ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ ເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີແປດ)
II. ຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ
4. ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ
ກ່ອນອື່ນ ໃຫ້ພວກເຮົາທົບທວນສິ່ງທີ່ພວກເຮົາໄດ້ໂອ້ລົມກັນໃນການເຕົ້າໂຮມຄັ້ງກ່ອນ. (ຄັ້ງກ່ອນ ພຣະເຈົ້າໄດ້ໂອ້ລົມກ່ຽວກັບຂໍ້ທີສອງຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ, ນັ້ນກໍຄື ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ໜ້າທີ່ຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສມີທັດສະນະຄະຕິສາມປະເພດຕໍ່ໜ້າທີ່ຂອງພວກເຂົາ. ປະການທຳອິດ, ພຣະເຈົ້າໄດ້ຈັດຫາ ແລະ ນໍາພາມະນຸດຊາດມາໂດຍຕະຫຼອດ, ສະນັ້ນ ການປະຕິບັດໜ້າທີ່ຂອງຕົນໃນຖານະສິ່ງທີ່ຖືກສ້າງຕໍ່ໜ້າພຣະເຈົ້າຈຶ່ງເປັນສິ່ງທີ່ເໝາະສົມ, ທຳມະຊາດ ແລະ ທ່ຽງທຳໂດຍສົມບູນ ແລະ ເປັນສິ່ງທີ່ຍຸຕິທຳ ແລະ ສວຍງາມທີ່ສຸດໃນທ່າມກາງມະນຸດຊາດ, ແຕ່ຜູ້ຕໍ່ຕ້ານພຣະຄຣິສຖືວ່າມັນເປັນການແລກປ່ຽນປະເພດໜຶ່ງ ແລະ ຕ້ອງການແລກປ່ຽນການປະຕິບັດໜ້າທີ່ຂອງພວກເຂົາກັບອະນາຄົດທີ່ດີ ແລະ ຈຸດໝາຍປາຍທາງທີ່ດີ. ປະການທີສອງ, ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດ, ພຣະອົງໄດ້ສະແດງຄວາມຈິງຫຼາຍຢ່າງ; ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ເປັນສິ່ງທີ່ມະນຸດຊາດຄວນຄອບຄອງ, ໄລ່ຕາມ, ຍອມຮັບ ແລະ ເຂົ້າສູ່ ເພື່ອໃຫ້ລອດພົ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາຖືວ່າການໄລ່ຕາມອະນາຄົດ, ຈຸດໝາຍປາຍທາງ, ຊື່ສຽງ ແລະ ສະຖານະເປັນຄວາມຈິງ ແລະ ເປັນສິ່ງທີ່ພວກເຂົາຄວນຍຶດໝັ້ນ ແລະ ໄດ້ຮັບ. ປະການທີສາມ, ພຣະເຈົ້າປະຕິບັດພາລະກິດເພື່ອຄຸ້ມຄອງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ, ແຕ່ຈາກມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສ ສິ່ງນີ້ເປັນພຽງການແລກປ່ຽນ ແລະ ເກມອັນໜຶ່ງ; ພວກເຂົາເຊື່ອວ່າຜູ້ຄົນສາມາດໄດ້ຮັບພອນແຫ່ງອານາຈັກສະຫວັນຜ່ານການເຮັດວຽກໜັກ ແລະ ການແລກປ່ຽນເທົ່ານັ້ນ. ເມື່ອຕັດສິນຈາກທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ຄວາມຈິງຂອງພຣະເຈົ້າ ທີ່ຮຽກຮ້ອງໃຫ້ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາ, ອຸປະນິໄສຂອງພວກເຂົານັ້ນຊົ່ວຊ້າ.) ມີຫຍັງຈະເພີ່ມຕື່ມບໍ? (ຜູ້ຕໍ່ຕ້ານພຣະຄຣິສຖືວ່າການປະຕິບັດໜ້າທີ່ຂອງພວກເຂົາເປັນວິທີດຽວໃນການໄລ່ຕາມພອນ. ເມື່ອຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພອນຖືກທຳລາຍ, ພວກເຂົາກໍອາດຈະປະຖິ້ມໜ້າທີ່ຂອງພວກເຂົາໃນທັນທີ ຫຼື ເຖິງກັບໜີຈາກພຣະເຈົ້າ. ນີ້ຄືທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພອນຖືກທຳລາຍ.) (ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ກັບໃຈຢ່າງແທ້ຈິງ. ເມື່ອພວກເຂົາຖືກປົດອອກ ຫຼື ຖືກຂັບໄລ່ອອກ ຍ້ອນພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ກະທຳການທີ່ຊົ່ວຮ້າຍ ແລະ ເຮືອນຂອງພຣະເຈົ້າໃຫ້ໂອກາດພວກເຂົາອີກຄັ້ງໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍບໍ່ຮູ້ບຸນຄຸນ. ໃນທາງກົງກັນຂ້າມ, ພວກເຂົາຈົ່ມວ່າ ແລະ ຕັດສິນ ໂດຍກ່າວວ່າ “ພວກເຈົ້າຮຽກຮ້ອງໃຫ້ຂ້ອຍກັບມາເມື່ອພວກເຈົ້າຕ້ອງການຂ້ອຍ, ແຕ່ກໍພຽງເຕະຂ້ອຍຖິ້ມເມື່ອພວກເຈົ້າບໍ່ຕ້ອງການຂ້ອຍແລ້ວ”. ສິ່ງນີ້ສະແດງໃຫ້ເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນກັບໃຈ.) ສະຫຼຸບແລ້ວ, ແກ່ນແທ້ທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກໃນການປະຕິບັດຕໍ່ໜ້າທີ່ຂອງພວກເຂົາ ແລະ ການປະຕິບັດຕໍ່ພຣະທຳຂອງພຣະເຈົ້າແມ່ນຄືກັນໂດຍພື້ນຖານ; ພວກເຂົາພຽງແຕ່ສະແດງອຸປະນິໄສດຽວກັນ ແລະ ແກ່ນແທ້ດຽວກັນໃນການປະຕິບັດຕໍ່ສິ່ງທີ່ແຕກຕ່າງກັນເຫຼົ່ານີ້. ໂດຍພື້ນຖານແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບແກ່ນແທ້ທັງໝົດທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກໃນການປະຕິບັດຕໍ່ໜ້າທີ່ຂອງພວກເຂົາໃນຄັ້ງກ່ອນ. ຂໍ້ທີໜຶ່ງ, ພວກເຂົາບໍ່ເຊື່ອ ແລະ ປະຕິເສດທີ່ຈະຍອມຮັບວ່າ ພຣະທຳຂອງພຣະເຈົ້າເປັນຄວາມຈິງ; ຂໍ້ທີສອງ, ເຖິງແມ່ນວ່າພວກເຈົ້າຈະໂອ້ລົມພຣະທຳຂອງພຣະເຈົ້າກັບຄົນເຫຼົ່ານັ້ນ ແລະ ພວກເຂົາສາມາດເຂົ້າໃຈຄວາມຈິງ, ພວກເຂົາກໍບໍ່ຍອມຮັບພຣະທຳເຫຼົ່ານັ້ນ; ຂໍ້ທີສາມ, ພວກເຂົາປະຕິເສດທີ່ຈະອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດວາງຂອງພຣະເຈົ້າ; ຂໍ້ທີສີ່, ພວກເຂົາບໍ່ເຄີຍກັບໃຈຢ່າງແທ້ຈິງ. ເຫຼົ່ານີ້ບໍ່ແມ່ນແກ່ນແທ້ຂອງການສະແດງອອກຂອງພວກເຂົາບໍ? (ແມ່ນແລ້ວ.) ພວກເຈົ້າຄິດສີ່ຂໍ້ນີ້ອອກມາເອງບໍ? (ບໍ່.) ສິ່ງທີ່ພວກເຈົ້າເວົ້າເຖິງສ່ວນໃຫຍ່ແມ່ນການສະແດງອອກບາງຢ່າງທີ່ພວກເຮົາໄດ້ໂອ້ລົມກັນໃນຄັ້ງກ່ອນ, ແຕ່ພວກເຈົ້າຍັງບໍ່ທັນເບິ່ງທະລຸເຖິງແກ່ນແທ້ທີ່ຢູ່ເບື້ອງຫຼັງການສະແດງອອກເຫຼົ່ານີ້. ແກ່ນແທ້ທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກຕໍ່ໜ້າຄວາມຈິງ ແລະ ຕໍ່ໜ້າພຣະເຈົ້າແມ່ນການປະຕິເສດທີ່ຈະຍອມຮັບ, ຮັບເອົາ, ອ່ອນນ້ອມ ຫຼື ກັບໃຈຢູ່ສະເໝີ. ໃນເມື່ອນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາ, ພວກເຂົາປະຕິບັດຕໍ່ການຖືກລິຮານແນວໃດ? ມີການສະແດງອອກອື່ນໃດອີກແດ່ທີ່ເຮັດໃຫ້ຜູ້ຄົນເຫັນວ່າພວກເຂົາຄອບຄອງແກ່ນແທ້ທີ່ກ່າວມາຂ້າງເທິງ ແລະ ຢືນຢັນວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ, ເປັນສັດຕູຂອງພຣະເຈົ້າ ແລະ ເປັນສັດຕູຂອງຄວາມຈິງ? ນີ້ຄືຂໍ້ທີສາມ ເຊິ່ງພວກເຮົາຈະໂອ້ລົມກັນໃນມື້ນີ້: ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ. ຂໍ້ນີ້ແມ່ນຫົວຂໍ້ຍ່ອຍທີສາມຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ເຫັນບໍ່, ການໂອ້ລົມກ່ຽວກັບຄວາມຈິງແຕ່ລະຢ່າງໄດ້ຮຽກຮ້ອງໃຫ້ມີການໂອ້ລົມທີ່ສະເພາະເຈາະຈົງ ແລະ ການສະແຫວງຫາ ແລະ ການໄຕ່ຕອງທີ່ສະເພາະເຈາະຈົງແບບນີ້. ຖ້າເຮົາພຽງແຕ່ເວົ້າໃນລັກສະນະກວ້າງໆ, ເຈົ້າກໍຈະບໍ່ສາມາດເຂົ້າໃຈຄວາມເປັນຈິງຄວາມຈິງແຕ່ລະຢ່າງໃນວິທີທີ່ສະເພາະເຈາະຈົງຫຼາຍກວ່າ. ເອົາລະ, ພວກເຮົາຈະບໍ່ທົບທວນເນື້ອຫາທີ່ພວກເຮົາໄດ້ໂອ້ລົມກັນໃນຄັ້ງກ່ອນອີກຕໍ່ໄປ. ຄັ້ງນີ້, ພວກເຮົາຈະໂອ້ລົມກັນຢ່າງເປັນທາງການກ່ຽວກັບຂໍ້ທີສາມ.
3.) ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ
ການຖືກລິຮານແມ່ນສິ່ງທີ່ທຸກຄົນທີ່ເຊື່ອໃນພຣະເຈົ້າອາດຈະມີປະສົບການ. ໂດຍສະເພາະໃນຂະບວນການປະຕິບັດໜ້າທີ່, ເມື່ອປະສົບການຂອງພວກເຂົາໃນການຖືກລິຮານເພີ່ມຂຶ້ນ, ຄົນສ່ວນໃຫຍ່ກໍຍິ່ງຮັບຮູ້ເຖິງຄວາມໝາຍຂອງການຖືກລິຮານຫຼາຍຂຶ້ນເລື້ອຍໆ. ພວກເຂົາຮູ້ສຶກວ່າມີຜົນປະໂຫຍດຫຼາຍຢ່າງໃນການຖືກລິຮານ ແລະ ພວກເຂົາກໍຍິ່ງສາມາດປະຕິບັດຕໍ່ການຖືກລິຮານໄດ້ຢ່າງຖືກຕ້ອງຫຼາຍຂຶ້ນເລື້ອຍໆ. ແນ່ນອນ, ຕາບໃດທີ່ພວກເຂົາສາມາດປະຕິບັດໜ້າທີ່ ແລະ ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ທຸກຄົນກໍຈະມີໂອກາດຖືກລິຮານ. ຄົນປົກກະຕິສາມາດປະຕິບັດຕໍ່ການຖືກລິຮານໄດ້ຢ່າງຖືກຕ້ອງ. ໃນດ້ານໜຶ່ງ, ພວກເຂົາສາມາດຍອມຮັບການຖືກລິຮານດ້ວຍຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍຍັງສາມາດໄຕ່ຕອງ ແລະ ມາຮູ້ຈັກວ່າພວກເຂົາມີບັນຫາຫຍັງແດ່. ນີ້ຄືທັດສະນະຄະຕິ ແລະ ມຸມມອງທົ່ວໄປໃນວິທີທີ່ຜູ້ທີ່ໄລ່ຕາມຄວາມຈິງປະຕິບັດຕໍ່ການຖືກລິຮານ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານດ້ວຍວິທີນີ້ເຊັ່ນດຽວກັນບໍ? ບໍ່ແມ່ນຢ່າງແນ່ນອນ. ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ໄລ່ຕາມຄວາມຈິງແມ່ນແຕກຕ່າງກັນຢ່າງແນ່ນອນ ເມື່ອເວົ້າເຖິງການປະຕິບັດຂອງພວກເຂົາຕໍ່ການຖືກລິຮານ. ກ່ອນອື່ນໝົດ, ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ເມື່ອເວົ້າເຖິງເລື່ອງການຖືກລິຮານ, ພວກເຂົາບໍ່ສາມາດຍອມຮັບມັນໄດ້. ແລະ ມີເຫດຜົນທີ່ພວກເຂົາບໍ່ສາມາດຍອມຮັບມັນໄດ້, ເຫດຜົນຫຼັກກໍຄື ເມື່ອພວກເຂົາຖືກລິຮານ, ພວກເຂົາຮູ້ສຶກວ່າພວກເຂົາເສຍໜ້າ, ຮູ້ສຶກວ່າພວກເຂົາສູນເສຍຊື່ສຽງ, ສະຖານະ ແລະ ກຽດສັກສີຂອງພວກເຂົາ, ຮູ້ສຶກວ່າພວກເຂົາເງີຍໜ້າບໍ່ຂຶ້ນຕໍ່ໜ້າທຸກຄົນ. ສິ່ງເຫຼົ່ານີ້ມີຜົນກະທົບໃນຫົວໃຈຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງພົບວ່າມັນຍາກທີ່ຈະຍອມຮັບການຖືກລິຮານ ແລະ ພວກເຂົາຮູ້ສຶກວ່າ ຜູ້ໃດກໍຕາມທີ່ລິຮານພວກເຂົາແມ່ນກຳລັງຫາເລື່ອງພວກເຂົາ ແລະ ເປັນສັດຕູຂອງພວກເຂົາ. ນີ້ຄືສະພາບຈິດໃຈຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຂົາຖືກລິຮານ. ສຳລັບເລື່ອງນີ້, ເຈົ້າສາມາດໝັ້ນໃຈໄດ້ເລີຍ. ຄວາມຈິງແລ້ວ, ມັນແມ່ນການຖືກລິຮານນັ້ນເອງທີ່ເປີດເຜີຍໃຫ້ເຫັນຫຼາຍທີ່ສຸດວ່າ ຄົນໃດໜຶ່ງສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ ແລະ ຄົນໃດໜຶ່ງສາມາດອ່ອນນ້ອມໄດ້ຢ່າງແທ້ຈິງ ຫຼື ບໍ່. ການທີ່ຜູ້ຕໍ່ຕ້ານພຣະຄຣິສຕໍ່ຕ້ານການຖືກລິຮານຫຼາຍຂະໜາດນັ້ນ ກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າພວກເຂົາເບື່ອໜ່າຍຄວາມຈິງ ແລະ ບໍ່ຍອມຮັບມັນແມ່ນແຕ່ໜ້ອຍດຽວ. ດັ່ງນັ້ນ, ນີ້ຈຶ່ງເປັນຈຸດສຳຄັນຂອງບັນຫາ. ຄວາມພາກພູມໃຈຂອງພວກເຂົາບໍ່ແມ່ນຈຸດສຳຄັນຂອງເລື່ອງນີ້; ການບໍ່ຍອມຮັບຄວາມຈິງຄືແກ່ນແທ້ຂອງບັນຫາ. ເມື່ອພວກເຂົາຖືກລິຮານ, ຜູ້ຕໍ່ຕ້ານພຣະຄຣິສໄດ້ຮຽກຮ້ອງໃຫ້ເຮັດດ້ວຍນໍ້າສຽງ ແລະ ທັດສະນະຄະຕິທີ່ດີ. ຖ້ານໍ້າສຽງຂອງຜູ້ທີ່ເຮັດນັ້ນຈິງຈັງ ແລະ ທັດສະນະຄະຕິຂອງພວກເຂົາຮຸນແຮງ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຕໍ່ຕ້ານ ແລະ ທ້າທາຍ ແລະ ຄຽດແຄ້ນຈາກຄວາມອັບອາຍ. ພວກເຂົາບໍ່ສົນໃຈວ່າສິ່ງທີ່ຖືກເປີດໂປງໃນຕົວພວກເຂົານັ້ນຖືກຕ້ອງ ຫຼື ບໍ່ ຫຼື ມັນເປັນຄວາມຈິງ ຫຼື ບໍ່ ແລະ ພວກເຂົາບໍ່ໄຕ່ຕອງວ່າພວກເຂົາເຮັດຜິດພາດຢູ່ບ່ອນໃດ ຫຼື ພວກເຂົາຄວນຍອມຮັບຄວາມຈິງ ຫຼື ບໍ່. ພວກເຂົາຄິດພຽງແຕ່ວ່າຄວາມທະນົງຕົວ ແລະ ຄວາມພາກພູມໃຈຂອງພວກເຂົາໄດ້ຮັບຜົນກະທົບ ຫຼື ບໍ່. ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຮັບຮູ້ໄດ້ເລີຍວ່າ ການຖືກລິຮານນັ້ນເປັນປະໂຫຍດຕໍ່ຜູ້ຄົນ ແລະ ເປັນຄວາມຮັກ ແລະ ເປັນການຊ່ວຍໃຫ້ລອດພົ້ນ, ວ່າມັນເປັນປະໂຫຍດຕໍ່ຜູ້ຄົນ. ພວກເຂົາບໍ່ສາມາດເບິ່ງເຫັນສິ່ງນີ້ໄດ້ດ້ວຍຊ້ຳ. ການເຮັດແບບນີ້ບໍ່ເປັນການຂາດການແຍກແຍະ ແລະ ບໍ່ມີເຫດຜົນຂອງພວກເຂົາໜ້ອຍໜຶ່ງບໍ? ສະນັ້ນ, ເມື່ອປະເຊີນກັບການຖືກລິຮານ, ຜູ້ຕໍ່ຕ້ານພຣະຄຣິສໄດ້ເປີດເຜີຍອຸປະນິໄສແບບໃດອອກມາ? ໂດຍບໍ່ຕ້ອງສົງໄສເລີຍວ່າ ອຸປະນິໄສນັ້ນກໍຄືການເບື່ອໜ່າຍຄວາມຈິງ, ພ້ອມທັງຄວາມອວດດີ ແລະ ຄວາມຫົວແຂງ. ສິ່ງນີ້ເປີດເຜີຍໃຫ້ເຫັນວ່າແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນການເບື່ອໜ່າຍ ແລະ ກຽດຊັງຄວາມຈິງ. ດັ່ງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຢ້ານການຖືກລິຮານຫຼາຍທີ່ສຸດ; ທັນທີທີ່ພວກເຂົາຖືກລິຮານ, ສະພາວະທີ່ໜ້າກຽດຊັງຂອງພວກເຂົາກໍຖືກເປີດໂປງຢ່າງສົມບູນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາມີການສະແດງອອກຫຍັງແດ່ ແລະ ພວກເຂົາອາດຈະເວົ້າ ຫຼື ເຮັດສິ່ງໃດແດ່ ທີ່ເຮັດໃຫ້ຄົນອື່ນເຫັນໄດ້ຢ່າງຊັດເຈນວ່າ ຜູ້ຕໍ່ຕ້ານພຣະຄຣິສກໍຄືຜູ້ຕໍ່ຕ້ານພຣະຄຣິສ, ເຫັນວ່າພວກເຂົາແຕກຕ່າງຈາກຄົນທີ່ເສື່ອມຊາມທົ່ວໄປ ແລະ ເຫັນວ່າແກ່ນແທ້ທຳມະຊາດຂອງພວກເຂົາແຕກຕ່າງຈາກຜູ້ທີ່ໄລ່ຕາມຄວາມຈິງ? ເຮົາຈະຍົກຕົວຢ່າງສອງສາມຢ່າງ ແລະ ພວກເຈົ້າສາມາດຄິດຕາມ ແລະ ເພີ່ມເຕີມໃສ່ຕົວຢ່າງເຫຼົ່ານັ້ນໄດ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ກ່ອນອື່ນ ພວກເຂົາຈະຄິດໄລ່ ແລະ ຄິດວ່າ: “ຄົນປະເພດໃດທີ່ກຳລັງລິຮານຂ້ອຍ? ລາວຕ້ອງການຫຍັງ? ລາວຮູ້ເລື່ອງນີ້ໄດ້ແນວໃດ? ເປັນຫຍັງລາວຈຶ່ງລິຮານຂ້ອຍ? ລາວຮູ້ສຶກດູຖູກຂ້ອຍບໍ? ຂ້ອຍໄດ້ເວົ້າບາງຢ່າງທີ່ລ່ວງເກີນລາວບໍ? ລາວກຳລັງແກ້ແຄ້ນຂ້ອຍຍ້ອນຂ້ອຍມີສິ່ງດີໆ ແລະ ບໍ່ໄດ້ໃຫ້ລາວ ແລະ ລາວກຳລັງໃຊ້ໂອກາດນີ້ເພື່ອຂົ່ມຂູ່ຂ້ອຍບໍ?” ແທນທີ່ຈະໄຕ່ຕອງ ແລະ ຮູ້ຈັກການກະທຳຜິດ, ການກະທຳທີ່ບໍ່ດີໃນອະດີດ ແລະ ອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາໄດ້ເປີດເຜີຍອອກມາ, ພວກເຂົາພັດຕ້ອງການຊອກຫາເບາະແສພາຍໃນເລື່ອງຂອງການຖືກລິຮານ. ພວກເຂົາຮູ້ສຶກວ່າມີບາງຢ່າງທີ່ໜ້າສົງໄສກ່ຽວກັບການລິຮານເຫຼົ່ານັ້ນ. ນີ້ຄືວິທີທີ່ພວກເຂົາປະຕິບັດຕໍ່ການຖືກລິຮານ. ມີການຍອມຮັບຢ່າງແທ້ຈິງຢູ່ໃນທີ່ນີ້ບໍ? ມີຄວາມຮູ້ ຫຼື ການໄຕ່ຕອງຢ່າງແທ້ຈິງຢູ່ບໍ? (ບໍ່ມີ.) ເມື່ອຄົນສ່ວນໃຫຍ່ຖືກລິຮານ, ມັນອາດຈະເປັນຍ້ອນພວກເຂົາໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ມັນຍັງອາດຈະເປັນຍ້ອນພວກເຂົາເຮັດບາງສິ່ງຜິດພາດ ເນື່ອງຈາກຄວາມບໍ່ຮູ້ ແລະ ຖືກທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ມັນຍັງອາດຈະເປັນຍ້ອນພວກເຂົາປະຕິບັດໜ້າທີ່ຂອງພວກເຂົາແບບພໍແລ້ວມືແລ້ວຕີນ ແລະ ສິ່ງນີ້ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ສິ່ງທີ່ໜ້າກຽດຊັງທີ່ສຸດກໍຄື ຜູ້ຄົນເຮັດຕາມໃຈຊອບຢ່າງເປີດເຜີຍ ໂດຍປາສະຈາກການຢັບຢັ້ງ, ລະເມີດຫຼັກການ, ຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ສິ່ງເຫຼົ່ານີ້ຄືເຫດຜົນຫຼັກທີ່ຜູ້ຄົນຖືກລິຮານ. ບໍ່ວ່າສະຖານະການໃດທີ່ເຮັດໃຫ້ຄົນໃດໜຶ່ງຖືກລິຮານ, ທັດສະນະຄະຕິທີ່ສຳຄັນທີ່ສຸດທີ່ຄວນມີຕໍ່ມັນແມ່ນຫຍັງ? ກ່ອນອື່ນ, ເຈົ້າຕ້ອງຍອມຮັບມັນ. ບໍ່ວ່າໃຜກຳລັງລິຮານເຈົ້າ, ດ້ວຍເຫດຜົນຫຍັງ, ບໍ່ວ່າມັນຈະເບິ່ງຄືວ່າຮຸນແຮງ ຫຼື ນໍ້າສຽງ ແລະ ຄຳເວົ້າຈະເປັນແນວໃດກໍຕາມ, ເຈົ້າຄວນຍອມຮັບມັນ. ຈາກນັ້ນ, ເຈົ້າຄວນຮັບຮູ້ວ່າຕົນເອງໄດ້ເຮັດຫຍັງຜິດ, ໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຍັງແດ່ ແລະ ໄດ້ກະທຳສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່. ກ່ອນອື່ນໝົດ, ນີ້ຄືທັດສະນະຄະຕິທີ່ເຈົ້າຄວນມີ. ແລ້ວຜູ້ຕໍ່ຕ້ານພຣະຄຣິສມີທັດສະນະຄະຕິເຊັ່ນນີ້ບໍ? ພວກເຂົາບໍ່ມີ; ຕັ້ງແຕ່ຕົ້ນຈົນຈົບ, ທັດສະນະຄະຕິທີ່ພວກເຂົາສະແດງອອກມາແມ່ນການຕໍ່ຕ້ານ ແລະ ການປະຕິເສດ. ດ້ວຍທັດສະນະຄະຕິແບບນັ້ນ, ພວກເຂົາສາມາດສະຫງົບຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການຖືກລິຮານຢ່າງຖ່ອມຕົວໄດ້ບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ສະນັ້ນ, ພວກເຂົາຈະເຮັດແນວໃດ? ກ່ອນອື່ນໝົດ, ພວກເຂົາຈະໂຕ້ຖຽງຢ່າງແຂງຂັນ ແລະ ແກ້ຕົວ, ປົກປ້ອງ ແລະ ໂຕ້ຖຽງກ່ຽວກັບສິ່ງຜິດພາດທີ່ພວກເຂົາໄດ້ເຮັດ ແລະ ອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາໄດ້ເປີດເຜີຍອອກມາ, ໂດຍຫວັງວ່າຈະໄດ້ຮັບຄວາມເຂົ້າໃຈ ແລະ ການໃຫ້ອະໄພຈາກຜູ້ຄົນ, ເພື່ອທີ່ພວກເຂົາຈະບໍ່ຕ້ອງຮັບຜິດຊອບອັນໃດ ຫຼື ຍອມຮັບຄຳເວົ້າທີ່ລິຮານພວກເຂົາ. ທັດສະນະຄະຕິທີ່ພວກເຂົາສະແດງອອກເມື່ອປະເຊີນກັບການຖືກລິຮານແມ່ນຫຍັງ? “ຂ້ອຍບໍ່ໄດ້ເຮັດບາບ. ຂ້ອຍບໍ່ໄດ້ເຮັດຫຍັງຜິດ. ຖ້າຂ້ອຍເຮັດຜິດ, ມັນກໍມີເຫດຜົນຂອງມັນ; ຖ້າຂ້ອຍເຮັດຜິດ, ຂ້ອຍກໍບໍ່ໄດ້ຕັ້ງໃຈເຮັດ, ຂ້ອຍບໍ່ຄວນຕ້ອງມາຮັບຜິດຊອບຕໍ່ສິ່ງເຫຼົ່ານັ້ນ. ໃຜແດ່ທີ່ບໍ່ເຄີຍເຮັດຜິດພາດຈັກໜ້ອຍ?” ພວກເຂົາຍຶດຕິດກັບຄຳເວົ້າ ແລະ ວະລີເຫຼົ່ານີ້ ແຕ່ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ, ທັງບໍ່ຍອມຮັບຄວາມຜິດພາດທີ່ພວກເຂົາໄດ້ເຮັດ ຫຼື ອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາໄດ້ເປີດເຜີຍອອກມາ ແລະ ແນ່ນອນວ່າພວກເຂົາບໍ່ຍອມຮັບວ່າເຮັດໂດຍເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາໃນການເຮັດຄວາມຊົ່ວແມ່ນຫຍັງ. ບໍ່ວ່າຄວາມຜິດພາດທີ່ພວກເຂົາໄດ້ເຮັດຈະຊັດເຈນສໍ່າໃດ ຫຼື ພວກເຂົາໄດ້ກໍ່ໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງສໍ່າໃດກໍຕາມ, ພວກເຂົາກໍເຮັດເປັນບໍ່ເຫັນຕໍ່ສິ່ງເຫຼົ່ານີ້. ພວກເຂົາບໍ່ຮູ້ສຶກເສຍໃຈ ຫຼື ຮູ້ສຶກຜິດແມ່ນແຕ່ໜ້ອຍດຽວ ແລະ ຈິດສຳນຶກຂອງພວກເຂົາກໍບໍ່ໄດ້ຮູ້ສຶກຖືກຕຳນິເລີຍ. ໃນທາງກົງກັນຂ້າມ, ພວກເຂົາແກ້ຕົວຢ່າງສຸດກຳລັງ ແລະ ໂຕ້ຖຽງກັນດ້ວຍຄຳເວົ້າ, ໂດຍຄິດວ່າ “ທຸກຄົນລ້ວນແຕ່ມີມຸມມອງທີ່ສົມເຫດສົມຜົນ. ທຸກຄົນມີເຫດຜົນຂອງຕົນເອງ; ມັນຂຶ້ນຢູ່ກັບວ່າໃຜເປັນຄົນທີ່ເວົ້າເກັ່ງກວ່າ. ຖ້າຂ້ອຍສາມາດເຮັດໃຫ້ຄົນສ່ວນໃຫຍ່ເຊື່ອຄຳແກ້ຕົວ ແລະ ຄຳອະທິບາຍຂອງຂ້ອຍໄດ້, ຂ້ອຍກໍຊະນະ ແລະ ຄວາມຈິງທີ່ເຈົ້າເວົ້າເຖິງກໍບໍ່ແມ່ນຄວາມຈິງ ແລະ ຂໍ້ເທັດຈິງຂອງເຈົ້າກໍບໍ່ຖືກຕ້ອງ. ເຈົ້າຕ້ອງການປະນາມຂ້ອຍບໍ? ບໍ່ມີທາງ!” ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ໃນສ່ວນເລິກຂອງຫົວໃຈ ແລະ ຈິດວິນຍານຂອງພວກເຂົາ, ພວກເຂົາຕໍ່ຕ້ານ ແລະ ປະຕິເສດມັນຢ່າງເດັດຂາດ ແລະ ຢ່າງເດັດດ່ຽວ. ທັດສະນະຄະຕິຂອງພວກເຂົາກໍຄື “ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ບໍ່ວ່າເຈົ້າຈະເປັນຄົນທີ່ເຮັດຖືກຕ້ອງສໍ່າໃດກໍຕາມ, ຂ້ອຍຈະບໍ່ຍອມຮັບມັນ ແລະ ຂ້ອຍຈະບໍ່ຍອມຮັບຜິດ. ຂ້ອຍບໍ່ໄດ້ເຮັດຜິດ”. ບໍ່ວ່າຂໍ້ເທັດຈິງຈະເປີດເຜີຍໃຫ້ເຫັນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຍອມຮັບ ຫຼື ຮັບເອົາມັນ ແຕ່ຍັງຄົງສືບຕໍ່ການທ້າທາຍ ແລະ ການຕໍ່ຕ້ານຂອງພວກເຂົາ. ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ພວກເຂົາກໍບໍ່ຮັບເອົາ ຫຼື ຍອມຮັບມັນ ແຕ່ຄິດວ່າ “ມາເບິ່ງກັນວ່າໃຜຈະເວົ້າຊະນະໃຜ; ມາເບິ່ງກັນວ່າໃຜເປັນຄົນທີ່ເວົ້າເກັ່ງກວ່າກັນ”. ນີ້ຄືທັດສະນະຄະຕິຮູບແບບໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ.
ການທີ່ຄົນໃດໜຶ່ງສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ນັ້ນ ຈະຖືກເປີດເຜີຍອອກມາເມື່ອພວກເຂົາຖືກລິຮານ. ຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ມີຄວາມຊັດເຈນຫຼາຍເມື່ອກ່າວພຣະທຳ ແລະ ຫຼັກຄຳສອນ ແຕ່ເມື່ອພວກເຂົາຖືກລິຮານ, ພວກເຂົາຍັງຄົງຕໍ່ຕ້ານ, ໂຕ້ຖຽງ ແລະ ທ້າທາຍ ແລະ ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ສາມາດປະຕິບັດຕາມພຣະທຳ ແລະ ຫຼັກຄຳສອນໃດກໍຕາມທີ່ພວກເຂົາມັກຈະເວົ້າອອກມາໄດ້ເລີຍ. ເປັນຫຍັງຈຶ່ງເປັນແນວນີ້? ເຫດຜົນກໍຄື ໂດຍແກ່ນແທ້ແລ້ວ ຜູ້ຕໍ່ຕ້ານພຣະຄຣິສນັ້ນເບື່ອໜ່າຍຄວາມຈິງ. ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນໂຫດຮ້າຍ ແລະ ອວດດີທີ່ສຸດ. ທັດສະນະຄະຕິຂອງພວກເຂົາຕໍ່ໜ້າຄວາມຈິງ ແລະ ຂໍ້ເທັດຈິງແມ່ນຄວາມຫົວແຂງ, ການຕໍ່ຕ້ານ ແລະ ຄວາມກຽດຊັງຢູ່ສະເໝີ. ເມື່ອພວກເຂົາຖືກລິຮານ, ນອກເໜືອຈາກການແກ້ຕົວ ແລະ ອະທິບາຍຕົນເອງໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ ເພື່ອຮັກສາຊື່ສຽງຂອງພວກເຂົາເອງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍັງມີຄວາມເຊື່ອໝັ້ນທີ່ແຮງກ້າທີ່ສຸດວ່າ: “ຂ້ອຍເຊື່ອໃນພຣະເຈົ້າ, ບໍ່ແມ່ນບຸກຄົນໃດໜຶ່ງ. ພຣະເຈົ້າຊອບທຳ ແລະ ບໍ່ວ່າບຸກຄົນນັ້ນຈະລິຮານຂ້ອຍແນວໃດກໍຕາມ, ລາວກໍບໍ່ສາມາດຕັດສິນໂຊກຊະຕາຂອງຂ້ອຍໄດ້. ຂ້ອຍບໍ່ຍອມຮັບຄວາມຈິງ ແລ້ວລາວຈະເຮັດຫຍັງຂ້ອຍໄດ້?” ໃນຫົວໃຈຂອງພວກເຂົາ ພວກເຂົາທ້າທາຍວ່າ “ບໍ່ວ່າສິ່ງທີ່ຄົນເທິງແຜ່ນດິນໂລກເວົ້າຈະຖືກຕ້ອງ ຫຼື ສອດຄ່ອງກັບຄວາມຈິງສໍ່າໃດກໍຕາມ, ສິ່ງເຫຼົ່ານັ້ນກໍບໍ່ແມ່ນຄວາມຈິງ, ມີພຽງແຕ່ພຣະຄຳໂດຍກົງຈາກພຣະເຈົ້າໃນສະຫວັນເທົ່ານັ້ນທີ່ເປັນຄວາມຈິງ; ບໍ່ວ່າຄົນເທິງແຜ່ນດິນໂລກຈະພິພາກສາ ແລະ ລົງທັນຜູ້ຄົນ ແລະ ລິຮານພວກເຂົາແນວໃດກໍຕາມ, ລາວກໍບໍ່ຊອບທຳ, ມີພຽງແຕ່ພຣະເຈົ້າໃນສະຫວັນເທົ່ານັ້ນທີ່ຊອບທຳ”. ຄວາມໝາຍແຝງທີ່ບໍ່ໄດ້ເວົ້າອອກມາຂອງພວກເຂົາແມ່ນຫຍັງ? “ບໍ່ວ່າສິ່ງທີ່ພຣະເຈົ້າເທິງແຜ່ນດິນໂລກເວົ້າຈະຖືກຕ້ອງ ຫຼື ສອດຄ່ອງກັບຄວາມຈິງສໍ່າໃດກໍຕາມ, ສິ່ງເຫຼົ່ານັ້ນກໍບໍ່ແມ່ນຄວາມຈິງ. ມີພຽງແຕ່ພຣະເຈົ້າໃນສະຫວັນເທົ່ານັ້ນທີ່ເປັນຄວາມຈິງ, ພຣະເຈົ້າໃນສະຫວັນຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນວ່າພຣະເຈົ້າເທິງແຜ່ນດິນໂລກຈະສາມາດສະແດງຄວາມຈິງໄດ້ເຊັ່ນດຽວກັນ ແຕ່ພຣະອົງກໍບໍ່ສາມາດທຽບກັບພຣະເຈົ້າໃນສະຫວັນໄດ້”. ນີ້ບໍ່ແມ່ນສິ່ງທີ່ພວກເຂົາໝາຍຄວາມເຖິງບໍ? (ແມ່ນແລ້ວ.) “ສິ່ງທີ່ຂ້ອຍເຊື່ອແມ່ນພຣະເຈົ້າໃນສະຫວັນ, ບໍ່ແມ່ນພຣະເຈົ້າເທິງແຜ່ນດິນໂລກ. ບໍ່ວ່າຄຳເວົ້າທີ່ເຈົ້າ ເຊິ່ງເປັນຄົນທຳມະດາຄົນນີ້ເວົ້າຈະຖືກຕ້ອງ ຫຼື ສອດຄ່ອງກັບຄວາມຈິງສໍ່າໃດກໍຕາມ, ເຈົ້າກໍຍັງບໍ່ແມ່ນພຣະເຈົ້າໃນສະຫວັນ. ພຣະເຈົ້າໃນສະຫວັນມີອຳນາດສູງສຸດທີ່ຢູ່ເໜືອທຸກສິ່ງ. ພຣະເຈົ້າໃນສະຫວັນກຳນົດໂຊກຊະຕາຂອງຂ້ອຍ. ພຣະເຈົ້າເທິງແຜ່ນດິນໂລກບໍ່ສາມາດກຳນົດໂຊກຊະຕາຂອງຂ້ອຍໄດ້. ບໍ່ວ່າສິ່ງທີ່ພຣະເຈົ້າເທິງແຜ່ນດິນໂລກເວົ້າຈະສອດຄ່ອງກັບຄວາມຈິງສໍ່າໃດກໍຕາມ, ຂ້ອຍກໍຈະບໍ່ຍອມຮັບສິ່ງເຫຼົ່ານັ້ນ. ຂ້ອຍພຽງແຕ່ຍອມຮັບ ແລະ ອ່ອນນ້ອມຕໍ່ພຣະເຈົ້າໃນສະຫວັນເທົ່ານັ້ນ. ບໍ່ວ່າພຣະເຈົ້າໃນສະຫວັນຈະປະຕິບັດຕໍ່ຂ້ອຍແນວໃດກໍຕາມ, ຂ້ອຍກໍຈະອ່ອນນ້ອມຕໍ່ສິ່ງນັ້ນ”. ຄຳເວົ້າເຫຼົ່ານີ້ລ້ວນແຕ່ເປັນຄຳເວົ້າທີ່ຜູ້ຕໍ່ຕ້ານພຣະຄຣິສເປີດເຜີຍອອກມາ ເມື່ອພວກເຂົາຖືກລິຮານ. ພວກມັນລ້ວນແຕ່ເປັນຄຳເວົ້າທີ່ອອກມາຈາກຫົວໃຈຂອງພວກເຂົາ. ຄຳເວົ້າຈາກໃຈເຫຼົ່ານີ້ຂອງພວກເຂົາເປັນຕົວແທນໃຫ້ແກ່ອຸປະນິໄສຂອງພວກເຂົາຢ່າງສິ້ນເຊີງ ແລະ ເປີດເຜີຍແກ່ນແທ້ທຳມະຊາດຂອງພວກເຂົາທີ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເປີດເຜີຍຄຳເວົ້າເຫຼົ່ານີ້, ໂສມໜ້າທີ່ແທ້ຈິງຂອງພວກເຂົາກໍຖືກເປີດໂປງຢ່າງສົມບູນ. ສາມາດເວົ້າໄດ້ວ່າ ໃຜກໍຕາມທີ່ສາມາດເວົ້າຄຳເວົ້າເຫຼົ່ານີ້ໄດ້ແມ່ນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ ພ້ອມທັງເປັນມານຮ້າຍ ແລະ ຊາຕານທີ່ແທ້ຈິງ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນສະແດງທັດສະນະຄະຕິທີ່ແຂງກະດ້າງ ທີ່ບໍ່ຍອມອ່ອນຂໍ້ ແລະ ບໍ່ສະແດງຄວາມອ່ອນແອ ເມື່ອພວກເຂົາຖືກລິຮານ. ພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ຍອມຮັບການຖືກລິຮານ, ທັງບໍ່ໄດ້ມາຮູ້ຈັກຕົນເອງຢ່າງແທ້ຈິງ. ໃນທາງກົງກັນຂ້າມ, ພວກເຂົາຫຼົບລີ້ຢູ່ໃນຄວາມເຊື່ອໝັ້ນນັ້ນຂອງພວກເຂົາ ແລະ ໃຊ້ມັນເພື່ອປົກປ້ອງຊື່ສຽງ, ສະຖານະ ແລະ ຄວາມຮູ້ສຶກເຖິງການມີຕົວຕົນຂອງພວກເຂົາເອງ, ເຊິ່ງເປັນການເປີດໂປງແກ່ນແທ້ຂອງຜູ້ບໍ່ເຊື່ອຂອງພວກເຂົາຢ່າງສົມບູນ. ພວກເຂົາໃຊ້ຄຳເວົ້າທີ່ວ່າ “ຂ້ອຍເຊື່ອໃນພຣະເຈົ້າ, ບໍ່ແມ່ນຄົນໃດຄົນໜຶ່ງ ແລະ ພຣະເຈົ້າທີ່ຊອບທຳ” ເພື່ອໂຕ້ແຍ້ງ ແລະ ເອົາຊະນະທຸກຄົນ ແລະ ເພື່ອປະຕິເສດຄວາມຈິງ ແລະ ປະຕິເສດພຣະເຈົ້າເທິງແຜ່ນດິນໂລກ. ໃນເວລາດຽວກັນ, ພວກເຂົາກໍໃຊ້ຄຳເວົ້າເຫຼົ່ານີ້ເພື່ອປົກປິດ ແລະ ຫຼີກລ່ຽງຄວາມຮັບຜິດຊອບຕໍ່ບາບຂອງພວກເຂົາເອງ ແລະ ເພື່ອປົກປິດອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສໃຊ້ຄວາມເຊື່ອໝັ້ນ ແລະ ທິດສະດີຂອງພວກເຂົາ ເພື່ອປົກປິດການກະທຳທີ່ຊົ່ວຮ້າຍຂອງພວກເຂົາເອງ ແລະ ພວກເຂົາຍັງໃຊ້ສິ່ງເຫຼົ່ານັ້ນເພື່ອປອບໃຈ ແລະ ປົກປ້ອງຕົນເອງອີກດ້ວຍ. ພວກເຂົາປອບໃຈຕົນເອງແນວໃດ? ພວກເຂົາຄິດວ່າ “ບໍ່ເປັນຫຍັງ, ສິ່ງທີ່ຄົນເທິງແຜ່ນດິນໂລກຜູ້ນີ້ເວົ້າບໍ່ມີຄວາມໝາຍ. ບໍ່ວ່າສິ່ງທີ່ລາວເວົ້າຈະຖືກຕ້ອງສໍ່າໃດກໍຕາມ, ຂ້ອຍກໍຈະບໍ່ຍອມຮັບສິ່ງເຫຼົ່ານັ້ນ. ຕາບໃດທີ່ຂ້ອຍບໍ່ຍອມຮັບສິ່ງເຫຼົ່ານັ້ນ, ສິ່ງທີ່ລາວເວົ້າກໍບໍ່ແມ່ນຂໍ້ເທັດຈິງ ແລະ ສິ່ງເຫຼົ່ານັ້ນກໍບໍ່ສອດຄ່ອງກັບຄວາມຈິງ. ສະນັ້ນ, ຂ້ອຍບໍ່ຈຳເປັນຕ້ອງຮັບຜິດຊອບຕໍ່ຄວາມຜິດພາດ, ການກະທຳຜິດ ຫຼື ການຝ່າຝືນໃດກໍຕາມທີ່ຂ້ອຍເຮັດ, ຂ້ອຍພຽງແຕ່ສາມາດເຮັດຕາມໃຈມັກ, ຍ່າງແບບອວດອົ່ງ ແລະ ເຮັດສິ່ງຕ່າງໆຕາມວິທີຂອງຂ້ອຍເອງຄືກັບທີ່ຂ້ອຍເຄີຍເຮັດມາກ່ອນ”. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງສືບຕໍ່ຍ່າງໃນເສັ້ນທາງຂອງພວກເຂົາດ້ວຍວິທີນີ້ ໂດຍປາສະຈາກຄວາມລັງເລໃຈອັນໃດເລີຍ ແລະ ຍັງຄົງປາສະຈາກຄວາມຮູ້ສຶກລະອາຍໃດກໍຕາມ, ໂດຍຍຶດໝັ້ນກັບຄວາມປາຖະໜາ ແລະ ເຈດຕະນາຂອງພວກເຂົາທີ່ຈະໄດ້ຮັບພອນຈົນເຖິງທີ່ສຸດ. ນີ້ຄືໂສມໜ້າທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິສ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາກໍຖືກເປີດເຜີຍ. ນີ້ຄືຊ່ວງເວລາທີ່ແກ່ນແທ້ທຳມະຊາດຂອງພວກເຂົາມີແນວໂນ້ມທີ່ຈະຖືກເປີດໂປງຫຼາຍທີ່ສຸດ. ປະການທຳອິດ: ພວກເຂົາສາມາດສາລະພາບຕໍ່ການກະທຳທີ່ຊົ່ວຮ້າຍຂອງພວກເຂົາໄດ້ບໍ? ປະການທີສອງ: ພວກເຂົາສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ຮູ້ຈັກຕົນເອງໄດ້ບໍ? ແລະ ປະການທີສາມ: ພວກເຂົາສາມາດຍອມຮັບມັນຈາກພຣະເຈົ້າໄດ້ບໍ ເມື່ອພວກເຂົາຖືກລິຮານ? ດ້ວຍສາມມາດຕະຖານນີ້, ຄົນເຮົາສາມາດເຫັນແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສໄດ້. ຖ້າຄົນໃດໜຶ່ງສາມາດອ່ອນນ້ອມໄດ້ ເມື່ອພວກເຂົາຖືກລິຮານ ແລະ ໄຕ່ຕອງກ່ຽວກັບຕົນເອງ ແລະ ດ້ວຍເຫດນັ້ນຈຶ່ງມາຮູ້ຈັກການເປີດເຜີຍຄວາມເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາເອງ, ຄົນນັ້ນກໍຄືຜູ້ທີ່ສາມາດຍອມຮັບຄວາມຈິງໄດ້. ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ສາມມາດຕະຖານນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຂາດແຄນຢ່າງແທ້ຈິງ. ໃນທາງກົງກັນຂ້າມ ຜູ້ຕໍ່ຕ້ານພຣະຄຣິສພັດເຮັດບາງສິ່ງທີ່ແຕກຕ່າງອອກໄປ ເຊິ່ງເປັນສິ່ງທີ່ບໍ່ມີໃຜຄາດຄິດ, ນັ້ນກໍຄື ເມື່ອພວກເຂົາຖືກລິຮານ, ພວກເຂົາໄດ້ກ່າວຫາຄືນແບບບໍ່ມີມູນຄວາມຈິງ. ແທນທີ່ຈະສາລະພາບຄວາມຜິດຂອງພວກເຂົາ ແລະ ຍອມຮັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາພັດປະນາມຜູ້ທີ່ລິຮານພວກເຂົາ. ພວກເຂົາເຮັດແນວນັ້ນໄດ້ແນວໃດ? ພວກເຂົາເວົ້າວ່າ “ບໍ່ແມ່ນການລິຮານທັງໝົດຈະຖືກຕ້ອງສະເໝີໄປ. ການລິຮານລ້ວນແຕ່ເປັນການປະນາມຂອງມະນຸດ, ການຕັດສິນຂອງມະນຸດ; ມັນບໍ່ໄດ້ເຮັດໃນນາມຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຊອບທຳ. ໃຜກໍຕາມທີ່ປະນາມຄົນອື່ນກໍຈະຖືກປະນາມ”. ນີ້ບໍ່ແມ່ນການກ່າວຫາຄືນແບບບໍ່ມີມູນຄວາມຈິງບໍ? ຄົນປະເພດໃດທີ່ຈະກ່າວຫາຄືນແບບບໍ່ມີມູນຄວາມຈິງແບບນີ້? ມີພຽງແຕ່ຄົນທີ່ສ້າງຄວາມລຳຄານຢ່າງບໍ່ມີເຫດຜົນ ແລະ ບໍ່ຮັບຟັງເຫດຜົນເທົ່ານັ້ນທີ່ຈະເຮັດເຊັ່ນນັ້ນ ແລະ ມີພຽງແຕ່ຄົນປະເພດດຽວກັບມານຮ້າຍ ແລະ ຊາຕານເທົ່ານັ້ນທີ່ຈະເຮັດເຊັ່ນນັ້ນ. ຄົນທີ່ມີຈິດສຳນຶກ ແລະ ເຫດຜົນຈະບໍ່ມີວັນເຮັດສິ່ງດັ່ງກ່າວ. ສະນັ້ນ ຜູ້ທີ່ກ່າວຫາຄືນຢ່າງບໍ່ມີມູນຄວາມຈິງ ເມື່ອພວກເຂົາຖືກລິຮານຕ້ອງເປັນຄົນຊົ່ວຮ້າຍ. ພວກເຂົາລ້ວນແຕ່ເປັນມານຮ້າຍ. ເມື່ອຜູ້ຕໍ່ຕ້ານພຣະຄຣິສກ່າວຫາຄືນແບບບໍ່ມີມູນຄວາມຈິງ, ພວກເຂົາມັກຈະເວົ້າຫຍັງ? “ຂ້ອຍເຊື່ອໃນພຣະເຈົ້າ ແລະ ພຣະເຈົ້າຊອບທຳ! ຂ້ອຍອ່ອນນ້ອມຕໍ່ພຣະເຈົ້າ, ບໍ່ແມ່ນຕໍ່ບຸກຄົນໃດໜຶ່ງ! ບໍ່ແມ່ນການລິຮານທັງໝົດຈະຖືກຕ້ອງສະເໝີໄປ. ຖ້າພຣະເຈົ້າລິຮານຂ້ອຍ, ຂ້ອຍກໍຈະຍອມຮັບມັນ ແຕ່ຖ້າຄົນລິຮານຂ້ອຍ, ຂ້ອຍຈະບໍ່ຍອມຮັບ!” ສິ່ງທຳອິດທີ່ຜູ້ຕໍ່ຕ້ານພຣະຄຣິສຈະເວົ້າກໍຄື “ພຣະເຈົ້າຊອບທຳ!” ເຈົ້າສາມາດໄດ້ຍິນວ່ານໍ້າສຽງຂອງພວກເຂົາທີ່ແຝງໄປດ້ວຍສະພາບຈິດໃຈທີ່ປະສົງຮ້າຍ. ສິ່ງທີສອງທີ່ພວກເຂົາເວົ້າກໍຄື “ຂ້ອຍອ່ອນນ້ອມຕໍ່ພຣະເຈົ້າ, ບໍ່ແມ່ນຕໍ່ບຸກຄົນໃດໜຶ່ງ!” ພວກເຈົ້າເຄີຍໄດ້ຍິນສອງປະໂຫຍກນີ້ບໍ? (ເຄີຍ.) ພວກເຈົ້າເຄີຍເວົ້າສິ່ງເຫຼົ່ານັ້ນບໍ? (ບໍ່ເຄີຍ.) ຄົນສ່ວນໃຫຍ່ບໍ່ກ້າເວົ້າສອງປະໂຫຍກນີ້. ພຽງແຕ່ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ ເຊິ່ງພວກເຂົາເຊື່ອວ່າເປັນສິ່ງທີ່ເປັນບວກ ແລະ ເປັນສິ່ງທີ່ພວກເຂົາຄວນຍອມຮັບເທົ່ານັ້ນ, ພວກເຂົາຈຶ່ງເວົ້າວ່າ: “ພຣະເຈົ້າຊອບທຳແທ້ໆ, ມັນຖືກຕ້ອງແລ້ວທີ່ຂ້ອຍຖືກລິຮານ ແລະ ຖືກລົງວິໄນ”. ພວກເຂົາຍອມຮັບມັນໃນທາງທີ່ເປັນບວກ ແລະ ບໍ່ໄດ້ໃຊ້ຄຳເວົ້າເຫຼົ່ານີ້ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ ຫຼື ເພື່ອແກ້ຕົວ ແລະ ອະທິບາຍຕົນເອງເລີຍ. ພວກເຂົາຍອມຮັບ ແລະ ຮັບຮູ້ຄຳເວົ້າເຫຼົ່ານີ້ ແລະ ຂໍ້ເທັດຈິງນີ້ຈາກສ່ວນເລິກຂອງຫົວໃຈຂອງພວກເຂົາຢ່າງແທ້ຈິງ. ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງກັນ. ໃນສະພາບການຂອງການຖືກລິຮານ, ພວກເຂົາສາມາດໃຊ້ນໍ້າສຽງນີ້ ຫຼື ເຈດຕະນາປະເພດນີ້ເພື່ອເວົ້າວ່າ “ຂ້ອຍເຊື່ອໃນພຣະເຈົ້າ ແລະ ພຣະເຈົ້າຊອບທຳ! ຂ້ອຍອ່ອນນ້ອມຕໍ່ພຣະເຈົ້າ, ບໍ່ແມ່ນຕໍ່ບຸກຄົນໃດໜຶ່ງ!” ສິ່ງນີ້ໝາຍຄວາມວ່າແນວໃດ? ພວກເຂົາເປັນຄົນທີ່ຍອມຮັບຄວາມຈິງບໍ? ພວກເຂົາບໍ່ຍອມຮັບຢ່າງແນ່ນອນ. ພວກເຂົາປະຕິເສດວ່າການຖືກລິຮານນັ້ນມາຈາກພຣະເຈົ້າ ແລະ ໄດ້ຮັບການຮັບຮອງຈາກພຣະເຈົ້າ. ການທີ່ພວກເຂົາບໍ່ສາມາດຍອມຮັບມັນຈາກພຣະເຈົ້າໄດ້ນັ້ນ ພິສູດຢ່າງສົມບູນວ່າ ພວກເຂົາບໍ່ຍອມຮັບອຳນາດສູງສຸດຂອງພຣະເຈົ້າທີ່ຢູ່ເໜືອທຸກສິ່ງ ແລະ ບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ. ແລ້ວພວກເຂົາຈະຍອມຮັບວ່າພຣະເຈົ້າຊອບທຳໄດ້ແນວໃດ? ເຫັນໄດ້ຊັດເຈນວ່າພວກເຂົາກຳລັງໃຊ້ຄຳເວົ້າເຫຼົ່ານີ້ ເຊິ່ງເບິ່ງຄືວ່າຖືກຕ້ອງແຕ່ພຽງພາຍນອກ ເພື່ອປະນາມຄົນອື່ນ, ເພື່ອປະນາມຜູ້ທີ່ບໍ່ເປັນຜົນດີຕໍ່ພວກເຂົາ, ຜູ້ທີ່ລິຮານພວກເຂົາ ແລະ ຜູ້ທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ນີ້ບໍ່ແມ່ນການກະທຳຂອງຄົນຊົ່ວຮ້າຍບໍ? ຄົນເຫຼົ່ານີ້ເປັນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍອາດຈະໃຊ້ຄຳເວົ້າທີ່ຖືກຕ້ອງ ເພື່ອຕໍ່ຕ້ານພຣະເຈົ້າ ແລະ ຂັດຄ້ານຄວາມຈິງໃນຊ່ວງເວລາທີ່ສຳຄັນ ແລະ ໃຊ້ຄຳເວົ້າທີ່ຖືກຕ້ອງ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ, ພາບລັກຂອງພວກເຂົາເອງ ພ້ອມທັງໜ້າຕາ ແລະ ຊື່ສຽງຂອງພວກເຂົາເອງ. ນີ້ບໍ່ແມ່ນຄວາມໜ້າດ້ານບໍ? “ຄົນຊົ່ວຮ້າຍທີ່ເຮັດໂຕໜ້າດ້ານ” (ສຸພາສິດ 21:29), ປະໂຫຍກນີ້ໄດ້ຮັບການພິສູດວ່າເປັນຈິງໃນຕົວຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສກໍຄືຄົນປະເພດນີ້.
ອີກສິ່ງໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າກໍຄື: “ຂ້ອຍເຊື່ອໃນພຣະເຈົ້າ, ບໍ່ແມ່ນບຸກຄົນໃດໜຶ່ງ!” ເບິ່ງແຕ່ພຽງພາຍນອກແລ້ວ ປະໂຫຍກນີ້ຟັງເບິ່ງຄືວ່າຜິດບໍ? (ບໍ່.) ການເຊື່ອໃນພຣະເຈົ້າເປັນສິ່ງທີ່ຖືກຕ້ອງຢ່າງແນ່ນອນ, ຄົນເຮົາບໍ່ສາມາດເຊື່ອໃນບຸກຄົນໃດໜຶ່ງໄດ້. ຄຳເວົ້າເຫຼົ່ານີ້ຊ່າງເໝາະສົມ ແລະ ຖືກຕ້ອງ, ບໍ່ມີຫຍັງຜິດປົກກະຕິກ່ຽວກັບຄຳເວົ້າເຫຼົ່ານັ້ນ. ແຕ່ໜ້າເສຍດາຍ, ຄວາມໝາຍຂອງປະໂຫຍກນີ້ໄດ້ປ່ຽນໄປ ເມື່ອມັນອອກມາຈາກປາກຂອງຜູ້ຕໍ່ຕ້ານພຣະຄຣິສ. ການປ່ຽນແປງຄວາມໝາຍນີ້ສະແດງໃຫ້ເຫັນເຖິງຫຍັງ? ສະແດງໃຫ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສໃຊ້ຄຳເວົ້າທີ່ຖືກຕ້ອງ ເພື່ອແກ້ໂຕໃຫ້ຕົນເອງ ແລະ ອະທິບາຍຕົນເອງ. ເຈດຕະນາຂອງພວກເຂົາທີ່ຢູ່ເບື້ອງຫຼັງການເວົ້າຄຳເວົ້າເຫຼົ່ານີ້ແມ່ນຫຍັງ? ເຫດຜົນຂອງພວກເຂົາສຳລັບການເວົ້າຄຳເວົ້າເຫຼົ່ານີ້ແມ່ນຫຍັງ? ມັນພິສູດໃຫ້ເຫັນແກ່ນແທ້ດ້ານໃດແດ່ຂອງພວກເຂົາ? (ບໍ່ຍອມຮັບຄວາມຈິງ, ກຽດຊັງຄວາມຈິງ.) ຖືກຕ້ອງ, ພວກເຂົາບໍ່ຍອມຮັບຄວາມຈິງ. ສະນັ້ນ, ພວກເຂົາຈຶ່ງບໍ່ຍອມຮັບຄວາມຈິງ ແຕ່ພວກເຂົາຈະເວົ້າຢ່າງເປີດເຜີຍບໍວ່າ “ຂ້ອຍບໍ່ຍອມຮັບມັນ; ເຖິງແມ່ນວ່າສິ່ງທີ່ເຈົ້າເວົ້າຈະຖືກຕ້ອງກໍຕາມ, ຂ້ອຍກໍບໍ່ຍອມຮັບມັນ”? ຖ້າພວກເຂົາເວົ້າແບບນີ້, ຜູ້ຄົນກໍຈະສາມາດແຍກແຍະພວກເຂົາໄດ້ ແລະ ທຸກຄົນກໍຈະປະຕິເສດພວກເຂົາ ແລະ ພວກເຂົາກໍຈະບໍ່ມີບ່ອນຢືນ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດເວົ້າແບບນີ້ໄດ້. ພວກເຂົາເຂົ້າໃຈສິ່ງເຫຼົ່ານີ້ຢ່າງຊັດເຈນໃນຫົວໃຈຂອງພວກເຂົາ. ນີ້ຄືຈຸດທີ່ການຫຼອກລວງ ແລະ ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສຕັ້ງຢູ່. ພວກເຂົາຄິດວ່າ “ຖ້າຂ້ອຍຕໍ່ຕ້ານເຈົ້າຢ່າງເປີດເຜີຍ, ຮ້ອງໂວຍວາຍ ແລະ ຂັດຄ້ານເຈົ້າຢ່າງເປີດເຜີຍ, ເຈົ້າກໍຈະເວົ້າວ່າຂ້ອຍບໍ່ຍອມຮັບຄວາມຈິງ. ດັ່ງນັ້ນ ຂ້ອຍຈະບໍ່ໃຫ້ເຈົ້າເຫັນວ່າຂ້ອຍບໍ່ຍອມຮັບຄວາມຈິງ. ຂ້ອຍຈະໃຊ້ວິທີອື່ນເພື່ອແກ້ໄຂເລື່ອງນີ້ ແລະ ປົກປ້ອງຕົນເອງ”. ສະນັ້ນ, ພວກເຂົາຈຶ່ງເວົ້າວ່າ: “ຂ້ອຍເຊື່ອໃນພຣະເຈົ້າ, ບໍ່ແມ່ນບຸກຄົນໃດໜຶ່ງ”. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າ ຫຼື ເຊື່ອໃນບຸກຄົນໃດໜຶ່ງກໍຕາມ, ສິ່ງທີ່ພວກເຮົາກຳລັງໄຈ້ແຍກຢູ່ທີ່ນີ້ກໍຄື ຜູ້ຕໍ່ຕ້ານພຣະຄຣິສຍອມຮັບຄວາມຈິງ ຫຼື ບໍ່. ພວກເຂົາບໍ່ໄດ້ກຳລັງເອົາແນວຄິດມາປະປົນກັນບໍໂດຍການເວົ້າແບບນີ້? ພວກເຂົາກຳລັງເອົາແນວຄິດມາປະປົນກັນ ແລະ ພະຍາຍາມຕົບຕາຜູ້ຄົນ. ເພື່ອຢຸດບໍ່ໃຫ້ຜູ້ຄົນເຫັນວ່າພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາເວົ້າວ່າພວກເຂົາຍອມຮັບພຣະເຈົ້າ ແລະ ຍອມຮັບຄວາມຈິງ, ວ່າພວກເຂົາເຊື່ອໃນພຣະເຈົ້າ ແລະ ເຊື່ອວ່າພຣະເຈົ້າເປັນຄວາມຈິງ ແລະ ໃນເມື່ອພຣະເຈົ້າເປັນຄວາມຈິງ, ພຣະເຈົ້າກໍບໍ່ສາມາດກາຍເປັນຄົນໄດ້ ແລະ ຖ້າພຣະອົງກາຍເປັນຄົນ, ພຣະອົງກໍບໍ່ມີຄວາມຈິງ ແລະ ຄົນຜູ້ນັ້ນກໍບໍ່ແມ່ນພຣະເຈົ້າ. ເມື່ອຕັດສິນໂດຍອີງໃສ່ສິ່ງນີ້, ພວກເຂົາບໍ່ໄດ້ຖືກເປີດເຜີຍວ່າເປັນຜູ້ຕໍ່ຕ້ານພຣະຄຣິສແລ້ວບໍ? ພວກເຂົາພຽງແຕ່ບໍ່ຍອມຮັບວ່າພຣະເຈົ້າສາມາດກາຍເປັນພຣະຄຣິສ ແລະ ກາຍເປັນຄົນທຳມະດາໄດ້. ພວກເຂົາຄິດວ່າມີພຽງແຕ່ພຣະເຈົ້າໃນສະຫວັນ, ມີພຽງແຕ່ພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ ແລະ ທີ່ມະນຸດສາມາດຈິນຕະນາການ ແລະ ໃຊ້ງານໄດ້ຕາມໃຈຊອບເທົ່ານັ້ນ ທີ່ເປັນພຣະເຈົ້າ. ມັນມີຄວາມຄ້າຍຄືກັນລະຫວ່າງມຸມມອງນີ້ກັບມຸມມອງຂອງໂປໂລບໍ? (ມີ.) ທັດສະນະຄະຕິຂອງໂປໂລຕໍ່ພຣະຄຣິສເທິງແຜ່ນດິນໂລກເປັນແນວໃດ? ລາວຍອມຮັບພຣະອົງບໍ? ລາວຮັບເອົາພຣະອົງບໍ? (ບໍ່.) ໂປໂລກ່າວວ່າ: “ພຣະຄຣິສເປັນບຸດຊາຍຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະ ພວກເຮົາກໍເປັນບຸດຊາຍຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ເຊັ່ນດຽວກັນ. ສິ່ງນີ້ໝາຍຄວາມວ່າພວກເຮົາທຸກຄົນລ້ວນແຕ່ເປັນອ້າຍເອື້ອຍນ້ອງຂອງພຣະຄຣິສ ແລະ ໃນແງ່ຂອງຄວາມອາວຸໂສ, ພວກເຮົາລ້ວນແຕ່ເທົ່າທຽມກັນ. ພຣະເຈົ້າທີ່ພວກເຮົາເຊື່ອແມ່ນຢູ່ໃນສະຫວັນ. ບໍ່ມີພຣະເຈົ້າເທິງແຜ່ນດິນໂລກ. ສະນັ້ນ ຢ່າເຂົ້າໃຈຜິດ, ຄົນເທິງແຜ່ນດິນໂລກຜູ້ນີ້ຄືພຣະຄຣິສ, ພຣະອົງເປັນບຸດຊາຍຂອງພຣະເຈົ້າ. ພຣະອົງບໍ່ຄືກັນກັບພຣະເຈົ້າ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ພຣະເຈົ້າໃນສະຫວັນໄດ້, ມະນຸດບໍ່ສາມາດຖືວ່າພຣະອົງເປັນຄວາມຈິງໄດ້ ແລະ ມະນຸດບໍ່ຈຳເປັນຕ້ອງຕິດຕາມພຣະອົງ”. ພວກເຮົາສາມາດໄຈ້ແຍກຫຍັງໄດ້ແດ່ຈາກຄຳເວົ້າທີ່ວ່າ “ຂ້ອຍເຊື່ອໃນພຣະເຈົ້າ, ບໍ່ແມ່ນບຸກຄົນໃດໜຶ່ງ” ເຊິ່ງຜູ້ຕໍ່ຕ້ານພຣະຄຣິສເວົ້າ? ເຊັ່ນດຽວກັບໂປໂລ, ພວກເຂົາພຽງແຕ່ຍອມຮັບພຣະເຈົ້າທີ່ເລື່ອນລອຍໃນສະຫວັນ ແລະ ບໍ່ຍອມຮັບວ່າພຣະຄຣິສຄືພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາບໍ່ຍອມຮັບຂໍ້ເທັດຈິງທີ່ວ່າພຣະເຈົ້າໄດ້ບັງເກີດເປັນເນື້ອໜັງ ແລະ ກາຍເປັນຄົນທຳມະດາ, ໃນປະເດັນນີ້ ຜູ້ຕໍ່ຕ້ານພຣະຄຣິສກໍຄືກັນກັບໂປໂລຢ່າງແທ້ຈິງ. ຄວາມໝາຍຂອງພວກເຂົາກໍຄື: “ຖ້າເຈົ້າຈະເຊື່ອໃນພຣະເຈົ້າ, ກໍຈົ່ງເຊື່ອໃນພຣະເຈົ້າ, ບໍ່ແມ່ນບຸກຄົນໃດໜຶ່ງ. ການເຊື່ອໃນບຸກຄົນໃດໜຶ່ງນັ້ນໄຮ້ປະໂຫຍດ, ເຈົ້າບໍ່ສາມາດໄດ້ຮັບພອນຈາກການເຊື່ອໃນບຸກຄົນໃດໜຶ່ງໄດ້. ເພື່ອຈະເຊື່ອໃນພຣະເຈົ້າ ເຈົ້າຕ້ອງເຊື່ອໃນພຣະເຈົ້າໃນສະຫວັນ, ພຣະເຈົ້າທີ່ເບິ່ງບໍ່ເຫັນ. ພຣະເຈົ້າໃນສະຫວັນຊ່າງຍິ່ງໃຫຍ່ ແລະ ມີລິດທານຸພາບສູງສຸດ, ພຣະເຈົ້າເທິງແຜ່ນດິນໂລກຈະສາມາດເຮັດຫຍັງໄດ້? ພຣະອົງພຽງແຕ່ສາມາດສະແດງຄວາມຈິງບາງຢ່າງ ແລະ ເວົ້າຄຳເວົ້າທີ່ຖືກຕ້ອງບາງຢ່າງໄດ້”. ຖ້າພວກເຮົາໄຈ້ແຍກ ແລະ ຕັດສິນແກ່ນແທ້ຂອງພວກເຂົາໂດຍອີງໃສ່ຄຳເວົ້າເຫຼົ່ານີ້, ພວກເຂົາກຳລັງຕໍ່ຕ້ານພຣະຄຣິສ, ບໍ່ຍອມຮັບພຣະຄຣິສ ແລະ ປະຕິເສດຂໍ້ເທັດຈິງທີ່ວ່າ ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງ. ພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ເມື່ອພວກເຂົາພົບພໍ້ກັບຄວາມລົ້ມເຫຼວ ແລະ ເມື່ອມີຄົນເປີດໂປງພວກເຂົາ, ພວກເຂົາກໍໃຊ້ວະລີທີ່ວ່າ “ພຣະເຈົ້າຊອບທຳ” ເພື່ອປົກປ້ອງຕົນເອງ, ເພື່ອປະຕິເສດການເປີດໂປງຂອງຄົນອື່ນທີ່ມີຕໍ່ພວກເຂົາ ແລະ ປະຕິເສດການລິຮານຂອງຄົນອື່ນທີ່ມີຕໍ່ພວກເຂົາ. ບໍ່ວ່າຈະເປັນແນວໃດກໍຕາມ, ເມື່ອພວກເຂົາຖືກລິຮານ ທັດສະນະຄະຕິຫຼັກຂອງພວກເຂົາຄືການທ້າທາຍ, ການຕໍ່ຕ້ານ ແລະ ການບໍ່ຍອມຮັບ, ໂດຍເຮັດທຸກວິທີທາງເພື່ອອະທິບາຍ ແລະ ປົກປ້ອງຕົນເອງ. ບາງຄົນເຖິງກັບເວົ້າວ່າ: “ເວລາຈະເປີດເຜີຍທຸກສິ່ງ. ພຣະເຈົ້າຊອບທຳ. ໃຫ້ພຣະເຈົ້າເປີດເຜີຍສິ່ງນີ້ໃຫ້ຂ້ອຍໃນມື້ໜຶ່ງ!” ໃນຖານະທີ່ເປັນຄົນທີ່ເສື່ອມຊາມ, ບໍ່ວ່າພວກເຂົາຈະກໍ່ໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງສໍ່າໃດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາກໍຕາມ, ພວກເຂົາກໍບໍ່ສົນໃຈ ຫຼື ໃສ່ໃຈຕໍ່ສິ່ງນີ້ເລີຍ. ຖ້າຂໍ້ເທັດຈິງນີ້ຖືກເປີດໂປງ, ພວກເຂົາກໍຍັງບໍ່ຍອມຮັບວ່າ ຄວາມເສຍຫາຍເຫຼົ່ານີ້ເກີດຈາກພວກເຂົາ ແລະ ພວກເຂົາບໍ່ເຕັມໃຈທີ່ຈະຮັບຜິດຊອບ. ໃນທີ່ສຸດ ພວກເຂົາກໍຍັງຕ້ອງການໃຫ້ພຣະເຈົ້າເປີດເຜີຍມັນໃຫ້ພວກເຂົາ, ຄືກັບວ່າພຣະເຈົ້າຢູ່ທີ່ນັ້ນເພື່ອຮັບໃຊ້ພວກເຂົາ ແລະ ຕ້ອງປົກປ້ອງພວກເຂົາ ເມື່ອພວກເຂົາເຮັດຜິດພາດ, ຄືກັບວ່າພຣະອົງເປັນພຣະເຈົ້າປະເພດນັ້ນ. ພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາບໍ່ສາມາດຍອມຮັບການຖືກລິຮານ ແລະ ພວກເຂົາບໍ່ສາມາດຮູ້ຈັກຕົນເອງ, ບໍ່ພຽງແຕ່ເທົ່ານັ້ນ ພວກເຂົາເຖິງກັບຂໍໃຫ້ພຣະເຈົ້າມອບຄຳອະທິບາຍ ແລະ ຄຳແກ້ຕົວໃຫ້ແກ່ພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ໜ້າລະອາຍບໍ? ສິ່ງນີ້ຊ່າງໜ້າລະອາຍຫຼາຍ! ຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ໜ້າດ້ານທີ່ສຸດ ແລະ ພວກເຂົາຍັງຊົ່ວຊ້າທີ່ສຸດອີກດ້ວຍ. ນີ້ແມ່ນດ້ານໜຶ່ງ. ສອງປະໂຫຍກໃດທີ່ຜູ້ຕໍ່ຕ້ານພຣະຄຣິສມັກຈະເວົ້າເມື່ອພວກເຂົາຖືກລິຮານ? (“ຂ້ອຍເຊື່ອໃນພຣະເຈົ້າ, ບໍ່ແມ່ນບຸກຄົນໃດໜຶ່ງ!” “ພຣະເຈົ້າຊອບທຳ!”) ນີ້ຄືສອງຄຳເວົ້າທີ່ພວກເຂົາມັກໃຊ້ເປັນປະຈຳ. ພວກເຂົາບໍ່ສາມາດເວົ້າເຫດຜົນຈອມປອມປະເພດອື່ນໄດ້, ພວກເຂົາບໍ່ກ້າທີ່ຈະເຮັດເຊັ່ນນັ້ນ. ພວກເຂົາໃຊ້ສອງປະໂຫຍກທີ່ຖືກຕ້ອງ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ເພື່ອໂຕ້ຖຽງຢ່າງບໍ່ມີເຫດຜົນ ເພື່ອຜົນປະໂຫຍດຂອງພວກເຂົາເອງ, ໂດຍພະຍາຍາມປ່ຽນສິ່ງທີ່ຜິດໃຫ້ກາຍເປັນສິ່ງທີ່ຖືກ, ປ່ຽນສິ່ງທີ່ຊົ່ວຊ້າໃຫ້ກາຍເປັນສິ່ງທີ່ເປັນທຳ, ປ່ຽນຄວາມຜິດພາດຂອງພວກເຂົາ ແລະ ຄວາມເສຍຫາຍທີ່ພວກເຂົາໄດ້ກໍ່ຂຶ້ນໃຫ້ກາຍເປັນສິ່ງທີ່ສົມເຫດສົມຜົນ. ພວກເຂົາຕ້ອງການໃຊ້ສອງປະໂຫຍກນີ້ ເພື່ອລຶບລ້າງສິ່ງທັງໝົດເຫຼົ່ານີ້ໃນຄັ້ງດຽວ, ລຶບພວກມັນອອກຢ່າງສົມບູນ ແລະ ເຮັດຄືກັບວ່າພວກມັນບໍ່ມີຕົວຕົນ ແລະ ພວກເຂົາກໍສືບຕໍ່ເຊື່ອຄືກັນກັບທີ່ພວກເຂົາເຄີຍເຊື່ອມາໂດຍຕະຫຼອດ. ມີການກັບໃຈໃນການສະແດງອອກນີ້ຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ບໍ່, ບໍ່ມີ.) ພວກເຂົາບໍ່ພຽງແຕ່ບໍ່ກັບໃຈເທົ່ານັ້ນ, ພວກເຂົາຍັງສະແດງໃຫ້ເຫັນອີກດ້ານໜຶ່ງຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ການເບື່ອໜ່າຍຄວາມຈິງ, ຄວາມອວດດີ, ຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍ. ຄວາມອວດດີຂອງພວກເຂົາສະແດງອອກໃນຂໍ້ເທັດຈິງທີ່ວ່າ ພວກເຂົາດູຖູກໃຜກໍຕາມທີ່ກຳລັງລິຮານພວກເຂົາ, ໂດຍຄິດວ່າ “ເຈົ້າກໍເປັນພຽງຄົນທຳມະດາ, ຂ້ອຍບໍ່ຢ້ານເຈົ້າດອກ!” ນີ້ບໍ່ແມ່ນຄວາມອວດດີບໍ? (ແມ່ນແລ້ວ.) ຄວາມຊົ່ວຊ້າຂອງພວກເຂົາສະແດງອອກໃນທາງໃດ? (ການກ່າວຫາຄືນແບບບໍ່ມີມູນຄວາມຈິງ.) ການກ່າວຫາຄືນແບບບໍ່ມີມູນຄວາມຈິງແມ່ນດ້ານໜຶ່ງ ແລະ ອີກດ້ານໜຶ່ງກໍຄືການໃຊ້ຄຳເວົ້າທີ່ຖືກຕ້ອງເພື່ອອະທິບາຍ, ແກ້ຕົວ ແລະ ປົກປ້ອງຕົນເອງ. ມີອຸປະນິໄສອື່ນອີກບໍທີ່ຢູ່ໃນສິ່ງນີ້? ການກ່າວຫາຄືນແບບບໍ່ມີມູນຄວາມຈິງກໍເປັນຄວາມໂຫດຮ້າຍເຊັ່ນດຽວກັນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບວ່າ ພຣະທຳຂອງພຣະເຈົ້າເປັນຄວາມຈິງ. ຖ້າມີຄົນເປີດໂປງແກ່ນແທ້ນີ້ຂອງພວກເຂົາ, ພວກເຂົາກໍຍັງບໍ່ຍອມຮັບຂໍ້ເທັດຈິງທີ່ວ່າ ພວກເຂົາບໍ່ຍອມຮັບຄວາມຈິງ. ພວກເຂົາບໍ່ໄຕ່ຕອງ ແລະ ພະຍາຍາມຮູ້ຈັກຕົນເອງ; ໃນທາງກົງກັນຂ້າມ ພວກເຂົາພັດກ່າວຫາຄືນແບບບໍ່ມີມູນຄວາມຈິງ ແລະ ໃຊ້ຄຳເວົ້າທີ່ຖືກຕ້ອງ ແລະ ຟັງເບິ່ງດີ ເພື່ອປະນາມຄົນອື່ນ. ວິທີການ ແລະ ຄຳເວົ້າທີ່ພວກເຂົາໃຊ້ ເພື່ອປະນາມຄົນອື່ນນັ້ນທັງມີເລ່ຫຼ່ຽມ ແລະ ຊົ່ວຊ້າ. ພວກເຂົາຮູ້ວ່າຄວນໃຊ້ຄຳເວົ້າແບບໃດ ເພື່ອປະນາມຄົນອື່ນ ແລະ ເຮັດໃຫ້ພວກເຂົາມິດງຽບ, ເພື່ອທີ່ຄົນອື່ນຈະບໍ່ຮູ້ວ່າຄວນເວົ້າຫຍັງຕໍ່ໄປ ແລະ ບໍ່ສາມາດເຮັດຫຍັງພວກເຂົາໄດ້. ນີ້ຄືຄວາມຊົ່ວຊ້າ. ວິທີການ ແລະ ການປະຕິບັດນີ້ຂອງພວກເຂົາຄືອຸປະນິໄສທີ່ໂຫດຮ້າຍຢ່າງແທ້ຈິງ. ສິ່ງເຫຼົ່ານີ້ຄືອຸປະນິໄສຫຼາຍຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ ທີ່ພວກເຮົາສາມາດໄຈ້ແຍກໄດ້ຈາກເລື່ອງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຖືກລິຮານ. ອຸປະນິໄສ ແລະ ການເປີດເຜີຍເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ກົງກັບສີ່ຂໍ້ທີ່ພວກເຮົາໄດ້ເວົ້າເຖິງກ່ອນໜ້ານີ້ບໍ? (ມັນກົງກັນ.) ສີ່ຂໍ້ນັ້ນມີຫຍັງແດ່? (ຂໍ້ທີໜຶ່ງຄືການບໍ່ເຊື່ອ ແລະ ປະຕິເສດທີ່ຈະຍອມຮັບວ່າ ພຣະທຳຂອງພຣະເຈົ້າເປັນຄວາມຈິງ; ຂໍ້ທີສອງຄື ເຖິງແມ່ນວ່າຈະໂອ້ລົມພຣະທຳຂອງພຣະເຈົ້າກັບພວກເຂົາ ແລະ ພວກເຂົາສາມາດເຂົ້າໃຈຄວາມຈິງ, ພວກເຂົາກໍບໍ່ຍອມຮັບພຣະທຳເຫຼົ່ານັ້ນ; ຂໍ້ທີສາມຄືການປະຕິເສດທີ່ຈະອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດວາງຂອງພຣະເຈົ້າ; ຂໍ້ທີສີ່ຄືການບໍ່ເຄີຍກັບໃຈຢ່າງແທ້ຈິງ.) ການບໍ່ເຊື່ອ, ການບໍ່ຍອມຮັບ, ການບໍ່ອ່ອນນ້ອມ ແລະ ການບໍ່ກັບໃຈ, “ສີ່ບໍ່” ເຫຼົ່ານີ້ເປັນຕົວແທນໃຫ້ແກ່ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນຍອມຮັບຄວາມຈິງ ແລະ ພວກເຂົາຈະບໍ່ມີວັນກົ້ມຫົວຕໍ່ໜ້າຂໍ້ເທັດຈິງ. ນີ້ຄືການບໍ່ຍອມກັບໃຈຢ່າງຫົວແຂງ ແລະ ມັນເປັນສິ່ງທີ່ຖືກເປີດເຜີຍອອກມາຈາກທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືການສະແດງອອກທຳອິດຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະມີອຸປະນິໄສ-ແກ່ນແທ້ດຽວກັນ ແຕ່ຄຳເວົ້າທີ່ໂດ່ງດັງ ແລະ ຄຳຂວັນອັນຍິ່ງໃຫຍ່ທີ່ອອກມາຈາກປາກຂອງພວກເຂົາກໍບໍ່ຄືກັນຢ່າງແນ່ນອນ. ບາງຄັ້ງຜູ້ຕໍ່ຕ້ານພຣະຄຣິສອາດຈະເວົ້າແບບນີ້ ແລະ ບາງຄັ້ງຜູ້ຕໍ່ຕ້ານພຣະຄຣິສອາດຈະເວົ້າແບບນັ້ນ ແຕ່ບໍ່ວ່າຄຳເວົ້າປະເພດໃດຈະອອກມາຈາກປາກຂອງພວກເຂົາກໍຕາມ, ລັກສະນະ ແລະ ແກ່ນແທ້ຂອງມັນກໍຈະຄືກັນ, ນັ້ນກໍຄື ແກ່ນແທ້ຂອງຄຳເວົ້າຂອງພວກເຂົາແມ່ນການບໍ່ຍອມຮັບຄວາມຈິງ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ, ດັ່ງນັ້ນ ຄຳເວົ້າເຫຼົ່ານີ້ຂອງພວກເຂົາແມ່ນຫຍັງກັນແທ້? ຄຳເວົ້າເຫຼົ່ານັ້ນເປັນຄຳເວົ້າທີ່ສອດຄ່ອງກັບຄວາມຈິງບໍ? ພວກມັນເປັນຄຳເວົ້າຂອງມະນຸດ ຫຼື ຄຳເວົ້າທີ່ສອດຄ່ອງກັບຈັນຍາບັນບໍ? ຄຳເວົ້າເຫຼົ່ານັ້ນເປັນຄຳເວົ້າທີ່ສອດຄ່ອງກັບຈິດສຳນຶກ ແລະ ເຫດຜົນບໍ? (ຄຳເວົ້າເຫຼົ່ານັ້ນເປັນຄຳເວົ້າມານຮ້າຍ.) ຖືກຕ້ອງ. ການເອີ້ນພວກມັນວ່າຄຳເວົ້າທີ່ໄຮ້ຄວາມໝາຍ ຫຼື ຄຳເວົ້າທີ່ສັບສົນນັ້ນບໍ່ໄດ້ກຳນົດລັກສະນະຂອງພວກມັນຢ່າງຖືກຕ້ອງປານໃດ ແຕ່ການເວົ້າວ່າຄຳເວົ້າເຫຼົ່ານັ້ນເປັນຄຳເວົ້າມານຮ້າຍນັ້ນແມ່ນກົງປະເດັນທີ່ສຸດ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ເມື່ອພວກເຂົາຖືກຕຳນິ ແລະ ເປີດໂປງໂດຍອ້າຍເອື້ອຍນ້ອງ, ພວກເຂົາຍັງເວົ້າຄຳເວົ້າອື່ນອີກບໍ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຮັດຜິດພາດ ຫຼື ເວົ້າຄຳເວົ້າແບບມານຮ້າຍບາງຢ່າງ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ເມື່ອອ້າຍເອື້ອຍນ້ອງເຫັນສິ່ງນີ້, ພວກເຂົາກໍຕຳນິ ແລະ ລິຮານຄົນເຫຼົ່ານັ້ນ, ໂດຍເປີດໂປງວ່າພວກເຂົາເຈົ້າເລ່ ແລະ ມີເລ່ຫຼ່ຽມ. ເຖິງແມ່ນວ່າພວກເຂົາຈະບໍ່ຕໍ່ຕ້ານຢູ່ພາຍນອກ, ແຕ່ພາຍໃນນັ້ນພວກເຂົາກຳລັງຕໍ່ຕ້ານ, ຄືກັບຈະເວົ້າວ່າ: “ເຈົ້າຮູ້ຫຍັງແດ່? ເຈົ້າມີຄວາມຮູ້ຄືກັບຂ້ອຍບໍ? ເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີເທົ່າກັບຂ້ອຍບໍ? ເຈົ້າເຊື່ອໃນພຣະເຈົ້າມາຈັກປີແລ້ວ? ຂ້ອຍຈະບໍ່ລົດຕົວເອງລົງໄປໃນລະດັບດຽວກັບເຈົ້າດອກ!” ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກກຳລັງລິຮານພວກເຂົາ, ພວກເຂົາອາດຈະມີທ່າທາງທີ່ເຈົ້າເລ່, ຮັບມືແບບພໍແລ້ວມືແລ້ວຕີນຢູ່ພາຍນອກ ແລະ ເວົ້າຄຳເວົ້າທີ່ຟັງເບິ່ງຄືວ່າດີບາງຢ່າງ, ແຕ່ພວກເຂົາບໍ່ພໍໃຈ ແລະ ຕໍ່ຕ້ານຢ່າງລັບໆ, ໂດຍຊອກຫາໂອກາດເພື່ອແກ້ແຄ້ນ. ຖ້າເປັນອ້າຍເອື້ອຍນ້ອງທຳມະດາທີ່ລິຮານພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ປະພຶດຕົວດີປານນັ້ນ, ພວກເຂົາຈະຄຽດແຄ້ນ ແລະ ໂມໂຫ ແລະ ພວກເຂົາຈະຕອບໂຕ້ ແລະ ແກ້ແຄ້ນ. ເມື່ອພວກເຂົາຕອບໂຕ້ ແລະ ແກ້ແຄ້ນ, ພວກເຂົາມັກຈະເວົ້າບາງຢ່າງເຊັ່ນ: “ເຈົ້າຍັງອ່ອນປະສົບການເກີນໄປທີ່ຈະມາລິຮານຂ້ອຍ! ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຈະບໍ່ຢ້ານໃຜເລີຍ!” ມີຫຍັງຜິດປົກກະຕິໃນຄຳເວົ້າເຫຼົ່ານີ້ບໍ? ນີ້ຄືປະເພດຂອງຄຳເວົ້າທີ່ມັກຈະເວົ້າໂດຍຜູ້ບໍ່ມີຄວາມເຊື່ອ ແລະ ພວກຂີ້ເຫຍື້ອສັງຄົມ. ສາມາດໄດ້ຍິນສິ່ງນີ້ໃນຄຣິສຕະຈັກໄດ້ແນວໃດ? ຄົນທີ່ສາມາດເວົ້າແບບນີ້ໄດ້ເປັນກຸ່ມຄົນທີ່ບໍ່ຄືໃຜ ແລະ ກຸ່ມຄົນທີ່ບໍ່ຄືໃຜນີ້ກໍມີລັກສະນະນິໄສທີ່ເປັນເອກະລັກ. ລັກສະນະນິໄສຂອງພວກເຂົາເປັນເອກະລັກແນວໃດ? ຄົນເຊັ່ນນີ້ມັກຈະຄຳນຶງເຖິງຄວາມອາວຸໂສພາຍໃນຄຣິສຕະຈັກ. ພວກເຂົາເຫັນວ່າທຸກຄົນດ້ອຍກວ່າພວກເຂົາ, ບໍ່ມັກທຸກຄົນ ແລະ ຕ້ອງການສັ່ງສອນ, ທໍລະມານ ແລະ ບົ່ງການທຸກຄົນ. ພວກເຂົາຄິດວ່າເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າ, ກໍບໍ່ມີໃຜມີຄຸນສົມບັດທີ່ຈະເປັນຄູ່ຮ່ວມງານຂອງພວກເຂົາ. ມັນບໍ່ແປກເລີຍທີ່ພວກເຂົາຈະເວົ້າຄຳເວົ້າທີ່ອວດດີເຫຼົ່ານີ້ອອກມາ ເມື່ອຜູ້ຄົນປະຕິບັດຕໍ່ພວກເຂົາໃນຖານະອ້າຍເອື້ອຍນ້ອງ ແລະ ເວົ້າກັບພວກເຂົາແບບເປີດໃຈ, ໂດຍເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ລິຮານຄຳເວົ້າ ແລະ ການກະທຳທີ່ພວກເຂົາໄດ້ສະແດງອອກມາ ເຊິ່ງບໍ່ສອດຄ່ອງກັບຄວາມຈິງ. ພວກເຂົາຖືວ່າເຮືອນຂອງພຣະເຈົ້າເປັນສັງຄົມ ແລະ ເປັນອານາເຂດຂອງພວກເຂົາເອງ ແລະ ຖືວ່າອ້າຍເອື້ອຍນ້ອງໃນຄຣິສຕະຈັກເປັນຜູ້ທີ່ອ່ອນອາວຸໂສກວ່າພວກເຂົາ. ພວກເຂົາຄິດວ່າອ້າຍເອື້ອຍນ້ອງຮູ້ໜ້ອຍ ແລະ ຄອບຄອງພຽງຄວາມເຂົ້າໃຈແບບຜິວເຜີນກ່ຽວກັບເລື່ອງຂອງສັງຄົມ, ເຊິ່ງລ້ວນແຕ່ເປັນຄົນຢູ່ຈຸດຕໍ່າສຸດຂອງສັງຄົມ, ເຊິ່ງຈະຖືກຄົນອື່ນດູຖູກ, ລໍ້ຫຼິ້ນ ແລະ ຢຽບຍໍ່າ. ພວກເຂົາຄິດວ່າອ້າຍເອື້ອຍນ້ອງລ້ວນແຕ່ຖືກຂົ່ມເຫັງ ແລະ ລໍ້ຫຼິ້ນໄດ້ງ່າຍ, ແຕ່ສ່ວນຕົວພວກເຂົາເອງຈະບໍ່ຍອມເປັນຄົນປະເພດນັ້ນ. ສະນັ້ນ, ພວກເຂົາຈຶ່ງຄິດວ່າຜູ້ໃດກໍຕາມທີ່ລິຮານພວກເຂົາ ແລະ ເປີດໂປງພວກເຂົາ ແມ່ນກຳລັງຂົ່ມເຫັງ, ດູຖູກ ແລະ ກີດກັນພວກເຂົາ. ພວກເຂົາໄດ້ປ້ອງກັນສິ່ງນີ້ໄວ້ໃນຫົວໃຈຂອງພວກເຂົາແລ້ວວ່າ: “ຢ່າຄິດວ່າເຈົ້າສາມາດທໍລະມານຂ້ອຍ ແລະ ຂົ່ມເຫັງຂ້ອຍໄດ້! ເຈົ້າຍັງອ່ອນປະສົບການເກີນໄປ!” ນີ້ບໍ່ແມ່ນສິ່ງທີ່ຄົນທີ່ມີ “ຈິດວິນຍານວິລະຊົນ” ຈະເວົ້າບໍ? ໜ້າເສຍດາຍທີ່ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄວາມຈິງ. ບໍ່ວ່າເຈົ້າຈະມີຈິດວິນຍານ ຫຼື ຄວາມຊື່ສັດທາງສິນທຳຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍຈະບໍ່ຮັບຮອງເຈົ້າ. ພຣະເຈົ້າລັງກຽດຄົນເຊັ່ນນີ້, ລັງກຽດອຸປະນິໄສແບບນີ້ ແລະ ພຣະເຈົ້າລັງກຽດຄົນທີ່ເວົ້າຄຳເວົ້າເຫຼົ່ານີ້. ຄົນທີ່ເວົ້າສິ່ງເຫຼົ່ານີ້ຕໍ່ໜ້າພຣະເຈົ້າຈະຖືກພຣະເຈົ້າປະນາມ ແລະ ລັງກຽດ. ຄົນທີ່ຍຶດໝັ້ນກັບຄຳເວົ້າເຫຼົ່ານີ້ຄືກັບວ່າມັນເປັນຄວາມຈິງ ຈະບໍ່ມີວັນໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າໄດ້. ສະນັ້ນ, ໃຫ້ເຮົາມາເບິ່ງກັນອີກຄັ້ງ, ມີຫຍັງຜິດປົກກະຕິໃນຄຳເວົ້າເຫຼົ່ານີ້? ທຸກຄົນເທົ່າທຽມກັນຕໍ່ໜ້າຄວາມຈິງ ແລະ ບໍ່ມີການແບ່ງແຍກອາຍຸ ຫຼື ຄວາມຕໍ່າຕ້ອຍ ແລະ ຄວາມສູງສົ່ງສຳລັບຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ. ທຸກຄົນເທົ່າທຽມກັນຕໍ່ໜ້າໜ້າທີ່ຂອງພວກເຂົາ, ພວກເຂົາພຽງແຕ່ເຮັດວຽກທີ່ແຕກຕ່າງກັນ. ບໍ່ມີການແບ່ງແຍກລະຫວ່າງພວກເຂົາ ໂດຍອີງໃສ່ຄວາມອາວຸໂສທີ່ພວກເຂົາມີ. ຕໍ່ໜ້າຄວາມຈິງ, ທຸກຄົນຄວນຮັກສາຫົວໃຈທີ່ຖ່ອມຕົວ, ອ່ອນນ້ອມ ແລະ ຍອມຮັບ. ຜູ້ຄົນຄວນຄອບຄອງເຫດຜົນແບບນີ້ ແລະ ທັດສະນະຄະຕິແບບນີ້. ສະນັ້ນ, ຄົນທີ່ເວົ້າວ່າ “ເຈົ້າຍັງອ່ອນປະສົບການເກີນໄປທີ່ຈະມາລິຮານຂ້ອຍ!” ບໍ່ໄດ້ເຕັມໄປດ້ວຍບັນຍາກາດ, ອຸດົມການ ແລະ ຄວາມຕ່ຳຊ້າຂອງສັງຄົມບໍ? ພວກເຂົາຖືວ່າເຮືອນຂອງພຣະເຈົ້າເປັນສັງຄົມ, ພວກເຂົາຖືວ່າອ້າຍເອື້ອຍນ້ອງໃນເຮືອນຂອງພຣະເຈົ້າເປັນກຸ່ມຄົນທີ່ອ່ອນແອໃນລະດັບລຸ່ມຂອງສັງຄົມ ແລະ ພວກເຂົາຖືວ່າຕົນເອງເປັນເຈົ້ານາຍຂອງທຸກສິ່ງທຸກຢ່າງ, ເປັນຄົນທີ່ບໍ່ມີໃຜສາມາດແຕະຕ້ອງ ຫຼື ຍົວະເຍົ້າໄດ້ ແລະ ໃຜທີ່ເປີດໂປງ ແລະ ລິຮານພວກເຂົາ ຄົນນັ້ນກໍຈະພົບກັບຈຸດຈົບທີ່ບໍ່ດີແນ່ນອນ. ພວກເຂົາຄິດວ່າເຮືອນຂອງພຣະເຈົ້າກໍເປັນເຊັ່ນດຽວກັນກັບສັງຄົມ, ຜູ້ໃດກໍຕາມທີ່ແຂງກະດ້າງ ແລະ ມັກຂົ່ມເຫັງຈະສາມາດຢືນຢັດໄດ້, ຈະບໍ່ມີໃຜກ້າແຕະຕ້ອງຜູ້ທີ່ໂຫດຮ້າຍ, ຮ້າຍກາດ ແລະ ຊົ່ວຮ້າຍ ແລະ ພວກເຂົາເຊື່ອວ່າຄົນທີ່ຍອມຮັບການຖືກລິຮານລ້ວນແຕ່ເປັນຄົນທີ່ໄຮ້ຄວາມສາມາດ ແລະ ບໍ່ມີສັກກະຍະພາບ. ພວກເຂົາຄິດວ່າຈະບໍ່ມີໃຜກ້າແຕະຕ້ອງຄົນທີ່ມີຄວາມສາມາດບາງຢ່າງ, ຈະບໍ່ມີໃຜກ້າເປີດໂປງຄົນເຫຼົ່ານັ້ນເຖິງແມ່ນວ່າພວກເຂົາຈະເຮັດຜິດພາດກໍຕາມ ແລະ ພວກເຂົາກໍຄືຄົນທີ່ແຂງກະດ້າງຢ່າງແທ້ຈິງ! ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດໃນໂລກກໍຕາມ, ພວກເຂົາຕ້ອງມີອຳນາດ ແລະ ໂຫດຮ້າຍ ແລະ ຊົ່ວຮ້າຍໃຫ້ຫຼາຍພໍທີ່ຈະບໍ່ໃຫ້ຖືກຂົ່ມເຫັງ ຫຼື ຖືກຄົນອື່ນກົດຂີ່ຢ່າງງ່າຍດາຍ. ພວກເຂົາຄິດວ່ານີ້ຄືຄວາມສາມາດ ແລະ ຄວາມເກັ່ງກາດ ແລະ ພວກເຂົາຕ້ອງການໃຊ້ຄວາມສາມາດນີ້ ເພື່ອໃຫ້ໄດ້ມາເຊິ່ງສະຖານະ, ຊື່ສຽງ ແລະ ຜົນປະໂຫຍດ ແລະ ໃນທີ່ສຸດກໍຮັບປະກັນຈຸດໝາຍປາຍທາງທີ່ດີໄດ້. ນີ້ຄືອຸປະນິໄສແບບໃດ? ມັນທັງໂຫດຮ້າຍ ແລະ ຊົ່ວຊ້າ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະໄດ້ຍິນບົດເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້. ພວກເຂົາບໍ່ສາມາດເບິ່ງເຫັນໄດ້ວ່າ ຄວາມຈິງໄດ້ປົກຄອງໃນເຮືອນຂອງພຣະເຈົ້າ. ພວກເຂົາບໍ່ສາມາດເບິ່ງເຫັນການປ່ຽນແປງທີ່ຜູ້ທີ່ຍອມຮັບຄວາມຈິງໄດ້ປະເຊີນ ແລະ ເຖິງແມ່ນວ່າພວກເຂົາຈະເບິ່ງເຫັນ, ພວກເຂົາກໍບໍ່ຍອມຮັບວ່າມັນເປັນການປ່ຽນແປງ. ພວກເຂົາຄິດວ່າການປ່ຽນແປງເຫຼົ່ານັ້ນລ້ວນແຕ່ເປັນຜົນມາຈາກການເສແສ້ງ ແລະ ການຢັບຢັ້ງຕົນເອງ ແລະ ພວກເຂົາຈະບໍ່ຍອມຢັບຢັ້ງຕົນເອງ ແລະ ຍອມຈຳນົນເພື່ອເຫັນແກ່ສິ່ງນັ້ນ. ຍ້ອນວ່າພວກເຂົາມີເຫດຜົນປະເພດນີ້, ພວກເຂົາຈຶ່ງສາມາດເວົ້າສິ່ງຕ່າງໆເຊັ່ນ: “ຢ່າຄິດວ່າເຈົ້າສາມາດທໍລະມານຂ້ອຍ ແລະ ຂົ່ມເຫັງຂ້ອຍໄດ້!” ນີ້ບໍ່ແມ່ນຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຄວາມຄິດ ແລະ ມຸມມອງເຊັ່ນນີ້ເປັນສິ່ງທີ່ຊົ່ວຊ້າ. ການທີ່ພວກເຂົາສາມາດເວົ້າຄຳເວົ້າເຫຼົ່ານີ້ ແລະ ກະທຳແບບນີ້ໄດ້ ແມ່ນການເປີດເຜີຍເຖິງອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາ. ມີຄົນເຊັ່ນນີ້ຢູ່ໃນຄຣິສຕະຈັກບໍ? ເມື່ອອ້າຍເອື້ອຍນ້ອງໂອ້ລົມກັບພວກເຂົາແບບເປີດໃຈ, ເປີດໂປງພວກເຂົາ, ເວົ້າກ່ຽວກັບບັນຫາ, ຂໍ້ບົກຜ່ອງ ແລະ ການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາ, ພວກເຂົາກໍຄິດວ່າພວກເຂົາກຳລັງຖືກຂົ່ມເຫັງ, ຖືກເຮັດໃຫ້ອັບອາຍ ແລະ ບໍ່ໄດ້ຖືກປະຕິບັດຢ່າງເອົາໃຈໃສ່. ແລ້ວພວກເຂົາກໍເວົ້າວ່າ “ເຈົ້າຍັງອ່ອນປະສົບການເກີນໄປທີ່ຈະມາລິຮານຂ້ອຍ!” ບໍ່ວ່າພວກເຂົາຈະເຫັນໃຜຍອມຮັບການຖືກລິຮານກໍຕາມ, ພວກເຂົາກໍຈະຄິດຢູ່ສະເໝີວ່າ: “ເຈົ້າສາມາດໄດ້ຮັບຄວາມຈິງຈາກການຍອມຮັບການຖືກລິຮານໄດ້ບໍ? ນັ້ນເປັນໄປບໍ່ໄດ້ດອກ!” ພວກເຂົາບໍ່ຍອມຮັບສິ່ງນີ້. ພວກເຂົາຄິດວ່າການລິຮານຜູ້ຄົນກໍຄືການຂົ່ມເຫັງຜູ້ຄົນ ແລະ ເປັນການຈັບຜິດ ເພື່ອທໍລະມານພວກເຂົາ ແລະ ຜູ້ຄົນຖືກຂົ່ມເຫັງເມື່ອເຮັດຜິດພາດເລັກນ້ອຍ ກໍຍ້ອນວ່າພວກເຂົາເປັນຄົນບໍ່ມີເລ່ຫຼ່ຽມເກີນໄປ. ພວກເຂົາບໍ່ຍອມຮັບວ່າ ການລິຮານຜູ້ຄົນຄືການຮັກ ແລະ ການຊ່ວຍເຫຼືອພວກເຂົາ. ພວກເຂົາບໍ່ຍອມຮັບວ່າ ຜູ້ຄົນສາມາດກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງໄດ້ເມື່ອພວກເຂົາຍອມຮັບການຖືກລິຮານ ແລະ ພວກເຂົາຍິ່ງບໍ່ຍອມຮັບຂໍ້ເທັດຈິງທີ່ວ່າ ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງມັກຈະເວົ້າກັບຕົນເອງວ່າ: “ຜູ້ໃດກໍຕາມທີ່ລິຮານຂ້ອຍ, ຂ້ອຍຈະບໍ່ມີວັນປ່ອຍໄປເດັດຂາດ. ບໍ່ມີທາງທີ່ຂ້ອຍຈະປ່ອຍໃຫ້ໃຜມາຂົ່ມເຫັງຂ້ອຍໄດ້!” ຄົນປະເພດໃດທີ່ສາມາດເວົ້າຄຳເວົ້າເຊັ່ນນີ້ອອກມາໄດ້? ມີພຽງແຕ່ຜູ້ທີ່ບໍ່ຍອມຮັບຄວາມຈິງ ແລະ ກຽດຊັງຄວາມຈິງເທົ່ານັ້ນ ທີ່ສາມາດເວົ້າຄຳເວົ້າເຊັ່ນນີ້ໄດ້. ບຸກຄົນໃດກໍຕາມທີ່ມີອຸປະນິໄສທີ່ໂຫດຮ້າຍປະເພດນີ້ ແລະ ສາມາດເວົ້າຄຳເວົ້າເຊັ່ນນີ້ໄດ້, ກໍມີແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເປັນພວກດຽວກັບຊາຕານ.
ເມື່ອຖືກລິຮານ, ຜູ້ຕໍ່ຕ້ານພຣະຄຣິສຍັງເວົ້າອີກປະໂຫຍກໜຶ່ງວ່າ: “ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຈະບໍ່ຍອມກົ້ມຫົວໃຫ້ໃຜເລີຍ!” ປະໂຫຍກນີ້ໝາຍຄວາມວ່າແນວໃດ? ມັນເປັນຄຳເວົ້າທົ່ວໄປທີ່ຜູ້ຕໍ່ຕ້ານພຣະຄຣິສປະເພດໜຶ່ງມັກຈະເວົ້າ. ເນື່ອງຈາກພວກເຂົາເວົ້າແບບນີ້, ໃຫ້ເຮົາມາໄຈ້ແຍກຄຳເວົ້າເຫຼົ່ານັ້ນເບິ່ງ. ການທີ່ພວກເຂົາສາມາດເວົ້າຄຳເວົ້າເຫຼົ່ານີ້ໄດ້, ມັນກໍຕ້ອງມີຄວາມໝາຍບາງຢ່າງ. ເບິ່ງຈາກພາຍນອກແລ້ວ ຄຳເວົ້າເຫຼົ່ານີ້ເບິ່ງຄືຈະບອກວ່າ ຕັ້ງແຕ່ຄົນເຫຼົ່ານີ້ເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາກໍໄດ້ປະເຊີນກັບການປ່ຽນແປງອັນໃຫຍ່ຫຼວງ. ເບິ່ງຄືວ່າມີຄວາມຮູ້ສຶກກະຕັນຍູຢູ່ພາຍໃນຄຳເວົ້າເຫຼົ່ານີ້, ເຊັ່ນວ່າ: “ພຣະເຈົ້າໄດ້ປ່ຽນແປງຂ້ອຍ, ພຣະເຈົ້າໄດ້ເອົາຊະນະຂ້ອຍ. ຖ້າພຣະເຈົ້າບໍ່ໄດ້ປ່ຽນແປງຂ້ອຍ, ຂ້ອຍກໍຄົງຈະເປັນຄົນທີ່ອວດດີຈົນເຫຼືອທົນ.” ເບິ່ງຈາກພາຍນອກແລ້ວ ຄຳເວົ້າເຫຼົ່ານີ້ເບິ່ງຄືວ່າຈະແຝງໄປດ້ວຍແນວຄິດແຫ່ງຄວາມກະຕັນຍູບາງຢ່າງ, ແຕ່ເມື່ອໄຈ້ແຍກຈາກອີກມຸມມອງໜຶ່ງ, ມັນກໍມີບັນຫາໃຫຍ່ກັບຄຳເວົ້າເຫຼົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ ກ່ອນທີ່ພວກເຂົາຈະເຊື່ອໃນພຣະເຈົ້າ, ພວກເຂົາບໍ່ຍອມກົ້ມຫົວໃຫ້ໃຜເລີຍ. ອຸປະນິໄສຂອງຄົນເຫຼົ່ານີ້ແມ່ນຫຍັງ? (ອວດດີ ແລະ ໂຫດຮ້າຍ.) ນີ້ຄືຄົນທີ່ອວດດີ ແລະ ໂຫດຮ້າຍຢ່າງເຖິງທີ່ສຸດ ແລະ ຖ້າພວກເຂົາບໍ່ເຊື່ອໃນພຣະເຈົ້າ, ພວກເຂົາກໍຈະເປັນຄົນທີ່ຊົ່ວຮ້າຍຢ່າງຍິ່ງ. ການບໍ່ຍອມກົ້ມຫົວໃຫ້ໃຜເລີຍໝາຍເຖິງການບໍ່ຄຳນຶງເຖິງຜູ້ໃດ, ມັນໝາຍຄວາມວ່າທຸກຄົນຖືກຢຽບຍໍ່າຢູ່ໃຕ້ຕີນຂອງພວກເຂົາ ແລະ ບໍ່ວ່າຄົນອື່ນຈະຍິ່ງໃຫຍ່ ຫຼື ດີສໍ່າໃດກໍຕາມ, ພວກເຂົາກໍບໍ່ມີຄ່າຫຍັງເລີຍໃນສາຍຕາຂອງຄົນເຫຼົ່ານີ້. ພວກເຂົາບໍ່ຍອມຈຳນົນຕໍ່ໃຜ, ພວກເຂົາດູຖູກທຸກຄົນ ແລະ ພວກເຂົາບໍ່ຮັບໃຊ້ໃຜ. ຖ້າພວກເຂົາຖືກຂໍໃຫ້ຮັບໃຊ້ຄົນໃດໜຶ່ງ, ມັນກໍຈະເປັນເລື່ອງທີ່ເຮັດໃຫ້ພວກເຂົາເສຍກຽດສັກສີ. ຖ້າມີໃຜທີ່ສົມຄວນໄດ້ຮັບການຮັບໃຊ້ຈາກພວກເຂົາ, ກໍມີພຽງແຕ່ພຣະເຈົ້າໃນສະຫວັນເທົ່ານັ້ນ. ຕອນນີ້ພວກເຂົາເຊື່ອໃນພຣະເຈົ້າແລ້ວ, ພວກເຂົາໄດ້ຢັບຢັ້ງການສະແດງອອກ ແລະ ການເປີດເຜີຍເຖິງການບໍ່ຍອມກົ້ມຫົວໃຫ້ໃຜນີ້ ແລະ ຫຼັງຈາກທີ່ເຂົ້າມາໃນເຮືອນຂອງພຣະເຈົ້າ ພວກເຂົາກໍຈຳໃຈລົດຕົວລົງມາເຮັດວຽກຮ່ວມກັບຄົນອື່ນເປັນກຸ່ມ, ຈັດການເລື່ອງຕ່າງໆ ແລະ ມີປະຕິສຳພັນກັບຄົນອື່ນຄືກັບຄົນປົກກະຕິ. ແຕ່ເມື່ອພວກເຂົາຈັດການເລື່ອງຕ່າງໆ ແລະ ມີປະຕິສຳພັນກັບຄົນອື່ນ, ມັນກໍຫຼີກລ່ຽງບໍ່ໄດ້ທີ່ຈະມີບາງສິ່ງທີ່ບໍ່ເປັນໄປຕາມທີ່ພວກເຂົາຕ້ອງການ, ແລະ ສິ່ງນີ້ກໍເຮັດໃຫ້ອຸປະນິໄສນັ້ນຂອງພວກເຂົາລະເບີດອອກມາອີກຄັ້ງ, ເຊິ່ງກໍ່ໃຫ້ເກີດຄຳເວົ້າເຫຼົ່ານີ້. ໃນເບື້ອງຕົ້ນທີ່ໃຊ້ຊີວິດໃນໂລກຕອນທີ່ພວກເຂົາບໍ່ເຊື່ອໃນພຣະເຈົ້າ, ພວກເຂົາບໍ່ຍອມຈຳນົນຕໍ່ໃຜ ແລະ ຄິດວ່າບໍ່ມີໃຜສົມຄວນທີ່ຈະມີປະຕິສຳພັນກັບພວກເຂົາ. ສະນັ້ນ, ຕັ້ງແຕ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາໄດ້ຍອມຈຳນົນຕໍ່ອ້າຍເອື້ອຍນ້ອງຄົນໃດກໍຕາມໃນເຮືອນຂອງພຣະເຈົ້າບໍ? (ບໍ່.) ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍຕາມ, ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ມີເຫດຜົນທີ່ປົກກະຕິຈະປະພຶດຕົນແບບນີ້ບໍ? (ບໍ່.) ແມ່ນແຕ່ຜູ້ບໍ່ມີຄວາມເຊື່ອກໍຍັງເວົ້າວ່າ “ໃນບັນດາສາມຄົນທີ່ຍ່າງໄປນຳກັນ, ຢ່າງໜ້ອຍກໍມີໜຶ່ງຄົນທີ່ສາມາດເປັນຄູຂອງຂ້ອຍໄດ້.” ນັ້ນກໍຄື, ໃນບັນດາສາມຄົນໃດກໍຕາມ ແນ່ນອນວ່າຈະຕ້ອງມີໜຶ່ງຄົນທີ່ເຂັ້ມແຂງກວ່າ ແລະ ດີເລີດກວ່າເຈົ້າ, ເຊິ່ງສາມາດເປັນຄູຂອງເຈົ້າ ແລະ ຊ່ວຍເຫຼືອເຈົ້າໄດ້. ຜູ້ບໍ່ມີຄວາມເຊື່ອຍັງເວົ້າຄຳເວົ້າເຊັ່ນນີ້, ແລ້ວຄົນທີ່ອວດດີເຫຼົ່ານີ້ຍອມຮັບຄວາມຖືກຕ້ອງຂອງຄຳເວົ້າເຫຼົ່ານີ້ບໍ? ພວກເຂົາສາມາດມີປະຕິສຳພັນຢ່າງເທົ່າທຽມກັບຄົນອື່ນໃນກຸ່ມໄດ້ບໍ? ພວກເຂົາສາມາດມີເຫດຜົນໄດ້ບໍ? (ບໍ່ໄດ້.) ສະນັ້ນ, ເມື່ອພວກເຂົາຢູ່ທ່າມກາງຜູ້ບໍ່ມີຄວາມເຊື່ອ, ຄົນທີ່ບໍ່ສັດທາໃນພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເປັນຄົນປະເພດໃດ? (ພວກເຂົາເປັນຄົນທີ່ຮັບມືໄດ້ຍາກ.) ຖືກຕ້ອງແລ້ວ, ພວກເຂົາເປັນຄົນພານ, ພວກເຂົາເປັນຄົນທີ່ຮັບມືໄດ້ຍາກ. ບໍ່ມີທາງທີ່ໃຜຈະເຮັດຫຍັງໃຫ້ພວກເຂົາໄດ້. ບໍ່ມີໃຜກ້າຍົວະເຍົ້າ, ເຮັດໃຫ້ພວກເຂົາໃຈຮ້າຍ ຫຼື ແຕະຕ້ອງພວກເຂົາ. ພວກເຂົາເປັນຄົນພານ! ຖ້າເຈົ້າເຮັດໃຫ້ພວກເຂົາໃຈຮ້າຍ ກໍຈະມີຜົນທີ່ຕາມມາ, ມັນຄືກັບການໄປຍົວະເຍົ້າມານຮ້າຍທີ່ໂຫດຮ້າຍ. ໂດຍປົກກະຕິແລ້ວໃນສັງຄົມ ບໍ່ມີໃຜກ້າໄປຫຍຸ້ງກັບຄົນເຊັ່ນນີ້. ອຸປະນິໄສຂອງພວກເຂົາ ແລະ ຫຼັກການຂອງພວກເຂົາໃນການຈັດການກັບສິ່ງຕ່າງໆກໍຄືຄວາມຫຍາບຄາຍ ແລະ ບໍ່ມີເຫດຜົນ ແລະ ກໍ່ກວນສ້າງບັນຫາໃນທຸກໆໂອກາດ. ບໍ່ມີໃຜກ້າເຮັດໃຫ້ພວກເຂົາໃຈຮ້າຍ, ບໍ່ມີໃຜກ້າແຕະຕ້ອງພວກເຂົາ ແລະ ບໍ່ມີໃຜກ້າຂົ່ມເຫັງພວກເຂົາ; ພວກເຂົາເປັນພຽງຝ່າຍດຽວທີ່ຂົ່ມເຫັງຄົນອື່ນ. ສິ່ງນີ້ບັນລຸເປົ້າໝາຍຂອງພວກເຂົາ. ສະນັ້ນ, ພວກເຂົາສາມາດປ່ຽນແປງໄດ້ບໍ ຫຼັງຈາກທີ່ເຂົ້າມາໃນເຮືອນຂອງພຣະເຈົ້າ? ພວກເຂົາໄດ້ປ່ຽນແປງແລ້ວບໍ? (ບໍ່, ພວກເຂົາບໍ່ໄດ້ປ່ຽນແປງ.) ສິ່ງໃດທີ່ສະແດງໃຫ້ພວກເຮົາເຫັນວ່າພວກເຂົາບໍ່ໄດ້ປ່ຽນແປງ, ວ່າພວກເຂົາບໍ່ສາມາດປ່ຽນແປງໄດ້? (ຂໍ້ເທັດຈິງທີ່ພວກເຂົາເວົ້າວ່າ “ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຈະບໍ່ຍອມກົ້ມຫົວໃຫ້ໃຜເລີຍ!”.) ໂດຍປົກກະຕິແລ້ວພວກເຂົາຈະບໍ່ເວົ້າຄຳເວົ້າເຫຼົ່ານີ້, ພວກເຂົາເວົ້າຄຳເວົ້າເຫຼົ່ານີ້ໃນບໍລິບົດໃດ? ເມື່ອມີໃຜບາງຄົນຊີ້ໃຫ້ເຫັນຂໍ້ບົກຜ່ອງຂອງພວກເຂົາ, ເວົ້າສິ່ງທີ່ເຮັດໃຫ້ເສຍກຽດສັກສີຂອງພວກເຂົາ ຫຼື ແທງຖືກຈຸດອ່ອນຂອງພວກເຂົາ, ພວກເຂົາກໍຈະຫຼຸດປາກເວົ້າປະໂຫຍກນີ້ອອກມາວ່າ “ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຈະບໍ່ຍອມກົ້ມຫົວໃຫ້ໃຜເລີຍ! ເຈົ້າກ້າມາຍົວະເຍົ້າຂ້ອຍ, ເຈົ້າຄິດວ່າເຈົ້າເປັນໃຜ?” ນີ້ຄືອຸປະນິໄສແບບໃດ? ພວກເຂົາເຖິງກັບເພີ່ມຄຳຂະຫຍາຍໄວ້ໜ້າປະໂຫຍກນີ້ ໂດຍເວົ້າວ່າ “ກ່ອນທີ່ຂ້ອຍຈະເຊື່ອໃນພຣະເຈົ້າ, ຂ້ອຍບໍ່ຍອມກົ້ມຫົວໃຫ້ໃຜເລີຍ.” ຕອນນີ້ເຈົ້າເຊື່ອໃນພຣະເຈົ້າແລ້ວ ເຈົ້າກໍຍັງບໍ່ຍອມຈຳນົນ ຫຼື ຟັງໃຜບໍ່ແມ່ນບໍ? ເຈົ້າຍັງຄົງເປັນມານຮ້າຍ ແລະ ຊາຕານຕົວເດີມຢູ່ບໍ່ແມ່ນບໍ? ພວກເຂົາຮູ້ສຶກຄືກັບວ່າພວກເຂົາໄດ້ປ່ຽນແປງໄປໃນທາງທີ່ດີຂຶ້ນ ຫຼັງຈາກທີ່ເຂົ້າມາເຊື່ອໃນພຣະເຈົ້າ. ຖ້າພວກເຂົາປ່ຽນແປງໄປໃນທາງທີ່ດີຂຶ້ນແລ້ວ, ພວກເຂົາຈະເວົ້າຄຳເວົ້າເຫຼົ່ານີ້ອອກມາໄດ້ແນວໃດ? ພວກເຂົາບໍ່ມີຈິດສຳນຶກ ຫຼື ເຫດຜົນເລີຍ ແລະ ພວກເຂົາກ້າທີ່ຈະຮ້ອງໂວຍວາຍຢ່າງເປີດເຜີຍ ແລະ ໃຫ້ຄົນອື່ນຮູ້ວ່າ: “ຂ້ອຍເປັນນັກເລງ ແລະ ຂ້ອຍບໍ່ຢ້ານໃຜ!” ຜູ້ທີ່ເປັນທໍຣະຣາດ, ຄົນພານ ແລະ ນັກເລງມີຫຍັງໃຫ້ອວດອ້າງ? ພວກເຂົາມີຫຍັງໃຫ້ໂອ້ອວດ? ແຕ່ຜູ້ຕໍ່ຕ້ານພຣະຄຣິສກໍໂອ້ອວດແບບນີ້. ພວກເຂົາຖືວ່າຂໍ້ເທັດຈິງທີ່ວ່າ ພວກເຂົາເຄີຍເປັນທໍຣະຣາດນັ້ນເປັນອະດີດທີ່ສະຫງ່າງາມຂອງພວກເຂົາ ແລະ ພວກເຂົາກໍເອົາມາໂອ້ອວດໃນເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າເປັນສະຖານທີ່ແບບໃດ? ນີ້ຄືສະຖານທີ່ທີ່ຄວາມຈິງປົກຄອງ. ນີ້ຄືສະຖານທີ່ແຫ່ງຄວາມບໍລິສຸດທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ. ມັນຈະຍອມໃຫ້ເຈົ້າເວົ້າຄຳເວົ້າແບບມານຮ້າຍເຫຼົ່ານີ້ໄດ້ແນວໃດ? ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມຮູ້ສຶກລະອາຍໃຈ, ພວກເຂົາບໍ່ຮູ້ວ່ານີ້ຄືຄຳເວົ້າແບບມານຮ້າຍ ແລະ ພວກເຂົາເຖິງກັບໂອ້ອວດຄຳເວົ້າເຫຼົ່ານັ້ນຄືກັບວ່າມັນເປັນຄຳເວົ້າທີ່ດີ ແລະ ເປັນຄວາມຈິງ. ພວກເຂົາເປັນຄົນທີ່ໜ້າດ້ານຢ່າງແທ້ຈິງ, ພວກເຂົາໜ້າດ້ານທີ່ສຸດ ແລະ ພວກເຂົາກໍໜ້າລັງກຽດ! ເມື່ອຄົນປະເພດນີ້ເວົ້າຄຳເວົ້າແບບມານຮ້າຍກັບພວກເຈົ້າ, ພວກເຈົ້າມີຄຳເວົ້າທີ່ເໝາະສົມທີ່ຈະເວົ້າເພື່ອໂຕ້ແຍ້ງບໍ? (ຂ້ານ້ອຍເຄີຍພົບຄົນແບບນີ້; ລາວບໍ່ຍອມຈຳນົນຕໍ່ໃຜໃນຄຣິສຕະຈັກ. ໃນເວລານັ້ນ, ລາວໄດ້ເວົ້າຄຳເວົ້າແບບນີ້ ເພື່ອຕຳນິຂ້ານ້ອຍ. ຂ້ານ້ອຍບໍ່ມີການແຍກແຍະອັນໃດ ແລະ ຂ້ານ້ອຍກໍບອກລາວວ່າຂ້ານ້ອຍຍອມຮັບມັນ.) ເຈົ້າຕອບແບບນີ້. ມັນບໍ່ຖືກຕ້ອງທີ່ຈະຕອບແບບນີ້; ເຈົ້າບໍ່ໄດ້ເປັນປະຈັກພະຍານ. ເຈົ້າຕ້ອງຊີ້ໃຫ້ເຫັນບັນຫາຂອງລາວ ແລະ ເຮັດໃຫ້ລາວອັບອາຍ. ເມື່ອລາວເວົ້າຄຳເວົ້າແບບມານຮ້າຍ, ເຈົ້າຕ້ອງບໍ່ຍອມອ່ອນຂໍ້ໃຫ້ ແລະ ເຈົ້າຕ້ອງບໍ່ເຊື່ອຟັງຄຳເວົ້າແບບມານຮ້າຍເຫຼົ່ານັ້ນ. ເຈົ້າຕ້ອງເປີດໂປງລາວ. ເພື່ອຈະເປັນໜຶ່ງໃນຜູ້ທີ່ໄດ້ຮັບໄຊຊະນະຂອງພຣະເຈົ້າ ແລະ ເປັນປະຈັກພະຍານໃຫ້ກັບພຣະເຈົ້າ, ເຈົ້າຕ້ອງສາມາດເຮັດໃຫ້ມານຮ້າຍ ແລະ ຊາຕານອັບອາຍໄດ້ ແລະ ເວົ້າຄຳເວົ້າທີ່ສາມາດເຮັດໃຫ້ຊາຕານອັບອາຍ ແລະ ສອດຄ່ອງກັບຄວາມຈິງ. ເຖິງແມ່ນວ່າລາວຈະບໍ່ຍອມຮັບມັນ, ລາວກໍຈະບໍ່ມີຫຍັງໃຫ້ເວົ້າ ແລະ ລາວກໍຈະປະພຶດຕົວດີ ແລະ ຍອມຈຳນົນ. ການຂົ່ມຂູ່ຄົນປະເພດນີ້ຈະໄດ້ຜົນບໍ? ແລ້ວການປະນາມພວກເຂົາເດ? ແລ້ວການສົນທະນາກັບພວກເຂົາ ແລະ ການກ້ຽວກ່ອມພວກເຂົາເດ? (ບໍ່ໄດ້ຜົນ.) ແລ້ວເຮັດຫຍັງຈຶ່ງຈະໄດ້ຜົນ? (ຖ້າມີບາງຄົນເວົ້າຄຳເວົ້າເຊັ່ນນີ້ໃນຄຣິສຕະຈັກ, ຂ້ານ້ອຍຈະເວົ້າວ່າ: “ເຈົ້າກຳລັງປະພຶດຕົວຢ່າງຊົ່ວຮ້າຍຢູ່ບໍ? ຖ້າເຈົ້າສາມາດຟັງອ້າຍເອື້ອຍນ້ອງໂອ້ລົມຄວາມຈິງໄດ້ຕາມປົກກະຕິ ແລະ ຍອມຮັບຄວາມຈິງ, ນັ້ນກໍບໍ່ເປັນຫຍັງ, ແຕ່ຖ້າເຈົ້າຕ້ອງການມາປະພຶດຕົວຢ່າງຊົ່ວຮ້າຍຢູ່ບ່ອນນີ້, ກໍໄສຫົວອອກໄປ. ເຮືອນຂອງພຣະເຈົ້າບໍ່ອະນຸຍາດໃຫ້ເຈົ້າມາປະພຶດຕົວຢ່າງຊົ່ວຮ້າຍຢູ່ບ່ອນນີ້. ຄຳເວົ້າເຫຼົ່ານີ້ຂອງເຈົ້າບໍ່ສອດຄ່ອງກັບຄວາມຈິງ. ຢ່າມາເຮັດສິ່ງທີ່ໜ້າຂາຍໜ້າຢູ່ບ່ອນນີ້!”.) ຄຳເວົ້າເຫຼົ່ານີ້ມີພະລັງຫຼາຍ, ແຕ່ຄົນປະເພດນີ້ເປັນທໍລະລາດ ແລະ ເປັນໂຈນ. ພວກເຂົາຢ້ານຄຳເວົ້າເຊັ່ນນີ້ບໍ? (ບໍ່, ພວກເຂົາບໍ່ຢ້ານ.)
ໃຫ້ເຮົາບອກພວກເຈົ້າກ່ຽວກັບບາງສິ່ງ. ໃນອະດີດ, ເຮົາໄດ້ຕິດຕໍ່ກັບຜູ້ຊາຍຄົນໜຶ່ງທີ່ເຄີຍເປັນພໍ່ຄົວກ່ອນທີ່ລາວຈະເລີ່ມເຊື່ອໃນພຣະເຈົ້າ. ລາວເຄີຍເວົ້າກັບເຮົາວ່າ: “ຕອນທີ່ຂ້ານ້ອຍເປັນພໍ່ຄົວຢູ່ໃນໂລກຂ້າງນ້ອຍ ແລະ ພວກຄົນໃຫຍ່ຄົນໂຕ ແລະ ເຈົ້າໜ້າທີ່ເຫຼົ່ານັ້ນເຂົ້າມາກິນດື່ມ, ຂ້ານ້ອຍບໍ່ຢາກໄປຫຍຸ້ງກ່ຽວກັບພວກເຂົາ. ເວລາທີ່ຂ້ານ້ອຍແຕ່ງກິນໃຫ້ພວກເຂົາ, ຂ້ານ້ອຍຈະເອົາມືໜຶ່ງຄໍ້າແອວ, ຍົກສົ້ນຕີນເບື້ອງໜຶ່ງຂຶ້ນ ແລະ ຂ້ານ້ອຍກໍຈະແຕ່ງກິນໃຫ້ພວກເຂົາດ້ວຍມືດຽວ”. ລາວໄດ້ສະແດງທ່າທາງນີ້ໃນຂະນະທີ່ລາວເວົ້າ ແລະ ທ່າທາງຂອງລາວກໍເບິ່ງຄືກັບວ່າທັງຄຽດແຄ້ນ ແລະ ທັງທ້າທາຍ. ຄວາມໝາຍແຝງຂອງລາວກໍຄື: “ບໍ່ມີຜູ້ບໍ່ມີຄວາມເຊື່ອຄົນໃດທີ່ທຽບເທົ່າກັບຂ້ານ້ອຍໄດ້ ແລະ ຂ້ານ້ອຍຈະບໍ່ຍອມຈຳນົນຕໍ່ໃຜກໍຕາມໃນພວກເຂົາ. ຂ້ານ້ອຍມີຄວາມສາມາດຫຼາຍ ແລະ ຢູ່ໃນໂລກ ຄົນແບບຂ້ານ້ອຍກໍເປັນຄົນດັງທີ່ບໍ່ມີໃຜກ້າແຕະຕ້ອງ. ຂ້ານ້ອຍບໍ່ເຄີຍເຫັນຫົວເຈົ້າໜ້າທີ່ເລີຍ!” ລາວເຮັດທ່າທາງໃນຂະນະທີ່ລາວເວົ້າ, ຟັງເບິ່ງຄືພໍໃຈໃນຕົນເອງ ແລະ ສະແດງທ່າທາງເຫຼົ່ານັ້ນຢ່າງຄ່ອງແຄ້ວ. ເຮົາສາມາດເຫັນໄດ້ວ່າ ລາວຊຳນານຫຼາຍໃນການສະແດງທ່າທາງ, ລັກສະນະ ແລະ ອາກັບກິລິຍາເຫຼົ່ານັ້ນ, ເຊິ່ງລາວເຄີຍເຮັດພວກມັນຢູ່ເລື້ອຍໆ. ເຮົາສາມາດບອກໄດ້ວ່າລາວກຳລັງສະແດງສິ່ງນີ້ ໂດຍມີເຈດຕະນາເລັກນ້ອຍທີ່ຈະໂອ້ອວດ ແລະ ສະແດງ “ອະດີດທີ່ສະຫງ່າງາມ” ຂອງລາວ, ໃນຄວາມພະຍາຍາມທີ່ຈະເຮັດໃຫ້ຄົນອື່ນຊື່ນຊົມລາວ. ເມື່ອເຮົາເຫັນລາວປະພຶດແບບນີ້, ເຮົາກໍຍິ້ມ ແລ້ວເຮົາກໍເວົ້າກັບລາວວ່າ: “ທີ່ແທ້, ເຈົ້າກໍມີອຸປະນິໄສທີ່ບໍ່ດີ”. ເຮົາເວົ້າສິ່ງນີ້ດ້ວຍຮອຍຍິ້ມ ແລະ ເຮົາກໍບໍ່ໄດ້ເວົ້າຫຍັງອີກ. ໃບໜ້າຂອງລາວຫຼຸບລົງທັນທີ ແລະ ລາວກໍຢຸດການເຄື່ອນໄຫວຂອງລາວທັນທີ ແລ້ວກໍມິດງຽບໄປ. ຕັ້ງແຕ່ນັ້ນມາ, ລາວກໍບໍ່ໄດ້ເວົ້າກ່ຽວກັບ “ອະດີດທີ່ສະຫງ່າງາມ” ຂອງລາວອີກເລີຍ. ເຮົາໄດ້ເວົ້າຫຍັງກັບລາວ? (ເຈົ້າມີອຸປະນິໄສທີ່ບໍ່ດີ.) ຄວາມໝາຍຂອງສິ່ງນີ້ແມ່ນຫຍັງ? (ມັນຊີ້ໃຫ້ເຫັນເຖິງແກ່ນແທ້ທຳມະຊາດຂອງລາວ ແລະ ລາວກໍຮູ້ສຶກອັບອາຍ.) ຖືກຕ້ອງແລ້ວ. ເຮົາໄດ້ເຮັດໃຫ້ລາວໃຈຮ້າຍບໍ? ເຮົາໄດ້ຖຽງກັບລາວບໍ? ເຮົາໄດ້ທຳລາຍສັກສີຂອງລາວບໍ? (ບໍ່.) ເຮົາໄດ້ປະຕິບັດຕໍ່ລາວຢ່າງມຸທະລຸ ແລະ ເວົ້າວ່າ: “ໄສຫົວອອກໄປຈາກທີ່ນີ້! ເຈົ້າມາເຊື່ອໃນພຣະເຈົ້າເຮັດຫຍັງ?” ຫຼື “ເຈົ້າຍັງອ່ອນປະສົບການເກີນໄປທີ່ຈະມາເວົ້າກັບເຮົາກ່ຽວກັບ ‘ອະດີດທີ່ຮຸ່ງເຮືອງ’ ຂອງເຈົ້າ!” ບໍ? ເຮົາໄດ້ໃຊ້ວິທີການເຫຼົ່ານີ້ບໍ? (ບໍ່.) ໂດຍບໍ່ໄດ້ສະແດງຄວາມໝາຍແຝງໃດໜຶ່ງເຫຼົ່ານີ້, ເຮົາພຽງແຕ່ເວົ້າປະໂຫຍກດຽວວ່າ “ທີ່ແທ້, ເຈົ້າກໍມີອຸປະນິໄສທີ່ບໍ່ດີ”, ແລ້ວລາວກໍຮູ້ສຶກອັບອາຍ ແລະ ມິດງຽບໄປ. ເຮົາໄດ້ສື່ສານຈຸດປະສົງຂອງເຮົາຢ່າງຊັດເຈນ ໂດຍບໍ່ຈຳເປັນຕ້ອງອະທິບາຍເພີ່ມເຕີມ. ຖ້າຄົນສະຫຼາດໄດ້ຍິນສິ່ງນີ້, ພວກເຂົາກໍຈະເຂົ້າໃຈທັນທີວ່າມັນໝາຍຄວາມວ່າແນວໃດ ແລະ ຈະຮູ້ຈັກຢັບຢັ້ງຕົນເອງຫຼາຍຂຶ້ນໃນອະນາຄົດ. ພວກເຈົ້າຄິດແນວໃດກັບວິທີການນີ້? (ມັນເປັນວິທີທີ່ດີ.) ມັນຈະເໝາະສົມບໍທີ່ຈະແນມເບິ່ງລາວດ້ວຍຄວາມໂມໂຫ ແລະ ໂຕ້ຖຽງກັນ? (ບໍ່, ມັນບໍ່ເໝາະສົມ.) ຖ້າມີຄົນເວົ້າວ່າ “ຖ້າຂ້ານ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ານ້ອຍກໍຈະບໍ່ຍອມກົ້ມຫົວໃຫ້ໃຜເລີຍ!” ເຈົ້າຄວນເວົ້າກັບພວກເຂົາວ່າ “ຖ້າເຈົ້າບໍ່ຍອມກົ້ມຫົວໃຫ້ໃຜເລີຍກ່ອນທີ່ເຈົ້າຈະເຂົ້າມາເຊື່ອໃນພຣະເຈົ້າ, ນັ້ນໝາຍຄວາມວ່າເຈົ້າມີອຸປະນິໄສທີ່ບໍ່ດີ. ຖ້າຕອນນີ້ເຈົ້າເຊື່ອໃນພຣະເຈົ້າແລ້ວ ເຈົ້າຍັງບໍ່ຢາກຍອມກົ້ມຫົວໃຫ້ໃຜອີກ, ສິ່ງນີ້ໝາຍຄວາມວ່າເຈົ້າມີອຸປະນິໄສທີ່ຮ້າຍແຮງກວ່າເກົ່າ ແລະ ມີບາງຢ່າງທີ່ຜິດປົກກະຕິກ່ຽວກັບແກ່ນແທ້ຂອງເຈົ້າ”. ພຽງແຕ່ເວົ້າສິ່ງນີ້ ແລ້ວສັງເກດເບິ່ງປະຕິກິລິຍາ ແລະ ພຶດຕິກຳຂອງພວກເຂົາ. ສິ່ງນີ້ເອີ້ນວ່າການແທງຖືກຈຸດອ່ອນຂອງພວກເຂົາ. ຄົນຊົ່ວຮ້າຍຈະຮູ້ສຶກເສົ້າໃຈບໍເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້? ພວກເຂົາຈະຮູ້ສຶກໂມໂຫ. ພວກເຂົາຈະຄິດວ່າ “ຂ້ານ້ອຍຄິດວ່າຂ້ານ້ອຍໄດ້ບັນລຸການປ່ຽນແປງໃນຄວາມເຊື່ອໃນພຣະເຈົ້າຂອງຂ້ານ້ອຍແລ້ວ ແລະ ຂ້ານ້ອຍເຖິງກັບໃຊ້ຄຳເວົ້າເຫຼົ່ານີ້ ເພື່ອໂອ້ອວດຄຸນສົມບັດຂອງຂ້ານ້ອຍ ແລະ ສະແດງອະດີດທີ່ສະຫງ່າງາມທີ່ຂ້ານ້ອຍເຄີຍມີກ່ອນທີ່ຂ້ານ້ອຍຈະເຂົ້າມາເຊື່ອໃນພຣະເຈົ້າ. ຂ້ານ້ອຍບໍ່ຄາດຄິດເລີຍວ່າຄົນທີ່ມີຄວາມເຂົ້າໃຈຈະເປີດໂປງທາດແທ້ທີ່ໜ້າອັບອາຍທີ່ຢູ່ເບື້ອງຫຼັງເລື່ອງນີ້ ແລະ ເປີດເຜີຍວ່າຂ້ານ້ອຍມີອຸປະນິໄສທີ່ບໍ່ດີ”. ຄວາມໝາຍຂອງອຸປະນິໄສທີ່ບໍ່ດີແມ່ນຫຍັງ? ເວົ້າໃຫ້ຟັງເບິ່ງດີກໍຄື ມັນໝາຍຄວາມວ່າຄວາມເປັນມະນຸດຂອງພວກເຂົາບໍ່ດີ; ເວົ້າໃຫ້ກົງໄປກົງມາກວ່ານັ້ນກໍຄື ມັນໝາຍຄວາມວ່າພວກເຂົາເປັນຄົນບໍ່ດີ. ຄົນປະເພດໃດໃນສັງຄົມທີ່ເປັນຄົນບໍ່ດີ? (ນັກເລງ, ອັນທະພານ, ທໍຣະຣາດ ແລະ ຄົນພານ.) ຖືກຕ້ອງແລ້ວ, ເປັນຄົນເຫຼົ່ານັ້ນແຫຼະ. ທັນທີທີ່ເຈົ້າເວົ້າວ່າພວກເຂົາເປັນຄົນບໍ່ດີ ແລະ ອຸປະນິໄສຂອງພວກເຂົາບໍ່ດີ, ພວກເຂົາກໍຈະເຂົ້າໃຈ. ພວກເຂົາຈະເຂົ້າໃຈວ່າເຈົ້າກຳລັງໝາຍເຖິງນັກເລງ, ຄົນອັນທະພານ, ທໍຣະຣາດ ແລະ ຄົນຊົ່ວຮ້າຍ, ເຊິ່ງກໍຄືຄຳສັບ ແລະ ຄົນປະເພດເຫຼົ່ານີ້. ພວກເຂົາຈະຮູ້ສຶກດີບໍ ເມື່ອໄດ້ຍິນວ່າພວກເຂົາຈັດຢູ່ໃນຄົນໝວດໝູ່ນີ້? (ບໍ່.) ພວກເຂົາຈະບໍ່ຮູ້ສຶກດີເລີຍ. ແລ້ວເຈົ້າຈຳເປັນຕ້ອງເວົ້າຫຍັງອີກບໍ? (ບໍ່.) ທາດແທ້ທີ່ໜ້າອັບອາຍຂອງພວກເຂົາຈະຖືກເປີດໂປງດ້ວຍປະໂຫຍກດຽວນັ້ນ. “ທີ່ແທ້ເຈົ້າກໍເປັນຄົນປະເພດນັ້ນເອງ. ເຈົ້າຍັງມາໂອ້ອວດຕົນເອງຢູ່ບ່ອນນີ້, ໂອ້ອວດກ່ຽວກັບສິ່ງທີ່ເປັນລົບຄືກັບວ່າມັນເປັນສິ່ງທີ່ເປັນບວກ. ເຈົ້າກຳລັງພະຍາຍາມເຮັດຫຍັງ? ນີ້ຄືເຮືອນຂອງພຣະເຈົ້າ, ຢ່າມາໂອ້ອວດຢູ່ບ່ອນນີ້. ນີ້ບໍ່ແມ່ນສະຖານທີ່ໃຫ້ເຈົ້າມາໂອ້ອວດ. ຖ້າເຈົ້າຢາກໂອ້ອວດ, ກໍຈົ່ງໄສຫົວອອກໄປ. ເຮືອນຂອງພຣະເຈົ້າເປັນສະຖານທີ່ທີ່ຄວາມຈິງປົກຄອງ, ບໍ່ແມ່ນບ່ອນໃຫ້ເຈົ້າມາຍ່າງອວດອົ່ງ ແລະ ປະກາດການກະທຳທີ່ຊົ່ວຮ້າຍຂອງເຈົ້າ. ເຈົ້າໝາຍຄວາມວ່າແນວໃດ ທີ່ວ່າມາໂອ້ອວດສິ່ງທີ່ຊົ່ວຊ້າ ແລະ ເປັນລົບໃນເຮືອນຂອງພຣະເຈົ້າ? ຄວາມໝາຍຂອງເຈົ້າກໍຄື ພາລະກິດຂອງພຣະເຈົ້າໄດ້ບັນລຸຜົນໃນຕົວເຈົ້າແລ້ວ. ພຣະເຈົ້າໄດ້ກ່າວແບບນັ້ນບໍ? ເຈົ້າບໍ່ໄດ້ກຳລັງຂອບພຣະໄທພຣະເຈົ້າ; ເຈົ້າກຳລັງໂອ້ອວດການກະທຳທີ່ຊົ່ວຮ້າຍຂອງເຈົ້າ. ເຈົ້າກຳລັງພະຍາຍາມຫຼອກລວງໃຜດ້ວຍຄຳເວົ້າເຫຼົ່ານີ້? ເຈົ້າອາດຈະຫຼອກເດັກນ້ອຍອາຍຸສາມປີໄດ້, ແຕ່ເຈົ້າບໍ່ສາມາດຫຼອກອ້າຍເອື້ອຍນ້ອງໄດ້ດອກ. ເຈົ້າບໍ່ມີທາງລອຍນວນໄປໄດ້ດອກ!” ພວກເຂົາຖືກເປີດໂປງດ້ວຍວິທີນີ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນສິ່ງນີ້, ປະການທຳອິດ, ພວກເຂົາຈະຮູ້ສຶກວ່າເຈົ້າບໍ່ມີເຈດຕະນາຮ້າຍຕໍ່ພວກເຂົາ; ປະການທີສອງ, ຄຳເວົ້າຂອງເຈົ້າກົງປະເດັນ; ປະການທີສາມ, ຄຳເວົ້າບໍ່ໄດ້ມີການສຽດສີ; ແລະ ປະການທີສີ່, ຄຳເວົ້າເຫຼົ່ານີ້ເປັນຂໍ້ເທັດຈິງ ແລະ ເຈົ້າຈະບໍ່ໄດ້ເວົ້າເກີນຈິງເລີຍແມ່ນແຕ່ໜ້ອຍດຽວ. ເມື່ອພວກເຂົາໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາກໍຈະຢັບຢັ້ງຕົນເອງໂດຍທັນທີ. ເປັນຫຍັງພວກເຂົາຈຶ່ງຈະຢັບຢັ້ງຕົນເອງ? ຄຳເວົ້າຂອງເຈົ້າຈະເຮັດໃຫ້ພວກເຂົາຂາຍໜ້າ ແລະ ເຮັດໃຫ້ພວກເຂົາຮູ້ສຶກອັບອາຍ. ເມື່ອພວກເຂົາຢູ່ຕໍ່ໜ້າເຈົ້າອີກຄັ້ງ, ພວກເຂົາກໍຈະອັບອາຍທີ່ຈະເວົ້າຄຳເວົ້າເຊັ່ນນີ້ຊໍ້າອີກ. ແລະ ເຖິງແມ່ນວ່າພວກເຂົາຈະເວົ້າສິ່ງເຊັ່ນນີ້ອີກຄັ້ງ, ພວກເຂົາກໍຈະຕ້ອງຊອກຫາໂອກາດທີ່ເໝາະສົມ ແລະ ກວດເບິ່ງວ່າໃຜກຳລັງຟັງຢູ່. ບໍ່ວ່າໃນກໍລະນີໃດກໍຕາມ ພວກເຂົາຈະບໍ່ກ້າເວົ້າຄຳເຫຼົ່ານັ້ນອີກຕໍ່ໜ້າເຈົ້າ. ສິ່ງນີ້ບໍ່ໄດ້ປາບພວກເຂົາແລ້ວບໍ? ຖ້າພວກເຈົ້າພົບພໍ້ຄົນເຊັ່ນນີ້, ພວກເຈົ້າຈະກ້າເວົ້າກັບພວກເຂົາແບບນີ້ບໍ? (ກ້າ.) ມັນມີວິທີທີ່ຈະປະຕິບັດຕໍ່ຄົນປະເພດນີ້. ເຈົ້າບໍ່ຈຳເປັນຕ້ອງເປັນຄົນຫົວຮ້ອນ ຫຼື ຫຍາບຄາຍ, ພຽງແຕ່ປາບພວກເຂົາດ້ວຍຮອຍຍິ້ມ. ສິ່ງນີ້ເອີ້ນວ່າການເປີດໂປງ ແລະ ການເຮັດໃຫ້ຊາຕານອັບອາຍ. ສິ່ງນີ້ເອີ້ນວ່າການຍຶດໝັ້ນໃນການເປັນພະຍານຂອງຕົນ. ຄວາມສາມາດຂອງເຈົ້າໃນການເປີດໂປງພວກເຂົາພິສູດໃຫ້ເຫັນວ່າ ເຈົ້າໄດ້ເບິ່ງທະລຸພວກເຂົາແລ້ວ, ວ່າເຈົ້າບໍ່ມັກຄົນແບບພວກເຂົາ, ວ່າເຈົ້າກຽດຊັງຄົນແບບພວກເຂົາ, ວ່າເຈົ້າດູຖູກຄົນແບບພວກເຂົາ. ຄົນເຫຼົ່ານີ້ຈັດຢູ່ໃນບັນດາຂອງບຸກຄົນທີ່ເປັນລົບ ແລະ ເຈົ້າກໍກົງກັນຂ້າມກັບພວກເຂົາຢ່າງສິ້ນເຊີງ. ເມື່ອຢູ່ຕໍ່ໜ້າເຈົ້າ, ພວກເຂົາຮູ້ສຶກຕໍ່າຕ້ອຍ; ເຈົ້າເຂັ້ມແຂງກວ່າ ແລະ ມີຄວາມຍຸຕິທຳກວ່າພວກເຂົາ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ເມື່ອພວກເຂົາຖືກເປີດໂປງເປັນບາງຄັ້ງຄາວໂດຍອ້າຍເອື້ອຍນ້ອງ, ພວກເຂົາເວົ້າສອງປະໂຫຍກທີ່ໜ້າດ້ານຫຍັງແດ່? (“ເຈົ້າຍັງອ່ອນປະສົບການເກີນໄປທີ່ຈະມາລິຮານຂ້ອຍ!” “ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຈະບໍ່ຍອມກົ້ມຫົວໃຫ້ໃຜເລີຍ!”) ຄົນສ່ວນໃຫຍ່ບໍ່ສາມາດເວົ້າສອງປະໂຫຍກນີ້ໄດ້ແມ່ນບໍ? ຄຳເວົ້າເຫຼົ່ານີ້ມີລັກສະນະແນວໃດ? ພວກມັນເປັນຄຳເວົ້າຂອງນັກເລງ ແລະ ຂີ້ເຫຍື້ອສັງຄົມ, ດ້ວຍທ່າທາງອວດອົ່ງແບບຊາຕານ ແລະ ອຸປະນິໄສທີ່ຊົ່ວຊ້າຂອງຊາຕານ. ຄຳເວົ້າເຫຼົ່ານີ້ເຫັນໄດ້ຊັດເຈນວ່າຈະບໍ່ອອກມາຈາກປາກຂອງຄົນປົກກະຕິ, ໂດຍສະເພາະຢ່າງຍິ່ງບໍ່ແມ່ນຈາກຄົນທີ່ໄລ່ຕາມຄວາມຈິງ. ບໍ່ຈຳເປັນຕ້ອງເວົ້າເລີຍວ່າ ຜູ້ທີ່ເວົ້າຄຳເວົ້າເຫຼົ່ານີ້ມີອຸປະນິໄສທີ່ໂຫດຮ້າຍຂອງຊາຕານ. ພວກເຂົາເປັນຄົນຊົ່ວຮ້າຍ ແລະ ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ຮັກຄວາມຈິງ ແລະ ພວກເຂົາເຊີດຊູອຳນາດທີ່ຊົ່ວຮ້າຍ, ຄວາມຮຸນແຮງ ແລະ ອຳນາດ ແລະ ອຸປະນິໄສທີ່ໂຫດຮ້າຍຂອງຊາຕານ. ແກ່ນແທ້ເຫຼົ່ານີ້ສາມາດສັງເກດເຫັນໄດ້ຈາກພຽງແຕ່ສອງປະໂຫຍກນີ້ທີ່ພວກເຂົາໄດ້ເວົ້າ. ເມື່ອພວກເຂົາເວົ້າຄຳເວົ້າເຫຼົ່ານີ້, ອຸປະນິໄສ ແລະ ແກ່ນແທ້ຂອງພວກເຂົາກໍຖືກເປີດເຜີຍ. ທ່າມກາງມະນຸດຊາດທີ່ເສື່ອມຊາມທີ່ທຳມະດາ ແລະ ປົກກະຕິ, ຜູ້ໃດກໍຕາມທີ່ມັກຈະເວົ້າຄຳເວົ້າເຫຼົ່ານີ້ແມ່ນຄົນບໍ່ດີ ແລະ ຜູ້ໃດກໍຕາມທີ່ບໍ່ເວົ້າຄຳເວົ້າເຫຼົ່ານີ້ເຖິງແມ່ນວ່າຈະໄດ້ຍິນພວກມັນກໍຕາມ, ຜູ້ທີ່ຄິດວ່າຄົນທີ່ເວົ້າຄຳເວົ້າເຫຼົ່ານີ້ເປັນຕາໜ້າອັບອາຍ ແລະ ໂຫດຮ້າຍ, ຜູ້ທີ່ບໍ່ສາມາດເວົ້າແບບນີ້ໄດ້ດ້ວຍຕົນເອງ, ຜູ້ທີ່ບໍ່ມີທາງຈະເວົ້າຄຳເວົ້າເຫຼົ່ານີ້ໄດ້ບໍ່ວ່າພວກເຂົາຈະກຽດຊັງ, ຄຽດແຄ້ນ ແລະ ດູຖູກຄົນໃດໜຶ່ງຫຼາຍສໍ່າໃດກໍຕາມ ແລະ ຜູ້ທີ່ລັງກຽດຄົນທີ່ເວົ້າຄຳເວົ້າເຫຼົ່ານີ້, ຄົນເຊັ່ນນີ້ຍັງຄົງມີຄວາມຮູ້ສຶກລະອາຍໃຈ ແລະ ມີດ້ານທີ່ທ່ຽງທຳໃນຄວາມເປັນມະນຸດຂອງພວກເຂົາ. ແຕ່ຜູ້ທີ່ມັກຈະເວົ້າຄຳເວົ້າເຫຼົ່ານີ້, ຜູ້ທີ່ມັກຈະຖືວ່າຄຳເວົ້າເຫຼົ່ານີ້ເປັນຫຼັກການທີ່ສູງສຸດ ສຳລັບວິທີທີ່ພວກເຂົາຈັດການເລື່ອງຕ່າງໆ ແລະ ປະພຶດຕົນເອງ, ຢ່າງບໍ່ຕ້ອງສົງໄສເລີຍວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສທີ່ເປັນພັກພວກຂອງຊາຕານ. ບາງຄົນເວົ້າວ່າ: “ກ່ອນທີ່ຂ້ານ້ອຍຈະເຊື່ອໃນພຣະເຈົ້າ ຂ້ານ້ອຍບໍ່ຮູ້ວ່າຄຳເວົ້າເຫຼົ່ານີ້ດີ ຫຼື ບໍ່ດີ. ຂ້ານ້ອຍເຄີຍໃຊ້ຄຳເວົ້າເຫຼົ່ານັ້ນຕອນທີ່ຂ້ານ້ອຍຍັງນ້ອຍ, ແຕ່ຂ້ານ້ອຍກໍເຊົາເວົ້າຄຳເວົ້າເຫຼົ່ານັ້ນໃນພາຍຫຼັງ ເມື່ອຂ້ານ້ອຍໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່ຫຼາຍຂຶ້ນ”. ຄົນເຫຼົ່ານີ້ເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາບໍ່ແມ່ນ. ເມື່ອຜູ້ຄົນຍັງນ້ອຍ ແລະ ບໍ່ຮູ້ຄວາມ, ເມື່ອພວກເຂົາພົບພໍ້ກັບສັງຄົມ ແລະ ປະຊາຊົນທົ່ວໄປເປັນຄັ້ງທຳອິດ, ພວກເຂົາຖືວ່າຄຳເວົ້າເຫຼົ່ານີ້ເປັນຄຳເວົ້າທີ່ດີ, ເປັນຄຳເວົ້າທີ່ສະແດງເຖິງລັກສະນະຂອງພວກເຂົາ. ພວກເຂົາພຽງແຕ່ຍັງນ້ອຍ ແລະ ຍັງບໍ່ເຕີບໃຫຍ່. ເມື່ອພວກເຂົາໃຫຍ່ຂຶ້ນເລັກນ້ອຍ ແລະ ສາມາດແຍກແຍະຄວາມດີອອກຈາກຄວາມຊົ່ວຮ້າຍ, ສາມາດແຍກແຍະລະຫວ່າງຄົນດີ ແລະ ຄົນບໍ່ດີ, ພວກເຂົາກໍບໍ່ເວົ້າຄຳເວົ້າເຫຼົ່ານີ້ອີກຕໍ່ໄປ. ຄົນເຊັ່ນນີ້ຍັງຄົງມີຈິດສຳນຶກ ແລະ ເຫດຜົນຢູ່ເລັກນ້ອຍ. ຈິດສຳນຶກ ແລະ ເຫດຜົນເລັກນ້ອຍນີ້ມາຈາກໃສ? ມັນມາຈາກຄວາມສາມາດຂອງພວກເຂົາໃນການແຍກແຍະຄວາມດີອອກຈາກຄວາມຊົ່ວຮ້າຍ, ໃນການຮູ້ວ່າອັນໃດຄືສິ່ງທີ່ເປັນບວກ ແລະ ອັນໃດຄືສິ່ງທີ່ເປັນລົບ, ອັນໃດຖືກ ແລະ ອັນໃດຜິດ, ມາຈາກການທີ່ພວກເຂົາມີທາງເລືອກ ແລະ ມີຂອບເຂດໃນວິທີທີ່ພວກເຂົາກະທຳ, ເວົ້າ, ຈັດການເລື່ອງຕ່າງໆ ແລະ ປະພຶດຕົນ. ມັນມາຈາກການທີ່ພວກເຂົາບໍ່ແມ່ນຊາຕານ, ບໍ່ແມ່ນຄົນຊົ່ວຮ້າຍ, ບໍ່ແມ່ນສັດເດຍລະສານ, ມາຈາກການທີ່ພວກເຂົາປະພຶດຕົນດ້ວຍມາດຕະຖານ ແລະ ຫຼັກການ ແລະ ເປັນຄົນທີ່ທ່ຽງທຳ.
ໂດຍການໄຈ້ແຍກຜູ້ຕໍ່ຕ້ານພຣະຄຣິສ, “ວາທະເດັດ” ຂອງພວກເຂົາ, ຄະຕິປະຈຳໃຈ ແລະ ຄຳເວົ້າທີ່ພວກເຂົາມັກເວົ້າເລື້ອຍໆລ້ວນແຕ່ຖືກເປີດເຜີຍອອກມາ. ເມື່ອສິ່ງເຫຼົ່ານີ້ຖືກເປີດເຜີຍ, ແກ່ນແທ້ທຳມະຊາດຂອງພວກເຂົາກໍປາກົດອອກມາເຊັ່ນດຽວກັນ, ເຮັດໃຫ້ຄົນອື່ນສາມາດເຫັນມັນໄດ້ຢ່າງຊັດເຈນຫຼາຍຂຶ້ນເລື້ອຍໆ. ຖ້າສິ່ງເຫຼົ່ານີ້ບໍ່ຖືກໄຈ້ແຍກ ແລະ ຜູ້ຄົນຖືວ່າຄຳເວົ້າທີ່ໄດ້ຍິນເປັນບາງຄັ້ງຄາວ ຫຼື ເລື້ອຍໆເຫຼົ່ານີ້ເປັນຄຳເວົ້າທຳມະດາ ແລະ ບໍ່ມີການແຍກແຍະຕໍ່ຄຳເວົ້າເຫຼົ່ານັ້ນ, ພວກເຂົາກໍຈະບໍ່ສາມາດກຳນົດລັກສະນະຂອງຄຳເວົ້າເຫຼົ່ານັ້ນໄດ້. ຖ້າເຈົ້າບໍ່ສາມາດກຳນົດລັກສະນະຂອງຄຳເວົ້າເຫຼົ່ານັ້ນໄດ້, ແລ້ວຄວາມເຂົ້າໃຈຄວາມຈິງຂອງເຈົ້າ ຫຼື ຄວາມຮູ້ກ່ຽວກັບສິ່ງທີ່ຖືກ ແລະ ຜິດຂອງເຈົ້າຈະມີປະໂຫຍດຫຍັງ? ສິ່ງເຫຼົ່ານີ້ສາມາດສົ່ງຜົນກະທົບຕໍ່ຈຸດຢືນຂອງເຈົ້າໄດ້ບໍ? ພວກມັນສາມາດສົ່ງຜົນກະທົບຕໍ່ມຸມມອງຂອງເຈົ້າໄດ້ບໍ? (ບໍ່, ພວກມັນບໍ່ສາມາດເຮັດໄດ້.) ແລ້ວເຈົ້າກໍບໍ່ສາມາດແຍກແຍະໄດ້ວ່າ ອັນໃດຄືການເປີດເຜີຍຄວາມເສື່ອມຊາມທີ່ປົກກະຕິ ແລະ ອັນໃດຄືການສະແດງອອກເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອເຈົ້າສາມາດແຍກແຍະແກ່ນແທ້ເຫຼົ່ານີ້ໄດ້ຢ່າງຊັດເຈນ, ກຳນົດລັກສະນະ ແລະ ຈັດປະເພດພວກມັນໄດ້ຢ່າງຖືກຕ້ອງ ແລະ ແຍກແຍະການສະແດງອອກ, ການເປີດເຜີຍ, ອຸປະນິໄສ ແລະ ແກ່ນແທ້ຕ່າງໆຂອງສິ່ງທີ່ເປັນບວກ ແລະ ເປັນລົບ, ສິ່ງທີ່ປົກກະຕິ ແລະ ຜິດປົກກະຕິໄດ້ຢ່າງຊັດເຈນ, ເມື່ອນັ້ນເຈົ້າຈຶ່ງຈະສາມາດແຍກແຍະຜູ້ຄົນ ແລະ ສິ່ງຕ່າງໆໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ. ຖ້າບໍ່ດັ່ງນັ້ນ, ເຈົ້າກໍຈະເຂົ້າໃຈຜິດຄິດວ່າການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສເປັນຄວາມເສື່ອມຊາມທຳມະດາ ຫຼື ການເປີດເຜີຍທີ່ປົກກະຕິ ແລະ ບາງຄັ້ງເຈົ້າກໍຈະເຂົ້າໃຈຜິດວ່າ ການເປີດເຜີຍຄວາມເສື່ອມຊາມທຳມະດາບາງຢ່າງເປັນການສະແດງອອກເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ສັບສົນບໍ່ແມ່ນບໍ? ສົມມຸດວ່າເຈົ້າເປັນຜູ້ນຳ ແລະ ມີຜູ້ຕໍ່ຕ້ານພຣະຄຣິສຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້າປ່ອຍໃຫ້ພວກເຂົາຢູ່ຕໍ່ ແລະ ຂັບໄລ່ອ້າຍເອື້ອຍນ້ອງທຳມະດາທີ່ມີການເປີດເຜີຍຄວາມເສື່ອມຊາມອອກໄປ, ນີ້ບໍ່ແມ່ນຄວາມຜິດພາດບໍ? (ແມ່ນແລ້ວ.) ສະນັ້ນ, ການເຂົ້າໃຈຄວາມແຕກຕ່າງທີ່ລະອຽດ ແລະ ສະເພາະເຈາະຈົງເຫຼົ່ານີ້ຈຶ່ງສຳຄັນຢ່າງຍິ່ງ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສປະເຊີນກັບການຖືກລິຮານ, ການສະແດງອອກຂອງພວກເຂົາມີຫຼາຍກວ່າສິ່ງທີ່ພວກເຮົາຫາກໍໂອ້ລົມກັນໄປ. ພວກເຂົາຈະບໍ່ພຽງແຕ່ເວົ້າປະໂຫຍກທີ່ບໍ່ໜ້າຟັງສອງສາມປະໂຫຍກ ຫຼື ຮູ້ສຶກຄຽດແຄ້ນເລັກນ້ອຍເທົ່ານັ້ນ. ພວກເຂົາຈະເຮັດສິ່ງຕ່າງໆຫຼາຍຂຶ້ນ ແລະ ເວົ້າຄຳເວົ້າທີ່ບໍ່ໜ້າຟັງຫຼາຍຂຶ້ນ. ຍິ່ງໄປກວ່ານັ້ນ ພວກເຂົາຈະເຮັດບາງສິ່ງທີ່ຊົ່ວຮ້າຍຫຼາຍຂຶ້ນອີກ, ເຊິ່ງເປັນສິ່ງທີ່ລົບກວນວຽກງານຂອງເຮືອນຂອງພຣະເຈົ້າຢ່າງຮ້າຍແຮງ ແລະ ລົບກວນຊີວິດແບບປົກກະຕິໃນຄຣິສຕະຈັກ. ຕອນນີ້ລອງໂອ້ລົມກັນເບິ່ງວ່າ ຜູ້ຕໍ່ຕ້ານພຣະຄຣິສອາດຈະເຮັດຫຍັງອີກແດ່ ນອກເໜືອຈາກການເວົ້າສອງສາມປະໂຫຍກເຫຼົ່ານັ້ນ ເຊິ່ງເຮັດໃຫ້ຜູ້ຄົນສາມາດເຫັນໄດ້ຢ່າງຊັດເຈນ ແລະ ແຍກແຍະໄດ້ວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ, ການກະທຳ ແລະ ການປະພຶດຂອງພວກເຂົາແມ່ນຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສຂອງພວກເຂົາແມ່ນຂອງຜູ້ຕໍ່ຕ້ານພຣະຄຣິສ. ດ້ວຍວິທີນີ້, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຈຶ່ງສາມາດຖືກແຍກແຍະ ແລະ ຖືກກຳນົດວ່າເປັນຜູ້ຕໍ່ຕ້ານພຣະຄຣິສໂດຍອ້າຍເອື້ອຍນ້ອງ ກ່ອນທີ່ພວກເຂົາຈະສ້າງການລົບກວນທີ່ໃຫຍ່ຫຼວງຫຼາຍຂຶ້ນ. ດ້ວຍວິທີນີ້, ໃນດ້ານໜຶ່ງ ອ້າຍເອື້ອຍນ້ອງສາມາດຫຼີກລ່ຽງການທົນທຸກຕໍ່ອັນຕະລາຍທີ່ໃຫຍ່ຫຼວງຫຼາຍຂຶ້ນຕໍ່ການເຂົ້າສູ່ຊີວິດຂອງພວກເຂົາ ແລະ ໃນອີກດ້ານໜຶ່ງ ກໍສາມາດປ້ອງກັນການຂັດຂວາງ ແລະ ການລົບກວນທີ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໄດ້ກໍ່ໃຫ້ເກີດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າໄດ້. ການຄົ້ນພົບ, ການແກ້ໄຂ, ການປ້ອງກັນ ແລະ ການດັດແກ້ບັນຫານີ້ໃຫ້ໄວຂຶ້ນ ມັນບໍ່ດີກວ່າບໍ? (ແມ່ນແລ້ວ, ມັນດີກວ່າ.) ດັ່ງນັ້ນ ກໍໂອ້ລົມກັນຕໍ່ເລີຍ. (ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາບໍ່ຍອມຮັບຄວາມຈິງ ແລະ ພວກເຂົາເວົ້າຄຳເວົ້າບາງຄຳເພື່ອໂຈມຕີຜູ້ຄົນ. ບໍ່ວ່າໃຜຈະໃຫ້ຄຳແນະນຳແກ່ພວກເຂົາກໍຕາມ, ຕາບໃດທີ່ມັນກະທົບເຖິງສະຖານະ ຫຼື ຄວາມພາກພູມໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຕັດສິນຄົນນັ້ນໃນຄຣິສຕະຈັກ ແລະ ເຖິງກັບບິດເບືອນຄວາມຈິງ ເພື່ອປົກປ້ອງສະຖານະ ແລະ ຄວາມພາກພູມໃຈຂອງພວກເຂົາ.) ມີຫຍັງອີກບໍ? (ຂ້ານ້ອຍເຄີຍພົບກັບຄົນຊົ່ວຮ້າຍຄົນໜຶ່ງທີ່ຂົ່ມຂູ່ຈະທຳລາຍໃຜກໍຕາມທີ່ເຮັດສິ່ງໃດກໍຕາມທີ່ເປັນຜົນເສຍຕໍ່ລາວ. ໃນເວລານັ້ນ ພວກເຮົາບໍ່ເຂົ້າໃຈຄວາມຈິງ ແລະ ພວກເຮົາຂາດການແຍກແຍະ. ພວກເຮົາຢ້ານລາວ. ລາວຈະກະທຳຕາມອຳເພີໃຈ ແລະ ບໍ່ໄດ້ຄິດໃຫ້ດີ ເມື່ອປະຕິບັດໜ້າທີ່ຂອງລາວ ແລະ ເມື່ອພວກເຮົາເຫັນບັນຫາບາງຢ່າງໃນວຽກງານຂອງລາວ ແລະ ຕ້ອງການລາຍງານບັນຫາເຫຼົ່ານັ້ນ, ລາວກໍຂັດຂວາງພວກເຮົາ ແລະ ບໍ່ອະນຸຍາດໃຫ້ພວກເຮົາລາຍງານ. ພວກເຮົາບໍ່ໄດ້ຄອບຄອງຄວາມຈິງ, ສະນັ້ນ ໃນເວລານັ້ນ ພວກເຮົາຈຶ່ງບໍ່ກ້າໂຕ້ຖຽງ, ທັງບໍ່ໄດ້ລາຍງານລາວໂດຍທັນທີ, ເຊິ່ງໃນທີ່ສຸດກໍກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກ. ສິ່ງນີ້ເກີດຈາກການທີ່ພວກເຮົາຂາດການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ. ລາວຖືກຂັບໄລ່ອອກໃນພາຍຫຼັງ ເມື່ອລາວໄດ້ເຮັດການກະທຳທີ່ຊົ່ວຮ້າຍຫຼາຍຂຶ້ນ.) ໃນເລື່ອງນີ້ ພວກເຈົ້າລົ້ມເຫຼວທີ່ຈະຍຶດໝັ້ນໃນການເປັນພະຍານຂອງພວກເຈົ້າ ຫຼື ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຈົ້າປ່ອຍໃຫ້ວຽກງານຂອງເຮືອນຂອງພຣະເຈົ້າຕ້ອງທົນທຸກຕໍ່ຄວາມເສຍຫາຍ. ພວກເຈົ້າຕ້ອງຮັບຜິດຊອບຕໍ່ສິ່ງນີ້. ຕອນນີ້ເບິ່ງຄືວ່າຄົນຜູ້ນີ້ຖືກຂັບໄລ່ອອກຢ່າງຖືກຕ້ອງແລ້ວ ແລະ ບໍ່ໄດ້ຖືກປະຕິບັດຢ່າງບໍ່ຍຸຕິທຳ. ຖ້າພວກເຈົ້າພົບພໍ້ກັບຄົນປະເພດນີ້ອີກໃນອະນາຄົດ, ພວກເຈົ້າຈະສາມາດແຍກແຍະພວກເຂົາໄດ້ບໍ? (ຜ່ານການໂອ້ລົມຂອງພຣະເຈົ້າ, ຂ້ານ້ອຍຮູ້ສຶກເຂົ້າໃຈຊັດເຈນຂຶ້ນເລັກໜ້ອຍກ່ຽວກັບຄວາມຈິງດ້ານນີ້ຂອງການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ.)
ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງຕ້ອງການຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສ? ຈະເປັນຫຍັງບໍຖ້າຈະເກັບພວກເຂົາໄວ້ ແລະ ໃຫ້ພວກເຂົາຮັບໃຊ້? ຈະເປັນຫຍັງບໍ ຖ້າຈະໃຫ້ໂອກາດພວກເຂົາກັບໃຈ? (ບໍ່, ບໍ່ໄດ້.) ມີໂອກາດໃດບໍທີ່ພວກເຂົາຈະສາມາດໄລ່ຕາມຄວາມຈິງໄດ້? (ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດໄລ່ຕາມຄວາມຈິງໄດ້.) ຕອນນີ້ພວກເຈົ້າໄດ້ຄົ້ນພົບແລ້ວວ່າ ຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນຊົ່ວຮ້າຍທີ່ເປັນຂອງຊາຕານ ແລະ ບໍ່ສາມາດກັບໃຈໄດ້, ນັ້ນຄືເຫດຜົນທີ່ພວກເຂົາຖືກຂັບໄລ່. ບໍ່ມີໃຜຖືກຂັບໄລ່ອອກໂດຍງ່າຍ. ເຮືອນຂອງພຣະເຈົ້າໃຊ້ຄວາມອົດທົນຊ້ຳແລ້ວຊ້ຳອີກ, ໃຫ້ໂອກາດພວກເຂົາກັບໃຈຊໍ້າແລ້ວຊໍ້າອີກ ແລະ ໃຫ້ທາງອອກແກ່ພວກເຂົາ, ເພື່ອບໍ່ໃຫ້ຄົນດີຖືກກ່າວຫາຢ່າງຜິດໆ ແລະ ເພື່ອບໍ່ໃຫ້ມີໃຜຖືກຂັບໄລ່ ຫຼື ຖືກທຳລາຍໂດຍງ່າຍ. ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ; ເຮືອນຂອງພຣະເຈົ້າມີຄວາມອົດກັ້ນຕໍ່ທຸກຄົນ ຈົນກວ່າພວກເຂົາຈະຖືກເບິ່ງທະລຸຢ່າງຄົບຖ້ວນ, ຈົນກວ່າພວກເຂົາຈະຖືກເປີດເຜີຍຢ່າງສິ້ນເຊີງ. ແຕ່ຜູ້ຕໍ່ຕ້ານພຣະຄຣິສສາມາດກັບໃຈໄດ້ບໍ? ພວກເຂົາບໍ່ສາມາດກັບໃຈໄດ້. ບົດບາດທີ່ພວກເຂົາສະແດງໃນເຮືອນຂອງພຣະເຈົ້າກໍຄືບົດບາດຂອງຄົນຮັບໃຊ້ຂອງຊາຕານ, ເຊິ່ງເປັນການທຳລາຍ, ຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະມີພອນສະຫວັນ ແລະ ຄວາມສາມາດພິເສດບາງຢ່າງ, ພວກເຂົາກໍບໍ່ອາດຈະເຮັດວຽກໜັກ ເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ຫຼື ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະມີບາງດ້ານທີ່ເປັນປະໂຫຍດ, ພວກເຂົາກໍຈະບໍ່ສ້າງການປະກອບສ່ວນທີ່ເປັນບວກຕໍ່ວຽກງານຂອງພຣະເຈົ້າໃນເຮືອນຂອງພຣະເຈົ້າຢ່າງແນ່ນອນ. ພວກເຂົາບໍ່ເຮັດຫຍັງເລີຍນອກຈາກຂັດຂວາງ, ລົບກວນ ແລະ ທຳລາຍວຽກງານຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ເຮັດສິ່ງທີ່ດີ. ເຈົ້າເກັບພວກເຂົາໄວ້ ເພື່ອສັງເກດເບິ່ງພວກເຂົາ ແລະ ໃຫ້ໂອກາດພວກເຂົາກັບໃຈ, ແຕ່ພວກເຂົາບໍ່ສາມາດກັບໃຈໄດ້. ໃນທີ່ສຸດ ວິທີແກ້ໄຂທີ່ຖືກນຳມາໃຊ້ກໍຄືການຂັບໄລ່ພວກເຂົາ. ກ່ອນທີ່ຈະຂັບໄລ່ພວກເຂົາ, ເຈົ້າໄດ້ເບິ່ງທະລຸເຖິງຂໍ້ເທັດຈິງທີ່ວ່າ ຄົນປະເພດນີ້ເປັນຜູ້ຕໍ່ຕ້ານພຣະຄຣິສທີ່ຍອມຕາຍດີກວ່າທີ່ຈະກັບໃຈ, ພວກເຂົາເປັນປໍລະປັກຕໍ່ພຣະເຈົ້າ ແລະ ຕໍ່ຄວາມຈິງ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຖືກຂັບໄລ່. ພວກເຂົາຈະຖືກຂັບໄລ່ບໍ ຖ້າພວກເຂົາເປັນຄົນດີ? ພວກເຂົາຈະຖືກຂັບໄລ່ບໍ ຖ້າພວກເຂົາສາມາດຍອມຮັບຄວາມຈິງ ແລະ ກັບໃຈໄດ້? ຢ່າງຫຼາຍທີ່ສຸດ ພວກເຂົາກໍຈະຖືກປົດອອກຈາກໜ້າທີ່ຂອງພວກເຂົາ ແລະ ຖືກສົ່ງໄປເຂົ້າເຝົ້າຝ່າຍວິນຍານ ແລະ ໄຕ່ຕອງ, ພວກເຂົາຈະບໍ່ຖືກຂັບໄລ່. ເມື່ອເຮືອນຂອງພຣະເຈົ້າຕັດສິນໃຈຂັບໄລ່ຄົນໃດໜຶ່ງ, ມັນໝາຍຄວາມວ່າຄົນຜູ້ນີ້ຈະເປັນໄພອັນຕະລາຍໃນເຮືອນຂອງພຣະເຈົ້າ ຖ້າພວກເຂົາຖືກອະນຸຍາດໃຫ້ຢູ່ຕໍ່. ພວກເຂົາຈະບໍ່ເຮັດສິ່ງທີ່ດີ, ພວກເຂົາຈະພຽງແຕ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຮັດສິ່ງທີ່ບໍ່ດີທຸກປະເພດ. ບໍ່ວ່າພວກເຂົາຈະຢູ່ໃນຄຣິສຕະຈັກໃດກໍຕາມ ຄຣິສຕະຈັກນັ້ນກໍຈະຖືກພວກເຂົາລົບກວນຈົນເຖິງຈຸດທີ່ແຕກກະຈັດກະຈາຍຄືກັບຊາຍ, ວຽກງານຢຸດສະງັກ, ຄົນສ່ວນໃຫຍ່ຮູ້ສຶກໝົດຫວັງຫຼາຍ ແລະ ສູນເສຍຄວາມສັດທາຂອງພວກເຂົາໃນພຣະເຈົ້າ ແລະ ບາງຄົນເຖິງກັບຢາກຢຸດຄວາມສັດທາຂອງພວກເຂົາ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາຕໍ່ໄປໄດ້. ສາເຫດຂອງເລື່ອງນີ້ແມ່ນຫຍັງ? ມັນເກີດຈາກການລົບກວນຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງຖືກຈັດການ, ຖືກຄັດອອກ ແລະ ຖືກຂັບໄລ່ ເພື່ອໃຫ້ຄຣິສຕະຈັກນີ້ມີຄວາມຫວັງ, ເພື່ອໃຫ້ຊີວິດໃນຄຣິສຕະຈັກກາຍເປັນປົກກະຕິ ແລະ ເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກເຂົ້າສູ່ລູ່ທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ. ບາງຄົນເວົ້າວ່າ: “ພຣະເຈົ້າຄືຄວາມຮັກ, ສະນັ້ນ ພວກເຮົາກໍຄວນໃຫ້ໂອກາດຜູ້ຕໍ່ຕ້ານພຣະຄຣິສກັບໃຈເຊັ່ນດຽວກັນ”. ຄຳເວົ້າເຫຼົ່ານີ້ຟັງເບິ່ງຄືດີຫຼາຍ, ແຕ່ຄວາມຈິງແລ້ວມັນເປັນແບບນັ້ນແທ້ບໍ? ຈົ່ງສັງເກດເບິ່ງຢ່າງລະມັດລະວັງ: ມີຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍຄົນໃດແດ່ທີ່ຖືກຂັບໄລ່ ແລ້ວຫັນກັບມາຮູ້ຈັກຕົນເອງໃນພາຍຫຼັງ ແລະ ສາມາດໄລ່ຕາມ ແລະ ຮັກຄວາມຈິງໄດ້? ມີຄົນໃດແດ່ທີ່ກັບໃຈ? ບໍ່ມີໃຜໃນພວກເຂົາທີ່ກັບໃຈ ແລະ ພວກເຂົາທຸກຄົນລ້ວນແຕ່ປະຕິເສດຢ່າງດື້ດ້ານ ທີ່ຈະສາລະພາບຄວາມບາບຂອງພວກເຂົາ ແລະ ບໍ່ວ່າຫຼາຍປີຕໍ່ມາ ເຈົ້າຈະເຫັນພວກເຂົາອີກຄັ້ງ, ພວກເຂົາກໍຍັງເປັນແບບນີ້, ຍັງຄົງຍຶດຕິດກັບສິ່ງເຫຼົ່ານັ້ນທີ່ເກີດຂຶ້ນໃນຕອນນັ້ນ ແລະ ບໍ່ຍອມປ່ອຍວາງ, ພະຍາຍາມແກ້ຕົວ ແລະ ອະທິບາຍຕົນເອງ. ອຸປະນິໄສຂອງພວກເຂົາບໍ່ໄດ້ປ່ຽນແປງເລີຍ. ຖ້າເຈົ້າຮັບພວກເຂົາກັບຄືນມາ ແລະ ອະນຸຍາດໃຫ້ພວກເຂົາສືບຕໍ່ໃຊ້ຊີວິດໃນຄຣິສຕະຈັກ ແລະ ໃຫ້ພວກເຂົາປະຕິບັດໜ້າທີ່, ພວກເຂົາກໍຍັງຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ຄືກັນກັບໂປໂລ, ພວກເຂົາຈະເຮັດຄວາມຜິດພາດແບບເກົ່າ, ຍົກຍ້ອງ ແລະ ເປັນພະຍານກ່ຽວກັບຕົນເອງ. ພວກເຂົາບໍ່ສາມາດຍ່າງໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງໄດ້ເລີຍ ແລະ ພວກເຂົາຈະຍ່າງໃນເສັ້ນທາງເກົ່າຂອງພວກເຂົາ, ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ເສັ້ນທາງຂອງໂປໂລ. ນີ້ຄືພື້ນຖານສຳລັບການຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສ.
ຍ້ອນທຳມະຊາດທີ່ປະສົງຮ້າຍຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ຍອມຈຳນົນຕໍ່ໃຜກໍຕາມທີ່ໄລ່ຕາມຄວາມຈິງ. ພວກເຂົາດູຖູກຜູ້ນຳ ແລະ ຜູ້ເຮັດວຽກຄົນໃດກໍຕາມທີ່ສາມາດເຮັດວຽກງານຕົວຈິງບາງຢ່າງໄດ້ ແລະ ເຖິງກັບຕີຕາວ່າຜູ້ນຳ ແລະ ຜູ້ເຮັດວຽກທັງໝົດເປັນຄົນຈອມປອມ, ຄືກັບວ່າມີພຽງແຕ່ພວກເຂົາເອງເທົ່ານັ້ນທີ່ຖືກຕ້ອງ ແລະ ຄົນອື່ນລ້ວນແຕ່ເຮັດຜິດພາດ. ບໍ່ວ່າຈະມີການໂອ້ລົມຄວາມຈິງແກ່ພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ຍອມຮັບການຖືກລິຮານເລີຍ ແລະ ຍັງຄົງຮັກສາມຸມມອງຂອງພວກເຂົາເອງໄວ້. ຖ້າໃຜກໍຕາມທີ່ລິຮານພວກເຂົາບໍ່ສາມາດເຮັດໃຫ້ພວກເຂົາເຊື່ອໝັ້ນໄດ້ຢ່າງສົມບູນ, ພວກເຂົາກໍຈະບໍ່ຍອມຮັບການລິຮານເຫຼົ່ານັ້ນ. ພວກເຂົາຄິດວ່າການຖືກລິຮານນັ້ນໄຮ້ປະໂຫຍດ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ນີ້ຄືມຸມມອງຂອງພວກເຂົາ. ພວກເຂົາຮັກສາມຸມມອງຂອງພວກເຂົາເອງຢູ່ສະເໝີ, ສະນັ້ນ ມັນຈຶ່ງຍາກຫຼາຍສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ ແລະ ໃນເວລາດຽວກັນ ພວກເຂົາກໍຕັດສິນ ແລະ ປະນາມຜູ້ທີ່ລິຮານພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສໄດ້ເປີດເຜີຍອຸປະນິໄສແບບໃດ ໃນວິທີທີ່ພວກເຂົາປະຕິບັດຕໍ່ການຖືກລິຮານ? ພວກເຈົ້າສາມາດເຫັນໄດ້ບໍວ່າແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ໜຶ່ງໃນລັກສະນະຫຼັກຂອງທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສກໍຄືຄວາມໂຫດຮ້າຍ. “ຄວາມໂຫດຮ້າຍ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາມີທັດສະນະຄະຕິທີ່ຕ່ຳຊ້າເປັນພິເສດກ່ຽວກັບຄວາມຈິງ, ບໍ່ພຽງແຕ່ບໍ່ສາມາດທີ່ຈະອ່ອນນ້ອມຕໍ່ການລິຮານ ແລະ ບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບການລິຮານເທົ່ານັ້ນ ແຕ່ເຖິງກັບປະນາມຜູ້ທີ່ລິຮານພວກເຂົາອີກດ້ວຍ. ນັ້ນຄືອຸປະນິໄສທີ່ໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສຄິດວ່າໃຜກໍຕາມທີ່ຍອມຮັບການຖືກລິຮານຈະອ່ອນແອຕໍ່ການຖືກຂົ່ມເຫັງ ແລະ ຄົນທີ່ມັກລິຮານຄົນອື່ນຢູ່ສະເໝີແມ່ນຜູ້ທີ່ປາຖະໜາທີ່ຈະເຢາະເຢີ້ຍ ແລະ ຂົ່ມເຫັງຜູ້ຄົນຢູ່ສະເໝີ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈະຕໍ່ຕ້ານໃຜກໍຕາມທີ່ລິຮານພວກເຂົາ ແລະ ພວກເຂົາຈະສ້າງຄວາມລຳບາກໃຫ້ຄົນຜູ້ນັ້ນ. ແລ້ວໃຜກໍຕາມທີ່ຍົກເອົາຂໍ້ບົກຜ່ອງ ຫຼື ຄວາມເສື່ອມຊາມຂອງຜູ້ຕໍ່ຕ້ານພຣະຄຣິສຂຶ້ນມາເວົ້າ ຫຼື ໂອ້ລົມກັບພວກເຂົາກ່ຽວກັບຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ ຫຼື ໃຫ້ພວກເຂົາຮູ້ຈັກຕົນເອງ, ພວກເຂົາກໍຄິດວ່າຄົນຜູ້ນັ້ນກຳລັງສ້າງຄວາມລຳບາກໃຫ້ພວກເຂົາ ແລະ ບໍ່ພໍໃຈພວກເຂົາ. ພວກເຂົາກຽດຊັງຄົນຜູ້ນັ້ນຈາກກົ້ນບຶ້ງຂອງຫົວໃຈຂອງພວກເຂົາ ແລະ ພວກເຂົາຈະແກ້ແຄ້ນຄົນເຫຼົ່ານັ້ນ ແລະ ເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບພວກເຂົາ. ນີ້ຄືອີກໜຶ່ງການສະແດງອອກຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ ເຊິ່ງພວກເຮົາຈະໂອ້ລົມກັນ. ພວກເຂົາກຽດຊັງໃຜກໍຕາມທີ່ລິຮານພວກເຂົາ ແລະ ເປີດໂປງພວກເຂົາ. ນີ້ຄືການສະແດງອອກທີ່ຊັດເຈນຫຼາຍໃນຕົວຜູ້ຕໍ່ຕ້ານພຣະຄຣິສ. ຄົນປະເພດໃດທີ່ມີອຸປະນິໄສທີ່ໂຫດຮ້າຍເຊັ່ນນີ້? ຄົນຊົ່ວຮ້າຍ. ຄວາມຈິງກໍຄື ຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນຊົ່ວຮ້າຍ. ດັ່ງນັ້ນ, ຈຶ່ງມີພຽງແຕ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ມີອຸປະນິໄສທີ່ໂຫດຮ້າຍແບບນີ້. ເມື່ອຄົນທີ່ໂຫດຮ້າຍໄດ້ປະເຊີນກັບການຕັກເຕືອນ, ການກ່າວຫາ, ການສັ່ງສອນ ຫຼື ການຊ່ວຍເຫຼືອດ້ວຍຄວາມຫວັງດີໃດກໍຕາມ, ທັດສະນະຄະຕິຂອງພວກເຂົາບໍ່ແມ່ນການຮູ້ສຶກຮູ້ບຸນຄຸນ ຫຼື ຍອມຮັບມັນຢ່າງຖ່ອມຕົວ, ແຕ່ໃນທາງກົງກັນຂ້າມ ພວກເຂົາພັດຄຽດແຄ້ນຈາກຄວາມອັບອາຍ ແລະ ຮູ້ສຶກເຖິງຄວາມບໍ່ເປັນມິດ, ຄວາມກຽດຊັງຢ່າງເຖິງທີ່ສຸດ ແລະ ເຖິງກັບແກ້ແຄ້ນ. ມີບາງຄົນທີ່ລິຮານ ແລະ ເປີດໂປງຜູ້ຕໍ່ຕ້ານພຣະຄຣິສໂດຍກ່າວວ່າ “ຊ່ວງທີ່ຜ່ານມານີ້ເຈົ້າປະພຶດຕົວບໍ່ເໝາະສົມ, ບໍ່ປະຕິບັດຕາມຫຼັກການ ແລະ ໂອ້ອວດຕົນເອງຢູ່ສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ. ເຈົ້າເຮັດວຽກເພື່ອເຫັນແກ່ສະຖານະ ແລະ ເຮັດໃຫ້ໜ້າທີ່ຂອງເຈົ້າວຸ້ນວາຍໄປໝົດ. ເຈົ້າເຮັດສິ່ງທີ່ຖືກຕ້ອງຕໍ່ພຣະເຈົ້າແລ້ວບໍ? ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາຄວາມຈິງເມື່ອປະຕິບັດໜ້າທີ່ຂອງເຈົ້າ? ເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດຕາມຫຼັກການ? ເມື່ອອ້າຍເອື້ອຍນ້ອງໂອ້ລົມກ່ຽວກັບຄວາມຈິງກັບເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ຍອມຮັບ? ເປັນຫຍັງເຈົ້າຈຶ່ງບໍ່ສົນໃຈພວກເຂົາ? ເປັນຫຍັງເຈົ້າຈຶ່ງຍັງຄົງເຮັດຕາມທີ່ເຈົ້າພໍໃຈ?” ຄຳຖາມວ່າເປັນຫຍັງຫຼາຍຂໍ້ນີ້, ຄຳເວົ້າເຫຼົ່ານີ້ທີ່ເປີດໂປງການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາ ມັນແທງໃຈດຳພວກເຂົາ: “ເປັນຫຍັງ? ບໍ່ມີຄຳວ່າ ‘ເປັນຫຍັງ’ ດອກ, ຂ້ອຍຈະເຮັດທຸກຢ່າງທີ່ຂ້ອຍຢາກເຮັດ! ເຈົ້າມີສິດຫຍັງມາລິຮານຂ້ອຍ? ເຈົ້າເປັນໃຜຈຶ່ງມາເຮັດແບບນັ້ນ? ຂ້ອຍເປັນຄົນເອົາແຕ່ໃຈ, ເຈົ້າຈະເຮັດຫຍັງຂ້ອຍໄດ້? ຕອນນີ້ຂ້ອຍກໍອາຍຸສ່ຳນີ້ແລ້ວ, ບໍ່ມີໃຜກ້າເວົ້າກັບຂ້ອຍແບບນີ້ດອກ. ມີແຕ່ຂ້ອຍເທົ່ານັ້ນທີ່ສາມາດເວົ້າແບບນີ້ກັບຄົນອື່ນໄດ້, ບໍ່ມີໃຜສາມາດເວົ້າກັບຂ້ອຍແບບນີ້ໄດ້. ຈະມີໃຜກ້າມາສັ່ງສອນຂ້ອຍ? ຄົນທີ່ສາມາດສັ່ງສອນຂ້ອຍໄດ້ຍັງບໍ່ທັນເກີດມາເທື່ອ! ເຈົ້າຄິດແທ້ໆບໍວ່າເຈົ້າສາມາດສັ່ງສອນຂ້ອຍໄດ້?” ຄວາມກຽດຊັງເກີດຂຶ້ນໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ພວກເຂົາກໍຊອກຫາໂອກາດໃນການແກ້ແຄ້ນ. ໃນຫົວໃຈຂອງພວກເຂົາກຳລັງຄິດໄລ່: “ຄົນທີ່ລິຮານຂ້ອຍນີ້ມີອຳນາດໃນຄຣິສຕະຈັກບໍ? ຖ້າຂ້ອຍແກ້ແຄ້ນລາວ, ຈະມີໃຜອອກໜ້າແທນລາວບໍ? ຖ້າຂ້ອຍເຮັດໃຫ້ລາວທົນທຸກ, ຄຣິສຕະຈັກຈະຈັດການກັບຂ້ອຍບໍ? ຂ້ອຍມີວິທີແກ້ໄຂແລ້ວ. ຂ້ອຍຈະບໍ່ແກ້ແຄ້ນລາວຕໍ່ໜ້າ, ແຕ່ຈະຈັດການລາວລັບຫຼັງ. ຂ້ອຍຈະເຮັດບາງສິ່ງກັບຄອບຄົວຂອງລາວ ເພື່ອເຮັດໃຫ້ລາວທົນທຸກ ແລະ ອັບອາຍ, ດ້ວຍວິທີນັ້ນ ຂ້ອຍຈຶ່ງຈະລະບາຍຄວາມຄຽດແຄ້ນນີ້ໄດ້. ຂ້ອຍຕ້ອງແກ້ແຄ້ນໃຫ້ໄດ້. ຂ້ອຍບໍ່ສາມາດປ່ອຍວາງເລື່ອງນີ້ໄປໄດ້. ຂ້ອຍບໍ່ໄດ້ເລີ່ມເຊື່ອໃນພຣະເຈົ້າເພື່ອໃຫ້ຖືກກົດຂີ່ ແລະ ຂ້ອຍບໍ່ໄດ້ມາທີ່ນີ້ ເພື່ອໃຫ້ຜູ້ຄົນລັງແກຂ້ອຍຕາມທີ່ພວກເຂົາຕ້ອງການ, ຂ້ອຍມາເພື່ອຮັບພອນ ແລະ ເຂົ້າສູ່ອານາຈັກສະຫວັນ! ຄົນເຮົາຕ້ອງການຄວາມພາກພູມໃຈ ຄືກັນກັບຊ້າງທີ່ຕ້ອງການງາ. ຄົນເຮົາຕ້ອງມີກະດູກສັນຫຼັງ ທີ່ຈະຕໍ່ສູ້ເພື່ອສັກສີຂອງຕົນ. ເຈົ້າກ້າດີແນວໃດມາເປີດໂປງຂ້ອຍ. ນີ້ຄືການລັງແກກັນ! ໃນເມື່ອເຈົ້າບໍ່ປະຕິບັດຕໍ່ຂ້ອຍຄືກັບບຸກຄົນສຳຄັນ, ຂ້ອຍກໍຈະເຮັດໃຫ້ເຈົ້າໄດ້ເຫັນດີ ແລະ ຂ້ອຍຈະເຮັດໃຫ້ເຈົ້າໄດ້ຮັບຜົນທີ່ຕາມ. ມາສູ້ກັນຈັກຕັ້ງເບິ່ງ, ແລ້ວມາເບິ່ງກັນວ່າໃຜຈະຮ້າຍກາດກວ່າກັນ!” ພຽງແຕ່ຄຳເວົ້າເປີດໂປງແບບງ່າຍໆສອງສາມຄຳກໍເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສຄຽດແຄ້ນ ແລະ ກະຕຸ້ນໃຫ້ເກີດຄວາມກຽດຊັງອັນໃຫຍ່ຫຼວງເຊັ່ນນີ້ໃນຕົວພວກເຂົາ, ເຮັດໃຫ້ພວກເຂົາພະຍາຍາມຢ່າງໜັກ ເພື່ອແກ້ແຄ້ນ. ອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາຖືກເປີດເຜີຍອອກມາຢ່າງສິ້ນເຊີງ. ແນ່ນອນ ເມື່ອພວກເຂົາແກ້ແຄ້ນຄົນອື່ນຍ້ອນຄວາມກຽດຊັງ, ມັນບໍ່ແມ່ນຍ້ອນພວກເຂົາມີຄວາມກຽດຊັງ ຫຼື ຄວາມແຄ້ນໃຈເກົ່າຕໍ່ຄົນຜູ້ນັ້ນ, ແຕ່ຍ້ອນວ່າຄົນຜູ້ນັ້ນໄດ້ເປີດໂປງຄວາມຜິດພາດຂອງພວກເຂົາ. ສິ່ງນີ້ສະແດງໃຫ້ເຫັນວ່າ ພຽງແຕ່ການກະທຳທີ່ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າໃຜຈະເປັນຄົນເຮັດກໍຕາມ ແລະ ບໍ່ວ່າພວກເຂົາຈະມີຄວາມສຳພັນແນວໃດກັບຜູ້ຕໍ່ຕ້ານພຣະຄຣິສກໍຕາມ, ກໍສາມາດກະຕຸ້ນຄວາມກຽດຊັງຂອງພວກເຂົາ ແລະ ຍຸຍົງໃຫ້ພວກເຂົາແກ້ແຄ້ນໄດ້. ບໍ່ວ່າຈະເປັນໃຜກໍຕາມ, ບໍ່ວ່າພວກເຂົາຈະເຂົ້າໃຈຄວາມຈິງ ຫຼື ບໍ່ ຫຼື ບໍ່ວ່າພວກເຂົາຈະເປັນຜູ້ນຳ ຫຼື ຜູ້ເຮັດວຽກ ຫຼື ເປັນສະມາຊິກທຳມະດາໃນໝູ່ຜູ້ຄົນທີ່ພຣະເຈົ້າເລືອກກໍຕາມ, ຕາບໃດທີ່ຄົນໃດຄົນໜຶ່ງໄດ້ເປີດໂປງ ແລະ ລິຮານຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈະປະຕິບັດຕໍ່ຄົນຜູ້ນັ້ນຄືກັບສັດຕູ. ພວກເຂົາເຖິງກັບເວົ້າຢ່າງເປີດເຜີຍວ່າ “ຂ້ອຍຈະຈັດການກັບໃຜກໍຕາມທີ່ລິຮານຂ້ອຍຢ່າງໜັກ. ໃຜກໍຕາມທີ່ລິຮານຂ້ອຍ, ເປີດໂປງເລື່ອງບໍ່ດີຂອງຂ້ອຍ, ເຮັດໃຫ້ຂ້ອຍຖືກຂັບໄລ່ໂດຍເຮືອນຂອງພຣະເຈົ້າ ຫຼື ຍາດເອົາສ່ວນແບ່ງພອນຂອງຂ້ອຍໄປ, ຂ້ອຍຈະບໍ່ມີທາງປ່ອຍພວກເຂົາໄປເດັດຂາດ. ນັ້ນຄືສິ່ງທີ່ຂ້ອຍເປັນໃນໂລກພາຍນອກ: ບໍ່ມີໃຜກ້າສ້າງບັນຫາໃຫ້ຂ້ອຍ. ຄົນທີ່ກ້າມາກວນໃຈຂ້ອຍຍັງບໍ່ທັນເກີດມາເທື່ອ!” ນີ້ຄືປະເພດຄຳເວົ້າທີ່ດຸຮ້າຍທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າອອກມາ ເມື່ອພວກເຂົາປະເຊີນກັບການຖືກລິຮານ. ເມື່ອພວກເຂົາເວົ້າຄຳເວົ້າທີ່ດຸຮ້າຍເຫຼົ່ານີ້ອອກມາ, ມັນບໍ່ແມ່ນເພື່ອຂົ່ມຂູ່ຄົນອື່ນ, ທັງບໍ່ແມ່ນການລະບາຍອາລົມເພື່ອປົກປ້ອງຕົນເອງ. ພວກເຂົາສາມາດເຮັດຄວາມຊົ່ວຮ້າຍໄດ້ຢ່າງແທ້ຈິງ ແລະ ພວກເຂົາຈະລົດຕົວລົງໄປໃຊ້ທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້. ນີ້ຄືອຸປະນິໄສທີ່ໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຜູ້ນຳ ແລະ ຜູ້ເຮັດວຽກບາງຄົນພົບພໍ້ກັບຜູ້ຕໍ່ຕ້ານພຣະຄຣິສແບບນີ້, ພວກເຂົາບໍ່ມີຄວາມກ້າຫານທີ່ຈະເປີດໂປງພວກເຂົາ ຫຼື ດຳເນີນການຕໍ່ຕ້ານພວກເຂົາ ແລະ ໃນທີ່ສຸດຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງຮ້າຍແຮງຂຶ້ນ. ການເຮັດຄວາມຊົ່ວຮ້າຍຂອງພວກເຂົາຍິ່ງໜ້າດ້ານຂຶ້ນ, ພວກເຂົາພະຍາຍາມເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ລົບກວນຜູ້ຄົນຢູ່ເລື້ອຍໆ ແລະ ໃນທີ່ສຸດພວກເຂົາກໍເຮັດໃຫ້ຄົນສ່ວນໃຫຍ່ຫຼົງຜິດໄດ້ ແລະ ຄວບຄຸມພວກເຂົາ. ນີ້ຄືສິ່ງທີ່ນຳໄປສູ່ຄວາມຫາຍະນະ. ເມື່ອຜູ້ຕໍ່ຕ້ານພຣະຄຣິສບາງຄົນພົບວ່າການກະທຳທີ່ຊົ່ວຮ້າຍຂອງພວກເຂົາຖືກເປີດໂປງ ຫຼື ຖືກລາຍງານຕໍ່ເບື້ອງເທິງໂດຍອ້າຍເອື້ອຍນ້ອງ, ພວກເຂົາກໍແກ້ແຄ້ນ ແລະ ສົ່ງຕົວຄົນເຫຼົ່ານັ້ນໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່, ພວກເຂົາສົ່ງຕົວຄົນເຫຼົ່ານັ້ນໃຫ້ກັບລະບອບການປົກຄອງຂອງຊາຕານ. ນີ້ຄືອຸປະນິໄສທີ່ໂຫດຮ້າຍແມ່ນບໍ? ແລ້ວເນື່ອງຈາກວ່າຜູ້ຕໍ່ຕ້ານພຣະຄຣິສໂຫດຮ້າຍຫຼາຍ, ພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ? ບໍ່ເຊື່ອຢ່າງແນ່ນອນ. ພວກເຂົາແມ່ນຄົນຮັບໃຊ້ຂອງຊາຕານ ແລະ ພວກເຂົາກໍມາເພື່ອລົບກວນຄຣິສຕະຈັກ; ພວກເຂົາແມ່ນຜີຮ້າຍທີ່ຊົ່ວຮ້ານທີ່ເລັດລອດເຂົ້າມາໃນເຮືອນຂອງພຣະເຈົ້າ ແລະ ບໍ່ເຮັດຫຍັງເລີຍນອກຈາກຂັດຂວາງ ແລະ ທຳລາຍວຽກງານຂອງພຣະເຈົ້າ ແລະ ພວກເຂົາກໍຕໍ່ຕ້ານພຣະເຈົ້າ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນສັດຕູຂອງພຣະເຈົ້າ ແລະ ຜູ້ຄົນທີ່ພຣະເຈົ້າເລືອກ. ການປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິສ, ຜີຮ້າຍທີ່ຊົ່ວຮ້າຍຄືກັນກັບອ້າຍເອື້ອຍນ້ອງຈະເປັນຄວາມຜິດພາດອັນຮ້າຍແຮງ; ເຈົ້າຕ້ອງຕາບອດແນ່ນອນຈຶ່ງເຮັດສິ່ງເຊັ່ນນີ້. ຖ້າຜູ້ຕໍ່ຕ້ານພຣະຄຣິສຖືກຫົດນໍ້າ, ຖືກລ້ຽງດູ ແລະ ຖືກສະໜັບສະໜູນຄືກັບວ່າພວກເຂົາເປັນອ້າຍເອື້ອຍນ້ອງ ຫຼື ຖ້າພວກເຂົາໄດ້ຮັບການເລື່ອນຕຳແໜ່ງ ແລະ ໄດ້ຮັບບົດບາດສຳຄັນຄືກັບວ່າພວກເຂົາເປັນຜູ້ທີ່ໄລ່ຕາມຄວາມຈິງ, ຜູ້ນຳກໍກຳລັງເຮັດຄວາມຊົ່ວຮ້າຍອັນໃຫຍ່ຫຼວງ. ພວກເຂົາມີສ່ວນຮ່ວມໃນຄວາມຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາຄວນຖືກກຳຈັດ. ຜູ້ນຳປອມເຊັ່ນນີ້ແມ່ນຜູ້ສົມຮູ້ຮ່ວມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນກໍຍຸຕິທຳແລ້ວທີ່ຈະເວົ້າວ່າ ພວກເຂົາເອງກໍເປັນຜູ້ຕໍ່ຕ້ານພຣະຄຣິສທີ່ຄວນຖືກຄັດອອກ ແລະ ຂັບໄລ່.
ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ທັດສະນະຄະຕິຂອງພວກເຂົາບໍ່ແມ່ນການຍອມຮັບ ແລະ ການເຊື່ອຟັງ. ແຕ່ໃນທາງກົງກັນຂ້າມ ພວກເຂົາພັດຕໍ່ຕ້ານ ແລະ ເບື່ອໜ່າຍຕໍ່ສິ່ງນັ້ນ ເຊິ່ງກໍ່ໃຫ້ເກີດຄວາມກຽດຊັງ. ພວກເຂົາກຽດຊັງຈາກກົ້ນບຶ້ງຂອງຫົວໃຈຕໍ່ໃຜກໍຕາມທີ່ລິຮານພວກເຂົາ, ໃຜກໍຕາມທີ່ເປີດເຜີຍເລື່ອງບໍ່ດີຂອງພວກເຂົາ ແລະ ເປີດໂປງສະພາບການຕົວຈິງຂອງພວກເຂົາ. ພວກເຂົາກຽດຊັງເຈົ້າໃນລະດັບໃດ? ພວກເຂົາກັດແຂ້ວດ້ວຍຄວາມເຄືອງແຄ້ນ, ປາຖະໜາຢາກໃຫ້ເຈົ້າຫາຍໄປຈາກສາຍຕາຂອງພວກເຂົາ ແລະ ຮູ້ສຶກວ່າພວກເຈົ້າທັງສອງບໍ່ສາມາດຢູ່ຮ່ວມກັນໄດ້. ຖ້າຜູ້ຕໍ່ຕ້ານພຣະຄຣິສເປັນແບບນີ້ກັບຜູ້ຄົນ, ແລ້ວພວກເຂົາຈະສາມາດຍອມຮັບພຣະທຳຂອງພຣະເຈົ້າທີ່ເປີດໂປງ ແລະ ປະນາມພວກເຂົາໄດ້ບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ໃຜກໍຕາມທີ່ເປີດໂປງພວກເຂົາ, ພວກເຂົາກໍຈະກຽດຊັງພຽງເພາະການເປີດໂປງພວກເຂົາ ແລະ ບໍ່ເປັນຜົນດີຕໍ່ພວກເຂົາ ແລະ ພວກເຂົາກໍຈະແກ້ແຄ້ນ. ພວກເຂົາຢາກຈະໃຫ້ຄົນທີ່ລິຮານພວກເຂົາຫາຍໄປຈາກສາຍຕາຂອງພວກເຂົາ. ພວກເຂົາທົນບໍ່ໄດ້ທີ່ຈະເຫັນຄົນຜູ້ນີ້ໄດ້ດີ. ຖ້າຄົນຜູ້ນີ້ຕາຍ ຫຼື ພົບກັບຄວາມຫາຍະນະ, ພວກເຂົາກໍຈະມີຄວາມສຸກ; ຕາບໃດທີ່ຄົນຜູ້ນີ້ຍັງມີຊີວິດຢູ່ ແລະ ຍັງຄົງປະຕິບັດໜ້າທີ່ຂອງຕົນໃນເຮືອນຂອງພຣະເຈົ້າ ແລະ ທຸກຢ່າງຍັງດຳເນີນໄປຕາມປົກກະຕິ, ພວກເຂົາກໍຈະຮູ້ສຶກທົນທຸກ, ບໍ່ສະບາຍໃຈ ແລະ ລຳຄານໃນຫົວໃຈຂອງພວກເຂົາ. ເມື່ອພວກເຂົາບໍ່ມີວິທີທີ່ຈະແກ້ແຄ້ນໃຜບາງຄົນ, ພວກເຂົາກໍຈະສາບແຊ່ງຄົນຜູ້ນັ້ນຢ່າງລັບໆ ຫຼື ເຖິງກັບອະທິຖານຂໍໃຫ້ພຣະເຈົ້າລົງໂທດ ແລະ ແກ້ແຄ້ນຄົນຜູ້ນັ້ນ ແລະ ຂໍໃຫ້ພຣະເຈົ້າໃຫ້ຄວາມເປັນທຳກັບພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ສ້າງຄວາມກຽດຊັງນີ້ຂຶ້ນມາ, ສິ່ງນີ້ກໍຈະນຳໄປສູ່ການກະທຳຫຼາຍຢ່າງ. ການກະທຳເຫຼົ່ານີ້ລວມມີການແກ້ແຄ້ນ ແລະ ການສາບແຊ່ງ ແລະ ແນ່ນອນວ່າຍັງມີການກະທຳອື່ນໆອີກ ເຊັ່ນ: ການໃສ່ຮ້າຍ, ການໝິ່ນປະໝາດ ແລະ ການປະນາມຄົນອື່ນ ເຊິ່ງເກີດຈາກຄວາມກຽດຊັງ. ຖ້າຄົນໃດຄົນໜຶ່ງລິຮານພວກເຂົາ, ພວກເຂົາກໍຈະທຳລາຍຄົນຜູ້ນັ້ນລັບຫຼັງ. ເມື່ອຄົນຜູ້ນັ້ນເວົ້າວ່າບາງສິ່ງທີ່ຖືກຕ້ອງ, ພວກເຂົາກໍຈະເວົ້າວ່າມັນຜິດ. ພວກເຂົາຈະບິດເບືອນສິ່ງທີ່ເປັນບວກທັງໝົດທີ່ຄົນຜູ້ນັ້ນເຮັດ ແລະ ເຮັດໃຫ້ພວກມັນກາຍເປັນສິ່ງທີ່ເປັນລົບ, ໂດຍເຜີຍແຜ່ຄຳຕົວະເຫຼົ່ານີ້ ແລະ ກໍ່ໃຫ້ເກີດການລົບກວນລັບຫຼັງພວກເຂົາ. ພວກເຂົາຈະຍຸຍົງ ແລະ ດຶງດູດຄົນທີ່ໂງ່ຈ້າ ແລະ ບໍ່ສາມາດເບິ່ງທະລຸສິ່ງຕ່າງໆ ຫຼື ແຍກແຍະດ້ວຍຕົນເອງໄດ້ ເພື່ອໃຫ້ຄົນເຫຼົ່ານີ້ເຂົ້າຮ່ວມຝ່າຍພວກເຂົາ ແລະ ສະໜັບສະໜູນພວກເຂົາ. ເຫັນໄດ້ຢ່າງຊັດເຈນວ່າ ຄົນທີ່ລິຮານພວກເຂົາບໍ່ໄດ້ເຮັດສິ່ງທີ່ບໍ່ດີອັນໃດ, ແຕ່ພວກເຂົາກໍຍັງຕ້ອງການຍັດຍຽດການກະທຳທີ່ຜິດບາງຢ່າງໃຫ້ກັບຄົນຜູ້ນັ້ນ ເພື່ອໃຫ້ທຸກຄົນເຊື່ອຢ່າງຜິດໆວ່າພວກເຂົາເຮັດສິ່ງເຫຼົ່ານີ້ ແລະ ຈາກນັ້ນກໍເຮັດໃຫ້ທຸກຄົນຮ່ວມມືກັນ ເພື່ອປະຕິເສດຄົນຜູ້ນັ້ນ. ຜູ້ຕໍ່ຕ້ານພຣະຄຣິສລົບກວນຊີວິດໃນຄຣິສຕະຈັກດ້ວຍວິທີນີ້ ແລະ ລົບກວນຜູ້ຄົນໃນການປະຕິບັດໜ້າທີ່ຂອງພວກເຂົາ. ເປົ້າໝາຍຂອງພວກເຂົາແມ່ນຫຍັງ? ມັນແມ່ນການສ້າງຄວາມລຳບາກໃຫ້ຄົນທີ່ລິຮານພວກເຂົາ ແລະ ເຮັດໃຫ້ທຸກຄົນປະຖິ້ມຄົນຜູ້ນັ້ນ. ຍັງມີຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເວົ້າວ່າ: “ເຈົ້າລິຮານຂ້ອຍ ແລະ ສ້າງຄວາມລຳບາກໃຫ້ຂ້ອຍ, ສະນັ້ນ ຂ້ອຍກໍຈະບໍ່ປ່ອຍໃຫ້ເຈົ້າຢູ່ຢ່າງສະບາຍຄືກັນ. ຂ້ອຍຈະໃຫ້ເຈົ້າໄດ້ຊີມລົດຊາດຂອງການຖືກລິຮານ ແລະ ການຖືກປະຖິ້ມວ່າມັນເປັນແນວໃດ. ບໍ່ວ່າເຈົ້າຈະປະຕິບັດຕໍ່ຂ້ອຍແນວໃດ, ຂ້ອຍກໍຈະປະຕິບັດຕໍ່ເຈົ້າແບບນັ້ນ. ຖ້າເຈົ້າບໍ່ປ່ອຍໃຫ້ຂ້ອຍຢູ່ຢ່າງສະບາຍ, ກໍຢ່າຄິດວ່າເຈົ້າຈະໄດ້ຢູ່ຢ່າງສະບາຍຄືກັນ!” ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດຄວາມຊົ່ວຮ້າຍ, ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນກໍເອີ້ນພວກເຂົາມາໂອ້ລົມ, ບອກພວກເຂົາວ່າພວກເຂົາຕ້ອງກັບໃຈ ແລະ ອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ ເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາ. ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບມັນເທົ່ານັ້ນ ແຕ່ພວກເຂົາຍັງສ້າງຂ່າວລືທີ່ບໍ່ມີມູນຄວາມຈິງວ່າ ຜູ້ນຳບໍ່ໄດ້ເຮັດວຽກງານຕົວຈິງໃດໜຶ່ງ ແລະ ບໍ່ເຄີຍໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາ. ຄວາມຈິງແລ້ວ ຜູ້ນຳຫາກໍເຮັດວຽກງານເຊັ່ນນີ້ໄປ, ແຕ່ພວກເຂົາພັດຫັນກັບມາບິດເບືອນຄວາມຈິງ ແລະ ໃສ່ຮ້າຍຄົນທີ່ຊ່ວຍເຫຼືອພວກເຂົາ. ນີ້ບໍ່ແມ່ນຄວາມໂຫດຮ້າຍບໍ? ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ມືນຕາເວົ້າຕົວະ ໂດຍອ້າງວ່າສິ່ງທີ່ເປັນບວກແມ່ນສິ່ງທີ່ເປັນລົບ, ອ້າງວ່າການກະທຳຜິດ, ຄວາມຜິດພາດ, ການກະທຳທີ່ຊົ່ວຮ້າຍ ແລະ ການກະທຳທີ່ປະສົງຮ້າຍຂອງພວກເຂົາແມ່ນສິ່ງທີ່ເປັນບວກ ເຊິ່ງສອດຄ່ອງກັບຄວາມຈິງ. ບໍ່ວ່າພວກເຂົາຈະເຮັດຄວາມຜິດພາດໃຫຍ່ຫຼວງສໍ່າໃດ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າພວກເຂົາຈະກໍ່ໃຫ້ເກີດອັນຕະລາຍຕໍ່ວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ ຫຼື ບໍ່ເອົາຈິງເອົາຈັງກັບມັນເລີຍ. ເມື່ອພວກເຂົາເວົ້າເຖິງມັນ, ພວກເຂົາກໍເຮັດໃຫ້ມັນເບິ່ງຄືວ່າເປັນເລື່ອງນ້ອຍ ແລະ ປັດມັນຖິ້ມໄປ. ຄົນທີ່ລິຮານພວກເຂົາຍ້ອນເລື່ອງນີ້ກາຍເປັນຄົນບາບໃນສາຍຕາຂອງພວກເຂົາ ແລະ ກາຍເປັນເປົ້າໝາຍຂອງການວິພາກວິຈານແທນ. ນີ້ບໍ່ແມ່ນການກັບດຳໃຫ້ເປັນຂາວບໍ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຖິງກັບກ່າວຫາຄືນຢ່າງຜິດໆ ເມື່ອພວກເຂົາຖືກລິຮານໂດຍຜູ້ນຳ ຫຼື ຜູ້ເຮັດວຽກ ໂດຍກ່າວວ່າ: “ບໍ່ວ່າອ້າຍເອື້ອຍນ້ອງພວກເຮົາຈະເຮັດຄວາມຜິດພາດຫຍັງກໍຕາມ ລ້ວນແຕ່ເກີດຈາກຄວາມໂງ່ຈ້າ ແລະ ເກີດຈາກການທີ່ຜູ້ນຳ ແລະ ຜູ້ເຮັດວຽກລົ້ມເຫຼວໃນການເຮັດວຽກງານໃຫ້ດີ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກຮູ້ວິທີປະຕິບັດວຽກງານຂອງພວກເຂົາ, ໃຫ້ຄຳເຕືອນພວກເຮົາຢ່າງທັນທ່ວງທີ ແລະ ຈັດການສິ່ງຕ່າງໆໄດ້ດີ, ແລ້ວຄວາມເສຍຫາຍຕໍ່ເຮືອນຂອງພຣະເຈົ້າຈະບໍ່ຫຼຸດລົງບໍ? ສະນັ້ນ, ບໍ່ວ່າພວກເຮົາຈະເຮັດຄວາມຜິດພາດຫຍັງກໍຕາມ, ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງເປັນຜູ້ຮັບເອົາຄວາມຜິດທັງໝົດ ແລະ ຄວນຮັບຜິດຊອບຫຼາຍທີ່ສຸດ.” ນີ້ບໍ່ແມ່ນການກ່າວຫາຄືນຢ່າງຜິດໆບໍ? ການກ່າວຫາຄືນຢ່າງຜິດໆເຫຼົ່ານີ້ແມ່ນການກັບດຳໃຫ້ເປັນຂາວ ແລະ ເປັນຮູບແບບໜຶ່ງຂອງການແກ້ແຄ້ນ.
ຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສທີ່ໂຫດຮ້າຍຢ່າງເຖິງທີ່ສຸດ. ຖ້າເຈົ້າພະຍາຍາມລິຮານພວກເຂົາ ຫຼື ເປີດໂປງພວກເຂົາ, ພວກເຂົາກໍຈະກຽດຊັງເຈົ້າ ແລະ ກັດເຈົ້າຄືກັບງູພິດ, ບໍ່ວ່າເຈົ້າຈະສະບັດພວກເຂົາອອກແຮງສໍ່າໃດກໍຕາມ ກໍບໍ່ສາມາດສະບັດພວກເຂົາອອກໄດ້. ເມື່ອພວກເຈົ້າພົບພໍ້ກັບຜູ້ຕໍ່ຕ້ານພຣະຄຣິສເຊັ່ນນີ້, ພວກເຈົ້າຮູ້ສຶກຢ້ານບໍ? ບາງຄົນກໍຢ້ານ ແລະ ເວົ້າວ່າ “ຂ້ອຍບໍ່ກ້າລິຮານພວກເຂົາດອກ. ພວກເຂົາຮ້າຍກາດຫຼາຍ, ຄືກັບງູພິດ ແລະ ຖ້າພວກເຂົາຮັດຂ້ອຍໄວ້, ຂ້ອຍກໍຄົງບໍ່ລອດ.” ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາມີວຸດທິພາວະທີ່ຕ່ຳເກີນໄປ, ພວກເຂົາເປັນຄົນໄຮ້ຄ່າ, ພວກເຂົາບໍ່ແມ່ນທະຫານທີ່ດີຂອງພຣະຄຣິສ ແລະ ພວກເຂົາບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ສະນັ້ນ, ພວກເຈົ້າຄວນເຮັດແນວໃດເມື່ອພວກເຈົ້າໄດ້ພົບພໍ້ກັບຜູ້ຕໍ່ຕ້ານພຣະຄຣິສເຊັ່ນນີ້? ຖ້າພວກເຂົາຂົ່ມຂູ່ເຈົ້າ ຫຼື ພະຍາຍາມເອົາຊີວິດຂອງເຈົ້າ, ເຈົ້າຈະຢ້ານບໍ? ໃນສະຖານະການເຊັ່ນນີ້, ເຈົ້າຕ້ອງຮ່ວມມືກັບອ້າຍເອື້ອຍນ້ອງຂອງເຈົ້າຢ່າງວ່ອງໄວ ແລະ ລຸກຂຶ້ນ, ສືບສວນ, ຮວບຮວມຫຼັກຖານ ແລະ ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ຈົນກວ່າພວກເຂົາຈະຖືກຄັດອອກຈາກຄຣິສຕະຈັກ. ນີ້ຄືການແກ້ໄຂບັນຫາຢ່າງສິ້ນເຊີງ. ເມື່ອເຈົ້າຄົ້ນພົບເຫັນຜູ້ຕໍ່ຕ້ານພຣະຄຣິສ ແລະ ລະບຸໄດ້ຢ່າງຊັດເຈນວ່າພວກເຂົາມີລັກສະນະຂອງຄົນຊົ່ວຮ້າຍ ແລະ ສາມາດທໍລະມານ ແລະ ແກ້ແຄ້ນຄົນອື່ນໄດ້, ຢ່າລໍຖ້າໃຫ້ພວກເຂົາເຮັດຄວາມຊົ່ວຮ້າຍຫຼາຍຢ່າງ ແລະ ຮວບຮວມຫຼັກຖານກ່ອນທີ່ເຈົ້າຈະຈັດການກັບຄົນເຫຼົ່ານັ້ນ. ສິ່ງນີ້ເປັນການຕັ້ງຮັບ ແລະ ຈະກໍ່ໃຫ້ເກີດຄວາມເສຍຫາຍບາງຢ່າງແລ້ວ. ມັນຈະດີທີ່ສຸດ, ເມື່ອຜູ້ຕໍ່ຕ້ານພຣະຄຣິສສະແດງໃຫ້ເຫັນວ່າພວກເຂົາມີລັກສະນະຂອງຄົນຊົ່ວຮ້າຍ ແລະ ເປີດເຜີຍອຸປະນິໄສທີ່ມີເລ່ຫຼ່ຽມ ແລະ ປະສົງຮ້າຍຂອງພວກເຂົາ ແລະ ພວກເຂົາກຳລັງຈະລົງມືກະທຳ, ກໍໃຫ້ຈັດການ, ແກ້ໄຂ, ຄັດອອກ ແລະ ຂັບໄລ່ພວກເຂົາ. ນີ້ຄືວິທີການທີ່ສົມເຫດສົມຜົນທີ່ສຸດ. ບາງຄົນຢ້ານການແກ້ແຄ້ນຈາກຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາບໍ່ກ້າເປີດໂປງພວກເຂົາ. ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ເຈົ້າບໍ່ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້, ເຊິ່ງໂດຍທຳມະຊາດແລ້ວມັນສະແດງໃຫ້ເຫັນວ່າເຈົ້າບໍ່ຈົງຮັກພັກດີຕໍ່ພຣະເຈົ້າ. ເຈົ້າຢ້ານວ່າຜູ້ຕໍ່ຕ້ານພຣະຄຣິສອາດຈະຈັບຈຸດອ່ອນ ເພື່ອແກ້ແຄ້ນເຈົ້າ, ມັນຈະມີບັນຫາຫຍັງ? ເປັນໄປໄດ້ບໍວ່າເຈົ້າບໍ່ໄວ້ໃຈໃນຄວາມຊອບທຳຂອງພຣະເຈົ້າ? ເຈົ້າບໍ່ຮູ້ບໍວ່າຄວາມຈິງປົກຄອງຢູ່ໃນເຮືອນຂອງພຣະເຈົ້າ? ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະສາມາດຈັບຈຸດອ່ອນຂອງບັນຫາຄວາມເສື່ອມຊາມບາງຢ່າງໃນຕົວເຈົ້າ ແລະ ເຮັດໃຫ້ມັນເປັນເລື່ອງໃຫຍ່ໂຕ, ເຈົ້າກໍບໍ່ຄວນຢ້ານ. ໃນເຮືອນຂອງພຣະເຈົ້າ, ບັນຫາຕ່າງໆຖືກຈັດການໂດຍອີງໃສ່ຫຼັກການຄວາມຈິງ. ການກະທຳຜິດບໍ່ໄດ້ໝາຍຄວາມວ່າຄົນຜູ້ນັ້ນເປັນຄົນຊົ່ວຮ້າຍ. ເຮືອນຂອງພຣະເຈົ້າບໍ່ເຄີຍຈັດການກັບຄົນໃດໜຶ່ງ ຍ້ອນການເປີດເຜີຍຄວາມເສື່ອມຊາມພຽງຊົ່ວຄາວ ຫຼື ການກະທຳຜິດເປັນບາງຄັ້ງຄາວ. ເຮືອນຂອງພຣະເຈົ້າຈັດການກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍເຫຼົ່ານັ້ນທີ່ສ້າງການລົບກວນ ແລະ ເຮັດຄວາມຊົ່ວຢູ່ສະເໝີ ແລະ ຜູ້ທີ່ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ເຮືອນຂອງພຣະເຈົ້າຈະບໍ່ມີທາງກ່າວຫາຄົນດີຢ່າງຜິດໆເດັດຂາດ. ມັນປະຕິບັດຕໍ່ທຸກຄົນຢ່າງຍຸຕິທຳ. ເຖິງແມ່ນວ່າຜູ້ນຳປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສຈະກ່າວຫາຄົນດີຢ່າງຜິດໆ, ເຮືອນຂອງພຣະເຈົ້າກໍຈະພິສູດຄວາມບໍລິສຸດໃຫ້ພວກເຂົາ. ຄຣິສຕະຈັກຈະບໍ່ມີທາງຄັດຄົນດີອອກ ຫຼື ຈັດການກັບຄົນດີທີ່ສາມາດເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແລະ ມີຄວາມຮູ້ສຶກຍຸຕິທຳເດັດຂາດ. ຜູ້ຄົນມັກຈະຢ້ານວ່າຜູ້ຕໍ່ຕ້ານພຣະຄຣິສຈະຈັບຈຸດອ່ອນ ເພື່ອແກ້ແຄ້ນພວກເຂົາ. ແຕ່ເຈົ້າບໍ່ຢ້ານການລ່ວງເກີນພຣະເຈົ້າ ແລະ ເຮັດໃຫ້ພຣະອົງລັງກຽດເຈົ້າບໍ? ຖ້າເຈົ້າຢ້ານວ່າຜູ້ຕໍ່ຕ້ານພຣະຄຣິສຈະຈັບຈຸດອ່ອນ ເພື່ອແກ້ແຄ້ນເຈົ້າ, ເປັນຫຍັງຈຶ່ງບໍ່ຍຶດເອົາຫຼັກຖານການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສຜູ້ນັ້ນເພື່ອລາຍງານ ແລະ ເປີດໂປງພວກເຂົາ? ໃນການເຮັດເຊັ່ນນັ້ນ, ເຈົ້າຈະໄດ້ຮັບການຮອງຮັບ ແລະ ການສະໜັບສະໜູນຈາກຜູ້ຄົນທີ່ພຣະເຈົ້າເລືອກ ແລະ ທີ່ສຳຄັນທີ່ສຸດ, ພຣະເຈົ້າຈະຈື່ຈຳການກະທຳທີ່ດີ ແລະ ການກະທຳທີ່ຍຸຕິທຳຂອງເຈົ້າ. ສະນັ້ນ, ເປັນຫຍັງຈຶ່ງບໍ່ເຮັດສິ່ງນີ້? ຜູ້ຄົນທີ່ພຣະເຈົ້າເລືອກຄວນຈື່ຈຳພຣະບັນຊາຂອງພຣະເຈົ້າໄວ້ໃນໃຈສະເໝີ. ການຊຳລະລ້າງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສອອກໄປແມ່ນການຕໍ່ສູ້ທີ່ສຳຄັນທີ່ສຸດ ໃນບັ້ນຮົບທີ່ຕໍ່ຕ້ານຊາຕານ. ຖ້າຊະນະການຕໍ່ສູ້ນີ້, ມັນກໍຈະກາຍເປັນຄຳພະຍານຂອງຜູ້ມີໄຊ. ການຕໍ່ສູ້ກັບຊາຕານ ແລະ ມານຮ້າຍທີ່ຊົ່ວຮ້າຍແມ່ນຄຳພະຍານຈາກປະສົບການ ທີ່ຜູ້ຄົນທີ່ພຣະເຈົ້າເລືອກຄວນມີ. ມັນຄືຄວາມເປັນຈິງຄວາມຈິງທີ່ຜູ້ມີໄຊຕ້ອງໄດ້ຄອບຄອງ. ພຣະເຈົ້າໄດ້ປະທານຄວາມຈິງຫຼາຍຢ່າງໃຫ້ແກ່ຜູ້ຄົນ, ໄດ້ນຳພາເຈົ້າເປັນເວລາດົນນານ ແລະ ໄດ້ຈັດກຽມຫຼາຍສິ່ງຫຼາຍຢ່າງໃຫ້ແກ່ເຈົ້າ, ໂດຍມີຈຸດປະສົງໃຫ້ເຈົ້າເປັນພະຍານ ແລະ ປົກປ້ອງວຽກງານຂອງຄຣິສຕະຈັກ. ມັນກາຍເປັນວ່າ ເມື່ອຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຮັດການກະທຳທີ່ຊົ່ວຮ້າຍ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຈົ້າພັດກາຍເປັນຄົນຂີ້ຢ້ານ ແລະ ຖອຍໜີ, ແລ່ນໜີຫົວຊຸກຫົວຊົນ, ເຈົ້າເປັນຄົນໄຮ້ຄ່າ. ເຈົ້າບໍ່ສາມາດເອົາຊະນະຊາຕານໄດ້, ເຈົ້າບໍ່ໄດ້ເປັນພະຍານ ແລະ ພຣະເຈົ້າກໍລັງກຽດເຈົ້າ. ໃນຊ່ວງເວລາທີ່ສຳຄັນນີ້, ເຈົ້າຕ້ອງລຸກຂຶ້ນ ແລະ ເຮັດສົງຄາມກັບຊາຕານ, ເປີດໂປງການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ, ປະນາມ ແລະ ສາບແຊ່ງພວກເຂົາ, ບໍ່ໃຫ້ພວກເຂົາມີບ່ອນຫຼົບລີ້ ແລະ ຊຳລະລ້າງພວກເຂົາອອກຈາກຄຣິສຕະຈັກ. ມີພຽງສິ່ງນີ້ເທົ່ານັ້ນທີ່ສາມາດນັບໄດ້ວ່າເປັນການໄດ້ຮັບໄຊຊະນະເໜືອຊາຕານ ແລະ ເປັນການຢຸດຕິຊະຕາກຳຂອງພວກມັນ. ເຈົ້າແມ່ນໜຶ່ງໃນຜູ້ຄົນທີ່ພຣະເຈົ້າເລືອກ, ເປັນຜູ້ຕິດຕາມພຣະເຈົ້າ. ເຈົ້າບໍ່ສາມາດຢ້ານຕໍ່ຄວາມທ້າທາຍໄດ້; ເຈົ້າຕ້ອງກະທຳຕາມຫຼັກການຄວາມຈິງ. ນີ້ຄືຄວາມໝາຍຂອງການເປັນຜູ້ມີໄຊ. ຖ້າເຈົ້າຢ້ານຕໍ່ຄວາມທ້າທາຍ ແລະ ຍອມປະນີປະນອມ ຍ້ອນເຈົ້າຢ້ານການແກ້ແຄ້ນຈາກຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍບໍ່ແມ່ນຜູ້ຕິດຕາມພຣະເຈົ້າ ແລະ ເຈົ້າກໍບໍ່ແມ່ນໜຶ່ງໃນຜູ້ຄົນທີ່ພຣະເຈົ້າເລືອກ. ເຈົ້າເປັນຄົນໄຮ້ຄ່າ, ມີຄ່າໜ້ອຍກວ່າຜູ້ອອກເຫື່ອແຮງດ້ວຍຊໍ້າ. ຄົນຂີ້ຂາດບາງຄົນອາດຈະເວົ້າວ່າ “ຜູ້ຕໍ່ຕ້ານພຣະຄຣິສໜ້າຢ້ານກົວຫຼາຍ; ພວກເຂົາສາມາດເຮັດໄດ້ທຸກຢ່າງ. ຈະເປັນແນວໃດຖ້າພວກເຂົາແກ້ແຄ້ນຂ້ອຍ?” ນີ້ຄືຄຳເວົ້າທີ່ເບົາປັນຍາ. ຖ້າເຈົ້າຢ້ານການແກ້ແຄ້ນຈາກຜູ້ຕໍ່ຕ້ານພຣະຄຣິສ, ແລ້ວຄວາມສັດທາໃນພຣະເຈົ້າຂອງເຈົ້າຢູ່ໃສ? ພຣະເຈົ້າບໍ່ໄດ້ປົກປ້ອງເຈົ້າຕະຫຼອດຫຼາຍປີໃນຊີວິດຂອງເຈົ້າບໍ? ຜູ້ຕໍ່ຕ້ານພຣະຄຣິສກໍຢູ່ໃນພຣະຫັດຂອງພຣະເຈົ້າຄືກັນບໍ່ແມ່ນບໍ? ຖ້າພຣະເຈົ້າບໍ່ອະນຸຍາດ, ພວກເຂົາຈະສາມາດເຮັດຫຍັງເຈົ້າໄດ້? ຍິ່ງໄປກວ່ານັ້ນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະຊົ່ວຮ້າຍສໍ່າໃດກໍຕາມ, ພວກເຂົາສາມາດເຮັດຫຍັງໄດ້ແທ້ໆ? ມັນບໍ່ແມ່ນເລື່ອງງ່າຍເກີນໄປບໍສຳລັບຜູ້ຄົນທີ່ພຣະເຈົ້າເລືອກທີ່ຈະຮ່ວມມືກັນ ແລະ ເປີດໂປງ ແລະ ຈັດການກັບຄົນເຫຼົ່ານັ້ນ? ແລ້ວເປັນຫຍັງຈຶ່ງຕ້ອງຢ້ານຜູ້ຕໍ່ຕ້ານພຣະຄຣິສ? ຄົນເຊັ່ນນີ້ແມ່ນຄົນໄຮ້ຄ່າ ແລະ ບໍ່ສົມຄວນທີ່ຈະຕິດຕາມພຣະເຈົ້າ. ຈົ່ງກັບຄືນບ້ານ, ລ້ຽງດູລູກໆຂອງເຈົ້າ ແລະ ດຳລົງຊີວິດຂອງເຈົ້າໄປ. ເມື່ອປະເຊີນກັບຜູ້ຕໍ່ຕ້ານພຣະຄຣິສທີ່ລົບກວນວຽກງານຂອງຄຣິສຕະຈັກ ແລະ ທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ, ຜູ້ຄົນທີ່ພຣະເຈົ້າເລືອກຄວນຕອບສະໜອງຕໍ່ການກະທຳທີ່ຊົ່ວຮ້າຍຂອງພວກເຂົາແນວໃດ? ຜູ້ທີ່ຕິດຕາມພຣະເຈົ້າຄວນຍຶດໝັ້ນໃນການເປັນພະຍານຂອງພວກເຂົາແນວໃດ? ພວກເຂົາຄວນຕໍ່ສູ້ກັບອຳນາດຂອງຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສແນວໃດ? ບໍ່ວ່າເຈົ້າຈະອ່ອນນ້ອມ ແລະ ຈົງຮັກພັກດີຕໍ່ພຣະເຈົ້າ ຫຼື ນັ່ງເບິ່ງຢູ່ເສີຍໆ ແລະ ທໍລະຍົດຕໍ່ພຣະເຈົ້າກໍຕາມ ມັນຈະຖືກເປີດເຜີຍຢ່າງຄົບຖ້ວນ ເມື່ອຜູ້ຕໍ່ຕ້ານພຣະຄຣິສລົບກວນ, ເຮັດຄວາມຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ຖ້າເຈົ້າບໍ່ແມ່ນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະອົງ, ເຈົ້າກໍແມ່ນຜູ້ທີ່ທໍລະຍົດພຣະອົງ. ບໍ່ມີຕົວເລືອກອື່ນແລ້ວ. ບາງຄົນທີ່ເບົາປັນຍາ ແລະ ຜູ້ທີ່ຂາດການແຍກແຍະເລືອກທີ່ຈະເປັນຄົນກາງ ແລະ ກາຍເປັນຄົນທີ່ບໍ່ຍອມເລືອກຝ່າຍ. ໃນສາຍພຣະເນດຂອງພຣະເຈົ້າ, ຄົນເຫຼົ່ານີ້ຂາດຄວາມຈົງຮັກພັກດີຕໍ່ພຣະເຈົ້າ ແລະ ເປັນຜູ້ທໍລະຍົດພຣະອົງ. ບາງຄົນທີ່ເບົາປັນຍາ, ຍ້ອນຄວາມຂີ້ຢ້ານຂອງພວກເຂົາ, ພວກເຂົາຈຶ່ງຢ້ານການທໍລະມານຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນຫົວໃຈຂອງພວກເຂົາກໍຖາມຢູ່ຕະຫຼອດວ່າ “ຂ້ອຍຈະເຮັດແນວໃດດີ?” ນີ້ບໍ່ແມ່ນຄຳຖາມທີ່ເຈົ້າຄວນຖາມ. ເຈົ້າຄວນເຮັດແນວໃດ? (ປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດ, ເປີດໂປງການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງເຕັມທີ່, ເຮັດໃຫ້ອ້າຍເອື້ອຍນ້ອງຂອງພວກເຮົາຮຽນຮູ້ວິທີປະຕິບັດການແຍກແຍະ ແລະ ປະຕິເສດຜູ້ຕໍ່ຕ້ານພຣະຄຣິສ. ພວກເຮົາບໍ່ຄວນກັງວົນກັບຄວາມປອດໄພຂອງພວກເຮົາເອງ. ສິ່ງທີ່ສຳຄັນທີ່ສຸດສຳລັບພວກເຮົາທີ່ຈະຄຳນຶງເຖິງກໍຄື ວິທີປະຕິບັດໜ້າທີ່ຂອງພວກເຮົາໃຫ້ສຳເລັດເມື່ອຄົນຊົ່ວຮ້າຍລົບກວນວຽກງານຂອງຄຣິສຕະຈັກ.) ຈະເປັນແນວໃດຖ້າມັນສົ່ງຜົນກະທົບຕໍ່ຄອບຄົວຂອງເຈົ້າ? (ພວກເຮົາຄວນປະຕິບັດໜ້າທີ່ຂອງພວກເຮົາໃຫ້ສຳເລັດຢ່າງບໍ່ລັງເລ. ພວກເຮົາບໍ່ຄວນປະຖິ້ມໜ້າທີ່ຂອງພວກເຮົາ ຫຼື ລົ້ມເຫຼວທີ່ຈະຍຶດໝັ້ນໃນການເປັນພະຍານຂອງພວກເຮົາ ຍ້ອນຄວາມເປັນຫ່ວງເປັນໄຍຕໍ່ຄວາມປອດໄພຂອງຄອບຄົວພວກເຮົາ.) ຖືກຕ້ອງແລ້ວ. ກ່ອນອື່ນໝົດ, ເຈົ້າຕ້ອງຍຶດໝັ້ນໃນການເປັນພະຍານຂອງເຈົ້າ ແລະ ຕໍ່ສູ້ກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍຈົນເຖິງທີ່ສຸດ, ໂດຍເຮັດໃຫ້ພວກເຂົາບໍ່ມີບ່ອນຢືນໃນເຮືອນຂອງພຣະເຈົ້າ. ຖ້າພວກເຂົາເຕັມໃຈທີ່ຈະອອກເຫື່ອແຮງ, ກໍປ່ອຍໃຫ້ພວກເຂົາເຮັດຕາມກົດລະບຽບ ແລະ ເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້. ຖ້າພວກເຂົາບໍ່ເຕັມໃຈທີ່ຈະອອກເຫື່ອແຮງ, ທຸກຄົນກໍຕ້ອງຮ່ວມມືກັນ ແລະ ຂັບໄລ່ພວກເຂົາ ເພື່ອບໍ່ໃຫ້ພວກເຂົາສາມາດຂັດຂວາງ, ລົບກວນ ຫຼື ທຳລາຍວຽກງານຂອງຄຣິສຕະຈັກໃນເຮືອນຂອງພຣະເຈົ້າໄດ້. ນີ້ຄືສິ່ງທຳອິດທີ່ເຈົ້າຄວນເຮັດ ແລະ ເປັນຄຳພະຍານທີ່ເຈົ້າຄວນຍຶດໝັ້ນ. ຍິ່ງໄປກວ່ານັ້ນ, ເຈົ້າຈຳເປັນຕ້ອງເຂົ້າໃຈວ່າ ຄອບຄົວຂອງເຈົ້າ ແລະ ຊີວິດຂອງເຈົ້າລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ ແລະ ຊາຕານບໍ່ກ້າທີ່ຈະກະທຳການຢ່າງຊະຊາຍ. ພຣະເຈົ້າໄດ້ກ່າວວ່າ: “ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ, ມັນກໍຍາກສຳລັບຊາຕານທີ່ຈະສຳຜັດແມ່ນແຕ່ຢົດນໍ້າ ຫຼື ເມັດດິນຊາຍທີ່ຢູ່ເທິງແຜ່ນດິນ; ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ, ຊາຕານຍິ່ງບໍ່ມີອິດສະຫຼະທີ່ຈະຍ້າຍມົດໄປມາເທິງແຜ່ນດິນໂລກ ຢ່າວ່າແຕ່ມະນຸດຊາດທີ່ຖືກພຣະເຈົ້າສ້າງຂຶ້ນເລີຍ.” ເຈົ້າສາມາດເຊື່ອໃນພຣະທຳເຫຼົ່ານີ້ໄດ້ເຖິງລະດັບໃດ? ການຕໍ່ສູ້ກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍໄດ້ເປີດເຜີຍໃຫ້ເຫັນເຖິງຂະໜາດຂອງຄວາມສັດທາຂອງເຈົ້າ. ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ເຈົ້າກໍມີຄວາມສັດທາທີ່ແທ້ຈິງ. ຖ້າເຈົ້າມີຄວາມເຊື່ອໃນພຣະເຈົ້າພຽງເລັກນ້ອຍ ແລະ ຄວາມເຊື່ອນັ້ນກໍເລື່ອນລອຍ ແລະ ວ່າງເປົ່າ, ເຈົ້າກໍບໍ່ໄດ້ມີຄວາມສັດທາທີ່ແທ້ຈິງ. ຖ້າເຈົ້າບໍ່ເຊື່ອວ່າພຣະເຈົ້າສາມາດມີອຳນາດສູງສຸດເໜືອສິ່ງທັງໝົດນີ້ ແລະ ຊາຕານຢູ່ພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າ ແລະ ເຈົ້າຍັງຄົງຢ້ານຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ, ສາມາດທົນຕໍ່ການທີ່ພວກເຂົາເຮັດຄວາມຊົ່ວຮ້າຍໃນຄຣິສຕະຈັກ, ການທີ່ພວກເຂົາລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ ແລະ ສາມາດຍອມປະນີປະນອມກັບຊາຕານ ຫຼື ຮ້ອງຂໍຄວາມເມດຕາຈາກມັນ ເພື່ອປົກປ້ອງຕົນເອງ, ໂດຍບໍ່ກ້າລຸກຂຶ້ນ ແລະ ຕໍ່ສູ້ກັບພວກມັນ ແລະ ເຈົ້າໄດ້ກາຍເປັນຄົນໜີທັບ, ຄົນປະຈົບປະແຈງ ແລະ ຄົນທີ່ຢືນເບິ່ງຊື່ໆ, ແລ້ວເຈົ້າກໍຂາດຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າຂອງເຈົ້າກາຍເປັນເຄື່ອງໝາຍຄຳຖາມ, ເຊິ່ງເຮັດໃຫ້ຄວາມເຊື່ອຂອງເຈົ້າໜ້າອະນາດເປັນຢ່າງຍິ່ງ! ເມື່ອເຈົ້າເຫັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນເຮືອນຂອງພຣະເຈົ້າ ແຕ່ຍັງຄົງເສີຍເມີຍ; ເມື່ອເຈົ້າທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຂອງຜູ້ຄົນທີ່ພຣະອົງເລືອກ ເພື່ອປົກປ້ອງຊີວິດຂອງເຈົ້າເອງ, ຄອບຄົວຂອງເຈົ້າ ແລະ ຜົນປະໂຫຍດທັງໝົດຂອງເຈົ້າເອງ, ເຈົ້າກໍກາຍເປັນຄົນທໍລະຍົດ, ເປັນຢູດາ. ນີ້ແມ່ນເລື່ອງທີ່ເຫັນໄດ້ຊັດເຈນ. ພວກເຮົາມັກຈະໂອ້ລົມ ແລະ ໄຈ້ແຍກກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ, ສົນທະນາກ່ຽວກັບວິທີແຍກແຍະ ແລະ ຮັບຮູ້ພວກເຂົາ, ທັງໝົດນີ້ກໍເພື່ອຈຸດປະສົງໃນການໂອ້ລົມຢ່າງຊັດເຈນກ່ຽວກັບຄວາມຈິງ ແລະ ເພື່ອໃຫ້ຜູ້ຄົນມີການແຍກແຍະຕໍ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ເພື່ອໃຫ້ພວກເຂົາສາມາດເປີດໂປງຄົນເຫຼົ່ານັ້ນໄດ້. ດ້ວຍວິທີນີ້, ຜູ້ຄົນທີ່ພຣະເຈົ້າເລືອກຈະບໍ່ຖືກເຮັດໃຫ້ຫຼົງຜິດ ຫຼື ຖືກລົບກວນໂດຍຜູ້ຕໍ່ຕ້ານພຣະຄຣິສອີກຕໍ່ໄປ ແລະ ພວກເຂົາສາມາດຫຼຸດພົ້ນຈາກອິດທິພົນ ແລະ ການຜູກມັດຂອງຊາຕານໄດ້. ເຖິງຢ່າງໃດກໍຕາມ, ບາງຄົນກໍຍັງມີປັດຊະຍາສຳລັບການກະທຳທາງໂລກຢູ່ໃນຫົວໃຈຂອງພວກເຂົາ. ພວກເຂົາບໍ່ໄດ້ພະຍາຍາມແຍກແຍະຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ; ແຕ່ໃນທາງກົງກັນຂ້າມ ພວກເຂົາພັດສະແດງບົດບາດເປັນຄົນປະຈົບປະແຈງ. ພວກເຂົາບໍ່ຕໍ່ສູ້ກັບຜູ້ຕໍ່ຕ້ານພຣະຄຣິສ, ບໍ່ຂີດເສັ້ນແບ່ງເຂດແດນທີ່ຊັດເຈນກັບພວກເຂົາ ແລະ ເລືອກວິທີການແບບປະນີປະນອມ, ແບບເຄິ່ງໆກາງໆ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງ. ພວກເຂົາປ່ອຍໃຫ້ມານຮ້າຍເຫຼົ່ານີ້, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ ຍັງຄົງຢູ່ໃນເຮືອນຂອງພຣະເຈົ້າ, ເຊິ່ງເປັນການເຊື້ອເຊີນເອົາໄພອັນຕະລາຍມາສູ່ຕົນເອງໂດຍການລ້ຽງດູມານຮ້າຍເຫຼົ່ານັ້ນ. ພວກເຂົາອະນຸຍາດໃຫ້ມານຮ້າຍເຫຼົ່ານີ້ລົບກວນວຽກງານຂອງຄຣິສຕະຈັກ ແລະ ລົບກວນອ້າຍເອື້ອຍນ້ອງຈາກການປະຕິບັດໜ້າທີ່ຂອງພວກເຂົາຢ່າງອຸກອາດ. ຄົນແບບນີ້ສະແດງບົດບາດຫຍັງ? ພວກເຂົາກາຍເປັນຮົ່ມເງົາໃຫ້ກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ເປັນຜູ້ສົມຮູ້ຮ່ວມຄິດຂອງຄົນເຫຼົ່ານັ້ນ. ເຖິງແມ່ນວ່າເຈົ້າອາດຈະບໍ່ໄດ້ເຮັດສິ່ງດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ ຫຼື ເຮັດການກະທຳທີ່ຊົ່ວຮ້າຍແບບດຽວກັນ, ເຈົ້າກໍມີສ່ວນຮ່ວມໃນການກະທຳທີ່ຊົ່ວຮ້າຍຂອງພວກເຂົາ, ເຈົ້າຖືກປະນາມແລ້ວ. ເຈົ້າອົດທົນ ແລະ ໃຫ້ການປົກປ້ອງຜູ້ຕໍ່ຕ້ານພຣະຄຣິສ, ປ່ອຍໃຫ້ພວກເຂົາສ້າງຄວາມເສຍຫາຍຢູ່ອ້ອມຕົວເຈົ້າ ໂດຍບໍ່ລົງມືກະທຳ ຫຼື ເຮັດຫຍັງເລີຍ. ເຈົ້າບໍ່ມີສ່ວນຮ່ວມໃນຄວາມຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສເລີຍບໍ? ນີ້ຄືເຫດຜົນທີ່ຜູ້ນຳປອມ ແລະ ຄົນປະຈົບປະແຈງບາງຄົນກາຍເປັນຜູ້ສົມຮູ້ຮ່ວມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ. ໃຜກໍຕາມທີ່ເຫັນຜູ້ຕໍ່ຕ້ານພຣະຄຣິສລົບກວນວຽກງານຂອງຄຣິສຕະຈັກ ແຕ່ບໍ່ເປີດໂປງພວກເຂົາ ຫຼື ບໍ່ຂີດເສັ້ນແບ່ງຂອບເຂດທີ່ຊັດເຈນກັບພວກເຂົາ ເຈົ້າກໍຈະກາຍເປັນລູກແຫຼ້ງ ແລະ ຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ. ພວກເຂົາບໍ່ມີຄວາມອ່ອນນ້ອມ ແລະ ຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ໃນຊ່ວງເວລາທີ່ສຳຄັນຂອງບັ້ນຮົບລະຫວ່າງພຣະເຈົ້າ ແລະ ຊາຕານ, ພວກເຂົາຢືນຢູ່ຝ່າຍຊາຕານ, ປົກປ້ອງຜູ້ຕໍ່ຕ້ານພຣະຄຣິສ ແລະ ທໍລະຍົດພຣະເຈົ້າ. ຄົນເຊັ່ນນີ້ເປັນຄົນໜ້າລັງກຽດສຳລັບພຣະເຈົ້າ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສປະເຊີນກັບການຖືກລິຮານ, ພວກເຂົາມັກຈະສະແດງການຕໍ່ຕ້ານຢ່າງຮຸນແຮງ ແລະ ຈາກນັ້ນ ພວກເຂົາກໍເລີ່ມພະຍາຍາມຢ່າງສຸດຄວາມສາມາດ ເພື່ອໂຕ້ແຍ້ງໃຫ້ກັບຕົນເອງ ແລະ ໃຊ້ຄຳເວົ້າທີ່ຫຼອກລວງ ແລະ ວາທະສິນເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ສິ່ງນີ້ເປັນສິ່ງພົບເຫັນໄດ້ທົ່ວໄປຫຼາຍ. ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິເສດທີ່ຈະຍອມຮັບຄວາມຈິງນັ້ນ ໄດ້ເປີດໂປງທຳມະຊາດແບບຊາຕານຂອງພວກເຂົາທີ່ກຽດຊັງ ແລະ ເບື່ອໜ່າຍຄວາມຈິງຢ່າງສິ້ນເຊີງ. ພວກເຂົາເປັນພວກດຽວກັບຊາຕານຢ່າງແທ້ຈິງ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍຕາມ, ອຸປະນິໄສ ແລະ ແກ່ນແທ້ຂອງພວກເຂົາກໍຈະຖືກເປີດເຜີຍອອກມາ. ໂດຍສະເພາະໃນເຮືອນຂອງພຣະເຈົ້າ, ທຸກສິ່ງທີ່ພວກເຂົາເຮັດລ້ວນແຕ່ຂັດກັບຄວາມຈິງ, ຖືກປະນາມໂດຍພຣະເຈົ້າ ແລະ ເປັນການກະທຳທີ່ຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ທຸກສິ່ງເຫຼົ່ານີ້ທີ່ພວກເຂົາເຮັດນັ້ນລ້ວນຢືນຢັນຢ່າງເຕັມທີ່ວ່າ ຜູ້ຕໍ່ຕ້ານພຣະຄຣິສແມ່ນຊາຕານ ແລະ ຜີຮ້າຍ. ສະນັ້ນ, ເມື່ອເວົ້າເຖິງການຖືກລິຮານ, ພວກເຂົາຈະບໍ່ຍອມຮັບມັນໃນລັກສະນະທີ່ຍິນດີປະຕິບັດຕາມ ແລະ ເຕັມໃຈຢ່າງເດັດຂາດ; ໃນທາງກົງກັນຂ້າມ, ນອກເໜືອຈາກການຕໍ່ຕ້ານ ແລະ ການຄັດຄ້ານແລ້ວ, ພວກເຂົາຍັງກຽດຊັງການລິຮານ, ກຽດຊັງຜູ້ທີ່ລິຮານພວກເຂົາ ແລະ ກຽດຊັງຜູ້ທີ່ເປີດໂປງແກ່ນແທ້ທຳມະຊາດຂອງພວກເຂົາ ແລະ ຜູ້ທີ່ເປີດໂປງການກະທຳທີ່ຊົ່ວຮ້າຍຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ ຜູ້ໃດກໍຕາມທີ່ເປີດໂປງພວກເຂົາແມ່ນກຳລັງສ້າງຄວາມລຳບາກໃຫ້ພວກເຂົາ, ສະນັ້ນ ພວກເຂົາຈຶ່ງແຂ່ງຂັນ ແລະ ຕໍ່ສູ້ກັບທຸກຄົນທີ່ເປີດໂປງພວກເຂົາ. ເນື່ອງຈາກທຳມະຊາດປະເພດນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະບໍ່ມີວັນໃຈດີຕໍ່ຜູ້ໃດກໍຕາມທີ່ລິຮານພວກເຂົາ, ທັງຈະບໍ່ອົດທົນ ຫຼື ອົດກັ້ນຕໍ່ຜູ້ໃດກໍຕາມທີ່ເຮັດເຊັ່ນນັ້ນ, ຍິ່ງບໍ່ຕ້ອງເວົ້າເລີຍວ່າພວກເຂົາຈະຮູ້ສຶກຮູ້ບຸນຄຸນ ຫຼື ສັນລະເສີນຜູ້ໃດກໍຕາມທີ່ເຮັດເຊັ່ນນັ້ນ. ໃນທາງກົງກັນຂ້າມ, ຖ້າຄົນໃດກໍຕາມລິຮານພວກເຂົາ ແລະ ເຮັດໃຫ້ພວກເຂົາສູນເສຍກຽດ ແລະ ເສຍໜ້າ, ພວກເຂົາກໍຈະເກັບຄວາມກຽດຊັງຕໍ່ຄົນຜູ້ນີ້ໄວ້ໃນຫົວໃຈຂອງພວກເຂົາ ແລະ ຈະຕ້ອງການຊອກຫາໂອກາດ ເພື່ອແກ້ແຄ້ນພວກເຂົາ. ພວກເຂົາມີຄວາມກຽດຊັງຕໍ່ຄົນອື່ນຫຼາຍສໍ່າໃດ! ນີ້ຄືສິ່ງທີ່ພວກເຂົາຄິດ ແລະ ພວກເຂົາຈະເວົ້າຢ່າງເປີດເຜີຍຕໍ່ໜ້າຄົນອື່ນວ່າ “ມື້ນີ້ເຈົ້າໄດ້ລິຮານຂ້ອຍ, ເອົາລະ, ຕອນນີ້ຄວາມບາດໝາງຂອງພວກເຮົາມັນເລິກຈົນແກ້ບໍ່ໄດ້ແລ້ວ. ເຈົ້າໄປທາງຂອງເຈົ້າ ແລະ ຂ້ອຍຈະໄປທາງຂອງຂ້ອຍ ແຕ່ຂ້ອຍສາບານວ່າຂ້ອຍຈະແກ້ແຄ້ນ! ຖ້າເຈົ້າສາລະພາບຄວາມຜິດຂອງເຈົ້າກັບຂ້ອຍ, ກົ້ມຫົວໃຫ້ຂ້ອຍ ຫຼື ຄຸກເຂົ່າລົງ ແລະ ອ້ອນວອນຂ້ອຍ, ຂ້ອຍຈະໃຫ້ອະໄພເຈົ້າ, ຖ້າບໍ່ດັ່ງນັ້ນ ຂ້ອຍຈະບໍ່ມີວັນປ່ອຍເລື່ອງນີ້ໄປ!” ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເວົ້າ ຫຼື ເຮັດຫຍັງກໍຕາມ, ພວກເຂົາບໍ່ເຄີຍເຫັນການລິຮານດ້ວຍຄວາມເມດຕາຂອງຜູ້ໃດ ຫຼື ການຊ່ວຍເຫຼືອດ້ວຍຄວາມຈິງໃຈຂອງຜູ້ໃດວ່າເປັນການມາເຖິງຂອງຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າເລີຍ. ແຕ່ພວກເຂົາພັດເຫັນວ່າ ມັນເປັນສັນຍານຂອງຄວາມອັບອາຍ ແລະ ເປັນຊ່ວງເວລາທີ່ພວກເຂົາໄດ້ຮັບຄວາມອັບປະຍົດທີ່ສຸດ. ສິ່ງນີ້ສະແດງໃຫ້ເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງເລີຍ, ອຸປະນິໄສຂອງພວກເຂົາຄືການເປັນຄົນເບື່ອໜ່າຍ ແລະ ກຽດຊັງຄວາມຈິງ. ພວກເຈົ້າເຄີຍພົບຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສທີ່ແກ້ແຄ້ນຄົນອື່ນຍ້ອນພວກເຂົາຖືກລິຮານບໍ? (ເຄີຍ.) ພວກເຂົາແກ້ແຄ້ນແນວໃດ? ວິທີການແກ້ແຄ້ນຂອງພວກເຂົາຮ້າຍແຮງບໍ? (ແມ່ນແລ້ວ, ມັນຮ້າຍແຮງຫຼາຍ. ຂ້ານ້ອຍເຄີຍພົບຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງທີ່ໄດ້ເຮັດການກະທຳທີ່ຊົ່ວຮ້າຍບາງຢ່າງໃນຄຣິສຕະຈັກ ແລະ ຫຼັງຈາກທີ່ຜູ້ນໍາຄຣິສຕະຈັກໄດ້ເປີດໂປງພຶດຕິກຳຂອງລາວ, ລາວກໍເລີ່ມເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງໃນຄຣິສຕະຈັກ, ໂດຍເວົ້າວ່າຜູ້ນໍາຄົນນີ້ບໍ່ໄດ້ເຮັດວຽກງານຕົວຈິງ, ພຽງແຕ່ເວົ້າພຣະທຳ ແລະ ຫຼັກຄຳສອນເພື່ອດຶງດູດຜູ້ຄົນເຂົ້າຫາລາວ. ຫຼັງຈາກນັ້ນ, ເມື່ອພວກເຮົາໄປເປີດໂປງຜູ້ຕໍ່ຕ້ານພຣະຄຣິສຄົນນີ້, ໃນຕອນທຳອິດລາວສາມາດປິດບັງຕົນເອງໄດ້, ແຕ່ເມື່ອພວກເຮົາສືບຕໍ່ເປີດໂປງລາວ, ລາວກໍຂົ່ມຂູ່ພວກເຮົາ ໂດຍເວົ້າວ່າ “ຢູ່ຫຼັງເຮືອນຂອງຂ້ອຍແມ່ນສະຖານີຕຳຫຼວດ, ພວກເຂົາມັກຈະມາເຮືອນຂອງຂ້ອຍຕະຫຼອດ”. ຄວາມໝາຍຂອງລາວກໍຄື ຖ້າພວກເຮົາເປີດໂປງລາວອີກ, ລາວຈະແຈ້ງຕຳຫຼວດກ່ຽວກັບເລື່ອງຂອງພວກເຮົາ. ຄວາມໂຫດຮ້າຍຂອງລາວໄດ້ຖືກເປີດເຜີຍແລ້ວ.) (ຂ້ານ້ອຍເຄີຍພົບຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງ. ເອື້ອຍນ້ອງຄົນໜຶ່ງໄດ້ຂຽນຈົດໝາຍລາຍງານລາວ ແລະ ເມື່ອລາວເຫັນຈົດໝາຍສະບັບນີ້, ມັນກໍບັງເອີນເກີດສະຖານະການທີ່ເປັນອັນຕະລາຍເກີດຂຶ້ນໃນສະຖານທີ່ທີ່ເອື້ອຍນ້ອງຄົນນີ້ອາໄສຢູ່, ສະນັ້ນ ລາວຈຶ່ງເຕົ້າໂຮມຜູ້ຮ່ວມງານຫຼັກທັງໝົດຂອງຄຣິສຕະຈັກ ແລະ ເວົ້າວ່າ “ເປັນຫຍັງສະຖານະການທີ່ເປັນອັນຕະລາຍຈຶ່ງເກີດຂຶ້ນຢ່າງກະທັນຫັນໃນບ່ອນທີ່ເອື້ອຍນ້ອງຄົນນີ້ອາໄສຢູ່ ຫຼັງຈາກທີ່ລາວຂຽນຈົດໝາຍລາຍງານຂ້ອຍ? ແນ່ນອນວ່າພຣະເຈົ້າບໍ່ໄດ້ເຮັດວຽກງານທີ່ໄຮ້ປະໂຫຍດ; ບາງທີພຣະອົງກຳລັງຈະເປີດເຜີຍບາງຄົນ!” ຈາກນັ້ນ ລາວກໍໄດ້ເວົ້າຄຳເວົ້າທີ່ຍຸຍົງບາງຢ່າງ ເຊິ່ງເຮັດໃຫ້ທຸກຄົນກ່າວໂທດໃສ່ເອື້ອຍນ້ອງຄົນນັ້ນ, ໂດຍເຊື່ອວ່າບັນຫາຢູ່ທີ່ລາວ. ໃນທີ່ສຸດ ເອື້ອຍນ້ອງຄົນນີ້ກໍຖືກປົດອອກ ແລະ ຖືກສົ່ງຕົວອອກໄປ ແລະ ຈົດໝາຍຂອງລາວກໍຖືກປະຖິ້ມໄວ້ ແລະ ບໍ່ໄດ້ຮັບການຈັດການ. ຫຼັງຈາກນັ້ນ, ພວກເຮົາໄດ້ປຽບທຽບສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ເວົ້າຕັ້ງແຕ່ຕົ້ນຈົນຈົບ ແລະ ຄົ້ນພົບວ່າລາວໄດ້ເວົ້າສິ່ງທີ່ແຕກຕ່າງກັນກັບພວກເຮົາແຕ່ລະຄົນ. ພວກເຮົາໄດ້ເຫັນວ່າລາວຊົ່ວຮ້າຍ ແລະ ມີເລ່ຫຼ່ຽມຢ່າງຮ້າຍແຮງ. ໃນທີ່ສຸດ, ພວກເຮົາກໍແຍກແຍະລາວໄດ້ຜ່ານການໂອ້ລົມ ແລະ ເລື່ອງນັ້ນກໍໄດ້ຮັບການຈັດການຢ່າງຍຸຕິທຳ.) ຕອນນີ້ໄດ້ຖືກຢືນຢັນແລ້ວວ່າ ຜູ້ຕໍ່ຕ້ານພຣະຄຣິສທັງໝົດແມ່ນຄົນຊົ່ວຮ້າຍ ແລະ ຕາບໃດທີ່ຄົນຊົ່ວຮ້າຍກຳອຳນາດ, ພວກເຂົາທັງໝົດກໍຄືຜູ້ຕໍ່ຕ້ານພຣະຄຣິສ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສກຳລັງກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ, ນັ້ນເປັນສິ່ງທີ່ດີ ຫຼື ເປັນສິ່ງທີ່ບໍ່ດີ? (ມັນເປັນສິ່ງທີ່ບໍ່ດີ.) ມັນບໍ່ດີໃນດ້ານໃດ? ພຣະເຈົ້າໄດ້ເຮັດຜິດພາດບໍ? ພຣະເຈົ້າບໍ່ໄດ້ເຝົ້າເບິ່ງຢ່າງໃກ້ຊິດ ແລະ ອະນຸຍາດໃຫ້ຜູ້ຕໍ່ຕ້ານພຣະຄຣິສແຊກຊຶມເຂົ້າໄປໃນເຮືອນຂອງພຣະອົງບໍ? (ບໍ່.) ແລ້ວມີຫຍັງເກີດຂຶ້ນ? (ພຣະເຈົ້າອະນຸຍາດໃຫ້ຜູ້ຕໍ່ຕ້ານພຣະຄຣິສແຊກຊຶມເຂົ້າໄປໃນຄຣິສຕະຈັກ ເພື່ອໃຫ້ພວກເຮົາເຕີບໂຕໃນການແຍກແຍະ, ຮຽນຮູ້ວິທີທີ່ຈະເບິ່ງທະລຸເຖິງແກ່ນແທ້ທຳມະຊາດຂອງພວກເຂົາ, ບໍ່ຍອມໃຫ້ຊາຕານຫຼອກລວງພວກເຮົາອີກຕໍ່ໄປ ແລະ ສາມາດຍຶດໝັ້ນໃນການເປັນພະຍານຂອງພວກເຮົາສຳລັບພຣະເຈົ້າ. ນີ້ຄືຄວາມລອດພົ້ນຂອງພຣະເຈົ້າສຳລັບພວກເຮົາ.) ພວກເຮົາເວົ້າຢູ່ສະເໝີວ່າຊາຕານຊົ່ວຊ້າ, ໂຫດຮ້າຍ ແລະ ປະສົງຮ້າຍສໍ່າໃດ, ເວົ້າວ່າຊາຕານເບື່ອໜ່າຍ ແລະ ກຽດຊັງຄວາມຈິງ, ແຕ່ເຈົ້າສາມາດເຫັນສິ່ງນີ້ໄດ້ບໍ? ເຈົ້າສາມາດເຫັນສິ່ງທີ່ຊາຕານເຮັດໃນໂລກຝ່າຍວິນຍານໄດ້ບໍ? ມັນເວົ້າ ແລະ ກະທຳແນວໃດ, ທັດສະນະຄະຕິຂອງມັນທີ່ມີຕໍ່ຄວາມຈິງ ແລະ ພຣະເຈົ້າເປັນແນວໃດ, ຄວາມຊົ່ວຊ້າຂອງມັນຢູ່ບ່ອນໃດ, ເຈົ້າບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້ເລີຍ. ສະນັ້ນ, ບໍ່ວ່າພວກເຮົາຈະເວົ້າວ່າຊາຕານຊົ່ວຊ້າ, ມັນໄດ້ຕໍ່ຕ້ານພຣະເຈົ້າ ແລະ ມັນເບື່ອໜ່າຍຄວາມຈິງແນວໃດກໍຕາມ, ໃນຄວາມຄິດຂອງເຈົ້າ, ນີ້ເປັນພຽງຄຳເວົ້າເທົ່ານັ້ນ. ມັນບໍ່ມີຮູບພາບທີ່ແທ້ຈິງມາຮອງຮັບ. ມັນວ່າງເປົ່າເກີນໄປ ແລະ ມັນບໍ່ສາມາດປະຕິບັດໄດ້ຈິງ; ມັນບໍ່ສາມາດໃຊ້ເປັນບ່ອນອ້າງອີງທີ່ນຳມາປະຕິບັດໄດ້ຈິງ. ແຕ່ເມື່ອຄົນໃດໜຶ່ງໄດ້ພົວພັນກັບຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍສາມາດເຫັນອຸປະນິໄສທີ່ຊົ່ວຊ້າ, ໂຫດຮ້າຍຂອງຊາຕານ ແລະ ແກ່ນແທ້ຂອງມັນທີ່ເບື່ອໜ່າຍຄວາມຈິງໄດ້ຢ່າງຊັດເຈນຂຶ້ນ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຊາຕານກໍຈະເລິກເຊິ່ງ ແລະ ປະຕິບັດໄດ້ຈິງຫຼາຍຂຶ້ນເລັກນ້ອຍ. ຖ້າບໍ່ມີບຸກຄົນ ແລະ ຕົວຢ່າງທີ່ແທ້ຈິງເຫຼົ່ານີ້ໃຫ້ຜູ້ຄົນໄດ້ສຳຜັດ ແລະ ເບິ່ງເຫັນ, ສິ່ງທີ່ພວກເຂົາເອີ້ນວ່າຄວາມເຂົ້າໃຈກ່ຽວກັບຄວາມຈິງກໍຈະບໍ່ຊັດເຈນ, ວ່າງເປົ່າ ແລະ ບໍ່ສາມາດປະຕິບັດໄດ້ຈິງ. ແຕ່ເມື່ອຜູ້ຄົນໄດ້ພົວພັນຢ່າງແທ້ຈິງກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍເຫຼົ່ານີ້, ພວກເຂົາສາມາດເຫັນວິທີທີ່ຄົນເຫຼົ່ານັ້ນເຮັດຄວາມຊົ່ວຊ້າ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາສາມາດລະບຸແກ່ນແທ້ທຳມະຊາດຂອງຊາຕານໄດ້. ພວກເຂົາເຫັນວ່າຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ແມ່ນຊາຕານທີ່ກັບມາບັງເກີດເປັນເນື້ອໜັງ, ເປັນຊາຕານໂຕເປັນໆ, ເປັນມານຮ້າຍໂຕເປັນໆ. ການພົວພັນກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍສາມາດມີຜົນກະທົບແບບນີ້ໄດ້. ເມື່ອຊາຕານທີ່ກັບມາບັງເກີດເປັນເນື້ອໜັງເປັນຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ, ຄວາມສາມາດທາງຮ່າງກາຍເນື້ອໜັງຂອງມັນນັ້ນມີຈຳກັດ, ແຕ່ມັນກໍຍັງສາມາດເຮັດສິ່ງທີ່ບໍ່ດີໄດ້ຫຼາຍຢ່າງ ແລະ ກໍ່ໃຫ້ເກີດບັນຫາຫຼາຍຢ່າງ ແລະ ມີຄວາມຊົ່ວຊ້າ ແລະ ມີເລ່ຫຼ່ຽມຢູ່ໃນການກະທຳ. ສະນັ້ນ, ຄວາມຊົ່ວຮ້າຍທີ່ຊາຕານໃນໂລກຝ່າຍວິນຍານເຮັດນັ້ນ ຕ້ອງຍິ່ງໃຫຍ່ກວ່າຄວາມຊົ່ວຮ້າຍທັງໝົດຂອງສິ່ງທີ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທັງໝົດທີ່ດຳລົງຊີວິດຢູ່ໃນເນື້ອໜັງໄດ້ເຮັດເປັນຮ້ອຍ ຫຼື ເປັນພັນເທົ່າ. ສະນັ້ນ, ບົດຮຽນທີ່ຜູ້ຄົນໄດ້ຮຽນຮູ້ ໂດຍການພົວພັນກັບຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສນັ້ນ ເປັນການຊ່ວຍເຫຼືອອັນໃຫຍ່ຫຼວງສຳລັບພວກເຂົາ ໃນການພັດທະນາການແຍກແຍະ ແລະ ເບິ່ງເຫັນໃບໜ້າຂອງຊາຕານໄດ້ຢ່າງຊັດເຈນ. ສິ່ງເຫຼົ່ານັ້ນເຮັດໃຫ້ຜູ້ຄົນສາມາດຮຽນຮູ້ທີ່ຈະແຍກແຍະວ່າ ສິ່ງໃດເປັນສິ່ງທີ່ເປັນບວກ ແລະ ສິ່ງໃດເປັນສິ່ງທີ່ເປັນລົບ, ສິ່ງໃດທີ່ພຣະເຈົ້າລັງກຽດ ແລະ ສິ່ງໃດທີ່ພຣະອົງພໍໃຈ, ສິ່ງໃດຄືຄວາມຈິງ ແລະ ສິ່ງໃດຄືຄວາມຫຼອກລວງ, ສິ່ງໃດຄືຄວາມຍຸຕິທຳ ແລະ ສິ່ງໃດຄືຄວາມຊົ່ວຊ້າ, ພຣະເຈົ້າກຽດຊັງສິ່ງໃດກັນແທ້ ແລະ ພຣະອົງຮັກສິ່ງໃດກັນແທ້ ແລະ ພຣະເຈົ້າປະຕິເສດ ແລະ ກຳຈັດຄົນປະເພດໃດ ແລະ ພຣະອົງຮອງຮັບ ແລະ ຮັບເອົາຄົນປະເພດໃດ. ມັນໄຮ້ປະໂຫຍດທີ່ຈະພະຍາຍາມເຂົ້າໃຈຄຳຖາມເຫຼົ່ານີ້ໃນແງ່ຂອງຫຼັກຄຳສອນພຽງຢ່າງດຽວ. ຄົນເຮົາຕ້ອງມີປະສົບການກັບຫຼາຍສິ່ງຫຼາຍຢ່າງ, ໂດຍສະເພາະການເຮັດໃຫ້ຫຼົງຜິດ ແລະ ການລົບກວນຂອງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ຈົນກວ່າຄົນເຮົາຈະມີການແຍກແຍະໄດ້ຢ່າງແທ້ຈິງ ພວກເຂົາຈຶ່ງຈະສາມາດເຂົ້າໃຈຄວາມຈິງຫຼາຍຢ່າງເຫຼົ່ານີ້ ແລະ ເຂົ້າເຖິງຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ສາມາດນຳໄປປະຕິບັດໄດ້ຈິງຫຼາຍຂຶ້ນກ່ຽວກັບສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ສິ່ງທີ່ພຣະອົງຕ້ອງການໃຫ້ໄດ້ມາ. ສິ່ງນີ້ບໍ່ໄດ້ນໍາໄປສູ່ຄວາມເຂົ້າໃຈທີ່ຫຼາຍຂຶ້ນກ່ຽວກັບເຈດຕະນາຂອງພຣະເຈົ້າບໍ? ມັນບໍ່ສາມາດເຮັດໃຫ້ເຈົ້າໝັ້ນໃຈຫຼາຍຂຶ້ນບໍວ່າ ພຣະເຈົ້າຄືຄວາມຈິງ ແລະ ເປັນອົງທີ່ໜ້າຮັກທີ່ສຸດ? (ແມ່ນແລ້ວ.) ພຣະເຈົ້າໃຫ້ຜູ້ຄົນໄດ້ຮຽນຮູ້ບົດຮຽນ ແລະ ພັດທະນາການແຍກແຍະໃນຂະບວນການຂອງການມີປະສົບການກັບສິ່ງຕ່າງໆ ແລະ ແນ່ນອນວ່າພຣະອົງກຳລັງຝຶກຝົນຜູ້ຄົນເຊັ່ນດຽວກັນ, ໃນຂະນະດຽວກັນກໍເປີດເຜີຍຄົນແຕ່ລະປະເພດ. ເມື່ອບາງຄົນພົບພໍ້ກັບຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາບໍ່ກ້າເປີດໂປງ ຫຼື ລະບຸຕົວພວກເຂົາ ແລະ ພວກເຂົາບໍ່ກ້າພົວພັນກັບພວກເຂົາ. ພວກເຂົາຢ້ານ ແລະ ເຮັດພຽງພະຍາຍາມຫຼີກລ່ຽງພວກເຂົາ, ຄືກັບວ່າພວກເຂົາໄດ້ເຫັນງູພິດ. ຄົນເຊັ່ນນີ້ຂີ້ຢ້ານເກີນກວ່າທີ່ຈະຮຽນຮູ້ບົດຮຽນ ແລະ ພວກເຂົາຈະບໍ່ພັດທະນາການແຍກແຍະ. ບາງຄົນທີ່ພົບພໍ້ກັບຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ໃສ່ໃຈກັບການຮຽນຮູ້ບົດຮຽນ ຫຼື ການໄດ້ຮັບການແຍກແຍະ; ພວກເຂົາປ່ອຍໃຫ້ຄວາມຫົວຮ້ອນຂອງພວກເຂົານໍາທາງໃນວິທີທີ່ພວກເຂົາປະຕິບັດຕໍ່ຄົນເຫຼົ່ານັ້ນ ແລະ ເມື່ອເຖິງເວລາທີ່ຈະເປີດໂປງ ແລະ ລະບຸຕົວຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍບໍ່ສາມາດເຮັດໃຫ້ເກີດປະໂຫຍດ ຫຼື ເຮັດສິ່ງທີ່ປະຕິບັດໄດ້ຈິງ. ບາງຄົນເຫັນຜູ້ຕໍ່ຕ້ານພຣະຄຣິສເຮັດຄວາມຊົ່ວຢ່າງຫຼວງຫຼາຍ ແລະ ພວກເຂົາກໍຮູ້ສຶກເບື່ອໜ່າຍຕໍ່ສິ່ງເຫຼົ່ານັ້ນໃນຫົວໃຈ, ແຕ່ພວກເຂົາຮູ້ສຶກວ່າບໍ່ສາມາດເຮັດຫຍັງໄດ້ເລີຍ. ດ້ວຍເຫດນັ້ນ ພວກເຂົາຈຶ່ງຖືກຜູ້ຕໍ່ຕ້ານພຣະຄຣິສປັ່ນຫົວຕາມອຳເພີໃຈ ແລະ ພວກເຂົາກໍອົດທົນຕໍ່ສິ່ງນີ້ຕໍ່ໄປ ແລະ ຍອມຈຳນົນຕໍ່ມັນ. ພວກເຂົາປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິສກະທຳການຢ່າງບໍ່ຄິດໃຫ້ດີ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ພວກເຂົາບໍ່ໄດ້ລາຍງານ ຫຼື ເປີດໂປງຄົນເຫຼົ່ານັ້ນ. ພວກເຂົາບໍ່ສາມາດຮັບຜິດຊອບ ແລະ ເຮັດໜ້າທີ່ຂອງພວກເຂົາໃນຖານະມະນຸດ. ສະຫຼຸບແລ້ວ, ເມື່ອຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສສ້າງຄວາມເສຍຫາຍ ແລະ ເຮັດຕາມອຳເພີໃຈຂອງພວກເຂົາ, ສິ່ງນີ້ກໍໄດ້ເປີດເຜີຍຄົນທຸກປະເພດ ແລະ ແນ່ນອນວ່າມັນຍັງເຮັດໜ້າທີ່ຝຶກຝົນຜູ້ທີ່ໄລ່ຕາມຄວາມຈິງ ແລະ ມີຄວາມຍຸຕິທຳ, ເຮັດໃຫ້ພວກເຂົາເຕີບໂຕໃນການແຍກແຍະ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ຮຽນຮູ້ບາງສິ່ງບາງຢ່າງ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າຈາກສິ່ງນີ້. ພວກເຂົາໄດ້ເຂົ້າໃຈເຈດຕະນາອັນໃດຂອງພຣະເຈົ້າ? ພວກເຂົາຖືກເຮັດໃຫ້ເຫັນວ່າ ພຣະເຈົ້າບໍ່ໄດ້ຊ່ວຍຜູ້ຕໍ່ຕ້ານພຣະຄຣິສໃຫ້ລອດພົ້ນ, ແຕ່ພຽງໃຊ້ພວກເຂົາເພື່ອຮັບໃຊ້ ແລະ ເມື່ອຜູ້ຕໍ່ຕ້ານພຣະຄຣິສຮັບໃຊ້ສຳເລັດແລ້ວ, ພຣະເຈົ້າກໍເປີດເຜີຍ ແລະ ກຳຈັດພວກເຂົາ ແລະ ໃນທີ່ສຸດກໍລົງໂທດພວກເຂົາ, ເພາະວ່າພວກເຂົາເປັນຄົນຊົ່ວຮ້າຍ ແລະ ເປັນຂອງຊາຕານ. ຜູ້ທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນແມ່ນກຸ່ມຄົນທີ່ເຖິງແມ່ນວ່າຈະມີອຸປະນິໄສທີ່ເສື່ອມຊາມ ແຕ່ກໍຮັກສິ່ງທີ່ເປັນບວກ ແລະ ຍອມຮັບວ່າພຣະເຈົ້າຄືຄວາມຈິງ ແລະ ອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະອົງ ແລະ ເມື່ອໄດ້ກະທຳຜິດແລ້ວ ກໍສາມາດກັບໃຈຢ່າງແທ້ຈິງໄດ້. ຄົນເຫຼົ່ານີ້ສາມາດຍອມຮັບການຖືກລິຮານ, ການຖືກພິພາກສາ ແລະ ຖືກລົງທັນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາສາມາດປະເຊີນໜ້າກັບສິ່ງເຫຼົ່ານັ້ນຢ່າງຖືກຕ້ອງ ເມື່ອຄົນອື່ນເປີດໂປງພວກເຂົາ ຫຼື ຊີ້ໃຫ້ເຫັນບັນຫາຂອງພວກເຂົາ. ຜູ້ທີ່ບໍ່ວ່າພຣະເຈົ້າຈະເຮັດແນວໃດກໍຕາມ, ກໍສາມາດຍອມຮັບມັນ ແລະ ອ່ອນນ້ອມຕໍ່ມັນ ແລະ ຮຽນຮູ້ບາງສິ່ງບາງຢ່າງຈາກມັນ, ນັ້ນຄືກຸ່ມຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງ, ມີປະສົບການກັບວຽກງານຂອງພຣະອົງ ແລະ ຖືກຮັບເອົາໂດຍພຣະອົງ.
ນີ້ຄືບົດສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ. ຕໍ່ມາ, ພວກເຈົ້າສາມາດຊອກຫາບາງຕົວຢ່າງທີ່ພວກເຈົ້າເຄີຍເຫັນ ຫຼື ມີປະສົບການດ້ວຍຕົນເອງ ແລະ ໄຈ້ແຍກຕົວຢ່າງເຫຼົ່ານັ້ນ ແລະ ໂອ້ລົມກ່ຽວກັບຕົວຢ່າງເຫຼົ່ານັ້ນ ໂດຍອີງໃສ່ແກ່ນແທ້ຂອງພວກມັນ, ເພື່ອໃຫ້ອ້າຍເອື້ອຍນ້ອງສາມາດໄດ້ຮັບການແຍກແຍະ. ເປົ້າໝາຍຂອງການທີ່ພວກເຂົາໄດ້ຮັບການແຍກແຍະແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນສາມາດປະຕິເສດຜູ້ຕໍ່ຕ້ານພຣະຄຣິສ, ເພື່ອຂັດຂວາງ ແລະ ຈຳກັດການກະທຳທີ່ຊົ່ວຮ້າຍຂອງພວກເຂົາໃນຄຣິສຕະຈັກ ແລະ ປ້ອງກັນບໍ່ໃຫ້ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຄຣິສຕະຈັກ ແລະ ສະຖານທີ່ສຳຄັນທີ່ຜູ້ຄົນປະຕິບັດໜ້າທີ່ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍໃດກໍຕາມຕໍ່ວຽກງານຂອງຄຣິສຕະຈັກ. ສິ່ງນີ້ເອີ້ນວ່າການຈຳກັດຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສສ່ວນໃຫຍ່ບໍ່ໄດ້ຕັດສິນພຣະເຈົ້າ ຫຼື ຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍໃນຄຣິສຕະຈັກ, ແຕ່ພວກເຂົາກໍເຮັດຄວາມຊົ່ວຊ້າຢ່າງຫຼວງຫຼາຍຢ່າງລັບໆ. ພວກເຂົາລົບກວນການໃຊ້ຊີວິດໃນຄຣິສຕະຈັກ ແລະ ພວກເຂົາຂັດຂວາງ ແລະ ລົບກວນຜູ້ນຳ ແລະ ຜູ້ເຮັດວຽກໃນການໂອ້ລົມຄວາມຈິງ ແລະ ການກະທຳຕາມຫຼັກການ. ພວກເຂົາເວົ້າຄຳເວົ້າທີ່ບໍ່ຄິດ ແລະ ຕັດສິນຕາມອຳເພີໃຈກ່ຽວກັບວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາເຖິງກັບປະນາມຜູ້ນຳ ແລະ ຜູ້ເຮັດວຽກ, ເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກຫຼົງຜິດ ແລະ ກໍ່ໃຫ້ເກີດການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ເຊິ່ງສົ່ງຜົນກະທົບຕໍ່ຜົນໄດ້ຮັບຂອງຜູ້ຄົນທີ່ພຣະເຈົ້າເລືອກໃນການປະຕິບັດໜ້າທີ່ຂອງພວກເຂົາ. ນີ້ຄືຄວາມຊົ່ວຮ້າຍອັນໃຫຍ່ຫຼວງຂອງການລົບກວນວຽກງານຂອງພຣະເຈົ້າ. ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນຄວນຮູ້ວ່າ ຄວາມຊົ່ວຮ້າຍທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດນັ້ນເປັນຄວາມຊົ່ວຮ້າຍອັນໃຫຍ່ຫຼວງ, ເປັນບາບອັນໃຫຍ່ຫຼວງທີ່ບໍ່ສາມາດໃຫ້ອະໄພໄດ້. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນເປົ້າໝາຍຂອງການຈຳກັດໃນເຮືອນຂອງພຣະເຈົ້າຢູ່ສະເໝີ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງຖືກຂັບໄລ່ອອກຈາກຄຣິສຕະຈັກ, ສິ່ງນີ້ແມ່ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ຖ້າຜູ້ຕໍ່ຕ້ານພຣະຄຣິສຖືກປ່ອຍໃຫ້ເອົາແຕ່ໃຈ ແລະ ເຮັດຕາມອຳເພີໃຈໃນຄຣິສຕະຈັກ, ຮ້ອງໂຮຄຳຂວັນ ແລະ ຂໍ້ອ້າງໃດກໍຕາມທີ່ພວກເຂົາຕ້ອງການ ເພື່ອຄວບຄຸມ ແລະ ຂົ່ມຂູ່ ຫຼື ເຮັດໃຫ້ຫຼົງຜິດ ແລະ ນຳພາອ້າຍເອື້ອຍນ້ອງຢ່າງຜິດໆ ແລະ ຜູ້ນຳ ແລະ ຜູ້ເຮັດວຽກກໍປ່ອຍປະລະເລີຍສິ່ງນີ້ ແລະ ບໍ່ລົງມືເຮັດຫຍັງ ແລະ ບໍ່ກ້າເປີດໂປງ ຫຼື ຈຳກັດຜູ້ຕໍ່ຕ້ານພຣະຄຣິສ ຍ້ອນຢ້ານວ່າຈະລ່ວງເກີນພວກເຂົາ ແລະ ສິ່ງນີ້ກໍ່ໃຫ້ເກີດການທີ່ອ້າຍເອື້ອຍນ້ອງຂອງຄຣິສຕະຈັກນັ້ນຖືກຜູ້ຕໍ່ຕ້ານພຣະຄຣິສປັ່ນຫົວ ແລະ ລົບກວນຕາມອຳເພີໃຈ, ຜູ້ນຳຂອງຄຣິສຕະຈັກນັ້ນກໍຄືຄົນປະຈົບປະແຈງ, ພວກເຂົາເປັນຄົນໄຮ້ຄ່າທີ່ຄວນຖືກກຳຈັດ. ຖ້າຜູ້ນຳຂອງຄຣິສຕະຈັກມີການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ ແລະ ພວກເຂົາເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສາມາດລຸກຂຶ້ນ ແລະ ເປີດໂປງພວກເຂົາ ແລະ ກຳຈັດມານຮ້າຍອອກໄປ ເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ, ສິ່ງນີ້ກໍຈະເປັນການເຮັດໃຫ້ມານຮ້າຍ ແລະ ຊາຕານອັບອາຍ ແລະ ມັນຍັງຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າອີກດ້ວຍ. ຜູ້ນຳຂອງຄຣິສຕະຈັກນີ້ແມ່ນຜູ້ນຳທີ່ໄດ້ມາດຕະຖານ ແລະ ຄອບຄອງຄວາມເປັນຈິງຄວາມຈິງ. ຖ້າຄຣິສຕະຈັກກຳລັງທົນທຸກຈາກການລົບກວນຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຫຼັງຈາກທີ່ຖືກລະບຸຕົວ ແລະ ຖືກປະຕິເສດໂດຍອ້າຍເອື້ອຍນ້ອງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍແກ້ແຄ້ນ, ກົດຂີ່ ແລະ ປະນາມອ້າຍເອື້ອຍນ້ອງຢ່າງບ້າຄັ່ງ, ຖ້າຜູ້ນຳຄຣິສຕະຈັກບໍ່ລົງມືເຮັດຫຍັງ, ຫຼັບຫູຫຼັບຕາ ແລະ ພະຍາຍາມບໍ່ລ່ວງເກີນຜູ້ໃດ, ຜູ້ນຳເຫຼົ່ານັ້ນກໍຄືຜູ້ນຳປອມ. ພວກເຂົາເປັນຄົນໄຮ້ຄ່າທີ່ຄວນຖືກກຳຈັດ. ໃນຖານະຜູ້ນຳຄຣິສຕະຈັກ, ຖ້າຄົນໃດໜຶ່ງບໍ່ສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາ, ຖ້າພວກເຂົາບໍ່ສາມາດລະບຸຕົວ, ຈຳກັດ ແລະ ຈັດການກັບຜູ້ຕໍ່ຕ້ານພຣະຄຣິສ, ຖ້າພວກເຂົາປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິສອາລະວາດ ແລະ ເຮັດຕາມທີ່ພວກເຂົາຕ້ອງການໃນຄຣິສຕະຈັກ ແລະ ຖ້າພວກເຂົາບໍ່ສາມາດປົກປ້ອງຜູ້ຄົນທີ່ພຣະເຈົ້າເລືອກຈາກການຖືກເຮັດໃຫ້ຫຼົງຜິດ, ບໍ່ສາມາດປົກປ້ອງຜູ້ຄົນທີ່ພຣະເຈົ້າເລືອກເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ ແລະ ຍິ່ງໄປກວ່ານັ້ນ ບໍ່ສາມາດຮັກສາຄວາມຄືບໜ້າທີ່ປົກກະຕິຂອງວຽກງານຄຣິສຕະຈັກໄດ້, ຜູ້ນຳຄົນນັ້ນກໍເປັນຄົນໄຮ້ຄ່າທີ່ຄວນຖືກກຳຈັດ. ຖ້າຜູ້ນຳຂອງຄຣິສຕະຈັກຢ້ານທີ່ຈະເປີດໂປງ, ລິຮານ, ຈຳກັດ ແລະ ລົງມືຈັດການກັບຜູ້ຕໍ່ຕ້ານພຣະຄຣິສ ຍ້ອນວ່າຜູ້ຕໍ່ຕ້ານພຣະຄຣິສນັ້ນໂຫດຮ້າຍ ແລະ ອຳມະຫິດ ແລະ ດ້ວຍເຫດນັ້ນຈຶ່ງປ່ອຍໃຫ້ພວກເຂົາອາລະວາດໃນຄຣິສຕະຈັກ, ກາຍເປັນທໍລະລາດ, ເຮັດທຸກສິ່ງທີ່ພວກເຂົາຕ້ອງການ ແລະ ເຮັດໃຫ້ການດຳເນີນວຽກງານສ່ວນໃຫຍ່ຂອງຄຣິສຕະຈັກເປັນອຳມະພາດ, ເຮັດໃຫ້ມັນຢຸດສະງັກ, ຜູ້ນຳຂອງຄຣິສຕະຈັກນີ້ກໍເປັນຄົນໄຮ້ຄ່າເຊັ່ນດຽວກັນ ແລະ ຄວນຖືກກຳຈັດ. ຖ້າເປັນຍ້ອນພວກເຂົາຢ້ານການແກ້ແຄ້ນ, ຜູ້ນຳຂອງຄຣິສຕະຈັກຈຶ່ງບໍ່ເຄີຍມີຄວາມກ້າຫານທີ່ຈະເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແລະ ບໍ່ເຄີຍພະຍາຍາມຢັບຢັ້ງການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງນຳໄປສູ່ການຂັດຂວາງ, ການລົບກວນ ແລະ ຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຊີວິດໃນຄຣິສຕະຈັກ ແລະ ຕໍ່ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ, ຜູ້ນຳຂອງຄຣິສຕະຈັກນີ້ກໍເປັນຄົນໄຮ້ຄ່າເຊັ່ນດຽວກັນ ແລະ ຄວນຖືກກຳຈັດ. ພວກເຈົ້າຈະສະໜັບສະໜູນການເປັນຜູ້ນຳຂອງຄົນແບບນັ້ນຕໍ່ໄປບໍ? (ບໍ່.) ສະນັ້ນ, ພວກເຈົ້າຄວນເຮັດແນວໃດເມື່ອພວກເຈົ້າພົບພໍ້ກັບຜູ້ນຳເຊັ່ນນີ້? ເຈົ້າຄວນຖາມພວກເຂົາວ່າ “ຜູ້ຕໍ່ຕ້ານພຣະຄຣິສເຮັດຄວາມຊົ່ວຮ້າຍອັນໃຫຍ່ຫຼວງເຊັ່ນນີ້, ພວກເຂົາອາລະວາດໃນຄຣິສຕະຈັກ, ພວກເຂົາກຳລັງພະຍາຍາມຍຶດອຳນາດ, ເຈົ້າສາມາດຄວບຄຸມພວກເຂົາໄດ້ບໍ? ເຈົ້າມີຄວາມກ້າຫານທີ່ຈະເປີດໂປງພວກເຂົາບໍ? ຖ້າເຈົ້າບໍ່ກ້າລົງມືຈັດການກັບພວກເຂົາ, ເຈົ້າກໍຄວນລາອອກ. ເຈົ້າຄວນຮີບຟ້າວລາອອກໄປ. ຖ້າເຈົ້າປົກປ້ອງຜົນປະໂຫຍດທາງເນື້ອໜັງຂອງເຈົ້າເອງ ແລະ ສົ່ງມອບອ້າຍເອື້ອຍນ້ອງໃຫ້ກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍຍ້ອນຄວາມຢ້ານຕໍ່ຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍຄວນຖືກສາບແຊ່ງ. ເຈົ້າບໍ່ເໝາະສົມທີ່ຈະເປັນຜູ້ນຳ, ເຈົ້າເປັນຄົນໄຮ້ຄ່າ, ເຈົ້າເປັນຄົນທີ່ຕາຍໄປແລ້ວ!” ຜູ້ນຳປອມເຊັ່ນນີ້ຄວນຖືກເປີດໂປງ ແລະ ຖືກປົດອອກ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ; ເມື່ອປະເຊີນໜ້າກັບຄົນຊົ່ວຮ້າຍ, ພວກເຂົາບໍ່ໄດ້ປົກປ້ອງອ້າຍເອື້ອຍນ້ອງ, ແຕ່ຄຸກເຂົ່າໃຫ້ກັບຄົນຊົ່ວຮ້າຍ ແລະ ຍອມອ່ອນຂໍ້ໃຫ້ພວກເຂົາ ແລະ ອ້ອນວອນຂໍຄວາມເມດຕາ, ຍືດຊີວິດຢູ່ໄປວັນໆຢ່າງໜ້າອັບອາຍ. ຜູ້ນຳເຊັ່ນນີ້ເປັນຄົນໄຮ້ຄ່າ. ພວກເຂົາເປັນຄົນທໍລະຍົດ ແລະ ພວກເຂົາຄວນຖືກປະຕິເສດ.
ຕໍ່ໄປ ພວກເຮົາຈະໂອ້ລົມກ່ຽວກັບອີກປະເດັນໜຶ່ງ, ນັ້ນກໍຄື ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາຖືກເປີດໂປງແນວໃດ ເມື່ອພວກເຂົາຖືກລິຮານ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເຮັດວຽກໃນເຮືອນຂອງພຣະເຈົ້າໄດ້ມີຄວາມຕັ້ງໃຈຢ່າງງຽບໆທີ່ຈະປະຕິບັດຢ່າງລະມັດລະວັງ, ເພື່ອຫຼີກລ່ຽງການເຮັດຜິດພາດ, ການຖືກລິຮານ, ການເຮັດໃຫ້ເບື້ອງເທິງໂມໂຫ ຫຼື ການຖືກຜູ້ນຳຂອງພວກເຂົາຈັບໄດ້ວ່າເຮັດບາງສິ່ງທີ່ບໍ່ດີ ແລະ ພວກເຂົາກໍໝັ້ນໃຈວ່າຈະມີຄົນເຫັນ ເມື່ອພວກເຂົາເຮັດສິ່ງທີ່ດີ. ເຖິງຢ່າງໃດກໍຕາມ, ບໍ່ວ່າພວກເຂົາຈະລະມັດລະວັງສໍ່າໃດກໍຕາມ, ເນື່ອງຈາກຂໍ້ເທັດຈຈິງທີ່ວ່າແຮງຈູງໃຈ ແລະ ເສັ້ນທາງທີ່ພວກເຂົາເລືອກນັ້ນບໍ່ຖືກຕ້ອງ ແລະ ຍ້ອນພວກເຂົາເວົ້າ ແລະ ກະທຳ ເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະເທົ່ານັ້ນ ແລະ ບໍ່ເຄີຍສະແຫວງຫາຄວາມຈິງ, ພວກເຂົາມັກຈະລະເມີດຫຼັກການ, ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ປະຕິບັດໜ້າທີ່ເປັນຄົນຮັບໃຊ້ຂອງຊາຕານ ແລະ ເຖິງກັບມັກຈະກະທຳຜິດຫຼາຍຢ່າງ. ມັນເປັນເລື່ອງທຳມະດາຫຼາຍ ແລະ ເປັນເລື່ອງປົກກະຕິຫຼາຍສຳລັບຄົນເຊັ່ນນີ້ທີ່ຈະລະເມີດຫຼັກການ ແລະ ກະທຳຜິດຢູ່ເລື້ອຍໆ. ສະນັ້ນ, ແນ່ນອນວ່າມັນຍາກຫຼາຍສຳລັບພວກເຂົາທີ່ຈະຫຼີກລ່ຽງການຖືກລິຮານ. ພວກເຂົາໄດ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສບາງຄົນໄດ້ຖືກເປີດເຜີຍ ແລະ ຖືກກຳຈັດ ຍ້ອນພວກເຂົາຖືກລິຮານຢ່າງເຂັ້ມງວດ. ພວກເຂົາໄດ້ເຫັນສິ່ງເຫຼົ່ານີ້ດ້ວຍຕາຂອງພວກເຂົາເອງ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງກະທຳການຢ່າງລະມັດລະວັງຫຼາຍ? ເຫດຜົນໜຶ່ງທີ່ແນ່ນອນກໍຄື ພວກເຂົາຢ້ານການຖືກເປີດເຜີຍ ແລະ ຖືກກຳຈັດ. ພວກເຂົາຄິດວ່າ “ຂ້ອຍຕ້ອງລະມັດລະວັງ, ເຖິງແນວໃດກໍຕາມ, ‘ຄວາມລະມັດລະວັງນຳມາເຊິ່ງຄວາມປອດໄພ’ ແລະ ‘ຄົນດີຍ່ອມມີຊີວິດທີ່ສະຫງົບສຸກ’. ຂ້ອຍຕ້ອງປະຕິບັດຕາມຫຼັກການເຫຼົ່ານີ້ ແລະ ເຕືອນຕົນເອງຢູ່ຕະຫຼອດເວລາ ເພື່ອຫຼີກລ່ຽງການເຮັດຜິດ ຫຼື ການສ້າງບັນຫາ ແລະ ຂ້ອຍຕ້ອງສະກັດກັ້ນຄວາມເສື່ອມຊາມ ແລະ ເຈດຕະນາຂອງຂ້ອຍ ແລະ ບໍ່ໃຫ້ຜູ້ໃດເຫັນສິ່ງເຫຼົ່ານັ້ນ. ຕາບໃດທີ່ຂ້ອຍບໍ່ເຮັດຜິດ ແລະ ສາມາດອົດທົນຈົນເຖິງທີ່ສຸດ, ຂ້ອຍກໍຈະໄດ້ຮັບພອນ, ຫຼີກລ່ຽງຄວາມຫາຍະນະ ແລະ ຂ້ອຍຈະປະສົບຄວາມສຳເລັດໃນຄວາມເຊື່ອໃນພຣະເຈົ້າຂອງຂ້ອຍ!” ພວກເຂົາມັກຈະກະຕຸ້ນຕົນເອງ, ສ້າງແຮງຈູງໃຈ ແລະ ໃຫ້ກຳລັງໃຈຕົນເອງດ້ວຍວິທີນີ້. ເລິກໆແລ້ວ, ພວກເຂົາເຊື່ອວ່າຖ້າພວກເຂົາເຮັດຜິດ, ໂອກາດຂອງພວກເຂົາໃນການໄດ້ຮັບພອນກໍຈະຫຼຸດລົງຢ່າງຫຼວງຫຼາຍ. ນີ້ບໍ່ແມ່ນການຄິດໄລ່ ແລະ ຄວາມເຊື່ອທີ່ຄອບຄອງຢູ່ສ່ວນເລິກໃນຫົວໃຈຂອງພວກເຂົາບໍ? ໂດຍບໍ່ຄຳນຶງເຖິງເລື່ອງການຄິດໄລ່ ຫຼື ຄວາມເຊື່ອຂອງຜູ້ຕໍ່ຕ້ານພຣະຄຣິສນີ້ວ່າຖືກ ຫຼື ຜິດ, ໂດຍອີງໃສ່ສິ່ງນີ້, ພວກເຂົາຈະກັງວົນກ່ຽວກັບຫຍັງຫຼາຍທີ່ສຸດເມື່ອຖືກລິຮານ? (ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ.) ພວກເຂົາເຊື່ອມໂຍງການຖືກລິຮານເຂົ້າກັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ, ສິ່ງນີ້ກ່ຽວຂ້ອງກັບທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ. ພວກເຂົາຄິດກັບຕົນເອງວ່າ: “ຂ້ອຍຖືກລິຮານແບບນີ້ຍ້ອນຂ້ອຍກຳລັງຈະຖືກກຳຈັດບໍ? ເປັນຍ້ອນຂ້ອຍບໍ່ເປັນທີ່ຕ້ອງການແລ້ວບໍ? ເຮືອນຂອງພຣະເຈົ້າຈະຢຸດຂ້ອຍຈາກການປະຕິບັດໜ້າທີ່ນີ້ບໍ? ຂ້ອຍເບິ່ງຄືວ່າບໍ່ໜ້າໄວ້ໃຈບໍ? ຂ້ອຍກຳລັງຈະຖືກປ່ຽນແທນດ້ວຍຄົນທີ່ດີກວ່າບໍ? ຖ້າຂ້ອຍຖືກກຳຈັດ, ຂ້ອຍຍັງຈະໄດ້ຮັບພອນຢູ່ບໍ? ຂ້ອຍຍັງຈະສາມາດເຂົ້າສູ່ອານາຈັກສະຫວັນໄດ້ຢູ່ບໍ? ຟັງເບິ່ງຄືວ່າການປະຕິບັດງານຂອງຂ້ອຍຍັງບໍ່ເປັນທີ່ໜ້າພໍໃຈປານໃດ, ສະນັ້ນ ຂ້ອຍຕ້ອງລະມັດລະວັງໃຫ້ຫຼາຍຂຶ້ນໃນອະນາຄົດ ແລະ ຮຽນຮູ້ທີ່ຈະເຊື່ອຟັງ ແລະ ປະພຶດຕົວດີ ແລະ ບໍ່ສ້າງບັນຫາໃດກໍຕາມ. ຂ້ອຍຕ້ອງຮຽນຮູ້ທີ່ຈະອົດທົນ ແລະ ມີຊີວິດລອດໂດຍການກົ້ມໜ້າກົ້ມຕາ. ທຸກໆມື້ເມື່ອຂ້ອຍເຮັດສິ່ງຕ່າງໆ, ຂ້ອຍຕ້ອງຈິນຕະນາການວ່າຂ້ອຍຕ້ອງໄດ້ລະມັດລະວັງຕົວທີ່ສຸດ. ຂ້ອຍຈະປະໝາດບໍ່ໄດ້. ເຖິງແມ່ນວ່າຄັ້ງນີ້ຂ້ອຍໄດ້ເປີດເຜີຍຕົນເອງຢ່າງບໍ່ລະມັດລະວັງ ແລະ ຖືກລິຮານ, ແຕ່ນໍ້າສຽງຂອງພວກເຂົາກໍຟັງເບິ່ງຄືວ່າບໍ່ເຂັ້ມງວດປານໃດ. ເບິ່ງຄືວ່າບັນຫາບໍ່ຮ້າຍແຮງຫຼາຍ, ເບິ່ງຄືວ່າຂ້ອຍຍັງມີໂອກາດ, ຂ້ອຍຍັງສາມາດຫຼົບໜີຈາກຫາຍະນະ ແລະ ຍັງໄດ້ຮັບພອນຢູ່, ສະນັ້ນ ຂ້ອຍຄວນຍອມຮັບສິ່ງນີ້ຢ່າງຖ່ອມຕົວ. ມັນບໍ່ແມ່ນວ່າຂ້ອຍກຳລັງຈະຖືກປົດອອກ, ຍິ່ງບໍ່ຕ້ອງເວົ້າເລີຍວ່າຈະຖືກກຳຈັດ ຫຼື ຖືກຂັບໄລ່, ສະນັ້ນ ຂ້ອຍສາມາດຍອມຮັບການຖືກລິຮານດ້ວຍວິທີນີ້ໄດ້”. ນີ້ແມ່ນທັດສະນະຄະຕິຂອງການຍອມຮັບການຖືກລິຮານບໍ? ນີ້ແມ່ນການຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົນເອງຢ່າງແທ້ຈິງບໍ? ນີ້ແມ່ນການຕ້ອງການກັບໃຈ ແລະ ເລີ່ມຕົ້ນໃໝ່ຢ່າງແທ້ຈິງບໍ? ນີ້ແມ່ນການຕັ້ງໃຈຢ່າງແທ້ຈິງທີ່ຈະກະທຳຕາມຫຼັກການບໍ? ບໍ່, ມັນບໍ່ແມ່ນ. ແລ້ວເປັນຫຍັງພວກເຂົາຈຶ່ງກະທຳແບບນີ້? ຍ້ອນຄວາມຫວັງອັນເລັກນ້ອຍນັ້ນທີ່ວ່າ ພວກເຂົາສາມາດຫຼີກລ່ຽງຫາຍະນະ ແລະ ໄດ້ຮັບພອນ. ຕາບໃດທີ່ຄວາມຫວັງອັນເລັກນ້ອຍນັ້ນຍັງມີຢູ່, ພວກເຂົາກໍບໍ່ສາມາດເປີດໂປງຕົວຕົນທີ່ແທ້ຈິງໄດ້, ພວກເຂົາບໍ່ສາມາດເປີດເຜີຍຕົວຕົນທີ່ແທ້ຈິງຂອງພວກເຂົາໄດ້, ພວກເຂົາບໍ່ສາມາດບອກຄົນອື່ນເຖິງສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາໄດ້ ແລະ ພວກເຂົາບໍ່ສາມາດໃຫ້ຄົນອື່ນຮູ້ກ່ຽວກັບຄວາມແຄ້ນໃຈທີ່ພວກເຂົາເກັບໄວ້ຂ້າງໃນໄດ້. ພວກເຂົາຕ້ອງປົກປິດສິ່ງເຫຼົ່ານີ້ໄວ້, ພວກເຂົາຕ້ອງເຮັດຕົວອ່ອນນ້ອມ ແລະ ບໍ່ຍອມໃຫ້ຄົນອື່ນເຫັນຕົວຕົນທີ່ແທ້ຈິງຂອງພວກເຂົາ. ສະນັ້ນ, ພວກເຂົາຈຶ່ງບໍ່ໄດ້ປ່ຽນແປງເລີຍຫຼັງຈາກທີ່ຖືກລິຮານ ແລະ ພວກເຂົາຍັງຄົງເຮັດສິ່ງຕ່າງໆຄືກັບທີ່ພວກເຂົາເຄີຍເຮັດມາກ່ອນ. ສະນັ້ນ, ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາແມ່ນຫຍັງ? ກໍພຽງແຕ່ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາເອງໃນທຸກເລື່ອງເທົ່ານັ້ນ. ບໍ່ວ່າພວກເຂົາຈະເຮັດຜິດພາດຫຍັງກໍຕາມ, ພວກເຂົາກໍຈະບໍ່ໃຫ້ຄົນອື່ນຮູ້; ພວກເຂົາຕ້ອງເຮັດໃຫ້ທຸກຄົນທີ່ຢູ່ອ້ອມຂ້າງຄິດວ່າ ພວກເຂົາເປັນຄົນທີ່ສົມບູນແບບໂດຍບໍ່ມີຂໍ້ບົກຜ່ອງ ຫຼື ຂໍ້ຕຳນິ ແລະ ພວກເຂົາບໍ່ເຄີຍເຮັດສິ່ງທີ່ຜິດພາດ. ນີ້ຄືວິທີທີ່ພວກເຂົາປິດບັງຕົນເອງ. ຫຼັງຈາກທີ່ພວກເຂົາໄດ້ປິດບັງຕົວຕົນໄວ້ເປັນເວລາດົນນານ, ພວກເຂົາກໍຮູ້ສຶກໝັ້ນໃຈວ່າພວກເຂົາຈະຫຼົບໜີຈາກຫາຍະນະ, ໄດ້ຮັບພອນ ແລະ ເຂົ້າສູ່ອານາຈັກສະຫວັນ. ແຕ່ຍ້ອນພວກເຂົາມັກຈະລະເມີດຫຼັກການໃນການກະທຳຂອງພວກເຂົາຢູ່ເລື້ອຍໆ, ພວກເຂົາຈຶ່ງພົບວ່າຕົນເອງຖືກລິຮານຢ່າງບໍ່ຄາດຄິດ. ການຖືກລິຮານເຮັດໃຫ້ພວກເຂົາເຈັບປວດ: “ຂ້ອຍໄດ້ທົນທຸກມາຫຼາຍແລ້ວ, ເຈົ້າລິຮານຂ້ອຍໄດ້ແນວໃດ? ເປັນຫຍັງສິ່ງທີ່ຍິ່ງໃຫຍ່ຢ່າງການໄດ້ຮັບພອນຈຶ່ງຍັງບໍ່ເກີດຂຶ້ນກັບຂ້ອຍ? ເປັນຫຍັງມັນຈຶ່ງຍັງຢູ່ຫ່າງໄກຈາກຂ້ອຍຫຼາຍແທ້? ເມື່ອໃດຄວາມທຸກທໍລະມານນີ້ຈຶ່ງຈະສິ້ນສຸດລົງ?” ແລະ ເມື່ອພວກເຂົາໄດ້ຍິນຄຳເວົ້າແຫ່ງການລິຮານ, ພວກເຂົາກໍຄິດວ່າ “ຖ້າຂ້ອຍເຮັດພໍແລ້ວມືແລ້ວຕີນອີກ ແລະ ບໍ່ໄລ່ຕາມຄວາມຈິງ ແລະ ຕັ້ງໃຈເຮັດສິ່ງທີ່ຊົ່ວຮ້າຍທີ່ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ຂ້ອຍກໍຈະຖືກກຳຈັດ ແລະ ຖືກຂັບໄລ່. ແລ້ວຂ້ອຍຈະບໍ່ສູນເສຍອະນາຄົດ ແລະ ໂຊກຊະຕາຂອງຂ້ອຍບໍ? ຄວາມທຸກທໍລະມານທັງໝົດທີ່ຂ້ອຍໄດ້ປະເຊີນມາໃນຫຼາຍປີຂອງການເຊື່ອໃນພຣະເຈົ້ານີ້ກໍຈະສູນເປົ່າທັງໝົດ!” ພວກເຂົາຝຶກຝົນຄວາມອົດທົນ ແລະ ການຢັບຢັ້ງຊັ່ງໃຈຕົນເອງຊໍ້າແລ້ວຊໍ້າອີກ ແລະ ໃນຫົວໃຈຂອງພວກເຂົາ ພວກເຂົາເວົ້າວ່າ “ຂ້ອຍຕ້ອງອົດທົນຕໍ່ສິ່ງນີ້! ຂ້ອຍຕ້ອງອົດທົນ! ຖ້າຂ້ອຍບໍ່ອົດທົນກັບມັນ, ຄວາມທຸກທໍລະມານ ແລະ ຄວາມບໍ່ຍຸຕິທຳທັງໝົດທີ່ຂ້ອຍໄດ້ປະເຊີນມາກໍຈະສູນເປົ່າ. ຂ້ອຍຕ້ອງອົດທົນຕໍ່ໄປ. ຖ້າຂ້ອຍອົດທົນຈົນເຖິງທີ່ສຸດ, ຂ້ອຍກໍຈະຖືກຊ່ວຍໃຫ້ລອດພົ້ນ! ຖ້າຜູ້ໃດກໍຕາມເວົ້າບາງສິ່ງທີ່ບໍ່ໜ້າຟັງກັບຂ້ອຍ, ຂ້ອຍກໍຈະພຽງທຳທ່າເຮັດວ່າຂ້ອຍບໍ່ໄດ້ຍິນພວກເຂົາ. ຂ້ອຍຈະເຮັດຄືກັບວ່າພວກເຂົາບໍ່ໄດ້ກຳລັງເວົ້າກ່ຽວກັບຂ້ອຍ, ແຕ່ກຳລັງເວົ້າກ່ຽວກັບຄົນອື່ນ”. ແຕ່ບໍ່ວ່າພວກເຂົາຈະຟັງແນວໃດກໍຕາມ, ພວກເຂົາກໍຍັງຮູ້ສຶກວ່າມັນໝາຍຄວາມວ່າພວກເຂົາບໍ່ມີຈຸດໝາຍປາຍທາງ. ພວກເຂົາຍັງຮູ້ສຶກວ່າການຖືກລິຮານໃນຄັ້ງນີ້ ພວກເຂົາກຳລັງຖືກປະນາມ; ພວກເຂົາຮູ້ສຶກໝົດຫວັງ, ບໍ່ສາມາດເບິ່ງເຫັນແສງສະຫວ່າງຂອງມື້ໃໝ່, ບໍ່ມີມື້ອື່ນ ແລະ ບໍ່ມີອະນາຄົດ. ໃນຊ່ວງເວລານີ້, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຍັງສາມາດອົດທົນຕໍ່ໄປໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດອົດທົນໄດ້. ພວກເຂົາເຫັນຄວາມຫວັງໃນການໄດ້ຮັບພອນຂອງພວກເຂົາພັງທະລາຍລົງ, ສະນັ້ນ ພວກເຂົາຈຶ່ງອົດທົນບໍ່ໄດ້ອີກຕໍ່ໄປ.) ພວກເຂົາພຽງແຕ່ອົດທົນບໍ່ໄດ້ອີກຕໍ່ໄປເທົ່ານັ້ນບໍ? ພວກເຂົາຈະບໍ່ລົງມືເຮັດຫຍັງບໍ? (ແມ່ນແລ້ວ, ພວກເຂົາຈະເຮັດ.) ພວກເຂົາອາດຈະລົງມືເຮັດຫຍັງແດ່? (ພວກເຂົາອາດຈະເຜີຍແຜ່ຄວາມເປັນລົບ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງບາງຄົນທີ່ຂາດການແຍກແຍະຫຼົງຜິດ ເພື່ອໃຫ້ມາເຂົ້າຂ້າງພວກເຂົາ, ອອກມາປົກປ້ອງພວກເຂົາ ແລະ ຈົ່ມວ່າກ່ຽວກັບຄວາມບໍ່ພໍໃຈຂອງພວກເຂົາ.) ຖືກຕ້ອງແລ້ວ, ເມື່ອພວກເຂົາຮູ້ສຶກໝົດຫວັງ, ພວກເຂົາກໍຈະລົງມືເຮັດ. ພວກເຂົາຈະຄິດວ່າ: “ເຈົ້າບໍ່ໄດ້ບົ່ມເພາະຂ້ອຍ ຫຼື ວາງຂ້ອຍໄວ້ໃນຕຳແໜ່ງທີ່ສຳຄັນອີກຕໍ່ໄປແລ້ວ ແລະ ເຈົ້າຍັງຕ້ອງການກຳຈັດຂ້ອຍອີກ. ຖ້າຂ້ອຍບໍ່ສາມາດໄດ້ຮັບພອນ, ເຈົ້າກໍຢ່າຄິດແມ່ນແຕ່ຈະໄດ້ຮັບພອນເລີຍ! ຖ້າສະຖານທີ່ແຫ່ງນີ້ບໍ່ເກັບຂ້ອຍໄວ້, ກໍຍັງມີສະຖານທີ່ສຳລັບຂ້ອຍຢູ່ຂ້າງນອກນັ້ນ, ແຕ່ຖ້າຂ້ອຍຈາກໄປ ຂ້ອຍກໍຈະລາກອີກສອງຄົນລົງໄປນຳຂ້ອຍ. ເຈົ້າບໍ່ມີຄວາມເມດຕາຕໍ່ຂ້ອຍ, ສະນັ້ນ ຂ້ອຍກໍຈະເຮັດສິ່ງທີ່ຜິດຕໍ່ເຈົ້າ! ເຈົ້າບໍ່ໄດ້ຕ້ອງການກຳຈັດຂ້ອຍບໍ? ເຈົ້າຈະຕ້ອງຊົດໃຊ້ສຳລັບການເວົ້າແບບນັ້ນ!” ພວກເຂົາຈະເປີດເຜີຍທາດແທ້ ແລະ ເລີ່ມອາລະວາດ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາທີ່ກຽດຊັງຄວາມຈິງກໍຈະຖືກເປີດໂປງ. ຈາກນັ້ນ ຄວາມກະຕືລືລົ້ນຂອງພວກເຂົາ, ການປະຖິ້ມຂອງພວກເຂົາ, ການເສຍສະລະຂອງພວກເຂົາ ແລະ ຄວາມທຸກທໍລະມານ ແລະ ການຈ່າຍລາຄາຂອງພວກເຂົາກໍຈະຫາຍໄປທັງໝົດ ໃນຂະນະທີ່ຄວາມຫວັງໃນການໄດ້ຮັບພອນຂອງພວກເຂົາກໍໄດ້ພັງທະລາຍລົງ. ໃນເວລານັ້ນ, ຜູ້ຄົນກໍຈະສາມາດເຫັນໄດ້ວ່າ ຄວາມກະຕືລືລົ້ນດັ້ງເດີມຂອງພວກເຂົາໃນການເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ຄວາມທຸກທໍລະມານ ແລະ ການຈ່າຍລາຄາຂອງພວກເຂົານັ້ນລ້ວນແຕ່ເປັນສິ່ງຈອມປອມ ແລະ ເປັນພຽງການຫຼອກລວງເທົ່ານັ້ນ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກປົດອອກ ຫຼື ຖືກກຳຈັດ, ພວກເຂົາກໍຈະເປີດເຜີຍທາດແທ້ ແລະ ຈົ່ມວ່າຢ່າງບໍ່ຢັບຢັ້ງ ແລະ ດ້ານທີ່ເປັນມານຮ້າຍຂອງພວກເຂົາກໍຈະຖືກເປີດໂປງ. ດ້ານທີ່ເປັນມານຮ້າຍໃດທີ່ຖືກເປີດໂປງ? ໃນອະດີດ, ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາ ເພື່ອໄລ່ຕາມຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນຢ່າງເດັດຂາດ, ແຕ່ເພື່ອໃຫ້ໄດ້ຮັບພອນ ແລະ ຕອນນີ້ພວກເຂົາກໍບອກຄວາມຈິງກ່ຽວກັບເລື່ອງນີ້ ແລະ ເປີດເຜີຍສະຖານະການທີ່ແທ້ຈິງ. ພວກເຂົາເວົ້າວ່າ: “ຖ້າຂ້ອຍບໍ່ໄດ້ພະຍາຍາມເຂົ້າສູ່ອານາຈັກສະຫວັນ ຫຼື ໄດ້ຮັບພອນ ແລະ ຄວາມສະຫງ່າງາມອັນຍິ່ງໃຫຍ່ໃນພາຍຫຼັງ, ຂ້ອຍຈະມາປະປົນຢູ່ກັບພວກເຈົ້າທີ່ຕໍ່າຕ້ອຍກວ່າອາຈົມບໍ? ພວກເຈົ້າຄູ່ຄວນກັບການຢູ່ຕໍ່ໜ້າຂ້ອຍບໍ? ພວກເຈົ້າບໍ່ໄດ້ບົ່ມເພາະຂ້ອຍ ຫຼື ເລື່ອນຕຳແໜ່ງໃຫ້ຂ້ອຍ ແລະ ພວກເຈົ້າຕ້ອງການກຳຈັດຂ້ອຍ. ມື້ໜຶ່ງຂ້ອຍຈະສະແດງໃຫ້ເຈົ້າເຫັນວ່າ ມັນຈະມີລາຄາທີ່ຕ້ອງຈ່າຍສຳລັບການທີ່ເຈົ້າກຳຈັດຂ້ອຍ ແລະ ຜົນຕາມມາທີ່ເຈົ້າຈະຕ້ອງທົນທຸກຍ້ອນສິ່ງນັ້ນ!” ຜູ້ຕໍ່ຕ້ານພຣະຄຣິສເຜີຍແຜ່ແນວຄິດເຫຼົ່ານີ້ ແລະ ຄຳເວົ້າແບບມານຮ້າຍເຫຼົ່ານີ້ກໍຫຼຸດອອກມາຈາກພວກເຂົາ. ເມື່ອພວກເຂົາເປີດເຜີຍທາດແທ້ແລ້ວ, ທຳມະຊາດທີ່ປະສົງຮ້າຍ ແລະ ອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາກໍຈະຖືກເປີດໂປງ ແລະ ພວກເຂົາກໍເລີ່ມເຜີຍແຜ່ແນວຄິດ. ພວກເຂົາຍັງເລີ່ມຊັກຊວນຜູ້ທີ່ເປັນຜູ້ເຊື່ອໃໝ່, ຜູ້ທີ່ມີສະພາວະຂ້ອນຂ້າງຕ່ຳ ແລະ ຂາດການແຍກແຍະ, ຜູ້ທີ່ບໍ່ໄລ່ຕາມຄວາມຈິງ ແລະ ຜູ້ທີ່ມັກຈະຄິດໃນແງ່ລົບ ແລະ ອ່ອນແອ ແລະ ພວກເຂົາຍັງຊັກຊວນຜູ້ທີ່ເຮັດພໍແລ້ວມືແລ້ວຕີນໃນໜ້າທີ່ຂອງພວກເຂົາຢ່າງສະໝໍ່າສະເໝີ ແລະ ຜູ້ທີ່ບໍ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ດັ່ງທີ່ພວກເຂົາໄດ້ເວົ້າເອງວ່າ “ຖ້າເຈົ້າກຳຈັດຂ້ອຍ, ຂ້ອຍກໍຈະຕ້ອງລາກຄົນອີກຫຼາຍຄົນລົງໄປນຳຂ້ອຍ!” ທຳມະຊາດແບບຊາຕານຂອງພວກເຂົາບໍ່ໄດ້ຖືກເປີດໂປງແລ້ວບໍ? ຄົນປົກກະຕິຈະເຮັດແບບນີ້ບໍ? ໂດຍທົ່ວໄປແລ້ວ, ຄົນທີ່ມີອຸປະນິໄສທີ່ເສື່ອມຊາມພຽງແຕ່ຮູ້ສຶກເສົ້າໃຈ ແລະ ເຈັບປວດເມື່ອພວກເຂົາຖືກປົດອອກ, ໂດຍເຊື່ອວ່າຕົນເອງນັ້ນສິ້ນຫວັງແລ້ວ, ແຕ່ຈິດສຳນຶກຂອງພວກເຂົາເຮັດໃຫ້ພວກເຂົາຄິດວ່າ: “ນີ້ຄືຄວາມຜິດຂອງພວກເຮົາ, ພວກເຮົາບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຮົາໃຫ້ສຳເລັດ. ໃນອະນາຄົດຂ້ອຍຈະພະຍາຍາມເຮັດໃຫ້ດີຂຶ້ນ ແລະ ສຳລັບວິທີທີ່ພຣະເຈົ້າປະຕິບັດຕໍ່ຂ້ອຍ ແລະ ການຕັດສິນໃຈໃດກໍຕາມທີ່ພຣະອົງມີຕໍ່ຂ້ອຍ, ນັ້ນແມ່ນເລື່ອງຂອງພຣະເຈົ້າ. ຜູ້ຄົນບໍ່ມີສິດທີ່ຈະຮຽກຮ້ອງຈາກພຣະເຈົ້າ. ການກະທຳຂອງພຣະເຈົ້າບໍ່ໄດ້ອີງໃສ່ການສະແດງອອກຂອງຜູ້ຄົນບໍ? ຖ້າຄົນໃດໜຶ່ງຍ່າງໃນເສັ້ນທາງທີ່ຜິດ ພວກເຂົາກໍຄວນຖືກລົງວິໄນ ແລະ ຖືກຕີສອນ, ສິ່ງນີ້ເປັນເລື່ອງທີ່ແນ່ນອນຢູ່ແລ້ວ. ຕອນນີ້, ສິ່ງທີ່ໜ້າເສົ້າກໍຄື ຂ້ອຍມີຄວາມສາມາດທີ່ຕໍ່າ ແລະ ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້ ແລະ ຂ້ອຍບໍ່ເຂົ້າໃຈຫຼັກການຄວາມຈິງ ແລະ ກະທຳຕາມອຳເພີໃຈ ແລະ ເອົາແຕ່ໃຈໂດຍອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ. ຂ້ອຍສົມຄວນຖືກກຳຈັດ, ແຕ່ຂ້ອຍຫວັງວ່າຂ້ອຍຈະມີໂອກາດແກ້ຕົວໃນອະນາຄົດ!” ຄົນທີ່ມີຈິດສຳນຶກເລັກໜ້ອຍຈະຍ່າງໃນເສັ້ນທາງແບບນີ້. ພວກເຂົາເລືອກທີ່ຈະພິຈາລະນາບັນຫາດ້ວຍວິທີນີ້ ແລະ ໃນທີ່ສຸດ, ພວກເຂົາກໍເລືອກທີ່ຈະແກ້ໄຂບັນຫາດ້ວຍວິທີນີ້ເຊັ່ນດຽວກັນ. ແນ່ນອນວ່າ, ມັນບໍ່ມີອົງປະກອບຫຼາຍຢ່າງຂອງການປະຕິບັດຄວາມຈິງຢູ່ພາຍໃນສິ່ງນີ້, ແຕ່ຍ້ອນຄົນເຫຼົ່ານີ້ມີຈິດສຳນຶກ, ພວກເຂົາຈຶ່ງບໍ່ເຮັດເກີນໄປເຖິງຂັ້ນຕໍ່ຕ້ານພຣະເຈົ້າ, ໝິ່ນປະໝາດພຣະເຈົ້າ ຫຼື ຄັດຄ້ານພຣະເຈົ້າ. ແຕ່ຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ຄືກັນ. ຍ້ອນພວກເຂົາມີທຳມະຊາດທີ່ໂຫດຮ້າຍ, ພວກເຂົາຈຶ່ງເປັນປໍລະປັກຕໍ່ພຣະເຈົ້າໂດຍກຳເນີດ. ເມື່ອອະນາຄົດ ແລະ ໂຊກຊະຕາຂອງພວກເຂົາຖືກຄຸກຄາມ ຫຼື ຖືກຍາດເອົາໄປ, ເມື່ອພວກເຂົາບໍ່ສາມາດເບິ່ງເຫັນໂອກາດໃດກໍຕາມທີ່ຈະມີຊີວິດຢູ່, ສິ່ງທີ່ພວກເຂົາເລືອກທີ່ຈະເຮັດກໍຄື ການເຜີຍແຜ່ແນວຄິດ, ການຕັດສິນວຽກງານຂອງພຣະເຈົ້າ ແລະ ການໃຫ້ຜູ້ບໍ່ເຊື່ອທີ່ຮ່ວມມືກັບພວກເຂົາມາລົບກວນວຽກງານຂອງເຮືອນຂອງພຣະເຈົ້າໄປພ້ອມກັບພວກເຂົາ. ພວກເຂົາເຖິງກັບປະຕິເສດທີ່ຈະຮັບຜິດຊອບຕໍ່ການກະທຳຜິດ ແລະ ການຝ່າຝືນໃນອະດີດຂອງພວກເຂົາ, ພ້ອມທັງຄວາມເສຍຫາຍໃດກໍຕາມທີ່ພວກເຂົາໄດ້ກໍ່ໃຫ້ເກີດແກ່ວຽກງານ ຫຼື ຊັບສິນຂອງເຮືອນຂອງພຣະເຈົ້າ. ເມື່ອເຮືອນຂອງພຣະເຈົ້າຈັດການກັບພວກເຂົາ ແລະ ກຳຈັດພວກເຂົາ, ພວກເຂົາຈະເວົ້າປະໂຫຍກໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິສມັກຈະເວົ້າຫຼາຍທີ່ສຸດ. ມັນແມ່ນຫຍັງ? (ຖ້າສະຖານທີ່ແຫ່ງນີ້ບໍ່ເກັບຂ້ອຍໄວ້, ກໍຍັງມີສະຖານທີ່ສຳລັບຂ້ອຍຢູ່ຂ້າງນອກນັ້ນ.) ນີ້ບໍ່ແມ່ນປະໂຫຍກແບບມານຮ້າຍອີກປະໂຫຍກໜຶ່ງບໍ? ນີ້ຄືສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ, ມີຄວາມຮູ້ສຶກລະອາຍ ແລະ ມີຈິດສຳນຶກບໍ່ສາມາດເວົ້າໄດ້. ພວກເຮົາເອີ້ນຄຳເວົ້າເຫຼົ່ານັ້ນວ່າຄຳເວົ້າແບບມານຮ້າຍ. ສິ່ງເຫຼົ່ານີ້ຄືການສະແດງອອກຕ່າງໆຂອງອຸປະນິໄສທີ່ໂຫດຮ້າຍທີ່ຜູ້ຕໍ່ຕ້ານພຣະຄຣິສເປີດເຜີຍ ເມື່ອພວກເຂົາຖືກລິຮານ ແລະ ຮູ້ສຶກວ່າສະຖານະ ແລະ ຊື່ສຽງຂອງພວກເຂົາຕົກຢູ່ໃນອັນຕະລາຍ, ສະຖານະ ແລະ ກຽດຕິຍົດຂອງພວກເຂົາກຳລັງຖືກຄຸກຄາມ ແລະ ໂດຍສະເພາະຢ່າງຍິ່ງ ພວກເຂົາກຳລັງຈະຖືກຍຶດເອົາອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ; ໃນເວລາດຽວກັນນີ້, ແກ່ນແທ້ຂອງຜູ້ບໍ່ເຊື່ອຂອງພວກເຂົາກໍຖືກເປີດໂປງ. ໃນຄວາມເປັນຈິງແລ້ວ, ເຮືອນຂອງພຣະເຈົ້າລິຮານຜູ້ຄົນກໍຍ້ອນພວກເຂົາກະທຳການຢ່າງເອົາແຕ່ໃຈ ແລະ ຕາມອຳເພີໃຈໃນການປະຕິບັດໜ້າທີ່ຂອງພວກເຂົາຢ່າງສິ້ນເຊີງ, ດ້ວຍເຫດນີ້ມັນຈຶ່ງເປັນການຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ ແລະ ບໍ່ໄດ້ໄຕ່ຕອງ ຫຼື ກັບໃຈ, ເມື່ອນັ້ນເທົ່ານັ້ນທີ່ເຮືອນຂອງພຣະເຈົ້າຈຶ່ງຈະລິຮານພວກເຂົາ. ໃນສະຖານະການນີ້, ການທີ່ພວກເຂົາຖືກລິຮານໝາຍຄວາມວ່າພວກເຂົາກຳລັງຖືກກຳຈັດບໍ? (ບໍ່, ມັນບໍ່ໄດ້ໝາຍຄວາມວ່າແນວນັ້ນ.) ບໍ່ຢ່າງແນ່ນອນ, ຜູ້ຄົນຄວນຍອມຮັບສິ່ງນີ້ໃນແງ່ບວກ. ໃນບໍລິບົດນີ້, ການລິຮານໃດກໍຕາມ, ບໍ່ວ່າຈະເປັນໂດຍພຣະເຈົ້າ ຫຼື ມະນຸດ, ບໍ່ວ່າຈະມາຈາກຜູ້ນຳ ແລະ ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງ, ກໍບໍ່ໄດ້ເປັນການປະສົງຮ້າຍ ແລະ ມັນເປັນປະໂຫຍດສຳລັບວຽກງານຂອງຄຣິສຕະຈັກ. ການທີ່ສາມາດລິຮານຄົນໃດໜຶ່ງເມື່ອພວກເຂົາກະທຳການຢ່າງເອົາແຕ່ໃຈ ແລະ ຕາມອຳເພີໃຈ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ເປັນສິ່ງທີ່ຍຸຕິທຳ ແລະ ເປັນບວກ. ນີ້ຄືສິ່ງທີ່ຄົນຊື່ກົງ ແລະ ຜູ້ທີ່ຮັກຄວາມຈິງຄວນເຮັດ. ແຕ່ເມື່ອຜູ້ຄົນທີ່ຖືກລິຮານຍ້ອນພວກເຂົາໄດ້ກະທຳການຝ່າຝືນບໍ່ຍອມຮັບການລິຮານເຫຼົ່ານັ້ນ ແລະ ພັດຕໍ່ຕ້ານມັນແທນ, ເຊິ່ງກໍ່ໃຫ້ເກີດຄວາມກຽດຊັງ ແລະ ຄວາມຄິດທີ່ຈະແກ້ແຄ້ນ, ສິ່ງນີ້ກໍບໍ່ເໝາະສົມ ແລະ ຊົ່ວຊ້າ. ມີຄົນຈຳນວນຫຼາຍທີ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ມີໃຜແດ່ໃນພວກເຂົາທີ່ບໍ່ເຄີຍມີປະສົບການກັບການຖືກລິຮານ? ມີຈັກຄົນທີ່ກາຍເປັນຄົນຄິດລົບ ແລະ ຕໍ່ຕ້ານຍ້ອນພວກເຂົາຖືກລິຮານ ຫຼື ເຖິງກັບພະຍາຍາມຂ້າຕົວຕາຍ, ໂດຍຮູ້ສຶກວ່າພວກເຂົາຈະບໍ່ໄດ້ຮັບພອນ ແລະ ພວກເຂົາໝົດຫວັງແລ້ວ ແລະ ດ້ວຍເຫດນັ້ນຈຶ່ງຕ້ອງການລົ້ມເລີກໜ້າທີ່ຂອງພວກເຂົາ, ເປັນຄົນຫຍາບຄາຍ ແລະ ອາລະວາດ ແລະ ໄດ້ເລີ່ມກຽດຊັງຄົນອື່ນ ແລະ ເຖິງກັບຕ້ອງການແກ້ແຄ້ນພວກເຂົາ? ມັນບໍ່ໄດ້ມີຄົນແບບນັ້ນຫຼາຍດອກ. ມີພຽງແຕ່ຄົນຊົ່ວຮ້າຍເທົ່ານັ້ນທີ່ສາມາດເຮັດສິ່ງເຊັ່ນນີ້ໄດ້. ມີພຽງແຕ່ຄົນຊົ່ວຮ້າຍເທົ່ານັ້ນທີ່ສາມາດຖືວ່າການຖືກລິຮານເປັນການຖືກປະຕິບັດຢ່າງບໍ່ຖືກຕ້ອງໂດຍຄົນຫົວຮ້ອນ. ແນ່ນອນວ່າ, ການລິຮານທັງໝົດທີ່ເຮືອນຂອງພຣະເຈົ້າກ່າວເຖິງນັ້ນເປັນສິ່ງທີ່ເໝາະສົມ, ມັນລ້ວນແຕ່ເຮັດເພື່ອວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງແຕ່ລະບຸກຄົນ. ມັນເປັນສິ່ງທີ່ເປັນບວກເຊິ່ງສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ສອດຄ່ອງກັບພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາມັກຈະພະຍາຍາມປົກປ້ອງຊື່ສຽງ, ສະຖານະ ແລະ ກຽດຕິຍົດຂອງພວກເຂົາຢູ່ສະເໝີ, ໂດຍເຊື່ອມໂຍງມັນເຂົ້າກັບຜົນປະໂຫຍດຂອງພວກເຂົາເອງ ແລະ ໂດຍສະເພາະຢ່າງຍິ່ງແມ່ນໄດ້ເຊື່ອມໂຍງມັນເຂົ້າກັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ຖ້າການຖືກລິຮານບໍ່ເປັນຜົນດີຕໍ່ຊື່ສຽງ, ສະຖານະ ແລະ ກຽດຕິຍົດຂອງພວກເຂົາ, ພວກເຂົາກໍບໍ່ສາມາດຍອມຮັບການລິຮານເຫຼົ່ານັ້ນໄດ້. ຖ້າພວກເຂົາຖືກລິຮານຢ່າງໜັກ ແລະ ມັນບໍ່ພຽງແຕ່ທຳລາຍຊື່ສຽງ, ສະຖານະ ແລະ ກຽດຕິຍົດຂອງພວກເຂົາເທົ່ານັ້ນ, ແຕ່ມັນຍັງຄຸກຄາມຕໍ່ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາອີກດ້ວຍ, ພວກເຂົາກໍຍິ່ງບໍ່ສາມາດຍອມຮັບມັນໄດ້. ສະຫຼຸບແລ້ວ, ບໍ່ວ່າຜູ້ໃດຈະລິຮານພວກເຂົາກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສາມາດຍອມຮັບການລິຮານຈາກພຣະເຈົ້າໄດ້, ບໍ່ສາມາດໄຕ່ຕອງ ແລະ ຮູ້ຈັກຕົນເອງ, ບໍ່ສາມາດຮຽນຮູ້ບົດຮຽນຈາກການຖືກລິຮານ, ບໍ່ສາມາດບັນລຸການກັບໃຈຢ່າງແທ້ຈິງ ຫຼື ບໍ່ສາມາດບັນລຸການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີຂຶ້ນໄດ້. ແຕ່ພວກເຂົາພັດຕໍ່ຕ້ານໃນຫົວໃຈຂອງພວກເຂົາ ແລະ ຮັບເອົາທັດສະນະຄະຕິຂອງການຕໍ່ຕ້ານ ແລະ ການປະຕິເສດທີ່ຈະຍອມຮັບມັນ. ນີ້ຄືທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ການຖືກລິຮານ ແລະ ມັນຍັງເປັນຕົວແທນໃຫ້ແກ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງອີກດ້ວຍ.
ເມື່ອເວົ້າເຖິງການຖືກລິຮານ, ສິ່ງທີ່ຜູ້ຄົນຄວນເຂົ້າໃຈຢ່າງໜ້ອຍທີ່ສຸດແມ່ນຫຍັງ? ການຖືກລິຮານແມ່ນສິ່ງທີ່ຜູ້ຄົນຕ້ອງມີປະສົບການກ່ອນທີ່ພວກເຂົາຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໃນວິທີທີ່ໄດ້ມາດຕະຖານ, ມັນເປັນສິ່ງທີ່ຂາດບໍ່ໄດ້. ມັນຍັງເປັນສິ່ງທີ່ຜູ້ຄົນຕ້ອງໄດ້ປະເຊີນໃນແຕ່ລະມື້ ແລະ ຕ້ອງປະສົບພົບພໍ້ ເພື່ອຈະໄດ້ຮັບຄວາມລອດພົ້ນໃນການສັດທາໃນພຣະເຈົ້າ. ບໍ່ມີຜູ້ໃດສາມາດຂາດການຖືກລິຮານໄດ້. ການລິຮານຄົນໃດໜຶ່ງເປັນສິ່ງທີ່ກ່ຽວຂ້ອງກັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາບໍ? (ບໍ່.) ແລ້ວການລິຮານຄົນໃດໜຶ່ງມີຈຸດປະສົງເພື່ອຫຍັງ? ມັນເຮັດໄປເພື່ອການປະນາມພວກເຂົາບໍ? (ບໍ່, ມັນເຮັດເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການ.) ຖືກຕ້ອງແລ້ວ. ນັ້ນຄືຄວາມເຂົ້າໃຈທີ່ຖືກຕ້ອງທີ່ສຸດກ່ຽວກັບການລິຮານ. ການລິຮານຄົນໃດໜຶ່ງແມ່ນການລົງວິໄນປະເພດໜຶ່ງ, ການຕີສອນປະເພດໜຶ່ງ ແລະ ແນ່ນອນວ່າ ມັນຍັງເປັນການຊ່ວຍເຫຼືອ ແລະ ເປັນຄວາມລອດພົ້ນອີກດ້ວຍ. ການຖືກລິຮານຊ່ວຍໃຫ້ເຈົ້າຫັນປ່ຽນການໄລ່ຕາມທີ່ບໍ່ຖືກຕ້ອງຂອງເຈົ້າໄດ້ທັນເວລາ. ມັນຊ່ວຍໃຫ້ເຈົ້າຮັບຮູ້ບັນຫາທີ່ເຈົ້າມີຢູ່ໃນປັດຈຸບັນໄດ້ທັນເວລາ ແລະ ຊ່ວຍໃຫ້ເຈົ້າຮັບຮູ້ອຸປະນິໄສທີ່ເສື່ອມຊາມທີ່ເຈົ້າເປີດເຜີຍໄດ້ທັນເວລາ. ບໍ່ວ່າຈະເປັນແນວໃດກໍຕາມ, ການຖືກລິຮານສາມາດຊ່ວຍໃຫ້ເຈົ້າຮັບຮູ້ຄວາມຜິດພາດຂອງເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການ. ສິ່ງນີ້ຊ່ວຍປ້ອງກັນບໍ່ໃຫ້ເຈົ້າຍ່າງຜິດທາງ ແລະ ຫຼົງທາງໃນທີ່ສຸດ ແລະ ປ້ອງກັນບໍ່ໃຫ້ເຈົ້າກໍ່ໃຫ້ເກີດບັນຫາຮ້າຍແຮງ. ນີ້ບໍ່ແມ່ນການຊ່ວຍເຫຼືອອັນຍິ່ງໃຫຍ່ທີ່ສຸດສຳລັບຜູ້ຄົນ ແລະ ຄວາມລອດພົ້ນອັນຍິ່ງໃຫຍ່ທີ່ສຸດຂອງພວກເຂົາບໍ? ຜູ້ທີ່ມີຈິດສຳນຶກ ແລະ ເຫດຜົນຄວນຈະສາມາດປະຕິບັດຕໍ່ການຖືກລິຮານໄດ້ຢ່າງຖືກຕ້ອງ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດຍອມຮັບການຖືກລິຮານໄດ້? ຍ້ອນພວກເຂົາຄິດວ່າການຖືກລິຮານນັ້ນມາຈາກມະນຸດ ແລະ ບໍ່ໄດ້ມາຈາກພຣະເຈົ້າ. ພວກເຂົາຄິດວ່າຜູ້ໃດກໍຕາມທີ່ລິຮານພວກເຂົາແມ່ນກຳລັງສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຂົາ ແລະ ທໍລະມານພວກເຂົາ. ເມື່ອຕັດສິນຈາກສະພາບຈິດໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາປະຕິເສດທີ່ຈະຍອມຮັບການຖືກລິຮານ ໂດຍຫຼັກແລ້ວແມ່ນຍ້ອນພວກເຂົາບໍ່ຍອມຮັບຄວາມຈິງ. ພວກເຂົາບໍ່ສາມາດຮຽນຮູ້ບົດຮຽນຈາກການຖືກລິຮານ ແລະ ພວກເຂົາບໍ່ສາມາດຮູ້ຈັກຕົນເອງ ຫຼື ສະແຫວງຫາຄວາມຈິງໄດ້. ນີ້ຄືສາເຫດຂອງການທີ່ພວກເຂົາບໍ່ຍອມຮັບການຖືກລິຮານ. ມີບັນຫາໃຫຍ່ເຊັ່ນນີ້ຢູ່ໃນຫົວໃຈຂອງພວກເຂົາ, ເຊິ່ງຢືນຢັນວ່າແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນແມ່ນເບື່ອໜ່າຍຄວາມຈິງ ແລະ ເປັນປໍລະປັກຕໍ່ຄວາມຈິງ.
ວັນທີ 2 ພຶດສະພາ 2020