ລາຍການທີຫ້າ: ນໍາພາຢ່າງຜິດໆ, ດຶງດູດ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນ

ບົດເສີມ: ເລື່ອງເລົ່າຂອງຕ້າເປົາ ແລະ ສ່ຽວເປົາ

ກ່ອນທີ່ພວກເຮົາຈະເລີ່ມສົນທະນາກັນຢ່າງເປັນທາງການມື້ນີ້ ໃຫ້ເຮົາເລີ່ມຕົ້ນດ້ວຍເລື່ອງເລົ່າເລື່ອງໜຶ່ງ. ພວກເຈົ້າທຸກຄົນມັກຟັງເລື່ອງເລົ່າບໍ? (ໂດຍ). ຕອນນີ້, ການຟັງເລື່ອງເລົ່າມີຫຼັກການຫຍັງບໍ? ໃນເລື່ອງເລົ່າຕ່າງໆທີ່ກຳລັງຖືກເລົ່າ, ເຈົ້າຄວນທີ່ຈະສາມາດເຂົ້າໃຈຄວາມຈິງບາງດ້ານ, ເຂົ້າໃຈເຈດຕະນາບາງດ້ານຂອງພຣະເຈົ້າ, ຮັບຮູ້ເຖິງແກ່ນແທ້ຂອງທຳມະຊາດຂອງມະນຸດ ຫຼື ຄົ້ນພົບຄວາມຈິງທີ່ຄົນເຮົາຄວນປະຕິບັດ ແລະ ເຂົ້າໄປສຳຜັດ ພາຍໃນເລື່ອເລົ່ານັ້ນ. ນີ້ແມ່ນຄວາມໝາຍຂອງການເລົ່າເລື່ອງ; ມັນບໍ່ແມ່ນການສົນທະນາໄຮ້ສາລະໄປເລື້ອຍ ແລະ ມັນບໍ່ແມ່ນການເວົ້ານິນທາຢ່າງແນ່ນອນ. ບາງຄົນ, ເມື່ອພວກເຂົາຟັງເລື່ອງເລົ່າ, ຈັບໃຈຄວາມໄດ້ພຽງແຕ່ເຫດການເທົ່ານັ້ນ, ພວກເຂົາແມ່ນຄົນປະເພດໃດ? (ຄົນທີ່ມີຄວາມສາມາດຕໍ່າ). ມີຄວາມສາມາດຕໍ່າໝາຍຄວາມວ່າພວກເຂົາບໍ່ຄິດເລິກເຊິ່ງ; ໂດຍຫຼັກໆແລ້ວ ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ. ບໍ່ວ່າພວກເຂົາຈະຟັງເລື່ອງໃດ, ພວກເຂົາສາມາດຈົດຈຳໄດ້ພຽງເຫດການ ຫຼື ຈັບໃຈຄວາມລະບຽບບາງຢ່າງອອກມາ ຈາກເລື່ອງເລົ່າໄດ້ເທົ່ານັ້ນ. ແຕ່ເມື່ອເວົ້າເຖິງຄວາມຈິງຕ່າງໆທີ່ຄົນເຮົາຄວນເຂົ້າໃຈຈາກພາຍໃນເລື່ອງເລົ່າ, ພວກເຂົາພັດຈັບໃຈຄວາມ, ເຂົ້າໃຈ ຫຼື ທຳຄວາມເຂົ້າໃຈຄວາມຈິງເຫຼົ່ານັ້ນບໍ່ໄດ້. ພຶດຕິກຳນີ້ບໍ່ໄດ້ຊີ້ໃຫ້ເຫັນວ່າມີຄວາມເຂົ້າໃຈຝ່າຍຈິດວິນຍານໜ້ອຍທີ່ສຸດແມ່ນບໍ? (ແມ່ນ). ໃນພວກເຈົ້າ ເຄີຍມີໃຜບໍທີ່ສະແດງພຶດຕິກຳແບບນີ້ ຫຼັງຈາກຟັງເລື່ອງເລົ່າ? ຫຼັງຈາກໄດ້ຟັງມັນແລ້ວ, ພວກເຂົາບໍ່ເຂົ້າໃຈຫຍັງຫຼາຍ, ຮູ້ສຶກວ່າເລື່ອງເລົ່າບໍ່ມີຄວາມໝາຍ ແລະ ຈະເລົ່າ ຫຼື ບໍ່ເລົ່າມັນກໍບໍ່ສຳຄັນຫຍັງ. ຄົນເຊັ່ນນີ້ມີຄວາມສາມາດໃນການທຳຄວາມເຂົ້າໃຈບໍ? ເມື່ອພວກເຈົ້າຟັງເລື່ອງເລົ່າ ພວກເຈົ້າສາມາດໄດ້ຮັບຜົນປະໂຫຍດຈາກເຫດການທີ່ຢູ່ໃນເລື່ອງເລົ່ານັ້ນບໍ? ບໍ່ວ່າພວກເຈົ້າຈະສາມາດເຂົ້າໃຈຄວາມຈິງຈາກເລື່ອງເລົ່າໄດ້ ຫຼື ບໍ່, ພວກເຈົ້າຄວນເຂົ້າໃຈຫຼັກການທີ່ເຮົາຫາກໍ່ກ່າວເຖິງກ່ຽວກັບການຟັງເລື່ອງເລົ່າ. ຕອນນີ້, ມາເລີ່ມຕົ້ນກັບເລື່ອງເລົ່າກັນເລີຍ.

ມີເດັກຊາຍຄົນໜຶ່ງຊື່ວ່າ ສ່ຽວເປົາ. ໃນບໍ່ດົນມານີ້, ມີຜູ້ຊາຍຄົນໜຶ່ງມາທີ່ບ້ານຂອງລາວ ແລະ ຜູ້ຊາຍຄົນນີ້ໄດ້ອອກໄປປະກາດຂ່າວປະເສີດກັບພໍ່ແມ່ຂອງສ່ຽວເປົາຢູ່ເລື້ອຍໆ. ມີຢູ່ວັນໜຶ່ງ, ພໍ່ແມ່ຂອງສ່ຽວເປົາອອກໄປນອກເພື່ອຈັດການບາງວຽກ, ເຫຼືອພຽງແຕ່ຊາຍຄົນນັ້ນກັບສ່ຽວເປົາຢູ່ເຮືອນ. ເລື່ອງເລົ່າຂອງພວກເຮົາເລີ່ມຕົ້ນທີ່ນີ້. ເນື່ອງຈາກວ່າ ສ່ຽວເປົາບໍ່ຄ່ອຍຄຸ້ນເຄຍກັບຊາຍຄົນນັ້ນ, ຊາຍຄົນນັ້ນຈຶ່ງຕັດສິນໃຈຢ່າງເຂົ້າໄປຫາ ແລະ ເພື່ອທຳຄວາມສະໜິດສະໜົມກັບສ່ຽວເປົາໃນຂະນະທີ່ລາວກຳລັງຫຼິ້ນຢູ່. ລາວບອກກັບສ່ຽວເປົາວ່າລາວຮູ້ຈັກ ແລະ ຮູ້ຊື່ຂອງສ່ຽວເປົາ. ສ່ຽວເປົາຮູ້ສຶກດີໃຈ ແລະ ຄິດວ່າຊາຍຄົນນັ້ນຄົງຈະບໍ່ແມ່ນຄົນບໍ່ດີ. ແລ້ວຊາຍຄົນນັ້ນກໍຖາມສ່ຽວເປົາວ່າ, “ສ່ຽວເປົາ, ພໍ່ແມ່ຂອງເຈົ້າໄດ້ເວົ້າເຖິງຂ້ອຍແນ່ບໍໃນຂະນະທີ່ພວກເຂົາລົມກັນ?” ສ່ຽວເປົາຄິດຢູ່ຄາວໜຶ່ງແລ້ວຕອບວ່າ, “ຂ້ອຍບໍ່ຮູ້”. ຊາຍຄົນນັ້ນເວົ້າວ່າ, “ເຈົ້າເປັນເດັກທີ່ຊື່ສັດ. ເດັກດີເວົ້າໃນສິ່ງທີ່ພວກເຂົາຮູ້”. ລາວຖາມສ່ຽວເປົາອີກເທື່ອວ່າ, “ແລ້ວພໍ່ແມ່ຂອງເຈົ້າເຄີຍເວົ້າເຖິງຂ້ອຍ ຫຼື ບໍ່?” ສ່ຽວເປົາຍັງຄົງຕອບວ່າລາວບໍ່ຮູ້. ຊາຍຄົນນັ້ນກໍເວົ້າຕໍ່ວ່າ, “ສ່ຽວເປົາ, ເປັນເດັກດີ, ຖ້າເຈົ້າບອກຄວາມຈິງກັບຂ້ອຍ ຂ້ອຍຈະເອົາຂະໜົມເອົາໃຫ້ເຈົ້າ”. ສ່ຽວເປົາຄິດຢູ່ບຶດໜຶ່ງແຕ່ຍັງຄົງຕອບວ່າ ລາວບໍ່ຮູ້. ຊາຍຄົນນັ້ນຄິດໃນໃຈ, “ຂ້ອຍຈະເຮັດແນວໃດເພື່ອໃຫ້ລາວບອກຄວາມຈິງກັບຂ້ອຍ?” ລາວຄິດຢູ່ບຶດໜຶ່ງແລ້ວເວົ້າກັບສ່ຽວເປົາວ່າ, “ສ່ຽວເປົາ, ພໍ່ແມ່ຂອງເຈົ້າເຊື່ອໃນພຣະເຈົ້າ ແລະ ຂ້ອຍເອງກໍເຊື່ອຄືກັນ. ຂ້ອຍເປັນເພື່ອນທີ່ດີທີ່ສຸດຂອງພໍ່ແມ່ຂອງເຈົ້າ. ເຮົາສາມຄົນເຊື່ອໃນພຣະເຈົ້າ ແລະ ເຈົ້າກໍເຊື່ອໃນພຣະເຈົ້າຄືກັນ. ເຈົ້າຮູ້ບໍວ່າ ພຣະເຈົ້າຊົງມັກເດັກແບບໃດ?” ສ່ຽວເປົາຄິດກ່ຽວກັບມັນ ແລະ ຕອບວ່າ, “ຂ້ອຍບໍ່ຮູ້”. ຊາຍຄົນນັ້ນເວົ້າວ່າ, “ພຣະເຈົ້າຊົງມັກເດັກທີ່ຊື່ສັດ, ຜູ້ທີ່ບໍ່ເວົ້າຕົວະ. ເມື່ອພວກເຂົາຮູ້ບາງຢ່າງ, ພວກເຂົາກໍບອກວ່າຮູ້ ແລະ ເມື່ອພວກເຂົາບໍ່ຮູ້, ພວກເຂົາກໍ່ບອກວ່າບໍ່ຮູ້. ນັ້ນແມ່ນເດັກທີ່ຊື່ສັດ ແລະ ພຣະເຈົ້າມັກເດັກແບບນີ້”. ສ່ຽວເປົາຄິດກ່ຽວກັບສິ່ງນີ້ ແລະ ເວົ້າວ່າ, “ໂອເຄ”. ແລ້ວ ລາວກໍຢຸດເວົ້າວ່າລາວບໍ່ຮູ້. ຊາຍຄົນນັ້ນກໍເວົ້າຕໍ່ວ່າ, “ຖ້າເຈົ້າບອກຄວາມຈິງກັບຂ້ອຍ ເຈົ້າຈະເປັນເດັກທີ່ຊື່ສັດ, ເດັກທີ່ພຣະເຈົ້າຊົງຮັກ”. ສ່ຽວເປົາຄິດກ່ຽວກັບສິ່ງນີ້ ແລະ ເວົ້າວ່າ, “ໂອເຄ ກໍໄດ້”. ຊາຍຄົນນັ້ນຖາມວ່າ, “ທີ່ເຈົ້າເວົ້າວ່າ ‘ໂອເຄ ກໍໄດ້’ ໝາຍຄວາມວ່າແນວໃດ?” ສ່ຽວເປົາເວົ້າວ່າ, “ມັນໝາຍຄວາມວ່າພໍ່ແມ່ຂອງຂ້ອຍເຄີຍເວົ້າບາງຢ່າງກ່ຽວກັບເຈົ້າມາກ່ອນ”. ຈາກນັ້ນ ຊາຍຄົນນັ້ນກໍຍັງຄົງສືບຕໍ່ຖາມວ່າໄດ້ເວົ້າຫຍັງ ແລະ ຢ້າຄືນກັບສ່ຽວເປົາໃຫ້ເປັນເດັກທີ່ຊື່ສັດ ແລະ ບໍ່ໃຫ້ເວົ້າຕົວະ. ສ່ຽວເປົາເວົ້າວ່າ, “ແມ່ ແລະ ພໍ່ຂອງຂ້ອຍເວົ້າວ່າ ເຈົ້າບໍ່ແມ່ນຄົນດີ. ພວກເຂົາບອກວ່າເຈົ້າບໍ່ຊື່ສັດປານໃດ ແລະ ພວກເຂົາຄວນລະມັດລະວັງເວລາລົມກັບເຈົ້າ”. ຊາຍຄົນນັ້ນຖາມອີກວ່າ, “ມີຫຍັງອີກແດ່ທີ່ແມ່ ແລະ ພໍ່ຂອງເຈົ້າເວົ້າອີກ?” ສ່ຽວເປົາຕອບໄປວ່າ, “ຂ້ອຍຈື່ບໍ່ໄດ້ແລ້ວ”. “ເປັນເດັກດີເດີ!” ຊາຍຄົນນັ້ນກ່າວ. ຈາກນັ້ນ ສ່ຽວເປົາຕອບໄປວ່າ, “ແມ່ ແລະ ພໍ່ຂອງຂ້ອຍເວົ້າວ່າພວກເຂົາບໍ່ຄວນບອກທຸກເລື່ອງກັບເຈົ້າ”. ຈາກນັ້ນຊາຍຄົນນັ້ນກໍສືບຕໍ່ຖາມລາວຕໍ່ໄປອີກເລື້ອຍໆ ແລະ ສ່ຽວເປົາກໍໄດ້ບອກອອກມາຫຼາຍຢ່າງ. ຊາຍຄົນນັ້ນຮູ້ສຶກບໍ່ສະບາຍໃຈຫຼາຍຂຶ້ນເລື້ອຍໆ ແລະ ເວົ້າກັບສ່ຽວເປົາວ່າ, “ສ່ຽວເປົາ, ເຈົ້າເປັນເດັກທີ່ດີຫຼາຍ, ເດັກທີ່ພຣະເຈົ້າຊົງຮັກ ເພາະວ່າເຈົ້າເປັນຄົນຊື່ສັດ ແລະ ບອກຂ້ອຍທຸກຢ່າງທີ່ເຈົ້າຮູ້”. ເຖິງຕອນນີ້, ສ່ຽວເປົາບໍ່ໄດ້ລະວັງຊາຍຄົນນັ້ນຄືຕອນທຳອິດອີກຕໍ່ໄປ ແລະ ລາວບໍ່ໄດ້ຕອບ “ຂ້ອຍບໍ່ຮູ້” ກັບທຸກສິ່ງທີ່ຊາຍຄົນນັ້ນຖາມລາວອີກ. ລາວຢາກບອກຊາຍຄົນນັ້ນທຸກໆສິ່ງ, ບອກອັນໃດກໍຕາມທີ່ຊາຍຄົນນັ້ນບໍ່ຮູ້, ລາວພຽງແຕ່ຕ້ອງຖາມສ່ຽວເປົາ. ຊາຍຄົນນັ້ນຍັງໄດ້ເປີດເຜີຍຕໍ່ສ່ຽວເປົາວ່າ, “ຊື່ຫຼິ້ນຂອງຂ້ອຍແມ່ນ ຕ້າເປົາ, ເຈົ້າເຫັນບໍ, ເຈົ້າຖືກເອີ້ນວ່າ ສ່ຽວເປົາ ແລະ ຂ້ອຍຖືກເອີ້ນວ່າ ຕ້າເປົາ. ພວກເຮົາຄວນເປັນເພື່ອນທີ່ດີທີ່ສຸດຕໍ່ກັນບໍ່ແມ່ນບໍ?” ສ່ຽວເປົາຕອບວ່າ, “ໂດຍ”. ໃນຂະນະທີ່ພວກເຂົາລົມກັນໄປກັນມາ, ພວກເຂົາກໍລົມກັນເລື່ອງຕ່າງໆຫຼາຍຂຶ້ນ ແລະ ຍິ່ງລົມຫຼາຍພວກເຂົາກໍຍິ່ງຮູ້ສຶກມີຄວາມສຸກຫຼາຍຂຶ້ນ. ສ່ຽວເປົາກໍໄດ້ຮັບເຂົ້າໜົມອົມເພື່ອກິນ ແລະ ເລີກລະມັດລະວັງຊາຍຄົນນັ້ນ. ຈາກນັ້ນ ຊາຍຄົນນັ້ນກໍໄດ້ຕັ້ງເງື່ອນໄຂກັບສ່ຽວເປົາວ່າ: “ໃນອະນາຄົດ, ຖ້າວ່າແມ່ ແລະ ພໍ່ຂອງເຈົ້າເວົ້າເຖິງຂ້ອຍອີກ, ເຈົ້າສາມາດບອກຂ້ອຍໄດ້ບໍ?” ສ່ຽວເປົາຕອບວ່າ, “ແນ່ນອນ ເພາະວ່າເຮົາເປັນເພື່ອນທີ່ດີຕໍ່ກັນ”. ສ່ຽວເປົາກໍໄດ້ເລີກລະມັດລະວັງຊາຍຄົນນັ້ນ ແລະ ຊາຍຄົນນັ້ນກໍໄດ້ຮັບຂໍ້ມູນທີ່ລາວຕ້ອງການຈາກສ່ຽວເປົາ. ຕັ້ງແຕ່ມື້ນັ້ນເປັນຕົ້ນມາ ພວກເຂົາກໍກາຍເປັນໝູ່ທີ່ດີຕໍ່ກັນ. ເມື່ອໃດກໍຕາມທີ່ພໍ່ ແລະ ແມ່ຂອງສ່ຽວເປົາເວົ້າບາງສິ່ງກ່ຽວກັບຊາຍຄົນນັ້ນ, ສ່ຽວເປົາຈະບອກລາວທັນທີ. ຊາຍຄົນນັ້ນກໍສັນຍາກັບສ່ຽວເປົາວ່າ, “ຂ້ອຍຈະບໍ່ບອກພໍ່ແມ່ຂອງເຈົ້າກ່ຽວກັບເລື່ອງຂອງພວກເຮົາແນ່ນອນ, ມັນຄືຄວາມລັບຂອງພວກເຮົາ. ຖ້າໃນອະນາຄົດ ເຈົ້າຢາກກິນອັນໃດທີ່ແຊບໆ ຫຼື ຢາກໄດ້ຂອງຫຼິ້ນມ່ວນໆ, ຂ້ອຍຈະຊື້ໃຫ້ເຈົ້າແນ່ນອນ. ຖ້າມີເລື່ອງໃດທີ່ເຈົ້າບໍ່ຕ້ອງການໃຫ້ພໍ່ ແລະ ແມ່ເຈົ້າຮູ້, ຂ້ອຍຈະເກັບຮັກສາມັນເປັນຄວາມລັບໃຫ້ເຈົ້າເອງ”. ດັ່ງນັ້ນ, ສ່ຽວເປົາຈຶ່ງຮູ້ສຶກສະບາຍໃຈຫຼາຍຂຶ້ນ ແລະ ໄວ້ວາງໃຈຊາຍຄົນນັ້ນຢ່າງສຸດໃຈ. ລາວໄດ້ມີການຕິດຕໍ່ກັບສ່ຽວເປົາດ້ວຍຄວາມຈິງໃຈ ແລະ ພວກເຂົາກາຍເປັນ “ເພື່ອນທີ່ດີທີ່ແທ້ຈິງ”.

ນັ້ນແມ່ນເລື່ອງເລົ່າທັງໝົດ. ບໍ່ມີຕົວລະຄອນຫຼາຍເທົ່າໃດໃນເລື່ອງ; ຕົວລະຄອນຫຼັກແມ່ນ ຕ້າເປົາ ແລະ ສ່ຽວເປົາ. ໃຈຄວາມສຳຄັນຢູ່ທີ່ຜູ້ຊາຍທີ່ຊື່ຕ້າເປົາທີ່ພະຍາຍາມໃຊ້ວິທີການຕ່າງໆເພື່ອຫຼອກລວງ, ຊັກຈູງ ແລະ ໂນ້ມນ້າວເດັກທີ່ຊື່ ສ່ຽວເປົາ ໃຫ້ລາວບອກຂໍ້ມູນທີ່ຊາຍຄົນນັ້ນຕ້ອງການຮູ້. ນັ້ນແຫຼະ ແມ່ນເລື່ອງເລົ່າ ແລະ ບົດສົນທະນາແບບນີ້. ຈາກໂຄງເລື່ອງ ແລະ ບົດສົນທະນາງ່າຍໆນີ້ ພວກເຮົາສາມາດເຫັນຫຍັງແດ່? ລັກສະນະຂອງໃຜທີ່ຖືກເວົ້າເຖິງຫຼັກໆໃນທີ່ນີ້? ມັນແມ່ນ ເດັກ ຫຼື ຜູ້ໃຫຍ່? (ຜູ້ໃຫຍ່). ດັ່ງນັ້ນ ສິ່ງທີ່ສະແດງໃຫ້ເຫັນໃນທີ່ນີ້ແມ່ນຫຍັງ? ໃຈຄວາມສຳຄັນຫຼັກຂອງເລື່ອງເລົ່ານີ້ແມ່ນຫຍັງ? ໃຈຄວາມສຳຄັນຫຼັກແມ່ນ ວິທີການຕ່າງທີ່ຜູ້ໃຫຍ່ໃຊ້ ເພື່ອບັນລຸເປົ້າໝາຍຂອງຕົນເອງ. ພວກເຈົ້າເຂົ້າໃຈບໍວ່າລາວໃຊ້ວິທີການຫຍັງ? (ການຊັກຈູງ ແລະ ຫຼອກລວງ). ລາວໃຊ້ແຮງຈູງໃຈເພື່ອຊັກຈູງເດັກເຂົ້າຫາ ແລະ ໃຊ້ຖ້ອຍຄຳທີ່ຖືກຕ້ອງເພື່ອຫຼອກລວງເດັກ ແລະ ລາວກໍຍັງໂນ້ມນ້າວລໍ້ໃຈເດັກນຳອີກ. ລາວໄດ້ໃຊ້ຫຍັງເພື່ອໂນ້ມນ້າວລໍ້ໃຈເດັກ? ຜົນປະໂຫຍດ, ລາວໂນ້ມນ້າວລໍ້ໃຈເດັກໂດຍການໃຊ້ຜົນປະໂຫຍດ. ການຊັກຈູງ, ການໂນ້ມນ້າວລໍ້ໃຈ ແລະ ການຫຼອກລວງ, ນີ້ຖືເປັນທັງການໂນ້ມນ້າວລໍ້ໃຈ ແລະ ການຫຼອກລວງ ໂດຍການໃຊ້ຄຳເວົ້າທີ່ຖືກຕ້ອງ ເພື່ອໂນ້ມນ້າວລໍ້ໃຈ ແລະ ຍັງມີລັກສະນະທີ່ຄຸກຄາມເລັກນ້ອຍນຳອີກ. ຄຳເວົ້າອາດເບິ່ງຄືຖືກຕ້ອງ ແຕ່ລາວໃຊ້ຄຳເວົ້າເຫຼົ່ານີ້ເພື່ອຫຍັງ? (ເພື່ອບັນລຸແຜນການຂອງຕົນເອງ). ລາວໃຊ້ຄຳເວົ້າເຫຼົ່ານັ້ນເພື່ອບັນລຸຈຸດປະສົງທີ່ແອບແຝງຂອງຕົນເອງ. ວິທີການທີ່ລາວໃຊ້ນັ້ນຊັດເຈນດີໂດຍພື້ນຖານແລ້ວ. ນີ້ແມ່ນພຶດຕິກຳປົກກະຕິທີ່ມະນຸດມີບໍ? (ບໍ່). ແລ້ວພຶດຕິກຳນີ້ສະທ້ອນເຖິງດ້ານໃດ ຂອງອຸປະນິໄສທີ່ເສື່ອມຊາມຂອງຊາຕານ? (ຄວາມຊົ່ວຮ້າຍ). ເປັນຫຍັງພວກເຮົາຈຶ່ງເວົ້າວ່າເປັນຄວາມຊົ່ວຮ້າຍ ແທນທີ່ຈະເປັນການຫຼອກລວງ? ຄວາມຊົ່ວຮ້າຍນັ້ນມີລະດັບທີ່ເລິກເຊິ່ງກວ່າການຫຼອກລວງ, ມັນຮ້າຍກາດຫຼາຍກວ່າ, ມີຄວາມລຶກລັບຫຼາຍກວ່າ, ຫຼອກລວງກວ່າ ແລະ ຍາກກວ່າທີ່ຈະເຂົ້າໃຈ ແລະ ຄວາມຊົ່ວຮ້າຍຍັງມາພ້ອມກັບການໂນ້ມນ້າວລໍ້ໃຈ, ການຊັກຈູງ, ການຕີສະໜິດ, ການຊະນະໃຈ, ການຕິດສິນບົນ ແລະ ການລໍ້ລວງ. ການກະທຳ ແລະ ພຶດຕິກຳເຫຼົ່ານີ້ ມັນເກີນກວ່າການຫຼອກລວງ; ພວກມັນຄືຄວາມຊົ່ວຮ້າຍຢ່າງບໍ່ຕ້ອງສົງໄສເລີຍ. ຊາຍຄົນນັ້ນບໍ່ໄດ້ເວົ້າວ່າ, “ຖ້າເຈົ້າບໍ່ບອກຂ້ອຍ, ຂ້ອຍຈະຕີເຈົ້າ, ຈະເຕະເຈົ້າ ຫຼື ຈະຂ້າເຈົ້າ!” ລາວບໍ່ໄດ້ໃຊ້ວິທີການເຊັ່ນນັ້ນ ແລະ ເບິ່ງພາຍນອກ, ລາວກໍເບິ່ງບໍ່ຄືຄົນຮ້າຍ. ຢ່າງໃດກໍຕາມ, ນີ້ມັນເປັນສິ່ງທີ່ເປັນຕາໜ້າຢ້ານກົວກວ່າຄວາມປະສົງຮ້າຍ ນີ້ແຫຼະຄືຄວາມຊົ່ວຮ້າຍ. ເປັນຫຍັງເຮົາຈຶ່ງບອກວ່າມັນເປັນຄວາມຊົ່ວຮ້າຍ? ເພາະການຫຼອກລວງຄົນສ່ວນຫຼາຍກໍພໍສາມາດກວດພົບໄດ້, ແຕ່ວິທີການຂອງລາວແມ່ນມີເລ່ຫຼ່ຽມຫຼາຍກວ່າ. ເບິ່ງຈາກພາຍນອກ, ລາວໃຊ້ພາສາທີ່ສຸພາບ ທີ່ສອດຄ່ອງກັບຄວາມສຳພັນຂອງມະນຸດ, ແຕ່ໃນຄວາມເປັນຈິງ, ເລິກໆແລ້ວ ມີສິ່ງທີເຊື່ອງຢູ່ຫຼາຍກວ່ານັ້ນ. ການກະທຳ ແລະ ວິທີການຂອງລາວມີການປົກປິດຫຼາຍກວ່າ, ຮ້າຍກາດຫຼາຍກວ່າການຫຼອກລວງ ທີ່ຄົນເຮົາພົບເຫັນ ແລະ ພົບເຈີທົ່ວໄປ. ກົນລະຍຸດຂອງລາວນັ້ນຊັບຊ້ອນກວ່າ, ມີເລ່ຫຼ່ຽມ ແລະ ຫຼອກລວງຫຼາຍກວ່າ. ນີ້ແມ່ນຄວາມຊົ່ວຮ້າຍ.

ໃນຊີວິດປະຈຳວັນ, ພວກເຈົ້າສາມາດຈຳແນກ ແລະ ໄຈ້ແຍກ ການເປີດເຜີຍຂອງອຸປະນິໄສ ແລະ ພຶດຕິກຳຊົ່ວຮ້າຍຂອງຄົນອື່ນໄດ້ບໍ? ເຖິງແມ່ນວ່າຄົນເລ່ຫຼ່ຽມອາດຈະມີຄວາມສະຫຼາດພໍສົມຄວນ, ແຕ່ເມື່ອຫຼັງຈາກປະຕິສຳພັນກັບພວກເຂົາໄປໄດ້ໄລຍະໜຶ່ງ, ຄົນສ່ວນໃຫຍ່ກໍຍັງສາມາດເບິ່ງທະລຸພວກເຂົາໄດ້. ເຖິງຢ່າງໃດກໍຕາມ, ຜູ້ທີ່ມີອຸປະນິໄສຊົ່ວຮ້າຍ ບໍ່ແມ່ນວ່າຈະເບິ່ງທະລຸໄດ້ງ່າຍໆ. ຖ້າເຈົ້າບໍ່ສາມາດເຫັນແກ່ນແທ້ ຫຼື ຜົນຕາມາ, ເຈົ້າກໍບໍ່ມີທາງທີ່ຈະເບິ່ງທະລຸພວກເຂົາໄດ້ງ່າຍໆ. ຄົນຊົ່ວຮ້າຍນັ້ນຍິ່ງເຈົ້າເລ່ເພທຸບາຍ ກວ່າຄົນເລ່ຫຼ່ຽມ. ເຈົ້າບໍ່ມີທາງທີ່ຈະເບິ່ງທະລຸພວກເຂົາຈາກພຽງແຕ່ຄຳເວົ້າໜຶ່ງ ຫຼື ສອງປະໂຫຍກໄດ້. ເມື່ອເວົ້າເຖິງຄົນທີ່ມີອຸບປະນິດໄສຊົ່ວຮ້າຍ, ໃນຊ່ວງໄລຍະເວລາໃດໜຶ່ງ ຫຼື ຊ່ວງໄລຍະສັ້ນໆ ເຈົ້າອາດຈະບໍ່ສາມາດເບິ່ງທະລຸ ຫຼື ເຈາະເລິກໄດ້ວ່າ ເປັນຫຍັງພວກເຂົາຈຶ່ງເວົ້າ ຫຼື ເຮັດໃນລັກສະນະແບບນັ້ນ. ຈົນມື້ໜຶ່ງ ເມື່ອພວກເຂົາຖືກເປີດເຜີຍຢ່າງສິ້ນເຊີງ ແລະ ເປີດອອກມາທັງໝົດ, ຈາກນັ້ນ ໃນທີ່ສຸດທຸກຄົນຈຶ່ງຈະຄົ້ນພົບວ່າ ພວກເຂົາເປັນຄົນປະເພດໃດ. ນີ້ແມ່ນເກີນກວ່າຄຳວ່າເລ່ຫຼ່ຽມ ແຕ່ມັນຄືຄວາມຊົ່ວຮ້າຍ. ດັ່ງນັ້ນ, ການໄຈ້ແຍກອຸປະນິໄສຊົ່ວຮ້າຍຈຶງຕ້ອງໃຊ້ເວລາ ແລະ ບາງຄັ້ງຕ້ອງເຫັນຜົນໄດ້ຮັບກ່ອນຈຶ່ງຈະສາມາດໄຈ້ແຍກມັນໄດ້, ນີ້ບໍ່ແມ່ນສິ່ງທີ່ຈະສາມາດໄຈ້ແຍກໄດ້ຢ່າງວ່ອງໄວ. ຕົວຢ່າງ, ມັງກອນແດງທີ່ຍິ່ງໃຫຍ່ໄດ້ຫຼອກລວງຄົນມາຫຼາຍທົດສະວັດ ແລະ ຕອນນີ້ ຫາກໍມີຄົນຈຳນວນໜ້ອຍທີ່ເລີ່ມມີການໄຈ້ແຍກມັນໄດ້. ມັງກອນແດງທີ່ຍິ່ງໃຫຍ່ ມັກເວົ້າໃນສິ່ງທີ່ຟັງຄືວ່າດີທີ່ສຸດ ແລະ ສອດຄ່ອງກັບແນວຄິດຂອງມະນຸດຫຼາຍທີ່ສຸດ, ຍົກປ້າຍປະກາດວ່າຮັບໃຊ້ປະຊາຊົນ ເພື່ອຫຼວກລວງຄົນ ແລະ ຍົກປ້າຍປະກາດຄວາມຍຸຕິທຳ ເພື່ອຂັບໄລ່ຜູ້ທີ່ມີຄວາມຄິດຕ່າງ, ທຳຮ້າຍຄົນດີໆຢ່າງຮ້າຍແຮງຢ່າງນັບບໍ່ຖ້ວນ. ແຕ່ມີໜ້ອຍຄົນທີ່ສາມາດໄຈ້ແຍກໄດ້ ເພາະສິ່ງທີ່ມັນເວົ້າ ແລະ ເຮັດນັ້ນເບິ່ງຄືຖືກຕ້ອງໃນສາຍຕາຄົນ. ທຸກຄົນຄິດວ່າທຸກສິ່ງທີ່ມັນເຮັດເປັນທຳ ແລະ ເໝາະສົມ, ຖືກຕ້ອງຕາມກົດໝາຍ ແລະ ສົມເຫດສົມຜົນ ແລະ ສອດຄ່ອງກັບມະນຸດນິຍົມ. ຜົນກໍຄື ມັນໄດ້ຫຼອກລວງຄົນມາຫຼາຍທົດສະວັດ. ເມື່ອເຖິງວັນທີ່ມັນຖືກເປີດໂປງ ແລະ ຫຼົ້ມສະຫຼາຍ ຄົນຈື່ງຈະເຫັນໜ້າຕາທີ່ແທ້ຈິງຂອງມັນ ວ່າເປັນມານຮ້າຍ ແລະ ທຳມະຊາດແກ່ນແທ້ຂອງມັນນັ້ນຊົ່ວຮ້າຍ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ຫຼອກລວງຄົນມາຫຼາຍປີ ແລະ ພິດຂອງມັງກອນແດງທີ່ຍິ່ງໃຫຍ່ກໍ່ຢູ່ໃນຕົວທຸກຄົນ, ພວກເຂົາໄດ້ກາຍເປັນລູກຫຼານຂອງມັນ. ມີໃຜແດ່ໃນພວກເຈົ້າ ທີ່ສາມາດເຮັດໃນສິ່ງທີ່ມັງກອນແດງທີ່ຍິ່ງໃຫຍ່ເຮັດໄດ້ບໍ? ບາງຄົນເວົ້າຄືກັນມັງກອນແດງທີ່ຍິ່ງໃຫຍ່, ໃຊ້ຖ້ອຍຄຳທີ່ສຸພາບມ່ວນຫູຫຼາຍ ແຕ່ບໍ່ໄດ້ເຮັດວຽກຈິງ. ຄຳເວົ້າທັງໝົດຂອງພວກເຂົາເປັນສິ່ງທີ່ໜ້າຟັງຫຼາຍ ແຕ່ພວກເຂົາບໍ່ໄດ້ເຮັດວຽກຈິງ. ອີກຢ່າງ, ພວກເຂົາຍັງເຈົ້າເລ່ເພທຸບາຍ ແລະ ຊົ່ວຮ້າຍເປັນພິເສດ. ເມື່ອເວົ້າເຖິງຄົນປະເພດນີ້ ຖ້າຜູ້ໃດເຮັດໃຫ້ພວກເຂົາເຄືອງໃຈ, ພວກເຂົາຈະບໍ່ປ່ອຍຜ່ານມັນໄປ. ບໍ່ໄວກໍ່ຊ້າ, ພວກເຂົາຈະຫາໂອການທີ່ເໝາະສົມເພື່ອບັນລຸເປົ້າໝາຍໃນການແກ້ແຄ້ນຂອງພວກເຂົາ ໂດຍບໍ່ເປີດໂອກາດໃຫ້ຝ່າຍກົງກັນຂ້າມຈັບຜິດໄດ້. ພວກເຂົາອາດຈະເຖິງກັບຈັດການເລື່ອງນັ້ນໂດຍທີ່ບໍ່ໄດ້ສະແດງໃບໜ້າພວກເຂົາໃຫ້ໃຜເຫັນ. ນີ້ບໍ່ແມ່ນຄວາມຊົ່ວຮ້າຍບໍ? ຄົນຊົ່ວຮ້າຍເຮັດວຽກດ້ວຍຫຼັກການ, ວິທີການ, ຄວາມຕັ້ງໃຈ, ແຮງຈູງໃຈ ແລະ ຈຸດປະສົງ ທີ່ລ້ວນແຕ່ເປັນຄວາມລັບ ແລະ ປິດບັງ. ຄົນຊົ່ວຮ້າຍໃຊ້ກົນອຸບາຍເພື່ອທຳຮ້າຍຜູ້ອື່ນ, ບາງຄັ້ງໃຊ້ຜູ້ອື່ນເປັນມືສັງຫານແທນ, ບາງຄັ້ງກໍຫຼອກລໍ້ຜູ້ອື່ນໃຫ້ເຮັດບາບເພື່ອທໍລະມານພວກເຂົາ ແລະ ບາງຄັ້ງກໍໃຊ້ກົດໝາຍ ຫຼື ວິທີການທີ່ຕໍ່າຊາມອື່ນໆ ເພື່ອທໍລະມານຜູ້ອື່ນ. ທັງໝົດນີ້ເປັນການສຳແດງຂອງຄວາມຊົ່ວຮ້າຍ ແລະ ບໍ່ມີສິ່ງໃດທີ່ເປັນວິທີການອັນເປັນທຳ ຫຼື ຊື່ສັດເລີຍ. ມີໃຜແດ່ໃນພວກເຈົ້າ ສະແດງພຶດຕິກຳ ຫຼື ການເປີດເຜີຍເຫຼົ່ານີ້ບໍ? ພວກເຈົ້າສາມາດ ໄຈ້ແຍກພວກເຂົາໄດ້ບໍ? ພວກເຈົ້າຮັບຮູ້ໄດ້ຫຼືບໍ່ວ່າພວກເຂົາປະກອບດ້ວຍອຸປະນິໄສທີ່ຊົ່ວຮ້າຍ? ປົກກະຕິແລ້ວ ຄວາມເລ່ຫຼ່ຽມສາມາດເບິ່ງເຫັນໄດ້ຈາກພາຍນອກ: ບາງຄົນເວົ້າວົກໄປວົນມາ ຫຼື ໃຊ້ພາສາທີ່ສວຍງາມ ແລະ ບໍ່ມີໃຜຮູ້ວ່າພວກເຂົາກຳລັງຄິດຫຍັງຢູ່. ນັ້ນຄືຄວາມເລ່ຫຼ່ຽມ. ລັກສະນະສຳຄັນຫຼັກໆຂອງຄວາມຊົ່ວຮ້າຍແມ່ນຫຍັງ? ມັນແມ່ນຄໍາເວົ້າຂອງພວກເຂົາທີ່ເປັນຕາໜ້າຟັງເປັນພິເສດ ແລະ ໂດຍຜິວເຜີນແລ້ວ ທຸກຢ່າງເບິ່ງຄືຖືກຕ້ອງ. ເບິ່ງຄືບໍ່ມີບັນຫາຫຍັງ ແລະ ສິ່ງຕ່າງໆເບິ່ງຄືດູດີຈາກທຸກມູມ. ເມື່ອພວກເຂົາເຮັດບາງສິ່ງ, ເຈົ້າບໍ່ເຫັນພວກເຂົາໃຊ້ວິທີການພິເສດໃດໆ ແລະ ພາຍນອກກໍບໍ່ມີສັນຍານຂອງຈຸດອ່ອນ ຫຼື ຂໍ້ບົກພ່ອງໃດໆໃຫ້ເຫັນ, ແຕ່ພວກເຂົາພັດບັນລຸເປົ້າໝາຍຂອງຕົນ. ພວກເຂົາເຮັດສິ່ງຕ່າງໆໃນລັກສະນະທີ່ເປັນຄວາມລັບເປັນຢ່າງຍິ່ງ. ນີ້ແມ່ນວິທີການທີ່ພວກຕໍ່ຕ້ານພຣະຄຣິດຫຼອກລວງຜູ້ຄົນ. ຜູ້ຄົນ ແລະ ເລື່ອງລາວແບບນີ້ ເປັນສິ່ງທີ່ຍາກທີ່ສຸດທີ່ຈະໄຈ້ແຍກໄດ້. ບາງຄົນມັກເວົ້າສິ່ງທີ່ຖືກຕ້ອງ, ໃຊ້ຂໍ້ອ້າງທີ່ຟັງດູດີ ແລະ ຍົກເອົາຫຼັກຄຳສອນ, ການເວົ້າ ຫຼື ການກະທຳບາງຢ່າງທີ່ສອດຄ່ອງກັບຄວາມຮູ້ສຶກຂອງມະນຸດ ເພື່ອປິດບັງສາຍຕາຜູ້ຄົນ. ພວກເຂົາທຳທ່າເຮັດສິ່ງໜຶ່ງ ໃນຂະນະທີ່ກຳລັງເຮັດອີກສິ່ງໜຶ່ງເພື່ອບັນລຸເປົ້າໝາຍທີ່ແອບແຝງຂອງຕົນ. ນີ້ແມ່ນຄວາມຊົ່ວຮ້າຍ, ແຕ່ຄົນສ່ວນຫຼາຍຄິດວ່າພຶດຕິກຳນີ້ແມ່ນເລ່ຫຼ່ຽມ. ຄວາມເຂົ້າໃຈ ແລະ ການຈຳແນກຂອງຜູ້ຄົນທີ່ມີຕໍ່ຄວາມຊົ່ວຮ້າຍນັ້ນຂ້ອນຂ້າງຈຳກັດ. ແທ້ຈິງແລ້ວ, ຄວາມຊົ່ວຮ້າຍແມ່ນຍາກຕໍ່ການໄຈ້ແຍກ ຍິ່ງກວ່າຄວາມເລ່ຫຼ່ຽມ ເພາະວ່າມັນແອບແຝງຫຼາຍກວ່າ ແລະ ວິທີການ ແລະ ການກະທຳຂອງມັນຊັບຊ້ອນຫຼາຍກວ່າ. ໂດຍປົກກະຕິແລ້ວ ຖ້າວ່າໃຜມີອຸປະນິໄສທີ່ມີເລ່ຫຼ່ຽມຢູ່ໃນຕົວ ຄົນອື່ນຈະສາມາດກວດພົບຄວາມເລ່ຫຼ່ຽມຂອງພວກເຂົາໄດ້ພາຍໃນສອງ ຫຼື ສາມວັນຫຼັງຈາກມີການປະຕິສຳພັນກັບພວກເຂົາ ຫຼື ພວກເຂົາສາມາດຮັບຮູ້ ເຖິງອຸປະນິໄສທີ່ມີເລ່ຫຼ່ຽມທີ່ເປີດເຜີຍອອກມາໃນການກະທຳ ແລະ ຄຳເວົ້າຂອງບຸກຄົນນັ້ນໄດ້. ເຖິງຢ່າງໃດກໍຕາມ, ສົມມຸດວ່າບຸກຄົນນັ້ນເປັນຄົນຊົ່ວຮ້າຍ: ນີ້ບໍ່ແມ່ນສິ່ງທີ່ຈະສາມາດໄຈ້ແຍກໄດ້ພາຍໃນສອງສາມວັນ ເພາະວ່າຖ້າບໍ່ມີເຫດການສຳຄັນ ຫຼື ສະຖານະການພິເສດໃນຊ່ວງເວລາສັ້ນໆ ມັນກໍບໍ່ງ່າຍທີ່ຈະໄຈ້ແຍກຫຍັງໄດ້ຈາກການຟັງພວກເຂົາເວົ້າພຽງຢ່າງດຽວ. ພວກເຂົາລ້ວນແຕ່ເວົ້າ ແລະ ເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ ແລະ ນຳສະເໜີຫຼັກຄໍາສອນທີ່ຖືກຕ້ອງຕໍ່ເນື່ອງກັນ. ຫຼັງຈາກມີປະຕິສຳພັນກັບພວກເຂົາສອງສາມວັນ, ເຈົ້າອາດຈະຄິດວ່າຄົນນີ້ຂ້ອນຂ້າງດີ, ສາມາດສະຫຼະສິ່ງຕ່າງໆ ແລະ ອຸທິດຕົນເອງ, ມີຄວາມເຂົ້າໃຈຝ່າຍຈິດວິນຍານ, ມີຫົວໃຈທີ່ຮັກພຣະເຈົ້າ ແລະ ມີທັງມະໂນທຳ ແລະ ເຫດຜົນໃນທາງທີ່ພວກເຂົາປະຕິບັດ. ແຕ່ຫຼັງຈາກທີ່ພວກເຂົາຈັດການເລື່ອງບາງເລື່ອງ, ເຈົ້າເຫັນວ່າຄຳເວົ້າ ແລະ ການກະທຳຂອງພວກເຂົາປົນເປກັບສິ່ງອື່ນໆຢ່າງຫຼວງຫຼາຍ, ມີເຈດຕະນາຊົ່່ວຮ້າຍຫຼາຍເກີນໄປ. ເຈົ້າຮັບຮູ້ວ່າຄົນໆນີ້ບໍ່ຊື່ສັດ ແຕ່ມີເລ່ຫຼ່ຽມ ເຊິ່ງເປັນສິ່ງຊົ່ວຮ້າຍ. ພວກເຂົາມັກໃຊ້ຖ້ອຍຄຳທີ່ຖືກຕ້ອງ ແລະ ປະໂຫຍກທີ່ຟັງດູດີເຊິ່ງສອດຄ່ອງກັບຄວາມຈິງ ແລະ ເຕັມໄປດ້ວຍຄວາມຮັກຂອງມະນຸດ ເພື່ອປະຕິສຳພັນກັບຜູ້ຄົນ. ໃນດ້ານໜຶ່ງ ພວກເຂົາສ້າງຊື່ສຽງໃຫ້ຕົນເອງ ແລະ ໃນອີກດ້ານໜຶ່ງ, ພວກເຂົາຫຼອກລວງຜູ້ອື່ນ ເພື່ອບັນລຸກຽດຕິຍົດ ແລະ ສະຖານະທ່າມກາງຜູ້ຄົນ. ບຸກຄົນແບບນີ້ ເຮັດໃຫ້ຜູ້ອື່ນຫຼົງຜິດໄດ້ຢ່າງຫຼວງຫຼາຍ ແລະ ເມື່ອພວກເຂົາມີອຳນາດ ແລະ ສະຖານະ, ພວກເຂົາສາມາດຫຼອກລວງ ແລະ ທຳຮ້າຍຜູ້ຄົນໄດ້ຢ່າງຫຼວງຫຼາຍ. ຄົນທີ່ມີອຸປະນິໄສຊົ່ວຮ້າຍນັ້ນ ເປັນອັນຕະລາຍຢ່າງຍິ່ງ. ມີຄົນແບບນີ້ຢູ່ຮອບຕົວພວກເຈົ້າບໍ? ຕົວພວກເຈົ້າເອງ ເປັນແບບນີ້ຫຼືບໍ່? (ແມ່ນແລ້ວ). ແລ້ວມັນຮ້າຍແຮງປານໃດ? ການເວົ້າ ແລະ ການກະທຳໂດຍປາສະຈາກຫຼັກການຄວາມຈິງ ອີງໃສ່ທຳມະຊາດອັນຊົ່ວຮ້າຍຂອງຕົນເອງໃນການກະທຳ, ປາຖະໜາທີ່ຈະຫຼອກລວງຜູ້ອື່ນຢູ່ສະເໝີ ແລະ ດຳເນີນຊີວິດຢູ່ພາຍໃຕ້ໜ້າກາກ ເພື່ອບໍ່ໃຫ້ຜູ້ອື່ນສາມາດເບິ່ງທະລຸ ຫຼື ຈົດຈຳເຈົ້າໄດ້ ແລະ ຈະຍົກຍ້ອງຄວາມເປັນມະນຸດ ແລະ ສະຖານະຂອງເຈົ້າດ້ວຍຄວາມນັບຖື ແລະ ຊົມເຊີຍ, ນີ້ແມ່ນຄວາມຊົ່ວຮ້າຍ. ພວກເຈົ້າສະແດງພຶດຕິກຳຊົ່ວຮ້າຍເຫຼົ່ານີ້ໃນບາງຄັ້ງຄາວບໍ ຫຼື ພວກເຈົ້າເປັນແບບນີ້ຕະຫຼອດເວລາ? ນີ້ແມ່ນສິ່ງທີ່ພວກເຈົ້າເປັນແທ້ໆບໍ ແລະ ມັນຍາກທີ່ຈະຫຼຸດພົ້ນຈາກມັນບໍ? ແຕ່ຖ້າເຈົ້າໃຊ້ວິທີການດັ່ງກ່າວພຽງບາງຄັ້ງຄາວ, ນີ້ກໍຍັງສາມາດປ່ຽນແປງໄດ້. ເຖິງຢ່າງໃດກໍຕາມ, ຖ້າວ່ານີ້ແມ່ນຕົວຕົນທີ່ແທ້ຈິງຂອງເຈົ້າ, ປະຕິບັດຢ່າງມີໄຫວພິບ ແລະ ມີເລ່ຫຼ່ຽມຢູ່ສະເໝີ ແລະ ອີງໃສ່ກົນອຸບາຍຢູ່ຕະຫຼອດ, ເຈົ້າກໍເປັນປີສາດທີ່ມີເລ່ຫຼ່ຽມທີ່ສຸດ. ເຮົາຈະບອກຄວາມຈິງແກ່ພວກເຈົ້າ: ຄົນປະເພດນີ້ຈະບໍ່ມີວັນປ່ຽນແປງເລີຍ.

ໃນເລື່ອງເລົ່ານີ້, ຕ້າເປົາໃຊ້ວິທີການເຫຼົ່ານີ້ເພື່ອຫຼອກລວງສ່ຽວເປົາ ແລະ ເຮັດໃຫ້ເດັກບອກຄວາມຈິງໃຫ້ແກ່ລາວ. ບອກເຮົາແດ່, ໃຜສອນລາວໃຫ້ເຮັດເລື່ອງແບບນີ້? ບໍ່ມີໃຜສອນລາວ. ແລ້ວກົນລະວິທີເຫຼົ່ານີ້ມາຈາກໃສ? (ມາຈາກທຳມະຊາດຂອງລາວ). ພວກມັນມາຈາກທຳມະຊາດຂອງລາວ, ຈາກແກ່ນແທ້ທີ່ເສື່ອມຊາມຂອງລາວ. ລາວເປັນຄົນແບບນັ້ນຢູ່ແລ້ວ. ລາວບໍ່ລະເວັ້ນແມ່ນແຕ່ເດັກນ້ອຍ, ຊ່າງເປັນຕາກຽດຊັງແທ້ໆ! ຖ້າວ່າລາວຕ້ອງການຮູ້ຄວາມຈິງ, ລາວສາມາດໄປຖາມກັບພໍ່ແມ່ເດັກໄດ້ໂດຍກົງ ຫຼື ລາວສາມາດທຳຄວາມຮູ້ຈັກກັບພໍ່ແມ່ ແລະ ເປີດໃຈຕໍ່ກັບພວກເຂົາ; ແລ້ວພວກເຂົາກໍອາດຈະບອກຄວາມຈິງກັບລາວ. ບໍ່ມີຄວາມຈຳເປັນຕ້ອງໃຊ້ວິທີການທີ່ໜ້າອາຍ ແລະ ຊົ່ວຊ້າລັບຫຼັງຜູ້ອື່ນເຊັ່ນນີ້ເລີຍ. ນີ້ແມ່ນສິ່ງທີ່ຄົນທີ່ມີອຸປະນິໄສຊົ່ວຮ້າຍເຮັດ. ບອກເຮົາແດ່, ມັນເປັນຕາໜ້າລັງກຽດບໍ? (ມັນເປັນຕາໜ້າລັງກຽດ). ລາວບໍ່ລະເວັ້ນແມ່ນແຕ່ເດັກນ້ອຍ; ລາວເຫັນເດັກນ້ອຍເປັນຜູ້ທີ່ງ່າຍຕໍ່ການຂົ່ມເຫັງ, ຫຼອກລວງ ແລະ ໂກງ, ດັ່ງນັ້ນ ລາວຈຶ່ງວາງອຸບາຍກັບເດັກນັ້ນ. ຕອນນີ້ ຖ້າລາວເຫັນຜູ້ໃຫຍ່ທີ່ຊື່ສັດ ແລະ ໃຈດີ, ລາວຈະປະຕິບັດຕໍ່ພວກເຂົາແນວໃດ? ລາວສາມາດປ່ອຍພວກເຂົາເປັນໄປແບບນັ້ນບໍ? ແນ່ນອນວ່າບໍ່ໄດ້. ຖ້າລາວເຫັນຄົນທີ່ຄ້າຍຄືກັບຕົນເອງ, ຄົນທີ່ມັກໃຊ້ກົນອຸບາຍໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ລາວຈະເຮັດຫຍັງ? (ລາວຮູ້ວ່າຄົນນັ້ນຊົ່ວຮ້າຍຄືກັນກັບລາວ ແລະ ອາດຈະລະມັດລະວັງພວກເຂົາ, ບໍ່ຍອມເປີດເຜີຍຫຍັງງ່າຍໆ). ນອກຈາກລະມັດລະວັງແລ້ວ ລາວອາດຈະເຮັດຫຍັງໄດ້ອີກ? (ລາວຈະແຂ່ງຂັນ). ລາວຈະແຂ່ງຂັນຢ່າງເປີດເຜີຍ ແລະ ຢ່າງລັບໆ, ເທົ່ານັ້ນແຫຼະ. ນີ້ແມ່ນພຶດຕິກຳຂອງຄົນທີ່ມີອຸປະນິໄສຊົ່ວຮ້າຍ. ຄົນເຊັ່ນນີ້ມັກແຂ່ງຂັນກັບຄົນອື່ນ ທັງຢ່າງເປີດເຜີຍ ແລະ ຢ່າງລັບໆ ແລະ ພວກເຂົາຈະຄວ້າທຸກໆໂອກາດ. ພວກເຂົາມີຄະຕິພົດທີ່ນິຍົມຂໍ້ໜຶ່ງ ແລະ ຖ້າເຈົ້າພົບຄົນເຊັ່ນນີ້ ແລະ ໄດ້ຍິນພວກເຂົາເວົ້າມັນ, ເຈົ້າໝັ້ນໃຈໄດ້ເລີຍວ່າ ພວກເຂົາເປັນຄົນທີມີອຸປະນິໄສຊົ່ວຮ້າຍ. ພວກເຂົາເວົ້າຫຍັງ? ຕົວຢ່າງ: ເມື່ອເຈົ້າແນະນຳໃຫ້ພວກເຂົາຮ່ວມມືກັບອີກຄົນໜຶ່ງເພື່ອເຮັດໜ້າທີ່ຂອງພວກເຂົາ, ພວກເຂົາຈະເວົ້າວ່າ “ໂອ, ຂ້ອຍແຂ່ງກັບພວກເຂົາບໍ່ໄດ້ດອກ!” ຄວາມຄິດທຳອິດຂອງພວກເຂົາມັກຈະເປັນເລື່ອງ “ການແຂ່ງຂັນ” ສະເໝີ. ຄວາມຄິດທຳອິດຂອງພວກເຂົາບໍ່ແມ່ນວ່າ ຈະຮ່ວມມືກັບຄົນອື່ນແນວໃດເພື່ອເຮັດວຽກໃຫ້ໄດ້ດີ ແຕ່ ກ່ຽວກັບການແຂ່ງຂັນກັບພວກເຂົາ. ນີ້ແມ່ນຄະຕິພົດທີ່ນິຍົມຂອງພວກເຂົາ. ບໍ່ວ່າພວກເຂົາຈະຢູ່ໃນກຸ່ມຄົນປະເພດໃດ, ບໍ່ວ່າພວກເຂົາຈະຢູ່ທ່າມກາງຜູ້ບໍ່ເຊື່ອ, ອ້າຍເອື້ອຍນ້ອງ ຫຼື ສະມາຊິດໃນຄອບຄົວ, ກົດຂໍ້ດຽວຂອງພວກເຂົາແມ່ນຫຍັງ? ມັນຄືການແຂ່ງຂັນ ແລະ ຖ້າພວກເຂົາບໍ່ສາມາດຊະນະຄົນອື່ນໄດ້ຢ່າງເປີດເຜີຍ, ພວກເຂົາຈະກະທຳຢ່າງລັບໆ. ອຸປະນິໄສລັກສະນະນີ້ແມ່ນຊົ່ວຮ້າຍ. ບາງຄົນອາດປາກົດທາງພາຍນອກອາດຄືວ່າລົມກັບຄົນອື່ນແບບທຳມະດາ ແຕ່ພາຍໃນໃຈຂອງພວກເຂົາ, ພວກເຂົາກຳລັງແຂ່ງຂັນກັນຢ່າງລັບໆ, ໃຊ້ວິທີການ ແລະ ເຕັກນິກຕ່າງໆ ເພື່ອໂຈມຕີ ແລະ ຫຼຸດຄຸນຄ່າຂອງອີກຝ່າຍທາງອ້ອມ. ຜູ້ຄົນທີ່ບໍ່ສາມາດໄຈ້ແຍກສິ່ງນີ້ໄດ້ຈະເບິ່ງກົນລະຍຸດຂອງພວກເຂົາບໍ່ທະລຸ ແລະ ເມື່ອເຖິງເວລາທີ່ພວກເຂົາຮັບຮູ້ໄດ້ ຜົນການແຂ່ງຂັນນັ້ນກໍໄດ້ຂໍ້ສະຫຼຸບໄປແລ້ວ. ນີ້ແມ່ນຄວາມຊົ່ວຮ້າຍ. ເມື່ອຄົນຊົ່ວຮ້າຍມີປະຕິສຳພັນກັບຄົນອື່ນ, ມັນລ້ວນແລ້ວແຕ່ແມ່ນການແຂ່ງຂັນ ທັງຢ່າງເປີດເຜີຍ ແລະ ຢ່າງລັບໆ, ໃຊ້ກົນອຸບາຍ, ແຜນການຕ່າງໆ ຫຼື ວິທີການບາງຢ່າງເພື່ອເອົາຊະນະຜູ້ອື່ນ, ເຮັດໃຫ້ຜູ້ອື່ນຍອມຈຳນົນ ແລະ ສຸດທ້າຍແມ່ນເຮັດໃຫ້ທຸກຄົນຍອມຮັບພວກເຂົາ. ຕັ້ງແຕ່ການມີຢູ່ຂອງມະນຸດຊາດຈົນເຖິງປັດຈຸບັນ, ປະຫວັດສາດທັງໝົດຂອງມະນຸດຊາດເຕັມໄປດ້ວຍຄຳວ່າ “ການແຂ່ງຂັນ”. ບໍ່ວ່າຈະເປັນໃນລະດັບໃຫຍ່ລະຫວ່າງປະເທດ, ໃນລະດັບນ້ອຍລະຫວ່າງຕະກູນ ຫຼື ໃນລະດັບບຸກຄົນ, ບໍ່ມີກຸ່ມໃດທີ່ປາສະຈາກຄວາມຂັດແຍ່ງ; ຖ້າບໍ່ແມ່ນການແຂ່ງຂັນຢ່າງເປີດເຜີຍ ກໍເປັນການແຂ່ງຂັນແບບລັບໆ, ຖ້າບໍ່ແມ່ນການຜະເຊີນໜ້າທາງຄຳເວົ້າ ກໍແມ່ນການຜະເຊີນໜ້າກັນທາງດ້ານຮ່າງກາຍ. ຊ່ວງເວລາທີ່ມີສົງຄາມຖີ່ທີ່ສຸດລະຫວ່າງກຸ່ມຊົນເຜົ່າຕ່າງໆ ໃນປະຫວັດສາດຈີນແມ່ນໃນຊ່ວງລະດູໃບໄມ້ປົ່ງ ແລະ ໃບໄມ້ຫຼົ່ນ ແລະ ໃນຊ່ວງສົງຄາມລະຫວ່າງລັດ. ໜັງສືຍຸດທະສາດທາງການທະຫານທີ່ມີຊື່ສຽງຫຼາຍເຫຼັ້ມກໍເກີດຂຶ້ນໃນທັງສອງຊ່ວງເວລານັ້ນ ເຊັ່ນວ່າ ກົນລະຍຸດທີ່ຢູ່ພາຍໃນຕໍາລາພິໄຊສົງຄາມຂອງຊຸນວູ ( The Art of War by Sun Tzu) ເຊິ່ງທັງໝົດນີ້ຖືກສ້າງຂຶ້ນໃນຍຸກສະໄໝນັ້ນ. ຍັງມີໜັງສືສາມສິບຫົກກົນລະຍຸດ (The Thirty-Six Stratagems), ເຊິ່ງບັນທຶກກົນລະວິທີຕ່າງໆທີ່ໃຊ້ໃນສົງຄາມ. ບາງຍຸດທະສາດ ແລະ ກົນລະຍຸດທາງການທະຫານເຫຼົ່ານີ້ຍັງຄົງຖືກນຳມາໃຊ້ຈົນເຖິງປັດຈຸບັນ. ບອກເຮົາແດ່, ມີຍຸດທະສາດໃດແດ່? ຍຸດທະສາດ “ການທຳລາຍຕົນເອງ”, ຍຸດທະສາດ “ການລໍ້ຫຼອກບ່ຽງເບນ”, ຍຸດທະສາດ “ສາຍລັບສອງໜ້າ”, ຍຸດທະສາດ “ເມືອງວ່າງເປົ່າ” ແລະ ຍຸດທະສາດ “ກັບດັກນ້ຳເຜິ້ງ”. ຍຸດທະສາດທີ່ມີຊື່ສຽງທັງໝົດນີ້, ເຖິງວ່າມັນຈະເອີ້ນວ່າ “ກັບດັກນ້ຳເຜິ້ງ”, “ເມືອງວ່າງເປົ່າ” ຫຼື “ການລໍ້ຫຼອກບ່ຽງເບນ”, ລ້ວນແຕ່ປະກອດດ້ວຍຄຳວ່າ “ຍຸດທະສາດ”. ແລ້ວຄຳວ່າ “ຍຸດທະສາດ” ໝາຍເຖິງຫຍັງ? (“ກົນລະຍຸດ” ຫຼື “ກົນອຸບາຍ”). ມັນບົ່ງບອກເຖິງກົນລະຍຸດບາງຢ່າງທີ່ຮ້າຍກາດ, ມີເລ່ຫຼ່ຽມ, ທໍລະຍົດ, ເຊື່ອງຊ້ອນ ຫຼື ເປັນຄວາມລັບ. “ກົນລະຍຸດ” ເຫຼົ່ານີ້ບໍ່ມີຄວາມກ່ຽວຂ້ອງກັບການວາງແຜນ ແຕ່ມັນຄືການວາງກົນອຸບາຍ. ພວກເຮົາເຫັນຫຍັງແດ່ຈາກເບື້ອງຫຼັງກົນລະຍຸດເຫຼົ່ານີ້? ການກະທຳ, ພຶດຕິກຳຂອງພວກເຂົາ, ກົນລະຍຸດ ແລະ ການປະຕິບັດເຫຼົ່ານີ້ທີ່ໃຊ້ໃນສົງຄາມ ສອດຄ່ອງກັບຄວາມເປັນມະນຸດ ແລະ ຄວາມຈິງບໍ? (ບໍ່). ພຣະເຈົ້າຊົງເຮັດແບບນີ້ບໍ? (ບໍ່). ແນ່ນອນວ່າບໍ່ແມ່ນ. ດັ່ງນັ້ນ ການປະຕິບັດເຫຼົ່ານີ້ເປັນຕົວແທນຂອງໃຜ? ພວກມັນແມ່ນຕົວແທນຂອງຊາຕານ ແລະ ຄວາມເປັນມະນຸດທີ່ຊົ່ວຮ້າຍນີ້. ແລ້ວກົນລະຍຸດຄວາມເປັນມະນຸດທີ່ຊົ່ວຮ້າຍເຫຼົ່ານີ້ມາຈາກໃສ? (ຊາຕານ). ພວກມັນໄດ້ມາຈາກຊາຕານ. ບາງຄົນອາດຈະເຂົ້າໃຈສິ່ງນີ້ໄດ້ຍາກ, ດັ່ງນັ້ນ ເຮົາຄວນເວົ້າວ່າ ພວກມັນມາຈາກລາຊາຜີຮ້າຍ, ແບບນີ້ຄົນເຮົາຈຶ່ງຈະເຂົ້າໃຈ. ລາຊາຜີຮ້າຍແມ່ນໃຜ? ພວກມັນແມ່ນຜີຮ້າຍ ແລະ ຊາຕານ ທີ່ກັບຊາດມາເກີດໃໝ່ໃນໂລກເພື່ອທຳລາຍຄວາມຜາສຸກ ແລະ ສ້າງຄວາມແຕກແຍກໃນມວນມະນຸດ, ພວກມັນຄິດຄົ້ນຍຸດທະສາດເຫຼົ່ານີ້ຂຶ້ນມາ. ໃນບັນທຶກພາລະກິດຂອງພຣະເຈົ້າ, ພວກເຈົ້າເຄີຍເຫັນພຣະອົງໃຊ້ ຍຸດທະສາດ “ເມືອງວ່າງເປົ່າ” ຫຼື “ການລໍ້ຫຼອກບ່ຽງເບນ” ບໍ? ພາລະກິດຄຸ້ມຄອງຂອງພຣະເຈົ້າມີການໃຊ້ຍຸດທະສາດແບບນີ້ບໍ? ພຣະເຈົ້າບໍ່ເຄີຍໃຊ້ຍຸດທະສາດແບບນີ້ໃນການຈັດການພາລະກິດຂອງພຣະອົງ. ຍຸດທະສາດເຫຼົ່ານີ້ຖືກໃຊ້ໂດຍມະນຸດທີ່ຊົ່ວຮ້າຍທັງໝົດ. ຈາກລະດັບຊາດ ຫຼື ລາຊະວົງໃນລະດັບທີ່ໃຫຍ່ ໄປຈົນເຖິງ ຊົນເຜົ່າ ຫຼື ຄອບຄົວໃນລະດັບທີ່ນ້ອຍກວ່າ ແລະ ແມ່ນແຕ່ລົງໄປຮອດຄວາມສຳພັນລະຫວ່າງບຸກຄົນ, ບ່ອນໃດທີ່ເຈົ້າພົບຄວາມເປັນມະນຸດທີ່ເສື່ອມຊາມ, ບ່ອນນັ້ນເຈົ້າຈະພົບກັບຄວາມຂັດແຍ່ງ. ພວກເຂົາຕໍ່ສູ້ກັນເລື່ອງຫຍັງ? ພວກເຂົາແຂ່ງຂັນກັນເພື່ອຫຍັງ? ເປົ້າໝາຍຂອງພວກເຂົາແມ່ນຫຍັງ? ທັງໝົດກ່ຽວກັບອຳນາດ, ກຽດຕິຍົດ ແລະ ຜົນປະໂຫຍດ ເພື່ອໃຫ້ໄດ້ມາເຊິ່ງສິ່ງເຫຼົ່ານີ້. ຊາດຕ່າງໆຕໍ່ສູ້ກັນເພື່ອຄວບຄຸມປະຊາຊົນໃຫ້ໄດ້ຫຼາຍຂຶ້ນ. ຊົນເຜົ່າຕ່າງໆຕໍ່ສູ້ກັນເພື່ອຍາດແຍ່ງດິນແດນ, ຜູ້ຄົນ ແລະ ອຳນາດອະທິປະໄຕ. ບຸກຄົນຕໍ່ສູ້ກັນເພື່ອຍາດແຍ່ງຄວາມເໜືອກວ່າ ແລະ ຜົນປະໂຫຍດ. ທຸກບ່ອນທີ່ມີມະນຸດແມ່ນມີຄວາມຂັດແຍ່ງ ເພາະວ່າທຸກບ່ອນທີ່ມີມະນຸດແມ່ນມີຄວາມເສື່ອມຊາມຂອງຊາຕານ. ມະນຸດໂດຍລວມແລ້ວຖືກຊາຕານເຮັດໃຫ້ເສື່ອມຊາມ, ດັ່ງນັ້ນ ໂລກຈຶ່ງເຕັມໄປດ້ວຍຄວາມຂັດແຍ່ງ ແລະ ນອງເລືອດ. ໃນການກະທຳໃດໆທີ່ມັນເຮັດ, ຄວາມເປັນມະນຸດທີ່ເສື່ອມຊາມບໍ່ສາມາດຫຼຸດພົ້ນຈາກພັນທະນາການຂອງອຸປະນິໄສຂອງຊາຕານໄດ້. ດັ່ງນັ້ນ, ປະຫວັດສາດທັງໝົດຂອງມະນຸດ ບໍ່ວ່າຈະເປັນຕາເວັນຕົກ ຫຼື ຕາເວັນອອກ ທຸກຊ່ວງເວລາຂອງປະຫວັດສາດ ລ້ວນແຕ່ເປັນບັນທຶກທີ່ໜ້າເສົ້າຂອງການຕໍ່ສູ້ອັນຊົ່ວຮ້າຍຂອງມວນມະນຸດ. ມະນຸດຊາດເຖິງຂັ້ນເບິ່ງສິ່ງເຫຼົ່ານີ້ວ່າເປັນຄວາມຮຸ່ງເຮືອງ. ປັດຈຸບັນນີ້ ບາງຄົນຍັງຄົງສຶກສາສາມສິບຫົກກົນລະຍຸດ (Thirty-Six Stratagems) ຂອງຈີນ. ພວກເຈົ້າກຳລັງສຶກສາພວກມັນຢູ່ບໍ? (ບໍ່). ຖ້າເຈົ້າຕັ້ງໃຈສຶກສາສິ່ງເຫຼົ່ານີ້, ຊຶມຊັບເອົາປະສົບການ, ບົດຮຽນ, ເຄື່ອງມື, ວິທີການ ແລະ ເຕັກນິກຕ່າງໆ ເພີ່ມພູນເຂົ້າໃນສະໝອງຂອງເຈົ້າ ແລະ ເຮັດໃຫ້ມັນເປັນສ່ວນໜຶ່ງຂອງທັກສະການເອົາຕົວລອດຂອງເຈົ້າ, ສິ່ງນັ້ນແມ່ນບໍ່ຖືກຕ້ອງຢ່າງແນ່ນອນ. ເຈົ້າຈະຍິ່ງເຂົ້າໃກ້ຊາຕານຫຼາຍຂຶ້ນຢ່າງຫຼີກລ່ຽງບໍ່ໄດ້, ກາຍເປັນຄົນຊົ່ວຮ້າຍຫຼາຍຂຶ້ນ ແລະ ກາຍເປັນຜີຮ້າຍຫຼາຍຂຶ້ນເລື້ອຍໆ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າສາມາດປ່ຽນມຸມມອງ ແລະ ແຍກແຍະ, ໄຈ້ແຍກ ແລະ ເປີດໂປງສິ່ງເຫຼົ່ານັ້ນຕາມພຣະທໍາຂອງພຣະເຈົ້າ, ເຈົ້າຈະໄດ້ຮັບຜົນຮັບແບບໃດ? ເຈົ້າຈະກຽດຊັງຊາຕານຫຼາຍຂຶ້ນ ແລະ ຍິ່ງເຂົ້າໃຈ ແລະ ຈະກຽດຊັງຕົນເອງຫຼາຍຂຶ້ນ. ຜົນໄດ້ຮັບທີ່ດີກວ່ານັ້ນແມ່ນຫຍັງ? ມັນຄືການປະຕິເສດຊາຕານ ແລະ ຕັ້ງໝັ້ນທີ່ຈະຍ່າງຕາມພຣະເຈົ້າ. ຊາຕານໃຊ້ສິ່ງທີ່ເອີ້ນວ່າ ວັດທະນະທຳດັ່ງເດີມ ແລະ ຄວາມຮູ້ ແລະ ທິດສະດີທຸກປະເພດ ທີ່ມະນຸດສະສົມມາຫຼາຍພັນປີ ເພື່ອສັ່ງສອນ ແລະ ປູກຝັງໃນຜູ້ຄົນ ເພື່ອເຮັດໃຫ້ເສື່ອມຊາມ ແລະ ຄວບຄຸມພວກເຂົາໃນລະດັບທີ່ເລິກເຊິ່ງຍິ່ງຂຶ້ນ. ຖ້າວ່າເຈົ້າຊ່ຽວຊານໃນສິ່ງເຫຼົ່ານີ້ ແລະ ຮູ້ວິທີການນຳໄປໃຊ້, ເຈົ້າຈະກາຍເປັນຊາຕານທີ່ມີຊີວິດ ແລະ ເຈົ້າຈະຖືກພຣະເຈົ້າກຳຈັດຢ່າງສິ້ນເຊີງ.

ເມື່ອກຳລັງສົນທະນາກ່ຽວກັບຄວາມເຂົ້າໃຈຕົນເອງໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ຄົນສ່ວນຫຼາຍກໍມັກຈະຍົກເອົາເລື່ອງອຸປະນິໄສອວດດີຂຶ້ນມາ ເຊິ່ງຖືເປັນອຸປະນິໄສທີ່ເສື່ອມຊາມທີ່ພົົບເຫັນໄດ້ຫຼາຍທີ່ສຸດ ແລະ ມີຢູ່ຢ່າງແຜ່ຫຼາຍ. ອຸປະນິໄສທີ່ເສື່ອມຊາມອື່ນໆທີ່ພົບເຫັນໄດ້ທົ່ວໄປແມ່ນຫຍັງ? (ຄວາມຫຼອກລວງ ແລະ ຄວາມຫົວດື້). ຄວາມຫຼອກລວງ, ຄວາມຫົວດື້, ການກຽດຊັງ ຄວາມຈິງ ແລະ ຄວາມຊົ່ວຮ້າຍ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນມັກພົບເຫັນຢູ່ເລື້ອຍໆ. ຄວາມຊົ່ວຮ້າຍແມ່ນພົບເຫັນໄດ້ໜ້ອຍກວ່າ ແລະ ບໍ່ຄ່ອຍມີການຮັບຮູ້ມັນຫຼາຍເທົ່າໃດ. ສາມາດເວົ້້າໄດ້ວ່າ ອຸປະນິໄສທີ່ຊົ່ວຮ້າຍເປັນສິ່ງທີ່ຮັບຮູ້ໄດ້ຍາກທີ່ສຸດ ແລະ ມັນເປັນອຸປະນິໄສປະເພດທີ່ເສື່ອມຊາມທີ່ເຊື່ອງຢູ່ຢ່າງເລິກໆ ແລະ ຂ້ອນຂ້າງເປັນຄວາມລັບ, ບໍ່ແມ່ນບໍ? ຕົວຢ່າງ: ສົມມຸດວ່າມີສອງຄົນອາໄສຢູ່ນຳກັນ ແລະ ທັງຄູ່ຕ່າງກໍບໍ່ຮັກຄວາມຈິງ ຫຼື ສະແຫວງຫາມັນ ແລະ ບໍ່ຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນເອງ. ທາງພາຍນອກ, ທັງສອງຄົນອາດຈະເບິ່ງຄືຢູ່ຮ່ວມກັນຢ່າງສາມັກຄີໂດຍບໍ່ມີບັນຫາໃດໆ. ຢ່າງໃດກໍຕາມ, ເລິກລົງໄປ ທັງຄູ່ຕ່າງກໍບໍ່ສະແຫວງຫາຄວາມຈິງ ແລະ ຍັງຄົງມີອຸປະນິໄສທີ່ເສື່ອມຊາມຕ່າງໆຢູ່ ເຖິງແມ່ນວ່າເຈົ້າຈະບໍ່ສາມາດເຫັນພວກມັນກໍຕາມ. ເປັນຫຍັງເຈົ້າຈຶ່ງບໍ່ສາມາດເຫັນພວກມັນໄດ້? ກໍເພາະວ່າທັງສອງຄົນນີ້ຫຼອກລວງ ແລະ ມີເລ່ຫຼ່ຽມໂດຍສະເພາະໃນການກະທຳຂອງພວກເຂົາ. ເນື່ອງຈາກວ່າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ຂາດການໄຈ້ແຍກໂດຍສິ້ນເຊີງ, ເຈົ້າຈຶ່ງບໍ່ສາມາດເບິ່ງທະລຸແກ່ນແທ້ຂອງບັນຫາຂອງພວກເຂົາໄດ້. ຄວາມຈິງທີ່ເຈົ້າເຂົ້າໃຈມີໜ້ອຍ, ວຸດທິພາວະຂອງເຈົ້າກໍນ້ອຍເກີນໄປ, ດັ່ງນັ້ນຈຶ່ງມີບັນຫາທີ່ຊັບຊ້ອນຫຼາຍຢ່າງທີ່ເຈົ້າບໍ່ມີທາງທີ່ຈະເຂົ້າໃຈ ແລະ ເຈົ້າກໍໄຮ້ພະລັງທີ່ຈະຊ່ວຍຜູ້ອື່ນແກ້ໄຂບັນຫາຂອງພວກເຂົາ. ໃນຖານະຜູ້ນຳ, ພວກເຈົ້າຄວນເຮັດຫຍັງ ເມື່ອພວກເຈົ້າພົບພໍ້ຄົນແບບນີ້? ຖ້າເຈົ້າເປີດໂປງ ແລະ ໄຈ້ແຍກພວກເຂົາ, ພວກເຂົາພ້ອມທີ່ຈະຍອມຮັບບໍ? ບໍ່, ພວກເຂົາບໍ່ຍອມຮັບ. ດັ່ງນັ້ນ, ເຈົ້າຄວນຈະຈັດການກັບຄົນແບບນີ້ແນວໃດ? ມີວິທີປະຕິບັດບໍ? ຫຼັກການໃນການຈັດການກັບຄົນແບບນີ້ແມ່ນຫຍັງ? ຖ້າພວກເຂົາມີທັກສະທາງດ້ານເຕັກນິກ ຫຼື ວິຊາຊີບບາງຢ່າງ ເພື່ອເຮັດວຽກໃຫ້ເຮືອນຂອງພຣະເຈົ້າ, ເຈົ້າຄວນປະຕິບັດຕໍ່ພວກເຂົາໃນຖານະອ້າຍເອື້ຍອນ້ອງ ແລະ ຮຽກຮ້ອງຈາກພວກເຂົາເຊັ່ນນັ້ນ. ເຖິງຢ່າງໃດກໍຕາມ, ເມື່ອເຫັນວ່າຄົນດັ່ງກ່າວບໍ່ໄດ້ສະແຫວງຫາຄວາມຈິງ, ພວກເຂົາຈະສາມາດຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາໄດ້ບໍ? (ບໍ່ໄດ້). ພຶດຕິກຳຫຍັງແດ່ທີ່ບົ່ງບອກວ່າພວກເຂົາຂາດຄວາມຈົງຮັກພັກດີ? ຄົນແບບນີ້ບໍ່ເກັ່ງໃນການເຮັດສິ່ງຕ່າງໆ ເພື່ອໃຫ້ຄົນອື່ນເຫັນບໍ? ເມື່ອບໍ່ມີໃຜຢູ່ໃກ້ໆ, ພວກເຂົາກໍຫຼິ້ນ ແລະ ຖ່ວງເວລາ. ທັນທີທີ່ພວກເຂົາເຫັນບາງຄົນມາ, ພວກເຂົາກໍເລັ່ງມືເຮັດ. ພວກເຂົາອາດເຖິງຂັ້ນຍົກປະເດັນຄຳຖາມຂຶ້ນຢ່າງຫຼວງຫຼາຍ ໂດຍຖາມວ່າສິ່ງນີ້ ຫຼື ສິ່ງນັ້ນສາມາດຍອມຮັບໄດ້ບໍ. ທັນທີທີ່ຄົນນັ້ນຈາກໄປ, ພວກເຂົາກໍຢຸດເຮັດວຽກ, ບໍ່ເຮັດຫຍັງ, ບໍ່ມີບັນຫາໃດທີ່ຈະຍົກຂຶ້ນມາເລີຍ ແລະ ເຖິງກັບເວົ້າໃນໃຈວ່າ “ຂ້ອຍພຽງແຕ່ຫຼິ້ນໆກັບເຈົ້າ; ຂ້ອຍບໍ່ໄດ້ໂງ່ຂະໜາດນັ້ນດອກ!” ຄົນແບບນີ້ເຮັດທຸກຢ່າງເພື່ອໃຫ້ຄົນເຫັນ; ພວກເຂົາມີທັກສະພິເສດໃນການສ້າງພາບລັກ ແລະ ເກັ່ງໃນການທໍາທ່າ ເພື່ອໃຫ້ຄົນເຂົ້າໃຈຜິດ. ຫຼາຍຄົນທີ່ພົວພັນກັບພວກເຂົາມາຫຼາຍປີກໍຍັງບໍ່ສາມາດເບິ່ງທະລຸແກ່ນແທ້ທີ່ຂີ້ຕົວະ ແລະ ມີເລ່ຫຼ່ຽມຂອງພວກເຂົາໄດ້. ເມື່ອຄົນອື່ນຖາມກ່ຽວກັບພວກເຂົາ, ພວກເຂົາເຖິງກັບເວົ້າວ່າ “ຄົນນີ້ຂ້ອນຂ້າງດີ, ປະຕິບັດກັບທຸກຄົນເປັນຢ່າງດີ, ບໍ່ເຄີຍທຳຮ້າຍໃຜເລີຍ, ເປັນພຽງແຕ່ຄົນປະຈົບປະແຈງ. ແມ່ນແຕ່ໃນເວລາມີບາງຄົນເຮັດຜິດ, ພວກເຂົາກໍບໍ່ລິຮານພວກເຂົາ; ພວກເຂົາຍັງຄົງໜູນໃຈ ແລະ ປອບໃຈຜູ້ອື່ນ”. ເຄື່ອງມື ແລະ ວິທີການຫຍັງແດ່ທີ່ຄົນເຫຼົ່ານີ້ໃຊ້ໃນການພົວພັນກັບຜູ້ອື່ນ? ພວກເຂົາຫຼິ້ນບົດບາດໃຫ້ເໝາະສົມກັບສະຖານະການ, ມີຄວາມລ່ຽນໄຫລ ແລະ ຄ່ອງຕົວ ແລະ ຄົນສ່ວນໃຫຍ່ກໍມັກເວົ້້າວ່າ ພວກເຂົາເປັນຄົນດີ. ມີຄົນແບບນີ້ຢູ່ອ້ອມຮອບຕົວພວກເຈົ້າບໍ? (ມີ). ທຸກຄົນມີແນວໂນ້ມທີ່ຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ແຕ່ຄົນເຫຼົ່ານີ້ພັດຫຸ້ມຫໍ່ຕົນເອງໄວ້ຢ່າງແໜ້ນໜາ ເຊິ່ງເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະມີໃຜສາມາດກວດພົບບັນຫາຂອງພວກເຂົາໄດ້. ນີ້ບໍ່ແມ່ນບັຫາບໍ? ໃນປະຫວັດສາດ, ຈັກກະພັດບາງອົງໄດ້ເຮັດຜິດບາບຢ່າງຫຼວງຫຼາຍ ແຕ່ຄົນຮຸ່ນຫຼັງຍັງຄົງເອີ້ນພວກເຂົາວ່າຜູ້ປົກຄອງຜູ້ຊົງສະຫຼຽວສະຫຼາດ. ເປັນຫຍັງຜູ້ຄົນຈຶ້ງມີມຸມມອງເຊັ່ນນີ້ກ່ຽວກັບພວກເຂົາ? ພວກເຂົາບໍ່ໄດ້ພະຍາຍາມພໍສົມຄວນ ແລະ ເຮັດບາງສິ່ງເພື່ອຮັກສາຊື່ສຽງຂອງພວກເຂົາບໍ? ໃນດ້ານໜຶ່ງ, ພວກເຂົາເຮັດຄວາມດີບາງຢ່າງເພື່ອຄວາມສຳເລັດທາງການເມືອງຂອງຕົນເອງ ໃນຂະນະທີ່ອີກດ້ານໜຶ່ງ, ພວກເຂົາບິດເບືອນປະຫວັດສາດ ແລະ ສັງຫານຜູ້ທີ່ບັນທຶກຄວາມຈິງ ແລະ ຂໍ້ແທ້ຈິງກ່ຽວກັບພວກເຂົາເພື່ອປົກປິດການກະທຳຜິດຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ບໍ່ວ່າພວກເຂົາຈະພະຍາຍາມປົກປິດເທົ່າໃດ, ກໍຍັງມີບັນທຶກກ່ຽວກັບການກະທຳຂອງພວກເຂົາຢ່າງບໍ່ຕ້ອງສົງໄສ. ພວກເຂົາບໍ່ສາມາດກຳຈັດທຸກຄົນທີ່ຮູ້ຄວາມຈິງໄດ້. ໃນທ້າຍທີ່ສຸດແລ້ວ, ເລື່ອງເຫຼົ່ານັ້ນກໍຖືກເປີດເຜີຍອອກມາເທື່ອລະໜ້ອຍໂດຍຄົນຮຸ່ນຫຼັງ. ເມື່ອຜູ້ຄົນຄົ້ນພົບ, ພວກເຂົາກໍຮູ້ສຶກວ່າຖືກຫຼອກລວງ. ໂດຍການເປີດເຜີຍຄວາມຈິງທາງປະຫວັດສາດເຫຼົ່ານີ້, ຜູ້ຄົນຄວນມີຄວາມເຂົ້າໃຈໃໝ່ກ່ຽວກັບຄວາມຈິງຂອງມະນຸດທັງໝົດ. ຄວາມເຂົ້າໃຈແບບໃດ? ຕັ້ງແຕ່ກະສັດຈົນເຖິງສາມັນຊົນ, ມະນຸດທຸກຄົນຢູ່ໃນອຸ້ມມືຂອງຄວາມຊົ່ວຮ້າຍ ໂດຍຖືກເຮັດໃຫ້ເສື່ອມຊາມໂດຍຊາຕານເພື່ອທີ່ແຕ່ລະຄົນຈະຊົ່ວຮ້າຍຍິ່ງກວ່າຄົນຖັດໄປ. ບໍ່ມີໃຜທີ່ບໍ່ເປັນມານຮ້າຍ, ບໍ່ມີໃຜທີ່ບໍ່ຊົ່ວ. ພວກເຂົາທຸກຄົນໄດ້ເຮັດຄວາມຜິດຢ່າງຫຼວງຫຼາຍ; ພວກເຂົາທຸກຄົນຂ້ອນຂ້າງຊົ່ວຮ້າຍ, ບໍ່ມີໃຜໃນພວກທີ່ເປັນຄົນດີ. ບາງຄົນເວົ້າວ່າ “ໃນແຕ່ລະລາຊະວົງຈະມີຂຸນນາງທີ່ຊື່ກົງຢູ່ໜ້ອຍໜຶ່ງ. ຂຸນນາງທີ່ຊື່ກົງເຫຼົ່ານີ້ນັບວ່າເປັນຄົນຊົ່ວຮ້າຍບໍ?” ຖ້າເຈົ້າເຊື່ອໃນພຣະເຈົ້າພາຍໃຕ້ອຳນາດຂຸນນາງທີ່ຊື່ກົງເຫຼົ່ານັ້ນ, ໃຫ້ເບິ່ງວ່າພວກເຂົາຈະຈັບກຸມເຈົ້າ ຫຼື ບໍ່. ຖ້າເຈົ້າເປັນພະຍານເຖິງພຣະເຈົ້າຕໍ່ພວກເຂົາ, ຈົ່ງສັງເກດເບິ່ງທັດສະນະຂອງພວກເຂົາ. ເຈົ້າຈະຮູ້ໄດ້ທັນທີເລີຍວ່າພວກເຂົາເປັນຄົນຊົ່ວຮ້າຍ ຫຼື ບໍ່. ການປາກົດ ແລະ ພາລະກິດຂອງພຣະເຈົ້າ ລວມທັງຄວາມຈິງທີ່ພຣະອົງສະແດງອອກມາ ເປີດເຜີຍຕົວຕົນຂອງຜູ້ຄົນໄດ້ຫຼາຍກວ່າສິ່ງອື່ນໃດ. ບັນດາຜູ້ປົກຄອງ ແລະ ເຈົ້າໜ້າທີ່ບາງຄົນອາດຈະໄດ້ບັນລຸຄວາມສຳເລັດທາງການເມືອງບາງປະການ ແລະ ເຮັດຄວາມດີບາງຢ່າງ ແຕ່ທຳມະຊາດຂອງການເຮັດຄວາມດີເຫຼົ່ານີ້ແມ່ນຫຍັງ? ໃຜໄດ້ຜົນປະໂຫຍດຈາກພວກມັນ? ພວກມັນແມ່ນການເຮັດຄວາມດີທີ່ຮຽກຮ້ອງໂດຍຊົນຊັ້ນປົກຄອງ. ການເຮັດຄວາມດີ ທີ່ພວກເຂົາເຮັດຄືການກະທຳຄວາມດີທີ່ພຣະເຈົ້າຮັບຮອງບໍ? “ຄວາມສຳເລັດທາງການເມືອງ” ເຫຼົ່ານີ້ຄືການປະຕິບັດຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າບໍ? ແນ່ນອນວ່າບໍ່. ຄວາມສຳເລັດທາງການເມືອງ ແລະ ການເຮັດຄວາມດີຂອງພວກເຂົາບໍ່ມີຄວາມສຳພັນໃດໆກັບຄວາມຈິງ ຫຼື ການອ່ອນນ້ອມຕໍ່ພຣະເຈົ້າ. ການເຮັດຄວາມດີ ແລະ ຄວາມສຳເລັດທາງການເມືອງທີ່ພວກເຂົາເຮັດທັງໝົດລ້ວນແຕ່ຖືກຜັກດັນໂດຍເຈດຕະນາ ແລະ ແຮງຈູງໃຈຂອງພວກເຂົາເອງ; ທັງໝົດເຮັດໄປເພື່ອໃຫ້ຕົນເອງເປັນອຳມະຕະ ແລະ ໄດ້ຮັບການສັນລະເສີນຈາກຜູ້ອື່ນ. ດັ່ງນັ້ນ, ບໍ່ວ່າພວກເຂົາຈະເຮັດຄວາມດີຫຼາຍປານໃດ ຫຼື ສະສົມຄວາມສຳເລັດທາງການເມືອງຫຼາຍເທົ່າໃດ, ມັນບໍ່ສາມາດພິສູດໄດ້ວ່າພວກເຂົາເປັນຄົນທີ່ມີໃຈເມດຕາ ແລ້ວແຮງໄກທີ່ພວກເຂົາຈະບໍ່ເຄີຍເຮັດຊົ່ວ ຫຼື ບໍ່ມີທຳມະຊາດທີ່ຊົ່ວຮ້າຍ. ເຈົ້າເຂົ້າໃຈຊັດເຈນແລ້ວບໍວ່າຄົນເຫຼົ່ານີ້ເປັນຄົນປະເພດໃດໃນສາຍຕາຂອງພຣະເຈົ້າ? ພວກເຈົ້າສາມາດໃຊ້ເລື່ອງເຫຼົ່ານີ້ເພື່ອໃຫ້ເຂົ້າໃຈຕົນເອງໄດ້ບໍ? ພວກເຈົ້າມີສ່ວນຮ່ວມໃນການປະຕິບັດແບບນີ້ທີ່ເຈົ້າຕ້ອງການໂອ້ອວດທັນທີທີ່ເຈົ້າເຮັດຄວາມດີບາງຢ່າງ ເພື່ອໃຫ້ແນ່ໃຈວ່າທຸກຄົນຮູ້ ແລ້ວພາຍນອກກໍເວົ້າວ່າ ຄົນເຮົາບໍ່ຄວນຂີ້ໂມ້ ຫຼື ອວດດີ ແຕ່ຄົນເຮົາຄວນປະພຶດຕົນເອງຢ່າງຖ່ອມຕົນບໍ? ຕົວຢ່າງ: ເຈົ້າໄປຄຣິດຕະຈັກແຫ່ງໃໝ່ເພື່ອເຮັດວຽກ ແລະ ຜູ້ຄົນບໍ່ຮູ້ວ່າເຈົ້າຢູ່ໃນຖານະຕຳແໜ່ງຜູ້ນຳ, ດັ່ງນັ້ນ ເຈົ້າຈຶ່ງໄດ້ພະຍາຍາມທຸກວິທີທາງເພື່ອໃຫ້ຜູ້ຄົນຮູ້ວ່າເຈົ້າເປັນຜູ້ນຳ ແລະ ເຈົ້າໄດ້ໃຊ້ສະໝອງຄິດໝົດຄືນ ເຊິ່ງສຸດທ້າຍແລ້ວກໍຄິດຫາວິທີແກ້ໄຂບັນຫາທີ່ດີອອກມາ. ວິທີແກ້ໄຂບັນຫານັ້ນແມ່ນຫຍັງ? ເຈົ້າເຕົ້າໂຮມທຸກຄົນມາປະຊຸມແລ້ວເວົ້າວ່າ “ໃນລະຫວ່າງການເຕົ້າໂຮມກັນໃນມື້ນີ້, ໃຫ້ສົນທະນາກ່ຽວກັບວ່າ ຂ້ອຍໃນຖານະຜູ້ນຳ ແມ່ນໄດ້ມາດຕະຖານ ຫຼື ບໍ່. ຖ້າຂ້ອຍບໍ່ໄດ້ມາດຕະຖານ, ພວກເຈົ້າສາມາດເປີດໂປງ ແລະ ປົດຂ້ອຍອອກໄດ້. ຖ້າຂ້ອຍໄດ້ມາດຕະຖານ, ຂ້ອຍຈະດຳລົງຕຳແໜ່ງນີ້ຕໍ່ໄປ”. ເມື່ອທຸກຄົນໄດ້ຍິນສິ່ງນີ້, ພວກເຂົາກໍຮູ້ທັນທີວ່າເຈົ້າເປັນຜູ້ນຳ. ເຈົ້າໄດ້ບັນລຸເປົ້າໝາຍຂອງເຈົ້າກັບສິ່ງນີ້ແລ້ວບໍ? ເປົ້າໝາຍນີ້ມາຈາກໃສ? ມັນມາຈາກທຳມະຊາດທີ່ຊົ່ວຮ້າຍຂອງເຈົ້າ. ການມີຄວາມທະເຍີທະຍານແມ່ນລັກສະນະທົ່ວໄປຂອງມະນຸດ ແຕ່ເຖິງແມ່ນວ່າທຸກຄົນຈະມີຄວາມທະເຍີທະຍານ, ບາງຄົນກໍໃຊ້ພາສາ, ວິທີການ ແລະ ກົນລະຍຸດຕ່າງໆໃນເວລາ ແລະ ສະຖານທິ່ທີ່ແຕກຕ່າງກັນ ເພື່ອໃຫ້ບັນລຸເປົ້າໝາຍທີ່ຕ້ອງການຂອງພວກເຂົາ. ນີ້ແມ່ນຄວາມຊົ່ວຮ້າຍ.

ໃນສ່ວນຫົວຂໍ້ທຳມະຊາດທີ່ຊົ່ວຮ້າຍນີ້, ພວກເຮົາຈະສືບຕໍ່ສົນທະນາເລື້ອຍໆ. ດ້ວຍວິທີນີ້, ພວກເຈົ້າຈະໄດ້ຮັບຄວາມເຂົ້າໃຈອັນລະອຽດຖີ່ຖ້ວນຍິ່ງຂຶ້ນ ກ່ຽວກັບຄວາມຈິງດ້ານນີ້ ແລະ ອຸປະນິໄສທີ່ເສື່ອມຊາມ. ໃນອີກດ້ານໜຶ່ງ, ເຈົ້າຈະສາມາດເຂົ້າໃຈຕົນເອງ ແລະ ໃນອີກດ້ານ ເຈົ້າຈະສາມາດໄຈ້ແຍກຜູ້ຄົນປະເພດຕ່າງໆໄດ້. ເຈົ້າຍັງຈະໄດ້ເຂົ້າສູ່ຄວາມຈິງໃນລະດັບເລິກເຊິ່ງຍິ່ງຂຶ້ນດ້ວຍ. ຖ້າເຮົາພຽງແຕ່ສົນທະນາກ່ຽວກັບແນວຄິດທົ່ວໄປ ຫຼື ກ່ຽວກັບຄຳນິຍາມດ້ານດຽວ, ຄວາມເຂົ້າໃຈຂອງພວກເຈົ້າກໍຈະຂ້ອນຂ້າງຕື້ນ. ເຖິງຢ່າງໃດກໍຕາມ, ເມື່ອນຳໃຊ້ຂໍ້ແທ້ຈິງບາງຢ່າງ ແລະ ຍົກຕົວຢ່າງສຳລັບການສົນທະນາຂອງພວກເຮົາ, ຄວາມເຂົ້າໃຈຂອງພວກເຈົ້າກໍສາມາດມີຄວາມເລິກເຊິ່ງຍິ່ງຂຶ້ນໄດ້. ຕົວຢ່າງ: ສົມມຸດວ່າເດັກສອງຄົນກຳລັງລົມກັນ. ຄົນໜຶ່ງຖາມວ່າ “ມື້ນີ້ເຈົ້າເຮັດວຽກບ້ານຂອງເຈົ້າແລ້ວບໍ?” ອີກຄົນຕອບວ່າ “ບໍ່, ຂ້ອຍບໍ່ໄດ້ເຮັດ”. ຈາກນັ້ນຄົນທຳອິດກໍເວົ້າວ່າ “ຂ້ອຍກໍບໍ່ໄດ້ເຮັດຄືກັນ”. ພວກເຂົາທັງສອງກຳລັງເວົ້າຄວາມຈິງບໍ? (ແມ່ນແລ້ວ). ເຈົ້າຜິດແລ້ວ; ໜຶ່ງໃນພວກເຂົາກຳລັງເວົ້າຕົວະ. ລາວກຳລັງຄິດຫຍັງຢູ່ໃນໃຈຂອງລາວ? “ໂງ່ເອີຍ, ເຈົ້າຄິດວ່າຂ້ອຍບໍ່ໄດ້ເຮັດແທ້ໆບໍ? ຂ້ອຍບໍ່ໄດ້ໂງ່ຂະໜາດນັ້ນ! ຖ້າຂ້ອຍບໍ່ເຮັດວຽກບ້ານຂອງຂ້ອຍ, ຂ້ອຍກໍຈະຖືກລົງໂທດ. ຂ້ອຍຈະບໍ່ເຮັດມັນໄດ້ແນວໃດ? ຂ້ອຍຕັ້ງໃຈເຮັດໃຫ້ເຈົ້າຄິດວ່າຂ້ອຍບໍ່ໄດ້ເຮັດ ເພື່ອທີ່ເຈົ້າຈະບໍ່ໄດ້ເຮັດມັນຄືກັນ. ໃນທ້າຍທີ່ສຸດ, ເຈົ້າຈະຖືກລົງໂທດ ແລະ ຂ້ອຍຈະຫົວຂວັນ”. ເດັກນ້ອຍຄົນນີ້ບໍ່ດີແມ່ນບໍ? (ລາວບໍ່ດີ). ມີໃຜໃນພວກເຈົ້າເຄີຍເຮັດຫຍັງແບບນີ້ບໍ? ຕົວຢ່າງອີກກໍລະນີໜຶ່ງ: ໃນຫ້ອງຮຽນວັນຈັນ, ນັກຮຽນຄົນໜຶ່ງບອກວ່າລາວໄປທ່ຽວຊື້ເຄື່ອງໃນວັນອາທິດ, ໃນຂະນະທີ່ອີກຄົນເວົ້າວ່າລາວໄປຢ້ຽມຢາມເພື່ອນ. ຄວາມຈິງແລ້ວ, ທັງຄູ່ຕ່າງກໍຢູ່ບ້ານຮຽນໜັງສື. ໂດຍສະເພາະໃນສະພາບແວດລ້ອມທີ່ມີການແຂ່ງຂັນສູງຢ່າງປະເທດຈີນ, ສິ່ງເຫຼົ່ານີ້ຖືກເວົ້າອອກມາ ເພື່ອເຮັດໃຫ້ຄູ່ແຂ່ງຂອງເຈົ້າຫຼຸດການລະວັງລົງ ເພື່ອທີ່ເຈົ້າຈະສາມາດແຊງພວກເຂົາໄດ້. ສິ່ງນີ້ເອີ້ນວ່າຍຸດທະສາດ. ສິ່ງດັ່ງກ່າວເປັນເລື່ອງປົກກະຕິໃນຊີວິດປະຈຳວັນ. ບາງເທື່ອ ພໍ່ແມ່ ແລະ ເດັກນ້ອຍກໍມີບົດສົນທະນາໃນລັກສະນະນີ້ ແລະ ເປີດເຜີຍອຸປະນິໄສທີ່ຄ້າຍໆກັນອອກມາ ເຊິ່ງໝູ່ເພື່ອນກໍອາດຈະເປີດເຜີຍອອກມາເຊັ່ນກັນ. ການເປີດເຜີຍອຸປະນິໄສແບບນີ້ແມ່ນສາມາດສັງເກດເຫັນໄດ້ຢູ່ທຸກບ່ອນ, ເຈົ້າພຽງແຕ່ຄອຍສັງເກດການພວກມັນ. ເປັນຫຍັງຕ້ອງຄອຍສັງເກດ? ມັນບໍ່ແມ່ນການເກັບຂໍ້ມູນ, ການລົມກັນຫຼິ້ນ, ການນິນທາ ແລະ ການແຕ່ງເລື່ອງຕ່າງໆຂຶ້ນມາ. ກົງກັນຂ້າມ, ມັນແມ່ນເພື່ອການປັບປຸງການໄຈ້ແຍກຂອງເຈົ້າ, ເຮັດໃຫ້ເຈົ້າສາມາດປຽບທຽບຕົນເອງກັນສິ່ງທີ່ຜູ້ອື່ນເຮັດ ແລະ ສິ່ງທີ່ພວກເຂົາເປີດເຜີຍ ແລະ ສະແດງອອກມາ ເພື່ອໃຫ້ເຈົ້າສາມາດເຫັນໄດ້ວ່າເຈົ້າສະແດງພຶດຕິກຳທີ່ຄ້າຍໆກັນອອກມາບໍ່. ເມື່ອເຈົ້າເຫັນບາງຄົນສະແດງພຶດຕິກຳແບບນີ້, ເຈົ້າກໍຈະເຂົ້າໃຈວ່າພວກເຂົາມີອຸປະນິໄສແບບນີ້. ຢ່າງໃດກໍຕາມ, ເມື່ອເຈົ້າເອງກໍສະແດງພຶດຕິກຳແບບນີ້, ເຈົ້າຈະສາມາດຮັບຮູ້ໄດ້ບໍວ່າເຈົ້າກໍມີອຸປະນິໄສແບບນີ້ຄືກັນບໍ? ຖ້າເຈົ້າບໍ່ສາມາດຮັບຮູ້ມັນໄດ້, ຄວາມເຂົ້າໃຈຂອງເຈົ້າກ່ຽວກັບອຸປະນິໄສຂອງພວກເຂົາກໍຜິດ: ເຈົ້າຍັງບໍ່ໄດ້ເຂົ້າໃຈມັນແທ້ໆ ຫຼື ເວົ້າອີກຢ່າງກໍຄື ເຈົ້າບໍ່ມີຄວາມເຂົ້າໃຈທາງວິນຍານ ແລະ ເຈົ້າຍັງບໍ່ໄດ້ເຂົ້າໃຈມັນຢ່າງຖືກຕ້ອງ. ຫົວຂໍ້ເຫຼົ່ານີ້ແມ່ນບໍ່ສາມາດເວົ້າໃຫ້ຄົບຖ້ວນໄດ້ພາຍໃນເວລາພຽງສອງສາມວັນ. ການສົນທະນາໜ້ອຍໜຶ່ງກ່ຽວກັບມັນຈະຊ່ວຍໃຫ້ພວກເຈົ້າໄດ້ຮັບປະໂຫຍດພຽງໜ້ອຍດຽວ ແລະ ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຈິງຈະເລິກເຊິ່ງໜ້ອຍໜຶ່ງ. ຖ້າເຈົ້າຮັກຄວາມຈິງຢ່າງແທ້ຈິງ, ເຈົ້າຈະເຂົ້າສູ່ຄວາມເຂົ້າໃຈໃນລະດັບເລິກເຊິ່ງຍິ່ງຂຶ້ນ. ຄວາມເລິກເຊິ່ງຂອງປະສົບການ ແລະ ການເຂົ້າສູ່ຄວາມຈິງຂອງເຈົ້າແມ່ນແຍກອອກຈາກຄວາມເຂົ້າໃຈຂອງເຈົ້າບໍ່ໄດ້. ຄວາມເລິກເຊິ່ງຂອງປະສົບການ ແລະ ທາງເຂົ້າຂອງເຈົ້າຈະກຳນົດລະດັບຄວາມເຂົ້າໃຈຂອງເຈົ້າຢ່າງແນ່ນອນ. ໃນທຳນອງດຽວກັນນັ້ນ, ຄວາມເລິກເຊິ່ງຂອງປະສົບການຂອງເຈົ້າ ກໍຍັງສາມາດສະແດງໃຫ້ເຫັນດ້ວຍວ່າເຈົ້າມີປະສົບການ ແລະ ທາງເຂົ້າເລິກເຊີ່ງພຽງໃດ. ທັງສອງສິ່ງນີ້ເຊື່ອມໂຍງກັນ. ນີ້ແມ່ນເສັ້ນທາງທີ່ຈະເຂົ້າສູ່ຄວາມຈິງ ແລະ ໂດຍການເຂົ້າສູ່ຄວາມຈິງເທົ່ານັ້ນ ເຈົ້າຈະຄອບຄອງຄວາມເປັນຈິງໄດ້ພວກເຮົາຈະສະຫຼຸບຫົວຂໍ້ນີ້ໄວ້ພຽງເທົ່ານີ້ ແລະ ເຂົ້າສູ່ປະເດັນຫຼັກຂອງການສົນທະນາໃນມື້ນີ້.

ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ, ຊັກຈູງ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນ

I. ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ

ໃນການເຕົ້າໂຮມຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີສີ່ຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສຈົບແລ້ວ. ມື້ນີ້ ພວກເຮົາຈະເລີ່ມໂອ້ລົມກ່ຽວກັບຂໍ້ທີຫ້າ: ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ, ຊັກຈູງ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນ. ມີຄຳກຳມະສີ່ຄຳທີ່ກ່ຽວຂ້ອງກັບການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສໃນດ້ານນີ້ ແລະ ຈາກຄຳກຳມະທັງສີ່ຄຳນີ້ ແລະ ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຮົາກໍສາມາດເຫັນອຸປະນິໄສຂອງພວກເຂົາໄດ້. ຄຳກຳມະຄຳທຳອິດແມ່ນຄຳວ່າ “ເຮັດໃຫ້ຫຼົງຜິດ”. ມີອຸປະນິໄສປະເພດໃດແຝງຢູ່ໃນຄຳນີ້? ມັນຄືຄວາມຊົ່ວຊ້າ. ແລ້ວຄຳວ່າ “ຊັກຈູງ” ເດ? ໂດຍທົ່ວໄປແລ້ວ ການຊັກຈູງໃຊ້ຄຳເວົ້າທີ່ໜ້າຟັງ ຫຼື ບໍ່ໜ້າຟັງ? (ຄຳເວົ້າທີ່ໜ້າຟັງ.) ແລ້ວອຸປະນິໄສປະເພດໃດທີ່ຄວບຄຸມພຶດຕິກຳນີ້? ຄວາມຊົ່ວຊ້າ. ແລ້ວຄຳວ່າ “ຂົ່ມຂູ່” ແລະ “ຄວບຄຸມ” ເດ, ອຸປະນິໄສໃດທີ່ຄວບຄຸມພຶດຕິກຳເຫຼົ່ານີ້? (ຄວາມໂຫດຮ້າຍ.) ຖືກຕ້ອງ, ຄວາມໂຫດຮ້າຍ. ຈາກຂໍ້ທີຫ້າ, ພວກເຮົາກໍສາມາດເຫັນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ການສະແດງອອກຫຼັກຂອງຜູ້ຕໍ່ຕ້ານພຣະຄຣິສໃນຂໍ້ນີ້ແມ່ນຫຍັງ? (ຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍ.) ອຸປະນິໄສແຫ່ງຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍທັງສອງຢ່າງນີ້ລ້ວນແຕ່ໂດດເດັ່ນ ແລະ ຊັດເຈນຫຼາຍ. ໃຫ້ພວກເຮົາສົນທະນາກ່ຽວກັບພຶດຕິກຳເຫຼົ່ານີ້ເທື່ອລະຢ່າງ, ໂດຍເລີ່ມຈາກຄຳວ່າ “ເຮັດໃຫ້ຫຼົງຜິດ”. ໂດຍທົ່ວໄປແລ້ວ ຄຳວ່າ “ເຮັດໃຫ້ຫຼົງຜິດ” ໝາຍຄວາມວ່າແນວໃດ? ມັນມີການສະແດງອອກເຖິງຄວາມຊື່ສັດໃດໆ ຫຼື ບໍ່? ມັນມີຄຳເວົ້າທີ່ຊື່ສັດໃດໆຢູ່ໃນນັ້ນ ຫຼື ບໍ່? (ບໍ່ມີ.) ມັນບໍ່ມີຄຳເວົ້າທີ່ຊື່ສັດຢູ່ໃນນັ້ນເລີຍ, ມັນລ້ວນແຕ່ເປັນສິ່ງຈອມປອມ, ມັນຄືການໃຊ້ພາບລວງຕາ, ຄຳເວົ້າທີ່ຈອມປອມ ແລະ ຄຳເວົ້າທີ່ຫຼອກລວງ ເພື່ອເຮັດໃຫ້ຄົນອື່ນເຊື່ອວ່າສິ່ງທີ່ຕົນເວົ້ານັ້ນຖືກຕ້ອງ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ຄົນອື່ນຍອມຮັບ ແລະ ໄວ້ວາງໃຈພວກເຂົາ. ນີ້ຄືຄວາມໝາຍຂອງຄຳວ່າ “ເຮັດໃຫ້ຫຼົງຜິດ”. ຜູ້ທີ່ຖືກເຮັດໃຫ້ຫຼົງຜິດໄດ້ຮັບຄວາມຈິງ ຫຼື ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ຫຼື ບໍ່? ພວກເຂົາບໍ່ໄດ້ຮັບສິ່ງເຫຼົ່ານີ້ເລີຍ. ພຶດຕິກຳ ແລະ ການປະຕິບັດໃນການເຮັດໃຫ້ຜູ້ຄົນຫຼົງຜິດນັ້ນເປັນລົບຢ່າງແນ່ນອນ ແທນທີ່ຈະເປັນບວກ. ໂດຍແກ່ນແທ້ແລ້ວ ຜູ້ທີ່ຖືກເຮັດໃຫ້ຫຼົງຜິດແມ່ນຖືກຫຼອກລວງ; ພວກເຂົາບໍ່ເຂົ້າໃຈຂໍ້ເທັດຈິງຕົວຈິງ, ສະຖານະການທີ່ແທ້ຈິງ ຫຼື ບໍລິບົດທີ່ແທ້ຈິງ ແລ້ວພວກເຂົາກໍເລືອກເສັ້ນທາງ ແລະ ທິດທາງທີ່ຜິດ ພ້ອມທັງເລືອກຕິດຕາມຄົນທີ່ຜິດ. ນີ້ຄືຜົນກະທົບທີ່ການເຮັດໃຫ້ຫຼົງຜິດມີຕໍ່ຜູ້ທີ່ຫຼົງເຊື່ອ. ມັນປຽບເໝືອນການໂຄສະນາໃນສູນການຄ້າ: ພວກມັນຖືກຂຽນອອກມາເປັນຢ່າງດີ ແລະ ເມື່ອຜູ້ຄົນເຫັນພວກມັນ, ພວກເຂົາກໍເຊື່ອຕາມທີ່ເຫັນ ແຕ່ຫຼັງຈາກທີ່ຊື້ໄປແລ້ວ, ພວກເຂົາກໍພົບວ່າສິນຄ້າເຫຼົ່ານັ້ນໃຊ້ການບໍ່ໄດ້. ນັ້ນຄືການຖືກຫຼອກລວງ. ແລ້ວຈຸດປະສົງທີ່ຢູ່ເບື້ອງຫຼັງພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສໃນການເຮັດໃຫ້ຜູ້ຄົນຫຼົງຜິດແມ່ນຫຍັງ? ພວກເຂົາໃຊ້ວິທີການໃດ, ພວກເຂົາເວົ້າຄຳເວົ້າໃດ ແລະ ພວກເຂົາເຮັດສິ່ງໃດເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ? ກ່ອນອື່ນ ໃຫ້ພວກເຮົາເວົ້າກ່ຽວກັບຈຸດປະສົງຂອງພວກເຂົາ. ຖ້າພວກເຂົາບໍ່ມີຈຸດປະສົງເລີຍ, ພວກເຂົາຈຳເປັນຕ້ອງທຸ່ມເທຄວາມພະຍາຍາມ ຫຼື ເວົ້າສິ່ງທີ່ໜ້າຟັງເພື່ອຊັກຈູງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດບໍ? ມີຄຳເວົ້າໜຶ່ງໃນທ່າມກາງຜູ້ບໍ່ມີຄວາມເຊື່ອທີ່ວ່າ “ບໍ່ມີຫຍັງທີ່ໄດ້ມາລ້າໆ”. ຖ້າເຈົ້າບໍ່ສາມາດເບິ່ງທະລຸສິ່ງນີ້ໄດ້, ເຈົ້າກໍຈະຖືກຫຼອກລວງ. ໂລກນີ້ຊົ່ວຊ້າເຖິງພຽງນີ້, ຜູ້ຄົນວາງແຜນຮ້າຍໃສ່ກັນ ແລະ ທຳຮ້າຍກັນ ແລະ ກັນ. ນີ້ຄືຊີວິດຂອງມະນຸດຊາດທີ່ເສື່ອມຊາມ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງທຸ່ມເທຄວາມພະຍາຍາມໃນການເວົ້າແບບອ້ອມຄ້ອມເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ? ພວກເຂົາເວົ້າ ແລະ ກະທຳການດ້ວຍຈຸດປະສົງທີ່ຊັດເຈນ, ເຊິ່ງກໍຄືການຍາດແຍ່ງອຳນາດ ແລະ ຄວບຄຸມຜູ້ຄົນ, ສິ່ງນີ້ປາສະຈາກຂໍ້ສົງໄສເລີຍ. ເປົ້າໝາຍຂອງພວກເຂົາບໍ່ແຕກຕ່າງຈາກເປົ້າໝາຍຂອງນັກການເມືອງເລີຍ. ແລ້ວຜູ້ຕໍ່ຕ້ານພຣະຄຣິສໃຊ້ກົນລະຍຸດໃດເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ? ພວກເຂົາເຮັດແນວໃດ? ກ່ອນອື່ນ ພວກເຂົາເຮັດໃຫ້ເຈົ້າມັກພວກເຂົາ. ເມື່ອເຈົ້າມີຄວາມປະທັບໃຈທີ່ດີຕໍ່ພວກເຂົາແລ້ວ, ເຈົ້າກໍຈະບໍ່ລະວັງຕົວຕໍ່ພວກເຂົາອີກຕໍ່ໄປ: ເຈົ້າຈະໄວ້ວາງໃຈພວກເຂົາ ແລ້ວເຈົ້າກໍຈະຍອມຮັບການນຳພາຂອງພວກເຂົາ ແລະ ເຕັມໃຈເຊື່ອຟັງພວກເຂົາ. ເຈົ້າຈະເຕັມໃຈຮັບຟັງທຸກສິ່ງທຸກຢ່າງທີ່ພວກເຂົາເວົ້າ ແລະ ທຸກສິ່ງທຸກຢ່າງທີ່ພວກເຂົາຂໍໃຫ້ເຈົ້າເຮັດ. ຄວາມເຕັມໃຈທີ່ຈະຮັບຟັງນີ້ໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ນຳໃຊ້ຄວາມສາມາດໃນການແຍກແຍະ ພ້ອມທັງການຮັບຟັງ ແລະ ການເຊື່ອຟັງໂດຍປາສະຈາກຫຼັກການ. ຜູ້ຕໍ່ຕ້ານພຣະຄຣິສສາມາດບັນລຸຜົນກະທົບໃນການເຮັດໃຫ້ຜູ້ຄົນຫຼົງຜິດ ໂດຍການໃຊ້ຄຳເວົ້າ ຫຼື ວິທີການແຫ່ງການກ່າວໂທດໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ແລ້ວໂດຍທົ່ວໄປພວກເຂົາໃຊ້ວິທີການໃດເພື່ອບັນລຸຜົນກະທົບນີ້? ສ່ວນໃຫຍ່ແລ້ວ, ພວກເຂົາໃຊ້ຄຳເວົ້າທີ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງມະນຸດ ພ້ອມທັງຫຼັກຄຳສອນກ່ຽວກັບຄວາມຮູ້ສຶກຂອງມະນຸດ. ບາງຄັ້ງ ພວກເຂົາຍັງເວົ້າຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງທີ່ສອດຄ່ອງກັບຄວາມຈິງອີກດ້ວຍ. ສິ່ງນີ້ເຮັດໃຫ້ພວກເຂົາບັນລຸເປົ້າໝາຍໃນການເຮັດໃຫ້ຜູ້ຄົນຫຼົງຜິດໄດ້ງ່າຍ ແລະ ຜູ້ຄົນກໍມີແນວໂນ້ມທີ່ຈະຍອມຮັບພວກເຂົາເຊັ່ນກັນ. ຕົວຢ່າງ: ເມື່ອອ້າຍເອື້ອຍນ້ອງເຮັດບາງສິ່ງບາງຢ່າງຜິດພາດ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ພວກເຂົາຮູ້ສຶກເປັນລົບ ແລະ ອ່ອນແອ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ໂອ້ລົມຄວາມຈິງເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາ. ແຕ່ພວກເຂົາພັດເວົ້າວ່າ “ການທີ່ຜູ້ຄົນອ່ອນແອເປັນເລື່ອງທີ່ເກີດຂຶ້ນໄດ້ທົ່ວໄປ, ມັນເປັນເລື່ອງປົກກະຕິ. ຂ້ອຍເອງກໍມັກຈະອ່ອນແອຄືກັນ. ພຣະເຈົ້າບໍ່ຈື່ຈຳສິ່ງເຫຼົ່ານີ້ດອກ”. ໃນຄວາມເປັນຈິງແລ້ວ, ພວກເຂົາຮູ້ບໍວ່າພຣະເຈົ້າຈື່ຈຳສິ່ງເຫຼົ່ານີ້ ຫຼື ບໍ່? ບໍ່, ພວກເຂົາບໍ່ຮູ້. ພວກເຂົາເວົ້າວ່າ “ມັນບໍ່ສຳຄັນດອກທີ່ເລື່ອງນີ້ບໍ່ໄດ້ຮັບການຈັດການຢ່າງເໝາະສົມ. ພຽງແຕ່ແກ້ໄຂມັນໃນຄັ້ງໜ້າກໍພໍ. ເຮືອນຂອງພຣະເຈົ້າບໍ່ຮູ້ ແລະ ບໍ່ມີໃຜສອບສວນເລື່ອງນີ້. ຕາບໃດທີ່ຂ້ອຍບໍ່ລາຍງານເລື່ອງນີ້ຂຶ້ນໄປ, ຜູ້ນຳລະດັບສູງກໍຈະບໍ່ຮູ້ເລື່ອງນີ້ ແລະ ເບື້ອງເທິງກໍຈະບໍ່ຮູ້ຢ່າງແນ່ນອນ ແລ້ວພຣະເຈົ້າກໍຈະບໍ່ຮູ້ເຊັ່ນກັນ, ສະນັ້ນ ພຣະເຈົ້າຈະບໍ່ໃສ່ໃຈເລື່ອງນີ້. ພວກເຮົາທຸກຄົນລ້ວນແຕ່ເປັນຄົນທີ່ເສື່ອມຊາມ; ເຈົ້າມີຄວາມເສື່ອມຊາມ ແລະ ຂ້ອຍກໍມີເຊັ່ນກັນ. ໃນຖານະທີ່ເປັນຜູ້ນຳ, ຂ້ອຍກໍປຽບເໝືອນພໍ່ແມ່: ບໍ່ວ່າພວກເຈົ້າຈະເຮັດຫຍັງຜິດພາດກໍຕາມ ມັນກໍເປັນຄວາມຮັບຜິດຊອບຂອງຂ້ອຍ. ມັນເປັນຄວາມຜິດຂອງຂ້ອຍເອງທີ່ມີວຸດທິພາວະທີ່ນ້ອຍ ແລະ ບໍ່ສາມາດສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຈົ້າໄດ້, ເຊິ່ງເຮັດໃຫ້ພວກເຈົ້າເຮັດສິ່ງຕ່າງໆຜິດພາດ. ຖ້າຂ້ອຍມີວຸດທິພາວະທີ່ໃຫຍ່ກວ່ານີ້, ຂ້ອຍກໍຄົງຈະສາມາດຊ່ວຍເຫຼືອພວກເຈົ້າໄດ້ ແລະ ພວກເຈົ້າກໍຄົງຈະບໍ່ເຮັດຜິດພາດ. ຄວາມຮັບຜິດຊອບໃນເລື່ອງນີ້ຂຶ້ນຢູ່ກັບຂ້ອຍເອງ. ເຖິງແມ່ນວ່າສິ່ງນີ້ອາດຈະກໍ່ໃຫ້ເກີດຄວາມເສຍຫາຍບາງຢ່າງຕໍ່ວຽກງານຂອງຄຣິສຕະຈັກ, ພວກເຮົາກໍສາມາດຈັດການເລື່ອງນີ້ໄດ້ດ້ວຍຕົວພວກເຮົາເອງ ແລ້ວເລື່ອງກໍຈະຈົບລົງ. ບໍ່ຄວນມີໃຜສອບສວນເລື່ອງນີ້ ແລະ ບໍ່ຄວນມີໃຜລາຍງານເລື່ອງນີ້ຂຶ້ນໄປ; ໃຫ້ພວກເຮົາເກັບມັນໄວ້ເປັນຄວາມລັບລະຫວ່າງເຈົ້າກັບຂ້ອຍກໍພໍ. ຖ້າຂ້ອຍບໍ່ເວົ້າເຖິງເລື່ອງນີ້ກັບອ້າຍເອື້ອຍນ້ອງຄົນອື່ນ, ກໍຈະບໍ່ມີໃຜລາຍງານເລື່ອງນີ້ຕໍ່ຜູ້ທີ່ຢູ່ລະດັບສູງກວ່າ ແລ້ວເລື່ອງນີ້ກໍຈະຖືກປ່ອຍຜ່ານໄປ. ພວກເຮົາພຽງແຕ່ຕ້ອງອະທິຖານ ແລະ ສາບານຕໍ່ໜ້າພຣະເຈົ້າວ່າ ພວກເຮົາຈະບໍ່ເຮັດສິ່ງແບບນີ້ ຫຼື ເຮັດຜິດພາດແບບນີ້ອີກ. ໃນຖານະທີ່ເປັນຜູ້ນຳ, ຂ້ອຍມີຄວາມຮັບຜິດຊອບທີ່ຈະຕ້ອງປົກປ້ອງພວກເຈົ້າ. ພຣະເຈົ້າຊົງສູງສົ່ງຫຼາຍ, ມັນເປັນຈິງບໍທີ່ພວກເຮົາຈະຂໍການປົກປ້ອງຈາກພຣະອົງ? ນອກຈາກນີ້, ພຣະເຈົ້າບໍ່ສົນໃຈເລື່ອງເລັກໆນ້ອຍໆເຫຼົ່ານີ້ໃນຊີວິດຂອງຜູ້ຄົນດອກ, ສະນັ້ນ ຄວາມຮັບຜິດຊອບໃນການປົກປ້ອງພວກເຈົ້າຈຶ່ງຕົກຢູ່ເທິງບ່າຂອງຂ້ອຍໃນຖານະທີ່ເປັນຜູ້ນຳຢ່າງຫຼີກລ່ຽງບໍ່ໄດ້. ພວກເຈົ້າມີວຸດທິພາວະທີ່ນ້ອຍ, ສະນັ້ນ ຂ້ອຍຈະຮັບຜິດຊອບເອງຖ້າພວກເຈົ້າເຮັດຜິດພາດ. ຢ່າກັງວົນ, ຖ້າຮອດເວລາທີ່ມີບາງສິ່ງບາງຢ່າງຜິດພາດແທ້ໆ ແລະ ເບື້ອງເທິງພົບເຫັນ ຫຼື ຮູ້ເລື່ອງນີ້, ຂ້ອຍຈະອອກໜ້າແທນພວກເຈົ້າເອງ”. ເມື່ອຜູ້ຄົນໄດ້ຍິນແນວນີ້, ພວກເຂົາກໍຄິດວ່າ “ນີ້ມັນດີຫຼາຍ! ຂ້ອຍກັງວົນຫຼາຍກ່ຽວກັບການຮັບຜິດຊອບ, ຜູ້ນຳຄົນນີ້ຊ່າງດີເລີດແທ້ໆ!” ພວກເຂົາບໍ່ໄດ້ຖືກເຮັດໃຫ້ຫຼົງຜິດບໍ? ມີສິ່ງໃດໃນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າທີ່ສອດຄ່ອງກັບຄວາມຈິງ ຫຼື ບໍ່? ມີສິ່ງໃດທີ່ເປັນປະໂຫຍດ ຫຼື ເປັນການເສີມສ້າງຜູ້ຄົນ ຫຼື ບໍ່? ມີສິ່ງໃດທີ່ຈັດການເລື່ອງຕ່າງໆໂດຍອີງໃສ່ຫຼັກການ ຫຼື ບໍ່? (ບໍ່ມີ.) ແລ້ວຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າປະເພດໃດ? ພວກມັນແມ່ນຄຳເວົ້າທີ່ໃຊ້ຄວາມຮູ້ສຶກຂອງມະນຸດ, ຄວາມເຫັນອົກເຫັນໃຈ ແລະ ການໃຫ້ອະໄພເພື່ອສ້າງຄວາມສຳພັນ, ໂດຍເນັ້ນໃສ່ຄວາມຮູ້ສຶກ ແລະ ມິດຕະພາບ ເພື່ອນຳພາຄວາມສຳພັນໄປສູ່ລະດັບໃດໜຶ່ງ, ເຮັດໃຫ້ຜູ້ຄົນຮູ້ສຶກວ່າຜູ້ຕໍ່ຕ້ານພຣະຄຣິສມີຄວາມເຂົ້າອົກເຂົ້າໃຈເປັນພິເສດ, ໃຫ້ອະໄພ ແລະ ອົດທົນຕໍ່ຜູ້ຄົນເປັນພິເສດ. ແຕ່ບໍ່ມີຫຼັກການ ຫຼື ຄວາມຈິງໃນສິ່ງນີ້ເລີຍ. ຄວາມເຂົ້າໃຈແບບຜິວເຜີນນີ້ແມ່ນຫຍັງ? ມັນເປັນພຽງການປົກປິດສິ່ງຕ່າງໆ, ມັນປຽບເໝືອນການຫຼອກລໍ້ເດັກນ້ອຍ. ກົນລະຍຸດໃດທີ່ຖືກນຳໃຊ້ຢູ່ນີ້? ການຫຼອກລໍ້, ການຫຼອກລວງ, ການສ້າງຄວາມສຳພັນ, ການປົກປິດສິ່ງຕ່າງໆ ແລະ ການທຳທ່າເປັນຄົນດີ, ທັງໝົດນີ້ລ້ວນແຕ່ຕ້ອງແລກມາກັບຜົນປະໂຫຍດຂອງອ້າຍເອື້ອຍນ້ອງ ແລະ ການທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການຫຼອກລວງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ. ຜົນສະທ້ອນສຸດທ້າຍຂອງສິ່ງນີ້ແມ່ນຫຍັງ? ມັນເຮັດໃຫ້ຜູ້ຄົນອອກຫ່າງຈາກພຣະເຈົ້າ, ລະວັງຕົວຕໍ່ພຣະເຈົ້າ ແລະ ໃກ້ຊິດກັບຜູ້ຕໍ່ຕ້ານພຣະຄຣິສຫຼາຍຂຶ້ນ. ແມ່ນແຕ່ຫຼັງຈາກທີ່ຖືກເຮັດໃຫ້ຫຼົງຜິດແລ້ວ, ຄົນເຫຼົ່ານີ້ກໍຍັງເວົ້າວ່າ “ຫຼັງຈາກທີ່ຂ້ອຍເຮັດຜິດພາດຄັ້ງນັ້ນ, ຂ້ອຍກໍກັງວົນຫຼາຍ. ຂ້ອຍອະທິຖານຫາພຣະເຈົ້າຫຼາຍຄັ້ງ, ແຕ່ພຣະອົງກໍບໍ່ໄດ້ປອບໂຍນຂ້ອຍ. ຂ້ອຍຮູ້ສຶກບໍ່ໝັ້ນຄົງ ແລະ ບໍ່ສະບາຍໃຈໃນໃຈຂອງຂ້ອຍ ແລະ ຂ້ອຍກໍບໍ່ສາມາດຊອກຫາທາງອອກຈາກພຣະເຈົ້າໄດ້. ແຕ່ຕອນນີ້ບໍ່ເປັນຫຍັງແລ້ວ, ຕາບໃດທີ່ຂ້ອຍໄປຫາຜູ້ນຳ, ບັນຫາທັງໝົດຂອງຂ້ອຍກໍຈະໄດ້ຮັບການແກ້ໄຂ. ຂ້ອຍໂຊກດີຫຼາຍແທ້ໆທີ່ມີຜູ້ນຳແບບນີ້. ຜູ້ນຳຂອງພວກເຮົາດີກວ່າໃຜໆ!” ມາຮອດຈຸດນີ້, ຫົວໃຈ ແລະ ມຸມມອງຂອງພວກເຂົາໄດ້ຫັນໄປຫາຜູ້ຕໍ່ຕ້ານພຣະຄຣິສແລ້ວ ແລະ ພວກເຂົາກໍຖືກຜູ້ຕໍ່ຕ້ານພຣະຄຣິສຄວບຄຸມແລ້ວ. ພວກເຂົາຖືກຜູ້ຕໍ່ຕ້ານພຣະຄຣິສຄວບຄຸມໄດ້ແນວໃດ? ເພາະວ່າພວກເຂົາພົບຄວາມຮູ້ສຶກປອດໄພໃນຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້. ພວກເຂົາໄດ້ຮັບຄວາມເຫັນອົກເຫັນໃຈ ແລະ ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ພວກເຂົາໄດ້ຮັບຄວາມພໍໃຈ ແລະ ການປອບໂຍນ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາຖືກເຮັດໃຫ້ຫຼົງຜິດແລ້ວ.

ໃນອະດີດ, ເບື້ອງເທິງໄດ້ຄົ້ນພົບວ່າມີຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີຢູ່ໃນຄຣິສຕະຈັກແຫ່ງໜຶ່ງ, ເຊິ່ງມັກຈະເຮັດສິ່ງທີ່ລົບກວນ ແລະ ຂັດຂວາງຢູ່ສະເໝີໂດຍບໍ່ມີສັນຍານຂອງການກັບໃຈ, ສະນັ້ນ ພວກເຂົາຈຶ່ງບອກໃຫ້ຜູ້ນຳຄຣິສຕະຈັກທ້ອງຖິ່ນຊຳລະລ້າງຄົນຜູ້ນີ້ອອກໄປ. ເມື່ອຜູ້ນຳຄຣິສຕະຈັກທ້ອງຖິ່ນໄດ້ຍິນເລື່ອງນີ້, ລາວກໍຄິດວ່າ “ຊຳລະລ້າງລາວອອກໄປບໍ? ຂ້ອຍຕ້ອງຄິດເບິ່ງກ່ອນ. ລາວເປັນຄົນຂອງຂ້ອຍ, ພວກເຈົ້າຈະຊຳລະລ້າງລາວອອກໄປແບບນັ້ນບໍ່ໄດ້. ຂ້ອຍຕ້ອງອອກໜ້າແທນລາວ. ເບື້ອງເທິງບໍ່ເຂົ້າໃຈສະຖານະການທີ່ແທ້ຈິງ. ການພະຍາຍາມຊຳລະລ້າງລາວອອກໄປແບບນັ້ນມັນເກີນໄປແທ້ໆ. ລາວຄົງຈະເສຍໃຈຫຼາຍ!” ລາວຕົກລົງດ້ວຍປາກເປົ່າທີ່ຈະຊຳລະລ້າງຄົນຜູ້ນັ້ນອອກໄປ, ແຕ່ໃນໃຈຂອງລາວ ລາວບໍ່ມີເຈດຕະນາທີ່ຈະເຮັດເຊັ່ນນັ້ນເລີຍ. ເຈົ້າເດົາໄດ້ບໍວ່າລາວຈັດການກັບເລື່ອງນີ້ແນວໃດ? ລາວໄຕ່ຕອງກ່ຽວກັບມັນວ່າ “ຂ້ອຍຈະຈັດການກັບສະຖານະການນີ້ແນວໃດ ເພື່ອໃຫ້ຄົນທີ່ຢູ່ເບື້ອງລຸ່ມພໍໃຈໃນໂຕຂ້ອຍໃນຖານະທີ່ເປັນຜູ້ນຳຂອງພວກເຂົາ ແລະ ເບື້ອງເທິງກໍບໍ່ລັງກຽດຂ້ອຍ?” ຫຼັງຈາກທີ່ຄິດທົບທວນແລ້ວ, ລາວກໍຄິດແຜນການອອກ. ລາວເອີ້ນທຸກຄົນມາເຕົ້າໂຮມກັນ ແລະ ເວົ້າວ່າ “ມື້ນີ້ ພວກເຮົາມີເລື່ອງພິເສດທີ່ຈະຕ້ອງຈັດການ. ມັນແມ່ນຫຍັງ? ມີຄົນໜຶ່ງທີ່ເບື້ອງເທິງບໍ່ຄ່ອຍພໍໃຈປານໃດ ແລະ ພວກເຂົາຕ້ອງການຊຳລະລ້າງລາວອອກໄປ. ແລ້ວພວກເຮົາຄວນເຮັດແນວໃດກ່ຽວກັບເລື່ອງນີ້? ໃຫ້ພວກເຮົາທຸກຄົນຕັດສິນໃຈວ່າຈະຊຳລະລ້າງລາວອອກໄປ ຫຼື ບໍ່ ໂດຍການລົງຄະແນນສຽງ”. ຜົນການລົງຄະແນນສຽງຖືກນັບ ແລະ ປະມານ 80–90% ຂອງຜູ້ຄົນກໍເຫັນດີທີ່ຈະຊຳລະລ້າງຄົນຜູ້ນັ້ນອອກໄປ, ແຕ່ກໍມີສອງສາມສຽງທີ່ບໍ່ເຫັນດີ. ພວກເຮົາຈະບໍ່ເວົ້າເຖິງວ່າຜູ້ທີ່ບໍ່ເຫັນດີເຫຼົ່ານີ້ເປັນຜູ້ຕິດຕາມທີ່ຈົງຮັກພັກດີຂອງຄົນຊົ່ວຮ້າຍຄົນນັ້ນ ຫຼື ວ່າພວກເຂົາເຮັດໄປຍ້ອນເຫດຜົນອື່ນ, ບໍ່ວ່າໃນກໍລະນີໃດກໍຕາມ, ມີບາງຄົນບໍ່ເຫັນດີ ແລະ ຄວາມຄິດເຫັນກໍບໍ່ເປັນເອກະສັນກັນ. ຈາກນັ້ນ ຜູ້ນຳກໍເວົ້າວ່າ “ຜ່ານການລົງຄະແນນສຽງ, ຂ້ອຍສັງເກດເຫັນວ່າມີສຽງທີ່ແຕກຕ່າງກັນ. ນີ້ເປັນເລື່ອງທີ່ສຳຄັນ ແລະ ພວກເຮົາຕ້ອງເຄົາລົບສຽງເຫຼົ່ານີ້. ພວກເຮົາຈຳເປັນຕ້ອງປະຕິບັດແບບປະຊາທິປະໄຕ. ເບິ່ງແມວ່າລະບົບປະຊາທິປະໄຕຂອງຕາເວັນຕົກນັ້ນດີເລີດສໍ່າໃດ: ພວກເຮົາກໍຕ້ອງປະຕິບັດແບບນັ້ນໃນຄຣິສຕະຈັກເຊັ່ນກັນ, ພວກເຮົາຕ້ອງພະຍາຍາມຈົນສຸດຄວາມສາມາດຂອງພວກເຮົາເພື່ອບັນລຸປະຊາທິປະໄຕ ແລະ ສິດທິມະນຸດ. ຕອນນີ້ ເນື່ອງຈາກມີສຽງຄັດຄ້ານສອງສາມສຽງ, ພວກເຮົາຈຶ່ງບໍ່ສາມາດຊຳລະລ້າງຄົນຜູ້ນີ້ອອກໄປໄດ້. ພວກເຮົາຕ້ອງເຄົາລົບຄວາມຄິດເຫັນຂອງອ້າຍເອື້ອຍນ້ອງຂອງພວກເຮົາ. ອ້າຍເອື້ອຍນ້ອງແມ່ນໃຜ? ພວກເຂົາຄືປະຊາກອນທີ່ພຣະເຈົ້າເລືອກ! ພວກເຮົາບໍ່ສາມາດເມີນເສີຍຕໍ່ຄວາມຄິດເຫັນຂອງພວກເຂົາໄດ້. ເຖິງແມ່ນວ່າຈະມີປະຊາກອນທີ່ພຣະເຈົ້າເລືອກພຽງຄົນດຽວທີ່ບໍ່ເຫັນດີ, ພວກເຮົາກໍບໍ່ສາມາດດຳເນີນການຊຳລະລ້າງອອກໄປໄດ້”. ໃນຄວາມເປັນຈິງແລ້ວ, ສິ່ງທີ່ລາວເວົ້ານັ້ນບໍ່ມີມູນຄວາມຈິງເລີຍ, ພຣະເຈົ້າບໍ່ເຄີຍກ່າວສິ່ງດັ່ງກ່າວ. ລາວພຽງແຕ່ເວົ້າເລື່ອງໄຮ້ສາລະ. ຕໍ່ມາ, ເມື່ອເບື້ອງເທິງຄົ້ນພົບວ່າຄົນຊົ່ວຮ້າຍຄົນນັ້ນຍັງບໍ່ທັນຖືກຊຳລະລ້າງອອກໄປ, ພວກເຂົາກໍຂໍໃຫ້ຜູ້ນຳທ້ອງຖິ່ນຟ້າວຈັດການກັບເລື່ອງນີ້. ລາວໄດ້ໃຫ້ສັນຍາວ່າ “ຕົກລົງ, ມັນຈະສຳເລັດໃນໄວໆນີ້”. ຄຳສັນຍາຂອງລາວໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າລາວຈະຖ່ວງເວລາ. ລາວຄິດວ່າ “ພວກເຈົ້າຂໍໃຫ້ຂ້ອຍຊຳລະລ້າງລາວອອກໄປ, ແຕ່ຂ້ອຍບໍ່ສາມາດເຮັດໄດ້ໃນທັນທີ. ໃຜຈະຮູ້, ຖ້າເວລາຜ່ານໄປດົນພໍ, ບາງທີພວກເຈົ້າອາດຈະລືມເລື່ອງນີ້ ແລະ ຂ້ອຍກໍຈະບໍ່ຕ້ອງຊຳລະລ້າງລາວອອກໄປ”. ຕໍ່ມາ, ລາວໄດ້ເອີ້ນທຸກຄົນມາເຕົ້າໂຮມກັນອີກຄັ້ງ ແລະ ລົງຄະແນນສຽງອີກຄັ້ງ. ຜ່ານການໂອ້ລົມ ແລະ ການແຍກແຍະ, ມັນກໍເປັນທີ່ຊັດເຈນສຳລັບທຸກຄົນວ່າຄົນຜູ້ນັ້ນຈຳເປັນຕ້ອງຖືກຊຳລະລ້າງອອກໄປແທ້ໆ. ສຽງຄັດຄ້ານຫຼຸດລົງ, ແຕ່ກໍຍັງມີໜຶ່ງສຽງທີ່ຄັດຄ້ານການຊຳລະລ້າງລາວອອກໄປ. ຜູ້ນຳກໍຍັງບໍ່ຊຳລະລ້າງລາວອອກໄປອີກຄັ້ງ, ໂດຍເວົ້າວ່າ “ຕາບໃດທີ່ຍັງມີໜຶ່ງສຽງທີ່ຄັດຄ້ານ, ພວກເຮົາກໍບໍ່ສາມາດຊຳລະລ້າງລາວອອກໄປໄດ້”. ຄົນສ່ວນໃຫຍ່ຄິດວ່າ “ຖ້າເບື້ອງເທິງສັ່ງໃຫ້ຊຳລະລ້າງອອກໄປ, ກໍຊຳລະລ້າງລາວອອກໄປໂລດ. ເບື້ອງເທິງສາມາດເບິ່ງທະລຸເລື່ອງນີ້ໄດ້ແທ້ບໍ? ພວກເຂົາບໍ່ໄດ້ເຮັດຜິດພາດແທ້ບໍ?” ການອ່ອນນ້ອມຕໍ່ການຈັດແຈງຂອງເບື້ອງເທິງເປັນຫຼັກການບໍ? ມັນເປັນຄວາມຈິງບໍ? (ເປັນ.) ຜູ້ນຳຄົນນີ້ບໍ່ຮູ້ວ່ານີ້ຄືຄວາມຈິງ. ລາວເຮັດຫຍັງ? ລາວເວົ້າວ່າ “ຍັງມີໜຶ່ງສຽງທີ່ຄັດຄ້ານ, ສະນັ້ນ ພວກເຮົາຈຶ່ງບໍ່ສາມາດຊຳລະລ້າງລາວອອກໄປໄດ້. ພວກເຮົາຕ້ອງເຄົາລົບຄວາມຄິດເຫັນຂອງອ້າຍເອື້ອຍນ້ອງຂອງພວກເຮົາຢ່າງເດັດຂາດ. ນີ້ຄືສິ່ງທີ່ເອີ້ນວ່າສິດທິມະນຸດສູງສຸດ”. ຕໍ່ມາ, ເມື່ອເບື້ອງເທິງສອບຖາມກ່ຽວກັບເລື່ອງນີ້ອີກຄັ້ງ, ຜູ້ນຳກໍຍັງສືບຕໍ່ຈັດການກັບພວກເຂົາແບບເຮັດພໍແລ້ວມືແລ້ວຕີນ ແລະ ຖ່ວງເວລາຕໍ່ໄປ. ໃນທີ່ສຸດ, ເມື່ອເບື້ອງເທິງເຫັນວ່າລາວບໍ່ໄດ້ຊຳລະລ້າງຄົນຊົ່ວຮ້າຍຄົນນັ້ນອອກໄປ, ພວກເຂົາກໍປົດລາວອອກ ແລະ ຊຳລະລ້າງລາວອອກໄປເຊັ່ນກັນ. ເບື້ອງເທິງແຕ່ງຕັ້ງລາວໃຫ້ເປັນຜູ້ນຳ ແລະ ລາວບໍ່ໄດ້ຟັງພວກເຂົາ; ເບື້ອງເທິງມີສິດອຳນາດໃນການນຳໃຊ້ລາວ ແລະ ປົດລາວອອກ, ນີ້ຄືກົດການປົກຄອງ. ຫຼັງຈາກນີ້, ພັກພວກຂອງລາວກໍຖືກຊຳລະລ້າງອອກໄປເຊັ່ນກັນ. ການຈັດແຈງຂອງເບື້ອງເທິງຈຳເປັນຕ້ອງໄດ້ຮັບການລົງຄະແນນສຽງຈາກທຸກຄົນບໍ? (ບໍ່ຈຳເປັນ.) ເປັນຫຍັງຈຶ່ງບໍ່ຈຳເປັນ? ພວກເຈົ້າບໍ່ສາມາດອະທິບາຍເຫດຜົນໄດ້; ເບິ່ງຄືວ່າພວກເຈົ້າກໍຂ້ອນຂ້າງຄ້າຍຄືກັບຜູ້ນຳທີ່ເບົາປັນຍາຄົນນັ້ນ, ມັນບໍ່ແມ່ນແນວນັ້ນບໍ? ບອກເຮົາມາເບິ່ງ, ຄຳເວົ້າເຫຼົ່ານີ້ທີ່ເຮົາກຳລັງໂອ້ລົມກັບພວກເຈົ້າເປັນຫຼັກຄຳສອນ ຫຼື ຄວາມເປັນຈິງ? (ຄວາມເປັນຈິງ.) ຖ້າຜູ້ຄົນປະຕິບັດ ແລະ ນຳໃຊ້ພວກມັນ, ມັນຈະຖືກຕ້ອງບໍ? (ຖືກຕ້ອງ.) ຖ້າມັນຖືກຕ້ອງ, ມັນຈຳເປັນບໍທີ່ທຸກຄົນຈະຕ້ອງປ່ອນບັດ ແລະ ລົງຄະແນນສຽງກ່ຽວກັບເລື່ອງນີ້? (ບໍ່ຈຳເປັນ.) ເບື້ອງເທິງສາມາດເຮັດຜິດຕໍ່ຄົນໃດຄົນໜຶ່ງໂດຍການສັ່ງໃຫ້ຊຳລະລ້າງພວກເຂົາອອກໄປໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ສະນັ້ນ, ເມື່ອເບື້ອງເທິງສັ່ງໃຫ້ຊຳລະລ້າງຄົນຊົ່ວຮ້າຍຄົນນີ້ອອກໄປ ແລະ ຜູ້ນຳຄົນນີ້ປະຕິເສດທີ່ຈະດຳເນີນການ, ບັນຫາຢູ່ນີ້ແມ່ນຫຍັງ? (ການຕໍ່ຕ້ານຢ່າງເປີດເຜີຍ.) ມັນເປັນຫຼາຍກວ່າການຕໍ່ຕ້ານຢ່າງເປີດເຜີຍ, ມັນຄືການສ້າງອານາຈັກເອກະລາດ. ເມື່ອເບື້ອງເທິງສັ່ງໃຫ້ຊຳລະລ້າງຄົນຊົ່ວຮ້າຍອອກໄປ, ຜູ້ນຳປອມຄົນນີ້ກໍຖ່ວງເວລາ ແລະ ບໍ່ດຳເນີນການ ແລະ ລາວຍັງຈັດການລົງຄະແນນສຽງ ແລະ ສຳຫຼວດຄວາມຄິດເຫັນຂອງມວນຊົນອີກດ້ວຍ. ລາວກຳລັງສຳຫຼວດຄວາມຄິດເຫັນຂອງມວນຊົນແບບໃດ? ຄວາມຄິດເຫັນຂອງມວນຊົນແມ່ນຫຍັງ? ຄົນສ່ວນໃຫຍ່ແມ່ນຫຍັງ? ຄົນສ່ວນໃຫຍ່ເຂົ້າໃຈ ຫຼື ມີຄວາມຈິງບໍ? (ບໍ່ມີ.) ຄົນສ່ວນໃຫຍ່ບໍ່ມີແມ່ນແຕ່ຄວາມສາມາດໃນການແຍກແຍະ, ແລ້ວພວກເຂົາສາມາດເປັນຄົນທີ່ເຂົ້າໃຈຄວາມຈິງໄດ້ບໍ? ຜູ້ນຳຄົນນີ້ເຖິງກັບສຳຫຼວດຄວາມຄິດເຫັນຂອງມວນຊົນ, ສິ່ງນັ້ນສາມາດແກ້ໄຂບັນຫາໃດໆໄດ້ແທ້ບໍ? ມັນຈຳເປັນບໍ? ຄົນສ່ວນໃຫຍ່ຂາດຄວາມສາມາດໃນການແຍກແຍະ ແລະ ເບື້ອງເທິງກໍໄດ້ກວດກາ ແລະ ສັ່ງໃຫ້ຊຳລະລ້າງຄົນຊົ່ວຮ້າຍອອກໄປດ້ວຍຕົນເອງ, ແຕ່ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ພັດຖ່ວງເວລາ ແລະ ບໍ່ຊຳລະລ້າງລາວອອກໄປ, ໂດຍໃຫ້ບ່ອນຫຼົບລີ້ ແລະ ປົກປ້ອງຄົນຊົ່ວຮ້າຍ, ປ່ອຍໃຫ້ລາວຢູ່ໃນຄຣິສຕະຈັກ ແລະ ກໍ່ໃຫ້ເກີດການລົບກວນ. ບ່ອນໃດກໍຕາມທີ່ມີຄົນຊົ່ວຮ້າຍ, ບ່ອນນັ້ນກໍຈະມີຄວາມວຸ່ນວາຍ ແລະ ຂາດຄວາມເປັນລະບຽບຮຽບຮ້ອຍ. ປະຊາກອນທີ່ພຣະເຈົ້າເລືອກບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ ແລະ ວຽກງານຂອງຄຣິສຕະຈັກກໍບໍ່ສາມາດກ້າວໜ້າໄດ້ຕາມປົກກະຕິ. ມີພຽງແຕ່ການຊຳລະລ້າງຄົນຊົ່ວຮ້າຍອອກໄປໂດຍທັນທີເທົ່ານັ້ນຈຶ່ງຈະສາມາດຮັບປະກັນໄດ້ວ່າວຽກງານຂອງຄຣິສຕະຈັກດຳເນີນໄປຢ່າງເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ໃນສະຖານທີ່ທີ່ຜູ້ຕໍ່ຕ້ານພຣະຄຣິສກຳອຳນາດ, ຜູ້ທີ່ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ກໍ່ໃຫ້ເກີດການລົບກວນ, ກະທຳການໃນລັກສະນະທີ່ບໍ່ສົມເຫດສົມຜົນ ແລະ ປະຕິບັດໜ້າທີ່ຂອງພວກເຂົາໂດຍປາສະຈາກຄວາມຈິງໃຈແມ່ນແຕ່ໜ້ອຍດຽວ ຈະບໍ່ສາມາດຖືກຊຳລະລ້າງອອກໄປໄດ້. ຜູ້ຕໍ່ຕ້ານພຣະຄຣິສອາລະວາດເຮັດສິ່ງທີ່ບໍ່ດີໃນຄຣິສຕະຈັກ, ໃຫ້ບ່ອນຫຼົບລີ້ ແລະ ປົກປ້ອງຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອເຫຼົ່ານັ້ນ. ພວກເຂົາເຮັດສິ່ງນີ້ພາຍໃຕ້ຂໍ້ອ້າງໃດ? ພາຍໃຕ້ຂໍ້ອ້າງທີ່ວ່າພວກເຂົາເປັນເຈົ້າໜ້າທີ່, ສະນັ້ນ ພວກເຂົາຈຶ່ງຕ້ອງເປັນເຈົ້ານາຍຂອງຄົນອື່ນ. ພວກເຂົາຕັ້ງຕົວພວກເຂົາເອງເປັນເຈົ້າໜ້າທີ່ໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາຕ້ອງການເປັນເຈົ້ານາຍຂອງຄົນອື່ນ. ບອກເຮົາມາເບິ່ງ, ໃຜຄືເຈົ້ານາຍຂອງມະນຸດ? (ພຣະເຈົ້າ.) ພຣະເຈົ້າ ແລະ ຄວາມຈິງຄືເຈົ້ານາຍຂອງມະນຸດ. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນບໍ່ແມ່ນຫຍັງເລີຍ! ພວກເຂົາຕ້ອງການເປັນເຈົ້ານາຍຂອງຄົນເຫຼົ່ານີ້, ແຕ່ພວກເຂົາເອງກໍຍັງບໍ່ຮູ້ເລີຍວ່າເຈົ້ານາຍຂອງພວກເຂົາແມ່ນໃຜ! ພວກເຂົາບໍ່ແມ່ນຄົນພານບໍ? ຜູ້ຕໍ່ຕ້ານພຣະຄຣິສໃຊ້ວິທີການນີ້ເພື່ອບອກຜູ້ຄົນວ່າ: “ຂ້ອຍສາມາດເປັນເຈົ້ານາຍຂອງພວກເຈົ້າໄດ້. ຖ້າພວກເຈົ້າມີຄວາມຄັບແຄ້ນໃຈ, ຄວາມບໍ່ພໍໃຈໃດໆ ຫຼື ຖ້າພວກເຈົ້າໄດ້ຮັບຄວາມບໍ່ຍຸຕິທຳ ຫຼື ຄວາມລຳບາກໃດໆ, ໃນຖານະທີ່ຂ້ອຍເປັນຜູ້ນຳຂອງພວກເຈົ້າ, ຂ້ອຍສາມາດຈັດການໃຫ້ພວກເຈົ້າໄດ້”. ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ຫຼື ຂໍ້ເທັດຈິງຕົວຈິງກໍຈະຖືກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນເຮັດໃຫ້ຫຼົງຜິດ. ພວກເຂົາປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນຄືກັບບັນພະບຸລຸດ ແລະ ພຣະເຈົ້າ ເພື່ອຕິດຕາມ ແລະ ນະມັດສະການ. ຜູ້ທີ່ເຂົ້າໃຈຄວາມຈິງຮູ້ສຶກແນວໃດເມື່ອພວກເຂົາພົບກັບຜູ້ຕໍ່ຕ້ານພຣະຄຣິສແບບນັ້ນ? ພວກເຂົາຮູ້ສຶກລັງກຽດ ແລະ ບໍ່ພໍໃຈຕໍ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນ, ໂດຍເວົ້າວ່າ “ແລ້ວເຈົ້າຕ້ອງການເປັນເຈົ້ານາຍຂອງພວກເຮົາ ແລະ ຄວບຄຸມພວກເຮົາບໍ? ບໍ່ມີທາງ! ພວກເຮົາເລືອກເຈົ້າເປັນຜູ້ນຳຂອງພວກເຮົາ ເພື່ອໃຫ້ເຈົ້ານຳພາພວກເຮົາໄປຢູ່ຕໍ່ໜ້າພຣະເຈົ້າ, ບໍ່ແມ່ນຕໍ່ໜ້າຕົວເຈົ້າເອງ”. ສິ່ງນີ້ໝາຍຄວາມວ່າພວກເຂົາໄດ້ເບິ່ງທະລຸແຜນການຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ. ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດພາຍໃຕ້ຂໍ້ອ້າງຂອງການເປັນເຈົ້ານາຍຂອງພວກເຂົາ, ເຮັດໃຫ້ພວກເຂົາຄິດວ່າສິ່ງນີ້ສອດຄ່ອງກັບຄວາມຕ້ອງການຂອງພວກເຂົາ, ບໍ່ວ່າຈະເປັນຄວາມຕ້ອງການທາງອາລົມ, ທາງຈິດຕະວິທະຍາ, ທາງວິນຍານ ຫຼື ຄວາມຕ້ອງການອື່ນໆ. ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ຫຼື ຂໍ້ເທັດຈິງຕົວຈິງມັກຈະຕົກເປັນເຫຍື່ອຂອງການເຮັດໃຫ້ຫຼົງຜິດຂອງຜູ້ຕໍ່ຕ້ານພຣະຄຣິສ, ຈົນເຖິງຂັ້ນທີ່ວ່າຫຼັງຈາກທີ່ຖືກເຮັດໃຫ້ຫຼົງຜິດແລ້ວ, ພວກເຂົາອາດຈະບໍ່ພຽງແຕ່ບໍ່ສາມາດຫັນກັບມາ ແລະ ໄຕ່ຕອງໄດ້ເທົ່ານັ້ນ, ແຕ່ອາດຈະເຖິງຂັ້ນອອກໜ້າແທນຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນ ແລະ ປົກປ້ອງພວກເຂົາອີກດ້ວຍ. ຄວາມຈິງທີ່ວ່າພວກເຂົາສາມາດອອກໜ້າແທນ ແລະ ປົກປ້ອງຜູ້ຕໍ່ຕ້ານພຣະຄຣິສໄດ້ນັ້ນ ພຽງພໍທີ່ຈະສະແດງໃຫ້ເຫັນວ່າພວກເຂົາຖືກເຮັດໃຫ້ຫຼົງຜິດຢ່າງແທ້ຈິງ, ມັນບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ເປັນຫຍັງຜູ້ຄົນຈຶ່ງເຊື່ອໃນພຣະເຈົ້າ? ມັນບໍ່ແມ່ນເພື່ອໃຫ້ໄດ້ຮັບຄວາມລອດພົ້ນບໍ? ຖ້າເຈົ້າຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າບໍ່ໄດ້ກຳລັງຕໍ່ຕ້ານພຣະເຈົ້າ ແລະ ທໍລະຍົດພຣະອົງບໍ? ເຈົ້າບໍ່ໄດ້ກຳລັງຢືນຢູ່ຝ່າຍກອງກຳລັງທີ່ເປັນປໍລະປັກຕໍ່ພຣະເຈົ້າບໍ? ໃນກໍລະນີນັ້ນ, ພຣະເຈົ້າຍັງຈະຕ້ອງການເຈົ້າຢູ່ບໍ? ຖ້າເຈົ້າຕິດຕາມພຣະເຈົ້າພຽງແຕ່ໃນນາມ, ແຕ່ເຈົ້າພັດຕິດຕາມມະນຸດ, ພຣະເຈົ້າຈະເບິ່ງເຈົ້າ ແລະ ປະຕິບັດຕໍ່ເຈົ້າແນວໃດ? ຖ້າເຈົ້າປະຕິເສດພຣະເຈົ້າ, ພຣະອົງຈະບໍ່ລັງກຽດເຈົ້າບໍ? ຖ້າຜູ້ຄົນບໍ່ເຂົ້າໃຈແມ່ນແຕ່ຫຼັກຄຳສອນພຽງເລັກນ້ອຍນີ້, ພວກເຂົາຈະເຂົ້າໃຈຄວາມຈິງໄດ້ແນວໃດ? ຄົນເຫຼົ່ານີ້ບໍ່ແມ່ນຄົນເບົາປັນຍາບໍ?

ການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດບໍ່ແມ່ນການສະແດງອອກທີ່ເກີດຂຶ້ນເປັນບາງຄັ້ງຄາວ; ພວກເຂົາເຮັດສິ່ງນີ້ເລື້ອຍໆ, ມັນເປັນຫຼັກການໃນການກະທຳທີ່ສະເໝີຕົ້ນສະເໝີປາຍຂອງພວກເຂົາ ຫຼື ອາດຈະເວົ້າໄດ້ວ່າມັນເປັນພື້ນຖານ, ວິທີການ ແລະ ແນວທາງໃນການເຮັດສິ່ງຕ່າງໆຂອງພວກເຂົາ, ມັນເປັນຮູບແບບການກະທຳທີ່ສະເໝີຕົ້ນສະເໝີປາຍຂອງພວກເຂົາ. ຖ້າບໍ່ດັ່ງນັ້ນ, ໃຜຈະເຄົາລົບນັບຖືພວກເຂົາ? ອັນທີໜຶ່ງຄື ພວກເຂົາບໍ່ເຂົ້າໃຈຄວາມຈິງ. ອັນທີສອງຄື ພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ. ອັນທີສາມຄື ພວກເຂົາຍັງຂາດຫົວໃຈທີ່ຢຳເກງພຣະເຈົ້າ. ແລ້ວພວກເຂົາສາມາດເຮັດໃຫ້ຜູ້ຄົນຍອມຈຳນົນຕໍ່ພວກເຂົາຢ່າງສິ້ນເຊີງ, ເຄົາລົບນັບຖືພວກເຂົາ ແລະ ຊື່ນຊົມພວກເຂົາໄດ້ແນວໃດ? ພວກເຂົາເພິ່ງພາວິທີການ ແລະ ກົນລະຍຸດຕ່າງໆເພື່ອໂອ້ອວດ, ເຮັດໃຫ້ຜູ້ຄົນເຄົາລົບນັບຖື ແລະ ນະມັດສະການພວກເຂົາ. ພວກເຂົາໃຊ້ວິທີການເຫຼົ່ານີ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ໂດຍໃຫ້ພາບລວງຕາບາງຢ່າງແກ່ພວກເຂົາ, ເຮັດໃຫ້ພວກເຂົາເຫັນວ່າພວກເຂົາເປັນຄົນຝ່າຍວິນຍານ, ພວກເຂົາຮັກພຣະເຈົ້າ, ພວກເຂົາຈ່າຍລາຄາ, ພວກເຂົາມັກຈະເວົ້າຄຳເວົ້າທີ່ຖືກຕ້ອງ ແລະ ນຳສະເໜີທິດສະດີທີ່ຖືກຕ້ອງ ແລະ ພວກເຂົາປົກປ້ອງຜົນປະໂຫຍດຂອງອ້າຍເອື້ອຍນ້ອງ. ຈາກນັ້ນ ພວກເຂົາກໍໃຊ້ພາບລວງຕາເຫຼົ່ານີ້ເພື່ອສ້າງຄວາມຮູ້ສຶກເຄົາລົບ ແລະ ຊື່ນຊົມໃນຕົວຜູ້ຄົນ, ຈົນບັນລຸເປົ້າໝາຍຂອງພວກເຂົາໃນການສາມາດເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນຕິດຕາມ. ເມື່ອພວກເຂົາເຮັດໃຫ້ຜູ້ຄົນຫຼົງຜິດແບບນີ້, ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບຄວາມຈິງບໍ? ເຖິງແມ່ນວ່າພວກເຂົາຈະເວົ້າທຸກຢ່າງຖືກຕ້ອງ, ແຕ່ສິ່ງທີ່ພວກເຂົາເຮັດນັ້ນບໍ່ສອດຄ່ອງກັບຄວາມຈິງຢ່າງແນ່ນອນ. ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະບໍ່ສາມາດເຫັນບັນຫາໄດ້. ກ່ຽວກັບແກ່ນແທ້ຂອງການເຮັດໃຫ້ຜູ້ຄົນຫຼົງຜິດ, ການກະທຳຂອງພວກເຂົາເຮັດໃຫ້ຜູ້ຄົນເຫັນໄດ້ຍາກວ່າພວກເຂົາບໍ່ສອດຄ່ອງກັບຄວາມຈິງ. ຖ້າສາມາດເຫັນສິ່ງນີ້ໄດ້, ຜູ້ຄົນຈະບໍ່ເຫັນການຫຼອກລວງຂອງພວກເຂົາບໍ? ໃນຄວາມເປັນຈິງແລ້ວ, ສິ່ງທີ່ພວກເຂົາເຮັດ ແລະ ສິ່ງທີ່ພວກເຂົາເປີດເຜີຍນັ້ນຄືຄວາມເປັນຄົນຝ່າຍວິນຍານທີ່ຈອມປອມ. ແລ້ວການສະແດງອອກຂອງຄວາມເປັນຄົນຝ່າຍວິນຍານທີ່ຈອມປອມແມ່ນຫຍັງ? ພຶດຕິກຳ, ການກະທຳ ແລະ ຄຳເວົ້າຫຼາຍຢ່າງທີ່ເປັນຂອງຄວາມເປັນຄົນຝ່າຍວິນຍານທີ່ຈອມປອມນັ້ນເບິ່ງຄືວ່າຖືກຕ້ອງ, ແຕ່ຄວາມຈິງແລ້ວ ພວກມັນເປັນພຽງການກະທຳພາຍນອກ ແລະ ບໍ່ມີຫຍັງກ່ຽວຂ້ອງກັບການປະຕິບັດຄວາມຈິງເລີຍ. ຄືກັນກັບພວກຟາຣີຊາຍທີ່ຕໍ່ຕ້ານອົງພຣະເຢຊູເຈົ້າ: ພວກເຂົາຖືພຣະຄຳພີໄວ້ໃນມື ແລະ ອະທິຖານສຽງດັງຢູ່ຕາມມຸມຖະໜົນ, ໂດຍກ່າວວ່າ “ໂອ້ ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ...”, ເພື່ອສະແດງໃຫ້ຜູ້ຄົນເຫັນເຖິງຄວາມເຄົາລົບນັບຖືຂອງພວກເຂົາ. ດ້ວຍເຫດນີ້, ໃນປັດຈຸບັນຄຳວ່າ “ພວກຟາຣີຊາຍ” ຈຶ່ງກາຍເປັນຄຳສັບທາງເລືອກສຳລັບຄົນທີ່ໜ້າຊື່ໃຈຄົດ. ຄຳຄຸນນາມໃດທີ່ຢູ່ໜ້າພວກຟາຣີຊາຍ? ໜ້າຊື່ໃຈຄົດ. ຄວາມຈິງແລ້ວ, ໂດຍບໍ່ຕ້ອງເວົ້າວ່າ “ໜ້າຊື່ໃຈຄົດ”, ຕາບໃດທີ່ຄຳວ່າ “ພວກຟາຣີຊາຍ” ຖືກກ່າວເຖິງ, ເຈົ້າກໍຈະຮູ້ວ່າມັນບໍ່ແມ່ນຄຳທີ່ເປັນບວກ, ມັນຄືກັນກັບຄຳວ່າ “ຄົນພານ” ຫຼື “ມານຮ້າຍ” ແລະ ມີຄວາມໝາຍດຽວກັນ. ເມື່ອເວົ້າເຖິງຄວາມເປັນຄົນຝ່າຍວິນຍານທີ່ຈອມປອມ, ໃນປັດຈຸບັນນີ້ ບໍ່ຄ່ອຍມີໃຜເວົ້າເຖິງຄວາມເປັນຄົນຝ່າຍວິນຍານ ແລະ ເມື່ອໃດກໍຕາມທີ່ມີຄົນກ່າວເຖິງຄວາມເປັນຄົນຝ່າຍວິນຍານ, ພວກເຂົາຈະຕື່ມຄຳຫຍັງໃສ່ທາງໜ້າມັນ? (ຈອມປອມ.) ຖືກຕ້ອງ, ຈອມປອມ. ໃນກໍລະນີສ່ວນໃຫຍ່, ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເຮັດໃຫ້ຜູ້ຄົນຫຼົງຜິດນັ້ນ ຄວາມຈິງແລ້ວແມ່ນການສະແດງອອກຂອງຄວາມເປັນຄົນຝ່າຍວິນຍານທີ່ຈອມປອມ. ຄຳເວົ້າ, ການກະທຳ ແລະ ພຶດຕິກຳທີ່ກ່ຽວຂ້ອງກັບຄວາມເປັນຄົນຝ່າຍວິນຍານທີ່ຈອມປອມນັ້ນເບິ່ງຄືວ່າດີຫຼາຍ, ເຄົາລົບນັບຖືຫຼາຍ ແລະ ສອດຄ່ອງກັບຄວາມຈິງ. ເມື່ອພວກເຂົາເຫັນຄົນໃດຄົນໜຶ່ງອ່ອນແອ, ພວກເຂົາກໍລືມກິນເຂົ້າ ແລະ ຟ້າວໄປສະໜັບສະໜູນພວກເຂົາ. ເມື່ອພວກເຂົາເຫັນວ່າຄົນໃດຄົນໜຶ່ງມີສະຖານະການຢູ່ບ້ານ, ພວກເຂົາກໍລະເລີຍວຽກງານຂອງຕົນເອງ ແລະ ຟ້າວໄປຊ່ວຍເຫຼືອພວກເຂົາ. ເຖິງຢ່າງໃດກໍຕາມ, ການຊ່ວຍເຫຼືອຂອງພວກເຂົາປະກອບດ້ວຍການເວົ້າຄຳເວົ້າທີ່ຖືກຕ້ອງບາງຢ່າງ ຫຼື ຄຳເວົ້າທີ່ໜ້າຟັງ ແລະ ເຫັນອົກເຫັນໃຈ, ແຕ່ຫຼັງຈາກທີ່ເວົ້າໄປຫຼາຍແລ້ວ, ບັນຫາຕົວຈິງຂອງອີກຝ່າຍກໍບໍ່ໄດ້ຮັບການແກ້ໄຂເລີຍ. ແລ້ວຈຸດປະສົງຂອງການກະທຳແບບນີ້ຂອງພວກເຂົາແມ່ນຫຍັງ? ຜູ້ຄົນຮູ້ສຶກປະທັບໃຈເປັນພິເສດກັບພຶດຕິກຳຂອງພວກເຂົາ ແລະ ພວກເຂົາກໍຮູ້ສຶກວ່າການມີຜູ້ນຳແບບນີ້ໃຫ້ເພິ່ງພາໃນຍາມຈຳເປັນນັ້ນເປັນເລື່ອງທີ່ດີເລີດ, ພວກເຂົາມີຄວາມສຸກຢ່າງແທ້ຈິງ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ໃຊ້ຄຳເວົ້າເພື່ອເຮັດໃຫ້ຜູ້ຄົນຫຼົງຜິດເທົ່ານັ້ນ, ແຕ່ໃນເວລາດຽວກັນ ພວກເຂົາຍັງໃຊ້ພຶດຕິກຳຕ່າງໆເພື່ອເຮັດໃຫ້ຜູ້ຄົນຫຼົງຜິດອີກດ້ວຍ, ເພື່ອເຮັດໃຫ້ຜູ້ຄົນເຊື່ອວ່າພວກເຂົາເປັນຄົນຝ່າຍວິນຍານສູງ, ໂດດເດັ່ນ ແລະ ສົມຄວນໄດ້ຮັບຄວາມໄວ້ວາງໃຈ ແລະ ການເພິ່ງພາຈາກຜູ້ຄົນ. ບາງຄົນອາດຈະເຖິງກັບຄິດວ່າ “ການເຊື່ອໃນພຣະເຈົ້ານັ້ນຮູ້ສຶກວ່າມັນເປັນນາມມະທຳເກີນໄປໜ້ອຍໜຶ່ງ, ແຕ່ການເຊື່ອໃນຜູ້ນຳຂອງພວກເຮົານັ້ນເປັນຮູບປະທຳ. ມັນຊ່າງແທ້ຈິງ ແລະ ເປັນຈິງຫຼາຍ: ເຈົ້າສາມາດສຳຜັດພວກເຂົາ ແລະ ເຫັນພວກເຂົາໄດ້ ແລະ ເມື່ອເຈົ້າກຳລັງຈັດການກັບສິ່ງຕ່າງໆ ເຈົ້າກໍສາມາດຖາມພວກເຂົາ ແລະ ລົມກັບພວກເຂົາໄດ້ໂດຍກົງ. ມັນຊ່າງດີເລີດແທ້ໆ!” ໃນການບັນລຸຜົນດັ່ງກ່າວ, ຜູ້ຕໍ່ຕ້ານພຣະຄຣິສໄດ້ບັນລຸເປົ້າໝາຍຂອງພວກເຂົາແລ້ວ, ແຕ່ຜູ້ທີ່ພວກເຂົາເຮັດໃຫ້ຫຼົງຜິດນັ້ນພັດຈົບລົງດ້ວຍຄວາມທຸກທໍລະມານ. ຫຼັງຈາກທີ່ຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດເປັນໄລຍະເວລາໜຶ່ງ, ເມື່ອຄົນເຫຼົ່ານີ້ມາຢູ່ຕໍ່ໜ້າພຣະເຈົ້າອີກຄັ້ງ, ພວກເຂົາກໍບໍ່ຮູ້ວິທີອະທິຖານ ຫຼື ເປີດໃຈຕໍ່ພຣະອົງອີກຕໍ່ໄປ. ຍິ່ງໄປກວ່ານັ້ນ, ເມື່ອຄົນເຫຼົ່ານີ້ມາເຕົ້າໂຮມກັນ, ພວກເຂົາກໍຍົກຍ້ອງກັນ ແລະ ກັນ, ທຳທ່າເປັນຄົນຝ່າຍວິນຍານ ແລະ ເຮັດໃຫ້ກັນ ແລະ ກັນຫຼົງຜິດ ແລະ ຫຼອກລວງກັນ ແລະ ກັນ. ໃນທີ່ສຸດ, ຜູ້ຕໍ່ຕ້ານພຣະຄຣິສກໍເຖິງກັບອ້າງວ່າ “ອ້າຍເອື້ອຍນ້ອງທຸກຄົນໃນຄຣິສຕະຈັກຂອງພວກເຮົາຮັກພຣະເຈົ້າ. ເມື່ອປະເຊີນກັບບັນຫາ, ທຸກຄົນກໍລຸກຂຶ້ນມາຮັບມືກັບສະຖານະການ, ເຖິງແມ່ນວ່າພວກເຂົາຈະຖືກພະຍານາກໃຫຍ່ສີແດງຈັບກຸມ, ພວກເຂົາທຸກຄົນກໍສາມາດຍຶດໝັ້ນໃນການເປັນພະຍານຂອງພວກເຂົາໄດ້. ຈະບໍ່ມີຢູດາແມ່ນແຕ່ຄົນດຽວໃນທ່າມກາງພວກເຮົາ, ຂ້ອຍຮັບປະກັນ!” ດັ່ງທີ່ປາກົດອອກມາ, ເມື່ອພວກເຂົາຖືກຈັບກຸມ, ຄົນສ່ວນໃຫຍ່ກໍກາຍເປັນຢູດາ. ພວກເຂົາບໍ່ແມ່ນກຸ່ມຄົນພານບໍ? ຜູ້ຕໍ່ຕ້ານພຣະຄຣິສໃຊ້ຄຳເວົ້າ ແລະ ຄຳຂວັນທີ່ວ່າງເປົ່າເຫຼົ່ານີ້ເພື່ອຫຼອກລວງອ້າຍເອື້ອຍນ້ອງ, ເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ ແລະ ຕົວະອ້າຍເອື້ອຍນ້ອງ. ຄົນສ່ວນໃຫຍ່ໂງ່ຈ້າ ແລະ ເບົາປັນຍາ, ຂາດຄວາມສາມາດໃນການແຍກແຍະ ແລະ ປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິສປະພຶດຕົວຕາມອຳເພີໃຈ. ການຈັດແຈງວຽກງານຈາກເບື້ອງເທິງໄດ້ເນັ້ນໜັກມາເປັນເວລາດົນນານແລ້ວກ່ຽວກັບວິທີການຈັດການກັບສະຖານະການເມື່ອພວກມັນເກີດຂຶ້ນ ແລະ ວຽກງານໃດທີ່ຕ້ອງເຮັດ, ໂດຍມີເປົ້າໝາຍເພື່ອຮັບປະກັນວ່າປະຊາກອນທີ່ພຣະເຈົ້າເລືອກທຸກຄົນສາມາດປະຕິບັດໜ້າທີ່ຂອງພວກເຂົາໃນສະພາບແວດລ້ອມທີ່ປອດໄພ. ໃນກໍລະນີທີ່ມີການຈັບກຸມ ແລະ ການຂົ່ມເຫັງ, ຄວນຫຼຸດຜ່ອນຄວາມເສຍຫາຍໃຫ້ໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ຖ້າປະຊາກອນທີ່ພຣະເຈົ້າເລືອກທຸກຄົນຖືກຈັບກຸມ ແລະ ຕິດຄຸກ, ສູນເສຍຊີວິດຄຣິສຕະຈັກຂອງພວກເຂົາໄປຢ່າງສິ້ນເຊີງ, ສິ່ງນີ້ບໍ່ໄດ້ນຳໄປສູ່ການສູນເສຍໃນການເຂົ້າສູ່ຊີວິດຂອງພວກເຂົາບໍ? ຖ້າບໍ່ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນຄຸກໄດ້, ຊີວິດຂອງຄົນເຮົາຈະສາມາດເຕີບໂຕໄດ້ບໍ? ພວກເຂົາສາມາດຈື່ຈຳເນື້ອເພງສັນລະເສີນໄດ້ພຽງສອງສາມຄຳເທົ່ານັ້ນ ແລະ ໃນທຸກໆມື້ ຊີວິດຂອງພວກເຂົາກໍຂຶ້ນຢູ່ກັບຄຳເວົ້າສອງສາມຄຳນັ້ນ. ເມື່ອພວກເຂົາອະທິຖານໃນຕອນກາງຄືນ, ພວກເຂົາກໍສາມາດເຮັດໄດ້ພຽງແຕ່ໃນໃຈຢ່າງງຽບໆ ແລະ ພວກເຂົາກໍບໍ່ກ້າແມ່ນແຕ່ຈະເໜັງຕີງຮີມສົບ. ສິ່ງດຽວທີ່ຍັງເຫຼືອຢູ່ໃນໃຈຂອງພວກເຂົາກໍຄືຄວາມຄິດທີ່ວ່າ “ຢ່າຫັກຫຼັງ, ຢ່າເປັນຢູດາ, ຈົ່ງຍຶດໝັ້ນໃນການເປັນພະຍານໃຫ້ພຣະເຈົ້າ ແລະ ສັນລະເສີນພຣະອົງ, ຢ່າເຮັດໃຫ້ພຣະອົງອັບອາຍ”, ບໍ່ມີຫຍັງຕື່ມອີກ, ຜູ້ຄົນມີວຸດທິພາວະພຽງເລັກນ້ອຍສ່ຳນັ້ນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຄຳນຶງເຖິງສິ່ງເຫຼົ່ານີ້ເລີຍ. ເປັນຫຍັງພວກເຂົາຈຶ່ງຖືກເອີ້ນວ່າຜູ້ຕໍ່ຕ້ານພຣະຄຣິສ? ພວກເຂົາທຳຮ້າຍຄົນອື່ນ ແລະ ທຳຮ້າຍອ້າຍເອື້ອຍນ້ອງໂດຍບໍ່ກະພິບຕາ! ການຈັດແຈງວຽກງານຈາກເບື້ອງເທິງຮຽກຮ້ອງໃຫ້ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາພາຍໃຕ້ສະພາບແວດລ້ອມທີ່ປອດໄພ ແລະ ຫຼີກລ່ຽງອຸບັດຕິເຫດໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ປະຕິບັດຕາມການຈັດແຈງວຽກງານເຫຼົ່ານີ້ເມື່ອພວກເຂົາເຮັດວຽກຂອງພວກເຂົາ. ພວກເຂົາຮ້ອງໂຮ ແລະ ກະທຳການຢ່າງຫຼັບຫູຫຼັບຕາຕາມຄວາມປະສົງຂອງພວກເຂົາເອງ ໂດຍບໍ່ສົນໃຈຄວາມປອດໄພ. ບຸກຄົນທີ່ໂງ່ຈ້າບາງຄົນຂາດຄວາມສາມາດໃນການແຍກແຍະ ແລະ ຄິດວ່າ “ເປັນຫຍັງເບື້ອງເທິງຈຶ່ງຍົກເລື່ອງຄວາມປອດໄພຂຶ້ນມາເວົ້າຢູ່ສະເໝີ? ເປັນຫຍັງພວກເຂົາຈຶ່ງຢ້ານອຸບັດຕິເຫດຫຼາຍແທ້? ມີຫຍັງໃຫ້ຕ້ອງຢ້ານ? ທຸກສິ່ງທຸກຢ່າງລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ!” ການເວົ້າສິ່ງດັ່ງກ່າວບໍ່ແມ່ນຄວາມໂງ່ຈ້າບໍ? ວຸດທິພາວະຂອງເຈົ້າອາດຈະນ້ອຍ, ເຈົ້າອາດຈະຂາດຄວາມເຂົ້າໃຈ ແລະ ເຈົ້າອາດຈະບໍ່ສາມາດເບິ່ງທະລຸສິ່ງຕ່າງໆໄດ້, ແຕ່ເຈົ້າຈະກະທຳການຢ່າງໂງ່ຈ້າບໍ່ໄດ້! ເບື້ອງເທິງໄດ້ຈັດແຈງວ່າຜູ້ຄົນຄວນເຕົ້າໂຮມກັນແນວໃດພາຍໃຕ້ສະຖານະການບາງຢ່າງ ແລະ ພວກເຂົາຄວນປະຕິບັດຕາມຫຼັກການໃດ, ການຈັດແຈງທີ່ລະອຽດທັງໝົດເຫຼົ່ານີ້ແມ່ນເພື່ອຫຍັງ? ພວກມັນແມ່ນເພື່ອປົກປ້ອງປະຊາກອນທີ່ພຣະເຈົ້າເລືອກຢ່າງແນ່ນອນ, ເພື່ອໃຫ້ພວກເຂົາສາມາດເຕົ້າໂຮມ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ປົກກະຕິ ແລະ ປອດໄພ. ຄວາມປອດໄພຊ່ວຍໃຫ້ເຈົ້າສາມາດສືບຕໍ່ເຊື່ອໃນພຣະເຈົ້າ, ດຳລົງຊີວິດຄຣິສຕະຈັກຂອງເຈົ້າ ແລະ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້ຕາມປົກກະຕິ. ຖ້າແມ່ນແຕ່ຄວາມປອດໄພຂອງເຈົ້າກໍສູນເສຍໄປ, ຖ້າເຈົ້າຖືກພະຍານາກໃຫຍ່ສີແດງຈັບກຸມ ແລະ ໃນຄຸກເຈົ້າບໍ່ສາມາດໄດ້ຍິນ ຫຼື ອ່ານພຣະທຳຂອງພຣະເຈົ້າ, ເຈົ້າບໍ່ສາມາດຮ້ອງເພງສັນລະເສີນ ແລະ ເຈົ້າບໍ່ມີການເຕົ້າໂຮມ, ເຈົ້າຍັງຈະສາມາດເຊື່ອໃນພຣະເຈົ້າໄດ້ແນວໃດ? ເຈົ້າອາດຈະກາຍເປັນພຽງຜູ້ເຊື່ອໃນນາມເທົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສົນໃຈເລື່ອງເຫຼົ່ານີ້; ພວກເຂົາບໍ່ສົນໃຈຄວາມເປັນຄວາມຕາຍຂອງຜູ້ຄົນ. ເພື່ອເຫັນແກ່ການຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງ, ພວກເຂົາຊຸກຍູ້ໃຫ້ທຸກຄົນລຸກຂຶ້ນ ແລະ ຮ້ອງໂຮຢ່າງຫຼັບຫູຫຼັບຕາວ່າ “ພວກເຮົາບໍ່ຢ້ານສະຖານະການໃດໆ, ພວກເຮົາມີພຣະເຈົ້າ!” ຜູ້ທີ່ໂງ່ຈ້າກໍບໍ່ເຂົ້າໃຈຫຍັງເລີຍ ແລະ ຖືກຄຳເວົ້າເຫຼົ່ານີ້ເຮັດໃຫ້ຫຼົງຜິດ. ທຸກຄົນມີຄວາມຄິດທີ່ເລື່ອນລອຍ ແລະ ວ່າງເປົ່າ, ໂດຍຄິດວ່າ “ພວກເຮົາເຊື່ອໃນພຣະເຈົ້າ ແລະ ພຣະເຈົ້າກໍປົກປ້ອງພວກເຮົາ; ຖ້າມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຮົາ, ມັນກໍເປັນໄປດ້ວຍການອະນຸຍາດຂອງພຣະເຈົ້າ”. ສິ່ງເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ວ່າງເປົ່າບໍ? ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ບໍ່ເຂົ້າໃຈຄວາມຈິງກະທຳ. ໃນຂະນະທີ່ອ້າຍເອື້ອຍນ້ອງອາດຈະບໍ່ເຂົ້າໃຈ, ແຕ່ໃນຖານະທີ່ເປັນຜູ້ນຳທີ່ມັກຈະໂອ້ລົມກ່ຽວກັບການຈັດແຈງວຽກງານ, ເຈົ້າຈະບໍ່ເຂົ້າໃຈເລື່ອງເຫຼົ່ານີ້ບໍ່ໄດ້. ເຈົ້າຕ້ອງດຳເນີນວຽກງານຕາມການຈັດແຈງວຽກງານ ແລະ ບໍ່ຄວນຢາກເວົ້າຫຼາຍຢູ່ສະເໝີເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າ, ເຖິງຂັ້ນຄິດວ່າຍິ່ງມີຄົນຟັງເຈົ້າຫຼາຍເທົ່າໃດກໍຍິ່ງດີ ແລະ ຍິ່ງມີຄົນຫຼາຍເທົ່າໃດ ການເວົ້າຂອງເຈົ້າກໍຍິ່ງກະຕືລືລົ້ນຫຼາຍຂຶ້ນເທົ່ານັ້ນ. ເພື່ອທີ່ຈະເອົາຊະນະໃຈຜູ້ທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາ ແລະ ເຮັດໃຫ້ຜູ້ທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາຟັງການຊີ້ນຳຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສໄດ້ເຕົ້າໂຮມຄົນເຫຼົ່ານີ້ເຂົ້າກັນໃນເວລາຫວ່າງຂອງພວກເຂົາ ໂດຍບໍ່ຄຳນຶງເຖິງຄວາມປອດໄພຂອງສະພາບແວດລ້ອມເລີຍ, ເຊິ່ງໃນທີ່ສຸດກໍນຳພາຄົນເຫຼົ່ານີ້ໄປສູ່ຄວາມຫາຍະນະຂອງພວກເຂົາ.

ຜູ້ຕໍ່ຕ້ານພຣະຄຣິສເກັ່ງໃນການເວົ້າສິ່ງທີ່ຍິ່ງໃຫຍ່ ແລະ ໃຊ້ພື້ນຖານທີ່ວ່າງເປົ່າ, ເປັນຄົນຝ່າຍວິນຍານທີ່ຈອມປອມ ແລະ ເປັນທິດສະດີບາງຢ່າງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ຫຼາຍຄົນທີ່ຂາດຄວາມສາມາດໃນການແຍກແຍະກໍພຽງແຕ່ຟັງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາກໍເຊື່ອຟັງຜູ້ຕໍ່ຕ້ານພຣະຄຣິສ ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະບົງການພວກເຂົາແນວໃດກໍຕາມ, ເຊິ່ງສົ່ງຜົນໃຫ້ເກີດບັນຫາ ແລະ ການຖືກຈັບກຸມ. ບັນຫາເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ບາງຄົນອາດຈະເວົ້າວ່າເປັນເພາະພຣະເຈົ້າບໍ່ໄດ້ປົກປ້ອງພວກເຂົາ. ແຕ່ນັ້ນບໍ່ແມ່ນການຈົ່ມວ່າພຣະເຈົ້າບໍ? ຄວາມຜິດສຳລັບເລື່ອງນີ້ບໍ່ສາມາດໂຍນໃຫ້ພຣະເຈົ້າໄດ້. ພຣະເຈົ້າອະນຸຍາດໃຫ້ຜູ້ຄົນມີປະສົບການກັບພາລະກິດຂອງພຣະອົງໃນສະຖານະການຕ່າງໆ. ຖ້າເຈົ້າດຳເນີນການປະຕິບັດຂອງເຈົ້າຕາມຫຼັກການທີ່ອີງໃສ່ການຈັດແຈງວຽກງານ ແລະ ເມື່ອສະພາບແວດລ້ອມເອື້ອອຳນວຍ, ບໍ່ວ່າຈະມີຄົນເຕົ້າໂຮມກັນຫຼາຍປານໃດກໍຕາມ, ເຈົ້າກໍສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້ຕາມປົກກະຕິ, ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ເຈົ້າຄວນປະຕິບັດ, ແລ້ວພຣະເຈົ້າກໍຈະນຳພາເຈົ້າ ແລະ ດຳເນີນພາລະກິດຂອງພຣະອົງໃນຕົວເຈົ້າ. ຖ້າເຈົ້າຂັດກັບຂໍ້ກຳນົດຈາກເບື້ອງເທິງ ແລະ ກະທຳການຢ່າງຫຼັບຫູຫຼັບຕາຕາມຄວາມປະສົງຂອງເຈົ້າເອງ ແລ້ວມີບາງສິ່ງບາງຢ່າງເກີດຂຶ້ນ, ນັ້ນກໍເປັນພຽງຄວາມໂງ່ຈ້າ ແລະ ຄວາມເບົາປັນຍາ. ພຣະເຈົ້າບໍ່ໄດ້ມີເຈດຕະນາທີ່ຈະໃຫ້ທຸກຄົນເຂົ້າຄຸກເພື່ອຫຼໍ່ຫຼອມພວກເຂົາ. ເຈດຕະນາຂອງພຣະອົງແມ່ນເພື່ອໃຫ້ແຕ່ລະຄົນກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ມີປະສົບການກັບພາລະກິດຂອງພຣະອົງຢ່າງເໝາະສົມ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຂົ້າໃຈສິ່ງນີ້. ພວກເຂົາເຊື່ອໃນເຫດຜົນຂອງພວກເຂົາເອງ, ໂດຍຄິດວ່າດ້ວຍການປົກປ້ອງຂອງພຣະເຈົ້າ ກໍບໍ່ມີຫຍັງໃຫ້ຕ້ອງຢ້ານ. ພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບຫຼັກການແຫ່ງການປົກປ້ອງຂອງພຣະເຈົ້າ ແລະ ປະຕິບັດຕາມກົດລະບຽບຢ່າງຫຼັບຫູຫຼັບຕາ, ໂດຍກຳນົດຂອບເຂດພຣະເຈົ້າຢູ່ສະເໝີ. ຫຼາຍຄົນຖືກພວກເຂົາເຮັດໃຫ້ຫຼົງຜິດ ແລະ ກະທຳການຢ່າງຫຼັບຫູຫຼັບຕາໄປພ້ອມກັບພວກເຂົາ, ໂດຍເມີນເສີຍຕໍ່ການຈັດແຈງຈາກເບື້ອງເທິງ ແລະ ຜົນກໍຄື ມີບາງສິ່ງບາງຢ່າງເກີດຂຶ້ນ, ພວກເຂົາຖືກຈັບກຸມ ແລະ ທົນທຸກກັບການທໍລະມານໃນຄຸກ. ຄົນເຫຼົ່ານີ້ມີວຸດທິພາວະແບບໃດເມື່ອມີບັນຫາເກີດຂຶ້ນ? ພວກເຂົາພຽງແຕ່ມີຄວາມກະຕືລືລົ້ນເລັກນ້ອຍ, ພວກເຂົາເຂົ້າໃຈຫຼັກຄຳສອນເລັກນ້ອຍ ແລະ ສາມາດຮ້ອງຄຳຂວັນໄດ້ສອງສາມຄຳ, ແຕ່ພວກເຂົາບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າເລີຍ, ພວກເຂົາບໍ່ມີຄວາມເຂົ້າໃຈ, ຄວາມຮູ້ ຫຼື ປະສົບການທີ່ແທ້ຈິງກ່ຽວກັບຄວາມຈິງ ແລະ ບໍ່ມີຄວາມເຂົ້າໃຈວ່າພຣະເຈົ້າດຳເນີນພາລະກິດເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນແນວໃດ. ພວກເຂົາພຽງແຕ່ເພິ່ງພາຄວາມກະຕືລືລົ້ນເພື່ອຕິດຕາມພຣະເຈົ້າ ແລະ ມີຄວາມຕັ້ງໃຈພຽງເລັກນ້ອຍ. ຄົນທີ່ມີວຸດທິພາວະແບບນີ້ສາມາດເປັນພະຍານໄດ້ບໍເມື່ອພວກເຂົາຖືກຈັບກຸມ ແລະ ຖືກຂັງຄຸກ? ບໍ່ໄດ້ຢ່າງແນ່ນອນ. ທັນທີທີ່ພວກເຂົາຫັກຫຼັງ, ຜົນສະທ້ອນແມ່ນຫຍັງ? ພວກເຂົາເລີ່ມຄິດວ່າ “ພຣະເຈົ້າບໍ່ໄດ້ຊົງລິດທານຸພາບສູງສຸດບໍ? ທຸກສິ່ງທຸກຢ່າງລ້ວນແຕ່ຢູ່ໃນພຣະຫັດຂອງພຣະອົງ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ຊ່ວຍຂ້ອຍໃຫ້ລອດພົ້ນ? ເປັນຫຍັງພຣະອົງຈຶ່ງປ່ອຍໃຫ້ຂ້ອຍທົນທຸກແບບນີ້? ມີພຣະເຈົ້າຢູ່ແທ້ບໍ? ເປັນໄປໄດ້ບໍທີ່ພວກເຮົາຜິດທີ່ມີຄວາມກະຕືລືລົ້ນຫຼາຍຂະໜາດນັ້ນ? ຖ້າຜູ້ນຳຂອງພວກເຮົານຳພາພວກເຮົາໄປໃນທາງທີ່ຜິດ, ແລ້ວເປັນຫຍັງພຣະເຈົ້າຈຶ່ງບໍ່ລົງວິໄນພວກເຂົາ? ເປັນຫຍັງພຣະເຈົ້າຈຶ່ງນຳພວກເຮົາມາປະເຊີນກັບສະຖານະການແບບນີ້?” ຄຳຈົ່ມວ່າເລີ່ມປາກົດຂຶ້ນ, ຕາມມາດ້ວຍການປະຕິເສດພຣະເຈົ້າຢ່າງໃກ້ຊິດ: “ການກະທຳຂອງພຣະເຈົ້າບໍ່ສອດຄ່ອງກັບຄວາມປະສົງຂອງມະນຸດ. ການກະທຳຂອງພຣະອົງອາດຈະບໍ່ຖືກຕ້ອງສະເໝີໄປ ແລະ ພຣະອົງກໍອາດຈະບໍ່ແມ່ນຄວາມຈິງສະເໝີໄປ”. ໃນທີ່ສຸດ, ຫຼັງຈາກທີ່ທົນທຸກມາຫຼາຍ ແລະ ອົດທົນກັບມັນເປັນໄລຍະເວລາໜຶ່ງ, ແມ່ນແຕ່ຫຼັກຄຳສອນພຽງເລັກນ້ອຍທີ່ພວກເຂົາຮູ້ ແລະ ຄວາມກະຕືລືລົ້ນພຽງເລັກນ້ອຍທີ່ພວກເຂົາມີກໍຫາຍໄປ. ພວກເຂົາປະຕິເສດພຣະເຈົ້າ ແລະ ສູນເສຍຄວາມເຊື່ອຂອງພວກເຂົາ, ເຖິງຂັ້ນກາຍເປັນຢູດາ. ຫຼັງຈາກທີ່ຖືກປ່ອຍຕົວອອກຈາກຄຸກ, ພວກເຂົາກໍເຖິງກັບຄິດວ່າ “ຕອນນີ້ ຂ້ອຍບໍ່ຈຳເປັນຕ້ອງກັງວົນກ່ຽວກັບສະຖານະການອີກຕໍ່ໄປແລ້ວ. ເບິ່ງແມວ່າຄົນທີ່ບໍ່ເຊື່ອໃນພຣະເຈົ້າມີຊີວິດທີ່ດີສໍ່າໃດ: ພວກເຂົາມີອິດສະຫຼະຫຼາຍຢູ່ຂ້າງນອກນັ້ນ. ພວກເຮົາກຳລັງເຮັດຫຍັງຢູ່ກັບການເຊື່ອແບບປິດບັງ? ຖ້າປະເທດຫ້າມບໍ່ໃຫ້ເຊື່ອ, ກໍພຽງແຕ່ຢຸດເຊື່ອ”. ຄົນແບບນັ້ນຍັງຈະສາມາດເຊື່ອໃນພຣະເຈົ້າໄດ້ອີກບໍໃນພາຍຫຼັງ? (ບໍ່, ພວກເຂົາບໍ່ສາມາດ.) ເປັນຫຍັງພວກເຂົາຈຶ່ງບໍ່ສາມາດ? ພຣະເຈົ້າບໍ່ຕ້ອງການພວກເຂົາອີກຕໍ່ໄປ. ພຣະເຈົ້າເລືອກເຈົ້າພຽງຄັ້ງດຽວ ແລະ ເຈົ້າກໍໄດ້ສູນເສຍໂອກາດຂອງເຈົ້າໄປແລ້ວ, ສະນັ້ນ ພຣະເຈົ້າຈະບໍ່ຕ້ອງການເຈົ້າເປັນຄັ້ງທີສອງ. ຄວາມຫວັງສຳລັບຄົນແບບນັ້ນທີ່ຈະໄດ້ຮັບຄວາມລອດພົ້ນແມ່ນຫຍັງ? ມັນຄືສູນ, ບໍ່ມີຄວາມຫວັງເຫຼືອຢູ່ເລີຍ. ນີ້ຄືຜົນສະທ້ອນທີ່ຜູ້ຕໍ່ຕ້ານພຣະຄຣິສນຳມາໃຫ້ໃນທີ່ສຸດ ໂດຍການປະພຶດຕົວຕາມອຳເພີໃຈ ແລະ ໃຊ້ທິດສະດີທີ່ເປັນຄົນຝ່າຍວິນຍານທີ່ຈອມປອມບາງຢ່າງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ເຊິ່ງເຮັດໃຫ້ພວກເຂົາໄລ່ຕາມຄວາມເປັນຄົນຝ່າຍວິນຍານ ແລະ ຄວາມກະຕືລືລົ້ນພາຍນອກ. ຜົນສະທ້ອນແມ່ນຫຍັງ? (ພວກເຂົາຖືກທຳລາຍ.) ພຣະເຈົ້າຈະຊ່ວຍພວກເຂົາໃຫ້ລອດພົ້ນ ຫຼື ບໍ່ນັ້ນເປັນເລື່ອງຂອງພຣະເຈົ້າ, ແຕ່ຢ່າງໜ້ອຍໃນຕອນນີ້, ເບິ່ງຄືວ່າເມື່ອເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງຜູ້ຄົນມາຮອດຈຸດນີ້, ອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຂົາກໍຖືກທຳລາຍໂດຍພື້ນຖານແລ້ວ. ເມື່ອທຸກຢ່າງມາຮອດຈຸດນີ້, ໃຜເປັນຕົ້ນເຫດຂອງເລື່ອງນີ້? ມັນຄືຜູ້ຕໍ່ຕ້ານພຣະຄຣິສທີ່ເປັນຕົ້ນເຫດ. ຖ້າພວກເຂົາບໍ່ກະທຳການຢ່າງຫຼັບຫູຫຼັບຕາ ແຕ່ກະທຳການຕາມການຈັດແຈງວຽກງານ, ນຳພາອ້າຍເອື້ອຍນ້ອງຕາມຂໍ້ກຳນົດຈາກເບື້ອງເທິງ ແລະ ນຳພາທຸກຄົນມາຢູ່ຕໍ່ໜ້າພຣະເຈົ້າ, ສິ່ງເຫຼົ່ານີ້ກໍຄົງຈະບໍ່ເກີດຂຶ້ນ. ຍັງຈະມີຄວາມຫວັງສຳລັບຄົນເຫຼົ່ານີ້ທີ່ຈະໄດ້ຮັບຄວາມລອດພົ້ນຢູ່ບໍ? (ມີ.) ຄົນເຫຼົ່ານີ້ກໍຍັງຈະມີຄວາມຫວັງໃນຄວາມລອດພົ້ນຢູ່. ເພາະວ່າຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຜູ້ຕໍ່ຕ້ານພຣະຄຣິສຖືກຂະຫຍາຍອອກຢ່າງຮ້າຍແຮງ, ຖ້າບໍ່ມີໃຜຢູ່ທີ່ນັ້ນເພື່ອປົກປ້ອງພວກເຂົາ ແລະ ຮັບຟັງພວກເຂົາ, ພວກເຂົາກໍຈະຮູ້ສຶກວ່າຊີວິດນັ້ນໜ້າເບື່ອ ແລະ ຈືດຈາງ. ພວກເຂົາປະຕິບັດຕໍ່ຄົນເບົາປັນຍາທີ່ຕິດຕາມພວກເຂົາເຫຼົ່ານັ້ນຄືກັບເຄື່ອງມື ແລະ ຂອງຫຼິ້ນເພື່ອບົງການ, ເຮັດໃຫ້ພວກເຂົາທຸກຄົນຕິດຕາມການນຳພາຂອງພວກເຂົາ. ພວກເຂົາຮູ້ສຶກວ່າພວກເຂົາມີຄວາມສາມາດ ແລະ ມີຄວາມສຸກ ແລະ ຊີວິດນີ້ກໍຄຸ້ມຄ່າທີ່ຈະດຳລົງຢູ່. ເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ, ພວກເຂົາໃຊ້ຄຳເວົ້າທີ່ເອີ້ນວ່າເປັນຄົນຝ່າຍວິນຍານ ແລະ ໜ້າຟັງເຫຼົ່ານີ້ເພື່ອເຮັດໃຫ້ຜູ້ທີ່ຕິດຕາມພວກເຂົາຫຼົງຜິດ ແລະ ຫຼັງຈາກທີ່ພວກເຂົາຖືກເຮັດໃຫ້ຫຼົງຜິດແລ້ວ, ກໍເຮັດໃຫ້ພວກເຂົາບ່ຽງເບນອອກຈາກເສັ້ນທາງທີ່ແທ້ຈິງ ແລະ ຈາກພຣະທຳຂອງພຣະເຈົ້າ, ອອກຫ່າງຈາກພຣະເຈົ້າເພື່ອມາຕິດຕາມພວກເຂົາ ແລະ ຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ຜົນສຸດທ້າຍແມ່ນຫຍັງ? ອະນາຄົດ ແລະ ຈຸດໝາຍປາຍທາງຂອງຄົນເຫຼົ່ານີ້ຖືກທຳລາຍ ແລະ ພວກເຂົາກໍສູນເສຍໂອກາດໃນຄວາມລອດພົ້ນຂອງພວກເຂົາ. ຜົນສະທ້ອນແມ່ນຫຍັງເມື່ອຜູ້ຄົນບໍ່ເຊື່ອໃນພຣະເຈົ້າຢ່າງເໝາະສົມ ແຕ່ພັດຕິດຕາມມະນຸດຄົນອື່ນ? ພວກເຈົ້າຍັງອິດສາໃຜກໍຕາມທີ່ເບິ່ງຄືວ່າເປັນຄົນຝ່າຍວິນຍານຢູ່ບໍ? (ບໍ່, ພວກເຮົາບໍ່ອິດສາ.) ແລ້ວຄຳວ່າ “ເປັນຄົນຝ່າຍວິນຍານ” ເດ? ມັນວ່າງເປົ່າ. ຜູ້ຄົນເປັນຂອງເນື້ອໜັງ, ພວກເຂົາເປັນສິ່ງທີ່ຖືກສ້າງ. ຖ້າເຈົ້າເປັນຄົນຝ່າຍວິນຍານຢ່າງແທ້ຈິງ, ແລ້ວເນື້ອໜັງຂອງເຈົ້າກໍຈະບໍ່ມີຢູ່ອີກຕໍ່ໄປ ແລະ ເຈົ້າຈະເປັນຄົນຝ່າຍວິນຍານສໍ່າໃດໃນຕອນນັ້ນ? ນັ້ນບໍ່ແມ່ນພຽງແຕ່ຄຳເວົ້າທີ່ວ່າງເປົ່າບໍ? ແລ້ວເຈົ້າເຫັນບໍວ່າຄຳວ່າ “ເປັນຄົນຝ່າຍວິນຍານ” ນັ້ນບໍ່ມີເຫດຜົນ; ມັນເປັນພຽງຄຳເວົ້າທີ່ວ່າງເປົ່າ. ໃນອະນາຄົດ, ຖ້າເຈົ້າໄດ້ຍິນຄົນໃດຄົນໜຶ່ງເວົ້າວ່າພວກເຂົາກຳລັງໄລ່ຕາມຄວາມເປັນຄົນຝ່າຍວິນຍານ, ຈົ່ງບອກພວກເຂົາວ່າ “ເຈົ້າຄວນໄລ່ຕາມການເປັນຄົນຊື່ສັດ ແລະ ການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ, ສິ່ງນັ້ນເປັນຈິງຫຼາຍກວ່າ. ຖ້າເຈົ້າໄລ່ຕາມຄວາມເປັນຄົນຝ່າຍວິນຍານ, ນັ້ນຄືທາງຕັນ! ຢ່າໄລ່ຕາມຄວາມເປັນຄົນຝ່າຍວິນຍານເດັດຂາດ; ມັນບໍ່ແມ່ນສິ່ງທີ່ຜູ້ຄົນໄລ່ຕາມ, ມັນພຽງແຕ່ບໍ່ມີເຫດຜົນ”. ບອກເຮົາມາເບິ່ງ, ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ໃຜແດ່ທີ່ກາຍເປັນຄົນຝ່າຍວິນຍານ? ບຸກຄົນທີ່ມີຊື່ສຽງ ແລະ ຜູ້ອະທິບາຍພຣະຄຳພີທາງສາສະໜາເຫຼົ່ານັ້ນ, ພວກເຂົາເປັນຄົນຝ່າຍວິນຍານບໍ? ພວກເຂົາທຸກຄົນລ້ວນແຕ່ເປັນຄົນໜ້າຊື່ໃຈຄົດ, ບໍ່ມີໃຜໃນພວກເຂົາທີ່ເປັນຄົນຝ່າຍວິນຍານເລີຍ. ຄົນທີ່ສ້າງຄຳວ່າ “ເປັນຄົນຝ່າຍວິນຍານ” ຂຶ້ນມາກຳລັງໃຊ້ຄຳເວົ້າທີ່ວ່າງເປົ່ານີ້ເພື່ອເຮັດໃຫ້ຄົນອື່ນຫຼົງຜິດ. ພວກເຂົາເປັນຄົນພານ ແລະ ມານຮ້າຍ. ຄົນປະເພດໃດທີ່ສາມາດເວົ້າສິ່ງທີ່ວ່າງເປົ່າແບບນັ້ນໄດ້? ພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານບໍ? (ບໍ່, ພວກເຂົາບໍ່ມີ.) ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະເຂົ້າໃຈວ່າຜູ້ຄົນຄວນໄລ່ຕາມຫຍັງເມື່ອພວກເຂົາເຊື່ອໃນພຣະເຈົ້າ ຫຼື ພວກເຂົາຄວນເປັນຂອງສິ່ງໃດ, ເຈົ້າຈະສາມາດເຂົ້າໃຈຄວາມຈິງໄດ້ບໍ? ໂດຍທຳມະຊາດແລ້ວ ເຈົ້າເປັນສິ່ງທີ່ຖືກສ້າງ, ເປັນສະມາຊິກຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ໃນແງ່ຂອງການເປັນຂອງບາງສິ່ງ, ເຈົ້າເປັນຂອງເນື້ອໜັງ, ນັ້ນຄືຄຸນລັກສະນະຂອງມະນຸດ. ແນ່ນອນວ່າ ຖ້າເຈົ້າສະແຫວງຫາທີ່ຈະເປັນຂອງເນື້ອໜັງ, ເຈົ້າກໍເປັນຂອງຊາຕານ: ນັ້ນຄືການຍ່າງຕາມເສັ້ນທາງຂອງໂລກ. ຜູ້ທີ່ເຊື່ອໃນພຣະເຈົ້າຄວນໄລ່ຕາມຄວາມຈິງ, ນັ້ນຄືສິ່ງທີ່ຖືກຕ້ອງ. ຖ້າຜູ້ຄົນສະແຫວງຫາທີ່ຈະເປັນຄົນຝ່າຍວິນຍານ ຫຼື ເປັນຄືພຣະເຈົ້າ, ສິ່ງນີ້ແມ່ນສິ່ງທີ່ພວກເຂົາສາມາດບັນລຸໄດ້ບໍ? ບໍ່ວ່າພວກເຂົາຈະໄລ່ຕາມມັນແນວໃດກໍຕາມ, ມັນກໍໄຮ້ປະໂຫຍດ. ນີ້ບໍ່ແມ່ນເສັ້ນທາງທີ່ຖືກຕ້ອງສຳລັບການເຊື່ອໃນພຣະເຈົ້າ. ສະນັ້ນ, ການສະແຫວງຫາທີ່ຈະເປັນຄົນຝ່າຍວິນຍານ ຫຼື ເປັນຄືພຣະເຈົ້າຈຶ່ງເປັນພຽງຄຳຂວັນ, ເປັນທິດສະດີທີ່ເປັນຄົນຝ່າຍວິນຍານທີ່ຈອມປອມ, ບໍ່ກ່ຽວຂ້ອງກັບຄວາມຈິງ. ຖ້າເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ເຈົ້າຄວນປະຕິບັດໜ້າທີ່ຂອງເຈົ້າໃນຖານະທີ່ເປັນສິ່ງທີ່ຖືກສ້າງຢ່າງເໝາະສົມ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈ. ນີ້ຄືຄວາມເປັນຈິງຄວາມຈິງ.

ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະຟັງການເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້. ສິ່ງທີ່ພວກເຂົາເຂົ້າໃຈ ແລະ ສາມາດອະທິບາຍອອກມາໄດ້ນັ້ນລ້ວນແຕ່ເປັນຫຼັກຄຳສອນ. ພວກເຂົາເອົາຄຳເວົ້າເຫຼົ່ານັ້ນທີ່ພວກເຂົາສາມາດຈັບໃຈຄວາມ ແລະ ຈື່ຈຳໄດ້ມາວິເຄາະໃນຄວາມຄິດຂອງພວກເຂົາ ເພື່ອປ່ຽນພວກມັນໃຫ້ເປັນຫຼັກຄຳສອນຝ່າຍວິນຍານທີ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ ແລະ ຈາກນັ້ນກໍເຜີຍແຜ່ພວກມັນຕາມໃຈມັກ ໂດຍອະທິບາຍພວກມັນໃຫ້ຄົນອື່ນຟັງ. ເມື່ອຜູ້ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ເຂົ້າໃຈຄວາມຈິງໄດ້ຍິນສິ່ງເຫຼົ່ານີ້, ພວກເຂົາກໍຮູ້ສຶກວ່າພວກມັນມີເຫດຜົນທີ່ສົມບູນ ແລະ ເຕັມໃຈທີ່ຈະຍອມຮັບພວກມັນ. ຜົນທີ່ຕາມມາກໍຄື ພວກເຂົາຖືກເຮັດໃຫ້ຫຼົງຜິດ ແລະ ເລີ່ມເຄົາລົບບູຊາຜູ້ຕໍ່ຕ້ານພຣະຄຣິສ. ນັ້ນຄືຕອນທີ່ບັນຫາຕາມມາ. ໃນຄວາມເປັນຈິງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຂົ້າໃຈຄວາມຈິງເລີຍ. ຖ້າເຈົ້າຕັ້ງໃຈຟັງ ແລະ ແຍກແຍະຄຳເວົ້າທີ່ພວກເຂົາອ້າງວ່າຖືກຕ້ອງ, ເຈົ້າກໍຈະພົບວ່າພວກມັນເປັນພຽງທິດສະດີທີ່ວ່າງເປົ່າເຊິ່ງສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດ. ແນ່ນອນວ່າ ຜູ້ທີ່ບໍ່ເຂົ້າໃຈຄວາມຈິງຄິດວ່າຄຳເວົ້າເຫຼົ່ານີ້ຖືກຕ້ອງ ແລະ ຫຼົງເຊື່ອພວກມັນໄດ້ງ່າຍ. ພວກເຈົ້າເຄີຍປະສົບກັບສະຖານະການແບບນີ້ບໍ? ພວກເຈົ້າສາມາດຍົກຕົວຢ່າງໄດ້ບໍ? ຖ້າພວກເຈົ້າສາມາດຍົກຕົວຢ່າງ ແລະ ເຫັນໄດ້ຢ່າງຊັດເຈນວ່າຜູ້ທີ່ມີທັກສະໃນການກ່າວຄຳເວົ້າ ແລະ ຫຼັກຄຳສອນເຮັດແນວໃດໃຫ້ຄົນອື່ນຫຼົງຜິດ, ສິ່ງນີ້ກໍພິສູດວ່າພວກເຈົ້າເຂົ້າໃຈ ແລະ ສາມາດນຳໃຊ້ພວກມັນໄດ້. ຖ້າພວກເຈົ້າບໍ່ສາມາດຍົກຕົວຢ່າງໄດ້, ມັນກໍບົ່ງບອກວ່າພວກເຈົ້າຍັງບໍ່ທັນເຂົ້າໃຈພວກມັນເທື່ອ ແລະ ບໍ່ສາມາດນຳໃຊ້ພວກມັນໄດ້. ເມື່ອພວກເຈົ້າພົບກັບຜູ້ທີ່ມີທັກສະໃນການກ່າວຄຳເວົ້າ ແລະ ຫຼັກຄຳສອນ, ພວກເຈົ້າຈະບໍ່ສາມາດແຍກແຍະພວກເຂົາໄດ້ຢ່າງແນ່ນອນ. (ຂ້ານ້ອຍເຄີຍຢູ່ໃນສະພາວະແບບນັ້ນ. ເມື່ອອ້າຍເອື້ອຍນ້ອງປະເຊີນກັບການລິຮານ, ການຕີສອນ ແລະ ການລົງວິໄນ ແລ້ວພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ພວກເຂົາກໍມາສະແຫວງຫານຳຂ້ານ້ອຍ. ຄວາມຈິງແລ້ວ, ຂ້ານ້ອຍກໍບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ແກ່ນແທ້ຂອງບັນຫາເຫຼົ່ານີ້ເຊັ່ນກັນ. ແຕ່ຂ້ານ້ອຍບອກພວກເຂົາດ້ວຍຄຳເວົ້າທີ່ວ່າງເປົ່າຈຳນວນໜຶ່ງ, ຕົວຢ່າງ: “ການລິຮານ, ການຕີສອນ ແລະ ການລົງວິໄນລ້ວນແຕ່ເປັນຄວາມຮັກຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະເຈົ້າ. ສິ່ງເຫຼົ່ານີ້ຄືວິທີທີ່ພຣະເຈົ້າປະຕິບັດຕໍ່ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ”. ແມ່ນແຕ່ໃນຂະນະທີ່ເວົ້າສິ່ງນີ້, ຂ້ານ້ອຍກໍສາມາດຮັບຮູ້ໄດ້ວ່າ ຂ້ານ້ອຍຍັງບໍ່ທັນໄດ້ອະທິບາຍແກ່ນແທ້ຂອງບັນຫາຂອງພວກເຂົາໃຫ້ພວກເຂົາຟັງຢ່າງຄົບຖ້ວນ ເຊັ່ນ: ເປັນຫຍັງພວກເຂົາຈຶ່ງປະເຊີນກັບສະຖານະການນີ້, ການກະທຳ ແລະ ການເປີດເຜີຍຂອງພວກເຂົາຈັດຢູ່ໃນອຸປະນິໄສທີ່ເສື່ອມຊາມປະເພດໃດ ຫຼື ທຳມະຊາດຂອງພວກມັນອາດຈະເປັນແນວໃດ ແລະ ເຈດຕະນາຂອງພຣະເຈົ້າແມ່ນຫຍັງ, ສິ່ງເຫຼົ່ານີ້ ແລະ ອີກຫຼາຍຢ່າງທີ່ຂ້ານ້ອຍບໍ່ສາມາດໂອ້ລົມໃຫ້ພວກເຂົາຟັງໄດ້. ຂ້ານ້ອຍພຽງແຕ່ເວົ້າຫຼັກຄຳສອນທີ່ຖືກຕ້ອງ ແລະ ຄຳຂວັນສອງສາມຢ່າງທີ່ຟັງເບິ່ງຄືວ່າດີ, ເຊິ່ງບໍ່ໄດ້ຊ່ວຍໃຜເລີຍແທ້ໆ.) ນີ້ກໍຍ້ອນວ່າຕົວເຈົ້າເອງບໍ່ມີຄວາມເຂົ້າໃຈຄວາມຈິງທີ່ຊັດເຈນ, ສະນັ້ນ ເຈົ້າຈຶ່ງບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງຂອງອ້າຍເອື້ອຍນ້ອງຂອງເຈົ້າໄດ້. ແລ້ວມີຄວາມແຕກຕ່າງລະຫວ່າງການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດກັບສິ່ງນີ້ບໍ? ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຊ່ວຍເຫຼືອຜູ້ຄົນດ້ວຍເຈດຕະນາດີ; ແຮງຈູງໃຈ ແລະ ຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສຄືການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງຕ່າງໆແບບນີ້ ແລະ ເມື່ອພວກເຂົາກຳລັງຮ້ອງຄຳຂວັນຢູ່, ໃຫ້ເບິ່ງພຶດຕິກຳຂອງພວກເຂົາ ແລະ ອຸປະນິໄສປະເພດໃດທີ່ພວກເຂົາເປີດເຜີຍ, ນີ້ຄືກະແຈສຳຄັນໃນການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ. ບາງຄົນມີວຸດທິພາວະຕໍ່າ ແລະ ພວກເຂົາຂາດຄວາມເຂົ້າໃຈຄວາມຈິງທີ່ຊັດເຈນ. ຄວາມເຂັ້ມຂຸ້ນໃນວຽກງານຂອງພວກເຂົາອາດຈະບໍ່ບັນລຸຜົນທີ່ຈຳເປັນ ແຕ່ພວກເຂົາບໍ່ມີແຮງຈູງໃຈ ຫຼື ຈຸດປະສົງທີ່ຈະເຮັດໃຫ້ຜູ້ຄົນຫຼົງຜິດ ຫຼື ຄວບຄຸມຜູ້ຄົນ. ພວກເຂົາຍັງຕ້ອງການນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ, ພຽງແຕ່ຄວາມສາມາດຂອງພວກເຂົາຍັງບໍ່ພຽງພໍກໍເທົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ບັນລຸຜົນທີ່ຊັດເຈນ, ຜູ້ຄົນກໍສາມາດເຫັນໄດ້ວ່າພວກເຂົາມີເຈດຕະນາທີ່ຖືກຕ້ອງ, ພວກເຂົາຕ້ອງການນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? (ເພື່ອໃຫ້ໄດ້ຮັບການຍອມຮັບຈາກຜູ້ຄົນ ແລະ ໃຫ້ຜູ້ຄົນເຊື່ອຟັງພວກເຂົາ ແລະ ຕິດຕາມພວກເຂົາ.) ແລ້ວມັນມີຄວາມແຕກຕ່າງຫຍັງແດ່ລະຫວ່າງສິ່ງທີ່ພວກເຂົາເວົ້າ ແລະ ສິ່ງທີ່ຄົນທີ່ມີຄວາມສາມາດບໍ່ພຽງພໍເວົ້າ? ຄົນທີ່ມີຄວາມສາມາດບໍ່ພຽງພໍເວົ້າຈາກໃຈຂອງພວກເຂົາ ແຕ່ພວກເຂົາບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ ແລະ ຮາກເຫງົ້າຂອງບັນຫາໄດ້; ພວກເຂົາບໍ່ສາມາດໂອ້ລົມມັນໄດ້ຢ່າງຊັດເຈນ ແລະ ໃນທີ່ສຸດແລ້ວ ພວກເຂົາກໍບໍ່ສາມາດແກ້ໄຂບັນຫາ ຫຼື ສະໜອງໃຫ້ແກ່ຄົນອື່ນໄດ້. ແລ້ວຄຳເວົ້າຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກມັນມາຈາກໃຈຂອງພວກເຂົາບໍ? (ບໍ່, ພວກມັນບໍ່ໄດ້ມາຈາກໃຈ.) ເຫັນໄດ້ຊັດເຈນວ່າພວກມັນບໍ່ໄດ້ມາຈາກໃຈ: ສິ່ງທີ່ພວກເຂົາເວົ້າລ້ວນແຕ່ເປັນຄຳຕົວະ. ເປັນຫຍັງພວກເຂົາຈຶ່ງຕ້ອງເວົ້າຄຳຕົວະ? ພວກເຂົາຕ້ອງການຫຼອກລວງ ແລະ ເຮັດໃຫ້ເຈົ້າຫຼົງຜິດ. ຄວາມໝາຍຂອງພວກເຂົາກໍຄື “ຂ້ອຍໄດ້ເຮັດວຽກທີ່ຂ້ອຍຄວນເຮັດໃນຖານະຜູ້ນຳແລ້ວ, ຂ້ອຍໄດ້ໂອ້ລົມສິ່ງທີ່ຂ້ອຍຄວນໂອ້ລົມແລ້ວ ແລະ ທຸກສິ່ງທຸກຢ່າງທີ່ຂ້ອຍເວົ້າກໍຖືກຕ້ອງ. ຖ້າເຈົ້າບໍ່ຍອມຮັບພວກມັນ ແລະ ບັນຫາຍັງບໍ່ໄດ້ຮັບການແກ້ໄຂ, ມັນກໍເປັນຄວາມຜິດຂອງເຈົ້າ, ຢ່າມາໂທດຂ້ອຍ”. ພວກເຂົາບໍ່ໄດ້ຕ້ອງການແກ້ໄຂບັນຫາຂອງເຈົ້າຢ່າງແທ້ຈິງ ແຕ່ກຳລັງເຮັດແບບພໍແລ້ວມືແລ້ວຕີນ, ໂດຍບໍ່ມີທາງເລືອກອື່ນນອກຈາກຕ້ອງເວົ້າສິ່ງທີ່ຖືກຕ້ອງເຫຼົ່ານີ້ເພື່ອຮັກສາສະຖານະຂອງພວກເຂົາ. ພວກເຂົາເວົ້າສິ່ງເຫຼົ່ານີ້ຢ່າງຝືນໃຈ ແລະ ເຖິງແມ່ນວ່າພວກເຂົາຈະເວົ້າພວກມັນ, ພວກເຂົາກໍບໍ່ໄດ້ເຮັດດ້ວຍຄວາມສະໝັກໃຈຂອງພວກເຂົາເອງ, ມັນບໍ່ແມ່ນສິ່ງທີ່ພວກເຂົາກຳລັງຄິດຢູ່ໃນໃຈຢ່າງແທ້ຈິງ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນຈຶ່ງມັກຈະສາມາດຮຽນຮູ້ທີ່ຈະກ່າວຄຳເວົ້າທີ່ຖືກຕ້ອງຈຳນວນໜຶ່ງ, ຊ່ວຍໃຫ້ຄົນອື່ນເອົາຊະນະຄວາມເປັນລົບຂອງພວກເຂົາໄດ້ ແຕ່ເມື່ອພວກເຂົາເອງປະເຊີນກັບການລິຮານ ຫຼື ຖືກປົດອອກ, ພວກເຂົາກໍກາຍເປັນຄົນທີ່ມີຄວາມເປັນລົບຢ່າງຮ້າຍແຮງ, ພວກເຂົາບໍ່ສາມາດຮູ້ຈັກຕົນເອງໄດ້ຢ່າງຖີ່ຖ້ວນ ແລະ ພວກເຂົາຕ້ອງເພິ່ງພາອ້າຍເອື້ອຍນ້ອງເພື່ອຊ່ວຍເຫຼືອພວກເຂົາ. ສິ່ງນີ້ເຄີຍເກີດຂຶ້ນບໍ? (ເຄີຍ.) ສິ່ງແບບນີ້ເກີດຂຶ້ນເລື້ອຍເກີນໄປ. ຄຳເວົ້າ ແລະ ຫຼັກຄຳສອນທີ່ຜູ້ຕໍ່ຕ້ານພຣະຄຣິສເທດສະໜາຄົນອື່ນຢູ່ສະເໝີນັ້ນ ບໍ່ສາມາດແມ່ນແຕ່ຈະຊ່ວຍເຫຼືອຕົວພວກເຂົາເອງໄດ້. ແລ້ວຄຳເວົ້າເຫຼົ່ານີ້ມາຈາກສ່ວນເລິກພາຍໃນຂອງພວກເຂົາບໍ? ພວກມັນເປັນຜົນມາຈາກປະສົບການຕົວຈິງຂອງພວກເຂົາບໍ? (ບໍ່.) ຖ້າເປັນແນວນັ້ນ ສິ່ງທີ່ພວກເຂົາເວົ້າກໍເປັນພຽງຄຳເວົ້າ ແລະ ຫຼັກຄຳສອນ, ບໍ່ແມ່ນການສະທ້ອນເຖິງວຸດທິພາວະທີ່ແທ້ຈິງຂອງພວກເຂົາ. ວຽກງານທີ່ພວກເຂົາເຮັດເພື່ອຊ່ວຍເຫຼືອຄົນອື່ນນັ້ນ ປະກອບດ້ວຍການໃຊ້ພາບລວງຕາພາຍນອກ, ການກະທຳ ແລະ ພຶດຕິກຳທີ່ດີເພື່ອເຮັດແບບພໍແລ້ວມືແລ້ວຕີນລ້ວນໆ, ເພື່ອເຮັດໃຫ້ຜູ້ຄົນຮັບຮູ້, ຍອມຮັບ ແລະ ເຫັນດີນຳພວກເຂົາໃນຖານະຜູ້ນຳ. ຫຼັງຈາກທີ່ຜູ້ຄົນຮັບຮູ້ພວກເຂົາວ່າເປັນຜູ້ນຳຂອງພວກເຂົາແລ້ວ, ພວກເຂົາຈະບໍ່ຍອມຕາມຜູ້ຕໍ່ຕ້ານພຣະຄຣິສບໍ? ຖ້າພວກເຂົາຍອມຕາມຜູ້ຕໍ່ຕ້ານພຣະຄຣິສ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ໄດ້ຮັບສະຖານະບໍ? ແລ້ວສະຖານະຂອງພວກເຂົາຈະບໍ່ໝັ້ນຄົງບໍ? ນີ້ຄືຈຸດປະສົງຂອງພວກເຂົາຢ່າງແທ້ຈິງ. ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນຂາດຄວາມເຂົ້າໃຈຄວາມຈິງ ແລະ ຄວາມສາມາດຂອງພວກເຂົາກໍບໍ່ພຽງພໍໃນຂະນະທີ່ຈັດການກັບວຽກງານຂອງພວກເຂົາ. ຢ່າງຫຼາຍທີ່ສຸດ ສິ່ງນີ້ກໍເປັນພຽງສັນຍານຂອງວຸດທິພາວະຕໍ່າຂອງພວກເຂົາ ແລະ ບົ່ງບອກວ່າພວກເຂົາບໍ່ແມ່ນຜູ້ນຳທີ່ໄດ້ມາດຕະຖານ. ແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດວຽກ, ພວກເຂົາບໍ່ຄຳນຶງວ່າພວກເຂົາສາມາດຊ່ວຍເຫຼືອ ຫຼື ສະໜັບສະໜູນອ້າຍເອື້ອຍນ້ອງໄດ້ ຫຼື ບໍ່. ພວກເຂົາຄິດເຖິງແຕ່ສະຖານະ ແລະ ຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ. ນີ້ຄືຄວາມແຕກຕ່າງລະຫວ່າງສອງຢ່າງນີ້: ອຸປະນິໄສຂອງພວກເຂົາແຕກຕ່າງກັນ. ສະນັ້ນ, ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະກ່າວຄຳເວົ້າທີ່ຟັງເບິ່ງດີຫຼາຍຢ່າງ, ພວກມັນກໍບໍ່ໄດ້ສະທ້ອນເຖິງຄວາມເປັນຈິງຂອງພວກເຂົາ. ພວກເຂົາເວົ້າພວກມັນຢ່າງຝືນໃຈ; ພວກເຂົາພຽງແຕ່ໃຊ້ຫຼັກຄຳສອນ ແລະ ຄຳຂວັນບາງຢ່າງທີ່ຖືກຕ້ອງຈາກພາຍນອກ ຫຼື ຄຳເວົ້າທີ່ສອດຄ່ອງກັບຄວາມຮູ້ສຶກຂອງມະນຸດ ເພື່ອແນະນຳຜູ້ຄົນ ແລະ ເຮັດແບບພໍແລ້ວມືແລ້ວຕີນ. ເປັນຫຍັງພວກເຂົາຈຶ່ງຕ້ອງເຮັດແບບພໍແລ້ວມືແລ້ວຕີນ? ນັ້ນກໍຍ້ອນວ່າ ຖ້າພວກເຂົາເຫັນຄົນທີ່ມີຄວາມເປັນລົບ ຫຼື ອ່ອນແອ ແລ້ວລະເລີຍທີ່ຈະຊ່ວຍເຫຼືອພວກເຂົາ, ຄົນອື່ນກໍຈະເວົ້າວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃນຖານະຜູ້ນຳ. ຍ້ອນຢ້ານຂໍ້ກ່າວຫາແບບນັ້ນ, ພວກເຂົາຈຶ່ງບໍ່ມີທາງເລືອກອື່ນນອກຈາກຕ້ອງລົງມືເຮັດ. ສະນັ້ນ, ຈຸດປະສົງຂອງພວກເຂົາຈຶ່ງບໍ່ແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍລິສຸດໃຈ; ພວກເຂົາຢ້ານວ່າ ຖ້າພວກເຂົາບໍ່ປາກົດຕົວໃນທັນທີເມື່ອອ້າຍເອື້ອຍນ້ອງປະເຊີນກັບຄວາມລຳບາກ ແລະ ຊ່ວຍເຫຼືອ ແລະ ສະໜອງໃຫ້ອ້າຍເອື້ອຍນ້ອງ, ໂດຍປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ, ແລ້ວອ້າຍເອື້ອຍນ້ອງກໍຈະບໍ່ສະໜັບສະໜູນພວກເຂົາອີກຕໍ່ໄປ. ໃນການເລືອກຕັ້ງຄັ້ງຕໍ່ໄປ, ອ້າຍເອື້ອຍນ້ອງອາດຈະບໍ່ເລືອກພວກເຂົາ ແລະ ພວກເຂົາກໍຈະບໍ່ໄດ້ເປັນຜູ້ນຳທີ່ແທ້ຈິງ ແຕ່ຈະມີພຽງຕຳແໜ່ງທີ່ວ່າງເປົ່າເທົ່ານັ້ນ. ການມີພຽງຕຳແໜ່ງທີ່ວ່າງເປົ່າແມ່ນສິ່ງທີ່ພວກເຂົາປາຖະໜາໃນໃຈຂອງພວກເຂົາບໍ? (ບໍ່.) ແລ້ວພວກເຂົາຕ້ອງການຫຍັງ? ພວກເຂົາຕ້ອງການອຳນາດ ແລະ ສະຖານະທີ່ແທ້ຈິງ, ພວກເຂົາຕ້ອງການໃຫ້ອ້າຍເອື້ອຍນ້ອງເຄົາລົບບູຊາ, ສະໜັບສະໜູນ ແລະ ຕິດຕາມພວກເຂົາຈາກໃນໃຈ. ສະນັ້ນ, ພວກເຂົາຈຶ່ງດິ້ນຮົນເພື່ອໃຫ້ຖືກເລືອກຕັ້ງເປັນຜູ້ນຳໃນທຸກໆການເລືອກຕັ້ງ, ນັ້ນຄືຈຸດປະສົງຂອງພວກເຂົາ.

ບາງຄົນທີ່ອ້າງວ່າເປັນຜູ້ນຳ ແລະ ຜູ້ເຮັດວຽກມີຄວາມກະຕືລືລົ້ນເປັນພິເສດເມື່ອການເລືອກຕັ້ງໃກ້ເຂົ້າມາ, ໂດຍສະແດງຕົວຢູ່ທຸກຫົນທຸກແຫ່ງ ແລະ ປະພຶດຕົວຜິດປົກກະຕິ. ຄົນແບບນີ້ອາດຈະເປັນຄົນປະເພດດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ. ຖ້າພວກເຂົາສາມາດປະພຶດແບບນີ້ໄດ້ແທ້ໆ, ນັ້ນກໍເປັນຕາໜ້າລັງກຽດ! ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢ່າງແທ້ຈິງຈະຮູ້ສຶກຜິດໃນໃຈຂອງພວກເຂົາໂດຍທຳມະຊາດ ເມື່ອກະທຳການດ້ວຍແຮງຈູງໃຈ ແລະ ຈຸດປະສົງ. ຍ້ອນຖືກຢັບຢັ້ງໂດຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາ, ພວກເຂົາຈະຮູ້ສຶກຕົວວ່າພວກເຂົາບໍ່ໄດ້ກະຕືລືລົ້ນຂະໜາດນັ້ນມາກ່ອນ ແລະ ຜູ້ຄົນກໍຈະສັງເກດເຫັນຄວາມກະຕືລືລົ້ນຢ່າງກະທັນຫັນຂອງພວກເຂົາໄດ້ຢ່າງຊັດເຈນ. ແມ່ນແຕ່ພວກເຂົາເອງກໍຍັງຮູ້ສຶກລັງກຽດຕົນເອງ ແລະ ພວກເຂົາຍອມບໍ່ລົງສະໝັກຮັບເລືອກຕັ້ງດີກວ່າທີ່ຈະປະພຶດແບບນັ້ນ. ເພາະວ່າພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ພັດທະນາວຸດທິພາວະຂຶ້ນມາໄດ້ເລັກນ້ອຍ ພ້ອມທັງມີຄວາມຮູ້ສຶກລະອາຍໃຈບາງຢ່າງ, ໃນທີ່ສຸດແລ້ວ ພວກເຂົາກໍສາມາດຢັບຢັ້ງຕົນເອງໄດ້. ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຢັບຢັ້ງຕົນເອງ; ພວກເຂົາເຮັດຕາມໃຈມັກ ແລະ ກະທຳການຕາມທີ່ພວກເຂົາປາຖະໜາ. ພວກເຂົາມີຄວາມທະເຍີທະຍານ ແລະ ມີແຮງຈູງໃຈ, ຈຸດປະສົງ ແລະ ແຜນການຮ້າຍຕ່າງໆ. ພວກເຂົາຮູ້ເລື່ອງທັງໝົດນີ້ໃນໃຈຂອງພວກເຂົາ ແຕ່ພວກເຂົາກໍຍັງຢືນຢັດທີ່ຈະເຮັດສິ່ງຕ່າງໆດ້ວຍວິທີນີ້, ໂດຍຄິດເຖິງແຕ່ຊື່ສຽງ ແລະ ສະຖານະຂອງພວກເຂົາເອງສະເໝີ. ພວກເຂົາຮູ້ສຶກວ່າການເຮັດສິ່ງຕ່າງໆເພື່ອຄຣິສຕະຈັກ ແລະ ເພື່ອອ້າຍເອື້ອຍນ້ອງຂອງພວກເຂົາເປັນການສູນເສຍຫຼາຍເກີນໄປ ແລະ ບໍ່ຄຸ້ມຄ່າ. ສະນັ້ນ, ພວກເຂົາຈຶ່ງໃຫ້ຄວາມສຳຄັນກັບຕົນເອງກ່ອນໃນທຸກສິ່ງທຸກຢ່າງທີ່ພວກເຂົາເຮັດ ແລະ ຄຳນຶງເຖິງແຕ່ຜົນປະໂຫຍດຂອງຕົນເອງສະເໝີ. ເມື່ອການເລືອກຕັ້ງມາຮອດ, ພວກເຂົາກໍເຮັດສຸດຄວາມສາມາດເພື່ອໂຄສະນາຫາສຽງໄປທົ່ວ, ເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຊັກຈູງຜູ້ຄົນໃຫ້ເລືອກພວກເຂົາ ແລະ ເຖິງຂັ້ນແອບເພີ່ມຄະແນນສຽງສອງສາມຄະແນນໃຫ້ກັບຕົນເອງໃນລະຫວ່າງການລົງຄະແນນສຽງ. ມັນບໍ່ເປັນຕາໜ້າລັງກຽດບໍທີ່ຜູ້ຕໍ່ຕ້ານພຣະຄຣິສປະພຶດແບບນີ້? ຖ້າພວກເຂົາບໍ່ມີຄວາມທະເຍີທະຍານ, ເປັນຫຍັງພວກເຂົາຈຶ່ງຕ້ອງເຮັດເຖິງຂະໜາດນັ້ນ? ນີ້ບໍ່ແມ່ນຍ້ອນຄວາມທະເຍີທະຍານຢ່າງຊັດເຈນບໍ? ທັນທີທີ່ມີຄົນເວົ້າວ່າຄົນໃດຄົນໜຶ່ງມີຄວາມທະເຍີທະຍານ, ມັນກໍບໍ່ແມ່ນສິ່ງທີ່ເປັນບວກເລີຍ; ທຸກສິ່ງທຸກຢ່າງທີ່ຄົນແບບນັ້ນເຮັດລ້ວນແຕ່ເປັນຕາໜ້າລັງກຽດ ແລະ ບໍ່ສາມາດເວົ້າອອກມາໄດ້ຢ່າງບໍ່ຕ້ອງສົງໄສ. ທຸກສິ່ງທຸກຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດລ້ວນແຕ່ເປັນສິ່ງຈອມປອມ ແລະ ເປັນການຫຼອກລວງ; ພວກເຂົາມັກຈະໃຊ້ພາບລວງຕາພາຍນອກເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ຜູ້ທີ່ບໍ່ຮູ້ຄວາມຈິງຂອງເລື່ອງນີ້ເຫັນສິ່ງນີ້ແລ້ວກໍຄິດວ່າ “ຜູ້ນຳໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍໃນຊ່ວງສອງສາມມື້ນີ້, ຍອມເສຍສະລະທັງການນອນ ແລະ ການກິນອາຫານ, ເຮັດວຽກທັງເວັນທັງຄືນ, ເປັນຜູ້ນຳໃນທຸກສິ່ງທຸກຢ່າງ. ພວກເຂົາທົນທຸກຫຼາຍພໍສົມຄວນ ແລະ ອິດເມື່ອຍຫຼາຍຈົນນໍ້າໜັກຫຼຸດລົງຫຼາຍ, ພວກເຂົາເຖິງຂັ້ນມີຜົມຫງອກຫຼາຍຂຶ້ນ”. ອ້າຍເອື້ອຍນ້ອງບາງຄົນເຫັນສິ່ງນີ້ແລ້ວກໍຮູ້ສຶກສົງສານຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນທີ່ສຸດ ໃນລະຫວ່າງການເລືອກຕັ້ງ ພວກເຂົາກໍລົງຄະແນນສຽງໃຫ້ຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ບັນລຸເປົ້າໝາຍຂອງພວກເຂົາແລ້ວບໍ? (ບັນລຸແລ້ວ.) ນີ້ຄືຄວາມໝາຍຂອງການວາງແຜນຮ້າຍ ແລະ ການໃຊ້ກົນລະຍຸດ, ນີ້ຄືຄວາມໝາຍຂອງການເປັນຄົນຊົ່ວຊ້າ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ພຽງແຕ່ເຮັດໃຫ້ຜູ້ຄົນຫຼົງຜິດດ້ວຍຄຳເວົ້າເທົ່ານັ້ນ ແຕ່ຫຼາຍຄັ້ງກໍຍັງເຮັດດ້ວຍການກະທຳ ແລະ ພຶດຕິກຳທີ່ບອກຜູ້ຄົນຢ່າງງຽບໆວ່າພວກເຂົາກະຕືລືລົ້ນສໍ່າໃດ, ພວກເຂົາອ່ອນນ້ອມສໍ່າໃດ ແລະ ພວກເຂົາຄຳນຶງເຖິງອ້າຍເອື້ອຍນ້ອງສໍ່າໃດ. ພວກເຂົາໃຊ້ການສະແດງອອກທີ່ເບິ່ງຄືວ່າດີ ແລະ ຖືກຕ້ອງເຫຼົ່ານີ້ ພ້ອມທັງພາບລວງຕາພາຍນອກເພື່ອບອກຜູ້ຄົນຊໍ້າແລ້ວຊໍ້າອີກ, ເນັ້ນແລ້ວເນັ້ນອີກ ແລະ ເຮັດໃຫ້ຜູ້ຄົນຮູ້ວ່າພວກເຂົາເປັນຜູ້ນຳທີ່ໄດ້ມາດຕະຖານ, ເປັນຜູ້ນຳທີ່ດີທີ່ຜູ້ຄົນຄວນຍອມຮັບ. ສິ່ງນີ້ກໍຄືກັນກັບການເລືອກຕັ້ງໃນປະເທດປະຊາທິປະໄຕ, ບ່ອນທີ່ຜູ້ລົງສະໝັກຮັບເລືອກຕັ້ງເດີນທາງໄປກ່າວຄຳປາໄສ, ວິ້ງເຕັ້ນ ແລະ ໂຄສະນາຫາສຽງ. ພວກເຂົາເຖິງຂັ້ນໂກງໃນລະຫວ່າງຂະບວນການລົງຄະແນນສຽງ. ແຕ່ຄົນເຫຼົ່ານີ້ບໍ່ຮູ້ສຶກລະອາຍໃຈ; ພວກເຂົາປະຕິບັດຕາມຄວາມເຊື່ອທີ່ວ່າ “ລູກຜູ້ຊາຍຕົວຈິງຕ້ອງໂຫດຫ້ຽມ”. ພວກເຂົາໃຊ້ທຸກວິທີທາງທີ່ຈຳເປັນເພື່ອໃຫ້ຊະນະການເລືອກຕັ້ງ, ນີ້ຄືຄວາມຄິດ ແລະ ມຸມມອງຂອງຜູ້ບໍ່ມີຄວາມເຊື່ອ. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກໍເຮັດແບບນີ້ຄືກັນບໍ? ແນ່ນອນທີ່ສຸດ! ເພື່ອເຫັນແກ່ອຳນາດ ແລະ ສະຖານະ, ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ບຸກຄົນເຫຼົ່ານີ້ດຳເນີນການຢ່າງກະຕືລືລົ້ນ ແລະ ຢ່າງຮຸນແຮງໃນທຸກສິ່ງທຸກຢ່າງ ແລະ ໃຊ້ຄວາມຄິດຢ່າງໜັກເພື່ອເຮັດໃຫ້ພວກມັນສຳເລັດ. ພວກເຂົາບໍ່ພໍໃຈກັບສິ່ງທີ່ຕົນເອງມີຢ່າງແນ່ນອນ. ສະນັ້ນ, ຖ້າຜູ້ທີ່ມີຄວາມກະຕືລືລົ້ນໃນລະດັບສູງຕໍ່ອຳນາດ ແລະ ສະຖານະ, ນັ້ນກໍຄື ຜູ້ທີ່ບໍ່ສາມາດຄວບຄຸມຄວາມທະເຍີທະຍານຂອງພວກເຂົາໄດ້, ໃນທີ່ສຸດກໍຖືກເລືອກຕັ້ງເປັນຜູ້ນຳ, ພວກເຂົາບໍ່ພຽງແຕ່ກຳລັງຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ; ພວກເຂົາອາດຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສເອງ. ພວກເຈົ້າມີຄວາມທະເຍີທະຍານບໍ? ພວກເຈົ້າສາມາດຄວບຄຸມຄວາມທະເຍີທະຍານຂອງພວກເຈົ້າໃຫ້ຢູ່ໃນຂອບເຂດຂອງຄວາມເປັນມະນຸດ ແລະ ເຫດຜົນໄດ້ບໍ? ຖ້າພວກເຈົ້າສາມາດຄວບຄຸມພວກມັນໄດ້, ພວກເຈົ້າກໍສາມາດຫຼີກລ່ຽງອັນຕະລາຍຈາກການຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ ແລະ ພວກເຈົ້າກໍຈະບໍ່ກາຍເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກກຳຈັດ. ຖ້າພວກເຈົ້າຮູ້ສຶກວ່າຄວາມທະເຍີທະຍານຂອງພວກເຈົ້າຍິ່ງໃຫຍ່ເກີນໄປ, ວ່າພວກເຈົ້າມັກຈະໃຊ້ທຸກວິທີທາງເພື່ອເຫັນແກ່ສະຖານະ ແລະ ເຖິງຂັ້ນເຕັມໃຈທີ່ຈະຍອມອົດອາຫານ ແລະ ເຄື່ອງດື່ມ, ເພື່ອອົດທົນກັບຄວາມທຸກທໍລະມານໃດໆ ແລະ ເຖິງຂັ້ນພ້ອມທີ່ຈະໃຊ້ວິທີການທີ່ໜ້າລັງກຽດໃດໆກໍຕາມ, ຖ້າພວກເຈົ້າໄດ້ມາເຖິງຈຸດທີ່ພວກເຈົ້າບໍ່ມີຄວາມລະອາຍ ແລະ ຄວາມທະເຍີທະຍານຂອງພວກເຈົ້າກໍຍາກທີ່ຈະຄວບຄຸມໄດ້, ແລ້ວກໍຈະມີບັນຫາຕາມມາ, ພວກເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງບໍ່ຕ້ອງສົງໄສ. ຖ້າເຈົ້າພຽງແຕ່ມີການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນກໍຍັງມີຄວາມຫວັງສຳລັບຄວາມລອດພົ້ນ. ແຕ່ເຈົ້າພົ້ນຈາກອັນຕະລາຍແລ້ວບໍ? ຍັງບໍ່ທັນພົ້ນເທື່ອ. ຖ້າເຈົ້າມີການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນກໍໝາຍຄວາມວ່າເຈົ້າຍັງຄົງຕໍ່ຕ້ານພຣະເຈົ້າ, ພ້ອມທີ່ຈະຕໍ່ຕ້ານ ແລະ ປະຕິເສດພຣະອົງໄດ້ທຸກເວລາ ຫຼື ບາງທີ ຍ້ອນວ່າບາງສິ່ງບາງຢ່າງທີ່ພຣະເຈົ້າໄດ້ເຮັດນັ້ນບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າ, ເຈົ້າອາດຈະສຶກສາພຣະເຈົ້າ, ເຂົ້າໃຈພຣະອົງຜິດ, ຕັດສິນພຣະອົງ ແລະ ເຖິງຂັ້ນເຜີຍແຜ່ຄວາມຄິດຫຼົງຜິດກ່ຽວກັບພຣະອົງ. ແລ້ວເຈົ້າກໍອາດຈະປະຕິເສດພຣະເຈົ້າ ແລະ ໄປຕາມທາງຂອງເຈົ້າເອງ ແລະ ໃນທີ່ສຸດກໍຖືກພຣະເຈົ້າກຳຈັດ. ສິ່ງທີ່ເຈົ້າເປີດເຜີຍໃນທຸກເວລາ ແລະ ທຸກສະຖານທີ່ສາມາດເປັນຕົວແທນໃຫ້ອຸປະນິໄສຂອງເຈົ້າໄດ້. ສະນັ້ນ, ສິ່ງທີ່ເຈົ້າເປີດເຜີຍຢູ່ຕະຫຼອດເວລາ ແລະ ໃນທຸກສະຖານທີ່ກໍຄືການເປີດເຜີຍອຸປະນິໄສຂອງເຈົ້າ. ເປັນຫຍັງພວກເຮົາຈຶ່ງໂອ້ລົມກ່ຽວກັບການປ່ຽນແປງໃນອຸປະນິໄສຢູ່ສະເໝີ? ເພາະວ່າຄົນທີ່ອຸປະນິໄສບໍ່ປ່ຽນແປງຄືສັດຕູຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສທຸກຄົນລ້ວນແຕ່ບໍ່ຍອມກັບໃຈຢ່າງເດັດຂາດ, ໂດຍສາບານດ້ວຍຊີວິດຂອງພວກເຂົາວ່າຈະຕໍ່ຕ້ານພຣະເຈົ້າ ແລະ ຢືນຢັດຕໍ່ຕ້ານພຣະອົງຈົນເຖິງທີ່ສຸດ. ເຖິງແມ່ນວ່າໃນໃຈຂອງພວກເຂົາຈະຍອມຮັບການມີຢູ່ຂອງພຣະເຈົ້າ, ຍອມຮັບວ່າພຣະເຈົ້າສ້າງມະນຸດຊາດ ແລະ ພຣະເຈົ້າສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ກໍຕາມ, ແຕ່ຍ້ອນທຳມະຊາດຂອງພວກເຂົາ, ພວກເຂົາຈຶ່ງບໍ່ສາມາດປ່ຽນແປງເສັ້ນທາງທີ່ພວກເຂົາຍ່າງໄດ້, ທັງບໍ່ສາມາດປ່ຽນແປງແກ່ນແທ້ຂອງການຕໍ່ຕ້ານພຣະເຈົ້າ ແລະ ການເປັນປໍລະປັກຕໍ່ພຣະອົງໄດ້.

ແກ່ນແທ້ຂອງການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ພວກເຂົານຳໃຊ້ວິທີການ ແລະ ມາດຕະການຕ່າງໆຢູ່ສະເໝີ ເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ, ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຕົກຫຼຸມພາງ ແລະ ເພື່ອໃຫ້ໄດ້ຮັບສະຖານະທີ່ສູງສົ່ງ ເພື່ອໃຫ້ຜູ້ຄົນຕິດຕາມ ແລະ ເຄົາລົບບູຊາພວກເຂົາ. ມັນເປັນໄປໄດ້ວ່າໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ພວກເຂົາບໍ່ໄດ້ຕັ້ງໃຈຍາດແຍ່ງຜູ້ຄົນໄປຈາກພຣະເຈົ້າ, ແຕ່ມີສິ່ງໜຶ່ງທີ່ແນ່ນອນຄື: ເຖິງແມ່ນວ່າພວກເຂົາຈະບໍ່ຍາດແຍ່ງຜູ້ຄົນໄປຈາກພຣະເຈົ້າ, ພວກເຂົາກໍຍັງປາຖະໜາທີ່ຈະມີສະຖານະ ແລະ ອຳນາດໃນທ່າມກາງຜູ້ຄົນ. ເຖິງແມ່ນວ່າມື້ໜຶ່ງພວກເຂົາຈະຮູ້ສຶກຕົວວ່າພວກເຂົາກຳລັງຍາດແຍ່ງສະຖານະກັບພຣະເຈົ້າ ແລະ ພວກເຂົາກໍຢັບຢັ້ງຕົນເອງລົງເລັກນ້ອຍ, ພວກເຂົາກໍຍັງໃຊ້ວິທີການຕ່າງໆເພື່ອໄລ່ຕາມສະຖານະ ແລະ ຊື່ສຽງ; ມັນເປັນເລື່ອງທີ່ຊັດເຈນໃນໃຈຂອງພວກເຂົາວ່າ ພວກເຂົາຈະໄດ້ຮັບສະຖານະທີ່ຊອບທຳ ຕາບໃດທີ່ພວກເຂົາສາມາດໄດ້ຮັບການຍອມຮັບ ແລະ ການຊື່ນຊົມຈາກຄົນບາງກຸ່ມ. ສະຫຼຸບແລ້ວ, ເຖິງແມ່ນວ່າທຸກສິ່ງທຸກຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດເບິ່ງຄືວ່າເປັນການປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ຜົນສະທ້ອນຂອງມັນກໍຄືການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນເຄົາລົບບູຊາ ແລະ ຕິດຕາມພວກເຂົາ, ດ້ວຍເຫດນັ້ນ ການປະຕິບັດໜ້າທີ່ຂອງພວກເຂົາດ້ວຍວິທີນີ້ຈຶ່ງເປັນການຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ. ຄວາມທະເຍີທະຍານຂອງພວກເຂົາທີ່ຈະຄວບຄຸມຜູ້ຄົນ ເພື່ອໃຫ້ໄດ້ຮັບສະຖານະ ແລະ ອຳນາດໃນຄຣິສຕະຈັກຈະບໍ່ມີວັນປ່ຽນແປງ. ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ບໍ່ວ່າພຣະເຈົ້າຈະກ່າວ ຫຼື ເຮັດຫຍັງກໍຕາມ ແລະ ບໍ່ວ່າພຣະອົງຈະຮຽກຮ້ອງຫຍັງຈາກຜູ້ຄົນກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ເຮັດໃນສິ່ງທີ່ພວກເຂົາຄວນເຮັດ ຫຼື ປະຕິບັດໜ້າທີ່ຂອງພວກເຂົາໃນວິທີທີ່ເໝາະສົມກັບພຣະທຳ ແລະ ຂໍ້ກຳນົດຂອງພຣະອົງ, ທັງບໍ່ຍອມລົ້ມເລີກການໄລ່ຕາມອຳນາດ ແລະ ສະຖານະຂອງພວກເຂົາ ຍ້ອນການເຂົ້າໃຈຄວາມຈິງພຽງເລັກນ້ອຍ. ຕະຫຼອດເວລາ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາຍັງຄົງຢູ່ ແລະ ຍັງຄົງຄອບງຳຫົວໃຈຂອງພວກເຂົາ ແລະ ຄວບຄຸມຕົວຕົນທັງໝົດຂອງພວກເຂົາ, ທັງຊີ້ນຳພຶດຕິກຳ ແລະ ຄວາມຄິດຂອງພວກເຂົາ ແລະ ກຳນົດເສັ້ນທາງທີ່ພວກເຂົາຍ່າງ. ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ສິ່ງທີ່ເຫັນໄດ້ຫຼາຍທີ່ສຸດໃນຕົວຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ບາງຄົນເວົ້າວ່າ “ຜູ້ຕໍ່ຕ້ານພຣະຄຣິສຍາດແຍ່ງຜູ້ຄົນໄປຈາກພຣະເຈົ້າ, ພວກເຂົາບໍ່ຍອມຮັບພຣະເຈົ້າ”. ມັນບໍ່ແມ່ນວ່າພວກເຂົາບໍ່ຍອມຮັບພຣະເຈົ້າ; ໃນໃຈຂອງພວກເຂົາ ພວກເຂົາຍອມຮັບ ແລະ ເຊື່ອໃນການມີຢູ່ຂອງພຣະອົງຢ່າງແທ້ຈິງ. ພວກເຂົາເຕັມໃຈທີ່ຈະຕິດຕາມພຣະອົງ ແລະ ຕ້ອງການໄລ່ຕາມຄວາມຈິງ, ແຕ່ພວກເຂົາບໍ່ສາມາດຄວບຄຸມຕົນເອງໄດ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງສາມາດເຮັດຄວາມຊົ່ວໄດ້. ເຖິງແມ່ນວ່າພວກເຂົາອາດຈະເວົ້າຫຼາຍສິ່ງທີ່ຟັງເບິ່ງດີ, ແຕ່ມີສິ່ງໜຶ່ງທີ່ຈະບໍ່ມີວັນປ່ຽນແປງຄື: ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາຕໍ່ອຳນາດ ແລະ ສະຖານະຈະບໍ່ມີວັນປ່ຽນແປງ. ພວກເຂົາຈະບໍ່ມີວັນລົ້ມເລີກການໄລ່ຕາມອຳນາດ ແລະ ສະຖານະຂອງພວກເຂົາ ຍ້ອນຄວາມລົ້ມເຫຼວ ຫຼື ອຸປະສັກ ຫຼື ຍ້ອນພຣະເຈົ້າໄດ້ປະພວກເຂົາໄວ້ຂ້າງນອກ ຫຼື ປະຖິ້ມພວກເຂົາ. ນັ້ນຄືທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ແລ້ວເຈົ້າຈະເວົ້າແນວໃດ, ເຄີຍມີຜູ້ຕໍ່ຕ້ານພຣະຄຣິສທີ່ປ່ຽນແປງວິທີການຂອງພວກເຂົາ ແລະ ເລີ່ມໄລ່ຕາມຄວາມຈິງ ຍ້ອນພວກເຂົາທົນທຸກກັບຄວາມລຳບາກ ຫຼື ເຂົ້າໃຈຄວາມຈິງພຽງເລັກນ້ອຍ ແລະ ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າພຽງເລັກນ້ອຍບໍ, ຄົນແບບນັ້ນມີຢູ່ແທ້ບໍ? ພວກເຮົາບໍ່ເຄີຍເຫັນຄົນແບບນັ້ນເລີຍ. ຄວາມທະເຍີທະຍານ ແລະ ການໄລ່ຕາມສະຖານະ ແລະ ອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນປ່ຽນແປງ ແລະ ເມື່ອພວກເຂົາຍຶດອຳນາດໄດ້ແລ້ວ, ພວກເຂົາຈະບໍ່ຍອມປ່ອຍມັນໄປເດັດຂາດ; ສິ່ງນີ້ກຳນົດຢ່າງຊັດເຈນວ່າແກ່ນແທ້ທຳມະຊາດຂອງພວກເຂົາແມ່ນຫຍັງ. ບໍ່ມີຄວາມຜິດພາດແມ່ນແຕ່ໜ້ອຍດຽວໃນການທີ່ພຣະເຈົ້າກຳນົດລັກສະນະຄົນແບບນີ້ວ່າເປັນຜູ້ຕໍ່ຕ້ານພຣະຄຣິສ; ມັນຖືກກຳນົດໂດຍແກ່ນແທ້ທຳມະຊາດຂອງພວກເຂົາເອງ. ບາງຄົນອາດຈະເຊື່ອວ່າຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຍາດແຍ່ງມະນຸດຊາດກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ, ບາງຄັ້ງ ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ຈຳເປັນຕ້ອງຍາດແຍ່ງກັບພຣະອົງສະເໝີໄປ; ຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມຕ້ອງການສະຖານະ ແລະ ອຳນາດຂອງພວກເຂົານັ້ນບໍ່ຄືກັບຄົນປົກກະຕິ. ບາງຄັ້ງ ຄົນປົກກະຕິກໍສາມາດມີຄວາມຢາກມີໜ້າມີຕາໄດ້; ພວກເຂົາສາມາດພະຍາຍາມຍາດເອົາຄວາມດີຄວາມຊອບກັບຄົນອື່ນ, ພະຍາຍາມສ້າງຄວາມປະທັບໃຈທີ່ດີຕໍ່ພວກເຂົາ ແລະ ພະຍາຍາມຍາດແຍ່ງອັນດັບທີ່ດີ. ນີ້ຄືຄວາມທະເຍີທະຍານຂອງຄົນປົກກະຕິ. ຖ້າພວກເຂົາຖືກປົດອອກຈາກການເປັນຜູ້ນຳ, ສູນເສຍສະຖານະຂອງພວກເຂົາ, ມັນກໍຈະເປັນເລື່ອງຍາກສຳລັບພວກເຂົາ, ແຕ່ດ້ວຍການປ່ຽນແປງໃນສະພາບແວດລ້ອມຂອງພວກເຂົາ, ການເຕີບໃຫຍ່ໃນວຸດທິພາວະຂອງພວກເຂົາ, ການບັນລຸການເຂົ້າສູ່ຄວາມຈິງບາງຢ່າງ ຫຼື ການໄດ້ຮັບຄວາມເຂົ້າໃຈຄວາມຈິງທີ່ເລິກເຊິ່ງຂຶ້ນ, ຄວາມທະເຍີທະຍານຂອງພວກເຂົາກໍຈະຄ່ອຍໆເຢັນລົງ. ການປ່ຽນແປງເກີດຂຶ້ນໃນເສັ້ນທາງທີ່ພວກເຂົາຍ່າງ ແລະ ທິດທາງທີ່ພວກເຂົາດຳເນີນໄປ ແລະ ການໄລ່ຕາມສະຖານະ ແລະ ອຳນາດຂອງພວກເຂົາກໍຈາງຫາຍໄປ. ຄວາມປາຖະໜາຂອງພວກເຂົາກໍຄ່ອຍໆຫຼຸດລົງເຊັ່ນກັນ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງກັນ: ພວກເຂົາບໍ່ມີທາງລົ້ມເລີກການໄລ່ຕາມສະຖານະ ແລະ ອຳນາດຂອງພວກເຂົາໄດ້. ໃນທຸກເວລາ, ໃນທຸກສະພາບແວດລ້ອມ ແລະ ບໍ່ວ່າພວກເຂົາຈະມີຄົນປະເພດໃດຢູ່ອ້ອມຂ້າງ ແລະ ບໍ່ວ່າພວກເຂົາຈະອາຍຸເທົ່າໃດກໍຕາມ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາຈະບໍ່ມີວັນປ່ຽນແປງ. ສິ່ງໃດທີ່ບົ່ງບອກວ່າຄວາມທະເຍີທະຍານຂອງພວກເຂົາຈະບໍ່ມີວັນປ່ຽນແປງ? ຕົວຢ່າງເຊັ່ນ: ພວກເຂົາເປັນຜູ້ນຳຄຣິສຕະຈັກ. ໃນໃຈຂອງພວກເຂົາ, ພວກເຂົາຄິດຢູ່ສະເໝີວ່າພວກເຂົາຈະສາມາດຄວບຄຸມທຸກຄົນໃນຄຣິສຕະຈັກໄດ້ແນວໃດ. ຖ້າພວກເຂົາຖືກຍົກຍ້າຍໄປຄຣິສຕະຈັກອື່ນທີ່ພວກເຂົາບໍ່ໄດ້ເປັນຜູ້ນຳ, ພວກເຂົາຈະຍິນດີເປັນຜູ້ຕິດຕາມປົກກະຕິບໍ? ບໍ່ຢ່າງແນ່ນອນ. ພວກເຂົາກໍຍັງຈະຄິດຫາວິທີທີ່ຈະໄດ້ຮັບສະຖານະ ແລະ ວິທີທີ່ຈະຄວບຄຸມທຸກຄົນ. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍປາຖະໜາທີ່ຈະປົກຄອງຄືກັບກະສັດ. ເຖິງແມ່ນວ່າພວກເຂົາຈະຖືກຈັດໃຫ້ຢູ່ໃນສະຖານທີ່ທີ່ບໍ່ມີຄົນ, ຂະໜາດຢູ່ໃນຝູງແກະ ພວກເຂົາກໍຍັງຕ້ອງການທີ່ຈະນຳພາຝູງແກະນັ້ນ. ຖ້າພວກເຂົາຖືກຈັດໃຫ້ຢູ່ກັບແມວ ແລະ ໝາ, ພວກເຂົາກໍຕ້ອງການທີ່ຈະເປັນກະສັດຂອງແມວ ແລະ ໝາ ແລະ ປົກຄອງສັດເຫຼົ່ານັ້ນ. ພວກເຂົາຖືກຄອບງຳດ້ວຍຄວາມທະເຍີທະຍານ, ບໍ່ແມ່ນບໍ? ອຸປະນິໄສຂອງຄົນແບບນີ້ບໍ່ແມ່ນແບບມານຮ້າຍບໍ? ສິ່ງເຫຼົ່ານີ້ບໍ່ແມ່ນອຸປະນິໄສຂອງຊາຕານບໍ? ຊາຕານກໍເປັນພຽງສິ່ງແບບນັ້ນແຫຼະ. ຢູ່ເທິງສະຫວັນ, ຊາຕານຕ້ອງການທີ່ຈະຢືນຢູ່ທຽບເທົ່າກັບພຣະເຈົ້າ ແລະ ຫຼັງຈາກທີ່ຖືກໂຍນລົງມາເທິງແຜ່ນດິນໂລກ, ມັນກໍພະຍາຍາມຄວບຄຸມມະນຸດຢູ່ສະເໝີ, ເພື່ອເຮັດໃຫ້ມະນຸດເຄົາລົບບູຊາມັນ ແລະ ປະຕິບັດຕໍ່ມັນຄືກັບພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງການຄວບຄຸມຜູ້ຄົນຢູ່ສະເໝີ ເພາະວ່າພວກເຂົາມີທຳມະຊາດແບບຊາຕານ; ພວກເຂົາດຳລົງຊີວິດຕາມອຸປະນິໄສແບບຊາຕານຂອງພວກເຂົາ, ເຊິ່ງໄດ້ກ້າວຂ້າມຂອບເຂດເຫດຜົນຂອງຄົນປົກກະຕິໄປແລ້ວ. ສິ່ງນີ້ບໍ່ຜິດປົກກະຕິໜ້ອຍໜຶ່ງບໍ? ຄວາມຜິດປົກກະຕິນີ້ໝາຍເຖິງຫຍັງ? ມັນໝາຍຄວາມວ່າພຶດຕິກຳຂອງພວກເຂົາບໍ່ຄວນພົບເຫັນໃນຄວາມເປັນມະນຸດທີ່ປົກກະຕິ. ແລ້ວພຶດຕິກຳນີ້ແມ່ນຫຍັງ? ສິ່ງໃດທີ່ຄວບຄຸມມັນ? ມັນຖືກຄວບຄຸມໂດຍທຳມະຊາດຂອງພວກເຂົາ. ພວກເຂົາມີແກ່ນແທ້ຂອງວິນຍານຊົ່ວຮ້າຍ ແລະ ບໍ່ຄືກັບມະນຸດຊາດທີ່ເສື່ອມຊາມປົກກະຕິ. ນີ້ຄືຄວາມແຕກຕ່າງ. ການທີ່ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຍອມຢຸດຢັ້ງໃນການໄລ່ຕາມອຳນາດ ແລະ ສະຖານະຂອງພວກເຂົານັ້ນ ບໍ່ພຽງແຕ່ເປີດໂປງແກ່ນແທ້ທຳມະຊາດຂອງພວກເຂົາເທົ່ານັ້ນ, ແຕ່ຍັງສະແດງໃຫ້ຜູ້ຄົນເຫັນວ່າໃບໜ້າທີ່ໜ້າກຽດຊັງຂອງພວກເຂົາກໍຄືໃບໜ້າຂອງຊາຕານ ແລະ ມານຮ້າຍຢ່າງແທ້ຈິງ. ພວກເຂົາບໍ່ພຽງແຕ່ຍາດແຍ່ງສະຖານະກັບຜູ້ຄົນເທົ່ານັ້ນ, ແຕ່ພວກເຂົາຍັງກ້າທີ່ຈະຍາດແຍ່ງສະຖານະກັບພຣະເຈົ້າອີກດ້ວຍ. ພວກເຂົາຈະພໍໃຈກໍຕໍ່ເມື່ອພວກເຂົາເອົາປະຊາກອນທີ່ພຣະເຈົ້າເລືອກມາເປັນຂອງພວກເຂົາເອງ ແລະ ໃຫ້ປະຊາກອນທີ່ພຣະເຈົ້າເລືອກຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາຢ່າງສົມບູນ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະຢູ່ໃນຄຣິສຕະຈັກ ຫຼື ກຸ່ມຄົນໃດກໍຕາມ, ພວກເຂົາກໍຕ້ອງການທີ່ຈະໄດ້ຮັບສະຖານະ, ກຳອຳນາດ ແລະ ເຮັດໃຫ້ຜູ້ຄົນເຊື່ອຟັງພວກເຂົາ. ບໍ່ວ່າຜູ້ຄົນຈະເຕັມໃຈ ຫຼື ພວກເຂົາຈະເຫັນດີນຳ ຫຼື ບໍ່ກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຕ້ອງການທີ່ຈະເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ ແລະ ໃຫ້ຜູ້ຄົນເຊື່ອຟັງ ແລະ ຍອມຮັບພວກເຂົາ. ນີ້ບໍ່ແມ່ນທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຜູ້ຄົນເຕັມໃຈທີ່ຈະເຊື່ອຟັງພວກເຂົາບໍ? ຜູ້ຄົນເລືອກຕັ້ງພວກເຂົາ ແລະ ແນະນຳພວກເຂົາບໍ? ບໍ່. ແຕ່ຜູ້ຕໍ່ຕ້ານພຣະຄຣິສກໍຍັງຕ້ອງການທີ່ຈະເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ. ບໍ່ວ່າຜູ້ຄົນຈະເຫັນດີນຳ ຫຼື ບໍ່ກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຕ້ອງການທີ່ຈະເວົ້າ ແລະ ກະທຳການໃນນາມຂອງພວກເຂົາ, ພວກເຂົາຕ້ອງການໃຫ້ຄົນສັງເກດເຫັນ. ພວກເຂົາເຖິງຂັ້ນພະຍາຍາມບັງຄັບແນວຄິດຂອງພວກເຂົາໃສ່ຄົນອື່ນ ແລະ ຖ້າຜູ້ຄົນບໍ່ຍອມຮັບມັນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະໃຊ້ຄວາມຄິດຢ່າງໜັກເພື່ອພະຍາຍາມເຮັດໃຫ້ພວກເຂົາຍອມຮັບມັນ. ນີ້ແມ່ນບັນຫາຫຍັງ? ນີ້ຄືຄວາມບໍ່ມີຢາງອາຍ ແລະ ຄວາມໜ້າດ້ານ. ຄົນແບບນີ້ຄືຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ ແລະ ບໍ່ວ່າພວກເຂົາຈະເປັນຜູ້ນຳ ຫຼື ບໍ່ກໍຕາມ, ພວກເຂົາກໍເປັນຜູ້ຕໍ່ຕ້ານພຣະຄຣິສຄືເກົ່າ. ພວກເຂົາມີແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ.

ບາງຄົນມັກຈະໃຫ້ຄວາມສຳຄັນຢ່າງຍິ່ງກັບການຊອກຮູ້ວ່າໃຜເປັນຜູ້ນຳຂອງຄຣິສຕະຈັກ, ໃຜມີສ່ວນຮ່ວມໃນການເທດສະໜາພຣະກິດຕິຄຸນ, ພວກເຂົາທັງໝົດອາໄສຢູ່ໃສ, ພວກເຂົາມີຄວາມສຳພັນໃກ້ຊິດກັບໃຜ ແລະ ອື່ນໆ. ຄືກັບຜູ້ສອດແນມຂອງຊາຕານ, ພວກເຂົາມັກຈະສອດຮູ້ສອດເຫັນ ແລະ ຊອກຮູ້ສິ່ງເຫຼົ່ານີ້ຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງສົນໃຈເລື່ອງເຫຼົ່ານີ້ຢູ່ສະເໝີ? ຫຼາຍຄົນບໍ່ສາມາດເຂົ້າໃຈແຮງຈູງໃຈຂອງພວກເຂົາໄດ້; ພວກເຂົາພຽງແຕ່ຮູ້ສຶກວ່າບຸກຄົນເຫຼົ່ານີ້ຜິດປົກກະຕິເລັກໜ້ອຍ. ຄົນສ່ວນໃຫຍ່ບໍ່ສົນໃຈສິ່ງເຫຼົ່ານີ້; ພວກເຂົາຫຍຸ້ງກັບໜ້າທີ່ຂອງພວກເຂົາເອງພໍແລ້ວ ແລະ ບໍ່ມີເວລາໄປຫຍຸ້ງກ່ຽວ. ພວກເຂົາຕັ້ງໃຈປະຕິບັດໜ້າທີ່ຂອງພວກເຂົາເອງ ແລະ ເນັ້ນໃສ່ການປະຕິບັດຄວາມຈິງ ແລະ ໂດຍບໍ່ຮູ້ຕົວ ອຸປະນິໄສຂອງພວກເຂົາກໍປ່ຽນແປງ, ນີ້ຄືພຣະຄຸນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ມີຄົນປະເພດໜຶ່ງທີ່ກະຕືລືລົ້ນເປັນພິເສດກ່ຽວກັບການສອດຮູ້ສອດເຫັນ ແລະ ຊອກຮູ້ເລື່ອງລາວທຸກປະເພດທີ່ກ່ຽວຂ້ອງກັບຄຣິສຕະຈັກ. ເມື່ອພວກເຂົາພົບກັບຜູ້ນຳ, ພວກເຂົາກໍຖາມວ່າ “ພວກເຈົ້າຈັດການກັບຄົນຊົ່ວຮ້າຍທີ່ຊື່ນັ້ນຊື່ນີ້ໃນຄຣິສຕະຈັກແນວໃດ?” ຜູ້ນຳຕອບວ່າ “ມັນກ່ຽວຫຍັງກັບເຈົ້າວ່າພວກເຮົາຈັດການກັບມັນແນວໃດ? ເຈົ້າກຳລັງເຮັດຫຍັງໃນການສອດຮູ້ສອດເຫັນເລື່ອງນີ້? ເຈົ້າຮູ້ຈັກຄົນຜູ້ນັ້ນບໍ?” ຄົນຜູ້ນັ້ນເວົ້າວ່າ “ຂ້ອຍພຽງແຕ່ສົນໃຈ, ເຈົ້າຮູ້ບໍ? ນີ້ຄືເລື່ອງຂອງເຮືອນຂອງພຣະເຈົ້າ. ໃນຖານະທີ່ເປັນສະມາຊິກຂອງເຮືອນຂອງພຣະເຈົ້າ, ພວກຂ້ອຍຄວນກະຕືລືລົ້ນ ແລະ ເອົາໃຈໃສ່ຢ່າງໃກ້ຊິດຕໍ່ເລື່ອງລາວຕ່າງໆໃນເຮືອນຂອງພຣະອົງ. ພວກຂ້ອຍຈະເອົາຫູໄປນາ ເອົາຕາໄປໄຮ່ໄດ້ແນວໃດ?” ຜູ້ນຳບອກພວກເຂົາວ່າ “ເຈົ້າບໍ່ຄວນສອດຮູ້ສອດເຫັນໃນເລື່ອງນີ້. ຈົ່ງຕັ້ງໃຈຟັງການເທດສະໜາ ແລະ ເຂົ້າຮ່ວມການເຕົ້າໂຮມ. ການກິນ ແລະ ດື່ມພະທໍາຂອງພຣະເຈົ້າຄືວຽກງານທີ່ເໝາະສົມຂອງເຈົ້າ. ມັນພຽງພໍແລ້ວທີ່ເຈົ້າຈະເຊື່ອໃນພຣະເຈົ້າຢ່າງເໝາະສົມ”. ຄົນຜູ້ນັ້ນຢືນຢັດວ່າ “ນັ້ນບໍ່ດີເລີຍ, ຂ້ອຍຕ້ອງສົນໃຈ”. ເນື່ອງຈາກບໍ່ມີໃຜບອກພວກເຂົາ, ພວກເຂົາຈຶ່ງຄິດວ່າຈະໄປສອດຮູ້ສອດເຫັນຢູ່ໃສດີ. ເມື່ອຜູ້ນຳລະດັບສູງຈັດກອງປະຊຸມຜູ້ຮ່ວມງານຢູ່ເຮືອນຂອງພວກເຂົາ, ພວກເຂົາຮູ້ສຶກວ່າການເຂົ້າໄປຮ່ວມນັ້ນເບິ່ງຄືວ່າບໍ່ມີເຫດຜົນພຽງພໍ, ສະນັ້ນ ພວກເຂົາຈຶ່ງທຳທ່າເອົານໍ້າເຂົ້າມາໃຫ້ ແລະ ສອບຖາມວ່າຄົນຊົ່ວຮ້າຍຄົນນັ້ນຖືກຂັບໄລ່ອອກໄປ ຫຼື ໄດ້ຮັບອະນຸຍາດໃຫ້ຢູ່ຕໍ່. ເມື່ອບໍ່ມີໃຜບອກພວກເຂົາ, ພວກເຂົາກໍອອກໄປຂ້າງນອກ ແລະ ແງ້ມປະຕູອອກເລັກໜ້ອຍ ເພື່ອຢືນລັກຟັງຢູ່ບ່ອນນັ້ນ. ຄົນຜູ້ນີ້ບໍ່ໄດ້ມີອາການທາງຈິດບໍ? ມີ, ພວກເຂົາມີອາການທາງຈິດ; ໃນພາສາເວົ້າ, ພວກເຮົາເອີ້ນມັນວ່າເປັນ “ຄົນທີ່ມັກສອດຮູ້ສອດເຫັນ”. ຄົນແບບນີ້ມີຄວາມທະເຍີທະຍານຢ່າງແນ່ນອນ. ພວກເຂົາຕ້ອງການກາຍເປັນຜູ້ນຳ ແຕ່ພວກເຂົາເປັນບໍ່ໄດ້, ສະນັ້ນ ພວກເຂົາຈຶ່ງໄປຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນເພື່ອປອບໃຈຕົນເອງ ແລະ ໃນເວລາດຽວກັນ ກໍເຮັດໃຫ້ແນ່ໃຈວ່າຜູ້ຄົນເຫັນວ່າພວກເຂົາຮູ້ຫຼາຍ ແລະ ມີຄວາມເຂົ້າໃຈທີ່ພິເສດ. ດ້ວຍວິທີນີ້, ພວກເຂົາອາດຈະຖືກເລືອກເປັນຜູ້ນຳໃນອະນາຄົດ. ເພື່ອກາຍເປັນຜູ້ນຳ, ພວກເຂົາຕ້ອງການມີສ່ວນຮ່ວມໃນທຸກສິ່ງທຸກຢ່າງ, ສອບຖາມກ່ຽວກັບທຸກສິ່ງທຸກຢ່າງ ແລະ ຮູ້ທຸກສິ່ງທຸກຢ່າງ. ພວກເຂົາເຊື່ອວ່າການມີສ່ວນຮ່ວມໃນເລື່ອງເຫຼົ່ານີ້ມື້ແລ້ວມື້ເລົ່າ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເປັນຜູ້ນຳ, ພວກເຂົາກໍຍັງຈະໄດ້ຮັບຜິດຊອບສິ່ງຕ່າງໆ ແລະ ພວກເຂົາສາມາດເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາຢ່າງສູງສົ່ງໄດ້. ພວກເຂົາບໍ່ມີຄວາມສົນໃຈໃນຄວາມຈິງແມ່ນແຕ່ໜ້ອຍດຽວ; ພວກເຂົາສົນໃຈແຕ່ການໄປຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນ, ພວກເຂົາຊ່ຽວຊານໃນການສອດຮູ້ສອດເຫັນໃນສິ່ງທີ່ພວກເຂົາຢາກຮູ້. ບ່ອນໃດກໍຕາມທີ່ມີບັນຫາ, ພວກເຂົາກໍຈະຢູ່ບ່ອນນັ້ນ, ບິນວົນໄປວົນມາຄືກັບແມງວັນທີ່ໜ້າລຳຄານ. ຄົນແບບນີ້ບໍ່ເປັນຕາໜ້າລັງກຽດບໍ? ພວກເຂົາເບົາປັນຍາເຖິງລະດັບນີ້, ແຕ່ພວກເຂົາກໍຍັງມີຊີວິດຊີວາຫຼາຍ, ພວກເຂົາພຽງແຕ່ບໍ່ຄິດທີ່ຈະເຮັດວຽກທີ່ເໝາະສົມໃດໆເລີຍ. ພວກເຂົາປະຕິບັດໜ້າທີ່ເຈົ້າພາບຈັດຕ້ອນຮັບຜູ້ຄົນຢູ່ເຮືອນຂອງພວກເຂົາ, ແຕ່ພວກເຂົາກໍບໍ່ເຕັມໃຈທີ່ຈະຖູພື້ນເຮືອນຄົວ ເຖິງແມ່ນວ່າມັນຈະເປື້ອນກໍຕາມ. ພວກເຂົາເຊື່ອວ່າຕົນເອງກຳລັງຈັດການກັບເລື່ອງສຳຄັນ ແລະ ການຖູພື້ນແມ່ນສິ່ງທີ່ຄົນທຳມະດາເຮັດ. ພວກເຂົາບໍ່ສາມາດເຮັດວຽກທີ່ຕໍ່າຕ້ອຍແບບນັ້ນໄດ້ດ້ວຍປະເພດຂອງຂີດຄວາມສາມາດຂອງພວກເຂົາ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດໆເລີຍ, ບໍ່ສາມາດແບກຮັບວຽກງານທີ່ເປັນສ່ວນໜຶ່ງຂອງໜ້າທີ່ຂອງພວກເຂົາເອງ, ບໍ່ສາມາດປະຕິບັດໜ້າທີ່ໃດໆໃຫ້ດີໄດ້ ແລະ ບໍ່ເຮັດສິ່ງຕ່າງໆດ້ວຍຄວາມຈິງໃຈ ຫຼື ໃນລັກສະນະທີ່ໜັກແໜ້ນ; ກົງກັນຂ້າມ, ພວກເຂົາກະຕືລືລົ້ນທີ່ຈະສອດຮູ້ສອດເຫັນໃນວຽກງານຂອງຄຣິສຕະຈັກ ພ້ອມທັງເລື່ອງສຳຄັນທີ່ກ່ຽວຂ້ອງກັບຜູ້ນຳ, ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງຂອງຄຣິສຕະຈັກ. ພວກເຂົາຕ້ອງການສະແດງຄວາມຄິດເຫັນຂອງພວກເຂົາໃນທຸກເລື່ອງ ແລະ ຖ້າຜູ້ຄົນບໍ່ເຕັມໃຈທີ່ຈະຮັບຟັງພວກເຂົາ, ພວກເຂົາກໍຈະເວົ້າວ່າ “ຖ້າເຈົ້າບໍ່ໃສ່ໃຈຄຳເວົ້າຂອງຂ້ອຍ, ເຈົ້າຈະຕ້ອງທົນທຸກກັບຄວາມສູນເສຍ!” ນີ້ບໍ່ແມ່ນການບໍ່ມີເຫດຜົນບໍ? (ແມ່ນແລ້ວ.) ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນຈຶ່ງຖືກເຊື່ອງໄວ້; ພວກເຂົາບໍ່ຈຳເປັນຕ້ອງມີສະຖານະສະເໝີໄປ. ເຖິງແມ່ນວ່າຈະບໍ່ມີມັນ, ພວກເຂົາກໍຍັງວຸ່ນວາຍຢູ່ຕະຫຼອດ. ຖ້າພວກເຂົາໄດ້ຮັບສະຖານະ, ມັນຈະຮ້າຍແຮງຂຶ້ນສໍ່າໃດ? ພວກເຂົາຈະໂດດສູງຂຶ້ນສໍ່າໃດ? ເຖິງແມ່ນວ່າພວກເຂົາຈະຕົກລົງມາຕາຍ ພວກເຂົາກໍຄົງຈະບໍ່ສົນໃຈ. ບອກເຮົາມາເບິ່ງ, ຖ້າຄົນແບບນີ້ຖືກເລືອກມາເປັນຜູ້ນຳ, ປະຊາກອນທີ່ພຣະເຈົ້າເລືອກຈະມີຊີວິດທີ່ມີຄວາມສຸກໄດ້ບໍ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນຖືກເຊື່ອງໄວ້, ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຜູ້ຕໍ່ຕ້ານພຣະຄຣິສຈະບໍ່ກາຍເປັນຜູ້ຕໍ່ຕ້ານພຣະຄຣິສເມື່ອພວກເຂົາໄດ້ຮັບສະຖານະ; ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສມາຕັ້ງແຕ່ຕົ້ນແລ້ວ. ພຽງແຕ່ຍ້ອນວ່າວຸດທິພາວະຂອງຜູ້ຄົນຍັງນ້ອຍ ແລະ ພວກເຂົາບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້ ຫຼື ບາງທີ ຄຣິສຕະຈັກບາງແຫ່ງບໍ່ສາມາດຊອກຫາຜູ້ທີ່ໄລ່ຕາມຄວາມຈິງໄດ້, ພວກເຂົາຈຶ່ງເລືອກຄົນທີ່ກະຕືລືລົ້ນເຫຼົ່ານີ້ທີ່ສາມາດວາງແຜນສິ່ງຕ່າງໆ ແລະ ແລ່ນວຽກໄດ້ມາເປັນຜູ້ນຳຂອງພວກເຂົາ. ສຳລັບຕອນນີ້, ພວກເຮົາຈະບໍ່ສົນທະນາກັນວ່າການເລືອກພວກເຂົາເປັນຜູ້ນຳນັ້ນຖືກ ຫຼື ຜິດ; ໃຫ້ພວກເຮົາເນັ້ນໃສ່ສິ່ງທີ່ຄວນເຮັດ ເມື່ອຄົ້ນພົບວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຄວນຖືກເປີດໂປງ ແລະ ຖືກປະຕິເສດ. ຖ້າຄົນໃດຄົນໜຶ່ງຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກປົດອອກຈາກຕຳແໜ່ງຂອງພວກເຂົາແລ້ວ, ຄົນແບບນັ້ນຄວນຖືກເລືອກເປັນຜູ້ນຳອີກຄັ້ງໃນອະນາຄົດບໍ? (ບໍ່, ພວກເຂົາບໍ່ຄວນ.) ເປັນຫຍັງ? (ທຳມະຊາດຂອງພວກເຂົາຈະບໍ່ປ່ຽນແປງ.) ຜູ້ໃດກໍຕາມທີ່ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ບໍ່ຄວນຖືກເລືອກເປັນຜູ້ນຳອີກຄັ້ງ ເພາະວ່າແກ່ນແທ້ທຳມະຊາດຂອງພວກເຂົາບໍ່ສາມາດປ່ຽນແປງໄດ້. ຜູ້ຕໍ່ຕ້ານພຣະຄຣິສເຮັດວຽກໃຫ້ຊາຕານເທົ່ານັ້ນ; ພວກເຂົາເປັນພຽງທາດຂອງຊາຕານ. ພວກເຂົາຈະບໍ່ມີວັນເຮັດ ຫຼື ເວົ້າສິ່ງໃດເພື່ອເຫັນແກ່ຄວາມຈິງ. ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຄືການເປັນປໍລະປັກຕໍ່ພຣະເຈົ້າ, ການເບື່ອໜ່າຍຄວາມຈິງ ແລະ ການປະຕິເສດມັນ ພ້ອມທັງການປະຕິບັດຕໍ່ມັນດ້ວຍຄວາມດູຖູກ. ທຳມະຊາດຂອງພວກເຂົາຈະບໍ່ປ່ຽນແປງ. ຖ້າຄົນແບບນີ້ບໍ່ເຄີຍເປັນຜູ້ນຳມາກ່ອນ, ພວກເຂົາກໍບໍ່ຄວນຖືກເລືອກ ແລະ ຖ້າພວກເຂົາເຄີຍເປັນຜູ້ນຳມາກ່ອນ ແຕ່ຖືກປົດອອກແລ້ວ, ພວກເຂົາຈະປ່ຽນແປງບໍ ຖ້າພວກເຂົາກາຍເປັນຜູ້ນຳອີກຄັ້ງໃນອະນາຄົດ? (ບໍ່, ພວກເຂົາຈະບໍ່ປ່ຽນແປງ.) ພວກເຂົາກໍຍັງເປັນຜູ້ຕໍ່ຕ້ານພຣະຄຣິສຄືເກົ່າ. ແກ່ນແທ້ທຳມະຊາດຂອງພວກເຂົາເປັນຕົວກຳນົດສິ່ງນີ້.

II. ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຊັກຈູງຜູ້ຄົນ

ພວກເຮົາຫາກໍໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເຮັດໃຫ້ຜູ້ຄົນຫຼົງຜິດ. ການເຮັດໃຫ້ຫຼົງຜິດ ແລະ ການຊັກຈູງມີຄວາມໝາຍຄ້າຍຄືກັນໂດຍປະມານ ແຕ່ພວກມັນແຕກຕ່າງກັນທັງໃນດ້ານທຳມະຊາດ ແລະ ວິທີການ. ການເຮັດໃຫ້ຫຼົງຜິດແມ່ນການໃຊ້ພາບລັກທີ່ຈອມປອມເພື່ອຊີ້ນຳຜູ້ຄົນຢ່າງຜິດໆ, ເຮັດໃຫ້ພວກເຂົາເຊື່ອວ່າສິ່ງເຫຼົ່ານັ້ນເປັນຄວາມຈິງ. ການຊັກຈູງແມ່ນການຕັ້ງໃຈໃຊ້ວິທີການບາງຢ່າງເພື່ອເຮັດໃຫ້ຜູ້ຄົນເຊື່ອຟັງຄົນໃດຄົນໜຶ່ງ ແລະ ຕິດຕາມເສັ້ນທາງຂອງພວກເຂົາ ເຊິ່ງເຈດຕະນາຂອງພວກເຂົານັ້ນຊັດເຈນຫຼາຍ. ການເຮັດໃຫ້ຫຼົງຜິດ ແລະ ການຊັກຈູງກ່ຽວຂ້ອງກັບການໃຊ້ຄຳເວົ້າທີ່ເບິ່ງຄືວ່າຖືກຕ້ອງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ໂດຍເວົ້າສິ່ງທີ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງມະນຸດ ແລະ ຜູ້ຄົນຍອມຮັບໄດ້ງ່າຍ ເພື່ອເຮັດໃຫ້ພວກເຂົາຫຼົງຜິດ. ຜູ້ຄົນເລີ່ມເຊື່ອ ແລະ ຕິດຕາມພວກເຂົາໂດຍບໍ່ຮູ້ຕົວ, ຢືນຢູ່ຂ້າງພວກເຂົາ ແລະ ເຂົ້າຮ່ວມກຸ່ມຂອງພວກເຂົາ. ດ້ວຍວິທີນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຊັກຈູງຜູ້ຄົນອອກຈາກກຸ່ມຄົນທີ່ຖືກຕ້ອງ ແລະ ເຂົ້າໄປໃນຝ່າຍຂອງພວກເຂົາເອງ. ສະຫຼຸບແລ້ວ, ຖ້າຜູ້ຄົນຍອມຮັບການກະທຳດັ່ງກ່າວຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍອາດຈະເຊື່ອ ແລະ ເຄົາລົບບູຊາຜູ້ຕໍ່ຕ້ານພຣະຄຣິສ ແລະ ຈາກນັ້ນກໍຍອມຮັບ ແລະ ເຊື່ອຟັງທຸກສິ່ງທຸກຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ ໂດຍເລີ່ມຕິດຕາມຜູ້ຕໍ່ຕ້ານພຣະຄຣິສຢ່າງບໍ່ຮູ້ຕົວ. ພວກເຂົາບໍ່ໄດ້ຖືກຫຼອກລວງ ແລະ ຕົກເປັນເຫຍື່ອບໍ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນມັກຈະໃຊ້ກົນລະຍຸດບາງຢ່າງເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຊັກຈູງຜູ້ຄົນ ໃນຂະນະທີ່ພົວພັນ ແລະ ໂອ້ລົມກັບພວກເຂົາ ເຊິ່ງຜົນກໍຄື ການນຳໄປສູ່ການແຕກແຍກ, ການແບ່ງຝັກຝ່າຍ ແລະ ກຸ່ມກ້ອນພາຍໃນຄຣິສຕະຈັກ. ຕົວຢ່າງ: ຖ້າຜູ້ຕໍ່ຕ້ານພຣະຄຣິສມາຈາກພາກໃຕ້ ແລະ ພົບກັບຄົນພາກໃຕ້ອີກຄົນໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສກໍອາດຈະເວົ້າວ່າ “ພວກເຮົາທັງສອງເປັນຄົນພາກໃຕ້: ພວກເຮົາເຕີບໃຫຍ່ຂຶ້ນມາດ້ວຍການດື່ມນ້ຳຈາກແມ່ນ້ຳສາຍດຽວກັນ ແລະ ພວກເຮົາກໍເວົ້າພາສາດຽວກັນ. ຄົນພາກເໜືອບໍ່ໄດ້ເວົ້າພາສາຂອງພວກເຮົາ, ມັນເປັນໄປບໍ່ໄດ້ທີ່ຈະໃກ້ຊິດກັບພວກເຂົາ! ເຖິງແມ່ນວ່າພວກເຮົາທຸກຄົນຈະເຊື່ອໃນພຣະເຈົ້າອົງດຽວກັນ ແຕ່ນິໄສການດຳລົງຊີວິດຂອງພວກເຂົາໃນຖານະຄົນພາກເໜືອນັ້ນແຕກຕ່າງຈາກພວກເຮົາ ແລະ ບຸກຄະລິກະພາບຂອງພວກເຮົາກໍເຂົ້າກັນບໍ່ໄດ້. ບໍ່ມີຫຍັງໃຫ້ພວກເຮົາລົມກັນເລີຍ. ສະນັ້ນ, ເຈົ້າ ແລະ ຂ້ອຍຈຶ່ງປຽບເໝືອນຄອບຄົວດຽວກັນ ແລະ ພວກເຮົາຈຳເປັນຕ້ອງຢູ່ຮ່ວມກັນ”. ສິ່ງນີ້ອາດຈະຟັງເບິ່ງຄືສົມເຫດສົມຜົນ, ຄືກັບວ່າພວກເຂົາພຽງແຕ່ສະແດງມຸມມອງບາງຢ່າງ ແຕ່ພວກເຂົາເວົ້າມັນດ້ວຍແຮງຈູງໃຈ ແລະ ຈຸດປະສົງ ແລະ ຜູ້ຄົນກໍຄວນມີຄວາມສາມາດໃນການແຍກແຍະ. ໃນຄວາມເປັນຈິງແລ້ວ, ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າບໍ່ແມ່ນສິ່ງທີ່ຢູ່ໃນໃຈຂອງພວກເຂົາ; ພວກເຂົາເປັນຄືກະປອມທີ່ປ່ຽນສີໄດ້, ປັບປ່ຽນຄຳເວົ້າຂອງພວກເຂົາຂຶ້ນຢູ່ກັບຄົນທີ່ພວກເຂົາກຳລັງໂອ້ລົມນຳ. ເມື່ອຜູ້ຕໍ່ຕ້ານພຣະຄຣິສພົບກັບຄົນພາກເໜືອ, ພວກເຂົາກໍອາດຈະເວົ້າວ່າ “ພາກເໜືອດີຫຼາຍ; ອາກາດຢູ່ທີ່ນັ້ນສົດຊື່ນ. ເຖິງແມ່ນວ່າຂ້ອຍຈະເກີດຢູ່ພາກໃຕ້ ແຕ່ຂ້ອຍກໍເຕີບໃຫຍ່ຂຶ້ນມາດ້ວຍການດື່ມນ້ຳຢູ່ພາກເໜືອ. ຢ່າງໜ້ອຍສິ່ງນັ້ນກໍເຮັດໃຫ້ພວກເຮົາໃກ້ຊິດກັນ!” ເມື່ອຄົນພາກເໜືອໄດ້ຍິນແບບນີ້, ພວກເຂົາກໍອາດຈະຮູ້ສຶກວ່າຜູ້ຕໍ່ຕ້ານພຣະຄຣິສເປັນຄົນທີ່ດີພໍສົມຄວນ ແລະ ເລີ່ມຄົບຫາກັບພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມຊຳນານທີ່ໜ້າເຫຼືອເຊື່ອໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຊັກຈູງພວກເຂົາ ໂດຍໃຊ້ກົນລະຍຸດຕ່າງໆເພື່ອແບ່ງແຍກຄຣິສຕະຈັກ, ເຮັດໃຫ້ຄົນພາກໃຕ້ ແລະ ຄົນພາກເໜືອສ້າງກຸ່ມທີ່ແຕກຕ່າງກັນ, ທັງໝົດນີ້ກໍເພື່ອຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສເອງ, ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການລວມຫົວ ແລະ ສ້າງກອງກຳລັງຝັກຝ່າຍຂອງພວກເຂົາເອງ. ໂດຍສະເພາະໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ, ຖ້າຜູ້ຕໍ່ຕ້ານພຣະຄຣິສເຫັນວ່າອ້າຍ ຫຼື ເອື້ອຍນ້ອງທາງພາກເໜືອອາດຈະຖືກເລືອກຕັ້ງ, ພວກເຂົາກໍຈະເຄື່ອນໄຫວຢ່າງລັບໆ, ລັກປ່ຽນຄະແນນສຽງຢ່າງງຽບໆ ແລະ ໃນທີ່ສຸດ ຜູ້ນຳ ແລະ ຜູ້ຊ່ວຍວຽກຂອງຄຣິສຕະຈັກທີ່ຖືກເລືອກຕັ້ງທັງໝົດກໍລ້ວນແຕ່ມາຈາກພາກໃຕ້. ຜູ້ຕໍ່ຕ້ານພຣະຄຣິສເຮັດທຸກວິທີທາງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຊັກຈູງພວກເຂົາ, ກໍ່ໃຫ້ເກີດການແຕກແຍກ ແລະ ການແບ່ງຝັກຝ່າຍ ແລະ ໃຊ້ວິທີການເຫຼົ່ານີ້ເພື່ອແບ່ງແຍກ ແລະ ຄວບຄຸມຄຣິສຕະຈັກ. ຈຸດປະສົງຂອງພວກເຂົາໃນການເຮັດເຊັ່ນນັ້ນແມ່ນຫຍັງ? (ເພື່ອສ້າງອານາຈັກເອກະລາດຂອງພວກເຂົາເອງ.) ທຳມະຊາດຂອງການສ້າງອານາຈັກເອກະລາດແມ່ນຫຍັງ? ມັນໝາຍເຖິງການບໍ່ສາມາດປອງດອງກັບພຣະຄຣິສໄດ້, ການຍຶດເອົາປະຊາກອນທີ່ພຣະເຈົ້າເລືອກມາເປັນຂອງພວກເຂົາເອງ ແລະ ການຢືນຕໍ່ຕ້ານພຣະເຈົ້າໃນຖານະທີ່ເທົ່າທຽມກັບພຣະອົງ. ນີ້ບໍ່ຄືກັບການຕັ້ງຕົວເປັນປໍລະປັກຕໍ່ພຣະເຈົ້າບໍ? (ຄື.) ມັນເປັນແບບນັ້ນແທ້ໆ. ສະນັ້ນ, ຜົນສະທ້ອນຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສກະທຳການແບບນີ້ແມ່ນຫຍັງ? ການກະທຳຂອງພວກເຂົາຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງຮ້າຍແຮງ ແລະ ເປັນສິ່ງທີ່ລ່ວງເກີນອຸປະນິໄສຂອງພຣະເຈົ້າໂດຍກົງ. ພຣະເຈົ້າຈະຕອບໂຕ້ພວກເຂົາດ້ວຍຄວາມໂກດຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສດັ່ງກ່າວທຸກຄົນກໍຈະຕ້ອງປະເຊີນກັບການລົງໂທດ ແລະ ຄວາມພິນາດຢ່າງແນ່ນອນ, ສິ່ງນີ້ປາສະຈາກຂໍ້ສົງໄສເລີຍ. ໃນຍຸກແຫ່ງພຣະບັນຍັດ, ຜູ້ນຳ 250 ຄົນທີ່ຕັດສິນໂມເຊໄດ້ຮັບການລົງໂທດໂດຍກົງ. ໃນຍຸກແຫ່ງພຣະຄຸນ, ຜູ້ທີ່ຄຶງອົງພຣະເຢຊູເຈົ້າໃສ່ໄມ້ກາງແຂນກໍປະເຊີນກັບການລົງໂທດໂດຍກົງເຊັ່ນກັນ; ພວກເຂົາຖືກສາບແຊ່ງ ແລະ ພົບກັບຈຸດຈົບທີ່ບໍ່ດີ. ນີ້ຄືຈຸດຈົບຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນຈຸດຈົບທີ່ຫຼີກລ່ຽງບໍ່ໄດ້ສຳລັບຜູ້ທີ່ຕໍ່ຕ້ານພຣະເຈົ້າ.

ຜູ້ຕໍ່ຕ້ານພຣະຄຣິສໃຊ້ວິທີການຕ່າງໆເພື່ອຊັກຈູງຜູ້ຄົນໃຫ້ມາແບ່ງແຍກຄຣິສຕະຈັກແນວໃດ? ກ່ອນອື່ນໝົດ ຜູ້ຕໍ່ຕ້ານພຣະຄຣິສຈະຊັກຈູງຄົນທີ່ມີພອນສະຫວັນ ແລະ ສາມາດເວົ້າຈາໄດ້ຢ່າງຄ່ອງແຄ້ວ ໂດຍໃຫ້ຄວາມປະທັບໃຈທີ່ດີແກ່ຄົນເຫຼົ່ານີ້ກ່ອນ, ຂະຫຍາຍຂອບເຂດກຳລັງຂອງຕົນເອງໂດຍການຜູກມິດ. ພວກເຂົາຈະບໍ່ໃສ່ໃຈ ຫຼື ອາດຈະເຖິງກັບກີດກັນຄົນທຸກຍາກ ຫຼື ຜູ້ທີ່ມີຂີດຄວາມສາມາດທີ່ຕ່ຳກວ່າ ຫຼື ຜູ້ທີ່ຂ້ອນຂ້າງບໍ່ມີເລ່ຫຼ່ຽມ. ຜູ້ໃດກໍຕາມທີ່ມີສະຖານະ ແລະ ຄວາມຮັ່ງມີໃນສັງຄົມ, ພວກເຂົາກໍຈະຄິດຫາວິທີທີ່ຈະເອົາຊະນະໃຈຄົນເຫຼົ່ານີ້, ໃນຂະນະທີ່ອ້າຍເອື້ອຍນ້ອງທີ່ເສຍສະລະຕົນເອງຢ່າງຈິງໃຈ ແຕ່ມີເງິນໜ້ອຍ ຫຼື ຜູ້ທີ່ມີສະຖານະທາງສັງຄົມຕ່ຳ, ບໍ່ມີອຳນາດຫຍັງເລີຍ ແລະ ຖືກຄົນອື່ນຂົ່ມເຫັງໄດ້ງ່າຍ ຈະຖືກກຳນົດໃຫ້ເປັນພົນລະເມືອງຊັ້ນສອງໃນຄຣິສຕະຈັກ. ດ້ວຍວິທີນີ້, ຄຣິສຕະຈັກທີ່ມີສະມາຊິກສາມສີ່ສິບຄົນຈຶ່ງຖືກແບ່ງອອກເປັນສອງຊົນຊັ້ນໂດຍບໍ່ຮູ້ຕົວ. ໃຜເປັນຜູ້ຮັບຜິດຊອບຕໍ່ເລື່ອງນີ້? (ຜູ້ຕໍ່ຕ້ານພຣະຄຣິສ.) ຜູ້ຕໍ່ຕ້ານພຣະຄຣິສຈະເຮັດສິ່ງດັ່ງກ່າວ. ຖ້າຜູ້ນຳທີ່ດີທີ່ເຂົ້າໃຈຄວາມຈິງຢ່າງແທ້ຈິງຄົ້ນພົບສະຖານະການແບບນີ້ປາກົດຂຶ້ນພາຍໃນຄຣິສຕະຈັກ, ພວກເຂົາກໍຈະໃຊ້ຄວາມຈິງເພື່ອແກ້ໄຂມັນ. ພວກເຂົາຈະບໍ່ອະນຸຍາດໃຫ້ຜູ້ຄົນໃນຄຣິສຕະຈັກຖືກແບ່ງແຍກຕາມລຳດັບຂັ້ນ ຫຼື ຖືກຈັດປະເພດຕາມສະຖານະທາງສັງຄົມຂອງພວກເຂົາ ແລະ ພວກເຂົາກໍຈະບໍ່ແບ່ງແຍກຄຣິສຕະຈັກ. ບໍ່ວ່າອ້າຍເອື້ອຍນ້ອງຈະມາຈາກໃສ ຫຼື ອ້າຍເອື້ອຍນ້ອງມີສະຖານະທາງສັງຄົມໃດໆກໍຕາມ, ພວກເຂົາກໍຈະຮັບປະກັນວ່າອ້າຍເອື້ອຍນ້ອງທຸກຄົນລ້ວນແຕ່ສາມັກຄີກັນໃນພຣະທຳຂອງພຣະເຈົ້າ ແລະ ຢູ່ຕໍ່ໜ້າພຣະເຈົ້າ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ແກ້ໄຂບັນຫາດັ່ງກ່າວ ແຕ່ຍັງໃຊ້ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນເພື່ອບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາຊອກຫາຜູ້ທີ່ມີສະຖານະທາງສັງຄົມ ແລະ ຄວາມຮັ່ງມີ ແລະ ຊັກຈູງຄົນເຫຼົ່ານັ້ນ. ພວກເຂົາຊັກຈູງຄົນເຫຼົ່ານັ້ນແນວໃດ? ພວກເຂົາອາດຈະເວົ້າວ່າ “ສະຖານະທາງສັງຄົມຂອງເຈົ້າແມ່ນພອນຈາກພຣະເຈົ້າທີ່ຖືກພຣະເຈົ້າກຳນົດໄວ້. ເຈົ້າຄວນໃຊ້ເງື່ອນໄຂຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າໃນເຮືອນຂອງພຣະເຈົ້າ. ຕອນນີ້ ຂ້ອຍເປັນຜູ້ນຳ ແລະ ມີຊື່ສຽງພໍສົມຄວນໃນພື້ນທີ່ຍ້ອນຄວາມເຊື່ອຂອງຂ້ອຍ. ຄອບຄົວຂອງຂ້ອຍຂົ່ມເຫັງຂ້ອຍຫຼາຍພໍສົມຄວນ ແລະ ມີຄວາມສ່ຽງບາງຢ່າງທີ່ກ່ຽວຂ້ອງກັບບົດບາດຜູ້ນຳຂອງຂ້ອຍ. ຂ້ອຍຕ້ອງການຄົນແບບເຈົ້າເພື່ອຊ່ວຍໃຫ້ຂ້ອຍປອດໄພ. ຖ້າເຈົ້າສາມາດເຮັດສິ່ງນັ້ນໃຫ້ຂ້ອຍໄດ້, ເຈົ້າກໍຈະໄດ້ຮັບພອນອັນຍິ່ງໃຫຍ່ໃນອະນາຄົດ ແລະ ເຈົ້າກໍຈະກ້າວໜ້າໃນຊີວິດຢ່າງໄວວາ!” ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຊັກຈູງ ແລະ ຊັກຊວນຜູ້ຄົນໃຫ້ຕິດຕາມພວກເຂົາ. ຖ້າຜູ້ຕໍ່ຕ້ານພຣະຄຣິສມັກຄົນໃດຄົນໜຶ່ງ ຫຼື ເຫັນວ່າພວກເຂົາມີປະໂຫຍດ, ພວກເຂົາກໍຈະຈັດແຈງໃຫ້ຄົນເຫຼົ່ານັ້ນມີໜ້າທີ່ທີ່ງ່າຍດາຍ ຫຼື ໜ້າທີ່ທີ່ຄົນເຫຼົ່ານັ້ນສາມາດເປັນຈຸດສົນໃຈ ໂດຍພະຍາຍາມຢ່າງສຸດຄວາມສາມາດເພື່ອສົ່ງເສີມຄົນເຫຼົ່ານັ້ນ. ພວກເຂົາບໍ່ສົນໃຈວ່າຄົນເຫຼົ່ານັ້ນຈະສອດຄ່ອງກັບຫຼັກການໃນການໃຊ້ຄົນໃນເຮືອນຂອງພຣະເຈົ້າ ຫຼື ບໍ່. ຕາບໃດທີ່ຄົນຜູ້ນີ້ມີສະຖານະທາງສັງຄົມ ແລະ ສາມາດເປັນປະໂຫຍດຕໍ່ພວກເຂົາ, ພວກເຂົາກໍຈະຊັກຈູງຄົນເຫຼົ່ານັ້ນ. ເພື່ອບັນລຸເປົ້າໝາຍຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເຂົ້າໃກ້, ປະຈົບປະແຈງ ແລະ ຊັກຈູງຜູ້ທີ່ມີຄວາມຮັ່ງມີ ແລະ ສະຖານະໃນສັງຄົມ ໃນຂະນະທີ່ດູດເອົາຜົນປະໂຫຍດມາເປັນຂອງຕົນເອງ. ພວກເຂົາຍັງມີວິທີທີສອງສຳລັບການຊັກຈູງຜູ້ຄົນທີ່ມີເງິນ, ອຳນາດ ແລະ ສະຖານະ, ນັ້ນກໍຄື ການປ່ອຍໃຫ້ພວກເຂົາເຮັດຕາມໃຈ. ຄົນແບບນັ້ນມັກຈະມີສ່ວນຮ່ວມໃນການເຮັດຜິດພາຍໃນຄຣິສຕະຈັກ, ເຮັດໃຫ້ຄວາມກະຕືລືລົ້ນຂອງອ້າຍເອື້ອຍນ້ອງຫຼຸດລົງ ແລະ ລົບກວນຊີວິດຄຣິສຕະຈັກ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງດ້ວຍຄວາມຍິນດີ ແລະ ອະນຸຍາດໃຫ້ພວກເຂົາກະທຳຄວາມຜິດໃດໆກໍຕາມທີ່ພວກເຂົາມັກ. ຈຸດປະສົງຂອງການປ່ອຍໃຫ້ເຮັດຕາມໃຈຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ມັນຍັງຄົງເປັນການຊັກຈູງຄົນເຫຼົ່ານັ້ນ ແລະ ສ້າງຜົນກຳໄລຈາກຄົນເຫຼົ່ານັ້ນເມື່ອຊັກຈູງຄົນເຫຼົ່ານັ້ນໄດ້ແລ້ວ. ຜູ້ຕໍ່ຕ້ານພຣະຄຣິສເຖິງກັບທຳທ່າບອກພວກເຂົາວ່າ “ເຖິງແມ່ນວ່າພວກເຈົ້າຈະເລືອກຂ້ອຍເປັນຜູ້ນຳ ແລະ ຂ້ອຍກໍມີຄວາມຮັບຜິດຊອບທີ່ຈະນຳພາພວກເຈົ້າ ແຕ່ຄຣິສຕະຈັກນີ້ບໍ່ໄດ້ເປັນຂອງຂ້ອຍພຽງຄົນດຽວ. ຂ້ອຍບໍ່ສາມາດຕັດສິນໃຈດ້ວຍຕົນເອງພາຍໃນຄຣິສຕະຈັກໄດ້. ພວກເຈົ້າຍັງຈຳເປັນຕ້ອງຊ່ວຍເຫຼືອ; ຖ້າມີຫຍັງເກີດຂຶ້ນ ພວກເຈົ້າກໍສາມາດມີສິດອອກສຽງໄດ້, ນີ້ຄືຄວາມໝາຍຂອງການຮ່ວມມື”. ພວກເຂົາເວົ້າສິ່ງນີ້ກັບຜູ້ທີ່ຮັ່ງມີ, ມີອິດທິພົນ ແລະ ເປັນປະໂຫຍດຕໍ່ພວກເຂົາ ໂດຍພະຍາຍາມຢ່າງສຸດຄວາມສາມາດເພື່ອຊັກຈູງບຸກຄົນເຫຼົ່ານີ້ ຈົນກວ່າພວກເຂົາຈະໄປເຖິງຈຸດທີ່ພວກເຂົາສາມາດຄວບຄຸມຄົນເຫຼົ່ານັ້ນໄດ້. ເຖິງຢ່າງໃດກໍຕາມ, ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແຕ່ຂາດເງິນ, ສະຖານະທາງສັງຄົມ ຫຼື ປະໂຫຍດທີ່ຊັດເຈນໃດໆ, ພວກເຂົາກໍພະຍາຍາມຢ່າງໜັກເພື່ອກີດກັນ, ໂຈມຕີ ຫຼື ພຽງແຕ່ບໍ່ສົນໃຈພວກເຂົາ. ສິ່ງທີ່ໝາຍເຖິງການບໍ່ສົນໃຈຂອງພວກເຂົາແມ່ນຫຍັງ? “ຖ້າພວກເຮົາສອງສາມຄົນຢູ່ຮ່ວມກັນ ແລະ ກາຍເປັນປ້ອມປາການເຫຼັກ, ຂ້ອຍຄາດຄະເນວ່າຄົນທຳມະດາຄືພວກເຈົ້າຈະບໍ່ສາມາດສ້າງຜົນກະທົບທີ່ສຳຄັນໃດໆໄດ້. ຖ້າເຈົ້າຟັງຄຳເວົ້າຂອງຂ້ອຍໃນລັກສະນະທີ່ເຊື່ອຟັງ, ຂ້ອຍກໍຈະອະນຸຍາດໃຫ້ເຈົ້າເຊື່ອຕໍ່ໄປ. ແຕ່ຖ້າເຈົ້າຍັງຄົງຈັບຜິດ, ສະແດງຄວາມຄິດເຫັນຂອງເຈົ້າກ່ຽວກັບຂ້ອຍ ຫຼື ລາຍງານຂ້ອຍຕໍ່ຜູ້ທີ່ຢູ່ລະດັບສູງກວ່າ, ແລ້ວຂ້ອຍກໍຈະທໍລະມານເຈົ້າ ແລະ ຂັບໄລ່ເຈົ້າອອກໄປ!” ນີ້ຄືແຜນການຂອງພວກເຂົາ. ບາງຄົນຂາດຄວາມສາມາດໃນການແຍກແຍະ ແລະ ເກີດຄວາມຢ້ານກົວ ໂດຍເວົ້າວ່າ “ພວກເຮົາຕ້ອງບໍ່ລ່ວງເກີນພວກເຂົາ. ພວກເຂົາໄດ້ສ້າງຝັກຝ່າຍຂອງພວກເຂົາເອງແລ້ວ ແລະ ພວກເຮົາກໍບໍ່ສາມາດຮັບມືໄດ້. ຄຳເວົ້າຂອງພວກເຮົາມີນ້ຳໜັກໜ້ອຍ ແລະ ຖ້າພວກເຮົາບັງເອີນເວົ້າບາງສິ່ງບາງຢ່າງທີ່ເຮັດໃຫ້ພວກເຂົາບໍ່ພໍໃຈ ແລະ ຜູ້ນຳກໍຂັບໄລ່ພວກເຮົາອອກໄປແທ້ໆ, ພວກເຮົາກໍຈະສູນເສຍໂອກາດໃນການເຊື່ອໃນພຣະເຈົ້າ”. ຄົນເຫຼົ່ານີ້ຢ້ານຈົນເສຍສະຕິ. ໃນຂະນະທີ່ຜູ້ຕໍ່ຕ້ານພຣະຄຣິສຊັກຈູງຜູ້ຄົນ, ພາຍໃນພຶດຕິກຳນີ້ກໍມີອຸປະນິໄສທີ່ຊົ່ວຊ້າ, ໂຫດຮ້າຍ ແລະ ປະສົງຮ້າຍ. ຈຸດປະສົງຂອງພວກເຂົາໃນການຊັກຈູງຜູ້ຄົນແມ່ນຫຍັງ? ມັນຍັງເປັນການຮັດແໜ້ນຕຳແໜ່ງຂອງພວກເຂົາ. ຈຸດປະສົງຂອງພວກເຂົາໃນການສ້າງກຸ່ມກ້ອນ ຫຼື ພັກພວກແມ່ນຫຍັງ? ມັນແມ່ນເພື່ອຂະຫຍາຍຂອບເຂດກຳລັງຂອງພວກເຂົາ, ເພື່ອໃຫ້ຜູ້ຄົນສະໜັບສະໜູນພວກເຂົາ, ຮັບປະກັນອຳນາດ ແລະ ສະຖານະຂອງພວກເຂົາໃຫ້ໝັ້ນຄົງຍິ່ງຂຶ້ນ. ມີໃຜໃນພວກເຈົ້າເຄີຍພົບພໍ້ກັບເລື່ອງດັ່ງກ່າວບໍ? ເມື່ອຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຄຣິສຕະຈັກ, ຜູ້ໃດກໍຕາມທີ່ມີເງິນ, ສະຖານະ ຫຼື ມັກວາງອຳນາດບາດໃຫຍ່ກໍຈະມາເຕົ້າໂຮມກັນຢູ່ອ້ອມຕົວພວກເຂົາ ແລະ ພວກເຂົາກໍຈະເຂົ້າຄວບຄຸມຮ່ວມກັນ, ກາຍເປັນຝັກຝ່າຍ, ເປັນພັກພວກທີ່ມີສີ່, ຫ້າ ຫຼື ຫົກຄົນ. ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ເປີດໂປງບັນຫາຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຊັກຈູງຄົນເຫຼົ່ານີ້ ເພາະມັນເປັນເລື່ອງຍາກສຳລັບພວກເຂົາທີ່ຈະຄວບຄຸມຄົນເຫຼົ່ານັ້ນ. ພວກເຂົາຕ້ອງຊັກຈູງຄົນເຫຼົ່ານັ້ນໃຫ້ເຂົ້າມາໃກ້ຊິດ, ເຮັດໃຫ້ຄົນເຫຼົ່ານັ້ນກາຍເປັນຜູ້ຊ່ວຍຂອງພວກເຂົາ, ດ້ວຍເຫດນີ້ ຈຶ່ງຈະຮັບປະກັນຕຳແໜ່ງຂອງພວກເຂົາໄວ້ໄດ້. ຍິ່ງໄປກວ່ານັ້ນ, ຄົນເຫຼົ່ານີ້ມີຄຸນຄ່າທີ່ຜູ້ຕໍ່ຕ້ານພຣະຄຣິສສາມາດໃຊ້ປະໂຫຍດໄດ້. ວິທີການຂອງພວກເຂົາໃນການຊັກຈູງຄົນເຫຼົ່ານັ້ນ, ໃນແງ່ໜຶ່ງແມ່ນວິທີການທີ່ຈະເຮັດໃຫ້ຄົນເຫຼົ່ານັ້ນສະຫງົບລົງ ແລະ ປ້ອງກັນບໍ່ໃຫ້ຄົນເຫຼົ່ານັ້ນເປັນໄພຄຸກຄາມຕໍ່ຕຳແໜ່ງຂອງພວກເຂົາ.

ກ່ຽວກັບດ້ານນີ້ຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຊັກຈູງຜູ້ຄົນ, ພວກເຮົາຫາກໍໂອ້ລົມກ່ຽວກັບການສະແດງອອກສອງຢ່າງ. ເລື່ອງແບບນີ້ເກີດຂຶ້ນໃນຄຣິສຕະຈັກຂອງພວກເຈົ້າບໍ? ບອກເຮົາມາເບິ່ງ, ເລື່ອງແບບນີ້ມີຢູ່ແທ້ບໍ? (ມີ.) ມັນມີຢູ່ແທ້ຢ່າງແນ່ນອນ. ສະນັ້ນ, ໃນບັນດາທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງກັບການຊັກຈູງຜູ້ຄົນ, ມີການສະແດງອອກໃດອີກທີ່ມີທຳມະຊາດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຊັກຈູງຜູ້ຄົນ? ຜົນສະທ້ອນຂອງການຊັກຈູງຄົນເຫຼົ່ານັ້ນແມ່ນຫຍັງ? ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຕ້ອງການຊັກຈູງຜູ້ຄົນ? ຖ້າພວກເຂົາບໍ່ຊັກຈູງຜູ້ຄົນ, ພວກເຂົາຈະສາມາດບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຜູ້ຄົນໄດ້ບໍ? (ພວກເຂົາຈະບໍ່ສາມາດບັນລຸໄດ້.) ພວກເຂົາຕ້ອງນຳເອົາຄົນທີ່ເຊື່ອຟັງພວກເຂົາ ແລະ ສອດຄ່ອງກັບຄວາມປະສົງຂອງພວກເຂົາມາຢູ່ຕໍ່ໜ້າພວກເຂົາ, ເພື່ອໃຫ້ພວກເຂົາສາມາດຄອບຄອງຕຳແໜ່ງ ແລະ ມີເປົ້າໝາຍໃຫ້ພວກເຂົາໃຊ້ອຳນາດ. ຖ້າບໍ່ມີຄົນທີ່ເຊື່ອຟັງພວກເຂົາຢູ່ອ້ອມຂ້າງ, ພວກເຂົາຈະບໍ່ສາມາດຕອບສະໜອງຄວາມທະເຍີທະຍານຂອງພວກເຂົາທີ່ມີຕໍ່ສະຖານະ ແລະ ອຳນາດໄດ້ບໍ? ສະນັ້ນ, ມີແຕ່ເມື່ອພວກເຂົາຊັກຈູງຄົນທຸກປະເພດທີ່ພວກເຂົາສາມາດຊັກຈູງໄດ້ເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບຕຳແໜ່ງ ແລະ ອຳນາດ. ພວກເຂົາຈັດການກັບຜູ້ທີ່ບໍ່ສາມາດຊັກຈູງໄດ້ແນວໃດ? (ພວກເຂົາກີດກັນ ແລະ ໂຈມຕີຄົນເຫຼົ່ານັ້ນ.) ພວກເຂົາເລີ່ມໂຈມຕີ ແລະ ກີດກັນຄົນເຫຼົ່ານັ້ນ. ບໍ່ເຄີຍມີຜູ້ຕໍ່ຕ້ານພຣະຄຣິສທີ່ປ່ຽນຜູ້ທີ່ຢູ່ໃນຄຣິສຕະຈັກທີ່ບໍ່ສາມາດຊັກຈູງໄດ້ໃຫ້ກາຍເປັນສິ່ງທີ່ເອີ້ນວ່າ “ຜູ້ຟັງ” ບໍ? ບົດເທດສະໜາ, ເພງສັນລະເສີນ ແລະ ໜັງສືພຣະທຳຂອງພຣະເຈົ້າທີ່ຄຣິສຕະຈັກມອບໝາຍໃຫ້ນັ້ນບໍ່ໄດ້ຖືກມອບໃຫ້ຄົນເຫຼົ່ານີ້ເລີຍ ຫຼື ພວກເຂົາບໍ່ໄດ້ຮັບແຈ້ງກ່ຽວກັບການເຕົ້າໂຮມເປັນເວລາດົນນານ. ເລື່ອງດັ່ງກ່າວມີຢູ່ແທ້ຢ່າງແນ່ນອນ ແລະ ພວກມັນລ້ວນແຕ່ເປັນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ຜູ້ທີ່ຖືກຜູ້ຕໍ່ຕ້ານພຣະຄຣິສໂຈມຕີ ແລະ ກີດກັນນັ້ນບໍ່ໄດ້ຖືກຄຣິສຕະຈັກລຶບຊື່ອອກ, ພວກເຂົາບໍ່ໄດ້ອອກໄປດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແລະ ພວກເຂົາກໍບໍ່ໄດ້ຢຸດເຂົ້າຮ່ວມການເຕົ້າໂຮມດ້ວຍຄວາມສະໝັກໃຈ. ພວກເຂົາທຸກຄົນລ້ວນແຕ່ເປັນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແຕ່ຍ້ອນວ່າພວກເຂົາມີຄວາມສາມາດໃນການແຍກແຍະບາງຢ່າງກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈຶ່ງມັກຈະຖືກກີດກັນ ແລະ ບໍ່ສາມາດເຂົ້າເຖິງໜັງສືພຣະທຳຂອງພຣະເຈົ້າ ຫຼື ບົດເທດສະໜາ, ເພງສັນລະເສີນ ແລະ ການຈັດແຈງວຽກງານຕ່າງໆທີ່ຄຣິສຕະຈັກມອບໝາຍໃຫ້ໄດ້ຢ່າງທັນທ່ວງທີ, ທັງບໍ່ສາມາດກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໄດ້. ໃນທາງກົງກັນຂ້າມ, ຜູ້ທີ່ຢູ່ພາຍໃຕ້ຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ຜູ້ທີ່ສາມາດເຊື່ອຟັງພວກເຂົາ, ຜູ້ທີ່ຖືກພວກເຂົາຊັກຈູງ ແລະ ຍອມຈຳນົນຕໍ່ພວກເຂົາ ຈະໄດ້ຮັບສິດທິພິເສດໃນການເຂົ້າເຖິງໜັງສື ແລະ ວິດີໂອຕ່າງໆທີ່ເຮືອນຂອງພຣະເຈົ້າແຈກຢາຍໃຫ້ ໂດຍໄດ້ຮັບສິດທິພິເສດແບບນີ້. ດ້ວຍເຫດນີ້ ຄຣິສຕະຈັກຈຶ່ງຕົກຢູ່ໃນຄວາມວຸ່ນວາຍ ແລະ ແຕກແຍກຍ້ອນພຶດຕິກຳ ແລະ ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຈິດໃຈຂອງຜູ້ຄົນກໍວຸ່ນວາຍ.

ມີເງື່ອນໄຂໃດແດ່ທີ່ຜູ້ຕໍ່ຕ້ານພຣະຄຣິສຊອກຫາເພື່ອຊັກຈູງຜູ້ຄົນ? ພວກເຂົາຊັກຈູງຜູ້ທີ່ຮັກຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງບໍ? (ບໍ່.) ຜູ້ທີ່ຮັກຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າມີຄວາມສາມາດໃນການແຍກແຍະບາງຢ່າງ, ພວກເຂົາບໍ່ສາມາດຖືກຊັກຈູງໄດ້ ແລະ ພວກເຂົາກໍຈະບໍ່ຕິດຕາມຜູ້ຕໍ່ຕ້ານພຣະຄຣິສ. ແລ້ວຜູ້ຕໍ່ຕ້ານພຣະຄຣິສຊັກຈູງໃຜ? ໃນໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສມັກທີ່ສຸດແມ່ນຜູ້ທີ່ເກັ່ງໃນການປະຈົບປະແຈງຜູ້ທີ່ມີສະຖານະ, ຜູ້ທີ່ເກັ່ງໃນການເອົາອົກເອົາໃຈ ແລະ ເວົ້າຈາຫວ່ານລ້ອມຜູ້ຄົນ ແລະ ບາງຄົນທີ່ເຄີຍເຮັດສິ່ງທີ່ບໍ່ດີ ແລະ ຢ້ານການຖືກຂັບໄລ່ອອກ ດ້ວຍເຫດນັ້ນຈຶ່ງພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສພໍໃຈ. ຜູ້ຕໍ່ຕ້ານພຣະຄຣິສໃຊ້ເງື່ອນໄຂຂອງການປົກປ້ອງພວກເຂົາເພື່ອຊັກຈູງຜູ້ຄົນ ແລະ ເອົາຊະນະໃຈພວກເຂົາ ໂດຍປ່ອຍໃຫ້ພວກເຂົາເຂົ້າມາໃກ້ຊິດ. ນອກເໜືອຈາກຜູ້ເຊື່ອໃໝ່ທີ່ບໍ່ເຂົ້າໃຈຄວາມຈິງແລ້ວ, ຄົນສ່ວນໃຫຍ່ທີ່ຜູ້ຕໍ່ຕ້ານພຣະຄຣິສຊັກຈູງກໍລ້ວນແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ. ຜູ້ທີ່ບໍ່ຮັກຄວາມຈິງທຸກຄົນມີມະໂນທຳ ແລະ ເຫດຜົນບໍ? ບໍ່ມີໃຜໃນພວກເຂົາທີ່ເປັນຄົນດີເລີຍ ແລະ ພຣະເຈົ້າກໍບໍ່ເລືອກຄົນແບບນັ້ນ. ຜູ້ຕໍ່ຕ້ານພຣະຄຣິສຊັກຈູງຄົນເຫຼົ່ານີ້ ແລະ ນຳພາພວກເຂົາຄືກັບຕົວຕະຫຼົກ. ພວກເຂົາເຖິງກັບຄິດວ່າພວກເຂົາໄດ້ຮັບຕຳແໜ່ງທາງການ ແລະ ມີສະຖານະ ແລະ ຮູ້ສຶກພໍໃຈໃນໃຈເປັນພິເສດ. ນີ້ບໍ່ແມ່ນສິ່ງທີ່ໜ້າບໍ່ອາຍບໍ? ຜູ້ຕໍ່ຕ້ານພຣະຄຣິສຊັກຈູງຄົນປະເພດໃດອີກ? (ຄົນທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງຊົ່ວຮ້າຍ.) ຖືກຕ້ອງ, ຄົນຊົ່ວຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄົນຊົ່ວຮ້າຍແນວໃດ? ພວກເຂົາປົກປ້ອງຄົນເຫຼົ່ານັ້ນ. ຕົວຢ່າງ: ສົມມຸດວ່າມີຄົນຊົ່ວຮ້າຍຢູ່ໃນຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງທຸກຄົນລາຍງານວ່າຄົນຜູ້ນີ້ເປັນຄົນທີ່ບໍ່ດີເປັນພິເສດ, ກໍ່ໃຫ້ເກີດຄວາມບໍ່ສະຫງົບໃນຄຣິສຕະຈັກເມື່ອໃດກໍຕາມທີ່ພວກເຂົາຢູ່ໃກ້, ລົບກວນທຸກຄົນຈາກການປະຕິບັດໜ້າທີ່ຂອງພວກເຂົາ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ຕາບໃດທີ່ພວກເຂົາຖືກນຳເຂົ້າມາເພື່ອປະຕິບັດໜ້າທີ່, ແລ້ວວຽກງານຂອງຄຣິສຕະຈັກກໍຈະໄດ້ຮັບຄວາມເສຍຫາຍ. ແຕ່ຜູ້ຕໍ່ຕ້ານພຣະຄຣິສເຫັນວ່າຄົນຊົ່ວຮ້າຍດັ່ງກ່າວເປັນປະໂຫຍດ ແລະ ຊັກຈູງຄົນເຫຼົ່ານັ້ນໃຫ້ມາຢູ່ຝ່າຍຕົນເພື່ອຮັບໃຊ້ພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຂັບໄລ່ຄົນຊົ່ວຮ້າຍອອກ; ກົງກັນຂ້າມ, ພວກເຂົາປົກປ້ອງຄົນເຫຼົ່ານັ້ນ. ເວັ້ນເສຍແຕ່ວ່າຄົນຊົ່ວຮ້າຍບາງຄົນບໍ່ສະໜັບສະໜູນຜູ້ຕໍ່ຕ້ານພຣະຄຣິສ ຫຼື ສາມາດແຍກແຍະພວກເຂົາໄດ້, ແລ້ວພວກເຂົາກໍຈະຈັດການກັບຄົນເຫຼົ່ານັ້ນ. ຕາບໃດທີ່ຄົນຊົ່ວຮ້າຍປະຈົບປະແຈງຜູ້ຕໍ່ຕ້ານພຣະຄຣິສ, ສະໜັບສະໜູນພວກເຂົາ ແລະ ບໍ່ຕໍ່ຕ້ານພວກເຂົາ, ພວກເຂົາກໍຈະຊັກຈູງຄົນເຫຼົ່ານັ້ນ ແລະ ເອົາຊະນະໃຈຄົນເຫຼົ່ານັ້ນເພື່ອເສີມສ້າງກຳລັງຂອງພວກເຂົາເອງ. ຕອນນີ້ ຜູ້ຕໍ່ຕ້ານພຣະຄຣິສເຂົ້າກັນໄດ້ແນວໃດກັບຄົນເຫຼົ່ານີ້ທີ່ບໍ່ໄລ່ຕາມຄວາມຈິງ? ໂດຍພື້ນຖານແລ້ວ ວິທີການພົວພັນຂອງພວກເຂົາແມ່ນການປະຈົບປະແຈງເຊິ່ງກັນ ແລະ ກັນ ແລະ ການເວົ້າຈາຫວ່ານລ້ອມ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະໄປໃສ, ຄົນຊົ່ວຮ້າຍເຫຼົ່ານີ້ກໍຈະມາເຕົ້າໂຮມກັນຢູ່ອ້ອມຕົວພວກເຂົາຄືກັບແມງວັນ. ແນ່ນອນວ່າ ພວກເຂົາບໍ່ໄດ້ມາເຕົ້າໂຮມກັນເພື່ອໂອ້ລົມກ່ຽວກັບຄວາມຈິງ, ເພາະວ່າພວກເຂົາທຸກຄົນລ້ວນແຕ່ເບື່ອໜ່າຍຄວາມຈິງ ແລະ ບໍ່ມີໃຜໃນພວກເຂົາທີ່ສະແຫວງຫາການແກ້ໄຂບັນຫາຜ່ານການໂອ້ລົມກ່ຽວກັບຄວາມຈິງ. ທຸກສິ່ງທີ່ພວກເຂົາເວົ້າແມ່ນສິ່ງທີ່ຜູ້ບໍ່ມີຄວາມເຊື່ອເວົ້າ, ສ່ວນໃຫຍ່ແລ້ວ ພວກເຂົາກຳລັງສ້າງຄວາມແຕກແຍກດ້ວຍການນິນທາ, ການດູຖູກຄົນອື່ນ ແລະ ການຍົກຍໍຕົນເອງ ແລະ ການປຶກສາຫາລືກ່ຽວກັບວິທີການທໍລະມານຜູ້ຄົນ. ຍິ່ງໄປກວ່ານັ້ນ, ພວກເຂົາສຶກສາວິທີການລະວັງເຮືອນຂອງພຣະເຈົ້າ, ສົນທະນາກ່ຽວກັບວິທີການປະເຊີນໜ້າກັບເບື້ອງເທິງ, ວິທີການທີ່ຈະຮູ້ລ່ວງໜ້າຖ້າມີຄົນຕ້ອງການລາຍງານບັນຫາຂອງພວກເຂົາ ແລະ ວິທີການຕອບໂຕ້ເມື່ອຄົນເຫຼົ່ານັ້ນຮູ້. ສິ່ງເຫຼົ່ານີ້ຄືເລື່ອງທີ່ກຸ່ມຄົນຊົ່ວຮ້າຍນີ້ສົນທະນາກັນ. ເມື່ອພວກເຂົາຢູ່ຮ່ວມກັນ, ພວກເຂົາບໍ່ເຄີຍໂອ້ລົມກ່ຽວກັບສິ່ງຕ່າງໆເຊັ່ນ: ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ເຄີຍໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາເລີຍ. ຕົວຢ່າງ: ພວກເຂົາບໍ່ເຄີຍສົນທະນາກ່ຽວກັບເລື່ອງທີ່ເໝາະສົມເຊັ່ນ: ການສະໜັບສະໜູນ ແລະ ການຊ່ວຍເຫຼືອອ້າຍເອື້ອຍນ້ອງທີ່ກາຍເປັນຄົນຄິດລົບ ແລະ ອ່ອນແອ ແລະ ບໍ່ມີກຳລັງໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ຫຼື ການຊອກຫາວິທີແກ້ໄຂ ແລະ ເສັ້ນທາງເພື່ອປັບປຸງປະສິດທິຜົນຂອງບາງດ້ານໃນວຽກງານຂອງຄຣິສຕະຈັກ. ພວກເຂົາເວົ້າກ່ຽວກັບວິທີການຫຼອກລວງເບື້ອງເທິງ ແລະ ວິທີການຫຼອກລວງເຮືອນຂອງພຣະເຈົ້າ ໂດຍຮັບປະກັນວ່າເຮືອນຂອງພຣະເຈົ້າຈະບໍ່ຮູ້ຄວາມຈິງກ່ຽວກັບພວກເຂົາ. ເມື່ອຄົ້ນພົບວ່າຄົນໃດຄົນໜຶ່ງກຳລັງຕິດຕໍ່ກັບເບື້ອງເທິງ ຫຼື ໄດ້ລາຍງານກ່ຽວກັບສະຖານະການຂອງພວກເຂົາ, ພວກເຂົາກໍຖືວ່າມັນເປັນໄພຄຸກຄາມຕໍ່ຕຳແໜ່ງຂອງພວກເຂົາ ແລະ ເປັນຄວາມຫາຍະນະຕໍ່ວຽກງານຂອງພວກເຂົາ. ພວກເຂົາສືບສວນຢ່າງບໍ່ລົດລະວ່າໃຜເປັນຜູ້ຮັບຜິດຊອບ, ຊອກຫາຜູ້ຕ້ອງສົງໄສ ແລະ ເມື່ອພວກເຂົາພົບຄົນເຫຼົ່ານັ້ນ, ພວກເຂົາກໍຈະແຍກຄົນຜູ້ນັ້ນອອກ, ຍົກຍ້າຍພວກເຂົາໄປບ່ອນອື່ນ ແລະ ຈາກນັ້ນກໍອອກຄຳສັ່ງຫ້າມບໍ່ໃຫ້ຜູ້ໃດລາຍງານສະຖານະການຂອງພວກເຂົາຕໍ່ເບື້ອງເທິງ. ສິ່ງນີ້ຮັບປະກັນວ່າຈະບໍ່ມີໃຜກ້າລາຍງານກ່ຽວກັບພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຄຣິສຕະຈັກຢ່າງສົມບູນດ້ວຍວິທີນີ້. ເບື້ອງເທິງບໍ່ມີທາງຮູ້ເລີຍວ່າພວກເຂົາກະທຳການທີ່ຊົ່ວຮ້າຍຫຍັງຢູ່ເບື້ອງຫຼັງ, ກວ່າເບື້ອງເທິງຈະຮັບຮູ້ສະຖານະການ ແລະ ພົບເຫັນຈຸດອ່ອນຂອງພວກເຂົາ, ຈາກນັ້ນກໍສັ່ງໃຫ້ມີການສືບສວນພວກເຂົາ ແລະ ໃນທີ່ສຸດກໍປົດພວກເຂົາອອກ ຫຼື ຂັບໄລ່ພວກເຂົາອອກໄປ. ກຸ່ມຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍນີ້ສາມາດເຮັດໃຫ້ວຽກງານຂອງຄຣິສຕະຈັກຫຍຸ້ງເຫຍີງໄດ້ໃນເວລາພຽງສອງສາມເດືອນ ແລະ ສາມາດເຮັດໃຫ້ອ້າຍເອື້ອຍນ້ອງສົງໄສເຊິ່ງກັນ ແລະ ກັນ, ທຳລາຍເຊິ່ງກັນ ແລະ ກັນ, ເປີດໂປງເຊິ່ງກັນ ແລະ ກັນ ແລະ ໂຈມຕີເຊິ່ງກັນ ແລະ ກັນ ເຊິ່ງເປັນການແບ່ງແຍກຄຣິສຕະຈັກ. ນີ້ຄືຜົນສະທ້ອນຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຂົ້າຄວບຄຸມຄຣິສຕະຈັກ. ດ້ວຍວິທີນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເຮັດໃຫ້ຜູ້ທີ່ບໍ່ໄລ່ຕາມຄວາມຈິງທຸກຄົນຫຼົງຜິດ ແລະ ເຖິງກັບຊັກຈູງຄົນຊົ່ວຮ້າຍທີ່ເປັນປະໂຫຍດບາງຄົນເພື່ອຄວບຄຸມຄຣິສຕະຈັກ ເຊິ່ງເປັນການຮັດແໜ້ນຕຳແໜ່ງ ແລະ ສິດອຳນາດຂອງພວກເຂົາເອງ. ຖ້າຄົນຊົ່ວຮ້າຍເຊື່ອຟັງພວກເຂົາ, ພວກເຂົາກໍຈະປົກປ້ອງຄົນເຫຼົ່ານັ້ນ. ຖ້າບໍ່ແມ່ນແນວນັ້ນ, ພວກເຂົາກໍຈະຈັດການກັບຄົນຊົ່ວຮ້າຍກ່ອນ. ຖ້າຄົນຊົ່ວຮ້າຍຕິດຕາມພວກເຂົາ ແລະ ສາມາດຖືກເກນ ແລະ ຊັກຈູງໄດ້, ພວກເຂົາກໍຈະປ່ອຍໃຫ້ຄົນເຫຼົ່ານັ້ນກາຍເປັນລູກນ້ອງຂອງພວກເຂົາ, ເປັນແຂນເປັນຂາ ແລະ ເປັນຫູເປັນຕາຂອງພວກເຂົາໃນການເຮັດສິ່ງທີ່ບໍ່ດີ, ແຊກຊຶມເຂົ້າໄປໃນກຸ່ມອ້າຍເອື້ອຍນ້ອງ, ຊອກຮູ້ວ່າໃຜມີຂໍ້ຄັດຄ້ານຕໍ່ພວກເຂົາ, ໃຜແຍກແຍະການກະທຳຂອງພວກເຂົາ, ການກະທຳທີ່ບໍ່ດີອັນໃດຂອງພວກເຂົາທີ່ຖືກຄົ້ນພົບແລ້ວ ແລະ ໃຜທີ່ຕ້ອງການຕິດຕໍ່ກັບເບື້ອງເທິງຢູ່ສະເໝີເພື່ອລາຍງານບັນຫາຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍສືບສວນເລື່ອງເຫຼົ່ານີ້ໂດຍສະເພາະ ເຊິ່ງເປັນສິ່ງທີ່ພວກເຂົາກັງວົນທີ່ສຸດ. ພວກເຂົາມັກຈະສົນທະນາກ່ຽວກັບມາດຕະການຕອບໂຕ້ຮ່ວມກັນ ໂດຍປະຕິບັດຕໍ່ຜູ້ທີ່ສາມາດແຍກແຍະພວກເຂົາ ຫຼື ສົງໄສພວກເຂົາວ່າເປັນສັດຕູ. ພວກເຂົາຫາຂໍ້ອ້າງເພື່ອທໍລະມານຄົນໜຶ່ງໃນມື້ນີ້ ແລະ ມື້ອື່ນພວກເຂົາກໍຈັບຜິດເພື່ອທໍລະມານອີກຄົນໜຶ່ງ; ພວກເຂົາເຖິງກັບໃຊ້ເຫດຜົນ ແລະ ຂໍ້ອ້າງຕ່າງໆເພື່ອຍຸຍົງປະຊາກອນທີ່ພຣະເຈົ້າເລືອກໃຫ້ຄັດບຸກຄົນເຫຼົ່ານີ້ອອກ ແລະ ຂັບໄລ່ບຸກຄົນເຫຼົ່ານີ້ອອກໄປ. ເມື່ອຜູ້ຕໍ່ຕ້ານພຣະຄຣິສກາຍເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ພວກເຂົາກໍຈະມີສ່ວນຮ່ວມໃນການກະທຳເຫຼົ່ານີ້. ໃນເວລາພຽງສອງສາມເດືອນ, ພວກເຂົາກໍສາມາດເຮັດໃຫ້ຄຣິສຕະຈັກຕົກຢູ່ໃນຄວາມວຸ່ນວາຍ, ເຖິງກັບດັບຄວາມກະຕືລືລົ້ນອັນແຮງກ້າຂອງຄຣິສຕະຈັກຂອງຜູ້ເຊື່ອໃໝ່ຄືກັບການເອົານ້ຳໄປຫົດໃສ່ໄຟ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນສັດຕູຂອງພຣະເຈົ້າ ແລະ ເປັນສັດຕູຂອງປະຊາກອນທີ່ພຣະເຈົ້າເລືອກຢ່າງແທ້ຈິງ. ນີ້ບໍ່ແມ່ນການເວົ້າເກີນຈິງເລີຍ, ມັນຖືກຕ້ອງຢ່າງເຫຼືອເຊື່ອ! ບ່ອນໃດທີ່ຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍກຳອຳນາດ, ຄຣິສຕະຈັກກໍຈະມີບັນຍາກາດທີ່ເສື່ອມຊາມ. ບໍ່ມີຊີວິດຄຣິສຕະຈັກເລີຍ, ບໍ່ມີການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຕາມປົກກະຕິ ແລະ ບໍ່ມີບັນຍາກາດຂອງການໂອ້ລົມກ່ຽວກັບຄວາມຈິງ. ກົງກັນຂ້າມ, ມັນເຕັມໄປດ້ວຍການວາງແຜນຮ້າຍ ແລະ ການປະພຶດຜິດຢ່າງບໍ່ຢັບຢັ້ງ. ນີ້ຄືຄວາມໝາຍຂອງການທີ່ມານຮ້າຍມີການຄວບຄຸມ. ຈະມີຜົນໄດ້ຮັບທີ່ດີໃດໆເກີດຂຶ້ນໄດ້ບໍ ເມື່ອມານຮ້າຍມີການຄວບຄຸມ? ສິ່ງນີ້ຈະນຳເອົາແຕ່ຄວາມຫາຍະນະມາສູ່ປະຊາກອນທີ່ພຣະເຈົ້າເລືອກເທົ່ານັ້ນ, ນັ້ນເປັນສິ່ງທີ່ແນ່ນອນໂດຍປາສະຈາກຂໍ້ສົງໄສ.

ຜູ້ຕໍ່ຕ້ານພຣະຄຣິສບາງຄົນ, ເມື່ອພວກເຂົາມາທີ່ຄຣິສຕະຈັກເພື່ອຮັບບົດບາດຜູ້ນຳ, ກ່ອນອື່ນໝົດ ພວກເຂົາຈະສືບສວນວ່າໃຜໃນຄຣິສຕະຈັກທີ່ມັກຈະລາຍງານບັນຫາຕໍ່ເບື້ອງເທິງໃນອະດີດ. ພວກເຂົາຕ້ອງການໃຫ້ຄົນແບບນັ້ນຢູ່ຫ່າງຈາກພວກເຂົາ ແລະ ບໍ່ໄປພັກຢູ່ເຮືອນຂອງຄົນແບບນັ້ນ ເຖິງແມ່ນວ່າຄົນເຫຼົ່ານັ້ນຈະສາມາດຈັດຕ້ອນຮັບພວກເຂົາໄດ້ກໍຕາມ. ຖ້າຄົນໃດຄົນໜຶ່ງເກັ່ງໃນການປະຈົບປະແຈງຜູ້ຄົນ, ວົນວຽນຢູ່ອ້ອມຕົວຜູ້ນຳຢູ່ສະເໝີ ແລະ ເອົາໃຈ, ເຮືອນຂອງຄົນຜູ້ນັ້ນກໍຄືບ່ອນທີ່ພວກເຂົາວາງແຜນທີ່ຈະໄປພັກ. ມີຄົນເວົ້າວ່າ “ພວກເຂົາກຳລັງຈັດຕ້ອນຮັບເອື້ອຍນ້ອງສອງຄົນຢູ່”. ຜູ້ຕໍ່ຕ້ານພຣະຄຣິສຕອບວ່າ “ບໍ່ໄດ້, ໃຫ້ພວກເຂົາຍ້າຍໄປບ່ອນອື່ນ”. ຄົນຜູ້ນັ້ນເວົ້າວ່າ “ເຈົ້າບໍ່ສາມາດຍ້າຍຜູ້ຄົນໄປມາຕາມໃຈມັກໄດ້; ເອື້ອຍນ້ອງສອງຄົນນັ້ນຂ້ອນຂ້າງເໝາະສົມກັບສະຖານທີ່ນັ້ນ, ການຍ້າຍພວກເຂົາອາດຈະສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ”. ພວກເຂົາຕອບວ່າ “ໃນຖານະທີ່ເປັນຜູ້ນຳ, ສິ່ງທີ່ຂ້ອຍເວົ້າຄືຄຳຂາດ ແລະ ເຈົ້າຕ້ອງເຊື່ອຟັງຂ້ອຍ!” ຈາກນັ້ນ ພວກເຂົາກໍບັງຄັບໃຫ້ເອື້ອຍນ້ອງສອງຄົນນັ້ນຍ້າຍອອກໄປ. ເປັນຫຍັງພວກເຂົາຈຶ່ງຢືນຢັດທີ່ຈະພັກຢູ່ເຮືອນຫຼັງນີ້? ມັນເປັນເພາະວ່າຄອບຄົວນີ້ບໍ່ມີເລ່ຫຼ່ຽມ ແລະ ອ່ອນແອ, ບໍ່ເປັນໄພຄຸກຄາມຕໍ່ຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກເຂົາຈະກະທຳການທີ່ບໍ່ດີຫຍັງກໍຕາມ ຫຼື ພວກເຂົາຈະປ່ອຍຕົວສໍ່າໃດກໍຕາມເມື່ອຢູ່ລັບຫຼັງຜູ້ຄົນ, ຄອບຄົວນີ້ກໍຈະບໍ່ລາຍງານພວກເຂົາ. ສະນັ້ນ, ພວກເຂົາຈຶ່ງຊອກຫາສະຖານທີ່ແບບນີ້ເພື່ອພັກເຊົາ. ຫຼັງຈາກນັ້ນໄລຍະໜຶ່ງ, ພວກເຂົາກໍພາພັກພວກທີ່ຊົ່ວຮ້າຍຂອງພວກເຂົາມານຳ ແລະ ພວກເຂົາກໍເຮັດການກະທຳທີ່ບໍ່ດີຂອງພວກເຂົາຢູ່ທີ່ນັ້ນ, ປຶກສາຫາລືກ່ຽວກັບມາດຕະການຕອບໂຕ້ ແລະ ວາງແຜນວິທີການທໍລະມານຄົນນັ້ນຄົນນີ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍປາກົດຕົວໃນຄຣິສຕະຈັກ, ກ່ອນອື່ນໝົດ ພວກເຂົາຈະຊອກຫາຄົນທີ່ພວກເຂົາມັກ ແລະ ສາມາດໃຊ້ປະໂຫຍດໄດ້ ໂດຍຂະຫຍາຍ ແລະ ຮັດແໜ້ນກຳລັງຂອງພວກເຂົາກ່ອນເປັນອັນດັບທຳອິດ. ພວກເຂົາປ່ອຍຜູ້ທີ່ເຂົ້າໃຈຄວາມຈິງໄວ້ກ່ອນໃນຕອນນີ້, ເພື່ອບໍ່ໃຫ້ເປັນອັນຕະລາຍຕໍ່ຕຳແໜ່ງຂອງພວກເຂົາເອງ. ພວກເຂົາຍັງບໍ່ທັນລົບກວນຄວາມເປັນລະບຽບຮຽບຮ້ອຍໃນປັດຈຸບັນເທື່ອ. ຫຼັງຈາກທີ່ຮັດແໜ້ນຕຳແໜ່ງຂອງພວກເຂົາ ແລະ ຊອກຫາຜູ້ສົມຮູ້ຮ່ວມຄິດທີ່ເໝາະສົມໄດ້ແລ້ວ, ພວກເຂົາກໍເລີ່ມປຶກສາຫາລືກ່ຽວກັບມາດຕະການຕອບໂຕ້ເພື່ອທໍລະມານ ແລະ ຈັດການກັບອ້າຍເອື້ອຍນ້ອງທີ່ໄລ່ຕາມຄວາມຈິງເຫຼົ່ານັ້ນ. ພວກເຂົາທໍລະມານ ແລະ ຈັດການກັບຄົນເຫຼົ່ານັ້ນແນວໃດ? ກ່ອນອື່ນໝົດ ພວກເຂົາຊັກຈູງຜູ້ທີ່ເຫັນດີກັບພວກເຂົາ, ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະພວກເຂົາ ແລະ ຜູ້ທີ່ພວກເຂົາສາມາດໃຊ້ປະໂຫຍດໄດ້. ຖ້າມີຄົນທີ່ພວກເຂົາບໍ່ສາມາດຊັກຈູງໄດ້ ຫຼື ຜູ້ທີ່ແຍກແຍະພວກເຂົາໄດ້, ພວກເຂົາກໍຈະຫາຂໍ້ອ້າງ ຫຼື ເຫດຜົນເພື່ອແຍກພວກເຂົາອອກ ຫຼື ຄັດພວກເຂົາອອກ. ອຸປະນິໄສປະເພດໃດທີ່ຖືກເປີດເຜີຍໂດຍພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້? (ຄວາມໂຫດຮ້າຍ.) ບໍ່ວ່າພວກເຂົາຈະຮັບບົດບາດຜູ້ນຳຢູ່ໃສ, ສະຖານທີ່ນັ້ນກໍຈະມີບັນຍາກາດທີ່ເສື່ອມຊາມ. ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກຖືກລົບກວນ. ຖ້າເຈົ້າບໍ່ເຊື່ອຟັງພວກເຂົາ, ເຈົ້າກໍຈະຖືກກົດຂີ່, ຖືກຈຳກັດ ຫຼື ເຖິງກັບຖືກຄັດອອກ ຫຼື ຂັບໄລ່ອອກໄປ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນປະພຶດຕົວຄືກັບນັກເລງ, ຄົນອັນທະພານ ຫຼື ແມ່ຍິງທີ່ຮ້າຍກາດ. ເຖິງແມ່ນວ່າຫຼັງຈາກທີ່ເຊື່ອໃນພຣະເຈົ້າແລ້ວ, ພວກເຂົາກໍຍັງຕ້ອງການໄດ້ຮັບຕຳແໜ່ງ, ວາງອຳນາດບາດໃຫຍ່ໃນເຮືອນຂອງພຣະເຈົ້າ ແລະ ຄວບຄຸມປະຊາກອນທີ່ພຣະເຈົ້າເລືອກ. ດ້ວຍວິທີນີ້, ພວກເຂົາຈຶ່ງເຮັດໃຫ້ຄຣິສຕະຈັກຫຍຸ້ງເຫຍີງ. ຖ້າຜູ້ຄົນຂາດຄວາມສາມາດໃນການແຍກແຍະ, ພວກເຂົາກໍຈະຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງໃນທີ່ສຸດກໍຈະນຳໄປສູ່ຄວາມພິນາດຂອງພວກເຂົາເອງ.

ພວກເຮົາໄດ້ໂອ້ລົມກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຊັກຈູງຜູ້ຄົນເກືອບຈະຈົບແລ້ວ. ໃນຂະນະທີ່ພວກເຈົ້າໄດ້ຟັງເລື່ອງເຫຼົ່ານີ້ທີ່ເຮົາໄດ້ໂອ້ລົມ, ພວກເຈົ້າຮູ້ສຶກວ່າພວກມັນເປັນສິ່ງທີ່ຫາໄດ້ຍາກບໍ? ພວກເຈົ້າປະຫຼາດໃຈບໍ ໂດຍຄິດວ່າ “ສິ່ງນີ້ສາມາດເກີດຂຶ້ນໄດ້ແທ້ບໍ? ນັ້ນເປັນໄປບໍ່ໄດ້, ແມ່ນບໍ? ຄົນແບບນີ້ສາມາດມີຕົວຕົນຢູ່ໃນທ່າມກາງຜູ້ເຊື່ອໄດ້ແນວໃດ?” ໃຫ້ເຮົາບອກພວກເຈົ້າເລີຍວ່າ ມັນສາມາດຮ້າຍແຮງກວ່ານີ້ໄດ້ອີກ. ທຸກຄົນລ້ວນແຕ່ທຳທ່າເຮັດເປັນມີຄວາມເໝືອນມະນຸດເມື່ອພວກເຂົາຢູ່ຕໍ່ໜ້າຄົນອື່ນ ແຕ່ສິ່ງທີ່ພວກເຂົາເປັນຢູ່ເບື້ອງຫຼັງນັ້ນແຫຼະທີ່ເປີດເຜີຍທາດແທ້ຂອງພວກເຂົາ. ຄຳເວົ້າ ແລະ ການກະທຳຂອງພວກເຂົາໃນຂະນະທີ່ຢູ່ຕໍ່ໜ້າຄົນອື່ນເປັນພຽງການປິດບັງ, ເປັນພາບລວງຕາ. ສິ່ງທີ່ພວກເຂົາເວົ້າ ແລະ ເຮັດຢູ່ເບື້ອງຫຼັງນັ້ນແຫຼະທີ່ສະທ້ອນເຖິງຕົວຕົນທີ່ແທ້ຈິງຂອງພວກເຂົາ. ຖ້າຄົນໃດຄົນໜຶ່ງສະແດງອອກແບບໜຶ່ງຢູ່ຕໍ່ໜ້າຜູ້ຄົນ ແລະ ອີກແບບໜຶ່ງຢູ່ເບື້ອງຫຼັງ, ເຈົ້າກໍຄວນຈະສາມາດແຍກແຍະໄດ້ວ່າອັນໃດແທ້ ແລະ ອັນໃດປອມ, ແມ່ນບໍ? ຜູ້ຕໍ່ຕ້ານພຣະຄຣິສອາດຈະເບິ່ງຄືວ່າສຸພາບຫຼາຍເມື່ອຢູ່ຕໍ່ໜ້າຜູ້ຄົນ ແຕ່ຖ້າພວກເຂົາຮູ້ວ່າຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງຢູ່ເບື້ອງຫຼັງ, ພວກເຂົາກໍຈະພົບວ່າມັນໜ້າລັງກຽດ. ພວກເຂົາຈະຮູ້ສຶກວ່າການພົວພັນກັບຜູ້ຕໍ່ຕ້ານພຣະຄຣິສເປັນຄວາມອັບອາຍ, ພວກເຂົາບໍ່ໄດ້ເປັນຄົນຊື່ສັດ ແຕ່ເປັນຄົນຕ່ຳຊ້າ ແລະ ໜ້າລັງກຽດ. ໃນກໍລະນີນັ້ນ, ຜູ້ຕໍ່ຕ້ານພຣະຄຣິສສາມາດເຂົ້າກັບຄົນປົກກະຕິໄດ້ບໍ? ບໍ່, ພວກເຂົາເຂົ້າກັນບໍ່ໄດ້. ນີ້ບໍ່ແມ່ນເລື່ອງຂອງຄົນປົກກະຕິທີ່ມີນິໄສທີ່ບໍ່ດີສອງສາມຢ່າງ ແຕ່ເປັນເລື່ອງຂອງອຸປະນິໄສຂອງພວກເຂົາ. ທັນທີທີ່ເຈົ້າເຫັນອຸປະນິໄສຂອງພວກເຂົາ, ເຈົ້າກໍຈະຮັບຮູ້ວ່າພວກເຂົາບໍ່ໄດ້ເປັນມະນຸດ ແຕ່ເປັນສັດເດຍລະສານ, ເປັນມານຮ້າຍ. ບອກເຮົາມາເບິ່ງ, ມັນຮູ້ສຶກແນວໃດເມື່ອມະນຸດມີປະຕິສຳພັນກັບສັດ? ມັນຄືກັບການເອົາໝູເຂົ້າມາໃນເຮືອນ, ທຳຄວາມສະອາດມັນ, ນຸ່ງເຄື່ອງນ້ອຍໆໃຫ້ມັນ ແລະ ປະຕິບັດຕໍ່ມັນຄືກັບສັດລ້ຽງ. ມື້ຕໍ່ມາ, ເຈົ້າກໍພົບວ່າເຮືອນໄດ້ກາຍເປັນຄອກໝູ. ມັນກິນ, ດື່ມ ແລະ ຖ່າຍຊະຊາຍໃນເຮືອນໂດຍບໍ່ຄຳນຶງເຖິງຄວາມສະອາດເລີຍ. ນັ້ນຄືຕອນທີ່ເຈົ້າຮັບຮູ້ວ່າເຈົ້າບໍ່ສາມາດລ້ຽງໝູດ້ວຍວິທີນີ້ໄດ້, ພວກມັນເປັນສັດ! ຄົນທີ່ເປັນຄືກັບຜູ້ຕໍ່ຕ້ານພຣະຄຣິສອາດຈະເບິ່ງຄືວ່າມີຂີດຄວາມສາມາດ ແລະ ການອົບຮົມສັ່ງສອນບາງຢ່າງຢູ່ພາຍນອກ ຫຼື ພວກເຂົາອາດຈະເຄີຍເປັນບຸກຄົນທີ່ມີຊື່ສຽງໃນສັງຄົມ ເຊິ່ງເຮັດໃຫ້ພວກເຂົາໄດ້ຮັບຄວາມເຄົາລົບບາງຢ່າງ. ແຕ່ພວກເຂົາສ່ວນໃຫຍ່ກໍເປັນຄືກັບສັດ, ບໍ່ມີແມ່ນແຕ່ມະໂນທຳ ແລະ ເຫດຜົນ. ພວກເຂົາມີຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່.) ຖ້າປາສະຈາກຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາຍັງສາມາດຖືກຖືວ່າເປັນມະນຸດໄດ້ບໍ? ພວກເຈົ້າສາມາດຍອມຮັບການນຳພາຂອງພວກເຂົາໄດ້ບໍ? ຈະເກີດຫຍັງຂຶ້ນຖ້າອ້າຍເອື້ອຍນ້ອງຕົກຢູ່ໃນກຳມືຂອງຄົນແບບນັ້ນ? ພວກເຂົາຈະຖືກເຮັດໃຫ້ຫຼົງຜິດ ແລະ ຖືກຊັກຈູງ ແລະ ພວກເຂົາຈະຕ້ອງທົນທຸກຢ່າງແນ່ນອນ. ຜູ້ຕໍ່ຕ້ານພຣະຄຣິສແມ່ນມານຮ້າຍ ແລະ ພວກເຂົາບໍ່ມີມະໂນທຳ ຫຼື ເຫດຜົນ. ຈາກພາຍນອກ, ພວກເຂົາເບິ່ງຄືວ່າມີຄວາມຮັກ, ຄວາມເຂົ້າໃຈ ແລະ ຄວາມເຫັນອົກເຫັນໃຈຕໍ່ຄວາມຫຍຸ້ງຍາກ, ຄວາມອ່ອນແອ ແລະ ຄວາມຕ້ອງການທາງອາລົມຂອງບາງຄົນຫຼາຍ. ໃນຄວາມເປັນຈິງແລ້ວ, ຄົນເຫຼົ່ານີ້ແມ່ນຄົນທີ່ພວກເຂົາໂປດປານ ແລະ ເປັນຄົນທີ່ປະຈົບປະແຈງພວກເຂົາ. ແຕ່ຖ້າຄົນເຫຼົ່ານີ້ຂົ່ມຂູ່ສະຖານະ ຫຼື ຊື່ສຽງຂອງພວກເຂົາ, ແມ່ນແຕ່ຄົນເຫຼົ່ານັ້ນກໍຈະບໍ່ໄດ້ຮັບການປະຕິບັດດ້ວຍຄວາມເມດຕາ ແຕ່ຈະຖືກຈັດການຢ່າງບໍ່ປານີໂດຍໃຊ້ວິທີການທີ່ປະສົງຮ້າຍຍິ່ງກວ່າ ໂດຍປາສະຈາກຄວາມເຫັນອົກເຫັນໃຈ ຫຼື ຄວາມອົດທົນແມ່ນແຕ່ໜ້ອຍດຽວ. ຄວາມຮັກ ແລະ ຄວາມອົດທົນຂອງຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ເປັນການທຳທ່າເຮັດ ແລະ ເປົ້າໝາຍຂອງພວກເຂົາກໍບໍ່ແມ່ນການນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າຢ່າງແນ່ນອນ ແຕ່ເພື່ອເຮັດໃຫ້ຄົນເຫຼົ່ານັ້ນເຄົາລົບບູຊາ ແລະ ຕິດຕາມພວກເຂົາ. ຈຸດປະສົງຂອງພວກເຂົາໃນການຊື້ໃຈຜູ້ຄົນດ້ວຍວິທີນີ້ແມ່ນເພື່ອຮັກສາຕຳແໜ່ງຂອງພວກເຂົາເອງ ແລະ ໃຫ້ໄດ້ຮັບການເຄົາລົບບູຊາ ແລະ ການຕິດຕາມຈາກຜູ້ຄົນ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະໃຊ້ວິທີການໃດເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຊັກຈູງຜູ້ຄົນ, ມີສິ່ງໜຶ່ງທີ່ແນ່ນອນຄື: ພວກເຂົາຈະໃຊ້ຄວາມຄິດຢ່າງໜັກ ແລະ ໃຊ້ທຸກວິທີທາງທີ່ຈຳເປັນເພື່ອເຫັນແກ່ອຳນາດ ແລະ ສະຖານະຂອງພວກເຂົາເອງ. ອີກສິ່ງໜຶ່ງທີ່ແນ່ນອນກໍຄື ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາບໍ່ໄດ້ເຮັດເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ແນ່ນອນວ່າ ພວກເຂົາບໍ່ໄດ້ເຮັດເພື່ອບັນລຸໜ້າທີ່ຂອງພວກເຂົາໃຫ້ດີ; ກົງກັນຂ້າມ, ພວກເຂົາເຮັດເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການກຳອຳນາດພາຍໃນຄຣິສຕະຈັກ. ຍິ່ງໄປກວ່ານັ້ນ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ແນ່ນອນວ່າ ພວກເຂົາບໍ່ຄຳນຶງເຖິງຜົນປະໂຫຍດຂອງປະຊາກອນທີ່ພຣະເຈົ້າເລືອກ. ໃນວັດຈະນານຸກົມຂອງຜູ້ຕໍ່ຕ້ານພຣະຄຣິສ, ການຄຳນຶງເຖິງສອງຢ່າງນີ້ບໍ່ມີຢູ່ຈິງ; ໂດຍທຳມະຊາດແລ້ວພວກເຂົາບໍ່ມີສິ່ງເຫຼົ່ານີ້. ບໍ່ວ່າລະດັບການເປັນຜູ້ນຳຂອງພວກເຂົາຈະເປັນແນວໃດກໍຕາມ, ພວກເຂົາກໍບໍ່ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ປະຊາກອນທີ່ພຣະເຈົ້າເລືອກແມ່ນແຕ່ໜ້ອຍດຽວ. ໃນຄວາມຄິດ ແລະ ມຸມມອງຂອງພວກເຂົາ, ວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້ານັ້ນບໍ່ກ່ຽວຂ້ອງ ແລະ ບໍ່ຢູ່ໃນສາຍຕາຂອງພວກເຂົາເລີຍ. ພວກເຂົາຄິດເຖິງແຕ່ຕຳແໜ່ງຂອງພວກເຂົາເອງ ແລະ ຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ. ຈາກສິ່ງນີ້, ສາມາດເຫັນໄດ້ວ່າແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສນອກຈາກຈະຊົ່ວຊ້າແລ້ວ ຍັງເຫັນແກ່ຕົວ ແລະ ໜ້າລັງກຽດເປັນພິເສດ. ພວກເຂົາພຽງແຕ່ກະທຳການເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ ໂດຍບໍ່ໃສ່ໃຈຕໍ່ຄວາມເປັນຄວາມຕາຍຂອງຄົນອື່ນແມ່ນແຕ່ໜ້ອຍດຽວ. ໃຜກໍຕາມທີ່ເປັນໄພຂົ່ມຂູ່ຕໍ່ຕຳແໜ່ງຂອງພວກເຂົາກໍຈະຖືກກົດຂີ່ ແລະ ກີດກັນຢ່າງບໍ່ປານີ ແລະ ຖືກທໍລະມານຈົນເຖິງທີ່ສຸດ. ບາງຄັ້ງ ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລາຍງານວ່າເຮັດຄວາມຊົ່ວຫຼາຍເກີນໄປ ແລະ ເບື້ອງເທິງຮູ້ເລື່ອງຂອງພວກເຂົາ ແລະ ພວກເຂົາຮູ້ສຶກວ່າພວກເຂົາກຳລັງຈະສູນເສຍຕຳແໜ່ງຂອງພວກເຂົາ, ພວກເຂົາກໍຈະເລີ່ມຮ້ອງໄຫ້ຢ່າງຂົມຂື່ນ. ຈາກພາຍນອກ, ພວກເຂົາເບິ່ງຄືວ່າຈະກັບໃຈ ແລະ ເບິ່ງຄືວ່າຈະຫັນກັບມາຫາພຣະເຈົ້າ ແຕ່ເຫດຜົນທີ່ແທ້ຈິງທີ່ຢູ່ເບື້ອງຫຼັງນໍ້າຕາຂອງພວກເຂົາແມ່ນຫຍັງ? ພວກເຂົາເສຍໃຈຢ່າງແທ້ຈິງກັບສິ່ງໃດ? ພວກເຂົາໂສກເສົ້າ ແລະ ທົນທຸກຍ້ອນວ່າພວກເຂົາໄດ້ສູນເສຍຫົວໃຈຂອງຜູ້ຄົນ, ຕຳແໜ່ງຂອງພວກເຂົາເອງ ແລະ ຊື່ສຽງຂອງພວກເຂົາ. ນີ້ຄືສິ່ງທີ່ແຝງຢູ່ໃນນໍ້າຕາຂອງພວກເຂົາ. ໃນເວລາດຽວກັນ, ພວກເຂົາກໍກຳລັງວາງແຜນສຳລັບບາດກ້າວຕໍ່ໄປຂອງພວກເຂົາແລ້ວ ເພື່ອເຮັດໃຫ້ຕຳແໜ່ງຂອງພວກເຂົາໝັ້ນຄົງ, ຮຽນຮູ້ຈາກຄວາມລົ້ມເຫຼວຂອງພວກເຂົາ ແລະ ກັບຄືນມາອີກຄັ້ງ. ເມື່ອຕັດສິນຈາກພຶດຕິກຳນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາບໍ່ເຄີຍຮູ້ສຶກສຳນຶກຜິດ ຫຼື ທົນທຸກຍ້ອນການກະທຳຜິດຂອງພວກເຂົາ ແລະ ອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາໄດ້ເປີດເຜີຍອອກມາ ແລະ ແນ່ນອນວ່າ ພວກເຂົາຈະບໍ່ຮູ້ຈັກຕົນເອງຢ່າງແທ້ຈິງ ຫຼື ກັບໃຈ. ພວກເຂົາອາດຈະຄຸເຂົ່າລົງຕໍ່ໜ້າພຣະເຈົ້າ, ຮ້ອງໄຫ້ຢ່າງຂົມຂື່ນ, ໄຕ່ຕອງ ແລະ ສາບແຊ່ງຕົນເອງ ແຕ່ນີ້ເປັນພຽງການທຳທ່າທີ່ຕັ້ງໃຈເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ບາງຄົນກໍອາດຈະເຊື່ອວ່າມັນເປັນຂອງແທ້. ມັນເປັນໄປໄດ້ວ່າ ໃນຊ່ວງເວລານັ້ນ ຄວາມຮູ້ສຶກຂອງພວກເຂົາເປັນຂອງແທ້. ເຖິງຢ່າງໃດກໍຕາມ, ຈຳເປັນຕ້ອງຈື່ໄວ້ວ່າຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນສຳນຶກຜິດຢ່າງແທ້ຈິງ. ເຖິງແມ່ນວ່າມື້ໜຶ່ງພວກເຂົາຈະຖືກເປີດເຜີຍ ແລະ ຖືກກຳຈັດ, ພວກເຂົາກໍຈະບໍ່ຮູ້ສຶກສຳນຶກຜິດຢ່າງແທ້ຈິງ. ພວກເຂົາພຽງແຕ່ຈະຍອມຮັບຄວາມລົ້ມເຫຼວຂອງພວກເຂົາເອງ, ຍອມຮັບວ່າພວກເຂົາສະແດງໄດ້ບໍ່ດີ ແລະ ເຮັດໃຫ້ການກະທຳທີ່ຊົ່ວຮ້າຍທັງໝົດຂອງພວກເຂົາຖືກເປີດເຜີຍອອກມາ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເພາະວ່າ ອີງໃສ່ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ກຽດຊັງຄວາມຈິງ ແລະ ພຣະເຈົ້າ, ພວກເຂົາຈະບໍ່ມີວັນຍອມຮັບຄວາມຈິງ. ສະນັ້ນ, ຄວາມຮູ້ກ່ຽວກັບຕົນເອງຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນສິ່ງຈອມປອມຢູ່ສະເໝີ. ພວກເຂົາພຽງແຕ່ຈະຍອມຮັບວ່າພວກເຂົາສູນເສຍຫົວໃຈຂອງຜູ້ຄົນ ເພາະພວກເຂົາລົ້ມເຫຼວໃນການໄຂວ່ຄວ້າໂອກາດເພື່ອຍຶດອຳນາດ ແລະ ເຮັດໃຫ້ຕຳແໜ່ງໝັ້ນຄົງ. ຄວາມສຳນຶກຜິດ ແລະ ຄວາມທຸກທໍລະມານຂອງພວກເຂົາແມ່ນຍ້ອນເຫດຜົນເຫຼົ່ານີ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສຕົກຢູ່ໃນຄວາມທຸກທໍລະມານ, ພວກເຂົາກໍອາດຈະຮ້ອງໄຫ້ເຊັ່ນກັນ ແຕ່ເປັນຫຍັງພວກເຂົາຈຶ່ງຮ້ອງໄຫ້? ມີຫຍັງຢູ່ເບື້ອງຫຼັງນໍ້າຕາຂອງພວກເຂົາ? ພວກເຂົາຮ້ອງໄຫ້ຍ້ອນວ່າການກະທຳທີ່ຊົ່ວຮ້າຍຫຼາຍຢ່າງຂອງພວກເຂົາຖືກເປີດໂປງ ແລະ ພວກເຂົາໄດ້ສູນເສຍຕຳແໜ່ງຂອງພວກເຂົາ. ຖ້າພວກເຂົາສາມາດສຳນຶກຜິດຢ່າງແທ້ຈິງ ແລະ ຮ້ອງໄຫ້ຍ້ອນການເຮັດຜິດ ແລະ ຮູ້ສຶກຜິດບາບຕໍ່ພຣະເຈົ້າ, ພວກເຂົາກໍຄົງຈະບໍ່ກະທຳຄວາມຊົ່ວຮ້າຍຫຼາຍຢ່າງແບບນັ້ນ. ພວກເຂົາບໍ່ມີມະໂນທຳທີ່ຮູ້ສຶກຜິດ ແລະ ບໍ່ຍອມຮັບການກະທຳທີ່ຊົ່ວຮ້າຍຂອງພວກເຂົາ, ແລ້ວຄວາມສຳນຶກຜິດທີ່ແທ້ຈິງຈະເກີດຂຶ້ນໄດ້ແນວໃດ? ຫຼັງຈາກທີ່ເຮັດຄວາມຊົ່ວ, ພວກເຂົາກໍບໍ່ຮູ້ສຶກສຳນຶກຜິດ; ພວກເຂົາເຕັມໄປດ້ວຍຄວາມເມີນເສີຍ, ຮູ້ສຶກແຕ່ວ່າພວກເຂົາເສຍໜ້າ ແລະ ເຮັດໃຫ້ຕົນເອງກາຍເປັນຕົວຕະຫຼົກ. ອາລົມຂອງພວກເຂົາອາດຈະຕົກຕໍ່າລົງເລັກໜ້ອຍ. ເຖິງແມ່ນວ່າພາຍນອກຈະເບິ່ງຄືວ່າບໍ່ມີຫຍັງຜິດປົກກະຕິ ແຕ່ໃນຄວາມເປັນຈິງແລ້ວ ຢູ່ເລິກໆໃນໃຈ ພວກເຂົາກໍປຽບເໝືອນຄົນກືກກິນບໍລະເພັດ, ຕ້ອງທົນທຸກຢູ່ໃນຄວາມງຽບ. ພວກເຂົາປະສົບກັບອາລົມທີ່ປັ່ນປ່ວນໃນໃຈຂອງພວກເຂົາ ແລະ ຮ້ອງໄຫ້ຢ່າງຂົມຂື່ນ ແຕ່ກໍບໍ່ມີຄວາມສຳນຶກຜິດທີ່ແທ້ຈິງ. ນີ້ຄືສະພາວະທີ່ແທ້ຈິງ. ບາງຄັ້ງ ຜູ້ຕໍ່ຕ້ານພຣະຄຣິສອາດຈະເວົ້າຄຳເວົ້າທີ່ຟັງແລ້ວມ່ວນຫູເຊັ່ນ: “ເປັນເພາະຂີດຄວາມສາມາດຂອງຂ້ອຍຕ່ຳ ຂ້ອຍຈຶ່ງເຮັດວຽກໄດ້ບໍ່ດີ ແລະ ຂ້ອຍໄດ້ກະທຳການຂັດຂວາງ ແລະ ການລົບກວນບາງຢ່າງ; ຂ້ອຍບໍ່ໄດ້ເປັນແບບຢ່າງທີ່ດີ ແລະ ບໍ່ຄູ່ຄວນກັບການເປັນຜູ້ນຳ. ຂໍໃຫ້ພຣະເຈົ້າລົງວິໄນ ແລະ ສາບແຊ່ງຂ້ອຍ. ຖ້າພວກເຈົ້າຕັດສິນໃຈທີ່ຈະບໍ່ເລືອກຂ້ອຍເປັນຜູ້ນຳໃນອະນາຄົດ, ຂ້ອຍກໍຈະບໍ່ຈົ່ມວ່າ”. ທັນທີຫຼັງຈາກນີ້, ພວກເຂົາກໍຮ້ອງໄຫ້ອອກມາ. ບາງຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະກໍຮູ້ສຶກສົງສານພວກເຂົາ ແລະ ເວົ້າວ່າ “ຢ່າຮ້ອງໄຫ້ເລີຍ, ພວກເຮົາຈະເລືອກເຈົ້າອີກໃນອະນາຄົດ”. ເມື່ອໄດ້ຍິນແບບນີ້, ພວກເຂົາກໍຢຸດຮ້ອງໄຫ້ທັນທີ. ຕອນນີ້ ພວກເຈົ້າເຫັນທາດແທ້ຂອງພວກເຂົາແລ້ວບໍ? ເມື່ອພວກເຂົາເວົ້າຄຳເວົ້າທີ່ດີສອງສາມຄຳ, ມັນກໍເພື່ອເອົາຊະນະໃຈຜູ້ຄົນ, ເຮັດໃຫ້ພວກເຂົາຫຼົງຜິດ ແລະ ຫຼອກລວງພວກເຂົາ ແລະ ບາງຄົນກໍເຖິງກັບຫຼົງກົນ. ເມື່ອໃດກໍຕາມທີ່ຜູ້ຕໍ່ຕ້ານພຣະຄຣິສຮ້ອງໄຫ້, ມັນກໍມີຈຸດປະສົງແອບແຝງຢູ່ເບື້ອງຫຼັງຢ່າງແນ່ນອນ. ເມື່ອຜູ້ທີ່ເຄົາລົບບູຊາພວກເຂົາເລີ່ມຕັ້ງຄຳຖາມກັບພວກເຂົາ ແລະ ສະຖານະຂອງພວກເຂົາເລີ່ມສັ່ນຄອນ, ພວກເຂົາກໍຮ້ອງໄຫ້. ພວກເຂົາຮູ້ສຶກວຸ່ນວາຍໃຈຫຼາຍຈົນກິນບໍ່ໄດ້ນອນບໍ່ຫຼັບ ໂດຍບອກຄອບຄົວຂອງພວກເຂົາຊໍ້າແລ້ວຊໍ້າອີກວ່າ “ຂ້ອຍຈະມີຊີວິດຢູ່ຕໍ່ໄປໄດ້ແນວໃດ ຖ້າຂ້ອຍບໍ່ໄດ້ຢູ່ໃນບົດບາດຜູ້ນຳ?” ຄອບຄົວຂອງພວກເຂົາກໍຕອບວ່າ “ເມື່ອກ່ອນເຈົ້າກໍມີຊີວິດທີ່ດີຢູ່ແລ້ວໂດຍທີ່ບໍ່ມີສະຖານະ, ບໍ່ແມ່ນບໍ? ເປັນຫຍັງເຈົ້າຈຶ່ງມີຊີວິດຢູ່ຕໍ່ໄປບໍ່ໄດ້?” ພວກເຂົາກໍຕອບວ່າ “ຖ້າບໍ່ແມ່ນຍ້ອນສະຖານະຂອງຂ້ອຍ, ຂ້ອຍຈະໄດ້ຮັບຜົນປະໂຫຍດເຫຼົ່ານີ້ບໍ? ພວກເຮົາຈະມີຊີວິດທີ່ດີແບບນີ້ບໍ? ເປັນຫຍັງເຈົ້າຈຶ່ງໂງ່ແທ້?” ຢູ່ບ້ານ, ບາງຄົນກໍເວົ້າອອກມາຢ່າງເປີດເຜີຍວ່າ “ການມີຊີວິດຢູ່ໂດຍບໍ່ມີສະຖານະຈະມີປະໂຫຍດຫຍັງ? ຄວາມໝາຍຂອງຊີວິດແມ່ນຫຍັງ? ຄອບຄົວຂອງພວກເຮົາມີພຽງສອງສາມຄົນ ແລະ ຢູ່ບ້ານຂ້ອຍກໍສາມາດຮັບຜິດຊອບໄດ້ພຽງສອງສາມຄົນນີ້ເທົ່ານັ້ນ. ຂ້ອຍເປັນພຽງຫົວໜ້າຄອບຄົວ ແລະ ສະຖານະຂອງຂ້ອຍກໍບໍ່ໄດ້ສູງສົ່ງ. ຂ້ອຍຄວນດຳລົງຕຳແໜ່ງໃນຄຣິສຕະຈັກ; ຖ້າບໍ່ດັ່ງນັ້ນ, ຊີວິດຂອງຂ້ອຍກໍຈະສູນເປົ່າ. ນອກຈາກນີ້, ຖ້າບໍ່ມີຕຳແໜ່ງນີ້ໃນຄຣິສຕະຈັກ, ຄອບຄົວຂອງພວກເຮົາຈະມີຊີວິດທີ່ດີແບບນີ້ໄດ້ບໍ?” ເມື່ອປິດປະຕູຢູ່ກັນຕາມລຳພັງ ພວກເຂົາກໍເວົ້າຢ່າງກົງໄປກົງມາ ແລະ ຄວາມທະເຍີທະຍານຂອງພວກເຂົາກໍຖືກເປີດເຜີຍອອກມາ. ນີ້ບໍ່ແມ່ນບຸກຄົນທີ່ບໍ່ມີຢາງອາຍບໍ? ການເຮັດໃຫ້ຫຼົງຜິດຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນການກະທຳຜິດທີ່ເກີດຂຶ້ນເປັນບາງຄັ້ງບາງຄາວ, ມັນບໍ່ແມ່ນຄວາມບໍ່ຕັ້ງໃຈ. ຖ້າສິ່ງເຫຼົ່ານີ້ເປັນການກະທຳທີ່ບໍ່ດີທີ່ເກີດຂຶ້ນເປັນບາງຄັ້ງບາງຄາວ ແລະ ບໍ່ໄດ້ຕັ້ງໃຈ, ພວກເຂົາກໍຈະບໍ່ຖືກຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດຢ່າງຕັ້ງໃຈ; ພວກເຂົາຖືກທຳມະຊາດຂອງຊາຕານຄວບຄຸມ. ນີ້ຄືເຫດຜົນທີ່ພວກເຂົາເຮັດໃຫ້ຜູ້ຄົນຫຼົງຜິດຢ່າງສະໝໍ່າສະເໝີ ໂດຍຕັ້ງໃຈໃຊ້ວິທີນີ້ເພື່ອຄວບຄຸມຄົນເຫຼົ່ານັ້ນ ແລະ ໃນທີ່ສຸດກໍຍຶດອຳນາດ. ຄວາມຈິງແລ້ວ, ຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນແມ່ນເພື່ອເຮັດໃຫ້ຄົນເຫຼົ່ານັ້ນຟັງພວກເຂົາ, ຕິດຕາມການນຳພາຂອງພວກເຂົາ ແລະ ຫ່າງເຫີນຈາກພຣະເຈົ້າ. ເຈດຕະນາຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນຊັດເຈນຫຼາຍ; ພວກເຂົາມີເປົ້າໝາຍທີ່ຈະຍາດແຍ່ງຜູ້ຄົນແຂ່ງກັບພຣະເຈົ້າ. ການກະທຳຂອງພວກເຂົາບໍ່ແມ່ນການເປີດເຜີຍຄວາມເສື່ອມຊາມພຽງຊົ່ວຄາວ ແລະ ບໍ່ໄດ້ເຮັດໄປຕາມອາລົມຊົ່ວວູບ ໂດຍຄວບຄຸມຕົນເອງບໍ່ໄດ້ ແລະ ແນ່ນອນວ່າບໍ່ໄດ້ຖືກສະຖານະການພິເສດບັງຄັບ. ມັນເປັນຍ້ອນທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ເພີ່ມຂຶ້ນຂອງພວກເຂົາ, ອຸປະນິໄສທີ່ແຝງຊົ່ວຂອງພວກເຂົາ ແລະ ກົນອຸບາຍຫຼາຍຢ່າງຂອງພວກເຂົາຢ່າງສິ້ນເຊີງ. ຄວາມສາມາດຂອງພວກເຂົາໃນການເຮັດສິ່ງເຫຼົ່ານີ້ໃນຕອນນີ້ແມ່ນຖືກກຳນົດໂດຍແກ່ນແທ້ທຳມະຊາດຂອງພວກເຂົາ: ຫຼັງຈາກທີ່ເຊື່ອໃນພຣະເຈົ້າ, ພວກເຂົາກໍໄດ້ເຊື່ອງເຈດຕະນາ ແລະ ກົນອຸບາຍເຫຼົ່ານີ້ໄວ້, ພຽງແຕ່ລໍຖ້າທີ່ຈະກາຍເປັນຜູ້ນຳເພື່ອເລີ່ມຕົ້ນເຮັດໃຫ້ຄວາມຝັນເຫຼົ່ານີ້ກາຍເປັນຈິງ ແລະ ບັນລຸເປົ້າໝາຍຂອງພວກເຂົາ. ນີ້ຄືສະພາວະທີ່ແທ້ຈິງຂອງຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງບໍ່ຜິດພ້ຽນ.

ຈາກເນື້ອຫາທີ່ໄດ້ໂອ້ລົມຂ້າງເທິງ, ພວກເຈົ້າຄວນເຂົ້າໃຈຄວາມຈິງທີ່ພວກເຈົ້າຈຳເປັນຕ້ອງເຂົ້າສູ່. ໃນດ້ານໜຶ່ງ, ພວກເຈົ້າຄວນແຍກແຍະຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍທີ່ສະແດງພຶດຕິກຳ ແລະ ແກ່ນແທ້ທຳມະຊາດດັ່ງກ່າວ. ໃນອີກດ້ານໜຶ່ງ, ພວກເຈົ້າຍັງຄວນປຽບທຽບຕົນເອງເພື່ອເບິ່ງວ່າພວກເຈົ້າສະແດງພຶດຕິກຳເຫຼົ່ານີ້ອອກມາ ຫຼື ບໍ່. ຕອນນີ້ ຖ້າພວກເຈົ້າສາມາດພົບຄວາມສອດຄ່ອງລະຫວ່າງສິ່ງທີ່ພວກເຈົ້າເວົ້າກັບສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ ຫຼື ຖ້າພວກເຈົ້າທັງສອງສະແດງພຶດຕິກຳດຽວກັນໃນສະຖານະການທີ່ຄ້າຍຄືກັນ, ແລ້ວພວກເຈົ້າສາມາດແຍກແຍະຄວາມຄ້າຍຄືກັນໃນອຸປະນິໄສທີ່ຖືກເປີດເຜີຍຂອງພວກເຈົ້າ ຫຼື ໃນການປະຕິບັດລະຫວ່າງພວກເຈົ້າກັບຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? ພວກເຈົ້າສາມາດເຂົ້າໃຈຄວາມຈິງທີ່ໂອ້ລົມຢູ່ນີ້ຜ່ານບາງຕົວຢ່າງທີ່ເຮົາໂອ້ລົມ ຫຼື ລາຍລະອຽດ, ຄຳເວົ້າ ແລະ ການກະທຳທີ່ຖືກອະທິບາຍໃນຕົວຢ່າງເຫຼົ່ານັ້ນໄດ້ບໍ ຫຼື ພວກເຈົ້າສາມາດເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນທີ່ຖືກເປີດໂປງຢູ່ນີ້ໄດ້ບໍ? ພວກເຈົ້າສາມາດຟັງແບບນີ້ໄດ້ບໍ? ພວກເຈົ້າກຳລັງຟັງຈາກມຸມມອງໃດ? ຖ້າພວກເຈົ້າກຳລັງແຍກແຍະອຸປະນິໄສ ແລະ ແກ່ນແທ້ເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເບິ່ງພຶດຕິກຳ ແລະ ການປະຕິບັດເຫຼົ່ານີ້ຈາກມຸມມອງຂອງຜູ້ສັງເກດການຢ່າງສິ້ນເຊີງ, ພວກເຈົ້າຈະສາມາດໄດ້ຮັບຄວາມຈິງໄດ້ບໍ? (ບໍ່.) ແລ້ວພວກເຈົ້າຄວນຟັງຈາກມຸມມອງໃດ? (ການປຽບທຽບຕົນເອງ.) ປຽບທຽບຕົນເອງ, ນີ້ຄືສິ່ງທີ່ເປັນພື້ນຖານທີ່ສຸດ. ມີຫຍັງອີກ? (ປະກອບຄວາມຈິງໃຫ້ຕົນເອງ.) ຖືກຕ້ອງ, ພວກເຈົ້າຕ້ອງເຂົ້າໃຈຄວາມຈິງທີ່ພວກເຈົ້າຈຳເປັນຕ້ອງເຂົ້າໃຈພາຍໃນທຸກໆຕົວຢ່າງທີ່ເຮົາໂອ້ລົມ. ຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານສາມາດເຂົ້າໃຈໄດ້ພຽງແຕ່ຂໍ້ເທັດຈິງເທົ່ານັ້ນ ໃນຂະນະທີ່ຜູ້ທີ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ມີຂີດຄວາມສາມາດທີ່ດີສາມາດເຂົ້າໃຈ ແລະ ໄດ້ຮັບຄວາມຈິງຈາກຕົວຢ່າງເຫຼົ່ານັ້ນ. ພວກເຈົ້າສາມາດແຍກແຍະຄວາມຈິງທີ່ກ່ຽວຂ້ອງໃນເລື່ອງລາວ ແລະ ຕົວຢ່າງທີ່ໄດ້ໂອ້ລົມກັນໄປແລ້ວໄດ້ບໍ? ການໂອ້ລົມກ່ຽວກັບເລື່ອງລາວ ຫຼື ຕົວຢ່າງບາງຢ່າງແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຊື່ອມໂຍງພວກມັນເຂົ້າກັບຄວາມເປັນຈິງ, ເພື່ອໃຫ້ເຂົ້າໃຈບັນຫາຕ່າງໆທີ່ສະທ້ອນໃຫ້ເຫັນໃນຄວາມເປັນຈິງໄດ້ດີຂຶ້ນ ແລະ ເພື່ອເຮັດໃຫ້ພວກເຂົາມີຄວາມປະທັບໃຈທີ່ເລິກເຊິ່ງຕໍ່ການສະແດງອອກ ແລະ ແກ່ນແທ້ຕ່າງໆທີ່ກ່ຽວຂ້ອງກັບຄວາມຈິງດ້ານນີ້. ເວົ້າອີກຢ່າງໜຶ່ງກໍຄື ເມື່ອເວົ້າເຖິງຄວາມຈິງ ຫຼື ແກ່ນແທ້ທຳມະຊາດຂອງດ້ານນີ້, ເຈົ້າກໍຈະຄິດເຖິງຕົວຢ່າງ ຫຼື ສະຖານະການທີ່ສະເພາະເຈາະຈົງ. ດ້ວຍວິທີນັ້ນ, ເມື່ອເຈົ້າເຂົ້າໃຈຕົນເອງ ຫຼື ແຍກແຍະຄົນອື່ນ, ເຈົ້າກໍຈະມີຄວາມເຂົ້າໃຈທີ່ເຫັນພາບຊັດເຈນ ເຊິ່ງເຂົ້າໃຈໄດ້ງ່າຍກວ່າ, ສຳພັນກັບຊີວິດຈິງຫຼາຍກວ່າ ແລະ ເປັນຮູບປະທຳກວ່າການອ່ານແຕ່ທິດສະດີ ຫຼື ຂໍ້ຄວາມ. ຖ້າມັນເປັນພຽງຂໍ້ຄວາມ ແລະ ເຈົ້າບໍ່ມີປະສົບການກັບມັນ, ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຂໍ້ຄວາມນັ້ນກໍອາດຈະຖືກຈຳກັດຢູ່ພຽງແຕ່ຄຳເວົ້າເຫຼົ່ານັ້ນ, ຖືກບີບຄັ້ນໂດຍປະສົບການທີ່ຈຳກັດຂອງເຈົ້າເອງຢູ່ສະເໝີ ແລະ ຍັງຄົງຢູ່ພາຍໃນຂອບເຂດນັ້ນເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າເຮົາເພີ່ມຕົວຢ່າງບາງຢ່າງ, ລວມເອົາເລື່ອງລາວສອງສາມເລື່ອງ, ເຫດການສອງສາມຢ່າງ, ຄຳເວົ້າ ແລະ ການກະທຳທີ່ສະເພາະເຈາະຈົງ ແລະ ພຶດຕິກຳເຂົ້າໃນການໂອ້ລົມຂອງເຮົາ, ມັນກໍຈະມີຜົນຊ່ວຍເສີມຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງໃນດ້ານນີ້. ຖ້າບັນລຸຜົນນີ້ໄດ້, ມັນກໍໝາຍຄວາມວ່າເຈົ້າໄດ້ເຂົ້າໃຈຄວາມຈິງດ້ານນີ້ແລ້ວ. ເຈົ້າຕ້ອງບັນລຸຄວາມເຂົ້າໃຈໃນລະດັບໃດຈຶ່ງຈະນັບວ່າເປັນການເຂົ້າໃຈ? ມັນບໍ່ຈຳເປັນຕ້ອງເປັນ 100 ເປີເຊັນ ແຕ່ຄວາມເຂົ້າໃຈ, ການນິຍາມ, ແນວຄິດ ແລະ ຄວາມຮູ້ຂອງເຈົ້າກ່ຽວກັບຄວາມຈິງດ້ານນີ້ຢ່າງໜ້ອຍກໍຄວນຈະໜັກແໜ້ນ. ຄວາມໜັກແໜ້ນນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າມັນກາຍເປັນສິ່ງທີ່ຂ້ອນຂ້າງບໍລິສຸດ ໂດຍພື້ນຖານແລ້ວແມ່ນປາສະຈາກຄວາມຮູ້, ຄວາມຄິດຫຼົງຜິດ, ຈິນຕະນາການ ຫຼື ການຄາດເດົາຂອງມະນຸດປົນເປຢູ່ ຫຼື ມີສິ່ງເຫຼົ່ານີ້ປົນເປຢູ່ໜ້ອຍລົງ. ເຫຼົ່ານີ້ຄືປະໂຫຍດທີ່ຕົວຢ່າງດັ່ງກ່າວມີ. ເຈົ້າອາດຈະຮູ້ຈັກຜູ້ຄົນ ຫຼື ເຫດການທີ່ເຮົາກ່າວເຖິງໃນບາງຕົວຢ່າງເຫຼົ່ານີ້ ຫຼື ເຖິງກັບເຄີຍຕິດຕໍ່ ແລະ ຄຸ້ນເຄີຍກັບຄົນດັ່ງກ່າວເປັນຢ່າງດີ ຫຼື ເຈົ້າອາດຈະເຄີຍສຳຜັດກັບເຫດການດັ່ງກ່າວ ແລະ ເຖິງກັບໄດ້ເຫັນຂະບວນການທັງໝົດຂອງຄົນເຫຼົ່ານີ້ທີ່ເຮັດສິ່ງດັ່ງກ່າວ. ແຕ່ມັນມີຜົນປະໂຫຍດຫຍັງຕໍ່ຄວາມເຂົ້າໃຈ ແລະ ການຮັບຮູ້ຄວາມຈິງຂອງເຈົ້າ? ມັນເປັນໄປໄດ້ວ່າເຈົ້າອາດຈະເຄີຍອາໄສຢູ່ຮ່ວມກັບຄົນດັ່ງກ່າວ, ເຈົ້າເຄີຍເຫັນເລື່ອງລາວແບບນີ້ເກີດຂຶ້ນ ແລະ ໄດ້ສຳຜັດກັບທຸກສິ່ງທຸກຢ່າງທີ່ເກີດຂຶ້ນໃນເລື່ອງລາວເຫຼົ່ານີ້ດ້ວຍຕົວເຈົ້າເອງ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າເຈົ້າຈະເຂົ້າໃຈຄວາມຈິງດ້ານນີ້ສະເໝີໄປ. ຄຳເວົ້ານີ້ຂອງເຮົາໝາຍຄວາມວ່າແນວໃດ? ຢ່າຄິດໄປເອງວ່າ ຍ້ອນເຈົ້າຮູ້ຈັກ ຫຼື ຄຸ້ນເຄີຍກັບບຸກຄົນ ຫຼື ເຫດການທີ່ເຮົາກຳລັງເວົ້າເຖິງ, ເຈົ້າຈຶ່ງບໍ່ຈຳເປັນຕ້ອງຟັງລາຍລະອຽດ ຫຼື ຄວາມຈິງ ແລະ ເນື້ອຫາສະເພາະທີ່ໂອ້ລົມຢູ່ນີ້. ນັ້ນຈະເປັນຄວາມຜິດພາດຄັ້ງໃຫຍ່. ເຖິງແມ່ນວ່າຄົນຜູ້ນັ້ນຈະເປັນຄົນທີ່ເຈົ້າຄຸ້ນເຄີຍຢ່າງໃກ້ຊິດ, ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ເຂົ້າໃຈ ແລະ ກຳແໜ້ນຄວາມຈິງຢູ່ນີ້ແລ້ວ. ເປັນຫຍັງເຮົາຈຶ່ງເຕືອນພວກເຈົ້າກ່ຽວກັບເລື່ອງນີ້? ມັນກໍເພື່ອປ້ອງກັນບໍ່ໃຫ້ພວກເຈົ້າໝົກໝົ້ນຢູ່ກັບລາຍລະອຽດ. ເມື່ອໃດກໍຕາມທີ່ພວກເຈົ້າເຫັນຄົນໃດຄົນໜຶ່ງເຮັດບາງສິ່ງບາງຢ່າງແບບນີ້ ແລະ ພຣະເຈົ້າຍົກພວກເຂົາຂຶ້ນມາເປັນຕົວຢ່າງ, ພວກເຈົ້າກໍເຍາະເຍີ້ຍພວກເຂົາ ແລະ ດູຖູກຄົນແບບນັ້ນ. ນີ້ເປັນທັດສະນະຄະຕິທີ່ຖືກຕ້ອງທີ່ມີຕໍ່ຄວາມຈິງບໍ? (ບໍ່.) ນີ້ແມ່ນທັດສະນະຄະຕິແບບໃດ? ນີ້ບໍ່ແມ່ນການຫຼົງທາງບໍ? ນີ້ຄືການຈັບໃຈຄວາມທີ່ບິດເບືອນ. ມັນເປັນຍ້ອນຕົວຢ່າງ, ເລື່ອງລາວ ແລະ ບຸກຄົນ ແລະ ເຫດການທີ່ສະເພາະເຈາະຈົງທີ່ເຫັນພາບຊັດເຈນເຫຼົ່ານີ້ ທຸກຄົນຈຶ່ງສາມາດຮູ້ຄຸນຄ່າຢ່າງແທ້ຈິງວ່າການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນເປັນແນວໃດ, ເພື່ອໃຫ້ໄດ້ເຫັນຢ່າງແທ້ຈິງວ່າການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທຳມະຊາດຂອງຜູ້ຄົນເປັນແນວໃດ, ແກ່ນແທ້ທຳມະຊາດຂອງຜູ້ຄົນແມ່ນຫຍັງ, ອຸປະນິໄສທີ່ເສື່ອມຊາມແມ່ນຫຍັງ, ຄົນທີ່ມີອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທຳມະຊາດບາງປະເພດຍ່າງໃນເສັ້ນທາງແບບໃດ, ພວກເຂົາຮັກຫຍັງ, ອາລົມຄວາມຮູ້ສຶກຂອງພວກເຂົາເປັນແນວໃດ, ພວກເຂົາປະພຶດຕົນ ແລະ ວາງຕົວໃນສັງຄົມແນວໃດ ແລະ ມຸມມອງຕໍ່ຊີວິດຂອງພວກເຂົາແມ່ນຫຍັງ, ຫຼັກການໃນການຈັດການກັບສິ່ງຕ່າງໆຂອງພວກເຂົາແມ່ນຫຍັງ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ຄວາມຈິງອາດຈະເປັນແນວໃດ. ມັນເປັນຍ້ອນຕົວຢ່າງເຫຼົ່ານີ້, ບຸກຄົນ ແລະ ເຫດການທີ່ສະເພາະເຈາະຈົງທີ່ເປັນຮູບປະທຳເຫຼົ່ານີ້ຢ່າງແນ່ນອນ ຜູ້ຄົນຈຶ່ງສາມາດປະສົມປະສານຄວາມເປັນຈິງຄວາມຈິງເຂົ້າກັບການເປີດເຜີຍຂອງພຣະເຈົ້າກ່ຽວກັບແກ່ນແທ້ຂອງມະນຸດໄດ້ດີຂຶ້ນ ຈົນບັນລຸມຸມມອງທີ່ຊັດເຈນຂຶ້ນ ແລະ ຖືກຕ້ອງຂຶ້ນກ່ຽວກັບພວກມັນ. ແລ້ວຄຳເວົ້າເຫຼົ່ານີ້ຂອງເຮົາມີຄວາມໝາຍແຝງວ່າແນວໃດ? ມັນກໍຄື ເຈົ້າບໍ່ຄວນຖືເບົາເລື່ອງລາວເຫຼົ່ານີ້. ບໍ່ວ່າເຮົາຈະເລົ່າເລື່ອງລາວປະເພດໃດ, ເປັນເລື່ອງລາວຂອງໃຜ ຫຼື ເປັນເລື່ອງລາວຂອງຄົນປະເພດໃດກໍຕາມ, ມັນກໍມີພຽງເປົ້າໝາຍດຽວເທົ່ານັ້ນ ແລະ ນັ້ນກໍຄືການຊ່ວຍໃຫ້ເຈົ້າເຂົ້າໃຈຄວາມຈິງ. ຖ້າເຈົ້າໄດ້ຮັບຄວາມຈິງຈາກມັນ, ແລ້ວຜົນທີ່ຕ້ອງການກໍບັນລຸແລ້ວ. ສະນັ້ນ, ເລື່ອງລາວເຫຼົ່ານີ້ອາດຈະເຮັດໃຫ້ເຈົ້າເຂົ້າໃຈຄວາມຈິງບາງຢ່າງພຽງຜິວເຜີນໃນຄັ້ງທຳອິດທີ່ເຈົ້າໄດ້ຍິນພວກມັນ, ເພື່ອໃຫ້ກຳແໜ້ນຄວາມໝາຍຜິວເຜີນ ຫຼື ການຕີຄວາມໝາຍຕາມຕົວອັກສອນ. ເຖິງຢ່າງໃດກໍຕາມ, ເມື່ອວຸດທິພາວະຂອງເຈົ້າສືບຕໍ່ເພີ່ມຂຶ້ນ, ເມື່ອອາຍຸຂອງເຈົ້າເພີ່ມຂຶ້ນ, ເມື່ອເຈົ້າເຕີບໃຫຍ່ໃນຊີວິດຜ່ານສະຖານະການຕ່າງໆ, ຊີວິດຂອງເຈົ້າກໍຈະຄ່ອຍໆເຕີບໃຫຍ່ຂຶ້ນເຊັ່ນກັນ ແລະ ເຈົ້າກໍຈະມີຄວາມເຂົ້າໃຈທີ່ແຕກຕ່າງກັນກ່ຽວກັບເຫດການໃນເລື່ອງລາວເຫຼົ່ານີ້ ແລະ ແກ່ນແທ້ທຳມະຊາດ, ພຶດຕິກຳ ແລະ ການສະແດງອອກຂອງບຸກຄົນຕ່າງໆທີ່ສະທ້ອນໃຫ້ເຫັນຢູ່ນີ້. ຄວາມເຂົ້າໃຈເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ພວກມັນມາຈາກຄວາມຈິງທີ່ກ່ຽວຂ້ອງໃນເລື່ອງລາວເຫຼົ່ານີ້, ບໍ່ໄດ້ມາຈາກຕົວເລື່ອງລາວເອງ. ຖ້າມັນເປັນພຽງການເລົ່າເລື່ອງ, ຄືກັບເລື່ອງ “ເດັກນ້ອຍລ້ຽງແກະທີ່ມັກຕົວະ”, ແລ້ວຫຼັງຈາກທີ່ເຈົ້າຟັງມັນ, ມັນກໍຈົບພຽງເທົ່ານັ້ນ; ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ມັນພຽງແຕ່ສອນຜູ້ຄົນໃຫ້ຮູ້ວິທີປະພຶດຕົນ: ມັນກົງໄປກົງມາ ແລະ ຜິວເຜີນຫຼາຍ. ແຕ່ເມື່ອເວົ້າເຖິງຄວາມຈິງ, ຄວາມເລິກເຊິ່ງຂອງເລື່ອງລາວດັ່ງກ່າວນັ້ນໄປໄກກວ່າຄວາມໝາຍຜິວເຜີນທີ່ຄົນເຮົາສາມາດເຂົ້າໃຈໄດ້ຢ່າງງ່າຍດາຍ. ມັນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທຳມະຊາດຂອງຜູ້ຄົນ ເຊິ່ງກ່ຽວຂ້ອງກັບວິທີການແຍກແຍະຜູ້ຄົນ, ວິທີການເລືອກເສັ້ນທາງຂອງຕົນເອງ, ວິທີການເຂົ້າຫາຄວາມຈິງ ແລະ ທັດສະນະຄະຕິຂອງຜູ້ຄົນຄວນເປັນແນວໃດໃນການຕອບສະໜອງຕໍ່ຂໍ້ກຳນົດຂອງພຣະເຈົ້າ. ມັນກ່ຽວຂ້ອງກັບສິ່ງທີ່ຜູ້ຄົນຄວນປະຕິເສດ ແລະ ສິ່ງທີ່ພວກເຂົາຄວນຍຶດໝັ້ນ. ຖ້າພວກເຈົ້າສາມາດຟັງດ້ວຍວິທີນີ້, ທຸກຄັ້ງທີ່ພວກເຈົ້າໄດ້ຍິນການເທດສະໜາ ພວກເຈົ້າກໍຈະໄດ້ຮັບບາງສິ່ງບາງຢ່າງ, ພວກເຈົ້າຈະໄດ້ຮັບແສງສະຫວ່າງຫຼາຍຂຶ້ນ ແລະ ເຂົ້າໃຈຫຼັກການຫຼາຍຂຶ້ນກ່ຽວກັບດ້ານຕ່າງໆຂອງຄວາມຈິງ ແລະ ໄດ້ສຳຜັດກັບການເຂົ້າສູ່ຊີວິດບາງຢ່າງ. ເມື່ອອາຍຸຂອງຜູ້ຄົນເພີ່ມຂຶ້ນ, ເມື່ອເວລາຜ່ານໄປ, ເມື່ອສະພາບສັງຄົມປ່ຽນແປງ, ເມື່ອກະແສປ່ຽນໄປ, ຄວາມຈິງກໍຍັງຄົງເຮັດວຽກຢູ່ພາຍໃນຫົວໃຈຂອງຜູ້ຄົນ ແລະ ພວກເຂົາກໍຈະຮູ້ວິທີປະຕິບັດຄວາມຈິງ ແລະ ວິທີເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໂດຍອີງໃສ່ຄວາມຈິງ. ນີ້ຄືຄວາມໝາຍຂອງການໄດ້ຮັບຊີວິດ, ຄວາມຈິງສາມາດກາຍເປັນຊີວິດຂອງຄົນເຮົາໄດ້. ສະນັ້ນ, ບໍ່ວ່າຈະເລົ່າເລື່ອງລາວຕອນໃດກໍຕາມ, ຢ່າຟັງພຽງຄັ້ງດຽວແລ້ວກໍຖືວ່າຈົບ. ຈົ່ງຟັງຕໍ່ໄປ ແລະ ຖ້າເຈົ້າບໍ່ເຂົ້າໃຈ, ເຈົ້າກໍສາມາດໂອ້ລົມກ່ຽວກັບມັນໄດ້. ຖ້າເຈົ້າພົບວ່າມັນຍາກທີ່ຈະເຂົ້າໃຈໃນຂັ້ນຕອນປັດຈຸບັນຂອງເຈົ້າ, ມັນອາດຈະເປັນຍ້ອນວຸດທິພາວະຂອງເຈົ້າຍັງບໍ່ພຽງພໍ. ໃນກໍລະນີນັ້ນ, ຈົ່ງຟັງສິ່ງທີ່ເຈົ້າສາມາດເຂົ້າໃຈໄດ້ ແລະ ເລືອກສິ່ງທີ່ເໝາະສົມກັບວຸດທິພາວະໃນປັດຈຸບັນຂອງເຈົ້າ. ຖ້າເລື່ອງລາວເບິ່ງຄືວ່າຊັດເຈນເມື່ອເຈົ້າໄດ້ຍິນ ແຕ່ຕໍ່ມາພັດເບິ່ງຄືວ່າເລິກເຊິ່ງ, ຖ້າມັນເກີນຄວາມເຂົ້າໃຈຂອງເຈົ້າ ຫຼື ບໍ່ສອດຄ່ອງກັບປະສົບການ ແລະ ສະພາບຊີວິດຂອງເຈົ້າໃນຂັ້ນຕອນນີ້, ແລ້ວກໍຈົ່ງເກັບມັນໄວ້ໃນໃຈຂອງເຈົ້າ ແລະ ປ່ອຍໃຫ້ມັນປະທັບຢູ່ໃນໃຈຂອງເຈົ້າ. ເມື່ອເຈົ້າພົບກັບສະຖານະການທີ່ຄ້າຍຄືກັນໃນພາຍຫຼັງ, ສິ່ງທີ່ເຈົ້າໄດ້ເກັບໄວ້ໃນໃຈຂອງເຈົ້າກໍອາດຈະຜຸດຂຶ້ນມາໃນຄວາມຄິດຂອງເຈົ້າ. ມັນກໍຄືກັບຄຳສັບ ແລະ ສຳນວນທີ່ເຈົ້າໄດ້ສຶກສາ ຫຼື ຂໍ້ມູນທີ່ສະໝອງຂອງເຈົ້າໄດ້ຊຶມຊັບເຂົ້າໄປ. ເຈົ້າຄິດເຖິງພວກມັນທຸກມື້ບໍ? ອາດຈະບໍ່. ໂດຍປົກກະຕິແລ້ວເຈົ້າບໍ່ໄດ້ໝົກໝົ້ນຢູ່ກັບພວກມັນ ແຕ່ເມື່ອເຈົ້າພົບວ່າຕົນເອງຢູ່ໃນສະພາບແວດລ້ອມທີ່ສຳນວນ, ຄຳສັບ ຫຼື ຂໍ້ມູນເຫຼົ່ານີ້ມີຄວາມກ່ຽວຂ້ອງ, ບາງສິ່ງບາງຢ່າງໃນນັ້ນກໍຈະຜຸດຂຶ້ນມາໃນຄວາມຄິດຂອງເຈົ້າ. ຜູ້ຄົນມີຄວາມຊົງຈຳ ແລະ ໂດຍທຳມະຊາດແລ້ວພວກເຂົາກໍຈະເກັບຮັກສາບາງສິ່ງບາງຢ່າງໄວ້ໃນຄວາມຄິດຂອງພວກເຂົາ. ສິ່ງເຫຼົ່ານີ້ພຽງພໍສຳລັບເຈົ້າທີ່ຈະໃຊ້ໃນຊີວິດປະຈຳວັນ ແລະ ສາມາດເປັນປະໂຫຍດໄດ້ໃນລະດັບໜຶ່ງ ແຕ່ຖ້າເຈົ້າຕັ້ງໃຈພະຍາຍາມໃຊ້ພວກມັນ ແລະ ນຳໃຊ້ກົດລະບຽບຢ່າງເຄັ່ງຄັດ, ເຈົ້າກໍມີແນວໂນ້ມທີ່ຈະເຮັດຜິດພາດຫຼາຍກວ່າ. ເຈົ້າຄວນເລືອກຟັງໂດຍອີງໃສ່ວຸດທິພາວະຂອງເຈົ້າເອງ ແລະ ສະຖານະການທີ່ເຈົ້າເຄີຍປະສົບມາ. ດ້ວຍວິທີນີ້, ຄວາມຄືບໜ້າຂອງເຈົ້າກໍຈະໄວຂຶ້ນ. ຜູ້ທີ່ຮູ້ວິທີຟັງກໍຈະໄດ້ຮັບຫຼາຍກວ່າ ໃນຂະນະທີ່ຜູ້ທີ່ບໍ່ຮູ້ກໍຈະໄດ້ຮັບໜ້ອຍກວ່າ ຫຼື ບາງທີອາດຈະບໍ່ໄດ້ຮັບຫຍັງເລີຍ. ພວກເຂົາອາດຈະຮູ້ສຶກວ່າພວກເຂົາບໍ່ຢາກຟັງເລື່ອງລາວເຫຼົ່ານີ້ເລີຍ, ບໍ່ມີເລື່ອງໃດທີ່ກ່ຽວຂ້ອງກັບຄວາມຈິງ ແລະ ສົງໄສວ່າເປັນຫຍັງເຮົາຈຶ່ງບໍ່ເວົ້າກ່ຽວກັບຄວາມຈິງ ແຕ່ພັດໄປລົມເລື່ອງໄຮ້ສາລະ ແລະ ຊຸບຊິບນິນທາຢູ່ຕະຫຼອດເວລາ. ຄົນປະເພດໃດທີ່ສະແດງພຶດຕິກຳນີ້? (ຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ.) ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານອາດຈະຄິດແບບນີ້. ພວກເຂົາອາດຈະຄິດວ່າ ເມື່ອເຮົາເທດສະໜາ, ເຮົາເວົ້າເຖິງແຕ່ເລື່ອງປະຈຳວັນເຫຼົ່ານີ້ເທົ່ານັ້ນ ເຊິ່ງພວກເຂົາກໍສາມາດເຮັດໄດ້ເຊັ່ນກັນ, ສະນັ້ນ ເມື່ອພວກເຂົາບໍ່ມີຫຍັງເຮັດ ພວກເຂົາກໍໄປລົມເລື່ອງໄຮ້ສາລະກັບຄົນອື່ນ. ເຈົ້າອາດຈະຮູ້ເລື່ອງນິນທາຫຼາຍກວ່າເລື່ອງລາວທີ່ເຮົາເລົ່າ ແຕ່ການສົນທະນາຂອງເຈົ້າກ່ຽວຂ້ອງກັບຄວາມຈິງບໍ? (ບໍ່, ພວກມັນບໍ່ກ່ຽວຂ້ອງ.) ຖ້າພວກມັນບໍ່ກ່ຽວຂ້ອງກັບຄວາມຈິງ, ຈົ່ງລະວັງຢ່າເວົ້າໄປທົ່ວ ຫຼື ເຈົ້າອາດຈະຈົບລົງດ້ວຍການສົນທະນາໃນສິ່ງທີ່ບໍ່ກ່ຽວຂ້ອງກັບຄວາມຈິງ. ເຮົາເລົ່າເລື່ອງລາວເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ. ພວກເຈົ້າບໍ່ຄວນຮຽນແບບເຮົາຢ່າງຫຼັບຫູຫຼັບຕາ. ພວກເຈົ້າຄວນເນັ້ນໃສ່ແຕ່ການສະແຫວງຫາຄວາມຈິງ, ການເຂົ້າໃຈຄວາມຈິງ ແລະ ພະຍາຍາມຈັດການເລື່ອງຕ່າງໆຕາມຫຼັກການ. ບໍ່ວ່າຈະໃນຄຳເວົ້າ ຫຼື ການກະທຳຂອງເຈົ້າ, ຈົ່ງໃຫ້ຄວາມສຳຄັນກັບການສອດຄ່ອງກັບຫຼັກການຄວາມຈິງເປັນອັນດັບທຳອິດ. ດ້ວຍວິທີນີ້, ເຈົ້າກໍຈະຄ່ອຍໆເຂົ້າສູ່ຄວາມເປັນຈິງຄວາມຈິງ.

III. ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຂົ່ມຂູ່ຜູ້ຄົນ

ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກສອງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຊັກຈູງຜູ້ຄົນຈົບແລ້ວ; ຕອນນີ້ ໃຫ້ພວກເຮົາໂອ້ລົມກ່ຽວກັບວິທີທີ່ພວກເຂົາຂົ່ມຂູ່ຜູ້ຄົນ. ວິທີການເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສແຕ່ລະວິທີນັ້ນຮ້າຍແຮງກວ່າວິທີກ່ອນໜ້ານີ້. ເມື່ອປຽບທຽບກັບການເຮັດໃຫ້ຫຼົງຜິດ ແລະ ການຊັກຈູງແລ້ວ, ວິທີການຂົ່ມຂູ່ນີ້ແນບນຽນກວ່າ ຫຼື ດ້ອຍກວ່າ? (ດ້ອຍກວ່າ.) ຖ້າການເຮັດໃຫ້ຫຼົງຜິດ ແລະ ການຊັກຈູງບໍ່ໄດ້ຜົນ, ພວກເຂົາກໍຈະຫັນໄປໃຊ້ການຂົ່ມຂູ່. ຜູ້ຕໍ່ຕ້ານພຣະຄຣິສຂົ່ມຂູ່ຜູ້ຄົນແນວໃດ? ເປັນຫຍັງພວກເຂົາຈຶ່ງຫັນໄປໃຊ້ວິທີການດັ່ງກ່າວ? (ຍ້ອນວ່າເປົ້າໝາຍຂອງພວກເຂົາບໍ່ບັນລຸຜົນ.) ເປົ້າໝາຍຂອງພວກເຂົາບໍ່ບັນລຸຜົນ. ມີອີກຄວາມໝາຍໜຶ່ງທີ່ແຝງຢູ່ໃນການຂົ່ມຂູ່, ວະລີໃດທີ່ສາມາດໃຊ້ເພື່ອສະແດງເຖິງສິ່ງນັ້ນ? (ເປີດເຜີຍທາດແທ້ຂອງພວກເຂົາ.) ນັ້ນຍັງບໍ່ຖືກຕ້ອງປານໃດ; ລອງໃຊ້ວະລີອື່ນເບິ່ງ. (ຄຽດແຄ້ນຍ້ອນຄວາມອັບອາຍ.) ພວກເຈົ້າໃກ້ຈະຖືກແລ້ວ. ມີວະລີທີ່ເໝາະສົມກວ່ານີ້ບໍ? (ຮູ້ສຶກຄຽດແຄ້ນ ແລະ ໂມໂຫຮ້າຍ.) ຖືກຕ້ອງ, ຮູ້ສຶກຄຽດແຄ້ນ ແລະ ໂມໂຫຮ້າຍ. ມັນຄືກັບຄຳເວົ້າທ້ອງຖິ່ນທີ່ວ່າ “ໂມໂຫຮ້າຍຈົນຂາດສະຕິ”; ຄວາມໝາຍກໍຄື “ຂ້ອຍໄດ້ລອງໃຊ້ທັງຄຳເວົ້າທີ່ອ່ອນຫວານ ແລະ ຮຸນແຮງແລ້ວ. ໂດຍສ່ວນໃຫຍ່ແລ້ວ ຂ້ອຍບໍ່ເຄີຍປະຕິບັດຕໍ່ພວກເຈົ້າຢ່າງບໍ່ຍຸຕິທຳເລີຍ. ເປັນຫຍັງເຈົ້າຈຶ່ງບໍ່ຟັງຂ້ອຍ? ໃນເມື່ອເຈົ້າບໍ່ຟັງ ແລ້ວເຈົ້າກໍຈະໄດ້ເຫັນດີ: ຂ້ອຍຈະໃຊ້ກົນລະຍຸດນີ້ກັບເຈົ້າ ນັ້ນກໍຄືການຂົ່ມຂູ່!” ພວກເຂົາປ່ຽນກົນລະຍຸດຂອງພວກເຂົາ. ຊາຕານມີກົນລະຍຸດຕ່າງໆນາໆ ເຊິ່ງທັງໝົດນັ້ນລ້ວນແຕ່ໜ້າລັງກຽດ. ການຂົ່ມຂູ່ມັກຈະຖືກນໍາໃຊ້ຮ່ວມກັບການລໍ້ລວງ. ຖ້າພວກເຂົາໃຊ້ພຽງແຕ່ການຂົ່ມຂູ່, ບາງຄົນກໍບໍ່ຢ້ານ ແລະ ບໍ່ຟັງພວກເຂົາ. ແລ້ວພວກເຂົາກໍບໍ່ມີທາງເລືອກອື່ນ ແລະ ບາງຄັ້ງກໍອາດຈະຫັນໄປໃຊ້ການລໍ້ລວງ. ຖ້າວິທີນີ້ບໍ່ໄດ້ຜົນ ພວກເຂົາກໍຈະລອງໃຊ້ວິທີນັ້ນ ໂດຍພວກເຂົາໃຊ້ທັງໄມ້ອ່ອນ ແລະ ໄມ້ແຂງ. ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຂົ່ມຂູ່ຜູ້ຄົນ? ພາຍໃຕ້ສະຖານະການໃດທີ່ພວກເຂົາຫັນໄປໃຊ້ການຂົ່ມຂູ່? ຖ້າຄົນສອງຄົນຢູ່ຮ່ວມກັນຢ່າງສັນຕິ, ແຕ່ລະຄົນຍ່າງຕາມເສັ້ນທາງຂອງຕົນເອງ ໂດຍບໍ່ມີຜົນປະໂຫຍດຂັດແຍ້ງກັນລະຫວ່າງພວກເຂົາ, ພວກເຂົາຈະຫັນໄປໃຊ້ການຂົ່ມຂູ່ບໍ? (ບໍ່, ພວກເຂົາຈະບໍ່ຫັນໄປໃຊ້.) ແລ້ວພາຍໃຕ້ສະຖານະການໃດທີ່ພຶດຕິກຳ ແລະ ການປະຕິບັດໃນການຂົ່ມຂູ່ນີ້ຈະເລີ່ມເກີດຂຶ້ນ? ແນ່ນອນວ່າ ມັນກໍຄືຕອນທີ່ຜົນປະໂຫຍດ ຫຼື ຊື່ສຽງຂອງພວກເຂົາເຂົ້າມາກ່ຽວຂ້ອງ, ຕອນທີ່ເປົ້າໝາຍຂອງພວກເຂົາບໍ່ບັນລຸຜົນ. ພວກເຂົາງັດໄມ້ຕາຍອອກມາ ໂດຍຄິດວ່າ “ແລ້ວເຈົ້າຈະບໍ່ຟັງຂ້ອຍແມ່ນບໍ? ແລ້ວຂ້ອຍຈະເຮັດໃຫ້ເຈົ້າເຫັນຜົນທີ່ຈະຕາມມາ!” ຜົນທີ່ຈະຕາມມາເຫຼົ່ານີ້ແມ່ນຫຍັງ? ມັນກໍຄືສິ່ງໃດກໍຕາມທີ່ເຈົ້າຢ້ານ. ພວກເຈົ້າຈື່ຕົວຢ່າງຂອງການຂົ່ມຂູ່ໃດໆທີ່ພວກເຈົ້າເຄີຍເຫັນໄດ້ບໍ? (ເມື່ອຜູ້ຕໍ່ຕ້ານພຣະຄຣິສບາງຄົນເຫັນອ້າຍເອື້ອຍນ້ອງບໍ່ອ່ອນນ້ອມຕໍ່ພວກເຂົາ, ພວກເຂົາກໍເລີ່ມຕັດສິນ ແລະ ກ່າວໂທດອ້າຍເອື້ອຍນ້ອງ ໂດຍເວົ້າວ່າ “ການບໍ່ອ່ອນນ້ອມຕໍ່ຜູ້ນໍາກໍຄືການບໍ່ອ່ອນນ້ອມຕໍ່ພຣະເຈົ້າ” ແລະ ພວກເຂົາກໍໃຊ້ສິ່ງນີ້ເພື່ອຂົ່ມຂູ່ຜູ້ຄົນ.) (ຂ້ອຍຄິດອອກອີກຕົວຢ່າງໜຶ່ງ ເຊິ່ງຖ້າຄົນໃດຄົນໜຶ່ງບໍ່ຟັງຜູ້ນໍາ, ຜູ້ນໍາກໍຈະໃຊ້ສິດອຳນາດຂອງພວກເຂົາປົດຄົນເຫຼົ່ານັ້ນອອກ.) ບໍ່ວ່າຈະເປັນແນວໃດກໍຕາມ, ພວກເຂົາຕ້ອງການໃຫ້ຜູ້ຄົນເຂົ້າໃຈວ່າ ການບໍ່ຟັງພວກເຂົາຈະນໍາມາເຊິ່ງຜົນທີ່ຈະຕາມມາ. ສະນັ້ນ, ພື້ນຖານຂອງພວກເຂົາໃນການເຮັດໃຫ້ຜູ້ຄົນຟັງພວກເຂົາແມ່ນຫຍັງ? ພວກເຂົາມັກຈະເວົ້າວ່າ “ການອ່ອນນ້ອມຕໍ່ຜູ້ນໍາກໍຄືການອ່ອນນ້ອມຕໍ່ພຣະເຈົ້າ, ເພາະວ່າຜູ້ນໍາຖືກແຕ່ງຕັ້ງໂດຍພຣະເຈົ້າ. ເຈົ້າຕ້ອງອ່ອນນ້ອມ. ຖ້າເຈົ້າບໍ່ອ່ອນນ້ອມ ຫຼື ບໍ່ຟັງຜູ້ນໍາ, ນັ້ນກໍຄືຄວາມອວດດີ, ຄວາມຖືຕົນວ່າຊອບທຳ ແລະ ການຕໍ່ຕ້ານພຣະເຈົ້າ. ຜົນທີ່ຈະຕາມມາຂອງການຕໍ່ຕ້ານພຣະເຈົ້າກໍຄືການຖືກກຳຈັດ. ໃນກໍລະນີທີ່ບໍ່ຮ້າຍແຮງ, ເຈົ້າອາດຈະຖືກແຍກດ່ຽວເພື່ອໄຕ່ຕອງຕົນເອງ; ໃນກໍລະນີທີ່ຮ້າຍແຮງ, ເຈົ້າອາດຈະຖືກຂັບໄລ່ອອກຈາກຄຣິສຕະຈັກ!” ພວກເຂົາໃຊ້ຄຳເວົ້າຫຼອກລວງທີ່ເບິ່ງຄືວ່າຖືກຕ້ອງເຫຼົ່ານີ້ ເພື່ອບີບບັງຄັບໃຫ້ຜູ້ຄົນອ່ອນນ້ອມຕໍ່ພວກເຂົາ. ນອກຈາກນີ້, ຜູ້ຕໍ່ຕ້ານພຣະຄຣິສບາງຄົນຂົ່ມຂູ່ຜູ້ຄົນແນວໃດ? ພວກເຂົາຍຸຍົງໃຫ້ຄົນອື່ນລວມຕົວກັນຕໍ່ຕ້ານ ແລະ ປະຕິເສດຜູ້ທີ່ບໍ່ອ່ອນນ້ອມຕໍ່ພວກເຂົາ. ນອກຈາກນີ້, ພວກເຂົາຍັງປົດຜູ້ທີ່ບໍ່ເຊື່ອຟັງພວກເຂົາອອກ ຫຼື ປັບການມອບໝາຍໜ້າທີ່ຂອງຜູ້ທີ່ບໍ່ເຊື່ອຟັງພວກເຂົາ. ບາງຄົນກໍຢ້ານແທ້ໆວ່າພວກເຂົາຈະບໍ່ມີໜ້າທີ່ໃຫ້ປະຕິບັດ. ພວກເຂົາເຊື່ອວ່າ ໂດຍການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາອາດຈະມີໂອກາດໄດ້ຮັບຄວາມລອດພົ້ນ ແລະ ການລົ້ມເຫຼວໃນການປະຕິບັດໜ້າທີ່ກໍອາດຈະພາກສິ່ງນັ້ນໄປ. ຜູ້ຕໍ່ຕ້ານພຣະຄຣິສຄິດໃນໃຈຂອງພວກເຂົາວ່າ “ຂ້ອຍຮູ້ຈຸດອ່ອນຂອງເຈົ້າ. ຖ້າເຈົ້າບໍ່ຟັງຂ້ອຍ, ຂ້ອຍຈະຕັດສິດໃນການປະຕິບັດໜ້າທີ່ຂອງເຈົ້າ. ຂ້ອຍຈະບໍ່ໃຫ້ເຈົ້າປະຕິບັດໜ້າທີ່ຂອງເຈົ້າ!” ຜູ້ຕໍ່ຕ້ານພຣະຄຣິສບໍ່ໃຫ້ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາ ເປັນເພາະວ່າຄົນເຫຼົ່ານີ້ບໍ່ໄດ້ມາດຕະຖານໃນໜ້າທີ່ຂອງພວກເຂົາ ຫຼື ເປັນເພາະວ່າການທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົານັ້ນສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? (ບໍ່.) ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເຮັດແນວນັ້ນ? ມັນກໍເພື່ອກີດກັນຜູ້ທີ່ຄິດແຕກຕ່າງ ແລະ ໃຊ້ວິທີການນີ້ເພື່ອຂົ່ມຂູ່ຜູ້ຄົນ ແລະ ເຮັດໃຫ້ພວກເຂົາເຊື່ອຟັງ. ເມື່ອເວົ້າເຖິງການຂົ່ມຂູ່, ແນ່ນອນວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ປະຕິບັດຕາມຫຼັກການຄວາມຈິງໃນການປະຕິບັດຕໍ່ຜູ້ຄົນ ຫຼື ການຈັດການກັບເລື່ອງຕ່າງໆ. ກົງກັນຂ້າມ, ພວກເຂົາໃຊ້ການຂົ່ມຂູ່, ການໃຊ້ກຳລັງ ແລະ ການບີບບັງຄັບ ເພື່ອເຮັດໃຫ້ຜູ້ຄົນອ່ອນນ້ອມ ແລະ ຟັງພວກເຂົາຢ່າງເຊື່ອຟັງ ແລະ ບໍ່ສ້າງບັນຫາໃດໆໃຫ້ພວກເຂົາ ຫຼື ທຳລາຍວຽກງານຂອງພວກເຂົາ.

ການທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ການຂົ່ມຂູ່ບໍ່ແມ່ນພຽງແຕ່ຍ້ອນວ່າຜູ້ຄົນບໍ່ເຊື່ອຟັງພວກເຂົາ ຫຼື ບໍ່ຖືວ່າພວກເຂົາສຳຄັນ ແລະ ບໍ່ສົນໃຈພວກເຂົາເທົ່ານັ້ນ, ນັ້ນເປັນພຽງດ້ານໜຶ່ງເທົ່ານັ້ນ. ຍັງມີອີກເຫດຜົນໜຶ່ງ ນັ້ນກໍຄື ເມື່ອຄົນອື່ນຄົ້ນພົບບັນຫາຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຕ້ອງການເປີດໂປງພວກເຂົາ ຫຼື ລາຍງານພວກເຂົາຕໍ່ເບື້ອງເທິງ, ພວກເຂົາກໍຢ້ານວ່າເບື້ອງເທິງອາດຈະຮູ້ ຫຼື ຜູ້ຄົນຈຳນວນຫຼາຍຂຶ້ນອາດຈະຮູ້ກ່ຽວກັບເລື່ອງນີ້, ສະນັ້ນ ພວກເຂົາຈຶ່ງເຮັດທຸກວິທີທາງເພື່ອປົກປິດເລື່ອງເຫຼົ່ານີ້ ແລະ ປິດບັງເລື່ອງເຫຼົ່ານີ້ໄວ້ ໂດຍບໍ່ຍອມໃຫ້ເລື່ອງເຫຼົ່ານີ້ຖືກເປີດໂປງຢ່າງເດັດຂາດ. ຈະເກີດຫຍັງຂຶ້ນຖ້າມີຄົນຫຼາຍຂຶ້ນຮູ້ເລື່ອງນີ້? ຜູ້ຄົນກໍຈະປະຕິເສດ ແລະ ສາບແຊ່ງຜູ້ຕໍ່ຕ້ານພຣະຄຣິສ, ຈະບໍ່ມີໃຜເຄົາລົບບູຊາພວກເຂົາອີກຕໍ່ໄປ ແລະ ພວກເຂົາກໍຈະສູນເສຍຕຳແໜ່ງ ແລະ ສິດອຳນາດຂອງພວກເຂົາ. ດັ່ງນັ້ນ, ຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສໃນການໃຊ້ວິທີການຂົ່ມຂູ່ຜູ້ຄົນນີ້ກໍເພື່ອປົກປ້ອງຕຳແໜ່ງ ແລະ ສິດອຳນາດຂອງພວກເຂົາເອງອີກດ້ວຍ. ພວກເຂົາເຊື່ອວ່າຖ້າພວກເຂົາບໍ່ເຮັດແບບນີ້, ອ້າຍເອື້ອຍນ້ອງກໍຈະເລີ່ມແຍກແຍະພວກເຂົາໄດ້ ແລະ ພວກເຂົາກໍຈະບໍ່ຖືກເລືອກໃນການເລືອກຕັ້ງຄັ້ງຕໍ່ໄປ ເຊິ່ງເຮັດໃຫ້ພວກເຂົາກາຍເປັນພຽງຜູ້ເຊື່ອທຳມະດາ. ການເປັນຜູ້ເຊື່ອທຳມະດາໝາຍຄວາມວ່າແນວໃດສຳລັບພວກເຂົາ? ມັນໝາຍຄວາມວ່າພວກເຂົາບໍ່ມີສິດອຳນາດ, ບໍ່ມີໃຜຕິດຕາມພວກເຂົາ ຫຼື ກາຍເປັນຜູ້ສະໜັບສະໜູນຂອງພວກເຂົາ ແລະ ຕຳແໜ່ງ ແລະ ສິດອຳນາດຂອງພວກເຂົາກໍຖືກຍຶດໄປ ເຊິ່ງເຮັດໃຫ້ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ. ພວກເຂົາບໍ່ຕ້ອງການເປັນຜູ້ເຊື່ອທຳມະດາ ຫຼື ຜູ້ຕິດຕາມ, ສະນັ້ນ ພວກເຂົາຈຶ່ງໃຊ້ວິທີການຂົ່ມຂູ່ຜູ້ຄົນນີ້ເພື່ອຂົ່ມຂູ່ ແລະ ບີບບັງຄັບໃຫ້ຜູ້ຄົນຟັງພວກເຂົາ ແລະ ເຊື່ອຟັງພວກເຂົາ ເຊິ່ງຊ່ວຍໃຫ້ພວກເຂົາສາມາດຮັກສາສິດອຳນາດ ແລະ ຕຳແໜ່ງຂອງພວກເຂົາໄວ້ໄດ້ຕໍ່ໄປ, ເພື່ອສືບຕໍ່ຄວບຄຸມຜູ້ຄົນ ແລະ ຮັບການສະໜັບສະໜູນຈາກຄົນບາງຄົນ. ທຸກສິ່ງທຸກຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດລ້ວນແຕ່ກ່ຽວຂ້ອງກັບຕຳແໜ່ງຂອງພວກເຂົາ. ເມື່ອໃດກໍຕາມທີ່ມີສິ່ງໃດກ່ຽວຂ້ອງກັບຕຳແໜ່ງຂອງພວກເຂົາ, ພວກເຂົາກໍຈະໃຊ້ວິທີການ ຫຼື ມາດຕະການບາງຢ່າງເພື່ອປົກປ້ອງ ແລະ ຮັກສາມັນໄວ້ຢ່າງສຸດກຳລັງ; ແມ່ນແຕ່ຕອນທີ່ເບື້ອງເທິງຖາມບາງຄົນໃນພວກເຂົາກ່ຽວກັບເລື່ອງບາງຢ່າງ, ພວກເຂົາກໍສາມາດຕົວະໜ້າດ້ານໆໄດ້. ຕົວຢ່າງ: ເມື່ອຖືກເບື້ອງເທິງຖາມວ່າຄຣິສຕະຈັກໄດ້ຮັບຄົນຈັກຄົນຈາກການເທດສະໜາຂ່າວປະເສີດໃນເດືອນນີ້, ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະຮູ້ວ່າບໍ່ໄດ້ຮັບໃຜເລີຍ, ພວກເຂົາກໍອາດຈະຕົວະ ແລະ ເວົ້າວ່າໄດ້ຮັບຫ້າຄົນ. ເມື່ອອ້າຍເອື້ອຍນ້ອງທີ່ຮູ້ຄວາມຈິງປະເຊີນໜ້າກັບຜູ້ຕໍ່ຕ້ານພຣະຄຣິສ ໂດຍເວົ້າວ່າ “ຫ້າຄົນນັ້ນພຽງແຕ່ກຳລັງສຶກສາເບິ່ງເທົ່ານັ້ນ. ເປັນຫຍັງເຈົ້າຈຶ່ງເວົ້າວ່າພວກເຮົາໄດ້ຮັບຫ້າຄົນ? ເຈົ້າຄວນບອກຄວາມຈິງຕໍ່ເບື້ອງເທິງ”, ແລ້ວຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າແນວໃດ? “ເປັນຫຍັງພວກເຮົາຈຶ່ງຈະໄດ້ຮັບຫ້າຄົນບໍ່ໄດ້? ຂ້ອຍເວົ້າວ່າຫ້າຄົນ ມັນກໍຄືຫ້າຄົນ. ຄວາມຄິດເຫັນຂອງເຈົ້າບໍ່ມີຄວາມໝາຍ. ຖ້າພວກເຮົາເວົ້າວ່າພວກເຮົາບໍ່ໄດ້ຮັບໃຜເລີຍ, ຂ້ອຍຈະອະທິບາຍເລື່ອງນັ້ນຕໍ່ເບື້ອງເທິງແນວໃດ? ຖ້າເຈົ້າຢາກລາຍງານ ກໍລາຍງານໄປເລີຍ, ແຕ່ຖ້າເຈົ້າບອກຄວາມຈິງ ເບື້ອງເທິງອາດຈະລິຮານເຈົ້າ. ພວກເຂົາອາດຈະປົດພວກເຈົ້າທຸກຄົນທີ່ກ່ຽວຂ້ອງກັບການເທດສະໜາຂ່າວປະເສີດອອກ ຫຼື ເຖິງຂັ້ນຍຸບທີມງານຂ່າວປະເສີດ. ແລ້ວເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ ແລະ ຂ້ອຍກໍຈະບໍ່ຮັບຜິດຊອບຕໍ່ເລື່ອງນັ້ນ”. ເມື່ອຄົນຜູ້ນີ້ໄດ້ຍິນດັ່ງນີ້, ພວກເຂົາກໍຕົກຕະລຶງ ແລະ ບໍ່ກ້າລາຍງານ. ນີ້ບໍ່ແມ່ນການຂົ່ມຂູ່ບໍ? (ແມ່ນແລ້ວ.) ມັນເປັນການຂົ່ມຂູ່ຢ່າງຊັດເຈນ ເຊິ່ງຖືກກ່າວອອກມາຢ່າງເປີດເຜີຍ. ເມື່ອບາງຄົນໄດ້ຍິນດັ່ງນີ້, ພວກເຂົາກໍຄິດວ່າ “ການເປັນຄົນຊື່ສັດນັ້ນມີຜົນທີ່ຈະຕາມມາ. ຖ້າຂ້ອຍຊື່ສັດ, ຂ້ອຍກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງຂ້ອຍໄດ້, ສະນັ້ນ ຂ້ອຍຈະບໍ່ລາຍງານ. ພວກເຮົາຕ້ອງລາຍງານວ່າໄດ້ຮັບຫ້າຄົນ”. ບາງຄົນກໍຮູ້ສຶກບໍ່ສະບາຍໃຈໃນໃຈຂອງພວກເຂົາ ໂດຍເວົ້າວ່າ “ຖ້າພວກເຮົາບໍ່ໄດ້ຮັບໃຜເລີຍ ມັນກໍເປັນແບບນັ້ນແຫຼະ. ພວກເຮົາຄວນອ່ອນນ້ອມຕໍ່ວິທີໃດກໍຕາມທີ່ເບື້ອງເທິງເລືອກທີ່ຈະຈັດການກັບພວກເຮົາ”. ມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສເມື່ອໄດ້ຍິນສິ່ງນີ້ແມ່ນຫຍັງ? “ການອ່ອນນ້ອມບໍ? ມັນຂຶ້ນຢູ່ກັບສະຖານະການ. ເບື້ອງເທິງຮູ້ກ່ຽວກັບຄວາມຫຍຸ້ງຍາກທີ່ພວກເຮົາປະເຊີນໃນການເທດສະໜາຂ່າວປະເສີດໃນຕອນນີ້ບໍ? ພວກເຂົາສົນໃຈເລື່ອງນີ້ບໍ?” ເມື່ອເບື້ອງເທິງສອບຖາມເຖິງສະຖານະການຂອງການເທດສະໜາຂ່າວປະເສີດ, ບໍ່ແມ່ນວ່າ ພວກເຂົາບໍ່ຮູ້ເຖິງຄວາມທ້າທາຍທີ່ກ່ຽວຂ້ອງ. ພວກເຂົາຮູ້ວ່າຢ່າງໜ້ອຍທີ່ສຸດສາມາດໄດ້ຮັບຄົນຈັກຄົນໃນແຕ່ລະເດືອນ ແລະ ພວກເຂົາບໍ່ເຄີຍເວົ້າວ່າຖ້າທີມງານຂ່າວປະເສີດບໍ່ໄດ້ຮັບໃຜເລີຍໃນໜຶ່ງເດືອນ, ພວກເຂົາກໍຈະຖືກຍຸບ. ແລ້ວຜູ້ຕໍ່ຕ້ານພຣະຄຣິສເອົາຄຳເວົ້ານີ້ມາຈາກໃສ? (ພວກເຂົາແຕ່ງມັນຂຶ້ນມາ.) ພວກເຂົາແຕ່ງມັນຂຶ້ນມາເອງເພື່ອປົກປິດຄຳຕົວະຂອງພວກເຂົາ, ເພື່ອຄວບຄຸມຄົນເຫຼົ່ານີ້, ເພື່ອປ້ອງກັນບໍ່ໃຫ້ເບື້ອງເທິງ ຫຼື ອ້າຍເອື້ອຍນ້ອງເບິ່ງທະລຸຄຳຕົວະຂອງພວກເຂົາ ແລະ ເພື່ອຮັບປະກັນຕຳແໜ່ງຂອງພວກເຂົາເພື່ອບໍ່ໃຫ້ພວກເຂົາຖືກປົດອອກ, ສຳລັບສິ່ງນີ້ ພວກເຂົາຈຶ່ງກ້າແຕ່ງຄຳເວົ້າມານຮ້າຍແບບນັ້ນຂຶ້ນມາ. ບຸກຄົນທີ່ມີຄວາມສາມາດໃນການແຍກແຍະສາມາດເປີດໂປງພວກເຂົາໄດ້ ແຕ່ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະກໍຈະຖືກເຮັດໃຫ້ຫຼົງຜິດ ໂດຍຄິດວ່າ “ແທ້ຈິງແລ້ວ, ໜ້າທີ່ນີ້ບໍ່ໄດ້ມາຢ່າງງ່າຍດາຍ. ພວກເຮົາບໍ່ສາມາດຊື່ສັດກັບເບື້ອງເທິງໄດ້. ຖ້າເຈົ້າເວົ້າວ່າມີຫ້າຄົນ, ມັນກໍຄືຫ້າຄົນ. ເຖິງແມ່ນວ່າພວກເຮົາຈະບໍ່ໄດ້ຮັບຫ້າຄົນໃນເດືອນນີ້, ພວກເຮົາກໍຈະຕັ້ງເປົ້າໝາຍທີ່ຈະໄດ້ຮັບພວກເຂົາໃນເດືອນໜ້າ. ເຖິງຢ່າງໃດກໍຕາມ, ຖ້າພວກເຮົາໄດ້ຮັບພວກເຂົາໃນເດືອນໜ້າ, ມັນກໍຈະບໍ່ແມ່ນຄຳຕົວະ”. ຜູ້ຕໍ່ຕ້ານພຣະຄຣິສມີສ່ວນຮ່ວມໃນການຫຼອກລວງ ແລະ ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະກໍມີສ່ວນຮ່ວມໃນສິ່ງນັ້ນໄປພ້ອມກັບພວກເຂົາ; ພວກເຂົາເປັນກຸ່ມຄົນຫຼອກລວງ. ເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສໃນການຂົ່ມຂູ່ຜູ້ຄົນແມ່ນຫຍັງ? ມັນກໍເພື່ອເຮັດໃຫ້ຜູ້ຄົນເຊື່ອຟັງ ແລະ ຟັງພວກເຂົາ. ພວກເຂົາຕົວະ ແລະ ເຮັດຄວາມຊົ່ວ, ຄວບຄຸມຄຣິສຕະຈັກ, ເຮັດໃຫ້ຜູ້ຄົນຫຼົງຜິດ, ດຳເນີນວຽກງານໂດຍບໍ່ຍຶດໝັ້ນໃນຫຼັກການ ຫຼື ການຈັດແຈງວຽກງານ ແລະ ບໍ່ວ່າພວກເຂົາຈະປະພຶດຕົວຢ່າງບໍ່ຢ້ານກົວສໍ່າໃດກໍຕາມ, ພວກເຂົາກໍບໍ່ອະນຸຍາດໃຫ້ອ້າຍເອື້ອຍນ້ອງເປີດໂປງ ຫຼື ລາຍງານພວກເຂົາຕໍ່ເບື້ອງເທິງໄດ້. ເມື່ອພວກເຂົາຄົ້ນພົບວ່າຄົນໃດຄົນໜຶ່ງກຳລັງວາງແຜນທີ່ຈະລາຍງານພວກເຂົາຕໍ່ເບື້ອງເທິງ, ນັ້ນກໍຄືຕອນທີ່ພວກເຂົາຫັນໄປໃຊ້ການຂົ່ມຂູ່. ພວກເຂົາຂົ່ມຂູ່ຄົນຜູ້ນັ້ນແນວໃດ? ພວກເຂົາເວົ້າວ່າ “ພວກເຮົາກຳລັງເຮັດວຽກຢູ່ທາງລຸ່ມ ແລະ ວຽກງານກໍຍາກລຳບາກ. ພວກເຮົາເຖິງຂັ້ນປະເຊີນກັບຄວາມສ່ຽງທີ່ຈະຖືກພະຍານາກໃຫຍ່ສີແດງຈັບກຸມ. ເບື້ອງເທິງຮຽກຮ້ອງໃຫ້ການປະຕິບັດຂອງພວກເຮົາຍຶດໝັ້ນໃນການຈັດແຈງວຽກງານຢູ່ສະເໝີ. ພວກເຮົາທົນທຸກທໍລະມານຫຼາຍ ແລະ ຮັບເອົາຄວາມສ່ຽງຫຼາຍຢ່າງໃນການເທດສະໜາຂ່າວປະເສີດ. ເມື່ອຜົນໄດ້ຮັບອອກມາບໍ່ດີ, ເຈົ້າຍັງຢາກທີ່ຈະລາຍງານພວກມັນຕໍ່ເບື້ອງເທິງ; ຫຼັງຈາກທີ່ເຈົ້າລາຍງານແລ້ວ ເບື້ອງເທິງກໍຈະລິຮານເຈົ້າ. ຂ້ອຍບໍ່ຢ້ານທີ່ຈະຖືກປົດອອກຈາກການເປັນຜູ້ນໍາຫຼັງຈາກທີ່ເບື້ອງເທິງລິຮານເຈົ້າ, ຂ້ອຍຢ້ານວ່າພວກເຈົ້າຈະບໍ່ມີໜ້າທີ່ໃຫ້ປະຕິບັດອີກຕໍ່ໄປ. ຖ້າພວກເຈົ້າບໍ່ມີໜ້າທີ່ໃຫ້ປະຕິບັດອີກຕໍ່ໄປ, ກໍຢ່າມາໂທດຂ້ອຍ!” ມັນຟັງເບິ່ງຄືວ່າມີເຫດຜົນຫຼາຍ! ພວກເຂົາຍັງເວົ້າອີກວ່າ “ໃຜກັນແທ້ທີ່ຢາກລາຍງານ? ຖ້າພວກເຈົ້າຢາກລາຍງານ, ຂ້ອຍກໍຈະບໍ່ຫ້າມພວກເຈົ້າ; ເຖິງແນວໃດ ທຸກຄົນກໍຮູ້ກ່ຽວກັບເລື່ອງເຫຼົ່ານີ້ຢູ່ແລ້ວ. ຖ້າເຈົ້າບໍ່ລາຍງານຕໍ່ເບື້ອງເທິງ, ແລ້ວພວກເຂົາກໍຈະບໍ່ໂທດພວກເຮົາ. ຖ້າເຈົ້າລາຍງານ, ແລ້ວພວກເຮົາກໍຈະຖືກລິຮານ. ພວກເຈົ້າສາມາດເລືອກດ້ວຍຕົນເອງໄດ້; ຖ້າພວກເຈົ້າຢາກລາຍງານຕໍ່ເບື້ອງເທິງ ກໍລາຍງານໄປເລີຍ. ຕອນນີ້ ໃຜກໍຕາມທີ່ຢາກລາຍງານ ກໍຍົກມືຂຶ້ນ”. ເມື່ອທຸກຄົນໄດ້ຍິນນໍ້າສຽງແບບນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍເລີ່ມໄຕ່ຕອງວ່າ “ແທ້ຈິງແລ້ວ ຂ້ອຍໄດ້ຮັບອະນຸຍາດໃຫ້ລາຍງານເລື່ອງນີ້ ຫຼື ບໍ່?” ຫຼັງຈາກທີ່ໄຕ່ຕອງແລ້ວ, ບາງຄົນກໍຍົກມືຂຶ້ນ. ຜູ້ຕໍ່ຕ້ານພຣະຄຣິສເຫັນສິ່ງນີ້ ແລະ ຄິດວ່າ “ເຈົ້າຍັງຢາກລາຍງານອີກບໍ? ເຈົ້າບໍ່ໄດ້ກຳລັງຫາເລື່ອງໃສ່ຕົວບໍ? ໄດ້, ຂ້ອຍຈະບໍ່ລືມເຈົ້າ”. ຫຼັງຈາກນັ້ນ, ພວກເຂົາກໍເລີ່ມໄຕ່ຕອງຫາໂອກາດທີ່ຈະທໍລະມານຄົນຜູ້ນີ້. ພວກເຂົາຫາຂໍ້ອ້າງ ໂດຍເວົ້າວ່າ “ຊ່ວງນີ້ເຈົ້າບໍ່ໄດ້ສ້າງຜົນງານໃດໆເລີຍໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ. ໃຜກໍຕາມທີ່ບໍ່ໄດ້ສ້າງຜົນງານໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນເປັນເວລາສາມເດືອນ ຈະຖືກຖອນສິດໃນການປະຕິບັດໜ້າທີ່. ຖ້າຜົນງານຂອງພວກເຂົາບໍ່ດີຂຶ້ນ, ພວກເຂົາກໍຈະຖືກແຍກດ່ຽວ. ຖ້າພວກເຂົາຍັງບໍ່ກັບໃຈ, ແລ້ວພວກເຂົາກໍຈະຖືກຄັດອອກ ຫຼື ຂັບໄລ່ອອກໄປ!” ຄົນໂງ່ຈ້າຄົນນັ້ນ, ຄົນຂີ້ຢ້ານຄົນນັ້ນຍັງກ້າລາຍງານອີກບໍ? ເມື່ອໄດ້ຍິນສິ່ງນີ້, ພວກເຂົາກໍຄິດວ່າ “ຂ້ອຍບໍ່ໄດ້ລາຍງານເລື່ອງນີ້ເພື່ອເຫັນແກ່ຕົວຂ້ອຍເອງ. ຈຸດປະສົງຂອງການທີ່ຂ້ອຍລາຍງານແມ່ນຫຍັງ? ຈະເປັນແນວໃດຖ້າຂ້ອຍລາຍງານ ແລ້ວຜູ້ນໍາກໍໂຈມຕີຂ້ອຍ ແລະ ແກ້ແຄ້ນຂ້ອຍ ແລະ ອ້າຍເອື້ອຍນ້ອງຂອງຂ້ອຍກໍປະຕິເສດຂ້ອຍ? ແລ້ວຂ້ອຍກໍຈະຖືກແຍກດ່ຽວພາຍໃນຄຣິສຕະຈັກ. ມັນສຳຄັນກວ່າສຳລັບຂ້ອຍທີ່ຈະຟັງຜູ້ນໍາ; ຂ້ອຍບໍ່ຮູ້ດ້ວຍຊໍ້າວ່າພຣະເຈົ້າຢູ່ໃສ, ພຣະອົງຈະສາມາດສົນໃຈຄວາມເປັນຄວາມຕາຍຂອງຂ້ອຍໄດ້ບໍ?” ສະນັ້ນ, ພວກເຂົາຈຶ່ງບໍ່ລາຍງານອີກຕໍ່ໄປ. ພວກເຂົາບໍ່ໄດ້ຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຢ້ານກົວບໍ? (ຖືກ.) ຄົນຜູ້ນັ້ນເຊື່ອວ່າ “ການລ່ວງເກີນພຣະເຈົ້າບໍ່ແມ່ນເລື່ອງໃຫຍ່. ພຣະເຈົ້າຊົງຮັກແພງ, ມີເມດຕາ, ອົດກັ້ນ ແລະ ອົດທົນ; ພຣະອົງບໍ່ໄດ້ໃຈຮ້າຍ ຫຼື ສາບແຊ່ງ ແລະ ລົງໂທດຜູ້ຄົນຢ່າງງ່າຍດາຍ. ແຕ່ຖ້າຂ້ອຍລ່ວງເກີນຜູ້ນໍາ, ແລ້ວຂ້ອຍກໍຈະຕ້ອງທົນທຸກ. ການລາຍງານບັນຫາຈະບໍ່ເກີດປະໂຫຍດຫຍັງຕໍ່ຂ້ອຍເລີຍ; ຂ້ອຍຈະຖືກທຸກຄົນປະຕິເສດ. ຂ້ອຍບໍ່ສາມາດເຮັດສິ່ງທີ່ໂງ່ຈ້າແບບນັ້ນໄດ້”. ນີ້ບໍ່ແມ່ນການເປັນຄົນຂີ້ຢ້ານບໍ? (ແມ່ນແລ້ວ.) ຄວນຈັດການກັບຄົນຂີ້ຢ້ານແບບນັ້ນແນວໃດ? ພວກເຂົາຄວນຄ່າແກ່ການສົງສານບໍ? ຄົນຂີ້ຢ້ານແບບນັ້ນຄວນຖືກມອບໃຫ້ຊາຕານ, ໃຫ້ຜູ້ຕໍ່ຕ້ານພຣະຄຣິສ, ເພື່ອປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິສທໍລະມານພວກເຂົາ, ພວກເຂົາສົມຄວນໄດ້ຮັບມັນ. ພວກເຂົາບໍ່ມີຄວາມເຊື່ອ, ຄວາມຕັ້ງໃຈ ແລະ ຄວາມເຂັ້ມແຂງທີ່ຈະປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ ແຕ່ເມື່ອເວົ້າເຖິງການອ່ອນນ້ອມຕໍ່ຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກັບໄດ້ຮັບຄວາມເຂັ້ມແຂງເປັນພິເສດ, ເຕັມໃຈທີ່ຈະເຮັດທຸກສິ່ງທຸກຢ່າງທີ່ຖືກຂໍໃຫ້ເຮັດ ແລະ ເຕັມໄປດ້ວຍຄວາມກະຕືລືລົ້ນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຂົ່ມຂູ່ ແລະ ເຮັດໃຫ້ພວກເຂົາຢ້ານກົວ, ພວກເຂົາກໍບໍ່ກ້າລາຍງານບັນຫາອີກຕໍ່ໄປ. ນີ້ບໍ່ແມ່ນຄົນຂີ້ຢ້ານບໍ? ຄຳສັບທົ່ວໄປສຳລັບສິ່ງນັ້ນແມ່ນຫຍັງ? ການເປັນຄົນຫົວອ່ອນ ແລະ ຍອມຈຳນົນເມື່ອປະເຊີນໜ້າກັບຜູ້ຕໍ່ຕ້ານພຣະຄຣິສ. ມີຄົນຈຳນວນບໍ່ໜ້ອຍໃນຄຣິສຕະຈັກທີ່ກາຍເປັນຄົນຫົວອ່ອນຍ້ອນການຂົ່ມຂູ່ຂອງຜູ້ຕໍ່ຕ້ານພຣະຄຣິສ! ບຸກຄົນເຫຼົ່ານີ້ບໍ່ຮູ້ວິທີທີ່ຈະເຂົ້າຫາວະລີທີ່ວ່າ “ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ”. ເມື່ອຜູ້ຕໍ່ຕ້ານພຣະຄຣິສຂົ່ມຂູ່, ປະຕິເສດ ຫຼື ແຍກດ່ຽວພວກເຂົາ, ພວກເຂົາກໍຮູ້ສຶກຄືກັບວ່າພວກເຂົາບໍ່ມີບ່ອນເພິ່ງພາ, ພວກເຂົາບໍ່ເຊື່ອໃນອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ ຫຼື ໃນຄວາມຊອບທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ເຊື່ອວ່າຊີວິດຂອງຜູ້ຄົນຢູ່ໃນພຣະຫັດຂອງພຣະເຈົ້າ. ພຽງແຕ່ຄຳເວົ້າທີ່ຂົ່ມຂູ່ ຫຼື ເຮັດໃຫ້ຢ້ານກົວບໍ່ເທົ່າໃດຄຳຈາກຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຢ້ານຈົນຫົວຫົດ, ພວກເຂົາຍອມຈຳນົນ ແລະ ບໍ່ກ້າລາຍງານອີກຕໍ່ໄປ.

ເມື່ອຜູ້ຕໍ່ຕ້ານພຣະຄຣິສລາຍງານວຽກງານຂອງພວກເຂົາຕໍ່ເບື້ອງເທິງ, ພວກເຂົາກໍຕົວະ ແລະ ຫຼອກລວງເບື້ອງເທິງຢ່າງໜ້າດ້ານໆ. ບາງຄົນທີ່ຮູ້ຄວາມຈິງກໍທົນບໍ່ໄດ້ ແລະ ຕ້ອງການລາຍງານສະຖານະການຕໍ່ເບື້ອງເທິງ. ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຜູ້ຄົນຢ່າງເຄັ່ງຄັດ ແລະ ຈັບຕາເບິ່ງຜູ້ຄົນຢ່າງໃກ້ຊິດ. ພວກເຂົາສາມາດສັງເກດເຫັນໃຜກໍຕາມທີ່ອາດຈະມີທ່າອ່ຽງທີ່ຈະລາຍງານບັນຫາຕໍ່ເບື້ອງເທິງໄດ້ໃນທັນທີ. ເມື່ອພວກເຂົາບໍ່ມີຫຍັງເຮັດ, ພວກເຂົາກໍຈະສຸມໃສ່ການສັງເກດຜູ້ຄົນ, ຄຳເວົ້າ ແລະ ສີໜ້າຂອງຜູ້ຄົນ ໂດຍຊອກຫາຜູ້ທີ່ມີຄວາມຄິດເຫັນກ່ຽວກັບພວກເຂົາ, ຜູ້ທີ່ບໍ່ຈົງຮັກພັກດີ, ຜູ້ທີ່ບໍ່ເຊື່ອຟັງພວກເຂົາ, ຜູ້ທີ່ເປັນໄພຄຸກຄາມຕໍ່ຕຳແໜ່ງຂອງພວກເຂົາ, ຜູ້ທີ່ເມີນເສີຍຕໍ່ພວກເຂົາ, ຜູ້ທີ່ບໍ່ປະຕິບັດຕໍ່ພວກເຂົາຢ່າງຈິງຈັງ, ຜູ້ທີ່ບໍ່ໃຫ້ບ່ອນນັ່ງທີ່ມີກຽດແກ່ພວກເຂົາ ແລະ ຜູ້ທີ່ບໍ່ໃຫ້ພວກເຂົາກິນກ່ອນໃນລະຫວ່າງຄາບອາຫານ. ສິ່ງນີ້ໝາຍເຖິງບັນຫາສຳລັບຄົນເຫຼົ່ານີ້. ຜູ້ຕໍ່ຕ້ານພຣະຄຣິສເຮັດແນວໃດກັບບຸກຄົນດັ່ງກ່າວ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ແຝງຊົ່ວບໍ່ໄດ້ເປີດເຜີຍທາດແທ້ຂອງພວກເຂົາໃນທັນທີ. ພວກເຂົາລໍຖ້າໂອກາດທີ່ຈະຈັດການກັບເຈົ້າ. ຖ້າສິ່ງນັ້ນບໍ່ໄດ້ຜົນ, ພວກເຂົາກໍຈະຫັນໄປໃຊ້ການຂົ່ມຂູ່ທີ່ຮຸນແຮງເພື່ອເຮັດໃຫ້ເຈົ້າຮູ້ສຶກວ່າຊີວິດຂອງເຈົ້າຖືກກຳໄວ້ໃນກຳມືຂອງພວກເຂົາ. ບໍ່ວ່າໃນຖານະຜູ້ເຊື່ອ ເຈົ້າຈະສາມາດລອດພົ້ນໄດ້ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດໄປເຖິງຈຸດສິ້ນສຸດໄດ້ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດຢູ່ໃນຄຣິສຕະຈັກໄດ້ ຫຼື ບໍ່, ທັງໝົດນັ້ນລ້ວນແຕ່ຢູ່ໃນກຳມືຂອງພວກເຂົາ ແລະ ຂຶ້ນຢູ່ກັບຄຳເວົ້າພຽງຄຳດຽວຈາກພວກເຂົາເທົ່ານັ້ນ. ພວກເຂົາມີອຳນາດໃນການຕັດສິນໃຈຂັ້ນສຸດທ້າຍ. ຖ້າເຈົ້າບໍ່ຟັງ, ບໍ່ເຊື່ອຟັງການຄວບຄຸມຂອງພວກເຂົາ, ບໍ່ຖືວ່າພວກເຂົາສຳຄັນ ແລະ ຍັງພະຍາຍາມລາຍງານບັນຫາຂອງພວກເຂົາຢູ່ເລື້ອຍໆ, ແລ້ວເຈົ້າກໍຈະຕ້ອງທົນທຸກ. ພວກເຂົາຈະເລີ່ມວາງແຜນວິທີທີ່ຈະທໍລະມານເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງພຶດຕິກຳຂອງອ້າຍເອື້ອຍນ້ອງທີ່ລາຍງານບັນຫາຂອງພວກເຂົາຕໍ່ເບື້ອງເທິງແນວໃດ? (ເປັນການຟ້ອງ.) ຖືກຕ້ອງ, ພວກເຂົາບໍ່ໄດ້ເບິ່ງວ່າມັນເປັນການລາຍງານສະຖານະການ; ພວກເຂົາເບິ່ງວ່າມັນເປັນການຟ້ອງ. ການຟ້ອງໝາຍຄວາມວ່າແນວໃດ? ມັນໝາຍເຖິງການລາຍງານທຸກສິ່ງທຸກຢ່າງທີ່ພວກເຂົາເຮັດເຊິ່ງຂັດກັບຄວາມຈິງ ແລະ ການກະທຳທີ່ຊົ່ວຮ້າຍທັງໝົດຂອງພວກເຂົາຕໍ່ເບື້ອງເທິງ ຫຼື ການໃຫ້ລາຍລະອຽດກ່ຽວກັບເລື່ອງຕ່າງໆຂອງພວກເຂົາທີ່ຄົນອື່ນບໍ່ຮູ້ຕໍ່ເບື້ອງເທິງ. ພວກເຂົາຖືວ່າສິ່ງນີ້ເປັນການຟ້ອງ. ເມື່ອພວກເຂົາຄົ້ນພົບວ່າຄົນໃດຄົນໜຶ່ງກຳລັງຟ້ອງ, ຄົນຜູ້ນັ້ນກໍຕ້ອງຖືກທໍລະມານ. ຄົນເບົາປັນຍາ ແລະ ຄົນຂີ້ຢ້ານບາງຄົນຖືກການຂົ່ມຂູ່ຂອງຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຢ້ານກົວ ໂດຍວິທີການທີ່ມັກໃຊ້ອຳນາດບາດໃຫຍ່ ແລະ ຊົ່ວຊ້າຂອງພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖາມວ່າໃຜມີການຕິດຕໍ່ກັບເບື້ອງເທິງ, ແມ່ນແຕ່ກ່ອນທີ່ຜູ້ຕໍ່ຕ້ານພຣະຄຣິສຈະໄປເຖິງຕົວຄົນເຫຼົ່ານັ້ນ, ພວກເຂົາກໍຟ້າວປະຕິເສດກ່ອນເລີຍວ່າ “ມັນບໍ່ແມ່ນຂ້ອຍ”. ຜູ້ຕໍ່ຕ້ານພຣະຄຣິສຖາມວ່າ “ແລ້ວເບື້ອງເທິງຮູ້ກ່ຽວກັບເລື່ອງນັ້ນໄດ້ແນວໃດ?” ພວກເຂົາຄິດກ່ຽວກັບເລື່ອງນີ້ ແລະ ເວົ້າວ່າ “ຂ້ອຍກໍບໍ່ຮູ້ຄືກັນ”. ຜູ້ຕໍ່ຕ້ານພຣະຄຣິສທໍລະມານພວກເຂົາຈົນເຖິງຈຸດທີ່ພວກເຂົາຕ້ອງດຳລົງຊີວິດຢູ່ໃນຄວາມຢ້ານກົວຢູ່ຕະຫຼອດເວລາ, ວິຕົກກັງວົນຢູ່ສະເໝີ, ຢ້ານວ່າຜູ້ຕໍ່ຕ້ານພຣະຄຣິສອາດຈະຂັບໄລ່ພວກເຂົາອອກຈາກຄຣິສຕະຈັກ. ພວກເຂົາກັງວົນ ແລະ ຢ້ານກົວຈົນເຖິງຈຸດທີ່ມັນຍາກສຳລັບພວກເຂົາແມ່ນແຕ່ຈະຜ່ານໄປໄດ້ໃນແຕ່ລະມື້. ພວກເຂົາຈະຢ້ານກົວຂະໜາດນີ້ບໍ ຖ້າຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຂົ່ມຂູ່ພວກເຂົາແບບນີ້? ບໍ່, ພວກເຂົາຈະບໍ່ຢ້ານ. ຍິ່ງໄປກວ່ານັ້ນ, ພວກເຂົາມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ? ບໍ່, ພວກເຂົາບໍ່ມີ. ພວກເຂົາເປັນຄົນຂີ້ຢ້ານ ແລະ ເປັນຄົນເບົາປັນຍາ. ເມື່ອພວກເຂົາພົບກັບຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຢ້ານກົວ. ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແຕ່ພວກເຂົາເຕັມໃຈທີ່ຈະຍອມຈຳນົນຕໍ່ຜູ້ຕໍ່ຕ້ານພຣະຄຣິສ, ພ້ອມທີ່ຈະເຮັດຕາມຄຳສັ່ງຂອງຜູ້ຕໍ່ຕ້ານພຣະຄຣິສ. ໂດຍທຳມະຊາດແລ້ວ ພວກເຂົາເປັນຄົນຮັບໃຊ້ຂອງຊາຕານ.

ມີການປະຕິບັດອື່ນໃດອີກແດ່ທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຂົ່ມຂູ່ຜູ້ຄົນ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນມີທັກສະໃນການກ່າວຫຼັກຄຳສອນທີ່ຖືກຕ້ອງ ແລະ ໜ້າສົນໃຈບາງຢ່າງເພື່ອຈຳກັດ ແລະ ບີບຄັ້ນເຈົ້າ. ພວກເຂົາເວົ້າວ່າ “ເຈົ້າບໍ່ຮັກຄວາມຈິງບໍ? ຖ້າເຈົ້າຮັກຄວາມຈິງ, ເຈົ້າກໍຕ້ອງຟັງຂ້ອຍ ເພາະວ່າຂ້ອຍເປັນຜູ້ນຳ. ທຸກສິ່ງທຸກຢ່າງທີ່ຂ້ອຍເວົ້າລ້ວນແຕ່ສອດຄ່ອງກັບຄວາມຈິງ. ເຈົ້າຕ້ອງເຊື່ອຟັງທຸກສິ່ງທຸກຢ່າງທີ່ຂ້ອຍເວົ້າ; ເມື່ອຂ້ອຍບອກໃຫ້ໄປທາງຕາເວັນອອກ, ເຈົ້າກໍຕ້ອງບໍ່ໄປທາງຕາເວັນຕົກ. ເມື່ອຂ້ອຍເວົ້າບາງສິ່ງບາງຢ່າງ, ເຈົ້າກໍຕ້ອງບໍ່ມີຄວາມລັງເລໃຈ; ເຈົ້າຕ້ອງບໍ່ມີຄວາມຄິດເຫັນໃດໆ ຫຼື ເຂົ້າໄປຫຍຸ້ງກ່ຽວຢ່າງຫຼັບຫູຫຼັບຕາ. ສິ່ງທີ່ຂ້ອຍເວົ້າຄືຄວາມຈິງ”. ຖ້າເຈົ້າບໍ່ຟັງພວກເຂົາ, ພວກເຂົາກໍອາດຈະກຽດຊັງ ຫຼື ກ່າວໂທດເຈົ້າ. ການກ່າວໂທດປະເພດໃດ? ພວກເຂົາຈະເວົ້າວ່າ “ເຈົ້າບໍ່ແມ່ນຄົນທີ່ຮັກຄວາມຈິງແທ້ໆ; ຖ້າເຈົ້າຮັກຄວາມຈິງແທ້ໆ, ແລ້ວໃນຖານະທີ່ເປັນຜູ້ນຳ, ຄຳເວົ້າຂອງຂ້ອຍກໍຖືກຕ້ອງ, ເປັນຫຍັງເຈົ້າຈຶ່ງຈະບໍ່ຟັງພວກມັນ?” ຜູ້ຕໍ່ຕ້ານພຣະຄຣິສໃຊ້ທິດສະດີ ແລະ ຫຼັກຄຳສອນທີ່ເບິ່ງຄືວ່າຖືກຕ້ອງເຫຼົ່ານີ້ເພື່ອຄວບຄຸມ ແລະ ຈຳກັດເຈົ້າ. ຍິ່ງໄປກວ່ານັ້ນ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນກໍໃຫ້ຜູ້ຄົນເບິ່ງແຍງເລື່ອງສ່ວນຕົວຂອງພວກເຂົາ ໂດຍເວົ້າວ່າ “ຕອນນີ້ ຂ້ອຍເປັນຜູ້ນຳແລ້ວ ແລະ ຂ້ອຍກໍບໍ່ມີເວລາສຳລັບເລື່ອງສ່ວນຕົວບາງຢ່າງ. ນອກຈາກນີ້, ຂ້ອຍເປັນຜູ້ນຳ ແລະ ເລື່ອງຂອງຂ້ອຍກໍຄືເລື່ອງຂອງເຮືອນຂອງພຣະເຈົ້າ. ເລື່ອງຂອງເຮືອນຂອງພຣະເຈົ້າກໍຄືເລື່ອງຂອງຂ້ອຍເຊັ່ນກັນ. ພວກເຮົາບໍ່ສາມາດຈໍາແນກພວກມັນໄດ້ຢ່າງຊັດເຈນອີກຕໍ່ໄປ. ດັ່ງນັ້ນ, ພວກເຈົ້າຈຳເປັນຕ້ອງແບ່ງເບົາພາລະບາງຢ່າງໃນເລື່ອງຕ່າງໆຢູ່ບ້ານຂອງຂ້ອຍເຊັ່ນ: ການເບິ່ງແຍງເດັກນ້ອຍ, ການເຮັດນາ, ການຂາຍຜັກ ຫຼື ການສ້າງເຮືອນ ແລະ ເລື່ອງຕ່າງໆເຊັ່ນ: ເງິນບໍ່ພໍໃຊ້ຢູ່ບ້ານ. ເລື່ອງເຫຼົ່ານີ້ເຄີຍເປັນໜ້າທີ່ຂອງຂ້ອຍ ແຕ່ຕອນນີ້ຂ້ອຍເປັນຜູ້ນຳແລ້ວ, ພວກມັນກໍກາຍເປັນໜ້າທີ່ຂອງພວກເຈົ້າ, ພວກເຈົ້າຕ້ອງແບ່ງເບົາພາລະ. ຖ້າບໍ່ດັ່ງນັ້ນ, ຂ້ອຍກໍຈະກັງວົນກ່ຽວກັບເລື່ອງໃນຄອບຄົວຂອງຂ້ອຍຢູ່ຕະຫຼອດເວລາ, ຖືກເລື່ອງເຫຼົ່ານີ້ລົບກວນ, ແລ້ວຂ້ອຍຍັງຈະສາມາດເປັນຜູ້ນຳທີ່ມີປະສິດທິພາບໄດ້ຢູ່ບໍ?” ຍິ່ງພວກເຂົາເວົ້າຫຼາຍເທົ່າໃດ ພວກເຂົາກໍຍິ່ງໜ້າດ້ານຫຼາຍຂຶ້ນເທົ່ານັ້ນ. ບາງຄົນໄດ້ຍິນສິ່ງນີ້ ແລະ ຄິດວ່າ “ພວກເຮົາບໍ່ຮູ້ທີ່ຈະຄຳນຶງເຖິງຈິດໃຈຂອງເຈົ້າ, ພວກເຮົາເປັນຄົນໃຈດຳແທ້ໆ! ເຈົ້າບໍ່ຈຳເປັນຕ້ອງເວົ້າຫຍັງເລີຍ; ຕັ້ງແຕ່ນີ້ເປັນຕົ້ນໄປ, ພວກເຮົາຈະເບິ່ງແຍງວຽກບ້ານວຽກເຮືອນທັງໝົດຂອງເຈົ້າເອງ”. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຕັ້ງຊື່ທີ່ມ່ວນຫູໃຫ້ກັບວຽກງານຂອງພວກເຂົາເອງຢູ່ບ້ານ ແລະ ວຽກງານໃນຊີວິດປະຈຳວັນຂອງພວກເຂົາວ່າແນວໃດ? ພວກເຂົາເອີ້ນພວກມັນວ່າ “ໜ້າທີ່ຂອງຜູ້ຄົນ”, ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສເອົາຄົນມາເຮັດວຽກໃຫ້ຄອບຄົວຂອງພວກເຂົາ, ຮັບໃຊ້ທັງເດັກນ້ອຍ ແລະ ຜູ້ໃຫຍ່ໃນຄົວເຮືອນຂອງພວກເຂົາ ແລະ ຈັດການກັບເລື່ອງຊີວິດສ່ວນຕົວຂອງພວກເຂົາ ແລະ ປ່ຽນເລື່ອງເຫຼົ່ານີ້ໃຫ້ກາຍເປັນເລື່ອງຂອງເຮືອນຂອງພຣະເຈົ້າ. ໃນເມື່ອຕອນນີ້ພວກມັນເປັນເລື່ອງຂອງເຮືອນຂອງພຣະເຈົ້າແລ້ວ, ທຸກຄົນກໍຄວນປະກອບສ່ວນໃນສ່ວນຂອງຕົນຢ່າງຍຸຕິທຳ ແລະ ຖ້າຜູ້ນຳຕ້ອງການໃຫ້ເຈົ້າເຮັດບາງສິ່ງບາງຢ່າງ ມັນກໍຈະກາຍເປັນໜ້າທີ່ຂອງເຈົ້າ. ສິ່ງນີ້ຟັງເບິ່ງຄືວ່າຖືກຕ້ອງບໍ? ຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະອາດຈະຄິດວ່າມັນຖືກຕ້ອງ. ພວກເຂົາເຊື່ອວ່າໃນເມື່ອຜູ້ນຳຫຍຸ້ງເກີນໄປທີ່ຈະຈັດການກັບເລື່ອງຂອງຜູ້ນຳເອງຢູ່ບ້ານ ແລະ ພວກເຂົາເອງກໍມີຂີດຄວາມສາມາດຕໍ່າ ແລະ ບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້, ພວກເຂົາກໍເຮັດໄດ້ພຽງແຕ່ຊ່ວຍຜູ້ນຳຮັບຜິດຊອບວຽກບ້ານວຽກເຮືອນສອງສາມຢ່າງເທົ່ານັ້ນ. ສະນັ້ນ, ເມື່ອໃດກໍຕາມທີ່ພວກເຂົາບໍ່ຫຍຸ້ງ ພວກເຂົາກໍຈະໄປເຮັດວຽກຢູ່ເຮືອນຂອງຜູ້ນຳ ໂດຍຊ່ວຍເຫຼືອວຽກງານຕ່າງໆ. ສິ່ງນີ້ສາມາດຖືວ່າເປັນການປະຕິບັດໜ້າທີ່ຂອງພວກເຂົາໄດ້ບໍ? ສິ່ງນີ້ສາມາດເຫັນໄດ້ວ່າເປັນການຊ່ວຍເຫຼືອຜູ້ຄົນຢ່າງກະຕືລືລົ້ນເທົ່ານັ້ນ. ສຳລັບຄົນທີ່ເສຍສະລະຕົນເພື່ອພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເມື່ອຄອບຄົວຂອງພວກເຂົາປະເຊີນກັບຄວາມຫຍຸ້ງຍາກ, ຄຣິສຕະຈັກກໍຈະຈັດແຈງໃຫ້ຄົນໄປຊ່ວຍເຫຼືອ ແລະ ເບິ່ງແຍງເລື່ອງພາຍໃນຄອບຄົວຂອງພວກເຂົາ. ໃນກໍລະນີດັ່ງກ່າວ, ສິ່ງນີ້ສາມາດຖືໄດ້ວ່າເປັນການປະຕິບັດໜ້າທີ່ໃນລະດັບໃດໜຶ່ງ. ຕອນນີ້ ມັນເລີ່ມສົມເຫດສົມຜົນແລ້ວບໍ? ຜູ້ຕໍ່ຕ້ານພຣະຄຣິສທີ່ຫຍຸ້ງຢູ່ກັບການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນໃນຄຣິສຕະຈັກ, ໄດ້ຈັດແຈງວຽກບ້ານວຽກເຮືອນຂອງພວກເຂົາໃຫ້ອ້າຍເອື້ອຍນ້ອງ ໂດຍອ້າງວ່າສິ່ງນີ້ກໍເປັນການປະຕິບັດໜ້າທີ່ຂອງພວກເຂົາເຊັ່ນກັນ. ເນື່ອງຈາກອ້າຍເອື້ອຍນ້ອງບາງຄົນຂາດຄວາມເຂົ້າໃຈໃນຄວາມຈິງ, ພວກເຂົາຈຶ່ງຖືກເຮັດໃຫ້ຫຼົງຜິດ ແລະ ເຕັມໃຈຮັບເອົາວຽກງານເຫຼົ່ານີ້ ໂດຍຮູ້ສຶກມີຄວາມສຸກທີ່ໄດ້ເຮັດ. ໃນທີ່ສຸດ, ພວກເຂົາກໍເຖິງກັບຮູ້ສຶກວ່າພວກເຂົາເປັນໜີ້ບຸນຄຸນຜູ້ນຳ ໂດຍຄິດວ່າ “ຜູ້ນຳໄດ້ທຸ່ມເທທັງແຮງກາຍແຮງໃຈ ແລະ ເວົ້າຈົນປາກຈະສີກເພື່ອພວກເຮົາ. ພວກເຮົາຊ່າງບໍ່ຄູ່ຄວນເລີຍ. ພວກເຮົາໄດ້ເຮັດວຽກງານຫຼາຍຢ່າງ, ແຕ່ເປັນຫຍັງພວກເຮົາຈຶ່ງຍັງບໍ່ເຂົ້າໃຈຄວາມຈິງໃດໆເລີຍ?” ຖ້າເຈົ້າຫຍຸ້ງຢູ່ກັບການເຮັດວຽກໃຫ້ຜູ້ນຳໝົດມື້ ແລະ ລະເລີຍການເຂົ້າຮ່ວມການເຕົ້າໂຮມ ຫຼື ການຟັງຄຳເທດສະໜາ, ເຈົ້າຈະສາມາດເຂົ້າໃຈຄວາມຈິງໄດ້ບໍ? ເປັນໄປບໍ່ໄດ້ຢ່າງແນ່ນອນ. ນີ້ຄືການປະຈົບປະແຈງຈົນເຖິງແກ່ຄວາມຕາຍ! ນີ້ຄືການແລ່ນຕາມຜູ້ຕໍ່ຕ້ານພຣະຄຣິສ ແລະ ຫຼົງທາງໄປສູ່ເສັ້ນທາງທີ່ຄົດໂກງ. ຜູ້ຕໍ່ຕ້ານພຣະຄຣິສມັກຈະໃຊ້ຄຳເວົ້າທີ່ເບິ່ງຄືວ່າຖືກຕ້ອງ ໂດຍຫຸ້ມຫໍ່ ແລະ ປຸງແຕ່ງພວກມັນໃຫ້ກາຍເປັນຄຳເວົ້າທີ່ຖືກຕ້ອງ ເຊິ່ງເຮັດໃຫ້ຜູ້ຄົນເຂົ້າໃຈຜິດວ່າຄຳເວົ້າເຫຼົ່ານີ້ເປັນຄວາມຈິງແທ້ໆ, ເປັນສິ່ງທີ່ພວກເຂົາຄວນປະຕິບັດຕາມ ແລະ ນໍາໃຊ້ປະຕິບັດ ແລະ ພວກເຂົາຄວນຍອມຮັບຄຳເວົ້າເຫຼົ່ານີ້. ດ້ວຍວິທີນັ້ນ, ຜູ້ຄົນຈຶ່ງບໍ່ຈຳເປັນຕ້ອງແຍກແຍະວ່າສິ່ງທີ່ຜູ້ນຳກຳລັງເຮັດນັ້ນຖືກ ຫຼື ຜິດ ຫຼື ສິ່ງທີ່ພວກເຂົາກຳລັງຕິດຕາມນັ້ນຖືກ ຫຼື ຜິດ. ມັນບໍ່ແມ່ນແນວນັ້ນບໍ? ສິ່ງນີ້ເອີ້ນວ່າການເຮັດໃຫ້ຫຼົງຜິດ ແລະ ມັນກໍເປັນການຂົ່ມຂູ່ຜູ້ຄົນເຊັ່ນກັນ. ຜູ້ຕໍ່ຕ້ານພຣະຄຣິສໃຊ້ທິດສະດີ ແລະ ຄຳເວົ້າທີ່ເບິ່ງຄືວ່າຖືກຕ້ອງເຫຼົ່ານີ້ເພື່ອຄວບຄຸມຄົນເຫຼົ່ານີ້. ພວກເຂົາຄວບຄຸມຄົນເຫຼົ່ານີ້ໃນລະດັບໃດ? ຄົນເຫຼົ່ານີ້ເຕັມໃຈທີ່ຈະອອກເຫື່ອແຮງເພື່ອພວກເຂົາ, ເຮັດວຽກຈົນສາຍຕົວແທບຂາດເພື່ອພວກເຂົາ ແລະ ຈັດການກັບເລື່ອງສ່ວນຕົວທັງໝົດຂອງພວກເຂົາ. ພວກເຂົາຍອມຂາດການເຕົ້າໂຮມ, ລະເລີຍໜ້າທີ່ຂອງພວກເຂົາເອງ, ປະຖິ້ມວຽກງານຂອງພວກເຂົາເອງ ແລະ ເສຍສະລະເວລາຂອງພວກເຂົາເອງສຳລັບການອຸທິດຕົນຝ່າຍວິນຍານ, ການເຕົ້າໂຮມ ແລະ ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ພຽງເພື່ອອອກເຫື່ອແຮງ ແລະ ເຮັດວຽກຈົນສາຍຕົວແທບຂາດໃຫ້ກັບຜູ້ຕໍ່ຕ້ານພຣະຄຣິສແບບເຕັມເວລາ. ເປັນຫຍັງພວກເຂົາຈຶ່ງສາມາດເຮັດວຽກຈົນສາຍຕົວແທບຂາດແບບນີ້ໄດ້? ມັນມີເຫດຜົນສຳລັບເລື່ອງນີ້. ເຫດຜົນຫຍັງ? ມັນເປັນເພາະວ່າຜູ້ຕໍ່ຕ້ານພຣະຄຣິສຕັ້ງໃຈບອກພວກເຂົາວ່າ “ຖ້າເຈົ້າບໍ່ສາມາດແມ່ນແຕ່ຈັດການກັບເລື່ອງເຫຼົ່ານີ້ໄດ້ຢ່າງເໝາະສົມ, ເຈົ້າຈະສາມາດປະຕິບັດໜ້າທີ່ຫຍັງໄດ້? ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້, ເຈົ້າຍັງເປັນສະມາຊິກຂອງເຮືອນຂອງພຣະເຈົ້າຢູ່ບໍ? ຖ້າເປັນແນວນັ້ນ, ຂ້ອຍກໍຈະບໍ່ນໍາພາເຈົ້າ. ຖ້າຂ້ອຍບໍ່ນໍາພາເຈົ້າ, ເຈົ້າກໍຈະບໍ່ຖືກນັບເຂົ້າໃນຈຳນວນຄົນຂອງເຮືອນຂອງພຣະເຈົ້າ. ໃນເມື່ອຂ້ອຍຖືກເລືອກໃຫ້ເປັນຜູ້ນຳ, ຂ້ອຍກໍຄືປະຕູສູ່ຄຣິສຕະຈັກນີ້. ໃຜກໍຕາມທີ່ປາຖະໜາຈະເຂົ້າມາໃນຄຣິສຕະຈັກຕ້ອງໄດ້ຮັບການອະນຸມັດຈາກຂ້ອຍ. ຖ້າບໍ່ມີການຍິນຍອມຈາກຂ້ອຍ, ກໍບໍ່ມີໃຜສາມາດເຂົ້າມາໄດ້. ເຖິງແມ່ນວ່າຄຣິສຕະຈັກກຳລັງຄັດຄົນໃດຄົນໜຶ່ງອອກ, ມັນກໍຕ້ອງໄດ້ຮັບການອະນຸມັດຈາກຂ້ອຍກ່ອນທີ່ພວກເຂົາຈະສາມາດອອກໄປໄດ້. ດັ່ງນັ້ນ, ວຽກງານທີ່ຂ້ອຍມອບໝາຍໃຫ້ພວກເຈົ້າ ແລະ ວຽກງານທີ່ຂ້ອຍມອບໃຫ້ພວກເຈົ້າຈຶ່ງຖືເປັນໜ້າທີ່ຂອງພວກເຈົ້າ. ຖ້າພວກເຈົ້າບໍ່ປະຕິບັດໜ້າທີ່ນີ້, ມັນກໍມີກ່າວໄວ້ໃນພຣະທຳຂອງພຣະເຈົ້າວ່າ ຜູ້ທີ່ບໍ່ປະຕິບັດໜ້າທີ່ຈະບໍ່ມີໂອກາດໄດ້ຮັບຄວາມລອດພົ້ນ ແລະ ພວກເຂົາຈະບໍ່ຖືກນັບເຂົ້າໃນຈຳນວນຄົນຂອງເຮືອນຂອງພຣະເຈົ້າ!” ນີ້ບໍ່ແມ່ນການຂົ່ມຂູ່ບໍ? (ແມ່ນແລ້ວ, ມັນແມ່ນ.) ວິທີການໃດທີ່ຖືກໃຊ້ເພື່ອຂົ່ມຂູ່ຜູ້ຄົນ? (ຄຳເວົ້າທີ່ຖືກຕ້ອງ.) ມັນຄືການຂົ່ມຂູ່ຜູ້ຄົນໂດຍໃຊ້ຄຳເວົ້າທີ່ຖືກຕ້ອງ, ຄຳເວົ້າທີ່ເບິ່ງຄືວ່າສອດຄ່ອງກັບຄວາມຈິງ, ນີ້ຄືການເອົາເລື່ອງໜຶ່ງໄປປົນກັບອີກເລື່ອງໜຶ່ງ. ຜູ້ຕໍ່ຕ້ານພຣະຄຣິສໃຊ້ການປະຕິບັດໜ້າທີ່ເປັນຂໍ້ອ້າງເພື່ອບັນລຸເປົ້າໝາຍສ່ວນຕົວຂອງພວກເຂົາ. ແຕ່ການເຮັດສິ່ງຕ່າງໆໃຫ້ພວກເຂົາເປັນການປະຕິບັດໜ້າທີ່ແທ້ບໍ? ພວກເຂົາບິດເບືອນມັນເພື່ອເຮັດໃຫ້ເບິ່ງຄືວ່າມັນເປັນໜ້າທີ່ທີ່ຜູ້ຄົນຄວນປະຕິບັດ ແລະ ຈາກນັ້ນກໍໃຊ້ຫຼັກການ ແລະ ມາດຕະຖານຂອງການປະຕິບັດໜ້າທີ່ເພື່ອຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງເຮັດວຽກຈົນສາຍຕົວແທບຂາດເພື່ອພວກເຂົາ. ພວກເຂົາເຖິງກັບຂົ່ມຂູ່ວ່າຖ້າອ້າຍເອື້ອຍນ້ອງບໍ່ເຮັດວຽກຈົນສາຍຕົວແທບຂາດເພື່ອພວກເຂົາ, ອ້າຍເອື້ອຍນ້ອງກໍຈະບໍ່ມີໂອກາດໄດ້ຮັບຄວາມລອດພົ້ນ ແລະ ຈະຖືກຄັດອອກຈາກຄຣິສຕະຈັກ ແລະ ຖືກຕັດຂາດຈາກເຮືອນຂອງພຣະເຈົ້າ. ເມື່ອບຸກຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມສາມາດໃນການແຍກແຍະເຫຼົ່ານີ້ໄດ້ຍິນເຖິງຄວາມຮ້າຍແຮງຂອງຜົນທີ່ຈະຕາມມາ, ພວກເຂົາກໍຟ້າວຮັບເອົາວຽກບ້ານວຽກເຮືອນທັງໝົດຂອງຄົວເຮືອນຂອງຜູ້ນຳ ແລະ ເລື່ອງໃນຊີວິດປະຈຳວັນຂອງຜູ້ນຳ ໂດຍຮູ້ສຶກໂລ່ງໃຈເມື່ອພວກເຂົາເຮັດສຳເລັດ. ພວກເຂົາເຖິງກັບຄິດຢ່າງພໍໃຈໃນຕົວເອງວ່າ “ຕອນນີ້ ຂ້ອຍໄດ້ບັນລຸໜ້າທີ່ຂອງຂ້ອຍຢ່າງເໝາະສົມແລ້ວ. ຂ້ອຍບໍ່ໄດ້ຂີ້ຄ້ານເລີຍ ແລະ ຂ້ອຍກໍໄດ້ຄຳນຶງເຖິງຄວາມປະສົງຂອງຜູ້ນຳ. ຂ້ອຍໄດ້ເຮັດທຸກສິ່ງທຸກຢ່າງທີ່ຜູ້ນຳສັ່ງໃຫ້ຂ້ອຍເຮັດ ແລະ ຂ້ອຍກໍໄດ້ເບິ່ງແຍງວຽກບ້ານວຽກເຮືອນທັງໝົດຂອງຜູ້ນຳ. ນີ້ຄືຄວາມໝາຍຂອງການຄຳນຶງເຖິງພຣະເຈົ້າ! ຜູ້ນຳພໍໃຈ ແລະ ພຣະເຈົ້າກໍພໍໃຈເຊັ່ນກັນ. ຕອນນີ້ ຂ້ອຍມີຄວາມຫວັງສຳລັບຄວາມລອດພົ້ນແລ້ວ!” ນີ້ເອີ້ນວ່າຄວາມຫວັງບໍ? ພວກເຂົາບໍ່ໄດ້ກາຍເປັນຂ້າທາດຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາບໍ່ໄດ້ຖືກນໍາພາຢ່າງຜິດໆໂດຍຜູ້ຕໍ່ຕ້ານພຣະຄຣິສບໍ? ຜູ້ຕໍ່ຕ້ານພຣະຄຣິສກຳລັງຮັບບົດບາດຫຍັງຢູ່ນີ້? ພວກເຂົາບໍ່ໄດ້ກຳລັງເຮັດຕົວຄືກັບຜູ້ລັກພາຕົວບໍ? ພວກເຂົາມີອຸປະນິໄສທີ່ຊົ່ວຊ້າ ແລະ ແນ່ນອນວ່າ ຄວາມຊົ່ວຊ້າກໍຮ້າຍແຮງກວ່າຄວາມເລ່ລ່ຽມຫຼາຍ. ດັ່ງນັ້ນ ພວກເຂົາຈຶ່ງຮູ້ຢ່າງແນ່ນອນວ່າຄວນເວົ້າຫຍັງ ແລະ ຄວນໃຊ້ທິດສະດີໃດເພື່ອຈຳກັດຜູ້ຄົນ, ເພື່ອບັນລຸຈຸດປະສົງທີ່ປິດບັງໄວ້ຂອງພວກເຂົາ, ເພື່ອເອົາຊະນະໃຈຜູ້ຄົນ ແລະ ເພື່ອຄວບຄຸມພຶດຕິກຳ ແລະ ຄວາມຄິດຂອງຜູ້ຄົນ. ພວກເຂົາຮູ້ດີກ່ຽວກັບເລື່ອງທັງໝົດນີ້. ດັ່ງນັ້ນ, ເປົ້າໝາຍທີ່ຜູ້ຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະບັນລຸຜ່ານທຸກສິ່ງທຸກຢ່າງທີ່ພວກເຂົາເວົ້າ ແລະ ເຮັດຈຶ່ງຖືກຄິດມາຢ່າງຮອບຄອບ ແລະ ໄຕ່ຕອງມາເປັນເວລາດົນນານ. ສິ່ງນີ້ບໍ່ແມ່ນເລື່ອງຂອງການເວົ້າ ຫຼື ການເຮັດບາງສິ່ງບາງຢ່າງໂດຍບໍ່ຮູ້ຕົວ ແລ້ວກໍບັນລຸຜົນທີ່ບໍ່ຄາດຄິດຢ່າງແນ່ນອນ, ມັນບໍ່ແມ່ນແບບນີ້ຢ່າງແນ່ນອນ. ສະນັ້ນ, ຜູ້ທີ່ເຕັມໃຈອອກເຫື່ອແຮງ ແລະ ເຮັດວຽກຈົນສາຍຕົວແທບຂາດໃຫ້ກັບຜູ້ຕໍ່ຕ້ານພຣະຄຣິສນອກຈາກຈະຖືກຄຳເວົ້າຂອງຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດແລ້ວ, ພວກເຂົາຍັງຖືກຂົ່ມຂູ່ ແລະ ຖືກບີບບັງຄັບໂດຍຄຳເວົ້າປະເພດໜຶ່ງຈາກຜູ້ຕໍ່ຕ້ານພຣະຄຣິສອີກດ້ວຍ. ບາງທີ ພວກເຂົາອາດຈະເຮັດສິ່ງເຫຼົ່ານັ້ນໃຫ້ກັບຜູ້ຕໍ່ຕ້ານພຣະຄຣິສດ້ວຍຄວາມເຕັມໃຈ, ແຕ່ມັນບໍ່ມີບັນຫາກັບ “ຄວາມເຕັມໃຈ” ນີ້ບໍ? ມັນບໍ່ຄວນຖືກໃສ່ໄວ້ໃນເຄື່ອງໝາຍວົງຢືມບໍ? (ຄວນ.) ສິ່ງນີ້ບໍ່ແມ່ນການປະຕິບັດໜ້າທີ່ທີ່ແທ້ຈິງຢ່າງແນ່ນອນ ແຕ່ເປັນຜົນທີ່ເກີດຈາກການຖືກເຮັດໃຫ້ຫຼົງຜິດໂດຍທິດສະດີບາງຢ່າງ, ຂໍ້ໂຕ້ແຍ້ງ ຫຼື ຄຳເວົ້າທີ່ຖືກຕ້ອງ ແລະ ມ່ວນຫູບາງຢ່າງທີ່ເຮັດໃຫ້ຜູ້ຄົນຫຼົງຜິດ. ເພາະວ່າພວກເຂົາກັງວົນວ່າພວກເຂົາຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້, ພວກເຂົາຈະຖືກຂັບໄລ່ ແລະ ພວກເຂົາຈະບໍ່ລອດພົ້ນ, ພວກເຂົາຈຶ່ງເຕັມໃຈຮັບເອົາວຽກງານທີ່ຜູ້ຕໍ່ຕ້ານພຣະຄຣິສມອບໝາຍໃຫ້ພວກເຂົາ ໂດຍເຖິງກັບຄິດວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາເພື່ອພຣະເຈົ້າ. ພວກເຂົາຊ່າງກາຍເປັນຄົນທີ່ເບົາປັນຍາແທ້ໆ!

ການຂົ່ມຂູ່ຂອງຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນເຫັນທາດແທ້ຂອງພວກເຂົາຢ່າງຊັດເຈນ. ພວກເຈົ້າມີສ່ວນຮ່ວມໃນການຂົ່ມຂູ່ແບບນັ້ນບໍ? ມີຄວາມແຕກຕ່າງລະຫວ່າງການຂົ່ມຂູ່ ແລະ ການຕັກເຕືອນ ຫຼື ຄຳແນະນຳບໍ? (ມີ.) ພວກເຈົ້າສາມາດແຍກແຍະສິ່ງນີ້ໄດ້ ຫຼື ບໍ່? ຄວາມແຕກຕ່າງຢູ່ໃສ? ຈົ່ງຊອກຫາຄວາມແຕກຕ່າງນີ້ ແລ້ວພວກເຈົ້າກໍຈະເຂົ້າໃຈ ແລະ ສາມາດແຍກແຍະໄດ້. (ເຈດຕະນາແຕກຕ່າງກັນ.) ເຈດຕະນາ ແລະ ແຮງຈູງໃຈແຕກຕ່າງກັນຢ່າງແນ່ນອນ. ແລ້ວຄວາມແຕກຕ່າງຢູ່ໃສກັນແທ້? ການຂົ່ມຂູ່ແມ່ນຫຍັງ? ການຂົ່ມຂູ່ກ່ຽວຂ້ອງກັບຄຳເວົ້າທີ່ອາດຈະຟັງເບິ່ງຄືວ່າດີ ແລະ ຖືກຕ້ອງ ແລະ ຜູ້ຄົນກໍບໍ່ຮູ້ສຶກອຸກໃຈຫຼາຍເກີນໄປເມື່ອໄດ້ຍິນພວກມັນ ແຕ່ຈຸດປະສົງຂອງພວກມັນແມ່ນເພື່ອຜົນປະໂຫຍດສ່ວນຕົວ. ໃນທາງກົງກັນຂ້າມ, ຈຸດປະສົງຂອງຄຳແນະນຳ ແລະ ການຕັກເຕືອນແມ່ນຫຍັງ? ມັນກໍເພື່ອຊ່ວຍເຫຼືອຜູ້ຄົນ, ເພື່ອປ້ອງກັນບໍ່ໃຫ້ພວກເຂົາເຮັດຜິດພາດ, ຫຼົງທາງ ຫຼື ຍ່າງອ້ອມ, ຖືກເຮັດໃຫ້ຫຼົງຜິດ ແລະ ເພື່ອຊ່ວຍໃຫ້ພວກເຂົາຫຼຸດຜ່ອນ ຫຼື ປ້ອງກັນຄວາມເສຍຫາຍ. ເປົ້າໝາຍບໍ່ແມ່ນເພື່ອຜົນປະໂຫຍດສ່ວນຕົວ ແຕ່ເພື່ອຊ່ວຍເຫຼືອຄົນອື່ນຢ່າງບໍລິສຸດໃຈ. ນັ້ນບໍ່ແມ່ນຄວາມແຕກຕ່າງບໍ? (ແມ່ນແລ້ວ.) ໃນເລື່ອງນີ້, ເຈົ້າຈຳເປັນຕ້ອງຮຽນຮູ້ທີ່ຈະແຍກແຍະ. ພຽງເພາະວ່າການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສໃນການຂົ່ມຂູ່ຜູ້ຄົນໄດ້ຖືກໂອ້ລົມໄປແລ້ວ, ນັ້ນບໍ່ໄດ້ໝາຍຄວາມວ່າພວກເຈົ້າບໍ່ກ້າທີ່ຈະໃຫ້ການຕັກເຕືອນເມື່ອຈຳເປັນໃນຂະນະທີ່ເວົ້າລົມກັບຄົນອື່ນ. ເມື່ອຈຳເປັນຕ້ອງມີການຕັກເຕືອນ, ເຈົ້າກໍຄວນໃຫ້ການຕັກເຕືອນ. ການຕັກເຕືອນ ແລະ ຄຳແນະນຳບໍ່ຄືກັນກັບການຂົ່ມຂູ່. ການຕັກເຕືອນມີຈຸດປະສົງເພື່ອຊ່ວຍເຫຼືອຜູ້ຄົນຢ່າງແທ້ຈິງ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງເໝາະສົມ, ຮັບປະກັນວ່າວຽກງານຂອງເຮືອນຂອງພຣະເຈົ້າຈະບໍ່ຖືກທຳລາຍ. ເປົ້າໝາຍຂອງພວກມັນນັ້ນຖືກຕ້ອງ. ໃນທາງກົງກັນຂ້າມ, ການຂົ່ມຂູ່ມີຈຸດປະສົງທີ່ບໍ່ຖືກຕ້ອງ ແລະ ປິດບັງໄວ້, ມັນກ່ຽວຂ້ອງກັບຄວາມທະເຍີທະຍານສ່ວນຕົວ ແລະ ຄວາມປາຖະໜາທີ່ເຫັນແກ່ຕົວ. ຕົວຢ່າງ: ເມື່ອຜູ້ຕໍ່ຕ້ານພຣະຄຣິສໃຫ້ຄົນອື່ນເຮັດວຽກບ້ານວຽກເຮືອນຂອງພວກເຂົາ, ຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາແມ່ນຫຍັງ? ພວກເຂົາພຽງແຕ່ຕ້ອງການເພີດເພີນກັບຜົນປະໂຫຍດຈາກສະຖານະ ໂດຍໃຫ້ຄົນອື່ນເຮັດວຽກທີ່ສົກກະປົກ ແລະ ອິດເມື່ອຍ ໃນຂະນະທີ່ພວກເຂົາບໍ່ເຮັດຫຍັງເລີຍ. ຈາກນັ້ນ ບາງຄົນກໍເຖິງກັບຕ້ອງຮັບໃຊ້ພວກເຂົາສາມຄາບຕໍ່ມື້. ພວກເຂົາເຊື່ອວ່າຕອນນີ້ພວກເຂົາດຳລົງຕຳແໜ່ງແລ້ວ, ຄວາມເພີດເພີນຂອງພວກເຂົາກໍສາມາດເລີ່ມຕົ້ນໄດ້. ເຖິງຢ່າງໃດກໍຕາມ, ມັນບໍ່ສົມເຫດສົມຜົນທີ່ຈະບອກໃຫ້ຜູ້ຄົນເຮັດວຽກໃຫ້ພວກເຂົາໂດຍກົງ, ສະນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງສ້າງຂໍ້ອ້າງຕ່າງໆຂຶ້ນມາ ໂດຍເວົ້າວ່າ “ຕອນນີ້ ຂ້ອຍເປັນຜູ້ນຳແລ້ວ, ຂ້ອຍຫຍຸ້ງກັບໜ້າທີ່ຂອງຂ້ອຍຫຼາຍ. ຖ້າພວກເຈົ້າມີພາລະ ແລະ ຄວາມເປັນມະນຸດ, ພວກເຈົ້າກໍຄວນຮຽນຮູ້ທີ່ຈະຮ່ວມມື. ພວກເຈົ້າສາມາດເຮັດຫຍັງໄດ້ແດ່? ສິ່ງທີ່ພວກເຈົ້າສາມາດເຮັດໄດ້ກໍຄືການອອກເຫື່ອແຮງ, ບໍ່ແມ່ນບໍ? ບໍ່ມີໃຜເຮັດວຽກໃນສວນຜັກຢູ່ບ້ານຂອງຂ້ອຍເລີຍ ແລະ ພວກເຈົ້າກໍບໍ່ຊ່ວຍ! ຖ້າພວກເຈົ້າຊ່ວຍ, ມັນກໍພິສູດວ່າພວກເຈົ້າມີຈິດໃຈທີ່ດີ ແລະ ຄວາມຈິງແລ້ວ ພວກເຈົ້າກຳລັງປະຕິບັດໜ້າທີ່ຂອງພວກເຈົ້າໂດຍການຊ່ວຍຂ້ອຍເຮັດວຽກ. ຂ້ອຍເປັນຜູ້ນຳຂອງພວກເຈົ້າ, ເລື່ອງຂອງຂ້ອຍບໍ່ແມ່ນເລື່ອງຂອງພວກເຈົ້າຄືກັນບໍ? ເລື່ອງຂອງພວກເຈົ້າບໍ່ແມ່ນສິ່ງທີ່ພວກເຈົ້າຄວນເຮັດບໍ ແລະ ສິ່ງທີ່ພວກເຈົ້າຄວນເຮັດກໍຄືໜ້າທີ່ຂອງພວກເຈົ້າ, ບໍ່ແມ່ນບໍ?”. ເມື່ອພວກເຂົາວາງຄວາມຮັບຜິດຊອບອັນໃຫຍ່ຫຼວງແບບນັ້ນໄວ້ເທິງບ່າຂອງເຈົ້າ ແລະ ເຈົ້າກໍໄຕ່ຕອງວ່າສິ່ງທີ່ຜູ້ນຳເວົ້ານັ້ນສົມເຫດສົມຜົນ, ເຈົ້າກໍໄປເຮັດວຽກໃຫ້ພວກເຂົາ. ນີ້ບໍ່ແມ່ນການຕົກຫຼຸມພາງຂອງການຫຼອກລວງບໍ? ຜູ້ຕໍ່ຕ້ານພຣະຄຣິສມີເປົ້າໝາຍຂອງພວກເຂົາເອງ ແລະ ກ່ອນທີ່ພວກເຂົາຈະສາມາດບັນລຸເປົ້າໝາຍເຫຼົ່ານັ້ນໄດ້, ພວກເຂົາຈຳເປັນຕ້ອງຊອກຫາຂໍ້ແກ້ຕົວ ແລະ ທິດສະດີທີ່ເໝາະສົມເພື່ອສ້າງເປັນຂໍ້ອ້າງ. ຈາກນັ້ນ ຜູ້ທີ່ຍອມຮັບທິດສະດີເຫຼົ່ານີ້ກໍໄປເຮັດວຽກໃຫ້ພວກເຂົາ, ພວກເຂົາບັນລຸຈຸດປະສົງຂອງພວກເຂົາ ແລະ ຈາກນັ້ນ ພວກເຂົາກໍສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະໄດ້. ນີ້ບໍ່ແມ່ນຄົນທີ່ອາໄສຄຣິສຕະຈັກກິນບໍ? (ແມ່ນແລ້ວ.) ມັນເປັນແບບນັ້ນແທ້ໆ. ພວກເຂົາຂີ້ຄ້ານ ແລະ ບໍ່ເຕັມໃຈທີ່ຈະເຮັດວຽກ, ໂລບມາກໃນຄວາມສະດວກສະບາຍທາງກາຍ ແລະ ຜົນປະໂຫຍດຈາກສະຖານະ. ພວກເຂົາຫຼິ້ນການເມືອງ ແລະ ເມື່ອພວກເຂົາບໍ່ສາມາດຊອກຫາຄຳເວົ້າທີ່ເໝາະສົມໄດ້, ພວກເຂົາກໍດຶງເອົາວະລີທີ່ສົມເຫດສົມຜົນ ແລະ ຍອມຮັບໄດ້ງ່າຍກວ່າຈາກພຣະທຳຂອງພຣະເຈົ້າ ແລະ ຫຼັກຄຳສອນທີ່ພວກເຂົາເຂົ້າໃຈ. ພວກເຂົາໃຊ້ຄຳເວົ້າເຫຼົ່ານີ້ເພື່ອເຮັດໃຫ້ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ແລະ ໂງ່ຈ້າຫຼົງຜິດ ແລະ ຈຳກັດຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ແລະ ໂງ່ຈ້າ. ໃນການເຮັດເຊັ່ນນັ້ນ, ພວກເຂົາກໍບັນລຸເປົ້າໝາຍທີ່ປິດບັງໄວ້ຂອງພວກເຂົາ, ເຮັດໃຫ້ຜູ້ຄົນຍອມຮັບການບົງການຂອງພວກເຂົາຢ່າງເຕັມໃຈ. ບາງຄົນເຖິງກັບຄິດວ່າຖ້າພວກເຂົາບໍ່ໃສ່ໃຈຄຳເວົ້າຂອງຜູ້ນຳ ຫຼື ລົ້ມເຫຼວໃນການປະຕິບັດວຽກງານທີ່ຜູ້ນຳມອບໝາຍໃຫ້ໄດ້ດີ, ແລ້ວພວກເຂົາກໍບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມ. ພວກເຂົາຮູ້ສຶກຄືກັບວ່າພວກເຂົາເປັນໜີ້ພຣະເຈົ້າ ແລະ ເຖິງກັບຮ້ອງໄຫ້ອອກມາ. ນີ້ບໍ່ແມ່ນລະດັບຄວາມເບົາປັນຍາທີ່ເລິກເຊິ່ງບໍ? ພວກເຂົາເບົາປັນຍາຈົນໜ້າລັງກຽດ.

ຜູ້ຕໍ່ຕ້ານພຣະຄຣິສມັກຈະເວົ້າໂດຍໃຊ້ການຂົ່ມຂູ່ເພື່ອບັນລຸເປົ້າໝາຍຂອງພວກເຂົາ ແຕ່ບາງຄັ້ງການຂົ່ມຂູ່ຂອງພວກເຂົາກໍມາໃນຮູບແບບຂອງຄຳເວົ້າທີ່ຖືກຕ້ອງ ແລະ ໃນລັກສະນະທີ່ອ່ອນໂຍນ, ຄືກັບງູທີ່ຄ່ອຍໆຮັດຕົວເຈົ້າ, ເມື່ອເຈົ້າຖືກຮັດແລ້ວ, ພວກເຂົາກໍພ້ອມທີ່ຈະເອົາຊີວິດຂອງເຈົ້າ. ໃນເວລາອື່ນ, ການຂົ່ມຂູ່ຂອງພວກເຂົາກໍບໍ່ອ່ອນໂຍນ ແຕ່ຮຸນແຮງ ແລະ ໂຫດຮ້າຍ, ຄືກັບໝາປ່າທີ່ເຫັນແກະ ແລະ ເປີດເຜີຍໃບໜ້າທີ່ໂຫດຮ້າຍຂອງມັນ. ເຈດຕະນາຂອງພວກເຂົາແມ່ນເພື່ອບອກຜູ້ຄົນວ່າ: “ຖ້າເຈົ້າບໍ່ຟັງຂ້ອຍ, ເຈົ້າກໍຈະໄດ້ຮັບສິ່ງທີ່ເຈົ້າສົມຄວນໄດ້ຮັບ ແລະ ຖ້າມີຜົນຕາມມາ ເຈົ້າຈະຕ້ອງຮັບຜິດຊອບດ້ວຍຕົວເຈົ້າເອງ!” ຂໍ້ຕໍ່ລອງທົ່ວໄປທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ໃນການຂົ່ມຂູ່ຂອງພວກເຂົາແມ່ນຫຍັງ? ພວກເຂົາແນເປົ້າໄປທີ່ຈຸດໝາຍປາຍທາງຂອງຜູ້ຄົນ, ໜ້າທີ່ຂອງຜູ້ຄົນ ແລະ ເຖິງຂັ້ນຕຳແໜ່ງຂອງຜູ້ຄົນ ແລະ ການໄປ ຫຼື ການຢູ່ໃນຄຣິສຕະຈັກ. ຜູ້ຕໍ່ຕ້ານພຣະຄຣິສໃຊ້ກົນລະຍຸດເຫຼົ່ານີ້ ແລະ ແນ່ນອນວ່າລວມເຖິງກົນລະຍຸດອື່ນໆ ເພື່ອຂົ່ມຂູ່ບຸກຄົນຕ່າງໆ. ເຖິງຢ່າງໃດກໍຕາມ, ໂດຍທົ່ວໄປແລ້ວ ກົນລະຍຸດຂອງພວກເຂົາຈະຕົກຢູ່ໃນສອງປະເພດນີ້: ບາງຄັ້ງ ພວກເຂົາຈະລໍ້ລວງເຈົ້າດ້ວຍຄຳເວົ້າທີ່ມ່ວນຫູ ແລະ ໃນເວລາອື່ນ ພວກເຂົາກໍຈະເຂົ້າມາຫາເຈົ້າຢ່າງບັງຄັບ ແລະ ປະສົງຮ້າຍ. ຈຸດປະສົງຂອງການຂົ່ມຂູ່ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ອັນທີໜຶ່ງ, ພວກເຂົາຕ້ອງການໃຫ້ຜູ້ຄົນຟັງພວກເຂົາ. ພວກເຂົາມີເປົ້າໝາຍທີ່ຈະເກັບກ່ຽວຜົນປະໂຫຍດຈາກຄົນອື່ນ, ເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ປ່ອຍຕົວໄປກັບສິດທິພິເສດ ແລະ ຄວາມສຸກຕ່າງໆທີ່ມາພ້ອມກັບມັນ. ອັນທີສອງ, ພວກເຂົາບໍ່ຕ້ອງການໃຫ້ໃຜເປີດເຜີຍສະຖານະການທີ່ແທ້ຈິງຂອງເລື່ອງຕ່າງໆ ຫຼື ທ້າທາຍຕຳແໜ່ງຂອງພວກເຂົາ. ພວກເຂົາຈະບໍ່ທົນຕໍ່ຜູ້ຄົນທີ່ເຮັດສິ່ງໃດກໍຕາມທີ່ເປັນໄພຄຸກຄາມຕໍ່ຕຳແໜ່ງຂອງພວກເຂົາ. ຕົວຢ່າງ: ຖ້າບາງຄົນຕ້ອງການລາຍງານສະຖານະການຂອງພວກເຂົາຕໍ່ເບື້ອງເທິງ ຫຼື ຖ້າບາງຄົນແຍກແຍະພວກເຂົາໄດ້ ແລະ ຕ້ອງການລວມຕົວອ້າຍເອື້ອຍນ້ອງເພື່ອປະຕິເສດ ແລະ ປົດພວກເຂົາອອກຈາກຕຳແໜ່ງ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຫັນໄປໃຊ້ກົນລະຍຸດການຂົ່ມຂູ່. ດ້ານໜຶ່ງຂອງເປົ້າໝາຍໃນການຂົ່ມຂູ່ແມ່ນເພື່ອເພີດເພີນກັບຜົນປະໂຫຍດຫຼາຍຢ່າງທີ່ມາພ້ອມກັບຕຳແໜ່ງຂອງພວກເຂົາ ແລະ ອີກດ້ານໜຶ່ງກໍເພື່ອຮັບປະກັນຕຳແໜ່ງຂອງພວກເຂົາ. ນີ້ຄືສອງເປົ້າໝາຍທີ່ຜູ້ຕໍ່ຕ້ານພຣະຄຣິສມີໃນການຂົ່ມຂູ່ຜູ້ຄົນຢ່າງແທ້ຈິງ, ພວກມັນທັງສອງລ້ວນແຕ່ໝູນອ້ອມຕຳແໜ່ງ. ຜົນປະໂຫຍດຕ່າງໆນາໆເຫຼົ່ານີ້ມາຈາກໃສ? ພວກມັນກໍມາຈາກຕຳແໜ່ງຂອງພວກເຂົາເຊັ່ນກັນ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນເວົ້າວ່າ “ຖ້າພວກເຈົ້າບໍ່ຍອມເຮັດຕາມໃນເລື່ອງນີ້, ພວກເຈົ້າຈະຕ້ອງຮັບຜົນທີ່ຕາມມາ!” ຖ້າຄົນໃດຄົນໜຶ່ງແຍກແຍະພວກເຂົາໄດ້ ແລະ ບໍ່ຍອມຟັງພວກເຂົາ, ພວກເຂົາຈະຄິດຫາວິທີຈັດການກັບມັນບໍ? ພວກເຂົາຈະບໍ່ຍອມຈຳນົນຕໍ່ສິ່ງທີ່ອາດຈະເກີດຂຶ້ນຢ່າງງ່າຍດາຍ. ຕາບໃດທີ່ຍັງມີຄວາມຫວັງແມ່ນແຕ່ໜ້ອຍດຽວສຳລັບພວກເຂົາທີ່ຈະຮັກສາຕຳແໜ່ງຂອງພວກເຂົາໄວ້, ພວກເຂົາກໍຈະຕໍ່ສູ້ຢ່າງສຸດກຳລັງເພື່ອມັນ. ຄວາມກະຕືລືລົ້ນຂອງພວກເຂົາສຳລັບຕຳແໜ່ງນັ້ນເໜືອກວ່າຄົນສ່ວນໃຫຍ່. ມັນຄືກັບໝາປ່າທີ່ເຫັນແກະ, ປາກຂອງມັນເລີ່ມນໍ້າລາຍໄຫຼແມ່ນແຕ່ກ່ອນທີ່ມັນຈະເລີ່ມກິນ. ຕາຂອງມັນມີແສງສະຫວ່າງທີ່ໂຫດຮ້າຍ ແລະ ມັນກໍໄຕ່ຕອງທີ່ຈະກິນແກະ; ນີ້ຄືປະເພດຂອງຄວາມຢາກທີ່ມັນມີ. ນີ້ບໍ່ແມ່ນທຳມະຊາດຂອງມັນບໍ? (ແມ່ນແລ້ວ.) ຄວາມຢາກໃນຕຳແໜ່ງຂອງຜູ້ຕໍ່ຕ້ານພຣະຄຣິສກໍຄ້າຍຄືກັບຄວາມຢາກແກະຂອງໝາປ່າ ເຊິ່ງເປັນຄວາມຕ້ອງການພາຍໃນທຳມະຊາດທີ່ປະສົງຮ້າຍຂອງພວກເຂົາ. ດັ່ງນັ້ນ, ການຂົ່ມຂູ່ຂອງພວກເຂົາຕໍ່ຄົນອື່ນຈຶ່ງເປັນສິ່ງທີ່ຂາດບໍ່ໄດ້.

IV. ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຜູ້ຄົນ

ການຄວບຄຸມຜູ້ຄົນແມ່ນໜຶ່ງໃນກົນລະຍຸດທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້. ພວກເຂົາຄວບຄຸມຜູ້ຄົນແນວໃດ? ຜູ້ຕໍ່ຕ້ານພຣະຄຣິສມີວິທີການຄວບຄຸມຜູ້ຄົນຫຼາຍກວ່າໜຶ່ງຊຸດ; ພວກເຂົາມີຫຼາຍວິທີ. ພວກເຈົ້າເຄີຍປະສົບກັບສິ່ງນີ້ບໍ? ບາງຄົນອາດຈະບໍ່ເຄີຍຮັບໃຊ້ເປັນຜູ້ນຳ, ແຕ່ພວກເຂົາມີຄວາມປາຖະໜາທີ່ຈະຄວບຄຸມຄົນອື່ນ, ນີ້ຄືໜໍ່ແໜງຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກເຂົາຈະມີອາຍຸເທົ່າໃດ, ຢູ່ໃສ ຫຼື ບໍ່ວ່າຈະເປັນເລື່ອງໃດກໍຕາມ, ພວກເຂົາກໍຕ້ອງການທີ່ຈະຄວບຄຸມຜູ້ຄົນ. ແມ່ນແຕ່ໃນເລື່ອງການກິນ, ການເຮັດວຽກ ຫຼື ໃນຂົງເຂດຄວາມຊ່ຽວຊານ ຫຼື ເລື່ອງວິຊາຊີບຕ່າງໆ, ພວກເຂົາກໍຕ້ອງການໃຫ້ຜູ້ຄົນຟັງພວກເຂົາ ແລະ ພວກເຂົາຈະບໍ່ທົນຕໍ່ຜູ້ໃດກໍຕາມທີ່ບໍ່ຟັງ. ພວກເຂົາບໍ່ສາມາດແມ່ນແຕ່ຄວບຄຸມຄວາມປາຖະໜາຂອງພວກເຂົາທີ່ຈະກຳອຳນາດພາຍໃນຄຣິສຕະຈັກໄດ້. ພວກເຂົາເຫັນວ່າສິ່ງນີ້ຄືການປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງພວກເຂົາ ໂດຍຄິດວ່າພວກເຂົາພຽງແຕ່ເຮັດໃນສ່ວນຂອງຕົນເອງ ໂດຍບໍ່ຮູ້ຕົວວ່ານີ້ຄືຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ, ນີ້ຄືອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ແລ້ວຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຜູ້ຄົນແນວໃດ? ຕົວຢ່າງ: ເມື່ອພວກເຂົາຖືກເລືອກຕັ້ງເປັນຜູ້ນຳ, ໃນມື້ທຳອິດ ພວກເຂົາກໍເລີ່ມຄິດວ່າ “ຄົນເຫຼົ່ານີ້ມີນິໄສການກິນ ແລະ ກິດຈະວັດປະຈຳວັນທີ່ບໍ່ເປັນປົກກະຕິ; ມີວຽກງານຫຼາຍຢ່າງທີ່ຕ້ອງເຮັດ. ການເປັນຜູ້ນຳມີຄວາມຮັບຜິດຊອບທີ່ສຳຄັນ, ມັນເປັນພາລະທີ່ໜັກໜ່ວງ!” ຜູ້ຕໍ່ຕ້ານພຣະຄຣິສໃຊ້ເວລາໝົດມື້ຂັງຕົວເອງຢູ່ໃນຫ້ອງຂອງພວກເຂົາ, ຂຽນເອກະສານສອງສາມໜ້າ. ມີຫຍັງຢູ່ໃນເອກະສານນີ້? ປະການທໍາອິດ, ມັນກ່ຽວຂ້ອງກັບການກິນ. ຕ້ອງກິນອາຫານໃນເວລາທີ່ກຳນົດ, ໃນສະຖານທີ່ທີ່ກຳນົດ, ດ້ວຍປະລິມານອາຫານທີ່ກຳນົດ. ອາຫານເຊົ້າເວລາ 6:30 ໂມງ, ອາຫານທ່ຽງເວລາ 12:30 ໂມງ ແລະ ອາຫານແລງເວລາ 6:30 ໂມງ, ຈະຕ້ອງກິນອາຫານໃນສາມເວລານີ້, ບໍ່ໃຫ້ໄວ ຫຼື ຊ້າກວ່ານີ້ແມ່ນແຕ່ນາທີດຽວ. ບໍ່ວ່າສະຖານະການຈະເປັນແນວໃດ ເຈົ້າກໍຕ້ອງກົງຕໍ່ເວລາ, ເຖິງແມ່ນວ່າຝົນຈະຕົກ ຫຼື ພາຍຸຈະເຂົ້າກໍຕາມ ແລະ ຖ້າເຈົ້າລະເມີດກົດລະບຽບເຫຼົ່ານີ້, ເຈົ້າກໍຈະບໍ່ໄດ້ກິນອາຫານ. ຈາກນັ້ນກໍເປັນເລື່ອງຂອງກິດຈະວັດປະຈຳວັນ ເຊິ່ງສຳຄັນຫຼາຍ. ເຈົ້າຕ້ອງຕື່ນນອນເວລາ 6:00 ໂມງທຸກໆເຊົ້າ, ບໍ່ວ່າຄືນກ່ອນໜ້ານັ້ນເຈົ້າຈະນອນເດິກສໍ່າໃດກໍຕາມ. ເຈົ້າຄວນພັກຜ່ອນຫຼັງອາຫານທ່ຽງໃນເວລາ 1:00 ໂມງ ແລະ ເຂົ້ານອນໃຫ້ກົງເວລາໃນເວລາ 10:00 ໂມງຂອງທຸກໆຄືນ. ເມື່ອພວກເຂົາສ້າງກົດລະບຽບສຳລັບການກິນ ແລະ ກິດຈະວັດປະຈຳວັນສຳເລັດແລ້ວ, ກໍຍັງມີກົດລະບຽບສະເພາະອື່ນໆອີກຫຼາຍຢ່າງ. ຕົວຢ່າງ: ເຈົ້າຕ້ອງກິນອາຫານໃນສະຖານທີ່ທີ່ກຳນົດໄວ້ ແລະ ບໍ່ເຮັດສຽງດັງໃນຂະນະທີ່ກິນ. ແຕ່ລະຄົນຖືກກຳນົດໃຫ້ນຸ່ງເຄື່ອງສະເພາະ ແລະ ອື່ນໆ. ກົດລະບຽບເຫຼົ່ານີ້ລະອຽດຢ່າງບໍ່ໜ້າເຊື່ອ, ລະອຽດຍິ່ງກວ່າກົດການປົກຄອງໃນເຮືອນຂອງພຣະເຈົ້າອີກ. ລາຍລະອຽດເລັກໆນ້ອຍໆປະຈຳວັນເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ຕາບໃດທີ່ຊີວິດປະຈຳວັນ ແລະ ນິໄສການກິນຂອງຄົນເຮົາເປັນລະບຽບ ແລະ ເໝາະສົມ, ບໍ່ເປັນອັນຕະລາຍຕໍ່ສຸຂະພາບ, ການປະຕິບັດຕາມຫຼັກການນີ້ກໍພຽງພໍແລ້ວ. ບໍ່ຈຳເປັນຕ້ອງມີກົດລະບຽບທີ່ລະອຽດແບບນັ້ນ. ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງສ້າງກົດລະບຽບທີ່ລະອຽດແບບນັ້ນ? ພວກເຂົາເວົ້າວ່າ “ມັນບໍ່ດີທີ່ຜູ້ຄົນຈະຖືກປ່ອຍປະລະເລີຍໂດຍບໍ່ມີການຄຸ້ມຄອງ. ເລື່ອງເຫຼົ່ານີ້ບໍ່ເຄີຍຖືກກ່າວເຖິງໃນພຣະທຳຂອງພຣະເຈົ້າ ແລະ ຖ້າບໍ່ມີລາຍລະອຽດສະເພາະເຫຼົ່ານີ້, ຊີວິດຂອງພວກເຮົາກໍຈະບໍ່ມີວິໄນ, ຂາດຄວາມເປັນລະບຽບ ແລະ ປາສະຈາກຄວາມເໝືອນມະນຸດໃດໆ. ຕອນນີ້ຂ້ອຍເປັນຜູ້ນຳແລ້ວ, ພວກເຈົ້າທຸກຄົນກໍລອດແລ້ວ. ພວກເຈົ້າບໍ່ແມ່ນແກະທີ່ຫຼົງທາງອີກຕໍ່ໄປ; ມີຄົນມາເບິ່ງແຍງພວກເຈົ້າແລ້ວ”. ທັງເລື່ອງທີ່ສຳຄັນ ແລະ ບໍ່ສຳຄັນໃນຊີວິດປະຈຳວັນເຊັ່ນ: ເຄື່ອງນຸ່ງ, ອາຫານ, ທີ່ພັກອາໄສ ແລະ ການເດີນທາງ ລ້ວນແຕ່ຖືກກຳນົດໄວ້ຢ່າງລະອຽດລະອໍ. ຈາກນັ້ນ ພວກເຂົາກໍແບ່ງປັນ “ຄວາມລັບ” ກັບເຈົ້າ ໂດຍເວົ້າວ່າ “ພຣະທຳຂອງພຣະເຈົ້າບໍ່ເຄີຍກ່າວເຖິງລາຍລະອຽດສະເພາະເຫຼົ່ານີ້ຂອງຊີວິດປະຈຳວັນ. ພຽງເພາະວ່າພຣະເຈົ້າບໍ່ໄດ້ກ່າວເຖິງມັນ ກໍບໍ່ໄດ້ໝາຍຄວາມວ່າພວກເຮົາບໍ່ຄວນຮູ້. ພວກເຮົາໃນຖານະມະນຸດຕ້ອງຮັບຜິດຊອບວຽກງານຂອງລາຍລະອຽດທັງໝົດເຫຼົ່ານີ້ທີ່ພຣະເຈົ້າບໍ່ເຄີຍກ່າວເຖິງ”. ພວກເຂົາສ້າງຊຸດກົດລະບຽບ ແລະ ຂໍ້ບັງຄັບທີ່ຢູ່ນອກເໜືອພຣະທຳຂອງພຣະເຈົ້າ ເຊິ່ງເບິ່ງຄືວ່າລະອຽດ ແລະ ຖືກກຳນົດຢ່າງຊັດເຈນດ້ວຍຂໍ້ກຳນົດທີ່ແຈ່ມແຈ້ງ ເພື່ອມາແທນທີ່ຄວາມຈິງ ແລະ ນຳພາຄົນອື່ນ. ເມື່ອກົດລະບຽບທີ່ສະເພາະເຈາະຈົງ ແລະ ຖືກກຳນົດຢ່າງຊັດເຈນເຫຼົ່ານີ້ຖືກປະກາດອອກມາ, ຜູ້ຄົນກໍຖືກຄາດຫວັງໃຫ້ປະຕິບັດຕາມສິ່ງທີ່ພວກເຂົາເອີ້ນວ່າກົດລະບຽບ. ຖ້າຜູ້ໃດບໍ່ປະຕິບັດຕາມ, ບໍ່ເຊື່ອຟັງ, ເມີນເສີຍ ຫຼື ລະເມີດກົດລະບຽບເຫຼົ່ານີ້, ຜູ້ຕໍ່ຕ້ານພຣະຄຣິສກໍຈະລິຮານຄົນເຫຼົ່ານັ້ນ. ຫຼັງຈາກທີ່ລິຮານຄົນເຫຼົ່ານັ້ນແລ້ວ, ພວກເຂົາກໍເຮັດໃຫ້ແນ່ໃຈວ່າຄົນຜູ້ນັ້ນຍອມຮັບກົດລະບຽບເຫຼົ່ານີ້ ແລະ ຍອມຮັບພວກມັນຈາກພຣະເຈົ້າ. ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອມາແທນທີ່ຄວາມຈິງ ແລະ ນຳພາຜູ້ຄົນ, ແລ້ວຄົນເຫຼົ່ານັ້ນຈະຍ່າງໃນເສັ້ນທາງແບບໃດ? ພວກເຂົາຈະພຽງແຕ່ປະຕິບັດຕາມກົດລະບຽບ ແລະ ພິທີກຳຕ່າງໆ, ພຽງແຕ່ເຮັດຕາມຮູບແບບເທົ່ານັ້ນ. ພາຍໃຕ້ການນຳພາແບບນັ້ນ, ຜູ້ຄົນອາດຈະເຊື່ອຢ່າງຜິດໆຜ່ານຄວາມຄິດຫຼົງຜິດຂອງພວກເຂົາເອງວ່າ “ຖ້າຂ້ອຍສາມາດຮັກສາກົດລະບຽບ ແລະ ພິທີການພາຍນອກໄດ້, ຖ້າຂ້ອຍສາມາດຍຶດຕິດກັບຕາຕະລາງເວລາສຳລັບການຕື່ນນອນ, ການນອນ ແລະ ການກິນໄດ້, ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍກຳລັງປະຕິບັດຄວາມຈິງບໍ? ແລ້ວຂ້ອຍຈະບໍ່ລອດພົ້ນບໍ?” ຄວາມລອດພົ້ນງ່າຍດາຍຂະໜາດນັ້ນແທ້ບໍ? ຄວາມຈິງໄດ້ຮັບມາງ່າຍດາຍຂະໜາດນັ້ນບໍ? ຄວາມຈິງກ່ຽວຂ້ອງກັບພຶດຕິກຳຂອງມະນຸດເທົ່ານັ້ນບໍ? ບໍ່, ມັນບໍ່ແມ່ນ. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ຄວາມເຂົ້າໃຈຄວາມຈິງຂອງຜູ້ຄົນ ແລະ ການປະຕິບັດຄວາມຈິງແນວໃດ? ພວກເຂົາປະຕິບັດຕໍ່ສິ່ງເຫຼົ່ານີ້ຄືກັບວ່າມັນທຽບເທົ່າກັບການປະຕິບັດຕາມຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຫຼື ການປະຕິບັດຕາມກົດໝາຍຂອງປະເທດ. ພວກເຂົາເຖິງກັບເຮັດໃຫ້ຜູ້ຄົນເຊື່ອຢ່າງຜິດໆວ່າ ກົດລະບຽບ ແລະ ຂໍ້ບັງຄັບເຫຼົ່ານີ້ສູງສົ່ງກວ່າ ແລະ ເປັນຮູບປະທຳ ແລະ ສໍາພັນກັບຊີວິດຈິງຫຼາຍກວ່າພຣະທຳຂອງພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ ໂດຍຄວບຄຸມພຶດຕິກຳຂອງຜູ້ຄົນຢ່າງເຄັ່ງຄັດ. ພວກເຂົາບໍ່ໄດ້ແກ້ໄຂບັນຫາດ້ວຍຄວາມຈິງ, ທັງບໍ່ໄດ້ຊຸກຍູ້ໃຫ້ຜູ້ຄົນດຳລົງຊີວິດ, ກະທຳການ ແລະ ປະຕິບັດໜ້າທີ່ຂອງຜູ້ຄົນຕາມຫຼັກການຄວາມຈິງ. ແຕ່ພວກເຂົາພັດສ້າງຊຸດກົດລະບຽບ, ຂໍ້ບັງຄັບ ແລະ ລະບົບຂຶ້ນມາເອງ ເພື່ອໃຫ້ຜູ້ຄົນປະຕິບັດຕາມ. ຈຸດປະສົງຂອງພວກເຂົາແມ່ນຫຍັງ? ພວກເຂົາຕ້ອງການໃຫ້ຜູ້ຄົນຍອມຮັບພວກເຂົາ, ຄິດວ່າພວກເຂົາສະຫຼາດ ແລະ ເຊື່ອຟັງການນຳພາຂອງພວກເຂົາ ໂດຍການປະຕິບັດ ແລະ ເຮັດຕາມກົດລະບຽບ ແລະ ຂໍ້ບັງຄັບເຫຼົ່ານີ້. ດ້ວຍວິທີນີ້, ພວກເຂົາກໍບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາມີຈຸດມຸ່ງໝາຍທີ່ຈະບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມທຸກສິ່ງທຸກຢ່າງກ່ຽວກັບທຸກຄົນ ໂດຍການຢັບຢັ້ງ ແລະ ຈັດມາດຕະຖານພຶດຕິກຳຂອງຜູ້ຄົນ. ແລະ ບາງທີ ເມື່ອກ່ຽວກັບແຮງຈູງໃຈໃນການກະທຳຂອງພວກເຂົາ, ພວກເຂົາອາດຈະບໍ່ມີຄວາມປາຖະໜາທີ່ຊັດເຈນໃນສະຖານະ, ແຕ່ຜົນສະທ້ອນໃນທີ່ສຸດກໍຄື ພວກເຂົາຄວບຄຸມຜູ້ຄົນ ແລະ ຜູ້ຄົນກໍດຳລົງຊີວິດ ແລະ ກະທຳການຕາມກົດລະບຽບ ແລະ ຂໍ້ບັງຄັບທີ່ພວກເຂົາໄດ້ຕັ້ງໄວ້ຢ່າງເຄັ່ງຄັດ. ໃນສະຖານະການແບບນັ້ນ, ຄວາມຈິງຍັງມີບ່ອນຢູ່ພາຍໃນໃຈຂອງຜູ້ຄົນບໍ? ມັນບໍ່ມີ. ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງ. ຖ້າເຈົ້າດຳລົງຊີວິດຄຣິສຕະຈັກຮ່ວມກັບພວກເຂົາ, ພວກເຂົາກໍຈະບອກໃຫ້ເຈົ້າເຮັດສິ່ງນີ້ໃນມື້ນີ້ ແລະ ເຮັດສິ່ງນັ້ນໃນມື້ອື່ນ ໂດຍພື້ນຖານແລ້ວແມ່ນບໍ່ສາມາດໂອ້ລົມກ່ຽວກັບຫຼັກການຄວາມຈິງໄດ້ເລີຍ. ແຕ່ພວກເຂົາຈະພຽງແຕ່ໃຫ້ກົດລະບຽບຈຳນວນໜຶ່ງແກ່ເຈົ້າເພື່ອໃຫ້ປະຕິບັດຕາມ. ເຈົ້າອາດຈະອິດເມື່ອຍຫຼາຍຈາກການປະຕິບັດຕາມພວກມັນ, ແຕ່ການປະຕິເສດທີ່ຈະປະຕິບັດຕາມພວກມັນກໍບໍ່ແມ່ນທາງເລືອກ. ພວກເຂົາຈະບໍ່ປ່ອຍໃຫ້ເຈົ້າກະທຳການຢ່າງອິດສະຫຼະ. ນີ້ຄືວິທີໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຜູ້ຄົນ.

ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຫຍັງເປັນຫຼັກໃນຕົວຜູ້ຄົນ? (ຄວາມຄິດຂອງຜູ້ຄົນ.) ຖືກຕ້ອງແລ້ວ; ພວກເຂົາຄວບຄຸມຄວາມຄິດຂອງຜູ້ຄົນເປັນຫຼັກ. ມັນບໍ່ແມ່ນພຽງແຕ່ການຄວບຄຸມສິ່ງທີ່ຜູ້ຄົນເວົ້າ ແລະ ເຮັດເທົ່ານັ້ນ. ພາຍໃຕ້ຂໍ້ອ້າງຂອງການໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາໃຊ້ທິດສະດີທີ່ວ່າງເປົ່າ ແລະ ການໃຊ້ເຫດຜົນທີ່ຫຼອກລວງຢ່າງແນບນຽນເພື່ອເຮັດໃຫ້ເຈົ້າຫຼົງຜິດ ໂດຍມີຈຸດປະສົງເພື່ອຄວບຄຸມຄວາມຄິດຂອງເຈົ້າ, ເຮັດໃຫ້ເຈົ້າເຊື່ອຟັງພວກເຂົາ ແລະ ເຮັດຕາມການນຳພາຂອງພວກເຂົາ. ນີ້ຄືຄວາມໝາຍຂອງການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ. ຖ້າເຈົ້າບໍ່ເຮັດຕາມຄຳແນະນຳຂອງພວກເຂົາ, ເຈົ້າອາດຈະຮູ້ສຶກຄືກັບວ່າເຈົ້າກຳລັງຂັດກັບຄວາມຈິງ ແລະ ເຈົ້າອາດຈະເຖິງກັບຮູ້ສຶກຜິດຕໍ່ພວກເຂົາ ຫຼື ຮູ້ສຶກວ່າບໍ່ກ້າປະເຊີນໜ້າກັບພວກເຂົາ. ນີ້ຄືສັນຍານທີ່ບົ່ງບອກວ່າເຈົ້າຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາແລ້ວ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ປະຕິບັດຄວາມຈິງ ຫຼື ອ່ອນນ້ອມຕໍ່ພຣະເຈົ້າ, ເຈົ້າຮູ້ສຶກຜິດຕໍ່ພຣະເຈົ້າໃນໃຈຂອງເຈົ້າບໍ? ຖ້າເຈົ້າບໍ່ຮູ້ສຶກ, ແລ້ວເຈົ້າກໍບໍ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ. ຖ້າເຈົ້າສາມາດເຊື່ອຟັງຜູ້ຕໍ່ຕ້ານພຣະຄຣິສແທນທີ່ຈະປະຕິບັດຄວາມຈິງ ໂດຍປາສະຈາກຄວາມຮູ້ສຶກບໍ່ສະບາຍໃຈໃນໃຈຂອງເຈົ້າ ຫຼື ຄວາມຮູ້ສຶກຜິດໃນສະຕິຮູ້ສຶກຜິດຊອບ, ນີ້ໝາຍຄວາມວ່າເຈົ້າຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ. ປະກົດການທີ່ພົບເຫັນໄດ້ທົ່ວໄປທີ່ສຸດຂອງການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ພາຍໃນຂອບເຂດສິດອຳນາດຂອງພວກເຂົາ, ພວກເຂົາເປັນຜູ້ຕັດສິນໃຈຂັ້ນສຸດທ້າຍພຽງຜູ້ດຽວ. ຖ້າພວກເຂົາບໍ່ຢູ່, ກໍບໍ່ມີໃຜກ້າຕັດສິນໃຈ ຫຼື ແກ້ໄຂບັນຫາ. ຖ້າບໍ່ມີພວກເຂົາ, ຄົນອື່ນກໍກາຍເປັນຄືກັບເດັກນ້ອຍຫຼົງທາງ, ບໍ່ຮູ້ວິທີອະທິຖານ, ສະແຫວງຫາ ຫຼື ປຶກສາຫາລືຮ່ວມກັນ, ປະພຶດຕົວຄືກັບຫຸ່ນເຊີດ ຫຼື ຄົນຕາຍ. ກ່ຽວກັບສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສມັກຈະເວົ້າເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ, ພວກເຮົາຈະບໍ່ລົງລາຍລະອຽດຢູ່ນີ້. ແນ່ນອນວ່າມີຄຳເວົ້າ ແລະ ກົນລະຍຸດຫຼາຍຢ່າງທີ່ພວກເຂົາໃຊ້ ແລະ ຜົນສະທ້ອນທີ່ຕາມມາກໍສາມາດເຫັນໄດ້ຈາກຜູ້ທີ່ຖືກເຮັດໃຫ້ຫຼົງຜິດ. ໃຫ້ເຮົາຍົກຕົວຢ່າງໃຫ້ເບິ່ງ. ມີບາງຄົນທີ່ມີຂີດຄວາມສາມາດລະດັບປານກາງ, ບໍ່ໄດ້ຕ່ຳເກີນໄປ ເຊິ່ງປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ ແລະ ບໍ່ຄ່ອຍຄິດລົບ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ເຮັດວຽກຮ່ວມກັບຜູ້ຕໍ່ຕ້ານພຣະຄຣິສເພື່ອປະຕິບັດໜ້າທີ່ຂອງພວກເຂົາເປັນໄລຍະເວລາໜຶ່ງ, ພວກເຂົາກໍກາຍເປັນຄົນທີ່ເພິ່ງພາອາໄສຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາມັກທີ່ຈະເຮັດຕາມການນຳພາຂອງຜູ້ຕໍ່ຕ້ານພຣະຄຣິສໃນທຸກສິ່ງທຸກຢ່າງ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍກາຍເປັນບ່ອນອີງຫຼັກຂອງພວກເຂົາ. ທັນທີທີ່ພວກເຂົາແຍກອອກຈາກຜູ້ຕໍ່ຕ້ານພຣະຄຣິສຄົນນີ້, ພວກເຂົາກໍກາຍເປັນຄົນທີ່ບໍ່ມີປະສິດທິພາບໃນທຸກສິ່ງທຸກຢ່າງທີ່ພວກເຂົາເຮັດ. ຖ້າບໍ່ມີຜູ້ຕໍ່ຕ້ານພຣະຄຣິສຢູ່, ພວກເຂົາກໍຢຸດສ້າງຄວາມຄືບໜ້າໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ແມ່ນແຕ່ເມື່ອປະເຊີນກັບບັນຫາ, ພວກເຂົາກໍບໍ່ສາມາດໄດ້ຮັບຜົນຜ່ານການໂອ້ລົມ. ພວກເຂົາເຮັດໄດ້ພຽງແຕ່ລໍຖ້າໃຫ້ຜູ້ຕໍ່ຕ້ານພຣະຄຣິສກັບມາ ແລະ ແກ້ໄຂບັນຫານັ້ນໃຫ້ພວກເຂົາ. ໃນຄວາມເປັນຈິງແລ້ວ, ແຕ່ເດີມບຸກຄົນເຫຼົ່ານີ້ມີຄວາມສາມາດໃນການຈັດການກັບສິ່ງດັ່ງກ່າວເນື່ອງຈາກຂີດຄວາມສາມາດ, ສະຕິປັນຍາ, ປະສົບການ ແລະ ພູມຫຼັງຂອງພວກເຂົາກ່ອນທີ່ຈະຖືກຜູ້ຕໍ່ຕ້ານພຣະຄຣິສຄວບຄຸມ, ແຕ່ຫຼັງຈາກທີ່ຖືກຜູ້ຕໍ່ຕ້ານພຣະຄຣິສຄວບຄຸມແລ້ວ, ຕອນນີ້ກໍບໍ່ມີໃຜກ້າຕັດສິນໃຈ ຫຼື ສະເໜີວິທີແກ້ໄຂທີ່ຊັດເຈນເພື່ອຈັດການກັບເລື່ອງຕ່າງໆ ຖ້າບໍ່ມີຜູ້ຕໍ່ຕ້ານພຣະຄຣິສຢູ່ບ່ອນນັ້ນ. ຄວາມຄິດຂອງພວກເຂົາເບິ່ງຄືວ່າຖືກກັກຂັງ, ຄ້າຍຄືກັບລັກສະນະຂອງຄົນທີ່ຢູ່ໃນສະພາບເຄິ່ງບໍ່ຮູ້ສຶກຕົວ. ຜູ້ຕໍ່ຕ້ານພຣະຄຣິສທີ່ຄວບຄຸມຄົນເຫຼົ່ານີ້ໄດ້ເຮັດສິ່ງໃດແດ່ເພື່ອເຮັດໃຫ້ພວກເຂົາສະແດງພຶດຕິກຳແບບນັ້ນອອກມາ? ແນ່ນອນວ່າ ມັນຕ້ອງມີຄຳເວົ້າ ຫຼື ຂໍ້ຄວາມທີ່ຊັດເຈນບາງຢ່າງເພື່ອເຮັດໃຫ້ພວກເຂົາເຊື່ອຟັງທັງກາຍ ແລະ ໃຈ. ມັນຍັງຕ້ອງມີຄຳເວົ້າ, ມຸມມອງ ຫຼື ການກະທຳບາງຢ່າງທີ່ຄົນເຫຼົ່ານີ້ເຫັນດີນຳອີກດ້ວຍ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສຂາດຄວາມເປັນຈິງຄວາມຈິງຢ່າງສິ້ນເຊີງ. ຄຳເວົ້າ ແລະ ມຸມມອງຂອງພວກເຂົາ, ເຖິງແມ່ນວ່າມັນຈະຖືກຕ້ອງ, ກໍມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ບໍ່ໄດ້ສະແດງເຖິງຄວາມເປັນຈິງຄວາມຈິງໃດໆໃນຕົວພວກເຂົາເລີຍ. ບາງຄົນຊື່ນຊົມຜູ້ຕໍ່ຕ້ານພຣະຄຣິສ ເພາະວ່າພວກເຂົາມີພອນສະຫວັນ ແລະ ຄວາມສາມາດພິເສດບາງຢ່າງແທ້ໆ. ເຖິງຢ່າງໃດກໍຕາມ, ຄຸນສົມບັດເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມເປັນຈິງຄວາມຈິງ. ຜູ້ທີ່ເຄົາລົບບູຊາຜູ້ຕໍ່ຕ້ານພຣະຄຣິສເຮັດເຊັ່ນນັ້ນກໍເພາະວ່າພວກເຂົາຂາດຄວາມຈິງ ແລະ ບໍ່ສາມາດແຍກແຍະຜູ້ຄົນໄດ້, ນັ້ນຄືເຫດຜົນທີ່ພວກເຂົາສາມາດເຄົາລົບບູຊາຜູ້ຕໍ່ຕ້ານພຣະຄຣິສ ແລະ ແມ່ນແຕ່ບຸກຄົນຝ່າຍວິນຍານທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ບາງຄົນ. ບາງຄົນອາດຈະຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ, ແຕ່ນີ້ເປັນພຽງຊົ່ວຄາວເທົ່ານັ້ນ ແລະ ເມື່ອພວກເຂົາຮັບຮູ້ວ່າຜູ້ຕໍ່ຕ້ານພຣະຄຣິສສາມາດເວົ້າໄດ້ພຽງແຕ່ທິດສະດີຝ່າຍວິນຍານ ແລະ ບໍ່ໄດ້ປະຕິບັດຄວາມຈິງ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເຮັດຫຍັງເລີຍເພື່ອປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດຢ່າງແທ້ຈິງ, ພວກເຂົາກໍຈະປະຕິເສດ ແລະ ກຽດຊັງຜູ້ຕໍ່ຕ້ານພຣະຄຣິສ. ມີຫຼາຍກໍລະນີທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ພອນສະຫວັນ ແລະ ວາທະສິນຂອງພວກເຂົາເພື່ອເຮັດໃຫ້ຜູ້ທີ່ບໍ່ເຂົ້າໃຈຄວາມຈິງຫຼົງຜິດ. ຕົວຢ່າງ: ຖ້າເຈົ້າສະເໜີຄຳແນະນຳທີ່ສົມເຫດສົມຜົນ, ທຸກຄົນກໍຄວນລວມສູນໃສ່ຂໍ້ສະເໜີທີ່ຖືກຕ້ອງນີ້ ແລະ ສືບຕໍ່ໂອ້ລົມກ່ຽວກັບມັນ ແລະ ນີ້ຄືເສັ້ນທາງທີ່ຖືກຕ້ອງ ແລະ ສະແດງໃຫ້ເຫັນເຖິງຄວາມຈົງຮັກພັກດີ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ຂອງພວກເຂົາ, ແຕ່ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສພັດຄິດວ່າ “ເປັນຫຍັງຂ້ອຍຈຶ່ງຄິດຄຳແນະນຳນັ້ນບໍ່ໄດ້ກ່ອນ?” ເລິກໆໃນໃຈພວກເຂົາຍອມຮັບວ່າຂໍ້ສະເໜີນັ້ນຖືກຕ້ອງ, ແຕ່ພວກເຂົາສາມາດຍອມຮັບມັນໄດ້ບໍ? ຍ້ອນທຳມະຊາດຂອງພວກເຂົາ, ພວກເຂົາຈະບໍ່ຍອມຮັບຄຳແນະນຳທີ່ຖືກຕ້ອງຂອງເຈົ້າຢ່າງເດັດຂາດ. ພວກເຂົາຈະເຮັດທຸກວິທີທາງທີ່ເປັນໄປໄດ້ເພື່ອປະຕິເສດຂໍ້ສະເໜີຂອງເຈົ້າ, ຈາກນັ້ນກໍຄິດແຜນການອື່ນຂຶ້ນມາເພື່ອເຮັດໃຫ້ເຈົ້າຮູ້ສຶກວ່າຂໍ້ສະເໜີຂອງເຈົ້າໃຊ້ການບໍ່ໄດ້ຢ່າງສິ້ນເຊີງ ແລະ ແຜນການຂອງພວກເຂົາດີກວ່າ. ພວກເຂົາຕ້ອງການໃຫ້ເຈົ້າຮູ້ສຶກວ່າເຈົ້າບໍ່ສາມາດເຮັດຫຍັງໄດ້ຖ້າບໍ່ມີພວກເຂົາ ແລະ ມີພຽງແຕ່ໃຫ້ພວກເຂົາເຮັດວຽກເທົ່ານັ້ນ ທຸກຄົນຈຶ່ງຈະສາມາດມີປະສິດທິພາບໄດ້. ຖ້າບໍ່ມີພວກເຂົາ, ກໍບໍ່ມີວຽກງານໃດສາມາດເຮັດໄດ້ຢ່າງຖືກຕ້ອງ ແລະ ທຸກຄົນກໍກາຍເປັນຄົນໄຮ້ຄ່າ ແລະ ບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້. ກົນລະຍຸດຂອງຜູ້ຕໍ່ຕ້ານພຣະຄຣິສກໍຄືການສະແດງຕົວໃຫ້ເບິ່ງຄືວ່າແປກໃໝ່ ແລະ ບໍ່ຄືໃຜ ແລະ ກ່າວຄຳເວົ້າທີ່ໃຫຍ່ໂຕຢູ່ສະເໝີ. ບໍ່ວ່າຄຳເວົ້າຂອງຄົນອື່ນຈະຖືກຕ້ອງສໍ່າໃດກໍຕາມ, ພວກເຂົາກໍຈະປະຕິເສດຄຳເວົ້າເຫຼົ່ານັ້ນ. ເຖິງແມ່ນວ່າຄຳແນະນຳຂອງຄົນອື່ນຈະສອດຄ່ອງກັບຄວາມຄິດຂອງພວກເຂົາເອງກໍຕາມ, ຖ້າພວກເຂົາບໍ່ໄດ້ສະເໜີພວກມັນກ່ອນ, ພວກເຂົາກໍຈະບໍ່ມີທາງຍອມຮັບ ຫຼື ນຳໃຊ້ພວກມັນ. ແຕ່ພວກເຂົາຈະເຮັດທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ເພື່ອດູຖູກພວກມັນ, ຈາກນັ້ນກໍປະຕິເສດ ແລະ ກ່າວໂທດພວກມັນ, ວິພາກວິຈານພວກມັນຢ່າງຕໍ່ເນື່ອງ ຈົນກວ່າຜູ້ທີ່ໃຫ້ຄຳແນະນຳຈະຮູ້ສຶກວ່າຄວາມຄິດຂອງພວກເຂົາຜິດ ແລະ ຍອມຮັບຄວາມຜິດພາດຂອງພວກເຂົາເອງ. ເມື່ອນັ້ນແຫຼະ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຈະຍອມຢຸດ. ຜູ້ຕໍ່ຕ້ານພຣະຄຣິສມັກຍົກຍ້ອງຕົນເອງໃນຂະນະທີ່ດູຖູກຄົນອື່ນ ໂດຍມີຈຸດມຸ່ງໝາຍທີ່ຈະເຮັດໃຫ້ຄົນອື່ນເຄົາລົບບູຊາພວກເຂົາ ແລະ ເອົາພວກເຂົາເປັນຈຸດສູນກາງ. ພວກເຂົາອະນຸຍາດໃຫ້ພຽງແຕ່ຕົນເອງໂດດເດັ່ນ, ໃນຂະນະທີ່ຄົນອື່ນສາມາດຢືນຢູ່ເບື້ອງຫຼັງໄດ້ເທົ່ານັ້ນ. ບໍ່ວ່າພວກເຂົາຈະເວົ້າ ຫຼື ເຮັດຫຍັງກໍລ້ວນແຕ່ຖືກຕ້ອງ ແລະ ບໍ່ວ່າຄົນອື່ນຈະເວົ້າ ຫຼື ເຮັດຫຍັງກໍລ້ວນແຕ່ຜິດ. ພວກເຂົາມັກຈະສະເໜີມຸມມອງທີ່ແປກໃໝ່ເພື່ອປະຕິເສດມຸມມອງ ແລະ ການກະທຳຂອງຄົນອື່ນ, ຈັບຜິດຄຳແນະນຳຂອງຄົນອື່ນ ແລະ ຂັດຂວາງ ແລະ ປະຕິເສດຂໍ້ສະເໜີຂອງຄົນອື່ນ. ດ້ວຍວິທີນີ້, ຄົນອື່ນກໍຕ້ອງຟັງພວກເຂົາ ແລະ ກະທຳການຕາມແຜນການຂອງພວກເຂົາ. ພວກເຂົາໃຊ້ວິທີການ ແລະ ກົນລະຍຸດເຫຼົ່ານີ້ເພື່ອປະຕິເສດເຈົ້າຢ່າງຕໍ່ເນື່ອງ, ໂຈມຕີເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ສຶກຄືກັບວ່າເຈົ້າບໍ່ມີຄວາມສາມາດ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ເຈົ້າອ່ອນນ້ອມຕໍ່ພວກເຂົາຫຼາຍຂຶ້ນເລື້ອຍໆ, ຊື່ນຊົມພວກເຂົາຫຼາຍຂຶ້ນ ແລະ ເຄົາລົບຍົກຍ້ອງພວກເຂົາຫຼາຍຂຶ້ນ. ດ້ວຍວິທີນັ້ນ, ເຈົ້າກໍຈະຖືກພວກເຂົາຄວບຄຸມຢ່າງສິ້ນເຊີງ. ນີ້ຄືຂະບວນການທີ່ຜູ້ຕໍ່ຕ້ານພຣະຄຣິສປາບ ແລະ ຄວບຄຸມຜູ້ຄົນ.

ຜູ້ຕໍ່ຕ້ານພຣະຄຣິສໃຊ້ວິທີການຕ່າງໆເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ; ມັນບໍ່ແມ່ນການຂະຫຍິບຕາ ຫຼື ຄຳເວົ້າບໍ່ເທົ່າໃດຄຳທີ່ເຮັດໃຫ້ຜູ້ຄົນຕິດຕາມພວກເຂົາ, ມັນບໍ່ໄດ້ງ່າຍດາຍແບບນັ້ນເລີຍ. ບໍ່ວ່າຈະເປັນເລື່ອງການຄວບຄຸມຜູ້ຄົນ ຫຼື ການຄວບຄຸມສິດອຳນາດດ້ານໃດດ້ານໜຶ່ງເຊັ່ນ: ການຕັດສິນໃຈເລື່ອງບຸກຄະລາກອນ, ເລື່ອງການເງິນ ຫຼື ການເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ, ພວກເຂົາກໍຈະໃຊ້ກົນລະຍຸດທີ່ແຕກຕ່າງກັນ ແລະ ພວກເຂົາຈະບໍ່ເຮັດພຽງແຕ່ເປັນບາງຄັ້ງບາງຄາວຢ່າງແນ່ນອນ, ແຕ່ຈະພະຍາຍາມຢ່າງຕໍ່ເນື່ອງເພື່ອອວດອ້າງຕົນເອງ ແລະ ເປັນພະຍານໃຫ້ຕົນເອງ ຈົນກວ່າຜູ້ຄົນຈະຊື່ນຊົມ ແລະ ເລືອກຕັ້ງພວກເຂົາ ແລະ ຈາກນັ້ນສິດອຳນາດກໍຈະເປັນຂອງພວກເຂົາ. ພວກເຂົາໃຊ້ເວລາໄລຍະໜຶ່ງເພື່ອບັນລຸເປົ້າໝາຍນີ້. ອີກວິທີການໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນກໍຄື ການອວດອ້າງຕົນເອງຢູ່ສະເໝີ ແລະ ເຮັດໃຫ້ທຸກຄົນໄດ້ຊອກຮູ້ກ່ຽວກັບພວກເຂົາ ແລະ ເຮັດໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນຮູ້ກ່ຽວກັບການປະກອບສ່ວນຂອງພວກເຂົາຕໍ່ເຮືອນຂອງພຣະເຈົ້າ. ຕົວຢ່າງ: ພວກເຂົາອາດຈະເວົ້າວ່າ “ກ່ອນໜ້ານີ້ ຂ້ອຍໄດ້ຄິດຫາວິທີການບາງຢ່າງສຳລັບການເທດສະໜາຂ່າວປະເສີດ ແລະ ມັນກໍໄດ້ປັບປຸງປະສິດທິພາບຂອງການເທດສະໜາຂ່າວປະເສີດ. ໃນປັດຈຸບັນ, ຄຣິສຕະຈັກອື່ນໆບາງແຫ່ງກໍກຳລັງນຳໃຊ້ວິທີການເຫຼົ່ານີ້ເຊັ່ນກັນ”. ໃນຄວາມເປັນຈິງແລ້ວ, ຄຣິສຕະຈັກຕ່າງໆໄດ້ຮັບປະສົບການຫຼາຍຢ່າງໃນການເທດສະໜາຂ່າວປະເສີດ, ແຕ່ຜູ້ຕໍ່ຕ້ານພຣະຄຣິສພັດໂອ້ອວດກ່ຽວກັບການຕັດສິນໃຈທີ່ຖືກຕ້ອງ ແລະ ຄວາມສຳເລັດຂອງພວກເຂົາຢ່າງຕໍ່ເນື່ອງ ໂດຍແຈ້ງໃຫ້ຜູ້ຄົນຮູ້ກ່ຽວກັບສິ່ງເຫຼົ່ານັ້ນ, ເນັ້ນຢໍ້າພວກມັນ ແລະ ເວົ້າພວກມັນຊ້ຳໄປຊ້ຳມາໃນທຸກບ່ອນທີ່ພວກເຂົາໄປ ຈົນກວ່າທຸກຄົນຈະຮູ້. ເປົ້າໝາຍຂອງພວກເຂົາແມ່ນຫຍັງ? ເພື່ອສ້າງພາບລັກ ແລະ ຊື່ສຽງຂອງພວກເຂົາເອງ, ເພື່ອໃຫ້ໄດ້ຮັບການຍ້ອງຍໍ, ການສະໜັບສະໜູນ ແລະ ຄວາມຊື່ນຊົມຈາກຜູ້ຄົນຫຼາຍຂຶ້ນ ແລະ ເພື່ອເຮັດໃຫ້ຜູ້ຄົນຫັນມາຫາພວກເຂົາໃນທຸກເລື່ອງ. ສິ່ງນີ້ບໍ່ໄດ້ບັນລຸເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນບໍ? ຜູ້ຕໍ່ຕ້ານພຣະຄຣິສສ່ວນໃຫຍ່ກະທຳການໃນລັກສະນະນີ້ ໂດຍຮັບບົດບາດໃນການເຮັດໃຫ້ຜູ້ຄົນຫຼົງຜິດ, ການວາງກັບດັກ ແລະ ການຄວບຄຸມຜູ້ຄົນ. ບໍ່ວ່າຈະເປັນຄຣິສຕະຈັກ, ກຸ່ມຄົນ ຫຼື ສະພາບແວດລ້ອມການເຮັດວຽກໃດກໍຕາມ, ເມື່ອໃດກໍຕາມທີ່ຜູ້ຕໍ່ຕ້ານພຣະຄຣິສປາກົດຕົວ, ຄົນສ່ວນໃຫຍ່ກໍຈະເລີ່ມເຄົາລົບບູຊາ ແລະ ເຄົາລົບນັບຖືພວກເຂົາໂດຍບໍ່ຮູ້ຕົວ. ເມື່ອໃດກໍຕາມທີ່ພວກເຂົາປະເຊີນກັບຄວາມຫຍຸ້ງຍາກ ເຊິ່ງພວກເຂົາຮູ້ສຶກສັບສົນ ແລະ ຕ້ອງການຄົນມາໃຫ້ການຊີ້ແນະ ໂດຍສະເພາະໃນສະຖານະການທີ່ສຳຄັນເມື່ອຕ້ອງມີການຕັດສິນໃຈ, ພວກເຂົາກໍຈະຄິດເຖິງຜູ້ຕໍ່ຕ້ານພຣະຄຣິສທີ່ມີພອນສະຫວັນ. ພວກເຂົາເຊື່ອໃນໃຈຂອງພວກເຂົາວ່າ “ຖ້າພຽງແຕ່ພວກເຂົາຢູ່ທີ່ນີ້, ມັນກໍຄົງຈະດີ. ມີພຽງແຕ່ພວກເຂົາເທົ່ານັ້ນທີ່ສາມາດໃຫ້ຄຳແນະນຳ ແລະ ຂໍ້ສະເໜີແນະເພື່ອຊ່ວຍໃຫ້ພວກເຮົາຜ່ານພົ້ນຄວາມຫຍຸ້ງຍາກນີ້ໄປໄດ້; ພວກເຂົາມີແນວຄິດ ແລະ ວິທີແກ້ໄຂຫຼາຍທີ່ສຸດ, ປະສົບການຂອງພວກເຂົາອຸດົມສົມບູນທີ່ສຸດ ແລະ ຄວາມຄິດຂອງພວກເຂົາກໍວ່ອງໄວທີ່ສຸດ”. ຄວາມຈິງທີ່ວ່າຄົນເຫຼົ່ານີ້ສາມາດເຄົາລົບບູຊາຜູ້ຕໍ່ຕ້ານພຣະຄຣິສໄດ້ເຖິງລະດັບນັ້ນ ບໍ່ໄດ້ກ່ຽວຂ້ອງໂດຍກົງກັບວິທີການປົກກະຕິຂອງພວກເຂົາໃນການອວດອ້າງ, ການສະແດງ ແລະ ການໂອ້ອວດຕົວພວກເຂົາເອງໄປທົ່ວບໍ? ຖ້າພວກເຂົາສະແດງຄວາມໜັກແໜ້ນໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ຖ້າພວກເຂົາເປັນຄົນທີ່ກົ້ມໜ້າກົ້ມຕາເຮັດວຽກໜັກ, ຖ້າພວກເຂົາເວົ້າໜ້ອຍ ແລະ ເຮັດວຽກຢ່າງດຸໝັ່ນ, ບໍ່ເຄີຍປະກາດ ຫຼື ອວດອ້າງ, ຍິ່ງບໍ່ຕ້ອງເວົ້າເຖິງການໂອ້ອວດເລີຍ, ແລ້ວພວກເຂົາກໍຈະບໍ່ສາມາດເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນໃຫ້ຄຸນຄ່າ ແລະ ຊື່ນຊົມພວກເຂົາໄດ້. ແລ້ວເປັນຫຍັງບາງຄົນທີ່ຂ້ອນຂ້າງຊື່ສັດ ແລະ ສາມາດປະຕິບັດຄວາມຈິງ ແລະ ເຮັດວຽກຢ່າງດຸໝັ່ນຈຶ່ງບໍ່ຄ່ອຍຖືກເລືອກຕັ້ງເປັນຜູ້ນຳ ແລະ ຜູ້ເຮັດວຽກ? ມັນເປັນເພາະວ່າຄົນສ່ວນໃຫຍ່ຂາດຄວາມເປັນຈິງຄວາມຈິງ ແລະ ບໍ່ມີທັກສະການແຍກແຍະ. ຜູ້ຄົນມັກຈະເຂົ້າຂ້າງຜູ້ທີ່ມີພອນສະຫວັນ, ມີວາທະສິນ ແລະ ມັກອວດອ້າງ. ພວກເຂົາຊື່ນຊົມ ແລະ ເຫັນດີນຳຄົນແບບນັ້ນເປັນພິເສດ ແລະ ພວກເຂົາມັກມີປະຕິສຳພັນກັບຄົນເຫຼົ່ານັ້ນ. ດ້ວຍເຫດນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງກາຍເປັນເປົ້າໝາຍຂອງການເຄົາລົບບູຊາ ແລະ ຄວາມຊື່ນຊົມສຳລັບຄົນສ່ວນໃຫຍ່ຢ່າງເປັນທຳມະຊາດ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສມີວິທີການຄວບຄຸມຜູ້ຄົນຫຼາຍຊຸດ ແລະ ພວກເຂົາບໍ່ລັງເລທີ່ຈະທຸ່ມເທເວລາ ແລະ ພະລັງງານເພື່ອຈັດການກັບສະຖານະ ແລະ ພາບລັກຂອງພວກເຂົາໃນໃຈຂອງຜູ້ຄົນ, ທັງໝົດນີ້ກໍເພື່ອເປົ້າໝາຍສູງສຸດໃນການຄວບຄຸມຜູ້ຄົນ. ຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງກ່ອນທີ່ຈະບັນລຸເປົ້າໝາຍນີ້? ທັດສະນະຄະຕິຂອງພວກເຂົາຕໍ່ສະຖານະແມ່ນຫຍັງ? ມັນບໍ່ແມ່ນຄວາມມັກ ຫຼື ຄວາມຊື່ນຊົມແບບທຳມະດາ; ມັນເປັນແຜນການໄລຍະຍາວ, ເປັນເຈດຕະນາທີ່ຈະໄດ້ຮັບມັນມາ. ພວກເຂົາໃຫ້ຄວາມສຳຄັນເປັນພິເສດຕໍ່ອຳນາດ ແລະ ສະຖານະ ແລະ ເຫັນວ່າສະຖານະເປັນເງື່ອນໄຂເບື້ອງຕົ້ນສຳລັບການບັນລຸເປົ້າໝາຍໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ. ເມື່ອພວກເຂົາໄດ້ຮັບສະຖານະແລ້ວ, ການເພີດເພີນກັບຜົນປະໂຫຍດທັງໝົດຈາກສະຖານະກໍເປັນເລື່ອງທຳມະດາ. ສະນັ້ນ, ຄວາມສາມາດຂອງຜູ້ຕໍ່ຕ້ານພຣະຄຣິສໃນການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນຈຶ່ງເປັນຜົນມາຈາກການຈັດການຢ່າງດຸໝັ່ນ. ມັນບໍ່ແມ່ນວ່າພວກເຂົາເລືອກເສັ້ນທາງນັ້ນໂດຍບັງເອີນຢ່າງແນ່ນອນ; ທຸກສິ່ງທຸກຢ່າງທີ່ພວກເຂົາເຮັດລ້ວນແຕ່ມີຈຸດປະສົງ, ໄດ້ຄິດໄວ້ລ່ວງໜ້າ ແລະ ຖືກຄຳນວນມາຢ່າງຮອບຄອບ. ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ການໄດ້ຮັບອຳນາດ ແລະ ການບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຜູ້ຄົນຄືລາງວັນ, ມັນຄືຜົນຮັບທີ່ພວກເຂົາປາຖະໜາທີ່ສຸດ. ການໄລ່ຕາມອຳນາດ ແລະ ສະຖານະຂອງພວກເຂົາແມ່ນມີແຮງຈູງໃຈ, ມີຈຸດປະສົງ, ມີເຈດຕະນາ ແລະ ຖືກຈັດການຢ່າງຍາກລຳບາກ; ນັ້ນກໍຄື ເມື່ອພວກເຂົາເວົ້າ ຫຼື ກະທຳການ, ພວກເຂົາມີຄວາມຮູ້ສຶກເຖິງຈຸດປະສົງ ແລະ ເຈດຕະນາທີ່ແຮງກ້າ ແລະ ເປົ້າໝາຍຂອງພວກເຂົາກໍຖືກກຳນົດໄວ້ຢ່າງຊັດເຈນເປັນພິເສດ. ຕົວຢ່າງ: ພວກເຂົາໂອ້ອວດກ່ຽວກັບການເຄີຍເປັນຜູ້ນຳ ຫຼື ຜູ້ເຮັດວຽກໃນລະດັບໃດໜຶ່ງ, ໄດ້ຮັບຄົນຈຳນວນໜຶ່ງຜ່ານການເທດສະໜາຂ່າວປະເສີດ ຫຼື ໄດ້ພັດທະນາວິທີການທີ່ເປັນແບບຢ່າງຕ່າງໆສຳລັບການເທດສະໜາຂ່າວປະເສີດ; ພວກເຂົາອວດອ້າງປະສົບການ ແລະ ຄຸນສົມບັດຂອງພວກເຂົາ. ຄວາມຄິດຂອງພວກເຂົາແມ່ນຫຍັງໃນຂະນະທີ່ພວກເຂົາໂອ້ອວດ? ແຮງຈູງໃຈທີ່ຢູ່ເບື້ອງຫຼັງຂອງພວກເຂົາແມ່ນຫຍັງ? ພວກເຂົາບໍ່ໄດ້ໄຕ່ຕອງບໍວ່າພວກເຂົາຄວນໃຊ້ຄຳເວົ້າໃດ ແລະ ພວກເຂົາຄວນປະສົມປະສານຄວາມຈິງກັບຄວາມຕົວະແນວໃດ? ຄຳເວົ້າຂອງພວກເຂົາບໍ່ໄດ້ເປັນໄປແບບຊະຊາຍ; ທຸກສິ່ງທຸກຢ່າງທີ່ພວກເຂົາເວົ້າລ້ວນແຕ່ມີຈຸດປະສົງ ແລະ ມັນບໍ່ແມ່ນພຽງແຕ່ເລື່ອງຂອງການຍົກຍ້ອງຕົນເອງຢ່າງແນ່ນອນ. ຄຳເວົ້າຂອງພວກເຂົາອາດຈະເບິ່ງຄືວ່າຮູ້ຈັກຄວາມເໝາະສົມ ແລະ ມີເປົ້າໝາຍເປັນພິເສດ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ສຶກເຖິງຄວາມເໝາະສົມຢ່າງແຫຼມຄົມ. ຕົວຢ່າງ: ຖ້າພວກເຂົາພົບກັບບຸກຄົນທີ່ເຂົ້າໃຈຄວາມຈິງ, ໃຈຂອງພວກເຂົາກໍຈະລະມັດລະວັງ, ພວກເຂົາຈະບໍ່ເວົ້າ ຫຼື ເຮັດສິ່ງຕ່າງໆແບບຊະຊາຍຕໍ່ໜ້າຄົນເຫຼົ່ານັ້ນ, ຍ້ອນຢ້ານວ່າພວກເຂົາຈະຖືກແຍກແຍະ. ພວກເຂົາຈະລະມັດລະວັງຕົວຫຼາຍຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາກຳລັງຈັດການກັບຜູ້ເຊື່ອໃໝ່ ຫຼື ຜູ້ເຊື່ອທຳມະດາ, ພວກເຂົາກໍຈະພິຈາລະນາຢ່າງລະມັດລະວັງວ່າຈະເວົ້າຫຍັງກັບບຸກຄົນເຫຼົ່ານີ້. ຖ້າພວກເຂົາກຳລັງຈັດການກັບຜູ້ນຳ ແລະ ຜູ້ເຮັດວຽກ, ພວກເຂົາກໍຈະໄຕ່ຕອງວ່າຈະເວົ້າຫຍັງກັບກຸ່ມນີ້. ຖ້າພວກເຂົາກຳລັງຈັດການກັບຜູ້ທີ່ເຂົ້າໃຈຄວາມຮູ້ທາງວິຊາຊີບ, ພວກເຂົາກໍຈະພິຈາລະນາວ່າຈະເວົ້າຫຍັງກັບຄົນເຫຼົ່ານີ້. ພວກເຂົາສະຫຼາດຫຼັກແຫຼມເປັນພິເສດໃນເລື່ອງພາຍນອກ ໂດຍຮູ້ວ່າຈະເວົ້າກັບໃຜດ້ວຍຄຳເວົ້າໃດ ແລະ ຈະຖ່າຍທອດຂໍ້ຄວາມຂອງພວກເຂົາຢ່າງມີປະສິດທິພາບແນວໃດ, ພວກເຂົາຊັດເຈນເປັນພິເສດກ່ຽວກັບສິ່ງທັງໝົດນີ້. ເວົ້າອີກຢ່າງໜຶ່ງກໍຄື ຜູ້ຕໍ່ຕ້ານພຣະຄຣິສມັກຈະມີເຈດຕະນາບາງຢ່າງຢູ່ສະເໝີເມື່ອພວກເຂົາກະທຳການ. ຄຳເວົ້າ, ການກະທຳ ແລະ ຄວາມປະພຶດຂອງພວກເຂົາ, ແມ່ນແຕ່ການເລືອກໃຊ້ຄຳເວົ້າສະເພາະໃນຂະນະທີ່ເວົ້າ ລ້ວນແຕ່ມີເຈດຕະນາ; ພວກເຂົາບໍ່ໄດ້ກະທຳການອອກມາຈາກການເປີດເຜີຍຄວາມເສື່ອມຊາມພຽງຊົ່ວຄາວ, ວຸດທິພາວະທີ່ຕ່ຳ, ຄວາມໂງ່ຈ້າ ຫຼື ຄວາມບໍ່ຮູ້, ເວົ້າຈາໄຮ້ສາລະໄປທຸກບ່ອນທີ່ພວກເຂົາໄປ, ມັນບໍ່ໄດ້ເປັນແບບນັ້ນເລີຍ. ໂດຍການກວດສອບວິທີການຂອງພວກເຂົາ, ວິທີການເຮັດສິ່ງຕ່າງໆຂອງພວກເຂົາ ແລະ ການເລືອກໃຊ້ຄຳເວົ້າຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສເບິ່ງຄືວ່າຄົດໂກງ ແລະ ຊົ່ວຊ້າຫຼາຍ. ເພື່ອເຫັນແກ່ສະຖານະຂອງພວກເຂົາເອງ ແລະ ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຜູ້ຄົນ, ພວກເຂົາສວຍໃຊ້ທຸກໂອກາດເພື່ອອວດອ້າງ, ສວຍໃຊ້ທຸກໂອກາດແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາຈະບໍ່ຍອມພາດໂອກາດແມ່ນແຕ່ຄັ້ງດຽວ. ບອກເຮົາມາເບິ່ງ, ຄົນແບບນັ້ນຈະເປີດເຜີຍລັກສະນະເຫຼົ່ານີ້ຕໍ່ໜ້າເຮົາບໍ? (ເປີດເຜີຍ.) ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າພວກເຂົາຈະເປີດເຜີຍ? (ເພາະວ່າແກ່ນແທ້ທຳມະຊາດຂອງພວກເຂົາຄືການອວດອ້າງ.) ການອວດອ້າງແມ່ນເປົ້າໝາຍສຸດທ້າຍສຳລັບຜູ້ຕໍ່ຕ້ານພຣະຄຣິສບໍ? ເປົ້າໝາຍຂອງພວກເຂົາໃນການອວດອ້າງແມ່ນຫຍັງ? ພວກເຂົາຕ້ອງການໄດ້ຮັບສະຖານະ ແລະ ນີ້ຄືສິ່ງທີ່ພວກເຂົາໝາຍເຖິງ: “ເຈົ້າບໍ່ຮູ້ບໍວ່າຂ້ອຍແມ່ນໃຜ? ເບິ່ງສິ່ງທີ່ຂ້ອຍໄດ້ເຮັດແມ, ຂ້ອຍເອງທີ່ເຮັດສິ່ງທີ່ດີເຫຼົ່ານີ້; ຂ້ອຍໄດ້ປະກອບສ່ວນຢ່າງຫຼວງຫຼາຍໃຫ້ກັບເຮືອນຂອງພຣະເຈົ້າ. ຕອນນີ້ເຈົ້າກໍຮູ້ແລ້ວ, ເຈົ້າບໍ່ຄວນມອບວຽກງານທີ່ສຳຄັນກວ່ານີ້ໃຫ້ຂ້ອຍບໍ? ເຈົ້າບໍ່ຄວນໃຫ້ຄວາມສຳຄັນກັບຂ້ອຍບໍ? ເຈົ້າບໍ່ຄວນເພິ່ງພາຂ້ອຍໃນທຸກສິ່ງທຸກຢ່າງທີ່ເຈົ້າເຮັດບໍ?” ສິ່ງນີ້ບໍ່ແມ່ນຄວາມຕັ້ງໃຈບໍ? ຜູ້ຕໍ່ຕ້ານພຣະຄຣິສຕ້ອງການຄວບຄຸມທຸກຄົນ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ. ຄຳສັບອື່ນສຳລັບການຄວບຄຸມແມ່ນຫຍັງ? ບົງການ, ປັ່ນຫົວ, ພວກເຂົາພຽງແຕ່ຕ້ອງການປົກຄອງເຈົ້າ. ຕົວຢ່າງ: ເມື່ອອ້າຍເອື້ອຍນ້ອງຍ້ອງຍໍບາງສິ່ງບາງຢ່າງວ່າເຮັດໄດ້ດີ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເວົ້າທັນທີວ່າພວກເຂົາເປັນຄົນເຮັດ, ເຮັດໃຫ້ທຸກຄົນຂອບໃຈພວກເຂົາ. ຄົນທີ່ມີເຫດຜົນຢ່າງແທ້ຈິງຈະກະທຳການແບບນີ້ບໍ? ບໍ່ມີທາງ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດຄວາມດີເລັກໜ້ອຍ ພວກເຂົາກໍຕ້ອງການໃຫ້ທຸກຄົນຮູ້ກ່ຽວກັບມັນ, ໃຫ້ທຸກຄົນຍົກຍ້ອງ ແລະ ຊົມເຊີຍພວກເຂົາ, ສິ່ງນີ້ເຮັດໃຫ້ພວກເຂົາພໍໃຈ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາປາຖະໜາທີ່ຈະໄດ້ຮັບຄຳຍ້ອງຍໍ ແລະ ການເຄົາລົບບູຊາຈາກຜູ້ຄົນ ແລະ ພວກເຂົາເຕັມໃຈທີ່ຈະທົນກັບທຸກສິ່ງທຸກຢ່າງເພື່ອໃຫ້ໄດ້ມັນມາ. ເພື່ອເຫັນແກ່ສະຖານະ ແລະ ອຳນາດ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຍອມປ່ອຍໃຫ້ໂອກາດໃດໆໃນການອວດອ້າງຜ່ານພວກເຂົາໄປ, ເຖິງແມ່ນວ່າການອວດອ້າງຂອງພວກເຂົາຈະເບິ່ງຄືວ່າໂງ່ຈ້າ ຫຼື ວິທີການຂອງພວກເຂົາຈະບໍ່ແນບນຽນ ແລະ ເຮັດໃຫ້ຄົນອື່ນດູຖູກກໍຕາມ, ພວກເຂົາກໍຍັງຈະບໍ່ຍອມພາດໂອກາດດັ່ງກ່າວ. ໃນທໍານອງດຽວກັນ, ພວກເຂົາໃຊ້ທຸກວິທີທາງທີ່ຈຳເປັນເພື່ອບັນລຸເປົ້າໝາຍໃນການຄວບຄຸມຜູ້ຄົນ ແລະ ບໍ່ລົດລະຄວາມພະຍາຍາມທີ່ຈະເຮັດສິ່ງນີ້ໃຫ້ສຳເລັດ. ພວກເຂົາພະຍາຍາມຢ່າງໜັກ ແລະ ຄິດຈົນປວດຫົວເພື່ອສ້າງແຜນການຂອງພວກເຂົາ. ເມື່ອພວກເຂົາເຮັດສິ່ງທີ່ດີ, ພວກເຂົາກໍຈະໂອ້ອວດ ແລະ ສະແດງມັນໄປທຸກບ່ອນຢ່າງຕໍ່ເນື່ອງ. ຖ້າມີຄົນອື່ນເຮັດສິ່ງທີ່ດີ, ພວກເຂົາກໍຈະອິດສາ ແລະ ພະຍາຍາມທຸກວິທີທາງເພື່ອອ້າງວ່າມັນເປັນຜົນງານຂອງພວກເຂົາ ຫຼື ເວົ້າວ່າພວກເຂົາມີສ່ວນຮ່ວມໃນນັ້ນ ເພື່ອຍາດເອົາຜົນງານມາເປັນຂອງຕົນເອງ. ສະຫຼຸບແລ້ວ, ຜູ້ຕໍ່ຕ້ານພຣະຄຣິສມີກົນລະຍຸດສຳລັບການຄວບຄຸມຜູ້ຄົນ. ມັນບໍ່ແມ່ນຄວາມເລ່ລ່ຽມພຽງຊົ່ວຄາວຢ່າງແນ່ນອນ ແລະ ບໍ່ແມ່ນການກະທຳພຽງສອງສາມຄັ້ງເປັນບາງຄັ້ງຄາວ. ແຕ່ພວກເຂົາເຮັດ ແລະ ເວົ້າຫຼາຍສິ່ງຫຼາຍຢ່າງ. ຄຳເວົ້າຂອງພວກເຂົາເຮັດໃຫ້ຜູ້ຄົນຫຼົງຜິດ, ການກະທຳຂອງພວກເຂົາເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເປົ້າໝາຍສຸດທ້າຍຂອງພວກເຂົາໃນການເຮັດ ແລະ ເວົ້າສິ່ງເຫຼົ່ານີ້ກໍຄືການຄວບຄຸມຜູ້ຄົນ.

ຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສໃນການຄວບຄຸມຜູ້ຄົນແມ່ນຫຍັງ? ມັນຄືການໄດ້ຮັບສະຖານະ ແລະ ສິດອຳນາດໃນໃຈຂອງຜູ້ຄົນ. ເມື່ອພວກເຂົາມີສິດອຳນາດ ແລະ ສະຖານະແລ້ວ, ພວກເຂົາກໍສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ຜົນປະໂຫຍດຕ່າງໆທີ່ມັນນຳມາໃຫ້. ຕົວຢ່າງ: ໃນຊ່ວງອາກາດຮ້ອນ, ໃນຂະນະທີ່ຄົນອື່ນພັກຢູ່ໃນຫ້ອງທີ່ບໍ່ມີແອ, ພວກເຂົາພັດໄດ້ພັກຢູ່ໃນຫ້ອງທີ່ມີແອ. ໃນເວລາອາຫານ, ໃນຂະນະທີ່ຄົນອື່ນໄດ້ກິນຜັກ ແລະ ເຂົ້າພຽງສ່ວນດຽວ, ພວກເຂົາພັດໄດ້ເພີ່ມຊີ້ນ ແລະ ແກງເລັກໜ້ອຍ. ເມື່ອເຂົ້າໄປໃນຫ້ອງທີ່ບໍ່ມີບ່ອນນັ່ງວ່າງ, ຄົນອື່ນຕ້ອງນັ່ງຢູ່ເທິງພື້ນ, ເຫຼືອພຽງຕັ່ງອີ້ໜ່ວຍດຽວເຊິ່ງຖືກສະຫງວນໄວ້ໃຫ້ພວກເຂົາ. ການປະຕິບັດແບບພິເສດນີ້ແມ່ນຜົນມາຈາກສະຖານະຂອງພວກເຂົາ ແລະ ພວກເຂົາກໍເພີດເພີນກັບການລຸ່ມຫຼົງໃນຜົນປະໂຫຍດທີ່ມາພ້ອມກັບມັນ. ແນ່ນອນວ່າ ຜົນປະໂຫຍດ ແລະ ຄວາມເພີດເພີນເຫຼົ່ານີ້ຍັງຫ່າງໄກຈາກຄວາມພຽງພໍທີ່ຈະຕອບສະໜອງຄວາມທະເຍີທະຍານຂອງພວກເຂົາ. ພວກເຂົາບໍ່ພຽງແຕ່ຕ້ອງການຜົນປະໂຫຍດທາງວັດຖຸເຫຼົ່ານີ້ທີ່ສະຖານະຂອງພວກເຂົາມອບໃຫ້ເທົ່ານັ້ນ, ແຕ່ຍັງຕ້ອງການຄວາມທະນົງຕົວ, ຄວາມພໍໃຈ ແລະ ຄວາມຮູ້ສຶກປອດໄພທີ່ມັນນຳມາສູ່ໂລກພາຍໃນຂອງພວກເຂົາອີກດ້ວຍ. ພຶດຕິກຳຂອງຜູ້ທີ່ຖືກເຮັດໃຫ້ຫຼົງຜິດ, ຖືກຊັກຈູງ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກເຂົາປຽບທຽບສະຖານະ, ອຳນາດ, ພອນສະຫວັນ ແລະ ຄວາມສາມາດຂອງກັນ ແລະ ກັນ, ພ້ອມທັງພູມຫຼັງຂອງຄອບຄົວ ແລະ ຊົນຊັ້ນ ແລະ ພວກເຂົາແຂ່ງຂັນກັນວ່າໃຜຈະຄິດແນວຄິດທີ່ຊົ່ວຊ້າໄດ້ຫຼາຍກວ່າກັນ ແລະ ຄວາມຄິດຂອງໃຜຈະວ່ອງໄວກວ່າກັນ. ຜູ້ຕໍ່ຕ້ານພຣະຄຣິສທາງສາສະໜາຍັງແຂ່ງຂັນກັນວ່າໃຜຈະອະທິຖານໄດ້ດົນທີ່ສຸດອີກດ້ວຍ. ຖ້າຄົນໜຶ່ງອະທິຖານເປັນເວລາສິບນາທີ, ອີກຄົນໜຶ່ງກໍຈະອະທິຖານເປັນເວລາຊາວນາທີ ແລະ ໃນລະຫວ່າງການເຕົ້າໂຮມ ພວກເຂົາກໍອາດຈະບໍ່ເຮັດຫຍັງເລີຍນອກຈາກອະທິຖານຢ່າງບໍ່ຢຸດຢັ້ງ, ຄ້າຍຄືກັບຄົນທີ່ສູດມົນໃນວັດວາອາຮາມ, ຈົ່ມພຶມພຳຢ່າງບໍ່ຢຸດຢັ້ງ. ພຣະເຈົ້າຟັງຄຳອະທິຖານແບບນັ້ນບໍ? ເມື່ອຕັດສິນຈາກວິທີທີ່ພວກເຂົາອະທິຖານ, ພຣະວິນຍານບໍລິສຸດຈະບໍ່ປະຕິບັດພາລະກິດໃນຕົວພວກເຂົາ. ພວກເຂົາເບິ່ງວ່າໃຜສາມາດອະທິຖານໄດ້ດົນທີ່ສຸດ, ໃຜສາມາດອະທິຖານດ້ວຍສຽງທີ່ດັງທີ່ສຸດເຊິ່ງສາມາດກົບສຽງຄົນອື່ນໄດ້. ນີ້ບໍ່ແມ່ນຄວາມບ້າຄັ່ງຢ່າງສິ້ນເຊີງບໍ? ການກະທຳຂອງພວກເຂົາເປັນສິ່ງທີ່ບໍ່ໜ້າເຊື່ອ ແລະ ບໍ່ສົມເຫດສົມຜົນ. ສິ່ງເຫຼົ່ານີ້ຄືການສະແດງອອກທີ່ພົບເຫັນເປັນຫຼັກໃນຜູ້ທີ່ຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ; ເມື່ອຜູ້ຕໍ່ຕ້ານພຣະຄຣິສນຳພາຜູ້ຄົນ, ນີ້ຄືຜົນຮັບທີ່ມັນສ້າງຂຶ້ນ. ສະນັ້ນ, ຖ້າເຈົ້າຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍຈະເຄົາລົບນັບຖືພວກເຂົາ, ຕິດຕາມພວກເຂົາ ແລະ ເຊື່ອຟັງພວກເຂົາໃນທຸກສິ່ງທຸກຢ່າງ. ເຈົ້າຈະບໍ່ຟັງຄົນອື່ນ, ເຖິງແມ່ນວ່າຈະເປັນພຣະເຈົ້າທີ່ກຳລັງກ່າວຢູ່ກໍຕາມ. ສິ່ງເຫຼົ່ານີ້ຈະເປັນພຶດຕິກຳທີ່ເຈົ້າສະແດງອອກມາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຜູ້ຄົນ, ມັນກໍຄືກັບວ່າຊາຕານກຳລັງປົກຄອງພວກເຂົາຢູ່. ຖ້າເຈົ້າຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ຖ້າໃນໃຈຂອງເຈົ້າມີບ່ອນຫວ່າງໃຫ້ມະນຸດ ແລະ ມີບ່ອນຫວ່າງໃຫ້ຊາຕານ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ, ພຣະອົງຈະປະຖິ້ມເຈົ້າ. ເຈົ້າມັກຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ບໍ່ແມ່ນບໍ? ເຈົ້າມັກເຄົາລົບນັບຖືພວກເຂົາ, ບໍ່ແມ່ນບໍ? ເຈົ້າມັກຍອມຮັບການຄວບຄຸມ ແລະ ການບົງການຂອງພວກເຂົາ, ບໍ່ແມ່ນບໍ? ແລ້ວເຈົ້າກໍຈະຖືກມອບໃຫ້ພວກເຂົາ. ຖ້າເຈົ້າເຊື່ອວ່າບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເວົ້າຫຍັງກໍລ້ວນແຕ່ເປັນຄວາມຈິງ, ແລ້ວເຈົ້າກໍສາມາດຟັງພວກເຂົາ ແລະ ຕິດຕາມພວກເຂົາໄດ້ ແລະ ເຈົ້າກໍຈະຖືກມອບໃຫ້ພວກເຂົາ. ເຖິງຢ່າງໃດກໍຕາມ, ເຈົ້າຕ້ອງຮັບຜິດຊອບຕໍ່ຜົນສະທ້ອນທີ່ຕາມມາດ້ວຍຕົນເອງ. ຖ້າມື້ໜຶ່ງເຈົ້າບໍ່ໄດ້ຮັບຄວາມລອດພົ້ນ, ຢ່າໃຫ້ພຣະເຈົ້າຕ້ອງຮັບຜິດຊອບ ຫຼື ຈົ່ມວ່າພຣະອົງ; ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າ. ມັນເປັນທາງເລືອກຂອງເຈົ້າເອງ ແລະ ເຈົ້າຕ້ອງຈ່າຍລາຄາສຳລັບທາງເລືອກຂອງເຈົ້າ.

ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສໃນການຄວບຄຸມຜູ້ຄົນເກືອບຈະຈົບແລ້ວ. ຜູ້ຄົນຕ້ອງເຂົ້າໃຈວ່າການຖືກຄວບຄຸມໝາຍຄວາມວ່າແນວໃດ. ຈາກພາຍນອກ, ມັນອາດຈະເບິ່ງຄືວ່າບາງຄົນກຳລັງຕິດຕາມພຣະເຈົ້າ, ຟັງຄຳເທດສະໜາຂອງພຣະອົງ, ກິນ ແລະ ດື່ມພຣະທໍາຂອງພຣະອົງ, ດຳລົງຊີວິດຄຣິສຕະຈັກ ແລະ ປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາກໍບໍ່ໄດ້ອອກຈາກເຮືອນຂອງພຣະເຈົ້າ. ແລ້ວເປັນຫຍັງພວກເຂົາຈຶ່ງຖືກຜູ້ຕໍ່ຕ້ານພຣະຄຣິສຄວບຄຸມ? ມັນເປັນເພາະວ່າພວກເຂົາຂາດຄວາມຈິງເປັນຫຼັກ. ກ່ອນອື່ນໝົດ ຄົນເຫຼົ່ານີ້ຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ ແລະ ຈາກນັ້ນກໍຫັນມາເຄົາລົບບູຊາຜູ້ຕໍ່ຕ້ານພຣະຄຣິສເປັນພິເສດ ເຊິ່ງນຳໄປສູ່ການຖືກຜູ້ຕໍ່ຕ້ານພຣະຄຣິສຄວບຄຸມ. ການຖືກຄວບຄຸມໝາຍຄວາມວ່າແນວໃດ? ມັນໝາຍເຖິງການຖືກຊັກຈູງ ແລະ ຜູກມັດໂດຍພວກເຂົາ. ເຖິງແມ່ນວ່າເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າຢູ່, ໃນຂະນະທີ່ສະແຫວງຫາຫຼັກການຄວາມຈິງໃນການປະຕິບັດໜ້າທີ່ ເຈົ້າພັດຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ. ຍິ່ງຄຳເວົ້າ ແລະ ມຸມມອງຂອງພວກເຂົາສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າເອງຫຼາຍເທົ່າໃດ, ເຈົ້າກໍຍິ່ງຖືວ່າພວກມັນຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າກໍຢຸດສະແຫວງຫາຫຼັກການຄວາມຈິງ, ບໍ່ເຕັມໃຈທີ່ຈະຄິດດ້ວຍຕົນເອງອີກຕໍ່ໄປ ແລະ ບໍ່ອີງການປະຕິບັດຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າອີກຕໍ່ໄປ. ເຈົ້າເຊື່ອວ່າມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຜິດພາດເລີຍ ແລະ ເຈົ້າກໍຢືນຢັນພວກມັນຢ່າງສຸດໃຈ. ເມື່ອເປັນແບບນີ້ແລ້ວ, ຖ້າເຈົ້າປະຕິບັດຕາມພຣະທຳຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ບໍ່ໝັ້ນໃຈ. ເຈົ້າຮູ້ສຶກວ່າເຈົ້າໄດ້ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສຜິດຫວັງ ແລະ ເຈົ້າບໍ່ສາມາດກະທຳການແບບນີ້ໄດ້ຢ່າງເດັດຂາດ. ເຈົ້າບໍ່ໄດ້ຖືກຜູກມັດຢ່າງສິ້ນເຊີງໂດຍຄຳເວົ້າ ແລະ ມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ເມື່ອເຈົ້າເຮັດສິ່ງຕ່າງໆ, ເຈົ້າບໍ່ຮູ້ວິທີຕັດສິນ, ສະແຫວງຫາ ຫຼື ປະຕິບັດຕາມໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ເຈົ້າບໍ່ຮູ້ວ່າຈະເຮັດແນວໃດ ແລະ ບໍ່ກ້າທີ່ຈະເຮັດ. ເປັນຫຍັງເຈົ້າຈຶ່ງບໍ່ຮູ້ວິທີ ແລະ ເປັນຫຍັງເຈົ້າຈຶ່ງບໍ່ກ້າ? ຜູ້ຕໍ່ຕ້ານພຣະຄຣິສຍັງບໍ່ທັນໄດ້ເວົ້າຫຍັງ; ພວກເຂົາຍັງບໍ່ທັນໄດ້ໃຫ້ການຕັດສິນໃຈ ຫຼື ຂໍ້ສະຫຼຸບແກ່ເຈົ້າ ແລະ ພວກເຂົາຍັງບໍ່ທັນໄດ້ບອກຜົນຮັບແກ່ເຈົ້າ ຫຼື ຊີ້ບອກທິດທາງໃດໆໃຫ້ແກ່ເຈົ້າ. ນັ້ນຄືເຫດຜົນທີ່ເຈົ້າບໍ່ກ້າທີ່ຈະກະທຳການຕາມຄວາມເຂົ້າໃຈຂອງເຈົ້າ ແລະ ເຈົ້າຢ້ານວ່າຈະຍ່າງໄປໃນທາງທີ່ຜິດ, ຢ້ານວ່າຈະເຮັດບາງສິ່ງບາງຢ່າງຜິດພາດ. ເຈົ້າບໍ່ໄດ້ກຳລັງຖືກຄວບຄຸມຢູ່ບໍ? ເປັນຫຍັງເຈົ້າຈຶ່ງຢ້ານກົວຢູ່ສະເໝີ? ພຣະທຳຂອງພຣະເຈົ້າບໍ່ຊັດເຈນແທ້ບໍ? ພຣະທຳຂອງພຣະເຈົ້າບໍ່ໄດ້ບອກຫຼັກການແກ່ເຈົ້າ ຫຼື ບອກເຈົ້າວ່າຕ້ອງເຮັດຫຍັງບໍ? ເປັນຫຍັງເຈົ້າຈຶ່ງເມີນເສີຍຕໍ່ພຣະທຳຂອງພຣະເຈົ້າ ແລະ ຢືນຢັດທີ່ຈະຟັງຜູ້ຕໍ່ຕ້ານພຣະຄຣິສ? ເຈົ້າກຳລັງຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ. ຕົວຢ່າງ: ເຮົາບອກໃຫ້ຄົນຜູ້ໜຶ່ງສ້າງກຳແພງ ໂດຍກຳນົດຄວາມສູງ, ຄວາມຍາວ ແລະ ສະຖານທີ່ຂອງມັນ. ຈາກນັ້ນ ຜູ້ຕໍ່ຕ້ານພຣະຄຣິສກໍມາ ແລະ ເວົ້າວ່າ “ຄວາມສູງຂອງກຳແພງນີ້ຖືວ່າໃຊ້ໄດ້, ແຕ່ມັນມີບັນຫາຢູ່ບ່ອນນີ້. ຖ້າເຈົ້າສ້າງມັນແບບນີ້, ມັນຈະພັງລົງມາບໍເມື່ອລົມພັດ?” ເມື່ອໄດ້ຍິນດັ່ງນີ້, ຄົນຜູ້ນັ້ນກໍເວົ້າວ່າ “ນັ້ນເປັນຈຸດທີ່ດີ, ມັນຈະພັງລົງມາບໍ? ພຣະເຈົ້າບໍ່ໄດ້ບອກ, ສະນັ້ນ ຂ້ອຍຈະຍັງບໍ່ສ້າງມັນເທື່ອ”. ເມື່ອເຮົາໄປກວດເບິ່ງພວກເຂົາໃນພາຍຫຼັງ, ເຮົາກໍຖາມວ່າ: “ເປັນຫຍັງເຈົ້າຈຶ່ງຍັງບໍ່ສ້າງກຳແພງ? ຫຼາຍມື້ຜ່ານໄປແລ້ວ, ແຕ່ມັນກໍຍັງບໍ່ຖືກສ້າງຂຶ້ນ, ເຈົ້າບໍ່ໄດ້ກຳລັງເຮັດໃຫ້ວຽກງານຊັກຊ້າບໍ?” ພວກເຂົາຕອບວ່າມີຄົນສະແດງຄວາມກັງວົນກ່ຽວກັບກຳແພງທີ່ຈະຖືກລົມພັດລົ້ມ. ເຮົາບອກໃຫ້ພວກເຂົາໃຊ້ເສົາຄໍ້າ ຖ້າພວກເຂົາກັງວົນເລື່ອງລົມ ແລະ ພວກເຂົາກໍຈື່ຈຳສິ່ງນີ້ໄວ້. ຕໍ່ມາ, ຜູ້ຕໍ່ຕ້ານພຣະຄຣິສກໍກັບມາລົບກວນພວກເຂົາ ໂດຍເວົ້າວ່າ “ເສົາຕົ້ນດຽວພໍບໍ? ເຈົ້າບໍ່ຄວນໃຊ້ສອງຕົ້ນບໍ?” ຄົນຜູ້ນັ້ນກໍໄຕ່ຕອງເລື່ອງນີ້ ໂດຍຄິດວ່າພຣະເຈົ້າບອກໃຫ້ໃຊ້ເສົາພຽງຕົ້ນດຽວແທນທີ່ຈະເປັນສອງຕົ້ນ ແລະ ພວກເຂົາກໍບໍ່ຮູ້ວ່າຈະເຮັດແນວໃດອີກຄັ້ງ. ຫຼັງຈາກທີ່ຖືກເຮັດໃຫ້ຫຼົງຜິດ ແລະ ຖືກລົບກວນໂດຍຜູ້ຕໍ່ຕ້ານພຣະຄຣິສແບບນັ້ນ, ຄຳເວົ້າທັງໝົດທີ່ເຮົາເຄີຍເວົ້າກ່ອນໜ້ານີ້ກໍສູນເປົ່າ ແລະ ພວກເຂົາກໍບໍ່ສາມາດດຳເນີນວຽກງານນີ້ຕໍ່ໄປໄດ້. ສິ່ງນີ້ບໍ່ເທົ່າກັບການຖືກຜູ້ຕໍ່ຕ້ານພຣະຄຣິສຄວບຄຸມບໍ? ພວກເຂົາຄວນຟັງໃຜໃນເລື່ອງນີ້? (ຟັງພຣະເຈົ້າ.) ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ຟັງພຣະທຳຂອງພຣະເຈົ້າ? ພວກເຂົາບໍ່ຢາກຟັງບໍ? ພວກເຂົາຢາກຟັງ, ແຕ່ພວກເຂົາຖືກເຮັດໃຫ້ຫຼົງຜິດໂດຍໜຶ່ງໃນຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອພວກເຂົາຖືກເຮັດໃຫ້ຫຼົງຜິດ, ພວກເຂົາກໍເຊື່ອຟັງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງເທົ່າກັບການຖືກຜູ້ຕໍ່ຕ້ານພຣະຄຣິສບັງຄັບຄວບຄຸມ. ຖ້າພຶດຕິກຳ ແລະ ຄວາມຄິດຂອງພວກເຂົາຖືກຜູກມັດ ແລະ ຖືກລ່າມໂສ້ໂດຍຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຢູ່ພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນທີ່ສຸດ, ຄົນຜູ້ນີ້ກໍບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາໃຫ້ສຳເລັດ ແລະ ພວກເຂົາກໍບໍ່ໄດ້ອ່ອນນ້ອມຕໍ່ພຣະເຈົ້າ ຫຼື ຟັງພຣະທຳຂອງພຣະອົງ. ໃຜເປັນຜູ້ເຮັດໃຫ້ເກີດຜົນຮັບນີ້? ມັນເກີດຈາກຄວາມໂງ່ຈ້າຂອງພວກເຂົາ ແລະ ບໍ່ສາມາດແຍກອອກຈາກການເຮັດໃຫ້ຫຼົງຜິດ, ການລົບກວນ ແລະ ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສໄດ້. ແລ້ວມັນໝາຍຄວາມວ່າແນວໃດທີ່ຜູ້ຕໍ່ຕ້ານພຣະຄຣິສແຊກແຊງແບບນີ້? ພວກເຂົາຕ້ອງການສະແດງຄວາມສະຫຼາດຂອງພວກເຂົາ ແລະ ສິ່ງທີ່ພວກເຂົາກຳລັງເວົ້າແທ້ໆກໍຄື “ເປັນຫຍັງເຈົ້າຈຶ່ງຟັງພຣະເຈົ້າຢ່າງຫຼັບຫູຫຼັບຕາ ເມື່ອພຣະອົງບອກໃຫ້ເຈົ້າສ້າງກຳແພງນີ້ຢູ່ບ່ອນນີ້? ເປັນຫຍັງເຈົ້າຈຶ່ງຄິດແບບຕາຍຕົວຂະໜາດນັ້ນ? ຖ້າເຈົ້າສ້າງກຳແພງຢູ່ບ່ອນນີ້, ມັນຈະບໍ່ພັງລົງມາທັນທີທີ່ລົມເລີ່ມພັດບໍ? ການຟັງພຣະເຈົ້າບໍ່ຖືກຕ້ອງເທົ່າກັບການຟັງຂ້ອຍ; ເຈົ້າຕ້ອງຟັງຂ້ອຍ. ຖ້າເຈົ້າຟັງຂ້ອຍ, ຂ້ອຍກໍຈະພໍໃຈ, ແຕ່ຖ້າເຈົ້າຟັງພຣະເຈົ້າ, ສິ່ງນັ້ນຈະເຮັດໃຫ້ຂ້ອຍບໍ່ສະບາຍໃຈ ແລະ ຂ້ອຍກໍຈະບໍ່ພໍໃຈ. ເຈົ້າຈະຟັງແຕ່ພຣະເຈົ້າບໍ່ໄດ້, ແລ້ວຂ້ອຍຈະເອົາໜ້າໄປໄວ້ໃສ?” ພວກເຂົາບໍ່ໄດ້ເວົ້າສິ່ງນີ້ໂດຍກົງ; ພວກເຂົາຂັດຂວາງ ແລະ ຕັ້ງໃຈລົບກວນ. ຫຼັງຈາກການເຂົ້າໄປຫຍຸ້ງກ່ຽວຂອງພວກເຂົາ, ວຽກງານກໍບໍ່ສາມາດສຳເລັດໄດ້ ແລະ ພວກເຂົາກໍເບິ່ງຄືວ່າມີສະຕິປັນຍາ ເຊິ່ງເຮັດໃຫ້ພວກເຂົາມີຄວາມສຸກ. ເມື່ອພຣະເຈົ້າສັ່ງໃຫ້ຄົນຜູ້ໜຶ່ງສ້າງກຳແພງ, ຄົນຜູ້ນັ້ນກໍຄວນສ້າງມັນໂດຍທັນທີ, ແຕ່ຕອນນີ້ຜົນຮັບກໍຄືກຳແພງບໍ່ໄດ້ຖືກສ້າງຂຶ້ນ. ໃຜເປັນສາເຫດຂອງຜົນຮັບນີ້? ມັນເກີດຈາກຜູ້ຕໍ່ຕ້ານພຣະຄຣິສ, ຄົນຜູ້ນີ້ຖືກເຮັດໃຫ້ຫຼົງຜິດ, ຖືກລົບກວນ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ຄ້າຍຄືກັບວິທີທີ່ງູລໍ້ລວງອາດາມ ແລະ ເອວາ. ພຣະເຈົ້າບອກອາດາມ ແລະ ເອວາວ່າ “ຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ”. ພຣະທຳເຫຼົ່ານີ້ຂອງພຣະເຈົ້າເປັນຄວາມຈິງບໍ? ພວກມັນເປັນຄວາມຈິງ ແລະ ເຈົ້າບໍ່ຈຳເປັນຕ້ອງເຂົ້າໃຈຄວາມສຳຄັນຂອງພວກມັນ; ເຈົ້າພຽງແຕ່ຕ້ອງຟັງ ແລະ ອ່ອນນ້ອມ. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ພຣະທຳຂອງພຣະເຈົ້າບໍ່ສາມາດປ່ຽນແປງໄດ້ ແລະ ຖ້າພຣະເຈົ້າຕ້ອງການໃຫ້ເຈົ້າເຮັດບາງສິ່ງບາງຢ່າງ, ກໍຈົ່ງເຮັດມັນ. ຢ່າວິເຄາະມັນ. ເຖິງແມ່ນວ່າເຈົ້າຈະບໍ່ເຂົ້າໃຈມັນ, ເຈົ້າກໍຕ້ອງຮູ້ວ່າພຣະທຳຂອງພຣະເຈົ້າຖືກຕ້ອງ; ເຈົ້າຕ້ອງເຂົ້າໃຈຄຳນິຍາມນີ້ໃນໃຈຂອງເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ເຈົ້າຕ້ອງຮູ້ຄວາມຈິງນີ້ກ່ອນເປັນອັນດັບທຳອິດ. ບໍ່ວ່າພຣະທຳຂອງພຣະເຈົ້າຈະສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າເອງ ຫຼື ບໍ່, ບໍ່ວ່າເຈົ້າຈະເຂົ້າໃຈພວກມັນ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະສັບສົນສໍ່າໃດກໍຕາມ, ເຈົ້າກໍຕ້ອງຍຶດໝັ້ນໃນພຣະທຳຂອງພຣະອົງ. ນີ້ຄືຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າ. ເມື່ອເຈົ້າຕັ້ງໃຈເຮັດສິ່ງນີ້ແລ້ວ, ເຈົ້າຄວນເຮັດແນວໃດເມື່ອຊາຕານມາລໍ້ລວງເຈົ້າ? ເຈົ້າຄວນຍຶດໝັ້ນໃນພຣະທຳຂອງພຣະເຈົ້າ ແລະ ຕິດຕາມເສັ້ນທາງຂອງພຣະອົງ, ນີ້ຄືຫຼັກການທີ່ສຳຄັນທີ່ສຸດ. ຈົ່ງເມີນເສີຍຕໍ່ສິ່ງທີ່ຊາຕານເວົ້າ. ຜົນສຸດທ້າຍຂອງການທີ່ອາດາມ ແລະ ເອວາຟັງຄຳເວົ້າຂອງງູແມ່ນຫຍັງ? ພວກເຂົາຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຊາຕານ. ດ້ວຍຄຳເວົ້າມານຮ້າຍທີ່ເບິ່ງຄືວ່າຖືກຕ້ອງແຕ່ຜິດ ແລະ ເລື່ອນລອຍພຽງປະໂຫຍກດຽວ, ຊາຕານກໍສາມາດຊັກຈູງ ແລະ ຄວບຄຸມພຶດຕິກຳຂອງອາດາມ ແລະ ເອວາໄດ້. ນີ້ຄືຜົນຮັບທີ່ພຣະເຈົ້າບໍ່ຕ້ອງການເຫັນ. ຈຸດປະສົງຂອງງູໃນການກ່າວຄຳເວົ້າເຫຼົ່ານັ້ນແມ່ນຫຍັງ? ຜ່ານຄຳເວົ້າເຫຼົ່ານີ້, ມັນຕ້ອງການເຮັດໃຫ້ຄວາມຄິດຂອງຜູ້ຄົນສັບສົນ, ຊັກຈູງພຶດຕິກຳຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາຢຸດຟັງ ແລະ ປະຖິ້ມພຣະທຳຂອງພຣະເຈົ້າ. ເມື່ອແນວຄິດທີ່ຫ້າວຫັນນີ້ຖືກປູກຝັງເຂົ້າໄປໃນຫົວຂອງຜູ້ຄົນແລ້ວ, ພວກເຂົາກໍຍ່າງຕາມເສັ້ນທາງທີ່ຖືກຊີ້ບອກ. ຈຸດປະສົງຂອງຊາຕານແມ່ນຫຍັງ? ມັນຄືການເວົ້າວ່າ “ຢ່າຟັງສິ່ງທີ່ພຣະເຈົ້າເວົ້າ. ເຈົ້າຕ້ອງຟັງຂ້ອຍ; ເຈົ້າຕ້ອງກິນໝາກໄມ້ນີ້”. ພຣະເຈົ້າບອກພວກເຂົາວ່າຢ່າກິນມັນ, ໃນຂະນະທີ່ຊາຕານບອກໃຫ້ພວກເຂົາກິນມັນ. ໃນທີ່ສຸດ, ອາດາມ ແລະ ເອວາໄດ້ກິນໝາກໄມ້ນັ້ນບໍ? (ພວກເຂົາກິນ.) ນີ້ຄືວິທີທີ່ຊາຕານຄວບຄຸມຜູ້ຄົນ. ເມື່ອເຈົ້າຟັງຄຳເວົ້າມານຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍສາມາດສັບສົນ ແລະ ສູນເສຍທິດທາງຂອງເຈົ້າໄດ້ ແລະ ເຈົ້າມີແນວໂນ້ມທີ່ຈະບໍ່ໃສ່ໃຈພຣະທຳຂອງພຣະເຈົ້າ. ນີ້ບໍ່ໄດ້ໝາຍຄວາມວ່າພຶດຕິກຳ ແລະ ຄວາມຄິດຂອງເຈົ້າຖືກຊັກຈູງ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສຄົນນີ້ບໍ? ນີ້ຄືຄວາມໝາຍຂອງການຄວບຄຸມ. ພວກເຈົ້າເຄີຍພົບກັບສະຖານະການແບບນີ້ບໍ? ຄົນທີ່ມີເຈດຕະນາບໍ່ດີບາງຄົນເຫັນວ່າເຈົ້າກຳລັງເຮັດວຽກງານສຳເລັດຢ່າງລ່ຽນໄຫຼ ແລະ ກຳລັງຈະບັນລຸຜົນ, ກຳລັງຈະເຮັດໃຫ້ຕົວເຈົ້າເອງໂດດເດັ່ນ ແລະ ພວກເຂົາກໍຮັບຮູ້ວ່າພວກເຂົາຈະບໍ່ມີສ່ວນຮ່ວມຫຼາຍໃນເລື່ອງນີ້. ຖ້າເຈົ້າໂດດເດັ່ນ, ພວກເຂົາກໍຈະບໍ່ໂດດເດັ່ນ, ສະນັ້ນ ພວກເຂົາຈຶ່ງສະເໜີມຸມມອງ ຫຼື ຄຳຖາມທີ່ເບິ່ງຄືວ່າສົມເຫດສົມຜົນເພື່ອເຮັດໃຫ້ເຈົ້າຫຼົງຜິດ, ລົບກວນ ແລະ ຄວບຄຸມເຈົ້າ. ດ້ວຍເຫດນີ້, ເຈົ້າຈຶ່ງສັບສົນ ໂດຍຄິດວ່າຄຳເວົ້າຂອງພວກເຂົາກໍມີເຫດຜົນເຊັ່ນກັນ. ເຈົ້າບໍ່ຮູ້ວ່າຈະເຮັດແນວໃດອີກຕໍ່ໄປ ແລະ ບໍ່ສາມາດດຳເນີນການປະຕິບັດໜ້າທີ່ຂອງເຈົ້າຕໍ່ໄປໄດ້, ສະນັ້ນ ເຈົ້າຈຶ່ງຢຸດມັນ. ສິ່ງນີ້ບໍ່ໄດ້ເຮັດໃຫ້ເຈົ້າຈົນປັນຍາບໍ? ໃນຕອນທຳອິດ, ເມື່ອເຈົ້າຍັງບໍ່ທັນຖືກເຮັດໃຫ້ຫຼົງຜິດ, ເຈົ້າມີຄວາມຄິດທີ່ຊັດເຈນຫຼາຍ ແລະ ຮູ້ວ່າຕ້ອງເຮັດຫຍັງ, ແຕ່ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສລົບກວນເຈົ້າ, ເຈົ້າກໍສັບສົນ ແລະ ບໍ່ຮູ້ວິທີຈັດການກັບສິ່ງຕ່າງໆຢ່າງເໝາະສົມ. ບັນຫາຢູ່ນີ້ແມ່ນຫຍັງ? (ການຖືກເຮັດໃຫ້ຫຼົງຜິດ.) ຄົນທີ່ຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ ຫຼື ຊາຕານໄດ້ງ່າຍແມ່ນຄົນທີ່ໂງ່ຈ້າ ແລະ ເບົາປັນຍາ. ກ່ຽວກັບການສະແດງອອກຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ, ການໂອ້ລົມຂອງພວກເຮົາສະເພາະເຈາະຈົງພຽງພໍແລ້ວບໍ? ພວກເຈົ້າຄວນຈະສາມາດເຂົ້າໃຈໄດ້ ແລະ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຈົ້າ, ພວກເຈົ້າກໍຄວນປຽບທຽບພວກມັນກັບຄວາມຈິງຕ່າງໆ ເພື່ອໄຕ່ຕອງເຖິງຄຳເວົ້າຂອງພວກເຈົ້າ, ການກະທຳຂອງພວກເຈົ້າ ແລະ ແກ່ນແທ້ຂອງພວກເຈົ້າ. ໃນເວລາດຽວກັນ, ພວກເຈົ້າຄວນພະຍາຍາມເຂົ້າໃຈ ແລະ ແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຕົວພວກເຈົ້າ ເພື່ອໃຫ້ໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບຄວາມຈິງ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງຂຶ້ນກ່ຽວກັບແກ່ນແທ້ທຳມະຊາດຂອງຄົນປະເພດຕ່າງໆ.

ໃນປັດຈຸບັນ, ພວກເຈົ້າຫຼາຍຄົນຫາກໍໄດ້ສຳຜັດກັບສະພາວະ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງຄວາມຈິງຕ່າງໆ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຈົ້າຫາກໍໄດ້ສຳຜັດກັບພວກມັນ? ມັນເປັນເພາະວ່າພວກເຈົ້າຫາກໍເຂົ້າໃຈລາຍລະອຽດບາງຢ່າງ, ແຕ່ກໍຍັງມີໄລຍະທາງອີກຍາວໄກກ່ອນທີ່ຈະມີການເຂົ້າສູ່ຢ່າງແທ້ຈິງ. ການເຂົ້າໃຈບໍ່ໄດ້ເທົ່າກັບການເຂົ້າສູ່. ເມື່ອເຈົ້າເຂົ້າໃຈ, ມັນພຽງແຕ່ໝາຍຄວາມວ່າໃນຄວາມຄິດຂອງເຈົ້າ, ຄວາມເຂົ້າໃຈຂອງເຈົ້າກ່ຽວກັບແນວຄິດ ແລະ ຄຳນິຍາມຂອງເລື່ອງເຫຼົ່ານີ້ແມ່ນຂ້ອນຂ້າງຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງຫຼາຍຂຶ້ນ, ແຕ່ເຈົ້າຍັງຢູ່ຫ່າງໄກຈາກການເຂົ້າສູ່ສ່ວນຕົວ. ການເຂົ້າໃຈ, ການຮັບຮູ້ ແລະ ການທີ່ສາມາດເຊື່ອມໂຍງເລື່ອງເຫຼົ່ານີ້ເຂົ້າກັບສະພາວະຂອງເຈົ້າ ແລະ ເຂົ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຕົວເຈົ້າ ບໍ່ໄດ້ໝາຍຄວາມວ່າເຈົ້າມີການເຂົ້າສູ່. ສິ່ງເຫຼົ່ານີ້ແມ່ນສອງສິ່ງທີ່ແຍກກັນ. ສຳລັບຄົນຜູ້ໜຶ່ງທີ່ຈະລອດພົ້ນ ແລະ ບັນລຸການປ່ຽນແປງທາງອຸປະນິໄສ, ມັນເລີ່ມຕົ້ນດ້ວຍການເຂົ້າໃຈຄວາມຈິງຕ່າງໆທັງໝົດ ແລະ ການເຂົ້າສູ່ຄວາມເປັນຈິງຄວາມຈິງກໍເລີ່ມຕົ້ນດ້ວຍການປະຕິບັດຄວາມຈິງເຫຼົ່ານີ້. ຖ້າພວກເຈົ້າມີພື້ນຖານທີ່ແນ່ນອນໃນຄວາມເຂົ້າໃຈ ແລະ ການເຂົ້າສູ່ຄວາມຈິງຕ່າງໆຂອງພວກເຈົ້າ, ແລ້ວເມື່ອເຮົາຂໍຕົວຢ່າງຈາກພວກເຈົ້າ, ພວກເຈົ້າກໍສາມາດຄິດເຖິງການສະແດງອອກຂອງພວກເຈົ້າເອງ ຫຼື ບາງສິ່ງບາງຢ່າງທີ່ພວກເຈົ້າເຄີຍເຫັນ ແລະ ເຄີຍປະສົບໄດ້ໃນທັນທີ. ສິ່ງນີ້ຈະເຮັດໃຫ້ການໂອ້ລົມຂອງເຮົາງ່າຍຂຶ້ນຫຼາຍ ແລະ ເຮົາກໍຈະບໍ່ຕ້ອງເວົ້າລະອຽດປານນີ້ ເພາະວ່າພວກເຈົ້າຈະມີປະສົບການແລ້ວ ແລະ ສາມາດບັນລຸລະດັບນັ້ນໄດ້. ເຖິງຢ່າງໃດກໍຕາມ, ເມື່ອເຮົາຖາມພວກເຈົ້າໃນຕອນນີ້, ພວກເຈົ້າຕ້ອງມາຄິດຫາຄຳຕອບໃນຕອນນັ້ນເລີຍ ແລະ ພວກເຈົ້າຍັງຕ້ອງຄົ້ນຫາ ແລະ ທົບທວນຄວາມຊົງຈຳຂອງພວກເຈົ້າອີກດ້ວຍ. ເມື່ອເຮົາເຫັນວ່າພວກເຈົ້າບໍ່ຮູ້ສິ່ງເຫຼົ່ານີ້ ແລະ ຍັງບໍ່ທັນໄດ້ປະສົບກັບພວກມັນດ້ວຍຕົວພວກເຈົ້າເອງ, ເຮົາກໍຕ້ອງອະທິບາຍພວກມັນຢ່າງລະອຽດ, ຊີ້ແຈງເຖິງຈຸດສູນກາງ ແລະ ແກ່ນສານ ແລະ ບັນຫາທີ່ສຳຄັນຂອງເລື່ອງເຫຼົ່ານີ້ ແລະ ໃຫ້ຄວາມເຂົ້າໃຈພື້ນຖານກ່ຽວກັບລາຍລະອຽດຂອງຄວາມຈິງຕ່າງໆແກ່ພວກເຈົ້າ ເພື່ອທີ່ພວກເຈົ້າຈະບໍ່ສັບສົນໃນດ້ານແນວຄິດ ຫຼື ດ້ານຄຳນິຍາມເມື່ອພວກເຈົ້າປະຕິບັດ ແລະ ເພື່ອທີ່ພວກເຈົ້າຈະບໍ່ເອົາແນວຄິດໜຶ່ງມາແທນທີ່ອີກແນວຄິດໜຶ່ງ ຫຼື ຄິດວ່າສິ່ງເຫຼົ່ານີ້ຊັບຊ້ອນເກີນໄປ, ພວກເຈົ້າຈະສາມາດແຍກແຍະລະຫວ່າງດ້ານຕ່າງໆໄດ້ຢ່າງຊັດເຈນ. ດ້ວຍວິທີນີ້, ໃນຄັ້ງຕໍ່ໄປທີ່ເຮົາໂອ້ລົມກ່ຽວກັບສິ່ງເຫຼົ່ານີ້, ມັນກໍຈະງ່າຍ. ໃນປັດຈຸບັນ, ພວກເຈົ້າຍັງໄປບໍ່ເຖິງລະດັບນັ້ນ, ສະນັ້ນ ເຮົາຈຶ່ງຕ້ອງອະທິບາຍພວກມັນຢ່າງລະອຽດຢູ່ສະເໝີ. ພວກເຈົ້າສາມາດໄຕ່ຕອງ ແລະ ຍ່ອຍເນື້ອຫາຂອງການໂອ້ລົມໃນການເຕົ້າໂຮມຂອງພວກເຮົາໄດ້ຫຼາຍສໍ່າໃດ? ຖ້າມັນເປັນພຽງສິບເປີເຊັນ, ແລ້ວພວກເຈົ້າກໍແທບຈະບໍ່ມີວຸດທິພາວະໃດໆທີ່ຈະເວົ້າເຖິງເລີຍ ແລະ ຖ້າມັນເປັນສາມສິບເປີເຊັນ, ແລ້ວພວກເຈົ້າກໍເຂົ້າໃຈພຽງບາງສ່ວນເທົ່ານັ້ນ. ຖ້າພວກເຈົ້າບັນລຸຫ້າສິບເປີເຊັນ, ພວກເຈົ້າກໍມີວຸດທິພາວະ ແລະ ການເຂົ້າສູ່ໃນລະດັບໜຶ່ງ, ແຕ່ຖ້າພວກເຈົ້າບໍ່ສາມາດບັນລຸລະດັບນັ້ນໄດ້, ພວກເຈົ້າກໍບໍ່ມີການເຂົ້າສູ່ໃດໆເລີຍ. ພວກເຈົ້າເຂົ້າໃຈແລ້ວ, ແມ່ນບໍ? ຖ້າພວກເຈົ້າຍັງບໍ່ສາມາດເຂົ້າໃຈໄດ້ເມື່ອເຮົາໂອ້ລົມແບບນີ້, ມັນກໍໝາຍຄວາມວ່າຂີດຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ ແລະ ພວກເຈົ້າກໍບໍ່ມີທາງທີ່ຈະເຂົ້າໃຈຄວາມຈິງໄດ້. ເອົາລະ ນັ້ນຄືການສິ້ນສຸດການໂອ້ລົມຂອງພວກເຮົາສຳລັບມື້ນີ້. ແລ້ວພົບກັນໃໝ່ຄັ້ງໜ້າ!

ວັນທີ 17 ເມສາ 2019

ກ່ອນນີ້:  ລາຍການທີສີ່: ພວກເຂົາຍົກສູງ ແລະ ເປັນພະຍານກ່ຽວກັບພວກເຂົາເອງ

ຕໍ່ໄປ:  ລາຍການທີຫົກ: ພວກເຂົາປະພຶດໃນລັກສະນະທີ່ຫຼອກລວງ, ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ພວກເຂົາບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ພວກເຂົາບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາ

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger