ການປາກົດຕົວຂອງພຣະເຈົ້າໄດ້ນໍາໄປສູ່ຍຸກໃໝ່

ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອງຂອງເຮົາ, ພວກເຈົ້າກໍາລັງລໍຖ້າຫຍັງ? ແມ່ນຫຍັງທີ່ພວກເຈົ້າກຳລັງສະແຫວງຫາ? ພວກເຈົ້າກຳລັງລໍຖ້າໃຫ້ພຣະເຈົ້າປາກົດຕົວບໍ? ພວກເຈົ້າກຳລັງຊອກຫາຮອຍພຣະບາດຂອງພຣະອົງບໍ? ຊ່າງຢາກເຫັນການປາກົດຕົວຂອງພຣະເຈົ້າ! ແລ້ວມັນຊ່າງຍາກແທ້ທີ່ຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າ! ໃນຍຸກນີ້, ໃນໂລກແບບນີ້, ພວກເຮົາຈະຕ້ອງເຮັດແນວໃດເພື່ອເປັນພະຍານເຖິງມື້ທີ່ພຣະເຈົ້າປາກົດຕົວ? ພວກເຮົາຕ້ອງເຮັດແນວໃດເພື່ອຍ່າງໄປພ້ອມກັນກັບບາດກ້າວຂອງພຣະເຈົ້າ? ທຸກຄົນທີ່ກຳລັງລໍຖ້າໃຫ້ພຣະເຈົ້າປາກົດແມ່ນພົບກັບຄຳຖາມປະເພດນີ້. ພວກເຈົ້າທັງໝົດໄດ້ພິຈາລະນາເຖິງສິ່ງເຫຼົ່ານີ້ຫຼາຍເທື່ອ ແຕ່ຜົນໄດ້ຮັບຄືຫຍັງແດ່? ພຣະເຈົ້າປາກົດຕົວຢູ່ໃສ? ຮອຍພຣະບາດຂອງພຣະເຈົ້າຢູ່ທີ່ໃດ? ພວກເຈົ້າໄດ້ຮັບຄຳຕອບແລ້ວບໍ? ຫຼາຍຄົນຈະຕອບໃນລັກສະນະນີ້: “ພຣະເຈົ້າປາກົດຕົວທ່າມກາງທຸກຄົນທີ່ຕິດຕາມພຣະອົງ ແລະ ຮອຍພຣະບາດຂອງພຣະອົງກໍຢູ່ທ່າມກາງພວກເຮົາ; ມັນງ່າຍແບບນັ້ນເລີຍ!” ໃຜກໍຕາມສາມາດຈັດຫາຄຳຕອບທີ່ເປັນຫຼັກສູດໄດ້, ແຕ່ພວກເຈົ້າເຂົ້າໃຈບໍ່ວ່າ ການປາກົດຕົວຂອງພຣະເຈົ້າ ຫຼື ຮອຍພຣະບາດຂອງພຣະອົງແມ່ນຫຍັງ? ການປາກົດຕົວຂອງພຣະເຈົ້າໝາຍເຖິງການທີ່ພຣະອົງມາເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ດ້ວຍຕົວຕົນ ແລະ ອຸປະນິໄສຂອງພຣະອົງເອງ ແລະ ໃນຮູບລັກສະນະທີ່ພຣະອົງເປັນໂດຍກຳເນີດ, ພຣະອົງລົງມາຢູ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກໃດໜຶ່ງ. ການປາກົດຕົວແບບນີ້ບໍ່ແມ່ນຮູບແບບຂອງພິທີກໍາ. ມັນບໍ່ແມ່ນໝາຍສຳຄັນ, ຮູບພາບ, ການອັດສະຈັນ ຫຼື ນິມິດທີ່ຍິ່ງໃຫຍ່ບາງຢ່າງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ມັນຈະເປັນຂະບວນການທາງສາສະໜາປະເພດໃດໜຶ່ງ. ມັນເປັນຄວາມຈິງທີ່ແທ້ຈິງ ແລະ ຕາມຄວາມເປັນຈິງທີ່ທຸກຄົນສາມາດສຳຜັດ ແລະ ເບິ່ງເຫັນໄດ້. ການປາກົດຕົວແບບນີ້ບໍ່ແມ່ນເພື່ອເຮັດພໍເປັນພິທີ ຫຼື ສຳລັບການດຳເນີນການໄລຍະສັ້ນ; ກົງກັນຂ້າມແມ່ນສຳລັບຂັ້ນຕອນຂອງພາລະກິດໃນແຜນການຄຸ້ມຄອງຂອງພຣະອົງ. ການປາກົດຕົວຂອງພຣະເຈົ້າມີຄວາມໝາຍສະເໝີ ແລະ ມີສ່ວນກ່ຽວຂ້ອງບາງຢ່າງກັບແຜນການຄຸ້ມຄອງຂອງພຣະອົງຢູ່ຕະຫຼອດເວລາ. ສິ່ງທີ່ຖືກເອີ້ນວ່າ ການປາກົດຕົວ ໃນທີ່ນີ້ແມ່ນແຕກຕ່າງຈາກ “ການປາກົດຕົວ” ທີ່ພຣະເຈົ້າຊີ້ນໍາ, ນໍາພາ ແລະ ສ່ອງແສງສະຫວ່າງໃຫ້ກັບມະນຸດຢ່າງສິ້ນເຊີງ. ແຕ່ລະຄັ້ງທີ່ພຣະເຈົ້າປະຕິບັດຂັ້ນຕອນໃນພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ, ພຣະອົງເປີດເຜີຍຕົວພຣະອົງເອງ. ພາລະກິດນີ້ແມ່ນແຕກຕ່າງຈາກພາລະກິດໃນຍຸກອື່ນໆ. ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ມະນຸດກໍບໍ່ເຄີຍພົບພໍ້ມາກ່ອນ. ມັນເປັນພາລະກິດທີ່ເລີ່ມຕົ້ນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າລົງ ແລະ ມັນເປັນຮູບແບບຂອງພາລະກິດທີ່ໃໝ່ ແລະ ໄດ້ຮັບການປັບປຸງເພື່ອຄວາມລອດພົ້ນຂອງມະນຸດຊາດ; ຍິ່ງໄປກວ່ານັ້ນ, ມັນເປັນພາລະກິດທີ່ນໍາພາມະນຸດຊາດໄປສູ່ຍຸກໃໝ່. ນີ້ແມ່ນສິ່ງທີ່ການປາກົດຕົວຂອງພຣະເຈົ້າໝາຍເຖິງ.

ເມື່ອພວກເຈົ້າເຂົ້າໃຈແລ້ວວ່າ ການປາກົດຕົວຂອງພຣະເຈົ້າໝາຍເຖິງຫຍັງ, ແລ້ວພວກເຈົ້າຄວນຊອກຫາບາດກ້າວຂອງພຣະເຈົ້າແນວໃດ? ຄຳຖາມນີ້ແມ່ນອະທິບາຍໄດ້ບໍ່ຍາກເລີຍ ຄຳຕອບກໍຄື: ບໍ່ວ່າພຣະເຈົ້າຈະປາກົດຕົວຢູ່ໃສກໍ່ຕາມ, ພວກເຈົ້າກໍຈະພົບບາດກ້າວຂອງພຣະອົງເຊັ່ນກັນ. ຄຳອະທິບາຍດັ່ງກ່າວເບິ່ງຄືກົງໄປກົງມາ, ແຕ່ມັນບໍ່ໄດ້ງ່າຍທີ່ຈະປະຕິບັດຕາມ, ຍ້ອນຫຼາຍຄົນບໍ່ຮູ້ຈັກວ່າ ພຣະເຈົ້າປາກົດຕົວຢູ່ທີ່ໃດ, ແລ້ວແຮງໄກທີ່ຈະຮູ້ຈັກວ່າ ພຣະອົງປະສົງ ຫຼື ພຣະອົງຄວນປາກົດຕົວພຣະອົງເອງຢູ່ໃສ. ບາງຄົນເຊື່ອຢ່າງບໍ່ຄິດວ່າ ບ່ອນໃດກໍຕາມທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ພຣະເຈົ້າກໍຈະປາກົດຕົວຢູ່ບ່ອນນັ້ນ. ຫຼືບໍ່ດັ່ງນັ້ນພວກເຂົາກໍຈະເຊື່ອວ່າບ່ອນໃດກໍຕາມທີ່ມີຄົນທີ່ມີຊື່ສຽງສູງ ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ຫຼື ພວກເຂົາກໍຈະເຊື່ອວ່າ ບ່ອນໃດກໍຕາມທີ່ມີຜູ້ຄົນທີ່ມີຊື່ສຽງ, ພຣະເຈົ້າກໍປາກົດຕົວຢູ່ທີ່ນັ້ນ. ໃນຊ່ວງເວລານີ້ ໃຫ້ພວກເຮົາປະໄວ້ຄຳຖາມທີ່ວ່າ ຄວາມເຊື່ອດັ່ງກ່າວຖືກ ຫຼື ຜິດ. ເພື່ອອະທິບາຍຄຳຖາມດັ່ງກ່າວ ກ່ອນອື່ນ ພວກເຮົາຕ້ອງມີຈຸດປະສົງທີ່ຊັດເຈນ ນັ້ນກໍຄື: ພວກເຮົາກຳລັງຊອກຫາບາດກ້າວຂອງພຣະເຈົ້າ. ພວກເຮົາບໍ່ໄດ້ກຳລັງຊອກຫາບຸກຄົນຝ່າຍວິນຍານ, ແລ້ວແຮງໄກທີ່ພວກເຮົາຈະຕິດຕາມບຸກຄົນທີ່ມີຊື່ສຽງ; ພວກເຮົາກຳລັງຍ່າງຕາມບາດກ້າວຂອງພຣະເຈົ້າ. ດ້ວຍເຫດຜົນນີ້ ຍ້ອນພວກເຮົາກຳລັງຊອກຫາບາດກ້າວຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາເຈດຕະນາຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາພຣະຄຳຂອງພຣະອົງ. ນີ້ກໍຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ; ບ່ອນໃດກໍຕາມທີ່ມີການສະແດງອອກຂອງພຣະເຈົ້າ, ພຣະເຈົ້າກໍປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍມີຢູ່ໃນທີ່ນັ້ນ. ໃນການຊອກຫາບາດກ້າວຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບບາດກ້າວຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດສອດຄ່ອງກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າຈະປາກົດຕົວໃນລັກສະນະທີ່ມະນຸດຮຽກຮ້ອງຈາກພຣະອົງໄດ້. ພຣະເຈົ້າດຳເນີນການຕາມທາງເລືອກຂອງພຣະອົງ ແລະ ຕາມແຜນການຂອງພຣະອົງເອງ ເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພຣະອົງກໍມີຈຸດປະສົງຂອງພຣະອົງເອງ ແລະ ວິທີການຂອງພຣະອົງເອງ. ພາລະກິດຫຍັງກໍຕາມທີ່ພຣະອົງປະຕິບັດ, ພຣະອົງບໍ່ຈຳເປັນຕ້ອງສົນທະນາກັບມະນຸດ ຫຼື ສະແຫວງຫາຄຳປຶກສາຂອງເຂົາ ແລ້ວແຮງໄກທີ່ຈະແຈ້ງໃຫ້ແຕ່ລະຄົນຮູ້ກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ, ຍິ່ງໄປກວ່ານັ້ນ, ທຸກຄົນຄວນຮັບຮູ້. ຖ້າພວກເຈົ້າປາຖະໜາທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດຂອງພວກເຈົ້ານັ້ນກ່ອນ. ພວກເຈົ້າຕ້ອງບໍ່ຮຽກຮ້ອງໃຫ້ພຣະເຈົ້າເຮັດນັ້ນເຮັດນີ້ ຍິ່ງໄປກວ່ານັ້ນພວກເຈົ້າບໍ່ຄວນວາງພຣະອົງໃຫ້ຢູ່ພາຍໃນຂອບເຂດຂອງພວກເຈົ້າ ແລະ ຈຳກັດພຣະອົງໃນແນວຄິດຂອງພວກເຈົ້າເອງ. ກົງກັນຂ້າມ ພວກເຈົ້າຄວນຮຽກຮ້ອງຕົນເອງວ່າ ພວກເຈົ້າຄວນສະແຫວງຫາບາດກ້າວຂອງພຣະເຈົ້າໄດ້ແນວໃດ, ພວກເຈົ້າຄວນຍອມຮັບການປາກົດຕົວຂອງພຣະເຈົ້າໄດ້ແນວໃດ ແລະ ພວກເຈົ້າຄວນຍອມຕາມພາລະກິດໃໝ່ຂອງພຣະເຈົ້າໄດ້ແນວໃດ: ນີ້ຄືສິ່ງທີ່ມະນຸດຄວນກະທຳ. ຍ້ອນມະນຸດບໍ່ແມ່ນຄວາມຈິງ ແລະ ບໍ່ໄດ້ປະກອບດ້ວຍຄວາມຈິງ, ເຂົາຄວນສະແຫວງຫາ, ຍອມຮັບ ແລະ ອ່ອນນ້ອມ.

ບໍ່ວ່າເຈົ້າຈະເປັນຊາວອາເມຣິກາ, ຊາວອັງກິດ ແລະ ຊົນຊາດອື່ນໆ, ເຈົ້າຄວນກ້າວອອກຈາກຂອບເຂດແຫ່ງຊົນຊາດຂອງເຈົ້າເອງ, ຢູ່ເໜືອຕົວເຈົ້າເອງ ແລະ ເບິ່ງພາລະກິດຂອງພຣະເຈົ້າຈາກຕົວຕົນຂອງສິ່ງມີຊີວິດທີ່ຖືກສ້າງ. ໃນລັກສະນະນີ້, ເຈົ້າຈະບໍ່ວາງຂໍ້ຈຳກັດຕ່າງໆກ່ຽວກັບຮອຍພຣະບາດຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ໃນປັດຈຸບັນນີ້ ຫຼາຍຄົນໄດ້ຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະປາກົດຕົວໃນຊົນຊາດສະເພາະໃດໜຶ່ງ ຫຼື ທ່າມກາງຜູ້ຄົນໃດໜຶ່ງ. ຄວາມໝາຍຂອງພາລະກິດຂອງພຣະເຈົ້າຊ່າງເລິກເຊິ່ງ ແລະ ການປາກົດຕົວຂອງພຣະອົງຊ່າງສຳຄັນ! ແນວຄິດ ແລະ ຄວາມຄິດຂອງມະນຸດຈະສາມາດໃຊ້ມາດຕະການໄດ້ແນວໃດ? ເຮົາຂໍເວົ້າວ່າ ເຈົ້າຄວນເອົາຊະນະແນວຄິດກ່ຽວກັບຊົນຊາດ ແລະ ເຊື້ອຊາດຂອງເຈົ້າໃຫ້ໄດ້ເພື່ອສະແຫວງຫາການປາກົດຕົວຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະບໍ່ຖືກຈຳກັດດ້ວຍແນວຄິດຂອງເຈົ້າເອງ; ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະມີຄຸນສົມບັດເພື່ອຍິນດີຮັບເອົາການປາກົດຕົວຂອງພຣະເຈົ້າ. ບໍ່ດັ່ງນັ້ນ ເຈົ້າກໍຈະຄົງຢູ່ໃນຄວາມມືດຕະຫຼອດໄປເປັນນິດ ແລະ ບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າຈັກເທື່ອ.

ພຣະເຈົ້າເປັນພຣະເຈົ້າຂອງມະນຸດຊາດທັງໝົດ. ພຣະອົງບໍ່ໄດ້ເຫັນວ່າ ພຣະອົງເອງເປັນຊັບສິນສ່ວນຕົວຂອງຊົນຊາດ ຫຼື ຜູ້ຄົນໃດໜຶ່ງ, ແຕ່ເລີ່ມປະຕິບັດພາລະກິດຕາມຂອງພຣະອົງທີ່ພຣະອົງໄດ້ວາງແຜນໄວ້, ບໍ່ຖືກຈຳກັດໃນຮູບການ, ຊົນຊາດ ຫຼື ຜູ້ຄົນໃດໜຶ່ງ. ບາງເທື່ອ ເຈົ້າບໍ່ເຄີຍຈິນຕະນາການເຖິງຮູບແບບນີ້ ຫຼື ບາງເທື່ອ ທ່າທີຂອງເຈົ້າກ່ຽວກັບຮູບແບບນີ້ແມ່ນການປະຕິເສດ ຫຼື ບາງເທື່ອ ຊົນຊາດທີ່ພຣະເຈົ້າເປີດເຜີຍຕົວພຣະອົງເອງ ແລະ ຜູ້ຄົນທີ່ພຣະອົງເປີດເຜີຍຕົວພຣະອົງເອງໃຫ້ເຫັນນັ້ນ ອາດຖືກທຸກຄົນແບ່ງແຍກ ແລະ ອາດເປັນຄົນທີ່ຫຼ້າຫຼັງທີ່ສຸດເທິງແຜ່ນດິນໂລກ. ເຖິງຢ່າງໃດກໍຕາມ ພຣະເຈົ້າມີສະຕິປັນຍາຂອງພຣະອົງ. ດ້ວຍລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ດ້ວຍວິທີແຫ່ງຄວາມຈິງຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ, ພຣະອົງໄດ້ຮັບເອົາກຸ່ມຄົນທີ່ຢູ່ໃນຄວາມຄິດດຽວກັບພຣະອົງຢ່າງແທ້ຈິງ ແລະ ກຸ່ມຄົນທີ່ພຣະອົງປາຖະໜາທີ່ຈະເຮັດໃຫ້ສຳເລັດ ນັ້ນກໍຄື ກຸ່ມທີ່ຖືກພຣະອົງເອົາຊະນະ ແລະ ໄດ້ອົດທົນຕໍ່ການທົດລອງ ແລະ ຄວາມຫຍຸ້ງຍາກລຳບາກທຸກປະການ ແລະ ການຂົ່ມເຫັງທຸກປະເພດ ຈະສາມາດຕິດຕາມພຣະອົງໄປຈົນເຖິງທີ່ສຸດໄດ້. ຈຸດປະສົງຂອງການປາກົດຕົວຂອງພຣະເຈົ້າ ເຊິ່ງບໍ່ຖືກຈຳກັດໃນຮູບການໃດໜຶ່ງ ຫຼື ຊົນຊາດໃດໜຶ່ງ ກໍ່ແມ່ນເພື່ອໃຫ້ພຣະອົງເຮັດສໍາເລັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້. ສິ່ງນີ້ເໝືອນກັບຕອນທີ່ພຣະເຈົ້າກາຍເປັນມະນຸດໃນແຂວງຢູດາຍ: ຈຸດປະສົງຂອງພຣະອົງແມ່ນເພື່ອເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເພື່ອໄຖ່ບາບຂອງມະນຸດຊາດທັງໝົດສຳເລັດລົງ. ເຖິງຢ່າງໃດກໍຕາມ ຊາວຢິວເຊື່ອວ່າ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າທີ່ຈະກະທຳສິ່ງນີ້ ແລະ ພວກເຂົາຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະສາມາດກາຍມາເປັນມະນຸດ ແລະ ປາກົດໃນຮູບຮ່າງຂອງພຣະເຢຊູເຈົ້າ. “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ກາຍມາເປັນພື້ນຖານທີ່ພວກເຂົາຕັດສິນລົງໂທດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ນໍາໄປສູ່ການທຳລາຍອິດສະຣາເອນໃນທີ່ສຸດ. ໃນປັດຈຸບັນ, ຫຼາຍຄົນໄດ້ກະທຳຄວາມຜິດພາດແບບດຽວກັນ. ພວກເຂົາປະກາດດ້ວຍກຳລັງທັງໝົດຂອງພວກເຂົາເຖິງການປາກົດຕົວຂອງພຣະເຈົ້າທີ່ກຳລັງຈະເກີດຂຶ້ນ, ແຕ່ໃນເວລາດຽວກັນກໍຕັດສິນລົງໂທດການປາກົດຕົວຂອງພຣະອົງ; “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ຈໍາກັດການປາກົດຕົວຂອງພຣະເຈົ້າອີກຄັ້ງ ໃຫ້ຢູ່ພາຍໃນຂອບເຂດຈິນຕະນາການຂອງພວກເຂົາ. ດ້ວຍເຫດນັ້ນ ເຮົາຈຶ່ງເຫັນຫຼາຍຄົນຮ້ອງໂຮຫົວຂວັນຢ່າງຄຶກຄື້ນ ແລະ ຟົດຟື້ນຫຼັງຈາກທີ່ໄດ້ຮຽນຮູ້ເຖິງພຣະທຳຂອງພຣະເຈົ້າ. ສຽງຫົວຂວັນນີ້ໄດ້ແຕກຕ່າງຈາກການຕັດສິນລົງໂທດ ແລະ ການໝິ່ນປະໝາດຂອງຊາວຢິວບໍ? ພວກເຈົ້າບໍ່ມີຄວາມເຄົາລົບນັບຖືໃນການສະຖິດແຫ່ງຄວາມຈິງ, ແລ້ວແຮງໄກທີ່ພວກເຈົ້າຈະມີທ່າທີໃນການສະແຫວາງຫາ. ສິ່ງດຽວທີ່ພວກເຈົ້າເຮັດກໍຄືການສຶກສາຢ່າງບໍ່ຈຳແນກ ແລະ ລໍຖ້າຢ່າງບໍ່ຫ່ວງໃຍຫຍັງເລີຍ. ພວກເຈົ້າຈະສາມາດໄດ້ຮັບຫຍັງແດ່ຈາກການສຶກສາ ແລະ ລໍຖ້າແບບນີ້? ພວກເຈົ້າຄິດວ່າພວກເຈົ້າຈະໄດ້ຮັບການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າບໍ? ຖ້າເຈົ້າບໍ່ສັງເກດຖ້ອຍຄຳຂອງພຣະເຈົ້າ, ເຈົ້າຈະມີຄຸນສົມບັດຫຍັງທີ່ຈະເປັນພະຍານໃຫ້ກັບການປາກົດຕົວຂອງພຣະເຈົ້າ? ພຣະເຈົ້າປາກົດຕົວຢູ່ບ່ອນໃດ ຄວາມຈິງກໍຈະຖືກສະແດງອອກຢູ່ບ່ອນນັ້ນ ແລະ ພຣະສຸລະສຽງຂອງພຣະເຈົ້າກໍຈະຢູ່ບ່ອນນັ້ນດ້ວຍ. ມີພຽງແຕ່ຜູ້ທີ່ສາມາດຍອມຮັບຄວາມຈິງເທົ່ານັ້ນທີ່ຮູ້ວິທີຟັງພຣະສຸລະສຽງຂອງພຣະເຈົ້າ ແລະ ມີພຽງແຕ່ຄົນແບບນັ້ນເທົ່ານັ້ນທີ່ມີຄຸນສົມບັດທີ່ຈະເຫັນການປາກົດຕົວຂອງພຣະເຈົ້າໄດ້. ຈົ່ງປ່ອຍວາງຄວາມຄິດຫຼົງຜິດຂອງເຈົ້າ! ຈົ່ງເຮັດຈິດໃຈໃຫ້ສະຫງົບ ແລະ ອ່ານພຣະທຳເຫຼົ່ານີ້ຢ່າງຕັ້ງໃຈ. ຕາບໃດທີ່ເຈົ້າມີຫົວໃຈທີ່ປາຖະໜາຄວາມຈິງ, ພຣະເຈົ້າຈະໃຫ້ຄວາມຮູ້ແຈ້ງແກ່ເຈົ້າ ເພື່ອເຈົ້າຈະໄດ້ເຂົ້າໃຈເຈດຕະນາຂອງພຣະອົງ ແລະ ເຂົ້າໃຈພຣະທຳຂອງພຣະອົງ. ຈົ່ງປ່ອຍວາງຄຳກ່າວອ້າງເຖິງ “ຄວາມເປັນໄປບໍ່ໄດ້” ຂອງພວກເຈົ້າ! ຍິ່ງມະນຸດເຊື່ອວ່າບາງສິ່ງ “ເປັນໄປບໍ່ໄດ້” ຫຼາຍສໍ່າໃດ, ມັນກໍຍິ່ງມີແນວໂນ້ມທີ່ຈະເກີດຂຶ້ນຫຼາຍສໍ່ານັ້ນ, ຍ້ອນວ່າປັນຍາຂອງພຣະເຈົ້າສູງກວ່າສະຫວັນ, ຄວາມຄິດຂອງພຣະເຈົ້າສູງກວ່າຄວາມຄິດຂອງມະນຸດ ແລະ ພຣະເຈົ້າປະຕິບັດວຽກງານຂອງພຣະອົງເໜືອຂອບເຂດຄວາມຄິດ ແລະ ຄວາມຄິດຫຼົງຜິດຂອງມະນຸດ. ຍິ່ງບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ກໍຍິ່ງມີຄວາມຈິງທີ່ຈະຕ້ອງສະແຫວງຫາໃນສິ່ງນັ້ນຫຼາຍສໍ່ານັ້ນ; ຍິ່ງບາງສິ່ງບໍ່ສາມາດຈິນຕະນາການໄດ້ດ້ວຍຄວາມຄິດຫຼົງຜິດຂອງມະນຸດຫຼາຍສໍ່າໃດ, ມັນກໍຍິ່ງປະກອບດ້ວຍເຈດຕະນາຂອງພຣະເຈົ້າຫຼາຍສໍ່ານັ້ນ. ນີ້ກໍຍ້ອນວ່າ, ບໍ່ວ່າພຣະອົງຈະປາກົດຕົວຢູ່ໃສກໍຕາມ, ພຣະເຈົ້າກໍຍັງຄົງເປັນພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງຈະບໍ່ມີທາງປ່ຽນແປງໄປ ເນື່ອງຈາກສະຖານທີ່ ຫຼື ວິທີການໃນການປາກົດຕົວຂອງພຣະອົງຢ່າງເດັດຂາດ. ບໍ່ວ່າບາດກ້າວຂອງພຣະເຈົ້າຈະຢູ່ໃສກໍຕາມ, ອຸປະນິໄສຂອງພຣະອົງກໍຈະບໍ່ປ່ຽນແປງ; ບໍ່ວ່າບາດກ້າວຂອງພຣະເຈົ້າຈະຢູ່ໃສກໍຕາມ, ພຣະອົງກໍເປັນພຣະເຈົ້າຂອງມະນຸດຊາດທັງໝົດ, ຄືກັບທີ່ອົງພຣະເຢຊູເຈົ້າທີ່ບໍ່ພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ແຕ່ຍັງເປັນພຣະເຈົ້າຂອງຜູ້ຄົນທັງໝົດໃນອາຊີ, ເອີຣົບ ແລະ ອາເມລິກາ ແລະ ຍິ່ງໄປກວ່ານັ້ນ, ພຣະອົງຊົງເປັນພຣະເຈົ້າອົງດຽວເທົ່ານັ້ນທີ່ຢູ່ເໜືອ ແລະ ທົ່ວທັງຈັກກະວານ. ສະນັ້ນ ໃຫ້ພວກເຮົາຊອກຫາເຈດຕະນາຂອງພຣະເຈົ້າ ແລະ ຄົ້ນພົບການປາກົດຕົວຂອງພຣະອົງໃນພຣະຄຳ ແລະ ພຣະທໍາຂອງພຣະອົງ ແລະ ກ້າວເດີນໄປພ້ອມກັນກັບບາດກ້າວຂອງພຣະອົງ! ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ພຣະທຳຂອງພຣະອົງ ແລະ ການປາກົດຕົວຂອງພຣະອົງເກີດຂຶ້ນພ້ອມກັນ; ອຸປະນິໄສຂອງພຣະອົງ ແລະ ບາດກ້າວຂອງພຣະອົງໄດ້ສະແດງໃຫ້ກັບມະນຸດຊາດໄດ້ເຫັນຢ່າງເປີດເຜີຍໄດ້ທຸກເວລາ. ອ້າຍເອື້ອຍນ້ອງທີ່ຮັກແພງທັງຫຼາຍ, ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດເຫັນການປາກົດຕົວຂອງພຣະເຈົ້າໃນພຣະທຳເຫຼົ່ານີ້, ເລີ່ມຕົ້ນນຳທັນບາດກ້າວຂອງພຣະອົງ ແລະ ກ້າວຂ້າມໄປສູ່ຍຸກໃໝ່ ແລະ ເຂົ້າສູ່ສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່ທີ່ສວຍງາມ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບຜູ້ທີ່ລໍຖ້າການປາກົດຂອງພຣະອົງ!

ກ່ອນນີ້:  ການຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດ

ຕໍ່ໄປ:  ພຣະເຈົ້າຊົງມີອຳນາດສູງສຸດເໜືອໂຊກຊະຕາຂອງມະນຸດຊາດທັງປວງ

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger