ຂໍ້ທີແປດ: ພວກເຂົາພຽງແຕ່ຈະເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ບໍ່ແມ່ນຄວາມຈິງ ຫຼື ພຣະເຈົ້າ (ພາກທີສອງ)

ບົດເສີມ: ການສົນທະນາໂດຍຫຍໍ້ກ່ຽວກັບສາມດ້ານຂອງຄວາມເປັນມະນຸດປົກກະຕິ

ພວກເຮົາຈະບໍ່ເລົ່າເລື່ອງໃນການໂອ້ລົມຂອງພວກເຮົາໃນຄັ້ງນີ້. ພວກເຮົາຈະເລີ່ມຕົ້ນດ້ວຍຫົວຂໍ້ທີ່ມັກຖືກສົນທະນາກັນເລື້ອຍໆ: ຄວາມເປັນມະນຸດແມ່ນຫຍັງ. ພວກເຮົາໄດ້ເວົ້າຫຼາຍກ່ຽວກັບຫົວຂໍ້ນີ້ແລ້ວໃນອະດີດ ແລະ ຕອນນີ້ພວກເຮົາກໍຍັງເວົ້າຢູ່. ມັນເປັນຫົວຂໍ້ທີ່ຖືກກ່າວເຖິງຢູ່ເລື້ອຍໆ, ເປັນບັນຫາທີ່ຜູ້ຄົນພົບພໍ້ທຸກມື້ໃນຊີວິດປະຈຳວັນຂອງພວກເຂົາ, ເປັນຫົວຂໍ້ທີ່ຄົນເຮົາສາມາດພົບພໍ້ ແລະ ມີປະສົບການໄດ້ທຸກມື້. ຫົວຂໍ້ນັ້ນກໍຄື ຄວາມເປັນມະນຸດແມ່ນຫຍັງ. ຄວາມເປັນມະນຸດກວມເອົາຫຼາຍສິ່ງທີ່ສຳຄັນ. ການສະແດງອອກທົ່ວໄປຂອງຄວາມເປັນມະນຸດໃນຊີວິດປະຈຳວັນຂອງຄົນເຮົາແມ່ນຫຍັງ? (ຄວາມສຸດຈະລິດ ແລະ ກຽດສັກສີ.) ມີຫຍັງອີກບໍ? ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ແມ່ນບໍ? (ແມ່ນແລ້ວ.) ພວກເຈົ້າເວົ້າເຖິງສິ່ງເຫຼົ່ານັ້ນເລື້ອຍໆ. ມີສິ່ງອື່ນອີກບໍທີ່ພວກເຈົ້າບໍ່ຄ່ອຍເວົ້າເຖິງ? ນັ້ນກໍຄື ຫົວຂໍ້ໃດແດ່ທີ່ໂດຍພື້ນຖານແລ້ວພວກເຈົ້າບໍ່ໄດ້ກ່າວເຖິງໃນການລົມກັນປົກກະຕິຂອງພວກເຈົ້າກ່ຽວກັບຄວາມເປັນມະນຸດ? ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ຄວາມສຸດຈະລິດ ແລະ ກຽດສັກສີ, ຫົວຂໍ້ເຫຼົ່ານີ້ລ້ວນແຕ່ເປັນຫົວຂໍ້ທີ່ເວົ້າກັນຢູ່ເລື້ອຍໆ ເຊິ່ງຄົນເຮົາພົບພໍ້ຢູ່ເປັນປະຈຳ. ມີຄວາມກ່ຽວພັນກັນຫຼາຍປານໃດລະຫວ່າງສະຕິຮູ້ສຶກຜິດຊອບ, ເຫດຜົນ, ຄວາມສຸດຈະລິດ ແລະ ກຽດສັກສີທີ່ພວກເຈົ້າມັກສົນທະນາກັນຢູ່ເລື່ອຍໆ ແລະ ຊີວິດຈິງຂອງພວກເຈົ້າ? ເນື້ອໃນນັ້ນໄດ້ສັ່ງສອນ ແລະ ຊ່ວຍເຫຼືອການປະຕິບັດຂອງພວກເຈົ້າ ແລະ ການເຂົ້າສູ່ຊີວິດຈິງຂອງພວກເຈົ້າແນວໃດ? ມັນມີປະໂຫຍດຫຼາຍປານໃດ? ສະນັ້ນ, ມີລາຍການອື່ນອີກບໍທີ່ກ່ຽວຂ້ອງຢ່າງໃກ້ຊິດກັບຊີວິດມະນຸດປະຈຳວັນ ແລະ ປົກກະຕິຂອງພວກເຈົ້າ? ເຮົາຈະເວົ້າສອງສາມຢ່າງ ແລະ ພວກເຮົາຈະມາເບິ່ງວ່າພວກມັນແມ່ນຫົວຂໍ້ທີ່ພວກເຈົ້າພົບພໍ້ເປັນປະຈຳ ຫຼື ບໍ່. ສຳລັບເນື້ອໃນຂອງພວກເຮົາທີ່ກ່ຽວຂ້ອງກັບຄວາມເປັນມະນຸດ, ກ່ອນອື່ນພວກເຮົາຈະປະໄວ້ກ່ອນວ່າ ເນື້ອໃນນັ້ນເປັນບວກ ຫຼື ເປັນລົບ ແລະ ມັນກ່ຽວຂ້ອງກັບຄວາມເປັນມະນຸດທີ່ປົກກະຕິ ຫຼື ຜິດປົກກະຕິ. ນອກເໜືອຈາກລາຍການຕ່າງໆທີ່ພວກເຮົາຫາກໍກ່າວເຖິງ, ຍັງມີເລື່ອງທັດສະນະຄະຕິຂອງຜູ້ຄົນໃນການປະຕິບັດຕໍ່ຄົນ, ເຫດການ ແລະ ສິ່ງຂອງປະເພດຕ່າງໆໃນຊີວິດປະຈຳວັນຂອງພວກເຂົາ. ນັ້ນບໍ່ແມ່ນລາຍການໜຶ່ງບໍ? ສິ່ງນັ້ນບໍ່ກ່ຽວຂ້ອງກັບຄວາມເປັນມະນຸດບໍ? (ກ່ຽວຂ້ອງ.) ຍັງມີອີກລາຍການໜຶ່ງ, ນັ້ນກໍຄືການເບິ່ງແຍງສະພາບແວດລ້ອມສ່ວນຕົວໃນຊີວິດປະຈຳວັນຂອງພວກເຂົາ ແລະ ອີກລາຍການໜຶ່ງກໍຄື ທັດສະນະຄະຕິ ແລະ ພຶດຕິກຳຂອງຜູ້ຄົນໃນການຕິດຕໍ່ພົວພັນຂອງພວກເຂົາກັບເພດກົງກັນຂ້າມ. ສາມລາຍການນີ້ກ່ຽວຂ້ອງກັບຄວາມເປັນມະນຸດບໍ? (ແມ່ນແລ້ວ.) ພວກມັນລ້ວນແຕ່ກ່ຽວຂ້ອງກັນ. ສຳລັບຫົວຂໍ້ທີ່ພວກເຮົາກຳລັງຈະສົນທະນາກັນໃນຕອນນີ້, ພວກເຮົາຈະປະເລື່ອງການໄລ່ຕາມຄວາມຈິງຂອງມະນຸດ, ວິທີການເຂົ້າສູ່ຄວາມເປັນຈິງຄວາມຈິງໃນຄວາມເຊື່ອຂອງຄົນເຮົາໃນພຣະເຈົ້າ ແລະ ວິທີການຍຶດໝັ້ນໃນຫຼັກການຕ່າງໆທັງໝົດໄວ້ກ່ອນ ແລະ ເວົ້າສະເພາະເລື່ອງຄວາມເປັນມະນຸດເທົ່ານັ້ນ. ສະນັ້ນ, ສາມລາຍການນັ້ນ, ຄວາມກ່ຽວພັນກັນຂອງພວກມັນກັບຄວາມເປັນມະນຸດນັ້ນສຳຄັນບໍ? (ສຳຄັນ.) ສາມລາຍການນັ້ນມີຫຍັງແດ່? ໃຫ້ເວົ້າພວກມັນຄືນເບິ່ງ. (ລາຍການທີໜຶ່ງແມ່ນທັດສະນະຄະຕິຂອງຜູ້ຄົນໃນການປະຕິບັດຕໍ່ຄົນ, ເຫດການ ແລະ ສິ່ງຂອງປະເພດຕ່າງໆໃນຊີວິດປະຈຳວັນຂອງພວກເຂົາ. ລາຍການທີສອງແມ່ນການເບິ່ງແຍງສະພາບແວດລ້ອມສ່ວນຕົວຂອງຜູ້ຄົນໃນຊີວິດປະຈຳວັນຂອງພວກເຂົາ. ລາຍການທີສາມແມ່ນທັດສະນະຄະຕິ ແລະ ພຶດຕິກຳຂອງຜູ້ຄົນໃນການຕິດຕໍ່ພົວພັນກັບເພດກົງກັນຂ້າມໃນຊີວິດປະຈຳວັນຂອງພວກເຂົາ.) ແລ້ວສາມລາຍການນັ້ນກ່ຽວຂ້ອງກັບຫຍັງ? (ຄວາມເປັນມະນຸດ.) ເປັນຫຍັງພວກເຮົາຈຶ່ງເວົ້າວ່າສາມລາຍການນີ້ກ່ຽວຂ້ອງກັບຄວາມເປັນມະນຸດ, ວ່າພວກມັນກ່ຽວພັນກັບສິ່ງນັ້ນ? ເປັນຫຍັງພວກເຮົາຈຶ່ງຍົກສາມລາຍການເຫຼົ່ານີ້ອອກມາ? ເປັນຫຍັງພວກເຮົາຈຶ່ງບໍ່ເວົ້າເຖິງພາກສ່ວນຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ? ເປັນຫຍັງພວກເຮົາຈຶ່ງປະດ້ານຕ່າງໆທີ່ພວກເຮົາມັກສົນທະນາກັນໄວ້ກ່ອນ ເພື່ອມາເວົ້າກ່ຽວກັບສາມລາຍການເຫຼົ່ານີ້? ສາມລາຍການນີ້ຢູ່ຂັ້ນສູງກວ່າ ຫຼື ເປັນພື້ນຖານກວ່າສະຕິຮູ້ສຶກຜິດຊອບ, ເຫດຜົນ, ຄວາມສຸດຈະລິດ ແລະ ກຽດສັກສີທີ່ກ່ຽວຂ້ອງກັບຄວາມເປັນມະນຸດ ເຊິ່ງພວກເຮົາໄດ້ສົນທະນາກັນມາກ່ອນໜ້ານີ້ບໍ? (ພວກມັນເປັນພື້ນຖານກວ່າ.) ແລ້ວການສົນທະນາເລື່ອງເຫຼົ່ານີ້ເປັນການດູຖູກພວກເຈົ້າບໍ? (ບໍ່.) ສະນັ້ນ, ເປັນຫຍັງພວກເຮົາຈຶ່ງຈະສົນທະນາເລື່ອງເຫຼົ່ານີ້? (ພວກມັນສຳພັນກັບຊີວິດຈິງ.) ພວກມັນສຳພັນກັບຊີວິດຈິງຫຼາຍກວ່າ. ນັ້ນແມ່ນເຫດຜົນທີ່ພວກເຈົ້າມີບໍ? ເປັນຫຍັງພວກເຮົາຈຶ່ງຈະເວົ້າກ່ຽວກັບເລື່ອງນີ້? ເພາະວ່າເຮົາໄດ້ພົບເຫັນບັນຫາ; ເມື່ອພິຈາລະນາເຖິງສະພາບທີ່ພວກເຂົາເປັນຢູ່ ແລະ ພຶດຕິກຳຕ່າງໆທີ່ສະແດງອອກໃນຊີວິດປະຈຳວັນຂອງຜູ້ຄົນ, ເຮົາໄດ້ພົບເຫັນບັນຫາສອງສາມຢ່າງທີ່ຜູກພັນຢ່າງໃກ້ຊິດກັບຊີວິດຈິງຂອງຜູ້ຄົນ ແລະ ມັນຈຳເປັນຕ້ອງນຳພວກມັນອອກມາເທື່ອລະຢ່າງ ເພື່ອການໂອ້ລົມ. ຖ້າຜູ້ຄົນປະຊີວິດຈິງ ແລະ ພຶດຕິກຳຕ່າງໆຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ຊີວິດປະຈຳວັນໄວ້ກ່ອນ ໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ ແລະ ເອົາແຕ່ໄລ່ຕາມຄວາມຈິງ, ເຊິ່ງເປັນຄວາມຈິງທີ່ເລິກເຊິ່ງເຊັ່ນການເປັນຄົນທີ່ພຣະເຈົ້າຮັກ, ບອກເຮົາເບິ່ງວ່າ ສິ່ງນັ້ນຈະນຳໄປສູ່ບັນຫາຫຍັງແດ່? ເງື່ອນໄຂພື້ນຖານທີ່ຄົນໃດຄົນໜຶ່ງອາດຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໃນການໄລ່ຕາມວາມຈິງຂອງພວກເຂົາແມ່ນຫຍັງ? (ພວກເຂົາຕ້ອງເຮັດມັນໃນຊີວິດຈິງ.) ມີຫຍັງອີກບໍ? (ພວກເຂົາຕ້ອງການຄວາມເປັນມະນຸດທີ່ປົກກະຕິ.) ຖືກຕ້ອງແລ້ວ, ພວກເຂົາຕ້ອງມີຄວາມເປັນມະນຸດທີ່ປົກກະຕິ ເຊິ່ງນອກເໜືອຈາກສະຕິຮູ້ສຶກຜິດຊອບ, ເຫດຜົນ, ຄວາມສຸດຈະລິດ ແລະ ກຽດສັກສີແລ້ວ ກໍຍັງປະກອບດ້ວຍສາມລາຍການທີ່ພວກເຮົາຫາກໍກ່າວເຖິງ. ມັນຄົງຈະເປັນເລື່ອງທີ່ວ່າງເປົ່າເລັກໜ້ອຍສຳລັບຄົນໃດຄົນໜຶ່ງທີ່ຈະເວົ້າເຖິງການໄລ່ຕາມ ແລະ ການສະແຫວງຫາຄວາມຈິງ ຖ້າພວກເຂົາບໍ່ສາມາດດຳລົງຊີວິດໃຫ້ໄດ້ຕາມມາດຕະຖານ ຫຼື ບັນລຸຄວາມເປັນປົກກະຕິໃນສາມລາຍການເຫຼົ່ານີ້ ທີ່ກ່ຽວຂ້ອງກັບຄວາມເປັນມະນຸດ. ການໄລ່ຕາມຄວາມຈິງ, ການໄລ່ຕາມການເຂົ້າສູ່ຄວາມເປັນຈິງຄວາມຈິງ, ການໄລ່ຕາມຄວາມລອດພົ້ນ, ສິ່ງເຫຼົ່ານີ້ບໍ່ແມ່ນທຸກຄົນຈະສາມາດບັນລຸໄດ້, ແຕ່ມີພຽງຄົນສ່ວນໜ້ອຍທີ່ຮັກຄວາມຈິງ ແລະ ມີຄວາມເປັນມະນຸດທີ່ປົກກະຕິເທົ່ານັ້ນທີ່ຈະບັນລຸໄດ້. ຖ້າຄົນໃດຄົນໜຶ່ງບໍ່ຮູ້ວ່າຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີຫຍັງແດ່ ຫຼື ພວກເຂົາຄວນເຮັດຫຍັງ ຫຼື ພວກເຂົາຄວນມີທັດສະນະຄະຕິ ແລະ ມຸມມອງແບບໃດກ່ຽວກັບຜູ້ຄົນ, ເຫດການ ແລະ ສິ່ງຂອງບາງຢ່າງ, ຄົນຜູ້ນັ້ນຈະສາມາດບັນລຸການເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ບໍ? ການໄລ່ຕາມຄວາມຈິງຂອງພວກເຂົາສາມາດເກີດຜົນໄດ້ບໍ? ເປັນຕາເສຍດາຍ, ມັນເປັນໄປບໍ່ໄດ້.

1. ທັດສະນະຄະຕິຂອງຜູ້ຄົນໃນການປະຕິບັດຕໍ່ຄົນ, ເຫດການ ແລະ ສິ່ງຕ່າງໆ

ພວກເຮົາຈະເລີ່ມຕົ້ນດ້ວຍການໂອ້ລົມກ່ຽວກັບຂໍ້ທີໜຶ່ງທີ່ກ່ຽວຂ້ອງກັບຄວາມເປັນມະນຸດ: ທັດສະນະຄະຕິຂອງຜູ້ຄົນໃນການປະຕິບັດຕໍ່ຄົນ, ເຫດການ ແລະ ສິ່ງຕ່າງໆໃນຊີວິດປະຈຳວັນຂອງພວກເຂົາ. ທຸກຄົນເຂົ້າໃຈວ່າ “ຊີວິດປະຈຳວັນ” ໝາຍເຖິງຫຍັງ. ມັນບໍ່ຈຳເປັນຕ້ອງອະທິບາຍເພີ່ມເຕີມ. ແລ້ວຄົນ, ເຫດການ ແລະ ສິ່ງທີ່ເປັນຫຼັກໆທີ່ກ່ຽວຂ້ອງກັບຄວາມເປັນມະນຸດແມ່ນຫຍັງ? ນັ້ນກໍຄື ມີຫຍັງຢູ່ໃນນັ້ນທີ່ເພີ່ມຂຶ້ນຮອດລະດັບຂອງຄວາມເປັນມະນຸດທີ່ປົກກະຕິ, ທີ່ກ່ຽວຂ້ອງກັບຂອບເຂດຂອງມັນ, ທີ່ກ່າວເຖິງມັນບໍ? (ການພົວພັນກັບຜູ້ຄົນ ແລະ ສິ່ງຕ່າງໆ.) ນັ້ນກໍເປັນສ່ວນໜຶ່ງຂອງມັນ. ຍັງມີຄວາມຮູ້ ແລະ ທັກສະວິຊາຊີບທີ່ຄົນເຮົາຄວນຮຽນຮູ້ ແລະ ຍັງມີຄວາມຮູ້ທົ່ວໄປສຳລັບການດຳລົງຊີວິດປະຈຳວັນ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສ່ວນໜຶ່ງຂອງສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນເຂົ້າໃຈ ແລະ ມີ. ຕົວຢ່າງ: ບາງຄົນຮຽນຮູ້ວຽກຊ່າງໄມ້ ຫຼື ວຽກກໍ່ສ້າງ ແລະ ຄົນອື່ນໆຮຽນຂັບລົດ ຫຼື ສ້ອມແປງລົດໃຫຍ່. ສິ່ງເຫຼົ່ານີ້ແມ່ນທັກສະ, ງານຝີມື ແລະ ການຮູ້ງານຝີມືດັ່ງກ່າວກໍຄືການມີຄວາມຊຳນານໃນວິຊາຊີບນັ້ນຢ່າງເປັນມືອາຊີບ. ສະນັ້ນ, ຄົນເຮົາຕ້ອງຮຽນຮູ້ທັກສະໃນລະດັບໃດ ແລະ ມາດຕະຖານຫຍັງ ຈຶ່ງຈະຖືກນັບວ່າເປັນຄົນຊຳນານ? ຢ່າງໜ້ອຍພວກເຂົາຕ້ອງສາມາດຜະລິດຜົນງານທີ່ສຳເລັດອອກມາໃຫ້ໄດ້ຕາມມາດຕະຖານທີ່ຍອມຮັບໄດ້. ມີບາງຄົນທີ່ເຮັດວຽກບໍ່ໄດ້ເລື່ອງ. ວຽກທີ່ພວກເຂົາເຮັດນັ້ນບໍ່ໄດ້ມາດຕະຖານ, ເຖິງຂັ້ນທີ່ທົນເບິ່ງບໍ່ໄດ້ເລີຍ. ບັນຫາຢູ່ນັ້ນແມ່ນຫຍັງ? ບັນຫານັ້ນກ່ຽວຂ້ອງກັບທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ອາຊີບຂອງພວກເຂົາ. ບາງຄົນບໍ່ມີທັດສະນະຄະຕິທີ່ມີສະຕິຮູ້ສຶກຜິດຊອບ. ພວກເຂົາຄິດວ່າ “ຖ້າສິ່ງທີ່ຂ້ອຍເຮັດສາມາດໃຊ້ການໄດ້, ນັ້ນກໍດີພໍແລ້ວ. ພຽງແຕ່ທົນໃຊ້ໄປຈັກສອງສາມປີ, ແລ້ວຄ່ອຍສ້ອມແປງມັນ”. ມຸມມອງປະເພດນີ້ເປັນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີບໍ? (ບໍ່.) ບາງຄົນມີທັດສະນະຄະຕິທີ່ບໍ່ຮັບຜິດຊອບຫຍັງເລີຍ ແລະ ເມີນເສີຍ. ຄໍາວ່າ “ດີພໍແລ້ວ” ກໍພຽງພໍສຳລັບພວກເຂົາ. ນີ້ແມ່ນທັດສະນະຄະຕິທີ່ບໍ່ມີຄວາມຮັບຜິດຊອບ. ມັນເປັນອົງປະກອບໜຶ່ງຂອງອຸປະນິໄສທີ່ເສື່ອມຊາມໃນການຈັດການສິ່ງຕ່າງໆຢ່າງເລິນເລີ້ ແລະ ບໍ່ມີຄວາມຮັບຜິດຊອບ: ມັນຄືຄວາມຊົ່ວຊາມທີ່ຜູ້ຄົນມັກຈະເວົ້າເຖິງ. ໃນທຸກເລື່ອງທີ່ພວກເຂົາເຮັດ, ພວກເຂົາເຮັດມັນຈົນຮອດຈຸດທີ່ວ່າ “ປະມານນັ້ນແຫຼະ” ແລະ “ໃກ້ຄຽງແລ້ວ”; ມັນເປັນທັດສະນະຄະຕິແບບ “ອາດຈະ”, “ອາດເປັນໄປໄດ້” ແລະ “ເກືອບສົມບູນ”; ພວກເຂົາເຮັດສິ່ງຕ່າງໆແບບພໍແລ້ວມືແລ້ວຕີນ, ພໍໃຈທີ່ຈະເຮັດໃນລະດັບຕໍ່າສຸດ ແລະ ເອົາຕົວລອດໄປຢ່າງຜິວເຜີນ; ພວກເຂົາບໍ່ເຫັນປະໂຫຍດໃນການເອົາຈິງເອົາຈັງ ຫຼື ລະອຽດຮອບຄອບກັບສິ່ງຕ່າງໆ ແລະ ພວກເຂົາຍິ່ງບໍ່ເຫັນປະໂຫຍດໃນການສະແຫວງຫາຫຼັກການຄວາມຈິງ. ນີ້ບໍ່ແມ່ນອົງປະກອບໜຶ່ງຂອງອຸປະນິໄສທີ່ເສື່ອມຊາມບໍ? ມັນເປັນການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິບໍ? ມັນບໍ່ແມ່ນ. ການເອີ້ນມັນວ່າຄວາມອວດດີນັ້ນກໍຖືກຕ້ອງ ແລະ ການເອີ້ນມັນວ່າການຂາດລະບຽບວິໄນກໍເໝາະສົມທີ່ສຸດ, ແຕ່ເພື່ອຈະອະທິບາຍມັນໃຫ້ສົມບູນແບບ, ຄຳດຽວທີ່ຈະໃຊ້ໄດ້ກໍຄື “ຊົ່ວຊາມ”. ຄົນສ່ວນໃຫຍ່ມີຄວາມຊົ່ວຊາມຢູ່ໃນຕົວພວກເຂົາ, ພຽງແຕ່ໃນລະດັບທີ່ແຕກຕ່າງກັນເທົ່ານັ້ນ. ໃນທຸກເລື່ອງ, ພວກເຂົາປາຖະໜາທີ່ຈະເຮັດສິ່ງຕ່າງໆໃນລັກສະນະທີ່ເຮັດພໍແລ້ວມືແລ້ວຕີນ ແລະ ຂາດຄວາມລະອຽດຖີ່ຖ້ວນ ພ້ອມທັງມີການຫຼອກລວງໜ້ອຍໜຶ່ງໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາສໍ້ໂກງຄົນອື່ນ ເມື່ອພວກເຂົາສາມາດເຮັດໄດ້, ເລັ່ງລັດຕັດຕອນ ເມື່ອພວກເຂົາສາມາດເຮັດໄດ້ ແລະ ປະຢັດເວລາ ເມື່ອພວກເຂົາສາມາດເຮັດໄດ້. ພວກເຂົາຄິດກັບຕົນເອງວ່າ “ຕາບໃດທີ່ຂ້ອຍຫຼີກລ່ຽງການຖືກເປີດເຜີຍ ແລະ ບໍ່ສ້າງບັນຫາ ແລະ ບໍ່ຖືກຮຽກຮ້ອງໃຫ້ຮັບຜິດຊອບ, ຂ້ອຍກໍຈະເອົາຕົວລອດໄປຢ່າງຜິວເຜີນ. ຂ້ອຍບໍ່ຈຳເປັນຕ້ອງເຮັດວຽກໃຫ້ດີຫຼາຍດອກ, ນັ້ນເປັນບັນຫາຫຼາຍເກີນໄປ!” ຄົນແບບນີ້ບໍ່ເຄີຍຊຳນານໃນສິ່ງໃດເລີຍ ແລະ ພວກເຂົາບໍ່ເຕັມໃຈທີ່ຈະທຸ່ມເທຕົນເອງ ຫຼື ທົນທຸກ ແລະ ຈ່າຍລາຄາສໍາລັບໃນການສຶກສາຂອງພວກເຂົາ. ພວກເຂົາພຽງແຕ່ຕ້ອງການຮູ້ຜິວເຜີນໃນວິຊາໃດໜຶ່ງ ແລ້ວກໍເອີ້ນຕົນເອງວ່າເປັນຜູ້ຊ່ຽວຊານໃນວິຊານັ້ນ, ໂດຍເຊື່ອວ່າພວກເຂົາປະສົບຄວາມສຳເລັດໃນການຮຽນຮູ້ມັນແລ້ວ ແລະ ຈາກນັ້ນກໍເພິ່ງພາສິ່ງນີ້ເພື່ອເອົາຕົວລອດໄປຢ່າງຜິວເຜີນ. ນີ້ບໍ່ແມ່ນທັດສະນະຄະຕິທີ່ຜູ້ຄົນມີຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບໍ? ມັນແມ່ນທັດສະນະຄະຕິທີ່ດີບໍ? ມັນບໍ່ແມ່ນ. ເວົ້າງ່າຍໆກໍຄື ມັນແມ່ນ “ການເອົາຕົວລອດຢ່າງຜິວເຜີນ”. ຄວາມຊົ່ວຊາມແບບນີ້ມີຢູ່ໃນມະນຸດຊາດທີ່ເສື່ອມຊາມທຸກຄົນ. ຄົນທີ່ມີຄວາມຊົ່ວຊາມໃນຄວາມເປັນມະນຸດຂອງພວກເຂົາ ຈະມີມຸມມອງ ແລະ ທັດສະນະຄະຕິຂອງ “ການເອົາຕົວລອດຢ່າງຜິວເຜີນ” ໃນທຸກສິ່ງທີ່ພວກເຂົາເຮັດ. ຄົນແບບນີ້ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມບໍ? ບໍ່ໄດ້. ພວກເຂົາສາມາດເຮັດສິ່ງຕ່າງໆຢ່າງມີຫຼັກການໄດ້ບໍ? ຍິ່ງເປັນໄປບໍ່ໄດ້ເລີຍ.

ບາງຄົນບໍ່ຕັ້ງໝັ້ນໃນສິ່ງໃດກໍຕາມທີ່ພວກເຂົາເຮັດເລີຍ, ແຕ່ເຮັດແບບມັກງ່າຍ, ເຮັດພໍແລ້ວມືແລ້ວຕີນ ແລະ ບໍ່ມີຄວາມຮັບຜິດຊອບ. ຕົວຢ່າງ: ມີບາງຄົນທີ່ຮຽນຂັບລົດ ແຕ່ບໍ່ເຄີຍຖາມຄົນຂັບລົດທີ່ມີປະສົບການວ່າ ຄວນເອົາໃຈໃສ່ຫຍັງແດ່ເວລາຂັບລົດ ຫຼື ຄວາມໄວສໍ່າໃດທີ່ຈະເຮັດໃຫ້ເຄື່ອງຈັກເສຍຫາຍ. ພວກເຂົາບໍ່ຖາມ, ພວກເຂົາພຽງແຕ່ຂັບ ແລະ ຜົນກໍຄືພວກເຂົາເຮັດໃຫ້ລົດຂອງພວກເຂົາເພ. ພວກເຂົາເຕະລົດ ແລ້ວເວົ້າວ່າ “ລົດຄັນນີ້ນີ້ຄືບອບບາງແທ້. ເອົາລົດເມີເຊເດສ ຫຼື ບີເອັມດັບເບິນຢູມາໃຫ້ຂ້ອຍດຸ, ລົດເກົ່າໆຄັນນີ້ໃຊ້ບໍ່ໄດ້ແລ້ວ, ມັນຫຼ້າສະໄໝແລ້ວ!” ນັ້ນແມ່ນທັດສະນະຄະຕິແບບໃດ? ພວກເຂົາບໍ່ທະນຸຖະໜອມສິ່ງຂອງຕ່າງໆ ແລະ ບໍ່ຄິດທີ່ຈະຮັກສາພວກມັນໃຫ້ຢູ່ໃນສະພາບທີ່ດີ, ແຕ່ຕັ້ງໃຈທຳລາຍ ແລະ ເຮັດໃຫ້ພວກມັນເປ່ເພ. ບາງຄົນໃຊ້ຊີວິດແບບມັກງ່າຍ ແລະ ປະໝາດ. ພວກເຂົາເຮັດທຸກສິ່ງໝົດມື້ໝົດເວັນ ໃນລັກສະນະທີ່ຟ້າວຟັ່ງ ແລະ ປະໝາດ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? (ຄົນບໍ່ເອົາໃຈໃສ່.) “ຄົນທີ່ບໍ່ເອົາໃຈໃສ່” ເປັນການກ່າວທີ່ສຸພາບແນ່, ເຈົ້າຄວນເອີ້ນພວກເຂົາວ່າ “ຄົນທີ່ປະໝາດ”; “ຄົນທີ່ຕໍ່າຊ້າ” ກໍເໝາະສົມເຊັ່ນກັນ. ການກ່າວແບບນັ້ນເກີນໄປບໍ? ຄົນເຮົາຈະບອກຄວາມແຕກຕ່າງລະຫວ່າງຄົນທີ່ສູງສົ່ງ ແລະ ຄົນຕ່ຳຊ້າໄດ້ແນວໃດ? ພຽງແຕ່ເບິ່ງທັດສະນະຄະຕິ ແລະ ການກະທຳຂອງພວກເຂົາທີ່ມີຕໍ່ໜ້າທີ່ ແລະ ເບິ່ງວິທີທີ່ພວກເຂົາປະຕິບັດຕໍ່ສິ່ງຕ່າງໆ ແລະ ປະພຶດຕົນເມື່ອມີບັນຫາເກີດຂຶ້ນ. ຄົນທີ່ມີຄວາມສຸດຈະລິດ ແລະ ກຽດສັກສີຈະລະອຽດຮອບຄອບ, ມີສະຕິຮູ້ສຶກຜິດຊອບ ແລະ ດຸໝັ່ນໃນການກະທຳຂອງພວກເຂົາ ແລະ ພວກເຂົາເຕັມໃຈທີ່ຈະຈ່າຍລາຄາ. ຄົນທີ່ບໍ່ມີຄວາມສຸດຈະລິດ ແລະ ກຽດສັກສີຈະບໍ່ປະໝາດ ແລະ ບໍ່ລະມັດລະວັງໃນການກະທຳຂອງພວກເຂົາ, ມັກຈະໃຊ້ເລ່ຫຼ່ຽມບາງຢ່າງຢູ່ສະເໝີ, ຕ້ອງການພຽງແຕ່ເຮັດແບບຜ່ານໆໄປຢູ່ສະເໝີ. ບໍ່ວ່າພວກເຂົາຈະສຶກສາເຕັກນິກຫຍັງກໍຕາມ, ພວກເຂົາກໍບໍ່ຮຽນຮູ້ມັນຢ່າງພາກພຽນ, ພວກເຂົາບໍ່ສາມາດຮຽນຮູ້ມັນໄດ້ ແລະ ບໍ່ວ່າພວກເຂົາຈະໃຊ້ເວລາສຶກສາມັນຫຼາຍປານໃດກໍຕາມ, ພວກເຂົາກໍຍັງຄົງບໍ່ຮູ້ຫຍັງເລີຍ. ຄົນເຫຼົ່ານີ້ແມ່ນຄົນທີ່ມີລັກສະນະທີ່ຕ່ຳຕ້ອຍ. ຄົນສ່ວນໃຫຍ່ປະຕິບັດໜ້າທີ່ຂອງຕົນແບບພໍແລ້ວມືແລ້ວຕີນ. ອຸປະນິໄສຫຍັງກຳລັງສະແດງອອກຢູ່ນັ້ນ? (ຄວາມຊົ່ວຊາມ.) ຄົນຊົ່ວຊາມປະຕິບັດຕໍ່ໜ້າທີ່ຂອງພວກເຂົາແນວໃດ? ແນ່ນອນວ່າ ພວກເຂົາບໍ່ມີທັດສະນະຄະຕິທີ່ຖືກຕ້ອງຕໍ່ໜ້າທີ່ ແລະ ພວກເຂົາກໍເຮັດໜ້າທີ່ພໍແລ້ວມືແລ້ວຕີນຢ່າງແນ່ນອນ. ສິ່ງນີ້ໝາຍຄວາມວ່າພວກເຂົາບໍ່ມີຄວາມເປັນມະນຸດທີ່ປົກກະຕິ. ຄົນທີ່ຊົ່ວຊາມຢ່າງຮຸນແຮງກໍປຽບຄືກັບສັດ. ມັນຄືກັບການລ້ຽງໝາເປັນສັດລ້ຽງ: ຖ້າເຈົ້າບໍ່ຈັບຕາເບິ່ງມັນ, ມັນກໍຈະກັດແຫ້ນສິ່ງຕ່າງໆ ແລະ ທຳລາຍເຄື່ອງເຮືອນ ແລະ ເຄື່ອງໃຊ້ທັງໝົດຂອງເຈົ້າ. ນັ້ນຄົງຈະເປັນຄວາມສູນເສຍ. ໝາເປັນສັດ; ພວກມັນບໍ່ຄິດທີ່ຈະທະນຸຖະໜອມສິ່ງຂອງຕ່າງໆ ແລະ ເຈົ້າກໍບໍ່ສາມາດຮຽກຮ້ອງໃຫ້ພວກມັນຮັບຜິດຊອບຕໍ່ສິ່ງຕ່າງໆໄດ້, ເຈົ້າພຽງແຕ່ຕ້ອງຈັດການກັບພວກມັນ. ຖ້າເຈົ້າບໍ່ເຮັດ, ແຕ່ປ່ອຍໃຫ້ສັດສ້າງຄວາມວຸ້ນວາຍ ແລະ ລົບກວນຊີວິດຂອງເຈົ້າ, ນັ້ນກໍສະແດງໃຫ້ເຫັນວ່າມີບາງສິ່ງບາງຢ່າງຂາດຫາຍໄປໃນຄວາມເປັນມະນຸດຂອງເຈົ້າ. ຖ້າເປັນແນວນັ້ນ ເຈົ້າກໍບໍ່ຕ່າງຫຍັງຈາກສັດຫຼາຍປານໃດ. ຄວາມສະຫຼາດທາງສະຕິປັນຍາຂອງເຈົ້າຕໍ່າເກີນໄປ, ເຈົ້າເປັນຄົນທີ່ບໍ່ມີຫຍັງດີ. ສະນັ້ນ, ເຈົ້າຈະຈັດການກັບພວກມັນໃຫ້ດີໄດ້ແນວໃດ? ເຈົ້າຈຳເປັນຕ້ອງຄິດຫາວິທີທີ່ຈະຢັບຢັ້ງພວກມັນໄວ້ພາຍໃນຂອບເຂດທີ່ກຳນົດໄວ້ ຫຼື ຂັງພວກມັນໄວ້ໃນກົງ, ປ່ອຍມັນອອກມາຕາມເວລາທີ່ກຳນົດໄວ້ສອງ ຫຼື ສາມຄັ້ງໃນແຕ່ລະມື້ ເພື່ອໃຫ້ພວກມັນໄດ້ເຄື່ອນໄຫວຢ່າງພຽງພໍ. ສິ່ງນັ້ນຈະຢັບຢັ້ງການກັດແຫ້ນຢ່າງໄຮ້ການຄວບຄຸມຂອງພວກມັນ ແລະ ໃຫ້ພວກມັນໄດ້ອອກກຳລັງກາຍອີກດ້ວຍ ເພື່ອໃຫ້ພວກມັນມີສຸຂະພາບແຂງແຮງ. ດ້ວຍວິທີນັ້ນ, ໝາກໍຈະຖືກຈັດການເປັນຢ່າງດີ ແລະ ສະພາບແວດລ້ອມຂອງເຈົ້າກໍໄດ້ຮັບການປົກປ້ອງເຊັ່ນກັນ. ຖ້າຄົນໃດຄົນໜຶ່ງບໍ່ສາມາດຈັດການກັບສິ່ງທີ່ພວກເຂົາພົບພໍ້ໄດ້ ແລະ ບໍ່ມີທັດສະນະຄະຕິທີ່ຖືກຕ້ອງ, ພວກເຂົາກໍກຳລັງຂາດບາງສິ່ງບາງຢ່າງໃນຄວາມເປັນມະນຸດຂອງພວກເຂົາ. ມັນບໍ່ສາມາດບັນລຸມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິໄດ້ ຫຼື ໃນດ້ານການແຕ່ງກິນ: ຄົນທຳມະດາໃຊ້ນ້ຳມັນພຽງເລັກໜ້ອຍ ເມື່ອພວກເຂົາຂົ້ວອາຫານ, ແຕ່ມີແມ່ຍິງບາງຄົນທີ່ໃຊ້ຫຼາຍເກີນໄປ. ເຖິງແມ່ນວ່າເຈົ້າຈະລວຍ, ເຈົ້າກໍບໍ່ສາມາດໃຊ້ນ້ຳມັນຢ່າງສິ້ນເປືອງໄດ້, ເຈົ້າຕ້ອງໃຊ້ໃນປະລິມານທີ່ເໝາະສົມ. ແຕ່ແມ່ຍິງເຫຼົ່ານີ້ບໍ່ສົນໃຈເລື່ອງນັ້ນ; ຖ້າພວກເຂົາຫຼົງຖອກນ້ຳມັນລົງໄປໃນກະທະຫຼາຍເກີນໄປ, ພວກເຂົາກໍພຽງແຕ່ຕັກສ່ວນເກີນອອກ ແລ້ວຖິ້ມລົງພື້ນ. ນັ້ນເປັນການສິ້ນເປືອງ, ບໍ່ແມ່ນບໍ? ຄົນທີ່ມີທັດສະນະຄະຕິແບບນັ້ນຕໍ່ສິ່ງຂອງຕ່າງໆ ໂດຍທົ່ວໄປແລ້ວຖືກເອີ້ນວ່າຫຍັງ? “ຄົນຟຸມເຟືອຍ” ຫຼື ຖ້າເປັນຄຳດູຖູກກໍຄື “ຄົນຜານເງິນ”. ສິ່ງຂອງຕ່າງໆມາຈາກໃສ? ພຣະເຈົ້າເປັນຜູ້ປະທານໃຫ້. ບາງຄົນເວົ້າວ່າ ພວກເຂົາຫາສິ່ງຂອງເຫຼົ່ານັ້ນມາດ້ວຍຕົນເອງ, ແຕ່ເຈົ້າຈະຫາໄດ້ຫຼາຍປານໃດ ຖ້າພຣະເຈົ້າບໍ່ໄດ້ປະທານໃຫ້? ພຣະອົງປະທານຊີວິດຂອງເຈົ້າໃຫ້ແກ່ເຈົ້າ. ຖ້າພຣະອົງບໍ່ໄດ້ປະທານຊີວິດຂອງເຈົ້າໃຫ້ແກ່ເຈົ້າ, ເຈົ້າກໍຈະບໍ່ມີຫຍັງເລີຍ ແລະ ເຈົ້າກໍຈະບໍ່ມີຄ່າຫຍັງເລີຍ. ສະນັ້ນ, ເຈົ້າຍັງຈະສາມາດມີສິ່ງຂອງເຫຼົ່ານັ້ນຂອງເຈົ້າໄດ້ຢູ່ບໍ? ພຣະເຈົ້າອາດຈະປະທານໃຫ້ເຈົ້າຫຼາຍກວ່າຄົວເຮືອນທົ່ວໄປ, ແຕ່ທັດສະນະຄະຕິ ແລະ ມຸມມອງທີ່ເຈົ້າໃຊ້ສິ່ງຂອງນັ້ນຢ່າງຟຸ່ມເຟືອຍເປັນສິ່ງທີ່ຖືກຕ້ອງບໍ? ສິ່ງນີ້ຈະຖືກກຳນົດໃນດ້ານຂອງຄວາມເປັນມະນຸດແນວໃດ? ຄົນດັ່ງກ່າວເປັນຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ. ຄວາມຟຸ່ມເຟືອຍ, ການຜານສິ່ງຕ່າງໆ, ການບໍ່ຮູ້ຈັກທະນຸຖະໜອມສິ່ງຂອງຕ່າງໆ, ຄົນແບບນັ້ນບໍ່ມີຄວາມເປັນມະນຸດທີ່ປົກກະຕິ. ຍັງມີບາງຄົນທີ່ບໍ່ຄິດແມ່ນແຕ່ຈະຈັດການກັບສິ່ງຂອງຂອງເຮືອນພຣະເຈົ້າດ້ວຍຄວາມຖະນຸຖະໜອມເລີຍ, ເມື່ອພວກເຂົາເຫັນວ່າສິ່ງນີ້ເປັນຂອງເຮືອນພຣະເຈົ້າ, ຖ້າຝົນກຳລັງຈະຕົກ ແລະ ມັນຄົງຈະບໍ່ດີຖ້າສິ່ງນັ້ນປຽກຝົນ, ພວກເຂົາຈະຄິດແນວໃດ? “ມັນບໍ່ແມ່ນເລື່ອງໃຫຍ່ຫຍັງຖ້າມັນປຽກ. ມັນບໍ່ແມ່ນຂອງຂ້ອຍ. ຂ້ອຍຈະປ່ອຍມັນໄວ້ແນວນັ້ນແຫຼະ”. ຈາກນັ້ນ ພວກເຂົາກໍຈະຍ່າງໜີໄປ. ທັດສະນະຄະຕິນັ້ນເອີ້ນວ່າຫຍັງ? ຄວາມເຫັນແກ່ຕົວ. ພວກເຂົາມີຄວາມຄິດທີ່ຊື່ກົງບໍ? ຖ້າບໍ່, ພວກເຂົາເປັນຄົນແນວໃດ? (ຄົດໂກງ.) ຖ້າຄົນໃດຄົນໜຶ່ງບໍ່ຊື່ກົງ, ແລ້ວພວກເຂົາບໍ່ຄົດໂກງບໍ? ຄົນທີ່ບໍ່ຊື່ກົງໃນຄວາມຄິດຂອງພວກເຂົາມີຄວາມເປັນມະນຸດທີ່ປົກກະຕິບໍ? ແນ່ນອນວ່າບໍ່ມີ. ສຳລັບຂໍ້ທຳອິດຂອງພວກເຮົາ, ທັດສະນະຄະຕິຂອງຜູ້ຄົນໃນການປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ຕອນນີ້ພວກເຮົາໄດ້ເວົ້າເຖິງຈັກຢ່າງແລ້ວ? ມີຄວາມຊົ່ວຊາມ, ຄົນຊົ່ວຊາມ. ມີຫຍັງອີກບໍ? (ຕໍ່າຊ້າ ແລະ ຄົດໂກງ.) ຄຳເວົ້າພາສາຕະຫຼາດແບບນີ້, ພວກເຈົ້າໃຊ້ຄຳເວົ້າແບບນີ້ບໍ ເມື່ອພວກເຈົ້າໄຕ່ຕອງ, ມາຮູ້ຈັກ ແລະ ໄຈ້ແຍກຕົນເອງໃນຊີວິດປະຈຳວັນຂອງພວກເຈົ້າ? (ບໍ່.) ບໍ່ມີໃຜໃຊ້. ສະນັ້ນ, ພວກເຈົ້າໃຊ້ຄຳເວົ້າຫຍັງ? ພວກເຈົ້າເວົ້າດ້ວຍຄຳເວົ້າທີ່ຟັງເບິ່ງສູງສົ່ງ, ບໍ່ມີໃຜໃຊ້ພາສາທີ່ໃຊ້ກັນໃນທຸກໆມື້ແບບນີ້.

ຫຼາຍຄົນຮູ້ສຶກວ່າຕົນເອງຂ້ອນຂ້າງຍິ່ງໃຫຍ່ ຍ້ອນວ່າພວກເຂົາເຊື່ອໃນພຣະເຈົ້າ. ໂດຍສະເພາະຜູ້ທີ່ມີທັກສະ ແລະ ຄວາມຮູ້ທາງວິຊາຊີບບາງຢ່າງ ຫຼື ແມ່ນແຕ່ມີລະດັບການສຶກສາສູງ ຈະຮູ້ສຶກວ່າພວກເຂົາເໜືອກວ່າຄົນທຳມະດາ. ເພິ່ງພໍໃຈໃນຕົນເອງ, ພວກເຂົາຄິດວ່າ: “ຂ້ອຍເຖິງກັບຍອມປະຖິ້ມອາຊີບທີ່ໝັ້ນຄົງທີ່ຂ້ອຍມີຢູ່ໃນໂລກ ແລະ ຂ້ອຍກໍບໍ່ໄດ້ມາເຮືອນຂອງພຣະເຈົ້າເພື່ອກິນເຂົ້າລ້າໆ. ຄົນທີ່ມີທັກສະຄືກັບຂ້ອຍສາມາດປະກອບສ່ວນໃນເຮືອນຂອງພຣະເຈົ້າໄດ້. ຂ້ອຍເສຍສະຫຼະຕົນເອງ ແລະ ທົນທຸກເພື່ອພຣະເຈົ້າ. ຂ້ອຍຍັງກິນຢູ່ຮ່ວມກັບຄົນທຳມະດາເຫຼົ່ານີ້ ໃນການໃຊ້ຊີວິດແບບລວມໝູ່. ຂ້ອຍເປັນຄົນທີ່ມີຄຸນະພາບທີ່ສູງສົ່ງແທ້ໆ!” ພວກເຂົາຄິດວ່າພວກເຂົາມີຄວາມສຸດຈະລິດທີ່ໜ້າຍົກຍ້ອງເປັນພິເສດ, ວ່າພວກເຂົາສູງສົ່ງກວ່າຄົນອື່ນໆ. ພວກເຂົາມີຄວາມສຸກກັບສິ່ງນີ້ຢູ່ສະເໝີ. ຄວາມຈິງກໍຄື ມີຫຼາຍສິ່ງຫຼາຍຢ່າງທີ່ຂາດຫາຍໄປຈາກຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຂົາບໍ່ພຽງແຕ່ບໍ່ຮູ້ຕົວເທົ່ານັ້ນ, ພວກເຂົາຍັງຫຼົງຕົວເອງ, ໂດຍຄິດວ່າພວກເຂົາຍິ່ງໃຫຍ່, ລັກສະນະຂອງພວກເຂົາສູງສົ່ງກວ່າຄົນທຳມະດາ. ໃນຄວາມເປັນຈິງແລ້ວ, ບໍ່ມີສິ່ງໃດໃນນັ້ນເລີຍທີ່ຈະກົງກັບຄຳນິຍາມຂອງຄຳວ່າ “ປົກກະຕິ” ເຊິ່ງຢູ່ໜ້າຄຳວ່າ “ຄວາມເປັນມະນຸດ” ໃນຄຳວ່າ “ຄວາມເປັນມະນຸດທີ່ປົກກະຕິ”. ບໍ່ມີສິ່ງໃດໃນນັ້ນທີ່ໄດ້ມາດຕະຖານນັ້ນເລີຍ; ທຸກສິ່ງຍັງຫ່າງໄກຫຼາຍ. ສະຕິຮູ້ສຶກຜິດຊອບຂອງພວກເຂົາເດ?, ບໍ່ມີເລີຍ; ລັກສະນະຂອງພວກເຂົາເດ?, ມັນບໍ່ດີເລີຍ; ຄວາມສຸດຈະລິດ ແລະ ຄຸນສົມບັດຂອງພວກເຂົາເດ?, ບໍ່ມີອັນໃດດີເລີຍ. ການທີ່ທຸກຄົນໃຊ້ຊີວິດຢູ່ຮ່ວມກັນ, ເມື່ອບາງຄົນມີສິ່ງຂອງທີ່ມີຄ່າບາງຢ່າງ, ພວກເຂົາກໍຈະບໍ່ກ້າປະມັນໄວ້ບ່ອນເປີດແປນ. ເປັນຫຍັງຈຶ່ງເປັນແນວນັ້ນ? ສ່ວນໜຶ່ງກໍຄືພວກເຂົາບໍ່ໄວ້ໃຈຄົນອື່ນ ແລະ ອີກສ່ວນໜຶ່ງກໍຄືບ່ອນທີ່ມີຄົນຫຼາຍ ກໍຍ່ອມມີຄົນທີ່ໄວ້ໃຈບໍ່ໄດ້ ແລະ ພວກເຂົາບາງຄົນກໍອາດຈະມືໄວ, ພວກເຂົາອາດຈະເຖິງຂັ້ນລັກເຄື່ອງ. ຄົນເຫຼົ່ານີ້ມີລັກສະນະທີ່ບໍ່ດີ. ບາງຄົນຕັ້ງໃຈເລືອກກິນແຕ່ຕ່ອນແຊບໆເວລາທີ່ພວກເຂົາກິນເຂົ້າ ແລະ ພວກເຂົາກໍກິນສິ່ງເຫຼົ່ານັ້ນຈົນອີ່ມ, ໂດຍບໍ່ສົນໃຈວ່າຈະມີຄົນຢູ່ທາງຫຼັງພວກເຂົາອີກຈັກຄົນທີ່ຍັງບໍ່ທັນໄດ້ກິນກໍຕາມ. ນັ້ນບໍ່ເຫັນແກ່ຕົວເກີນໄປບໍ? ມີບາງຄົນທີ່ຄຳນຶງເຖິງຄົນອື່ນເວລາທີ່ພວກເຂົາກິນເຂົ້າ. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າຄົນກຸ່ມຫຼັງເປັນຄົນທີ່ມີຄວາມສຳນຶກ ທີ່ນຶກເຖິງຄົນອື່ນ. ພວກເຂົາຈະກິນໜ້ອຍລົງໜ້ອຍໜຶ່ງ ເພື່ອຈົ່ງໄວ້ໃຫ້ຄົນອື່ນແດ່. ນັ້ນຄືຄວາມໝາຍຂອງການເປັນຄົນທີ່ມີຄຸນະພາບ. ໃນເຮືອນຂອງພຣະເຈົ້າ, ບາງຄົນມີຄວາມເປັນມະນຸດ, ໃນຂະນະທີ່ບາງຄົນຍັງຂາດຢູ່ເລັກໜ້ອຍ. ພວກເຂົາບໍ່ສາມາດແມ່ນແຕ່ຈະບັນລຸມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິໄດ້. ເມື່ອເບິ່ງຈາກພຶດຕິກຳທີ່ເຮົາໄດ້ກ່າວມາ, ມີຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຫຼາຍບໍໃນທ່າມກາງພວກເຈົ້າ? ຫຼື ວ່າມີບໍ່ຫຼາຍ? ເວລາທີ່ພວກເຈົ້າມັກຈະສະແດງພຶດຕິກຳດັ່ງກ່າວອອກມາ, ພວກເຈົ້າສາມາດຮັບຮູ້ໄດ້ບໍວ່າພວກມັນເປັນບັນຫາ? ເມື່ອເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ເຈົ້າຮູ້ຕົວບໍ? ຖ້າເຈົ້າຮູ້ຕົວ ແລະ ສາມາດຮູ້ສຶກເຖິງມັນໄດ້ ພ້ອມທັງເຕັມໃຈທີ່ຈະປ່ຽນແປງ, ຄັນຊັ້ນ ເຈົ້າກໍມີຄວາມເປັນມະນຸດຢູ່ເລັກໜ້ອຍ, ພຽງແຕ່ມັນຍັງບໍ່ທັນບັນລຸຄວາມເປັນປົກກະຕິເທົ່ານັ້ນ. ຖ້າເຈົ້າບໍ່ຮູ້ສຶກຕົວເລີຍ, ແລ້ວເຈົ້າຈະຖືກນັບວ່າເປັນຄົນທີ່ມີຄວາມເປັນມະນຸດໄດ້ບໍ? ບໍ່ໄດ້. ນີ້ບໍ່ແມ່ນຄໍາຖາມກ່ຽວກັບຄວາມເປັນມະນຸດທີ່ດີ ຫຼື ບໍ່ດີ, ປົກກະຕິ ຫຼື ຜິດປົກກະຕິ, ແຕ່ເຈົ້າບໍ່ມີຄວາມເປັນມະນຸດເລີຍ. ຕົວຢ່າງ: ເວລາກິນເຂົ້າ, ມີບາງຄົນທີ່ເຫັນຈານຊີ້ນໝູພະໂລ້ຍົກອອກມາ ແລ້ວກໍເລີ່ມຍາດກັນຕັກເອົາ, ທັງຕ່ອນມັນ ແລະ ຕ່ອນຊິ້ນ ແລະ ບໍ່ຢຸດຈົນກວ່າມັນຈະໝົດ. ພວກເຈົ້າເຄີຍເຫັນສັດຍາດອາຫານກັນບໍ? (ເຄີຍເຫັນ.) ມັນເປັນພາບດຽວກັນ, ແຕ່ນັ້ນແມ່ນສັດ; ສຳລັບມະນຸດແລ້ວ, ການຍາດກັນນັ້ນເປັນສ່ວນໜຶ່ງຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ມັນບໍ່ແມ່ນຄວາມເປັນມະນຸດທີ່ປົກກະຕິ.) ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຈະເຮັດແນວໃດ? (ພວກເຂົາຈະພໍໃຈກັບສິ່ງທີ່ພວກເຂົາໄດ້ຮັບ ແລະ ບໍ່ໂລບມາກ.) ນັ້ນເປັນວິທີເວົ້າທີ່ຂ້ອນຂ້າງຖືກຕ້ອງຕາມຄວາມເປັນຈິງ. ແລ້ວຄົນເຮົາຈະບໍ່ໂລບມາກໄດ້ແນວໃດ? ຄວາມຄິດ ແລະ ມຸມມອງແບບໃດຕໍ່ບັນຫານີ້ທີ່ປະກອບເປັນຄວາມຄິດທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ, ເຊິ່ງຜ່ານສິ່ງນັ້ນ ຄົນເຮົາຈຶ່ງຈະສາມາດກະທຳໄດ້ຢ່າງຖືກຕ້ອງບໍ? ກ່ອນອື່ນໝົດ, ຄວາມຄິດຂອງເຈົ້າຕ້ອງຖືກຕ້ອງ. ຕົວຢ່າງ: ແມ່ຍິງຄົນໜຶ່ງອາດຈະຄິດວ່າ: “ມື້ນີ້ມີຊີ້ນໝູພະໂລ້ຫຼາຍ. ຂ້ອຍຢາກກິນຫຼາຍກວ່ານີ້, ແຕ່ຂ້ອຍກໍຮູ້ສຶກອາຍໜ້ອຍໜຶ່ງ ຍ້ອນເຫັນວ່າຂ້ອຍຖືກອ້ອມຮອບໄປດ້ວຍອ້າຍນ້ອງຂອງຂ້ອຍ. ຂ້ອຍຄວນເຮັດແນວໃດດີ? ຂ້ອຍຄິດວ່າຂ້ອຍຈະລໍຖ້າກິນຈົນກວ່າພວກເຂົາໄດ້ກິນແລ້ວ. ຂ້ອຍບໍ່ຢາກໃຫ້ຄົນອື່ນສົງໄສວ່າຜູ້ຍິງຄືຂ້ອຍເປັນຄົນເຫັນແກ່ກິນແບບນີ້ໄດ້ແນວໃດ. ມັນຄົງເປັນເລື່ອງທີ່ໜ້າອັບອາຍຫຼາຍ!” ການຄິດແບບນັ້ນຖືວ່າເປັນເລື່ອງປົກກະຕິສຳລັບແມ່ຍິງ, ເພາະໂດຍທົ່ວໄປແລ້ວພວກເຂົາຂ້ອນຂ້າງອ່ອນໄຫວ. ຜູ້ຊາຍສ່ວນໃຫຍ່ອາດຈະຄິດວ່າ: “ຊີ້ນໝູພະໂລ້ນີ້ເປັນຕາແຊບຫຼາຍ. ຂ້ອຍຈະຕັກກິນເລີຍ”. ພວກເຂົາຈະເປັນຄົນທຳອິດທີ່ເອົາໄມ້ຖູ່ຄີບມັນ, ໂດຍບໍ່ສົນໃຈວ່າຄົນອື່ນຈະຄິດແນວໃດ. ແຕ່ຜູ້ຊາຍບາງຄົນກໍມີເຫດຜົນຫຼາຍກວ່ານັ້ນ. ຫຼັງຈາກທີ່ພວກເຂົາໄດ້ກິນຄຳໜຶ່ງແລ້ວ, ພວກເຂົາກໍຄິດວ່າ: “ຍັງມີຄົນອີກຫຼາຍຄົນຢູ່ທາງຫຼັງຂ້ອຍທີ່ຍັງບໍ່ທັນໄດ້ກິນເຂົ້າ. ຂ້ອຍຕ້ອງຢຸດ ແລະ ຈົ່ງໄວ້ໃຫ້ຄົນອື່ນແດ່”. ການທີ່ພວກເຂົາສາມາດຄິດ ແລະ ເຮັດແບບນັ້ນໄດ້ ສະແດງໃຫ້ເຫັນວ່າພວກເຂົາເປັນຄົນທີ່ມີຄວາມສຳນຶກ, ວ່າພວກເຂົາມີຄວາມເປັນມະນຸດທີ່ປົກກະຕິໂດຍທຳມະຊາດ. ບາງຄົນກໍຄິດໄປໃນທາງທີ່ໄຮ້ສາລະວ່າ: “ພຣະເຈົ້າບໍ່ຕ້ອງການໃຫ້ຄົນກິນຊີ້ນໝູພະໂລ້, ສະນັ້ນ ຂ້ອຍຈະບໍ່ກິນແມ່ນແຕ່ຄຳດຽວ. ນັ້ນໝາຍຄວາມວ່າຂ້ອຍຍິ່ງມີຄວາມເປັນມະນຸດຫຼາຍຂຶ້ນ, ແມ່ນບໍ່?” ນັ້ນແມ່ນຄວາມຄິດທີ່ໄຮ້ສາລະ. ເຮົາກຳລັງສະແດງໃຫ້ເຫັນຫຍັງດ້ວຍຕົວຢ່າງນີ້? ນັ້ນກໍຄື ຜູ້ຄົນຄວນມີທັດສະນະຄະຕິທີ່ຖືກຕ້ອງຕໍ່ບຸກຄົນ, ເຫດການ ແລະ ສິ່ງຂອງທຸກປະເພດ. ຄົນເຮົາຈະມີທັດສະນະຄະຕິທີ່ຖືກຕ້ອງນີ້ໄດ້ ຜ່ານຄວາມຄິດທີ່ເກີດຈາກມຸມມອງຂອງຄວາມມີເຫດຜົນ, ສະຕິຮູ້ສຶກຜິດຊອບ, ຄວາມສຸດຈະລິດ ແລະ ກຽດສັກສີຂອງຄວາມເປັນມະນຸດ. ຖ້າເຈົ້າປະຕິບັດດ້ວຍແນວຄິດແບບນີ້, ໂດຍພື້ນຖານແລ້ວເຈົ້າກໍຈະສອດຄ່ອງກັບຄວາມເປັນມະນຸດທີ່ປົກກະຕິ.

ທັດສະນະຄະຕິທີ່ຄົນເຮົາມີຕໍ່ຄົນ, ເຫດການ ແລະ ສິ່ງຕ່າງໆ ກໍບໍ່ແມ່ນສິ່ງອື່ນໃດ ນອກຈາກວິທີການພົວພັນກັບຜູ້ຄົນ ແລະ ສິ່ງຕ່າງໆສະແດງອອກໃນຊີວິດປະຈຳວັນຂອງພວກເຂົາ. ການສະແດງອອກເຫຼົ່ານີ້ອາດຈະບໍ່ກ່ຽວຂ້ອງຫຼາຍກັບວຽກງານທີ່ເປັນໜ້າທີ່ຂອງເຈົ້າ ຫຼື ພວກມັນອາດຈະຫ່າງໄກຈາກວຽກງານນັ້ນ, ແຕ່ຄວາມເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງທີ່ວ່າງເປົ່າ: ຜູ້ທີ່ເຊື່ອໃນພຣະເຈົ້າບໍ່ໄດ້ໃຊ້ຊີວິດຢູ່ໃນສູນຍາກາດ, ແຕ່ໃຊ້ຊີວິດຢູ່ໃນຊີວິດຈິງ. ພວກເຂົາຕ້ອງບໍ່ແຍກຕົວອອກຈາກຊີວິດຈິງ. ຜູ້ຄົນຄວນມີທັດສະນະຄະຕິ ແລະ ຄວາມຄິດແບບໃດ, ບໍ່ວ່າຈະເປັນຕໍ່ທັກສະວິຊາຊີບ ຫຼື ຕໍ່ສະຕິປັນຍາທົ່ວໄປ ຫຼື ຄວາມຮູ້ກ່ຽວກັບບາງສິ່ງບາງຢ່າງ? ມັນຖືກຕ້ອງບໍທີ່ຈະມີແນວຄິດແບບເຮັດຜ່ານໆໄປຢູ່ສະເໝີ? ບາງຄົນກໍສັບສົນວຸ້ນວາຍກັບສິ່ງເຫຼົ່ານີ້ຢູ່ສະເໝີ, ແບບນັ້ນຈະໃຊ້ໄດ້ບໍ? ພວກເຂົາບໍ່ມີບັນຫາກັບມຸມມອງຂອງພວກເຂົາບໍ? ບັນຫາກ່ຽວກັບມຸມມອງຂອງພວກເຂົາກໍເປັນສ່ວນໜຶ່ງຂອງມັນ; ນອກເໜືອຈາກນັ້ນ, ມັນຍັງກ່ຽວຂ້ອງກັບລັກສະນະຂອງພວກເຂົາ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ປົກຄອງປະເທດຈີນມາເປັນເວລາຫຼາຍພັນປີ, ມັກກໍ່ສົງຄາມ ແລະ ຕໍ່ສູ້ຢູ່ສະເໝີ. ມັນບໍ່ໄດ້ພັດທະນາເສດຖະກິດ ແລະ ມັນກໍບໍ່ໄດ້ຄຳນຶງເຖິງຊີວິດຂອງປະຊາຊົນທຳມະດາເລີຍ. ໃນທີ່ສຸດ, ປະຊາຊົນກໍໄດ້ປູກຝັງຄວາມຊົ່ວຊາມແບບທີ່ພຽງແຕ່ປ່ອຍໃຫ້ຊີວິດລ່ອງລອຍໄປ. ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາເຮັດແບບພໍແລ້ວມືແລ້ວຕີນ ແລະ ມີແນວຄິດແບບສະເພາະໜ້າ. ພວກເຂົາບໍ່ໄດ້ຕັ້ງເປົ້າໝາຍໄປສູ່ຄວາມເປັນເລີດໃນການສຶກສາໃດໆຂອງພວກເຂົາ ແລະ ພວກເຂົາກໍບໍ່ສາມາດບັນລຸມັນໄດ້. ພວກເຂົາດຳເນີນການດ້ວຍແນວຄິດແບບສະເພາະໜ້າຢູ່ສະເໝີ: ພວກເຂົາເບິ່ງວ່າຕະຫຼາດຕ້ອງການຫຍັງ, ຈາກນັ້ນກໍຟ້າວຜະລິດມັນອອກມາ, ໂດຍບໍ່ຄິດຫຍັງເລີຍຈົນກວ່າພວກເຂົາຈະສ້າງຄວາມຮັ່ງມີໄດ້. ພວກເຂົາບໍ່ໄດ້ພັດທະນາຕໍ່ຍອດຈາກພື້ນຖານນີ້ ຫຼື ເຮັດການຄົ້ນຄວ້າທາງວິທະຍາສາດເພີ່ມເຕີມ ຫຼື ພະຍາຍາມເພື່ອຄວາມເປັນເລີດທີ່ສົມບູນແບບຍິ່ງຂຶ້ນ, ເຊິ່ງຜົນສຸດທ້າຍກໍຄື ອຸດສາຫະກຳເບົາ, ອຸດສາຫະກຳໜັກ ແລະ ທຸກໆຂະແໜງການອື່ນໆຂອງຈີນລ້ວນແຕ່ບໍ່ມີຜະລິດຕະພັນທີ່ທັນສະໄໝໃນເວທີໂລກ. ແຕ່ຄົນຈີນກໍຍັງໂອ້ອວດວ່າ: “ພວກເຮົາມີວັດທະນະທຳພື້ນເມືອງຊັ້ນເລີດທີ່ຍາວນານເຖິງ 5,000 ປີຢູ່ທີ່ປະເທດຈີນນີ້. ຄົນຈີນພວກເຮົາເປັນຄົນໃຈດີ ແລະ ດຸໝັ່ນ”. ແລ້ວເປັນຫຍັງປະເທດຈີນຈຶ່ງຍັງສືບຕໍ່ຜະລິດສິນຄ້າປອມແປງເພື່ອຫຼອກລວງຜູ້ຄົນ? ເປັນຫຍັງພວກເຂົາຈຶ່ງເກືອບຈະບໍ່ມີຫຍັງເລີຍທີ່ສາມາດແຂ່ງຂັນໃນຕະຫຼາດໂລກໄດ້? ມັນເກີດຫຍັງຂຶ້ນຢູ່ບ່ອນນັ້ນ? ປະເທດຈີນມີຜະລິດຕະພັນທີ່ທັນສະໄໝບໍ? ຄົນຈີນມີສິ່ງທີ່ “ທັນສະໄໝ” ຢູ່ຢ່າງໜຶ່ງ ແລະ ນັ້ນກໍຄືທັກສະຂອງພວກເຂົາໃນການຮຽນແບບ ແລະ ການປອມແປງ, ເຊິ່ງກໍຄືການຫຼອກລວງ. ຄວາມຊົ່ວຊາມຂອງພວກເຂົາປາກົດຢູ່ໃນສິ່ງນັ້ນ. ບາງຄົນຈະເວົ້າວ່າ: “ເປັນຫຍັງພຣະອົງຈຶ່ງພັນລະນາພວກເຮົາແບບນັ້ນ? ພຣະອົງບໍ່ຄິດບໍວ່າສິ່ງນີ້ເປັນການດູຖູກ ແລະ ຢຽບຢໍ່າກຽດພວກເຮົາບໍ?” ເປັນແນວນັ້ນບໍ? ເມື່ອເບິ່ງບາງສິ່ງທີ່ຄົນຈີນເຮັດ, ສາມາດເວົ້າໄດ້ວ່າຄຳເວົ້ານັ້ນແມ່ນຖືກຕ້ອງແທ້ໆ. ບໍ່ວ່າຈະເບິ່ງຈາກຕະຫຼາດ ຫຼື ຈາກປະຊາຊົນທຳມະດາ, ມີຄົນຈີນຄົນໃດແດ່ທີ່ຕັ້ງໃຈເຮັດວຽກຂອງຕົນຢ່າງເໝາະສົມ? ມີໜ້ອຍຫຼາຍ ແລະ ສຳລັບຄົນຈຳນວນໜ້ອຍທີ່ພະຍາຍາມໃສ່ໃຈກັບວຽກງານທີ່ເໝາະສົມຂອງພວກເຂົາ, ເມື່ອພວກເຂົາເຫັນວ່າສະພາບແວດລ້ອມທາງສັງຄົມນັ້ນຮ້າຍແຮງສໍ່າໃດ ແລະ ເຫັນວ່າບໍ່ມີສິ່ງດີໆເກີດຂຶ້ນຈາກສິ່ງນີ້, ພວກເຂົາກໍຢຸດພະຍາຍາມ ແລະ ຍອມແພ້.

ສິ່ງເຫຼົ່ານັ້ນທີ່ກ່ຽວຂ້ອງກັບຄວາມເປັນມະນຸດ, ເຊິ່ງກໍຄືທັດສະນະຄະຕິ, ຄວາມຄິດ ແລະ ຄວາມຄິດເຫັນທີ່ຜູ້ຄົນເປີດເຜີຍອອກມາໃນການປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆອື່ນໆນັ້ນ ເປັນສິ່ງທີ່ບົ່ງບອກໄດ້ຫຼາຍຢ່າງ. ພວກມັນບົ່ງບອກເຖິງຫຍັງ? ພວກມັນບົ່ງບອກເຖິງວິທີທີ່ຄົນເຮົາສາມາດເບິ່ງເຫັນລັກສະນະຂອງຄົນຜູ້ໜຶ່ງ, ວ່າພວກເຂົາເປັນຄົນດີ ແລະ ຊື່ກົງ ຫຼື ບໍ່. ການເປັນຄົນດີ ແລະ ຊື່ກົງແມ່ນຫຍັງ? ການເປັນຄົນຫົວບູຮານແມ່ນການເປັນຄົນດີ ແລະ ຊື່ກົງບໍ? ການເປັນຄົນສຸພາບ ແລະ ມີມາລະຍາດແມ່ນການເປັນຄົນດີ ແລະ ຊື່ກົງບໍ? (ບໍ່.) ການປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດແມ່ນການເປັນຄົນດີ ແລະ ຊື່ກົງບໍ? (ບໍ່.) ບໍ່ມີສິ່ງໃດໃນນີ້ທີ່ແມ່ນເລີຍ. ສະນັ້ນ, ການເປັນຄົນດີ ແລະ ຊື່ກົງແມ່ນຫຍັງ? ຖ້າຄົນໃດໜຶ່ງເປັນຄົນດີ ແລະ ຊື່ກົງ, ແລ້ວບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍຈະເຮັດມັນດ້ວຍແນວຄິດບາງຢ່າງທີ່ວ່າ: “ບໍ່ວ່າຂ້ອຍຈະມັກເຮັດສິ່ງນີ້ ຫຼື ບໍ່ກໍຕາມ ແລະ ບໍ່ວ່າມັນຈະຢູ່ໃນຂອບເຂດຄວາມສົນໃຈຂອງຂ້ອຍ ຫຼື ເປັນສິ່ງທີ່ຂ້ອຍບໍ່ຄ່ອຍສົນໃຈກໍຕາມ, ມັນກໍຖືກມອບໝາຍໃຫ້ຂ້ອຍເຮັດ ແລະ ຂ້ອຍກໍຈະເຮັດມັນໃຫ້ດີ. ຂ້ອຍຈະເລີ່ມສຶກສາມັນຕັ້ງແຕ່ເລີ່ມຕົ້ນ ແລະ ເຮັດແທ້ທຳຈິງ, ຂ້ອຍຈະລົງມືເຮັດມັນໄປເທື່ອລະກ້າວ. ໃນທີ່ສຸດ, ບໍ່ວ່າຂ້ອຍຈະເຮັດໜ້າທີ່ນີ້ໄປໄດ້ໄກສໍ່າໃດກໍຕາມ, ຂ້ອຍກໍຈະເຮັດໃຫ້ດີທີ່ສຸດ”. ຢ່າງໜ້ອຍທີ່ສຸດ, ຄົນເຮົາຕ້ອງມີທັດສະນະຄະຕິ ແລະ ແນວຄິດທີ່ຕິດແທດກັບຄວາມຈິງ. ຖ້າຕັ້ງແຕ່ເວລາທີ່ເຈົ້າຮັບໜ້າທີ່ມາ, ກໍເຮັດແບບບໍ່ເອົາຈິງເອົາຈັງ ແລະ ບໍ່ໃສ່ໃຈມັນແມ່ນແຕ່ໜ້ອຍດຽວ, ຖ້າບໍ່ປະຕິບັດຕໍ່ມັນຢ່າງຈິງຈັງ ແລະ ບໍ່ອ້າງອີງເຖິງແຫຼ່ງຂໍ້ມູນທີ່ກ່ຽວຂ້ອງ, ບໍ່ກຽມຕົວຢ່າງລະອຽດ ຫຼື ບໍ່ສະແຫວງຫາ ແລະ ປຶກສາຫາລືກັບຄົນອື່ນ; ແລະ ນອກເໜືອໄປຈາກນັ້ນ, ຖ້າເຈົ້າບໍ່ເພີ່ມເວລາທີ່ໃຊ້ໃນການສຶກສາສິ່ງນີ້ ເພື່ອໃຫ້ສາມາດປັບປຸງມັນໄດ້ຢ່າງຕໍ່ເນື່ອງ ຈົນບັນລຸຄວາມຊຳນານໃນທັກສະ ຫຼື ວິຊາຊີບນີ້, ແຕ່ຍັງຄົງຮັກສາທັດສະນະຄະຕິທີ່ເມີນເສີຍຕໍ່ມັນ ແລະ ມີທັດສະນະຄະຕິແບບພຽງແຕ່ເຮັດໃຫ້ຜ່ານໆໄປໃນການປະຕິບັດຕໍ່ມັນ, ແລ້ວນັ້ນກໍຄືບັນຫາໃນຄວາມເປັນມະນຸດຂອງເຈົ້າ. ນີ້ບໍ່ແມ່ນພຽງແຕ່ການເຮັດແບບຜ່ານໆໄປບໍ? ບາງຄົນເວົ້າວ່າ: “ຂ້ອຍບໍ່ມັກເວລາທີ່ເຈົ້າມອບໜ້າທີ່ແບບນີ້ໃຫ້ຂ້ອຍ”. ຖ້າບໍ່ມັກ, ກໍຢ່າຍອມຮັບມັນ ແລະ ຖ້າຍອມຮັບມັນ, ກໍຄວນເຂົ້າຫາມັນດ້ວຍທັດສະນະຄະຕິທີ່ຈິງຈັງ ແລະ ມີຄວາມຮັບຜິດຊອບ. ນັ້ນແມ່ນທັດສະນະຄະຕິທີ່ເຈົ້າຄວນມີ. ນີ້ບໍ່ແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີບໍ? ນີ້ຄືຄວາມໝາຍຂອງການເປັນຄົນດີ ແລະ ຊື່ກົງ. ໃນ ຄວາມເປັນມະນຸດທີ່ປົກກະຕິດ້ານນີ້, ຢ່າງໜ້ອຍທີ່ສຸດ ກໍຕ້ອງການຄວາມເອົາໃຈໃສ່, ສະຕິຮູ້ສຶກຜິດຊອບ ແລະ ຄວາມເຕັມໃຈທີ່ຈະຈ່າຍລາຄາ, ພ້ອມກັບທັດສະນະຄະຕິທີ່ຕິດແທດກັບຄວາມຈິງ, ຈິງຈັງ ແລະ ມີຄວາມຮັບຜິດຊອບ. ການມີສິ່ງເຫຼົ່ານີ້ກໍພຽງພໍແລ້ວ.

ມີຄົນທຸກປະເພດຢູ່ໃນຄຣິສຕະຈັກ. ຜູ້ທີ່ຮັກຄວາມຈິງເປັນຄົນທີ່ມີຄວາມເປັນມະນຸດທີ່ດີກວ່າ ແລະ ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມອອກມາ, ພວກເຂົາກໍພ້ອມທີ່ຈະໄດ້ຮັບການແກ້ໄຂໄດ້ຢ່າງງ່າຍດາຍ. ຜູ້ທີ່ບໍ່ຮັກຄວາມຈິງເປັນຄົນທີ່ມີຄວາມເປັນມະນຸດທີ່ຮ້າຍແຮງກວ່າຫຼາຍ. ຖ້າຄົນໃດໜຶ່ງບໍ່ທຸ່ມເທ ແລະ ບໍ່ມີຄວາມຮັບຜິດຊອບຕໍ່ພຣະບັນຊາຂອງພຣະເຈົ້າ, ພວກເຂົາເປັນຄົນທີ່ບໍ່ມີຄວາມໜ້າເຊື່ອຖືແມ່ນບໍ? ຄວາມເປັນມະນຸດແບບນັ້ນແມ່ນໄຮ້ຄ່າ ແລະ ບໍ່ມີຄຸນຄ່າຫຍັງເລີຍ. ມັນຕ່ຳຕ້ອຍ. ເຈົ້າເຊື່ອໃນພຣະເຈົ້າ, ຖ້າເຈົ້າເຂົ້າຫາພຣະບັນຊາທີ່ຖືກມອບໝາຍໃຫ້ ບໍ່ວ່າຈະເປັນພຣະບັນຊາຂອງພຣະເຈົ້າ ຫຼື ຂອງຄຣິສຕະຈັກດ້ວຍທັດສະນະຄະຕິທີ່ເຮັດພໍແລ້ວມືແລ້ວຕີນ ແລະ ບໍ່ມີຄວາມຮັບຜິດຊອບ, ທັດສະນະຄະຕິຂອງເຈົ້າແມ່ນທັດສະນະຄະຕິຂອງຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີບໍ? ບາງຄົນອາດຈະເວົ້າວ່າ: “ຂ້ອຍບໍ່ໄດ້ເອົາຈິງເອົາຈັງກັບສິ່ງທີ່ອ້າຍເອື້ອຍນ້ອງມອບໃຫ້ຂ້ອຍເຮັດ, ແຕ່ຂ້ອຍຮັບປະກັນວ່າຂ້ອຍຈະເຮັດໃນສິ່ງທີ່ພຣະເຈົ້າມອບໃຫ້ຂ້ອຍເຮັດໃຫ້ສຳເລັດ. ຂ້ອຍຈະປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນຢ່າງດີ”. ນັ້ນແມ່ນຄວາມຮູ້ສຶກທີ່ຖືກຕ້ອງບໍ? (ບໍ່.) ມັນບໍ່ຖືກຕ້ອງແນວໃດ? ຄົນທີ່ບໍ່ມີຄວາມໜ້າເຊື່ອຖື ແລະ ຂາດສິນທຳ, ເຊິ່ງຄວາມເປັນມະນຸດຂອງພວກເຂົາຂາດສິ່ງເຫຼົ່ານີ້, ພວກເຂົາຈະຈິງໃຈກັບໃຜໄດ້? ບໍ່ມີໃຜເລີຍ. ແມ່ນແຕ່ກັບເລື່ອງຂອງພວກເຂົາເອງ, ພວກເຂົາກໍຍັງຂີ້ໂກງແລະ ເຮັດພໍແລ້ວມືແລ້ວຕີນ. ຄົນແບບນັ້ນບໍ່ຕ່ຳຊ້າ ແລະ ໄຮ້ຄ່າບໍ? ຖ້າຄົນໃດໜຶ່ງສາມາດທຸ່ມເທ ແລະ ຮັບຜິດຊອບ ພ້ອມທັງເປັນຕາໜ້າເຊື່ອຖືໃນສິ່ງທີ່ຄົນອື່ນຝາກຝັງໃຫ້ພວກເຂົາເຮັດໄດ້, ແລ້ວພວກເຂົາຈະເຮັດໄດ້ຮ້າຍແຮງກວ່າຫຼາຍບໍກັບພຣະບັນຊາທີ່ພວກເຂົາໄດ້ຮັບຈາກພຣະເຈົ້າ? ຖ້າພວກເຂົາເຊິ່ງເປັນຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ເຂົ້າໃຈຄວາມຈິງ, ແລ້ວພວກເຂົາກໍບໍ່ຄວນເຮັດໄດ້ຮ້າຍແຮງກວ່າກັບພຣະບັນຊາທີ່ພວກເຂົາໄດ້ຮັບຈາກພຣະເຈົ້າ ແລະ ກັບການປະຕິບັດໜ້າທີ່ຂອງພວກເຂົາ. ແນ່ນອນວ່າ ພວກເຂົາຈະເຮັດໄດ້ດີກວ່າຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບເຊິ່ງຂາດສິນທຳຫຼາຍ. ນັ້ນຄືຄວາມແຕກຕ່າງໃນລັກສະນະຂອງພວກເຂົາ. ບາງຄົນເວົ້າວ່າ: “ຂ້ອຍຄົງຈະບໍ່ເອົາຈິງເອົາຈັງດອກ ຖ້າເຈົ້າຂໍໃຫ້ຂ້ອຍເບິ່ງແຍງໝາ ຫຼື ແມວ, ແຕ່ຖ້າຂ້ອຍໄດ້ຮັບມອບໝາຍໃຫ້ເຮັດເລື່ອງສຳຄັນສຳລັບເຮືອນຂອງພຣະເຈົ້າ, ແນ່ນອນວ່າ ຂ້ອຍຈະເຮັດມັນໃຫ້ດີ”. ສິ່ງນີ້ຟັງຂຶ້ນບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ຖ້າຄົນໃດໜຶ່ງມີມຸມມອງທີ່ຖືກຕ້ອງ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍ, ບໍ່ວ່າພຣະບັນຊາຂອງພວກເຂົາຈະເປັນແນວໃດກໍຕາມ ແລະ ຖ້າພວກເຂົາມີຈິດໃຈທີ່ຖືກຕ້ອງ ແລະ ມີຄຸນະພາບທີ່ສູງສົ່ງ ພ້ອມທັງມີຄວາມສຸດຈະລິດ ແລະ ຄວາມໜ້າເຊື່ອຖື ແລະ ມີສິນທຳໃນການປະພຶດ, ແລ້ວນັ້ນກໍເປັນສິ່ງທີ່ມີຄ່າ ແລະ ມັນກໍແຕກຕ່າງກັນ. ຄົນແບບນັ້ນຈະຈັດການກັບທຸກເລື່ອງດ້ວຍສິນທຳ ແລະ ຄວາມໜ້າເຊື່ອຖືຂອງພວກເຂົາ. ຖ້າຄົນທີ່ບໍ່ມີສິນທຳ ແລະ ບໍ່ມີຄວາມໜ້າເຊື່ອຖືເວົ້າວ່າ: “ຖ້າພຣະເຈົ້າມີພຣະບັນຊາບາງສິ່ງບາງຢ່າງໃຫ້ຂ້ອຍໂດຍກົງ, ຂ້ອຍໝັ້ນໃຈວ່າຂ້ອຍຈະຈັດການມັນໃຫ້ດີ”, ນັ້ນເປັນຄວາມຈິງບໍ? ມັນຄົງຈະເປັນການເວົ້າເກີນຈິງ ແລະ ຫຼອກລວງຄົນອື່ນແລ້ວ. ຖ້າຄົນເຮົາບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ຈະເຮັດໃຫ້ຄົນອື່ນໄວ້ວາງໃຈໄດ້ແນວໃດ? ນີ້ແມ່ນຄຳເວົ້າທີ່ວ່າງເປົ່າ, ມັນຄືກົນອຸບາຍ. ເມື່ອກ່ອນ ຢູ່ເຮືອນຂອງພຣະເຈົ້າເຄີຍລ້ຽງໝານ້ອຍສອງໂຕ ເພື່ອເຝົ້າສະຖານທີ່. ມີຄົນຖືກຈັດແຈງໃຫ້ເບິ່ງແຍງພວກມັນ ແລະ ລາວກໍເບິ່ງແຍງພວກມັນ ແລະ ຈັດການກັບພວກມັນຄືກັບວ່າພວກມັນເປັນໝາຂອງລາວເອງ. ຄົນຜູ້ນັ້ນບໍ່ໄດ້ມັກໝາປານໃດ, ແຕ່ລາວກໍເບິ່ງແຍງພວກມັນເປັນຢ່າງດີ. ເມື່ອໝາບໍ່ສະບາຍ, ລາວກໍຈະປິ່ນປົວພວກມັນ ແລະ ລາວກໍອາບນ້ຳໃຫ້ພວກມັນ ແລະ ໃຫ້ອາຫານພວກມັນກົງເວລາ. ລາວອາດຈະບໍ່ມັກໝາ, ແຕ່ລາວຖືເອົາການເບິ່ງແຍງໝາເຫຼົ່ານັ້ນເປັນພຣະບັນຊາທີ່ຖືກມອບໝາຍ ແລະ ເປັນຄວາມຮັບຜິດຊອບຂອງລາວ. ບໍ່ມີບາງສິ່ງບາງຢ່າງຢູ່ບ່ອນນັ້ນທີ່ຄວນມີຢູ່ໃນຄວາມເປັນມະນຸດບໍ? ລາວມີຄວາມເປັນມະນຸດ. ສະນັ້ນ, ລາວຈຶ່ງເຮັດສິ່ງນັ້ນໄດ້ດີ. ຕໍ່ມາ ໝາສອງໂຕນັ້ນກໍຕົກໄປຢູ່ໃນການເບິ່ງແຍງຂອງຄົນອື່ນ ແລະ ພາຍໃນໜຶ່ງເດືອນ, ພວກມັນກໍຈ່ອຍຜອມເປັນຕາອິຕົນ. ມັນເກີດຫຍັງຂຶ້ນ? ບໍ່ມີໃຜສົນໃຈ ຫຼື ສັງເກດເຫັນເມື່ອໝາບໍ່ສະບາຍ ແລະ ອາລົມທີ່ບໍ່ດີຂອງພວກມັນກໍສົ່ງຜົນກະທົບຕໍ່ຄວາມຢາກອາຫານຂອງພວກມັນ. ນັ້ນຄືສາເຫດທີ່ເຮັດໃຫ້ພວກມັນຈ່ອຍຜອມຫຼາຍ; ນັ້ນຄືວິທີທີ່ຄົນຜູ້ນັ້ນເບິ່ງແຍງພວກມັນ. ມີຄວາມແຕກຕ່າງລະຫວ່າງຜູ້ຄົນບໍ? (ມີ.) ຢູ່ບ່ອນໃດ? (ໃນຄວາມເປັນມະນຸດຂອງພວກເຂົາ.) ຄົນທີ່ເບິ່ງແຍງໝາໄດ້ດີນັ້ນເຂົ້າໃຈຄວາມຈິງຫຼາຍຂໍ້ບໍ? ບໍ່ຈຳເປັນຕ້ອງເປັນແນວນັ້ນ ແລະ ຄົນທີ່ເບິ່ງແຍງພວກມັນໄດ້ບໍ່ດີນັ້ນກໍບໍ່ຈຳເປັນຕ້ອງເປັນຄົນທີ່ເຊື່ອໃນພຣະເຈົ້າໃນເວລາທີ່ສັ້ນກວ່າ. ແລ້ວເປັນຫຍັງຈຶ່ງມີຄວາມແຕກຕ່າງກັນຫຼາຍລະຫວ່າງພວກເຂົາທັງສອງ? ເພາະລັກສະນະຂອງພວກເຂົາແຕກຕ່າງກັນ. ບາງຄົນກໍເປັນຕາໜ້າເຊື່ອຖື. ເມື່ອພວກເຂົາໃຫ້ຄຳສັນຍາກັບໃຜຜູ້ໜຶ່ງ, ພວກເຂົາກໍຈະສາມາດຮັບຜິດຊອບຕໍ່ຄໍາເວົ້າຂອງຕົນເອງໄດ້ໃນທີ່ສຸດ, ບໍ່ວ່າພວກເຂົາຈະມັກເຮັດສິ່ງນັ້ນ ຫຼື ບໍ່ກໍຕາມ. ເມື່ອພວກເຂົາຮັບໜ້າທີ່ມາແລ້ວ, ແນ່ນອນວ່າ ພວກເຂົາຈະເຮັດມັນໃຫ້ສຳເລັດເທື່ອລະບາດກ້າວ. ພວກເຂົາເຮັດໃຫ້ສົມກັບຄວາມໄວ້ວາງໃຈທີ່ຄົນອື່ນມອບໃຫ້ພວກເຂົາ ແລະ ພວກເຂົາກໍເຮັດສົມດັ່ງໃຈຂອງພວກເຂົາເອງ. ພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ດ້ວຍສິ່ງນັ້ນ, ພວກເຂົາຈຶ່ງວັດແທກທຸກສິ່ງທຸກຢ່າງ. ບາງຄົນບໍ່ມີສະຕິຮູ້ສຶກຜິດຊອບ. ພວກເຂົາຈະໃຫ້ຄຳສັນຍາ ແລ້ວກໍບໍ່ເຮັດຫຍັງເລີຍເພື່ອເຮັດໃຫ້ສຳເລັດຕາມນັ້ນໃນພາຍຫຼັງ. ພວກເຂົາບໍ່ໄດ້ເວົ້າວ່າ: “ພວກເຂົາເຊື່ອໃນຕົວຂ້ອຍ. ຂ້ອຍຕ້ອງເຮັດສິ່ງນັ້ນໃຫ້ດີ ເພື່ອຮັກສາຄວາມໄວ້ວາງໃຈຂອງພວກເຂົາ”. ນັ້ນບໍ່ແມ່ນຈິດໃຈທີ່ພວກເຂົາມີ ແລະ ນັ້ນກໍບໍ່ແມ່ນວິທີທີ່ພວກເຂົາຈະຄິດ. ນັ້ນບໍ່ແມ່ນຄວາມແຕກຕ່າງໃນຄວາມເປັນມະນຸດບໍ? ບອກເຮົາເບິ່ງວ່າ ຄົນທີ່ເຮັດໄດ້ດີນັ້ນພົບວ່າມັນຍາກລຳບາກບໍທີ່ຈະເຮັດແບບນັ້ນ? ພວກເຂົາບໍ່ໄດ້ພົບວ່າມັນອິດເມື່ອຍ ຫຼື ຍາກລຳບາກເກີນໄປ. ພວກເຂົາບໍ່ໄດ້ຄິດຈົນປວດຫົວເພື່ອພະຍາຍາມຫາວິທີເຮັດສິ່ງນັ້ນໃຫ້ດີ ແລະ ພວກເຂົາກໍບໍ່ໄດ້ອະທິຖານເລື້ອຍໆກ່ຽວກັບສິ່ງນັ້ນ. ພວກເຂົາຮູ້ຢູ່ໃນໃຈວ່າສິ່ງທີ່ເໝາະສົມທີ່ຕ້ອງເຮັດແມ່ນຫຍັງ. ສະນັ້ນ, ພວກເຂົາຈຶ່ງແບກຮັບພາລະນັ້ນ. ຄົນທີ່ບໍ່ເຕັມໃຈທີ່ຈະແບກຮັບພາລະກໍຍອມຮັບໜ້າທີ່ນັ້ນເຊັ່ນກັນ ແລະ ພົບວ່າມັນເປັນສິ່ງທີ່ໜ້າລຳຄານເມື່ອພວກເຂົາໄດ້ຮັບມັນມາ. ພວກເຂົາຈະຮູ້ສຶກລຳຄານເມື່ອໝາເຫົ່າ ແລະ ດ່າພວກມັນວ່າ: “ຈະເຫົ່າຫຍັງກະດໍ້ກະເດັ້ຍ! ຖ້າເຫົ່າອີກຈະເຕະໃຫ້ຕາຍເລີຍ!” ບໍ່ມີຄວາມແຕກຕ່າງຂອງຄວາມເປັນມະນຸດຢູ່ບ່ອນນີ້ບໍ? ມີ ແລະ ມັນກໍເປັນຄວາມແຕກຕ່າງທີ່ໃຫຍ່ຫຼວງ. ສຳລັບບາງຄົນ, ເມື່ອເຈົ້າມອບໝາຍບາງສິ່ງບາງຢ່າງໃຫ້ພວກເຂົາ, ພວກເຂົາກໍພົບວ່າມັນໜ້າລຳຄານ, ເປັນສິ່ງລົບກວນ, ວ່າເຈົ້າກຳລັງເຮັດໃຫ້ພວກເຂົາມີອິດສະຫຼະໜ້ອຍລົງ. “ວຽກອື່ນອີກບໍ? ຂ້ອຍມີວຽກຫຼາຍຢ່າງທີ່ຕ້ອງເຮັດຢູ່ແລ້ວ, ຂ້ອຍບໍ່ໄດ້ພຽງແຕ່ຢູ່ລ້າໆຢູ່ບ່ອນນີ້ເດີ້!” ດ້ວຍເຫດນັ້ນ, ພວກເຂົາຈຶ່ງສ້າງຂໍ້ອ້າງທຸກຮູບແບບເພື່ອປັດຄວາມຮັບຜິດຊອບໃນສິ່ງນັ້ນ, ເພື່ອແກ້ຕົວໃຫ້ກັບຕົນເອງທີ່ບໍ່ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ. ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ, ທັງບໍ່ໄດ້ກວດສອບຕົນເອງ, ແຕ່ກັບໃຫ້ເຫດຜົນ ແລະ ຂໍ້ອ້າງເພື່ອແກ້ຕົວໃຫ້ກັບຄວາມເປັນມະນຸດທີ່ບໍ່ດີຂອງພວກເຂົາ. ນີ້ຄືວິທີທີ່ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີປະພຶດຕົນ. ແລ້ວຄົນແບບນັ້ນສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ບໍ? (ບໍ່ໄດ້.) ເປັນຫຍັງຈຶ່ງບໍ່ໄດ້? ພວກເຂົາບໍ່ຮັກຄວາມຈິງ ແລະ ພວກເຂົາກໍບໍ່ຮັກສິ່ງທີ່ເປັນບວກ. ມັນບໍ່ແມ່ນແນວນັ້ນບໍ? ພວກເຂົາບໍ່ມີທັງຄວາມເປັນມະນຸດທີ່ປົກກະຕິ ແລະ ຄວາມເປັນຈິງຂອງສິ່ງທີ່ເປັນບວກ. ພວກເຂົາບໍ່ມີແກ່ນແທ້ນັ້ນຢູ່ພາຍໃນພວກເຂົາ. ສະນັ້ນ, ແມ່ນຫຍັງຄືຄວາມສຳພັນລະຫວ່າງຄວາມຈິງ ແລະ ຄວາມເປັນມະນຸດທີ່ປົກກະຕິ? ຕ້ອງມີຫຍັງຢູ່ພາຍໃນຄວາມເປັນມະນຸດຂອງຄົນຜູ້ໜຶ່ງ ເພື່ອໃຫ້ພວກເຂົາເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ປະຕິບັດຄວາມຈິງໄດ້? ກ່ອນອື່ນໝົດ ພວກເຂົາຕ້ອງມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາຕ້ອງມີທັດສະນະຄະຕິທີ່ຖືກຕ້ອງ, ຄວາມຄິດທີ່ຖືກຕ້ອງ ແລະ ມຸມມອງທີ່ຖືກຕ້ອງ. ມີພຽງແຕ່ສິ່ງເຫຼົ່ານີ້ເທົ່ານັ້ນທີ່ຄົນເຮົາຈຶ່ງຈະສາມາດມີຄວາມເປັນມະນຸດທີ່ປົກກະຕິໄດ້ ແລະ ມີພຽງແຕ່ການມີຄວາມເປັນມະນຸດທີ່ປົກກະຕິເທົ່ານັ້ນທີ່ຄົນເຮົາຈະສາມາດຍອມຮັບ ແລະ ປະຕິບັດຄວາມຈິງໄດ້.

2. ການຄຸ້ມຄອງສະພາບແວດລ້ອມສ່ວນຕົວຂອງຜູ້ຄົນ

ຂໍ້ທີສອງ: ການຄຸ້ມຄອງສະພາບແວດລ້ອມສ່ວນຕົວຂອງຜູ້ຄົນໃນຊີວິດປະຈຳວັນ. ຂໍ້ນີ້ກ່ຽວຂ້ອງກັບດ້ານໃດຂອງຄວາມເປັນມະນຸດທີ່ປົກກະຕິ? (ນັ້ນກໍຄືສະພາບແວດລ້ອມການດຳລົງຊີວິດຂອງຄົນເຮົາ.) ແລະ ສິ່ງນັ້ນປະກອບມີຫຍັງແດ່? ໂດຍຫຼັກແລ້ວມັນປະກອບມີສອງດ້ານໃຫຍ່ຄື: ສະພາບແວດລ້ອມທີ່ຜູ້ຄົນອາໄສຢູ່ ເຊິ່ງກວມເອົາພຽງແຕ່ຊີວິດສ່ວນຕົວຂອງພວກເຂົາ ແລະ ສະພາບແວດລ້ອມທາງສັງຄົມທີ່ພວກເຂົາເຂົ້າໄປພົວພັນຢູ່ເລື້ອຍໆ. ໂດຍສະເພາະແລ້ວສອງດ້ານໃຫຍ່ນີ້ປະກອບມີຫຍັງແດ່? ວິຖີຊີວິດຂອງຄົນເຮົາ ພ້ອມທັງການຈັດການດ້ານສຸຂະອະນາໄມ ແລະ ສະພາບແວດລ້ອມຂອງພວກເຂົາ. ເພື່ອແຍກຍ່ອຍລົງໄປຕື່ມອີກ, ວິຖີຊີວິດຂອງຄົນເຮົາປະກອບມີຫຍັງແດ່? ການເຮັດວຽກ ແລະ ການພັກຜ່ອນ, ອາຫານການກິນ ແລະ ສິ່ງຕ່າງໆເຊັ່ນ: ການຮັກສາສຸຂະພາບຂອງຕົນເອງໃນແຕ່ລະມື້ແລະ ຄວາມຮູ້ທົ່ວໄປກ່ຽວກັບຊີວິດປະຈຳວັນ. ພວກເຮົາຈະເລີ່ມຕົ້ນດ້ວຍຂໍ້ທຳອິດຄື: ການເຮັດວຽກ ແລະ ການພັກຜ່ອນ. ສິ່ງເຫຼົ່ານັ້ນຄວນເຮັດຢ່າງເປັນປົກກະຕິ ແລະ ຕາມເວລາທີ່ກຳນົດໄວ້. ນອກເໜືອຈາກສະຖານະການພິເສດ ເຊັ່ນ: ເມື່ອວຽກງານຂອງໃຜຄົນໜຶ່ງຮຽກຮ້ອງໃຫ້ຕ້ອງຢູ່ເດິກ ຫຼື ເຮັດວຽກລ່ວງເວລາ, ການເຮັດວຽກ ແລະ ການພັກຜ່ອນສ່ວນໃຫຍ່ແລ້ວຕ້ອງເປັນປົກກະຕິ ແລະ ຕາມເວລາທີ່ກຳນົດໄວ້. ນັ້ນຄືວິທີທີ່ຖືກຕ້ອງ. ມີບາງຄົນມັກນອນເດິກ. ພວກເຂົາບໍ່ນອນໃນຕອນກາງຄືນ ແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບສິ່ງຕ່າງໆສາລະພັດ. ພວກເຂົາບໍ່ນອນຈົນກວ່າຄົນອື່ນຈະຕື່ນ ແລະ ເລີ່ມເຮັດວຽກໃນຕອນເຊົ້າ ແລະ ເມື່ອຄົນອື່ນໄປນອນໃນຕອນກາງຄືນ, ນັ້ນກໍຄືຕອນທີ່ພວກເຂົາລຸກຂຶ້ນ ແລະ ເລີ່ມເຮັດວຽກ. ບໍ່ມີຄົນແບບນັ້ນບໍ? ມັກຈະແຕກຕ່າງຈາກຄົນອື່ນສະເໝີ, ເປັນຄົນພິເສດຢູ່ສະເໝີ, ຄົນດັ່ງກ່າວແມ່ນມີຄວາມສຳນຶກທີ່ບໍ່ຄ່ອຍສົມບູນປານໃດ. ຈັງຫວະຊີວິດຂອງທຸກຄົນໂດຍພື້ນຖານແລ້ວຄວນຈະສອດຄ່ອງກັນພາຍໃຕ້ສະຖານະການປົກກະຕິ, ຍົກເວັ້ນກໍລະນີພິເສດ. ຂໍ້ຕໍ່ໄປແມ່ນຫຍັງ? (ອາຫານການກິນ.) ຄວາມຕ້ອງການດ້ານອາຫານການກິນຂອງຄວາມເປັນມະນຸດທີ່ປົກກະຕິແມ່ນບັນລຸໄດ້ງ່າຍ, ແມ່ນບໍ? (ແມ່ນແລ້ວ.) ຂໍ້ນີ້ແມ່ນງ່າຍ. ເຖິງຢ່າງໃດກໍຕາມ, ຜູ້ຄົນບໍ່ໄດ້ມີມຸມມອງທີ່ຜິດໆບາງຢ່າງກ່ຽວກັບອາຫານການກິນບໍ? ບາງຄົນເວົ້າວ່າ “ພວກເຮົາເຊື່ອໃນພຣະເຈົ້າ ແລະ ທຸກສິ່ງລ້ວນແຕ່ຢູ່ໃນພຣະຫັດຂອງພຣະອົງ. ບໍ່ມີວິທີການກິນໃດທີ່ສາມາດທຳຮ້າຍກະເພາະອາຫານຂອງຄົນເຮົາໄດ້. ພວກເຮົາຈະກິນທຸກຢ່າງທີ່ພວກເຮົາມັກ, ຕາມຄວາມສະດວກຂອງພວກເຮົາ, ຢ່າງອິດສະຫຼະ. ມັນບໍ່ແມ່ນບັນຫາ ເພາະມີພຣະເຈົ້າປົກປ້ອງພວກເຮົາ”. ບໍ່ມີຄົນທີ່ມີຄວາມເຂົ້າໃຈແບບນີ້ບໍ? ບໍ່ມີບາງສິ່ງທີ່ບິດເບືອນເລັກນ້ອຍໃນເລື່ອງນີ້ບໍ? ຄວາມເຂົ້າໃຈແບບນັ້ນແມ່ນຜິດປົກກະຕິ; ຜູ້ທີ່ມີຄວາມເຂົ້າໃຈແບບນັ້ນແມ່ນມີຄວາມຄິດທີ່ບໍ່ປົກກະຕິ. ມີຄົນອື່ນໆທີ່ເອົາສາມັນສຳນຶກພື້ນຖານສຳລັບການດຳລົງຊີວິດໄປປົນເປກັບການຄຳນຶງເຖິງເນື້ອໜັງ. ພວກເຂົາເຊື່ອວ່າ ການໃສ່ໃຈກັບສາມັນສຳນຶກພື້ນຖານສຳລັບການດຳລົງຊີວິດຄືການຄຳນຶງເຖິງເນື້ອໜັງ. ບໍ່ມີຄົນທີ່ເຊື່ອແບບນັ້ນບໍ? (ມີ.) ຕົວຢ່າງ: ບາງຄົນມີບັນຫາກະເພາະອາຫານ ແລະ ບໍ່ກິນຂອງເຜັດ, ສິ່ງທີ່ກະຕຸ້ນ. ມີບາງຄົນທີ່ເວົ້າກັບພວກເຂົາວ່າ “ນັ້ນຄືຄວາມມັກໃນການກິນອາຫານຂອງເຈົ້າ; ເຈົ້າກຳລັງຄຳນຶງເຖິງເນື້ອໜັງ. ເຈົ້າຈຳເປັນຕ້ອງກະບົດຕໍ່ມັນ. ມີບາງສະຖານທີ່ທີ່ເຈົ້າຈະໄປ ເຊິ່ງອາຫານກໍເປັນແບບນັ້ນ ແລະ ເຈົ້າຈຳເປັນຕ້ອງກິນມັນ. ເຈົ້າຈະບໍ່ກິນໄດ້ແນວໃດ?” ບໍ່ມີຄົນທີ່ມີຄວາມເຂົ້າໃຈແບບນັ້ນບໍ? (ມີ.) ບາງຄົນບໍ່ສາມາດກິນບາງສິ່ງໄດ້ ແຕ່ກໍຍັງດື້ດຶງທີ່ຈະກິນມັນ, ເຊິ່ງເຮັດໃຫ້ພວກເຂົາຮູ້ສຶກບໍ່ສະບາຍ, ເພື່ອທີ່ຈະກະບົດຕໍ່ເນື້ອໜັງ. ເຮົາເວົ້າວ່າ “ເຈົ້າບໍ່ກິນກໍໄດ້ ຖ້າເຈົ້າບໍ່ຕ້ອງການ. ຈະບໍ່ມີໃຜກ່າວໂທດເຈົ້າ ຖ້າເຈົ້າບໍ່ກິນ”. ພວກເຂົາເວົ້າວ່າ “ບໍ່, ຂ້ານ້ອຍຕ້ອງກິນ!” ໃນກໍລະນີນັ້ນ, ຄວາມບໍ່ສະບາຍຂອງພວກເຂົາກໍສົມຄວນແລ້ວ. ພວກເຂົາຫາເລື່ອງໃສ່ຕົວເອງ. ພວກເຂົາຕັ້ງກົດລະບຽບໃຫ້ຕົນເອງ, ສະນັ້ນ ພວກເຂົາຈຶ່ງຕ້ອງຮັກສາກົດລະບຽບເຫຼົ່ານັ້ນເອງ. ແລ້ວການບໍ່ກິນສິ່ງນັ້ນຈະຜິດບໍ? (ບໍ່ຜິດ.) ມັນບໍ່ຜິດດອກ. ຄົນອື່ນໆທີ່ມີສະພາບສຸຂະພາບສະເພາະກໍແພ້ອາຫານບາງຊະນິດ. ພວກເຂົາຈຳເປັນຕ້ອງຫຼີກລ່ຽງສິ່ງເຫຼົ່ານັ້ນ ແລະ ບໍ່ກິນພວກມັນ. ບາງຄົນແພ້ໝາກເຜັດ ແລະ ສະນັ້ນຈຶ່ງບໍ່ຄວນກິນ, ແຕ່ກໍຍັງດື້ດຶງທີ່ຈະກິນ. ພວກເຂົາສືບຕໍ່ກິນພວກມັນ ໂດຍເຊື່ອວ່ານັ້ນຄືສິ່ງທີ່ໝາຍເຖິງການກະບົດຕໍ່ເນື້ອໜັງ. ນັ້ນບໍ່ແມ່ນຄວາມເຂົ້າໃຈທີ່ບິດເບືອນບໍ? ມັນແມ່ນແລ້ວ. ຖ້າພວກເຂົາບໍ່ເໝາະທີ່ຈະກິນບາງສິ່ງ, ພວກເຂົາກໍບໍ່ຄວນກິນມັນ. ພວກເຂົາຕໍ່ສູ້ກັບຮ່າງກາຍຂອງພວກເຂົາເພື່ອຫຍັງ? ນັ້ນບໍ່ແມ່ນຄວາມປະໝາດຂອງພວກເຂົາບໍ? (ແມ່ນແລ້ວ.) ບໍ່ຈຳເປັນຕ້ອງຮັກສາກົດລະບຽບນັ້ນໄວ້, ທັງບໍ່ຈຳເປັນຕ້ອງກະບົດຕໍ່ເນື້ອໜັງຂອງພວກເຂົາດ້ວຍວິທີນັ້ນ. ທຸກຄົນມີສະພາບຮ່າງກາຍຂອງຕົນເອງ: ບາງຄົນມີກະເພາະອາຫານທີ່ບໍ່ດີ; ບາງຄົນມີຫົວໃຈອ່ອນແອ; ບາງຄົນມີສາຍຕາທີ່ບໍ່ດີປານໃດ; ບາງຄົນມັກເຫື່ອອອກງ່າຍ; ບາງຄົນບໍ່ເຄີຍເຫື່ອອອກເລີຍ. ສະພາບຂອງແຕ່ລະຄົນແຕກຕ່າງກັນ; ເຈົ້າຕ້ອງປັບປ່ຽນໂດຍອີງໃສ່ສະພາບຂອງເຈົ້າເອງ. ປະໂຫຍກດຽວສາມາດແທນກໍລະນີເຫຼົ່ານີ້ໄດ້ຄື: ຈົ່ງຮຽນຮູ້ສາມັນສຳນຶກໃນຊີວິດໜ້ອຍໜຶ່ງ. “ສາມັນສຳນຶກ” ໃນທີ່ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າຈຳເປັນຕ້ອງຮູ້ວ່າການກິນອັນໃດທີ່ເປັນອັນຕະລາຍຕໍ່ເຈົ້າ ແລະ ການກິນອັນໃດທີ່ດີຕໍ່ເຈົ້າ. ຖ້າບາງສິ່ງມີລົດຊາດບໍ່ດີ ແຕ່ດີຕໍ່ສຸຂະພາບຂອງເຈົ້າ, ແລ້ວເຈົ້າກໍຕ້ອງກິນມັນ, ເພື່ອເຫັນແກ່ສຸຂະພາບຂອງເຈົ້າ; ຖ້າບາງສິ່ງມີລົດຊາດແຊບ ແຕ່ເຮັດໃຫ້ບໍ່ສະບາຍເມື່ອເຈົ້າກິນມັນ, ກໍຢ່າກິນມັນ. ນັ້ນຄືສາມັນສຳນຶກ. ນອກຈາກນັ້ນ, ຜູ້ຄົນຍັງຕ້ອງຮູ້ວິທີການຮັກສາສຸຂະພາບຕາມສາມັນສໍານຶກບາງຢ່າງ. ໃນສີ່ລະດູການຂອງປີ, ຈົ່ງປ່ອຍໃຫ້ເວລາ, ສະພາບອາກາດ ແລະ ລະດູການເປັນຕົວບົ່ງບອກສິ່ງທີ່ເຈົ້າກິນ, ນີ້ຄືຫຼັກການທີ່ສຳຄັນ. ຢ່າຕໍ່ສູ້ກັບຮ່າງກາຍຂອງເຈົ້າ, ນີ້ຄືຄວາມຄິດ ແລະ ຄວາມເຂົ້າໃຈທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ. ບາງຄົນເປັນລຳໄສ້ອັກເສບ ແລະ ທົນທຸກຈາກອາການຖອກທ້ອງເມື່ອພວກເຂົາກິນອາຫານທີ່ກະຕຸ້ນ. ສະນັ້ນ, ຢ່າກິນສິ່ງເຫຼົ່ານັ້ນ. ແຕ່ບາງຄົນເວົ້າວ່າ “ຂ້ານ້ອຍບໍ່ຢ້ານ. ພຣະເຈົ້າກຳລັງປົກປ້ອງຂ້ານ້ອຍ” ແລະ ຜົນທີ່ຕາມມາກໍຄື ພວກເຂົາຈຶ່ງທົນທຸກຈາກອາການຖອກທ້ອງຫຼັງຈາກກິນອາຫານ. ພວກເຂົາເຖິງກັບເວົ້າວ່າ ມັນເປັນຍ້ອນພຣະເຈົ້າກຳລັງເຮັດໃຫ້ພວກເຂົາຜ່ານການທົດສອບ ແລະ ຫຼໍ່ຫຼອມພວກເຂົາ. ພວກເຂົາບໍ່ແມ່ນຄົນທີ່ໄຮ້ສາລະບໍ? ຖ້າພວກເຂົາບໍ່ໄຮ້ສາລະ, ພວກເຂົາກໍເປັນຄົນຕະກະມູມມາມທີ່ໜ້າຢ້ານກົວ ເຊິ່ງກິນໂດຍບໍ່ຄຳນຶງເຖິງຜົນທີ່ຈະຕາມມາ. ຄົນດັ່ງກ່າວມີບັນຫາຫຼາຍຢ່າງ. ພວກເຂົາບໍ່ສາມາດຄວບຄຸມຄວາມຢາກອາຫານຂອງພວກເຂົາໄດ້ ແຕ່ເວົ້າວ່າ “ຂ້ານ້ອຍບໍ່ຢ້ານ. ພຣະເຈົ້າກຳລັງປົກປ້ອງຂ້ານ້ອຍ!” ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບບັນຫານີ້ເປັນແນວໃດ? ມັນບິດເບືອນ; ພວກເຂົາບໍ່ເຂົ້າໃຈຄວາມຈິງ ແຕ່ກໍຍັງພະຍາຍາມນຳໃຊ້ມັນຢ່າງຫຼັບຫູຫຼັບຕາ. ພວກເຂົາເປັນລຳໄສ້ອັກເສບແຕ່ກິນແບບບໍ່ເລືອກ ແລະ ເມື່ອພວກເຂົາເກີດອາການຖອກທ້ອງເປັນຜົນຕາມມາ, ການທີ່ພວກເຂົາເວົ້າວ່າ ມັນເປັນຍ້ອນພຣະເຈົ້າກຳລັງເຮັດໃຫ້ພວກເຂົາຜ່ານການທົດສອບ ແລະ ຫຼໍ່ຫຼອມພວກເຂົາ, ນັ້ນບໍ່ແມ່ນການນຳໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາບໍ? ການທີ່ຄົນໄຮ້ສາລະແບບນັ້ນເວົ້າເລື່ອງທີ່ໄຮ້ສາລະແບບນັ້ນ, ນັ້ນບໍ່ແມ່ນການໝິ່ນປະໝາດພຣະເຈົ້າບໍ? ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຄົນທີ່ປັນຕາຕະຫຼົກແບບນັ້ນບໍ? (ບໍ່.) ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າກໍຕ້ອງບໍ່ນຳໃຊ້ກົດລະບຽບກັບສິ່ງຕ່າງໆຢ່າງຫຼັບຫູຫຼັບຕາ. ພຣະເຈົ້າຈະເຮັດໃຫ້ຜູ້ໃດຜູ້ໜຶ່ງປະເຊີນກັບການທົດສອບໂດຍບໍ່ເລືອກປະຕິບັດບໍ? ແນ່ນອນວ່າບໍ່. ເຈົ້າຍັງບໍ່ມີຄຸນສົມບັດສຳລັບສິ່ງນັ້ນເລີຍ; ຄວາມເຕີບໂຕຂອງເຈົ້າຍັງບໍ່ເຖິງຂັ້ນນັ້ນ ແລະ ສະນັ້ນ, ພຣະເຈົ້າຈະບໍ່ເຮັດໃຫ້ເຈົ້າຜ່ານການທົດສອບ. ຄົນທີ່ບໍ່ຮູ້ວ່າອາຫານອັນໃດຈະເຮັດໃຫ້ພວກເຂົາເຈັບປ່ວຍຄືຄົນໂງ່ທີ່ມີສະຕິປັນຍາທີ່ບໍ່ສົມບູນ. ຄົນທີ່ມີຄວາມມີເຫດຜົນ ແລະ ສະຕິປັນຍາທີ່ບໍ່ສົມບູນຈະສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ບໍ? ພວກເຂົາສາມາດເຂົ້າໃຈຄວາມຈິງໄດ້ບໍ? (ບໍ່ໄດ້.) ແລ້ວພຣະເຈົ້າຈະເຮັດໃຫ້ຄົນແບບນັ້ນຜ່ານການທົດສອບບໍ? ບໍ່, ພຣະອົງຈະບໍ່ເຮັດ. ນັ້ນຄືການທີ່ຂາດເຫດຜົນ ແລະ ເວົ້າຈາໄຮ້ສາລະ. ມີຫຼັກການໃນການທົດສອບຜູ້ຄົນຂອງພຣະເຈົ້າ; ສິ່ງເຫຼົ່ານັ້ນແນເປົ້າໝາຍໄປທີ່ຜູ້ທີ່ຮັກຄວາມຈິງ ແລະ ໄລ່ຕາມມັນ, ໄປທີ່ຜູ້ທີ່ພຣະເຈົ້າຈະນຳໃຊ້ ແລະ ຜູ້ທີ່ສາມາດເປັນພະຍານໃຫ້ແກ່ພຣະອົງ. ພຣະອົງເຮັດໃຫ້ຜູ້ທີ່ມີຄວາມເຊື່ອຢ່າງແທ້ຈິງ ເຊິ່ງສາມາດຕິດຕາມພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງຜ່ານການທົດສອບ. ບໍ່ມີຜູ້ໃດທີ່ສະແຫວງຫາພຽງແຕ່ຄວາມສະດວກສະບາຍ ແລະ ຄວາມເພີດເພີນ ແລະ ບໍ່ໄລ່ຕາມຄວາມຈິງເລີຍ ແລະ ແນ່ນອນວ່າບໍ່ມີຜູ້ໃດທີ່ມີການຢັ່ງຮູ້ສິ່ງຕ່າງໆທີ່ບິດເບືອນ, ທີ່ຈະມີພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອເປັນເຊັ່ນນັ້ນ, ພຣະເຈົ້າຈະເຮັດໃຫ້ພວກເຂົາຜ່ານການທົດສອບບໍ? ມັນເປັນໄປບໍ່ໄດ້ເລີຍ.

ບາງຄົນສາມາດເຂົ້າເຖິງຢາສະໝຸນໄພຈີນ ຫຼື ອາຫານເສີມເພື່ອສຸຂະພາບ ເຊິ່ງພວກເຂົາກິນແບບຊະຊາຍ. ແມ່ຍິງບາງຄົນມັກຈະທາສິ່ງຕ່າງໆທີ່ປົກປ້ອງຜິວພັນ, ສິ່ງທີ່ເຮັດໃຫ້ຜິວຂາວ ແລະ ເຄັ່ງຕຶງໃສ່ໜ້າຂອງພວກເຂົາຢູ່ສະເໝີ. ພວກເຂົາຈະໃຊ້ເວລາສອງຊົ່ວໂມງໃນແຕ່ລະມື້ເພື່ອແຕ່ງໜ້າ ແລະ ສາມຊົ່ວໂມງເພື່ອລ້າງມັນອອກ ແລະ ໃນທີ່ສຸດກໍທຳລາຍຜິວໜັງຂອງພວກເຂົາຈົນຈື່ບໍ່ໄດ້. ພວກເຂົາເຖິງກັບເວົ້າວ່າ “ບໍ່ມີໃຜສາມາດເອົາຊະນະກົດເກນທຳມະຊາດຂອງຄວາມງາມທີ່ເຊື່ອມຖອຍໄປຕາມອາຍຸໄດ້, ຈົ່ງເບິ່ງຜິວໜັງທີ່ເຖົ້າແກ່ຂອງຂ້ານ້ອຍນີ້ແມ່!” ຄວາມຈິງກໍຄື ພວກເຂົາຈະບໍ່ເບິ່ງເຖົ້າປານນັ້ນ ຖ້າພວກເຂົາບໍ່ໄດ້ເອົາແຕ່ຫຍຸ້ງກັບໃບໜ້າຂອງພວກເຂົາຢູ່ເລື້ອຍໆ, ມັນເປັນການທາຜະລິດຕະພັນເຫຼົ່ານັ້ນນັ້ນເອງທີ່ເຮັດໃຫ້ພວກເຂົາເຖົ້າແກ່. ພວກເຈົ້າຄິດແນວໃດກັບເລື່ອງນັ້ນ? (ພວກເຂົາຫາເລື່ອງໃສ່ຕົວເອງ.) ສົມນໍ້າໜ້າພວກເຂົາແລ້ວ! ມີຄວາມຮູ້ສາມັນສຳນຶກບາງຢ່າງສຳລັບການດຳລົງຊີວິດໃນຄວາມເປັນມະນຸດທີ່ປົກກະຕິ ແລະ ຄົນເຮົາຈຳເປັນຕ້ອງກຳແໜ້ນມັນໃຫ້ໄດ້ ເຊັ່ນ: ຄວາມຮູ້ທົ່ວໄປກ່ຽວກັບການຮັກສາສຸຂະພາບຂອງຕົນ ແລະ ການປ້ອງກັນການເຈັບປ່ວຍ: ຕົວຢ່າງຄື ຕີນເຢັນມີແນວໂນ້ມທີ່ຈະເຮັດໃຫ້ເຈັບຫຼັງ ຫຼື ຄົນເຮົາຄວນປິ່ນປົວອາການສາຍຕາຍາວໃນໄລຍະເລີ່ມຕົ້ນແນວໃດ ຫຼື ການນັ່ງຢູ່ໜ້າຈໍຄອມພິວເຕີດົນເກີນໄປມີຜົນເສຍຫາຍແນວໃດ. ຄົນເຮົາຄວນເຂົ້າໃຈສາມັນສຳນຶກໃນການເບິ່ງແຍງສຸຂະພາບຂອງພວກເຂົາແບບນັ້ນໜ້ອຍໜຶ່ງ. ບາງຄົນອາດຈະເວົ້າວ່າ “ການເຊື່ອໃນພຣະເຈົ້າ, ເຈົ້າພຽງແຕ່ຄວນອ່ານພຣະທຳຂອງພຣະອົງ. ການຮຽນຮູ້ເລື່ອງສາມັນສຳນຶກກ່ຽວກັບການດູແລສຸຂະພາບທັງໝົດນັ້ນຈະມີປະໂຫຍດຫຍັງ? ອາຍຸໄຂຂອງຄົນເຮົາຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າແລ້ວ; ຄວາມຮູ້ດ້ານການດູແລສຸຂະພາບຫຼາຍສໍ່າໃດກໍຈະບໍ່ຊ່ວຍຫຍັງໄດ້. ເມື່ອຮອດເວລາທີ່ເຈົ້າຕ້ອງຕາຍ, ບໍ່ມີໃຜສາມາດຊ່ວຍເຈົ້າໃຫ້ລອດພົ້ນໄດ້”. ສິ່ງນີ້ເບິ່ງຄືວ່າຖືກຕ້ອງເມື່ອຟັງເບິ່ງຜິວເຜີນ, ແຕ່ໃນຄວາມເປັນຈິງແລ້ວ, ມັນເປັນເລື່ອງທີ່ຂ້ອນຂ້າງໄຮ້ສາລະ. ມັນເປັນສິ່ງທີ່ຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານຈະເວົ້າ. ພວກເຂົາຮຽນຮູ້ທີ່ຈະທ່ອງຄຳເວົ້າຕ່າງໆໃຫ້ຂຶ້ນໃຈແລະ ຫຼັກຄຳສອນທີ່ຊໍ້າຊາກ ແລະ ເບິ່ງຄືວ່າມີລັກສະນະຝ່າຍວິນຍານ, ໃນຂະນະທີ່ຄວາມຈິງແລ້ວ, ພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້ທີ່ບໍລິສຸດເລີຍ. ພວກເຂົາພະຍາຍາມນຳໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ, ໂດຍເວົ້າໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້, ປາສະຈາກການປະຕິບັດຄວາມຈິງໃດໆເລີຍ. ຕົວຢ່າງ: ບາງຄົນອາດຈະບອກພວກເຂົາວ່າ ໂຈ໊ກສາລີມີຄຸນຄ່າທາງອາຫານ, ມັນດີຕໍ່ສຸຂະພາບ. ສິ່ງນັ້ນຈະບໍ່ເຂົ້າຫູພວກເຂົາ. ແຕ່ທັນທີທີ່ພວກເຂົາໄດ້ຍິນຄົນເວົ້າວ່າ ຊີ້ນໝູຕົ້ມພະໂລ້ດີຕໍ່ສຸຂະພາບ, ພວກເຂົາກໍຈະກິນມັນຈົນອີ່ມໃນຄັ້ງຕໍ່ໄປທີ່ພວກເຂົາເຫັນມັນ, ໂດຍເວົ້າໃນຂະນະທີ່ພວກເຂົາກຳລັງຫຍໍ້າຢູ່ວ່າ “ຂ້ອຍຈະເຮັດແນວໃດໄດ້?, ກໍຕ້ອງກິນສິ່ງນີ້; ມັນເພື່ອສຸຂະພາບຂອງຂ້ອຍ!” ນັ້ນບໍ່ແມ່ນຄຳເວົ້າທີ່ຫຼອກລວງບໍ? (ແມ່ນແລ້ວ.) ມັນຄືການຫຼອກລວງ. ການມີສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ, ການຮູ້ສິ່ງທີ່ຜູ້ຄົນຄວນຮູ້, ການຮູ້ວ່າມີຫຍັງແດ່ທີ່ຄວນຮູ້ໃນໄລຍະຂອງຊີວິດທີ່ສອດຄ່ອງກັບອາຍຸຂອງເຈົ້າ, ນັ້ນຄືສິ່ງທີ່ໝາຍເຖິງການມີຄວາມເປັນມະນຸດທີ່ປົກກະຕິ. ບາງຄົນທີ່ຢູ່ໃນໄວຊາວປີກິນແບບບໍ່ເລືອກ. ພວກເຂົາຈະກິນນໍ້າກ້ອນໃນມື້ທີ່ໜາວເຢັນ. ຜູ້ອາວຸໂສຂອງພວກເຂົາຮູ້ສຶກຢ້ານເມື່ອເຫັນແນວນັ້ນ ແລະ ຕັກເຕືອນໃຫ້ພວກເຂົາຢຸດ, ໂດຍບອກພວກເຂົາວ່າ ພວກເຂົາຈະເຈັບກະເພາະ. ພວກເຂົາເວົ້າວ່າ “ເຈັບກະເພາະບໍ? ຂ້ອຍບໍ່ເປັນຫຍັງດອກ, ເບິ່ງແມະ: ຮ່າງກາຍຂອງຂ້ອຍແຂງແຮງດີ!” ພວກເຂົາບໍ່ຮູ້ກ່ຽວກັບສິ່ງເຫຼົ່ານີ້ໃນຊ່ວງອາຍຸຂອງພວກເຂົາ. ລໍຖ້າຈົນກວ່າພວກເຂົາອາຍຸສີ່ສິບປີ; ລອງເອົານໍ້າກ້ອນໃຫ້ພວກເຂົາກິນເບິ່ງ. ພວກເຂົາຈະກິນມັນບໍ? (ບໍ່ກິນ) ແລະ ເມື່ອພວກເຂົາອາຍຸຫົກສິບປີ, ລືມເລື່ອງການກິນນໍ້າກ້ອນໄປໄດ້ເລີຍ, ພວກເຂົາຈະຢ້ານທີ່ຈະເຂົ້າໃກ້ມັນ. ຄວາມເຢັນຂອງມັນຈະຮຸນແຮງເກີນກວ່າທີ່ຮ່າງກາຍຂອງພວກເຂົາຈະທົນໄດ້. ນັ້ນເອີ້ນວ່າປະສົບການ ຄືການຮຽນຮູ້ບົດຮຽນຊີວິດ. ຖ້າຄົນອາຍຸຫົກສິບປີຍັງບໍ່ຮູ້ວ່າກະເພາະຂອງພວກເຂົາບໍ່ສາມາດຮັບນໍ້າກ້ອນຫຼາຍເກີນໄປໄດ້, ວ່າຮ່າງກາຍຂອງພວກເຂົາທົນບໍ່ໄດ້, ວ່າມັນຈະເຮັດໃຫ້ພວກເຂົາເຈັບປ່ວຍ, ແລ້ວສິ່ງນັ້ນເອີ້ນວ່າແນວໃດ? ພວກເຂົາຂາດຄວາມເປັນມະນຸດທີ່ປົກກະຕິບໍ? ພວກເຂົາຂາດປະສົບການໃນການດຳລົງຊີວິດ. ຖ້າຄົນອາຍຸຫົກສິບກວ່າປີຍັງບໍ່ຮູ້ວ່າຄວາມເຢັນບໍ່ດີຕໍ່ຫຼັງ, ວ່າຕີນເຢັນເຮັດໃຫ້ເຈັບຫຼັງ, ແລ້ວພວກເຂົາຈະດຳລົງຊີວິດໃນຊ່ວງຫົກສິບກວ່າປີເຫຼົ່ານັ້ນມາໄດ້ແນວໃດ? ພວກເຂົາຄົງຈະດຳລົງຊີວິດແບບຜ່ານໆໄປແຕ່ລະມື້. ບາງຄົນເຂົ້າໃຈຫຼາຍຢ່າງກ່ຽວກັບສາມັນສຳນຶກໃນຊີວິດ ເມື່ອພວກເຂົາອາຍຸເຂົ້າສີ່ສິບປີ ເຊັ່ນ: ຄວາມຮູ້ສາມັນສໍານຶກພື້ນຖານກ່ຽວກັບສຸຂະພາບ ແລະ ພວກເຂົາມີມຸມມອງທີ່ຖືກຕ້ອງບາງຢ່າງກ່ຽວກັບວັດຖຸສິ່ງຂອງ, ເງິນທອງ ແລະ ວຽກງານ ແລະ ກ່ຽວກັບຍາດພີ່ນ້ອງຂອງພວກເຂົາ ແລະ ວຽກງານຕ່າງໆຂອງໂລກ ແລະ ຊີວິດ ແລະ ອື່ນໆ. ພວກເຂົາມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບສິ່ງເຫຼົ່ານີ້ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ເຊື່ອໃນພຣະເຈົ້າ, ພວກເຂົາກໍຍັງເຂົ້າໃຈສິ່ງເຫຼົ່ານີ້ໄດ້ດີກວ່າຜູ້ທີ່ມີອາຍຸນ້ອຍກວ່າພວກເຂົາເລັກໜ້ອຍ. ເຫຼົ່ານີ້ຄືຄົນທີ່ມີສໍານຶກໃນສິ່ງທີ່ຖືກ ແລະ ຜິດ ເຊິ່ງຄວາມຄິດຂອງພວກເຂົາແມ່ນປົກກະຕິ. ໃນໄລຍະສອງທົດສະວັດທີ່ພວກເຂົາໄດ້ດຳລົງຊີວິດມາຕັ້ງແຕ່ໄວຊາວປີ, ພວກເຂົາໄດ້ເຂົ້າໃຈຫຼາຍສິ່ງຫຼາຍຢ່າງ, ເຊິ່ງບາງຢ່າງກໍໃກ້ຄຽງກັບຄວາມຈິງ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາເປັນຄົນທີ່ມີຄວາມສາມາດໃນການຢັ່ງຮູ້, ເປັນຄົນທີ່ມີຄວາມສາມາດທີ່ດີ. ແລະ ຖ້າພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ, ການເຂົ້າສູ່ຄວາມເປັນຈິງຄວາມຈິງຂອງພວກເຂົາກໍຈະມາເຖິງໄວກວ່າຫຼາຍ, ເພາະວ່າພວກເຂົາຈະມີປະສົບການຫຼາຍຢ່າງໃນຊ່ວງຊາວປີເຫຼົ່ານັ້ນ ແລະ ໄດ້ຮັບສິ່ງທີ່ເປັນດ້ານບວກຈຳນວນໜຶ່ງ. ປະສົບການຂອງພວກເຂົາຈະສອດຄ່ອງກັບຄວາມເປັນຈິງຄວາມຈິງທີ່ພຣະເຈົ້າກ່າວເຖິງ. ເຖິງຢ່າງໃດກໍຕາມ, ຖ້າຄົນຜູ້ນັ້ນຂາດແຄນຫຼາຍຢ່າງໃນຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຂົາບໍ່ມີມຸມມອງທີ່ຖືກຕ້ອງ ຫຼື ຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ, ຍິ່ງໄປກວ່ານັ້ນຄືຂາດສະຕິປັນຍາຂອງຄວາມເປັນມະນຸດທີ່ປົກກະຕິກ່ຽວກັບຊີວິດ ແລະ ກ່ຽວກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເກີດຂຶ້ນໃນຊ່ວງຊາວປີເຫຼົ່ານັ້ນ, ແລ້ວພວກເຂົາກໍຄົງຈະດຳລົງຊີວິດໃນຊ່ວງຫຼາຍປີເຫຼົ່ານັ້ນໂດຍບໍ່ມີປະໂຫຍດ. ໃນຫຼາຍສະຖານທີ່ທີ່ເຮົາເຄີຍໄປ, ເຮົາພົບວ່າເອື້ອຍນ້ອງທີ່ອາວຸໂສບາງຄົນບໍ່ຮູ້ວິທີເຮັດອາຫານ. ພວກເຂົາແມ່ນແຕ່ບໍ່ສາມາດວາງແຜນການກິນອາຫານທີ່ສົມດຸນໄດ້. ພວກເຂົາເອົາສິ່ງທີ່ຄວນຂົ້ວໄປເຮັດແກງ ແລະ ເອົາສິ່ງທີ່ຄວນໃສ່ໃນແກງໄປຂົ້ວ. ຜົນຜະລິດມີການປ່ຽນແປງໄປຕາມລະດູການ, ແຕ່ກໍຍັງມີອາຫານພຽງສອງສາມຢ່າງແບບເກົ່າຢູ່ເທິງໂຕະຂອງພວກເຂົາສະເໝີ. ເກີດຫຍັງຂຶ້ນຢູ່ບ່ອນນັ້ນ? ນັ້ນຄືການຂາດສະຕິປັນຍາຢ່າງແທ້ຈິງ, ແມ່ນບໍ? ພວກເຂົາກຳລັງຂາດຄວາມສາມາດຂອງຄວາມເປັນມະນຸດທີ່ປົກກະຕິ. ພວກເຂົາແມ່ນແຕ່ບໍ່ສາມາດປຸງແຕ່ງວັດຖຸດິບຕ່າງໆທີ່ພວກເຂົາພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ ເຊັ່ນ: ຜັກກະຫຼໍ່າແລະ ມັນຝຣັ່ງ. ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກງານທີ່ງ່າຍດາຍທີ່ສຸດ ແລະ ບໍ່ສາມາດເຮັດໃຫ້ສຳເລັດໄດ້. ພວກເຂົາໃຊ້ຊີວິດແບບຜ່ານໆໄປແຕ່ລະມື້ໃນໄລຍະຫ້າສິບ ຫຼື ຫົກສິບປີທີ່ຜ່ານມາໄດ້ແນວໃດ? ເປັນໄປໄດ້ແທ້ໆບໍທີ່ໃຈຂອງພວກເຂົາບໍ່ໄດ້ຮຽກຮ້ອງຫຍັງຈາກຊີວິດຂອງພວກເຂົາເລີຍ? ຖ້າບາງຄົນບໍ່ສາມາດຖອດຖອນປະສົບການຈາກສິ່ງໃດກໍຕາມທີ່ພວກເຂົາເຮັດ, ແລ້ວໜ້າທີ່ໃດທີ່ຄົນແບບນັ້ນຈະສາມາດເຮັດໄດ້ດີ? ຄວາມຈິງກໍຄື ຜູ້ຄົນສາມາດຮຽນຮູ້ທີ່ຈະເຮັດສິ່ງຕ່າງໆໄດ້, ຖ້າພວກເຂົາພຽງແຕ່ຕັ້ງໃຈ ແລະ ຝຶກຝົນເປັນເວລາໄລຍະໜຶ່ງ. ຖ້າບາງຄົນຍັງບໍ່ສາມາດເຮັດສິ່ງໃດໜຶ່ງໄດ້ ຫຼັງຈາກທີ່ໄດ້ຮຽນຮູ້ມາເປັນເວລາຫຼາຍປີ, ສະຕິປັນຍາ ແລະ ຄວາມສາມາດຂອງພວກເຂົາກໍຕ້ອງບໍ່ໄດ້ເລື່ອງແທ້ໆ!

ຕອນນີ້ໃຫ້ພວກເຮົາມາໂອ້ລົມກັນໜ້ອຍໜຶ່ງກ່ຽວກັບການຈັດການດ້ານສຸຂະອະນາໄມ. ເມື່ອບໍ່ດົນມານີ້ ເຮົາໄດ້ໄປສະຖານທີ່ສອງແຫ່ງ ເຊິ່ງບໍລິເວນອ້ອມຮອບເຮືອນເປິະເປື້ອນໄປໝົດ. ທຸກຢ່າງເຄີຍເປັນລະບຽບຮຽບຮ້ອຍດີຢູ່ບ່ອນນັ້ນ, ແລ້ວສະຖານທີ່ເຫຼົ່ານັ້ນຈຶ່ງກາຍເປັນ “ຄອກໝູ” ແບບນັ້ນໄດ້ແນວໃດ? ເຫດຜົນກໍຄື ຜູ້ຄົນຢູ່ບ່ອນນັ້ນບໍ່ຮູ້ຈັກຈັດການສິ່ງຕ່າງໆໃຫ້ເປັນລະບຽບ. ພວກເຂົາບໍ່ມີຈິດສຳນຶກ ແລະ ຂໍ້ກຳນົດດ້ານສຸຂະອະນາໄມຂອງຄວາມເປັນມະນຸດທີ່ປົກກະຕິ. ມັນບໍ່ແມ່ນພຽງແຕ່ວ່າພວກເຂົາຂີ້ຄ້ານ; ນອກເໜືອຈາກນັ້ນ, ພວກເຂົາກໍຄຸ້ນເຄີຍກັບການດຳລົງຊີວິດໃນສະພາບແບບນັ້ນ. ພວກເຂົາຖິ້ມຂີ້ເຫຍື້ອລົງພື້ນ ແລະ ວາງສິ່ງຂອງໄວ້ທົ່ວທີບໂດຍບໍ່ມີກົດເກນ ຫຼື ຂໍ້ຈຳກັດ. ເມື່ອພວກເຂົາອະນາໄມສະຖານທີ່ໃດໜຶ່ງແລ້ວ, ພວກເຂົາສາມາດຮັກສາມັນໃຫ້ສະອາດໄດ້ພຽງມື້ໜຶ່ງ ຫຼື ສອງມື້; ສອງສາມມື້ຕໍ່ມາ, ມັນກໍເປິະເປື້ອນ ແລະ ສົກກະປົກຈົນເບິ່ງບໍ່ໄດ້. ບອກເຮົາມາເບິ່ງວ່າ ສະພາບແວດລ້ອມແບບນັ້ນເອີ້ນວ່າແນວໃດ? ແລ້ວຜູ້ຄົນຢູ່ບ່ອນນັ້ນຍັງສາມາດກິນຢ່າງແຊບນົວ ແລະ ນອນຫຼັບໃນສະພາບແບບນັ້ນໄດ້. ຄົນເຫຼົ່ານັ້ນແມ່ນຄົນປະເພດໃດ? ພວກເຂົາຄືກັນກັບໝູ, ແມ່ນບໍ? ພວກເຂົາບໍ່ມີຈິດສຳນຶກ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບສຸຂະອະນາໄມ, ກ່ຽວກັບສະພາບແວດລ້ອມຂອງພວກເຂົາ, ກ່ຽວກັບໂຄງສ້າງ, ກ່ຽວກັບການຈັດການ. ພວກເຂົາບໍ່ສັງເກດເຫັນມັນເລີຍ, ບໍ່ວ່າມັນຈະສົກກະປົກ ຫຼື ເປິະເປື້ອນສໍ່າໃດກໍຕາມ. ມັນບໍ່ໄດ້ລົບກວນພວກເຂົາ; ພວກເຂົາບໍ່ໄດ້ກັງວົນ ແລະ ບໍ່ຮູ້ສຶກເດືອດຮ້ອນຫຍັງກັບມັນ. ພວກເຂົາສືບຕໍ່ດຳລົງຊີວິດຄືທີ່ຜ່ານມາ, ບໍ່ເລືອກຢູ່ເລືອກກິນ ແລະ ບໍ່ມີຄວາມຮຽກຮ້ອງໃດໆ. ບາງສະຖານທີ່ກໍເບິ່ງແຍງສຸຂະອະນາໄມ ແລະ ສະພາບແວດລ້ອມຂອງພວກເຂົາເປັນຢ່າງດີ ແລະ ເຈົ້າອາດຈະຄິດວ່າຜູ້ຄົນຢູ່ບ່ອນນັ້ນໃສ່ໃຈຄວາມສະອາດ, ວ່າພວກເຂົາຮູ້ຈັກຈັດການສະພາບແວດລ້ອມອ້ອມຕົວຂອງພວກເຂົາ ແຕ່ບໍ່ມີໃຜຮູ້ຈົນກວ່າຈະມີການກວດກາແບບບໍ່ແຈ້ງລ່ວງໜ້າວ່າ ພວກເຂົາໄດ້ສົ່ງຄົນມາກ່ອນລ່ວງໜ້າກ່ອນການກວດກາເພື່ອທຳຄວາມສະອາດສະຖານທີ່ນັ້ນ. ຖ້າເຈົ້າບອກພວກເຂົາວ່າເຈົ້າຈະມາລ່ວງໜ້າ, ສະຖານທີ່ນັ້ນກໍຮັບປະກັນໄດ້ວ່າຈະສະອາດ; ຖ້າເຈົ້າໄປໂດຍບໍ່ເຕືອນພວກເຂົາ, ເຈົ້າກໍຈະພົບກັບສະພາບແວດລ້ອມທີ່ແຕກຕ່າງ ເຊິ່ງແນ່ນອນວ່າຈະສົກກະປົກ ແລະ ເປິະເປື້ອນ. ຫ້ອງຂອງເດັກຍິງບາງຄົນມີເຄື່ອງນຸ່ງ ແລະ ເກີບຖິ້ມຊະຊາຍໄວ້ ແລະ ຢູ່ທາງນອກ, ເຄື່ອງມືທີ່ໃຊ້ເຮັດວຽກເຊັ່ນ: ຈົກ ແລະ ສຽມ ກໍຖືກກອງລວມກັນກັບເຄື່ອງນຸ່ງ. ບາງຄົນຢູ່ບ່ອນນັ້ນອາດຈະເວົ້າວ່າ ພວກເຂົາຫຍຸ້ງຫຼາຍຈົນບໍ່ມີເວລາອະນາໄມ. ພວກເຂົາຫຍຸ້ງຫຼາຍຂະໜາດນັ້ນບໍ? ພວກເຂົາບໍ່ມີເວລາແມ່ນແຕ່ຈະຫາຍໃຈເລີຍບໍ? ຖ້າພວກເຂົາບໍ່ມີເວລາຫາຍໃຈ, ແລ້ວນັ້ນກໍຄືຫຍຸ້ງແທ້ ແຕ່ແນ່ນອນວ່າພວກເຂົາບໍ່ໄດ້ຫຍຸ້ງຂະໜາດນັ້ນ, ແມ່ນບໍ? ການຈັດການພື້ນທີ່ຂອງພວກເຂົາແມ່ນຍາກຫຍັງ? ການຮັກສາສະພາບແວດລ້ອມທີ່ສະອາດ, ເປັນລະບຽບຮຽບຮ້ອຍແມ່ນໜັກໜາຫຍັງ? ສິ່ງນີ້ກ່ຽວຂ້ອງກັບຄວາມເປັນມະນຸດບໍ? ເປັນຫຍັງຜູ້ຄົນຈຶ່ງມັກອາໄສຢູ່ໃນ “ຄອກໝູ” ຫຼາຍຂະໜາດນັ້ນ? ເປັນຫຍັງພວກເຂົາຈຶ່ງສະບາຍໃຈໃນສະພາບແວດລ້ອມແບບນັ້ນ? ພວກເຂົາບໍ່ມີປະຕິກິລິຍາຕໍ່ສະພາບແວດລ້ອມແບບນັ້ນເລີຍໄດ້ແນວໃດ? ເກີດຫຍັງຂຶ້ນຢູ່ບ່ອນນັ້ນ? ສາເຫດຂອງສະພາບແວດລ້ອມທີ່ຖືກຈັດການບໍ່ດີແມ່ນຫຍັງ? ຖ້າເຮົາໄປສະຖານທີ່ໃດໜຶ່ງເປັນບາງຄັ້ງຄາວ ແລະ ບອກພວກເຂົາລ່ວງໜ້າ, ພວກເຂົາກໍຈະເຮັດໃຫ້ມັນສະອາດໝົດຈົດ ແຕ່ພວກເຂົາຈະເຊົາອະນາໄມຖ້າເຮົາໄປບ່ອນນັ້ນເລື້ອຍໆ. ພວກເຂົາເວົ້າວ່າ “ເຈົ້າຢູ່ບ່ອນນີ້ເລື້ອຍໆ, ສະນັ້ນ ພວກເຮົາຈະບໍ່ມີພິທີການຫຍັງ. ນີ້ຄືໂຕຕົນຂອງພວກເຮົາ. ການອະນາໄມຕະຫຼອດເວລາແມ່ນເມື່ອຍ! ໃຜຈະໄປມີແຮງ? ພວກເຮົາຫຍຸ້ງກັບວຽກງານໝົດມື້, ພວກເຮົາບໍ່ມີເວລາແມ່ນແຕ່ຈະຫວີຜົມຂອງພວກເຮົາເລີຍ!” ພວກເຂົາໃຫ້ເຫດຜົນແບບນີ້. ແລ້ວພວກເຂົາໃຫ້ເຫດຜົນອື່ນອີກບໍ? “ທັງໝົດນີ້ເປັນພຽງຊົ່ວຄາວ. ພວກເຮົາບໍ່ຈຳເປັນຕ້ອງຈັດໃຫ້ມັນເປັນລະບຽບຮຽບຮ້ອຍສົມບູນແບບດອກ. ເອົາຕາມນີ້ກໍພໍແລ້ວ”. ແທ້ຈິງແລ້ວ, ທຸກຢ່າງເປັນພຽງຊົ່ວຄາວ ແຕ່ເຖິງແມ່ນວ່າເຈົ້າຈະອາໄສຢູ່ໃນເຕັນ, ເຈົ້າກໍຍັງຕ້ອງເບິ່ງແຍງມັນ, ບໍ່ແມ່ນບໍ? ນັ້ນຄືຄວາມເປັນມະນຸດທີ່ປົກກະຕິ. ຖ້າເຈົ້າບໍ່ມີຄວາມເປັນມະນຸດທີ່ປົກກະຕິແມ່ນແຕ່ໜ້ອຍໜຶ່ງ, ເຈົ້າຈະແຕກຕ່າງຈາກສັດເດຍລະສານແນວໃດ?

ມີຄຣິສຕະຈັກແຫ່ງໜຶ່ງໃນເຮືອນຂອງພຣະເຈົ້າທີ່ຕັ້ງຢູ່ໃນທຳເລທີ່ຂ້ອນຂ້າງດີ ທີ່ໃກ້ກັບພູເຂົາ ແລະ ແມ່ນໍ້າ. ມີການສ້າງຖະໜົນຢູ່ບ່ອນນັ້ນ ແລະ ມີຕົ້ນໄມ້ລຽບຕາມແມ່ນໍ້າທີ່ຢູ່ໃກ້ຄຽງ. ມັນຍັງມີສາລາພັກຜ່ອນ ໂດຍມີຫີນປະດັບຢູ່ຂ້າງໆ. ແທ້ຈິງແລ້ວ, ມັນຂ້ອນຂ້າງງົດງາມ. ມື້ໜຶ່ງ, ເຮົາເຫັນສິ່ງຂອງນ້ອຍໆສີເຫຼືອງບາງຢ່າງຢູ່ເທິງຖະໜົນທີ່ສະອາດນັ້ນແຕ່ໄກ. ເມື່ອເຂົ້າໄປໃກ້, ເຮົາຈຶ່ງເຫັນວ່າມັນແມ່ນເປືອກໝາກກ້ຽງ. ໃຜຈະຮູ້ວ່າແມ່ນໃຜທີ່ຖິ້ມຂີ້ເຫຍື້ອຂອງພວກເຂົາຢູ່ບ່ອນນັ້ນແບບຊະຊາຍ. ແລ້ວໃນສາລາພັກຜ່ອນ ເຊິ່ງແຕ່ກ່ອນກໍເຄີຍສະອາດ ແມ່ນມີຄົນກິນແກ່ນຕາເວັນ ແລະ ຖິ້ມເປືອກຂອງມັນກະຈາຍເຕັມພື້ນ. ບອກເຮົາມາເບິ່ງວ່າ ຄົນຜູ້ນັ້ນເປັນຄົນທີ່ຮູ້ຈັກກົດລະບຽບບໍ? ໃນຄວາມເປັນມະນຸດທີ່ປົກກະຕິ, ມີມາດຕະຖານທີ່ກຳນົດໄວ້ສຳລັບສຸຂະອະນາໄມ ແລະ ສະພາບແວດລ້ອມຂອງຄົນເຮົາ ຫຼື ບໍ່? ບາງຄົນອາດຈະເວົ້າວ່າ “ຂ້ານ້ອຍບໍ່ມີມາດຕະຖານບ່ອນໃດ? ຂ້ານ້ອຍລ້າງຕີນທຸກໆແລງ. ບາງຄົນບໍ່ລ້າງ. ບາງຄົນແມ່ນແຕ່ຕື່ນນອນຕອນເຊົ້າມາ ກໍຍັງບໍ່ລ້າງໜ້າຊໍ້າ”. ແມ່ນຢູ່ວ່າຕີນຂອງເຈົ້າອາດຈະສະອາດ ແຕ່ເປັນຫຍັງສະພາບແວດລ້ອມການເຮັດວຽກຂອງເຈົ້າຈຶ່ງຄືກັບຄອກໝູ? ຄວາມສະອາດຂອງເຈົ້ານັ້ນຈະມີປະໂຫຍດຫຍັງ? ຢ່າງດີທີ່ສຸດ ມັນສະແດງໃຫ້ເຫັນວ່າເຈົ້າເຫັນແກ່ຕົວຢ່າງຮ້າຍແຮງ. ເຈົ້າຢາກຈັດການທຸກສິ່ງທຸກຢ່າງ, ເຈົ້າຈະເປັນນາຍຂອງທຸກສິ່ງໄດ້ແນວໃດ ຖ້າແມ່ນແຕ່ບໍລິເວນບ້ານເຈົ້າກໍຍັງຈັດການບໍ່ໄດ້? ນັ້ນເປັນເລື່ອງທີ່ໜ້າອັບອາຍແທ້ໆ! ບໍ່ແມ່ນພຽງແຕ່ສະພາບແວດລ້ອມຂອງພວກເຂົາເທົ່ານັ້ນທີ່ຄົນເຫຼົ່ານີ້ບໍ່ສາມາດຈັດການໄດ້, ພວກເຂົາບໍ່ສາມາດຈັດການແມ່ນແຕ່ສຸຂະອະນາໄມຂອງພວກເຂົາເອງ ແລະ ຖິ້ມຂີ້ເຫຍື້ອລົງພື້ນ. ພວກເຂົາສ້າງນິໄສນີ້ແບບນີ້ຂຶ້ນມາໄດ້ແນວໃດ? ພວກເຂົາອາດຈະໃຫ້ເຫດຜົນໃນການຖິ້ມເປືອກໝາກໄມ້ລົງພື້ນໂດຍເອີ້ນມັນວ່າເປັນຝຸ່ນບົ່ມ. ແລ້ວເປັນຫຍັງບໍ່ເອົາພວກມັນໄປໃສ່ໃນກອງຝຸ່ນບົ່ມ ຫຼື ຖັງຂີ້ເຫຍື້ອ? ເປັນຫຍັງຈຶ່ງຖິ້ມພວກມັນລົງຖະໜົນ ຫຼື ໃນສາລາພັກຜ່ອນນັ້ນ? ສາລາພັກຜ່ອນເປັນສະຖານທີ່ເກັບຝຸ່ນບົ່ມບໍ? ນັ້ນບໍ່ແມ່ນການລະເລີຍກົດລະບຽບບໍ? (ແມ່ນແລ້ວ.) ມັນຄືຄວາມບົກພ່ອງຂອງຄວາມເປັນມະນຸດ, ເຫດຜົນ ແລະ ສິນທຳຢ່າງຮ້າຍແຮງ. ພວກເຂົາເປັນຄົນຕ່ຳຊ້າ! ບອກເຮົາມາເບິ່ງວ່າ ມີວິທີແກ້ໄຂບັນຫານີ້ບໍ? ຈະຢຸດມັນໄດ້ແນວໃດ? ການຄວບຄຸມຈະໄດ້ຜົນບໍ? ໃຜຈະສາມາດຕິດຕາມເບິ່ງສິ່ງຕ່າງໆໄດ້ຂະໜາດນັ້ນ? ຈະຕ້ອງເຮັດແນວໃດ? (ປັບໃໝພວກເຂົາ.) ແມ່ນແລ້ວ, ນັ້ນຄືທາງເລືອກສຸດທ້າຍ. ຕ້ອງມີການວາງລະບົບທີ່ເໝາະສົມ. ຈະບໍ່ມີການປ່ອຍໃຫ້ຄົນເຮັດຜິດໂດຍບໍ່ໄດ້ຮັບໂທດອີກຕໍ່ໄປ. ຄົນເຫຼົ່ານີ້ຈັ່ງແມ່ນຊົ່ວຊ້າຫຼາຍ. ພວກເຂົາດັດສັນດານບໍ່ໄດ້ແທ້ໆ! ໃນບາງສະຖານທີ່, ມີກ່ອງເຈ້ຍທີ່ເປື່ອຍ, ແຜ່ນໄມ້ທີ່ເປື່ອຍ ແລະ ເສດເຈ້ຍກະຈັດກະຈາຍຢູ່ທົ່ວໄປ ແລະ ຜູ້ຄົນຢູ່ບ່ອນນັ້ນກໍເວົ້າວ່າ ພວກເຂົາກຳລັງເກັບພວກມັນໄວ້ໃຊ້ໃນພາຍຫຼັງ. ເມື່ອເຫັນວ່າມັນເປັນສິ່ງທີ່ມີປະໂຫຍດ, ເປັນຫຍັງບໍ່ຈັດຮຽງພວກມັນຕາມປະເພດ, ເປັນກອງທີ່ເປັນລະບຽບຮຽບຮ້ອຍ? ນັ້ນຈະບໍ່ເບິ່ງດີກວ່າ ແລະ ໃຊ້ພື້ນທີ່ໜ້ອຍກວ່າບໍ? ຄົນສ່ວນໃຫຍ່ບໍ່ຮູ້ກ່ຽວກັບການບົວລະບັດຮັກສາ. ສິ່ງຕ່າງໆຖືກກອງ ແລະ ກະຈັດກະຈາຍຢ່າງບໍ່ເປັນລະບຽບໃນພື້ນທີ່ຂອງພວກເຂົາຈົນບໍ່ມີພື້ນທີ່ວ່າງ. ກອງສິ່ງຂອງຕ່າງໆຍິ່ງວາງກອງກັນກໍຍິ່ງເປິະເປື້ອນແລະ ດ້ວຍຄວາມເປິະເປື້ອນກໍມາພ້ອມກັບຄວາມສົກກະປົກຈົນກວ່າສະຖານທີ່ນັ້ນຈະກາຍເປັນກອງຂີ້ເຫຍື້ອ, ເປັນທີ່ໜ້າລັງກຽດຂອງທຸກຄົນທີ່ພົບເຫັນ. ຜູ້ຄົນທີ່ອາໄສຢູ່ໃນສະພາບແວດລ້ອມແບບນັ້ນມີຄວາມເປັນມະນຸດທີ່ປົກກະຕິບໍ? ພວກເຂົາເປັນຄົນທີ່ມີຄວາມສາມາດບໍ, ຖ້າພວກເຂົາບໍ່ສາມາດແມ່ນແຕ່ຈະຈັດການສະພາບແວດລ້ອມທີ່ພວກເຂົາອາໄສຢູ່ໃຫ້ເປັນລະບຽບໄດ້? ຍັງມີຄວາມແຕກຕ່າງຫຍັງລະຫວ່າງຄົນດັ່ງກ່າວ ແລະ ສັດເດຍລະສານ? ສ່ວນໜຶ່ງຂອງເຫດຜົນທີ່ຄົນສ່ວນໃຫຍ່ບໍ່ຮູ້ວິທີຈັດການພື້ນທີ່ທີ່ພວກເຂົາອາໄສຢູ່ກໍຄື ບໍ່ມີໃຜມີຈິດສຳນຶກດ້ານສຸຂະອະນາໄມ ແລະ ບໍ່ມີໃຜຮູ້ວິທີຈັດການສະພາບແວດລ້ອມຂອງພວກເຂົາ. ສິ່ງເຫຼົ່ານີ້ບໍ່ເຄີຍຢູ່ໃນຄວາມຄິດຂອງພວກເຂົາເລີຍ ແລະ ພວກເຂົາບໍ່ຮູ້ວ່າສະພາບແວດລ້ອມໃນການດຳລົງຊີວິດຂອງຜູ້ຄົນຄວນເປັນແນວໃດ. ພວກເຂົາກໍຄືກັບສັດ, ບໍ່ມີສະຕິຮັບຮູ້ວ່າພວກເຂົາຄວນອາໄສຢູ່ໃນສະພາບແວດລ້ອມແບບໃດ. ອີກສ່ວນໜຶ່ງກໍກ່ຽວຂ້ອງກັບຜູ້ຈັດການທີ່ບໍ່ຮູ້ວິທີຈັດການສິ່ງເຫຼົ່ານີ້. ຜູ້ຈັດການບໍ່ຮູ້ວິທີຈັດການສິ່ງເຫຼົ່ານີ້ ແລະ ຜູ້ທີ່ຖືກຈັດການກໍບໍ່ມີຄວາມຫ້າວຫັນ ຫຼື ບໍ່ຮັບຮູ້ກ່ຽວກັບສິ່ງເຫຼົ່ານີ້. ໃນທີ່ສຸດ, ດ້ວຍ “ການຮ່ວມມື” ຂອງທຸກຄົນ, ສະຖານທີ່ນັ້ນກໍກາຍເປັນ “ຄອກໝູ”. ເມື່ອຄົນເຫຼົ່ານີ້ຢູ່ອ້ອມສະຖານທີ່ໃດໜຶ່ງເປັນເວລາໄລຍະໜຶ່ງ, ເຮົາກໍເກີດມີຄວາມຮູ້ສຶກຢ່າງໜຶ່ງຈາກມັນວ່າ: “ເປັນຫຍັງສະຖານທີ່ນີ້ຈຶ່ງບໍ່ເຄີຍສະອາດເລີຍ? ເປັນຫຍັງມັນຈຶ່ງບໍ່ເຄີຍເບິ່ງຄືເຮືອນເລີຍ?” ບອກເຮົາມາເບິ່ງວ່າ ການເຫັນສະຖານທີ່ແບບນັ້ນຈະເຮັດໃຫ້ອາລົມຂອງຄົນເຮົາດີຂຶ້ນໄດ້ບໍ? (ບໍ່ໄດ້.) ການໄປບ່ອນນັ້ນຈະເຮັດໃຫ້ພວກເຈົ້າມີອາລົມດີບໍ? (ພວກເຮົາຄົງຈະບໍ່ຮູ້ສຶກຫຍັງຫຼາຍກ່ຽວກັບມັນ.) ນັ້ນຄົງຈະເປັນຄຳຕອບທີ່ແທ້ຈິງຂອງພວກເຈົ້າ, ບໍ່ຮູ້ສຶກຫຍັງຫຼາຍ. ເຮົາໄດ້ວາງແຜນສຳລັບສະຖານທີ່ເຫຼົ່ານັ້ນຈຳນວນໜຶ່ງ ແລະ ເມື່ອວຽກງານສຳເລັດ ແລະ ສິ່ງຕ່າງໆໄດ້ຖືກຈັດວາງໃຫ້ເປັນລະບຽບຄືນໃໝ່, ທຸກຄົນກໍເພີດເພີນກັບພາບທີ່ເຫັນ. ແຕ່ສອງສາມມື້ຕໍ່ມາ, ສິ່ງຕ່າງໆກໍເປິະເປື້ອນອີກ. ເຮົາຕ້ອງຊອກຫາຄົນທີ່ເໝາະສົມເພື່ອຈັດການໜ້າວຽກດັ່ງກ່າວ ຖ້າຫາກວ່າຈະຮັກສາສຸຂະອະນາໄມໄວ້. ນັ້ນກໍເພາະວ່າຄົນສ່ວນໃຫຍ່ສົກກະປົກຫຼາຍ, ເຮັດໃຫ້ເປິະເປື້ອນໃນວຽກງານໃດກໍຕາມທີ່ພວກເຂົາກຳລັງເຮັດ. ບາງຄົນເດັດຜັກ ແລະ ບໍ່ຮູ້ສະຖານທີ່ທີ່ເໝາະສົມໃນການລ້າງພວກມັນ. ພວກເຂົາດື້ດຶງທີ່ຈະຊອກຫາສະຖານທີ່ທີ່ສະອາດເພື່ອລ້າງມັນ ເຊິ່ງຜົນທີ່ຕາມມາກໍຄືເຮັດໃຫ້ສະຖານທີ່ນັ້ນສົກກະປົກ. ເຈົ້າຈະຮູ້ສຶກແນວໃດເມື່ອເຫັນແນວນັ້ນ? ຄົນເຫຼົ່ານີ້ບໍ່ແມ່ນຝູງສັດເດຍລະສານບໍ? ພວກເຂົາບໍ່ມີຄວາມເປັນມະນຸດເລີຍ! ການເບິ່ງຄົນເຫຼົ່ານີ້, ຜູ້ທີ່ບໍ່ໃສ່ໃຈຫຍັງກ່ຽວກັບສຸຂະອະນາໄມ ແລະ ບໍ່ຮູ້ວິທີຈັດການສະພາບແວດລ້ອມຂອງພວກເຂົາ, ມັນຈະເຮັດໃຫ້ເຈົ້າຮູ້ສຶກໃຈຮ້າຍ! ຄົນເຫຼົ່ານີ້ໄດ້ຮັບສະພາບແວດລ້ອມທີ່ດີໃນການອາໄສຢູ່ ໂດຍມີທຸກສິ່ງທຸກຢ່າງຖືກຈັດກຽມໄວ້ເປັນຢ່າງດີ. ດອກໄມ້ ແລະ ຫຍ້າທຸກຊະນິດກໍປົ່ງຂຶ້ນໃນລະດູໃບໄມ້ປົ່ງ; ພວກເຂົາມີພູເຂົາ, ແມ່ນໍ້າ, ສາລາພັກຜ່ອນ; ພວກເຂົາມີບ່ອນເຮັດວຽກ ແລະ ບ່ອນຢູ່ອາໄສ ແລະ ສິ່ງອຳນວຍຄວາມສະດວກທຸກປະເພດ. ມັນດີຫຼາຍ! ແຕ່ຜົນສຸດທ້າຍມັນເປັນແນວໃດ? ພວກເຂົາບໍ່ເຫັນຄຸນຄ່າ; ພວກເຂົາບໍ່ຮູ້ບຸນຄຸນຕໍ່ຄວາມມີເມດຕານັ້ນ. ພວກເຂົາຄິດວ່າ “ນີ້ເປັນສະຖານທີ່ທີ່ດີກວ່າບ່ອນອື່ນໆສ່ວນໃຫຍ່ ແຕ່ມັນກໍເປັນຊົນນະບົດບໍ່ຫຼາຍກໍໜ້ອຍ. ພື້ນດິນກໍມີແຕ່ຫຍ້າ ແລະ ຂີ້ຕົມ”. ດ້ວຍຄວາມຄິດແບບນັ້ນ, ພວກເຂົາກໍຖິ້ມຂີ້ເຫຍື້ອໃສ່ສະຖານທີ່ນັ້ນຢ່າງບໍ່ຄິດ. ພວກເຂົາບໍ່ຄິດທີ່ຈະຈັດການສະພາບແວດລ້ອມຂອງພວກເຂົາ. ມີຈັກສິ່ງທີ່ຂາດຫາຍໄປຈາກຄວາມເປັນມະນຸດແບບນັ້ນ! ມັນບໍ່ມີສິ່ງເຫຼົ່ານັ້ນທີ່ຄວາມເປັນມະນຸດຄວນມີ; ຄົນເຫຼົ່ານັ້ນບໍ່ສາມາດແມ່ນແຕ່ຈະຈັດການດ້ານຕ່າງໆຂອງສະພາບແວດລ້ອມການດຳລົງຊີວິດຂອງພວກເຂົາໃຫ້ເປັນລະບຽບໃນວິທີທີ່ເປັນພື້ນຖານທີ່ສຸດໄດ້. ບອກເຮົາມາເບິ່ງວ່າ ເປັນຫຍັງຄົນເຮົາຈຶ່ງບໍ່ຄິດທີ່ຈະທະນຸຖະໜອມສະພາບແວດລ້ອມທີ່ດີແບບນັ້ນທີ່ພວກເຂົາອາໄສຢູ່? ເປັນຫຍັງພວກເຂົາຈຶ່ງບໍ່ຄິດທີ່ຈະເບິ່ງແຍງມັນ? ຍ້ອນຫຍັງ? ເປັນຍ້ອນວ່າພວກເຂົາຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍຈົນບໍ່ມີເວລາບໍ? ຫຼື ມີຫຍັງເກີດຂຶ້ນກັບພວກເຂົາອີກ? ມີໃຜແດ່ທີ່ບໍ່ຫຍຸ້ງກັບໜ້າທີ່ຂອງຕົນເອງ? ມີບາງຄົນທີ່ອາໄສຢູ່ໃນສະພາບແວດລ້ອມທີ່ຂີ້ຮ້າຍກວ່າພວກເຈົ້າ ແຕ່ພວກເຂົາກໍເບິ່ງແຍງພື້ນທີ່ຂອງພວກເຂົາເປັນຢ່າງດີ. ຜູ້ຄົນທີ່ເຫັນກໍຍົກໂປ້ໃຫ້ ແລະ ສະແດງຄວາມຊື່ນຊົມ ແລະ ນັບຖືພວກເຂົາ ແລ້ວຈາກນັ້ນ ກໍມີສະພາບແວດລ້ອມການດຳລົງຊີວິດຂອງພວກເຈົ້າ, ຄົນອື່ນບໍ່ຈຳເປັນຕ້ອງເຂົ້າໄປທາງໃນເລີຍ; ພວກເຂົາຈະດູຖູກເຈົ້າພຽງແຕ່ເບິ່ງຈາກພາຍນອກ. ນີ້ບໍ່ແມ່ນການກະທຳຂອງເຈົ້າເອງບໍ? ການກະທຳ ແລະ ພຶດຕິກຳຂອງເຈົ້າໄດ້ກໍ່ໃຫ້ເກີດສະພາບແວດລ້ອມທີ່ຊຸດໂຊມຢ່າງໜ້າສົມເພດນີ້ທີ່ເຈົ້າອາໄສຢູ່. ເມື່ອຜູ້ຄົນເຫັນສະພາບແວດລ້ອມທີ່ເຈົ້າອາໄສຢູ່, ມັນກໍຄືກັນກັບການທີ່ພວກເຂົາເຫັນແກ່ນແທ້ຂອງເຈົ້າ. ແລ້ວເຈົ້າຈະຕຳໜິພວກເຂົາໄດ້ບໍທີ່ດູຖູກເຈົ້າ? ບໍ່ວ່າບຸກຄົນໃດໜຶ່ງຈະສູງສົ່ງ ຫຼື ຕ່ຳຕ້ອຍ, ສູງສັກ ຫຼື ຕ່ຳຊ້າ, ມັນບໍ່ໄດ້ຖືກຕັດສິນໂດຍການປະເມີນຂອງຄົນອື່ນ ແຕ່ຖືກຕັດສິນໂດຍສິ່ງທີ່ພວກເຂົາສະແດງອອກໃນການໃຊ້ຊີວິດຂອງຕົນເອງ. ຖ້າເຈົ້າມີສິ່ງຕ່າງໆຂອງຄວາມເປັນມະນຸດທີ່ປົກກະຕິ, ເຈົ້າກໍສາມາດໃຊ້ຊີວິດທີ່ມີລັກສະນະຂອງຄວາມຄ້າຍຄືມະນຸດທີ່ແທ້ຈິງໄດ້. ເຈົ້າຈະສາມາດສະແດງໃຫ້ເຫັນຄຸນນະພາບທີ່ສູງສົ່ງຂອງເຈົ້າ ແລະ ຄົນອື່ນກໍຈະໃຫ້ຄຸນຄ່າ ແລະ ນັບຖືເຈົ້າໂດຍທຳມະຊາດ. ຖ້າເຈົ້າບໍ່ມີສິ່ງເຫຼົ່ານັ້ນ ແລະ ເຈົ້າບໍ່ເຂົ້າໃຈສາມັນສຳນຶກດ້ານສຸຂະອະນາໄມ ແລະ ເຈົ້າບໍ່ຮູ້ວິທີເບິ່ງແຍງສະພາບແວດລ້ອມຂອງເຈົ້າ ໂດຍໃຊ້ຊີວິດທຸກມື້ຂອງເຈົ້າຢູ່ໃນ “ຄອກໝູ” ແລະ ຮູ້ສຶກພໍໃຈກັບມັນຫຼາຍ, ນັ້ນກໍເປີດເຜີຍຄຸນນະພາບແບບສັດເດຍລະສານຂອງເຈົ້າ. ມັນໝາຍຄວາມວ່າເຈົ້າເປັນຄົນຕ່ຳຊ້າ ແລະ ຕ່ຳຕ້ອຍ. ຄົນທີ່ຕ່ຳຊ້າ ແລະ ຕ່ຳຕ້ອຍແບບນັ້ນ ທີ່ມີຄວາມເປັນມະນຸດທີ່ຕ່ຳຊ້າ ແລະ ຕ່ຳຕ້ອຍແບບນັ້ນ ແມ່ນປາສະຈາກຄວາມຄິດ, ມຸມມອງ, ຄວາມຮຽກຮ້ອງ ແລະ ການໄລ່ຕາມຄວາມເປັນມະນຸດທີ່ປົກກະຕິຄວນມີແມ່ນແຕ່ໜ້ອຍດຽວ. ຖ້າປາສະຈາກສິ່ງເຫຼົ່ານັ້ນ, ຄົນແບບນັ້ນຈະສາມາດເຂົ້າໃຈຄວາມຈິງໄດ້ບໍ? ພວກເຂົາສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ບໍ? (ບໍ່ໄດ້.) ພວກເຈົ້າກໍຄິດວ່າພວກເຂົາບໍ່ສາມາດເຮັດໄດ້ຄືກັນບໍ? ເປັນຫຍັງຈຶ່ງບໍ່? ບາງຄົນຈະເວົ້າວ່າ “ພວກເຮົາໄດ້ກຳຈັດສິ່ງທາງໂລກທັງໝົດເຫຼົ່ານັ້ນອອກໄປດົນແລ້ວໃນຫຼາຍປີທີ່ເຊື່ອໃນພຣະເຈົ້າຂອງພວກເຮົາ. ພວກເຮົາບໍ່ສົນໃຈເລື່ອງພວກນັ້ນດອກ! ‘ການດຳລົງຊີວິດທີ່ມີຄຸນະພາບ’, ນັ້ນເປັນສິ່ງທາງໂລກ!” ບໍ່ມີຜູ້ທີ່ເວົ້າແບບນີ້ບໍ? ແລ້ວອາກາດທີ່ເຈົ້າຫາຍໃຈເປັນສິ່ງທາງໂລກບໍ? ເສື້ອຜ້າທີ່ເຈົ້ານຸ່ງ, ວັດຖຸສິ່ງຂອງທັງໝົດທີ່ເຈົ້າໃຊ້, ສິ່ງເຫຼົ່ານັ້ນເປັນສິ່ງທາງໂລກບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ຊອກຫາສະຖານທີ່ໃດກໍໄດ້ໃນທີ່ແຈ້ງເພື່ອເຕົ້າໂຮມກັນ? ເປັນຫຍັງຈຶ່ງເຕົ້າໂຮມກັນໃນຫ້ອງ? ຄົນທີ່ເວົ້າແບບນີ້ບໍ່ໄຮ້ສາລະບໍ? ເຮົາຈະບອກຄວາມຈິງແກ່ພວກເຈົ້າ: ຖ້າຄົນແບບນັ້ນຕ້ອງການເຂົ້າສູ່ຄວາມເປັນຈິງຄວາມຈິງ, ນັ້ນກໍຈະເປັນເລື່ອງຍາກສຳລັບພວກເຂົາ. ຖ້າບຸກຄົນໃດໜຶ່ງປາຖະໜາທີ່ຈະເຂົ້າສູ່ຄວາມເປັນຈິງຄວາມຈິງ, ພວກເຂົາຕ້ອງມີຄວາມເປັນມະນຸດທີ່ປົກກະຕິກ່ອນ; ນອກເໜືອຈາກນັ້ນ, ພວກເຂົາຕ້ອງປະຖິ້ມນິໄສທີ່ບໍ່ດີເຫຼົ່ານັ້ນໃນຊີວິດຂອງພວກເຂົາ, ເພື່ອໄລ່ຕາມຮູບແບບ ແລະ ເປົ້າໝາຍໃນຊີວິດທີ່ມີຄຸນະພາບ, ມີມາລະຍາດ ແລະ ມີສິນທຳ. ນີ້ແມ່ນວິທີການເວົ້າທີ່ເໝາະສົມບໍ? ແລ້ວ, ບັນຫາເຫຼົ່ານີ້ແກ້ໄຂໄດ້ງ່າຍບໍ? ມັນໃຊ້ເວລາດົນສໍ່າໃດໃນການປ່ຽນແປງວິຖີຊີວິດຂອງຄົນເຮົາ ແລະ ປະຖິ້ມນິໄສທີ່ບໍ່ດີໃນຊີວິດຂອງຄົນເຮົາ? ຕ້ອງນຳໃຊ້ວິທີການໃດເພື່ອຈະເຂົ້າສູ່ສິ່ງນີ້ໄດ້ໄວທີ່ສຸດເທົ່າທີ່ຈະໄວໄດ້? ມີວິທີການໃດແດ່, ນອກເໜືອຈາກການລົງໂທດ? (ການຄວບຄຸມເບິ່ງແຍງເຊິ່ງກັນ ແລະ ກັນ.) ການຄວບຄຸມເບິ່ງແຍງເຊິ່ງກັນ ແລະ ກັນເປັນວິທີການໜຶ່ງ; ມັນຂຶ້ນຢູ່ກັບວ່າຜູ້ຄົນຈະຍອມຮັບມັນ ຫຼື ບໍ່. ຕາມທີ່ເຮົາເຫັນ, ການປັບໃໝເປັນວິທີທີ່ເດັດຂາດ ແລະ ເປັນວິທີທີ່ມີປະສິດທິພາບຢ່າງແທ້ຈິງ. ທັນທີທີ່ເຈົ້າແຕະຕ້ອງເລື່ອງການປັບໃໝເປັນເງິນ, ເຈົ້າກໍກຳລັງແຕະຕ້ອງຜົນປະໂຫຍດຂອງຜູ້ຄົນ. ພວກເຂົາບໍ່ມີທາງເລືອກນອກຈາກປະຕິບັດຕາມ, ຍ້ອນຢ້ານວ່າຜົນປະໂຫຍດຂອງພວກເຂົາອາດຈະໄດ້ຮັບຄວາມເສຍຫາຍ. ນັ້ນຄືສິ່ງທີ່ບັນລຸໄດ້ໂດຍການປັບໃໝ. ແຕ່ເປັນຫຍັງການໂອ້ລົມກ່ຽວກັບຄວາມຈິງກັບຄົນເຫຼົ່ານັ້ນຈຶ່ງບໍ່ບັນລຸຜົນຫຍັງເລີຍ? ເພາະວ່າພວກເຂົາບໍ່ມີຄວາມເປັນມະນຸດທີ່ປົກກະຕິ ຫຼື ເງື່ອນໄຂທີ່ຈຳເປັນສຳລັບການຍອມຮັບຄວາມຈິງ. ນັ້ນຄືເຫດຜົນທີ່ການໂອ້ລົມຄວາມຈິງເປັນວິທີທີ່ບໍ່ມີປະສິດທິພາບກັບພວກເຂົາ. ໃນສະພາບແວດລ້ອມການເຮັດວຽກໃດກໍຕາມ, ຈົ່ງຮຽນຮູ້ທີ່ຈະຈັດຮຽງສິ່ງຕ່າງໆຕາມປະເພດກ່ອນ, ສອງຄືຮັກສາຄວາມເປັນລະບຽບຮຽບຮ້ອຍ, ສາມຄືຮັກສາສຸຂະອະນາໄມ ແລະ ຄວາມສະອາດ ແລະ ຈາກນັ້ນ, ເໜືອສິ່ງອື່ນໃດ, ກໍຄືການບົ່ມເພາະນິໄສໃນການກໍາຈັດຂີ້ເຫຍື້ອ. ນັ້ນຄືສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ.

ມີແມ່ຍິງບາງຄົນທີ່ຫວີຜົມແລ້ວກໍອອກໄປຂ້າງນອກ, ໂດຍບໍ່ໄດ້ກວາດເສັ້ນຜົມທີ່ຫຼົ່ນລົງກ່ອນ. ພວກເຂົາເຮັດແບບນີ້ທຸກມື້. ນິໄສແບບນັ້ນສາມາດປ່ຽນແປງໄດ້ບໍ? ເມື່ອເຈົ້າຫວີຜົມແລ້ວ, ເຈົ້າຕ້ອງອະນາໄມ ແລະ ຈັດໃຫ້ເປັນລະບຽບຮຽບຮ້ອຍທັນທີ. ຢ່າປະໃຫ້ຄົນອື່ນມາອະນາໄມມັນ, ຈົ່ງຈັດການສະພາບແວດລ້ອມຂອງເຈົ້າເອງໃຫ້ດີ. ຖ້າເຈົ້າປາຖະໜາທີ່ຈະຈັດການສະພາບແວດລ້ອມຂອງເຈົ້າໃຫ້ດີ, ເຈົ້າຕ້ອງເລີ່ມຕົ້ນທີ່ຕົວເຈົ້າເອງ. ຈົ່ງທຳຄວາມສະອາດພື້ນທີ່ຂອງເຈົ້າເອງກ່ອນ. ນອກຈາກນັ້ນ, ຄົນເຮົາຕ້ອງມີຈິດສຳນຶກຕໍ່ສ່ວນລວມກ່ຽວກັບສະພາບແວດລ້ອມທາງສັງຄົມທີ່ພວກເຂົາອາໄສຢູ່. ຕົວຢ່າງ: ຄວາມຮັບຜິດຊອບຄວນຕົກເປັນຂອງທຸກຄົນໃນການຈັດການພື້ນທີ່ທີ່ຜູ້ຄົນອາໄສ ແລະ ພັກຜ່ອນ. ຖ້າເຈົ້າເຫັນເສດເປືອກໝາກກ້ຽງສອງສາມເສດຢູ່ເທິງພື້ນ, ກໍພຽງແຕ່ເກັບມັນຂຶ້ນມາ ແລະ ຖິ້ມລົງຖັງຂີ້ເຫຍື້ອ. ໃນສະຖານທີ່ເຮັດວຽກບາງແຫ່ງ, ມີເສດໄມ້, ຂີ້ເລື່ອຍ, ເຫຼັກເສັ້ນ ແລະ ຕະປູຢູ່ທົ່ວທຸກບ່ອນເມື່ອວຽກງານສຳເລັດ. ຫາກໄປບ່ອນນັ້ນ ແລະ ເຈົ້າອາດຈະຢຽບຕະປູໄດ້ງ່າຍໆ ຖ້າເຈົ້າບໍ່ລະວັງ. ມັນບໍ່ປອດໄພຢ່າງຮ້າຍແຮງ. ເປັນຫຍັງພວກເຂົາຈຶ່ງບໍ່ອະນາໄມ ແລະ ເຮັດໃຫ້ມັນຖືກສຸຂະອະນາໄມ ເມື່ອພວກເຂົາເຮັດວຽກຂອງພວກເຂົາສຳເລັດແລ້ວ? ນັ້ນແມ່ນນິໄສທີ່ໜ້າລັງກຽດປະເພດໃດ? ໂດຍການເຮັດແບບນີ້ ມັນຟັງຂຶ້ນບໍ? ຜູ້ຄົນຈະຄິດແນວໃດ ເມື່ອເຫັນສະຖານທີ່ເຮັດວຽກທີ່ເປິະເປື້ອນ, ສົກກະປົກແບບນັ້ນ? ນັ້ນບໍ່ແມ່ນວິທີທີ່ສັດເດຍລະສານເຮັດວຽກຂອງພວກມັນບໍ? ຄົນທີ່ມີຄວາມເປັນມະນຸດຕ້ອງອະນາໄມສິ່ງຕ່າງໆໃຫ້ດີ ເມື່ອພວກເຂົາເຮັດວຽກສຳເລັດ ແລະ ຄົນອື່ນຈະຮູ້ໄດ້ທັນທີທີ່ເຫັນວ່າວຽກນັ້ນເຮັດໂດຍມະນຸດ. ສັດເດຍລະສານບໍ່ອະນາໄມຫຼັງຈາກທີ່ພວກມັນເຮັດວຽກສຳເລັດ, ຄືກັບວ່າການອະນາໄມບໍ່ແມ່ນໜ້າທີ່ຂອງພວກມັນ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພວກມັນເລີຍ. ນັ້ນແມ່ນເຫດຜົນແບບໃດ? ເຮົາໄດ້ເຫັນຄົນຈຳນວນບໍ່ໜ້ອຍທີ່ບໍ່ອະນາໄມຫຼັງຈາກທີ່ພວກເຂົາເຮັດວຽກແລ້ວ. ພວກເຂົາທຸກຄົນມີນິໄສທີ່ບໍ່ດີນີ້. ເຮົາໄດ້ບອກພວກເຂົາວ່າ ທຸກໆມື້, ເມື່ອວຽກງານຂອງພວກເຂົາສຳເລັດ, ພວກເຂົາຕ້ອງຈັດໃຫ້ຄົນໃດຄົນໜຶ່ງອະນາໄມຂີ້ເຫຍື້ອທັງໝົດ. ຈົ່ງອະນາໄມມື້. ດ້ວຍວິທີນັ້ນ, ສະຖານທີ່ກໍຈະສະອາດ. ພວກເຂົາຕ້ອງບົ່ມເພາະນິໄສແບບນັ້ນ. ເພື່ອບົ່ມເພາະນິໄສໃນການດໍາລົງຊີວິດ, ຄົນເຮົາຕ້ອງເລີ່ມຕົ້ນໂດຍການຮັກສາສະພາບແວດລ້ອມ, ຈາກນັ້ນກໍລໍຖ້າຈົນກວ່າຈະຄຸ້ນເຄີຍກັບມັນ. ແລ້ວມື້ໜຶ່ງ, ເມື່ອສະພາບແວດລ້ອມນັ້ນປ່ຽນແປງ, ພວກເຂົາເອງກໍຈະຮູ້ສຶກບໍ່ສະບາຍໃຈເມື່ອເຫັນວ່າບາງສິ່ງບໍ່ສະອາດ. ມັນກໍຄືກັນກັບບາງຄົນທີ່ໄດ້ອາໄສຢູ່ຕ່າງປະເທດເປັນເວລາສາມ ຫຼື ຫ້າປີ, ຜູ້ທີ່ຄິດວ່າທຸກຢ່າງຢູ່ບ່ອນນັ້ນດີກວ່າ. ມື້ທີ່ພວກເຂົາກັບຄືນບ້ານເກີດກໍມາເຖິງ ແລະ ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ກາຍເປັນຄົນມີລະດັບຂຶ້ນມາທັນທີ. ພວກເຂົາເບິ່ງຄົນອື່ນທີ່ບໍ່ສົນໃຈເລື່ອງສຸຂະອະນາໄມດ້ວຍຄວາມດູຖູກ, ດູຖູກຄົນທີ່ເຮືອນຂອງພວກເຂົາບໍ່ສະອາດ. ພວກເຂົາບໍ່ສາມາດທົນໄດ້ແມ່ນແຕ່ການບໍ່ອາບນໍ້າສອງສາມມື້. ບໍ່ແມ່ນສະພາບແວດລ້ອມຂອງພວກເຂົາບໍທີ່ກຳນົດສິ່ງນີ້? ມັນເປັນແບບນັ້ນ. ສະນັ້ນ, ເຈົ້າຕ້ອງເລີ່ມຕົ້ນໂດຍການຈັດການສຸຂະອະນາໄມສ່ວນຕົວ ແລະ ສະພາບແວດລ້ອມຂອງເຈົ້າ. ນັ້ນຄືວິທີທີ່ຈະຮູ້ສຶກສະບາຍໃຈໃນການປະຕິບັດໜ້າທີ່ຂອງເຈົ້າ; ມັນຍັງເປັນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ. ໃນຫຼາຍສະຖານທີ່ທີ່ເຮົາເຄີຍໄປ, ເຮົາໄດ້ເຫັນຫ້ອງຂອງເດັກຍິງທີ່ເປິະເປື້ອນໄປໝົດ, ບໍ່ເປັນລະບຽບ. ບາງຄົນອາດຈະເວົ້າວ່າ “ພວກເຈົ້າຕ້ອງການໃຫ້ພວກເຮົາເປັນລະບຽບຮຽບຮ້ອຍ; ມັນຄວນຈະເປັນຄືກັບໃນຄ້າຍຝຶກທະຫານບໍ?” ບໍ່ຈຳເປັນຕ້ອງເຖິງຂະໜາດນັ້ນ. ຈົ່ງມ້ຽນບ່ອນນອນ ແລະ ອະນາໄມຫ້ອງຂອງເຈົ້າທຸກມື້. ຈົ່ງຮັກສາຄວາມສະອາດ. ຈົ່ງເຮັດໃຫ້ມັນເປັນນິໄສ. ຖ້າເຈົ້າເຮັດສິ່ງເຫຼົ່ານີ້ທຸກມື້ ແລະ ພວກມັນກາຍເປັນນິໄສ, ເປັນເລື່ອງປົກກະຕິ ແລະ ເປັນອັດຕະໂນມັດຄືກັບການກິນ, ແລ້ວເຈົ້າກໍຈະໄດ້ບົ່ມເພາະນິໄສໃນຊີວິດປະຈຳວັນປະເພດນີ້ ແລະ ຂໍ້ກຳນົດຂອງເຈົ້າຕໍ່ກັບສະພາບແວດລ້ອມຂອງເຈົ້າກໍຈະສູງຂຶ້ນອີກລະດັບໜຶ່ງ. ແລະ ເມື່ອພວກມັນສູງຂຶ້ນລະດັບໜຶ່ງແລ້ວ, ທ່າທາງທັງໝົດຂອງເຈົ້າ, ທັດສະນະຄະຕິທາງຈິດໃຈຂອງເຈົ້າ, ລົດສະນິຍົມຂອງເຈົ້າ, ຄວາມເປັນມະນຸດຂອງເຈົ້າ ແລະ ສັກສີຂອງເຈົ້າກໍຈະຖືກຍົກສູງຂຶ້ນທັງໝົດ. ແຕ່ຖ້າເຈົ້າອາໄສຢູ່ໃນ “ຄອກໝູ”, ສະຖານທີ່ທີ່ບໍ່ແມ່ນສຳລັບມະນຸດ, ແຕ່ຄ້າຍຄືກັບຮັງຂອງສັດເດຍລະສານຫຼາຍກວ່າ, ເຈົ້າກໍຍັງບໍ່ມີຄວາມຄ້າຍຄືມະນຸດ. ຕົວຢ່າງ: ເມື່ອເຂົ້າໄປໃນຫ້ອງ, ບາງຄົນ, ເມື່ອເຫັນວ່າຫ້ອງ ແລະ ພື້ນຫ້ອງນັ້ນສະອາດ, ກໍຈະເຊັດຂີ້ຝຸ່ນອອກຈາກເກີບຂອງພວກເຂົາຢູ່ຂ້າງນອກບຶດໜຶ່ງ. ພວກເຂົາກໍຍັງຈະຮູ້ສຶກບໍ່ສະອາດ, ສະນັ້ນ ພວກເຂົາກໍຈະຖອດເກີບອອກກ່ອນທີ່ຈະເຂົ້າໄປໃນຫ້ອງ. ເມື່ອເຈົ້າຂອງຫ້ອງເຫັນວ່າພວກເຂົາສະອາດ ແລະ ເຄົາລົບລາວສໍ່າໃດ, ລາວກໍຈະເຄົາລົບພວກເຂົາຄືກັນ. ສ່ວນຄົນອື່ນໆພັດຍ່າງເຂົ້າໄປເລີຍທັງທີ່ເກີບຍັງເຕັມໄປດ້ວຍຂີ້ຕົມ ແລະ ບໍ່ຄິດຫຍັງເລີຍທີ່ຈະເຮັດໃຫ້ຂີ້ຕົມຕິດພື້ນ. ພວກເຂົາບໍ່ມີຄວາມຮູ້ສຶກຫຍັງເລີຍຕໍ່ມັນ. ເຈົ້າຂອງຫ້ອງເຫັນວ່າ ໂດຍທຳມະຊາດແລ້ວພວກເຂົາບໍ່ສົນໃຈກົດລະບຽບ. ລາວມີທັດສະນະຄະຕິທີ່ບໍ່ດີຕໍ່ພວກເຂົາ ແລະ ສະນັ້ນ, ລາວກໍດູຖູກພວກເຂົາ ແລະ ຈະບໍ່ໃຫ້ພວກເຂົາເຂົ້າໄປໃນຫ້ອງໃນອະນາຄົດ. ລາວຈະໃຫ້ພວກເຂົາຖ້າຢູ່ຂ້າງນອກ ແລະ ນີ້ຄືສິ່ງທີ່ມັນຈະໝາຍເຖິງ: “ເຈົ້າບໍ່ສົມຄວນທີ່ຈະເຂົ້າມາຂ້າງໃນ, ຖ້າເຈົ້າເຂົ້າມາ ເຈົ້າກໍຈະເຮັດໃຫ້ສະຖານທີ່ເປິະເປື້ອນ ແລະ ຂ້ອຍຈະຕ້ອງໃຊ້ເວລາດົນສໍ່າໃດໃນການອະນາໄມມັນ!” ລາວຈະບໍ່ເຄົາລົບພວກເຂົາ. ເມື່ອລາວເຫັນວ່າພວກເຂົາບໍ່ມີຄວາມເໝືອນມະນຸດ, ລາວກໍຈະບໍ່ເຄົາລົບພວກເຂົາແມ່ນແຕ່ໜ້ອຍດຽວ. ຖ້າບາງຄົນມາເຖິງຈຸດນີ້ໃນຊີວິດຂອງພວກເຂົາ, ພວກເຂົາຍັງເປັນມະນຸດຢູ່ບໍ? ສັດລ້ຽງຍັງເປັນສິ່ງທີ່ດີກວ່າພວກເຂົາ. ສະນັ້ນ, ຄົນເຮົາຕ້ອງໃຊ້ຊີວິດທີ່ມີຄວາມຄ້າຍມະນຸດ ເພື່ອທີ່ຈະຖືກເອີ້ນວ່າເປັນມະນຸດ ແລະ ພວກເຂົາຕ້ອງມີຄວາມເປັນມະນຸດທີ່ປົກກະຕິ ເພື່ອທີ່ຈະໃຊ້ຊີວິດທີ່ເປັນຄວາມເໝືອນມະນຸດ. ບໍ່ວ່າຄົນໃດຄົນໜຶ່ງຈະອາໄສຢູ່ໃສ, ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ໃດ, ພວກເຂົາກໍຕ້ອງປະຕິບັດຕາມກົດລະບຽບ. ພວກເຂົາຕ້ອງເບິ່ງແຍງພື້ນທີ່ ແລະ ສຸຂະອະນາໄມຂອງພວກເຂົາ ແລະ ມີຈິດສໍານຶກຂອງຄວາມຮັບຜິດຊອບ ແລະ ມີນິໄສໃນການດໍາລົງຊີວິດທີ່ດີ. ພວກເຂົາຕ້ອງເອົາໃຈໃສ່ ແລະ ຈິງຈັງໃນທຸກສິ່ງທີ່ພວກເຂົາເຮັດ ແລະ ເຮັດຕໍ່ໄປຈົນກວ່າພວກເຂົາຈະເຮັດສິ່ງນັ້ນໄດ້ດີ ແລະ ບັນລຸມາດຕະຖານ. ດ້ວຍວິທີນີ້, ຜູ້ຄົນຈະເຫັນໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ວິທີທີ່ເຈົ້າປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆວ່າ ເຈົ້າເປັນຄົນຊື່ຕົງ ແລະ ສຸພາບ, ເປັນຄົນດີ. ພວກເຂົາຈະຊື່ນຊົມເຈົ້າ ແລະ ພວກເຂົາກໍຈະເຄົາລົບເຈົ້າໂດຍທຳມະຊາດ. ພວກເຂົາຈະນັບຖື ແລະ ໃຫ້ຄຸນຄ່າກັບເຈົ້າເຊັ່ນກັນ ແລະ ສະນັ້ນ ພວກເຂົາຈະບໍ່ຕົວະຈົ້າ ຫຼື ຂົ່ມເຫັງເຈົ້າ. ພວກເຂົາຈະເວົ້າກັບເຈົ້າຢ່າງຈິງຈັງ, ໂດຍບໍ່ມີການເຍາະເຍີ້ຍ ຫຼື ການດູຖູກໃດໆ. ເຮົາບໍ່ຮູ້ວ່າຜູ້ຄົນຮັບຮູ້ການປາກົດຕົວຂອງເຮົາແນວໃດ, ແຕ່ເຮົາກໍມີຄວາມຮູ້ສຶກຢ່າງໜຶ່ງ: ເມື່ອເຮົາພົບພໍ້ກັບຄົນສ່ວນໃຫຍ່, ພວກເຂົາບໍ່ເວົ້າຕະຫຼົກ ຫຼື ເວົ້າຈາບໍ່ຈິງຈັງ. ເຮົາບໍ່ຮູ້ວ່າເປັນຫຍັງຈຶ່ງເປັນແບບນັ້ນ. ມັນອາດຈະເປັນຍ້ອນວ່າຜູ້ຄົນໄດ້ຮັບຄວາມຮູ້ສຶກວ່າ: “ພຣະອົງເປັນຄົນທີ່ຈິງຈັງຫຼາຍ ແລະ ພຣະອົງກໍຈິງຈັງໃນຄຳເວົ້າ ແລະ ການກະທຳຂອງພຣະອົງເຊັ່ນກັນ. ພຣະອົງເປັນຄົນຊື່ຕົງ; ຂ້ານ້ອຍຈະບໍ່ກ້າເວົ້າຕະຫຼົກເມື່ອມີປະຕິສຳພັນກັບພຣະອົງ. ມັນເຫັນໄດ້ຊັດເຈນຕັ້ງແຕ່ທຳອິດວ່າ ພຣະອົງບໍ່ແມ່ນຄົນປະເພດນັ້ນ”. ຖ້າຫາກວ່າ, ເມື່ອເຈົ້າໄປສະຖານທີ່ໃດໜຶ່ງ ແລະ ລົມກັບຜູ້ຄົນ, ສົນທະນາກັບຜູ້ຄົນ, ມີປະຕິສຳພັນກັບຜູ້ຄົນ, ພວກເຂົາຮູ້ສຶກວ່າມີບາງສິ່ງບາງຢ່າງຢູ່ໃນຄວາມເປັນມະນຸດ ແລະ ສິນທຳຂອງເຈົ້າ, ພວກເຂົາອາດຈະບໍ່ສາມາດເວົ້າໄດ້ຢ່າງຊັດເຈນວ່າມັນແມ່ນຫຍັງ, ແຕ່ເຈົ້າເອງກໍຮູ້ດີວ່າເຈົ້າຄິດຫຍັງໃນແຕ່ລະມື້ ແລະ ເຈົ້າຈະມີຫຼັກການ ແລະ ມາດຕະຖານສະເໝີສຳລັບວິທີທີ່ເຈົ້າເບິ່ງສິ່ງຕ່າງໆ ແລະ ພົວພັນກັບຜູ້ຄົນ, ຖ້ານັ້ນຄືວິທີທີ່ເຈົ້າພົວພັນ ແລະ ມີປະຕິສຳພັນກັບຄົນອື່ນ, ແລ້ວພວກເຂົາກໍຈະເວົ້າວ່າເຈົ້າເປັນຄົນຮອບຄອບຫຼາຍ, ຈິງຈັງ ແລະ ລະມັດລະວັງຫຼາຍໃນທຸກສິ່ງທີ່ເຈົ້າເຮັດ, ເຊິ່ງໝາຍຄວາມວ່າເຈົ້າເປັນຄົນທີ່ມີຫຼັກການຫຼາຍ. ໃນທີ່ສຸດແລ້ວ ສິ່ງນີ້ຈະສ້າງຄວາມຮູ້ສຶກໃດໃນຕົວພວກເຂົາ? ຈົ່ງໄຕ່ຕອງເລື່ອງນັ້ນຊ້າໆ. ຖ້າເຈົ້າມີສິ່ງເຫຼົ່ານັ້ນທີ່ຜູ້ທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີໃນການປະພຶດຕົນຂອງເຈົ້າ, ມັນກໍບໍ່ສຳຄັນວ່າຜູ້ຄົນຈະປະເມີນເຈົ້າແນວໃດລັບຫຼັງເຈົ້າ. ຖ້າພວກເຂົາຮູ້ສຶກໃນສ່ວນເລິກຂອງໃຈຂອງພວກເຂົາວ່າ ເຈົ້າເປັນຄົນຊື່ຕົງ, ຮອບຄອບ, ເປັນຄົນທີ່ມີທັດສະນະຄະຕິທີ່ຈິງຈັງ, ຮັບຜິດຊອບຕໍ່ທຸກສິ່ງ, ເປັນຜູ້ທີ່ມີຄຸນນະທຳສູງສົ່ງ, ແລ້ວຫຼັງຈາກທີ່ໄດ້ພົວພັນ ແລະ ມີປະຕິສຳພັນກັບເຈົ້າເປັນເວລາໄລຍະໜຶ່ງ, ພວກເຂົາກໍຈະຮັບຮອງເຈົ້າ ແລະ ນັບຖືເຈົ້າ. ແລະ ຈາກນັ້ນ, ເຈົ້າກໍຈະມີຄຸນຄ່າໃນຖານະມະນຸດຄົນໜຶ່ງ. ຖ້າຫາກວ່າ, ຫຼັງຈາກທີ່ໄດ້ພົວພັນກັບເຈົ້າເປັນເວລາໄລຍະໜຶ່ງ, ພວກເຂົາເຫັນວ່າເຈົ້າບໍ່ໄດ້ເຮັດຫຍັງດີເລີຍ, ວ່າເຈົ້າຂີ້ຄ້ານ ແລະ ໂລບມາກ, ບໍ່ເຕັມໃຈທີ່ຈະຮຽນຮູ້ຫຍັງ, ວ່າມາດຕະຖານຂອງເຈົ້າສູງເກີນຄວາມສາມາດ, ວ່າເຈົ້າຂ້ອນຂ້າງໂລບມາກ ແລະ ເຫັນແກ່ຕົວ ແລະ ຍິ່ງໄປກວ່ານັ້ນ, ວ່າເຈົ້າບໍ່ສົນໃຈສຸຂະອະນາໄມ ແລະ ບໍ່ຄິດທີ່ຈະເບິ່ງແຍງສະພາບແວດລ້ອມຂອງເຈົ້າ; ຖ້າພວກເຂົາເຫັນວ່າເຈົ້າບໍ່ຮູ້ເລື່ອງຮູ້ລາວໃນສິ່ງໃດກໍຕາມທີ່ເຈົ້າເຮັດ, ວ່າເຈົ້າມີຄວາມສາມາດທີ່ຂ້ອນຂ້າງຕໍ່າ ແລະ ວ່າເຈົ້າບໍ່ສົມຄວນໄດ້ຮັບຄວາມເຊື່ອຖື, ບໍ່ສາມາດເຮັດໜ້າວຽກໃດໆທີ່ເຈົ້າໄດ້ຮັບມອບໝາຍໃຫ້ດີໄດ້, ແລ້ວເຈົ້າກໍຈະບໍ່ມີຄ່າຫຍັງເລີຍໃນສາຍຕາຂອງຜູ້ຄົນ ແລະ ສູນເສຍຄຸນຄ່າຄວາມເປັນຄົນ. ການທີ່ບໍ່ມີຄ່າໃນສາຍຕາຂອງຄົນອື່ນກໍບໍ່ແມ່ນເລື່ອງໃຫຍ່, ສິ່ງທີ່ສຳຄັນກໍຄື ຖ້າເຈົ້າເປັນຄົນຕ່ຳຊ້າ, ຕ່ຳຕ້ອຍ ແລະ ໄຮ້ຄ່າໃນໃຈຂອງພຣະເຈົ້າເຊັ່ນກັນ, ຄືກັບສັດເດຍລະສານ, ປາສະຈາກຫົວໃຈ ຫຼື ວິນຍານ, ແລ້ວເຈົ້າກໍກຳລັງຕົກຢູ່ໃນອັນຕະລາຍ. ເຈົ້າຍັງຫ່າງໄກຈາກການໄດ້ຮັບຄວາມລອດພົ້ນຫຼາຍ! ສຳລັບບຸກຄົນໃດກໍຕາມທີ່ລັກສະນະບໍ່ໄດ້ມາດຕະຖານ, ທີ່ຄຳເວົ້າ ແລະ ການກະທຳບໍ່ມີລະບຽບແບບແຜນເລີຍ, ຜູ້ທີ່ເປັນຄືກັບສັດເດຍລະສານ, ຈະມີຄວາມຫວັງໃນການໄດ້ຮັບຄວາມລອດພົ້ນບໍ? ຕາມທີ່ເຮົາເຫັນ, ພວກເຂົາກຳລັງຕົກຢູ່ໃນອັນຕະລາຍ. ບໍ່ຊ້າກໍໄວ, ພວກເຂົາກໍຈະຖືກກຳຈັດອອກ.

3. ທັດສະນະຄະຕິ ແລະ ພຶດຕິກຳຂອງຜູ້ຄົນໃນການພົວພັນກັບເພດກົງກັນຂ້າມ

ລາຍການທີສາມຂອງພວກເຮົາແມ່ນທັດສະນະຄະຕິ ແລະ ພຶດຕິກຳຂອງຜູ້ຄົນໃນການພົວພັນກັບເພດກົງກັນຂ້າມໃນຊີວິດປະຈຳວັນຂອງພວກເຂົາ. ນີ້ແມ່ນບັນຫາທີ່ທຸກຄົນທີ່ອາໄສຢູ່ທ່າມກາງຜູ້ຄົນຈະຕ້ອງປະເຊີນ ບໍ່ວ່າພວກເຂົາຈະອາຍຸຈັກປີກໍຕາມ. ມັນກ່ຽວຂ້ອງກັບຄວາມເປັນມະນຸດດ້ານໃດ? ມັນກ່ຽວຂ້ອງກັບກຽດສັກສີ, ຄວາມຮູ້ສຶກລະອາຍໃຈ ແລະ ຮູບແບບການປະພຶດຕົນຂອງຄົນເຮົາ. ບາງຄົນຖືເບົາຫຼາຍໃນການພົວພັນກັບເພດກົງກັນຂ້າມ. ພວກເຂົາຮູ້ສຶກວ່າມັນບໍ່ແມ່ນເລື່ອງໃຫຍ່ຕາບໃດທີ່ບໍ່ມີຫຍັງເກີດຂຶ້ນ, ບໍ່ໄດ້ໝົກມຸ້ນຢູ່ໃນຄວາມຄິດທີ່ເຕັມໄປດ້ວຍຕັນຫາ ຫຼື ບໍ່ໄດ້ເປີດເຜີຍຄວາມຫຼົງໄຫຼທີ່ຊົ່ວຮ້າຍບາງຢ່າງອອກມາ. ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີຄວາມຄິດແບບນັ້ນບໍ? ນີ້ແມ່ນສັນຍານຂອງຄວາມເປັນມະນຸດທີ່ປົກກະຕິບໍ? ເມື່ອເຈົ້າອາຍຸຫຼາຍພໍທີ່ຈະແຕ່ງດອງ ແລະ ໄດ້ພົວພັນກັບເພດກົງກັນຂ້າມ ແລະ ຕ້ອງການມີຄວາມສຳພັນ, ຈົ່ງເຮັດມັນຢ່າງປົກກະຕິ ແລະ ຈະບໍ່ມີໃຜແຊກແຊງ. ແຕ່ບາງຄົນບໍ່ຕ້ອງການຄວາມສຳພັນ, ພວກເຂົາຢອກໄຍເປັນເວລາສອງສາມມື້ກັບຄົນທີ່ດຶງດູດສາຍຕາຂອງພວກເຂົາ ແລະ ທັນທີທີ່ພວກເຂົາພົບຄົນທີ່ຖືກໃຈ ແລະ ກົງກັບຄວາມມັກຂອງພວກເຂົາ ພວກເຂົາກໍເລີ່ມອວດສະເໜ່. ແລ້ວພວກເຂົາອວດສະເໜ່ແນວໃດ? ການຍັກຄິ້ວຫຼິ່ວຕາ ຫຼື ການປ່ຽນນໍ້າສຽງໃນຂະນະທີ່ພວກເຂົາເວົ້າ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍເຄື່ອນໄຫວໃນລັກສະນະໃດໜຶ່ງ ຫຼື ເລີ່ມເວົ້າເລື່ອງຕະຫຼົກເພື່ອເຮັດໃຫ້ຕົນເອງເປັນທີ່ສົນໃຈ, ນີ້ຄືການອວດສະເໜ່. ເມື່ອຄົນທີ່ປົກກະຕິບໍ່ໄດ້ເປັນແບບນີ້ແລ້ວເປີດເຜີຍພຶດຕິກຳເຫຼົ່ານີ້ອອກມາ, ເຈົ້າສາມາດໝັ້ນໃຈໄດ້ເລີຍວ່າມີເພດກົງກັນຂ້າມບາງຄົນຢູ່ໃກ້ໆທີ່ກົງກັບຄວາມມັກຂອງພວກເຂົາ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ເຈົ້າອາດຈະເວົ້າວ່າພວກເຂົາປະພຶດຕົນໃນຮູບແບບທີ່ບໍ່ດີ ແລະ ບໍ່ຮັກສາຂອບເຂດທີ່ຊັດເຈນລະຫວ່າງຍິງ ແລະ ຊາຍ ແຕ່ພວກເຂົາບໍ່ໄດ້ສະແດງພຶດຕິກຳທີ່ໜ້າລັງກຽດໃດໆອອກມາ. ບາງຄົນອາດຈະເວົ້າວ່າພວກເຂົາພຽງແຕ່ເປັນຄົນທີ່ບໍ່ສຳລວມ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາບໍ່ຮູ້ຈັກຮັກສາກຽດຂອງຕົນເອງ, ຄົນທີ່ບໍ່ສຳລວມຈະບໍ່ມີແນວຄິດເລື່ອງການເຄົາລົບຕົນເອງ. ບາງຄົນເປີດເຜີຍລັກສະນະເຫຼົ່ານີ້ໃນຊີວິດປະຈຳວັນ ແຕ່ການປະຕິບັດໜ້າທີ່ຂອງພວກເຂົາບໍ່ໄດ້ຮັບຜົນກະທົບ ທັງບໍ່ໄດ້ສົ່ງຜົນກະທົບຕໍ່ຄວາມສຳເລັດໃນວຽກງານຂອງພວກເຂົາ. ສະນັ້ນ, ນີ້ແມ່ນບັນຫາແທ້ໆບໍ? ບາງຄົນເວົ້າວ່າ: “ຕາບໃດທີ່ມັນບໍ່ຂັດຂວາງການໄລ່ຕາມຄວາມຈິງຂອງພວກເຂົາ, ຍັງມີຄວາມຈຳເປັນຕ້ອງເວົ້າເຖິງມັນອີກບໍ?” ສິ່ງນີ້ກ່ຽວຂ້ອງກັບຫຍັງ? ຄວາມລະອາຍ ແລະ ກຽດສັກສີຂອງຄວາມເປັນມະນຸດຂອງຄົນເຮົາ. ຄວາມເປັນມະນຸດຂອງຄົນໆໜຶ່ງບໍ່ສາມາດປາສະຈາກຄວາມລະອາຍ ແລະ ກຽດສັກສີໄດ້ ແລະ ຖ້າປາສະຈາກສິ່ງເຫຼົ່ານີ້ແລ້ວ ຄວາມເປັນມະນຸດຂອງພວກເຂົາກໍບໍ່ສາມາດເປັນຄວາມເປັນມະນຸດທີ່ປົກກະຕິໄດ້. ບາງຄົນເປັນຄົນທີ່ໜ້າເຊື່ອຖື, ພວກເຂົາຈິງຈັງ, ມີຄວາມຮັບຜິດຊອບ ແລະ ທຸ່ມເທໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາບໍ່ມີບັນຫາໃຫຍ່ໃດໆ ແຕ່ພວກເຂົາພຽງແຕ່ບໍ່ຈິງຈັງກັບຊີວິດດ້ານນີ້ຂອງພວກເຂົາ. ເມື່ອເຈົ້າຢອກໄຍກັບສະມາຊິກຄົນໜຶ່ງຂອງເພດກົງກັນຂ້າມ, ສິ່ງນີ້ສ້າງສັນ ຫຼື ເປັນອັນຕະລາຍ? ຈະເປັນແນວໃດຖ້າຄົນທີ່ເຈົ້າຢອກໄຍນຳນັ້ນເກີດມີໃຈໃຫ້ເຈົ້າ? ເຈົ້າອາດຈະເວົ້າວ່າ “ນັ້ນບໍ່ແມ່ນສິ່ງທີ່ຂ້ຍຕ້ອງການ”. ແລ້ວຖ້າເຈົ້າຍັງຢອກໄຍກັບຄົນໃດໜຶ່ງທັງທີ່ນັ້ນບໍ່ແມ່ນສິ່ງທີ່ເຈົ້າຕ້ອງການ, ເຈົ້າບໍ່ໄດ້ກຳລັງຫຼິ້ນກັບຄວາມຮູ້ສຶກຂອງພວກເຂົາບໍ? ເຈົ້າກຳລັງທຳຮ້າຍພວກເຂົາ! ສິ່ງນີ້ຂ້ອນຂ້າງຂາດຄວາມສຳນຶກທາງສິນທຳ. ຄົນທີ່ເຮັດແບບນີ້ມີລັກສະນະທີ່ບໍ່ດີ. ຍິ່ງໄປກວ່ານັ້ນ, ຖ້າເຈົ້າບໍ່ຕັ້ງໃຈທີ່ຈະໄລ່ຕາມຄວາມສຳພັນນີ້ ແລະ ບໍ່ຈິງຈັງກັບມັນ ແຕ່ເຈົ້າຍັງຍົກຄິ້ວ ແລະ ຍິບຕາໃຫ້ເພດກົງກັນຂ້າມ ແລະ ອວດສະເໜ່ດ້ວຍຄວາມມ່ວນຊື່ນ ແລະ ຄວາມຕະຫຼົກ, ເຮັດທຸກຢ່າງເພື່ອສະແດງໃຫ້ເຫັນວ່າເຈົ້າມີລະດັບ, ວ່າເຈົ້າຫຼໍ່ ຫຼື ຫຸ່ນດີ, ຖ້າເຈົ້າອວດສະເໜ່ແບບນີ້, ຄວາມຈິງແລ້ວເຈົ້າກຳລັງເຮັດຫຍັງຢູ່? (ລໍ້ລວງຜູ້ຄົນ.) ມັນມີເຈດຕະນາທີ່ຈະລໍ້ລວງຢູ່ໃນນັ້ນ. ແລ້ວພຶດຕິກຳລໍ້ລວງປະເພດນີ້ເປັນສິ່ງທີ່ສູງສົ່ງ ຫຼື ເປັນສິ່ງທີ່ໜ້າລັງກຽດ? (ມັນເປັນສິ່ງທີ່ໜ້າລັງກຽດ.) ນີ້ຄືຈຸດທີ່ບໍ່ມີກຽດສັກສີອີກຕໍ່ໄປແລ້ວ. ຄົນປະເພດໃດໃນໂລກນີ້ທີ່ຈະລໍ້ລວງຄົນອື່ນ? ໂສເພນີ, ແມ່ຍິງທີ່ມັກມາກໃນກາມ, ຄົນເສເພ, ຄົນເຫຼົ່ານີ້ບໍ່ຮູ້ຈັກຄວາມລະອາຍ. ການບໍ່ຮູ້ຈັກຄວາມລະອາຍໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາບໍ່ຮູ້ສຶກເຖິງຄວາມອັບອາຍ. ຄວາມສຸດຈະລິດ, ຄວາມລະອາຍ ແລະ ກຽດຕິຍົດ ພ້ອມທັງກຽດສັກສີ ແລະ ຊື່ສຽງ, ພວກເຂົາບໍ່ສົນໃຈສິ່ງເຫຼົ່ານີ້ເລີຍ. ຄົນແບບນີ້ເລາະອວດສະເໜ່ ແລະ ມັກຍອກໄຍໄປທົ່ວ. ການຢອກໄຍກັບຄົນໜຶ່ງ ຫຼື ສອງຄົນບໍ່ພຽງພໍສຳລັບພວກເຂົາ ແລະ ພວກເຂົາບໍ່ຄິດວ່າແປດ ຫຼື ສິບຄົນນັ້ນຫຼາຍເກີນໄປ. ມັນຕ້ອງໃຊ້ຄົນເປັນພັນໆຄົນເພື່ອເຮັດໃຫ້ພວກເຂົາມີຄວາມສຸກ. ແມ່ຍິງທີ່ແຕ່ງງານແລ້ວບາງຄົນມີລູກສອງຄົນ ແລະ ຄົນພາຍນອກກໍບໍ່ຮູ້ເລຶ່ອງນີ້. ເປັນຫຍັງພວກເຂົາຈຶ່ງບໍ່ໃຫ້ຄົນອື່ນຮູ້? ພວກເຂົາຢ້ານວ່າເມື່ອພວກເຂົາບອກວ່າພວກເຂົາແຕ່ງງານແລ້ວ ແລະ ມີເຈົ້າຂອງແລ້ວ ພວກເຂົາຈະບໍ່ປະສົບຜົນສໍາເລັດໃນການອວດສະເໜ່ອີກຕໍ່ໄປ ແລະ ພວກເຂົາຈະສູນເສຍຄວາມສາມາດໃນການລໍ້ລວງ ແລະ ຄວາມມີສະເໜ່ຂອງຕົນເອງ. ນັ້ນຄືເຫດຜົນທີ່ພວກເຂົາຈະບໍ່ເປີດເຜີຍກ່ຽວກັບມັນ. ຄົນດັ່ງກ່າວບໍ່ຮູ້ສຶກເຖິງຄວາມອັບອາຍບໍ? ຄວາມເປັນມະນຸດຂອງຄົນໆໜຶ່ງປົກກະຕິບໍ ຖ້າມັນມີສິ່ງດັ່ງກ່າວຢູ່ໃນນັ້ນ? ມັນບໍ່ປົກກະຕິ. ຄວາມໝາຍແຝງຂອງສິ່ງນີ້ກໍຄື ຖ້າເຈົ້າມີຄວາມເປັນມະນຸດດັ່ງກ່າວ ແລະ ພຶດຕິກຳດັ່ງກ່າວ, ແລ້ວເຈົ້າກໍຂາດຕົກບົກພ່ອງໃນແງ່ຂອງຄວາມເປັນມະນຸດທີ່ປົກກະຕິ; ມັນຂາດຄວາມລະອາຍ ແລະ ກຽດສັກສີ. ບາງຄົນເລີ່ມລູບຜົມ ແລະ ຈັດເສື້ອຜ້າໃຫ້ຮຽບຮ້ອຍທັນທີທີ່ພວກເຂົາຢູ່ໃກ້ເພດກົງກັນຂ້າມ ຫຼື ພວກເຂົາຈະທາປາກ ແລະ ທາແປ້ງ, ພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດໃຫ້ຕົນເອງເບິ່ງງາມຂຶ້ນ. ເປົ້າໝາຍຂອງພວກເຂົາໃນສິ່ງນີ້ແມ່ນຫຍັງ? ເປົ້າໝາຍຂອງພວກເຂົາຄືການລໍ້ລວງ. ນີ້ຄືສິ່ງທີ່ບໍ່ຄວນມີຢູ່ໃນຄວາມເປັນມະນຸດທີ່ປົກກະຕິ. ການທີ່ສາມາດລໍ້ລວງຜູ້ຄົນແບບນີ້ ແລະ ບໍ່ຮູ້ສຶກຫຍັງເລີຍ, ໂດຍຄິດວ່າມັນຂ້ອນຂ້າງເປັນເລື່ອງປົກກະຕິ ແລະ ເປັນເລື່ອງທຳມະດາທົ່ວໄປ, ວ່າມັນບໍ່ແມ່ນເລື່ອງໃຫຍ່, ນັ້ນຄືການຂາດຄວາມຮູ້ສຶກລະອາຍ ແລະ ເຖິງກັບບໍ່ຮູ້ວ່າຕົນເອງຄວນ ແລະ ບໍ່ຄວນເຮັດຫຍັງ. ມີບາງຄົນທີ່ເຕັມໃຈຈະຍ່າງເປືອຍກາຍໄປຕາມຖະໜົນ ຖ້າພວກເຂົາໄດ້ຮັບເງິນສິບພັນຢວນ. ພວກເຂົາເປັນຄົນປະເພດໃດ? ພວກເຂົາເປັນຄົນທີ່ບໍ່ມີຄວາມຮູ້ສຶກລະອາຍ. ພວກເຂົາຈະເຮັດທຸກຢ່າງເພື່ອເງິນ ໂດຍປາສະຈາກຄວາມລະອາຍ. ຄວາມສຸດຈະລິດ, ລັກສະນະ, ຄວາມຮູ້ສຶກລະອາຍ ແລະ ກຽດສັກສີບໍ່ມີຄວາມໝາຍຫຍັງເລີຍ ແລະ ໄຮ້ຄ່າສຳລັບພວກເຂົາ. ພວກເຂົາຮູ້ສຶກວ່າຄວາມສາມາດຂອງພວກເຂົາໃນການອວດສະເໜ່ ແລະ ລໍ້ລວງຄົນອື່ນແມ່ນພອນສະຫວັນຂອງພວກເຂົາ ແລະ ຄວາມສຸກພຽງຢ່າງດຽວຂອງພວກເຂົາມາຈາກການໄດ້ຮັບຄວາມນິຍົມຈາກຜູ້ຄົນຫຼາຍຂຶ້ນ ແລະ ມີຜູ້ຄົນມາຕາມຈີບພວກເຂົາຫຼາຍຂຶ້ນ. ນັ້ນຄືກຽດຕິຍົດສູງສຸດສຳລັບແມ່ຍິງດັ່ງກ່າວ; ມັນຄືສິ່ງທີ່ພວກເຂົາເຫັນຄຸນຄ່າ. ພວກເຂົາບໍ່ເຫັນຄຸນຄ່າຂອງສິ່ງຕ່າງໆເຊັ່ນ: ກຽດສັກສີ, ຄວາມຮູ້ສຶກລະອາຍ ຫຼື ລັກສະນະ. ນີ້ແມ່ນຄວາມເປັນມະນຸດທີ່ດີບໍ? (ບໍ່ແມ່ນ.) ພວກເຈົ້າເຄີຍສະແດງພຶດຕິກຳເຫຼົ່ານີ້ບໍ? (ພວກເຮົາເຄີຍ.) ແລ້ວພວກເຈົ້າສາມາດຄວບຄຸມພວກມັນໄດ້ບໍ? ພວກເຈົ້າສາມາດຄວບຄຸມພວກມັນໄດ້ເປັນສ່ວນໃຫຍ່ ຫຼື ພວກເຈົ້າສາມາດເຮັດໄດ້ພຽງແຕ່ສ່ວນນ້ອຍເທົ່ານັ້ນ? ພວກເຈົ້າມີຄວາມສາມາດໃນການຢັບຢັ້ງຕົນເອງບໍ? ຄົນທີ່ສາມາດຢັບຢັ້ງຕົນເອງໄດ້ຄືຄົນທີ່ຫົວໃຈຂອງພວກເຂົາຮູ້ຈັກຄວາມລະອາຍ. ທຸກຄົນມີຊ່ວງເວລາແຫ່ງຄວາມມຸທະລຸ ແລະ ຄວາມປ່ອຍຕົວໄປຕາມອາລົມ, ແຕ່ເມື່ອຜູ້ທີ່ສາມາດຢັບຢັ້ງຕົນເອງໄດ້ເຮັດລົງໄປ, ພວກເຂົາຮູ້ສຶກວ່າສິ່ງທີ່ພວກເຂົາກຳລັງເຮັດນັ້ນບໍ່ຖືກຕ້ອງ, ມັນຫຼຸດກຽດຂອງພວກເຂົາ, ພວກເຂົາຕ້ອງກັບໃຈທັນທີ ແລະ ພວກເຂົາຕ້ອງບໍ່ເຮັດສິ່ງນີ້ອີກຕໍ່ໄປ ແລ້ວຕໍ່ມາ ເມື່ອພວກເຂົາພົບກັບສິ່ງດັ່ງກ່າວອີກຄັ້ງ ພວກເຂົາກໍສາມາດຄວບຄຸມຕົນເອງໄດ້. ຖ້າບໍ່ມີແມ່ນແຕ່ຄວາມສາມາດໃນການຢັບຢັ້ງຕົນເອງພຽງເລັກນ້ອຍນີ້ຢູ່ພາຍໃນຄວາມເປັນມະນຸດຂອງເຈົ້າ, ແລ້ວເຈົ້າຈະສາມາດກະບົດຕໍ່ສິ່ງໃດໄດ້ ເມື່ອຖືກຮຽກຮ້ອງໃຫ້ປະຕິບັດຄວາມຈິງ? ບາງຄົນເກີດມາມີຮູບຮ່າງໜ້າຕາດີ ແລະ ພົບວ່າຕົນເອງຖືກເພດກົງກັນຂ້າມຕາມຈີບຢູ່ສະເໝີ; ຍິ່ງມີຄົນມາຕາມຈີບພວກເຂົາຫຼາຍເທົ່າໃດ ພວກເຂົາກໍຍິ່ງຮູ້ສຶກວ່າພວກເຂົາສາມາດອວດສະເໜ່ໄດ້ຫຼາຍຂຶ້ນເທົ່ານັ້ນ. ສິ່ງນີ້ບໍ່ເປັນອັນຕະລາຍສຳລັບພວກເຂົາບໍ? ເຈົ້າຄວນເຮັດແນວໃດໃນສະຖານະການນີ້? (ຮູ້ເທົ່າທັນ ແລະ ຫຼີກລ່ຽງຫຼຸມພາງນີ້.) ນີ້ແມ່ນຫຼຸມພາງແທ້ໆເຊິ່ງເຈົ້າຕ້ອງຫຼີກລ່ຽງ, ຖ້າເຈົ້າບໍ່ຫຼີກລ່ຽງເຈົ້າກໍອາດຈະພົບວ່າຄົນໃດໜຶ່ງໄດ້ດັກຈັບເຈົ້າແລ້ວ. ເຈົ້າຈຳເປັນຕ້ອງຫຼີກລ່ຽງການລອງໃຈນີ້ກ່ອນທີ່ເຈົ້າຈະຕິດກັບດັກ; ສິ່ງນີ້ເອີ້ນວ່າການຢັບຢັ້ງຕົນເອງ. ຄົນທີ່ມີການຢັບຢັ້ງຕົນເອງຈະມີຄວາມຮູ້ສຶກລະອາຍ ແລະ ມີກຽດສັກສີ. ຜູ້ທີ່ບໍ່ມີສິ່ງນີ້ສາມາດຖືກລໍ້ລວງໄປໂດຍໃຜກໍຕາມທີ່ມາລໍ້ລວງພວກເຂົາ ແລະ ຫຼົງກົນເມື່ອໃດກໍຕາມທີ່ມີຄົນມາຕາມຈີບພວກເຂົາ ເຊິ່ງກໍ່ໃຫ້ເກີດບັນຫາ. ຍິ່ງໄປກວ່ານັ້ນ ພວກເຂົາຍັງຈະຕັ້ງໃຈອວດສະເໜ່, ແຕ່ງເນື້ອແຕ່ງຕົວ ແລະ ບໍ່ວ່າພວກເຂົາຈະມີເຄື່ອງນຸ່ງໃດທີ່ສາມາດເຮັດໃຫ້ຕົນເອງເບິ່ງຫຼໍ່, ມີສະເໜ່ ແລະ ງາມຂຶ້ນ ພວກເຂົາກໍຈະເລືອກນຸ່ງເຄື່ອງເຫຼົ່ານັ້ນໂດຍສະເພາະ ແລະ ຈະນຸ່ງພວກມັນທຸກໆມື້; ສິ່ງນີ້ເປັນອັນຕະລາຍສຳລັບພວກເຂົາ ແລະ ມັນສະແດງໃຫ້ເຫັນວ່າພວກເຂົາເປັນຄົນທີ່ຕັ້ງໃຈລໍ້ລວງຄົນອື່ນ. ຖ້າເຈົ້າເບິ່ງດຶງດູດສາຍຕາ ແລະ ລໍ້ລວງເກີນໄປໃນເຄື່ອງນຸ່ງເຫຼົ່ານີ້ ແລ້ວເຈົ້າກໍຕ້ອງກະບົດຕໍ່ເນື້ອໜັງຂອງເຈົ້າ ແລະ ເລີກນຸ່ງເຄື່ອງນຸ່ງແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈໃນເລື່ອງນີ້ ແລ້ວເຈົ້າກໍສາມາດເຮັດສິ່ງນີ້ໄດ້. ເຖິງຢ່າງໃດກໍຕາມ ຖ້າເຈົ້າບໍ່ມີຄວາມຕັ້ງໃຈນີ້ ແລະ ເຈົ້າຕ້ອງການຊອກຫາຄູ່ ກໍຈົ່ງໄປຊອກຫາສາ: ຈົ່ງພົວພັນກັນຢ່າງປົກກະຕິ ໂດຍບໍ່ຕ້ອງຢອກໄຍກັນ. ຖ້າເຈົ້າບໍ່ໄດ້ກຳລັງຊອກຫາຄູ່ ແຕ່ຍັງຢອກໄຍກັບຄົນອື່ນ ສິ່ງນີ້ກໍເອີ້ນໄດ້ພຽງແຕ່ວ່າເປັນການຂາດຄວາມຮູ້ສຶກລະອາຍ. ເຈົ້າຕ້ອງຊັດເຈນຕໍ່ກັບສິ່ງທີ່ເຈົ້າກຳລັງເລືອກ. ພວກເຈົ້າທຸກຄົນສາມາດປະຕິບັດຕາມຫຼັກການໄດ້ບໍ? (ພວກເຮົາມີຄວາມຕັ້ງໃຈເຊັ່ນນີ້.) ຖ້າພວກເຈົ້າມີຄວາມຕັ້ງໃຈນີ້ ແລ້ວພວກເຈົ້າກໍຈະມີພະລັງ, ມີແຮງຈູງໃຈ ແລະ ມັນກໍຈະງ່າຍທີ່ຈະປະຕິບັດຕາມຫຼັກການເຫຼົ່ານັ້ນ. ບາງຄົນມີທຳມະຊາດທີ່ດີໂດຍແກ່ນແທ້ແລະ ຍິ່ງໄປກວ່ານັ້ນ ເມື່ອໄດ້ພົບຄວາມເຊື່ອໃນພຣະເຈົ້າແລ້ວ ພວກເຂົາກໍໄລ່ຕາມຄວາມຈິງ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ມີຄວາມປາຖະໜານັ້ນ ແລະ ບໍ່ຕອບສະໜອງຕໍ່ໃຜກໍຕາມທີ່ພະຍາຍາມມາຢອກໄຍພວກເຂົາ. ບາງຄົນມີແນວໂນ້ມທີ່ຈະເປັນແບບນີ້ໄດ້ງ່າຍ ໃນຂະນະທີ່ຄົນອື່ນບໍ່ໃສ່ໃຈກັບມັນເລີຍ; ບາງຄົນເບິ່ງຄືວ່າມີຄວາມຕັ້ງໃຈນີ້ ແຕ່ແມ່ນແຕ່ຕົວພວກເຂົາເອງກໍບໍ່ສາມາດບອກໄດ້ວ່າໃນຄວາມເປັນຈິງແລ້ວພວກເຂົາມີ ຫຼື ບໍ່ມີ. ກ່ຽວກັບການພົວພັນກັບເພດກົງກັນຂ້າມ ນີ້ຄືສິ່ງທີ່ເຈົ້າຕ້ອງຈັດການຢ່າງຖືກຕ້ອງ ແລະ ກວດສອບຄືນໃໝ່ ແລະ ລະບຸວ່າມັນເປັນສ່ວນໜຶ່ງຂອງກຽດສັກສີ ແລະ ຄວາມລະອາຍຂອງຄວາມເປັນມະນຸດທີ່ປົກກະຕິ. ການຂາດຄວາມຮູ້ສຶກລະອາຍກ່ຽວຂ້ອງກັບການຂາດຄວາມເປັນມະນຸດທີ່ປົກກະຕິແນວໃດ? ສາມາດເວົ້າໄດ້ວ່າ ຖ້າຄົນໃດໜຶ່ງບໍ່ມີຄວາມຮູ້ສຶກລະອາຍ ພວກເຂົາກໍບໍ່ມີຄວາມເປັນມະນຸດ. ເປັນຫຍັງທຸກຄົນທີ່ຂາດຄວາມເປັນມະນຸດຈຶ່ງບໍ່ຮັກຄວາມຈິງ? ແລ້ວເປັນຫຍັງພວກເຮົາຈຶ່ງເວົ້າວ່າ ຄົນເຮົາສາມາດໄລ່ຕາມຄວາມຈິງໄດ້ ຖ້າພວກເຂົາມີຄວາມເປັນມະນຸດ? ບອກເຮົາເບິ່ງວ່າ ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍຮູ້ບໍວ່າອັນໃດດີ ແລະ ອັນໃດບໍ່ດີ? (ບໍ່ຮູ້.) ສະນັ້ນ ເມື່ອພວກເຂົາເຮັດສິ່ງທີ່ບໍ່ດີທີ່ຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ ແລະ ລະເມີດຄວາມຈິງ ພວກເຂົາຮູ້ສຶກຕຳນິຕົນເອງບໍ? (ບໍ່.) ພວກເຂົາຈະສາມາດຍ່າງໃນເສັ້ນທາງທີ່ຖືກຕ້ອງໄດ້ບໍ ຖ້າສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ່ຕຳນິພວກເຂົາ? ພວກເຂົາສາມາດໄລ່ຕາມຄວາມຈິງໄດ້ບໍ? ຄົນທີ່ໜ້າດ້ານ ແລະ ບໍ່ມີຄວາມລະອາຍນັ້ນແມ່ນຄົນທີ່ໄຮ້ຄວາມຮູ້ສຶກ; ພວກເຂົາບໍ່ສາມາດແຍກແຍະສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້ຢ່າງຊັດເຈນ ຫຼື ສິ່ງທີ່ພຣະເຈົ້າຮັກ ແລະ ສິ່ງທີ່ພຣະອົງກຽດຊັງ. ສະນັ້ນ, ເມື່ອພຣະເຈົ້າບອກໃຫ້ຜູ້ຄົນເປັນຄົນຊື່ສັດ ພວກເຂົາກໍເວົ້າວ່າ “ການເວົ້າຕົວະມັນເປັນຫຍັງ? ການເວົ້າຂີ້ຕົວະບໍ່ໄດ້ເສຍຫາຍຫຍັງ!” ຄົນທີ່ບໍ່ມີຄວາມລະອາຍຈະເວົ້າບາງສິ່ງທີ່ຄືກັບສິ່ງນີ້ບໍ່ແມ່ນບໍ? ຖ້າຄົນທີ່ມີຄວາມຮູ້ສຶກລະອາຍບໍ່ຊື່ສັດ ແລະ ຖືກທຸກຄົນຈັບໄດ້ ໜ້າຈະບໍ່ແດງບໍ? ພວກເຂົາຈະບໍ່ຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນບໍ? (ພວກເຂົາຮູ້ສຶກບໍ່ສະບາຍໃຈ.) ແລ້ວຄົນທີ່ບໍ່ມີຄວາມລະອາຍເດ? “ການເປັນຄົນຊື່ສັດ, ສິ່ງທີ່ຄົນອື່ນຄິດ, ຂ້ອຍມີຄຸນຄ່າຫຍັງຕໍ່ພວກເຂົາ ຫຼື ພວກເຂົາໃຫ້ຄວາມສຳຄັນກັບຂ້ອຍສໍ່າໃດ ສິ່ງເຫຼົ່ານີ້ບໍ່ສຳຄັນສຳລັບຂ້ອຍເລີຍ!” ພວກເຂົາບໍ່ສົນໃຈ. ແລ້ວພວກເຂົາຍັງສາມາດໄລ່ຕາມຄວາມຈິງໄດ້ຢູ່ບໍ? ຖ້າເຈົ້າຖາມພວກເຂົາຫຼັງຈາກທີ່ພວກເຂົາເວົ້າຕົວະວ່າ ພວກເຂົາຮູ້ສຶກບໍ່ສະບາຍໃຈ ຫຼື ພວກເຂົາຮູ້ສຶກຕຳນິຕົນເອງບໍ ພວກເຂົາກໍຈະເວົ້າວ່າ “ການຢູ່ຢ່າງສະຫງົບໝາຍຄວາມວ່າແນວໃດ? ການຕຳນິຕົນເອງແມ່ນຫຍັງ? ເປັນຫຍັງເລື່ອງນີ້ຈຶ່ງຕ້ອງຫຍຸ້ງຍາກຂະໜາດນີ້?” ພວກເຂົາບໍ່ມີຈິດສໍານຶກດັ່ງກ່າວ. ຄົນທີ່ບໍ່ມີຄວາມສຳນຶກແບບນັ້ນສາມາດຕິດຕາມພຣະເຈົ້າໄດ້ບໍ? ພວກເຂົາສາມາດໄລ່ຕາມຄວາມຈິງໄດ້ບໍ? ພວກເຂົາບໍ່ໄດ້ໄລ່ຕາມມັນ. ສຳລັບພວກເຂົາແລ້ວ ບໍ່ມີຂອບເຂດລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ລະຫວ່າງຄວາມຈິງ ແລະ ສິ່ງທີ່ລະເມີດຄວາມຈິງ ພວກມັນລ້ວນແຕ່ຄືກັນໝົດ. ຢ່າງໃດກໍຕາມ ພວກເຂົາຄິດວ່າ ມັນຈະບໍ່ເປັນຫຍັງຖ້າທຸກຄົນພະຍາຍາມ, ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈ່າຍລາຄາ. ມັນບໍ່ມີຄວາມແຕກຕ່າງຫຍັງເລີຍ. ພວກເຂົາບໍ່ຮູ້ສຶກຕຳນິຕົນເອງເມື່ອພວກເຂົາໄດ້ເຮັດບາງສິ່ງທີ່ຕໍ່ຕ້ານພຣະເຈົ້າ, ເມື່ອພວກເຂົາໄດ້ເຮັດບາງສິ່ງທີ່ລະເມີດຫຼັກການຄວາມຈິງ, ເມື່ອພວກເຂົາໄດ້ເຮັດບາງສິ່ງທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄົນອື່ນ ຫຼື ເມື່ອພວກເຂົາໄດ້ເຮັດບາງສິ່ງທີ່ລົບກວນວຽກງານຂອງຄຣິສຕະຈັກ. ພວກເຂົາບໍ່ມີຄວາມຮູ້ສຶກຕຳນິຕົນເອງເລີຍ. ສຳລັບສິ່ງດັ່ງກ່າວ, ພວກເຂົາບໍ່ໄດ້ຂາດຄວາມຮູ້ສຶກລະອາຍບໍ? ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍແມ່ນຄົນທີ່ຂາດການແຍກແຍະກ່ຽວກັບສິ່ງດັ່ງກ່າວ. ສຳລັບພວກເຂົາແລ້ວ ມັນກ່ຽວກັບການເຮັດສິ່ງໃດກໍຕາມທີ່ພວກເຂົາຕ້ອງການ. ສິ່ງໃດກໍໄດ້; ບໍ່ຈຳເປັນຕ້ອງໃຊ້ຄວາມຈິງເພື່ອຕັດສິນ. ສະນັ້ນ, ຈຶ່ງບໍ່ມີທາງທີ່ຄົນທີ່ບໍ່ມີຄວາມຮູ້ສຶກລະອາຍຈະເຂົ້າໃຈ ຫຼື ປະຕິບັດຄວາມຈິງໄດ້. ນີ້ຄືຄວາມສຳພັນລະຫວ່າງການບໍ່ມີຄວາມຮູ້ສຶກລະອາຍ ແລະ ການຂາດຄວາມເປັນມະນຸດ. ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດເວົ້າສິ່ງນີ້ໄດ້? ພວກເຈົ້າທຸກຄົນກຳລັງຄິດວ່າ “ສິ່ງທີ່ພຣະອົງກຳລັງເທດສະໜານັ້ນບໍ່ຄ່ອຍກ່ຽວຂ້ອງກັບຄວາມຈິງປານໃດ; ມັນຂ້ອນຂ້າງຫ່າງໄກຈາກຄວາມຈິງ. ໂດຍປົກກະຕິແລ້ວ ພວກເຮົາສາມາດເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ. ສະນັ້ນ, ພວກເຮົາຍັງຕ້ອງການໃຫ້ພຣະອົງເວົ້າກ່ຽວກັບພວກມັນອີກບໍ?” ຖ້າພວກເຈົ້າຮູ້ສຶກວ່າມັນບໍ່ກ່ຽວຂ້ອງກັບຄວາມຈິງ ແລ້ວພວກເຈົ້າໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງຫຼາຍສໍ່າໃດແລ້ວ? ພວກເຈົ້າຊີວິດໃນຄວາມເປັນຄວາມເປັນມະນຸດທີ່ປົກກະຕິບໍ? ພວກເຈົ້າໄດ້ກາຍເປັນຄົນທີ່ມີຄວາມຈິງ ແລະ ຄວາມເປັນມະນຸດແລ້ວແທ້ໆບໍ? ພວກເຈົ້າມີວຸດທິພາວະນ້ອຍເກີນໄປ ແລະ ເຖິງກັບບໍ່ສາມາດຄິດຫາສິ່ງເຫຼົ່ານີ້ໄດ້ແລ້ວພວກເຈົ້າຈະມີຄວາມເປັນຈິງຄວາມຈິງຫຍັງໄດ້?

ໜຶ່ງໃນສິບພຣະດຳລັດການບໍລິຫານຂອງເຮືອນຂອງພຣະເຈົ້າກ່າວວ່າ: ມະນຸດມີອຸປະນິໄສທີ່ເສື່ອມຊາມ ແລະ ຍິ່ງໄປກວ່ານັ້ນ ມະນຸດມີຄວາມຮູ້ສຶກ. ເມື່ອເປັນເຊັ່ນນັ້ນ, ມັນຈຶ່ງເປັນການຫ້າມຢ່າງເດັດຂາດບໍ່ໃຫ້ສະມາຊິກສອງຄົນ ທີ່ເປັນເພດກົງກັນຂ້າມເຮັດວຽກຮ່ວມກັນຕາມລໍາພັງ ເມື່ອກຳລັງຮັບໃຊ້ພຣະເຈົ້າ. ຜູ້ໃດກໍ່ຕາມທີ່ຖືກຄົ້ນພົບວ່າໄດ້ເຮັດແບບນັ້ນແມ່ນຈະຖືກຂັບໄລ່ອອກ ໂດຍບໍ່ມີຂໍ້ຍົກເວັ້ນ. ຜູ້ຄົນມີທັດສະນະແນວໃດຕໍ່ພຣະດຳລັດການບໍລິຫານນີ້? ຖ້າຜູ້ຊາຍຄົນໜຶ່ງມີຄວາມສຳພັນທີ່ບໍ່ເໝາະສົມກັບແມ່ຍິງຫຼາຍກວ່າສາມສິບຄົນ, ບອກເຮົາເບິ່ງວ່າ ຄົນທີ່ໄດ້ຍິນເລື່ອງນີ້ຈະຮູ້ສຶກແນວໃດກ່ຽວກັບມັນ? (ພວກເຂົາຄົງຈະບໍ່ເຊື່ອ.) ເຈົ້າອາດຈະປະຫຼາດໃຈທີ່ໄດ້ຍິນເລື່ອງນີ້; ເຈົ້າຈະຕົກໃຈວ່າ “ປັດໂທ, ນັ້ນມັນຫຼາຍໂພດ! ນັ້ນມັນໜ້າລັງກຽດ, ແມ່ນບໍ່?” ແລ້ວຜູ້ຊາຍຄົນນັ້ນຈະມີຄວາມຮູ້ສຶກແນວໃດເມື່ອລາວບອກເຈົ້າ? (ລາວຄົງຈະສະແດງທ່າທາງຄືກັບວ່າມັນບໍ່ສຳຄັນຫຍັງສຳລັບລາວ.) ມັນອາດຈະເປັນເລື່ອງທຳມະດາສຳລັບລາວ. ລອງຖາມລາວເບິ່ງວ່າລາວກິນຫຍັງມື້ນີ້: “ເຂົ້າ”. ລອງຖາມລາວເບິ່ງວ່າລາວເຄີຍຢູ່ກັບແມ່ຍິງຈັກຄົນ: “ສາມສິບຄົນ ຫຼື ຫຼາຍກວ່ານັ້ນ”. ລາວຈະເວົ້າສອງສິ່ງນີ້ດ້ວຍນໍ້າສຽງ ແລະ ຄວາມຄິດແບບດຽວກັນຢ່າງແນ່ນອນ. ມີຄວາມລອດພົ້ນສຳລັບຄົນທີ່ມີຄວາມເປັນມະນຸດດັ່ງກ່າວບໍ? ບໍ່ມີເລີຍ ເຖິງແມ່ນວ່າລາວຈະເຊື່ອໃນພຣະເຈົ້າກໍຕາມ. ລາວຈະບໍ່ຮູ້ຈັກຄວາມລະອາຍໄດ້ແນວໃດເມື່ອລາວເວົ້າບາງສິ່ງແບບນັ້ນອອກມາໂດຍບໍ່ຄິດ? ມັນເປັນເລື່ອງທີ່ຫຼຸດກຽດ! ແລ້ວລາວຈະເວົ້າມັນອອກມາໂດຍທີ່ບໍ່ຄິດໄດ້ແນວໃດ? ບອກເຮົາເບິ່ງວ່າ ລາວຍັງມີຄວາມຮູ້ສຶກລະອາຍເຫຼືອຢູ່ບໍ? ບໍ່, ລາວບໍ່ມີ. ການຮັບຮູ້ຂອງສະຕິຮູ້ສຶກຜິດຊອບພາຍໃນຄວາມເປັນມະນຸດຂອງລາວໄດ້ມຶນຊາໄປແລ້ວ ແລະ ລາວກໍບໍ່ມີຄວາມສາມາດໃນການຮັບຮູ້ອີກຕໍ່ໄປ. ນີ້ບໍ່ແມ່ນພຽງແຕ່ເລື່ອງຂອງການເສື່ອມຊາມເທົ່ານັ້ນ, ຄົນທີ່ບໍ່ມີຄວາມລະອາຍ ຫຼື ກຽດສັກສີບໍ່ແມ່ນຄົນອີກຕໍ່ໄປ. ພວກເຂົາຍັງເບິ່ງຄືຄົນຢູ່ພາຍນອກ ແຕ່ພໍຮອດເວລາຕ້ອງຈັດການກັບບາງສິ່ງບາງຢ່າງກໍໃຊ້ບໍ່ໄດ້ແລ້ວ. ພວກເຂົາສາມາດເຮັດໄດ້ທຸກຢ່າງ ໂດຍບໍ່ຮູ້ຈັກຄວາມລະອາຍ ແລະ ນັ້ນໝາຍຄວາມວ່າພວກເຂົາບໍ່ແມ່ນຄົນອີກຕໍ່ໄປ. ໃຫ້ພວກເຮົາຈົບການສົນທະນາກ່ຽວກັບເລື່ອງເຫຼົ່ານີ້ໄວ້ບ່ອນນີ້.

ຈົ່ງໄຕ່ຕອງເຖິງສາມດ້ານຂອງຄວາມເປັນມະນຸດທີ່ປົກກະຕິທີ່ພວກເຮົາໄດ້ສົນທະນາກັນໃນມື້ນີ້, ພວກມັນສຳຄັນບໍ? ສິ່ງເຫຼົ່ານີ້ໃນຄວາມເປັນມະນຸດທີ່ປົກກະຕິຕັດຂາດຈາກການໄລ່ຕາມຄວາມຈິງບໍ? (ບໍ່.) ແລ້ວພວກມັນກ່ຽວຂ້ອງຫຍັງກັບການໄລ່ຕາມຄວາມຈິງແນວໃດ? ຖ້າຄວາມເປັນມະນຸດຂອງຜູ້ເຊື່ອໃນພຣະເຈົ້າບໍ່ມີຄວາມລະອຽດຮອບຄອບ, ຄວາມຮູ້ສຶກຮັບຜິດຊອບ ຫຼື ຄວາມສາມາດໃນການເອົາໃຈໃສ່ໃນການກະທຳຂອງພວກເຂົາ, ຖ້າບໍ່ມີຄວາມເປັນມະນຸດດັ່ງກ່າວ ແລ້ວພວກເຂົາຈະໄດ້ຮັບຫຍັງໃນຄວາມເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມຄວາມຈິງຂອງພວກເຂົາ? ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຈິງຫຼາຍຢ່າງໃນຊ່ວງຫຼາຍປີທີ່ຜ່ານມາ ເຊິ່ງເປັນຄວາມຈິງໃນທຸກໆດ້ານ. ຖ້າຜູ້ຄົນບໍ່ຕັ້ງໃຈ ຫຼື ປະຕິບັດຕໍ່ຄວາມຈິງເຫຼົ່ານີ້ດ້ວຍຄວາມຄິດທີ່ມີສະຕິຮູ້ສຶກຜິດຊອບ, ໂດຍເຮັດທຸກຢ່າງແບບຟ້າວຟັ່ງ ແລະ ບໍ່ມີຫຍັງທີ່ເຮັດດ້ວຍຄວາມມີສະຕິຮູ້ສຶກຜິດຊອບ ພວກເຂົາຈະສາມາດບັນລຸຄວາມເຂົ້າໃຈໃນຄວາມຈິງແບບນີ້ໄດ້ບໍ? ບາງຄົນເວົ້າວ່າ: “ຖ້າຂ້ານ້ອຍບໍ່ສາມາດເຂົ້າໃຈຄວາມຈິງໄດ້ ຂ້ານ້ອຍພຽງແຕ່ຈື່ຈຳຫຼັກຄຳສອນ ແລະ ຄຳສັບເຫຼົ່ານີ້ໄວ້ໃນໃຈບໍ່ໄດ້ບໍ?” ໃນທີ່ສຸດແລ້ວ ເຈົ້າຈະສາມາດໄດ້ຮັບຄວາມຈິງດ້ວຍວິທີນີ້ບໍ? ຖ້າເຈົ້າບໍ່ມີຄວາມເປັນມະນຸດທີ່ປົກກະຕິປະເພດນີ້ ແລະ ບໍ່ມີສິ່ງເຫຼົ່ານີ້ຢູ່ພາຍໃນຄວາມເປັນມະນຸດຂອງເຈົ້າ ເຊິ່ງໝາຍຄວາມວ່າເຈົ້າບໍ່ມີທັດສະນະຄະຕິທີ່ມີສະຕິຮູ້ສຶກຜິດຊອບ, ລະອຽດຮອບຄອບ, ເອົາຈິງເອົາຈັງ ແລະ ມີຄວາມຮັບຜິດຊອບຕໍ່ສິ່ງຕ່າງໆ ແລ້ວຄວາມຈິງກໍຈະກາຍເປັນຫຼັກຄຳສອນ ແລະ ຄຳເວົ້າຕິດປາກສຳລັບເຈົ້າ, ມັນຈະກາຍເປັນກົດລະບຽບ. ເຈົ້າບໍ່ສາມາດໄດ້ຮັບຄວາມຈິງ ເພາະເຈົ້າບໍ່ສາມາດເຂົ້າໃຈມັນໄດ້. ນອກຈາກນັ້ນ ຖ້າເຈົ້າບໍ່ສາມາດຈັດການກັບສະພາບແວດລ້ອມ, ກິດຈະວັດປະຈຳວັນ ແລະ ຮູບແບບຊີວິດສ່ວນຕົວຂອງເຈົ້າໃຫ້ດີໄດ້ ເຈົ້າຈະສາມາດເຂົ້າສູ່ຫຼັກການ ແລະ ຄຳເວົ້າຕ່າງໆທີ່ກ່ຽວຂ້ອງກັບຄວາມຈິງໄດ້ບໍ? ເຈົ້າຈະບໍ່ສາມາດເຮັດໄດ້. ຍິ່ງໄປກວ່ານັ້ນ ຜູ້ຄົນຕ້ອງຮັກສິ່ງທີ່ເປັນບວກໃນຊີວິດ ແລະ ສຳລັບສິ່ງທີ່ເປັນລົບ ແລະ ຊົ່ວຊ້າ ພວກເຂົາຕ້ອງຮັກສາທັດສະນະຄະຕິແຫ່ງຄວາມກຽດຊັງ ແລະ ຄວາມລັງກຽດໄວ້ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ນີ້ຄືວິທີດຽວທີ່ຈະເຂົ້າສູ່ຄວາມຈິງບາງຢ່າງໄດ້. ນີ້ໝາຍຄວາມວ່າໃນການໄລ່ຕາມຄວາມຈິງຂອງເຈົ້າ ເຈົ້າຕ້ອງມີທັດສະນະຄະຕິທີ່ຖືກຕ້ອງ ແລະ ມີສະພາບຈິດໃຈທີ່ເໝາະສົມ; ເຈົ້າຕ້ອງເປັນຄົນທີ່ຊື່ກົງ ແລະ ຈິງຈັງ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ສາມາດໄດ້ຮັບຄວາມຈິງ. ຖ້າຄົນໃດໜຶ່ງບໍ່ມີຄວາມຮູ້ສຶກລະອາຍແລະ ຍັງຄົງມຶນຊາ ແລະ ບໍ່ຮູ້ສຶກຕົວໃນຫົວໃຈເມື່ອພວກເຂົາໄດ້ເຮັດສິ່ງທີ່ຊົ່ວຊ້າຫຼາຍຢ່າງ, ຫຼາຍສິ່ງທີ່ກະບົດຕໍ່ພຣະເຈົ້າ ແລະ ລະເມີດຄວາມຈິງ ໂດຍຄິດວ່າມັນບໍ່ແມ່ນເລື່ອງໃຫຍ່, ແລ້ວຄວາມຈິງຈະມີປະໂຫຍດຫຍັງສຳລັບພວກເຂົາ? ມັນບໍ່ມີປະໂຫຍດຫຍັງເລີຍ. ຄວາມຈິງບໍ່ມີຜົນຫຍັງຕໍ່ພວກເຂົາ ແລະ ມັນບໍ່ສາມາດຢັບຢັ້ງພວກເຂົາ, ຕຳນິພວກເຂົາ, ນໍາພາພວກເຂົາ ຫຼື ຊີ້ບອກທິດທາງ ແລະ ເສັ້ນທາງໃຫ້ພວກເຂົາໄດ້ ເຊິ່ງໝາຍຄວາມວ່າພວກເຂົາກຳລັງຕົກຢູ່ໃນບັນຫາ. ຄົນທີ່ບໍ່ມີແມ່ນແຕ່ຄວາມຮູ້ສຶກລະອາຍຈະເຂົ້າໃຈຄວາມຈິງໄດ້ແນວໃດ? ເພື່ອໃຫ້ຄົນເຮົາສາມາດເຂົ້າໃຈຄວາມຈິງໄດ້ ກ່ອນອື່ນໝົດພວກເຂົາຕ້ອງສະດຸ້ງໄວຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໃນໃຈ. ພວກເຂົາຮູ້ສຶກລັງກຽດພຽງແຕ່ໄດ້ຍິນ ຫຼື ພົບພໍ້ກັບສິ່ງທີ່ເປັນລົບ ຫຼື ຊົ່ວຊ້າ ແລະ ຖ້າພວກເຂົາເຮັດສິ່ງດັ່ງກ່າວດ້ວຍຕົນເອງ ພວກເຂົາກໍຈະຮູ້ສຶກລະອາຍ ແລະ ບໍ່ສະບາຍໃຈ. ພວກເຂົາຮູ້ສຶກຮັກຄວາມຈິງ ແລະ ສາມາດຮັບເອົາຄວາມຈິງເຂົ້າໄປໃນໃຈຂອງພວກເຂົາໄດ້; ພວກເຂົາສາມາດໃຊ້ມັນເພື່ອຢັບຢັ້ງຕົນເອງ ແລະ ປ່ຽນແປງສະພາວະທີ່ຜິດພາດຂອງພວກເຂົາໄດ້. ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີບໍ? (ແມ່ນແລ້ວ.) ເມື່ອມີສິ່ງເຫຼົ່ານີ້ ມັນຈະບໍ່ກາຍເປັນເລື່ອງງ່າຍສຳລັບຄົນເຮົາທີ່ຈະໄລ່ຕາມຄວາມຈິງບໍ? ແລະ ຖ້າຄົນໃດໜຶ່ງບໍ່ມີສິ່ງເຫຼົ່ານີ້ເລີຍ ແລ້ວການເວົ້າກ່ຽວກັບການໄລ່ຕາມຄວາມຈິງກໍເປັນພຽງຄຳເວົ້າທີ່ວ່າງເປົ່າ, ມັນຈະເປັນໄປໄດ້ແນວໃດ ຖ້າບໍ່ມີສິ່ງທີ່ເປັນບວກຢູ່ໃນໃຈ! ຈົນກວ່າຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າມີສິ່ງເຫຼົ່ານີ້ແລ້ວ ຄວາມຈິງຈຶ່ງຈະສາມາດຢັ່ງຮາກ, ເບັ່ງບານ ແລະ ອອກໝາກຢູ່ພາຍໃນເຈົ້າໄດ້ ແລະ ເມື່ອນັ້ນມັນຈຶ່ງຈະເກີດຜົນ. ເມື່ອເຈົ້າເຂົ້າໃຈຄວາມຈິງແລ້ວ ເຈົ້າກໍຈະສາມາດປ່ຽນແປງຄວາມຄິດຂອງເຈົ້າ ແລະ ຢັບຢັ້ງພຶດຕິກຳຂອງເຈົ້າໄດ້ ແລະ ຄວາມຄິດທີ່ເສື່ອມຊາມຂອງເຈົ້າກໍຈະຫຼຸດໜ້ອຍລົງເລື້ອຍໆ. ນີ້ຄືການປ່ຽນແປງທີ່ແທ້ຈິງ.

ການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິເຫຼົ່ານີ້ທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້ ພວກເຈົ້າມີຈັກຢ່າງ? ພວກເຈົ້າຂາດຈັກຢ່າງ? ພວກເຈົ້າມີຫຍັງແດ່? (ຄວາມຮູ້ສຶກລະອາຍ.) ຄວາມຮູ້ສຶກລະອາຍ, ນັ້ນເປັນສິ່ງທີ່ດີ. ຄວາມຮູ້ສຶກລະອາຍແມ່ນສິ່ງໜ້ອຍທີ່ສຸດທີ່ພວກເຈົ້າຄວນມີ. ມີຫຍັງອີກບໍ? ພວກເຈົ້າທຸກຄົນມີຄວາມຄິດ ແລະ ທັດສະນະຄະຕິທີ່ມີສະຕິຮູຶສຶກຜິດຊອບ ແລະ ລະອຽດຮອບຄອບຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບໍ? ເຮົາເຫັນວ່າພວກເຈົ້າເຮັດທຸກຢ່າງແບບຟ້າວຟັ່ງ, ພຽງແຕ່ເຮັດແບບອິດເມື່ອຍ ແລະ ຂີ້ຄ້ານມັກງ່າຍ ແລະ ເມື່ອເຮົາເຫັນສິ່ງເຫຼົ່ານັ້ນທີ່ພວກເຈົ້າເຮັດ ເຮົາກໍຮູ້ສຶກອຸກໃຈຫຼາຍກວ່າເກົ່າ. ພວກເຈົ້າສາມາດກວດພົບບັນຫາເຫຼົ່ານີ້ດ້ວຍຕົນເອງໄດ້ບໍ? ພວກເຈົ້າຮູ້ສຶກກັງວົນບໍເມື່ອພວກເຈົ້າກວດພົບພວກມັນ? (ກັງວົນ.) ໃນລັກສະນະໃດ? ລອງເວົ້າກ່ຽວກັບມັນເບິ່ງ. (ຕອນນີ້ຂ້ານ້ອຍຫາກໍໄດ້ຍິນການໂອ້ລົມຂອງພຣະເຈົ້າ ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍບໍ່ຄ່ອຍມີຄວາມເປັນມະນຸດປານໃດ ແລະ ຂ້ານ້ອຍມີຄວາມຄິດທີ່ມັກງ່າຍຕໍ່ໜ້າທີ່ຂອງຂ້ານ້ອຍ ແລະ ເຫດການໃນຊີວິດຂອງຂ້ານ້ອຍ. ຂ້ານ້ອຍຢູ່ຫ່າງໄກຈາກມາດຕະຖານທີ່ຕ້ອງການໂດຍພຣະເຈົ້າຫຼາຍ. ຂ້ານ້ອຍຮູ້ສຶກຢ້ານໜ້ອຍໜຶ່ງ.) ມີຫຼາຍສິ່ງທີ່ຂາດຫາຍໄປໃນຄວາມເປັນມະນຸດຂອງເຈົ້າ, ແມ່ນບໍ? ເຈົ້າຮູ້ສຶກວ່າເຈົ້າໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ໄດ້ຍິນຄວາມຈິງຫຼາຍຢ່າງ ແຕ່ເຈົ້າກໍຍັງບໍ່ມີແມ່ນແຕ່ສິ່ງທີ່ເປັນພື້ນຖານທີ່ສຸດຂອງຄວາມເປັນມະນຸດ ແລ້ວເຈົ້າຈະບໍ່ກັງວົນໄດ້ແນວໃດ? ບາງຄົນມີທັກສະທາງດ້ານເຕັກນິກໜ້ອຍໜຶ່ງ ແຕ່ທຸກສິ່ງທີ່ພວກເຂົາເຮັດນັ້ນບໍ່ໄດ້ຄຸນະພາບ. ມັນລ້ວນແຕ່ຕໍ່າກວ່າມາດຕະຖານ, ບໍ່ໄດ້ມາດຕະຖານ ແລະ ພວກເຂົາບໍ່ໄດ້ສຶກສາເບິ່ງວ່າວິທີການທີ່ກ້າວໜ້າ ແລະ ໄດ້ມາດຕະຖານນັ້ນແມ່ນຫຍັງ. ນີ້ບໍ່ແມ່ນຄວາມຄິດທີ່ຫຼ້າຫຼັງຂອງພວກເຂົາບໍ? ຕົວຢ່າງ: ລາວເຄີຍຖືກຂໍໃຫ້ຕິດຕັ້ງປະຕູ ແລະ ລາວເວົ້າວ່າ: “ຢູ່ບ່ອນທີ່ຂ້ານ້ອຍຈາກມາ ປະຕູສ່ວນໃຫຍ່ທີ່ພວກເຮົາມີແມ່ນປະຕູບານດຽວ”. ສະຖານທີ່ນ້ອຍໆທີ່ລາວຈາກມານັ້ນບໍ່ໄດ້ກຳນົດມາດຕະຖານ. ລາວຄວນເບິ່ງຮູບແບບຂອງປະຕູໃນທຸລະກິດ ແລະ ອາຄານທີ່ພັກອາໄສໃນເມືອງໃຫຍ່ ແລ້ວເຮັດວຽກຂອງລາວໂດຍອີງໃສ່ຄວາມເປັນຈິງຂອງສະຖານະການ. ແຕ່ຢູ່ທີ່ນີ້ ລາວເປີດປາກ ແລະ ເວົ້າວ່າ: “ພວກເຮົາບໍ່ໄດ້ເຮັດປະຕູສອງບານຢູ່ບ້ານ ແລະ ຢູ່ບ່ອນນີ້ກໍບໍ່ມີຄົນຫຼາຍປານໃດ. ມັນກໍຈະບໍ່ເປັນເລື່ອງໃຫຍ່ຫຍັງຖ້າມີຄົນຫຼາຍ, ພວກເຂົາກໍພຽງແຕ່ບຽດກັນເຂົ້າໄປ”. ມີຄົນອື່ນເວົ້າວ່າ: “ຖ້າຜູ້ຄົນບຽດກັນເຂົ້າໄປດົນເກີນໄປ ມັນກໍຈະເຮັດໃຫ້ຂອບປະຕູເພ. ໃຫ້ພວກເຮົາລົມກັນເລື່ອງນີ້ກ່ອນ. ເທື່ອນີ້ເຮັດເປັນປະຕູສອງບານສາ ເພື່ອເປັນກໍລະນີຍົກເວັ້ນ, ໄດ້ບໍ?” ແລ້ວລາວກໍເວົ້າວ່າ: “ບໍ່! ຂ້ານ້ອຍເຮັດປະຕູບານດຽວ; ຂ້ານ້ອຍບໍ່ສາມາດເຮັດປະຕູສອງບານໄດ້. ແມ່ນຂ້ານ້ອຍທີ່ຮູ້ວິທີເຮັດ ຫຼື ແມ່ນເຈົ້າ? ແມ່ນຂ້ານ້ອຍເອງ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ຟັງຂ້ານ້ອຍໃນເລື່ອງນີ້? ພຣະອົງຕ້ອງຟັງຂ້ານ້ອຍ!” ລາວຖືກບອກໃຫ້ເຮັດວຽກຕາມສະຖານະການ ແຕ່ລາວບໍ່ຟັງ ແລະ ຢືນຢັນທີ່ຈະເຮັດປະຕູນ້ອຍ. ນີ້ບໍ່ແມ່ນການສ້າງຄວາມເດືອດຮ້ອນໃຫ້ຄົນອື່ນບໍ? ເມື່ອຖືກຂໍໃຫ້ຕິດຕັ້ງສາກແກ້ວກັ້ນລະຫວ່າງພາຍໃນ ແລະ ພາຍນອກເພື່ອໃຫ້ແສງສະຫວ່າງເຂົ້າມາ ແລະ ບໍ່ເຮັດໃຫ້ພື້ນທີ່ຮູ້ສຶກແຄບ ລາວກໍເວົ້າວ່າ “ເປັນຫຍັງພວກເຮົາຈຶ່ງຕ້ອງຕິດຕັ້ງແກ້ວ? ນັ້ນຈະບໍ່ເປັນຄວາມສ່ຽງດ້ານຄວາມປອດໄພບໍ? ຂ້ານ້ອຍຈະບໍ່ຕິດຕັ້ງແກ້ວ; ປະຕູສອງບານນີ້ກໍໃຊ້ໄດ້ແລ້ວ. ນີ້ຄືປະຕູປະເພດດຽວທີ່ພວກເຮົາໃຊ້ຢູ່ບ່ອນທີ່ຂ້ານ້ອຍຈາກມາ”. ລາວມັກຈະຍົກເອົາສິ່ງຕ່າງໆເຊັ່ນ “ບ່ອນທີ່ຂ້ານ້ອຍຈາກມາ”, “ຢູ່ບ້ານ”, “ຂ້ານ້ອຍໄດ້ຮຽນເລື່ອງເຕັກນິກມາ” ອອກມາສະເໝີ ເພື່ອຂົ່ມຂູ່ຄົນອື່ນ. ສິ່ງເຫຼົ່ານັ້ນແມ່ນຄວາມຈິງບໍ? (ບໍ່ແມ່ນ.) ການທີ່ລາວໃຊ້ທັດສະນະຄະຕິແບບນັ້ນຕໍ່ເລື່ອງພາຍນອກ ຕ້ອງມີຫຍັງທີ່ຂາດຕົກບົກພ່ອງຢູ່ພາຍໃນຄວາມເປັນມະນຸດຂອງລາວ? ຄວາມມີເຫດຜົນ ແລະ ໂດຍສະເພາະແລ້ວ ຕ້ອງມີສິ່ງໃດທີ່ຂາດຕົກບົກພ່ອງໃນຄວາມມີເຫດຜົນຂອງລາວ? ຄວາມເຂົ້າໃຈຢ່າງເລິກເຊິ່ງ. ລາວຮູ້ສຶກຢູ່ສະເໝີວ່າທຸກສິ່ງຢູ່ບ່ອນທີ່ລາວຈາກມານັ້ນຖືກຕ້ອງ, ວ່າມັນເປັນສິ່ງທີ່ສູງສົ່ງທີ່ສຸດ, ວ່າມັນລ້ວນແຕ່ເປັນຄວາມຈິງ. ຄວາມມີເຫດຜົນຂອງລາວບໍ່ດີບໍ? ຄວາມມີເຫດຜົນທີ່ປົກກະຕິຄວນເປັນແນວໃດ? ດ້ວຍຄວາມມີເຫດຜົນທີ່ປົກກະຕິ ລາວຈະເວົ້າວ່າ “ຂ້ານ້ອຍເຮັດອາຊີບນີ້ມາຫຼາຍປີແລ້ວ ແຕ່ຂ້ານ້ອຍກໍຍັງບໍ່ເຫັນຫຍັງຫຼາຍ. ນີ້ຄືວິທີທີ່ພວກເຮົາທຸກຄົນເຮັດປະຕູຢູ່ບ່ອນທີ່ຂ້ານ້ອຍຈາກມາ ສະນັ້ນ ໃຫ້ພວກເຮົາມາເບິ່ງວ່າປະຕູຢູ່ບ່ອນນີ້ໃຫຍ່ສໍ່າໃດ. ພວກເຮົາຈະເຮັດຕາມສິ່ງທີ່ຜູ້ຄົນຢູ່ທີ່ນີ້ເຮັດ. ນີ້ຄືສະຖານທີ່ທີ່ແຕກຕ່າງກັນ ແລະ ໃນໜ້າວຽກນີ້ ຂ້ານ້ອຍຄວນມີຄວາມຍືດຫຍຸ່ນ”. ນັ້ນບໍ່ແມ່ນຄວາມມີເຫດຜົນບໍ? (ແມ່ນແລ້ວ.) ແລ້ວຄົນດັ່ງກ່າວມີຄວາມມີເຫດຜົນນີ້ບໍ? ບໍ່, ລາວບໍ່ມີຄວາມມີເຫດຜົນເລີຍ. ແລ້ວໃນທີ່ສຸດມັນຖືກຈັດການແນວໃດ? ວຽກນັ້ນຕ້ອງໄດ້ເຮັດຄືນໃໝ່. ການເຮັດວຽກຄືນໃໝ່ບໍ່ແມ່ນຄວາມສູນເສຍບໍ? (ແມ່ນແລ້ວ.) ແມ່ນແລ້ວ, ມັນແມ່ນ. ມີຫຼາຍກໍລະນີຂອງເລື່ອງດັ່ງກ່າວບໍ? ມີ. ຄົນຜູ້ນັ້ນຫົວແຂງຢ່າງທີ່ສຸດ. ລາວຫົວແຂງສໍ່າໃດ? ລາວບໍ່ຟັງສິ່ງທີ່ໃຜເວົ້າເລີຍ; ລາວບໍ່ຟັງແມ່ນແຕ່ສິ່ງທີ່ເຮົາເວົ້າ ແລະ ລາວຍັງໂຕ້ແຍ່ງເຮົາອີກດ້ວຍ. ເຮົາເວົ້າວ່າ “ເຈົ້າຈຳເປັນຕ້ອງປ່ຽນແປງ. ຖ້າເຈົ້າບໍ່ເຮັດ ນີ້ກໍບໍ່ແມ່ນວຽກສຳລັບເຈົ້າ”. ແລະ ລາວກໍກ້າເວົ້າວ່າ “ຂ້ານ້ອຍຈະເຮັດປະຕູຂະໜາດນີ້ ເຖິງແມ່ນວ່າພຣະອົງຈະບໍ່ຕ້ອງການຂ້ານ້ອຍກໍຕາມ!” ນັ້ນແມ່ນອຸປະນິໄສແບບໃດ? ນັ້ນແມ່ນຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່.) ມັນບໍ່ແມ່ນຄວາມເປັນມະນຸດທີ່ປົກກະຕິ, ແລ້ວມັນແມ່ນຄວາມເປັນມະນຸດແບບໃດ? ຕາມທີ່ເຮົາເຫັນ ລາວເປັນຄືກັບສັດເດຍລະສານໜ້ອຍໜຶ່ງ. ມັນກໍຄືກັບຕອນທີ່ງົວຫິວນໍ້າ: ບໍ່ວ່າມັນຈະລາກສິນຄ້າ ຫຼື ຜູ້ຄົນຫຼາຍປານໃດຢູ່ໃນກວຽນກໍຕາມ ທັນທີທີ່ມັນເຫັນໜອງນໍ້າ ຫຼື ແມ່ນໍ້າ ມັນກໍຈະລາກກວຽນກົງໄປບ່ອນນັ້ນເລີຍ. ບໍ່ວ່າຄົນຈຳນວນຫຼາຍປານໃດກໍບໍ່ສາມາດລາກມັນອອກມາໄດ້. ນີ້ຄືສັດທີ່ພວກເຮົາກຳລັງເວົ້າເຖິງ. ຜູ້ຄົນກໍມີອຸປະນິໄສປະເພດນີ້ຄືກັນບໍ? ເມື່ອພວກເຂົາມີ ມັນກໍບໍ່ແມ່ນຄວາມເປັນມະນຸດທີ່ປົກກະຕິ ແລະ ນັ້ນແມ່ນສິ່ງທີ່ອັນຕະລາຍ. ພວກເຂົາຈະຫາຂໍ້ອ້າງເພື່ອປະຕິເສດເຈົ້າ, ເພື່ອຢຸດຟັງ. ພວກເຂົາຫົວແຂງ ແລະ ໂງ່ຈ້າຫຼາຍ. ກ່ຽວກັບເລື່ອງດັ່ງກ່າວໃນຊີວິດປະຈຳວັນ ຖ້າເຈົ້າບໍ່ມີທັດສະນະຄະຕິແຫ່ງການຍອມຮັບຢ່າງຖ່ອມຕົວ, ແຫ່ງການເປີດຮັບຄວາມຄິດເຫັນຂອງຄົນອື່ນ, ຖ້າເຈົ້າບໍ່ມີທັດສະນະຄະຕິແຫ່ງການສຶກສາຮຽນຮູ້ ແລ້ວເຈົ້າຈະສາມາດຮັບເອົາຄວາມຈິງໄດ້ແນວໃດ? ເຈົ້າຈະສາມາດປະຕິບັດມັນໄດ້ແນວໃດ? ທຸກຄົນເວົ້າວ່າມັນຈະເໝາະສົມກວ່າທີ່ຈະເຮັດປະຕູສອງບານ. ເຈົ້າຍັງບໍ່ສາມາດເຮັດແບບນັ້ນໄດ້ເລີຍ ແລະ ນັ້ນກໍບໍ່ມີທາງທີ່ຈະເຂົ້າໃກ້ການປະຕິບັດຄວາມຈິງເລີຍ, ເຈົ້າຈະບໍ່ຟັງແມ່ນແຕ່ຄຳແນະນຳທີ່ສົມເຫດສົມຜົນ. ເຈົ້າຈະສາມາດຟັງບາງສິ່ງທີ່ກ່ຽວຂ້ອງກັບຄວາມຈິງໄດ້ບໍ? ເຈົ້າຈະບໍ່ຟັງ ຄືກັບທີ່ເຄີຍເປັນມາສະເໝີ. ມັນຈະບໍ່ເຂົ້າຫູຄົນທີ່ມີອຸປະນິໄສແບບນີ້ ແລະ ນັ້ນໝາຍເຖິງບັນຫາໃຫຍ່ສຳລັບພວກເຂົາ. ຖ້າຄວາມເປັນມະນຸດຂອງຄົນໆໜຶ່ງບໍ່ມີແມ່ນແຕ່ຄວາມມີເຫດຜົນປະເພດນີ້ ແລ້ວພວກເຂົາຈະສາມາດປະຕິບັດຄວາມຈິງຫຍັງໄດ້? ພວກເຂົາເຮັດສິ່ງເຫຼົ່ານັ້ນທີ່ພວກເຂົາຫຍຸ້ງຢູ່ທຸກໆມື້ເພື່ອໃຜ? ພວກເຂົາເຮັດພວກມັນທັງໝົດຕາມຄວາມມັກຂອງພວກເຂົາເອງ, ຕາມຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງຢ່າງ. ທຸກໆມື້ ພວກເຂົາມີມຸມມອງປະເພດນີ້ຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບພວກເຂົາໃນຊີວິດປະຈຳວັນ: “ຂ້ານ້ອຍຈະເຮັດໃນສິ່ງທີ່ຂ້ານ້ອຍຕ້ອງການ, ຂ້ານ້ອຍຈະເຮັດໃນສິ່ງທີ່ຂ້ານ້ອຍຄິດ ແລະ ຂ້ານ້ອຍຈະເຮັດຕາມທີ່ຂ້ານ້ອຍເຊື່ອ”. ສິ່ງນີ້ເອີ້ນວ່າຫຍັງ? ໝົດມື້ໝົດຄືນ ທຸກສິ່ງທີ່ພວກເຂົາຄິດລ້ວນແຕ່ຊົ່ວຮ້າຍທັງໝົດ ແລະ ຖ້າພວກເຂົາຊົ່ວຮ້າຍຢູ່ໃນໃຈຫຼາຍຂະໜາດນັ້ນ ແລ້ວການກະທຳຂອງພວກເຂົາເດ? ມັນມີບໍຄົນທີ່ຄວາມຄິດທັງໝົດລ້ວນແຕ່ຊົ່ວຮ້າຍ ແຕ່ການກະທຳທັງໝົດຂອງພວກເຂົາຍັງຄົງສອດຄ່ອງກັບຄວາມຈິງ? ສິ່ງນີ້ບໍ່ຖືກຕ້ອງ, ມັນຈະເປັນຄວາມຂັດແຍ່ງກັນ. ຄວາມຄິດຂອງພວກເຂົາລ້ວນແຕ່ຊົ່ວຮ້າຍ ແລະ ຈຸດທີ່ພວກເຂົາເລີ່ມຕົ້ນກໍຊົ່ວຮ້າຍທັງໝົດ ສະນັ້ນ ສິ່ງທີ່ພວກເຂົາເຮັດຢ່າງໜ້ອຍທີ່ສຸດກໍຈະບໍ່ຖືກຈົດຈຳ ແລະ ໃນບັນດາສິ່ງທີ່ບໍ່ຖືກຈົດຈຳນັ້ນ ບາງສິ່ງກໍເປັນການຂັດຂວາງ ແລະ ການລົບກວນ, ບາງສິ່ງກໍເປັນການທຳລາຍ ໃນຂະນະທີ່ບາງສິ່ງກໍບໍ່ໄດ້ຊົ່ວຮ້າຍປານໃດ. ຖ້າສິ່ງເຫຼົ່ານີ້ຖືກພິຈາລະນາຢ່າງຈິງຈັງ ພວກມັນກໍຈະຕ້ອງຖືກຕັດສິນລົງໂທດ. ມັນເປັນແບບນັ້ນແຫຼະ.

ມີມຸມມອງທີ່ຜິດພາດບາງຢ່າງຢູ່ໃນຕົວຄົນບາງຄົນ ເຊິ່ງເປັນສິ່ງທີ່ຄົນອື່ນຮູ້ສຶກຂ້ອນຂ້າງໜ້າລັງກຽດ. ຄົນເຫຼົ່ານີ້ມີພອນສະຫວັນ ຫຼື ຈຸດແຂງບາງຢ່າງ ຫຼື ອາດຈະເປັນທັກສະທາງດ້ານຝີມື, ຄວາມສາມາດບາງຢ່າງ ຫຼື ຄວາມສາມາດພິເສດໃນບາງດ້ານ ແລະ ຫຼັງຈາກທີ່ລາວໄດ້ເຂົ້າມາເຊື່ອໃນພຣະເຈົ້າແລ້ວ ລາວກໍຄິດວ່າຕົນເອງເປັນຄົນທີ່ສູງສົ່ງ. ທັດສະນະຄະຕິນີ້ຖືກຕ້ອງບໍ? ພວກເຈົ້າຄິດແນວໃດກັບມຸມມອງນີ້? ມັນເປັນສິ່ງທີ່ຂຶ້ນກັບຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິບໍ? ບໍ່. ແລ້ວມັນເປັນຄວາມຄິດປະເພດໃດ? ມັນບໍ່ແມ່ນການຂາດຄວາມສຳນຶກບໍ? (ແມ່ນແລ້ວ.) ລາວເຊື່ອວ່າ “ຂ້ອຍສູງສົ່ງກວ່າຄົນທຳມະດາ ເພາະຂ້ອຍຮູ້ຈັກວຽກຝີມືນີ້ ແລະ ຂ້ອຍກໍດີກວ່າຄົນທົ່ວໄປໃນເຮືອນຂອງພຣະເຈົ້າ. ຂ້ອຍເປັນຜູ້ຊາຍ, ມີຝີມື ແລະ ຄວາມສາມາດ ແລະ ຂ້ອຍກໍເວົ້າເກັ່ງ ແລະ ມີພອນສະຫວັນ. ໃນເຮືອນຂອງພຣະເຈົ້າ ຂ້ອຍຄືຜູ້ທີ່ໂດດເດັ່ນ, ຂ້ອຍແມ່ນຄົນທີ່ເກັ່ງທີ່ສຸດ. ບໍ່ມີໃຜສາມາດສັ່ງຂ້ອຍໄດ້, ບໍ່ມີໃຜສາມາດນໍາພາຂ້ອຍໄດ້ ແລະ ບໍ່ມີໃຜສາມາດສັ່ງໃຫ້ຂ້ອຍເຮັດຫຍັງໄດ້. ຂ້ອຍມີທັກສະນີ້ ດັ່ງນັ້ນ ຂ້ອຍຈະເຮັດໃນສິ່ງທີ່ຂ້ອຍຕ້ອງການ. ຂ້ອຍບໍ່ຈຳເປັນຕ້ອງຄຳນຶງເຖິງຫຼັກການ, ບໍ່ວ່າຂ້ອຍຈະເຮັດຫຍັງກໍລ້ວນແຕ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ”. ພວກເຈົ້າຄິດແນວໃດກັບມຸມມອງນີ້? ມີຄົນແບບນີ້ຢູ່ບໍ? ຄົນດັ່ງກ່າວບໍ່ໄດ້ມີຈຳນວນໜ້ອຍ ແລະ ພວກເຂົາມາທີ່ເຮືອນຂອງພຣະເຈົ້າເພື່ອໂອ້ອວດຕົນເອງ. ຖ້າພວກເຂົາໃຊ້ຈຸດແຂງ ຫຼື ທັກສະຂອງພວກເຂົາເພື່ອປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ ນັ້ນກໍຄົງຈະດີ ແຕ່ຖ້າແມ່ນເພື່ອການໂອ້ອວດຕົນເອງ ນັ້ນກໍເປັນບັນຫາທີ່ມີລັກສະນະທີ່ແຕກຕ່າງກັນ. ເປັນຫຍັງຈຶ່ງເອີ້ນວ່າ “ການໂອ້ອວດຕົນເອງ”? ພວກເຂົາເບິ່ງຜູ້ເຊື່ອໃນພຣະເຈົ້າວ່າໂງ່ຈ້າ, ວ່າບໍ່ມີຄ່າຫຍັງເລີຍ. ມັນມີບາງສິ່ງທີ່ຜິດພາດໃນຄວາມຄິດຂອງພວກເຂົາບໍ່ແມ່ນບໍ? ມັນມີບາງສິ່ງທີ່ຜິດພາດໃນເຫດຜົນຂອງພວກເຂົາບໍ່ແມ່ນບໍ? ສິ່ງຕ່າງໆເປັນແບບນີ້ແທ້ໆບໍ? ຄົນທີ່ເຊື່ອໃນພຣະເຈົ້າໄຮ້ຄ່າແທ້ໆບໍ? (ບໍ່.) ແລ້ວເປັນຫຍັງຄົນເຫຼົ່ານັ້ນຈຶ່ງເບິ່ງພວກເຂົາແບບນັ້ນ? ເປັນຫຍັງພວກເຂົາຈຶ່ງມີຄວາມຄິດແບບນັ້ນ? ສິ່ງໃດທີ່ເຮັດໃຫ້ເກີດຄວາມຄິດແບບນັ້ນ? ພວກເຂົາຮຽນຮູ້ມັນມາຈາກຜູ້ບໍ່ມີຄວາມເຊື່ອບໍ? ພວກເຂົາຄິດວ່າຄົນທີ່ເຊື່ອໃນພຣະເຈົ້າບໍ່ມີຄ່າຫຍັງເລີຍ, ວ່າພວກເຂົາລ້ວນແຕ່ເປັນແມ່ບ້ານ ແລະ ພໍ່ບ້ານ, ວ່າພວກເຂົາລ້ວນແຕ່ເປັນຊາວນາ ແລະ ວ່າພວກເຂົາມາຈາກຊົນຊັ້ນລຸ່ມຂອງສັງຄົມ. ມຸມມອງຂອງພວກເຂົາແມ່ນມຸມມອງຂອງມັງກອນແດງທີ່ຍິ່ງໃຫຍ່. ພວກເຂົາຄິດວ່າຄົນທີ່ເຊື່ອໃນພຣະເຈົ້າບໍ່ມີຄວາມສາມາດ, ວ່າພວກເຂົາບໍ່ສາມາດຫາລ້ຽງຊີບໃນສັງຄົມໄດ້ ແລະ ວ່າພວກເຂົາມາເຊື່ອໃນພຣະເຈົ້າພຽງເພາະວ່າບໍ່ມີທາງອອກສຳລັບພວກເຂົາຢູ່ຂ້າງນອກນັ້ນ, ບໍ່ມີບ່ອນອື່ນໃຫ້ເພິ່ງພາ. ພວກເຂົາຄິດວ່າຍ້ອນພວກເຂົາມີຄວາມສາມາດບາງຢ່າງ, ຮູ້ກ່ຽວກັບວິຊາຊີບບາງຢ່າງໜ້ອຍໜຶ່ງ ຫຼື ມີຄວາມຮູ້ທາງດ້ານເຕັກນິກບາງຢ່າງ ສິ່ງນັ້ນຈຶ່ງເຮັດໃຫ້ພວກເຂົາກາຍເປັນຄົນທີ່ມີພອນສະຫວັນໃນເຮືອນຂອງພຣະເຈົ້າ. ຄວາມຄິດນັ້ນຖືກຕ້ອງບໍ? (ບໍ່.) ມັນຜິດປົກກະຕິບ່ອນໃດ? ພວກເຂົາເຊື່ອວ່າບໍ່ມີຄົນເກັ່ງໃນເຮືອນຂອງພຣະເຈົ້າ ແລະ ດ້ວຍຄວາມຮູ້ທາງດ້ານວິຊາຊີບພຽງເລັກນ້ອຍຂອງພວກເຂົາ ພວກເຂົາກໍຢາກຈະກຳອຳນາດ ແລະ ມີສິດຊີ້ຂາດໃນການຕັດສິນສິ່ງຕ່າງໆ. ມີຄົນແບບນັ້ນຢູ່ທາງນອກນັ້ນບໍ? ມີຄົນແບບນີ້ຢູ່ຂ້າງພວກເຈົ້າ ຫຼື ໃນໝູ່ຄົນທີ່ພວກເຈົ້າຄຸ້ນເຄີຍ ຫຼື ຮູ້ຈັກບໍ? ມີຄົນຈຳນວນໜຶ່ງທີ່ມີທັກສະໃນດ້ານໃດໜຶ່ງ ແລະ ເມື່ອເຈົ້າໃຫ້ພວກເຂົາເຮັດໜ້າທີ່ເປັນຫົວໜ້າທີມ ຫຼື ຜູ້ຮັບຜິດຊອບ ພວກເຂົາກໍຮູ້ສຶກຄືກັບວ່າພວກເຂົາໄດ້ຮັບຕຳແໜ່ງທາງການ. ພວກເຂົາຮູ້ສຶກວ່າພວກເຂົາເປັນຜູ້ຕັດສິນໃຈຂັ້ນເດັດຂາດໃນເຮືອນຂອງພຣະເຈົ້າ, ວ່າບໍ່ມີໃຜອື່ນທີ່ດູແລຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຄືກັບພວກເຂົາ ຫຼື ປົກປ້ອງຜົນປະໂຫຍດຂອງມັນຫຼາຍກວ່າພວກເຂົາ ແລະ ວ່າບໍ່ມີໃຜຈົງຮັກພັກດີເທົ່າກັບພວກເຂົາ. ພວກເຂົາຕ້ອງການຈັດການ ແລະ ມີສ່ວນຮ່ວມໃນທຸກສິ່ງ ແຕ່ພວກເຂົາບໍ່ໄດ້ຈັດການຫຍັງໄດ້ດີເລີຍ ທັງບໍ່ໄດ້ສະແຫວງຫາຫຼັກການຄວາມຈິງ. ພວກເຂົາບໍ່ຟັງແມ່ນແຕ່ສິ່ງທີ່ເຮົາເວົ້າ. ມີຄົນແບບນັ້ນບໍ? (ມີ.) ມີຄົນແບບນັ້ນຢູ່. ພາຍໃຕ້ປ້າຍຊື່ຂອງທັກສະບາງຢ່າງທີ່ພວກເຂົາມີ ພວກເຂົາປາຖະໜາທີ່ຈະຈັດການທຸກຄົນ ແລະ ກຳອຳນາດ. ຕົວຢ່າງ: ເມື່ອອ້າຍເອື້ອຍນ້ອງບາງຄົນເຮັດບາງສິ່ງທີ່ບໍ່ຖືກໃຈພວກເຂົາ ພວກເຂົາກໍຈະເວົ້າວ່າ: “ພວກເຮົາຕ້ອງຈັດການກັບຄົນເຫຼົ່ານີ້, ພວກເຂົາເຮັດເກີນໄປແລ້ວ!” ເມື່ອຜູ້ເຊື່ອໃນພຣະເຈົ້າມີບັນຫາ ຕ້ອງໂອ້ລົມຄວາມຈິງກັບພວກເຂົາ. ທີ່ນີ້ບໍ່ແມ່ນຄ້າຍທະຫານທີ່ຕ້ອງປະຕິບັດການຄວບຄຸມທາງທະຫານ. ກັບເລື່ອງຕ່າງໆໃນຄຣິສຕະຈັກ ບັນຫາສາມາດແກ້ໄຂໄດ້ໂດຍການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງເທົ່ານັ້ນ. ຜູ້ທີ່ບໍ່ຍອມຮັບຄວາມຈິງ ແລະ ກະທຳການຕາມອຳເພີໃຈ ແລະ ບໍ່ມີເຫດຜົນອາດຈະຖືກລິຮານ, ມີພຽງແຕ່ຜູ້ທີ່ດື້ດ້ານບໍ່ຍອມຮັບຄວາມຈິງເທົ່ານັ້ນ ທີ່ອາດຈະຖືກລົງວິໄນ. ມີບາງຄົນທີ່ເຄີຍຮັບໃຊ້ເປັນຜູ້ຮັບຜິດຊອບ ຫຼື ເປັນຜູ້ນຳ ແລະ ຜູ້ເຮັດວຽກ ເຊິ່ງເຫັນໄດ້ຊັດເຈນວ່າບໍ່ມີຄວາມເປັນຈິງຄວາມຈິງແຕ່ກໍຍັງປາຖະໜາຢູ່ສະເໝີທີ່ຈະກຳອຳນາດ ແລະ ເປັນຜູ້ຕັດສິນໃຈຂັ້ນເດັດຂາດໃນເຮືອນຂອງພຣະເຈົ້າ. ຄົນເຫຼົ່ານີ້ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກບໍ? ພວກເຂົາພຽງແຕ່ເຂົ້າໃຈວຽກງານ ແລະ ເຕັກນິກພຽງເລັກນ້ອຍ ແລະ ບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາຄິດວ່າຕົນເອງມີປະໂຫຍດ ແລະ ມີຄວາມສາມາດ ໂດຍຄິດວ່າພວກເຂົາດີກວ່າຄົນທົ່ວໄປໃນເຮືອນຂອງພຣະເຈົ້າ ແລະ ກໍຢາກຢືນໃນຕຳແໜ່ງສູງເພື່ອເຮັດຕາມອຳເພີໃຈໃນຄຣິສຕະຈັກ, ຢາກເປັນຜູ້ຕັດສິນໃຈຂັ້ນເດັດຂາດພຽງຜູ້ດຽວ. ພວກເຂົາບໍ່ສະແຫວງຫາຫຼັກການຄວາມຈິງ ແຕ່ກະທຳການຕາມສິ່ງທີ່ພວກເຂົາປາຖະໜາ, ຕາມຄວາມມັກຂອງພວກເຂົາ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ນີ້ບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຄົນແບບນີ້ມີຄວາມສຳນຶກຂອງຄວາມເປັນມະນຸດທີ່ປົກກະຕິບໍ? ພວກເຂົາບໍ່ມີເລີຍແມ່ນແຕ່ໜ້ອຍດຽວ. ພວກເຮົາຈະຈົບການໂອ້ລົມຂອງພວກເຮົາກ່ຽວກັບຄວາມເປັນມະນຸດທີ່ປົກກະຕິໄວ້ພຽງເທົ່ານີ້.

ການໄຈ້ແຍກວິທີທີ່ພວກຕໍ່ຕ້ານພຣະຄຣິສຕ້ອງການໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຕໍ່ຄວາມຈິງ ຫຼື ພຣະເຈົ້າ

III. ການໄຈ້ແຍກການທີ່ຜູ້ຕໍ່ຕ້ານພຣະຄຣິສຫ້າມບໍ່ໃຫ້ຄົນອື່ນແຊກແຊງ, ສອບຖາມ ຫຼື ກວດກາວຽກງານຂອງພວກເຂົາ

ສືບຕໍ່ຈາກຫົວຂໍ້ການໂອ້ລົມຄັ້ງກ່ອນຂອງພວກເຮົາ ແມ່ນຂໍ້ທີແປດໃນບັນດາວິທີຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກ: ພວກເຂົາຕ້ອງການໃຫ້ຄົນອື່ນອ່ອນນ້ອມຕໍ່ພວກເຂົາເທົ່ານັ້ນ, ບໍ່ແມ່ນຕໍ່ຄວາມຈິງ ຫຼື ພຣະເຈົ້າ. ພວກເຮົາໄດ້ແບ່ງຂໍ້ນີ້ອອກເປັນສີ່ຂໍ້ຍ່ອຍ. ພວກເຮົາໄດ້ສົນທະນາກັນກ່ຽວກັບສອງຂໍ້ໃນການເຕົ້າໂຮມຄັ້ງກ່ອນແລ້ວ: ຂໍ້ທີໜຶ່ງແມ່ນ ການທີ່ພວກເຂົາບໍ່ສາມາດຮ່ວມມືກັບໃຜໄດ້; ຂໍ້ທີສອງແມ່ນ ການທີ່ພວກເຂົາມີຄວາມປາຖະໜາ ແລະ ຄວາມທະເຍີທະຍານທີ່ຈະຄວບຄຸມ ແລະ ເອົາຊະນະຜູ້ຄົນ. ຂໍ້ທີສາມແມ່ນຫຍັງ? ແມ່ນການຫ້າມບໍ່ໃຫ້ຄົນອື່ນແຊກແຊງ, ສອບຖາມ ຫຼື ຄວບຄຸມດູແລພວກເຂົາໃນທຸກວຽກງານທີ່ພວກເຂົາເຮັດ. ວຽກງານໃດກໍຕາມທີ່ພວກເຂົາເຮັດນັ້ນອາດຈະລວມມີຫຍັງແດ່? ມັນລວມມີໂຄງການວຽກງານໃດໜຶ່ງທີ່ຜູ້ນໍາ ຫຼື ຜູ້ເຮັດວຽກອາດຈະຮັບຜິດຊອບ, ພ້ອມທັງວຽກງານທີ່ຜູ້ຮັບຜິດຊອບທີມ ຫຼື ຫົວໜ້າທີມອາດຈະຮັບຜິດຊອບ; ມັນອາດຈະຍັງເປັນວຽກງານວິຊາຊີບໃນບາງຂົງເຂດ ຫຼື ວຽກງານຂອງຄົນດຽວ. ຄົນນີ້ທີ່ຮັບເອົາວຽກງານໃດໜຶ່ງອາດຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ພວກເຂົາອາດຈະເປັນອ້າຍເອື້ອຍນ້ອງທຳມະດາ. ຖ້າພວກເຂົາຫ້າມບໍ່ໃຫ້ຄົນອື່ນແຊກແຊງ, ສອບຖາມ ຫຼື ຄວບຄຸມດູແລພວກເຂົາ, ແລ້ວພວກເຂົາຢູ່ໃນສະພາວະແບບໃດ? ມີພຶດຕິກຳຫຍັງແດ່ທີ່ກ່ຽວຂ້ອງກັບຂໍ້ຫ້າມນີ້? ນີ້ແມ່ນພຶດຕິກຳອີກຢ່າງໜຶ່ງທີ່ຢູ່ໃນການສະແດງອອກຂໍ້ທີແປດຂອງຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງເປັນການເປີດເຜີຍແກ່ນແທ້ຂອງພວກເຂົາອີກຢ່າງໜຶ່ງ. ໃນໜ້າທີ່ແຕ່ລະປະເພດ, ມີວຽກງານບາງຢ່າງທີ່ເປັນວຽກງານວິຊາຊີບ ແລະ ມີວຽກງານບາງຢ່າງທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດໂດຍກົງ. ວຽກງານວິຊາຊີບກ່ຽວຂ້ອງກັບທຸກດ້ານຂອງສິ່ງຕ່າງໆ ເຊັ່ນ: ເຕັກນິກ, ຄວາມຮູ້, ການຮຽນຮູ້ ແລະ ການຈັດບຸກຄະລາກອນ. ສິ່ງເຫຼົ່ານີ້ລວມຢູ່ໃນນັ້ນທັງໝົດ. ເມື່ອຮັບວຽກມາແລ້ວ, ບາງຄົນກໍເລີ່ມລົງມືເຮັດດ້ວຍຕົນເອງ. ພວກເຂົາບໍ່ປຶກສາຫາລືກັບຄົນອື່ນ ແລະ ເມື່ອພວກເຂົາມີຄວາມຫຍຸ້ງຍາກ, ພວກເຂົາກໍບໍ່ຢາກສະແຫວງຫາຄຳແນະນຳຈາກຄົນອື່ນ; ພວກເຂົາພຽງແຕ່ຢາກເປັນຜູ້ຕັດສິນໃຈພຽງຜູ້ດຽວ ແລະ ມີສິດຊີ້ຂາດ. ຄົນອື່ນອາດຈະສະເໜີແນວຄິດ ແລະ ຄຳແນະນຳຂອງພວກເຂົາໂດຍຫວັງວ່າຈະຊ່ວຍພວກເຂົາໄດ້ໜ້ອຍໜຶ່ງ ແຕ່ພວກເຂົາຍອມຮັບມັນບໍ? (ບໍ່.) ບໍ່, ພວກເຂົາບໍ່ສາມາດຍອມຮັບໄດ້. ນັ້ນແມ່ນອຸປະນິໄສແບບໃດ? ອຸປະນິໄສໃດກຳລັງຄວບຄຸມພວກເຂົາ ຈົນພວກເຂົາຫ້າມບໍ່ໃຫ້ຄົນອື່ນແຊກແຊງ, ສອບຖາມ ຫຼື ຄວບຄຸມດູແລການປະຕິບັດໜ້າທີ່ຂອງພວກເຂົາ? ພວກເຂົາເຊື່ອວ່າ “ຂ້ອຍຮູ້ກ່ຽວກັບວຽກງານສາຍນີ້ ແລະ ຂ້ອຍຮູ້ທິດສະດີ. ຄຣິສຕະຈັກໄດ້ມອບໝາຍວຽກງານນີ້ໃຫ້ຂ້ອຍ. ສະນັ້ນ, ຂ້ອຍຈະເຮັດມັນດ້ວຍຕົນເອງ”. ພວກເຂົາມັກຈະອ້າງວ່າພວກເຂົາເຂົ້າໃຈວິຊາຊີບນັ້ນ ແລະ ພວກເຂົາເປັນຄົນວົງໃນ ເພື່ອໃຊ້ເປັນຂໍ້ອ້າງໃນການປະຕິເສດທີ່ຈະເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງກັບວຽກງານ ຫຼື ຄວາມຄືບໜ້າຂອງວຽກງານໃຫ້ຄົນອື່ນຮູ້. ພວກເຂົາບໍ່ຢາກໃຫ້ຄົນອື່ນຮູ້ແມ່ນແຕ່ກ່ຽວກັບຄວາມຜິດພາດເນື່ອງຈາກຄວາມບໍ່ລະວັງ, ຄວາມຜິດ ຫຼື ຄວາມເຄາະຮ້າຍທີ່ເກີດຂຶ້ນໃນວຽກງານ. ເມື່ອຄົນອື່ນຮູ້ເລື່ອງດັ່ງກ່າວ ແລະ ຕ້ອງການສອບຖາມ, ມີສ່ວນຮ່ວມ ຫຼື ຊອກຮູ້ເພີ່ມເຕີມ, ພວກເຂົາກໍປະຕິເສດທີ່ຈະຕອບ ແຕ່ເວົ້າວ່າ “ສິ່ງທີ່ຢູ່ໃນຂອບເຂດວຽກງານຂອງຂ້ອຍແມ່ນຖິ່ນຂອງຂ້ອຍ. ເຈົ້າບໍ່ມີສິດທີ່ຈະສອບຖາມ. ຄຣິສຕະຈັກບໍ່ໄດ້ມອບໝາຍວຽກນີ້ໃຫ້ເຈົ້າ, ຄຣິສຕະຈັກມອບໝາຍໃຫ້ຂ້ອຍ ແລະ ຂ້ອຍຕ້ອງຮັກສາມັນເປັນຄວາມລັບ”. ນັ້ນເປັນຂໍ້ອ້າງທີ່ສົມເຫດສົມຜົນບໍ? ມັນຖືກຕ້ອງບໍທີ່ພວກເຂົາຈະ “ຮັກສາມັນເປັນຄວາມລັບ”? (ບໍ່ຖືກຕ້ອງ.) ເປັນຫຍັງຈຶ່ງບໍ່ຖືກຕ້ອງ? ຈະຖືວ່າເປັນການລະເມີດຄວາມລັບບໍ ທີ່ຈະໂອ້ລົມກັບຄົນອື່ນກ່ຽວກັບສະຖານະຂອງວຽກງານ, ຄວາມຜິດພາດເນື່ອງຈາກຄວາມບໍ່ລະວັງ ແລະ ບັນຫາທີ່ເກີດຂຶ້ນໃນວຽກງານ, ພ້ອມທັງແຜນການ ແລະ ທິດທາງຂອງມັນ? (ບໍ່.) ມັນບໍ່ແມ່ນ, ຍົກເວັ້ນລາຍລະອຽດສະເພາະບາງຢ່າງທີ່ຈະກໍ່ໃຫ້ເກີດໄພອັນຕະລາຍຕໍ່ຄວາມປອດໄພຂອງຄຣິສຕະຈັກ ຖ້າຫາກຖືກເປີດເຜີຍອອກໄປ ແລະ ຈະບໍ່ເໝາະສົມທີ່ຈະບອກຄົນອື່ນ. ໃນກໍລະນີດັ່ງກ່າວ, ມັນກໍບໍ່ເປັນຫຍັງທີ່ຈະບໍ່ເວົ້າ. ແຕ່ຖ້າພວກເຂົາໃຊ້ການຮັກສາຄວາມລັບເປັນຂໍ້ອ້າງ ແລະ ບໍ່ຍອມໃຫ້ຄົນອື່ນຮູ້ຫຍັງເລີຍທີ່ຢູ່ໃນຂອບເຂດວຽກງານຂອງພວກເຂົາ ແລະ ຕໍ່ຕ້ານ ແລະ ປະຕິເສດການສອບຖາມ, ການຕັ້ງຄຳຖາມ ຫຼື ການຂໍຄວາມເຫັນຈາກອ້າຍເອື້ອຍນ້ອງທຳມະດາ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນກັນ, ແລ້ວບັນຫາຢູ່ບ່ອນນັ້ນແມ່ນຫຍັງ? ຕົວຢ່າງ: ພວກເຂົາອາດຈະຢາກເຮັດບາງຢ່າງດ້ວຍວິທີໃດໜຶ່ງ. ຄົນອື່ນເວົ້າກັບພວກເຂົາວ່າ “ຖ້າເຈົ້າເຮັດແບບນັ້ນ, ມັນຈະກໍ່ໃຫ້ເກີດການສູນເສຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ເຈົ້າຈະອອກນອກເສັ້ນທາງ. ພວກເຮົາລອງເຮັດແບບນີ້ແທນບໍ?” ພວກເຂົາຄິດໃນໃຈວ່າ “ຖ້າຂ້ອຍເຮັດຕາມທີ່ເຈົ້າເວົ້າ, ນັ້ນຈະບໍ່ສະແດງໃຫ້ຄົນອື່ນເຫັນວ່າວິທີຂອງຂ້ອຍບໍ່ດີບໍ? ແລ້ວຈາກນັ້ນ ຄວາມດີສຳລັບວຽກງານກໍຈະຕົກເປັນຂອງເຈົ້າ, ແມ່ນບໍ? ແບບນັ້ນບໍ່ໄດ້; ຂ້ອຍຍອມອອກນອກເສັ້ນທາງ ດີກວ່າເຮັດຕາມວິທີຂອງເຈົ້າ. ຂ້ອຍຕ້ອງຍຶດໝັ້ນກັບວິທີຂອງຂ້ອຍ. ຂ້ອຍບໍ່ສົນວ່າມັນຈະກໍ່ໃຫ້ເກີດການສູນເສຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ຊື່ສຽງ ແລະ ສະຖານະຂອງຂ້ອຍຕ່າງຫາກທີ່ສຳຄັນ, ກຽດສັກສີຂອງຂ້ອຍຕ່າງຫາກທີ່ສຳຄັນ!” ເຖິງແມ່ນວ່າສິ່ງທີ່ພວກເຂົາເຮັດຈະຜິດ, ພວກເຂົາກໍຈະພຽງແຕ່ເຮັດຜິດຊໍ້າຕື່ມ ແລະ ຈະບໍ່ຍອມໃຫ້ໃຜເຂົ້າມາແຊກແຊງ. ນັ້ນບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ແກ່ນແທ້ຂອງການບໍ່ຍອມໃຫ້ຄົນອື່ນແຊກແຊງແມ່ນຫຍັງ? ມັນຄືການດຳເນີນກິດຈະການຂອງຕົວເອງ. ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ່ແມ່ນສິ່ງທີ່ສຳຄັນສຳລັບພວກເຂົາ ແລະ ວຽກງານຂອງເຮືອນຂອງພຣະເຈົ້າກໍບໍ່ແມ່ນຈຸດສຸມຂອງພວກເຂົາ. ພວກເຂົາບໍ່ໄດ້ເຮັດວຽກຕາມຫຼັກການນັ້ນ. ແຕ່ພວກເຂົາເຮັດວຽກໂດຍເນັ້ນໃສ່ຜົນປະໂຫຍດສ່ວນຕົວ ແລະ ສະຖານະ ແລະ ກຽດສັກສີຂອງພວກເຂົາ; ວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຕ້ອງຮັບໃຊ້ສະຖານະ ແລະ ຜົນປະໂຫຍດຂອງພວກເຂົາເອງ. ນັ້ນຄືເຫດຜົນທີ່ພວກເຂົາບໍ່ຍອມໃຫ້ຄົນອື່ນແຊກແຊງ ຫຼື ສອບຖາມກ່ຽວກັບວຽກງານຂອງພວກເຂົາ. ພວກເຂົາເຊື່ອວ່າ ທັນທີທີ່ມີຄົນແຊກແຊງວຽກງານຂອງພວກເຂົາ, ສະຖານະ ແລະ ຜົນປະໂຫຍດຂອງພວກເຂົາກໍຈະຖືກຄຸກຄາມ, ຂໍ້ບົກຜ່ອງ ແລະ ຄວາມຂາດເຂີນຂອງພວກເຂົາ, ພ້ອມທັງບັນຫາ ແລະ ການບ່ຽງເບນໃນວຽກງານຂອງພວກເຂົາ ກໍມີແນວໂນ້ມທີ່ຈະຖືກເປີດໂປງ. ສະນັ້ນ, ພວກເຂົາຈຶ່ງຕັ້ງໃຈຢ່າງໜັກແໜ້ນທີ່ຈະຫ້າມບໍ່ໃຫ້ຄົນອື່ນແຊກແຊງວຽກງານຂອງພວກເຂົາ ແລະ ພວກເຂົາບໍ່ຍອມຮັບການຮ່ວມມື ຫຼື ການຄວບຄຸມດູແລຂອງຜູ້ອື່ນ.

ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະພົວພັນກັບວຽກງານໃດກໍຕາມ, ພວກເຂົາຢ້ານວ່າເບື້ອງເທິງຈະຮູ້ເພີ່ມເຕີມກ່ຽວກັບມັນ ແລະ ສອບຖາມ. ຖ້າເບື້ອງເທິງສອບຖາມກ່ຽວກັບສະຖານະຂອງວຽກງານ ຫຼື ການຈັດບຸກຄະລາກອນ, ພວກເຂົາຈະລາຍງານພຽງແຕ່ເລື່ອງເລັກໆນ້ອຍໆແບບພໍແລ້ວມືແລ້ວຕີນ, ສອງສາມຢ່າງທີ່ພວກເຂົາເຊື່ອວ່າບໍ່ເປັນຫຍັງທີ່ຈະໃຫ້ເບື້ອງເທິງຮູ້, ເຊິ່ງຈະບໍ່ມີຜົນສະທ້ອນໃດໆຕາມມາຈາກການຮູ້ເລື່ອງນັ້ນ. ຖ້າເບື້ອງເທິງກົດດັນສອບຖາມກ່ຽວກັບສ່ວນທີ່ເຫຼືອ, ພວກເຂົາກໍຈະເຊື່ອວ່າເບື້ອງເທິງກຳລັງແຊກແຊງໜ້າທີ່ຂອງພວກເຂົາ ແລະ “ວຽກງານພາຍໃນ” ຂອງພວກເຂົາ. ພວກເຂົາຈະບໍ່ເວົ້າຫຍັງຕື່ມກັບເບື້ອງເທິງ ແຕ່ຈະທຳທ່າວ່າບໍ່ຮູ້, ຫຼອກລວງ ແລະ ປິດບັງສິ່ງຕ່າງໆ. ພວກເຂົາບໍ່ໄດ້ປະຕິເສດການຄວບຄຸມດູແລຂອງເຮືອນຂອງພຣະເຈົ້າບໍ? (ແມ່ນແລ້ວ.) ແລ້ວພວກເຂົາຈະເຮັດແນວໃດ ຖ້າຄົນໃດໜຶ່ງເປີດເຜີຍບັນຫາຂອງພວກເຂົາ ແລະ ກຳລັງຈະເປີດໂປງພວກເຂົາ ແລະ ລາຍງານເລື່ອງນັ້ນຕໍ່ເບື້ອງເທິງ? ພວກເຂົາຈະຂັດຂວາງມັນ, ສະກັດກັ້ນມັນ. ພວກເຂົາເຖິງຂັ້ນຈະຂົ່ມຂູ່ວ່າ “ຖ້າເຈົ້າເວົ້າເລື່ອງນີ້ ແລະ ມັນນຳໄປສູ່ການທີ່ພວກເຮົາຖືກລິຮານໂດຍເບື້ອງເທິງ, ຄວາມຜິດກໍຈະຕົກຢູ່ທີ່ເຈົ້າ. ຖ້າຈະມີໃຜຖືກລິຮານ, ຄົນນັ້ນກໍຈະແມ່ນເຈົ້າ!” ພວກເຂົາບໍ່ໄດ້ພະຍາຍາມສ້າງອານາຈັກທີ່ເປັນເອກະລາດບໍ? (ແມ່ນແລ້ວ.) ພວກເຂົາຈະບໍ່ຍອມໃຫ້ແມ່ນແຕ່ເບື້ອງເທິງສອບຖາມ ແລະ ບໍ່ມີໃຜມີສິດທີ່ຈະຮູ້ກ່ຽວກັບສິ່ງທີ່ຢູ່ໃນຂອບເຂດວຽກງານຂອງພວກເຂົາ ຫຼື ຕັ້ງຄຳຖາມກັບພວກເຂົາກ່ຽວກັບສິ່ງເຫຼົ່ານັ້ນ, ແລ້ວແຮງບໍ່ຕ້ອງເວົ້າເຖິງການໃຫ້ຄຳແນະນຳເລີຍ. ຖ້າພວກເຂົາໄດ້ຮັບຜິດຊອບໂຄງການວຽກງານໃດໜຶ່ງ, ກໍມີພຽງພວກເຂົາເທົ່ານັ້ນທີ່ສາມາດມີສິດຊີ້ຂາດກ່ຽວກັບເລື່ອງທີ່ຢູ່ໃນຂອບເຂດຂອງວຽກງານນັ້ນ; ມີພຽງພວກເຂົາເທົ່ານັ້ນທີ່ສາມາດຕັດສິນ; ມີພຽງພວກເຂົາເທົ່ານັ້ນທີ່ສາມາດກະທຳ ແລະ ເວົ້າຕາມໃຈມັກ ແລະ ບໍ່ວ່າພວກເຂົາຈະກະທຳແນວໃດ, ພວກເຂົາກໍມີຂໍ້ອ້າງສຳລັບມັນ. ພວກເຂົາໃຊ້ວິທີການໃດ ເມື່ອມີຄົນສອບຖາມ? ການເຮັດແບບພໍແລ້ວມືແລ້ວຕີນ ແລະ ການປິດບັງ. ແລ້ວມີຫຍັງອີກ? (ການຫຼອກລວງ.) ຖືກຕ້ອງແລ້ວ: ການຫຼອກລວງ. ພວກເຂົາເຖິງຂັ້ນຈະສະແດງພາບລວງຕາໃຫ້ເຈົ້າເຫັນ. ຕົວຢ່າງ: ໃນບາງຄຣິສຕະຈັກ, ຜູ້ນໍາ ຫຼື ຜູ້ຊ່ວຍວຽກພຣະກິດຕິຄຸນອາດຈະຫາຄົນໄດ້ຢ່າງຊັດເຈນພຽງແຕ່ສາມຄົນໃນຄຣິສຕະຈັກທີ່ພວກເຂົາຮັບຜິດຊອບໃນໄລຍະເວລາໜຶ່ງເດືອນ, ເຊິ່ງໜ້ອຍກວ່າຢູ່ຄຣິສຕະຈັກອື່ນຢ່າງຫຼວງຫຼາຍ. ພວກເຂົາຮູ້ສຶກວ່າບໍ່ມີທາງທີ່ຈະລາຍງານເລື່ອງນັ້ນຕໍ່ເບື້ອງເທິງໄດ້. ສະນັ້ນ, ພວກເຂົາເຮັດແນວໃດ? ເມື່ອພວກເຂົາລາຍງານກ່ຽວກັບວຽກງານຂອງພວກເຂົາ, ພວກເຂົາກໍຕື່ມເລກສູນໃສ່ທາງຫຼັງເລກສາມນັ້ນ ແລະ ເວົ້າວ່າພວກເຂົາຫາຄົນໄດ້ສາມສິບຄົນ. ຄົນອື່ນຮູ້ເລື່ອງນີ້ ແລະ ຕັ້ງຄຳຖາມກັບພວກເຂົາວ່າ: “ນັ້ນບໍ່ແມ່ນການຫຼອກລວງບໍ?” ພວກເຂົາເວົ້າວ່າ “ການຫຼອກລວງ” ບໍ? “ເປັນຫຍັງ, ມັນກໍຈະບໍ່ເປັນຫຍັງ ເມື່ອພວກເຮົາຫາຄົນໄດ້ສາມສິບຄົນໃນເດືອນໜ້າເພື່ອເປັນການຊົດເຊີຍ, ແມ່ນບໍ?” ສຳລັບເລື່ອງນີ້, ພວກເຂົາມີຂໍ້ອ້າງ. ຖ້າຄົນອື່ນຖືວ່າເລື່ອງນີ້ເປັນເລື່ອງຈິງຈັງ ແລະ ປາຖະໜາທີ່ຈະລາຍງານຄວາມຈິງຕໍ່ເບື້ອງເທິງ, ພວກເຂົາກໍຈະເຊື່ອວ່າຄົນນັ້ນກຳລັງສ້າງບັນຫາໃຫ້ພວກເຂົາ, ວ່າຄົນນັ້ນມຸ່ງຮ້າຍຕໍ່ພວກເຂົາ. ສະນັ້ນ, ພວກເຂົາຈະກົດຂີ່ຄົນນັ້ນ ແລະ ຈັດການກັບຄົນນັ້ນ. ພວກເຂົາຈະສ້າງບັນຫາໃຫ້ຄົນນັ້ນ. ໃນເລື່ອງນີ້, ພວກເຂົາບໍ່ໄດ້ທໍລະມານຜູ້ຄົນບໍ? ພວກເຂົາບໍ່ໄດ້ເຮັດຄວາມຊົ່ວຮ້າຍບໍ? ພວກເຂົາບໍ່ເຄີຍສະແຫວງຫາຫຼັກການຄວາມຈິງໃນວຽກງານຂອງພວກເຂົາ, ແລ້ວເປົ້າໝາຍຂອງພວກເຂົາໃນການເຮັດວຽກງານແມ່ນຫຍັງ? ມັນກ່ຽວກັບການຮັບປະກັນສະຖານະ ແລະ ການດຳລົງຊີວິດຂອງພວກເຂົາ. ບໍ່ວ່າພວກເຂົາຈະເຮັດສິ່ງທີ່ບໍ່ດີຫຍັງກໍຕາມ, ພວກເຂົາກໍບໍ່ບອກຜູ້ຄົນເຖິງເຈດຕະນາ ແລະ ແຮງຈູງໃຈສຳລັບສິ່ງທີ່ພວກເຂົາເຮັດ. ພວກເຂົາຕ້ອງຮັກສາສິ່ງເຫຼົ່ານັ້ນເປັນຄວາມລັບຢ່າງເຂັ້ມງວດ; ສິ່ງເຫຼົ່ານັ້ນເປັນຂໍ້ມູນລັບສຳລັບພວກເຂົາ. ຫົວຂໍ້ທີ່ລະອຽດອ່ອນທີ່ສຸດສຳລັບຄົນແບບນີ້ແມ່ນຫຍັງ? ມັນແມ່ນຕອນທີ່ເຈົ້າຖາມພວກເຂົາວ່າ “ເຈົ້າເຮັດຫຍັງແດ່ໃນຊ່ວງນີ້? ການປະຕິບັດໜ້າທີ່ຂອງເຈົ້າໄດ້ຜົນຮັບຫຍັງແດ່? ມີການຂັດຂວາງ ຫຼື ການລົບກວນໃດໆໃນພື້ນທີ່ທີ່ວຽກງານຂອງເຈົ້າຮັບຜິດຊອບບໍ? ເຈົ້າຈັດການກັບພວກມັນແນວໃດ? ເຈົ້າຢູ່ໃນຈຸດທີ່ເຈົ້າຄວນຢູ່ກັບວຽກງານຂອງເຈົ້າແລ້ວບໍ? ເຈົ້າໄດ້ປະຕິບັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີບໍ? ການຕັດສິນໃຈວຽກງານທີ່ເຈົ້າໄດ້ເຮັດນັ້ນກໍ່ໃຫ້ເກີດການສູນເສຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ຜູ້ນໍາທີ່ບໍ່ໄດ້ມາດຕະຖານຖືກປົດອອກແລ້ວບໍ? ຄົນທີ່ມີຄວາມສາມາດດີ ເຊິ່ງຂ້ອນຂ້າງໄລ່ຕາມຄວາມຈິງໄດ້ຮັບການສົ່ງເສີມ ແລະ ບົ່ມເພາະແລ້ວບໍ? ເຈົ້າໄດ້ກົດຂີ່ຄົນທີ່ບໍ່ຍອມຢູ່ໃຕ້ອຳນາດເຈົ້າບໍ? ເຈົ້າມີຄວາມຮູ້ຫຍັງແດ່ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ? ເຈົ້າເປັນຄົນປະເພດໃດ?” ສິ່ງເຫຼົ່ານີ້ແມ່ນຫົວຂໍ້ທີ່ລະອຽດອ່ອນທີ່ສຸດສຳລັບພວກເຂົາ. ການຖືກຖາມຄຳຖາມເຫຼົ່ານີ້ແມ່ນສິ່ງທີ່ພວກເຂົາຢ້ານທີ່ສຸດ, ສະນັ້ນ, ແທນທີ່ຈະລໍຖ້າໃຫ້ເຈົ້າຖາມພວກເຂົາ, ພວກເຂົາກໍຈະຟ້າວຊອກຫາຫົວຂໍ້ອື່ນມາປິດບັງສິ່ງເຫຼົ່ານັ້ນ. ພວກເຂົາຢາກນໍາພາເຈົ້າໄປໃນທາງທີ່ຜິດດ້ວຍທຸກວິທີທາງ, ປິດບັງບໍ່ໃຫ້ເຈົ້າຮູ້ວ່າສະຖານະການນີ້ເປັນແນວໃດແທ້ຕາມທີ່ມັນເປັນຢູ່. ພວກເຂົາປິດບັງເຈົ້າໄວ້ໃນຄວາມມືດຢູ່ສະເໝີ, ປິດບັງບໍ່ໃຫ້ເຈົ້າຮູ້ຢູ່ສະເໝີວ່າພວກເຂົາເຮັດວຽກງານຂອງພວກເຂົາໄປຮອດໃສແລ້ວແທ້ໆ. ບໍ່ມີຄວາມໂປ່ງໃສແມ່ນແຕ່ໜ້ອຍດຽວຢູ່ບ່ອນນັ້ນ. ຄົນດັ່ງກ່າວມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ? ພວກເຂົາມີຄວາມຢຳເກງພຣະເຈົ້າບໍ? ບໍ່ມີ. ພວກເຂົາບໍ່ເຄີຍລາຍງານກ່ຽວກັບວຽກງານຢ່າງຕັ້ງໜ້າ ແລະ ພວກເຂົາກໍບໍ່ລາຍງານກ່ຽວກັບຂໍ້ຜິດພາດໃນວຽກງານຂອງພວກເຂົາຢ່າງຕັ້ງໜ້າ; ພວກເຂົາບໍ່ເຄີຍຖາມ, ສະແຫວງຫາ ຫຼື ເປີດເຜີຍກ່ຽວກັບຄວາມທ້າທາຍ ແລະ ຄວາມສັບສົນທີ່ພວກເຂົາພົບພໍ້ໃນວຽກງານຂອງພວກເຂົາ ແຕ່ເຖິງຂັ້ນປິດບັງສິ່ງເຫຼົ່ານັ້ນ, ຕົບຕາ ແລະ ຫຼອກລວງຄົນອື່ນ. ບໍ່ມີຄວາມໂປ່ງໃສເລີຍໃນວຽກງານຂອງພວກເຂົາ ແລະ ມີພຽງແຕ່ຕອນທີ່ເບື້ອງເທິງກົດດັນໃຫ້ພວກເຂົາລາຍງານຕາມຄວາມຈິງ ແລະ ອະທິບາຍເທົ່ານັ້ນ ພວກເຂົາຈຶ່ງຈະເວົ້າອອກມາໜ້ອຍໜຶ່ງຢ່າງບໍ່ເຕັມໃຈ. ພວກເຂົາຍອມຕາຍດີກວ່າເວົ້າກ່ຽວກັບບັນຫາໃດໆທີ່ກ່ຽວຂ້ອງກັບຊື່ສຽງ ແລະ ສະຖານະຂອງພວກເຂົາ. ພວກເຂົາຍອມຕາຍກ່ອນທີ່ຈະເວົ້າຄຳດຽວກ່ຽວກັບເລື່ອງນັ້ນ. ແຕ່ພວກເຂົາກັບທຳທ່າວ່າບໍ່ເຂົ້າໃຈ. ນັ້ນບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ນີ້ແມ່ນຄົນປະເພດໃດ? ບັນຫາປະເພດນີ້ແກ້ໄຂໄດ້ງ່າຍບໍ? ຖ້າເບື້ອງເທິງໃຫ້ທິດຊີ້ນໍາແກ່ພວກເຂົາໃນວຽກງານຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາຕໍ່ສິ່ງນັ້ນແມ່ນເປັນແນວໃດ? ການເຮັດແບບພໍແລ້ວມືແລ້ວຕີນ. ພວກເຂົາເບິ່ງຄືວ່າເຫັນດີນຳ ແລະ ພວກເຂົາເຖິງຂັ້ນຈະເອົາປຶ້ມບັນທຶກ ຫຼື ຄອມພິວເຕີອອກມາ ແລະ ຈົດບັນທຶກຢ່າງຫ້າວຫັນ ແຕ່ເມື່ອພວກເຂົາຈົດແລ້ວ, ພວກເຂົາຈະເຂົ້າໃຈຄຳແນະນຳ ແລະ ລົງມືເຮັດວຽກບໍ? (ບໍ່.) ພວກເຂົາກຳລັງວາງທ່າໃຫ້ເຈົ້າເຫັນ, ສະແດງລະຄອນເພື່ອເຮັດໃຫ້ເຈົ້າຫຼົງເຊື່ອ. ພວກເຂົາຄິດຫຍັງຢູ່ແທ້ໆ? “ໃນເມື່ອວຽກງານນີ້ຖືກມອບໃຫ້ຂ້ອຍເຮັດ, ຄຳເວົ້າຂອງຂ້ອຍກໍຄືຄຳສັ່ງ. ບໍ່ມີໃຜສາມາດແຊກແຊງສິ່ງທີ່ຂ້ອຍຢາກເຮັດໄດ້. ‘ເຈົ້າໜ້າທີ່ທ້ອງຖິ່ນມີອຳນາດຄວບຄຸມຫຼາຍກວ່າເຈົ້າໜ້າທີ່ລັດ’, ສະນັ້ນ ຂ້ອຍຈຶ່ງມີສິດນີ້. ຖ້າບໍ່ແມ່ນແນວນັ້ນ, ກໍຢ່າໃຫ້ຂ້ອຍຈັດການມັນ. ໄລ່ຂ້ອຍອອກເລີຍ”. ນີ້ຄືສິ່ງທີ່ພວກເຂົາຄິດ ແລະ ນີ້ຄືວິທີທີ່ພວກເຂົາກະທຳ. ນັ້ນແມ່ນອຸປະນິໄສແບບໃດ? ນັ້ນບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ນີ້ໝາຍເຖິງບັນຫາ. ເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ແຊກແຊງ ຫຼື ສອບຖາມ ແລະ ທັງບໍ່ໃຫ້ກວດສອບ ແລະ ຖາມຄຳຖາມ. ພວກເຂົາຂ້ອນຂ້າງອ່ອນໄຫວຕໍ່ເລື່ອງນັ້ນ. ພວກເຂົາຄິດວ່າ “ນີ້ແມ່ນເບື້ອງເທິງກຳລັງພະຍາຍາມກວດສອບບັນຫາຂອງຂ້ອຍ ແລະ ກວດສອບວຽກງານຂອງຂ້ອຍບໍ? ໃຜເປັນຄົນເວົ້າ?” ດ້ວຍຄວາມຕື່ນຕົກໃຈ, ພວກເຂົາຈຶ່ງພະຍາຍາມຢ່າງໜັກເພື່ອຊອກຫາວ່າແມ່ນໃຜກັນແທ້ທີ່ເຮັດໃຫ້ພວກເຂົາເສື່ອມເສຍ. ໃນທີ່ສຸດ, ຂໍ້ສົງໄສຂອງພວກເຂົາກໍແຄບລົງເຫຼືອສອງຄົນ ແລະ ພວກເຂົາກໍໄລ່ສອງຄົນນັ້ນອອກ. ນີ້ແມ່ນບັນຫາຫຍັງ? ມັນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.

ຈຸດເດັ່ນຫຼັກຂອງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ການຍຶດຕິດກັບສະຖານະ ແລະ ການຄວບຄຸມຄົນອື່ນ. ພວກເຂົາໄດ້ຮັບສະຖານະເພື່ອຄວບຄຸມຄົນອື່ນ. ຕາບໃດທີ່ພວກເຂົາມີສະຖານະ, ພວກເຂົາກໍຈະເອົາຜູ້ຄົນມາຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາຢ່າງຊອບທຳ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາຈະເຮັດເຊັ່ນນັ້ນຢ່າງຊອບທຳ? ເພາະວຽກງານຂອງພວກເຂົາຖືກມອບໝາຍໃຫ້ພວກເຂົາໂດຍເຮືອນຂອງພຣະເຈົ້າ; ພວກເຂົາຖືກເລືອກໂດຍອ້າຍເອື້ອຍນ້ອງໃຫ້ເຮັດວຽກງານນັ້ນ. ພວກເຂົາຈະບໍ່ຮູ້ສຶກວ່າພວກເຂົາມີຄວາມຊອບທຳໃນການເຮັດສິ່ງນັ້ນບໍ? (ແມ່ນແລ້ວ.) ສະນັ້ນ, ສິ່ງນີ້ຈຶ່ງກາຍເປັນສິ່ງທີ່ພວກເຂົາໃຊ້ເພື່ອສະແຫວງຫາຜົນປະໂຫຍດໂດຍຄິດໃນໃຈວ່າ “ພວກເຈົ້າເລືອກຂ້ອຍ, ແມ່ນບໍ? ຖ້າພວກເຈົ້າເລືອກຂ້ອຍ, ພວກເຈົ້າກໍຕ້ອງໄວ້ໃຈຂ້ອຍ. ມີຄຳເວົ້ານັ້ນຂອງຜູ້ບໍ່ມີຄວາມເຊື່ອທີ່ວ່າ ‘ເມື່ອໃຊ້ງານຄົນແລ້ວກໍບໍ່ຕ້ອງສົງໄສ, ເມື່ອສົງໄສແລ້ວກໍບໍ່ຕ້ອງໃຊ້ງານ’”. ຢູ່ບ່ອນນີ້, ພວກເຂົາເຖິງຂັ້ນໃຊ້ຄຳຄົມຂອງຊາຕານ. ຄຳເວົ້ານີ້ແມ່ນຄວາມຈິງບໍ? (ບໍ່ແມ່ນ.) ມັນຄືຄວາມເຊື່ອນອກຮີດ ແລະ ຄວາມຫຼອກລວງຂອງຊາຕານ. ຖ້າເຈົ້າສອບຖາມກ່ຽວກັບວຽກງານຂອງພວກເຂົາ, ພວກເຂົາກໍຈະຍົກທິດສະດີດັ່ງກ່າວຂຶ້ນມາວ່າ “‘ເມື່ອໃຊ້ງານຄົນແລ້ວກໍບໍ່ຕ້ອງສົງໄສ, ເມື່ອສົງໄສແລ້ວກໍບໍ່ຕ້ອງໃຊ້ງານ’. ຖ້າເຈົ້າໃຊ້ງານຂ້ອຍ, ເຈົ້າກໍບໍ່ສາມາດສົງໄສຂ້ອຍໄດ້. ຖ້າເຈົ້າບໍ່ຮູ້ວ່າຂ້ອຍເປັນຄົນປະເພດໃດ, ຖ້າເຈົ້າບໍ່ສາມາດເບິ່ງຂ້ອຍທະລຸ, ກໍຢ່າໃຊ້ງານຂ້ອຍ. ແຕ່ເຈົ້າກຳລັງໃຊ້ງານຂ້ອຍ ແລະ ໃນເມື່ອເປັນແນວນັ້ນ, ຂ້ອຍກໍຕ້ອງຢືນຢັດໃນຕຳແໜ່ງນີ້. ຄຳເວົ້າຂອງຂ້ອຍຕ້ອງເປັນຄຳສັ່ງ”. ຄຳເວົ້າຂອງພວກເຂົາຕ້ອງເປັນຄຳສັ່ງໃນທຸກວຽກງານ; ມັນຈະເປັນໄປບໍ່ໄດ້ທີ່ຈະບໍ່ຍອມໃຫ້ພວກເຂົາເຮັດ ຫຼື ທີ່ຈະຊອກຫາຄູ່ຮ່ວມງານໃຫ້ພວກເຂົາ ຫຼື ທີ່ຈະໃຫ້ຄົນອື່ນຄວບຄຸມດູແລ ແລະ ຊີ້ນໍາພວກເຂົາ. ຖ້າໃຜຜູ້ໜຶ່ງມາກວດສອບວຽກງານຂອງພວກເຂົາ, ພວກເຂົາກໍພຽງແຕ່ປະຕິເສດ. ພວກເຂົາຮູ້ສຶກວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ ແລະ ບໍ່ຈຳເປັນຕ້ອງຖືກກວດສອບ. ຕາມສິດແລ້ວ, ພວກເຂົາໃຊ້ປະໂຫຍດຈາກສະຖານະ ແລະ ສິດອໍານາດຂອງພວກເຂົາເພື່ອຄວບຄຸມຄົນອື່ນ, ສະຖານທີ່ເຮັດວຽກ ແລະ ວຽກງານຂອງຄຣິສຕະຈັກ. ພວກເຂົາບໍ່ໄດ້ກຳລັງສ້າງອານາຈັກທີ່ເປັນເອກະລາດບໍ? ນີ້ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ເຮືອນຂອງພຣະເຈົ້າອາດຈະໃຫ້ພວກເຂົາເຮັດວຽກງານນີ້ ແລະ ປະຕິບັດໜ້າທີ່ນີ້ ແຕ່ຈະບໍ່ໃຫ້ພວກເຂົາໃຊ້ອຳນາດໃນຖານະຜະເດັດການ. ຄົນແບບນັ້ນບໍ່ໄດ້ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ການຈັດແຈງຂອງເຮືອນຂອງພຣະອົງຜິດບໍ? ເປັນຫຍັງພວກເຂົາຈຶ່ງກໍາແໜ້ນສະຖານະ ແລະ ອຳນາດຢູ່ສະເໝີ ແທນທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ? (ພວກເຂົາຖືກຄວບຄຸມໂດຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.) ຖືກຕ້ອງແລ້ວ, ນັ້ນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ເປັນຫຍັງພວກເຂົາຈຶ່ງເຂົ້າໃຈຜິດ ເມື່ອຄຣິສຕະຈັກຈັດແຈງວຽກງານໃຫ້ພວກເຂົາ? ເພາະວ່າໂດຍທໍາມະຊາດແລ້ວ ພວກເຂົາມັກຄວບຄຸມຜູ້ຄົນ. ນັ້ນຄືທຳມະຊາດ-ແກ່ນແທ້ຂອງພວກເຂົາ, ມັນຄືສິ່ງທີ່ພວກເຂົາເປັນ. ຈັດແຈງວຽກງານໃຫ້ພວກເຂົາ ແລະ ພວກເຂົາກໍຈະຮູ້ສຶກວ່າຕອນນີ້ພວກເຂົາມີອຳນາດ ແລະ ສະຖານະ ແລະ ດັ່ງນັ້ນ ຈຶ່ງມີການຄວບຄຸມເໜືອຖິ່ນຂອງພວກເຂົາ. ຖ້າເຈົ້າໄປໃນຖິ່ນຂອງພວກເຂົາ, ເຈົ້າກໍຕ້ອງເຮັດຕາມທີ່ພວກເຂົາເວົ້າ. ຕົວຢ່າງ: ເຮືອນຂອງພຣະເຈົ້າເຄີຍຈັດແຈງໃຫ້ຜູ້ນໍາຄົນໜຶ່ງໄປກວດສອບວຽກງານຂອງຜູ້ຕໍ່ຕ້ານພຣະຄຣິສ. ທັງຜູ້ນໍາຄົນນັ້ນ ແລະ ຜູ້ຕໍ່ຕ້ານພຣະຄຣິສເປັນຜູ້ນໍາຄຣິສຕະຈັກ; ພວກເຂົາຢູ່ໃນລະດັບດຽວກັນ. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ “ເຈົ້າເປັນຜູ້ນໍາຄຣິສຕະຈັກ ແລະ ຂ້ອຍກໍເປັນຜູ້ນໍາຄຣິສຕະຈັກ. ພວກເຮົາຢູ່ໃນລະດັບດຽວກັນ. ເຈົ້າຢ່າຫຍຸ້ງກ່ຽວກັບຂ້ອຍ ແລະ ຂ້ອຍກໍຈະບໍ່ຫຍຸ້ງກ່ຽວກັບເຈົ້າ. ຢ່າໂອ້ລົມກັບຂ້ອຍ, ເຈົ້າບໍ່ມີສິດ! ແລ້ວເຈົ້າຢາກຖາມວ່າສິ່ງຕ່າງໆຢູ່ຄຣິສຕະຈັກຂອງພວກເຮົາເປັນແນວໃດ, ເບື້ອງເທິງສັ່ງໃຫ້ເຈົ້າຖາມບໍ? ເອົາຫຼັກຖານມາໃຫ້ຂ້ອຍເບິ່ງ”. ຜູ້ນໍາຄົນນັ້ນເວົ້າວ່າ “ເບື້ອງເທິງພຽງແຕ່ໃຫ້ຂ້ອຍສົ່ງຂໍ້ຄວາມ. ໄປຖາມເບິ່ງ ຖ້າເຈົ້າບໍ່ເຊື່ອຂ້ອຍ”. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ “ຄັນຊັ້ນ ສິ່ງໃດໃຫ້ສິດເຈົ້າໃນການໂອ້ລົມກັບຂ້ອຍ ແລະ ກ່າວຫາຂ້ອຍ? ສິ່ງໃດໃຫ້ສິດເຈົ້າໃນການສອບຖາມກ່ຽວກັບສິ່ງທີ່ຢູ່ພາຍໃຕ້ວຽກງານຂອງຂ້ອຍ? ເຈົ້າບໍ່ມີສິດທີ່ຈະເຮັດແນວນັ້ນ!” ຄຳເວົ້າເຫຼົ່ານີ້ສອດຄ່ອງກັບຄວາມຈິງບໍ? (ບໍ່.) ມັນເປັນການກະທຳແບບໃດ? ເປັນການກະທຳທີ່ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ຈະເຮັດ. ມີຄຳເວົ້າໜຶ່ງໃນທ່າມກາງຜູ້ບໍ່ມີຄວາມເຊື່ອທີ່ວ່າ “ອຳນາດຄືຄວາມຖືກຕ້ອງ”. ພວກເຂົາແຂ່ງຂັນກັນເບິ່ງວ່າລະດັບຂອງໃຜສູງກວ່າ, ກຳລັງຂອງໃຜຍິ່ງໃຫຍ່ກວ່າ, ໃຜມີຄວາມສາມາດຫຼາຍກວ່າ. ພວກເຂົາແຂ່ງຂັນກັນເບິ່ງວ່າໃຜຮັບຜິດຊອບຄົນຈຳນວນຫຼາຍກວ່າ. ແລ້ວໃນເຮືອນຂອງພຣະເຈົ້າ, ພວກຕໍ່ຕ້ານພຣະຄຣິສກໍແຂ່ງຂັນກັບຄົນອື່ນເພື່ອເບິ່ງສິ່ງດຽວກັນນີ້. ພວກເຂົາບໍ່ໄດ້ມາຜິດບ່ອນບໍ? ໂດຍປົກກະຕິແລ້ວ ຄົນທີ່ມີອຸປະນິໄສທີ່ເສື່ອມຊາມ ແຕ່ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສຈະຄິດແບບນີ້ບໍ ເມື່ອພວກເຂົາພົບກັບຜູ້ນໍາຄຣິສຕະຈັກທີ່ຢູ່ໃນລະດັບດຽວກັນກັບພວກເຂົາ? ພວກເຂົາຈະເປີດເຜີຍບາງຢ່າງ ແຕ່ພວກເຂົາຈະສາມາດໂອ້ລົມກັບຜູ້ນໍາຄຣິສຕະຈັກຄົນນັ້ນໄດ້ຕາມປົກກະຕິ. ພວກເຂົາຈະບໍ່ເວົ້າຢ່າງແນ່ນອນວ່າ “ເຈົ້າຢູ່ໃນຖານະທີ່ຈະສອບຖາມກ່ຽວກັບວຽກງານຂອງຂ້ອຍບໍ?” ພວກເຂົາຈະບໍ່ເວົ້າແນວນັ້ນ ເພາະວ່າພວກເຂົາມີຄວາມສຳນຶກທີ່ປົກກະຕິ ແລະ ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ. ຄົນທີ່ມີຄວາມສຳນຶກທີ່ປົກກະຕິຈະປະພຶດຕົນແນວໃດ? ພວກເຂົາຈະຄິດວ່າ “ການໃຫ້ພວກເຮົານໍາພາຄຣິສຕະຈັກ, ນັ້ນຄືພຣະເຈົ້າຍົກຊູພວກເຮົາຂຶ້ນ; ມັນຄືພຣະບັນຊາຂອງພຣະອົງ ແລະ ມັນຄືໜ້າທີ່ຂອງພວກເຮົາ. ຖ້າພຣະເຈົ້າບໍ່ໄດ້ບັນຊາໃຫ້ພວກເຮົາເຮັດສິ່ງນີ້, ພວກເຮົາກໍຈະບໍ່ມີຄ່າຫຍັງເລີຍ. ມັນບໍ່ແມ່ນຕຳແໜ່ງເຈົ້າໜ້າທີ່ປະເພດໃດໜຶ່ງ. ຂ້ອຍສາມາດໂອ້ລົມກັບເຈົ້າກ່ຽວກັບວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນໄປຂອງອ້າຍເອື້ອຍນ້ອງ ແລະ ປະສົບການໃນວຽກງານຂອງຂ້ອຍ”. ຜູ້ຕໍ່ຕ້ານພຣະຄຣິສຈະໂອ້ລົມກັບຄົນອື່ນກ່ຽວກັບສິ່ງເຫຼົ່ານີ້ບໍ? ບໍ່, ພວກເຂົາຈະບໍ່ເປີດເຜີຍສິ່ງເຫຼົ່ານີ້ຢ່າງແນ່ນອນ. ສະນັ້ນ, ຄຸນລັກສະນະໜຶ່ງຂອງພວກຕໍ່ຕ້ານພຣະຄຣິສກໍຄືຄວາມປາຖະໜາໃນສະຖານະ ແລະ ອຳນາດທີ່ເໜືອກວ່າຄົນທຳມະດາ; ນອກຈາກນີ້, ພວກເຂົາຍັງມີເລ່ລ່ຽມ ແລະ ມີແຜນການຮ້າຍຫຼາຍກວ່າຄົນທຳມະດາ. ຄວາມມີເລ່ລ່ຽມ ແລະ ແຜນການຮ້າຍຂອງພວກເຂົາສະແດງອອກຢູ່ບ່ອນໃດ? (ພວກເຂົາບໍ່ເວົ້າຫຍັງກັບເຈົ້າ. ພວກເຂົາບໍ່ບອກຫຍັງກັບເຈົ້າໂດຍກົງ.) ມັນຄືການທີ່ພວກເຂົາຮູ້ສຶກວ່າທຸກເລື່ອງເປັນຄວາມລັບ, ເປັນສິ່ງທີ່ພວກເຂົາບໍ່ຄວນເວົ້າກັບຄົນອື່ນ. ໃນທຸກເລື່ອງ, ພວກເຂົາລະວັງຕົວຈາກຄົນອື່ນ; ພວກເຂົາເກັບທຸກຢ່າງໄວ້ເປັນຢ່າງດີ, ປິດບັງ ແລະ ເຊື່ອງອຳໄວ້. ຄັນຊັ້ນ ພວກເຂົາຈະສາມາດມີປະຕິສຳພັນ ແລະ ການສື່ສານທີ່ປົກກະຕິໃນການພົວພັນກັບຄົນອື່ນໄດ້ບໍ? ພວກເຂົາສາມາດເວົ້າສິ່ງໃດໜຶ່ງອອກມາຈາກໃຈໄດ້ບໍ? ບໍ່ໄດ້. ພວກເຂົາພຽງແຕ່ເວົ້າຄຳເວົ້າທີ່ຊ້ຳໆ ແລະ ຟັງມ່ວນຫູແບບຜິວເຜີນສອງສາມຄຳ ເພື່ອບໍ່ໃຫ້ເຈົ້າປະເມີນສະຖານະການທີ່ແທ້ຈິງໄດ້. ຫຼັງຈາກທີ່ເຈົ້າໄດ້ຕິດຕໍ່ພົວພັນກັບພວກເຂົາໄລຍະໜຶ່ງ, ເຈົ້າກໍຈະຮູ້ສຶກວ່າ “ເບິ່ງຈາກພາຍນອກ, ຄົນນີ້ເບິ່ງຄືວ່າບໍ່ຊົ່ວຮ້າຍ ແຕ່ເປັນຫຍັງຂ້ອຍຈຶ່ງຮູ້ສຶກຢູ່ສະເໝີວ່າໃຈຂອງພວກເຂົາຢູ່ຫ່າງໄກຈາກຄົນອື່ນແທ້? ເປັນຫຍັງມັນຈຶ່ງອຶດອັດໃຈຢູ່ສະເໝີທີ່ຈະຕິດຕໍ່ພົວພັນກັບພວກເຂົາ? ຂ້ອຍມັກຈະຮູ້ສຶກຢູ່ສະເໝີວ່າບໍ່ສາມາດຢັ່ງເຖິງພວກເຂົາໄດ້”. ເຈົ້າມີຄວາມຮູ້ສຶກແບບນັ້ນບໍ? (ມີ.) ນັ້ນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາລະວັງຕົວຈາກທຸກຄົນ. ແລ້ວເປັນຫຍັງພວກເຂົາຈຶ່ງລະວັງຕົວ? ເພາະໃນສາຍຕາຂອງພວກເຂົາ, ທຸກຄົນມີແນວໂນ້ມທີ່ຈະເປັນໄພຂົ່ມຂູ່ຕໍ່ສະຖານະຂອງພວກເຂົາ. ຖ້າພວກເຂົາບໍ່ລະມັດລະວັງ, ຖ້າພວກເຂົາຫຼຸດການປ້ອງກັນລົງ, ພວກເຂົາອາດຈະເຮັດໃຫ້ຄົນອື່ນຮູ້ວ່າເກີດຫຍັງຂຶ້ນກັບພວກເຂົາແທ້ໆ, ຮູ້ຕົວຕົນທີ່ແທ້ຈິງຂອງພວກເຂົາ ແລະ ຈາກນັ້ນ ກໍຈະບໍ່ສາມາດຮັກສາສະຖານະຂອງພວກເຂົາໄວ້ໄດ້. ສະນັ້ນ, ເມື່ອພວກເຂົາພົບກັບຄົນທີ່ຖາມເຖິງສະຖານະຂອງວຽກງານ ແລະ ໜ້າທີ່ຂອງພວກເຂົາ ຫຼື ຖາມເຖິງສະຖານະສ່ວນຕົວຂອງພວກເຂົາ, ພວກເຂົາກໍຈະປິດບັງສິ່ງທີ່ພວກເຂົາສາມາດປິດບັງໄດ້ ແລະ ປົກປິດສິ່ງທີ່ພວກເຂົາສາມາດປົກປິດໄດ້. ສິ່ງທີ່ພວກເຂົາບໍ່ສາມາດປົກປິດໄດ້, ພວກເຂົາກໍຈະຊອກຫາວິທີແກ້ໄຂໃຫ້ມັນຜ່ານໄປໄດ້ດ້ວຍດີ ຫຼື ພວກເຂົາຈະເຊື່ອງຕົວຈາກເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນມີອຸປະນິໄສທີ່ແປກປະຫຼາດ: ເຖິງແມ່ນວ່າພວກເຂົາຈະອາໄສຢູ່ທ່າມກາງຄົນອື່ນ, ເຈົ້າກໍຈະບໍ່ເຫັນພວກເຂົາມີປະຕິສຳພັນທີ່ປົກກະຕິກັບໃຜເລີຍ ແລະ ພວກເຂົາບໍ່ມີການສື່ສານທີ່ປົກກະຕິກັບຄົນອື່ນ. ທຸກໆມື້, ພວກເຂົາເກັບຕົວຢູ່ຄົນດຽວ, ປາກົດຕົວຕອນກິນເຂົ້າ ແລະ ຫາຍຕົວໄປອີກຄັ້ງຫຼັງຈາກນັ້ນ. ພວກເຂົາມັກຈະທຳທ່າຫາຍຕົວໄປຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງບໍ່ມີປະຕິສຳພັນກັບຄົນອື່ນ? ພວກເຂົາເວົ້າທຸກຢ່າງກັບຄອບຄົວຂອງພວກເຂົາ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ມີຫຍັງຈະເວົ້າກັບອ້າຍເອື້ອຍນ້ອງ? ຜູ້ບໍ່ມີຄວາມເຊື່ອມີຄຳເວົ້າທີ່ວ່າ “ເວົ້າຫຼາຍຜິດຫຼາຍ”. ຄົນດັ່ງກ່າວຢຶດໝັ້ນໃນຫຼັກການນີ້; ພວກເຂົາຈະບໍ່ຍອມໃຫ້ຕົນເອງເວົ້າຢ່າງບໍ່ລະມັດລະວັງ ເພາະສິ່ງທີ່ພວກເຂົາເວົ້າອາດຈະເປີດເຜີຍຄວາມລັບຂອງພວກເຂົາໄດ້, ເຊິ່ງເປີດໂປງຈຸດອ່ອນຂອງພວກເຂົາ. ບໍ່ມີທາງຮູ້ໄດ້ວ່າຄຳເວົ້າໃດອາດຈະເຮັດໃຫ້ຄົນອື່ນດູຖູກພວກເຂົາ ແລະ ເຮັດໃຫ້ຄົນອື່ນຮູ້ວ່າເກີດຫຍັງຂຶ້ນກັບພວກເຂົາແທ້ໆ, ສະນັ້ນ ພວກເຂົາຈຶ່ງເຮັດທຸກຢ່າງທີ່ເຮັດໄດ້ເພື່ອຫຼົບຫຼີກຄົນອື່ນ. ການຫຼົບຫຼີກຂອງພວກເຂົານີ້ແມ່ນບໍ່ໄດ້ຕັ້ງໃຈບໍ ຫຼື ມີບາງຢ່າງຢູ່ພາຍໃນທີ່ຄວບຄຸມມັນ? ມີບາງຢ່າງຢູ່ບ່ອນນັ້ນ ທີ່ຄວບຄຸມມັນຢູ່. ສິ່ງນັ້ນເປັນທໍາ ແລະ ມີກຽດບໍ ຫຼື ມັນບໍ່ຊັດເຈນ? (ມັນບໍ່ຊັດເຈນ.) ແນ່ນອນວ່າມັນບໍ່ຊັດເຈນ. ນີ້ບໍ່ແມ່ນວິທີດຽວທີ່ຜູ້ຕໍ່ຕ້ານພຣະຄຣິສປະພຶດຕົນ. ໃນເວລາສ່ວນໃຫຍ່, ພວກເຂົາບໍ່ສື່ສານ ຫຼື ມີປະຕິສຳພັນຕາມປົກກະຕິກັບຄົນອື່ນ; ແຕ່ບາງຄັ້ງ, ພວກເຂົາປາກເກັ່ງ ແລະ ສາມາດເວົ້າໄດ້ ແຕ່ພວກເຂົາເວົ້າກ່ຽວກັບເລື່ອງຫຍັງ? ເນື້ອຫາຂອງພວກເຂົາແມ່ນຫຍັງ? ພວກເຂົາເທດສະໜາຄຳເວົ້າ ແລະ ຫຼັກຄຳສອນໂດຍອວດຕົວເອງ. ພວກເຂົາເວົ້າວ່າພວກເຂົາສາມາດເຮັດວຽກງານຕົວຈິງ ແລະ ແກ້ໄຂບັນຫາຕົວຈິງໄດ້, ທັງທີ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ມີທັກສະທີ່ແທ້ຈິງໃດໆເລີຍ. ຖາມພວກເຂົາວ່າພວກເຂົາມີຂໍ້ບົກຜ່ອງຫຍັງແດ່, ພວກເຂົາມີອຸປະນິໄສທີ່ອວດດີບໍ ແລະ ພວກເຂົາຈະເວົ້າວ່າ “ມີໃຜແດ່ໃນທ່າມກາງມະນຸດຊາດທີ່ເສື່ອມຊາມທີ່ບໍ່ອວດດີ?” ເບິ່ງນັ້ນແມ້, ແມ່ນແຕ່ຄວາມອວດດີຂອງພວກເຂົາກໍຍັງມີພື້ນຖານ. ມັນລວມເອົາທຸກຄົນຢູ່ໃນນັ້ນ, ຄືກັບວ່າຄວາມອວດດີຂອງພວກເຂົາເປັນເລື່ອງທີ່ຂ້ອນຂ້າງເໝາະສົມ. ພວກເຂົາຈະບໍ່ສະແຫວງຫາຄວາມຈິງເລີຍ ແລະ ເບິ່ງຄືວ່າພວກເຂົາບໍ່ຮັບຮູ້ວ່າມີບັນຫາ ຫຼື ຄວາມຫຍຸ້ງຍາກໃດໆໃນວຽກງານ. ແລ້ວເຈົ້າຈະບໍ່ຮູ້ສະຖານະການທີ່ແທ້ຈິງໂດຍການຖາມພວກເຂົາ. ເມື່ອພວກເຂົາບໍ່ມີຫຍັງເຮັດ, ພວກເຂົາກໍຈະນັ່ງງຽບຢູ່ບ່ອນນັ້ນ ແລະ ເມື່ອໃດກໍຕາມທີ່ພວກເຂົາເວົ້າ, ພວກເຂົາກໍຈະເວົ້າກ່ຽວກັບຄຸນສົມບັດຂອງພວກເຂົາ. ພວກເຂົາບໍ່ເຄີຍເປີດເຜີຍ; ພວກເຂົາບໍ່ເຄີຍເວົ້າວ່າຄວາມກະບົດ ຫຼື ຄວາມປາຖະໜາທີ່ມີຫຼາຍເກີນຄວນໃດທີ່ຢູ່ພາຍໃນພວກເຂົາ ຫຼື ວິທີທີ່ພວກເຂົາພະຍາຍາມຕໍ່ລອງກັບພຣະເຈົ້າ ຫຼື ພວກເຂົາໄດ້ຕົວະໃຜ ຫຼື ຄວາມທະເຍີທະຍານຂອງພວກເຂົາໃນການເຮັດວຽກງານແມ່ນຫຍັງ. ພວກເຂົາບໍ່ເຄີຍຍົກບັນຫາເຫຼົ່ານີ້ຂຶ້ນມາເວົ້າ ແລະ ເມື່ອຄົນອື່ນຍົກຂຶ້ນມາ, ພວກເຂົາກໍບໍ່ສົນໃຈ. ແມ່ນແຕ່ກັບຄຳຖາມທີ່ກ່ຽວຂ້ອງກັບສິ່ງທີ່ຢູ່ໃນຂອບເຂດວຽກງານຂອງພວກເຂົາ, ພວກເຂົາກໍຈະເວົ້າພຽງໜ້ອຍໜຶ່ງແບບຜິວເຜີນ. ໂດຍຫຍໍ້ແລ້ວ, ໃຜກໍຕາມທີ່ຕິດຕໍ່ພົວພັນກັບພວກເຂົາເປັນເວລາໃດໜຶ່ງ ກໍຈະພົບກັບຄວາມຫຍຸ້ງຍາກຫຼາຍ ຖ້າພວກເຂົາຢາກຮຽນຮູ້ເພີ່ມເຕີມກ່ຽວກັບສິ່ງໃດໜຶ່ງທີ່ຢູ່ໃນຂອບເຂດໜ້າທີ່ຂອງພວກເຂົາ, ບໍ່ວ່າຈະກ່ຽວຂ້ອງກັບບຸກຄະລາກອນ, ການປະຕິບັດທາງວິຊາຊີບ ຫຼື ຄວາມຄືບໜ້າຂອງວຽກງານ. ບໍ່ວ່າເຈົ້າຈະໃຊ້ວິທີໃດກໍຕາມ, ບໍ່ວ່າເຈົ້າຈະພະຍາຍາມຖາມຄຳຖາມແບບອ້ອມໆ ຫຼື ຖາມໂດຍກົງ ຫຼື ຖາມຄົນໃກ້ຊິດຂອງພວກເຂົາ, ເຈົ້າກໍຈະບໍ່ໄດ້ຮັບຜົນຢ່າງງ່າຍດາຍ. ມັນຍາກລຳບາກຫຼາຍ. ນັ້ນບໍ່ແມ່ນແຜນການຮ້າຍບໍ? (ແມ່ນແລ້ວ.) ເປັນຫຍັງມັນຈຶ່ງຍາກລຳບາກຫຼາຍທີ່ຈະໄດ້ຮັບຂໍ້ມູນໃດໆກ່ຽວກັບສິ່ງຕ່າງໆຕາມທີ່ມັນເປັນຢູ່ຈາກພວກເຂົາ? ເປັນຫຍັງພວກເຂົາຈຶ່ງປົກປິດສິ່ງຕ່າງໆໄວ້ຢ່າງໜຽວແໜ້ນແທ້? ເປົ້າໝາຍຂອງພວກເຂົາແມ່ນຫຍັງ? ພວກເຂົາຕ້ອງການຮັກສາຄວາມໝັ້ນຄົງໃຫ້ສະຖານະ ແລະ ການດຳລົງຊີວິດຂອງພວກເຂົາ. ພວກເຂົາເຊື່ອວ່າ “ມັນບໍ່ແມ່ນເລື່ອງງ່າຍທີ່ຈະໄດ້ສະຖານະນີ້ມາ, ທີ່ຈະມາຮອດຈຸດທີ່ຂ້ອຍຢູ່ໃນມື້ນີ້, ມັນຈະບໍ່ໝາຍເຖິງບັນຫາສຳລັບຂ້ອຍບໍ ຖ້າຂ້ອຍເຮັດໃຫ້ຕົວເອງຂາຍໜ້າໂດຍການເຮັດຜິດພາດໃນຊ່ວງເວລາທີ່ບໍ່ລະມັດລະວັງ? ແລ້ວນອກຈາກນີ້, ຖ້າເຮືອນຂອງພຣະເຈົ້າຮູ້ສິ່ງທີ່ບໍ່ດີທີ່ຂ້ອຍໄດ້ເຮັດ, ໃຜຈະບອກໄດ້ວ່າພວກເຂົາຈະຈັດການກັບຂ້ອຍຫຼືບໍ່?” ບໍ່ວ່າເຈົ້າຈະເວົ້າຫຼາຍສໍ່າໃດກ່ຽວກັບການເປີດເຜີຍ ແລະ ການເປັນຄົນຊື່ສັດ ແລະ ການປະຕິບັດໜ້າທີ່ຢ່າງຈົງຮັກພັກດີ, ມັນຈະເຂົ້າຫູພວກເຂົາບໍ? ບໍ່, ມັນຈະບໍ່ເຂົ້າຫູ. ສຳລັບພວກເຂົາ, ມີພຽງຄຳຂວັນດຽວຄື: ໄພມາຈາກປາກ. ຖ້າເຈົ້າບອກທຸກຢ່າງໃຫ້ຄົນອື່ນຮູ້, ເຈົ້າກໍບໍ່ມີຄວາມສາມາດ, ເປັນຄົນບໍ່ໄດ້ເລື່ອງ! ນັ້ນຄືຄຳຂວັນຂອງພວກເຂົາ. ນັ້ນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.

ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດວຽກງານໃດກໍຕາມ, ພວກເຂົາຫ້າມບໍ່ໃຫ້ຄົນອື່ນແຊກແຊງ ຫຼື ສອບຖາມ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຫ້າມບໍ່ໃຫ້ເຮືອນຂອງພຣະເຈົ້າຄວບຄຸມດູແລພວກເຂົາ. ເປົ້າໝາຍຂອງພວກເຂົາໃນການເຮັດສິ່ງນີ້ແມ່ນຫຍັງ? ຫຼັກໆແລ້ວ ພວກເຂົາຕ້ອງການຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກ ເພື່ອຮັບປະກັນສະຖານະ ແລະ ອຳນາດຂອງພວກເຂົາ ເຊິ່ງໝາຍຄວາມວ່າພວກເຂົາກຳລັງຮັບປະກັນການດຳລົງຊີວິດຂອງພວກເຂົາ. ນັ້ນຄືເປົ້າໝາຍຫຼັກຂອງພວກເຂົາ. ຖ້າພວກເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຈົ້າຢ້ານບໍທີ່ເຮືອນຂອງພຣະເຈົ້າຈະສອບຖາມ ແລະ ຄວບຄຸມດູແລກ່ຽວກັບວຽກງານຂອງພວກເຈົ້າ? ພວກເຈົ້າຢ້ານບໍວ່າເຮືອນຂອງພຣະເຈົ້າຈະຄົ້ນພົບຂໍ້ບົກຜ່ອງ ແລະ ການບ່ຽງເບນໃນວຽກງານຂອງພວກເຈົ້າ ແລະ ລິຮານພວກເຈົ້າ? ພວກເຈົ້າຢ້ານບໍວ່າຫຼັງຈາກທີ່ເບື້ອງເທິງຮູ້ຈັກຄວາມສາມາດ ແລະ ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າ, ພວກເຂົາຈະເບິ່ງພວກເຈົ້າໃນມຸມມອງທີ່ຕ່າງອອກໄປ ແລະ ບໍ່ພິຈາລະນາພວກເຈົ້າສຳລັບເລື່ອນຕໍາແໜ່ງ? ຖ້າເຈົ້າມີຄວາມຢ້ານກົວເຫຼົ່ານີ້, ສິ່ງນີ້ພິສູດວ່າແຮງຈູງໃຈຂອງເຈົ້າບໍ່ແມ່ນເພື່ອວຽກງານຂອງຄຣິສຕະຈັກ, ເຈົ້າກຳລັງເຮັດວຽກເພື່ອຊື່ສຽງ ແລະ ສະຖານະ, ເຊິ່ງພິສູດວ່າເຈົ້າມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຈົ້າມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍມີແນວໂນ້ມທີ່ຈະຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ກະທຳຄວາມຊົ່ວຮ້າຍທຸກຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສກໍ່ຂຶ້ນ. ຖ້າໃນໃຈຂອງເຈົ້າ ບໍ່ມີຄວາມຢ້ານກົວຕໍ່ການທີ່ເຮືອນຂອງພຣະເຈົ້າຄວບຄຸມດູແລວຽກງານຂອງເຈົ້າ ແລະ ເຈົ້າສາມາດໃຫ້ຄຳຕອບທີ່ແທ້ຈິງຕໍ່ຄຳຖາມ ແລະ ການສອບຖາມຂອງເບື້ອງເທິງ ໂດຍບໍ່ປິດບັງຫຍັງ ແລະ ເວົ້າເທົ່າທີ່ເຈົ້າຮູ້, ບໍ່ວ່າສິ່ງທີ່ເຈົ້າເວົ້າຈະຖືກ ຫຼື ຜິດ, ບໍ່ວ່າເຈົ້າຈະເປີດເຜີຍຄວາມເສື່ອມຊາມຫຍັງອອກມາ, ເຖິງແມ່ນວ່າເຈົ້າຈະເປີດເຜີຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍຈະບໍ່ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ. ສິ່ງສຳຄັນແມ່ນ ເຈົ້າສາມາດຮູ້ຈັກອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງເຈົ້າເອງໄດ້ ຫຼື ບໍ່ ແລະ ເຈົ້າສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫານີ້ໄດ້ ຫຼື ບໍ່. ຖ້າເຈົ້າເປັນຄົນທີ່ຍອມຮັບຄວາມຈິງ, ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງເຈົ້າກໍສາມາດແກ້ໄຂໄດ້. ຖ້າເຈົ້າຮູ້ດີວ່າເຈົ້າມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ຍັງບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ, ຖ້າເຈົ້າເຖິງຂັ້ນພະຍາຍາມປິດບັງ ຫຼື ຕົວະກ່ຽວກັບບັນຫາທີ່ເກີດຂຶ້ນ ແລະ ປັດຄວາມຮັບຜິດຊອບ ແລະ ຖ້າເຈົ້າບໍ່ຍອມຮັບຄວາມຈິງເມື່ອຖືກລິຮານ, ນີ້ກໍແມ່ນບັນຫາທີ່ຮ້າຍແຮງ ແລະ ເຈົ້າກໍບໍ່ຕ່າງຫຍັງຈາກຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຮູ້ວ່າເຈົ້າມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ເປັນຫຍັງເຈົ້າຈຶ່ງບໍ່ກ້າຜະເຊີນໜ້າກັບມັນ? ເປັນຫຍັງເຈົ້າຈຶ່ງບໍ່ສາມາດເຂົ້າຫາມັນຢ່າງກົງໄປກົງມາ ແລະ ເວົ້າວ່າ “ຖ້າເບື້ອງເທິງສອບຖາມກ່ຽວກັບວຽກງານຂອງຂ້ອຍ, ຂ້ອຍຈະເວົ້າທຸກຢ່າງທີ່ຂ້ອຍຮູ້ ແລະ ເຖິງແມ່ນວ່າສິ່ງທີ່ບໍ່ດີທີ່ຂ້ອຍໄດ້ເຮັດຈະຖືກເປີດເຜີຍອອກມາ ແລະ ເບື້ອງເທິງບໍ່ໃຊ້ງານຂ້ອຍອີກຕໍ່ໄປເມື່ອພວກເຂົາຮູ້ ແລະ ຂ້ອຍສູນເສຍສະຖານະຂອງຂ້ອຍ, ຂ້ອຍກໍຍັງຈະເວົ້າສິ່ງທີ່ຂ້ອຍຕ້ອງເວົ້າຢ່າງຊັດເຈນບໍ”? ຄວາມຢ້ານກົວຂອງເຈົ້າຕໍ່ການຄວບຄຸມດູແລ ແລະ ການສອບຖາມກ່ຽວກັບວຽກງານຂອງເຈົ້າໂດຍເຮືອນຂອງພຣະເຈົ້າ ພິສູດວ່າເຈົ້າຮັກສະຖານະຂອງເຈົ້າຫຼາຍກວ່າຄວາມຈິງ. ນີ້ບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ການຖະໜຸຖະໜອມສະຖານະເໜືອທຸກສິ່ງຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ເປັນຫຍັງເຈົ້າຈຶ່ງຮັກສະຖານະຫຼາຍ? ເຈົ້າຈະໄດ້ຮັບຜົນປະໂຫຍດຫຍັງຈາກສະຖານະ? ຖ້າສະຖານະນຳເອົາຄວາມຫາຍະນະ, ຄວາມຫຍຸ້ງຍາກ, ຄວາມອັບອາຍ ແລະ ຄວາມເຈັບປວດມາໃຫ້ເຈົ້າ, ເຈົ້າຍັງຈະແພງມັນຢູ່ບໍ? (ບໍ່.) ມີຜົນປະໂຫຍດຫຼາຍຢ່າງທີ່ມາຈາກການມີສະຖານະ, ສິ່ງຕ່າງໆ ເຊັ່ນ: ຄວາມອິດສາ, ຄວາມເຄົາລົບ, ການຍົກຍ້ອງ ແລະ ການປະຈົບປະແຈງຈາກຄົນອື່ນ, ພ້ອມທັງຄວາມເຫຼື້ອມໃສ ແລະ ຄວາມນັບຖືຂອງພວກເຂົາ. ນອກຈາກນັ້ນຍັງມີຄວາມຮູ້ສຶກເໜືອກວ່າ ແລະ ສິດທິພິເສດທີ່ສະຖານະຂອງເຈົ້ານຳມາໃຫ້ເຈົ້າ, ເຊິ່ງເຮັດໃຫ້ເຈົ້າມີຄວາມພາກພູມໃຈ ແລະ ຄວາມຮູ້ສຶກເຖິງຄຸນຄ່າຂອງຕົນເອງ. ນອກຈາກນີ້, ເຈົ້າຍັງສາມາດເພີດເພີນກັບສິ່ງທີ່ຄົນອື່ນບໍ່ມີ ເຊັ່ນ: ຜົນປະໂຫຍດຈາກສະຖານະ ແລະ ການປະຕິບັດທີ່ພິເສດ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າບໍ່ກ້າແມ່ນແຕ່ຈະຄິດເຖິງ ແລະ ເປັນສິ່ງທີ່ເຈົ້າຝັນຢາກໄດ້ມາຕະຫຼອດ. ເຈົ້າແພງສິ່ງເຫຼົ່ານີ້ບໍ? ຖ້າສະຖານະເປັນພຽງສິ່ງທີ່ຫວ່າງເປົ່າ, ບໍ່ມີຄວາມໝາຍທີ່ແທ້ຈິງ ແລະ ການປົກປ້ອງມັນບໍ່ມີຈຸດປະສົງທີ່ແທ້ຈິງ, ມັນບໍ່ແມ່ນເລື່ອງໂງ່ຈ້າບໍທີ່ຈະແພງມັນບໍ? ຖ້າເຈົ້າສາມາດປ່ອຍວາງສິ່ງຕ່າງໆ ເຊັ່ນ: ຜົນປະໂຫຍດ ແລະ ຄວາມເພີດເພີນຂອງເນື້ອໜັງ, ແລ້ວຊື່ສຽງ, ຜົນປະໂຫຍດ ແລະ ສະຖານະກໍຈະບໍ່ຜູກມັດເຈົ້າໄວ້ອີກຕໍ່ໄປ. ສະນັ້ນ, ສິ່ງໃດທີ່ຕ້ອງໄດ້ຮັບການແກ້ໄຂກ່ອນ ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງກັບການແພງ ແລະ ການຫລ່ຕາມສະຖານະ? ກ່ອນອື່ນ, ຈົ່ງເບິ່ງໃຫ້ທະລຸເຖິງທຳມະຊາດຂອງບັນຫາຂອງການເຮັດຄວາມຊົ່ວຮ້າຍ ແລະ ການໃຊ້ເລ່ລ່ຽມ, ການປິດບັງ ແລະ ການປົກປິດ, ພ້ອມທັງການປະຕິເສດການຄວບຄຸມດູແລ, ການສອບຖາມ ແລະ ການສືບສວນຂອງເຮືອນຂອງພຣະເຈົ້າ ເພື່ອເພີດເພີນກັບຜົນປະໂຫຍດຈາກສະຖານະ. ນີ້ບໍ່ແມ່ນການຕໍ່ຕ້ານ ແລະ ການເປັນປໍລະປັກຕໍ່ພຣະເຈົ້າຢ່າງເປີດເຜີຍບໍ? ຖ້າເຈົ້າສາມາດເບິ່ງທະລຸເຖິງທຳມະຊາດ ແລະ ຜົນສະທ້ອນຂອງການໂລບຜົນປະໂຫຍດຈາກສະຖານະ, ບັນຫາຂອງການໄລ່ຕາມສະຖານະກໍຈະໄດ້ຮັບການແກ້ໄຂ. ຖ້າເຈົ້າບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງການໂລບຜົນປະໂຫຍດຈາກສະຖານະ, ບັນຫານີ້ກໍຈະບໍ່ມີວັນໄດ້ຮັບການແກ້ໄຂ.

ພວກເຈົ້າຮ່ວມມືກັບຄົນອື່ນເພື່ອເຮັດວຽກງານ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າບໍ? ພວກເຈົ້າຍອມຮັບການຄວບຄຸມດູແລບໍ? ພວກເຈົ້າໄດ້ເຮັດຫຍັງເພື່ອຫ້າມບໍ່ໃຫ້ຄົນອື່ນແຊກແຊງ ຫຼື ສອບຖາມບໍ? ຖ້າໃຜຜູ້ໜຶ່ງສອບຖາມ, ເຈົ້າຕໍ່ຕ້ານພວກເຂົາ ແລະ ເວົ້າວ່າ “ເຈົ້າຄິດວ່າເຈົ້າເປັນໃຜ ຈຶ່ງມາແຊກແຊງວຽກຂອງຂ້ອຍ? ຂ້ອຍມີສະຖານະສູງກວ່າເຈົ້າ ແລະ ຄຳເວົ້າຂອງຂ້ອຍເປັນຄຳສັ່ງໃນວຽກງານຂອງຂ້ອຍ. ເບື້ອງເທິງຍັງບໍ່ໄດ້ສອບຖາມ, ແລ້ວສິ່ງໃດໃຫ້ສິດເຈົ້າ?” ມີຫຍັງແບບນັ້ນບໍ? ອຸປະນິໄສຫຼັກຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ການຄອບຄອງສະຖານະ ແລະ ການກໍາແໜ້ນອຳນາດ; ບໍ່ເຮັດສິ່ງໃດທີ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ສິ່ງໃດທີ່ເກີດຈາກການຄໍານຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແຕ່ກັບເຮັດແບບພໍແລ້ວມືແລ້ວຕີນ ແລະ ຫຼອກລວງ ແລະ ເຮັດພໍເປັນພິທີ. ຈາກພາຍນອກ ພວກເຂົາເບິ່ງຄືວ່າຫຍຸ້ງກັບວຽກງານຂອງພວກເຂົາຢ່າງກະຕືລືລົ້ນ ແຕ່ຈົ່ງເບິ່ງສິ່ງທີ່ພວກເຂົາເຮັດ, ເຊິ່ງຢ່າງທຳອິດແມ່ນບໍ່ມີຄວາມຄືບໜ້າ; ຢ່າງທີສອງແມ່ນບໍ່ມີປະສິດທິພາບ; ແລະ ຢ່າງທີສາມແມ່ນບໍ່ມີຜົນຮັບຫຍັງຫຼາຍ. ພວກເຂົາເຮັດໃຫ້ມັນວຸ້ນວາຍໄປໝົດ. ມີພຽງສິ່ງດຽວທີ່ພວກເຂົາບໍ່ປ່ອຍວາງ ແລະ ນັ້ນຄືການໃຊ້ໂອກາດທີ່ວຽກງານຂອງພວກເຂົາມອບໃຫ້ ເພື່ອຍຶດອຳນາດ ແລະ ບໍ່ປ່ອຍວາງມັນ. ພວກເຂົາສະບາຍດີຕາບໃດທີ່ພວກເຂົາມີອຳນາດ. ບໍ່ວ່າພວກເຂົາຈະເຮັດວຽກງານໃດກໍຕາມ, ບໍ່ວ່າມັນຈະກ່ຽວຂ້ອງກັບວິຊາຊີບ, ກັບວຽກງານພາຍນອກ, ກັບທັກສະທາງດ້ານເຕັກນິກ ຫຼື ກັບດ້ານອື່ນໆ, ກໍບໍ່ມີຄວາມໂປ່ງໃສໃນວຽກງານນັ້ນເລີຍ. ການຂາດຄວາມໂປ່ງໃສນີ້ແມ່ນບໍ່ໄດ້ຕັ້ງໃຈບໍ? ບໍ່, ສິ່ງທີ່ບໍ່ໄດ້ຕັ້ງໃຈບໍ່ແມ່ນເລື່ອງຂອງອຸປະນິໄສ ແຕ່ກ່ຽວຂ້ອງກັບການຂາດຄວາມສາມາດ ແລະ ການບໍ່ຮູ້ວິທີເຮັດວຽກງານ. ຄັນຊັ້ນ ເປັນຫຍັງເຮົາຈຶ່ງເວົ້າວ່າອຸປະນິໄສນີ້ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ? ພວກເຂົາກະທຳໂດຍຕັ້ງໃຈ. ພວກເຂົາມີເຈດຕະນາຢູ່ພາຍໃນ: ພວກເຂົາປິດບັງບໍ່ໃຫ້ເຈົ້າຮູ້ສິ່ງເຫຼົ່ານີ້ຢ່າງມີສະຕິ ແລະ ເຊື່ອງຕົວຈາກເຈົ້າ ແລະ ຫຼີກລ່ຽງການພົບເຈົ້າຢ່າງມີສະຕິ. ພວກເຂົາຫຼຸດການເວົ້າ ແລະ ການສື່ສານກັບເຈົ້າໃຫ້ໜ້ອຍລົງ; ພວກເຂົາຫຼຸດການແລກປ່ຽນກັບເຈົ້າໃຫ້ໜ້ອຍລົງ. ພວກເຂົາຫຼຸດການເປີດເຜີຍສິ່ງເຫຼົ່ານີ້ໃຫ້ໜ້ອຍລົງ ເພື່ອວ່າເຈົ້າຈະບໍ່ຕໍານິພວກເຂົາ ແລະ ສອບຖາມພວກເຂົາຢູ່ຕະຫຼອດເວລາ, ເພື່ອວ່າເຈົ້າຈະບໍ່ຮູ້ຫຼາຍເກີນໄປກ່ຽວກັບສິ່ງທີ່ເກີດຂຶ້ນແທ້ໆ, ເພື່ອວ່າເຈົ້າຈະບໍ່ເບິ່ງເຫັນທາດແທ້ຂອງພວກເຂົາ. ນັ້ນບໍ່ແມ່ນຄວາມຕັ້ງໃຈບໍ? ບໍ່ມີເຈດຕະນາຢູ່ໃນນັ້ນບໍ? ເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາແມ່ນຫຍັງ? ພວກເຂົາຕ້ອງການຫຼອກລວງເຈົ້າ ເພື່ອຕົບຕາໃຫ້ຜ່ານໄປໄດ້; ພວກເຂົາສ້າງພາບລວງຕາໃຫ້ເຈົ້າເຫັນ ແລະ ປິດບັງບໍ່ໃຫ້ເຈົ້າຮູ້ວ່າສິ່ງຕ່າງໆເປັນແນວໃດແທ້. ດ້ວຍວິທີນັ້ນ, ພວກເຂົາກໍຈະຮັບປະກັນສະຖານະຂອງພວກເຂົາໄດ້ ເຊິ່ງຈະເຮັດໃຫ້ພວກເຂົາພໍໃຈ. ນັ້ນບໍ່ແມ່ນທຳມະຊາດຂອງມັນບໍ? (ແມ່ນແລ້ວ.) ມັນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ທີ່ຈະຫຼອກລວງ, ຕົບຕາ ແລະ ປິດບັງສິ່ງຕ່າງໆຢ່າງມີສະຕິ. ທັງໝົດນີ້ແມ່ນເຮັດຢ່າງມີສະຕິ. ບອກເຮົາເບິ່ງວ່າ ມີໂຄງການວຽກງານໃດແດ່ທີ່ເຮັດໃຫ້ຜູ້ຄົນຫຍຸ້ງຫຼາຍຈົນບໍ່ມີເວລາພົບປະກັບຄົນອື່ນ? ບໍ່ມີ, ແມ່ນບໍ? ບໍ່ມີໂຄງການວຽກງານໃດທີ່ເຮັດໃຫ້ຄົນຫຍຸ້ງຫຼາຍຈົນບໍ່ມີເວລາກິນ ຫຼື ນອນ ແລະ ທັງບໍ່ມີເວລາພົບປະກັບຄົນອື່ນ. ສິ່ງຕ່າງໆຍັງບໍ່ທັນຫຍຸ້ງຂະໜາດນັ້ນ. ເວລາສຳລັບສິ່ງເຫຼົ່ານັ້ນສາມາດແບ່ງອອກມາໄດ້. ແລ້ວເປັນຫຍັງຄົນເຫຼົ່ານີ້ຈຶ່ງບໍ່ມີເວລາ? ພວກເຂົາບໍ່ຢາກພົບກັບເຈົ້າ; ພວກເຂົາບໍ່ຢາກໃຫ້ເຈົ້າສອບຖາມກ່ຽວກັບວຽກງານຂອງພວກເຂົາ. ນັ້ນບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ພວກເຂົາເປັນຄົນປະເພດໃດ? ພວກເຂົາບໍ່ແມ່ນຜູ້ບໍ່ເຊື່ອບໍ? ພວກເຂົາແມ່ນຜູ້ບໍ່ເຊື່ອ. ຜູ້ຕໍ່ຕ້ານພຣະຄຣິສທຸກຄົນລ້ວນແລ້ວແຕ່ເປັນຜູ້ບໍ່ເຊື່ອ. ຖ້າພວກເຂົາບໍ່ແມ່ນຜູ້ບໍ່ເຊື່ອ, ພວກເຂົາກໍຈະບໍ່ຍຶດເອົາວຽກງານຂອງເຮືອນຂອງພຣະເຈົ້າມາເປັນຂອງຕົນເອງ ຫຼື ຄວບຄຸມຜູ້ທີ່ຕິດຕາມພຣະເຈົ້າໄວ້ພາຍໃຕ້ອຳນາດຂອງພວກເຂົາເອງ. ພວກເຂົາຈະບໍ່ເຮັດສິ່ງຕ່າງໆແບບນັ້ນ. ພຶດຕິກຳທຳອິດຂອງຜູ້ບໍ່ເຊື່ອກໍຄື ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າເລີຍ. ພວກເຂົາວາງແຜນເພື່ອຜົນປະໂຫຍດຂອງຕົນເອງ ພາຍໃຕ້ການທໍາທ່າເຊື່ອໃນພຣະເຈົ້າ; ພວກເຂົາກ້າ ແລະ ມຸທະລຸ, ບໍ່ຢ້ານກົວຫຍັງເລີຍ. ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ແມ່ນຄວາມເຊື່ອທີ່ແທ້ຈິງ ແຕ່ເປັນຄຳຂວັນ. ພວກເຂົາບໍ່ມີຄວາມຢ້ານກົວຕໍ່ພຣະເຈົ້າເລີຍໃນໃຈຂອງພວກເຂົາ.

ບາງຄົນມີທັດສະນະຄະຕິແນວໃດ ທັນທີທີ່ພວກເຂົາໄດ້ຍິນວ່າໃຜຜູ້ໜຶ່ງຕັ້ງໃຈຈະແຊກແຊງ ແລະ ຄວບຄຸມດູແລວຽກງານຂອງພວກເຂົາ? “ການຄວບຄຸມດູແລແມ່ນບໍ່ເປັນຫຍັງ. ຂ້ອຍຍອມຮັບການຄວບຄຸມດູແລ. ການສອບຖາມກໍບໍ່ເປັນຫຍັງຄືກັນ ແຕ່ຖ້າເຈົ້າຄວບຄຸມດູແລຂ້ອຍແທ້ໆ, ວຽກງານຂອງຂ້ອຍກໍຈະບໍ່ມີທາງຄືບໜ້າໄດ້. ຂ້ອຍຈະຖືກມັດມື. ຖ້າເຈົ້າມີສິດຊີ້ຂາດຢູ່ສະເໝີ ແລະ ເຮັດໃຫ້ຂ້ອຍເປັນຜູ້ບັງຄັບໃຊ້, ຂ້ອຍຈະບໍ່ສາມາດເຮັດວຽກໄດ້. ‘ເສືອສອງໂຕຢູ່ຖ້ຳດຽວກັນບໍ່ໄດ້’”. ນີ້ບໍ່ແມ່ນທິດສະດີບໍ? ມັນຄືທິດສະດີຂອງຜູ້ຕໍ່ຕ້ານພຣະຄຣິສ. ຄົນທີ່ເວົ້າແບບນີ້ມີອຸປະນິໄສແບບໃດ? ມັນແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? “ເສືອສອງໂຕຢູ່ຖ້ຳດຽວກັນບໍ່ໄດ້” ໝາຍຄວາມວ່າແນວໃດ? ພວກເຂົາຈະບໍ່ຍອມທົນແມ່ນແຕ່ໃຫ້ເບື້ອງເທິງສອບຖາມ. ຖ້າເບື້ອງເທິງບໍ່ໄດ້ສອບຖາມ, ການກະທຳຂອງເຈົ້າກໍຈະບໍ່ລະເມີດຄວາມຈິງບໍ? ເຈົ້າຈະເຮັດຜິດຍ້ອນການສອບຖາມບໍ? ເບື້ອງເທິງຈະເຮັດໃຫ້ວຽກງານຂອງເຈົ້າອອກນອກເສັ້ນທາງບໍ? ບອກເຮົາເບິ່ງວ່າ ເບື້ອງເທິງໃຫ້ການຊີ້ນໍາກ່ຽວກັບວຽກງານ, ສອບຖາມກ່ຽວກັບມັນ ແລະ ຄວບຄຸມດູແລມັນ ເພື່ອໃຫ້ມັນສຳເລັດອອກມາດີຂຶ້ນ ຫຼື ຂີ້ຮ້າຍລົງ? (ດີຂຶ້ນ.) ຄັນຊັ້ນ ເປັນຫຍັງບາງຄົນຈຶ່ງບໍ່ຍອມຮັບຜົນຮັບທີ່ຖືກປັບປຸງໃຫ້ດີຂຶ້ນເຫຼົ່ານັ້ນ? (ພວກເຂົາຖືກຄວບຄຸມໂດຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.) ຖືກຕ້ອງແລ້ວ. ມັນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາ, ພວກເຂົາອົດບໍ່ໄດ້. ທັນທີທີ່ມີຄົນສອບຖາມກ່ຽວກັບວຽກງານທີ່ພວກເຂົາຮັບຜິດຊອບ, ມັນກໍເຮັດໃຫ້ພວກເຂົາໃຈຮ້າຍ. ພວກເຂົາຮູ້ສຶກວ່າຜົນປະໂຫຍດຂອງພວກເຂົາຈະຖືກແບ່ງໃຫ້ຄົນອື່ນ, ເຊັ່ນດຽວກັນກັບສະຖານະ ແລະ ອຳນາດຂອງພວກເຂົາ. ສະນັ້ນ, ພວກເຂົາຈຶ່ງຮູ້ສຶກກະວົນກະວາຍ. ພວກເຂົາຮູ້ສຶກວ່າແຜນການ ແລະ ຂັ້ນຕອນຂອງພວກເຂົາວຸ້ນວາຍໄປໝົດ. ແລ້ສສິ່ງນັ້ນຈະໃຊ້ໄດ້ຜົນສຳລັບພວກເຂົາບໍ? ຖ້າເບື້ອງເທິງເລື່ອນຕໍາແໜ່ງໃຜຜູ້ໜຶ່ງ ແລະ ໃຫ້ຄົນນັ້ນຮ່ວມມືກັບພວກເຂົາ, ພວກເຂົາກໍຄິດວ່າ “ຂ້ອຍບໍ່ມີແຜນທີ່ຈະໃຊ້ງານຄົນນີ້ ແຕ່ເບື້ອງເທິງຢືນຢັນວ່າພວກເຂົາເກັ່ງ ແລະ ສົ່ງເສີມພວກເຂົາ. ຂ້ອຍຮູ້ສຶກບໍ່ດີກ່ຽວກັບເລື່ອງນີ້ເລີຍ. ຂ້ອຍຈະເຮັດວຽກຮ່ວມມືກັບພວກເຂົາໄດ້ແນວໃດ? ຖ້າເບື້ອງເທິງໃຊ້ງານພວກເຂົາ, ຂ້ອຍກໍຈະເຊົາເຮັດ!” ພວກເຂົາເວົ້າແນວນັ້ນ ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາຈະສາມາດປ່ອຍວາງສະຖານະຂອງພວກເຂົາໄດ້ບໍ? ພວກເຂົາຈະບໍ່ເຮັດແນວນັ້ນ. ສິ່ງທີ່ພວກເຂົາກຳລັງເຮັດຄືການຜະເຊີນໜ້າ. ພວກເຂົາຈະຍິນຍອມໃຫ້ໃຜຜູ້ໜຶ່ງເຮັດວຽກງານທີ່ຄຸກຄາມສະຖານະຂອງພວກເຂົາ, ທີ່ບໍ່ເຮັດໃຫ້ພວກເຂົາໂດດເດັ່ນ, ທີ່ທຳລາຍສະຖານະການປັດຈຸບັນຂອງພວກເຂົາບໍ? ບໍ່, ພວກເຂົາຈະບໍ່ຍິນຍອມ. ຕົວຢ່າງ: ເມື່ອເບື້ອງເທິງເລື່ອນຕໍາແໜ່ງໃຜຜູ້ໜຶ່ງ ຫຼື ປົດໃຜຜູ້ໜຶ່ງອອກ, ພວກເຂົາຄິດແນວໃດ? “ຈັ່ງແມ່ນເປັນການຫັກໜ້າກັນແທ້ໆ! ພວກເຂົາບໍ່ໄດ້ຜ່ານຂ້ອຍເລີຍ. ນອກເໜືອຈາກສິ່ງອື່ນແລ້ວ, ຂ້ອຍຍັງເປັນຜູ້ນໍາຢູ່, ເປັນຫຍັງພວກເຂົາຈຶ່ງບໍ່ບອກຫຍັງຂ້ອຍກ່ອນ? ເປັນຫຍັງ, ມັນຄືກັບວ່າຂ້ອຍບໍ່ສຳຄັນເລີຍ!” ແລ້ວເຈົ້າແມ່ນໃຜ? ນັ້ນແມ່ນວຽກຂອງເຈົ້າບໍ? ຢ່າງທຳອິດ, ມັນບໍ່ແມ່ນຖິ່ນຂອງເຈົ້າ ແລະ ຢ່າງທີສອງ, ຄົນເຫຼົ່ານີ້ບໍ່ໄດ້ຕິດຕາມເຈົ້າ, ແລ້ວເປັນຫຍັງເຈົ້າຕ້ອງສຳຄັນກັບພວກເຂົາຂະໜາດນັ້ນ? ສິ່ງນັ້ນສອດຄ່ອງກັບຄວາມຈິງບໍ? ຄວາມຈິງຂໍ້ໃດ? ມີຫຼັກການໃນການທີ່ເບື້ອງເທິງເລື່ອນຕໍາແໜ່ງຄົນໃດໜຶ່ງ ຫຼື ປົດຄົນໃດໜຶ່ງອອກ. ເປັນຫຍັງເບື້ອງເທິງຈຶ່ງເລື່ອນຕໍາແໜ່ງຄົນໃດໜຶ່ງ? ເພາະວ່າພວກເຂົາຈໍາເປັນສໍາລັບວຽກງານ. ເປັນຫຍັງເບື້ອງເທິງຈຶ່ງປົດຄົນໃດໜຶ່ງອອກ? ເພາະວ່າພວກເຂົາບໍ່ມີຄວາມຈໍາເປັນສໍາລັບວຽກງານ ອີກຕໍ່ໄປ, ພວກເຂົາບໍ່ສາມາດເຮັດວຽກງານໄດ້. ຖ້າເຈົ້າບໍ່ປົດພວກເຂົາອອກ ແລະ ຍັງບໍ່ຍອມໃຫ້ເບື້ອງເທິງເຮັດ, ເຈົ້າກຳລັງບໍ່ຟັງເຫດຟັງຜົນບໍ? (ແມ່ນແລ້ວ.) ບາງຄົນເວົ້າວ່າ “ການທີ່ເບື້ອງເທິງປົດຄົນໃດໜຶ່ງອອກ, ມັນເຮັດໃຫ້ຂ້ອຍເສຍໜ້າຂະໜາດໃດ. ຖ້າພວກເຂົາຕັ້ງໃຈຈະປົດຄົນໃດໜຶ່ງອອກ, ພວກເຂົາຄວນບອກຂ້ອຍເປັນສ່ວນຕົວ ແລະ ຂ້ອຍຈະເຮັດມັນເອງ. ນັ້ນແມ່ນວຽກຂອງຂ້ອຍ; ມັນເປັນສ່ວນໜຶ່ງຂອງສິ່ງທີ່ຕົກເປັນໜ້າທີ່ຂອງຂ້ອຍ. ຖ້າຂ້ອຍປົດພວກເຂົາອອກ, ມັນຈະສະແດງໃຫ້ທຸກຄົນເຫັນວ່າຂ້ອຍເບິ່ງຄົນໄດ້ຢ່າງທະລຸສໍ່າໃດ ແລະ ວ່າຂ້ອຍສາມາດເຮັດວຽກງານຕົວຈິງໄດ້. ນັ້ນຈະເປັນກຽດຂະໜາດໃດ!” ພວກເຈົ້າຄິດແບບນີ້ບໍ? ບາງຄົນຕ້ອງການຊື່ສຽງທີ່ດີ ແລະ ຄວາມພາກພູມໃຈ ແລະ ພວກເຂົາກໍໃຫ້ຂໍ້ອ້າງແບບນີ້. ມັນຈະຟັງຂຶ້ນບໍ? ສິ່ງນັ້ນສົມເຫດສົມຜົນບໍ? ໃນດ້ານໜຶ່ງ, ເຮືອນຂອງພຣະເຈົ້າເຮັດວຽກງານຕາມຫຼັກການຄວາມຈິງ; ໃນອີກດ້ານໜຶ່ງ, ເຮືອນຂອງພຣະເຈົ້າເຮັດວຽກຕາມສະຖານະການທີ່ເປັນຢູ່. ບໍ່ມີສິ່ງທີ່ເອີ້ນວ່າການຂ້າມຂັ້ນການສັ່ງການ ໂດຍສະເພາະເມື່ອເວົ້າເຖິງການເລື່ອນຕໍາແໜ່ງ ແລະ ການປົດອອກໂດຍເບື້ອງເທິງ ຫຼື ການຊີ້ນໍາ ແລະ ຄຳສັ່ງຂອງພວກເຂົາສຳລັບໂຄງການວຽກງານໃດໜຶ່ງ. ໃນກໍລະນີດັ່ງກ່າວ, ມັນຍິ່ງບໍ່ແມ່ນເລື່ອງຂອງການຂ້າມຂັ້ນການສັ່ງການ. ຄັນຊັ້ນ ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຊອກຫາ “ຂໍ້ຜິດພາດ” ເຫຼົ່ານີ້? ສິ່ງໜຶ່ງທີ່ແນ່ນອນຄື: ພວກເຂົາບໍ່ເຂົ້າໃຈຄວາມຈິງ, ສະນັ້ນ ພວກເຂົາຈຶ່ງປະເມີນວຽກງານຂອງເຮືອນຂອງພຣະເຈົ້າດ້ວຍສະໝອງຂອງມະນຸດ ແລະ ຂະບວນການເຫຼົ່ານັ້ນທີ່ມີຢູ່ໃນໂລກ. ນອກເໜືອໄປກວ່ານັ້ນ, ເປົ້າໝາຍຫຼັກຂອງພວກເຂົາຍັງຄົງເປັນການປົກປ້ອງຕົນເອງ ແລະ ພວກເຂົາຕ້ອງມີຄວາມພາກພູມໃຈຂອງພວກເຂົາ. ພວກເຂົາຄ່ອງຕົວ ແລະ ແນບນຽນໃນທຸກສິ່ງທີ່ພວກເຂົາເຮັດ; ພວກເຂົາບໍ່ສາມາດໃຫ້ຄົນທີ່ຢູ່ພາຍໃຕ້ພວກເຂົາເຫັນວ່າພວກເຂົາມີຂໍ້ບົກຜ່ອງ ຫຼື ຄວາມຂາດເຂີນໃດໆ. ພວກເຂົາຈະຮັກສາພາບລັກເຖິງຂັ້ນໃດ? ເຖິງຂັ້ນທີ່ຄົນອື່ນຈະເຫັນວ່າພວກເຂົາບໍ່ມີແນວຕໍາໜິ, ປາສະຈາກຄວາມເສື່ອມຊາມ ຫຼື ຂໍ້ບົກຜ່ອງໃດໆ. ຄົນອື່ນຈະເຫັນວ່າມັນເໝາະສົມແລ້ວທີ່ເບື້ອງເທິງຈະໃຊ້ງານພວກເຂົາ ແລະ ທີ່ອ້າຍເອື້ອຍນ້ອງຈະເລືອກພວກເຂົາ, ພວກເຂົາເປັນຄົນທີ່ສົມບູນແບບ. ນັ້ນບໍ່ແມ່ນວິທີທີ່ພວກເຂົາຢາກໃຫ້ສິ່ງຕ່າງໆເປັນບໍ? ນັ້ນບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ແມ່ນແລ້ວ, ນັ້ນຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.

ການໂອ້ລົມຂອງພວກເຮົາເມື່ອກີ້ນີ້ແມ່ນກ່ຽວກັບໜຶ່ງໃນພຶດຕິກຳຫຼັກຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງນັ້ນກໍຄື ພວກເຂົາຫ້າມບໍ່ໃຫ້ຄົນອື່ນແຊກແຊງ, ສອບຖາມ ຫຼື ຄວບຄຸມດູແລວຽກງານຂອງພວກເຂົາ. ບໍ່ວ່າເຮືອນຂອງພຣະເຈົ້າຈະຈັດແຈງຫຍັງເພື່ອຕິດຕາມວຽກງານຂອງພວກເຂົາ ຫຼື ຮຽນຮູ້ເພີ່ມເຕີມກ່ຽວກັບມັນ ຫຼື ຄວບຄຸມດູແລມັນ, ພວກເຂົາກໍຈະໃຊ້ທຸກວິທີທາງເພື່ອຂັດຂວາງ ແລະ ປະຕິເສດສິ່ງເຫຼົ່ານັ້ນ. ຕົວຢ່າງ: ເມື່ອບາງຄົນໄດ້ຮັບມອບໝາຍໂຄງການຈາກເບື້ອງເທິງ, ເວລາກໍຜ່ານໄປໄລຍະໜຶ່ງໂດຍບໍ່ມີຄວາມຄືບໜ້າຫຍັງເລີຍ. ພວກເຂົາບໍ່ບອກເບື້ອງເທິງວ່າພວກເຂົາກຳລັງເຮັດວຽກນັ້ນຢູ່ ຫຼື ບໍ່ ຫຼື ມັນເປັນແນວໃດ ຫຼື ມີຄວາມຫຍຸ້ງຍາກ ຫຼື ບັນຫາໃດໆເຂົ້າມາແຊກແຊງ ຫຼື ບໍ່. ພວກເຂົາບໍ່ມີຄຳຄິດເຫັນໃດໆ. ວຽກງານບາງຢ່າງເປັນເລື່ອງດ່ວນ ແລະ ບໍ່ສາມາດຊັກຊ້າໄດ້ ແຕ່ພວກເຂົາກັບແກ່ຍາວເວລາ, ທ່ວງດຶງມັນອອກໄປເປັນເວລາດົນໂດຍບໍ່ເຮັດວຽກງານໃຫ້ສຳເລັດ. ຈາກນັ້ນ ເບື້ອງເທິງຈຶ່ງຕ້ອງສອບຖາມ. ເມື່ອເບື້ອງເທິງເຮັດແນວນີ້, ຄົນເຫຼົ່ານັ້ນກໍພົບວ່າການສອບຖາມເປັນເລື່ອງທີ່ໜ້າອັບອາຍທີ່ຮັບບໍ່ໄດ້ ແລະ ພວກເຂົາຕໍ່ຕ້ານມັນຢູ່ໃນໃຈ: “ມັນຫາກໍຜ່ານໄປສິບກວ່າມື້ນັບຕັ້ງແຕ່ຂ້ອຍໄດ້ຮັບມອບໝາຍວຽກນີ້. ຂ້ອຍຍັງບໍ່ທັນຕັ້ງຫຼັກໄດ້ເລີຍ ແລະ ເບື້ອງເທິງກໍສອບຖາມແລ້ວ. ຂໍ້ກຳນົດຂອງພວກເຂົາຕໍ່ຜູ້ຄົນສູງເກີນໄປ!” ພວກເຂົາຢູ່ຫັ້ນແລ້ວ, ຊອກຫາຂໍ້ຜິດພາດກັບການສອບຖາມ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ບອກເຮົາເບິ່ງວ່າ ມັນບໍ່ແມ່ນເລື່ອງທີ່ຂ້ອນຂ້າງປົກກະຕິບໍທີ່ເບື້ອງເທິງຈະສອບຖາມ? ສ່ວນໜຶ່ງແມ່ນຄວາມປາຖະໜາທີ່ຈະຮູ້ເພີ່ມເຕີມກ່ຽວກັບສະຖານະຄວາມຄືບໜ້າຂອງວຽກງານ, ພ້ອມທັງຄວາມຫຍຸ້ງຍາກໃດທີ່ຍັງຄົງຕ້ອງໄດ້ຮັບການແກ້ໄຂ; ນອກຈາກນັ້ນ, ມັນຍັງເປັນຄວາມປາຖະໜາທີ່ຈະຮູ້ເພີ່ມເຕີມວ່າຄົນທີ່ພວກເຂົາມອບໝາຍວຽກງານນີ້ໃຫ້ມີຄວາມສາມາດແບບໃດ ແລະ ພວກເຂົາຈະສາມາດແກ້ໄຂບັນຫາ ແລະ ເຮັດວຽກໄດ້ດີແທ້ໆ ຫຼື ບໍ່. ເບື້ອງເທິງຕ້ອງການຮູ້ຄວາມຈິງຕາມທີ່ພວກມັນເປັນຢູ່ ແລະ ສ່ວນຫຼາຍແລ້ວ, ພວກເຂົາສອບຖາມໃນສະຖານະການດັ່ງກ່າວ. ນັ້ນບໍ່ແມ່ນສິ່ງທີ່ພວກເຂົາຄວນເຮັດບໍ? ເບື້ອງເທິງກັງວົນວ່າເຈົ້າບໍ່ຮູ້ວິທີແກ້ໄຂບັນຫາ ແລະ ບໍ່ສາມາດຮັບມືກັບວຽກງານໄດ້. ນັ້ນຄືເຫດຜົນທີ່ພວກເຂົາສອບຖາມ. ບາງຄົນຂ້ອນຂ້າງຕໍ່ຕ້ານ ແລະ ລັງກຽດການສອບຖາມດັ່ງກ່າວ. ພວກເຂົາບໍ່ເຕັມໃຈທີ່ຈະໃຫ້ຄົນສອບຖາມ ແລະ ຕາບໃດທີ່ຄົນສອບຖາມ, ພວກເຂົາກໍຕໍ່ຕ້ານ ແລະ ມີຄວາມກັງວົນໃຈໂດຍຄິດໄຕ່ຕອງຢູ່ສະເໝີວ່າ “ເປັນຫຍັງພວກເຂົາຈຶ່ງສອບຖາມ ແລະ ຊອກຮູ້ເພີ່ມເຕີມຢູ່ຕະຫຼອດເວລາ? ເປັນຍ້ອນພວກເຂົາບໍ່ໄວ້ໃຈຂ້ອຍ ແລະ ດູຖູກຂ້ອຍບໍ? ຖ້າພວກເຂົາບໍ່ໄວ້ໃຈຂ້ອຍ, ພວກເຂົາກໍບໍ່ຄວນໃຊ້ງານຂ້ອຍ!” ພວກເຂົາບໍ່ເຄີຍເຂົ້າໃຈການສອບຖາມ ແລະ ການຄວບຄຸມດຸແລຂອງເບື້ອງເທິງ ແຕ່ພັດຕໍ່ຕ້ານມັນ. ຄົນແບບນີ້ມີເຫດຜົນບໍ? ເປັນຫຍັງພວກເຂົາຈຶ່ງບໍ່ຍອມໃຫ້ເບື້ອງເທິງສອບຖາມ ແລະ ຄວບຄຸມດູແລພວກເຂົາ? ນອກຈາກນັ້ນ ເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານ ແລະ ທ້າທາຍ? ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ພວກເຂົາບໍ່ສົນໃຈວ່າການປະຕິບັດໜ້າທີ່ຂອງພວກເຂົາຈະມີປະສິດທິຜົນ ຫຼື ບໍ່ ຫຼື ມັນຈະຂັດຂວາງຄວາມຄືບໜ້າຂອງວຽກງານ ຫຼື ບໍ່. ພວກເຂົາບໍ່ສະແຫວງຫາຫຼັກການຄວາມຈິງໃນເວລາປະຕິບັດໜ້າທີ່ຂອງພວກເຂົາ ແຕ່ເຮັດທຸກຢ່າງທີ່ພວກເຂົາຢາກເຮັດ. ພວກເຂົາບໍ່ຄຳນຶງເຖິງຜົນຮັບ ຫຼື ປະສິດທິພາບຂອງວຽກງານ ແລະ ບໍ່ຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ, ແລ້ວແຮງບໍ່ຕ້ອງເວົ້າເຖິງສິ່ງທີ່ພຣະເຈົ້າເຈດຕະນາ ແລະ ຮຽກຮ້ອງ. ຄວາມຄິດຂອງພວກເຂົາຄື “ຂ້ອຍມີວິທີການ ແລະ ກິດຈະວັດຂອງຂ້ອຍເອງໃນການປະຕິບັດໜ້າທີ່. ຢ່າຮຽກຮ້ອງຈາກຂ້ອຍຫຼາຍເກີນໄປ ຫຼື ຮຽກຮ້ອງສິ່ງຕ່າງໆຢ່າງລະອຽດເກີນໄປ. ມັນດີພໍແລ້ວທີ່ຂ້ອຍສາມາດປະຕິບັດໜ້າທີ່ຂອງຂ້ອຍໄດ້. ຂ້ອຍບໍ່ສາມາດເມື່ອຍເກີນໄປ ຫຼື ທົນທຸກຫຼາຍເກີນໄປ”. ພວກເຂົາບໍ່ເຂົ້າໃຈການສອບຖາມ ແລະ ຄວາມພະຍາຍາມຂອງເບື້ອງເທິງທີ່ຈະຮູ້ເພີ່ມເຕີມກ່ຽວກັບວຽກງານຂອງພວກເຂົາ. ການຂາດຄວາມເຂົ້າໃຈຂອງພວກເຂົານີ້ຂາດຫຍັງໄປ? ມັນບໍ່ໄດ້ຂາດການອ່ອນນ້ອມບໍ? ມັນບໍ່ໄດ້ຂາດຄວາມຮັບຜິດຊອບບໍ? ມັນບໍ່ໄດ້ຂາດຄວາມຈົງຮັກພັກດີບໍ? ຖ້າພວກເຂົາມີຄວາມຮັບຜິດຊອບ ແລະ ຄວາມຈົງຮັກພັກດີຢ່າງແທ້ຈິງໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຈະປະຕິເສດການສອບຖາມຂອງເບື້ອງເທິງກ່ຽວກັບວຽກງານຂອງພວກເຂົາບໍ? (ບໍ່.) ພວກເຂົາຈະສາມາດເຂົ້າໃຈມັນໄດ້. ຖ້າພວກເຂົາບໍ່ສາມາດເຂົ້າໃຈມັນໄດ້ຢ່າງແທ້ຈິງ, ກໍມີຄວາມເປັນໄປໄດ້ພຽງຢ່າງດຽວຄື: ພວກເຂົາເຫັນວ່າໜ້າທີ່ຂອງພວກເຂົາເປັນອາຊີບ ແລະ ການດຳລົງຊີວິດຂອງພວກເຂົາ ແລະ ພວກເຂົາກໍໃຊ້ປະໂຫຍດຈາກມັນ ໂດຍຖືວ່າໜ້າທີ່ທີ່ພວກເຂົາເຮັດເປັນເງື່ອນໄຂ ແລະ ຂໍ້ຕໍ່ລອງເພື່ອໃຫ້ໄດ້ຮັບລາງວັນຕະຫຼອດເວລາ. ພວກເຂົາຈະພຽງແຕ່ເຮັດວຽກງານສ້າງພາບໜ້ອຍໜຶ່ງເພື່ອໃຫ້ຜ່ານໄປໄດ້ກັບເບື້ອງເທິງ ໂດຍບໍ່ມີຄວາມພະຍາຍາມໃດໆທີ່ຈະຖືເອົາພຣະບັນຊາ ຂອງພຣະເຈົ້າເປັນໜ້າທີ່ ແລະ ພັນທະຂອງພວກເຂົາ. ສະນັ້ນ, ເມື່ອເບື້ອງເທິງສອບຖາມກ່ຽວກັບວຽກງານຂອງພວກເຂົາ ຫຼື ຄວບຄຸມດູແລມັນ, ພວກເຂົາກໍເຂົ້າສູ່ສະພາວະຈິດໃຈທີ່ລັງກຽດ ແລະ ຕໍ່ຕ້ານ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ບັນຫານີ້ມາຈາກໃສ? ແກ່ນແທ້ຂອງມັນແມ່ນຫຍັງ? ມັນຄືການທີ່ທັດສະນະຄະຕິຂອງພວກເຂົາຕໍ່ໂຄງການວຽກງານນັ້ນຜິດພາດ. ພວກເຂົາຄິດພຽງແຕ່ຄວາມສະບາຍ ແລະ ຄວາມສະດວກຂອງເນື້ອໜັງ, ສະຖານະ ແລະ ຄວາມພາກພູມໃຈຂອງພວກເຂົາເອງ ແທນທີ່ຈະຄິດເຖິງປະສິດທິພາບຂອງວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ສະແຫວງຫາທີ່ຈະກະທຳຕາມຫຼັກການຄວາມຈິງເລີຍ. ຖ້າພວກເຂົາມີຄວາມສໍານຶກ ແລະ ເຫດຜົນໜ້ອຍໜຶ່ງຢ່າງແທ້ຈິງ, ພວກເຂົາກໍຈະສາມາດເຂົ້າໃຈການສອບຖາມ ແລະ ການຄວບຄຸມດູແລຂອງເບື້ອງເທິງ. ພວກເຂົາຈະສາມາດເວົ້າອອກມາຈາກໃຈວ່າ “ມັນເປັນເລື່ອງດີທີ່ເບື້ອງເທິງກຳລັງສອບຖາມ. ຖ້າບໍ່ດັ່ງນັ້ນ, ຂ້ອຍກໍຈະເຮັດຕາມໃຈຂອງຂ້ອຍເອງຢູ່ສະເໝີ ເຊິ່ງຈະຂັດຂວາງປະສິດທິພາບຂອງວຽກງານ ຫຼື ເຖິງຂັ້ນເຮັດໃຫ້ມັນຜິດພາດ. ເບື້ອງເທິງໂອ້ລົມ ແລະ ດຳເນີນການກວດສອບ ແລະ ມັນໄດ້ແກ້ໄຂບັນຫາຕົວຈິງແລ້ວ. ຈັ່ງແມ່ນເປັນເລື່ອງທີ່ດີແທ້ໆ!” ສິ່ງນີ້ຈະສະແດງໃຫ້ເຫັນວ່າພວກເຂົາເປັນຄົນທີ່ມີຄວາມຮັບຜິດຊອບ. ພວກເຂົາຢ້ານວ່າຖ້າພວກເຂົາຮັບວຽກງານມາເຮັດດ້ວຍຕົນເອງ, ຖ້າເກີດມີຂໍ້ຜິດພາດ ຫຼື ຂໍ້ບົກຜ່ອງ ແລະ ມັນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ຈົນບໍ່ມີທາງແກ້ໄຂໄດ້, ນັ້ນກໍຈະເປັນຄວາມຮັບຜິດຊອບທີ່ພວກເຂົາແບກຮັບບໍ່ໄດ້. ນັ້ນບໍ່ແມ່ນຄວາມຮັບຜິດຊອບບໍ? (ແມ່ນແລ້ວ.) ມັນຄືຄວາມຮັບຜິດຊອບ ແລະ ມັນເປັນສັນຍານວ່າພວກເຂົາກຳລັງບັນລຸຄວາມຈົງຮັກພັກດີຂອງພວກເຂົາ. ມີຫຍັງເກີດຂຶ້ນໃນຄວາມຄິດຂອງຄົນທີ່ບໍ່ຍອມໃຫ້ຄົນອື່ນສອບຖາມກ່ຽວກັບວຽກງານຂອງພວກເຂົາ? “ວຽກນີ້ແມ່ນທຸລະກິດຂອງຂ້ອຍ ເພາະຂ້ອຍເປັນຄົນທີ່ໄດ້ຮັບມອບໝາຍໃຫ້ເຮັດວຽກດັ່ງກ່າວ. ຂ້ອຍມີສິດຊີ້ຂາດກັບທຸລະກິດຂອງຂ້ອຍເອງ; ຂ້ອຍບໍ່ຕ້ອງການໃຫ້ໃຜເຂົ້າມາຫຍຸ້ງກ່ຽວ!” ພວກເຂົາພິຈາລະນາສິ່ງຕ່າງໆດ້ວຍຕົນເອງ ແລະ ເຮັດສິ່ງທີ່ພວກເຂົາຢາກເຮັດ ຕາມທີ່ບຸກຄະລິກຂອງພວກເຂົາກຳນົດ. ພວກເຂົາເຮັດທຸກຢ່າງທີ່ຈະເປັນປະໂຫຍດຕໍ່ພວກເຂົາ ແລະ ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ຖາມເຖິງສິ່ງຕ່າງໆ, ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ຮູ້ສະຖານະການທີ່ແທ້ຈິງ. ຖ້າເຈົ້າຖາມພວກເຂົາວ່າ “ວຽກນັ້ນເປັນແນວໃດແລ້ວ?” ພວກເຂົາກໍຈະເວົ້າວ່າ “ຖ້າກ່ອນ”. ຖ້າເຈົ້າຖາມຕໍ່ວ່າ “ມັນຄືບໜ້າໄປຮອດໃສແລ້ວ?” ພວກເຂົາກໍຈະເວົ້າວ່າ “ເກືອບແລ້ວ”. ບໍ່ວ່າເຈົ້າຈະຖາມຫຍັງພວກເຂົາ, ພວກເຂົາກໍຈະເວົ້າພຽງຄຳດຽວ ຫຼື ສອງຄຳ. ພວກເຂົາຈະເວົ້າອອກມາພຽງສອງສາມຄຳໃນແຕ່ລະເທື່ອ ແລະ ບໍ່ຫຼາຍໄປກວ່ານັ້ນ. ພວກເຂົາຈະບໍ່ເວົ້າປະໂຫຍກທີ່ຖືກຕ້ອງ ແລະ ລະອຽດແມ່ນແຕ່ປະໂຫຍກດຽວ. ເຈົ້າບໍ່ຮູ້ສຶກຂີ້ດຽດບໍທີ່ຈະເວົ້າກັບຄົນແບບນີ້? ມັນຊັດເຈນວ່າພວກເຂົາບໍ່ຢາກເວົ້າຫຍັງຕື່ມກັບເຈົ້າ. ຖ້າເຈົ້າຕັ້ງຄຳຖາມຫຼາຍຂຶ້ນ, ພວກເຂົາກໍໝົດຄວາມອົດທົນ: “ເຈົ້າຖາມກ່ຽວກັບເລື່ອງນ້ອຍໆນັ້ນຢູ່ຕະຫຼອດ ຄືກັບວ່າຂ້ອຍເຮັດວຽກບໍ່ສຳເລັດ, ຄືກັບວ່າຂ້ອຍບໍ່ເໝາະສົມກັບວຽກງານນັ້ນ!” ພວກເຂົາພຽງແຕ່ບໍ່ເຕັມໃຈທີ່ຈະໃຫ້ຄົນຖາມຄຳຖາມ. ແລ້ວຖ້າເຈົ້າຍັງສືບຕໍ່ຖາມພວກເຂົາ, ພວກເຂົາກໍຈະເວົ້າວ່າ “ຂ້ອຍເປັນຫຍັງສຳລັບເຈົ້າ, ເປັນລາ ຫຼື ມ້າ ໃຫ້ເຈົ້າສັ່ງການຕາມໃຈບໍ? ຖ້າເຈົ້າບໍ່ໄວ້ໃຈຂ້ອຍ, ກໍຢ່າໃຊ້ງານຂ້ອຍ; ຖ້າເຈົ້າໃຊ້ງານຂ້ອຍ, ເຈົ້າກໍຕ້ອງໄວ້ໃຈຂ້ອຍ ແລະ ການໄວ້ໃຈຂ້ອຍໝາຍຄວາມວ່າເຈົ້າບໍ່ຄວນສອບຖາມຢູ່ຕະຫຼອດເວລາ!” ນີ້ຄືທັດສະນະຄະຕິປະເພດທີ່ພວກເຂົາມີ. ພວກເຂົາກຳລັງປະຕິບັດຕໍ່ໂຄງການວຽກງານນັ້ນໃນຖານະໜ້າທີ່ທີ່ເປັນຂອງພວກເຂົາທີ່ຈະຕ້ອງເຮັດບໍ? (ບໍ່.) ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ປະຕິບັດຕໍ່ວຽກງານວ່າເປັນໜ້າທີ່ຂອງພວກເຂົາ ແຕ່ວ່າເປັນຂໍ້ຕໍ່ລອງເພື່ອໃຫ້ໄດ້ຮັບພອນ ແລະ ລາງວັນ. ພວກເຂົາພໍໃຈພຽງແຕ່ຈະອອກແຮງງານ, ເຊິ່ງພວກເຂົາຢາກແລກປ່ຽນກັບພອນ. ນັ້ນຄືເຫດຜົນທີ່ພວກເຂົາເຮັດວຽກດ້ວຍທັດສະນະຄະຕິແບບພໍແລ້ວມືແລ້ວຕີນ. ພວກເຂົາບໍ່ຢາກໃຫ້ຄົນອື່ນແຊກແຊງວຽກງານຂອງພວກເຂົາ, ສ່ວນໜຶ່ງແມ່ນເພື່ອຮັກສາກຽດສັກສີ ແລະ ຄວາມພາກພູມໃຈຂອງພວກເຂົາ. ພວກເຂົາເຊື່ອວ່າໜ້າທີ່ທີ່ພວກເຂົາປະຕິບັດ ແລະ ວຽກງານທີ່ພວກເຂົາເຮັດນັ້ນເປັນຂອງພວກເຂົາໂດຍສ່ວນຕົວ, ວ່າສິ່ງເຫຼົ່ານັ້ນເປັນທຸເລື່ອງສ່ວນຕົວຂອງພວກເຂົາ. ນັ້ນຄືເຫດຜົນທີ່ພວກເຂົາບໍ່ຍອມໃຫ້ຄົນອື່ນແຊກແຊງ. ອີກສ່ວນໜຶ່ງກໍຄື ຖ້າພວກເຂົາເຮັດວຽກງານສຳເລັດດ້ວຍດີ, ພວກເຂົາກໍສາມາດອ້າງເອົາຄວາມດີສຳລັບມັນ ແລະ ຂໍລາງວັນໄດ້. ຖ້າໃຜຜູ້ໜຶ່ງແຊກແຊງ, ຄວາມດີກໍຈະບໍ່ຕົກເປັນຂອງພວກເຂົາພຽງຜູ້ດຽວອີກຕໍ່ໄປ. ພວກເຂົາຢ້ານວ່າຄົນອື່ນຈະຍາດເອົາຄວາມດີໄປຈາກພວກເຂົາ. ນັ້ນຄືເຫດຜົນທີ່ພວກເຂົາຈະບໍ່ຍິນຍອມໃຫ້ຄົນອື່ນແຊກແຊງວຽກງານຂອງພວກເຂົາຢ່າງເດັດຂາດ. ຄົນແບບຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເຫັນແກ່ຕົວ ແລະ ໜ້າລັງກຽດບໍ? ບໍ່ວ່າພວກເຂົາຈະເຮັດໜ້າທີ່ໃດກໍຕາມ, ມັນກໍຄືກັບວ່າພວກເຂົາກຳລັງເບິ່ງແຍງເລື່ອງສ່ວນຕົວຂອງພວກເຂົາ. ພວກເຂົາຈະບໍ່ຍອມໃຫ້ຄົນອື່ນແຊກແຊງ ຫຼື ມີສ່ວນຮ່ວມ, ບໍ່ວ່າຈະເກີດຫຍັງຂຶ້ນ ເມື່ອພວກເຂົາເຮັດບາງຢ່າງດ້ວຍຕົນເອງ. ຖ້າພວກເຂົາເຮັດສິ່ງນັ້ນໄດ້ດີ, ພວກເຂົາກໍຈະຍອມໃຫ້ຄວາມດີຕົກເປັນຂອງພວກເຂົາພຽງຜູ້ດຽວເທົ່ານັ້ນ ເພື່ອບໍ່ໃຫ້ຄົນອື່ນອ້າງເອົາສ່ວນແບ່ງຂອງຄວາມດີ ແລະ ຜົນຮັບຂອງວຽກງານ. ນັ້ນບໍ່ແມ່ນບັນຫາບໍ? ມັນແມ່ນອຸປະນິໄສແບບໃດ? ມັນແມ່ນອຸປະນິໄສຂອງຊາຕານ. ເມື່ອຊາຕານກະທຳການ, ມັນບໍ່ອະນຸຍາດໃຫ້ມີການແຊກແຊງຈາກໃຜເລີຍ, ມັນປາຖະໜາທີ່ຈະມີສິດຊີ້ຂາດໃນທຸກສິ່ງທີ່ມັນເຮັດ ແລະ ຄວບຄຸມທຸກຢ່າງ ແລະ ບໍ່ມີໃຜສາມາດກວດກາ ຫຼື ສອບຖາມໃດໆໄດ້. ຖ້າໃຜຜູ້ໜຶ່ງກ້າວກ່າຍ ຫຼື ແຊກແຊງ, ສິ່ງນີ້ຍິ່ງບໍ່ໄດ້ຮັບອະນຸຍາດ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສກະທຳ; ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ສອບຖາມໃດໆ ແລະ ບໍ່ວ່າພວກເຂົາຈະເຮັດວຽກຢູ່ເບື້ອງຫຼັງແນວໃດ, ກໍບໍ່ມີໃຜໄດ້ຮັບອະນຸຍາດໃຫ້ແຊກແຊງ. ນີ້ຄືພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາກະທຳແບບນີ້ ເພາະໃນດ້ານໜຶ່ງ ພວກເຂົາມີອຸປະນິໄສທີ່ອວດດີຢ່າງສຸດຂີດ ແລະ ໃນອີກດ້ານໜຶ່ງ ພວກເຂົາຂາດເຫດຜົນຢ່າງສຸດຂີດ. ພວກເຂົາຂາດການອ່ອນນ້ອມຢ່າງສິ້ນເຊີງ ແລະ ພວກເຂົາບໍ່ອະນຸຍາດໃຫ້ໃຜຄວບຄຸມດູແລພວກເຂົາ ຫຼື ກວດສອບວຽກງານຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນການກະທຳຂອງຜີຮ້າຍຢ່າງແທ້ຈິງ ເຊິ່ງແຕກຕ່າງຈາກການກະທຳຂອງຄົນປົກກະຕິຢ່າງສິ້ນເຊີງ. ໃຜກໍຕາມທີ່ເຮັດວຽກງານແມ່ນຕ້ອງການຄວາມຮ່ວມມືຈາກຄົນອື່ນ, ພວກເຂົາຕ້ອງການຄວາມຊ່ວຍເຫຼືອ, ຄຳແນະນຳ ແລະ ຄວາມຮ່ວມມືຈາກຄົນອື່ນ ແລະ ເຖິງແມ່ນວ່າຈະມີຄົນຄວບຄຸມດູແລ ຫຼື ເຝົ້າເບິ່ງຢູ່, ນີ້ກໍບໍ່ແມ່ນເລື່ອງທີ່ບໍ່ດີ, ມັນເປັນສິ່ງຈຳເປັນ. ຖ້າຂໍ້ຜິດພາດເກີດຂຶ້ນໃນສ່ວນໜຶ່ງຂອງວຽກງານ ແລະ ພວກມັນຖືກລະບຸໂດຍຄົນທີ່ເຝົ້າເບິ່ງຢູ່ ແລະ ຖືກແກ້ໄຂໂດຍທັນທີ ແລະ ຄວາມເສຍຫາຍຕໍ່ວຽກງານກໍຖືກຫຼີກລ່ຽງ, ນີ້ບໍ່ແມ່ນຄວາມຊ່ວຍເຫຼືອທີ່ໃຫຍ່ຫຼວງບໍ? ສະນັ້ນ, ເມື່ອຄົນສະຫຼາດເຮັດສິ່ງຕ່າງໆ, ພວກເຂົາຈຶ່ງມັກຖືກຄວບຄຸມດູແລ, ສັງເກດ ແລະ ສອບຖາມໂດຍຄົນອື່ນ. ຖ້າຫາກວ່າຂໍ້ຜິດພາດເກີດຂຶ້ນ ແລະ ຄົນເຫຼົ່ານີ້ສາມາດຊີ້ບອກມັນໄດ້ ແລະ ຂໍ້ຜິດພາດນັ້ນສາມາດຖືກແກ້ໄຂໄດ້ໂດຍທັນທີ, ນີ້ບໍ່ແມ່ນຜົນຮັບທີ່ໜ້າປາຖະໜາຫຼາຍບໍ? ບໍ່ມີໃຜໃນໂລກນີ້ທີ່ບໍ່ຕ້ອງການຄວາມຊ່ວຍເຫຼືອຈາກຄົນອື່ນ. ມີພຽງແຕ່ຄົນທີ່ມີພາວະອໍທິສຕິກ ຫຼື ມີອາການຊຶມເສົ້າເທົ່ານັ້ນທີ່ມັກຢູ່ຄົນດຽວ ແລະ ບໍ່ຕິດຕໍ່ພົວພັນ ຫຼື ສື່ສານກັບຄົນອື່ນ. ເມື່ອຄົນທົນທຸກຈາກພາວະອໍທິສຕິກ ຫຼື ອາການຊຶມເສົ້າ, ພວກເຂົາກໍບໍ່ປົກກະຕິອີກຕໍ່ໄປ. ພວກເຂົາບໍ່ສາມາດຄວບຄຸມຕົນເອງໄດ້ອີກຕໍ່ໄປ. ຖ້າຈິດໃຈ ແລະ ເຫດຜົນຂອງຄົນເຮົາປົກກະຕິ ແຕ່ພວກເຂົາພຽງແຕ່ບໍ່ຢາກສື່ສານກັບຄົນອື່ນ ແລະ ພວກເຂົາບໍ່ຢາກໃຫ້ຄົນອື່ນຮູ້ກ່ຽວກັບສິ່ງໃດເລີຍທີ່ພວກເຂົາເຮັດ, ພວກເຂົາຢາກເຮັດສິ່ງຕ່າງໆຢ່າງລັບໆ, ເປັນສ່ວນຕົວ ແລະ ເຮັດວຽກຢູ່ເບື້ອງຫຼັງ ແລະ ພວກເຂົາບໍ່ຟັງສິ່ງໃດເລີຍທີ່ຄົນອື່ນເວົ້າ, ແລ້ວຄົນດັ່ງກ່າວແມ່ນຜູ້ຕໍ່ຕ້ານພຣະຄຣິສ, ບໍ່ແມ່ນບໍ? ພວກເຂົາແມ່ນຜູ້ຕໍ່ຕ້ານພຣະຄຣິສ.

ມີເທື່ອໜຶ່ງ, ເມື່ອເຮົາເຫັນຜູ້ນໍາຂອງຄຣິສຕະຈັກແຫ່ງໜຶ່ງ, ເຮົາຖາມລາວວ່າເກີດຫຍັງຂຶ້ນກັບການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງ. ເຮົາຖາມວ່າ “ຕອນນີ້ມີໃຜໃນຄຣິສຕະຈັກທີ່ກຳລັງລົບກວນຊີວິດຄຣິສຕະຈັກບໍ?” ເຈົ້າເດົາໄດ້ບໍວ່າລາວເວົ້າວ່າແນວໃດ? “ສິ່ງຕ່າງໆດີຢູ່; ພວກມັນຮຽບຮ້ອຍດີ”. ເຮົາຖາມວ່າ “ເອື້ອຍນ້ອງຜູ້ນີ້ຜູ້ນັ້ນປະຕິບັດໜ້າທີ່ຂອງເຂົາເປັນແນວໃດ?” ລາວເວົ້າວ່າ “ດີ”. ຈາກນັ້ນ ເຮົາຖາມວ່າ “ເຂົາເຊື່ອໃນພຣະເຈົ້າມາຈັກປີແລ້ວ?” ລາວເວົ້າວ່າ “ມັນກໍດີ”. ເຮົາເວົ້າວ່າ “ໂຕະໜ່ວຍນີ້ບໍ່ຄວນຢູ່ບ່ອນນີ້; ຕ້ອງໄດ້າຍມັນ”. ລາວເວົ້າວ່າ “ຂ້ອຍຈະຄິດເບິ່ງ”. ເຮົາເວົ້າວ່າ “ດິນຕອນນີ້ບໍ່ຕ້ອງໄດ້ຫົດນໍ້າບໍ?” ລາວເວົ້າວ່າ “ພວກເຮົາຈະໂອ້ລົມກັນກ່ຽວກັບເລື່ອງນັ້ນ”. ເຮົາເວົ້າວ່າ “ນີ້ຄືພືດທີ່ເຈົ້າປູກໃສ່ດິນຕອນນີ້ໃນປີນີ້. ເຈົ້າຈະປູກພືດຊະນິດດຽວກັນນີ້ໃນປີໜ້າບໍ?” ລາວເວົ້າວ່າ “ກຸ່ມຕັດສິນໃຈຂອງພວກເຮົາມີແຜນການແລ້ວ”. ນັ້ນຄືຄຳຕອບຂອງລາວ. ມັນເຮັດໃຫ້ເຈົ້າມີຄວາມຮູ້ສຶກແນວໃດເມື່ອໄດ້ຍິນຄຳຕອບເຫຼົ່ານັ້ນ? ເຈົ້າເຂົ້າໃຈຫຍັງໃນນັ້ນບໍ? ເຈົ້າໄດ້ຮັບຂໍ້ມູນຫຍັງບໍ? (ບໍ່ໄດ້ເລີຍ.) ເຈົ້າສາມາດບອກໄດ້ທັນທີວ່າລາວກຳລັງເຮັດແບບພໍແລ້ວມືແລ້ວຕີນໃສ່ເຈົ້າໂດຍຖືວ່າເຈົ້າເປັນຄົນໂງ່, ເປັນຄົນນອກ. ລາວບໍ່ຮູ້ວ່າໃຜກັນແທ້ທີ່ເປັນຄົນນອກ; ຜູ້ບໍ່ມີຄວາມເຊື່ອເອີ້ນສິ່ງນີ້ວ່າ “ແຂກເຮັດໂຕເປັນເຈົ້າເຮືອນ”. ລາວບໍ່ຮູ້ຕົວຕົນຂອງລາວເອງ. ເຮົາເວົ້າວ່າ “ພວກເຈົ້າມີຄົນອາໄສຢູ່ບ່ອນນີ້ຫຼາຍ ແລະ ອາກາດກໍຖ່າຍເທບໍ່ສະດວກ. ເຈົ້າຄວນຕິດພັດລົມ, ບໍ່ດັ່ງນັ້ນ ມັນຈະຮ້ອນເກີນໄປຢູ່ທາງໃນນີ້ ແລະ ຜູ້ຄົນຈະມີແນວໂນ້ມທີ່ຈະເປັນລົມແດດ”. ລາວເວົ້າວ່າ “ພວກເຮົາຈະປຶກສາຫາລືກັນກ່ຽວກັບເລື່ອງນັ້ນ”. ກັບທຸກສິ່ງທີ່ເຮົາບອກລາວ, ລາວຕ້ອງປຶກສາຫາລືກັນ, ໂອ້ລົມກັນກ່ຽວກັບມັນ ແລະ ຄິດທົບທວນກ່ຽວກັບມັນຄືກັນ. ບໍ່ວ່າເຮົາຈະຈັດແຈງຫຍັງ, ບໍ່ວ່າເຮົາຈະເວົ້າຫຍັງ, ກໍບໍ່ມີຄວາມສຳຄັນສຳລັບລາວ. ສຳລັບລາວແລ້ວ, ສິ່ງເຫຼົ່ານັ້ນບໍ່ແມ່ນການຈັດແຈງ ຫຼື ຄຳສັ່ງ ແລະ ລາວກໍບໍ່ໄດ້ຈັດຕັ້ງປະຕິບັດມັນ. ຄັນຊັ້ນ ລາວຖືວ່າຄຳເວົ້າຂອງເຮົາແມ່ນຫຍັງ? (ຄຳແນະນຳເພື່ອໃຫ້ລາວພິຈາລະນາ.) ເຮົາກຳລັງໃຫ້ຄຳແນະນຳເພື່ອໃຫ້ລາວພິຈາລະນາບໍ? ບໍ່, ເຮົາກຳລັງບອກລາວວ່າລາວຄວນເຮັດຫຍັງ, ລາວຕ້ອງເຮັດຫຍັງ. ເປັນຍ້ອນລາວບໍ່ເຂົ້າໃຈສິ່ງທີ່ເຮົາເວົ້າບໍ? ຖ້າລາວບໍ່ເຂົ້າໃຈ, ນັ້ນກໍໝາຍຄວາມວ່າລາວເປັນຄົນໂງ່ທີ່ບໍ່ຮູ້ວ່າຕົວຕົນຂອງລາວແມ່ນຫຍັງ ຫຼື ລາວກຳລັງເຮັດໜ້າທີ່ຫຍັງ. ມີຄົນອາໄສຢູ່ບ່ອນນັ້ນຫຼາຍ ໂດຍບໍ່ມີເຄື່ອງປັບອາກາດພາຍໃນ ຫຼື ລົມພັດຜ່ານ. ລາວຈະສະຫຼາດໄດ້ສໍ່າໃດ ໃນເມື່ອລາວບໍ່ຕິດພັດລົມ? ລາວຄວນກັບບ້ານທັນທີ, ລາວເປັນຂີ້ເຫຍື້ອ ແລະ ເຮືອນຂອງພຣະເຈົ້າບໍ່ຕ້ອງການຂີ້ເຫຍື້ອ. ຄົນເຮົາບໍ່ຮູ້ທຸກຢ່າງກ່ຽວກັບສິ່ງໃດສິ່ງໜຶ່ງ ແຕ່ພວກເຂົາສາມາດຮຽນຮູ້ໄດ້. ມີບາງຢ່າງທີ່ເຮົາບໍ່ເຂົ້າໃຈ, ສະນັ້ນ ເຮົາຈຶ່ງປຶກສາຫາລືກັບຄົນອື່ນ: “ພວກເຈົ້າຄິດວ່າວິທີໃດເປັນວິທີທີ່ດີທີ່ຈະຈັດການກັບມັນ? ພວກເຈົ້າມີອິດສະຫຼະທີ່ຈະສະເໜີຄຳແນະນຳຂອງພວກເຈົ້າ”. ຖ້າບາງຄົນຄິດວ່າວິທີໃດໜຶ່ງຈະດີທີ່ສຸດ, ເຮົາກໍເວົ້າວ່າ “ຕົກລົງ, ມາເຮັດຕາມທີ່ເຈົ້າເວົ້າເທາະ. ເຖິງຢ່າງໃດກໍຕາມ ເຮົາຍັງບໍ່ທັນໄດ້ຄິດຢ່າງຖີ່ຖ້ວນວ່າພວກເຮົາຄວນເຮັດຫຍັງ. ພວກເຮົາຈະເຮັດຕາມທີ່ເຈົ້າເວົ້າ”. ນັ້ນບໍ່ແມ່ນຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິບໍ? ນັ້ນຄືຄວາມໝາຍຂອງການເຂົ້າກັນໄດ້ກັບຄົນອື່ນ. ໃນການເຂົ້າກັນໄດ້ກັບຄົນອື່ນ, ຜູ້ຄົນຕ້ອງບໍ່ແບ່ງແຍກວ່າໃຜເໜືອກວ່າ ຫຼື ດ້ອຍກວ່າ ຫຼື ໃຜໄດ້ຮັບ ແລະ ບໍ່ໄດ້ຮັບຄວາມສົນໃຈ ຫຼື ໃຜມີສິດຊີ້ຂາດເໜືອສິ່ງຕ່າງໆ. ບໍ່ຈຳເປັນຕ້ອງແບ່ງແຍກສິ່ງເຫຼົ່ານີ້. ວິທີຂອງໃຜຖືກຕ້ອງ ແລະ ສອດຄ່ອງກັບຫຼັກການຄວາມຈິງ, ຄົນນັ້ນກໍຄືຜູ້ທີ່ຄວນຮັບຟັງ. ພວກເຈົ້າສາມາດເຮັດສິ່ງນີ້ໄດ້ບໍ? (ໄດ້.) ມີບາງຄົນທີ່ເຮັດບໍ່ໄດ້. ຜູ້ຕໍ່ຕ້ານພຣະຄຣິສເຮັດບໍ່ໄດ້. ພວກເຂົາຢືນຢັນທີ່ຈະມີສິດຊີ້ຂາດເທົ່ານັ້ນ. ນັ້ນແມ່ນເລື່ອງແບບໃດ? ສິ່ງທີ່ຄົນອື່ນຍົກຂຶ້ນມາຈະໃຊ້ບໍ່ໄດ້ຜົນກັບພວກເຂົາ ເຖິງແມ່ນວ່າມັນຈະສົມເຫດສົມຜົນກໍຕາມ; ພວກເຂົາຮູ້ວ່າມັນຖືກຕ້ອງ ແລະ ສົມເຫດສົມຜົນ ແຕ່ພວກເຂົາຈະບໍ່ຍອມທົນກັບສິ່ງທີ່ຄົນອື່ນສະເໜີ. ພວກເຂົາມີຄວາມສຸກຕາບໃດທີ່ພວກເຂົາເປັນຄົນສະເໜີບາງຢ່າງ. ເຖິງແມ່ນວ່າໃນເລື່ອງນ້ອຍໆນີ້, ພວກເຂົາກໍຍັງຕໍ່ສູ້ເພື່ອຍາດຊີງຄວາມເປັນໃຫຍ່. ນັ້ນແມ່ນອຸປະນິໄສແບບໃດ? ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາໃຫ້ຄຸນຄ່າຫຼາຍເກີນໄປກັບສະຖານະ, ຊື່ສຽງ ແລະ ຄວາມພາກພູມໃຈ. ຄຸນຄ່າຫຼາຍສໍ່າໃດ? ສິ່ງເຫຼົ່ານັ້ນສຳຄັນສຳລັບພວກເຂົາຫຼາຍກວ່າຊີວິດຂອງພວກເຂົາ. ພວກເຂົາຈະປົກປ້ອງສະຖານະ ແລະ ຊື່ສຽງຂອງພວກເຂົາ ເຖິງແມ່ນວ່າມັນຈະໝາຍເຖິງຊີວິດຂອງພວກເຂົາກໍຕາມ.

ຜູ້ຕໍ່ຕ້ານພຣະຄຣິສຫ້າມບໍ່ໃຫ້ມີການແຊກແຊງ, ການສອບຖາມ ຫຼື ການຄວບຄຸມດູແລຂອງຄົນອື່ນໃນວຽກງານໃດກໍຕາມທີ່ພວກເຂົາເຮັດ ແລະ ຂໍ້ຫ້າມນີ້ສະແດງອອກໃນຫຼາຍຮູບແບບ. ຮູບແບບໜຶ່ງແມ່ນການປະຕິເສດຢ່າງກົງໄປກົງມາ. “ຢຸດແຊກແຊງ, ສອບຖາມ ແລະ ຄວບຄຸມດູແລຂ້ອຍໃນເວລາທີ່ຂ້ອຍເຮັດວຽກ. ວຽກງານໃດກໍຕາມທີ່ຂ້ອຍເຮັດແມ່ນຄວາມຮັບຜິດຊອບຂອງຂ້ອຍ, ຂ້ອຍມີແນວຄວາມຄິດແລ້ວວ່າຈະເຮັດມັນແນວໃດ ແລະ ຂ້ອຍບໍ່ຕ້ອງການໃຫ້ໃຜມາຈັດການຂ້ອຍ!” ນີ້ຄືການປະຕິເສດໂດຍກົງ. ການສະແດງອອກອີກຢ່າງໜຶ່ງແມ່ນການເບິ່ງຄືວ່າເປີດໃຈຮັບໂດຍເວົ້າວ່າ “ຕົກລົງ, ມາໂອ້ລົມກັນ ແລະ ເບິ່ງວ່າວຽກງານຄວນເຮັດແນວໃດ” ແຕ່ເມື່ອຄົນອື່ນເລີ່ມສອບຖາມ ແລະ ພະຍາຍາມຊອກຮູ້ເພີ່ມເຕີມກ່ຽວກັບວຽກງານຂອງພວກເຂົາແທ້ໆ ຫຼື ເມື່ອພວກເຂົາຊີ້ໃຫ້ເຫັນບັນຫາສອງສາມຢ່າງ ແລະ ໃຫ້ຄຳແນະນຳສອງສາມຢ່າງ, ທັດສະນະຄະຕິຂອງພວກເຂົາເປັນແນວໃດ? (ພວກເຂົາບໍ່ຍອມຮັບ.) ຖືກຕ້ອງແລ້ວ, ພວກເຂົາພຽງແຕ່ປະຕິເສດທີ່ຈະຍອມຮັບ, ພວກເຂົາຊອກຫາຂໍ້ອ້າງ ແລະ ຂໍ້ແກ້ຕົວເພື່ອປະຕິເສດຄຳແນະນຳຂອງຄົນອື່ນ, ພວກເຂົາປ່ຽນຜິດໃຫ້ເປັນຖືກ ແລະ ປ່ຽນຖືກໃຫ້ເປັນຜິດ ແຕ່ໃນຄວາມເປັນຈິງແລ້ວ, ໃນໃຈຂອງພວກເຂົາ, ພວກເຂົາຮູ້ວ່າພວກເຂົາກຳລັງຍັດຍຽດເຫດຜົນ, ພວກເຂົາກຳລັງເວົ້າຄຳເວົ້າທີ່ຟັງເບິ່ງດີ, ສິ່ງທີ່ພວກເຂົາເວົ້າເປັນພຽງທິດສະດີ, ຄຳເວົ້າຂອງພວກເຂົາບໍ່ສາມາດນໍາໄປປະຕິບັດໄດ້ຈິງເທົ່າກັບສິ່ງທີ່ຄົນອື່ນເວົ້າ. ແຕ່ເພື່ອປົກປ້ອງສະຖານະຂອງພວກເຂົາ ແລະ ເຖິງແມ່ນວ່າຈະຮູ້ດີວ່າພວກເຂົາຜິດ ແລະ ຄົນອື່ນຖືກ, ພວກເຂົາກໍຍັງປ່ຽນສິ່ງທີ່ຖືກຂອງຄົນອື່ນໃຫ້ເປັນຜິດ ແລະ ສິ່ງທີ່ຜິດຂອງພວກເຂົາເອງໃຫ້ເປັນຖືກ ແລະ ສືບຕໍ່ປະຕິບັດມັນ ໂດຍບໍ່ຍອມໃຫ້ສິ່ງທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງຖືກນໍາສະເໜີ ຫຼື ຈັດຕັ້ງປະຕິບັດໃນບ່ອນທີ່ພວກເຂົາຢູ່. ພວກເຂົາບໍ່ໄດ້ປະຕິບັດຕໍ່ວຽກງານຂອງຄຣິສຕະຈັກຄືກັບເກມ, ຄືກັບເລື່ອງຕະຫຼົກບໍ? ພວກເຂົາບໍ່ໄດ້ປະຕິເສດທີ່ຈະຍອມຮັບການສອບຖາມ ແລະ ການຄວບຄຸມດູແລບໍ? ພວກເຂົາບໍ່ໄດ້ສະແດງ “ຂໍ້ຫ້າມ” ຂອງພວກເຂົານີ້ອອກມາຢ່າງໜ້າດ້ານໆໂດຍບອກເຈົ້າວ່າ “ເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ແຊກແຊງວຽກງານຂອງຂ້ອຍ”. ນັ້ນບໍ່ແມ່ນສິ່ງທີ່ປາກົດອອກມາຈາກການກະທຳຂອງພວກເຂົາ ແຕ່ນັ້ນຄືແນວຄິດຂອງພວກເຂົາ. ພວກເຂົາຈະໃຊ້ເລ່ລ່ຽມບາງຢ່າງ ແລະ ເບິ່ງຄືວ່າສັດທາຫຼາຍຈາກພາຍນອກ. ພວກເຂົາຈະເວົ້າວ່າ “ບັງເອີນວ່າພວກເຮົາຕ້ອງການຄວາມຊ່ວຍເຫຼືອແທ້ໆ, ສະນັ້ນ ໃນເມື່ອເຈົ້າຢູ່ບ່ອນນີ້ແລ້ວ, ມາໂອ້ລົມກັບພວກເຮົາໜ້ອຍໜຶ່ງເທາະ!” ຜູ້ນໍາລະດັບສູງຂອງພວກເຂົາຈະເຊື່ອວ່າພວກເຂົາຈິງໃຈ ແລະ ດັ່ງນັ້ນຈຶ່ງໂອ້ລົມກັບພວກເຂົາ ໂດຍບອກພວກເຂົາກ່ຽວກັບສະຖານະການຕາມທີ່ມັນເປັນຢູ່. ເມື່ອພວກເຂົາໄດ້ຍິນຜູ້ນໍາເວົ້າແລ້ວ, ພວກເຂົາກໍຈະເລີ່ມຄິດວ່າ “ນັ້ນຄືວິທີທີ່ເຈົ້າເບິ່ງສິ່ງຕ່າງໆ. ເອົາລະ, ຂ້ອຍຈະຕ້ອງໂຕ້ຖຽງກັບເຈົ້າ, ເພື່ອຫັກລ້າງ ແລະ ປະຕິເສດມຸມມອງຂອງເຈົ້າ. ຂ້ອຍຈະເຮັດໃຫ້ເຈົ້າອັບອາຍ”. ນັ້ນແມ່ນທັດສະນະຄະຕິຂອງການຍອມຮັບບໍ? (ບໍ່ແມ່ນ.) ຄັນຊັ້ນ ມັນແມ່ນທັດສະນະຄະຕິແບບໃດ? ມັນຄືການປະຕິເສດທີ່ຈະທົນໃຫ້ຄົນອື່ນແຊກແຊງ, ສອບຖາມ ຫຼື ຄວບຄຸມດູແລພວກເຂົາໃນວຽກງານທີ່ພວກເຂົາເຮັດ. ໃນເມື່ອຜູ້ຕໍ່ຕ້ານພຣະຄຣິສຈະເຮັດແນວນັ້ນ, ແລ້ວເປັນຫຍັງພວກເຂົາຈຶ່ງສ້າງພາບລວງຕາໃຫ້ຜູ້ຄົນເຫັນ ແລະ ທໍາທ່າເຮັດວ່າມີທັດສະນະຄະຕິຂອງການຍອມຮັບ? ການທີ່ພວກເຂົາຈະຫຼອກລວງຜູ້ຄົນດ້ວຍວິທີນີ້ສະແດງໃຫ້ເຫັນວ່າພວກເຂົາມີເລ່ລ່ຽມຫຼາຍສໍ່າໃດ. ພວກເຂົາຢ້ານວ່າຜູ້ຄົນຈະເບິ່ງພວກເຂົາທະລຸ. ໂດຍສະເພາະໃນປັດຈຸບັນ, ມີບາງຄົນທີ່ມີການແຍກແຍະໃນລະດັບໜຶ່ງ, ສະນັ້ນ ຖ້າຜູ້ຕໍ່ຕ້ານພຣະຄຣິສປະຕິເສດການຄວບຄຸມດູແລ ແລະ ຄວາມຊ່ວຍເຫຼືອຂອງຄົນອື່ນໂດຍກົງ, ຜູ້ຄົນກໍຈະສາມາດບອກໄດ້ ແລະ ເບິ່ງພວກເຂົາທະລຸ. ຈາກນັ້ນ ພວກເຂົາກໍຈະສູນເສຍຄວາມພາກພູມໃຈ ແລະ ສະຖານະຂອງພວກເຂົາ ແລະ ມັນຈະບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະຖືກເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນອະນາຄົດ. ສະນັ້ນ, ເມື່ອຜູ້ນໍາລະດັບສູງກວດສອບວຽກງານຂອງພວກເຂົາ, ພວກເຂົາຈຶ່ງທໍາທ່າຍອມຮັບມັນໂດຍເວົ້າສິ່ງທີ່ໜ້າພໍໃຈ ແລະ ປະຈົບປະແຈງ, ເຮັດໃຫ້ທຸກຄົນຄິດວ່າ “ເບິ່ງແມ້ວ່າຜູ້ນໍາຂອງພວກເຮົາມີສັດທາ ແລະ ສະແຫວງຫາຄວາມຈິງສໍ່າໃດ! ຜູ້ນໍາຂອງພວກເຮົາກຳລັງເບິ່ງແຍງຊີວິດຂອງພວກເຮົາ ແລະ ວຽກງານຂອງຄຣິສຕະຈັກ. ພວກເຂົາຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຮົາຈະເລືອກພວກເຂົາອີກຄັ້ງໃນການເລືອກຕັ້ງຄັ້ງໜ້າ”. ສິ່ງທີ່ບໍ່ມີໃຜຄາດຄິດກໍຄື ທັນທີທີ່ຜູ້ນໍາລະດັບສູງຈາກໄປ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເວົ້າບາງຢ່າງແບບນີ້: “ສິ່ງທີ່ຄົນທີ່ກວດສອບວຽກງານເວົ້ານັ້ນກໍຖືກຕ້ອງຢູ່ ແຕ່ມັນອາດຈະບໍ່ເໝາະສົມກັບເງື່ອນໄຂຢູ່ຄຣິສຕະຈັກຂອງພວກເຮົາສະເໝີໄປ. ສິ່ງຕ່າງໆແຕກຕ່າງກັນຢູ່ແຕ່ລະຄຣິສຕະຈັກ. ພວກເຮົາບໍ່ສາມາດເຮັດຕາມສິ່ງທີ່ພວກເຂົາເວົ້າທັງໝົດໄດ້. ພວກເຮົາຕ້ອງພິຈາລະນາມັນຕາມສະຖານະການຕົວຈິງຂອງພວກເຮົາ. ພວກເຮົາບໍ່ສາມາດພຽງແຕ່ປະຕິບັດຕາມກົດລະບຽບຢ່າງຕາຍຕົວໄດ້!” ແລ້ວທຸກຄົນກໍກັບໄປໂດຍຄິດວ່າສິ່ງນັ້ນຖືກຕ້ອງ. ພວກເຂົາບໍ່ໄດ້ຖືກເຮັດໃຫ້ຫຼົງຜິດບໍ? ສ່ວນໜຶ່ງຂອງສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດກໍຄືການເວົ້າຄຳເວົ້າທີ່ໜ້າພໍໃຈ ແລະ ທໍາທ່າຍອມຮັບການຄວບຄຸມດູແລຂອງຄົນອື່ນ; ທັນທີຫຼັງຈາກນັ້ນ, ພວກເຂົາກໍເລີ່ມວຽກງານການເຮັດໃຫ້ຫຼົງຜິດ ແລະ ການລ້າງສະໝອງພາຍໃນ. ພວກເຂົາຈັດຕັ້ງປະຕິບັດສອງສ່ວນຂອງວິທີການນີ້ໄປພ້ອມໆກັນ. ພວກເຂົາມີເລ່ລ່ຽມບໍ? ມີຫຼາຍເລີຍແຫຼະ. ທາງພາຍນອກ, ພວກເຂົາເວົ້າຈາໜ້າຟັງ ແລະ ທໍາທ່າຍອມຮັບ, ເຮັດໃຫ້ທຸກຄົນເຊື່ອວ່າພວກເຂົາຂ້ອນຂ້າງຮູ້ສຶກຮັບຜິດຊອບຕໍ່ວຽກງານ, ພວກເຂົາສາມາດປ່ອຍວາງຕຳແໜ່ງ ແລະ ສະຖານະຂອງພວກເຂົາໄດ້, ພວກເຂົາບໍ່ແມ່ນຄົນຜະເດັດການ ແຕ່ສາມາດຍອມຮັບການຄວບຄຸມດູແລຈາກເບື້ອງເທິງ ຫຼື ຈາກຄົນອື່ນໄດ້ ແລະ ໃນຂະນະທີ່ພວກເຂົາເຮັດແນວນັ້ນ, ພວກເຂົາກໍ “ຊີ້ແຈງ” ໃຫ້ອ້າຍເອື້ອຍນ້ອງເຫັນຂໍ້ດີ ແລະ ຂໍ້ເສຍຂອງສິ່ງຕ່າງໆ ແລະ “ຊີ້ແຈງ” ສະຖານະການຕ່າງໆ. ຈຸດປະສົງຂອງພວກເຂົາແມ່ນຫຍັງ? ເພື່ອບໍ່ຍອມຮັບການແຊກແຊງ, ການສອບຖາມ ຫຼື ການຄວບຄຸມດູແລຂອງຄົນອື່ນ ແລະ ເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຄິດວ່າການທີ່ພວກເຂົາກະທຳແບບນັ້ນເປັນສິ່ງທີ່ສົມເຫດສົມຜົນ, ຖືກຕ້ອງ, ສອດຄ່ອງກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຫັນດີນຳຫຼັກການຂອງການກະທຳ ແລະ ໃນຖານະຜູ້ນໍາ, ພວກເຂົາກຳລັງປະຕິບັດຕາມຫຼັກການ. ໃນຄວາມເປັນຈິງແລ້ວ ມີພຽງບໍ່ເທົ່າໃດຄົນໃນຄຣິສຕະຈັກທີ່ເຂົ້າໃຈຄວາມຈິງ; ສ່ວນໃຫຍ່ແລ້ວບໍ່ມີຄວາມສາມາດໃນການແຍກແຍະຢ່າງບໍ່ຕ້ອງສົງໄສ, ພວກເຂົາບໍ່ສາມາດເບິ່ງເຫັນຕົວຕົນທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິສຄົນນີ້ ແລະ ຖືກພວກເຂົາເຮັດໃຫ້ຫຼົງຜິດໂດຍທຳມະຊາດ. ຕົວຢ່າງ: ບາງຄົນນອນບໍ່ຫຼັບໜຶ່ງຄືນຍ້ອນເຫດຜົນສະເພາະບາງຢ່າງ. ພວກເຂົາບໍ່ໄດ້ນອນຕະຫຼອດຄືນ. ມີຄົນສອງປະເພດ, ເຊິ່ງການຂາດການນອນນັ້ນສະແດງອອກໃນສອງຮູບແບບທີ່ແຕກຕ່າງກັນ. ຄົນປະເພດທຳອິດຊອກຫາໂອກາດນອນພັກຜ່ອນໜ້ອຍໜຶ່ງໃນຕອນກາງເວັນທັນທີທີ່ພວກເຂົາສາມາດເຮັດໄດ້. ພວກເຂົາບໍ່ໃຫ້ຄົນອື່ນຮູ້ວ່າພວກເຂົາບໍ່ໄດ້ນອນ. ນັ້ນຄືສະຖານະການໜຶ່ງ, ຄືວິທີທີ່ສິ່ງຕ່າງໆເປັນໄປ. ບໍ່ມີເຈດຕະນາຢູ່ເບື້ອງຫຼັງສິ່ງນັ້ນ. ຄົນອີກປະເພດໜຶ່ງນັ່ງເຫງົານອນໃນເວລາກິນອາຫານ ແລະ ບອກທຸກຄົນວ່າ “ຄືນວານນີ້ຂ້ອຍບໍ່ໄດ້ນອນ!” ມີຄົນຖາມວ່າ “ເປັນຫຍັງຈຶ່ງບໍ່ໄດ້ນອນ?” ແລະ ພວກເຂົາກໍເວົ້າວ່າ “ມີການເຕົ້າໂຮມທາງອອນລາຍ ແລະ ຂ້ອຍພົບບັນຫາບາງຢ່າງໃນວຽກງານ. ຂ້ອຍຢູ່ແກ້ໄຂບັນຫາເຫຼົ່ານັ້ນຕະຫຼອດຄືນ”. ພວກເຂົາເວົ້າບໍ່ຢຸດ, ປະກາດວ່າພວກເຂົາບໍ່ໄດ້ນອນຕະຫຼອດຄືນ. ພວກເຂົາບໍ່ເຕັມໃຈທີ່ຈະຢູ່ຕະຫຼອດຄືນບໍ? ເປັນຫຍັງພວກເຂົາຈຶ່ງອະທິບາຍໃຫ້ກຸ່ມຟັງ? ແລ້ວມີບາງຢ່າງຢູ່ໃນຄຳອະທິບາຍນັ້ນບໍ? ເປົ້າໝາຍຂອງພວກເຂົາແມ່ນຫຍັງ? ພວກເຂົາຕ້ອງການແຈ້ງໃຫ້ທົ່ວໂລກຮູ້ສິ່ງທີ່ພວກເຂົາເຮັດ ເພາະຢ້ານວ່າຄົນອື່ນອາດຈະບໍ່ຮູ້. ພວກເຂົາຕ້ອງການໃຫ້ທຸກຄົນຮູ້ວ່າພວກເຂົາໄດ້ທົນທຸກ, ພວກເຂົາຢູ່ຕະຫຼອດຄືນ, ພວກເຂົາເຕັມໃຈທີ່ຈະຈ່າຍລາຄາໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ພວກເຂົາບໍ່ໂລບຄວາມສະບາຍ. ດ້ວຍສິ່ງນີ້, ພວກເຂົາຕັ້ງໃຈທີ່ຈະໄດ້ຮັບຄວາມເຫັນໃຈ ແລະ ການຍອມຮັບຂອງອ້າຍເອື້ອຍນ້ອງ. ພວກເຂົາຊື້ໃຈຄົນໂດຍການສະແດງລະຄອນແບບຜິວເຜີນນີ້ ແລະ ໃນການເຮັດເຊັ່ນນັ້ນ, ພວກເຂົາກໍເຮັດໃຫ້ຄົນອື່ນຍ້ອງຍໍພວກເຂົາ ແລະ ພວກເຂົາກໍໄດ້ຮັບກຽດໃນໃຈຂອງຜູ້ຄົນ. ເມື່ອພວກເຂົາມີສະຖານະແລ້ວ, ພວກເຂົາຈະເວົ້າຢ່າງມີອຳນາດ. ແລ້ວເມື່ອພວກເຂົາເວົ້າຢ່າງມີອຳນາດ, ພວກເຂົາຈະບໍ່ສາມາດເພີດເພີນກັບການປະຕິບັດທີ່ພິເສດທີ່ມາພ້ອມກັບສະຖານະບໍ? (ແມ່ນແລ້ວ.) ເຈົ້າຄິດວ່າພວກເຂົາຄວ້າໂອກາດນີ້ໄວ້ໄດ້ດີບໍ? ພວກເຈົ້າບອກຄົນອື່ນບໍ ເມື່ອພວກເຈົ້າບໍ່ໄດ້ນອນ ຫຼື ຖ້າພວກເຈົ້ານອນເດິກ? (ພວກເຮົາບອກ.) ເມື່ອພວກເຈົ້າບອກ, ມັນເປັນແບບບໍ່ໄດ້ຕັ້ງໃຈບໍ ຫຼື ມີເຈດຕະນາບາງຢ່າງຢູ່ເບື້ອງຫຼັງ? ເຈົ້າພຽງແຕ່ບອກໃຜຜູ້ໜຶ່ງແບບເວົ້າໄປຊື່ໆ ຫຼື ເຈົ້າກຳລັງປະກາດຢ່າງໃຫຍ່ໂຕ, ສະແດງລະຄອນໃຫ້ເບິ່ງ? (ມັນເປັນແບບເວົ້າໄປຊື່ໆ.) ບໍ່ມີເຈດຕະນາຢູ່ເບື້ອງຫຼັງການເວົ້າແບບເວົ້າໄປຊື່ໆ; ສິ່ງນັ້ນບໍ່ໄດ້ບົ່ງບອກເຖິງບັນຫາທາງອຸປະນິໄສ. ມີທຳມະຊາດທີ່ແຕກຕ່າງກັນຢ່າງສິ້ນເຊີງລະຫວ່າງການເວົ້າໂດຍຕັ້ງໃຈ ແລະ ການເວົ້າໂດຍບໍ່ໄດ້ຕັ້ງໃຈ. ເມື່ອຜູ້ຕໍ່ຕ້ານພຣະຄຣິສກະທຳການ, ແຮງຈູງໃຈທີ່ຢູ່ເບື້ອງຫຼັງສິ່ງທີ່ພວກເຂົາກຳລັງເຮັດແມ່ນຫຍັງ, ບໍ່ວ່າພວກເຂົາຈະເບິ່ງຄືວ່າກຳລັງຍອມຮັບການແຊກແຊງ ແລະ ການສອບຖາມຂອງຄົນອື່ນຈາກພາຍນອກ ຫຼື ບໍ່ວ່າພວກເຂົາຈະປະຕິເສດສິ່ງເຫຼົ່ານັ້ນຢ່າງເດັດຂາດ, ອັນໃດກໍຕາມທີ່ເກີດຂຶ້ນ? ພວກເຂົາກຳລັງຄວ້າຫາສະຖານະ ແລະ ອຳນາດ ແລະ ພວກເຂົາຈະບໍ່ປ່ອຍວາງມັນ. ນັ້ນບໍ່ແມ່ນແຮງຈູງໃຈຂອງພວກເຂົາບໍ? (ແມ່ນແລ້ວ.) ຖືກຕ້ອງແລ້ວ, ພວກເຂົາຈະບໍ່ຍອມໃຫ້ອຳນາດທີ່ໄດ້ມາຢ່າງຍາກລຳບາກ, ສະຖານະ ແລະ ກຽດທີ່ໄດ້ມາຢ່າງຍາກລຳບາກຂອງພວກເຂົາ ຫຼຸດມືໄປຢ່າງງ່າຍດາຍໃນຊ່ວງເວລາທີ່ບໍ່ລະມັດລະວັງ; ພວກເຂົາຈະບໍ່ຍອມໃຫ້ໃຜເຮັດໃຫ້ກຳລັງ ແລະ ອິດທິພົນຂອງພວກເຂົາອ່ອນແອລົງ ໂດຍການແຊກແຊງວຽກງານຂອງພວກເຂົາ ຫຼື ສອບຖາມກ່ຽວກັບມັນ. ພວກເຂົາເຊື່ອແບບນີ້: ການປະຕິບັດໜ້າທີ່, ການຮັບເອົາໂຄງການວຽກງານ, ບໍ່ແມ່ນໜ້າທີ່ແທ້ໆ ແລະ ພວກເຂົາບໍ່ຈຳເປັນຕ້ອງເຮັດມັນໃນຖານະເປັຍພັນທະ; ແຕ່ມັນຄືການໄດ້ຄອບຄອງອຳນາດບາງຢ່າງ, ການມີຄົນຈຳນວນໜຶ່ງຢູ່ພາຍໃຕ້ຄຳສັ່ງຂອງພວກເຂົາ. ພວກເຂົາເຊື່ອວ່າດ້ວຍອຳນາດ, ພວກເຂົາບໍ່ຈຳເປັນຕ້ອງປຶກສາຫາລືກັບໃຜອີກຕໍ່ໄປ ແຕ່ຕອນນີ້ແມ່ນມີໂອກາດ ແລະ ອຳນາດທີ່ຈະເປັນຜູ້ຮັບຜິດຊອບ. ນີ້ຄືທັດສະນະຄະຕິປະເພດທີ່ພວກເຂົາມີຕໍ່ໜ້າທີ່.

ຍັງມີຄົນອື່ນອີກທີ່ ເມື່ອເບື້ອງເທິງສອບຖາມພວກເຂົາກ່ຽວກັບວຽກງານຂອງພວກເຂົາ, ພວກເຂົາກໍພຽງແຕ່ເຮັດແບບພໍເປັນພິທີ. ພວກເຂົາສະແດງອອກແບບຜິວເຜີນ ແລະ ຖາມກ່ຽວກັບເລື່ອງນ້ອຍໆບາງຢ່າງ ຄືກັບວ່າພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ. ຕົວຢ່າງ: ຖ້າຫາກມີເຫດການທີ່ປະກອບເປັນການຂັດຂວາງ ແລະ ການລົບກວນຢ່າງຊັດເຈນ, ພວກເຂົາຈະຖາມເບື້ອງເທິງວ່າ ຄວນຈັດການກັບຄົນທີ່ກໍ່ເຫດນັ້ນ ຫຼື ບໍ່. ເລື່ອງແບບນັ້ນບໍ່ແມ່ນສ່ວນໜຶ່ງໃນວຽກງານຂອງພວກເຂົາບໍ? (ແມ່ນແລ້ວ.) ພວກເຂົາຕ້ອງການຫຍັງ ໃນການຖາມເບື້ອງເທິງກ່ຽວກັບເລື່ອງນັ້ນ? ພວກເຂົາຕັ້ງໃຈທີ່ຈະສ້າງພາບລວງຕາໃຫ້ເຈົ້າເຫັນ ເພື່ອສະແດງໃຫ້ເຈົ້າເຫັນວ່າ ຖ້າພວກເຂົາຖາມແມ່ນແຕ່ເລື່ອງແບບນັ້ນ, ມັນກໍເປັນຫຼັກຖານວ່າພວກເຂົາບໍ່ໄດ້ຢູ່ລ້າໆ, ພວກເຂົາກຳລັງເຮັດວຽກຢູ່. ພວກເຂົາພຽງແຕ່ກຳລັງສ້າງພາບລວງຕາເພື່ອເຮັດໃຫ້ເຈົ້າຫຼົງຜິດ. ຄວາມຈິງກໍຄື ພວກເຂົາມີບັນຫາທີ່ແທ້ຈິງບາງຢ່າງຢູ່ໃນໃຈ ແລະ ພວກເຂົາບໍ່ຮູ້ວ່າຈະໂອ້ລົມຄວາມຈິງແນວໃດເພື່ອແກ້ໄຂບັນຫາເຫຼົ່ານັ້ນ ແລະ ພວກເຂົາກໍບໍ່ຮູ້ວ່າຄວນປະຕິບັດຕາມຫຼັກການໃດ. ມີຫຼາຍສິ່ງທີ່ບໍ່ຊັດເຈນສຳລັບພວກເຂົາ, ທັງໃນການຈັດການກັບຜູ້ຄົນ ແລະ ການຈັດການກັບວຽກງານ, ແຕ່ພວກເຂົາບໍ່ເຄີຍຖາມ ຫຼື ສະແຫວງຫາກ່ຽວກັບສິ່ງເຫຼົ່ານັ້ນເລີຍ. ໃນເມື່ອພວກເຂົາບໍ່ແນ່ໃຈກ່ຽວກັບສິ່ງເຫຼົ່ານີ້ຢູ່ໃນໃຈຂອງພວກເຂົາ, ແລ້ວພວກເຂົາບໍ່ຄວນຖາມເບື້ອງເທິງກ່ຽວກັບສິ່ງເຫຼົ່ານັ້ນບໍ? (ຄວນ.) ພວກເຂົາບໍ່ແນ່ໃຈກ່ຽວກັບສິ່ງເຫຼົ່ານັ້ນ ແລະ ບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານັ້ນໄດ້ ແຕ່ກໍຍັງສືບຕໍ່ກະທຳຢ່າງຕາບອດ. ຜົນສະທ້ອນຂອງສິ່ງນັ້ນຈະເປັນແນວໃດ? ພວກເຂົາສາມາດຄາດເດົາໄດ້ບໍວ່າຈະເກີດຫຍັງຂຶ້ນ? ພວກເຂົາຈະສາມາດຮັບຜິດຊອບຕໍ່ຜົນສະທ້ອນໄດ້ບໍ? ບໍ່, ພວກເຂົາຈະບໍ່ສາມາດເຮັດໄດ້. ສະນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ຖາມກ່ຽວກັບສິ່ງເຫຼົ່ານີ້? ມີການພິຈາລະນາຫຼາຍຢ່າງໃນການທີ່ພວກເຂົາບໍ່ຖາມ. ຢ່າງໜຶ່ງຄືຄວາມຢ້ານກົວວ່າເບື້ອງເທິງຈະຮູ້ທັນພວກເຂົາ: “ຖ້າຂ້ອຍບໍ່ສາມາດຈັດການແມ່ນແຕ່ເລື່ອງນ້ອຍໆນີ້ໄດ້ ແລະ ຕ້ອງຖາມກ່ຽວກັບມັນ, ເບື້ອງເທິງກໍຈະຄິດວ່າຄວາມສາມາດຂອງຂ້ອຍບໍ່ດີປານໃດ. ສິ່ງນີ້ຈະບໍ່ເຮັດໃຫ້ເບື້ອງເທິງເບິ່ງທະລຸຂ້ອຍບໍ?” ຍັງມີການພິຈາລະນາອີກວ່າ ຖ້າພວກເຂົາຖາມ ແລະ ການຕັດສິນໃຈຂອງເບື້ອງເທິງຂັດແຍ້ງ ແລະ ແຕກຕ່າງຈາກມຸມມອງຂອງພວກເຂົາເອງ, ພວກເຂົາກໍຈະລຳບາກໃຈທີ່ຈະເລືອກ. ຖ້າພວກເຂົາບໍ່ເຮັດຕາມສິ່ງທີ່ເບື້ອງເທິງເວົ້າ, ເບື້ອງເທິງກໍຈະເວົ້າວ່າພວກເຂົາກຳລັງລະເມີດຫຼັກການຂອງວຽກງານ; ຖ້າພວກເຂົາເຮັດ, ມັນກໍຈະເຮັດໃຫ້ເສຍຜົນປະໂຫຍດຂອງພວກເຂົາເອງ. ສະນັ້ນ, ພວກເຂົາຈຶ່ງບໍ່ຖາມ. ນັ້ນບໍ່ແມ່ນການພິຈາລະນາບໍ? (ແມ່ນແລ້ວ.) ມັນແມ່ນ. ພວກເຂົາເປັນຄົນປະເພດໃດ ທີ່ພິຈາລະນາສິ່ງເຫຼົ່ານີ້? (ຜູ້ຕໍ່ຕ້ານພຣະຄຣິສ.) ພວກເຂົາແມ່ນຜູ້ຕໍ່ຕ້ານພຣະຄຣິສແທ້ໆ. ກັບສິ່ງໃດກໍຕາມ, ບໍ່ວ່າພວກເຂົາຈະຖາມກ່ຽວກັບມັນ ຫຼື ບໍ່, ບໍ່ວ່າພວກເຂົາຈະເວົ້າອອກມາ ຫຼື ພຽງແຕ່ຄິດ, ພວກເຂົາກໍບໍ່ສະແຫວງຫາຄວາມຈິງ ຫຼື ປະຕິບັດຕໍ່ສິ່ງນັ້ນຕາມຫຼັກການ; ໃນທຸກສິ່ງ, ພວກເຂົາເອົາຜົນປະໂຫຍດຂອງຕົນເອງມາເປັນອັນດັບທຳອິດ. ພວກເຂົາມີລາຍການຢູ່ໃນໃຈກ່ຽວກັບສິ່ງທີ່ພວກເຂົາສາມາດປ່ອຍໃຫ້ເບື້ອງເທິງສອບຖາມ ແລະ ຮັບຮູ້ໄດ້ ແລະ ສິ່ງທີ່ພວກເຂົາບໍ່ຕ້ອງການໃຫ້ເບື້ອງເທິງຮັບຮູ້ເລີຍ. ພວກເຂົາໄດ້ກຳນົດຂອບເຂດເຫຼົ່ານັ້ນ ແລະ ແບ່ງພວກມັນອອກເປັນສອງໝວດ. ພວກເຂົາຈະເວົ້າແບບຜ່ານໆກັບເບື້ອງເທິງກ່ຽວກັບເລື່ອງທີ່ບໍ່ສໍາຄັນເຫຼົ່ານັ້ນ ເຊິ່ງບໍ່ເປັນໄພຂົ່ມຂູ່ຕໍ່ສະຖານະຂອງພວກເຂົາ ເພື່ອໃຫ້ຜ່ານໄປໄດ້ກັບເບື້ອງເທິງ; ແຕ່ກັບສິ່ງທີ່ອາດຂົ່ມຂູ່ຕໍ່ສະຖານະຂອງພວກເຂົາ, ພວກເຂົາຈະບໍ່ເວົ້າອອກມາແມ່ນແຕ່ຄຳດຽວ. ແລ້ວຖ້າເບື້ອງເທິງຖາມກ່ຽວກັບສິ່ງເຫຼົ່ານັ້ນ, ພວກເຂົາຈະເຮັດແນວໃດ? ພວກເຂົາຈະໃຊ້ຄຳເວົ້າສອງສາມຄຳເພື່ອບ່າຍບ່ຽງ; ພວກເຂົາຈະເວົ້າວ່າ: “ຕົກລົງ, ພວກເຮົາຈະປຶກສາຫາລືກັນ... ພວກເຮົາຈະຊອກຫາຕໍ່ໄປ...” ເປັນຄຳຢືນຢັນເຕັມປາກສຳລັບເຈົ້າ ໂດຍບໍ່ມີສິ່ງໃດທີ່ສາມາດອ່ານໄດ້ວ່າເປັນການຕໍ່ຕ້ານ. ທາງພາຍນອກແລ້ວ, ພວກເຂົາຂ້ອນຂ້າງອ່ອນນ້ອມ ແຕ່ຄວາມຈິງກໍຄື ພວກເຂົາມີການຄິດໄລ່ຂອງພວກເຂົາເອງ. ພວກເຂົາບໍ່ມີແຜນທີ່ຈະໃຫ້ເບື້ອງເທິງຕັດສິນໃຈ; ພວກເຂົາບໍ່ມີແຜນທີ່ຈະຂໍຄຳແນະນຳຈາກເບື້ອງເທິງ ແລະ ໃຫ້ເບື້ອງເທິງຕັດສິນໃຈ ຫຼື ສະແຫວງຫາເສັ້ນທາງບາງຢ່າງຈາກເບື້ອງເທິງ. ພວກເຂົາບໍ່ມີແຜນການດັ່ງກ່າວ. ພວກເຂົາບໍ່ຕ້ອງການປ່ອຍໃຫ້ເບື້ອງເທິງແຊກແຊງ ຫຼື ຮູ້ວ່າເກີດຫຍັງຂຶ້ນແທ້. ເມື່ອເບື້ອງເທິງຮັບຮູ້, ແລ້ວສິ່ງນັ້ນຈະເປັນໄພຂົ່ມຂູ່ຫຍັງຕໍ່ພວກເຂົາ? (ພວກເຂົາຈະບໍ່ໝັ້ນຄົງໃນສະຖານະຂອງພວກເຂົາ.) ມັນບໍ່ພຽງແຕ່ແມ່ນວ່າພວກເຂົາຈະບໍ່ໝັ້ນຄົງໃນສະຖານະຂອງພວກເຂົາເທົ່ານັ້ນ ແຕ່ແຜນການ ແລະ ເປົ້າໝາຍຂອງພວກເຂົາຈະບໍ່ສາມາດປະຕິບັດໄດ້ອີກຕໍ່ໄປ ແລະ ດັ່ງນັ້ນ ການກະທຳຊົ່ວຂອງພວກເຂົາຈະບໍ່ໄດ້ຮັບການຮັບຮອງອີກຕໍ່ໄປ; ພວກເຂົາຈະບໍ່ສາມາດເຮັດຕາມແຜນການຂອງຕົນເອງຢ່າງຖືກຕ້ອງ, ຢ່າງເປີດເຜີຍ ແລະ ຢ່າງໜ້າດ້ານໄດ້ອີກຕໍ່ໄປ. ນີ້ຄືບັນຫາທີ່ພວກເຂົາຈະຕ້ອງຜະເຊີນ. ສະນັ້ນ, ພວກເຂົາສາມາດກຳນົດໄດ້ບໍວ່າຈະກະທຳແນວໃດໃນວິທີທີ່ເປັນປະໂຫຍດຕໍ່ພວກເຂົາ? ແນ່ນອນວ່າພວກເຂົາມີຄວາມຄິດ ແລະ ການຄິດໄລ່ຂອງພວກເຂົາກ່ຽວກັບເລື່ອງນັ້ນ. ພວກເຈົ້າພົບວ່າຕົນເອງຜະເຊີນກັບສິ່ງດັ່ງກ່າວເຊັ່ນກັນບໍ? ແລ້ວພວກເຈົ້າຄິດແນວໃດກ່ຽວກັບສິ່ງເຫຼົ່ານັ້ນ? ພວກເຈົ້າປະຕິບັດຕໍ່ສິ່ງເຫຼົ່ານັ້ນແນວໃດ? ເຮົາຈະຍົກຕົວຢ່າງໜຶ່ງ. ເຄີຍມີຜູ້ຊາຍຄົນໜຶ່ງທີ່ໄດ້ເປັນຜູ້ນໍາ ແລະ ຂ້ອນຂ້າງຫຼົງໄປກັບມັນ; ລາວມັກອວດອ້າງຕໍ່ໜ້າຄົນອື່ນສະເໝີເພື່ອໃຫ້ພວກເຂົານັບຖືກ. ລາວບັງເອີນພົບກັບຜູ້ບໍ່ມີຄວາມເຊື່ອຄົນໜຶ່ງທີ່ລາວຮູ້ຈັກ ເຊິ່ງຕ້ອງການຢືມເງິນ. ຜູ້ບໍ່ມີຄວາມເຊື່ອຄົນນັ້ນໄດ້ອ້ອນວອນຢ່າງເປັນຕາອີຕົນຈົນຜູ້ນໍາຄົນນັ້ນ, ດ້ວຍຄວາມໃຈຮ້ອນ, ໃນຊ່ວງເວລາທີ່ຕື່ນເຕັ້ນ, ກໍໄດ້ຍິນຍອມ, ແລ້ວຫຼັງຈາກນັ້ນ ລາວກໍຄິດຢ່າງສະຫງົບ ແລະ ບໍ່ມີຄວາມກັງວົນໃຈວ່າ “ຂ້ອຍເປັນຜູ້ນໍາຂອງຄຣິສຕະຈັກ, ຂ້ອຍຄວນມີສິດຊີ້ຂາດຕໍ່ເງິນຂອງຄຣິສຕະຈັກ. ເມື່ອເວົ້າເຖິງສິ່ງທີ່ເປັນຂອງເຮືອນຂອງພຣະເຈົ້າ, ຂອງຄຣິສຕະຈັກ ແລະ ເຄື່ອງຖວາຍ, ຂ້ອຍມີຕຳແໜ່ງ, ສະນັ້ນ ສິ່ງທີ່ຂ້ອຍເວົ້າຖືເປັນສິດຂາດ. ຂ້ອຍເປັນຜູ້ຈັດການເລື່ອງການເງິນ ແລະ ຂ້ອຍກໍເປັນຜູ້ຈັດການເລື່ອງບຸກຄະລາກອນເຊັ່ນກັນ. ຂ້ອຍມີສິດຊີ້ຂາດຕໍ່ທຸກຢ່າງ!” ແລ້ວດັ່ງນັ້ນ, ລາວຈຶ່ງໃຫ້ຜູ້ບໍ່ມີຄວາມເຊື່ອຢືມເງິນຂອງເຮືອນຂອງພຣະເຈົ້າ. ເມື່ອລາວເຮັດແລ້ວ, ລາວກໍຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງ ແລະ ພິຈາລະນາວ່າລາວຄວນບອກເບື້ອງເທິງກ່ຽວກັບເລື່ອງນີ້ ຫຼື ບໍ່. ຖ້າລາວບອກ, ເບື້ອງເທິງອາດຈະບໍ່ຍິນຍອມຕໍ່ເລື່ອງນີ້, ສະນັ້ນ, ລາວຈຶ່ງເລີ່ມສ້າງເລື່ອງຕົວະ ແລະ ຊອກຫາຂໍ້ອ້າງເພື່ອຫຼອກລວງເບື້ອງເທິງ. ເບື້ອງເທິງໄດ້ໂອ້ລົມຫຼັກການຄວາມຈິງກັບລາວ ແຕ່ລາວກໍບໍ່ສົນໃຈເລື່ອງນີ້. ນັ້ນຄືວິທີທີ່ລາວກະທຳຄວາມຊົ່ວຮ້າຍໃນການຍັກຍອກເຄື່ອງຖວາຍຢ່າງລັບໆ. ເປັນຫຍັງຄົນແບບນັ້ນຈຶ່ງກ້າຄິດບໍ່ຊື່ກົງຕໍ່ເຄື່ອງຖວາຍ? ເຈົ້າເປັນພຽງຜູ້ນໍາຄຣິສຕະຈັກ, ເຈົ້າມີສິດທີ່ຈະຈັດການເຄື່ອງຖວາຍບໍ? ເຈົ້າມີສິດຊີ້ຂາດຕໍ່ເລື່ອງເຄື່ອງຖວາຍ ແລະ ການເງິນບໍ? ເຈົ້າຄວນປະຕິບັດຕໍ່ເຄື່ອງຖວາຍຂອງພຣະເຈົ້າແນວໃດ ຖ້າເຈົ້າເປັນຄົນທີ່ມີຄວາມເປັນມະນຸດ ແລະ ເຫດຜົນທີ່ປົກກະຕິ, ເປັນຄົນທີ່ໄລ່ຕາມຄວາມຈິງ? ເລື່ອງທີ່ກ່ຽວຂ້ອງກັບເຄື່ອງຖວາຍບໍ່ຄວນຖືກສົ່ງໄປຫາເບື້ອງເທິງ ເພື່ອເບິ່ງວ່າເຮືອນຂອງພຣະເຈົ້າຕັດສິນໃຈແນວໃດບໍ? ເບື້ອງເທິງບໍ່ມີສິດທີ່ຈະຮັບຮູ້ກ່ຽວກັບບັນຫາໃຫຍ່ແບບນັ້ນບໍ? ມີ. ນີ້ແມ່ນສິ່ງທີ່ເຈົ້າຄວນຊັດເຈນຢູ່ໃນໃຈ; ມັນຄືເຫດຜົນທີ່ເຈົ້າຄວນມີ. ເມື່ອເວົ້າເຖິງເລື່ອງການເງິນ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍ, ເບື້ອງເທິງແມ່ນມີສິດທີ່ຈະຮັບຮູ້. ມັນເປັນອີກເລື່ອງໜຶ່ງຖ້າເບື້ອງເທິງບໍ່ຖາມ ແຕ່ເມື່ອເບື້ອງເທິງຖາມ, ເຈົ້າຕ້ອງຕອບຕາມຄວາມຈິງ ແລະ ເຈົ້າຄວນອ່ອນນ້ອມຕໍ່ສິ່ງໃດກໍຕາມທີ່ເບື້ອງເທິງຕັດສິນໃຈ. ນີ້ບໍ່ແມ່ນປະເພດເຫດຜົນທີ່ເຈົ້າຄວນມີບໍ? (ແມ່ນ.) ແຕ່ຜູ້ຕໍ່ຕ້ານພຣະຄຣິສສາມາດເຮັດສິ່ງນີ້ໄດ້ບໍ? (ບໍ່ໄດ້.) ນັ້ນຄືຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນປົກກະຕິ. ຖ້າພວກເຂົາຄິດວ່າມີໂອກາດຮ້ອຍເປີເຊັນທີ່ເບື້ອງເທິງຈະບໍ່ຍິນຍອມຕໍ່ສິ່ງນັ້ນ ແລະ ພວກເຂົາຈະເສຍໜ້າ, ພວກເຂົາກໍຈະຄິດຫາທຸກວິທີທາງເພື່ອປິດບັງມັນ, ເພື່ອບໍ່ໃຫ້ເບື້ອງເທິງຮັບຮູ້ກ່ຽວກັບມັນ. ພວກເຂົາເຖິງຂັ້ນຈະທໍລະມານຄົນທີ່ຢູ່ພາຍໃຕ້ພວກເຂົາ ແລະ ເວົ້າວ່າ “ຖ້າຜູ້ໃດເປີດເຜີຍເລື່ອງນີ້, ພວກເຂົາກໍຕໍ່ຕ້ານຂ້ອຍ. ພວກເຂົາຈະຕ້ອງພົບກັບຂ້ອຍ. ຂ້ອຍຈະຈັດການພວກເຂົາ, ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ!” ເມື່ອພວກເຂົາເວົ້າຢ່າງໜ້າຢ້ານກົວແບບນັ້ນ, ກໍບໍ່ມີໃຜກ້າລາຍງານເລື່ອງດັ່ງກ່າວຕໍ່ເບື້ອງເທິງ. ເປັນຫຍັງພວກເຂົາຈຶ່ງເຮັດແບບນັ້ນ? ພວກເຂົາເຊື່ອວ່າ “ເລື່ອງນີ້ຢູ່ພາຍໃຕ້ຂອບເຂດສິດອໍານາດຂອງຂ້ອຍ. ຂ້ອຍມີສິດທີ່ຈະຈັດສັນ ແລະ ແຈກຢາຍຜູ້ຄົນ, ເງິນ ແລະ ວັດຖຸສິ່ງຂອງທີ່ຢູ່ໃນຂອບເຂດອຳນາດຂອງຂ້ອຍ!” ຫຼັກການຂອງພວກເຂົາສຳລັບການຈັດສັນ ແລະ ການແຈກຢາຍແມ່ນຫຍັງ? ພວກເຂົາຈັດແຈງຕາມໃຈມັກ, ພວກເຂົາໃຊ້ ແລະ ມອບເງິນ ແລະ ວັດຖຸສິ່ງຂອງຕາມໃຈມັກ ໂດຍບໍ່ຍຶດໝັ້ນກັບຫຼັກການໃດໆ, ພວກເຂົາຟຸມເຟືອຍ ແລະ ສິ້ນເປືອງສິ່ງເຫຼົ່ານີ້ຢ່າງບໍ່ເລືອກໜ້າ ແລະ ບໍ່ມີໃຜມີສິດທີ່ຈະແຊກແຊງ. ພວກເຂົາຕ້ອງມີສິດຊີ້ຂາດຕໍ່ທຸກຢ່າງ. ນັ້ນບໍ່ແມ່ນວິທີທີ່ພວກເຂົາຄິດບໍ? ແນ່ນອນວ່າ ພວກເຂົາຈະບໍ່ເວົ້າສິ່ງນີ້ອອກມາສຽງດັງ ໃນຄຳເວົ້າທີ່ຊັດເຈນແບບນັ້ນ ແຕ່ໃນໃຈຂອງພວກເຂົາ, ນີ້ຄືສິ່ງທີ່ພວກເຂົາກຳລັງຄິດຢ່າງແນ່ນອນ: “ການມີຕຳແໜ່ງມີປະໂຫຍດຫຍັງ? ມັນບໍ່ແມ່ນກ່ຽວກັບເງິນ, ກ່ຽວກັບການມີກິນມີໃຊ້ບໍ? ຕອນນີ້, ຂ້ອຍມີຕຳແໜ່ງ; ຂ້ອຍມີສະຖານະນັ້ນ. ມັນຈະບໍ່ໂງ່ບໍ ຖ້າຂ້ອຍບໍ່ສວຍໃຊ້ອຳນາດຂອງຂ້ອຍເພື່ອເຮັດຕາມໃຈຂ້ອຍ?” ນັ້ນບໍ່ແມ່ນສິ່ງທີ່ພວກເຂົາເຊື່ອບໍ? (ແມ່ນແລ້ວ.) ມັນເປັນເພາະວ່າພວກເຂົາມີອຸປະນິໄສແບບນັ້ນ ແລະ ເຊື່ອແບບນີ້, ພວກເຂົາຈຶ່ງກ້າປິດບັງເລື່ອງດັ່ງກ່າວໂດຍບໍ່ມີຄວາມກັງວົນໃຈແມ່ນແຕ່ໜ້ອຍດຽວ, ບໍ່ສົນໃຈຜົນສະທ້ອນໃດໆ, ດ້ວຍທຸກວິທີທາງທີ່ພວກເຂົາສາມາດຄິດອອກ. ມັນບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ພວກເຂົາບໍ່ປະເມີນວ່າສິ່ງນັ້ນຖືກຕ້ອງ ຫຼື ບໍ່ ຫຼື ສິ່ງທີ່ເໝາະສົມທີ່ຈະເຮັດແມ່ນຫຍັງ ຫຼື ຫຼັກການແມ່ນຫຍັງ. ພວກເຂົາບໍ່ພິຈາລະນາສິ່ງເຫຼົ່ານີ້; ການພິຈາລະນາພຽງຢ່າງດຽວຂອງພວກເຂົາກໍຄື ໃຜຈະເບິ່ງແຍງຜົນປະໂຫຍດຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສເປັນສິ່ງທີ່ມີເລ່ລ່ຽມ, ເຫັນແກ່ຕົວ ແລະ ຕ່ຳຊ້າ! ພວກເຂົາຕ່ຳຊ້າສໍ່າໃດ? ມັນສາມາດສະຫຼຸບໄດ້ໃນຄຳດຽວ: ພວກເຂົາບໍ່ມີຢາງອາຍ! ຄົນເຫຼົ່ານັ້ນບໍ່ແມ່ນຂອງເຈົ້າ ແລະ ສິ່ງຂອງເຫຼົ່ານັ້ນກໍບໍ່ແມ່ນຂອງເຈົ້າ ແລະ ເງິນນັ້ນຍິ່ງບໍ່ແມ່ນຂອງເຈົ້າ ແຕ່ເຈົ້າກໍຍັງຢາກຍຶດເອົາມັນມາເປັນຂອງຕົນເອງ ເພື່ອຈັດການຕາມໃຈເຈົ້າ. ຄົນອື່ນບໍ່ມີສິດແມ່ນແຕ່ຈະຮັບຮູ້ກ່ຽວກັບມັນ; ເຖິງແມ່ນວ່າເຈົ້າຈະຟຸມເຟືອຍ ແລະ ສິ້ນເປືອງສິ່ງເຫຼົ່ານັ້ນ, ຄົນອື່ນກໍບໍ່ມີສິດທີ່ຈະສອບຖາມ. ເຈົ້າຖະລໍາເລິກໄປສໍ່າໃດແລ້ວ? ເຈົ້າໄດ້ເຂົ້າສູ່ຄວາມບໍ່ມີຢາງອາຍແລ້ວ! ມັນບໍ່ແມ່ນເລື່ອງທີ່ບໍ່ມີຢາງອາຍບໍ? (ແມ່ນແລ້ວ.) ນັ້ນຄືຜູ້ຕໍ່ຕ້ານພຣະຄຣິສ. ເສັ້ນແບ່ງປະເພດໃດທີ່ຄົນທົ່ວໄປມີ ເຊິ່ງພວກເຂົາຈະບໍ່ຂ້າມ ເມື່ອເວົ້າເຖິງເລື່ອງເງິນ? ພວກເຂົາຄິດວ່າສິ່ງເຫຼົ່ານັ້ນຄືເຄື່ອງຖວາຍຂອງພຣະເຈົ້າ ແລະ ເຄື່ອງຖວາຍແມ່ນຖືກມອບໃຫ້ແກ່ພຣະເຈົ້າໂດຍປະຊາກອນທີ່ພຣະອົງເລືອກ, ສະນັ້ນ ພວກມັນຈຶ່ງເປັນຂອງພຣະເຈົ້າ. ພວກມັນຄື “ຊັບສົມບັດສ່ວນຕົວ” ຂອງພຣະອົງ ດັ່ງທີ່ບາງຄົນອາດຈະເວົ້າ. ສິ່ງທີ່ເປັນຂອງພຣະເຈົ້າບໍ່ໄດ້ເປັນຂອງສ່ວນລວມ ແລະ ບໍ່ໄດ້ເປັນຂອງບຸກຄົນໃດໜຶ່ງ. ໃຜຄືນາຍຂອງເຮືອນຂອງພຣະເຈົ້າ? (ພຣະເຈົ້າ.) ແມ່ນແລ້ວ, ແມ່ນພຣະເຈົ້າ. ແລ້ວເຮືອນຂອງພຣະເຈົ້າປະກອບມີຫຍັງແດ່? ມັນປະກອບມີປະຊາກອນທີ່ພຣະອົງເລືອກໃນແຕ່ລະຄຣິສຕະຈັກ ພ້ອມທັງສະບຽງ ແລະ ຊັບສິນທັງໝົດຂອງແຕ່ລະຄຣິສຕະຈັກ. ທັງໝົດນີ້ເປັນຂອງພຣະເຈົ້າ. ພວກມັນບໍ່ໄດ້ເປັນຂອງບຸກຄົນດຽວຢ່າງແນ່ນອນ ແລະ ບໍ່ມີໃຜມີສິດທີ່ຈະຍຶດເອົາພວກມັນ. ຜູ້ຕໍ່ຕ້ານພຣະຄຣິສຈະຄິດແບບນັ້ນບໍ? (ບໍ່.) ພວກເຂົາເຊື່ອວ່າເຄື່ອງຖວາຍເປັນຂອງຜູ້ທີ່ຈັດການພວກມັນ, ເປັນຂອງຜູ້ທີ່ມີໂອກາດເບີກໃຊ້ສອຍພວກມັນ ແລະ ຖ້າຄົນໃດໜຶ່ງເປັນຜູ້ນໍາ, ພວກເຂົາກໍມີສິດທີ່ຈະເພີດເພີນກັບພວກມັນໄດ້. ນັ້ນຄືເຫດຜົນທີ່ພວກເຂົາໄລ່ຕາມສະຖານະດ້ວຍ ກຳລັງທັງໝົດຂອງພວກເຂົາຢູ່ຕະຫຼອດເວລາ. ເມື່ອພວກເຂົາໄດ້ມັນມາແລ້ວ, ຄວາມຫວັງທັງໝົດຂອງພວກເຂົາກໍເປັນຈິງໃນທີ່ສຸດ. ເປັນຫຍັງພວກເຂົາຈຶ່ງໄລ່ຕາມສະຖານະ? ຖ້າເຈົ້າໃຫ້ພວກເຂົານໍາພາປະຊາກອນທີ່ພຣະເຈົ້າເລືອກຢ່າງລະມັດລະວັງ ໂດຍມີຫຼັກການຢູ່ເບື້ອງຫຼັງການກະທຳຂອງພວກເຂົາ ແຕ່ບໍ່ອະນຸຍາດໃຫ້ພວກເຂົາແຕະຕ້ອງຊັບສິນຂອງຄຣິສຕະຈັກ ຫຼື ເຄື່ອງຖວາຍຂອງພຣະເຈົ້າ, ພວກເຂົາຈະຍັງກະຕືລືລົ້ນໃນການຍາດແຍ່ງຕຳແໜ່ງທີ່ສູງຂຶ້ນຢູ່ບໍ? ຢ່າງແນ່ນອນວ່າບໍ່. ພວກເຂົາຈະລໍຖ້າຢ່າງບໍ່ກະຕືລືລົ້ນ ແລະ ປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດ. ພວກເຂົາຈະຄິດວ່າ “ຖ້າຂ້ອຍຖືກເລືອກ, ຂ້ອຍກໍຈະເຮັດວຽກ ແລະ ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ; ຖ້າຂ້ອຍບໍ່ຖືກເລືອກ, ຂ້ອຍກໍຈະບໍ່ປະຈົບປະແຈງໃຜ. ຂ້ອຍຈະບໍ່ເວົ້າ ຫຼື ເຮັດຫຍັງກ່ຽວກັບເລື່ອງນັ້ນ”. ມັນເປັນເພາະວ່າຜູ້ຕໍ່ຕ້ານພຣະຄຣິສຄິດວ່າ ໃນຖານະຜູ້ນໍາ, ຄົນເຮົາມີສິດທີ່ຈະບົງການ ແລະ ເພີດເພີນກັບຊັບສິນທັງໝົດຂອງຄຣິສຕະຈັກ ພວກເຂົາຈຶ່ງຄິດຫາທຸກວິທີທາງໃນຄວາມພະຍາຍາມຂອງພວກເຂົາທີ່ຈະຄວ້າຫາຕຳແໜ່ງທີ່ສູງຂຶ້ນ ຈົນເຖິງຂັ້ນບໍ່ມີຢາງອາຍ ເພື່ອໃຫ້ໄດ້ຮັບສະຖານະ ແລະ ເພີດເພີນກັບທຸກສິ່ງທີ່ສະຖານະນັ້ນນຳມາໃຫ້. ການບໍ່ມີຢາງອາຍໝາຍຄວາມວ່າແນວໃດ? ມັນໝາຍເຖິງການເຮັດສິ່ງທີ່ໜ້າອັບອາຍ. ນັ້ນຄືຄວາມໝາຍຂອງການບໍ່ມີຢາງອາຍ. ຖ້າຄົນໃດໜຶ່ງເວົ້າກັບພວກເຂົາວ່າ “ສິ່ງທີ່ເຈົ້າກຳລັງເຮັດນັ້ນໜ້າອັບອາຍຫຼາຍ!” ພວກເຂົາກໍຈະບໍ່ສົນໃຈ ແຕ່ຄິດວ່າ “ມັນໜ້າອັບອາຍບ່ອນໃດ? ໃຜແດ່ບໍ່ມັກສະຖານະ? ເຈົ້າຮູ້ບໍວ່າມັນຮູ້ສຶກແນວໃດທີ່ມີສະຖານະ? ທີ່ໄດ້ຄວບຄຸມເງິນ? ເຈົ້າຮູ້ຈັກຄວາມສຸກນັ້ນບໍ? ເຈົ້າຮູ້ຈັກຄວາມຮູ້ສຶກຂອງການມີອະພິສິດນັ້ນບໍ? ເຈົ້າເຄີຍຊີມລົດຊາດມັນບໍ?” ນັ້ນຄືວິທີທີ່ພວກຕໍ່ຕ້ານພຣະຄຣິສເບິ່ງສະຖານະ ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບສະຖານະ, ພວກເຂົາກໍຈະຢາກຄວບຄຸມທຸກຢ່າງ. ພວກເຂົາຈະເອົາເຄື່ອງຖວາຍຂອງພຣະເຈົ້າມາຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາເຊັ່ນກັນ. ພວກເຂົາປາຖະໜາທີ່ຈະມີສິດຊີ້ຂາດກ່ຽວກັບສ່ວນໃດໜຶ່ງຂອງວຽກງານຄຣິສຕະຈັກທີ່ຕ້ອງໃຊ້ເງິນ ໂດຍບໍ່ປຶກສາກັບເບື້ອງເທິງເລີຍ. ພວກເຂົາກາຍເປັນເຈົ້າຂອງເງິນຂອງເຮືອນຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າກໍກາຍເປັນຂອງພວກເຂົາ. ພວກເຂົາມີສິດທີ່ຈະຕັດສິນຂັ້ນສຸດທ້າຍກ່ຽວກັບມັນ, ທີ່ຈະບົງການວ່າຈະເກີດຫຍັງຂຶ້ນກັບມັນ, ທີ່ຈະມອບມັນໃຫ້ຄົນນັ້ນຄົນນີ້ຕາມໃຈມັກ, ທີ່ຈະບົງການວ່າເງິນທຸກກີບຖືກໃຊ້ຈ່າຍແນວໃດ. ກັບເຄື່ອງຖວາຍຂອງພຣະເຈົ້າ, ພວກເຂົາບໍ່ເຄີຍກະທຳຢ່າງລະມັດລະວັງ ແລະ ຮອບຄອບຕາມຫຼັກການ; ແຕ່ພວກເຂົາເປັນຜູ້ໃຊ້ຈ່າຍທີ່ຟຸມເຟືອຍ ແລະ ສິ່ງທີ່ພວກເຂົາເວົ້າຖືເປັນສິດຊີ້ຂາດ. ຄົນແບບນັ້ນຄືຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ.

ເຄີຍມີຄົນໜຶ່ງທີ່ຍັກຍອກເຄື່ອງຖວາຍຂອງພຣະເຈົ້າຢ່າງລັບໆ ເຊິ່ງເປັນບັນຫາທີ່ຮ້າຍແຮງ. ມັນບໍ່ແມ່ນການຝ່າຝືນທຳມະດາ; ມັນເປັນບັນຫາກ່ຽວກັບທຳມະຊາດແກ່ນແທ້ຂອງພວກເຂົາ. ເມື່ອພວກເຂົາພົວພັນກັບຜູ້ບໍ່ມີຄວາມເຊື່ອໃນຂະນະທີ່ຈັດການວຽກງານບາງຢ່າງ, ພວກເຂົາກໍມັກອວດອ້າງຢູ່ສະເໝີເພື່ອເຮັດໃຫ້ຜູ້ຄົນຄິດວ່າພວກເຂົາມີເງິນ ແລະ ມີອຳນາດ. ຜົນກໍຄື ຜູ້ຄົນຂໍຢືມເງິນຈາກພວກເຂົາ. ຄົນນີ້ບໍ່ພຽງແຕ່ບໍ່ປະຕິເສດພວກເຂົາເທົ່ານັ້ນ ແຕ່ພວກເຂົາຍັງຮັບປາກທີ່ຈະໃຫ້ຢືມເງິນ ແລະ ຈາກນັ້ນກໍເຮັດແນວນັ້ນໂດຍການໃຊ້ຍຸດທະວິທີຫຼອກລວງຕໍ່ເຮືອນຂອງພຣະເຈົ້າ. ຄົນນີ້ມີບັນຫາທີ່ຮ້າຍແຮງ. ກັບເລື່ອງໃຫຍ່ແບບນັ້ນ, ເຈົ້າຄວນເຮັດບົດລາຍງານຕໍ່ເບື້ອງເທິງ ແລະ ອະທິບາຍຄວາມຈິງ; ເຈົ້າບໍ່ສາມາດສັນຍາກັບຄົນທີ່ນໍາໃຊ້ເຄື່ອງຖວາຍຂອງພຣະເຈົ້າເພື່ອໜ້າຕາ ແລະ ຄວາມທະນົງຕົວຂອງເຈົ້າເອງ. ນັ້ນຄືວິທີທີ່ຄົນທີ່ມີເຫດຜົນ ພ້ອມດ້ວຍຫົວໃຈທີ່ຢຳເກງພຣະເຈົ້າຈະຈັດການກັບເລື່ອງດັ່ງກ່າວ ເມື່ອພວກເຂົາພົບພໍ້ກັບຄົນເຫຼົ່ານັ້ນ. ແຕ່ນັ້ນແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດບໍ? ເປັນຫຍັງພວກເຂົາຈຶ່ງຖືກເອີ້ນວ່າຜູ້ຕໍ່ຕ້ານພຣະຄຣິສ? ເພາະວ່າພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ພວກເຂົາເຮັດຕາມໃຈມັກໂດຍດັນພຣະເຈົ້າ, ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າໄປທາງຫຼັງຂອງຈິດໃຈຂອງພວກເຂົາ. ພວກເຂົາບໍ່ມີການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າເລີຍ ແຕ່ໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງຕົນເອງ, ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງຕົນເອງເປັນອັນດັບທຳອິດ. ພວກເຂົາໃຊ້ວິທີການຫຼອກລວງເພື່ອເຮັດໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກຫຼົງຜິດ ແລະ ດ້ວຍເຫດນັ້ນຈຶ່ງໃຫ້ຜູ້ບໍ່ມີຄວາມເຊື່ອຢືມເງິນ. ມັນແມ່ນເງິນຂອງພວກເຂົາບໍ? ພວກເຂົາໃຫ້ຢືມດ້ວຍຄຳເວົ້າພຽງສອງສາມຄຳ. ນັ້ນບໍ່ແມ່ນການເອົາເຄື່ອງຖວາຍຂອງພຣະເຈົ້າໄປເປັນຂອງຂວັນບໍ? ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ ແລະ ບາງຄົນກໍໄດ້ເຮັດສິ່ງດັ່ງກ່າວແທ້ໆ. ການທີ່ພວກເຂົາສາມາດເຮັດສິ່ງດັ່ງກ່າວໄດ້, ອຸປະນິໄສຂອງພວກເຂົາຕ້ອງເປັນອຸປະນິໄສທີ່ບັງອາດ, ອວດດີຢ່າງຮ້າຍກາດ ແລະ ຂ້ອນຂ້າງມີເລ່ລ່ຽມເຊັ່ນກັນ. ມັນຍັງເຫັນໄດ້ຢ່າງຊັດເຈນວ່າພວກເຂົາໂງ່ຈ້າ, ໂງ່ຈ້າທີ່ສຸດ. ພວກເຂົາຈະຕ້ອງຂຸດຂຸມຝັງຕົວເອງຢ່າງແນ່ນອນ. ບອກເຮົາເບິ່ງ, ຄົນແບບນັ້ນຄວນຖືກຈັດການແນວໃດ? (ພວກເຂົາຄວນຖືກຂັບໄລ່ອອກ.) ແນວນັ້ນບໍ? ຂັບໄລ່ອອກບໍ? ໃຜຈະຊົດເຊີຍຄວາມເສຍຫາຍ? ພວກເຂົາຕ້ອງຖືກບັງຄັບໃຫ້ຈ່າຍຄ່າຊົດເຊີຍ ແລະ ຈາກນັ້ນກໍຖືກຂັບໄລ່ອອກ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໜ້າດ້ານບໍ ທີ່ສາມາດເຮັດສິ່ງດັ່ງກ່າວໄດ້? ພວກເຂົາແຕກຕ່າງຈາກຫົວໜ້າທູດສະຫວັນແນວໃດ? ຫົວໜ້າທູດສະຫວັນຈະເວົ້າຢ່າງໜ້າດ້ານວ່າ “ແມ່ນຂ້ອຍເອງທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກຊັບພະສິ່ງ. ມະນຸດຊາດແມ່ນຂ້ອຍເປັນຜູ້ຄວບຄຸມ!” ມັນຢຽບຍ່ຳ ແລະ ເຮັດໃຫ້ມະນຸດຊາດເສື່ອມຊາມຕາມໃຈມັກ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຍຶດອຳນາດໄດ້ແລ້ວ, ພວກເຂົາກໍເວົ້າວ່າ “ພວກເຈົ້າທຸກຄົນຕ້ອງເຊື່ອໃນຕົວຂ້ອຍ ແລະ ຕິດຕາມຂ້ອຍ. ຂ້ອຍປົກຄອງຢູ່ບ່ອນນີ້ ແລະ ຂ້ອຍມີສິດຊີ້ຂາດ. ຈົ່ງຫັນມາຫາຂ້ອຍໃນທຸກເລື່ອງ ແລະ ເອົາເງິນຂອງຄຣິສຕະຈັກມາໃຫ້ຂ້ອຍ!” ບາງຄົນເວົ້າວ່າ “ເປັນຫຍັງພວກເຮົາຈຶ່ງຄວນເອົາເງິນຂອງຄຣິສຕະຈັກໃຫ້ເຈົ້າ?” ແລະ ຜູ້ຕໍ່ຕ້ານພຣະຄຣິສກໍເວົ້າວ່າ “ຂ້ອຍເປັນຜູ້ນໍາ. ມັນເປັນສິດຂອງຂ້ອຍທີ່ຈະຈັດການເລື່ອງນີ້. ຂ້ອຍຕ້ອງຈັດການທຸກຢ່າງ, ລວມທັງເຄື່ອງຖວາຍ!” ແລ້ວຈາກນັ້ນ, ພວກເຂົາກໍຄວບຄຸມທຸກຢ່າງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສົນໃຈວ່າອ້າຍເອື້ອຍນ້ອງມີບັນຫາ ຫຼື ຄວາມຫຍຸ້ງຍາກຫຍັງແດ່ໃນການເຂົ້າສູ່ຊີວິດຂອງພວກເຂົາ ຫຼື ພວກເຂົາຂາດແຄນໜັງສືບົດເທດສະໜາ ແລະ ພຣະທຳຂອງພຣະເຈົ້າຫົວໃດ. ສິ່ງທີ່ພວກເຂົາສົນໃຈກໍຄື ໃຜເປັນຜູ້ກໍາເງິນຂອງຄຣິສຕະຈັກເພື່ອຮັກສາມັນໄວ້ ແລະ ມັນມີຫຼາຍປານໃດ ແລະ ມັນຖືກໃຊ້ແນວໃດ. ຖ້າເບື້ອງເທິງສອບຖາມກ່ຽວກັບສະຖານະການເງິນຂອງຄຣິສຕະຈັກນັ້ນ, ບໍ່ພຽງແຕ່ພວກເຂົາຈະບໍ່ມອບເງິນຂອງຄຣິສຕະຈັກໃຫ້ເທົ່ານັ້ນ ແຕ່ພວກເຂົາຍັງຈະບໍ່ໃຫ້ເບື້ອງເທິງຮູ້ຄວາມຈິງອີກດ້ວຍ. ເປັນຫຍັງພວກເຂົາຈຶ່ງບໍ່ເຮັດແນວນັ້ນ? ເພາະວ່າພວກເຂົາຕ້ອງການສໍ້ໂກງ ແລະ ເອົາເງິນຂອງຄຣິສຕະຈັກມາເປັນຂອງຕົນເອງ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມສົນໃຈສູງສຸດໃນວັດຖຸສິ່ງຂອງ, ເງິນ ແລະ ສະຖານະ. ແນ່ນອນວ່າ ພວກເຂົາບໍ່ຄືກັບສິ່ງທີ່ພວກເຂົາເວົ້າຢູ່ພາຍນອກເລີຍວ່າ “ຂ້ອຍເຊື່ອໃນພຣະເຈົ້າ. ຂ້ອຍບໍ່ໄລ່ຕາມໂລກ ແລະ ຂ້ອຍບໍ່ໂລບເງິນ”. ພວກເຂົາບໍ່ເປັນຄືກັບທີ່ພວກເຂົາເວົ້າຢ່າງແນ່ນອນ. ເປັນຫຍັງພວກເຂົາຈຶ່ງໄລ່ຕາມ ແລະ ຮັກສາສະຖານະດ້ວຍກຳລັງທັງໝົດຂອງພວກເຂົາ? ເພາະວ່າພວກເຂົາປາຖະໜາທີ່ຈະຄອບຄອງ ຫຼື ຄວບຄຸມ ແລະ ຍຶດເອົາທຸກສິ່ງທີ່ພວກເຂົາມີຂອບເຂດອຳນາດເໜືອ ໂດຍສະເພາະແມ່ນເງິນ ແລະ ວັດຖຸສິ່ງຂອງ. ພວກເຂົາເພີດເພີນກັບເງິນ ແລະ ວັດຖຸສິ່ງຂອງເຫຼົ່ານີ້ ຄືກັບວ່າມັນເປັນຜົນປະໂຫຍດຈາກສະຖານະຂອງພວກເຂົາ. ພວກເຂົາເປັນເຊື້ອສາຍທີ່ແທ້ຈິງຂອງຫົວໜ້າທູດສະຫວັນ ໂດຍມີທຳມະຊາດແກ່ນແທ້ຂອງຊາຕານທັງໃນນາມ ແລະ ໃນຄວາມຈິງ. ທຸກຄົນທີ່ໄລ່ຕາມສະຖານະ ແລະ ໃຫ້ຄຸນຄ່າແກ່ເງິນ ລ້ວນແລ້ວແຕ່ມີບັນຫາກັບອຸປະນິໄສແກ່ນແທ້ຂອງພວກເຂົາຢ່າງແນ່ນອນ. ມັນບໍ່ໄດ້ງ່າຍດາຍພຽງແຕ່ພວກເຂົາມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ: ວກເຂົາມີຄວາມທະເຍີທະຍານຫຼາຍ. ພວກເຂົາຕ້ອງການຄວບຄຸມເງິນຂອງເຮືອນຂອງພຣະເຈົ້າ. ຖ້າພວກເຂົາຖືກມອບໝາຍໃຫ້ຮັບຜິດຊອບວຽກງານໃດໜຶ່ງ, ກ່ອນອື່ນໝົດ, ພວກເຂົາຈະບໍ່ໃຫ້ຄົນອື່ນແຊກແຊງ ແລະ ຈະບໍ່ຍອມຮັບການສອບຖາມ ຫຼື ຄວບຄຸມດູແລຈາກເບື້ອງເທິງ; ນອກເໜືອໄປຈາກນັ້ນ, ເມື່ອພວກເຂົາເປັນຜູ້ຮັບຜິດຊອບວຽກງານໃດໜຶ່ງ, ພວກເຂົາກໍຈະຊອກຫາວິທີທີ່ຈະອວດອ້າງຕົນເອງ, ປົກປ້ອງຕົນເອງ ແລະ ຍົກສູງຕົນເອງ. ພວກເຂົາປາຖະໜາທີ່ຈະເປັນທີ່ໜຶ່ງສະເໝີ, ທີ່ຈະກາຍເປັນຄົນທີ່ປົກຄອງ ແລະ ຄວບຄຸມຄົນອື່ນ. ພວກເຂົາຍັງປາຖະໜາທີ່ຈະກຳອຳນາດ ແລະ ຍາດຊິງສະຖານະທີ່ສູງກວ່າ ແລະ ເຖິງຂັ້ນຄວບຄຸມທຸກສ່ວນຂອງເຮືອນຂອງພຣະເຈົ້າ ໂດຍສະເພາະແມ່ນເງິນຂອງຄຣິສຕະຈັກ. ຜູ້ຕໍ່ຕ້ານພຣະຄຣິສມັກເງິນເປັນພິເສດ. ເມື່ອພວກເຂົາເຫັນມັນ, ຕາຂອງພວກເຂົາກໍເປັນປະກາຍ; ໃນຄວາມຄິດຂອງພວກເຂົາ, ພວກເຂົາຄິດກ່ຽວກັບເງິນ ແລະ ພະຍາຍາມຫາເງິນຢູ່ສະເໝີ. ທັງໝົດນີ້ລ້ວນແຕ່ເປັນສັນຍານ ແລະ ເຄື່ອງໝາຍຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຈົ້າໂອ້ລົມຄວາມຈິງກັບພວກເຂົາ ຫຼື ພະຍາຍາມຮຽນຮູ້ກ່ຽວກັບສະພາວະຂອງອ້າຍເອື້ອຍນ້ອງ ໂດຍຖາມຄຳຖາມເຊັ່ນ: ມີຈັກຄົນທີ່ອ່ອນແອ ແລະ ຄິດລົບ, ແຕ່ລະຄົນໄດ້ຮັບຜົນຫຍັງແດ່ໃນໜ້າທີ່ຂອງພວກເຂົາ ແລະ ຜູ້ໃດແດ່ທີ່ບໍ່ເໝາະສົມກັບໜ້າທີ່ຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ສົນໃຈ. ແຕ່ເມື່ອເວົ້າເຖິງເຄື່ອງຖວາຍຂອງພຣະເຈົ້າ, ຈຳນວນເງິນ, ໃຜເປັນຜູ້ເບິ່ງແຍງຮັກສາມັນ, ມັນຖືກເກັບໄວ້ໃສ, ລະຫັດຜ່ານຂອງມັນ ແລະ ອື່ນໆ, ນີ້ຄືສິ່ງທີ່ພວກເຂົາສົນໃຈທີ່ສຸດ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມຮູ້ຄວາມສາມາດພິເສດກ່ຽວກັບສິ່ງເຫຼົ່ານີ້. ພວກເຂົາຮູ້ຈັກສິ່ງເຫຼົ່ານີ້ຢ່າງລະອຽດ. ນີ້ກໍເປັນສັນຍານຂອງຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ. ຜູ້ຕໍ່ຕ້ານພຣະຄຣິສເກັ່ງທີ່ສຸດໃນການເວົ້າຄຳເວົ້າທີ່ຟັງມ່ວນຫູ ແຕ່ພວກເຂົາບໍ່ເຮັດວຽກງານຕົວຈິງ. ກົງກັນຂ້າມ, ພວກເຂົາໝົກໝຸ້ນຢູ່ກັບຄວາມຄິດທີ່ຈະເພີດເພີນກັບເຄື່ອງຖວາຍຂອງພຣະເຈົ້າຢູ່ສະເໝີ. ບອກເຮົາເບິ່ງ, ຜູ້ຕໍ່ຕ້ານພຣະຄຣິສບໍ່ຜິດສິນທຳບໍ? ພວກເຂົາບໍ່ມີຄວາມເປັນມະນຸດເລີຍ. ພວກເຂົາເປັນມານຮ້າຍຢ່າງແທ້ຈິງ. ໃນວຽກງານຂອງພວກເຂົາ, ພວກເຂົາຫ້າມບໍ່ໃຫ້ມີການແຊກແຊງ, ການສອບຖາມ ແລະ ການຄວບຄຸມດູແລຂອງຄົນອື່ນຢູ່ສະເໝີ. ນີ້ຄືພຶດຕິກຳທີສາມໃນການສະແດງອອກທີແປດຂອງຜູ້ຕໍ່ຕ້ານພຣະຄຣິສ.

ເມື່ອບໍ່ດົນມານີ້, ຄຣິສຕະຈັກແຫ່ງໜຶ່ງໃນປະເທດໜຶ່ງໄດ້ຊື້ອາຄານຫຼັງໜຶ່ງ ແລະ ຈຳເປັນຕ້ອງປັບປຸງສ້ອມແປງມັນ ແລະ ບັງເອີນວ່າຜູ້ນໍາຄຣິສຕະຈັກໃນປະເທດນັ້ນເປັນຜູ້ຕໍ່ຕ້ານພຣະຄຣິສທີ່ຍັງບໍ່ທັນເປີດເຜີຍທາດແທ້ຂອງລາວອອກມາ. ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນໄດ້ໃຊ້ຄົນທີ່ບໍ່ມີໃຜຮູ້ຈັກດີມາເຮັດການປັບປຸງສ້ອມແປງ ແລະ ບໍ່ມີໃຜຮູ້ວ່າລາວມີຄວາມສຳພັນແບບໃດກັບນາງ. ຜົນກໍຄື ຄົນຊົ່ວຮ້າຍຄົນນັ້ນໄດ້ສວຍໂອກາດຈາກສະຖານະການ ແລະ ເງິນຈຳນວນຫຼາຍທີ່ບໍ່ຄວນຖືກໃຊ້ຈ່າຍກໍເສຍຖິ້ມໃນລະຫວ່າງການປັບປຸງສ້ອມແປງ. ມີເຄື່ອງເຟີນີເຈີທີ່ໃຊ້ໄດ້ບາງຢ່າງທີ່ມາພ້ອມກັບເຮືອນ ເຊິ່ງຖືກຂົນອອກໄປທັງໝົດ ແລະ ປ່ຽນແທນດ້ວຍຂອງໃໝ່. ເຄື່ອງເຟີນີເຈີເກົ່າທີ່ຖືກຂົນອອກໄປນັ້ນ ແມ່ນຖືກຄົນຊົ່ວຮ້າຍຄົນນັ້ນເອົາໄປຂາຍເພື່ອເອົາເງິນ. ຄວາມຈິງແລ້ວ ພວກມັນບໍ່ໄດ້ເປ່ເພ, ພວກມັນຍັງສາມາດໃຊ້ໄດ້ ແຕ່ຄົນຊົ່ວຮ້າຍຄົນນັ້ນໄດ້ໃຊ້ເງິນເພີ່ມຕື່ມອີກຈຳນວນໜຶ່ງເພື່ອຊື້ເຄື່ອງໃໝ່, ເພື່ອຫາເງິນ, ເພື່ອສວຍໂອກາດຈາກສະຖານະການ. ຜູ້ຕໍ່ຕ້ານພຣະຄຣິສຮູ້ກ່ຽວກັບເລື່ອງເຫຼົ່ານີ້ບໍ? ນາງຮູ້. ແລ້ວເປັນຫຍັງນາງຈຶ່ງປ່ອຍໃຫ້ລາວກະທຳແບບນັ້ນ? ເພາະວ່າພວກເຂົາຕ້ອງມີຄວາມສຳພັນທີ່ຜິດປົກກະຕິ. ບາງຄົນເຫັນບັນຫາ ແລະ ກຳລັງຈະຕິດຕາມ ແລະ ກວດກາການກໍ່ສ້າງ ເພື່ອເບິ່ງວ່າມັນເປັນແນວໃດ. ທັນທີທີ່ພວກເຂົາເວົ້າວ່າພວກເຂົາຈະໄປເບິ່ງການກໍ່ສ້າງ, ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນກໍກັງວົນ ແລະ ຮ້ອນຮົນ ແລະ ເວົ້າວ່າ “ບໍ່ໄດ້! ຍັງບໍ່ທັນຮອດກຳນົດເວລາເທື່ອ, ບໍ່ອະນຸຍາດໃຫ້ໃຜເບິ່ງ!” ປະຕິກິລິຍາຂອງນາງຮຸນແຮງຫຼາຍ, ອ່ອນໄຫວຫຼາຍ, ມີຫຍັງເກີດຂຶ້ນພາຍໃນເລື່ອງນີ້ບໍ? (ມີ.) ຄົນເຫຼົ່ານັ້ນ, ເຊິ່ງຕອນນີ້ຕົກໃຈໜ້ອຍໜຶ່ງໄດ້ປຶກສາຫາລືກັນກ່ຽວກັບເລື່ອງນີ້: “ແບບນີ້ບໍ່ໄດ້ການ. ນາງບໍ່ຍອມໃຫ້ພວກເຮົາເຂົ້າໄປເບິ່ງການກໍ່ສ້າງ. ຕ້ອງມີບັນຫາຢູ່ບ່ອນນີ້ແນ່ນອນ; ພວກເຮົາຕ້ອງໄປເບິ່ງສະຖານທີ່ຈິງ”. ແຕ່ຜູ້ຕໍ່ຕ້ານພຣະຄຣິສກໍຍັງບໍ່ຍອມໃຫ້ເບິ່ງຈົນກວ່າວຽກງານຈະຮອດກຳນົດສົ່ງມອບ. ບອກເຮົາເບິ່ງ, ຄົນເຫຼົ່ານັ້ນບໍ່ໄດ້ມຶນງົງບໍ? ຄວາມຈິງທີ່ວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມໃຫ້ເບິ່ງການກໍ່ສ້າງນັ້ນ ພິສູດວ່າຕ້ອງມີຫຍັງເກີດຂຶ້ນ. ພວກເຂົາຈຳເປັນຕ້ອງຟ້າວລາຍງານຕໍ່ເບື້ອງເທິງ ຫຼື ຮ່ວມກັນປົດນາງອອກ ຫຼື ບຸກເຂົ້າໄປເບິ່ງ ແລະ ກວດກາການກໍ່ສ້າງ. ນັ້ນຄືຄວາມຮັບຜິດຊອບຂອງພວກເຂົາ. ຖ້າພວກເຂົາບໍ່ສາມາດແບກຮັບຄວາມຮັບຜິດຊອບນັ້ນໄດ້, ນັ້ນໝາຍຄວາມວ່າພວກເຂົາເປັນຄົນຂີ້ຢ້ານທີ່ບໍ່ມີປະໂຫຍດ ແລະ ບໍ່ມີຄວາມສາມາດ. ຄົນຂີ້ຢ້ານທີ່ບໍ່ມີຄວາມສາມາດເຫຼົ່ານັ້ນບໍ່ໄດ້ຢືນຢັດ. ມັນບໍ່ແມ່ນບັນຫາກ່ຽວກັບເຮືອນຂອງພວກເຂົາເອງ, ສະນັ້ນ ພວກເຂົາຈຶ່ງບໍ່ສົນມັນ. ພວກເຂົາຈັ່ງແມ່ນເຫັນແກ່ຕົວ ແລະ ຂາດຄວາມຮັບຜິດຊອບຂອງພວກເຂົາ. ແລ້ວເມື່ອວຽກງານຖືກສົ່ງມອບ, ເຮົາໄດ້ເຫັນຜ່ານວິດີໂອວ່າມີບັນຫາ. ເຮົາເຫັນບັນຫາຫຍັງ? ມີໂຕະໜ່ວຍໜຶ່ງຢູ່ກາງຫ້ອງປະຊຸມ ແລະ ອ້ອມຮອບມັນມີຕັ່ງໜັງຄືກັບທີ່ໃຊ້ໃນຫ້ອງການຫຼູຫຼາ. ຕັ່ງທີ່ເຮົານັ່ງລ້ວນແຕ່ເປັນຕັ່ງທຳມະດາ, ສະນັ້ນ ຄົນທຳມະດາເຫຼົ່ານັ້ນຄວນໃຊ້ຂອງຫຼູຫຼາແບບນັ້ນບໍ? (ບໍ່.) ນັ້ນຄືປະເພດຂອງເຄື່ອງເຟີນີເຈີທີ່ສອງຄົນນັ້ນຕິດຕັ້ງ ແລະ ຄົນຢູ່ບ່ອນນັ້ນກໍຮູ້ສຶກພໍໃຈຫຼາຍທີ່ໄດ້ນັ່ງຕັ່ງເຫຼົ່ານັ້ນ. ເມື່ອເຮົາຄົ້ນພົບບັນຫາ, ເຮົາກໍໂທຫາຄົນຊົ່ວຊ້າຄົນນັ້ນ ແລະ ເລີ່ມສືບສວນເລື່ອງດັ່ງກ່າວ. ທຸກບ່ອນ, ໃນແຕ່ລະຫ້ອງ, ການກວດກາໄດ້ເປີດເຜີຍໃຫ້ເຫັນບັນຫາຫຼາຍຢ່າງ ແລະ ຄວາມເສຍຫາຍທາງການເງິນຢ່າງມະຫາສານ. ເຄື່ອງເຟີນີເຈີເດີມຈໍານວນໜຶ່ງຂອງເຮືອນຍັງໃຊ້ໄດ້ ແຕ່ຄົນຊົ່ວຮ້າຍຄົນນັ້ນກໍຂົນພວກມັນອອກໄປ ແລະ ຂາຍພວກມັນ ເພື່ອຫາເງິນຈາກພວກມັນ; ຍິ່ງໄປກວ່ານັ້ນ, ລາວໄດ້ເງິນເມື່ອລາວຊື້ເຄື່ອງເຟີນີເຈີໃໝ່ລາຄາແພງເຫຼົ່ານັ້ນ; ແລະ ນອກຈາກນັ້ນ, ລາວໄດ້ຕິດຕັ້ງອຸປະກອນຈໍານວນໜຶ່ງທີ່ບໍ່ຄວນຢູ່ໃນຄຣິສຕະຈັກ. ຄົນຊົ່ວຮ້າຍຄົນນັ້ນເຮັດສິ່ງນີ້ໂດຍບໍ່ປຶກສາໃຜເລີຍ. ເມື່ອລາວເຮັດສິ່ງນີ້, ຜູ້ຕໍ່ຕ້ານພຣະຄຣິສຮູ້ກ່ຽວກັບມັນບໍ? ນາງໜ້າຈະຮູ້. ນາງໄປສະຖານທີ່ກໍ່ສ້າງທຸກມື້ ແລະ ເມື່ອເຫັນມັນແລ້ວ, ນາງກໍບໍ່ໄດ້ລາຍງານ, ແຕ່ປ່ອຍໃຫ້ລາວຜານເງິນ. ຈັ່ງແມ່ນກ້າແທ້! ນາງເປັນຜູ້ເຊື່ອໃນພຣະເຈົ້າບໍ? ຫຼັງຈາກ 20 ປີທີ່ເຊື່ອໃນພຣະເຈົ້າ, ນາງກໍໜ້າລັງກຽດຂະໜາດນີ້ ແລະ ເຮັດສິ່ງແບບນັ້ນ. ນາງເປັນຄົນປະເພດໃດ? ນາງບໍ່ແມ່ນຄົນ! ແມ່ນແຕ່ຄົນດີໃນທ່າມກາງຜູ້ບໍ່ມີຄວາມເຊື່ອກໍບໍ່ເຮັດແບບນັ້ນ; ຈັ່ງແມ່ນຜິດສິນທຳແທ້! ທຸກຄັ້ງທີ່ເບື້ອງເທິງຖາມນາງກ່ຽວກັບວຽກງານການກໍ່ສ້າງ, ນາງກໍເຮັດບໍ່ຮູ້ເພື່ອຕົບຕາເບື້ອງເທິງ, ປິດບັງ ແລະ ເຊື່ອງອຳສິ່ງຕ່າງໆ ແລະ ໃນທີ່ສຸດ ບັນຫາຫຼາຍຢ່າງກໍເກີດຂຶ້ນ. ຖ້າແນວນັ້ນ, ມັນຈະຮຸນແຮງເກີນໄປບໍທີ່ຈະຂັບໄລ່ນາງອອກ ແລະ ໃຫ້ນາງໄປຊອກວຽກເຮັດເພື່ອຫາເງິນມາຊົດໃຊ້ຄວາມເສຍຫາຍ? (ບໍ່.) ບອກເຮົາເບິ່ງ, ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນຈະສາມາດສົ່ງເງິນຄືນໄດ້, ນາງຈະພົບຄວາມສະຫງົບໃນຊີວິດນີ້ບໍ? ນາງຈະມີເວລາທີ່ສະບາຍບໍ? ເຮົາຢ້ານວ່ານາງຈະຕ້ອງໃຊ້ເວລາຕະຫຼອດຊີວິດຂອງນາງໃນຄວາມທໍລະມານ. ຖ້ານາງຮູ້ວ່າການກະທຳຂອງນາງຈະມາເຖິງຈຸດນີ້, ເປັນຫຍັງນາງຈຶ່ງກະທຳແບບນັ້ນໃນຕອນນັ້ນ? ເປັນຫຍັງນາງຈຶ່ງເຮັດແບບນັ້ນຕັ້ງແຕ່ທຳອິດ? ມັນບໍ່ແມ່ນວ່ານາງຫາກໍເຊື່ອໃນພຣະເຈົ້າໄດ້ພຽງປີ ຫຼື ສອງປີ ແລະ ບໍ່ຮູ້ກົດລະບຽບໃນເຮືອນຂອງພຣະອົງ ຫຼື ການມີຫົວໃຈທີ່ຢຳເກງພຣະເຈົ້າແມ່ນຫຍັງ ຫຼື ຄວາມຈົງຮັກພັກດີແມ່ນຫຍັງ. ຫຼັງເຊື່ອໃນພຣະອົງມາຫຼາຍປີ, ນາງກໍບໍ່ໄດ້ປ່ຽນແປງເລີຍ ແລະ ເຖິງແມ່ນວ່ານາງຈະສາມາດອອກເຫື່ອແຮງໄດ້ໜ້ອຍໜຶ່ງ, ນາງກໍຍັງກະທຳຄວາມຊົ່ວຮ້າຍດັ່ງກ່າວ! ສຳລັບການເປັນຄົນໜ້າລັງກຽດຂະໜາດນັ້ນ, ນາງຄວນຖືກກຳຈັດ ແລະ ສາບແຊ່ງ!

ຜູ້ຕໍ່ຕ້ານພຣະຄຣິສມີບາງຢ່າງທີ່ຄືກັນໃນວິທີການເຮັດວຽກຂອງພວກເຂົາ: ບໍ່ວ່າພວກເຂົາຈະເຮັດວຽກຫຍັງກໍຕາມ, ພວກເຂົາຫ້າມບໍ່ໃຫ້ຄົນອື່ນແຊກແຊງ ຫຼື ສອບຖາມ. ພວກເຂົາຕ້ອງການປິດບັງ ແລະ ເຊື່ອງອຳສິ່ງຕ່າງໆຢູ່ສະເໝີ. ພວກເຂົາຕ້ອງມີແຜນການບາງຢ່າງ; ພວກເຂົາບໍ່ອະນຸຍາດໃຫ້ຜູ້ຄົນຄົ້ນພົບບັນຫາໃນວຽກງານຂອງພວກເຂົາ. ຖ້າພວກເຂົາເຮັດສິ່ງຕ່າງໆຢ່າງເປີດເຜີຍ ແລະ ກົງໄປກົງມາ, ໃນວິທີທີ່ສອດຄ່ອງກັບຄວາມຈິງ ແລະ ຫຼັກການ, ດ້ວຍຄວາມສໍານຶກທີ່ໃສສະອາດ, ພວກເຂົາຈະຕ້ອງກັງວົນເລື່ອງຫຍັງ? ມີຫຍັງໃນນັ້ນທີ່ເວົ້າອອກມາບໍ່ໄດ້? ເປັນຫຍັງພວກເຂົາຈຶ່ງບໍ່ອະນຸຍາດໃຫ້ຄົນອື່ນສອບຖາມ ແລະ ແຊກແຊງ? ພວກເຂົາກັງວົນເລື່ອງຫຍັງ? ພວກເຂົາຢ້ານຫຍັງ? ພວກເຂົາມີແຜນການບາງຢ່າງຢ່າງຊັດເຈນ, ມັນເຫັນໄດ້ຢ່າງຊັດເຈນຫຼາຍ! ຜູ້ຕໍ່ຕ້ານພຣະຄຣິສເຮັດວຽກໂດຍບໍ່ມີຄວາມໂປ່ງໃສເລີຍ. ເມື່ອພວກເຂົາເຮັດສິ່ງທີ່ບໍ່ດີ, ພວກເຂົາກໍຄິດຫາວິທີທີ່ຈະເຊື່ອງ ແລະ ປິດບັງມັນ, ສ້າງພາບລວງຕາ ເຖິງຂັ້ນໃຊ້ການຫຼອກລວງຢ່າງໜ້າດ້ານ. ຜົນຂອງສິ່ງນີ້ແມ່ນຫຍັງ? ພຣະເຈົ້າກວດສອບທຸກສິ່ງ ແລະ ເຖິງແມ່ນວ່າຄົນອື່ນອາດຈະບໍ່ຮູ້ເລື່ອງບາງຢ່າງໃນໄລຍະໜຶ່ງ ແລະ ອາດຈະຖືກເຮັດໃຫ້ຫຼົງຜິດຊົ່ວຄາວ ແຕ່ມື້ນັ້ນຈະມາເຖິງ ເມື່ອພຣະເຈົ້າເປີດເຜີຍມັນ. ໃນສາຍພຣະເນດຂອງພຣະເຈົ້າ, ທຸກສິ່ງແມ່ນເປີດເຜີຍ, ທຸກສິ່ງຖືກເປີດໂປງ. ມັນບໍ່ມີປະໂຫຍດທີ່ເຈົ້າຈະປິດບັງບາງຢ່າງຈາກພຣະເຈົ້າ. ພຣະອົງຊົງລິດທານຸພາບສູງສຸດ ແລະ ເມື່ອພຣະອົງຕັດສິນໃຈທີ່ຈະເປີດເຜີຍເຈົ້າ, ທຸກສິ່ງກໍຈະຖືກເປີດເຜີຍອອກມາຢ່າງຊັດເຈນ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສ, ຄົນໂງ່ເຫຼົ່ານັ້ນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຜູ້ທີ່ມີທຳມະຊາດຂອງຫົວໜ້າທູດສະຫວັນເທົ່ານັ້ນ ທີ່ຈະເຊື່ອວ່າ “ຕາບໃດທີ່ຂ້ອຍປິດບັງເລື່ອງຕ່າງໆຢ່າງໜ່ຽວແໜ້ນ ແລະ ບໍ່ໃຫ້ເຈົ້າແຊກແຊງ ຫຼື ສອບຖາມ ແລະ ບໍ່ໃຫ້ເຈົ້າຄວບຄຸມດູແລສິ່ງຕ່າງໆ, ເຈົ້າກໍຈະບໍ່ຮູ້ຫຍັງເລີຍ ແລະ ຂ້ອຍກໍຈະຄວບຄຸມຄຣິສຕະຈັກນີ້ຢ່າງສົມບູນ!” ພວກເຂົາເຊື່ອວ່າຖ້າພວກເຂົາປົກຄອງຄືດັ່ງກະສັດ, ພວກເຂົາຈະສາມາດຄວບຄຸມສະຖານະການໄດ້. ນັ້ນຄືສິ່ງທີ່ເປັນຈິງແທ້ໆບໍ? ພວກເຂົາບໍ່ຮູ້ວ່າພຣະເຈົ້າຊົງລິດທານຸພາບສູງສຸດ; ຄວາມສະຫຼາດຂອງພວກເຂົາແມ່ນພວກເຂົາຄິດໄປເອງ. ພຣະເຈົ້າກວດສອບທຸກສິ່ງ. ຕົວຢ່າງ: ສົມມຸດວ່າເຈົ້າເຮັດຄວາມຊົ່ວຮ້າຍໃນມື້ນີ້. ພຣະເຈົ້າກວດສອບມັນ ແຕ່ພຣະອົງບໍ່ເປີດເຜີຍເຈົ້າ, ພຣະອົງກຳລັງໃຫ້ໂອກາດເຈົ້າກັບໃຈ. ເຈົ້າເຮັດຄວາມຊົ່ວຮ້າຍອີກໃນມື້ອື່ນ ແລະ ເຈົ້າກໍຍັງບໍ່ລາຍງານມັນ ຫຼື ກັບໃຈ; ພຣະເຈົ້າຍັງໃຫ້ໂອກາດເຈົ້າ ແລະ ລໍຖ້າໃຫ້ເຈົ້າກັບໃຈ. ແຕ່ຖ້າເຈົ້າຍັງບໍ່ກັບໃຈ, ພຣະເຈົ້າກໍຈະບໍ່ຢາກໃຫ້ໂອກາດນັ້ນແກ່ເຈົ້າ. ພຣະອົງຈະລັງກຽດເຈົ້າ ແລະ ກຽດຊັງເຈົ້າ ແລະ ໃນສ່ວນເລິກຂອງຫົວໃຈຂອງພຣະອົງ, ພຣະອົງຈະບໍ່ປາຖະໜາທີ່ຈະຊ່ວຍໃຫ້ເຈົ້າລອດພົ້ນ ແລະ ພຣະອົງຈະປະຖິ້ມເຈົ້າຢ່າງສິ້ນເຊີງ. ໃນກໍລະນີນັ້ນ, ມັນຈະເປັນເລື່ອງຂອງເວລາ ກ່ອນທີ່ພຣະອົງຈະເປີດເຜີຍເຈົ້າ ແລະ ບໍ່ວ່າເຈົ້າຈະພະຍາຍາມປິດບັງສິ່ງຕ່າງໆ ຫຼື ຂັດຂວາງສິ່ງນີ້ແນວໃດກໍຕາມ, ມັນກໍຈະບໍ່ມີຜົນຫຍັງເລີຍ. ບໍ່ວ່າມືຂອງເຈົ້າຈະໃຫຍ່ສໍ່າໃດ, ເຈົ້າສາມາດເອົາມັນບັງຟ້າໄດ້ບໍ? ບໍ່ວ່າເຈົ້າຈະມີຄວາມສາມາດສໍ່າໃດ, ເຈົ້າສາມາດບັງສາຍພຣະເນດຂອງພຣະເຈົ້າໄດ້ບໍ? (ບໍ່.) ສິ່ງເຫຼົ່ານັ້ນຄືແນວຄວາມຄິດທີ່ໂງ່ຈ້າຂອງມະນຸດ. ສຳລັບເລື່ອງທີ່ວ່າພຣະເຈົ້າຊົງລິດທານຸພາບສູງສຸດສໍ່າໃດນັ້ນ, ຜູ້ຄົນກໍສາມາດຮູ້ສຶກເຖິງສິ່ງນີ້ໄດ້ໜ້ອຍໜຶ່ງແລ້ວໃນພຣະທຳຂອງພຣະອົງ. ຍິ່ງໄປກວ່ານັ້ນ, ສະມາຊິກທຸກຄົນຂອງມະນຸດຊາດທີ່ເສື່ອມຊາມນີ້ ທີ່ໄດ້ກະທຳຄວາມຊົ່ວຮ້າຍຢ່າງໃຫຍ່ຫຼວງ ແລະ ຕໍ່ຕ້ານພຣະເຈົ້າໂດຍກົງ ລ້ວນແລ້ວແຕ່ໄດ້ພົບກັບການລົງໂທດຕ່າງໆ ແລະ ທຸກຄົນທີ່ເຫັນສິ່ງນີ້ກໍເຊື່ອຢ່າງສິ້ນເຊີງ ແລະ ຍອມຮັບວ່າມັນເປັນຜົນກຳ. ແມ່ນແຕ່ຜູ້ບໍ່ມີຄວາມເຊື່ອກໍສາມາດເຫັນໄດ້ວ່າຄວາມຊອບທຳຂອງພຣະເຈົ້າບໍ່ສາມາດລ່ວງເກີນໄດ້, ສະນັ້ນ ຜູ້ທີ່ເຊື່ອໃນພຣະອົງກໍຄວນຈະສາມາດເຫັນສິ່ງນີ້ໄດ້ຫຼາຍກວ່ານັ້ນ. ຄວາມຊົງລິດທານຸພາບ ແລະ ສະຕິປັນຍາຂອງພຣະເຈົ້ານັ້ນບໍ່ສາມາດວັດແທກໄດ້. ມະນຸດບໍ່ມີທາງທີ່ຈະເຫັນພວກມັນຢ່າງຊັດເຈນ. ມີເພງນັ້ນ, ມັນຮ້ອງວ່າແນວໃດ? (“ການກະທຳຂອງພຣະເຈົ້າບໍ່ສາມາດວັດແທກໄດ້”.) ນີ້ຄືແກ່ນແທ້ຂອງພຣະເຈົ້າ, ການເປີດເຜີຍທີ່ແທ້ຈິງກ່ຽວກັບອັດຕະລັກ ແລະ ແກ່ນແທ້ຂອງພຣະອົງ. ບໍ່ຈຳເປັນຕ້ອງມີການຄາດເດົາ ຫຼື ການສັນນິຖານຂອງເຈົ້າ. ເຈົ້າພຽງແຕ່ຕ້ອງເຊື່ອພຣະທຳເຫຼົ່ານັ້ນ, ແລ້ວເຈົ້າກໍຈະບໍ່ເຮັດສິ່ງທີ່ໂງ່ຈ້າດັ່ງກ່າວ. ຜູ້ຄົນລ້ວນແຕ່ຄິດວ່າຕົນເອງສະຫຼາດ; ພວກເຂົາເອົາໃບໄມ້ບັງຕາຂອງພວກເຂົາ ແລະ ເວົ້າວ່າ “ພຣະອົງເຫັນຂ້ອຍບໍ?” ພຣະເຈົ້າກ່າວວ່າ “ບໍ່ພຽງແຕ່ເຮົາສາມາດເຫັນເຈົ້າທັງໝົດເທົ່ານັ້ນ, ເຮົາຍັງເຫັນຫົວໃຈຂອງເຈົ້າ ແລະ ເຫັນວ່າເຈົ້າເກີດເປັນມະນຸດຈັກຄັ້ງແລ້ວ” ແລະ ຜູ້ຄົນກໍປາກບໍ່ອອກ. ຢ່າຄິດວ່າຕົນເອງສະຫຼາດ; ຢ່າຄິດວ່າ “ພຣະເຈົ້າບໍ່ຮູ້ກ່ຽວກັບເລື່ອງນີ້ ແລະ ພຣະອົງບໍ່ຮູ້ກ່ຽວກັບເລື່ອງນັ້ນ. ບໍ່ມີອ້າຍເອື້ອຍນ້ອງຄົນໃດເຫັນ. ບໍ່ມີໃຜຮູ້. ຂ້ອຍມີແຜນການນ້ອຍໆຂອງຂ້ອຍເອງ. ເບິ່ງແມ້ວ່າຂ້ອຍສະຫຼາດສໍ່າໃດ!” ໃນໂລກນີ້, ຄົນທີ່ບໍ່ເຂົ້າໃຈຄວາມຈິງ ຫຼື ບໍ່ເຊື່ອວ່າພຣະເຈົ້າມີອໍານາດສູງສຸດເໜືອທຸກສິ່ງ ລ້ວນແລ້ວແຕ່ບໍ່ສະຫຼາດເລີຍ. ບໍ່ວ່າພວກເຂົາຈະເວົ້າ ຫຼື ເຮັດຫຍັງກໍຕາມ, ໃນທີ່ສຸດແລ້ວ, ມັນກໍຜິດພາດທັງໝົດ, ລ້ວນແລ້ວແຕ່ລະເມີດຄວາມຈິງ, ລ້ວນແລ້ວແຕ່ຕໍ່ຕ້ານພຣະເຈົ້າ. ມີຄົນພຽງປະເພດດຽວເທົ່ານັ້ນທີ່ສະຫຼາດ. ນັ້ນຄືປະເພດໃດ? ປະເພດທີ່ເຊື່ອວ່າພຣະເຈົ້າກວດສອບທຸກສິ່ງ, ວ່າພຣະອົງສາມາດເຫັນທຸກສິ່ງ ແລະ ວ່າພຣະອົງມີອໍານາດສູງສຸດເໜືອທຸກສິ່ງ. ຄົນແບບນັ້ນສະຫຼາດທີ່ສຸດ ເພາະວ່າພວກເຂົາອ່ອນນ້ອມຕໍ່ພຣະເຈົ້າໃນທຸກສິ່ງທີ່ພວກເຂົາເຮັດ; ທຸກສິ່ງທີ່ພວກເຂົາເຮັດແມ່ນສອດຄ່ອງກັບຄວາມຈິງ, ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ໄດ້ພົບກັບພອນຂອງພຣະເຈົ້າ. ຄົນເຮົາຈະສະຫຼາດ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າພວກເຂົາສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ ຫຼື ບໍ່; ມັນຂຶ້ນຢູ່ກັບວ່າສິ່ງທີ່ພວກເຂົາເວົ້າ ແລະ ເຮັດນັ້ນສອດຄ່ອງກັບຄວາມຈິງ ຫຼື ບໍ່. ຖ້າເຈົ້າມີແນວຄວາມຄິດນີ້: “ນີ້ຄືສິ່ງທີ່ຂ້ອຍຄິດກ່ຽວກັບເລື່ອງນີ້ ແລະ ນັ້ນຄືສິ່ງທີ່ຂ້ອຍຢາກເຮັດ ເພາະວ່າມັນຈະເປັນປະໂຫຍດຕໍ່ຂ້ອຍ ແຕ່ຂ້ອຍບໍ່ຢາກບອກເລື່ອງນີ້ໃຫ້ຄົນອື່ນຮູ້ ແລະ ຂ້ອຍກໍບໍ່ຢາກໃຫ້ພວກເຂົາຮູ້ກ່ຽວກັບມັນ”, ນັ້ນແມ່ນວິທີຄິດທີ່ຖືກຕ້ອງບໍ? (ບໍ່ແມ່ນ.) ເຈົ້າຄວນເຮັດແນວໃດ ເມື່ອເຈົ້າຮູ້ວ່າ ນັ້ນບໍ່ແມ່ນວິທີຄິດທີ່ຖືກຕ້ອງ? ເຈົ້າຄວນຕົບໜ້າຕົນເອງແຮງໆ ເພື່ອສັ່ງສອນຕົນເອງ. ເຈົ້າຄິດວ່າຖ້າເຈົ້າບໍ່ເວົ້າອອກມາ, ພຣະເຈົ້າຈະບໍ່ຮູ້ບໍ? ຄວາມຈິງກໍຄື ໃນຂະນະທີ່ເຈົ້າກຳລັງມີຄວາມຄິດນັ້ນ, ພຣະເຈົ້າຮູ້ຈັກຫົວໃຈຂອງເຈົ້າ. ພຣະອົງຮູ້ໄດ້ແນວໃດ? ພຣະເຈົ້າໄດ້ເບິ່ງທະລຸທຳມະຊາດແກ່ນແທ້ຂອງມະນຸດແລ້ວ. ສະນັ້ນ, ເປັນຫຍັງພຣະອົງຈຶ່ງບໍ່ເປີດໂປງເຈົ້າໃນເລື່ອງນີ້? ເຖິງແມ່ນວ່າພຣະອົງບໍ່ເປີດໂປງມັນ, ເຈົ້າກໍຈະສາມາດຄ່ອຍໆເຂົ້າໃຈມັນໄດ້ດ້ວຍຕົນເອງ ເພາະວ່າເຈົ້າໄດ້ກິນ ແລະ ດື່ມພຣະທຳຂອງພຣະອົງມາຫຼາຍແລ້ວ. ເຈົ້າມີຄວາມສໍານຶກ ແລະ ເຫດຜົນ, ມີຄວາມຄິດ ແລະ ການຄິດທີ່ປົກກະຕິ; ເຈົ້າຄວນຈະສາມາດຄິດອອກໄດ້ດ້ວຍຕົນເອງວ່າສິ່ງໃດຖືກ ແລະ ສິ່ງໃດຜິດ. ພຣະເຈົ້າກຳລັງໃຫ້ເວລາ ແລະ ໂອກາດແກ່ເຈົ້າໃນການຄິດທົບທວນເລື່ອງຕ່າງໆຢ່າງຊ້າໆ ເພື່ອເບິ່ງວ່າເຈົ້າໂງ່ຈ້າ ຫຼື ບໍ່. ເຈົ້າຈະເຫັນຜົນຫຼັງຈາກຄິດທົບທວນເລື່ອງດັ່ງກ່າວເປັນເວລາສອງສາມມື້: ເຈົ້າຈະຮູ້ໃນຕອນນັ້ນວ່າ ເຈົ້າໂງ່ ແລະ ຈ້າ ແລະ ເຈົ້າບໍ່ຄວນພະຍາຍາມເຊື່ອງເລື່ອງນັ້ນຈາກພຣະເຈົ້າ. ໃນທຸກເລື່ອງ, ເຈົ້າຄວນເປີດເຜີຍທຸກຢ່າງຕໍ່ພຣະເຈົ້າ ແລະ ເຈົ້າຄວນເປີດເຜີຍຢ່າງກົງໄປກົງມາ. ນີ້ຄືເງື່ອນໄຂ ແລະ ສະພາວະດຽວເທົ່ານັ້ນທີ່ຄວນຮັກສາໄວ້ຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າຕອນທີ່ເຈົ້າບໍ່ເປີດໃຈ, ເຈົ້າກໍເປີດເຜີຍຢູ່ຕໍ່ໜ້າພຣະເຈົ້າ. ຈາກມຸມມອງຂອງພຣະເຈົ້າ, ພຣະອົງຮູ້ຄວາມຈິງ, ບໍ່ວ່າເຈົ້າຈະເປີດໃຈກ່ຽວກັບມັນ ຫຼື ບໍ່. ເຈົ້າບໍ່ໂງ່ຈ້າຫຼາຍບໍ ຖ້າເຈົ້າບໍ່ສາມາດເບິ່ງທະລຸເຖິງສິ່ງນັ້ນ? ແລ້ວເຈົ້າຈະເປັນຄົນສະຫຼາດໄດ້ແນວໃດ? ໂດຍການເປີດໃຈຂອງເຈົ້າຕໍ່ພຣະເຈົ້າ. ເຈົ້າຮູ້ວ່າພຣະເຈົ້າກວດສອບ ແລະ ຮູ້ທຸກສິ່ງ, ສະນັ້ນ ຢ່າຄິດວ່າຕົນເອງສະຫຼາດ ແລະ ຄິດວ່າພຣະອົງອາດຈະບໍ່ຮູ້; ໃນເມື່ອມັນແນ່ນອນແລ້ວວ່າ ພຣະເຈົ້າສັງເກດເບິ່ງຫົວໃຈຂອງຜູ້ຄົນຢ່າງລັບໆ, ຄົນສະຫຼາດກໍຄວນເປີດໃຈຫຼາຍຂຶ້ນ, ບໍລິສຸດຫຼາຍຂຶ້ນໜ້ອຍໜຶ່ງ ແລະ ມີຄວາມຊື່ສັດ. ນັ້ນຄືສິ່ງທີ່ສະຫຼາດທີ່ຈະເຮັດ. ການຮູ້ສຶກວ່າຕົນເອງສະຫຼາດຢູ່ສະເໝີ; ການປາຖະໜາທີ່ຈະເກັບຄວາມລັບນ້ອຍໆຂອງຕົນເອງໄວ້ສະເໝີ; ການພະຍາຍາມຮັກສາຄວາມເປັນສ່ວນຕົວໜ້ອຍໜຶ່ງໄວ້ສະເໝີ. ນັ້ນແມ່ນວິທີຄິດທີ່ຖືກຕ້ອງບໍ? ມັນບໍ່ເປັນຫຍັງທີ່ຈະເປັນແບບນັ້ນກັບຄົນອື່ນ ເພາະວ່າບາງຄົນບໍ່ແມ່ນຄົນທີ່ຄິດບວກ ແລະ ບໍ່ຮັກຄວາມຈິງ. ເຈົ້າສາມາດສະຫງວນທ່າທີໄວ້ໜ້ອຍໜຶ່ງກັບຄົນແບບນັ້ນ. ຢ່າເປີດເຜີຍຫົວໃຈຂອງເຈົ້າໃຫ້ພວກເຂົາຮູ້. ຕົວຢ່າງ: ສົມມຸດວ່າມີຄົນທີ່ເຈົ້າກຽດຊັງ ແລະ ເຈົ້າໄດ້ເວົ້າບໍ່ດີກ່ຽວກັບພວກເຂົາລັບຫຼັງ. ເຈົ້າຄວນບອກພວກເຂົາກ່ຽວກັບເລື່ອງນັ້ນບໍ? ຢ່າບອກ. ພຽງແຕ່ບໍ່ເຮັດສິ່ງດັ່ງກ່າວອີກກໍພຽງພໍແລ້ວ. ຖ້າເຈົ້າເວົ້າເຖິງມັນ, ມັນກໍຈະທຳລາຍຄວາມສຳພັນລະຫວ່າງພວກເຈົ້າສອງຄົນ. ເຈົ້າຮູ້ຢູ່ໃນໃຈຂອງເຈົ້າວ່າ ເຈົ້າບໍ່ດີ, ເຈົ້າສົກກະປົກ ແລະ ຊົ່ວຊ້າຢູ່ທາງໃນ, ເຈົ້າອິດສາຄົນອື່ນ, ເພື່ອການຍາດຊີງຊື່ສຽງ ແລະ ຜົນປະໂຫຍດ, ເຈົ້າຈຶ່ງເວົ້າບໍ່ດີກ່ຽວກັບຄົນອື່ນລັບຫຼັງເພື່ອໃສ່ຮ້າຍປ້າຍສີພວກເຂົາ. ຈັ່ງແມ່ນຕ່ຳຊ້າແທ້! ເຈົ້າຍອມຮັບວ່າເຈົ້າເສື່ອມຊາມ; ເຈົ້າຮູ້ວ່າສິ່ງທີ່ເຈົ້າເຮັດນັ້ນຜິດ ແລະ ທຳມະຊາດຂອງເຈົ້ານັ້ນຊົ່ວຊ້າ. ຈາກນັ້ນ ເຈົ້າກໍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງວ່າ “ໂອ ພຣະເຈົ້າ, ສິ່ງທີ່ຂ້ານ້ອຍເຮັດຢ່າງລັບໆນັ້ນເປັນສິ່ງທີ່ຊົ່ວຊ້າ ແລະ ຕ່ຳຊ້າ. ຂ້ານ້ອຍຂໍການອະໄພຈາກພຣະອົງ, ຂ້ານ້ອຍຂໍໃຫ້ພຣະອົງນໍາພາຂ້ານ້ອຍ ແລະ ຂ້ານ້ອຍຂໍໃຫ້ພຣະອົງຕິຕຽນຂ້ານ້ອຍ. ຂ້ານ້ອຍຈະພະຍາຍາມບໍ່ເຮັດສິ່ງດັ່ງກ່າວອີກ”. ການເຮັດແບບນັ້ນແມ່ນດີ. ເຈົ້າສາມາດໃຊ້ເຕັກນິກບາງຢ່າງໃນການພົວພັນຂອງເຈົ້າກັບຜູ້ຄົນ ແຕ່ມັນດີທີ່ສຸດທີ່ຈະເປີດໃຈຂອງເຈົ້າຕໍ່ພຣະເຈົ້າຢ່າງບໍລິສຸດ ແລະ ຖ້າເຈົ້າມີເຈດຕະນາແອບແຝງ ແລະ ໃຊ້ເຕັກນິກ, ເຈົ້າກໍຈະມີບັນຫາ. ໃນຄວາມຄິດຂອງເຈົ້າ, ເຈົ້າຄິດຢູ່ສະເໝີວ່າ “ຂ້ອຍຈະເວົ້າຫຍັງໄດ້ແດ່ເພື່ອເຮັດໃຫ້ພຣະເຈົ້າຕີລາຄາຂ້ອຍສູງ ແລະ ບໍ່ຮູ້ວ່າຂ້ອຍກຳລັງຄິດຫຍັງຢູ່ທາງໃນ? ສິ່ງທີ່ຖືກຕ້ອງທີ່ຈະເວົ້າແມ່ນຫຍັງ? ຂ້ອຍຕ້ອງເກັບຄວາມຮູ້ສຶກໄວ້ກັບຕົນເອງໃຫ້ຫຼາຍຂຶ້ນ, ຂ້ອຍຕ້ອງມີໄຫວພິບຫຼາຍຂຶ້ນໜ້ອຍໜຶ່ງ, ຂ້ອຍຕ້ອງມີວິທີການ; ບາງເທື່ອໃນຕອນນັ້ນ ພຣະເຈົ້າອາດຈະຕີລາຄາຂ້ອຍສູງ”. ເຈົ້າຄິດວ່າພຣະເຈົ້າຈະບໍ່ຮູ້ບໍ ຖ້າເຈົ້າຄິດແບບນັ້ນຢູ່ສະເໝີ? ພຣະເຈົ້າຮູ້ທຸກສິ່ງທີ່ເຈົ້າຄິດ. ມັນເມື່ອຍທີ່ຈະຄິດແບບນັ້ນ. ມັນງ່າຍກວ່າຫຼາຍທີ່ຈະເວົ້າຢ່າງຊື່ສັດ ແລະ ແທ້ຈິງ ແລະ ມັນເຮັດໃຫ້ຊີວິດຂອງເຈົ້າງ່າຍຂຶ້ນ. ພຣະເຈົ້າຈະກ່າວວ່າ ເຈົ້າຊື່ສັດ ແລະ ບໍລິສຸດ, ເຈົ້າເປັນຄົນເປີດໃຈ ແລະ ນັ້ນຄືສິ່ງທີ່ມີຄ່າຢ່າງບໍ່ມີຂອບເຂດ. ຖ້າເຈົ້າມີຫົວໃຈທີ່ເປີດເຜີຍຢ່າງກົງໄປກົງມາ ແລະ ທັດສະນະຄະຕິທີ່ຊື່ສັດ, ແລ້ວເຖິງແມ່ນວ່າຈະມີບາງຄັ້ງທີ່ເຈົ້າເຮັດເກີນໄປ ແລະ ກະທຳຢ່າງໂງ່ຈ້າ, ສຳລັບພຣະເຈົ້າແລ້ວ ສິ່ງນີ້ບໍ່ແມ່ນການຝ່າຝືນ; ມັນດີກວ່າການທີ່ເຈົ້າເປັນຄົນຄິດຄໍານວນຫຼາຍ ແລະ ດີກວ່າການຄິດໄຕ່ຕອງ ແລະ ປະມວນຜົນຢູ່ຕະຫຼອດເວລາຂອງເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສສາມາດເຮັດສິ່ງເຫຼົ່ານີ້ໄດ້ບໍ? (ບໍ່ໄດ້, ພວກເຂົາເຮັດບໍ່ໄດ້.)

ທຸກຄົນທີ່ຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ເປັນຄົນທີ່ມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ ແລະ ບ່ອນທີ່ຄົນທີ່ມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສຍ່າງຢູ່ກໍຄືເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ກໍຍັງມີຄວາມແຕກຕ່າງໜ້ອຍໜຶ່ງລະຫວ່າງຄົນທີ່ມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ຖ້າຄົນໃດໜຶ່ງມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ ແລະ ຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສສະເໝີໄປ. ແຕ່ຖ້າພວກເຂົາບໍ່ກັບໃຈ ແລະ ບໍ່ສາມາດຍອມຮັບຄວາມຈິງໄດ້, ພວກເຂົາກໍອາດຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ຍັງມີຄວາມຫວັງ ແລະ ໂອກາດສຳລັບຄົນທີ່ຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຈະກັບໃຈ ເພາະວ່າພວກເຂົາຍັງບໍ່ທັນກາຍເປັນຜູ້ຕໍ່ຕ້ານພຣະຄຣິສເທື່ອ. ຖ້າພວກເຂົາເຮັດສິ່ງຊົ່ວຮ້າຍຫຼາຍຢ່າງ ແລະ ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ດັ່ງນັ້ນຈຶ່ງຖືກກຳຈັດອອກ ແລະ ຂັບໄລ່ໂດຍທັນທີ, ພວກເຂົາກໍຈະບໍ່ມີໂອກາດທີ່ຈະກັບໃຈອີກຕໍ່ໄປ. ຖ້າຄົນທີ່ຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສຍັງບໍ່ທັນໄດ້ເຮັດສິ່ງຊົ່ວຮ້າຍຫຼາຍຢ່າງ, ຢ່າງໜ້ອຍສິ່ງນີ້ກໍສະແດງໃຫ້ເຫັນວ່າພວກເຂົາຍັງບໍ່ທັນເປັນຄົນຊົ່ວຮ້າຍເທື່ອ. ຖ້າພວກເຂົາສາມາດຍອມຮັບຄວາມຈິງໄດ້, ກໍຍັງມີຄວາມຫວັງໜ້ອຍໜຶ່ງສຳລັບພວກເຂົາ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ພວກເຂົາກໍຈະໄດ້ຮັບການຊ່ວຍໃຫ້ລອດພົ້ນຍາກຫຼາຍ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເຮັດຄວາມຊົ່ວຮ້າຍທຸກປະເພດກໍຕາມ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ? ຍ້ອນວ່າພວກເຂົາບໍ່ຍອມຮັບຄວາມຈິງເລີຍແມ່ນແຕ່ໜ້ອຍດຽວ. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບການເປັນຄົນຊື່ສັດ, ກ່ຽວກັບວິທີທີ່ຄົນເຮົາຕ້ອງເປີດເຜີຍ ແລະ ກົງໄປກົງມາ, ອອກມາເວົ້າໃນສິ່ງທີ່ຕ້ອງເວົ້າ ແລະ ບໍ່ມີສ່ວນຮ່ວມໃນການຫຼອກລວງແນວໃດກໍຕາມ, ພວກເຂົາກໍບໍ່ສາມາດຍອມຮັບມັນໄດ້ເລີຍ. ພວກເຂົາຮູ້ສຶກຢູ່ສະເໝີວ່າຜູ້ຄົນເສຍປຽບໂດຍການເປັນຄົນຊື່ສັດ ແລະ ມັນເປັນເລື່ອງໂງ່ຈ້າທີ່ຈະເວົ້າຄວາມຈິງ. ພວກເຂົາຕັ້ງໃຈຢ່າງໜັກແໜ້ນທີ່ຈະບໍ່ເປັນຄົນຊື່ສັດ. ນີ້ຄືທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ. ຄົນໃດໜຶ່ງຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້ແນວໃດ ຖ້າພວກເຂົາບໍ່ຍອມຮັບຄວາມຈິງເລີຍແມ່ນແຕ່ໜ້ອຍດຽວ? ຖ້າຄົນທີ່ຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສສາມາດຍອມຮັບຄວາມຈິງໄດ້, ກໍຈະມີຄວາມແຕກຕ່າງທີ່ຊັດເຈນລະຫວ່າງພວກເຂົາ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສທຸກຄົນລ້ວນແຕ່ເປັນຄົນທີ່ບໍ່ຍອມຮັບຄວາມຈິງເລີຍແມ່ນແຕ່ໜ້ອຍດຽວ. ບໍ່ວ່າພວກເຂົາຈະເຮັດສິ່ງທີ່ຜິດ ຫຼື ຊົ່ວຮ້າຍຫຼາຍສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ມີວັນໄຕ່ຕອງ ແລະ ຮູ້ຈັກຕົນເອງ. ເຖິງແມ່ນວ່າພວກເຂົາຈະຖືກລິຮານ, ພວກເຂົາກໍບໍ່ຍອມຮັບຄວາມຈິງໃດໆເລີຍ; ນັ້ນຄືເຫດຜົນທີ່ຄຣິສຕະຈັກກຳນົດລັກສະນະຂອງພວກເຂົາວ່າເປັນຄົນຊົ່ວຮ້າຍ, ເປັນຜູ້ຕໍ່ຕ້ານພຣະຄຣິສ. ຢ່າງຫຼາຍທີ່ສຸດ ຜູ້ຕໍ່ຕ້ານພຣະຄຣິສຈະຍອມຮັບພຽງແຕ່ວ່າການກະທຳຂອງພວກເຂົາລະເມີດຫຼັກການ ແລະ ບໍ່ສອດຄ່ອງກັບຄວາມຈິງ ແຕ່ພວກເຂົາຈະບໍ່ມີວັນຍອມຮັບຢ່າງເດັດຂາດວ່າພວກເຂົາເຮັດຄວາມຊົ່ວຮ້າຍໂດຍເຈດຕະນາ ຫຼື ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາຈະຍອມຮັບພຽງແຕ່ຄວາມຜິດພາດ ແຕ່ພວກເຂົາຈະບໍ່ຍອມຮັບຄວາມຈິງ; ແລະ ຫຼັງຈາກນັ້ນ, ພວກເຂົາກໍຈະສືບຕໍ່ເຮັດຄວາມຊົ່ວຮ້າຍຄືເກົ່າ ໂດຍບໍ່ປະຕິບັດຄວາມຈິງໃດໆເລີຍ. ຈາກຄວາມຈິງທີ່ວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຍອມຮັບຄວາມຈິງ, ສາມາດເຫັນໄດ້ວ່າທຳມະຊາດແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຄືການເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ. ພວກເຂົາຍັງຄົງເປັນຄົນທີ່ຕໍ່ຕ້ານພຣະເຈົ້າສະເໝີ, ບໍ່ວ່າພວກເຂົາຈະເຊື່ອໃນພຣະອົງມາດົນປານໃດກໍຕາມ. ໃນທາງກົງກັນຂ້າມ, ໂດຍປົກກະຕິແລ້ວ ມະນຸດຊາດທີ່ເສື່ອມຊາມອາດຈະມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສໝົດທຸກຄົນ ແຕ່ກໍມີຄວາມແຕກຕ່າງລະຫວ່າງພວກເຂົາ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ມີຄົນຈຳນວນໜຶ່ງທີ່ສາມາດຈື່ຈຳພຣະທຳແຫ່ງການພິພາກສາ ແລະ ການເປີດໂປງຂອງພຣະເຈົ້າໄວ້ໃນໃຈ ຫຼັງຈາກທີ່ພວກເຂົາໄດ້ຍິນພຣະທຳເຫຼົ່ານັ້ນ ແລະ ໄຕ່ຕອງກ່ຽວກັບພຣະທຳເຫຼົ່ານັ້ນຊໍ້າແລ້ວຊໍ້າອີກ ແລະ ພິຈາລະນາກ່ຽວກັບຕົນເອງ. ຈາກນັ້ນ ພວກເຂົາອາດຈະຮັບຮູ້ວ່າ “ຊັ້ນ ນີ້ກໍຄືອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ; ນີ້ຄືການຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນເປັນບັນຫາທີ່ຮ້າຍແຮງແທ້ໆ! ຂ້ານ້ອຍມີສະພາວະ ແລະ ພຶດຕິກຳເຫຼົ່ານັ້ນ; ຂ້ານ້ອຍມີແກ່ນແທ້ແບບນັ້ນ, ຂ້ານ້ອຍເປັນຄົນແບບນັ້ນ!” ຈາກນັ້ນ ພວກເຂົາກໍພິຈາລະນາວ່າມີວິທີໃດແດ່ທີ່ພວກເຂົາຈະປະຖິ້ມອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສນັ້ນ ແລະ ກັບໃຈຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດຕັ້ງປານິທານທີ່ຈະບໍ່ຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນວຽກງານ ແລະ ຊີວິດຂອງພວກເຂົາ, ໃນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ຕໍ່ພຣະບັນຊາຂອງພຣະເຈົ້າ, ພວກເຂົາສາມາດໄຕ່ຕອງກ່ຽວກັບການກະທຳ ແລະ ພຶດຕິກຳຂອງພວກເຂົາເອງ, ກ່ຽວກັບວ່າເປັນຫຍັງພວກເຂົາຈຶ່ງບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ, ເປັນຫຍັງພວກເຂົາຈຶ່ງດຳລົງຊີວິດໂດຍອຸປະນິໄສແບບຊາຕານຢູ່ສະເໝີ, ເປັນຫຍັງພວກເຂົາຈຶ່ງບໍ່ສາມາດກະບົດຕໍ່ເນື້ອໜັງ ແລະ ຊາຕານ. ດັ່ງນັ້ນ, ພວກເຂົາຈະອະທິຖານຕໍ່ພຣະເຈົ້າ ແລະ ຍອມຮັບການພິພາກສາ ແລະ ການລົງທັນຂອງພຣະອົງ ແລະ ວອນຂໍໃຫ້ພຣະເຈົ້າຊ່ວຍພວກເຂົາໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຈາກອິດທິພົນຂອງຊາຕານ. ການທີ່ພວກເຂົາມີຄວາມຕັ້ງໃຈທີ່ຈະເຮັດສິ່ງນີ້ພິສູດໃຫ້ເຫັນວ່າພວກເຂົາສາມາດຍອມຮັບຄວາມຈິງໄດ້. ພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມເຊັ່ນດຽວກັນ ແລະ ກະທຳຕາມຄວາມຕ້ອງການຂອງຕົນເອງ; ຄວາມແຕກຕ່າງກໍຄື ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະສ້າງອານາຈັກທີ່ເປັນເອກະລາດເທົ່ານັ້ນ ແຕ່ພວກເຂົາຍັງຈະບໍ່ຍອມຮັບຄວາມຈິງ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. ນີ້ຄືຈຸດອ່ອນຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນທາງກົງກັນຂ້າມ, ຖ້າຄົນທີ່ມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສສາມາດຍອມຮັບຄວາມຈິງ ແລະ ອະທິຖານຕໍ່ພຣະເຈົ້າ ແລະ ເພິ່ງພາພຣະອົງ ແລະ ຖ້າພວກເຂົາປາຖະໜາທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ຍ່າງຢູ່ໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ, ການອະທິຖານ ແລະ ຄວາມຕັ້ງໃຈນັ້ນກໍຈະມີຜົນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງພວກເຂົາໃນດ້ານໃດແດ່? ຢ່າງໜ້ອຍມັນກໍຈະເຮັດໃຫ້ພວກເຂົາໄຕ່ຕອງກ່ຽວກັບຕົນເອງ ແລະ ຮູ້ຈັກຕົນເອງໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງຕົນ ແລະ ໃຊ້ຄວາມຈິງເພື່ອແກ້ໄຂບັນຫາ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງຕົນໃນລັກສະນະທີ່ໄດ້ມາດຕະຖານ. ນັ້ນຄືວິທີໜຶ່ງທີ່ມັນຈະເປັນປະໂຫຍດຕໍ່ພວກເຂົາ. ນອກເໜືອໄປຈາກນັ້ນ, ດ້ວຍການຝຶກຝົນທີ່ການປະຕິບັດໜ້າທີ່ຂອງພວກເຂົາອໍານວຍໃຫ້, ພວກເຂົາຈະສາມາດເລີ່ມຕົ້ນໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ. ບໍ່ວ່າພວກເຂົາຈະພົບພໍ້ກັບຄວາມຫຍຸ້ງຍາກໃດກໍຕາມ, ພວກເຂົາຈະສາມາດສະແຫວງຫາຄວາມຈິງ, ເນັ້ນໃສ່ການຍອມຮັບຄວາມຈິງ ແລະ ການນໍາໃຊ້ມັນໄປປະຕິບັດ; ພວກເຂົາຈະສາມາດຄ່ອຍໆປະຖິ້ມອຸປະນິໄສແບບຊາຕານຂອງພວກເຂົາ ແລະ ມາອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະອົງ. ພວກເຂົາສາມາດບັນລຸຄວາມລອດພົ້ນຂອງພຣະເຈົ້າດ້ວຍການປະຕິບັດແບບນັ້ນ. ຄົນທີ່ມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສອາດຈະເປີດເຜີຍຄວາມເສື່ອມຊາມໃນບາງໂອກາດ ແລະ ພວກເຂົາອາດຈະຍັງເວົ້າ ແລະ ກະທຳເພື່ອຜົນປະໂຫຍດຂອງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາ ໂດຍບໍ່ຮູ້ຕົວ ແລະ ພວກເຂົາອາດຈະຍັງເຮັດວຽກຕາມຄວາມຕ້ອງການຂອງຕົນເອງ ແຕ່ທັນທີທີ່ພວກເຂົາຮັບຮູ້ວ່າພວກເຂົາກຳລັງເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາກໍຈະຮູ້ສຶກສໍານຶກຜິດ ແລະ ອະທິຖານຕໍ່ພຣະເຈົ້າ. ສິ່ງນີ້ພິສູດໃຫ້ເຫັນວ່າພວກເຂົາເປັນຄົນທີ່ສາມາດຍອມຮັບຄວາມຈິງໄດ້, ເປັນຄົນທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ; ມັນພິສູດໃຫ້ເຫັນວ່າພວກເຂົາກຳລັງໄລ່ຕາມການເຂົ້າສູ່ຊີວິດ. ບໍ່ວ່າຄົນໃດໜຶ່ງຈະມີປະສົບການມາຈັກປີກໍຕາມ ແລະ ບໍ່ວ່າພວກເຂົາເປີດເຜີຍຄວາມເສື່ອມຊາມຫຼາຍສໍ່າໃດກໍຕາມ, ໃນທີ່ສຸດແລ້ວ ພວກເຂົາກໍຈະສາມາດຍອມຮັບຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຄົນແບບນີ້ຄືຄົນທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ. ແລ້ວໃນຂະນະທີ່ພວກເຂົາເຮັດທຸກສິ່ງນີ້, ມັນສະແດງໃຫ້ເຫັນວ່າພວກເຂົາໄດ້ວາງພື້ນຖານຂອງພວກເຂົາເທິງເສັ້ນທາງທີ່ແທ້ຈິງແລ້ວ. ແຕ່ບາງຄົນທີ່ຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຍອມຮັບຄວາມຈິງໄດ້. ສຳລັບພວກເຂົາແລ້ວ, ຄວາມລອດພົ້ນຈະເປັນສິ່ງທີ່ຍາກທີ່ຈະໄດ້ມາ ເຊັ່ນດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ. ຄົນແບບນັ້ນບໍ່ຮູ້ສຶກຫຍັງເລີຍເມື່ອພວກເຂົາໄດ້ຍິນພຣະທຳຂອງພຣະເຈົ້າທີ່ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແຕ່ກັບບໍ່ສົນໃຈ ແລະ ບໍ່ມີການຕອບສະໜອງ. ເມື່ອການໂອ້ລົມປ່ຽນໄປເປັນຫົວຂໍ້ກ່ຽວກັບອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈະຍອມຮັບວ່າພວກເຂົາມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາກຳລັງຍ່າງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຈະເວົ້າກ່ຽວກັບມັນໄດ້ດີພໍສົມຄວນ. ແຕ່ເມື່ອເຖິງເວລາທີ່ຈະປະຕິບັດຄວາມຈິງ, ພວກເຂົາກໍຍັງຈະປະຕິເສດທີ່ຈະເຮັດເຊັ່ນນັ້ນ; ແຕ່ພວກເຂົາຈະຍັງກະທຳຕາມຄວາມຕ້ອງການຂອງຕົນເອງ ໂດຍອາໄສອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາ. ຖ້າເຈົ້າຖາມພວກເຂົາວ່າ “ເຈົ້າຕໍ່ສູ້ຢູ່ໃນໃຈບໍ ເມື່ອເຈົ້າເປີດເຜີຍອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ? ເຈົ້າຮູ້ສຶກຕໍານິຕົນເອງບໍ ເມື່ອເຈົ້າເວົ້າເພື່ອປົກປ້ອງສະຖານະຂອງເຈົ້າ? ເຈົ້າໄຕ່ຕອງ ແລະ ມາຮູ້ຈັກຕົນເອງບໍ ເມື່ອເຈົ້າເປີດເຜີຍອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ? ເຈົ້າສໍານຶກຜິດຢູ່ໃນໃຈບໍ ເມື່ອເຈົ້າໄດ້ຮຽນຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ? ເຈົ້າກັບໃຈ ຫຼື ປ່ຽນແປງຫຍັງແດ່ບໍຫຼັງຈາກນັ້ນ?” ແນ່ນອນວ່າພວກເຂົາຈະບໍ່ມີຄຳຕອບ ເພາະວ່າພວກເຂົາບໍ່ມີປະສົບການດັ່ງກ່າວເລີຍ. ພວກເຂົາຈະບໍ່ສາມາດເວົ້າຫຍັງໄດ້. ຄົນແບບນີ້ສາມາດກັບໃຈຢ່າງແທ້ຈິງໄດ້ບໍ? ແນ່ນອນວ່າ ມັນຈະບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງຈະເຈັບປວດກັບການເປີດເຜີຍອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສໃນຕົວພວກເຂົາ ແລະ ກັງວົນ; ພວກເຂົາຈະເລີ່ມຄິດວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ສາມາດປະຖິ້ມອຸປະນິໄສແບບຊາຕານນີ້ໄດ້? ເປັນຫຍັງຂ້ອຍຈຶ່ງເປີດເຜີຍອຸປະນິໄສທີ່ເສື່ອມຊາມຢູ່ສະເໝີ? ເປັນຫຍັງອຸປະນິໄສທີ່ເສື່ອມຊາມຂອງຂ້ອຍນີ້ຈຶ່ງດື້ດ້ານ ແລະ ແກ້ໄຂຍາກແທ້? ເປັນຫຍັງມັນຈຶ່ງຍາກແທ້ທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ?” ສິ່ງນີ້ສະແດງໃຫ້ເຫັນວ່າປະສົບການຊີວິດຂອງພວກເຂົາຕື້ນເຂີນ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຍັງບໍ່ທັນໄດ້ຮັບການແກ້ໄຂຫຼາຍປານໃດ. ນັ້ນຄືເຫດຜົນທີ່ການຕໍ່ສູ້ໃນໃຈຂອງພວກເຂົາຈຶ່ງຮຸນແຮງຫຼາຍ ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ ແລະ ເປັນເຫດຜົນທີ່ພວກເຂົາຕ້ອງແບກຮັບຄວາມທໍລະມານນັ້ນ. ເຖິງແມ່ນວ່າພວກເຂົາຈະມີຄວາມຕັ້ງໃຈທີ່ຈະປະຖິ້ມອຸປະນິໄສແບບຊາຕານຂອງພວກເຂົາ, ແນ່ນອນວ່າພວກເຂົາຈະບໍ່ສາມາດຫຼີກລ່ຽງການຕໍ່ສູ້ນັ້ນໃນໃຈຂອງພວກເຂົາໄດ້ ແລະ ສະພາວະການຕໍ່ສູ້ນັ້ນກໍຮຸນແຮງຂຶ້ນໃນແຕ່ລະມື້. ແລ້ວໃນຂະນະທີ່ຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາເລິກເຊິ່ງຂຶ້ນ ແລະ ພວກເຂົາເຫັນວ່າພວກເຂົາເສື່ອມຊາມຫຼາຍສໍ່າໃດ, ພວກເຂົາກໍຍິ່ງປາຖະໜາທີ່ຈະໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ເຫັນຄຸນຄ່າຂອງມັນຫຼາຍຂຶ້ນ ແລະ ພວກເຂົາຈະສາມາດຍອມຮັບ ແລະ ປະຕິບັດຄວາມຈິງໄດ້ຢ່າງຕໍ່ເນື່ອງ ໃນຂະນະທີ່ຮູ້ຈັກຕົນເອງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ພວກເຂົາຈະຄ່ອຍໆມີວຸດທິພາວະທີ່ເຕີບໃຫຍ່ ແລະ ຊີວິດອຸປະນິໄສຂອງພວກເຂົາກໍຈະເລີ່ມປ່ຽນແປງຢ່າງແທ້ຈິງ. ຖ້າພວກເຂົາພະຍາຍາມທີ່ຈະມີປະສົບການໃນລັກສະນະນີ້ຕໍ່ໄປ, ສະຖານະການຂອງພວກເຂົາກໍຈະດີຂຶ້ນເລື້ອຍໆໃນແຕ່ລະປີ ແລະ ໃນທີ່ສຸດ, ພວກເຂົາກໍຈະສາມາດເອົາຊະນະເນື້ອໜັງ ແລະ ປະຖິ້ມຄວາມເສື່ອມຊາມຂອງພວກເຂົາ, ປະຕິບັດຄວາມຈິງເລື້ອຍໆ ແລະ ມີການອ່ອນນ້ອມຕໍ່ພຣະເຈົ້າ. ການເຂົ້າສູ່ຊີວິດບໍ່ແມ່ນເລື່ອງງ່າຍ! ມັນຄືກັບການກູ້ຊີວິດຄົນທີ່ໃກ້ຈະຕາຍ: ຄວາມຮັບຜິດຊອບທີ່ຄົນເຮົາສາມາດປະຕິບັດໄດ້ຄືການໂອ້ລົມຄວາມຈິງ, ການສະໜັບສະໜູນພວກເຂົາ, ການສະໜອງໃຫ້ພວກເຂົາ ຫຼື ການລິຮານພວກເຂົາ. ຍັງມີຄວາມຫວັງສຳລັບພວກເຂົາ ຖ້າພວກເຂົາສາມາດຍອມຮັບມັນ ແລະ ອ່ອນນ້ອມ; ພວກເຂົາອາດຈະໂຊກດີພໍທີ່ຈະຫຼຸດພົ້ນ ແລະ ບໍ່ເຖິງຂັ້ນຕ້ອງຕາຍ. ແຕ່ຖ້າພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງ ແລະ ບໍ່ຮູ້ຫຍັງເລີຍກ່ຽວກັບຕົນເອງ, ພວກເຂົາກໍຢູ່ໃນອັນຕະລາຍ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນໃຊ້ເວລາໜຶ່ງ ຫຼື ສອງປີຫຼັງຈາກຖືກກຳຈັດແລ້ວໂດຍບໍ່ຮູ້ຈັກຕົນເອງ ແລະ ບໍ່ຍອມຮັບຄວາມຜິດພາດຂອງພວກເຂົາ. ໃນກໍລະນີດັ່ງກ່າວແມ່ນບໍ່ມີສັນຍານຂອງຊີວິດເຫຼືອຢູ່ໃນພວກເຂົາ ແລະ ນັ້ນຄືສິ່ງພິສູດວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນອີກຕໍ່ໄປ. ພວກເຈົ້າສາມາດຍອມຮັບຄວາມຈິງໄດ້ບໍ ເມື່ອພວກເຈົ້າຖືກລິຮານ? (ໄດ້.) ຊັ້ນ ຄັນຊັ້ນກໍມີຄວາມຫວັງ. ນັ້ນແມ່ນສິ່ງທີ່ດີ! ຖ້າພວກເຈົ້າສາມາດຍອມຮັບຄວາມຈິງໄດ້, ພວກເຈົ້າກໍມີຄວາມຫວັງທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ.

ຖ້າເຈົ້າປາຖະໜາທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ, ເຈົ້າຕ້ອງຜ່ານອຸປະສັກຫຼາຍຢ່າງ. ອຸປະສັກເຫຼົ່ານັ້ນແມ່ນຫຍັງ? ການຕໍ່ສູ້ຢ່າງບໍ່ຢຸດຢັ້ງກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ການຕໍ່ສູ້ກັບອຸປະນິໄສແບບຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສ: ມັນຕ້ອງການຄວບຄຸມເຈົ້າ ແລະ ເຈົ້າຕ້ອງການທີ່ຈະຫຼຸດພົ້ນຈາກມັນ; ມັນຕ້ອງການທີ່ຈະເຮັດໃຫ້ເຈົ້າຫຼົງຜິດ ແລະ ເຈົ້າຕ້ອງການທີ່ຈະປະຖິ້ມມັນ. ຖ້າເຈົ້າພົບວ່າເຈົ້າບໍ່ສາມາດຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ ເຖິງແມ່ນວ່າເຈົ້າຈະຮູ້ຈັກມັນແລ້ວ, ເຈົ້າກໍຈະທຸກໃຈ ແລະ ເຈັບປວດ ແລະ ເຈົ້າກໍຈະອະທິຖານ. ໃນບາງຄັ້ງ, ເມື່ອເຈົ້າເຫັນວ່າມັນຜ່ານໄປໄລຍະໜຶ່ງແລ້ວ ແລະ ເຈົ້າຍັງບໍ່ສາມາດສັ່ນຄອນການຄວບຄຸມຂອງອຸປະນິໄສແບບຊາຕານໄດ້, ເຈົ້າກໍຈະຮູ້ສຶກວ່າມັນໝົດຫວັງ ແຕ່ເຈົ້າຈະບໍ່ຍອມແພ້ ແລະ ເຈົ້າຈະຮູ້ສຶກວ່າເຈົ້າບໍ່ສາມາດດຳເນີນຕໍ່ໄປດ້ວຍຄວາມຄິດລົບ ແລະ ໝົດຫວັງແບບນັ້ນ, ເຈົ້າຕ້ອງສືບຕໍ່ຕໍ່ສູ້. ໃນຂະບວນການປະຕິບັດໜ້າທີ່ ແລະ ຂະບວນການມີປະສົບການກັບພາລະກິດຂອງພຣະເຈົ້າ, ຜູ້ຄົນມີການຕອບສະໜອງພາຍໃນທີ່ແຕກຕ່າງກັນໃນລະດັບຕ່າງໆ. ໂດຍຫຍໍ້ແລ້ວ, ຜູ້ທີ່ມີຊີວິດຄືຜູ້ທີ່ໄລ່ຕາມຄວາມຈິງ ແລະ ພວກເຂົາມີການປ່ຽນແປງພາຍໃນຢູ່ສະເໝີ. ຈະມີການປ່ຽນແປງຢ່າງຕໍ່ເນື່ອງໃນຄວາມຄິດ ແລະ ທັດສະນະຂອງພວກເຂົາ, ໃນພຶດຕິກຳ ແລະ ການປະຕິບັດຂອງພວກເຂົາ ແລະ ແມ່ນແຕ່ໃນເຈດຕະນາ, ແນວຄວາມຄິດ ແລະ ຄວາມຄິດທີ່ຢູ່ໃນສ່ວນເລິກຂອງຈິດໃຈຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາຈະແຍກແຍະໄດ້ຢ່າງຊັດເຈນຂຶ້ນເລື້ອຍໆວ່າສິ່ງໃດຖືກ ແລະ ສິ່ງໃດຜິດ, ສິ່ງຜິດພາດໃດທີ່ພວກເຂົາໄດ້ເຮັດ, ວິທີການຄິດບາງຢ່າງຖືກ ຫຼື ຜິດ, ທັດສະນະບາງຢ່າງສອດຄ່ອງກັບຄວາມຈິງ ຫຼື ບໍ່, ຫຼັກການທີ່ຢູ່ເບື້ອງຫຼັງການກະທຳໃນບາງລັກສະນະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່ ແລະ ພວກເຂົາເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ, ເປັນຄົນທີ່ຮັກຄວາມຈິງ ຫຼື ບໍ່. ສິ່ງເຫຼົ່ານີ້ຈະຄ່ອຍໆຊັດເຈນຂຶ້ນເລື້ອຍໆໃນໃຈຂອງພວກເຂົາ. ແລ້ວຄວາມສຳເລັດຂອງຜົນໄດ້ຮັບເຫຼົ່ານີ້ຖືກສ້າງຂຶ້ນບົນພື້ນຖານຫຍັງ? ພື້ນຖານຂອງການປະຕິບັດ ແລະ ການເຂົ້າສູ່ຄວາມຈິງຕາມທີ່ພວກເຂົາເຂົ້າໃຈ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດປ່ຽນແປງສໍາເລັດໄດ້ເລີຍ? ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງບໍ? (ບໍ່.) ພວກເຂົາສາມາດເຂົ້າໃຈມັນໄດ້ ແຕ່ພວກເຂົາບໍ່ປະຕິບັດມັນ ແລະ ພວກເຂົາບໍ່ປະຕິບັດມັນເມື່ອພວກເຂົາໄດ້ຍິນມັນ. ມັນອາດຈະເປັນໄປໄດ້ວ່າພວກເຂົາເຂົ້າໃຈ ແລະ ຍອມຮັບມັນເປັນຫຼັກຄຳສອນ ແຕ່ພວກເຂົາສາມາດນໍາເອົາຫຼັກຄຳສອນ ແລະ ກົດລະບຽບໜ້ອຍໜຶ່ງເຫຼົ່ານັ້ນທີ່ພວກເຂົາສາມາດເຂົ້າໃຈໄປປະຕິບັດໄດ້ບໍ? ບໍ່, ບໍ່ໄດ້ເລີຍແມ່ນແຕ່ໜ້ອຍດຽວ; ເຖິງແມ່ນວ່າເຈົ້າຈະບັງຄັບພວກເຂົາ, ເຖິງແມ່ນວ່າພວກເຂົາຈະພະຍາຍາມຢ່າງສຸດຄວາມສາມາດ, ພວກເຂົາກໍຍັງຈະບໍ່ສາມາດນໍາເອົາມັນໄປປະຕິບັດໄດ້. ນັ້ນຄືເຫດຜົນທີ່ສຳລັບພວກເຂົາແລ້ວ ການເຂົ້າສູ່ຄວາມຈິງຍັງຄົງເປັນຄວາມຫວ່າງເປົ່າຕະຫຼອດໄປ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເວົ້າເຖິງການເປັນຄົນຊື່ສັດຫຼາຍສໍ່າໃດກໍຕາມ, ບໍ່ວ່າຄວາມພະຍາຍາມຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ສາມາດເວົ້າຄຳເວົ້າທີ່ຊື່ສັດໄດ້ແມ່ນແຕ່ຄຳດຽວ; ແລະ ບໍ່ວ່າພວກເຂົາຈະເວົ້າເຖິງການຄໍານຶງເຖິງເຈດຕະນາຂອງພຣະເຈົ້າແນວໃດກໍຕາມ, ພວກເຂົາກໍຍັງຈະບໍ່ປ່ອຍວາງແຮງຈູງໃຈທີ່ເຫັນແກ່ຕົວ ແລະ ໜ້າລັງກຽດຂອງພວກເຂົາ. ພວກເຂົາກະທຳຈາກມຸມມອງທີ່ເຫັນແກ່ຕົວ. ເມື່ອພວກເຂົາເຫັນສິ່ງທີ່ດີ, ສິ່ງທີ່ຈະເປັນປະໂຫຍດຕໍ່ພວກເຂົາ, ພວກເຂົາກໍເວົ້າວ່າ “ເອົາມາໃຫ້ຂ້ອຍ, ມັນເປັນຂອງຂ້ອຍ!” ພວກເຂົາເວົ້າສິ່ງໃດກໍຕາມທີ່ຈະເປັນປະໂຫຍດຕໍ່ສະຖານະຂອງພວກເຂົາ ແລະ ພວກເຂົາເຮັດສິ່ງໃດກໍຕາມທີ່ຈະເປັນປະໂຫຍດຕໍ່ຕົນເອງ. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນຊ່ວງເວລາທີ່ມີຄວາມກະຕືລືລົ້ນຊົ່ວຄາວ, ພວກເຂົາອາດຈະຮູ້ສຶກວ່າພວກເຂົາເຂົ້າໃຈຄວາມຈິງໜ້ອຍໜຶ່ງ. ຄວາມກະຕືລືລົ້ນເກີດຂຶ້ນກັບພວກເຂົາ ແລະ ພວກເຂົາກໍຮ້ອງຄຳຂວັນສອງສາມຄຳອອກມາວ່າ: “ຂ້ອຍຕ້ອງປະຕິບັດ ແລະ ປ່ຽນແປງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ!” ແຕ່ເມື່ອເຖິງເວລາທີ່ຈະປະຕິບັດຄວາມຈິງ, ພວກເຂົາເຮັດບໍ? ພວກເຂົາບໍ່ເຮັດ. ບໍ່ວ່າພຣະເຈົ້າຈະກ່າວສິ່ງໃດກໍຕາມ, ບໍ່ວ່າພຣະອົງຈະເທດສະໜາຄວາມຈິງ ແລະ ຂໍ້ເທັດຈິງຫຼາຍສໍ່າໃດກໍຕາມ ພ້ອມກັບຕົວຢ່າງຕົວຈິງຈຳນວນນັບບໍ່ຖ້ວນ, ມັນກໍບໍ່ສາມາດເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສປະທັບໃຈໄດ້ ແລະ ບໍ່ສາມາດເຮັດໃຫ້ຄວາມທະເຍີທະຍານຂອງພວກເຂົາຫວັ່ນໄຫວໄດ້. ນີ້ຄືລັກສະນະ ແລະ ສັນຍານຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຈະບໍ່ປະຕິບັດຄວາມຈິງໃດໆເລີຍ. ເມື່ອພວກເຂົາເວົ້າຈາມ່ວນ, ມັນກໍເພື່ອໃຫ້ຄົນອື່ນໄດ້ຍິນ ແລະ ບໍ່ວ່າພວກເຂົາຈະເວົ້າຈາມ່ວນສໍ່າໃດກໍຕາມ, ມັນກໍເປັນພຽງຮູບແບບໜຶ່ງຂອງການເວົ້າທີ່ຟັງເບິ່ງດີແຕ່ຫວ່າງເປົ່າ ເຊິ່ງເປັນທິດສະດີສຳລັບພວກເຂົາ. ຄົນແບບນີ້ຈັດວາງຄວາມຈິງໄວ້ໃນໃຈຂອງພວກເຂົາແນວໃດແທ້? ສິ່ງທີ່ເຮົາໄດ້ບອກພວກເຈົ້າແລ້ວວ່າເປັນທຳມະຊາດແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? (ຄວາມກຽດຊັງຕໍ່ຄວາມຈິງ.) ຖືກຕ້ອງແລ້ວ. ພວກເຂົາກຽດຊັງຄວາມຈິງ. ພວກເຂົາເຊື່ອວ່າຄວາມຊົ່ວຮ້າຍຂອງພວກເຂົາ, ຄວາມເຫັນແກ່ຕົວ ແລະ ຄວາມໜ້າລັງກຽດຂອງພວກເຂົາ, ຄວາມອວດດີຂອງພວກເຂົາ, ຄວາມໂຫດຮ້າຍຂອງພວກເຂົາ, ການຍຶດຄອງສະຖານະ ແລະ ຄວາມຮັ່ງມີຂອງພວກເຂົາ ແລະ ການຄວບຄຸມຂອງພວກເຂົາທີ່ມີຕໍ່ຄົນອື່ນ ຄືຄວາມຈິງສູງສຸດ, ເປັນປັດຊະຍາສູງສຸດ ແລະ ບໍ່ມີສິ່ງອື່ນໃດສູງສົ່ງເທົ່າກັບສິ່ງເຫຼົ່ານັ້ນ. ທັນທີທີ່ພວກເຂົາໄດ້ຮັບສະຖານະ ແລະ ສາມາດຄວບຄຸມຜູ້ຄົນໄດ້, ພວກເຂົາກໍສາມາດເຮັດທຸກຢ່າງທີ່ພວກເຂົາປາຖະໜາ ແລະ ຄວາມທະເຍີທະຍານ ແລະ ຄວາມປາຖະໜາທັງໝົດຂອງພວກເຂົາກໍຈະສາມາດບັນລຸໄດ້. ນີ້ຄືເປົ້າໝາຍສູງສຸດຂອງຜູ້ຕໍ່ຕ້ານພຣະຄຣິສ.

ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ ແລະ ກຽດຊັງມັນ. ມັນເປັນໄປໄດ້ບໍທີ່ເຈົ້າຈະເຮັດໃຫ້ຄົນທີ່ເບື່ອໜ່າຍຄວາມຈິງຍອມຮັບ ແລະ ປະຕິບັດມັນ? (ບໍ່.) ການເຮັດແບບນັ້ນເທົ່າກັບການເຮັດໃຫ້ໝູບິນໄດ້ ຫຼື ເຮັດໃຫ້ໝາປ່າກິນຫຍ້າ, ນັ້ນຈະເປັນການຂໍໃຫ້ພວກເຂົາເຮັດໃນສິ່ງທີ່ເປັນໄປບໍ່ໄດ້ບໍ? ບາງຄັ້ງເຈົ້າຈະເຫັນໝາປ່າແຊກຊຶມເຂົ້າໄປໃນຝູງແກະເພື່ອຢູ່ຮ່ວມກັບແກະ. ມັນກຳລັງໃຊ້ເລ່ຫຼ່ຽມ, ລໍຖ້າໂອກາດທີ່ຈະກິນແກະ. ທຳມະຊາດຂອງມັນຈະບໍ່ມີວັນປ່ຽນແປງ. ໃນລັກສະນະດຽວກັນ, ການໃຫ້ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຄວາມຈິງກໍເທົ່າກັບການໃຫ້ໝາປ່າກິນຫຍ້າ ແລະ ປະຖິ້ມສັນຊາດຕະຍານການກິນແກະຂອງມັນ: ມັນເປັນໄປບໍ່ໄດ້. ໝາປ່າເປັນສັດກິນຊີ້ນ. ພວກມັນກິນແກະ, ພວກມັນກິນສັດທຸກຊະນິດ. ນັ້ນຄືທຳມະຊາດຂອງພວກມັນ ແລະ ມັນບໍ່ສາມາດປ່ຽນແປງໄດ້. ຖ້າຄົນໃດໜຶ່ງເວົ້າວ່າ “ຂ້ອຍບໍ່ຮູ້ວ່າຂ້ອຍເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່ ແຕ່ເມື່ອໃດກໍຕາມທີ່ນ້ອຍໄດ້ຍິນການໂອ້ລົມຄວາມຈິງ, ໃຈຂອງຂ້ອຍກໍລຸກເປັນໄຟດ້ວຍຄວາມໃຈຮ້າຍ ແລະ ຂ້ອຍກໍກຽດຊັງມັນ ແລະ ຜູ້ໃດກໍຕາມທີ່ຈະລິຮານຂ້ອຍ, ຂ້ອຍຍິ່ງກຽດຊັງພວກເຂົາຫຼາຍກວ່າ”, ຄົນນັ້ນເປັນຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນ.) ມີບາງຄົນເວົ້າວ່າ “ເມື່ອມີສິ່ງຕ່າງໆເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອ່ອນນ້ອມ ແລະ ສະແຫວງຫາຄວາມຈິງ” ແລະ ຄົນທຳອິດນັ້ນເວົ້າວ່າ “ບ້າແລ້ວທີ່ຈະອ່ອນນ້ອມງ! ຢຸດເວົ້າໄດ້ແລ້ວ!” ນັ້ນແມ່ນສິ່ງປະເພດໃດ? ມັນແມ່ນອາລົມບໍ່ດີບໍ? (ບໍ່ແມ່ນ.) ມັນແມ່ນອຸປະນິໄສຫຍັງ? (ຄວາມກຽດຊັງຕໍ່ຄວາມຈິງ.) ພວກເຂົາຈະບໍ່ທົນຟັງການເວົ້າເຖິງມັນເລີຍ ແລະ ທັນທີທີ່ເຈົ້າໂອ້ລົມຄວາມຈິງ, ທຳມະຊາດຂອງພວກເຂົາກໍລະເບີດອອກມາ ແລະ ພວກເຂົາກໍສະແດງຮູບຮ່າງທີ່ແທ້ຈິງຂອງພວກເຂົາ. ພວກເຂົາບໍ່ມັກໄດ້ຍິນການກ່າວເຖິງການສະແຫວງຫາຄວາມຈິງ ຫຼື ການອ່ອນນ້ອມຕໍ່ພຣະເຈົ້າ. ຄວາມບໍ່ມັກຂອງພວກເຂົາມີຫຼາຍສໍ່າໃດ? ເມື່ອພວກເຂົາໄດ້ຍິນການເວົ້າແບບນັ້ນ, ພວກເຂົາກໍລະເບີດອອກມາ. ຄວາມສຸພາບຂອງພວກເຂົາຫາຍໄປ; ພວກເຂົາບໍ່ຢ້ານທີ່ຈະເປີດເຜີຍທາດແທ້ຂອງຕົນອອກມາ. ນັ້ນຄືລະດັບຄວາມກຽດຊັງຂອງພວກເຂົາ. ແລ້ວພວກເຂົາສາມາດປະຕິບັດຄວາມຈິງໄດ້ບໍ? (ບໍ່ໄດ້.) ຄວາມຈິງບໍ່ໄດ້ມີໄວ້ສຳລັບຄົນຊົ່ວຮ້າຍ; ມັນມີໄວ້ສຳລັບຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ຜູ້ທີ່ຮັກຄວາມຈິງ ແລະ ສິ່ງທີ່ເປັນບວກ. ມັນຮຽກຮ້ອງໃຫ້ຄົນເຫຼົ່ານັ້ນຍອມຮັບ ແລະ ປະຕິບັດມັນ. ແລ້ວສຳລັບຄົນຊົ່ວຊ້າທີ່ມີແກ່ນແທ້ແບບຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ເປັນປໍລະປັກຢ່າງຮຸນແຮງຕໍ່ຄວາມຈິງ ແລະ ສິ່ງທີ່ເປັນບວກ, ພວກເຂົາຈະບໍ່ມີວັນຍອມຮັບຄວາມຈິງ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາຈະບໍ່ຍອມຮັບ ຫຼື ປະຕິບັດຄວາມຈິງ. ຢ່າສົມມຸດວ່າພວກເຂົາບໍ່ປະຕິບັດຄວາມຈິງຍ້ອນວ່າພວກເຂົາບໍ່ເຂົ້າໃຈມັນ ແລະ ພວກເຂົາຈະເຂົ້າໃຈເມື່ອພວກເຂົາໄດ້ຍິນມັນຫຼາຍຂຶ້ນ. ມັນເປັນໄປບໍ່ໄດ້ ເພາະວ່າທຸກຄົນທີ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງມັນລ້ວນແຕ່ເປັນພວກດຽວກັນກັບຊາຕານ. ພວກເຂົາຈະບໍ່ມີວັນປ່ຽນແປງ ແລະ ບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້. ມັນຄືກັບຫົວໜ້າທູດສະຫວັນ ຫຼັງຈາກທີ່ທໍລະຍົດພຣະເຈົ້າ: ພວກເຈົ້າເຄີຍໄດ້ຍິນພຣະເຈົ້າກ່າວບໍວ່າ ພຣະອົງຈະຊ່ວຍຫົວໜ້າທູດສະຫວັນໃຫ້ລອດພົ້ນ? ພຣະເຈົ້າບໍ່ເຄີຍກ່າວແນວນັ້ນ. ແລ້ວພຣະເຈົ້າໄດ້ເຮັດຫຍັງກັບຊາຕານ? ພຣະອົງໄດ້ໂຍນມັນລົງສູ່ກາງອາກາດ ແລະ ໃຫ້ມັນຮັບໃຊ້ພຣະອົງຢູ່ເທິງແຜ່ນດິນໂລກ ໂດຍເຮັດໃນສິ່ງທີ່ມັນຄວນເຮັດ. ແລ້ວເມື່ອມັນຮັບໃຊ້ແລ້ວ ແລະ ແຜນການຄຸ້ມຄອງຂອງພຣະເຈົ້າສຳເລັດລົງ, ພຣະອົງກໍຈະທຳລາຍມັນ ແລະ ນັ້ນກໍຈະເປັນຈຸດຈົບ. ພຣະເຈົ້າກ່າວສິ່ງເພີ່ມເຕີມກັບມັນອີກບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ເພາະວ່າເວົ້າສັ້ນໆກໍຄື ມັນຈະບໍ່ມີປະໂຫຍດ. ການເວົ້າສິ່ງດຽວກັບມັນຈະເປັນສິ່ງທີ່ເກີນຄວາມຈຳເປັນ. ພຣະເຈົ້າໄດ້ເບິ່ງທະລຸມັນແລ້ວ: ແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດປ່ຽນແປງໄດ້ເລີຍ. ນັ້ນຄືວິທີທີ່ມັນເປັນໄປ.

ເມື່ອພວກເຈົ້າພົບກັບຜູ້ຕໍ່ຕ້ານພຣະຄຣິສ, ພວກເຈົ້າຄວນປະຕິບັດຕໍ່ພວກເຂົາແນວໃດ? ມີຜູ້ນໍາບາງຄົນທີ່ຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກປົດອອກ. ເມື່ອມີຄົນໃດຄົນໜຶ່ງ, ອ້າຍເອື້ອຍນ້ອງໄດ້ລາຍງານຫຼັງຈາກນັ້ນໄລຍະໜຶ່ງວ່າ ລາວມີຄວາມສາມາດໃນການເຮັດວຽກບາງຢ່າງ, ລາວໄດ້ກັບໃຈໃນຊ່ວງເວລານັ້ນ ແລະ ປະຕິບັດຕົວໄດ້ດີ. ມັນບໍ່ຊັດເຈນປານໃດວ່າ ລາວປະຕິບັດຕົວໄດ້ດີທາງດ້ານພຶດຕິກຳ ຫຼື ເວົ້າຈາໃນລັກສະນະທີ່ຟັງເບິ່ງດີ ຫຼື ມີລະບຽບວິໄນຫຼາຍຂຶ້ນໃນບົດບາດຂອງລາວ. ເນື່ອງຈາກອ້າຍເອື້ອຍນ້ອງເວົ້າວ່າ ລາວປະຕິບັດຕົວໄດ້ດີ ແລະ ຍ້ອນວ່າຂາດແຄນກຳລັງຄົນສຳລັບວຽກງານບາງຢ່າງ, ຈຶ່ງມີການຈັດແຈງໃຫ້ລາວເຮັດວຽກບາງຢ່າງ. ແລ້ວຜົນກໍຄື ບໍ່ຮອດສອງເດືອນຕໍ່ມາ, ອ້າຍເອື້ອຍນ້ອງກໍໄດ້ເຮັດບົດລາຍງານວ່າ: “ຂໍໃຫ້ປົດລາວອອກດຽວນີ້, ລາວກຳລັງກົດຂີ່ພວກເຮົາຈົນອົດບໍ່ໄດ້. ຖ້າລາວບໍ່ຖືກປົດອອກ, ພວກເຮົາຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຮົາໄດ້”. ພວກເຂົາບໍ່ຍິນຍອມທີ່ຈະໃຊ້ລາວ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ; ບໍ່ວ່າພວກເຂົາຈະເລືອກໃຜເປັນຜູ້ນໍາ, ມັນກໍຈະບໍ່ແມ່ນລາວ. ລາວເປັນຄົນຊົ່ວຊ້າຄົນເກົ່າ, ລາວເວົ້າຈາໄດ້ດີ ແຕ່ໃນຄວາມເປັນຈິງແລ້ວ ລາວບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍເລີຍ. ເກີດຫຍັງຂຶ້ນ? ທຳມະຊາດຂອງລາວຖືກເປີດໂປງຢ່າງສິ້ນເຊີງ. ເຈົ້າຄິດວ່າເລື່ອງນີ້ຄວນຈັດການແນວໃດ? ການທີ່ອ້າຍເອື້ອຍນ້ອງມີປະຕິກິລິຍາທີ່ຮຸນແຮງແບບນັ້ນພິສູດໃຫ້ເຫັນວ່າ ພວກເຂົາມີການແຍກແຍະໜ້ອຍໜຶ່ງແທ້ໆ. ບາງຄົນຖືກລາວເຮັດໃຫ້ຫຼົງຜິດ ແລະ ຫຼັງຈາກທີ່ເບື້ອງເທິງຈັດການກັບລາວແລ້ວ, ບາງຄົນກໍອອກມາປົກປ້ອງລາວ ແລະ ຕໍ່ມາບາງຄົນກໍເວົ້າວ່າລາວໄດ້ກັບໃຈແລ້ວ. ດັ່ງນັ້ນ, ລາວຈຶ່ງຖືກເລື່ອນຕໍາແໜ່ງອີກຄັ້ງ ແລະ ຫຼັງຈາກນັ້ນໄລຍະໜຶ່ງ, ລາວກໍຖືກເປີດເຜີຍຢ່າງສິ້ນເຊີງ. ຕອນນີ້ອ້າຍເອື້ອຍນ້ອງໄດ້ເບິ່ງທະລຸລາວແລ້ວ ແລະ ພວກເຂົາກໍຮ່ວມມືກັນເພື່ອປົດລາວອອກຈາກຕຳແໜ່ງ. ເບື້ອງເທິງເຫັນວ່າຄົນເຫຼົ່ານີ້ມີການແຍກແຍະແລ້ວ. ພວກເຂົາບໍ່ໄດ້ຮັບການຫົດນ້ຳຢ່າງໄຮ້ປະໂຫຍດ. ດັ່ງນັ້ນ, ເນື່ອງຈາກພວກເຂົາທຸກຄົນບໍ່ຍິນຍອມທີ່ຈະໃຫ້ໃຊ້ລາວ, ເບື້ອງເທິງຈຶ່ງປົດລາວອອກ. ການແຍກແຍະຂອງພວກເຂົາມາຈາກໃສ? (ຄວາມເຂົ້າໃຈກ່ຽວກັບຄວາມຈິງ.) ແມ່ນແລ້ວ, ພວກເຂົາເຂົ້າໃຈຄວາມຈິງ. ການແຍກແຍະມາຈາກຄວາມເຂົ້າໃຈກ່ຽວກັບຄວາມຈິງ. ມັນບໍ່ແມ່ນຍັງຄົນເປັນຄວາມຈິງ ແລະ ພຣະເຈົ້າທີ່ປົກຄອງຢູ່ທີ່ນັ້ນບໍ? (ແມ່ນ.) ການແຍກແຍະຂອງພວກເຂົາແມ່ນທັນເວລາ: ຫຼັງຈາກທີ່ລາວຖືກປົດອອກແລ້ວ, ອ້າຍເອື້ອຍນ້ອງກໍບໍ່ທົນທຸກຈາກການຄວບຄຸມຂອງລາວອີກຕໍ່ໄປ. ຜູ້ຄົນທົນທຸກຫຼາຍພາຍໃຕ້ການກົດຂີ່ຂອງລາວ. ລາວບໍ່ມີຄວາມເປັນມະນຸດເລີຍ. ລາວບໍ່ໄດ້ເຮັດວຽກທີ່ເໝາະສົມຂອງລາວ ແຕ່ລົບກວນການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງ. ລາວໃຊ້ອຳນາດໃນທາງທີ່ຜິດຕໍ່ພວກເຂົາ, ຂົ່ມເຫັງພວກເຂົາດ້ວຍອຳນາດຂອງລາວ. ໃຜຈະຍອມຮັບສິ່ງນັ້ນ? ຄົນໂງ່, ນັ້ນຄືຄົນທີ່ຈະຍອມຮັບ! ເມື່ອຄົນແບບນັ້ນຖືກປົດອອກ, ພວກເຂົາມີຄວາມຮູ້ສຶກແນວໃດກ່ຽວກັບມັນຫຼັງຈາກນັ້ນ? ຄັ້ງກ່ອນ ຄົນນັ້ນຖືກເບື້ອງເທິງປົດອອກ; ຄັ້ງນີ້ ລາວຖືກອ້າຍເອື້ອຍນ້ອງປົດອອກຈາກຕຳແໜ່ງ, ຖືກໂຫ່ໄລ່ລົງຈາກເວທີ ເຊິ່ງບໍ່ແມ່ນວິທີທີ່ສະຫງ່າງາມທີ່ຈະໄປເລີຍ! ໃນຕອນທຳອິດ ລາວຢາກສະແຫວງຫາຕຳແໜ່ງ. ຜົນປາກົດວ່າ ລາວບໍ່ໄດ້ຕຳແໜ່ງ ແຕ່ຕົກຕໍ່າລົງທັນທີ ແລະ ຖືກເຮັດໃຫ້ກັບຄືນສູສະຖານະເດີມຂອງຕົນ. ລາວບໍ່ຄວນໄຕ່ຕອງກ່ຽວກັບຕົນເອງບໍ? (ຄວນ.) ຖ້າລາວເປັນຄົນປົກກະຕິ, ເປັນພຽງຄົນທີ່ມີອຸປະນິໄສທີ່ເສື່ອມຊາມຢ່າງຮ້າຍແຮງ, ລາວຈະບໍ່ຕ້ອງໄຕ່ຕອງກ່ຽວກັບຕົນເອງເຊັ່ນກັນບໍ? (ຕ້ອງໄຕ່ຕອງ.) ມີຄົນປະເພດໜຶ່ງທີ່ບໍ່ໄຕ່ຕອງ. ພວກເຂົາຄິດວ່າພວກເຂົາຖືກຕ້ອງ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຖືກຕ້ອງ; ພວກເຂົາບໍ່ຍອມຮັບຂໍ້ເທັດຈິງ, ພວກເຂົາບໍ່ຍອມຮັບສິ່ງທີ່ເປັນບວກ ແລະ ພວກເຂົາບໍ່ຍອມຮັບການປະເມີນຂອງຄົນອື່ນທີ່ມີຕໍ່ພວກເຂົາ. ຄົນເຫຼົ່ານີ້ຄືຄົນທີ່ມີອຸປະນິໄສແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ບໍ່ຮູ້ຈັກໄຕ່ຕອງກ່ຽວກັບຕົນເອງ. ແລ້ວພວກເຂົາຄິດທົບທວນກ່ຽວກັບຫຍັງແທນ? “ຮຶ! ມື້ໜຶ່ງຈະມາເຖິງ ເມື່ອດາວຂອງຂ້ອຍຈະສ່ອງແສງອີກຄັ້ງ. ລໍຖ້າຈົນກວ່າພວກເຈົ້າຈະຢູ່ໃນກຳມືຂອງຂ້ອຍ, ແລ້ວພວກເຈົ້າຈະເຫັນວ່າຂ້ອຍຈະທໍລະມານພວກເຈົ້າແນວໃດ!” ພວກເຂົາຈະມີໂອກາດເຮັດແນວນັ້ນບໍ? (ບໍ່ມີ.) ພວກເຂົາໝົດໂອກາດແລ້ວ. ໃນຂະນະທີ່ອ້າຍເອື້ອຍນ້ອງເຂົ້າໃຈຄວາມຈິງຫຼາຍຂຶ້ນເລື້ອຍໆ ແລະ ເມື່ອພວກເຂົາສາມາດແຍກແຍະສະພາວະຕ່າງໆຂອງຄົນແຕ່ລະປະເພດ ແລະ ໂດຍສະເພາະຢ່າງຍິ່ງ ການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ, ພື້ນທີ່ທີ່ເຫຼືອສຳລັບຜູ້ຕໍ່ຕ້ານພຣະຄຣິສໃນການເຮັດຄວາມຊົ່ວຮ້າຍກໍຈະນ້ອຍລົງເລື້ອຍໆ ແລະ ພວກເຂົາກໍຈະມີໂອກາດໜ້ອຍລົງເລື້ອຍໆໃນການເຮັດເຊັ່ນນັ້ນ. ມັນຈະບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະພະຍາຍາມກັບມາອີກຄັ້ງ. ພວກເຂົາຫວັງວ່າເບື້ອງເທິງຈະເທດສະໜາໜ້ອຍລົງກ່ຽວກັບການແຍກແຍະ ແລະ ບໍ່ແຍກແຍະວ່າພວກເຂົາເປັນໃຜອີກຕໍ່ໄປ. ເມື່ອພວກເຂົາໄດ້ຍິນການໂອ້ລົມຄວາມຈິງດັ່ງກ່າວ, ພວກເຂົາກໍຮູ້ວ່າມັນຈົບແລ້ວສຳລັບພວກເຂົາ ແລະ ຄິດວ່າບໍ່ມີຄວາມຫວັງເຫຼືອຢູ່ສຳລັບການກັບມາຂອງພວກເຂົາ. ການຄິດທົບທວນຂອງພວກເຂົາບໍ່ໄດ້ເປັນໄປໃນທຳນອງວ່າ: “ສິ່ງທີ່ພວກເຂົາກຳລັງເປີດໂປງ ແລະ ແຍກແຍະນັ້ນຖືກຕ້ອງ, ມັນສະທ້ອນໃຫ້ເຫັນສະພາວະຂອງຂ້ອຍຢ່າງສົມບູນ. ຂ້ອຍຄວນປ່ຽນແປງແນວໃດ? ຖ້າຂ້ອຍຍັງສືບຕໍ່ປະພຶດຕົນແບບນີ້, ນັ້ນຈະບໍ່ແມ່ນຈຸດຈົບຂອງຂ້ອຍບໍ? ຂ້ອຍຈະຖືກຂີດຊື່ອອກ. ຈະມີຜົນດີຫຍັງເກີດຂຶ້ນຈາກການຍ່າງຢູ່ໃນເສັ້ນທາງຂອງຫົວໜ້າທູດສະຫວັນ ແລະ ການເປັນປໍລະປັກຕໍ່ພຣະເຈົ້າ?” ພວກເຂົາຈະມີການຄິດໄຕ່ຕອງແບບນັ້ນບໍ? (ບໍ່ມີ.) ພວກເຂົາຈະບໍ່ຄິດໄຕ່ຕອງ ແລະ ແນ່ນອນວ່າ ພວກເຂົາ ຈະບໍ່ໄຕ່ຕອງກ່ຽວກັບຕົນເອງ ແລະ ພະຍາຍາມຮູ້ຈັກຕົນເອງ; ແຕ່ພວກເຂົາຈະຍອມຕາຍດີກວ່າທີ່ຈະກັບໃຈ. ນັ້ນຄືທຳມະຊາດຂອງພວກເຂົາ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງແນວໃດກໍຕາມ, ມັນກໍຈະບໍ່ປຸກພວກເຂົາໃຫ້ຕື່ນ ຫຼື ເຮັດໃຫ້ພວກເຂົາກັບໃຈ. ມີທາງອອກບໍ ຖ້າບໍ່ມີການກັບໃຈ? (ບໍ່ມີ.) ພວກເຂົາບໍ່ກັບໃຈ. ພວກເຂົາຍ່າງຕາມເສັ້ນທາງຂອງພວກເຂົາໄປສູ່ຈຸດຈົບທີ່ຂົມຂື່ນ, ໄປສູ່ຄວາມພິນາດທີ່ພວກເຂົາສະແຫວງຫາດ້ວຍຕົນເອງ, ເຊິ່ງເປັນສິ່ງທີ່ຖືກກຳນົດໂດຍທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ.

ພວກເຮົາໄດ້ໂອ້ລົມກັນຕະຫຼອດເວລານີ້ໃນຫົວຂໍ້ກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າຄິດວ່າຜູ້ທີ່ເປັນຜູ້ຕໍ່ຕ້ານພຣະຄຣິສມີຄວາມຮູ້ສຶກແນວໃດໃນຂະນະທີ່ພວກເຂົາຟັງ? ເມື່ອເຖິງເວລາເຕົ້າໂຮມກັນ, ພວກເຂົາຮູ້ສຶກທໍລະມານຈົນອົດບໍ່ໄດ້ ແລະ ພວກເຂົາຕໍ່ຕ້ານຢູ່ໃນໃຈ. ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນ.) ເມື່ອຄົນປົກກະຕິທີ່ມີອຸປະນິໄສທີ່ເສື່ອມຊາມຮູ້ວ່າພວກເຂົາມີອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍປາຖະໜາຢ່າງແຮງກ້າທີ່ຈະໄດ້ຍິນ ແລະ ເຂົ້າໃຈຫຼາຍຂຶ້ນ, ເພາະເມື່ອພວກເຂົາເຂົ້າໃຈແລ້ວ, ນັ້ນຄືເວລາທີ່ພວກເຂົາຈະສາມາດໄລ່ຕາມການປ່ຽນແປງ. ພວກເຂົາຄິດວ່າຖ້າພວກເຂົາບໍ່ເຂົ້າໃຈ, ພວກເຂົາກໍຈະຫຼົງທາງ ແລະ ອາດຈະມີມື້ໜຶ່ງທີ່ພວກເຂົາກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງຢູ່ບ່ອນນັ້ນ ພວກເຂົາຈະກະທຳຄວາມຊົ່ວຮ້າຍອັນໃຫຍ່ຫຼວງ, ເປີດປະຕູສູ່ຄວາມຫາຍະນະ ແລະ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ສູນເສຍໂອກາດໃນການໄດ້ຮັບຄວາມລອດພົ້ນ ແລະ ພົບກັບຄວາມພິນາດ. ພວກເຂົາຢ້ານກົວສິ່ງນີ້. ແນວຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງອອກໄປ. ພວກເຂົາພະຍາຍາມຢ່າງສຸດຄວາມສາມາດທີ່ຈະກີດກັນຄົນອື່ນທັງໝົດບໍ່ໃຫ້ເວົ້າເຖິງ ແລະ ໄດ້ຍິນຄຳເທດສະໜາກ່ຽວກັບການແຍກແຍະດັ່ງກ່າວ; ພວກເຂົາປາຖະໜາຢ່າງແຮງກ້າໃຫ້ທຸກຄົນມຶນງົງ ແລະ ບໍ່ມີການແຍກແຍະ ແລະ ຖືກພວກເຂົາເຮັດໃຫ້ຫຼົງຜິດ. ນັ້ນຄືສິ່ງທີ່ຈະເຮັດໃຫ້ພວກເຂົາມີຄວາມສຸກ. ຄວາມປາຖະໜາທີ່ຍິ່ງໃຫຍ່ທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ການກຳອຳນາດ. ພວກເຈົ້າຢາກກຳອຳນາດບໍ? (ບໍ່.) ບໍ່ແມ່ນດ້ວຍໃຈຂອງພວກເຈົ້າ ແຕ່ບາງຄັ້ງມັນກໍເກີດຂຶ້ນໃນຄວາມຄິດຂອງພວກເຈົ້າວ່າເປັນສິ່ງທີ່ພວກເຈົ້າຕ້ອງການ ແລະ ດັ່ງນັ້ນ ໃນຄວາມເປັນຈິງແລ້ວ ມັນຈຶ່ງເປັນສິ່ງທີ່ພວກເຈົ້າຢາກເຮັດ. ພວກເຈົ້າອາດຈະມີຄວາມປາຖະໜາສ່ວນຕົວຢູ່ພາຍໃນ, ມີຄວາມປາຖະໜາເລິກໆຢູ່ໃນໃຈທີ່ຈະບໍ່ເປັນຄົນແບບນັ້ນ, ທີ່ຈະບໍ່ຍ່າງຢູ່ໃນເສັ້ນທາງນັ້ນ ແຕ່ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະເຮັດໃຫ້ເຈົ້າຫວັ່ນໄຫວ ແລະ ຂັບເຄື່ອນເຈົ້າ. ເຈົ້າໃຊ້ຄວາມຄິດຢ່າງໜັກເພື່ອຄິດຫາວິທີທີ່ເຈົ້າຈະປົກປ້ອງສະຖານະ ແລະ ອິດທິພົນຂອງເຈົ້າ, ມີຈັກຄົນທີ່ເຈົ້າສາມາດຄວບຄຸມໄດ້, ວິທີເວົ້າດ້ວຍສິດອໍານາດເພື່ອໃຫ້ໄດ້ຮັບການຍ້ອງຍໍຈາກຄົນອື່ນ. ເມື່ອເຈົ້າຄິດເຖິງສິ່ງເຫຼົ່ານີ້ຢູ່ສະເໝີ, ໃຈຂອງເຈົ້າກໍບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມຂອງເຈົ້າອີກຕໍ່ໄປ. ສິ່ງໃດກຳລັງຄວບຄຸມມັນຢູ່? (ອຸປະນິໄສທີ່ເສື່ອມຊາມ.) ແມ່ນແລ້ວ, ມັນຢູ່ພາຍໃຕ້ການຄວບຄຸມຂອງອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ຄົນເຮົາຄິດທົບທວນໝົດມື້ກ່ຽວກັບຄວາມກັງວົນເລື່ອງຜົນປະໂຫຍດທາງເນື້ອໜັງຂອງພວກເຂົາ; ພວກເຂົາຕໍ່ສູ້ກັບຄົນອື່ນຢູ່ສະເໝີ ແລະ ໃນຂະບວນການຂອງການຕໍ່ສູ້ເຫຼົ່ານີ້, ພວກເຂົາບໍ່ໄດ້ຮັບຫຍັງເລີຍ ແລະ ມັນເຈັບປວດຫຼາຍສຳລັບພວກເຂົາ. ພວກເຂົາດຳລົງຊີວິດເພື່ອເນື້ອໜັງ ແລະ ຊາຕານເທົ່ານັ້ນ. ດັ່ງນັ້ນ, ຄົນເຮົາຈຶ່ງຕັ້ງປານິທານທີ່ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີ ແລະ ດຳລົງຊີວິດເພື່ອພຣະເຈົ້າ ພຽງແຕ່ເພື່ອຕໍ່ສູ້ອີກຄັ້ງເພື່ອສະຖານະ ແລະ ຜົນປະໂຫຍດຂອງພວກເຂົາ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ: ການຕໍ່ສູ້ກັບໄປກັບມາທີ່ເຮັດໃຫ້ພວກເຂົາອິດເມື່ອຍຈົນເຖິງກະດູກ ເຊິ່ງພວກເຂົາບໍ່ໄດ້ຮັບຫຍັງຈາກມັນເລີຍ. ບອກເຮົາເບິ່ງ, ນັ້ນບໍ່ແມ່ນວິທີການດຳລົງຊີວິດທີ່ອິດເມື່ອຍບໍ? (ແມ່ນ.) ພວກເຂົາດຳລົງຊີວິດແບບນັ້ນມື້ແລ້ວມື້ເລົ່າ ແລະ ກ່ອນທີ່ພວກເຂົາຈະຮູ້ຕົວ, ມັນກໍຜ່ານໄປຫຼາຍທົດສະວັດແລ້ວ. ບາງຄົນເຊື່ອໃນພຣະເຈົ້າເປັນເວລາສິບ ຫຼື ຊາວປີ, ພວກເຂົາໄດ້ຮັບຄວາມຈິງຫຼາຍສໍ່າໃດ? ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາປ່ຽນແປງໄປຫຼາຍສໍ່າໃດ? ພວກເຂົາດຳລົງຊີວິດເພື່ອໃຜໃນແຕ່ລະມື້? ພວກເຂົາເຮັດໃຫ້ຕົນເອງຫຍຸ້ງໄປເພື່ອສິ່ງໃດ? ພວກເຂົາໃຊ້ສະໝອງຢ່າງໜັກເພື່ອສິ່ງໃດ? ທັງໝົດນີ້ກໍເພື່ອເນື້ອໜັງ. ພຣະເຈົ້າກ່າວວ່າ “ທຸກຈິນຕະນາການໃນຄວາມຄິດຂອງໃຈມະນຸດລ້ວນແຕ່ຊົ່ວຮ້າຍຢູ່ສະເໝີ”. ມີຂໍ້ຜິດພາດໃນພຣະທຳເຫຼົ່ານັ້ນບໍ? ຈົ່ງຊີມລົດຊາດຂອງມັນ; ຈົ່ງເຊີນແຊບໄປກັບມັນ. ເມື່ອເຈົ້າຄິດເຖິງພຣະທຳເຫຼົ່ານີ້, ເມື່ອເຈົ້າມີປະສົບການກັບພວກມັນ, ເຈົ້າບໍ່ຢ້ານກົວບໍ? ເຈົ້າອາດຈະເວົ້າວ່າ “ຂ້ອຍຮູ້ສຶກຢ້ານກົວແດ່. ພາຍນອກແລ້ວ, ຂ້ອຍຈ່າຍລາຄາໝົດມື້; ຂ້ອຍປະຖິ້ມ ແລະ ເສຍສະລະຕົນເອງ ແລະ ທົນທຸກ. ນັ້ນຄືສິ່ງທີ່ຮ່າງກາຍເນື້ອໜັງຂອງຂ້ອຍເຮັດ ແຕ່ຄວາມຄິດທັງໝົດໃນໃຈຂອງຂ້ອຍລ້ວນແຕ່ຊົ່ວຮ້າຍ. ພວກມັນລ້ວນແຕ່ຂັດກັບຄວາມຈິງ. ໃນຫຼາຍສິ່ງທີ່ຂ້ອຍເຮັດ, ທີ່ມາຂອງຂ້ອຍ, ແຮງຈູງໃຈຂອງຂ້ອຍ ແລະ ເປົ້າໝາຍຂອງຂ້ອຍລ້ວນແຕ່ກ່ຽວກັບການກະທຳຄວາມຊົ່ວຮ້າຍຕາມຈິນຕະນາການຂອງຂ້ອຍເອງ”. ຜົນຂອງການກະທຳແບບນັ້ນແມ່ນຫຍັງ? ການກະທຳທີ່ຊົ່ວຮ້າຍ. ແລ້ວພຣະເຈົ້າຈະຈື່ຈຳພວກເຂົາບໍ? ບາງຄົນອາດຈະເວົ້າວ່າ “ຂ້ອຍເຊື່ອໃນພຣະເຈົ້າມາຊາວປີແລ້ວ. ຂ້ອຍໄດ້ສະລະທຸກຢ່າງ ແລະ ພຣະເຈົ້າກໍຍັງບໍ່ຈື່ຈຳມັນ”. ພວກເຂົາໂສກເສົ້າ ແລະ ເຈັບປວດ. ສິ່ງໃດເຮັດໃຫ້ພວກເຂົາເຈັບປວດ? ຖ້າພຣະເຈົ້າເຂັ້ມງວດກັບມະນຸດຢ່າງແທ້ຈິງ, ມະນຸດກໍຈະບໍ່ມີຫຍັງທີ່ຈະອວດອ້າງໄດ້. ທັງໝົດນີ້ຄືພຣະຄຸນຂອງພຣະເຈົ້າ, ຄວາມເມດຕາຂອງພຣະອົງ. ພຣະເຈົ້າອົດທົນກັບມະນຸດຫຼາຍ. ຈົ່ງຄິດກ່ຽວກັບມັນ: ພຣະເຈົ້າບໍລິສຸດຫຼາຍ, ຊອບທຳຫຼາຍ, ຊົງລິດທານຸພາບສູງສຸດຫຼາຍ ແລະ ພຣະອົງພຽງແຕ່ເບິ່ງໃນຂະນະທີ່ຜູ້ຕິດຕາມພຣະອົງຄິດແຕ່ເລື່ອງຊົ່ວຮ້າຍຢ່າງສິ້ນເຊີງ, ໝົດມື້ ແລະ ຄວາມຄິດທີ່ຂັດກັບຄວາມຈິງ ແລະ ຄວາມຄິດທີ່ກ່ຽວກັບເລື່ອງຜົນປະໂຫຍດຕໍ່ສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເອງຢ່າງສິ້ນເຊີງ. ພຣະເຈົ້າຈະທົນໃຫ້ຜູ້ຕິດຕາມພຣະອົງຕໍ່ຕ້ານ ແລະ ທໍລະຍົດພຣະອົງໃນລັກສະນະນີ້ບໍ? ແນ່ນອນວ່າບໍ່. ໂດຍຖືກຄອບງຳດ້ວຍແນວຄວາມຄິດ, ຄວາມຄິດ, ເຈດຕະນາ ແລະ ແຮງຈູງໃຈເຫຼົ່ານີ້, ຜູ້ຄົນຈຶ່ງກະທຳສິ່ງຕ່າງໆຢ່າງຈະແຈ້ງໃນການກະບົດ ແລະ ການຕໍ່ຕ້ານພຣະເຈົ້າ, ໃນຂະນະດຽວກັນກໍອວດອ້າງວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງຕົນ ແລະ ຮ່ວມມືກັບພາລະກິດຂອງພຣະເຈົ້າ. ພຣະເຈົ້າເຫັນທັງໝົດນີ້ ແລະ ພຣະອົງຍັງຕ້ອງອົດທົນກັບມັນ. ພຣະອົງອົດທົນກັບມັນແນວໃດ? ພຣະອົງສະໜອງຄວາມຈິງ; ພຣະອົງຫົດນໍ້າ ແລະ ເປີດໂປງ; ພຣະອົງຍັງໃຫ້ຄວາມຮູ້ແຈ້ງ ແລະ ສ່ອງສະຫວ່າງ, ໃຫ້ການນໍາພາ, ລົງທັນ ແລະ ລົງວິໄນ. ແລ້ວເມື່ອການລົງວິໄນນັ້ນຮຸນແຮງ, ພຣະອົງກໍຍັງຕ້ອງໃຫ້ຄວາມໝັ້ນໃຈ. ພຣະເຈົ້າຕ້ອງມີຄວາມອົດທົນສໍ່າໃດທີ່ຈະເຮັດທັງໝົດນັ້ນ! ພຣະອົງຈັບຕາເບິ່ງອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຄົນເຫຼົ່ານີ້, ເບິ່ງຄວາມຈິງທີ່ວ່າການເປີດເຜີຍ, ພຶດຕິກຳ ແລະ ແນວຄວາມຄິດທີ່ແຕກຕ່າງກັນທັງໝົດຂອງພວກເຂົາລ້ວນແຕ່ຊົ່ວຮ້າຍ ແລະ ພຣະອົງກໍຍັງສາມາດອົດທົນກັບມັນໄດ້. ບອກເຮົາເບິ່ງ, ມະນຸດຈະສາມາດເຮັດສິ່ງນັ້ນໄດ້ບໍ? (ບໍ່ໄດ້.) ຄວາມອົດທົນທີ່ພໍ່ແມ່ມີຕໍ່ລູກຂອງພວກເຂົາແມ່ນມີຢູ່ຈິງ ແຕ່ພວກເຂົາກໍອາດຈະຍັງປະຖິ້ມລູກ ຫຼື ແມ່ນແຕ່ຕັດຄວາມສຳພັນກັບລູກ ເມື່ອສິ່ງຕ່າງໆກາຍເປັນເລື່ອງທີ່ທົນບໍ່ໄດ້. ແລ້ວຄວາມອົດທົນທີ່ພຣະເຈົ້າມີຕໍ່ຄົນຜູ້ໜຶ່ງເດ? ແຕ່ລະມື້ທີ່ເຈົ້າມີຊີວິດຢູ່ຄືມື້ທີ່ພຣະເຈົ້າມີຄວາມອົດທົນຂອງພຣະອົງໃຫ້ແກ່ເຈົ້າ. ນັ້ນຄືຄວາມອົດທົນຂອງພຣະອົງ. ມີຫຍັງຢູ່ໃນຄວາມອົດທົນນັ້ນ? (ຄວາມຮັກ.) ບໍ່ພຽງແຕ່ຄວາມຮັກເທົ່ານັ້ນ, ພຣະອົງມີຄວາມຄາດຫວັງໃນຕົວເຈົ້າ. ຄວາມຄາດຫວັງນັ້ນແມ່ນຫຍັງ? ເພື່ອທີ່ພຣະອົງຈະໄດ້ເຫັນຜົນໄດ້ຮັບ ແລະ ການເກັບກ່ຽວຜ່ານພາລະກິດທີ່ພຣະອົງເຮັດ ແລະ ເຮັດໃຫ້ມະນຸດໄດ້ຊີມລົດຊາດຄວາມຮັກຂອງພຣະອົງ. ມະນຸດມີຄວາມຮັກແບບນັ້ນບໍ? ເຂົາບໍ່ມີ. ດ້ວຍການຮຽນຮູ້ ແລະ ການສຶກສາພຽງໜ້ອຍດຽວ, ດ້ວຍພອນສະຫວັນ ຫຼື ທັກສະພິເສດພຽງໜ້ອຍດຽວ, ຄົນເຮົາກໍຮູ້ສຶກວ່າຕົນເອງມີຖານະສູງສົ່ງກວ່າຄົນອື່ນ ແລະ ຄົນທຳມະດາບໍ່ສາມາດທຽບກັບພວກເຂົາໄດ້ເລີຍ. ນັ້ນຄືຄວາມໜ້າລັງກຽດຂອງມະນຸດ. ນັ້ນຄືວິທີທີ່ພຣະເຈົ້າກະທຳບໍ? ມັນກົງກັນຂ້າມຢ່າງສິ້ນເຊີງ: ມະນຸດຊາດທີ່ສົກກະປົກຢ່າງບໍ່ໜ້າເຊື່ອ, ທີ່ເສື່ອມຊາມຢ່າງເລິກເຊິ່ງແບບນັ້ນ ຄືຜູ້ທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ; ຍິ່ງໄປກວ່ານັ້ນ, ພຣະອົງດຳລົງຊີວິດຮ່ວມກັບພວກເຂົາ, ເວົ້າກັບພວກເຂົາແບບຊ່ອງໜ້າ ແລະ ສະໜັບສະໜູນພວກເຂົາ. ມະນຸດບໍ່ສາມາດເຮັດສິ່ງນັ້ນໄດ້.

ຕໍ່ໄປນີ້ແມ່ນການໂອ້ລົມເພີ່ມເຕີມກ່ຽວກັບບັນຫາອີກຢ່າງໜຶ່ງ. ເມື່ອພວກເຂົາເປັນພະຍານ, ບາງຄົນກໍພວກເຂົາເວົ້າວ່າ “ເມື່ອໃດກໍຕາມທີ່ມີເລື່ອງເກີດຂຶ້ນກັບຂ້ານ້ອຍ, ຂ້ານ້ອຍກໍຄິດເຖິງຄວາມຮັກຂອງພຣະເຈົ້າ ແລະ ພຣະຄຸນຂອງພຣະອົງ ແລະ ຂ້ານ້ອຍກໍຕື້ນຕັນໃຈ. ຂ້ານ້ອຍຢຸດເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ ເມື່ອໃດກໍຕາມທີ່ຂ້ານ້ອຍຄິດເຖິງສິ່ງເຫຼົ່ານີ້”. ຄົນສ່ວນໃຫຍ່ຮູ້ສຶກວ່າຄຳເວົ້ານີ້ດີ, ວ່າມັນສາມາດແກ້ໄຂບັນຫາການເປີດເຜີຍອຸປະນິໄສທີ່ເສື່ອມຊາມໄດ້ແທ້ໆ. ຄຳເວົ້າເຫຼົ່ານີ້ຟັງຂຶ້ນແທ້ບໍ? ບໍ່, ມັນຟັງບໍ່ຂຶ້ນ. ຄວາມຮັກຂອງພຣະເຈົ້າ, ຄວາມຊົງລິດທານຸພາບສູງສຸດຂອງພຣະອົງ, ຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ມະນຸດ ແລະ ພາລະກິດທັງໝົດທີ່ພຣະອົງເຮັດໃນມະນຸດ ສາມາດເຮັດໃຫ້ຄົນຕື້ນຕັນໃຈໄດ້ເທົ່ານັ້ນ ເຊິ່ງແມ່ນສ່ວນທີ່ເປັນຄວາມເປັນມະນຸດຂອງພວກເຂົາ, ສ່ວນທີ່ເປັນຄວາມສໍານຶກ ແລະ ເຫດຜົນຂອງພວກເຂົາ; ເຖິງຢ່າງໃດກໍຕາມ, ມັນບໍ່ສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດໄດ້ ແລະ ທັງບໍ່ສາມາດປ່ຽນແປງເປົ້າໝາຍ ແລະ ທິດທາງໃນການໄລ່ຕາມຂອງມະນຸດໄດ້. ນີ້ຄືເຫດຜົນທີ່ພຣະເຈົ້າເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ: ພຣະອົງສະແດງ ແລະ ສະໜອງຄວາມຈິງ ເພື່ອແກ້ໄຂບັນຫາອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ສິ່ງທີ່ສຳຄັນທີ່ສຸດທີ່ພຣະເຈົ້າເຮັດແມ່ນຫຍັງ? ພຣະອົງສະແດງ ແລະ ສະໜອງຄວາມຈິງ ແລະ ພິພາກສາ ແລະ ລົງທັນມະນຸດ. ພຣະອົງບໍ່ປາຖະໜາທີ່ຈະເຮັດໃຫ້ເຈົ້າຕື້ນຕັນໃຈກັບການກະທຳຂອງພຣະອົງ ຫຼື ກັບສິ່ງທີ່ພຣະອົງເຮັດ ເພື່ອປ່ຽນແປງທິດທາງ ແລະ ເປົ້າໝາຍໃນການໄລ່ຕາມຂອງເຈົ້າ. ພຣະອົງຈະບໍ່ເຮັດພາລະກິດແບບນັ້ນ. ບໍ່ວ່າພຣະເຈົ້າຈະກ່າວຫຍັງກ່ຽວກັບວ່າພຣະອົງມີຄວາມອົດກັ້ນຕໍ່ມະນຸດສໍ່າໃດ ຫຼື ກ່ຽວກັບວ່າພຣະອົງຊ່ວຍມະນຸດໃຫ້ລອດພົ້ນແນວໃດ, ດ້ວຍລາຄາທີ່ຍິ່ງໃຫຍ່ສໍ່າໃດກໍຕາມ. ບໍ່ວ່າພຣະອົງຈະກ່າວແນວໃດ, ພຣະເຈົ້າພຽງແຕ່ປາຖະໜາທີ່ຈະເຮັດໃຫ້ມະນຸດເຂົ້າໃຈເຈດຕະນາຂອງພຣະອົງໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ. ພຣະອົງບໍ່ໄດ້ກ່າວສິ່ງເຫຼົ່ານັ້ນເພື່ອເຮັດໃຫ້ຈິດໃຈຂອງຜູ້ຄົນອ່ອນລົງ ແລະ ເຮັດໃຫ້ພວກເຂົາຫັນກັບ ຍ້ອນວ່າພວກເຂົາຕື້ນຕັນໃຈຫຼາຍສໍ່າໃດທີ່ໄດ້ຍິນພຣະອົງ. ເຮັດສິ່ງນັ້ນບໍ່ໄດ້. ຍ້ອນຫຍັງຈຶ່ງບໍ່ໄດ້? ອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນທຳມະຊາດແກ່ນແທ້ຂອງພວກເຂົາ ແລະ ທຳມະຊາດແກ່ນແທ້ນັ້ນຄືພື້ນຖານທີ່ຜູ້ຄົນເພິ່ງພາອາໄສເພື່ອຄວາມຢູ່ລອດ. ມັນບໍ່ແມ່ນຮີດຄອງ ຫຼື ນິໄສທີ່ບໍ່ດີທີ່ຈະປ່ຽນແປງດ້ວຍການກະຕຸ້ນພຽງໜ້ອຍໜຶ່ງ; ມັນຈະບໍ່ປ່ຽນແປງທັນທີທີ່ຄົນໃດໜຶ່ງມີຄວາມສຸກ ຫຼື ດ້ວຍຄວາມຮູ້ຈຳນວນໜຶ່ງທີ່ໄດ້ຮັບ ຫຼື ຈຳນວນປຶ້ມທີ່ອ່ານ. ສິ່ງນັ້ນຈະເປັນໄປບໍ່ໄດ້. ບໍ່ມີໃຜສາມາດປ່ຽນແປງທຳມະຊາດຂອງມະນຸດໄດ້. ຄົນເຮົາສາມາດປ່ຽນແປງໄດ້ໂດຍການຍອມຮັບ ແລະ ການໄດ້ຮັບຄວາມຈິງເທົ່ານັ້ນ. ຄວາມຈິງເທົ່ານັ້ນຄືສິ່ງທີ່ສາມາດປ່ຽນແປງຜູ້ຄົນໄດ້. ຖ້າເຈົ້າປາຖະໜາທີ່ຈະມີການປ່ຽນແປງໃນຊີວິດອຸປະນິໄສຂອງເຈົ້າ, ເຈົ້າຕ້ອງໄລ່ຕາມຄວາມຈິງ ແລະ ເພື່ອໄລ່ຕາມຄວາມຈິງ, ເຈົ້າຕ້ອງເລີ່ມຕົ້ນໂດຍການມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບຄວາມຈິງຕ່າງໆທີ່ພຣະເຈົ້າກ່າວ. ບາງຄົນເຊື່ອວ່າ ຖ້າຄົນໃດໜຶ່ງເຂົ້າໃຈຫຼັກຄຳສອນ, ພວກເຂົາກໍເຂົ້າໃຈຄວາມຈິງ. ສິ່ງນີ້ຜິດທີ່ສຸດ. ມັນບໍ່ແມ່ນວ່າ ຖ້າເຈົ້າເຂົ້າໃຈຫຼັກຄຳສອນຂອງຄວາມເຊື່ອໃນພຣະເຈົ້າ ແລະ ສາມາດເວົ້າເຖິງທິດສະດີຝ່າຍວິນຍານສອງສາມຢ່າງໄດ້, ແລ້ວເຈົ້າກໍເຂົ້າໃຈຄວາມຈິງ. ໃຫ້ລອງຄິດເບິ່ງຕອນນີ້: ຄວາມຈິງໝາຍເຖິງຫຍັງແທ້? ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ມີຫຼາຍຄົນທີ່ບໍ່ເຂົ້າໃຈຄວາມຈິງ? ພວກເຂົາຄິດວ່າ “ຖ້າຂ້ານ້ອຍສາມາດເຂົ້າໃຈຄວາມໝາຍຂອງພຣະທຳຂອງພຣະເຈົ້າ, ນັ້ນໝາຍຄວາມວ່າຂ້ານ້ອຍເຂົ້າໃຈຄວາມຈິງແລ້ວ” ແລະ “ພຣະທຳທັງໝົດຂອງພຣະເຈົ້າແມ່ນຖືກຕ້ອງ; ທັງໝົດລ້ວນແຕ່ຖືກກ່າວເຂົ້າໃນໃຈຂອງພວກເຮົາ ແລະ ດັ່ງນັ້ນ ມັນຈຶ່ງເປັນພາສາຮ່ວມກັນຂອງພວກເຮົາ”. ໃຫ້ບອກເຮົາເບິ່ງ, ຄຳເວົ້ານັ້ນຖືກຕ້ອງ ຫຼື ບໍ່? ການເຂົ້າໃຈຄວາມຈິງໝາຍຄວາມວ່າແນວໃດແທ້? ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ? ກ່ອນອື່ນ ພວກເຮົາຈະເວົ້າໜ້ອຍໜຶ່ງກ່ຽວກັບວ່າຄວາມຈິງແມ່ນຫຍັງ. ຄວາມຈິງຄືຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ. ແລ້ວຄວາມເປັນຈິງຂອງສິ່ງທີ່ເປັນບວກເຫຼົ່ານັ້ນກ່ຽວຂ້ອງກັບມະນຸດແນວໃດ? (ຕາມທີ່ຂ້ານ້ອຍເຂົ້າໃຈ, ພຣະເຈົ້າ, ວິທີທີ່ມັນສະແດງອອກເມື່ອຄົນໃດໜຶ່ງເຂົ້າໃຈຄວາມຈິງກໍຄື ບໍ່ວ່າພວກເຂົາຈະພົບພໍ້ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆແບບໃດກໍຕາມ, ພວກເຂົາກໍມີຫຼັກການ ແລະ ຮູ້ວິທີປະຕິບັດຕໍ່ສິ່ງເຫຼົ່ານັ້ນ ແລະ ມີເສັ້ນທາງແຫ່ງການປະຕິບັດ; ຄວາມຈິງສາມາດແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ ແລະ ກາຍເປັນຄວາມເປັນຈິງໃນຊີວິດຂອງພວກເຂົາ. ພຣະເຈົ້າຫາກໍກ່າວວ່າ ການທີ່ຄົນໃດໜຶ່ງເຂົ້າໃຈຫຼັກຄຳສອນນັ້ນບໍ່ແມ່ນການເຂົ້າໃຈຄວາມຈິງ, ພວກເຂົາຮູ້ສຶກຄືກັບວ່າພວກເຂົາເຂົ້າໃຈຄວາມຈິງແລ້ວ ແຕ່ພວກເຂົາບໍ່ສາມາດແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກໃດໆທີ່ພວກເຂົາມີໃນຊີວິດຈິງຂອງພວກເຂົາໄດ້. ພວກເຂົາບໍ່ມີເສັ້ນທາງສຳລັບສິ່ງນັ້ນ; ພວກເຂົາບໍ່ສາມາດເຊື່ອມໂຍງສິ່ງຕ່າງໆເຂົ້າກັບຄວາມຈິງໄດ້.) ນັ້ນຄືການບໍ່ເຂົ້າໃຈຄວາມຈິງ. ສ່ວນໜຶ່ງຂອງສິ່ງທີ່ຫາກໍເວົ້າໄປນັ້ນແມ່ນຖືກຈຸດ: ຄວາມຈິງແມ່ນຫຍັງ? (ຄວາມຈິງສາມາດເຮັດໃຫ້ຜູ້ຄົນມີເສັ້ນທາງແຫ່ງການປະຕິບັດ ແລະ ກະທຳດ້ວຍຫຼັກການ; ມັນສາມາດແກ້ໄຂຄວາມຫຍຸ້ງຍາກຂອງຜູ້ຄົນໄດ້.) ຖືກຕ້ອງແລ້ວ. ການທຽບຕົນເອງໃສ່ຫຼັກການຄວາມຈິງ ແລະ ການປະຕິບັດຕາມຫຼັກການເຫຼົ່ານັ້ນ, ນັ້ນຄືເສັ້ນທາງ. ມັນພິສູດວ່ານັ້ນຄືການເຂົ້າໃຈຄວາມຈິງ. ຖ້າເຈົ້າພຽງແຕ່ເຂົ້າໃຈຫຼັກຄຳສອນ ແລະ ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ, ເຈົ້າບໍ່ສາມາດນຳໃຊ້ມັນໄດ້ ແລະ ບໍ່ສາມາດຊອກຫາຫຼັກການໄດ້, ແລ້ວນັ້ນກໍບໍ່ແມ່ນການເຂົ້າໃຈຄວາມຈິງ. ຄວາມຈິງແມ່ນຫຍັງ? ຄວາມຈິງຄືຫຼັກການ ແລະ ເກນສຳລັບການເຮັດທຸກສິ່ງ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ເມື່ອເຮົາເວົ້າວ່າພວກເຈົ້າບໍ່ເຂົ້າໃຈຄວາມຈິງ, ເຮົາກຳລັງເວົ້າວ່າພວກເຈົ້າກັບມາຈາກການເທດສະໜາໂດຍຮູ້ພຽງແຕ່ຫຼັກຄຳສອນເທົ່ານັ້ນ. ພວກເຈົ້າບໍ່ຮູ້ວ່າຫຼັກການ ແລະ ເກນຂອງຄວາມຈິງທີ່ຢູ່ພາຍໃນນັ້ນແມ່ນຫຍັງ ຫຼື ສິ່ງໃດທີ່ເກີດຂຶ້ນກັບພວກເຈົ້າກ່ຽວຂ້ອງກັບຄວາມຈິງດ້ານນັ້ນ ຫຼື ສະພາວະໃດກ່ຽວຂ້ອງກັບມັນ ແລະ ພວກເຈົ້າບໍ່ຮູ້ວ່າຈະນຳໃຊ້ຄວາມຈິງດ້ານນັ້ນແນວໃດ. ພວກເຈົ້າບໍ່ຮູ້ສິ່ງເຫຼົ່ານີ້ເລີຍ. ຕົວຢ່າງ: ສົມມຸດວ່າພວກເຈົ້າໄດ້ຖາມຄຳຖາມໜຶ່ງ. ການທີ່ພວກເຈົ້າຖາມຄຳຖາມນັ້ນໝາຍຄວາມວ່າພວກເຈົ້າບໍ່ເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງ. ພວກເຈົ້າຈະເຂົ້າໃຈມັນບໍ ຫຼັງຈາກທີ່ໄດ້ໂອ້ລົມກ່ຽວກັບມັນ? (ເຂົ້າໃຈ.) ພວກເຈົ້າອາດຈະເຂົ້າໃຈໜ້ອຍໜຶ່ງຫຼັງຈາກການໂອ້ລົມ ແຕ່ຖ້າເຈົ້າບໍ່ເຂົ້າໃຈມັນ ເມື່ອມີສິ່ງທີ່ຄ້າຍຄືກັນເກີດຂຶ້ນກັບເຈົ້າອີກ, ນັ້ນກໍບໍ່ແມ່ນການເຂົ້າໃຈຄວາມຈິງຢ່າງແທ້ຈິງ. ເຈົ້າບໍ່ຮູ້ກ່ຽວກັບຫຼັກການ ແລະ ເກນຂອງຄວາມຈິງນັ້ນ; ເຈົ້າບໍ່ໄດ້ກຳແໜ້ນສິ່ງເຫຼົ່ານັ້ນ. ອາດຈະມີຄວາມຈິງຢ່າງໜຶ່ງທີ່ເຈົ້າຄິດວ່າເຈົ້າເຂົ້າໃຈແລ້ວ ແຕ່ສຳລັບຄວາມເປັນຈິງທີ່ມັນກ່າວເຖິງນັ້ນແມ່ນຫຍັງ ແລະ ສະພາວະຂອງມະນຸດທີ່ມັນແນໃສ່ນັ້ນແມ່ນຫຍັງ, ຖ້າເຈົ້າເຂົ້າໃຈຄວາມຈິງນັ້ນແລ້ວ, ເຈົ້າຈະສາມາດເອົາສະພາວະຂອງເຈົ້າເອງມາທຽບໃສ່ກັບມັນໄດ້ບໍ? ຖ້າເຈົ້າເຮັດບໍ່ໄດ້ ແລະ ເຈົ້າບໍ່ເຄີຍຮູ້ວ່າສະພາວະທີ່ແທ້ຈິງຂອງເຈົ້າແມ່ນຫຍັງ, ແລ້ວຂອງເຈົ້ານັ້ນແມ່ນການເຂົ້າໃຈຄວາມຈິງບໍ? (ບໍ່ແມ່ນ.) ມັນບໍ່ແມ່ນການເຂົ້າໃຈຄວາມຈິງ. ເມື່ອເວົ້າເຖິງຄວາມຈິງດ້ານໜຶ່ງ ແລະ ຫຼັກການ, ຖ້າເຈົ້າຮູ້ວ່າເລື່ອງໃດ ແລະ ສະພາວະໃດກ່ຽວຂ້ອງກັບຄວາມຈິງນັ້ນ ແລະ ຄົນປະເພດໃດ ຫຼື ສະພາວະໃດຂອງເຈົ້າເອງທີ່ກ່ຽວຂ້ອງກັບຄວາມຈິງນັ້ນ ແລະ ເຈົ້າຍັງສາມາດໃຊ້ຄວາມຈິງນັ້ນເພື່ອແກ້ໄຂພວກມັນໄດ້, ນັ້ນກໍໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງ. ຖ້າເຈົ້າຮູ້ສຶກວ່າເຈົ້າເຂົ້າໃຈການເທດສະໜາໃນຂະນະທີ່ເຈົ້າຟັງມັນ ແຕ່ເມື່ອມີການຂໍໃຫ້ເຈົ້າໂອ້ລົມ, ເຈົ້າພຽງແຕ່ເວົ້າຕາມສິ່ງທີ່ເຈົ້າໄດ້ຍິນຄືແບບນົກແກ້ວ, ບໍ່ສາມາດເວົ້າກ່ຽວກັບມັນ ແລະ ອະທິບາຍໃນແງ່ຂອງສະພາວະ ແລະ ສະຖານະການຕົວຈິງໄດ້, ຂອງເຈົ້ານັ້ນແມ່ນການເຂົ້າໃຈຄວາມຈິງບໍ? ບໍ່, ນັ້ນບໍ່ແມ່ນ. ສະນັ້ນ, ພວກເຈົ້າເຂົ້າໃຈຄວາມຈິງເປັນສ່ວນໃຫຍ່ບໍ ຫຼື ບໍ່? (ພວກຂ້ານ້ອຍບໍ່ເຂົ້າໃຈ.) ຍ້ອນຫຍັງຈຶ່ງບໍ່ເຂົ້າໃຈ? ຍ້ອນວ່າດ້ວຍຄວາມຈິງສ່ວນໃຫຍ່, ພວກເຈົ້າກັບມາຈາກການຟັງສິ່ງເຫຼົ່ານັ້ນໂດຍເຂົ້າໃຈພຽງແຕ່ຫຼັກຄຳສອນເທົ່ານັ້ນ. ສິ່ງດຽວທີ່ພວກເຈົ້າສາມາດເຮັດໄດ້ກໍຄືການຍຶດຖືມັນເປັນກົດລະບຽບ; ພວກເຈົ້າບໍ່ຮູ້ວິທີນຳໃຊ້ມັນຢ່າງຄ່ອງຕົວ. ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ, ເຈົ້າກໍຕົກສະເງີ້; ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ, ເຈົ້າບໍ່ສາມາດນຳໃຊ້ຫຼັກຄຳສອນໜ້ອຍດຽວນັ້ນທີ່ເຈົ້າເຂົ້າໃຈໃນສະຖານະການນັ້ນໄດ້, ມັນໄຮ້ປະໂຫຍດ. ນັ້ນແມ່ນການເຂົ້າໃຈຄວາມຈິງ ຫຼື ບໍ່? (ບໍ່ແມ່ນ.) ນັ້ນຄືການບໍ່ເຂົ້າໃຈຄວາມຈິງ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ແລ້ວຈະເປັນແນວໃດ? ເຈົ້າຕ້ອງບຸກບືນ ແລະ ພະຍາຍາມທຳຄວາມເຂົ້າໃຈມັນ. ມີສອງສາມຢ່າງທີ່ຕ້ອງມີຢູ່ໃນຄວາມເປັນມະນຸດຂອງເຈົ້າ: ເຈົ້າຕ້ອງເອົາໃຈໃສ່ ແລະ ລະອຽດຖີ່ຖ້ວນໃນສິ່ງທີ່ເຈົ້າຮຽນຮູ້ ແລະ ເຮັດ. ຖ້າເຈົ້າຢາກໄລ່ຕາມຄວາມຈິງ ແຕ່ບໍ່ມີຄວາມສໍານຶກ ແລະ ເຫດຜົນຂອງຄົນປົກກະຕິ, ເຈົ້າກໍຈະບໍ່ມີທາງເຂົ້າໃຈຄວາມຈິງໄດ້ເລີຍ ແລະ ຄວາມເຊື່ອຂອງເຈົ້າກໍເປັນຄວາມເຊື່ອທີ່ສັບສົນ. ສິ່ງນີ້ບໍ່ໄດ້ຂຶ້ນຢູ່ກັບຄວາມສາມາດຂອງເຈົ້າ; ມັນຂຶ້ນຢູ່ກັບວ່າເຈົ້າມີຄວາມເປັນມະນຸດປະເພດນີ້ ຫຼື ບໍ່ເທົ່ານັ້ນ. ຖ້າເຈົ້າມີ, ແລ້ວເຖິງແມ່ນວ່າຄວາມສາມາດຂອງເຈົ້າຈະຢູ່ໃນລະດັບປານກາງ, ເຈົ້າກໍຍັງສາມາດເຂົ້າໃຈຄວາມຈິງຂັ້ນພື້ນຖານໄດ້. ຢ່າງໜ້ອຍ ສິ່ງນີ້ກໍກ່ຽວຂ້ອງກັບຄວາມຈິງ. ແລ້ວຖ້າເຈົ້າມີຄວາມສາມາດທີ່ດີຫຼາຍ, ສິ່ງທີ່ເຈົ້າເຂົ້າໃຈກໍອາດຈະເປັນສິ່ງທີ່ຢູ່ໃນລະດັບເລິກຂອງຄວາມຈິງ ເຊິ່ງໃນກໍລະນີດັ່ງກ່າວ ເຈົ້າກໍຈະສາມາດເຂົ້າສູ່ມັນໄດ້ເລິກເຊິ່ງກວ່າ. ສິ່ງນີ້ກ່ຽວຂ້ອງກັບຄວາມສາມາດຂອງເຈົ້າ. ແຕ່ຖ້າບໍ່ມີທັດສະນະຄະຕິຂອງການເອົາໃຈໃສ່ ແລະ ຄວາມລະອຽດຖີ່ຖ້ວນໃນຄວາມເປັນມະນຸດຂອງເຈົ້າ ແລະ ເຈົ້າເປັນຄົນທີ່ບໍ່ຊັດເຈນ ແລະ ບໍ່ແນ່ນອນ, ສັບສົນ, ຢູ່ໃນສະພາບທີ່ມືດມົວຢູ່ສະເໝີ, ມືດມົວ, ບໍ່ຊັດເຈນ ແລະ ເຮັດແບບພໍແລ້ວມືແລ້ວຕີນກ່ຽວກັບທຸກເລື່ອງ, ແລ້ວສຳລັບເຈົ້າ, ຄວາມຈິງກໍຈະເປັນກົດລະບຽບ ແລະ ຫຼັກຄຳສອນສະເໝີ. ເຈົ້າຈະບໍ່ສາມາດໄດ້ຮັບມັນ. ເມື່ອໄດ້ຍິນເຮົາເວົ້າແບບນີ້, ຕອນນີ້ພວກເຈົ້າຮູ້ສຶກວ່າການໄລ່ຕາມຄວາມຈິງເປັນເລື່ອງຍາກບໍ? ມັນມີລະດັບຄວາມຍາກຢູ່ ແຕ່ວ່າມັນອາດຈະເປັນລະດັບໃຫຍ່ ຫຼື ລະດັບນ້ອຍກໍໄດ້. ຖ້າເຈົ້າໃຊ້ຄວາມຄິດ ແລະ ທຸ່ມເທ, ລະດັບຄວາມຍາກກໍຈະຫຼຸດລົງ ແລະ ເຈົ້າກໍຈະໄດ້ຮັບຄວາມຈິງສອງສາມຢ່າງ; ຖ້າເຈົ້າບໍ່ທຸ່ມເທຈັກໜ້ອຍເລີຍໃນຄວາມຈິງ ແຕ່ໃສ່ໃຈພຽງແຕ່ຫຼັກຄຳສອນ ແລະ ການປະຕິບັດພາຍນອກ, ເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມຈິງ.

ພວກເຈົ້າໄດ້ເຫັນເຄົ້າໂຄງຂອງບາງສິ່ງບາງຢ່າງຜ່ານການໂອ້ລົມຢ່າງເປັນລະບົບຂອງເຮົາກ່ຽວກັບຄວາມຈິງເຫຼົ່ານີ້ແລ້ວບໍ? ພວກເຈົ້າໄດ້ມີຄວາມເຂົ້າໃຈໃດໆແລ້ວບໍ? ສິ່ງຕ່າງໆໃນຄວາມຈິງແຕ່ລະດ້ານບໍ່ມີລາຍລະອຽດຫຼາຍກວ່າທີ່ມີຢູ່ໃນເນື້ອຫາຄວາມຮູ້ຂອງຫຼັກສູດວິທະຍາໄລໃດໜຶ່ງບໍ? (ມີ.) ມັນມີລາຍລະອຽດຫຼາຍ. ຜູ້ຄົນສາມາດກຳແໜ້ນສິ່ງທີ່ຮຽນຮູ້ໄດ້ດ້ວຍຄວາມພະຍາຍາມພຽງແຕ່ສອງສາມປີ, ຜ່ານການຝຶກຝົນຢ່າງຕໍ່ເນື່ອງ ແລະ ປະສົບການຕົວຈິງ ຕາບໃດທີ່ພວກເຂົາສາມາດທ່ອງຈຳ ແລະ ເຂົ້າໃຈສິ່ງເຫຼົ່ານັ້ນໄດ້. ໃນການຮຽນຮູ້ວິຊາການ, ຄົນເຮົາສາມາດຄ່ອຍໆຊ່ຽວຊານມັນໄດ້ ພຽງແຕ່ໃຊ້ເວລາ ແລະ ພະລັງງານ ແລະ ໃຊ້ຄວາມຄິດກັບມັນໜ້ອຍໜຶ່ງ. ແຕ່ເພື່ອເຂົ້າໃຈຄວາມຈິງ, ການໃຊ້ສະໝອງຂອງເຈົ້າພຽງຢ່າງດຽວແມ່ນໃຊ້ບໍ່ໄດ້, ເຈົ້າຕ້ອງໃຊ້ໃຈຂອງເຈົ້າ. ຖ້າເຈົ້າບໍ່ໄຕ່ຕອງພຣະທຳຂອງພຣະເຈົ້າດ້ວຍໃຈຂອງເຈົ້າ ຫຼື ມີປະສົບການກັບພຣະທຳເຫຼົ່ານັ້ນດ້ວຍໃຈຂອງເຈົ້າ, ເຈົ້າກໍຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້. ມີພຽງແຕ່ຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ, ຜູ້ທີ່ເອົາໃຈໃສ່ ແລະ ຜູ້ທີ່ມີຄວາມສາມາດໃນການຢັ່ງຮູ້ເທົ່ານັ້ນຈຶ່ງສາມາດເຂົ້າເຖິງຄວາມຈິງໄດ້; ຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ຜູ້ທີ່ມີຄວາມສາມາດຕ່ຳ ແລະ ຜູ້ທີ່ຂາດຄວາມສາມາດໃນການຢັ່ງຮູ້ຈະບໍ່ມີທາງເຂົ້າເຖິງມັນໄດ້ເລີຍ. ພວກເຈົ້າເປັນຄົນທີ່ບໍ່ເອົາໃສ່ໃຈ ຫຼື ພວກເຈົ້າເປັນຄົນທີ່ລະອຽດຖີ່ຖ້ວນ? (ພວກຂ້ານ້ອຍເປັນຄົນທີ່ບໍ່ເອົາໃຈໃສ່.) ນັ້ນບໍ່ອັນຕະລາຍບໍ? ພວກເຈົ້າສາມາດເປັນຄົນລະອຽດຖີ່ຖ້ວນໄດ້ບໍ? (ພວກຂ້ານ້ອຍເຮັດໄດ້.) ນັ້ນເປັນສິ່ງທີ່ດີ; ເຮົາມັກຟັງມັນ. ຢ່າເວົ້າວ່າພວກເຈົ້າເຮັດບໍ່ໄດ້ສະເໝີໄປ. ພວກເຈົ້າຈະຮູ້ໄດ້ແນວໃດຈົນກວ່າພວກເຈົ້າຈະໄດ້ລອງ? ພວກເຈົ້າຄວນຈະສາມາດເຮັດມັນໄດ້. ດ້ວຍຄວາມຕັ້ງໃຈ ແລະ ທັດສະນະຄະຕິໃນປັດຈຸບັນຂອງພວກເຈົ້າໃນການໄລ່ຕາມຂອງພວກເຈົ້າ, ມີຄວາມຫວັງທີ່ພວກເຈົ້າຈະເຂົ້າໃຈຄວາມຈິງພື້ນຖານ. ມັນເປັນສິ່ງທີ່ສາມາດບັນລຸໄດ້. ຕາບໃດທີ່ຄົນໃດໜຶ່ງເຕັມໃຈທີ່ຈະໃຊ້ໃຈຂອງພວກເຂົາ ແລະ ຈ່າຍລາຄາ ແລະ ພວກເຂົາເຮັດວຽກໜັກເພື່ອຄວາມຈິງໃນໃຈຂອງພວກເຂົາ, ພຣະວິນຍານບໍລິສຸດກໍຈະເລີ່ມເຮັດວຽກ ແລະ ເຮັດໃຫ້ພວກເຂົາສົມບູນ. ຖ້າພວກເຂົາບໍ່ເຮັດວຽກໜັກເພື່ອຄວາມຈິງໃນໃຈຂອງພວກເຂົາ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ເຮັດວຽກ. ຈົ່ງຈື່ໄວ້ວ່າ: ເພື່ອໃຫ້ຄົນໃດໜຶ່ງເຂົ້າໃຈຄວາມຈິງ, ພວກເຂົາຕ້ອງໃຊ້ຄວາມພະຍາຍາມ ແລະ ຈ່າຍລາຄາຢ່າງຫ້າວຫັນ ແຕ່ສິ່ງນີ້ສາມາດບັນລຸຜົນໄດ້ຮັບທີ່ຕ້ອງການພຽງແຕ່ເຄິ່ງດຽວເທົ່ານັ້ນ, ມັນສາມາດບັນລຸໄດ້ພຽງແຕ່ສ່ວນທີ່ຜູ້ຄົນຈຳເປັນຕ້ອງເຮັດໃນສ່ວນຂອງພວກເຂົາ. ອີກເຄິ່ງໜຶ່ງແມ່ນສ່ວນສຳຄັນຂອງການເຂົ້າໃຈຄວາມຈິງ ເຊິ່ງຜູ້ຄົນຍັງຂາດຢູ່ ແລະ ຕ້ອງເພິ່ງພາວຽກງານ ແລະ ການເຮັດໃຫ້ສົມບູນຂອງພຣະວິນຍານບໍລິສຸດເພື່ອບັນລຸມັນ. ເຈົ້າຕ້ອງບໍ່ລືມວ່າ ເຖິງແມ່ນວ່າມັນພຽງພໍແລ້ວທີ່ຈະເພິ່ງພາການໃຊ້ຄວາມພະຍາຍາມ ເມື່ອເວົ້າເຖິງການໄດ້ຮັບຄວາມຮູ້ ແລະ ການຮຽນຮູ້ກ່ຽວກັບວິທະຍາສາດ ແຕ່ການເຂົ້າໃຈຄວາມຈິງບໍ່ໄດ້ເປັນແບບນັ້ນ. ມັນໄຮ້ປະໂຫຍດທີ່ຈະເພິ່ງພາສະໝອງພຽງຢ່າງດຽວ. ຄົນເຮົາຕ້ອງໃຊ້ໃຈຂອງພວກເຂົາ ແລະ ພວກເຂົາຕ້ອງຈ່າຍລາຄາ. ສິ່ງທີ່ບັນລຸໄດ້ໂດຍການຈ່າຍລາຄາແມ່ນຫຍັງ? ພາລະກິດຂອງພຣະວິນຍານບໍລິສຸດ. ແຕ່ພື້ນຖານສຳລັບພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ? ສະໝອງຂອງຄົນເຮົາຕ້ອງລະອຽດຖີ່ຖ້ວນພຽງພໍ; ໃຈຂອງພວກເຂົາຕ້ອງງຽບສະຫງົບ ແລະ ໝັ້ນຄົງພຽງພໍ ແລະ ກົງໄປກົງມາພຽງພໍ ກ່ອນທີ່ພຣະເຈົ້າຈະປະຕິບັດພາລະກິດ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນເລິກເຊິ່ງ ແລະ ຜູ້ທີ່ໄດ້ຊີມລົດຊາດຂອງມັນກໍຮູ້ດີ. ຄົນທີ່ໃຊ້ຄວາມພະຍາຍາມເພື່ອຄວາມຈິງຢູ່ເລື້ອຍໆ ມັກຈະສາມາດຮູ້ສຶກເຖິງຄວາມຮູ້ແຈ້ງຂອງພຣະວິນຍານບໍລິສຸດ, ສະນັ້ນ ເສັ້ນທາງແຫ່ງການປະຕິບັດຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາຈຶ່ງລ່ຽນໄຫຼ ແລະ ມີຄວາມຊັດເຈນຍິ່ງໆຂຶ້ນໃນໃຈຂອງພວກເຂົາ. ຄົນທີ່ບໍ່ມີປະສົບການບໍ່ສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີທາງເຫັນເສັ້ນທາງທີ່ຖືກຕ້ອງ. ທຸກເລື່ອງລ້ວນແຕ່ບໍ່ແຈ່ມແຈ້ງ ແລະ ບໍ່ຊັດເຈນສຳລັບພວກເຂົາ; ພວກເຂົາບໍ່ຮູ້ວ່າທາງທີ່ຖືກຕ້ອງແມ່ນຫຍັງ. ຄວາມຈິງແລ້ວ ມັນບໍ່ຍາກທີ່ຈະບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ເຫັນເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ: ຖ້າຄົນໃດໜຶ່ງມີເງື່ອນໄຂເຫຼົ່ານັ້ນຢູ່ໃນໃຈຂອງພວກເຂົາ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດ. ແຕ່ຖ້າໃຈຂອງເຈົ້າຫຼຸດອອກຈາກເງື່ອນໄຂເຫຼົ່ານັ້ນ, ເຈົ້າກໍຈະບໍ່ສາມາດກວດພົບພາລະກິດຂອງພຣະວິນຍານບໍລິສຸດ. ສິ່ງນີ້ບໍ່ແມ່ນນາມມະທຳ ຫຼື ເລື່ອນລອຍ. ເມື່ອເຈົ້າຢູ່ໃນສະພາວະເຫຼົ່ານັ້ນ ແລະ ໃຈຂອງເຈົ້າຢູ່ໃນເງື່ອນໄຂເຫຼົ່ານັ້ນ, ຖ້າເຈົ້າສະແຫວງຫາ, ໃຊ້ຄວາມພະຍາຍາມ, ໄຕ່ຕອງ ແລະ ອະທິຖານ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດໃນຕົວເຈົ້າ. ແຕ່ຖ້າເຈົ້າໃຈລອຍ, ປາຖະໜາທີ່ຈະໄລ່ຕາມສະຖານະ ແລະ ຕໍ່ສູ້ເພື່ອຊື່ສຽງ ແລະ ຜົນປະໂຫຍດຢູ່ສະເໝີ, ປາຖະໜາທີ່ຈະວຸ່ນວາຍ ແລະ ໃຊ້ຄວາມພະຍາຍາມຂອງເຈົ້າກັບຮູບແບບພາຍນອກຢູ່ສະເໝີ, ຖ້າເຈົ້າຫຼົບຫຼີກ, ເຊື່ອງຕົວ, ຫຼີກລ່ຽງ ແລະ ປະຕິເສດພຣະເຈົ້າຢູ່ສະເໝີ, ບໍ່ເປັນຄົນກົງໄປກົງມາ, ດ້ວຍໃຈທີ່ບໍ່ເປີດອອກຕໍ່ພຣະອົງ, ພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດ, ພຣະອົງຈະບໍ່ສົນໃຈເຈົ້າ ແລະ ພຣະອົງຈະບໍ່ຕັກເຕືອນເຈົ້າຊໍ້າ. ຄົນທີ່ບໍ່ເຄີຍມີປະສົບການກັບການຕັກເຕືອນຂອງພຣະວິນຍານບໍລິສຸດຈະສາມາດເຂົ້າໃຈຄວາມຈິງໄດ້ຫຼາຍສໍ່າໃດ? ບາງຄັ້ງ, ພຣະວິນຍານບໍລິສຸດຕັກເຕືອນເຈົ້າເພື່ອໃຫ້ເຈົ້າຮູ້ວິທີທີ່ຖືກ ແລະ ວິທີທີ່ຜິດໃນການເຮັດບາງສິ່ງ. ເມື່ອພຣະອົງໃຫ້ຄວາມຮູ້ສຶກແບບນັ້ນແກ່ເຈົ້າ, ໃນທີ່ສຸດແລ້ວ ເຈົ້າໄດ້ຮັບຫຍັງຈາກມັນ? ເຈົ້າຈະໄດ້ຮັບຄວາມສາມາດໃນການແຍກແຍະຖືກຈາກຜິດ ແລະ ເຈົ້າຈະມີຄວາມຊັດເຈນຫຼາຍກ່ຽວກັບສິ່ງນັ້ນໂດຍການເຫຼືອບເບິ່ງພຽງຄັ້ງດຽວ: “ວິທີນັ້ນຜິດ, ມັນບໍ່ສອດຄ່ອງກັບຫຼັກການ. ຂ້ານ້ອຍເຮັດແນວນັ້ນບໍ່ໄດ້”. ດ້ວຍສິ່ງນັ້ນ, ເຈົ້າຈະຮູ້ຢ່າງຊັດເຈນວ່າຫຼັກການແມ່ນຫຍັງ ແລະ ເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ຄວາມຈິງແມ່ນຫຍັງແທ້ ແລະ ດັ່ງນັ້ນ, ເຈົ້າຈະຮູ້ວ່າເຈົ້າຄວນເຮັດຫຍັງ. ແຕ່ຖ້າພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດ, ຖ້າພຣະອົງບໍ່ລົງວິໄນເຈົ້າແບບນັ້ນ, ເຈົ້າກໍຈະຢູ່ໃນສະພາບທີ່ສັບສົນຕະຫຼອດໄປ ໂດຍບໍ່ມີຄວາມຊັດເຈນ ເມື່ອເວົ້າເຖິງສິ່ງດັ່ງກ່າວ. ເມື່ອມັນເກີດຂຶ້ນກັບເຈົ້າ, ເຈົ້າກໍຈະຕົກສະເງີ້; ເມື່ອມັນເກີດຂຶ້ນກັບເຈົ້າ, ເຈົ້າກໍຈະບໍ່ຮູ້ວ່າເກີດຫຍັງຂຶ້ນ ແລະ ໃນໃຈຂອງເຈົ້າ, ເຈົ້າຈະສັບສົນຫຼາຍ. ສິ່ງທີ່ເຈົ້າຄວນເຮັດຈະບໍ່ຊັດເຈນສຳລັບເຈົ້າ. ເຈົ້າອາດຈະຮ້ອນໃຈຄືໄຟ ແຕ່ເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເລີ່ມປະຕິບັດພາລະກິດ? ບາງເທື່ອສະພາວະບາງຢ່າງພາຍໃນຕົວເຈົ້າອາດຈະບໍ່ຖືກຕ້ອງ ແລະ ເຈົ້າກຳລັງຕໍ່ຕ້ານ. ເຈົ້າຕໍ່ຕ້ານດ້ວຍຫຍັງ? ຖ້າເຈົ້າກຳລັງຍຶດຕິດກັບທັດສະນະ ຫຼື ແນວຄິດທີ່ຜິດພາດບາງຢ່າງ, ພຣະເຈົ້າກໍຈະບໍ່ປະຕິບັດພາລະກິດ ແຕ່ຈະລໍຖ້າຈົນກວ່າເວລາທີ່ເຈົ້າຮັບຮູ້ວ່າແນວຄິດ ຫຼື ທັດສະນະນັ້ນຜິດ. ພຣະວິນຍານບໍລິສຸດຈະປະຕິບັດພາລະກິດຈາກພື້ນຖານນັ້ນເທົ່ານັ້ນ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ພຣະອົງບໍ່ໄດ້ຢຸດພຽງແຕ່ການໃຫ້ເຈົ້າຮູ້ຢ່າງມີສະຕິ ວ່າສິ່ງໃດຖືກ ແລະ ສິ່ງໃດຜິດ. ແຕ່ພຣະອົງໃຫ້ເຈົ້າເຫັນຢ່າງຊັດເຈນວ່າເສັ້ນທາງແມ່ນຫຍັງ ແລະ ທິດທາງ ແລະ ເປົ້າໝາຍ ແລະ ຄວາມເຂົ້າໃຈຂອງເຈົ້າຫ່າງໄກຈາກຄວາມຈິງສໍ່າໃດ. ພຣະອົງໃຫ້ເຈົ້າຮູ້ສິ່ງນີ້ຢ່າງຊັດເຈນ. ພວກເຈົ້າເຄີຍມີປະສົບການແບບນັ້ນບໍ? ຖ້າຄົນໃດໜຶ່ງເຊື່ອໃນພຣະເຈົ້າເປັນເວລາສິບ ຫຼື ຊາວປີ ໂດຍບໍ່ມີປະສົບການສະເພາະດັ່ງກ່າວ, ພວກເຂົາເປັນຄົນປະເພດໃດ? ຄົນທີ່ບໍ່ເອົາໃຈໃສ່. ພວກເຂົາສາມາດສະເໜີໄດ້ພຽງແຕ່ຫຼັກຄຳສອນ ແລະ ຄຳເວົ້າທີ່ຕິດປາກສອງສາມຢ່າງທີ່ເວົ້າຊໍ້າໆເລື້ອຍໆ ແລະ ສາມາດແກ້ໄຂບັນຫາດ້ວຍຍຸດທະວິທີ ແລະ ເຕັກນິກງ່າຍໆສອງສາມຢ່າງຂອງພວກເຂົາເທົ່ານັ້ນ. ສຳລັບສິ່ງນີ້, ພວກເຂົາຖືກກຳນົດໃຫ້ມີຄວາມຄືບໜ້າພຽງໜ້ອຍໜຶ່ງ. ພວກເຂົາຈະບໍ່ມີວັນເຂົ້າໃຈຄວາມຈິງ ແລະ ພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດໃນຕົວພວກເຂົາ. ເມື່ອມີຄົນທີ່ບໍ່ເອົາໃຈໃສ່ແບບນັ້ນ, ຜູ້ທີ່ຄວາມຈິງໄກເກີນເອື້ອມເຖິງສຳລັບພວກເຂົາຢ່າງສິ້ນເຊີງ, ພວກເຂົາບໍ່ສາມາດເຂົ້າໃຈມັນໄດ້ ເຖິງແມ່ນວ່າພຣະວິນຍານບໍລິສຸດຈະໃຫ້ຄວາມຮູ້ແຈ້ງແກ່ພວກເຂົາກໍຕາມ. ດັ່ງນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດໃນຕົວພວກເຂົາ. ຍ້ອນຫຍັງຈຶ່ງບໍ່? ພຣະເຈົ້າກຳລັງລຳອຽງບໍ? ບໍ່ແມ່ນ. ແລ້ວເຫດຜົນແມ່ນຫຍັງ? ຍ້ອນວ່າຄວາມສາມາດຂອງພວກເຂົາຕ່ຳເກີນໄປ ແລະ ມັນເກີນຄວາມສາມາດຂອງພວກເຂົາ. ພວກເຂົາບໍ່ເຂົ້າໃຈຄວາມຈິງ ເຖິງແມ່ນວ່າພຣະວິນຍານບໍລິສຸດຈະປະຕິບັດພາລະກິດກໍຕາມ; ຖ້າມີການບອກພວກເຂົາວ່າບາງສິ່ງບາງຢ່າງເປັນຫຼັກການ, ພວກເຂົາຈະມີຄວາມສາມາດທີ່ຈະເຂົ້າໃຈສິ່ງນັ້ນບໍ? ບໍ່. ສະນັ້ນ, ພຣະເຈົ້າຈະບໍ່ເຮັດແນວນັ້ນ. ພວກເຈົ້າເຄີຍມີປະສົບການກັບເລື່ອງນີ້ບໍ? ຄວາມຈິງແມ່ນບໍ່ລຳອຽງ. ຂະນະທີ່ເຈົ້າໄລ່ຕາມມັນ, ຂະນະທີ່ເຈົ້າເຈາະເລິກເຂົ້າໄປໃນມັນ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດ ແລະ ເຈົ້າກໍຈະໄດ້ຮັບມັນ. ແຕ່ຖ້າເຈົ້າຂີ້ຄ້ານ ແລະ ຢາກໄດ້ຄວາມສະບາຍ ແລະ ບໍ່ເຕັມໃຈທີ່ຈະໃຊ້ຄວາມພະຍາຍາມກັບຄວາມຈິງ, ພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດ ແລະ ເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມຈິງ ບໍ່ວ່າເຈົ້າຈະເປັນໃຜກໍຕາມ. ຕອນນີ້ເຈົ້າເຂົ້າໃຈແລ້ວບໍ? ປັດຈຸບັນນີ້ພວກເຈົ້າກຳລັງໄລ່ຕາມຄວາມຈິງຢູ່ບໍ? ຜູ້ໃດກໍຕາມທີ່ໄລ່ຕາມມັນກໍຈະໄດ້ຮັບມັນ ແລະ ຜູ້ທີ່ໄດ້ຮັບຄວາມຈິງໃນທີ່ສຸດກໍຈະກາຍເປັນສົມບັດທີ່ລ້ຳຄ່າ. ຜູ້ທີ່ບໍ່ສາມາດໄດ້ຮັບມັນກໍໄດ້ແຕ່ອິດສາພວກເຂົາລ້າໆ: ຖ້າພວກເຂົາພາດໂອກາດນີ້, ມັນກໍຈະຫາຍໄປ.

ຊ່ວງເວລາໃດທີ່ດີທີ່ສຸດໃນການໄລ່ຕາມຄວາມຈິງ? ຊ່ວງເວລານີ້ ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດໃນເນື້ອໜັງ, ກ່າວ ແລະ ໂອ້ລົມກັບເຈົ້າແບບຊ່ອງໜ້າ, ນໍາພາເຈົ້າ ແລະ ຊ່ວຍເຫຼືອເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່ານີ້ຄືຊ່ວງເວລາທີ່ດີທີ່ສຸດ? ຍ້ອນວ່າພາລະກິດ ແລະ ຄໍາເວົ້າຂອງພຣະເຈົ້າທີ່ບັງເກີດເປັນມະນຸດສາມາດເຮັດໃຫ້ເຈົ້າເຂົ້າໃຈເຈດຕະນາຂອງພຣະວິນຍານບໍລິສຸດໄດ້ຢ່າງສົມບູນ ແລະ ເຮັດໃຫ້ເຈົ້າຮູ້ວ່າພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ. ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດເຂົ້າໃຈຫຼັກການ, ຮູບແບບ, ວິທີທາງ ແລະ ວິທີການຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້ຢ່າງຄົບຖ້ວນ ແລະ ພຣະອົງບອກເຈົ້າກ່ຽວກັບມັນ ເພື່ອໃຫ້ເຈົ້າບໍ່ຕ້ອງງົມຫາດ້ວຍຕົວເຈົ້າເອງ. ຈົ່ງໃຊ້ທາງລັດນີ້ ແລະ ເຈົ້າຈະສາມາດເຂົ້າເຖິງມັນໄດ້ໂດຍທັນທີ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດຢຸດກ່າວ ແລະ ປະຕິບັດພາລະກິດຂອງພຣະອົງສຳເລັດແລ້ວ, ເຈົ້າຈະຕ້ອງງົມຫາດ້ວຍຕົວເຈົ້າເອງ. ບໍ່ມີໃຜສາມາດແທນທີ່ເນື້ອໜັງທີ່ບັງເກີດເປັນມະນຸດນີ້ໄດ້, ຜູ້ທີ່ຈະສາມາດບອກເຈົ້າຢ່າງຊັດເຈນວ່າຕ້ອງເຮັດຫຍັງ ແລະ ຈະມຸ່ງໜ້າໄປໃສ ແລະ ຕ້ອງໃຊ້ເສັ້ນທາງແບບໃດ. ບໍ່ມີໃຜສາມາດບອກເຈົ້າສິ່ງເຫຼົ່ານັ້ນໄດ້; ບໍ່ວ່າຄົນໃດໜຶ່ງຈະມີຄວາມເປັນວິນຍານສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດເຮັດໄດ້. ມີຕົວຢ່າງຂອງເລື່ອງນີ້. ມັນຄືກັນກັບຜູ້ທີ່ເຊື່ອໃນພຣະເຢຊູ, ຜູ້ທີ່ເຊື່ອມາເປັນເວລາສອງພັນປີ: ບາງຄົນໃນຕອນນີ້ຖອຍຫຼັງໄປອ່ານພຣະຄຳພີເດີມ ແລະ ຮັກສາພຣະບັນຍັດ; ແລະ ບາງຄົນແບກໄມ້ກາງແຂນ ແຕ່ແຂວນພຣະບັນຍັດສິບປະການໄວ້ໃນຫ້ອງຂອງພວກເຂົາ ແລະ ຮັກສາກົດລະບຽບ ແລະ ພຣະບັນຍັດ. ໃນທີ່ສຸດແລ້ວ ພວກເຂົາໄດ້ຮັບຫຍັງ? ພຣະວິນຍານບໍລິສຸດປະຕິບັດພາລະກິດ ແຕ່ຖ້າປາສະຈາກພຣະທຳທີ່ຊັດເຈນຂອງພຣະເຈົ້າ, ຜູ້ຄົນກໍພຽງແຕ່ງົມຫາຢູ່ສະເໝີ. ການປາສະຈາກພຣະທຳທີ່ຊັດເຈນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າສິ່ງທີ່ຜູ້ຄົນງົມຫາ ແລະ ໄດ້ຮັບນັ້ນບໍ່ແນ່ນອນ. ບໍ່ມີໃຜສາມາດໃຫ້ຄວາມແນ່ນອນແກ່ເຈົ້າໄດ້ ໂດຍບອກວ່າການທີ່ເຈົ້າເຮັດສິ່ງນີ້ແມ່ນຖືກ ແລະ ການເຮັດສິ່ງນັ້ນແມ່ນຜິດ. ບໍ່ມີໃຜສາມາດບອກເຈົ້າແບບນັ້ນໄດ້. ເຖິງແມ່ນວ່າພຣະວິນຍານບໍລິສຸດຈະໃຫ້ຄວາມຮູ້ແຈ້ງແກ່ເຈົ້າ ແລະ ເຈົ້າເຊື່ອວ່າມັນຖືກຕ້ອງ, ແລ້ວພຣະເຈົ້າຮັບຮອງບໍ? ເຈົ້າກໍບໍ່ແນ່ໃຈຄືກັນ, ແມ່ນບໍ? (ບໍ່, ພວກຂ້ານ້ອຍບໍ່ແນ່ໃຈ.) ພຣະທຳເຫຼົ່ານັ້ນຂອງອົງພຣະເຢຊູເຈົ້າ, ທີ່ພຣະອົງປະໄວ້ເມື່ອສອງພັນປີກ່ອນ ແລະ ຖືກບັນທຶກໄວ້ໃນພຣະຄຳພີ. ຕອນນີ້, ສອງພັນປີຕໍ່ມາ, ຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າໄດ້ສະເໜີຄຳອະທິບາຍທຸກປະເພດກ່ຽວກັບເລື່ອງການກັບມາຂອງພຣະອົງ ແລະ ບໍ່ມີໃຜຮູ້ວ່າຄຳອະທິບາຍທີ່ຖືກຕ້ອງແມ່ນຫຍັງແທ້. ສະນັ້ນ, ມັນຈຶ່ງເປັນເລື່ອງຍາກຫຼາຍສຳລັບພວກເຂົາທີ່ຈະຍອມຮັບພາລະກິດຂັ້ນຕອນນີ້. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າ ເມື່ອບໍ່ມີການອະທິບາຍພຣະທຳທີ່ຄຸມເຄືອເຫຼົ່ານີ້ຢ່າງຊັດເຈນ, ສິບຄົນກໍມີສິບຄຳອະທິບາຍ ແລະ ຮ້ອຍຄົນກໍມີຮ້ອຍຄຳອະທິບາຍ. ທຸກຄົນມີຂໍ້ແກ້ຕົວ ແລະ ຂໍ້ໂຕ້ແຍ່ງຂອງຕົນເອງ. ຄຳອະທິບາຍໃດຖືກຕ້ອງ? ຕາບໃດທີ່ພຣະເຈົ້າບໍ່ກ່າວ ຫຼື ສະເໜີຂໍ້ສະຫຼຸບ ບໍ່ວ່າຄົນເຮົາຈະເວົ້າຫຍັງກໍບໍ່ສຳຄັນ. ບໍ່ວ່ານິກາຍຂອງເຈົ້າຈະໃຫຍ່ສໍ່າໃດ, ບໍ່ວ່າຈະມີສະມາຊິກຫຼາຍປານໃດ, ພຣະເຈົ້າສົນໃຈນຳສິ່ງນັ້ນບໍ? (ບໍ່.) ພຣະເຈົ້າບໍ່ເບິ່ງກຳລັງຂອງເຈົ້າ. ເຖິງແມ່ນວ່າຈະບໍ່ມີຈັກຄົນໃນໂລກສາມາດຍອມຮັບສິ່ງທີ່ພຣະເຈົ້າເຮັດ, ມັນກໍຖືກຕ້ອງ ແລະ ມັນກໍຄືຄວາມຈິງ. ນີ້ຄືຄວາມຈິງທີ່ເປັນນິດ ແລະ ບໍ່ປ່ຽນແປງ! ທຸກສາສະໜາ ແລະ ນິກາຍອະທິບາຍມັນແບບນັ້ນແບບນີ້ ແລະ ໃນທີ່ສຸດເກີດຫຍັງຂຶ້ນ? ຄຳອະທິບາຍຂອງເຈົ້າມີປະໂຫຍດຫຍັງບໍ? (ບໍ່.) ພຣະເຈົ້າໂຕ້ແຍ່ງມັນດ້ວຍປະໂຫຍກດຽວ. ບໍ່ວ່າເຈົ້າຈະອະທິບາຍມັນຕໍ່ໄປແນວໃດ, ພຣະເຈົ້າຈະໃສ່ໃຈເຈົ້າບໍ? (ບໍ່.) ເປັນຫຍັງພຣະເຈົ້າຈຶ່ງບໍ່ສົນໃຈເຈົ້າ? ພຣະເຈົ້າໄດ້ເລີ່ມຕົ້ນເຮັດພາລະກິດໃໝ່ ເຊິ່ງດຳເນີນມາເກືອບສາມສິບປີແລ້ວ. ພຣະອົງຈະໃສ່ໃຈຄົນເຫຼົ່ານັ້ນບໍ, ບໍ່ວ່າພວກເຂົາຈະຮ້ອງໂຮຢ່າງອວດດີສໍ່າໃດກໍຕາມບໍ? (ບໍ່.) ພຣະອົງຈະບໍ່ໃສ່ໃຈ. ຄົນໃນສາສະໜາອາດຈະເວົ້າວ່າ: “ຖ້າປາສະຈາກການທີ່ພຣະອົງໃສ່ໃຈພວກເຂົາ, ຄົນເຫຼົ່ານັ້ນຈະບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນບໍ?” ຄວາມຈິງກໍຄື ພຣະທຳຂອງພຣະເຈົ້າໄດ້ເຮັດໃຫ້ທຸກຢ່າງຊັດເຈນມາຕັ້ງດົນແລ້ວ ແລະ ສິ່ງທີ່ພຣະອົງກ່າວນັ້ນຖືເປັນທີ່ສິ້ນສຸດ. ບໍ່ວ່າໂລກສາສະໜາຈະມີກຳລັງຫຼາຍສໍ່າໃດ, ມັນກໍຈະບໍ່ມີປະໂຫຍດ; ບໍ່ວ່າຈຳນວນຂອງພວກເຂົາຈະຫຼາຍສໍ່າໃດ, ນັ້ນກໍບໍ່ໄດ້ພິສູດວ່າພວກເຂົາມີຄວາມຈິງ. ພຣະເຈົ້າເຮັດຕາມທີ່ພຣະອົງຄວນເຮັດ; ບໍ່ວ່າພຣະອົງຄວນເລີ່ມຕົ້ນຢູ່ໃສ, ນັ້ນຄືບ່ອນທີ່ພຣະອົງເລີ່ມຕົ້ນ; ບໍ່ວ່າພຣະອົງຄວນເລືອກໃຜ, ນັ້ນຄືຜູ້ທີ່ພຣະອົງເລືອກ. ພຣະອົງຖືກຊັກຈູງ ແລະ ຖືກບີບຄັ້ນໂດຍໂລກສາສະໜາບໍ? (ບໍ່.) ບໍ່ເລີຍ. ນີ້ຄືພາລະກິດຂອງພຣະເຈົ້າ. ແຕ່ເຖິງຢ່າງນັ້ນ ມະນຸດຊາດທີ່ເສື່ອມຊາມກໍຢາກໂຕ້ຖຽງກັບພຣະເຈົ້າ ແລະ ສະເໜີຄຳອະທິບາຍໃຫ້ພຣະອົງໝົດມື້. ສິ່ງນີ້ມີປະໂຫຍດຫຍັງບໍ? ພວກເຂົາເຖິງຂັ້ນຍຶດຖືພຣະທຳໃນພຣະຄຳພີເພື່ອຕີຄວາມໝາຍຕາມໃຈມັກ. ພວກເຂົາຕັດຕອນເອົາຄວາມຢ່າງຊັດເຈນ ແລະ ເຖິງຂັ້ນຢາກຍຶດຕິດກັບພຣະທຳເຫຼົ່ານັ້ນຕະຫຼອດຊີວິດຂອງພວກເຂົາ, ລໍຖ້າໃຫ້ພຣະເຈົ້າເຮັດໃຫ້ມັນສຳເລັດ. ພວກເຂົາກຳລັງຝັນຢູ່! ຖ້າຄົນໃດໜຶ່ງບໍ່ສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ປາຖະໜາທີ່ຈະຂໍໃຫ້ພຣະເຈົ້າເຮັດສິ່ງນີ້ ແລະ ສິ່ງນັ້ນຢູ່ສະເໝີ, ຄົນນັ້ນຍັງມີເຫດຜົນຢູ່ບໍ? ພວກເຂົາກຳລັງພະຍາຍາມເຮັດຫຍັງ? ພວກເຂົາຢາກກໍ່ການກະບົດບໍ? ພວກເຂົາຢາກຕໍ່ສູ້ກັບພຣະເຈົ້າບໍ? ເມື່ອຄວາມຫາຍະນະໃຫຍ່ລົງມາ, ທຸກຄົນກໍຈະຕົກສະເງີ້; ພວກເຂົາຈະໄຫ້ ແລະ ຮ້ອງ ແຕ່ກໍບໍ່ມີປະໂຫຍດຫຍັງ. ມັນຈະບໍ່ເປັນແບບນັ້ນບໍ? ມັນຈະເປັນແບບນັ້ນ.

ຕອນນີ້ແມ່ນຊ່ວງເວລາທີ່ດີທີ່ສຸດ. ມັນແມ່ນເວລາທີ່ພຣະເຈົ້າກຳລັງຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ເຮັດໃຫ້ພວກເຂົາສົມບູນ. ຢ່າລໍຖ້າຈົນກວ່າຈະຮອດມື້ທີ່ເຈົ້າພາດຊ່ວງເວລານີ້ໄປ ແລ້ວຈຶ່ງມາໄຕ່ຕອງວ່າ: “ສິ່ງນັ້ນທີ່ພຣະເຈົ້າກ່າວໝາຍຄວາມວ່າແນວໃດ? ມັນໜ້າຈະດີກວ່າຖ້າຖາມໃນຕອນນັ້ນ, ຕອນນີ້ຂ້ານ້ອຍຖາມບໍ່ໄດ້ອີກແລ້ວ. ຂ້ານ້ອຍຈະພຽງແຕ່ອະທິຖານ; ພຣະວິນຍານບໍລິສຸດຈະປະຕິບັດພາລະກິດ, ນັ້ນກໍຄືສິ່ງດຽວກັນ”. ມັນຈະຄືກັນບໍ? (ບໍ່.) ຖ້າມັນຄືກັນ, ແລ້ວຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າຕະຫຼອດສອງພັນປີມານີ້ກໍຄົງຈະບໍ່ເປັນຄືກັບທີ່ພວກເຂົາເປັນຢູ່. ລອງເບິ່ງຖ້ອຍຄຳທີ່ຂຽນໂດຍຜູ້ທີ່ຖືກເອີ້ນວ່າໄພ່ພົນໃນຊ່ວງເຄິ່ງທຳອິດຂອງສະຫັດສະວັດທີສອງ. ພວກມັນຕື້ນເຂີນສໍ່າໃດ, ເປັນຕາອີຕົນສໍ່າໃດ! ຕອນນີ້ມີປຶ້ມເພງສັນລະເສີນຫົວໜາໆທີ່ຜູ້ຄົນໃນທຸກສາສະໜາ ແລະ ນິກາຍຮ້ອງ ແລະ ເພງສັນລະເສີນເຫຼົ່ານັ້ນເວົ້າເຖິງພຽງແຕ່ພຣະຄຸນຂອງພຣະເຈົ້າ ແລະ ການໄດ້ຮັບພອນ. ມີພຽງສອງຢ່າງນັ້ນເທົ່ານັ້ນ. ນັ້ນແມ່ນຄວາມຮູ້ກ່ຽວກັບພຣະເຈົ້າບໍ? ບໍ່, ມັນບໍ່ແມ່ນ. ມີຄວາມຈິງຢູ່ໃນນັ້ນຈັກໜ້ອຍບໍ? (ບໍ່ມີ.) ພວກເຂົາຮູ້ພຽງແຕ່ວ່າພຣະເຈົ້າຮັກຜູ້ຄົນໃນໂລກ. ມີຄຳເວົ້າໜຶ່ງທີ່ຢູ່ໃນໂລກສະເໝີມາ ທີ່ບໍ່ເຄີຍປ່ຽນແປງກໍຄື: “ພຣະເຈົ້າຄືຄວາມຮັກ”. ນັ້ນຄືປະໂຫຍກດຽວທີ່ພວກເຂົາຮູ້. ແລ້ວພຣະເຈົ້າຮັກຜູ້ຄົນແນວໃດ? ຕອນນີ້ພຣະເຈົ້າປະຖິ້ມພວກເຂົາ ແລະ ກຳຈັດພວກເຂົາ. ພຣະອົງຍັງເປັນຄວາມຮັກຢູ່ບໍ? ຕາມທີ່ພວກເຂົາເຫັນ, ບໍ່, ບໍ່ແມ່ນອີກຕໍ່ໄປ. ດັ່ງນັ້ນ, ພວກເຂົາຈຶ່ງປະນາມພຣະອົງ. ການທີ່ມະນຸດບໍ່ໄລ່ຕາມຄວາມຈິງ ແລະ ບໍ່ສາມາດເຂົ້າໃຈມັນໄດ້ຄືສິ່ງທີ່ໜ້າອີຕົນທີ່ສຸດ. ມີໂອກາດທີ່ຍິ່ງໃຫຍ່ຂະໜາດນີ້ໃນປັດຈຸບັນ. ພຣະເຈົ້າໄດ້ບັງເກີດເປັນມະນຸດເພື່ອສະແດງຄວາມຈິງ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນດ້ວຍຕົວພຣະອົງເອງ. ມັນຈະເປັນເລື່ອງທີ່ໜ້າເສຍດາຍຫຼາຍ ຖ້າເຈົ້າບໍ່ໄລ່ຕາມຄວາມຈິງ ແລະ ບໍ່ໄດ້ຮັບມັນ. ຖ້າເຈົ້າໄດ້ໄລ່ຕາມມັນ ແລະ ເຮັດດ້ວຍຄວາມກະຕືລືລົ້ນ ແຕ່ສຸດທ້າຍກໍບໍ່ສາມາດເຂົ້າໃຈມັນ, ຢ່າງໜ້ອຍເຈົ້າກໍຈະບໍ່ມີຫຍັງຕິດຄ້າງໃນໃຈ. ຢ່າງໜ້ອຍເຈົ້າກໍຈະບໍ່ເຮັດໃຫ້ຕົວເອງຜິດຫວັງ. ຕອນນີ້ພວກເຈົ້າໄດ້ເລີ່ມຕົ້ນການໄລ່ຕາມຂອງພວກເຈົ້າແລ້ວບໍ? ການປະຕິບັດໜ້າທີ່ນັບວ່າເປັນການໄລ່ຕາມຄວາມຈິງບໍ? ມັນນັບວ່າເປັນການຮ່ວມມືປະເພດໜຶ່ງ ແຕ່ໃນດ້ານຂອງການບັນລຸການໄລ່ຕາມຄວາມຈິງ, ຂອງການນັບວ່າເປັນການໄລ່ຕາມຄວາມຈິງ, ມັນຍັງໄປບໍ່ຮອດຈຸດນັ້ນເທື່ອ. ມັນເປັນພຽງຮູບແບບພຶດຕິກຳໜຶ່ງ, ເປັນການກະທຳຊະນິດໜຶ່ງ. ມັນຄືການມີທັດສະນະຄະຕິໃນການໄລ່ຕາມຄວາມຈິງ. ສະນັ້ນ, ສິ່ງໃດໜຶ່ງຈະນັບວ່າເປັນການໄລ່ຕາມຄວາມຈິງໄດ້ແນວໃດ? ເຈົ້າຕ້ອງເລີ່ມຕົ້ນດ້ວຍການເຂົ້າໃຈຄວາມຈິງ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ເອົາໃຈໃສ່ກັບສິ່ງໃດເລີຍ ແລະ ເຮັດໜ້າທີ່ແບບພໍແລ້ວມືແລ້ວຕີນ ແລະ ເຮັດທຸກຢ່າງທີ່ເຈົ້າປາຖະໜາ ໂດຍບໍ່ເຄີຍໄລ່ຕາມຄວາມຈິງ ຫຼື ໃສ່ໃຈຫຼັກການຄວາມຈິງ, ແລ້ວເຈົ້າຈະສາມາດເຂົ້າໃຈຄວາມຈິງໄດ້ບໍ? ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະໄລ່ຕາມມັນໄດ້ແນວໃດ? ນັ້ນຖືກຕ້ອງບໍ? (ຖືກຕ້ອງ.) ຄົນທີ່ບໍ່ໄລ່ຕາມຄວາມຈິງແມ່ນຄົນປະເພດໃດ? ພວກເຂົາແມ່ນຄົນເບົາປັນຍາ. ສະນັ້ນ, ເຈົ້າໄລ່ຕາມຄວາມຈິງແນວໃດ? ເຈົ້າຕ້ອງເລີ່ມຕົ້ນດ້ວຍການເຂົ້າໃຈມັນ. ມັນຫຍຸ້ງຍາກບໍທີ່ຈະເຂົ້າໃຈຄວາມຈິງ? ບໍ່, ມັນບໍ່ຍາກ. ເລີ່ມຕົ້ນດ້ວຍສະພາບແວດລ້ອມທີ່ເຈົ້າພົວພັນນຳ ແລະ ໜ້າທີ່ທີ່ເຈົ້າປະຕິບັດ ແລະ ປະຕິບັດ ແລະ ຝຶກຝົນຕາມຫຼັກການຄວາມຈິງ. ການເຮັດສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າໄດ້ເລີ່ມກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມຄວາມຈິງແລ້ວ. ກ່ອນອື່ນ, ຈາກຫຼັກການເຫຼົ່ານີ້, ຈົ່ງເລີ່ມສະແຫວງຫາ, ໄຕ່ຕອງ, ອະທິຖານ ແລະ ຮັບເອົາຄວາມຮູ້ແຈ້ງເທື່ອລະໜ້ອຍ. ຄວາມຮູ້ແຈ້ງນັ້ນທີ່ເຈົ້າໄດ້ຮັບຄືຄວາມຈິງທີ່ເຈົ້າຄວນເຂົ້າໃຈ. ຈົ່ງສະແຫວງຫາຄວາມຈິງຈາກການປະຕິບັດໜ້າທີ່ຂອງເຈົ້າກ່ອນ ແລະ ໄລ່ຕາມການກະທໍາຕາມຫຼັກການຄວາມຈິງ. ທັງໝົດນີ້ແຍກອອກບໍ່ໄດ້ຈາກຊີວິດຈິງ: ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າພົບພໍ້ໃນຊີວິດ ແລະ ເລື່ອງຕ່າງໆທີ່ຢູ່ໃນຂອບເຂດໜ້າທີ່ຂອງເຈົ້າ. ເລີ່ມຕົ້ນດ້ວຍເລື່ອງເຫຼົ່ານັ້ນ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບຫຼັກການຄວາມຈິງ. ແລ້ວເຈົ້າກໍຈະມີການເຂົ້າສູ່ຊີວິດ.

23 ຕຸລາ 2019

ກ່ອນນີ້:  ລາຍການທີເຈັດ: ພວກເຂົາຊົ່ວຮ້າຍ, ແຝງຊົ່ວ ແລະ ເລ່ຫຼ່ຽມ (ພາກທີສອງ)

ຕໍ່ໄປ:  ລາຍການທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີໜຶ່ງ)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger