ພາກພະໜວກທີສີ່: ການສະຫຼຸບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາ (ພາກທີສາມ)
III. ອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ
1. ຄວາມຊົ່ວຮ້າຍ
2). ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດຕໍ່ພຣະເຈົ້າ
ໃນລະຫວ່າງການເຕົ້າໂຮມຄັ້ງກ່ອນ ໂດຍຫຼັກແລ້ວ ພວກເຮົາໄດ້ໂອ້ລົມ ແລະ ສະຫຼຸບກ່ຽວກັບອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ໂດຍເລືອກເອົາສາມລັກສະນະຈາກຫົກອຸປະນິໄສຂອງມະນຸດຊາດທີ່ເສື່ອມຊາມມາໄຈ້ແຍກ. ສາມລັກສະນະນີ້ຄື ການເບື່ອໜ່າຍຄວາມຈິງ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າ. ຄັ້ງກ່ອນພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຊົ່ວຊ້າ ແລະ ຜ່ານການໄຈ້ແຍກການສະແດງອອກທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ຄວາມຄິດຂອງພວກເຂົາເຕັມໄປດ້ວຍຄວາມຊົ່ວຮ້າຍຢູ່ໝົດມື້, ພວກເຮົາໄດ້ລະບຸຕົວຜູ້ຕໍ່ຕ້ານພຣະຄຣິສ ແລະ ຢືນຢັນອຸປະນິໄສ-ແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາຜ່ານການສະແດງອອກເຫຼົ່ານີ້. ພວກເຮົາກຳລັງໄຈ້ແຍກຄວາມຈິງທີ່ວ່າ ຄວາມຄິດຂອງພວກເຂົາເຕັມໄປດ້ວຍຄວາມຊົ່ວຮ້າຍຢູ່ໝົດມື້ຈາກສອງດ້ານ: ດ້ານທີໜຶ່ງ, ມີຫຍັງຢູ່ໃນຄວາມຄິດຂອງພວກເຂົາເມື່ອພວກເຂົາປະຕິບັດຕໍ່ຄົນອື່ນ, ພວກເຂົາເປີດເຜີຍວິທີການ ແລະ ການສະແດງອອກໃດແດ່ໃນແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາ; ດ້ານທີສອງ, ມີຫຍັງຢູ່ໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າ. ພວກເຮົາໄດ້ໂອ້ລົມກ່ຽວກັບວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນຈົບແລ້ວ. ສຳລັບຄວາມຄິດ, ຄວາມຄິດຫຼົງຜິດ, ມຸມມອງ ແລະ ແຮງຈູງໃຈທີ່ຜູ້ຕໍ່ຕ້ານພຣະຄຣິສມີ ພ້ອມທັງການກະທຳທີ່ກຳນົດໄວ້ລ່ວງໜ້າໃນຄວາມຄິດຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຄັ້ງກ່ອນພວກເຮົາໄດ້ໂອ້ລົມກ່ຽວກັບເລື່ອງນີ້ໄປບາງສ່ວນແລ້ວ: ຕົວຢ່າງເຊັ່ນ: ຄວາມຂ້ອງໃຈ, ການກວດສອບ ແລະ ມີຫຍັງອີກ? (ຄວາມສົງໄສ ແລະ ການລະວັງຕົວ.) ຄວາມຂ້ອງໃຈ, ການກວດສອບ, ຄວາມສົງໄສ ແລະ ການລະວັງຕົວ. ຕອນນີ້ ໃຫ້ພວກເຮົາໂອ້ລົມກ່ຽວກັບການທີ່ຜູ້ຕໍ່ຕ້ານພຣະຄຣິສລອງໃຈພຣະເຈົ້າ.
ຈ. ການລອງໃຈ
ການສະແດງອອກຂອງການລອງໃຈມີຫຍັງແດ່? ວິທີການ ຫຼື ຄວາມຄິດໃດທີ່ສະແດງໃຫ້ເຫັນເຖິງສະພາວະ ຫຼື ແກ່ນແທ້ຂອງການລອງໃຈ? (ຖ້າຂ້ານ້ອຍໄດ້ກະທຳການຝ່າຝືນ ຫຼື ເຮັດສິ່ງທີ່ຊົ່ວຮ້າຍ, ຂ້ານ້ອຍມັກຈະຢາກຢັ່ງເຊີງພຣະເຈົ້າ, ຮຽກຮ້ອງຄຳຕອບທີ່ຊັດເຈນ ແລະ ເບິ່ງວ່າຂ້ານ້ອຍຈະມີຈຸດຈົບ ຫຼື ຈຸດໝາຍປາຍທາງທີ່ດີ ຫຼື ບໍ່.) ສິ່ງນີ້ກ່ຽວຂ້ອງກັບຄວາມຄິດ; ສະນັ້ນ ໂດຍທົ່ວໄປແລ້ວ ເມື່ອຄົນໃດໜຶ່ງເວົ້າ ຫຼື ກະທຳ ຫຼື ເມື່ອພວກເຂົາປະເຊີນກັບບາງສິ່ງ, ການສະແດງອອກໃດຂອງພວກເຂົາທີ່ເປັນການລອງໃຈ? ຖ້າຄົນໃດໜຶ່ງໄດ້ກະທຳການຝ່າຝືນ ແລະ ຮູ້ສຶກວ່າພຣະເຈົ້າອາດຈະຈື່ຈຳ ຫຼື ກ່າວໂທດການຝ່າຝືນຂອງພວກເຂົາ ແລະ ພວກເຂົາເອງກໍບໍ່ແນ່ໃຈ, ໂດຍບໍ່ຮູ້ວ່າພຣະເຈົ້າຈະກ່າວໂທດພວກເຂົາແທ້ໆ ຫຼື ບໍ່, ພວກເຂົາກໍຄິດຫາວິທີທີ່ຈະລອງໃຈເບິ່ງ ເພື່ອເບິ່ງວ່າທັດສະນະຄະຕິຂອງພຣະເຈົ້າເປັນແນວໃດແທ້. ພວກເຂົາເລີ່ມຕົ້ນດ້ວຍການອະທິຖານ ແລະ ຖ້າບໍ່ມີການໃຫ້ແສງເຍືອງທາງ ຫຼື ຄວາມຮູ້ແຈ້ງ, ພວກເຂົາກໍຄິດທີ່ຈະທຳລາຍວິທີການໄລ່ຕາມໃນເມື່ອກ່ອນຂອງພວກເຂົາຢ່າງສິ້ນເຊີງ. ກ່ອນໜ້ານີ້ ພວກເຂົາມັກຈະເຮັດສິ່ງຕ່າງໆແບບພໍແລ້ວມືແລ້ວຕີນຢູ່ສະເໝີ, ໂດຍໃຊ້ຄວາມພະຍາຍາມພຽງແຕ່ 30% ທັງທີ່ສາມາດໃຊ້ໄດ້ 50% ຫຼື ໃຊ້ພຽງ 10% ທັງທີ່ສາມາດໃຊ້ໄດ້ 30%. ຕອນນີ້ ຖ້າພວກເຂົາສາມາດໃຊ້ຄວາມພະຍາຍາມ 50% ໄດ້, ພວກເຂົາກໍຈະໃຊ້. ພວກເຂົາຮັບເອົາວຽກທີ່ເປິເປື້ອນ ຫຼື ໜັກໜ່ວງທີ່ຄົນອື່ນຫຼີກລ່ຽງ, ມັກຈະເຮັດຕໍ່ໜ້າຄົນອື່ນສະເໝີ ແລະ ເຮັດໃຫ້ແນ່ໃຈວ່າອ້າຍເອື້ອຍນ້ອງສ່ວນໃຫຍ່ເຫັນມັນ. ທີ່ສຳຄັນກວ່ານັ້ນກໍຄື ພວກເຂົາຕ້ອງການເບິ່ງວ່າພຣະເຈົ້າມີມຸມມອງຕໍ່ເລື່ອງນີ້ແນວໃດ ແລະ ການຝ່າຝືນຂອງພວກເຂົາສາມາດຖືກໄຖ່ຄືນໄດ້ ຫຼື ບໍ່. ເມື່ອປະເຊີນກັບຄວາມຫຍຸ້ງຍາກ ຫຼື ສິ່ງທີ່ຄົນສ່ວນໃຫຍ່ບໍ່ສາມາດເອົາຊະນະໄດ້, ພວກເຂົາຕ້ອງການເບິ່ງວ່າພຣະເຈົ້າຈະເຮັດຫຍັງ, ພຣະອົງຈະໃຫ້ຄວາມຮູ້ແຈ້ງ ແລະ ນໍາພາພວກເຂົາ ຫຼື ບໍ່. ຖ້າພວກເຂົາສາມາດຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າ ແລະ ຄວາມໂປດປານເປັນພິເສດຂອງພຣະອົງ, ພວກເຂົາກໍເຊື່ອວ່າພຣະເຈົ້າບໍ່ໄດ້ຈື່ຈຳ ຫຼື ກ່າວໂທດການຝ່າຝືນຂອງພວກເຂົາ, ເຊິ່ງພິສູດວ່າມັນສາມາດໄດ້ຮັບການໃຫ້ອະໄພ. ຖ້າພວກເຂົາເສຍສະລະຕົນເອງແບບນີ້ ແລະ ຈ່າຍລາຄາແບບນີ້, ຖ້າທັດສະນະຄະຕິຂອງພວກເຂົາປ່ຽນແປງຢ່າງຫຼວງຫຼາຍ ແຕ່ພວກເຂົາຍັງບໍ່ຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າ ແລະ ແນ່ນອນວ່າພວກເຂົາບໍ່ຮູ້ສຶກເຖິງຄວາມແຕກຕ່າງທີ່ຈຳແນກໄດ້ໃດໆຈາກເມື່ອກ່ອນ, ແລ້ວມັນກໍເປັນໄປໄດ້ວ່າພຣະເຈົ້າໄດ້ກ່າວໂທດການຝ່າຝືນໃນເມື່ອກ່ອນຂອງພວກເຂົາແລ້ວ ແລະ ບໍ່ຕ້ອງການພວກເຂົາອີກຕໍ່ໄປ. ເນື່ອງຈາກພຣະເຈົ້າບໍ່ຕ້ອງການພວກເຂົາ, ພວກເຂົາກໍຈະບໍ່ທຸ່ມເທຄວາມພະຍາຍາມຫຼາຍປານນັ້ນໃນອະນາຄົດ ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ. ຖ້າພຣະເຈົ້າຍັງຕ້ອງການພວກເຂົາຢູ່, ບໍ່ກ່າວໂທດພວກເຂົາ ແລະ ຍັງມີຄວາມຫວັງທີ່ພວກເຂົາຈະໄດ້ຮັບພອນ, ພວກເຂົາກໍຈະໃສ່ຄວາມຈິງໃຈລົງໄປໃນການປະຕິບັດໜ້າທີ່ຂອງພວກເຂົາ. ການສະແດງອອກ ແລະ ແນວຄິດເຫຼົ່ານີ້ເປັນຮູບແບບໜຶ່ງຂອງການລອງໃຈບໍ? ນີ້ເປັນວິທີການທີ່ສະເພາະເຈາະຈົງບໍ? (ແມ່ນແລ້ວ.) ເມື່ອກີ້ນີ້ ພວກເຈົ້າພຽງແຕ່ກ່າວເຖິງດ້ານທິດສະດີພຽງດ້ານດຽວ ແຕ່ພວກເຈົ້າບໍ່ໄດ້ລົງເລິກເຖິງລາຍລະອຽດການສະແດງອອກຂອງການລອງໃຈພຣະເຈົ້າຢ່າງສະເພາະເຈາະຈົງ ແລະ ວິທີການ ແລະ ແຜນການທີ່ເປັນຮູບປະທຳທີ່ພວກເຂົາມີໃນໃຈຂອງພວກເຂົາຕໍ່ເລື່ອງນີ້ ຫຼື ເປີດໂປງວ່າມຸມມອງ ແລະ ສະພາວະຂອງຜູ້ຕໍ່ຕ້ານພຣະຄຣິສເປັນແນວໃດ ເມື່ອພວກເຂົາລົງມືເຮັດສິ່ງນີ້.
ບາງຄົນຂາດຄວາມຮູ້ ຫຼື ປະສົບການກ່ຽວກັບຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ ແລະ ການກວດສອບຂອງພຣະອົງໃນສ່ວນເລິກໃນຫົວໃຈຂອງມະນຸດ ຢູ່ຕະຫຼອດເວລາ. ພວກເຂົາຍັງຂາດການຮັບຮູ້ທີ່ແທ້ຈິງກ່ຽວກັບການກວດສອບຫົວໃຈຂອງມະນຸດຂອງພຣະເຈົ້າ, ສະນັ້ນ ໂດຍທຳມະຊາດແລ້ວ ພວກເຂົາຈຶ່ງເຕັມໄປດ້ວຍຄວາມຂ້ອງໃຈກ່ຽວກັບເລື່ອງນີ້. ເຖິງແມ່ນວ່າໃນຄວາມປາຖະໜາສ່ວນຕົວຂອງພວກເຂົາ ພວກເຂົາຕ້ອງການເຊື່ອວ່າພຣະເຈົ້າກວດສອບສ່ວນເລິກໃນຫົວໃຈຂອງມະນຸດ, ແຕ່ພວກເຂົາກໍຂາດຫຼັກຖານທີ່ຊັດເຈນ. ດ້ວຍເຫດນັ້ນ ພວກເຂົາຈຶ່ງວາງແຜນບາງສິ່ງໃນໃຈຂອງພວກເຂົາ ແລະ ເລີ່ມຕົ້ນດຳເນີນການ ແລະ ຈັດຕັ້ງປະຕິບັດພວກມັນໄປພ້ອມໆກັນ. ໃນຂະນະທີ່ພວກເຂົາຈັດຕັ້ງປະຕິບັດພວກມັນຢູ່ນັ້ນ, ພວກເຂົາກໍສັງເກດເບິ່ງຢ່າງຕໍ່ເນື່ອງວ່າພຣະເຈົ້າຮູ້ກ່ຽວກັບສິ່ງເຫຼົ່ານີ້ແທ້ໆ ຫຼື ບໍ່, ເລື່ອງເຫຼົ່ານີ້ຈະຖືກເປີດໂປງ ຫຼື ບໍ່ ແລະ ຖ້າພວກເຂົາຍັງຄົງມິດງຽບ, ຈະມີໃຜສາມາດຄິດອອກ ຫຼື ບໍ່ ຫຼື ພຣະເຈົ້າສາມາດເປີດເຜີຍມັນຜ່ານສະພາບແວດລ້ອມໃດໜຶ່ງໄດ້ ຫຼື ບໍ່. ແນ່ນອນວ່າ ຄົນທຳມະດາອາດຈະມີຄວາມບໍ່ແນ່ໃຈບໍ່ຫຼາຍກໍໜ້ອຍກ່ຽວກັບຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະເຈົ້າ ແລະ ການກວດສອບຂອງພຣະອົງໃນສ່ວນເລິກໃນຫົວໃຈຂອງມະນຸດ, ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ແນ່ໃຈເທົ່ານັ້ນ, ພວກເຂົາຍັງເຕັມໄປດ້ວຍຄວາມຂ້ອງໃຈ ແລະ ລະວັງຕົວຕໍ່ພຣະເຈົ້າຢ່າງເຕັມທີ່ໃນເວລາດຽວກັນ. ສະນັ້ນ ພວກເຂົາຈຶ່ງຄິດຄົ້ນວິທີການຫຼາຍຢ່າງເພື່ອລອງໃຈພຣະເຈົ້າ. ຍ້ອນພວກເຂົາຂ້ອງໃຈຕໍ່ການກວດສອບຫົວໃຈຂອງມະນຸດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຍັງປະຕິເສດຄວາມຈິງທີ່ວ່າພຣະເຈົ້າກວດສອບມັນ, ພວກເຂົາຈຶ່ງມັກຈະຄິດກ່ຽວກັບບາງເລື່ອງ. ຈາກນັ້ນ ດ້ວຍຄວາມຢ້ານກົວເລັກນ້ອຍ ຫຼື ຄວາມຮູ້ສຶກຢ້ານກົວທີ່ອະທິບາຍບໍ່ໄດ້, ພວກເຂົາກໍເຜີຍແຜ່ຄວາມຄິດເຫຼົ່ານີ້ໄປທົ່ວເປັນການສ່ວນຕົວຢ່າງລັບໆ, ເຮັດໃຫ້ບາງຄົນຫຼົງຜິດ. ໃນຂະນະດຽວກັນ ພວກເຂົາກໍເປີດໂປງຂໍ້ໂຕ້ແຍ້ງ ແລະ ແນວຄິດຂອງພວກເຂົາອອກມາເທື່ອລະໜ້ອຍຢ່າງຕໍ່ເນື່ອງ. ໃນຂະນະທີ່ພວກເຂົາເປີດໂປງພວກມັນ, ພວກເຂົາກໍເຝົ້າເບິ່ງວ່າພຣະເຈົ້າຈະຂັດຂວາງ ຫຼື ເປີດໂປງພຶດຕິກຳນີ້ຂອງພວກເຂົາ ຫຼື ບໍ່. ຖ້າພຣະອົງເປີດໂປງ ຫຼື ກຳນົດລັກສະນະຂອງມັນ, ພວກເຂົາກໍຈະຖອຍກັບຢ່າງໄວວາ, ໂດຍປ່ຽນໄປໃຊ້ວິທີການອື່ນ. ຖ້າເບິ່ງຄືວ່າບໍ່ມີໃຜຮູ້ກ່ຽວກັບມັນ ແລະ ບໍ່ມີໃຜສາມາດເບິ່ງທະລຸພວກເຂົາ ຫຼື ຮູ້ທັນພວກເຂົາໄດ້, ພວກເຂົາກໍຍິ່ງໝັ້ນໃຈໃນໃຈຂອງພວກເຂົາຢ່າງສົມບູນວ່າສັນຊາດຕະຍານຂອງພວກເຂົາຖືກຕ້ອງ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງພວກເຂົາກໍຖືກຕ້ອງ. ໃນມຸມມອງຂອງພວກເຂົາ, ການກວດສອບຫົວໃຈຂອງມະນຸດຂອງພຣະເຈົ້າໂດຍພື້ນຖານແລ້ວແມ່ນບໍ່ມີຢູ່ຈິງ. ນີ້ແມ່ນວິທີການປະເພດໃດ? ນີ້ຄືວິທີການຂອງການລອງໃຈ.
ຜູ້ຕໍ່ຕ້ານພຣະຄຣິສ, ເນື່ອງຈາກອຸປະນິໄສທີ່ຊົ່ວຊ້າໂດຍກຳເນີດຂອງພວກເຂົາ, ຈຶ່ງບໍ່ເຄີຍເວົ້າ ຫຼື ກະທຳຢ່າງກົງໄປກົງມາ. ພວກເຂົາບໍ່ຈັດການສິ່ງຕ່າງໆດ້ວຍທັດສະນະຄະຕິທີ່ຊື່ສັດ ແລະ ດ້ວຍຄວາມຈິງໃຈ ຫຼື ເວົ້າໂດຍໃຊ້ຄຳເວົ້າທີ່ຊື່ສັດ ແລະ ກະທຳດ້ວຍທັດສະນະຄະຕິທີ່ຈິງໃຈ. ບໍ່ມີສິ່ງໃດທີ່ພວກເຂົາເວົ້າ ຫຼື ເຮັດທີ່ກົງໄປກົງມາ ແຕ່ກົງກັນຂ້າມພັດອ້ອມຄ້ອມ ແລະ ມີລັບລົມຄົມໃນ ແລະ ພວກເຂົາບໍ່ເຄີຍສະແດງຄວາມຄິດ ຫຼື ແຮງຈູງໃຈຂອງພວກເຂົາອອກມາໂດຍກົງ. ຍ້ອນພວກເຂົາເຊື່ອວ່າ ຖ້າພວກເຂົາສະແດງພວກມັນອອກມາ, ພວກເຂົາກໍຈະຖືກເຂົ້າໃຈຢ່າງຄົບຖ້ວນ ແລະ ຖືກຮູ້ທັນ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາກໍຈະຖືກເປີດໂປງໃນຄວາມສະຫວ່າງ ແລະ ພວກເຂົາກໍຈະບໍ່ຖືກເບິ່ງວ່າສູງສົ່ງ ຫຼື ມີກຽດໃນທ່າມກາງຄົນອື່ນ ຫຼື ຖືກຄົນອື່ນເຄົາລົບນັບຖື ແລະ ບູຊາ; ດັ່ງນັ້ນ, ພວກເຂົາຈຶ່ງພະຍາຍາມປົກປິດ ແລະ ເຊື່ອງແຮງຈູງໃຈ ແລະ ຄວາມປາຖະໜາທີ່ໜ້າລັງກຽດຂອງພວກເຂົາໄວ້ຢູ່ສະເໝີ. ສະນັ້ນ, ພວກເຂົາເວົ້າ ແລະ ກະທຳແນວໃດ? ພວກເຂົາໃຊ້ວິທີການຕ່າງໆ. ຄືກັນກັບທີ່ມີຄຳເວົ້າໃນທ່າມກາງຜູ້ບໍ່ມີຄວາມເຊື່ອທີ່ວ່າ “ການຢັ່ງເຊີງສະຖານະການ”, ຜູ້ຕໍ່ຕ້ານພຣະຄຣິສກໍນຳໃຊ້ວິທີການທີ່ຄ້າຍຄືກັນ. ເມື່ອພວກເຂົາຕ້ອງການເຮັດບາງສິ່ງ ແລະ ພວກເຂົາມີມຸມມອງ ຫຼື ທັດສະນະຄະຕິບາງຢ່າງ, ພວກເຂົາບໍ່ເຄີຍສະແດງມັນອອກມາໂດຍກົງ; ແຕ່ພວກເຂົາໃຊ້ວິທີການບາງຢ່າງເຊັ່ນ: ວິທີການທີ່ແນບນຽນ ຫຼື ການສອບຖາມ ຫຼື ການຫຼອກຖາມຈາກຜູ້ຄົນ ເພື່ອລວບລວມຂໍ້ມູນທີ່ພວກເຂົາສະແຫວງຫາ. ເນື່ອງຈາກອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ເຄີຍສະແຫວງຫາຄວາມຈິງ, ທັງບໍ່ຕ້ອງການທີ່ຈະເຂົ້າໃຈມັນ. ສິ່ງດຽວທີ່ພວກເຂົາສົນໃຈກໍຄືຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ. ພວກເຂົາມີສ່ວນຮ່ວມໃນກິດຈະກຳທີ່ສາມາດໃຫ້ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະແກ່ພວກເຂົາ, ໂດຍຫຼີກລ່ຽງສິ່ງທີ່ບໍ່ໄດ້ໃຫ້ສິ່ງດັ່ງກ່າວ. ພວກເຂົາກະຕືລືລົ້ນທີ່ຈະເຮັດກິດຈະກຳທີ່ກ່ຽວຂ້ອງກັບຊື່ສຽງ, ສະຖານະ, ຄວາມໂດດເດັ່ນ ແລະ ຄວາມມີໜ້າມີຕາ, ໃນຂະນະທີ່ຫຼີກລ່ຽງສິ່ງທີ່ປົກປ້ອງວຽກງານຂອງຄຣິສຕະຈັກ ຫຼື ອາດຈະລ່ວງເກີນຄົນອື່ນ. ດັ່ງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ປະຕິບັດຕໍ່ສິ່ງໃດດ້ວຍທັດສະນະຄະຕິແຫ່ງການສະແຫວງຫາ; ແຕ່ພວກເຂົາໃຊ້ວິທີການລອງໃຈເພື່ອຢັ່ງເຊີງສິ່ງຕ່າງໆ ແລະ ຈາກນັ້ນກໍຕັດສິນໃຈວ່າຈະດຳເນີນການຕໍ່ ຫຼື ບໍ່, ຜູ້ຕໍ່ຕ້ານພຣະຄຣິສນັ້ນມີເລ່ຫຼ່ຽມ ແລະ ຊົ່ວຊ້າແບບນີ້ແຫຼະ. ຕົວຢ່າງ: ເມື່ອພວກເຂົາຕ້ອງການຮູ້ວ່າພວກເຂົາເປັນຄົນປະເພດໃດໃນສາຍຕາຂອງພຣະເຈົ້າ, ພວກເຂົາບໍ່ໄດ້ປະເມີນຕົນເອງຜ່ານທາງພຣະທຳຂອງພຣະເຈົ້າໂດຍການມາຮູ້ຈັກຕົນເອງ. ແຕ່ພວກເຂົາພັດສອບຖາມໄປທົ່ວ ແລະ ຟັງຄຳເວົ້າທີ່ແຝງຄວາມໝາຍ, ສັງເກດເບິ່ງນໍ້າສຽງ ແລະ ທັດສະນະຄະຕິຂອງຜູ້ນໍາ ແລະ ເບື້ອງເທິງ ແລະ ເບິ່ງໃນພຣະທຳຂອງພຣະເຈົ້າເພື່ອເບິ່ງວ່າພຣະເຈົ້າກຳນົດຈຸດຈົບຂອງຄົນແບບພວກເຂົາແນວໃດ. ພວກເຂົາໃຊ້ເສັ້ນທາງ ແລະ ວິທີການເຫຼົ່ານີ້ເພື່ອເບິ່ງວ່າພວກເຂົາຂຶ້ນກັບບ່ອນໃດພາຍໃນເຮືອນຂອງພຣະເຈົ້າ ແລະ ຊອກຫາວ່າຈຸດຈົບໃນອະນາຄົດຂອງພວກເຂົາຈະເປັນແນວໃດ. ສິ່ງນີ້ບໍ່ໄດ້ກ່ຽວຂ້ອງກັບລັກສະນະບາງຢ່າງຂອງການລອງໃຈບໍ? ຕົວຢ່າງ: ຫຼັງຈາກທີ່ບາງຄົນຖືກລິຮານ, ແທນທີ່ຈະກວດສອບວ່າເປັນຫຍັງພວກເຂົາຈຶ່ງຖືກລິຮານ, ກວດສອບອຸປະນິໄສທີ່ເສື່ອມຊາມ ແລະ ຄວາມຜິດພາດທີ່ພວກເຂົາເປີດເຜີຍອອກມາໃນລະຫວ່າງການກະທຳຂອງພວກເຂົາ ແລະ ຄວາມຈິງດ້ານໃດທີ່ພວກເຂົາຄວນສະແຫວງຫາເພື່ອຮູ້ຈັກຕົນເອງ ແລະ ແກ້ໄຂຄວາມຜິດພາດໃນເມື່ອກ່ອນຂອງພວກເຂົາ, ພວກເຂົາພັດສ້າງພາບລວງຕາໃຫ້ຄົນອື່ນ, ໂດຍໃຊ້ວິທີທາງອ້ອມເພື່ອຊອກຫາທັດສະນະຄະຕິທີ່ແທ້ຈິງຂອງເບື້ອງເທິງທີ່ມີຕໍ່ພວກເຂົາ. ຕົວຢ່າງ: ຫຼັງຈາກທີ່ຖືກລິຮານແລ້ວ, ພວກເຂົາກໍຟ້າວຍົກເອົາບັນຫາທີ່ບໍ່ສຳຄັນຂຶ້ນມາເພື່ອສະແຫວງຫາຈາກເບື້ອງເທິງ, ເພື່ອເບິ່ງວ່ານໍ້າສຽງຂອງເບື້ອງເທິງເປັນແນວໃດ, ພວກເຂົາມີຄວາມອົດທົນ ຫຼື ບໍ່, ຄຳຖາມທີ່ພວກເຂົາກຳລັງສະແຫວງຫາຈະໄດ້ຮັບການຕອບຢ່າງຈິງຈັງ ຫຼື ບໍ່, ເບື້ອງເທິງຈະມີທັດສະນະຄະຕິທີ່ອ່ອນໂຍນລົງຕໍ່ພວກເຂົາ ຫຼື ບໍ່, ເບື້ອງເທິງຈະມອບໝາຍໜ້າວຽກໃຫ້ພວກເຂົາ ຫຼື ບໍ່, ເບື້ອງເທິງຍັງຈະໃຫ້ກຽດພວກເຂົາຢ່າງສູງ ຫຼື ບໍ່ ແລະ ເບື້ອງເທິງຄິດແນວໃດແທ້ກ່ຽວກັບຄວາມຜິດພາດທີ່ພວກເຂົາໄດ້ກະທຳໃນເມື່ອກ່ອນ. ວິທີການທັງໝົດເຫຼົ່ານີ້ແມ່ນ ການລອງໃຈປະເພດໜຶ່ງ. ສະຫຼຸບແລ້ວ, ເມື່ອພວກເຂົາປະເຊີນກັບສະຖານະການດັ່ງກ່າວ ແລະ ສະແດງການສະແດງອອກເຫຼົ່ານີ້, ຜູ້ຄົນຮູ້ໃນໃຈຂອງພວກເຂົາບໍ? (ແມ່ນແລ້ວ, ພວກເຂົາຮູ້.) ສະນັ້ນ, ເມື່ອພວກເຈົ້າຮູ້ ແລະ ຕ້ອງການເຮັດສິ່ງເຫຼົ່ານີ້, ພວກເຈົ້າຈັດການກັບມັນແນວໃດ? ກ່ອນອື່ນໝົດ, ໃນລະດັບທີ່ງ່າຍດາຍທີ່ສຸດ, ເຈົ້າສາມາດກະບົດຕໍ່ຕົນເອງໄດ້ບໍ? ບາງຄົນພົບວ່າມັນຍາກທີ່ຈະກະບົດຕໍ່ຕົນເອງເມື່ອເວລາມາເຖິງ; ພວກເຂົາຄິດທົບທວນວ່າ “ຊ່າງມັນເຖາະ, ຄັ້ງນີ້ມັນກ່ຽວຂ້ອງກັບພອນ ແລະ ຈຸດຈົບຂອງຂ້ອຍ. ຂ້ອຍບໍ່ສາມາດກະບົດຕໍ່ຕົນເອງໄດ້. ໄວ້ຄັ້ງໜ້າເຖາະ”. ເມື່ອຄັ້ງໜ້າມາເຖິງ ແລະ ພວກເຂົາພົບກັບບັນຫາທີ່ກ່ຽວຂ້ອງກັບພອນ ແລະ ຈຸດຈົບຂອງພວກເຂົາອີກຄັ້ງ, ພວກເຂົາກໍຍັງພົບວ່າຕົນເອງບໍ່ສາມາດກະບົດຕໍ່ຕົນເອງໄດ້. ບຸກຄົນດັ່ງກ່າວມີຄວາມຮູ້ສຶກສະຕິຮູ້ສຶກຜິດຊອບ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ມີອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນກໍຍັງຂ້ອນຂ້າງເປັນບັນຫາ ແລະ ເປັນອັນຕະລາຍສຳລັບພວກເຂົາ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສມັກຈະມີຄວາມຄິດເຫຼົ່ານີ້ ແລະ ດຳລົງຊີວິດຢູ່ໃນສະພາວະດັ່ງກ່າວ, ແຕ່ພວກເຂົາບໍ່ເຄີຍກະບົດຕໍ່ຕົນເອງ, ເພາະວ່າພວກເຂົາຂາດຄວາມຮູ້ສຶກສະຕິຮູ້ສຶກຜິດຊອບ. ເຖິງແມ່ນວ່າຈະມີຄົນເປີດໂປງ ແລະ ລິຮານພວກເຂົາ, ໂດຍຊີ້ໃຫ້ເຫັນເຖິງສະພາວະຂອງພວກເຂົາ, ພວກເຂົາກໍຍັງດື້ດຶງ ແລະ ຈະບໍ່ກະບົດຕໍ່ຕົນເອງຢ່າງເດັດຂາດ, ທັງຈະບໍ່ກຽດຊັງຕົນເອງຍ້ອນສິ່ງນັ້ນ ຫຼື ປ່ອຍວາງ ແລະ ແກ້ໄຂສະພາວະນີ້. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສບາງຄົນຖືກປົດອອກ, ພວກເຂົາຄິດວ່າ “ການຖືກປົດອອກເບິ່ງຄືວ່າເປັນເລື່ອງປົກກະຕິ, ແຕ່ມັນຮູ້ສຶກໜ້າອັບອາຍເລັກນ້ອຍ. ເຖິງແມ່ນວ່າມັນຈະບໍ່ແມ່ນເລື່ອງສຳຄັນ, ແຕ່ມີສິ່ງສຳຄັນໜຶ່ງທີ່ຂ້ອຍປ່ອຍວາງບໍ່ໄດ້. ຖ້າຂ້ອຍຖືກໄລ່ອອກ, ນັ້ນໝາຍຄວາມວ່າຄຣິສຕະຈັກຈະບໍ່ບົ່ມເພາະຂ້ອຍອີກຕໍ່ໄປບໍ? ແລ້ວຂ້ອຍຈະເປັນຄົນປະເພດໃດໃນສາຍຕາຂອງພຣະອົງ? ຂ້ອຍຍັງຈະມີຄວາມຫວັງຢູ່ບໍ? ຂ້ອຍຍັງຈະມີປະໂຫຍດໃນຄຣິສຕະຈັກຢູ່ບໍ?” ພວກເຂົາໄຕ່ຕອງເລື່ອງນີ້ ແລະ ຄິດແຜນການອອກມາວ່າ “ຂ້ອຍມີເງິນໜຶ່ງໝື່ນຢວນຢູ່ໃນມື ແລະ ຕອນນີ້ກໍເຖິງເວລາທີ່ຈະໃຊ້ມັນແລ້ວ. ຂ້ອຍຈະຖວາຍເງິນໜຶ່ງໝື່ນຢວນນີ້ເປັນເຄື່ອງຖວາຍ ແລະ ເບິ່ງວ່າທັດສະນະຄະຕິຂອງເບື້ອງເທິງທີ່ມີຕໍ່ຂ້ອຍຈະສາມາດປ່ຽນແປງໄດ້ເລັກນ້ອຍ ຫຼື ບໍ່ ແລະ ພວກເຂົາຈະສາມາດສະແດງຄວາມໂປດປານຕໍ່ຂ້ອຍໄດ້ ຫຼື ບໍ່. ຖ້າເຮືອນຂອງພຣະເຈົ້າຍອມຮັບເງິນນີ້, ມັນກໍໝາຍຄວາມວ່າຂ້ອຍຍັງມີຫວັງຢູ່. ຖ້າເຮືອນຂອງພຣະເຈົ້າປະຕິເສດເງິນນີ້, ນັ້ນກໍພິສູດວ່າຂ້ອຍບໍ່ມີຄວາມຫວັງແລ້ວ ແລະ ຂ້ອຍກໍຈະວາງແຜນອື່ນ”. ນີ້ແມ່ນວິທີການປະເພດໃດ? ນີ້ຄືການລອງໃຈ. ສະຫຼຸບແລ້ວ, ການລອງໃຈແມ່ນການສະແດງອອກທີ່ຂ້ອນຂ້າງຊັດເຈນຂອງອຸປະນິໄສ-ແກ່ນແທ້ທີ່ຊົ່ວຊ້າ. ຜູ້ຄົນໃຊ້ວິທີການຕ່າງໆເພື່ອໃຫ້ໄດ້ຂໍ້ມູນທີ່ພວກເຂົາປາຖະໜາ, ໄດ້ຮັບຄວາມແນ່ໃຈ ແລະ ຈາກນັ້ນຈຶ່ງມີຈິດໃຈທີ່ສະຫງົບ. ມີຫຼາຍວິທີໃນການລອງໃຈ ເຊັ່ນ: ການໃຊ້ຄຳເວົ້າເພື່ອຫຼອກຖາມຈາກພຣະເຈົ້າ, ການໃຊ້ສິ່ງຂອງເພື່ອລອງໃຈພຣະອົງ, ການຄິດ ແລະ ໄຕ່ຕອງສິ່ງຕ່າງໆໃນໃຈຂອງພວກເຂົາ. ວິທີທີ່ພົບເລື້ອຍທີ່ສຸດທີ່ພວກເຈົ້າລອງໃຈພຣະເຈົ້າແມ່ນຫຍັງ? (ບາງຄັ້ງ, ເມື່ອອະທິຖານຕໍ່ພຣະເຈົ້າ, ຂ້ານ້ອຍກໍກວດເບິ່ງທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ຂ້ານ້ອຍ ແລະ ເບິ່ງວ່າຂ້ານ້ອຍມີຄວາມສະຫງົບໃນໃຈ ຫຼື ບໍ່. ຂ້ານ້ອຍໃຊ້ວິທີນີ້ເພື່ອລອງໃຈພຣະເຈົ້າ.) ວິທີນີ້ມັກຈະຖືກໃຊ້ເລື້ອຍໆ. ອີກວິທີໜຶ່ງກໍຄື ການເບິ່ງວ່າຄົນໃດໜຶ່ງມີຫຍັງຈະເວົ້າໃນລະຫວ່າງການໂອ້ລົມໃນການເຕົ້າໂຮມ ຫຼື ບໍ່, ພຣະເຈົ້າໃຫ້ຄວາມຮູ້ແຈ້ງ ຫຼື ການໃຫ້ແສງເຍືອງທາງ ຫຼື ບໍ່ ແລະ ໃຊ້ມັນເພື່ອລອງໃຈວ່າພຣະເຈົ້າຍັງສະຖິດຢູ່ກັບພວກເຂົາ ຫຼື ບໍ່, ພຣະອົງຍັງຮັກພວກເຂົາ ຫຼື ບໍ່. ນອກຈາກນີ້, ໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ, ກໍເບິ່ງວ່າພຣະເຈົ້າໃຫ້ຄວາມຮູ້ແຈ້ງ ຫຼື ນໍາພາພວກເຂົາ ຫຼື ບໍ່, ພວກເຂົາມີຄວາມຄິດ, ແນວຄິດ ຫຼື ຄວາມເຂົ້າໃຈພິເສດໃດໆ ຫຼື ບໍ່, ໂດຍໃຊ້ສິ່ງເຫຼົ່ານີ້ເພື່ອລອງໃຈເບິ່ງວ່າພຣະເຈົ້າມີທັດສະນະຄະຕິປະເພດໃດຕໍ່ພວກເຂົາ. ວິທີການທັງໝົດເຫຼົ່ານີ້ແມ່ນຂ້ອນຂ້າງພົບເຫັນໄດ້ທົ່ວໄປ. ມີຫຍັງອີກບໍ? (ຖ້າຂ້ານ້ອຍໄດ້ຕັ້ງປະນິທານຕໍ່ພຣະເຈົ້າໃນການອະທິຖານ ແຕ່ບໍ່ສາມາດເຮັດໃຫ້ສຳເລັດໄດ້, ຂ້ານ້ອຍກໍຈະສັງເກດເບິ່ງວ່າພຣະເຈົ້າຈະປະຕິບັດຕໍ່ຂ້ານ້ອຍຕາມຄຳສາບານທີ່ຂ້ານ້ອຍໄດ້ໃຫ້ໄວ້ ຫຼື ບໍ່.) ນີ້ກໍເປັນອີກປະເພດໜຶ່ງ. ບໍ່ວ່າຜູ້ຄົນຈະໃຊ້ວິທີການໃດເພື່ອປະຕິບັດຕໍ່ພຣະເຈົ້າ, ຖ້າພວກເຂົາມີຄວາມຮູ້ສຶກຜິດຕໍ່ສິ່ງນັ້ນ ແລະ ຈາກນັ້ນກໍໄດ້ຮັບຄວາມຮູ້ກ່ຽວກັບການກະທຳ ແລະ ອຸປະນິໄສເຫຼົ່ານີ້ ແລະ ສາມາດຫັນປ່ຽນພວກມັນໄດ້ໂດຍທັນທີ, ແລ້ວບັນຫາກໍບໍ່ໄດ້ຮ້າຍແຮງປານນັ້ນ, ນີ້ຄືອຸປະນິໄສທີ່ເສື່ອມຊາມປົກກະຕິ. ເຖິງຢ່າງໃດກໍຕາມ, ຖ້າຄົນໃດໜຶ່ງສາມາດເຮັດສິ່ງນີ້ຢ່າງຕໍ່ເນື່ອງ ແລະ ຢ່າງດື້ດຶງ, ເຖິງແມ່ນພວກເຂົາຈະຮູ້ວ່າມັນຜິດ ແລະ ເປັນທີ່ລັງກຽດຂອງພຣະເຈົ້າ, ແຕ່ກໍຍັງດື້ດຶງທີ່ຈະເຮັດມັນ, ໂດຍບໍ່ເຄີຍກະບົດຕໍ່ມັນ ຫຼື ປະຖິ້ມມັນ, ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງຈາກຄົນທຳມະດາ, ໂດຍທີ່ວ່າພວກເຂົາບໍ່ເຄີຍໄຕ່ຕອງກ່ຽວກັບຕົນເອງ ຫຼື ສະແຫວງຫາຄວາມຈິງ, ແຕ່ໃຊ້ວິທີການຕ່າງໆຢ່າງຕໍ່ເນື່ອງ ແລະ ຢ່າງດື້ດຶງເພື່ອລອງໃຈພຣະເຈົ້າ, ລອງໃຈທັດສະນະຄະຕິຂອງພຣະອົງທີ່ມີຕໍ່ຜູ້ຄົນ, ຂໍ້ສະຫຼຸບຂອງພຣະອົງກ່ຽວກັບບຸກຄົນໃດໜຶ່ງ ແລະ ຄວາມຄິດ ແລະ ແນວຄິດຂອງພຣະອົງກ່ຽວກັບອະດີດ, ປັດຈຸບັນ ແລະ ອະນາຄົດຂອງຄົນໃດໜຶ່ງແມ່ນຫຍັງ. ພວກເຂົາບໍ່ເຄີຍສະແຫວງຫາເຈດຕະນາຂອງພຣະເຈົ້າ, ຄວາມຈິງ ແລະ ໂດຍສະເພາະຢ່າງຍິ່ງ ບໍ່ສະແຫວງຫາວິທີການອ່ອນນ້ອມຕໍ່ຄວາມຈິງເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳທັງໝົດຂອງພວກເຂົາແມ່ນເພື່ອຢັ່ງເຊີງຄວາມຄິດ ແລະ ແນວຄິດຂອງພຣະເຈົ້າ, ນີ້ຄືຜູ້ຕໍ່ຕ້ານພຣະຄຣິສ. ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສນີ້ແມ່ນຊົ່ວຊ້າຢ່າງຊັດເຈນ. ເມື່ອພວກເຂົາເຮັດສິ່ງເຫຼົ່ານີ້ ແລະ ສະແດງການສະແດງອອກເຫຼົ່ານີ້ອອກມາ, ມັນບໍ່ມີຮ່ອງຮອຍຂອງຄວາມຮູ້ສຶກຜິດ ຫຼື ຄວາມສຳນຶກຜິດເລີຍ. ເຖິງແມ່ນວ່າພວກເຂົາຈະເຊື່ອມໂຍງຕົນເອງເຂົ້າກັບສິ່ງເຫຼົ່ານີ້, ພວກເຂົາກໍບໍ່ສະແດງຄວາມສຳນຶກຜິດ ຫຼື ຄວາມຕັ້ງໃຈທີ່ຈະຢຸດ, ແຕ່ຍັງຄົງດື້ດຶງໃນວິທີການຂອງພວກເຂົາ. ໃນການປະຕິບັດຂອງພວກເຂົາຕໍ່ພຣະເຈົ້າ, ທັດສະນະຄະຕິຂອງພວກເຂົາ ແລະ ວິທີການຂອງພວກເຂົາ, ມັນເຫັນໄດ້ຊັດເຈນວ່າພວກເຂົາຖືວ່າພຣະເຈົ້າເປັນຄູ່ປໍລະປັກຂອງພວກເຂົາ. ໃນຄວາມຄິດ ແລະ ມຸມມອງຂອງພວກເຂົາ, ບໍ່ມີແນວຄິດ ຫຼື ທັດສະນະຄະຕິຂອງການຮູ້ຈັກພຣະເຈົ້າ, ການຮັກພຣະເຈົ້າ, ການອ່ອນນ້ອມຕໍ່ພຣະເຈົ້າ ຫຼື ການຢຳເກງພຣະເຈົ້າ; ພວກເຂົາພຽງແຕ່ຕ້ອງການໄດ້ຮັບຂໍ້ມູນທີ່ພວກເຂົາຕ້ອງການຈາກພຣະເຈົ້າ ແລະ ໃຊ້ວິທີການ ແລະ ວິທີທາງຂອງພວກເຂົາເອງເພື່ອຢືນຢັນທັດສະນະຄະຕິທີ່ຊັດເຈນຂອງພຣະເຈົ້າທີ່ມີຕໍ່ພວກເຂົາ ແລະ ການກຳນົດຂອງພຣະອົງກ່ຽວກັບພວກເຂົາ. ສິ່ງທີ່ຮ້າຍແຮງກວ່ານັ້ນກໍຄື ເຖິງແມ່ນວ່າພວກເຂົາຈະເຊື່ອມໂຍງວິທີການຂອງພວກເຂົາເອງເຂົ້າກັບພຣະທຳແຫ່ງການເປີດໂປງຂອງພຣະເຈົ້າ, ເຖິງແມ່ນວ່າຈະມີຄວາມຮັບຮູ້ພຽງເລັກນ້ອຍວ່າພຶດຕິກຳນີ້ເປັນທີ່ລັງກຽດຂອງພຣະເຈົ້າ ແລະ ບໍ່ແມ່ນສິ່ງທີ່ຄົນເຮົາຄວນເຮັດ, ພວກເຂົາກໍຈະບໍ່ມີວັນປະຖິ້ມມັນ.
ໃນອະດີດ, ມີກົດລະບຽບໜຶ່ງໃນເຮືອນຂອງພຣະເຈົ້າຄື: ສຳລັບຜູ້ທີ່ຖືກຂັບໄລ່ອອກ ຫຼື ຖືກຄັດອອກ, ຖ້າພວກເຂົາສະແດງການກັບໃຈທີ່ແທ້ຈິງໃນພາຍຫຼັງ ແລະ ຍຶດໝັ້ນໃນການອ່ານພຣະທຳຂອງພຣະເຈົ້າ, ການເທດສະໜາພຣະກິດຕິຄຸນ ແລະ ການເປັນພະຍານເຖິງພຣະເຈົ້າ, ໂດຍກັບໃຈຢ່າງແທ້ຈິງ, ພວກເຂົາກໍສາມາດຖືກຮັບກັບຄືນເຂົ້າສູ່ຄຣິສຕະຈັກໄດ້. ບັງເອີນມີຄົນໜຶ່ງທີ່ບັນລຸມາດຕະຖານເຫຼົ່ານີ້ຫຼັງຈາກຖືກຄັດອອກ ແລະ ຄຣິສຕະຈັກກໍໄດ້ສົ່ງຄົນໄປຊອກຫາລາວ, ໂອ້ລົມກັບລາວ ແລະ ບອກລາວວ່າລາວໄດ້ຖືກຮັບກັບຄືນເຂົ້າສູ່ຄຣິສຕະຈັກແລ້ວ. ເມື່ອໄດ້ຍິນແບບນີ້, ລາວກໍຮູ້ສຶກຍິນດີຫຼາຍ, ແຕ່ລາວພັດໄຕ່ຕອງວ່າ “ການຍອມຮັບນີ້ເປັນຄວາມຈິງ ຫຼື ບໍ່ ຫຼື ມີແນວຄິດບາງຢ່າງຢູ່ເບື້ອງຫຼັງມັນ? ພຣະເຈົ້າໄດ້ເຫັນການກັບໃຈຂອງຂ້ານ້ອຍແທ້ໆບໍ? ລາວໄດ້ສະແດງຄວາມເມດຕາຕໍ່ຂ້ານ້ອຍ ແລະ ໃຫ້ອະໄພຂ້ານ້ອຍແທ້ໆບໍ? ການກະທຳໃນອະດີດຂອງຂ້ານ້ອຍຖືກເບິ່ງຂ້າມໄປແລ້ວແທ້ໆບໍ?” ລາວບໍ່ເຊື່ອມັນ ແລະ ລາວຄິດວ່າ “ເຖິງແມ່ນວ່າພວກເຂົາຕ້ອງການໃຫ້ຂ້ອຍກັບຄືນໄປ, ຂ້ອຍກໍຄວນລະງັບໃຈໄວ້ ແລະ ບໍ່ຕົກລົງໃນທັນທີ, ຂ້ອຍບໍ່ຄວນເຮັດຄືກັບວ່າຂ້ອຍໄດ້ທົນທຸກຢ່າງໜັກ ແລະ ໜ້າສົງສານຫຼາຍໃນຊ່ວງຫຼາຍປີຫຼັງຈາກທີ່ຖືກຂັບໄລ່ອອກ. ຂ້ອຍຕ້ອງເຮັດຕົວສະຫງົບສະຫງ່ຽມເລັກນ້ອຍ ແລະ ບໍ່ສອບຖາມທັນທີຫຼັງຈາກທີ່ຂ້ອຍຖືກຮັບກັບຄືນວ່າ ຂ້ອຍສາມາດເຂົ້າຮ່ວມຊີວິດຄຣິສຕະຈັກໄດ້ຢູ່ໃສ ຫຼື ຂ້ອຍສາມາດປະຕິບັດໜ້າທີ່ຫຍັງໄດ້ແດ່. ຂ້ອຍບໍ່ສາມາດສະແດງຄວາມກະຕືລືລົ້ນຫຼາຍເກີນໄປ. ເຖິງແມ່ນວ່າຂ້ອຍຈະຮູ້ສຶກມີຄວາມສຸກເປັນພິເສດຢູ່ພາຍໃນ, ແຕ່ຂ້ອຍຕ້ອງຕັ້ງສະຕິ ແລະ ເບິ່ງວ່າເຮືອນຂອງພຣະເຈົ້າຕ້ອງການໃຫ້ຂ້ອຍກັບຄືນໄປຢ່າງຈິງໃຈ ຫຼື ພຽງແຕ່ບໍ່ຈິງໃຈເພື່ອຈະໃຊ້ຂ້ອຍສຳລັບໜ້າວຽກບາງຢ່າງ”. ດ້ວຍຄວາມຄິດນີ້, ລາວຈຶ່ງເວົ້າວ່າ “ໃນຊ່ວງເວລາຫຼັງຈາກທີ່ຂ້ານ້ອຍຖືກຂັບໄລ່ອອກ, ຂ້ານ້ອຍໄດ້ໄຕ່ຕອງ ແລະ ຮັບຮູ້ວ່າຄວາມຜິດພາດທີ່ຂ້ານ້ອຍໄດ້ເຮັດນັ້ນໃຫຍ່ຫຼວງເກີນໄປ. ຄວາມສູນເສຍທີ່ຂ້ານ້ອຍກໍ່ໃຫ້ເກີດຂຶ້ນຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້ານັ້ນມະຫາສານ ແລະ ຂ້ານ້ອຍບໍ່ມີວັນສາມາດຊົດເຊີຍພວກມັນໄດ້. ຂ້ານ້ອຍເປັນມານຮ້າຍ ແລະ ເປັນຊາຕານທີ່ຖືກພຣະເຈົ້າສາບແຊ່ງ ຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ, ການໄຕ່ຕອງຕົນເອງຂອງຂ້ານ້ອຍຍັງບໍ່ສົມບູນ. ເນື່ອງຈາກເຮືອນຂອງພຣະເຈົ້າຕ້ອງການນໍາຂ້ານ້ອຍກັບຄືນໄປ, ຂ້ານ້ອຍຈຶ່ງຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງໃຫ້ຫຼາຍຂຶ້ນ. ໃນປັດຈຸບັນ, ຂ້ານ້ອຍບໍ່ຄູ່ຄວນທີ່ຈະກັບຄືນສູ່ເຮືອນຂອງພຣະເຈົ້າ, ບໍ່ຄູ່ຄວນທີ່ຈະປະຕິບັດໜ້າທີ່ຂອງຂ້ານ້ອຍໃນເຮືອນຂອງພຣະເຈົ້າ, ບໍ່ຄູ່ຄວນທີ່ຈະພົບປະກັບອ້າຍເອື້ອຍນ້ອງຂອງຂ້ານ້ອຍ ແລະ ແນ່ນອນວ່າຂ້ານ້ອຍຮູ້ສຶກລະອາຍໃຈເກີນກວ່າທີ່ຈະປະເຊີນໜ້າກັບພຣະເຈົ້າ. ຂ້ານ້ອຍຈະກັບຄືນສູ່ຄຣິສຕະຈັກກໍຕໍ່ເມື່ອຂ້ານ້ອຍຮູ້ສຶກວ່າຄວາມຮູ້ກ່ຽວກັບຕົນເອງ ແລະ ການໄຕ່ຕອງຂອງຂ້ານ້ອຍພຽງພໍແລ້ວເທົ່ານັ້ນ, ເພື່ອໃຫ້ທຸກຄົນສາມາດຍອມຮັບຂ້ານ້ອຍໄດ້”. ໃນຂະນະທີ່ເວົ້າແບບນີ້, ລາວກໍຮູ້ສຶກກັງວົນໃຈເຊັ່ນກັນ, ໂດຍຄິດວ່າ “ຂ້ອຍພຽງແຕ່ທຳທ່າເວົ້າແບບນີ້. ຈະເປັນແນວໃດຖ້າຜູ້ນໍາຕົກລົງທີ່ຈະບໍ່ໃຫ້ຂ້ອຍກັບຄືນເຂົ້າສູ່ຄຣິສຕະຈັກ? ຂ້ອຍຈະບໍ່ຈົບສິ້ນບໍ?” ໃນຄວາມເປັນຈິງແລ້ວ, ລາວຮູ້ສຶກວິຕົກກັງວົນຫຼາຍ, ແຕ່ລາວກໍຍັງຕ້ອງເວົ້າແບບນີ້ ແລະ ທຳທ່າຄືກັບວ່າລາວບໍ່ໄດ້ກະຕືລືລົ້ນຫຼາຍທີ່ຈະກັບຄືນສູ່ຄຣິສຕະຈັກ. ລາວໝາຍຄວາມວ່າແນວໃດທີ່ເວົ້າສິ່ງເຫຼົ່ານີ້? (ລາວກຳລັງລອງໃຈເບິ່ງວ່າຄຣິສຕະຈັກຈະຍອມຮັບລາວກັບຄືນຢ່າງແທ້ຈິງ ຫຼື ບໍ່.) ສິ່ງນີ້ຈຳເປັນບໍ? ນີ້ບໍ່ແມ່ນສິ່ງທີ່ຊາຕານ ແລະ ມານຮ້າຍຈະເຮັດບໍ? ຄົນປົກກະຕິຈະປະພຶດແບບນີ້ບໍ? (ບໍ່, ພວກເຂົາຈະບໍ່ປະພຶດແບບນີ້.) ຄົນປົກກະຕິຈະບໍ່ປະພຶດເຊັ່ນນັ້ນ. ເມື່ອໄດ້ຮັບໂອກາດທີ່ດີເລີດແບບນີ້, ການທີ່ລາວສາມາດກ້າວໄປໃນຂັ້ນຕອນດັ່ງກ່າວໄດ້ນັ້ນຖືກວ່າຊົ່ວຊ້າ. ການຖືກຮັບກັບຄືນສູ່ຄຣິສຕະຈັກແມ່ນການສະແດງອອກເຖິງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ ແລະ ລາວຄວນໄຕ່ຕອງ ແລະ ຮູ້ຈັກຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງຂອງລາວເອງ, ໂດຍສະແຫວງຫາວິທີທາງເພື່ອຕອບແທນໜີ້ບຸນຄຸນໃນອະດີດ. ຖ້າຄົນໃດໜຶ່ງຍັງສາມາດລອງໃຈພຣະເຈົ້າດ້ວຍວິທີນີ້ ແລະ ປະຕິບັດຕໍ່ຄວາມເມດຕາຂອງພຣະເຈົ້າໃນລັກສະນະນີ້, ແລ້ວພວກເຂົາກໍລົ້ມເຫຼວທີ່ຈະເຫັນຄຸນຄ່າຄວາມກະລຸນາຂອງພຣະອົງໄດ້ຢ່າງແທ້ຈິງ! ການທີ່ຜູ້ຄົນເກີດມີແນວຄິດ ແລະ ວິທີການດັ່ງກ່າວແມ່ນເກີດຈາກແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາ. ໂດຍພື້ນຖານແລ້ວ, ເມື່ອຜູ້ຄົນລອງໃຈພຣະເຈົ້າ, ສິ່ງທີ່ພວກເຂົາສະແດງອອກ ແລະ ເປີດເຜີຍທາງທິດສະດີນັ້ນມັກຈະກ່ຽວຂ້ອງກັບການລອງໃຈຄວາມຄິດຂອງພຣະເຈົ້າ ພ້ອມທັງມຸມມອງ ແລະ ການກຳນົດຂອງພຣະອົງກ່ຽວກັບຜູ້ຄົນ, ນອກເໜືອຈາກສິ່ງອື່ນໆ. ຖ້າຜູ້ຄົນສະແຫວງຫາຄວາມຈິງ, ພວກເຂົາກໍຈະກະບົດຕໍ່ ແລະ ປ່ອຍວາງການປະຕິບັດດັ່ງກ່າວ, ໂດຍກະທຳ ແລະ ປະພຶດຕາມຫຼັກການຄວາມຈິງ. ເຖິງຢ່າງໃດກໍຕາມ, ບຸກຄົນທີ່ມີອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ສາມາດປະຖິ້ມການປະຕິບັດດັ່ງກ່າວໄດ້ ແລະ ບໍ່ພົບວ່າພວກມັນໜ້າລັງກຽດເທົ່ານັ້ນ, ແຕ່ພວກເຂົາມັກຈະຊື່ນຊົມຕົນເອງທີ່ຄອບຄອງວິທີການ ແລະ ວິທີທາງດັ່ງກ່າວ. ພວກເຂົາອາດຈະຄິດວ່າ “ເບິ່ງແມວ່າຂ້ອຍສະຫຼາດສໍ່າໃດ. ຂ້ອຍບໍ່ຄືກັບພວກເຈົ້າທີ່ໂງ່ຈ້າ ທີ່ຮູ້ພຽງແຕ່ການອ່ອນນ້ອມ ແລະ ເຊື່ອຟັງພຣະເຈົ້າ ແລະ ຄວາມຈິງ, ຂ້ອຍບໍ່ຄືກັບພວກເຈົ້າເລີຍ! ຂ້ອຍພະຍາຍາມໃຊ້ວິທີການ ແລະ ວິທີທາງເພື່ອຊອກຫາສິ່ງເຫຼົ່ານີ້. ເຖິງແມ່ນວ່າຂ້ອຍຈະຕ້ອງອ່ອນນ້ອມ ແລະ ເຊື່ອຟັງ, ຂ້ອຍກໍຍັງຈະເຂົ້າເຖິງຕົ້ນຕໍຂອງສິ່ງຕ່າງໆ. ຢ່າຄິດວ່າເຈົ້າຈະສາມາດປິດບັງສິ່ງໃດຈາກຂ້ອຍ ຫຼື ຫຼອກລວງ ແລະ ຕົບຕາຂ້ອຍໄດ້”. ນີ້ຄືຄວາມຄິດ ແລະ ມຸມມອງຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍສະແດງການອ່ອນນ້ອມ, ການຢຳເກງ ຫຼື ຄວາມຈິງໃຈ ແລະ ແຮງໄກທີ່ຈະມີຄວາມຈົງຮັກພັກດີໃດໆໃນການປະຕິບັດຂອງພວກເຂົາຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ. ນີ້ຄືການສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກທີ່ກ່ຽວຂ້ອງກັບການລອງໃຈ.
ສ. ການຮຽກຮ້ອງ
ຂໍ້ຕໍ່ໄປກໍຄື ຜູ້ຕໍ່ຕ້ານພຣະຄຣິສຮຽກຮ້ອງຈາກພຣະເຈົ້າ ແລະ ມີການສະແດງອອກທີ່ສະເພາະເຈາະຈົງຫຼາຍກວ່ານີ້ກ່ຽວກັບສິ່ງນີ້. ຜູ້ຕໍ່ຕ້ານພຣະຄຣິສສາມາດອະທິບາຍໄດ້ຕາມສິ່ງທີ່ຜູ້ບໍ່ມີຄວາມເຊື່ອເອີ້ນວ່າ “ບໍ່ມີຜົນປະໂຫຍດກໍບໍ່ລົງມືເຮັດ”. ມີຫຍັງອີກບໍ? (ພວກເຂົາ “ບໍ່ເຫັນກະຕ່າຍຢ່າປ່ອຍນົກອິນຊີ”.) ພວກເຂົາບໍ່ເຫັນກະຕ່າຍຢ່າປ່ອຍນົກອິນຊີ, ຖ້າມີຜົນປະໂຫຍດ ພວກເຂົາກໍຈະລົງມືເຮັດ ແຕ່ຖ້າບໍ່ມີຜົນປະໂຫຍດ ພວກເຂົາກໍຈະບໍ່ເຮັດ. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ພວກເຂົາຕ້ອງຊັ່ງຊາມັນເບິ່ງໃນໃຈຂອງພວກເຂົາ ໂດຍຄິດວ່າ “ຂ້ອຍຈະໄດ້ຮັບຜົນປະໂຫຍດຫຼາຍສໍ່າໃດຈາກການເຮັດສິ່ງນີ້? ຂ້ອຍຈະໄດ້ຮັບກຳໄລຫຼາຍສໍ່າໃດ? ມັນຄຸ້ມຄ່າບໍທີ່ຈະຈ່າຍລາຄາສູງຂະໜາດນີ້ສຳລັບສິ່ງນີ້? ຖ້າຂ້ອຍຈ່າຍລາຄາສູງ ແຕ່ໃນທີ່ສຸດຄົນອື່ນພັດໄດ້ຮັບຜົນປະໂຫຍດ ແລະ ຂ້ອຍບໍ່ໄດ້ເຮັດໃຫ້ຕົນເອງພົ້ນເດັ່ນ, ແລ້ວຂ້ອຍກໍຈະບໍ່ເຮັດມັນຢ່າງແນ່ນອນ!” ນີ້ບໍ່ແມ່ນທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະບັນຊາ ແລະ ຂໍ້ກຳນົດຂອງພຣະເຈົ້າບໍ? ຖ້າພວກເຂົາທຸ່ມເທຄວາມພະຍາຍາມພຽງເລັກນ້ອຍໃນການປະຕິບັດໜ້າທີ່ຂອງພວກເຂົາ ແຕ່ບໍ່ໄດ້ຮັບຜົນປະໂຫຍດໃດໆ ແລະ ທົນທຸກບາງຢ່າງໂດຍບໍ່ໄດ້ຮັບພຣະຄຸນ, ພວກເຂົາກໍຈະມີປະຕິກິລິຍາໃນໃຈທັນທີ ໂດຍກ່າວວ່າ “ຂ້ອຍທຸ່ມເທຄວາມພະຍາຍາມຫຼາຍຂະໜາດນີ້, ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບຜົນປະໂຫຍດໃດໆ? ທຸລະກິດຄອບຄົວຂອງຂ້ອຍໄດ້ກຳໄລ ຫຼື ບໍ່?” ຖ້າພວກເຂົາຄິດໄລ່ ແລະ ພົບວ່າລາຍຮັບຂອງພວກເຂົາຫຼາຍກວ່າເດືອນກ່ອນ, ພວກເຂົາກໍຈະສືບຕໍ່ອອກໄປ ແລະ ເທດສະໜາພຣະກິດຕິຄຸນ, ໂດຍບໍ່ຢ້ານກົວເຖິງແມ່ນວ່າຈະມີຄວາມສ່ຽງເຂົ້າມາກ່ຽວຂ້ອງກໍຕາມ. ແຕ່ເມື່ອມີບັນຫາກັບທຸລະກິດຄອບຄົວ ແລະ ຜົນກຳໄລຂອງພວກເຂົາຕໍ່າກວ່າເດືອນກ່ອນຢ່າງເຫັນໄດ້ຊັດ, ພວກເຂົາກໍຈົ່ມວ່າ ແລະ ສົງໄສພຣະເຈົ້າໃນໃຈຂອງພວກເຂົາທັນທີ ໂດຍຄິດວ່າ “ພຣະເຈົ້າ, ຂ້ານ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ານ້ອຍໂດຍບໍ່ຂີ້ຄ້ານ ຫຼື ມີເລ່ຫຼ່ຽມ, ທັງບໍ່ໄດ້ເຮັດແບບພໍແລ້ວມືແລ້ວຕີນ. ເດືອນນີ້, ຂ້ານ້ອຍເດີນທາງຫຼາຍຂຶ້ນ ແລະ ເຮັດວຽກຫຼາຍກວ່າເດືອນກ່ອນ. ເປັນຫຍັງພຣະອົງຈຶ່ງບໍ່ອວຍພອນຄອບຄົວຂອງຂ້ານ້ອຍ? ເປັນຫຍັງທຸລະກິດຄອບຄົວຂອງຂ້ານ້ອຍຈຶ່ງບໍ່ດີ?” ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ພຣະບັນຊາຂອງພຣະເຈົ້າປ່ຽນແປງທັນທີ ແລະ ພວກເຂົາຄິດວ່າ “ຖ້າເຈົ້າບໍ່ອວຍພອນຄອບຄົວຂອງຂ້ອຍ, ແລ້ວກໍຢ່າມາໂທດຂ້ອຍທີ່ປະຕິບັດໜ້າທີ່ຂອງຂ້ອຍແບບພໍແລ້ວມືແລ້ວຕີນ. ເດືອນໜ້າ, ຂ້ອຍຈະບໍ່ທຸ່ມເທຄວາມພະຍາຍາມຫຼາຍປານນັ້ນ. ຖ້າຂ້ອຍຄວນຈະຕື່ນນອນຕອນຫ້າໂມງ, ຂ້ອຍກໍຈະຕື່ນຕອນຫົກໂມງ. ຖ້າຂ້ອຍຄວນຈະອອກໄປຕອນແປດໂມງ, ຂ້ອຍກໍຈະອອກໄປຕອນສິບໂມງ. ໃນອະດີດ, ຂ້ອຍສາມາດນຳພາຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຫ້າຄົນມາເຊື່ອໃນໜຶ່ງເດືອນ; ຄັ້ງນີ້, ຂ້ອຍຈະນຳພາມາພຽງແຕ່ສອງຄົນ. ນັ້ນກໍໜ້າຈະພຽງພໍແລ້ວ!” ພວກເຂົາກຳລັງຄິດໄລ່ຫຍັງຢູ່? ມັນຄືການທີ່ສິ່ງທີ່ພວກເຂົາລົງທຶນ ແລະ ປະກອບສ່ວນນັ້ນເທົ່າທຽມກັບສິ່ງທີ່ພຣະເຈົ້າປະທານໃຫ້ພວກເຂົາ ຫຼື ບໍ່. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ພົບວ່າມັນຄຸ້ມຄ່າ ແລະ ສົມຄວນທີ່ຈະທົນທຸກ ແລະ ຈ່າຍລາຄາກໍຕໍ່ເມື່ອສິ່ງທີ່ພຣະເຈົ້າປະທານໃຫ້ພວກເຂົານັ້ນຫຼາຍກວ່າສິ່ງທີ່ພວກເຂົາວອນຂໍ ແລະ ປາຖະໜາຫຼາຍເທົ່າ. ຖ້າບໍ່ດັ່ງນັ້ນ, ບໍ່ວ່າເຮືອນຂອງພຣະເຈົ້າຈະມອບໝາຍໜ້າວຽກ ຫຼື ໜ້າທີ່ໃດໃຫ້ພວກເຂົາກໍຕາມ, ພວກເຂົາກໍຈະປະຕິບັດຕໍ່ສິ່ງເຫຼົ່ານັ້ນໃນວິທີດຽວກັນ ນັ້ນກໍຄື ການເຮັດແບບພໍແລ້ວມືແລ້ວຕີນ, ເຮັດພໍໃຫ້ຜ່ານໄປເມື່ອພວກເຂົາສາມາດເຮັດໄດ້, ເຮັດພໍເປັນພິທີເມື່ອພວກເຂົາສາມາດເຮັດໄດ້ ແລະ ບໍ່ເຄີຍມອບຄວາມຈິງໃຈໃຫ້ແມ່ນແຕ່ໜ້ອຍດຽວຢ່າງເດັດຂາດ. ການສະແດງອອກນີ້ເປັນທັງການຮຽກຮ້ອງ ແລະ ການເຮັດການແລກປ່ຽນ; ຜູ້ຄົນຮຽກຮ້ອງກໍຕໍ່ເມື່ອມີການແລກປ່ຽນທີ່ຈະເຮັດ ແລະ ຖ້າບໍ່ມີການແລກປ່ຽນ, ພວກເຂົາກໍບໍ່ມີການຮຽກຮ້ອງ.
ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍມີຄວາມຈິງໃຈ ຫຼື ຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວໃນໃຈຂອງພວກເຂົາຕໍ່ພຣະບັນຊາຂອງພຣະເຈົ້າ, ວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ໜ້າທີ່ຂອງພວກເຂົາເອງ. ພວກເຂົາພຽງແຕ່ນຳໃຊ້ສະຕິປັນຍາ, ເຫື່ອແຮງ, ເວລາຂອງພວກເຂົາເອງ ພ້ອມທັງຄວາມທຸກທໍລະມານທາງເນື້ອໜັງ ແລະ ລາຄາທີ່ພວກເຂົາຈ່າຍ ເພື່ອແລກປ່ຽນກັບການຕອບສະໜອງຄວາມປາຖະໜາຂອງພວກເຂົາສຳລັບພອນ, ລາງວັນທີ່ພວກເຂົາຕ້ອງການໄດ້ຮັບ ແລະ ແນ່ນອນວ່າ ສຳລັບຄວາມສະຫງົບ ແລະ ຄວາມສຸກຂອງເນື້ອໜັງ, ຄວາມໝັ້ນຄົງພາຍໃນໃຈ, ຄວາມສຸກໃນຄອບຄົວໃນຊາດນີ້ ແລະ ແມ່ນແຕ່ຄວາມຮາບລື່ນໃນສະພາບແວດລ້ອມອ້ອມຂ້າງຂອງພວກເຂົາ, ພ້ອມກັບການຍົກຍ້ອງ, ການຊື່ນຊົມ ແລະ ການປະເມີນໃນທາງທີ່ດີຈາກຄົນອື່ນ. ສະຫຼຸບແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ມອບຄວາມຈົງຮັກພັກດີໃຫ້ແມ່ນແຕ່ໜ້ອຍດຽວຢ່າງເດັດຂາດ. ບໍ່ວ່າຈະເປັນການທົນທຸກລຳບາກ ແລະ ການຈ່າຍລາຄາ ຫຼື ການເຮັດແບບພໍແລ້ວມືແລ້ວຕີນໃຫ້ຜ່ານໄປ, ເປົ້າໝາຍສູງສຸດຂອງພວກເຂົາກໍຄືການຮຽກຮ້ອງຈາກພຣະເຈົ້າໃນສິ່ງທີ່ພວກເຂົາຕ້ອງການ ເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາເອງ. ດ້ວຍເຫດນັ້ນ, ເມື່ອໃດກໍຕາມທີ່ພວກເຂົາພົບພໍ້ກັບຄວາມຍາກລຳບາກ, ການລິຮານ ຫຼື ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພວກເຂົາພົບວ່າບໍ່ເຫັນດີນຳ, ພວກເຂົາກໍຈະຄິດທັນທີວ່າ “ການມາເຖິງຂອງສິ່ງເຫຼົ່ານີ້ສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງຂ້ອຍບໍ? ພວກມັນຈະສົ່ງຜົນກະທົບຕໍ່ຊື່ສຽງຂອງຂ້ອຍບໍ? ພວກມັນຈະມີອິດທິພົນຕໍ່ຄວາມຫວັງ ແລະ ການພັດທະນາໃນອະນາຄົດຂອງຂ້ອຍບໍ?” ບໍ່ວ່າການສະແດງອອກຂອງພວກເຂົາຈະເປັນບວກ ຫຼື ເປັນລົບໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາກໍຕາມ, ໃນກໍລະນີໃດກໍຕາມ, ພວກເຂົາກໍບໍ່ເຄີຍປະຕິບັດງານຕາມຫຼັກການຄວາມຈິງ. ຈິດໃຈຂອງພວກເຂົາເຕັມໄປດ້ວຍການແລກປ່ຽນ, ປະເມີນຄວາມຄຸ້ມຄ່າຂອງສິ່ງທີ່ພວກເຂົາຈ່າຍ ແລະ ມອບໃຫ້ຄືກັບນັກທຸລະກິດ, ປະເມີນວ່າຕົ້ນທຶນຂອງພວກເຂົາສາມາດສ້າງກຳໄລໄດ້ຫຼາຍສໍ່າໃດ. ບາງຄົນອາດຈະເວົ້າວ່າ “ພວກເຮົາເຊື່ອໃນພຣະເຈົ້າເພື່ອຮັບເອົາຄວາມຈິງ ແລະ ຊີວິດ, ເພື່ອບັນລຸຄວາມລອດພົ້ນ”. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສພັດຄິດວ່າ “ຄວາມລອດພົ້ນມີຄ່າສໍ່າໃດ? ແລ້ວການເຂົ້າໃຈຄວາມຈິງເດ? ສິ່ງເຫຼົ່ານີ້ບໍ່ມີຄ່າຫຍັງເລີຍ. ສິ່ງທີ່ມີຄຸນຄ່າຢ່າງແທ້ຈິງກໍຄືການໄດ້ຮັບຫຼາຍຮ້ອຍເທົ່າໃນຊີວິດນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ. ໃນຊີວິດນີ້, ການຖືກຍົກຍ້ອງ ແລະ ໄດ້ຮັບການນັບຖືຈາກຄົນອື່ນ, ການຖືກຍົກຍ້ອງວ່າເປັນຜູ້ຍິ່ງໃຫຍ່ໃນເຮືອນຂອງພະເຈົ້າ ແລະ ໃນໂລກທີ່ຈະມາເຖິງ, ການມີສິດອຳນາດເໜືອຫຼາຍຊາດ, ນີ້ຄືກຳໄລທີ່ເປັນກອບເປັນກຳຢ່າງແທ້ຈິງ”. ນີ້ຄືຄວາມທະເຍີທະຍານຂອງຜູ້ຕໍ່ຕ້ານພຣະຄຣິສ, ເປັນການຄິດໄລ່ທີ່ພວກເຂົາເຮັດຢູ່ເລິກໆໃນໃຈຂອງພວກເຂົາທີ່ຢູ່ເບື້ອງຫຼັງການປະຕິບັດໜ້າທີ່ຂອງພວກເຂົາ. ການຄິດໄລ່ນີ້ເຕັມໄປດ້ວຍການແລກປ່ຽນ ແລະ ການຮຽກຮ້ອງ. “ຄວາມຈິງໃຈ” ອັນເລັກນ້ອຍຂອງພວກເຂົາທີ່ມີຕໍ່ໜ້າທີ່ຂອງພວກເຂົາ ແລະ ຕໍ່ພຣະເຈົ້າແມ່ນພຽງແຕ່ເພື່ອຮັບປະກັນວ່າພຣະເຈົ້າຈະປະທານຊີວິດນິລັນດອນໃຫ້ພວກເຂົາ, ປົກປັກຮັກສາພວກເຂົາຈາກຄວາມຫາຍະນະ, ປະທານພອນ ແລະ ພຣະຄຸນໃຫ້ພວກເຂົາ ແລະ ຕອບສະໜອງຄວາມປາຖະໜາທັງໝົດຂອງພວກເຂົາ. ສະນັ້ນ, ຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເຕັມໄປດ້ວຍການຮຽກຮ້ອງຕ່າງໆຕໍ່ພຣະເຈົ້າ, ເຊິ່ງເອີ້ນລວມກັນວ່າ ການຮຽກຮ້ອງ. ນອກເໜືອຈາກການບໍ່ຕ້ອງການຄວາມຈິງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສປາຖະໜາທຸກສິ່ງທຸກຢ່າງ, ທັງສິ່ງທີ່ເປັນວັດຖຸ ແລະ ສິ່ງທີ່ບໍ່ແມ່ນວັດຖຸ.
ມີຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເຄີຍປະກອບສ່ວນເລັກນ້ອຍໃຫ້ກັບອ້າຍເອື້ອຍນ້ອງ ຫຼື ໃຫ້ກັບຄຣິສຕະຈັກ. ຕົວຢ່າງ: ພວກເຂົາອາດຈະໄດ້ຮັບຜິດຊອບໜ້າວຽກທີ່ມີຄວາມສ່ຽງບາງຢ່າງໃນຄຣິສຕະຈັກ ຫຼື ຈັດຕ້ອນຮັບອ້າຍເອື້ອຍນ້ອງທີ່ບໍ່ສາມາດກັບບ້ານໄດ້. ເມື່ອບວກກັບໄລຍະເວລາທີ່ຂ້ອນຂ້າງດົນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຄົນສ່ວນໃຫຍ່ຈຶ່ງຖືວ່າພວກເຂົາເປັນບຸກຄົນທີ່ມີຜົນງານ ແລະ ມີຄຸນສົມບັດ. ໃນເວລາດຽວກັນ, ພວກເຂົາເອງກໍຮູ້ສຶກເຖິງຄວາມເໜືອກວ່າ ແລະ ຄວາມໄດ້ປຽບ. ພວກເຂົາອີງໃສ່ຄວາມອາວຸໂສຂອງພວກເຂົາ ແລະ ໂອ້ອວດ ໂດຍກ່າວວ່າ “ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ປະກອບສ່ວນບາງຢ່າງໃຫ້ກັບເຮືອນຂອງພຣະເຈົ້າ. ພໜະເຈົ້າບໍ່ຄວນໃຫ້ການປະຕິບັດແບບພິເສດແກ່ຂ້ອຍບໍ? ຕົວຢ່າງ: ການໄປຕ່າງປະເທດເປັນພຣະພອນທີ່ຜູ້ຄົນໄດ້ຮັບ. ຖ້າພິຈາລະນາເຖິງຄວາມອາວຸໂສ, ຂ້ອຍບໍ່ຄວນໄດ້ຮັບສິດທິພິເສດກ່ອນບໍ? ຍ້ອນຂ້ອຍໄດ້ປະກອບສ່ວນໃຫ້ກັບເຮືອນຂອງພຣະເຈົ້າ, ຂ້ອຍຄວນໄດ້ຮັບສິດທິພິເສດກ່ອນ ແລະ ການເບິ່ງແຍງເປັນພິເສດ ແລະ ຂ້ອຍບໍ່ຄວນຖືກປະເມີນໂດຍອີງໃສ່ຫຼັກການ”. ບາງຄົນເຖິງກັບເຄີຍຕິດຄຸກ ແລະ ເມື່ອພົບວ່າຕົນເອງບໍ່ມີບ່ອນຢູ່ອາໄສຫຼັງຈາກຖືກປ່ອຍຕົວ, ພວກເຂົາກໍຮູ້ສຶກວ່າເຮືອນຂອງພຣະເຈົ້າຄວນໃຫ້ການເບິ່ງແຍງພວກເຂົາເປັນພິເສດ. ຕົວຢ່າງ: ຄວນຈັດສັນເງິນຈຳນວນໜຶ່ງເພື່ອຊ່ວຍພວກເຂົາຊື້ເຮືອນ, ຮັບຜິດຊອບຕໍ່ການດຳລົງຊີວິດໃນບັ້ນປາຍຂອງພວກເຂົາ ຫຼື ຄວນຕອບສະໜອງທຸກຄວາມຕ້ອງການທາງດ້ານວັດຖຸທີ່ພວກເຂົາສະເໜີມາ. ຖ້າພວກເຂົາມີຄວາມຕ້ອງການ, ເຮືອນຂອງພຣະເຈົ້າກໍຄວນຈັດຫາລົດໃຫ້ພວກເຂົາ. ຖ້າພວກເຂົາມີບັນຫາສຸຂະພາບ, ເຮືອນຂອງພຣະເຈົ້າກໍຄວນຊື້ອາຫານເສີມບຳລຸງສຸຂະພາບໃຫ້ພວກເຂົາ. ພວກເຂົາບໍ່ໄດ້ກຳລັງຖືດີໃນຄວາມອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນສົມບັດຂອງພວກເຂົາບໍ? ບຸກຄົນເຫຼົ່ານີ້ເຊື່ອວ່າພວກເຂົາໄດ້ປະກອບສ່ວນ, ສະນັ້ນ ພວກເຂົາຈຶ່ງຮຽກຮ້ອງຈາກພຣະເຈົ້າຢ່າງໜ້າບໍ່ອາຍ ແລະ ຢ່າງເປີດເຜີຍ. ພວກເຂົາຂໍລົດ, ເຮືອນ ແລະ ວິຖີຊີວິດທີ່ຫຼູຫຼາ. ພວກເຂົາເຖິງກັບຂໍໃຫ້ອ້າຍເອື້ອຍນ້ອງຈັດການສິ່ງຕ່າງໆ ແລະ ແລ່ນວຽກໃຫ້ພວກເຂົາໂດຍບໍ່ໄດ້ຈ່າຍເງິນ, ເຮັດໃຫ້ອ້າຍເອື້ອຍນ້ອງກາຍເປັນຄົນຮັບໃຊ້ ຫຼື ຂ້າທາດຂອງພວກເຂົາ. ພວກເຂົາບໍ່ໄດ້ກາຍເປັນຄົນທີ່ອາໄສຄຣິສຕະຈັກຫາກິນບໍ? ຄວາມເຊື່ອໃນພຣະເຈົ້າຂອງເຈົ້າທີ່ຈິງແລ້ວແມ່ນເພື່ອຜົນປະໂຫຍດຂອງເຈົ້າເອງ ແລະ ການທີ່ເຈົ້າຕິດຄຸກກໍເພື່ອຜົນປະໂຫຍດຂອງເຈົ້າເອງ. ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ໃດກໍຕາມ ມັນກໍເປັນຄວາມຮັບຜິດຊອບຂອງເຈົ້າ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ໄດ້ຮັບຄວາມຈິງ, ມັນກໍເພື່ອຜົນປະໂຫຍດຂອງເຈົ້າເອງ. ຄວາມເຊື່ອໃນພຣະເຈົ້າຂອງເຈົ້າເປັນຄວາມສະໝັກໃຈ, ບໍ່ມີໃຜບັງຄັບເຈົ້າ. ການໄດ້ຮັບຊີວິດແມ່ນເພື່ອຜົນປະໂຫຍດຂອງເຈົ້າເອງ, ມັນບໍ່ແມ່ນເພື່ອຄົນອື່ນ. ເຖິງແມ່ນວ່າເຈົ້າຈະຮັບຜິດຊອບໜ້າວຽກທີ່ມີຄວາມສ່ຽງບາງຢ່າງສຳລັບເຮືອນຂອງພຣະເຈົ້າ ຫຼື ຄຣິສຕະຈັກກໍຕາມ, ສິ່ງນັ້ນນັບວ່າເປັນຄຸນງາມຄວາມດີບໍ? ມັນບໍ່ແມ່ນຄຸນງາມຄວາມດີ; ມັນຄືສິ່ງທີ່ເຈົ້າຄວນເຮັດ. ມັນຄືການທີ່ພຣະເຈົ້າຍົກຊູເຈົ້າຂຶ້ນ ແລະ ມອບໂອກາດດັ່ງກ່າວໃຫ້ແກ່ເຈົ້າ; ມັນຄືພອນຈາກພຣະເຈົ້າ. ມັນບໍ່ແມ່ນສິ່ງທີ່ເຈົ້າຈະໃຊ້ເປັນຕົ້ນທຶນສຳລັບການອາໄສຄຣິສຕະຈັກຫາກິນ. ສະນັ້ນ, ຄົນເຫຼົ່ານີ້ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ໂດຍສະເພາະຢ່າງຍິ່ງ, ຄົນເຫຼົ່ານີ້ບໍ່ສາມາດໂອ້ລົມຄວາມຈິງຄວາມເປັນຈິງໃດໆໄດ້ ແລະ ເມື່ອພວກເຂົາຢູ່ກັບອ້າຍເອື້ອຍນ້ອງທີ່ເຊື່ອມາໜ້ອຍກວ່າ ແລະ ອາຍຸນ້ອຍກວ່າ, ພວກເຂົາພຽງແຕ່ໂອ້ລົມກ່ຽວກັບປະສົບການເກົ່າໆຂອງພວກເຂົາ ແລະ ໂອ້ອວດຄຸນສົມບັດຂອງພວກເຂົາ; ພວກເຂົາບໍ່ມີການໂອ້ລົມ ຫຼື ຄວາມຮູ້ໃດໆກ່ຽວກັບປະສົບການຊີວິດທີ່ມີຄຸນຄ່າເລີຍ. ພວກເຂົາບໍ່ໄດ້ເສີມສ້າງຄົນອື່ນ ແຕ່ພັດວາງທ່າ ແລະ ເຮັດຕົວສູງສົ່ງ. ພວກເຂົາບໍ່ສາມາດຮັບຜິດຊອບວຽກງານທີ່ເປັນກອບເປັນກຳໃດໆໃນເຮືອນຂອງພຣະເຈົ້າ, ທັງບໍ່ສາມາດປະຕິບັດໜ້າທີ່ທີ່ແທ້ຈິງໃດໆໄດ້ຢ່າງເໝາະສົມ. ແຕ່ພວກເຂົາກໍຍັງອາໄສຄຣິສຕະຈັກຫາກິນ ແລະ ຍື່ນມືຂອງພວກເຂົາອອກໄປເພື່ອຮຽກຮ້ອງຈາກພຣະເຈົ້າ. ນີ້ບໍ່ແມ່ນຄວາມໜ້າບໍ່ອາຍບໍ? ຖ້າເວົ້າເຖິງຄຸນສົມບັດ, ເຮົາບໍ່ມີຄຸນສົມບັດຫຼາຍກວ່າພວກເຈົ້າບໍ? ເຮົາເຄີຍວາງທ່າກັບພວກເຈົ້າບໍ? ເຮົາເຄີຍຂໍຫຍັງຈາກພວກເຈົ້າບໍ? (ບໍ່.) ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງສາມາດເຮັດສິ່ງດັ່ງກ່າວໄດ້? ມັນເປັນເພາະວ່າພວກເຂົາໜ້າບໍ່ອາຍ. ເມື່ອພວກເຂົາຮັບເອົາໜ້າທີ່ຂອງພວກເຂົາ, ຈິດໃຈຂອງພວກເຂົາກໍເຕັມໄປດ້ວຍການແລກປ່ຽນ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຂາດມຸມມອງທີ່ຖືກຕ້ອງ ແລະ ບໍ່ຖືວ່າມັນເປັນໜ້າທີ່ ຫຼື ພັນທະຂອງພວກເຂົາ ເຊິ່ງເປັນໜ້າທີ່ທີ່ສິ່ງທີ່ຖືກສ້າງຄວນເຮັດ. ເຖິງແມ່ນວ່າພວກເຂົາອາດຈະປະຕິບັດໜ້າທີ່ບາງຢ່າງ, ທົນທຸກບາງຢ່າງ ແລະ ຈ່າຍລາຄາກໍຕາມ, ພວກເຂົາກຳລັງຄິດຫຍັງຢູ່ໃນໃຈຂອງພວກເຂົາ? “ໜ້າວຽກນີ້ເປັນສິ່ງທີ່ບໍ່ມີໃຜອີກແລ້ວສາມາດເຮັດໄດ້. ຖ້າຂ້ອຍເຮັດມັນ, ຂ້ອຍກໍຈະມີຊື່ສຽງໃນເຮືອນຂອງພຣະເຈົ້າ, ໄດ້ຮັບການນັບຖືບໍ່ວ່າຂ້ອຍຈະໄປໃສ ແລະ ມີຄຸນສົມບັດທີ່ຈະເພີດເພີນກັບສິ່ງທີ່ດີທີ່ສຸດໃນທຸກຫົນທຸກແຫ່ງ. ຂ້ອຍຈະເປັນຄົນໃຫຍ່ຄົນໂຕໃນເຮືອນຂອງພຣະເຈົ້າ, ສາມາດມີທຸກສິ່ງທີ່ຂ້ອຍຕ້ອງການ ແລະ ຈະບໍ່ມີໃຜກ້າເວົ້າຫຍັງ ເພາະຂ້ອຍມີຄຸນສົມບັດ!” ໂດຍອີງໃສ່ລັກສະນະຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສບໍ່ມີທາງທີ່ຈະປະຕິບັດຕໍ່ພຣະເຈົ້າ, ພຣະບັນຊາຂອງພຣະອົງ ຫຼື ວຽກງານຂອງເຮືອນຂອງພຣະເຈົ້າດ້ວຍຄວາມຈິງໃຈ ຫຼື ຄວາມເຕັມໃຈແມ່ນແຕ່ໜ້ອຍດຽວ. ເຖິງແມ່ນວ່າພາຍນອກພວກເຂົາຈະເບິ່ງຄືວ່າເຕັມໃຈ ແລະ ສາມາດທົນທຸກ ແລະ ຈ່າຍລາຄາໄດ້ກໍຕາມ, ແຕ່ທັນທີຫຼັງຈາກນີ້, ພວກເຂົາກໍພ້ອມທີ່ຈະຍື່ນມືຂອງພວກເຂົາອອກໄປເພື່ອຮຽກຮ້ອງ ແລະ ຂໍລາງວັນຈາກພຣະເຈົ້າ, ໂດຍພະຍາຍາມອາໄສຄຣິສຕະຈັກຫາກິນ ແລະ ເອົາປຽບໃນທຸກຫົນທຸກແຫ່ງ. ສະນັ້ນ, ເມື່ອຕັດສິນຈາກວິທີການຂອງພວກເຂົາ, ມັນຈຶ່ງເໝາະສົມທີ່ສຸດທີ່ຈະກຳນົດອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາວ່າຊົ່ວຊ້າ. ຄວາມຄິດ ແລະ ມຸມມອງທີ່ພວກເຂົາມີກ່ຽວກັບໜ້າທີ່ຂອງພວກເຂົາ ແລະ ການຝາກຝັງຂອງພຣະເຈົ້າແມ່ນຊົ່ວຊ້າ, ບໍ່ສອດຄ່ອງກັບຄວາມຈິງ ແລະ ແນ່ນອນວ່າບໍ່ສອດຄ່ອງກັບມາດຕະຖານຂອງສະຕິຮູ້ສຶກຜິດຊອບ.
ໃນໜ້າທີ່ໃດກໍຕາມທີ່ພວກເຂົາເຮັດ, ຜູ້ຕໍ່ຕ້ານພຣະຄຣິສເຮັດຕາມຄວາມປາຖະໜາຂອງພວກເຂົາເອງ, ໂດຍສະແຫວງຫາຊື່ສຽງ ແລະ ສະຖານະສ່ວນຕົວ. ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງ ຫຼື ໄຕ່ຕອງກ່ຽວກັບຕົນເອງເລີຍ. ເມື່ອປະເຊີນກັບການບ່ຽງເບນ ຫຼື ບັນຫາໃດໆທີ່ເກີດຂຶ້ນໃນວຽກງານຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາກໍຄືການບໍ່ສະແຫວງຫາ ແລະ ບໍ່ຍອມຮັບຄວາມຈິງ. ກົງກັນຂ້າມ, ພວກເຂົາມັກຈະພະຍາຍາມປົກປິດຂໍ້ເທັດຈິງ, ຮັກສາໜ້າຕາ ແລະ ກຽດຕິຍົດທີ່ຈອມປອມຂອງພວກເຂົາ ແລະ ເຮັດໃຫ້ຕົນເອງພົ້ນເດັ່ນໃນທຸກດ້ານ ເພື່ອໃຫ້ໄດ້ຮັບການນັບຖືຈາກຜູ້ຄົນ. ສະຫຼຸບແລ້ວ, ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມຊົ່ວຊ້າ, ດ້ວຍປັດຊະຍາຂອງຊາຕານ ແລະ ດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ, ໂດຍບໍ່ມີສິ່ງໃດທີ່ສອດຄ່ອງກັບຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍສະແຫວງຫາຄວາມຈິງໃນໜ້າທີ່ໃດກໍຕາມທີ່ພວກເຂົາເຮັດ ແລະ ພວກເຂົາບໍ່ເຄີຍຕັ້ງໃຈທີ່ຈະອ່ອນນ້ອມຕໍ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາຍຶດຕິດກັບວິທີການເຮັດສິ່ງຕ່າງໆຂອງພວກເຂົາເອງຢູ່ສະເໝີ ແລະ ກະທຳຕາມຄວາມມັກຂອງພວກເຂົາເອງ. ບໍ່ວ່າໜ້າວຽກທີ່ຢູ່ໃນມືຈະເປັນແນວໃດກໍຕາມ, ພວກເຂົາຄິດໄລ່ໃນໃຈຂອງພວກເຂົາວ່າພວກເຂົາຈະສາມາດສ້າງຜົນປະໂຫຍດໃຫ້ກັບຕົນເອງໄດ້ແນວໃດ. ພວກເຂົາພຽງແຕ່ຊັ່ງຊາເບິ່ງວ່າຄວນເຮັດໜ້າທີ່ໃດທີ່ສາມາດເຮັດໃຫ້ພວກເຂົາໄດ້ຮັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ການນັບຖືຈາກຄົນອື່ນ ແລະ ກຽດຕິຍົດເລັກນ້ອຍໄດ້. ເມື່ອພວກເຂົາປະຕິບັດໜ້າທີ່ຂອງຕົນ, ພວກເຂົາຫວັງວ່າຈະໃຫ້ຄວາມສຳເລັດຂອງພວກເຂົາຖືກບັນທຶກໄວ້ໃນປຶ້ມບັນທຶກຂອງພຣະເຈົ້າ, ໂດຍຈົດບັນຊີໄວ້ໃນໃຈ ແລະ ຮັບປະກັນວ່າທຸກການປະກອບສ່ວນຖືກບັນທຶກໄວ້ເປັນຢ່າງດີ ແລະ ບໍ່ມີສິ່ງໃດຖືກເບິ່ງຂ້າມ. ພວກເຂົາເຊື່ອວ່າ ຍິ່ງພວກເຂົາເຮັດວຽກຫຼາຍສໍ່າໃດ ແລະ ການປະກອບສ່ວນຂອງພວກເຂົາຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາກໍຍິ່ງມີຄວາມຫວັງໃນການເຂົ້າສູ່ອານາຈັກ ແລະ ໄດ້ຮັບລາງວັນ ແລະ ມົງກຸດຫຼາຍຂຶ້ນສໍ່ານັ້ນ. ທັດສະນະຄະຕິ ແລະ ມຸມມອງທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ໜ້າທີ່ຂອງພວກເຂົາກໍເປັນແບບນີ້ແຫຼະ. ຈິດໃຈຂອງພວກເຂົາເຕັມໄປດ້ວຍການແລກປ່ຽນ ແລະ ການຮຽກຮ້ອງ, ສິ່ງນີ້ບໍ່ໄດ້ເປີດເຜີຍໃຫ້ເຫັນເຖິງທຳມະຊາດ-ແກ່ນແທ້ຂອງພວກເຂົາບໍ? ເປັນຫຍັງຈິດໃຈຂອງພວກເຂົາຈຶ່ງເຕັມໄປດ້ວຍການແລກປ່ຽນ ແລະ ການຮຽກຮ້ອງຈາກພຣະເຈົ້າ? ເຫດຜົນກໍຄື ອຸປະນິໄສ-ແກ່ນແທ້ຂອງພວກເຂົາແມ່ນຊົ່ວຊ້າ, ສິ່ງນີ້ເປັນຄວາມຈິງຢ່າງແທ້ຈິງ. ມັນສາມາດເຫັນໄດ້ຜ່ານແນວຄິດ ແລະ ມຸມມອງທີ່ຜູ້ຕໍ່ຕ້ານພຣະຄຣິສມີກ່ຽວກັບໜ້າທີ່ຂອງພວກເຂົາ, ສິ່ງເຫຼົ່ານີ້ຢືນຢັນຢ່າງຄົບຖ້ວນວ່າອຸປະນິໄສ-ແກ່ນແທ້ຂອງພວກເຂົາແມ່ນຊົ່ວຊ້າ. ບໍ່ວ່າຈະມີການໂອ້ລົມຄວາມຈິງຫຼາຍປານໃດ ຫຼື ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຈະຖືກເປີດໂປງ ແລະ ຖືກໄຈ້ແຍກແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສະແດງໃຫ້ເຫັນເຖິງຄວາມຮູ້ກ່ຽວກັບອຸປະນິໄສ-ແກ່ນແທ້ຂອງພວກເຂົາເລີຍ. ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບຄວາມຈິງເທົ່ານັ້ນ ແຕ່ພວກເຂົາຍັງເກີດມີຄວາມຄຽດແຄ້ນໃນໃຈຂອງພວກເຂົາອີກດ້ວຍ. ເມື່ອພວກເຂົາຮູ້ສຶກວ່າຄວາມຫວັງຂອງພວກເຂົາໃນການໄດ້ຮັບພອນ ແລະ ລາງວັນຖືກທຳລາຍລົງ, ພວກເຂົາກໍເຊື່ອວ່າພຣະເຈົ້າເປັນຜູ້ຫຼອກລວງ ໂດຍຄິດວ່າການເປີດໂປງ ແລະ ການໄຈ້ແຍກຂອງພຣະເຈົ້າເປັນຄວາມພະຍາຍາມໂດຍເຈດຕະນາທີ່ຈະລະງັບລາງວັນ, ເຊິ່ງເຮັດໃຫ້ຜູ້ຄົນທຸ່ມເທເພື່ອພຣະເຈົ້າຢ່າງສູນເປົ່າໂດຍບໍ່ໄດ້ຮັບຫຍັງເລີຍໃນທີ່ສຸດ. ຈິດໃຈຂອງພວກເຂົາບໍ່ພຽງແຕ່ຂາດຄວາມເຂົ້າໃຈທີ່ເປັນບວກກ່ຽວກັບວຽກງານຂອງພຣະເຈົ້າ ແລະ ຄວາມຈິງເທົ່ານັ້ນ ແຕ່ພວກເຂົາເຖິງກັບພັດທະນາຄວາມຄິດຫຼົງຜິດ ແລະ ຄວາມເຂົ້າໃຈຜິດ, ເຊິ່ງເຮັດໃຫ້ການຕໍ່ຕ້ານພຣະເຈົ້າຂອງພວກເຂົາຮຸນແຮງຂຶ້ນ. ສະນັ້ນ, ຍິ່ງອຸປະນິໄສ ແລະ ແກ່ນແທ້ແບບຊາຕານຂອງມະນຸດຊາດທີ່ເສື່ອມຊາມຖືກໄຈ້ແຍກຫຼາຍສໍ່າໃດ ແລະ ຍິ່ງກົນອຸບາຍ, ແຮງຈູງໃຈ ແລະ ຈຸດປະສົງຂອງຊາຕານຖືກເປີດໂປງຫຼາຍສໍ່າໃດ, ຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງເບື່ອໜ່າຍຄວາມຈິງ ແລະ ຄຽດແຄ້ນຕໍ່ມັນຫຼາຍຂຶ້ນສໍ່ານັ້ນ. ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ? ພວກເຂົາເຊື່ອວ່າ ຍິ່ງມີການໂອ້ລົມຄວາມຈິງຫຼາຍສໍ່າໃດ, ຄວາມຫວັງຂອງພວກເຂົາໃນການໄດ້ຮັບພອນກໍຍິ່ງມືດມົນລົງສໍ່ານັ້ນ. ຍິ່ງມີການໂອ້ລົມຄວາມຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າເສັ້ນທາງແຫ່ງການແລກປ່ຽນຄວາມທຸກທໍລະມານ ແລະ ການຈ່າຍລາຄາສຳລັບລາງວັນ ແລະ ມົງກຸດນັ້ນເປັນໄປບໍ່ໄດ້, ເຊິ່ງນຳໄປສູ່ການທີ່ພວກເຂົາເຊື່ອວ່າພວກເຂົາບໍ່ມີຄວາມຫວັງໃນການໄດ້ຮັບພອນ. ຍິ່ງມີການໂອ້ລົມຄວາມຈິງໃນລັກສະນະນີ້ຫຼາຍສໍ່າໃດ ແລະ ຍິ່ງມີການເປີດໂປງປະເພດນີ້ຫຼາຍສໍ່າໃດ, ຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງສົນໃຈໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໜ້ອຍລົງສໍ່ານັ້ນ. ເມື່ອເຫັນວ່າບໍ່ມີສິ່ງໃດໃນສິ່ງທີ່ພຣະເຈົ້າກ່າວເຖິງທີ່ບອກວ່າການທົນທຸກ ແລະ ການຈ່າຍລາຄາຫຼາຍປານໃດຈຶ່ງຈະເຮັດໃຫ້ພວກເຂົາໄດ້ຮັບລາງວັນທີ່ເທົ່າທຽມກັນ ແລະ ພຣະອົງບໍ່ໄດ້ກ່າວຫຍັງກ່ຽວກັບການເຂົ້າສູ່ອານາຈັກສະຫວັນໂດຍອີງໃສ່ການເຮັດວຽກໜັກພຽງຢ່າງດຽວ, ພວກເຂົາກໍຮູ້ສຶກຄືກັບວ່າເສັ້ນທາງໃນການເຮັດການແລກປ່ຽນຂອງພວກເຂົາກັບພຣະເຈົ້າ ໄດ້ມາຮອດຈຸດສິ້ນສຸດແລ້ວ. ພວກເຂົາຮູ້ສຶກຢູ່ເລິກໆວ່າພວກເຂົາຄືເປົ້າໝາຍທີ່ພຣະເຈົ້າຕັ້ງໃຈຈະລົງໂທດຢ່າງແນ່ນອນ, ໂດຍປະສົບກັບຄວາມຢ້ານກົວທີ່ບໍ່ສະບາຍໃຈ ແລະ ຮູ້ສຶກວ່າວັນເວລາຂອງພວກເຂົາໃກ້ຈະໝົດລົງແລ້ວ, ຄືກັບວ່າຍຸກສຸດທ້າຍກຳລັງມາເຖິງພວກເຂົາ. ພວກເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ຟັງບົດເທດສະໜາແລ້ວບົດເທດສະໜາອີກທີ່ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ? ເຮົາເຫັນວ່າພວກເຈົ້າທຸກຄົນກຳລັງກົ້ມໜ້າລົງ; ພວກເຈົ້າມີຄວາມຮູ້ສຶກທໍ້ແທ້ໃຈເລັກນ້ອຍບໍ? ພວກເຈົ້າຮູ້ຕົວບໍວ່າພວກເຈົ້າກຳລັງຍ່າງໄປຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ? ຄວາມຄິດຂອງພວກເຈົ້າກໍເຕັມໄປດ້ວຍແນວຄິດທີ່ຊົ່ວຊ້າເຫຼົ່ານີ້ໃນການເຮັດການແລກປ່ຽນກັບພຣະເຈົ້າຄືກັນບໍ? ຕອນນີ້ພວກເຈົ້າມີຄວາມຮັບຮູ້ໃດໆບໍ? ພວກເຈົ້າສາມາດຫັນປ່ຽນສິ່ງຕ່າງໆຢ່າງໄວວາໄດ້ບໍ? (ຂ້ານ້ອຍກໍຄິດຢູ່ຄືກັນວ່າຂ້ານ້ອຍຈຳເປັນຕ້ອງຫັນປ່ຽນສິ່ງຕ່າງໆຢ່າງໄວວາ; ຂ້ານ້ອຍບໍ່ສາມາດດຳລົງຊີວິດດ້ວຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຕໍ່ໄປໄດ້.) ເຖິງແມ່ນວ່າພວກເຈົ້າທຸກຄົນຈະມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມີຄວາມຕັ້ງໃຈທີ່ຈະເຮັດການແລກປ່ຽນກັບພຣະເຈົ້າ ແລະ ໄດ້ຮັບພອນກໍຕາມ, ແຕ່ພວກເຈົ້າກໍຍັງບໍ່ທັນເປັນຜູ້ຕໍ່ຕ້ານພຣະຄຣິສເທື່ອ. ສະນັ້ນ, ພວກເຈົ້າຄວນສະແຫວງຫາຄວາມຈິງເພື່ອການແກ້ໄຂໂດຍທັນທີ, ກັບໃຈໃຫ້ທັນເວລາ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມຄວາມຈິງ. ແລ້ວບັນຫາກໍຈະບໍ່ຖືກແກ້ໄຂບໍ? ການມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການຍ່າງໄປຕາມເສັ້ນທາງຂອງພວກເຂົາເປັນບັນຫາທີ່ສາມາດແກ້ໄຂໄດ້ຢ່າງງ່າຍດາຍ. ຕາບໃດທີ່ເຈົ້າສາມາດຮັບເອົາຄວາມຈິງ, ໄຕ່ຕອງກ່ຽວກັບຕົນເອງ, ຮູ້ຈັກອຸປະນິໄສທີ່ເສື່ອມຊາມພາຍໃນຕົວເຈົ້າ, ເຂົ້າໃຈແກ່ນແທ້ຂອງບັນຫາໃນການໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ຈາກນັ້ນກໍປະຖິ້ມວິທີການໄລ່ຕາມທີ່ຜິດພາດນີ້, ປະຖິ້ມມຸມມອງທີ່ຜິດພາດກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ປະຖິ້ມຄວາມຕັ້ງໃຈທີ່ຈະໄດ້ຮັບພອນ ແລະ ເຊື່ອໃນພຣະເຈົ້າເພື່ອເຫັນແກ່ການໄລ່ຕາມຄວາມຈິງ ແລະ ເພື່ອຈຸດປະສົງໃນການກາຍເປັນຄົນໃໝ່ເທົ່ານັ້ນ ແລະ ສະແຫວງຫາພຽງແຕ່ການກາຍເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຽງແຕ່ພຣະເຈົ້າ, ໂດຍບໍ່ບູຊາ ຫຼື ຕິດຕາມມະນຸດ, ແລ້ວສະພາວະຂອງເຈົ້າກໍຈະຄ່ອຍໆກັບຄືນສູ່ສະພາບປົກກະຕິ. ເຈົ້າຈະກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມຄວາມຈິງ, ບໍ່ມີຂໍ້ສົງໄສໃດໆກ່ຽວກັບເລື່ອງນີ້. ສິ່ງທີ່ຄວນຢ້ານກໍຄື ຖ້າເຈົ້າບໍ່ຍອມຮັບຄວາມຈິງ, ຖ້າເຈົ້າເບື່ອໜ່າຍຄວາມຈິງ ແລະ ຖ້າທັງທີ່ຮູ້ວ່າການເຮັດການແລກປ່ຽນກັບພຣະເຈົ້າເປັນສິ່ງທີ່ຜິດ ພ້ອມທັງການໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະກໍຜິດເຊັ່ນກັນ, ແຕ່ເຈົ້າກໍຍັງຄົງດື້ດ້ານ ແລະ ບໍ່ເຄີຍກັບໃຈ. ໃນກໍລະນີດັ່ງກ່າວ, ເຈົ້າມີແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຕ້ອງຖືກກຳຈັດ. ຖ້າເຈົ້າເຮັດສິ່ງທີ່ຊົ່ວຮ້າຍຫຼາຍຢ່າງ, ເຈົ້າກໍຈະປະເຊີນກັບການລົງໂທດ.
ຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ມະນຸດທີ່ເສື່ອມຊາມທຳມະດາກໍຄື ການສະແຫວງຫາຊື່ສຽງ, ຜົນປະໂຫຍດ, ສະຖານະ ແລະ ພອນ ພ້ອມທັງການເຮັດການແລກປ່ຽນກັບພຣະເຈົ້າ ບໍ່ແມ່ນພຽງແຕ່ການສະແດງອອກຊົ່ວຄາວ ຫຼື ເປັນບາງຄັ້ງບາງຄາວເທົ່ານັ້ນສຳລັບຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາດຳລົງຊີວິດໂດຍສິ່ງເຫຼົ່ານີ້. ພວກເຂົາເລືອກພຽງແຕ່ເສັ້ນທາງດຽວ ເຊິ່ງກໍຄືເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ໂດຍດຳລົງຊີວິດຕາມທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ປັດຊະຍາຂອງຊາຕານ. ມະນຸດທີ່ເສື່ອມຊາມທຳມະດາສາມາດມີທາງເລືອກທີສອງ ແລະ ຍ່າງໄປຕາມເສັ້ນທາງແຫ່ງການໄລ່ຕາມຄວາມຈິງ, ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມັກຄວາມຈິງ ແລະ ບໍ່ມີຄວາມຕ້ອງການນີ້. ທຳມະຊາດຂອງພວກເຂົາເຕັມໄປດ້ວຍປັດຊະຍາຂອງຊາຕານ ແລະ ພວກເຂົາຈະບໍ່ເລືອກທາງເລືອກທີ່ຖືກຕ້ອງ. ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນຍອມຮັບຄວາມຈິງ; ພວກເຂົາຈະຍຶດໝັ້ນໃນຄວາມຜິດຂອງພວກເຂົາຈົນເຖິງທີ່ສຸດ, ໂດຍບໍ່ມີວັນຫັນປ່ຽນ ຫຼື ກັບໃຈເລີຍ. ພວກເຂົາຮູ້ວ່າພວກເຂົາເຕັມໄປດ້ວຍການແລກປ່ຽນກັບພຣະເຈົ້າ, ລອງໃຈ ແລະ ເປັນປໍລະປັກຕໍ່ພຣະອົງໃນທຸກບາດກ້າວ. ເຖິງຢ່າງໃດກໍຕາມ, ພວກເຂົາກໍມີເຫດຜົນຂອງພວກເຂົາ ແລະ ພວກເຂົາຄິດວ່າ “ມັນຜິດບ່ອນໃດ? ການຮຽກຮ້ອງພອນທາງວັດຖຸບາງຢ່າງຈາກພຣະເຈົ້າ ແລະ ການສະເຫວີຍສຸກກັບຜົນປະໂຫຍດບາງຢ່າງຈາກສະຖານະບໍ່ແມ່ນການກະທຳທີ່ໜ້າອັບອາຍ. ຂ້ອຍບໍ່ໄດ້ຄາດຕະກຳ ແລະ ວາງເພີງ, ທັງບໍ່ໄດ້ຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ. ແນ່ນອນ, ຂ້ອຍໄດ້ເຮັດວຽກເພື່ອສ້າງອານາຈັກເອກະລາດ ແລະ ກະທຳການຕາມອຳເພີໃຈໄປແດ່, ແຕ່ຂ້ອຍກໍບໍ່ໄດ້ທຳຮ້າຍ ຫຼື ເຮັດໃຫ້ໃຜບາດເຈັບ, ທັງບໍ່ໄດ້ກະທົບກະເທືອນ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງເຮືອນຂອງພະເຈົ້າ”. ນີ້ບໍ່ແມ່ນສິ່ງທີ່ບໍ່ສາມາດແກ້ໄຂໄດ້ແລ້ວບໍ? ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບຄວາມຈິງ ຫຼື ເປີດໂປງ ແລະ ລິຮານພວກເຂົາແນວໃດກໍຕາມ, ພວກເຂົາກໍປະຕິເສດທີ່ຈະຍອມຮັບຄວາມຜິດພາດຂອງພວກເຂົາ, ມັນບໍ່ສາມາດແກ້ໄຂໄດ້ແລ້ວ. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຈົ້າເວົ້າວ່າພວກເຂົາຊົ່ວຮ້າຍ ຫຼື ຊົ່ວຊ້າ, ພວກເຂົາກໍບໍ່ສົນໃຈ ແລະ ພວກເຂົາຈະຍຶດໝັ້ນໃນຄວາມຊົ່ວຮ້າຍ ແລະ ຄວາມຊົ່ວຊ້າຂອງພວກເຂົາ. ສິ່ງນີ້ສະແດງໃຫ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສເປັນບຸກຄົນທີ່ດື້ດ້ານບໍ່ຍອມກັບໃຈຢ່າງແທ້ຈິງ. ເຈົ້າຍັງຈະໂອ້ລົມກ່ຽວກັບຄວາມຈິງກັບຄົນແບບນັ້ນຢູ່ບໍ? ພວກເຂົາບໍ່ຮູ້ດ້ວຍຊໍ້າວ່າສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ; ເຈົ້າຈະສາມາດເວົ້າຫຍັງກັບພວກເຂົາໄດ້? ໝົດຄຳຊິເວົ້າ. ຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍອຸປະນິໄສ-ແກ່ນແທ້ທີ່ຊົ່ວຊ້າ ແລະ ພວກເຂົາດຳລົງຊີວິດຢູ່ພາຍໃຕ້ອຸປະນິໄສນີ້. ການລອງໃຈພຣະເຈົ້າ ແລະ ການເຮັດການແລກປ່ຽນກັບພຣະອົງເປັນທຳມະຊາດດັ້ງເດີມຂອງພວກເຂົາ ແລະ ບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້, ພວກເຂົາຍັງຄົງບໍ່ປ່ຽນແປງໃນທຸກສະຖານະການ. ເປັນຫຍັງພວກເຂົາຈຶ່ງບໍ່ປ່ຽນແປງ? ພວກເຂົາບໍ່ປ່ຽນແປງກໍເພາະວ່າ ບໍ່ວ່າຈະມີການໂອ້ລົມຄວາມຈິງໃຫ້ພວກເຂົາຫຼາຍປານໃດກໍຕາມ, ບໍ່ວ່າຄຳເວົ້າເຫຼົ່ານັ້ນຈະເຂົ້າໃຈງ່າຍ ແລະ ເປີດໂປງຢ່າງເລິກເຊິ່ງສໍ່າໃດກໍຕາມ, ພວກເຂົາກໍບໍ່ຮັບຮູ້ເຖິງບັນຫາທີ່ແທ້ຈິງ. ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງ ແລະ ບໍ່ຮູ້ວ່າຄວາມຈິງແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ; ນັ້ນຄືເຫດຜົນ.
ຜູ້ຕໍ່ຕ້ານພຣະຄຣິສເຮັດການແລກປ່ຽນກັບພຣະເຈົ້າ ແລະ ຮຽກຮ້ອງຈາກພຣະອົງໃນເລື່ອງຕ່າງໆ. ແນ່ນອນ, ພວກເຂົາຮຽກຮ້ອງສິ່ງຕ່າງໆຢ່າງຫຼວງຫຼາຍ, ທັງສິ່ງທີ່ຈັບຕ້ອງໄດ້ ແລະ ຈັບຕ້ອງບໍ່ໄດ້, ສິ່ງທີ່ເປັນວັດຖຸ ແລະ ບໍ່ແມ່ນວັດຖຸ, ປັດຈຸບັນ ແລະ ອະນາຄົດ. ຕາບໃດທີ່ພວກເຂົາສາມາດຈິນຕະນາການເຖິງມັນໄດ້, ຕາບໃດທີ່ພວກເຂົາເຊື່ອວ່າພວກເຂົາສົມຄວນໄດ້ຮັບມັນ ແລະ ຕາບໃດທີ່ມັນເປັນສິ່ງທີ່ພວກເຂົາປາຖະໜາ, ພວກເຂົາກໍຈະຮຽກຮ້ອງຈາກພຣະເຈົ້າຢ່າງໜ້າບໍ່ອາຍ, ໂດຍຫວັງວ່າພຣະອົງຈະປະທານສິ່ງນັ້ນໃຫ້ພວກເຂົາ. ຕົວຢ່າງ: ເມື່ອພວກເຂົາກຳລັງປະຕິບັດໜ້າທີ່ໃດໜຶ່ງ, ເພື່ອທີ່ຈະໂດດເດັ່ນ ແລະ ກາຍເປັນບຸກຄົນທີ່ພິເສດ, ເພື່ອໃຫ້ມີໂອກາດໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບສະຖານະທີ່ພວກເຂົາປາຖະໜາ ພ້ອມກັບການນັບຖືຈາກຜູ້ຄົນຫຼາຍຂຶ້ນ, ພວກເຂົາຫວັງວ່າພຣະເຈົ້າຈະປະທານຄວາມສາມາດພິເສດບາງຢ່າງໃຫ້ພວກເຂົາ. ພວກເຂົາອະທິຖານຕໍ່ພຣະອົງ ໂດຍກ່າວວ່າ “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງຈົງຮັກພັກດີ. ຫຼັງຈາກທີ່ຮັບເອົາໜ້າທີ່ນີ້ຈາກພຣະອົງແລ້ວ, ທຸກໆມື້ ຂ້ານ້ອຍຄິດກ່ຽວກັບວິທີທີ່ຈະປະຕິບັດມັນໃຫ້ດີ. ຂ້ານ້ອຍເຕັມໃຈທີ່ຈະອຸທິດເຫື່ອແຮງຕະຫຼອດຊີວິດໃຫ້ກັບສິ່ງນີ້, ເພື່ອມອບໄວໜຸ່ມຂອງຂ້ານ້ອຍໃຫ້ແກ່ພຣະອົງ ແລະ ມອບທຸກສິ່ງທີ່ຂ້ານ້ອຍມີໃຫ້ແກ່ພຣະອົງ; ຂ້ານ້ອຍເຕັມໃຈທີ່ຈະທົນທຸກລຳບາກເພື່ອສິ່ງນີ້. ກະລຸນາປະທານຄຳເວົ້າໃຫ້ຂ້ານ້ອຍເວົ້າ, ປະທານຄວາມສະຫຼາດ ແລະ ສະຕິປັນຍາໃຫ້ຂ້ານ້ອຍ ແລະ ໃຫ້ຂ້ານ້ອຍໄດ້ພັດທະນາທັກສະທາງວິຊາຊີບ ແລະ ຄວາມສາມາດຂອງຂ້ານ້ອຍໃນລະຫວ່າງການປະຕິບັດໜ້າທີ່ນີ້”. ຫຼັງຈາກທີ່ສະແດງຄວາມຈົງຮັກພັກດີ ແລະ ກ່າວເຖິງມຸມມອງຂອງພວກເຂົາແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍຍື່ນມືອອກໄປຫາພຣະເຈົ້າທັນທີເພື່ອຂໍສິ່ງເຫຼົ່ານີ້. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະຈັບຕ້ອງບໍ່ໄດ້ ແລະ ຜູ້ຄົນເຊື່ອວ່າມັນສົມເຫດສົມຜົນທີ່ຈະຂໍສິ່ງເຫຼົ່ານີ້ຈາກພຣະເຈົ້າກໍຕາມ, ສິ່ງນີ້ບໍ່ຖືວ່າເປັນການເຮັດການແລກປ່ຽນ ແລະ ການຮຽກຮ້ອງບໍ? (ແມ່ນແລ້ວ, ມັນແມ່ນ.) ຈຸດສຸມຂອງການແລກປ່ຽນນີ້ແມ່ນຫຍັງ? ແກ່ນແທ້ທີ່ພວກເຮົາກຳລັງໄຈ້ແຍກແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມຈິງໃຈໃດໆເລີຍສຳລັບໜ້າທີ່ທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາ, ທັງບໍ່ໄດ້ຕັ້ງໃຈທີ່ຈະຈົງຮັກພັກດີໃນເລື່ອງນີ້. ກ່ອນທີ່ຈະລົງມືເຮັດ, ຄວາມຄິດຂອງພວກເຂົາວົນວຽນຢູ່ກັບວິທີການຍາດເອົາໂອກາດນີ້ເພື່ອສະແດງຄວາມສາມາດຂອງພວກເຂົາ ແລະ ສ້າງຊື່ສຽງໃນໝູ່ຜູ້ຄົນ, ແທນທີ່ຈະໃຊ້ໂອກາດນີ້ເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ເພື່ອສະແຫວງຫາຄວາມຈິງທີ່ພວກເຂົາຄວນເຂົ້າໃຈ ແລະ ຫຼັກການທີ່ພວກເຂົາຄວນສະແຫວງຫາໃນການປະຕິບັດໜ້າທີ່ນັ້ນ. ສະນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສມາອະທິຖານຢູ່ຕໍ່ໜ້າພຣະເຈົ້າ, ກ່ອນອື່ນພວກເຂົາຈະຍື່ນມືອອກໄປ ແລະ ຮ້ອງຂໍສິ່ງທີ່ຈະເປັນປະໂຫຍດຕໍ່ຊື່ສຽງ ແລະ ສະຖານະຂອງພວກເຂົາເຊັ່ນ: ຄວາມສະຫຼາດ, ສະຕິປັນຍາ, ຄວາມເຂົ້າໃຈທີ່ເປັນເອກະລັກ, ທັກສະທີ່ໂດດເດັ່ນ, ການເຮັດໃຫ້ຕາຝ່າຍວິນຍານຂອງພວກເຂົາເປີດອອກ ແລະ ອື່ນໆ. ພວກເຂົາຕ້ອງການສິ່ງເຫຼົ່ານີ້ບໍ່ແມ່ນເພື່ອເຂົ້າໃຈຄວາມຈິງ ຫຼື ເພື່ອມອບຄວາມຈິງໃຈຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ. ເຫັນໄດ້ຊັດເຈນວ່າ, ຄຳຮ້ອງຂໍເຫຼົ່ານີ້ເຕັມໄປດ້ວຍການເຮັດຂໍ້ຕົກລົງແລະ ການຮຽກຮ້ອງ, ແຕ່ພວກເຂົາກໍຍັງຮູ້ສຶກວ່າຕົນເອງມີເຫດຜົນອັນສົມຄວນ. ເມື່ອເວົ້າເຖິງການອະທິຖານປະເພດນີ້ ແລະ ການແລກປ່ຽນປະເພດນີ້ທີ່ຜູ້ຄົນເຮັດ, ເຖິງແມ່ນວ່າຜູ້ຄົນຈະທົນທຸກ ແລະ ຈ່າຍລາຄາໃນການປະຕິບັດໜ້າທີ່ຂອງພວກເຂົາກໍຕາມ ແລະ ເຖິງແມ່ນວ່າພວກເຂົາຈະໃຊ້ເວລາ ແລະ ເຫື່ອແຮງຈຳນວນໜຶ່ງກໍຕາມ, ພຣະເຈົ້າຈະຍອມຮັບມັນບໍ? ຈາກມຸມມອງຂອງພຣະເຈົ້າ, ພຣະອົງຈະບໍ່ຍອມຮັບການປະຕິບັດໜ້າທີ່ຂອງຜູ້ຄົນເຫຼົ່ານັ້ນຢ່າງເດັດຂາດ, ເພາະວ່າບໍ່ມີຄວາມຈິງໃຈ, ບໍ່ມີຄວາມຈົງຮັກພັກດີ ແລະ ແນ່ນອນວ່າບໍ່ມີການອ່ອນນ້ອມທີ່ແທ້ຈິງພາຍໃນຄົນດັ່ງກ່າວ. ໂດຍອີງໃສ່ດ້ານນີ້, ສິ່ງທີ່ພວກເຂົາປາຖະໜາທີ່ຈະໄລ່ຕາມຢ່າງອັດຕະວິໄສກໍຄືສະຖານະ ແລະ ຊື່ສຽງ ພ້ອມທັງຄວາມນັບຖື ແລະ ການຊື່ນຊົມຈາກຄົນອື່ນ, ແຕ່ໃນໄລຍະການປະຕິບັດໜ້າທີ່ຂອງພວກເຂົາ, ພັດບໍ່ມີການປັບປຸງໃດໆໃນທາງເຂົ້າສູ່ຊີວິດຂອງພວກເຂົາ ຫຼື ໃນການປ່ຽນແປງອຸປະນິໄສຂອງພວກເຂົາເລີຍ.
ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍເລີ່ມວາງແຜນ, ຄິດໄລ່ ແລະ ກະກຽມໃນໃຈຂອງພວກເຂົາທັນທີ. ພວກເຂົາປຽບເໝືອນນັກບັນຊີ, ເຮັດການແລກປ່ຽນກັບພຣະເຈົ້າໃນທຸກສິ່ງ, ຕ້ອງການຫຼາຍສິ່ງ ແລະ ຮຽກຮ້ອງຫຼາຍຢ່າງຈາກພຣະເຈົ້າ. ສະຫຼຸບແລ້ວ, ຂໍ້ຮຽກຮ້ອງທັງໝົດເຫຼົ່ານີ້ແມ່ນບໍ່ສົມເຫດສົມຜົນໃນສາຍຕາຂອງພຣະເຈົ້າ; ພວກມັນບໍ່ແມ່ນສິ່ງທີ່ພຣະເຈົ້າຕັ້ງໃຈຈະປະທານໃຫ້ແກ່ຜູ້ຄົນ, ທັງບໍ່ແມ່ນສິ່ງທີ່ຜູ້ຄົນຄວນໄດ້ຮັບ, ເພາະວ່າສິ່ງເຫຼົ່ານີ້ບໍ່ໄດ້ນຳຜົນປະໂຫຍດແມ່ນແຕ່ໜ້ອຍດຽວມາສູ່ການໄລ່ຕາມການປ່ຽນແປງທາງອຸປະນິໄສ ຫຼື ການບັນລຸຄວາມລອດພົ້ນຂອງຜູ້ຄົນເລີຍ. ເຖິງແມ່ນວ່າໃນລະຫວ່າງການປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າຈະປະທານແສງສະຫວ່າງບາງຢ່າງ ຫຼື ແນວຄິດໃໝ່ໆບາງຢ່າງກ່ຽວກັບວິຊາຊີບຂອງເຈົ້າໃຫ້ແກ່ເຈົ້າກໍຕາມ, ມັນກໍບໍ່ແມ່ນເພື່ອຕອບສະໜອງຄວາມປາຖະໜາຂອງເຈົ້າໃນການຮຽກຮ້ອງຈາກພຣະເຈົ້າ, ຍິ່ງບໍ່ແມ່ນເພື່ອເປັນການເພີ່ມຄວາມນິຍົມຂອງເຈົ້າ ຫຼື ກຽດຕິຍົດທີ່ເຈົ້າມີໃນໝູ່ຜູ້ຄົນ. ຫຼັງຈາກທີ່ໄດ້ຮັບແສງສະຫວ່າງ ແລະ ຄວາມຮູ້ແຈ້ງດັ່ງກ່າວຈາກພຣະເຈົ້າແລ້ວ, ຄົນປົກກະຕິຈະນຳໃຊ້ພວກມັນເຂົ້າໃນໜ້າທີ່ຂອງພວກເຂົາ, ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີຂຶ້ນ, ເຮັດໃຫ້ຕົນເອງກຳແໜ້ນຫຼັກການໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ ແລະ ຄ່ອຍໆມີປະສົບການໂດຍກົງວ່າພວກເຂົາໄດ້ຮັບຄວາມຮູ້ແຈ້ງ, ການໃຫ້ແສງເຍືອງທາງ ແລະ ພຣະຄຸນຢ່າງຫຼວງຫຼາຍຈາກພຣະເຈົ້າໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ, ທັງໝົດນີ້ແມ່ນກະທຳໂດຍພຣະເຈົ້າ. ຍິ່ງພວກເຂົາປະສົບຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າສິ່ງທີ່ພຣະເຈົ້າກະທຳນັ້ນຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຮັບຮູ້ວ່າພວກເຂົາບໍ່ມີຫຍັງທີ່ຈະໂອ້ອວດ, ມັນລ້ວນແຕ່ເປັນພຣະຄຸນ ແລະ ການນຳພາຂອງພຣະເຈົ້າ. ນີ້ຄືສິ່ງທີ່ຄົນປົກກະຕິສາມາດຮູ້ສຶກ ແລະ ຮັບຮູ້ໄດ້. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງອອກໄປ ແລະ ບໍ່ວ່າພຣະເຈົ້າຈະປະທານຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງໃຫ້ພວກເຂົາຫຼາຍສ່ຳໃດກໍຕາມ, ພວກເຂົາກໍຍົກຄວາມດີຄວາມຊອບທັງໝົດນັ້ນໃຫ້ກັບຕົນເອງ. ມື້ໜຶ່ງ, ເມື່ອພວກເຂົາຄິດໄລ່ການປະກອບສ່ວນຂອງພວກເຂົາ ແລະ ຍື່ນມືອອກໄປຫາພຣະເຈົ້າເພື່ອຮຽກຮ້ອງເອົາລາງວັນ, ເມື່ອພວກເຂົາຄິດໄລ່ບັນຊີກັບພຣະເຈົ້າ, ພຣະອົງກໍຖອນຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຂອງພຣະອົງຄືນ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍຖືກເປີດເຜີຍ. ກ່ອນໜ້ານີ້, ທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ແມ່ນຍ້ອນວຽກງານຂອງພຣະວິນຍານບໍລິສຸດ ແລະ ການນຳພາຂອງພຣະເຈົ້າ. ພວກເຂົາບໍ່ໄດ້ແຕກຕ່າງຈາກຄົນອື່ນເລີຍ: ຖ້າປາສະຈາກຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຂອງພຣະເຈົ້າ, ພວກເຂົາກໍສູນເສຍພອນສະຫວັນ, ຄວາມສະຫຼາດ, ສະຕິປັນຍາ, ແນວຄິດທີ່ດີ ແລະ ຄວາມຄິດທີ່ດີຂອງພວກເຂົາ, ພວກເຂົາກາຍເປັນຄົນໄຮ້ປະໂຫຍດ ແລະ ຄົນໂງ່ຈ້າ. ເມື່ອຜູ້ຕໍ່ຕ້ານພຣະຄຣິສພົບພໍ້ກັບສິ່ງດັ່ງກ່າວ ແລະ ມາໄກເຖິງຂະໜາດນີ້, ພວກເຂົາກໍຍັງບໍ່ຮູ້ຕົວວ່າເສັ້ນທາງຂອງພວກເຂົານັ້ນຜິດ ແລະ ບໍ່ຮູ້ວ່າພວກເຂົາກຳລັງເຮັດການແລກປ່ຽນກັບພຣະເຈົ້າຢູ່ ແລະ ຮຽກຮ້ອງຈາກພຣະອົງຢ່າງບໍ່ສົມເຫດສົມຜົນ. ພວກເຂົາຍັງຄົງຄິດວ່າພວກເຂົາມີຄວາມສາມາດ ແລະ ເຮັດໄດ້ທຸກຢ່າງ, ສົມຄວນໄດ້ຮັບການຍົກຍ້ອງ, ການຊື່ນຊົມ, ການເຄົາລົບ, ການສະໜັບສະໜູນ ແລະ ການເຊີດຊູຈາກຄົນອື່ນ. ຖ້າພວກເຂົາບໍ່ໄດ້ຮັບສິ່ງເຫຼົ່ານີ້, ພວກເຂົາກໍຈະເຫັນວ່າສະຖານະການນັ້ນໝົດຫວັງ ແລະ ປ່ອຍເລີຍຕາມເລີຍຍິ່ງຂຶ້ນ, ໂດຍເຕັມໄປດ້ວຍຄວາມຄຽດແຄ້ນທັງຕໍ່ພຣະເຈົ້າ ແລະ ຕໍ່ອ້າຍເອື້ອຍນ້ອງ. ພວກເຂົາດ່າທໍ ແລະ ຈົ່ມວ່າພຣະເຈົ້າໃນໃຈຂອງພວກເຂົາ ໂດຍກ່າວວ່າພຣະເຈົ້າບໍ່ຊອບທຳ, ສາບແຊ່ງອ້າຍເອື້ອຍນ້ອງວ່າຂາດສະຕິຮູ້ສຶກຜິດຊອບ ແລະ ໄດ້ປາລືມມອງ, ໄດ້ທອງລືມບາດ ແລະ ເຖິງກັບກ່າວຫາວ່າເຮືອນຂອງພຣະເຈົ້າພະຍາຍາມກຳຈັດພວກເຂົາຫຼັງຈາກທີ່ໃຊ້ງານພວກເຂົາສຳເລັດແລ້ວ. ນີ້ແມ່ນຫຍັງ? ຄົນໜ້າບໍ່ອາຍ! ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສທັງໝົດກໍເປັນແບບນີ້ບໍ? ພວກເຂົາບໍ່ມັກຈະເວົ້າສິ່ງດັ່ງກ່າວບໍ? ພວກເຂົາເວົ້າວ່າ “ຕອນທີ່ຂ້ອຍມີປະໂຫຍດ ແລະ ຖືກຈັດໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນ, ທຸກຄົນກໍພາກັນມາເອົາອົກເອົາໃຈຂ້ອຍ. ຕອນນີ້ຂ້ອຍບໍ່ໄດ້ຢູ່ໃນຕຳແໜ່ງທີ່ສຳຄັນອີກຕໍ່ໄປແລ້ວ, ບໍ່ມີໃຜສົນໃຈຂ້ອຍ, ທຸກຄົນດູຖູກຂ້ອຍ ແລະ ພວກເຈົ້າທຸກຄົນກໍສະແດງທ່າທີໃສ່ຂ້ອຍຕອນທີ່ເວົ້າກັບຂ້ອຍ”. ຄຳເວົ້າເຫຼົ່ານີ້ມາຈາກໃສ? ພວກມັນບໍ່ໄດ້ຢັ່ງຮາກເລິກຢູ່ໃນອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາເຕັມໄປດ້ວຍການເຮັດຂໍ້ຕົກລົງກັບຜູ້ຄົນ ແລະ ພຣະເຈົ້າ, ການຮຽກຮ້ອງຈາກພຣະເຈົ້າ ແລະ ຈາກຜູ້ຄົນ, ຄືກັບກຳລັງເວົ້າວ່າ “ຂ້ອຍຈັດການສິ່ງຕ່າງໆໃຫ້ພວກເຈົ້າ, ຂ້ອຍເສຍສະລະະຕົນເອງ, ຈ່າຍລາຄາ ແລະ ເປັນຫ່ວງແທນພວກເຈົ້າ, ສະນັ້ນ ພວກເຈົ້າຕ້ອງເຂົ້າຫາຂ້ອຍດ້ວຍຄວາມເຄົາລົບ ແລະ ເວົ້າກັບຂ້ອຍຢ່າງສຸພາບ. ບໍ່ວ່າຂ້ອຍຈະມີສະຖານະ ຫຼື ບໍ່ກໍຕາມ, ພວກເຈົ້າຕ້ອງຈື່ຈຳທຸກສິ່ງທີ່ຂ້ອຍໄດ້ເຮັດຢູ່ສະເໝີ, ເກັບຂ້ອຍໄວ້ໃນໃຈຂອງພວກເຈົ້າຕະຫຼອດໄປ ແລະ ບໍ່ມີວັນລືມຂ້ອຍໄປ, ການລືມຂ້ອຍໝາຍຄວາມວ່າພວກເຈົ້າຂາດສະຕິຮູ້ສຶກຜິດຊອບ. ເມື່ອໃດກໍຕາມທີ່ພວກເຈົ້າກິນ ຫຼື ໃຊ້ສິ່ງທີ່ດີ, ພວກເຈົ້າຕ້ອງຄິດເຖິງຂ້ອຍ ແລະ ຂ້ອຍຕ້ອງໄດ້ຮັບສິດທິພິເສດກ່ອນສະເໝີ”. ຜູ້ຕໍ່ຕ້ານພຣະຄຣິສບໍ່ມັກຈະຮຽກຮ້ອງແບບນີ້ບໍ? (ແມ່ນແລ້ວ, ພວກເຂົາຮຽກຮ້ອງ.) ມີຄົນທີ່ເວົ້າວ່າ “ໃຜເປັນຄົນພິມໜັງສືພຣະທຳຂອງພຣະເຈົ້າທີ່ພວກເຈົ້າອ່ານ? ໃຜເປັນຄົນສົ່ງພວກມັນເຖິງມືຂອງເຈົ້າ? ຖ້າບໍ່ແມ່ນຍ້ອນຂ້ອຍຍອມສ່ຽງ ແລະ ປະເຊີນກັບອັນຕະລາຍຈາກການຖືກຈັບກຸມ, ຖືກຕິດຄຸກ ຫຼື ຖືກຕັດສິນປະຫານຊີວິດ, ພວກເຈົ້າຈະສາມາດອ່ານໜັງສືເຫຼົ່ານີ້ໄດ້ບໍ? ຖ້າບໍ່ແມ່ນຍ້ອນຂ້ອຍທົນທຸກລຳບາກ ແລະ ຈ່າຍລາຄາເພື່ອຫົດນໍ້າພວກເຈົ້າ, ພວກເຈົ້າຈະສາມາດມີຊີວິດຄຣິສຕະຈັກໄດ້ບໍ? ຖ້າບໍ່ແມ່ນຍ້ອນຂ້ອຍທົນທຸກທໍລະມານ ແລະ ຈ່າຍລາຄາເພື່ອເທດສະໜາພຣະກິດຕິຄຸນ, ຄຣິສຕະຈັກຈະສາມາດໄດ້ຮັບຜູ້ຄົນຫຼາຍຂະໜາດນີ້ບໍ? ຖ້າບໍ່ແມ່ນຍ້ອນຂ້ອຍໂອ້ລົມພຣະທຳຂອງພຣະເຈົ້າໃຫ້ພວກເຈົ້າຟັງໝົດມື້, ພວກເຈົ້າຈະມີຄວາມເຊື່ອທີ່ຍິ່ງໃຫຍ່ຂະໜາດນີ້ໄດ້ບໍ? ຖ້າບໍ່ແມ່ນຍ້ອນຂ້ອຍແລ່ນໄປມາເພື່ອສະໜອງສິ່ງທີ່ຈຳເປັນໃຫ້ແກ່ພວກເຈົ້າ, ຕອນນີ້ພວກເຈົ້າຈະສາມາດປະຕິບັດໜ້າທີ່ຂອງພວກເຈົ້າຢ່າງສະຫງົບໄດ້ບໍ? ຖ້າບໍ່ແມ່ນຍ້ອນຂ້ອຍເປັນຜູ້ນຳໜ້າ, ວຽກງານຂອງຄຣິສຕະຈັກຈະສາມາດພັດທະນາມາເຖິງລະດັບທີ່ເປັນຢູ່ໃນປັດຈຸບັນນີ້ໄດ້ບໍ?” ພວກເຈົ້າເຄີຍພົບພໍ້ຄົນແບບນີ້ບໍ? ເມື່ອຟັງຄຳເວົ້າຂອງພວກເຂົາ, ມັນເບິ່ງຄືວ່າຖ້າບໍ່ມີພວກເຂົາ, ວຽກງານຂອງເຮືອນຂອງພຣະເຈົ້າກໍຈະບໍ່ສາມາດກ້າວໜ້າໄດ້ ແລະ ທຸກຢ່າງກໍຄົງຈະຢຸດສະງັກໄປ. ນີ້ບໍ່ແມ່ນແນວຄິດຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຈຸດປະສົງຂອງພວກເຂົາໃນການຮ້ອງກ່າວ ຄຳເວົ້າເຫຼົ່ານີ້ອອກມາແມ່ນຫຍັງ? ພວກເຂົາກຳລັງຍາດເອົາຜົນງານ ຫຼື ກຳລັງໂອດຄວນ ແລະ ຈົ່ມວ່າ? ພວກເຂົາເຊື່ອວ່າຕອນນີ້ເຮືອນຂອງພຣະເຈົ້າບໍ່ຕ້ອງການພວກເຂົາອີກຕໍ່ໄປແລ້ວ, ອ້າຍເອື້ອຍນ້ອງໄດ້ລະເລີຍພວກເຂົາ, ເຮືອນຂອງພຣະເຈົ້າບໍ່ຍຸຕິທຳຕໍ່ຜູ້ຄົນ, ເຮືອນຂອງພຣະເຈົ້າບໍ່ໄດ້ລ້ຽງດູພວກເຂົາ, ບໍ່ເຄົາລົບພວກເຂົາ ຫຼື ບໍ່ປ່ອຍໃຫ້ພວກເຂົາເຖົ້າແກ່ຢູ່ທີ່ນັ້ນ. ມັນບໍ່ມີອົງປະກອບຂອງການດ່າທໍຢູ່ໃນການຮ້ອງກ່າວຂອງພວກເຂົາບໍ? ພວກເຂົາກຳລັງດ່າທໍຄົນອື່ນ ໂດຍກ່າວວ່າພວກເຂົາຂາດສະຕິຮູ້ສຶກຜິດຊອບ. ທີ່ຈິງແລ້ວ ຜູ້ຕໍ່ຕ້ານພຣະຄຣິສອອກເຫື່ອແຮງຫຍັງແດ່? ທຸກສິ່ງທີ່ພວກເຂົາເຮັດແມ່ນການລົບກວນ ແລະ ການຂັດຂວາງ ແລະ ທຸກສິ່ງທີ່ພວກເຂົາເວົ້າແມ່ນການເຮັດໃຫ້ຫຼົງຜິດ. ພວກເຂົາຂາດຄວາມເປັນມະນຸດ; ພວກເຂົາແມ່ນມານຮ້າຍ. ເປັນຫຍັງຄົນເຮົາຈຶ່ງຄວນມີສະຕິຮູ້ສຶກຜິດຊອບຕໍ່ພວກເຂົາ? ການເຮັດແບບນີ້ມີປະໂຫຍດບໍ? (ບໍ່ມີ.) ເປັນຫຍັງມັນຈຶ່ງບໍ່ມີປະໂຫຍດ? ຄົນເຮົາສາມາດເຂົ້າໃຈຄວາມຈິງ ໂດຍການຕິດຕາມພວກເຂົາໄດ້ບໍ? (ບໍ່ໄດ້.) ທຸກຄົນທີ່ບູຊາ ແລະ ຕິດຕາມຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບຫຍັງແດ່? ພວກເຂົາທຸກຄົນທໍລະຍົດພຣະເຈົ້າໄປພ້ອມກັບຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ ແລະ ຖືກພວກເຂົານຳພາໄປສູ່ນະຮົກ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງຕົນເອງວ່າເປັນຫຍັງ? (ພວກເຂົາເບິ່ງຕົນເອງວ່າເປັນພຣະເຈົ້າ.) ນີ້ຄືຄວາມຄິດທີ່ໜ້າບໍ່ອາຍ. ຜູ້ຄົນຄວນມີສະຕິຮູ້ສຶກຜິດຊອບຕໍ່ພຣະເຈົ້າ, ແຕ່ພຣະເຈົ້າບໍ່ເຄີຍຮຽກຮ້ອງໃຫ້ຜູ້ຄົນເຮັດເຊັ່ນນັ້ນ; ພຣະອົງພຽງແຕ່ຮຽກຮ້ອງໃຫ້ຜູ້ຄົນເຂົ້າໃຈຄວາມຈິງ, ໃຫ້ສາມາດປະຕິບັດຄວາມຈິງ ແລະ ບັນລຸຄວາມລອດພົ້ນ ແລະ ໃຫ້ເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ເຮົາເຄີຍຂໍໃຫ້ພວກເຈົ້າຄິດເຖິງເຮົາ ແລະ ຈົ່ງໄວ້ໃຫ້ເຮົາແດ່ຕອນທີ່ພວກເຈົ້າກິນອາຫານແຊບໆ ຫຼື ໃຫ້ຄິດເຖິງເຮົາຕອນທີ່ພວກເຈົ້າພັກຢູ່ໃນສະຖານທີ່ດີໆຕອນໃດ? ຕອນທີ່ພວກເຈົ້າກິນດີ, ຢູ່ດີ ແລະ ມີຄວາມສຸກ, ເຮົາເຄີຍຮູ້ສຶກອິດສາຕອນໃດ? ເຮົາເຄີຍເວົ້າຕອນໃດວ່າພວກເຈົ້າບໍ່ມີສະຕິຮູ້ສຶກຜິດຊອບ? ແຕ່ຜູ້ຕໍ່ຕ້ານພຣະຄຣິສພັດສາມາດເວົ້າສິ່ງດັ່ງກ່າວ ແລະ ດ່າທໍຜູ້ຄົນວ່າບໍ່ມີສະຕິຮູ້ສຶກຜິດຊອບ, ນີ້ບໍ່ແມ່ນຄວາມໜ້າບໍ່ອາຍບໍ? ເມື່ອເຮືອນຂອງພຣະເຈົ້າປົດພວກເຂົາອອກ, ເມື່ອອ້າຍເອື້ອຍນ້ອງບໍ່ກະຕືລືລົ້ນຕໍ່ພວກເຂົາຄືແຕ່ກ່ອນອີກຕໍ່ໄປ, ພວກເຂົາກໍສາມາດເວົ້າສິ່ງດັ່ງກ່າວ, ຮ້ອງໄຫ້ກ່ຽວກັບຄວາມຄັບແຄ້ນໃຈຂອງພວກເຂົາ ແລະ ດ່າທໍຜູ້ຄົນ ແລະ ພຣະເຈົ້າ. ທຸກສິ່ງທຸກຢ່າງສາມາດອອກມາຈາກປາກຂອງພວກເຂົາໄດ້ ແລະ ທຳມະຊາດແບບມານຮ້າຍຂອງພວກເຂົາກໍຖືກເປີດໂປງຢ່າງສິ້ນເຊີງ. ສິ່ງເຫຼົ່ານີ້ຄືການສະແດງອອກຕ່າງໆທີ່ຖືກເປີດເຜີຍໂດຍອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຍ້ອນວ່າຈິດໃຈຂອງພວກເຂົາເຕັມໄປດ້ວຍການແລກປ່ຽນກັບພຣະເຈົ້າ, ສິ່ງນີ້ຈຶ່ງນຳໄປສູ່ການສ້າງຂໍ້ກຳນົດ ແລະ ການຮຽກຮ້ອງຕ່າງໆຈາກພຣະອົງ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກສົ່ງເສີມ ຫຼື ຖືກປົດອອກ, ເມື່ອເຮືອນຂອງພຣະເຈົ້າຈັດໃຫ້ພວກເຂົາຢູ່ໃນຕຳແໜ່ງທີ່ສຳຄັນ ຫຼື ບໍ່ກໍຕາມ, ການສະແດງອອກຕ່າງໆທັງໝົດທີ່ປາກົດອອກມາຈາກພວກເຂົາລ້ວນແຕ່ກ່ຽວຂ້ອງກັບແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາ, ສິ່ງນີ້ເປັນຄວາມຈິງຢ່າງແທ້ຈິງ.
ຊ. ການປະຕິເສດ, ການປະນາມ, ການຕັດສິນ ແລະ ການໝິ່ນປະໝາດ
ຕໍ່ໄປ, ໃຫ້ພວກເຮົາໂອ້ລົມກັນກ່ຽວກັບຄຳວ່າ ການປະຕິເສດ, ການກ່າວໂທດ, ການຕັດສິນ ແລະ ການໝິ່ນປະໝາດ. ຍ້ອນເຕັມໄປດ້ວຍຄວາມສົງໄສກ່ຽວກັບພຣະເຈົ້າ, ພວກຕໍ່ຕ້ານພຣະຄຣິສຈຶ່ງບໍ່ສະແດງຄວາມສົນໃຈຕໍ່ຄວາມຈິງໃດໆທີ່ພຣະເຈົ້າສະແດງອອກ. ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມເບື່ອໜ່າຍ ແລະ ຄວາມກຽດຊັງ ແລະ ພວກເຂົາບໍ່ເຄີຍຍອມຮັບວ່າພຣະຄຣິສແມ່ນຄວາມຈິງ, ແຮງໄກທີ່ຈະສະແດງການອ່ອນນ້ອມໃດໆ. ຍ້ອນພວກເຂົາມັກຈະສົງໄສ ແລະ ລະແວງພຣະເຈົ້າໃນໃຈຂອງພວກເຂົາຢູ່ສະເໝີ, ເຊິ່ງມັກຈະສ້າງແນວຄິດ ແລະ ຄວາມຄິດຫຼາຍຢ່າງກ່ຽວກັບການກະທຳຂອງພຣະເຈົ້າ, ພວກເຂົາຈຶ່ງປະເມີນຢ່າງຕໍ່ເນື່ອງ ແລະ ໂດຍບໍ່ຕັ້ງໃຈ ໂດຍຄິດວ່າ, “ພຣະເຈົ້າມີຈິງແທ້ບໍ? ສິ່ງທີ່ລາວເວົ້າໝາຍຄວາມວ່າແນວໃດ? ຖ້າປະເມີນຈາກມຸມມອງຂອງຄວາມຮູ້ ແລະ ຫຼັກຄຳສອນ, ຄວນເຂົ້າໃຈຄຳເວົ້າເຫຼົ່ານີ້ແນວໃດ? ພຣະເຈົ້າໝາຍຄວາມວ່າແນວໃດທີ່ເວົ້າສິ່ງເຫຼົ່ານີ້? ລາວໝາຍຄວາມວ່າແນວໃດທີ່ໃຊ້ຄຳສັບນີ້? ລາວກຳລັງເວົ້າກັບໃຜ?” ພວກເຂົາຄົ້ນຄວ້າແລ້ວຄົ້ນຄວ້າອີກ ແລະ ຫຼັງຈາກການສືບສວນແບບນັ້ນເປັນເວລາຫຼາຍປີ, ພວກເຂົາກໍຍັງບໍ່ສາມາດເຫັນຄວາມຈິງທີ່ສຳຄັນທີ່ສຸດໃນພຣະທຳທີ່ພຣະເຈົ້າສະແດງອອກ ແລະ ວຽກງານທີ່ພຣະອົງເຮັດ ນັ້ນກໍຄື ພຣະເຈົ້າແມ່ນຄວາມຈິງ, ຊີວິດ ແລະ ເສັ້ນທາງ, ພວກເຂົາບໍ່ສາມາດເຂົ້າໃຈ ຫຼື ເບິ່ງເຫັນສິ່ງນີ້ໄດ້. ເມື່ອຜູ້ຄົນເວົ້າວ່າພຣະທຳທັງໝົດຂອງພຣະເຈົ້າແມ່ນຄວາມຈິງ, ຜູ້ຕໍ່ຕ້ານພຣະຄຣິສກໍໄຕ່ຕອງ ແລະ ຄິດວ່າ, “ຄຳເວົ້າທັງໝົດຂອງລາວແມ່ນຄວາມຈິງບໍ? ນັ້ນບໍ່ແມ່ນພຽງແຕ່ຄຳເວົ້າທຳມະດາບາງຄຳເທົ່ານັ້ນບໍ? ເປັນພຽງຄຳເວົ້າທົ່ວໄປບາງຄຳບໍ? ບໍ່ມີຫຍັງເລິກເຊິ່ງເລີຍ”. ເມື່ອເບິ່ງວຽກງານຂອງພຣະເຈົ້າ, ພວກເຂົາຄິດວ່າ, “ຂ້ອຍບໍ່ເຫັນກິ່ນອາຍຂອງພຣະເຈົ້າຈາກສິ່ງທີ່ລາວເຮັດໃນຄຣິສຕະຈັກ ຫຼື ທ່າມກາງຜູ້ຄົນທີ່ລາວເລືອກ. ພວກເຂົາເວົ້າວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແຕ່ຂ້ອຍບໍ່ສາມາດເບິ່ງເຫັນມັນໄດ້. ບໍ່ວ່າຂ້ອຍຈະເບິ່ງຜ່ານແວ່ນຂະຫຍາຍ ຫຼື ກ້ອງດາລາສາດກໍຕາມ, ຂ້ອຍກໍບໍ່ສາມາດເຫັນຮູບຮ່າງຂອງພຣະເຈົ້າໄດ້ ແລະ ບໍ່ວ່າຂ້ອຍຈະເບິ່ງແນວໃດ, ຂ້ອຍກໍບໍ່ສາມາດຄົ້ນພົບການກະທຳຂອງລາວໄດ້. ສະນັ້ນ, ໃນປັດຈຸບັນ ຂ້ອຍຈຶ່ງບໍ່ສາມາດຢືນຢັນໄດ້ 100% ວ່າພຣະເຈົ້າມີຢູ່ຈິງແທ້ ຫຼື ບໍ່. ແຕ່ຖ້າຂ້ອຍເວົ້າວ່າພຣະເຈົ້າບໍ່ມີຈິງ, ຂ້ອຍກໍເຄີຍໄດ້ຍິນກ່ຽວກັບການມີຢູ່ຂອງສິ່ງທີ່ແປກປະຫຼາດ ແລະ ສິ່ງລີ້ລັບບາງຢ່າງໃນໂລກ; ສະນັ້ນ ໃນກໍລະນີນັ້ນ, ພຣະເຈົ້າກໍຄວນຈະມີຢູ່ຈິງ. ແຕ່ແທ້ຈິງແລ້ວພຣະເຈົ້າມີຮູບຮ່າງໜ້າຕາເປັນແນວໃດ? ພຣະເຈົ້າກະທຳການແນວໃດ? ຂ້ອຍບໍ່ຮູ້. ວິທີທີ່ງ່າຍທີ່ສຸດກໍຄືການເບິ່ງວ່າພຣະເຈົ້າເຮັດຫຍັງ ແລະ ເວົ້າຫຍັງກັບຜູ້ທີ່ຕິດຕາມລາວ”. ຜ່ານການສັງເກດ, ພວກເຂົາເຫັນວ່າເຮືອນຂອງພຣະເຈົ້າມັກຈະລິຮານຜູ້ຄົນ, ມັກຈະເລື່ອນຕຳແໜ່ງ ແລະ ປົດຜູ້ຄົນອອກ ແລະ ມັກຈະມີສ່ວນຮ່ວມໃນການໂອ້ລົມ, ການສົນທະນາ, ການແລກປ່ຽນ ແລະ ອື່ນໆກັບຜູ້ຄົນກ່ຽວກັບໜ້າທີ່ຕ່າງໆ ແລະ ກ່ຽວກັບວຽກງານທີ່ກ່ຽວຂ້ອງກັບວິຊາຊີບຕ່າງໆ. ພວກເຂົາຄິດວ່າ, “ສິ່ງເຫຼົ່ານີ້ບໍ່ແມ່ນທຸກສິ່ງທີ່ມະນຸດເຮັດບໍ? ບໍ່ມີສິ່ງໃດໃນພວກມັນທີ່ເໜືອທຳມະຊາດ; ພວກມັນລ້ວນແຕ່ປົກກະຕິຫຼາຍ ແລະ ຂ້ອຍບໍ່ສາມາດເບິ່ງເຫັນ ຫຼື ຮູ້ສຶກໄດ້ວ່າພຣະວິນຍານຂອງພຣະເຈົ້າກຳລັງເຮັດວຽກແນວໃດ. ຖ້າຂ້ອຍບໍ່ສາມາດຮູ້ສຶກໄດ້, ຈະບໍ່ສາມາດເວົ້າໄດ້ບໍວ່າວຽກງານຂອງພຣະວິນຍານບໍລິສຸດບໍ່ມີຢູ່ຈິງ? ມັນບໍ່ແມ່ນທຸກສິ່ງທີ່ຈິນຕະນາການຂຶ້ນໃນຈິດສຳນຶກຂອງຜູ້ຄົນ ແລະ ໃນຈິດໃຈຂອງພວກເຂົາບໍ? ຖ້າວຽກງານຂອງພຣະວິນຍານບໍລິສຸດບໍ່ມີຢູ່ຈິງ, ແລ້ວພຣະວິນຍານຂອງພຣະເຈົ້າມີຢູ່ຈິງແທ້ບໍ? ເບິ່ງຄືວ່າສິ່ງນັ້ນກໍເປັນຕາໜ້າສົງໄສເຊັ່ນກັນ. ຖ້າພຣະວິນຍານຂອງພຣະເຈົ້າບໍ່ມີຢູ່ຈິງ, ແລ້ວພຣະເຈົ້າມີຈິງແທ້ບໍ? ມັນກໍເວົ້າໄດ້ຍາກ”. ຫຼັງຈາກມີປະສົບການຫ້າປີ, ພວກເຂົາກໍບໍ່ສາມາດຢືນຢັນໄດ້ ແລະ ຫຼັງຈາກມີປະສົບການສິບ ຫຼື ເຖິງຂັ້ນສິບຫ້າປີ, ພວກເຂົາກໍຍັງຢືນຢັນບໍ່ໄດ້. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາໄດ້ຖືກເປີດເຜີຍແລ້ວ, ພວກເຂົາແມ່ນຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອເຫຼົ່ານີ້ຢູ່ໄປວັນໆໃນເຮືອນຂອງພຣະເຈົ້າແບບນີ້, ພຽງແຕ່ເຮັດຕາມກະແສ. ຖ້າຄົນອື່ນກຳລັງເທດສະໜາພຣະກິດຕິຄຸນ, ພວກເຂົາກໍເຮັດຄືກັນ; ຖ້າຄົນອື່ນກຳລັງປະຕິບັດໜ້າທີ່ຂອງຕົນຢູ່, ພວກເຂົາກໍເຮັດເຊັ່ນກັນ. ຖ້າພວກເຂົາພົບກັບໂອກາດສຳລັບການຖືກເລື່ອນຕຳແໜ່ງ, ພວກເຂົາຄິດວ່າພວກເຂົາສາມາດ “ດຳລົງຕຳແໜ່ງ” ໃນເຮືອນຂອງພຣະເຈົ້າໄດ້ ແລະ ເພື່ອເຫັນແກ່ສະຖານະ, ພວກເຂົາກໍສາມາດທຸ່ມເທຄວາມພະຍາຍາມບາງຢ່າງໄດ້. ໃນເວລາດຽວກັນ, ພວກເຂົາຍັງສາມາດກະທຳຜິດຢ່າງປະໝາດໄດ້ອີກດ້ວຍ, ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ; ຖ້າພວກເຂົາເປັນສະມາຊິກຄຣິສຕະຈັກທຳມະດາທີ່ບໍ່ມີສະຖານະໃດໆ, ພວກເຂົາກໍສາມາດຊອກຫາວິທີທີ່ຈະຫຼົບຫຼີກ, ໂດຍເຮັດວຽກບາງຢ່າງເພື່ອສ້າງພາບພົດ. ນີ້ຄືຄວາມໝາຍຂອງການຢູ່ໄປວັນໆ. ເປັນຫຍັງເຮົາຈຶ່ງເວົ້າວ່າ “ຢູ່ໄປວັນໆ”? ໃນໃຈຂອງພວກເຂົາ, ພວກເຂົາມີຄວາມສົງໄສ ແລະ ການປະຕິເສດຕໍ່ພຣະເຈົ້າ, ໂດຍຮັກສາທັດສະນະຄະຕິແຫ່ງການປະຕິເສດຕໍ່ການມີຢູ່ ແລະ ແກ່ນແທ້ຂອງພຣະເຈົ້າ, ເຊິ່ງນຳໄປສູ່ການທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຢ່າງຝືນໃຈໃນເຮືອນຂອງພຣະເຈົ້າ. ພວກເຂົາບໍ່ເຂົ້າໃຈ ແລະ ມັກຈະຄິດກັບຕົນເອງຢູ່ສະເໝີວ່າ, “ການປະຕິບັດໜ້າທີ່ຂອງຂ້ອຍ ແລະ ການຕິດຕາມພຣະເຈົ້າດ້ວຍວິທີນີ້ມີປະໂຫຍດຫຍັງ? ຂ້ອຍບໍ່ໄດ້ຫາເງິນຈາກການເຮັດວຽກ ຫຼື ດຳລົງຊີວິດແບບປົກກະຕິ. ຊາວໜຸ່ມບາງຄົນເຖິງກັບອຸທິດທັງຊີວິດຂອງພວກເຂົາເພື່ອເສຍສະລະຕົນເອງສຳລັບພຣະເຈົ້າ, ແຕ່ພວກເຂົາຈະໄດ້ຮັບຫຍັງ? ສະນັ້ນ, ຂ້ອຍຈະສັງເກດເບິ່ງກ່ອນ. ຖ້າຂ້ອຍສາມາດເຂົ້າໃຈເຖິງແກ່ນແທ້ຂອງສິ່ງຕ່າງໆໄດ້ຢ່າງແທ້ຈິງ ແລະ ເຫັນຄວາມຫວັງໃນການໄດ້ຮັບພອນ, ມັນກໍຈະບໍ່ສູນເປົ່າທີ່ຈະທຸ່ມເທຄວາມພະຍາຍາມ ແລະ ເສຍສະລະຕົນເອງ. ຖ້າຂ້ອຍບໍ່ສາມາດໄດ້ຮັບຄຳເວົ້າທີ່ຖືກຕ້ອງຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງແກ່ນແທ້ຂອງສິ່ງຕ່າງໆ, ແລ້ວມັນກໍບໍ່ເສຍຫາຍຫຍັງທີ່ຈະຢູ່ໄປວັນໆ. ເຖິງຢ່າງໃດກໍຕາມ, ຂ້ອຍກໍຈະບໍ່ອິດເມື່ອຍ ແລະ ຂ້ອຍກໍຈະບໍ່ໄດ້ໃຫ້ຫຼາຍເກີນໄປ”. ນີ້ບໍ່ແມ່ນພຽງແຕ່ການຢູ່ໄປວັນໆບໍ? ພວກເຂົາບໍ່ຈິງໃຈໃນສິ່ງໃດກໍຕາມທີ່ພວກເຂົາເຮັດ, ພວກເຂົາບໍ່ສາມາດຮັກສາ ຫຼື ເຮັດສິ່ງໃດໃຫ້ດີເລີດໄດ້ ແລະ ພວກເຂົາບໍ່ສາມາດຈ່າຍລາຄາໄດ້ຢ່າງແທ້ຈິງ. ນີ້ຄືຄວາມໝາຍຂອງການຢູ່ໄປວັນໆ. ເຖິງແມ່ນວ່າພວກເຂົາກຳລັງຢູ່ໄປວັນໆກໍຕາມ, ຄວາມຄິດຂອງພວກເຂົາກໍບໍ່ໄດ້ຫວ່າງເປົ່າ, ພວກເຂົາຫຍຸ້ງຫຼາຍ. ພວກເຂົາເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຄວາມຄິດກ່ຽວກັບຫຼາຍສິ່ງທີ່ພຣະເຈົ້າຊົງກະທຳ ແລະ ສຳລັບຫຼາຍສິ່ງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາເອງ, ພວກເຂົາກໍປະເມີນສິ່ງເຫຼົ່ານັ້ນໃນໃຈຂອງພວກເຂົາ ໂດຍໃຊ້ຄວາມຮູ້, ກົດໝາຍ, ສິນທຳທາງສັງຄົມ, ວັດທະນະທຳດັ້ງເດີມ ແລະ ອື່ນໆ. ເຖິງວ່າຈະມີການປະເມີນທັງໝົດຂອງພວກເຂົາກໍຕາມ, ພວກເຂົາບໍ່ພຽງແຕ່ລົ້ມເຫຼວທີ່ຈະເຫັນຄວາມຈິງຜ່ານການປະເມີນ ຫຼື ຊອກຫາຫຼັກການຂອງການປະຕິບັດຄວາມຈິງເທົ່ານັ້ນ, ແຕ່ກົງກັນຂ້າມ, ໃນທີ່ສຸດ ພວກເຂົາກັບສ້າງການປະນາມ, ການຕັດສິນ ແລະ ແມ່ນແຕ່ການໝິ່ນປະໝາດທຸກປະເພດຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ. ພວກຕໍ່ຕ້ານພຣະຄຣິສຕັດສິນຫຍັງກ່ອນ? ພວກເຂົາເວົ້າວ່າ, “ວຽກງານຂອງເຮືອນຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ຖືກຕັດສິນໂດຍຜູ້ຄົນທັງໝົດ; ມັນຖືກເຮັດໂດຍມະນຸດທັງໝົດ. ຂ້ອຍບໍ່ສາມາດເຫັນພຣະເຈົ້າເຮັດວຽກ ຫຼື ພຣະວິນຍານບໍລິສຸດນຳພາ ແລະ ຊີ້ນຳໃດໆເລີຍ”. ນີ້ບໍ່ແມ່ນຄຳເວົ້າຂອງຜູ້ບໍ່ເຊື່ອບໍ? ການອ້າງວ່າທຸກສິ່ງຖືກເຮັດໂດຍຜູ້ຄົນນັ້ນເປີດເຜີຍໃຫ້ເຫັນບັນຫາຫຼາຍຢ່າງ. ຕົວຢ່າງ: ຖ້າເຮືອນຂອງພຣະເຈົ້າເລືອກຕັ້ງ ແລະ ບົ່ມເພາະຄົນທີ່ບໍ່ຖືກໃຈພວກເຂົາ, ຫົວໃຈຂອງພວກເຂົາກໍຈະບໍ່ຍອມ. ພວກຕໍ່ຕ້ານພຣະຄຣິສສາມາດອ່ອນນ້ອມໄດ້ຢ່າງແທ້ຈິງບໍ? (ບໍ່, ພວກເຂົາບໍ່ສາມາດອ່ອນນ້ອມໄດ້.) ສະນັ້ນ, ພວກເຂົາຈະເຮັດຫຍັງ? ພວກເຂົາຈະພະຍາຍາມມ້າງເພມັນ. ຖ້າການມ້າງເພມັນລົ້ມເຫຼວ ແລະ ບໍ່ມີອ້າຍເອື້ອຍນ້ອງຄົນໃດຟັງພວກເຂົາ ຫຼື ສະໜັບສະໜູນພວກເຂົາ, ພວກເຂົາກໍຈະເລີ່ມກ່າວໂທດມັນ ໂດຍເວົ້າວ່າ, “ເຮືອນຂອງພຣະເຈົ້າບໍ່ຍຸຕິທຳ ແລະ ຂາດຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ມີມ້າຝີຕີນດີຫຼາຍໂຕໃນໂລກ ແຕ່ບໍ່ມີໃຜທີ່ສາມາດຮັບຮູ້ພວກມັນໄດ້”. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນບົ່ງບອກວ່າພວກເຂົາແມ່ນມ້າຝີຕີນດີ, ແຕ່ໜ້າເສຍດາຍທີ່ເຮືອນຂອງພຣະເຈົ້າຂາດຄົນທີ່ສາມາດຮັບຮູ້ພວກເຂົາໄດ້. ຫຼັງຈາກທີ່ເຮືອນຂອງພຣະເຈົ້າ ປະນາມເລື່ອງນີ້ ເຊິ່ງບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາແລ້ວ, ພວກເຂົາກໍຈະເລີ່ມເຜີຍແຜ່ສິ່ງຕ່າງໆເຊັ່ນ: ຂ່າວລືທີ່ບໍ່ມີມູນຄວາມຈິງ, ຄວາມຄິດຫຼົງຜິດ ແລະ ຄວາມເປັນລົບ. ແນ່ນອນວ່າ ຄຳເວົ້າທັງໝົດຂອງພວກເຂົາຈະເປັນຄຳທີ່ບໍ່ໜ້າຟັງ. ບາງຄົນອາດຈະເຖິງກັບເວົ້າວ່າ, “ຄົນເຫຼົ່ານີ້ມີການສຶກສາ, ໜ້າຕາດີ, ແຕ່ງຕົວດີ ແລະ ມາຈາກໃນເມືອງ; ພວກເຮົາເປັນຄົນຊົນນະບົດ, ພວກເຮົາມີພອນສະຫວັນບາງຢ່າງ ແຕ່ພວກເຮົາບໍ່ສາມາດສະແດງອອກ ຫຼື ສື່ສານກັບເບື້ອງເທິງໄດ້, ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຮົາທີ່ຈະຖືກເລື່ອນຕຳແໜ່ງ. ຜູ້ທີ່ຖືກເລື່ອນຕຳແໜ່ງໃນເຮືອນຂອງພຣະເຈົ້າແມ່ນລ້ວນແຕ່ເປັນຄົນເວົ້າເກັ່ງ, ປະຈົບປະແຈງເກັ່ງ ແລະ ມີກົນລະຍຸດ. ໃນທາງກັບກັນ ຂ້ອຍບໍ່ແມ່ນຄົນເວົ້າເກັ່ງ ຫຼື ມີວາທະສິນ ແລະ ການມີພຽງແຕ່ພອນສະຫວັນພາຍໃນກໍໄຮ້ປະໂຫຍດ. ສະນັ້ນ, ໃນເຮືອນຂອງພຣະເຈົ້າ, ຄຳເວົ້າທີ່ວ່າ ‘ມີມ້າຝີຕີນດີຫຼາຍໂຕ ແຕ່ມີໜ້ອຍຄົນທີ່ສາມາດຮັບຮູ້ພວກມັນໄດ້’ ກໍນຳໃຊ້ໄດ້ຄືກັນກັບໃນໂລກ”. ຄຳເວົ້ານີ້ໝາຍຄວາມວ່າແນວໃດ? ມັນບໍ່ແມ່ນການຕັດສິນບໍ? ພວກເຂົາຕັດສິນວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຜີຍແຜ່ການຕັດສິນຂອງພວກເຂົາລັບຫຼັງ. ໃນວິທີການທີ່ພວກເຂົາມີຕໍ່ພຣະເຈົ້າ, ວຽກງານຂອງພຣະອົງ, ການສະແດງອອກຂອງພຣະອົງ, ພຣະທຳຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ວິທີການເຮັດວຽກຕ່າງໆຂອງພຣະອົງ, ພວກຕໍ່ຕ້ານພຣະຄຣິສໃຊ້ຄວາມຮູ້ ແລະ ປັດຊະຍາເພື່ອປະເມີນ, ຄົ້ນຄວ້າ ແລະ ຫາເຫດຜົນກ່ຽວກັບສິ່ງເຫຼົ່ານັ້ນ. ໃນທີ່ສຸດ, ພວກເຂົາກໍໄດ້ຂໍ້ສະຫຼຸບທີ່ຜິດພາດ. ສະນັ້ນ, ພວກເຂົາຈຶ່ງບໍ່ເຄີຍຍອມຮັບ, ເຂົ້າໃຈ ຫຼື ໄຕ່ຕອງພຣະທຳໃດໆທີ່ພຣະເຈົ້າກ່າວໄວ້ຢ່າງຈິງຈັງໃນໃຈຂອງພວກເຂົາເລີຍ. ແຕ່ກົງກັນຂ້າມ, ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນພຽງທິດສະດີປະເພດໜຶ່ງ ຫຼື ເປັນຄຳເວົ້າທີ່ຟັງເບິ່ງດີປະເພດໜຶ່ງ. ເມື່ອມີເລື່ອງຕ່າງໆເກີດຂຶ້ນ, ພວກເຂົາບໍ່ໄດ້ເອົາພຣະທຳຂອງພຣະເຈົ້າເປັນພື້ນຖານ ແລະ ຫຼັກການສຳລັບວິທີທີ່ພວກເຂົາເບິ່ງ, ກຳນົດ ແລະ ຊັ່ງຊາແຕ່ລະເລື່ອງ. ແຕ່ພວກເຂົາກັບໃຊ້ມຸມມອງຂອງມະນຸດ ແລະ ປັດຊະຍາ ແລະ ທິດສະດີຂອງຊາຕານເພື່ອຕັດສິນເລື່ອງເຫຼົ່ານີ້. ຂໍ້ສະຫຼຸບທີ່ພວກເຂົາໄດ້ຮັບກໍຄື ບໍ່ມີສິ່ງໃດທີ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາເອງ ແລະ ທຸກພຣະທຳທີ່ພຣະເຈົ້າສະແດງອອກ ແລະ ທຸກການກະທຳທີ່ພຣະອົງເຮັດລ້ວນແຕ່ບໍ່ຖືກໃຈພວກເຂົາ. ໃນທີ່ສຸດ, ຈາກມຸມມອງຂອງພວກຕໍ່ຕ້ານພຣະຄຣິສ, ທຸກສິ່ງທີ່ພຣະເຈົ້າເຮັດລ້ວນແຕ່ຖືກກ່າວໂທດ.
ພວກຕໍ່ຕ້ານພຣະຄຣິສບາງຄົນປາຖະໜາທີ່ຈະກຳອຳນາດໃນເຮືອນຂອງພຣະເຈົ້າຢູ່ສະເໝີ, ແຕ່ພວກເຂົາຂາດຂີດຄວາມສາມາດ ແລະ ທັກສະພິເສດ, ສະນັ້ນ ພວກເຂົາຈຶ່ງຫຼີກລ່ຽງບໍ່ໄດ້ທີ່ຈະລົງເອີຍດ້ວຍການເຮັດວຽກເລັກໆນ້ອຍໆບາງຢ່າງໃນເຮືອນຂອງພຣະເຈົ້າເຊັ່ນ: ການທຳຄວາມສະອາດ, ການແຈກຢາຍສິ່ງຂອງ ແລະ ວຽກງານປະຈຳວັນທີ່ງ່າຍດາຍອື່ນໆ. ສະຫຼຸບແລ້ວ, ຄົນປະເພດນີ້ບໍ່ສາມາດກາຍເປັນຜູ້ນຳຄຣິສຕະຈັກ, ຜູ້ເທດສະໜາ ຫຼື ສິ່ງອື່ນໆທີ່ຄ້າຍຄືກັນໄດ້ຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ພໍໃຈກັບການເປັນຜູ້ຕິດຕາມທຳມະດາ ຫຼື ກັບການເຮັດສິ່ງທີ່ພວກເຂົາຖືວ່າເປັນວຽກງານທີ່ທຳມະດາ, ເພາະວ່າພວກເຂົາເຕັມໄປດ້ວຍຄວາມທະເຍີທະຍານ. ການເຕັມໄປດ້ວຍຄວາມທະເຍີທະຍານສະແດງອອກແນວໃດ? ພວກເຂົາຕ້ອງການສອບຖາມ, ຖາມກ່ຽວກັບ, ຢາກຮູ້ເລື່ອງ ແລະ ໂດຍສະເພາະແມ່ນແຊກແຊງໃນທຸກເລື່ອງທັງໃຫຍ່ ຫຼື ນ້ອຍໃນເຮືອນຂອງພຣະເຈົ້າ. ຖ້າມີວຽກງານບາງຢ່າງທີ່ຕ້ອງການແຮງງານຂອງພວກເຂົາ, ພວກເຂົາກໍມັກຈະສອບຖາມຢູ່ສະເໝີວ່າ, “ການພິມໜັງສືສຳລັບເຮືອນຂອງພຣະເຈົ້າຂອງພວກເຮົາເປັນແນວໃດແລ້ວ? ການຄັດເລືອກຜູ້ກຳກັບຮູບເງົາຂອງຄຣິສຕະຈັກພວກເຮົາເປັນແນວໃດ? ໃຜເປັນຜູ້ກຳກັບຄົນປັດຈຸບັນ? ໃຜເປັນຄົນຂຽນບົດ? ໃຜເປັນຜູ້ນຳເຂດຢູ່ບ່ອນນີ້ ແລະ ພວກເຂົາເປັນຄົນແນວໃດ?” ພວກເຂົາໝາຍຄວາມວ່າແນວໃດທີ່ຖາມກ່ຽວກັບສິ່ງເຫຼົ່ານີ້? ພວກເຂົາຄວນສອບຖາມ ຫຼື ເຂົ້າໄປກ່ຽວຂ້ອງກັບເລື່ອງເຫຼົ່ານີ້ບໍ? (ບໍ່, ພວກເຂົາບໍ່ຄວນ.) ສິ່ງເຫຼົ່ານີ້ລ້ວນແຕ່ເປັນວຽກງານທົ່ວໄປທີ່ບໍ່ກ່ຽວຂ້ອງກັບຄວາມຈິງ. ເປັນຫຍັງ “ຄົນທີ່ມີເຈດຕະນາດີ” ເຫຼົ່ານີ້ຈຶ່ງມັກຖາມໄປທົ່ວຢູ່ສະເໝີ? ມັນມາຈາກຄວາມເປັນຫ່ວງຢ່າງຈິງໃຈ ຫຼື ພວກເຂົາພຽງແຕ່ບໍ່ມີຫຍັງດີກວ່າໃຫ້ເຮັດ? ບໍ່ແມ່ນທັງສອງຢ່າງ, ມັນເປັນຍ້ອນວ່າພວກເຂົາມີຄວາມທະເຍີທະຍານ ແລະ ຕ້ອງການໄຕ່ເຕົ້າຂຶ້ນສູ່ຕຳແໜ່ງທີ່ສູງຂຶ້ນ ແລະ ຍຶດອຳນາດ. ພວກເຂົາສາມາດຮັບຮູ້ໄດ້ບໍວ່າ ນີ້ຄືຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະຍຶດອຳນາດ? ບໍ່, ພວກເຂົາບໍ່ສາມາດຮັບຮູ້ໄດ້; ພວກເຂົາຂາດຄວາມສຳນຶກນັ້ນ. ຍ້ອນຄວາມເປັນມະນຸດທີ່ໜ້າລັງກຽດ ແລະ ຄວາມສາມາດທີ່ຕໍ່າຕ້ອຍຂອງພວກເຂົາ, ພວກເຂົາຈຶ່ງບໍ່ສາມາດເຮັດສິ່ງໃດໃຫ້ສຳເລັດ ຫຼື ປະຕິບັດແມ່ນແຕ່ໜ້າທີ່ທີ່ງ່າຍດາຍທີ່ສຸດໃຫ້ດີໄດ້. ຕະຫຼອດການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາປະພຶດຕົວບໍ່ດີຢ່າງສະໝໍ່າສະເໝີ, ກຽດຄ້ານ, ມັກຄວາມສະບາຍ ແລະ ເຖິງກັບຖາມໄປທົ່ວກ່ຽວກັບເລື່ອງຕ່າງໆ. ໃນທີ່ສຸດ, ພວກເຂົາກໍຖືກຄັດອອກຍ້ອນການສະແດງອອກເຫຼົ່ານີ້. ມັນຖືກຕ້ອງບໍທີ່ເຮືອນຂອງພຣະເຈົ້າຄັດພວກເຂົາອອກ? (ຖືກຕ້ອງ.) ພວກເຂົາຖືກຄັດອອກຍ້ອນວ່າພວກເຂົາເປັນຫ່ວງ ແລະ ຢາກຮູ້ຢາກເຫັນຫຼາຍເກີນໄປບໍ? (ບໍ່.) ມັນເປັນຍ້ອນວ່າພວກເຂົາບໍ່ໄດ້ໃສ່ໃຈກັບເລື່ອງທີ່ເໝາະສົມ ແລະ ຕ້ອງການເກາະກິນໃນເຮືອນຂອງພຣະເຈົ້າຢູ່ຕະຫຼອດເວລາ ພວກເຂົາຈຶ່ງຖືກສົ່ງຕົວໄປ ແລະ ບໍ່ຖືກອະນຸຍາດໃຫ້ຢູ່ໄປວັນໆ. ພວກເຂົາບໍ່ສາມາດເຮັດສິ່ງໃດໃຫ້ດີໄດ້, ສະນັ້ນ ການເກັບພວກເຂົາໄວ້ຈຶ່ງບໍ່ຄຸ້ມຄ່າກັບບັນຫາທີ່ຈະຕາມມາ, ພວກເຂົາບໍ່ແມ່ນຜູ້ບໍ່ເຊື່ອບໍ? ພວກເຂົາບໍ່ຄວນຖືກຄັດອອກບໍ? ເມື່ອຮອດເວລາທີ່ພວກເຂົາຈະຖືກຄັດອອກ, ພວກເຂົາກໍກາຍເປັນກັງວົນ ແລະ ຕອນນັ້ນເອງພວກເຂົາຈຶ່ງສະແຫວງຫາຫຼັກການຄວາມຈິງ ໂດຍຖາມວ່າ, “ຂ້ອຍຕ້ອງສະແຫວງຫາວ່າຫຼັກການທີ່ແທ້ຈິງສຳລັບເຮືອນຂອງພຣະເຈົ້າໃນການຄັດຜູ້ຄົນອອກ ແລະ ຂັບໄລ່ພວກເຂົາແມ່ນຫຍັງ: ຂ້ອຍຖືກຄັດອອກບົນພື້ນຖານຫຍັງ?” ເຈົ້າຄວນຕອບພວກເຂົາວ່າ: “ຄົນແບບເຈົ້າ, ທີ່ຮັກຄວາມສະບາຍ ແລະ ກຽດຊັງການເຮັດວຽກ, ກໍ່ໃຫ້ເກີດການລົບກວນ ແລະ ການທຳລາຍໃນທຸກສິ່ງທີ່ພວກເຂົາເຮັດ, ແມ່ນເໝາະສົມກັບຫຼັກການສຳລັບການຄັດອອກຢ່າງສິ້ນເຊີງ”. ມັນບໍ່ເບິ່ງຄືວ່າເປັນຕາໜ້າຫົວຂວັນຫຼາຍບໍ ທີ່ພວກເຂົາສະແຫວງຫາຫຼັກການໃນການຄັດຜູ້ຄົນອອກ ຫຼັງຈາກທີ່ເຮັດສິ່ງທີ່ບໍ່ດີຫຼາຍຢ່າງ ໂດຍບໍ່ເຂົ້າໃຈວ່າພວກເຂົາເປັນຄົນປະເພດໃດ? (ແມ່ນແລ້ວ, ມັນເປັນຕາໜ້າຫົວຂວັນ.) ຄົນບາງຄົນແບບນີ້ໄດ້ຖືກຄັດອອກແລ້ວ, ໃນຂະນະທີ່ຄົນອື່ນໆໄດ້ຖືກສົ່ງໄປຍັງຄຣິສຕະຈັກທຳມະດາ. ພວກເຂົາບໍ່ເໝາະສົມສຳລັບການປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ ແລະ ຂາດເງື່ອນໄຂໃນການປະຕິບັດໜ້າທີ່ຂອງພວກເຂົາ. ບຸກຄົນປະເພດນີ້ສາມາດຮັບຮູ້ໄດ້ບໍວ່າ ສິ່ງທີ່ພຣະເຈົ້າໄດ້ເຮັດນັ້ນສອດຄ່ອງກັບຄວາມຈິງ? ເຮົາກ້າເວົ້າໄດ້ເລີຍວ່າ ພວກຕໍ່ຕ້ານພຣະຄຣິສຈະບໍ່ມີວັນຮັບຮູ້ມັນໄດ້, ເພາະວ່າພວກເຂົາແມ່ນຜູ້ບໍ່ເຊື່ອ ແລະ ພວກເຂົາກ່າວໂທດ ແລະ ຕັດສິນສິ່ງທີ່ເປັນບວກໃດໆກໍຕາມທີ່ສອດຄ່ອງກັບຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ກະຕືລືລົ້ນທີ່ຈະຖາມໄປທົ່ວຢູ່ສະເໝີ, ເຕັມໄປດ້ວຍຄວາມທະເຍີທະຍານ ແລະ ສະແຫວງຫາທີ່ຈະໄຕ່ເຕົ້າໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ, ໃນຂະນະທີ່ຂາດຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຕໍ່ການປະຕິບັດໜ້າທີ່ຂອງຕົນເອງ, ໄດ້ນັ່ງລົງກັບພື້ນ ແລະ ຮ້ອງໄຫ້ສຽງດັງ ເມື່ອພວກເຂົາຖືກສົ່ງຕົວໄປ. ພວກເຂົາເວົ້າວ່າ, “ບໍ່ມີໃຜເຂົ້າໃຈຫົວໃຈທີ່ມີເຈດຕະນາດີ, ຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຂອງຂ້ອຍເລີຍ. ເປັນຫຍັງຂ້ອຍຈຶ່ງຖືກສົ່ງຕົວໄປ? ຂ້ອຍຖືກປະຕິບັດຢ່າງບໍ່ເປັນທຳ ແລະ ຂ້ອຍກໍບໍ່ຍອມ! ບໍ່ມີໃຜເປັນຫ່ວງພຣະເຈົ້າຂະໜາດນີ້ ແລະ ບໍ່ມີໃຜຈົງຮັກພັກດີໃນເຮືອນຂອງພະຂະໜາດນີ້. ຄວາມກະຕືລືລົ້ນອັນຍິ່ງໃຫຍ່ ແລະ ເຈດຕະນາດີອັນຍິ່ງໃຫຍ່ຂອງຂ້ອຍຖືກເບິ່ງວ່າເປັນເຈດຕະນາຮ້າຍ, ພຣະເຈົ້າຊ່າງບໍ່ຍຸຕິທຳເລີຍ!” ນີ້ບໍ່ແມ່ນການຮ້ອງຂໍຄວາມເປັນທຳບໍ? ຄຳເວົ້າໃດໜຶ່ງຂອງພວກເຂົາເປັນສິ່ງທີ່ຜູ້ຄົນຄວນເວົ້າບໍ? ມີຄຳໃດແດ່ທີ່ສອດຄ່ອງກັບຂໍ້ເທັດຈິງທີ່ແທ້ຈິງ? (ບໍ່ມີ.) ພວກມັນລ້ວນແຕ່ເປັນຄຳເວົ້າທີ່ບໍ່ມີເຫດຜົນ, ໄຮ້ສາລະ, ເປັນຄຳເວົ້າຂອງຜູ້ບໍ່ເຊື່ອ, ເຕັມໄປດ້ວຍການຈົ່ມວ່າ, ຄວາມຄັບແຄ້ນໃຈ ແລະ ການກ່າວໂທດ. ນີ້ຄືການທີ່ພວກເຂົາຖືກເປີດເຜີຍ. ຖ້າພວກເຂົາບໍ່ຖືກສົ່ງຕົວໄປ, ພວກເຂົາກໍຈະສືບຕໍ່ເສແສ້ງ ແລະ ປາຖະໜາທີ່ຈະເປັນນາຍຂອງເຮືອນຂອງພຣະເຈົ້າ. ນາຍຈະປະພຶດຕົວແບບນີ້ບໍ? ນາຍຈະອາລະວາດແບບນີ້ບໍ? ນາຍຈະຈັດການເຮືອນຂອງພຣະເຈົ້າແບບນີ້ບໍ? ພວກເຂົາຖືກຂໍໃຫ້ທຳຄວາມສະອາດ ແຕ່ພວກເຂົາກັບຍ່າງໄປຍ່າງມາທົ່ວທຸກບ່ອນ ແລະ ບໍ່ລົງມືເຮັດວຽກຫຍັງເລີຍ. ພວກເຂົາຖືກຂໍໃຫ້ເຮັດອາຫານ ແຕ່ພວກເຂົາກໍບໍ່ເຕັມໃຈທີ່ຈະເຮັດອາຫານສຳລັບຄົນພຽງສອງຄົນ. ພວກເຂົາຢ້ານອິດເມື່ອຍ ແລະ ຄິດວ່າມັນເປັນວຽກທີ່ຕໍ່າຕ້ອຍ, ແລ້ວພວກເຂົາຍັງສາມາດເຮັດຫຍັງໄດ້ອີກ? ພວກເຂົາສາມາດເຮັດຫຍັງໄດ້ແດ່ນອກຈາກການເປັນຜູ້ນຳ ແລະ ອອກຄຳສັ່ງ? ມັນບໍ່ສົມເຫດສົມຜົນບໍທີ່ເຮືອນຂອງພຣະເຈົ້າຄັດພວກເຂົາອອກ? (ສົມເຫດສົມຜົນ.) ມັນສົມເຫດສົມຜົນຢ່າງສິ້ນເຊີງ ແຕ່ພວກເຂົາກໍຍັງສືບຕໍ່ສາບແຊ່ງຢູ່ເບື້ອງຫຼັງ, ອາລະວາດ ແລະ ປະພຶດຕົວຄືກັບແມ່ຍິງທີ່ຮ້າຍກາດ. ຄົນເຫຼົ່ານີ້ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ນີ້ຄືການສະແດງອອກເຖິງອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອປະເຊີນກັບເລື່ອງທີ່ບໍ່ສອດຄ່ອງກັບຜົນປະໂຫຍດ ຫຼື ຄວາມມັກຂອງພວກເຂົາ, ເມື່ອປະເຊີນໜ້າກັບສິ່ງທີ່ບໍ່ຕອບສະໜອງຄວາມປາຖະໜາ ຫຼື ຄວາມຕ້ອງການຂອງພວກເຂົາ, ພວກເຂົາອ່ອນນ້ອມແມ່ນແຕ່ໜ້ອຍດຽວບໍ? ພວກເຂົາສາມາດສະແຫວງຫາຄວາມຈິງໄດ້ບໍ? ພວກເຂົາສາມາດສະຫງົບສະຕິອາລົມ, ສາລະພາບຄວາມບາບຂອງພວກເຂົາ ແລະ ກັບໃຈໄດ້ບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ປະຕິກິລິຍາທັນທີຂອງພວກເຂົາກໍຄືການລຸກຂຶ້ນ ແລະ ຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າ, ເຕັມໄປດ້ວຍຄຳເວົ້າແຫ່ງການກ່າວໂທດ, ການຕັດສິນ, ການໝິ່ນປະໝາດ ແລະ ການສາບແຊ່ງ. ພວກເຂົາຄິດວ່າ, “ຖ້າເຮືອນຂອງພຣະເຈົ້າບໍ່ຕ້ອງການຂ້ອຍກໍບໍ່ເປັນຫຍັງ. ເຈົ້າບໍ່ສະແດງຄວາມເມດຕາ, ສະນັ້ນ ຢ່າມາໂທດຂ້ອຍທີ່ໄຮ້ຄວາມປານີ. ມາລອງເບິ່ງກັນວ່າໃຜຈະໂຫດຮ້າຍກວ່າກັນ!” ນີ້ແມ່ນການສະແດງອອກເຖິງການສະແຫວງຫາຄວາມຈິງບໍ? ມັນແມ່ນການສະແດງອອກທີ່ສິ່ງທີ່ຖືກສ້າງທີ່ປົກກະຕິຄວນມີບໍ? (ບໍ່, ບໍ່ແມ່ນ.) ແລ້ວນີິ້ແມ່ນການສະແດງອອກປະເພດໃດ? ຜູ້ທີ່ເຊື່ອ ແລະ ຕິດຕາມພຣະເຈົ້າຢ່າງແທ້ຈິງຄວນປະຕິບັດຕໍ່ພຣະອົງແນວໃດ? ພວກເຂົາຕ້ອງອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ໂດຍບໍ່ມີເງື່ອນໄຂ. ມີພຽງແຕ່ສັດຕູຂອງພຣະເຈົ້າ ເຊິ່ງກໍຄືຊາຕານ ແລະ ມານຮ້າຍເທົ່ານັ້ນ ທີ່ຈະປະຕິເສດ, ກ່າວໂທດ, ຕັດສິນ, ໝິ່ນປະໝາດ ແລະ ສາບແຊ່ງພຣະເຈົ້າ, ຈົນເຖິງຂັ້ນຮ້ອງໂວຍວາຍ ແລະ ຕໍ່ຕ້ານພຣະອົງ. ເຖິງແມ່ນວ່າຕອນນີ້ເຈົ້າຈະບໍ່ສາມາດຍອມຮັບຂໍ້ເທັດຈິງນີ້ໄດ້ ແລະ ສາມາດຫາເຫດຜົນເປັນຮ້ອຍຂໍ້ເພື່ອອ້າງວ່າເຮືອນຂອງພຣະເຈົ້າປະຕິບັດຕໍ່ເຈົ້າຢ່າງບໍ່ຍຸຕິທຳກໍຕາມ, ຖ້າເຈົ້າມີຄວາມມີເຫດຜົນ, ຄວາມເປັນມະນຸດ ແລະ ແມ່ນແຕ່ຄວາມຢຳເກງພຣະເຈົ້າພຽງເລັກນ້ອຍ, ເຈົ້າຈະສາມາດປະຕິບັດຕໍ່ພຣະເຈົ້າແບບນີ້ໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ! ຖ້າຄົນໃດໜຶ່ງສາມາດເຮັດແບບນັ້ນໄດ້, ພວກເຂົາມີສະຕິຮູ້ສຶກຜິດຊອບແມ່ນແຕ່ໜ້ອຍດຽວບໍ? ພວກເຂົາມີຄວາມເປັນມະນຸດໃດໆບໍ? ພວກເຂົາມີຄວາມຢຳເກງໃດໆຕໍ່ພຣະເຈົ້າບໍ? (ບໍ່, ພວກເຂົາບໍ່ມີ.) ເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ແມ່ນໜຶ່ງໃນແກະຂອງພຣະເຈົ້າ. ພວກເຂົາບໍ່ເຄີຍປະຕິບັດຕໍ່ພຣະເຈົ້າໃນຖານະນາຍຂອງພວກເຂົາ; ພວກເຂົາບໍ່ເຄີຍຖືວ່າພຣະເຈົ້າເປັນພຣະເຈົ້າຂອງພວກເຂົາ. ໃນໃຈຂອງພວກເຂົາ, ພຣະເຈົ້າແມ່ນສັດຕູຂອງພວກເຂົາ, ບໍ່ແມ່ນພຣະເຈົ້າຂອງພວກເຂົາ. ສັດຕູຂອງພຣະເຈົ້າແມ່ນຜູ້ຕໍ່ຕ້ານພຣະຄຣິສ ແລະ ຊາຕານ; ກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສກໍແມ່ນສັດຕູຂອງພຣະເຈົ້າ, ພວກເຂົາແມ່ນຊາຕານ ແລະ ມານຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນຍອມຮັບສິ່ງໃດກໍຕາມທີ່ພຣະເຈົ້າເຮັດ ແລະ ຈະບໍ່ມີວັນກ່າວຄຳວ່າອາແມນຕໍ່ພຣະທຳໃດໆທີ່ພຣະເຈົ້າກ່າວ. ນີ້ຄືແກ່ນແທ້ຂອງສັດຕູຂອງພຣະເຈົ້າ ເຊິ່ງກໍຄືຊາຕານ ແລະ ນີ້ຄືແກ່ນແທ້ດັ້ງເດີມຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາເປັນປໍລະປັກຕໍ່ພຣະເຈົ້າໂດຍບໍ່ມີເຫດຜົນ ແລະ ພວກເຂົາສາມາດກ່າວໂທດພຣະເຈົ້າໄດ້ໂດຍບໍ່ມີເຫດຜົນ. ນີ້ບໍ່ແມ່ນຄວາມຊົ່ວຮ້າຍບໍ? ນີ້ຄືຄວາມຊົ່ວຮ້າຍຢ່າງເຖິງທີ່ສຸດ.
ອຸປະນິໄສເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສມີຢູ່ໃນທຸກຄົນໃນລະດັບທີ່ແຕກຕ່າງກັນ, ແຕ່ຜ່ານການເປີດເຜີຍອຸປະນິໄສເຫຼົ່ານີ້ ແລະ ເສັ້ນທາງທີ່ຜູ້ຄົນເລືອກເມື່ອພວກເຂົາເຊື່ອ, ພວກເຈົ້າສາມາດຕັດສິນໄດ້ບໍວ່າໃຜເປັນຜູ້ຕໍ່ຕ້ານພຣະຄຣິສ, ໃຜເປັນຜູ້ອອກແຮງງານ ແລະ ໃຜເປັນໜຶ່ງໃນປະຊາກອນທີ່ພຣະເຈົ້າເລືອກທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້? (ໃນຂະນະທີ່ພວກເຂົາທຸກຄົນຈະເປີດເຜີຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ຫຼັງຈາກທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແລ້ວ, ບາງຄົນກໍມີສະຕິຮູ້ສຶກຜິດຊອບ, ພວກເຂົາຮູ້ສຶກຜິດ, ພວກເຂົາສາມາດກັບໃຈ ແລະ ສາມາດປະຕິບັດຄວາມຈິງໄດ້, ຄົນເຫຼົ່ານີ້ຄືຜູ້ທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ເຖິງຢ່າງໃດກໍຕາມ, ຜູ້ທີ່ບໍ່ມີສະຕິຮູ້ສຶກຜິດຊອບ, ຜູ້ທີ່ຄິດວ່າພວກເຂົາຖືກຕ້ອງເຖິງແມ່ນວ່າຫຼັງຈາກທີ່ເຮັດຜິດພາດແລ້ວກໍຕາມ, ປະຕິເສດທີ່ຈະກັບໃຈຢ່າງຫົວແຂງ ແລະ ປະຕິເສດຄວາມຈິງຢ່າງສິ້ນເຊີງ, ຄົນເຫຼົ່ານີ້ແມ່ນພວກຕໍ່ຕ້ານພຣະຄຣິສ ແລະ ບໍ່ມີໂອກາດໄດ້ຮັບຄວາມລອດພົ້ນ.) ສອງຄຳເວົ້ານີ້ຖືກຕ້ອງບໍ? (ຖືກຕ້ອງ.) ສິ່ງທີ່ຫາກໍເວົ້າໄປນັ້ນໂດຍພື້ນຖານແລ້ວແມ່ນຖືກຕ້ອງ ແຕ່ມັນຍັງບໍ່ສະເພາະເຈາະຈົງພຽງພໍ. ເຖິງແມ່ນວ່າພວກເຂົາຈະມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນກໍຕາມ, ເມື່ອບາງຄົນປະເຊີນກັບສະຖານະການຕ່າງໆ, ພວກເຂົາກໍສາມາດສະແຫວງຫາຄວາມຈິງ, ກະບົດຕໍ່ເນື້ອໜັງ, ຮູ້ສຶກເສຍໃຈຫຼັງຈາກທີ່ຮັບຮູ້ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຮູ້ສຶກຕິດໜີ້ບຸນຄຸນ, ຫັນກັບຄືນ, ປະຕິບັດຕາມຫຼັກການຄວາມຈິງ, ເລືອກເສັ້ນທາງທີ່ຖືກຕ້ອງ, ເລືອກທີ່ຈະປະຕິບັດຄວາມຈິງ ແລະ ໃນທີ່ສຸດກໍໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ, ຈົນບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຄົນດັ່ງກ່າວສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ເປັນປະຊາກອນທີ່ພຣະເຈົ້າເລືອກ. ມີຄົນອີກປະເພດໜຶ່ງທີ່ຮູ້ວ່າພວກເຂົາມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ພວກເຂົາບໍ່ກວດສອບຕົນເອງເມື່ອປະເຊີນກັບສະຖານະການຕ່າງໆ. ເມື່ອພວກເຂົາຄົ້ນພົບວ່າພວກເຂົາໄດ້ເຮັດບາງສິ່ງທີ່ຜິດພາດ, ພວກເຂົາກໍບໍ່ມີຄວາມເຂົ້າໃຈທີ່ແທ້ຈິງໃດໆ, ບໍ່ສາມາດພັດທະນາຄວາມຮູ້ສຶກຕິດໜີ້ບຸນຄຸນຢ່າງແຮງກ້າພາຍໃນຕົວພວກເຂົາເອງ, ບໍ່ສາມາດກັບໃຈ ຫຼື ຫັນກັບຄືນໃດໆ ແລະ ມຶນງົງກ່ຽວກັບຄວາມຈິງ ແລະ ຄວາມລອດພົ້ນ. ໃນເຮືອນຂອງພຣະເຈົ້າ, ພວກເຂົາພ້ອມ ແລະ ເຕັມໃຈທີ່ຈະອອກແຮງງານ, ພວກເຂົາສາມາດເຮັດທຸກຢ່າງທີ່ຖືກຂໍໃຫ້ເຮັດ ແຕ່ພວກເຂົາກໍບໍ່ໄດ້ຈິງຈັງກັບມັນ; ບາງຄັ້ງ, ພວກເຂົາອາດຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແຕ່ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ. ພວກເຂົາສາມາດຍອມຮັບການລິຮານໄດ້ ແຕ່ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງຢ່າງຕັ້ງໜ້າເມື່ອເຮັດສິ່ງຕ່າງໆ ຫຼື ປະຕິບັດຕາມຫຼັກການຄວາມຈິງເມື່ອຈັດການກັບເລື່ອງຕ່າງໆ. ພວກເຂົາບໍ່ສະແດງຄວາມສົນໃຈທີ່ຈະກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຕໍ່ຄວາມຈິງ. ເຖິງແມ່ນວ່າພວກເຂົາສາມາດເຮັດວຽກໜັກໃນໜ້າທີ່ຂອງພວກເຂົາພໍຜ່ານໄປໄດ້ກໍຕາມ, ພວກເຂົາກໍຂາດຄວາມກະຕືລືລົ້ນເມື່ອເວົ້າເຖິງການສະແຫວງຫາຄວາມຈິງ ແລະ ບໍ່ມີຄວາມສົນໃຈໃນການເຮັດສິ່ງນີ້. ພວກເຂົາບໍ່ສະແດງຄວາມຈົງຮັກພັກດີໃດໆໃນການປະຕິບັດໜ້າທີ່ຂອງພວກເຂົາ; ເມື່ອປຽບທຽບເບິ່ງແລ້ວ ພວກເຂົາສະແດງອອກເຖິງຄວາມເຕັມໃຈ ແລະ ຄວາມຈິງໃຈບາງຢ່າງ. ພວກເຂົາສາມາດຮູ້ຈັກອຸປະນິໄສທີ່ເສື່ອມຊາມຕ່າງໆ ແຕ່ພວກເຂົາບໍ່ເຄີຍໄຕ່ຕອງກ່ຽວກັບຕົນເອງເມື່ອປະເຊີນກັບສະຖານະການຕ່າງໆ ແລະ ບໍ່ໄລ່ຕາມທີ່ຈະກາຍເປັນຄົນທີ່ສາມາດເຂົ້າໃຈຄວາມຈິງ ແລະ ປະຕິບັດມັນໄດ້. ຄົນເຫຼົ່ານີ້ຄືຜູ້ອອກແຮງງານ. ປະເພດສຸດທ້າຍປະກອບດ້ວຍພວກຕໍ່ຕ້ານພຣະຄຣິສ. ພວກເຂົາແມ່ນສັດຕູຂອງພຣະເຈົ້າ, ຄວາມຈິງ ແລະ ສິ່ງທີ່ເປັນບວກ. ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຊົ່ວຊ້າ, ການຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າ, ການຕໍ່ຕ້ານພຣະເຈົ້າ ແລະ ການກ່າວໂທດ, ການຕັດສິນ ແລະ ການໝິ່ນປະໝາດຕໍ່ຄວາມຍຸຕິທຳ, ສິ່ງທີ່ເປັນບວກ ແລະ ຄວາມຈິງ. ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ໃນອຳນາດສູງສຸດຂອງພຣະອົງເໜືອທຸກສິ່ງ ແລະ ຍິ່ງບໍ່ເຕັມໃຈທີ່ຈະໃຫ້ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດ. ພວກເຂົາບໍ່ເຄີຍເຂົ້າໃຈຕົນເອງ ແລະ ບໍ່ວ່າພວກເຂົາຈະເຮັດຄວາມຜິດພາດ ຫຼື ການຝ່າຝືນຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ເຄີຍຍອມຮັບ, ກັບໃຈ ຫຼື ຫັນກັບຄືນ. ພວກເຂົາຂາດຄວາມສຳນຶກຜິດໃດໆໃນໃຈຂອງພວກເຂົາ ແລະ ພວກເຂົາປະຕິເສດຄວາມຈິງຢ່າງສິ້ນເຊີງ. ຄົນເຫຼົ່ານີ້ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ການປະເມີນວ່າຄົນໃດໜຶ່ງມີທັດສະນະຄະຕິແຫ່ງການຍອມຮັບຕໍ່ຄວາມຈິງ ຫຼື ບໍ່ ໂດຍທົ່ວໄປແລ້ວແມ່ນສິ່ງທີ່ຖືກຕ້ອງໃນການກຳນົດວ່າພວກເຂົາເປັນຄົນປະເພດໃດ. ພວກເຈົ້າຂຶ້ນກັບປະເພດໃດ? ພວກເຈົ້າຢູ່ໃນກຸ່ມປະຊາກອນທີ່ພຣະເຈົ້າເລືອກທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ ຫຼື ພວກເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ຜູ້ອອກແຮງງານ? ພວກເຈົ້າກຳລັງປ່ຽນຜ່ານໄປສູ່ປະເພດທຳອິດບໍ ຫຼື ພວກເຈົ້າບໍ່ໄດ້ຕົກຢູ່ໃນປະເພດໃດໜຶ່ງໃນປະເພດເຫຼົ່ານີ້ເລີຍ? ບໍ່ມີໃຜທີ່ບໍ່ຕົກຢູ່ໃນປະເພດໃດໜຶ່ງໃນປະເພດເຫຼົ່ານີ້: ທຸກຄົນລ້ວນແຕ່ຂຶ້ນກັບໜຶ່ງໃນສາມປະເພດນີ້. ຄົນຊົ່ວຮ້າຍທີ່ຂາດຄວາມເປັນມະນຸດແມ່ນຜູ້ທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ; ຜູ້ທີ່ມີຄວາມເປັນມະນຸດບາງຢ່າງ, ຜູ້ທີ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ພ້ອມທັງມີລັກສະນະທີ່ຂ້ອນຂ້າງດີ, ຜູ້ທີ່ສາມາດໄລ່ຕາມຄວາມຈິງ, ຮັກສິ່ງທີ່ເປັນບວກ ແລະ ຮັກຄວາມຈິງ ແລະ ຜູ້ທີ່ຢຳເກງພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ພຣະອົງ, ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້, ພວກເຂົາແມ່ນປະຊາກອນທີ່ພຣະເຈົ້າເລືອກ. ຜູ້ທີ່ມີລັກສະນະທຳມະດາ, ບໍ່ດີເປັນພິເສດ ແລະ ບໍ່ຮ້າຍແຮງເປັນພິເສດ, ຜູ້ທີ່ບໍ່ມີຄວາມສົນໃຈໃດໆໃນຄວາມຈິງ ແລະ ບໍ່ເຕັມໃຈທີ່ຈະໄລ່ຕາມມັນເລີຍ ແຕ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈິງໃຈພໍສົມຄວນ, ແມ່ນຜູ້ອອກແຮງງານ. ນີ້ຄືມາດຕະຖານສຳລັບການປະເມີນ. ຜູ້ຕໍ່ຕ້ານພຣະຄຣິສສາມາດກາຍເປັນຜູ້ອອກແຮງງານໄດ້ບໍ? (ບໍ່ໄດ້.) ແລ້ວມີຄົນປະເພດໜຶ່ງໃນໝູ່ຜູ້ອອກແຮງງານທີ່ສາມາດກາຍເປັນປະຊາກອນທີ່ພຣະເຈົ້າເລືອກໄດ້ບໍ? (ມີ.) ໂອກາດສຳລັບການປ່ຽນແປງຢູ່ບ່ອນນີ້ແມ່ນຫຍັງ? (ພວກເຂົາຈຳເປັນຕ້ອງໄລ່ຕາມຄວາມຈິງ.) ບາງທີ, ດ້ວຍປີແຫ່ງຄວາມເຊື່ອທີ່ຫຼາຍຂຶ້ນ, ປະສົບການ ແລະ ການພົບພໍ້ທີ່ຫຼາຍຂຶ້ນ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຈິງທີ່ຫຼາຍຂຶ້ນ, ພວກເຂົາກໍຄ່ອຍໆປ່ຽນຈາກຂັ້ນຕອນການອອກແຮງງານໄປສູ່ການເປັນປະຊາກອນທີ່ພຣະເຈົ້າເລືອກ. ເພາະວ່າຕອນນີ້ຄວາມເຂົ້າໃຈກ່ຽວກັບຄວາມຈິງຂອງພວກເຂົາມີໜ້ອຍ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍໜ້ອຍເປັນພິເສດ, ພວກເຂົາຈຶ່ງມີຄວາມສົນໃຈໜ້ອຍໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ການປະຕິບັດຄວາມຈິງ. ພວກເຂົາຂາດວຸດທິພາວະທີ່ຈະໄລ່ຕາມຄວາມຈິງ ແລະ ບໍ່ສາມາດປ່ອຍວາງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ ພ້ອມທັງຄວາມຕ້ອງການອື່ນໆຕ່າງໆຂອງເນື້ອໜັງໄດ້. ສະນັ້ນ, ພວກເຂົາຈຶ່ງສາມາດຢູ່ໃນຂັ້ນຕອນການອອກແຮງງານໄດ້ພຽງຊົ່ວຄາວເທົ່ານັ້ນໃນຕອນນີ້. ເຖິງຢ່າງໃດກໍຕາມ, ໂດຍປຽບທຽບແລ້ວ, ຄົນເຫຼົ່ານີ້ມີສະຕິຮູ້ສຶກຜິດຊອບ ແລະ ຮັກສິ່ງທີ່ເປັນບວກ; ເມື່ອພວກເຂົາຄ່ອຍໆມາເຂົ້າໃຈຄວາມຈິງ, ສະພາບແວດລ້ອມຂອງພວກເຂົາປ່ຽນແປງ, ພວກເຂົາເຊື່ອໃນພຣະເຈົ້າດົນຂຶ້ນ, ມີປະສົບການທີ່ເລິກເຊິ່ງຂຶ້ນ ແລະ ພວກເຂົາເກີດມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ພວກເຂົາກໍຄ່ອຍໆມາເຫັນຄວາມຈິງ ແລະ ສິ່ງທີ່ເປັນບວກຢ່າງຊັດເຈນຂຶ້ນເຊັ່ນກັນ, ເສັ້ນທາງທີ່ພວກເຂົາຄວນໄລ່ຕາມກໍຊັດເຈນຂຶ້ນ, ພວກເຂົາເກີດມີຄວາມສົນໃຈໃນຄວາມຈິງ ແລະ ພວກເຂົາກໍຮັກຄວາມຈິງຫຼາຍຂຶ້ນເລື້ອຍໆ. ຄົນດັ່ງກ່າວສາມາດຄ່ອຍໆເລີ່ມຕົ້ນໃນເສັ້ນທາງແຫ່ງຄວາມລອດພົ້ນ ແລະ ກາຍເປັນປະຊາກອນທີ່ພຣະເຈົ້າເລືອກໄດ້; ພວກເຂົາມີໂອກາດສຳລັບການປັບປຸງ ແລະ ການປ່ຽນແປງ. ໃນທາງກັບກັນ, ການເວົ້າວ່າຜູ້ທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສສາມາດກາຍເປັນປະຊາກອນທີ່ພຣະເຈົ້າເລືອກ ແລະ ຖືກຊ່ວຍໃຫ້ລອດພົ້ນໄດ້ນັ້ນແມ່ນບໍ່ຖືກຕ້ອງ, ເພາະວ່າແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນແກ່ນແທ້ຂອງມານຮ້າຍ ແລະ ສັດຕູຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສບໍ່ມີວັນປ່ຽນແປງໄດ້.
ພວກເຮົາຫາກໍໂອ້ລົມກັນກ່ຽວກັບການປະຕິເສດ, ການກ່າວໂທດ, ການຕັດສິນ ແລະ ການໝິ່ນປະໝາດຈາກອຸປະນິໄສ-ແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາທີ່ພວກເຂົາເປີດເຜີຍໃນວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະອົງ. ເມື່ອໃດກໍຕາມທີ່ມີບາງສິ່ງຂັດແຍ້ງກັບຄວາມຄິດຫຼົງຜິດຂອງພວກເຂົາ ຫຼື ທຳລາຍຜົນປະໂຫຍດຂອງພວກເຂົາ, ການຕອບສະໜອງທັນທີຂອງຜູ້ຕໍ່ຕ້ານພຣະຄຣິສກໍຄືການລຸກຂຶ້ນ, ຕໍ່ຕ້ານ ແລະ ກ່າວໂທດມັນ ໂດຍເວົ້າວ່າ: “ນີ້ແມ່ນຜິດ, ນີ້ແມ່ນເຮັດໂດຍມະນຸດ ແລະ ຂ້ອຍຈະບໍ່ຍອມຕໍ່ມັນ. ຂ້ອຍຈະຍື່ນຄຳຮ້ອງຮຽນ ແລະ ຊອກຫາຫຼັກຖານເພື່ອຊີ້ແຈງເລື່ອງນີ້. ຂ້ອຍຈະປະກາດຈຸດຢືນຂອງຂ້ອຍ, ປົກປ້ອງຕົວຂ້ອຍເອງ, ເປີດເຜີຍເບື້ອງເລິກເບື້ອງຫຼັງຂອງເລື່ອງນີ້ ແລະ ເບິ່ງວ່າໃຜເປັນຜູ້ສ້າງບັນຫາໃນທ່າມກາງເລື່ອງນີ້, ຜູ້ທີ່ທຳລາຍຊື່ສຽງທີ່ດີຂອງຂ້ອຍ ແລະ ສິ່ງດີໆທີ່ຂ້ອຍກຳລັງເຮັດຢູ່”. ວະລີທີ່ວ່າ “ເຈດຕະນາດີຂອງພຣະເຈົ້າມີຢູ່ໃນທຸກສິ່ງ” ກາຍເປັນຄຳເວົ້າທີ່ຫວ່າງເປົ່າໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ສາມາດຊີ້ນຳ ຫຼື ປ່ຽນແປງວິທີການ, ວິທີປະຕິບັດ ແລະ ຫຼັກການໃນການກະທຳຂອງພວກເຂົາໄດ້. ໃນທາງກັບກັນ, ພວກເຂົາເພິ່ງພາສິ່ງທີ່ເປັນທຳມະຊາດສຳລັບພວກເຂົາເມື່ອພວກເຂົາພົບກັບສະຖານະການໃດໜຶ່ງ, ໂດຍຄິດຫາທຸກວິທີການ ແລະ ນຳໃຊ້ຄວາມສາມາດ ແລະ ກົນລະຍຸດທັງໝົດຂອງພວກເຂົາເພື່ອລົງມືກະທຳ. ບໍ່ຕ້ອງສົງໄສເລີຍວ່າ ສິ່ງທີ່ພວກເຂົາເຮັດຄືການກ່າວໂທດ, ການຕັດສິນ ແລະ ການໝິ່ນປະໝາດຕໍ່ພຣະເຈົ້າ. ຄວາມຄິດຂອງຜູ້ຄົນເຕັມໄປດ້ວຍເຫດຜົນ ແລະ ແນວຄິດຂອງຊາຕານ, ໂດຍບໍ່ມີຄວາມຈິງໃດໆໃຫ້ເວົ້າເຖິງເລີຍ. ເພາະສະນັ້ນ, ເມື່ອປະເຊີນກັບເລື່ອງດັ່ງກ່າວ, ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສກໍສະທ້ອນເຖິງການສະແດງອອກຂອງຊາຕານ: ບໍ່ວ່າຊາຕານຈະປະຕິບັດຕໍ່ພຣະເຈົ້າແນວໃດ, ຜູ້ຕໍ່ຕ້ານພຣະຄຣິສກໍປະຕິບັດຕໍ່ພຣະອົງດ້ວຍວິທີດຽວກັນ ແລະ ບໍ່ວ່າຊາຕານຈະໃຊ້ວິທີການ ຫຼື ຄຳເວົ້າໃດຕໍ່ພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍໃຊ້ແບບດຽວກັນ. ດ້ວຍວິທີນີ້, ແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສໃນການເປັນສັດຕູຂອງພຣະເຈົ້າຈຶ່ງເປັນທີ່ຊັດເຈນໂດຍບໍ່ຕ້ອງເວົ້າເຖິງ. ເຖິງແມ່ນວ່າຈະເປັນຄົນທີ່ເຊື່ອໃນພຣະເຈົ້າພຽງແຕ່ມື້ໜຶ່ງ ຫຼື ສອງມື້ກໍຕາມ, ພວກເຂົາເຂົ້າໃຈຄວາມແຕກຕ່າງລະຫວ່າງມະນຸດ ແລະ ພຣະເຈົ້າໃນຄວາມຄິດ ແລະ ຄວາມມີເຫດຜົນຂອງມະນຸດທີ່ປົກກະຕິຂອງພວກເຂົາບໍ? (ເຂົ້າໃຈ.) ໃນຖານະຜູ້ໃຫຍ່ທີ່ມີຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາຮູ້ໃນໃຈຂອງພວກເຂົາບໍວ່າຄວນປະຕິບັດຕໍ່ພຣະເຈົ້າແນວໃດ? (ຮູ້.) ມີມາດຕະຖານໃນຄວາມມີເຫດຜົນຂອງມະນຸດສຳລັບວິທີທີ່ເໝາະສົມທີ່ສຸດ ແລະ ດີທີ່ສຸດໃນການປະຕິບັດຕໍ່ຄົນທີ່ຕົນເຄົາລົບບູຊາບໍ? (ມີ.) ຜູ້ຄົນມັກຈະກົ້ມຫົວ ແລະ ປະຈົບປະແຈງ, ເວົ້າເອົາໃຈ ແລະ ເລຍແຄ່ງເລຍຂາ; ເຖິງແມ່ນວ່າຄົນນັ້ນຈະທຸບຕີ ຫຼື ສາບແຊ່ງພວກເຂົາກໍຕາມ, ພວກເຂົາກໍຫາວິທີທີ່ຈະອ່ອນນ້ອມ ແລະ ເຊື່ອຟັງ. ສະນັ້ນ, ເມື່ອເວົ້າເຖິງພໍ່ແມ່ຂອງພວກເຂົາ, ຜູ້ຄົນຮູ້ວິທີສະແດງຄວາມເຄົາລົບ ແລະ ຄວາມຮັກ ແລະ ຮູ້ວ່າພຶດຕິກຳໃດຄືການທຳຮ້າຍ ແລະ ຄວາມກຽດຊັງບໍ? ມີມາດຕະຖານສຳລັບການປະເມີນສິ່ງນີ້ບໍ? (ມີ.) ສິ່ງນີ້ພິສູດວ່າ ມະນຸດ ເຊິ່ງເປັນສິ່ງມີຊີວິດທີ່ຫຸ້ມຫໍ່ດ້ວຍຜິວໜັງຂອງມະນຸດນັ້ນ ແຕກຕ່າງຈາກສັດ ແລະ ສູງສົ່ງກວ່າພວກມັນ. ເຈົ້າຮູ້ວິທີເຄົາລົບ ແລະ ຮັກພໍ່ແມ່ຂອງເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ຮູ້ວິທີປະຕິບັດຕໍ່ພຣະເຈົ້າດ້ວຍຄວາມຮັກ ແລະ ຄວາມເຄົາລົບ? ເຈົ້າສາມາດປະຕິບັດຕໍ່ພຣະເຈົ້າແບບນີ້ໄດ້ແນວໃດ? ການກ່າວໂທດ ແລະ ການຕັດສິນຕາມອຳເພີໃຈ, ກ້າທີ່ຈະໝິ່ນປະໝາດ ແລະ ສາບແຊ່ງຕາມອຳເພີໃຈ, ນັ້ນແມ່ນສິ່ງທີ່ຄົນປົກກະຕິເຮັດບໍ? (ບໍ່ແມ່ນ.) ແມ່ນແຕ່ສັດກໍບໍ່ປະພຶດແບບນີ້. ຖ້າຄົນໃດໜຶ່ງລ້ຽງສັດ, ເຖິງແມ່ນວ່າຈະເປັນສັດປ່າກໍຕາມ ແລະ ໃຊ້ເວລາຢູ່ກັບມັນໄລຍະໜຶ່ງ, ຕາບໃດທີ່ມັນຮັບຮູ້ວ່າເຈົ້າຂອງໆມັນແມ່ນໃຜ, ມັນກໍຈະເຄົາລົບເຈົ້າຂອງຄົນນັ້ນຢູ່ສະເໝີ, ໂດຍປະຕິບັດຕໍ່ເຈົ້າຂອງຄືກັບຍາດພີ່ນ້ອງ, ຄືກັບສະມາຊິກໃນຄອບຄົວ ເຊິ່ງແຕກຕ່າງຈາກວິທີທີ່ມັນປະຕິບັດຕໍ່ສັດ ຫຼື ຄົນອື່ນ. ສົມມຸດວ່າເຈົ້າເຄີຍເປັນເຈົ້າຂອງຂອງມັນ: ຫຼັງຈາກທີ່ຜ່ານໄປສອງ ຫຼື ສາມຄອບຄົວອື່ນ, ເມື່ອເຈົ້າພົບມັນອີກຄັ້ງ, ມັນພຽງແຕ່ດົມກິ່ນຂອງເຈົ້າ ແລະ ມັນກໍຈະສະແດງຄວາມຮັກໄຄ່ຕໍ່ເຈົ້າໃນທັນທີ. ເຖິງແມ່ນວ່າມັນຈະເປັນສັດທີ່ດຸຮ້າຍກໍຕາມ, ມັນກໍຈະບໍ່ກິນເຈົ້າ. ຄວາມດຸຮ້າຍຂອງມັນແມ່ນມີມາແຕ່ກຳເນີດ, ເຊິ່ງມາຈາກການສ້າງ ແລະ ການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ. ມັນເປັນສັນຊາດຕະຍານໃນການເອົາຕົວລອດທີ່ພຣະເຈົ້າປະທານໃຫ້ມັນ, ບໍ່ແມ່ນອຸປະນິໄສທີ່ໂຫດຮ້າຍ ຫຼື ຊົ່ວຊ້າ, ມັນແຕກຕ່າງຈາກຄວາມຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ. ມີສອງຄົນທີ່ໄດ້ຮັບລ້ຽງລູກສິງໂຕໂຕໜຶ່ງ. ເມື່ອສິງໂຕໃຫຍ່ຂຶ້ນ, ມັນກໍກາຍເປັນເລື່ອງຍາກທີ່ຈະຫາເງິນມາຊື້ອາຫານປະເພດຊີ້ນໃຫ້ມັນ, ສະນັ້ນ ເມື່ອມັນອາຍຸໄດ້ໜຶ່ງປີ, ພວກເຂົາຈຶ່ງປ່ອຍມັນກັບຄືນສູ່ສະພາບແວດລ້ອມທາງທຳມະຊາດຂອງມັນ. ສາມປີຕໍ່ມາ, ພວກເຂົາກໍໄດ້ພົບກັບສິງໂຕນັ້ນອີກຄັ້ງ. ສິງໂຕເຫັນພວກເຂົາຈາກໄລຍະໄກ ແລະ ກໍແລ່ນເຂົ້າຫາພວກເຂົາຢ່າງກະຕືລືລົ້ນ. ໃນຕອນທຳອິດພວກເຂົາຮູ້ສຶກກັງວົນ ໂດຍຄິດວ່າ, “ມັນຈະບໍ່ກິນພວກເຮົາບໍ? ມັນເປັນສິງໂຕເດ”. ແຕ່ຜົນປາກົດວ່າ, ສິງໂຕໄດ້ເຂົ້າມາໃກ້, ກອດພວກເຂົາຄືກັບໝູ່ເພື່ອນ ແລະ ພວກເຂົາກໍກອດ ແລະ ລູບຄີງສິງໂຕຕອບ. ຈາກນັ້ນ ສິງໂຕກໍໄດ້ແນະນຳສະມາຊິກຄອບຄົວຂອງມັນໃຫ້ພວກເຂົາຮູ້ຈັກ ແລະ ເມື່ອພວກເຂົາຕ້ອງຈາກໄປ ມັນກໍອາໄລອາວອນທີ່ຈະແຍກຈາກກັນ. ເຈົ້າສາມາດເຫັນພາບເຫດການແບບນີ້ໄດ້ ເມື່ອສັດປ່າທີ່ດຸຮ້າຍທີ່ສຸດ ເຊິ່ງເປັນສັດກິນຊີ້ນ ມີປະຕິສຳພັນກັບມະນຸດ. ມັນບໍ່ເປັນຕາປະທັບໃຈຫຼາຍບໍ? (ແມ່ນແລ້ວ, ມັນເປັນຕາປະທັບໃຈ.) ແມ່ນແຕ່ໃນສັດທີ່ດຸຮ້າຍ, ຜູ້ຄົນກໍສາມາດເຫັນດ້ານທີ່ເປັນມິດຂອງພວກມັນໄດ້ ແຕ່ສິ່ງນີ້ບໍ່ມີຢູ່ໃນຜູ້ຕໍ່ຕ້ານພຣະຄຣິສ. ຍ້ອນຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສຂອງຊາຕານ ແລະ ເປັນຄົນທີ່ມີອຸປະນິໄສ-ແກ່ນແທ້ແບບຊາຕານ, ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດຕັດສິນ, ກ່າວໂທດ ແລະ ໝິ່ນປະໝາດພຣະເຈົ້າໄດ້. ທັດສະນະຄະຕິດັ່ງກ່າວນຳໄປສູ່ການສະແດງອອກ ແລະ ໂດຍສະເພາະແມ່ນວິທີການທີ່ສອດຄ່ອງກັນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນຍັງບໍ່ດີເທົ່າສັດບໍ? ຜູ້ຄົນຮູ້ວິທີສະແດງຄວາມເຄົາລົບ ແລະ ຄວາມຮັກແພງຕໍ່ຜູ້ທີ່ພວກເຂົາເຄົາລົບບູຊາ ແລະ ຕໍ່ຍາດພີ່ນ້ອງທີ່ໃກ້ຊິດທີ່ສຸດ ແລະ ພໍ່ແມ່ຂອງພວກເຂົາ ແລະ ພວກເຂົາຮູ້ວ່າການກະທຳໃດຂອງພວກເຂົາສາມາດທຳຮ້າຍ ແລະ ສ້າງຄວາມເສຍຫາຍຕໍ່ຄົນເຫຼົ່ານັ້ນໄດ້. ພວກເຂົາສາມາດຊັ່ງຊາສິ່ງເຫຼົ່ານີ້ໄດ້. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກັບສາມາດສະແດງພຶດຕິກຳດັ່ງກ່າວຕໍ່ພຣະເຈົ້າໄດ້ ເຊິ່ງເປັນຕາໜ້າຄຽດແຄ້ນແທ້ໆ. ມັນບົ່ງບອກວ່າທຳມະຊາດແຕ່ກຳເນີດຂອງບຸກຄົນດັ່ງກ່າວແມ່ນແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ. ເວົ້າໃຫ້ຊັດເຈນກໍຄື ບຸກຄົນເຫຼົ່ານີ້ແມ່ນຮ່າງຈຳແລງຂອງຊາຕານ, ພວກເຂົາແມ່ນຊາຕານທີ່ມີຊີວິດ, ພວກເຂົາແມ່ນມານຮ້າຍ, ພວກເຂົາບໍ່ແມ່ນແກະຂອງພຣະເຈົ້າ. ແກະຂອງພຣະເຈົ້າຈະສາບແຊ່ງພຣະອົງບໍ? ແກະຂອງພຣະເຈົ້າຈະກ່າວໂທດພຣະອົງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? (ເພາະວ່າພວກເຂົາຟັງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະອົງ.) ພວກເຂົາຟັງ ແລະ ອ່ອນນ້ອມ, ນັ້ນແມ່ນດ້ານໜຶ່ງ. ສິ່ງສຳຄັນກໍຄືຄວາມເຊື່ອທີ່ແທ້ຈິງຂອງພວກເຂົາໃນພຣະເຈົ້າ. ຖ້າເຈົ້າເຊື່ອໃນຕົວຕົນ, ສະຖານະ ແລະ ແກ່ນແທ້ຂອງພຣະເຈົ້າຢ່າງແທ້ຈິງ, ແລ້ວບໍ່ວ່າພຣະເຈົ້າຈະເຮັດຫຍັງ ຫຼື ພຣະອົງເຮັດແນວໃດກໍຕາມ, ເຖິງແມ່ນວ່າມັນຈະກໍ່ໃຫ້ເກີດອັນຕະລາຍ, ເຈົ້າກໍຈະບໍ່ປະນາມພຣະອົງ. ມີພຽງແຕ່ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ມີຄວາມເຊື່ອທີ່ແທ້ຈິງໃນພຣະອົງເທົ່ານັ້ນ ທີ່ຈະວາງຕົນເອງໄວ້ໃນຕຳແໜ່ງຂອງສິ່ງທີ່ຖືກສ້າງ, ໂດຍປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າຢູ່ສະເໝີ. ນີ້ຄືຂໍ້ເທັດຈິງ.
ພວກເຮົາໄດ້ໂອ້ລົມກັນກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສທີ່ສາບແຊ່ງ, ຕໍ່ຕ້ານ ແລະ ຮ້ອງໂວຍວາຍຕໍ່ພຣະເຈົ້າແລ້ວ. ບາງຄົນກໍຕໍ່ຕ້ານພຣະອົງຢ່າງເປີດເຜີຍ, ສ້າງຕັ້ງກຸ່ມກ້ອນ, ສ້າງພັນທະມິດ ແລະ ສ້າງອານາຈັກທີ່ເປັນເອກະລາດ. ຄົນອື່ນໆສາບແຊ່ງພຣະອົງຢ່າງລັບໆຢູ່ເບື້ອງຫຼັງ, ບາງຄົນສາບແຊ່ງພຣະອົງໃນໃຈຂອງພວກເຂົາ ແລະ ຕໍ່ຕ້ານ ແລະ ຮ້ອງໂວຍວາຍຕໍ່ພຣະອົງໃນໃຈຂອງພວກເຂົາ. ບໍ່ວ່າພວກເຂົາຈະສາບແຊ່ງພຣະອົງຢ່າງເປີດເຜີຍ ຫຼື ຢ່າງລັບໆກໍຕາມ, ພວກເຂົາລ້ວນແຕ່ເປັນຜູ້ຕໍ່ຕ້ານພຣະຄຣິສ; ພວກເຂົາບໍ່ແມ່ນແກະຂອງພຣະເຈົ້າ. ພວກເຂົາເປັນປະເພດດຽວກັບຊາຕານ ແລະ ຢ່າງບໍ່ຕ້ອງສົງໄສເລີຍວ່າ ພວກເຂົາບໍ່ແມ່ນຄົນປົກກະຕິ ຫຼື ສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ເມື່ອຄົນສ່ວນໃຫຍ່ປະເຊີນກັບສະຖານະການທີ່ບໍ່ສອດຄ່ອງກັບແນວຄິດຂອງພວກເຂົາເອງ ຫຼື ພົບພໍ້ກັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ, ພວກເຂົາກໍພຽງແຕ່ຮູ້ສຶກອຸກໃຈ, ສັບສົນ ແລະ ບໍ່ສາມາດຍອມຮັບມັນໄດ້. ພວກເຂົາສະແດງຄວາມຄັບແຄ້ນໃຈ ຫຼື ສະແດງຄວາມຫົວແຂງອອກມາ; ພວກເຂົາອາດຈະເຖິງກັບກາຍເປັນຄົນຄິດລົບ ຫຼື ປ່ອຍປະລະເລີຍ ແຕ່ພວກເຂົາກໍບໍ່ໄດ້ໄປເຖິງຂັ້ນຕໍ່ຕ້ານ ແລະ ຮ້ອງໂວຍວາຍ. ເມື່ອເວລາຜ່ານໄປ, ຜ່ານການອະທິຖານ, ການອ່ານພຣະທຳຂອງພຣະເຈົ້າ, ການຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງ ແລະ ຄວາມຮູ້ແຈ້ງ, ການຊີ້ນຳ ແລະ ການລົງວິໄນຂອງພຣະວິນຍານບໍລິສຸດ, ພວກເຂົາກໍສາມາດຄ່ອຍໆຫັນປ່ຽນໄດ້. ນີ້ຄືການສະແດງອອກຂອງມະນຸດທີ່ເສື່ອມຊາມທຳມະດາ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ. ໃນທາງກັບກັນ, ຜູ້ຕໍ່ຕ້ານພຣະຄຣິສຂາດການສະແດງອອກທີ່ເປັນບວກເຫຼົ່ານີ້ ແລະ ພວກເຂົາຈະບໍ່ຫັນປ່ຽນ. ຖ້າສະຖານະການໃດໜຶ່ງບໍ່ສອດຄ່ອງກັບຄວາມປາຖະໜາຂອງພວກເຂົາ, ພວກເຂົາກໍສາບແຊ່ງ. ຖ້າສະຖານະການຕໍ່ໄປກໍຍັງບໍ່ສອດຄ່ອງກັບຄວາມປາຖະໜາຂອງພວກເຂົາ, ພວກເຂົາກໍສາບແຊ່ງເຊັ່ນກັນ. ໃນຂະນະທີ່ສາບແຊ່ງ, ການຕໍ່ຕ້ານ ແລະ ການຮ້ອງໂວຍວາຍກໍເກີດຂຶ້ນ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຖິງກັບເວົ້າວ່າ, “ຖ້າຄົນແບບຂ້ອຍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້, ແລ້ວໃຜຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້?” ນີ້ບໍ່ແມ່ນການຮ້ອງໂວຍວາຍບໍ? ມັນບໍ່ແມ່ນການຕໍ່ຕ້ານບໍ? (ແມ່ນແລ້ວ, ມັນແມ່ນ.) ນີ້ຄືການຕໍ່ຕ້ານ. ພວກເຂົາບໍ່ມີຮ່ອງຮອຍຂອງການອ່ອນນ້ອມເລີຍ ແລະ ພວກເຂົາກ້າທີ່ຈະຮ້ອງໂວຍວາຍ ແລະ ຕໍ່ຕ້ານພຣະເຈົ້າ, ຄົນເຫຼົ່ານີ້ຄືຊາຕານ. ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກຕ່າງໆຂອງອຸປະນິໄສທີ່ຊົ່ວຊ້າໄວ້ພຽງເທົ່ານີ້.
2. ການເບື່ອໜ່າຍຄວາມຈິງ
ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບຂໍ້ທີສອງຂອງອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ການເບື່ອໜ່າຍຄວາມຈິງ. ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມລາຍລະອຽດຫຼາຍຢ່າງກ່ຽວກັບຂໍ້ຂອງການເບື່ອໜ່າຍຄວາມຈິງນີ້ແລ້ວ, ແຕ່ຢູ່ທີ່ນີ້ ໂດຍຫຼັກແລ້ວ ພວກເຮົາຈະກຳນົດລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ໂດຍການໄຈ້ແຍກອຸປະນິໄສ-ແກ່ນແທ້ຂອງພວກເຂົາທີ່ເບື່ອໜ່າຍຄວາມຈິງ. ລັກສະນະທາງອຸປະນິໄສຫຼັກໆຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມຈິງກໍຄື ຄວາມເບື່ອໜ່າຍ ແທນທີ່ຈະເປັນພຽງການບໍ່ສົນໃຈ. ການບໍ່ສົນໃຈເປັນພຽງທັດສະນະຄະຕິທີ່ຂ້ອນຂ້າງເບົາບາງຕໍ່ຄວາມຈິງ ເຊິ່ງຍັງບໍ່ທັນຍົກລະດັບໄປເຖິງຂັ້ນຂອງຄວາມບໍ່ເປັນມິດ, ການກ່າວໂທດ ຫຼື ການຕໍ່ຕ້ານ. ມັນເປັນພຽງການຂາດຄວາມສົນໃຈໃນຄວາມຈິງ, ບໍ່ຕ້ອງການໃສ່ໃຈກັບມັນ ແລະ ເວົ້າວ່າ “ສິ່ງທີ່ເປັນບວກແມ່ນຫຍັງ, ຄວາມຈິງແມ່ນຫຍັງ? ເຖິງແມ່ນວ່າຂ້ອຍຈະໄດ້ຮັບສິ່ງເຫຼົ່ານີ້, ແລ້ວມັນຈະເປັນແນວໃດ? ພວກມັນຈະເຮັດໃຫ້ຊີວິດຂອງຂ້ອຍດີຂຶ້ນ ຫຼື ເພີ່ມຄວາມສາມາດຂອງຂ້ອຍບໍ?” ພວກເຂົາບໍ່ສົນໃຈໃນສິ່ງເຫຼົ່ານີ້, ສະນັ້ນ ພວກເຂົາຈຶ່ງບໍ່ຫຍຸ້ງກ່ຽວກັບພວກມັນ, ແຕ່ນີ້ຍັງບໍ່ເຖິງຂັ້ນຂອງຄວາມເບື່ອໜ່າຍ. ຄວາມເບື່ອໜ່າຍບົ່ງບອກເຖິງທັດສະນະຄະຕິບາງຢ່າງ. ທັດສະນະຄະຕິແບບໃດ? ທັນທີທີ່ພວກເຂົາໄດ້ຍິນກ່ຽວກັບສິ່ງທີ່ເປັນບວກໃດໆ ແລະ ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຄວາມຈິງ, ພວກເຂົາກໍຮູ້ສຶກກຽດຊັງ, ລັງກຽດ, ຕໍ່ຕ້ານ ແລະ ບໍ່ເຕັມໃຈທີ່ຈະຮັບຟັງ. ພວກເຂົາອາດຈະເຖິງກັບພະຍາຍາມຊອກຫາຫຼັກຖານເພື່ອກ່າວໂທດ ແລະ ໃສ່ຮ້າຍປ້າຍສີຄວາມຈິງ. ນີ້ຄືອຸປະນິໄສ-ແກ່ນແທ້ຂອງພວກເຂົາໃນການເບື່ອໜ່າຍຄວາມຈິງ.
ຜູ້ຕໍ່ຕ້ານພຣະຄຣິສສາມາດອ່ານພຣະທຳຂອງພຣະເຈົ້າ, ໄດ້ຍິນສິ່ງທີ່ພຣະເຈົ້າກ່າວ ແລະ ມີປະສົບການກັບພາລະກິດຂອງພຣະເຈົ້າຄືກັນກັບຄົນອື່ນໆ. ໃນທາງຜິວເຜີນແລ້ວ, ເບິ່ງຄືວ່າພວກເຂົາກໍສາມາດເຂົ້າໃຈຄວາມໝາຍຕາມຕົວອັກສອນຂອງພຣະທຳຂອງພຣະເຈົ້າໄດ້, ຮູ້ວ່າພຣະເຈົ້າໄດ້ກ່າວຫຍັງ ແລະ ຮູ້ວ່າພຣະທຳເຫຼົ່ານີ້ເຮັດໃຫ້ຜູ້ຄົນສາມາດຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ເປັນຄົນດີໄດ້. ເຖິງຢ່າງໃດກໍຕາມ, ສິ່ງເຫຼົ່ານີ້ຍັງຄົງເປັນພຽງທິດສະດີສຳລັບພວກເຂົາ. ການທີ່ສິ່ງເຫຼົ່ານີ້ຍັງຄົງເປັນທິດສະດີນັ້ນໝາຍຄວາມວ່າແນວໃດ? ມັນຄ້າຍຄືກັບການທີ່ບາງຄົນອາດຈະເຊື່ອວ່າທິດສະດີບາງຢ່າງໃນປຶ້ມນັ້ນດີ, ແຕ່ເມື່ອພວກເຂົາປຽບທຽບມັນກັບຊີວິດຈິງ ແລະ ຄິດກ່ຽວກັບກະແສທີ່ຊົ່ວຮ້າຍ, ຄວາມເສື່ອມຊາມຂອງມະນຸດ ແລະ ຄວາມຕ້ອງການຕ່າງໆຂອງມວນມະນຸດທັງປວງ, ພວກເຂົາກໍພົບວ່າທິດສະດີນັ້ນບໍ່ກ່ຽວພັນກັບຊີວິດຈິງ ແລະ ຕັດຂາດຈາກຊີວິດຈິງ ແລະ ພວກເຂົາກໍຮັບຮູ້ວ່າມັນບໍ່ສາມາດຊ່ວຍໃຫ້ຜູ້ຄົນປັບຕົວເຂົ້າກັບ ຫຼື ຕິດຕາມກະແສທີ່ຊົ່ວຮ້າຍເຫຼົ່ານີ້ ແລະ ສັງຄົມທີ່ຊົ່ວຮ້າຍນີ້ໄດ້. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຮູ້ສຶກວ່າທິດສະດີນີ້ດີ, ແຕ່ວ່າມັນເປັນພຽງສິ່ງທີ່ເອົາໄວ້ເວົ້າເຖິງເທົ່ານັ້ນ, ເພື່ອຕອບສະໜອງຄວາມປາຖະໜາ ແລະ ຈິນຕະນາການຂອງມວນມະນຸດສຳລັບສິ່ງທີ່ສວຍງາມ. ຕົວຢ່າງ: ຖ້າຄົນໃດໜຶ່ງມັກສະຖານະ ແລະ ພວກເຂົາປາຖະໜາທີ່ຈະເປັນເຈົ້າໜ້າທີ່ ແລະ ໄດ້ຮັບການຍົກຍ້ອງ ແລະ ການເຄົາລົບບູຊາໃນທ່າມກາງຜູ້ຄົນ, ພວກເຂົາກໍຕ້ອງເພິ່ງພາວິທີການທີ່ບໍ່ປົກກະຕິເຊັ່ນ: ການຕົວະ, ການໂອ້ອວດຕົນເອງ ແລະ ການຢຽບຢໍ່າຄົນອື່ນ ແລະ ອື່ນໆ, ເພື່ອບັນລຸເປົ້າໝາຍນີ້. ເຖິງຢ່າງໃດກໍຕາມ, ສິ່ງເຫຼົ່ານີ້ຄືສິ່ງທີ່ຄວາມຈິງກ່າວໂທດຢ່າງແທ້ຈິງ. ມັນກ່າວໂທດ ແລະ ປະຕິເສດຄວາມປາຖະໜາ ແລະ ຄວາມທະເຍີທະຍານເຫຼົ່ານີ້ຂອງມະນຸດ. ໃນຊີວິດຈິງ, ຜູ້ຄົນຄິດວ່າການເຮັດໃຫ້ຕົນເອງໂດດເດັ່ນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ, ແຕ່ຄວາມຕ້ອງການດັ່ງກ່າວຖືກກ່າວໂທດໂດຍພຣະເຈົ້າ ແລະ ຄວາມຈິງ. ສະນັ້ນ, ຄວາມຕ້ອງການເຫຼົ່ານີ້ຈຶ່ງບໍ່ໄດ້ຮັບການຍອມຮັບໃນເຮືອນຂອງພຣະເຈົ້າ, ບໍ່ມີບ່ອນຫວ່າງໃຫ້ພວກມັນຖືກນຳມາໃຊ້ ແລະ ບໍ່ມີພື້ນທີ່ໃຫ້ພວກມັນກາຍເປັນຈິງ. ແຕ່ຜູ້ຕໍ່ຕ້ານພຣະຄຣິສຈະຍອມປະຖິ້ມພວກມັນບໍ? (ພວກເຂົາຈະບໍ່ຍອມປະຖິ້ມພວກມັນ.) ແມ່ນແລ້ວ, ພວກເຂົາຈະບໍ່ຍອມປະຖິ້ມພວກມັນ. ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສເຫັນສິ່ງນີ້, ພວກເຂົາກໍຄິດວ່າ “ຕອນນີ້ຂ້ອຍເຂົ້າໃຈແລ້ວ. ສະນັ້ນ, ຄວາມຈິງຮຽກຮ້ອງໃຫ້ຜູ້ຄົນບໍ່ເຫັນແກ່ຕົວ, ເສຍສະລະຕົນເອງ, ມີຄວາມອົດທົນ ແລະ ເອື້ອເຟື້ອເພື່ອແຜ່, ຫຼຸດທິຖິຂອງຕົນເອງ ແລະ ດຳລົງຊີວິດເພື່ອຄົນອື່ນ. ນີ້ຄືຄວາມຈິງ”. ເມື່ອພວກເຂົາກຳນົດຄວາມຈິງດ້ວຍວິທີນີ້ແລ້ວ, ພວກເຂົາກາຍເປັນຄົນທີ່ສົນໃຈ ຫຼື ລັງກຽດຄວາມຈິງບໍ? ພວກເຂົາກາຍເປັນຄົນທີ່ລັງກຽດມັນ ແລະ ລັງກຽດພຣະເຈົ້າ, ໂດຍເວົ້າວ່າ “ພຣະເຈົ້າມັກຈະເວົ້າຄວາມຈິງຢູ່ສະເໝີ, ລາວມັກຈະເປີດໂປງສິ່ງທີ່ບໍ່ບໍລິສຸດເຊັ່ນ: ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງມະນຸດຢູ່ສະເໝີ ແລະ ລາວມັກຈະເປີດໂປງສິ່ງທີ່ຢູ່ສ່ວນເລິກຂອງຈິດວິນຍານມະນຸດຢູ່ສະເໝີ. ເບິ່ງຄືວ່າພຣະເຈົ້າໂອ້ລົມກ່ຽວກັບຄວາມຈິງໂດຍມີຈຸດປະສົງເພື່ອພາກເອົາການໄລ່ຕາມສະຖານະ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງຜູ້ຄົນໄປ. ໃນຕອນທຳອິດ, ຂ້ອຍຄິດວ່າພຣະເຈົ້າສາມາດຕອບສະໜອງຄວາມປາຖະໜາຂອງຜູ້ຄົນໄດ້, ເຮັດໃຫ້ຄວາມປາຖະໜາ ແລະ ຄວາມຝັນຂອງພວກເຂົາກາຍເປັນຈິງ ແລະ ໃຫ້ສິ່ງທີ່ຜູ້ຄົນຕ້ອງການໄດ້. ຂ້ອຍບໍ່ຄາດຄິດເລີຍວ່າພຣະເຈົ້າຈະເປັນພຣະເຈົ້າແບບນີ້. ລາວເບິ່ງຄືວ່າບໍ່ໄດ້ຍິ່ງໃຫຍ່ປານນັ້ນ. ຂ້ອຍເຕັມໄປດ້ວຍຄວາມທະເຍີທະຍານ ແລະ ຄວາມປາຖະໜາ: ພຣະເຈົ້າຈະມັກຄົນແບບຂ້ອຍໄດ້ບໍ? ຕັດສິນຈາກສິ່ງທີ່ພຣະເຈົ້າໄດ້ກ່າວມາຕະຫຼອດ ແລະ ການອ່ານລະຫວ່າງແຖວໃນຄຳເວົ້າຂອງລາວ, ເບິ່ງຄືວ່າພຣະເຈົ້າບໍ່ມັກຄົນແບບຂ້ອຍ ແລະ ລາວກໍບໍ່ສາມາດເຂົ້າກັບຄົນແບບຂ້ອຍໄດ້. ເບິ່ງຄືວ່າຂ້ອຍບໍ່ສາມາດເຂົ້າກັບພຣະເຈົ້າຜູ້ຊົງສຳພັນກັບຊີວິດຈິງແບບນີ້ໄດ້. ຄຳເວົ້າທີ່ລາວເວົ້າ, ວຽກງານທີ່ລາວເຮັດ, ຫຼັກການສຳລັບການກະທຳຂອງລາວ ແລະ ອຸປະນິໄສຂອງລາວ, ເປັນຫຍັງຂ້ອຍຈຶ່ງພົບວ່າພວກມັນຂັດໃຈຫຼາຍແທ້? ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເປັນຄົນຊື່ສັດ, ມີສະຕິຮູ້ສຶກຜິດຊອບ, ໃຫ້ສະແຫວງຫາ, ເຊື່ອຟັງ ແລະ ຢຳເກງພຣະເຈົ້າເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ໃຫ້ປ່ອຍວາງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ, ສິ່ງເຫຼົ່ານີ້ຄືສິ່ງທີ່ຂ້ອຍບໍ່ສາມາດເຮັດໄດ້! ສິ່ງທີ່ພຣະເຈົ້າຮຽກຮ້ອງບໍ່ພຽງແຕ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງມະນຸດເທົ່ານັ້ນ, ມັນຍັງບໍ່ຄຳນຶງເຖິງຄວາມຮູ້ສຶກຂອງມະນຸດອີກດ້ວຍ. ຂ້ອຍຈະເຊື່ອໃນລາວໄດ້ແນວໃດ?” ຫຼັງຈາກທີ່ຄິດທົບທວນສິ່ງຕ່າງໆໃນໃຈຂອງພວກເຂົາແບບນີ້ແລ້ວ, ພວກເຂົາພັດທະນາຄວາມຮູ້ສຶກທີ່ດີຕໍ່ພຣະເຈົ້າ ຫຼື ຫ່າງເຫີນຈາກພຣະອົງ? (ພວກເຂົາຫ່າງເຫີນ.) ຫຼັງຈາກມີປະສົບການໄດ້ໄລຍະໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງຮູ້ສຶກວ່າຄົນແບບພວກເຂົາ, ຜູ້ທີ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ ແລະ ເຕັມໄປດ້ວຍຄວາມມຸ່ງມາດປາຖະໜາ, ຈະບໍ່ໄດ້ຮັບການຕ້ອນຮັບໃນເຮືອນຂອງພຣະເຈົ້າ, ບໍ່ມີບ່ອນຢູ່ທີ່ນີ້ໃຫ້ພວກເຂົາໃຊ້ທັກສະຂອງພວກເຂົາ ແລະ ພວກເຂົາບໍ່ສາມາດສະແດງຄວາມມຸ່ງມາດປາຖະໜາຂອງພວກເຂົາໄດ້ຢ່າງເຕັມທີ່ຢູ່ທີ່ນີ້. ພວກເຂົາຄິດວ່າ “ໃນເຮືອນຂອງພຣະເຈົ້າ, ຂ້ອຍບໍ່ສາມາດສະແດງຄວາມສາມາດພິເສດຂອງຂ້ອຍໄດ້. ຂ້ອຍຈະບໍ່ມີໂອກາດໄດ້ໂດດເດັ່ນເລີຍ. ພວກເຂົາເວົ້າວ່າຂ້ອຍຂາດຄວາມເຂົ້າໃຈຝ່າຍວິນຍານ, ຂ້ອຍບໍ່ເຂົ້າໃຈຄວາມຈິງ ແລະ ຂ້ອຍມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ພຽງແຕ່ຂ້ອຍຈະບໍ່ໄດ້ຮັບການເລື່ອນຕຳແໜ່ງ ຫຼື ຖືກມອບໝາຍໃຫ້ເຮັດວຽກທີ່ສຳຄັນເທົ່ານັ້ນ, ຂ້ອຍຍັງຖືກກ່າວໂທດອີກດ້ວຍ. ມັນຜິດບ່ອນໃດທີ່ຂ້ອຍສ້າງອານາຈັກທີ່ເປັນເອກະລາດຂອງຂ້ອຍເອງ? ມັນຜິດບ່ອນໃດທີ່ຂ້ອຍທໍລະມານຄົນອື່ນ? ໃນເມື່ອຂ້ອຍມີອຳນາດ, ຂ້ອຍກໍຄວນເຮັດແບບນີ້! ໃຜແດ່ຈະບໍ່ເຮັດແບບນີ້ ຖ້າພວກເຂົາມີອຳນາດ? ແລ້ວມັນຜິດບ່ອນໃດທີ່ຂ້ອຍໃຊ້ເລ່ຫຼ່ຽມ ແລະ ສໍ້ໂກງໃນລະຫວ່າງການເລືອກຕັ້ງ? ຜູ້ບໍ່ມີຄວາມເຊື່ອທຸກຄົນກໍເຮັດຄືກັນບໍ່ແມ່ນບໍ? ເປັນຫຍັງຈຶ່ງບໍ່ອະນຸຍາດໃຫ້ເຮັດໃນເຮືອນຂອງພຣະເຈົ້າ? ພວກເຂົາເຖິງກັບເວົ້າວ່າສິ່ງນີ້ໜ້າດ້ານ. ມັນຈະຖືວ່າໜ້າດ້ານໄດ້ແນວໃດ? ຄົນເຮົາດິ້ນລົນເພື່ອກ້າວຂຶ້ນສູ່ບ່ອນທີ່ສູງກວ່າ, ສ່ວນນໍ້າໄຫຼລົງສູ່ບ່ອນທີ່ຕໍ່າກວ່າ. ນີ້ຄືສິ່ງທີ່ຖືກຕ້ອງ! ເຮືອນຂອງພຣະເຈົ້າບໍ່ມ່ວນເລີຍ. ແຕ່ຜູ້ຄົນໃນໂລກນີ້ກໍຂ້ອນຂ້າງໂຫດຮ້າຍ ແລະ ເຂົ້າກັນໄດ້ຍາກ. ເມື່ອປຽບທຽບກັນແລ້ວ, ຜູ້ຄົນໃນເຮືອນຂອງພຣະເຈົ້າກໍປະພຶດຕົວດີກວ່າເລັກໜ້ອຍ. ຖ້າບໍ່ມີພຣະເຈົ້າ, ການຢູ່ບ່ອນນີ້ກໍຄົງຈະດີເລີດ; ຖ້າບໍ່ມີພຣະເຈົ້າ ແລະ ບໍ່ມີຄວາມຈິງມາຄວບຄຸມຜູ້ຄົນ, ຂ້ອຍກໍຈະເປັນຫົວໜ້າໃນເຮືອນຂອງພຣະເຈົ້າ, ເປັນເຈົ້ານາຍ ແລະ ເປັນກະສັດ”. ໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ພວກເຂົາປະສົບກັບສິ່ງຕ່າງໆຢູ່ສະເໝີ, ພວກເຂົາຖືກລິຮານຢ່າງຕໍ່ເນື່ອງ ແລະ ພວກເຂົາປ່ຽນໄປເຮັດໜ້າທີ່ຕ່າງໆ ແລະ ໃນທີ່ສຸດພວກເຂົາກໍຮັບຮູ້ບາງສິ່ງ ໂດຍເວົ້າວ່າ “ໃນເຮືອນຂອງພຣະເຈົ້າ, ສິ່ງໃດກໍຕາມທີ່ເກີດຂຶ້ນລ້ວນແຕ່ຖືກວັດແທກ ແລະ ຖືກແກ້ໄຂໂດຍໃຊ້ຄວາມຈິງ. ຄວາມຈິງຖືກເນັ້ນໜັກຢູ່ສະເໝີ ແລະ ລາວກໍມັກຈະເວົ້າເຖິງມັນຢູ່ສະເໝີ. ຂ້ອຍບໍ່ສາມາດສະແດງຄວາມມຸ່ງມາດປາຖະໜາຂອງຂ້ອຍໄດ້ຢ່າງເຕັມທີ່ຢູ່ທີ່ນີ້!” ເມື່ອມາຮອດຈຸດນີ້ໃນປະສົບການຂອງພວກເຂົາ, ພວກເຂົາກໍຍິ່ງເບື່ອໜ່າຍຄວາມຈິງຫຼາຍຂຶ້ນເລື້ອຍໆ, ເບື່ອໜ່າຍຕໍ່ການທີ່ຄວາມຈິງຂຶ້ນຄອງອຳນາດ, ຕໍ່ການທີ່ທຸກສິ່ງທີ່ພຣະເຈົ້າເຮັດລ້ວນແຕ່ເປັນຄວາມຈິງ ແລະ ຕໍ່ການສະແຫວງຫາຄວາມຈິງ. ພວກເຂົາຮູ້ສຶກເບື່ອໜ່າຍຕໍ່ສິ່ງເຫຼົ່ານີ້ເຖິງລະດັບໃດ? ພວກເຂົາເຖິງກັບບໍ່ຕ້ອງການຍອມຮັບ ຫຼື ຮັບເອົາຫຼັກຄຳສອນຂອງຄວາມຈິງທີ່ພວກເຂົາເຄີຍຍອມຮັບໃນຕອນທຳອິດ ແລະ ພວກເຂົາຮູ້ສຶກລັງກຽດຢ່າງຮ້າຍແຮງໃນໃຈຂອງພວກເຂົາ. ສະນັ້ນ, ທັນທີທີ່ຮອດເວລາສຳລັບການເຕົ້າໂຮມ, ພວກເຂົາກໍຈະເຫງົານອນ ແລະ ວິຕົກກັງວົນ. ເປັນຫຍັງພວກເຂົາຈຶ່ງວິຕົກກັງວົນ? ພວກເຂົາຄິດວ່າ “ການເຕົ້າໂຮມເຫຼົ່ານີ້ດຳເນີນໄປເປັນເວລາສາມ ຫຼື ສີ່ຊົ່ວໂມງຕໍ່ຄັ້ງ, ເມື່ອໃດສິ່ງນີ້ຈຶ່ງຈະຈົບລົງ? ຂ້ອຍບໍ່ຢາກຟັງອີກຕໍ່ໄປແລ້ວ!” ມີວະລີໜຶ່ງທີ່ສາມາດອະທິບາຍອາລົມຂອງພວກເຂົາໄດ້, ນັ້ນກໍຄື “ນັ່ງຢູ່ເທິງໜາມ ແລະ ເຂັມ”. ພວກເຂົາຮັບຮູ້ວ່າ ຕາບໃດທີ່ຄວາມຈິງຂຶ້ນຄອງອຳນາດໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຈະບໍ່ມີໂອກາດໄດ້ໂດດເດັ່ນເລີຍ, ແຕ່ຈະຖືກຈຳກັດ, ຖືກກ່າວໂທດ ແລະ ຖືກປະຕິເສດຈາກທຸກຄົນຢູ່ສະເໝີ ແລະ ບໍ່ວ່າພວກເຂົາຈະມີຄວາມສາມາດຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ຖືກມອບໝາຍໃຫ້ເຮັດໜ້າທີ່ສຳຄັນ. ດ້ວຍເຫດນັ້ນ, ຄວາມກຽດຊັງທີ່ພວກເຂົາມີຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າຈຶ່ງຮຸນແຮງຂຶ້ນ. ບາງຄົນອາດຈະຖາມວ່າ “ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ສຶກກຽດຊັງຕັ້ງແຕ່ຕອນທຳອິດ?” ແທ້ຈິງແລ້ວ, ພວກເຂົາຮູ້ສຶກກຽດຊັງຕັ້ງແຕ່ຕອນທຳອິດ, ແຕ່ໃນເວລານັ້ນ, ທຸກສິ່ງທຸກຢ່າງໃນເຮືອນຂອງພຣະເຈົ້າລ້ວນແຕ່ເປັນສິ່ງທີ່ບໍ່ຄຸ້ນເຄີຍສຳລັບພວກເຂົາ. ພວກເຂົາບໍ່ມີແນວຄວາມຄິດກ່ຽວກັບມັນ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ຮູ້ສຶກກຽດຊັງ ຫຼື ເບື່ອໜ່າຍ. ໃນຄວາມເປັນຈິງແລ້ວ, ພວກເຂົາຮູ້ສຶກເບື່ອໜ່າຍຕໍ່ຄວາມຈິງພາຍໃນແກ່ນແທ້ທຳມະຊາດຂອງພວກເຂົາ, ພວກເຂົາພຽງແຕ່ຍັງບໍ່ທັນຮູ້ສຶກຕົວເທົ່ານັ້ນ. ແກ່ນແທ້ທຳມະຊາດຂອງຄົນເຫຼົ່ານີ້ແມ່ນເບື່ອໜ່າຍຄວາມຈິງຢ່າງບໍ່ຕ້ອງສົງໄສ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ໂດຍທຳມະຊາດແລ້ວ ພວກເຂົາມັກຄວາມອະຍຸຕິທຳ, ຄວາມຊົ່ວຊ້າ, ອຳນາດ, ກະແສທີ່ຊົ່ວຮ້າຍ, ການກຳອຳນາດ, ການຄວບຄຸມຜູ້ຄົນ ແລະ ສິ່ງທີ່ເປັນລົບທັງໝົດແບບນີ້. ເມື່ອຕັດສິນຈາກສິ່ງເຫຼົ່ານີ້ທີ່ພວກເຂົາຮັກ, ມັນບໍ່ມີຂໍ້ສົງໄສເລີຍວ່າຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກເບື່ອໜ່າຍຕໍ່ຄວາມຈິງ. ຍິ່ງໄປກວ່ານັ້ນ, ໃນແງ່ຂອງການໄລ່ຕາມຂອງພວກເຂົາ, ພວກເຂົາໄລ່ຕາມສະຖານະ, ການເຮັດໃຫ້ຕົນເອງໂດດເດັ່ນ, ການມີລັດສະໝີຢູ່ເທິງຫົວຂອງພວກເຂົາ, ການເປັນຜູ້ນຳໃນທ່າມກາງຜູ້ຄົນ, ການເປັນຄົນໜ້າເກງຂາມ ແລະ ມີອຳນາດ, ການມີອິດທິພົນ ແລະ ຄວາມໜັກແໜ້ນບໍ່ວ່າພວກເຂົາຈະເວົ້າ ແລະ ເຮັດຫຍັງກໍຕາມ, ພ້ອມທັງຄວາມສາມາດໃນການຄວບຄຸມຜູ້ຄົນ, ພວກເຂົາໄລ່ຕາມສິ່ງເຫຼົ່ານີ້. ນີ້ກໍເປັນການສະແດງອອກເຖິງການຮູ້ສຶກເບື່ອໜ່າຍຕໍ່ຄວາມຈິງເຊັ່ນກັນ. ຍິ່ງໄປກວ່ານັ້ນ ເມື່ອຕັດສິນຈາກທັດສະນະຄະຕິທີ່ພວກເຂົາມີຕໍ່ຄວາມຈິງ, ບໍ່ວ່າບຸກຄົນເຫຼົ່ານີ້ຈະໄດ້ຍິນຄວາມຈິງຫຼາຍສໍ່າໃດກໍຕາມ, ມັນກໍຈະບໍ່ມີປະໂຫຍດຫຍັງເລີຍ. ບາງຄົນອາດຈະຖາມວ່າ “ເປັນເພາະພວກເຂົາມີຄວາມຈຳບໍ່ດີບໍ?” ບໍ່, ບໍ່ແມ່ນ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນມີຄວາມຈຳດີເລີດ, ພວກເຂົາເວົ້າເກັ່ງເປັນພິເສດ ແລະ ພວກເຂົາສາມາດນຳໃຊ້ ແລະ ໂອ້ອວດສິ່ງທີ່ພວກເຂົາຮຽນຮູ້ໄດ້ໃນທັນທີ. ດ້ວຍເຫດນັ້ນ ຜູ້ທີ່ຂາດການແຍກແຍະຈຶ່ງຄິດວ່າບຸກຄົນເຫຼົ່ານີ້ມີຂີດຄວາມສາມາດທີ່ດີ ແລະ ມີພຣະວິນຍານບໍລິສຸດເຮັດວຽກໃນຕົວພວກເຂົາ. ເຖິງຢ່າງໃດກໍຕາມ, ຜູ້ທີ່ມີການແຍກແຍະສາມາດຮັບຮູ້ໄດ້ໃນທັນທີວ່າສິ່ງທີ່ພວກເຂົາເວົ້າລ້ວນແຕ່ເປັນຫຼັກຄຳສອນ ແລະ ຄຳເວົ້າທີ່ວ່າງເປົ່າ, ມັນປາສະຈາກຄວາມຈິງຄວາມເປັນຈິງໃດໆ ແລະ ມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ຜູ້ຕໍ່ຕ້ານພຣະຄຣິສກໍເປັນຄົນແບບນີ້ແຫຼະ: ພວກເຂົາມັກເທດສະໜາຄຳເທດສະໜາທີ່ສູງສົ່ງເປັນພິເສດ, ສົນທະນາທິດສະດີທາງວິນຍານແບບວ່າງເປົ່າ ແລະ ພັ່ງພູຄຳເວົ້າອອກມາຢ່າງຫຼວງຫຼາຍ ເຊິ່ງເມື່ອໄດ້ເລີ່ມຕົ້ນແລ້ວ ກໍຈະນອກເລື່ອງ ແລະ ຍືດຍາວ. ຫຼາຍຄົນບໍ່ສາມາດເຂົ້າໃຈຄຳເວົ້າເຫຼົ່ານັ້ນໄດ້ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍເວົ້າວ່າ “ນີ້ຄືພາສາຂອງສະຫວັນຊັ້ນສາມ; ພວກເຈົ້າຈະເຂົ້າໃຈມັນໄດ້ແນວໃດ?” ການສະແດງອອກຫຼັກຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງແມ່ນເຫັນໄດ້ໃນທັດສະນະຄະຕິທີ່ພວກເຂົາມີຕໍ່ມັນ ແລະ ແນ່ນອນວ່າມັນຍັງສະແດງອອກໃນຊີວິດປະຈຳວັນ ແລະ ກິດຈະກຳປົກກະຕິຂອງພວກເຂົາອີກດ້ວຍ, ໂດຍສະເພາະໃນວິທີທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາມີການສະແດງອອກຫຼາຍຢ່າງ. ທີໜຶ່ງ, ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງ, ເຖິງແມ່ນວ່າພວກເຂົາຈະຮູ້ຢ່າງຊັດເຈນວ່າພວກເຂົາຄວນສະແຫວງຫາກໍຕາມ. ທີສອງ, ພວກເຂົາບໍ່ເຄີຍປະຕິບັດຄວາມຈິງ. ໃນເມື່ອພວກເຂົາບໍ່ສະແຫວງຫາຄວາມຈິງ, ພວກເຂົາຈະປະຕິບັດມັນໄດ້ແນວໃດ? ມີພຽງແຕ່ຜ່ານການສະແຫວງຫາເທົ່ານັ້ນຈຶ່ງຈະມີຄວາມເຂົ້າໃຈ ແລະ ມີພຽງແຕ່ຄວາມເຂົ້າໃຈເທົ່ານັ້ນທີ່ສາມາດນຳໄປສູ່ການປະຕິບັດໄດ້; ພວກເຂົາບໍ່ສະແຫວງຫາ ແລະ ພວກເຂົາກໍບໍ່ໄດ້ເອົາຫຼັກການຄວາມຈິງມາໃສ່ໃຈເລີຍ. ພວກເຂົາເຖິງກັບດູຖູກ, ຮູ້ສຶກເບື່ອໜ່າຍ ແລະ ເບິ່ງພວກມັນດ້ວຍຄວາມບໍ່ເປັນມິດ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ເຄີຍແມ່ນແຕ່ຈະແຕະຕ້ອງເຖິງການປະຕິບັດຄວາມຈິງ ແລະ ເຖິງແມ່ນວ່າບາງຄັ້ງພວກເຂົາຈະເຂົ້າໃຈຄວາມຈິງກໍຕາມ, ພວກເຂົາກໍບໍ່ປະຕິບັດມັນ. ຕົວຢ່າງ: ເມື່ອຄົນອື່ນແນະນຳແນວທາງການປະຕິບັດທີ່ດີກ່ຽວກັບບາງເລື່ອງ, ພວກເຂົາອາດຈະຕອບໂຕ້ວ່າ “ມັນດີບ່ອນໃດ? ຖ້າຂ້ອຍເຮັດແບບນັ້ນ, ແນວຄວາມຄິດຂອງຂ້ອຍເອງຈະບໍ່ສູນເປົ່າບໍ?” ບາງຄົນອາດຈະເວົ້າວ່າ “ເຮືອນຂອງພຣະເຈົ້າຈະໄດ້ຮັບຄວາມເສຍຫາຍ ຖ້າພວກເຮົາເຮັດສິ່ງຕ່າງໆຕາມວິທີຂອງເຈົ້າ; ພວກເຮົາຕ້ອງປະຕິບັດຕາມຫຼັກການ”. ພວກເຂົາໂຕ້ຕອບວ່າ “ຫຼັກການຫຍັງກັນ! ວິທີຂອງຂ້ອຍຄືຫຼັກການ; ສິ່ງໃດກໍຕາມທີ່ຂ້ອຍຄິດກໍຄືຫຼັກການ!” ນີ້ບໍ່ແມ່ນການບໍ່ປະຕິບັດຄວາມຈິງບໍ? (ແມ່ນແລ້ວ.) ການສະແດງອອກຫຼັກອີກຢ່າງໜຶ່ງຂອງພວກເຂົາກໍຄື ພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ ຫຼື ເຮັດການເຝົ້າດ່ຽວຝ່າຍວິນຍານ. ເມື່ອບາງຄົນຫຍຸ້ງກັບວຽກ ແລະ ບໍ່ສາມາດຫາເວລາອ່ານພຣະທຳຂອງພຣະເຈົ້າໄດ້, ພວກເຂົາກໍໄຕ່ຕອງຢ່າງງຽບໆ ຫຼື ຮ້ອງເພງສັນລະເສີນສອງສາມເພງ ແລະ ຖ້າພວກເຂົາຜ່ານໄປຫຼາຍມື້ໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະຮູ້ສຶກວ່າງເປົ່າ. ໃນທ່າມກາງຄວາມຫຍຸ້ງຂອງພວກເຂົາ, ພວກເຂົາຍາດເວລາຄາວໜຶ່ງເພື່ອອ່ານຈັກຕອນໜຶ່ງ ແລະ ເຕີມເຕັມຕົນເອງ, ໄຕ່ຕອງຈົນກວ່າພວກເຂົາຈະສາມາດສຳຜັດເຖິງການສະຖິດຢູ່ຂອງພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍໝັ້ນຄົງ. ຄົນແບບນັ້ນຢູ່ບໍ່ໄກຈາກພຣະເຈົ້າປານໃດ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ຮູ້ສຶກທຸກໃຈ ຖ້າພວກເຂົາຜ່ານໄປໜຶ່ງມື້ໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າເປັນເວລາ 10 ມື້, ພວກເຂົາກໍບໍ່ຮູ້ສຶກຫຍັງເລີຍ. ພວກເຂົາຍັງສາມາດດຳລົງຊີວິດໄດ້ເປັນຢ່າງດີໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າເປັນເວລາໜຶ່ງປີ ແລະ ພວກເຂົາເຖິງກັບສາມາດຜ່ານໄປສາມປີໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ຮູ້ສຶກຫຍັງເລີຍ, ພວກເຂົາບໍ່ຮູ້ສຶກຢ້ານ ຫຼື ວ່າງເປົ່າໃນໃຈຂອງພວກເຂົາ ແລະ ພວກເຂົາກໍສືບຕໍ່ດຳລົງຊີວິດຢ່າງສຸກສະບາຍ. ພວກເຂົາຕ້ອງຮູ້ສຶກເບື່ອໜ່າຍຕໍ່ພຣະທຳຂອງພຣະເຈົ້າຢ່າງຮຸນແຮງຫຼາຍສໍ່າໃດ! ຄົນໆໜຶ່ງອາດຈະຜ່ານໄປໜຶ່ງມື້ໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າຍ້ອນຄວາມຫຍຸ້ງວຽກ ຫຼື ອາດຈະ 10 ມື້ດ້ວຍເຫດຜົນດຽວກັນ. ເຖິງຢ່າງໃດກໍຕາມ, ຖ້າຄົນໃດໜຶ່ງສາມາດຜ່ານໄປໝົດເດືອນໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ຍັງບໍ່ຮູ້ສຶກຫຍັງເລີຍ, ແລ້ວມັນກໍມີບັນຫາ. ຖ້າໜຶ່ງປີຜ່ານໄປໂດຍທີ່ຄົນໃດໜຶ່ງບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ຂາດຄວາມປາຖະໜາຕໍ່ພຣະທຳຂອງພຣະເຈົ້າເທົ່ານັ້ນ, ແຕ່ແມ່ນພວກເຂົາມີຄວາມເບື່ອໜ່າຍຕໍ່ຄວາມຈິງ.
ການສະແດງອອກອີກຢ່າງໜຶ່ງຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກເບື່ອໜ່າຍຕໍ່ຄວາມຈິງກໍຄື ການທີ່ພວກເຂົາດູຖູກພຣະຄຣິສ. ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກັນກ່ຽວກັບການດູຖູກພຣະຄຣິສຂອງພວກເຂົາແລ້ວ. ແລ້ວພຣະຄຣິສໄດ້ເຮັດຫຍັງໃຫ້ພວກເຂົາ ພວກເຂົາຈຶ່ງດູຖູກພຣະອົງ? ພຣະອົງໄດ້ທຳຮ້າຍ ຫຼື ເຮັດໃຫ້ພວກເຂົາໄດ້ຮັບອັນຕະລາຍ ຫຼື ເຮັດສິ່ງໃດທີ່ຂັດກັບຄວາມປາຖະໜາຂອງພວກເຂົາບໍ? ພຣະອົງໄດ້ທຳລາຍຜົນປະໂຫຍດໃດໆຂອງພວກເຂົາບໍ? ບໍ່. ພຣະຄຣິສບໍ່ມີຄວາມຄຽດແຄ້ນສ່ວນຕົວຕໍ່ພວກເຂົາ ແລະ ພວກເຂົາກໍຍັງບໍ່ເຄີຍພົບພຣະອົງເລີຍ. ແລ້ວພວກເຂົາຈະດູຖູກພຣະອົງໄດ້ແນວໃດ? ສາເຫດຕົ້ນຕໍແມ່ນຢູ່ໃນແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຮູ້ສຶກເບື່ອໜ່າຍຕໍ່ຄວາມຈິງ. ການສະແດງອອກອີກຢ່າງໜຶ່ງຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກເບື່ອໜ່າຍຕໍ່ຄວາມຈິງກໍຄື ການດູຖູກຂອງພວກເຂົາຕໍ່ຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ. ຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດກວມເອົາຫຼາຍສິ່ງຫຼາຍຢ່າງເຊັ່ນ: ທຸກສິ່ງທີ່ພຣະເຈົ້າໄດ້ສ້າງ ແລະ ກົດເກນຂອງພວກມັນ, ສິ່ງທີ່ມີຊີວິດຕ່າງໆ ແລະ ກົດເກນທີ່ຄວບຄຸມຊີວິດຂອງພວກມັນ ແລະ ໂດຍຫຼັກແລ້ວແມ່ນກົດເກນຕ່າງໆທີ່ຄວບຄຸມຊີວິດຂອງສິ່ງທີ່ມີຊີວິດເຫຼົ່ານີ້ທີ່ເອີ້ນວ່າມະນຸດ. ຕົວຢ່າງ: ເລື່ອງຂອງການເກີດ, ຄວາມແກ່, ຄວາມເຈັບປ່ວຍ ແລະ ຄວາມຕາຍທີ່ໃກ້ຊິດກັບຊີວິດມະນຸດທີ່ສຸດ, ຂາຂອງຄົນປົກກະຕິຈະອ່ອນແຮງລົງເມື່ອພວກມັນອາຍຸຫຼາຍຂຶ້ນ, ສຸຂະພາບຂອງພວກເຂົາຊຸດໂຊມລົງ, ຕາຂອງພວກເຂົາມົວ, ພວກເຂົາຫູບໍ່ດີ, ແຂ້ວຂອງພວກເຂົາຫຼົ່ນ ແລະ ພວກເຂົາຄິດວ່າພວກເຂົາຕ້ອງຍອມຮັບຄວາມຊະລາ. ພຣະເຈົ້າມີອຳນາດສູງສຸດເໜືອສິ່ງທັງໝົດນີ້ ແລະ ບໍ່ມີໃຜສາມາດຝ່າຝືນກົດເກນທຳມະຊາດນີ້ໄດ້, ຄົນປົກກະຕິສາມາດຮັບຮູ້ ແລະ ຍອມຮັບສິ່ງທັງໝົດເຫຼົ່ານີ້. ເຖິງຢ່າງໃດກໍຕາມ, ບໍ່ວ່າຄົນເຮົາຈະມີຊີວິດຢູ່ດົນປານໃດ ຫຼື ສະພາບສຸຂະພາບຮ່າງກາຍຂອງພວກເຂົາຈະເປັນແນວໃດກໍຕາມ, ບາງສິ່ງກໍບໍ່ປ່ຽນແປງເຊັ່ນ: ວິທີທີ່ພວກເຂົາຄວນປະຕິບັດໜ້າທີ່ຂອງພວກເຂົາ, ຕຳແໜ່ງທີ່ພວກເຂົາຄວນຮັບເອົາ ແລະ ທັດສະນະຄະຕິທີ່ພວກເຂົາຄວນມີໃນການປະຕິບັດໜ້າທີ່ຂອງພວກເຂົາ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບ. ພວກເຂົາເວົ້າວ່າ “ຂ້ອຍແມ່ນໃຜ? ຂ້ອຍເຖົ້າບໍ່ໄດ້. ຂ້ອຍຕ້ອງແຕກຕ່າງຈາກຄົນທຳມະດາຢູ່ຕະຫຼອດເວລາ. ເຈົ້າເບິ່ງວ່າຂ້ອຍເຖົ້າບໍ? ມີບາງສິ່ງທີ່ພວກເຈົ້າບໍ່ສາມາດເຮັດໄດ້ໃນອາຍຸສໍ່າກັນນີ້, ແຕ່ຂ້ອຍເຮັດໄດ້. ຂາຂອງພວກເຈົ້າອາດຈະອ່ອນແຮງໃນໄວຫ້າສິບປີ, ແຕ່ຂາຂອງຂ້ອຍຍັງຄົງວ່ອງໄວ. ຂ້ອຍເຖິງກັບຝຶກໂດດຈາກຫຼັງຄາໜຶ່ງໄປຫາອີກຫຼັງຄາໜຶ່ງ!” ພວກເຂົາມັກຈະຕ້ອງການທ້າທາຍກົດເກນປົກກະຕິເຫຼົ່ານີ້ທີ່ພຣະເຈົ້າໄດ້ກຳນົດໄວ້ຢູ່ສະເໝີ, ພວກເຂົາພະຍາຍາມທຳລາຍກົດເກນເຫຼົ່ານັ້ນຢູ່ຕະຫຼອດເວລາ ແລະ ສະແດງໃຫ້ຄົນອື່ນເຫັນວ່າພວກເຂົາແຕກຕ່າງ, ພິເສດ ແລະ ເໜືອກວ່າຄົນທຳມະດາ. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ພວກເຂົາຕ້ອງການທ້າທາຍພຣະທຳຂອງພຣະເຈົ້າ ແລະ ປະຕິເສດວ່າພຣະທຳຂອງພຣະອົງເປັນຄວາມຈິງ. ນີ້ບໍ່ແມ່ນການສະແດງອອກເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຮູ້ສຶກເບື່ອໜ່າຍຕໍ່ຄວາມຈິງບໍ? (ແມ່ນແລ້ວ.) ຍັງມີອີກດ້ານໜຶ່ງ, ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສເຄົາລົບກະແສທີ່ຊົ່ວຮ້າຍ ແລະ ອິດທິພົນມືດ; ສິ່ງນີ້ຍິ່ງຢືນຢັນເພີ່ມເຕີມວ່າພວກເຂົາເປັນສັດຕູຂອງຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສຊື່ນຊົມ ແລະ ເຄົາລົບລະບອບການປົກຄອງຂອງຊາຕານຢ່າງເລິກເຊິ່ງ ພ້ອມທັງຄວາມສາມາດ, ທັກສະ ແລະ ການກະທຳຕ່າງໆຂອງວິນຍານຊົ່ວຮ້າຍທີ່ຖືກກ່າວເຖິງໃນຕຳນານ, ຕະຫຼອດຈົນກະແສທີ່ຊົ່ວຮ້າຍ ແລະ ອິດທິພົນມືດ. ຄວາມເຊື່ອຂອງພວກເຂົາໃນສິ່ງເຫຼົ່ານີ້ແມ່ນໜັກແໜ້ນ ແລະ ພວກເຂົາບໍ່ເຄີຍສົງໄສໃນພວກມັນເລີຍ. ຫົວໃຈຂອງພວກເຂົາບໍ່ພຽງແຕ່ປາສະຈາກຄວາມເບື່ອໜ່າຍເທົ່ານັ້ນ ແຕ່ຍັງເຕັມໄປດ້ວຍຄວາມເຄົາລົບ, ຄວາມຍຳເກງ ແລະ ຄວາມອິດສາຕໍ່ພວກມັນອີກດ້ວຍ. ແມ່ນແຕ່ໃນສ່ວນເລິກຫົວໃຈຂອງພວກເຂົາ, ພວກເຂົາກໍຕິດຕາມສິ່ງເຫຼົ່ານີ້ຢ່າງໃກ້ຊິດ. ຜູ້ຕໍ່ຕ້ານພຣະຄຣິສມີທັດສະນະຄະຕິແບບນີ້ໃນສ່ວນເລິກຫົວໃຈຂອງພວກເຂົາກ່ຽວກັບສິ່ງທີ່ຊົ່ວຮ້າຍ ແລະ ມືດມົນເຫຼົ່ານີ້, ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາເບື່ອໜ່າຍຄວາມຈິງບໍ? ແນ່ນອນ! ຄົນທີ່ຮັກສິ່ງທີ່ຊົ່ວຊ້າ ແລະ ມືດມົນເຫຼົ່ານີ້ຈະຮັກຄວາມຈິງໄດ້ແນວໃດ? ຄົນເຫຼົ່ານີ້ແມ່ນຄົນທີ່ເປັນຂອງກອງກຳລັງທີ່ຊົ່ວຮ້າຍ ແລະ ເປັນພັກພວກຂອງຊາຕານ. ແນ່ນອນວ່າ ພວກເຂົາເຊື່ອໃນສິ່ງຂອງຊາຕານຢ່າງບໍ່ຫວັ່ນໄຫວ, ໃນຂະນະທີ່ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມລັງກຽດ ແລະ ຄວາມດູຖູກຕໍ່ຄວາມຈິງ ແລະ ສິ່ງທີ່ເປັນບວກ. ພວກເຮົາຈະຂໍຈົບການສະຫຼຸບຂອງພວກເຮົາກ່ຽວກັບຂໍ້ຂອງການເບື່ອໜ່າຍຄວາມຈິງໄວ້ພຽງເທົ່ານີ້.
3. ຄວາມໂຫດຮ້າຍ
ອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສອີກພາກສ່ວນໜຶ່ງກໍຄືຄວາມໂຫດຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສສາມາດສະຫຼຸບໄດ້ດ້ວຍໜຶ່ງວະລີ: ຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນຊົ່ວຮ້າຍ. ເມື່ອພວກເຂົາມີສະຖານະ, ມັນກໍເຫັນໄດ້ຊັດເຈນວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ. ເມື່ອພວກເຂົາບໍ່ມີສະຖານະ, ເຈົ້າຈະຕັດສິນໄດ້ແນວໃດວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່? ເຈົ້າຕ້ອງເບິ່ງທີ່ຄວາມເປັນມະນຸດຂອງພວກເຂົາ. ຖ້າຄວາມເປັນມະນຸດຂອງພວກເຂົາປະສົງຮ້າຍ, ມີເລ່ຫຼ່ຽມ ແລະ ໂຫດຫ້ຽມ, ແລ້ວພວກເຂົາກໍເປັນຜູ້ຕໍ່ຕ້ານພຣະຄຣິສໜຶ່ງຮ້ອຍເປີເຊັນ. ຖ້າຄົນໃດໜຶ່ງບໍ່ເຄີຍມີສະຖານະ ແລະ ບໍ່ເຄີຍເປັນຜູ້ນຳ ແລະ ຄວາມເປັນມະນຸດຂອງພວກເຂົາກໍບໍ່ດີ, ເຈົ້າຈະກຳນົດໄດ້ແນວໃດວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່? ເຈົ້າຕ້ອງເບິ່ງວ່າຄວາມເປັນມະນຸດຂອງພວກເຂົາໂຫດຫ້ຽມ ຫຼື ບໍ່ ແລະ ພວກເຂົາເປັນຄົນຊົ່ວຮ້າຍ ຫຼື ບໍ່. ຖ້າພວກເຂົາເປັນຄົນຊົ່ວຮ້າຍ, ແລ້ວເຖິງແມ່ນວ່າພວກເຂົາຈະບໍ່ມີສະຖານະ, ພວກເຂົາກໍເປັນຜູ້ຕໍ່ຕ້ານພຣະຄຣິສໜຶ່ງຮ້ອຍເປີເຊັນ. ສະນັ້ນ, ລັກສະນະທົ່ວໄປອີກຢ່າງໜຶ່ງຂອງອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສກໍຄືຄວາມໂຫດຮ້າຍ. ອຸປະນິໄສທີ່ໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສຄືກັນກັບຄວາມໂຫດຮ້າຍຂອງສິງ ຫຼື ເສືອທີ່ລ່າເຫຍື່ອບໍ? (ບໍ່.) ສັດກິນຊີ້ນລ່າເຫຍື່ອຍ້ອນຄວາມຫິວ; ມັນເປັນຄວາມຕ້ອງການທາງຮ່າງກາຍ ແລະ ເປັນສັນຊາດຕະຍານ. ແຕ່ເມື່ອພວກມັນບໍ່ຫິວ, ພວກມັນກໍຈະບໍ່ລ່າເຫຍື່ອ. ສິ່ງນີ້ແຕກຕ່າງຈາກຄວາມໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສແນວໃດ? ມັນເປັນກໍລະນີທີ່ວ່າ ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ໂຫດຮ້າຍຖ້າເຈົ້າບໍ່ຍົວະໂມໂຫພວກເຂົາ ແລະ ຈະໂຫດຮ້າຍກໍຕໍ່ເມື່ອພວກເຂົາຖືກຍົວະໂມໂຫເທົ່ານັ້ນບໍ? ຫຼືວ່າ ພວກເຂົາຈະບໍ່ຄວບຄຸມເຈົ້າຖ້າເຈົ້າບໍ່ຟັງພວກເຂົາ, ແຕ່ຈະຄວບຄຸມເຈົ້າຖ້າເຈົ້າຟັງພວກເຂົາບໍ? ຫຼືວ່າ ພວກເຂົາຈະບໍ່ທໍລະມານເຈົ້າຕາບໃດທີ່ເຈົ້າຟັງພວກເຂົາ, ແຕ່ຈະທໍລະມານເຈົ້າຖ້າເຈົ້າບໍ່ຟັງພວກເຂົາບໍ? (ບໍ່.) ຄວາມໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນອຸປະນິໄສ, ແມ່ນແກ່ນແທ້, ມັນຄືແກ່ນແທ້ແບບຊາຕານຢ່າງແທ້ຈິງ. ມັນບໍ່ແມ່ນສັນຊາດຕະຍານ ຫຼື ຄວາມຕ້ອງການຂອງເນື້ອໜັງ, ແຕ່ເປັນການສະແດງອອກ ແລະ ເປັນລັກສະນະຂອງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ການສະແດງອອກ, ການເປີດເຜີຍ ແລະ ວິທີການຂອງອຸປະນິໄສທີ່ໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສມີຫຍັງແດ່? ການກະທຳໃດຂອງພວກເຂົາທີ່ສະແດງໃຫ້ເຫັນວ່າອຸປະນິໄສຂອງພວກເຂົາໂຫດຮ້າຍ, ວ່າພວກເຂົາມີແກ່ນແທ້ຂອງຄົນຊົ່ວຮ້າຍ? ບອກຄວາມຄິດຂອງພວກເຈົ້າມາເບິ່ງ. (ພວກເຂົາທໍລະມານຄົນອື່ນ.) (ພວກເຂົາກົດຂີ່ ແລະ ກີດກັນຄົນທີ່ແຕກຕ່າງຈາກພວກເຂົາ.) (ພວກເຂົາໃສ່ຮ້າຍຄົນອື່ນ ແລະ ວາງກັບດັກພວກເຂົາ.) (ພວກເຂົາຄວບຄຸມ ແລະ ບົງການຜູ້ຄົນ.) (ພວກເຂົາສ້າງພັກສ້າງພວກ ແລະ ຍຸແຍ່ໃຫ້ແຕກແຍກກັນ.) ການສ້າງພັກສ້າງພວກ ແລະ ການຍຸແຍ່ໃຫ້ແຕກແຍກກັນນັ້ນມີເລ່ຫຼ່ຽມເລັກໜ້ອຍ; ສິ່ງເຫຼົ່ານີ້ຄືການສະແດງອອກຂອງອຸປະນິໄສທີ່ຊົ່ວຊ້າ, ແຕ່ພວກມັນຍັງບໍ່ເຖິງຂັ້ນຂອງຄວາມໂຫດຮ້າຍ. ການເຜີຍແຜ່ຄວາມຄິດຫຼົງຜິດ, ການສ້າງອານາຈັກເອກະລາດ, ສິ່ງເຫຼົ່ານີ້ໂຫດຮ້າຍບໍ? (ແມ່ນແລ້ວ.) ການຕໍ່ຕ້ານການຈັດແຈງວຽກງານ, ການລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ການຍຶດຄອງເຄື່ອງຖວາຍຂອງພຣະເຈົ້າ ແລະ ການຕໍ່ຕ້ານພຣະເຈົ້າໂດຍກົງ, ສິ່ງເຫຼົ່ານີ້ໂຫດຮ້າຍບໍ? (ແມ່ນແລ້ວ.) ການຍຶດຄອງເຄື່ອງຖວາຍບໍ່ພຽງແຕ່ເປັນຄວາມໂລບມາກເທົ່ານັ້ນ; ມັນຍັງເປັນການສະແດງອອກຂອງອຸປະນິໄສທີ່ໂຫດຮ້າຍອີກດ້ວຍ. ການທີ່ຜູ້ຕໍ່ຕ້ານພຣະຄຣິສສາມາດຍຶດຄອງເຄື່ອງຖວາຍໄດ້ນັ້ນ ບົ່ງບອກເຖິງອຸປະນິໄສທີ່ໂຫດຮ້າຍຢ່າງຍິ່ງ ເຊິ່ງເທົ່າກັບອຸປະນິໄສຂອງພວກໂຈນ. ຈົ່ງກ່າວຄືນສິ່ງທີ່ພວກເຮົາຫາກໍເວົ້າໄປ. (ພວກເຂົາທໍລະມານຄົນອື່ນ, ກົດຂີ່ ແລະ ກີດກັນຄົນທີ່ແຕກຕ່າງຈາກພວກເຂົາ, ໃສ່ຮ້າຍ ແລະ ວາງກັບດັກພວກເຂົາ, ຄວບຄຸມ ແລະ ບົງການຜູ້ຄົນ, ເຜີຍແຜ່ຄວາມຄິດຫຼົງຜິດ, ສ້າງອານາຈັກເອກະລາດ, ຕໍ່ຕ້ານການຈັດແຈງວຽກງານ, ໂຈມຕີພຣະເຈົ້າ ແລະ ຍຶດຄອງເຄື່ອງຖວາຍ.) ລວມທັງໝົດມີເກົ້າຂໍ້. ສິ່ງເຫຼົ່ານີ້ຄືການສະແດງອອກຂອງອຸປະນິໄສທີ່ໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສໂດຍປະມານ. ໃນຄວາມເປັນຈິງແລ້ວ, ຍັງມີການສະແດງອອກທີ່ສະເພາະເຈາະຈົງບາງຢ່າງ, ແຕ່ພວກມັນເກືອບຈະຄືກັນກັບສິ່ງເຫຼົ່ານີ້, ສະນັ້ນ ເຮົາຈະບໍ່ລະບຸລາຍການພວກມັນຢ່າງລະອຽດ. ສະຫຼຸບແລ້ວ, ຜູ້ທີ່ໃຊ້ວິທີການ ແລະ ກົນລະຍຸດເຫຼົ່ານີ້ແມ່ນຄົນຊົ່ວຮ້າຍ. ໃນດ້ານໜຶ່ງ, ວິທີການຂອງພວກເຂົາມີເລ່ຫຼ່ຽມ, ຕົວຢ່າງ: ການໃສ່ຮ້າຍ, ການວາງກັບດັກ ແລະ ການເຜີຍແຜ່ຄວາມຄິດຫຼົງຜິດ ລ້ວນແຕ່ມີເລ່ຫຼ່ຽມພໍສົມຄວນ. ໃນອີກດ້ານໜຶ່ງ, ກົນລະຍຸດຂອງພວກເຂົາຂ້ອນຂ້າງໂຫດຫ້ຽມ ແລະ ຮຸນແຮງ, ເຊິ່ງເຮັດໃຫ້ພວກເຂົາຖືກຈັດວ່າມີອຸປະນິໄສທີ່ໂຫດຮ້າຍ.
ເມື່ອຕັດສິນຈາກອຸປະນິໄສ-ແກ່ນແທ້ສາມດ້ານນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້.) ພວກເຂົາເຕັມໃຈທີ່ຈະອອກເຫື່ອແຮງໃນເຮືອນຂອງພຣະເຈົ້າບໍ? (ບໍ່, ພວກເຂົາບໍ່ເຕັມໃຈ.) ພວກເຂົາບໍ່ໄລ່ຕາມຄວາມຈິງ, ພວກເຂົາບໍ່ຮັກຄວາມຈິງ ແລະ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມບໍ່ເປັນມິດຕໍ່ພຣະເຈົ້າ ແລະ ສິ່ງທີ່ເປັນບວກ. ພວກເຂົາເຖິງກັບບໍ່ເຕັມໃຈທີ່ຈະເຮັດສິ່ງທີ່ພື້ນຖານທີ່ສຸດ, ນັ້ນກໍຄືການອອກເຫື່ອແຮງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ນັ້ນກໍຄື ພວກເຂົາບໍ່ສາມາດເຮັດແມ່ນແຕ່ສິ່ງທີ່ຄົນເຮົາຄວນເຮັດຕາມປົກກະຕິ. ບໍ່ພຽງແຕ່ພວກເຂົາບໍ່ສາມາດເຮັດໄດ້ເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາຍັງລົບກວນ, ຂັດຂວາງ ແລະ ທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງອ້າຍເອື້ອຍນ້ອງທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ພ້ອມທັງຊີວິດຄຣິສຕະຈັກທີ່ປົກກະຕິອີກດ້ວຍ. ໃນເວລາດຽວກັນ, ພວກເຂົາກໍລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ການເຂົ້າສູ່ຊີວິດທີ່ປົກກະຕິຂອງຜູ້ຄົນ ແລະ ພາລະກິດທີ່ປົກກະຕິຂອງພຣະເຈົ້າໃນຕົວຜູ້ຄົນ. ແລ້ວບໍ່ພຽງແຕ່ເທົ່ານັ້ນ, ພວກເຂົາຍັງຕ້ອງການປົກຄອງ ແລະ ກຳອຳນາດໃນເຮືອນຂອງພຣະເຈົ້າອີກດ້ວຍ; ພວກເຂົາປາຖະໜາທີ່ຈະເຮັດໃຫ້ຜູ້ຄົນຫຼົງຜິດ, ຊັກຈູງ ແລະ ຄວບຄຸມຜູ້ຄົນ, ເພື່ອສ້າງອານາຈັກທີ່ເປັນເອກະລາດ ແລະ ພັກພວກຂອງພວກເຂົາເອງໃນເຮືອນຂອງພຣະເຈົ້າ ແລະ ເພື່ອປ່ຽນຜູ້ທີ່ຕິດຕາມພຣະເຈົ້າໃຫ້ກາຍເປັນຜູ້ຕິດຕາມຂອງພວກເຂົາເອງຢ່າງສິ້ນເຊີງ, ເພື່ອທີ່ພວກເຂົາອາດຈະສາມາດບັນລຸຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາໃນການກຳອຳນາດ ແລະ ອິດທິພົນ, ໃນການຄວບຄຸມປະຊາກອນທີ່ພຣະເຈົ້າເລືອກ ແລະ ໃນການຕັ້ງຕົວເປັນປໍລະປັກກັບພຣະເຈົ້າ. ສະນັ້ນ, ມັນມີຄຸນຄ່າຫຍັງບໍທີ່ຈະໃຊ້ຜູ້ຕໍ່ຕ້ານພຣະຄຣິສໃນເຮືອນຂອງພຣະເຈົ້າ? ພວກເຂົາສາມາດເຮັດໜ້າທີ່ທີ່ດີໃດໆໃນເຮືອນຂອງພຣະເຈົ້າບໍ? (ບໍ່.) ເມື່ອຕັດສິນຈາກຄວາມເປັນມະນຸດຂອງພວກເຂົາໄປຈົນເຖິງການໄລ່ຕາມຂອງພວກເຂົາ, ຈາກຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາໄປຈົນເຖິງເສັ້ນທາງທີ່ພວກເຂົາຍ່າງ ແລະ ທັດສະນະຄະຕິທີ່ພວກເຂົາມີຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ, ໃນເຮືອນຂອງພຣະເຈົ້າ ຄົນແບບນີ້ສາມາດເຮັດໄດ້ພຽງໜ້າທີ່ໃນການລົບກວນ, ຂັດຂວາງ ແລະ ທຳລາຍວຽກງານຂອງພຣະເຈົ້າເທົ່ານັ້ນ. ພວກເຂົາບໍ່ສາມາດເຮັດແມ່ນແຕ່ໜ້າທີ່ທີ່ເປັນບວກໄດ້ແມ່ນແຕ່ໜ້ອຍດຽວ, ເພາະວ່າພວກເຂົາບໍ່ເຄີຍໄລ່ຕາມຄວາມຈິງ ແລະ ໃນແກ່ນແທ້ທຳມະຊາດຂອງພວກເຂົາ ພວກເຂົາເບື່ອໜ່າຍຄວາມຈິງ ແລະ ເຕັມໄປດ້ວຍຄວາມບໍ່ເປັນມິດຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.
ມາຮອດຕອນນີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສຈົບລົງຢ່າງສົມບູນແລ້ວ. ຜ່ານສິ່ງທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້, ຕອນນີ້ ພວກເຈົ້າສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້ແລ້ວບໍ? ເພື່ອສະຫຼຸບດ້ວຍວະລີທີ່ງ່າຍດາຍທີ່ສຸດ: ຄົນຊົ່ວຮ້າຍແມ່ນຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກຄົນລ້ວນແຕ່ເປັນຄົນຊົ່ວຮ້າຍ. ເມື່ອເວົ້າແບບນີ້, ສິ່ງຕ່າງໆບໍ່ໄດ້ຊັດເຈນຂຶ້ນສຳລັບພວກເຈົ້າຫຼາຍແລ້ວບໍ? ຕອນນີ້ເຂົ້າໃຈງ່າຍຂຶ້ນແລ້ວບໍ? ໃນໄລຍະສອງປີທີ່ຜ່ານມາ, ພວກເຮົາໄດ້ໄຈ້ແຍກແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງຕໍ່ເນື່ອງ ແລະ ພວກເຈົ້າກໍໄດ້ຜ່ານການຫຼໍ່ຫຼອມຢ່າງຫຼວງຫຼາຍ, ໂດຍກັງວົນວ່າພວກເຈົ້າອາດຈະເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່. ຕອນນີ້, ໃນທີ່ສຸດຜົນກໍອອກມາແລ້ວ. ຂະບວນການນີ້ຂ້ອນຂ້າງຍາກລຳບາກ, ແຕ່ຜົນສຸດທ້າຍກໍອອກມາດີ: ພວກເຈົ້າມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ພວກເຈົ້າບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າເຂົ້າໃຈສິ່ງນີ້ໄດ້ແນວໃດ? ຄຳໂອ້ລົມປະໂຫຍກໃດຂອງເຮົາທີ່ເຮັດໃຫ້ພວກເຈົ້າຮັບຮູ້ສິ່ງນີ້ໄດ້? (ຄັ້ງທີ່ແລ້ວ, ຜ່ານການໂອ້ລົມຂອງພຣະເຈົ້າກ່ຽວກັບຄວາມແຕກຕ່າງລະຫວ່າງລັກສະນະ ແລະ ອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ກັບຂອງຄົນອື່ນໆ, ພວກເຮົາກໍເລີ່ມເຂົ້າໃຈເລັກໜ້ອຍ. ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນສາມາດກັບໃຈ ແລະ ປ່ຽນແປງໄດ້ຫຼັງຈາກທີ່ເຮັດຄວາມຊົ່ວ, ໃນຂະນະທີ່ຜູ້ທີ່ມີອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນຕາຍກໍບໍ່ຍອມກັບໃຈ ແລະ ບໍ່ຮູ້ສຶກຫຍັງເລີຍ ບໍ່ວ່າພວກເຂົາຈະເຮັດຄວາມຊົ່ວຫຼາຍສໍ່າໃດກໍຕາມ.) ຜູ້ຄົນມີການເປີດເຜີຍບາງຢ່າງກ່ຽວກັບອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ສິ່ງເຫຼົ່ານີ້ເກີດຂຶ້ນໂດຍບໍ່ໄດ້ຕັ້ງໃຈ ແລະ ບໍ່ໄດ້ມາຈາກຄວາມເຕັມໃຈອັນຕັ້ງໜ້າຂອງພວກເຂົາເອງ; ເມື່ອການເປີດເຜີຍເຫຼົ່ານີ້ຖືກຄົ້ນພົບ, ຜູ້ຄົນກໍຮູ້ສຶກບໍ່ສະບາຍໃຈ, ເຈັບປວດ, ສຳນຶກຜິດ ແລະ ຮູ້ສຶກເປັນໜີ້ບຸນຄຸນ ແລະ ຈາກນັ້ນ ພວກເຂົາກໍສາມາດຄ່ອຍໆຫັນປ່ຽນເສັ້ນທາງຂອງພວກເຂົາໄດ້. ເມື່ອຜູ້ຄົນເຂົ້າໃຈຈຸດນີ້ແລ້ວ, ພວກເຂົາກໍຮູ້ສຶກສະບາຍໃຈຂຶ້ນຫຼາຍ ແລະ ພົບວ່າຍັງມີໂອກາດໃຫ້ພວກເຂົາຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ເຖິງແມ່ນວ່າພວກເຂົາຈະມີຄວາມກ່ຽວຂ້ອງບາງຢ່າງກັບອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ໂຊກດີທີ່ພວກເຂົາບໍ່ມີຄວາມກ່ຽວຂ້ອງກັບອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຕາບໃດທີ່ເຈົ້າບໍ່ແມ່ນຄົນຊົ່ວຮ້າຍ, ເຈົ້າກໍບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ແຕ່ນັ້ນໝາຍຄວາມວ່າເຈົ້າບໍ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ບໍ່, ບໍ່ແມ່ນ.) ຕອນນີ້ ເມື່ອເຮົາເວົ້າວ່າທຸກຄົນມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຈົ້າຮູ້ສຶກຕໍ່ຕ້ານໃນໃຈຂອງພວກເຈົ້າບໍ? (ບໍ່.) ພວກເຈົ້າບໍ່ຮູ້ສຶກຕໍ່ຕ້ານ; ຕອນນີ້ ພວກເຈົ້າສາມາດຍອມຮັບຄວາມຈິງນີ້ໄດ້ແລ້ວ. ຈົ່ງສະຫຼຸບການສະແດງອອກຂອງອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. (ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ, ພວກເຂົາກຽດຊັງຄວາມຈິງ ແລະ ຈະບໍ່ມີວັນຍອມຮັບຄວາມຈິງ.) ນີ້ເຂົ້າເຖິງແກ່ນແທ້ແລ້ວ; ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນຍອມຮັບຄວາມຈິງ; ພວກເຂົາຮູ້ສຶກເບື່ອໜ່າຍ ແລະ ເປັນປໍລະປັກຕໍ່ຄວາມຈິງ. ບາງຄົນບໍ່ໄລ່ຕາມຄວາມຈິງ, ແຕ່ພວກເຂົາບໍ່ໄດ້ເປັນປໍລະປັກຕໍ່ຄວາມຈິງນັ້ນ ແລະ ພວກເຂົາຍັງຄິດວ່າທຸກສິ່ງທີ່ພຣະເຈົ້າກ່າວນັ້ນລ້ວນແຕ່ຖືກຕ້ອງ ແລະ ດີງາມ ແລະ ພວກເຂົາກໍຊື່ນຊົມ ແລະ ຕ້ອງການໄລ່ຕາມມັນ, ແຕ່ພວກເຂົາມີຂີດຄວາມສາມາດຕໍ່າ ແລະ ຂາດເສັ້ນທາງ. ຄົນອື່ນໆບໍ່ມີຄວາມສົນໃຈໃນຄວາມຈິງ, ແຕ່ພວກເຂົາກໍບໍ່ໄດ້ເປັນປໍລະປັກຕໍ່ມັນເຊັ່ນກັນ; ພວກເຂົາເປັນປະເພດທີ່ບໍ່ຮ້ອນບໍ່ໜາວ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງອອກໄປ; ພວກເຂົາຮູ້ສຶກເບື່ອໜ່າຍ ແລະ ເປັນປໍລະປັກຕໍ່ຄວາມຈິງ. ທັນທີທີ່ເວົ້າເຖິງຄວາມຈິງ ຫຼື ພຣະເຈົ້າ, ພວກເຂົາກໍຮູ້ສຶກກຽດຊັງ ແລະ ການພະຍາຍາມເຮັດໃຫ້ພວກເຂົາຍອມຮັບຄວາມຈິງນັ້ນເຮັດໃຫ້ພວກເຂົາກາຍເປັນຄົນບໍ່ປົກກະຕິ, ພວກເຂົາຮູ້ສຶກລັງກຽດໃນໃຈຂອງພວກເຂົາ, ບໍ່ເຄີຍຍອມຮັບມັນເລີຍ, ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ມີຫຍັງອີກ? (ຜູ້ຕໍ່ຕ້ານພຣະຄຣິສຕາຍກໍບໍ່ຍອມກັບໃຈ ບໍ່ວ່າພວກເຂົາຈະເຮັດຜິດຫຍັງກໍຕາມ ແລະ ພວກເຂົາຈະບໍ່ມີວັນປະຕິບັດຄວາມຈິງ.) ພວກເຂົາຈະບໍ່ຮັບຮູ້ຄວາມຜິດພາດຂອງພວກເຂົາເອງ, ພວກເຂົາບໍ່ເຄີຍກັບໃຈ ແລະ ພວກເຂົາຈະບໍ່ປ່ຽນແປງເຖິງແມ່ນວ່າເວລາຈະຜ່ານໄປຫຼາຍປີກໍຕາມ. ພວກເຂົາບໍ່ຍອມຮັບວ່າພຣະເຈົ້າຄືຄວາມຈິງ, ວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ, ແລ້ວພວກເຂົາຈະປະຕິບັດຄວາມຈິງໄດ້ແນວໃດ? ພວກເຂົາຂາດຄວາມເປັນມະນຸດ, ພວກເຂົາບໍ່ແມ່ນມະນຸດ, ພວກເຂົາແມ່ນມານຮ້າຍ, ຊາຕານ ແລະ ເປັນສັດຕູຂອງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງຈະບໍ່ປະຕິບັດຄວາມຈິງຢ່າງເດັດຂາດ.
ວັນທີ 26 ທັນວາ 2020