ວິທີການໄລ່ຕາມເສາະຫາຄວາມຈິງ (12)

ການປະຕິບັດທຳອິດສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງ

ການປ່ອຍວາງອຸປະສັກລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມບໍ່ເປັນມິດຂອງຕົນທີ່ມີຕໍ່ພຣະເຈົ້າ

I. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າ

F. ວຽກງານຂອງພຣະເຈົ້າບໍ່ໄດ້ປ່ຽນແປງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງຜູ້ຄົນ; ມັນແນໃສ່ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ

ຄັ້ງທີ່ແລ້ວພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ຫຍັງ? ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກສະເພາະບາງຢ່າງຂອງສາມດ້ານຄື: ເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກສະເພາະເຫຼົ່ານີ້ ແລະ ດ້ວຍວິທີນີ້ຈຶ່ງແຍກແຍະໄດ້ວ່າພວກມັນຈັດຢູ່ໃນດ້ານໃດໃນສາມດ້ານນີ້. ຖ້າໃນຊີວິດປະຈຳວັນ ພວກເຈົ້າເຫັນການສະແດງອອກເຫຼົ່ານີ້ທີ່ພວກເຮົາໄດ້ໂອ້ລົມກັນ, ໂດຍພື້ນຖານແລ້ວ ພວກເຈົ້າກໍສາມາດກຳນົດລັກສະນະ ແລະ ຈັດປະເພດພວກມັນໄດ້ ວ່າພວກມັນຈັດຢູ່ໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ, ຄວາມເປັນມະນຸດ ຫຼື ອຸປະນິໄສທີ່ເສື່ອມຊາມ. ສຳລັບການສະແດງອອກທີ່ບໍ່ໄດ້ຖືກໂອ້ລົມເຖິງນັ້ນ, ຕອນນີ້ພວກເຈົ້າຮູ້ວິທີຈັດປະເພດພວກມັນຕາມຫຼັກການເຫຼົ່ານີ້ ຫຼື ຕາມແກ່ນແທ້ທີ່ພວກມັນສະແດງອອກແລ້ວບໍ? (ພວກເຮົາຮູ້ສຶກວ່າພວກເຮົາເຮັດໄດ້ດີຂຶ້ນໃນເລື່ອງນີ້ກວ່າແຕ່ກ່ອນເລັກໜ້ອຍ, ພວກເຮົາສາມາດໄຕ່ຕອງຕາມແນວທາງເຫຼົ່ານີ້ ແຕ່ພວກເຮົາຍັງບໍ່ທັນບັນລຸເຖິງຈຸດທີ່ສາມາດແຍກແຍະໄດ້ຢ່າງເຕັມທີ່). ໂດຍທົ່ວໄປແລ້ວ ພວກເຈົ້າສາມາດແຍກແຍະການສະແດງອອກທີ່ພວກເຮົາໄດ້ໂອ້ລົມກັນ ແຕ່ສຳລັບການສະແດງອອກທີ່ບໍ່ໄດ້ຖືກໂອ້ລົມເຖິງ ແລະ ບໍ່ມີຄວາມກ່ຽວຂ້ອງໃດໆເລີຍກັບການສະແດງອອກທີ່ໄດ້ໂອ້ລົມກັນກ່ອນໜ້ານີ້, ພວກເຈົ້າກໍບໍ່ຮູ້ວ່າພວກເຈົ້າສາມາດແຍກແຍະພວກມັນໄດ້ ຫຼື ບໍ່. (ແມ່ນແລ້ວ). ໃນການເທດສະໜາສອງສາມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກບາງຢ່າງຂອງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ພ້ອມທັງຈຸດແຂງພາຍໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດ ຕະຫຼອດຈົນບັນຫາກ່ຽວກັບດ້ານເຫຼົ່ານີ້ທີ່ສະແດງອອກໃນຕົວຜູ້ຄົນ. ພວກເຮົາຍັງໄດ້ໂອ້ລົມກ່ຽວກັບທັດສະນະຄະຕິ ແລະ ເສັ້ນທາງແຫ່ງການປະຕິບັດທີ່ຜູ້ຄົນຄວນມີກ່ຽວກັບບັນຫາເຫຼົ່ານີ້ ພ້ອມທັງຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ທີ່ມີຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ພ້ອມທັງຈຸດແຂງ. ການໂອ້ລົມກ່ຽວກັບເລື່ອງນີ້ ໂດຍຫຼັກແລ້ວແມ່ນເພື່ອບອກໃຫ້ຜູ້ຄົນຮູ້ເຖິງຄວາມຄິດ ແລະ ມຸມມອງທີ່ພວກເຂົາຄວນມີ ພ້ອມກັບເສັ້ນທາງແຫ່ງການປະຕິບັດທີ່ພວກເຂົາຄວນເຂົ້າໃຈ ກ່ຽວກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ພ້ອມທັງຈຸດແຂງ ຕະຫຼອດຈົນເຈດຕະນາ ແລະ ຂໍ້ກຳນົດຂອງພຣະເຈົ້າທີ່ກ່ຽວຂ້ອງກັບດ້ານເຫຼົ່ານີ້ທີ່ພວກເຂົາຄວນເຂົ້າໃຈ. ກ່ຽວກັບບັນຫາຂອງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ພ້ອມທັງຈຸດແຂງ, ພວກເຮົາພຽງແຕ່ໂອ້ລົມກັນໃນຄວາມໝາຍທົ່ວໄປ ແລະ ບໍ່ໄດ້ໂອ້ລົມກັນຢ່າງສະເພາະເຈາະຈົງກ່ຽວກັບວ່າ ຜູ້ຄົນມີຄວາມຄິດ ແລະ ມຸມມອງທີ່ຜິດພາດແນວໃດໃນເລື່ອງເຫຼົ່ານີ້, ພວກເຂົາອາດຈະກ້າວເຂົ້າສູ່ເສັ້ນທາງແຫ່ງການປະຕິບັດທີ່ຜິດພາດແນວໃດ ຫຼື ພວກເຂົາມີຄວາມເຂົ້າໃຈທີ່ຜິດພາດແນວໃດກ່ຽວກັບຂໍ້ກຳນົດຂອງພຣະເຈົ້າໃນເລື່ອງນີ້. ສະນັ້ນ, ຕອນນີ້ໃຫ້ພວກເຮົາໂອ້ລົມກັນຢ່າງລະອຽດກ່ຽວກັບບັນຫາສະເພາະທີ່ຜູ້ຄົນຄວນເຂົ້າໃຈກ່ຽວກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ພ້ອມທັງຈຸດແຂງ ໂດຍອີງໃສ່ບັນຫາເຫຼົ່ານີ້ທີ່ຜູ້ຄົນມີ.

7. ຄວາມແຕກຕ່າງລະຫວ່າງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ກັບຈຸດແຂງ

ພວກເຈົ້າໄດ້ສັງເກດເຫັນບໍວ່າ ພວກເຈົ້າມີຄວາມເຂົ້າໃຈທີ່ຄາດເຄື່ອນ ຫຼື ການຈັບໃຈຄວາມຢ່າງບິດເບືອນແນວໃດ ກ່ຽວກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງທີ່ພວກເຈົ້າມີ? ສຳລັບບັນຫາສ່ວນໃຫຍ່ແລ້ວ, ມັນເປັນຈິງບໍວ່າ ພວກເຈົ້າເຂົ້າໃຈພຽງແຕ່ສໍ່າທີ່ເຮົາໂອ້ລົມ ແລະ ຫຼັງຈາກນັ້ນ ພວກເຈົ້າກໍບໍ່ໄດ້ໄຕ່ຕອງ ຫຼື ປຽບທຽບສິ່ງທີ່ເວົ້າກັບສິ່ງຕ່າງໆໃນຊີວິດຂອງພວກເຈົ້າ ແຕ່ພວກເຈົ້າກໍຮູ້ສຶກວ່າພວກເຈົ້າເຂົ້າໃຈທຸກສິ່ງທຸກຢ່າງ ແລະ ຖືວ່າບັນຫາເຫຼົ່ານັ້ນເປັນເລື່ອງທຳມະດາຫຼາຍ? ກ່ອນອື່ນ ຈົ່ງຄິດກ່ຽວກັບຄຳຖາມນີ້: ມີຄວາມແຕກຕ່າງລະຫວ່າງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງບໍ? (ມີ). ຄວາມແຕກຕ່າງແມ່ນຫຍັງ? ຖ້າເຈົ້າສາມາດເຫັນວ່າມີຄວາມແຕກຕ່າງ, ພວກມັນແຕກຕ່າງກັນໃນດ້ານໃດ? (ການມີຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງພຽງແຕ່ໝາຍຄວາມວ່າ ຄົນໆໜຶ່ງມັກສິ່ງໃດໜຶ່ງແທ້ໆ, ມັນບໍ່ຈຳເປັນຕ້ອງໝາຍຄວາມວ່າພວກເຂົາມີຈຸດແຂງໃນດ້ານນັ້ນ). ປະເດັນທີ່ສຳຄັນຂອງຄວາມແຕກຕ່າງໄດ້ຖືກອະທິບາຍໄວ້ໂດຍສັງເຂບແລ້ວ, ມັນກໍປະມານນັ້ນແຫຼະ. ຈາກມຸມມອງຂອງຄວາມເປັນມະນຸດ, ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງໝາຍເຖິງການທີ່ຄົນໆໜຶ່ງສົນໃຈໃນກິດຈະກຳສະເພາະທາງ ຫຼື ສິ່ງໃດສິ່ງໜຶ່ງ ໂດຍເຕັມໃຈທີ່ຈະເອົາໃຈໃສ່ ຫຼື ມີສ່ວນຮ່ວມໃນສິ່ງເຫຼົ່ານັ້ນ. ນັ້ນກໍຄື ຄວາມມັກສ່ວນຕົວຂອງພວກເຂົາຂ້ອນຂ້າງເອນອຽງໄປຫາສິ່ງທີ່ພວກເຂົາສົນໃຈ ແລະ ຫຼົງໄຫຼ. ພວກເຂົາບໍ່ພຽງແຕ່ມີຄວາມມັກເລັກໜ້ອຍຕໍ່ທັກສະທາງວິຊາຊີບໃນດ້ານນີ້ ແຕ່ມີຄວາມສົນໃຈໃນສິ່ງເຫຼົ່ານັ້ນຢ່າງຫຼວງຫຼາຍ, ເຊິ່ງຢູ່ເໜືອກວ່າລະດັບຄວາມມັກ ຫຼື ຄວາມຮັກທີ່ພວກເຂົາອາດຈະມີຕໍ່ສິ່ງທຳມະດາທົ່ວໄປ. ນີ້ແຫຼະຄືຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ. ເຖິງຢ່າງໃດກໍຕາມ, ກ່ຽວກັບປະເພດຂອງກິດຈະກຳສະເພາະທາງ ຫຼື ສິ່ງທີ່ພວກເຂົາສົນໃຈ ແລະ ຫຼົງໄຫຼ, ໃນແງ່ຂອງຂີດຄວາມສາມາດຂອງພວກເຂົາ ບໍ່ວ່າພວກເຂົາຈະຊຳນານໃນສິ່ງນັ້ນ ຫຼື ບໍ່, ບໍ່ວ່າພວກເຂົາຈະສາມາດເຮັດມັນໄດ້ດີ ຫຼື ບໍ່ ແລະ ພວກເຂົາສາມາດເຮັດມັນໄດ້ໃນລະດັບໃດນັ້ນ, ບໍ່ມີສິ່ງໃດໃນນີ້ທີ່ແນ່ນອນເລີຍ. ສະນັ້ນ, ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຈຶ່ງໝາຍເຖິງສິ່ງທີ່ຜູ້ຄົນສົນໃຈ ແລະ ມັກ, ສິ່ງທີ່ພວກເຂົາເຕັມໃຈທີ່ຈະມີສ່ວນຮ່ວມນຳເລື້ອຍໆ ແລະ ເຕັມໃຈທີ່ຈະໃຊ້ເວລາ ແລະ ພະລັງງານເພື່ອເອົາໃຈໃສ່ ແລະ ເຮັດໃນຊີວິດປະຈຳວັນ. ສຳລັບເລື່ອງທີ່ວ່າພວກເຂົາສາມາດເຮັດສິ່ງເຫຼົ່ານີ້ໄດ້ດີສໍ່າໃດນັ້ນ, ມັນຂຶ້ນຢູ່ກັບຂີດຄວາມສາມາດຂອງພວກເຂົາ ແລະ ພວກເຂົາຊຳນານໃນສິ່ງເຫຼົ່ານັ້ນ ຫຼື ບໍ່. ສົມມຸດວ່າສິ່ງນີ້ເປັນສິ່ງທີ່ພວກເຂົາສົນໃຈ ແລະ ຫຼົງໄຫຼເປັນພິເສດ ແລະ ໃນເວລາດຽວກັນ ພວກເຂົາກໍຊຳນານໃນສິ່ງນັ້ນເຊັ່ນກັນ, ນັ້ນກໍຄື ນອກເໜືອຈາກການສົນໃຈ ແລະ ຫຼົງໄຫຼໃນສິ່ງນີ້ແລ້ວ ພວກເຂົາຍັງສາມາດເຮັດມັນໄດ້ດີຫຼາຍ, ບັນລຸຜົນໄດ້ຮັບທີ່ສຳຄັນ ແລະ ບັນລຸຄວາມສຳເລັດທີ່ຍິ່ງໃຫຍ່. ເວົ້າອີກຢ່າງໜຶ່ງກໍຄື ຄວາມຊຳນານຂອງພວກເຂົາໃນຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງນີ້ຢູ່ເໜືອກວ່າຄົນທົ່ວໄປ ແລະ ຄວາມສາມາດໃນການຮັບຮູ້, ຄວາມໄວໃນການຮຽນຮູ້ ແລະ ຄວາມໄວທີ່ພວກເຂົາຈັບໃຈຄວາມຫຼັກການໃນດ້ານນີ້ກໍເໜືອກວ່າຄົນທົ່ວໄປ. ເມື່ອການສະແດງອອກດັ່ງກ່າວປາກົດຂຶ້ນ, ສິ່ງນີ້ຈຶ່ງຖືກເອີ້ນວ່າການມີຈຸດແຂງ. ຄົນອື່ນອາດຈະຈຳເປັນຕ້ອງຜ່ານການຝຶກຝົນວິຊາຊີບໄລຍະຍາວ, ການສຶກສາ, ການຮໍ່າຮຽນເອົາຄວາມຮູ້ ແລະ ການປະຕິບັດ ແລະ ໄດ້ຮັບການຊີ້ແນະ, ການນຳພາ, ການກວດສອບ, ການສ້າງມາດຕະຖານ ແລະ ຄຳແນະນຳຈາກຜູ້ຊ່ຽວຊານທີ່ກ່ຽວຂ້ອງ ຕະຫຼອດຈົນສິ່ງອື່ນໆ ກ່ອນທີ່ພວກເຂົາຈະສາມາດເຮັດສິ່ງໃດສິ່ງໜຶ່ງໄດ້ດີດ້ວຍຕົນເອງ. ເຖິງຢ່າງໃດກໍຕາມ, ໂດຍທົ່ວໄປແລ້ວ ຜູ້ທີ່ມີຈຸດແຂງຈະມີຄວາມສາມາດໃນການຮັບຮູ້ໃນລະດັບໃດໜຶ່ງກ່ຽວກັບທັກສະທາງວິຊາຊີບທີ່ພວກເຂົາຊຳນານ ໂດຍບໍ່ຕ້ອງຜ່ານການຝຶກຝົນວິຊາຊີບ ຫຼື ການຮຽນຮູ້ຢ່າງເປັນລະບົບ. ພວກເຂົາມີຄວາມເຂົ້າໃຈໃນພາກປະຕິບັດ, ປະສົບການຕົວຈິງ ຫຼື ຄວາມສຳເລັດສ່ວນຕົວບາງຢ່າງໃນດ້ານນີ້. ບວກກັບການຝຶກຝົນວິຊາຊີບ, ຈຸດແຂງຂອງພວກເຂົາໃນດ້ານນີ້ກໍສາມາດກ້າວໄປສູ່ລະດັບທີ່ສູງຂຶ້ນໄດ້. ສະຫຼຸບແລ້ວ, ການມີຈຸດແຂງໝາຍເຖິງການມີຄວາມຊຳນານຢ່າງສູງໃນສິ່ງທີ່ຕົນສົນໃຈ ແລະ ຫຼົງໄຫຼ ເຊິ່ງຢູ່ເໜືອກວ່າຄົນທົ່ວໄປ. ການມີ “ຄວາມຊຳນານ” ໝາຍຄວາມວ່າແນວໃດ? (ການມີຈຸດແຂງໃນດ້ານໃດໜຶ່ງ, ການມີຄວາມຮູ້ກ່ຽວກັບສິ່ງເຫຼົ່ານີ້ພໍສົມຄວນ ແລະ ການຈັດການກັບພວກມັນໄດ້ຢ່າງຄ່ອງແຄ້ວໂດຍບໍ່ຕ້ອງໃຊ້ຄວາມພະຍາຍາມຫຼາຍ). ການມີຄວາມຊຳນານໃນສິ່ງໃດສິ່ງໜຶ່ງບໍ່ແມ່ນພຽງແຕ່ການມີຄວາມຮູ້ກ່ຽວກັບສິ່ງນັ້ນ; ກົງກັນຂ້າມ ມັນໝາຍເຖິງການມີຄວາມຖະໜັດທີ່ໂດດເດັ່ນ ແລະ ມີຄວາມສາມາດພິເສດທີ່ຕິດໂຕມາແຕ່ເກີດທີ່ຂ້ອນຂ້າງສູງໃນດ້ານນີ້. ເຖິງແມ່ນວ່າຈະບໍ່ມີຄຳແນະນຳຈາກຄົນອື່ນ, ພວກເຂົາກໍສາມາດເຂົ້າໃຈສິ່ງທີ່ຄົນອື່ນບໍ່ສາມາດຈັບໃຈຄວາມໄດ້. ບວກກັບການຝຶກຝົນຢ່າງເປັນທາງການ ຫຼື ການສັ່ງສອນຈາກຄູທີ່ມີຊື່ສຽງ, ພວກເຂົາກໍສາມາດເຮັດໄດ້ດີຍິ່ງຂຶ້ນໃນດ້ານນີ້. ເມື່ອເວົ້າເຖິງການມີຈຸດແຂງ, ມັນໝາຍຄວາມວ່າຄົນໆໜຶ່ງເກັ່ງເປັນພິເສດໃນຄວາມສົນໃຈ ຫຼື ວຽກທີ່ເຮັດເວລາຫວ່າງໃດໜຶ່ງ ພ້ອມທັງມີຄວາມຖະໜັດທີ່ພິເສດໃນດ້ານນີ້. ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ, ຄວາມສາມາດໃນການຮັບຮູ້ຂອງພວກເຂົາ ແລະ ຄວາມສາມາດໃນການຮຽນຮູ້ຂອງພວກເຂົາໃນດ້ານນີ້ລ້ວນແຕ່ສູງເປັນພິເສດ ແລະ ພວກເຂົາຈັບໃຈຄວາມມັນໄດ້ຢ່າງໄວຫຼາຍ. ພວກເຂົາຊຳນານໃນດ້ານນີ້ຢ່າງເຫັນໄດ້ຊັດເຈນ ເມື່ອປຽບທຽບກັບຄົນທົ່ວໄປ. ນີ້ແຫຼະຄືຄວາມໝາຍຂອງການມີຈຸດແຂງ.

ຕອນນີ້ພວກເຈົ້າເຂົ້າໃຈແລ້ວວ່າຈຸດແຂງແມ່ນຫຍັງ, ໃຫ້ພວກເຮົາໂອ້ລົມກ່ຽວກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ. ຄວາມແຕກຕ່າງລະຫວ່າງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງແມ່ນຫຍັງ? ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຄືກັນກັບຈຸດແຂງບໍ? (ພວກມັນບໍ່ຄືກັນ). ເປັນຫຍັງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຈຶ່ງບໍ່ຄືກັນກັບຈຸດແຂງ? (ເພາະວ່າການສົນໃຈໃນສິ່ງໃດໜຶ່ງບໍ່ຈຳເປັນຕ້ອງໝາຍຄວາມວ່າຈະສາມາດເຮັດມັນໄດ້ດີ ແລະ ມັນບໍ່ຈຳເປັນຕ້ອງໝາຍຄວາມວ່າຈະຊຳນານໃນສິ່ງນັ້ນ; ຍິ່ງໄປກວ່ານັ້ນ, ມັນບໍ່ຈຳເປັນຕ້ອງໝາຍຄວາມວ່າຄົນໆໜຶ່ງຈະສາມາດເຂົ້າໃຈສິ່ງນັ້ນໄດ້ຢ່າງໄວວາ). ການມີຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງໝາຍຄວາມວ່າ ເຈົ້າມັກສິ່ງຕ່າງໆໝວດໃດໝວດໜຶ່ງ, ແຕ່ວ່າມັນເປັນຈຸດແຂງຂອງເຈົ້າ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບຄວາມສາມາດໃນການຢັ່ງຮູ້ຂອງເຈົ້າ, ຄວາມສາມາດໃນການຮຽນຮູ້ຂອງເຈົ້າ ແລະ ຄວາມສາມາດໃນການຮັບຮູ້ຂອງເຈົ້າທີ່ກ່ຽວຂ້ອງກັບດ້ານນີ້ ຕະຫຼອດຈົນຄວາມຖະໜັດຕາມທຳມະຊາດຂອງເຈົ້າໃນດ້ານນີ້ ແລະ ເຈົ້າຊຳນານໃນສິ່ງນັ້ນໂດຍທຳມະຊາດ ຫຼື ບໍ່. ຖ້າເຈົ້າຊຳນານໃນສິ່ງນັ້ນ, ແລ້ວມັນກໍຄືຈຸດແຂງຂອງເຈົ້າ. ຖ້າເຈົ້າບໍ່ຊຳນານໃນສິ່ງນັ້ນ ແລະ ມັນເປັນພຽງຄວາມມັກສ່ວນຕົວ ເຊິ່ງເປັນດ້ານທີ່ເຈົ້າສົນໃຈ ແຕ່ຂີດຄວາມສາມາດຂອງເຈົ້າຕ່ຳ ແລະ ເຈົ້າຂາດຄວາມຖະໜັດຕາມທຳມະຊາດ ເຊິ່ງໝາຍຄວາມວ່າ ເຈົ້າມີຄວາມສາມາດໃນການຢັ່ງຮູ້ພຽງເລັກໜ້ອຍກ່ຽວກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງນີ້ຂອງເຈົ້າ, ບໍ່ຊຳນານໃນສິ່ງນັ້ນເລີຍ, ເຮັດມັນຢ່າງງຸ່ມງ່າມ, ຂາດປະສິດທິພາບ ແລະ ບໍ່ໄດ້ຮັບຜົນໃດໆໃນດ້ານນີ້, ແລ້ວດ້ານນີ້ກໍບໍ່ແມ່ນຈຸດແຂງຂອງເຈົ້າ, ມັນພຽງແຕ່ຢຸດຢູ່ໃນລະດັບຂອງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງສຳລັບເຈົ້າເທົ່ານັ້ນ. ເປັນຫຍັງມັນຈຶ່ງເປັນພຽງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງເຈົ້າ ແລະ ບໍ່ແມ່ນຈຸດແຂງຂອງເຈົ້າ? ເພາະວ່າເຈົ້າບໍ່ຊຳນານໃນສິ່ງນັ້ນ. ຕົວຢ່າງ: ບາງຄົນເວົ້າວ່າ “ຂ້ອຍມັກຮ້ອງເພງແທ້ໆ”. ພວກເຂົາມັກມັນຫຼາຍສໍ່າໃດ? ນັບຕັ້ງແຕ່ຊ່ວງເວລາທີ່ພວກເຂົາມືນຕາຂຶ້ນມາໃນຕອນເຊົ້າ, ພວກເຂົາກໍເປີດເພງປັອບ; ພວກເຂົາຟັງເພງທຸກປະເພດ ລວມທັງເພງຕ່າງປະເທດ ແລະ ລະຄອນດົນຕີຕາເວັນຕົກ ແລະ ຈີນ, ສິ່ງໃດກໍຕາມທີ່ນັບວ່າເປັນດົນຕີ, ພວກເຂົາກໍມັກຟັງ. ພວກເຂົາຍັງຢາກຮ້ອງເພງນຳອີກ, ແຕ່ມີບັນຫາໃຫຍ່ຢ່າງໜຶ່ງຄື ພວກເຂົາຮ້ອງເພງຫຼົງສຽງໂດຍທຳມະຊາດ ຫຼື ພຽງແຕ່ບໍ່ມີຈຸດແຂງໃນດ້ານນີ້. ຍັງມີບາງຄົນທີ່ເຖິງແມ່ນວ່າຈະຮຽນຮ້ອງເພງມາຫຼາຍປີແລ້ວ ກໍຍັງບໍ່ສາມາດຊອກຫາເຕັກນິກທີ່ຖືກຕ້ອງໄດ້. ພວກເຂົາບໍ່ຮູ້ວິທີຮ້ອງເພງໃຫ້ມ່ວນທີ່ສຸດ, ວິທີເຮັດໃຫ້ການຮ້ອງເພງຂອງພວກເຂົາຈັບໃຈ ຫຼື ວິທີບັນລຸຜົນໄດ້ຮັບທີ່ດີຜ່ານການຮ້ອງເພງຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະມັກຮ້ອງເພງມາຕັ້ງແຕ່ນ້ອຍ ແລະ ມັນເປັນໜຶ່ງໃນຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາ, ແຕ່ເນື່ອງຈາກຂໍ້ຈຳກັດຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາ, ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາຈຶ່ງສາມາດຢຸດຢູ່ພຽງລະດັບຂອງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງເທົ່ານັ້ນ, ມັນບໍ່ແມ່ນຈຸດແຂງ. ຕົວຢ່າງ: ເມື່ອຄົນທີ່ຊຳນານໃນການຮ້ອງເພງຮຽນຮ້ອງເພງສັນລະເສີນ, ພວກເຂົາສາມາດຮ້ອງທຳນອງຫຼັກໄດ້ຫຼັງຈາກທີ່ຮ້ອງພຽງແຕ່ປະມານສາມຄັ້ງເທົ່ານັ້ນ. ຫຼັງຈາກຮ້ອງໄດ້ສີ່ ຫຼື ຫ້າຄັ້ງ, ໂດຍພື້ນຖານແລ້ວ ພວກເຂົາກໍສາມາດຮ້ອງໄດ້ຈົນຈົບເພງ. ເຖິງຢ່າງໃດກໍຕາມ, ຜູ້ທີ່ມັກຟັງເພງແຕ່ບໍ່ຊຳນານໃນການຮ້ອງເພງອາດຈະຍັງບໍ່ສາມາດຈື່ທຳນອງທົ່ວໄປໄດ້ຫຼັງຈາກທີ່ຟັງສາມຄັ້ງ. ແມ່ນແຕ່ຫຼັງຈາກຫ້າຄັ້ງ, ພວກເຂົາກໍອາດຈະຍັງບໍ່ສາມາດຮ້ອງໄດ້ ແລະ ຈຳເປັນຕ້ອງເບິ່ງເນື້ອຮ້ອງ ຫຼື ແຜ່ນເພງຢູ່ຕະຫຼອດເວລາ. ເມື່ອເວົ້າເຖິງການຮ້ອງເພງແທ້ໆ, ພວກເຂົາບໍ່ສາມາດເຂົ້າເຖິງອາລົມຂອງເພງ ຫຼື ຊອກຫາຕຳແໜ່ງສຽງທີ່ຖືກຕ້ອງໄດ້. ພວກເຂົາຍັງຈື່ເນື້ອຮ້ອງບໍ່ໄດ້ ແລະ ບາງຄັ້ງ ພວກເຂົາກໍເຖິງກັບຮ້ອງຜິດທຳນອງ. ນອກຈາກນີ້, ເມື່ອຮ້ອງເພງທີ່ມີອາລົມພໍສົມຄວນ, ພວກເຂົາກໍບໍ່ເຄີຍສາມາດຄວບຄຸມການສະແດງອອກທາງອາລົມໄດ້ຢ່າງເໝາະສົມ. ຄົນອື່ນເວົ້າວ່າການຮ້ອງເພງຂອງພວກເຂົາບໍ່ມ່ວນ ແລະ ບໍ່ໜ້າຟັງ, ແຕ່ພວກເຂົາກໍບໍ່ທໍ້ແທ້ ຫຼື ຍອມແພ້, ພວກເຂົາຍັງຄົງອົດທົນໃນການຮຽນຮູ້ ແລະ ການຮ້ອງເພງ. ແນ່ນອນວ່າ ການຮ້ອງເພງເປັນເສລີພາບສ່ວນບຸກຄົນ ແລະ ເປັນສິດທິສ່ວນບຸກຄົນ; ບໍ່ມີໃຜຈຳກັດພວກເຂົາ. ເຖິງຢ່າງໃດກໍຕາມ, ສິ່ງທີ່ພວກເຮົາກຳລັງໂອ້ລົມກັນໃນມື້ນີ້ຄື ຄວາມແຕກຕ່າງລະຫວ່າງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງ. ເມື່ອຕັດສິນຈາກການສະແດງອອກເຫຼົ່ານີ້, ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາບໍ່ແມ່ນສິ່ງທີ່ພວກເຂົາຊຳນານ. ແລ້ວເປັນຫຍັງພວກເຮົາຈຶ່ງຕ້ອງໂອ້ລົມກ່ຽວກັບເລື່ອງນີ້ໃຫ້ຊັດເຈນ? ເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈວ່າ ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາບໍ່ຄືກັນກັບຈຸດແຂງຂອງພວກເຂົາ. ຖ້າອີງຕາມທຸກດ້ານຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າແລ້ວ ເຈົ້າບໍ່ຊຳນານໃນດ້ານໃດດ້ານໜຶ່ງ, ແລ້ວເຖິງແມ່ນວ່າມັນຈະເປັນຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງເຈົ້າກໍຕາມ, ຂໍ້ຈຳກັດຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າກໍເປັນຕົວກຳນົດວ່າ ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງເຈົ້າບໍ່ແມ່ນຈຸດແຂງຂອງເຈົ້າ. ເຖິງແມ່ນວ່າເຈົ້າຈະມັກມັນແທ້ໆ, ເຖິງຂັ້ນທີ່ເຈົ້າຮັກມັນຫຼາຍເທົ່າກັບຊີວິດຂອງເຈົ້າເອງ, ແຕ່ໜ້າເສຍດາຍທີ່ມັນພຽງແຕ່ບໍ່ແມ່ນສິ່ງທີ່ເຈົ້າຊຳນານ. ຕົວຢ່າງ: ບາງຄົນມັກເຕັ້ນແທ້ໆ. ເມື່ອໃດກໍຕາມທີ່ພວກເຂົາໄດ້ຍິນສຽງດົນຕີ, ຮ່າງກາຍຂອງພວກເຂົາກໍຈະເລີ່ມເຄື່ອນໄຫວໄປຕາມຈັງຫວະ ແລະ ທຳນອງ ແລະ ພວກເຂົາກໍຮູ້ສຶກພໍໃຈຫຼາຍໃນຂະນະທີ່ພວກເຂົາເຄື່ອນໄຫວ. ເຖິງຢ່າງໃດກໍຕາມ, ຮູບຮ່າງໜ້າຕາໂດຍທຳມະຊາດຂອງພວກເຂົາບໍ່ດີ, ພວກເຂົາບໍ່ສູງປານໃດ, ແຂນຂາຂອງພວກເຂົາກໍບໍ່ຍາວເປັນພິເສດ ແລະ ຮູບຮ່າງຂອງພວກເຂົາກໍບໍ່ສະຫງ່າງາມເປັນພິເສດ. ໂດຍລວມແລ້ວ, ການເຕັ້ນຂອງພວກເຂົາບໍ່ເປັນຕາເບິ່ງປານໃດ. ແຕ່ພວກເຂົາພຽງແຕ່ມັກເຕັ້ນ ແລະ ບາງຄັ້ງ ໃນສະຖານທີ່ສາທາລະນະ ຫຼື ແຄມທາງ, ພວກເຂົາກໍເຕັ້ນດ້ວຍຄວາມເພີດເພີນຢ່າງເຕັມທີ່. ຄົນທີ່ຜ່ານໄປມາເຫັນວ່າມັນໜ້າຕະຫຼົກ, ແຕ່ພວກເຂົາກໍເຕັ້ນຄືກັບວ່າບໍ່ມີໃຜຢູ່ອ້ອມຂ້າງ ໂດຍບໍ່ສົນໃຈເລີຍວ່າຄົນອື່ນຈະເບິ່ງພວກເຂົາແນວໃດ, ຄືກັບວ່າພວກເຂົາບໍ່ມີຄວາມຮັບຮູ້ຫຍັງເລີຍ. ພວກເຂົາໝົກມຸ້ນກັບມັນເຖິງລະດັບນີ້. ເຖິງແມ່ນພວກເຂົາຈະຮູ້ສຶກວ່າພວກເຂົາເຕັ້ນໄດ້ດີພໍສົມຄວນ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ຊຳນານໃນການເຕັ້ນ. ພວກເຂົາບໍ່ສາມາດຈັບໃຈຄວາມແກ່ນແທ້ຂອງການເຕັ້ນ ແລະ ພວກເຂົາກໍບໍ່ຮູ້ວ່າການເຄື່ອນໄຫວໃດທີ່ເໝາະສົມ, ການເຄື່ອນໄຫວໃດທີ່ສະຫງ່າງາມ ແລະ ການເຄື່ອນໄຫວໃດທີ່ສາມາດຖ່າຍທອດອາລົມຂອງມະນຸດປະເພດຕ່າງໆໄດ້ດີກວ່າ. ນັ້ນກໍຄື ພວກເຂົາບໍ່ເຂົ້າໃຈຫຼາຍດ້ານທີ່ກ່ຽວຂ້ອງກັບການເຕັ້ນຢ່າງແທ້ຈິງ. ເຖິງແມ່ນວ່າຈະໄດ້ຮັບການຊີ້ແນະຈາກຄູມືອາຊີບ ແລະ ການຝຶກຝົນຈາກໂຮງຮຽນວິຊາຊີບ, ແຕ່ໃນແງ່ຂອງຂີດຄວາມສາມາດທີ່ຕິດໂຕມາແຕ່ເກີດຂອງພວກເຂົາເອງ, ພວກເຂົາກໍບໍ່ຊຳນານໃນການເຕັ້ນ ແລະ ບໍ່ສາມາດຈັບໃຈຄວາມແກ່ນແທ້ຂອງມັນໄດ້. ສະນັ້ນ, ເມື່ອພິຈາລະນາທຸກດ້ານຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາແລ້ວ, ການເຕັ້ນເຊິ່ງເປັນສິ່ງທີ່ພວກເຂົາຮັກຈຶ່ງບໍ່ແມ່ນສິ່ງທີ່ພວກເຂົາຊຳນານ. ເຖິງແມ່ນວ່າພວກເຂົາຈະມັກມັນຫຼາຍ ແລະ ຫຼົງໄຫຼກັບມັນ ໂດຍມັກຈະຊື່ນຊົມການເຄື່ອນໄຫວ ແລະ ການປາກົດຕົວຂອງພວກເຂົາເອງເມື່ອເຕັ້ນຢູ່ໜ້າກ້ອງ ຫຼື ໜ້າແວ່ນ, ແຕ່ຖ້າພວກເຮົາເບິ່ງສະຖານະການຕົວຈິງ, ພວກເຂົາກໍບໍ່ຊຳນານໃນການເຕັ້ນ. ເວົ້າອີກຢ່າງໜຶ່ງກໍຄື ການເຕັ້ນເປັນພຽງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາເທົ່ານັ້ນ, ບໍ່ແມ່ນຈຸດແຂງຂອງພວກເຂົາ.

ບາງຄົນມັກວັນນະຄະດີຫຼາຍ. ພວກເຂົາມັກຂຽນບົດຄວາມ ແລະ ອ່ານອອກສຽງ ແລະ ແຕ່ງບົດກະວີ, ພວກເຂົາມັກເວທີສົນທະນາວັນນະຄະດີ ແລະ ພວກເຂົາຍັງມັກອ່ານນິຍາຍ ແລະ ຜົນງານວັນນະຄະດີຕ່າງໆອີກດ້ວຍ, ທັງຂອງຕ່າງປະເທດ ແລະ ພາຍໃນປະເທດ, ທັງສະໄໝໃໝ່ ແລະ ສະໄໝບູຮານ, ພວກເຂົາມັກຜົນງານທັງໝົດເຫຼົ່ານີ້. ພວກເຂົາມັກຄຳສັບ ແລະ ຮູບແບບພາສາຕ່າງໆທີ່ນັກປະພັນໃຊ້ໃນຜົນງານວັນນະຄະດີຂອງພວກເຂົາ ແລະ ພວກເຂົາຍັງມັກແນວຄິດຕ່າງໆທີ່ນັກປະພັນສະແດງອອກໃນຜົນງານຂອງພວກເຂົາອີກດ້ວຍ. ນີ້ແມ່ນຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາບໍ? (ແມ່ນແລ້ວ). ມັນຊັດເຈນຫຼາຍວ່ານີ້ຄືຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາ. ສິ່ງທີ່ຄົນໆໜຶ່ງມັກ, ສິ່ງທີ່ພວກເຂົາສົນໃຈໃນໃຈ ແລະ ຄວາມຄິດຂອງພວກເຂົາ ແມ່ນສິ່ງທີ່ຕິດໂຕມາແຕ່ເກີດ, ມັນບໍ່ແມ່ນສິ່ງທີ່ພວກເຂົາໄດ້ຮັບມາໃນພາຍຫຼັງ, ຍິ່ງບໍ່ຕ້ອງເວົ້າເຖິງວ່າມັນຈະເປັນສິ່ງທີ່ພໍ່ແມ່ ຫຼື ຄອບຄົວຂອງພວກເຂົາບົ່ມເພາະມາ. ບາງຄົນຮັກວັນນະຄະດີ ແລະ ໄດ້ອ່ານຜົນງານວັນນະຄະດີມາຫຼາຍເລື່ອງ. ບາງຄົນໄດ້ສຶກສາວັນນະຄະດີຢ່າງເປັນລະບົບໃນມະຫາວິທະຍາໄລ. ບາງຄົນກໍເຖິງກັບເຮັດວຽກເປັນອາຈານສອນວັນນະຄະດີມືອາຊີບ ຫຼື ເຮັດວຽກ ແລະ ປະກອບອາຊີບທີ່ກ່ຽວຂ້ອງກັບວັນນະຄະດີ, ເຖິງຂັ້ນປະກອບອາຊີບເຫຼົ່ານີ້ເປັນເວລາດົນນານ; ພວກເຂົາໄດ້ໃຊ້ເວລາສ່ວນໃຫຍ່ໃນຊີວິດຂອງພວກເຂົາເພື່ອພົວພັນກັບເລື່ອງທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາ; ເກືອບທຸກມື້ໃນຊີວິດຂອງພວກເຂົາລ້ວນແຕ່ມີວັນນະຄະດີ ເຊິ່ງເປັນສິ່ງທີ່ພວກເຂົາສົນໃຈ ແລະ ຫຼົງໄຫຼ. ແຕ່ສິ່ງນີ້ໝາຍຄວາມວ່າຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາເປັນຈຸດແຂງຂອງພວກເຂົາຢ່າງແທ້ຈິງບໍ? ບໍ່ຈຳເປັນສະເໝີໄປ, ເຈົ້າຕ້ອງເບິ່ງວ່າພວກເຂົາມີຄວາມຮູ້ ຫຼື ຄວາມຄິດ ແລະ ມຸມມອງໃນວັນນະຄະດີທີ່ເໜືອກວ່າ ຫຼື ໂດດເດັ່ນກວ່າຄົນທົ່ວໄປ ຫຼື ບໍ່. ຖ້າສິ່ງທີ່ພວກເຂົາໄດ້ກຳແໜ້ນ ແລະ ເຂົ້າໃຈໃນວັນນະຄະດີເປັນພຽງສິ່ງທີ່ພວກເຂົາໄດ້ຮຽນຮູ້ຈາກປຶ້ມ ຫຼື ປະກອບດ້ວຍຄວາມຮູ້ທົ່ວໄປແບບດັ້ງເດີມທີ່ໃຜໆກໍສາມາດຮຽນຮູ້ ແລະ ກຳແໜ້ນໄດ້, ແລ້ວສິ່ງນີ້ກໍບໍ່ນັບວ່າເປັນຈຸດແຂງ. ຕົວຢ່າງ: ຖ້າເຈົ້າຂໍໃຫ້ພວກເຂົາຂຽນບົດຄວາມ, ມັນກໍບໍ່ມີຂໍ້ຜິດພາດທາງໄວຍາກອນ, ການໃຊ້ເຄື່ອງໝາຍວັກຕອນກໍຖືກຕ້ອງ, ວັກຕອນກໍມີໂຄງສ້າງທີ່ດີ ແລະ ໂຄງສ້າງໂດຍລວມຂອງບົດຄວາມກໍດີພໍສົມຄວນ. ຍັງມີການໃຊ້ພາສາທີ່ສະຫຼວຍສວຍງາມຫຼາຍຢ່າງຕະຫຼອດທັງບົດຄວາມ. ເຖິງຢ່າງໃດກໍຕາມ, ມັນມີບັນຫາຢ່າງໜຶ່ງຄື ເມື່ອເວົ້າເຖິງການສະແດງອອກເຖິງສິ່ງໃດໜຶ່ງ, ມຸມມອງໃດໜຶ່ງ ຫຼື ໂຄງເລື່ອງໃດໜຶ່ງ, ພວກເຂົາບໍ່ມີວິທີການສະແດງອອກທີ່ເປັນເອກະລັກ ແລະ ພວກເຂົາກໍບໍ່ມີວິທີການສະແດງອອກທີ່ມີສິລະປະ ຫຼື ສະຫຼາດຫຼັກແຫຼມເປັນພິເສດ. ຄຸນສົມບັດເຫຼົ່ານີ້ບໍ່ມີຢູ່ໃນຜົນງານວັນນະຄະດີທັງໝົດຂອງພວກເຂົາ. ນັ້ນກໍຄື ບົດຄວາມຂອງພວກເຂົາເບິ່ງຄືວ່າມີໂຄງສ້າງທີ່ດີພໍສົມຄວນ ແລະ ມີຄວາມເປັນມືອາຊີບສູງ, ດ້ວຍຄຳສັບທີ່ຖືກເລືອກມາຢ່າງລະມັດລະວັງ ແຕ່ພວກມັນຂາດວິທີການທີ່ເປັນເອກະລັກໃນການສະແດງຄວາມຄິດ ແລະ ມຸມມອງ, ປະກົດການ ຫຼື ໂຄງເລື່ອງທີ່ຜູ້ເຮັດວຽກດ້ານວັນນະຄະດີທີ່ຊຳນານຄວນມີ. ບົດຄວາມສ່ວນໃຫຍ່ຂອງພວກເຂົາຂ້ອນຂ້າງທຳມະດາ. ໂຄງສ້າງ ແລະ ວິທີການສະແດງຄວາມຄິດຂອງພວກເຂົາແມ່ນຕາຍຕົວ, ແຂງກະດ້າງ ແລະ ຍຶດຕິດກັບກົດເກນເປັນພິເສດ; ພວກມັນບໍ່ມີນະວັດຕະກຳ ຫຼື ບໍ່ເປັນເອກະລັກ, ຂາດສະຕິປັນຍາ ແລະ ຄວາມສະຫຼາດຫຼັກແຫຼມ ແລະ ແນ່ນອນວ່າບໍ່ສາມາດຖືວ່າສະຫງ່າງາມໄດ້. ປະກົດການນີ້ບົ່ງບອກເຖິງຫຍັງ? (ພວກເຂົາບໍ່ຊຳນານໃນການຂຽນ ແລະ ບໍ່ມີຄວາມຖະໜັດໃນການຂຽນ). ພວກເຂົາບໍ່ຊຳນານໃນການຂຽນ ແລະ ບໍ່ສາມາດແຕ່ງເລື່ອງລາວໄດ້ຢ່າງຢືດຢຸ່ນໂດຍອີງໃສ່ພູມຫຼັງຂອງເຫດການ ຫຼື ຕົ້ນແບບຂອງເລື່ອງລາວດັ່ງກ່າວ. ໃນທີ່ສຸດ, ເມື່ອຜູ້ຄົນອ່ານບົດຄວາມ ແລະ ຜົນງານວັນນະຄະດີຂອງພວກເຂົາ, ພວກເຂົາທຸກຄົນກໍຮູ້ສຶກວ່າມັນໜ້າເບື່ອ ແລະ ຊໍ້າຊາກ ໂດຍເປັນໄປຕາມສູດດຽວກັນ. ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກມັນຮູ້ສຶກໜ້າເບື່ອ ແລະ ຊໍ້າຊາກ? ໂດຍລວມແລ້ວ, ບົດຄວາມຂອງພວກເຂົາເບິ່ງຄືວ່າມີໂຄງສ້າງທີ່ດີພໍສົມຄວນ, ມີມາດຕະຖານ ແລະ ເປັນມືອາຊີບ; ເມື່ອເວົ້າເຖິງດ້ານເຕັກນິກ, ຄົນທົ່ວໄປກໍແທບຈະຫາບ່ອນຕິບໍ່ໄດ້, ແມ່ນແຕ່ໂຄງສ້າງກໍຍັງຄືເກົ່າໂດຍພື້ນຖານ. ເຖິງແມ່ນວ່າພວກເຂົາຈະສາມາດຮຽນຮູ້ຮູບແບບຕ່າງໆຂອງຜົນງານວັນນະຄະດີ ລວມທັງບົດກະວີຕ່າງປະເທດ, ຮ້ອຍແກ້ວ ແລະ ການຂຽນແບບເລົ່າເລື່ອງ, ແຕ່ພວກເຂົາກໍບໍ່ເຄີຍສາມາດດັດແປງ ຫຼື ນຳໃຊ້ພວກມັນເຂົ້າໃນການສ້າງສັນວັນນະຄະດີຂອງພວກເຂົາເອງໄດ້. ນີ້ກໍຍ້ອນວ່າລະດັບທັກສະ ແລະ ຄວາມສຳເລັດທາງວັນນະຄະດີຂອງພວກເຂົາຈະຍັງຄົງຢູ່ໃນລະດັບຂອງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງສະເໝີ, ບໍ່ເຄີຍບັນລຸເຖິງລະດັບຂອງຈຸດແຂງ. ມັນເປັນໄປໄດ້ວ່າພວກເຂົາມີຄວາມຮູ້ທາງວັນນະຄະດີຢ່າງຫຼວງຫຼາຍ, ແຕ່ພວກເຂົາບໍ່ມີຄວາມສຳເລັດທາງວັນນະຄະດີໃດໆຢ່າງແທ້ຈິງ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາບໍ່ມີນະວັດຕະກຳໃດໆໃນວັນນະຄະດີຢ່າງແທ້ຈິງ, ພວກເຂົາບໍ່ສາມາດສ້າງຜົນງານທີ່ເປັນຕົວແທນຂອງຕົນເອງໄດ້ ແລະ ພວກເຂົາກໍຂາດຄວາມຄິດ ແລະ ມຸມມອງທີ່ເປັນເອກະລັກ ພ້ອມທັງວິທີການສະແດງອອກທີ່ເປັນເອກະລັກ. ສິ່ງນີ້ພິສູດໃຫ້ເຫັນວ່າວັນນະຄະດີບໍ່ແມ່ນຈຸດແຂງຂອງພວກເຂົາ. ພວກເຂົາມີການຮຽນຮູ້ ແລະ ຄວາມຮູ້ທົ່ວໄປກ່ຽວກັບວັນນະຄະດີພຽງແຕ່ຍ້ອນວ່າດ້ານນີ້ເປັນຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາ, ແຕ່ພວກເຂົາບໍ່ມີຈຸດແຂງໃນວັນນະຄະດີ. ເຈົ້າເຫັນບໍ, ຫຼາຍຄົນອ່ານປຶ້ມ ລວມທັງຜົນງານວັນນະຄະດີຕ່າງໆ; ຫຼາຍຄົນອ້າງວ່າເປັນຜູ້ທີ່ມັກວັນນະຄະດີ ຫຼື ນັກສ້າງສັນວັນນະຄະດີ, ແຕ່ໃນບັນດາຜູ້ທີ່ເຮັດວຽກສ້າງສັນວັນນະຄະດີ, ມີຈັກຄົນທີ່ມີຜົນງານຂອງຕົນເອງຢ່າງແທ້ຈິງ? ມີຈັກຄົນທີ່ໄດ້ຂຽນຜົນງານວັນນະຄະດີທີ່ສາມາດຜ່ານການທົດສອບຂອງເວລາ ແລະ ກາຍເປັນຜົນງານຄລາສສິກ? ມີໜ້ອຍຄົນຫຼາຍ, ແມ່ນບໍ? ຄົນສ່ວນໃຫຍ່ເຫຼົ່ານີ້ມີຄວາມສົນໃຈ ແລະ ຄວາມຫຼົງໄຫຼໃນວັນນະຄະດີທີ່ຕິດໂຕມາແຕ່ເກີດເລັກໜ້ອຍ ແລະ ຕໍ່ມາ ພວກເຂົາກໍຮຽນຮູ້, ຝຶກຝົນ ແລະ ປະຕິບັດຢູ່ໂຮງຮຽນວິຊາຊີບ ແລະ ບັງເອີນໄດ້ເຮັດວຽກທີ່ກ່ຽວຂ້ອງກັບວັນນະຄະດີ. ເຖິງແມ່ນວ່າພວກເຂົາຈະເຮັດວຽກທີ່ກ່ຽວຂ້ອງກັບວັນນະຄະດີ ເຊິ່ງອາດຈະເບິ່ງຄືວ່າເປັນການສະແດງໃຫ້ເຫັນວ່າຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງນີ້ສາມາດຢູ່ຮ່ວມກັບພວກເຂົາໄປຕະຫຼອດຊີວິດ, ແຕ່ພວກເຂົາຈະສ້າງຜົນງານທີ່ສຳເລັດສົມບູນໄດ້ຈັກອັນ, ພວກເຂົາຈະສ້າງການປະກອບສ່ວນໄດ້ຫຼາຍສໍ່າໃດ ແລະ ພວກເຂົາຈະມີຜົນງານການສ້າງສັນຕົ້ນສະບັບຈັກອັນໃນຊ່ວງເວລາທີ່ເຮັດວຽກໃນຂົງເຂດນີ້ ແມ່ນຂຶ້ນຢູ່ກັບວ່າພວກເຂົາມີຈຸດແຂງໃນວັນນະຄະດີ ຫຼື ບໍ່. ຫຼາຍຄົນເຮັດອາຊີບທີ່ພວກເຂົາມັກ ແລະ ຫຼົງໄຫຼ ແລະ ພວກເຂົາກໍໄດ້ຮັບວິທີການຫາລ້ຽງຊີບ ຫຼື ຜົນປະໂຫຍດບາງຢ່າງຈາກມັນ, ແຕ່ພວກເຂົາບໍ່ບັນລຸຜົນໄດ້ຮັບທີ່ດີໃນອາຊີບນີ້. ສິ່ງນີ້ພຽງພໍທີ່ຈະພິສູດວ່າອາຊີບທີ່ພວກເຂົາມັກ ແລະ ຫຼົງໄຫຼບໍ່ແມ່ນຈຸດແຂງຂອງພວກເຂົາ. ໃນທາງກົງກັນຂ້າມ, ບາງຄົນ ເຖິງແມ່ນວ່າຈະບໍ່ໄດ້ເຮັດອາຊີບທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາ, ແຕ່ກໍສາມາດສ້າງຄວາມສຳເລັດທີ່ແທ້ຈິງໄດ້ ເພາະວ່າມັນເປັນຈຸດແຂງຂອງພວກເຂົາ. ຕົວຢ່າງ: ມີນັກປະດິດ, ຜູ້ທີ່ໄດ້ສ້າງການປະກອບສ່ວນທີ່ໂດດເດັ່ນໃນຂົງເຂດຕ່າງໆ, ຜູ້ທີ່ໄດ້ບຸກເບີກຮູບແບບທີ່ເປັນເອກະລັກຂອງຕົນເອງໃນຂົງເຂດຕ່າງໆ ແລະ ບຸກຄົນຊັ້ນນຳໃນຂົງເຂດຕ່າງໆ ເປັນຕົ້ນ. ສະນັ້ນ, ເມື່ອພິຈາລະນາສະຖານະການເຫຼົ່ານີ້, ການມີຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງບໍ່ຈຳເປັນຕ້ອງໝາຍຄວາມວ່າຈະມີຈຸດແຂງໃນດ້ານເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ, ບາງຄົນບໍ່ສາມາດແຍກແຍະຄວາມສຳພັນລະຫວ່າງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ກັບຈຸດແຂງໄດ້. ພວກເຂົາຄິດວ່າຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາແມ່ນຈຸດແຂງຂອງພວກເຂົາ, ແຕ່ຫຼັງຈາກທີ່ເຮັດວຽກໃນຂົງເຂດທີ່ພວກເຂົາສົນໃຈ ແລະ ຫຼົງໄຫຼມາຫຼາຍປີ, ພວກເຂົາກໍບໍ່ບັນລຸຜົນໄດ້ຮັບໃດໆຢ່າງແທ້ຈິງ. ຫຼັງຈາກທີ່ເຂົ້າໃຈສິ່ງເຫຼົ່ານີ້ຢ່າງແຈ່ມແຈ້ງແລ້ວ, ຜູ້ຄົນຄວນປະຕິບັດຕໍ່ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາ ພ້ອມທັງຈຸດແຂງຂອງພວກເຂົາແນວໃດ? ມັນງ່າຍດາຍຫຼາຍ, ພວກເຂົາຄວນປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ. ຖ້າເຮືອນຂອງພຣະເຈົ້າຕ້ອງການໃຫ້ເຈົ້າປະຕິບັດໜ້າທີ່ໃນດ້ານໃດໜຶ່ງທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບ, ທັກສະ ຫຼື ຄວາມສາມາດພິເສດທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງເຈົ້າ, ແລ້ວເຈົ້າກໍຄວນປະຕິບັດຕໍ່ມັນຕາມຫຼັກການຂອງການປະຕິບັດໜ້າທີ່, ບໍ່ປະຕິເສດມັນ ແລະ ບໍ່ເວົ້າຄຳເວົ້າທີ່ຟັງເບິ່ງຍິ່ງໃຫຍ່ ຫຼື ວູ່ວາມ. ຖ້າມັນເປັນສິ່ງທີ່ເຈົ້າບໍ່ຊຳນານ, ເປັນສິ່ງທີ່ເກີນຄວາມສາມາດຂອງເຈົ້າທີ່ເຈົ້າບໍ່ສາມາດເຮັດໄດ້, ແລ້ວກໍຢ່າຄິດລົບ ຫຼື ຈົ່ມວ່າພຣະເຈົ້າ; ເຈົ້າຄວນສາມາດປະຕິບັດຕໍ່ມັນຢ່າງຖືກຕ້ອງ. ການປະຕິບັດຕໍ່ມັນຢ່າງຖືກຕ້ອງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຖ້າເຈົ້າຮູ້ສຶກວ່າຄວາມສົນໃຈ ແລະ ຄວາມຫຼົງໄຫຼຂອງເຈົ້າໃນດ້ານນີ້ເປັນສິ່ງທີ່ເປັນເອກະລັກ, ແຕ່ເມື່ອປະຕິບັດວຽກງານທີ່ກ່ຽວຂ້ອງກັບມັນ ເຈົ້າບໍ່ເຄີຍສາມາດຕອບສະໜອງຂໍ້ກຳນົດຂອງເຮືອນຂອງພຣະເຈົ້າໄດ້ເລີຍ ແລະ ບໍ່ສາມາດບັນລຸຫຼັກການທີ່ເຮືອນຂອງພຣະເຈົ້າຮຽກຮ້ອງໄດ້ເລີຍ, ແລ້ວເຈົ້າກໍຄວນບັນລຸເທົ່າທີ່ເຈົ້າສາມາດບັນລຸໄດ້. ພຣະເຈົ້າບໍ່ເຄີຍບັງຄັບໃຫ້ປາອາໄສຢູ່ເທິງບົກ ຫຼື ບັງຄັບໃຫ້ໝູບິນໄດ້. ພຣະເຈົ້າຮູ້ວ່າເຈົ້າສາມາດບັນລຸໄດ້ຫຼາຍສໍ່າໃດ ແລະ ເຈົ້າສາມາດແບກຮັບພາລະໄດ້ຫຼາຍສໍ່າໃດ. ເມື່ອມີປະສົບການຫຼາຍຂຶ້ນ, ເຈົ້າກໍຈະຮູ້ເຊັ່ນກັນ. ໂດຍອີງໃສ່ສະຖານະການຕົວຈິງ ແລະ ເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າ, ຈົ່ງບັນລຸໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ເຈົ້າສາມາດບັນລຸໄດ້, ຢ່າສ້າງຄວາມຫຍຸ້ງຍາກໃຫ້ກັບຕົວເຈົ້າເອງ. ຖ້າເຈົ້າມີຄວາມສາມາດ ກໍຢ່າກັກເກັບໄວ້; ຖ້າເຈົ້າບໍ່ມີຄວາມສາມາດ ກໍຢ່າຄິດລົບ ຫຼື ບັງຄັບຕົວເອງເກີນຄວາມສາມາດຂອງເຈົ້າ, ຈົ່ງປະຕິບັດຕໍ່ມັນຢ່າງຖືກຕ້ອງ.

ພວກເຈົ້າໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ພວກເຈົ້າສ່ວນໃຫຍ່ກໍໄດ້ປະຕິບັດໜ້າທີ່ຂອງຕົນມາຫຼາຍກວ່າສາມປີແລ້ວ, ມັນບໍ່ແມ່ນພຽງແຕ່ໜຶ່ງ ຫຼື ສອງປີທີ່ພວກເຈົ້າໄດ້ປະຕິບັດໜ້າທີ່ໃດໜຶ່ງໃນເຮືອນຂອງພຣະເຈົ້າ. ແລ້ວກ່ຽວກັບໜ້າທີ່ທີ່ເຈົ້າປະຕິບັດ ຫຼື ວຽກງານວິຊາຊີບໃດໜຶ່ງທີ່ເຈົ້າເຮັດ, ເຈົ້າແຈ່ມແຈ້ງໃນໃຈຂອງເຈົ້າບໍວ່າ ເຈົ້າສາມາດບັນລຸໄດ້ຫຼາຍສໍ່າໃດ ແລະ ສາມາດໄປເຖິງລະດັບໃດ ແລະ ສາມາດສະແດງຄວາມສາມາດອອກມາໄດ້ຫຼາຍສໍ່າໃດ ແລະ ໃນລະດັບໃດ? (ແຈ່ມແຈ້ງ). ໂດຍພື້ນຖານແລ້ວ ເຈົ້າແຈ່ມແຈ້ງກ່ຽວກັບສິ່ງທັງໝົດນີ້. ບາງຄົນຍັງບໍ່ທັນບັນລຸເຖິງຄວາມຊຳນານໃນໜ້າທີ່ໃດໜຶ່ງ ເພາະວ່າພວກເຂົາມີການປະຕິບັດໜ້ອຍ. ເຖິງຢ່າງໃດກໍຕາມ, ຄົນອື່ນກໍໄດ້ເຮັດວຽກງານນີ້ມາຫຼາຍປີແລ້ວ ແລະ ໄດ້ປະຕິບັດມາຫຼາຍ ແຕ່ກໍຍັງບໍ່ສາມາດບັນລຸເຖິງຫຼັກການທີ່ເຮືອນຂອງພຣະເຈົ້າຮຽກຮ້ອງໄດ້. ພວກເຂົາບໍ່ຊຳນານໃນດ້ານນີ້ປານໃດ. ເຖິງແມ່ນວ່າພວກເຂົາຈະມັກ ແລະ ຫຼົງໄຫຼໃນການປະຕິບັດໜ້າທີ່ນີ້ຫຼາຍ ແລະ ຮູ້ສຶກເປັນກຽດ ແລະ ມີຄວາມສຸກທີ່ໄດ້ເຮັດມັນ ແຕ່ພວກເຂົາພຽງແຕ່ບໍ່ຊຳນານໃນສິ່ງນັ້ນ. ບໍ່ວ່າຂໍ້ກຳນົດຂອງເຮືອນຂອງພຣະເຈົ້າຈະເປັນແນວໃດກໍຕາມ, ພວກເຂົາກໍພຽງແຕ່ບໍ່ສາມາດຕອບສະໜອງພວກມັນໄດ້. ມັນບໍ່ແມ່ນວ່າພວກເຂົາກະບົດ ແລະ ບໍ່ເຊື່ອຟັງ ທັງບໍ່ແມ່ນວ່າພວກເຂົາບໍ່ໄດ້ເຮັດສ່ວນຂອງພວກເຂົາ; ແຕ່ເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາບໍ່ສາມາດບັນລຸມັນໄດ້ ແລະ ມີຂໍ້ຈຳກັດ. ແລ້ວຄວນເຮັດແນວໃດ? ພຽງແຕ່ປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດ, ຢ່າຄິດລົບ, ຢ່າອ່ອນແອ ແລະ ຢ່າຈົ່ມວ່າ ຫຼື ຮູ້ສຶກວ່າມັນບໍ່ຍຸຕິທຳໃນໃຈຂອງເຈົ້າ. ບາງຄົນເວົ້າວ່າ “ຂ້ອຍມັກເຕັ້ນ ແຕ່ຂ້ອຍເກີດມາພ້ອມກັບຄວາມງຸ່ມງ່າມໃນການເຕັ້ນ ແລະ ຂ້ອຍກໍບໍ່ໜ້າດຶງດູດ. ຂ້ອຍຢາກປະຕິບັດໜ້າທີ່ເຕັ້ນ ແຕ່ກໍເຮັດບໍ່ໄດ້. ແລ້ວຂ້ອຍຄວນເຮັດແນວໃດ? ຂ້ອຍຢາກເຕັ້ນແທ້ໆ”. ຄວາມປາຖະໜາທີ່ຈະເຕັ້ນຂອງເຈົ້າແມ່ນຄວາມປາຖະໜາສ່ວນຕົວຂອງເຈົ້າ ແລະ ຄວາມມັກຂອງເຈົ້າ ແຕ່ພຣະເຈົ້າຕ້ອງຕອບສະໜອງຄວາມມັກຂອງເຈົ້າບໍ? ພຣະອົງບໍ່ຈຳເປັນຕ້ອງເຮັດ. ເຮືອນຂອງພຣະເຈົ້າມີຫຼັກການທີ່ມັນຮຽກຮ້ອງ ແລະ ຂໍ້ກຳນົດຂອງມັນ. ການເລືອກວ່າໃຜຈະເຮັດວຽກງານໃດແມ່ນອີງໃສ່ຫຼັກການ. ເຈົ້າບໍ່ສາມາດບັງຄັບຮຽກຮ້ອງ ໂດຍອີງໃສ່ຄວາມປາຖະໜາສ່ວນຕົວ, ຄວາມມັກສ່ວນຕົວ ຫຼື ອາລົມສ່ວນຕົວຂອງເຈົ້າ ເພື່ອໃຫ້ເຮືອນຂອງພຣະເຈົ້າຕອບສະໜອງເຈົ້າ, ນີ້ເປັນສິ່ງທີ່ບໍ່ເໝາະສົມ. ຖ້າເຈົ້າບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ໃນດ້ານນີ້, ແລ້ວໃນໃຈຂອງເຈົ້າ ກໍຈົ່ງອວຍພອນຢ່າງງຽບໆໃຫ້ກັບຜູ້ທີ່ສາມາດປະຕິບັດໜ້າທີ່ໃນດ້ານນີ້ໄດ້. ພຽງແຕ່ເຮັດສິ່ງໃດກໍຕາມທີ່ເຈົ້າສາມາດເຮັດໄດ້ ຫຼື ເຈົ້າສາມາດເປັນຜູ້ເຮັດວຽກຢູ່ເບື້ອງຫຼັງຢ່າງງຽບໆ ໂດຍຊ່ວຍໃນການຊີ້ແນະ ແລະ ການກວດສອບ, ຊ່ວຍໃນການຊ້ອມ ຫຼື ການຕັດຕໍ່ວິດີໂອການເຕັ້ນຫຼັງການຖ່າຍທຳ, ຊ່ວຍຄົ້ນຫາເອກະສານຕ່າງໆ ຫຼື ຊ່ວຍສະແຫວງຫາຄວາມຈິງ. ມັນມີວຽກງານຫຼາຍຢ່າງທີ່ສາມາດເຮັດໄດ້ໃນຂົງເຂດຕ່າງໆ ແລະ ຂອບເຂດຂອງວຽກງານທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງເຈົ້າກໍກວ້າງຂວາງ. ເຈົ້າບໍ່ຈຳເປັນຕ້ອງເປັນຄົນທີ່ຢູ່ເທິງໜ້າຈໍສະເໝີໄປ, ເຈົ້າສາມາດຮັບຜິດຊອບວຽກງານເບື້ອງຫຼັງແບບບາງເວລາໄດ້ເຊັ່ນກັນ. ນີ້ກໍເປັນການປະຕິບັດໜ້າທີ່ຂອງເຈົ້າເຊັ່ນກັນ. ດ້ວຍວິທີນີ້, ເຈົ້າທັງໄດ້ຕອບສະໜອງຄວາມປາຖະໜາສ່ວນຕົວຂອງເຈົ້າ ແລະ ປະຕິບັດຕາມຫຼັກການ ແລະ ມາດຕະຖານຂອງການເຮັດໃຫ້ພຣະເຈົ້າພໍພຣະໄທຜ່ານການປະຕິບັດໜ້າທີ່ຂອງຕົນ, ມັນດີຫຼາຍ! ນີ້ບໍ່ແມ່ນການຍິງປືນນັດດຽວໄດ້ນົກສອງໂຕບໍ? (ແມ່ນແລ້ວ). ໃນເມື່ອພຣະເຈົ້າບໍ່ໄດ້ປະທານຈຸດແຂງໃນດ້ານນີ້ໃຫ້ກັບເຈົ້າ ເຊິ່ງເປັນສ່ວນໜຶ່ງຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າ, ແລ້ວເຈົ້າກໍບໍ່ມີທາງເລືອກ. ເຈົ້າບໍ່ສາມາດຈົ່ມວ່າ, ຕໍ່ວ່າ ຫຼື ມີຄວາມຄຽດແຄ້ນ ພຽງເພາະວ່າເຈົ້າຂາດຕົກບົກພ່ອງໃນດ້ານນີ້ມາແຕ່ເກີດ ແລະ ບໍ່ສາມາດຕອບສະໜອງມາດຕະຖານການຄັດເລືອກຄົນທີ່ມີຄວາມສາມາດພິເສດໃນດ້ານນີ້ຂອງເຮືອນຂອງພຣະເຈົ້າ ແລ້ວກໍກາຍເປັນຄົນທີ່ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ໃນດ້ານນີ້ ໂດຍປະຕິເສດທີ່ຈະເຮັດມັນ ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະຮຽກຮ້ອງໃຫ້ເຈົ້າເຮັດກໍຕາມ, ນີ້ເປັນສິ່ງທີ່ບໍ່ເໝາະສົມ. ນີ້ບໍ່ແມ່ນທັດສະນະຄະຕິທີ່ຖືກຕ້ອງໃນການປະຕິບັດໜ້າທີ່. ພຽງແຕ່ເຮັດສິ່ງໃດກໍຕາມທີ່ເຈົ້າສາມາດເຮັດໄດ້. ເຈົ້າບໍ່ສາມາດປະຕິເສດທີ່ຈະເຮັດມັນ ພຽງເພາະວ່າເຈົ້າບໍ່ເໝາະສົມກັບມັນ ຫຼື ບໍ່ຊຳນານໃນສິ່ງນັ້ນ, ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະຮຽກຮ້ອງໃຫ້ເຈົ້າເຮັດກໍຕາມ ເຈົ້າກໍຍັງປະຕິເສດ. ໃນການເຮັດເຊັ່ນນັ້ນ, ເຈົ້າບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງຕົນ ແຕ່ເຈົ້າກຳລັງຕອບສະໜອງຄວາມປາຖະໜາສ່ວນຕົວ ແລະ ດຳເນີນກິດຈະການຂອງຕົວເອງ. ເຈົ້າບໍ່ໄດ້ປະຕິບັດໜ້າທີ່ດ້ວຍທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ ທັງບໍ່ໄດ້ປະຕິບັດດ້ວຍທັດສະນະຄະຕິແຫ່ງຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ນີ້ເປັນສິ່ງທີ່ບໍ່ເໝາະສົມ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ດ້ານໜຶ່ງ, ຈົ່ງເຂົ້າໃຈຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງຢ່າງຖືກຕ້ອງ; ນອກຈາກນີ້, ຈົ່ງປະຕິບັດຕໍ່ຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງຢ່າງຖືກຕ້ອງ.

ບາງຄົນມັກຂຽນບົດຄວາມ ແລະ ມີສ່ວນຮ່ວມໃນວຽກງານທີ່ກ່ຽວຂ້ອງກັບວັນນະຄະດີ. ພວກເຂົາຕ້ອງການແກ້ໄຂ ແລະ ພິສູດອັກສອນບົດຄວາມຢູ່ສະເໝີ ໂດຍພົວພັນກັບບົດຄວາມທຸກມື້. ເຖິງຢ່າງໃດກໍຕາມ, ຍ້ອນເຫດຜົນຕ່າງໆ ທັງທາງອັດຕະວິໄສ ແລະ ພາວະວິໄສ ພວກເຂົາຈຶ່ງບໍ່ເໝາະສົມກັບວຽກງານນີ້. ດ້ານໜຶ່ງ, ພວກເຂົາຂາດຄວາມຮູ້ພື້ນຖານໃນຂົງເຂດວັນນະຄະດີ; ອີກດ້ານໜຶ່ງ, ຂີດຄວາມສາມາດຂອງພວກເຂົາຂ້ອນຂ້າງຕ່ຳ ແລະ ພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້. ສະນັ້ນ, ເຖິງແມ່ນວ່າພວກເຂົາຈະຫຼົງໄຫຼໃນວັນນະຄະດີ ແລະ ປະຕິບັດມາຫຼາຍປີ, ພວກເຂົາກໍຍັງບໍ່ສາມາດບັນລຸມາດຕະຖານຂອງການມີຄວາມສາມາດໃນການຂຽນໄດ້. ເຖິງຢ່າງໃດກໍຕາມ, ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນມີຂີດຄວາມສາມາດຂັ້ນພື້ນຖານເປັນຢ່າງໜ້ອຍ ເພື່ອມີສ່ວນຮ່ວມໃນວຽກງານຂໍ້ຄວາມ. ຖ້າຂີດຄວາມສາມາດຂອງພວກເຂົາບໍ່ເໝາະສົມກັບການເຮັດວຽກງານຂໍ້ຄວາມ ແລະ ແມ່ນແຕ່ການແກ້ໄຂ ແລະ ການພິສູດອັກສອນບົດຄວາມຂອງພວກເຂົາກໍບໍ່ໄດ້ມາດຕະຖານ, ແລ້ວພວກເຂົາກໍສາມາດເລືອກໜ້າທີ່ອື່ນໄດ້ເທົ່ານັ້ນ. ພວກເຂົາອາດຈະເໝາະສົມກັບການເຮັດວຽກງານທົ່ວໄປບາງຢ່າງ ຫຼື ການລວບລວມເອກະສານບາງຢ່າງແທນ. ສະຫຼຸບແລ້ວ, ວຽກງານຂໍ້ຄວາມທີ່ພວກເຂົາມັກໃນໃຈນັ້ນເປັນສິ່ງທີ່ພວກເຂົາບໍ່ສາມາດເຮັດໄດ້, ເຖິງແມ່ນວ່າພວກເຂົາຈະບໍ່ຖືກປົດອອກຈາກການເຮັດວຽກງານຂໍ້ຄວາມກໍຕາມ, ພວກເຂົາກໍຈະເປັນພຽງຄົນທີ່ນັ່ງໃຫ້ເຕັມບ່ອນລ້າໆ ແລະ ບໍ່ໄດ້ຮັບຜົນທີ່ແທ້ຈິງເລີຍ. ຜູ້ຄົນຄວນຢັ່ງຮູ້ເລື່ອງດັ່ງກ່າວຢ່າງບໍລິສຸດແນວໃດ? (ພວກເຂົາຕ້ອງຮຽນຮູ້ທີ່ຈະອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ມີເຫດຜົນ). ນີ້ຄືທິດທາງທົ່ວໄປ, ຜູ້ຄົນຄວນປະຕິບັດຢ່າງສະເພາະເຈາະຈົງແນວໃດ? ຖ້າເປັນຄົນທີ່ມັກຈະບິດເບືອນ, ພວກເຂົາກໍຈະເວົ້າວ່າ “ທຸກຄົນເວົ້າວ່າຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງແມ່ນພຣະເຈົ້າປະທານໃຫ້, ພວກມັນແມ່ນເງື່ອນໄຂທີ່ຕິດໂຕມາແຕ່ເກີດ. ໃນເມື່ອພຣະເຈົ້າໄດ້ປະທານຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງນີ້ໃຫ້ກັບຂ້ອຍ, ແລ້ວແນ່ນອນວ່າພຣະເຈົ້າໄດ້ກຳນົດໃຫ້ຂ້ອຍມີສ່ວນຮ່ວມໃນວຽກງານທີ່ກ່ຽວຂ້ອງກັບມັນ. ໃນເມື່ອມັນຖືກກຳນົດໂດຍພຣະເຈົ້າ, ແລ້ວໃນເຮືອນຂອງພຣະເຈົ້າ ວຽກງານທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງນີ້ກໍຄວນຖືກມອບໃຫ້ກັບຂ້ອຍ, ຂ້ອຍຄວນມີສ່ວນຮ່ວມໃນນັ້ນ. ຖ້າຂ້ອຍບໍ່ຖືກຂໍໃຫ້ເຮັດວຽກງານນີ້, ແລ້ວມັນກໍເປັນບັນຫາກັບຜູ້ຄົນ, ມັນໝາຍຄວາມວ່າຜູ້ຄົນດູຖູກຂ້ອຍ, ມັນໝາຍຄວາມວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຮູ້ວິທີປະເມີນຜູ້ຄົນ. ຄົນທີ່ມີພອນສະຫວັນຄືຂ້ອຍນີ້, ແຕ່ພັດບໍ່ມີຜູ້ຊອກຫາຄົນທີ່ມີຄວາມສາມາດພິເສດທີ່ຕາເຖິງມາເຫັນຂ້ອຍ! ຂ້ອຍຮັກວັນນະຄະດີຫຼາຍ ແລະ ຂ້ອຍກໍຊຳນານໃນດ້ານນີ້ແທ້ໆ, ການແກ້ໄຂບົດຄວາມເປັນເລື່ອງທີ່ງ່າຍເກີນໄປສຳລັບຂ້ອຍ. ການສົ່ງຂ້ອຍໄປເທດສະໜາຂ່າວປະເສີດ ຫຼື ເຮັດວຽກໃຊ້ແຮງງານ, ນັ້ນບໍ່ແມ່ນການນຳໃຊ້ຄົນທີ່ມີຄວາມສາມາດພິເສດໄປເຮັດວຽກງານທີ່ຕໍ່າຕ້ອຍບໍ? ນັ້ນບໍ່ແມ່ນການສູນເສຍບຸກຄົນທີ່ມີຄວາມສາມາດພິເສດບໍ? ນັ້ນບໍ່ຄືກັບການປ່ອຍໃຫ້ຄວາມສາມາດພິເສດສູນເປົ່າບໍ? ຂ້ອຍບໍ່ສາມາດເຮັດຫຍັງໄດ້, ພາຍໃຕ້ຫຼັງຄາທີ່ຕໍ່າ ຄົນເຮົາກໍບໍ່ມີທາງເລືອກນອກຈາກຕ້ອງກົ້ມຫົວ! ແຕ່ມີຄຳເວົ້າທີ່ວ່າ: ຄຳແທ້ໃນທີ່ສຸດກໍຕ້ອງເປັ່ງປະກາຍ. ພຽງແຕ່ລໍຖ້າ, ບາງທີນີ້ອາດຈະເປັນການທີ່ພຣະເຈົ້າກຳລັງຫຼໍ່ຫຼອມຂ້ອຍ, ທົດສອບຂ້ອຍ. ມື້ໜຶ່ງ, ຂ້ອຍຈະຕ້ອງໄດ້ມີສ່ວນຮ່ວມໃນວຽກງານທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ຂ້ອຍຢ່າງແນ່ນອນ ເຊິ່ງເປັນວຽກງານທີ່ກ່ຽວຂ້ອງກັບຄວາມສົນໃຈຂອງຂ້ອຍ. ສິ່ງທີ່ດີຍ່ອມຄຸ້ມຄ່າແກ່ການລໍຖ້າ. ເມື່ອພວກເຈົ້າທຸກຄົນຖືກກຳຈັດ, ນັ້ນຈະເປັນເວລາທີ່ຂ້ອຍຈະໄດ້ເປັ່ງປະກາຍ, ນັ້ນຈະເປັນເວລາທີ່ຂ້ອຍມີໂອກາດໄດ້ນຳໃຊ້ທັກສະຂອງຂ້ອຍ! ດັ່ງຄຳເວົ້າທີ່ວ່າ ‘ສຸພາບກາລະບຸລຸດແກ້ແຄ້ນສິບປີກໍຍັງບໍ່ສາຍ’ ແລະ ‘ຕາບໃດທີ່ຍັງມີຊີວິດ ກໍຍັງມີຄວາມຫວັງ’”. ພວກເຈົ້າຄິດແນວໃດກັບມຸມມອງເຫຼົ່ານີ້? ພວກມັນບໍ່ຖືກຕ້ອງ, ແມ່ນບໍ? ຄົນແບບນັ້ນກຳລັງຄິດເຂົ້າຂ້າງຕົນເອງຢ່າງແນ່ນອນ ແລະ ເຖິງຂັ້ນວາງແຜນໄລຍະຍາວ, ແຕ່ເລື່ອງທີ່ວ່າພວກເຂົາມີຄວາມສາມາດທີ່ແທ້ຈິງ ຫຼື ບໍ່ນັ້ນກໍບໍ່ມີໃຜຮູ້. ບາງຄົນເຖິງກັບຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ ໂດຍເວົ້າວ່າ “ຂ້ອຍເປັນຄົນທີ່ມີຄວາມສາມາດພິເສດທາງວັນນະຄະດີທີ່ມີພອນສະຫວັນມາແຕ່ເກີດ ແຕ່ຂ້ອຍພັດຖືກສົ່ງໄປເຮັດວຽກໃຊ້ແຮງງານ, ເປື້ອນຂີ້ຕົມໝົດມື້. ແລ້ວຂ້ອຍຈະໄປຮ້ອງຮຽນເລື່ອງນີ້ກັບໃຜໄດ້? ຂ້ອຍບໍ່ສາມາດເຮັດຫຍັງໄດ້, ນີ້ຄືວິທີທີ່ພຣະເຈົ້າໄດ້ຈັດວາງມັນໄວ້. ຂ້ອຍມີທາງເລືອກຫຍັງແດ່?” ໃນຄວາມເປັນຈິງແລ້ວ, ທີມງານພິສູດອັກສອນໄດ້ທົດສອບພວກເຂົາແລ້ວ ແລະ ທັກສະການຂຽນຂອງພວກເຂົາກໍບໍ່ພຽງພໍ. ພວກເຂົາບໍ່ມີພື້ນຖານທາງວັນນະຄະດີ, ແມ່ນແຕ່ການໃຊ້ເຄື່ອງໝາຍວັກຕອນກໍຍັງບໍ່ຖືກຕ້ອງ. ບ່ອນໃດກໍຕາມທີ່ຄວນຕັດປະໂຫຍກ ຫຼື ຄວນຍະຫວ່າງ, ພວກເຂົາກໍໃຊ້ເຄື່ອງໝາຍຈຸດ. ເຖິງຢ່າງນັ້ນ, ພວກເຂົາກໍຍັງຖືວ່າຕົນເອງເປັນອັດສະລິຍະທາງວັນນະຄະດີ ໂດຍເຊື່ອວ່າການເຮັດວຽກໃຊ້ແຮງງານເປັນການສູນເສຍຄວາມສາມາດພິເສດ. ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຄັບແຄ້ນໃຈ: “ຂ້ອຍເກີດມາພ້ອມກັບຄວາມຮັກໃນວັນນະຄະດີ. ຕອນເປັນເດັກນ້ອຍ, ຂ້ອຍມັກອ່ານປຶ້ມນິທານ. ເມື່ອຂ້ອຍໃຫຍ່ຂຶ້ນ, ຂ້ອຍມັກອ່ານຜົນງານທີ່ຂຽນໂດຍຄົນທີ່ມີຊື່ສຽງ. ຂ້ອຍໄດ້ອ່ານຜົນງານວັນນະຄະດີຄລາສສິກຫຼາຍເລື່ອງຈາກທັງນັກປະພັນພາຍໃນປະເທດ ແລະ ຕ່າງປະເທດ; ຂ້ອຍໄດ້ອ່ານຜົນງານຫຼາຍເລື່ອງຈາກທຸກປະເພດ ລວມທັງບົດລະຄອນ, ຮ້ອຍແກ້ວ, ບົດກະວີ. ການເຮັດວຽກງານຂໍ້ຄວາມເປັນເລື່ອງທີ່ງ່າຍດາຍສຳລັບຂ້ອຍ; ການຂຽນບົດຄວາມເປັນເລື່ອງທີ່ງ່າຍຫຼາຍສຳລັບຂ້ອຍ. ແຕ່ເບິ່ງຂ້ອຍຕອນນີ້ແມະ, ຂ້ອຍຕົກຕໍ່າລົງມາເຮັດວຽກງານທີ່ເປິເປື້ອນ ແລະ ອິດເມື່ອຍ. ຄວາມຮັກໃນວັນນະຄະດີຂອງຂ້ອຍ ເຊິ່ງຢູ່ກັບຂ້ອຍມາເຄິ່ງຊີວິດ ໄດ້ຖືກປະຕິເສດໃນເຮືອນຂອງພຣະເຈົ້າ. ຄວາມຮູ້ທັງໝົດທີ່ຂ້ອຍໄດ້ສະສົມມາຕະຫຼອດຊີວິດບໍ່ມີປະໂຫຍດຫຍັງເລີຍໃນເຮືອນຂອງພຣະເຈົ້າ, ເສັ້ນທາງອາຊີບທາງວັນນະຄະດີຂອງຂ້ອຍໄດ້ສິ້ນສຸດລົງແລ້ວ! ຂ້ອຍເຄີຍຄິດວ່າເຮືອນຂອງພຣະເຈົ້າເປັນສະຖານທີ່ທີ່ຄວາມຈິງມີອຳນາດ, ເປັນບ່ອນທີ່ຄວາມຍຸຕິທຳ ແລະ ຄວາມຊອບທຳມີອຳນາດ. ຄົນແບບຂ້ອຍ ເຊິ່ງເປັນຄົນທີ່ມີຄວາມສາມາດພິເສດທີ່ຍິ່ງໃຫຍ່, ເປັນຜູ້ທີ່ມັກວັນນະຄະດີ ຖືກເມີນເສີຍ ແລະ ຖືກດູຖູກໃນໂລກ ໂດຍບໍ່ມີໂອກາດໄດ້ນຳໃຊ້ທັກສະຂອງຂ້ອຍ. ຂ້ອຍເຄີຍຄິດວ່າໃນເຮືອນຂອງພຣະເຈົ້າ ຂ້ອຍຈະສາມາດສະແດງຄວາມພະຍາຍາມທີ່ເຫຼືອຢູ່ຂອງຂ້ອຍອອກມາໄດ້. ດ້ວຍຄວາມກະຕືລືລົ້ນຢ່າງເຕັມປ່ຽມ, ຂ້ອຍໄດ້ລົງຊື່ເຂົ້າຮ່ວມທີມງານພິສູດອັກສອນ, ແຕ່ພັດພົບວ່າຂ້ອຍບໍ່ໄດ້ຖືກເລືອກ. ເບິ່ງຂ້ອຍແມະ, ຢືນຢູ່ບ່ອນນີ້ຕອນນີ້, ໃຜຈະບອກໄດ້ວ່າຂ້ອຍເປັນຜູ້ທີ່ມັກວັນນະຄະດີ, ເປັນຄົນທີ່ມີຄວາມສາມາດພິເສດທາງວັນນະຄະດີ? ຄວາມສາມາດທາງວັນນະຄະດີທັງໝົດຂອງຂ້ອຍໄດ້ຖືກທຳລາຍໄປດ້ວຍວຽກງານທີ່ເປິເປື້ອນ ແລະ ອິດເມື່ອຍນີ້. ຕອນນີ້, ສິ່ງດຽວທີ່ອອກມາຈາກປາກຂອງຂ້ອຍກໍຄືຄຳເວົ້າທີ່ຫຍາບຄາຍ ແລະ ບ້ານນອກ”. ພວກເຂົາຮູ້ສຶກຄັບແຄ້ນໃຈຫຼາຍໃນໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະເວົ້າອອກມາວ່າພວກເຂົາອ່ອນນ້ອມຕໍ່ການຈັດວາງຂອງພຣະເຈົ້າ ແລະ ຈະເຮັດທຸກສິ່ງທຸກຢ່າງທີ່ເຮືອນຂອງພຣະເຈົ້າຂໍໃຫ້ພວກເຂົາເຮັດ, ແຕ່ໃນໃຈຂອງພວກເຂົາ ພວກເຂົາມີການປະເມີນຕົນເອງທີ່ບໍ່ຖືກຕ້ອງ, ພວກເຂົາໄດ້ເຂົ້າໃຈຜິດວ່າຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາເປັນຈຸດແຂງ, ເປັນສິ່ງທີ່ເໝາະໃຫ້ພຣະເຈົ້າໃຊ້ ໂດຍບໍ່ໄດ້ຊອກຫາຕຳແໜ່ງຂອງພວກເຂົາ, ບໍ່ໄດ້ຮັບຮູ້ສະຖານະການຕົວຈິງຂອງພວກເຂົາ, ບໍ່ຮູ້ຈັກຂີດຈຳກັດຂອງພວກເຂົາເອງ ແລະ ບໍ່ຮູ້ວ່າຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາເປັນສິ່ງທີ່ພວກເຂົາຊຳນານແທ້ໆ ຫຼື ບໍ່. ພວກເຂົາບໍ່ແຈ່ມແຈ້ງ ແລະ ໂງ່ຈ້າກ່ຽວກັບສິ່ງທັງໝົດນີ້, ແຕ່ກໍຍັງອ້າງວ່າເປັນຄົນທີ່ມີຄວາມສາມາດພິເສດທາງວັນນະຄະດີ, ຂາດແຕ່ຍັງບໍ່ທັນໄດ້ເອີ້ນຕົນເອງວ່າເປັນປໍລະມະຈານທາງວັນນະຄະດີເທົ່ານັ້ນ. ຜົນສຸດທ້າຍຂອງເລື່ອງນີ້ແມ່ນຫຍັງ? (ພວກເຂົາເຕັມໄປດ້ວຍການຈົ່ມວ່າກ່ຽວກັບການຈັດແຈງຂອງຄຣິສຕະຈັກ ແລະ ໃນໃຈຂອງພວກເຂົາ ພວກເຂົາກໍບໍ່ເຕັມໃຈທີ່ຈະອ່ອນນ້ອມ). ພວກເຂົາຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳໃນໃຈຢູ່ຕະຫຼອດເວລາ. ເຖິງແມ່ນວ່າໃນເວລາທີ່ປະຕິບັດໜ້າທີ່ຂອງຕົນ ພວກເຂົາຈະບໍ່ຂີ້ຄ້ານ ແລະ ສາມາດທຸ່ມເທຄວາມພະຍາຍາມຢ່າງເຕັມທີ່ ເຊິ່ງເປັນພຽງການອ່ອນນ້ອມແບບຝືນໆ, ແຕ່ຍ້ອນການປະເມີນຕົນເອງທີ່ບໍ່ຖືກຕ້ອງຂອງພວກເຂົາ, ພວກເຂົາຈຶ່ງຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ. ຄວາມຄິດໜຶ່ງມັກຈະແວບເຂົ້າມາໃນຄວາມຄິດຂອງພວກເຂົາຢູ່ເລື້ອຍໆວ່າ: “ມີມ້າທີ່ແລ່ນໄວຫຼາຍໂຕໃນໂລກ ແຕ່ມີຜູ້ຕັດສິນມ້າທີ່ດີໜ້ອຍຄົນ”. ມ້າທີ່ແລ່ນໄວຫຍັງ? ຜູ້ຕັດສິນມ້າທີ່ດີຫຍັງ? ຍ້ອນວ່າພວກເຂົາມີຄວາມສົນໃຈ ແລະ ຄວາມຫຼົງໄຫຼເລັກໜ້ອຍໃນດ້ານໃດໜຶ່ງ ແລະ ຕໍ່ມາກໍສຶກສາມັນຢ່າງເປັນລະບົບ, ພວກເຂົາຈຶ່ງຄິດວ່າບໍ່ມີໃຜທຽບຕົນເອງໄດ້, ຄິດວ່າຕົນເອງເປັນ “ມ້າທີ່ແລ່ນໄວ” ໂດຍເຊື່ອວ່າພວກເຂົາມີຄວາມສາມາດພິເສດ. ນີ້ບໍ່ແມ່ນການຂາດການຮູ້ຈັກຕົນເອງຢ່າງສິ້ນເຊີງບໍ? ພວກເຂົາພຽງແຕ່ເຊື່ອວ່າຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງແມ່ນພຣະເຈົ້າປະທານໃຫ້, ແຕ່ພວກເຂົາບໍ່ໄດ້ຮັບຮູ້ວ່າພຣະເຈົ້າໄດ້ປະທານຂີດຄວາມສາມາດແບບໃດໃຫ້ກັບພວກເຂົາ. ພວກເຂົາບໍ່ແຈ່ມແຈ້ງວ່າພວກເຂົາຊຳນານໃນສິ່ງທີ່ພວກເຂົາສົນໃຈ ແລະ ຫຼົງໄຫຼແທ້ໆ ຫຼື ບໍ່ ແລະ ພວກເຂົາສາມາດເຮັດວຽກ ແລະ ໜ້າທີ່ທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາໄດ້ດີແທ້ໆ ຫຼື ບໍ່, ພວກເຂົາມີຄວາມສາມາດໃນສິ່ງເຫຼົ່ານັ້ນ ຫຼື ບໍ່ ແລະ ພວກເຂົາສາມາດແບກຮັບພວກມັນໄດ້ ຫຼື ບໍ່. ພວກເຂົາບໍ່ແຈ່ມແຈ້ງກ່ຽວກັບເລື່ອງນີ້ ແລະ ບໍ່ຮູ້ກ່ຽວກັບເລື່ອງນີ້. ນີ້ບໍ່ແມ່ນເລື່ອງທີ່ຫຍຸ້ງຍາກຫຼາຍບໍ? (ແມ່ນແລ້ວ). ຍ້ອນວ່າພວກເຂົາບໍ່ສາມາດຮັບຮູ້ ຫຼື ຊອກຫາຕຳແໜ່ງຂອງພວກເຂົາໄດ້, ພວກເຂົາຈຶ່ງຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳຫຼາຍ. ພວກເຂົາສະແດງຫຍັງອອກມາພາຍນອກ? ພວກເຂົາມັກຈະຖອນຫາຍໃຈຍາວໆ ແລະ ມັກຈະສະແດງຄວາມຕັ້ງໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ ໂດຍຫວັງວ່າມື້ໜຶ່ງພຣະເຈົ້າຈະສ້າງໂອກາດໃຫ້ກັບພວກເຂົາ, ຈະແກ້ໄຂຄວາມຄັບແຄ້ນໃຈຂອງພວກເຂົາ, ຈະຜະດຸງຄວາມຍຸຕິທຳໃຫ້ກັບພວກເຂົາ ແລະ ຈະອະນຸຍາດໃຫ້ພວກເຂົາບັນລຸຄວາມປາຖະໜາຂອງພວກເຂົາໃນການປະຕິບັດໜ້າທີ່ທີ່ກ່ຽວຂ້ອງກັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງພວກເຂົາ. ເບິ່ງເພງທີ່ພວກເຂົາມັກຮ້ອງແມະ: “ຂ້ອຍບໍ່ຄິດເຖິງເສັ້ນທາງຂ້າງໜ້າ”. ປະໂຫຍກຕໍ່ໄປແມ່ນຫຍັງ? (“ໜ້າທີ່ອັນແນ່ນອນພຽງຢ່າງດຽວຂອງຂ້ອຍຄືການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ”). ສຳລັບຜູ້ທີ່ມີວຸດທິພາວະນີ້ຢ່າງແທ້ຈິງ, ຜູ້ທີ່ມີຄວາມເປັນຈິງນີ້ຢ່າງແທ້ຈິງ ແລະ ຜູ້ທີ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ຢ່າງແທ້ຈິງ, ການຮ້ອງເພງນີ້ແມ່ນເໝາະສົມຢ່າງຍິ່ງ, ມັນເໝາະສົມຢ່າງແທ້ຈິງ. ແຕ່ເມື່ອຄົນປະເພດນີ້ຮ້ອງເພງນີ້, ສະພາວະທາງອາລົມຂອງພວກເຂົາເປັນແນວໃດ? ພວກເຂົາກຳລັງຮ້ອງມັນໃນສະຖານະການໃດ? (ເມື່ອພວກເຂົາກຳລັງຈົ່ມວ່າ ແລະ ຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ). ແລ້ວເມື່ອພວກເຂົາຮ້ອງເພງ, ສິ່ງທີ່ພວກເຂົາຮ້ອງບໍ່ໄດ້ເຕັມໄປດ້ວຍຄວາມຄຽດແຄ້ນບໍ? (ເຕັມໄປດ້ວຍຄວາມຄຽດແຄ້ນ). ສິ່ງທີ່ພວກເຂົາຮ້ອງເຕັມໄປດ້ວຍການຈົ່ມວ່າ, ການຕໍ່ຕ້ານ ແລະ ຄວາມບໍ່ພໍໃຈ, ມັນບໍ່ມີສິ່ງໃດນອກຈາກຄວາມໂສກເສົ້າ ແລະ ຄວາມຄຽດແຄ້ນ. ເມື່ອເຈົ້າໄດ້ຍິນພວກເຂົາຮ້ອງເພງນີ້, ນັ້ນຄືຕອນທີ່ພວກເຂົາໂສກເສົ້າທີ່ສຸດ. ມີຄຳເວົ້າໜຶ່ງໃນປະເທດຈີນ, ມັນເວົ້າວ່າແນວໃດ? “ຜູ້ຊາຍໂສກເສົ້າກໍຮ້ອງເພງ, ແມ່ຍິງໂສກເສົ້າກໍຮ້ອງໄຫ້, ແມ່ຕູ້ເຖົ້າໂສກເສົ້າກໍຈົ່ມເລື່ອງໄຮ້ສາລະ”. ເຈົ້າເຫັນບໍ, ຄົນປະເພດຕ່າງໆສະແດງຄວາມໂສກເສົ້າຂອງພວກເຂົາໃນວິທີທີ່ແຕກຕ່າງກັນ. ແມ່ຍິງບາງຄົນ ເມື່ອປະເຊີນກັບສະຖານະການແບບນີ້ ກໍພຽງແຕ່ຮ້ອງໄຫ້ ໂດຍເຊັດນໍ້າຕາຢ່າງລັບໆຢູ່ສະເໝີ. ພວກເຂົາບໍ່ສາມາດປ່ອຍມັນໄປໄດ້ ແລະ ທຸກຄັ້ງທີ່ພວກເຂົາຄິດເຖິງມັນ, ຕາຂອງພວກເຂົາກໍແດງຍ້ອນນໍ້າຕາ ແລະ ໃຈຂອງພວກເຂົາກໍຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ ແລະ ຄັບແຄ້ນໃຈ. ພວກເຂົາພຽງແຕ່ບໍ່ສາມາດປະຕິບັດຕໍ່ເລື່ອງນີ້ຢ່າງຖືກຕ້ອງໄດ້ເລີຍ. ໃນຄວາມເປັນຈິງແລ້ວ, ນີ້ເປັນເລື່ອງທີ່ງ່າຍດາຍຫຼາຍ, ຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ພ້ອມທັງຈຸດແຂງ ໂດຍທຳມະຊາດແລ້ວແມ່ນສອງສິ່ງທີ່ແຍກກັນ. ຖ້າເຈົ້າມີຈຸດແຂງໃດໜຶ່ງ, ບໍ່ວ່າມັນຈະເປັນຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງເຈົ້າ ຫຼື ບໍ່ກໍຕາມ, ເຈົ້າກໍເໝາະສົມກັບວຽກງານທີ່ກ່ຽວຂ້ອງກັບຈຸດແຂງນັ້ນເປັນຢ່າງດີ, ນັ້ນກໍຄື ຂີດຄວາມສາມາດ, ຄວາມສາມາດພິເສດ ຫຼື ຄວາມຖະໜັດທີ່ຕິດໂຕມາແຕ່ເກີດຂອງເຈົ້າເຮັດໃຫ້ເຈົ້າຊຳນານໃນການເຮັດສິ່ງນັ້ນໂດຍສະເພາະ ແລະ ເຈົ້າກໍສາມາດເຮັດມັນໄດ້ດີ, ໃນກໍລະນີດັ່ງກ່າວ ເມື່ອເຈົ້າມີສ່ວນຮ່ວມໃນວຽກງານນັ້ນ, ເຈົ້າກໍສາມາດບັນລຸຜົນໄດ້ຮັບບາງຢ່າງ ແລະ ມັນກໍຂ້ອນຂ້າງເໝາະສົມສຳລັບເຈົ້າທີ່ຈະເຮັດມັນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າມີພຽງຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງໃນດ້ານນີ້ ແຕ່ບໍ່ມີຈຸດແຂງໃນດ້ານນັ້ນ, ແລ້ວເຈົ້າກໍອາດຈະບໍ່ສາມາດເຮັດມັນໄດ້ດີສະເໝີໄປ. ນີ້ເປັນເລື່ອງທີ່ງ່າຍດາຍຫຼາຍ. ຍ້ອນຄວາມດື້ດ້ານ ແລະ ຄວາມເຂົ້າໃຈທີ່ບິດເບືອນຂອງຜູ້ຄົນ, ບວກກັບຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງພວກເຂົາ, ເມື່ອພວກເຂົາບໍ່ສາມາດມີສ່ວນຮ່ວມໃນວຽກງານທີ່ພວກເຂົາສົນໃຈໄດ້, ພວກເຂົາກໍຈະທໍ້ແທ້, ທໍ້ຖອຍໃຈ, ຄິດລົບ ແລະ ຈົ່ມວ່າ ໂດຍເຕັມໄປດ້ວຍອາລົມທາງລົບທຸກປະເພດ. ສະນັ້ນ, ມັນຈຶ່ງຈຳເປັນຫຼາຍທີ່ຜູ້ຄົນຕ້ອງເຂົ້າໃຈສະຖານະການຕົວຈິງຂອງຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງຂອງພວກເຂົາ. ເມື່ອພວກເຂົາເຂົ້າໃຈແລ້ວ, ພວກເຂົາກໍຕ້ອງປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ, ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ພວກເຂົາຕ້ອງອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ບັນລຸໜ້າທີ່ຂອງຕົນຕາມຫຼັກການທີ່ເຮືອນຂອງພຣະເຈົ້າຮຽກຮ້ອງ. ຖ້າເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ເຈົ້າປະຕິບັດໜ້າທີ່ຂອງຕົນໃນດ້ານໃດໜຶ່ງ ແຕ່ເຈົ້າບໍ່ຊຳນານໃນວຽກງານດ້ານນີ້, ພຽງແຕ່ສົນໃຈ ແລະ ຫຼົງໄຫຼໃນສິ່ງນັ້ນ ແລະ ມັກເຮັດວຽກງານນີ້, ແຕ່ເຖິງຢ່າງນັ້ນ ອີງຕາມມາດຕະຖານຕໍ່າສຸດທີ່ເຮືອນຂອງພຣະເຈົ້າຮຽກຮ້ອງ, ເຈົ້າກໍພໍຈະສາມາດເຮັດມັນໄດ້, ແລ້ວເຈົ້າກໍຄວນອ່ອນນ້ອມ ແລະ ພະຍາຍາມເຮັດສ່ວນຂອງເຈົ້າ, ຢ່າຫາຂໍ້ອ້າງທາງພາວະວິໄສທຸກປະເພດເພື່ອປະຕິເສດ ຫຼື ບ່າຍບ່ຽງ. ແນ່ນອນວ່າ ຖ້າເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າໃນດ້ານຕ່າງໆມີຈຳກັດ ຫຼື ເຈົ້າມີບັນຫາຕົວຈິງບາງຢ່າງ ແລະ ເຮືອນຂອງພຣະເຈົ້າບໍ່ສາມາດອະນຸຍາດໃຫ້ເຈົ້າປະຕິບັດໜ້າທີ່ໃນດ້ານນີ້ໄດ້, ແລ້ວເຈົ້າກໍບໍ່ຄວນມີການຈົ່ມວ່າ ແລະ ບໍ່ຄວນກາຍເປັນຄົນຄິດລົບ ຫຼື ອ່ອນແອ. ພຽງແຕ່ເຮັດສິ່ງໃດກໍຕາມທີ່ເຈົ້າສາມາດເຮັດໄດ້. ສຳລັບຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງຂອງເຈົ້າ, ຈົ່ງເກັບພວກມັນໄວ້ສຳລັບຕົວເຈົ້າເອງ, ຜູ້ຄົນໃນຄຣິສຕະຈັກຈະບໍ່ແຊກແຊງ ແລະ ຈະບໍ່ຍາດເອົາສິດທິຂອງເຈົ້າໃນການສົນໃຈ ຫຼື ຫຼົງໄຫຼໃນສິ່ງໃດໜຶ່ງໄປ. ນັ້ນເປັນເລື່ອງສ່ວນຕົວຂອງເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງການປະຕິບັດໜ້າທີ່, ເຈົ້າຕ້ອງແຍກແຍະບັນຫາຕ່າງໆທັງໝົດກ່ຽວກັບຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງຢ່າງແຈ່ມແຈ້ງ ແລະ ເຈົ້າຕ້ອງສາມາດປະຕິບັດຕໍ່ພວກມັນທັງໝົດຢ່າງຖືກຕ້ອງ, ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ).

ຫຼາຍຄົນມີຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງໃນດ້ານໃດໜຶ່ງ. ນອກຈາກນັ້ນ, ຍັງມີບາງຄົນທີ່ບໍ່ມີຄວາມສົນໃຈ ຫຼື ວຽກທີ່ເຮັດເວລາຫວ່າງເລີຍ. ນັ້ນກໍຄື ພວກເຂົາບໍ່ມີຄວາມສົນໃຈ ຫຼື ຄວາມຫຼົງໄຫຼເປັນພິເສດເມື່ອເວົ້າເຖິງອາຊີບ ຫຼື ກິດຈະກຳສະເພາະທາງໃດໜຶ່ງ ຫຼື ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຜູ້ຄົນມັກຈະພົວພັນນຳໃນໂລກ, ພວກເຂົາເປັນພຽງຄົນທຳມະດາ. ຕົວຢ່າງ: ຖ້າມີຄົນຖາມພວກເຂົາວ່າພວກເຂົາຫຼົງໄຫຼໃນວັນນະຄະດີ ຫຼື ບໍ່, ໂດຍປົກກະຕິແລ້ວພວກເຂົາຂຽນບັນທຶກປະຈຳວັນ ຫຼື ຂຽນບົດຄວາມ ຫຼື ບໍ່, ພວກເຂົາກໍເວົ້າວ່າ “ຂ້ອຍບໍ່ໄດ້ຫຼົງໄຫຼໃນສິ່ງນັ້ນ ແລະ ບໍ່ຊຳນານໃນສິ່ງນັ້ນ. ທັນທີທີ່ຂ້ອຍເລີ່ມອ່ານ ຫຼື ຂຽນ, ຂ້ອຍກໍເຈັບຫົວ”. ຖ້າພວກເຂົາໄດ້ຮັບຜົນງານຊັ້ນຍອດທາງວັນນະຄະດີບາງເລື່ອງເພື່ອໃຫ້ອ່ານ, ພວກເຂົາກໍເຫັນວ່າມັນໜັກໜ່ວງເກີນໄປ ແລະ ບໍ່ເຕັມໃຈຢ່າງສິ້ນເຊີງໃນໃຈຂອງພວກເຂົາ. ບາງຄົນເຖິງກັບເວົ້າວ່າ “ການຈ້ອງເບິ່ງຂໍ້ຄວາມຕະຫຼອດເວລາເຮັດໃຫ້ຕາຂອງຂ້ອຍເມື່ອຍ ແລະ ເຮັດໃຫ້ຂ້ອຍເຖົ້າ, ສະນັ້ນ ຂ້ອຍຈຶ່ງບໍ່ມັກວັນນະຄະດີ”. ຖ້າເຈົ້າຖາມພວກເຂົາວ່າພວກເຂົາມັກເຕັ້ນ ຫຼື ບໍ່, ພວກເຂົາກໍເວົ້າວ່າ “ການເຕັ້ນບໍ່ແມ່ນວຽກງານທີ່ຈິງຈັງ, ມັນເປັນສິ່ງທີ່ຜູ້ຄົນເຮັດເມື່ອພວກເຂົາພົບວ່າຕົນເອງຫວ່າງ ແລະ ບໍ່ມີຫຍັງດີກວ່າທີ່ຈະເຮັດ. ຂ້ອຍບໍ່ມັກເຕັ້ນ”. ເຈົ້າເຫັນບໍ, ພວກເຂົາບໍ່ມັກມັນ ແລະ ເຖິງກັບຫາເຫດຜົນສຳລັບເລື່ອງນີ້ ໂດຍເວົ້າວ່າມັນບໍ່ແມ່ນວຽກງານທີ່ຈິງຈັງ. ຄົນອື່ນເຕັ້ນເພື່ອສັນລະເສີນພຣະເຈົ້າ, ນີ້ເປັນສິ່ງທີ່ເປັນບວກຫຼາຍສໍ່າໃດ! ການຮ້ອງເພງ, ການເຕັ້ນ, ການຫຼິ້ນພິນໃຫຍ່ ແລະ ພິນນ້ອຍເພື່ອສັນລະເສີນພຣະເຈົ້າ, ສິ່ງນີ້ໄດ້ຖືກປະຕິບັດມາຕັ້ງແຕ່ສະໄໝບູຮານ; ມັນເປັນສິ່ງທີ່ພຣະເຈົ້າຮັບຮອງ, ແລ້ວມັນຈະບໍ່ແມ່ນວຽກງານທີ່ຈິງຈັງໄດ້ແນວໃດ? ແຕ່ສຳລັບພວກເຂົາແລ້ວ ພວກເຂົາດ້ອຍຄ່າ ແລະ ເວົ້າເຖິງທຸກສິ່ງທຸກຢ່າງທີ່ພວກເຂົາບໍ່ມັກວ່າເປັນສິ່ງທີ່ເປັນລົບ. ເມື່ອຖືກຖາມວ່າ “ເຈົ້າບໍ່ມັກເຕັ້ນ, ແລ້ວເຈົ້າມັກຮ້ອງເພງບໍ?” “ຮ້ອງເພງຫຍັງ? ທັນທີທີ່ຂ້ອຍເລີ່ມຮ້ອງເພງ, ຂ້ອຍກໍຮ້ອງຜິດຄີແລ້ວ. ແມ່ນແຕ່ຂ້ອຍເອງກໍຍັງທົນຟັງບໍ່ໄດ້. ຂ້ອຍບໍ່ມັກຮ້ອງເພງ. ຫາກໍແມ່ນຕອນນີ້ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຈົ້າ ຂ້ອຍຈຶ່ງເລີ່ມຮຽນຮ້ອງເພງສັນລະເສີນພຣະທຳຂອງພຣະເຈົ້າ ແລະ ເພງສັນລະເສີນຈາກປະສົບການບາງເພງ. ກ່ອນທີ່ຂ້ອຍຈະເຊື່ອໃນພຣະເຈົ້າ, ຂ້ອຍບໍ່ເຄີຍຮ້ອງເພງເລີຍ; ເມື່ອຄົນອື່ນຮ້ອງເພງ, ຂ້ອຍກໍບໍ່ເຕັມໃຈທີ່ຈະຟັງຊໍ້າ”. “ແລ້ວເຈົ້າສະແດງອອກແນວໃດເມື່ອເຈົ້າອາລົມດີ?” “ເມື່ອຂ້ອຍອາລົມດີ, ຂ້ອຍກໍພຽງແຕ່ນອນຫຼັບ”. “ແລ້ວເຈົ້າເຮັດແນວໃດເມື່ອເຈົ້າພົບກັບເລື່ອງທີ່ເຈັບປວດ ແລະ ອາລົມບໍ່ດີ?” “ແລ້ວຂ້ອຍກໍກິນເຂົ້າໜົມ ຫຼື ພຽງແຕ່ນອນຫຼັບ”. “ເຈົ້າບໍ່ມັກຮ້ອງເພງ, ແລ້ວເຈົ້າມັກຟັງເພງບໍ?” “ຂ້ອຍບໍ່ມີຄວາມສົນໃຈໃນເລື່ອງນັ້ນ ແລະ ຂ້ອຍກໍບໍ່ເຂົ້າໃຈວ່າດົນຕີກຳລັງສະແດງເຖິງຫຍັງ. ພວກເຈົ້າທຸກຄົນເວົ້າວ່າດົນຕີສະແດງເຖິງອາລົມຕ່າງໆຂອງຜູ້ຄົນ, ມັນສະແດງເຖິງຄວາມຄິດ ແລະ ຄວາມຮູ້ສຶກຂອງຜູ້ຄົນ, ແຕ່ຂ້ອຍບໍ່ເຂົ້າໃຈສິ່ງເຫຼົ່ານີ້ ແລະ ເຂົ້າບໍ່ເຖິງ. ດົນຕີເປັນສິລະປະຊັ້ນສູງ, ຄົນຕ່ຳຕ້ອຍຄືຂ້ອຍເຂົ້າບໍ່ເຖິງດົນຕີ ແລະ ຂ້ອຍກໍບໍ່ມັກມັນ”. “ເຈົ້າມັກອາຫານແຊບໆບໍ?” “ຂ້ອຍກໍບໍ່ມັກອາຫານແຊບໆຄືກັນ. ຂ້ອຍກິນຫຍັງກໍໄດ້. ຂ້ອຍເກີດມາເປັນຄົນທີ່ກິນງ່າຍຢູ່ງ່າຍ. ຂ້ອຍສາມາດກິນແປ້ງສາລີ, ຂ້ອຍສາມາດກິນເຄັກ, ຂ້ອຍສາມາດກິນອາຫານຈີນ ຫຼື ອາຫານຕາເວັນຕົກ, ຂ້ອຍສາມາດກິນຫຍັງກໍໄດ້. ແລ້ວຖ້າຂ້ອຍຫິວຫຼາຍ ແລະ ບໍ່ມີຫຍັງກິນ, ຂ້ອຍກໍເຖິງກັບສາມາດກິນອາຫານໝາໄດ້”. ຄົນແບບນັ້ນເປັນຄົນທີ່ຫຍາບຄາຍແບບນີ້ແຫຼະ. ລອງຖາມແມ່ຍິງບາງຄົນເບິ່ງວ່າ “ເຈົ້າມັກເຄື່ອງສຳອາງບໍ?” ພວກເຂົາເວົ້າວ່າ “ຂ້ອຍບໍ່ມີຄວາມສົນໃຈໃນສິ່ງເຫຼົ່ານັ້ນ. ຂ້ອຍເກີດມາເປັນແນວໃດ ຂ້ອຍກໍເບິ່ງເປັນແນວນັ້ນ, ໃຜຢາກເບິ່ງຂ້ອຍກໍເບິ່ງໄດ້ ແລະ ໃຜບໍ່ຢາກເບິ່ງຂ້ອຍກໍພຽງແຕ່ເບິ່ງໄປທາງອື່ນ!” ລອງຖາມຜູ້ຊາຍບາງຄົນເບິ່ງວ່າ “ເຈົ້າມັກເຄື່ອງເອເລັກໂຕຣນິກ ຫຼື ເຄື່ອງຈັກເຊັ່ນ: ລົດຍົນ ຫຼື ບໍ່?” ພວກເຂົາເວົ້າວ່າ “ການມັກສິ່ງເຫຼົ່ານັ້ນມີປະໂຫຍດຫຍັງ? ມັນເຮັດໃຫ້ໝົດພະລັງງານ ແລະ ເຮັດໃຫ້ສະໝອງອິດເມື່ອຍ. ຖ້າຂ້ອຍມີເວລາ, ມັນຄົງຈະດີກວ່າທີ່ຈະນອນຫຼັບ ຫຼື ລົມກັນຫຼິ້ນໆ!” ພວກເຂົາບໍ່ມັກຫຍັງເລີຍ ແລະ ບໍ່ມີຄວາມສົນໃຈ ຫຼື ວຽກທີ່ເຮັດເວລາຫວ່າງເລີຍ. ບໍ່ວ່າມັນຈະເປັນເລື່ອງຊີວະວິທະຍາ, ເຕັກໂນໂລຊີ, ລະດັບສູງ ຫຼື ລະດັບຕໍ່າ, ພວກເຂົາກໍບໍ່ມັກສິ່ງໃດເລີຍ. ເມື່ອຖືກຖາມວ່າ “ສິ່ງເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມເປັນມະນຸດ, ບໍ່ວ່າພວກມັນຈະປານີດ ຫຼື ເປັນທີ່ນິຍົມຢ່າງກວ້າງຂວາງ, ເຈົ້າກໍບໍ່ມັກສິ່ງໃດເລີຍ. ແລ້ວເຈົ້າມັກສັດນ້ອຍໆເຊັ່ນ: ແມວ, ໝາ ແລະ ນົກ ຫຼື ບໍ່?” “ຂ້ອຍຍິ່ງບໍ່ມັກພວກມັນ. ສັດບໍ່ສາມາດລົມກັບຄົນໄດ້, ການມັກພວກມັນມີປະໂຫຍດຫຍັງ?” ບາງຄົນສົນໃຈໝາ. ພວກເຂົາມັກຈະລົມກັບໝາ ແລະ ໝາກໍເຖິງກັບສາມາດເຂົ້າໃຈພາສາຄົນໄດ້. ບາງຄົນບໍ່ມີວຽກທີ່ເຮັດເວລາຫວ່າງເລີຍ ແລະ ບໍ່ສົນໃຈໃນສິ່ງໃດເລີຍ, ມີຄົນແບບນັ້ນຫຼາຍ. ບາງຄົນເວົ້າວ່າ “ພວກເຮົາເກີດມາກໍມີຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງບາງຢ່າງ, ພວກມັນແມ່ນພຣະເຈົ້າປະທານໃຫ້. ໂດຍສະເພາະຜູ້ທີ່ຢູ່ໃນທ່າມກາງພວກເຮົາທີ່ມີຈຸດແຂງໃນດ້ານໃດໜຶ່ງ, ຜູ້ທີ່ເກີດມາພ້ອມກັບຄວາມສາມາດພິເສດທີ່ໂດດເດັ່ນ ແລະ ດີເລີດໃນດ້ານນີ້, ທັງໝົດນີ້ແມ່ນພຣະຄຸນຂອງພຣະເຈົ້າ, ການຍົກຍ້ອງຂອງພຣະເຈົ້າ, ການທີ່ພຣະເຈົ້າມັກພວກເຮົາ. ໂດຍສະເພາະໃນປັດຈຸບັນນີ້, ການຮັບຜິດຊອບໜ້າທີ່ທີ່ກ່ຽວຂ້ອງກັບຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ຫຼື ຈຸດແຂງຂອງພວກເຮົາໃນເຮືອນຂອງພຣະເຈົ້າ ຍິ່ງເຮັດໃຫ້ອັດຕະລັກ ແລະ ຄຸນຄ່າຂອງພວກເຮົາມີກຽດ ແລະ ພິເສດຢ່າງຫາທີ່ປຽບບໍ່ໄດ້. ຜູ້ທີ່ບໍ່ມີວຽກທີ່ເຮັດເວລາຫວ່າງ ຫຼື ຈຸດແຂງສາມາດເຮັດໄດ້ພຽງແຕ່ການອອກແຮງງານພື້ນຖານບາງຢ່າງ ແລະ ວຽກງານທີ່ບໍ່ຕ້ອງການເຕັກນິກສູງເຊັ່ນ: ການເປັນເຈົ້າພາບ, ການແຕ່ງກິນ, ການທຳຄວາມສະອາດ ຫຼື ການປູກຜັກ, ການລ້ຽງໝູ ແລະ ການເກືອໄກ່. ສະນັ້ນ ໃນແງ່ຂອງຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງຂອງຜູ້ຄົນ, ຜູ້ຄົນບໍ່ໄດ້ຖືກແບ່ງແຍກລະຫວ່າງສູງ ແລະ ຕໍ່າ, ສູງສົ່ງ ແລະ ຕໍ່າຕ້ອຍບໍ? ມັນບໍ່ມີຄວາມແຕກຕ່າງທາງລຳດັບຊັ້ນລະຫວ່າງພວກເຂົາບໍ?” ມຸມມອງນີ້ຖືກຕ້ອງບໍ? (ບໍ່). ເຈົ້າເຫັນບໍ, ພຣະເຈົ້າໄດ້ປະທານຈຸດແຂງໃຫ້ກັບບາງຄົນ, ໄດ້ກຳນົດໃຫ້ບາງຄົນມີຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງບາງຢ່າງ, ໃນຂະນະທີ່ສຳລັບຄົນອື່ນ ພຣະເຈົ້າບໍ່ໄດ້ກຳນົດຫຍັງເລີຍ, ພວກເຂົາບໍ່ມີຈຸດແຂງຫຍັງເລີຍ, ບໍ່ສາມາດຮ້ອງເພງ ຫຼື ເຕັ້ນໄດ້, ບໍ່ເຂົ້າໃຈວັນນະຄະດີ ແລະ ໂງ່ຈ້າຢ່າງສິ້ນເຊີງກ່ຽວກັບທັກສະທາງວິຊາຊີບທຸກປະເພດ. ບັງເອີນວ່າອາດຈະມີຄອບຄົວເຈົ້າພາບທີ່ລ້ຽງໝາສອງໂຕ, ສະນັ້ນ ການໃຫ້ຄົນທີ່ບໍ່ມີຈຸດແຂງແບບນັ້ນເກືອໝາກໍຄວນຈະເໝາະສົມ, ນີ້ຄືວຽກງານທີ່ງ່າຍທີ່ສຸດ. ແຕ່ນອກຈາກການເກືອໝາແລ້ວ, ພວກເຂົາກໍບໍ່ໄດ້ພາພວກມັນໄປຍ່າງຫຼິ້ນ ແລະ ບໍ່ຮູ້ວິທີເບິ່ງແຍງພວກມັນ. ຫຼັງຈາກທີ່ເກືອພວກມັນມາໄດ້ໜຶ່ງ ຫຼື ສອງປີ, ແມ່ນແຕ່ໝາກໍຍັງບໍ່ຮັບຮູ້ວ່າພວກເຂົາເປັນເຈົ້ານາຍຂອງພວກມັນ ແລະ ບໍ່ໃກ້ຊິດກັບພວກເຂົາ. ບອກເຮົາມາເບິ່ງ, ຄົນແບບນີ້ແມ່ນຄົນປະເພດໃດ? ເມື່ອປຽບທຽບກັບຜູ້ທີ່ມີຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງ ຫຼື ຈຸດແຂງໃນດ້ານໃດໜຶ່ງ, ມັນບໍ່ມີຄວາມແຕກຕ່າງບໍ? ເຫັນໄດ້ຊັດເຈນວ່າ ນີ້ຄືຄົນສອງປະເພດທີ່ມີຄວາມແຕກຕ່າງກັນໃນເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາ: ປະເພດໜຶ່ງໃຊ້ຊີວິດດ້ວຍຄວາມຮູ້ສຶກເໜືອກວ່າຢ່າງແຮງກ້າ, ໃຊ້ຊີວິດທີ່ອຸດົມສົມບູນ ແລະ ເຕັມປ່ຽມ, ໃນຂະນະທີ່ອີກປະເພດໜຶ່ງໃຊ້ຊີວິດທີ່ວ່າງເປົ່າ ໂດຍບໍ່ມີຄວາມຮູ້ສຶກເໜືອກວ່າເລີຍ. ສະນັ້ນ ຖ້າຜູ້ຄົນຖືກແບ່ງແຍກໂດຍຄວາມແຕກຕ່າງທາງສະຖານະ ແລະ ຄຸນຄ່າໂດຍອີງໃສ່ຫຼັກການນີ້, ສິ່ງນັ້ນເໝາະສົມບໍ? (ບໍ່). ແລ້ວອີງຕາມຫຼັກການໃດຈຶ່ງຈະເໝາະສົມທີ່ຈະແບ່ງແຍກພວກເຂົາ? ບອກເຮົາມາເບິ່ງ, ມັນມີຄວາມແຕກຕ່າງລະຫວ່າງຜູ້ຄົນບໍ? (ມີ). ຄວາມແຕກຕ່າງຢູ່ບ່ອນໃດ? ຄວນແບ່ງແຍກຜູ້ຄົນແນວໃດ? ຢ່າງໜ້ອຍທີ່ສຸດ ຄົນເຮົາຄວນເບິ່ງວ່າພວກເຂົາຮັກຄວາມຈິງ ຫຼື ບໍ່ ໂດຍແບ່ງແຍກແກ່ນແທ້ຂອງພວກເຂົາ, ຄວາມສູງ ແລະ ຄວາມຕໍ່າຂອງພວກເຂົາ, ຄວາມສູງສົ່ງ ແລະ ຄວາມຕໍ່າຕ້ອຍຂອງພວກເຂົາ ແລະ ປະເພດຂອງພວກເຂົາໂດຍອີງໃສ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງ. ໃນທາງທິດສະດີແລ້ວ, ຜູ້ຄົນບໍ່ສາມາດຖືກແບ່ງແຍກດ້ວຍວິທີນີ້ໄດ້ຢ່າງງ່າຍດາຍຫຼາຍບໍ? (ໄດ້). ວິທີການແບ່ງແຍກຜູ້ຄົນແບບນີ້ດີບໍ? (ດີ). ແຕ່ວ່າມັນງ່າຍດາຍເກີນໄປໜ້ອຍໜຶ່ງບໍທີ່ຈະແບ່ງແຍກພວກເຂົາດ້ວຍວິທີນີ້? ບາງຄົນບໍ່ມີຈຸດແຂງຕິດໂຕມາແຕ່ເກີດເລີຍ ແລະ ພວກເຂົາກໍບໍ່ມີຄວາມສົນໃຈ ຫຼື ວຽກທີ່ເຮັດເວລາຫວ່າງເລີຍ, ພວກເຂົາເປັນຄົນທີ່ທຳມະດາຫຼາຍ, ເປັນຄົນທີ່ຮຽບງ່າຍຫຼາຍ. ເຖິງຢ່າງໃດກໍຕາມ, ພວກເຂົາຮັກຄວາມຈິງ, ເຂົ້າໃຈຄວາມຈິງ, ມີປະສົບການ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ເມື່ອພວກເຂົາໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາກໍສາມາດແບ່ງປັນຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າໄດ້; ໃນການເຂົ້າສູ່ຊີວິດ, ພວກເຂົາກໍດີກວ່າຄົນທົ່ວໄປ. ພວກເຂົາສາມາດຊ່ວຍເຫຼືອຜູ້ຄົນໄດ້ຫຼາຍຄົນ. ແລ້ວເຈົ້າສາມາດເວົ້າໄດ້ບໍວ່າຄົນແບບນັ້ນຕໍ່າຕ້ອຍ ແລະ ບໍ່ມີຄຸນຄ່າ? (ບໍ່). ໃນທາງທິດສະດີແລ້ວ ແກ່ນແທ້ຂອງຜູ້ຄົນ, ຄວາມສູງ ແລະ ຄວາມຕໍ່າຂອງຜູ້ຄົນ, ຄວາມສູງສົ່ງ ແລະ ຄວາມຕໍ່າຕ້ອຍຂອງຜູ້ຄົນ ແລະ ປະເພດຂອງຜູ້ຄົນຄວນຖືກແບ່ງແຍກໂດຍອີງໃສ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງ, ແຕ່ຄວນແບ່ງແຍກພວກເຂົາແນວໃດແທ້? ນັ້ນຄືສິ່ງທີ່ພວກເຮົາຈະໂອ້ລົມກັນໃນມື້ນີ້.

ຜູ້ຄົນສາມປະເພດທີ່ແບ່ງຕາມແຫຼ່ງກຳເນີດຂອງພວກເຂົາ

ການທີ່ຄົນເຮົາຈະມີຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງຕິດໂຕມາແຕ່ເກີດ ຫຼື ບໍ່ນັ້ນ ແມ່ນພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າແລ້ວ. ຖ້າພຣະເຈົ້າປະທານສິ່ງເຫຼົ່ານີ້ໃຫ້ກັບເຈົ້າ, ເຈົ້າກໍມີ; ຖ້າພຣະເຈົ້າບໍ່ປະທານໃຫ້ກັບເຈົ້າ, ເຈົ້າກໍບໍ່ມີ. ເຈົ້າບໍ່ສາມາດຮຽນຮູ້ ແລະ ເຈົ້າກໍບໍ່ສາມາດໄດ້ຮັບສິ່ງເຫຼົ່ານີ້ຜ່ານການຮຽນແບບ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າມີຈຸດແຂງໃນດ້ານໃດໜຶ່ງ ແລະ ເຈົ້າເວົ້າວ່າ “ການປະຕິບັດໜ້າທີ່ທີ່ກ່ຽວຂ້ອງກັບຈຸດແຂງນີ້ອິດເມື່ອຍເກີນໄປ; ຂ້ອຍບໍ່ຕ້ອງການຈຸດແຂງນີ້”, ເຖິງແມ່ນວ່າເຈົ້າຈະບໍ່ຕ້ອງການມັນ, ເຈົ້າກໍບໍ່ສາມາດເອົາມັນອອກໄປໄດ້ ແລະ ຄົນອື່ນກໍບໍ່ສາມາດຍາດເອົາມັນໄປໄດ້. ສິ່ງທີ່ເຈົ້າມີ, ຄົນອື່ນບໍ່ສາມາດຍາດເອົາໄປໄດ້; ສິ່ງທີ່ເຈົ້າບໍ່ມີ, ເຈົ້າກໍບໍ່ສາມາດຍາດຊິງ ຫຼື ໄດ້ຮັບມັນມາໂດຍການຍາດແຍ່ງ. ທັງໝົດນີ້ກ່ຽວຂ້ອງກັບການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ. ເຖິງຈະເວົ້າແບບນັ້ນກໍຕາມ, ການທີ່ພຣະເຈົ້າປະທານຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ຫຼື ຈຸດແຂງບາງຢ່າງໃຫ້ກັບເຈົ້າ ກໍບໍ່ໄດ້ໝາຍຄວາມວ່າພຣະເຈົ້າຕ້ອງໃຫ້ເຈົ້າປະຕິບັດໜ້າທີ່ ຫຼື ເຮັດວຽກງານບາງຢ່າງທີ່ກ່ຽວຂ້ອງກັບຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ຫຼື ຈຸດແຂງຂອງເຈົ້າສະເໝີໄປ. ບາງຄົນເວົ້າວ່າ “ໃນເມື່ອຂ້ອຍບໍ່ໄດ້ຖືກຂໍໃຫ້ປະຕິບັດໜ້າທີ່ໃນດ້ານນີ້ ຫຼື ມີສ່ວນຮ່ວມໃນວຽກງານທີ່ກ່ຽວຂ້ອງກັບສິ່ງນີ້, ແລ້ວເປັນຫຍັງຂ້ອຍຈຶ່ງໄດ້ຮັບຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ຫຼື ຈຸດແຂງແບບນີ້ມາ?” ພຣະເຈົ້າໄດ້ປະທານຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງບາງຢ່າງໃຫ້ກັບຄົນສ່ວນໃຫຍ່ ໂດຍອີງໃສ່ເງື່ອນໄຂຕ່າງໆຂອງແຕ່ລະຄົນ. ແນ່ນອນວ່າມັນມີຫຼາຍສິ່ງຫຼາຍຢ່າງທີ່ຖືກນຳມາພິຈາລະນາ: ດ້ານໜຶ່ງ, ມັນແມ່ນສຳລັບການຫາລ້ຽງຊີບ ແລະ ການຢູ່ລອດຂອງຜູ້ຄົນ; ອີກດ້ານໜຶ່ງ, ມັນແມ່ນເພື່ອເຮັດໃຫ້ຊີວິດຂອງຜູ້ຄົນອຸດົມສົມບູນ. ບາງຄັ້ງ ຊີວິດຂອງຄົນເຮົາກໍຕ້ອງການຄວາມສົນໃຈ ແລະ ວຽກທີ່ເຮັດເວລາຫວ່າງບາງຢ່າງ, ບໍ່ວ່າຈະເປັນເພື່ອຄວາມບັນເທີງ ແລະ ຄວາມມ່ວນຊື່ນ ຫຼື ເພື່ອໃຫ້ພວກເຂົາສາມາດມີສ່ວນຮ່ວມໃນວຽກງານທີ່ຈິງຈັງບາງຢ່າງ ເຊິ່ງເຮັດໃຫ້ຊີວິດມະນຸດຂອງພວກເຂົາເຕັມປ່ຽມ. ແນ່ນອນວ່າ ບໍ່ວ່າຈະເບິ່ງຈາກດ້ານໃດກໍຕາມ, ມັນມີເຫດຜົນຢູ່ເບື້ອງຫຼັງການປະທານໃຫ້ຂອງພຣະເຈົ້າ ແລະ ພຣະເຈົ້າກໍມີເຫດຜົນ ແລະ ຫຼັກຖານຂອງພຣະອົງສຳລັບການບໍ່ປະທານໃຫ້ເຊັ່ນກັນ. ມັນອາດຈະເປັນໄປໄດ້ວ່າຊີວິດມະນຸດຂອງເຈົ້າ ຫຼື ການຢູ່ລອດຂອງເຈົ້າບໍ່ຕ້ອງການໃຫ້ພຣະເຈົ້າປະທານຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງໃຫ້ກັບເຈົ້າ ແລະ ເຈົ້າສາມາດຮັກສາການຫາລ້ຽງຊີບຂອງເຈົ້າ ຫຼື ເຮັດໃຫ້ຊີວິດມະນຸດຂອງເຈົ້າອຸດົມສົມບູນ ແລະ ເຕັມປ່ຽມຜ່ານວິທີການອື່ນໆ. ສະຫຼຸບແລ້ວ, ບໍ່ວ່າພຣະເຈົ້າຈະໄດ້ປະທານຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງໃຫ້ກັບຜູ້ຄົນ ຫຼື ບໍ່ກໍຕາມ, ນີ້ບໍ່ແມ່ນບັນຫາທີ່ຢູ່ກັບຕົວຜູ້ຄົນເອງ. ເຖິງແມ່ນວ່າຄົນໃດຄົນໜຶ່ງຈະບໍ່ມີຈຸດແຂງເລີຍ, ນີ້ກໍບໍ່ແມ່ນຂໍ້ບົກພ່ອງໃນຄວາມເປັນມະນຸດຂອງພວກເຂົາ. ຜູ້ຄົນຄວນຢັ່ງຮູ້ເລື່ອງນີ້ຢ່າງຖືກຕ້ອງ ແລະ ປະຕິບັດຕໍ່ມັນຢ່າງຖືກຕ້ອງ. ຖ້າຄົນໃດຄົນໜຶ່ງມີຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງບາງຢ່າງ, ພວກເຂົາກໍຄວນທະນຸຖະໜອມພວກມັນ ແລະ ນຳໃຊ້ພວກມັນຢ່າງຖືກຕ້ອງ; ຖ້າພວກເຂົາບໍ່ມີສິ່ງເຫຼົ່ານີ້, ພວກເຂົາກໍບໍ່ຄວນຈົ່ມວ່າ. ຈາກມຸມມອງຂອງຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງ, ນີ້ຄືສະຖານະການຕົວຈິງ. ເຖິງຢ່າງໃດກໍຕາມ, ການທີ່ຄົນເຮົາຈະມີສິ່ງເຫຼົ່ານີ້ ຫຼື ບໍ່ນັ້ນ ບໍ່ໄດ້ສະທ້ອນເຖິງຄຸນຄ່າ, ສະຖານະ ຫຼື ອັດຕະລັກຂອງຄົນໆໜຶ່ງ. ແລ້ວສິ່ງນີ້ບອກຫຍັງແກ່ຜູ້ຄົນ? ເຖິງແມ່ນວ່າພຣະເຈົ້າໄດ້ປະທານຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງທີ່ປານີດໃຫ້ກັບເຈົ້າ ເຊິ່ງສິ່ງເຫຼົ່ານີ້ເປັນຊັບສິນສ່ວນຕົວຂອງເຈົ້າ, ພວກມັນເປັນເງື່ອນໄຂທີ່ໄດ້ປຽບຂອງເຈົ້າ, ແຕ່ການທີ່ເຈົ້າມີພວກມັນບໍ່ໄດ້ໝາຍຄວາມວ່າເຈົ້າສູງສົ່ງກວ່າຄົນອື່ນ, ບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ປຽບ ຫຼື ມີສິດທິພິເສດໃນການເຮັດສິ່ງໃດໜຶ່ງຫຼາຍກວ່າຄົນອື່ນ. ນີ້ກໍຍ້ອນວ່າໃນສາຍພຣະເນດຂອງພຣະເຈົ້າ, ບໍ່ວ່າຄົນເຮົາຈະມີເງື່ອນໄຂທີ່ຕິດໂຕມາແຕ່ເກີດແບບໃດກໍຕາມ, ພວກເຂົາກໍເປັນສະມາຊິກຂອງມະນຸດຊາດທີ່ເສື່ອມຊາມ. ເຖິງແມ່ນວ່າເງື່ອນໄຂທີ່ຕິດໂຕມາແຕ່ເກີດຈະບໍ່ມີອົງປະກອບຂອງຄວາມເສື່ອມຊາມ, ແຕ່ທຸກຄົນທີ່ມີເງື່ອນໄຂທີ່ຕິດໂຕມາແຕ່ເກີດກໍລ້ວນແຕ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດຳເນີນຊີວິດດ້ວຍອຸປະນິໄສແບບຊາຕານ. ແກ່ນແທ້ຊີວິດຂອງພວກເຂົາຄືອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ. ສະນັ້ນ, ບໍ່ວ່າເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າຈະເປັນແນວໃດ ແລະ ບໍ່ວ່າເຈົ້າຈະມີຄວາມສົນໃຈ, ວຽກທີ່ເຮັດເວລາຫວ່າງ ແລະ ຈຸດແຂງ ຫຼື ບໍ່ກໍຕາມ, ໃນສາຍພຣະເນດຂອງພຣະເຈົ້າແລ້ວ, ໃນເມື່ອແກ່ນແທ້ຊີວິດຂອງທຸກຄົນຄືກັນ, ຄຸນຄ່າຂອງເຈົ້າກໍເທົ່າທຽມກັບຄົນອື່ນ. ຜູ້ຄົນຄວນເຫັນຢ່າງແຈ່ມແຈ້ງວ່າ ເຖິງແມ່ນວ່າພວກເຂົາຈະມີເງື່ອນໄຂທີ່ໄດ້ປຽບບາງຢ່າງ ຫຼື ມີຂໍ້ໄດ້ປຽບບາງຢ່າງ, ແຕ່ໃນແງ່ຂອງແກ່ນແທ້ຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມແລ້ວ, ແກ່ນແທ້ຂອງທຸກຄົນແມ່ນຄືກັນ ແລະ ທຸກຄົນກໍຄືກັນ. ພວກເຂົາຕ້ອງຜ່ານການລົງທັນ ແລະ ການພິພາກສາຂອງພຣະເຈົ້າ ແລະ ພວກເຂົາທຸກຄົນລ້ວນແຕ່ເປັນຜູ້ທີ່ພຣະເຈົ້າປາຖະໜາທີ່ຈະຊ່ວຍໃຫ້ລອດພົ້ນ. ໃນແງ່ຂອງແກ່ນແທ້ຊີວິດແຫ່ງເນື້ອໜັງຂອງຜູ້ຄົນ, ຜູ້ຄົນລ້ວນແຕ່ຄືກັນ. ເຖິງຢ່າງໃດກໍຕາມ, ຈາກອີກມຸມມອງໜຶ່ງ ມັນມີຄວາມແຕກຕ່າງບາງຢ່າງລະຫວ່າງຜູ້ຄົນ ແລະ ພວກເຮົາຈຳເປັນຕ້ອງໂອ້ລົມກັນຢ່າງລະອຽດກ່ຽວກັບຄວາມແຕກຕ່າງເຫຼົ່ານີ້. ຄວນລະບຸຄວາມແຕກຕ່າງເຫຼົ່ານີ້ແນວໃດ? ພວກມັນຕ້ອງຖືກກວດສອບຈາກແຫຼ່ງກຳເນີດຂອງຜູ້ຄົນ. ຄຳວ່າ “ແຫຼ່ງກຳເນີດ” ໝາຍເຖິງຫຍັງ? ມັນໝາຍເຖິງວ່າຄົນໆໜຶ່ງກັບຊາດມາເກີດຈາກຫຍັງ, ການແບ່ງແຍກແມ່ນອີງໃສ່ວ່າພວກເຂົາເກີດມາໄດ້ແນວໃດ ແລະ ພວກເຂົາມາຈາກໃສ. ເວົ້າຢ່າງກວ້າງໆກໍຄື ມະນຸດຊາດນີ້ຖືກແບ່ງອອກເປັນສາມປະເພດ. ປະເພດທີໜຶ່ງຄືຜູ້ທີ່ກັບຊາດມາເກີດຈາກສັດ, ປະເພດທີສອງຄືຜູ້ທີ່ກັບຊາດມາເກີດຈາກມານຮ້າຍຕ່າງໆ ແລະ ປະເພດທີສາມຄືຜູ້ທີ່ກັບຊາດມາເກີດຈາກມະນຸດ. ສາມປະເພດນີ້ແບ່ງແຍກຜູ້ຄົນຢູ່ທີ່ຮາກຖານຢ່າງແທ້ຈິງ. ເຫດຜົນທີ່ພວກມັນສາມາດແບ່ງແຍກຜູ້ຄົນໄດ້ກໍຄື ແຫຼ່ງກຳເນີດຂອງຄົນປະເພດຕ່າງໆນັ້ນບໍ່ຄືກັນ. ແລ້ວຄົນເຮົາຈະຮູ້ໄດ້ແນວໃດວ່າໃຜກັບຊາດມາເກີດຈາກສັດ, ໃຜກັບຊາດມາເກີດຈາກມານຮ້າຍ ແລະ ໃຜກັບຊາດມາເກີດຈາກມະນຸດ? ສິ່ງນີ້ຕ້ອງຖືກກຳນົດໂດຍອີງໃສ່ສິ່ງທີ່ພວກເຂົາໃຊ້ຊີວິດຕາມ ແລະ ລັກສະນະທີ່ພວກເຂົາສະແດງອອກ. ພວກເຈົ້າເຄີຍໄດ້ຍິນຂໍ້ມູນແບບນີ້ມາກ່ອນບໍ, ບໍ່ວ່າຈະເປັນໃນນິທານພື້ນບ້ານ ຫຼື ຜ່ານຊ່ອງທາງອື່ນໆ? (ເຄີຍ). ແລ້ວຫົວຂໍ້ນີ້ບໍ່ແມ່ນສິ່ງທີ່ບໍ່ຄຸ້ນເຄີຍສຳລັບພວກເຈົ້າຢ່າງສິ້ນເຊີງ, ແມ່ນບໍ? (ບໍ່, ມັນບໍ່ແມ່ນສິ່ງທີ່ບໍ່ຄຸ້ນເຄີຍ). ຜູ້ທີ່ກັບຊາດມາເກີດຈາກສັດ, ຜູ້ທີ່ກັບຊາດມາເກີດຈາກມານຮ້າຍ, ຜູ້ທີ່ກັບຊາດມາເກີດຈາກມະນຸດ, ພວກເຈົ້າຢາກຟັງກ່ຽວກັບປະເພດໃດກ່ອນ? (ປະເພດທີໜຶ່ງ). ປະເພດທີໜຶ່ງຄືຜູ້ທີ່ກັບຊາດມາເກີດຈາກສັດ. ຖ້າພວກເຈົ້າໄດ້ມາຮູ້ຄວາມຈິງກ່ຽວກັບເລື່ອງນີ້ຢ່າງແທ້ຈິງ, ມັນຈະສົ່ງຜົນກະທົບຕໍ່ຊີວິດຂອງພວກເຈົ້າບໍ? ມັນຈະນຳເອົາບັນຫາ ຫຼື ອຸປະສັກມາໃຫ້ບໍ? (ຂ້ອຍອາດຈະເລີ່ມສົງໄສວ່າຂ້ອຍກັບຊາດມາເກີດຈາກຫຍັງ). ສຳລັບບາງຄົນ ເມື່ອພວກເຂົາຮູ້ຢ່າງແທ້ຈິງວ່າພວກເຂົາຈັດຢູ່ໃນປະເພດໃດ ແລະ ປຽບທຽບຕົນເອງໃສ່ປະເພດໃດໜຶ່ງ, ຖ້າພວກເຂົາກັບຊາດມາເກີດຈາກມະນຸດແທ້ໆ, ພວກເຂົາກໍຮູ້ສຶກໂຊກດີ ແລະ ຮູ້ສຶກດີຫຼາຍ. ແຕ່ຖ້າພວກເຂົາບໍ່ໄດ້ກັບຊາດມາເກີດຈາກມະນຸດ, ພວກເຂົາຈະບໍ່ຮູ້ສຶກເສຍໃຈກັບສິ່ງນັ້ນບໍ? (ຮູ້ສຶກເສຍໃຈ). ມັນຈະນຳເອົາຄວາມຫຍຸ້ງຍາກບາງຢ່າງ ແລະ ຄວາມບໍ່ສະບາຍໃຈບາງຢ່າງມາໃຫ້ນຳອີກ, ແມ່ນບໍ? (ແມ່ນແລ້ວ). ໃນເມື່ອມັນສາມາດນຳເອົາຄວາມບໍ່ສະບາຍໃຈ ແລະ ຄວາມຫຍຸ້ງຍາກບາງຢ່າງມາໃຫ້, ການທີ່ຜູ້ຄົນຮູ້ ຫຼື ບໍ່ຮູ້ນັ້ນ ແບບໃດຈະດີກວ່າກັນ? (ຂ້ອຍຮູ້ສຶກວ່າການຮູ້ຈະດີກວ່າ). ມັນຈະດີກວ່າໃນທາງໃດ? (ໂດຍການຮູ້, ຄົນເຮົາສາມາດເຂົ້າໃຈຄວາມຈິງໃນເລື່ອງນີ້ ແລະ ນອກຈາກນີ້ ພວກເຂົາກໍຈະສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຕົວພວກເຂົາໄດ້ບາງຢ່າງ). ແລ້ວໃຫ້ພວກເຮົາໂອ້ລົມກ່ຽວກັບເລື່ອງນີ້ກັນ.

ລັກສະນະຂອງຄົນທີ່ກັບຊາດມາເກີດຈາກສັດ

ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບຄົນທີ່ກັບຊາດມາເກີດຈາກສັດ. ຕາມຄວາມໝາຍຂອງຊື່ ການກັບຊາດມາເກີດຈາກສັດກໍຄື ຄົນດັ່ງກ່າວໄດ້ກັບຊາດມາເກີດຈາກສັດ. ສຳລັບເລື່ອງທີ່ວ່າມີສັດຈັກປະເພດກັນແທ້ທີ່ສາມາດກັບຊາດມາເກີດເປັນມະນຸດໄດ້ນັ້ນ ບໍ່ໄດ້ຢູ່ໃນຂອບເຂດການໂອ້ລົມຂອງພວກເຮົາ ເນື່ອງຈາກຂອບເຂດຂອງສັດນັ້ນກວ້າງຂວາງຫຼາຍ. ສະຫຼຸບແລ້ວ, ມີຄົນປະເພດໜຶ່ງທີ່ຊາດກ່ອນຂອງພວກເຂົານັ້ນ ພວກເຂົາເປັນສັດ ເຊິ່ງໝາຍຄວາມວ່າອັດຕະລັກເດີມ ຫຼື ປະເພດທີ່ຖືກສ້າງຂອງພວກເຂົານັ້ນບໍ່ໄດ້ຢູ່ໃນທ່າມກາງມະນຸດຊາດທີ່ຖືກສ້າງ. ປະເພດສິ່ງທີ່ມີຊີວິດທຳອິດຂອງພວກເຂົານັ້ນເປັນສັດ. ສະນັ້ນ ໃນສາຍພຣະເນດຂອງພຣະເຈົ້າ, ອັດຕະລັກຂອງພວກເຂົາທີ່ຢູ່ໃນໂລກຂອງສິ່ງທີ່ມີຊີວິດນັ້ນເປັນສັດ. ໃນການກັບຊາດມາເກີດຄັ້ງນີ້, ພວກເຂົາໄດ້ກາຍເປັນມະນຸດ ເຊິ່ງໝາຍຄວາມວ່າສັດຕົວນີ້ບໍ່ໄດ້ກັບຊາດມາເກີດໃນທ່າມກາງສັດອີກຕໍ່ໄປ ແຕ່ໄດ້ກັບຊາດມາເກີດເປັນມະນຸດແທນ ໂດຍເກີດໃນຊ່ວງເວລາໃດໜຶ່ງ, ໃນຄອບຄົວ, ວົງຕະກຸນ ແລະ ປະເທດໃດໜຶ່ງ. ສັດທີ່ກັບຊາດມາເກີດເປັນມະນຸດໝາຍຄວາມວ່າພວກເຂົາເກີດມາເປັນມະນຸດ, ແຕ່ຊາດກ່ອນຂອງພວກເຂົານັ້ນ ພວກເຂົາບໍ່ໄດ້ເປັນມະນຸດ, ພວກເຂົາເປັນສັດ. ກ່ອນໜ້ານີ້, ພວກເຂົາມີຕົວຕົນຢູ່ໃນໂລກຂອງສັດ ໂດຍກັບຊາດມາເກີດໃນທ່າມກາງສັດ; ຕອນນີ້ ໃນການກັບຊາດມາເກີດຄັ້ງນີ້, ພວກເຂົາບໍ່ໄດ້ຢູ່ໃນໂລກຂອງສັດອີກຕໍ່ໄປ. ອັດຕະລັກຂອງພວກເຂົາໄດ້ປ່ຽນໄປ ແລະ ພວກເຂົາໄດ້ກາຍເປັນສ່ວນໜຶ່ງຂອງມະນຸດຊາດ. ນີ້ແຫຼະທີ່ເອີ້ນວ່າສັດກັບຊາດມາເກີດເປັນມະນຸດ. ເມື່ອສັດກັບຊາດມາເກີດເປັນມະນຸດ, ຮູບຮ່າງໜ້າຕາ ແລະ ສັນຊາດຕະຍານຂອງພວກເຂົາ ໂດຍພື້ນຖານແລ້ວແມ່ນຄືກັນກັບມະນຸດທົ່ວໄປ. ນັ້ນກໍຄື ພວກເຂົາມີລັກສະນະຂອງມະນຸດຢ່າງຄົບຖ້ວນ, ພວກເຂົາສາມາດຍ່າງຕົວຊື່, ມີໃບໜ້າ ແລະ ຮູບຮ່າງໜ້າຕາຂອງມະນຸດ ແລະ ມີຄວາມຄິດຂອງມະນຸດ, ສັນຊາດຕະຍານຂອງມະນຸດ ແລະ ຊີວິດມະນຸດທີ່ປົກກະຕິ ພ້ອມທັງມີຄວາມສາມາດທາງດ້ານພາສາທີ່ເປັນເອກະລັກຂອງມະນຸດ. ນີ້ແຫຼະທີ່ເອີ້ນວ່າສັດກັບຊາດມາເກີດເປັນມະນຸດ. ນັ້ນກໍຄື ຈາກຮູບຮ່າງທາງຮ່າງກາຍ, ຮູບຮ່າງໜ້າຕາພາຍນອກ ແລະ ລັກສະນະຊີວິດທາງຮ່າງກາຍຂອງພວກເຂົາ, ເຈົ້າສາມາດເຫັນໄດ້ພຽງແຕ່ລັກສະນະຂອງມະນຸດເທົ່ານັ້ນ; ບໍ່ສາມາດເຫັນລັກສະນະຂອງສັດໄດ້ເລີຍ. ແລ້ວເຈົ້າຈະຮູ້ໄດ້ແນວໃດວ່າພວກເຂົາກັບຊາດມາເກີດຈາກສັດ? ນີ້ຄືສິ່ງທີ່ຜູ້ຄົນໃສ່ໃຈທີ່ສຸດ. ແນ່ນອນວ່າ ສາມາດເບິ່ງອອກໄດ້ວ່າພວກເຂົາກັບຊາດມາເກີດຈາກສັດ. ຖ້າບໍ່ມີຄວາມແຕກຕ່າງລະຫວ່າງຄົນທີ່ກັບຊາດມາເກີດຈາກສັດ ກັບ ຄົນທີ່ກັບຊາດມາເກີດຈາກມະນຸດ, ແລ້ວຄົນປະເພດນີ້ກໍຄົງຈະບໍ່ມີລັກສະນະທີ່ຊັດເຈນເລີຍ. ເປັນເພາະວ່າມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງຄົນທີ່ກັບຊາດມາເກີດຈາກສັດ ກັບ ຄົນທີ່ກັບຊາດມາເກີດຈາກມະນຸດທີ່ແທ້ຈິງຢ່າງແນ່ນອນ, ຄົນສອງປະເພດນີ້ຈຶ່ງສາມາດຖືກແຍກແຍະໄດ້ຢ່າງງ່າຍດາຍໂດຍອີງໃສ່ລັກສະນະຂອງພວກເຂົາ. ແລ້ວລັກສະນະຂອງຄົນທີ່ກັບຊາດມາເກີດຈາກສັດແມ່ນຫຍັງ? ລັກສະນະທຳອິດກໍຄື ພວກເຂົາມີການຢັ່ງຮູ້ທີ່ບິດເບືອນ. ລັກສະນະທີສອງກໍຄື ພວກເຂົາມຶນຊາເປັນພິເສດ. ລັກສະນະທີສາມກໍຄື ພວກເຂົາເບົາປັນຍາເປັນພິເສດ. ລັກສະນະທີສີ່ກໍຄື ພວກເຂົາໂງ່ຈ້າ. ພຽງແຕ່ສີ່ລັກສະນະນີ້ກໍພຽງພໍແລ້ວທີ່ຈະເຮັດໃຫ້ເຫັນເຖິງຄວາມແຕກຕ່າງລະຫວ່າງຄົນທີ່ກັບຊາດມາເກີດຈາກສັດ ກັບ ມະນຸດທີ່ແທ້ຈິງຢ່າງຊັດເຈນ.

I. ລັກສະນະທຳອິດ: ການຢັ່ງຮູ້ທີ່ບິດເບືອນ

ລັກສະນະທຳອິດຂອງຄົນທີ່ກັບຊາດມາເກີດຈາກສັດກໍຄື ພວກເຂົາມີການຢັ່ງຮູ້ທີ່ບິດເບືອນ. ກ່ອນອື່ນໝົດ ການບິດເບືອນກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບບັນຫາທາງດ້ານຄວາມຄິດ ແລະ ມຸມມອງຂອງພວກເຂົາ; ມັນຍັງກ່ຽວຂ້ອງກັບຄວາມສາມາດທາງສະຕິປັນຍາຂອງພວກເຂົາໃນການເບິ່ງ, ການຢັ່ງຮູ້ ແລະ ການເຂົ້າໃຈສິ່ງຕ່າງໆອີກດ້ວຍ. ຄົນປະເພດນີ້ບໍ່ສາມາດຢັ່ງຮູ້ສິ່ງໃດໜຶ່ງໄດ້ຢ່າງຖືກຕ້ອງ ແລະ ບໍ່ສາມາດເບິ່ງສິ່ງໃດໜຶ່ງໄດ້ຢ່າງຖືກຕ້ອງ. ວິທີການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆຂອງພວກເຂົາ ພ້ອມທັງການປະພຶດຕົນ ແລະ ການກະທຳຂອງພວກເຂົານັ້ນໄຮ້ສາລະ, ດື້ດ້ານ ແລະ ໜ້າຕະຫຼົກເປັນພິເສດ ເຊິ່ງບໍ່ສອດຄ່ອງກັບຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ ພ້ອມທັງຄວາມຄິດ ແລະ ມຸມມອງຂອງຄວາມເປັນມະນຸດທີ່ປົກກະຕິທີ່ມີຕໍ່ສິ່ງຕ່າງໆເລີຍ. ແນ່ນອນວ່າ ຄົນທີ່ມີການຢັ່ງຮູ້ທີ່ບິດເບືອນນັ້ນຢູ່ຫ່າງໄກຈາກການເຂົ້າໃຈ ຫຼື ການຮູ້ຈັກຄວາມຈິງຫຼາຍ. ຄວາມຈິງເປັນສິ່ງທີ່ເກີນຄວາມສາມາດຂອງພວກເຂົາຢ່າງສິ້ນເຊີງ, ຍິ່ງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະເຂົ້າໃຈຫຼັກການຄວາມຈິງ. ມຸມມອງຂອງພວກເຂົາໃນການປະຕິບັດຕໍ່ທຸກສິ່ງ ຫຼື ທຸກຄົນນັ້ນບິດເບືອນໄປໝົດ. ຫຼັງຈາກທີ່ເຈົ້າໂອ້ລົມກັບພວກເຂົາແລ້ວ, ພວກເຂົາກໍເຂົ້າໃຈມັນໃນແງ່ຂອງຫຼັກຄຳສອນ, ແຕ່ຫຼັງຈາກນັ້ນ ຄວາມຮູ້ຂອງພວກເຂົາກໍຍັງຄົງບິດເບືອນຄືເກົ່າ. ເມື່ອເຈົ້າອະທິບາຍສິ່ງຕ່າງໆໃຫ້ຊັດເຈນ ແລະ ສະເພາະເຈາະຈົງຫຼາຍຂຶ້ນ ພ້ອມທັງຍົກຕົວຢ່າງ, ໃນເວລານັ້ນ ພວກເຂົາອາດຈະເຂົ້າໃຈ, ແຕ່ຕໍ່ມາ ເມື່ອພວກເຂົາພົບກັບເຫດການໃນລັກສະນະດຽວກັນ, ມຸມມອງຂອງພວກເຂົາກໍຍັງຄົງບິດເບືອນຄືເກົ່າ ແລະ ບໍ່ວ່າຈະໂອ້ລົມກັບພວກເຂົາແນວໃດກໍຕາມ, ມັນກໍບໍ່ສາມາດແກ້ໄຂມຸມມອງຂອງພວກເຂົາໄດ້. ຍິ່ງໄປກວ່ານັ້ນ, ສະພາວະແບບນີ້ຂອງພວກເຂົາ ເຊິ່ງເປັນວິທີການຢັ່ງຮູ້ສິ່ງຕ່າງໆຂອງພວກເຂົາ ຈະຍັງຄົງຢູ່ຕະຫຼອດໄປໂດຍບໍ່ມີການປ່ຽນແປງ. ບໍ່ມີການໂອ້ລົມຄວາມຈິງຂອງໃຜສາມາດປ່ຽນແປງພວກເຂົາໄດ້; ເຖິງແມ່ນວ່າເຮົາຈະໂອ້ລົມ ແລະ ເທດສະໜາ, ມັນກໍຍັງບໍ່ສາມາດປ່ຽນແປງຄວາມຄິດ ແລະ ມຸມມອງທີ່ບິດເບືອນ ພ້ອມທັງວິທີການຢັ່ງຮູ້ສິ່ງຕ່າງໆທີ່ບິດເບືອນຂອງພວກເຂົາໄດ້. ຄົນປະເພດນີ້ສ້າງຄວາມຫຍຸ້ງຍາກຫຼາຍ. ຕົວຢ່າງ: ເມື່ອພວກເຂົາເຮັດບາງສິ່ງບາງຢ່າງຜິດພາດ ແລະ ເຈົ້າບອກພວກເຂົາວ່າ: “ສິ່ງທີ່ເຈົ້າເຮັດນັ້ນບໍ່ຖືກຕ້ອງ, ມັນບໍ່ສອດຄ່ອງກັບຫຼັກການ; ມັນມີການເຈືອປົນຄວາມຄິດສ່ວນຕົວຢູ່ໃນນັ້ນ”, ພວກເຂົາກໍຈະເວົ້າວ່າ: “ຂ້ອຍບໍ່ໄດ້ຕັ້ງໃຈເຮັດ. ຂ້ອຍບໍ່ໄດ້ຕັ້ງໃຈໃຫ້ມັນອອກມາເປັນແບບນັ້ນ. ໃນເມື່ອພວກເຈົ້າທຸກຄົນເປັນຄົນເກັງຫຼາຍ, ພວກເຈົ້າມີຄວາມຈິງ ແລະ ພວກເຈົ້າຮູ້ວິທີເຮັດສິ່ງຕ່າງໆ, ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດເອງ ມາໃຊ້ຂ້ອຍເຮັດຫຍັງ? ພວກເຈົ້າເວົ້າວ່າຂ້ອຍເຮັດຜິດ, ນັ້ນບໍ່ແມ່ນຍ້ອນພວກເຈົ້າບໍ່ພໍໃຈຂ້ອຍຊື່ໆບໍ? ໃນເມື່ອພວກເຈົ້າທຸກຄົນມີຄວາມເປັນມະນຸດ ແລະ ຂ້ອຍເປັນຄົນດຽວທີ່ບໍ່ມີ, ຂ້ອຍກໍຈະໄປນະຮົກເອງ ພວກເຈົ້າທຸກຄົນກໍໄປສະຫວັນໂລດ!” ພວກເຂົາອາດຈະເຖິງກັບພະຍາຍາມປົກປ້ອງ ແລະ ຫາເຫດຜົນມາແກ້ຕ່າງໃຫ້ຕົນເອງ ແລະ ຫາຂໍ້ອ້າງເພື່ອຫຼີກລ່ຽງຄວາມຮັບຜິດຊອບ. ພວກເຂົາປະຕິເສດທີ່ຈະຍອມຮັບວ່າພວກເຂົາເຮັດຜິດ, ບໍ່ມີທັດສະນະຄະຕິທີ່ຖືກຕ້ອງ ແລະ ບໍ່ສະແດງທ່າທີວ່າຈະແກ້ໄຂຕົນເອງໃນອະນາຄົດ ພ້ອມທັງບໍ່ເວົ້າວ່າພວກເຂົາເຂົ້າໃຈວ່າພວກເຂົາຄວນປະຕິບັດແນວໃດໃນຄັ້ງຕໍ່ໄປ. ພວກເຂົາຈະບໍ່ມີທາງເຂົ້າໃຈດ້ວຍວິທີນີ້ ແລະ ຈະບໍ່ມີທາງຢັ່ງຮູ້ເລື່ອງນີ້ພຽງແຕ່ຈາກມຸມມອງຂອງຄວາມເປັນມະນຸດ. ເຖິງກັບມີບາງຄົນທີ່ເມື່ອເຈົ້າຊີ້ໃຫ້ເຫັນບັນຫາໃນວຽກງານຂອງພວກເຂົາ ແລະ ໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາກໍເວົ້າວ່າ: “ເຈົ້າພຽງແຕ່ດູຖູກຂ້ອຍ, ບໍ່ແມ່ນບໍ? ບໍ່ແມ່ນພຽງແຕ່ຍ້ອນວ່າຂ້ອຍບໍ່ມີການສຶກສາ ແລະ ມາຈາກຊົນນະບົດບໍ? ບໍ່ແມ່ນພຽງແຕ່ຍ້ອນວ່າສະຖານະຂອງຂ້ອຍຕໍ່າຕ້ອຍບໍ? ແມ່ນແຕ່ພຣະເຈົ້າກໍຍັງບໍ່ລັງກຽດຂ້ອຍ, ແລ້ວເຈົ້າມີສິດຫຍັງມາລັງກຽດຂ້ອຍ?” ພວກເຂົາຈະບໍ່ມີທາງຍອມຮັບວ່າພວກເຂົາເຮັດຜິດ ແລ້ວໄປສະແຫວງຫາຄວາມຈິງ, ໄຕ່ຕອງກ່ຽວກັບຕົນເອງເພື່ອເບິ່ງວ່າພວກເຂົາເຮັດຜິດບ່ອນໃດ ແລະ ຊອກຫາເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງເພື່ອແກ້ໄຂມັນ. ເປັນຫຍັງພວກເຂົາຈຶ່ງບໍ່ມີທາງເຮັດແບບນີ້? ເພາະວ່າພວກເຂົາບໍ່ແມ່ນມະນຸດ. ພວກເຂົາບໍ່ມີຄວາມຄິດຂອງມະນຸດທີ່ປົກກະຕິ ແລະ ພວກເຂົາບໍ່ສາມາດຮັບມືກັບຄວາມຜິດພາດທີ່ເກີດຂຶ້ນຄືກັບມະນຸດປົກກະຕິ. ພວກເຂົາບໍ່ມີທັດສະນະຄະຕິທີ່ມະນຸດປົກກະຕິຄວນມີຕໍ່ຄວາມຜິດພາດ. ພວກເຈົ້າເຄີຍພົບກັບຄົນແບບນີ້ບໍ? ດີທີ່ສຸດກໍຄວນໄຕ່ຕອງກ່ຽວກັບຕົວເຈົ້າເອງເຊັ່ນກັນ, ເພື່ອເບິ່ງວ່າຄວາມສຳນຶກຂອງເຈົ້າປົກກະຕິ ຫຼື ບໍ່. ຕົວຢ່າງ: ຫຼັງຈາກທີ່ຄົນໃດຄົນໜຶ່ງຖູພື້ນແລ້ວ, ໜ້າພື້ນກໍຍັງຂ້ອນຂ້າງປຽກຢູ່. ອີກຄົນໜຶ່ງທີ່ບໍ່ຮູ້ເລື່ອງນີ້ ຍ່າງມາແລ້ວກໍມື່ນລົ້ມ. ຄົນຜູ້ນັ້ນລຸກຂຶ້ນແລ້ວເວົ້າກັບອີກຄົນໜຶ່ງວ່າ: “ເຈົ້າບໍ່ໄດ້ເຮັດໃຫ້ພື້ນແຫ້ງດີຫຼັງຈາກທີ່ເຈົ້າຖູແລ້ວ. ເຈົ້າຄວນຈະຕັ້ງປ້າຍບອກຈັກສອງສາມຄຳເພື່ອເຕືອນຜູ້ຄົນ! ໂຊກດີທີ່ຂ້ອຍຍັງໜຸ່ມ, ຖ້າຂ້ອຍລົ້ມ, ຂ້ອຍກໍສາມາດລຸກຂຶ້ນມາໄດ້. ແຕ່ຖ້າເປັນຜູ້ສູງອາຍຸ, ກະດູກຂອງພວກເຂົາຈະບໍ່ຫັກບໍ? ເຈົ້າບໍ່ມີຄວາມຄຳນຶງເຖິງຄົນອື່ນພຽງພໍເລີຍ!” ຄຳເວົ້າເຫຼົ່ານີ້ເໝາະສົມ ແລະ ປົກກະຕິບໍ? (ແມ່ນແລ້ວ, ປົກກະຕິ). ຄົນທີ່ຖູພື້ນບໍ່ມີຄວາມຄຳນຶງເຖິງຄົນອື່ນພຽງພໍໃນເວລາທີ່ເຮັດວຽກນີ້, ສະນັ້ນ ໃນຄັ້ງຕໍ່ໄປ ພວກເຂົາຄວນມີຄວາມຄຳນຶງເຖິງຄົນອື່ນໃຫ້ຫຼາຍຂຶ້ນ. ໃນເມື່ອມີຄົນລົ້ມຍ້ອນສິ່ງນີ້ ມັນກໍຊັດເຈນວ່າພວກເຂົາເຮັດຜິດພາດໃນເລື່ອງນີ້. ນີ້ເປັນການເບິ່ງຂ້າມ ແລະ ບໍ່ມີໃຜກ່າວໂທດພວກເຂົາ, ພວກເຂົາພຽງແຕ່ຕ້ອງແກ້ໄຂມັນ. ແຕ່ພວກເຂົາບໍ່ສາມາດພິຈາລະນາ ຫຼື ຮັບມືກັບເລື່ອງນີ້ຢ່າງຖືກຕ້ອງ ແລະ ສົມເຫດສົມຜົນຈາກມຸມມອງຂອງມະນຸດ ຫຼື ດ້ວຍຄວາມຄິດຂອງມະນຸດໄດ້. ກົງກັນຂ້າມ, ພວກເຂົາພັດປິ່ນມາເວົ້າວ່າ: “ເຈົ້າບໍ່ເຫັນບໍວ່າພື້ນປຽກ? ເຈົ້າຕາບອດບໍ? ເຈົ້າມື່ນລົ້ມເອງ, ສົມນໍ້າໜ້າແນ່! ເຈົ້າບໍ່ມືນຕາເບິ່ງເອງ, ແລ້ວນັ້ນເປັນຄວາມຜິດຂອງຂ້ອຍບໍ? ເມື່ອຖູພື້ນແລ້ວໆ, ແນ່ນອນວ່າມັນກໍຕ້ອງປຽກ, ແລ້ວເປັນຫຍັງເຈົ້າຈຶ່ງຍ່າງໄປຢຽບມັນ? ບໍ່ແມ່ນວ່າຂ້ອຍບອກໃຫ້ເຈົ້າຍ່າງໄປບ່ອນນັ້ນ. ພຽງແຕ່ຍອມຮັບວ່າມັນເປັນຄວາມໂຊກຮ້າຍຂອງເຈົ້າເອງທີ່ເຈົ້າລົ້ມ. ມັນບໍ່ກ່ຽວກັບຂ້ອຍເລີຍ!” ຄຳເວົ້າເຫຼົ່ານີ້ສົມເຫດສົມຜົນບໍ? (ບໍ່). ພວກມັນບໍ່ສົມເຫດສົມຜົນ, ວິທີເວົ້າທົ່ວໄປທີ່ໃຊ້ເອີ້ນສິ່ງນີ້ແມ່ນຫຍັງ? ພວກເຂົາບໍ່ມີເຫດຜົນ. ເຈົ້າຖູພື້ນແລ້ວແຕ່ບໍ່ໄດ້ເຮັດໃຫ້ມັນແຫ້ງ ເຊິ່ງເຮັດໃຫ້ຄົນອື່ນມື່ນລົ້ມ, ເຖິງແມ່ນວ່າມັນບໍ່ຈຳເປັນຢ່າງຍິ່ງທີ່ເຈົ້າຈະຕ້ອງສະແດງຄວາມຮູ້ສຶກຜິດ ແລະ ກ່າວຄຳຂໍໂທດ, ແຕ່ຢ່າງໜ້ອຍເຈົ້າກໍຄວນຍອມຮັບຄຳເຕືອນ ແລະ ຄຳແນະນຳຂອງຄົນອື່ນກ່ຽວກັບຄວາມຜິດພາດຂອງເຈົ້າ. ເຈົ້າຄວນຖາມວ່າ: “ເຈົ້າເຈັບບ່ອນໃດບໍ? ເຈົ້າຈຳເປັນຕ້ອງໄປໂຮງໝໍເພື່ອກວດ ຫຼື ປິ່ນປົວບໍ? ຂ້ອຍຂໍຮັບຜິດຊອບທັງໝົດ”. ນີ້ຄືທັດສະນະຄະຕິທີ່ຖືກຕ້ອງ. ນີ້ຄືວິທີທີ່ຄົນໆໜຶ່ງຄວນປະຕິບັດ ແລະ ໄຕ່ຕອງກ່ຽວກັບສິ່ງທີ່ພວກເຂົາເຮັດຜິດຢ່າງສົມເຫດສົມຜົນຈາກມຸມມອງຂອງຄວາມເປັນມະນຸດ. ເຖິງຢ່າງໃດກໍຕາມ, ຄົນທີ່ກັບຊາດມາເກີດຈາກສັດບໍ່ມີຄວາມເປັນມະນຸດ ແລະ ມີການຢັ່ງຮູ້ທີ່ບິດເບືອນ. ພວກເຂົາບໍ່ເຄີຍເວົ້າແບບນີ້ ແລະ ບໍ່ເຄີຍພິຈາລະນາບັນຫາແບບນີ້ເລີຍ. ກົງກັນຂ້າມ, ພວກເຂົາພັດດື້ດ້ານບໍ່ຍອມຮັບຟັງເຫດຜົນ. ພວກເຂົາບໍ່ໄດ້ເຮັດໃຫ້ພື້ນແຫ້ງຫຼັງຈາກທີ່ຖູແລ້ວ ເຊິ່ງເຮັດໃຫ້ຄົນອື່ນມື່ນລົ້ມ; ສະນັ້ນ ໃນຄັ້ງຕໍ່ໄປ ພວກເຂົາພຽງແຕ່ຕ້ອງເຮັດໃຫ້ຕ່າງໄປຈາກເດີມ ໂດຍເອົາໃຈໃສ່ໃຫ້ຫຼາຍຂຶ້ນ ແລະ ແກ້ໄຂຄວາມຜິດພາດ ກໍເທົ່ານັ້ນ. ບັນຫາກໍຈະຖືກແກ້ໄຂ. ມັນເປັນເລື່ອງທີ່ງ່າຍດາຍຫຼາຍ: ບໍ່ມີໃຜເວົ້າຫຍັງກ່ຽວກັບເລື່ອງນີ້ ແລະ ບໍ່ມີໃຜກ່າວໂທດພວກເຂົາຍ້ອນເລື່ອງນີ້. ພວກເຂົາຍັງບໍ່ໄດ້ຖືກຮຽກຮ້ອງໃຫ້ຮັບຜິດຊອບທາງກົດໝາຍເລີຍ. ແຕ່ພວກເຂົາພັດປະຕິເສດທີ່ຈະຍອມຮັບຂໍ້ເທັດຈິງ ແລະ ເວົ້າວ່າ: “ໂອ້, ພວກເຈົ້າທຸກຄົນເປັນຄົນດີ, ມີແຕ່ພວກເຈົ້າເທົ່ານັ້ນແຫຼະທີ່ມີຄວາມເປັນມະນຸດ! ຂ້ອຍຕ້ອງເປັນຄົນຊົ່ວຮ້າຍແນ່ນອນ! ຂ້ອຍຕັ້ງໃຈທຳຮ້າຍຄົນອື່ນ! ຂ້ອຍມີເຈດຕະນາທີ່ບໍ່ດີ! ພວກເຈົ້າທຸກຄົນໄປສະຫວັນໂລດ ຂ້ອຍຈະໄປນະຮົກເອງ!” ບອກເຮົາມາເບິ່ງ, ຄົນປົກກະຕິຈະສາມາດເວົ້າຄຳເວົ້າທີ່ໄຮ້ສາລະແບບນີ້ໄດ້ບໍ? (ບໍ່). ມີພຽງແຕ່ຄົນປະເພດທີ່ກັບຊາດມາເກີດຈາກສັດເທົ່ານັ້ນທີ່ຢັ່ງຮູ້ທຸກສິ່ງທຸກຢ່າງ ແລະ ເບິ່ງທຸກສິ່ງທຸກຢ່າງຈາກມຸມມອງທີ່ສຸດໂຕ່ງ, ດື້ດ້ານ ແລະ ໄຮ້ສາລະເປັນພິເສດ. ສຳລັບເລື່ອງທີ່ເລັກນ້ອຍທີ່ສຸດ ເຊິ່ງເປັນສິ່ງທີ່ສົມເຫດສົມຜົນຢ່າງສິ້ນເຊີງ, ພວກເຂົາກໍສາມາດເວົ້າຂໍ້ອ້າງທີ່ບໍ່ມີເຫດຜົນ ແລະ ຄາດເຄື່ອນອອກມາໄດ້ຢ່າງຫຼວງຫຼາຍ ເຊິ່ງເຮັດໃຫ້ຄົນອື່ນບໍ່ຮູ້ວ່າຈະຫົວ ຫຼື ຈະໄຫ້ດີ. ຖ້າພວກເຂົາຖືກລິຮານ, ພວກເຂົາຈະປະພຶດຕົນແນວໃດ? ພວກເຂົາພະຍາຍາມຢ່າງໜັກເພື່ອແກ້ຕົວ ແລະ ປົກປ້ອງຕົນເອງ ໂດຍອະທິບາຍວ່າເປັນຫຍັງພວກເຂົາຈຶ່ງເຮັດແບບນັ້ນ ແລະ ພວກເຂົາທົນທຸກຍ້ອນສິ່ງນັ້ນຫຼາຍສໍ່າໃດ ໂດຍໂຕ້ຖຽງກັບຄືນດ້ວຍເຫດຜົນທຸກຮູບແບບ. ເມື່ອເຈົ້າໂອ້ລົມກັບພວກເຂົາກ່ຽວກັບວ່າເປັນຫຍັງພວກເຂົາຈຶ່ງຖືກລິຮານ, ເມື່ອພວກເຂົາເຮັດຜິດ ພວກເຂົາຄວນແກ້ໄຂມັນແນວໃດ ແລະ ພວກເຂົາຄວນສະແຫວງຫາຫຼັກການຄວາມຈິງແນວໃດ ພ້ອມທັງຫຼັກການໃນການຈັດການກັບເລື່ອງນີ້ແມ່ນຫຍັງ, ພວກເຂົາກໍປະຕິເສດທີ່ຈະຮັບຟັງແມ່ນແຕ່ຄຳດຽວ. ກົງກັນຂ້າມ, ພວກເຂົາພັດເກັບຄວາມຄຽດແຄ້ນ ແລະ ຄວາມໂມໂຫໄວ້ ໂດຍຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ ແລະ ຖືກເຮັດໃຫ້ອັບອາຍ. ພວກເຂົາກໍເຖິງກັບຈົ່ມໃຫ້ຄົນອື່ນຟັງລັບຫຼັງ ໂດຍເວົ້າວ່າ “ຮຶ! ຂ້ອຍບໍ່ໄດ້ພິຈາລະນາບັນຫາເຫຼົ່ານັ້ນ ແລະ ຂ້ອຍກໍບໍ່ໄດ້ຕັ້ງໃຈທີ່ຈະເຮັດແບບນັ້ນ. ແຕ່ພວກເຂົາກໍກ່າວໂທດຂ້ອຍ ແລະ ເວົ້າວ່າຂ້ອຍກຳລັງຂັດຂວາງ ແລະ ລົບກວນ, ຂ້ອຍຊົ່ວຮ້າຍຂະໜາດນັ້ນແທ້ບໍ? ຂ້ອຍເປັນຄົນຊົ່ວຮ້າຍບໍ?” ເມື່ອເວົ້າເຖິງຫຼັກການຄວາມຈິງ, ພວກເຂົາຈະບໍ່ມີທາງບັນລຸໄດ້ ແລະ ຈະບໍ່ມີທາງເຂົ້າໃຈໄດ້ເລີຍ; ການຢັ່ງຮູ້ຂອງພວກເຂົາມັກຈະບິດເບືອນເປັນພິເສດ ແລະ ໄຮ້ສາລະເປັນພິເສດສະເໝີ. ບໍ່ວ່າຈະໂອ້ລົມຫຼັກການຄວາມຈິງໃດກໍຕາມ, ເມື່ອໄປຮອດພວກເຂົາ ມັນກໍກາຍເປັນພຽງຄຳເວົ້າດຽວ, ເປັນວິທີການປະຕິບັດພຽງວິທີດຽວ, ມັນກາຍເປັນພຽງພິທີການ, ພິທີກຳ ແລະ ກົດລະບຽບ. ມັນບໍ່ແມ່ນພຽງແຕ່ເລື່ອງຂອງການຢັ່ງຮູ້ຫຼັກການຄວາມຈິງໃນດ້ານດຽວເທົ່ານັ້ນ; ແຕ່ການຢັ່ງຮູ້ຂອງພວກເຂົານັ້ນເປັນຕາຫົວ ແລະ ໄຮ້ສາລະເປັນພິເສດ. ວິທີທີ່ຄົນປະເພດນີ້ຢັ່ງຮູ້ຄວາມຈິງເບິ່ງຄືວ່າງຸ່ມງ່າມ ແລະ ໂງ່ຈ້າເປັນພິເສດ. ມັນໂງ່ຈ້າເຖິງລະດັບໃດ? ເຖິງລະດັບທີ່ຜູ້ຄົນບໍ່ຮູ້ສຶກສົງສານພວກເຂົາເລີຍ ແຕ່ພັດຮູ້ສຶກລັງກຽດຢ່າງສິ້ນເຊີງ, ບໍ່ຮູ້ວ່າຈະຫົວ ຫຼື ຈະໄຫ້ດີ ແລະ ເວົ້າຫຍັງບໍ່ອອກເລີຍ. ອະທິບາຍມາຂະໜາດນີ້ແລ້ວ ການເວົ້າຫຍັງເພີ່ມເຕີມກໍເປັນເລື່ອງທີ່ບໍ່ຈຳເປັນ, ຄຳເວົ້າເພີ່ມເຕີມກໍຄົງຈະເປັນພຽງເລື່ອງໂງ່ຈ້າເທົ່ານັ້ນ. ມັນບໍ່ມີປະໂຫຍດຫຍັງທີ່ຈະໂອ້ລົມກ່ຽວກັບຫຼັກການຄວາມຈິງກັບຄົນເຫຼົ່ານີ້ຕໍ່ໄປ. ບໍ່ວ່າພວກເຂົາຈະຈັດການກັບເລື່ອງໃດກໍຕາມ, ແມ່ນແຕ່ເລື່ອງທີ່ເລັກນ້ອຍທີ່ສຸດໃນຊີວິດປະຈຳວັນ, ພວກເຂົາກໍເຮັດດ້ວຍວິທີທີ່ຜິດປົກກະຕິ, ໄຮ້ສາລະ ແລະ ບິດເບືອນ. ພວກເຂົາບໍ່ສາມາດເບິ່ງ ແລະ ຈັດການກັບເລື່ອງຕ່າງໆພາຍໃນຂອບເຂດເຫດຜົນຂອງມະນຸດໄດ້. ມຸມມອງຂອງພວກເຂົາທີ່ມີຕໍ່ທຸກສິ່ງທຸກຢ່າງນັ້ນດື້ດ້ານ ແລະ ໄຮ້ສາລະແບບນີ້, ມຸມມອງທີ່ພວກເຂົາສາມາດສະແດງອອກກ່ຽວກັບເລື່ອງໃດໜຶ່ງຈະເຮັດໃຫ້ເຈົ້າຮູ້ສຶກລັງກຽດໄປຕະຫຼອດຊີວິດຫຼັງຈາກທີ່ເຈົ້າໄດ້ຍິນ. ຖ້າເຈົ້າບັງເອີນກຳລັງກິນເຂົ້າຢູ່ ໃນຕອນທີ່ໄດ້ຍິນຄຳເວົ້າເຫຼົ່ານັ້ນ, ເຈົ້າກໍອາດຈະຮາກອອກມາໃນທັນທີ. ບອກເຮົາມາເບິ່ງ, ພວກເຂົາບິດເບືອນໄປຮອດລະດັບໃດແລ້ວ? ນີ້ຄືໜຶ່ງໃນລັກສະນະຫຼັກຂອງຄົນທີ່ກັບຊາດມາເກີດຈາກສັດ, ພວກເຂົາດື້ດ້ານ ແລະ ໄຮ້ສາລະ. ຈາກມຸມມອງຂອງຄວາມເປັນມະນຸດ, ຄວາມດື້ດ້ານ ແລະ ຄວາມໄຮ້ສາລະນີ້ ໂດຍຫຼັກແລ້ວແມ່ນການຂາດຄວາມຄິດທີ່ປົກກະຕິຂອງຄວາມເປັນມະນຸດ. ພວກເຂົາບໍ່ສາມາດພິຈາລະນາບັນຫາຕາມຄວາມຄິດທີ່ປົກກະຕິຂອງຄວາມເປັນມະນຸດໄດ້ເລີຍ, ພວກເຂົາສຸດໂຕ່ງ, ມັກຈະບິດເບືອນ ແລະ ດື້ດ້ານ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງ, ຂໍ້ເທັດຈິງທີ່ເປັນພາວະວິໄສ ຫຼື ສະຖານະການສະເພາະແນວໃດກໍຕາມ, ພວກເຂົາກໍຍຶດຕິດກັບເຫດຜົນຂອງພວກເຂົາຢ່າງໜຽວແໜ້ນ ແລະ ບໍ່ຍອມປ່ອຍວາງ. ພວກເຂົາຄິດວ່າ: “ຂ້ອຍມີເຫດຜົນ ແລະ ຂ້ອຍກໍບໍ່ໄດ້ຈົ່ງຊ່ອງຫວ່າງໃຫ້ເຈົ້າສາມາດໃຊ້ຕໍ່ຕ້ານຂ້ອຍໄດ້ເລີຍ. ຂ້ອຍພຽງແຕ່ຈະຍຶດຕິດກັບເຫດຜົນນີ້ ແລະ ມັນກໍຈະກາຍເປັນຄວາມຈິງ. ບໍ່ມີສິ່ງໃດທີ່ເຈົ້າເວົ້າຈະມີປະໂຫຍດຫຍັງເລີຍ!” ນີ້ຄືໜຶ່ງໃນລັກສະນະຂອງຄົນທີ່ກັບຊາດມາເກີດຈາກສັດ, ການຢັ່ງຮູ້ຂອງພວກເຂົານັ້ນບິດເບືອນ.

II. ລັກສະນະທີສອງ: ຄວາມມຶນຊາ

ການສະແດງອອກຂອງຄົນທີ່ກັບຊາດມາເກີດຈາກສັດອີກຢ່າງໜຶ່ງກໍຄື ພວກເຂົາມຶນຊາເປັນພິເສດເມື່ອຜະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆຫຼາຍຢ່າງ. ພວກເຂົາບໍ່ພຽງແຕ່ເບິ່ງເລື່ອງຕ່າງໆດ້ວຍວິທີທີ່ດື້ດ້ານ ແລະ ບິດເບືອນເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ສາມາດຮັບຮູ້ໄດ້ເລີຍວ່າທຳມະຊາດ, ແກ່ນແທ້ ຫຼື ສາເຫດຕົ້ນຕໍຂອງສິ່ງໃດກໍຕາມທີ່ເກີດຂຶ້ນແມ່ນຫຍັງ, ມັນອາດຈະນຳມາເຊິ່ງອິດທິພົນແນວໃດ ຫຼື ມັນອາດຈະກໍ່ໃຫ້ເກີດຜົນສະທ້ອນແນວໃດ. ພວກເຂົາຍັງຄົງບໍ່ສາມາດຮັບຮູ້ສິ່ງເຫຼົ່ານີ້ໄດ້ ແລະ ຍັງຄົງບໍ່ຮູ້ເລື່ອງຮູ້ລາວຫຍັງເລີຍ, ແມ່ນແຕ່ເມື່ອບາງຄົນໄດ້ເວົ້າ ຫຼື ເຮັດບາງສິ່ງບາງຢ່າງໄປແລ້ວ ຫຼື ເປີດເຜີຍສັນຍານ ແລະ ຂໍ້ບົ່ງຊີ້ບາງຢ່າງອອກມາແລ້ວ, ມັນຄືກັບວ່າພວກເຂົາເປັນຄົນໂງ່. ກວ່າພວກເຂົາຈະຮັບຮູ້ສິ່ງເຫຼົ່ານັ້ນໄດ້, ເລື່ອງນັ້ນກໍຈົບລົງແລ້ວ ແລະ ຜົນສະທ້ອນກໍເກີດຂຶ້ນແລ້ວ. ແມ່ນແຕ່ຫຼັງຈາກທີ່ໄດ້ຍິນຄວາມຈິງມາຫຼາຍແລ້ວ, ພວກເຂົາກໍບໍ່ຮູ້ ແລະ ບໍ່ສາມາດຮູ້ສຶກໄດ້ວ່າຄົນທີ່ຢູ່ອ້ອມຂ້າງພວກເຂົາເປັນຄົນປະເພດໃດ, ແກ່ນແທ້ຂອງຄົນເຫຼົ່ານັ້ນແມ່ນຫຍັງ ຫຼື ຄົນເຫຼົ່ານັ້ນສາມາດເຮັດຫຍັງໄດ້ແດ່. ບາງຄົນເວົ້າສິ່ງທີ່ເປັນບັນຫາໄດ້ຢ່າງຊັດເຈນ, ແຕ່ພວກເຂົາກໍບໍ່ສາມາດຮູ້ສຶກໄດ້. ຕົວຢ່າງ: ເມື່ອບາງຄົນໂອ້ອວດ, ເວົ້າໂມ້, ອວດອ້າງ ແລະ ອວດຕົວເອງ, ເຫັນໄດ້ຊັດເຈນວ່າສິ່ງນີ້ເປັນການເປີດເຜີຍອຸປະນິໄສທີ່ອວດດີ, ແຕ່ຄົນທີ່ກັບຊາດມາເກີດຈາກສັດພັດບໍ່ສາມາດຮັບຮູ້ເຖິງບັນຫານັ້ນໄດ້. ກົງກັນຂ້າມ, ພວກເຂົາພັດຄິດວ່າຄົນເຫຼົ່ານີ້ມີຄວາມສາມາດ, ພວກເຂົາຊື່ນຊົມ ແລະ ເຄົາລົບນັບຖືຄົນເຫຼົ່ານັ້ນ ແລະ ເຖິງກັບຢາກຕິດຕາມຄົນແບບນັ້ນໃນພາຍຫຼັງ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາມຶນຊາ. ຄົນຊົ່ວຮ້າຍ ແລະ ການກະທຳທີ່ຊົ່ວຮ້າຍທີ່ຊັດເຈນ, ການເປີດເຜີຍອຸປະນິໄສທີ່ເສື່ອມຊາມທີ່ຊັດເຈນ, ທິດທາງຂອງສິ່ງຕ່າງໆທີ່ກຳລັງມຸ່ງໜ້າໄປຢ່າງຊັດເຈນ, ຄົນປະເພດນີ້ບໍ່ສາມາດຮັບຮູ້ສິ່ງເຫຼົ່ານີ້ໄດ້ເລີຍ. ພວກເຂົາບໍ່ຮູ້ວ່າແກ່ນແທ້ຂອງເລື່ອງນັ້ນແມ່ນຫຍັງ ຫຼື ຕົ້ນຕໍຂອງບັນຫາແມ່ນຫຍັງ; ພວກເຂົາບໍ່ສາມາດຮູ້ສຶກເຖິງມັນໄດ້ເລີຍ, ພວກເຂົາບໍ່ມີແມ່ນແຕ່ຄວາມຮັບຮູ້. ພວກເຂົາຄືຄົນທີ່ພວກເຮົາມັກຈະເອີ້ນວ່າ ຊາກສົບທີ່ບໍ່ມີວິນຍານ. ພໍເປັນເລື່ອງຂອງຫຼັກການຄວາມຈິງ, ຄົນປະເພດນີ້ກໍຍິ່ງບໍ່ສາມາດບັນລຸໄດ້. ເຈົ້າບອກພວກເຂົາວ່າພວກເຂົາຄວນປະຕິບັດຕາມຫຼັກການໃດ, ແຕ່ພວກເຂົາກໍບໍ່ເຂົ້າໃຈ; ພວກເຂົາພຽງແຕ່ຈື່ຈຳກົດລະບຽບທີ່ພວກເຂົາຄວນຍຶດຖືເທົ່ານັ້ນ. ພວກເຂົາບໍ່ສາມາດເຂົ້າໃຈຫຼັກການທີ່ເຈົ້າໂອ້ລົມໄດ້, ມັນເກີນຄວາມສາມາດຂອງພວກເຂົາ. ເຈົ້າຊີ້ໃຫ້ເຫັນສະພາວະໃດໜຶ່ງໃນຕົວພວກເຂົາ ເຊິ່ງເປັນການສະແດງອອກເຖິງການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ແຕ່ພວກເຂົາພັດຄິດວ່າເຈົ້າກຳລັງເວົ້າເຖິງຄົນອື່ນ. ເຖິງແມ່ນວ່າພວກເຂົາຈະຍອມຮັບທາງຄຳເວົ້າວ່າພວກເຂົາກໍມີອຸປະນິໄສທີ່ເສື່ອມຊາມແບບນີ້ຄືກັນ, ແຕ່ພວກເຂົາກໍບໍ່ຮັບຮູ້ວ່າຄຳເວົ້າໃດທີ່ພວກເຂົາໄດ້ເວົ້າ ຫຼື ການກະທຳໃດທີ່ພວກເຂົາໄດ້ເຮັດທີ່ກົງກັບສະພາວະນີ້ ຫຼື ການສະແດງອອກນີ້. ພວກເຂົາບໍ່ເຂົ້າໃຈ ແລະ ບໍ່ຮູ້ວ່າເຈົ້າກຳລັງເວົ້າຫຍັງ. ເມື່ອໂອ້ລົມກ່ຽວກັບຄວາມຈິງໃນລະຫວ່າງການເຕົ້າໂຮມ, ໃນຂະນະທີ່ຄົນອື່ນປ່ຽນໄປຫົວຂໍ້ຕໍ່ໄປແລ້ວ, ພວກເຂົາກໍຍັງວົນການສົນທະນາກັບຄືນໄປເວົ້າເຖິງຫົວຂໍ້ກ່ອນໜ້ານີ້. ນີ້ບໍ່ແມ່ນການເປັນຄົນຫົວຊ້າ ແລະ ມຶນຊາບໍ? ເມື່ອຄົນອື່ນເວົ້າ, ພວກເຂົາກໍຕາມບໍ່ທັນ, ບໍ່ແມ່ນຍ້ອນວ່າຄວາມຄິດຂອງພວກເຂົາຕາມບໍ່ທັນ, ແຕ່ຍ້ອນວ່າຂີດຄວາມສາມາດຂອງພວກເຂົາບໍ່ພຽງພໍ ແລະ ບໍ່ເຖິງລະດັບ. ເມື່ອມີຄົນຊົ່ວຮ້າຍບາງຄົນພະຍາຍາມຫຼອກລວງພວກເຂົາ, ກັ່ນແກ້ງພວກເຂົາ ຫຼື ທໍລະມານພວກເຂົາ, ພວກເຂົາກໍບໍ່ສາມາດຮູ້ສຶກໄດ້, ແຕ່ພັດປະຕິບັດຕໍ່ຄົນຊົ່ວຮ້າຍເຫຼົ່ານັ້ນຄືກັບອ້າຍເອື້ອຍນ້ອງ ແລະ ເຂົ້າກັນໄດ້ຢ່າງສະໜິດສະໜົມ ແລະ ຫຼັງຈາກທີ່ຖືກພວກເຂົາທຳຮ້າຍແລ້ວເທົ່ານັ້ນ ພວກເຂົາຈຶ່ງຮູ້ສຶກຕົວວ່າຖືກຫຼອກ. ຈາກນັ້ນ ພວກເຂົາກໍຄິດວ່າ “ຂ້ອຍໂງ່ຫຼາຍ! ຂ້ອຍເບິ່ງຄົນບໍ່ເປັນ, ຂ້ອຍບໍ່ຮູ້ວິທີແຍກແຍະຜູ້ຄົນ! ຄັ້ງນີ້ ຂ້ອຍໄດ້ຮັບບົດຮຽນແລ້ວ, ຕໍ່ໄປນີ້ ຂ້ອຍຈະບໍ່ໄວ້ໃຈໃຜ, ຂ້ອຍຈະໄວ້ໃຈແຕ່ຕົວຂ້ອຍເອງເທົ່ານັ້ນ. ນັ້ນຄືສະຕິປັນຍາທີ່ສູງທີ່ສຸດ!” ຫຼັງຈາກທີ່ຖືກຫຼອກຄັ້ງໜຶ່ງ, ພວກເຂົາກໍເຊື່ອວ່າພວກເຂົາໄດ້ຮັບຄວາມຮູ້ ແລະ ເຖິງກັບຄິດວ່າຕອນນີ້ພວກເຂົາສະຫຼາດຂຶ້ນແລ້ວ ໂດຍປ່ຽນຈາກຄວາມສຸດໂຕ່ງໜຶ່ງໄປສູ່ອີກຄວາມສຸດໂຕ່ງໜຶ່ງ. ຄົນທີ່ກັບຊາດມາເກີດຈາກສັດມຶນຊາຕໍ່ທຸກເລື່ອງ. ຕົວຢ່າງ: ມີຄົນໜຶ່ງຮັບຜິດຊອບວຽກງານການລ້ຽງສັດ ແລະ ການປູກຝັງ. ມື້ໜຶ່ງອຸນຫະພູມຫຼຸດລົງ ແລະ ເຮົາກໍເວົ້າກັບລາວວ່າ “ຄືນນີ້ອຸນຫະພູມຈະຕິດລົບຫ້າອົງສາ. ພືດ ແລະ ສັດທີ່ບໍ່ສາມາດທົນກັບຄວາມໜາວເຫຼົ່ານັ້ນບໍ່ຄວນໄດ້ຮັບການເບິ່ງແຍງບໍ?” ຫຼັງຈາກທີ່ໄດ້ຍິນແນວນັ້ນ, ລາວກໍຕອບວ່າ “ຂ້ອຍມີເສື້ອກັນໜາວ ແລະ ຕອນກາງຄືນຂ້ອຍກໍນອນຫົ່ມຜ້າຫົ່ມ, ສະນັ້ນ ຂ້ອຍຈະບໍ່ຮູ້ສຶກໜາວ”. ລາວເຂົ້າໃຈສິ່ງທີ່ເຮົາໝາຍເຖິງບໍ? ເມື່ອອີງໃສ່ຄຳຕອບນີ້, ເຫັນໄດ້ຊັດເຈນວ່າລາວບໍ່ເຂົ້າໃຈ. ນີ້ບໍ່ແມ່ນຄວາມມຶນຊາບໍ? (ແມ່ນແລ້ວ). ຖ້າເຮົາເວົ້າວ່າ “ຄືນນີ້ອຸນຫະພູມຈະຕິດລົບຫ້າອົງສາ. ຖ້າມີດອກໄມ້ຢູ່ທາງນອກ, ດອກໄມ້ເຫຼົ່ານັ້ນກໍຈະໜາວຕາຍ. ສັດທີ່ອ່ອນໄຫວຕໍ່ຄວາມໜາວ ແລະ ສັດທີ່ອ່ອນແອຄວນຖືກເກັບໄວ້ໃນຄອກ. ເຈົ້າຄວນແຂວນຜ້າມ່ານເພີ່ມຢູ່ປະຕູ ແລະ ອັດບໍລິເວນທີ່ລົມພັດຜ່ານເຂົ້າໄດ້ໃນຄອກ”. ຫຼັງຈາກທີ່ໄດ້ຍິນແນວນັ້ນ, ລາວກໍຄົງຈະໄຕ່ຕອງຈັກໜ້ອຍແລ້ວຄິດວ່າ “ໂອ້, ເຈົ້າກຳລັງເວົ້າເຖິງສັດ ແລະ ພືດ. ແລ້ວພຽງແຕ່ຍ້າຍດອກໄມ້ເຂົ້າໄປໃນເຮືອນກໍໄດ້ແລ້ວ, ບໍ່ແມ່ນບໍ? ມີສັດຕັ້ງຫຼາຍໂຕ ແລະ ເຈົ້າກໍບໍ່ໄດ້ບອກວ່າໂຕໃດອ່ອນໄຫວຕໍ່ຄວາມໜາວ ແລະ ໂຕໃດບໍ່ອ່ອນໄຫວ, ໂຕໃດຄວນເອົາເຂົ້າໄປຂ້າງໃນ ແລະ ໂຕໃດບໍ່ຄວນ”. ແມ່ນແລ້ວ, ເຮົາບໍ່ໄດ້ບອກຢ່າງສະເພາະເຈາະຈົງ, ແຕ່ເຈົ້າບໍ່ສາມາດປະຕິບັດຕາມຫຼັກການໄດ້ບໍ? ເຈົ້າບໍ່ຮູ້ສຶກຕົວເລີຍວ່າດອກໄມ້ທີ່ປະໄວ້ທາງນອກໃນລະດູໜາວອາດຈະໜາວຕາຍໄດ້ ແລະ ຖ້າເຮົາບໍ່ມອບໝາຍໃຫ້ເຈົ້າເຮັດສິ່ງເຫຼົ່ານີ້, ເຈົ້າກໍຈະບໍ່ເຮັດ, ນີ້ແມ່ນບັນຫາປະເພດໃດ? ນີ້ບໍ່ແມ່ນຄວາມມຶນຊາບໍ? (ແມ່ນແລ້ວ). ສິ່ງນີ້ສະແດງໃຫ້ເຫັນວ່າລາວມຶນຊາ. ຕົວຢ່າງ: ທາງນອກແດດອອກ ແລະ ມີເຄື່ອງນຸ່ງຕາກຢູ່ທາງນອກ, ແລ້ວມີຄົນເວົ້າວ່າ “ເບິ່ງຄືວ່າຝົນອາດຈະຕົກໃນຕອນບ່າຍ. ເຄື່ອງນຸ່ງທີ່ຕາກຢູ່ທາງນອກຈະປຽກບໍ?” ຄຳເວົ້າເຫຼົ່ານີ້ແຝງຄວາມໝາຍຂອງການເຕືອນໄວ້. ຄົນທີ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິເມື່ອໄດ້ຍິນແນວນັ້ນກໍຈະໄຕ່ຕອງວ່າ “ຂ້ອຍຄວນເອົາໃຈໃສ່, ເມື່ອທ້ອງຟ້າມືດຄຶ້ມ, ຂ້ອຍຈະຟ້າວເກັບເຄື່ອງນຸ່ງເຂົ້າໄປຂ້າງໃນ”. ແຕ່ຜູ້ທີ່ບໍ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິຈະບໍ່ຮູ້ສຶກຕົວເຖິງເລື່ອງນີ້. ເມື່ອເຈົ້າເວົ້າວ່າຝົນຈະຕົກໃນຕອນບ່າຍ, ພວກເຂົາໄດ້ຍິນແນວນັ້ນແລ້ວກໍຄິດວ່າ “ເວົ້າແບບນັ້ນໄປເພື່ອຫຍັງ? ມັນບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍເລີຍ. ຂ້ອຍຈະຢູ່ຂ້າງໃນ, ສະນັ້ນ ຖ້າຝົນຕົກຂ້ອຍກໍຈະບໍ່ປຽກ. ນອກຈາກນີ້, ຖ້າຝົນຕົກແລ້ວຂ້ອຍຈະເຮັດຫຍັງໄດ້? ບອກຂ້ອຍໄປກໍບໍ່ມີປະໂຫຍດຫຍັງ!” ພວກເຂົາພຽງແຕ່ບໍ່ຮູ້ສຶກຕົວວ່າເປັນຫຍັງຄົນອື່ນຈຶ່ງບອກເລື່ອງນີ້ກັບພວກເຂົາ ຫຼື ເປັນຫຍັງເລື່ອງນີ້ຈຶ່ງຖືກຍົກຂຶ້ນມາເວົ້າ. ແລ້ວເຈົ້າຕ້ອງເວົ້າກັບພວກເຂົາແນວໃດ ພວກເຂົາຈຶ່ງຈະເຂົ້າໃຈຢ່າງແທ້ຈິງ? ເຈົ້າຕ້ອງບອກພວກເຂົາວ່າ “ຝົນຈະຕົກໃນຕອນບ່າຍເວລາເທົ່ານັ້ນເທົ່ານີ້. ກ່ອນຝົນຕົກ, ເມື່ອເຈົ້າເຫັນທ້ອງຟ້າມືດຄຶ້ມ, ໃຫ້ຟ້າວເກັບເຄື່ອງນຸ່ງເຂົ້າໄປຂ້າງໃນ. ຖ້າເຈົ້າບໍ່ເຮັດ, ພວກມັນກໍຈະປຽກ ແລະ ຕ້ອງໄດ້ຊັກໃໝ່. ອີກຢ່າງໜຶ່ງ, ເມື່ອເກັບເຄື່ອງນຸ່ງ, ໃຫ້ກວດເບິ່ງວ່າມີສິ່ງອື່ນຢູ່ທາງນອກທີ່ບໍ່ຄວນປຽກ ຫຼື ຖືກຝົນ ຫຼື ບໍ່ ແລະ ໃຫ້ເກັບພວກມັນເຂົ້າໄປຂ້າງໃນນຳ”. ເຈົ້າຕ້ອງສັ່ງພວກເຂົາແບບນີ້. ຖ້າເຈົ້າບໍ່ສັ່ງພວກເຂົາແບບນີ້, ພວກເຂົາກໍຈະບໍ່ຮູ້ສຶກຕົວວ່າຕ້ອງເກັບເຄື່ອງນຸ່ງ ແລະ ຈະບໍ່ຮູ້ສຶກຕົວວ່າຕ້ອງເກັບສິ່ງຂອງອື່ນໆທີ່ບໍ່ສາມາດຖືກຝົນໄດ້. ພວກເຂົາຈະບໍ່ເຮັດສິ່ງເຫຼົ່ານີ້. ເປັນຫຍັງ? ເພາະວ່າພວກເຂົາມຶນຊາເກີນໄປ, ພວກເຂົາບໍ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພວກເຂົາກໍບໍ່ບັນລຸມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິ. ນັ້ນກໍຄື ສະຕິປັນຍາ ແລະ ຂີດຄວາມສາມາດຂອງພວກເຂົາບໍ່ບັນລຸມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິ. ຄົນທີ່ກັບຊາດມາເກີດຈາກສັດກໍເປັນແບບນີ້ແຫຼະ. ເມື່ອຂໍໃຫ້ຄົນແບບນີ້ເຮັດບາງສິ່ງບາງຢ່າງ, ເຖິງແມ່ນວ່າເຮົາຈະສັ່ງພວກເຂົາຫຼາຍຄັ້ງແລ້ວ ແລະ ພວກເຂົາກໍເຄີຍເຮັດມາຫຼາຍຄັ້ງແລ້ວ, ເຮົາກໍຍັງຕ້ອງສັ່ງພວກເຂົາອີກ. ຖ້າເຮົາບໍ່ສັ່ງພວກເຂົາ, ພວກເຂົາກໍຈະບໍ່ຮູ້ສຶກຕົວວ່າຕ້ອງເຮັດຫຍັງ ແລະ ຈະບໍ່ສາມາດເຮັດມັນໄດ້. ສະນັ້ນ ທຸກຄັ້ງທີ່ພວກເຂົາພົບກັບວຽກງານປະເພດນີ້, ເຈົ້າຕ້ອງບອກພວກເຂົາຢ່າງຊັດເຈນວ່າຕ້ອງເຮັດຫຍັງ ແລະ ເຮັດແນວໃດ ໂດຍສັ່ງພວກເຂົາໃນແຕ່ລະຂັ້ນຕອນຂອງຂະບວນການ. ຖ້າເຈົ້າລືມບອກແມ່ນແຕ່ສິ່ງດຽວ, ພວກເຂົາກໍຈະບໍ່ເຮັດສິ່ງນັ້ນ ຫຼື ອາດຈະເຮັດໃຫ້ວຽກງານນັ້ນເສຍຫາຍໄດ້. ແລ້ວຖ້າເຈົ້າຊີ້ໃຫ້ເຫັນບັນຫາຂອງພວກເຂົາ, ພວກເຂົາກໍຈະຕອບໂຕ້ດ້ວຍຂໍ້ອ້າງທີ່ບິດເບືອນຢ່າງຫຼວງຫຼາຍ ແລະ ເລີ່ມດື້ດ້ານບໍ່ຍອມຮັບຟັງເຫດຜົນອີກຄັ້ງ. ນີ້ຄືການສະແດງອອກເຖິງຄວາມມຶນຊາ.

ລັກສະນະຄວາມມຶນຊານີ້ຂອງຄົນທີ່ກັບຊາດມາເກີດຈາກສັດນັ້ນຊັດເຈນຫຼາຍ. ຕົວຢ່າງ: ຈາກການໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາເຂົ້າໃຈທາງຫຼັກຄຳສອນກ່ຽວກັບວິທີແຍກແຍະວ່າຜູ້ນໍາຄຣິສຕະຈັກເຮັດວຽກງານຕົວຈິງ ຫຼື ບໍ່, ພວກເຂົາເປັນຜູ້ນໍາທີ່ໄດ້ມາດຕະຖານ ຫຼື ບໍ່ ຫຼື ພວກເຂົາເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງການແຍກແຍະວ່າຜູ້ນໍາຄຣິສຕະຈັກຂອງພວກເຂົາເອງຈັດຢູ່ໃນປະເພດໃດ, ແມ່ນແຕ່ເມື່ອພວກເຂົາເຫັນການສະແດງອອກບາງຢ່າງທີ່ຜູ້ນໍາຄຣິສຕະຈັກສະແດງອອກມາ, ພວກເຂົາກໍບໍ່ຮູ້ວິທີແຍກແຍະການສະແດງອອກເຫຼົ່ານັ້ນ. ຖ້າເຈົ້າຖາມພວກເຂົາວ່າ “ຜູ້ນໍາຄຣິສຕະຈັກຂອງພວກເຈົ້າເຮັດວຽກງານຕົວຈິງບໍ?” ພວກເຂົາກໍເວົ້າວ່າ “ຂ້ອຍເຫັນຜູ້ນໍາຄຣິສຕະຈັກຫຍຸ້ງຢູ່ກັບການເຕົ້າໂຮມ ແລະ ຫຍຸ້ງຢູ່ກັບການຈັດແຈງສິ່ງຕ່າງໆທຸກມື້, ຜູ້ນໍາຄຣິສຕະຈັກແຈກຢາຍໜັງສືໃຫ້ອ້າຍເອື້ອຍນ້ອງ ແລະ ຜູ້ນໍາຄຣິສຕະຈັກກໍຕິດຕາມວຽກງານຂ່າວປະເສີດ”. ຈາກນັ້ນ ເຈົ້າກໍຖາມວ່າ “ແລ້ວຜູ້ນໍາຄຣິສຕະຈັກຂອງພວກເຈົ້າເຮັດວຽກງານຂອງຕົນໄດ້ດີສໍ່າໃດ? ຜູ້ນໍາຄຣິສຕະຈັກຂອງພວກເຈົ້າເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງບໍ?” ພວກເຂົາຕອບວ່າ “ຜູ້ນໍາຄຣິສຕະຈັກໄດ້ປະຖິ້ມອາຊີບ ແລະ ຄອບຄົວຂອງຕົນແລ້ວ. ແມ່ນແຕ່ຕອນທີ່ພໍ່ແມ່ຂອງຜູ້ນໍາຄຣິສຕະຈັກມາຢ້ຽມຢາມ, ຜູ້ນໍາຄຣິສຕະຈັກກໍຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງຕົນເກີນກວ່າທີ່ຈະໄປພົບພວກເພິ່ນໄດ້. ຜູ້ນໍາຄຣິສຕະຈັກຕ້ອງເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງຢ່າງແນ່ນອນ, ແມ່ນບໍ?” ພວກເຂົາພຽງແຕ່ເບິ່ງການສະແດງອອກພາຍນອກເຫຼົ່ານີ້ຂອງຜູ້ນໍາຄຣິສຕະຈັກ; ແຕ່ບໍ່ວ່າຜູ້ນໍາຈະເຮັດຄວາມຊົ່ວຢ່າງລັບໆຫຼາຍສໍ່າໃດກໍຕາມ, ເຖິງແມ່ນວ່າພວກເຂົາຈະເຫັນສິ່ງນີ້, ພວກເຂົາກໍເບິ່ງບໍ່ອອກວ່າມັນເປັນບັນຫາ, ພວກເຂົາບໍ່ຮູ້ວ່າມັນເປັນບັນຫາ. ບໍ່ວ່າສິ່ງເຫຼົ່ານີ້ຈະເກີດຂຶ້ນຕໍ່ໜ້າພວກເຂົາຫຼາຍສໍ່າໃດກໍຕາມ, ມັນກໍຄືກັບວ່າພວກເຂົາບໍ່ເຄີຍເຫັນຫຍັງເລີຍ, ຄືກັບວ່າພວກເຂົາບໍ່ໄດ້ດຳລົງຊີວິດຢູ່ໃນທ່າມກາງຜູ້ຄົນ ແຕ່ຢູ່ໃນອີກໂລກໜຶ່ງຢ່າງສິ້ນເຊີງ. ຄົນແບບນີ້ມຶນຊາເຖິງຂີດສຸດ, ບໍ່ແມ່ນບໍ? (ແມ່ນແລ້ວ). ນີ້ແຫຼະຄືຄວາມມຶນຊາ. ເມື່ອພວກເຂົາພົບກັບຄົນທີ່ມີວຽກງານຂອງວິນຍານທີ່ຊົ່ວຮ້າຍ, ຜູ້ທີ່ມັກຈະເອົາໃຈໃສ່ກັບເລື່ອງເໜືອທຳມະຊາດ ແລະ ມັກຈະເວົ້າກ່ຽວກັບສິ່ງທີ່ພວກເຂົາຮູ້ສຶກຢູ່ສະເໝີ ໂດຍມັກຈະເວົ້າສິ່ງຕ່າງໆເຊັ່ນ: “ຂ້ອຍໄດ້ຍິນສຽງໜຶ່ງ, ພຣະເຈົ້າໃຫ້ຄວາມຮູ້ແຈ້ງແກ່ຂ້ອຍ, ພຣະເຈົ້າໃຫ້ແສງເຍືອງທາງແກ່ຂ້ອຍ, ພຣະເຈົ້ານໍາພາຂ້ອຍ, ພຣະເຈົ້າເປີດເຜີຍບາງສິ່ງບາງຢ່າງຢູ່ພາຍໃນຕົວຂ້ອຍອີກແລ້ວ”, ຄົນທີ່ມຶນຊາກໍຄິດວ່າ “ພວກເຂົາຮັກພຣະເຈົ້າຢ່າງແທ້ຈິງ. ພວກເຂົາໄດ້ຮັບການເປີດເຜີຍ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບ?” ພວກເຂົາພຽງແຕ່ບໍ່ຮັບຮູ້ວ່ານີ້ຄືວຽກງານຂອງວິນຍານທີ່ຊົ່ວຮ້າຍ. ຈົນກວ່າມື້ໜຶ່ງທີ່ຄົນຜູ້ນັ້ນເກີດເປັນບ້າຂຶ້ນມາຢ່າງກະທັນຫັນ, ສ້າງຄວາມວຸ່ນວາຍຄັ້ງໃຫຍ່ຕໍ່ໜ້າທຸກຄົນ, ກິ້ງເກືອກລີເລືອຢູ່ກັບພື້ນ ແລະ ແລ່ນເປືອຍກາຍໄປຕາມຖະໜົນ ພວກເຂົາຈຶ່ງເຫັນໃນທີ່ສຸດວ່ານີ້ຄືວິນຍານທີ່ຊົ່ວຮ້າຍ. ຄວາມຈິງແລ້ວ ກ່ອນທີ່ຄົນຜູ້ນັ້ນຈະເປັນບ້າ, ມັນກໍມີສັນຍານຫຼາຍຢ່າງແລ້ວ ແລະ ການສະແດງອອກເຫຼົ່ານີ້ກໍພຽງພໍແລ້ວທີ່ຈະກຳນົດລັກສະນະຂອງພວກເຂົາວ່າພວກເຂົາມີວຽກງານຂອງວິນຍານທີ່ຊົ່ວຮ້າຍ ແລະ ຄວນຈັດການຄັດພວກເຂົາອອກແຕ່ເນີນໆ. ແຕ່ພວກເຂົາມຶນຊາ, ບໍ່ສາມາດຮັບຮູ້ສິ່ງເຫຼົ່ານີ້ໄດ້ ແລະ ບໍ່ຮັບຮູ້ວ່າການປ່ອຍຄົນແບບນັ້ນໄວ້ໃນຄຣິສຕະຈັກຈະນຳຜົນສະທ້ອນຫຍັງມາໃຫ້, ນີ້ບໍ່ແມ່ນສິ່ງທີ່ມີແນວໂນ້ມທີ່ຈະກໍ່ໃຫ້ເກີດໄພພິບັດບໍ? ວິນຍານທີ່ຊົ່ວຮ້າຍ ແລະ ມານຮ້າຍທີ່ຊົ່ວຮ້າຍບາງຕົວເຖິງຂັ້ນທຳຮ້າຍຜູ້ຄົນ, ແຕ່ຄົນທີ່ມຶນຊາກໍຍັງບໍ່ສາມາດຮັບຮູ້ໄດ້ວ່າພວກມັນເປັນຫຍັງກັນແທ້. ພວກເຂົາເຖິງກັບເຊື່ອວ່າບຸກຄົນດັ່ງກ່າວຮັກພຣະເຈົ້າຢ່າງແທ້ຈິງ ແລະ ພວກເຂົາເຕັມໄປດ້ວຍຄວາມກະຕືລືລົ້ນ ໂດຍມັກຈະນອນເດິກເພື່ອອ່ານພຣະທຳຂອງພຣະເຈົ້າ ແລະ ຮຽນຮ້ອງເພງສັນລະເສີນ, ບໍ່ກິນ ຫຼື ບໍ່ນອນເປັນເວລາຫຼາຍມື້ ແຕ່ກໍຍັງບໍ່ຮູ້ສຶກອິດເມື່ອຍ. ເຖິງແມ່ນວ່າສິ່ງນີ້ຈະຜິດປົກກະຕິຢ່າງຊັດເຈນ, ພວກເຂົາກໍອ້າງວ່າມັນຄືຄວາມຮັກທີ່ມີຕໍ່ພຣະເຈົ້າ. ພວກເຂົາມຶນຊາເກີນໄປ, ບໍ່ແມ່ນບໍ? ຄົນທີ່ມຶນຊາ, ດ້ານໜຶ່ງກໍຄື ພວກເຂົາບໍ່ສາມາດເບິ່ງທະລຸເລື່ອງລາວຕ່າງໆໄດ້; ພວກເຂົາບໍ່ສາມາດເບິ່ງຂ້າມປະກົດການພາຍນອກເພື່ອເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້. ດັ່ງນັ້ນ, ມັນຈຶ່ງເປັນເລື່ອງທີ່ຍາກຫຼາຍສຳລັບພວກເຂົາທີ່ຈະກຳນົດລັກສະນະຂອງບັນຫາໃດໜຶ່ງໄດ້ຢ່າງຖືກຕ້ອງ. ນອກຈາກນີ້, ຄົນທີ່ມຶນຊາບໍ່ມີວິທີຄິດທີ່ປົກກະຕິ ຫຼື ຄວາມສາມາດໃນການລະບຸສິ່ງຕ່າງໆ, ສະນັ້ນ ພວກເຂົາຈຶ່ງບໍ່ຮັບຮູ້ເຖິງຫຼາຍສິ່ງຫຼາຍຢ່າງທີ່ເກີດຂຶ້ນອ້ອມຕົວພວກເຂົາຢ່າງສິ້ນເຊີງ. ຄົນແບບນີ້ສາມາດອາໄສຢູ່ໃນສະຖານທີ່ໃດໜຶ່ງເປັນເວລາຫຼາຍປີ, ແຕ່ເມື່ອຖືກຖາມວ່າ “ສະພາບອາກາດຢູ່ບ່ອນນັ້ນເປັນແນວໃດ? ຮູບແບບຂອງລະດູການເປັນແນວໃດ? ມັນເປັນສະຖານທີ່ທີ່ສະດວກສະບາຍໃນການດຳລົງຊີວິດບໍ?” ພວກເຂົາກໍບໍ່ສາມາດຕອບໄດ້. ພວກເຂົາເວົ້າວ່າ “ສະພາບອາກາດເປັນແນວໃດຫັ້ນຫວາ? ຂ້ອຍບໍ່ຮູ້ດອກ. ແນວໃດກໍຕາມ, ດອກໄມ້ບານໃນເດືອນເມສາ, ໃບໄມ້ປ່ຽນເປັນສີເຫຼືອງ ແລະ ເລີ່ມຫຼົ່ນໃນຊ່ວງເດືອນກັນຍາ ຫຼື ເດືອນຕຸລາ ແລະ ເມື່ອລະດູໜາວມາຮອດ ມັນກໍເຖິງເວລາທີ່ຫິມະຕົກ”. ຖ້າຖືກຖາມວ່າ “ຮີດຄອງປະເພນີທ້ອງຖິ່ນເປັນແນວໃດ? ລະບົບສັງຄົມເປັນແນວໃດ? ມີການຈຳແນກເຊື້ອຊາດບໍ? ນະໂຍບາຍຂອງລັດຖະບານເປັນແນວໃດ? ລັດຖະບານປະຕິບັດຕໍ່ຄົນທີ່ມາຈາກບ່ອນອື່ນແນວໃດ?” ພວກເຂົາກໍບໍ່ຮູ້ເລື່ອງເລີຍ, ໄດ້ແຕ່ຈ້ອງເບິ່ງດ້ວຍຄວາມງົງງວຍ, ບໍ່ສາມາດເວົ້າຫຍັງໄດ້. ແມ່ນແຕ່ເມື່ອເວົ້າເຖິງເລື່ອງທີ່ສຳຄັນທີ່ສຸດ ນັ້ນກໍຄືທັດສະນະຄະຕິຂອງລັດຖະບານທີ່ມີຕໍ່ຄວາມເຊື່ອທາງສາສະໜາ, ພວກເຂົາກໍບໍ່ສາມາດເວົ້າຫຍັງໄດ້ ໂດຍຕອບພຽງແຕ່ວ່າ “ເອີ ພວກເຮົາອາໄສຢູ່ບ່ອນນັ້ນ ແລະ ລັດຖະບານກໍບໍ່ເຄີຍສ້າງບັນຫາໃຫ້ພວກເຮົາເລີຍ”. ພວກເຂົາປຽບເໝືອນຫຸ່ນໄມ້, ບໍ່ຮັບຮູ້ຫຍັງເລີຍຢ່າງສິ້ນເຊີງ, ນີ້ຄືຄວາມມຶນຊາເຖິງຂີດສຸດ. ຍັງມີບາງຄົນທີ່ເວົ້າວ່າພວກເຂົາຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງພວກເຂົາເກີນໄປ ແລະ ບໍ່ມີເວລາທີ່ຈະສົນໃຈສິ່ງເຫຼົ່ານີ້, ນີ້ບໍ່ແມ່ນພຽງແຕ່ຂໍ້ອ້າງບໍ? (ແມ່ນແລ້ວ). ມັນຊັດເຈນວ່ານີ້ຄືຂໍ້ອ້າງ. ສິ່ງທີ່ງ່າຍດາຍແບບນີ້ຈຳເປັນຕ້ອງຕັ້ງໃຈເອົາໃຈໃສ່ ແລະ ບັນທຶກໄວ້ບໍ? ບໍ່, ບໍ່ຈຳເປັນ. ຖ້າເຈົ້າມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ, ຫຼັງຈາກທີ່ອາໄສຢູ່ໃນສະຖານທີ່ໃດໜຶ່ງເປັນເວລາຫຼາຍກວ່າສາມປີ, ໂດຍພື້ນຖານແລ້ວ ເຈົ້າຄວນຈະຈັບໃຈຄວາມສະພາບອາກາດໃນທ້ອງຖິ່ນ, ຮີດຄອງປະເພນີ, ນິໄສການດຳລົງຊີວິດ, ສະຖານະການກ່ຽວກັບຄວາມເຊື່ອທາງສາສະໜາ ແລະ ນະໂຍບາຍຂອງລັດຖະບານ ພ້ອມທັງທັດສະນະຄະຕິຂອງລັດຖະບານທີ່ມີຕໍ່ຄົນທີ່ມາຈາກບ່ອນອື່ນ. ເຈົ້າບໍ່ຈຳເປັນຕ້ອງຊອກຮູ້, ຄົ້ນຫາ ຫຼື ລວບລວມຂໍ້ມູນນີ້ເປັນພິເສດເລີຍ, ເຈົ້າກໍພຽງແຕ່ຈະຮູ້ເອງ. ໃຜກໍຕາມທີ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ ກໍສາມາດຈັບໃຈຄວາມສິ່ງເຫຼົ່ານີ້ໄດ້ຢ່າງເປັນທຳມະຊາດຫຼາຍ. ຖ້າແມ່ນແຕ່ບັນຫາທີ່ຄົນປົກກະຕິສາມາດຈັບໃຈຄວາມ ແລະ ເບິ່ງເຫັນໄດ້ຢ່າງຊັດເຈນ ເຈົ້າກໍຍັງບໍ່ສາມາດຈັບໃຈຄວາມໄດ້, ສິ່ງນີ້ບົ່ງບອກເຖິງຫຍັງ? ມັນບົ່ງບອກວ່າເຈົ້າບໍ່ມີຄວາມຄິດ ຫຼື ຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ເຈົ້າບໍ່ບັນລຸມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິ. ເຫດຜົນພື້ນຖານທີ່ຄົນປະເພດນີ້ບໍ່ສາມາດບັນລຸມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິກໍຄື ພວກເຂົາບໍ່ໄດ້ກັບຊາດມາເກີດຈາກມະນຸດ ແຕ່ກັບຊາດມາເກີດຈາກສັດ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ). ຖ້າລັກສະນະຄວາມມຶນຊາຂອງຄົນໃດຄົນໜຶ່ງຊັດເຈນຫຼາຍ, ສິ່ງນີ້ກໍອະທິບາຍເຖິງບັນຫາໄດ້ຢ່າງຊັດເຈນ.

ພວກເຈົ້າເຂົ້າໃຈຫຍັງແດ່ຈາກການໂອ້ລົມຂອງພວກເຮົາຫວ່າງກີ້ນີ້ ກ່ຽວກັບລັກສະນະຂອງຄົນທີ່ກັບຊາດມາເກີດຈາກສັດ? ພວກເຈົ້າສັງເກດເຫັນຂໍ້ເທັດຈິງອັນໜຶ່ງບໍ ວ່າທັງການຢັ່ງຮູ້ທີ່ບິດເບືອນ ແລະ ຄວາມມຶນຊາ ເຊິ່ງເປັນສອງລັກສະນະນີ້ທີ່ເຫັນໄດ້ຊັດເຈນຫຼາຍໃນຄົນປະເພດນີ້? (ສັງເກດເຫັນ). ເປັນຫຍັງຄົນເຫຼົ່ານີ້ຈຶ່ງມີການສະແດງອອກສອງຢ່າງນີ້? ຄວາມເປັນມະນຸດຂອງພວກເຂົາຂາດຫຍັງ? (ຄວາມຄິດທີ່ປົກກະຕິ). ນັ້ນກໍຂ້ອນຂ້າງຖືກຕ້ອງ, ພວກເຂົາບໍ່ມີສະຕິປັນຍາຂອງມະນຸດ. ເມື່ອເບິ່ງຈາກພາຍນອກແລ້ວ ຄືກັບວ່າຄົນເຫຼົ່ານີ້ມີຂີດຄວາມສາມາດຕໍ່າ, ມັນຕໍ່າສໍ່າໃດ? ພວກເຂົາທັງມັກຈະມີການບິດເບືອນ ແລະ ມຶນຊາ; ເມື່ອເວົ້າເຖິງບາງບັນຫາທີ່ຜູ້ທີ່ມີຄວາມເປັນມະນຸດທີ່ປົກກະຕິມັກຈະພົບພໍ້ ແລະ ສາມາດຈັດການ ແລະ ແກ້ໄຂໄດ້ດ້ວຍຕົນເອງ, ພວກເຂົາພັດເຮັດບໍ່ໄດ້ ແລະ ບໍ່ສາມາດແກ້ໄຂພວກມັນໄດ້ ເຊິ່ງເບິ່ງຄືວ່າໄຮ້ດຽງສາ, ໜ້າຕະຫຼົກ ແລະ ບໍ່ມີວຸດທິພາວະຫຼາຍ. ທີ່ຮ້າຍແຮງໄປກວ່ານັ້ນກໍຄື ບາງຄົນໃນພວກເຂົາບໍ່ມີຄວາມສາມາດໃນການດຳລົງຊີວິດດ້ວຍຕົນເອງ, ພວກເຂົາບໍ່ສາມາດລ້ຽງດູຕົນເອງໄດ້ ແລະ ບໍ່ວ່າພວກເຂົາຈະອອກໄປເຮັດວຽກ ຫຼື ເຮັດອາຊີບປະເພດໃດກໍຕາມ ພວກເຂົາກໍເຮັດບໍ່ໄດ້. ບໍ່ວ່າພວກເຂົາຈະໄປໃສ ນາຍຈ້າງກໍບໍ່ຕ້ອງການພວກເຂົາ ຫຼື ປົດພວກເຂົາອອກ. ນອກຈາກນີ້, ສິ່ງສຳຄັນກໍຄື ເມື່ອປະເຊີນກັບບັນຫາຕ່າງໆພາຍໃນຂອບເຂດຊີວິດຂອງພວກເຂົາເອງເຊັ່ນ: ບັນຫາທົ່ວໄປໃນຊີວິດ ແລະ ແມ່ນແຕ່ເລື່ອງເລັກໆນ້ອຍໆບາງຢ່າງ ພວກເຂົາກໍບໍ່ສາມາດຈັດການກັບພວກມັນໄດ້ດີ. ພວກເຂົາເຖິງກັບສາມາດເຮັດໃຫ້ບັນຫາທີ່ງ່າຍດາຍຫຼາຍກາຍເປັນເລື່ອງວຸ່ນວາຍ; ພວກເຂົາມັກຈະນຳໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາສະເໝີ. ວິທີການ ແລະ ແນວທາງທີ່ພວກເຂົາໃຊ້ເພື່ອຈັດການກັບສິ່ງຕ່າງໆນັ້ນໂງ່ຈ້າ ແລະ ງຸ່ມງ່າມທີ່ສຸດ; ພວກເຂົາບໍ່ມີວິທີການ ແລະ ແນວທາງທີ່ຜູ້ໃຫຍ່ຈະໃຊ້ເພື່ອຮັບມືກັບສິ່ງຕ່າງໆໃນໂລກ. ສິ່ງນີ້ເຮັດໃຫ້ເຫັນໄດ້ຊັດເຈນຫຼາຍວ່າພວກເຂົາບໍ່ມີສະຕິປັນຍາຂອງມະນຸດ. ຕົວຢ່າງ: ຄົນແບບນີ້ເປັນພະຍາດ ແລະ ຮູ້ສຶກບໍ່ສະບາຍຢູ່ສະເໝີ. ພວກເຂົາຊອກຫາຂໍ້ມູນບາງຢ່າງ ແລະ ໃນນັ້ນລະບຸວ່າມັນອາດຈະເປັນພະຍາດຮ້າຍແຮງ ຫຼື ການເຈັບປ່ວຍໜັກ; ພວກເຂົາກໍເກີດຄວາມຢ້ານກົວ, ຟ້າວໄປໂຮງໝໍເພື່ອກວດ. ທ່ານໝໍເວົ້າວ່າ “ພະຍາດນີ້ຮ້າຍແຮງຫຼາຍ. ມັນມີອັດຕາການເສຍຊີວິດສູງຫຼາຍ. ຖ້າປ່ອຍໄວ້ໂດຍບໍ່ປິ່ນປົວ ມັນກໍຈະຮ້າຍແຮງຂຶ້ນ ແລະ ສົ່ງຜົນໃຫ້ເສຍຊີວິດ. ການຜ່າຕັດເປັນວິທີດຽວທີ່ຈະປິ່ນປົວມັນໄດ້. ຖ້າເຈົ້າບໍ່ຜ່າຕັດ ເຈົ້າຈະມີຊີວິດຢູ່ໄດ້ຢ່າງຫຼາຍທີ່ສຸດສາມເດືອນ”. ເມື່ອໄດ້ຍິນແບບນີ້ ພວກເຂົາກໍເກີດຄວາມຢ້ານກົວຢ່າງໜັກ ແລະ ບໍ່ຮູ້ວ່າຈະເຮັດແນວໃດ. ພວກເຂົາພຽງແຕ່ຟັງທ່ານໝໍ ແລະ ຕັດສິນໃຈຜ່າຕັດ ໂດຍບໍ່ໄດ້ຮັບການກວດເພີ່ມເຕີມເພື່ອຢືນຢັນການບົ່ງມະຕິ. ກ່ອນການຜ່າຕັດ ແມ່ນແຕ່ຂໍ້ຄວນລະວັງພວກເຂົາກໍບໍ່ຖາມ, ເມື່ອການຜ່າຕັດສຳເລັດຈະມີຜົນຂ້າງຄຽງ ຫຼື ບໍ່, ແມ່ນແຕ່ຄຳຖາມເຫຼົ່ານີ້ພວກເຂົາກໍບໍ່ຮູ້ທີ່ຈະຖາມ ແລະ ພຽງແຕ່ຖືກທ່ານໝໍຂົ່ມຂູ່ຈົນຍອມຂຶ້ນໄປເທິງຕຽງຜ່າຕັດຢ່າງວ່າງ່າຍ. ໃນທີ່ສຸດ, ຫຼັງຈາກການຜ່າຕັດ ພວກເຂົາກໍຮູ້ສຶກບໍ່ສະບາຍຢູ່ບ່ອນນັ້ນບ່ອນນີ້ ແລະ ແມ່ນແຕ່ການກິນຢາກໍບໍ່ຊ່ວຍຫຍັງ. ຕໍ່ມາ ພວກເຂົາໄດ້ຍິນຈາກຄົນອື່ນວ່າພະຍາດນີ້ບໍ່ຈຳເປັນຕ້ອງຜ່າຕັດ, ມັນບໍ່ແມ່ນພະຍາດຮ້າຍແຮງແທ້ໆ ແລະ ພຽງແຕ່ອອກກຳລັງກາຍ ແລະ ກິນຢາທົ່ວໄປບາງຊະນິດ ມັນກໍຈະຄ່ອຍໆດີຂຶ້ນ ແລະ ບໍ່ລຸກລາມ ຫຼື ຮ້າຍແຮງຂຶ້ນ. ເພື່ອທີ່ຈະຫາເງິນ ບາງຄັ້ງທ່ານໝໍກໍເວົ້າສິ່ງທີ່ໜ້າຕົກໃຈເພື່ອເຮັດໃຫ້ຜູ້ຄົນຢ້ານ ແລະ ຄົນທີ່ມຶນຊາກໍບໍ່ມີຄວາມຄິດເປັນຂອງຕົນເອງ ແລະ ບໍ່ສາມາດຕັດສິນໃຈໄດ້; ເມື່ອໄດ້ຍິນສິ່ງທີ່ທ່ານໝໍເວົ້າ ພວກເຂົາກໍຢ້ານຈົນຂວັນຫາຍ ແລະ ເມື່ອທ່ານໝໍບອກໃຫ້ພວກເຂົາຜ່າຕັດ ພວກເຂົາກໍເຮັດຕາມ. ເມື່ອເລື່ອງແບບນີ້ເກີດຂຶ້ນກັບພວກເຂົາ, ຖ້າມີຄົນຢູ່ອ້ອມຂ້າງທີ່ມີຄວາມຄິດເປັນຂອງຕົນເອງ ແລະ ມີຈິດໃຈທີ່ເຂັ້ມແຂງ ພ້ອມທັງມີສະຕິປັນຍາທີ່ຈະຊ່ວຍພວກເຂົາກວດສອບສິ່ງຕ່າງໆ, ພວກເຂົາກໍຈະສາມາດຫຼີກລ່ຽງການເຮັດຜິດພາດ ແລະ ພວກເຂົາກໍຈະທົນທຸກໜ້ອຍລົງ. ແຕ່ຖ້າປ່ອຍໃຫ້ພວກເຂົາຈັດການກັບເລື່ອງແບບນີ້ດ້ວຍຕົນເອງ ໂດຍສະເພາະເລື່ອງໃຫຍ່ ພວກເຂົາກໍຈະບ່ຽງເບນໄປທາງໃດທາງໜຶ່ງ, ພວກເຂົາຈະຖືກຫຼອກລວງ ຫຼື ຖືກທຳຮ້າຍ; ພວກເຂົາມັກຈະໃຊ້ວິທີການທີ່ສຸດໂຕ່ງສະເໝີ. ພວກເຂົາພຽງແຕ່ບໍ່ສາມາດພິຈາລະນາສິ່ງຕ່າງໆຢ່າງຮອບດ້ານ ໂດຍອີງໃສ່ຫຼັກການ ຫຼື ວິທີການ ແລະ ແນວທາງທີ່ໃຊ້ທົ່ວໄປໃນການຈັດການກັບເລື່ອງດັ່ງກ່າວ ແລ້ວຊອກຫາວິທີການທີ່ມີເຫດຜົນ ແລະ ສົມເຫດສົມຜົນທີ່ສຸດເພື່ອປະຕິບັດຕໍ່ພວກມັນ. ໃຜກໍສາມາດຫຼອກລວງພວກເຂົາ, ປັ່ນຫົວພວກເຂົາ, ຊັກຈູງພວກເຂົາ ແລະ ເຮັດໃຫ້ພວກເຂົາຫຼົງຜິດໄດ້. ບາງຄົນຖາມວ່າ “ຄົນເຫຼົ່ານີ້ບໍ່ມີຄວາມຄິດ ຫຼື ຄວາມຄິດເຫັນເປັນຂອງຕົນເອງບໍ?” ຄວາມຈິງແລ້ວ ມັນບໍ່ແມ່ນວ່າພວກເຂົາບໍ່ມີຄວາມຄິດ ຫຼື ຄວາມຄິດເຫັນເປັນຂອງຕົນເອງ, ເຈົ້າເຫັນບໍ ເມື່ອພວກເຂົາເຮັດຄວາມຊົ່ວ ແລະ ພົ່ນຄຳໂຕ້ແຍ້ງທີ່ຄາດເຄື່ອນອອກມາ ພວກເຂົາກໍມີຄວາມຄິດເຫັນຢ່າງແນ່ນອນ. ບໍ່ວ່າໃຜຈະເວົ້າສິ່ງທີ່ຖືກຕ້ອງ ພວກເຂົາກໍບໍ່ຟັງ ແລະ ເຖິງແມ່ນວ່າຄົນໃດຄົນໜຶ່ງຈະເວົ້າສິ່ງທີ່ຖືກຕ້ອງ ພວກເຂົາກໍດື້ດ້ານ ແລະ ພຽງແຕ່ຍຶດໝັ້ນກັບຄຳໂຕ້ແຍ້ງທີ່ຄາດເຄື່ອນ ແລະ ບິດບ້ຽວຂອງພວກເຂົາ. ແຕ່ເມື່ອເຖິງເວລາທີ່ຈຳເປັນຕ້ອງໃຊ້ເຫດຜົນທີ່ປົກກະຕິ ແລະ ຄວາມຄິດທີ່ປົກກະຕິຢ່າງແທ້ຈິງ ເພື່ອປະເຊີນໜ້າ ແລະ ປະຕິບັດ ແລະ ຈັດການກັບເລື່ອງລາວຕ່າງໆທີ່ເກີດຂຶ້ນໃນຊີວິດປະຈຳວັນຢ່າງຖືກຕ້ອງ, ພວກເຂົາກໍບໍ່ຮູ້ວ່າຈະໃຊ້ວິທີການ ຫຼື ຂັ້ນຕອນໃດເພື່ອຈັດການກັບພວກມັນ, ບໍ່ຮູ້ວິທີປະຕິບັດຕໍ່ພວກມັນ, ບໍ່ມີວິທີການ ຫຼື ແນວທາງ ແລະ ບໍ່ມີຄວາມຄິດ ຫຼື ຄວາມຄິດເຫັນເປັນຂອງຕົນເອງ. ໃນທີ່ສຸດ ພວກເຂົາກໍພຽງແຕ່ປ່ອຍໃຫ້ຄົນອື່ນບົງການ, ຄົນອື່ນບອກໃຫ້ພວກເຂົາເຮັດຫຍັງພວກເຂົາກໍເຮັດ. ການບໍ່ມີສະຕິປັນຍາຂອງຄວາມເປັນມະນຸດທີ່ປົກກະຕິນັ້ນເປັນລັກສະນະຂອງຄົນທີ່ກັບຊາດມາເກີດຈາກສັດ. ແລ້ວເປັນຫຍັງພວກເຂົາຈຶ່ງສາມາດຍຶດໝັ້ນກັບຄຳໂຕ້ແຍ້ງທີ່ຄາດເຄື່ອນ ແລະ ບິດບ້ຽວຂອງພວກເຂົາ, ເຖິງກັບສາມາດເວົ້າພວກມັນອອກມາ ແລະ ເຜີຍແຜ່ພວກມັນໄປທົ່ວທຸກບ່ອນ? ສິ່ງນີ້ພິສູດວ່າໃນແງ່ສະຕິປັນຍາຂອງພວກເຂົາ ພວກເຂົາບໍ່ສາມາດແຍກແຍະໄດ້ວ່າອັນໃດຄືຄວາມຈິງ ແລະ ອັນໃດຄືເຫດຜົນທີ່ຄາດເຄື່ອນ, ອັນໃດສອດຄ່ອງກັບຄວາມມີເຫດຜົນທີ່ປົກກະຕິ ແລະ ອັນໃດບໍ່ສອດຄ່ອງ, ພວກເຂົາບໍ່ສາມາດແຍກແຍະສິ່ງເຫຼົ່ານີ້ໄດ້; ດັ່ງນັ້ນ, ເມື່ອເຈົ້າອະທິບາຍເຫດຜົນທີ່ຖືກຕ້ອງ ພວກເຂົາກໍບໍ່ສາມາດຍອມຮັບ ແລະ ບໍ່ເຂົ້າໃຈມັນ. ພວກເຂົາພຽງແຕ່ຍຶດໝັ້ນກັບເຫດຜົນທີ່ບິດເບືອນ ແລະ ບິດບ້ຽວຂອງພວກເຂົາເອງ ແລະ ເຊື່ອວ່າມັນຖືກຕ້ອງ. ບໍ່ວ່າຄົນອື່ນຈະໃຊ້ວິທີໃດເພື່ອເວົ້າກັບພວກເຂົາ, ບໍ່ວ່າວິທີການເວົ້າຂອງພວກເຂົາຈະດີ ຫຼື ເຕັມໄປດ້ວຍສະຕິປັນຍາສໍ່າໃດກໍຕາມ, ຄົນທີ່ກັບຊາດມາເກີດຈາກສັດກໍບໍ່ສາມາດຮັບເອົາມັນໄດ້ ແລະ ບໍ່ເຂົ້າໃຈມັນ, ພວກເຂົາໃຊ້ການບໍ່ໄດ້ແລ້ວ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ມີສະຕິປັນຍາຂອງຄວາມເປັນມະນຸດທີ່ປົກກະຕິ. ແມ່ນແຕ່ສຳລັບເລື່ອງທີ່ປົກກະຕິທີ່ສຸດໃນຊີວິດປະຈຳວັນ, ເມື່ອເຈົ້າອະທິບາຍເຫດຜົນກັບພວກເຂົາ ມັນກໍບໍ່ເຂົ້າຫູພວກເຂົາ, ພວກເຂົາຍັງຄົງຍຶດໝັ້ນກັບເຫດຜົນທີ່ບິດບ້ຽວຂອງພວກເຂົາ. ເມື່ອຜູ້ຄົນເຫັນສິ່ງນີ້ ພວກເຂົາກໍຄິດວ່າ “ເປັນຫຍັງຄົນຜູ້ນີ້ຈຶ່ງແປກປະຫຼາດແທ້? ເປັນຫຍັງພວກເຂົາຈຶ່ງບໍ່ຟັງເຫດຜົນເລີຍ? ພວກເຂົາເປັນຄືກັບທັງຄົນທີ່ມີອາການປ່ວຍທາງຈິດ ແລະ ຄົນທີ່ຍັງບໍ່ທັນເປັນຜູ້ໃຫຍ່, ເປັນຫຍັງພວກເຂົາຈຶ່ງມັກເວົ້າແບບເດັກນ້ອຍຢູ່ສະເໝີ?” ແຕ່ພວກເຂົາບໍ່ໄດ້ອາຍຸນ້ອຍ, ເມື່ອພວກເຂົາອາຍຸຫ້າສິບ ຫຼື ຫົກສິບປີ ພວກເຂົາກໍເປັນແບບນີ້ ແລະ ເມື່ອພວກເຂົາອາຍຸຮອດແປດສິບປີ ພວກເຂົາກໍຍັງເປັນແບບນີ້. ຕະຫຼອດຊີວິດຂອງພວກເຂົາ ພວກເຂົາເປັນຄົນທີ່ມີສະຕິປັນຍາບົກພ່ອງ; ຕະຫຼອດຊີວິດຂອງພວກເຂົາ ພວກເຂົາບໍ່ມີຄວາມຄິດຂອງມະນຸດທີ່ປົກກະຕິ ຫຼື ສະຕິປັນຍາຂອງມະນຸດທີ່ປົກກະຕິ. ນີ້ຄືລັກສະນະຂອງຄົນທີ່ກັບຊາດມາເກີດຈາກສັດ. ລັກສະນະນີ້ຊັດເຈນບໍ? (ຊັດເຈນ). ຕົວຢ່າງ: ສົມມຸດວ່າມີແມ່ຍິງທີ່ໂງ່ຈ້າຄົນໜຶ່ງທີ່ມີໜ້າຕາດີພໍສົມຄວນ ແລະ ຫຼັງຈາກທີ່ຖືກຜູ້ຊາຍເຈົ້າຊູ້ທີ່ຕໍ່າຊ້າລໍ້ລວງ ພວກເຂົາກໍຍ້າຍມາຢູ່ນຳກັນ. ຜູ້ຊາຍເຈົ້າຊູ້ທີ່ຕໍ່າຊ້າຄົນນັ້ນໄປຫຼິ້ນສາວຢູ່ຂ້າງນອກຕະຫຼອດເວລາ ແຕ່ເມື່ອນາງຮູ້ ນາງກໍບໍ່ໃຈຮ້າຍ, ແນວໃດກໍຕາມ ຂໍພຽງແຕ່ລາວປະຕິບັດຕໍ່ນາງເປັນຢ່າງດີກໍພໍແລ້ວ. ຕໍ່ມາ ຜູ້ຊາຍເຈົ້າຊູ້ທີ່ຕໍ່າຊ້າກໍໄປມີຄວາມສຳພັນກັບຄົນອື່ນ ແຕ່ເມື່ອນາງຮູ້ ນາງກໍບໍ່ສົນໃຈ ແລະ ຍັງຄົງຢູ່ກັບຜູ້ຊາຍເຈົ້າຊູ້ທີ່ຕໍ່າຊ້າຄົນນັ້ນດ້ວຍຄວາມຊື່ສັດທີ່ບໍ່ປ່ຽນແປງ. ນາງເຖິງກັບເວົ້າວ່າ “ຕາບໃດທີ່ລາວບໍ່ປະຖິ້ມຂ້ອຍ ຂ້ອຍກໍບໍ່ເປັນຫຍັງ”. ມີຄົນແນະນຳນາງໂດຍເວົ້າວ່າ “ລາວຊົ່ວເຖິງຂະໜາດນີ້ແລ້ວ ເຈົ້າຄວນເລີກກັບລາວໄດ້ແລ້ວ”. ນາງເວົ້າວ່າ “ບໍ່, ຂ້ອຍຂາດລາວບໍ່ໄດ້. ລາວຮັກຂ້ອຍ ແລະ ຂ້ອຍກໍມັກລາວ!” ຄົນແບບນີ້ສົມຄວນທີ່ຈະຢູ່ກັບຜູ້ຊາຍເຈົ້າຊູ້ທີ່ຕໍ່າຊ້າຄົນນີ້ ແລະ ທົນທຸກໄປຕະຫຼອດຊີວິດ, ນາງພຽງແຕ່ບໍ່ສາມາດແຍກແຍະໄດ້ວ່າຄົນດີເປັນແນວໃດ ຫຼື ຄົນທີ່ເໝາະສົມເປັນແນວໃດ. ນາງໄປຢູ່ກັບຜູ້ຊາຍເຈົ້າຊູ້ທີ່ຕໍ່າຊ້າ ແລະ ເຖິງກັບຄິດວ່າລາວຮັກນາງຢ່າງແທ້ຈິງ. ຜູ້ຊາຍເຈົ້າຊູ້ທີ່ຕໍ່າຊ້າເວົ້າຄຳຫວານສອງສາມຄຳກັບນາງ ແລະ ຊື້ອາຫານແຊບໆໃຫ້ນາງ ແລະ ພຽງແຕ່ເທົ່ານັ້ນ ລາວກໍສາມາດເວົ້າຈາຫວ່ານລ້ອມຈົນນາງຫຼົງກົນ. ລາວປັ່ນຫົວນາງຄືກັບຫຼິ້ນດິນນໍ້າມັນ. ເມື່ອລາວໄປຫຼິ້ນສາວລັບຫຼັງນາງ ແລະ ນາງຈັບໄດ້, ດ້ວຍຄຳເວົ້າພຽງສອງສາມຄຳ ລາວກໍສາມາດເວົ້າແກ້ຕົວເພື່ອຫຼອກລວງນາງໄດ້ແລ້ວ ແລະ ນາງກໍພຽງແຕ່ເບິ່ງບໍ່ອອກ. ໃນທີ່ສຸດ, ຜູ້ຊາຍເຈົ້າຊູ້ທີ່ຕໍ່າຊ້າກໍຍຶດເອົາຊັບສິນ ແລະ ເຮືອນທັງໝົດຂອງນາງ ແລ້ວກໍປະຖິ້ມນາງ. ນາງດ່າລາວວ່າເປັນຄົນບໍ່ມີສະຕິຮູ້ສຶກຜິດຊອບ ແຕ່ນາງພັດບໍ່ເວົ້າວ່ານາງຖືກຫຼອກລວງຍ້ອນວ່ານາງເບິ່ງຄົນບໍ່ອອກ. ເປັນຫຍັງຜູ້ຊາຍເຈົ້າຊູ້ທີ່ຕໍ່າຊ້າຄົນນັ້ນຈຶ່ງບໍ່ຫຼອກລວງຄົນອື່ນ ແຕ່ພັດສາມາດຫຼອກລວງນາງໄດ້? ມັນບໍ່ແມ່ນຍ້ອນວ່ານາງໂງ່ຈ້າບໍ? ລັກສະນະຕົ້ນຕໍຂອງຄົນປະເພດນີ້ຄື ວິທີທີ່ພວກເຂົາຢັ່ງຮູ້ ແລະ ປະຕິບັດຕໍ່ທຸກສິ່ງທຸກຢ່າງນັ້ນດື້ດ້ານ ແລະ ບ້າບໍທີ່ສຸດ ແລະ ພວກເຂົາບໍ່ມີສະຕິປັນຍາຂອງຄວາມເປັນມະນຸດທີ່ປົກກະຕິ. ນັ້ນຄືເຫດຜົນທີ່ພວກເຮົາເວົ້າວ່າພວກເຂົາກັບຊາດມາເກີດຈາກສັດ. ຍ້ອນວ່າພວກເຂົາເປັນສັດ ພວກເຂົາຈຶ່ງບໍ່ມີສະຕິປັນຍາຂອງມະນຸດ. ຂໍ້ເທັດຈິງທີ່ວ່າພວກເຂົາບໍ່ມີສະຕິປັນຍາຂອງມະນຸດນັ້ນພຽງພໍທີ່ຈະພິສູດວ່າແກ່ນແທ້ທີ່ຢູ່ພາຍໃນຕົວພວກເຂົາບໍ່ແມ່ນແກ່ນແທ້ຂອງມະນຸດ. ສະນັ້ນ, ພວກເຂົາຈຶ່ງບໍ່ສາມາດຮັບມືກັບເລື່ອງຂອງມະນຸດ ຫຼື ຈັດການ ແລະ ແກ້ໄຂບັນຫາທີ່ມະນຸດປົກກະຕິຄວນຈະສາມາດຈັດການ ແລະ ແກ້ໄຂໄດ້. ແມ່ນແຕ່ເມື່ອເວົ້າເຖິງວິທີປະຕິບັດຕໍ່ສິ່ງຕ່າງໆໃນຊີວິດປະຈຳວັນຂອງພວກເຂົາເອງເຊັ່ນ: ອາຫານປະຈຳວັນຂອງພວກເຂົາ, ສິ່ງຈຳເປັນຂັ້ນພື້ນຖານ ພ້ອມທັງຄວາມສຳພັນລະຫວ່າງບຸກຄົນ ແລະ ສະພາບແວດລ້ອມອ້ອມຂ້າງ, ພວກເຂົາກໍຍັງມຶນຊາຫຼາຍ. ຍິ່ງໄປກວ່ານັ້ນ, ເມື່ອພວກເຂົາພົບກັບບາງເລື່ອງທີ່ພວກເຂົາຈຳເປັນຕ້ອງປະເຊີນໜ້າ ແລະ ຈັດການ, ພວກເຂົາກໍບໍ່ມີສະຕິປັນຍາຂອງຄົນປົກກະຕິ, ແນ່ນອນວ່າຍິ່ງບໍ່ຕ້ອງເວົ້າເຖິງການທີ່ຈະມີຄວາມສະຫຼາດຫຼັກແຫຼມ. ເມື່ອພວກເຂົາປະເຊີນກັບບັນຫາເຫຼົ່ານີ້, ພວກເຂົາຈັດການກັບພວກມັນດ້ວຍຄວາມຍາກລຳບາກຫຼາຍ, ອິດເມື່ອຍຫຼາຍ ແລະ ງຸ່ມງ່າມທີ່ສຸດ. ພວກເຂົາອາຍຸຫຼາຍຂະໜາດນີ້ ແລະ ພວກເຂົາມີຊີວິດຢູ່ມາດົນນານຂະໜາດນີ້, ພວກເຂົາຈັດການກັບສິ່ງຕ່າງໆແບບນີ້ໄດ້ແນວໃດ? ເປັນຫຍັງສິ່ງທີ່ພວກເຂົາເວົ້າຈຶ່ງຟັງເບິ່ງໜ້າລັງກຽດ ແລະ ໜ້າອຶດອັດແທ້? ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າຄືກັບຄົນປົກກະຕິ? ພວກເຂົາມີຊີວິດຢູ່ມາຫຼາຍປີ ແລະ ໄດ້ປະສົບກັບສິ່ງຕ່າງໆມາຂ້ອນຂ້າງຫຼາຍ ແຕ່ເມື່ອຈັດການກັບເລື່ອງທີ່ງ່າຍດາຍແບບນີ້, ພວກເຂົາປະພຶດແບບນີ້ໄດ້ແນວໃດ? ພວກເຂົາບໍ່ມີແມ່ນແຕ່ຂອບເຂດພື້ນຖານທີ່ສຸດຂອງຄວາມເປັນມະນຸດ ຫຼື ຫຼັກການພື້ນຖານທີ່ສຸດທີ່ຜູ້ຄົນຄວນມີ.

III. ລັກສະນະທີສາມ: ຄວາມເບົາປັນຍາ

ນອກເໜືອຈາກສອງຄຸນລັກສະນະຄື ການມີການຢັ່ງຮູ້ທີ່ບິດເບືອນ ແລະ ຄວາມມຶນຊາແລ້ວ, ຄົນທີ່ກັບຊາດມາເກີດຈາກສັດຍັງມີອີກຄຸນລັກສະນະໜຶ່ງ ນັ້ນກໍຄື ພວກເຂົາເບົາປັນຍາເປັນພິເສດ. ໃນອະດີດ, ເມື່ອພວກເຮົາໂອ້ລົມກ່ຽວກັບຄວາມຈິງ, ພວກເຮົາພຽງແຕ່ເວົ້າເຖິງໂຄງຮ່າງ ແລະ ທິດທາງລວມເທົ່ານັ້ນ, ການໂອ້ລົມນັ້ນຂ້ອນຂ້າງທົ່ວໄປ. ສ່ວນລາຍລະອຽດຕ່າງໆຂອງຄວາມຈິງນັ້ນ, ພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບພວກມັນຢ່າງສະເພາະເຈາະຈົງ ແຕ່ພຽງແຕ່ເວົ້າເຖິງຄຳເວົ້າ ແລະ ເນື້ອໃນທີ່ເປັນແນວຄິດບາງຢ່າງເທົ່ານັ້ນ. ຕະຫຼອດຫຼາຍປີຂອງການໂອ້ລົມນີ້, ຄວາມຈິງດ້ານຕ່າງໆໄດ້ຖືກໂອ້ລົມຢ່າງສະເພາະເຈາະຈົງ ແລະ ຢ່າງລະອຽດ. ເຖິງຢ່າງໃດກໍຕາມ, ສຳລັບຄົນທີ່ກັບຊາດມາເກີດຈາກສັດ, ເມື່ອພວກເຂົາຟັງຖ້ອຍຄຳທີ່ກຳລັງຖືກໂອ້ລົມໃນຕອນນີ້, ພວກເຂົາກໍຄິດວ່າພວກມັນຄືກັນບໍ່ຫຼາຍກໍໜ້ອຍກັບສິ່ງທີ່ຖືກໂອ້ລົມໃນອະດີດ ແລະ ມັນເປັນພຽງແຕ່ວິທີການເວົ້າທີ່ມີການປ່ຽນແປງເລັກໜ້ອຍ, ເນື້ອໃນອຸດົມສົມບູນຂຶ້ນເລັກໜ້ອຍ ແລະ ປະລິມານການໂອ້ລົມກໍເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບກັບແຕ່ກ່ອນ. ດ້ວຍເຫດນັ້ນ ພວກເຂົາຈຶ່ງສົງໄສວ່າເປັນຍ້ອນຫຍັງຈຶ່ງເປັນແບບນັ້ນ, ຍິ່ງຟັງໄປຍາວນານເທົ່າໃດ, ພວກເຂົາຈຶ່ງຍິ່ງສັບສົນຫຼາຍຂຶ້ນເລື້ອຍໆ. ພວກເຂົາໄດ້ຟັງຄໍາເທດສະໜາມາຫຼາຍປີແລ້ວ ແຕ່ພວກເຂົາກໍບໍ່ໄດ້ຮັບສິ່ງໃດຈາກມັນເລີຍ. ເມື່ອເວົ້າເຖິງວິທີການປະພຶດຕົນ, ວິທີການປະຕິບັດຕໍ່ຄົນອື່ນ, ວິທີການຮູ້ຈັກຕົນເອງ, ວິທີການປະສົບກັບວຽກງານຂອງພຣະເຈົ້າເພື່ອບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ໂດຍສະເພາະຢ່າງຍິ່ງວິທີການປະຕິບັດຕໍ່ພຣະເຈົ້າ ແລະ ພຣະທຳຂອງພຣະອົງ, ພວກເຂົາກໍບໍ່ສາມາດເຂົ້າໃຈສິ່ງເຫຼົ່ານີ້ໄດ້ຕັ້ງແຕ່ເລີ່ມຕົ້ນ ແລະ ແມ່ນແຕ່ຕອນນີ້ ພວກເຂົາກໍຍັງບໍ່ສາມາດເຂົ້າໃຈພວກມັນໄດ້. ນີ້ບໍ່ແມ່ນລະດັບຄວາມເບົາປັນຍາເລັກໜ້ອຍ ແຕ່ເປັນລະດັບຄວາມເບົາປັນຍາທີ່ຮ້າຍແຮງ. ບໍ່ວ່າຄວາມຈິງດ້ານຕ່າງໆຈະຖືກອະທິບາຍຢ່າງສະເພາະເຈາະຈົງສໍ່າໃດກໍຕາມ, ພວກເຂົາກໍເອົາພວກມັນມາປົນກັນໝົດ. ສິ່ງທີ່ພວກເຂົາຈັບໃຈຄວາມໄດ້ມີພຽງແຕ່ຄຳຂວັນ ແລະ ຫຼັກຄຳສອນສອງສາມຢ່າງເຊັ່ນ: “ພວກເຮົາຕ້ອງສະລະຕົນເພື່ອພຣະເຈົ້າ, ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຮົາໃຫ້ດີ!” ພວກເຂົາຍຶດຕິດກັບກົດລະບຽບ, ຄຳຂວັນ ແລະ ທິດສະດີສອງສາມຢ່າງ ແລະ ຄິດວ່າພວກເຂົາກຳລັງປະຕິບັດຄວາມຈິງ. ຍິ່ງເຈົ້າໂອ້ລົມຢ່າງສະເພາະເຈາະຈົງຫຼາຍສໍ່າໃດ, ພວກເຂົາກໍຍິ່ງມຶນງົງຫຼາຍຂຶ້ນສໍ່ານັ້ນ ແລະ ພວກເຂົາກໍຍິ່ງຮູ້ສຶກວ່າມັນເກີນຄວາມສາມາດຂອງພວກເຂົາ, ກ່ອນໜ້ານີ້ ຕອນທີ່ການໂອ້ລົມຍັງງ່າຍດາຍນັ້ນດີກວ່າ. ນອກຈາກນີ້, ຍິ່ງຄຳອະທິບາຍລະອຽດຫຼາຍສໍ່າໃດ, ພວກເຂົາກໍຍິ່ງມີຄວາມຫຍຸ້ງຍາກຫຼາຍຂຶ້ນສໍ່ານັ້ນ: “ຂ້ອຍຈະຈື່ສິ່ງທີ່ລະອຽດຂະໜາດນີ້ໄດ້ແນວໃດ? ການປະຕິບັດເຄີຍເປັນເລື່ອງທີ່ງ່າຍດາຍຫຼາຍ. ເປັນຫຍັງຕອນນີ້ຍິ່ງພວກເຮົາໂອ້ລົມຫຼາຍເທົ່າໃດ, ຄຳເວົ້າກໍຍິ່ງມີຫຼາຍຂຶ້ນເທົ່ານັ້ນ? ເປັນຫຍັງຍິ່ງເວົ້າຫຼາຍເທົ່າໃດ, ຂ້ອຍກໍຍິ່ງບໍ່ຮູ້ວິທີປະຕິບັດຫຼາຍຂຶ້ນເທົ່ານັ້ນ? ການປະຕິບັດໜ້າທີ່ເຄີຍເປັນເລື່ອງທີ່ງ່າຍດາຍຫຼາຍ, ມັນເປັນພຽງການປະຖິ້ມ, ການສະລະຕົນ, ການແລ່ນໄປມາ, ການເທດສະໜາຂ່າວປະເສີດໃຫ້ຫຼາຍ ແລະ ການເປັນພະຍານໃຫ້ພຣະເຈົ້າໃຫ້ຫຼາຍ. ຕອນນີ້ຄວາມຈິງກ່ຽວກັບການປະຕິບັດໜ້າທີ່ໄດ້ຖືກອະທິບາຍຢ່າງລະອຽດແລ້ວ, ເຊັ່ນດຽວກັນກັບຄວາມຈິງດ້ານອື່ນໆທັງໝົດ ແຕ່ຍິ່ງສິ່ງເຫຼົ່ານີ້ຖືກອະທິບາຍຫຼາຍສໍ່າໃດ, ຂ້ອຍກໍຍິ່ງບໍ່ເຂົ້າໃຈສິ່ງເຫຼົ່ານີ້ຫຼາຍຂຶ້ນສໍ່ານັ້ນ ແລະ ພວກມັນກໍຍິ່ງເກີນຄວາມສາມາດຂອງຂ້ອຍຫຼາຍຂຶ້ນສໍ່ານັ້ນ”. ຍິ່ງຄຳອະທິບາຍລະອຽດຫຼາຍສໍ່າໃດ, ຄວາມຈິງເຫຼົ່ານີ້ກໍຍິ່ງເກີນຄວາມສາມາດຂອງພວກເຂົາຫຼາຍຂຶ້ນສໍ່ານັ້ນ, ນີ້ບໍ່ແມ່ນການເປັນຄົນເບົາປັນຍາບໍ? ພວກເຂົາເບົາປັນຍາຢ່າງຮ້າຍແຮງ, ແມ່ນບໍ? ເຖິງແມ່ນວ່າຄວາມຈິງດ້ານຕ່າງໆຈະຖືກອະທິບາຍຢ່າງລະອຽດແລ້ວ, ພວກເຂົາກໍຍັງຄົງສັບສົນ ແລະ ມຶນງົງຢູ່ສະເໝີກ່ຽວກັບຄຳສັບທີ່ເປັນແນວຄິດ ແລະ ຄຳນິຍາມບາງຢ່າງ. ຕົວຢ່າງ: ພວກເຂົາບໍ່ຮູ້ ແລະ ບໍ່ສາມາດເບິ່ງທະລຸເຖິງໄດ້ວ່າຄົນຊົ່ວຮ້າຍແມ່ນຄົນແນວໃດ ຫຼື ຜູ້ນໍາປອມແມ່ນຄົນແນວໃດ; ພວກເຂົາຍັງບໍ່ຮູ້ວ່າຄວາມເປັນມະນຸດທີ່ດີແມ່ນຫຍັງ ແລະ ຄວາມເປັນມະນຸດທີ່ບໍ່ດີແມ່ນຫຍັງອີກດ້ວຍ, ທັງບໍ່ຮູ້ເຖິງຄວາມແຕກຕ່າງລະຫວ່າງການປະຕິບັດຫຼັກການຄວາມຈິງ ກັບ ການຍຶດຕິດກັບກົດລະບຽບ. ບັນຫາສະເພາະເຫຼົ່ານີ້ລ້ວນແຕ່ເປັນເລື່ອງທີ່ມຶນງົງສຳລັບພວກເຂົາ. ພວກເຂົາບໍ່ເຂົ້າໃຈແມ່ນແຕ່ສິ່ງທີ່ເປັນແນວຄິດເຫຼົ່ານີ້, ຄວາມຄິດຂອງພວກເຂົາສັບສົນວຸ່ນວາຍ. ຍິ່ງໄປກວ່ານັ້ນ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍບໍ່ສາມາດຊອກຫາຫຼັກການໄດ້, ພວກເຂົາບໍ່ມີຂັ້ນຕອນທີ່ຈະປະຕິບັດຕາມ, ບໍ່ມີແຜນການທີ່ຊັດເຈນ ແລະ ພວກເຂົາບໍ່ຮູ້ວ່າພວກເຂົາຄວນໃຊ້ວິທີການໃດ ຫຼື ພວກເຂົາຄວນບັນລຸຜົນໄດ້ຮັບໃດ; ພວກເຂົາຍັງບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າການກະທຳໃນລັກສະນະໃດໜຶ່ງຈະນຳຜົນຕາມມາແນວໃດ. ໃນຄວາມຄິດຂອງພວກເຂົາ, ພວກເຂົາຄິດວ່າ “ເປັນຫຍັງຂ້ອຍຈຶ່ງຕ້ອງສົນໃຈກັບສິ່ງເຫຼົ່ານີ້? ຖ້າຂ້ອຍບໍ່ຮູ້ວິທີເຮັດສິ່ງໃດໜຶ່ງ, ຂ້ອຍກໍພຽງແຕ່ເຮັດມັນແບບຫຼັບຫູຫຼັບຕາ, ແນວໃດກໍຕາມ ຕາບໃດທີ່ຫົວໃຈຂອງຂ້ອຍຈິງໃຈຕໍ່ພຣະເຈົ້າ, ນັ້ນກໍພຽງພໍແລ້ວ”. ເຈົ້າເຫັນບໍ, ຄົນແບບນັ້ນເບົາປັນຍາຢ່າງບໍ່ໜ້າເຊື່ອ, ແມ່ນບໍ? ພວກເຂົາໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແຕ່ພວກເຂົາກໍບໍ່ຮູ້ວ່າພວກເຂົາໄດ້ເຂົ້າໃຈຄວາມຈິງດ້ານໃດແດ່ ແລະ ບໍ່ຮູ້ວ່າພວກເຂົາໄດ້ປະຕິບັດຄວາມຈິງແລ້ວ ຫຼື ບໍ່. ເມື່ອຖືກຖາມວ່າພວກເຂົາມີການເຂົ້າສູ່ຊີວິດ ຫຼື ບໍ່, ພວກເຂົາກໍເວົ້າວ່າ “ເອີ, ຂ້ອຍໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ປະຖິ້ມຄອບຄົວຂອງຂ້ອຍແລ້ວ”. ພວກເຂົາບໍ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ທັງໝົດ, ນີ້ຄືການເປັນຄົນເບົາປັນຍາຢ່າງຮ້າຍແຮງ. ໃນລະຫວ່າງການຮ້ອງເພງ ແລະ ການເຕັ້ນລຳໃນການເຕົ້າໂຮມ, ພວກເຂົາເຕັມໄປດ້ວຍພະລັງ ແຕ່ເມື່ອຮອດເວລາສຳລັບການເທດສະໜາ ແລະ ການໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາກໍງ້ວງນອນ, ຄວາມງ້ວງເຫງົາຫາວນອນກໍມາເຍືອນ ແລະ ພວກເຂົາອາດຈະເຖິງກັບຫຼັບໄປ. ເມື່ອເວົ້າເຖິງການເຮັດວຽກ, ພວກເຂົາເຕັມໃຈທີ່ຈະເຮັດວຽກໜັກ ແລະ ພວກເຂົາເວົ້າວ່າ “ໃຫ້ພວກເຮົາປະຕິບັດໜ້າທີ່ຂອງພວກເຮົາໃຫ້ດີ ແລະ ຖວາຍຄວາມຈົງຮັກພັກດີຂອງພວກເຮົາແດ່ພຣະເຈົ້າ!” ແຕ່ເມື່ອເວົ້າເຖິງການໂອ້ລົມກ່ຽວກັບຄວາມຈິງ, ຖ້າພວກເຂົາຖືກຖາມວ່າ “ເຈົ້າໄດ້ຮັບສິ່ງໃດບໍໃນຊ່ວງນີ້? ເຈົ້າໄດ້ຮັບຮູ້ບໍວ່າເຈົ້າໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມໃດແດ່? ຫຼັງຈາກທີ່ຮັບຮູ້ພວກມັນແລ້ວ, ເຈົ້າໄດ້ພົບເສັ້ນທາງທີ່ຈະແກ້ໄຂພວກມັນແລ້ວບໍ?” ພວກເຂົາກໍຕອບວ່າ “ບໍ່ຮູ້ເລີຍ. ຂ້ອຍໄດ້ຮັບຮູ້ພວກມັນເລັກໜ້ອຍ ແຕ່ຂ້ອຍບໍ່ຮູ້ວ່າສິ່ງທີ່ຂ້ອຍໄດ້ຮັບຮູ້ນັ້ນຖືກຕ້ອງ ຫຼື ບໍ່. ແນວໃດກໍຕາມ, ຂ້ອຍກໍພຽງແຕ່ປະຕິບັດແບບນັ້ນ ແຕ່ຂ້ອຍບໍ່ຮູ້ວ່າມັນຖືກຕ້ອງ ຫຼື ບໍ່”. ພວກເຂົາບໍ່ສາມາດເບິ່ງທະລຸສິ່ງໃດໄດ້ເລີຍ ແລະ ຈິດໃຈຂອງພວກເຂົາກໍມຶນງົງ ແລະ ບໍ່ຊັດເຈນ. ພວກເຂົາບໍ່ຮູ້ວ່າພວກເຂົາຊຳນານໃນດ້ານໃດ ແລະ ພວກເຂົາກໍບໍ່ຮູ້ວ່າພວກເຂົາຂາດແຄນໃນດ້ານໃດ. ໃນລະຫວ່າງການໂອ້ລົມກ່ຽວກັບການມາຮູ້ຈັກອຸປະນິໄສທີ່ເສື່ອມຊາມ, ພວກເຂົາຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາກໍຕົວະເຊັ່ນກັນ ແລະ ບາງຄັ້ງກໍຫຼົບຫຼີກ ແລະ ຂີ້ຄ້ານ. ແຕ່ເມື່ອປະເຊີນກັບສະຖານະການຕົວຈິງ, ຖ້າເຈົ້າຖາມພວກເຂົາວ່າ “ເປັນຫຍັງເຈົ້າຈຶ່ງຫຼົບຫຼີກ ແລະ ຂີ້ຄ້ານ? ເປັນຫຍັງເຈົ້າຈຶ່ງໃຊ້ເລ່ລ່ຽມ?” ພວກເຂົາກໍເວົ້າວ່າ “ຂ້ອຍບໍ່ໄດ້ເຮັດ! ຂ້ອຍບໍ່ໄດ້ຕັ້ງໃຈເຮັດ, ຂ້ອຍຄິດວ່າວິທີນີ້ເປັນວິທີທີ່ເໝາະສົມທີ່ຈະເຮັດ, ດັ່ງນັ້ນຂ້ອຍຈຶ່ງເຮັດແບບນັ້ນ”. ສົມມຸດວ່າມີຄົນເປີດໂປງພວກເຂົາ ໂດຍກ່າວວ່າ “ເຈົ້າຄິດວ່າການເຮັດແບບນັ້ນເໝາະສົມ ແຕ່ມີເຈດຕະນາສ່ວນຕົວ ຫຼື ແຜນການຮ້າຍໃດຢູ່ພາຍໃນຕົວເຈົ້າບໍ? ເຈົ້າຮູ້ວິທີໄຕ່ຕອງກ່ຽວກັບຕົວເຈົ້າເອງບໍ? ເຈົ້າຮູ້ບໍວ່າການເຮັດແບບນັ້ນຈະເຮັດໃຫ້ເກີດມີຜົນສະທ້ອນຫຍັງຕາມມາ?” ພວກເຂົາຕອບວ່າ “ຕາບໃດທີ່ຂ້ອຍບໍ່ມີເຈດຕະນາທີ່ບໍ່ດີ ມັນກໍບໍ່ເປັນຫຍັງ”. “ການບໍ່ມີເຈດຕະນາທີ່ບໍ່ດີຄືກັນກັບການປະຕິບັດຕາມຫຼັກການຄວາມຈິງບໍ?” “ຂ້ອຍບໍ່ຮູ້”. ພວກເຂົາບໍ່ຮູ້ຫຍັງເລີຍ. ພວກເຂົາໄດ້ຟັງຄວາມຈິງ ແລະ ການໂອ້ລົມມາຫຼາຍແລ້ວ ແລະ ໃນຊີວິດປະຈຳວັນຂອງພວກເຂົາ, ພວກເຂົາກໍໄດ້ພົບພໍ້ກັບບັນຫາທຸກປະເພດທີ່ກ່ຽວຂ້ອງກັບຄວາມຈິງ, ແຕ່ພວກເຂົາກໍຍັງບໍ່ຊັດເຈນ ແລະ ມຶນງົງໃນທຸກຄວາມຈິງ. ພວກເຂົາບໍ່ສາມາດແຍກແຍະໄດ້ວ່າສິ່ງໃດແມ່ນຄວາມຈິງ ແລະ ສິ່ງໃດບໍ່ແມ່ນຄວາມຈິງ, ທັງບໍ່ຮູ້ວິທີປະຕິບັດຄວາມຈິງເມື່ອປະເຊີນກັບສະຖານະການຕ່າງໆ. ພວກເຂົາບໍ່ຊັດເຈນວ່າການກະທຳ ແລະ ພຶດຕິກຳຂອງພວກເຂົາສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່ ແລະ ພວກເຂົາພຽງແຕ່ເຮັດສິ່ງຕ່າງໆຕາມວິທີທີ່ພວກເຂົາຄິດວ່າດີ. ນີ້ບໍ່ແມ່ນການເປັນຄົນເບົາປັນຍາບໍ? (ແມ່ນແລ້ວ). ພວກເຂົາບໍ່ມີຫຼັກການໃນທຸກສິ່ງທຸກຢ່າງທີ່ພວກເຂົາເຮັດ ແລະ ບໍ່ມີຫຼັກການໃນວິທີທີ່ພວກເຂົາປະຕິບັດຕໍ່ຄົນໃດຄົນໜຶ່ງ. ຕົວຢ່າງ: ເມື່ອເວົ້າເຖິງການປະຕິບັດຕໍ່ຄົນຊົ່ວຮ້າຍ, ຄົນຊົ່ວຮ້າຍບາງຄົນມີຈຸດແຂງ ຫຼື ທັກສະທາງວິຊາຊີບບາງຢ່າງ ແລະ ຍັງສາມາດຮັບໃຊ້ໄດ້ໃນຕອນນີ້, ດັ່ງນັ້ນ ກໍສາມາດອະນຸຍາດໃຫ້ຄົນແບບນັ້ນຮັບໃຊ້ໄດ້. ແຕ່ບາງຄົນພຽງແຕ່ບໍ່ສາມາດເຂົ້າໃຈເລື່ອງນີ້ໄດ້: “ພຣະເຈົ້າກຽດຊັງຄົນຊົ່ວຮ້າຍ, ບໍ່ແມ່ນບໍ? ແລ້ວເປັນຫຍັງພວກເຂົາຈຶ່ງຍັງຖືກນຳໃຊ້ອີກ?” ເມື່ອເຈົ້າໂອ້ລົມກັບພວກເຂົາວ່ານີ້ຄືສະຕິປັນຍາ ແລະ ຍັງເປັນຫຼັກການອີກດ້ວຍ, ພວກເຂົາກໍໄຕ່ຕອງມັນ ແລະ ຄິດວ່າ “ຫຼັກການຫຍັງ? ນີ້ບໍ່ແມ່ນພຽງແຕ່ການຫຼອກລວງຜູ້ຄົນບໍ? ນີ້ບໍ່ແມ່ນການສວຍໃຊ້ຜູ້ຄົນບໍ?” ນີ້ຄືວິທີທີ່ພວກເຂົາຮັບຮູ້ມັນ. ບອກເຮົາມາເບິ່ງ, ພວກເຂົາມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິບໍ? ພວກເຂົາບໍ່ຮູ້ວິທີລະບຸຫຼັກການສຳລັບການປະຕິບັດຕາມສະຖານະການຕົວຈິງ, ພວກເຂົາສາມາດບັນລຸເຖິງລະດັບສະຕິປັນຍາຂອງມະນຸດທີ່ປົກກະຕິໄດ້ບໍ? (ບໍ່ໄດ້). ຜູ້ທີ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ສະຕິປັນຍາທີ່ປົກກະຕິລ້ວນແຕ່ສາມາດເຂົ້າໃຈ ແລະ ຈັບໃຈຄວາມເລື່ອງນີ້ໄດ້ ແຕ່ຄົນທີ່ກັບຊາດມາເກີດຈາກສັດບໍ່ສາມາດຈັບໃຈຄວາມໄດ້ແມ່ນແຕ່ເລື່ອງທີ່ງ່າຍດາຍນີ້. ແລ້ວພວກເຂົາຈະສາມາດເຂົ້າໃຈຄວາມຈິງໄດ້ແນວໃດ? ສິ່ງໜຶ່ງທີ່ພວກເຂົາມັກຈະເວົ້າກໍຄື: “ຄັ້ງທີ່ແລ້ວ ເຈົ້າເວົ້າແບບນັ້ນກ່ຽວກັບເລື່ອງນີ້. ເປັນຫຍັງມື້ນີ້ເຈົ້າຈຶ່ງເວົ້າບາງສິ່ງບາງຢ່າງທີ່ແຕກຕ່າງອອກໄປ? ຄຳເວົ້າຂອງເຈົ້າເຊື່ອຖືບໍ່ໄດ້, ເຈົ້າຈະປ່ຽນແປງພວກມັນໄດ້ທຸກເວລາໄດ້ແນວໃດ?” ພວກເຂົາບໍ່ຮູ້ວ່າສະຖານະຂອງເລື່ອງນີ້ແຕກຕ່າງໄປແລ້ວໃນຕອນນີ້, ດັ່ງນັ້ນ ວິທີການໃນການຈັດການກັບມັນກໍຕ້ອງປ່ຽນແປງເຊັ່ນກັນ. ເຖິງຢ່າງໃດກໍຕາມ, ຫຼັກການ ແລະ ເປົ້າໝາຍຍັງຄົງຄືເກົ່າ. ມັນເປັນພຽງແຕ່ວິທີການຈັດການກັບເລື່ອງນີ້ໄດ້ປ່ຽນແປງໄປ, ມັນຖືກປັບປ່ຽນຕາມສະຖານະການທີ່ສະເພາະເຈາະຈົງ ໂດຍປັບຕົວ ແລະ ຕອບສະໜອງເມື່ອໃດກໍຕາມທີ່ຈຳເປັນໂດຍອີງໃສ່ສະຖານະຂອງເລື່ອງນີ້ ເພື່ອໃຫ້ບັນລຸຜົນໄດ້ຮັບທີ່ດີກວ່າ. ເມື່ອຄົນທີ່ກັບຊາດມາເກີດຈາກສັດພົບພໍ້ກັບເລື່ອງດັ່ງກ່າວ, ພວກເຂົາກໍບໍ່ສາມາດເບິ່ງທະລຸເລື່ອງດັ່ງກ່າວໄດ້. ພວກເຂົາເຊື່ອວ່າຫຼັກການຄວາມຈິງເປັນກົດລະບຽບ ແລະ ຕ້ອງຍຶດຕິດກັບພວກມັນໂດຍບໍ່ມີການປ່ຽນແປງຢູ່ຕະຫຼອດເວລາ. ດັ່ງນັ້ນ ເມື່ອເຈົ້າປັບປ່ຽນວິທີການໃນການເຮັດສິ່ງໃດໜຶ່ງໂດຍອີງໃສ່ຫຼັກການຄວາມຈິງ, ພວກເຂົາກໍບໍ່ຮັບຮູ້ ຫຼື ບໍ່ເຂົ້າໃຈສິ່ງນີ້ ແລະ ພວກເຂົາກໍບໍ່ສາມາດຍອມຮັບມັນໄດ້. ບາງຄົນໃນພວກເຂົາອາດຈະເຖິງກັບກ່າວໂທດເຈົ້າ ແລະ ຊອກຫາຈຸດອ່ອນບາງຢ່າງເພື່ອໃຊ້ຕໍ່ຕ້ານເຈົ້າ. ຢູ່ພາຍໃນຈິດໃຈ, ພວກເຂົາບໍ່ສາມາດເຫັນແກ່ນແທ້ ຫຼື ທຳມະຊາດຂອງສິ່ງໃດໄດ້ຢ່າງຊັດເຈນ. ຄວາມຄິດຂອງພວກເຂົາມຶນງົງ. ເມື່ອພວກເຂົາເບິ່ງສິ່ງໃດກໍຕາມ, ພວກເຂົາພຽງແຕ່ນຳໃຊ້ກົດລະບຽບເຂົ້າກັບມັນ; ພວກເຂົາບໍ່ເຄີຍຮູ້ວິທີຊັ່ງຊາມັນໂດຍອີງໃສ່ຫຼັກການຄວາມຈິງເລີຍ, ທັງບໍ່ຮູ້ວິທີນຳໃຊ້ວິທີການທີ່ແຕກຕ່າງກັນເພື່ອແກ້ໄຂ ແລະ ຕອບສະໜອງຕໍ່ມັນໂດຍອີງໃສ່ກົດເກນການພັດທະນາຂອງມັນ. ລັກສະນະຂອງການເປັນຄົນເບົາປັນຍານີ້ເຫັນໄດ້ຊັດເຈນຫຼາຍໃນຄົນທີ່ກັບຊາດມາເກີດຈາກສັດ, ບໍ່ແມ່ນບໍ? (ແມ່ນແລ້ວ).

ຄົນທີ່ກັບຊາດມາເກີດຈາກສັດບໍ່ສາມາດແຍກແຍະຄົນອື່ນໄດ້. ເມື່ອພວກເຂົາເຫັນຄົນທີ່ເວົ້າຈາຂ້ອນຂ້າງຊື່ສັດແຕ່ເຮັດສິ່ງຕ່າງໆໃນລັກສະນະທີ່ມີເລ່ລ່ຽມເລັກໜ້ອຍ, ພວກເຂົາກໍບໍ່ສາມາດເບິ່ງທະລຸໄດ້ວ່າແທ້ຈິງແລ້ວຄົນຜູ້ນັ້ນເປັນຄົນປະເພດໃດ, ແທ້ຈິງແລ້ວພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່. ເມື່ອປະເຊີນກັບສະຖານະການທີ່ຊັບຊ້ອນເຊິ່ງຕ້ອງການຄວາມຄິດແບບວິພາກ, ພວກເຂົາກໍມຶນງົງ ແລະ ບໍ່ສາມາດຄິດຫາຄຳຕອບໄດ້ ແລະ ບໍ່ຮູ້ວິທີຊັ່ງຊາພວກມັນ. ພວກເຂົາມີຄວາມຄິດທີ່ມຶນງົງ; ຄວາມຄິດຂອງພວກເຂົາປຽບເໝືອນເສັ້ນດ້າຍທີ່ພັນກັນຫຍຸ້ງເຫຍີງ ແລະ ພວກເຂົາບໍ່ເຄີຍສາມາດຈັດລະບຽບຄວາມຄິດຂອງພວກເຂົາເອງໄດ້ເລີຍ. ບໍ່ວ່າເຈົ້າຈະບອກຫຼັກການໃຫ້ພວກເຂົາຟັງຈັກຄັ້ງກໍຕາມ, ພວກເຂົາກໍບໍ່ຮູ້ວິທີນຳໃຊ້ຫຼັກການຄວາມຈິງເພື່ອແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ແຕກຕ່າງກັນ. ຕົວຢ່າງ: ເມື່ອເວົ້າເຖິງການລາຍງານບັນຫາ, ພວກເຂົາບໍ່ສາມາດລາຍງານສິ່ງຕ່າງໆໄດ້ຢ່າງຖືກຕ້ອງໂດຍອີງໃສ່ສະຖານະການຕົວຈິງ. ຜູ້ນໍາບາງຄົນສາມາດເຮັດວຽກງານຕົວຈິງໄດ້ບາງຢ່າງ, ແຕ່ໃນບາງກໍລະນີ ອາດຈະມີການບ່ຽງເບນບາງຢ່າງໃນການປະຕິບັດວຽກງານຂອງພວກເຂົາ ແລະ ພວກເຂົາອາດຈະສະແດງໃຫ້ເຫັນເຖິງການເປີດເຜີຍອຸປະນິໄສທີ່ເສື່ອມຊາມບາງຢ່າງ; ເຖິງຢ່າງໃດກໍຕາມ ໃນແງ່ຂອງຄວາມເປັນມະນຸດ ແລະ ຄວາມສາມາດໃນການເຮັດວຽກຂອງພວກເຂົາ, ໂດຍພື້ນຖານແລ້ວ ພວກເຂົາກໍໄດ້ມາດຕະຖານ. ແຕ່ຄົນເບົາປັນຍາບາງຄົນບໍ່ໄດ້ເບິ່ງຂໍ້ເທັດຈິງທີ່ວ່າຜູ້ນໍາເຫຼົ່ານີ້ສາມາດເຮັດວຽກງານຕົວຈິງໄດ້ ແລະ ບໍ່ໄດ້ເບິ່ງຂໍ້ດີໃນຄວາມເປັນມະນຸດຂອງຜູ້ນໍາເຫຼົ່ານີ້, ກົງກັນຂ້າມ ພວກເຂົາພຽງແຕ່ເລືອກເອົາຂໍ້ບົກພ່ອງ, ຈຸດອ່ອນ ແລະ ບັນຫາເລັກໆນ້ອຍໆທີ່ບໍ່ສຳຄັນຂອງຜູ້ນໍາເຫຼົ່ານັ້ນມາລາຍງານ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍທີ່ແທ້ຈິງເຫຼົ່ານັ້ນ, ຄົນທີ່ກະທຳຄວາມຊົ່ວຮ້າຍອັນໃຫຍ່ຫຼວງເຫຼົ່ານັ້ນ ບໍ່ສາມາດເຮັດວຽກງານຕົວຈິງໄດ້ເລີຍ ແລະ ພຽງແຕ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອເຮັດໃຫ້ຄົນອື່ນຫຼົງຜິດ, ພວກເຂົາເຮັດສິ່ງຕ່າງໆຢ່າງໃຫຍ່ໂຕຢູ່ພາຍນອກ ແຕ່ໃນຄວາມເປັນຈິງແລ້ວ ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ມາດຕະຖານ, ເສັ້ນທາງທີ່ພວກເຂົາເລືອກນັ້ນຜິດພາດ, ຄວາມເປັນມະນຸດຂອງພວກເຂົາແມ່ນຄວາມເປັນມະນຸດຂອງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ ແລະ ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງເປັນເສັ້ນທາງຂອງການບໍ່ໄລ່ຕາມເສາະຫາຄວາມຈິງ, ແຕ່ບຸກຄົນທີ່ເບົາປັນຍາເຫຼົ່ານີ້ກໍບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້. ພວກເຂົາເຫັນວ່າຄົນເຫຼົ່ານີ້ເຮັດວຽກງານຢ່າງໃຫຍ່ໂຕ ແລະ ຄິດວ່າພວກເຂົາມີຄວາມສາມາດພິເສດໃນການເປັນຜູ້ນຳ ແລະ ທັກສະການຈັດລະບຽບ, ພວກເຂົາສາມາດເຮັດວຽກງານໄດ້ດີ. ສ່ວນເລື່ອງທີ່ວ່າວຽກງານຂອງພວກເຂົາສ້າງຜົນໄດ້ຮັບອັນໃດແທ້ນັ້ນ, ພວກເຂົາໄດ້ກັບໃຈ ແລະ ປ່ຽນແປງແລ້ວ ຫຼື ບໍ່ ຫຼື ຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ ຫຼື ບໍ່ນັ້ນ, ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ເລີຍ. ເຖິງແມ່ນວ່າພວກເຂົາຈະຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈະບໍ່ມີຄວາມຮັບຮູ້ເຖິງມັນເລີຍ; ພວກເຂົາຈະຕິດຕາມ ແລະ ເຊື່ອຟັງຜູ້ຕໍ່ຕ້ານພຣະຄຣິສ ແຕ່ກໍຍັງຄົງເຊື່ອວ່າພວກເຂົາກຳລັງຕິດຕາມພຣະເຈົ້າ, ພວກເຂົາກຳລັງເທດສະໜາຂ່າວປະເສີດ ແລະ ເປັນພະຍານໃຫ້ພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຈະເຂົ້າຄວບຄຸມພວກເຂົາດົນແລ້ວ; ພວກເຂົາຈະບໍ່ໄດ້ກຳລັງເຊື່ອໃນພຣະເຈົ້າ ແຕ່ກຳລັງຕິດຕາມຜູ້ຄົນ, ຕິດຕາມມານຮ້າຍ ແລະ ຊາຕານ, ແຕ່ພວກເຂົາກໍຈະບໍ່ຮູ້ເລື່ອງນີ້. ຢູ່ພາຍໃນຈິດໃຈ, ພວກເຂົາຈະເຕັມໄປດ້ວຍຄວາມມືດມົນມາດົນແລ້ວ, ພວກເຂົາຈະສູນເສຍການສະຖິດຂອງພຣະເຈົ້າມາດົນແລ້ວ ແລະ ພວກເຂົາຈະສູນເສຍວຽກງານຂອງພຣະວິນຍານບໍລິສຸດມາດົນແລ້ວ. ຍ້ອນວ່າພວກເຂົາມຶນຊາຫຼາຍ, ຍ້ອນວ່າການຢັ່ງຮູ້ຂອງພວກເຂົາບິດເບືອນ ແລະ ຍ້ອນວ່າພວກເຂົາບໍ່ເຂົ້າໃຈຫຼັກການຄວາມຈິງເລີຍ, ພວກເຂົາຈຶ່ງບໍ່ສາມາດເບິ່ງທະລຸສິ່ງຕ່າງໆໄດ້ ແລະ ບໍ່ສາມາດແຍກແຍະຜູ້ຄົນໄດ້. ພວກເຂົາບໍ່ພຽງແຕ່ບໍ່ລາຍງານບັນຫາ ຫຼື ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສຖືກປົດອອກເທົ່ານັ້ນ ແຕ່ພວກເຂົາຍັງປົກປ້ອງຄົນເຫຼົ່ານັ້ນອີກດ້ວຍ. ໃນທາງກົງກັນຂ້າມ, ເມື່ອເວົ້າເຖິງຜູ້ນໍາ ແລະ ຜູ້ເຮັດວຽກທີ່ສາມາດເຮັດວຽກງານຕົວຈິງບາງຢ່າງໄດ້ຢ່າງແທ້ຈິງ, ຖ້າພວກເຂົາສັງເກດເຫັນຂໍ້ບົກພ່ອງເລັກໆນ້ອຍໆ ຫຼື ບັນຫາເລັກໆນ້ອຍໆ, ພວກເຂົາກໍຢືນຢັດທີ່ຈະລາຍງານພວກມັນ ແລະ ຍົກບັນຫາເຫຼົ່ານີ້ຂຶ້ນມາ, ເຖິງແມ່ນວ່າພວກມັນຈະບໍ່ແມ່ນເລື່ອງຂອງຫຼັກການກໍຕາມ. ພວກເຂົາເບົາປັນຍາຢ່າງຮ້າຍແຮງ! ພວກເຂົາບໍ່ສາມາດເບິ່ງທະລຸເລື່ອງຂອງຫຼັກການໄດ້ເລີຍ, ແມ່ນແຕ່ເມື່ອເວົ້າເຖິງວ່າພວກເຂົາຄວນພົວພັນກັບໃຜໃນຊີວິດປະຈຳວັນ, ພວກເຂົາສາມາດໄດ້ຮັບຄວາມຊ່ວຍເຫຼືອ ແລະ ສິ່ງທີ່ໄດ້ຮັບຈາກໃຜ ຫຼື ພວກເຂົາຄວນຢູ່ຫ່າງຈາກໃຜ, ພວກເຂົາກໍບໍ່ສາມາດແຍກແຍະ ຫຼື ເບິ່ງທະລຸສິ່ງເຫຼົ່ານີ້ໄດ້. ບາງຄົນໃນພວກເຂົາມີຄວາມສຳພັນທີ່ດີຫຼາຍກັບຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອ ໂດຍຄິດວ່າຄົນເຫຼົ່ານີ້ມີຄວາມຮູ້, ມີຂີດຄວາມສາມາດ ແລະ ດ້ວຍເຫດນັ້ນຈຶ່ງສາມາດຊ່ວຍເຫຼືອພວກເຂົາໄດ້ ແລະ ພວກເຂົາກໍຄຸ້ມຄ່າຫຼາຍທີ່ຈະຄົບຫາສະມາຄົມນຳ. ພວກເຂົາເຖິງກັບຍົກຍ້ອງຄົນທີ່ພວກເຂົາບູຊາຢູ່ເລື້ອຍໆ ໂດຍເວົ້າວ່າພວກເຂົາມີຄວາມສາມາດສໍ່າໃດ ແລະ ພວກເຂົາມີຊື່ສຽງຫຼາຍສໍ່າໃດ. ພວກເຂົາບູຊາມານຮ້າຍເປັນຮູບເຄົາລົບ, ນີ້ບໍ່ແມ່ນການເປັນຄົນເບົາປັນຍາບໍ? (ແມ່ນແລ້ວ).

ການເປັນຄົນເບົາປັນຍາໝາຍເຖິງຫຍັງຢ່າງສະເພາະເຈາະຈົງ? (ການມີຂີດຄວາມສາມາດທີ່ຕ່ຳ). ນັ້ນແມ່ນໃນຄວາມໝາຍທົ່ວໄປ, ຢ່າງສະເພາະເຈາະຈົງແລ້ວ ການເປັນຄົນເບົາປັນຍາໝາຍຄວາມວ່າ ຄົນໆໜຶ່ງບໍ່ມີຄວາມຄິດ ແລະ ມຸມມອງທີ່ຖືກຕ້ອງໃນການແຍກແຍະສິ່ງໃດເລີຍ ແລະ ໃນການເບິ່ງສິ່ງໃດກໍຕາມ ພວກເຂົາບໍ່ມີຫຼັກການ ຫຼື ພື້ນຖານ ແລະ ມຸມມອງຂອງພວກເຂົາຕໍ່ສິ່ງນັ້ນກໍມຶນງົງ. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ຄົນປະເພດນີ້ບໍ່ສາມາດແຍກແຍະຄວາມຖືກຕ້ອງອອກຈາກຄວາມຜິດພາດ ແລະ ສີດຳອອກຈາກສີຂາວໄດ້, ພວກເຂົາມັກຈະເຂົ້າໃຈຜິດວ່າສິ່ງທີ່ເປັນລົບແມ່ນສິ່ງທີ່ເປັນບວກ ແລະ ເອີ້ນສິ່ງທີ່ເປັນບວກວ່າເປັນສິ່ງທີ່ເປັນລົບ. ພວກເຂົາບໍ່ສາມາດແຍກແຍະໄດ້ວ່າສິ່ງໃດຄືສິ່ງທີ່ເປັນບວກ ແລະ ສິ່ງໃດຄືສິ່ງທີ່ເປັນລົບ. ຕົວຢ່າງ: ບາງຄົນເວົ້າວ່າ “ພຣະເຈົ້າທີ່ພວກເຈົ້າເຊື່ອນັ້ນເປັນພຽງຄົນທຳມະດາ”. ພວກເຂົາໄຕ່ຕອງເລື່ອງນີ້ ແລະ ເວົ້າວ່າ “ບໍ່, ນັ້ນບໍ່ຖືກຕ້ອງ. ຜູ້ທີ່ຂ້ອຍເຊື່ອແມ່ນພຣະເຈົ້າ. ຖ້າພຣະອົງເປັນພຽງຄົນທຳມະດາ, ພຣະອົງຈະສາມາດສະແດງຄວາມຈິງໄດ້ແນວໃດ? ຜູ້ທີ່ຂ້ອຍເຊື່ອແມ່ນພຣະເຈົ້າ, ຂ້ອຍໝັ້ນໃຈກ່ຽວກັບເລື່ອງນີ້”. ໃນຈຸດນີ້, ພວກເຂົາບໍ່ໄດ້ເບົາປັນຍາ. ແຕ່ເມື່ອມີຄົນເວົ້າວ່າ “ພຣະເຈົ້າທີ່ພວກເຈົ້າເຊື່ອໄດ້ຫອບເງິນຈຳນວນຫຼວງຫຼາຍໜີໄປ ໂດຍໜີໄປຢູ່ສະຫະລັດອາເມລິກາເພື່ອໃຊ້ຊີວິດຢ່າງສຸກສະບາຍຢູ່ທີ່ນັ້ນ”, ພວກເຂົາກໍມຶນງົງ ແລະ ຖືກເຮັດໃຫ້ຫຼົງຜິດ. ຖ້າຄົນທີ່ມີສະຕິປັນຍາໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາກໍຈະແຍກແຍະໄດ້ວ່ານີ້ຄືຂ່າວລືທີ່ບໍ່ມີມູນຄວາມຈິງທີ່ຖືກສ້າງຂຶ້ນມາ. ສິ່ງນີ້ຈະຖືກເອີ້ນວ່າ “ຫອບເງິນຈຳນວນຫຼວງຫຼາຍໜີໄປ” ໄດ້ແນວໃດ? ເມື່ອຜ່ານດ່ານພາສີ, ທຸກຄົນຕ້ອງຜ່ານການກວດກາຢ່າງເຂັ້ມງວດ ແລະ ຈຳນວນເງິນສົດທີ່ແຕ່ລະຄົນສາມາດພົກພາໄດ້ນັ້ນກໍຖືກກຳນົດໄວ້. ການນຳເງິນຈຳນວນໜ້ອຍນັ້ນໄປນຳຈະນັບວ່າເປັນ “ການຫອບເງິນຈຳນວນຫຼວງຫຼາຍໜີໄປ” ບໍ? ຍິ່ງໄປກວ່ານັ້ນ, ມັນເປັນເງິນຂອງໃຜ? ຖ້າມີຄົນສໍ້ໂກງ ຫຼື ຍຶດເອົາເງິນຂອງຄົນອື່ນ, ນັ້ນກໍຈະເປັນ “ການຫອບເງິນຈຳນວນຫຼວງຫຼາຍໜີໄປ”, ແຕ່ຖ້າມັນເປັນເງິນຂອງພວກເຂົາເອງ, ສິ່ງນັ້ນສາມາດເອີ້ນວ່າ “ການຫອບເງິນຈຳນວນຫຼວງຫຼາຍໜີໄປ” ໄດ້ບໍ? ນັ້ນບໍ່ແມ່ນ “ການຫອບເງິນໜີໄປ”, ແຕ່ເປັນການພົກພາເງິນຕາມປົກກະຕິ. ນີ້ແມ່ນດ້ານໜຶ່ງ. ຍິ່ງໄປກວ່ານັ້ນ, “ການຫອບໜີໄປ” ໝາຍຄວາມວ່າແນວໃດ? ຜູ້ຫຼົບໜີທີ່ໜີໄປຫຼັງຈາກກໍ່ອາຊະຍາກຳຖືກເອີ້ນວ່າ “ການຫອບໜີໄປ”. ພຣະຄຣິສທີ່ບັງເກີດເປັນມະນຸດໄດ້ກໍ່ອາຊະຍາກຳບໍ? ພຣະອົງພຽງແຕ່ສະແດງຄວາມຈິງຫຼາຍຢ່າງ ແລະ ປະຕິບັດວຽກງານແຫ່ງການພິພາກສາຂອງພຣະອົງໃນຈີນແຜ່ນດິນໃຫຍ່ ໂດຍໄດ້ຮັບກຸ່ມຄົນທີ່ຕິດຕາມພຣະອົງ ແລະ ຍ້ອນເຫດນີ້ ພຣະອົງຈຶ່ງທົນທຸກກັບການກົດຂີ່ຢ່າງໂຫດຮ້າຍ ແລະ ການຈັບກຸມຢ່າງບ້າຄັ່ງຂອງພັກກອມມູນິດຈີນ. ໃນທີ່ສຸດ, ພຣະອົງກໍບໍ່ມີທາງເລືອກອື່ນນອກຈາກຕ້ອງນຳພາຄົນຈຳນວນໜຶ່ງອອກນອກປະເທດເພື່ອສືບຕໍ່ປະຕິບັດວຽກງານຂອງພຣະເຈົ້າໃນຕ່າງປະເທດ. ສິ່ງນັ້ນຈະຖືກເອີ້ນວ່າ “ການຫອບເງິນຈຳນວນຫຼວງຫຼາຍໜີໄປ” ໄດ້ແນວໃດ? ມັນເປັນການເດີນທາງຕາມປົກກະຕິ ໂດຍຜ່ານດ່ານພາສີ ແລະ ຂຶ້ນເຮືອບິນໄປສະຫະລັດອາເມລິກາຢ່າງເປັນປົກກະຕິທຸກຂັ້ນຕອນ. ພຣະອົງເດີນທາງອອກນອກປະເທດຍ້ອນວ່າພຣະອົງກຳລັງຖືກພັກກອມມູນິດຈີນຕາມລ່າ ໂດຍບໍ່ມີບ່ອນພັກຜ່ອນ ແລະ ບໍ່ມີບ່ອນພັກອາໄສ. ພາຍໃຕ້ການປົກຄອງແບບຜະເດັດການຂອງພັກກອມມູນິດຈີນ, ບໍ່ພຽງແຕ່ບໍ່ມີເສລີພາບທາງສາສະໜາເທົ່ານັ້ນ ແຕ່ການເຊື່ອໃນພຣະເຈົ້າຍັງນຳໄປສູ່ການຖືກຈັບກຸມ ແລະ ການຖືກຂົ່ມເຫັງອີກດ້ວຍ; ສ່ວນພຣະຄຣິສ ຜູ້ທີ່ສະແດງຄວາມຈິງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ຖ້າພຣະອົງຖືກຈັບ, ພຣະອົງກໍຈະຕ້ອງປະເຊີນກັບໂທດປະຫານຊີວິດ ແລະ ການຖືກຄຶງເທິງໄມ້ກາງແຂນ. ມັນເປັນຍ້ອນຄວາມຈຳເປັນຂອງວຽກງານເທົ່ານັ້ນ ພຣະຄຣິສຈຶ່ງເລືອກທີ່ຈະໄປປະເທດທີ່ເປັນປະຊາທິປະໄຕ ແລະ ມີເສລີພາບ ແລະ ພຣະອົງກໍໄດ້ຮັບໜັງສືຜ່ານແດນ ແລະ ວີຊາຜ່ານຊ່ອງທາງປົກກະຕິ ກ່ອນທີ່ຈະເດີນທາງໄປຮອດສະຫະລັດອາເມລິກາ. ຢູ່ສະຫະລັດອາເມລິກາ, ພຣະອົງບໍ່ມີໝູ່ເພື່ອນ ຫຼື ຍາດພີ່ນ້ອງ, ບໍ່ຄຸ້ນເຄີຍກັບສະຖານທີ່ ແລະ ດຳລົງຊີວິດທີ່ທຳມະດາ, ກິນອາຫານທຳມະດາທີ່ເຮັດກິນເອງຢູ່ບ້ານ, ບໍ່ມີ “ການໃຊ້ຊີວິດຢ່າງສຸກສະບາຍ” ເລີຍ. “ການໃຊ້ຊີວິດຢ່າງສຸກສະບາຍ” ບໍ່ແມ່ນພຽງແຕ່ຄຳເວົ້າຂອງຜູ້ທີ່ມີເຈດຕະນາແອບແຝງບໍ? ມັນບໍ່ແມ່ນຄຳຕົວະບໍ? ພຣະຄຣິສດຳລົງຊີວິດແບບຄົນທຳມະດາໃນສະຫະລັດອາເມລິກາ: ກິນອາຫານທີ່ເຮັດກິນເອງຢູ່ບ້ານ, ບໍ່ເຄີຍໄປກິນອາຫານໃນຮ້ານອາຫານທີ່ຫຼູຫຼາເພື່ອເພີດເພີນກັບອາຫານທີ່ຫຼູຫຼາຈັກຄັ້ງ, ຍິ່ງບໍ່ຕ້ອງເວົ້າເຖິງການທີ່ຈະເຄີຍພັກໃນໂຮງແຮມທີ່ຫຼູຫຼາ ແລະ ໜ້ອຍຫຼາຍທີ່ຈະອອກໄປທ່ອງທ່ຽວ, ພຽງແຕ່ເດີນທາງໄປບໍລິເວນໃກ້ຄຽງກໍພຽງພໍແລ້ວ. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ດຶງດູດຄວາມສົນໃຈຂອງພຣະອົງເປັນພິເສດເລີຍ. ບາງຄົນມັກກິນ ແລະ ຢາກລອງທຸກສິ່ງທຸກຢ່າງທີ່ພວກເຂົາບໍ່ເຄີຍກິນມາກ່ອນ, ເຖິງຂັ້ນໃຫ້ສົ່ງອາຫານຜ່ານທາງເຮືອບິນພຽງເພື່ອຈະໄດ້ລອງກິນ. ເຮົາເຄີຍເຮັດແບບນັ້ນບໍ? ບໍ່ເຄີຍເລີຍ. ເຖິງຢ່າງນັ້ນກໍຕາມ, ບາງຄົນທີ່ມີເຈດຕະນາແອບແຝງກໍຍັງສ້າງເລື່ອງທີ່ບໍ່ມີມູນຄວາມຈິງຂຶ້ນມາກ່ຽວກັບເລື່ອງນີ້! ຄົນເຫຼົ່ານີ້ແມ່ນມານຮ້າຍ. ພວກເຂົາເກີດມາເປັນສັດຕູຂອງພຣະເຈົ້າ ແລະ ການທີ່ພວກເຂົາກະທຳແບບນີ້ກໍຄືທຳມະຊາດທີ່ຕິດໂຕມາແຕ່ເກີດຂອງພວກເຂົາ; ພວກເຂົາເພິ່ງພາການເວົ້າຕົວະເປັນຫຼັກ ເພື່ອຫຼອກລວງຜູ້ຄົນ ແລະ ໃສ່ຮ້າຍປ້າຍສີພຣະເຈົ້າ. ການທີ່ພວກເຂົາເປັນມານຮ້າຍນັ້ນບໍ່ສາມາດສົງໄສໄດ້ເລີຍ. ແລ້ວຄົນທີ່ສາມາດເຊື່ອຄຳຕົວະຂອງມານຮ້າຍເຫຼົ່ານີ້ເປັນຄົນປະເພດໃດ? ແນ່ນອນວ່າ ພວກເຂົາກໍຕ້ອງເປັນມານຮ້າຍເຊັ່ນກັນ, ມີພຽງແຕ່ມານຮ້າຍເທົ່ານັ້ນທີ່ເຊື່ອຄຳເວົ້າຂອງມານຮ້າຍ. ບາງຄົນເວົ້າວ່າ “ພຣະຄຣິສທີ່ພວກເຈົ້າເຊື່ອໄດ້ຫອບເງິນຈຳນວນຫຼວງຫຼາຍໜີໄປ” ແລະ ພວກເຂົາກໍເຊື່ອ ແລະ ຍອມຮັບມັນຢ່າງເຕັມທີ່ໃນທັນທີ. ບາງຄົນເວົ້າວ່າ “ພຣະຄຣິສທີ່ພວກເຈົ້າເຊື່ອໄດ້ຫຼົບໜີໄປສະຫະລັດອາເມລິກາ ແລະ ກຳລັງໃຊ້ຊີວິດຢ່າງສຸກສະບາຍຢູ່ທີ່ນັ້ນ ໂດຍກິນອາຫານຊັ້ນເລີດຫຼາຍຈົນເບື່ອໜ່າຍ, ພັກໃນໂຮງແຮມທີ່ຫຼູຫຼາ, ຂີ່ລົດຫຼູ, ມີພໍ່ຄົວສ່ວນຕົວ ແລະ ຜູ້ຮັບໃຊ້ ແລະ ເດີນທາງໄປຕ່າງປະເທດເພື່ອທ່ອງທ່ຽວສະຖານທີ່ທີ່ມີຊື່ສຽງ, ລາວໃຊ້ເວລາທັງໝົດຂອງລາວໄປກັບການໃຊ້ຊີວິດຢ່າງສຸກສະບາຍ”. ເມື່ອຖືກຊາຕານລ້າງສະໝອງແລ້ວ, ຄົນເບົາປັນຍາເຫຼົ່ານີ້ກໍເຊື່ອມັນໃນທັນທີ. ເຮົາເວົ້າວ່າ ຄົນແບບນັ້ນຄວນຖືກມອບໃຫ້ຊາຕານ, ພວກເຂົາບໍ່ຄູ່ຄວນທີ່ຈະເຊື່ອໃນພຣະເຈົ້າ. ບໍ່ວ່າພວກເຂົາຈະໄດ້ຟັງຄໍາເທດສະໜາມາຫຼາຍສໍ່າໃດກໍຕາມ, ພວກເຂົາກໍພຽງແຕ່ບໍ່ເຂົ້າໃຈ ແລະ ພວກເຂົາກໍຍັງສາມາດເຊື່ອຂ່າວລືເຫຼົ່ານີ້ໄດ້. ຄົນແບບນັ້ນບໍ່ແມ່ນມະນຸດ. ຖ້າພວກເຂົາບໍ່ແມ່ນມະນຸດ, ແລ້ວພວກເຂົາແມ່ນຫຍັງ? ພວກເຂົາແມ່ນສັດ. ເຖິງແມ່ນວ່າພວກເຂົາຈະບໍ່ແມ່ນຄົນຊົ່ວຮ້າຍ, ແຕ່ພວກເຂົາກໍເບົາປັນຍາຢ່າງຮ້າຍແຮງ ໂດຍບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ບໍ່ດີ, ສິ່ງທີ່ເປັນບວກອອກຈາກສິ່ງທີ່ເປັນລົບ, ຄວາມຖືກຕ້ອງອອກຈາກຄວາມຜິດພາດ, ຄວາມຈິງອອກຈາກຄວາມຊົ່ວຊ້າ ແລະ ເຫດຜົນທີ່ບິດເບືອນໄດ້. ຄົນແບບນັ້ນຄວນຖືກຊຳລະລ້າງອອກໄປ, ຖ້າພວກເຂົາບໍ່ອອກໄປດ້ວຍຕົນເອງ, ພວກເຂົາກໍຕ້ອງຖືກຊຳລະລ້າງອອກໄປຈາກຄຣິສຕະຈັກ. ພວກເຂົາຄວນຖືກໄລ່ອອກໄປທັນທີ ແລະ ພວກເຮົາກໍຍິນດີທີ່ຈະສົ່ງພວກເຂົາໄປ. ພັກກອມມູນິດຈີນມີວິທີການຂອງຕົນເອງໃນການອະທິບາຍເຖິງການຄັດຄົນອອກຂອງຄຣິສຕະຈັກ ໂດຍເວົ້າວ່າການຄັດຜູ້ຄົນອອກ ແລະ ການຂັບໄລ່ຜູ້ຄົນເປັນການສະແດງອຳນາດ. ເຈົ້າເຫັນບໍ, ມານຮ້າຍ ແລະ ຊາຕານເຂົ້າໃຈທຸກເລື່ອງໃນວິທີທີ່ໄຮ້ສາລະແບບນັ້ນ. ສິ່ງນີ້ພຽງແຕ່ເປີດໂປງວ່າ ການກະທຳຫຼາຍຢ່າງຂອງພັກກອມມູນິດຈີນນັ້ນເຮັດໄປເພື່ອການສະແດງອຳນາດ; ດັ່ງນັ້ນ, ມັນຈຶ່ງຕີຄວາມໝາຍການຊຳລະລ້າງຜູ້ຄົນອອກໄປຂອງຄຣິສຕະຈັກວ່າເປັນການສະແດງອຳນາດ. ມັນຄິດວ່າຄົນອື່ນກໍຄິດແບບດຽວກັນກັບມັນ. ມັນຈະບໍ່ມີທາງເຂົ້າໃຈເລີຍວ່າ ຄຣິສຕະຈັກເຮັດສິ່ງນີ້ໂດຍອີງໃສ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ, ການຊຳລະລ້າງຄຣິສຕະຈັກເປັນສ່ວນໜຶ່ງຂອງກົດການປົກຄອງຂອງຄຣິສຕະຈັກ. ມານຮ້າຍຊົ່ວຊ້າ, ບໍ່ແມ່ນບໍ? (ແມ່ນແລ້ວ). ພວກມັນຊົ່ວຊ້າຢ່າງແທ້ຈິງ! ແລະ ກໍມີຄົນເບົາປັນຍາຢູ່ຫຼາຍ, ບໍ່ວ່າມານຮ້າຍຈະຊົ່ວຊ້າສໍ່າໃດກໍຕາມ, ຄົນເບົາປັນຍາກໍບໍ່ສາມາດເຫັນໄດ້ວ່າພວກມັນຊົ່ວຊ້າ. ເມື່ອມານຮ້າຍສ້າງຂ່າວລືກ່ຽວກັບພຣະເຈົ້າ, ດູຖູກພຣະເຈົ້າ ແລະ ໝິ່ນປະໝາດພຣະເຈົ້າ, ພວກເຂົາກໍເຊື່ອທຸກຄຳເວົ້າ. ແຕ່ບໍ່ວ່າພຣະທຳຂອງພຣະເຈົ້າຈະແທ້ຈິງ ແລະ ເປັນບວກສໍ່າໃດກໍຕາມ, ພວກເຂົາກໍບໍ່ເຊື່ອພຣະທຳເຫຼົ່ານັ້ນ. ບໍ່ວ່າພຣະທຳຂອງພຣະເຈົ້າຈະນຳຜົນດີມາສູ່ຜູ້ຄົນຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດເຫັນມັນໄດ້. ແຕ່ທັນທີທີ່ຊາຕານເວົ້າພຽງຄຳດຽວ, ພວກເຂົາກໍຖືກເຮັດໃຫ້ຫຼົງຜິດ ແລະ ເຊື່ອມັນໂດຍບໍ່ສົງໄສ. ຄົນເຮົາສາມາດເວົ້າໄດ້ວ່າພວກເຂົາເປັນພວກດຽວກັນກັບຊາຕານ, ແຕ່ຊາຕານກໍບໍ່ຕ້ອງການພວກເຂົາແທ້ໆ. ເປັນຫຍັງ? ເພາະວ່າຄົນໂງ່ຄືພວກເຂົາ, ຄົນທີ່ປຶກໜາຢ່າງສິ້ນເຊີງແບບນັ້ນ, ໂງ່ເກີນໄປແມ່ນແຕ່ສຳລັບຊາຕານ. ເຈົ້າບໍ່ສາມາດເຮັດຫຍັງໄດ້ເລີຍ, ດັ່ງນັ້ນ ທຸກສິ່ງທຸກຢ່າງທີ່ຊາຕານເຮັດກໍຄືການເຮັດໃຫ້ເຈົ້າຫຼົງຜິດຈົນບໍ່ເຊື່ອໃນພຣະເຈົ້າ ແລະ ທໍລະຍົດພຣະເຈົ້າ, ຊາຕານບໍ່ຕ້ອງການຄົນແບບເຈົ້າ. ເຈົ້າຈະສາມາດເຮັດຫຍັງໄດ້? ເຈົ້າມີທັກສະທີ່ຈະເຮັດວຽກສອດແນມບໍ? ເຈົ້າບໍ່ມີແມ່ນແຕ່ສະຕິປັນຍາຂອງມະນຸດ. ເຈົ້າຄົງຈະເປີດເຜີຍອັດຕະລັກຂອງເຈົ້າກ່ອນທີ່ຈະເວົ້າຈົບສາມປະໂຫຍກຊໍ້າ. ເຖິງແມ່ນວ່າເຈົ້າຢາກຈະເປັນສາຍລັບໃຫ້ກັບພັກກອມມູນິດຈີນ, ພັກກອມມູນິດຈີນກໍຄົງຈະບໍ່ຕ້ອງການເຈົ້າ. ຍ້ອນວ່າເຈົ້າໂງ່, ເບົາປັນຍາ, ຖືກຫຼອກລວງໄດ້ງ່າຍຫຼາຍ ແລະ ເຈົ້າບໍ່ມີສະຕິປັນຍາຂອງມະນຸດ, ແມ່ນແຕ່ຊາຕານກໍຍັງດູຖູກເຈົ້າ ແລະ ບໍ່ຕ້ອງການເຈົ້າ. ດັ່ງນັ້ນ, ເມື່ອເຮືອນຂອງພຣະເຈົ້າຂໍໃຫ້ເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ມັນຄືການທີ່ພຣະເຈົ້າເຊີດຊູເຈົ້າ, ຢ່າຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳເລີຍ. ເຈົ້າເຊື່ອທຸກສິ່ງທຸກຢ່າງທີ່ຊາຕານເວົ້າ, ແຕ່ບໍ່ວ່າພຣະເຈົ້າຈະປະຕິບັດວຽກງານຫຼາຍສໍ່າໃດ ຫຼື ພຣະເຈົ້າຈະກ່າວພຣະທຳຫຼາຍສໍ່າໃດກໍຕາມ, ເຈົ້າກໍບໍ່ເຊື່ອໃນສິ່ງເຫຼົ່ານັ້ນ. ເຈົ້າບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ຍັງຄົງເຕັມໄປດ້ວຍຄວາມສົງໄສ. ຊາຕານເວົ້າພຽງຄຳດຽວ, ເຈົ້າກໍຖືກມັນຈັບເປັນຊະເລີຍແລ້ວ. ເຈົ້າເປັນຄົນທີ່ໜ້າສົມເພດປະເພດໃດ? ເຈົ້າມີສັກສີຫຍັງແດ່? ເຈົ້າມີຄຸນຄ່າຫຍັງແດ່? ເຈົ້າເປັນພຽງຄົນເບົາປັນຍາ ແຕ່ເຈົ້າກໍຍັງຄິດວ່າເຈົ້າດີພໍສົມຄວນ ແລະ ເຊື່ອວ່າຕົວເຈົ້າເອງສູງສົ່ງ. ເຈົ້າບໍ່ສາມາດແຍກແຍະໄດ້ແມ່ນແຕ່ຄຳຕົວະທີ່ຊັດເຈນແບບນັ້ນຂອງຊາຕານ ແລະ ເຈົ້າບໍ່ສາມາດຮັບຮູ້ເຖິງຈຸດປະສົງຂອງຊາຕານທີ່ຢູ່ເບື້ອງຫຼັງຄຳຕວະເຫຼົ່ານັ້ນໄດ້, ນີ້ບໍ່ແມ່ນຄວາມເບົາປັນຍາເຖິງຂີດສຸດບໍ? ພັກກອມມູນິດຈີນເວົ້າວ່າ “ພຣະຄຣິສທີ່ພວກເຈົ້າເຊື່ອໄດ້ຫອບເງິນຈຳນວນຫຼວງຫຼາຍໜີໄປ ແລະ ກຳລັງໃຊ້ຊີວິດຢ່າງສຸກສະບາຍຢູ່ໃນສະຫະລັດອາເມລິກາ”. ເມື່ອຄົນເບົາປັນຍາເຫຼົ່ານີ້ໄດ້ຍິນສິ່ງນີ້, ຫົວໃຈຂອງພວກເຂົາກໍເຕັ້ນຜິດຈັງຫວະ: “ເປັນແນວນັ້ນບໍ? ຂ້ອຍບໍ່ຮູ້ເລື່ອງນີ້ໄດ້ແນວໃດ? ລາວໄດ້ຫອບເງິນທັງໝົດທີ່ຂ້ອຍຖວາຍໜີໄປບໍ? ມັນບໍ່ໄດ້ຖືກໃຊ້ໃນວຽກງານຂອງຄຣິສຕະຈັກ, ແມ່ນບໍ? ມັນຖືກໃຊ້ຈ່າຍເພື່ອຄວາມເພີດເພີນສ່ວນຕົວຂອງລາວ, ແມ່ນບໍ? ມັນຖືກໃຊ້ເພື່ອຊື້ອາຫານດີໆ, ເຄື່ອງນຸ່ງດີໆ ແລະ ເຄື່ອງປະດັບທີ່ມີຄ່າໃຫ້ກັບຕົວລາວເອງ, ແມ່ນບໍ? ຂ້ອຍຍັງບໍ່ໄດ້ເພີດເພີນກັບມັນຊໍ້າ, ລາວພັດໃຊ້ມັນເພື່ອຄວາມເພີດເພີນຂອງລາວເອງ. ຂ້ອຍປະຕິເສດທີ່ຈະຍອມຮັບສິ່ງນີ້ຢ່າງເດັດຂາດ. ຂ້ອຍບໍ່ເຊື່ອອີກຕໍ່ໄປແລ້ວ! ຂ້ອຍຕ້ອງເອົາເງິນຂອງຂ້ອຍຄືນມາ!” ຖ້າເຈົ້າເສຍໃຈທີ່ຖວາຍເງິນ, ເຮືອນຂອງພຣະເຈົ້າສາມາດສົ່ງມັນຄືນໃຫ້ກັບເຈົ້າໄດ້ ແຕ່ຕັ້ງແຕ່ເວລານັ້ນເປັນຕົ້ນໄປ ເຈົ້າຈະຖືກຕັດຂາດຈາກເຮືອນຂອງພຣະເຈົ້າຢ່າງສິ້ນເຊີງ. ເຈົ້າໄດ້ຟັງຄໍາເທດສະໜາມາຫຼາຍປີ, ເຈົ້າໄດ້ຮັບຄວາມຈິງຫຼາຍສໍ່າໃດໂດຍບໍ່ເສຍຄ່າ? ເຈົ້າໄດ້ເພີດເພີນກັບພຣະຄຸນ, ພຣະພອນ, ການປົກປ້ອງ ແລະ ການດູແລຂອງພຣະເຈົ້າມາຫຼາຍປີ, ເຈົ້າໄດ້ຈ່າຍເງິນຈັກກີບບໍ? ພຣະເຈົ້າເຄີຍຂໍເງິນຈາກເຈົ້າບໍ? ພຣະຄຸນ, ພຣະພອນ, ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ລວມທັງຊີວິດຂອງເຈົ້າເອງ ລ້ວນແຕ່ເປັນສິ່ງທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າ. ເຈົ້າສາມາດໃຊ້ເງິນຊື້ສິ່ງທີ່ພຣະເຈົ້າປະທານໃຫ້ໄດ້ບໍ? ເຈົ້າສາມາດເອົາຫຍັງມາແລກປ່ຽນກັບມັນໄດ້? ເຈົ້າສາມາດເອົາເງິນສົກກະປົກສອງສາມພັນຂອງເຈົ້າມາແລກປ່ຽນກັບມັນໄດ້ບໍ? ສິ່ງເຫຼົ່ານີ້ແມ່ນຊັບສົມບັດທີ່ປະເມີນຄ່າບໍ່ໄດ້, ເຈົ້າບໍ່ສາມາດເອົາສິ່ງໃດມາແລກປ່ຽນກັບພວກມັນໄດ້; ບໍ່ມີໃຜສາມາດເຮັດໄດ້! ພວກມັນຖືກປະທານໃຫ້ແກ່ເຈົ້າກໍຍ້ອນວ່າພຣະເຈົ້າເຕັມໃຈທີ່ຈະເຮັດເຊັ່ນນັ້ນ, ຍ້ອນວ່າພຣະເຈົ້າສະແດງພຣະຄຸນຕໍ່ເຈົ້າ ແລະ ພຣະເຈົ້າປະຕິບັດຕໍ່ເຈົ້າໃນຖານະສິ່ງທີ່ຖືກສ້າງ. ພວກມັນບໍ່ແມ່ນສິ່ງທີ່ເຈົ້າຊື້ມາດ້ວຍເງິນ ແລະ ບໍ່ແມ່ນສິ່ງທີ່ເຈົ້າໄດ້ຮັບມາໂດຍການແລກປ່ຽນກັບການຈ່າຍລາຄາ. ຄົນເບົາປັນຍາບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້. ໃນໃຈຂອງພວກເຂົາ, ພວກເຂົາມັກຈະສັບສົນຢູ່ສະເໝີ; ພວກເຂົາມັກຈະຄິດວ່າ “ພຣະເຈົ້າມີຄວາມລັບທີ່ມືດມົນບາງຢ່າງບໍ? ນອກເໜືອຈາກການເທດສະໜາແລ້ວ, ມັນຍັງມີອີກຫຼາຍສິ່ງຫຼາຍຢ່າງທີ່ຄວນເຮັດໃຫ້ຊັດເຈນ ແລະ ອະທິບາຍໃຫ້ພວກເຮົາຟັງ, ບໍ່ແມ່ນບໍ? ມັນຄວນຈະມີຄຳອະທິບາຍບາງຢ່າງ ຫຼື ມີການຊີ້ແຈງບາງຢ່າງ, ບໍ່ແມ່ນບໍ? ຊີວິດສ່ວນຕົວຂອງພຣະອົງ ແລະ ຄຳເວົ້າຂອງພຣະອົງ ພ້ອມທັງການກະທຳທີ່ຢູ່ເບື້ອງຫຼັງຂອງພຣະອົງຄວນຖືກເປີດເຜີຍໃຫ້ທຸກຄົນຮູ້, ບໍ່ແມ່ນບໍ?” ຄົນເບົາປັນຍາຫຼາຍຄົນມີແນວຄິດແບບນີ້, ພວກເຂົາອາດຈະບໍ່ເວົ້າສິ່ງດັ່ງກ່າວອອກມາ ແຕ່ນີ້ຄືສິ່ງທີ່ພວກເຂົາຄິດຢູ່ໃນໃຈ. ພຣະເຈົ້າຈຳເປັນຕ້ອງເປີດເຜີຍທຸກສິ່ງທຸກຢ່າງທີ່ພຣະອົງເຮັດໃຫ້ມະນຸດຊາດທີ່ເສື່ອມຊາມຮູ້ບໍ? ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງແລ້ວ ແລະ ນັ້ນຄືການເປີດເຜີຍທີ່ຍິ່ງໃຫຍ່ທີ່ສຸດ, ມັນເປີດເຜີຍຜູ້ຄົນທັງໝົດ. ຖ້າເຈົ້າບໍ່ເຊື່ອວ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າເຮັດແມ່ນຄວາມຈິງ, ແລ້ວເຈົ້າກໍບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າເລີຍ. ຖ້າເຈົ້າອອກຄຳຄິດເຫັນກ່ຽວກັບພຣະເຈົ້າຕາມອຳເພີໃຈ, ເຈົ້າກໍກຳລັງໂຈມຕີ ແລະ ຕໍ່ຕ້ານພຣະເຈົ້າ. ພຣະເຈົ້າໄດ້ເປີດເຜີຍຄວາມຈິງທັງໝົດຕໍ່ສາທາລະນະແລ້ວ ເພື່ອໃຫ້ຜູ້ຄົນສາມາດໃຊ້ຄວາມຈິງເພື່ອເບິ່ງສິ່ງຕ່າງໆໄດ້. ວິທີທີ່ຄົນເຮົາຄວນເບິ່ງຜູ້ຄົນ, ວິທີທີ່ພວກເຂົາຄວນເບິ່ງສິ່ງຕ່າງໆ ແລະ ມຸມມອງ ພ້ອມທັງຫຼັກການໃດທີ່ພວກເຂົາຄວນມີໃນການປະພຶດຕົນ ແລະ ການກະທຳ, ທັງໝົດນີ້ລ້ວນແຕ່ມີຢູ່ໃນພຣະທຳຂອງພຣະເຈົ້າ. ຖ້າເຈົ້າຍັງບໍ່ຮູ້ ແລະ ບໍ່ຊັດເຈນກ່ຽວກັບເລື່ອງນີ້, ມັນກໍເປັນຍ້ອນວ່າເຈົ້າເບົາປັນຍາ, ເຈົ້າເປັນບຸກຄົນທີ່ເບົາປັນຍາ. ຄົນເບົາປັນຍາບໍ່ຄູ່ຄວນທີ່ຈະຮູ້ກ່ຽວກັບເລື່ອງຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າ, ມານຮ້າຍຍິ່ງບໍ່ຄູ່ຄວນ, ເພາະວ່າຄົນເບົາປັນຍາ ແລະ ມານຮ້າຍບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງເລີຍ; ພວກເຂົາມັກຈະນຳໃຊ້ກົດລະບຽບເຂົ້າກັບເລື່ອງເຫຼົ່ານີ້ຢ່າງຫຼັບຫູຫຼັບຕາ, ຕັດສິນຢ່າງຫຼັບຫູຫຼັບຕາ ແລະ ກ່າວໂທດເລື່ອງເຫຼົ່ານີ້ຢ່າງຫຼັບຫູຫຼັບຕາ. ພວກເຂົາບໍ່ມີຄວາມສາມາດໃນການແຍກແຍະ ແລະ ບໍ່ມີຫຼັກການ. ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ: ຄົນເບົາປັນຍາ ແລະ ມານຮ້າຍບໍ່ຄູ່ຄວນທີ່ຈະຢູ່ໃນເຮືອນຂອງພຣະເຈົ້າ, ພວກເຂົາຄວນໄສຫົວໄປ! ຄົນເບົາປັນຍາ ແລະ ຄົນທີ່ບິດເບືອນບໍ່ມີເງື່ອນໄຂພື້ນຖານທີ່ຈະເຂົ້າໃຈຄວາມຈິງ ແລະ ບໍ່ມີເງື່ອນໄຂພື້ນຖານທີ່ຈະໄດ້ຮັບຄວາມລອດພົ້ນ, ພວກເຂົາສາມາດຖືກຊາຕານຈັບເປັນຊະເລີຍໄດ້ທຸກເວລາ ແລະ ທຸກສະຖານທີ່. ບອກເຮົາມາເບິ່ງ, ພຣະເຈົ້າເຄີຍເທດສະໜາ ຫຼື ອະທິບາຍຄວາມຈິງໃຫ້ສັດຟັງຕອນໃດ? ດັ່ງນັ້ນ, ການທີ່ຜູ້ຄົນສາມາດໄດ້ຟັງຄໍາເທດສະໜາຫຼາຍຂະໜາດນີ້, ບໍ່ວ່າພວກເຂົາຈະສາມາດເຂົ້າໃຈຄວາມຈິງໄດ້ ຫຼື ບໍ່ກໍຕາມ, ມັນກໍເປັນຍ້ອນພຣະຄຸນຂອງພຣະເຈົ້າ ແລະ ການເຊີດຊູຂອງພຣະເຈົ້າຢ່າງສິ້ນເຊີງ. ຖ້າເຈົ້າມັກຈະສົງໄສພຣະເຈົ້າຢູ່ສະເໝີ ໂດຍຄິດວ່າ “ຜູ້ທີ່ຂ້ອຍເຊື່ອແມ່ນພຣະເຈົ້າທີ່ແທ້ຈິງແທ້ບໍ? ພຣະເຈົ້າມີຕົວຕົນຢູ່ແທ້ບໍ? ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງແທ້ບໍ? ແທ້ຈິງແລ້ວພຣະເຈົ້າດີຕໍ່ຜູ້ຄົນ ຫຼື ພຣະອົງພຽງແຕ່ທຳທ່າເຮັດ? ພຣະເຈົ້າແມ່ນຄວາມຈິງແທ້ບໍ ແລະ ພຣະອົງສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ແທ້ບໍ?” ຖ້າເຈົ້າຄິດແບບນີ້ ແລະ ປະຕິບັດຕໍ່ພຣະເຈົ້າດ້ວຍທັດສະນະຄະຕິແບບນີ້, ແລ້ວເຈົ້າກໍສົມຄວນຕາຍ. ບໍ່ຊ້າກໍໄວ, ພຣະເຈົ້າຈະຈັດສະພາບແວດລ້ອມໃດໜຶ່ງເພື່ອມອບເຈົ້າໃຫ້ຊາຕານຜ່ານສິ່ງນັ້ນ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຖືກຕັດຂາດຢ່າງສິ້ນເຊີງ. ຄວາມສຳພັນລະຫວ່າງເຈົ້າກັບພຣະເຈົ້າຈະບໍ່ແມ່ນຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງ ກັບ ພຣະຜູ້ສ້າງອີກຕໍ່ໄປ ແລະ ຕັ້ງແຕ່ເວລານັ້ນເປັນຕົ້ນໄປ ເຈົ້າກໍຈະບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າອີກ.

IV. ລັກສະນະທີສີ່: ຄວາມໂງ່ຈ້າ

ສິ່ງທີ່ພວກເຮົາຫາກໍໂອ້ລົມກັນໄປນັ້ນແມ່ນການສະແດງອອກທີສາມຂອງຄົນທີ່ກັບຊາດມາເກີດຈາກສັດ ນັ້ນກໍຄື ພວກເຂົາເບົາປັນຍາ. ຍັງມີການສະແດງອອກອີກຢ່າງໜຶ່ງ ນັ້ນກໍຄື ພວກເຂົາໂງ່ຈ້າ. ຄວາມໂງ່ຈ້າກໍກ່ຽວຂ້ອງກັບສະຕິປັນຍາເຊັ່ນກັນ, ແລ້ວຄົນເຫຼົ່ານີ້ໂງ່ຈ້າສໍ່າໃດກັນແທ້? ການສະແດງອອກໃດແດ່ທີ່ສະແດງໃຫ້ເຫັນເຖິງຄວາມໂງ່ຈ້າ? ເມື່ອບາງຄົນເທດສະໜາຂ່າວປະເສີດ, ພວກເຂົາກໍເວົ້າວ່າ “ຈົ່ງຄໍານຶງເຖິງເຈດຕະນາຂອງພຣະເຈົ້າ! ພຣະເຈົ້າບໍ່ມີແມ່ນແຕ່ບ່ອນທີ່ຈະວາງພຣະສຽນຂອງພຣະອົງ. ພຣະເຈົ້າມີເຈດຕະນາທີ່ພຽນພະຍາຍາມຫຼາຍ! ວຽກງານຂອງພຣະເຈົ້າບໍ່ແມ່ນເລື່ອງງ່າຍ, ມັນເປັນເລື່ອງທີ່ຍາກລຳບາກຫຼາຍ!” ເມື່ອຜູ້ບໍ່ມີຄວາມເຊື່ອໄດ້ຍິນສິ່ງນີ້, ພວກເຂົາກໍເວົ້າວ່າ “ເຈົ້າກຳລັງເວົ້າເລື່ອງໄຮ້ສາລະຫຍັງຢູ່?” ຄຳເວົ້າເຫຼົ່ານີ້ເປັນສິ່ງທີ່ຜູ້ບໍ່ມີຄວາມເຊື່ອບໍ່ສາມາດຢັ່ງຮູ້ໄດ້. ພວກເຂົາບໍ່ເຊື່ອໃນພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ວ່າຄຳເວົ້າເຫຼົ່ານີ້ໝາຍເຖິງຫຍັງ ຫຼື ພູມຫຼັງຂອງຄຳເວົ້າເຫຼົ່ານີ້ແມ່ນຫຍັງ. ແລ້ວມັນບໍ່ໂງ່ຈ້າບໍທີ່ເຈົ້າເວົ້າສິ່ງເຫຼົ່ານີ້ອອກມາ? (ໂງ່ຈ້າ). ມັນໂງ່ຈ້າໃນທາງໃດ? ຄຳເວົ້າເຫຼົ່ານັ້ນຖືກນຳໄປເວົ້າກັບຜູ້ຟັງທີ່ຜິດກຸ່ມ, ແມ່ນບໍ? (ແມ່ນແລ້ວ). ຫຼັງຈາກທີ່ຄົນເບົາປັນຍາບາງຄົນຖືກຈັບກຸມ, ພວກເຂົາກໍຖືກຕຳຫຼວດທີ່ຊົ່ວຊ້າສອບສວນວ່າ: “ພວກເຈົ້າເຊື່ອໃນພຣະເຈົ້າ, ແລ້ວພຣະເຈົ້າບອກໃຫ້ພວກເຈົ້າເຮັດຫຍັງ? ເຈົ້າບໍ່ຮູ້ບໍວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ຜິດກົດໝາຍ? ພວກເຈົ້າໄດ້ລະເມີດກົດໝາຍແລ້ວ. ລັດບໍ່ອະນຸຍາດໃຫ້ມີຄວາມເຊື່ອແບບນັ້ນ!” ໃນຄວາມເປັນຈິງແລ້ວ, ຕຳຫຼວດທີ່ຊົ່ວຊ້າເຫຼົ່ານີ້ພຽງແຕ່ກຳລັງຊອກຫາຂໍ້ອ້າງບາງຢ່າງທີ່ພວກເຂົາສາມາດໃຊ້ເພື່ອຕັດສິນລົງໂທດຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ຄົນໂງ່ຈ້າປະເພດນີ້ພັດບໍ່ສາມາດເບິ່ງທະລຸສິ່ງນີ້ໄດ້. ພວກເຂົາເວົ້າວ່າ “ການເຊື່ອໃນພຣະເຈົ້າຂອງພວກເຮົາບໍ່ຜິດກົດໝາຍ. ພຣະເຈົ້າບອກໃຫ້ພວກເຮົາເປັນຄົນຊື່ສັດ, ຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ເປັນຄົນດີ”. ເມື່ອມານຮ້າຍໄດ້ຍິນສິ່ງນີ້, ພວກມັນກໍເວົ້າວ່າ “ໃນເມື່ອພຣະເຈົ້າບອກໃຫ້ພວກເຈົ້າເປັນຄົນຊື່ສັດ, ຊັ້ນກໍບອກພວກເຮົາມາວ່າ ຜູ້ນໍາຄຣິສຕະຈັກຂອງພວກເຈົ້າແມ່ນໃຜ? ເງິນຂອງຄຣິສຕະຈັກຂອງພວກເຈົ້າເກັບໄວ້ໃສ? ຈົ່ງເວົ້າອອກມາຢ່າງຊື່ສັດ! ຖ້າເຈົ້າບໍ່ເວົ້າຢ່າງຊື່ສັດ ພຣະເຈົ້າຂອງເຈົ້າກໍຈະລົງໂທດເຈົ້າ!” ເມື່ອໄດ້ຍິນສິ່ງນີ້, ຄົນໂງ່ຈ້າປະເພດນີ້ກໍເຖິງກັບເວົ້າຫຍັງບໍ່ອອກ. ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ຄົນເຮົາຈະເວົ້າຢ່າງຊື່ສັດກັບມານຮ້າຍໄດ້ແນວໃດ? ຄົນເຮົາຈະບອກຄວາມຈິງຂອງພຣະເຈົ້າໃຫ້ມານຮ້າຍຮູ້ໄດ້ແນວໃດ? ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ຄົນເຮົາຕ້ອງບໍ່ບອກພວກມັນຢ່າງເດັດຂາດ. ຍັງມີຄົນໂງ່ຈ້າທີ່ຖາມຕຳຫຼວດວ່າ “ເປັນຫຍັງພວກເຈົ້າຈຶ່ງຈັບກຸມພວກເຮົາຢູ່ສະເໝີ? ເປັນຫຍັງພວກເຈົ້າຈຶ່ງສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຮົາຜູ້ທີ່ເຊື່ອໃນພຣະເຈົ້າຢູ່ສະເໝີ? ເປັນຫຍັງພວກເຈົ້າຈຶ່ງສ້າງຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບພວກເຮົາຢູ່ສະເໝີ?” ພວກເຂົາບໍ່ຮູ້ເຫດຜົນແທ້ໆບໍ? ພວກເຂົາຄາດຫວັງວ່າຈະໄດ້ຮັບຄຳຕອບຈາກຕຳຫຼວດທີ່ຊົ່ວຊ້າເຫຼົ່ານັ້ນບໍ? ພວກເຂົາຈະໄດ້ຮັບຄຳຕອບບໍ? ການຖາມຕຳຫຼວດທີ່ຊົ່ວຊ້າເຫຼົ່ານັ້ນວ່າເປັນຫຍັງ ບໍ່ແມ່ນເລື່ອງໄຮ້ສາລະບໍ, ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ແຕ່ຄົນໂງ່ຈ້າເຫຼົ່ານີ້ກໍສາມາດຖາມສິ່ງທີ່ໂງ່ຈ້າແບບນັ້ນໄດ້ແທ້ໆ. ພວກເຂົາພຽງແຕ່ບໍ່ເຂົ້າໃຈ ແລະ ຍັງຄົງຖາມວ່າ “ເປັນຫຍັງພັກກອມມູນິດຈີນຈຶ່ງຂົ່ມເຫັງພວກເຮົາຢູ່ສະເໝີ? ເປັນຫຍັງພວກເຂົາຈຶ່ງຈັບກຸມພວກເຮົາຜູ້ທີ່ເຊື່ອໃນພຣະເຈົ້າຢູ່ສະເໝີ ແລະ ເຖິງຂັ້ນສ້າງຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບພວກເຮົາ? ພວກເຮົາຖືກຂົ່ມເຫັງຢ່າງຊັດເຈນ ແລະ ບໍ່ສາມາດກັບບ້ານໄດ້ ແຕ່ພວກເຂົາພັດເວົ້າວ່າພວກເຮົາໄດ້ປະຖິ້ມຄອບຄົວຂອງພວກເຮົາ. ມານຮ້າຍເຫຼົ່ານີ້ບໍ່ໄດ້ເວົ້າໂດຍອີງໃສ່ຂໍ້ເທັດຈິງເລີຍ! ນີ້ບໍ່ແມ່ນການແຕ່ງເລື່ອງຂຶ້ນມາທັງໝົດບໍ? ພວກເຮົາພຽງແຕ່ສ້າງວິດີໂອການສະແດງສິລະປະບາງຢ່າງເພື່ອເປັນພະຍານໃຫ້ພຣະເຈົ້າ ແລະ ຖ່າຍທອດພຣະທຳຂອງພຣະເຈົ້າ, ແລ້ວເປັນຫຍັງມານຮ້າຍ ແລະ ຊາຕານຈຶ່ງກຽດຊັງສິ່ງນີ້ຫຼາຍແທ້? ພວກມັນມັກຈະໄປເຮືອນຂອງຂ້ອຍເພື່ອຂົ່ມຂູ່ ແລະ ເຮັດໃຫ້ຄອບຄົວ ແລະ ຍາດພີ່ນ້ອງຂອງຂ້ອຍຢ້ານກົວ ຈົນເຖິງຂັ້ນຕ້ອງຕິດຕັ້ງກ້ອງວົງຈອນປິດ, ແລ້ວເປັນຫຍັງຈຶ່ງເຮັດແບບນັ້ນ?” ຍັງມີຄວາມຈຳເປັນຕ້ອງຖາມເລື່ອງນີ້ອີກບໍ? ນັ້ນບໍ່ແມ່ນຄຳເວົ້າທີ່ໂງ່ຈ້າບໍ? ຖ້າເຈົ້າຫາກໍເລີ່ມເຊື່ອໃນພຣະເຈົ້າ, ມັນກໍເປັນເລື່ອງປົກກະຕິທີ່ຈະບໍ່ເຂົ້າໃຈວ່າມີຫຍັງເກີດຂຶ້ນ. ແຕ່ເຈົ້າໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ເຈົ້າຍັງບໍ່ຮູ້ໄດ້ແນວໃດ? ຖ້າເຈົ້າຮູ້ ແລ້ວເຈົ້າຖາມເຮັດຫຍັງ? ບາງຄົນກໍຍັງຄິດບໍ່ອອກວ່າ “ພວກເຮົາບໍ່ເຄີຍຕໍ່ຕ້ານພັກ ຫຼື ລັດເລີຍ, ພວກເຮົາບໍ່ເຄີຍມີສ່ວນຮ່ວມໃນກິດຈະກຳທາງການເມືອງ, ພວກເຮົາບໍ່ເຄີຍພະຍາຍາມໂຄ່ນລົ້ມລັດຖະບານ ຫຼື ການປົກຄອງຂອງລັດຖະບານ, ພວກເຮົາບໍ່ເຄີຍສ້າງໄພຄຸກຄາມໃດໆຕໍ່ການປົກຄອງຂອງລັດຖະບານເລີຍ, ແລ້ວເປັນຫຍັງພັກກອມມູນິດຈີນຈຶ່ງຈັບກຸມ ແລະ ຂົ່ມເຫັງພວກເຮົາຢູ່ສະເໝີ? ພວກເຮົາຕ້ອງເຊື່ອງຕົວຢູ່ສະເໝີ, ບໍ່ສາມາດກັບບ້ານ ຫຼື ໂທຫາຄອບຄົວຂອງພວກເຮົາໄດ້ ເຖິງແມ່ນວ່າຈະຢາກເຮັດກໍຕາມ. ຂ້ອຍພຽງແຕ່ບໍ່ເຂົ້າໃຈວ່າ ເປັນຫຍັງພັກກອມມູນິດຈີນຈຶ່ງມັກສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຮົາຢູ່ສະເໝີ?” ຖ້າເຈົ້າບໍ່ສາມາດເບິ່ງທະລຸສິ່ງນີ້ໄດ້ຢ່າງແທ້ຈິງ, ແລ້ວເຈົ້າກໍເປັນຄົນບໍ່ຮູ້ເລື່ອງຮູ້ລາວເກີນໄປແລ້ວ, ເຈົ້າເປັນຄົນໂງ່ຈ້າຢ່າງແທ້ຈິງ. ສົມມຸດວ່າມີຜູ້ຍິງຄົນໜຶ່ງແຕ່ງງານກັບສາມີທີ່ບໍ່ມີຄວາມເຊື່ອ. ຕອນທີ່ພວກເຂົາຄົບຫາກັນ, ລາວເວົ້າວ່າ “ຂ້ອຍກໍຈະເຊື່ອນຳເຈົ້າຄືກັນ, ພວກເຮົາຈະເຂົ້າສູ່ລາຊະອານາຈັກສະຫວັນໄປນຳກັນ”. ລາວເວົ້າຈາໄດ້ມ່ວນຫູຫຼາຍ ແຕ່ໃນຄວາມເປັນຈິງແລ້ວ ລາວເປັນຜູ້ບໍ່ເຊື່ອ, ເປັນມານຮ້າຍ, ລາວພຽງແຕ່ຫຼອກນາງເທົ່ານັ້ນ. ແຕ່ເມື່ອນາງປະຖິ້ມທຸກສິ່ງທຸກຢ່າງເພື່ອສະລະຕົນເພື່ອພຣະເຈົ້າ, ລາວກໍໃຈຮ້າຍເປັນຟືນເປັນໄຟ. ລາວບໍ່ໃຫ້ນາງເຂົ້າຮ່ວມການເຕົ້າໂຮມ, ບໍ່ໃຫ້ນາງປະຕິບັດໜ້າທີ່ຂອງນາງ ແລະ ບໍ່ໃຫ້ນາງອ່ານພຣະທຳຂອງພຣະເຈົ້າ. ຜູ້ຍິງທີ່ໂງ່ຈ້າຄົນນີ້ກໍຍັງຄົງສົງໄສວ່າ “ແຕ່ກ່ອນລາວບໍ່ໄດ້ເປັນແບບນີ້. ລາວຮັກຂ້ອຍຫຼາຍ, ເອົາໃຈໃສ່ຂ້ອຍຫຼາຍ, ເຂົ້າໃຈຂ້ອຍເປັນຢ່າງດີ ແລະ ສະໜັບສະໜູນຄວາມເຊື່ອໃນພຣະເຈົ້າຂອງຂ້ອຍຢ່າງເຕັມທີ່. ເປັນຫຍັງຕອນນີ້ລາວຈຶ່ງເບິ່ງຄືກັບວ່າເປັນຄົນລະຄົນເລີຍ? ແຕ່ກ່ອນລາວກໍເຄີຍເຊື່ອຄືກັນ, ແລ້ວເປັນຫຍັງລາວຈຶ່ງກາຍເປັນແບບນີ້?” ໃນຊ່ວງຫຼາຍປີທີ່ນາງຢູ່ຫ່າງໄກຈາກບ້ານເພື່ອປະຕິບັດໜ້າທີ່ຂອງນາງ, ນາງມັກຈະໄຕ່ຕອງເລື່ອງນີ້ຢູ່ສະເໝີວ່າ: “ສາມີຂອງຂ້ອຍບໍ່ມີທາງໄປຊອກຫາຜູ້ຍິງຄົນອື່ນດອກ. ລາວຮັກຂ້ອຍທີ່ສຸດ. ຂ້ອຍເປັນຄົນດຽວຂອງລາວ, ຂ້ອຍເປັນຮັກທຳອິດຂອງລາວ. ລາວຈະບໍ່ມີທາງໄປຮັກຜູ້ຍິງຄົນອື່ນ. ນອກຈາກນີ້, ສາມີຂອງຂ້ອຍກໍເປັນຄົນບໍ່ມີເລ່ລ່ຽມ ແລະ ລາວກໍບໍ່ມີຄວາມສາມາດ ຫຼື ທັກສະທີ່ໂດດເດັ່ນຫຍັງ, ແລ້ວໃຜຈະຢາກຢູ່ກັບລາວ?” ຄວາມຈິງແລ້ວ ເຖິງແມ່ນວ່ານາງຈະຄິດແບບນີ້, ນາງກໍຍັງຮູ້ສຶກບໍ່ສະບາຍໃຈຢູ່ໃນສ່ວນເລິກຂອງຫົວໃຈ. ນາງຫວັງວ່າສາມີຂອງນາງຈະຍັງຄົງລໍຖ້ານາງຢູ່. ແຕ່ໃນຄວາມເປັນຈິງແລ້ວ, ແມ່ນແຕ່ຕອນທີ່ນາງຍັງຢູ່ບ້ານ ຍ້ອນວ່ານາງຫຍຸ້ງຢູ່ກັບການເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງນາງທຸກມື້, ລາວກໍໄດ້ໄປຊອກຫາຜູ້ຍິງຄົນອື່ນແລ້ວ. ແຕ່ນາງພັດຄິດວ່າມັນເປັນໄປບໍ່ໄດ້: “ຄົນອື່ນອາດຈະໄປຊອກຫາຜູ້ຍິງຄົນອື່ນ ແຕ່ບໍ່ແມ່ນລາວ. ລາວບໍ່ແມ່ນຄົນແບບນັ້ນ! ຕອນທີ່ຂ້ອຍຍັງຢູ່ບ້ານ ລາວຍັງເວົ້າເລີຍວ່າລາວຢາກເຊື່ອໃນພຣະເຈົ້າ!” ບອກເຮົາມາເບິ່ງ ນາງໂງ່ຈ້າເຖິງຂີດສຸດເລີຍ, ແມ່ນບໍ? (ແມ່ນແລ້ວ). ຕະຫຼອດຫຼາຍປີມານີ້ທີ່ນາງບໍ່ໄດ້ຢູ່ບ້ານ, ບໍ່ພຽງແຕ່ສາມີຂອງນາງຈະໄປຊອກຫາຄົນອື່ນ ແຕ່ລູກໆ ແລະ ພໍ່ແມ່ຂອງນາງກໍເຖິງຂັ້ນຕັດຂາດຈາກນາງ. ນາງບໍ່ຖືກນັບວ່າເປັນສະມາຊິກຂອງຄອບຄົວນັ້ນດົນແລ້ວ. ໃຜຈະຮູ້ວ່າພວກເຂົາດູຖູກນາງລັບຫຼັງແນວໃດ ຫຼື ພວກເຂົາກຽດຊັງນາງຫຼາຍສໍ່າໃດ. ແຕ່ນາງພັດບໍ່ສາມາດເບິ່ງທະລຸສິ່ງນີ້ໄດ້, ບອກເຮົາມາເບິ່ງ ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? (ແມ່ນແລ້ວ). ນາງໂງ່ຈ້າເຖິງລະດັບໃດ? ເຖິງລະດັບທີ່ນາງຂາດສະຕິປັນຍາຂອງຄວາມເປັນມະນຸດທີ່ປົກກະຕິຢ່າງສິ້ນເຊີງ. ດັ່ງນັ້ນ, ນາງຈຶ່ງບໍ່ສາມາດໃຊ້ຄວາມຄິດຂອງມະນຸດທີ່ປົກກະຕິເພື່ອເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໄດ້. ນາງມັກຈະໃຊ້ຄວາມຄິດ ແລະ ມຸມມອງແບບເດັກນ້ອຍ, ບິດເບືອນ ແລະ ໂງ່ຈ້າຂອງນາງເພື່ອເບິ່ງ ແລະ ປະເມີນສິ່ງຕ່າງໆຢູ່ສະເໝີ. ໃນທີ່ສຸດ, ນາງກໍມັກຈະເຮັດໃຫ້ຕົນເອງຕົກຢູ່ໃນສະຖານະການທີ່ຍາກລຳບາກ ຈົນກາຍເປັນຄົນທີ່ນິ້ງເສີຍບໍ່ຍອມເຮັດຫຍັງ ແລະ ກະທຳຕົວໃນແບບທີ່ບໍ່ຮູ້ເລື່ອງຮູ້ລາວຫຍັງເລີຍ. ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? (ແມ່ນແລ້ວ). ມີຄົນໂງ່ຈ້າບາງຄົນທີ່ເປັນແບບນີ້. ການເປັນຄົນໂງ່ຈ້າໝາຍຄວາມວ່າພວກເຂົາບໍ່ມີສະຕິປັນຍາຂອງຄວາມເປັນມະນຸດທີ່ປົກກະຕິ, ສະນັ້ນ ເມື່ອເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ຫຼື ຈັດການກັບເລື່ອງຕ່າງໆ, ພວກເຂົາຈຶ່ງບໍ່ມີຫຼັກການພື້ນຖານເປັນບ່ອນອີງເພື່ອເຮັດໃຫ້ພວກເຂົາສາມາດບັນລຸຜົນໄດ້ຮັບທີ່ດີໄດ້, ແມ່ນບໍ? (ແມ່ນແລ້ວ).

ສະຫຼຸບແລ້ວກໍຄື ຖ້າວັດແທກຄົນທີ່ກັບຊາດມາເກີດຈາກສັດໂດຍໃຊ້ຄວາມຈິງເປັນມາດຕະຖານ, ລັກສະນະຫຼັກຂອງພວກເຂົາກໍຄື ໂດຍພື້ນຖານແລ້ວ ພວກເຂົາບໍ່ສາມາດບັນລຸມັນໄດ້. ມັນເປັນມາດຕະຖານທີ່ສູງ. ຖ້າວັດແທກພວກເຂົາດ້ວຍສະຕິປັນຍາຂອງຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາກໍເຖິງກັບບໍ່ສາມາດເບິ່ງຜູ້ຄົນ, ເຫດການ, ສິ່ງຕ່າງໆ ຫຼື ສະຖານະການທີ່ເກີດຂຶ້ນໃນຊີວິດປະຈຳວັນຂອງພວກເຂົາດ້ວຍຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິໄດ້. ເວົ້າຢ່າງເຄັ່ງຄັດແລ້ວ ໃນຊີວິດປະຈຳວັນ ຄົນແບບນັ້ນບໍ່ສາມາດແມ່ນແຕ່ຈະຈັດການເລື່ອງອາຫານ, ເຄື່ອງນຸ່ງ, ທີ່ພັກອາໄສ ຫຼື ການເດີນທາງຂອງພວກເຂົາເອງໄດ້ດ້ວຍຕົນເອງ ແລະ ທັງບໍ່ສາມາດຕອບໂຕ້ ແລະ ຈັດການກັບບັນຫາເຫຼົ່ານີ້ໄດ້ດ້ວຍຕົນເອງ. ເຖິງແມ່ນວ່າພວກເຂົາຈະພຽງແຕ່ສາມາດເອົາຊີວິດລອດໄປໄດ້ໂດຍບໍ່ອຶດຕາຍກໍຕາມ ແຕ່ຈາກການສະແດງອອກຂອງພວກເຂົາໃນການຈັດການກັບເລື່ອງຕ່າງໆ, ຄົນແບບນັ້ນເບິ່ງຄືວ່າໂງ່ຈ້າ ແລະ ງຸ່ມງ່າມຫຼາຍ ເຊິ່ງຫ່າງໄກຈາກການມີຄວາມເປັນມະນຸດທີ່ປົກກະຕິຢ່າງແທ້ຈິງ. ຍົກຕົວຢ່າງສັດບາງຊະນິດ, ພວກມັນບໍ່ຮູ້ດ້ວຍຊໍ້າວ່າຄວນກິນອາຫານຫຼາຍສໍ່າໃດຈຶ່ງຈະເໝາະສົມ. ຖ້າຫາກວ່າຄົນໃຫ້ອາຫານພວກມັນຕາມເວລາ ແລະ ປະລິມານທີ່ກຳນົດໄວ້ເທົ່ານັ້ນ, ພວກມັນຈຶ່ງຈະສາມາດກິນໄດ້ຢ່າງມີສຸຂະພາບດີ. ຍົກຕົວຢ່າງໝາ, ຖ້າປ່ອຍໃຫ້ກິນຢ່າງອິດສະຫຼະ ໂດຍບໍ່ມີການຈຳກັດປະລິມານ, ພວກມັນກໍຈະກິນຫຼາຍເກີນໄປ. ພວກມັນຈະກິນໄປເລື້ອຍໆຈົນກວ່າພວກມັນຈະອີ່ມຈົນຈຸກ ແລະ ຮ່າງກາຍບໍ່ສາມາດກິນໄດ້ອີກຕໍ່ໄປ. ສະນັ້ນ, ລັກສະນະທີ່ຊັດເຈນຫຼາຍຢ່າງໜຶ່ງຂອງຄົນທີ່ກັບຊາດມາເກີດຈາກສັດກໍຄື ພວກເຂົາບໍ່ສາມາດຈັດການກັບຫຼາຍໆດ້ານໃນຊີວິດຂອງພວກເຂົາເອງໄດ້ດ້ວຍຕົນເອງ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດເຊັ່ນນັ້ນໄດ້ດ້ວຍຕົນເອງ? ນັ້ນກໍຍ້ອນວ່າພວກເຂົາບໍ່ເຄີຍຮູ້ວ່າຫຼັກການໃນການເຮັດສິ່ງເຫຼົ່ານັ້ນແມ່ນຫຍັງ, ເງື່ອນໄຂພື້ນຖານແມ່ນຫຍັງ ຫຼື ຂອບເຂດໃດທີ່ພວກເຂົາບໍ່ຄວນກ້າວກາຍ. ມັນກໍຄືກັບສັດບາງຊະນິດເວລາທີ່ພວກມັນກິນ. ພວກມັນບໍ່ຮູ້ວ່າອາຫານຫຼາຍສໍ່າໃດຈຶ່ງຈະເໝາະສົມ. ຖ້າຄົນບໍ່ຈັດການໃຫ້ພວກມັນ, ພວກມັນກໍຈະກິນຈົນຈຸກຕາຍ. ຖ້າມີຄົນຈັດການ ແລະ ໃຫ້ອາຫານພວກມັນ, ພວກມັນກໍອາດຈະຮັກສາສຸຂະພາບທີ່ດີໄວ້ໄດ້. ລັກສະນະນີ້ກໍເຫັນໄດ້ຊັດເຈນຫຼາຍໃນຄົນທີ່ກັບຊາດມາເກີດຈາກສັດເຊັ່ນກັນ. ຄືກັບທີ່ບາງຄົນເວົ້າວ່າ: “ພວກເຂົາກິນໂດຍບໍ່ຮູ້ວ່າຫິວ ຫຼື ອີ່ມ ແລະ ນອນໂດຍບໍ່ຮູ້ວ່າເປັນກາງເວັນ ຫຼື ກາງຄືນ”. ແລ້ວຄົນແບບນັ້ນມີສະຕິປັນຍາຂອງຄວາມເປັນມະນຸດບໍ? ມັນຊັດເຈນຫຼາຍວ່າພວກເຂົາບໍ່ມີ. ເລື່ອງຕ່າງໆເຊັ່ນ: ພວກເຂົາຄວນກິນແນວໃດເພື່ອປັບສົມດຸນສຸຂະພາບຂອງພວກເຂົາຕະຫຼອດສີ່ລະດູໃນໜຶ່ງປີ ໃນຂະນະທີ່ຮ່າງກາຍຂອງພວກເຂົາປະສົບກັບສະພາບການທີ່ແຕກຕ່າງກັນ, ອາຫານປະເພດໃດທີ່ດີຕໍ່ສຸຂະພາບ ແລະ ອາຫານປະເພດໃດທີ່ບໍ່ດີຕໍ່ສຸຂະພາບໃນລະດູໃດ, ວິທີການດຳລົງຊີວິດແບບໃດທີ່ດີຕໍ່ສຸຂະພາບ ແລະ ບໍ່ດີຕໍ່ສຸຂະພາບ ເຊິ່ງຄົນປົກກະຕິໃນອາຍຸຊາວປີອາດຈະບໍ່ຮູ້ເລື່ອງເຫຼົ່ານີ້ ແຕ່ເມື່ອອາຍຸສາມສິບປີ ພວກເຂົາກໍຈະຮູ້ບາງສິ່ງບາງຢ່າງ ແລະ ເມື່ອອາຍຸສີ່ສິບປີ ພວກເຂົາກໍຈະຮູ້ຫຼາຍຂຶ້ນ. ເມື່ອອາຍຸຫ້າສິບປີ ພວກເຂົາກໍຈະສະຫຼຸບກົດເກນການດຳລົງຊີວິດທີ່ເໝາະສົມກັບພວກເຂົາ ໂດຍອີງໃສ່ສະພາບຮ່າງກາຍຕົວຈິງຂອງພວກເຂົາເອງ ແລະ ສິ່ງນີ້ກໍຈະຖືກກຳນົດ ແລະ ຕາຍຕົວໂດຍພື້ນຖານ ໂດຍບໍ່ມີການປ່ຽນແປງຄັ້ງໃຫຍ່ອີກຕໍ່ໄປ. ຖິງແມ່ນວ່າພວກເຂົາຈະມີອາຍຸຮອດແປດສິບປີກໍຕາມ, ແຕ່ຄົນທີ່ກັບຊາດມາເກີດຈາກສັດກໍຍັງບໍ່ສາມາດສະຫຼຸບກົດເກນການດຳລົງຊີວິດໄດ້. ພວກເຂົາກິນຫຼາຍເກີນໄປ ຫຼື ບໍ່ຊັ້ນກໍກິນໜ້ອຍເກີນໄປ ແລະ ເຈັບທ້ອງ ຫຼື ບໍ່ຊັ້ນອາຫານກໍບໍ່ຍ່ອຍ. ພວກເຂົາບໍ່ຮູ້ເລີຍວ່າບັນຫາສຸຂະພາບໃດທີ່ເກີດຈາກນິໄສການດຳລົງຊີວິດໃດ ຫຼື ອາຫານປະເພດໃດ. ພວກເຂົາພຽງແຕ່ກິນຕາມໃຈມັກ. ຖ້າເຈົ້າຂໍໃຫ້ພວກເຂົາສະຫຼຸບຫຼັກການກິນອາຫານ ຫຼື ວິທີການກິນອາຫານທີ່ເໝາະສົມກັບພວກເຂົາ ໂດຍອີງໃສ່ວ່າອາຫານປະເພດໃດທີ່ເໝາະສົມ ຫຼື ບໍ່ເໝາະສົມກັບສະພາບຮ່າງກາຍຂອງພວກເຂົາ ແລະ ອີງໃສ່ຂໍ້ມູນຕ່າງໆ, ພວກເຂົາກໍບໍ່ສາມາດເຮັດໄດ້. ຕົວຢ່າງ: ມີຄົນໃນອິນເຕີເນັດບອກວ່າເປືອກໄຂ່ມີແຄວຊຽມສູງ ແລະ ການກິນເປືອກໄຂ່ສາມາດເສີມແຄວຊຽມໄດ້ ແລ້ວພວກເຂົາກໍຄິດວ່າ: “ຂ້ອຍບໍ່ສູງປານໃດຍ້ອນຂ້ອຍຂາດແຄວຊຽມ. ຂ້ອຍຈະກິນເປືອກໄຂ່ເພື່ອເສີມແຄວຊຽມ”. ແຕ່ຜົນປາກົດວ່າ ຫຼັງຈາກທີ່ກິນໄປໄດ້ໄລຍະໜຶ່ງ ກໍເບິ່ງຄືວ່າລະດັບແຄວຊຽມຂອງພວກເຂົາບໍ່ເພີ່ມຂຶ້ນເລີຍ. ຈົ່ງບອກເຮົາມາເບິ່ງວ່າ ນີ້ບໍ່ແມ່ນການບິດເບືອນບໍ? ເມື່ອເຈົ້າພົບຂໍ້ມູນໃນອິນເຕີເນັດທີ່ບອກວ່າເປືອກໄຂ່ມີແຄວຊຽມສູງ ແລະ ສາມາດໃຊ້ເປັນອາຫານເສີມແຄວຊຽມໄດ້, ເຈົ້າຄວນຢັ່ງຮູ້ມັນແນວໃດ? ມັນຊັດເຈນຫຼາຍວ່າຄົນທີ່ກິນເປືອກໄຂ່ມັກຈະມີຄວາມຄິດທີ່ບິດເບືອນ. ການຢັ່ງຮູ້ຂອງພວກເຂົາບໍ່ຖືກຕ້ອງ, ສະນັ້ນ ການປະຕິບັດຂອງພວກເຂົາຈຶ່ງບິດເບືອນ, ສຸດໂຕ່ງ ແລະ ໂງ່ຈ້າ. ແລ້ວວິທີທີ່ຖືກຕ້ອງໃນການຢັ່ງຮູ້ເລື່ອງນີ້ແມ່ນຫຍັງ? ເຖິງແມ່ນວ່າເປືອກໄຂ່ອາດຈະມີແຄວຊຽມສູງ ແຕ່ພວກມັນກໍບໍ່ແມ່ນສິ່ງທີ່ພວກເຮົາສາມາດກິນໄດ້. ພວກມັນສາມາດມີຜົນໃນການເສີມແຄວຊຽມໄດ້ຢ່າງແທ້ຈິງ ຫຼື ບໍ່ນັ້ນກໍຍັງບໍ່ຮູ້ ແລະ ເຖິງແມ່ນວ່າພວກມັນຈະສາມາດເສີມລະດັບແຄວຊຽມຂອງເຈົ້າໄດ້, ການທີ່ຮ່າງກາຍຂອງເຈົ້າຈະສາມາດດູດຊຶມມັນໄດ້ ຫຼື ບໍ່ນັ້ນກໍຍັງບໍ່ແນ່ນອນເຊັ່ນກັນ. ຍິ່ງໄປກວ່ານັ້ນ, ມີຫຼັກຖານໃດບໍທີ່ບອກວ່າເປືອກໄຂ່ສາມາດເປັນອາຫານເສີມແຄວຊຽມໄດ້? ຄຳກ່າວອ້າງນີ້ໄດ້ຮັບການຢັ້ງຢືນແລ້ວບໍ? ໃນຄວາມເປັນຈິງແລ້ວ, ມີຫຼາຍສິ່ງຫຼາຍຢ່າງທີ່ສາມາດເສີມແຄວຊຽມໄດ້ ແລະ ພວກມັນທັງໝົດກໍໄດ້ຮັບການພິສູດທາງການແພດແລ້ວ. ຖ້າເຈົ້າປະຕິເສດທີ່ຈະຍອມຮັບວິທີການທີ່ໄດ້ຮັບການພິສູດເຫຼົ່ານີ້ ແລ້ວເຈົ້າກໍເປັນຄົນທີ່ໄຮ້ສາລະ. ເຈົ້າພຽງແຕ່ກິນຢາເມັດແຄວຊຽມເພື່ອເສີມແຄວຊຽມຂອງເຈົ້າບໍ່ໄດ້ບໍ? ນັ້ນຄືວິທີທີ່ງ່າຍທີ່ສຸດ. ພວກມັນບໍ່ທຳລາຍກະເພາະ ຫຼື ເຮັດໃຫ້ແຂ້ວເສຍຫາຍ, ພວກມັນມີລົດຊາດແຊບ ແລະ ເຈົ້າສາມາດຮູ້ສຶກເຖິງຜົນຂອງມັນໄດ້. ນີ້ບໍ່ແມ່ນການຢັ່ງຮູ້ທີ່ຖືກຕ້ອງບໍ? (ແມ່ນແລ້ວ). ແຕ່ຜູ້ທີ່ມີການຢັ່ງຮູ້ທີ່ບິດເບືອນບໍ່ໄດ້ຢັ່ງຮູ້ແບບນີ້, ພວກເຂົາເຮັດສິ່ງຕ່າງໆແບບສຸດໂຕ່ງ. ພວກເຂົາເຊື່ອວ່າ “ຖ້າມີຄົນບອກວ່າເປືອກໄຂ່ສາມາດເສີມແຄວຊຽມຂອງເຈົ້າໄດ້ ຊັ້ນມັນກໍຕ້ອງກິນໄດ້. ຖ້າເຈົ້າຕ້ອງການເສີມແຄວຊຽມຂອງເຈົ້າ, ເຈົ້າກໍຕ້ອງກິນພວກມັນ”. ພວກເຂົາເຖິງກັບບໍ່ຈະພິຈາລະນາວ່າຮ່າງກາຍສາມາດດູດຊຶມພວກມັນໄດ້ ຫຼື ບໍ່ຫຼັງຈາກທີ່ກິນເຂົ້າໄປ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງການຢັ່ງຮູ້ທີ່ບິດເບືອນ, ນີ້ຄືການເປັນຄົນສຸດໂຕ່ງ. ຖ້າມີຄົນເວົ້າວ່າ “ເປືອກກ້ວຍມີວິຕາມິນສູງ ແລະ ການກິນມັນສາມາດເຮັດໃຫ້ເຈົ້າງາມຂຶ້ນ”, ພວກເຈົ້າຈະກິນມັນບໍ? (ບໍ່ກິນ). ເປັນຫຍັງຈຶ່ງບໍ່ກິນ? (ເພາະວ່າຕາມກົດເກນທຳມະຊາດແລ້ວ ອາຫານບາງຊະນິດທີ່ພຣະເຈົ້າສ້າງມາຄວນກິນຫຼັງຈາກທີ່ປອກເປືອກແລ້ວ. ການດື້ດຶງທີ່ຈະກິນເປືອກກ້ວຍຄືການເຮັດສິ່ງຕ່າງໆແບບສຸດໂຕ່ງ. ຖ້າຄົນໃດຄົນໜຶ່ງຕ້ອງການເສີມວິຕາມິນເພື່ອເຮັດໃຫ້ຕົນເອງງາມຂຶ້ນ, ພວກເຂົາກໍຄວນກິນອາຫານທີ່ສາມາດກິນໄດ້ຕາມປົກກະຕິ ແລະ ມີສັບພະຄຸນຊ່ວຍໃຫ້ງາມຂຶ້ນ). ນີ້ຄືການຢັ່ງຮູ້ທີ່ຖືກຕ້ອງ. ແຕ່ເບິ່ງຄົນໂງ່ຈ້າທີ່ສຸດໂຕ່ງນັ້ນແມ້. ພວກເຂົາບໍ່ໄດ້ຢັ່ງຮູ້ແບບນີ້. ພວກເຂົາດື້ດຶງທີ່ຈະບັງຄັບຕົນເອງໃຫ້ກິນເປືອກກ້ວຍ ແລະ ເຖິງຂັ້ນເວົ້າວ່າ “ຂ້ອຍຕ້ອງກະບົດຕໍ່ເນື້ອໜັງຂອງຂ້ອຍ. ຂ້ອຍຕ້ອງກິນເປືອກກ້ວຍເພື່ອເສີມລະດັບສານອາຫານສະເພາະໃດໜຶ່ງຂອງຂ້ອຍ”. ແຕ່ພວກເຂົາພັດບໍ່ຄິດວ່າ “ເປືອກກ້ວຍລົດຊາດບໍ່ແຊບ. ມັນບໍ່ແມ່ນອາຫານ. ຂ້ອຍຈະບໍ່ກິນມັນ. ເປັນຫຍັງຂ້ອຍຈຶ່ງບໍ່ໄປກິນສິ່ງອື່ນທີ່ມີສານອາຫານນີ້ແທນ?” ນີ້ບໍ່ແມ່ນການຢັ່ງຮູ້ທີ່ຖືກຕ້ອງບໍ? (ແມ່ນແລ້ວ). ຖ້າເຈົ້າສາມາດແຍກແຍະໃນລັກສະນະນີ້, ຖ້າເຈົ້າສາມາດຢັ່ງຮູ້ສິ່ງຕ່າງໆໃນລັກສະນະນີ້, ມັນກໍພິສູດວ່າເຈົ້າມີສະຕິປັນຍາຂອງມະນຸດ. ແຕ່ຖ້າເຈົ້າບໍ່ສາມາດແຍກແຍະໃນລັກສະນະນີ້ ແລະ ທັນທີທີ່ເຈົ້າໄດ້ຍິນວ່າເປືອກກ້ວຍມີສານອາຫານບາງຢ່າງ, ເຈົ້າກໍດື້ດຶງທີ່ຈະກິນມັນເຖິງແມ່ນວ່າມັນຈະມີລົດຊາດບໍ່ແຊບກໍຕາມ. ຄັນຊັ້ນເຈົ້າກໍເປັນຄົນໂງ່ຈ້າ, ເຈົ້າເປັນຄົນທີ່ກັບຊາດມາເກີດຈາກສັດ ແລະ ເຈົ້າບໍ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ. ຄຳສອນນອກຮີດ ຫຼື ຄວາມຄິດທີ່ຄາດເຄື່ອນໃດໆກໍສາມາດເຮັດໃຫ້ຄົນແບບນັ້ນຫຼົງຜິດໄດ້ ແລະ ພວກເຂົາພຽງແຕ່ບໍ່ສາມາດແຍກແຍະຄວາມຖືກຕ້ອງ ຫຼື ຄວາມຈິງຂອງຂໍ້ມູນຕ່າງໆໄດ້. ພວກເຂົາມັກຈະຖືກຫຼອກຢູ່ສະເໝີ. ທັງໝົດນີ້ປະກອບເປັນການສະແດງອອກເຖິງວິທີທີ່ຄົນທີ່ກັບຊາດມາເກີດຈາກສັດປະຕິບັດຕໍ່ເລື່ອງສະເພາະຕ່າງໆ. ພວກເຂົາໂງ່ຈ້າເຖິງຂີດສຸດ, ການຢັ່ງຮູ້ຂອງພວກເຂົາບິດເບືອນ ແລະ ໄຮ້ສາລະ ແລະ ພວກເຂົາເຮັດທຸກສິ່ງທຸກຢ່າງແບບສຸດໂຕ່ງ. ເມື່ອມີຄົນເວົ້າວ່າງານຄົ້ນຄວ້າຊີ້ໃຫ້ເຫັນວ່າບາງສິ່ງບາງຢ່າງສາມາດກິນໄດ້, ນັ້ນບໍ່ໄດ້ໝາຍຄວາມວ່າເຈົ້າຕ້ອງກິນມັນ ແລະ ບໍ່ໄດ້ໝາຍຄວາມວ່າບໍ່ມີສິ່ງອື່ນໃດສາມາດທົດແທນມັນໄດ້. ຖ້າເຈົ້າເວົ້າວ່າຄວາມຈິງບໍ່ສາມາດຖືກທົດແທນດ້ວຍທິດສະດີໃດໆ, ນັ້ນຄືສິ່ງທີ່ເປັນພາວະວິໄສ ແລະ ຖືກຕ້ອງ. ແຕ່ສານອາຫານເຫຼົ່ານີ້ເປັນສານທາງວັດຖຸ, ມັນເປັນໄປບໍ່ໄດ້ທີ່ຈະບໍ່ມີສິ່ງທົດແທນເລີຍ. ພຣະເຈົ້າໄດ້ສ້າງອາຫານທີ່ອຸດົມສົມບູນຫຼາກຫຼາຍຊະນິດ ແລະ ມີອາຫານຫຼາຍຊະນິດທີ່ມີສານອາຫານແຕກຕ່າງກັນ. ຜູ້ຄົນສາມາດເລືອກໄດ້ຢ່າງຊັດເຈນໂດຍອີງໃສ່ສະພາບຮ່າງກາຍ, ກຸ່ມອາຍຸ ແລະ ສະຖານະສຸຂະພາບໃນປັດຈຸບັນຂອງຕົນ ໂດຍບໍ່ຈຳເປັນຕ້ອງຍຶດຕິດກັບກົດລະບຽບ. ຫຼັງຈາກທີ່ໄດ້ຍິນຂໍ້ມູນໃດໜຶ່ງ, ຄົນທີ່ສຸດໂຕ່ງກໍບໍ່ສາມາດປະຕິບັດຕໍ່ມັນໄດ້ຢ່າງຖືກຕ້ອງ ແລະ ບໍ່ສາມາດແຍກແຍະມັນໄດ້. ພວກເຂົາມັກຈະຖືກສິ່ງເຫຼົ່ານີ້ເຮັດໃຫ້ຫຼົງຜິດຢູ່ສະເໝີ ແລະ ໃນທີ່ສຸດ ພວກເຂົາກໍເວົ້າວ່າ “ທຸກສິ່ງທຸກຢ່າງໃນອິນເຕີເນັດເປັນເລື່ອງຕົວະ, ບໍ່ມີຄຳໃດເປັນຄວາມຈິງເລີຍ!” ເຈົ້າເຫັນບໍວ່າ ຕອນນີ້ພວກເຂົາໄປສູ່ຄວາມສຸດໂຕ່ງອີກດ້ານໜຶ່ງແລ້ວ. ເຈົ້າສາມາດຄົ້ນຫາຂໍ້ມູນໃນອິນເຕີເນັດໄດ້ ແຕ່ເຈົ້າຕ້ອງຮູ້ວິທີໃຊ້ສະຕິປັນຍາຂອງມະນຸດ ແລະ ວິທີການຄິດທີ່ຖືກຕ້ອງຂອງມະນຸດເພື່ອແຍກແຍະມັນ, ເພື່ອເລືອກຢ່າງຖືກຕ້ອງວ່າຈະໃຊ້ຫຍັງ ແລະ ຈະປະຖິ້ມຫຍັງ. ຖ້າບາງສິ່ງບາງຢ່າງເປັນປະໂຫຍດຕໍ່ເຈົ້າ, ເຈົ້າກໍສາມາດໃຊ້ມັນໄດ້; ຖ້າມັນບໍ່ເປັນປະໂຫຍດ ຫຼື ບໍ່ເໝາະສົມກັບເຈົ້າ, ເຈົ້າກໍສາມາດຖືວ່າມັນເປັນບ່ອນອີງ ຫຼື ເປັນຄວາມຮູ້ທົ່ວໄປປະເພດໜຶ່ງ. ຄົນທີ່ມີຄວາມຄິດຂອງມະນຸດປະຕິບັດໃນລັກສະນະນີ້. ຜູ້ທີ່ບໍ່ມີຄວາມຄິດຂອງມະນຸດປະຕິບັດໃນວິທີທີ່ບ່ຽງເບນໄປທາງຊ້າຍ ຫຼື ທາງຂວາ, ພວກເຂົາຈະຖືກຫຼອກລວງ ຫຼື ບໍ່ຊັ້ນກໍບໍ່ເຊື່ອທຸກສິ່ງທຸກຢ່າງຢ່າງສິ້ນເຊີງ. ພວກເຂົາບໍ່ສາມາດແຍກແຍະເລື່ອງດັ່ງກ່າວດ້ວຍຄວາມລະມັດລະວັງໄດ້. ຄົນແບບນັ້ນເບິ່ງຄືວ່າດື້ດ້ານ, ໜ້າຕະຫຼົກ, ເບົາປັນຍາ ແລະ ໂງ່ຈ້າເປັນພິເສດໃນວິທີທີ່ພວກເຂົາປະຕິບັດຕໍ່ຂໍ້ມູນປະເພດຕ່າງໆ ຫຼື ຈັດການກັບເລື່ອງໃນຊີວິດຈິງ. ຄົນທີ່ໂງ່ຈ້າຂະໜາດນີ້, ຜູ້ທີ່ບໍ່ສາມາດແຍກແຍະຄວາມຖືກຕ້ອງຈາກຄວາມຜິດພາດ ຫຼື ສິ່ງທີ່ຖືກຈາກສິ່ງທີ່ຜິດໄດ້, ພວກເຂົາໃຊ້ຊີວິດໃນແຕ່ລະມື້ຜ່ານໄປໄດ້ແນວໃດ? ພຽງແຕ່ເບິ່ງວິທີທີ່ພວກເຂົາປະພຶດກໍເຮັດໃຫ້ເຈົ້າກັງວົນແລ້ວ. ເຈົ້າຍັງສາມາດມີຄວາມຫວັງວ່າພວກເຂົາຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ອີກບໍ?

ຜູ້ຍິງຄົນໜຶ່ງແຕ່ງງານກັບຄົນພານທີ່ຕ່ຳຊ້າ ແລະ ຄິດວ່າ “ສາມີຂອງຂ້ອຍຮັກຂ້ອຍຫຼາຍ. ຂ້ອຍໄດ້ພົບຮັກແທ້ແລ້ວ, ຂ້ອຍຕົກຫຼຸມຮັກແລ້ວ” ແລະ ນາງກໍຮູ້ສຶກມີຄວາມສຸກຫຼາຍ. ແຕ່ຄົນອື່ນເບິ່ງສາມີຂອງນາງ ແລະ ເຫັນວ່າລາວບໍ່ແມ່ນມະນຸດດ້ວຍຊໍ້າ, ລາວເປັນມານຮ້າຍ ແລະ ສົງໄສວ່ານາງຍັງສາມາດຫຼົງໄຫຼ ແລະ ເພີດເພີນກັບຕົນເອງຫຼາຍຂະໜາດນັ້ນໄດ້ແນວໃດ. ແມ່ນແຕ່ພວກເຂົາກໍຍັງກັງວົນກ່ຽວກັບນາງ ແລະ ເປັນຫ່ວງແທນນາງ. ໃນທີ່ສຸດ, ຫຼັງຈາກທີ່ມີລູກກັບລາວ ນາງກໍຖືກຖີບຫົວສົ່ງ ແລະ ບໍ່ມີບ່ອນເພິ່ງພາ, ຊີວິດຂອງນາງກາຍເປັນເລື່ອງຍາກລຳບາກຈົນທົນບໍ່ໄດ້! ຈາກສິ່ງທີ່ໂງ່ຈ້າທີ່ຄົນທີ່ກັບຊາດມາເກີດຈາກສັດໄດ້ເຮັດ, ມັນຊັດເຈນວ່າ ຂໍ້ເທັດຈິງທີ່ພວກເຂົາສາມາດດຳລົງຊີວິດ ແລະ ເອົາຊີວິດລອດໄປໄດ້ນັ້ນ ສ່ວນໃຫຍ່ແມ່ນຍ້ອນພຣະຄຸນຂອງພຣະເຈົ້າ. ພຣະເຈົ້າປະທານລົມຫາຍໃຈໃຫ້ພວກເຂົາເພື່ອໃຫ້ພວກເຂົາສາມາດມີຊີວິດຢູ່ຕໍ່ໄປໄດ້ ແລະ ປະທານອາຫານໃຫ້ພວກເຂົາເພື່ອໃຫ້ພວກເຂົາສາມາດເອົາຊີວິດລອດໄດ້. ນົກຢູ່ເທິງທ້ອງຟ້າ, ສັດໂຕນ້ອຍໆ ແລະ ແມ່ນແຕ່ມົດຢູ່ເທິງພື້ນດິນກໍລ້ວນແຕ່ມີອາຫານກິນ, ແລ້ວສຳລັບມະນຸດຈະຍິ່ງເປັນຈິງຫຼາຍກວ່ານັ້ນສໍ່າໃດ? ໃນເມື່ອເຈົ້າກັບຊາດມາເກີດເປັນມະນຸດ, ພຣະເຈົ້າກໍປະທານວິທີການເອົາຊີວິດລອດໃຫ້ແກ່ເຈົ້າ. ຫາກບໍ່ແມ່ນມີຄົນລ້ຽງດູເຈົ້າ ກໍແມ່ນເຈົ້າມີຈຸດແຂງບາງຢ່າງທີ່ເຮັດໃຫ້ເຈົ້າສາມາດຮັກສາການດຳລົງຊີວິດຂອງເຈົ້າໄວ້ໄດ້. ນີ້ຄືພຣະຄຸນຂອງພຣະເຈົ້າ. ພຣະເຈົ້າບໍ່ປ່ອຍໃຫ້ເຈົ້າອຶດຕາຍ ແຕ່ຊົງປະທານຫົນທາງໃນການເອົາຊີວິດລອດໃຫ້ແກ່ເຈົ້າ, ສະນັ້ນ ເຈົ້າຈຶ່ງສາມາດມີຊີວິດຢູ່ຈົນແກ່ເຖົ້າໄດ້, ມີຊີວິດຢູ່ຈົນເຖິງວາລະສຸດທ້າຍໄດ້. ຖ້າປາສະຈາກພຣະຄຸນຂອງພຣະເຈົ້າ, ແລ້ວດ້ວຍຂີດຄວາມສາມາດຂອງຄົນທີ່ກັບຊາດມາເກີດຈາກສັດມີມາແຕ່ເກີດ, ການຂາດຄວາມຄິດທີ່ປົກກະຕິຂອງພວກເຂົາ ແລະ ການຂາດແມ່ນແຕ່ຄວາມສາມາດພຽງເລັກໜ້ອຍໃນການຈັດການກັບບັນຫາຂອງພວກເຂົາ, ພວກເຂົາກໍຄົງບໍ່ສາມາດແມ່ນແຕ່ຈະຫາລ້ຽງຊີບໃຫ້ກັບຕົນເອງໄດ້. ຈາກອີກມຸມມອງໜຶ່ງ, ຄົນທີ່ກັບຊາດມາເກີດຈາກສັດກໍຖືວ່າເປັນຄົນທີ່ໄດ້ຮັບພຣະພອນຂ້ອນຂ້າງຫຼາຍ. ເມື່ອພິຈາລະນາເຖິງຄວາມສາມາດຂອງພວກເຂົາໃນທຸກດ້ານ ແລະ ສະຕິປັນຍາຂອງພວກເຂົາແລ້ວ, ມັນເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະຫາລ້ຽງຊີບໃນໂລກທີ່ສັບສົນ ແລະ ຊົ່ວຮ້າຍນີ້. ແຕ່ຍ້ອນພຣະເຈົ້າສະແດງພຣະຄຸນ ແລະ ມີຄວາມເມດຕາຕໍ່ສິ່ງທີ່ຖືກສ້າງທັງປວງ, ສະນັ້ນ ບໍ່ວ່າເຈົ້າຈະກັບຊາດມາເກີດຈາກສັດ ຫຼື ມະນຸດ, ໃນສາຍພຣະເນດຂອງພຣະເຈົ້າ, ຖ້າເຈົ້າເປັນສິ່ງທີ່ຖືກສ້າງ ແລະ ພຣະອົງໄດ້ປະທານລົມຫາຍໃຈໃຫ້ເຈົ້າແລ້ວ, ພຣະອົງກໍຈະຈັດຫາສິ່ງທີ່ເຈົ້າຕ້ອງການເພື່ອດຳລົງຊີວິດ ແລະ ເອົາຊີວິດລອດຕາມປົກກະຕິ, ເຮັດໃຫ້ຊີວິດຂອງເຈົ້າໄດ້ຮັບການຄ້ຳຊູ ແລະ ເຮັດໃຫ້ເຈົ້າສາມາດມີຊີວິດຢູ່ຕໍ່ໄປໄດ້. ສະນັ້ນ ຖ້າເຈົ້າເວົ້າວ່າ “ຂ້ອຍໄດ້ອອກໄປດິ້ນຮົນເພື່ອຫາເງິນ, ລ້ຽງດູຕົນເອງຈົນຂ້ອຍໄດ້ຮັບສານອາຫານຄົບຖ້ວນ ແລະ ມີສຸຂະພາບແຂງແຮງ, ຂ້ອຍບໍ່ໄດ້ເຮັດໄດ້ດີບໍ? ພຣະອົງບໍ່ໄດ້ກຳລັງດູຖູກຂ້ອຍໂດຍການເອີ້ນຂ້ອຍວ່າຄົນໂງ່ຈ້າບໍ?” ແລ້ວເຈົ້າກໍຄິດຜິດແລ້ວ. ຂໍ້ເທັດຈິງທີ່ວ່າເຈົ້າສາມາດຫາເງິນ ແລະ ລ້ຽງດູຕົນເອງໄດ້ນັ້ນ ບໍ່ໄດ້ໝາຍຄວາມວ່າເປັນຍ້ອນຄວາມສາມາດຂອງເຈົ້າເອງຢ່າງແທ້ຈິງ, ເກົ້າສິບເກົ້າເປີເຊັນຂອງມັນແມ່ນມາຈາກພຣະຄຸນຂອງພຣະເຈົ້າ. ພຣະເຈົ້າປະທານພະລັງບາງຢ່າງໃຫ້ແກ່ເຈົ້າ ແລະ ດ້ວຍເຫດນີ້ຈຶ່ງເຮັດໃຫ້ເຈົ້າສາມາດເຮັດວຽກໜັກເພື່ອຫາເງິນມາຊື້ອາຫານໄດ້; ພຣະອົງປະທານຈຸດແຂງບາງຢ່າງໃຫ້ເຈົ້າ ພ້ອມກັບຮ່າງກາຍທີ່ແຂງແຮງ ແລະ ດ້ວຍເຫດນີ້ຈຶ່ງເຮັດໃຫ້ເຈົ້າສາມາດເຮັດວຽກ, ຫາເງິນ, ລ້ຽງດູຄອບຄົວ ແລະ ເອົາຊີວິດລອດໄດ້. ພື້ນຖານຂອງການທີ່ເຈົ້າສາມາດເຮັດສິ່ງເຫຼົ່ານີ້ໄດ້ແມ່ນຫຍັງ? ມັນລ້ວນແຕ່ອີງໃສ່ການທີ່ພຣະເຈົ້າປະທານເງື່ອນໄຂທີ່ຕິດໂຕມາແຕ່ເກີດທີ່ພື້ນຖານທີ່ສຸດໃຫ້ແກ່ເຈົ້າ ເຊິ່ງເຮັດໃຫ້ເຈົ້າສາມາດມີສ່ວນຮ່ວມໃນການອອກແຮງງານຂອງມະນຸດທີ່ປົກກະຕິ ຈົນໃນທີ່ສຸດກໍເຮັດໃຫ້ເຈົ້າສາມາດລ້ຽງດູຕົນເອງ ແລະ ຮັກສາການດຳລົງຊີວິດຂອງເຈົ້າໄວ້ໄດ້. ສະຫຼຸບແລ້ວ, ບໍ່ວ່າຈະເປັນແນວໃດກໍຕາມ, ບໍ່ວ່າເຈົ້າຈະໂງ່ຈ້າ ຫຼື ເບົາປັນຍາ, ໃນຕອນນີ້ ໃນຖານະທີ່ເປັນສິ່ງທີ່ຖືກສ້າງທີ່ມີຮູບຮ່າງໜ້າຕາພາຍນອກເປັນມະນຸດ, ເຈົ້າຄວນຮູ້ຈັກອັດຕະລັກ ແລະ ຄຸນຄ່າຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຄວນຢັ່ງຮູ້ຢ່າງຖືກຕ້ອງກ່ຽວກັບສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າ, ສິ່ງທີ່ພຣະເຈົ້າໄດ້ຈັດຫາໃຫ້ເຈົ້າ, ພ້ອມທັງພຣະຄຸນ ແລະ ຄວາມເມດຕາຂອງພຣະເຈົ້າ. ຖ້າເຈົ້າມີລັກສະນະກົງກັບຄຸນລັກສະນະຫຼາຍຢ່າງຂອງຄົນທີ່ກັບຊາດມາເກີດຈາກສັດ ແລະ ຮູ້ສຶກວ່າເຈົ້າຈັດຢູ່ໃນກຸ່ມຄົນປະເພດນີ້ຢ່າງແນ່ນອນ, ເຈົ້າຄວນເຮັດແນວໃດ? ເລື່ອງນີ້ຈັດການໄດ້ງ່າຍ: ບໍ່ວ່າຕົ້ນກຳເນີດຂອງເຈົ້າຈະເປັນແນວໃດ, ບໍ່ວ່າເຈົ້າຈະມີສະຕິປັນຍາ ແລະ ຄວາມຄິດຂອງມະນຸດຕາມທຳມະຊາດ ຫຼື ບໍ່, ຂໍ້ເທັດຈິງກໍຄືຕອນນີ້ເຈົ້າມີອັດຕະລັກເປັນມະນຸດ. ໃນເມື່ອເຈົ້າມີອັດຕະລັກເປັນມະນຸດ, ເຈົ້າກໍຄວນປະຕິບັດໜ້າທີ່ຂອງມະນຸດ, ຈົ່ງເຮັດໃຫ້ດີທີ່ສຸດເທົ່າທີ່ເຈົ້າສາມາດເຮັດໄດ້, ດ້ວຍຄວາມສາມາດທັງໝົດຂອງເຈົ້າ ແລະ ບັນລຸສິ່ງທີ່ມະນຸດຄວນເຮັດໃຫ້ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ບາງຄົນເວົ້າວ່າ “ເຈົ້າບອກວ່າຄົນທີ່ກັບຊາດມາເກີດຈາກສັດນັ້ນມີລັກສະນະເດັ່ນຄື: ການຢັ່ງຮູ້ທີ່ບິດເບືອນ, ຄວາມມຶນຊາ, ຄວາມເບົາປັນຍາ ແລະ ຄວາມໂງ່ຈ້າ, ນັ້ນໝາຍຄວາມວ່າພວກເຂົາບໍ່ມີສະຕິປັນຍາຂອງມະນຸດ. ຄົນສ່ວນໃຫຍ່ເຫຼົ່ານີ້ບໍ່ເຂົ້າໃຈຄວາມຈິງເລີຍ, ພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ເໝາະສົມໄດ້ແນວໃດ?” ຖ້າເຈົ້າບໍ່ໄດ້ຖືກຮຽກຮ້ອງດ້ວຍມາດຕະຖານທີ່ເຄັ່ງຄັດ, ເຈົ້າກໍສາມາດບັນລຸການເຮັດມັນໃຫ້ດີ ແລະ ເໝາະສົມໄດ້, ເພາະວ່າຢ່າງໜ້ອຍທີ່ສຸດ ຕອນນີ້ເຈົ້າກໍມີອັດຕະລັກເປັນມະນຸດ. ຕາບໃດທີ່ເຈົ້າເຊື່ອຟັງ ແລະ ບໍ່ພົ່ນຄຳໂຕ້ແຍ້ງທີ່ບິດເບືອນອອກມາ, ເຈົ້າກໍສາມາດບັນລຸສິ່ງນີ້ໄດ້. ຖ້າແມ່ນແຕ່ສອງຈຸດນີ້ເຈົ້າກໍຍັງບໍ່ສາມາດເຮັດໄດ້, ແລ້ວເຮົາກໍຈະເວົ້າວ່າເຈົ້າກຳລັງຕົກຢູ່ໃນອັນຕະລາຍຢ່າງແທ້ຈິງ ແລະ ເຈົ້າຈະຕ້ອງຖືກຊຳລະລ້າງອອກຈາກຄຣິສຕະຈັກ. ຖ້າເຈົ້າເວົ້າວ່າ “ຂ້ອຍສາມາດເຮັດສອງຈຸດນີ້ໄດ້. ຂ້ອຍຈະບໍ່ພົ່ນຄຳໂຕ້ແຍ້ງທີ່ບິດເບືອນອອກມາ ແລະ ຂ້ອຍຍອມຮັບຄຳເວົ້າທີ່ຖືກຕ້ອງ. ບໍ່ວ່າຈະຖືກບອກໃຫ້ເຮັດຫຍັງ ຂ້ອຍກໍຈະເຮັດ ແລະ ບໍ່ວ່າຈະຖືກບອກໃຫ້ເຮັດແນວໃດ ຂ້ອຍກໍຈະເຮັດແນວນັ້ນ”, ຖ້າເຈົ້າສາມາດປະຕິບັດແບບນີ້ໄດ້ຢ່າງແທ້ຈິງ, ແລ້ວເຈົ້າກໍຈະສາມາດບັນລຸການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ເໝາະສົມໄດ້. ບາງຄົນເວົ້າວ່າ “ຂ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ອຍໄດ້ດີ ແລະ ເໝາະສົມແລ້ວ ແລະ ຂ້ອຍກໍຢາກເຮັດມັນຕາມຫຼັກການຄວາມຈິງນຳອີກ”. ຖ້າເຈົ້າມີເຈດຕະນາທີ່ຈະມຸ່ງເນັ້ນໄປທີ່ຫຼັກການຄວາມຈິງຢ່າງແທ້ຈິງ ບົນພື້ນຖານຂອງການສາມາດປະຕິບັດໜ້າທີ່ຂອງເຈົ້າໃຫ້ໄດ້ດີ ແລະ ເໝາະສົມ, ແລ້ວເຈົ້າຈະບັນລຸໄດ້ໃນລະດັບໃດກໍບໍ່ເປັນຫຍັງ, ມັນບໍ່ໄດ້ມີຂໍ້ກຳນົດເລີຍ. ຕາບໃດທີ່ເຈົ້າບໍ່ດື້ດ້ານ, ບໍ່ພົ່ນຄຳໂຕ້ແຍ້ງທີ່ບິດເບືອນອອກມາ, ບໍ່ເອົາແຕ່ເນັ້ນເຫດຜົນຂອງຕົນເອງ, ບໍ່ປະຕິບັດຕົວແບບເບົາປັນຍາ ແລະ ບໍ່ປະຕິເສດທີ່ຈະຍອມຮັບເມື່ອເຈົ້າໄດ້ເຮັດສິ່ງທີ່ໂງ່ຈ້າ, ສິ່ງນັ້ນກໍພຽງພໍແລ້ວ. ສ່ວນການປະຕິບັດຕາມຫຼັກການຄວາມຈິງ, ເຈົ້າສາມາດເຮັດໄດ້ເທົ່າທີ່ເຈົ້າສາມາດເຮັດໄດ້. ສິ່ງໃດທີ່ເຈົ້າຄິດວ່າເຈົ້າສາມາດເຮັດໄດ້, ກໍຈົ່ງເຮັດສິ່ງນັ້ນ. ຂໍ້ກຳນົດສຳລັບຄົນປະເພດນີ້ບໍ່ໄດ້ສູງ ເພາະມັນຂ້ອນຂ້າງຍາກສຳລັບພວກເຂົາທີ່ຈະບັນລຸຫຼັກການຄວາມຈິງ. ສະນັ້ນ, ໂດຍອີງໃສ່ເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງພວກເຂົາ, ພວກເຂົາຈຶ່ງບໍ່ໄດ້ຖືກຮຽກຮ້ອງໃຫ້ປະຕິບັດຕາມຫຼັກການຄວາມຈິງຢ່າງເຄັ່ງຄັດ. ເປັນຫຍັງພວກເຂົາຈຶ່ງບໍ່ຖືກຮຽກຮ້ອງ? ເພາະວ່າພວກເຂົາບໍ່ສາມາດເຮັດມັນໄດ້. ຖ້າເຈົ້າດື້ດຶງທີ່ຈະຮຽກຮ້ອງໃຫ້ພວກເຂົາປະຕິບັດຕາມຫຼັກການຄວາມຈິງ, ນັ້ນກໍຄືກັບການບັງຄັບໃຫ້ປາອາໄສຢູ່ເທິງບົກ. ຍົກຕົວຢ່າງສັດບາງຊະນິດ, ຖ້າເຈົ້າຮຽກຮ້ອງໃຫ້ພວກມັນກິນອາຫານໃນປະລິມານທີ່ເໝາະສົມໃນແຕ່ລະຄາບ ແລະ ບໍ່ກິນຫຼາຍເກີນໄປຈົນເຮັດໃຫ້ກະເພາະຂອງພວກມັນຂະຫຍາຍ, ພວກມັນຈະເຮັດໄດ້ບໍ? ພວກມັນເຮັດບໍ່ໄດ້. ພວກມັນກິນເທົ່າທີ່ພວກມັນສາມາດກິນໄດ້ໃນຄັ້ງດຽວຈົນກວ່າພວກມັນຈະບໍ່ສາມາດກິນໄດ້ອີກຕໍ່ໄປ. ຄົນທີ່ກັບຊາດມາເກີດຈາກສັດກໍຄືກັນ. ຖ້າເຈົ້າຮຽກຮ້ອງໃຫ້ພວກເຂົາປະຕິບັດຕາມຫຼັກການຄວາມຈິງ, ພວກເຂົາກໍເຮັດບໍ່ໄດ້. ແລ້ວນັ້ນໝາຍຄວາມວ່າຄົນເຫຼົ່ານັ້ນຖືກປະຖິ້ມບໍ? ບໍ່, ພວກເຂົາບໍ່ໄດ້ຖືກປະຖິ້ມ. ແຕ່ການບໍ່ປະຖິ້ມພວກເຂົາບໍ່ໄດ້ໝາຍຄວາມວ່າຈະຮຽກຮ້ອງໃຫ້ພວກເຂົາເຂົ້າໃຈ ແລະ ຈັບໃຈຄວາມຫຼັກການຄວາມຈິງ. ມັນພຽງແຕ່ໝາຍເຖິງການປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ, ປ່ອຍໃຫ້ພວກເຂົາເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້. ມັນບໍ່ແມ່ນການຖອນຄຸນສົມບັດໃນການປະຕິບັດໜ້າທີ່ຂອງພວກເຂົາ, ທັງບໍ່ແມ່ນການຖອນຄຸນສົມບັດໃນການໄລ່ຕາມເສາະຫາຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ມັນບໍ່ແມ່ນການຖອນຄຸນສົມບັດໃນການໄດ້ຮັບຄວາມລອດພົ້ນ. ມັນພຽງແຕ່ໝາຍຄວາມວ່າພວກເຂົາບໍ່ໄດ້ຖືກຮຽກຮ້ອງໃຫ້ປະຕິບັດຕາມຫຼັກການຄວາມຈິງຢ່າງເຄັ່ງຄັດ ແລະ ບໍ່ໄດ້ຖືກຮຽກຮ້ອງໃຫ້ບັນລຸຫຼັກການຄວາມຈິງໃນທຸກສິ່ງທຸກຢ່າງຢ່າງເຂັ້ມງວດ. ນັ້ນກໍຄື ພວກເຂົາຄວນເຮັດເທົ່າທີ່ພວກເຂົາສາມາດເຮັດໄດ້. ຕາບໃດທີ່ພວກເຂົາບໍ່ພະຍາຍາມກໍ່ໃຫ້ເກີດການລົບກວນໂດຍເຈດຕະນາ, ບໍ່ພົ່ນຄຳໂຕ້ແຍ້ງທີ່ບິດເບືອນອອກມາ ຫຼື ເຮັດຄວາມຊົ່ວຮ້າຍຢ່າງບໍ່ຄິດເມື່ອເວົ້າເຖິງເລື່ອງຫຼັກການທີ່ສຳຄັນ, ສິ່ງນັ້ນກໍພຽງພໍແລ້ວ. ຂໍ້ກຳນົດສຳລັບຄົນເຫຼົ່ານີ້ບໍ່ໄດ້ສູງ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ).

ສຳລັບຄົນທີ່ກັບຊາດມາເກີດຈາກສັດ, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກບາງຢ່າງຂອງແກ່ນແທ້ຂອງພວກເຂົາແລ້ວ. ແນ່ນອນວ່າ ມີການສະແດງອອກບາງຢ່າງທີ່ພວກເຮົາບໍ່ໄດ້ເວົ້າເຖິງຢ່າງລະອຽດປານໃດ. ຖ້າພວກເຮົາຈະເວົ້າຢ່າງສະເພາະເຈາະຈົງກວ່ານີ້, ບາງຄົນອາດຈະທົນຮັບບໍ່ໄດ້, ສະນັ້ນ ພວກເຮົາຈຶ່ງເວົ້າແບບທົ່ວໆໄປ ແລະ ລະເວັ້ນບາງເລື່ອງໄວ້ບໍ່ເວົ້າອອກມາ. ບໍ່ວ່າເຈົ້າຈະກັບຊາດມາເກີດຈາກຫຍັງກໍຕາມ, ໃນທີ່ສຸດແລ້ວ ຕອນນີ້ເຈົ້າກໍມີອັດຕະລັກຂອງມະນຸດ. ເນື່ອງຈາກເຈົ້າມີອັດຕະລັກຂອງມະນຸດ, ເຈົ້າຈຶ່ງໃສ່ໃຈພາບລັກ ແລະ ກຽດສັກສີຂອງເຈົ້າ, ສະນັ້ນ ພວກເຮົາຈະຮັກສາກຽດສັກສີໃຫ້ເຈົ້າແດ່ຈັກໜ້ອຍ, ພວກເຮົາຈະບໍ່ເວົ້າຢ່າງລະອຽດຫຼາຍເກີນໄປໃນດ້ານນີ້. ສິ່ງທີ່ພວກເຮົາໄດ້ໂອ້ລົມກັນໄປແລ້ວນັ້ນ ໂດຍພື້ນຖານແລ້ວກໍເປັນແບບນັ້ນແຫຼະ, ຈົ່ງປຽບທຽບຕົວເຈົ້າເອງກັບສິ່ງນັ້ນເບິ່ງ. ສົມມຸດວ່າການສະແດງອອກຂອງເຈົ້າກົງກັບການສະແດງອອກຂອງຄົນທີ່ກັບຊາດມາເກີດຈາກສັດ ແລະ ເຈົ້າຮູ້ສຶກທຸກໃຈຫຼາຍ ໂດຍຮູ້ສຶກວ່າໃນເມື່ອເຈົ້າມີອັດຕະລັກປະເພດນີ້, ໃນດ້ານໜຶ່ງ ຄຸນຄ່າຂອງເຈົ້າກໍຫຼຸດລົງ ແລະ ໃນອີກດ້ານໜຶ່ງ ຄວາມສຸດຈະລິດຂອງເຈົ້າກໍຖືກດູຖູກ ແລະ ກຽດສັກສີຂອງເຈົ້າກໍຖືກທ້າທາຍ. ເຈົ້າບໍ່ຮູ້ວ່າຈະປະຕິບັດຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າແນວໃດ ແລະ ທັນໃດນັ້ນ ເຈົ້າກໍຮູ້ສຶກວ່າສະຖານະຂອງເຈົ້າຕົກຕໍ່າລົງຢ່າງໜັກ, ຮູ້ສຶກວ່າເຈົ້າຕໍ່າຕ້ອຍກວ່າຄົນອື່ນ, ບໍ່ຮູ້ສຶກວ່າມີສິ່ງໃດທີ່ມີກຽດກ່ຽວກັບຕົວເຈົ້າເອງອີກຕໍ່ໄປ, ບໍ່ຮູ້ສຶກວ່າລັກສະນະຂອງເຈົ້າສູງສົ່ງ ຫຼື ເຈົ້າມີຄຸນຄ່າທີ່ມີກຽດອີກຕໍ່ໄປ ແລະ ທັນໃດນັ້ນ ເຈົ້າກໍຮູ້ສຶກໃນໃຈວ່າເຈົ້າບໍ່ມີຄວາມຫວັງ ຫຼື ບ່ອນອີງເລີຍ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງເຈົ້າກໍບໍ່ແນ່ນອນ. ສິ່ງເຫຼົ່ານີ້ຈະເປັນການສະແດງອອກທີ່ດີບໍ? (ບໍ່). ແລ້ວເຈົ້າບໍ່ຄວນຫັນປ່ຽນບໍ? (ຄວນ). ໃນເມື່ອການສະແດງອອກເຫຼົ່ານີ້ ແລະ ການຢັ່ງຮູ້ປະເພດນີ້ບໍ່ດີ, ແລ້ວຄວນເຮັດແນວໃດ? ພວກເຮົາຈຳເປັນຕ້ອງຊອກຫາທາງອອກໃຫ້ກັບຄົນແບບນີ້ ເພື່ອເຮັດໃຫ້ພວກເຂົາຮູ້ສຶກດີຂຶ້ນແດ່ຈັກໜ້ອຍ. ນີ້ບໍ່ແມ່ນການປອບໃຈພວກເຂົາ ແລະ ບໍ່ແມ່ນການຫຼອກລວງພວກເຂົາ, ມັນແມ່ນການເຮັດໃຫ້ພວກເຂົາສາມາດປະຕິບັດຕໍ່ເລື່ອງນີ້ຢ່າງຖືກຕ້ອງ ແລະ ພະຍາຍາມປະຕິບັດຕາມຫຼັກການຄວາມຈິງ. ແລ້ວພວກເຂົາຄວນເຮັດແນວໃດ? ຄົນທີ່ກັບຊາດມາເກີດຈາກສັດຄວນຢັ່ງຮູ້ເລື່ອງນີ້ແນວໃດ? ກ່ອນອື່ນໝົດ ຈາກມຸມມອງຂອງພຣະເຈົ້າ, ບໍ່ວ່າຄົນໆໜຶ່ງຈະກັບຊາດມາເກີດຈາກຫຍັງກໍຕາມ, ພຣະເຈົ້າກໍໄດ້ກຳນົດໄວ້ແລ້ວ, ຜູ້ຄົນບໍ່ມີສິດເລືອກໃນເລື່ອງນີ້. ສົມມຸດວ່າເຈົ້າເປັນໜຶ່ງໃນຄົນເຫຼົ່ານີ້. ຖ້າໃຫ້ເຈົ້າເລືອກ, ເຈົ້າຈະເລືອກກັບຊາດມາເກີດເປັນສັດ ຫຼື ເປັນມະນຸດ? (ກັບຊາດມາເກີດເປັນມະນຸດ). ເປັນຫຍັງເຈົ້າຈຶ່ງເລືອກແບບນັ້ນ? (ເພາະວ່າມີພຽງແຕ່ການກັບຊາດມາເກີດເປັນມະນຸດເທົ່ານັ້ນ ພວກເຮົາຈຶ່ງຈະມີໂອກາດໄດ້ຍິນສິ່ງທີ່ພຣະເຈົ້າກ່າວ ແລະ ເຂົ້າໃຈພຣະທຳຂອງພຣະອົງ). ແລ້ວຖ້າເຈົ້າກັບຊາດມາເກີດເປັນສັດເດ? (ພວກເຮົາກໍຈະບໍ່ມີໂອກາດໄດ້ຍິນພຣະທຳຂອງພຣະເຈົ້າ). ສິ່ງນີ້ໝາຍຄວາມວ່າເຈົ້າຈະບໍ່ມີໂອກາດໄດ້ຍິນພຣະສຸລະສຽງຂອງພຣະເຈົ້າເລີຍ. ສະນັ້ນ, ໃນເມື່ອເຈົ້າຮູ້ວ່າ ສຳລັບສັດແລ້ວ ການກັບຊາດມາເກີດເປັນມະນຸດເປັນສິ່ງທີ່ດີ, ເຈົ້າກໍຍິ່ງຄວນຂອບພຣະຄຸນພຣະເຈົ້າ, ເຈົ້າບໍ່ຄວນຈົ່ມວ່າພຣະອົງ. ເຈົ້າຄວນຂອບພຣະຄຸນພຣະເຈົ້າທີ່ໃຫ້ໂອກາດເຈົ້າໄດ້ເປັນມະນຸດ ເຊິ່ງຍິ່ງໄປກວ່ານັ້ນ ມັນເປັນໂອກາດທີ່ຫາໄດ້ຍາກໃນຮອບພັນປີ. ເພາະເຖິງແນວໃດກໍຕາມ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ໃນຂະນະທີ່ຄົນສ່ວນໃຫຍ່ຍັງບໍ່ໄດ້ຮັບພຣະຄຸນແຫ່ງຄວາມລອດພົ້ນນີ້, ເຈົ້າພັດໄດ້ຮັບ, ເຈົ້າມີຄວາມໂຊກດີທີ່ໄດ້ຍິນພຣະສຸລະສຽງຂອງພຣະເຈົ້າ ແລະ ໄດ້ຍິນພຣະເຈົ້າສະແດງຄວາມຈິງ. ນີ້ຄືພຣະພອນຂອງເຈົ້າ. ໃນຖານະສິ່ງທີ່ຖືກສ້າງ, ມັນເປັນສິ່ງທີ່ເຈົ້າບໍ່ສາມາດໄດ້ຮັບມັນມາໄດ້ເລີຍ ແມ່ນແຕ່ໃນຫຼາຍຊາດ ຫຼື ຫຼາຍຍຸກສະໄໝ, ເຖິງແມ່ນວ່າເຈົ້າຈະອ້ອນວອນຂໍມັນກໍຕາມ. ພຣະເຈົ້າໄດ້ເລືອກເຈົ້າຢ່າງເຈາະຈົງໃນຍຸກນີ້ ໂດຍອະນຸຍາດໃຫ້ເຈົ້າກັບຊາດມາເກີດເປັນມະນຸດ, ໃຫ້ອາໄສຢູ່ໃນເຮືອນຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຮ່ວມກັບມະນຸດຊາດ ໂດຍປ່ຽນແປງອັດຕະລັກຂອງເຈົ້າຈາກການເປັນສັດມາເປັນສະມາຊິກຂອງມະນຸດຊາດ ແລະ ອະນຸຍາດໃຫ້ເຈົ້າປະຕິບັດໜ້າທີ່ຂອງມະນຸດ. ນີ້ຊ່າງເປັນກຽດ ແລະ ສິດທິພິເສດອັນຍິ່ງໃຫຍ່ແທ້ໆ! ນີ້ຄືສິ່ງທີ່ສິ່ງທີ່ຖືກສ້າງຈຳນວນຫຼາຍໄດ້ພຽງແຕ່ປາຖະໜາ ແຕ່ບໍ່ເຄີຍໄດ້ຮັບ, ແຕ່ເຈົ້າພັດໄດ້ຮັບມັນ ແລະ ກຳລັງເພີດເພີນກັບມັນໃນມື້ນີ້. ໂອກາດນີ້ຫາໄດ້ຍາກຢ່າງບໍ່ໜ້າເຊື່ອ; ສຳລັບສິ່ງທີ່ຖືກສ້າງໃດໆກໍຕາມ, ມັນເປັນໂອກາດທີ່ຫາໄດ້ຍາກໃນຮອບພັນປີ. ສະນັ້ນ, ເຈົ້າບໍ່ພຽງແຕ່ບໍ່ຄວນຈົມຢູ່ໃນຄວາມທໍ້ຖອຍໃຈ ແລະ ຈົ່ມວ່າ, ທັງບໍ່ຄວນຮູ້ສຶກທຸກໃຈ ຫຼື ຄິດວ່າສະຖານະຂອງເຈົ້າຕໍ່າຕ້ອຍກວ່າຄົນອື່ນເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ, ເຈົ້າຄວນຮູ້ສຶກໂຊກດີຢ່າງແທ້ຈິງ. ເຈົ້າຄວນຂອບພຣະຄຸນພຣະເຈົ້າ, ຂອບພຣະຄຸນພຣະເຈົ້າສຳລັບໂອກາດທີ່ພຣະອົງໄດ້ມອບໃຫ້ເຈົ້າ, ຂອບພຣະຄຸນພຣະອົງສຳລັບການຍົກຍ້ອງທີ່ພຣະອົງມີຕໍ່ເຈົ້າ, ເພາະສິ່ງທີ່ພຣະອົງໄດ້ເຮັດນັ້ນຍິ່ງໃຫຍ່ຫຼາຍ: ສິ່ງທີ່ພຣະອົງໄດ້ເຮັດນັ້ນຄືພຣະຄຸນ ແລະ ຄວາມເມດຕາຕໍ່ສິ່ງທີ່ຖືກສ້າງຢ່າງແທ້ຈິງ. ຫຼັງຈາກທີ່ຍອມຮັບພຣະຄຸນນີ້ຈາກພຣະເຈົ້າແລ້ວ, ເຈົ້າຄວນຮູ້ບຸນຄຸນທີ່ພຣະອົງໄດ້ປ່ຽນແປງອັດຕະລັກຂອງເຈົ້າ ແລະ ປະເພດຂອງເຈົ້າ. ແຕ່ເຈົ້າບໍ່ສາມາດພຽງແຕ່ຂອບພຣະຄຸນພຣະອົງແລ້ວກໍຈົບໄປ, ນອກເໜືອຈາກການຂອບພຣະຄຸນພຣະອົງແລ້ວ, ເຈົ້າຍັງຕ້ອງຄິດກ່ຽວກັບວິທີໄຂວ່ຄວ້າໂອກາດນີ້ອີກດ້ວຍ. ບໍ່ວ່າອັດຕະລັກເດີມຂອງເຈົ້າຈະເປັນແນວໃດກໍຕາມ, ຕອນນີ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໃນຖານະມະນຸດໄດ້ແລ້ວ, ນີ້ຄືໂອກາດທີ່ດີທີ່ຈະປ່ຽນແປງອັດຕະລັກຂອງເຈົ້າ ແລະ ປ່ຽນແປງປະເພດຂອງເຈົ້າໃນຖານະສິ່ງທີ່ຖືກສ້າງ. ແລ້ວເຈົ້າຈະສ້າງການປ່ຽນແປງນີ້ໄດ້ແນວໃດ? ຈຸດສຳຄັນທຳອິດກໍຄືການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ຖ້າຫາກວ່າເນື່ອງຈາກຂໍ້ຈຳກັດຕ່າງໆຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າ, ເຈົ້າສາມາດພຽງແຕ່ເຮັດວຽກໜັກ ແລະ ອອກແຮງງານທາງກາຍ, ເຮັດວຽກທີ່ເປິເປື້ອນ ແລະ ອິດເມື່ອຍ ແລະ ໂດຍອີງໃສ່ອັດຕະລັກ ແລະ ຄຸນຄ່າຂອງເຈົ້າ, ໜ້າທີ່ທີ່ເຈົ້າປະຕິບັດສາມາດຢູ່ພາຍໃນຂອບເຂດນີ້ເທົ່ານັ້ນ ໂດຍບໍ່ມີຄວາມເປັນໄປໄດ້ໃນການແບ່ງເບົາ ຫຼື ການປັບປຸງ, ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າຄວນຍຶດໝັ້ນໃນຫຼັກການໃດ? ຖ້າຫາກວ່າບໍ່ວ່າພວກເຮົາຈະເບິ່ງການສະແດງອອກໃດກໍຕາມ, ບໍ່ວ່າຈະເປັນສະຕິປັນຍາຂອງເຈົ້າ, ລັກສະນະຂອງເຈົ້າ ຫຼື ເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າ, ຄຸນຄ່າຂອງເຈົ້າໃນທ່າມກາງຜູ້ຄົນກໍຈະເປັນແບບນີ້ສະເໝີ, ເຈົ້າຈະເປັນຄົນທີ່ໄຮ້ຄ່າ, ໂງ່ຈ້າ, ເບົາປັນຍາ, ມຶນຊາ, ຫົວຊ້າ ທີ່ມີການຢັ່ງຮູ້ທີ່ບິດເບືອນສະເໝີ ແລະ ຄຸນຄ່າຂອງເຈົ້າກໍຈະບໍ່ມີວັນເພີ່ມຂຶ້ນ, ແລ້ວເຈົ້າຄວນປະຕິບັດຕໍ່ໜ້າທີ່ຂອງເຈົ້າແນວໃດ? ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ສົມມຸດວ່າຄຸນຄ່າຂອງເຈົ້າຈະບໍ່ມີວັນເພີ່ມຂຶ້ນ ແລະ ເຈົ້າຈະບໍ່ມີກຽດສັກສີໃດໆໃນທ່າມກາງຜູ້ຄົນເລີຍ. ໃນສາຍພຣະເນດຂອງພຣະເຈົ້າ, ເຈົ້າຖືກກຳນົດໄວ້ຢ່າງຖາວອນແລ້ວ, ນີ້ຄືສິ່ງທີ່ເຈົ້າເປັນ. ປະເພດຂອງເຈົ້າອາດມີລັກສະນະທີ່ຊັດເຈນທີ່ສາມາດເຫັນໄດ້ຢູ່ພາຍນອກ ແລະ ເຈົ້າຈະບໍ່ມີວັນປ່ຽນຈາກສັດມາເປັນມະນຸດທີ່ແທ້ຈິງໄດ້. ເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ເພາະວ່າເຈົ້າບໍ່ສາມາດເຂົ້າໃຈຄວາມຈິງ ແລະ ເຈົ້າເຖິງກັບບໍ່ມີສະຕິປັນຍາຂອງມະນຸດ. ເຈົ້າບໍ່ເຂົ້າໃຈຄວາມຈິງຂອງນິມິດ ແລະ ໃນເຮືອນຂອງພຣະເຈົ້າ ເຈົ້າກໍບໍ່ຮູ້ວິທີເທດສະໜາຂ່າວປະເສີດ, ເຈົ້າບົກພ່ອງ ແລະ ບໍ່ໄດ້ມາດຕະຖານສຳລັບໜ້າທີ່ປະເພດໃດກໍຕາມທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບ, ເຈົ້າຈະຕິດຢູ່ກັບການເຮັດວຽກທີ່ເປິເປື້ອນ ແລະ ອິດເມື່ອຍສະເໝີ ແລະ ເຈົ້າບໍ່ມີທາງທີ່ຈະພິກສະຖານະການຂອງເຈົ້າໄດ້. ສົມມຸດວ່າເຈົ້າເປັນແບບນັ້ນ, ເຈົ້າຈະເຮັດແນວໃດ? ເຈົ້າຈະຢຸດເຊື່ອໃນພຣະເຈົ້າບໍ? ເຈົ້າຈະຍອມແພ້ຕໍ່ຕົວເຈົ້າເອງບໍ? ບາງຄົນເຖິງກັບຈະຂ້າຕົວຕາຍບໍ? ພວກເຂົາຈະເວົ້າບໍວ່າ “ຂ້ອຍບໍ່ຢາກມີຊີວິດຢູ່ອີກຕໍ່ໄປ. ເຖິງແນວໃດຂ້ອຍກໍບໍ່ມີທາງອອກ, ການມີຊີວິດຢູ່ແບບນີ້ຈະມີປະໂຫຍດຫຍັງ?” ບໍ່ວ່າເຈົ້າຈະທຸ່ມເທຄວາມພະຍາຍາມຫຼາຍສ່ຳໃດ, ເຈົ້າຈະດຸໝັ່ນສໍ່າໃດ, ເຈົ້າຈະພະຍາຍາມຫຼາຍສໍ່າໃດ ຫຼື ເຈົ້າຈະຈ່າຍລາຄາຫຼາຍສໍ່າໃດກໍຕາມ, ຄຸນຄ່າຂອງເຈົ້າກໍຈະບໍ່ມີວັນປ່ຽນແປງ ແລະ ໃນເຮືອນຂອງພຣະເຈົ້າ ເຈົ້າກໍຈະເປັນໄດ້ພຽງຜູ້ທີ່ເຮັດວຽກໜັກ ແລະ ເຮັດວຽກຈົນເຫື່ອໄຫຼໄຄຍ້ອຍສະເໝີ, ເປັນຄົນຕໍ່າຕ້ອຍທີ່ບໍ່ມີກຽດສັກສີເຊິ່ງທຸກຄົນຕ່າງກໍດູຖູກ, ແລ້ວເມື່ອເວົ້າເຖິງວິທີທີ່ເຈົ້າປະຕິບັດຕໍ່ໜ້າທີ່ຂອງເຈົ້າ, ພຣະບັນຊາຂອງພຣະເຈົ້າ ແລະ ຂໍ້ກຳນົດຕ່າງໆຂອງພຣະຜູ້ສ້າງ, ເຈົ້າຄວນເລືອກວິທີການປະຕິບັດແບບໃດ? ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ຕາມຫຼັກການ ແລະ ທິດສະດີແລ້ວ ຄຸນຄ່າ ແລະ ອັດຕະລັກຂອງເຈົ້າຖືກກຳນົດໄວ້ແລ້ວ, ແຕ່ໃນຄວາມເປັນຈິງແລ້ວ ຕອນນີ້ ໃນທ່າມກາງຜູ້ຄົນ ແລະ ໃນສາຍພຣະເນດຂອງພຣະເຈົ້າ ອັດຕະລັກທີ່ແທ້ຈິງຂອງເຈົ້າຄືມະນຸດ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນຄືອັດຕະລັກຂອງມະນຸດ? ເພາະວ່າໜ້າທີ່ທີ່ເຈົ້າສາມາດປະຕິບັດໄດ້, ການເປີດເຜີຍໃນແຕ່ລະມື້ຂອງເຈົ້າ ແລະ ຄວາມສາມາດຕາມສັນຊາດຕະຍານຕ່າງໆຂອງເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າ ລ້ວນແຕ່ນອນຢູ່ໃນຂອບເຂດພື້ນຖານຂອງສິ່ງທີ່ເປັນປົກກະຕິສຳລັບມະນຸດ, ເຈົ້າມີເງື່ອນໄຂພື້ນຖານເຫຼົ່ານີ້ຂອງການເປັນມະນຸດ. ພຽງແຕ່ໃນແງ່ຂອງຈຸດນີ້, ເຈົ້າຄວນປະຕິບັດຕໍ່ໜ້າທີ່ຂອງເຈົ້າແນວໃດ? ສັດບໍ່ເຂົ້າໃຈຫຼັກການຄວາມຈິງ, ພວກມັນບໍ່ຮູ້ວິທີປະຕິບັດໜ້າທີ່ຂອງພວກມັນໃຫ້ດີ, ວິທີຍຶດໝັ້ນໃນໜ້າທີ່ຂອງພວກມັນ ຫຼື ວິທີປະຕິບັດໜ້າທີ່ຂອງພວກມັນຢ່າງອຸທິດຕົນ ແລະ ອົດທົນໃນການຮັບໃຊ້ຈົນເຖິງທີ່ສຸດ, ສັດບໍ່ເຂົ້າໃຈສິ່ງເຫຼົ່ານີ້. ແຕ່ຕອນນີ້ ໃນຖານະມະນຸດ ເຈົ້າເຂົ້າໃຈ, ເຈົ້າຮູ້, ສະນັ້ນ ເຈົ້າຄວນບັນລຸສິ່ງເຫຼົ່ານີ້. ໃນເມື່ອເຈົ້າສາມາດບັນລຸສິ່ງເຫຼົ່ານີ້ໄດ້, ພຣະເຈົ້າກໍຈະຕັ້ງຂໍ້ກຳນົດກັບເຈົ້າໂດຍອີງໃສ່ຫຼັກການນີ້. ແຕ່ຖ້າເຈົ້າບໍ່ພໍໃຈກັບອັດຕະລັກຂອງເຈົ້າ ແລະ ຮູ້ສຶກວ່າພຣະເຈົ້າບໍ່ຍຸຕິທຳ ຈົນເຮັດໃຫ້ເຈົ້າທໍ້ແທ້ ແລະ ຈົ່ມວ່າພຣະອົງ, ຮູ້ສຶກວ່າຊີວິດຂອງເຈົ້າໜ້າອັບອາຍ ແລະ ບໍ່ມີກຽດສັກສີ ແລ້ວກໍຍອມແພ້ໃນການປະຕິບັດໜ້າທີ່ຂອງເຈົ້າ, ປະຕິເສດທີ່ຈະເຮັດແມ່ນແຕ່ສິ່ງທີ່ເຈົ້າສາມາດເຮັດໄດ້, ແລ້ວເຈົ້າກໍເປັນຄົນທີ່ກະບົດຢ່າງສິ້ນເຊີງ. ໃນສາຍພຣະເນດຂອງພຣະເຈົ້າ ເຈົ້າບໍ່ໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງ; ເຈົ້າເປັນສິ່ງທີ່ຜິດປົກກະຕິ. ແລ້ວເຈົ້າຄວນເຮັດແນວໃດ? ບໍ່ວ່າຄຸນຄ່າຂອງເຈົ້າຈະສູງສົ່ງ ຫຼື ຕໍ່າຕ້ອຍກໍຕາມ ແລະ ບໍ່ວ່າເຈົ້າຈະເກີດມາຈາກຫຍັງ ຫຼື ມີບັນຫາຫຍັງກັບເງື່ອນໄຂທີ່ຕິດໂຕມາແຕ່ເກີດຂອງເຈົ້າກໍຕາມ, ສະຫຼຸບແລ້ວ ບໍ່ວ່າເຈົ້າຈະສາມາດເຮັດຫຍັງໄດ້ກໍຕາມ ຈົ່ງທຸ່ມເທເຮັດຢ່າງສຸດຄວາມສາມາດ ແລະ ເຮັດໃຫ້ອອກມາດີທີ່ສຸດ. ເຖິງແມ່ນວ່າຈະເຮັດດີທີ່ສຸດແລ້ວ ແຕ່ເຈົ້າຍັງຄົງບໍ່ບັນລຸຫຼັກການຄວາມຈິງ, ພຣະເຈົ້າກໍມີມາດຕະຖານຂັ້ນຕໍ່າສຸດທີ່ຮຽກຮ້ອງຈາກຄົນທຸກປະເພດ: ຕາບໃດທີ່ເຈົ້າທຸ່ມເທຈົນໝົດຄວາມສາມາດ, ສະແດງຄວາມຈິງໃຈຂອງເຈົ້າ ແລະ ຖວາຍຄວາມຈົງຮັກພັກດີຂອງເຈົ້າ, ເຈົ້າກໍຈະໄດ້ມາດຕະຖານ. ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ທຸກຄົນບັນລຸໜຶ່ງຮ້ອຍເປີເຊັນ, ຫົກສິບເປີເຊັນກໍພຽງພໍແລ້ວ. ພຣະເຈົ້າຕ້ອງການຫຍັງ? ສິ່ງທີ່ພຣະເຈົ້າຕ້ອງການຄືທັດສະນະຄະຕິ, ຖ້າທັດສະນະຄະຕິຂອງເຈົ້າຄືການປາຖະໜາທີ່ຈະປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ເພື່ອເຮັດສິ່ງທີ່ເຈົ້າຄວນເຮັດ ແລະ ຄວນບັນລຸໃຫ້ດີ ໂດຍບໍ່ໃຫ້ມີຄວາມເສຍດາຍໃດໆ, ແລ້ວທັດສະນະຄະຕິນີ້ກໍຈະໄດ້ຮັບການຍອມຮັບຈາກພຣະເຈົ້າ. ພຣະເຈົ້າຈະຮັບຮອງທັດສະນະຄະຕິນີ້ ແລະ ມັນຈະປົກປ້ອງເຈົ້າເພື່ອໃຫ້ເຈົ້າໄປເຖິງຈຸດສິ້ນສຸດຂອງເສັ້ນທາງ. ບາງຄົນເວົ້າວ່າ “ຈະເກີດຫຍັງຂຶ້ນເມື່ອຂ້ອຍໄປເຖິງຈຸດສິ້ນສຸດຂອງເສັ້ນທາງ?” ເຮົາຈະບໍ່ບອກເຈົ້າໃນຕອນນີ້, ເຮົາຈະບອກເຈົ້າໃນພາຍຫຼັງ. ເມື່ອເຈົ້າໄປເຖິງຈຸດສິ້ນສຸດຂອງເສັ້ນທາງ ເຈົ້າກໍຈະຮູ້ເອງ. ສະຫຼຸບແລ້ວ ສິ່ງທີ່ສຳຄັນທີ່ສຸດໃນຕອນນີ້ຄື ວິທີທີ່ເຈົ້າປະຕິບັດຕໍ່ເລື່ອງນີ້, ວິທີທີ່ເຈົ້າປະຕິບັດຕໍ່ໜ້າທີ່ທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ ແລະ ວິທີທີ່ເຈົ້າບັນລຸໜ້າທີ່ທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ. ບໍ່ວ່າໜ້າທີ່ນີ້ຈະເປັນຫຍັງກໍຕາມ, ຕາບໃດທີ່ມັນເປັນສິ່ງທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ເຈົ້າ, ເຈົ້າກໍຕ້ອງທຸ່ມເທຈົນໝົດຄວາມສາມາດເພື່ອເຮັດມັນ. ເມື່ອເຈົ້າຮັບຮູ້ບັນຫາຂອງຕົວເຈົ້າເອງ, ເຈົ້າຄວນເຮັດໃຫ້ດີທີ່ສຸດເພື່ອບໍ່ພົ່ນຄຳໂຕ້ແຍ້ງທີ່ບິດເບືອນອອກມາ, ບໍ່ເຮັດສິ່ງທີ່ລ່ວງເກີນພຣະເຈົ້າ ແລະ ບໍ່ເວົ້າສິ່ງທີ່ລ່ວງເກີນພຣະເຈົ້າ; ແຕ່ກົງກັນຂ້າມ ເຈົ້າຄວນເຮັດສິ່ງທີ່ເປັນປະໂຫຍດຕໍ່ຜູ້ຄົນ ແລະ ເຮືອນຂອງພຣະເຈົ້າ ແລະ ເວົ້າສິ່ງທີ່ເປັນປະໂຫຍດຕໍ່ຜູ້ຄົນ ແລະ ເຮືອນຂອງພຣະເຈົ້າ. ບາງຄົນໃນພວກເຈົ້າເວົ້າວ່າ “ຂ້ອຍຍັງບໍ່ສາມາດເຮັດສິ່ງນີ້ໄດ້ໃນຕອນນີ້”. ຖ້າເປັນແນວນັ້ນກໍຄ່ອຍໆເຮັດໄປ, ຢ່າໃຈຮ້ອນ. ຖ້າເຈົ້າບໍ່ສາມາດເຮັດໄດ້ໃນມື້ນີ້ ກໍເຮັດໃນມື້ອື່ນ. ຖ້າເຈົ້າບໍ່ສາມາດເຮັດໄດ້ໃນປີນີ້ ກໍພະຍາຍາມເຮັດໃນປີໜ້າ. ພຽງແຕ່ຄ່ອຍໆເຮັດໄປ. ແຕ່ຖ້າຮອດເວລາທີ່ຈຸດຈົບຂອງຜູ້ຄົນຖືກປະກາດແລ້ວ ເຈົ້າຍັງບໍ່ສາມາດບັນລຸມັນໄດ້, ແລ້ວເຈົ້າກໍຈະຕ້ອງຮັບຜົນທີ່ຕາມມາດ້ວຍຕົວເຈົ້າເອງ. ຈະບໍ່ມີໃຜມາຮັບຜິດຊອບຕໍ່ພຶດຕິກຳຂອງເຈົ້າ. ເຂົ້າໃຈບໍ? (ເຂົ້າໃຈ). ເລື່ອງນີ້ຄວນຈະແກ້ໄຂໄດ້ງ່າຍ, ມັນຂຶ້ນຢູ່ກັບຄວາມມີເຫດຜົນຂອງຄົນໆໜຶ່ງ ແລະ ພວກເຂົາສາມາດເຂົ້າໃຈຄຳເວົ້າເຫຼົ່ານີ້ໄດ້ ຫຼື ບໍ່. ຖ້າເຈົ້າສາມາດເຂົ້າໃຈຄຳເວົ້າເຫຼົ່ານັ້ນໄດ້, ແລ້ວສິ່ງເຫຼົ່ານີ້ກໍຈະແກ້ໄຂໄດ້ງ່າຍຫຼາຍ. ເຖິງແມ່ນວ່າບາງຄົນຈະເວົ້າວ່າມັນຍາກໜ້ອຍໜຶ່ງ, ແຕ່ຕາບໃດທີ່ພວກເຂົາພະຍາຍາມໄປໃນທິດທາງນີ້, ໃນທີ່ສຸດ ພວກເຂົາກໍຈະໄດ້ຮັບຜົນບາງຢ່າງ. ຖ້າເຈົ້າບໍ່ຍ່າງໃນເສັ້ນທາງນີ້, ບາງທີເຈົ້າອາດຈະຍັງສາມາດຢູ່ລອດໄດ້, ແຕ່ສ່ວນວ່າຈຸດຈົບໃດທີ່ຈະລໍຖ້າເຈົ້າຢູ່ໃນຕອນທ້າຍນັ້ນ ມັນຍາກທີ່ຈະເວົ້າ; ບໍ່ມີໃຜສາມາດຮັບປະກັນມັນໄດ້ ແລະ ຈະບໍ່ມີໃຜໃຫ້ການຮັບປະກັນໃດໆແກ່ເຈົ້າກ່ຽວກັບເລື່ອງນີ້.

ພວກເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນຫົວຂໍ້ໃນມື້ນີ້? ພວກເຈົ້າອາດຈະຮູ້ສຶກທຸກໃຈທາງອາລົມຫຼາຍ, ແມ່ນບໍ? ນີ້ຄືໜຶ່ງໃນຫົວຂໍ້ທີ່ຜູ້ຄົນບໍ່ເຕັມໃຈທີ່ຈະປະເຊີນໜ້າທີ່ສຸດນັບຕັ້ງແຕ່ມາເຊື່ອໃນພຣະເຈົ້າ, ແມ່ນບໍ? ມັນບໍ່ແມ່ນຫົວຂໍ້ທີ່ຍິ່ງເຮັດໃຫ້ທຸກໃຈ ແລະ ຍອມຮັບໄດ້ຍາກກວ່າຫົວຂໍ້ຂອງການເປັນຜູ້ຮັບໃຊ້ບໍ? ມັນຍອມຮັບໄດ້ຍາກບໍ? ຄວາມຈິງແລ້ວ ພວກເຈົ້າສາມາດຍອມຮັບໄດ້, ແມ່ນບໍ? (ແມ່ນແລ້ວ). ຖ້າຜູ້ຄົນໝັ້ນໃຈກ່ຽວກັບອັດຕະລັກຂອງພຣະເຈົ້າ ແລະ ໄດ້ພົບຕຳແໜ່ງຂອງພວກເຂົາເອງແລ້ວ, ແລ້ວຄຳເວົ້າເຫຼົ່ານີ້ ແລະ ບັນຫາປະເພດນີ້ກໍບໍ່ຄວນຍາກເກີນໄປສຳລັບຜູ້ຄົນ, ອາດມີພຽງບາງຄົນເທົ່ານັ້ນທີ່ມີຄວາມຫຍຸ້ງຍາກກັບພວກມັນ. ແຕ່ຫຼັງຈາກທີ່ໄດ້ຍິນສິ່ງນີ້ແລ້ວ ຄົນສ່ວນໃຫຍ່ກໍບໍ່ໜ້າຈະສືບຕໍ່ຄົ້ນຫາວ່າຄຸນຄ່າ ແລະ ອັດຕະລັກທີ່ແທ້ຈິງຂອງພວກເຂົາແມ່ນຫຍັງ. ເຖິງແມ່ນວ່າພວກເຂົາຈະກົງກັບການສະແດງອອກບາງຢ່າງຂອງຄົນທີ່ກັບຊາດມາເກີດຈາກສັດແທ້ໆ, ພວກເຂົາກໍຈະສາມາດປະຕິບັດຕໍ່ມັນໄດ້ຢ່າງຖືກຕ້ອງ ແລະ ຫຼັງຈາກນັ້ນໄລຍະໜຶ່ງ ພວກເຂົາກໍຈະຮູ້ສຶກດີຂຶ້ນ, ແມ່ນບໍ? (ແມ່ນແລ້ວ). ສະນັ້ນ, ມື້ນີ້ພວກເຮົາຈະໂອ້ລົມກັນຮອດສໍ່ານີ້. ລາກ່ອນ!

ວັນທີ 20 ມັງກອນ 2024

ຕໍ່ໄປ:  ວິທີການໄລ່ຕາມຫາຄວາມຈິງ (16)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger