ລາຍການທີສິບ: ພວກເຂົາດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ (ພາກທີຫ້າ)

III. ການດູຖູກພຣະທຳຂອງພຣະເຈົ້າ

ມື້ນີ້, ພວກເຮົາມາສືບຕໍ່ຈາກການໂອ້ລົມຄັ້ງກ່ອນຂອງພວກເຮົາ, ເຊິ່ງກ່າວເຖິງການສະແດງອອກຢ່າງທີສິບຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ພວກເຂົາດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ. ລາຍການນີ້ແບ່ງອອກເປັນສາມສ່ວນ. ສອງສ່ວນທຳອິດໄດ້ໂອ້ລົມກັນແລ້ວ ແລະ ມື້ນີ້ ພວກເຮົາຈະໂອ້ລົມກັນໃນສ່ວນທີສາມ ນັ້ນກໍຄື: ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ. ກ່ອນໜ້ານີ້, ການສະແດງອອກ ແລະ ຄຳເວົ້າບາງຢ່າງກ່ຽວກັບດ້ານນີ້ໄດ້ຖືກໂອ້ລົມກັນແລ້ວ ເຊັ່ນ: ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສສົງໄສພຣະທຳຂອງພຣະເຈົ້າ, ບໍ່ເຊື່ອພຣະທຳເຫຼົ່ານັ້ນ ແລະ ເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນຕໍ່ພຣະທຳເຫຼົ່ານັ້ນ, ໂດຍຂາດອົງປະກອບຂອງຄວາມເຊື່ອ ແລະ ມີພຽງແຕ່ຄວາມສົງໄສ, ການລອງໃຈ ແລະ ການຄາດເດົາເທົ່ານັ້ນ. ສະຫຼຸບແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພວກເຂົາກໍບໍ່ປະຕິບັດຕາມພຣະທຳເຫຼົ່ານັ້ນ. ເມື່ອປະະເຊີນກັບເລື່ອງຕ່າງໆ, ພວກເຂົາບໍ່ສະແຫວງຫາຫຼັກການປະຕິບັດຕາມພຣະທຳຂອງພຣະເຈົ້າ. ໃນໃຈຂອງພວກເຂົາ, ພວກເຂົາມັກຈະມີຄວາມສົງໄສ, ການຕໍ່ຕ້ານ ແລະ ການປະຕິເສດຕໍ່ພຣະທຳຂອງພຣະເຈົ້າຢູ່ໃນໃຈ. ທັງໝົດນີ້ສາມາດເວົ້າໄດ້ວ່າເປັນການສະແດງອອກຂອງຜູ້ການທີ່ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ. ມື້ນີ້, ພວກເຮົາຈະໂອ້ລົມກັນຕື່ມອີກກ່ຽວກັບທັດສະນະຄະຕິ ແລະ ການກະທຳທີ່ເລິກເຊິ່ງ ແລະ ສະເພາະເຈາະຈົງກວ່າຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ເພື່ອໄຈ້ແຍກວ່າພວກເຂົາດູຖູກພຣະທຳຂອງພຣະເຈົ້າແນວໃດແທ້. ກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ, ພວກເຮົາຈະສືບຕໍ່ໂອ້ລົມກັນເທື່ອລະຂໍ້. ວິທີນີ້ຈະບໍ່ຊັດເຈນກວ່າບໍ? (ແມ່ນແລ້ວ.) ຖ້າເຮົາໂອ້ລົມແບບທົ່ວໄປໃນຕອນນີ້ ແລະ ພວກເຈົ້າມີຄວາມສາມາດໃນການຢັ່ງຮູ້ໃນລະດັບໃດໜຶ່ງ, ມີຄວາມສາມາດທີ່ພຽງພໍ ແລະ ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ມັກຈະໄດ້ຮັບແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ, ແລ້ວສິ່ງທີ່ເຮົາໄດ້ໂອ້ລົມກັນກ່ອນໜ້ານີ້ ກໍຈະພຽງພໍແລ້ວສຳລັບພວກເຈົ້າ. ເຖິງຢ່າງໃດກໍຕາມ, ຄົນສ່ວນໃຫຍ່ບໍ່ມີຄວາມສາມາດທີ່ຈະຢັ່ງຮູ້ພຣະທຳຂອງພຣະເຈົ້າ; ພວກເຂົາບໍ່ໄດ້ບັນລຸລະດັບທີ່ພວກເຂົາສາມາດປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງທີ່ຕ້ອງຢັ່ງຮູ້ໄດ້. ສະນັ້ນ, ພວກເຮົາຈຶ່ງຈຳເປັນຕ້ອງໂອ້ລົມກັນເທື່ອລະຂໍ້. ຫົວຂໍ້ນີ້ຖືກແບ່ງອອກເປັນຫຼາຍສ່ວນຍ່ອຍໂດຍສະເພາະ.

1. ຜູ້ຕໍ່ຕ້ານພຣະຄຣິສດັດແປງ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈ

ຂໍ້ທຳອິດແມ່ນ ຜູ້ຕໍ່ຕ້ານພຣະຄຣິສດັດແປງ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈ. ກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບດ້ານນີ້ຜ່ານຕົວຢ່າງທີ່ສະເພາະເຈາະຈົງບາງຢ່າງ, ເຖິງແມ່ນວ່າຈະບໍ່ແມ່ນການໄຈ້ແຍກທີ່ເຈາະຈົງ ແລະ ລະອຽດ, ເປັນພຽງແຕ່ການໄຈ້ແຍກຜ່ານໆເທົ່ານັ້ນ. ການສະແດງອອກຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສດັດແປງ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈນັ້ນມີຫຍັງແດ່? ກ່ຽວກັບຂໍ້ນີ້, ຜູ້ຕໍ່ຕ້ານພຣະຄຣິສກະທຳແນວໃດ? ຄວາມຈິງທີ່ວ່າຜູ້ຕໍ່ຕ້ານພຣະຄຣິສສາມາດສະແດງໃຫ້ເຫັນພຶດຕິກຳດັ່ງກ່າວ ແລະ ປະຕິບັດການກະທຳດັ່ງກ່າວຕໍ່ພຣະທຳຂອງພຣະເຈົ້າ ກໍຊີ້ໃຫ້ເຫັນວ່າ, ຈາກມຸມມອງຂອງທຳມະຊາດຂອງພວກເຂົາ, ໃນໃຈຂອງພວກເຂົາບໍ່ເຊື່ອ ວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ, ສັກສິດ ແລະ ບໍ່ສາມາດລ່ວງເກີນໄດ້. ບໍ່ວ່າພຣະເຈົ້າຈະສະແດງຖ້ອຍຄຳແຫ່ງຄວາມຈິງໃນດ້ານໃດກໍຕາມ, ບໍ່ວ່າມັນຈະເບິ່ງຄືວ່າງ່າຍດາຍ ຫຼື ເລິກເຊິ່ງສ່ຳໃດຕໍ່ຜູ້ຄົນ, ມັນກໍຍັງແມ່ນພຣະທຳຂອງພຣະເຈົ້າ, ມັນແມ່ນຄວາມຈິງ ແລະ ເຊື່ອມໂຍງຢ່າງແຍກບໍ່ອອກກັບການເຂົ້າສູ່ຊີວິດ, ການປ່ຽນແປງອຸປະນິໄສ ແລະ ຄວາມລອດພົ້ນຂອງຄົນເຮົາ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເຫັນເປັນແບບນີ້; ພວກເຂົາບໍ່ມີສະຕິຮູ້ເຖິງສິ່ງນີ້ໃນໃຈຂອງພວກເຂົາ ແລະ ພວກເຂົາກໍບໍ່ມີຄວາມຮັບຮູ້ ຫຼື ຄວາມເຂົ້າໃຈດັ່ງກ່າວ. ພວກເຂົາບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ແລະ ພວກເຂົາກໍບໍ່ຮັບຮູ້ເຖິງຄວາມສຳຄັນອັນໃຫຍ່ຫຼວງຂອງພຣະທຳຂອງພຣະເຈົ້າສຳລັບການເຂົ້າສູ່ຊີວິດຂອງຄົນເຮົາ. ໃນທາງກົງກັນຂ້າມ, ພວກເຂົາກັບເຊື່ອວ່າ ໂດຍຜິວເຜີນແລ້ວ ພຣະທຳຂອງພຣະເຈົ້າເບິ່ງຄືວ່າເປັນພຽງຄຳເວົ້າຂອງມະນຸດ ແລະ ຂ້ອນຂ້າງທຳມະດາ. ພຣະທຳເຫຼົ່ານັ້ນເບິ່ງຄືວ່າສຳຄັນພຽງແຕ່ຍ້ອນວ່າທຸກຄົນທີ່ຕິດຕາມພຣະເຈົ້າ, ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກໄດ້ໃສ່ຊື່ໃຫ້ພວກມັນວ່າເປັນ “ພຣະທຳຂອງພຣະເຈົ້າ” ເທົ່ານັ້ນ. ແຕ່ໃນຄວາມເປັນຈິງແລ້ວ, ໂດຍຜິວເຜີນ ພຣະທຳຂອງພຣະເຈົ້າເບິ່ງຄືກັບວະລີທົ່ວໄປທີ່ຜູ້ຄົນມັກເວົ້າ. ອີງຕາມຕົວອັກສອນແລ້ວ, ຄຳເວົ້າເຫຼົ່ານີ້ປະກອບດ້ວຍອົງປະກອບຂອງພາສາມະນຸດ, ພວກມັນປະກອບດ້ວຍຕັກກະ, ຄວາມຄິດ ແລະ ການໃຊ້ຖ້ອຍຄຳຂອງພາສາມະນຸດ, ລວມທັງພາສາປາກເວົ້າ, ສຳນວນ, ຄຳຄົມ ແລະ ແມ່ນແຕ່ຄຳສຸພາສິດສອງແງ່ສອງມຸມບາງຢ່າງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຫັນວ່າພຣະທຳຂອງພຣະເຈົ້າເປັນສິ່ງທີ່ຍິ່ງໃຫຍ່ອະລັງການ, ເລິກລັບ ຫຼື ເລິກເຊິ່ງຄືກັບທີ່ຄົນອາດຈິນຕະນາການ, ບໍ່ຄືກັບພຣະຄຳພີຈາກສະຫວັນໃນຕຳນານ. ສຳລັບພວກເຂົາແລ້ວ, ພວກມັນເປັນພຽງສິ່ງທີ່ຮຽບງ່າຍ ແລະ ທຳມະດາ. ດັ່ງນັ້ນ, ຫຼັງຈາກການກວດສອບຫຼາຍຄັ້ງ, ໃນທີ່ສຸດ ພວກເຂົາກໍໄດ້ຄຳນິຍາມໃນໃຈຂອງພວກເຂົາວ່າ: ຄຳເວົ້າເຫຼົ່ານີ້ເປັນພຽງພາສາທີ່ຮຽບງ່າຍ, ຂ້ອນຂ້າງຈິງ, ເປັນສິ່ງທີ່ຜູ້ເຊື່ອຄວນອ່ານ, ເປັນຄຳເວົ້າທີ່ສາມາດຊ່ວຍໃນເລື່ອງພຶດຕິກຳ ແລະ ຄວາມເຊື່ອຂອງຄົນເຮົາ. ຫຼັງຈາກທີ່ໄດ້ອ່ານເປັນຈຳນວນຫຼາຍ, ນີ້ຄືຂໍ້ສະຫຼຸບທີ່ພວກເຂົາໄດ້ຮັບ. ແມ່ນແຕ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ທະນົງໂຕບາງຄົນກໍເອົາພຣະທຳຂອງພຣະເຈົາມາອ່ານຫຼາຍບົດ ແລະ ຫຼາຍໜ້າໃນຄັ້ງດຽວ. ບາງຄົນເຖິງກັບອ່ານປຶ້ມ ພຣະທຳປາກົດໃນເນື້ອໜັງ ຕັ້ງແຕ່ຕົ້ນຈົນຈົບພາຍໃນໜຶ່ງເດືອນ, ໂດຍປະຄວາມປະທັບໃຈທີ່ເລິກເຊິ່ງໄວ້ໃນຈິດໃຈ ແລະ ຄວາມຄິດຂອງພວກເຂົາ. ພວກເຂົາໄດ້ຮັບຄວາມເຂົ້າໃຈທົ່ວໄປກ່ຽວກັບຄຳສັບຝ່າຍວິນຍານບາງຄຳ, ນໍ້າສຽງ ແລະ ລັກສະນະການເວົ້າຂອງພຣະເຈົ້າ ແລະ ແມ່ນແຕ່ເນື້ອໃນພຣະທຳຂອງພຣະເຈົ້າໃນໄລຍະຕ່າງໆ. ຫຼັງຈາກທີ່ອ່ານໄດ້ແລ້ວ, ພວກເຂົາກໍເວົ້າວ່າ: “ພຣະທຳຂອງພຣະເຈົ້າກໍສ່ຳນັ້ນແຫຼະ. ຂ້ອຍໄດ້ອ່ານທັງໝົດໃນຄັ້ງດຽວ ແລະ ເຂົ້າໃຈເນື້ອໃນທົ່ວໄປຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າແລ້ວ. ສະນັ້ນ, ພຣະທຳຂອງພຣະເຈົ້າກໍບໍ່ໄດ້ເລິກເຊິ່ງປານນັ້ນ. ການຍົກພຣະທຳຂອງພຣະເຈົ້າໃຫ້ຢູ່ໃນລະດັບຂອງຄວາມຈິງ, ໃນຖານະສິ່ງທີ່ຈຳເປັນສຳລັບການເຂົ້າສູ່ຊີວິດຂອງຜູ້ຄົນ, ເບິ່ງຄືວ່າຈະເກີນໄປໜ້ອຍໜຶ່ງ”. ສະນັ້ນ, ບໍ່ວ່າພວກເຂົາຈະເບິ່ງພຣະທຳເຫຼົ່ານີ້ແນວໃດກໍຕາມ, ຄຳນິຍາມສຸດທ້າຍຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າໃນໃຈຂອງພວກເຂົາກໍຄື ພວກມັນບໍ່ໄດ້ເລິກເຊິ່ງ ຫຼື ຍາກທີ່ຈະເຂົ້າໃຈຄືກັບທີ່ຜູ້ຄົນຈິນຕະນາການໄວ້. ຜູ້ໃດກໍຕາມທີ່ມີການສຶກສາ ແລະ ມີຕາກໍສາມາດເຂົ້າໃຈພວກມັນໄດ້. ຫຼັງຈາກທີ່ອ່ານໄປອ່ານມາ, ບໍ່ພຽງແຕ່ພວກເຂົາລົ້ມເຫຼວທີ່ຈະຮັບຮູ້ ຫຼື ເຂົ້າໃຈຄວາມຈິງຕ່າງໆກ່ຽວກັບການເຂົ້າສູ່ຊີວິດ ເຊິ່ງຜູ້ຄົນຄວນຈະເຂົ້າໃຈຈາກພຣະທຳຂອງພຣະເຈົ້າ, ໂດຍໄດ້ຮັບຄວາມຮູ້ແຈ້ງ, ການລໍ່ລຽງ ແລະ ການຊ່ວຍເຫຼືອຈາກພຣະທຳເຫຼົ່ານັ້ນ, ແຕ່ພວກເຂົາຍັງຮູ້ສຶກວ່າພຣະທຳຂອງພຣະເຈົ້ານັ້ນຫ່າງໄກຈາກຄວາມຈິງ ແລະ ພຣະຄຳພີຈາກສະຫວັນ. ຫຼັງຈາກທີ່ໄດ້ຂໍ້ສະຫຼຸບເຊັ່ນນັ້ນແລ້ວ, ພວກຕໍ່ຕ້ານພຣະຄຣິສກໍຍິ່ງດູຖູກພຣະທຳຂອງພຣະເຈົ້າຫຼາຍຂຶ້ນ. ພວກເຂົາເຊື່ອວ່າພຣະທຳຂອງພຣະເຈົ້າກໍພຽງເທົ່ານີ້, ພຣະເຈົ້າກໍເປັນພຽງເທົ່ານີ້ ແລະ ຄວາມຈິງກໍພຽງເທົ່ານີ້. ດ້ວຍທັດສະນະຄະຕິ ແລະ ຄວາມເຂົ້າໃຈເຊັ່ນນີ້, ຈຸດຢືນພາຍໃນຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະທຳຂອງພຣະເຈົ້າ ແລະ ພຣະທຳປາກົດໃນເນື້ອໜັງ ຈຶ່ງເຮັດໃຫ້ພວກເຂົາດູຖູກພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຍິ່ງຂຶ້ນໄປອີກ. ພວກເຂົາໃຊ້ຄວາມຮູ້ ແລະ ສະຕິປັນຍາຂອງພວກເຂົາ, ໂດຍອີງໃສ່ຄວາມຊົງຈຳ ແລະ ຄວາມສະຫຼາດຂອງພວກເຂົາ ເພື່ອກຳແໜ້ນເນື້ອໃນ ແລະ ສິ່ງທີ່ເອີ້ນວ່າຫຼັກການຂອງຄຳເວົ້າເຫຼົ່ານີ້ຢ່າງວ່ອງໄວ, ພ້ອມທັງນໍ້າສຽງ, ຮູບແບບ ແລະ ການໃຊ້ຖ້ອຍຄຳບາງຢ່າງທີ່ໃຊ້ໃນນັ້ນ, ເຊິ່ງການໃຊ້ຖ້ອຍຄຳດັ່ງກ່າວລວມມີສຳນວນທົ່ວໄປ ແລະ ສຳນວນທີ່ເປັນຄຳສຸພາສິດ. ຫຼັງຈາກນັ້ນ, ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ບັນລຸທຸກຢ່າງ ແລະ ມີທຸກຢ່າງແລ້ວ. ຄວາມເຂົ້າໃຈ ແລະ ທັດສະນະຄະຕິດັ່ງກ່າວເຮັດໃຫ້ພວກເຂົາຍິ່ງດູຖູກ ແລະ ຕັ້ງຄຳຖາມຕໍ່ພຣະທຳຂອງພຣະເຈົ້າໃນໃຈຂອງພວກເຂົາຢ່າງບໍ່ຄິດໜ້າຄິດຫຼັງ ແລະ ຍິ່ງສົງໄສໃນຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຫຼາຍຂຶ້ນ.

ເມື່ອເບິ່ງຈາກທຳມະຊາດຂອງຜຸ້ຕໍ່ຕ້ານພຣະຄຣິສ, ຄົນເຮົາຈະເຫັນໄດ້ວ່າພວກເຂົາເບື່ອໜ່າຍຄວາມຈິງ, ດູຖູກສິ່ງທີ່ເປັນບວກ, ດູຖູກຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ ແລະ ດູຖູກຄວາມຊື່ສັດ, ຄວາມເປັນຈິງ ແລະ ຄວາມໜ້າຮັກຂອງພຣະເຈົ້າ. ການດູຖູກຢ່າງຕໍ່ເນື່ອງນີ້ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສກະທຳການທີ່ໜ້າລັງກຽດບາງຢ່າງໂດຍບໍ່ຮູ້ຕົວ ແລະ ເປັນໄປຕາມທຳມະຊາດ ເຊິ່ງເປັນສິ່ງທີ່ພຣະເຈົ້າກຽດຊັງ ແລະ ກ່າວໂທດ. ການກະທຳເຫຼົ່ານີ້ລວມມີການດັດແປງ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈ. ການດັດແປງໝາຍເຖິງຫຍັງ? ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອວ່າມີຄວາມຈິງຢູ່ໃນພຣະທຳຂອງພຣະເຈົ້າ, ບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າສາມາດມອບຊີວິດໃຫ້ແກ່ຜູ້ຄົນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະທຳເຫຼົ່ານີ້ຄືພື້ນຖານທີ່ມະນຸດເພິ່ງພາອາໄສເພື່ອຄວາມຢູ່ລອດ ແລະ ເປັນທິດທາງ ແລະ ເສັ້ນທາງສຳລັບຄວາມກ້າວໜ້າຂອງມະນຸດ. ສະນັ້ນ, ພວກເຂົາຈຶ່ງບໍ່ເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງກ່າວໃນລັກສະນະເຫຼົ່ານີ້ ແລະ ພວກເຂົາກໍບໍ່ຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງກ່າວພຣະທຳດັ່ງກ່າວໃນບໍລິບົດໃດໜຶ່ງ ແລະ ພວກເຂົາຍິ່ງບໍ່ຮູ້ເລີຍວ່າເປັນຫຍັງພຣະເຈົ້າຈຶ່ງກ່າວເນື້ອໃນທີ່ສະເພາະເຈາະຈົງເຫຼົ່ານີ້. ສ່ວນວ່າເນື້ອໃນເຫຼົ່ານີ້ເກີດຂຶ້ນມາໄດ້ແນວໃດນັ້ນ, ສິ່ງທີ່ພຣະເຈົ້າຄິດ ແລະ ພຣະເຈົ້າມີເປົ້າໝາຍທີ່ຈະສັງເກດ, ເຮັດໃຫ້ສຳເລັດ ແລະ ເຮັດໃຫ້ເກີດຜົນຫຍັງໃນຕົວຜູ້ຄົນໃນຂະນະທີ່ກ່າວພຣະທຳເຫຼົ່ານີ້, ພ້ອມທັງທຸກສິ່ງທີ່ພຣະເຈົ້າມີເປົ້າໝາຍທີ່ຈະບັນລຸພາຍໃນພຣະທຳເຫຼົ່ານີ້, ເຈດຕະນາຂອງພຣະອົງ ແລະ ຄວາມຈິງ, ພວກຕໍ່ຕ້ານພຣະຄຣິສບໍ່ຮູ້ເລື່ອງຫຍັງເລີຍ ແລະ ໂງ່ຈ້າຢ່າງສິ້ນເຊີງ, ພວກເຂົາເປັນຄົນທີ່ບໍ່ຮູ້ເລື່ອງຫຍັງເລີຍເມື່ອເວົ້າເຖິງເລື່ອງນີ້. ສະນັ້ນ, ໃນໃຈຂອງພວກເຂົາ, ພວກເຂົາມັກຈະຮູ້ສຶກວ່າພຣະເຈົ້າບໍ່ຄວນກ່າວວະລີນີ້ໃນລັກສະນະນັ້ນ, ປະໂຫຍກນັ້ນຄວນຕາມຫຼັງປະໂຫຍກນີ້, ປະໂຫຍກນີ້ຄວນໃຊ້ຄຳເວົ້າແບບນີ້, ຂໍ້ຄວາມນັ້ນຄວນມີນໍ້າສຽງແບບນີ້ ຫຼື ທຳນອງສຽງນັ້ນ, ການເລືອກຄຳສັບນີ້ບໍ່ຖືກຕ້ອງ ແລະ ຄຳສັບນັ້ນບໍ່ໄດ້ໄຕ່ຕອງໃຫ້ດີ ແລະ ບໍ່ເໝາະສົມກັບຕົວຕົນຂອງພຣະເຈົ້າ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ພວກເຂົາເກີດມີຄວາມຄິດເຫັນຂຶ້ນມາ. ໃນສາຍຕາຂອງພວກເຂົາ, ພຣະທຳຂອງພຣະເຈົ້າບໍ່ດີເທົ່າກັບຜົນງານຂອງຄົນທີ່ມີຊື່ສຽງ ຫຼື ຄົນທີ່ຍິ່ງໃຫຍ່ໃນໂລກ. ພວກເຂົາຮູ້ສຶກວ່າການປາກເວົ້າຂອງພຣະເຈົ້າບໍ່ຮັດກຸມພໍ, ມັນຍືດຍາວ ແລະ ຄຳສັບບາງຄຳ ຖ້າກວດສອບຢ່າງໃກ້ຊິດ, ຖ້າເວົ້າຢ່າງເຂັ້ມງວດແລ້ວ ກໍບໍ່ສອດຄ່ອງກັບຫຼັກໄວຍາກອນ ແລະ ຄຳສັບຂອງມະນຸດ. “ຈະມີຄວາມຈິງຢູ່ໃນຄຳເວົ້າເຫຼົ່ານີ້ໄດ້ແນວໃດ? ນີ້ຈະເປັນພຣະທຳຂອງພຣະເຈົ້າໄດ້ແນວໃດ? ມັນຈະເປັນຄວາມຈິງໄດ້ແນວໃດ?” ຜູ້ຕໍ່ຕ້ານພຣະຄຣິສຄິດໄລ່ ແລະ ໄຕ່ຕອງໃນໃຈຂອງພວກເຂົາ ໃນຂະນະດຽວກັນກໍສົງໄສ ແລະ ກ່າວໂທດ. ດ້ວຍທັດສະນະຄະຕິແບບນີ້, ຄວາມຄິດແບບນີ້ ແລະ ມຸມມອງແບບນີ້ທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງກຽມກົງເລັບມານຮ້າຍຂອງພວກເຂົາໄວ້ໃຫ້ພ້ອມ.

ເຮົາຈື່ໄດ້ວ່າ ເມື່ອສອງສາມປີກ່ອນ, ມີເຫດການໜຶ່ງເກີດຂຶ້ນໃນທີມງານເພງສັນລະເສີນ. ພວກເຂົາຕ້ອງການແຕ່ງທຳນອງເພງສຳລັບຂໍ້ຄວາມທີ່ສຳຄັນຈາກພຣະທຳຂອງພຣະເຈົ້າ ເພື່ອຮ້ອງໃນຄຣິສຕະຈັກ. ໃນລະຫວ່າງການແຕ່ງທຳນອງ, ພວກເຂົາພົບວ່າຄວາມຍາວຂອງການປາກເວົ້າຂອງພຣະເຈົ້າ ແລະ ຈຳນວນຄຳສັບບໍ່ເຂົ້າກັບທຳນອງ; ເນື້ອເພງແຕ່ລະແຖວມີຄຳສັບຫຼາຍເກີນໄປ. ນອກຈາກນີ້, ທຳນອງຂອງເພງທັງໝົດ ຖ້ານຳມາໃຊ້ກັບພຣະທຳຂອງພຣະເຈົ້າ, ກໍຈະເຮັດໃຫ້ຄຳສັບເບິ່ງຄືວ່າມີຫຼາຍເກີນໄປ ແລະ ຍາວເກີນໄປ. ແລ້ວວິທີແກ້ໄຂຂອງພວກເຂົາແມ່ນຫຍັງ? ພວກເຂົາຊອກຫາວິທີທາງໄດ້: ພວກເຂົາປ່ຽນວະລີ ແລະ ການໃຊ້ຖ້ອຍຄຳບາງຢ່າງຂອງພຣະທຳຂອງພຣະເຈົ້າ ໂດຍບໍ່ປ່ຽນຄວາມໝາຍທີ່ປາກົດໃຫ້ເຫັນ, ຕົວຢ່າງ: ການປ່ຽນສຳນວນທີ່ມີສີ່ພະຍາງໃຫ້ເປັນຄຳທີ່ມີສອງພະຍາງ ຫຼື ການລຶບປະໂຫຍກທີ່ເບິ່ງຄືວ່າຍາວ, ບໍ່ຈຳເປັນ ແລະ ບໍ່ມີຄວາມໝາຍ. ໂດຍປະຕິບັດຕາມຫຼັກການນີ້, ພວກເຂົາຈຶ່ງໃສ່ທຳນອງໃຫ້ກັບພຣະທຳຂອງພຣະເຈົ້າສະບັບທີ່ຖືກແກ້ໄຂ ແລະ ເຜີຍແຜ່ໃນຄຣິສຕະຈັກເພື່ອຮ້ອງ. ຄົນສ່ວນໃຫຍ່ກໍຄິດແບບບໍ່ຮູ້ເລື່ອງວ່າມັນເປັນເພງສັນລະເສີນແຫ່ງພຣະທຳຂອງພຣະເຈົ້າ, ແຕ່ໃຜຈະຮູ້ວ່າຂໍ້ຄວາມດັ່ງກ່າວບໍ່ແມ່ນພຣະທຳຂອງພຣະເຈົ້າເລີຍ? ມັນເປັນຂໍ້ຄວາມທີ່ຖືກຜູ້ຕໍ່ຕ້ານພຣະຄຣິສດັດແປງ ແລະ ຫຍໍ້ລົງຕາມອຳເພີໃຈຜູ້, ຖືກເຮັດໃຫ້ວຸ້ນວາຍ ແລະ ຖືກປ່ຽນແປງ. ຕໍ່ມາ, ເມື່ອເພງສັນລະເສີນນີ້ກຳລັງຖືກກະກຽມສຳລັບລາຍການໜຶ່ງ, ເຮົາຖາມວ່າເພງສັນລະເສີນນີ້ຖືກຄັດເລືອກມາຈາກພຣະທຳຂອງພຣະເຈົ້າບົດໃດ. ພວກເຂົາບອກເຮົາວ່າມັນແມ່ນຂໍ້ຄວາມທຳອິດຂອງບົດໃດໜຶ່ງ. ເຮົາຊອກຫາຂໍ້ຄວາມນັ້ນ ແລະ ປຽບທຽບມັນກັບຂໍ້ຄວາມໃນປຶ້ມເພງສັນລະເສີນ ແລະ ມັນເຮັດໃຫ້ເຮົາຕົກໃຈຫຼາຍ. ຂໍ້ຄວາມໃນປຶ້ມເພງສັນລະເສີນໃນນາມແລ້ວແມ່ນສ່ວນທີ່ຖືກຄັດເລືອກມາຈາກພຣະທຳຂອງພຣະເຈົ້າບົດນັ້ນ, ແຕ່ມັນຖືກປ່ຽນແປງຈົນຈື່ບໍ່ໄດ້. ນໍ້າສຽງຂອງການປາກເວົ້າຫາຍໄປ, ຄຳສັບທີ່ສຳຄັນຫຼາຍຄຳຖືກຕັດອອກ, ເນື້ອໃນຂອງການປາກເວົ້າສັບສົນວຸ້ນວາຍ ແລະ ແມ່ນແຕ່ລຳດັບຂອງຄຳສັບກໍຖືກສັບປ່ຽນ. ຖ້າບໍ່ມີໃຜບອກເຮົາວ່າຂໍ້ຄວາມນີ້ຖືກຄັດລອກມາຈາກພຣະທຳຂອງພຣະເຈົ້າບົດໃດໜຶ່ງ, ເຮົາບໍ່ຄິດວ່າຈະມີໃຜສາມາດລະບຸໄດ້ວ່າມັນມາຈາກບົດໃດ; ມັນບໍ່ກົງກັບຕົ້ນສະບັບເລີຍ. ໂດຍຜິວເຜີນແລ້ວ, ຄົນເຫຼົ່ານີ້ແມ່ນກຳລັງປະຕິບັດໜ້າທີ່ຂອງພວກເຂົາ: ໂດຍການໃສ່ທຳນອງໃຫ້ກັບພຣະທຳຂອງພຣະເຈົ້າເພື່ອໃຫ້ທຸກຄົນຮ້ອງ ແລະ ຈົດຈຳໃສ່ໃຈ, ພຣະທຳຂອງພຣະເຈົ້າຈະສາມາດນໍາພາ ແລະ ຊີ້ນໍາຜູ້ຄົນໄດ້ຢ່າງຕໍ່ເນື່ອງ ແລະ ມັນສາມາດຊ່ວຍໃຫ້ຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າໄດ້. ນີ້ຊ່າງເປັນການກະທຳທີ່ປະເສີດແທ້ໆ! ເຖິງຢ່າງໃດກໍຕາມ, ເນື່ອງຈາກຜູ້ຕໍ່ຕ້ານພຣະຄຣິສຂາດຫົວໃຈທີ່ຢຳເກງພຣະເຈົ້າຢ່າງສິ້ນເຊີງ, ພວກເຂົາຈຶ່ງປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບວ່າເປັນຄຳເວົ້າທີ່ຄົນທຳມະດາເວົ້າໃນການສົນທະນາ, ໂດຍລຶບ ແລະ ດັດແປງພວກມັນຕາມອຳເພີໃຈ. ໂດຍບໍ່ຖາມຄຳຖາມແມ່ນແຕ່ຄຳດຽວ ແລະ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການເຫັນດີຈາກຜູ້ໃດ ແລະ ຍິ່ງໄປກວ່ານັ້ນຄືບໍ່ໄດ້ຮັບການມອບສິດຈາກຜູ້ໃດເລີຍ, ພວກເຂົາກໍປ່ຽນແປງພຣະທຳຂອງພຣະເຈົ້າຢ່າງສົມບູນ ແລະ ເຖິງຢ່າງນັ້ນ ພວກເຂົາກໍຍັງເຮັດໃຫ້ຜູ້ຄົນເຊື່ອວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງຕົນ, ວ່າພວກເຂົາໄດ້ໃສ່ທຳນອງໃຫ້ກັບພຣະທຳຂອງພຣະເຈົ້າ. ນີ້ແມ່ນພຶດຕິກຳ ແລະ ວິທີການແບບໃດ? ຄົນທີ່ມີສ່ວນຮ່ວມໃນພຶດຕິກຳດັ່ງກ່າວ ແລະ ວິທີການດັ່ງກ່າວມີອຸປະນິໄສແບບໃດ? ຜູ້ທີ່ໃຊ່ວິທີການດັ່ງກ່າວ, ຜູ້ທີ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິແບບນັ້ນ, ໃນໃຈຂອງພວກເຂົາມີຄວາມຢຳເກງແທ້ໆບໍໃນວິທີທີ່ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າ? ພວກເຂົາທະນຸຖະໜອມພຣະທຳຂອງພຣະເຈົ້າບໍ? ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງບໍ? ເມື່ອຕັດສິນຈາກທັດສະນະຄະຕິທີ່ບໍ່ເຄົາລົບ ແລະ ຕາມໃຈຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ບໍ່ພຽງແຕ່ພວກເຂົາບໍ່ທະນຸຖະໜອມພຣະທຳເຫຼົ່ານັ້ນເທົ່ານັ້ນ, ແຕ່ພວກເຂົາຍັງປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຂອງຫຼິ້ນ, ໂດຍດັດແປງພວກມັນຕາມອຳເພີໃຈໂດຍບໍ່ໄດ້ຕັ້ງໃຈ. ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າບໍ່ໄດ້ບົ່ງບອກເຖິງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າເອງບໍ? (ແມ່ນແລ້ວ.) ມັນຄືກັນແປະເລີຍ. ພຣະທຳຂອງພຣະເຈົ້າເປັນຕົວແທນໃຫ້ແກ່ພຣະເຈົ້າເອງ; ພວກມັນຄືການສະແດງອອກຂອງພຣະເຈົ້າ, ການສະແດງອອກເຖິງອຸປະນິໄສຂອງພຣະອົງ ແລະ ການເປີດເຜີຍແກ່ນແທ້ຂອງພຣະອົງ. ຖ້າຜູ້ຄົນບໍ່ເຄົາລົບ ແລະ ບໍ່ໃສ່ໃຈຕໍ່ພຣະທຳຂອງພຣະເຈົ້າຂະໜາດນັ້ນ, ກໍບໍ່ຈຳເປັນຕ້ອງເວົ້າເລີຍວ່າພວກເຂົາປະຕິບັດຕໍ່ພຣະເຈົ້າເອງແນວໃດ. ນີ້ອະທິບາຍທຸກຢ່າງໄດ້ຢ່າງຊັດເຈນ.

ຜູ້ຄົນຕິດຕາມພຣະເຈົ້າແຕ່ພຽງພາຍນອກ, ປະຖິ້ມ, ເສຍສະລະ ແລະ ອົດທົນຕໍ່ຄວາມລຳບາກເພື່ອພຣະອົງ, ແຕ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າແມ່ນບໍ່ເຄົາລົບ ແລະ ບໍ່ໃສ່ໃຈຫຼາຍ. ຜູ້ຕໍ່ຕ້ານພຣະຄຣິສອາດຈະເຖິງກັບຕົກແຕ່ງປຶ້ມ ພຣະທຳປາກົດໃນເນື້ອໜັງຢ່າງສວຍງາມ, ຫໍ່ດ້ວຍຜ້າ ແລະ ເກັບຮັກສາໄວ້ໃນບ່ອນທີ່ປອດໄພທີ່ສຸດ. ແຕ່ສິ່ງນີ້ຈະສາມາດພິສູດຫຍັງໄດ້ແດ່? ມັນສາມາດສະແດງໃຫ້ເຫັນໄດ້ບໍວ່າພວກເຂົາທະນຸຖະໜອມພຣະທຳຂອງພຣະເຈົ້າ, ວ່າພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ? ການກະທຳທີ່ຜິວເຜີນເຫຼົ່ານີ້ສາມາດປົກປິດທັດສະນະຄະຕິທີ່ບໍ່ເຄົາລົບຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າໄດ້ບໍ? ບໍ່ໄດ້. ເມື່ອໃດກໍຕາມທີ່ພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາຈະຄິດກ່ຽວກັບການປ່ຽນແປງຄຳສັບ, ສຳນວນ ແລະ ນໍ້າສຽງບາງຢ່າງໃນນັ້ນຢູ່ສະເໝີ. ແລ້ວພວກຕໍ່ຕ້ານພຣະຄຣິສບາງຄົນບັງອາດເຖິງຂັ້ນໃດ? ເມື່ອພວກເຂົາພົບເຫັນບາງຢ່າງໃນພຣະທຳຂອງພຣະເຈົ້າທີ່ບໍ່ກົງກັບແນວຄິດຂອງພວກເຂົາ ຫຼື ພວກເຂົາຄິດວ່າການໃຊ້ຖ້ອຍຄຳບໍ່ເໝາະສົມ ຫຼື ຜິດຫຼັກໄວຍາກອນ ຫຼື ແມ່ນແຕ່ພວກເຂົາເຊື່ອວ່າເຄື່ອງໝາຍວັກຕອນຜິດ, ພວກເຂົາກໍຈະປະກາດສຽງດັງ ແລະ ເວົ້າເກີນຄວາມຈິງກ່ຽວກັບເລື່ອງນັ້ນ, ໂດຍປາຖະໜາຢາກໃຫ້ທົ່ວໂລກໄດ້ຮູ້ກ່ຽວກັບເຄື່ອງໝາຍວັກຕອນທີ່ວາງຜິດບ່ອນ, ການເລືອກຄຳສັບທີ່ບໍ່ເໝາະສົມ ຫຼື ຂໍ້ຄວາມທີ່ເບິ່ງຄືວ່າບໍ່ສົມເຫດສົມຜົນໃນພຣະທຳຂອງພຣະເຈົ້າ. ພວກເຂົາເຜີຍແຜ່ເລື່ອງນີ້ດ້ວຍນໍ້າສຽງທີ່ເຍາະເຍີ້ຍ ແລະ ດູຖູກ. ເບິ່ງຄືວ່າໃນຊ່ວງເວລາເຫຼົ່ານີ້, ໃນທີ່ສຸດແລ້ວ ພວກເຂົາກໍພົບສິ່ງທີ່ພວກເຂົາຖືວ່າເປັນຫຼັກຖານຂອງຂໍ້ຜິດພາດໃນພຣະທຳຂອງພຣະເຈົ້າ, ເປັນຂໍ້ຈັບຜິດ, ເປັນຂໍ້ບົກຜ່ອງ ແລະ ໃນທີ່ສຸດ ພວກເຂົາກໍສາມາດຮູ້ສຶກອຸ່ນໃຈໄດ້ວ່າ ພຣະທຳຂອງພຣະເຈົ້າກໍມີຂໍ້ຜິດພາດເຊັ່ນກັນ ແລະ ພຣະເຈົ້າກໍບໍ່ໄດ້ສົມບູນແບບ. ນີ້ບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຜູ້ຕໍ່ຕ້ານພຣະຄຣິສມີເປົ້າໝາຍທີ່ຈະຊອກຫາຂໍ້ບົກຜ່ອງ ແລະ ຂໍ້ຜິດພາດໃນພຣະທຳຂອງພຣະເຈົ້າ; ນີ້ຄືທັດສະນະຄະຕິຂອງຄວາມເປັນປໍລະປັກ, ບໍ່ແມ່ນທັດສະນະຄະຕິຂອງການອ່ອນນ້ອມ ແລະ ການຍອມຮັບ. ເມື່ອເວົ້າເຖິງການທີ່ຜູ້ຕໍ່ຕ້ານພຣະຄຣິສດັດແປງ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈ, ເຫດການທີ່ເກີດຂຶ້ນໃນທີມງານເພງສັນລະເສີນທີ່ຫາກໍກ່າວເຖິງນັ້ນ ສາມາດຖືວ່າເປັນການດັດແປງພຣະທຳຂອງພຣະເຈົ້າໄດ້ບໍ? (ໄດ້.) ບອກເຮົາເບິ່ງວ່າ, ຄົນປະເພດໃດທີ່ຈະປ່ຽນແປງພຣະທຳຂອງພຣະເຈົ້າຕາມອຳເພີໃຈແບບນັ້ນ? ພວກເຂົາມີຄວາມຢຳເກງພຣະເຈົ້າບໍ? (ບໍ່ມີ.) ນີ້ແມ່ນອຸປະນິໄສແບບໃດ? ກ່ອນອື່ນໝົດ, ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນພຣະທຳຂອງພຣະເຈົ້າບໍ? (ບໍ່.) ແລ້ວພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຫຍັງ? ພວກເຂົາປະຕິບັດຕໍ່ພຣະທຳເຫຼົ່ານັ້ນວ່າເປັນຄຳເວົ້າຂອງມະນຸດ. ມັນອາດຈະຍອມຮັບໄດ້ທີ່ຈະປ່ຽນແປງບົດຄວາມກ່ຽວກັບຄຳພະຍານຈາກປະສົບການຂອງຜູ້ຄົນ ຖ້າຄຳເວົ້ານັ້ນບໍ່ຕໍ່ເນື່ອງກັນ ຫຼື ບໍ່ສົມບູນແບບ, ແຕ່ການກ້າເຮັດແບບດຽວກັນກັບພຣະທຳຂອງພຣະເຈົ້າ, ແມ່ນຫຍັງຄືທຳມະຊາດຂອງສິ່ງນີ້? ນີ້ບໍ່ແມ່ນການກະທຳຕາມໃຈ ແລະ ບໍ່ຄິດໜ້າຄິດຫຼັງ ໂດຍບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ການກ້າວິຈານ ແລະ ປ່ຽນແປງພຣະທຳຂອງພຣະເຈົ້າຕາມອຳເພີໃຈ, ການປ່ຽນແປງພຣະທຳເຫຼົ່ານັ້ນເມື່ອໃດກໍຕາມທີ່ພວກມັນບໍ່ສອດຄ່ອງກັບຄວາມຄິດ ຫຼື ມຸມມອງຂອງຕົນເອງ, ທຳມະຊາດຂອງສິ່ງນີ້ຮ້າຍແຮງບໍ? (ຮ້າຍແຮງ.)

ຍັງມີໃຜອີກບໍທີ່ມີສ່ວນຮ່ວມໃນການດັດແປງພຣະທຳຂອງພຣະເຈົ້າ? ໃນລະຫວ່າງຂະບວນການເທດສະໜາພຣະກິດຕິຄຸນ, ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນບາງຄົນໄດ້ສຳຜັດກັບພຣະທຳຂອງພຣະເຈົ້າ ແລະ ມີແນວຄິດຫຼາຍຢ່າງກ່ຽວກັບນໍ້າສຽງ, ຮູບແບບ, ມຸມມອງທີ່ພຣະອົງກ່າວ ແລະ ແມ່ນແຕ່ການໃຊ້ຖ້ອຍຄຳ ແລະ ຄຳແທນນາມທີ່ໃຊ້, ໃນທ່າມກາງດ້ານອື່ນໆອີກຫຼາຍດ້ານ. ຄົນທີ່ແຕກຕ່າງກັນກໍລ້ວນແລ້ວແຕ່ມີແນວຄິດທີ່ແຕກຕ່າງກັນ; ຜູ້ທີ່ມາຈາກນິກາຍທີ່ແຕກຕ່າງກັນກໍມີລົດນິຍົມ ແລະ ຂໍ້ກຳນົດທີ່ແຕກຕ່າງກັນ. ສະມາຊິກບາງຄົນຂອງທີມງານພຣະກິດຕິຄຸນໄດ້ເວົ້າວ່າ: “ມັນຍາກທີ່ຈະເທດສະໜາພຣະກິດຕິຄຸນດ້ວຍວິທີນີ້! ພຣະທຳຂອງພຣະເຈົ້າບາງຂໍ້ຮຸນແຮງເກີນໄປ; ບາງຂໍ້ເບິ່ງຄືວ່າພຣະເຈົ້າກຳລັງດ່າຜູ້ຄົນ. ພວກມັນບໍ່ໄດ້ອ່ອນໂຍນເລີຍ, ພວກມັນຂາດຄວາມຮັກ ແລະ ລ້ວນແລ້ວແຕ່ເປັນພາສາທີ່ໃຊ້ໃນຊີວິດປະຈຳວັນ. ບາງຂໍ້ແນເປົ້າໃສ່ຊົນເຜົ່າໃດໜຶ່ງໂດຍສະເພາະ, ໃນຂະນະທີ່ບາງຂໍ້ເປີດເຜີຍຄວາມລຶກລັບຕ່າງໆ, ຜູ້ຄົນເຫັນວ່າສິ່ງທັງໝົດນີ້ຍອມຮັບບໍ່ໄດ້ເລີຍ! ພຣະທຳເຫຼົ່ານີ້ໄດ້ກາຍເປັນອຸປະສັກສຳລັບຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນໃນການຍອມຮັບພາລະກິດໃໝ່ຂອງພຣະເຈົ້າ. ພວກເຮົາຄວນເຮັດແນວໃດ?” ມີຄົນເວົ້າວ່າ: “ຂ້ອຍມີວິທີແກ້ໄຂ. ຍ້ອນວ່າຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນບໍ່ສາມາດຍອມຮັບພາລະກິດໃໝ່ຂອງພຣະເຈົ້າໄດ້ຍ້ອນພຣະທຳເຫຼົ່ານີ້, ເປັນຫຍັງຈຶ່ງບໍ່ລຶບພວກມັນອອກສາ? ໃຫ້ໝາຍຄຳສັບ ແລະ ເນື້ອໃນທັງໝົດທີ່ຜູ້ຄົນບໍ່ເຕັມໃຈທີ່ຈະຍອມຮັບ, ເຖິງແມ່ນວ່າຈະເປັນປະໂຫຍກດຽວກໍຕາມ ແລະ ເອົາພວກມັນອອກເມື່ອຈັດພິມ. ດ້ວຍວິທີນີ້, ເມື່ອຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນອ່ານປະໂຫຍກນັ້ນ, ກໍຈະບໍ່ມີຄຳເວົ້າໃດທີ່ທຳຮ້າຍໜ້າຕາຂອງພວກເຂົາ ຫຼື ທຳຮ້າຍຄວາມຮູ້ສຶກຂອງພວກເຂົາ, ທັງບໍ່ມີສິ່ງໃດທີ່ຂັດກັບແນວຄິດຂອງພວກເຂົາ. ພຣະທຳທັງໝົດຂອງພຣະເຈົ້າຈຶ່ງຈະເໝາະສົມ, ຜູ້ຮັບຈະບໍ່ມີແນວຄິດໃດໆ ແລະ ພວກເຂົາຈະສາມາດຍອມຮັບພາລະກິດໃໝ່ຂອງພຣະເຈົ້າໄດ້ໂດຍບໍ່ມີອຸປະສັກໃດໆ”. ໃນທີມງານພຣະກິດຕິຄຸນ, ບາງຄົນໄດ້ເຮັດສິ່ງນີ້ແທ້ໆ ແລະ ໂດຍບໍ່ໄດ້ສອບຖາມ ຫຼື ຂໍອະນຸຍາດຈາກເບື້ອງເທິງເລີຍ, ພວກເຂົາຈັດພິມ ແລະ ແຈກຢາຍປຶ້ມນ້ອຍທີ່ມີພຣະທຳຂອງພຣະເຈົ້າທີ່ຖືກຕັດທອນ ແລະ ຖືກດັດແປງເຫຼົ່ານີ້ຢ່າງກວ້າງຂວາງ. ເພື່ອຄວາມສະດວກໃນການເຮັດວຽກຂອງພວກເຂົາ, ເພື່ອໃຫ້ໄດ້ຄົນຫຼາຍຂຶ້ນ, ເພື່ອສະແດງຄວາມສາມາດໃນການເຮັດວຽກຂອງພວກເຂົາ ແລະ ເພື່ອໃຫ້ເບິ່ງຄືວ່າຈົງຮັກພັກດີໃນໜ້າທີ່ຂອງພວກເຂົາ, ພວກເຂົາຈຶ່ງຄິດຄົ້ນວິທີການນີ້ຂຶ້ນມາ ແລະ ເຖິງຂັ້ນເຮັດໃຫ້ມັນກາຍເປັນຈິງໂດຍການຈັດພິມມັນເປັນປຶ້ມ. ແຕ່ປຶ້ມຫົວນີ້ແຕກຕ່າງຈາກ ພຣະທຳປາກົດໃນເນື້ອໜັງຢ່າງສິ້ນເຊີງ. ວິທີການນີ້ບໍ່ແມ່ນການດັດແປງພຣະທຳຂອງພຣະເຈົ້າບໍ? (ແມ່ນແລ້ວ.) ຄົນສ່ວນໃຫຍ່ຮັບຮູ້ບໍວ່າການດັດແປງພຣະທຳຂອງພຣະເຈົ້າຄືວິທີການໜຶ່ງຂອງການຕໍ່ຕ້ານພຣະເຈົ້າ? (ຮັບຮູຸ້.) ຄົນສ່ວນໃຫຍ່ມີຄວາມຮັບຮູ້ນີ້ບໍ? ມື້ນີ້, ຫຼັງຈາກທີ່ໄດ້ໂອ້ລົມກັນຫຼາຍຂະໜາດນີ້, ພວກເຈົ້າສາມາດເວົ້າໄດ້ທັນທີວ່າແມ່ນແລ້ວ. ແຕ່ຖ້າພວກເຈົ້າເທດສະໜາພຣະກິດຕິຄຸນເມື່ອສາມ ຫຼື ຫ້າປີກ່ອນ, ພວກເຈົ້າຈະຮັບຮູ້ບໍວ່າບໍ່ຄວນປ່ຽນແປງພຣະທຳຂອງພຣະເຈົ້າແມ່ນແຕ່ຄຳດຽວ ຫຼື ປະໂຫຍກດຽວ? ພວກເຈົ້າຈະມີຫົວໃຈທີ່ຢຳເກງພຣະເຈົ້າແບບນັ້ນບໍ? (ບໍ່.) ສະນັ້ນ, ພວກເຈົ້າຈະຂາດຄວາມຮັບຮູ້ນີ້ພາຍໃນບໍລິບົດໃດ? ມັນຈະເປັນພາຍໃນບໍລິບົດຂອງການຂາດຫົວໃຈທີ່ຢຳເກງພຣະເຈົ້າຢ່າງສິ້ນເຊີງບໍ ທີ່ພວກເຈົ້າຈຶ່ງກ້າດັດແປງພຣະທຳຂອງພຣະເຈົ້າຕາມອຳເພີໃຈ? ຖ້າຄົນໃດຄົນໜຶ່ງຂາດຫົວໃຈທີ່ຢຳເກງພຣະເຈົ້າຢ່າງສິ້ນເຊີງ, ພວກເຂົາກໍຈະກ້າດັດແປງພຣະທຳຂອງພຣະເຈົ້າຕາມອຳເພີໃຈ, ໂດຍປ່ຽນແປງຄວາມໝາຍດັ່ງເດີມ, ລັກສະນະການເວົ້າຂອງພຣະເຈົ້າ ແລະ ຜົນທີ່ຕ້ອງການຂອງພຣະທຳຂອງພຣະເຈົ້າບົດໃດໜຶ່ງ, ໂດຍລຶບເຈດຕະນາ, ຈຸດໃຈກາງ ແລະ ຈຸດເນັ້ນໜັກຂອງສິ່ງທີ່ບົດນີ້ກ່າວເຖິງ, ທັງໝົດນີ້ລ້ວນແລ້ວແຕ່ເທົ່າກັບການດັດແປງ.

ເມື່ອສອງສາມປີກ່ອນ, ໃນລະຫວ່າງການພົບພໍ້ກັນໂດຍບັງເອີນ, ມີຄົນໜຶ່ງຈາກທີມງານພຣະກິດຕິຄຸນຕັ້ງຄຳຖາມຂຶ້ນມາວ່າ: “ເມື່ອເປັນພະຍານເຖິງພາລະກິດໃໝ່ຂອງພຣະເຈົ້າຕໍ່ຊົນເຜົ່າໃດໜຶ່ງ, ພວກເຂົາຮູ້ສຶກລັງກຽດ ແລະ ບໍ່ເຕັມໃຈທີ່ຈະຮັບຟັງພາກສ່ວນທີ່ພຣະເຈົ້າເປີດໂປງພວກເຂົາ ແລະ ພວກເຂົາເກີດມີແນວຄິດກ່ຽວກັບພາກສ່ວນເຫຼົ່ານີ້. ສະນັ້ນ ພຣະທຳເຫຼົ່ານີ້ຈຶ່ງກາຍເປັນອຸປະສັກຕໍ່ການທີ່ພວກເຂົາຍອມຮັບພາລະກິດໃໝ່ຂອງພຣະເຈົ້າ. ພວກເຮົາກຳລັງຄິດທີ່ຈະປ່ຽນແປງພຣະທຳເຫຼົ່ານັ້ນ. ເມື່ອປ່ຽນແປງແລ້ວ, ພວກເຂົາກໍຈະສາມາດຍອມຮັບພຣະທຳເຫຼົ່ານັ້ນໄດ້ ແລະ ບໍ່ມີແນວຄິດກ່ຽວກັບພາລະກິດໃໝ່ຂອງພຣະເຈົ້າ ຫຼື ການບັງເກີດເປັນມະນຸດຄັ້ງນີ້ຂອງພຣະເຈົ້າອີກຕໍ່ໄປ”. ພວກເຈົ້າຄິດແນວໃດກ່ຽວກັບຄຳຖາມນີ້? ຖ້າບໍ່ມີໂອກາດໄດ້ພົບພໍ້ ແລະ ສົນທະນາກ່ຽວກັບວຽກງານພຣະກິດຕິຄຸນ, ພວກເຂົາອາດຈະປ່ຽນແປງພຣະທຳເຫຼົ່ານີ້ໂດຍພະລາການ. ບາງທີອີງຕາມຈິນຕະນາການຂອງພວກເຂົາ, ສາມຄົນ, ຫ້າຄົນ, ສິບຄົນ ຫຼື ຄົນຫຼາຍກວ່ານັ້ນຈາກຊົນເຜົ່ານັ້ນອາດຈະຍອມຮັບພາລະກິດໃໝ່ຂອງພຣະເຈົ້າ. ແຕ່ຕອນນີ້ຂໍພັກເລື່ອງນັ້ນໄວ້ກ່ອນ, ຜູ້ທີ່ເທດສະໜາພຣະກິດຕິຄຸນມັກຈະຢາກປ່ຽນແປງພຣະທຳຂອງພຣະເຈົ້າໃຫ້ສອດຄ່ອງກັບແນວຄິດຂອງມະນຸດສະເໝີ. ພວກເຂົາມັກຈະຢາກລຶບພຣະທຳທີ່ພຣະເຈົ້າເປີດໂປງ ແລະ ພິພາກສາມະນຸດຊາດທີ່ເສື່ອມຊາມ, ບ່ອນທີ່ພຣະອົງເປີດໂປງແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມສະເໝີ. ແມ່ນຫຍັງຄືທຳມະຊາດຂອງພຶດຕິກຳດັ່ງກ່າວ? ການກະທຳແບບນີ້ສະທ້ອນເຖິງຫົວໃຈທີ່ຢຳເກງພຣະເຈົ້າບໍ? (ບໍ່.) ໃນມຸມມອງຂອງເຮົາ, ມັນບໍ່ແມ່ນວ່າຄົນຊົນເຜົ່າໃດໜຶ່ງ ຫຼື ນິກາຍໃດໜຶ່ງມີແນວຄິດກ່ຽວກັບພຣະທຳຂອງພຣະເຈົ້າ; ແຕ່ໂດຍພື້ນຖານແລ້ວ ແມ່ນຜູ້ທີ່ເທດສະໜາພຣະກິດຕິຄຸນນັ້ນແຫຼະທີ່ມີແນວຄິດ. ພຣະທຳຂອງພຣະເຈົ້າບໍ່ເປັນທີ່ພໍໃຈຂອງພວກເຂົາ; ພວກເຂົາຕໍ່ຕ້ານ ແລະ ເບື່ອໜ່າຍຕໍ່ພຣະທຳເຫຼົ່ານັ້ນໃນສ່ວນເລິກ, ພວກເຂົາບໍ່ຢາກຟັງ ແລະ ບໍ່ມັກພຣະທຳເຫຼົ່ານີ້ຈາກພຣະເຈົ້າ. ພວກເຂົາເຊື່ອວ່າ ຖ້າພຣະທຳເຫຼົ່ານີ້ເປັນພຣະທຳຂອງພຣະເຈົ້າແທ້, ພວກມັນຄວນຈະເຕັມໄປດ້ວຍຄວາມຮັກ ແລະ ບໍ່ເປີດໂປງຜູ້ຄົນຢ່າງເປີດເຜີຍ ແລະ ກົງໄປກົງມາຂະໜາດນັ້ນ, ຄືກັບວ່າກຳລັງຕົບໜ້າພວກເຂົາ. ສະນັ້ນ, ພວກເຂົາຈຶ່ງຮຽກຮ້ອງຢ່າງແຮງກ້າວ່າ ຖ້າພວກເຂົາຈະເທດສະໜາພຣະກິດຕິຄຸນ, ສາມາດເອົາພຣະທຳເຫຼົ່ານີ້ອອກໄດ້ບໍ? ເພື່ອເທດສະໜາພຣະກິດຕິຄຸນ ແລະ ໃຫ້ໄດ້ຄົນມາ, ພຣະເຈົ້າສາມາດຜ່ອນຜັນຈັກເທື່ອໜຶ່ງໄດ້ບໍ, ເວົ້າຢ່າງມີຍຸດທະວິທີ ແລະ ຫນ້າຟັງກວ່ານີ້ໄດ້ບໍ? ເພື່ອເຮັດໃຫ້ຄົນຍອມຮັບພາລະກິດໃໝ່ຂອງພຣະເຈົ້າຫຼາຍຂຶ້ນ, ເພື່ອນໍາຄົນມາຢູ່ຕໍ່ໜ້າພຣະເຈົ້າໃຫ້ຫຼາຍຂຶ້ນ, ພຣະເຈົ້າສາມາດປ່ຽນຍຸດທະສາດ ແລະ ລັກສະນະການເວົ້າຂອງພຣະອົງ, ປະນີປະນອມ ແລະ ຍອມຕໍ່ມະນຸດຊາດທີ່ເສື່ອມຊາມ, ກົ້ມຫົວ, ຂໍໂທດ ແລະ ຂໍການໃຫ້ອະໄພໄດ້ບໍ? ດັ່ງນັ້ນ, ໂດຍພື້ນຖານແລ້ວ ບັນຫາແມ່ນຢູ່ທີ່ຜູ້ເຮັດວຽກພຣະກິດຕິຄຸນ, ບໍ່ແມ່ນຢູ່ທີ່ຜູ້ຄົນຂອງນິກາຍໃດໜຶ່ງ. ໂດຍບໍ່ມີການປ່ຽນແປງພຣະທຳຂອງພຣະເຈົ້າແມ່ນແຕ່ຄຳດຽວ ຫຼື ປະໂຫຍກດຽວ ແລະ ເຖິງແມ່ນວ່າພຣະທຳຂອງພຣະເຈົ້າສາມາດເຮັດໃຫ້ທຸກຄົນເກີດມີແນວຄິດຂຶ້ນມາ, ກໍຍັງມີຫຼາຍຄົນທີ່ຄ່ອຍໆເຂົ້າມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບພາລະກິດໃໝ່ຂອງພຣະອົງ. ແນວຄິດຂອງພວກເຂົາໄດ້ກີດກັນພວກເຂົາຈາກການຍອມຮັບພາລະກິດໃໝ່ຂອງພຣະເຈົ້າບໍ? ບໍ່ເລີຍ. ຖ້າພຣະທຳເຫຼົ່ານີ້ທີ່ພຣະເຈົ້າກ່າວບໍ່ແມ່ນສິ່ງທີ່ມະນຸດຕ້ອງການ ແລະ ບໍ່ສະທ້ອນເຖິງສະຖານະການຕົວຈິງຂອງມະນຸດ, ແລ້ວມັນກໍເປັນເລື່ອງທີ່ເຂົ້າໃຈໄດ້ທີ່ຜູ້ຄົນຈະບໍ່ຍອມຮັບພຣະທຳຂອງພຣະເຈົ້າ ແລະ ພຣະເຈົ້າອາດຈະພິຈາລະນາປ່ຽນວິທີການເວົ້າ ແລະ ເນື້ອໃນການປາກເວົ້າຂອງພຣະອົງ. ເຖິງຢ່າງໃດກໍຕາມ, ທຸກຄຳເວົ້າ ແລະ ທຸກປະໂຫຍກທີ່ພຣະເຈົ້າກ່າວລ້ວນແລ້ວແຕ່ສະທ້ອນເຖິງສະຖານະການຕົວຈິງຂອງມະນຸດ ແລະ ກ່ຽວຂ້ອງກັບການເຂົ້າສູ່ຊີວິດ ແລະ ຄວາມລອດພົ້ນຂອງມະນຸດ. ຖ້າຜູ້ຄົນມີແນວຄິດ ແລະ ບໍ່ສາມາດຍອມຮັບສິ່ງເຫຼົ່ານັ້ນໄດ້, ມັນກໍພິສູດວ່າ ມະນຸດຊົ່ວຊ້າ, ສົກກະປົກ ແລະ ເສື່ອມຊາມຢ່າງເລິກເຊິ່ງ ແລະ ພວກເຂົາບໍ່ສົມຄວນທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ. ມັນບໍ່ໄດ້ພິສູດວ່າພຣະທຳຂອງພຣະເຈົ້າຜິດ ຫຼື ວ່າພຣະທຳເຫຼົ່ານັ້ນບໍ່ແມ່ນຄວາມຈິງ.

ຄວນເຮັດແນວໃດກ່ຽວກັບການທີ່ມະນຸດຊາດທີ່ເສື່ອມຊາມມີແນວຄິດກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ? ຜູ້ທີ່ເທດສະໜາພຣະກິດຕິຄຸນໄດ້ຮັບການຫົດນ້ຳດ້ວຍພຣະທຳຂອງພຣະເຈົ້າ ແລະ ໄດ້ຮັບຟັງພຣະທຳເຫຼົ່ານັ້ນມາເປັນເວລາຫຼາຍປີແລ້ວ. ບໍ່ຕ້ອງເວົ້າເຖິງວ່າພວກເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ພຽງແຕ່ເວົ້າທາງທິດສະດີ, ວິໄສທັດກ່ຽວກັບພາລະກິດຂອງພຣະເຈົ້າ, ເຈດຕະນາຂອງພຣະເຈົ້າ, ຈຸດປະສົງຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າທີ່ມີຕໍ່ມະນຸດ, ພວກເຈົ້າບໍ່ເຂົ້າໃຈ, ຈື່ຈຳ ແລະ ກຳແໜ້ນຄວາມຈິງໃນດ້ານເຫຼົ່ານີ້ທັງໝົດບໍ? ຖ້າເຈົ້າມີສິ່ງເຫຼົ່ານີ້ຄົບຖ້ວນ, ເຈົ້າຍັງຈະຢ້ານຜູ້ຄົນທີ່ມີແນວຄິດຢູ່ບໍ? ຖ້າເຈົ້າຢ້ານ, ເຈົ້າຄວນຊີ້ແຈງຢ່າງຕັ້ງໜ້າໃຫ້ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນ; ເປັນພະຍານເຖິງເຈດຕະນາຂອງພຣະເຈົ້າຕໍ່ພວກເຂົາ, ອະທິບາຍຄວາມຈິງໃຫ້ຊັດເຈນ! ຖ້າຫຼັງຈາກທີ່ຟັງພຣະທຳຂອງພຣະເຈົ້າມາເປັນເວລາຫຼາຍປີແລ້ວ ເຈົ້າຍັງບໍ່ສາມາດອະທິບາຍ ຫຼື ຊີ້ແຈງພຣະທຳເຫຼົ່ານັ້ນໄດ້, ເຈົ້າກໍຊ່າງໄຮ້ປະໂຫຍດຢ່າງສິ້ນເຊີງ! ເຈົ້າກຳລັງປະຕິບັດໜ້າທີ່ນີ້ ແລະ ທຸກໆມື້ ເຈົ້າກໍຫຍຸ້ງຢູ່ກັບຫົວຂໍ້ເຫຼົ່ານີ້, ເນື້ອໃນເຫຼົ່ານີ້, ເລື່ອງເຫຼົ່ານີ້, ເປັນຫຍັງເຈົ້າຍັງຄິດທີ່ຈະໃຊ່ວິທີການທີ່ໜ້າລັງກຽດເຊັ່ນການດັດແປງພຣະທຳຂອງພຣະເຈົ້າເພື່ອເທດສະໜາພຣະກິດຕິຄຸນ ແລະ ໃຫ້ໄດ້ຮັບຄົນມາ? ໂດຍທາງພາຍນອກ, ສິ່ງນີ້ອາດຈະເບິ່ງຄືວ່າເປັນພຽງການກະທຳທີ່ຜິດພາດ, ເປັນວິທີການທີ່ໜ້າລັງກຽດ, ເປັນການສະແດງອອກເຖິງຄວາມໄຮ້ຂີດຄວາມສາມາດ, ແຕ່ໂດຍແກ່ນແທ້ແລ້ວ, ມັນເປັນການສະແດງອອກທີ່ບໍ່ຕ້ອງສົງໄສເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ໄດ້ໜ້ອຍໄປກວ່ານັ້ນເລີຍ. ປະຊາຊົນຂອງພຣະເຈົ້າຄືຜູ້ທີ່ເຫັນຄຸນຄ່າພຣະທຳຂອງພຣະເຈົ້າ, ຜູ້ທີ່ຮັກຫອມພຣະທຳຂອງພຣະເຈົ້າ, ຜູ້ທີ່ຢຳເກງພຣະທຳຂອງພຣະເຈົ້າ, ຜູ້ທີ່ເຄົາລົບທຸກຄຳເວົ້າ ແລະ ທຸກປະໂຫຍກທີ່ພຣະເຈົ້າກ່າວ ພ້ອມທັງວິທີທີ່ພຣະອົງກ່າວ, ມຸມມອງທີ່ພຣະອົງກ່າວ ແລະ ສິ່ງທີ່ພຣະອົງກ່າວໃນແຕ່ລະບົດ. ມີພຽງແຕ່ສັດຕູຂອງພຣະເຈົ້າເທົ່ານັ້ນທີ່ມັກຈະເຍາະເຍີ້ຍ ແລະ ດູຖູກພຣະທຳຂອງພຣະອົງ. ພວກເຂົາດູໝິ່ນພຣະທຳເຫຼົ່ານັ້ນ. ພວກເຂົາບໍ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ, ວ່າເປັນຖ້ອຍຄຳທີ່ພຣະຜູ້ສ້າງກ່າວອອກມາ. ດັ່ງນັ້ນ, ໃນໃຈຂອງພວກເຂົາ, ພວກເຂົາມັກຈະປາຖະໜາທີ່ຈະດັດແປງພຣະທຳຂອງພຣະເຈົ້າ ແລະ ຕີຄວາມໝາຍພຣະທຳເຫຼົ່ານັ້ນຕາມອຳເພີໃຈ. ພວກເຂົາພະຍາຍາມໃຊ່ວິທີການຂອງພວກເຂົາ, ຮູບແບບຄວາມຄິດຂອງພວກເຂົາ ແລະ ຕັກກະຂອງການຄິດຂອງພວກເຂົາ ເພື່ອປ່ຽນແປງພຣະທຳຂອງພຣະເຈົ້າ, ເພື່ອໃຫ້ສອດຄ່ອງກັບລົດນິຍົມຂອງມະນຸດທີ່ເສື່ອມຊາມ, ມຸມມອງຂອງມະນຸດທີ່ເສື່ອມຊາມ ແລະ ຮູບແບບຄວາມຄິດ ແລະ ປັດຊະຍາຂອງມະນຸດທີ່ເສື່ອມຊາມ ໂດຍຄວາມພະຍາຍາມທີ່ຈະໃຫ້ໄດ້ຮັບສຽງຊົມເຊີຍຈາກຜູ້ຄົນຫຼາຍຂຶ້ນໃນທີ່ສຸດ. ພຣະທຳຂອງພຣະເຈົ້າກໍຄືພຣະທຳຂອງພຣະເຈົ້າ, ບໍ່ວ່າຈະເປັນພາກສ່ວນໃດຂອງພຣະທຳຂອງພຣະເຈົ້າ, ບໍ່ວ່າຈະກ່າວແນວໃດ ແລະ ບໍ່ວ່າຈະກ່າວຈາກມຸມມອງໃດກໍຕາມ. ເພື່ອໃຫ້ມະນຸດຊາດທີ່ເສື່ອມຊາມສາມາດເຂົ້າໃຈໄດ້ງ່າຍຂຶ້ນ, ຊາບຊຶ້ງໄດ້ດີຂຶ້ນ ແລະ ໄດ້ຮັບພຣະທຳຂອງພຣະເຈົ້າໄດ້ງ່າຍຂຶ້ນ, ເພື່ອໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງໃນພຣະທຳຂອງພຣະອົງ, ພຣະເຈົ້າມັກຈະໃຊ້ພາສາມະນຸດ, ວິທີການຂອງມະນຸດ, ພ້ອມທັງຫົນທາງ, ນໍ້າສຽງຂອງການປາກເວົ້າ ແລະ ຕັກກະທາງວາຈາທີ່ງ່າຍກວ່າຫຼາຍສຳລັບຜູ້ຄົນທີ່ຈະເຂົ້າໃຈ, ເພື່ອອະທິບາຍເຈດຕະນາຂອງພຣະອົງ ແລະ ເພື່ອບອກມະນຸດຊາດເຖິງສິ່ງທີ່ພວກເຂົາຄວນເຂົ້າສູ່. ແຕ່ກໍເປັນວິທີການທີ່ບໍ່ສະດຸດຕາ ແລະ ນໍ້າສຽງທີ່ບໍ່ສະດຸດຕາເຫຼົ່ານີ້ ແລະ ຄຳເວົ້າທີ່ບໍ່ສະດຸດຕາຕ່າງໆເຫຼົ່ານີ້ແຫຼະ ທີ່ຖືກຜູ້ຕໍ່ຕ້ານພຣະຄຣິສສວຍໃຊ້ ເພື່ອກ່າວໂທດພຣະເຈົ້າ ແລະ ປະຕິເສດວ່າພຣະທຳຂອງພຣະອົງແມ່ນຄວາມຈິງ. ມັນບໍ່ໄດ້ເປັນເຊັ່ນນີ້ບໍ? (ເປັນ.) ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ມັກຈະໃຊ້ຄວາມຮູ້ ແລະ ຜົນງານຂອງຄົນທີ່ມີຊື່ສຽງ, ເຖິງກັບໃຊ້ຄຳປາໄສ, ການໃຊ້ຖ້ອຍຄຳ ແລະ ທ່າທາງຂອງຄົນທີ່ມີຊື່ສຽງ, ເພື່ອປຽບທຽບກັບພຣະທຳຂອງພຣະເຈົ້າ. ຍິ່ງພວກເຂົາປຽບທຽບຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າພຣະທຳຂອງພຣະເຈົ້າຕື້ນເຂີນເກີນໄປ, ກົງໄປກົງມາເກີນໄປ, ເປັນພາສາປາກເວົ້າເກີນໄປ. ດັ່ງນັ້ນ, ພວກເຂົາຈຶ່ງຍິ່ງຢາກປ່ຽນແປງພຣະທຳຂອງພຣະເຈົ້າ, ເພື່ອ “ແກ້ໄຂ” ພຣະທຳເຫຼົ່ານັ້ນ, ພ້ອມທັງ “ແກ້ໄຂ” ນໍ້າສຽງ, ຮູບແບບ ແລະ ມຸມມອງທີ່ພຣະເຈົ້າກ່າວຫຼາຍຂຶ້ນເລື້ອຍໆ. ບໍ່ວ່າພຣະເຈົ້າຈະກ່າວແນວໃດ ຫຼື ພຣະທຳຂອງພຣະອົງນຳຜົນປະໂຫຍດມາສູ່ມະນຸດຫຼາຍສໍ່າໃດກໍຕາມ, ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາບໍ່ເຄີຍຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ. ພວກເຂົາບໍ່ສະແຫວງຫາຄວາມຈິງ, ຫຼັກການປະຕິບັດ ຫຼື ເສັ້ນທາງສຳລັບການເຂົ້າສູ່ຊີວິດໃນພຣະທຳຂອງພຣະເຈົ້າ. ແທນທີ່ຈະເປັນແນວນັ້ນ, ພວກເຂົາເຂົ້າຫາພຣະທຳຂອງພຣະເຈົ້າຈາກມຸມມອງຂອງການກວດສອບ, ດ້ວຍທັດສະນະຄະຕິຂອງການສຶກສາ, ດ້ວຍທັດສະນະຄະຕິຂອງການກວດສອບ ແລະ ການສືບສວນຢ່າງລະອຽດຢູ່ສະເໝີ. ຫຼັງຈາກການກວດສອບ ແລະ ການສືບສວນທັງໝົດ, ພວກເຂົາກໍຍັງຮູ້ສຶກວ່າມີພຣະທຳຂອງພຣະເຈົ້າຫຼາຍຂໍ້ທີ່ຈຳເປັນຕ້ອງໄດ້ຮັບການປ່ຽນແປງ ແລະ ແກ້ໄຂ. ດັ່ງນັ້ນ, ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ຕັ້ງແຕ່ມື້ທຳອິດທີ່ພວກເຂົາໄດ້ສຳຜັດກັບພຣະທຳຂອງພຣະເຈົ້າຈົນເຖິງປັດຈຸບັນ, ຫຼັງຈາກທີ່ເຊື່ອມາເປັນເວລາ 10, 20 ຫຼື 30 ປີ, ໃນສ່ວນເລິກແລ້ວ ພວກເຂົາກໍຍັງບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າປະກອບດ້ວຍຊີວິດ, ຄວາມຈິງ, ປະຕູສູ່ລາຊະອານາຈັກ ຫຼື ເສັ້ນທາງສູ່ສະຫວັນທີ່ຜູ້ຄົນເວົ້າເຖິງ. ພວກເຂົາເບິ່ງບໍ່ເຫັນ ແລະ ບໍ່ສາມາດຄົ້ນພົບໄດ້. ແລ້ວພວກເຂົາຮູ້ສຶກແນວໃດ? ພວກເຂົາສົງໄສວ່າເປັນຫຍັງຍິ່ງພວກເຂົາເຊື່ອຫຼາຍເທົ່າໃດ, ພວກເຂົາກໍຍິ່ງພົບວ່າພຣະທຳຂອງພຣະເຈົ້າເປັນພາສາປາກເວົ້າຫຼາຍເກີນໄປເທົ່ານັ້ນ. ພວກເຂົາສົງໄສວ່າເປັນຫຍັງຍິ່ງພວກເຂົາເຊື່ອຫຼາຍເທົ່າໃດ, ພວກເຂົາກໍຍິ່ງສົນໃຈພຣະທຳຂອງພຣະເຈົ້າໜ້ອຍລົງເທົ່ານັ້ນ. ພວກເຂົາເລີ່ມສົງໄສວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງແທ້ບໍ. ນີ້ແມ່ນສັນຍານແບບໃດ? ສັນຍານທີ່ດີ ຫຼື ສັນຍານທີ່ບໍ່ດີ? (ສັນຍານທີ່ບໍ່ດີ.) ຖືວ່າເປັນເລື່ອງເຫຼືອເຊື່ອແທ້ໆທີ່ພວກເຂົາເຊື່ອໃນພຣະເຈົ້າຈົນເຖິງຈຸດນີ້! ຄວາມເຊື່ອຂອງພວກເຂົາ ໄດ້ມາເຖິງທາງຕັນ, ໂດຍເບິ່ງບໍ່ເຫັນຄວາມຈິງຢ່າງສິ້ນເຊີງ. ນີ້ບໍ່ແມ່ນຈຸດຈົບຂອງຄວາມເຊື່ອຂອງພວກເຂົາແລ້ວບໍ?

ພວກເຈົ້າສັງເກດເຫັນຄວາມຈິງຂໍ້ນີ້ບໍ? ຕັ້ງແຕ່ມື້ທີ່ທຸກຄົນເລີ່ມເຊື່ອໃນພຣະເຈົ້າ, ອ່ານພຣະທຳຂອງພຣະອົງ, ປະຖິ້ມຄອບຄົວ, ອາຊີບ, ການສຶກສາ ແລະ ອະນາຄົດໃນໂລກຂອງພວກເຂົາ, ທຸກຄົນລ້ວນແລ້ວແຕ່ຢູ່ທີ່ຈຸດເລີ່ມຕົ້ນດຽວກັນ. ແຕ່ໂດຍບໍ່ຮູ້ຕົວ, ໃນລະຫວ່າງການແຂ່ງຂັນ, ບາງຄົນກໍຕົກຢູ່ຂ້າງຫຼັງ ແລະ ບໍ່ຢາກປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ພວກເຂົາໄປໃສ? ບາງຄົນຖືກຍ້າຍໄປຢູ່ກຸ່ມ B, ສ່ວນຄົນອື່ນໆຖືກຍ້າຍໄປຢູ່ຄຣິສຕະຈັກທຳມະດາ ແລະ ບາງຄົນກໍເກືອບຈະບໍ່ສາມາດຢູ່ໃນຄຣິສຕະຈັກທີ່ເຮັດວຽກບໍ່ເຕັມເວລາໄດ້ເລີຍ. ຜູ້ທີ່ບໍ່ປາຖະໜາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ ແລະ ກາຍເປັນເປົ້າໝາຍຂອງການກຳຈັດອອກ, ຜູ້ທີ່ບໍ່ມີຄຸນສົມບັດທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໄດ້ອີກຕໍ່ໄປ, ເປັນຫຍັງພວກເຂົາຈຶ່ງຈົບລົງໃນບ່ອນທີ່ພວກເຂົາເປັນຢູ່ໃນທຸກມື້ນີ້? ຖ້າເຈົ້າພະຍາຍາມຮັບຮູ້ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າດ້ວຍຕາຂອງມະນຸດ, ເຈົ້າກໍຈະເບິ່ງບໍ່ເຫັນ ເພາະວ່າເຈົ້າບໍ່ຮູ້ວ່າມີຫຍັງຢູ່ໃນໃຈຂອງພວກເຂົາ. ບໍ່ວ່າພວກເຂົາຈະຮັກ ຫຼື ກຽດຊັງພຣະເຈົ້າ, ບໍ່ວ່າພວກເຂົາຈະຕໍ່ຕ້ານ ຫຼື ອ່ອນນ້ອມຕໍ່ພຣະອົງ, ເຈົ້າກໍບອກບໍ່ໄດ້. ແລ້ວເຈົ້າຈະກຳນົດອຸປະນິໄສ-ແກ່ນແທ້ຂອງຄົນເຮົາໄດ້ແນວໃດ? ມັນງ່າຍ: ພຽງແຕ່ເບິ່ງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ. ຄົນກຸ່ມນີ້ມີລັກສະນະທົ່ວໄປຢ່າງໜຶ່ງກ່ຽວກັບທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າຄື: ບໍ່ວ່າສະຖານະການຈະເປັນແນວໃດ, ພວກເຂົາກໍບໍ່ຮູ້ສຶກວ່າຕ້ອງການພຣະທຳຂອງພຣະເຈົ້າເພື່ອການລໍ່ລຽງ. ບໍ່ວ່າພວກເຂົາຈະປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ, ພວກເຂົາກໍບໍ່ສະແຫວງຫາຫຼັກການ ຫຼື ຄົ້ນຫາຄວາມຈິງໃນພຣະທຳຂອງພຣະເຈົ້າ. ຄົນເຫຼົ່ານີ້ບໍ່ຄ່ອຍອ່ານພຣະທຳຂອງພຣະເຈົ້າ ແລະ ພວກເຂົາເຖິງຂັ້ນຮູ້ສຶກລັງກຽດເມື່ອມີຄົນອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງພວກເຂົາທີ່ມີຕໍ່ພຣະທຳເຫຼົ່ານັ້ນ. ພວກເຂົາສະແດງຄວາມລັງກຽດອອກມາແນວໃດ? ພວກເຂົາຄິດວ່າ: “ຂ້ອຍຮູ້ທຸກຢ່າງທີ່ເຈົ້າກຳລັງເວົ້າແລ້ວ; ເຈົ້າບໍ່ຈຳເປັນຕ້ອງເວົ້າດອກ. ຂ້ອຍເຄີຍອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າມາກ່ອນແລ້ວ; ຂ້ອຍເຂົ້າໃຈທຸກຢ່າງ”. ຖ້າພວກເຂົາເຂົ້າໃຈທຸກຢ່າງ, ເປັນຫຍັງພວກເຂົາຈຶ່ງຖືກກຳຈັດອອກ? ເປັນຫຍັງພວກເຂົາຈຶ່ງຖືກຍ້າຍໄປຢູ່ກຸ່ມ B? ເກີດຫຍັງຂຶ້ນ? ຮາກເຫງົ້າກໍຄື ໂດຍພື້ນຖານແລ້ວ ຄົນເຫຼົ່ານີ້ບໍ່ຍອມຮັບພຣະທຳຂອງພຣະເຈົ້າ; ພວກເຂົາດູຖູກ ແລະ ເປັນປໍລະປັກຕໍ່ພຣະທຳເຫຼົ່ານັ້ນ. ຄົນທີ່ດູຖູກ ແລະ ເປັນປໍລະປັກຕໍ່ພຣະທຳຂອງພຣະເຈົ້າຈະສາມາດປະຕິບັດຕາມພຣະທຳເຫຼົ່ານັ້ນໄດ້ບໍ? ເມື່ອເຈົ້າບອກພວກເຂົາວ່າ: “ຖ້າເຈົ້າພົບພໍ້ກັບສະຖານະການບາງຢ່າງ, ເຈົ້າກໍຄວນອ່ານພຣະທຳຂອງພຣະເຈົ້າ!” ທັດສະນະຄະຕິຂອງພວກເຂົາເປັນແນວໃດ? ປະຕິກິລິຍາສະເພາະຂອງພວກເຂົາແມ່ນຫຍັງ? (ພວກເຂົາຈະເວົ້າວ່າບັນຫາຕົວຈິງຕ້ອງການວິທີການແກ້ໄຂຕົວຈິງ; ບໍ່ຈຳເປັນຕ້ອງອ່ານພຣະທຳຂອງພຣະເຈົ້າດອກ.) ພວກເຂົາຄິດວ່າການອ່ານພຣະທຳຂອງພຣະເຈົ້າເປັນວິທີການທີ່ເລື່ອນລອຍ ແລະ ບັນຫາຕົວຈິງຕ້ອງການວິທີການແກ້ໄຂຕົວຈິງ. ນີ້ຄືນໍ້າສຽງຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາໝາຍຄວາມວ່າແນວໃດ? “ມະນຸດມີວິທີການຂອງຕົນເອງ; ການອ່ານພຣະທຳຂອງພຣະເຈົ້າຈະມີປະໂຫຍດຫຍັງ? ເຈົ້າຄິດວ່າພຣະທຳຂອງພຣະເຈົ້າສາມາດແກ້ໄຂທຸກຢ່າງໄດ້ບໍ?” ພວກເຂົາສົມມຸດເອົາເອງວ່າ ຖ້າຄົນໃດຄົນໜຶ່ງພົບພໍ້ກັບຄວາມຫຍຸ້ງຍາກບາງຢ່າງ, ມັນກໍເປັນພຽງຄວາມຫຍຸ້ງຍາກເທົ່ານັ້ນ, ບໍ່ໄດ້ສະທ້ອນເຖິງສະພາວະພາຍໃນ ຫຼື ອຸປະນິໄສຂອງຄົນນັ້ນເລີຍ. ພວກເຂົາບໍ່ເຫັນສິ່ງນີ້ ແລະ ພວກເຂົາກໍບໍ່ຍອມຮັບວ່າມັນເປັນຂໍ້ເທັດຈິງ. ພວກເຂົາເຊື່ອວ່າ: “ຄວາມຫຍຸ້ງຍາກຂອງມະນຸດປຽບເໝືອນເຄື່ອງຈັກທີ່ນັອດຫາຍໄປໂຕໜຶ່ງ; ພຽງແຕ່ໃສ່ນັອດເຂົ້າໄປ, ມັນກໍແລ້ວເລື່ອງ. ເປັນຫຍັງຕ້ອງສະແຫວງຫາພຣະທຳຂອງພຣະເຈົ້າ? ນັ້ນລ້ວນແລ້ວແຕ່ເປັນຄວາມເປັນຝ່າຍວິນຍານຈອມປອມ. ຂ້ອຍຈະບໍ່ມີທາງເຮັດແບບນັ້ນ; ມັນໂງ່ຈ້າ! ເຈົ້າຄິດວ່າພຣະທຳຂອງພຣະເຈົ້າສາມາດແກ້ໄຂທຸກຢ່າງໄດ້ບໍ? ມັນບໍ່ໄດ້ເປັນແບບນັ້ນເລີຍ”. ນີ້ຄືຄົນທີ່ບໍ່ຍອມຮັບຄວາມຈິງຢ່າງຊັດເຈນ. ຍິ່ງໄປກວ່ານັ້ນ, ເມື່ອບາງຄົນປະເຊີນກັບບັນຫາ ແລະ ເຈົ້າໂອ້ລົມກັບເພື່ອຊ່ວຍເຫຼືອພວກເຂົາ, ໂດຍອ່ານພຣະທຳຂອງພຣະເຈົ້າບົດໜຶ່ງໃຫ້ພວກເຂົາຟັງ, ພວກເຂົາຕອບກັບຫຼັງຈາກທີ່ໄດ້ຟັງວ່າ: “ຂ້ອຍທ່ອງຈຳບົດນັ້ນໄດ້ແລ້ວ, ຂ້ອຍທ່ອງມັນຫຼາຍເທື່ອແລ້ວ. ເປັນຫຍັງເຈົ້າຈຶ່ງບອກຂ້ອຍ? ຂ້ອຍເຂົ້າໃຈມັນດີກວ່າເຈົ້າອີກ ແລະ ມັນກໍບໍ່ມີປະໂຫຍດຫຍັງ, ມັນຈະບໍ່ແກ້ໄຂບັນຫາຂອງຂ້ອຍ!” ບັນຫາຢູ່ບ່ອນນີ້ແມ່ນຫຍັງ? (ພວກເຂົາບໍ່ຍອມຮັບຄວາມຈິງ.) ພວກເຂົາບໍ່ຍອມຮັບຄວາມຈິງ ແລະ ປະຕິເສດທີ່ຈະຮັບຮູ້ຄວາມເສື່ອມຊາມຂອງຕົນເອງ, ເຊິ່ງເປັນບັນຫາ. ພວກເຂົາບໍ່ຍອມຮັບຄວາມເສື່ອມຊາມຂອງຕົນເອງ, ສະນັ້ນ ພວກເຂົາຈຶ່ງຄິດວ່າການອ່ານພຣະທຳຂອງພຣະເຈົ້າເປັນພຽງການເຮັດໄປຕາມຂັ້ນຕອນ, ເປັນເລື່ອງທີ່ບໍ່ມີປະໂຫຍດ. ພວກເຂົາຕ້ອງການຊອກຫາທາງລັດ, ເປັນຢາວິເສດເພື່ອແກ້ໄຂບັນຫາຂອງພວກເຂົາ ແລະ ແກ່ນແທ້ຂອງບັນຫານີ້ກໍຄືການປະຕິເສດທີ່ຈະຍອມຮັບຄວາມຈິງ.

ກ່ຽວກັບການສະແດງອອກຂອງການດັດແປງ ແລະ ການຕີຄວາມໝາຍພຣະທຳຂອງພຣະເຈົ້າ, ພວກເຈົ້າມີຕົວຢ່າງໃດແດ່ບໍ? (ໃນລະຫວ່າງການຜະລິດວິດີໂອທີ 20 ຂອງອັນລະບັ້ມເພງປະສານສຽງ, ພຣະເຈົ້າໄດ້ຊົງສັ່ງໃຫ້ຂຽນຂໍ້ພຣະຄຳພີລຽງກັນເທື່ອລະຂໍ້ຢູ່ເທິງໜ້າຈໍ. ໃນເວລານັ້ນ, ອ້າຍເອື້ອຍນ້ອງບາງຄົນເຫັນວ່າຂໍ້ພຣະຄຳພີຍາວເກີນໄປ ແລະ ໄດ້ລຶບບາງວະລີອອກ. ຕໍ່ມາ, ພຣະເຈົ້າໄດ້ຄົ້ນພົບບັນຫານີ້ ແລະ ໄດ້ໄຈ້ແຍກຢ່າງເຂັ້ມງວດ, ໂດຍກ່າວວ່າມັນເປັນການລົບລູ່ພຣະທຳຂອງພຣະເຈົ້າ.) ສຳລັບພຣະທຳດັ້ງເດີມຂອງພຣະເຈົ້າທີ່ຖືກບັນທຶກໄວ້ໃນພຣະຄຳພີ, ສິ່ງເຫຼົ່ານັ້ນແມ່ນພຣະທຳຂອງພຣະເຈົ້າ ແລະ ມະນຸດຕ້ອງບໍ່ດັດແປງສິ່ງເຫຼົ່ານັ້ນ, ເຊັ່ນດຽວກັນກັບຄຳທຳນາຍຂອງຜູ້ປະກາດພຣະທຳບາງຄົນ; ສິ່ງເຫຼົ່ານີ້ກໍແມ່ນພຣະທຳຂອງພຣະເຈົ້າເຊັ່ນກັນ, ພຣະທຳເຫຼົ່ານັ້ນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ກໍບໍ່ຄວນຖືກດັດແປງເຊັ່ນກັນ. ໃນມຸມມອງຂອງເຮົາ, ເຖິງແມ່ນວ່າພຣະທຳເຫຼົ່ານີ້ບໍ່ໄດ້ຢູ່ໃນພາສາຕົ້ນສະບັບ ແລະ ເປັນບົດແປ, ຄວາມໝາຍຂອງຂໍ້ຄວາມທີ່ແປມາກໍມີຄວາມຖືກຕ້ອງເປັນສ່ວນໃຫຍ່ ຜ່ານການດັດແກ້ມາເປັນເວລາຫຼາຍປີ. ເຈົ້າຄວນຮັບຮູ້ສິ່ງນີ້. ດັ່ງນັ້ນ, ພຣະທຳເຫຼົ່ານີ້, ຖ້າຖືກນໍາໃຊ້ໃນການໂອ້ລົມປົກກະຕິ, ກໍບໍ່ຈຳເປັນຕ້ອງເລົ່າຄືນທັງໝົດ; ສາມາດຖ່າຍທອດໃຈຄວາມສຳຄັນໄດ້. ເຖິງຢ່າງໃດກໍຕາມ, ຂໍ້ເທັດຈິງຕົວຈິງບໍ່ຄວນຖືກປ່ຽນແປງ. ຖ້າອ້າງອີງ, ປະໂຫຍກທີ່ສົມບູນແບບດັ້ງເດີມຕ້ອງຖືກຄັດລອກອອກມາ. ຫຼັກການນີ້ຟັງເບິ່ງເປັນແນວໃດ? (ດີ.) ເປັນຫຍັງຈຶ່ງເຮັດແນວນີ້? ບາງຄົນເວົ້າວ່າ: “ນັ້ນລ້ວນແລ້ວແຕ່ເປັນເລື່ອງໃນອະດີດ, ພວກເຮົາຈຳເປັນຕ້ອງຈິງຈັງຂະໜາດນັ້ນບໍ?” ບໍ່, ນີ້ແມ່ນກ່ຽວກັບທັດສະນະຄະຕິ, ຄວາມຄິດ. ບໍ່ວ່າຈະໃນອະດີດ, ປັດຈຸບັນ ຫຼື ອະນາຄົດ, ພຣະທຳຂອງພຣະເຈົ້າກໍຄືພຣະທຳຂອງພຣະເຈົ້າ ແລະ ບໍ່ຄວນຖືກເອົາມາປຽບທຽບໃສ່ກັບຄຳເວົ້າຂອງມະນຸດ. ຜູ້ຄົນຄວນປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິທີ່ເຂັ້ມງວດ. ຫຼັງຈາກທີ່ພຣະຄຳພີຖືກແປຈາກບົດເລື່ອງຕົ້ນສະບັບມາເປັນພາສາຕ່າງໆ, ຄວາມໝາຍບາງຢ່າງອາດຈະບໍ່ສອດຄ່ອງຢ່າງຖືກຕ້ອງກັບຕົ້ນສະບັບ ຫຼື ອາດຈະມີຄວາມຄາດເຄື່ອນລະຫວ່າງປະໂຫຍກດຽວກັນໃນບົດແປ ແລະ ໃນບົດເລື່ອງຕົ້ນສະບັບ. ນັກແປອາດຈະເພີ່ມຄຳວ່າ: “ໝາຍເຫດ: ບາງສິ່ງບາງຢ່າງ” ຫຼື ເພີ່ມໃສ່ໃນວົງເລັບວ່າ: “ຫຼື ແປວ່າ...”. ພວກເຈົ້າຄິດວ່າຜູ້ຄົນທີ່ແປບົດເລື່ອງຕົ້ນສະບັບຂອງພຣະຄຳພີລ້ວນແລ້ວແຕ່ເປັນຜູ້ເຊື່ອໃນພຣະເຈົ້າບໍ? (ບໍ່ຈຳເປັນສະເໝີໄປ.) ແນ່ນອນວ່າ ພວກເຂົາບໍ່ແມ່ນຄົນທີ່ຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ແລ້ວເປັນຫຍັງພວກເຂົາຈຶ່ງສາມາດຈັດການວຽກງານນີ້ດ້ວຍຄວາມແມ່ນຍໍາຂະໜາດນັ້ນ? ຜູ້ບໍ່ມີຄວາມເຊື່ອເອີ້ນສິ່ງນີ້ວ່າຄວາມເປັນມືອາຊີບ, ແຕ່ຜູ້ເຊື່ອໃນພຣະເຈົ້າຄວນເອີ້ນສິ່ງນີ້ວ່າການມີຫົວໃຈທີ່ຢຳເກງພຣະເຈົ້າ. ຖ້າເຈົ້າບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຫຼາຍປານນີ້, ເຈົ້າຍັງເປັນຜູ້ເຊື່ອໃນພຣະເຈົ້າຢູ່ບໍ?

ເຈົ້າຕ້ອງມີທັດສະນະຄະຕິທີ່ມີຄວາມສັດທາຕໍ່ພຣະທຳຂອງພຣະເຈົ້າ ແລະ ເມື່ອເຈົ້າເຕົ້າໂຮມກັນ ແລະ ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ຫຼັງຈາກທີ່ເຈົ້າໄດ້ອ່ານພຣະທຳເຫຼົ່ານັ້ນແລ້ວ, ເຈົ້າກໍສາມາດລວມເອົາປະສົບການສ່ວນຕົວຂອງເຈົ້າ ໃນຂະນະທີ່ເຈົ້າເວົ້າເຖິງຄວາມຮູ້ຂອງຕົວເຈົ້າເອງ ແລະ ສິ່ງທີ່ເຈົ້າໄດ້ຮຽນຮູ້ຈາກປະສົບການເຫຼົ່ານີ້. ເຖິງຢ່າງໃດກໍຕາມ, ເຈົ້າຕ້ອງບໍ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບຜົນງານສ່ວນຕົວຂອງເຈົ້າເອງ ແລະ ຕີຄວາມໝາຍພຣະທຳເຫຼົ່ານັ້ນຕາມໃຈມັກ. ພຣະທຳຂອງພຣະເຈົ້າບໍ່ຕ້ອງການໃຫ້ເຈົ້າອະທິບາຍ ແລະ ເຈົ້າກໍບໍ່ສາມາດອະທິບາຍພຣະທຳເຫຼົ່ານັ້ນໄດ້ຢ່າງຊັດເຈນ ຫຼື ເຂົ້າໃຈໄດ້. ມັນພຽງພໍແລ້ວທີ່ເຈົ້າມີຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງ ຫຼື ມີປະສົບການເລັກນ້ອຍ, ແຕ່ການພະຍາຍາມອະທິບາຍຄວາມຈິງ ຫຼື ການພະຍາຍາມໃຊ້ຄຳອະທິບາຍຂອງເຈົ້າເພື່ອໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຈົ້າຄົງຈະເປັນໄປບໍ່ໄດ້. ນີ້ຄືວິທີການເຮັດສິ່ງຕ່າງໆທີ່ຜິດ. ຕົວຢ່າງ: ບາງຄົນອ່ານໃນພຣະທຳຂອງພຣະເຈົ້າວ່າ ພຣະເຈົ້າຮັກຄົນຊື່ສັດ. ພຣະເຈົ້າເຄີຍບອກກັບມະນຸດວ່າ: “ໃຫ້ການສື່ສານຂອງພວກເຈົ້າເປັນ ແມ່ນ ກໍວ່າແມ່ນ ບໍ່ ກໍວ່າບໍ່; ຍ້ອນແມ່ນຫຍັງກໍຕາມທີ່ເປັນຫຼາຍກວ່າສິ່ງເຫຼົ່ານີ້ແມ່ນມາຈາກຄວາມຊົ່ວຮ້າຍ” (ມັດທາຍ 5:37.) ປັດຈຸບັນນີ້, ພຣະທຳຂອງພຣະເຈົ້າຍັງຮຽກຮ້ອງໃຫ້ຜູ້ຄົນເປັນຄົນຊື່ສັດ. ແລ້ວທັດສະນະຄະຕິທີ່ຖືກຕ້ອງທີ່ຄວນມີຕໍ່ພຣະທຳ ແລະ ຂໍ້ກຳນົດຂອງພຣະເຈົ້າຄວນເປັນແນວໃດ? ຈົ່ງຄົ້ນຫາໃນພຣະທຳຂອງພຣະເຈົ້າ: ພຣະເຈົ້າຊົງກ່າວວ່າ: “ໃຫ້ການສື່ສານຂອງພວກເຈົ້າເປັນ ແມ່ນ ກໍວ່າແມ່ນ; ບໍ່ ກໍວ່າບໍ່”. ແລ້ວຜູ້ທີ່ເປັນຄົນຊື່ສັດໃນສາຍຕາຂອງພຣະເຈົ້າປະພຶດຕົນແນວໃດແທ້? ຄົນຊື່ສັດເວົ້າແນວໃດ, ພວກເຂົາກະທຳແນວໃດ, ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາແນວໃດ ແລະ ພວກເຂົາຮ່ວມມືຢ່າງກົມກຽວກັບຄົນອື່ນແນວໃດ? ຜູ້ຄົນຄວນຄົ້ນຫາພຣະທຳຂອງພຣະເຈົ້າສຳລັບຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດເຫຼົ່ານີ້ ແລະ ກາຍເປັນຄົນຊື່ສັດທີ່ພຣະອົງຕ້ອງການ. ນີ້ຄືທັດສະນະຄະຕິທີ່ຖືກຕ້ອງ, ທັດສະນະຄະຕິທີ່ຜູ້ສະແຫວງຫາຄວາມຈິງຄວນມີ. ແລ້ວຜູ້ທີ່ບໍ່ສະແຫວງຫາ ຫຼື ຮັກຄວາມຈິງ ແລະ ຜູ້ທີ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ພຣະທຳຂອງພຣະອົງປະພຶດຕົນແນວໃດ? ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍຄິດວ່າ: “ພຣະເຈົ້າຕ້ອງການໃຫ້ຜູ້ຄົນເປັນຄົນຊື່ສັດ; ນັ້ນຄືສິ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້. ປັດຈຸບັນນີ້, ພຣະເຈົ້າກຳລັງກ່າວອີກເທື່ອໜຶ່ງໃຫ້ຜູ້ຄົນເປັນຄົນຊື່ສັດ. ຂ້ອຍເຂົ້າໃຈແລ້ວ, ຄົນຊື່ສັດບໍ່ແມ່ນພຽງແຕ່ຜູ້ທີ່ເປັນຄົນບໍ່ມີເລ່ຫຼ່ຽມບໍ? ມັນບໍ່ເປັນຄືກັບທີ່ຄົນເວົ້າບໍວ່າ ຄົນບໍ່ມີເລ່ຫຼ່ຽມຍ່ອມຢູ່ຍັ້ງຢືນຍົງ, ຄົນດີມີຊີວິດທີ່ສະຫງົບສຸກ ແລະ ມັນເປັນບາບທີ່ຈະໂກງຄົນບໍ່ມີເລ່ຫຼ່ຽມ? ເບິ່ງແມ, ພຣະເຈົ້າກຳລັງແກ້ໄຂຄວາມບໍ່ຍຸຕິທຳທີ່ຄົນບໍ່ມີເລ່ຫຼ່ຽມໄດ້ຮັບ”. ຄຳເວົ້າເຫຼົ່ານີ້ແມ່ນຄວາມຈິງບໍ? ສິ່ງເຫຼົ່ານີ້ແມ່ນຫຼັກການຄວາມຈິງທີ່ພວກເຂົາລະບຸໄດ້ຈາກພຣະທຳຂອງພຣະເຈົ້າບໍ? (ບໍ່.) ແລ້ວຄຳເວົ້າເຫຼົ່ານີ້ແມ່ນຫຍັງ? ພວກມັນສາມາດເອີ້ນວ່າຄວາມເຊື່ອນອກຮີດ ແລະ ຄວາມຫຼອກລວງໄດ້ບໍ? (ໄດ້.) ຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ຮັກຄວາມຈິງມັກຈະເຊື່ອມໂຍງພຣະທຳຂອງພຣະເຈົ້າເຂົ້າກັບສິ່ງທີ່ເຊື່ອກັນໃນໝູ່ມະນຸດຊາດວ່າເປັນສິ່ງທີ່ມ່ວນຫູ ແລະ ຖືກຕ້ອງ. ນີ້ບໍ່ແມ່ນການຫຼຸດຄຸນຄ່າພຣະທຳຂອງພຣະເຈົ້າບໍ? ນີ້ບໍ່ແມ່ນການອະທິບາຍຄວາມຈິງວ່າເປັນຄຳຂວັນຊະນິດໜຶ່ງໃນໝູ່ມະນຸດຊາດ, ເປັນຂໍ້ຖົກຖຽງສຳລັບວິທີການປະພຶດຕົນບໍ? ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເປັນຄົນຊື່ສັດ, ແຕ່ຄົນເຫຼົ່ານີ້ບໍ່ສົນໃຈວ່າຜູ້ທີ່ເປັນຄົນຊື່ສັດປະພຶດຕົນແນວໃດ, ວິທີການເປັນຄົນຊື່ສັດ ແລະ ກົດລະບຽບຂອງການເປັນຄົນຊື່ສັດແມ່ນຫຍັງ, ໂດຍກ່າວຢ່າງບໍ່ລະອາຍວ່າພຣະເຈົ້າຂໍໃຫ້ຜູ້ຄົນເປັນຄົນບໍ່ມີເລ່ຫຼ່ຽມ ແລະ ຜູ້ຄົນທີ່ເປັນຄົນບໍ່ມີເລ່ຫຼ່ຽມ, ຄົນທີ່ບໍ່ໄດ້ເລື່ອງ ແລະ ຄົນໂງ່ຈ້າລ້ວນແລ້ວແຕ່ເປັນຄົນຊື່ສັດ. ນີ້ບໍ່ແມ່ນການຕີຄວາມໝາຍພຣະທຳຂອງພຣະເຈົ້າຜິດບໍ? ພວກເຂົາຕີຄວາມໝາຍພຣະທຳຂອງພຣະເຈົ້າຜິດ, ແຕ່ກໍຍັງຄິດວ່າຕົນເອງສະຫຼາດຫຼາຍ, ໃນຂະນະດຽວກັນກໍຄິດວ່າພຣະທຳຂອງພຣະເຈົ້າບໍ່ມີຫຍັງຫຼາຍໄປກວ່ານີ້: “ຄວາມຈິງບໍ່ໄດ້ເລິກເຊິ່ງປານນັ້ນ, ມັນບໍ່ແມ່ນພຽງແຕ່ການເປັນຄົນບໍ່ມີເລ່ຫຼ່ຽມບໍ? ມັນງ່າຍຫຼາຍທີ່ຈະເປັນຄົນບໍ່ມີເລ່ຫຼ່ຽມ: ຢ່າລັກຂະໂມຍ ແລະ ຢ່າດ່າຄົນ ຫຼື ຕີຄົນອື່ນ. ‘ການປະຫານຊີວິດກໍເປັນພຽງການເຮັດໃຫ້ຫົວຕົກດິນເທົ່ານັ້ນ; ຜ່ອນຜັນໄດ້ກໍຜ່ອນຜັນໄປ’. ຈົ່ງຜ່ອນຜັນກັບຄົນອື່ນໃນທຸກເລື່ອງ, ຈົ່ງເຂັ້ມງວດກັບຕົນເອງ ແລະ ອົດທົນຕໍ່ຄົນອື່ນ, ຈົ່ງເປັນຄົນດີ ແລະ ຄົນດີມີຊີວິດທີ່ສະຫງົບສຸກ”. ພວກເຂົາເວົ້າຫຼາຍຢ່າງ, ແຕ່ບໍ່ມີສິ່ງໃດສອດຄ່ອງກັບຄວາມຈິງເລີຍ; ມັນບໍ່ມີຫຍັງນອກຈາກຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆ. ເບິ່ງຄືວ່າມັນມີຄວາມກ່ຽວຂ້ອງບາງຢ່າງກັບພຣະທຳຂອງພຣະເຈົ້າ, ປາກົດວ່າມີການເຊື່ອມໂຍງເລັກນ້ອຍກັບພຣະທຳເຫຼົ່ານັ້ນ, ແຕ່ຫຼັງຈາກທີ່ຄົນໃດໜຶ່ງໄຕ່ຕອງ ແລະ ແຍກແຍະເລື່ອງດັ່ງກ່າວ, ພວກເຂົາກໍຈະຮູ້ວ່າມັນບໍ່ມີຫຍັງນອກຈາກຄຳເວົ້າທີ່ນໍາພາໄປໃນທາງທີ່ຜິດ, ບໍ່ມີຫຍັງນອກຈາກຄວາມເຊື່ອຜິດໆທີ່ລົບກວນຄວາມຄິດຂອງຜູ້ຄົນ. ຕົວຢ່າງ: ພຣະເຈົ້າຊົງກ່າວວ່າ ມີຄວາມຮັກຢູ່ໃນແກ່ນແທ້ຂອງພຣະອົງ, ວ່າພຣະອົງຮັກມະນຸດ. ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດໄດ້ສະແດງໃຫ້ຜູ້ຄົນເຫັນຜ່ານສິ່ງທີ່ພຣະອົງກ່າວ, ວິທີທີ່ພຣະອົງປະຕິບັດຕໍ່ມະນຸດ, ເຈດຕະນາທີ່ພຽນພະຍາຍາມຂອງພຣະອົງທີ່ຈະຊ່ວຍມະນຸດໃຫ້ລອດພົ້ນ ແລະ ຫຼາຍແງ່ມຸມກ່ຽວກັບວິທີທີ່ພຣະອົງປະຕິບັດພາລະກິດໃນຕົວມະນຸດ ແລະ ໃນເວລາດຽວກັນກັບການສະແດງໃຫ້ເຫັນຄວາມລອດພົ້ນຂອງພຣະອົງຕໍ່ມະນຸດ, ເຈດຕະນາຂອງພຣະເຈົ້າ ແລະ ວິທີການທີ່ພຣະອົງຊ່ວຍມະນຸດໃຫ້ລອດພົ້ນກໍໄດ້ຖືກເຮັດໃຫ້ເຫັນຢ່າງຊັດເຈນ ເພື່ອໃຫ້ຜູ້ຄົນຮູ້ຈັກຄວາມຮັກຂອງພຣະເຈົ້າ. ແລ້ວຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານຄິດແນວໃດ? “ພຣະເຈົ້າເປັນພຣະເຈົ້າທີ່ຮັກມະນຸດ, ພຣະເຈົ້າຕ້ອງການໃຫ້ທຸກຄົນຖືກຊ່ວຍໃຫ້ລອດພົ້ນ ແລະ ບໍ່ຕ້ອງການໃຫ້ຜູ້ໃດທົນທຸກກັບການລົງໂທດສູ່ອະເວຈີ. ພຣະເຈົ້າໄດ້ຊົງກ່າວວ່າ ລູກຊາຍຜູ້ຫຼົງທາງທີ່ກັບຄືນມາມີຄ່າຫຼາຍກວ່າທອງຄຳ”. ພຣະເຈົ້າໄດ້ກ່າວສິ່ງນີ້ບໍ? ສິ່ງເຫຼົ່ານີ້ແມ່ນພຣະທຳດັ້ງເດີມຂອງພຣະເຈົ້າບໍ? (ບໍ່.) ພວກເຂົາເວົ້າຫຍັງອີກ? “ການຊ່ວຍຊີວິດໜຶ່ງຊີວິດ ດີກວ່າການສ້າງເຈດີເຈັດຊັ້ນ” ແລະ “ພຣະພຸດທະເຈົ້າຊົງມີຄວາມເມດຕາ”. ພວກເຂົາບໍ່ໄດ້ກັບດຳໃຫ້ເປັນຂາວບໍ? ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາພຽງແຕ່ທຳທ່າວ່າມີຄວາມເຂົ້າໃຈຝ່າຍວິນຍານ, ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ຮັກຄວາມຈິງ; ເຫັນໄດ້ຊັດເຈນວ່າພວກເຂົາເປັນຄົນນອກ, ຄົນນອກວົງການ ແລະ ຄົນໂງ່ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ເຮົາໄດ້ພົບກັບຄົນແບບນັ້ນຫຼາຍຄົນ, ພວກເຂົາເປັນຄົນວູ່ວາມ, ກ້າເວົ້າແຕ່ບໍ່ມີສະໝອງ, ຄວາມຄິດ ແລະ ສິ່ງທີ່ເກີດຂຶ້ນໃນຈິດໃຈຂອງພວກເຂົາເປັນພຽງຄວາມເຊື່ອນອກຮີດ, ຄວາມເຊື່ອຜິດໆ ແລະ ຄວາມຈອມປອມເທົ່ານັ້ນ. ຜູ້ທີ່ມີພະລັງສູງສຸດໃນການເຮັດໃຫ້ຄົນອື່ນຫຼົງຜິດ ແລະ ສາມາດນຳໃຊ້ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆເຫຼົ່ານີ້ເລື້ອຍໆ ພ້ອມທັງຂໍ້ຖົກຖຽງທາງສາສະໜາສາດທີ່ເບິ່ງຄືວ່າມີເຫດຜົນ ເພື່ອເຮັດໃຫ້ຄົນອື່ນຫຼົງຜິດ, ບັງຄັບໃຫ້ພວກເຂົາເຊື່ອຟັງ ແລະ ປະຕິບັດຕາມສິ່ງທີ່ພວກເຂົາເວົ້າ, ຄົນເຫຼົ່ານີ້ຄືຜູ້ຕໍ່ຕ້ານພຣະຄຣິສ. ເບິ່ງຈາກພາຍນອກແລ້ວ, ພວກເຂົາເບິ່ງຄືວ່າມີຄວາມເຂົ້າໃຈຝ່າຍວິນຍານສູງ, ມັກຈະອ້າງອີງຂໍ້ຄວາມຈາກພຣະທຳຂອງພຣະເຈົ້າຕໍ່ໜ້າຄົນອື່ນ ແລະ ເມື່ອພວກເຂົາຕີຄວາມໝາຍພຣະທຳເຫຼົ່ານັ້ນຕາມອຳເພີໃຈແລ້ວ, ຈາກນັ້ນພວກເຂົາກໍປ່ອຍຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆອອກມາ. ຄົນແບບນັ້ນສາມາດພົບເຫັນໄດ້ໃນທຸກຄຣິສຕະຈັກ. ພວກເຂົາຊ່ວຍເຫຼືອ ແລະ ນໍາພາຜູ້ຄົນພາຍໃຕ້ປ້າຍໂຄສະນາຂອງການອ້າງອີງ ແລະ ການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ແຕ່ໃນຄວາມເປັນຈິງແລ້ວ, ສິ່ງທີ່ພວກເຂົາກຳລັງປູກຝັງໃຫ້ຜູ້ຄົນບໍ່ແມ່ນສິ່ງທີ່ພຣະທຳຂອງພຣະເຈົ້າຮຽກຮ້ອງຈາກມະນຸດ, ທັງບໍ່ແມ່ນຫຼັກການຄວາມຈິງທີ່ບັນຈຸຢູ່ໃນພຣະທຳຂອງພຣະເຈົ້າ, ແຕ່ເປັນຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆທີ່ພວກເຂົາຄິດຂຶ້ນມາຜ່ານການປະມວນຜົນ, ການຕີຄວາມໝາຍ ແລະ ການຈິນຕະນາການໂດຍອີງໃສ່ພຣະທຳຂອງພຣະເຈົ້າ, ເຮັດໃຫ້ຜູ້ຄົນຫຼົງທາງຈາກພຣະທຳຂອງພຣະເຈົ້າ ແລະ ເຊື່ອຟັງພວກເຂົາແທນ ແລະ ກໍ່ໃຫ້ເກີດການລົບກວນ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ. ຕົວຢ່າງ: ມີຄົນທີ່ກ່າວວ່າ: “ໃນການປະຕິບັດພາລະກິດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະອົງ, ພຣະເຈົ້າໄດ້ປະສົບກັບການຖືກປະຖິ້ມ ແລະ ການຕໍ່ຕ້ານຂອງມະນຸດຊາດທັງປວງ; ພຣະເຈົ້າກໍຄືພຣະເຈົ້າ ແລະ ຫົວໃຈຂອງພຣະອົງບໍ່ມີຂອບເຂດ! ຄືກັບທີ່ຄົນເວົ້າວ່າ: ‘ໃຈຂອງນາຍົກລັດຖະມົນຕີກວ້າງພໍທີ່ຈະແລ່ນເຮືອໄດ້’ ແລະ ‘ສຸພາບກາລະບຸລຸດແກ້ແຄ້ນສິບປີກໍຍັງບໍ່ສາຍ’. ພຣະເຈົ້າຊ່າງໃຈກວ້າງແທ້ໆ!” ເບິ່ງຈາກພາຍນອກແລ້ວ, ພວກເຂົາເບິ່ງຄືວ່າກຳລັງເປັນພະຍານໃຫ້ພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນຕໍ່ຜູ້ຄົນ, ແຕ່ແທ້ຈິງແລ້ວ ພວກເຂົາກຳລັງສົ່ງຂໍ້ຄວາມຫຍັງ? ມັນແມ່ນຄວາມຈິງບໍ? ມັນແມ່ນແກ່ນແທ້ຂອງພຣະເຈົ້າຢ່າງແທ້ຈິງບໍ? (ບໍ່.) ພວກເຂົາກຳລັງເປັນພະຍານໃຫ້ໃຜ? ພວກເຂົາກຳລັງເປັນພະຍານໃຫ້ນາຍົກລັດຖະມົນຕີ. ພວກເຂົາກຳລັງປຽບທຽບພຣະເຈົ້າໃສ່ກັບນາຍົກລັດຖະມົນຕີ, ໃສ່ກັບສຸພາບບຸລຸດ, ນີ້ບໍ່ແມ່ນການລົບລູ່ບໍ? ຄຳເວົ້າແບບນັ້ນສາມາດພົບເຫັນໄດ້ໃນພຣະທຳຂອງພຣະເຈົ້າບໍ? (ບໍ່.) ແລ້ວຄຳເວົ້າເຫຼົ່ານີ້ມາຈາກໃສ? ມາຈາກຊາຕານ. ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ເປັນພະຍານໃຫ້ພຣະເຈົ້າເທົ່ານັ້ນ, ແຕ່ພວກເຂົາຍັງບິດເບືອນຂໍ້ເທັດຈິງ ແລະ ລົບລູ່ພຣະເຈົ້າ, ມັກຈະເຮັໃດຫ້ຜູ້ທີ່ບໍ່ມີພື້ນຖານ, ຜູ້ທີ່ຂາດຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເຂົ້າໃຈຄວາມຈິງ ຫຼົງຜິດ. ຄົນເຫຼົ່ານີ້ມີຄວາມເຕີບໂຕຍັງນ້ອຍ, ບໍ່ມີພື້ນຖານ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ດັ່ງນັ້ນ ພວກເຂົາຈຶ່ງຖືກຄວາມເຊື່ອນອກຮີດ ແລະ ຄວາມຜິດໆເຫຼົ່ານີ້ເຮັດໃຫ້ຫຼົງຜິດ. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆຄືກັບຄຳເວົ້າຝ່າຍວິນຍານ ແລະ ສິ່ງໜຶ່ງທີ່ພວກເຂົາເວົ້າກ່ຽວກັບຄວາມຮັກຂອງພຣະເຈົ້າກໍຄື: “ພຣະເຈົ້າຕ້ອງການໃຫ້ທຸກຄົນຖືກຊ່ວຍໃຫ້ລອດພົ້ນ ແລະ ບໍ່ຕ້ອງການໃຫ້ຜູ້ໃດທົນທຸກກັບການລົງໂທດສູ່ອະເວຈີ”. ເມື່ອເວົ້າເຖິງສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ອີກສິ່ງໜຶ່ງທີ່ພວກເຂົາເວົ້າກໍຄື: “ຄົນດີມີຊີວິດທີ່ສະຫງົບສຸກ”. ສ່ວນກ່ຽວກັບການທີ່ພຣະເຈົ້າບໍ່ຈື່ຈຳການຝ່າຝືນຂອງຜູ້ຄົນ ແລະ ການທີ່ພຣະອົງໃຫ້ໂອກາດພວກເຂົາໄດ້ກັບໃຈ, ພວກເຂົາເວົ້າວ່າ: “ການປະຫານຊີວິດກໍເປັນພຽງການເຮັດໃຫ້ຫົວຕົກດິນເທົ່ານັ້ນ; ຜ່ອນຜັນໄດ້ກໍຜ່ອນຜັນໄປ”. ຄຳເວົ້າແບບນັ້ນສາມາດພົບເຫັນໄດ້ໃນພຣະທຳຂອງພຣະເຈົ້າບໍ? (ບໍ່.) ເປັນຫຍັງເຮົາຈຶ່ງໃຈຮ້າຍຫຼາຍທັນທີທີ່ເຮົາໄດ້ຍິນຄຳເວົ້າເຫຼົ່ານີ້? ເປັນຫຍັງເຮົາຈຶ່ງລຳຄານກັບຄຳເວົ້າເຫຼົ່ານີ້ຫຼາຍແທ້? ເປັນຫຍັງເຮົາຈຶ່ງຫງຸດຫງິດຫຼາຍແທ້? ຄົນເຫຼົ່ານີ້ອ່ານພຣະທຳຂອງພຣະເຈົົາມາຈັກປີແລ້ວ? ພວກເຂົາສະໝອງທຶບ ຫຼື ພວກເຂົາເປັນບ້າໄປແລ້ວບໍ? ມີບ່ອນໃດໃນພຣະທຳຂອງພຣະເຈົ້າທີ່ມີການກ່າວເຖິງສິ່ງດັ່ງກ່າວ? ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເປັນຄົນບໍ່ມີເລ່ຫຼ່ຽມຕັ້ງແຕ່ຕອນໃດ? ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມຄຳເວົ້າທີ່ວ່າ “ການປະຫານຊີວິດກໍເປັນພຽງການເຮັດໃຫ້ຫົວຕົກດິນເທົ່ານັ້ນ; ຜ່ອນຜັນໄດ້ກໍຜ່ອນຜັນໄປ” ຕັ້ງແຕ່ຕອນໃດ? ນີ້ແມ່ນສິ່ງທີ່ພຣະເຈົ້າເຮັດບໍ? ໃນຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆເຫຼົ່ານີ້ທີ່ພວກເຂົາສະໜັບສະໜູນ, ມີບ່ອນໃດທີ່ສາມາດເຊື່ອມໂຍງກັບສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດ, ເຈດຕະນາຂອງພຣະອົງ ແລະ ຫຼັກການຄວາມຈິງ? ພວກມັນບໍ່ກ່ຽວຂ້ອງກັນຢ່າງສິ້ນເຊີງ. ຕົວຢ່າງ: ພຣະເຈົ້າໃຫ້ຜູ້ຄົນມີຄວາມປາຖະໜາ, ຄວາມຕັ້ງໃຈ ແລະ ການໄລ່ຕາມ, ແຕ່ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າກໍຄື: “ພຣະເຈົ້າຊຸກຍູ້ໃຫ້ພວກເຮົາມີການໄລ່ຕາມ. ມີຄຳເວົ້າໜຶ່ງທີ່ສື່ສານເລື່ອງນີ້ໄດ້ດີ: ‘ທະຫານທີ່ບໍ່ຢາກເປັນນາຍພົນ ບໍ່ແມ່ນທະຫານທີ່ດີ’”. ຄຳເວົ້ານີ້ເປັນກະແສທາງສັງຄົມປະເພດໜຶ່ງ, ເປັນມຸມມອງທາງສັງຄົມ, ມັນເໝາະສົມທີ່ຈະນໍາໃຊ້ມັນໃນເຮືອນຂອງພຣະເຈົ້າບໍ? ມັນມີປະໂຫຍດບໍ? (ບໍ່.) ຄຳເວົ້ານີ້ສອດຄ່ອງກັບພຣະທຳຂໍ້ໃດຂອງພຣະເຈົ້າ? ມັນກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າບໍ? (ບໍ່.) ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເວົ້າມັນອອກມາ? ເປົ້າໝາຍຂອງພວກເຂົາໃນການເວົ້າສິ່ງນີ້ຄືການເຮັດໃຫ້ຜູ້ຄົນຮູ້ສຶກຢ່າງເລິກເຊິ່ງວ່າພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານຫຼາຍ, ພວກເຂົາມີຄວາມເຂົ້າໃຈ ແລະ ຄວາມຮູ້ແຈ້ງຈາກພຣະທຳຂອງພຣະເຈົ້າ, ພວກເຂົາມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ພວກເຂົາບໍ່ແມ່ນຄົນທຳມະດາທີ່ໂງ່ຈ້າ. ແຕ່ມັນບັນລຸຈຸດປະສົງທີ່ຄາດຫວັງໄວ້ຂອງພວກເຂົາບໍ? ເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້, ໃນໃຈຂອງພວກເຈົ້າຮູ້ສຶກເຫັນດີ ຫຼື ລັງກຽດ? (ລັງກຽດ.) ມັນເຮັດໃຫ້ເຈົ້າຮູ້ສຶກລັງກຽດໃນດ້ານໃດ? (ຜູ້ຕໍ່ຕ້ານພຣະຄຣິສເຊື່ອມໂຍງຄວາມເຊື່ອຜິດໆຂອງຊາຕານເຂົ້າກັບພຣະທຳຂອງພຣະເຈົ້າ, ຕີຄວາມໝາຍພຣະທຳເຫຼົ່ານັ້ນຜິດ. ຄຳເວົ້າທັງໝົດທີ່ພວກເຂົາເວົ້າຂາດຄວາມເຂົ້າໃຈຝ່າຍວິນຍານ.) ຜູ້ຕໍ່ຕ້ານພຣະຄຣິສເວົ້າພຽງແຕ່ຄຳເວົ້າທີ່ສະທ້ອນເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານ, ເຮັດໃຫ້ຜູ້ຄົນຮູ້ສຶກລັງກຽດ ແລະ ເບື່ອໜ່າຍເມື່ອໄດ້ຍິນຄຳເວົ້າເຫຼົ່ານັ້ນ. ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ, ບໍ່ສາມາດກຳແໜ້ນພຣະທຳເຫຼົ່ານັ້ນ ແລະ ຂາດຄວາມສາມາດ ແລະ ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາກໍຍັງທຳທ່າວ່າເຂົ້າໃຈ ແລະ ຕີຄວາມໝາຍພຣະທຳເຫຼົ່ານັ້ນໃຫ້ຄົນອື່ນຟັງຢ່າງບໍ່ລະອາຍ, ໂດຍເວົ້າຄຳເວົ້າທີ່ບໍ່ກ່ຽວຂ້ອງ ແລະ ຄຳເວົ້າຂອງຄົນນອກວົງການທີ່ເຮັດໃຫ້ຜູ້ຄົນລັງກຽດ, ບໍ່ໃຫ້ການເສີມສ້າງໃດໆ ແລະ ກົງກັນຂ້າມກັບເຮັດໃຫ້ຄວາມຄິດຂອງຜູ້ຄົນວຸ້ນວາຍ. ນີ້ເປັນສິ່ງທີ່ໜ້າກຽດຊັງແທ້ໆ! ພວກເຈົ້າຄວນເຮັດແນວໃດ ເມື່ອພວກເຈົ້າພົບກັບຄົນແບບນັ້ນ? (ພວກເຮົາຕ້ອງໄຈ້ແຍກສ່ວນທີ່ເປັນຄວາມຫຼອກລວງຂອງສິ່ງທີ່ພວກເຂົາກຳລັງເວົ້າ.) ເຈົ້າຄວນລົງມືເຮັດແນວໃດ? ຄວາມຈິງແລ້ວ, ມັນຂ້ອນຂ້າງງ່າຍ. ໃຫ້ເຈົ້າເວົ້າກັບພວກເຂົາວ່າ: “ສຳລັບຂ້ອຍແລ້ວ ການກຳແໜ້ນພຣະທຳຂອງພຣະເຈົ້າຂອງເຈົ້າຫຼັງຈາກທີ່ອ່ານພຣະທຳເຫຼົ່ານັ້ນເບິ່ງຄືວ່າບໍ່ມີຫຍັງຫຼາຍ”. ພວກເຂົາກໍຕອບວ່າ: “ຂ້ອຍບໍ່ຄິດແນວນັ້ນ, ຂ້ອຍຮູ້ສຶກວ່າມັນດີ”. ເຈົ້າເວົ້າວ່າ: “ບໍ່ວ່າແນວໃດກໍຕາມ ເຈົ້າກໍຄິດວ່າມັນດີ, ຖ້າຊັ້ນ ຕາມເຫດຜົນຂອງເຈົ້າ, ນັ້ນໝາຍຄວາມວ່າພຣະທຳຂອງພຣະເຈົ້າເທົ່າກັບຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆຂອງມະນຸດບໍ? ຖ້າເຈົ້າເຫັນດີກັບຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆເຫຼົ່ານີ້, ແລ້ວເປັນຫຍັງເຈົ້າຈຶ່ງອ່ານພຣະທຳຂອງພຣະເຈົ້າ? ເຈົ້າບໍ່ຈຳເປັນຕ້ອງອ່ານພຣະທຳເຫຼົ່ານັ້ນ. ບັນຫານີ້ຂອງເຈົ້າ ຕອນນີ້ຮ້າຍແຮງແລ້ວ, ເຈົ້າກຳລັງປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບປັດຊະຍາສຳລັບການກະທຳທາງໂລກຂອງມະນຸດຊາດທີ່ຊົ່ວຊ້າ, ຄືກັບວິທີການຈັດການສິ່ງຕ່າງໆ ແລະ ມຸມມອງຂອງມະນຸດຊາດທີ່ຊົ່ວຊ້າ. ໃນມຸມມອງຂອງເຈົ້າ, ຄົນຊື່ສັດທີ່ພຣະເຈົ້າກ່າວເຖິງກໍຄືກັນກັບຄົນບໍ່ມີເລ່ຫຼ່ຽມ, ຄົນໂງ່ຈ້າ ແລະ ຄົນເບົາປັນຍາ. ເຈົ້າຕີຄວາມໝາຍທຸກຄຳທີ່ພຣະເຈົ້າກ່າວໂດຍໃຊ້ຄຳສັບຂອງມະນຸດ, ປຽບທຽບພຣະທຳເຫຼົ່ານັ້ນໃສ່ກັບຄວາມເຊື່ອຜິດໆ ແລະ ຄຳເວົ້າທີ່ສະຫຼຸບໂດຍມະນຸດຊາດທີ່ຊົ່ວຊ້າ. ຖ້າຊັ້ນ ເຈົ້າກຳລັງບອກເປັນໄນວ່າພຣະທຳຂອງພຣະເຈົ້າຄືຄຳເວົ້າຂອງມະນຸດ, ພາສາຂອງມະນຸດ ແລະ ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆຂອງມະນຸດບໍ? ໃນການເຂົ້າໃຈພຣະທຳຂອງພຣະເຈົ້າດ້ວຍວິທີນີ້, ເຈົ້າບໍ່ໄດ້ຢັ່ງຮູ້ພຣະທຳເຫຼົ່ານັ້ນ; ເຈົ້າກຳລັງລົບລູ່ພຣະທຳເຫຼົ່ານັ້ນ ແລະ ລົບລູ່ພຣະເຈົ້າ”. ພວກເຈົ້າທຸກຄົນຈະສາມາດເວົ້າຄຳເວົ້າເຫຼົ່ານີ້ຢ່າງຊັດເຈນໄດ້ບໍ? ຖ້າພຣະທຳຂອງພຣະເຈົ້າມີຄວາມໝາຍໝາຍຄືກັບທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ, ແລ້ວເປັນຫຍັງພຣະເຈົ້າຈຶ່ງບໍ່ກ່າວຄຳເວົ້າເຫຼົ່ານັ້ນໂດຍກົງເລີຍ? ເມື່ອພຣະເຈົ້າບອກໃຫ້ຜູ້ຄົນເປັນຄົນຊື່ສັດ, ເປັນຫຍັງພຣະອົງຈຶ່ງບໍ່ພຽງແຕ່ບອກໃຫ້ພວກເຂົາເປັນຄົນບໍ່ມີເລ່ຫຼ່ຽມ ແລະ ເປັນຄົນດີ ແລ້ວກໍຢຸດພຽງເທົ່ານັ້ນ? ມັນເປັນພຽງຄວາມແຕກຕ່າງຂອງການໃຊ້ຄຳເວົ້າບໍ? (ບໍ່.) ພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ພາຍໃນພຣະທຳເຫຼົ່ານັ້ນມີເສັ້ນທາງໃຫ້ຜູ້ຄົນປະຕິບັດຕາມ. ຖ້າຜູ້ຄົນກະທຳ ແລະ ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ພວກເຂົາກໍສາມາດກາຍເປັນຄົນທີ່ຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້, ເປັນຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນຂະນະດຽວກັນ, ການກະທຳ ແລະ ການດຳລົງຊີວິດຕາມສິ່ງທີ່ມະນຸດເວົ້າກໍປ່ຽນຄົນໆໜຶ່ງໃຫ້ກາຍເປັນຄົນເບົາປັນຍາຢ່າງສົມບູນ, ເປັນຊາຕານທີ່ມີຊີວິດຢ່າງແທ້ຈິງ. ພວກເຈົ້າຮັບຮູ້ຈຸດນີ້ບໍ? ຜົນຈະເປັນແນວໃດ ຖ້າພວກເຈົ້າກະທຳ ແລະ ປະຕິບັດຕາມສິ່ງທີ່ພຣະເຈົ້າກ່າວເພື່ອເປັນຄົນຊື່ສັດ? ແລ້ວຜົນຈະເປັນແນວໃດ ຖ້າພວກເຈົ້າກະທຳ ແລະ ດຳລົງຊີວິດຕາມສິ່ງທີ່ມະນຸດເອີ້ນວ່າຄົນດີ ຫຼື ຄົນບໍ່ມີເລ່ຫຼ່ຽມ? ຜົນທີ່ອອກມາຈະບໍ່ແຕກຕ່າງກັນບໍ? (ຕ່າງກັນ.) ແລ້ວຜົນຂອງການດຳລົງຊີວິດໃນຖານະຄົນຊື່ສັດແມ່ນຫຍັງ? (ການມີຄວາມເປັນມະນຸດທີ່ປົກກະຕິ, ການສາມາດນະມັດສະການພຣະເຈົ້າ, ມີໜຶ່ງເວົ້າໜຶ່ງ ມີສອງເວົ້າສອງ, ແລະ ການສາມາດເປີດເຜີຍ ແລະ ເປີດໃຈຕໍ່ພຣະເຈົ້າໄດ້. ຖ້າຄົນໃດໜຶ່ງປະພຶດຕົນເປັນຄົນບໍ່ມີເລ່ຫຼ່ຽມ ຫຼື ເປັນຄົນດີຕາມທີ່ມະນຸດນິຍາມ, ພວກເຂົາກໍຈະກາຍເປັນຄົນເຈົ້າເລ່ເພີ່ມຂຶ້ນ ແລະ ຊ່ຽວຊານໃນການປິດບັງຕົວເອງ, ພວກເຂົາເວົ້າແຕ່ຄຳເວົ້າທີ່ມ່ວນຫູ, ພວກເຂົາດຳລົງຊີວິດຕາມປັດຊະຍາສຳລັບການກະທຳທາງໂລກຂອງຊາຕານ ແລະ ພວກເຂົາກໍກາຍເປັນຊາຕານທີ່ມີຊີວິດ.) ເຈົ້າເຫັນບໍ່, ມັນມີຄວາມແຕກຕ່າງກັນ, ແມ່ນບໍ? ການກະທຳ ແລະ ການດຳລົງຊີວິດຕາມສິ່ງທີ່ພຣະເຈົ້າເອີ້ນວ່າຄົນຊື່ສັດ ເຮັດໃຫ້ຫົວໃຈຂອງຄົນເຮົາບໍລິສຸດຫຼາຍຂຶ້ນເລື້ອຍໆ; ຫົວໃຈຂອງພວກເຂົາສາມາດເປີດອອກຕໍ່ພຣະເຈົ້າ ແລະ ພວກເຂົາສາມາດມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າໂດຍບໍ່ມີການປິດບັງ, ການໂກງ ຫຼື ການປອມແປງ. ຫົວໃຈຂອງພວກເຂົາບໍ່ເຊື່ອງຈາກພຣະເຈົ້າ ແຕ່ເປີດອອກຕໍ່ພຣະອົງຢ່າງງ່າຍດາຍ; ສິ່ງທີ່ພວກເຂົາຄິດຢູ່ຂ້າງໃນກໍຖືກເປີດເຜີຍອອກມາພາຍນອກ ແລະ ດໍາເນີນຊີວິດຕາມນັ້ນ, ແລະ ສິ່ງທີ່ຖືກເປີດເຜີຍອອກມາພາຍນອກ ແລະ ຖືກດໍາເນີນຊີວິດຕາມກໍກໍສອດຄ່ອງກັບສິ່ງທີ່ຢູ່ຂ້າງໃນຕົວພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການ; ນີ້ຄືຄວາມຈິງ. ໃນທາງກົງກັນຂ້າມ, ແມ່ນຫຍັງຄືຫຼັກການຂອງການປະພຶດຕົນ ແລະ ຫຼັກການຂອງການປະຕິບັດສຳລັບຜູ້ທີ່ຄົນເອີ້ນວ່າຄົນບໍ່ມີເລ່ຫຼ່ຽມ ຫຼື ຄົນດີ? ຄວາມຈິງແລ້ວ, ມັນເປັນພຽງສາກບັງໜ້າ. ພວກເຂົາບໍ່ເວົ້າສິ່ງທີ່ພວກເຂົາຄິດຢ່າງງ່າຍດາຍ ແລະ ພວກເຂົາກໍບໍ່ໃຫ້ຄົນອື່ນເຫັນມັນ. ພວກເຂົາບໍ່ທຳຮ້າຍຄວາມນັບຖືຕົນເອງ ຫຼື ຜົນປະໂຫຍດຂອງຄົນອື່ນຢ່າງວູ່ວາມ, ແຕ່ການບໍ່ທຳຮ້າຍຄົນອື່ນກໍເພື່ອເປັນການປົກປ້ອງຕົນເອງເຊັ່ນກັນ. ພວກເຂົາລະມັດລະວັງຢູ່ຂ້າງໃນ ແລະ ພາງຕົວຢູ່ຂ້າງນອກ, ປາກົດວ່າມີຄວາມສັດທາ, ມີຄວາມອົດທົນ, ມີຄວາມໃຈເຢັນ ແລະ ມີຄວາມເຫັນອົກເຫັນໃຈເປັນພິເສດ. ແຕ່ບໍ່ມີໃຜສາມາດເຫັນສິ່ງທີ່ພວກເຂົາຄິດຢູ່ຂ້າງໃນໄດ້; ມີຄວາມເສື່ອມຊາມ, ການຕໍ່ຕ້ານ ແລະ ການກະບົດຢູ່ໃນຕົວພວກເຂົາ, ແຕ່ຄົນອື່ນບໍ່ສາມາດເຫັນມັນໄດ້. ທາງພາຍນອກ, ພວກເຂົາທຳທ່າວ່າໃຫ້ການເສີມສ້າງ, ອ່ອນໂຍນ ແລະ ໃຈດີເປັນພິເສດ. ບໍ່ວ່າພວກເຂົາຈະເຮັດສິ່ງທີ່ບໍ່ດີຫຼາຍສ່ຳໃດ ຫຼື ພວກເຂົາກະບົດ ຫຼື ຊົ່ວຊ້າສ່ຳໃດຢູ່ຂ້າງໃນ, ກໍບໍ່ມີໃຜສາມາດບອກໄດ້. ພາຍນອກແລ້ວ, ພວກເຂົາຍັງເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນ ແລະ ໃຫ້ທານແກ່ຜູ້ຂັດສົນ, ພ້ອມທີ່ຈະຕອບສະໜອງຢູ່ສະເໝີ, ເປັນເລີຍເຟິງທີ່ມີຊີວິດຢ່າງແທ້ຈິງ. ພວກເຂົາຍິ້ມ ແລະ ສະແດງດ້ານທີ່ດີທີ່ສຸດຂອງພວກເຂົາໃຫ້ຄົນອື່ນເຫັນຕະຫຼອດເວລາ ແລະ ບໍ່ວ່າພວກເຂົາຈະເສຍນ້ຳຕາຫຼາຍສ່ຳໃດໃນທີ່ລັບ, ພວກເຂົາກໍຍັງມີຮອຍຍິ້ມຢູ່ຕໍ່ໜ້າຄົນອື່ນສະເໝີ, ເຮັດໃຫ້ຜູ້ຄົນຮູ້ສຶກໄດ້ຮັບການເສີມສ້າງ. ນີ້ບໍ່ແມ່ນສິ່ງທີ່ຜູ້ຄົນເອີ້ນວ່າຄົນດີບໍ? ການປຽບທຽບຄົນດີຄົນນີ້ກັບຄົນຊື່ສັດ, ຄົນໃດທີ່ເປັນບວກ? ຄົນໃດຄອບຄອງຄວາມຈິງຄວາມເປັນຈິງ? (ຄົນຊື່ສັດ.) ຄົນຊື່ສັດຄອບຄອງຄວາມເປັນຈິງຄວາມຈິງ, ເປັນທີ່ຮັກຂອງພຣະເຈົ້າ ແລະ ບັນລຸມາດຕະຖານຂອງພຣະເຈົ້າຕາມທີ່ພຣະອົງຮຽກຮ້ອງ, ໃນຂະນະທີ່ຄົນດີ ແລະ ຄົນບໍ່ມີເລ່ຫຼ່ຽມບໍ່ໄດ້ເປັນແບບນັ້ນ; ພວກເຂົາເປັນຄົນປະເພດທີ່ພຣະເຈົ້າກ່າວໂທດ ແລະ ລັງກຽດ-ປະຕິເສດຢ່າງແນ່ນອນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຕີຄວາມໝາຍຄົນຊື່ສັດທີ່ພຣະເຈົ້າຮຽກຮ້ອງຕາມອຳເພີໃຈວ່າເປັນພຽງຄົນດີ ຫຼື ຄົນບໍ່ມີເລ່ຫຼ່ຽມ, ນີ້ບໍ່ແມ່ນການກ່າວໂທດສິ່ງທີ່ພຣະເຈົ້າໄດ້ກ່າວໄວ້ແບບທາງອ້ອມບໍ? ນີ້ບໍ່ແມ່ນການລົບລູ່ພຣະທຳຂອງພຣະເຈົ້າບໍ? ມັນບໍ່ແມ່ນການລົບລູ່ຄວາມຈິງບໍ? ນີ້ຄືຂໍ້ເທັດຈິງທີ່ເຫັນໄດ້ຊັດເຈນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງວ່າຄວາມຈິງແມ່ນຫຍັງ, ແຕ່ພວກເຂົາກໍຍັງໃຊ້ຂໍ້ຖົກຖຽງທີ່ບົກຜ່ອງ ແລະ ນໍາໃຊ້ການຕີຄວາມໝາຍຂອງພວກເຂົາເອງຢ່າງຫຼັບຫູຫຼັບຕາ, ທຳທ່າວ່າເຂົ້າໃຈ ເມື່ອພວກເຂົາບໍ່ຮູ້ເລື່ອງຫຍັງເລີຍ, ຕີຄວາມໝາຍພຣະທຳຂອງພຣະເຈົ້າຜິດຢ່າງບ້າຄັ່ງຕາມໃຈມັກ ແລະ ເຮັດໃຫ້ຫຼົງຜິດ ແລະ ລົບກວນຄົນອື່ນ. ພວກເຈົ້າຈະກະທຳແບບນີ້ບໍ? ການທຳທ່າວ່າເຂົ້າໃຈພຣະທຳຂອງພຣະເຈົ້າ ເມື່ອເຫັນໄດ້ຊັດເຈນວ່າບໍ່ເຂົ້າໃຈ ແລະ ໂດຍອີງໃສ່ຄວາມເຂົ້າໃຈຕາມຕົວອັກສອນ, ການໃຊ້ຄຳສັບ, ການສະແດງອອກ ແລະ ມຸມມອງຂອງຕົນເອງເພື່ອຕີຄວາມໝາຍ ແລະ ກຳນົດຂອບເຂດພຣະທຳຂອງພຣະເຈົ້າ, ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.

ແມ່ນຫຍັງຄືແກ່ນສານທີ່ແຕກຕ່າງກັນລະຫວ່າງພຣະທຳຂອງພຣະເຈົ້າ ແລະ ຄຳເວົ້າຂອງມະນຸດ ແລະ ລະຫວ່າງຄວາມຈິງ ແລະ ຫຼັກຄຳສອນ? ພຣະທຳຂອງພຣະເຈົ້າເຮັດໃຫ້ຜູ້ຄົນເຕີບໂຕໃນເຫດຜົນ ແລະ ສະຕິຮູ້ສຶກຜິດຊອບ, ກະທຳດ້ວຍຫຼັກການ ແລະ ສິ່ງທີ່ພວກເຂົາດໍາເນີນຊີວິດຕາມກໍຍິ່ງມີຄວາມເປັນຈິງຂອງສິ່ງທີ່ເປັນບວກຫຼາຍຂຶ້ນເລື້ອຍໆ. ໃນທາງກົງກັນຂ້າມ, ຄຳເວົ້າຂອງມະນຸດອາດຈະເບິ່ງຄືວ່າເຂົ້າກັບລົດນິຍົມ ແລະ ແນວຄິດຂອງຜູ້ຄົນໄດ້ຢ່າງສົມບູນແບບ, ແຕ່ພວກມັນບໍ່ແມ່ນຄວາມຈິງ, ພວກມັນເຕັມໄປດ້ວຍຂຸມພາງ, ການລອງໃຈ ແລະ ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆ ແລະ ດັ່ງນັ້ນ ຖ້າຜູ້ຄົນກະທຳຕາມຄຳເວົ້າເຫຼົ່ານີ້, ສິ່ງທີ່ພວກເຂົາດໍາເນີນຊີວິດຕາມກໍຈະຍິ່ງຫ່າງໄກຈາກພຣະເຈົ້າ ແລະ ຈາກມາດຕະຖານຂອງພຣະເຈົ້າອອກໄປເລື້ອຍໆ. ທີ່ຮ້າຍແຮງໄປກວ່ານັ້ນ, ວິທີການທີ່ຜູ້ຄົນດຳລົງຊີວິດກໍຈະຍິ່ງຊົ່ວຮ້າຍ ແລະ ຄ້າຍຄືກັບຊາຕານຫຼາຍຂຶ້ນເລື້ອຍໆ. ເມື່ອຜູ້ຄົນດຳລົງຊີວິດ ແລະ ກະທຳຕາມຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆຂອງມະນຸດຢ່າງສິ້ນເຊີງ, ເມື່ອພວກເຂົາຍອມຮັບຂໍ້ຖົກຖຽງເຫຼົ່ານີ້ຢ່າງເຕັມທີ່, ພວກເຂົາກໍດຳລົງຊີວິດໃນຖານະຊາຕານ. ແລ້ວການດຳລົງຊີວິດໃນຖານະຊາຕານບໍ່ໄດ້ບົ່ງບອກວ່າພວກເຂົາແມ່ນຊາຕານບໍ? (ແມ່ນແລ້ວ.) ດັ່ງນັ້ນ, ພວກເຂົາຈຶ່ງກາຍເປັນຊາຕານທີ່ມີຊີວິດຢ່າງ “ປະສົບຜົນສຳເລັດ”. ບາງຄົນເວົ້າວ່າ: “ຂ້ອຍບໍ່ເຊື່ອ. ຂ້ອຍພຽງແຕ່ຢາກເປັນຄົນບໍ່ມີເລ່ຫຼ່ຽມທີ່ຄົນອື່ນມັກ. ຂ້ອຍຢາກເປັນຄົນທີ່ຄົນສ່ວນໃຫຍ່ຖືວ່າເປັນຄົນດີ ແລະ ຈາກນັ້ນຂ້ອຍຈະເບິ່ງວ່າພຣະເຈົ້າປິຕິຍິນດີໃນຕົວຂ້ອຍ ຫຼື ບໍ່”. ຖ້າເຈົ້າບໍ່ເຊື່ອສິ່ງທີ່ພຣະເຈົ້າກ່າວ, ຈົ່ງໄປເບິ່ງ ແລະ ເບິ່ງວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ຫຼື ແນວຄິດຂອງມະນຸດແມ່ນຄວາມຈິງ. ນີ້ຄືຄວາມແຕກຕ່າງໃນແກ່ນແທ້ລະຫວ່າງພຣະທຳຂອງພຣະເຈົ້າ ແລະ ຄຳເວົ້າຂອງມະນຸດ. ມັນຄືຄວາມແຕກຕ່າງທີ່ສຳຄັນລະຫວ່າງຄວາມຈິງ ແລະ ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆ. ບໍ່ວ່າຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆຂອງມະນຸດຈະເບິ່ງຄືວ່າເຂົ້າກັບລົດນິຍົມຂອງຜູ້ຄົນສໍ່າໃດກໍຕາມ, ພວກມັນຈະບໍ່ມີທາງກາຍເປັນຊີວິດຂອງພວກເຂົາໄດ້; ໃນຂະນະດຽວກັນ, ບໍ່ວ່າພຣະທຳຂອງພຣະເຈົ້າຈະເບິ່ງຄືວ່າລຽບງ່າຍສໍ່າໃດ, ເປັນຄຳເວົ້າທຳມະດາສໍ່າໃດ, ຂັດກັບແນວຄິດຂອງຜູ້ຄົນສໍ່າໃດກໍຕາມ, ແຕ່ແກ່ນແທ້ຂອງພຣະທຳເຫຼົ່ານັ້ນກໍຄືຄວາມຈິງ ແລະ ຖ້າສິ່ງທີ່ຜູ້ຄົນເຮັດ ແລະ ດໍາເນີນຊີວິດຕາມສອດຄ່ອງກັບຫຼັກການແຫ່ງພຣະທຳຂອງພຣະເຈົ້າ, ໃນທີ່ສຸດ ມື້ໜຶ່ງ ພວກເຂົາກໍຈະກາຍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງເຊິ່ງໄດ້ມາດຕະຖານ ແລະ ຈະສາມາດຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້. ໃນທາງກົງກັນຂ້າມ, ຖ້າຜູ້ຄົນບໍ່ປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ບໍ່ກະທຳຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ການກະທຳຂອງພວກເຂົາ ແລະ ເສັ້ນທາງທີ່ພວກເຂົາຍ່າງຈະຖືກພຣະເຈົ້າລັງກຽດ-ປະຕິເສດເທົ່ານັ້ນ; ນີ້ຄືຂໍ້ເທັດຈິງ. ຜ່ານການໂອ້ລົມນີ້, ພວກເຈົ້າມີຄວາມເຂົ້າໃຈ ຫຼື ແນວຄວາມຄິດໃໝ່ກ່ຽວກັບພຣະທຳຂອງພຣະເຈົ້າແລ້ວບໍ? ພຣະທຳຂອງພຣະເຈົ້າແມ່ນຫຍັງ? ພຣະທຳເຫຼົ່ານັ້ນຄືຄວາມຈິງ, ຫົນທາງ ແລະ ຊີວິດ, ບໍ່ມີຄວາມທຽມເທັດໃນສິ່ງນີ້. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ເບື່ອໜ່າຍຕໍ່ສິ່ງທີ່ເປັນບວກ ແລະ ກຽດຊັງສິ່ງເຫຼົ່ານັ້ນໂດຍທຳມະຊາດເທົ່ານັ້ນ ທີ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍການດູຖູກ, ບໍ່ຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ປະຕິເສດຂໍ້ເທັດຈິງທີ່ວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ, ຫົນທາງ ແລະ ຊີວິດ. ພວກເຂົາຈະບໍ່ມີວັນຍອມຮັບພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ; ພວກເຂົາເປັນກຸ່ມຄົນທີ່ເກີນກວ່າຈະຊ່ວຍໃຫ້ລອດພົ້ນໄດ້. ຫຼັງຈາກການໂອ້ລົມດັ່ງກ່າວ, ບາງຄົນເຂົ້າໃຈວ່າການສະແດງອອກເຫຼົ່ານີ້ເທົ່າກັບການດັດແປງ ແລະ ການຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈ, ເຊິ່ງເປັນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າຈະເວົ້າບໍວ່າ ສິ່ງນີ້ລວມເຖິງຜູ້ທີ່ຮຽບຮຽງພຣະທຳຂອງພຣະເຈົ້າດ້ວຍ? (ແມ່ນແລ້ວ.) ມັນລວມຢູ່ບໍ? ການດັດແປງໝາຍຄວາມວ່າແນວໃດ? (ມັນໝາຍເຖິງການລຶບ ຫຼື ເພີ່ມບາງຢ່າງ, ປ່ຽນແປງຄວາມໝາຍດັ້ງເດີມຂອງພຣະທຳຂອງພຣະເຈົ້າຕາມອຳເພີໃຈ. ນີ້ຄືການດັດແປງ. ຖ້າພຣະທຳຂອງພຣະອົງຖືກຮຽບຮຽງຕາມຫຼັກການ, ມັນກໍບໍ່ແມ່ນການດັດແປງ.) ຖືກຕ້ອງແລ້ວ, ນັ້ນຄືສິ່ງທີ່ເຈົ້າຕ້ອງເຂົ້າໃຈ. ດ້ວຍຄວາມເຂົ້າໃຈນີ້, ພວກເຈົ້າກໍຈະບໍ່ມີຄວາມກັງວົນໃດໆ ເມື່ອຮຽບຮຽງພຣະທຳຂອງພຣະເຈົ້າ, ແມ່ນບໍ? ຕອນນີ້ເຈົ້າສາມາດກຳແໜ້ນຫຼັກການຢ່າງເໝາະສົມໄດ້ແລ້ວແມ່ນບໍ? ເມື່ອເຈົ້າຖືກຂໍໃຫ້ຮຽບຮຽງ, ມັນບໍ່ແມ່ນໃຫ້ເຈົ້າດັດແປງ. ຍັງມີຜູ້ທີ່ເຮັດວຽກງານແປພາສາ, ຄົນເຫຼົ່ານີ້ຖືກຂໍໃຫ້ແປພຣະທຳຂອງພຣະເຈົ້າໂດຍກົງ, ແປຄວາມໝາຍດັ້ງເດີມຂອງພຣະທຳຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າເອງໄປເປັນພາສາອື່ນ, ບໍ່ແມ່ນການຕີຄວາມໝາຍພຣະທຳຂອງພຣະເຈົ້າໃນຂະນະທີ່ແປ. ເຈົ້າບໍ່ມີຄຸນສົມບັດທີ່ຈະຕີຄວາມໝາຍ ແລະ ເຈົ້າຕ້ອງເອົາໃຈໃສ່ ແລະ ລະມັດລະວັງກ່ຽວກັບເລື່ອງນີ້. ການກຳແໜ້ນຫຼັກການໃຫ້ດີ, ການເຂົ້າໃຈວ່າສິ່ງໃດປະກອບເປັນການດັດແປງ ແລະ ສິ່ງໃດບໍ່ແມ່ນ, ຈົ່ງກຳແໜ້ນຫຼັກການເຫຼົ່ານີ້ໃຫ້ດີ ແລະ ມັນກໍຈະເປັນເລື່ອງຍາກທີ່ຈະເຮັດຜິດພາດເຊັ່ນນັ້ນ. ຖ້າເຈົ້າບໍ່ເຂົ້າໃຈຫຼັກການເຫຼົ່ານີ້ ແລະ ຢາກເພີ່ມ ຫຼື ປ່ຽນແປງຄວາມໝາຍຢູ່ສະເໝີໃນຂະນະທີ່ຮຽບຮຽງ, ໂດຍຮູ້ສຶກຢູ່ສະເໝີວ່າວິທີທີ່ພຣະເຈົ້າກ່າວສິ່ງນີ້ບໍ່ຄ່ອຍເໝາະສົມ ຫຼື ວິທີທີ່ພຣະອົງກ່າວສິ່ງນັ້ນເບິ່ງຄືວ່າຜິດປົກກະຕິ, ໂດຍຄິດວ່າມັນຄວນຖືກເວົ້າໃນແບບໃດໜຶ່ງ, ຄວາມຄິດແບບນັ້ນຈະເຮັດໃຫ້ເຈົ້າມີແນວໂນ້ມທີ່ຈະກະທຳຄວາມຜິດພາດໃນການດັດແປງ. ສຳລັບນັກແປທີ່ເວົ້າວ່າ: “ຂ້ອຍຮູ້ວ່າພຣະທຳປະໂຫຍກນີ້ຂອງພຣະເຈົ້າໝາຍຄວາມວ່າແນວໃດ, ດັ່ງນັ້ນ ຂ້ອຍຈະແປໂດຍອີງໃສ່ຄວາມໝາຍນັ້ນ. ເມື່ອມັນຖືກແປແລ້ວ, ຜູ້ນໍາອ່ານຈະບໍ່ເຂົ້າໃຈມັນ ແລະ ຈົບພຽງເທົ່ານັ້ນບໍ? ຈະບໍ່ຈຳເປັນຕ້ອງສະແຫວງຫາ ຫຼື ອ່ານພ້ອມອະທິຖານອີກ; ພວກເຂົາຈະໄດ້ຮັບຄວາມຮູ້ແຈ້ງ ແລະ ແສງສະຫວ່າງໂດຍກົງ”. ສິ່ງນີ້ບໍ່ແມ່ນຄວາມຜິດພາດບໍ? ສິ່ງນີ້ລະເມີດຫຼັກການ; ມັນເປັນການຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈ. ສະຫຼຸບແລ້ວ, ຢ່າປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບທີ່ເຈົ້າປະຕິບັດຕໍ່ຄຳເວົ້າຂອງມະນຸດ, ຄືກັບນິຍາຍ, ບົດຂຽນຂອງຄົນທີ່ມີຊື່ສຽງ ຫຼື ສິ່ງທີ່ກ່ຽວຂ້ອງກັບວາທະກຳທາງວິຊາການ. ນອກເໜືອຈາກການບໍ່ດັດແປງ ຫຼື ການຕີຄວາມໝາຍພຣະທຳເຫຼົ່ານັ້ນຕາມອຳເພີໃຈແລ້ວ, ຄົນເຮົາຄວນເຂົ້າຫາພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິແຫ່ງການສະແຫວງຫາ, ການຍອມຮັບ ແລະ ການອ່ອນນ້ອມ ເມື່ອກິນ ແລະ ດື່ມ ແລະ ອ່ານພ້ອມອະທິຖານພຣະທຳເຫຼົ່ານັ້ນ. ມີພຽງແຕ່ເວລານັ້ນເທົ່ານັ້ນທີ່ຄົນເຮົາຈະສາມາດເຫັນຄວາມຈິງ, ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ຊອກຫາເສັ້ນທາງທີ່ຈະປະຕິບັດໃນພຣະທຳຂອງພຣະເຈົ້າ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຄວາມຫຍຸ້ງຍາກຕ່າງໆທີ່ພົບພໍ້ໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃນຊີວິດ. ການບັນລຸຜົນໄດ້ຮັບນີ້ພິສູດໃຫ້ເຫັນວ່າທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະທຳຂອງພຣະເຈົ້ານັ້ນຖືກຕ້ອງ. ການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກຢ່າງທຳອິດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ, ນັ້ນກໍຄື ການດັດແປງ ແລະ ການຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈ ກໍຈົບລົງພຽງເທົ່ານີ້.

2. ຜູ້ຕໍ່ຕ້ານພຣະຄຣິສປະຕິເສດພຣະທຳຂອງພຣະເຈົ້າເມື່ອມັນບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ

ການສະແດງອອກທີສອງແມ່ນ ຜູ້ຕໍ່ຕ້ານພຣະຄຣິສປະຕິເສດພຣະທຳຂອງພຣະເຈົ້າເມື່ອມັນບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ. ໃນພາລະກິດຂອງພຣະເຈົ້າ, ຕັ້ງແຕ່ຕອນເລີ່ມຕົ້ນຈົນເຖິງປັດຈຸບັນ, ພຣະເຈົ້າໄດ້ກ່າວພຣະທຳຫຼາຍຄຳ. ຂອບເຂດຂອງພຣະທຳເຫຼົ່ານີ້ກວ້າງຂວາງ ແລະ ເນື້ອໃນຂອງພວກມັນກໍອຸດົມສົມບູນ, ລວມທັງດ້ານຕ່າງໆທີ່ກ່ຽວຂ້ອງກັບເຈດຕະນາ ແລະ ທັດສະນະຂອງຜູ້ຄົນ, ພ້ອມທັງການທີ່ພວກເຂົາຮັບໃຊ້ພຣະເຈົ້າ. ແນ່ນອນວ່າ ຍິ່ງມີຫຼາຍກວ່ານັ້ນທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ສ່ວນທີ່ໃຫຍ່ກວ່ານັ້ນແມ່ນກ່ຽວຂ້ອງກັບເຈດຕະນາຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດຊາດ. ໃນບັນດາພຣະທຳເຫຼົ່ານີ້, ພຣະເຈົ້າໄດ້ປັບໃຊ້ວິທີການກ່າວທີ່ຫຼາກຫຼາຍ. ພາຍໃນວິທີການກ່າວທີ່ຫຼາກຫຼາຍເຫຼົ່ານີ້, ນໍ້າສຽງການກ່າວບາງຢ່າງແມ່ນຂ້ອນຂ້າງໃກ້ຊິດກັບມະນຸດໃນຕອນທຳອິດ, ຕາມດ້ວຍການພິພາກສາ ແລະ ການເປີດໂປງມະນຸດຊາດ, ພ້ອມທັງການເອົາຊະນະມະນຸດຊາດ ແລະ ຈາກນັ້ນກໍຄ່ອຍໆບອກຜູ້ຄົນກ່ຽວກັບຄວາມຈິງດ້ານຕ່າງໆ. ເນື້ອໃນຂອງພຣະທຳເຫຼົ່ານີ້ມີຫຼາຍດ້ານ, ແຕ່ບໍ່ວ່າຈະກວ້າງຂວາງສໍ່າໃດກໍຕາມ, ມັນກໍລ້ວນແລ້ວແຕ່ເປັນສິ່ງທີ່ມະນຸດຊາດທີ່ເສື່ອມຊາມຕ້ອງການ. ນອກເໜືອຈາກເນື້ອໃນພິເສດສ່ວນນ້ອຍທີ່ສຸດແລ້ວ, ພຣະທຳສ່ວນໃຫຍ່ເຫຼົ່ານີ້ຖືກກ່າວຕາມຮູບແບບພາສາຂອງມະນຸດ, ໃນນໍ້າສຽງ, ດ້ວຍການໃຊ້ຄຳ ແລະ ການໃຊ້ຕັກກະພາສາທີ່ມະນຸດທຸກຄົນສາມາດຍອມຮັບໄດ້. ສະຫຼຸບແລ້ວ ຮູບແບບ ແລະ ວິທີການຂອງຮູບແບບພາສາ ແລະ ຄຳເວົ້າເຫຼົ່ານີ້ລ້ວນແລ້ວແຕ່ທຳມະດາ ແລະ ເຂົ້າໃຈໄດ້ງ່າຍຫຼາຍ. ຕາບໃດທີ່ຄົນໃດໜຶ່ງມີຄວາມຄິດທີ່ປົກກະຕິ ແລະ ມີຈິດໃຈ ແລະ ເຫດຜົນທີ່ປົກກະຕິ, ຄົນໆນັ້ນກໍສາມາດເຂົ້າໃຈພຣະທຳເຫຼົ່ານີ້ຂອງພຣະເຈົ້າໄດ້. ຄວາມໝາຍໂດຍໄນຂອງສິ່ງນີ້ກໍຄື: ຕາບໃດທີ່ຄວາມຄິດຂອງຄົນໃດໜຶ່ງປົກກະຕິ, ຫຼັງຈາກທີ່ອ່ານພຣະທຳເຫຼົ່ານີ້ແລ້ວ, ຄົນນັ້ນກໍສາມາດຊອກຫາເສັ້ນທາງແຫ່ງການປະຕິບັດ, ຮູ້ຈັກຕົນເອງ, ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຊອກຫາຫຼັກການຂອງການປະຕິບັດໄດ້. ຕາບໃດທີ່ຄົນໃດໜຶ່ງມີຫົວໃຈ ແລະ ມີຄວາມຄິດທີ່ປົກກະຕິ, ພຣະທຳເຫຼົ່ານີ້ຂອງພຣະເຈົ້າກໍສາມາດຊ່ວຍເຫຼືອຜູ້ຄົນ ແລະ ນໍາພາພວກເຂົາຜ່ານຜ່າຄວາມຫຍຸ້ງຍາກຕ່າງໆໃນຊີວິດ ແລະ ຍັງສາມາດເຮັດໃຫ້ຜູ້ຄົນເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງຕົວເອງໄດ້ອີກດ້ວຍ. ເນື້ອຫາສ່ວນໃຫຍ່ໃນພຣະທຳຂອງພຣະເຈົ້າກໍເປັນແບບນີ້, ແຕ່ມີສ່ວນໜຶ່ງທີ່ຖືກກ່າວຈາກມຸມມອງຂອງຄວາມເປັນພຣະເຈົ້າ, ຈາກມຸມມອງຂອງພຣະວິນຍານ. ເນື້ອໃນສ່ວນນີ້ແມ່ນພິເສດຫຼາຍ. ໃນສາຍຕາຂອງມະນຸດຊາດທັງປວງ, ພຣະທຳສ່ວນນີ້ຂອງພຣະອົງແມ່ນເລິກເຊິ່ງຫຼາຍ ແລະ ເຂົ້າໃຈໄດ້ຍາກ. ມັນເບິ່ງຄືວ່າເປັນຄວາມເລິກລັບ ແລະ ຍັງເບິ່ງຄືວ່າເປັນຄຳທຳນາຍອີກດ້ວຍ. ໃນທຸກປະໂຫຍກ, ທຸກຂໍ້ຄວາມ ແລະ ທຸກບົດຂອງການກ່າວ, ມັນຍາກຫຼາຍສຳລັບຜູ້ຄົນທີ່ຈະແຍກແຍະຄວາມໝາຍຂອງພຣະເຈົ້າ, ມັນຍາກທີ່ຈະຊອກຫາບໍລິບົດຂອງພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຕ່າງໆຂອງພຣະເຈົ້າສຳລັບມະນຸດ, ພ້ອມທັງຫຼັກການຄວາມຈິງທີ່ຜູ້ຄົນກຳລັງສະແຫວງຫາ. ແລ້ວພຣະທຳສ່ວນໃດຂອງພຣະອົງຄືສິ່ງເຫຼົ່ານີ້? ພວກມັນຄື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ” ແລະ ພາກຜະນວກຂອງມັນ. ພຣະທຳ ຂອງພຣະອົງສ່ວນນີ້ແມ່ນຍາກຫຼາຍສຳລັບຜູ້ຄົນທີ່ຈະເຂົ້າໃຈໄດ້. ກ່ອນອື່ນ ໃຫ້ວາງເລື່ອງທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກ່າວພຣະທຳສ່ວນນີ້ທີ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈໄວ້ກ່ອນ ແລະ ຫັນມາເວົ້າກ່ຽວກັບວ່າສ່ວນໃດຂອງຫົວຂໍ້ທີ່ພວກເຮົາຈະໂອ້ລົມກັນ ນັ້ນກໍຄື “ຜູ້ຕໍ່ຕ້ານພຣະຄຣິສປະຕິເສດພຣະທຳຂອງພຣະເຈົ້າເມື່ອມັນບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ” ເຊິ່ງກ່ຽວຂ້ອງກັບສ່ວນທີ່ເຮົາໄດ້ກ່າວເຖິງ. ກ່ຽວກັບພຣະທຳສ່ວນໃຫຍ່ທີ່ພຣະເຈົ້າກ່າວເຊິ່ງທຳມະດາ, ເຂົ້າໃຈງ່າຍ ແລະ ຊັບຊ້ອນແຕ່ຖືກສະແດງອອກຢ່າງຮຽບງ່າຍ, ພ້ອມທັງຄຳເຕືອນ ແລະ ການເຕືອນໃຈຂອງພຣະເຈົ້າທີ່ມີຕໍ່ມະນຸດ, ການຕັກເຕືອນ ແລະ ຖ້ອຍຄຳແຫ່ງການປອບໂຍນທີ່ມີຕໍ່ມະນຸດ, ຖ້ອຍຄຳແຫ່ງການເປີດໂປງ ແລະ ການພິພາກສາຕໍ່ມະນຸດ ແລະ ຖ້ອຍຄຳແຫ່ງການລ້ຽງດູ ແລະ ການນໍາພາຕໍ່ມະນຸດ, ສຳລັບຜູ້ທີ່ບໍ່ໄລ່ຕາມຄວາມຈິງເລີຍ, ຜູ້ທີ່ໄດ້ເທີດທູນບູຊາຄຳວ່າ “ພຣະເຈົ້າ” ແລະ ຢາກເຊື່ອໃນພຣະເຈົ້າທີ່ເລື່ອນລອຍຫຼາຍກວ່າ, ພວກເຂົາຄິດວ່າພຣະທຳເຫຼົ່ານີ້ເບິ່ງຄືວ່າບໍ່ແມ່ນພຣະທຳຂອງພຣະເຈົ້າ. ພວກເຂົາເຫັນວ່າພຣະທຳເຫຼົ່ານັ້ນທຳມະດາເກີນໄປ, ກົງໄປກົງມາເກີນໄປ, ເປັນພຽງການເວົ້າແບບທຳມະດາ. ພວກເຂົາຄິດວ່າແຕ່ລະບົດຍາວເກີນໄປ. ພວກເຂົາບໍ່ຢາກອ່ານພຣະທຳເຫຼົ່ານີ້. ພວກເຂົາຄິດວ່າພຣະທຳເຫຼົ່ານັ້ນຂາດຄວາມເລິກເຊິ່ງ ແລະ ຄວາມເລິກລັບ ແລະ ດັ່ງນັ້ນຈຶ່ງບໍ່ຄຸ້ມຄ່າທີ່ຈະອ່ານ. ດັ່ງນັ້ນ, ໃນມຸມມອງຂອງພວກເຂົາ, ພຣະທຳເຫຼົ່ານີ້ຈຶ່ງບໍ່ແມ່ນພຣະທຳຂອງພຣະເຈົ້າ. ພວກເຂົາເວົ້າແບບນີ້ຍ້ອນວ່າເນື້ອໃນ, ວິທີການ ແລະ ຮູບແບບຂອງພຣະທຳເຫຼົ່ານີ້ບໍ່ຖືກກັບລົດນິຍົມຂອງພວກເຂົາ. ແລ້ວລົດນິຍົມຂອງພວກເຂົາແມ່ນຫຍັງ? ພວກເຂົາຢາກອ່ານຂໍ້ຄວາມທີ່ເລິກເຊິ່ງ, ຖ້ອຍຄຳທີ່ບໍ່ວ່າຜູ້ຄົນຈະອ່ານແນວໃດກໍຍັງບໍ່ສາມາດຢັ່ງຮູ້ໄດ້, ຄືກັບໜັງສືຈາກສະຫວັນທີ່ແກະຄວາມໝາຍບໍ່ໄດ້; ພວກເຂົາຢາກອ່ານສິ່ງເຫຼົ່ານີ້. ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳປະເພດທີ່ພຣະເຈົ້າສະໜອງໃຫ້ ເຊິ່ງຖືກກ່າວໃນວິທີການ, ນໍ້າສຽງ ແລະ ຮູບແບບທີ່ຖືກກັບລົດນິຍົມຂອງມະນຸດ. ພວກເຂົາເຕັມໄປດ້ວຍແນວຄິດ, ການດູຖູກ ແລະ ການເຍາະເຍີ້ຍຕໍ່ພຣະທຳເຫຼົ່ານີ້. ເພາະສະນັ້ນ, ຄົນເຫຼົ່ານີ້ຈຶ່ງບໍ່ອ່ານ, ບໍ່ເບິ່ງ ຫຼື ບໍ່ຟັງພຣະທຳທີ່ທຳມະດາ ແລະ ເຂົ້າໃຈງ່າຍເຫຼົ່ານີ້ ເຊິ່ງສາມາດໃຫ້ຊີວິດແກ່ຜູ້ຄົນໄດ້. ໃນໃຈຂອງພວກເຂົາ, ພວກເຂົາເປັນປໍລະປັກ, ລັງກຽດ ແລະ ປະຕິເສດທີ່ຈະຍອມຮັບພຣະທຳເຫຼົ່ານີ້. ເປັນຫຍັງພວກເຂົາຈຶ່ງສາມາດປະຕິເສດ, ລັງກຽດ ແລະ ເປັນປໍລະປັກຕໍ່ພຣະທຳເຫຼົ່ານີ້ໄດ້? ເຫດຜົນໜຶ່ງແມ່ນແນ່ນອນ: ພວກເຂົາເຊື່ອວ່າພຣະທຳເຫຼົ່ານີ້ຖືກກ່າວຈາກມຸມມອງຂອງພຣະເຈົ້າໃນເນື້ອໜັງ, ສະນັ້ນ ພວກເຂົາຈຶ່ງຖືວ່າພຣະທຳເຫຼົ່ານີ້ເປັນຄຳເວົ້າຂອງມະນຸດ. ແນວຄວາມຄິດຂອງຄຳເວົ້າຂອງມະນຸດແມ່ນຫຍັງ? ໃນມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສ, ມີພຽງແຕ່ພຣະທຳຂອງພຣະເຈົ້າ, ມີພຽງແຕ່ພຣະຄຳພີຈາກສະຫວັນເທົ່ານັ້ນທີ່ຄຸ້ມຄ່າໃຫ້ພວກເຂົາອ່ານ. ມີພຽງແຕ່ຖ້ອຍຄຳທີ່ເລິກເຊິ່ງ, ບໍ່ສາມາດຢັ່ງເຖິງ ແລະ ເລິກລັບເທົ່ານັ້ນທີ່ຄູ່ຄວນໃຫ້ພວກເຂົາອ່ານ. ຂໍ້ຄວາມຂອງມະນຸດທີ່ທຳມະດາ ແລະ ເຂົ້າໃຈງ່າຍເຫຼົ່ານີ້ບໍ່ຄູ່ຄວນໃຫ້ພວກເຂົາໄດ້ອ່ານ, ບໍ່ສາມາດດຶງດູດສາຍຕາທີ່ “ມີການຢັ່ງຮູ້” ຂອງພວກເຂົາໄດ້ ແລະ ພວກເຂົາກໍດູຖູກຂໍ້ຄວາມເຫຼົ່ານັ້ນ. ພວກເຂົາບໍ່ອ່ານພຣະທຳເຫຼົ່ານີ້ເລີຍ, ບໍ່ຕ້ອງເວົ້າເຖິງການຍອມຮັບຄວາມຈິງທີ່ຢູ່ໃນຂໍ້ຄວາມເຫຼົ່ານັ້ນ.

ໃຫ້ຫຼຽວເບິ່ງອ້ອມຮອບ ແລະ ເບິ່ງວ່າມີໃຜແດ່ທີ່ບໍ່ອ່ານພຣະທຳຂອງພຣະເຈົ້າ; ມີໃຜລຸກຂຶ້ນ ແລະ ອອກໄປເມື່ອມີຄົນກຳລັງໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ; ມີໃຜທີ່ເມື່ອໄດ້ຍິນການອ່ານພຣະທຳຂອງພຣະເຈົ້າ ຫຼື ການໂອ້ລົມຄວາມຈິງ ແລ້ວຫາວນອນ, ຢຽດຄີງ, ຢູ່ບໍ່ເປັນສຸກ, ໃຈຮ້ອນ ແລະ ຊອກຫາຂໍ້ອ້າງທີ່ຈະອອກໄປ ຫຼື ຂັດຈັງຫວະ, ປ່ຽນຫົວຂໍ້ໄປເປັນເລື່ອງອື່ນ, ຄົນປະເພດນັ້ນກຳລັງຕົກຢູ່ໃນອັນຕະລາຍ. ເຈົ້າສາມາດເວົ້າກ່ຽວກັບສາສະໜາສາດ, ຄວາມເຊື່ອທີ່ຜິດໆ ຫຼື ທັດສະນະຂອງມະນຸດ ແລະ ພວກເຂົາກໍຈະນັ່ງຟັງຈົນຈົບ. ແຕ່ທັນທີທີ່ເຈົ້າເລີ່ມເທດສະໜາ, ອ່ານພ້ອມອະທິຖານ ຫຼື ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ຍົກສູງພຣະທຳຂອງພຣະເຈົ້າ, ພວກເຂົາກໍປ່ຽນໄປທັນທີ, ໂດຍເປີດເຜີຍທ່າທາງທີ່ຜິດປົກກະຕິ, ທ່າທາງຂອງມານຮ້າຍ. ເມື່ອພວກເຂົາໄດ້ຍິນການອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍກະວົນກະວາຍ ແລະ ລຳຄານ ແລະ ທັນທີທີ່ພວກເຂົາໄດ້ຍິນຄົນໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາກໍກາຍເປັນຄົນມັກປະເຊີນໜ້າ ແລະ ລຸກຂຶ້ນຍ່າງໜີໄປ. ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? ນີ້ແມ່ນອຸປະນິໄສແບບໃດ? ຜູ້ຕໍ່ຕ້ານພຣະຄຣິສກໍເປັນແບບນີ້ແຫຼະ. ບາງຄົນອາດຈະເວົ້າວ່າ “ພຣະອົງສາມາດຈັດປະເພດພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ແນວໃດ? ບາງທີພວກເຂົາອາດຈະເປັນຜູ້ເຊື່ອໃໝ່ທີ່ຍັງບໍ່ທັນມີຄວາມສົນໃຈໃນພຣະທຳຂອງພຣະເຈົ້າ ຫຼື ໄດ້ຊີມລົດຊາດຄວາມຫວານຊື່ນພຣະທຳຂອງພຣະເຈົ້າ. ພຣະອົງບໍ່ເປີດໂອກາດໃຫ້ກັບຄວາມເປັນໄປໄດ້ທີ່ວ່າຜູ້ເຊື່ອໃໝ່ອາດຈະມີວຸດທິພາວະທີ່ຍັງນ້ອຍບໍ?” ຖ້າພວກເຂົາເປັນຜູ້ເຊື່ອໃໝ່ທີ່ມີວຸດທິພາວະທີ່ຍັງນ້ອຍ ແລະ ບໍ່ສົນໃຈໃນພຣະທຳຂອງພຣະເຈົ້າ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ລັງກຽດ ເມື່ອເຈົ້າເວົ້າກ່ຽວກັບເລື່ອງອື່ນ? ຖ້າເຈົ້າສົນທະນາກ່ຽວກັບມະຫາໄພທີ່ໃຫຍ່ຫຼວງ, ອະນາຄົດຂອງມະນຸດຊາດ, ຄວາມເລິກລັບ ຫຼື ພຣະນິມິດ, ລອງເບິ່ງວ່າພວກເຂົາຈະນັ່ງຢູ່ຊື່ໆໄດ້ ຫຼື ບໍ່. ຕອນນັ້ນພວກເຂົາປະພຶດຕົນແຕກຕ່າງອອກໄປ. ຈາກມຸມມອງຂອງທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາເປັນປໍລະປັກຕໍ່ຄວາມຈິງ. ແກ່ນແທ້ທຳມະຊາດຂອງຄວາມເປັນປໍລະປັກຕໍ່ຄວາມຈິງນີ້ເປີດເຜີຍຕົວມັນເອງແນວໃດ? ມັນກໍຄື ເມື່ອໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກລັງກຽດ, ເຫງົານອນ ແລະ ເປີດເຜີຍການສະແດງອອກຕ່າງໆຂອງການດູຖູກ, ຄວາມໃຈຮ້ອນ ແລະ ຄວາມບໍ່ເຕັມໃຈທີ່ຈະຮັບຟັງ. ທ່າທາງຂອງມານຮ້າຍຂອງພວກເຂົາຈຶ່ງຖືກເປີດເຜີຍອອກມາ. ພາຍນອກແລ້ວ, ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາຮັບຮູ້ວ່າຕົນເອງເປັນຜູ້ຕິດຕາມພຣະເຈົ້າ. ແລ້ວເປັນຫຍັງພວກເຂົາຈຶ່ງກາຍເປັນຄົນທີ່ຄວບຄຸມບໍ່ໄດ້ ເມື່ອມີການໂອ້ລົມຄວາມຈິງ, ເມື່ອມີການໂອ້ລົມພຣະທຳຂອງພຣະເຈົ້າ? ເປັນຫຍັງຕອນນັ້ນພວກເຂົາຈຶ່ງນັ່ງຢູ່ຊື່ໆບໍ່ໄດ້? ມັນເບິ່ງຄືວ່າພຣະທຳຂອງພຣະເຈົ້າຖືດາບໄວ້. ພຣະທຳຂອງພຣະເຈົ້າສຽບແທງພວກເຂົາບໍ? ພຣະທຳຂອງພຣະເຈົ້າກ່າວໂທດພວກເຂົາບໍ? ບໍ່. ພຣະທຳສ່ວນໃຫຍ່ເຫຼົ່ານີ້ແມ່ນຖ້ອຍຄຳແຫ່ງການລ້ຽງດູ ແລະ ເມື່ອໄດ້ຍິນພຣະທຳເຫຼົ່ານັ້ນ, ຜູ້ຄົນກໍສາມາດຕື່ນຂຶ້ນມາ, ຊອກຫາວິທີໃນການດຳລົງຊີວິດ, ໄດ້ຮັບການຟື້ນຟູ ແລະ ດຳລົງຊີວິດດ້ວຍຄວາມເໝືອນມະນຸດ. ແລ້ວເປັນຫຍັງບາງຄົນຈຶ່ງມີປະຕິກິລິຍາທີ່ຜິດປົກກະຕິ ເມື່ອໄດ້ຍິນພຣະທຳເຫຼົ່ານີ້? ນີ້ຄືການທີ່ມານຮ້າຍເປີດເຜີຍທາດແທ້ຂອງພວກມັນ. ພວກເຂົາບໍ່ຮູ້ສຶກລັງກຽດເມື່ອເຈົ້າເວົ້າກ່ຽວກັບສາສະໜາສາດ, ຄວາມເຊື່ອນອກຮີດ, ຄວາມເຊື່ອຜິດໆ ຫຼື ພຣະນິມິດ. ເຖິງແມ່ນວ່າເຈົ້າຈະເວົ້າກ່ຽວກັບການເປັນຜູ້ປະຕິບັດຕາມ, ການເປັນຄົນປະຈົບປະແຈງ ຫຼື ເລົ່າເລື່ອງວິລະກຳຕ່າງໆ, ພວກເຂົາກໍບໍ່ໄດ້ຮູ້ສຶກລັງກຽດ. ແຕ່ທັນທີທີ່ພວກເຂົາໄດ້ຍິນການອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກລັງກຽດ, ລຸກຂຶ້ນ ແລະ ຢາກຍ່າງໜີໄປ. ຖ້າເຈົ້າຕັກເຕືອນພວກເຂົາໃຫ້ຟັງດີໆ, ພວກເຂົາກໍຢາກປະເຊີນໜ້າ ແລະ ຕາຂອງພວກເຂົາລຸກເປັນໄຟດ້ວຍຄວາມໂກດຮ້າຍ. ເປັນຫຍັງຄົນແບບນັ້ນຈຶ່ງບໍ່ຟັງພຣະທຳຂອງພຣະເຈົ້າ? ພວກເຂົານັ່ງຢູ່ຊື່ໆບໍ່ໄດ້ເມື່ອພວກເຂົາໄດ້ຍິນພຣະທຳຂອງພຣະເຈົ້າ, ມີຫຍັງເກີດຂຶ້ນຢູ່ນີ້? ສິ່ງນີ້ພິສູດໃຫ້ເຫັນວ່າວິນຍານພາຍໃນຂອງພວກເຂົາຜິດປົກກະຕິ, ມັນເປັນວິນຍານທີ່ເບື່ອໜ່າຍຄວາມຈິງ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ທັນທີທີ່ພວກເຂົາໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາກໍຫງຸດຫງິດຢູ່ຂ້າງໃນ ແລະ ມານຮ້າຍທີ່ຢູ່ໃນຕົວພວກເຂົາກໍປັ່ນປ່ວນ, ເຮັດໃຫ້ພວກເຂົານັ່ງຢູ່ຊື່ໆບໍ່ໄດ້. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ຈາກພາຍນອກ, ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ. ແຕ່ “ການບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ” ນີ້ໝາຍເຖິງຫຍັງແທ້? ມັນບົ່ງບອກຢ່າງຊັດເຈນວ່າພວກເຂົາກ່າວໂທດພຣະທຳເຫຼົ່ານີ້, ພວກເຂົາບໍ່ຮັບຮູ້ວ່າພຣະທຳເຫຼົ່ານີ້ມາຈາກພຣະເຈົ້າ ແລະ ບໍ່ຮັບຮູ້ວ່າພຣະທຳເຫຼົ່ານີ້ເປັນຄວາມຈິງ ຫຼື ເປັນຫົນທາງແຫ່ງຊີວິດທີ່ຊ່ວຍໃຫ້ຜູ້ຄົນລອດພົ້ນ. ການບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົານັ້ນເປັນພຽງຂໍ້ແກ້ຕົວ, ເປັນປະກົດການໃນລະດັບທີ່ຜິວເຜີນ. ການບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາໝາຍຄວາມວ່າແນວໃດ? ທຸກຄົນບໍ່ມີຄວາມຄິດຫຼົງຜິດກ່ຽວກັບພຣະທຳທັງໝົດເຫຼົ່ານີ້ທີ່ພຣະເຈົ້າກ່າວເລີຍບໍ? ທຸກຄົນສາມາດຍອມຮັບພຣະທຳເຫຼົ່ານີ້ວ່າເປັນພຣະທຳຂອງພຣະເຈົ້າ, ວ່າເປັນຄວາມຈິງໄດ້ບໍ? ບໍ່, ບໍ່ຫຼາຍກໍໜ້ອຍ, ທຸກຄົນລ້ວນແລ້ວແຕ່ມີຄວາມຄິດ, ຄວາມຄິດຫຼົງຜິດ ຫຼື ທັດສະນະບາງຢ່າງທີ່ຂັດແຍ່ງ ຫຼື ກົງກັນຂ້າມກັບພຣະທຳຂອງພຣະເຈົ້າໃນລະດັບໃດໜຶ່ງ. ເຖິງຢ່າງໃດກໍຕາມ, ຄົນສ່ວນໃຫຍ່ມີຄວາມມີເຫດຜົນທີ່ປົກກະຕິ ແລະ ຄວາມມີເຫດຜົນນີ້ສາມາດຊ່ວຍໃຫ້ພວກເຂົາເອົາຊະນະທັດສະນະຄະຕິທີ່ເກີດຂຶ້ນ ເມື່ອພວກເຂົາປະເຊີນກັບພຣະທຳຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາໄດ້. ຄວາມມີເຫດຜົນຂອງພວກເຂົາບອກພວກເຂົາວ່າ: “ເຖິງແມ່ນວ່າມັນບໍ່ສອດຄ່ອງກັບຄວາມຄິດຫຼົງຄິດຂອງຂ້ອຍ, ສິ່ງເຫຼົ່ານີ້ກໍຍັງເປັນພຣະທຳຂອງພຣະເຈົ້າ; ເຖິງແມ່ນວ່າມັນບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງຂ້ອຍ, ຂ້ອຍບໍ່ຢາກຟັງ, ຂ້ອຍຮູ້ສຶກວ່າມັນບໍ່ຖືກຕ້ອງ ແລະ ຂ້ອຍຮູ້ສຶກວ່າມັນຂັດແຍ່ງກັບຄວາມຄິດຂອງຂ້ອຍ, ພຣະທຳເຫຼົ່ານີ້ກໍຍັງຄົງເປັນຄວາມຈິງ. ຂ້ອຍຈະຄ່ອຍໆຍອມຮັບພຣະທຳເຫຼົ່ານັ້ນ ແລະ ມື້ໜຶ່ງເມື່ອຂ້ອຍຮັບຮູ້ທັງໝົດນີ້ແລ້ວ, ຂ້ອຍກໍຈະປ່ອຍວາງຄວາມຄິດຫຼົງຜິດຂອງຂ້ອຍໄດ້”. ຄວາມມີເຫດຜົນຂອງພວກເຂົາບອກໃຫ້ພວກເຂົາວາງຄວາມຄິດຫຼົງຜິດຂອງຕົນເອງໄວ້ກ່ອນ. ຄວາມຄິດຫຼົງຜິດຂອງພວກເຂົາບໍ່ແມ່ນຄວາມຈິງ ແລະ ບໍ່ສາມາດແທນທີ່ພຣະທຳຂອງພຣະເຈົ້າໄດ້. ຄວາມມີເຫດຜົນຂອງພວກເຂົາບອກໃຫ້ພວກເຂົາຍອມຮັບພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິຂອງການອ່ອນນ້ອມ ແລະ ຄວາມຊື່ສັດ, ແທນທີ່ຈະເປັນການຕໍ່ຕ້ານພຣະທຳຂອງພຣະເຈົ້າດ້ວຍຄວາມຄິດຫຼົງຜິດ ແລະ ມຸມມອງຂອງພວກເຂົາເອງ. ດ້ວຍເຫດນີ້, ເມື່ອພວກເຂົາໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາກໍສາມາດຍອມຮັບພຣະທຳທີ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ ແລະ ນັ່ງລົງຟັງຢ່າງງຽບໆ. ສຳລັບພຣະທຳທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ, ພວກເຂົາກໍກຳລັງຊອກຫາວິທີແກ້ໄຂເຊັ່ນກັນ, ພະຍາຍາມວາງຄວາມຄິດຫຼົງຜິດຂອງຕົນເອງລົງ ແລະ ກາຍເປັນຜູ້ທີ່ເຂົ້າກັບພຣະເຈົ້າໄດ້. ນີ້ຄືພຶດຕິກຳປົກກະຕິຂອງຄົນສ່ວນໃຫຍ່ທີ່ມີເຫດຜົນ. ເຖິງຢ່າງໃດກໍຕາມ, “ການບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ” ທີ່ຜູ້ຕໍ່ຕ້ານພຣະຄຣິສກ່າວເຖິງນັ້ນ ບໍ່ຄືກັນກັບທີ່ເປັນກັບຄົນທົ່ວໄປ. ໃນກໍລະນີຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນມີບັນຫາທີ່ຮ້າຍແຮງ, ມັນເປັນສິ່ງທີ່ກົງກັນຂ້າມຢ່າງສິ້ນເຊີງກັບການກະທຳ, ພຣະທຳ, ແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າ, ເປັນສິ່ງທີ່ເປັນຂອງອຸປະນິໄສ-ແກ່ນແທ້ແບບຊາຕານ. ໃນກໍລະນີຂອງພວກເຂົາ, ມັນຄືການກ່າວໂທດ, ການໝິ່ນປະໝາດ ແລະ ການເຍາະເຍີ້ຍຕໍ່ພຣະທຳຂອງພຣະເຈົ້າ. ພວກເຂົາເຊື່ອວ່າພາສາມະນຸດທີ່ທຳມະດາ ແລະ ເຂົ້າໃຈໄດ້ງ່າຍນີ້ທີ່ພຣະເຈົ້າກ່າວບໍ່ແມ່ນຄວາມຈິງ ແລະ ບໍ່ສາມາດບັນລຸຜົນໃນການຊ່ວຍໃຫ້ຜູ້ຄົນລອດພົ້ນໄດ້. ນີ້ຄືຄວາມໝາຍທີ່ຊັດເຈນຂອງສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສໝາຍເຖິງ “ການບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ”. ແລ້ວແກ່ນແທ້ຂອງມັນແມ່ນຫຍັງ? ໃນຄວາມເປັນຈິງແລ້ວ, ມັນຄືການກ່າວໂທດ, ການປະຕິເສດ ແລະ ການໝິ່ນປະໝາດພຣະເຈົ້າ.

ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າ ເມື່ອພຣະເຈົ້າຢືນຢູ່ໃນມຸມມອງຂອງມະນຸດຊາດ, ມຸມມອງຂອງບຸກຄົນທີສາມ ໂດຍໃຊ້ຮູບແບບພາສາ, ໂຄງສ້າງ ແລະ ການໃຊ້ຄຳຂອງມະນຸດເພື່ອເວົ້າກັບຜູ້ຄົນ, ພຣະທຳເຫຼົ່ານີ້ບໍ່ເລິກເຊິ່ງພຽງພໍ, ບໍ່ມີຄຸນສົມບັດທີ່ຈະຖືກກຳນົດວ່າເປັນພຣະທຳຂອງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງຍອມຕາຍດີກວ່າທີ່ຈະຍອມຮັບພຣະທຳເຫຼົ່ານັ້ນ. ບາງຄົນກໍເວົ້າວ່າ: “ພຣະອົງເວົ້າວ່າພວກເຂົາບໍ່ຍອມຮັບ, ແຕ່ພວກເຂົາກໍກິນ ແລະ ດື່ມພຣະທຳຂອງພຣະເຈົ້າເຊັ່ນກັນ, ບາງຄັ້ງພວກເຂົາກໍມີການເຂົ້າເຝົ້າຝ່າຍວິນຍານ ແລະ ບາງຄັ້ງເມື່ອພວກເຂົາໂອ້ລົມກັບພວກເຮົາ, ພວກເຂົາກໍເຖິງກັບອ້າງອີງພຣະທຳຂອງພຣະເຈົ້າ. ພຣະອົງຈະອະທິບາຍເລື່ອງນັ້ນວ່າແນວໃດ?” ນັ້ນເປັນຄົນລະເລື່ອງກັນ; ນັ້ນເປັນພຽງຜິວເຜີນ, ແຕ່ໂດຍແກ່ນແທ້ແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກຳນົດພຣະທຳຂອງພຣະເຈົ້າແບບນີ້: “ຖ້ອຍຄຳທີ່ກ່າວໂດຍບຸດມະນຸດທີ່ບັງເກີດເປັນມະນຸດບໍ່ເທົ່າກັບຄວາມຈິງ, ແຮງບໍ່ຕ້ອງເວົ້າເຖິງການເປັນພຣະທຳຂອງພຣະເຈົ້າ, ສະນັ້ນ ຂ້ອຍບໍ່ຈຳເປັນຕ້ອງຍອມຮັບ, ກິນ, ດື່ມ ຫຼື ອ່ອນນ້ອມຕໍ່ຖ້ອຍຄຳເຫຼົ່ານັ້ນ”. ເຖິງຢ່າງໃດກໍຕາມ, ກ່ຽວກັບສ່ວນທີ່ສະແດງອອກໂດຍເນື້ອໜັງ ເຊິ່ງພຣະເຈົ້າບັງເກີດເປັນມະນຸດຈາກມຸມມອງຂອງພຣະວິນຍານ, ຈາກມຸມມອງຂອງຄວາມເປັນພຣະເຈົ້າ ນັ້ນກໍຄື ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສສາມາດເບິ່ງເຫັນໄດ້ແຕ່ບໍ່ສາມາດເອື້ອມເຖິງ. ມັນເປັນສ່ວນໜຶ່ງຂອງພຣະທຳຂອງພຣະເຈົ້າທີ່ພວກເຂົາຫຼົງໄຫຼຫຼາຍ. ຄວາມຫຼົງໄຫຼນີ້ໝາຍເຖິງຫຍັງ? ມັນໝາຍເຖິງການທີ່ຜູ້ຕໍ່ຕ້ານພຣະຄຣິສນໍ້າລາຍໄຫຼນຳພຣະທຳເຫຼົ່ານີ້, ໂດຍຄິດວ່າ: “ມັນເປັນຍ້ອນການກ່າວສ່ວນນີ້ຂອງເຈົ້າຢ່າງແນ່ນອນ ທີ່ເຮັດໃຫ້ເຈົ້າ, ຄົນທີ່ຕ່ຳຕ້ອຍ, ບໍ່ໂດດເດັ່ນ, ຄົນທີ່ບໍ່ມີຄວາມໝາຍຫຍັງໃນສາຍຕາຂອງພວກເຮົາ, ໄດ້ກາຍເປັນພຣະເຈົ້າ. ມັນຊ່າງບໍ່ຍຸຕິທຳເລີຍ, ບໍ່ມີຄວາມຍຸຕິທຳເລີຍ!” ເຖິງຢ່າງໃດກໍຕາມ, ມີດ້ານໜຶ່ງທີ່ພວກເຂົາເຫັນວ່າ “ຄຸ້ມຄ່າແກ່ການສະຫຼອງ”. ມັນເປັນຍ້ອນການສະແດງອອກຂອງພຣະທຳສ່ວນນີ້ຂອງພຣະເຈົ້າຢ່າງແນ່ນອນ ທີ່ເຮັດໃຫ້ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາທີ່ຈະຊື່ນຊົມ ແລະ ເຄົາລົບນັບຖືພຣະເຈົ້າໃນສະຫວັນໄດ້ຮັບການຕອບສະໜອງ. ມັນເປີດຂອບເຂດໃໝ່ໃຫ້ກັບພວກເຂົາ ແລະ ພວກເຂົາກໍເວົ້າວ່າ: “ຍອດຢ້ຽມ, ພຣະເຈົ້າກໍຄືພຣະເຈົ້າແທ້ໆ! ພຣະເຈົ້າອົງນີ້ຄືຜູ້ທີ່ມາຈາກສະຫວັນຊັ້ນສາມ, ຜູ້ຍິ່ງໃຫຍ່ທີ່ສຸດເໜືອທຸກສິ່ງ. ພຣະອົງສົມຄວນທີ່ຈະເປັນພຣະເຈົ້າແທ້ໆ; ການກ່າວຖ້ອຍຄຳແບບນີ້ບໍ່ແມ່ນເລື່ອງງ່າຍ. ມະນຸດບໍ່ສາມາດເຂົ້າໃຈໄດ້ຈັກປະໂຫຍກ, ຖ້ອຍຄຳເຫຼົ່ານີ້ເລິກເຊິ່ງເກີນໄປ, ຍິ່ງກວ່າຄຳທຳນາຍຂອງຜູ້ປະກາດພຣະທຳອີກ!” ທຸກຄັ້ງທີ່ຜູ້ຕໍ່ຕ້ານພຣະຄຣິສອ່ານພຣະທຳເຫຼົ່ານີ້, ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມອິດສາ ແລະ ຄວາມລິດສະຍາ, ເຕັມໄປດ້ວຍຄວາມຊື່ນຊົມຕໍ່ພຣະເຈົ້າໃນສະຫວັນ. ທຸກຄັ້ງທີ່ພວກເຂົາອ່ານພຣະທຳເຫຼົ່ານີ້, ພວກເຂົາກໍຮູ້ສຶກວ່າພວກເຂົາເປັນຜູ້ທີ່ຮັກພຣະເຈົ້າຫຼາຍທີ່ສຸດ; ທຸກຄັ້ງທີ່ພວກເຂົາອ່ານພຣະທຳເຫຼົ່ານີ້, ພວກເຂົາກໍຮູ້ສຶກວ່າພວກເຂົາໃກ້ຊິດກັບພຣະເຈົ້າຫຼາຍທີ່ສຸດ. ພຣະທຳເຫຼົ່ານີ້ຕອບສະໜອງຄວາມຢາກຮູ້ຢາກເຫັນຂອງພວກເຂົາກ່ຽວກັບພຣະເຈົ້າໃນລະດັບສູງສຸດ. ເຖິງແມ່ນວ່າໃນການກ່າວສ່ວນນີ້ຂອງພຣະເຈົ້າ, ພວກເຂົາບໍ່ສາມາດເຂົ້າໃຈໄດ້ເລີຍວ່າເຈດຕະນາຂອງພຣະເຈົ້າແມ່ນຫຍັງກໍຕາມ, ບໍລິບົດຂອງແຕ່ລະປະໂຫຍກທີ່ພຣະເຈົ້າກ່າວ, ຜົນສຸດທ້າຍທີ່ຕັ້ງໃຈໃຫ້ເປັນແມ່ນຫຍັງ ຫຼື ຄວາມໝາຍທີ່ສະແດງອອກລະຫວ່າງແຖວ, ພວກເຂົາກໍຍັງລໍຄອຍພຣະທຳສ່ວນນີ້ຂອງພຣະອົງດ້ວຍຄວາມຄາດຫວັງຢ່າງຍິ່ງ. ຍ້ອນຫຍັງ? ຍ້ອນວ່າສ່ວນນີ້ເຂົ້າໃຈໄດ້ຍາກ, ມັນບໍ່ມີຄວາມຮູ້ສຶກຂອງຄວາມເປັນມະນຸດທີ່ເຫັນໄດ້ໃນພຣະເຈົ້າທີ່ບັງເກີດເປັນມະນຸດ, ມັນບໍ່ໄດ້ຖືກກ່າວຈາກມຸມມອງຂອງຄວາມເປັນມະນຸດ ຫຼື ຈາກມຸມມອງຂອງບຸກຄົນທີສາມ. ໃນສ່ວນນີ້, ພວກເຂົາເຫັນຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ຄວາມບໍ່ສາມາດຢັ່ງເຖິງຂອງພຣະອົງ ແລະ ຍັງຮັບຮູ້ວ່າພຣະອົງເປັນສິ່ງທີ່ພວກເຂົາສາມາດເບິ່ງເຫັນໄດ້ແຕ່ບໍ່ສາມາດເອື້ອມເຖິງ. ຍິ່ງເປັນແບບນັ້ນຫຼາຍເທົ່າໃດ, ພວກເຂົາກໍຍິ່ງເຊື່ອວ່າພຣະເຈົ້າໃນສະຫວັນມີຢູ່ຈິງ ແລະ ພຣະເຈົ້າໃນແຜ່ນດິນໂລກນັ້ນຕ່ຳຕ້ອຍເກີນໄປ, ພຣະອົງເຊື່ອຖືໄດ້ຍາກ ແລະ ບໍ່ສົມຄວນທີ່ຈະເຊື່ອຖື. ມັນບໍ່ເກີນຈິງເລີຍທີ່ຈະເວົ້າວ່າ ບາງຄົນໄດ້ຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍຍ້ອນພຣະທຳສ່ວນນີ້ຂອງພຣະອົງ. ບາງຄົນໄດ້ເຂົ້າມາສູ່ພາລະກິດຂອງພຣະເຈົ້າໃນຍຸກສຸດໂດຍທ້າຍສະເພາະສຳລັບພຣະທຳເຫຼົ່ານີ້ ແລະ ບາງຄົນກໍຢູ່ທີ່ນີ້ພຽງແຕ່ລໍຖ້າຄວາມສຳເລັດຂອງພຣະທຳສ່ວນນີ້ຂອງພຣະອົງ. ຍິ່ງໄປກວ່ານັ້ນ, ຜ່ານພຣະທຳເຫຼົ່ານີ້, ບາງຄົນໄດ້ຢືນຢັນການມີຢູ່ຈິງຂອງພຣະເຈົ້າໃນສະຫວັນ ແລະ ດ້ວຍເຫດນີ້ຈຶ່ງຍິ່ງດູຖູກຄວາມຖ່ອມຕົວ ແລະ ຄວາມຕ່ຳຕ້ອຍຂອງພຣະເຈົ້າໃນແຜ່ນດິນໂລກ. ຍິ່ງພວກເຂົາອ່ານພຣະທຳສ່ວນນີ້ຂອງພຣະອົງຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າພຣະເຈົ້າໃນແຜ່ນດິນໂລກ, ພຣະເຈົ້າທີ່ບັງເກີດເປັນມະນຸດ, ກ່າວຕື້ນເຂີນເກີນໄປ. ພວກເຂົາເວົ້າວ່າ: “ຄຳເວົ້າຂອງເຈົ້າເຂົ້າໃຈງ່າຍເກີນໄປ. ເປັນຫຍັງເຈົ້າຈຶ່ງບໍ່ເວົ້າບາງຢ່າງທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້? ເປັນຫຍັງເຈົ້າຈຶ່ງບໍ່ເວົ້າກ່ຽວກັບຄວາມລຶກລັບບາງຢ່າງ? ເປັນຫຍັງຈຶ່ງບໍ່ເວົ້າພາສາຂອງສະຫວັນຊັ້ນສາມ? ເປັນຫຍັງຈຶ່ງບໍ່ເວົ້າພາສາຂອງພຣະເຈົ້າ? ໃຫ້ພວກເຮົາເປີດກວ້າງຂອບເຂດ ແລະ ຂະຫຍາຍຄວາມຄິດຂອງພວກເຮົາ. ຖ້າເຈົ້າເວົ້າ ແລະ ກະທຳແບບນັ້ນ, ຄວາມເຊື່ອຂອງພວກເຮົາຈະບໍ່ຍິ່ງໃຫຍ່ກວ່າບໍ? ພວກເຮົາຈະບໍ່ຢຸດຕໍ່ຕ້ານເຈົ້າບໍ? ຖ້າເຈົ້າເວົ້າ ແລະ ນໍາພາພວກເຮົາໃນແບບນັ້ນ, ສະຖານະຂອງເຈົ້າຈະບໍ່ສູງກວ່າບໍ? ແລ້ວພວກເຮົາຈະດູຖູກເຈົ້າໄດ້ແນວໃດ?” ນີ້ບໍ່ແມ່ນເລື່ອງທີ່ຂ້ອນຂ້າງບໍ່ສົມເຫດສົມຜົນບໍ? ມັນຂາດເຫດຜົນຢ່າງສິ້ນເຊີງ! ຄົນທີ່ບໍ່ຍອມຮັບເຫດຜົນມີຄວາມເປັນມະນຸດທີ່ປົກກະຕິບໍ, ພວກເຂົາມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່.) ແລ້ວຜູ້ຕໍ່ຕ້ານພຣະຄຣິສປະເພດນີ້, ຄົນກຸ່ມນີ້ທີ່ມີປະຕິກິລິຍາແບບນີ້ຕໍ່ພຣະທຳຂອງພຣະເຈົ້າ ມີຄວາມມີເຫດຜົນທີ່ປົກກະຕິບໍ? (ບໍ່.) ບາງຄັ້ງເມື່ອເຮົາພົບກັບຄົນທີ່ກຳລັງລົມກັນ, ເຮົາກໍເຂົ້າຮ່ວມເພື່ອລົມກັນກັບພວກເຂົາ. ແຕ່ທີ່ໜ້າປະຫຼາດໃຈສຳລັບເຮົາກໍຄື ພວກເຂົາສົນທະນາກ່ຽວກັບຫົວຂໍ້ທີ່ສູງສົ່ງຈົນເຮົາບໍ່ສາມາດແຊກແຊງ ຫຼື ເຂົ້າຮ່ວມການສົນທະນາໄດ້. ພວກເຂົາເວົ້າວ່າ: “ເຫັນໄດ້ຢ່າງຊັດເຈນວ່າເຈົ້າບໍ່ເໝາະກັບເລື່ອງນີ້. ເຈົ້າບໍ່ສາມາດເວົ້າພາສາຂອງສະຫວັນຊັ້ນສາມໄດ້. ພວກເຮົາກຳລັງເວົ້າພາສາຂອງສະຫວັນຊັ້ນສາມຢູ່, ເຊິ່ງຄົນທຳມະດາບໍ່ສາມາດເຂົ້າໃຈໄດ້. ແລ້ວມັນຈະເປັນແນວໃດຖ້າເຈົ້າເປັນພຣະເຈົ້າ? ເຈົ້າກໍຍັງບໍ່ສາມາດເຂົ້າໃຈໄດ້, ສະນັ້ນ ພວກເຮົາບໍ່ຈຳເປັນຕ້ອງໃຫ້ເຈົ້າເຂົ້າຮ່ວມສົນທະນານຳ”. ພວກເຈົ້າລອງບອກເຮົາມາເບິ່ງດຸວ່າ, ເຮົາຄວນເຮັດແນວໃດໃນສະຖານະການແບບນັ້ນ? ຜູ້ຄົນຄວນຮຽນຮູ້ທີ່ຈະມີເຫດຜົນ. ເມື່ອເຮົາເຫັນພວກເຂົາເວົ້າພາສາທີ່ສູງສົ່ງ ແລະ ຍິ່ງໃຫຍ່ຂອງສະຫວັນຊັ້ນສາມ ແລະ ເຮົາບໍ່ສາມາດໄປເຖິງລະດັບນັ້ນໄດ້, ແລ້ວເຮົາກໍຄວນຍ່າງໜີໄປດີກວ່າທີ່ຈະເຮັດໃຫ້ຕົວເຮົາເອງຂາຍໜ້າ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນເທດສະໜາຢ່າງເປີດເຜີຍກ່ຽວກັບຄວາມເຊື່ອນອກຮີດ, ຄວາມເຊື່ອຜິດໆ ແລະ ຖ້ອຍຄຳທີ່ຫວ່າງເປົ່າທີ່ບໍ່ເປັນຈິງເຫຼົ່ານີ້ ເຊິ່ງເຫັນໄດ້ຢ່າງຊັດເຈນວ່າມີຕົ້ນກຳເນີດມາຈາກຊາຕານ, ມາຈາກຫົວໜ້າທູດສະຫວັນ. ຖ້ອຍຄຳທີ່ພວກເຂົາເວົ້າຟັງເບິ່ງຊັບຊ້ອນ ແລະ ມີລະດັບສູງ, ເກີນກວ່າທີ່ຄົນປົກກະຕິສ່ວນໃຫຍ່ຈະເອື້ອມເຖິງໄດ້. ການທີ່ເກີນກວ່າຈະເອື້ອມເຖິງໄດ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທັນທີທີ່ເຈົ້າໄດ້ຍິນມັນ, ເຈົ້າກໍຮັບຮູ້ວ່າມັນເປັນຄຳເວົ້າມານຮ້າຍ ແລະ ເຈົ້າຄວນປະຕິເສດຄຳເວົ້າເຫຼົ່ານັ້ນ.

ແມ່ນຫຍັງຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິເສດພຣະທຳຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ? ພວກເຈົ້າໄດ້ເຫັນມັນຢ່າງຊັດເຈນແລ້ວບໍ? ພວກເຂົາບໍ່ໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າຢ່າງແທ້ຈິງເລີຍ. ໃນຕອນທຳອິດ, ດ້ວຍຄວາມຢາກຮູ້ຢາກເຫັນ, ພວກເຂົາອ່ານຜ່ານພຣະທຳຂອງພຣະເຈົ້າແບບຜິວເຜີນ. ຫຼັງຈາກທີ່ເບິ່ງຜ່ານໆ, ພວກເຂົາກໍຄິດວ່າ: “ພຣະທຳສ່ວນໃຫຍ່ເຫຼົ່ານີ້ບໍ່ຄຸ້ມຄ່າທີ່ຈະອ່ານ, ບໍ່ມີຫຍັງທີ່ເປັນຈິງ, ມີຄຸນຄ່າ ຫຼື ເປັນແກ່ນສານ, ບໍ່ມີຫຍັງທີ່ຄຸ້ມຄ່າແກ່ການຄົ້ນຄວ້າຢ່າງເລິກເຊິ່ງ”. ເມື່ອພວກເຂົາອ່ານຕໍ່ໄປ, ພວກເຂົາກໍພົບກັບສ່ວນທີ່ເປັນ ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ. ພວກເຂົາຮູ້ສຶກວ່າສ່ວນນີ້ມີລົດຊາດຂອງພາສາແຫ່ງຄວາມເປັນພຣະເຈົ້າ, ມີຄວາມສູງສົ່ງ ແລະ ຄວາມເລິກເຊິ່ງ, ຄຸ້ມຄ່າແກ່ການສຳຫຼວດ ແລະ ຄົ້ນຄວ້າຂອງມະນຸດ, ສິ່ງນີ້ຖືກກັບລົດນິຍົມຂອງພວກເຂົາ. ຕອນນີ້ພວກເຂົາກຳລັງລໍຄອຍຫຍັງຢູ່? “ໃຜສາມາດອະທິບາຍສ່ວນນີ້ໄດ້? ເຈດຕະນາຂອງພຣະເຈົ້າແມ່ນຫຍັງແທ້? ແຕ່ລະຂໍ້ຄວາມໃນພຣະທຳຂອງພຣະເຈົ້າໝາຍຄວາມວ່າແນວໃດ ແລະ ມັນຈະສຳເລັດລົງໄດ້ແນວໃດ?” ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຢາກຄິດໄລ່ໃຫ້ອອກຫຼາຍທີ່ສຸດ, ແຕ່ພວກເຂົາບໍ່ສາມາດເຂົ້າໃຈມັນໄດ້ດ້ວຍຕົນເອງ. ພວກເຈົ້າຄິດວ່າຄວນບອກພວກເຂົາບໍ? (ບໍ່ຈຳເປັນ.) ເປັນຫຍັງຈຶ່ງບໍ່? ມານຮ້າຍສົມຄວນທີ່ຈະໄດ້ຍິນພຣະທຳຂອງພຣະເຈົ້າບໍ? ພວກມັນສົມຄວນທີ່ຈະຮູ້ຄວາມລຶກລັບຂອງພຣະເຈົ້າບໍ? (ບໍ່.) ຄວາມລຶກລັບຂອງພຣະເຈົ້າຖືກເປີດເຜີຍແກ່ຜູ້ທີ່ເຊື່ອ, ຕິດຕາມ ແລະ ອ່ອນນ້ອມຕໍ່ພຣະອົງ ແລະ ຖືກເຊື່ອງໄວ້ຈາກມານຮ້າຍ ແລະ ຊາຕານ; ພວກມັນບໍ່ຄູ່ຄວນ. ສະນັ້ນ, ຖ້າມື້ໜຶ່ງພຣະເຈົ້າຕັດສິນໃຈເປີດເຜີຍຄວາມລຶກລັບ ແລະ ແກ່ນແທ້ຂອງພຣະທຳສ່ວນນີ້ຂອງພຣະອົງ, ພ້ອມທັງຮາກເຫງົ້າ ແລະ ບໍລິບົດຂອງພຣະທຳເຫຼົ່ານີ້, ມັນກໍຈະຖືກເປີດເຜີຍແກ່ຜູ້ຄົນທີ່ພຣະເຈົ້າເລືອກ, ໃຫ້ພວກເຂົາຮູ້, ແຕ່ຈະບໍ່ມີວັນເປີດເຜີຍແກ່ຊາຕານ ຫຼື ມານຮ້າຍ. ຖ້າພວກເຈົ້າເປັນຜູ້ໄລ່ຕາມຄວາມຈິງ ແລະ ໂຊກດີພໍທີ່ຈະຍັງຄົງຢູ່ຈົນເຖິງທີ່ສຸດ, ພວກເຈົ້າກໍຈະມີໂອກາດໄດ້ເຂົ້າໃຈເນື້ອໃນຂອງພຣະທຳສ່ວນນີ້ຂອງພຣະອົງ. ມີຄວາມລຶກລັບຫຼາຍຢ່າງໃນພຣະທຳຂອງພຣະເຈົ້າ ແລະ ໃນພາລະກິດຂອງພຣະອົງເຊັ່ນກັນ. ຕົວຢ່າງ: ການບັງເກີດເປັນມະນຸດໃນປັດຈຸບັນຂອງພຣະເຈົ້າ; ເຖິງແມ່ນວ່າມີຄຳທຳນາຍທີ່ບໍ່ຊັດເຈນປານໃດກ່ຽວກັບມັນໃນພຣະຄຳພີ ແລະ ໃນການຄາດຄະເນກ່ອນໜ້ານີ້, ຄຳທຳນາຍທັງໝົດເຫຼົ່ານີ້ກໍຂ້ອນຂ້າງເປັນຄວາມລັບບໍ່ຫຼາຍກໍໜ້ອຍ ແລະ ໃນລະດັບທີ່ແຕກຕ່າງກັນ. ໃນມະນຸດຊາດທັງປວງ ແລະ ຕະຫຼອດແຜນການຄຸ້ມຄອງຫົກພັນປີທັງໝົດ, ການບັງເກີດເປັນມະນຸດໃນປັດຈຸບັນຂອງພຣະເຈົ້າແມ່ນຄວາມລຶກລັບທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນເລື່ອງທີ່ລັບທີ່ສຸດ. ມະນຸດບໍ່ຮູ້, ທູດສະຫວັນບໍ່ຮູ້, ສິ່ງທີ່ພຣະເຈົ້າສ້າງທັງໝົດບໍ່ຮູ້; ແມ່ນແຕ່ຊາຕານ, ຜູ້ທີ່ມີຄວາມສາມາດທີ່ສຸດກໍບໍ່ຮູ້ກ່ຽວກັບເລື່ອງນີ້. ເປັນຫຍັງມັນຈຶ່ງບໍ່ຮູ້? ຖ້າພຣະເຈົ້າຢາກບອກມັນ, ມັນຈະບໍ່ເປັນເລື່ອງງ່າຍເກີນໄປບໍທີ່ມັນຈະຮູ້? ແລ້ວເປັນຫຍັງມັນຈຶ່ງບໍ່ຮູ້? ສິ່ງໜຶ່ງທີ່ແນ່ນອນກໍຄື: ພຣະເຈົ້າບໍ່ຢາກໃຫ້ມັນຮູ້. ເຖິງແມ່ນວ່າຈະມີໝາຍສຳຄັນຫຼາຍຢ່າງ, ຄຳທຳນາຍຫຼາຍຢ່າງ ແລະ ຂໍ້ເທັດຈິງຫຼາຍຢ່າງທີ່ຊີ້ໄປຫາເຫດການນີ້, ໂດຍບົ່ງບອກ ແລະ ບອກລ່ວງໜ້າເຖິງການເກີດຂຶ້ນຂອງມັນ, ຕາບໃດທີ່ພຣະເຈົ້າບໍ່ປະສົງໃຫ້ມັນຮູ້, ຊາຕານກໍຈະບໍ່ມີວັນຮູ້ໄດ້. ນີ້ຄືຂໍ້ເທັດຈິງ. ພຣະເຈົ້າຈະບອກມັນໂດຍກົງເມື່ອພຣະອົງຢາກໃຫ້ມັນຮູ້. ຖ້າພຣະເຈົ້າບໍ່ບອກມັນ ແລະ ບໍ່ເວົ້າເຖິງມັນ, ເຖິງແມ່ນວ່າຂໍ້ເທັດຈິງ ແລະ ສິ່ງທີ່ເປັນຄຳທຳນາຍເຫຼົ່ານີ້ປາກົດຂຶ້ນມາ, ພຣະເຈົ້າກໍສາມາດບັງຕາມັນໄວ້ໄດ້ ແລະ ມັນກໍຈະບໍ່ສາມາດຮູ້ໄດ້. ຄວາມສາມາດຂອງຊາຕານຍິ່ງໃຫຍ່ບໍ? ເມື່ອເບິ່ງໃນແງ່ນີ້, ມັນບໍ່ໄດ້ຍິ່ງໃຫຍ່. ເມື່ອເວົ້າເຖິງການກະທຳທີ່ສຳຄັນຄືກັບການບັງເກີດເປັນມະນຸດຂອງພຣະເຈົ້າ, ບໍ່ວ່າຈະຢູ່ໃນໂລກມະນຸດ, ໂລກວັດຖຸ ຫຼື ໂລກຝ່າຍວິນຍານ, ມັນຈະບໍ່ມີໝາຍສຳຄັນບາງຢ່າງກ່ຽວກັບມັນບໍ? ຖ້າໝາຍສຳຄັນທັງໝົດເຫຼົ່ານີ້ຖືກເບິ່ງໂດຍລວມ, ມັນກໍຈະງ່າຍທີ່ຈະເຫັນການກະທຳນີ້ທີ່ພຣະເຈົ້າຕັ້ງໃຈຈະປະຕິບັດ. ແລ້ວເປັນຫຍັງຊາຕານຈຶ່ງບໍ່ຮູ້ກ່ຽວກັບມັນ? ເປັນຫຍັງ, ຫຼັງຈາກທີ່ພຣະເຈົ້າປະຕິບັດພາລະກິດໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ມາເປັນເວລາຫຼາຍປີ, ມັນຈຶ່ງບໍ່ເຂົ້າໃຈຄວາມສຳຄັນຂອງການກະທຳນີ້ ເຊິ່ງພຣະເຈົ້າໄດ້ປະຕິບັດ? ກວ່າທີ່ມັນຈະຮູ້ຕົວ, ການກະທຳນີ້ກໍໄດ້ສຳເລັດລົງແລ້ວ, ຊາຕານບໍ່ສາມາດແຊກແຊງມັນໄດ້ ແລະ ຜົນໄດ້ຮັບ ແລະ ຜົນຂອງການກະທຳນີ້ກໍໄດ້ຖືກກຳນົດໄວ້ແລ້ວ. ຮອດຕອນນັ້ນ, ມັນບໍ່ຊ້າເກີນໄປບໍສຳລັບຊາຕານທີ່ຈະຄົ້ນພົບຄວາມຈິງ? ສິ່ງນີ້ບໍ່ໄດ້ເຮັດໃຫ້ຄຳເວົ້າທີ່ວ່າ “ຊາຕານຈະເປັນຜູ້ພ່າຍແພ້ໃນມືຂອງພຣະເຈົ້າສະເໝີ” ສຳເລັດຜົນບໍ? ຄວາມຈິງກໍເປັນແບບນັ້ນແທ້. ຜູ້ຕໍ່ຕ້ານພຣະຄຣິສເຊື່ອຢ່າງຜິດໆວ່າ ຕາບໃດທີ່ພຣະທຳຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດ ຫຼື ລົດນິຍົມຂອງມະນຸດ, ພວກເຂົາກໍສາມາດປະຕິເສດພຣະທຳເຫຼົ່ານັ້ນໄດ້ ແລະ ຈາກນັ້ນພຣະເຈົ້າກໍຢຸດເປັນພຣະເຈົ້າ. ພວກເຂົາຄິດວ່າການບັງເກີດເປັນມະນຸດຂອງພຣະເຈົ້າບໍ່ສາມາດບັນລຸສິ່ງທີ່ສຳຄັນໃດໆໄດ້, ທັງບໍ່ສາມາດກາຍເປັນຂໍ້ເທັດຈິງໄດ້. ນີ້ບໍ່ແມ່ນຄວາມຜິດພາດທີ່ຮ້າຍແຮງບໍ? ພວກເຂົາຄິດໄລ່ຜິດ ແລະ ຕົກລົງສູ່ກັບດັກຂອງຕົນເອງ. ເປັນຫຍັງພວກເຂົາຈຶ່ງຕົກລົງສູ່ກັບດັກຂອງຕົນເອງ? ວິທີທີ່ພຣະເຈົ້າກ່າວ ແລະ ເຮັດວຽກເພື່ອຊ່ວຍໃຫ້ຜູ້ຄົນລອດພົ້ນ ແມ່ນໂດຍການໃຊ້ພຣະທຳທີ່ບໍ່ສະດຸດຕາເຫຼົ່ານີ້ຢ່າງແນ່ນອນ ເຊິ່ງບໍ່ສອດຄ່ອງກັບແນວຄິດຂອງມະນຸດ ຫຼື ເບິ່ງຄືວ່າຍິ່ງໃຫຍ່. ມັນເປັນເນື້ອໃນທີ່ແອບແຝງຂອງພຣະທຳທີ່ຖ່ອມຕົວເຫຼົ່ານີ້ຢ່າງແນ່ນອນທີ່ບັນຈຸເຈດຕະນາຂອງພຣະເຈົ້າ, ຄວາມຈິງ, ຫົນທາງ ແລະ ຊີວິດ. ພຣະທຳເຫຼົ່ານີ້ພຽງພໍທີ່ຈະຊ່ວຍໃຫ້ມະນຸດຊາດທີ່ເສື່ອມຊາມນີ້ລອດພົ້ນ ແລະ ເຮັດໃຫ້ແຜນການຄຸ້ມຄອງຂອງພຣະເຈົ້າສຳເລັດຜົນ. ໃນຂະນະດຽວກັນ, ຜູ້ທີ່ກ່າວໂທດພຣະທຳທຳມະດາເຫຼົ່ານີ້ຈະຖືກກຳຈັດ, ຖືກກ່າວໂທດ ແລະ ຖືກລົງໂທດໃນທີ່ສຸດ. ພວກເຂົາຄິດຢ່າງຜິດໆວ່າ: “ຂ້ອຍຈະບໍ່ຍອມຮັບພຣະທຳເຫຼົ່ານີ້ຂອງເຈົ້າ, ຂ້ອຍບໍ່ໃຫ້ຄຸນຄ່າພຣະທຳເຫຼົ່ານັ້ນ! ຄຳເວົ້າຂອງເຈົ້າບໍ່ສອດຄ່ອງກັບແນວຄິດຂອງຂ້ອຍ, ມັນບໍ່ສອດຄ່ອງກັບແນວຄິດ, ທັດສະນະ ຫຼື ວິທີຄິດຂອງຂ້ອຍ, ສະນັ້ນ ຂ້ອຍສາມາດປະຕິເສດພຣະທຳເຫຼົ່ານັ້ໄດ້, ຂ້ອຍສາມາດຕໍ່ຕ້ານ ແລະ ກ່າວໂທດພວກມັນໄດ້ ແລະ ຈາກນັ້ນເຈົ້າກໍຈະເຮັດຫຍັງກໍບໍ່ສຳເລັດຜົນ!” ນີ້ເປັນຄວາມຄິດທີ່ຜິດຢ່າງຮ້າຍແຮງ. ການທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບພຣະທຳເຫຼົ່ານີ້ຂອງພຣະເຈົ້າ ຄືການທີ່ພວກເຂົາຕົກລົງສູ່ກັບດັກຂອງຕົນເອງ; ພຣະເຈົ້າບໍ່ເຄີຍຕັ້ງໃຈໃຫ້ພວກເຂົາຍອມຮັບ ແລະ ເປັນຫຍັງຈຶ່ງເປັນແບບນັ້ນ? ຍ້ອນວ່າພວກເຂົາເປັນຂອງຊາຕານ ແລະ ຂອງມານຮ້າຍ. ພຣະເຈົ້າບໍ່ເຄີຍວາງແຜນທີ່ຈະຊ່ວຍໃຫ້ພວກເຂົາລອດພົ້ນ ຫຼື ປ່ຽນແປງພວກເຂົາ; ນັ້ນຄືຂໍ້ເທັດຈິງ. ແລ້ວຂໍ້ເທັດຈິງສຸດທ້າຍແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສ, ໂດຍການປະຕິເສດ, ການກ່າວໂທດ ແລະ ການບໍ່ຍອມຮັບພຣະທຳຂອງພຣະເຈົ້າ, ຈຶ່ງຖືກພຣະເຈົ້າກ່າວໂທດ ແລະ ລັງກຽດ-ປະຕິເສດ. ພວກເຈົ້າຄວນເຂົ້າໃຈຫຍັງຈາກເລື່ອງນີ້? ການທີ່ພຣະທຳຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງມະນຸດ ບໍ່ແມ່ນເຫດຜົນທີ່ເຈົ້າຈະບໍ່ຍອມຮັບພຣະທຳເຫຼົ່ານັ້ນ. ການທີ່ພຣະທຳຂອງພຣະເຈົ້າມີສ່ວນທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ບໍ່ໄດ້ໝາຍຄວາມວ່າມັນບໍ່ແມ່ນຄວາມຈິງ ແລະ ນັ້ນບໍ່ແມ່ນເຫດຜົນທີ່ເຈົ້າຈະປະຕິເສດພຣະທຳເຫຼົ່ານັ້ນ. ໃນທາງກົງກັນຂ້າມ, ຍິ່ງພຣະທຳຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງເຈົ້າຫຼາຍເທົ່າໃດ, ເຈົ້າກໍຍິ່ງຄວນວາງແນວຄິດຂອງເຈົ້າລົງເພື່ອສະແຫວງຫາຄວາມຈິງຫຼາຍເທົ່ານັ້ນ. ຍິ່ງພຣະທຳຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງເຈົ້າຫຼາຍເທົ່າໃດ, ມັນກໍຍິ່ງເປັນຕົວແທນໃຫ້ກັບສິ່ງທີ່ເຈົ້າບໍ່ມີ, ສິ່ງທີ່ເຈົ້າຂາດ, ສິ່ງທີ່ເຈົ້າຕ້ອງຕື່ມໃຫ້ເຕັມ ແລະ ໂດຍສະເພາະສິ່ງທີ່ເຈົ້າຕ້ອງສະແຫວງຫາເພື່ອປ່ຽນແປງ ແລະ ເຂົ້າສູ່ຫຼາຍເທົ່ານັ້ນ. ນີ້ຄືສິ່ງທີ່ພວກເຈົ້າຄວນເຂົ້າໃຈ.

ຜູ້ຕໍ່ຕ້ານພຣະຄຣິສຖືວ່າຕົນເອງຍິ່ງໃຫຍ່, ສູງສົ່ງ ແລະ ມີກຽດ. ຖ້າພວກເຂົາຈະອ່ານພຣະທຳຂອງພຣະເຈົ້າ, ພວກເຂົາຕ້ອງເລືອກພຣະຄຳທີ່ເປັນພຣະເຈົ້າ, ຖ້ອຍຄຳທີ່ພຣະເຈົ້າກ່າວຈາກສະຫວັນຊັ້ນສາມ ຫຼື ອ່ານບາງພຣະທຳທີ່ເລິກເຊິ່ງຂອງພຣະເຈົ້າ ເຊິ່ງຍາກສຳລັບຄົນທຳມະດາສາມັນທີ່ຈະເຂົ້າໃຈ ແລະ ຮັບຮູ້ຢ່າງລະອຽດຖີ່ຖ້ວນ. ສິ່ງທີ່ພວກເຂົາປາຖະໜາໃນພຣະທຳຂອງພຣະເຈົ້າບໍ່ແມ່ນຄວາມຈິງ ຫຼື ເສັ້ນທາງໃນການປະຕິບັດ, ແຕ່ແມ່ນເພື່ອຕອບສະໜອງຄວາມຢາກຮູ້ຢາກເຫັນ, ຄວາມຄິດທີ່ຫວ່າງເປົ່າ ແລະ ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ. ສະນັ້ນ, ຖ້າເຈົ້າເຫັນບາງຄົນທີ່ຢູ່ອ້ອມຂ້າງເຈົ້າບໍ່ສົນໃຈພຣະທຳຂອງພຣະເຈົ້າສ່ວນທີ່ທຳມະດາ ແລະ ເຂົ້າໃຈງ່າຍກວ່າ, ພຣະທຳຂອງພຣະເຈົ້າທີ່ກ່າວຈາກມຸມມອງຂອງຄວາມເປັນມະນຸດ ຫຼື ເຖິງກັບບໍ່ຮ້ອງພຣະທຳເຫຼົ່ານັ້ນເມື່ອຖືກແຕ່ງເປັນເພງ, ແຕ່ມັກເບິ່ງ, ຟັງ ຫຼື ອ່ານພຣະທຳຂອງພຣະເຈົ້າໃນແບບທີ່ເລືອກເຟັ້ນແທນ, ຄົນແບບນັ້ນມີບັນຫາ. ບາງຄົນອາດຈະຖາມວ່າ: “ບັນຫາແບບໃດ? ມັນເປັນບັນຫາກ່ຽວກັບຄວາມຄິດຂອງພວກເຂົາ ຫຼື ບັນຫາທາງຈິດ?” ມັນບໍ່ແມ່ນທັງສອງຢ່າງ; ຄົນແບບນັ້ນມີບັນຫາກັບອຸປະນິໄສຂອງພວກເຂົາ. ພວກເຈົ້າສັງເກດເຫັນບໍວ່າ ບາງຄົນ, ເມື່ອຮ້ອງເພງສັນລະເສີນຈາກພຣະທຳຂອງພຣະເຈົ້າ, ບໍ່ຮ້ອງເພງທີ່ສຳພັນກັບຄວາມຈິງທີ່ກ່ຽວກັບຊີວິດປະຈຳວັນ, ພວກເຂົາບໍ່ເຕັມໃຈທີ່ຈະຮ້ອງເພງສັນລະເສີນກ່ຽວກັບການຮູ້ຈັກຕົນເອງ, ເພງທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ແນວຄິດທາງສາສະໜາ ແລະ ທັດສະນະທີ່ຜິດພາດຂອງການເຊື່ອໃນພຣະເຈົ້າ, ພ້ອມທັງເພງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນມີຄວາມຊື່ສັດ? ໂດຍສະເພາະກ່ຽວກັບພຣະທຳ ແລະ ເນື້ອໃນຂອງການບັງເກີດເປັນມະນຸດຂອງພຣະເຈົ້າ, ເພງສັນລະເສີນທີ່ເປັນພະຍານໃຫ້ກັບຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ, ເພງທີ່ສັນລະເສີນ ແລະ ເປັນພະຍານໃຫ້ກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ພວກເຂົາຈະບໍ່ຮ້ອງເຫຼົ່ານັ້ນຈັກຄຳເລີຍ ແລະ ພວກເຂົາຮູ້ສຶກລັງກຽດທັນທີທີ່ຄົນອື່ນເລີ່ມຮ້ອງເພງເຫຼົ່ານັ້ນ. ແຕ່ເມື່ອພວກເຂົາຮ້ອງເພງກ່ຽວກັບການເປັນພະຍານໃຫ້ ແລະ ການສັນລະເສີນພຣະເຈົ້າໃນສະຫວັນ, ພຣະວິນຍານຂອງພຣະເຈົ້າ, ກ່ຽວກັບການເປັນພະຍານໃຫ້ອຸປະນິໄສທີ່ຊອບທຳ, ຄວາມເໜືອກວ່າທຳມະຊາດ, ການກະທຳ, ພຣະດໍາລັດ ແລະ ຄວາມໂກດຮ້າຍຂອງພຣະເຈົ້າ, ພວກເຂົາກັບຮ້ອງດ້ວຍຄວາມກະຕືລືລົ້ນຢ່າງຍິ່ງ ແລະ ເຖິງກັບເປີດເຜີຍການສະແດງອອກທີ່ເກີນຈະບັນຍາຍໄດ້. ເມື່ອພວກເຂົາຮ້ອງເພງສັນລະເສີນແບບນັ້ນ, ພວກເຂົາກໍກາຍເປັນຄົນແປກປະຫຼາດ; ໃບໜ້າຂອງພວກເຂົາບິດບ້ຽວ ແລະ ທ່າທາງທີ່ຊົ່ວຮ້າຍຂອງພວກເຂົາກໍປາກົດອອກມາ. ເມື່ອຮ້ອງເພງກ່ຽວກັບອຸປະນິໄສທີ່ຊອບທຳ ແລະ ສະງ່າຜ່າເຜີຍຂອງພຣະເຈົ້າ, ພວກເຂົາກໍທຸບໂຕະ ແລະ ກະທືບຕີນ, ເຖິງຂັ້ນຄຽດແຄ້ນ; ເມື່ອເປັນເລື່ອງກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້າທີ່ຖືກປົດປ່ອຍ ແລະ ນໍາຄວາມຫາຍະນະໃຫຍ່ມາສູ່ມະນຸດຊາດທັງປວງ, ພວກເຂົາຮ້ອງດ້ວຍການກັດແຂ້ວ, ໃບໜ້າຂອງພວກເຂົາແດງກ່ຳ ແລະ ບວມຂຶ້ນ. ວິນຍານຂອງຄົນແບບນັ້ນບໍ່ມີບັນຫາບໍ? ຕົວຢ່າງ: ພຣະເຈົ້າກ່າວວ່າ: “ເມື່ອເຮົາປົດປ່ອຍຄວາມໂກດຮ້າຍອັນໃຫຍ່ຫຼວງ, ແຕ່ລະປະເທດຈະສັ່ນສະເທືອນ”; ຫຼັງຈາກທີ່ໃສ່ທຳນອງໃຫ້ກັບຄຳເວົ້ານີ້, ມັນກໍປ່ຽນຈາກບຸກຄົນທີໜຶ່ງ ແລະ ກາຍເປັນ “ເມື່ອພຣະເຈົ້າປົດປ່ອຍຄວາມໂກດຮ້າຍອັນໃຫຍ່ຫຼວງ, ແຕ່ລະປະເທດຈະສັ່ນສະເທືອນ” ໃນບຸກຄົນທີສາມ. ຄວາມຄິດຈິດໃຈທີ່ປົກກະຕິກໍຄື ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຈົ້າ, ນີ້ຄືການເຂົ້າໃຈອຸປະນິໄສຂອງພຣະເຈົ້າຜ່ານການຮ້ອງພຣະທຳຂອງພຣະອົງ ແລະ ການເຂົ້າໃຈອຸປະນິໄສຂອງພຣະເຈົ້າ ພ້ອມທັງຄວາມຄິດຈິດໃຈ ແລະ ບໍລິບົດຂອງພຣະເຈົ້າທີ່ກ່າວຈາກມຸມມອງຂອງບຸກຄົນທີສາມ, ມຸມມອງຂອງມະນຸດ. ນີ້ຄືເຫດຜົນ ແລະ ປະຕິກິລິຍາຂອງຄວາມເປັນມະນຸດທີ່ປົກກະຕິ. ແຕ່ຜູ້ຕໍ່ຕ້ານພຣະຄຣິສຮ້ອງມັນແນວໃດ? ພວກເຂົາບໍ່ປ່ຽນບຸກຄົນທີສາມ, ແຕ່ຫຼັກຄວາມຄິດຂອງພວກເຂົາແຕກຕ່າງຈາກຄົນປົກກະຕິ. ເມື່ອຄົນປົກກະຕິຮ້ອງຄຳວ່າ “ພຣະເຈົ້າ”, ພວກເຂົາຄິດວ່າ: “ສິ່ງເຫຼົ່ານີ້ແມ່ນການກະທຳຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ; ນີ້ຄືສິ່ງທີ່ພຣະເຈົ້າກ່າວ”. ແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິສຮ້ອງເດ? ຄວາມຄິດຂອງພວກເຂົາກໍຄື: “ນີ້ຄືສິ່ງທີ່ຂ້ອຍໄດ້ເຮັດ, ສິ່ງທີ່ຂ້ອຍໄດ້ເວົ້າ, ຄວາມໂກດຮ້າຍທີ່ຂ້ອຍຈະປົດປ່ອຍ, ອຸປະນິໄສທີ່ຂ້ອຍຈະເປີດເຜີຍ”. ນີ້ບໍ່ແຕກຕ່າງກັນບໍ? ເຖິງແມ່ນວ່າພວກເຂົາບໍ່ກ້າຮ້ອງຢ່າງເປີດເຜີຍຕໍ່ໜ້າທຸກຄົນວ່າ “ເມື່ອຂ້ອຍປົດປ່ອຍຄວາມໂກດຮ້າຍອັນໃຫຍ່ຫຼວງ, ແຕ່ລະປະເທດຈະສັ່ນສະເທືອນ”, ພວກເຂົາກໍຮ້ອງມັນຢູ່ໃນໃຈແບບນັ້ນ. ພວກເຂົາຄິດວ່າມັນແມ່ນຕົວພວກເຂົາເອງທີ່ປົດປ່ອຍຄວາມໂກດຮ້າຍ ແລະ ເຮັດໃຫ້ແຕ່ລະປະເທດສັ່ນສະເທືອນ, ສະນັ້ນ ພວກເຂົາຈຶ່ງຮ້ອງຖ້ອຍຄຳເຫຼົ່ານີ້ດ້ວຍອາລົມທີ່ແທ້ຈິງ. ສິ່ງນີ້ບໍ່ໄດ້ບົ່ງບອກເຖິງບັນຫາພາຍໃນຕົວພວກເຂົາບໍ? ຕັ້ງແຕ່ຕົ້ນຈົນຈົບ, ເຫດຜົນທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບພຣະເຈົ້າກໍຍ້ອນວ່າພວກເຂົາຢາກເປັນພຣະເຈົ້າ. ພວກເຂົາຢາກສ້າງຕັ້ງຕົນເອງຂຶ້ນໃນຂະນະທີ່ປະຕິເສດພຣະເຈົ້າ, ເຮັດໃຫ້ຜູ້ຄົນເຊື່ອວ່າພວກເຂົາເປັນພຣະເຈົ້າ ແລະ ຍອມຮັບຮູ້ພວກເຂົາວ່າເປັນພຣະເຈົ້າຂອງມະນຸດຊາດ. ເປັນແບບນັ້ນແທ້. ສະນັ້ນ, ເມື່ອອ່ານຂໍ້ຄວາມທີ່ພຣະເຈົ້າກ່າວໃນຄວາມເປັນພຣະເຈົ້າຂອງພຣະອົງ, ຄົນທີ່ມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຈະເຂົ້າໃຈ ແລະ ອ່ານພ້ອມອະທິຖານຈາກມຸມມອງຂອງບຸກຄົນທີສາມ, ໂດຍໄຕ່ຕອງເຖິງເຈດຕະນາຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງອອກໄປ. ໃນຂະນະທີ່ພວກເຂົາຮ້ອງ ຫຼື ອ່ານພຣະທຳເຫຼົ່ານີ້, ພວກເຂົາກຳລັງປະສົບກັບແຮງກະຕຸ້ນທີ່ຈະສະແດງອຸປະນິໄສດັ່ງກ່າວອອກມາ, ທີ່ຈະດຳລົງຊີວິດພາຍໃນອຸປະນິໄສ ແລະ ແກ່ນແທ້ດັ່ງກ່າວດ້ວຍຕົນເອງ. ພວກເຂົາຕັ້ງເປົ້າທີ່ຈະແທນທີ່ພຣະເຈົ້າ, ພະຍາຍາມຮຽນແບບນໍ້າສຽງການກ່າວ, ທ່າທາງ, ການໃຊ້ຄຳ ແລະ ອຸປະນິໄສຂອງພຣະເຈົ້າພາຍໃນພຣະຄຳຂອງພຣະເຈົ້າ, ນໍ້າສຽງການກ່າວຂອງພຣະອົງ, ການສະແດງອອກທັງໝົດຂອງພຣະອົງ ແລະ ອຸປະນິໄສທີ່ພຣະອົງເປີດເຜີຍອອກມາ. ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ຍ້ອນວ່າພວກເຂົາບໍ່ສາມາດເວົ້າຄືກັບທີ່ພຣະເຈົ້າເວົ້າໄດ້, ບໍ່ສາມາດສະແດງອຸປະນິໄສຂອງພຣະເຈົ້າ ແລະ ພວກເຂົາລົ້ມເຫຼວໃນການຮຽນແບບຂອງພວກເຂົາ, ເມື່ອພຣະເຈົ້າກ່າວໃນຄວາມເປັນພຣະເຈົ້າຂອງພຣະອົງ, ໃນທີ່ສຸດ ຜູ້ຕໍ່ຕ້ານພຣະຄຣິສກໍເຫັນໂອກາດຂອງພວກເຂົາທີ່ຈະຮຽນແບບພຣະເຈົ້າ ແລະ ພະຍາຍາມເຮັດໂຕເປັນພຣະເຈົ້າ. ພຣະຄຳຂອງພຣະເຈົ້າຈາກມຸມມອງຂອງຄວາມເປັນພຣະເຈົ້າຂອງພຣະອົງ ໃຫ້ເບາະແສ ແລະ ທິດທາງແກ່ຜູ້ຕໍ່ຕ້ານພຣະຄຣິສ, ໂດຍໃຫ້ພວກເຂົາຮູ້ວ່າພຣະເຈົ້າກ່າວແນວໃດ, ນໍ້າສຽງທີ່ພຣະອົງໃຊ້ເພື່ອກ່າວຕໍ່ມະນຸດ ແລະ ທ່າທາງ, ມຸມມອງ ແລະ ການເນັ້ນສຽງທີ່ພຣະອົງໃຊ້ເພື່ອ ກ່າວຕໍ່ມະນຸດ. ນີ້ຄືໜຶ່ງໃນເປົ້າໝາຍຂອງພວກເຂົາໃນການທະນຸຖະໜອມ ແລະ ບູຊາພຣະທຳຂອງພຣະເຈົ້າທີ່ກ່າວອອກມາໃນຄວາມເປັນພຣະເຈົ້າຂອງພຣະອົງ. ສະນັ້ນ, ໃນຊີວິດປະຈຳວັນ, ມັນມັກຈະເປັນໄປໄດ້ທີ່ຈະເຫັນບາງຄົນຮຽນແບບນໍ້າສຽງຂອງພຣະເຈົ້າເພື່ອສັ່ງສອນຄົນອື່ນ ໂດຍອ້າງວ່າເປັນການຮັບຜິດຊອບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ຕໍ່ຊີວິດຂອງອ້າຍເອື້ອຍນ້ອງ. ພວກເຂົາເຖິງກັບອ້າງອີງພຣະທຳຂອງພຣະເຈົ້າແບບຄຳຕໍ່ຄຳເພື່ອສັ່ງສອນ, ກ່າວໂທດ, ລິຮານ ແລະ ເປີດໂປງຜູ້ຄົນ. ເມື່ອກວດສອບເບິ່ງຈາກຮາກເຫງົ້າ ແລະ ບໍລິບົດຂອງຂໍ້ເທັດຈິງຫຼາຍຢ່າງ, ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາບໍ່ໄດ້ມາຈາກຄວາມຈົງຮັກພັກດີ, ຄວາມຮູ້ສຶກຍຸຕິທຳ ຫຼື ຄວາມຮັບຜິດຊອບຢ່າງແທ້ຈິງ, ແຕ່ພວກເຂົາພະຍາຍາມປະຕິບັດພາລະກິດຂອງພຣະເຈົ້າຈາກຕຳແໜ່ງຂອງພຣະເຈົ້າ ແລະ ຈາກມຸມມອງຂອງພຣະເຈົ້າ ແລະ ຕັ້ງເປົ້າທີ່ຈະແທນທີ່ພຣະເຈົ້າ. ບາງຄົນເວົ້າວ່າ: “ພວກເຂົາບໍ່ເຄີຍເວົ້າວ່າພວກເຂົາຢາກແທນທີ່ພຣະເຈົ້າ”. ບໍ່ຈຳເປັນທີ່ພວກເຂົາຈະຕ້ອງເວົ້າອອກມາ; ຄົນເຮົາສາມາດບອກໄດ້ພຽງແຕ່ສັງເກດເບິ່ງແກ່ນແທ້, ຮາກເຫງົ້າ ແລະ ແຮງຈູງໃຈຂອງການກະທຳຂອງພວກເຂົາ; ມັນສາມາດກຳນົດໄດ້ວ່ານີ້ຄືການລົບກວນ ແລະ ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າຈະເປັນການສະແດງອອກແບບໃດກໍຕາມ, ການຢາກເປັນພຣະເຈົ້າ, ການມີເຈດຕະນານີ້ໃນທາງໃດກໍຕາມຢູ່ໃນໃຈ, ນັ້ນແມ່ນສິ່ງທີ່ຄົນທີ່ມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຄວນເຮັດບໍ? (ບໍ່.) ຄົນແບບນັ້ນສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສໂດຍອີງໃສ່ສິ່ງນີ້ພຽງຢ່າງດຽວໄດ້ບໍ? (ໄດ້.) ຈຸດນີ້ພຽງຢ່າງດຽວກໍພຽງພໍແລ້ວ. ບໍ່ວ່າວຸດທິພາວະຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຖ້າເຈົ້າຢາກເປັນພຣະເຈົ້າຢູ່ສະເໝີ ແລະ ກຳລັງຮຽນແບບພຣະເຈົ້າຢ່າງບ້າບິ່ນ, ຮຽກຮ້ອງໃຫ້ຄົນອື່ນຖືວ່າ ແລະ ປະຕິບັດຕໍ່ເຈົ້າຄືກັບວ່າເປັນພຣະເຈົ້າ, ການກະທຳ, ພຶດຕິກຳ ແລະ ອຸປະນິໄສດັ່ງກ່າວປະກອບເປັນແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຈຸດນີ້ພຽງຢ່າງດຽວກໍພຽງພໍທີ່ຈະກຳນົດລັກສະນະຂອງຄົນໃດໜຶ່ງວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ມັນບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ຮ່ອງຮອຍຂອງພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ເປັນການສະແດງອອກຂອງການມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.

ບອກເຮົາເບິ່ງວ່າ ອັນໃດມີທຳມະຊາດທີ່ຮ້າຍແຮງກວ່າກັນ: ການຢາກເປັນພຣະເຈົ້າ ຫຼື ການມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະສະແຫວງຫາສະຖານະຢູ່ສະເໝີ? (ການຢາກເປັນພຣະເຈົ້າ.) ຜູ້ຄົນມີຄວາມທະເຍີທະຍານ, ອຸປະນິໄສທີ່ອວດດີ ແລະ ມັກອວດອ້າງສະຖານະຂອງຕົນ, ບາງຄັ້ງກໍເພີດເພີນກັບຜົນປະໂຫຍດທີ່ສະຖານະນີ້ນຳມາໃຫ້ ແລະ ທະນຸຖະໜອມມັນ, ນີ້ຄືອຸປະນິໄສທີ່ເສື່ອມຊາມ ແລະ ມັນສາມາດປ່ຽນແປງໄດ້. ເຖິງຢ່າງໃດກໍຕາມ, ການຢາກເປັນພຣະເຈົ້າ, ການຮຽນແບບນໍ້າສຽງການກ່າວຂອງພຣະເຈົ້າ, ການຮຽນແບບວິທີການກ່າວຂອງພຣະເຈົ້າ ແລະ ແມ່ນແຕ່ການອ້າງອີງພຣະທຳຂອງພຣະເຈົ້າທັງໝົດ, ໂດຍທ່ອງຈຳແບບຄຳຕໍ່ຄຳເພື່ອເຮັດໃຫ້ຄົນອື່ນເຂົ້າໃຈຜິດວ່າຄົນນັ້ນສາມາດເວົ້າ ແລະ ກະທຳຄືກັບພຣະເຈົ້າ, ນໍ້າສຽງ ແລະ ທ່າທາງການເວົ້າຂອງພວກເຂົາຄ້າຍຄືກັບຂອງພຣະເຈົ້າຫຼາຍ, ໃນທີ່ສຸດກໍນໍາໄປສູ່ການເຮັດໃຫ້ຄົນອື່ນເຊື່ອຢ່າງຜິດໆວ່າພວກເຂົາເປັນພຣະເຈົ້າ ຫຼື ເກືອບຈະຄືກັບພຣະເຈົ້າ ແລະ ບາງຄົນເຖິງກັບປະຕິບັດຕໍ່ພວກເຂົາຄືກັບພຣະເຈົ້າ, ນັ້ນເປັນບັນຫາ; ມັນເປັນບັນຫາທີ່ບໍ່ສາມາດແກ້ໄຂໄດ້, ເປັນພະຍາດທີ່ປິ່ນປົວບໍ່ເຊົາ. ການຢາກເປັນພຣະເຈົ້າເປັນເລື່ອງເລັກນ້ອຍບໍ? ຕົວຕົນຂອງພຣະເຈົ້າຖືກກຳນົດໂດຍແກ່ນແທ້ຂອງພຣະອົງ. ແກ່ນແທ້ ແລະ ອຸປະນິໄສຂອງເນື້ອໜັງ ເຊິ່ງພຣະເຈົ້າບັງເກີດເປັນມະນຸດ ບໍ່ໄດ້ມາຈາກຄວາມພະຍາຍາມສ່ວນຕົວຂອງພຣະອົງ ຫຼື ຖືກບົ່ມເພາະໂດຍສັງຄົມ, ປະເທດຊາດ, ມະນຸດຊາດ ຫຼື ບຸກຄົນໃດໜຶ່ງ, ທັງບໍ່ໄດ້ຖືກບົ່ມເພາະໂດຍພຣະເຈົ້າເອງ. ແທນທີ່ຈະເປັນແນວນັ້ນ, ພຣະເຈົ້າມີແກ່ນແທ້ຂອງພຣະເຈົ້າໂດຍທຳມະຊາດ. ພຣະອົງບໍ່ຕ້ອງການຄວາມຊ່ວຍເຫຼືອ ຫຼື ການສະໜັບສະໜູນຈາກມະນຸດ, ທັງບໍ່ຕ້ອງການການປ່ຽນແປງໃດໆທາງສະພາບແວດລ້ອມ ຫຼື ເວລາ. ພຣະເຈົ້າມີຕົວຕົນຂອງພຣະອົງໃນຖານະພຣະເຈົ້າ, ສະນັ້ນ ແກ່ນແທ້ຂອງພຣະອົງຈຶ່ງຖືກກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ; ມັນເປັນສິ່ງທີ່ມີມາແຕ່ກຳເນີດ. ຄວາມສາມາດຂອງພຣະອົງໃນການສະແດງຄວາມຈິງບໍ່ແມ່ນສິ່ງທີ່ພຣະອົງຮຽນຮູ້ຈາກມະນຸດ, ທັງບໍ່ແມ່ນສິ່ງທີ່ຖືກບົ່ມເພາະໂດຍພວກເຂົາເຊັ່ນກັນ. ຜູ້ຕໍ່ຕ້ານພຣະຄຣິສລົ້ມເຫຼວທີ່ຈະຮັບຮູ້ເລື່ອງນີ້ຢ່າງລະອຽດຖີ່ຖ້ວນ. ພວກເຂົາເຊື່ອແບບໂງ່ໆວ່າ ຖ້າພວກເຂົາສາມາດຮຽນແບບນໍ້າສຽງການກ່າວ ແລະ ທ່າທາງຂອງພຣະເຈົ້າໄດ້ດີ ຈົນຜູ້ຄົນຖືວ່າພວກເຂົາຄືພຣະເຈົ້າຫຼາຍກວ່າ, ແລ້ວພວກເຂົາກໍມີຄຸນສົມບັດທີ່ຈະເປັນພຣະເຈົ້າໄດ້. ຍິ່ງໄປກວ່ານັ້ນ, ໂດຍການເວົ້າບາງສິ່ງທີ່ເອີ້ນວ່າ “ພຣະທຳຂອງພຣະເຈົ້າ” ທີ່ຫວ່າງເປົ່າ, ບໍ່ສຳພັນກັບຊີວິດຈິງ ແລະ ບໍ່ສາມາດຢັ່ງຮູ້ໄດ້ ເຊິ່ງເຮັດໃຫ້ຜູ້ຄົນບໍ່ຮູ້ເລື່ອງ ແລະ ຫຼົງທາງ, ພວກເຂົາຄິດວ່າຜູ້ຄົນອາດຈະຖືວ່າພວກເຂົາເປັນພຣະເຈົ້າ ແລະ ພວກເຂົາອາດຈະມີໂອກາດກາຍເປັນພຣະເຈົ້າ. ນີ້ບໍ່ແມ່ນເລື່ອງທີ່ເປັນອັນຕະລາຍບໍ?

ຄວາມປາຖະໜາ ແລະ ຄວາມທະເຍີທະຍານທີ່ຈະກາຍເປັນພຣະເຈົ້າ ປັ່ນປ່ວນຢູ່ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສຢູ່ສະເໝີ. ໃນຂະນະທີ່ພວກເຂົາປະຕິເສດ ແລະ ກ່າວໂທດພຣະທຳຂອງພຣະເຈົ້າ, ພວກເຂົາກໍຮຽນແບບນໍ້າສຽງການກ່າວຂອງພຣະອົງເຊັ່ນກັນ. ຊ່າງເປັນການກະທຳທີ່ໜ້າລັງກຽດ, ຊົ່ວຊ້າ, ໄຮ້ຢາງອາຍ ແລະ ຕ່ຳຊ້າແທ້ໆ! ພວກເຂົາຫຼົງໄຫຼ ແລະ ບ້າຄັ່ງກັບຄວາມປາຖະໜາທີ່ຢາກເປັນພຣະເຈົ້າ. ນັ້ນບໍ່ໜ້າລັງກຽດບໍ? (ແມ່ນແລ້ວ.) ມີຜູ້ໃດໃນພວກເຈົ້າທີ່ມີຄວາມປາຖະໜາຢູ່ໃນໃຈທີ່ຈະເປັນພຣະເຈົ້າບໍ? ຜູ້ໃດກໍຕາມທີ່ຢາກເປັນພຣະເຈົ້າຈະຖືກກ່າວໂທດ! ຜູ້ໃດກໍຕາມທີ່ຢາກເປັນພຣະເຈົ້າຈະພິນາດໄປ! ນີ້ຄືຂໍ້ເທັດຈິງ, ບໍ່ແມ່ນການເວົ້າເກີນຈິງ ຫຼື ພະຍາຍາມທີ່ຈະຂູ່ເຈົ້າ. ບໍ່ເຊື່ອບໍ? ລອງເບິ່ງ. ຄິດໄປໃນທິດທາງນັ້ນ, ຈາກນັ້ນກໍລົງມືເຮັດ ແລະ ເບິ່ງວ່າຢູ່ພາຍໃນເຈົ້າຈະທົນໄດ້ບໍ, ເບິ່ງວ່າມັນຮູ້ສຶກແນວໃດຢູ່ຂ້າງໃນ. ຖ້າພາຍໃນໃຈເຈົ້າຮູ້ສຶກພໍໃຈ, ພູມໃຈ ແລະ ອີ່ມໃຈກັບການກະທຳດັ່ງກ່າວ, ແລ້ວເຈົ້າກໍໃຊ້ການບໍ່ໄດ້ ແລະ ເຈົ້າກຳລັງຕົກຢູ່ໃນອັນຕະລາຍ. ແຕ່ຖ້າການກະທຳແບບນັ້ນເຮັດໃຫ້ເຈົ້າຮູ້ສຶກຕຳນິຕົນເອງ, ຮູ້ສຶກຜິດໃນສະຕິຮູ້ສຶກຜິດຊອບ, ອັບອາຍເກີນກວ່າທີ່ຈະປະເຊີນໜ້າກັບຄົນອື່ນ ຫຼື ພຣະເຈົ້າ, ແລ້ວເຈົ້າກໍມີສະຕິຮູ້ສຶກຜິດຊອບຢູ່ແດ່, ມີຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຢຸ່ແດ່. ຫຼາຍຄົນປາຖະໜາທີ່ຈະເປັນພຣະເຈົ້າ. ໂດຍບໍ່ເຂົ້າໃຈວ່າການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຫຍັງ, ໂດຍບໍ່ຮູ້ນໍ້າສຽງ ແລະ ວິທີການກ່າວຂອງພຣະເຈົ້າ, ໂດຍບໍ່ຮູ້ສຶກເຂົ້າໃຈຂໍ້ມູນນີ້, ພວກເຂົາອາດຈະສົນໃຈໃນແນວຄວາມຄິດນີ້ ແລະ ມີຄວາມທະເຍີທະຍານ ແລະ ແຜນການ, ແຕ່ຍ້ອນບໍ່ຮູ້ວ່າຈະດຳເນີນການແນວໃດ, ພວກເຂົາຈຶ່ງບໍ່ກ້າກະທຳຢ່າງບ້າບິ່ນ. ຢ່າງຫຼາຍທີ່ສຸດ, ພວກເຂົາກໍທຳທ່າເຮັດເປັນວ່າມີຈິດວິນຍານ, ໄດ້ຮັບຄວາມລອດພົ້ນ, ບໍລິສຸດ ຫຼື ມີສິດໄດ້ຮັບຄວາມລອດພົ້ນ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາໄດ້ຮັບຂໍ້ມູນບາງຢ່າງກ່ຽວກັບພຣະເຈົ້າ, ຄວາມທະເຍີທະຍານຂອງພວກເຂົາກໍເລີ່ມງອກງາມ ແລະ ພວກເຂົາກໍເລີ່ມລົງມືເຮັດ. ພວກເຂົາເຮັດຫຍັງ? ການສະແດງອອກທີ່ຊັດເຈນກໍຄື ພວກເຂົາອ່ານພຣະທຳທີ່ເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງທີ່ພຣະເຈົ້າກ່າວໃຫ້ຫຼາຍຂຶ້ນ. ໃນພຣະທຳເຫຼົ່ານີ້, ພວກເຂົາເຮັດໃຫ້ຕົນເອງຄຸ້ນເຄີຍກັບທ່າທາງ, ວິທີການ, ນໍ້າສຽງ ແລະ ການໃຊ້ຄຳຂອງການກ່າວຂອງພຣະເຈົ້າ ແລະ ຈາກນັ້ນພວກເຂົາກໍພະຍາຍາມຮຽນແບບສິ່ງເຫຼົ່ານີ້, ໂດຍສຶກສາພວກມັນຢ່າງເລິກເຊິ່ງ. ຍິ່ງຄຸ້ນເຄີຍເທົ່າໃດຍິ່ງເປັນການດີ, ຈົນເຖິງຂັ້ນທີ່ພວກເຂົາສາມາດຮັບຮູ້ນໍ້າສຽງ ແລະ ວິທີການກ່າວຂອງພຣະເຈົ້າໄດ້ເຖິງແມ່ນວ່າຈະຫຼັບຕາຢູ່ກໍຕາມ. ພວກເຂົາທ່ອງຈຳສິ່ງເຫຼົ່ານີ້ຢ່າງຈິງຈັງ ແລະ ຝຶກຝົນ ແລະ ຊ້ອມໃນທ່າມກາງຜູ້ຄົນໄປພ້ອມໆກັນ, ໂດຍຮຽນແບບຮູບແບບ, ວິທີການ, ນໍ້າສຽງ ແລະ ການໃຊ້ຄຳເຊັ່ນນີ້ໃນການເວົ້າຂອງພວກເຂົາ ແລະ ຈາກນັ້ນກໍສຳຜັດຢ່າງເລິກເຊິ່ງວ່າ ການກະທຳ ແລະ ການເວົ້າແບບນີ້ໃຫ້ຄວາມຮູ້ສຶກຂອງການເປັນພຣະເຈົ້າແກ່ພວກເຂົາ ຫຼື ບໍ່. ເມື່ອພວກເຂົາຄຸ້ນເຄີຍ ແລະ ຊຳນານກັບການຝຶກຝົນຫຼາຍຂຶ້ນ, ພວກເຂົາກໍວາງຕົນເອງຢູ່ໃນຕຳແໜ່ງຂອງພຣະເຈົ້າໂດຍບໍ່ຮູ້ຕົວ. ທັນໃດນັ້ນ, ມື້ໜຶ່ງ, ມີຄົນເວົ້າວ່າ: “ຄວາມຮູ້ສຶກ ແລະ ນໍ້າສຽງການເວົ້າຂອງພວກເຂົາເບິ່ງຄືວ່າໃກ້ຄຽງກັບຂອງພຣະເຈົ້າ. ການເວົ້າກັບພວກເຂົາໃຫ້ຄວາມຮູ້ສຶກຄືກັບການຢູ່ກັບພຣະເຈົ້າ; ຄຳເວົ້າຂອງພວກເຂົາມີລົດຊາດການກ່າວຂອງພຣະເຈົ້າ”. ຫຼັງຈາກທີ່ໄດ້ຍິນຄຳເວົ້າດັ່ງກ່າວໂດຍບໍ່ໄດ້ຕັ້ງໃຈ, ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມພໍໃຈຢ່າງບໍ່ມີຂອບເຂດ, ໂດຍຮູ້ສຶກວ່າໃນທີ່ສຸດພວກເຂົາກໍໄດ້ບັນລຸຄວາມປາຖະໜາຂອງຕົນ, ໃນທີ່ສຸດກໍໄດ້ກາຍເປັນພຣະເຈົ້າ. ຕອນນີ້ພວກເຂົາບໍ່ຈົບສິ້ນແລ້ວບໍ? ເປັນຫຍັງຈຶ່ງເລືອກເສັ້ນທາງແຫ່ງຄວາມພິນາດ ໃນເມື່ອມີເສັ້ນທາງອື່ນໃຫ້ຍ່າງ? ນີ້ບໍ່ແມ່ນການຊອກຫາຄວາມຕາຍບໍ? ແມ່ນແຕ່ການມີຄວາມຄິດແບບນັ້ນກໍເປັນອັນຕະລາຍແລ້ວ, ການປ່ຽນຄວາມຄິດເຫຼົ່ານີ້ໃຫ້ເປັນການກະທຳຍິ່ງເປັນອັນຕະລາຍກວ່າອີກ. ຖ້າການກະທຳຂອງຄົນໃດໜຶ່ງຄວບຄຸມບໍ່ໄດ້ ແລະ ພວກເຂົາໄປຕາມທິດທາງນີ້ຈົນເຖິງທີ່ສຸດ, ໂດຍມຸ່ງໝັ້ນທີ່ຈະປະສົບຜົນສຳເລັດໃນເລື່ອງນີ້ ແລະ ເຮັດໃຫ້ມັນກາຍເປັນຄວາມຈິງ, ແລ້ວພວກເຂົາກໍຈະກາຍເປັນເປົ້າໝາຍຂອງຄວາມພິນາດຢ່າງສົມບູນ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນກຳລັງເຮັດວຽກ ແລະ ພະຍາຍາມໃນທິດທາງນີ້ແທ້ໆ. ພວກເຈົ້າເຄີຍເຫັນ ຫຼື ພົວພັນກັບຄົນແບບນັ້ນບໍ? (ຕອນທີ່ຂ້ານ້ອຍຢູ່ຈີນແຜ່ນດິນໃຫຍ່, ຂ້ານ້ອຍໄດ້ພົບກັບຄົນໜຶ່ງທີ່ຮຽນແບບນໍ້າສຽງການກ່າວຂອງພຣະເຈົ້າ ແລະ ມັກຈະມີຄວາມຄິດທີ່ຈະເປັນພຣະເຈົ້າ. ໃນເວລານັ້ນ, ມີສອງສາມຄົນຖືວ່າລາວເປັນພຣະເຈົ້າ ແລະ ມີຄົນໜຶ່ງເຖິງກັບຄຸເຂົ່າ ແລະ ກາບໄຫວ້ລາວເມື່ອເຫັນລາວ.) ບໍ່ວ່າຄົນໃດໜຶ່ງຈະພະຍາຍາມເປັນພຣະເຈົ້າໃນລະດັບໃດກໍຕາມ, ມັນກໍເປັນທາງຕັນ. ພວກເຈົ້າເບິ່ງທະລຸເລື່ອງນີ້ແລ້ວບໍ? ການສະແດງອອກ ແລະ ການຈັດກຽມພຣະທຳທັງໝົດຂອງພຣະເຈົ້າສຳລັບມະນຸດຊາດ ແມ່ນມີໄວ້ເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ບັນລຸຄວາມລອດພົ້ນ. ຖ້າຜູ້ຄົນເຊື່ອຢ່າງຜິດໆວ່າ ໃນເມື່ອພຣະເຈົ້າໄດ້ສະແດງຂໍ້ຄວາມເຫຼົ່ານີ້ອອກມາ, ພວກເຂົາຄວນເກັບກ່ຽວລາຍລະອຽດຂອງການກາຍເປັນພຣະເຈົ້າຈາກຂໍ້ຄວາມເຫຼົ່ານັ້ນ ແລະ ດ້ວຍເຫດນີ້ຈຶ່ງໄລ່ຕາມການເປັນພຣະເຈົ້າ, ຮຽນແບບພຣະເຈົ້າ ແລະ ກາຍເປັນພຣະເຈົ້າ, ແລ້ວມັນກໍຈົບສິ້ນສຳລັບພວກເຂົາ. ນີ້ຄືເສັ້ນທາງສູ່ຄວາມພິນາດ; ພວກເຈົ້າຕ້ອງບໍ່ຮຽນແບບສິ່ງນີ້ຢ່າງເດັດຂາດ. ບາງຄົນເວົ້າວ່າ: “ມັນຂ້ອນຂ້າງຍາກທີ່ຈະບໍ່ຮຽນແບບພຣະເຈົ້າ. ທຸກຄັ້ງທີ່ຂ້ອຍໄດ້ຍິນພຣະເຈົ້າກ່າວ, ຂ້ອຍຄິດວ່າມັນຟັງເບິ່ງມີກຽດ ແລະ ໜ້າເກງຂາມສໍ່າໃດທີ່ຈະເວົ້າຈາກຕົວຕົນຂອງພຣະເຈົ້າ. ເປັນຫຍັງມັນຈຶ່ງຟັງເບິ່ງມ່ວນຫູ ແລະ ໜ້າດຶງດູດໃຈແທ້? ເປັນຫຍັງຂ້ອຍຈຶ່ງຄິດວ່າມັນຕ້ອງຮູ້ສຶກດີຫຼາຍແນ່ນອນທີ່ຈະເປັນພຣະເຈົ້າ ເມື່ອພຣະເຈົ້າກ່າວ? ມັນຟັງເບິ່ງແຕກຕ່າງຫຼາຍເມື່ອຄົນທີ່ມີຕົວຕົນຂອງພຣະເຈົ້າກ່າວ”. ດ້ວຍເຫດນີ້, ພວກເຂົາຈຶ່ງເລີ່ມຮຽນແບບນໍ້າສຽງ ແລະ ການໃຊ້ຄຳບາງຢ່າງຂອງພຣະເຈົ້າໂດຍບໍ່ຮູ້ຕົວ. ໃນຄວາມປາຖະໜາສ່ວນຕົວຂອງພວກເຂົາ, ເຖິງແມ່ນວ່າພວກເຂົາອາດຈະບໍ່ຢາກເປັນພຣະເຈົ້າ ຫຼື ກາຍເປັນພຣະເຈົ້າຢ່າງຊັດເຈນປານນັ້ນ, ແຕ່ການຮຽນແບບຂອງພວກເຂົາມີຮາກເຫງົ້າມາຈາກຫຍັງ? ມັນເປັນຍ້ອນວ່າພວກເຂົາທະນຸຖະໜອມຄວາມຈິງ ແລະ ພຣະທຳຂອງພຣະເຈົ້າບໍ? (ບໍ່.) ແລ້ວມັນແມ່ນຫຍັງ? (ມັນເກີດມາຈາກແຮງຈູງໃຈທີ່ຢາກເປັນພຣະເຈົ້າ.) ຖ້າເຮົາບໍ່ມີຕົວຕົນ ຫຼື ສະຖານະນີ້ ແລະ ເວົ້າຄຳເວົ້າເຫຼົ່ານີ້, ຈະມີໃຜຮຽນແບບເຮົາບໍ? ບໍ່ມີໃຜຈະສົນໃຈເຮົາ, ບໍ່ມີໃຜຈະໃຫ້ຄຸນຄ່າເຮົາ; ນັ້ນບໍ່ແມ່ນຂໍ້ເທັດຈິງບໍ? ເມື່ອເຮົາບໍ່ມີຕົວຕົນ ແລະ ສະຖານະນີ້, ເຮົາກໍເວົ້າ ແລະ ໂອ້ລົມກັບຜູ້ຄົນເຊັ່ນກັນ. ໃຜຖືວ່າເຮົາສຳຄັນໃນຕອນນັ້ນ? ທັນທີທີ່ພວກເຂົາເຫັນວ່າເຮົາຍັງໜຸ່ມ, ຂາດການສຶກສາຂັ້ນສູງ ຫຼື ຄຸນວຸດທິ ແລະ ບໍ່ມີສະຖານະທາງສັງຄົມໃດໆ, ບໍ່ມີໃຜຈາກຄຣິສຕະຈັກຂອງເຮົາເອງ ຫຼື ຄຣິສຕະຈັກອື່ນໆ, ທັງບໍ່ມີຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ພົວພັນກັບເຮົາຖືວ່າເຮົາສຳຄັນຢ່າງແທ້ຈິງ. ເຖິງແມ່ນວ່າເຮົາຈະເວົ້າຖືກ ຫຼື ຈິງໃຈ, ກໍບໍ່ມີໃຜສົນໃຈ. ຍ້ອນຫຍັງ? ຖ້າບໍ່ມີຕົວຕົນ ຫຼື ສະຖານະ, ເຈົ້າກໍຂາດຄວາມໂດດເດັ່ນ; ບໍ່ວ່າເຈົ້າຈະເວົ້າຫຍັງກໍບໍ່ສຳຄັນ, ເຖິງແມ່ນວ່າມັນຈະຖືກຕ້ອງ ຫຼື ເປັນຄວາມຈິງກໍຕາມ. ມັນອາດຈະເປັນໄປໄດ້ວ່າຜູ້ຄົນປະຕິເສດທຸກສິ່ງທີ່ເຈົ້າເວົ້າ, ໂດຍອ້າງວ່າມັນຜິດທັງໝົດ. ແລ້ວຈະມີໃຜຮຽນແບບເຈົ້າບໍ? ຄົນທີ່ທຳມະດາ ແລະ ສາມັນຫຼາຍ, ບໍ່ມີຕົວຕົນ ຫຼື ສະຖານະ, ໃຜຈະສົນໃຈທີ່ຈະຮຽນແບບເຈົ້າ? ໃນສາຍຕາຂອງຜູ້ຄົນ, ຄົນແບບນັ້ນຂາດຄວາມໂດດເດັ່ນ ແລະ ບໍ່ຄຸ້ມຄ່າທີ່ຈະຊື່ນຊົມ; ເຈົ້າໂຊກດີແລ້ວຖ້າພວກເຂົາບໍ່ຂົ່ມເຫັງເຈົ້າ. ການຮຽນແບບເຈົ້າຈະມີປະໂຫຍດຫຍັງ? ພວກເຂົາຈະຮຽນແບບເຈົ້າພຽງເພື່ອໃຫ້ຄົນອື່ນດູຖືກ, ຂົ່ມເຫັງ ແລະ ຈຳແນກພວກເຂົາບໍ? ຜູ້ຄົນຮຽນແບບໃຜ? ໃນສາຍຕາຂອງພວກເຂົາ, ພວກເຂົາຮຽນແບບຜູ້ທີ່ມີຄວາມໂດດເດັ່ນ ແລະ ມີຄວາມຍິ່ງໃຫຍ່, ຜູ້ທີ່ມີສະຖານະ ແລະ ມີຕົວຕົນ. ຜູ້ຄົນຮຽນແບບບຸກຄົນເຫຼົ່ານີ້. ເປັນຫຍັງຄົນດຽວກັນ, ເມື່ອພວກເຂົາໄດ້ຮັບຕົວຕົນ ແລະ ສະຖານະໃດໜຶ່ງແລ້ວ, ຈຶ່ງເບິ່ງຄືວ່າແຕກຕ່າງໃນສາຍຕາຂອງຄົນອື່ນ ເມື່ອພວກເຂົາເວົ້າສິ່ງດຽວກັນ? ພວກເຂົາເບິ່ງຄືວ່າມີຄວາມໂດດເດັ່ນ ແລະ ຄຸ້ມຄ່າທີ່ຈະຮຽນແບບຢ່າງກະທັນຫັນໄດ້ແນວໃດ? ຜູ້ຄົນກຳລັງຮຽນແບບຫຍັງແທ້? ສິ່ງທີ່ພວກເຂົາຍອມຮັບ, ຮຽນແບບ ແລະ ບູຊາ ບໍ່ແມ່ນຄວາມຈິງ ຫຼື ສິ່ງທີ່ເປັນບວກ, ແຕ່ແມ່ນຄວາມຍິ່ງໃຫຍ່ພາຍນອກ, ສະຖານະທີ່ຜິວເຜີນ. ມັນບໍ່ແມ່ນແນວນັ້ນບໍ? ຖ້າເຮົາບໍ່ມີຕົວຕົນ ຫຼື ສະຖານະ, ບໍ່ວ່າເຮົາຈະເວົ້າສອດຄ່ອງກັບຄວາມຈິງຫຼາຍສໍ່າໃດ ຫຼື ເຮົາເວົ້າຖ້ອຍຄຳຝ່າຍວິນຍານຫຼາຍສໍ່າໃດ, ຖ້ອຍຄຳເຫຼົ່ານັ້ນຈະສາມາດແຜ່ຂະຫຍາຍໃນທ່າມກາງພວກເຈົ້າໄດ້ບໍ? ບໍ່; ບໍ່ມີໃຜຈະສົນໃຈມັນ. ແຕ່ເມື່ອເຮົາມີຕົວຕົນ ແລະ ສະຖານະແລ້ວ, ຄຳເວົ້າບາງຢ່າງທີ່ເຮົາເວົ້າເລື້ອຍໆ, ຄຳເວົ້າຕິດປາກຂອງເຮົາ, ການໃຊ້ຄຳຂອງເຮົາ, ວິທີການ ແລະ ຮູບແບບການເວົ້າຂອງເຮົາ, ຫຼາຍຄົນກໍເລີ່ມຮຽນແບບສິ່ງເຫຼົ່ານີ້. ມັນເຮັດໃຫ້ເຮົາຮູ້ສຶກລັງກຽດທີ່ໄດ້ຍິນເລື່ອງນີ້. ລັງກຽດສໍ່າໃດ? ເຮົາຮູ້ສຶກປວດຮາກເມື່ອໄດ້ຍິນມັນ. ເຮົາລັງກຽດຜູ້ໃດກໍຕາມທີ່ຮຽນແບບເຮົາ, ເຮົາເບື້ອໜ່າຍຜູ້ໃດກໍຕາມທີ່ຮຽນແບບເຮົາ, ເຖິງຂັ້ນກ່າວໂທດພວກເຂົາ! ເຈດຕະນາ ແລະ ເປົ້າໝາຍເບື້ອງຫຼັງການທີ່ຜູ້ຄົນຮຽນແບບສິ່ງເຫຼົ່ານີ້ແມ່ນຫຍັງ? ມັນແມ່ນເພື່ອຮຽນແບບນໍ້າສຽງການກ່າວຂອງພຣະເຈົ້າ, ເພື່ອໃຫ້ໄດ້ລົດຊາດວ່າການເປັນພຣະເຈົ້າຮູ້ສຶກແນວໃດ; ນັ້ນບໍ່ແມ່ນຂໍ້ເທັດຈິງບໍ? ມັນກ່ຽວກັບການຢາກໄດ້ສະຖານະ, ການຢາກເວົ້າຈາກຕຳແໜ່ງທີ່ມີສະຖານະ, ການເວົ້າ ແລະ ການກະທຳດ້ວຍນໍ້າສຽງ ແລະ ທ່າທາງຂອງຄົນທີ່ມີຕົວຕົນ ແລະ ມີສະຖານະ, ເພື່ອໃຫ້ເບິ່ງຄືວ່າພວກເຂົາກໍມີສະຖານະ, ມີຕົວຕົນ ແລະ ມີຄຸນຄ່າເຊັ່ນກັນ, ທັງໝົດມັນບໍ່ແມ່ນແນວນັ້ນບໍ? ຖ້າເຈົ້າຮຽນແບບຄົນທຳມະດາ, ມັນກໍບໍ່ແມ່ນບັນຫາໃຫຍ່; ຢ່າງຫຼາຍທີ່ສຸດ ມັນກໍເປັນພຽງອຸປະນິໄສທີ່ອວດດີ. ແຕ່ຖ້າເຈົ້າຮຽນແບບນໍ້າສຽງ ແລະ ວິທີການເວົ້າຂອງພຣະເຈົ້າ, ນັ້ນຄືຈຸດເລີ່ມຕົ້ນຂອງບັນຫາ. ເຮົາຂໍບອກເຈົ້າວ່າ, ເຈົ້າຈະຢຽບຖືກລະເບີດຝັງດິນ.

ໃນພຣະທຳຂອງພຣະເຈົ້າ, ມີວະລີໜຶ່ງທີ່ວ່າ: ພຣະເຈົ້າເປັນພຣະເຈົ້າຜູ້ກຽດຊັງສິ່ງຊົ່ວຮ້າຍ. “ການກຽດຊັງສິ່ງຊົ່ວຮ້າຍ” ໝາຍເຖິງຫຍັງ? ຕົວຕົນ ແລະ ສະຖານະຂອງພຣະເຈົ້ານັ້ນເປັນເອກະລັກ. ຄວາມບໍລິສຸດ, ຄວາມຊອບທຳ, ສິດອໍານາດ ແລະ ຄວາມຮັກຂອງພຣະເຈົ້າ ບໍ່ໄດ້ຖືກຄອບຄອງໂດຍສິ່ງທີ່ຖືກສ້າງ ຫຼື ສິ່ງທີ່ບໍ່ຖືກສ້າງໃດໆ; ການພະຍາຍາມຮຽນແບບສິ່ງເຫຼົ່ານີ້ຄືການໝິ່ນປະໝາດ. ໃນເມື່ອເຈົ້າບໍ່ມີຄຸນລັກສະນະເຫຼົ່ານີ້, ເປັນຫຍັງເຈົ້າຈຶ່ງພະຍາຍາມຮຽນແບບພວກມັນ? ໃນເມື່ອເຈົ້າບໍ່ມີພວກມັນ, ເປັນຫຍັງເຈົ້າຈຶ່ງພະຍາຍາມເປັນພຣະເຈົ້າ? ໃນການຮຽນແບບ, ເຈົ້າບໍ່ໄດ້ມີເຈດຕະນາທີ່ຈະເປັນພຣະເຈົ້າ, ທີ່ຈະກາຍເປັນພຣະເຈົ້າບໍ? ຫຼື ເປັນຍ້ອນວ່າເຈົ້າບູຊາພຣະເຈົ້າ, ຍ້ອນວ່າເຈົ້າອິດສາຄວາມໜ້າຮັກ ແລະ ແກ່ນແທ້ຂອງພຣະອົງ, ເຈົ້າຈຶ່ງຮຽນແບບພຣະອົງ? ບໍ່ແມ່ນຢ່າງແນ່ນອນ; ເຈົ້າຂາດລັກສະນະ ແລະ ວຸດທິພາວະສຳລັບສິ່ງນັ້ນ. ເຈົ້າພຽງແຕ່ຢາກຕອບສະໜອງຄວາມຢາກເປັນພຣະເຈົ້າ, ເພື່ອໃຫ້ໄດ້ຮັບຄວາມຊື່ນຊົມ ແລະ ຄວາມເຄົາລົບນັບຖືຈາກຜູ້ຄົນ ແລະ ໄດ້ຮັບການປະຕິບັດຕໍ່ຄືກັບພຣະເຈົ້າໃນທ່າມກາງຜູ້ຄົນ. ນີ້ບໍ່ແມ່ນການກະທຳທີ່ໜ້າອັບອາຍບໍ? ມັນໜ້າອັບອາຍທີ່ສຸດ! ການຮຽນແບບໃນຕົວມັນເອງເປັນສິ່ງທີ່ໜ້າລັງກຽດ ແລະ ການປາຖະໜາທີ່ຈະເປັນພຣະເຈົ້າບໍ່ພຽງແຕ່ໜ້າລັງກຽດເທົ່ານັ້ນ; ມັນສົມຄວນຖືກກ່າວໂທດ. ສະນັ້ນ, ມື້ນີ້ ເຮົາຂໍບອກພວກເຈົ້າຢ່າງຈິງຈັງວ່າ ບໍ່ວ່າເຮົາໄດ້ເວົ້າຫຍັງ, ບໍ່ວ່າເຮົາໄດ້ເຮັດຫຍັງ, ບໍ່ວ່າເຮົາເວົ້າ ຫຼື ເຮັດຫຍັງທີ່ກະຕຸ້ນຄວາມເຄົາລົບຢຳເກງ, ຄວາມອິດສາ ຫຼື ຄວາມລິດສະຍາໃນໃຈຂອງພວກເຈົ້າ, ມີສິ່ງໜຶ່ງທີ່ພວກເຈົ້າຕ້ອງຈື່ໄວ້ຄື: ຢ່າຮຽນແບບເຮົາຢ່າງເດັດຂາດ. ພວກເຈົ້າຕ້ອງປ່ອຍວາງເຈດຕະນາທີ່ຈະຮຽນແບບ, ພວກເຈົ້າຕ້ອງກະບົດຕໍ່ຄວາມຄິດຈິດໃຈຂອງການຮຽນແບບ ແລະ ຫຼີກລ່ຽງການລ່ວງເກີນອຸປະນິໄສຂອງພຣະເຈົ້າ. ນີ້ເປັນເລື່ອງທີ່ຮ້າຍແຮງ! ມະນຸດທີ່ເສື່ອມຊາມ, ຖືເອົານໍ້າສຽງການກ່າວ, ວິທີການເວົ້າ ແລະ ອຸປະນິໄສຂອງພຣະເຈົ້າເປັນເລື່ອງເລັກນ້ອຍທີ່ຈະເອົາມາເວົ້າຫຼິ້ນ, ທີ່ຈະບົງການ ແລະ ຫຼິ້ນນຳຕາມອຳເພີໃຈ, ເປັນສິ່ງທີ່ໜ້າລັງກຽດສຳລັບພຣະເຈົ້າ. ຖ້າເຈົ້າເຮັດແບບນັ້ນ, ແລ້ວເຈົ້າກໍກຳລັງລ່ວງເກີນອຸປະນິໄສຂອງພຣະເຈົ້າ, ຢ່າເຮັດແບບນີ້ຢ່າງເດັດຂາດ! ເຖິງແມ່ນວ່າເຮົາບໍ່ໄດ້ຍິນເຈົ້າຮຽນແບບວິທີການເວົ້າ ແລະ ນໍ້າສຽງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ພຽງແຕ່ຮູ້ວ່າເຈົ້າມີອຸປະນິໄສແບບນັ້ນ ແລະ ຄວາມຄິດແບບນັ້ນ ກໍເຮັດໃຫ້ເຮົາຮູ້ສຶກລັງກຽດຢ່າງສຸດຂີດແລ້ວ. ຖ້າເຈົ້າຮຽນແບບນໍ້າສຽງຂອງພຣະວິນຍານຂອງພຣະເຈົ້າ, ໂດຍຕັ້ງໃຈທີ່ຈະກ່າວຕໍ່ມະນຸດຊາດທັງປວງ ຫຼື ສາທາລະນະຊົນ, ເຈົ້າບໍ່ໄດ້ກຳລັງສະແຫວງຫາຄວາມຕາຍບໍ? ນີ້ຄືສິ່ງທີ່ທຸກຄົນຄວນລະມັດລະວັງ; ຢ່າເຮັດແບບນີ້ຢ່າງເດັດຂາດ! ບາງຄົນເຄີຍຖາມວ່າ: “ການລ່ວງເກີນອຸປະນິໄສຂອງພຣະເຈົ້າໝາຍຄວາມວ່າແນວໃດ?” ມື້ນີ້, ເຮົາຈະບອກເຈົ້າສິ່ງໜຶ່ງຄື: ການຮຽນແບບນໍ້າສຽງ ແລະ ວິທີການກ່າວຂອງພຣະເຈົ້າ, ພ້ອມທັງສິ່ງຕ່າງໆທີ່ກ່ຽວຂ້ອງກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າ, ບໍ່ວ່າຈະເປັນພາຍນອກ ຫຼື ພາຍໃນ, ລ້ວນແລ້ວແຕ່ປະກອບເປັນການລ່ວງເກີນຕໍ່ອຸປະນິໄສຂອງພຣະເຈົ້າ. ພວກເຈົ້າຕ້ອງຈື່ສິ່ງນີ້ໄວ້ໃຫ້ດີ ແລະ ຢ່າກະທຳການລ່ວງເກີນນີ້ຢ່າງເດັດຂາດ! ຖ້າເຈົ້າກະທຳການລ່ວງເກີນນີ້ ແລະ ສາມາດແກ້ໄຂ, ກະບົດຕໍ່ ແລະ ປ່ຽນແປງຕົນເອງໄດ້ໂດຍທັນທີ, ກໍຍັງມີຫວັງຢູ່. ເຖິງຢ່າງໃດກໍຕາມ, ຖ້າເຈົ້າຍັງສືບຕໍ່ດຳເນີນໄປຕາມເສັ້ນທາງນີ້ຢ່າງບໍ່ຢຸດຢັ້ງ, ເຈົ້າກໍຈະຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ເຮົາບອກຄວາມຈິງກັບເຈົ້າວ່າ: ໃນສາຍຕາຂອງພຣະເຈົ້າ, ຈະບໍ່ມີໂອກາດໃຫ້ກັບຕົວອີກແລ້ວໃນຕອນນັ້ນ, ເຈົ້າຈະຈົບສິ້ນຢ່າງສິ້ນເຊີງ. ຈົ່ງຈື່ໄວ້ວ່າ ພຣະເຈົ້າເປັນພຣະເຈົ້າຜູ້ກຽດຊັງສິ່ງຊົ່ວຮ້າຍ. ເຈົ້າຕ້ອງປະຕິບັດຕໍ່ທຸກດ້ານທີ່ກ່ຽວຂ້ອງກັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າດ້ວຍຄວາມລະມັດລະວັງແທ້ໆ ແລະ ບໍ່ຖືເບົາ. ຖ້າວິທີການເວົ້າ ແລະ ນໍ້າສຽງຂອງພຣະເຈົ້າຖືກສະແດງອອກຈາກປາກຂອງມະນຸດທີ່ເສື່ອມຊາມ, ມັນກໍເປັນຄວາມເສື່ອມເສຍອັນໃຫຍ່ຫຼວງ ແລະ ເປັນການໝິ່ນປະໝາດຕໍ່ພຣະເຈົ້າ, ເປັນສິ່ງທີ່ພຣະເຈົ້າບໍ່ສາມາດທົນໄດ້ຢ່າງແນ່ນອນ. ມະນຸດຕ້ອງບໍ່ກະທຳການລ່ວງເກີນນີ້ຢ່າງເດັດຂາດ. ເຈົ້າເຂົ້າໃຈບໍ? ຖ້າເຈົ້າກະທຳການລ່ວງເກີນນີ້, ເຈົ້າຕາຍ! ຖ້າເຈົ້າບໍ່ຟັງ ແລະ ບໍ່ເຊື່ອເຮົາ, ກໍລອງເບິ່ງ ແລະ ເມື່ອເຈົ້ານໍາຄວາມຫາຍະນະມາສູ່ຕົວເຈົ້າເອງແທ້ໆ, ກໍຢ່າໂທດເຮົາທີ່ບໍ່ບອກເຈົ້າ.

ວັນທີ 15 ສິງຫາ 2020

ກ່ອນນີ້:  ລາຍການທີສິບ: ພວກເຂົາດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ (ພາກທີສີ່)

ຕໍ່ໄປ:  ລາຍການທີສິບ: ພວກເຂົາດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ (ພາກທີເຈັດ)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger