ວິທີການໄລ່ຕາມຫາຄວາມຈິງ (16)

ຜູ້ຄົນສາມປະເພດທີ່ແບ່ງຕາມແຫຼ່ງກຳເນີດຂອງພວກເຂົາ

ເນື້ອໃນຂອງການໂອ້ລົມຂອງພວກເຮົາໃນຊ່ວງບໍ່ດົນມານີ້ແມ່ນກ່ຽວກັບການແຍກແຍະຄົນປະເພດຕ່າງໆ, ນັ້ນກໍຄືການຈຳແນກປະເພດ ແລະ ການຈັດປະເພດທີ່ແຕກຕ່າງກັນຂອງພວກເຂົາໂດຍອີງໃສ່ຕົ້ນກຳເນີດຂອງພວກເຂົາ ແລະ ຈາກນັ້ນກໍແຍກແຍະແກ່ນແທ້ຂອງຄົນປະເພດຕ່າງໆຜ່ານການສະແດງອອກທີ່ຫຼາກຫຼາຍຂອງພວກເຂົາໃນຊີວິດຈິງ. ການຮຽນຮູ້ທີ່ຈະແຍກແຍະຄົນປະເພດຕ່າງໆນັ້ນເປັນປະໂຫຍດໃນເລື່ອງວິທີການປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ ແລະ ວິທີການປະຕິບັດຕໍ່ຕົນເອງຢ່າງຖືກຕ້ອງ, ແມ່ນບໍ? (ແມ່ນແລ້ວ). ການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ບໍ່ໄດ້ແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການໃນເມື່ອກ່ອນຂອງຜູ້ຄົນກ່ຽວກັບຜູ້ທີ່ເຊື່ອໃນພຣະເຈົ້າບໍ? ຕົວຢ່າງ: ຫຼາຍຄົນເຄີຍປະຕິບັດຕໍ່ຜູ້ເຊື່ອທຸກຄົນຄືກັບອ້າຍເອື້ອຍນ້ອງ. ຕາບໃດທີ່ຄົນໃດໜຶ່ງຢູ່ໃນຄຣິສຕະຈັກ, ຕາບໃດທີ່ພວກເຂົາກະຕືລືລົ້ນໃນການປະຕິບັດໜ້າທີ່ຂອງຕົນ, ແລ້ວບໍ່ວ່າພວກເຂົາໄດ້ເຮັດຄວາມຊົ່ວຮ້າຍຫຼາຍສໍ່າໃດ, ຄວາມເປັນມະນຸດຂອງພວກເຂົາຮ້າຍແຮງສໍ່າໃດ ຫຼື ອຸປະນິໄສຂອງພວກເຂົາຈະອວດດີ, ມີເລ່ຫຼ່ຽມ ຫຼື ຫຼອກລວງສໍ່າໃດກໍຕາມ, ຄົນເຫຼົ່ານີ້ກໍປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ ແລະ ຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກ. ຄົນແບບນັ້ນມີການແຍກແຍະບໍ? (ບໍ່ມີ). ຜ່ານການຫົດນ້ຳ ແລະ ການລ້ຽງດູໃນຊ່ວງສອງສາມປີທີ່ຜ່ານມານີ້, ມຸມມອງຂອງພວກເຈົ້າໄດ້ປ່ຽນແປງໄປຫຼາຍພໍສົມຄວນ, ບໍ່ແມ່ນບໍ? (ແມ່ນແລ້ວ). ຕອນນີ້ມຸມມອງຂອງພວກເຈົ້າໄດ້ປ່ຽນໄປແລ້ວ, ພວກເຈົ້າກໍພໍມີມີຫຼັກການໃນການປະຕິບັດຕໍ່ຄົນປະເພດຕ່າງໆບໍ່ແມ່ນບໍ? (ແມ່ນແລ້ວ). ມຸມມອງ ແລະ ທັດສະນະຄະຕິຂອງພວກເຈົ້າທີ່ມີຕໍ່ຄົນປະເພດຕ່າງໆບໍ່ແຕກຕ່າງຈາກເມື່ອກ່ອນບໍ? (ແມ່ນແລ້ວ, ພວກມັນແຕກຕ່າງກັນ). ກ່ອນທີ່ຈະໂອ້ລົມກ່ຽວກັບບັນຫາເຫຼົ່ານີ້, ຜູ້ຄົນບໍ່ມີການແຍກແຍະຄົນປະເພດຕ່າງໆ ໂດຍເຊື່ອວ່າຕາບໃດທີ່ຄົນໃດໜຶ່ງເຊື່ອໃນພຣະເຈົ້າ, ພວກເຂົາກໍເປັນຄົນດີ, ເປັນສະມາຊິກໃນເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ຜູ້ທີ່ມີຄວາມເປັນມະນຸດທີ່ບໍ່ດີກໍເປັນຜູ້ທີ່ພຣະເຈົ້າຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ. ເມື່ອເບິ່ງໃນຕອນນີ້ແລ້ວ, ມັນເປັນແບບນັ້ນບໍ? (ບໍ່). ຕອນນີ້ມັນບໍ່ເປັນແບບນັ້ນແລ້ວ. ສະນັ້ນ, ເມື່ອເບິ່ງໃນຕອນນີ້ແລ້ວ, ມີຄົນດີ ຫຼື ຄົນບໍ່ດີຫຼາຍກວ່າກັນ? (ຂ້ານ້ອຍຄິດວ່າມີຄົນບໍ່ດີຫຼາຍກວ່າ. ເມື່ອກ່ອນ, ຂ້ານ້ອຍເຫັນວ່າຫຼາຍຄົນຂ້ອນຂ້າງເປັນຄົນດີ, ແຕ່ຜ່ານການໂອ້ລົມຂອງພຣະເຈົ້າ ແລະ ໂດຍການເຊື່ອມໂຍງມັນເຂົ້າກັບການສະແດງອອກຂອງຄົນປະເພດຕ່າງໆແລ້ວ, ຂ້ານ້ອຍຮູ້ສຶກວ່າມີຄົນບໍ່ດີຫຼາຍກວ່າ). ເມື່ອກ່ອນ, ຢ່າງຫຼາຍທີ່ສຸດ, ພວກເຈົ້າກໍມີການແຍກແຍະບາງຢ່າງກ່ຽວກັບຜູ້ທີ່ເປັນຜູ້ບໍ່ເຊື່ອ, ຜູ້ສວຍໂອກາດ, ຈິດວິນຍານຊົ່ວຮ້າຍ, ຈິດວິນຍານທີ່ບໍ່ສະອາດ ແລະ ຜູ້ທີ່ສາມາດກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນທີ່ເຫັນໄດ້ຊັດເຈນ, ໂດຍຮູ້ວ່າພວກເຂົາບໍ່ແມ່ນຄົນດີ ຫຼື ອ້າຍເອື້ອຍນ້ອງ. ຕອນນີ້, ຜ່ານການໂອ້ລົມດັ່ງກ່າວ, ນອກເໜືອຈາກການທີ່ສາມາດແຍກແຍະຜູ້ທີ່ມີການສະແດງອອກທີ່ເຫັນໄດ້ຊັດເຈນແລ້ວ, ໂດຍພື້ນຖານແລ້ວ ພວກເຈົ້າບໍ່ສາມາດແຍກແຍະຄົນທັງໝົດໂດຍອີງໃສ່ການເປີດເຜີຍ ແລະ ການສະແດງອອກຂອງພວກເຂົາບໍ? (ແມ່ນແລ້ວ). ສະນັ້ນ, ຫຼັງຈາກການໂອ້ລົມດັ່ງກ່າວ, ເມື່ອພວກເຈົ້າມີປະຕິສຳພັນກັບຜູ້ຄົນອີກຄັ້ງ, ມັນບໍ່ຮູ້ສຶກແຕກຕ່າງຈາກເມື່ອກ່ອນບໍ? (ມັນແຕກຕ່າງກັນໜ້ອຍໜຶ່ງ. ຕອນນີ້ ເມື່ອຂ້ານ້ອຍມີປະຕິສຳພັນກັບຜູ້ຄົນ, ຂ້ານ້ອຍເນັ້ນໃສ່ການສັງເກດເບິ່ງການເປີດເຜີຍຂອງພວກເຂົາ ແລະ ມຸມມອງໃດທີ່ພວກເຂົາສະແດງອອກເມື່ອພວກເຂົາພົບພໍ້ກັບສິ່ງຕ່າງໆ, ເພື່ອປະເມີນວ່າພວກເຂົາກັບຊາດມາເກີດຈາກມະນຸດ, ສັດ ຫຼື ມານຮ້າຍ. ຂ້ານ້ອຍໄດ້ຫັນມາເນັ້ນໃສ່ການແຍກແຍະຜູ້ຄົນໂດຍອີງໃສ່ແກ່ນແທ້ ແລະ ການຈັດປະເພດຂອງພວກເຂົາ). ສິ່ງນີ້ໝາຍຄວາມວ່າພວກເຈົ້າໄດ້ຮຽນຮູ້ທີ່ຈະແຍກແຍະຜູ້ຄົນແລ້ວ. ແລ້ວພວກເຈົ້າສາມາດແຍກແຍະຕົນເອງໄດ້ບໍ? (ໄດ້ໜ້ອຍໜຶ່ງ). ສະຫຼຸບແລ້ວ, ການໂອ້ລົມກ່ຽວກັບຫົວຂໍ້ນີ້ເປັນປະໂຫຍດສຳລັບການແຍກແຍະຜູ້ຄົນ. ມັນສາມາດຊ່ວຍໃຫ້ພວກເຈົ້າແຍກແຍະພຶດຕິກຳ ແລະ ມຸມມອງຂອງຄົນປະເພດຕ່າງໆ ແລະ ເບິ່ງທະລຸເຖິງແກ່ນແທ້ຂອງຄົນເຫຼົ່ານີ້ໄດ້. ດ້ວຍວິທີນີ້, ພວກເຈົ້າກໍຈະປະຕິບັດຕໍ່ຄົນປະເພດຕ່າງໆຕາມຫຼັກການ ແລະ ເມື່ອພົບພໍ້ກັບຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆທີ່ພິເສດບາງຢ່າງ, ພວກເຈົ້າກໍຈະບໍ່ປະຕິບັດຕໍ່ພວກເຂົາໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການ ແລະ ພວກເຈົ້າກໍຈະສາມາດຈັບໃຈຄວາມຫຼັກການພື້ນຖານບາງຢ່າງໃນການຈັດການກັບບັນຫາ, ດ້ວຍເຫດນັ້ນຈຶ່ງເຮັດສິ່ງທີ່ໂງ່ຈ້າໜ້ອຍລົງ. ຕົວຢ່າງ: ເມື່ອກ່ອນ, ເມື່ອເຫັນບາງຄົນມີພຶດຕິກຳທີ່ຜິດປົກກະຕິ ຫຼື ມີຄວາມຄິດ ແລະ ມຸມມອງທີ່ບິດເບືອນ, ພວກເຈົ້າອາດຈະຄິດວ່າຄົນແບບນັ້ນມີຂີດຄວາມສາມາດທີ່ບໍ່ດີ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້ ຫຼື ພວກເຂົາໄດ້ຟັງການເທດສະໜາໜ້ອຍ ແລະ ມີພື້ນຖານທີ່ຕື້ນເຂີນເກີນໄປ ແລະ ດັ່ງນັ້ນ ພວກເຈົ້າຈຶ່ງຄວນທຸ່ມເທຄວາມພະຍາຍາມບາງຢ່າງເພື່ອຫົດນ້ຳ ແລະ ຊ່ວຍເຫຼືອພວກເຂົາໃຫ້ຫຼາຍຂຶ້ນ. ຕອນນີ້, ຜ່ານການໂອ້ລົມ, ໂດຍໄດ້ຮັບຄວາມສາມາດໃນການແຍກແຍະກ່ຽວກັບຜູ້ທີ່ກັບຊາດມາເກີດຈາກສັດ ແລະ ຜູ້ທີ່ກັບຊາດມາເກີດຈາກມານຮ້າຍ, ພວກເຈົ້າກໍຈະປະຖິ້ມການປະຕິບັດທີ່ໂງ່ຈ້າໃນເມື່ອກ່ອນເຫຼົ່ານັ້ນ ແລະ ຈະບໍ່ເຮັດວຽກງານທີ່ບໍ່ເກີດດອກອອກຜົນອີກຕໍ່ໄປ. ສະນັ້ນ, ພວກເຈົ້າສາມາດປະຕິບັດຕໍ່ຜູ້ຄົນຕາມຫຼັກການຄວາມຈິງໄດ້ບໍ? (ພວກເຮົາພໍເຮັດໄດ້ໃນລະດັບໃດໜຶ່ງ). ພວກເຈົ້າຈະມີການບ່ຽງເບນໃນການປະຕິບັດຂອງພວກເຈົ້າບໍ? (ຖ້າຂ້ານ້ອຍບໍ່ສາມາດຕັດສິນແກ່ນແທ້ຂອງຄົນໃດໜຶ່ງໄດ້ຢ່າງຖືກຕ້ອງ, ຂ້ານ້ອຍກໍອາດຈະມີການບ່ຽງເບນໃນການປະຕິບັດຂອງຂ້ານ້ອຍ). ພາຍໃຕ້ສະຖານະການໃດທີ່ພວກເຈົ້າຈະມີການບ່ຽງເບນໃນການປະຕິບັດຂອງພວກເຈົ້າ? ສົມມຸດວ່າພຶດຕິກຳພາຍນອກຂອງພວກເຂົາສອດຄ່ອງກັນຫຼາຍກັບຄວາມຄິດຫຼົງຜິດຂອງຄົນສ່ວນໃຫຍ່, ພວກເຂົາສາມາດຈ່າຍລາຄາ ແລະ ປະຖິ້ມສິ່ງຕ່າງໆ, ມັກຈະເວົ້າສິ່ງທີ່ຖືກຕ້ອງ ແລະ ມັກຈະໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນ, ໃນແງ່ຂອງຄວາມເປັນມະນຸດແລ້ວ ຄົນຜູ້ນີ້ຖືວ່າເປັນຄົນໃຈດີ, ແຕ່ໃນເວລາດຽວກັນ ພວກເຂົາພັດບໍ່ປົກກະຕິເລີຍ ແລະ ພວກເຂົາມັກຈະສະແດງພຶດຕິກຳທີ່ສຸດໂຕ່ງບາງຢ່າງ ແລະ ພວກເຂົາມີການສະແດງອອກທີ່ເໜືອທຳມະຊາດບາງຢ່າງ, ພວກເຈົ້າຈະສາມາດແຍກແຍະຄົນແບບນັ້ນໄດ້ບໍ? ພວກເຈົ້າຮູ້ວິທີປະຕິບັດຕໍ່ພວກເຂົາບໍ? (ເປັນຍ້ອນການໂອ້ລົມຂອງພຣະເຈົ້າໃນຄັ້ງກ່ອນເທົ່ານັ້ນ ຂ້ານ້ອຍຈຶ່ງຮູ້ວ່າຄົນແບບນັ້ນແມ່ນໜຶ່ງໃນຜູ້ທີ່ກັບຊາດມາເກີດຈາກມານຮ້າຍ). ເຈົ້າສາມາດກຳນົດລັກສະນະແກ່ນແທ້ຂອງພວກເຂົາວ່າເປັນຂອງມານຮ້າຍ ແລະ ສາມາດເບິ່ງທະລຸຂໍ້ເທັດຈິງນີ້ໄດ້, ແຕ່ເຈົ້າສາມາດກຳນົດໂດຍອີງໃສ່ການສະແດງອອກຂອງພວກເຂົາໃນຊີວິດປະຈຳວັນ ແລະ ສະພາວະໃນປັດຈຸບັນຂອງພວກເຂົາໄດ້ບໍວ່າວິທີທີ່ເໝາະສົມໃນການປະຕິບັດຕໍ່ພວກເຂົາແມ່ນຫຍັງ? ສິ່ງນີ້ກ່ຽວຂ້ອງກັບຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ສະນັ້ນ, ແມ່ນຫຍັງຄືວິທີທີ່ເໝາະສົມໃນການປະຕິບັດຕໍ່ຄົນປະເພດນີ້? ຖ້າໂດຍພື້ນຖານແລ້ວ ສະພາວະຊີວິດຂອງພວກເຂົາ ປົກກະຕິ, ພວກເຂົາບໍ່ໄດ້ກໍ່ໃຫ້ເກີດການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ບໍ່ໄດ້ລົບກວນຄົນອື່ນ, ແລ້ວກໍຈົ່ງປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ, ຖ້າພວກເຂົາສາມາດຮັບໃຊ້ໄດ້ ກໍປ່ອຍໃຫ້ພວກເຂົາເຮັດ; ຖ້າພວກເຂົາບໍ່ສາມາດເຮັດໄດ້ ແລະ ໄດ້ກໍ່ໃຫ້ເກີດການລົບກວນຕໍ່ຄົນອື່ນ ແລະ ຄົນສ່ວນໃຫຍ່ກໍໄດ້ເບິ່ງທະລຸການສະແດງອອກ ແລະ ການເປີດເຜີຍຂອງພວກເຂົາ ແລະ ສາມາດກຳນົດໄດ້ວ່າແກ່ນແທ້ຂອງພວກເຂົາຄືມານຮ້າຍ, ແລ້ວມັນກໍບໍ່ຊ້າເກີນໄປທີ່ຈະຈັດການກັບພວກເຂົາໂດຍການຄັດພວກເຂົາອອກ. ນີ້ບໍ່ແມ່ນຫຼັກການບໍ? (ແມ່ນແລ້ວ). ນີ້ແມ່ນຫຼັກການ; ພວກເຈົ້າຕ້ອງມີຄວາມຊັດເຈນໃນໃຈ. ບໍ່ວ່າພວກເຂົາຈະຖືກຈັດການແນວໃດໃນພາຍຫຼັງ, ເວລາກໍຕ້ອງເໝາະສົມ. ສົມມຸດວ່າເຈົ້າເບິ່ງທະລຸພວກເຂົາ, ແຕ່ຄົນສ່ວນໃຫຍ່ຍັງບໍ່ໄດ້ມີການຕິດຕໍ່ພົວພັນກັບພວກເຂົາ, ແຮງໄກທີ່ຈະເບິ່ງທະລຸພວກເຂົາ. ຖ້າຈາກນັ້ນເຈົ້າກຳນົດລັກສະນະ ແລະ ຈັດການກັບພວກເຂົາໂດຍກົງ ໂດຍບໍ່ໂອ້ລົມກ່ຽວກັບຄວາມຈິງ ແລະ ອະທິບາຍວິທີການແຍກແຍະພວກເຂົາ, ນັ້ນກໍເປັນການຮີບຮ້ອນເກີນໄປ. ສົມມຸດວ່າຫຼັງຈາກທີ່ເບິ່ງທະລຸເຖິງແກ່ນແທ້ຂອງພວກເຂົາແລ້ວ, ເຈົ້າກໍເລີ່ມຮູ້ສຶກລັງກຽດພວກເຂົາ ແລະ ຈາກນັ້ນກໍຊອກຫາໂອກາດທີ່ຈະລິຮານພວກເຂົາ ຫຼື ແນເປົ້າໝາຍໃສ່ພວກເຂົາໃນຄຳເວົ້າ ແລະ ການກະທຳຂອງເຈົ້າຢູ່ສະເໝີ, ພ້ອມທັງໃນເວລາທີ່ໂອ້ລົມກ່ຽວກັບຄວາມຈິງ, ນີ້ເປັນວິທີການກະທຳທີ່ດີບໍ? (ບໍ່ດີ). ເປັນຫຍັງຈຶ່ງບໍ່ດີ? (ເພາະວ່າຖ້າພວກເຮົາປະຕິບັດຕໍ່ພວກເຂົາດ້ວຍວິທີນີ້, ຄົນສ່ວນໃຫຍ່ກໍຈະບໍ່ຮູ້ວ່າມີຫຍັງເກີດຂຶ້ນ ແລະ ອາດຈະເຖິງຂັ້ນເກີດຄວາມເຂົ້າໃຈຜິດໄດ້. ແກ່ນແທ້ຂອງຄົນຜູ້ນີ້ຕ້ອງຖືກເປີດເຜີຍ ແລະ ຕີແຜ່ຜ່ານຂໍ້ເທັດຈິງ ແລະ ຕໍ່ເມື່ອຜູ້ຄົນມີຄວາມສາມາດໃນການແຍກແຍະກ່ຽວກັບພວກເຂົາໄດ້ແລ້ວເທົ່ານັ້ນ ຈຶ່ງຈະເໝາະສົມທີ່ຈະເປີດໂປງ ແລະ ໄຈ້ແຍກພວກເຂົາ ຫຼື ລິຮານພວກເຂົາ, ແລ້ວທຸກຄົນກໍຈະເຂົ້າໃຈ. ຖ້າຄົນຜູ້ນີ້ບໍ່ແມ່ນຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ແຕ່ບໍ່ໄດ້ກໍ່ໃຫ້ເກີດການລົບກວນ ແລະ ຍັງສາມາດຮັບໃຊ້ໄດ້, ແລ້ວພວກເຮົາກໍຄວນປ່ອຍໃຫ້ພວກເຂົາຮັບໃຊ້ສາ. ຖ້າພວກເຮົາຮູ້ວ່າພວກເຂົາບໍ່ແມ່ນຜູ້ທີ່ໄລ່ຕາມເສະຫາຄວາມຈິງ ແຕ່ກໍຍັງລິຮານພວກເຂົາຢູ່ຕະຫຼອດເວລາ, ມັນກໍຈະສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ). ຖືກຕ້ອງແລ້ວ. ການກະທຳແບບນັ້ນແມ່ນບໍ່ມີຫຼັກການ. ເມື່ອປະຕິບັດຕໍ່ຜູ້ທີ່ກັບຊາດມາເກີດຈາກມານຮ້າຍ ແລະ ຜູ້ທີ່ກັບຊາດມາເກີດຈາກສັດ, ເຖິງແມ່ນວ່າຜ່ານການຕິດຕໍ່ພົວພັນ ແລະ ການສັງເກດເປັນເວລາດົນນານ ເຈົ້າໄດ້ເບິ່ງທະລຸເຖິງແກ່ນແທ້ຂອງພວກເຂົາແລ້ວ, ເຈົ້າກໍຄວນໃຊ້ສະຕິປັນຍາແດ່ ແລະ ປະຕິບັດຕໍ່ພວກເຂົາຕາມຫຼັກການ. ການໃຊ້ສະຕິປັນຍານັ້ນບໍ່ເປັນຫຍັງ ແຕ່ເຈົ້າບໍ່ສາມາດລະເມີດຫຼັກການໄດ້. ການປະຕິບັດຕໍ່ຄົນແບບນັ້ນຕາມຫຼັກການແມ່ນມີລາຍລະອຽດຫຼາຍຢ່າງ. ໜຶ່ງໃນນັ້ນກໍຄື ເຖິງແມ່ນວ່າເຈົ້າຈະເຫັນຢ່າງຊັດເຈນວ່າພວກເຂົາເປັນຄົນທີ່ເບື່ອໜ່າຍຄວາມຈິງ ເຊິ່ງແກ່ນແທ້ຂອງພວກເຂົາແມ່ນແກ່ນແທ້ຂອງມານຮ້າຍ, ເຈົ້າກໍບໍ່ສາມາດຊອກຫາຂໍ້ຜິດພາດຂອງພວກເຂົາ ຫຼື ຈັບຜິດພວກເຂົາເພື່ອລິຮານພວກເຂົາຢູ່ສະເໝີ ຫຼື ເປີດໂປງພວກເຂົາໃນທຸກໂອກາດໄດ້. ພວກເຂົາຈະບໍ່ຮູ້ວ່າມີຫຍັງເກີດຂຶ້ນ; ພວກເຂົາຈະມືດແປດດ້ານ ແລະ ຈະບໍ່ຮູ້ວ່າເປັນຫຍັງເຈົ້າຈຶ່ງລິຮານ ແລະ ແນເປົ້າໝາຍໃສ່ພວກເຂົາ. ການເຮັດແບບນີ້ຍັງຈະສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາອີກດ້ວຍ. ເຖິງແມ່ນວ່າໃນສາຍຕາຂອງຄົນອື່ນ ເຈົ້າຈະບໍ່ຜິດໃນສິ່ງທີ່ເຈົ້າເຮັດ ຫຼື ເວົ້າ, ການກະທຳແບບນີ້ບໍ່ພຽງແຕ່ບໍ່ໄດ້ຮັບຜົນໃດໆເທົ່ານັ້ນ ແຕ່ຍັງນຳໄປສູ່ຜົນສະທ້ອນທີ່ບໍ່ດີອີກດ້ວຍ ແລະ ມັນກໍບໍ່ສອດຄ່ອງກັບຫຼັກການຄວາມຈິງ. ສະນັ້ນ, ບໍ່ວ່າເຈົ້າກຳລັງຈັດການກັບຄົນປະເພດໃດກໍຕາມ, ເຈົ້າຕ້ອງປະຕິບັດຕໍ່ພວກເຂົາຕາມຫຼັກການ ແລະ ຢ່າງຍຸຕິທຳ; ຢ່າເຮັດໂດຍອີງໃສ່ຄວາມຮູ້ສຶກຂອງເຈົ້າ. ການໃຊ້ສະຕິປັນຍາແດ່ນັ້ນບໍ່ເປັນຫຍັງ ແຕ່ເຈົ້າຕ້ອງປະຕິບັດຕໍ່ພວກເຂົາຕາມຫຼັກການ. ການກະທຳແບບນີ້, ຢ່າງໜຶ່ງກໍຄື ມັນຍຶດໝັ້ນໃນຄວາມເປັນລະບຽບຮຽບຮ້ອຍ ແລະ ປະຕິບັດຕາມກົດລະບຽບ ແລະ ມີແນວໂນ້ມໜ້ອຍທີ່ຈະກໍ່ໃຫ້ເກີດການຂັດຂວາງ; ອີກຢ່າງໜຶ່ງຄື ມັນຍັງພິສູດວ່າເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າ, ວ່າເຈົ້າບໍ່ໄດ້ອາລະວາດເຮັດຄວາມຊົ່ວ ແລະ ບໍ່ໄດ້ເຮັດສິ່ງຕ່າງໆຕາມອຳເພີໃຈ ຫຼື ຢ່າງບໍ່ລະມັດລະວັງຕາມເຈດຕະນາຂອງເຈົ້າເອງ. ເຈົ້າຕ້ອງມີຫຼັກການໃນການປະຕິບັດຕໍ່ຄົນທຸກປະເພດ. ບໍ່ວ່າພວກເຂົາຈະເປັນມານຮ້າຍ, ສັດ ຫຼື ມະນຸດ, ເຈົ້າກໍຕ້ອງປະຕິບັດຕໍ່ພວກເຂົາຕາມຫຼັກການ. ເຈົ້າຕ້ອງສາມາດແຍກແຍະຄົນປະເພດເຫຼົ່ານີ້ ແລະ ຈັບໃຈຄວາມຫຼັກການສຳລັບການປະຕິບັດຕໍ່ຜູ້ຄົນ. ເຈົ້າບໍ່ຄວນມີຄວາມເຂົ້າໃຈທີ່ບິດເບືອນເມື່ອເວົ້າເຖິງເລື່ອງນີ້, ບໍ່ແມ່ນບໍ? (ແມ່ນແລ້ວ). ຢ່າເຮັດສິ່ງໃດທີ່ເປັນການຂັດຂວາງ. ຖ້າເຈົ້າເຮັດບາງສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ແລ້ວເຈົ້າກໍໂງ່ຈ້າເກີນໄປ; ນີ້ບໍ່ແມ່ນສິ່ງທີ່ມະນຸດຄວນເຮັດ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ).

ໃນເມື່ອກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຂອງແກ່ນແທ້ຂອງຜູ້ທີ່ກັບຊາດມາເກີດຈາກສັດ ແລະ ຜູ້ທີ່ກັບຊາດມາເກີດຈາກມານຮ້າຍ ເຊິ່ງເປັນສອງປະເພດທີ່ແຕກຕ່າງກັນ. ສິ່ງນີ້ໄດ້ຊ່ວຍໃຫ້ຜູ້ຄົນເຫັນວ່າ ເຖິງແມ່ນວ່າຄົນທຸກປະເພດຈະມີຮູບລັກສະນະຂອງມະນຸດ, ແຕ່ຄວາມແຕກຕ່າງໃນແກ່ນແທ້ ແລະ ການຈັດປະເພດຂອງພວກເຂົາສາມາດຖືກແຍກແຍະໄດ້ຜ່ານທັດສະນະຄະຕິທີ່ແຕກຕ່າງກັນທີ່ພວກເຂົາມີຕໍ່ຄວາມຈິງ. ບໍ່ວ່າຮູບລັກສະນະພາຍນອກຂອງຄົນໃດໜຶ່ງຈະເປັນແນວໃດກໍຕາມ, ບາງຄັ້ງຄົນໃດໜຶ່ງອາດມີໜ້າຕາທີ່ສົມສ່ວນ, ເບິ່ງຂ້ອນຂ້າງສຸພາບຮຽບຮ້ອຍ ແລະ ໃຈດີ ຫຼື ເບິ່ງຄືວ່າມີການສຶກສາ, ໄດ້ຮັບການອົບຮົມມາຢ່າງດີ, ມີສະຖານະ ແລະ ຄວາມສະຫງ່າງາມ ແລະ ເຖິງກັບເບິ່ງຄືວ່າມີກຽດ, ຍິ່ງໃຫຍ່ຫຼາຍ, ບໍ່ແມ່ນຄົນທຳມະດາ, ສິ່ງເຫຼົ່ານີ້ລ້ວນແຕ່ບໍ່ແມ່ນພື້ນຖານສຳລັບການກຳນົດລັກສະນະແກ່ນແທ້ຂອງພວກເຂົາ. ບໍ່ວ່າຮູບຮ່າງໜ້າຕາຂອງພວກເຂົາຈະເປັນແນວໃດ, ບໍ່ວ່າພວກເຂົາຈະສູງ ຫຼື ຕໍ່າ, ຕຸ້ຍ ຫຼື ຈ່ອຍ, ສີຜິວຂອງພວກເຂົາຈະເປັນແນວໃດ ຫຼື ຊີວິດຂອງພວກເຂົາຈະຮັ່ງມີ ຫຼື ທຸກຍາກກໍຕາມ, ສິ່ງເຫຼົ່ານີ້ບໍ່ມີສິ່ງໃດເລີຍທີ່ສາມາດສະແດງໃຫ້ເຫັນວ່າແກ່ນແທ້ຂອງພວກເຂົາແມ່ນຫຍັງຢ່າງແທ້ຈິງ. ການກຳນົດລັກສະນະແກ່ນແທ້ຂອງຄົນໃດໜຶ່ງບໍ່ສາມາດອີງໃສ່ມາດຕະຖານຂອງວັດທະນະທຳດັ້ງເດີມຂອງມະນຸດ ຫຼື ຄຳເວົ້າກ່ຽວກັບຄວາມປະພຶດທາງສິນທຳ ແລະ ບໍ່ສາມາດອີງໃສ່ຄຳຂວັນ ຫຼື ຄຳເວົ້າຍອດຮິດຂອງບຸກຄົນທີ່ມີຊື່ສຽງ ທີ່ຖືກສະຫຼຸບໂດຍຜູ້ຄົນຕະຫຼອດປະຫວັດສາດ ຫຼື ຄຳເວົ້າທີ່ເຮັດໃຫ້ຫຼົງຜິດຂອງພັກ-ລັດຖະບານ. ແລ້ວມັນຄວນອີງໃສ່ຫຍັງ? ຜູ້ຄົນຕ້ອງໃຊ້ພຣະທຳຂອງພຣະເຈົ້າ, ຄວາມຈິງທີ່ພຣະເຈົ້າສະແດງອອກ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບຜູ້ຄົນ ເປັນພື້ນຖານໃນການຕັດສິນ ແລະ ກຳນົດແກ່ນແທ້ຂອງຄົນປະເພດຕ່າງໆ. ຄົນເຮົາຕ້ອງບໍ່ຕັດສິນຜູ້ຄົນໂດຍອີງໃສ່ຮູບລັກສະນະພາຍນອກຂອງພວກເຂົາ, ພອນສະຫວັນຂອງພວກເຂົາ ຫຼື ຄວາມຮູ້ທີ່ພວກເຂົາໄດ້ຮັບມາຢ່າງເດັດຂາດ ແລະ ແນ່ນອນວ່າຕ້ອງບໍ່ອີງໃສ່ສະຖານະຂອງຄົນໃດໜຶ່ງ ຫຼື ບົດບາດທີ່ພວກເຂົາມີໃນສັງຄົມ ແລະ ໃນທ່າມກາງຜູ້ຄົນ. ວິທີການຕັດສິນຜູ້ຄົນແບບນັ້ນລ້ວນແຕ່ຜິດ. ຄົນເຮົາຕ້ອງຕັດສິນຜູ້ຄົນໂດຍອີງໃສ່ພຣະທຳຂອງພຣະເຈົ້າ; ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ. ຢ່າງໜຶ່ງກໍຄື ມັນຕ້ອງອີງໃສ່ຄວາມຈິງ; ອີກຢ່າງໜຶ່ງ ມັນຕ້ອງອີງໃສ່ທັດສະນະຄະຕິຂອງຄົນໃດໜຶ່ງທີ່ມີຕໍ່ຄວາມຈິງ ແລະ ພວກເຂົາສາມາດຢັ່ງຮູ້ຄວາມຈິງໄດ້ ຫຼື ບໍ່. ມັນຖືກຕ້ອງທີ່ສຸດທີ່ຈະແຍກແຍະແກ່ນແທ້ຂອງຄົນໃດໜຶ່ງ ແລະ ກຳນົດການຈັດປະເພດຂອງພວກເຂົາໂດຍອີງໃສ່ຄວາມຈິງ. ຈະບໍ່ມີຂໍ້ຜິດພາດຢ່າງແນ່ນອນ.

ຄຸນລັກສະນະຂອງຜູ້ທີ່ກັບຊາດມາເກີດຈາກມະນຸດ

I. ການມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ

ຫຼັງຈາກທີ່ໂອ້ລົມກ່ຽວກັບການສະແດງອອກຂອງຄົນສອງປະເພດນັ້ນ ເຊິ່ງກໍຄືຜູ້ທີ່ກັບຊາດມາເກີດຈາກສັດ ແລະ ຜູ້ທີ່ກັບຊາດມາເກີດຈາກມານຮ້າຍແລ້ວ, ຕໍ່ໄປ ພວກເຮົາຄວນໂອ້ລົມກ່ຽວກັບການສະແດງອອກຂອງຜູ້ທີ່ກັບຊາດມາເກີດຈາກມະນຸດທີ່ແທ້ຈິງ. ຕອນນີ້ພວກເຮົາໄດ້ມາເຖິງພາກສ່ວນທີ່ສຳຄັນທີ່ສຸດແລ້ວ. ຜູ້ທີ່ກັບຊາດມາເກີດຈາກສັດມີການສະແດງອອກ ແລະ ລັກສະນະບາງຢ່າງເພື່ອສະແດງໃຫ້ເຫັນສິ່ງນີ້, ເຊັ່ນດຽວກັບຜູ້ທີ່ກັບຊາດມາເກີດຈາກມານຮ້າຍ. ສະນັ້ນ, ຜູ້ທີ່ກັບຊາດມາເກີດຈາກມະນຸດກໍມີການສະແດງອອກ ແລະ ລັກສະນະທີ່ສອດຄ່ອງກັນຄືກັນບໍ? (ມີ). ສິ່ງນີ້ແມ່ນແນ່ນອນ. ພວກເຮົາໄດ້ກ່າວເຖິງການສະແດງອອກ ແລະ ລັກສະນະພື້ນຖານບາງຢ່າງຂອງຄວາມເປັນມະນຸດທີ່ມະນຸດທີ່ແທ້ຈິງມີ. ມື້ນີ້, ພວກເຮົາຈະໂອ້ລົມກ່ຽວກັບການສະແດງອອກ ແລະ ລັກສະນະສະເພາະຂອງຜູ້ທີ່ກັບຊາດມາເກີດຈາກມະນຸດ. ເນື່ອງຈາກວ່າການຈັດປະເພດຂອງຄົນປະເພດນີ້ຄືມະນຸດ, ກ່ອນທີ່ພວກເຮົາຈະໂອ້ລົມກັນຢ່າງເປັນທາງການ, ກ່ອນອື່ນ ໃຫ້ພວກເຮົາລອງຄິດເບິ່ງວ່າລັກສະນະພື້ນຖານຂອງການເປັນມະນຸດແມ່ນຫຍັງ. ຫຼື ຜ່ານການທີ່ເຈົ້າມີປະຕິສຳພັນ ແລະ ການຄົບຫາກັບຜູ້ຄົນມາຫຼາຍປີ, ລັກສະນະໃດແດ່ທີ່ເຈົ້າໄດ້ສັງເກດເຫັນໃນຄົນປະເພດນີ້ທີ່ມີການຈັດປະເພດວ່າເປັນມະນຸດ? ການສະແດງອອກຂອງພວກເຂົາມີຫຍັງແດ່? ເວົ້າມາໂລດ. (ຄົນປະເພດນີ້ທີ່ມີການຈັດປະເພດວ່າເປັນມະນຸດມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ. ຕົວຢ່າງ: ຖ້າພວກເຂົາເຮັດບາງສິ່ງທີ່ຜິດ ຫຼື ເຮັດຜິດຕໍ່ຄົນໃດໜຶ່ງ ຫຼື ເຮັດບາງສິ່ງທີ່ລະເມີດຄວາມຈິງ, ພວກເຂົາກໍຈະຮູ້ສຶກຖືກຕຳໜິໃນສະຕິຮູ້ສຶກຜິດຊອບຂອງພວກເຂົາ). (ຢ່າງໜ້ອຍຄົນປະເພດນີ້ກໍສາມາດຢັ່ງຮູ້ຄວາມຈິງ, ຮັກສິ່ງທີ່ເປັນບວກ ແລະ ກຽດຊັງສິ່ງທີ່ເປັນລົບ. ສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງພວກເຂົານັ້ນສົມບູນແບບ). ການທີ່ສາມາດຢັ່ງຮູ້ຄວາມຈິງໄດ້ນັ້ນເປັນມາດຕະຖານທີ່ຂ້ອນຂ້າງສູງ. ກ່ອນທີ່ພວກເຂົາຈະພົບພໍ້ກັບຄວາມຈິງ, ຄົນປະເພດນີ້ມີລັກສະນະຂອງຄວາມເປັນມະນຸດແບບໃດ? ແມ່ນຫຍັງຄືລັກສະນະຂອງການກະທຳ, ຄຳເວົ້າ ແລະ ວິທີທີ່ພວກເຂົາປະພຶດຕົນ ແລະ ການວາງຕົວໃນສັງຄົມ? ການສະແດງອອກ ແລະ ການເປີດເຜີຍຂອງຄວາມເປັນມະນຸດທີ່ປົກກະຕິທີ່ພວກເຂົາສະແດງໃຫ້ເຫັນມີຫຍັງແດ່? ນັ້ນກໍຄື ເມື່ອພວກເຂົາມີປະຕິສຳພັນ ແລະ ຄົບຫາກັບຜູ້ຄົນ, ພວກເຂົາມີການສະແດງອອກຫຍັງແດ່ທີ່ເຮັດໃຫ້ຄົນອື່ນເຫັນວ່າພວກເຂົາເປັນບຸກຄົນທີ່ເປັນບວກ? (ພວກເຂົາຂ້ອນຂ້າງມີເຫດຜົນ, ພວກເຂົາໃຈດີ, ພວກເຂົາບໍ່ເຮັດສິ່ງທີ່ຫຼອກລວງ ຫຼື ທຳຮ້າຍຄົນອື່ນ ແລະ ພວກເຂົາບໍ່ມີເຈດຕະນາທີ່ຈະທຳຮ້າຍຄົນອື່ນ). ສິ່ງທີ່ພວກເຈົ້າສາມາດຄິດໄດ້ກໍຄືການສະແດງອອກທີ່ເປັນບວກເຫຼົ່ານີ້ ເຊິ່ງຂ້ອນຂ້າງສອດຄ່ອງກັບຄວາມເປັນມະນຸດ, ເຊິ່ງເປັນການສະແດງອອກຂອງຄົນດີໃນຄວາມຄິດຂອງຜູ້ຄົນ. ການເປັນຄົນໃຈດີ, ບໍ່ຫຼອກລວງ ຫຼື ທຳຮ້າຍຄົນອື່ນ, ຮັກສາສັດຈະ, ມີຄວາມຮັບຜິດຊອບ, ສາມາດເຂົ້າກັບຄົນອື່ນໄດ້ດີ, ປາຖະໜາສິ່ງທີ່ເປັນບວກ ແລະ ກຽດຊັງສິ່ງທີ່ເປັນລົບ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກທີ່ເປັນບວກບາງຢ່າງຂອງຄວາມເປັນມະນຸດ. ຍັງມີອີກບໍ? (ຍັງມີການມີຄວາມເຂົ້າໃຈຝ່າຍວິນຍານນຳອີກ, ນັ້ນກໍຄືການທີ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້). ການມີຄວາມເຂົ້າໃຈຝ່າຍວິນຍານນັ້ນບໍ່ກ່ຽວຂ້ອງກັບຄວາມເປັນມະນຸດ ເຊິ່ງພວກເຮົາກຳລັງສົນທະນາກັນຢູ່ໃນປັດຈຸບັນ. ໂດຍຫຼັກແລ້ວ ພວກເຮົາກຳລັງເວົ້າເຖິງມຸມມອງຕ່າງໆຂອງຜູ້ຄົນທີ່ມີຄວາມເປັນມະນຸດໃນການຈັດການກັບເລື່ອງຕ່າງໆ, ພ້ອມທັງການສະແດງອອກແຫ່ງແກ່ນແທ້ຂອງການປະພຶດຕົນຂອງຄົນໃດໜຶ່ງ ແລະ ການປະຕິບັດຕໍ່ຄົນອື່ນ, ຫຼັກການ ແລະ ມາດຕະຖານຂັ້ນຕໍ່າຂອງພວກເຂົາເມື່ອເວົ້າເຖິງການປະພຶດຕົນ ແລະ ການກະທຳຂອງພວກເຂົາ ແລະ ອື່ນໆ. ການສະແດງອອກທີ່ເປັນບວກຂອງຄວາມເປັນມະນຸດທີ່ຜູ້ຄົນສາມາດເຫັນໄດ້ ແລະ ຮຽນຮູ້ໄດ້ນັ້ນມີຈຳນວນໜ້ອຍ. ເບິ່ງຄືວ່າຜູ້ທີ່ຢູ່ໃນທ່າມກາງມະນຸດຊາດທີ່ເຂົ້າໃຈວິທີປະພຶດຕົນນັ້ນຫາຍາກຢ່າງແທ້ຈິງ. ມັນຈຶ່ງບໍ່ແປກໃຈເລີຍທີ່ຫຼາຍຄົນເວົ້າວ່າພວກເຂົາລົ້ມເຫຼວໃນການປະພຶດຕົນ. ລອງເບິ່ງວິທີທີ່ນັກສະແດງໃນຮູບເງົາ ແລະ ລາຍການໂທລະພາບສະແດງເປັນຕົວລະຄອນເປັນຄົນດີ, ເມື່ອເວົ້າເຖິງການເປີດເຜີຍມຸມມອງ, ການສະແດງອອກ ຫຼື ທັດສະນະຄະຕິໃດໜຶ່ງໃນເລື່ອງໃດໜຶ່ງ, ນັກສະແດງກໍບໍ່ຮູ້ວ່າຈະສະແດງ ຫຼື ສະແດງມັນອອກມາແນວໃດ ແລະ ຄວາມເຂົ້າໃຈຂອງພວກເຂົາໃນຂົງເຂດນີ້ກໍວ່າງເປົ່າ. ຖ້າເຈົ້າຂໍໃຫ້ພວກເຂົາສະແດງເປັນນັກເລງ, ອັນທະພານ, ຫົວໜ້າມາເຟຍ, ໂສເພນີ, ຜູ້ຍິງທີ່ສຳສ່ອນ ຫຼື ຄົນທີ່ມີຊື່ສຽງ ຫຼື ຍິ່ງໃຫຍ່, ພວກເຂົາກໍສາມາດສະແດງບົດບາດນັ້ນໄດ້ເປັນຢ່າງດີ, ໂດຍສະແດງໃຫ້ເຫັນເຖິງທຸກທ່າທາງ, ທຸກຄຳເວົ້າ ແລະ ການກະທຳຂອງຄົນເຫຼົ່ານີ້, ແມ່ນແຕ່ການເຫຼືອບເບິ່ງພຽງຄັ້ງດຽວ, ດ້ວຍຄວາມມີຊີວິດຊີວາ ແລະ ຄວາມສະເພາະເຈາະຈົງຢ່າງແທ້ຈິງ. ຜູ້ຊົມບາງຄົນ, ຫຼັງຈາກທີ່ເຫັນພວກເຂົາສະແດງບົດບາດທີ່ເປັນລົບ, ກໍເຖິງກັບເຂົ້າໃຈຜິດວ່າພວກເຂົາເປັນຄົນບໍ່ດີຈາກລາຍການນັ້ນແທ້ໆ ແລະ ຈະຢາກຕີພວກເຂົາຖ້າໄດ້ພົບພໍ້ຕົວຈິງ. ເບິ່ງແມວ່າພວກເຂົາສະແດງບົດບາດຂອງພວກເຂົາໄດ້ຢ່າງມີຊີວິດຊີວາສໍ່າໃດ, ພວກເຂົາເຮັດໃຫ້ຄົນບໍ່ດີຜູ້ນັ້ນມີຊີວິດຂຶ້ນມາແທ້ໆ. ແລ້ວເມື່ອເວົ້າເຖິງການສະແດງເປັນຄົນດີເດ? ຜູ້ຄົນສາມາດໄດ້ຮັບແຮງບັນດານໃຈບາງຢ່າງຈາກການສະແດງຂອງພວກເຂົາ, ໂດຍຮູ້ວິທີການເປັນຄົນທີ່ມີຄວາມເປັນມະນຸດບໍ? ບໍ່ມີນັກສະແດງແບບນັ້ນແທ້ໆ. ມະນຸດຊາດນັ້ນວ່າງເປົ່າເມື່ອເວົ້າເຖິງວິທີການເປັນຄົນທີ່ມີຄວາມເປັນມະນຸດ. ບໍ່ພຽງແຕ່ນັກຂຽນບົດ ແລະ ຜູ້ກຳກັບຈະວ່າງເປົ່າເທົ່ານັ້ນ, ແຕ່ຜູ້ຊົມກໍຍັງວ່າງເປົ່າອີກດ້ວຍ, ບໍ່ມີໃຜເຂົ້າໃຈວ່າການມີຄວາມເປັນມະນຸດໝາຍຄວາມວ່າແນວໃດ. ດັ່ງນັ້ນ, ມັນຈຶ່ງຖືກສະແດງອອກມາດ້ວຍຄວາມວ່າງເປົ່າຢ່າງສິ້ນເຊີງໃນຮູບເງົາ ແລະ ລາຍການໂທລະພາບ. ຕົວຢ່າງ: ເມື່ອນັກສະແດງໄດ້ສະແດງເປັນສະມາຊິກພັກກອມມູນິດທີ່ກຳລັງຫຼັບຕາລົງກ່ອນທີ່ລາວຈະຕາຍ, ຜູ້ຊົມກໍເວົ້າວ່າ: “ລາວຍັງບໍ່ຕາຍຢ່າງແນ່ນອນ, ລາວຍັງບໍ່ໄດ້ຈ່າຍຄ່າທຳນຽມພັກຂອງລາວເລີຍ!” ແນ່ນອນວ່າ ໃນເວລາບໍ່ຮອດໜຶ່ງວິນາທີ, ລາວກໍມືນຕາຂຶ້ນ ແລະ ດ້ວຍຄວາມສັ່ນເທົາ, ລາວກໍເອົາເງິນຫຼຽນສອງສາມຫຼຽນອອກມາຈາກຖົງຂອງລາວ ໂດຍເວົ້າວ່າ: “ນີ້ຄືຄ່າທຳນຽມພັກຂອງຂ້ອຍ. ຂ້ອຍບໍ່ສາມາດຕິດໜີ້ພັກໄດ້. ຂໍໃຫ້ພັກຈົ່ງວາງໃຈ. ເມື່ອຂ້ອຍໄປເຖິງອີກໂລກໜຶ່ງ, ຂ້ອຍກໍຍັງຈະຈົງຮັກພັກດີຕໍ່ພັກຢ່າງໝັ້ນຄົງ, ແມ່ນແຕ່ຈົນເຖິງຄວາມຕາຍ!” ເມື່ອນັ້ນ ລາວຈຶ່ງຕາຍຕາຫຼັບໄດ້. ນີ້ຄືວິທີທີ່ຄົນທີ່ມີຄວາມເປັນມະນຸດຖືກສະແດງອອກໃນຮູບເງົາ ແລະ ລາຍການໂທລະພາບ. ໃນສາຍຕາຂອງຜູ້ຊົມ, ຄວາມຈິງແລ້ວມັນວ່າງເປົ່າຢ່າງສິ້ນເຊີງ. ຄົນແບບນັ້ນບໍ່ມີຢູ່ໃນຊີວິດຈິງ ແລະ ມັນຍາກຫຼາຍສຳລັບຜູ້ຄົນທີ່ຈະບັນລຸສິ່ງນີ້ໄດ້. ສະນັ້ນ, ມະນຸດຊາດພຽງແຕ່ບໍ່ເຂົ້າໃຈວ່າຄວາມເປັນມະນຸດທີ່ແທ້ຈິງແມ່ນຫຍັງ ແລະ ມັນຍາກຫຼາຍສຳລັບພວກເຂົາທີ່ຈະກຳນົດມາດຕະຖານຂອງມັນໄດ້. ບໍ່ວ່າມາດຕະຖານຈະຖືກຕັ້ງໄວ້ສູງເກີນໄປ ແລະ ມັນວ່າງເປົ່າຢ່າງສິ້ນເຊີງ ຫຼື ຜູ້ຄົນກໍມືດແປດດ້ານ ແລະ ຕັ້ງມັນຂຶ້ນມາຕາມອຳເພີໃຈ. ຄວາມຈິງແລ້ວ, ຄວາມເປັນມະນຸດທີ່ມະນຸດທີ່ແທ້ຈິງມີນັ້ນລຽບງ່າຍຫຼາຍ. ມັນລຽບງ່າຍສໍ່າໃດ? ມັນເປັນສິ່ງທີ່ຢູ່ໃກ້ຕົວເຈົ້າ, ເປັນສິ່ງທີ່ເຈົ້າສາມາດບັນລຸໄດ້. ການທີ່ຢູ່ໃກ້ຕົວເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າມັນສຳພັນກັບຊີວິດຈິງຫຼາຍ, ແທ້ຈິງຫຼາຍ, ພາວະວິໄສຫຼາຍ, ບໍ່ວ່າງເປົ່າເລີຍ. ເພາະວ່າມັນພາວະວິໄສ ແລະ ສຳພັນກັບຊີວິດຈິງຫຼາຍ, ຜູ້ຄົນຈຶ່ງຮູ້ສຶກວ່າມັນທຳມະດາຫຼາຍ ແລະ ບໍ່ຄຸ້ມຄ່າທີ່ຈະກ່າວເຖິງເລີຍ, ແຮງໄກທີ່ຈະຮູ້ສຶກວ່າການສະແດງອອກເຫຼົ່ານີ້ແມ່ນສິ່ງທີ່ມະນຸດຊາດຄວນສະແດງໃຫ້ເຫັນ. ມະນຸດຊາດນີ້ເຊີດຊູສິ່ງທີ່ຍິ່ງໃຫຍ່, ສູງສົ່ງ ແລະ ໜ້າປະທັບໃຈ. ຫຼາຍຄົນບໍ່ພຽງແຕ່ບໍ່ມີການສະແດງອອກຂອງຄວາມເປັນມະນຸດທີ່ແທ້ຈິງເທົ່ານັ້ນ, ແຕ່ຍັງລັງກຽດພວກມັນອີກດ້ວຍ ເພາະວ່າການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິນັ້ນສຳພັນກັບຊີວິດຈິງຫຼາຍ, ທຳມະດາຫຼາຍ, ສາມັນຫຼາຍ ແລະ ກົງກັນຂ້າມ ພວກເຂົາພັດໄລ່ຕາມເສາະຫາ ແລະ ເຄົາລົບຄວາມຮູ້. ດ້ວຍວິທີນີ້, ກະແສທີ່ຊົ່ວຮ້າຍຈຶ່ງໄດ້ກໍ່ຕົວຂຶ້ນໃນທົ່ວສັງຄົມ, ເຊິ່ງເປັນກະແສທີ່ລັງກຽດ ແລະ ດູຖູກການສະແດງອອກຂອງມະນຸດທີ່ແທ້ຈິງ. ແມ່ນແຕ່ຄົນທີ່ມີຄວາມເປັນມະນຸດຢ່າງແທ້ຈິງກໍບໍ່ຮູ້ສຶກວ່າການປະພຶດຕົນແບບນີ້ຄືການເປັນມະນຸດທີ່ແທ້ຈິງ ຫຼື ເປັນຄົນທີ່ມີຄວາມເປັນມະນຸດ. ໃນທາງກົງກັນຂ້າມ, ພວກເຂົາສະແຫວງຫາທີ່ຈະກາຍເປັນຄົນທີ່ເອີ້ນວ່າສູງສົ່ງ ແລະ ພິເສດ ເຊິ່ງໄດ້ຮັບການສະໜັບສະໜູນຈາກກະແສທີ່ຊົ່ວຮ້າຍຂອງສັງຄົມ. ສິ່ງນີ້ປະຕິເສດ ແລະ ປົກປິດແກ່ນແທ້ຄວາມເປັນມະນຸດທີ່ຄົນບາງຄົນທີ່ມີຄວາມເປັນມະນຸດມີ. ຄຳວ່າ “ປົກປິດ” ໃນທີ່ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ມີໃຜຖືວ່າເຈົ້າເປັນຄົນທີ່ມີຄວາມເປັນມະນຸດ. ມັນໝາຍຄວາມວ່າບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຄົນອື່ນກໍຈະກີດກັນເຈົ້າ ແລະ ດູຖູກເຈົ້າ ແລະ ເຈົ້າບໍ່ມີບ່ອນທີ່ຈະໃຊ້ຄວາມສາມາດພິເສດຂອງເຈົ້າໃນທ່າມກາງຜູ້ຄົນ, ບໍ່ມີບ່ອນໃຫ້ເຈົ້າເວົ້າ ແລະ ບໍ່ມີໂອກາດໃຫ້ເຈົ້າໄດ້ນຳໃຊ້ຈຸດແຂງຂອງເຈົ້າ. “ປະຕິເສດ” ໝາຍຄວາມວ່າຄວາມເປັນມະນຸດທີ່ປົກກະຕິຂອງເຈົ້າພຽງແຕ່ບໍ່ຄຸ້ມຄ່າໃຫ້ກ່າວເຖິງໃນທ່າມກາງມະນຸດຊາດທີ່ເສື່ອມຊາມ. ການມີຄວາມເປັນມະນຸດບໍ່ແມ່ນສິ່ງທີ່ພວກເຂົາສະໜັບສະໜູນ. ພວກເຂົາສະໜັບສະໜູນຫຍັງ? ພວກເຂົາສະໜັບສະໜູນການເອົາໃຈຝູງຊົນ, ການເປັນຄົນທີ່ລື່ນໄຫຼ, ການຍົກຍ້ອງ, ການປະຈົບປະແຈງ, ການຕົວະ ແລະ ການຫຼອກລວງ, ການທີ່ສາມາດເວົ້າຫຍັງກໍໄດ້ ບໍ່ວ່າມັນຈະຫວານຈົນໜ້າຂີ້ດຽດ ຫຼື ກົງກັນຂ້າມກັບຄວາມຮູ້ສຶກທີ່ແທ້ຈິງຂອງພວກເຂົາສໍ່າໃດກໍຕາມ. ການເວົ້າຄວາມຈິງຈະບໍ່ເຮັດໃຫ້ເຈົ້າກ້າວໜ້າໃນສັງຄົມນີ້. ບໍ່ວ່າຄວາມເປັນມະນຸດຂອງເຈົ້າຈະດີສໍ່າໃດກໍຕາມ, ສັງຄົມນີ້ກໍບໍ່ສະໜັບສະໜູນມັນ ແລະ ຈະປະຕິເສດມັນ. ຖ້າເຈົ້າເວົ້າບາງສິ່ງທີ່ເປັນບວກ, ຍຸຕິທຳ ຫຼື ເປັນທຳ ຫຼື ຄຳເວົ້າທີ່ມີສະຕິຮູ້ສຶກຜິດຊອບ, ຖ້າເຈົ້າເວົ້າບາງສິ່ງທີ່ມີເຫດຜົນໃນຂະນະທີ່ຮູ້ຈັກທີ່ທາງຂອງຕົນເອງ, ພວກເຂົາກໍຈະກີດກັນເຈົ້າ, ປະຕິເສດເຈົ້າ ແລະ ດູຖູກເຈົ້າ. ຍັງມີບາງຄົນທີ່ຈະເຍາະເຍີ້ຍເຈົ້າ, ສຽດສີເຈົ້າ, ເຮັດໃຫ້ເຈົ້າອັບອາຍ ແລະ ຈາກນັ້ນກໍລວບລວມກຳລັງ ແລະ ອຳນາດທີ່ຊົ່ວຊ້າທັງໝົດເພື່ອໂຈມຕີ ແລະ ຂັບໄລ່ເຈົ້າ, ໃນທີ່ສຸດກໍເຮັດໃຫ້ເຈົ້າຮູ້ສຶກອັບອາຍເກີນກວ່າທີ່ຈະສະແດງໜ້າຂອງເຈົ້າ, ເຮັດໃຫ້ເຈົ້າປະຕິເສດຕົນເອງ. ໃນທີ່ສຸດເຈົ້າກໍຈະຄິດວ່າ: “ຂ້ອຍບໍ່ດີ, ຂ້ອຍບໍ່ສາມາດປັບຕົວເຂົ້າກັບກະແສຂອງສັງຄົມ ຫຼື ກັບຄົນເຫຼົ່ານີ້ໄດ້. ຂ້ອຍບໍ່ຮູ້ວິທີດຳເນີນກົນອຸບາຍ, ຂ້ອຍບໍ່ສາມາດວາງແຜນຊົ່ວ ຫຼື ມີເລ່ຫຼ່ຽມໄດ້, ສະນັ້ນ ມັນຈຶ່ງຍາກຫຼາຍສຳລັບຂ້ອຍທີ່ຈະຢູ່ລອດໃນທ່າມກາງຄົນເຫຼົ່ານີ້”. ເຈົ້າເລີ່ມຮູ້ສຶກຕໍ່າຕ້ອຍຫຼາຍ, ຮູ້ສຶກວ່າບໍ່ສາມາດກົມກືນກັບຄົນເຫຼົ່ານີ້ໄດ້. ຄວາມຈິງແລ້ວ, ເຈົ້າບໍ່ສາມາດຊຶມຊັບປັດຊະຍາສຳລັບການກະທຳທາງໂລກຂອງພວກເຂົາ, ວິທີການ ແລະ ເລ່ຫຼ່ຽມໃນການຈັດການກັບເລື່ອງຕ່າງໆຂອງພວກເຂົາ ແລະ ວິທີການເອົາຕົວລອດຂອງພວກເຂົາໄດ້. ຫຼັງຈາກທີ່ຖືກປະຕິເສດໂດຍກະແສທີ່ຊົ່ວຮ້າຍນີ້ ແລະ ຄົນຊົ່ວຮ້າຍເຫຼົ່ານີ້, ເຈົ້າກໍປະຕິເສດຄວາມເປັນມະນຸດຂອງເຈົ້າເອງ ແລະ ຈາກນັ້ນກໍພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອປັບຕົວໃຫ້ເຂົ້າກັບພວກເຂົາ, ເພື່ອຕິດຕາມພວກເຂົາ, ເພື່ອກົມກືນເຂົ້າກັບສັງຄົມ, ເພື່ອກົມກືນກັບຄົນຊົ່ວຮ້າຍເຫຼົ່ານີ້ ແລະ ເພື່ອກົມກືນເຂົ້າກັບກະແສທີ່ຊົ່ວຮ້າຍນີ້. ເຈົ້າພະຍາຍາມຮຽນແບບວິທີທີ່ຄົນອື່ນໃຊ້ກົນອຸບາຍ, ເລ່ຫຼ່ຽມ ແລະ ແຜນຊົ່ວ ແລະ ເຈົ້າຍັງພະຍາຍາມຮຽນແບບວິທີທີ່ຄົນອື່ນກ່າວຄຳຍົກຍ້ອງ, ຄຳເວົ້າທີ່ຫວານຈົນໜ້າຂີ້ດຽດ ແລະ ຄຳເວົ້າທີ່ກົງກັນຂ້າມກັບຄວາມຮູ້ສຶກທີ່ແທ້ຈິງຂອງພວກເຂົາ. ແຕ່ບໍ່ວ່າເຈົ້າຈະພະຍາຍາມຮຽນແບບສິ່ງເຫຼົ່ານີ້ຫຼາຍສໍ່າໃດ ແລະ ບໍ່ວ່າເຈົ້າຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດກໍຕາມ, ສະຫຼຸບແລ້ວ, ເຈົ້າກໍຮູ້ສຶກວ່າສິ່ງເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ເຈົ້າຢາກເວົ້າ ຫຼື ສິ່ງທີ່ເຈົ້າຢາກເຮັດ. ທຸກຄຳທີ່ເຈົ້າເວົ້ານັ້ນກົງກັນຂ້າມກັບຄວາມຮູ້ສຶກທີ່ແທ້ຈິງຂອງເຈົ້າ ແລະ ທຸກສິ່ງທີ່ເຈົ້າເຮັດກໍເຮັດໃຫ້ເຈົ້າຮູ້ສຶກຖືກຕຳນິໃນສະຕິຮູ້ສຶກຜິດຊອບຂອງເຈົ້າ; ເຈົ້າຮູ້ສຶກວ່ານີ້ບໍ່ແມ່ນສິ່ງທີ່ເຈົ້າຄວນເວົ້າ ຫຼື ຄວນເຮັດ. ເຈົ້າດຳລົງຊີວິດໂດຍການໃສ່ໜ້າກາກແບບນີ້ທຸກມື້. ເຖິງແມ່ນວ່າເບິ່ງຄືວ່າໃນແງ່ຂອງພຶດຕິກຳ, ຄຳເວົ້າ ຫຼື ຄວາມຄິດ ແລະ ມຸມມອງບາງຢ່າງ ເຈົ້າໄດ້ກົມກືນເຂົ້າກັບກະແສທີ່ຊົ່ວຮ້າຍນີ້ ແລະ ກົມກືນກັບມະນຸດຊາດທີ່ເສື່ອມຊາມນີ້ແລ້ວ, ແຕ່ເລິກໆຢູ່ຂ້າງໃນ, ເຈົ້າກໍເຈັບປວດ, ຖືກກົດດັນ ແລະ ຄຽດແຄ້ນ. ຫຼັງຈາກທີ່ມີປະສົບການຊີວິດແບບນັ້ນແລ້ວ, ເຈົ້າກໍເລີ່ມປາຖະໜາການປະຕິບັດທີ່ເປັນທຳ ແລະ ຍຸຕິທຳ, ປາຖະໜາສິ່ງທີ່ເປັນບວກ ແລະ ປາຖະໜາຄວາມສະຫວ່າງ. ສະນັ້ນ, ຄົນແບບນັ້ນມີລັກສະນະຂອງຄວາມເປັນມະນຸດແບບໃດທີ່ເຮັດໃຫ້ພວກເຂົາມີຄວາມຮູ້ສຶກແບບນັ້ນ ແລະ ມີປະສົບການແບບນັ້ນໃນທ່າມກາງຄົນອື່ນ ແລະ ກະແສທີ່ຊົ່ວຮ້າຍ? ຄວາມຈິງແລ້ວ, ມັນລຽບງ່າຍຫຼາຍ: ເມື່ອຄົນໃດໜຶ່ງມີແກ່ນແທ້ຄວາມເປັນມະນຸດແຫ່ງສະຕິຮູ້ຶສຶກຜິດຊອບ ແລະ ຄວາມສຳນຶກ, ພວກເຂົາກໍຈະມີປະສົບການແບບນັ້ນເມື່ອດຳລົງຊີວິດຢູ່ໃນທ່າມກາງຜູ້ຄົນ.

ສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກແມ່ນສອງສິ່ງທີ່ເປັນພື້ນຖານທີ່ສຸດທີ່ຜູ້ທີ່ມີຄວາມເປັນມະນຸດຄວນມີ. ເຖິງແມ່ນວ່າສອງສິ່ງນີ້ຈະຖືກສົນທະນາກັນເທື່ອແລ້ວເທື່ອເລົ່າ, ແຕ່ພວກມັນກໍມີຄວາມສຳຄັນຢ່າງຍິ່ງສຳລັບຜູ້ຄົນ ແລະ ຍັງເປັນເກນທີ່ສຳຄັນທີ່ສຸດສຳລັບການປະເມີນວ່າການຈັດປະເພດຂອງຄົນໃດໜຶ່ງແມ່ນມະນຸດ ຫຼື ບໍ່. ໂດຍສະເພາະແລ້ວ ສະຕິຮູ້ສຶກຜິດຊອບໝາຍເຖິງຫຍັງ? ເຮົາເຄີຍເວົ້າມາກ່ອນແລ້ວວ່າ ສະຕິຮູ້ສຶກຜິດຊອບແມ່ນຄວາມສາມາດທີ່ເກີດຂຶ້ນໃນຫົວໃຈຂອງຄົນເຮົາ ແລະ ມັນສ້າງຂໍ້ກຳນົດບາງຢ່າງໃຫ້ກັບຜູ້ຄົນ ແລະ ໂດຍຫຼັກແລ້ວແມ່ນສະແດງອອກໃນຫຼັກການຂອງການປະພຶດຕົນ ແລະ ມາດຕະຖານຂັ້ນຕໍ່າຂອງການປະພຶດຕົນ. ໂດຍສະເພາະແລ້ວ, ຫຼັກຄວາມເຊື່ອຂອງຄົນໃດໜຶ່ງສຳລັບການປະພຶດຕົນ, ຫຼັກການຂອງພວກເຂົາສຳລັບການປະພຶດຕົນ ແລະ ການຮັບມືກັບໂລກ ແລະ ການເປີດເຜີຍຄວາມເປັນມະນຸດຂອງພວກເຂົາ ສາມາດພິສູດໄດ້ວ່າພວກເຂົາມີສະຕິຮູ້ສຶກຜິດຊອບ ຫຼື ບໍ່. ເມື່ອກີ້ນີ້, ເມື່ອເຮົາຖາມວ່າ ໂດຍສະເພາະແລ້ວສະຕິຮູ້ສຶກຜິດຊອບໝາຍເຖິງຫຍັງ, ພວກເຈົ້າກໍບໍ່ສາມາດຕອບໄດ້. ພວກເຈົ້າເນັ້ນໃສ່ພຽງແຕ່ສິ່ງທີ່ພວກເຈົ້າຖືວ່າເປັນຄວາມຈິງທີ່ເລິກເຊິ່ງ, ແຕ່ສຳລັບຄວາມຈິງປະເພດນີ້, ພວກເຈົ້າຮູ້ສຶກວ່າພວກມັນນ້ອຍເກີນໄປ, ທຳມະດາເກີນໄປ ແລະ ບໍ່ສຳຄັນເກີນກວ່າທີ່ຈະກ່າວເຖິງ, ສະນັ້ນ ພວກເຈົ້າຈຶ່ງບໍ່ສົນໃຈພວກມັນເລີຍ ແລະ ບໍ່ຖືວ່າພວກມັນສຳຄັນ. ຖ້າຄົນໃດໜຶ່ງມີສະຕິຮູ້ສຶກຜິດຊອບ, ມັນໝາຍຄວາມວ່າຄວາມເປັນມະນຸດຂອງພວກເຂົາມີສອງຄຸນລັກສະນະຄື: ຢ່າງໜຶ່ງຄືຄວາມຊື່ກົງ ແລະ ອີກຢ່າງໜຶ່ງຄືຄວາມໃຈດີ. ເຈົ້າອາດຈະບໍ່ສາມາດບອກໄດ້ຈາກຮູບລັກສະນະພາຍນອກວ່າຄົນໃດໜຶ່ງໃຈດີ ຫຼື ບໍ່, ແຕ່ຖ້າຄົນໃດໜຶ່ງໃຈດີ, ເຈົ້າກໍຈະຮູ້ທັນທີທີ່ເຈົ້າຄົບຫາກັບພວກເຂົາ. ແມ່ນຫຍັງຄືພື້ນຖານສຳລັບການປະເມີນວ່າຄົນໃດໜຶ່ງຊື່ກົງ ຫຼື ບໍ່? ມັນຄືຫຼັກການຂອງພວກເຂົາສຳລັບການປະພຶດຕົນ ແລະ ການຮັບມືກັບໂລກ. ຖ້າພວກເຂົາເຈົ້າເລ່, ມີເລ່ຫຼ່ຽມ, ປະສົງຮ້າຍ, ມີປະສົບການທາງໂລກ ແລະ ມີກົນອຸບາຍ ແລະ ຍາກທີ່ຈະເຂົ້າໃຈໃນວິທີທີ່ພວກເຂົາປະພຶດຕົນ ແລະ ຮັບມືກັບໂລກ, ແລ້ວຄົນຜູ້ນີ້ກໍບໍ່ຊື່ກົງຢ່າງແນ່ນອນ. ຖ້າວິທີການປະພຶດຕົນ ແລະ ການຮັບມືກັບໂລກຂອງພວກເຂົາລຽບງ່າຍຫຼາຍ, ກົງໄປກົງມາຫຼາຍ, ເປີດເຜີຍຫຼາຍ, ຖ້າພວກເຂົາເວົ້າຢ່າງກົງໄປກົງມາກັບຄົນອື່ນ, ບໍ່ມີສ່ວນຮ່ວມໃນຄວາມຄົດໂກງ ຫຼື ການຫຼອກລວງເມື່ອມີປະຕິສຳພັນກັບຜູ້ຄົນ, ເວົ້າ ແລະ ກະທຳໂດຍປາສະຈາກຄວາມຫຼອກລວງ, ໂດຍເອີ້ນສີດຳວ່າສີດຳ ແລະ ສີຂາວວ່າສີຂາວ, ແຍກແຍະສິ່ງດັ່ງກ່າວຢ່າງຊັດເຈນຫຼາຍ, ສາມາດຍຶດໝັ້ນໃນສິ່ງທີ່ເປັນບວກ ແລະ ບໍ່ປະນີປະນອມກັບກຳລັງທີ່ຊົ່ວຮ້າຍ, ແລ້ວຄົນຜູ້ນີ້ກໍຂ້ອນຂ້າງເປັນຄົນຊື່ກົງ. ຖ້າຄົນໃດໜຶ່ງທັງຊື່ກົງ ແລະ ໃຈດີ, ແລ້ວຄົນຜູ້ນີ້ກໍມີສະຕິຮູ້ສຶກຜິດຊອບ, ພວກເຂົາມີຄຸນລັກສະນະຂັ້ນຕໍ່າຂອງຄວາມເປັນມະນຸດ. ອີກຄຸນລັກສະນະໜຶ່ງຂອງຄວາມເປັນມະນຸດກໍຄືຄວາມສຳນຶກ. ຄວາມສຳນຶກຍັງເປັນຄຳສັບ ແລະ ຫົວຂໍ້ທີ່ພວກເຮົາມັກຈະສົນທະນາກັນ, ແຕ່ບໍ່ເຄີຍມີໃຜກຳນົດຢ່າງຊັດເຈນວ່າຄວາມສຳນຶກແມ່ນຫຍັງ. ສິ່ງໃດທີ່ລວມຢູ່ໃນຄວາມສຳນຶກ ແລະ ການສະແດງອອກປະເພດໃດທີ່ປະກອບເປັນການສະແດງອອກຂອງການມີຄວາມສຳນຶກ, ພວກເຈົ້າຊັດເຈນກ່ຽວກັບເລື່ອງນີ້ບໍ? ຄົນສ່ວນໃຫຍ່ບໍ່ຄ່ອຍຊັດເຈນປານໃດ; ຄວາມເຂົ້າໃຈຂອງພວກເຂົາໃນຂົງເຂດນີ້ຍັງຂ້ອນຂ້າງຄຸມເຄືອ. ສະນັ້ນ, ການມີຄວາມສຳນຶກໝາຍຄວາມວ່າແນວໃດ? ມັນໝາຍເຖິງການທີ່ສາມາດເວົ້າໃນສິ່ງທີ່ຄວນເວົ້າ ແລະ ເຮັດໃນສິ່ງທີ່ຄວນເຮັດ ໃນຂະນະທີ່ຮັບເອົາຈຸດຢືນທີ່ຖືກຕ້ອງ; ນີ້ຄືການມີຄວາມສຳນຶກ. ຖ້າເຈົ້າເປັນຄົນທີ່ມີຄວາມເປັນມະນຸດ, ແລ້ວຄຳເວົ້າ ແລະ ການກະທຳຂອງເຈົ້າກໍຈະມີຄວາມພໍດີ. ເຈົ້າຈະຮູ້ວ່າຄຳເວົ້າໃດທີ່ເຈົ້າຄວນເວົ້າ, ສິ່ງໃດທີ່ເຈົ້າຄວນເຮັດ, ຈຸດຢືນຂອງເຈົ້າຄວນເປັນແນວໃດໃນການເວົ້າຄຳເວົ້າເຫຼົ່ານີ້ ແລະ ລັກສະນະການເວົ້າໃດທີ່ເຈົ້າຄວນໃຊ້ເພື່ອສະແດງເຖິງເລື່ອງໃດໜຶ່ງ, ພາຍໃນສະພາບແວດລ້ອມປັດຈຸບັນ ແລະ ໂດຍອີງໃສ່ຕົວຕົນ ແລະ ສະຖານະຂອງເຈົ້າ. ເຈົ້າຈະມີມາດຕະຖານ ແລະ ຄວາມພໍດີໃນໃຈຂອງເຈົ້າສຳລັບສິ່ງເຫຼົ່ານີ້. ນັ້ນກໍຄື ຄວາມສຳນຶກຂອງເຈົ້າຈະສາມາດຄວບຄຸມຄຳເວົ້າ ແລະ ພຶດຕິກຳຂອງເຈົ້າໄດ້, ເຮັດໃຫ້ຄຳເວົ້າ ແລະ ພຶດຕິກຳຂອງເຈົ້າເໝາະສົມ, ເພື່ອໃຫ້ຄົນອື່ນເຫັນວ່າພວກມັນມີເຫດຜົນ ແລະ ມີຄວາມພໍດີຈາກພາຍນອກ ໂດຍທີ່ຄຳເວົ້າ ແລະ ການກະທຳຂອງເຈົ້າພໍດີ ແລະ ສາມາດເສີມສ້າງຜູ້ຄົນໄດ້. ບໍ່ວ່າໃນແງ່ຂອງຄວາມສາມາດຂອງເຈົ້າ, ລະດັບການສຶກສາຂອງເຈົ້າ ຫຼື ອາຍຸຂອງເຈົ້າ, ຄຳເວົ້າທີ່ເຈົ້າເວົ້າ ແລະ ສິ່ງທີ່ເຈົ້າເຮັດຈະເໝາະສົມທັງໝົດ ຫຼື ບໍ່ກໍຕາມ, ຢ່າງໜ້ອຍທີ່ສຸດ, ເຈົ້າກໍຈະມີຂອບເຂດໃນໃຈຂອງເຈົ້າ, ເປັນມາດຕະຖານທີ່ຄອຍຄວບຄຸມເຈົ້າ, ເຮັດໃຫ້ເຈົ້າສາມາດເວົ້າ ແລະ ກະທຳໃນສະພາວະທີ່ມີເຫດຜົນ. ນີ້ຄືຄວາມໝາຍຂອງການມີຄວາມສຳນຶກ. ບໍ່ວ່າຄົນທີ່ມີຄວາມສຳນຶກຈະຜະເຊີນໜ້າກັບໃຜກໍຕາມ, ບໍ່ວ່າຈະເປັນຄົນຮັ່ງມີ ຫຼື ທຸກຍາກ ຫຼື ຄົນທີ່ມີສະຖານະ ຫຼື ບໍ່ກໍຕາມ, ໃນສະຖານະການໃດກໍຕາມ, ຄຳເວົ້າ ແລະ ການກະທຳຂອງພວກເຂົາຈະບໍ່ຖືກບີບຄັ້ນໂດຍອາລົມຂອງພວກເຂົາວ່າດີ ຫຼື ບໍ່ດີ ແລະ ພວກເຂົາກໍບໍ່ໄດ້ພິຈາລະນາວ່າເລື່ອງດັ່ງກ່າວເປັນປະໂຫຍດຕໍ່ພວກເຂົາ ຫຼື ບໍ່; ພວກເຂົາມີຄວາມຢັບຢັ້ງໃນໃຈຢູ່ສະເໝີ, ເປັນມາດຕະຖານ ຫຼື ຂອບເຂດທີ່ເຮັດໜ້າທີ່ຄວບຄຸມພວກເຂົາ. ພວກເຂົາຈະບໍ່ຕັ້ງໃຈເວົ້າຂໍ້ໂຕ້ແຍ້ງທີ່ບິດເບືອນ ແລະ ພວກເຂົາກໍຈະບໍ່ສ້າງບັນຫາຢ່າງບໍ່ສົມເຫດສົມຜົນ. ເຖິງແມ່ນວ່າບາງຄັ້ງພວກເຂົາຈະໃຈຮ້າຍ ແລະ ວຸ້ນວາຍຫຼາຍຢູ່ຂ້າງໃນ ແລະ ການເລືອກຄຳເວົ້າຂອງພວກເຂົາກໍບໍ່ຄ່ອຍເໝາະສົມປານໃດ, ແຕ່ສິ່ງທີ່ພວກເຂົາເວົ້າກໍບໍ່ໄດ້ປະກອບເປັນຂໍ້ໂຕ້ແຍ້ງທີ່ບິດເບືອນ ຫຼື ຄວາມເຊື່ອຫຼົງຜິດ; ກົງກັນຂ້າມ ພວກມັນຟັງຂຶ້ນ ແລະ ມີເຫດຜົນ. ຄຳວ່າ “ມີເຫດຜົນ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຖິງແມ່ນວ່າສິ່ງທີ່ພວກເຂົາເວົ້າຈະບໍ່ສອດຄ່ອງກັບຄວາມຈິງສະເໝີໄປ, ແຕ່ໃນສາຍຕາຂອງຄົນສ່ວນໃຫຍ່, “ການໃຫ້ເຫດຜົນ” ນີ້ກໍສາມາດຍອມຮັບໄດ້; ໂດຍທົ່ວໄປແລ້ວ ມັນຖືກຮັບຮູ້ວ່າເປັນສິ່ງທີ່ຖືກຕ້ອງ ແລະ ບໍ່ມີໃຜຄັດຄ້ານມັນ. ຄົນແບບນັ້ນຄືຄົນທີ່ມີຄວາມສຳນຶກ.

ສອງດ້ານນີ້ຄືສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກລ້ວນແຕ່ໄດ້ຮັບການອະທິບາຍຢ່າງຊັດເຈນແລ້ວ. ການສະແດງອອກຫຼັກຂອງການມີຄວາມເປັນມະນຸດແມ່ນສອງສິ່ງນີ້: ຢ່າງໜຶ່ງຄືການມີສະຕິຮູ້ສຶກຜິດຊອບ ແລະ ອີກຢ່າງໜຶ່ງຄືການມີຄວາມສຳນຶກ. ບອກເຮົາມາເບິ່ງ, ສອງດ້ານນີ້ວ່າງເປົ່າ ຫຼື ບໍ່? (ບໍ່). ພວກມັນບໍ່ເປັນຈິງຫຼາຍບໍ? (ແມ່ນແລ້ວ). ພວກມັນເປັນຈິງຫຼາຍ ແລະ ບໍ່ວ່າງເປົ່າ. ແລ້ວເປັນຫຍັງມະນຸດຊາດຈຶ່ງບໍ່ເຊີດຊູພວກມັນ? ເພາະວ່າຄົນທີ່ມີສະຕິຮູ້ສຶກຜິດຊອບມີຄວາມຊື່ກົງ ແລະ ຄວາມໃຈດີ ແລະ ຄົນທີ່ຊື່ກົງ ແລະ ໃຈດີ, ໃນທ່າມກາງກະແສທີ່ຊົ່ວຮ້າຍ ແລະ ໃນທ່າມກາງມະນຸດຊາດທີ່ຊົ່ວຮ້າຍ ແລະ ເສື່ອມຊາມ, ຖືກຖືວ່າເປັນຕາໜ້າລັງກຽດ ພ້ອມທັງຕໍ່າຕ້ອຍທີ່ສຸດ ເຊິ່ງຖືກທຸກຄົນດູຖູກ. ຖ້າເຈົ້າເປັນຄົນທີ່ຊື່ກົງ ແລະ ໃຈດີ, ຄວາມຈິງແລ້ວ ພວກເຂົາກໍເຖິງກັບຈະຕັ້ງຄຳຖາມກັບເຈົ້າວ່າ “ການທີ່ເຈົ້າຊື່ກົງ ແລະ ໃຈດີນັ້ນມີປະໂຫຍດຫຍັງ? ເຈົ້າມີຄວາມຮູ້ບໍ? ເຈົ້າມີສະຖານະທາງສັງຄົມບໍ? ເຈົ້າມີຊື່ສຽງ ຫຼື ອຳນາດໃນສັງຄົມບໍ?” ເຈົ້າເວົ້າວ່າ “ຂ້ອຍບໍ່ມີຊື່ສຽງ ຫຼື ອຳນາດ; ຂ້ອຍກໍເປັນພຽງຄົນທີ່ຊື່ກົງ ແລະ ໃຈດີຄົນໜຶ່ງເທົ່ານັ້ນ”. ຜູ້ຄົນກໍລ້ວນແຕ່ຈະຫົວຂວັນເຈົ້າ ແລະ ລັງກຽດເຈົ້າ. ໃນສາຍຕາຂອງພວກເຂົາ, ການທີ່ເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ການທີ່ເຈົ້າຊື່ກົງ ແລະ ໃຈດີນັ້ນບໍ່ແມ່ນຕົ້ນທຶນ, ຖ້າປາສະຈາກຄວາມຮູ້, ສະຖານະ ແລະ ຊື່ສຽງ ຫຼື ອຳນາດ, ເຈົ້າກໍຈະບໍ່ກ້າວໜ້າໃນສັງຄົມ. ພວກເຂົາເວົ້າວ່າ “ເຈົ້າມີສະຕິຮູ້ສຶກຜິດຊອບ, ແຕ່ສະຕິຮູ້ສຶກຜິດຊອບມີຄ່າສໍ່າໃດ? ເຈົ້າສາມາດເຮັດຫຍັງໄດ້? ເຈົ້າສາມາດໃຊ້ກົນອຸບາຍ ແລະ ເລ່ຫຼ່ຽມ ຫຼື ຫຼອກລວງຜູ້ຄົນໄດ້ບໍ? ເຈົ້າສາມາດຊື້ໃຈຜູ້ຄົນ ແລະ ຊື້ຄວາມໂປດປານຂອງພວກເຂົາໄດ້ບໍ?” ເຈົ້າບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ເລີຍ. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ, ຖ້າເຈົ້າມີຄວາມຊື່ກົງ ແລະ ຄວາມໃຈດີ ເຊິ່ງເປັນສອງດ້ານນີ້ຂອງຄວາມເປັນມະນຸດ, ແລ້ວເຈົ້າກໍຈະບໍ່ສົນໃຈໃນສິ່ງເຫຼົ່ານັ້ນທີ່ພົບເຫັນໃນກະແສທີ່ຊົ່ວຮ້າຍຂອງສັງຄົມ, ເຈົ້າຈະບໍ່ເຮັດຕາມກະແສເຫຼົ່ານີ້, ສະນັ້ນ ເຈົ້າກໍຈະບໍ່ກ້າວໜ້າໃນສັງຄົມ ແລະ ຈະຖືກຜູ້ຄົນກີດກັນ. ເປັນຫຍັງພວກເຂົາຈຶ່ງຈະກີດກັນເຈົ້າ? ເພາະວ່າຄົນສ່ວນໃຫຍ່ເຄົາລົບກະແສທີ່ຊົ່ວຮ້າຍ ແລະ ກະແສທີ່ຊົ່ວຮ້າຍກໍໄດ້ກາຍເປັນກະແສຫຼັກໃນສັງຄົມ, ຖ້າເຈົ້າກະທຳຕາມສະຕິຮູ້ສຶກຜິດຊອບຂອງເຈົ້າ ແລະ ຈັດການເລື່ອງຕ່າງໆຢ່າງຍຸຕິທຳໃນທຸກເລື່ອງ, ແລ້ວຄົນອື່ນກໍຈະເຫັນວ່າເຈົ້າເປັນຄົນທີ່ເຂົ້າກັບໃຜບໍ່ໄດ້ ແລະ ຈະກີດກັນເຈົ້າ. ຖ້າຢູ່ໃນຄຣິສຕະຈັກ, ເຈົ້າສາມາດເພິ່ງພາສະຕິຮູ້ສຶກຜິດຊອບຂອງເຈົ້າ ແລະ ຍຶດໝັ້ນໃນຫຼັກການຄວາມຈິງໃນຄຳເວົ້າ ແລະ ການກະທຳຂອງເຈົ້າ ແລະ ກ້າເປີດໂປງ ແລະ ໄຈ້ແຍກຄົນຊົ່ວຮ້າຍ, ແລ້ວຜູ້ທີ່ເປັນຂອງມານຮ້າຍກໍຈະສູນເສຍຈຸດຢືນຂອງພວກເຂົາ ແລະ ຖືກເປີດເຜີຍ; ກົນອຸບາຍ ແລະ ເລ່ຫຼ່ຽມຂອງພວກເຂົາ ພ້ອມທັງທຳມະຊາດແບບຊາຕານຂອງພວກເຂົາທີ່ກຽດຊັງຄວາມຈິງ ກໍຈະຖືກເຜີຍອອກມາຢ່າງສິ້ນເຊີງ. ສະນັ້ນ, ບັນດາຜູ້ທີ່ເປັນຂອງມານຮ້າຍຈຶ່ງຢ້ານກົວເປັນພິເສດທີ່ຈະມີຜູ້ທີ່ຍຶດໝັ້ນໃນຫຼັກການຄວາມຈິງຢູ່ໃນຄຣິສຕະຈັກ. ເມື່ອໃດກໍຕາມທີ່ພວກເຂົາເຫັນຜູ້ໃດທີ່ເຂົ້າໃຈຄວາມຈິງ, ພວກເຂົາກໍຈະກີດກັນ ແລະ ກົດຂີ່ພວກເຂົາ, ໂດຍຢ້ານກົວຫຼາຍວ່າຜູ້ທີ່ເຂົ້າໃຈຄວາມຈິງຈະລຸກຂຶ້ນມາເປີດໂປງພວກເຂົາ ເຊິ່ງນຳໄປສູ່ການທີ່ພວກເຂົາຖືກເປີດເຜີຍ ແລະ ຖືກກຳຈັດ. ພວກເຂົາຖືກຂັບເຄື່ອນໂດຍທຳມະຊາດແບບຊາຕານຂອງພວກເຂົາໃຫ້ກະທຳແບບນີ້. ໃນເຮືອນຂອງພຣະເຈົ້າ, ຜູ້ທີ່ເປັນຂອງມານຮ້າຍບໍ່ສາມາດຢືນຢັດໄດ້, ທັງນີ້ກໍຍ້ອນວ່າໃນເຮືອນຂອງພຣະເຈົ້າ ແມ່ນຄວາມຈິງທີ່ກຳອຳນາດ, ພຣະເຈົ້າເປັນຜູ້ກຳອຳນາດ. ແຕ່ມັນແຕກຕ່າງກັນໃນໂລກທີ່ບໍ່ມີຄວາມເຊື່ອ. ເພາະວ່າລັດທິອະເທວະນິຍົມ ແລະ ກະແສທີ່ຊົ່ວຮ້າຍມີອຳນາດເໜືອກວ່າໃນໂລກນີ້, ຄົນທີ່ມີຄວາມເປັນມະນຸດຈຶ່ງບໍ່ສາມາດຊອກຫາຈຸດຢືນຂອງພວກເຂົາ ໃນທ່າມກາງກະແສທີ່ຊົ່ວຮ້າຍ ແລະ ໃນທ່າມກາງມະນຸດຊາດທີ່ຊົ່ວຮ້າຍ ແລະ ເສື່ອມຊາມໄດ້. ໃນຂະນະດຽວກັນ, ຜູ້ທີ່ໂຫດຮ້າຍໃນກົນລະຍຸດຂອງພວກເຂົາ, ມີແຜນຮ້າຍ ແລະ ມີເລ່ຫຼ່ຽມ ມັກຈະເປັນຜູ້ນຳ, ເປັນຜູ້ທີ່ໂດດເດັ່ນ, ເປັນສິ່ງທີ່ເອີ້ນວ່າຊົນຊັ້ນສູງໃນທ່າມກາງຜູ້ຄົນ. ຄົນທີ່ມີຄວາມເປັນມະນຸດ, ບໍ່ວ່າຂີດຄວາມສາມາດ, ພອນສະຫວັນ, ຈຸດແຂງ ຫຼື ຄວາມສາມາດພິເສດຂອງພວກເຂົາຈະເປັນແນວໃດກໍຕາມ, ກໍຈະຖືກກີດກັນ ແລະ ບໍ່ມີໂອກາດທີ່ຈະກ້າວໜ້າໄດ້. ຕາບໃດທີ່ພວກເຂົາເວົ້າຄຳທີ່ເປັນທຳສອງສາມຄຳ ຫຼື ຈັດການເລື່ອງຕ່າງໆຢ່າງຍຸຕິທຳ, ຄົນຊົ່ວຮ້າຍ ແລະ ມານຮ້າຍເຫຼົ່ານັ້ນກໍຈະທໍລະມານພວກເຂົາ. ສະນັ້ນ, ມະນຸດຊາດທີ່ຊົ່ວຮ້າຍນີ້ ເຊິ່ງເປັນຂອງມານຮ້າຍ ຈຶ່ງບໍ່ສົນໃຈສະຕິຮູ້ສຶກຜິດຊອບ; ມີພຽງແຕ່ຜູ້ທີ່ມີຄວາມເປັນມະນຸດເທົ່ານັ້ນທີ່ມີສະຕິຮູ້ສຶກຜິດຊອບ. ສຳລັບຄວາມສຳນຶກ, ການສະແດງອອກຂອງການມີຄວາມສຳນຶກກໍຄື ບໍ່ວ່າມີຫຍັງເກີດຂຶ້ນກັບຄົນໃດໜຶ່ງ, ພວກເຂົາກໍສາມາດປະຕິບັດຕໍ່ມັນຢ່າງມີເຫດຜົນ, ເວົ້າ ແລະ ກະທຳຢ່າງຍຸຕິທຳ, ພວກເຂົາຈະບໍ່ກະທຳຕາມຄວາມຮູ້ສຶກ, ຊື່ສຽງ ຫຼື ສະຖານະຂອງພວກເຂົາ ແລະ ພວກເຂົາຈະບໍ່ບັງຄັບ ຫຼື ບີບຄັ້ນຄົນອື່ນ. ພວກເຂົາສາມາດປະຕິບັດຕໍ່ເລື່ອງໃດໜຶ່ງຢ່າງມີເຫດຜົນ: ຖ້າມັນຖືກຕ້ອງ ກໍຄືຖືກຕ້ອງ; ຖ້າມັນບໍ່ຖືກຕ້ອງ ກໍຄືບໍ່ຖືກຕ້ອງ; ຖ້າມັນຖືກ ກໍຄືຖືກ; ຖ້າມັນຜິດ ກໍຄືຜິດ. ພວກເຂົາປະເມີນສິ່ງຕ່າງໆຢ່າງຍຸຕິທຳ ແລະ ເຮັດສິ່ງຕ່າງໆຢ່າງເປັນທຳ, ຕາມຫຼັກການ ແລະ ພວກເຂົາບໍ່ຂ້າມຂອບເຂດທາງສິນທຳຂອງຄວາມເປັນມະນຸດ. ນີ້ຄືການສະແດງອອກຂອງການມີຄວາມສຳນຶກ. ສອງສິ່ງນີ້ຄືສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ບໍ່ສາມາດຢືນຢັດໄດ້ໃນສັງຄົມ, ໂດຍສະເພາະໃນປະເທດທີ່ຊົ່ວຮ້າຍ ແລະ ໃນທ່າມກາງກະແສທີ່ຊົ່ວຮ້າຍ, ບ່ອນທີ່ພວກມັນຍິ່ງບໍ່ສາມາດຢືນຢັດໄດ້ ແລະ ບໍ່ສາມາດຄົງຢູ່ໄດ້. ເຖິງຢ່າງໃດກໍຕາມ, ສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກແມ່ນສອງລັກສະນະຫຼັກທີ່ຄວາມເປັນມະນຸດທີ່ປົກກະຕິມີຢ່າງແນ່ນອນ ແລະ ພວກມັນຍັງເປັນລັກສະນະທີ່ມະນຸດຊາດຄວນມີອີກດ້ວຍ. ຕໍ່ເມື່ອເຈົ້າມີສອງລັກສະນະນີ້ເທົ່ານັ້ນ ເຈົ້າຈຶ່ງຈະເປັນມະນຸດທີ່ແທ້ຈິງ. ຖ້າເຈົ້າເປັນຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ, ແລ້ວຢ່າງໜຶ່ງກໍຄື ເຈົ້າຈະມີຫຼັກການເປັນພິເສດໃນວິທີທີ່ເຈົ້າປະພຶດຕົນ ແລະ ຈະສາມາດປະຕິບັດຕໍ່ຜູ້ຄົນໃນວິທີທີ່ຍຸຕິທຳພໍສົມຄວນ. ບໍ່ວ່າຄວາມສຳພັນຂອງເຈົ້າກັບຄົນໃດໜຶ່ງຈະເປັນແນວໃດກໍຕາມ ຫຼື ພວກເຂົາເຄີຍທຳຮ້າຍເຈົ້າ ຫຼື ບໍ່, ເຈົ້າກໍສາມາດປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ ແລະ ປະເມີນພວກເຂົາຢ່າງມີພາວະວິໄສ. ນີ້ຄືຄວາມຊື່ກົງ ເຊິ່ງເປັນລັກສະນະໜຶ່ງຂອງຄວາມເປັນມະນຸດ. ນອກຈາກນີ້, ຖ້າເຈົ້າມີຄວາມໃຈດີ ເຊິ່ງເປັນອີກລັກສະນະໜຶ່ງຂອງຄວາມເປັນມະນຸດ, ແລ້ວເຈົ້າກໍຈະມີຂອບເຂດທີ່ແນ່ນອນເມື່ອຈັດການກັບຜູ້ຄົນ ຫຼື ເຮັດສິ່ງຕ່າງໆ, ເຊິ່ງສາມາດຢັບຢັ້ງເຈົ້າຈາກການເວົ້າ ຫຼື ການກະທຳທີ່ຂັດຕໍ່ສະຕິຮູ້ສຶກຜິດຊອບຂອງເຈົ້າໄດ້. ຕົວຢ່າງ: ຄົນຊົ່ວຮ້າຍມັກຈະເວົ້າຄຳເວົ້າທີ່ບິດເບືອນ ແລະ ພົ່ນຂໍ້ໂຕ້ແຍ້ງທີ່ບິດເບືອນອອກມາຢູ່ສະເໝີ, ໂດຍປ່ຽນສີດຳໃຫ້ເປັນສີຂາວ ແລະ ບິດເບືອນຂໍ້ເທັດຈິງ. ພວກເຂົາເກັບຄວາມຄຽດແຄ້ນໄວ້ ແລະ ພະຍາຍາມຄິດຫາທຸກວິທີທາງເພື່ອຊອກຫາໂອກາດທີ່ຈະທໍລະມານ ແລະ ແກ້ແຄ້ນຜູ້ໃດກໍຕາມທີ່ເປັນໄພອັນຕະລາຍຕໍ່ພວກເຂົາ ຫຼື ຜູ້ທີ່ເຄີຍທຳຮ້າຍ ຫຼື ແນເປົ້າໝາຍໃສ່ພວກເຂົາ. ແຕ່ສຳລັບຄົນທີ່ມີຄວາມເປັນມະນຸດ, ເພາະວ່າພວກເຂົາມີຄວາມຊື່ກົງ ແລະ ຄວາມໃຈດີ ເຊິ່ງເປັນສ່ວນໜຶ່ງຂອງສະຕິຮູ້ສຶກຜິດຊອບ, ເຖິງແມ່ນວ່າຄົນໃດໜຶ່ງຈະທຳຮ້າຍ ຫຼື ຫຼອກລວງພວກເຂົາ ແລະ ພວກເຂົາຕ້ອງການທີ່ຈະຕອບໂຕ້ ແລະ ແກ້ແຄ້ນ ແລະ ພວກເຂົາອາດຈະເວົ້າບາງສິ່ງທີ່ຮຸນແຮງເຊັ່ນ: “ຂ້ອຍກຽດຊັງພວກເຂົາເຂົ້າກະດູກດຳ!” ໃນຊ່ວງເວລາແຫ່ງຄວາມມຸທະລຸ, ແຕ່ເມື່ອມີໂອກາດແກ້ແຄ້ນທີ່ແທ້ຈິງເຂົ້າມາ, ຫົວໃຈຂອງພວກເຂົາກໍອ່ອນລົງ ແລະ ພວກເຂົາກໍຍອມອ່ອນຂໍ້ໃຫ້; ພວກເຂົາບໍ່ສາມາດຕັດສິນໃຈເຮັດມັນໄດ້, ພວກເຂົາບໍ່ມີໃຈທີ່ຈະເຮັດ. ແລ້ວຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ພວກເຂົາກໍບໍ່ສາມາດປຸກຄວາມກຽດຊັງນີ້ຂຶ້ນມາໄດ້ອີກຕໍ່ໄປ. ນີ້ຄືສິ່ງທີ່ຄົນໃຈດີເປັນ. ຖ້າຄົນໃດໜຶ່ງເຄີຍຫຼອກລວງ ຫຼື ທຳຮ້າຍເຈົ້າ ແລະ ເຈົ້າກໍມີໂອກາດທີ່ຈະແກ້ແຄ້ນ, ມີໂອກາດທີ່ຈະເຫັນສັດຕູຂອງເຈົ້າທົນທຸກຕໍ່ການລົງໂທດ ແລະ ກຳຕາມສະໜອງ, ເຈົ້າຈະສາມາດລົງມືກະທຳ ແລະ ເຮັດສິ່ງຕ່າງໆເພື່ອແກ້ແຄ້ນພວກເຂົາໄດ້ບໍ? ເມື່ອເຈົ້າຮູ້ສຶກຄຽດແຄ້ນ, ເຈົ້າອາດຈະເວົ້າວ່າ: “ຂ້ອຍຈະແກ້ແຄ້ນພວກເຂົາຢ່າງແນ່ນອນ! ພວກເຂົາຊົ່ວຮ້າຍ ແລະ ໂຫດຫ້ຽມຢ່າງສິ້ນເຊີງ!” ແຕ່ເມື່ອໂອກາດແກ້ແຄ້ນມາເຖິງແທ້ໆ, ເຈົ້າກໍບໍ່ສາມາດຕັດສິນໃຈເຮັດມັນໄດ້. ເຈົ້າຈະເວົ້າວ່າ: “ຊ່າງມັນເທາະ, ມັນກໍດົນມາແລ້ວ. ໃຫ້ມັນຈົບລົງພຽງເທົ່ານີ້ແຫຼະ”. ເຈົ້າຈະບໍ່ເອົາເລື່ອງຢ່າງບໍ່ມີທີ່ສິ້ນສຸດ ແລະ ເຈົ້າກໍຈະບໍ່ຮຽກຮ້ອງທີ່ຈະເຫັນສັດຕູຂອງເຈົ້າທົນທຸກຕໍ່ການລົງໂທດ ຫຼື ຈຸດຈົບທີ່ບໍ່ດີບາງຢ່າງ. ເຈົ້າຈະບໍ່ດຳລົງຊີວິດດ້ວຍຄວາມກຽດຊັງໃນໃຈຂອງເຈົ້າຢູ່ຕະຫຼອດເວລາ; ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ຄວາມກຽດຊັງກໍຈະຈາງຫາຍໄປ. ນີ້ຄືການສະແດງອອກຂອງການມີຫົວໃຈທີ່ໃຈດີ. ຄວາມໃຈດີແມ່ນການສະແດງອອກທີ່ເປັນຄຸນລັກສະນະຂອງຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຍັງເປັນຄຸນລັກສະນະຂອງການມີການຈັດປະເພດວ່າເປັນມະນຸດອີກດ້ວຍ. ແນ່ນອນວ່າ ໃນສາຍຕາຂອງບາງຄົນ, ຄວາມໃຈດີແມ່ນຄວາມອ່ອນແອ. ຜູ້ບໍ່ມີຄວາມເຊື່ອບາງຄົນອາດຈະຄິດວ່າເຈົ້າເປັນຄົນຂີ້ຢ້ານ ແລະ ເຖິງກັບຍຸຍົງເຈົ້າ ໂດຍເວົ້າວ່າ: “ເຈົ້າຕ້ອງເປັນຄົນໂຫດຫ້ຽມ ແລະ ເລືອດເຢັນ. ເມື່ອໂອກາດແກ້ແຄ້ນມາເຖິງ, ເຈົ້າກໍຄວນຕາຕໍ່ຕາ ແຂ້ວຕໍ່ແຂ້ວ, ປາບພວກເຂົາດ້ວຍຕົວເຈົ້າເອງ ແລະ ຂ້າສັດຕູຂອງເຈົ້າດ້ວຍມືຂອງເຈົ້າເອງ”. ແຕ່ເຈົ້າໄຕ່ຕອງວ່າ: “ຖ້າຂ້ອຍຂ້າສັດຕູຂອງຂ້ອຍດ້ວຍມືຂອງຂ້ອຍເອງ, ຂ້ອຍຈະບໍ່ກຳລັງເຮັດຄວາມຊົ່ວບໍ? ການມີຊີວິດຢູ່ຂອງພວກເຂົາບໍ່ໄດ້ສົ່ງຜົນກະທົບຫຍັງຕໍ່ຂ້ອຍ; ພຽງແຕ່ວ່າສິ່ງໜຶ່ງທີ່ພວກເຂົາເຮັດນັ້ນຮ້າຍແຮງເກີນໄປ ແລະ ທຳຮ້າຍຂ້ອຍ, ແຕ່ນັ້ນກໍເປັນອະດີດໄປໝົດແລ້ວ”. ເມື່ອເວລາຜ່ານໄປ, ເຈົ້າກໍພົບວ່າເຈົ້າບໍ່ໄດ້ກຽດຊັງພວກເຂົາອີກຕໍ່ໄປແລ້ວ. ບາງຄົນເວົ້າວ່າເຈົ້າຂີ້ຢ້ານເກີນໄປ, ບໍ່ໂຫດຫ້ຽມພໍ. ຕົວເຈົ້າເອງກໍພົບວ່າສິ່ງນີ້ເປັນຕາງົງເຊັ່ນກັນ: “ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເປັນຄົນໂຫດຫ້ຽມໄດ້? ເປັນຫຍັງຂ້ອຍຈຶ່ງອ່ອນຂໍ້ໃຫ້ກັບສັດຕູຂອງຂ້ອຍຢູ່ສະເໝີ ແລະ ບໍ່ສາມາດເກັບຄວາມຄຽດແຄ້ນໄວ້ໄດ້?” ໃນສາຍຕາຂອງບາງຄົນ, ການມີຫົວໃຈທີ່ໃຈດີແມ່ນຄວາມອ່ອນແອຂອງຄວາມເປັນມະນຸດ. ແຕ່ໃນຄວາມເປັນຈິງແລ້ວ, ມັນເປັນຄຸນລັກສະນະຂອງຄວາມເປັນມະນຸດ, ແມ່ນບໍ? (ແມ່ນແລ້ວ).

II. ການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ

ພວກເຮົາຈະບໍ່ລົງລາຍລະອຽດເພີ່ມເຕີມກ່ຽວກັບສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ເຊິ່ງເປັນສອງອົງປະກອບທີ່ສຳຄັນຂອງຄຸນລັກສະນະຄວາມເປັນມະນຸດ. ໃຫ້ພວກເຮົາເວົ້າກ່ຽວກັບອີກສອງດ້ານທີ່ສະເພາະເຈາະຈົງທີ່ສຸດ ເຊິ່ງມັກຈະຖືກເບິ່ງຂ້າມໄດ້ງ່າຍທີ່ສຸດ ຫຼື ຜູ້ຄົນບໍ່ເຄີຍຮັບຮູ້ມາກ່ອນ. ຖ້າພວກເຮົາພຽງແຕ່ເວົ້າວ່າຄົນໃດໜຶ່ງມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງຄວາມເປັນມະນຸດ, ສິ່ງນີ້ເບິ່ງຄືວ່າຂ້ອນຂ້າງທົ່ວໄປສຳລັບຜູ້ຄົນ ແລະ ມັນຈະຍາກຫຼາຍທີ່ຈະກຳນົດໄດ້ວ່າຄົນໃດໜຶ່ງໄດ້ເຮັດສິ່ງໃດແດ່ ຫຼື ພວກເຂົາມີການສະແດງອອກຫຍັງແດ່ທີ່ສະແດງໃຫ້ເຫັນວ່າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຢ່າງແທ້ຈິງ ແລະ ເປັນການຍາກທີ່ຈະປະເມີນໄດ້ວ່າພວກເຂົາມີຄວາມເປັນມະນຸດທີ່ປົກກະຕິຢ່າງແທ້ຈິງ ຫຼື ບໍ່. ສະນັ້ນ, ພວກເຮົາຈະບໍ່ໂອ້ລົມຈາກມຸມມອງຂອງການສະແດງອອກທີ່ສະເພາະຂອງສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ, ແຕ່ຈາກອີກສອງດ້ານ. ນັ້ນກໍຄື ຄົນໃດໜຶ່ງມີແກ່ນແທ້ຄວາມເປັນມະນຸດ ຫຼື ບໍ່, ແລ້ວຢ່າງໜຶ່ງກໍຄື ພວກເຂົາສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ ແລະ ນອກຈາກນີ້ ພວກເຂົາຍັງຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງອີກດ້ວຍ. ການທີ່ຄົນໃດໜຶ່ງມີສອງດ້ານນີ້ ຫຼື ບໍ່ນັ້ນພຽງພໍທີ່ຈະສະແດງໃຫ້ເຫັນວ່າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ຫຼື ບໍ່. ນີ້ຄືວິທີທີ່ສະເພາະເຈາະຈົງກວ່າໃນການໄຈ້ແຍກວ່າຄວາມເປັນມະນຸດຂອງຄົນໃດໜຶ່ງມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ຫຼື ບໍ່. ຕໍ່ເມື່ອຄົນໃດໜຶ່ງມີສອງດ້ານນີ້ ເຊິ່ງກໍຄືການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງເທົ່ານັ້ນ ມັນຈຶ່ງຈະສະແດງໃຫ້ເຫັນຢ່າງແທ້ຈິງວ່າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງຄວາມເປັນມະນຸດ. ຖ້າພວກເຂົາບໍ່ມີສອງດ້ານນີ້, ແລ້ວການທີ່ພວກເຂົາກ່າວອ້າງວ່າມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກນັ້ນ ກໍເປັນສິ່ງທີ່ບໍ່ຈິງ ແລະ ບໍ່ສອດຄ່ອງກັບຂໍ້ເທັດຈິງ. ກ່ອນອື່ນ ໃຫ້ເຮົາມາເບິ່ງການທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ. ຄຳວ່າ “ແຍກແຍະ” ໝາຍເຖິງການເຂົ້າໃຈ, ການຮູ້, ການຮັບຮູ້ ແລະ ການຢັ່ງຮູ້. ຄຳວ່າ “ຖືກ ແລະ ຜິດ” ໝາຍຄວາມວ່າແນວໃດ? ຖືກ ແລະ ຜິດໝາຍເຖິງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ແລ້ວການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງໝາຍຄວາມວ່າແນວໃດ? ຕົວຢ່າງ: “ມະນຸດຊາດຖືກພຣະເຈົ້າສ້າງຂຶ້ນມາ”. ຄຳເວົ້ານີ້ຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ມັນຖືກຕ້ອງ). “ມະນຸດຊາດວິວັດທະນາການມາຈາກລີງ”. ຄຳເວົ້ານີ້ຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ບໍ່ຖືກຕ້ອງ). ຖ້າເຈົ້າສາມາດແຍກແຍະ ແລະ ຕັດສິນໄດ້ວ່າມຸມມອງໃດຖືກຕ້ອງ ແລະ ມຸມມອງໃດບໍ່ຖືກຕ້ອງ, ນີ້ຄືການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ມານຮ້າຍເວົ້າວ່າ: “ມະນຸດຊາດວິວັດທະນາການມາຈາກລີງ”. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ເຈົ້າກໍເວົ້າວ່າ: “ນັ້ນບໍ່ຖືກຕ້ອງ. ມະນຸດຊາດຖືກພຣະເຈົ້າສ້າງຂຶ້ນມາ”. ແລ້ວໃນເລື່ອງນີ້, ເຈົ້າກໍບໍ່ໄດ້ເບົາປັນຍາ ແລະ ເຈົ້າຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ແລ້ວມີຄວາມແຕກຕ່າງລະຫວ່າງຖືກຕ້ອງ ແລະ ບໍ່ຖືກຕ້ອງ ແລະ ຖືກ ແລະ ຜິດບໍ? (ມີ). “ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ”. ຄຳເວົ້ານີ້ຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ມັນຖືກຕ້ອງ). “ມະນຸດຊາດຄວບຄຸມຊະຕາກຳຂອງຕົນເອງ”. ຄຳເວົ້ານີ້ຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ບໍ່ຖືກຕ້ອງ). “ຄົນເຮົາຈະມີອາຍຸຍືນຍາວສໍ່າໃດນັ້ນຂຶ້ນຢູ່ກັບວິທີທີ່ພວກເຂົາເບິ່ງແຍງຕົນເອງ ແລະ ຮັກສາສຸຂະພາບໃຫ້ແຂງແຮງ”. ຄຳເວົ້ານີ້ຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ບໍ່ຖືກຕ້ອງ). “ອາຍຸໄຂຂອງຄົນເຮົາໄດ້ຖືກພຣະເຈົ້າກຳນົດແລ້ວ”. ຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ຖືກຕ້ອງ). ຕອນນີ້ພວກເຈົ້າຮູ້ແລ້ວວ່າການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງໝາຍຄວາມວ່າແນວໃດ, ແມ່ນບໍ? (ແມ່ນແລ້ວ). ແລ້ວໃຫ້ພວກເຮົາມາເບິ່ງການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ. ເມື່ອກີ້ນີ້ພວກເຮົາເວົ້າວ່າ “ຖືກ ແລະ ຜິດ” ໝາຍເຖິງຫຍັງ? (ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ). ຕົວຢ່າງ: ການເປັນຄົນຊື່ສັດ, ສິ່ງນີ້ເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນບວກ). ແລ້ວຄຳວ່າ “ເງິນສາມາດຊື້ໄດ້ທຸກຢ່າງ” ເດ? (ນັ້ນເປັນສິ່ງທີ່ເປັນລົບ). ໃຜສາມາດຍົກຕົວຢ່າງອື່ນໄດ້ແດ່? (ມັນເປັນທຳມະຊາດ ແລະ ທ່ຽງທຳໂດຍສົມບູນສຳລັບຜູ້ຄົນທີ່ຈະນະມັດສະການພຣະເຈົ້າ. ນີ້ເປັນສິ່ງທີ່ເປັນບວກ). ແລ້ວການຈູດທູບ ແລະ ການນະມັດສະການພຣະພຸດທະຮູບເດ? (ນັ້ນເປັນສິ່ງທີ່ເປັນລົບ). ການສະແຫວງຫາຄວາມຈິງໃນການເຮັດສິ່ງຕ່າງໆ. (ນັ້ນເປັນສິ່ງທີ່ເປັນບວກ). ການເຮັດຕາມຄວາມປະສົງຂອງຕົນເອງ ແລະ ການຕັດສິນໃຈພຽງຝ່າຍດຽວໃນທຸກສິ່ງທີ່ຕົນເຮັດ. (ນັ້ນເປັນສິ່ງທີ່ເປັນລົບ). ເຈົ້າຮູ້ວ່າສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ ແລະ ຍັງສາມາດຕັດສິນໄດ້ວ່າມຸມມອງໃດຖືກຕ້ອງ ແລະ ມຸມມອງໃດບໍ່ຖືກຕ້ອງ, ສິ່ງນີ້ເອີ້ນວ່າການສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ. ການມີຄວາມຮູ້ແຈ້ງ ແລະ ຄວາມເຂົ້າໃຈນີ້ ແລະ ການມີຄວາມສາມາດໃນການແຍກແຍະສິ່ງເຫຼົ່ານີ້ໃນໃຈຂອງເຈົ້າ, ສິ່ງນີ້ບົ່ງບອກວ່າເຈົ້າເປັນຄົນທີ່ມີຄຸນນະພາບຂອງຄວາມເປັນມະນຸດ. ການທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງໝາຍຄວາມວ່າ ພາຍໃນຄວາມເປັນມະນຸດຂອງຄົນໃດໜຶ່ງ, ມີຄວາມສາມາດຕິດຕົວມາແຕ່ເກີດໃນການລະບຸສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບຈຳນວນໜຶ່ງ. ນອກຈາກນີ້, ຍັງມີຄວາມຮັບຮູ້ ແລະ ຄວາມຮູ້ສຶກບາງຢ່າງໃນໃຈຂອງພວກເຂົາກ່ຽວກັບວ່າສິ່ງບາງຢ່າງຖືກຕ້ອງ ຫຼື ບໍ່ອີກດ້ວຍ. ເຖິງແມ່ນວ່າຈະບໍ່ເຄີຍໄດ້ຍິນຄວາມຈິງ ຫຼື ເຂົ້າໃຈຄວາມຈິງກໍຕາມ, ຄວາມເປັນມະນຸດຂອງພວກເຂົາກໍມີການແຍກແຍະປະເພດນີ້. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດອະທິບາຍມັນອອກມາໄດ້, ພວກເຂົາກໍຮູ້ຢູ່ໃນໃຈວ່າສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ ແລະ ພວກເຂົາຮູ້ວ່າສິ່ງທີ່ເປັນລົບນັ້ນບໍ່ຖືກຕ້ອງ. ຖ້າພວກເຂົາກໍມີຄວາມຮູ້ສຶກລັງກຽດໃນໃຈເຊັ່ນກັນ ແລະ ສາມາດປະຕິເສດ ແລະ ບໍ່ເຮັດຕາມສິ່ງເຫຼົ່ານີ້ໄດ້, ນັ້ນກໍຍິ່ງດີຂຶ້ນໄປອີກ. ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ, ເຖິງແມ່ນວ່າພວກເຂົາຈະບໍ່ສາມາດແຍກແຍະສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້ຢ່າງຊັດເຈນຫຼາຍກໍຕາມ, ພວກເຂົາກໍມີຄວາມຮູ້ສຶກທີ່ແຕກຕ່າງກັນ ແລະ ມີວິທີການປະຕິບັດຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບທີ່ແຕກຕ່າງກັນໃນໃຈຂອງພວກເຂົາ. ຕົວຢ່າງ: ກ່ຽວກັບກະແສທີ່ຊົ່ວຮ້າຍບາງຢ່າງໃນສັງຄົມ, ເມື່ອຄົນທີ່ມີຄວາມເປັນມະນຸດເຫັນກະແສທີ່ຊົ່ວຮ້າຍເຫຼົ່ານີ້, ພວກເຂົາກໍຮູ້ສຶກລັງກຽດຢ່າງເລິກເຊິ່ງໃນໃຈຂອງພວກເຂົາ. ພວກເຂົາຮູ້ສຶກວ່າສິ່ງເຫຼົ່ານີ້ບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ, ບໍ່ແມ່ນສິ່ງທີ່ເປັນບວກ ແລະ ບໍ່ແມ່ນສິ່ງທີ່ຜູ້ຄົນຄວນສະແຫວງຫາ ຫຼື ລົງມືເຮັດ. ເຖິງວ່າຈະມີຂໍ້ເທັດຈິງທີ່ວ່າ ໃນຖານະຜູ້ທີ່ດຳລົງຊີວິດຢູ່ໃນສະພາບແວດລ້ອມທາງສັງຄົມນີ້, ພວກເຂົາບໍ່ມີທາງເລືອກອື່ນນອກຈາກຕ້ອງເຮັດຕາມກະແສທີ່ຊົ່ວຮ້າຍ, ແຕ່ເລິກໆແລ້ວ ພວກເຂົາກໍກຽດຊັງພວກມັນ. ແລ້ວໃນຂະນະທີ່ກຽດຊັງພວກມັນ, ພວກເຂົາກໍຍັງຊອກຫາທຸກໂອກາດທີ່ຈະໜີອອກຈາກສະພາບແວດລ້ອມນີ້ ຫຼື ຄິດຫາທຸກວິທີທາງເພື່ອຫຼີກລ່ຽງມັນ ແລະ ເພື່ອປະຕິເສດກະແສທີ່ຊົ່ວຮ້າຍເຫຼົ່ານີ້ອີກດ້ວຍ.

1. ການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ

ການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດແມ່ນສຳຄັນຫຼາຍສຳລັບຄົນໆໜຶ່ງ. ເນື່ອງຈາກວ່າຖືກ ແລະ ຜິດກ່ຽວຂ້ອງກັບສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ພວກເຈົ້າຄິດວ່າສິ່ງທີ່ເປັນບວກມີຫຍັງແດ່ ແລະ ສິ່ງທີ່ເປັນລົບມີຫຍັງແດ່? (ການເຊື່ອໃນພຣະເຈົ້າ, ການຕິດຕາມພຣະເຈົ້າ, ການນະມັດສະການພຣະເຈົ້າ, ການອ່ອນນ້ອມຕໍ່ພຣະເຈົ້າ, ພ້ອມທັງການປະຕິບັດໜ້າທີ່ຂອງຕົນ ແລະ ການເປັນຄົນຊື່ສັດ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ເປັນບວກ. ການຕົວະ ແລະ ການຫຼອກລວງ, ການຕໍ່ຕ້ານພຣະເຈົ້າ, ການກະບົດຕໍ່ພຣະເຈົ້າ, ການທໍລະຍົດພຣະເຈົ້າ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເປັນລົບ). (ໂດຍຫຼັກແລ້ວ ສິ່ງທີ່ເປັນບວກແມ່ນມາຈາກພຣະເຈົ້າ ແລະ ສອດຄ່ອງກັບຄວາມຈິງ. ຕົວຢ່າງ: ຜົນຮັບຕ່າງໆທີ່ບັນລຸໄດ້ໂດຍວຽກງານຂອງພຣະເຈົ້າ, ພ້ອມທັງຄວາມຮູ້ທີ່ແທ້ຈິງຂອງຜູ້ຄົນກ່ຽວກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ, ລ້ວນແຕ່ເປັນສິ່ງທີ່ເປັນບວກ ແລະ ລ້ວນແຕ່ສອດຄ່ອງກັບຄວາມຈິງ). ຢ່າຄິດວ່າສິ່ງທີ່ເປັນບວກນັ້ນວ່າງເປົ່າ ຫຼື ສູງສົ່ງຫຼາຍ. ໃນຄວາມເປັນຈິງແລ້ວ, ສິ່ງທີ່ເປັນບວກແມ່ນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເປັນບວກ ແລະ ຖືກຕ້ອງ ເຊິ່ງເປັນປະໂຫຍດຕໍ່ຜູ້ຄົນ. ສິ່ງໃດກໍຕາມທີ່ເປັນປະໂຫຍດຕໍ່ຜູ້ຄົນ, ສິ່ງໃດກໍຕາມທີ່ເປັນປະໂຫຍດ ແລະ ບໍ່ເປັນອັນຕະລາຍຕໍ່ຊີວິດທີ່ປົກກະຕິຂອງພວກເຂົາແມ່ນສິ່ງທີ່ເປັນບວກ. ຕົວຢ່າງ: ກົດເກນ ແລະ ກົດລະບຽບທາງທຳມະຊາດເປັນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ ແລະ ລ້ວນແຕ່ເປັນສິ່ງທີ່ເປັນບວກ; ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຄວາມຈິງແມ່ນສິ່ງທີ່ເປັນບວກ. ການທີ່ພຣະເຈົ້າສະໜອງຊີວິດ ແລະ ຄວາມຈິງໃຫ້ແກ່ມະນຸດຊາດ, ພ້ອມທັງເນື້ອໃນຂອງວຽກງານຂອງພຣະເຈົ້າໃນການຄຸ້ມຄອງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແມ່ນສິ່ງທີ່ເປັນບວກທີ່ກ່ຽວຂ້ອງກັບຄວາມຈິງ. ຂໍ້ກຳນົດທັງໝົດຂອງພຣະເຈົ້າສຳລັບຜູ້ຄົນ, ພຣະທຳທຸກຂໍ້ຂອງພຣະເຈົ້າ, ຫຼັກການປະຕິບັດສຳລັບຄວາມຈິງຕ່າງໆ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ເປັນບວກ. ນອກເໜືອຈາກພາລະກິດຂອງພຣະເຈົ້າໃນການຄຸ້ມຄອງມະນຸດຊາດແລ້ວ, ຍັງມີສິ່ງທີ່ເປັນບວກອື່ນໆອີກຫຼາຍຢ່າງທີ່ເປັນປະໂຫຍດຕໍ່ການຢູ່ລອດຂອງມະນຸດ ແລະ ບໍ່ເປັນອັນຕະລາຍຕໍ່ຜູ້ຄົນ. ພວກເຈົ້າສາມາດເຫັນພວກມັນໄດ້ບໍ? ພວກເຈົ້າສາມາດລະບຸພວກມັນໄດ້ບໍ? ພວກເຈົ້າສາມາດຍອມຮັບ ແລະ ເຫັນດີນຳພວກມັນຈາກສ່ວນເລິກໃນໃຈຂອງພວກເຈົ້າໄດ້ບໍ? ພວກເຈົ້າສາມາດຄ້ອຍຕາມ, ປັບຕົວເຂົ້າກັບ ແລະ ເຮັດຕາມພວກມັນໄດ້ບໍ? ຕົວຢ່າງ: ກົດເກນຂອງສີ່ລະດູການເປັນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ໃນລະດູໃບໄມ້ປົ່ງ, ອາກາດຈະອົບອຸ່ນຂຶ້ນ ແລະ ດອກໄມ້ກໍເບັ່ງບານ, ທຸກສັບພະສິ່ງຈະເຕີບໃຫຍ່ ແລະ ຟື້ນຄືນຊີວິດ, ນໍ້າກ້ອນ ແລະ ຫິມະກໍລະລາຍ. ນີ້ແມ່ນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ໃນລະດູຮ້ອນ, ດວງອາທິດຈະສ່ອງແສງຢ່າງເຈີດຈ້າ, ແສງຂອງມັນຮ້ອນແຮງ ແລະ ທຸກສັບພະສິ່ງກໍເຕີບໃຫຍ່ຢ່າງໄວວາ, ອາບແສງແດດ. ສິ່ງນີ້ເປັນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ໃນລະດູໃບໄມ້ຫຼົ່ນ, ຄວາມຮ້ອນອົບເອົ້າຈະຄ່ອຍໆປ່ຽນເປັນທ້ອງຟ້າທີ່ແຈ່ມໃສ ແລະ ອາກາດທີ່ສົດຊື່ນ; ພືດພັນຕ່າງໆຈະຄ່ອຍໆເຕີບໃຫຍ່ເຕັມທີ່, ອອກແກ່ນ ແລະ ອອກຜົນ, ເຮັດໃຫ້ເກີດການເກັບກ່ຽວ. ນີ້ແມ່ນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ໃນລະດູໜາວ, ອຸນຫະພູມຈະຫຼຸດລົງ, ອາກາດຈະຄ່ອຍໆໜາວເຢັນ ແລະ ບາງຄັ້ງກໍມີຫິມະຕົກ. ເຖິງແມ່ນວ່າມັນຈະບໍ່ມ່ວນຊື່ນ, ບໍ່ສະດວກສະບາຍ ຫຼື ບໍ່ເປັນອິດສະຫຼະຄືກັບລະດູການອື່ນໆ, ແຕ່ໃນລະດູໜາວ ທຸກສັບພະສິ່ງສາມາດຮັກສາພະລັງງານຂອງພວກມັນໄວ້ໄດ້ ແລະ ມະນຸດຊາດກໍໄດ້ພັກຜ່ອນ ແລະ ຟື້ນຟູຮ່າງກາຍເຊັ່ນກັນ. ແລ້ວກົດເກນນີ້ແມ່ນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ໃນຕອນຕາເວັນຂຶ້ນ, ນົກຈອກຮ້ອງເພງ, ນົກທີ່ຕື່ນເຊົ້າສົ່ງສຽງຮ້ອງ, ເຕືອນຜູ້ຄົນວ່າມັນເປັນຕອນເຊົ້າແລ້ວ ແລະ ຮອດເວລາຕ້ອງຕື່ນນອນໄດ້ແລ້ວ, ພວກເຂົາຕ້ອງເລີ່ມອອກແຮງງານເພື່ອຊີວິດ, ເພື່ອການດຳລົງຊີວິດ ແລະ ເພື່ອການຢູ່ລອດຢ່າງຕໍ່ເນື່ອງຂອງມະນຸດຊາດ. ນີ້ແມ່ນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ມະນຸດຊາດຕື່ນຂຶ້ນມາຕາມສຽງຮ້ອງຂອງນົກທີ່ຕື່ນເຊົ້າ ແລະ ນົກຈອກ ແລະ ເລີ່ມຕົ້ນການອອກແຮງງານໃນແຕ່ລະມື້. ນີ້ແມ່ນສິ່ງທີ່ເປັນບວກ. ໃນຕອນກາງຄືນ, ແມງໄມ້ ແລະ ສັດຕ່າງໆ, ຕາມກົດເກນຂອງພວກມັນເອງ, ຈະມີສ່ວນຮ່ວມໃນກິດຈະກຳທຸກປະເພດ, ບາງຊະນິດກໍອອກມາຫາອາຫານ ແລະ ບາງຊະນິດກໍເລີ່ມສົ່ງສຽງຮ້ອງ. ໃນເວລານີ້, ມະນຸດຊາດກໍງຽບສະຫງົບລົງ ແລະ ຫຼັບໄປ. ການຟັງສຽງຮ້ອງຂອງຈີ່ຫຼີດ, ປະກອບກັບສຽງຮ້ອງຂອງສັດຕ່າງໆ ແລະ ກິດຈະກຳໃນຕອນກາງຄືນຂອງພວກມັນ, ຜູ້ຄົນກໍຫຼັບໄຫຼເຂົ້າສູ່ຫ້ວງແຫ່ງຄວາມຝັນ, ນອນຫຼັບຢ່າງຫວານຊື່ນ, ຢ່າງມີຄວາມສຸກ ແລະ ສະຫງົບສຸກ. ນີ້ແມ່ນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ສຳລັບຜູ້ຄົນແລ້ວ, ສິ່ງທີ່ເປັນບວກເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ເກີດຂຶ້ນເລື້ອຍໆ. ເຈົ້າສາມາດຮັບຮູ້ສັນຍານ ແລະ ສັນຍານເຕືອນຕ່າງໆຂອງພວກມັນໄດ້ ແລະ ເຈົ້າຍັງສາມາດຮູ້ສຶກໄດ້ເຖິງຜົນປະໂຫຍດທີ່ພວກມັນນຳມາສູ່ຊີວິດຂອງເຈົ້າ, ພ້ອມທັງການປ່ຽນແປງຕ່າງໆ ແລະ ອິດທິພົນທີ່ພວກມັນນຳມາສູ່ເຈົ້າໃນຂະນະທີ່ເຈົ້າດຳລົງຊີວິດຢູ່. ຖ້າເຈົ້າມີການຕອບສະໜອງທີ່ຖືກຕ້ອງ ແລະ ມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການມີຢູ່ຂອງສິ່ງທີ່ເປັນບວກຕ່າງໆທີ່ຢູ່ອ້ອມຮອບຕົວເຈົ້າ, ພ້ອມທັງມີວິທີທີ່ຖືກຕ້ອງໃນການປະຕິບັດຕໍ່ສິ່ງທີ່ເປັນບວກເຫຼົ່ານີ້, ມັນກໍສະແດງໃຫ້ເຫັນວ່າເຈົ້າເປັນຄົນທີ່ມີຄວາມເຂົ້າໃຈບາງຢ່າງກ່ຽວກັບສິ່ງທີ່ຖືກ ແລະ ສິ່ງທີ່ຜິດ, ວ່າເຈົ້າຕອບສະໜອງ, ອ່ອນໄຫວ ແລະ ຮັບຮູ້ຕໍ່ສະພາບແວດລ້ອມການດຳລົງຊີວິດທີ່ປະກອບດ້ວຍທຸກສັບພະສິ່ງທີ່ພຣະເຈົ້າຊົງສ້າງຂຶ້ນ ແລະ ວ່າເຈົ້າມີຫົວໃຈທີ່ຮູ້ບຸນຄຸນສຳລັບອິດທິພົນຂອງທຸກສິ່ງເຫຼົ່ານີ້ທີ່ຢູ່ອ້ອມຮອບຕົວເຈົ້າ ຫຼື ການເປັນເພື່ອນຮ່ວມທາງຂອງພວກມັນໃນຊີວິດຂອງເຈົ້າ. ມັນສະແດງໃຫ້ເຫັນວ່າເຈົ້າສາມາດຮູ້ສຶກໄດ້ວ່າການມີຢູ່ຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະອົງສ້າງຂຶ້ນນັ້ນເປັນຈິງຢ່າງປະຕິເສດບໍ່ໄດ້ ແລະ ຮູ້ສຶກເຖິງຜົນປະໂຫຍດຂອງທຸກສັບພະສິ່ງທີ່ມີຕໍ່ເຈົ້າ ແລະ ອິດທິພົນຂອງພວກມັນທີ່ມີຕໍ່ເຈົ້າໃນດ້ານຕ່າງໆ. ຖ້າເຈົ້າສາມາດໄດ້ຮັບຂໍ້ຄວາມດັ່ງກ່າວ ແລະ ມີຄວາມຮູ້ສຶກເຫຼົ່ານີ້, ແລ້ວເຈົ້າກໍເປັນຄົນທີ່ສາມາດເຂົ້າໃຈສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ມີຄວາມເປັນມະນຸດ. ເຈົ້າສາມາດເຂົ້າໃຈສິ່ງທີ່ເປັນບວກໄດ້ຢ່າງຖືກຕ້ອງ, ສາມາດປັບຕົວເຂົ້າກັບພວກມັນ, ຄ້ອຍຕາມພວກມັນ ແລະ ຢູ່ຮ່ວມກັບພວກມັນໄດ້. ແລ້ວມັນບໍ່ພຽງແຕ່ເປັນຍ້ອນວ່າເຈົ້າບໍ່ໄດ້ລັງກຽດສິ່ງເຫຼົ່ານີ້ເທົ່ານັ້ນ; ກົງກັນຂ້າມ, ເພາະວ່າເຈົ້າເຊື່ອໃນພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງ, ເຈົ້າຈຶ່ງຍິ່ງໝັ້ນໃຈວ່າສິ່ງທີ່ເປັນບວກທັງໝົດເຫຼົ່ານີ້ມາຈາກພຣະເຈົ້າ, ມາຈາກພຣະຜູ້ສ້າງ ແລະ ເຈົ້າສາມາດຮູ້ບຸນຄຸນຫຼາຍຂຶ້ນສຳລັບການມີຢູ່ຂອງສິ່ງທີ່ເປັນບວກເຫຼົ່ານີ້. ໃນທາງກົງກັນຂ້າມ, ເຈົ້າຮູ້ສຶກລັງກຽດ ແລະ ກຽດຊັງໃນໃຈຂອງເຈົ້າຕໍ່ສິ່ງທີ່ເປັນລົບ. ສະນັ້ນ, ສິ່ງທີ່ເປັນລົບມີຫຍັງແດ່? (ການສ້າງມົນລະພິດໃຫ້ກັບສະພາບແວດລ້ອມ, ການຂຸດຄົ້ນຫຼາຍເກີນໄປ). ການທຳລາຍ ແລະ ການສ້າງມົນລະພິດໃຫ້ກັບສະພາບແວດລ້ອມ, ການຕັດໄມ້ທຳລາຍປ່າຢ່າງຊະຊາຍ, ການຂຸດຄົ້ນ ແລະ ການຂູດຮີດຫຼາຍເກີນໄປ, ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນສິ່ງທີ່ເປັນລົບ. ນອກເໜືອຈາກສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າຮູ້ສຶກວ່າສິ່ງອື່ນໃດອີກແດ່ທີ່ເປັນລົບ ແລະ ມີຄວາມກຽດຊັງທີ່ເຫັນໄດ້ຊັດເຈນໃນໃຈຂອງພວກເຈົ້າ? ມະນຸດຊາດຕ້ອງການເອົາຊະນະທຳມະຊາດຢູ່ສະເໝີ, ສິ່ງນີ້ເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ຕົວຢ່າງ: ບາງສະຖານທີ່ປະສົບກັບພາຍຸເຮີຣິເຄນເລື້ອຍໆ, ສະນັ້ນ ບາງຄົນຈຶ່ງໄຕ່ຕອງຢູ່ສະເໝີວ່າ: “ພາຍຸເຮີຣິເຄນເຫຼົ່ານີ້ພັດເອົາຝຸ່ນປິວໄປທົ່ວທຸກແຫ່ງ, ທຳລາຍບ້ານເຮືອນ ແລະ ທົ່ງນາ. ພວກເຮົາຕ້ອງພະຍາຍາມທຸກວິທີທາງເພື່ອສ້າງກຳແພງເພື່ອກີດຂວາງພວກມັນ, ເພື່ອສະແດງໃຫ້ເຫັນວ່າເຕັກໂນໂລຊີຂອງມະນຸດນັ້ນກ້າວໜ້າ ແລະ ຄວາມສາມາດຂອງມະນຸດກໍແຂງແຮງຂຶ້ນ”. ນີ້ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ພວກເຈົ້າຮູ້ສຶກແນວໃດໃນໃຈຫຼັງຈາກທີ່ໄດ້ຍິນສິ່ງນີ້? (ຂ້ານ້ອຍຮູ້ສຶກວ່າຜູ້ຄົນປະເມີນຄວາມສາມາດຂອງຕົນເອງສູງເກີນໄປ). ນັ້ນຄືສິ່ງທີ່ມັນເປັນຢ່າງແນ່ນອນ. ບາງສະຖານທີ່ຖືກປົກຄຸມໄປດ້ວຍທົ່ງຫຍ້າທີ່ກວ້າງໃຫຍ່ໄພສານ, ສະນັ້ນ ບາງຄົນຈຶ່ງເວົ້າວ່າ: “ຄົນລ້ຽງສັດດຳລົງຊີວິດແບບເລ່ລ່ອນຢູ່ເທິງທົ່ງຫຍ້າ ແລະ ພວກເຂົາເກືອບຈະບໍ່ໄດ້ກິນອາຫານດີໆເລີຍຕະຫຼອດທັງປີ. ເປັນເວລາເຄິ່ງປີ, ພວກເຂົາມັກຈະຢູ່ກາງແຈ້ງສະເໝີ, ລ້ຽງງົວ ແລະ ແກະຢູ່ເທິງທົ່ງຫຍ້າ. ມື້ທີ່ຍາກລຳບາກເຫຼົ່ານີ້ຈະສິ້ນສຸດລົງເມື່ອໃດ? ພວກເຮົາຕ້ອງຊອກຫາວິທີປັບປຸງຊີວິດຂອງຄົນລ້ຽງສັດ, ປ່ຽນທົ່ງຫຍ້າ ແລະ ທົ່ງລ້ຽງສັດໃຫ້ກາຍເປັນຕຶກອາຄານ ແລະ ເມືອງ, ເພື່ອໃຫ້ຄົນລ້ຽງສັດບໍ່ຕ້ອງຢູ່ລອດດ້ວຍການລ້ຽງສັດອີກຕໍ່ໄປ. ແລ້ວພວກເຂົາກໍຈະມີຄວາມສຸກກັບຊີວິດທີ່ດີຂຶ້ນ ແລະ ພວກເຂົາກໍຈະຂອບໃຈປະເທດຊາດ ແລະ ລັດຖະບານ”. ສິ່ງນີ້ເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ພວກເຈົ້າສາມາດຮັບຮູ້ໄດ້ບໍວ່າການເຮັດແບບນີ້ເປັນສິ່ງທີ່ເປັນລົບ? ການປ່ຽນທົ່ງຫຍ້າໃຫ້ກາຍເປັນຕຶກອາຄານ ແລະ ເມືອງ, ນີ້ຄືຄວາມຄິດ ແລະ ມຸມມອງທີ່ຜິດພາດ; ການກະທຳນີ້ຊ່າງໄຮ້ສາລະແທ້ໆ! ພວກເຈົ້າບໍ່ສາມາດຮູ້ເທົ່າທັນເລື່ອງນີ້ໄດ້, ແມ່ນບໍ? ພວກເຈົ້າຄິດວ່າ: “ນີ້ເປັນເລື່ອງຂອງລັດຖະບານ, ພວກເຮົາບໍ່ສາມາດເຮັດຫຍັງກັບມັນໄດ້” ແລະ ພວກເຈົ້າກໍບໍ່ຮູ້ສຶກຫຍັງກັບມັນເລີຍ. ນອກຈາກນີ້, ມະນຸດຊາດກໍສ້າງຄວາມກ້າວໜ້າໃນການສຳຫຼວດອະວະກາດຢູ່ສະເໝີ, ຕ້ອງການໄປດວງຈັນ, ໄປສຳຫຼວດດາວອັງຄານ ແລະ ດາວພະຫັດຢູ່ສະເໝີ. ພວກເຂົາເຖິງກັບຕ້ອງການສຳຫຼວດດວງອາທິດ, ແຕ່ເນື່ອງຈາກອຸນຫະພູມຂອງດວງອາທິດສູງເກີນໄປ, ພວກເຂົາຈຶ່ງບໍ່ສາມາດໄປທີ່ນັ້ນໄດ້. ສະນັ້ນ, ພວກເຂົາຈຶ່ງສ້າງຍານອະວະກາດເພື່ອເອົາຊະນະແຮງໂນ້ມຖ່ວງຂອງໂລກ ແລະ ບິນໄປດວງຈັນ ແລະ ດາວອັງຄານ. ສິ່ງນີ້ເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ນີ້ແມ່ນສິ່ງທີ່ເປັນລົບ. ສະນັ້ນ, ມີສິ່ງທີ່ເປັນບວກໃດໆທີ່ກ່ຽວຂ້ອງກັບວິທະຍາສາດບໍ? ມີການກ່າວອ້າງໃດໆທີ່ເປັນບວກ ແລະ ສອດຄ່ອງກັບກົດເກນທາງທຳມະຊາດຂອງທຸກສັບພະສິ່ງທີ່ພຣະເຈົ້າສ້າງຂຶ້ນບໍ? (ເຄື່ອງມືບາງຢ່າງທີ່ຖືກປະດິດ ແລະ ຜະລິດຂຶ້ນຜ່ານວິທີການທາງວິທະຍາສາດ ເຊັ່ນ: ຄອມພິວເຕີ, ສາມາດປັບປຸງປະສິດທິພາບການເຮັດວຽກຂອງພວກເຮົາໄດ້. ສິ່ງເຫຼົ່ານີ້ເປັນສິ່ງທີ່ເປັນບວກ). ສິ່ງເຫຼົ່ານີ້ບໍ່ແມ່ນທັງສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ. ສິ່ງເຫຼົ່ານັ້ນເປັນພຽງເຄື່ອງມື. ພວກມັນບໍ່ໄດ້ກ່ຽວຂ້ອງກັບຄວາມຄິດ, ທິດສະດີ ຫຼື ຂໍ້ອ້າງສະເພາະໃດໜຶ່ງ. ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບທີ່ພວກເຮົາກຳລັງເວົ້າເຖິງນັ້ນກ່ຽວຂ້ອງກັບແກ່ນແທ້ ແລະ ພື້ນຖານຂອງສິ່ງຕ່າງໆ ແລະ ຍັງກ່ຽວຂ້ອງກັບແຮງຈູງໃຈທີ່ຢູ່ເບື້ອງຫຼັງໂຄງການຄົ້ນຄວ້າທາງວິທະຍາສາດຕ່າງໆທີ່ມະນຸດຊາດດຳເນີນການອີກດ້ວຍ. ໂດຍອີງໃສ່ສິ່ງເຫຼົ່ານີ້, ພວກເຮົາຈຶ່ງກຳນົດວ່າບາງສິ່ງເປັນບວກ ຫຼື ເປັນລົບ. ສະນັ້ນ, ຍັງມີສິ່ງທີ່ເປັນລົບອື່ນໃດອີກແດ່? (ໃນປັດຈຸບັນ, ມະນຸດຊາດບໍ່ໄດ້ເຮັດຕາມກົດເກນການເຕີບໃຫຍ່ຂອງທຸກສັບພະສິ່ງ ແຕ່ໃຊ້ວິທີການທາງວິທະຍາສາດເພື່ອປ່ຽນແປງກົດເກນເຫຼົ່ານີ້. ຕົວຢ່າງ: ໄກ່ຖືກລ້ຽງດ້ວຍອາຫານທີ່ເຕັມໄປດ້ວຍຮໍໂມນ ແລະ ສາມາດພ້ອມຂາຍໄດ້ພາຍໃນສາມສິບມື້ ແລະ ມີການປູກຜັກ ແລະ ໝາກໄມ້ນອກລະດູການ. ເບິ່ງຄືວ່າວິທະຍາສາດ ແລະ ເຕັກໂນໂລຊີໄດ້ກ້າວໜ້າໄປແລ້ວ, ແຕ່ສິ່ງນີ້ລະເມີດກົດເກນການເຕີບໃຫຍ່ຂອງທຸກສັບພະສິ່ງ ແລະ ເປັນການຕອບສະໜອງຄວາມຢາກອາຫານຂອງຜູ້ຄົນ. ນີ້ແມ່ນສິ່ງທີ່ເປັນລົບ). ນີ້ແມ່ນສິ່ງທີ່ເປັນລົບ. ບາງຄົນຕ້ອງການປາບເສືອ ແລະ ສິງ. ພວກເຂົາເຫັນວ່າເສືອເບິ່ງເປັນຕາຢ້ານ, ແມ່ນແຕ່ການຫາວຂອງເສືອກໍເຮັດໃຫ້ຜູ້ຄົນຢ້ານຈົນໜີໄປ, ສະນັ້ນ ພວກເຂົາຈຶ່ງຕ້ອງການປາບພວກມັນ ແລະ ຈາກນັ້ນກໍຖອນເອົາແຂ້ວຂອງພວກມັນອອກ ແລະ ລ້ຽງພວກມັນໄວ້ໃນເດີ່ນບ້ານຂອງພວກເຂົາ, ເຮັດໃຫ້ເສືອເຝົ້າເຮືອນຂອງພວກເຂົາຄືກັບໝາ. ນີ້ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ນີ້ແມ່ນສິ່ງທີ່ເປັນລົບ. ທຸກສິ່ງທີ່ມະນຸດເຮັດ ແລະ ສິ່ງຕ່າງໆທີ່ພວກເຂົາປະດິດຂຶ້ນມາເພື່ອສະແຫວງຫາຄວາມເພີດເພີນທາງເນື້ອໜັງ ໂດຍໃຊ້ວິທີການທາງວິທະຍາສາດຕ່າງໆ ແລະ ເປັນການຂັດຕໍ່ກົດເກນທາງທຳມະຊາດ ລ້ວນແຕ່ແມ່ນສິ່ງທີ່ເປັນລົບ, ບໍ່ແມ່ນສິ່ງທີ່ເປັນບວກ, ເພາະວ່າອັນຕະລາຍຂອງພວກມັນທີ່ມີຕໍ່ມະນຸດຊາດນັ້ນໃຫຍ່ຫຼວງເກີນໄປ ແລະ ຄວາມເສຍຫາຍຂອງພວກມັນທີ່ມີຕໍ່ສະພາບແວດລ້ອມການດຳລົງຊີວິດຂອງມະນຸດກໍຮ້າຍແຮງເກີນໄປ. ຕົວຢ່າງ: ບາງສະຖານທີ່ແຫ້ງແລ້ງຫຼາຍ, ສະນັ້ນ ລັດຖະບານຈຶ່ງໃຊ້ຍົນເພື່ອພົ່ນສານເຄມີເຮັດຝົນທຽມເພື່ອເຮັດໃຫ້ຝົນຕົກ. ນີ້ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ບາງສະຖານທີ່ມີຝົນຕົກຫຼາຍເກີນໄປ, ເຮັດໃຫ້ເກີດນໍ້າຖ້ວມ, ສະນັ້ນ ລັດຖະບານຈຶ່ງສົ່ງຍົນໄປສະຫຼາຍເມກເພື່ອຄວບຄຸມຝົນ. ສິ່ງນີ້ບໍ່ໄດ້ລະເມີດ ແລະ ທຳລາຍກົດເກນທາງທຳມະຊາດບໍ? (ທຳລາຍ). ການທຳລາຍກົດເກນທາງທຳມະຊາດ, ການລະເມີດກົດເກນທາງທຳມະຊາດ, ການບໍ່ສອດຄ່ອງກັບກົດເກນທາງທຳມະຊາດ, ການເຮັດທຸກຢ່າງຕາມອຳເພີໃຈ, ການອວດອ້າງເຕັກໂນໂລຊີທີ່ກ້າວໜ້າຂອງມະນຸດ, ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນສິ່ງທີ່ເປັນລົບ. ນອກເໜືອຈາກສິ່ງເຫຼົ່ານີ້ແລ້ວ, ຍັງມີສິ່ງທີ່ເປັນລົບອື່ນໃດອີກແດ່? ການດຳເນີນການຄົ້ນຄວ້າກ່ຽວກັບສານຊີວະພາບ ແລະ ການດັດແປງພັນທຸກຳແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ເນື່ອງຈາກການຄົ້ນຄວ້າທາງວິທະຍາສາດກ່ຽວກັບພັນທຸກຳທີ່ໄດ້ດຳເນີນການມາ, ຜູ້ຄົນຈຶ່ງສາມາດກິນອາຫານທີ່ດັດແປງພັນທຸກຳໄດ້ຫຼາຍຂຶ້ນ. ສະນັ້ນ, ອາຫານທີ່ດັດແປງພັນທຸກຳແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າພວກມັນແມ່ນສິ່ງທີ່ເປັນລົບ? ບາງຄົນເວົ້າວ່າ: “ນີ້ຄືຜົນສຳເລັດທາງວິທະຍາສາດ, ເຊິ່ງມີຈຸດປະສົງເພື່ອໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນມີອາຫານກິນພຽງພໍ ແລະ ບໍ່ຕ້ອງອຶດຫິວ. ຍິ່ງໄປກວ່ານັ້ນ, ຜູ້ຄົນກໍໄດ້ກິນອາຫານທີ່ດັດແປງພັນທຸກຳມາເປັນເວລາຫຼາຍທົດສະວັດແລ້ວ ແລະ ກໍເຕີບໃຫຍ່ຂຶ້ນມາສູງ ແລະ ແຂງແຮງ, ໂດຍສະເພາະຄົນໜຸ່ມສາວໃນປັດຈຸບັນກໍສູງກວ່າຄົນລຸ້ນກ່ອນ. ສິ່ງທັງໝົດນີ້ແມ່ນຍ້ອນການປະກອບສ່ວນຂອງວິທະຍາສາດທີ່ມີຕໍ່ມະນຸດຊາດ. ໃນເມື່ອອາຫານທີ່ດັດແປງພັນທຸກຳນຳຜົນປະໂຫຍດອັນໃຫຍ່ຫຼວງມາສູ່ຜູ້ຄົນ, ແລ້ວເປັນຫຍັງພວກມັນຈຶ່ງຖືກເອີ້ນວ່າສິ່ງທີ່ເປັນລົບ?” ພວກເຈົ້າສາມາດອະທິບາຍເລື່ອງນີ້ໄດ້ບໍ? (ເຖິງແມ່ນວ່າຕອນນີ້ຜູ້ຄົນຈະສູງຂຶ້ນ, ແຕ່ສະພາບຮ່າງກາຍຂອງພວກເຂົາກໍນັບມື້ນັບອ່ອນແອລົງ ແລະ ພວກເຂົາກໍເປັນພະຍາດຫຼາຍຂຶ້ນ, ສິ່ງທັງໝົດນີ້ເກີດຈາກການທີ່ຜູ້ຄົນກິນສິ່ງທີ່ຜ່ານຂະບວນການທາງວິທະຍາສາດເຫຼົ່ານັ້ນ. ສະນັ້ນ, ພວກມັນຈຶ່ງແມ່ນສິ່ງທີ່ເປັນລົບ). ເບິ່ງຈາກພາຍນອກແລ້ວ, ອາຫານທີ່ດັດແປງພັນທຸກຳເບິ່ງຄືວ່າຈະເປັນປະໂຫຍດຕໍ່ຜູ້ຄົນ, ຜູ້ຄົນສູງຂຶ້ນ ແລະ ແຂງແຮງຂຶ້ນ, ແຕ່ສະພາບຮ່າງກາຍຂອງພວກເຂົາພັດຊຸດໂຊມລົງ. ໂດຍລວມແລ້ວ, ພວກມັນມີຜົນກະທົບທາງລົບຕໍ່ຜູ້ຄົນ, ເປັນການທຳຮ້າຍຫຼາຍກວ່າການໃຫ້ຜົນປະໂຫຍດແກ່ພວກເຂົາ. ບໍ່ວ່າຜູ້ຄົນຈະຮັບຮູ້ວ່າພວກມັນເປັນປະໂຫຍດ ຫຼື ເປັນອັນຕະລາຍກໍຕາມ, ພວກມັນກໍແມ່ນສິ່ງທີ່ເປັນລົບ, ບໍ່ແມ່ນສິ່ງທີ່ເປັນບວກຢ່າງແນ່ນອນ, ເພາະວ່າພວກມັນລະເມີດກົດເກນທາງທຳມະຊາດທີ່ພຣະເຈົ້າຊົງສ້າງຂຶ້ນ ແລະ ຂັດຕໍ່ໜ້າທີ່ທີ່ສິ່ງທີ່ມີຊີວິດດັ້ງເດີມຕ່າງໆທີ່ພຣະເຈົ້າສ້າງຂຶ້ນຄວນຈະມີໃນຮ່າງກາຍຂອງມະນຸດ. ຜົນກະທົບຂອງພວກມັນທີ່ມີຕໍ່ຜູ້ຄົນອາດຈະບໍ່ຮູ້ສຶກໄດ້ໃນຕອນທຳອິດ, ແຕ່ຫຼັງຈາກຊາວປີຜ່ານໄປ, ຜົນສະທ້ອນທີ່ບໍ່ດີກໍຈະປາກົດໃຫ້ເຫັນ: ຫຼາຍຄົນເປັນພະຍາດແປກໆທຸກປະເພດ ແລະ ແມ່ນແຕ່ຄວາມສາມາດໃນການຈະເລີນພັນຂອງພວກເຂົາກໍໄດ້ຮັບຜົນກະທົບ. ສິ່ງນີ້ພຽງພໍທີ່ຈະພິສູດໄດ້ວ່າອາຫານດັ່ງກ່າວບໍ່ແມ່ນສິ່ງທີ່ເປັນບວກ. ເຖິງແມ່ນວ່າຈາກມຸມມອງຂອງມະນຸດ, ອາຫານທີ່ດັດແປງພັນທຸກຳຈະເປັນຜະລິດຕະພັນຂອງເຕັກໂນໂລຊີ, ເປັນການປະກອບສ່ວນຂອງວິທະຍາສາດທີ່ມີຕໍ່ມະນຸດຊາດກໍຕາມ, ແຕ່ຈາກມຸມມອງຂອງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບແລ້ວ, ມັນບໍ່ແມ່ນສິ່ງທີ່ເປັນບວກຢ່າງແນ່ນອນ.

ມະນຸດຊາດພະຍາຍາມຄົ້ນຄວ້າດວງຈັນ ແລະ ສຳຫຼວດວ່າດາວເຄາະດວງອື່ນໆເໝາະສົມສຳລັບການຢູ່ອາໄສຂອງມະນຸດ ຫຼື ບໍ່ຢູ່ສະເໝີ. ການຄົ້ນຄວ້າທາງວິທະຍາສາດນີ້, ມຸມມອງນີ້, ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ເປັນຫຍັງມັນຈຶ່ງແມ່ນສິ່ງທີ່ເປັນລົບ? (ພຣະເຈົ້າສ້າງມະນຸດມາເພື່ອໃຫ້ດຳລົງຊີວິດຢູ່ເທິງໂລກ; ພຣະອົງບໍ່ເຄີຍຕັ້ງໃຈໃຫ້ພວກເຮົາດຳລົງຊີວິດຢູ່ເທິງດາວເຄາະດວງອື່ນ. ມະນຸດມັກຈະມີຄວາມທະເຍີທະຍານ ແລະ ຕ້ອງການໄປທຸກຫົນທຸກແຫ່ງຢູ່ສະເໝີ. ໃນທີ່ສຸດ, ມັນກໍເປັນການເສຍຄວາມພະຍາຍາມລ້າໆ ແລະ ພວກເຂົາກໍບໍ່ສາມາດໄປໃສໄດ້). ຈາກມຸມມອງຂອງຜູ້ຄົນ, ການຄົ້ນຄວ້າສິ່ງເຫຼົ່ານີ້ເປັນເລື່ອງປົກກະຕິຫຼາຍ; ມັນເປັນການສ້າງເງື່ອນໄຂການດຳລົງຊີວິດສຳລັບອະນາຄົດຂອງມະນຸດຊາດ ເຊິ່ງເປັນສິ່ງທີ່ດີ. ໜ້າທີ່ຫຼາຍຢ່າງທີ່ພຣະເຈົ້າສ້າງຕັ້ງຂຶ້ນເທິງໂລກໄດ້ຖືກທຳລາຍ; ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ, ສະພາບແວດລ້ອມການດຳລົງຊີວິດຂອງໂລກໄດ້ຮັບຄວາມເສຍຫາຍ, ອາກາດ, ນໍ້າ ແລະ ດິນລ້ວນແຕ່ມີມົນລະພິດຢ່າງໜັກ ແລະ ສິ່ງທີ່ມີຊີວິດທຸກປະເພດກໍກຳລັງປະເຊີນກັບການສູນພັນ. ມັນກາຍເປັນເລື່ອງຍາກທີ່ຈະດຳລົງຊີວິດຢູ່ເທິງໂລກ. ສະຖາບັນຄົ້ນຄວ້າທາງວິທະຍາສາດບາງແຫ່ງຈຶ່ງໄດ້ເລີ່ມຄົ້ນຄວ້າດາວເຄາະດວງອື່ນໆ, ໂດຍຫວັງວ່າມະນຸດຊາດຈະສາມາດໄປດາວເຄາະດວງອື່ນ ແລະ ຕັ້ງຖິ່ນຖານຢູ່ທີ່ນັ້ນໄດ້. ພວກເຂົາເຊື່ອວ່າ ເພື່ອໃຫ້ລູກຫຼານຂອງມະນຸດຊາດຢູ່ລອດໄດ້, ຜູ້ຄົນຕ້ອງກຽມຕົວລ່ວງໜ້າ, ຖ້າພວກເຂົາບໍ່ກຽມຕົວໃນຕອນນີ້ ແລະ ມະນຸດຊາດບໍ່ສາມາດຢູ່ລອດເທິງໂລກໄດ້ໃນອະນາຄົດ, ມະນຸດຊາດກໍຈະບໍ່ມີທາງອອກເລີຍ, ແມ່ນບໍ? ສະນັ້ນ, ມຸມມອງນີ້, ການຄົ້ນຄວ້າທາງວິທະຍາສາດນີ້, ໃນທີ່ສຸດແລ້ວແມ່ນສິ່ງທີ່ເປັນລົບ ຫຼື ສິ່ງທີ່ເປັນບວກ? (ສິ່ງທີ່ເປັນລົບ). ພວກເຈົ້າເວົ້າວ່າມັນແມ່ນສິ່ງທີ່ເປັນລົບໂດຍອີງໃສ່ຫຍັງ? (ໂດຍອີງໃສ່ຄວາມຈິງທີ່ວ່າ ພຣະເຈົ້າພຽງແຕ່ບໍ່ໄດ້ກຽມເງື່ອນໄຂທີ່ເອື້ອອຳນວຍສຳລັບມະນຸດເທິງດາວເຄາະດວງອື່ນ. ຢ່າວ່າແຕ່ດາວເຄາະດວງອື່ນເລີຍ, ແມ່ນແຕ່ສະຖານທີ່ທີ່ຮ້ອນຫຼາຍ ແລະ ໜາວຫຼາຍເທິງໂລກກໍຍັງບໍ່ເໝາະສົມສຳລັບການຢູ່ອາໄສຂອງມະນຸດ. ແຕ່ມະນຸດມັກຈະມີຄວາມທະເຍີທະຍານຢູ່ສະເໝີ, ຕ້ອງການທີ່ຈະຫຼຸດພົ້ນຈາກອຳນາດສູງສຸດຂອງພຣະເຈົ້າ ແລະ ການຈັດວາງຂອງພຣະເຈົ້າຢູ່ສະເໝີ, ຕ້ອງການໄປດຳລົງຊີວິດຢູ່ເທິງດາວເຄາະດວງອື່ນ, ສິ່ງນີ້ຂັດຕໍ່ການຈັດແຈງ ແລະ ການກຳນົດຂອງພຣະເຈົ້າ. ເພາະສະນັ້ນ, ມັນຈຶ່ງແມ່ນສິ່ງທີ່ເປັນລົບ). ພຣະເຈົ້າສ້າງໂລກ ເຊິ່ງເປັນສະພາບແວດລ້ອມການດຳລົງຊີວິດທີ່ຍອດຢ້ຽມສຳລັບມະນຸດ, ແຕ່ມະນຸດບໍ່ໄດ້ຄຸ້ມຄອງມັນໃຫ້ດີ. ພວກເຂົາພັດທະນາວິທະຍາສາດ ແລະ ອຸດສາຫະກຳສະໄໝໃໝ່ຢູ່ສະເໝີ ແລະ ດ້ວຍເຫດນີ້, ພວກເຂົາຈຶ່ງໄດ້ທຳລາຍສະພາບແວດລ້ອມທາງນິເວດວິທະຍາຂອງໂລກ ແລະ ສ້າງມົນລະພິດໃຫ້ກັບອາກາດ, ນໍ້າ ແລະ ແມ່ນແຕ່ດິນ. ຜູ້ຄົນບໍ່ສາມາດເຂົ້າເຖິງທັນຍາພືດ ແລະ ຜັກປອດສານພິດໄດ້ອີກຕໍ່ໄປ ແລະ ພວກເຂົາກໍເປັນພະຍາດທຸກປະເພດ. ມັນກາຍເປັນເລື່ອງຍາກທີ່ຈະຢູ່ລອດເທິງໂລກ ແລະ ຕອນນີ້ພວກເຂົາກຳລັງຄິດທີ່ຈະໄປດາວເຄາະດວງອື່ນ, ໂດຍບໍ່ໄດ້ພິຈາລະນາວ່າເນື້ອໜັງທີ່ຕ້ອງຕາຍຂອງພວກເຂົາສາມາດໄປທີ່ນັ້ນໄດ້ ຫຼື ບໍ່. ມະນຸດ ເຊິ່ງເປັນສິ່ງທີ່ມີຊີວິດທີ່ມີເນື້ອໜັງທີ່ຕ້ອງຕາຍເຫຼົ່ານີ້ ເໝາະສົມທີ່ຈະອາໄສຢູ່ເທິງໂລກເທົ່ານັ້ນ ແລະ ສາມາດເຮັດເຊັ່ນນັ້ນໄດ້ເທິງໂລກເທົ່ານັ້ນ. ນີ້ຄືການກຳນົດຂອງພຣະເຈົ້າ. ມະນຸດຈະສາມາດໄປໃສໄດ້ ໂດຍພຽງແຕ່ເພິ່ງພາເງື່ອນໄຂທີ່ຕິດຕົວມາແຕ່ເກີດຕ່າງໆຂອງພວກເຂົາ? ນົກສາມາດກະພືປີກ ແລະ ບິນສູງຂຶ້ນໄປຫຼາຍພັນແມັດໄດ້, ແຕ່ມະນຸດບໍ່ສາມາດບິນຂຶ້ນໄປທີ່ນັ້ນດ້ວຍຕົນເອງໄດ້; ພວກເຂົາຕ້ອງການຄວາມຊ່ວຍເຫຼືອຈາກເຮືອບິນ. ແຕ່ການບິນດ້ວຍເຮືອບິນບາງຄັ້ງກໍເປັນອັນຕະລາຍ. ສະນັ້ນ, ມະນຸດຈຶ່ງເໝາະສົມທີ່ສຸດທີ່ຈະດຳລົງຊີວິດຢູ່ເທິງໂລກ. ຄຸນລັກສະນະທາງຮ່າງກາຍຂອງມະນຸດແມ່ນເຂົ້າກັນໄດ້ກັບດິນຂອງໂລກ ແລະ ກັບທຸກດ້ານຂອງເງື່ອນໄຂການດຳລົງຊີວິດເທິງໂລກ ເຊັ່ນ: ທຸກສັບພະສິ່ງ, ສີ່ລະດູການ ແລະ ກົດເກນທາງທຳມະຊາດ. ເພາະສະນັ້ນ, ມະນຸດຊາດຈຶ່ງສາມາດເອີ້ນໄດ້ວ່າເປັນຊາວໂລກເທົ່ານັ້ນ. ກົດເກນແຫ່ງການຢູ່ລອດຂອງມະນຸດເຫຼົ່ານີ້ ແລະ ເງື່ອນໄຂການດຳລົງຊີວິດເຫຼົ່ານີ້ໄດ້ຖືກກຳນົດໄວ້ລ່ວງໜ້າສຳລັບມະນຸດ ເມື່ອພຣະເຈົ້າສ້າງທຸກສັບພະສິ່ງ. ເພາະສະນັ້ນ, ມະນຸດຊາດຈຶ່ງເໝາະສົມທີ່ຈະຢູ່ລອດເທິງໂລກເທົ່ານັ້ນ, ບໍ່ແມ່ນເພື່ອອາໄສຢູ່ເທິງດາວເຄາະດວງອື່ນ. ມະນຸດຊາດໄດ້ທຳລາຍ ແລະ ສ້າງຄວາມເສຍຫາຍໃຫ້ກັບໂລກຈົນເຖິງຈຸດທີ່ມັນບໍ່ສາມາດຢູ່ອາໄສໄດ້ ແລະ ພວກເຂົາກໍພຽງແຕ່ຕ້ອງການທີ່ຈະໜີໄປ ແລະ ໃຫ້ມັນຈົບໆໄປ, ໂດຍສະແຫວງຫາທີ່ຈະໄປອາໄສຢູ່ເທິງດາວເຄາະດວງອື່ນຢູ່ສະເໝີ. ນີ້ຄືການດີ້ນລົນທີ່ສູນເປົ່າ. ການປະຕິບັດນີ້ບໍ່ຄ້ອຍຕາມກົດເກນທາງທຳມະຊາດທີ່ພຣະເຈົ້າກຳນົດໄວ້ສຳລັບຊາວໂລກ; ກົງກັນຂ້າມ ມັນລະເມີດກົດເກນແຫ່ງການຢູ່ລອດທາງຮ່າງກາຍສຳລັບຊາວໂລກ ແລະ ເປັນການປະຕິບັດທີ່ບໍ່ສະຫຼາດຫຼາຍ. ສະນັ້ນ, ມັນຈຶ່ງແມ່ນສິ່ງທີ່ເປັນລົບ. ເຖິງແມ່ນວ່າຈະມີດາວເຄາະສອງສາມດວງທີ່ມີອາກາດ ແລະ ຊາວໂລກສາມາດໄປທີ່ນັ້ນເພື່ອເບິ່ງໄດ້, ມັນກໍບໍ່ໄດ້ໝາຍຄວາມວ່າມະນຸດຊາດຈະສາມາດຢູ່ລອດເທິງດາວເຄາະເຫຼົ່ານັ້ນໄດ້. ແມ່ນແຕ່ເທິງໂລກ, ເຈົ້າກໍສາມາດໄປຂົ້ວໂລກໃຕ້ ຫຼື ຂົ້ວໂລກເໜືອເພື່ອເບິ່ງໄດ້, ເຈົ້າສາມາດໄປຢຽບທີ່ນັ້ນໄດ້, ແຕ່ຖ້າເຈົ້າຕ້ອງອາໄສຢູ່ທີ່ນັ້ນເປັນເວລາຫຼາຍປີ, ເຈົ້າຈະທົນໄດ້ບໍ? ຍັງມີສະຖານທີ່ບາງແຫ່ງທີ່ຂ້ອນຂ້າງຮ້ອນ ທີ່ມີອຸນຫະພູມສູງກວ່າຫົກສິບອົງສາເຊວຊຽດຕະຫຼອດທັງປີ; ສະຖານທີ່ເຫຼົ່ານັ້ນກໍບໍ່ເໝາະສົມສຳລັບການຢູ່ລອດຂອງມະນຸດເຊັ່ນກັນ. ມະນຸດບໍ່ເໝາະສົມສຳລັບການຢູ່ລອດໃນໄລຍະຍາວໃນສະຖານທີ່ຈຳນວນໜຶ່ງເທິງໂລກ ເນື່ອງຈາກສະພາບແວດລ້ອມທາງພູມສາດທີ່ພິເສດ, ຢ່າວ່າແຕ່ການດຳລົງຊີວິດຢູ່ເທິງດາວເຄາະດວງອື່ນເລີຍ. ນັ້ນບໍ່ແມ່ນສ່ວນໜຶ່ງຂອງການຈັດແຈງຂອງພຣະເຈົ້າ. ໂດຍອີງໃສ່ຄຸນລັກສະນະຂອງເນື້ອໜັງຂອງມະນຸດ, ມະນຸດຊາດນີ້ເໝາະສົມທີ່ຈະດຳລົງຊີວິດຢູ່ເທິງໂລກເທົ່ານັ້ນ; ສິ່ງນີ້ມີພື້ນຖານທີ່ໜັກແໜ້ນ. ຈຸດປະສົງຂອງພຣະເຈົ້າໃນການສ້າງໂລກແມ່ນເພື່ອຈັດແຈງສະພາບແວດລ້ອມການດຳລົງຊີວິດທີ່ເໝາະສົມສຳລັບມະນຸດຊາດ. ຖ້າເຈົ້າຕ້ອງການທີ່ຈະໜີຈາກສະພາບແວດລ້ອມດັ່ງກ່າວ ແລະ ຊອກຫາທາງອອກອື່ນ, ນັ້ນກໍຈະນຳໄປສູ່ຄວາມພິນາດເທົ່ານັ້ນ. ສະນັ້ນ, ນີ້ຈຶ່ງແມ່ນສິ່ງທີ່ເປັນລົບ. ຖ້າເຈົ້າຮູ້ວ່າການຄົ້ນຄວ້າການຢູ່ອາໄສເທິງດາວເຄາະດວງອື່ນຢູ່ສະເໝີແມ່ນສິ່ງທີ່ເປັນລົບ, ແຕ່ໃນໃຈຂອງເຈົ້າ ເຈົ້າຍັງຄົງເຫັນດີນຳການທີ່ມະນຸດຊາດດຳເນີນການຄົ້ນຄວ້າທາງວິທະຍາສາດເພື່ອຊອກຫາວິທີດຳລົງຊີວິດຢູ່ເທິງດາວເຄາະດວງອື່ນ, ແລ້ວມັນກໍພິສູດໃຫ້ເຫັນວ່າມີບັນຫາກັບຄວາມເປັນມະນຸດຂອງເຈົ້າ, ວ່າເຈົ້າບໍ່ເຂົ້າໃຈສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ວ່າເຈົ້າບໍ່ສາມາດແຍກແຍະສິ່ງທີ່ຖືກຕ້ອງອອກຈາກສິ່ງທີ່ບໍ່ຖືກຕ້ອງໄດ້. ຖ້າເຈົ້າຮູ້ຢ່າງຊັດເຈນວ່າເສັ້ນທາງນີ້ເປັນໄປບໍ່ໄດ້, ແຕ່ເຈົ້າຍັງຄົງປາຖະໜາ ແລະ ຄາດຫວັງທີ່ຈະສາມາດດຳລົງຊີວິດຢູ່ເທິງດາວເຄາະດວງອື່ນໄດ້ໃນຍຸກໜ້າ, ແລ້ວເຈົ້າກໍບໍ່ແມ່ນຄົນປົກກະຕິ, ເຈົ້າເປັນຄົນແປກປະຫຼາດ.

ຢ່າງໜຶ່ງກໍຄື ຄົນທີ່ເຂົ້າໃຈວ່າອັນໃດຖືກອັນໃດຜິດສາມາດຮັກ ແລະ ຍອມຮັບສິ່ງທີ່ເປັນບວກ ແລະ ມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພວກມັນໄດ້. ນອກຈາກນີ້, ພວກເຂົາສາມາດແຍກແຍະສິ່ງທີ່ເປັນລົບໄດ້ ແລະ ເພາະວ່າພວກເຂົາມີຄວາມເປັນມະນຸດ ແລະ ມີເຫດຜົນ, ພວກເຂົາຈຶ່ງຮູ້ສຶກລັງກຽດ ແລະ ກຽດຊັງໃນໃຈຂອງພວກເຂົາຕໍ່ສິ່ງທີ່ເປັນລົບ. ແນ່ນອນວ່າ ພວກເຂົາຍັງສາມາດດູຖູກ, ວິພາກວິຈານ ແລະ ປະຕິເສດພວກມັນໄດ້ອີກດ້ວຍ ໂດຍອີງໃສ່ການເຂົ້າໃຈຄວາມຈິງບາງຢ່າງ. ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້, ແລ້ວເຈົ້າກໍບໍ່ແມ່ນຄົນທີ່ເຂົ້າໃຈວ່າອັນໃດຖືກອັນໃດຜິດ. ຍັງສາມາດເວົ້າໄດ້ອີກວ່າເຈົ້າຂາດຕົກບົກພ່ອງໃນແງ່ຂອງຄວາມເປັນມະນຸດ. ຖ້າເຈົ້າຂາດຄວາມສາມາດໃນການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໃນຄວາມເປັນມະນຸດຂອງເຈົ້າ, ແລ້ວຄວາມເປັນມະນຸດຂອງເຈົ້າກໍຂາດເງື່ອນໄຂທີ່ສຳຄັນຫຼາຍ, ເຊິ່ງເປັນອົງປະກອບທີ່ສຳຄັນຫຼາຍ. ສິ່ງນີ້ໝາຍຄວາມວ່າເຈົ້າບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ເຈົ້າບໍ່ສາມາດຖືກເອີ້ນວ່າເປັນຄົນທີ່ແທ້ຈິງໄດ້. ບາງຄົນອາດຈະເວົ້າວ່າ: “ຕົວຢ່າງທີ່ຫາກໍຍົກມານັ້ນກ່ຽວຂ້ອງກັບບາງສິ່ງທີ່ກ່ຽວຂ້ອງກັບສິ່ງຈຳເປັນພື້ນຖານໃນຊີວິດປະຈຳວັນຂອງຜູ້ຄົນ ແລະ ຍັງກ່ຽວຂ້ອງກັບວິທະຍາສາດອີກດ້ວຍ. ຖ້າສິ່ງເຫຼົ່ານັ້ນເປັນສິ່ງທີ່ເປັນລົບ ແລະ ຮຽກຮ້ອງໃຫ້ພວກເຮົາແຍກແຍະພວກມັນ, ແລ້ວພວກເຮົາຄວນປະຕິເສດພວກມັນບໍ?” ນັ້ນບໍ່ຈຳເປັນ. ການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໝາຍຄວາມວ່າເຈົ້າມີການແຍກແຍະສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບຢູ່ໃນໃຈຂອງເຈົ້າ. ພາຍໃນຄວາມເປັນມະນຸດຂອງເຈົ້າ, ເຈົ້າມີມາດຕະຖານສຳລັບການຕັດສິນ ແລະ ເຈົ້າຮູ້ວ່າສິ່ງໃດເປັນສິ່ງທີ່ເປັນບວກ ແລະ ສິ່ງໃດເປັນສິ່ງທີ່ເປັນລົບ. ເຈົ້າຍັງມີທັດສະນະຄະຕິທີ່ຊັດເຈນອີກດ້ວຍ, ໂດຍຮູ້ວິທີປະຕິບັດຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ເຈົ້າສາມາດຍອມຮັບ, ຄ້ອຍຕາມ ແລະ ປັບຕົວເຂົ້າກັບສິ່ງທີ່ເປັນບວກໄດ້ ແລະ ເຈົ້າບໍ່ມີການຕໍ່ຕ້ານ ຫຼື ຄວາມລັງກຽດໃນໃຈຂອງເຈົ້າຕໍ່ສິ່ງທີ່ເປັນບວກເຫຼົ່ານັ້ນ. ສຳລັບສິ່ງທີ່ເປັນລົບ, ເຈົ້າສາມາດແຍກແຍະພວກມັນໄດ້ຈາກສ່ວນເລິກໃນໃຈຂອງເຈົ້າ ແລະ ເຈົ້າສາມາດດູຖູກ, ລັງກຽດ ແລະ ກຽດຊັງພວກມັນໄດ້ ແລະ ເຖິງກັບມີມຸມມອງຂອງເຈົ້າເອງກ່ຽວກັບພວກມັນ, ເຊິ່ງເຈົ້າໃຊ້ເພື່ອວິພາກວິຈານພວກມັນ. ນີ້ຄືທັດສະນະຄະຕິ ແລະ ການສະແດງອອກທີ່ຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດຄວນມີ. ເຖິງຢ່າງໃດກໍຕາມ, ສົມມຸດວ່າເຈົ້າດູຖູກ ແລະ ກຽດຊັງສິ່ງທີ່ເປັນບວກຢ່າງຊັດເຈນຢູ່ພາຍໃນໃຈ ແລະ ເຖິງກັບພົບວ່າພວກມັນບໍ່ມີຫຍັງພິເສດເມື່ອທຽບກັບສິ່ງທີ່ເປັນລົບ, ພ້ອມທັງທຳມະດາເກີນໄປ, ສາມັນເກີນໄປ ແລະ ບໍ່ຄຸ້ມຄ່າທີ່ຈະກ່າວເຖິງເກີນໄປ. ເຈົ້າຍັງຊື່ນຊົມ, ປາຖະໜາ ແລະ ໄລ່ຕາມສິ່ງທີ່ເປັນລົບຢູ່ພາຍໃນໃຈ ແລະ ເຖິງກັບເຫັນດີນຳສິ່ງທີ່ເປັນລົບເຫຼົ່ານັ້ນໃນສັງຄົມ ແລະ ໃນໂລກ. ແລ້ວບໍ່ວ່າຄວາມຈິງ ຫຼື ຫຼັກການຂອງການແຍກແຍະຈະຖືກໂອ້ລົມແນວໃດກໍຕາມ, ເຈົ້າກໍບໍ່ສາມາດຮັບເອົາ ຫຼື ຍອມຮັບພວກມັນໄດ້. ໃນກໍລະນີນັ້ນ, ຄວາມເປັນມະນຸດຂອງເຈົ້າແມ່ນບໍ່ປົກກະຕິ. ຖ້າເຈົ້າບໍ່ມີການຮັບຮູ້ ຫຼື ມຸມມອງທີ່ຊັດເຈນເມື່ອເວົ້າເຖິງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ ເພາະວ່າເຈົ້າຍັງໜຸ່ມ ແລະ ຂາດປະສົບການໃນຊີວິດ ຫຼື ຄວາມເຂົ້າໃຈ ຫຼື ເພາະວ່າສິ່ງເຫຼົ່ານີ້ບໍ່ໄດ້ກ່ຽວຂ້ອງກັບເຈົ້າ ຫຼື ເຂົ້າມາໃນຊີວິດຂອງເຈົ້າ, ແລ້ວກໍຍັງບໍ່ສາມາດເວົ້າໄດ້ວ່າເຈົ້າເປັນຄົນທີ່ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ໂອ້ລົມກ່ຽວກັບວ່າສິ່ງທີ່ເປັນບວກມີຫຍັງແດ່ ແລະ ສິ່ງທີ່ເປັນລົບມີຫຍັງແດ່ແລ້ວ, ຖ້າເຈົ້າຍັງບໍ່ສາມາດຍອມຮັບ ຫຼື ຄ້ອຍຕາມສິ່ງທີ່ເປັນບວກຈາກສ່ວນເລິກໃນໃຈຂອງເຈົ້າໄດ້ ແລະ ກົງກັນຂ້າມພັດຮູ້ສຶກລັງກຽດ ແລະ ດູຖູກພວກມັນ, ໃນຂະນະທີ່ໄລ່ຕາມ ແລະ ປາຖະໜາສິ່ງທີ່ເປັນລົບຢ່າງບໍ່ລົດລະ, ແລ້ວເຈົ້າກໍບໍ່ແມ່ນຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ເມື່ອເບິ່ງຈາກຈຸດນີ້ແລ້ວ, ມັນກໍຊັດເຈນຫຼາຍວ່າຄົນແບບນັ້ນບໍ່ມີຄວາມເປັນມະນຸດ. ເລື່ອງຂອງການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດນີ້ເປີດເຜີຍໃຫ້ເຫັນເຖິງທິດທາງຂອງຄົນໃດໜຶ່ງທີ່ມີຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ດ້ວຍເຫດນັ້ນຈຶ່ງເຮັດໃຫ້ພວກເຮົາສາມາດກຳນົດໄດ້ວ່າການຈັດປະເພດຂອງຄົນຜູ້ນີ້ແມ່ນຫຍັງຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະພົບພໍ້ກັບຫຍັງກໍຕາມ, ຖ້າພວກເຂົາມີທ່າອ່ຽງໄປທາງສິ່ງທີ່ເປັນລົບຫຼາຍກວ່າສິ່ງທີ່ເປັນບວກ, ແລ້ວມັນກໍຊັດເຈນວ່າຄົນຜູ້ນີ້ບໍ່ມີຄວາມເປັນມະນຸດ ແລະ ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ພວກເຂົາປາຖະໜາສິ່ງທີ່ຊົ່ວຮ້າຍ, ປາຖະໜາກິດຈະການ, ໂຄງການຄົ້ນຄວ້າ ຫຼື ເຕັກໂນໂລຊີບາງດ້ານທີ່ຊາຕານ ແລະ ມະນຸດຊາດທີ່ຊົ່ວຮ້າຍເຊີດຊູ, ເຫັນດີນຳ ແລະ ມີສ່ວນຮ່ວມ, ແທນທີ່ຈະປາຖະໜາ ແລະ ເຮັດຕາມກົດເກນ ແລະ ກົດລະບຽບດັ້ງເດີມຂອງສິ່ງທີ່ເປັນບວກ ເຊິ່ງມາຈາກພຣະເຈົ້າ. ສະນັ້ນ, ຄົນແບບນັ້ນຈຶ່ງບໍ່ແມ່ນມະນຸດຢ່າງແນ່ນອນ. ສິ່ງນີ້ຊັດເຈນບໍ? (ຊັດເຈນແລ້ວ).

ພວກເຮົາຫາກໍເວົ້າກ່ຽວກັບຄວາມສາມາດໃນການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດພາຍໃນຄວາມເປັນມະນຸດຂອງຜູ້ຄົນ, ນັ້ນກໍຄື ຜູ້ຄົນສາມາດລະບຸສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້ ຫຼື ບໍ່. ມີຄົນບໍ່ຫຼາຍປານໃດທີ່ສາມາດມີຄວາມສາມາດໃນການແຍກແຍະນີ້ໄດ້, ແຕ່ໃນຊີວິດຂອງພວກເຂົາ, ຜູ້ຄົນມັກຈະພົບພໍ້ທັງກັບສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບຢູ່ເລື້ອຍໆ. ຕົວຢ່າງ: ອາລົມປົກກະຕິຂອງຜູ້ຄົນ ເຊັ່ນ: ຄວາມຍິນດີ, ຄວາມໃຈຮ້າຍ, ຄວາມໂສກເສົ້າ, ຄວາມສຸກ ແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນບວກ). ແລ້ວການກະບົດຕໍ່ພຣະເຈົ້າຂອງຜູ້ຄົນເດ? ນັ້ນແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ແລ້ວຄວາມປາຖະໜາທີ່ຟຸມເຟືອຍທີ່ຜູ້ຄົນມີຕໍ່ພຣະເຈົ້າເດ? ພວກມັນແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ). ໃນຊີວິດປະຈຳວັນຂອງພວກເຂົາ, ຄວາມຈິງແລ້ວ ຜູ້ຄົນບໍ່ມີການຮັບຮູ້ເມື່ອເວົ້າເຖິງຫຼາຍສິ່ງທີ່ພວກເຂົາພົບພໍ້. ສິ່ງທີ່ເປັນບວກບາງຢ່າງຢູ່ກັບຜູ້ຄົນໃນຊີວິດ ແລະ ການມີຢູ່ຂອງພວກເຂົາຢູ່ສະເໝີ; ພວກມັນມີບົດບາດສຳຄັນຫຼາຍໃນຊີວິດຂອງພວກເຂົາ ແລະ ຜົນກະທົບທາງບວກຂອງພວກມັນທີ່ມີຕໍ່ການຢູ່ລອດຂອງມະນຸດກໍບໍ່ສາມາດຖືກແທນທີ່ດ້ວຍຜົນກະທົບຂອງສິ່ງທີ່ເປັນລົບໃດໆໄດ້. ເຖິງຢ່າງໃດກໍຕາມ, ຜູ້ຄົນມັກຈະເບິ່ງຂ້າມສິ່ງທີ່ເປັນບວກເຫຼົ່ານີ້, ໂດຍເຊື່ອວ່າສິ່ງທີ່ເປັນລົບຫຼາຍຢ່າງຕ່າງຫາກທີ່ຢູ່ກັບຜູ້ຄົນ, ຄໍ້າຊູຊີວິດຂອງພວກເຂົາ ແລະ ຢູ່ຮ່ວມກັບພວກເຂົາໃນການມີຢູ່ຂອງພວກເຂົາຢູ່ສະເໝີ. ຈາກສິ່ງນີ້, ສາມາດເຫັນໄດ້ວ່າຫຼາຍຄົນບໍ່ມີຄວາມຮູ້ສຶກຕໍ່ສິ່ງທີ່ເປັນບວກຢ່າງແທ້ຈິງ. ມັນບໍ່ສຳຄັນປານໃດຖ້າເຈົ້າບໍ່ມີຄວາມຮູ້ສຶກຕໍ່ສິ່ງເຫຼົ່ານີ້. ເມື່ອຮູ້ວ່າພວກມັນເປັນສິ່ງທີ່ເປັນບວກ, ຕາບໃດທີ່ເຈົ້າບໍ່ໄດ້ລັງກຽດພວກມັນ ແລະ ເຖິງກັບສາມາດປາຖະໜາ ແລະ ຮັກພວກມັນຈາກສ່ວນເລິກໃນໃຈຂອງເຈົ້າໄດ້, ແລ້ວສິ່ງນີ້ກໍພິສູດວ່າຄວາມເປັນມະນຸດຂອງເຈົ້າປາຖະໜາສິ່ງທີ່ເປັນບວກ. ສົມມຸດວ່າເຈົ້າຮູ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ແຕ່ເຈົ້າຍັງບໍ່ສາມາດເຮັດໃຫ້ຕົນເອງມັກສິ່ງທີ່ເປັນບວກໄດ້. ກົງກັນຂ້າມ, ເຈົ້າພັດມີຄວາມມັກໃນໃຈສຳລັບສິ່ງທີ່ເປັນລົບ, ເຈົ້າເຖິງກັບສົນໃຈພວກມັນເປັນພິເສດ ແລະ ຍິ່ງໄປກວ່ານັ້ນ, ເຈົ້າແນ່ນອນວ່າຈະໄລ່ຕາມ ແລະ ພະຍາຍາມໃຫ້ໄດ້ພວກມັນມາ ຖ້າມີເງື່ອນໄຂເໝາະສົມ ແລະ ເຈົ້າມີໂອກາດ. ສິ່ງນີ້ບົ່ງບອກວ່າ ເມື່ອເວົ້າເຖິງທິດທາງຂອງເຈົ້າທີ່ມີຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ເຈົ້າຮັກສິ່ງທີ່ເປັນລົບ ແລະ ບໍ່ຮັກສິ່ງທີ່ເປັນບວກ. ຖ້າເຈົ້າບໍ່ຮັກສິ່ງທີ່ເປັນບວກ, ສິ່ງນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ແມ່ນບຸກຄົນທີ່ເປັນບວກ. ຖ້າເຈົ້າບໍ່ແມ່ນບຸກຄົນທີ່ເປັນບວກ, ແລ້ວເຈົ້າກໍບໍ່ແມ່ນຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຢ່າງແນ່ນອນ; ເຈົ້າເປັນບຸກຄົນທີ່ເປັນລົບ. ຖ້າເຈົ້າບໍ່ແມ່ນຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ, ແລ້ວເຈົ້າກໍບໍ່ແມ່ນມະນຸດ, ເຈົ້າບໍ່ແມ່ນຄົນ. ຕົວຢ່າງ: ມີຄົນປູກໝາກເລັ່ນ. ພວກເຂົາໄດ້ຍິນວ່າມື້ໃດທີ່ໝາກເລັ່ນໃຫຍ່ແລ້ວ, ສາມາດເຮັດໃຫ້ພວກມັນປ່ຽນຈາກສີຂຽວເປັນສີແດງໄດ້ພາຍໃນຄືນດຽວ ໂດຍພຽງແຕ່ໃຊ້ສານເຄມີ ແລະ ຈາກນັ້ນກໍພ້ອມທີ່ຈະຂາຍໄດ້ທັນທີ. ຈາກນັ້ນ ພວກເຂົາກໍຄິດວ່າ: “ນີ້ດີຫຼາຍ. ຄົນອື່ນໆກໍຂາຍພວກມັນດ້ວຍວິທີນີ້, ສະນັ້ນ ຂ້ອຍກໍຈະເຮັດຄືກັນ. ດ້ວຍວິທີນີ້, ຂ້ອຍສາມາດລວຍໄດ້ ແລະ ຂ້ອຍຍັງສາມາດກິນໝາກເລັ່ນໄດ້ໄວຂຶ້ນອີກດ້ວຍ. ຍອດຍ້ຽມໄປເລີຍ!” ສະນັ້ນ ພວກເຂົາຈຶ່ງຂາຍໝາກເລັ່ນເຫຼົ່ານີ້ ແລະ ພວກເຂົາກໍກິນພວກມັນເອງ. ມີຄົນເຕືອນພວກເຂົາວ່າໝາກເລັ່ນທີ່ຖືກບົ່ມໃຫ້ສຸກດ້ວຍສານເຄມີນັ້ນເປັນອັນຕະລາຍຕໍ່ຜູ້ຄົນ ແລະ ການຂາຍສິ່ງດັ່ງກ່າວເປັນການທຳຮ້າຍຄົນອື່ນ, ແຕ່ພວກເຂົາປະຕິເສດທີ່ຈະຍອມຮັບສິ່ງນີ້, ໂດຍເວົ້າວ່າ: “ສິ່ງນີ້ຈະເປັນການທຳຮ້າຍຜູ້ຄົນໄດ້ແນວໃດ? ນີ້ຄືຜົນຂອງການຄົ້ນຄວ້າທາງວິທະຍາສາດ; ມັນແມ່ນສິ່ງທີ່ເປັນບວກ. ວິທະຍາສາດຮັບໃຊ້ມະນຸດຊາດ ແລະ ໃນເມື່ອສິ່ງເຫຼົ່ານີ້ຖືກປະດິດຂຶ້ນຜ່ານວິທະຍາສາດ, ພວກມັນກໍຄວນຖືກນຳໃຊ້ຢ່າງກວ້າງຂວາງໃນຊີວິດຂອງຜູ້ຄົນ. ຊີວິດຂອງຜູ້ຄົນບໍ່ສາມາດຂາດວິທະຍາສາດໄດ້; ພວກເຮົາຕ້ອງເພິ່ງພາມັນ”. ບາງຄົນເຖິງກັບປະຕິບັດຕໍ່ວິທະຍາສາດຄືກັບຄວາມຈິງ ແລະ ພວກເຂົາສອນໃຫ້ຜູ້ຄົນຮັກ, ຮຽນຮູ້ ແລະ ນຳໃຊ້ວິທະຍາສາດ, ພ້ອມທັງອີງທຸກສິ່ງທຸກຢ່າງໃສ່ມັນ. ຕອນນີ້ ບາງຄົນອາດຈະຄົ້ນພົບແລ້ວວ່າວິທະຍາສາດອາດຈະບໍ່ຖືກຕ້ອງສະເໝີໄປ ແລະ ບາງສິ່ງບາງຢ່າງທີ່ຖືກປະດິດຂຶ້ນຜ່ານວິທະຍາສາດກໍເປັນອັນຕະລາຍຕໍ່ຜູ້ຄົນ, ຕົວຢ່າງ: ອາວຸດເຄມີ ແລະ ອາວຸດທີ່ກ້າວໜ້າສາມາດສັງຫານໝູ່ມະນຸດຊາດໄດ້ ແລະ ໂດຍສະເພາະຢ່າງຍິ່ງ ອາຫານທີ່ດັດແປງພັນທຸກຳກໍເປັນສິ່ງທີ່ເຮັດໃຫ້ເກີດຄວາມຈິບຫາຍທີ່ບໍ່ມີທີ່ສິ້ນສຸດສຳລັບມະນຸດຊາດ. ແຕ່ຫຼາຍຄົນບໍ່ຄິດແບບນັ້ນ, ໂດຍເວົ້າວ່າ: “ວິທະຍາສາດສາມາດຜິດໄດ້ບໍ? ຖ້າວິທະຍາສາດຜິດ, ລັດຖະບານຈະສະໜັບສະໜູນມັນບໍ? ມະນຸດຊາດທັງປວງຮຽນຮູ້ ແລະ ນຳໃຊ້ວິທະຍາສາດ, ມະນຸດຊາດທັງປວງສາມາດຜິດພາດໄດ້ບໍ?” ຄຳເວົ້ານີ້ຖືກຕ້ອງບໍ? ພວກເຂົາເຊື່ອວ່າ, ໃນເມື່ອມະນຸດຊາດທັງໝົດເຄົາລົບ ແລະ ນຳໃຊ້ວິທະຍາສາດ ແລະ ສິ່ງນີ້ກໍເປັນກະແສຂອງສັງຄົມ, ບໍ່ວ່າມັນຈະເປັນລົບສໍ່າໃດກໍຕາມ, ມັນກໍສາມາດກາຍເປັນສິ່ງທີ່ເປັນບວກໄດ້. ຄົນເຫຼົ່ານີ້ເປັນຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ບໍ? (ບໍ່). ຄຳເວົ້າເຫຼົ່ານີ້ທີ່ພວກເຂົາເວົ້າແມ່ນຫຍັງ? (ຄວາມເຊື່ອຫຼົງຜິດ). ພວກມັນຄືຄວາມເຊື່ອຫຼົງຜິດ, ຄວາມເຊື່ອນອກຮິດ ແລະ ຂໍ້ອ້າງທີ່ບິດເບືອນ. ເຖິງແມ່ນວ່າຄົນສ່ວນໃຫຍ່ໃນທ່າມກາງມະນຸດຊາດທີ່ຊົ່ວຮ້າຍຈະເຫັນດີນຳ ແລະ ຍອມຮັບຄຳເວົ້າເຫຼົ່ານີ້, ບໍ່ວ່າຈະມີຄົນຍອມຮັບ ແລະ ເຫັນດີນຳພວກມັນຫຼາຍສໍ່າໃດກໍຕາມ, ສິ່ງທີ່ຜິດກໍຈະຍັງຄົງຜິດຢູ່ສະເໝີ, ສິ່ງທີ່ເປັນລົບກໍຈະຍັງຄົງເປັນສິ່ງທີ່ເປັນລົບຢູ່ສະເໝີ ແລະ ການໃຫ້ເຫດຜົນທີ່ບິດເບືອນກໍຈະຍັງຄົງເປັນການໃຫ້ເຫດຜົນທີ່ບິດເບືອນຢູ່ສະເໝີ. ມັນເປັນໄປບໍ່ໄດ້ທີ່ພວກມັນຈະກາຍເປັນສິ່ງທີ່ເປັນບວກ ແລະ ພວກມັນກໍບໍ່ມີທາງກາຍເປັນຄວາມຈິງໄດ້ເລີຍ.

ຄົນທີ່ມັກຈະໄລ່ຕາມກະແສຂອງສັງຄົມ ແລະ ມັກເວົ້າຄວາມເຊື່ອຫຼົງຜິດຢູ່ສະເໝີ ບໍ່ແມ່ນຜູ້ທີ່ຮັກສິ່ງທີ່ເປັນລົບເປັນພິເສດບໍ? (ແມ່ນແລ້ວ). ພວກເຂົາສາມາດຍອມຮັບຄວາມຈິງ ແລະ ສິ່ງທີ່ເປັນບວກໄດ້ບໍ? (ບໍ່ໄດ້). ພວກເຂົາບໍ່ສາມາດຍອມຮັບສິ່ງທີ່ເປັນບວກໄດ້. ຕົວຢ່າງ: ບາງຄົນເຈັບປ່ວຍ ແລະ ຄວາມຈິງແລ້ວ ຄວາມເຈັບປ່ວຍຂອງພວກເຂົາສາມາດປິ່ນປົວໃຫ້ຫາຍດີໄດ້ຜ່ານການອອກກຳລັງກາຍ ແລະ ການປັບປ່ຽນກິດຈະວັດປະຈຳວັນຂອງພວກເຂົາ, ແຕ່ພວກເຂົາພັດຢືນຢັດທີ່ຈະໃຊ້ມາດຕະການ ແລະ ວິທີການປິ່ນປົວທີ່ທັນສະໄໝ ແລະ ມີເຕັກໂນໂລຊີສູງ. ເຈົ້າອາດຈະເວົ້າວ່າ: “ເຖິງແມ່ນວ່າການແພດໃນປັດຈຸບັນຈະກ້າວໜ້າ ແລະ ການປິ່ນປົວນັ້ນກໍມີຜົນຮັບທີ່ເຫັນໄດ້ຊັດເຈນ, ແຕ່ມັນກໍຈະເຮັດໃຫ້ເກີດຜົນກະທົບຕົກຄ້າງ ເຊິ່ງຜົນສະທ້ອນຂອງມັນຈະບໍ່ສາມາດແກ້ໄຂໄດ້. ເຈົ້າຄວນໃຊ້ວິທີການທາງທຳມະຊາດ ເຊັ່ນ: ການອອກກຳລັງກາຍ, ການປັບປ່ຽນກິດຈະວັດປະຈຳວັນຂອງເຈົ້າ ແລະ ການປັບປ່ຽນນິໄສ ແລະ ຮູບແບບການກິນອາຫານຂອງເຈົ້າ ເພື່ອເຮັດໃຫ້ຮ່າງກາຍຂອງເຈົ້າຄ່ອຍໆເຂົ້າສູ່ຈັງຫວະທີ່ປົກກະຕິ ແລະ ເປັນທຳມະຊາດ, ຫຼັງຈາກນັ້ນ ອາການບາງຢ່າງກໍຈະຄ່ອຍໆບັນເທົາລົງ”. ບາງຄົນສາມາດຍອມຮັບມຸມມອງປະເພດນີ້ໄດ້, ແຕ່ບາງຄົນກໍບໍ່ສາມາດຍອມຮັບໄດ້. ພວກເຂົາຄິດວ່າ: “ນັ້ນເປັນວິທີການທີ່ຫຼ້າສະໄໝແລ້ວ. ນັ້ນຄືວິທີການ ແລະ ປັດຊະຍາທີ່ມະນຸດຊາດໃຊ້ປິ່ນປົວພະຍາດເມື່ອຫຼາຍພັນປີກ່ອນ. ແນວຄິດທີ່ວ່າການດີຂຶ້ນນັ້ນແມ່ນການປິ່ນປົວສາມສິບເປີເຊັນ ແລະ ການຟື້ນຟູຮ່າງກາຍເຈັດສິບເປີເຊັນນັ້ນໃຊ້ບໍ່ໄດ້ອີກຕໍ່ໄປແລ້ວ! ການແພດໃນປັດຈຸບັນກ້າວໜ້າແລ້ວ ແລະ ການປິ່ນປົວດ້ວຍເຕັກໂນໂລຊີຂັ້ນສູງກໍນຳມາເຊິ່ງຜົນຮັບໂດຍໄວ. ຢາປິ່ນປົວເຈົ້າໃຫ້ຫາຍດີໄດ້ພາຍໃນພິບຕາດຽວ!” ຕາມມຸມມອງຂອງພວກເຂົາແລ້ວ, ຕາບໃດທີ່ການແພດກ້າວໜ້າ ແລະ ສາມາດປິ່ນປົວຄວວາມເຈັບປ່ວຍຕ່າງໆຂອງມະນຸດຊາດ ແລະ ເຮັດໃຫ້ຜູ້ຄົນມີອາຍຸຍືນຍາວໄດ້, ແລ້ວການແພດກໍໄດ້ກາຍເປັນສິ່ງທີ່ເປັນບວກ ແລະ ຜູ້ຄົນກໍຄວນເຊື່ອໃນການແພດ ແລະ ເຊື່ອໃນວິທະຍາສາດ ແລະ ປ່ອຍໃຫ້ວິທະຍາສາດມີອຳນາດສູງສຸດເໜືອຊະຕາກຳຂອງພວກເຂົາ. ພວກເຂົາຄິດວ່າ ບໍ່ວ່າຜູ້ຄົນຈະເຈັບປ່ວຍຫຼາຍສໍ່າໃດກໍຕາມ, ກໍບໍ່ມີຫຍັງຕ້ອງຢ້ານ, ດ້ວຍວິທີການທາງເຕັກໂນໂລຊີຂັ້ນສູງ, ຄວາມເຈັບປ່ວຍທີ່ຊັບຊ້ອນ ແລະ ປິ່ນປົວຍາກໃດໆກໍສາມາດປິ່ນປົວໃຫ້ຫາຍດີໄດ້ ແລະ ເຖິງແມ່ນວ່າຈະມີຜົນກະທົບຕົກຄ້າງ, ມັນກໍບໍ່ມີຫຍັງຕ້ອງກັງວົນ. ມຸມມອງເຫຼົ່ານີ້ຖືກຕ້ອງບໍ? ພວກມັນຄືຄວາມເຊື່ອຫຼົງຜິດ. ບອກເຮົາມາເບິ່ງ, ຖ້າເຈົ້າລົມກັບຄົນປະເພດນີ້ກ່ຽວກັບວ່າສິ່ງທີ່ເປັນບວກແມ່ນຫຍັງ, ເຈົ້າຈະສາມາດເຮັດໃຫ້ພວກເຂົາເຂົ້າໃຈໄດ້ບໍ? ພວກເຂົາສາມາດຍອມຮັບມັນໄດ້ບໍ? (ບໍ່, ພວກເຮົາບໍ່ສາມາດເຮັດໃຫ້ພວກເຂົາເຂົ້າໃຈໄດ້). ເຫດຜົນໜຶ່ງທີ່ເຈົ້າບໍ່ສາມາດເຮັດໃຫ້ພວກເຂົາເຂົ້າໃຈໄດ້ກໍຄື ພວກເຂົາເອງບໍ່ສາມາດຍອມຮັບມຸມມອງທີ່ເປັນບວກໄດ້. ແລ້ວອີກເຫດຜົນໜຶ່ງກໍຄື ມະນຸດຊາດທັງປວງໃນທົ່ວໂລກກຳລັງຖືກພັດພາໄປຕາມກະແສທີ່ຊົ່ວຮ້າຍ ໂດຍບໍ່ມີຂໍ້ຍົກເວັ້ນແມ່ນແຕ່ຄົນດຽວ. ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າ, ແຕ່ເລິກໆໃນໃຈຂອງພວກເຂົາ, ພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາບໍ່ຍອມຮັບສິ່ງທີ່ເປັນບວກ ແລະ ພວກເຂົາບໍ່ເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ກົງກັນຂ້າມ, ພວກເຂົາຍັງຄົງໃຊ້ມຸມມອງຂອງຊາຕານ ແລະ ກະແສທີ່ຊົ່ວຮ້າຍຂອງຊາຕານເປັນພື້ນຖານສຳລັບການເບິ່ງ ຫຼື ການປະຕິບັດຕໍ່ທຸກເລື່ອງ. ເພາະສະນັ້ນ, ເຖິງແມ່ນວ່າຄົນປະເພດນີ້ຈະເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ໄດ້ຟັງການເທດສະໜາກ່ຽວກັບຄວາມຈິງບາງຢ່າງ ແລະ ໄດ້ປະຕິບັດໜ້າທີ່ຂອງຕົນ ແລະ ພວກເຂົາອ້າງວ່າເຕັມໃຈທີ່ຈະຍອມຮັບຄວາມຈິງກໍຕາມ, ແຕ່ມຸມມອງກ່ຽວກັບສິ່ງຕ່າງໆທີ່ພວກເຂົາຍຶດໝັ້ນໃນຊີວິດຈິງກໍຍັງຄົງບໍ່ປ່ຽນແປງ, ທັງບໍ່ປ່ຽນແປງໃນສິ່ງທີ່ພວກເຂົາເລືອກລະຫວ່າງສິ່ງທີ່ເປັນລົບ ແລະ ສິ່ງທີ່ເປັນບວກ. ສິ່ງທີ່ເປັນລົບທີ່ພວກເຂົາໄດ້ຍອມຮັບນັ້ນໄດ້ຢັ່ງຮາກເລິກຢູ່ໃນໃຈຂອງພວກເຂົາແລ້ວ ແລະ ເຖິງແມ່ນວ່າພວກເຂົາຈະຮູ້ວ່າສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງ, ພວກເຂົາກໍຍັງຈະຍຶດໝັ້ນກັບພວກມັນຢູ່. ສິ່ງນີ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ສິ່ງທີ່ພວກເຂົາຮັກຢ່າງແທ້ຈິງໃນໃຈຂອງພວກເຂົາຄືສິ່ງທີ່ເປັນລົບ, ບໍ່ແມ່ນຄວາມຈິງ. ເຖິງແມ່ນວ່າພວກເຂົາຈະໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາກ່ຽວກັບຄວາມຈິງ ແລະ ພວກເຂົາເຂົ້າໃຈໃນແງ່ຂອງຫຼັກຄຳສອນວ່າຄຳເວົ້າເຫຼົ່ານີ້ຖືກຕ້ອງ ແລະ ເປັນຄວາມຈິງກໍຕາມ, ແຕ່ພວກເຂົາກໍຍັງບໍ່ເຕັມໃຈທີ່ຈະປະຖິ້ມສິ່ງທີ່ເປັນລົບທີ່ພວກເຂົາໄດ້ຍອມຮັບມາຕັ້ງດົນແລ້ວໃນສ່ວນເລິກຫົວໃຈຂອງພວກເຂົາ ແລະ ພວກເຂົາກໍບໍ່ເຄີຍໃຊ້ພຣະທຳຂອງພຣະເຈົ້າເປັນພື້ນຖານໃນການແຍກແຍະສິ່ງທີ່ເປັນລົບເລີຍ. ເມື່ອພວກເຂົາພົບພໍ້ກັບເລື່ອງສະເພາະໃດໜຶ່ງ, ໃນໃຈຂອງພວກເຂົາ, ພວກເຂົາກໍຍັງຄົງຍຶດຕິດກັບມຸມມອງດັ້ງເດີມທີ່ບໍ່ຖືກຕ້ອງຂອງພວກເຂົາ ແລະ ພວກເຂົາກໍຍັງຄົງຖືວ່າສິ່ງທີ່ເປັນລົບນັ້ນແມ່ນສິ່ງທີ່ເປັນບວກ ແລະ ມຸມມອງທີ່ບໍ່ຖືກຕ້ອງເປັນມຸມມອງທີ່ຖືກຕ້ອງ. ສຳລັບສິ່ງທີ່ເປັນບວກ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເວົ້າຢ່າງຊັດເຈນວ່າພວກມັນແມ່ນສິ່ງທີ່ເປັນລົບ, ແຕ່ໃນໃຈຂອງພວກເຂົາແລ້ວ ພວກເຂົາກໍບໍ່ເຕັມໃຈທີ່ຈະປະຖິ້ມສິ່ງທີ່ເປັນລົບ ແລະ ຍອມຮັບສິ່ງທີ່ເປັນບວກ, ເພາະວ່າພວກເຂົາຮູ້ສຶກວ່າ: “ສິ່ງທີ່ເປັນບວກເບິ່ງຄືວ່າຈະມີອິດທິພົນໜ້ອຍເກີນໄປ ແລະ ມີຄົນໜ້ອຍເກີນໄປທີ່ສາມາດຍອມຮັບພວກມັນໄດ້. ພວກມັນບໍ່ສາມາດຢູ່ລອດໄດ້ໃນສັງຄົມ, ນີ້ຄືຂໍ້ເທັດຈິງທີ່ປະຕິເສດບໍ່ໄດ້”. ສິ່ງນີ້ພິສູດວ່າພວກເຂົາບໍ່ມີຄວາມສາມາດໃນການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໃນໃຈຂອງພວກເຂົາ ແລະ ວ່າມີບັນຫາກັບຄວາມເປັນມະນຸດຂອງພວກເຂົາ. ຄົນປະເພດນີ້ບໍ່ສົນໃຈໃນສິ່ງທີ່ເປັນບວກ ແລະ ມັກຈະຕ້ອງການປ່ຽນແປງທຳມະຊາດ, ປ່ຽນແປງກົດເກນແຫ່ງການຢູ່ລອດຂອງໂລກທຳມະຊາດ, ປ່ຽນແປງກົດເກນທາງສະລີລະວິທະຍາຂອງມະນຸດ ແລະ ປ່ຽນແປງກົດເກນແຫ່ງການຢູ່ລອດຂອງມະນຸດ, ໂດຍຕ້ອງການທີ່ຈະເອົາຊະນະທຳມະຊາດ ແລະ ເອົາຊະນະສິ່ງທີ່ມີຊີວິດຕ່າງໆຢູ່ສະເໝີ. ຕົວຢ່າງ: ພວກເຂົາມັກຈະໄຕ່ຕອງສິ່ງຕ່າງໆແບບນີ້ຢູ່ສະເໝີ: “ພວກເຮົາຈະສາມາດເອົາພັນທຸກຳຂອງແມວໃຫ້ກັບໝາໄດ້ແນວໃດ, ເພື່ອໃຫ້ໝາສາມາດຈັບໜູໄດ້ຄືກັບທີ່ແມວບໍ? ແລ້ວມັນຈະບໍ່ຍອດຢ້ຽມບໍ ຖ້າແມວສາມາດທັງຈັບໜູ ແລະ ເຝົ້າເຮືອນໄດ້ຄືກັບໝາ?” “ຖ້າ ໄກ່ແມ່ສາມາດທັງອອກໄຂ່ ແລະ ຂັນໄດ້, ແລ້ວພວກເຮົາກໍພຽງແຕ່ຕ້ອງລ້ຽງແມ່ໄກ່ເທົ່ານັ້ນ, ມັນຈະດີສໍ່າໃດ!” ເຈົ້າເຫັນບໍ, ພວກເຂົາມັກຈະໄຕ່ຕອງເຖິງສິ່ງທີ່ບໍ່ເໝາະສົມຢູ່ສະເໝີ. ຖ້າເປັນຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້, ພວກເຂົາກໍຈະຄິດວ່າ: “ສັດທີ່ພຣະເຈົ້າສ້າງຂຶ້ນນັ້ນຊ່າງຍອດຢ້ຽມແທ້ໆ! ໄກ່ຜູ້ສາມາດຂັນ ແລະ ຢູ່ເປັນໝູ່ໄກ່ແມ່ໄດ້ ແລະ ໄກ່ແມ່ກໍສາມາດອອກໄຂ່ ແລະ ຟັກລູກໄກ່ໄດ້ ແລະ ມະນຸດກໍສາມາດກິນຊີ້ນຂອງທັງໄກ່ຜູ້ ແລະ ໄກ່ແມ່ໄດ້. ໝາສາມາດປົກປ້ອງບ້ານ ແລະ ຢູ່ເປັນໝູ່ເຈົ້າຂອງພວກມັນໄດ້ ແລະ ແມວກໍສາມາດຈັບໜູໄດ້ ແລະ ບາງຄັ້ງພວກມັນກໍສາມາດກາຍເປັນສະມາຊິກໃນຄອບຄົວທີ່ບໍ່ຄ່ອຍມີໃຜສັງເກດເຫັນໄດ້ເຊັ່ນກັນ. ສິ່ງເຫຼົ່ານີ້ລ້ວນແຕ່ດີຫຼາຍ, ແຕ່ລະຢ່າງກໍມີໜ້າທີ່ຂອງມັນເອງ, ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນມາລ້ວນແຕ່ດີ!” ແຕ່ຜູ້ທີ່ບໍ່ສາມາດຢັ່ງຮູ້ສິ່ງທີ່ເປັນບວກໄດ້ຈະໃຊ້ມຸມມອງຂອງຊາຕານເພື່ອປະຕິເສດ ແລະ ກ່າວໂທດພວກມັນ ແລະ ໂດຍອີງໃສ່ມຸມມອງຂອງຊາຕານ ພວກເຂົາກໍເຖິງກັບຈະພະຍາຍາມປ່ຽນແປງກົດເກນແຫ່ງການຢູ່ລອດຂອງສິ່ງທີ່ມີຊີວິດຕ່າງໆ, ປ່ຽນແປງກົດເກນຕ່າງໆຂອງໂລກທຳມະຊາດ ແລະ ເຖິງກັບປ່ຽນແປງກົດເກນແຫ່ງການຢູ່ລອດຂອງມະນຸດ, ທັງໝົດນີ້ກໍເພື່ອໃຫ້ວິທະຍາສາດມີອຳນາດ. ຄົນແບບນັ້ນບໍ່ມີຄວາມເປັນມະນຸດທີ່ປົກກະຕິຢ່າງແນ່ນອນ. ຄວາມເປັນມະນຸດຂອງພວກເຂົາຂາດລັກສະນະຂອງການທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ນອກຈາກນີ້, ພວກເຂົາບໍ່ຮູ້ວິທີຈັດການຊີວິດຂອງພວກເຂົາຕາມກົດເກນທາງທຳມະຊາດ ແລະ ພວກເຂົາມັກຈະຕ້ອງການເຮັດສິ່ງຕ່າງໆຕາມຄວາມປະສົງຂອງມະນຸດຢູ່ສະເໝີ ໂດຍໃຊ້ວິທີການທາງເຕັກໂນໂລຊີ ຫຼື ວິທີການທີ່ມະນຸດສ້າງຂຶ້ນເພື່ອປ່ຽນແປງກົດເກນທີ່ປົກກະຕິຂອງຊີວິດທາງຮ່າງກາຍ. ຕົວຢ່າງ: ຄົນປົກກະຕິຕ້ອງການການພັກຜ່ອນເຈັດ ຫຼື ແປດຊົ່ວໂມງຕໍ່ມື້ເພື່ອໃຫ້ມີພະລັງງານເຕັມທີ່ ແລະ ສາມາດຄໍ້າຊູການດຳລົງຊີວິດ ແລະ ການເຮັດວຽກໃນແຕ່ລະມື້ໄດ້, ແຕ່ຄົນປະເພດນີ້ພັດໄຕ່ຕອງວ່າ: “ມັນຈະບໍ່ຍອດຢ້ຽມບໍ ຖ້າຜູ້ຄົນສາມາດດຳລົງຊີວິດ ແລະ ເຮັດວຽກໄດ້ຕາມປົກກະຕິໃນແຕ່ລະມື້ ໂດຍບໍ່ຈຳເປັນຕ້ອງນອນ ຫຼື ກິນ? ຂ້ອຍສົງໄສວ່າຈະສາມາດໃຊ້ວິທີການທາງເຕັກໂນໂລຊີສູງໃດແດ່ເພື່ອບັນລຸສິ່ງນີ້?” ແນວຄິດທີ່ໜ້າຂັນ ແລະ ແປກປະຫຼາດສາມາດເກີດຂຶ້ນໃນໃຈຂອງພວກເຂົາໄດ້. ພວກເຂົາບໍ່ໄຕ່ຕອງເຖິງວິທີການປັບຕົວເຂົ້າກັບ ແລະ ເຮັດຕາມກົດເກນເຫຼົ່ານີ້ຈາກມຸມມອງຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ດ້ວຍເຫດນັ້ນຈຶ່ງຈັດການກັບຄວາມຕ້ອງການ ແລະ ບັນຫາຕ່າງໆຂອງເນື້ອໜັງໄດ້ຢ່າງຖືກຕ້ອງ, ແຕ່ກົງກັນຂ້າມ ພວກເຂົາພັດຕ້ອງການປ່ຽນແປງກົດເກນເຫຼົ່ານີ້ຢູ່ສະເໝີ, ເພື່ອໃຫ້ແຕກຕ່າງຈາກຄົນທຳມະດາ, ເພື່ອໃຫ້ສາມາດຢູ່ເໜືອສັນຊາດຕະຍານທາງຮ່າງກາຍຂອງພວກເຂົາ ແລະ ເພື່ອໃຫ້ສາມາດ ບໍ່ຖືກເນື້ອໜັງຂອງພວກເຂົາຄວບຄຸມ ຫຼື ຖືກບີບຄັ້ນ. ສິ່ງນີ້ບໍ່ໜ້າຢ້ານກົວບໍ? ພວກເຂົາມັກຈະຕ້ອງການໂດດເດັ່ນຈາກຝູງຊົນຢູ່ສະເໝີ. ຄົນອື່ນນອນແປດຊົ່ວໂມງຕໍ່ມື້, ແຕ່ພວກເຂົາຕ້ອງການນອນພຽງແຕ່ສິບນາທີ ຫຼື ຢ່າງຫຼາຍທີ່ສຸດກໍໜຶ່ງ ຫຼື ສອງຊົ່ວໂມງ ແລະ ຍັງຄົງມີພະລັງງານພຽງພໍສຳລັບມື້ນັ້ນ. ນີ້ຄືສິ່ງທີ່ຄົນປົກກະຕິບໍ່ສາມາດບັນລຸໄດ້. ກົດເກນທາງທຳມະຊາດຂອງຮ່າງກາຍມະນຸດໄດ້ຖືກກຳນົດໄວ້ແລ້ວພາຍໃຕ້ການກຳນົດຂອງພຣະເຈົ້າ. ຄວາມຢາກອາຫານຂອງຄົນໃດໜຶ່ງຫຼາຍສໍ່າໃດ, ກົດເກນການເຮັດວຽກຂອງອະໄວຍະວະພາຍໃນຂອງພວກເຂົາເປັນແນວໃດ, ຄົນໃດໜຶ່ງມີພະລັງງານຫຼາຍສໍ່າໃດ, ພວກເຂົາສາມາດເຮັດວຽກໄດ້ຫຼາຍສໍ່າໃດໃນໜຶ່ງມື້, ສະໝອງຂອງພວກເຂົາສາມາດຈັດການຄິດກ່ຽວກັບສິ່ງຕ່າງໆໄດ້ຫຼາຍສໍ່າໃດໃນໜຶ່ງມື້ ແລະ ພວກເຂົາສາມາດຄິດກ່ຽວກັບພວກມັນໄດ້ດົນສໍ່າໃດ, ສິ່ງເຫຼົ່ານີ້ລ້ວນແຕ່ຖືກກຳນົດໄວ້ແລ້ວ. ຈາກມຸມມອງຂອງຄວາມເປັນມະນຸດແລ້ວ, ຄວາມຈິງແລ້ວກົດເກນເຫຼົ່ານີ້ເປັນເລື່ອງປົກກະຕິ ແລະ ພວກມັນເປັນສິ່ງທີ່ເປັນບວກ. ຕໍ່ເມື່ອເຮັດຕາມກົດເກນບາງຢ່າງເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດສືບຕໍ່ດຳລົງຊີວິດຢູ່ໄດ້ປີແລ້ວປີເລົ່າ, ສາມາດສືບຕໍ່ຂະຫຍາຍພັນ ແລະ ດຳລົງຊີວິດຢູ່ໄດ້ຈາກລຸ້ນສູ່ລຸ້ນ ແລະ ການຢູ່ລອດຂອງມະນຸດຊາດຈຶ່ງຈະສາມາດດຳເນີນຕໍ່ໄປໄດ້. ນີ້ຄືສິ່ງທີ່ມັນເປັນສຳລັບສິ່ງທີ່ມີຊີວິດທັງໝົດ. ຕໍ່ເມື່ອເຮັດຕາມກົດເກນທາງທຳມະຊາດບາງຢ່າງ ແລະ ກົດເກນຂອງຊີວິດບາງຢ່າງ ແລະ ໂດຍການມີຊ່ວງເວລາຂອງທັງການພັກຜ່ອນ ແລະ ການເຄື່ອນໄຫວເທົ່ານັ້ນ, ການສືບຕໍ່ຊີວິດຂອງພວກເຂົາຈຶ່ງຈະສາມາດຖືກຮັກສາໄວ້ໄດ້. ຖ້າຄົນໃດໜຶ່ງລະເມີດກົດເກນທາງທຳມະຊາດ, ການສືບຕໍ່ຊີວິດຂອງພວກເຂົາກໍຈະພົບກັບບັນຫາ ແລະ ພວກເຂົາອາດຈະມີຊີວິດຢູ່ໄດ້ບໍ່ດົນປານໃດ. ຖ້າມີບັນຫາເກີດຂຶ້ນກັບສະພາບຮ່າງກາຍຂອງຄົນໃດໜຶ່ງ, ຊີວິດທີ່ປົກກະຕິຂອງພວກເຂົາ, ອາຫານປະຈຳວັນຂອງພວກເຂົາ, ພ້ອມທັງຄວາມຄິດທີ່ປົກກະຕິ, ການຕັດສິນທີ່ປົກກະຕິຂອງພວກເຂົາ ແລະ ປະລິມານວຽກທີ່ພວກເຂົາສາມາດເຮັດໄດ້ໃນໜຶ່ງມື້ ແລະ ອື່ນໆ ກໍລ້ວນແຕ່ຈະໄດ້ຮັບຜົນກະທົບ. ເພາະສະນັ້ນ, ກົດເກນທາງທຳມະຊາດຂອງມະນຸດຊາດຈຶ່ງປົກປ້ອງການຢູ່ລອດທີ່ປົກກະຕິຂອງມະນຸດຊາດ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເປັນບວກ ແລະ ບໍ່ຄວນຖືກຜູ້ຄົນດູຖູກ ແລະ ຜູ້ຄົນກໍບໍ່ຄວນຮູ້ສຶກລັງກຽດພວກມັນ. ກົງກັນຂ້າມ, ພວກເຂົາຄວນເຄົາລົບ ແລະ ເຮັດຕາມພວກມັນ. ຜູ້ທີ່ບໍ່ແມ່ນມະນຸດເຫຼົ່ານັ້ນທີ່ເປັນຂອງຊາຕານມັກຈະຮູ້ສຶກຢູ່ສະເໝີວ່າ: “ການເຮັດຕາມກົດເກນທາງທຳມະຊາດຂອງມະນຸດຊາດເຫຼົ່ານີ້ເຮັດໃຫ້ຜູ້ຄົນເບິ່ງຄືວ່າບໍ່ມີຄວາມສາມາດ ແລະ ໄຮ້ປະໂຫຍດຢ່າງສິ້ນເຊີງ! ພວກເຮົາມັກຈະຖືກຈຳກັດໂດຍກົດເກນທາງທຳມະຊາດເຫຼົ່ານີ້ຢູ່ສະເໝີ, ເມື່ອເຈົ້າເມື່ອຍ ເຈົ້າກໍຕ້ອງໄປນອນ; ເມື່ອເຈົ້າຫິວ ເຈົ້າກໍຕ້ອງໄປກິນ. ຖ້າເຈົ້າບໍ່ເຮັດສິ່ງເຫຼົ່ານີ້, ຄວາມຄິດຂອງເຈົ້າກໍຈະຕາມບໍ່ທັນປາກ, ມືກໍຈະເລີ່ມສັ່ນ, ຫົວໃຈກໍຈະເລີ່ມເຕັ້ນແຮງ ແລະ ຂາກໍຈະອ່ອນແຮງ ແລະ ກໍບໍ່ສາມາດຢືນໄດ້ຢ່າງໝັ້ນຄົງ. ນີ້ມັນຫຍຸ້ງຍາກຫຼາຍ! ລອງຈິນຕະນາການເບິ່ງວ່າ ຖ້າຄົນເຮົາພຽງແຕ່ຕ້ອງກິນຢາບາງຊະນິດ ແລະ ດຳລົງຊີວິດໄດ້ຕາມປົກກະຕິ ຫຼື ຖ້າເຈົ້າສາມາດມີພະລັງງານເຕັມທີ່ເຖິງແມ່ນວ່າຈະບໍ່ໄດ້ພັກຜ່ອນເປັນເວລາຫຼາຍມື້ກໍຕາມ, ເຊິ່ງຈະເຮັດໃຫ້ເຈົ້າຍອດຢ້ຽມຍິ່ງກວ່າຫຸ່ນຍົນອີກ. ຫຼື ລອງຈິນຕະນາການເບິ່ງວ່າ ເມື່ອເຈົ້າຫິວ, ເຈົ້າກໍພຽງແຕ່ກົດຈຸດຝັງເຂັມບາງຈຸດ ແລະ ກໍຈະບໍ່ຮູ້ສຶກຫິວໃນທັນທີ. ຫຼື ລອງຈິນຕະນາການເບິ່ງວ່າ ການບໍ່ກິນຫຍັງເປັນເວລາຫຼາຍມື້ແຕ່ກໍຍັງສະບາຍດີ, ໂດຍທີ່ເນື້ອໜັງບໍ່ຈ່ອຍຜອມລົງ, ພະລັງງານບໍ່ຫຼຸດລົງ ແລະ ຮ່າງກາຍຍັງຄົງປົກກະຕິ ແລະ ແຂງແຮງດີ. ນັ້ນຄົງຈະໜ້າອັດສະຈັນຫຼາຍ!” ຜູ້ຄົນມັກຈະຕ້ອງການປ່ຽນແປງກົດເກນທາງທຳມະຊາດເຫຼົ່ານີ້ຢູ່ສະເໝີ. ນີ້ບໍ່ແມ່ນການປະຕິເສດ ແລະ ການຕໍ່ຕ້ານສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ການມີຢູ່ຂອງສິ່ງທີ່ເປັນບວກເຫຼົ່ານີ້ຮັບປະກັນການມີຢູ່ທີ່ປົກກະຕິຂອງມະນຸດຊາດ ແລະ ຮັກສາຊີວິດທີ່ປົກກະຕິຂອງມະນຸດຊາດ, ສະນັ້ນ ຜູ້ຄົນບໍ່ພຽງແຕ່ຄວນເຮັດຕາມພວກມັນເທົ່ານັ້ນ ແຕ່ຍັງຄວນປະຕິບັດຕໍ່ພວກມັນຢ່າງມີເຫດຜົນອີກດ້ວຍ. ພວກເຂົາບໍ່ຄວນຂັດຕໍ່ພວກມັນ, ກົດຂີ່ພວກມັນ ຫຼື ເຮັດໃຫ້ຕົນເອງຂັດແຍ້ງກັບພວກມັນ, ຢ່າວ່າແຕ່ຈະຕໍ່ຕ້ານພວກມັນເລີຍ. ໃນທາງກົງກັນຂ້າມ, ສິ່ງເຫຼົ່ານັ້ນທີ່ຢູ່ເໜືອກົດເກນທາງທຳມະຊາດຂອງມະນຸດຊາດ, ຈິນຕະນາການຂອງຜູ້ຄົນ, ແນວຄິດທີ່ຜິດປົກກະຕິບາງຢ່າງຂອງພວກເຂົາ ແລະ ພຶດຕິກຳທີ່ພິເສດຂອງພວກເຂົາ ລ້ວນແຕ່ແມ່ນສິ່ງທີ່ເປັນລົບ. ເນື່ອງຈາກວ່າພວກມັນລ້ວນແຕ່ເປັນສິ່ງທີ່ເປັນລົບ, ຜູ້ຄົນຈຶ່ງຄວນແຍກແຍະ ແລະ ປະຕິເສດພວກມັນ, ບໍ່ແມ່ນຍອມຮັບພວກມັນ. ຖ້າເຈົ້າມີການແຍກແຍະສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ ແລະ ສາມາດປະຕິບັດຕໍ່ພວກມັນໄດ້ຢ່າງຖືກຕ້ອງ ແລະ ຈັດການກັບພວກມັນຢ່າງມີເຫດຜົນໃນຂະນະທີ່ເຈົ້າດຳລົງຊີວິດ, ແລ້ວຄວາມເປັນມະນຸດຂອງເຈົ້າກໍປົກກະຕິ. ຖ້າເຈົ້າມັກຈະບໍ່ຮູ້ສຶກເຖິງຜົນກະທົບທາງບວກຂອງສິ່ງທີ່ເປັນບວກເຫຼົ່ານີ້ທີ່ມີຕໍ່ເຈົ້າ ແລະ ເຈົ້າມັກຈະຕ້ອງການຕໍ່ຕ້ານພວກມັນ ແລະ ເຮັດສິ່ງທີ່ກົງກັນຂ້າມກັບພວກມັນ ແລະ ເຈົ້າມັກຈະພະຍາຍາມປ່ຽນແປງສິ່ງທີ່ເປັນບວກເຫຼົ່ານີ້ໂດຍອີງໃສ່ຄຳເວົ້າ ແລະ ມຸມມອງທີ່ເປັນລົບບາງຢ່າງ, ໂດຍລະເມີດກົດເກນທີ່ພາວະວິໄສຂອງສິ່ງຕ່າງໆ, ແລ້ວມັນກໍພິສູດວ່າ, ໃນແງ່ຂອງຄວາມເປັນມະນຸດຂອງເຈົ້າ, ເຈົ້າບໍ່ມີຄວາມສາມາດໃນການເຂົ້າໃຈວ່າອັນໃດຖືກອັນໃດຜິດ. ເມື່ອໄດ້ໂອ້ລົມກັນແບບນີ້ແລ້ວ, ຕອນນີ້ເຈົ້າເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).

ຖ້າຄົນໃດໜຶ່ງມີຄວາມເປັນມະນຸດ, ພວກເຂົາບໍ່ຄວນເຂົ້າໃຈວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ຍອມຮັບພວກມັນບໍ? (ແມ່ນແລ້ວ). ແລ້ວພວກເຂົາກໍບໍ່ຄວນສາມາດແຍກແຍະສິ່ງທີ່ເປັນລົບໄດ້, ໃນຂະນະດຽວກັນກໍສາມາດກຽດຊັງ ແລະ ປະຕິເສດພວກມັນຈາກໃຈຂອງພວກເຂົາໄດ້ອີກດ້ວຍບໍ? (ແມ່ນແລ້ວ). ສະນັ້ນ, ຍັງມີສິ່ງອື່ນໃດອີກແດ່ທີ່ຜູ້ຄົນບໍ່ສາມາດລະບຸໄດ້ວ່າແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? ການເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະເຈົ້າແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນບວກ). ອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງມະນຸດແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນບວກ). ອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງມະນຸດແມ່ນສິ່ງທີ່ເປັນບວກ. ສະນັ້ນ, ມຸມມອງຫຼັກທີ່ສະໜັບສະໜູນການຕໍ່ຕ້ານຂອງມະນຸດຊາດທີ່ເສື່ອມຊາມຕໍ່ອຳນາດສູງສຸດ ແລະ ການຈັດວາງຂອງພຣະເຈົ້າແມ່ນຫຍັງ? (ຜູ້ຄົນເຊື່ອວ່າຊະຕາກຳຂອງຄົນໃດໜຶ່ງຢູ່ໃນກຳມືຂອງຕົນເອງ ແລະ ຄວາມຮູ້ສາມາດປ່ຽນແປງຊະຕາກຳຂອງຄົນໃດໜຶ່ງໄດ້). ສິ່ງເຫຼົ່ານີ້ຄືມຸມມອງທີ່ສະໜັບສະໜູນການປະຕິເສດພຣະເຈົ້າ ແລະ ການຕໍ່ຕ້ານພຣະເຈົ້າຂອງມະນຸດຊາດທີ່ເສື່ອມຊາມ; ພວກມັນເປັນສິ່ງທີ່ເປັນລົບຢ່າງແທ້ຈິງ. ສະນັ້ນ, ຜູ້ຄົນຄວນເຂົ້າໃຈເລື່ອງທີ່ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດແນວໃດ? ບາງຄົນ, ເຖິງແມ່ນວ່າໃນແງ່ຂອງຫຼັກຄຳສອນ ພວກເຂົາຈະຍອມຮັບວ່າຄຳເວົ້າທີ່ວ່າ “ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດ” ນັ້ນຖືກຕ້ອງ ແລະ ແມ່ນສິ່ງທີ່ເປັນບວກກໍຕາມ, ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍຍັງເຊື່ອໃນໃຈວ່າຄວາມພະຍາຍາມຂອງມະນຸດເອງສາມາດປ່ຽນແປງຊະຕາກຳຂອງພວກເຂົາໄດ້, ວ່າຊະຕາກຳຂອງພວກເຂົາສາມາດຢູ່ໃນກຳມືຂອງພວກເຂົາເອງໄດ້ ແລະ ວ່າພວກເຂົາເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ. ພວກເຂົາຮູ້ສຶກວ່າຖ້າພວກເຂົາບໍ່ຕັ້ງໃຈຮຽນ ແລະ ບໍ່ໝັ່ນພຽນ, ພວກເຂົາກໍຈະບໍ່ສາມາດເຂົ້າຮຽນໃນມະຫາວິທະຍາໄລທີ່ດີໄດ້ ແລະ ຈະບໍ່ມີວຽກເຮັດທີ່ດີ, ບໍ່ມີອະນາຄົດທີ່ດີ ຫຼື ບໍ່ມີເງື່ອນໄຂການດຳລົງຊີວິດທີ່ດີ. ຄົນເຫຼົ່ານີ້ເປັນຄົນປະເພດທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ບໍ? (ບໍ່). ຫຼັງຈາກທີ່ດຳລົງຊີວິດມາຊາວ ຫຼື ສາມສິບປີ, ພວກເຂົາກໍຍັງບໍ່ຮູ້ວ່າຄຳເວົ້າທີ່ວ່າ “ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດ” ໝາຍຄວາມວ່າແນວໃດ. ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີ ແຕ່ກໍຍັງຄິດວ່າຊະຕາກຳຂອງພວກເຂົາຢູ່ໃນກຳມືຂອງພວກເຂົາເອງ, ວ່າຄວາມຮູ້ສາມາດປ່ຽນແປງຊະຕາກຳຂອງພວກເຂົາໄດ້ ແລະ ວ່າຖ້າພວກເຂົາຕ້ອງການຈຸດໝາຍປາຍທາງທີ່ດີ ແລະ ຕ້ອງການເພີດເພີນກັບສິ່ງທີ່ດີໆ ແລະ ມີຊີວິດທີ່ດີ, ພວກເຂົາກໍຕ້ອງເພິ່ງພາຄວາມພະຍາຍາມຂອງພວກເຂົາເອງ, ຄືກັນກັບທີ່ຜູ້ບໍ່ມີຄວາມເຊື່ອເວົ້າວ່າ: “ເຈົ້າຕ້ອງທຸ່ມເທທຸກຢ່າງເພື່ອໃຫ້ໄດ້ຮັບໄຊຊະນະ”. ຄົນຜູ້ນີ້ເປັນຄົນປະເພດທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ບໍ? (ບໍ່). ຄົນທີ່ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ນັ້ນເປັນມະນຸດບໍ? (ບໍ່). ພວກເຂົາເພີດເພີນກັບຊີວິດທີ່ດີ, ກິນດີນຸ່ງດີ ແລະ ໄດ້ຮັບການນັບຖືຢ່າງສູງຈາກຄົນອື່ນໃນສັງຄົມ ແລະ ພວກເຂົາຮູ້ສຶກວ່າຊີວິດທີ່ພວກເຂົາມີໃນຕອນນີ້ລ້ວນແຕ່ເປັນຍ້ອນການເຮັດວຽກໜັກຂອງພວກເຂົາເອງ. ເພາະສະນັ້ນ, ພວກເຂົາຈຶ່ງເຊື່ອວ່າຄຳເວົ້າທີ່ວ່າ “ເຈົ້າຕ້ອງທຸ່ມເທທຸກຢ່າງເພື່ອໃຫ້ໄດ້ຮັບໄຊຊະນະ ແລະ ຊະຕາກຳຂອງມະນຸດຂຶ້ນຢູ່ກັບຕົນເອງ, ບໍ່ແມ່ນຂຶ້ນຢູ່ກັບຄົນອື່ນ” ນັ້ນເປັນຄວາມຈິງ ແລະ ເປັນມຸມມອງທີ່ຖືກຕ້ອງ. ສິ່ງນີ້ເປັນການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່). ກ່ອນທີ່ຜູ້ຄົນຈະໄດ້ຮັບຄວາມຮູ້, ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້, ແຕ່ເມື່ອພວກເຂົາໄດ້ຈັບໃຈຄວາມຂອງຄວາມຮູ້ບາງຢ່າງແລ້ວ, ພວກເຂົາກໍປະຕິເສດຄຳເວົ້າທີ່ວ່າ “ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດ” ຢ່າງສິ້ນເຊີງ ແລະ ກົງກັນຂ້າມພັດຄິດວ່າ: “ຊະຕາກຳຂອງຄົນໃດໜຶ່ງຢູ່ໃນກຳມືຂອງລາວເອງ; ຄົນໆໜຶ່ງສາມາດສ້າງຄວາມສຸກດ້ວຍມືຂອງຕົວລາວເອງໄດ້”. ຄົນຜູ້ນີ້ເປັນຄົນປະເພດທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ບໍ? (ບໍ່). ແລ້ວຄົນແບບນັ້ນເປັນສິ່ງທີ່ມີຊີວິດປະເພດໃດ? ພວກເຂົາບໍ່ໄດ້ປາສະຈາກຄວາມເປັນມະນຸດບໍ? (ແມ່ນແລ້ວ). ຄົນແບບນັ້ນຄືຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ແລະ ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກກໍບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ແມ່ນແຕ່ຫຼັງຈາກທີ່ພວກເຂົາໄດ້ມີປະສົບການກັບຂໍ້ເທັດຈິງຂອງຊີວິດຢ່າງແທ້ຈິງແລ້ວ, ພວກເຂົາກໍຍັງບໍ່ສາມາດເຂົ້າໃຈໄດ້ຢ່າງແທ້ຈິງວ່າສິ່ງທີ່ເປັນບວກແມ່ນຫຍັງ, ທັງບໍ່ສາມາດຊື່ນຊົມຢ່າງແທ້ຈິງວ່າແກ່ນແທ້ຂອງສິ່ງທີ່ເປັນບວກແມ່ນຫຍັງ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ຄົນແບບນັ້ນບໍ່ມີຄວາມເປັນມະນຸດ; ພວກເຂົາບໍ່ແມ່ນມະນຸດຢ່າງແນ່ນອນ. ຍັງມີບາງຄົນທີ່ສາມາດທ່ອງຈຳຫຼັກຄຳສອນໄດ້, ໂດຍເວົ້າວ່າ: “ກົດເກນຂອງທຸກສັບພະສິ່ງມາຈາກພຣະເຈົ້າ, ພວກມັນແມ່ນສິ່ງທີ່ເປັນບວກ, ພວກມັນເປັນປະໂຫຍດຕໍ່ມະນຸດຊາດ ແລະ ພວກມັນເປັນສິ່ງທີ່ມະນຸດຊາດຄວນເຮັດຕາມ, ພ້ອມທັງເປັນສິ່ງທີ່ມະນຸດຊາດຄວນປາຖະໜາ ແລະ ໄລ່ຕາມເສາະຫາ”, ແຕ່ຫຼັງຈາກທີ່ໄດ້ສຳຜັດກັບຂໍ້ມູນທາງເຕັກໂນໂລຊີຂັ້ນສູງ ແລະ ສິ່ງທີ່ມີເຕັກໂນໂລຊີຂັ້ນສູງບາງຢ່າງແລ້ວ, ມຸມມອງຂອງພວກເຂົາກ່ຽວກັບເລື່ອງເຫຼົ່ານີ້ກໍປ່ຽນໄປ. ພວກເຂົາປ່ຽນໄປເປັນມຸມມອງປະເພດໃດ? ພວກເຂົາເວົ້າວ່າ: “ພວກເຮົາຜູ້ທີ່ເຊື່ອໃນພຣະເຈົ້າມັກຈະເວົ້າກ່ຽວກັບກົດເກນຂອງການດຳລົງຊີວິດ, ກົດເກນຂອງທຸກສັບພະສິ່ງ ແລະ ກົດເກນແຫ່ງການຢູ່ລອດຂອງທຸກສັບພະສິ່ງຢູ່ສະເໝີ ແລະ ພວກເຮົາກໍຄິດວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ເປັນບວກ. ນັ້ນມັນຫຼ້າສະໄໝຫຼາຍ! ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດຄວາມຮູ້, ຄືກັບການເປັນກົບໃນກະລາຄອບ!” ປັດຈຸບັນນີ້ ເຕັກໂນໂລຊີກ້າວໜ້າຫຼາຍ; ມີຫຼາຍສິ່ງທີ່ເຈົ້າບໍ່ຈຳເປັນຕ້ອງເຮັດດ້ວຍຕົນເອງ, ເພາະຜະລິດຕະພັນທາງເຕັກໂນໂລຊີສາມາດເຮັດແທນເຈົ້າໄດ້, ນັ້ນແຫຼະທີ່ເອີ້ນວ່າກ້າວໜ້າ! ເບິ່ງແມ, ລົດບາງຄັນສາມາດຂັບເຄື່ອນດ້ວຍຕົນເອງໄດ້. ຫຼັງຈາກທີ່ເຈົ້າຂຶ້ນລົດແລ້ວ, ເຈົ້າກໍຕັ້ງຈຸດໝາຍປາຍທາງ ແລະ ຈາກນັ້ນເຈົ້າກໍພຽງແຕ່ເວົ້າຄຳດຽວ ແລະ ລົດກໍເລີ່ມຂັບເຄື່ອນອອກໄປ. ນັ້ນຄືເຕັກໂນໂລຊີຂັ້ນສູງຢ່າງແທ້ຈິງ, ມັນໜ້າຊື່ນຊົມຫຼາຍ! ມະນຸດຊາດໄດ້ພັດທະນາເຕັກໂນໂລຊີທີ່ກ້າວໜ້າ ແລະ ພວກເຮົາກໍໄດ້ກາຍເປັນນາຍຂອງທຸກສັບພະສິ່ງໂດຍບໍ່ຕ້ອງເຮັດຫຍັງເລີຍ. “ສະນັ້ນ, ມີພຽງແຕ່ວິທະຍາສາດເທົ່ານັ້ນທີ່ເປັນຄວາມຈິງທີ່ສົມບູນແບບ! ຄົນທີ່ຂາດການສຶກສາ ແລະ ຄວາມຮູ້ ແລະ ບໍ່ເຂົ້າໃຈວິທະຍາສາດແມ່ນຫຼ້າຫຼັງ ແລະ ບໍ່ມີວັດທະນະທຳ!” ມຸມມອງຂອງພວກເຂົາປ່ຽນໄປແລ້ວ, ແມ່ນບໍ? ໃນໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ແຍກແຍະຄວາມແຕກຕ່າງລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ຍັງມີບາງຄົນ ຫຼັງຈາກໄປຢ້ຽມຢາມຫໍພິພິທະພັນການບິນແລ້ວ ກໍຮ້ອງອອກມາວ່າ: “ວ້າວ, ຊ່າງເປີດຫູເປີດຕາແທ້ໆ, ວິທະຍາສາດຊ່າງກ້າວໜ້າຫຼາຍ! ພວກເຮົາຄົນທຳມະດາຮູ້ສຶກວ່າຢູ່ທີ່ນັ້ນມັນເກີນຄວາມເຂົ້າໃຈຂອງພວກເຮົາຢ່າງສິ້ນເຊີງ, ພວກເຮົາບໍ່ສາມາດເຂົ້າໃຈຫຍັງໄດ້ເລີຍ. ເຈົ້າບໍ່ສາມາດຈິນຕະນາການໄດ້ເລີຍວ່າວິທະຍາສາດໄດ້ພັດທະນາໄປເຖິງລະດັບໃດແລ້ວໃນຕອນນີ້. ພວກເຮົາຍັງບໍ່ທັນໄດ້ສຳຜັດກັບສິ່ງທີ່ເປັນເຕັກໂນໂລຊີທີ່ທັນສະໄໝ ແລະ ກ້າວໜ້າເຫຼົ່ານັ້ນຊໍ້າ! ສ່ວນພວກເຮົາຍັງເຊື່ອໃນພຣະເຈົ້າ ແລະ ເວົ້າກ່ຽວກັບກົດເກນ ແລະ ກົດລະບຽບທາງທຳມະຊາດ, ພວກເຮົາຊ່າງຫຼ້າຫຼັງແທ້ໆ!” ຫຼັງຈາກທີ່ໄດ້ເຫັນສິ່ງທີ່ໜ້າຕື່ນຕາຕື່ນໃຈເຫຼົ່ານີ້ຂອງສັງຄົມສະໄໝໃໝ່ແລ້ວ, ຄົນແບບນັ້ນກໍປະຕິເສດຢ່າງສິ້ນເຊີງຈາກສ່ວນເລິກຂອງຫົວໃຈ ຕໍ່ທິດສະດີກ່ຽວກັບສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບທີ່ພວກເຂົາເຄີຍເຂົ້າໃຈມາກ່ອນ. ພວກເຂົາບໍ່ໄດ້ກຳນົດຢ່າງຊັດເຈນຫຼາຍຂຶ້ນວ່າສິ່ງທີ່ເປັນບວກແມ່ນຫຍັງ, ແຕ່ກົງກັນຂ້າມພັດເຊື່ອວ່າສິ່ງທີ່ເປັນບວກນັ້ນຫຼ້າຫຼັງ ແລະ ຕາມບໍ່ທັນເຕັກໂນໂລຊີສະໄໝໃໝ່ ແລະ ຈັງຫວະການພັດທະນາຂອງມະນຸດສະໄໝໃໝ່. ບໍ່ພຽງແຕ່ເທົ່ານັ້ນ, ແຕ່ພວກເຂົາຍັງເຫັນດີນຳ ແລະ ປາຖະໜາສິ່ງທີ່ເປັນລົບເຫຼົ່ານີ້ເປັນພິເສດ, ໂດຍຫວັງວ່າຈະກາຍເປັນໜຶ່ງໃນຜູ້ທີ່ພັດທະນາເຕັກໂນໂລຊີທີ່ທັນສະໄໝ ແລະ ກ້າວໜ້າ. ຄົນປະເພດນີ້ເປັນຄົນທີ່ສາມາດເຂົ້າໃຈວ່າອັນໃດຖືກອັນໃດຜິດໄດ້ບໍ? (ບໍ່). ເນື່ອງຈາກວ່າການທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ນັ້ນເປັນຄຸນລັກສະນະຂອງຄວາມເປັນມະນຸດ, ມັນຈຶ່ງເປັນສິ່ງທີ່ຕິດຕົວມາແຕ່ເກີດ ແລະ ເປັນທຳມະຊາດຂອງຄວາມເປັນມະນຸດ, ບໍ່ແມ່ນສິ່ງທີ່ກໍ່ຕົວຂຶ້ນມາໃນພາຍຫຼັງ. ນັ້ນກໍຄື ຄຸນລັກສະນະຄວາມເປັນມະນຸດໃນການສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດນີ້ ຈະບໍ່ປ່ຽນແປງໄປຕາມການເວລາທີ່ຜ່ານໄປ ຫຼື ຕາມການປ່ຽນແປງຂອງສະພາບແວດລ້ອມທາງພູມສາດ ຫຼື ໃນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ບໍ່ມີໃຜສາມາດປ່ຽນແປງມັນໄດ້ ແລະ ບໍ່ມີສິ່ງໃດສາມາດປ່ຽນແປງ ຫຼື ລຶບລ້າງມັນໄດ້. ໃນສ່ວນເລິກຂອງຫົວໃຈຂອງຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້, ສິ່ງທີ່ເປັນບວກເປັນສິ່ງທີ່ພວກເຂົາປາຖະໜາຢູ່ສະເໝີ, ໃນຂະນະທີ່ສິ່ງທີ່ເປັນລົບເປັນສິ່ງທີ່ພວກເຂົາລັງກຽດ ແລະ ກຽດຊັງຢູ່ສະເໝີ ແລະ ບໍ່ແມ່ນສິ່ງທີ່ຄວາມເປັນມະນຸດຂອງພວກເຂົາຕ້ອງການ. ພວກເຂົາຕ້ອງການຫຍັງ? ພວກເຂົາຕ້ອງການສິ່ງທີ່ເປັນປະໂຫຍດຕໍ່ກົດເກນຂອງຊີວິດທາງຮ່າງກາຍ ແລະ ຕໍ່ການຢູ່ລອດທາງຮ່າງກາຍຂອງພວກເຂົາ, ສິ່ງທີ່ເປັນທຳມະຊາດ, ສິ່ງທີ່ເຮັດໃຫ້ຜູ້ຄົນຮູ້ສຶກສະຫງົບສຸກ ແລະ ງຽບສະຫງັດ ແລະ ສິ່ງທີ່ສອດຄ່ອງກັບຄວາມຕ້ອງການຂອງສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງຄວາມເປັນມະນຸດທີ່ປົກກະຕິ, ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່, ສູງສົ່ງ ແລະ ໜ້າປະທັບໃຈ. ເຈົ້າເຫັນບໍ, ເມື່ອເວົ້າເຖິງວິທີທີ່ຄົນໃດໜຶ່ງປະພຶດຕົນ, ບາງຄົນມັກໃຫ້ຊີວິດຂອງພວກເຂົາລຽບງ່າຍ ແລະ ບໍ່ໂດດເດັ່ນ; ພວກເຂົາບໍ່ມັກດຳລົງຊີວິດທີ່ໂດດເດັ່ນ, ແຕ່ມັກພຽງແຕ່ຄວາມງຽບ ແລະ ການມີຄວາມສະຫງົບສຸກ ແລະ ຄວາມຍິນດີ, ເພື່ອດຳເນີນຊີວິດຢ່າງງຽບໆ. ເຖິງຢ່າງໃດກໍຕາມ, ຄົນອື່ນໆພັດບໍ່ມັກສິ່ງນີ້; ພວກເຂົາມັກດຳລົງຊີວິດທີ່ໂດດເດັ່ນ, ພວກເຂົາມັກສິ່ງທີ່ຍິ່ງໃຫຍ່, ສູງສົ່ງ ແລະ ໜ້າປະທັບໃຈ, ພວກເຂົາມັກສະແດງ, ພວກເຂົາມັກໂດດເດັ່ນຈາກຝູງຊົນ ແລະ ມີຊື່ສຽງ ແລະ ພວກເຂົາບໍ່ມັກຄວາມລຽບງ່າຍ ຫຼື ຄວາມເປັນທຳມະຊາດ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມແຕກຕ່າງລະຫວ່າງຄວາມເປັນມະນຸດຂອງຜູ້ຄົນ.

ຄົນທີ່ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ນັ້ນອາດຈະເຫັນດີນຳຄຳເວົ້າທີ່ຖືກຕ້ອງ ແລະ ເປັນບວກບາງຢ່າງ ຫຼື ພາຍນອກ ພວກເຂົາອາດຈະເຮັດຕາມຄົນອື່ນໃນການມັກ ແລະ ປາຖະໜາສິ່ງທີ່ເປັນບວກບາງຢ່າງ. ເຖິງຢ່າງໃດກໍຕາມ, ເມື່ອເວລາຜ່ານໄປ, ສະພາບແວດລ້ອມກໍປ່ຽນແປງ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆກໍປ່ຽນແປງເຊັ່ນກັນ, ສິ່ງທີ່ເປັນບວກເຫຼົ່ານີ້ກໍຈະກາຍເປັນສິ່ງທີ່ເປັນລົບໃນສ່ວນເລິກຂອງຫົວໃຈຂອງພວກເຂົາໃນທັນທີ, ໃນຂະນະທີ່ສິ່ງທີ່ເປັນລົບ ເຊິ່ງພວກເຂົາມັກຢ່າງແທ້ຈິງ ກໍຈະກາຍເປັນສິ່ງທີ່ເປັນບວກ, ກາຍເປັນເປົ້າໝາຍຂອງການໄລ່ຕາມຂອງພວກເຂົາ. ເຊິ່ງເວົ້າໄດ້ວ່າ ກ່ອນທີ່ພວກເຂົາຈະເຫັນສິ່ງທີ່ເປັນລົບໃດໆທີ່ພວກເຂົາມັກ, ສິ່ງທີ່ເປັນບວກກໍເປັນພຽງຫຼັກຄຳສອນສຳລັບພວກເຂົາ ແລະ ພວກເຂົາສາມາດໄຫຼໄປຕາມນໍ້າ ແລະ ເຮັດຕາມຝູງຊົນໄດ້, ແຕ່ເມື່ອພວກເຂົາໃຫຍ່ຂຶ້ນ ແລະ ເວລາຜ່ານໄປ, ສິ່ງທີ່ພວກເຂົາຮັກຢ່າງແທ້ຈິງໃນໃຈຂອງພວກເຂົາ ແລະ ມຸມມອງທີ່ແທ້ຈິງຂອງພວກເຂົາກໍຈະປາກົດຂຶ້ນມາຢ່າງເປັນທຳມະຊາດ. ຕົວຢ່າງ: ບາງຄົນມັກຈະເວົ້າວ່າ: “ການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ; ຜູ້ທີ່ເຊື່ອໃນພຣະເຈົ້າຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ບໍ່ເຮັດຄວາມຊົ່ວ; ພວກເຂົາລ້ວນແຕ່ເປັນຄົນດີ”. ແຕ່ຫຼັງຈາກທີ່ພວກເຂົາເຊື່ອໃນພຣະເຈົ້າມາສອງສາມປີ ແລະ ເຫັນວ່າຄຳເທດສະໜາ ແລະ ການໂອ້ລົມທັງໝົດໃນເຮືອນຂອງພຣະເຈົ້າບອກໃຫ້ຜູ້ຄົນເປັນຄົນຊື່ສັດ, ໄລ່ຕາມເສາະຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຮັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ພວກເຂົາກໍຮູ້ສຶກເບື່ອໜ່າຍກັບມັນ ແລະ ຮູ້ສຶກວ່າການເຊື່ອໃນພຣະເຈົ້ານັ້ນໄຮ້ປະໂຫຍດ ແລະ ຕ້ອງການທີ່ຈະອອກຈາກຄຣິສຕະຈັກ ແລະ ກັບຄືນສູ່ໂລກ; ຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນຄຣິສຕະຈັກ. ຄົນທີ່ບໍ່ຮັກຄວາມຈິງກໍເປັນແບບນີ້ແຫຼະ. ຄວາມຈິງແລ້ວ, ຄົນປະເພດນີ້ບໍ່ໄດ້ຮັກສິ່ງທີ່ເປັນບວກ ແລະ ພວກເຂົາມີການໃຫ້ເຫດຜົນທີ່ບິດເບືອນ ແລະ ຄວາມເຊື່ອຜິດໆຫຼາຍຢ່າງໃນໃຈຂອງພວກເຂົາ. ສຳລັບພວກເຂົາແລ້ວ, ການໃຫ້ເຫດຜົນທີ່ບິດເບືອນ ແລະ ຄວາມເຊື່ອທີ່ຜິດເຫຼົ່ານີ້ແມ່ນສິ່ງທີ່ເປັນບວກ, ໃນຂະນະທີ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາລັງກຽດ, ກຽດຊັງ ແລະ ດູຖູກສິ່ງທີ່ເປັນບວກຢ່າງແທ້ຈິງ ແລະ ບໍ່ເຄີຍຍອມຮັບພວກມັນເລີຍ. ທັງນີ້ກໍຍ້ອນວ່າພວກເຂົາບໍ່ເຄີຍຍອມຮັບສິ່ງທີ່ເປັນບວກເລີຍ ແລະ ຍ້ອນວ່າສິ່ງທີ່ພວກເຂົາມັກຄືສິ່ງທີ່ເປັນລົບ, ຄວາມເປັນມະນຸດຂອງຄົນປະເພດນີ້ຈຶ່ງບໍ່ມີຄວາມສາມາດໃນການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ມັນກໍຄືກັນກັບບາງຄົນທີ່ເມື່ອພວກເຂົາເລີ່ມເຊື່ອໃນພຣະເຈົ້າທຳອິດ, ພວກເຂົາກໍພຽງແຕ່ຫວັງພຣະພອນເທົ່ານັ້ນ. ຫຼັງຈາກທີ່ໄດ້ຟັງຄຳເທດສະໜາມາຫຼາຍປີ, ໃນທີ່ສຸດພວກເຂົາກໍເຂົ້າໃຈວ່າ: “ການເຊື່ອໃນພຣະເຈົ້າໝາຍຄວາມວ່າຜູ້ຄົນຖືກຮຽກຮ້ອງໃຫ້ເປັນຄົນຊື່ສັດ, ອຸທິດຕົນ ແລະ ເຕັມໃຈທີ່ຈະຈ່າຍລາຄາໃນການປະຕິບັດໜ້າທີ່ຂອງຕົນ, ຈິງໃຈຕໍ່ພຣະເຈົ້າ, ບໍ່ກະທຳໂດຍບໍ່ຄິດໜ້າຄິດຫຼັງ ແລະ ຕາມອຳເພີໃຈ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ໂດຍສະເພາະເມື່ອຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຂັດແຍ້ງກັບຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາຕ້ອງປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ປະຖິ້ມຜົນປະໂຫຍດສ່ວນຕົວຂອງຕົນ”. ຫຼັງຈາກທີ່ໄດ້ຮຽນຮູ້ກ່ຽວກັບທຸກດ້ານທີ່ແຕກຕ່າງກັນຂອງຄວາມຈິງແລ້ວ, ພວກເຂົາກໍເສຍໃຈທີ່ເຊື່ອໃນພຣະເຈົ້າ, ໂດຍເວົ້າວ່າ: “ຂ້ອຍຄິດວ່າການເຊື່ອໃນພຣະເຈົ້າໝາຍເຖິງການມີກຸ່ມໃຫຍ່, ມີກຳລັງທີ່ແຂງແກ່ນໃຫ້ເພິ່ງພາ ແລະ ຕາບໃດທີ່ຜູ້ຄົນຍອມເສຍສະລະຫຼາຍ, ທົນທຸກ ແລະ ຈ່າຍລາຄາ, ພວກເຂົາກໍສາມາດເຂົ້າສູ່ອານາຈັກ ແລະ ມີຈຸດໝາຍປາຍທາງທີ່ດີ ແລະ ກ້າວເຂົ້າສູ່ຍຸກໜ້າຢ່າງຍິ່ງໃຫຍ່, ເປັນນາຍຂອງມັນ ແລະ ຂຶ້ນຄອງລາດເປັນກະສັດ. ແຕ່ມັນພັດບໍ່ເປັນແບບນັ້ນ. ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການສອນຜູ້ຄົນເຖິງວິທີການປະພຶດຕົນ ແລະ ວິທີການອ່ອນນ້ອມຕໍ່ພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ໂດຍສະເພາະ, ຖ້າຜູ້ຄົນເຊື່ອໃນພຣະເຈົ້າ, ພວກເຂົາມັກຈະຖືກຮຽກຮ້ອງໃຫ້ເປັນຄົນຊື່ສັດ ແລະ ເວົ້າຢ່າງຊື່ສັດຢູ່ສະເໝີ ແລະ ມັກຈະຖືກຮຽກຮ້ອງໃຫ້ປະຕິບັດຄວາມຈິງຢູ່ສະເໝີ; ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ຕັດສິນໃຈເອງ. ແລ້ວການເຊື່ອໃນພຣະເຈົ້າຈະມີປະໂຫຍດຫຍັງ?” ຈາກນັ້ນ ພວກເຂົາກໍເກີດຄວາມຄັບແຄ້ນໃຈໃນໃຈຂອງພວກເຂົາ ແລະ ຕ້ອງການທີ່ຈະຖອນຕົວອອກຈາກຄວາມເຊື່ອຂອງພວກເຂົາ. ແຕ່ຈາກນັ້ນ ພວກເຂົາກໍຄິດວ່າ: “ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ; ຖ້າຂ້ອຍຢຸດຕອນນີ້, ການທີ່ຂ້ອຍຈະບໍ່ສູນເປົ່າບໍ?” ໃນຈຸດນັ້ນ, ພວກເຂົາຮູ້ສຶກເສຍດາຍທີ່ຈະປະຖິ້ມຄວາມເຊື່ອຂອງຕົນ. ແຕ່ຖ້າພວກເຂົາສືບຕໍ່ເຊື່ອ, ພວກເຂົາກໍບໍ່ສົນໃຈໃນຄວາມຈິງ. ເຮືອນຂອງພຣະເຈົ້າມັກຈະເວົ້າກ່ຽວກັບການໄລ່ຕາມເສາະຫາຫາຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງ, ກ່ຽວກັບການອ່ອນນ້ອມຕໍ່ພຣະເຈົ້າ, ການສະແຫວງຫາຄວາມຈິງ ແລະ ການກະທຳຕາມຫຼັກການຢູ່ສະເໝີ. ພວກເຂົາເບື່ອທີ່ຈະໄດ້ຍິນກ່ຽວກັບສິ່ງເຫຼົ່ານີ້ ແລະ ບໍ່ຕ້ອງການທີ່ຈະໄດ້ຍິນກ່ຽວກັບພວກມັນອີກຕໍ່ໄປ. ໂດຍສະເພາະເມື່ອເຮືອນຂອງພຣະເຈົ້າເວົ້າກ່ຽວກັບການປະຕິບັດຄວາມຈິງ, ພວກເຂົາກໍຮູ້ສຶກທຸກໃຈ ແລະ ເຈັບປວດຢູ່ພາຍໃນ; ເມື່ອມີການກ່າວເຖິງສິ່ງທີ່ເປັນບວກ, ພວກເຂົາກໍຮູ້ສຶກລັງກຽດ ແລະ ດູຖູກພວກມັນໃນໃຈຂອງພວກເຂົາ ແລະ ບໍ່ເຕັມໃຈທີ່ຈະຟັງ. ບາງຄົນ, ເມື່ອຮູ້ວ່າພວກເຂົາຈະບໍ່ໄດ້ຮັບຄວາມຈິງ ຫຼື ຈຸດໝາຍປາຍທາງທີ່ດີ ເຖິງແມ່ນວ່າພວກເຂົາຈະເຊື່ອຈົນເຖິງທີ່ສຸດກໍຕາມ, ກໍຢຸດເຊື່ອພຽງເທົ່ານັ້ນ. ບາງຄົນໃນພວກເຂົາກໍໄປຊອກຫາວຽກເຮັດ ຫຼື ເຮັດທຸລະກິດ ແລະ ບາງຄົນກໍກັບບ້ານໄປແຕ່ງງານ. ພວກເຂົາຢຸດເຊື່ອໃນພຣະເຈົ້າເພາະວ່າພວກເຂົາບໍ່ຮັກຄວາມຈິງ. ເຮືອນຂອງພຣະເຈົ້າມັກຈະເວົ້າກ່ຽວກັບຄວາມຈິງ ແລະ ໂອ້ລົມກ່ຽວກັບຄວາມຈິງຢູ່ສະເໝີ, ເຊິ່ງພວກເຂົາລັງກຽດເປັນພິເສດ. ສິ່ງນີ້ສະແດງໃຫ້ເຫັນວ່າຄົນປະເພດນີ້ບໍ່ມີສະຕິຮູ້ສຶກຜິດຊອບສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ແລະ ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ການທີ່ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ນັ້ນໝາຍຄວາມວ່າໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາບໍ່ມີມາດຕະຖານ ແລະ ຄວາມສາມາດໃນການລະບຸສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້; ນີ້ຄືສິ່ງທີ່ພວກເຂົາບໍ່ມີ. ສະນັ້ນ, ຄົນປະເພດນີ້ມີຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່). ພວກເຂົາບໍ່ແມ່ນມະນຸດ. ຖ້າຄົນໃດໜຶ່ງມີຄວາມເປັນມະນຸດຢ່າງແທ້ຈິງ, ສິ່ງໜຶ່ງສາມາດພິສູດມັນໄດ້: ພວກເຂົາຮັກ ແລະ ປາຖະໜາສິ່ງທີ່ເປັນບວກໃນໃຈຂອງພວກເຂົາ. ແມ່ນແຕ່ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍປາຖະໜາສັງຄົມທີ່ຍຸຕິທຳທີ່ປາສະຈາກຄວາມມືດ, ປາຖະໜາສິ່ງທີ່ເປັນບວກ ແລະ ປາຖະໜາໃຫ້ຄວາມຈິງມີອຳນາດ. ແຕ່ສັງຄົມທີ່ຊົ່ວຮ້າຍນີ້ບໍ່ໄດ້ໃຫ້ພື້ນທີ່ນີ້ແກ່ພວກເຂົາ ແລະ ຜູ້ຄົນກໍຖືກກີດກັນ ແລະ ຖືກກົດຂີ່ ຖ້າພວກເຂົາສະແດງອອກບາງສິ່ງທີ່ເປັນບວກ. ພາຍໃຕ້ສະຖານະການເຫຼົ່ານີ້, ຄົນທີ່ມີຄວາມເປັນມະນຸດບໍ່ສາມາດໄດ້ຮັບສິ່ງທີ່ເປັນບວກທີ່ພວກເຂົາມັກ ແລະ ປາຖະໜາໄດ້, ສະນັ້ນ ພວກເຂົາຈຶ່ງຮູ້ສຶກອຶດອັດໃຈ. ແຕ່ຫຼັງຈາກທີ່ພວກເຂົາເຊື່ອໃນພຣະເຈົ້າ, ໂດຍການອ່ານພຣະທຳຂອງພຣະເຈົ້າ ແລະ ການຟັງຄຳເທດສະໜາ, ພວກເຂົາກໍເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ຄວາມຈິງເຫຼົ່ານີ້ກໍສອດຄ່ອງ ແລະ ເຂົ້າກັນໄດ້ກັບສິ່ງທີ່ເປັນບວກທີ່ຄວາມເປັນມະນຸດຂອງພວກເຂົາຮັກ, ເຊິ່ງຕອບສະໜອງຄວາມຕ້ອງການຂອງພວກເຂົາສຳລັບສິ່ງທີ່ເປັນບວກຢ່າງພໍດີ. ສະນັ້ນ, ຫົວໃຈຂອງພວກເຂົາຈຶ່ງປາຖະໜາສິ່ງທີ່ເປັນບວກຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດນຳຄວາມຈິງໄປປະຕິບັດໄດ້ຢ່າງເຕັມທີ່ໃນຕອນນີ້ ເນື່ອງຈາກຂໍ້ຈຳກັດທາງດ້ານສະພາບແວດລ້ອມ, ວຸດທິພາວະທີ່ນ້ອຍຂອງພວກເຂົາ ຫຼື ການຖືກບີບຄັ້ນ ແລະ ຖືກຜູກມັດໂດຍອຸປະນິໄສທີ່ເສື່ອມຊາມບາງຢ່າງ, ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍມີຄວາມຕັ້ງໃຈ ແລະ ຄວາມປາຖະໜາທີ່ຈະສາມາດປະຕິບັດຕາມຄວາມຈິງ ແລະ ພຣະທຳຂອງພຣະເຈົ້າໄດ້ຢ່າງເຕັມທີ່ໃນມື້ໜຶ່ງ, ດ້ວຍເຫດນັ້ນຈຶ່ງບັນລຸການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ຕອບສະໜອງຄວາມຕ້ອງການຂອງພວກເຂົາທີ່ເກີດຈາກຄວາມຮັກທີ່ພວກເຂົາມີຕໍ່ສິ່ງທີ່ເປັນບວກໄດ້. ຄົນແບບນັ້ນຄືຜູ້ທີ່ຄວາມເປັນມະນຸດຂອງພວກເຂົາມີຄຸນນະພາບໃນການທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້; ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດ. ຖ້າເຈົ້າພຽງແຕ່ອ້າງວ່າເຈົ້າຮັກສິ່ງທີ່ເປັນບວກ ແລະ ຍອມຮັບດ້ວຍຄຳເວົ້າວ່າທຸກສິ່ງທີ່ພຣະເຈົ້າເຮັດນັ້ນດີ, ນີ້ກໍເປັນພຽງການເວົ້າເຖິງຫຼັກຄຳສອນ ແລະ ການຮ້ອງຄຳຂວັນເທົ່ານັ້ນ. ການເວົ້າຄຳທີ່ມ່ວນຫູ ແລະ ທິດສະດີທີ່ຖືກຕ້ອງ ຫຼື ການພົ່ນຄຳເວົ້າທີ່ຟັງເບິ່ງດີນັ້ນ, ໃຜກໍສາມາດເຮັດໄດ້. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າເຈົ້າຮັກສິ່ງທີ່ເປັນບວກຢ່າງແທ້ຈິງ. ແຕ່ເມື່ອເຈົ້າໄດ້ຍິນຄວາມຈິງ, ຖ້າເຈົ້າສາມາດຮັກ ແລະ ປາຖະໜາມັນໄດ້ ແລະ ຍິ່ງເຈົ້າໄດ້ຍິນຄວາມຈິງຫຼາຍສໍ່າໃດ, ເຈົ້າກໍຍິ່ງປາຖະໜາຄວາມຈິງຫຼາຍຂຶ້ນສໍ່ານັ້ນ ແລະ ແຮງຊຸກຍູ້ຂອງເຈົ້າໃນການສະແຫວງຫາມັນກໍຍິ່ງຫຼາຍຂຶ້ນ ແລະ ຄວາມສັດທາຂອງເຈົ້າໃນການຕິດຕາມພຣະເຈົ້າ ແລະ ການໄດ້ຮັບຄວາມລອດພົ້ນກໍຍິ່ງໝັ້ນຄົງຫຼາຍຂຶ້ນ; ແລະ ຖ້າໃນຂະບວນການຂອງການເຊື່ອໃນພຣະເຈົ້າ, ເຈົ້າໄດ້ຮັບຜົນຮັບໃນການໄລ່ຕາມເສາະຫາຕ່າງໆຂອງເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກຳລັງຖືກປະຖິ້ມໄປເທື່ອລະໜ້ອຍ ແລະ ການກະທຳຂອງເຈົ້າໃນການຕໍ່ຕ້ານພຣະເຈົ້າ ແລະ ການກະບົດຕໍ່ພຣະເຈົ້າກໍໜ້ອຍລົງເລື້ອຍໆ, ແລ້ວເຈົ້າກໍເປັນຄົນທີ່ຮັກສິ່ງທີ່ເປັນບວກ, ເຈົ້າເປັນຄົນທີ່ມີຄວາມເປັນຈິງຄວາມຈິງ. ຄົນແບບນັ້ນເກີດດອກອອກຜົນ ແລະ ໄດ້ຮັບຜົນຮັບໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ເຈົ້າສາມາດຮູ້ສຶກໄດ້ວ່າເຈົ້າໄດ້ປ່ຽນແປງໄປແລ້ວ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ຄວາມຈິງກໍແຕກຕ່າງອອກໄປຈາກເມື່ອກ່ອນ. ໃນເມື່ອກ່ອນ, ເຈົ້າໄດ້ກະບົດຕໍ່ພຣະເຈົ້າ ແລະ ບໍ່ໄດ້ອ່ອນນ້ອມຕໍ່ພຣະເຈົ້າ ແລະ ບໍ່ສາມາດປະຕິບັດຄວາມຈິງໄດ້ແມ່ນແຕ່ໃນເລື່ອງນ້ອຍໆ. ແຕ່ຜ່ານການໄລ່ຕາມຕະຫຼອດເວລາຫຼາຍປີນີ້, ຜ່ານການປະຕິບັດໜ້າທີ່ຂອງເຈົ້າຫຼາຍໃນປີນີ້ ແລະ ຜ່ານຄວາມພະຍາຍາມຂອງເຈົ້າໃນທຸກດ້ານ, ເຈົ້າກໍໄດ້ເຂົ້າໃຈຄວາມຈິງບາງຢ່າງ ແລະ ເມື່ອເຈົ້າພົບພໍ້ກັບເລື່ອງຕ່າງໆ, ເຈົ້າກໍສາມາດສະແຫວງຫາຄວາມຈິງ ແລະ ກະບົດຕໍ່ຄວາມປາຖະໜາຂອງເນື້ອໜັງຂອງເຈົ້າໄດ້. ໃນເລື່ອງສຳຄັນບາງຢ່າງທີ່ກ່ຽວຂ້ອງກັບຫຼັກການ, ເຈົ້າຍັງສາມາດຍຶດໝັ້ນໃນຫຼັກການ ແລະ ບໍ່ກະທຳຕາມຄວາມປະສົງຂອງເຈົ້າເອງໄດ້ອີກດ້ວຍ ແລະ ເຈົ້າສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ປົກປ້ອງວຽກງານຂອງຄຣິສຕະຈັກໄດ້. ສິ່ງນີ້ໝາຍຄວາມວ່າເຈົ້າມີວຸດທິພາວະໃນລະດັບໜຶ່ງ, ວ່າເຈົ້າມີການປະຕິບັດ ແລະ ການເຂົ້າສູ່ບາງຢ່າງໃນການກະບົດຕໍ່ຕົນເອງ ແລະ ການຍອມຮັບ ແລະ ການອ່ອນນ້ອມຕໍ່ຄວາມຈິງ ແລະ ວ່າອຸປະນິໄສທີ່ເສື່ອມຊາມຕ່າງໆຂອງເຈົ້າກໍໄດ້ປ່ຽນແປງໄປໃນລະດັບທີ່ແຕກຕ່າງກັນເຊັ່ນກັນ. ນີ້ຄືການສະແດງອອກຂອງການສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໃນຜູ້ຄົນທີ່ມີຄວາມເປັນມະນຸດຢ່າງແທ້ຈິງ.

ຄົນທີ່ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດອາດຈະຕ້ອງການຍອມຮັບຄວາມຈິງ ແລະ ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມລອດພົ້ນເຊັ່ນກັນ, ແຕ່ເມື່ອພວກເຂົາພົບພໍ້ກັບສິ່ງຕ່າງໆ, ພວກເຂົາກໍບໍ່ສາມາດນຳຄວາມຈິງໄປປະຕິບັດໄດ້. ພວກເຂົາຍັງຄົງດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ມັກຈະກະບົດ ແລະ ຕໍ່ຕ້ານພຣະເຈົ້າໂດຍບໍ່ມີການຮັບຮູ້ໃດໆເລີຍວ່າພວກເຂົາກຳລັງເຮັດເຊັ່ນນັ້ນ. ພວກເຂົາໄດ້ກະບົດຕໍ່ພຣະເຈົ້າດ້ວຍວິທີນີ້ເມື່ອສິບປີກ່ອນ ແລະ ສິບປີຕໍ່ມາ, ພວກເຂົາກໍຍັງສາມາດເຮັດເຊັ່ນນັ້ນໄດ້. ພວກເຂົາບໍ່ຍອມຮັບ ແລະ ປະຕິບັດຄວາມຈິງ. ມີສອງເຫດຜົນສຳລັບສິ່ງນີ້: ຢ່າງໜຶ່ງຄື ພວກເຂົາບໍ່ເຂົ້າໃຈເລີຍວ່າຄວາມຈິງແມ່ນຫຍັງ ແລະ ພຽງແຕ່ຍຶດຕິດກັບການໃຫ້ເຫດຜົນຂອງພວກເຂົາເອງ, ຄຳເວົ້າຂອງພວກເຂົາເອງ ແລະ ມຸມມອງຂອງພວກເຂົາເອງ. ອີກຢ່າງໜຶ່ງຄື ພວກເຂົາບໍ່ແມ່ນຄົນທີ່ຍອມຮັບຄວາມຈິງເລີຍ. ບໍ່ວ່າພວກເຂົາໄດ້ກະບົດຕໍ່ພຣະເຈົ້າດ້ວຍວິທີໃດເມື່ອສິບປີກ່ອນ, ນັ້ນກໍຍັງຄົງເປັນວິທີທີ່ພວກເຂົາກຳລັງເຮັດຢູ່ໃນສິບປີຕໍ່ມາ ໂດຍບໍ່ມີການປ່ຽນແປງ. ບໍ່ວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ພວກເຂົາກໍບໍ່ມີຄຳພະຍານກ່ຽວກັບການຍອມຮັບຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ, ແຮງໄກທີ່ຈະມີຄຳພະຍານໃດໆກ່ຽວກັບການກະບົດຕໍ່ເນື້ອໜັງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ແມ່ນຄົນທີ່ຍອມຮັບຄວາມຈິງ. ຄົນແບບນັ້ນບໍ່ແມ່ນຜູ້ທີ່ແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ຍັງສາມາດເວົ້າໄດ້ອີກວ່າພວກເຂົາບໍ່ແມ່ນຄົນທີ່ມີຄວາມເປັນມະນຸດ, ເວົ້າຢ່າງກົງໄປກົງມາກໍຄື ພວກເຂົາບໍ່ແມ່ນມະນຸດ. ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້ແລ້ວ, ບາງຄົນກໍຮູ້ສຶກບໍ່ຍອມເຊື່ອໃນໃຈຂອງພວກເຂົາ. ພວກເຂົາເວົ້າວ່າ: “ຂ້ານ້ອຍເຊື່ອໃນພຣະເຈົ້າມາຫຼາຍກວ່າສິບປີແລ້ວ ແລະ ກໍປະຕິບັດໜ້າທີ່ຂອງຂ້ານ້ອຍມາໂດຍຕະຫຼອດ. ພຽງແຕ່ວ່າໃນບາງຄັ້ງຄາວຂ້ານ້ອຍກໍເຮັດຜິດພາດບາງຢ່າງ ແລະ ກໍຖືກລິຮານບາງຢ່າງ. ນັ້ນບໍ່ແມ່ນເລື່ອງປົກກະຕິຫຼາຍບໍ? ທຸກຄົນລ້ວນແຕ່ມີອຸປະນິໄສທີ່ເສື່ອມຊາມ; ໃຜແດ່ທີ່ບໍ່ເຮັດຜິດພາດ? ບໍ່ວ່າແນວໃດກໍຕາມ, ຂ້ານ້ອຍກໍເປັນຜູ້ເຊື່ອທີ່ແທ້ຈິງ. ພຣະອົງຈະເວົ້າວ່າຂ້ານ້ອຍບໍ່ມີຄວາມເປັນມະນຸດໄດ້ແນວໃດ?” ມັນເປັນຄວາມຈິງທີ່ວ່າເຈົ້າເປັນຜູ້ເຊື່ອທີ່ແທ້ຈິງ, ແຕ່ການເປັນຜູ້ເຊື່ອທີ່ແທ້ຈິງໝາຍຄວາມວ່າເຈົ້າສາມາດຍອມຮັບຄວາມຈິງໄດ້ບໍ? ການເປັນຜູ້ເຊື່ອທີ່ແທ້ຈິງໝາຍຄວາມວ່າເຈົ້າສາມາດກະບົດຕໍ່ເນື້ອໜັງໄດ້ ແລະ ເຈົ້າຈະບໍ່ເຮັດຕາມອຳເພີໃຈບໍ? ການເປັນຜູ້ເຊື່ອທີ່ແທ້ຈິງໝາຍຄວາມວ່າເຈົ້າສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? ມັນບໍ່ໄດ້ໝາຍຄວາມແບບນັ້ນ. ການເປັນຜູ້ເຊື່ອທີ່ແທ້ຈິງບໍ່ແມ່ນທຸກສິ່ງທຸກຢ່າງ ແລະ ມັນບໍ່ໄດ້ໝາຍຄວາມວ່າເຈົ້າສາມາດໄດ້ຮັບຄວາມລອດພົ້ນໄດ້. ທີ່ສຳຄັນຄື ການໄດ້ຮັບຄວາມລອດພົ້ນນັ້ນຂຶ້ນຢູ່ກັບວ່າຄວາມເປັນມະນຸດຂອງເຈົ້າສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ ແລະ ເຈົ້າສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ ຫຼື ບໍ່. ການເປັນຜູ້ເຊື່ອທີ່ແທ້ຈິງບໍ່ແມ່ນເງື່ອນໄຂທີ່ສຳຄັນທີ່ສຸດສຳລັບຜູ້ຄົນທີ່ຈະໄດ້ຮັບຄວາມລອດພົ້ນໃນທີ່ສຸດ ແລະ ມັນກໍບໍ່ແມ່ນເງື່ອນໄຂພື້ນຖານ. ເຈົ້າເວົ້າວ່າເຈົ້າເປັນຜູ້ເຊື່ອທີ່ແທ້ຈິງ, ແຕ່ເຈົ້າເຂົ້າໃຈ ແລະ ໄດ້ຮັບຄວາມຈິງຫຼາຍສໍ່າໃດແລ້ວ? ເມື່ອເວົ້າເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ເຈົ້າໄດ້ປົກປ້ອງພວກມັນຈັກຄັ້ງແລ້ວ? ຖ້າເຈົ້າຄິດວ່າເຈົ້າເປັນຜູ້ເຊື່ອທີ່ແທ້ຈິງ, ເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ ແລະ ເຈົ້າເປັນຄົນທີ່ແທ້ຈິງ, ແລ້ວໃນເລື່ອງດຽວກັນ, ຖ້າເຈົ້າສາມາດກະບົດຕໍ່ພຣະເຈົ້າໄດ້ເມື່ອສິບປີກ່ອນ, ຕອນນີ້ເຈົ້າກໍຍັງສາມາດກະບົດຕໍ່ພຣະເຈົ້າໄດ້ຢູ່ບໍ? ເຈົ້າໄດ້ປ່ຽນແປງແລ້ວບໍ? ເຈົ້າໄດ້ກະບົດຕໍ່ເນື້ອໜັງແລ້ວບໍ? ຖ້າເຈົ້າຍັງບໍ່ໄດ້ກະບົດຕໍ່ເນື້ອໜັງ, ເຈົ້າຈະສາມາດເຮັດເຊັ່ນນັ້ນໄດ້ໃນອີກສິບປີຂ້າງໜ້າບໍ? ຖ້າເຈົ້າຍັງບໍ່ສາມາດກະບົດຕໍ່ເນື້ອໜັງ ແລະ ຍັງສາມາດກະບົດຕໍ່ພຣະເຈົ້າໄດ້, ແລ້ວມັນກໍສະແດງໃຫ້ເຫັນວ່າມີບັນຫາກັບຄວາມເປັນມະນຸດຂອງເຈົ້າ. ເຈົ້າບໍ່ສາມາດປະຕິບັດຄວາມຈິງໄດ້, ສະນັ້ນ ເຖິງແມ່ນເຈົ້າຈະເວົ້າວ່າເຈົ້າເປັນຜູ້ເຊື່ອທີ່ແທ້ຈິງ, ມັນກໍໄຮ້ປະໂຫຍດ. ເຈົ້າເວົ້າວ່າເຈົ້າເຕັມໃຈທີ່ຈະທົນທຸກ ແລະ ຈ່າຍລາຄາ ແລະ ເຕັມໃຈທີ່ຈະອຸທິດຕົນໃນການປະຕິບັດໜ້າທີ່ຂອງເຈົ້າ, ແຕ່ຄວາມເຕັມໃຈນີ້ກໍບໍ່ມີຄ່າຫຍັງເລີຍ. ນີ້ເປັນພຽງເງື່ອນໄຂເບື້ອງຕົ້ນສຳລັບເຈົ້າທີ່ຈະສາມາດປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້, ແຕ່ໃນທີ່ສຸດແລ້ວ ເຈົ້າຈະສາມາດນຳມັນໄປປະຕິບັດໄດ້ ຫຼື ບໍ່ນັ້ນກໍຂຶ້ນຢູ່ກັບວ່າເຈົ້າມີຄວາມເປັນມະນຸດ ຫຼື ບໍ່. ຖ້າຫົວໃຈຂອງເຈົ້າບໍ່ສາມາດຢັບຢັ້ງ ແລະ ຄວບຄຸມອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ຕະຫຼອດໄປ ແລະ ເຈົ້າເລືອກທີ່ຈະປົກປ້ອງຜົນປະໂຫຍດຂອງເຈົ້າເອງ ແລະ ເລືອກສິ່ງທີ່ເປັນລົບແທນທີ່ຈະແມ່ນສິ່ງທີ່ເປັນບວກ, ແລ້ວມັນກໍສະແດງໃຫ້ເຫັນວ່າຄວາມເປັນມະນຸດຂອງເຈົ້າບໍ່ໄດ້ຮັກຄວາມຈິງ ແລະ ບໍ່ມີຄວາມສາມາດໃນການຄວບຄຸມອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້. ຖ້າເຈົ້າບໍ່ມີຄວາມສາມາດໃນການຄວບຄຸມການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າໃນຕອນທີ່ເຈົ້າບໍ່ເຂົ້າໃຈຄວາມຈິງ, ນັ້ນກໍພໍໃຫ້ອະໄພໄດ້. ແຕ່ຕອນນີ້ມັນແຕກຕ່າງກັນແລ້ວ. ເຈົ້າໄດ້ຟັງຄຳເທດສະໜາກ່ຽວກັບຄວາມຈິງມາຫຼາຍປີແລ້ວ, ແຕ່ເຈົ້າຍັງບໍ່ສາມາດຢັບຢັ້ງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ເພື່ອໃຫ້ເຈົ້າສາມາດປະຕິບັດຕາມຫຼັກການຄວາມຈິງ ແລະ ຕັດສິນໃຈໄດ້ຢ່າງຖືກຕ້ອງເມື່ອເຈົ້າພົບພໍ້ກັບເລື່ອງຕ່າງໆ. ເຈົ້າເຫັນຢ່າງຊັດເຈນວ່າຄົນຊົ່ວຮ້າຍກຳລັງລົບກວນວຽກງານຂອງຄຣິສຕະຈັກ, ແຕ່ເຈົ້າກໍບໍ່ສາມາດລຸກຂຶ້ນມາປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້. ແຕ່ເມື່ອມີຄົນມາທຳຮ້າຍຜົນປະໂຫຍດຂອງເຈົ້າເອງ, ເຈົ້າພັດສາມາດເຮັດທຸກຢ່າງໃນອຳນາດຂອງເຈົ້າເພື່ອປົກປ້ອງພວກມັນໄດ້. ສິ່ງນີ້ພຽງພໍທີ່ຈະພິສູດໄດ້ວ່າບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ຄວາມສຳນຶກໃນຄວາມເປັນມະນຸດຂອງເຈົ້າທີ່ຈະຄວບຄຸມ ແລະ ຢັບຢັ້ງເຈົ້າ ເພື່ອໃຫ້ເຈົ້າເລືອກເສັ້ນທາງ ແລະ ຫຼັກການປະຕິບັດທີ່ຖືກຕ້ອງ. ຖ້າເຈົ້າເຮັດສິ່ງທີ່ບໍ່ສົມເຫດສົມຜົນແບບນັ້ນ ແຕ່ກໍຍັງອ້າງວ່າເຈົ້າເປັນມະນຸດ, ມັນກໍສະແດງໃຫ້ເຫັນວ່າສະຕິຮູ້ສຶກຜິດຊອບສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງເຈົ້າບໍ່ເຮັດວຽກອີກຕໍ່ໄປແລ້ວ. ແລ້ວເຈົ້າກໍບໍ່ແມ່ນຄົນປົກກະຕິ, ເພາະວ່າໃນຄວາມເປັນມະນຸດຂອງເຈົ້າ, ບໍ່ມີສະຕິຮູ້ສຶກຜິດຊອບສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ, ທັງບໍ່ມີສິ່ງໃດທີ່ສາມາດເຮັດໃຫ້ເຈົ້າຕັດສິນໃຈໄດ້ຢ່າງຖືກຕ້ອງ. ເຂົ້າໃຈບໍ? ບາງຄົນເວົ້າວ່າ: “ຕອນນີ້ວຸດທິພາວະຂອງຂ້ອຍຍັງນ້ອຍຢູ່. ເນື່ອງຈາກສະພາບແວດລ້ອມໃນຄອບຄົວ ແລະ ການລ້ຽງດູຂອງຂ້ອຍ, ຂ້ອຍຈຶ່ງເປັນຄົນທີ່ເຮັດຕາມອຳເພີໃຈ, ຕາມໃຈຕົນເອງ ແລະ ຍິ່ງທະນົງຕົວ. ແຕ່ໃນຊີວິດຈິງ, ຂ້ອຍຮູ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ ແລະ ຂ້ອຍກໍຮູ້ວ່າຂ້ອຍຄວນເຮັດຫຍັງ ແລະ ບໍ່ຄວນເຮັດຫຍັງ. ພຽງແຕ່ ເນື່ອງຈາກວ່າວຸດທິພາວະຂອງຂ້ອຍຍັງຕໍ່າຢູ່ ແລະ ຂ້ອຍບໍ່ມີຄົນທີ່ເຂົ້າໃຈຄວາມຈິງມາໃຫ້ຄວາມຮູ້ແຈ້ງ, ຊີ້ນຳ ແລະ ຊຸກຍູ້ຂ້ອຍ, ຂ້ອຍຈຶ່ງບໍ່ໄດ້ນຳຄວາມຈິງໄປປະຕິບັດ ແລະ ໄດ້ກະທຳການຝ່າຝືນບາງຢ່າງ ແລະ ຮູ້ສຶກເສຍໃຈເລັກໜ້ອຍຢູ່ພາຍໃນ”. ໃນຊີວິດຈິງ, ຄົນແບບນັ້ນສາມາດໃຊ້ສະຕິຮູ້ສຶກຜິດຊອບຂອງພວກເຂົາເພື່ອຄວບຄຸມຄວາມປະພຶດຂອງພວກເຂົາ ແລະ ເພື່ອຢັບຢັ້ງຕົນເອງ ເພື່ອໃຫ້ພວກເຂົາຍ່າງໃນເສັ້ນທາງທີ່ຖືກຕ້ອງ. ພວກເຂົາເປັນຄົນທີ່ສາມາດໄດ້ຮັບຄວາມລອດພົ້ນໄດ້. ນີ້ກໍຍ້ອນວ່າພວກເຂົາສາມາດຍອມຮັບຄວາມຈິງ, ສາມາດນຳຄວາມຈິງບາງຢ່າງໄປປະຕິບັດໄດ້ ແລະ ໄດ້ຜ່ານການປ່ຽນແປງບາງຢ່າງ. ມັນກໍພຽງແຕ່ຈັງຫວະຄວາມກ້າວໜ້າຂອງພວກເຂົາຊ້າກວ່າປົກກະຕິເລັກໜ້ອຍ ແລະ ການເຕີບໂຕຂອງພວກເຂົາກໍບໍ່ຫຼາຍປານໃດ, ແຕ່ພວກເຂົາກໍກຳລັງປ່ຽນແປງຢູ່. ມັນກໍຄືກັນກັບແກ່ນພືດບາງຊະນິດທີ່ເຕີບໂຕໄວໃນດິນທີ່ດີ, ໃນຂະນະທີ່ບາງຊະນິດກໍເຕີບໂຕຊ້າກວ່າ ແລະ ຍາກລຳບາກກວ່າໃນດິນຊາຍ ຫຼື ຮອຍແຕກຂອງຫີນ; ແຕ່ຕາບໃດທີ່ມີຊີວິດຢູ່ໃນດິນເຫຼົ່ານັ້ນ, ພວກມັນກໍຈະເຕີບໂຕຂຶ້ນໄດ້. ມັນກໍຄືກັນກັບຜູ້ຄົນ. ຕາບໃດທີ່ຄວາມເປັນມະນຸດຂອງພວກເຂົາມີສະຕິຮູ້ສຶກຜິດຊອບສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກທີ່ຜູ້ຄົນຄວນມີ, ມັນກໍພິສູດວ່າພວກເຂົາມີຊີວິດຂອງມະນຸດ, ຫຼັງຈາກທີ່ພວກເຂົາຍອມຮັບຄວາມຈິງແລ້ວ, ພວກເຂົາກໍຈະປ່ຽນແປງ. ເຖິງແມ່ນວ່າການປ່ຽນແປງຈະຊັກຊ້າ, ຄົນອື່ນມີຄວາມກ້າວໜ້າຢ່າງຫຼວງຫຼາຍໃນສິບປີ ໃນຂະນະທີ່ພວກເຂົາມີຄວາມກ້າວໜ້າພຽງເລັກໜ້ອຍໃນຊາວ ຫຼື ສາມສິບປີ, ເຖິງແມ່ນວ່າຈະຊັກຊ້າກໍຕາມ, ພວກເຂົາກໍກຳລັງພັດທະນາໄປໃນທິດທາງທີ່ເປັນບວກ, ພວກເຂົາກຳລັງປ່ຽນແປງ ແລະ ຊີວິດຂອງພວກເຂົາກໍກຳລັງເຕີບໂຕຂຶ້ນຢ່າງຕໍ່ເນື່ອງ. ບໍ່ວ່າພວກເຂົາຈະເຕີບໂຕຂຶ້ນໄວ ຫຼື ຊ້າສໍ່າໃດກໍຕາມ, ຄົນປະເພດນີ້ກໍມີຄຸນນະພາບຂອງຄວາມເປັນມະນຸດ. ເຖິງຢ່າງໃດກໍຕາມ, ຍັງມີຄົນອີກປະເພດໜຶ່ງທີ່ເຊື່ອໃນພຣະເຈົ້າມາຫຼາຍປີ ແຕ່ບໍ່ມີການເຕີບໂຕໃນຊີວິດເລີຍ. ບໍ່ວ່າໃຜຈະໂອ້ລົມກ່ຽວກັບຄວາມຈິງກໍຕາມ, ພວກເຂົາກໍຮູ້ສຶກລັງກຽດ ແລະ ບໍ່ເຕັມໃຈທີ່ຈະຮັບຟັງ. ບໍ່ວ່າພຣະເຈົ້າຈະຈັດສະພາບແວດລ້ອມແບບໃດກໍຕາມ, ພວກເຂົາກໍບໍ່ສະແຫວງຫາຄວາມຈິງ ແລະ ບໍ່ສາມາດຮຽນຮູ້ບົດຮຽນຈາກມັນໄດ້ ແລະ ບໍ່ສາມາດໄດ້ຮັບການນຳພາ ແລະ ການຊ່ວຍເຫຼືອທີ່ເປັນບວກຈາກຄວາມຈິງນັ້ນໄດ້. ພວກເຂົາລັງກຽດສິ່ງທີ່ເປັນບວກໃນໃຈຂອງພວກເຂົາ. ອຸປະນິໄສ ແລະ ວິຖີຊີວິດຂອງພວກເຂົາໃນການເຮັດທຸກຢ່າງຕາມອຳເພີໃຈບໍ່ເຄີຍປ່ຽນແປງເລີຍ. ຄົນແບບນັ້ນຄືຜູ້ທີ່ບໍ່ມີສະຕິຮູ້ສຶກຜິດຊອບສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ. ພວກເຂົາບໍ່ແມ່ນມະນຸດ, ພວກເຂົາບໍ່ແມ່ນມະນຸດ. ເມື່ອເຮົາອະທິບາຍແບບນີ້, ມັນກໍຊັດເຈນຂຶ້ນ ແລະ ເຂົ້າໃຈງ່າຍຂຶ້ນສຳລັບພວກເຈົ້າບໍ? (ແມ່ນແລ້ວ).

ຍັງມີຄົນອີກປະເພດໜຶ່ງ: ພວກເຂົາຮູ້ວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ, ແຕ່ພວກເຂົາບໍ່ເຂົ້າໃຈວ່າສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບແມ່ນຫຍັງ; ນອກຈາກນີ້, ພວກເຂົາຍັງຫ່າງໄກຈາກການໃຊ້ສະຕິຮູ້ສຶກຜິດຊອບຂອງພວກເຂົາເພື່ອຄວບຄຸມ ຫຼື ຢັບຢັ້ງຄຳເວົ້າ ແລະ ການກະທຳຂອງພວກເຂົາ. ຄົນແບບນັ້ນແຍກແຍະໄດ້ງ່າຍກວ່າ. ພວກເຂົາຫ່າງໄກຈາກການຮັກສິ່ງທີ່ເປັນບວກ ແລະ ພວກເຂົາກໍບໍ່ໃກ້ຄຽງກັບການເຂົ້າໃຈຄວາມໝາຍຂອງສິ່ງຕ່າງໆເລີຍ. ສິ່ງທັງໝົດນີ້ເປັນເລື່ອງທີ່ສັບສົນສຳລັບພວກເຂົາ. ຖ້າເຈົ້າຖາມພວກເຂົາວ່າສິ່ງທີ່ເປັນບວກແມ່ນຫຍັງ, ພວກເຂົາກໍຈະເວົ້າໃນແງ່ຂອງຫຼັກຄຳສອນ ແລະ ເວົ້າວ່າສິ່ງທີ່ພຣະເຈົ້າກ່າວ ແລະ ເຮັດລ້ວນແຕ່ເປັນສິ່ງທີ່ເປັນບວກ. ສິ່ງທີ່ພວກເຂົາເວົ້າຟັງເບິ່ງດີຫຼາຍ, ແຕ່ເມື່ອພວກເຂົາພົບພໍ້ກັບສິ່ງຕ່າງໆ, ພວກເຂົາບໍ່ສາມາດເຊື່ອມໂຍງພວກມັນເຂົ້າກັບພຣະທຳຂອງພຣະເຈົ້າ ຫຼື ແຍກແຍະພວກມັນໄດ້; ຄວາມຄິດຂອງພວກເຂົາກາຍເປັນຄືກັບເຂົ້າປຽກ, ພວກເຂົາກາຍເປັນຄົນເບົາປັນຍາ ແລະ ບໍ່ມີຄວາມກະຈ່າງແຈ້ງກ່ຽວກັບສິ່ງໃດເລີຍ. ຖ້າເຈົ້າຖາມພວກເຂົາວ່າພວກເຂົາໄດ້ຮັບຄວາມຈິງຫຍັງແດ່ຈາກການເຊື່ອໃນພຣະເຈົ້າມາຫຼາຍປີ, ພວກເຂົາກໍເວົ້າວ່າ: “ພຣະເຈົ້າມີອຳນາດສູງສຸດເໜືອທຸກສັບພະສິ່ງ, ທຸກສິ່ງທີ່ພຣະອົງເຮັດເພື່ອມະນຸດລ້ວນແຕ່ດີ ແລະ ພຣະເຈົ້າຮັກມະນຸດ. ຊາຕານຕໍ່ຕ້ານພຣະເຈົ້າ ແລະ ຊາຕານທຳຮ້າຍ, ຂົ່ມເຫັງ ແລະ ທາລຸນມະນຸດ”. ຖ້າເຈົ້າຖາມພວກເຂົາວ່າພວກເຂົາໄດ້ຮັບຫຍັງອີກແດ່, ພວກເຂົາກໍເວົ້າວ່າ: “ພວກເຮົາຕ້ອງປະຕິບັດໜ້າທີ່ຂອງຕົນໃຫ້ດີ, ທົນທຸກໃຫ້ຫຼາຍຂຶ້ນ ແລະ ຈ່າຍລາຄາໃຫ້ຫຼາຍຂຶ້ນ”. ຖ້າຈາກນັ້ນເຈົ້າຖາມພວກເຂົາວ່າຄົນເຮົາຄວນເຮັດຕາມຫຼັກການໃດໃນການປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍເວົ້າວ່າ: “ພວກເຮົາຄວນຟັງທຸກສິ່ງທີ່ເບື້ອງເທິງເວົ້າ ແລະ ເຮັດທຸກສິ່ງທີ່ພວກເຮົາຖືກຂໍຮ້ອງໃຫ້ເຮັດ. ເຖິງແມ່ນວ່າວຽກນັ້ນຈະເປິເປື້ອນ ແລະ ອິດເມື່ອຍ, ພວກເຮົາກໍຕ້ອງເຮັດມັນໃຫ້ດີ; ພວກເຮົາຕ້ອງບໍ່ຂັດຂວາງ ແລະ ລົບກວນ ຫຼື ສ້າງບັນຫາ. ພວກເຮົາຕ້ອງເຮັດສິ່ງທີ່ເປັນປະໂຫຍດຕໍ່ທຸກຄົນ ແລະ ຕໍ່ເຮືອນຂອງພຣະເຈົ້າ”. ຫຼັກຄຳສອນທັງໝົດເຫຼົ່ານີ້ທີ່ພວກເຂົາເວົ້າແມ່ນຖືກຕ້ອງ, ບໍ່ມີຄຳເວົ້າທີ່ຜິດແມ່ນແຕ່ຄຳດຽວໃນນັ້ນ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາພົບພໍ້ກັບສິ່ງຕ່າງໆ, ພວກເຂົາບໍ່ເປີດເຜີຍຫຍັງເລີຍນອກຈາກມຸມມອງທີ່ບິດເບືອນ ແລະ ໂງ່ຈ້າບາງຢ່າງ ແລະ ບໍ່ວ່າເຈົ້າຈະແກ້ໄຂພວກເຂົາຈັກຄັ້ງກໍຕາມ, ພວກເຂົາກໍບໍ່ສາມາດປ່ຽນແປງໄດ້. ຄົນແບບນັ້ນເປັນຄົນຕ່ຳຊ້າປະເພດໃດ? (ພວກເຂົາເປັນຄົນເບົາປັນຍາ). ຄົນເບົາປັນຍາເປັນມະນຸດບໍ? (ບໍ່). ຄົນເບົາປັນຍາແມ່ນຫຍັງ? (ສັດເດຍລະສານ). ຄຳສັບທີ່ສຸພາບຄື “ສັດ” ແລະ ຄຳສັບທີ່ໃຊ້ໃນພາສາປາກເວົ້າຄື “ສັດເດຍລະສານ”. ບໍ່ວ່າພວກເຂົາຈະຟັງຄຳເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ, ສິ່ງທີ່ເປັນບວກແມ່ນຫຍັງ ຫຼື ສິ່ງທີ່ເປັນລົບແມ່ນຫຍັງ. ບໍ່ວ່າພວກເຂົາຈະເຮັດສິ່ງທີ່ກະບົດຕໍ່ພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ມີການຮັບຮູ້ກ່ຽວກັບມັນໃນໃຈຂອງພວກເຂົາ ແລະ ຍັງຄົງຮູ້ສຶກວ່າໂດຍທຳມະຊາດແລ້ວພວກເຂົາເປັນຄົນໃຈດີ ແລະ ມີຫົວໃຈທີ່ເຫັນອົກເຫັນໃຈ. ເມື່ອພວກເຂົາເຫັນຄົນທົນທຸກ, ພວກເຂົາກໍຮູ້ສຶກເຈັບປວດໃນໃຈຂອງພວກເຂົາ ແລະ ປາຖະໜາວ່າພວກເຂົາຈະສາມາດທົນທຸກແທນພວກເຂົາໄດ້. ເມື່ອພວກເຂົາເຫັນຄົນທີ່ບໍ່ມີຫຍັງກິນ ຫຼື ນຸ່ງ, ພວກເຂົາກໍຕ້ອງການເອົາເຄື່ອງນຸ່ງ ແລະ ອາຫານຂອງພວກເຂົາເອງໃຫ້ພວກເຂົາ. ບໍ່ວ່າພວກເຂົາຈະຟັງພຣະທຳຂອງພຣະເຈົ້າທີ່ເປີດໂປງຄວາມເສື່ອມຊາມຂອງມະນຸດຊາດຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງຄົງຮູ້ສຶກວ່າພວກເຂົາດີຫຼາຍ, ດີກວ່າຄົນອື່ນໆ. ບໍ່ວ່າພວກເຂົາເຮັດສິ່ງທີ່ຜິດຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ວ່າພວກເຂົາເຮັດຜິດຢູ່ບ່ອນໃດ ແລະ ພວກເຂົາບໍ່ເຄີຍຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ຖ້າເຈົ້າຖາມພວກເຂົາວ່າ: “ເຈົ້າເປັນມະນຸດທີ່ເສື່ອມຊາມບໍ? ເຈົ້າມີອຸປະນິໄສທີ່ເສື່ອມຊາມບໍ?” ພວກເຂົາກໍເວົ້າວ່າ: “ແມ່ນແລ້ວ, ຂ້ອຍມີ. ທຸກຄົນລ້ວນແຕ່ມີຄວາມເສື່ອມຊາມ, ຂ້ອຍຈະບໍ່ມີໄດ້ແນວໃດ? ເຈົ້າກຳລັງເວົ້າຄຳເວົ້າທີ່ໂງ່ຈ້າ!” ພວກເຂົາເຖິງກັບເອີ້ນເຈົ້າວ່າຄົນໂງ່ຈ້າ. ແຕ່ເມື່ອພວກເຂົາເຮັດບາງສິ່ງທີ່ຜິດ, ພວກເຂົາກໍບໍ່ຍອມຮັບມັນ ແລະ ພວກເຂົາເຖິງກັບໂຍນຄວາມຜິດໃຫ້ຄົນອື່ນ. ບໍ່ວ່າພວກເຂົາຈະເຮັດຜິດຫຍັງກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ ແລະ ບໍ່ວ່າການກະທຳທີ່ຊົ່ວຮ້າຍທີ່ພວກເຂົາເຮັດນັ້ນຈະຮ້າຍແຮງສໍ່າໃດກໍຕາມ, ພວກເຂົາກໍມັກຈະມີຂໍ້ອ້າງ ແລະ ເຫດຜົນເພື່ອແກ້ຕົວໃຫ້ກັບຕົນເອງຢູ່ສະເໝີ. ຄົນແບບນັ້ນມີເຫດຜົນໃດໆບໍ? ພວກເຂົາເປັນຄົນທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ບໍ? (ພວກເຂົາບໍ່ມີເຫດຜົນ ແລະ ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້). ພວກເຂົາເບິ່ງຄືວ່າຈະທຸ່ມເທຄວາມພະຍາຍາມຢ່າງຫຼາຍໃນແຕ່ລະມື້, ຟັງຄຳເທດສະໜາ ແລະ ອ່ານພຣະທຳຂອງພຣະເຈົ້າຕັ້ງແຕ່ເຊົ້າຈົນຄໍ່າ, ແຕ່ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້ແມ່ນແຕ່ປະໂຫຍກດຽວ, ບໍ່ສາມາດເຮັດສິ່ງໃດທີ່ສອດຄ່ອງກັບຫຼັກການຄວາມຈິງໄດ້ແມ່ນແຕ່ຢ່າງດຽວ ແລະ ບໍ່ສາມາດເວົ້າຄຳເວົ້າທີ່ສອດຄ່ອງກັບຄວາມຈິງໄດ້ແມ່ນແຕ່ຄຳດຽວ. ຢ່າວ່າແຕ່ຄຳເວົ້າທີ່ສອດຄ່ອງກັບຄວາມຈິງເລີຍ, ພວກເຂົາບໍ່ສາມາດເວົ້າຄຳເວົ້າທີ່ສອດຄ່ອງກັບສະຕິຮູ້ສຶກຜິດຊອບສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງຄວາມເປັນມະນຸດໄດ້ແມ່ນແຕ່ຄຳດຽວ; ພວກເຂົາພຽງແຕ່ເວົ້າຄຳເວົ້າທີ່ເບົາປັນຍາ ແລະ ໄຮ້ສາລະ ແລະ ພຽງແຕ່ພົ່ນຂໍ້ອ້າງທີ່ບິດເບືອນອອກມາເທົ່ານັ້ນ. ຄົນແບບນັ້ນຫ່າງໄກຈາກການມີສະຕິຮູ້ສຶກຜິດຊອບສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຫຼາຍ; ພວກເຂົາກໍເປັນພຽງຄົນເບົາປັນຍາ, ເຕັມໄປດ້ວຍການໃຫ້ເຫດຜົນທີ່ບິດເບືອນ. ຫຼັງຈາກທີ່ໄດ້ຟັງຄຳເທດສະໜາມາຫຼາຍຄັ້ງ, ພວກເຂົາກໍສາມາດເວົ້າຄຳເວົ້າຝ່າຍວິນຍານບາງຢ່າງໄດ້. ເມື່ອເຈົ້າໄດ້ຍິນພວກເຂົາເວົ້າຄຳເວົ້າຝ່າຍວິນຍານ, ເຈົ້າກໍຮູ້ສຶກວ່າພວກເຂົາຂ້ອນຂ້າງຊຳນານ ແລະ ເວົ້າເກັ່ງ, ແຕ່ເມື່ອເວົ້າເຖິງການຈັດການກັບເລື່ອງຕ່າງໆ, ເຈົ້າກໍພົບວ່າພວກເຂົາທັງເບົາປັນຍາ ແລະ ໄຮ້ສາລະ. ເມື່ອພວກເຂົາພົ່ນຂໍ້ອ້າງທີ່ບິດເບືອນອອກມາ, ພວກເຂົາກໍສາມາດເຮັດໃຫ້ເຈົ້າເວົ້າບໍ່ອອກໄດ້. ຄຳວ່າ “ເຮັດໃຫ້ເຈົ້າເວົ້າບໍ່ອອກ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າບໍ່ສາມາດຈິນຕະນາການໄດ້ເລີຍວ່າຄົນໃດໜຶ່ງຈະສາມາດເວົ້າຄຳເວົ້າທີ່ໄຮ້ສາລະແບບນັ້ນ ຫຼື ມີວິທີຄິດແບບນັ້ນໄດ້, ວ່າມັນເປັນສິ່ງທີ່ເຫຼືອເຊື່ອສຳລັບເຈົ້າ ແລະ ວ່າໃນທີ່ສຸດແລ້ວ, ເຈົ້າກໍສາມາດຕອບໂຕ້ພວກເຂົາດ້ວຍຄວາມງຽບເທົ່ານັ້ນ, ເຊິ່ງເປັນວິທີທີ່ດີທີ່ສຸດໃນການຈັດການກັບພວກເຂົາ.

ຖ້າຄົນໃດໜຶ່ງເປັນມະນຸດ ແລະ ມີຄວາມເປັນມະນຸດທີ່ປົກກະຕິ, ແລ້ວການທີ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ນັ້ນກໍສຳຄັນຫຼາຍ. ເມື່ອພວກເຂົາຍັງບໍ່ໄດ້ຮັບການສະໜອງຈາກພຣະທຳຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ, ພວກເຂົາສາມາດໃຊ້ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາເພື່ອເຂົ້າໃຈສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບທີ່ລຽບງ່າຍບາງຢ່າງໄດ້. ພວກເຂົາມີຄວາມສາມາດໃນການແຍກແຍະ ແລະ ການຮັບຮູ້ພໍສົມຄວນເມື່ອເວົ້າເຖິງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບທີ່ພວກເຂົາພົບພໍ້ໃນຊີວິດຈິງ. ພວກເຂົາສາມາດມີການແຍກແຍະບາງຢ່າງຕໍ່ສິ່ງທີ່ຕົກຢູ່ໃນສາມັນສຳນຶກພື້ນຖານຂອງມະນຸດ, ຕໍ່ກົດເກນແຫ່ງການຢູ່ລອດຂອງມະນຸດ ແລະ ຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບາງຢ່າງທີ່ພວກເຂົາມັກຈະພົບພໍ້. ພວກເຂົາບໍ່ແມ່ນຄົນທີ່ດຳລົງຊີວິດຢ່າງເບົາປັນຍາ, ແຕ່ມີຄວາມສາມາດໃນການແຍກແຍະ ແລະ ການຮັບຮູ້ເມື່ອເວົ້າເຖິງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໃນໂລກມະນຸດ ແລະ ແນ່ນອນວ່າ ພວກເຂົາຍັງມີຄວາມຄິດ, ຈຸດຢືນ ແລະ ທັດສະນະຄະຕິທີ່ຖືກຕ້ອງຕໍ່ສິ່ງເຫຼົ່ານີ້ອີກດ້ວຍ. ຫຼັງຈາກອາຍຸສາມສິບປີ, ຄົນແບບນັ້ນກໍເລີ່ມຄ່ອຍໆພົບພໍ້ກັບເລື່ອງຕ່າງໆຂອງຊີວິດ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ຫຼື ໄດ້ຮັບການສະໜອງຈາກພຣະທຳຂອງພຣະເຈົ້າກໍຕາມ, ແຕ່ເມື່ອພວກເຂົາອາຍຸຫ້າສິບ ຫຼື ຫົກສິບປີ, ພວກເຂົາກໍສາມາດຄ່ອຍໆເຂົ້າໃຈໄດ້ວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ ແລະ ຈາກນັ້ນກໍດຳລົງຊີວິດໄປຕາມສິ່ງທີ່ເປັນບວກເຫຼົ່ານັ້ນທີ່ພວກເຂົາສາມາດຢັ່ງຮູ້ໄດ້ ແລະ ເຮັດຕາມກົດເກນບາງຢ່າງຂອງສິ່ງທີ່ເປັນບວກ. ສຳລັບສິ່ງທີ່ເປັນລົບບາງຢ່າງ, ນອກເໜືອຈາກການທີ່ສາມາດແຍກແຍະພວກມັນໄດ້ແລ້ວ, ພວກເຂົາຍັງສາມາດເອົາຕົວອອກຫ່າງຈາກພວກມັນໄດ້ຈາກສ່ວນເລິກໃນໃຈຂອງພວກເຂົາອີກດ້ວຍ. ເມື່ອພວກເຂົາບໍ່ມີທາງເລືອກອື່ນນອກຈາກຕ້ອງເຮັດຕາມກະແສທາງໂລກ ຫຼື ປັດຊະຍາສຳລັບການກະທຳທາງໂລກບາງຢ່າງ ແລະ ຄຳເວົ້າທີ່ແຜ່ຫຼາຍໃນທ່າມກາງຜູ້ຄົນ, ພວກເຂົາກໍຮູ້ສຶກວ່າພວກເຂົາກຳລັງຂັດຕໍ່ສະຕິຮູ້ສຶກຜິດຊອບຂອງພວກເຂົາ ແລະ ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍຈະຕຳໜິພວກເຂົາ. ຈາກສ່ວນເລິກໃນໃຈຂອງພວກເຂົາ, ພວກເຂົາບໍ່ຍອມຮັບມຸມມອງດັ່ງກ່າວ; ພວກເຂົາພຽງແຕ່ກະທຳແບບນີ້ເພື່ອຄວາມຢູ່ລອດ ຫຼື ຜົນປະໂຫຍດຊົ່ວຄາວເທົ່ານັ້ນ. ມັນບໍ່ແມ່ນເຈດຕະນາດັ້ງເດີມຂອງພວກເຂົາທີ່ຈະເຮັດສິ່ງເຫຼົ່ານີ້; ກົງກັນຂ້າມ, ມັນເປັນການຕັດສິນໃຈທີ່ຂັດຕໍ່ຄວາມປະສົງຂອງພວກເຂົາ. ຫຼັງຈາກທີ່ຄົນແບບນັ້ນເຊື່ອໃນພຣະເຈົ້າ, ພວກເຂົາກໍໃຫ້ຄວາມສົນໃຈຫຼາຍຂຶ້ນກ່ຽວກັບສິ່ງທີ່ພຣະທຳຂອງພຣະເຈົ້າກ່າວຢ່າງແທ້ຈິງກ່ຽວກັບບັນຫາທຸກປະເພດ ເຊັ່ນ: ບັນຫາທີ່ກ່ຽວຂ້ອງກັບຊີວິດ ແລະ ການຢູ່ລອດຂອງມະນຸດ, ຄຳເວົ້າທີ່ຖືກຕ້ອງຂອງພຣະເຈົ້າກ່ຽວກັບບັນຫາທີ່ຫຍຸ້ງຍາກໃນຊີວິດຂອງມະນຸດແມ່ນຫຍັງແທ້ ແລະ ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເຮັດຫຍັງແທ້ເມື່ອພວກເຂົາຜະເຊີນໜ້າກັບພວກມັນ. ພວກເຂົາປາຖະໜາຄຳຕອບສຳລັບຄຳຖາມເຫຼົ່ານີ້. ເມື່ອພວກເຂົາໄດ້ຮັບຄຳຕອບ, ພວກເຂົາກໍບໍ່ຮູ້ສຶກວ່າການປະຕິບັດຕາມພຣະທຳຂອງພຣະເຈົ້ານັ້ນຍາກເກີນໄປ ຫຼື ຂັດຕໍ່ຄວາມຕ້ອງການຂອງຄວາມເປັນມະນຸດເກີນໄປ. ໃນທາງກົງກັນຂ້າມ, ພວກເຂົາຮູ້ສຶກວ່າມີພຽງແຕ່ຄວາມຈິງເຫຼົ່ານີ້ເທົ່ານັ້ນທີ່ເປັນເສັ້ນທາງທີ່ຖືກຕ້ອງ, ເປັນສິ່ງທີ່ຜູ້ຄົນຄວນມີ ແລະ ບັນລຸ ແລະ ເປັນຮູບແບບການດຳລົງຊີວິດທີ່ຜູ້ຄົນຄວນມີໃນຊີວິດ. ພວກເຂົາຮູ້ສຶກວ່າຖ້າຜູ້ຄົນດຳລົງຊີວິດແບບນີ້, ມັນກໍສາມາດຕອບສະໜອງຄວາມຕ້ອງການຂອງສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດຂອງພວກເຂົາໄດ້ຢ່າງແທ້ຈິງ ແລະ ເມື່ອດຳລົງຊີວິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ຝືນໃຈ ແລະ ເມື່ອນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຮູ້ສຶກໝັ້ນຄົງ ແລະ ມີຄວາມຍິນດີ ແລະ ຄວາມສະຫງົບສຸກໄດ້. ພວກເຂົາຍັງຮູ້ສຶກອີກວ່າ ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະມີຄວາມຫວັງ ແລະ ເຕັມໃຈທີ່ຈະດຳລົງຊີວິດຢູ່ຕໍ່ໄປ ແລະ ເມື່ອນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຫຼຸດພົ້ນຈາກກຳລັງທີ່ຊົ່ວຮ້າຍຕ່າງໆ, ກະແສທີ່ຊົ່ວຮ້າຍຕ່າງໆ ແລະ ສະພາວະທີ່ວ່າງເປົ່າທີ່ມະນຸດຊາດດຳລົງຊີວິດຢູ່ໄດ້. ພາຍໃຕ້ອິດທິພົນຂອງສະຕິຮູ້ສຶກຜິດຊອບທີ່ຢູ່ເລິກພາຍໃນໃຈຂອງພວກເຂົາ, ພວກເຂົາມີຄວາມມັກສຳລັບຄຳເວົ້າ, ຄຳສອນ ແລະ ການສະໜອງຕ່າງໆໃນພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍຍອມຮັບພວກມັນຈາກສ່ວນເລິກໃນໃຈຂອງພວກເຂົາ. ພວກເຂົາມີຄວາມປາຖະໜາທີ່ຈະໄລ່ຕາມເສາະຫາການໄດ້ຮັບຄວາມຈິງ. ຍິ່ງໄປກວ່ານັ້ນ, ເມື່ອພຣະທຳຂອງພຣະເຈົ້າຖືກສະແດງອອກມາຫຼາຍຂຶ້ນເລື້ອຍໆ ແລະ ການສະໜອງພຣະທຳຂອງພຣະເຈົ້າກໍກາຍເປັນຈິງ ແລະ ລະອຽດຫຼາຍຂຶ້ນເລື້ອຍໆ, ຄວາມປາຖະໜາຂອງພວກເຂົາສຳລັບຄວາມຈິງ ແລະ ສຳລັບສິ່ງທີ່ເປັນບວກກໍຍິ່ງໄດ້ຮັບການຕອບສະໜອງຫຼາຍຂຶ້ນ. ມັນບໍ່ແມ່ນວ່າຍິ່ງພວກເຂົາຟັງຫຼາຍສໍ່າໃດ, ພວກເຂົາກໍຍິ່ງກະວົນກະວາຍຫຼາຍຂຶ້ນສໍ່ານັ້ນ, ພວກເຂົາຍິ່ງພົບວ່າມັນລະອຽດເກີນໄປ ຫຼື ພວກເຂົາຍິ່ງຮູ້ສຶກສັບສົນຫຼາຍຂຶ້ນສ່ຳນັ້ນ. ໃນທາງກົງກັນຂ້າມ, ຍິ່ງພວກເຂົາຟັງຫຼາຍສໍ່າໃດ, ສິ່ງຕ່າງໆກໍຍິ່ງເບິ່ງຄືວ່າຊັດເຈນຫຼາຍຂຶ້ນສໍ່ານັ້ນ ແລະ ພວກເຂົາກໍຍິ່ງຮູ້ສຶກວ່າພວກເຂົາສາມາດຮູ້ທັນສິ່ງຕ່າງໆ ແລະ ມີເສັ້ນທາງຫຼາຍຂຶ້ນສໍ່ານັ້ນ. ພວກເຂົາຮູ້ສຶກວ່າມີຄວາມຫວັງຢູ່ຂ້າງໜ້າ, ວ່າພວກເຂົາເຫັນຄວາມສະຫວ່າງ ແລະ ມີເສັ້ນທາງທີ່ຈະປະຕິບັດຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ. ຫົວໃຈຂອງພວກເຂົາຮູ້ສຶກໝັ້ນຄົງຫຼາຍຂຶ້ນເລື້ອຍໆ ແລະ ພວກເຂົາກໍຍິ່ງຮູ້ສຶກຫຼາຍຂຶ້ນວ່າເສັ້ນທາງແຫ່ງການເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ແລະ ວ່າລາຄາທີ່ພວກເຂົາໄດ້ຈ່າຍໄປ ພ້ອມທັງພະລັງງານ ແລະ ເລືອດຂອງຫົວໃຈທີ່ພວກເຂົາໄດ້ທຸ່ມເທໄປໃນແຕ່ລະມື້ຈົນເຖິງປັດຈຸບັນໃນການເຊື່ອໃນພຣະເຈົ້ານັ້ນ, ລ້ວນແຕ່ຄຸ້ມຄ່າ ແລະ ມີຄວາມໝາຍ. ສິ່ງນີ້ໄດ້ຮັບການຢືນຢັນໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ເຖິງແມ່ນວ່າຄວາມປາຖະໜາຂອງພວກເຂົາຈະສຳເລັດແລ້ວ ແລະ ຄວາມປາຖະໜາຂອງພວກເຂົາສຳລັບຄວາມຈິງກໍໄດ້ຮັບການຕອບສະໜອງໃນລະດັບໜຶ່ງແລ້ວກໍຕາມ, ແຕ່ຄົນທີ່ປາຖະໜາຄວາມຈິງຢ່າງແທ້ຈິງກໍຈະກຳນົດຄວາມຕັ້ງໃຈຂອງພວກເຂົາ ແລະ ວາງແຜນການ, ໂດຍຮຽກຮ້ອງໃຫ້ຕົນເອງປະຕິບັດ ແລະ ເຂົ້າສູ່ຄວາມຈິງທຸກດ້ານ, ເພື່ອຈັດຕັ້ງປະຕິບັດພຣະທຳຂອງພຣະເຈົ້າ, ຫຼັກການຄວາມຈິງຕ່າງໆ ແລະ ຂໍ້ກຳນົດຕ່າງໆຂອງພຣະເຈົ້າໃນຕົວພວກເຂົາເອງ, ໂດຍຍອມໃຫ້ພຣະທຳຂອງພຣະເຈົ້າກາຍເປັນເກນສຳລັບການກະທຳ ແລະ ການປະພຶດຕົນຂອງພວກເຂົາໃນຊີວິດຈິງ ແລະ ກາຍເປັນຄວາມເປັນຈິງຊີວິດຂອງພວກເຂົາ. ໃນອະດີດ, ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງເທົ່ານັ້ນ. ເມື່ອພວກເຂົາພົບພໍ້ກັບສິ່ງຕ່າງໆ, ພວກເຂົາກໍມີພຽງແຕ່ມຸມມອງດ້ານດຽວກ່ຽວກັບພວກມັນ, ຄືກັບໃນນິທານປຽບທຽບເລື່ອງຄົນຕາບອດກັບຊ້າງ; ພວກເຂົາບໍ່ສາມາດເຫັນແກ່ນແທ້ຂອງບັນຫາໄດ້ ແລະ ບໍ່ຮູ້ວ່າຈະເຮັດແນວໃດ. ພວກເຂົາຮູ້ສຶກວ່າຊີວິດນັ້ນໜ້າເບື່ອຫຼາຍ, ບໍ່ມີເປົ້າໝາຍທີ່ຈະພະຍາຍາມກ້າວໄປສູ່ ແລະ ບໍ່ມີຄວາມຫວັງ ແລະ ພວກເຂົາກໍດຳລົງຊີວິດຢ່າງເບົາປັນຍາ. ແຕ່ຕອນນີ້ມັນແຕກຕ່າງກັນແລ້ວ. ພຣະທຳຂອງພຣະເຈົ້າຖືກກ່າວຢ່າງຊັດເຈນຫຼາຍຂຶ້ນເລື້ອຍໆ ແລະ ຄວາມຈິງກໍຖືກໂອ້ລົມຢ່າງຊັດເຈນຫຼາຍຂຶ້ນເລື້ອຍໆ. ພວກເຂົາຮູ້ສຶກວ່າເສັ້ນທາງນັ້ນສະຫວ່າງຂຶ້ນ ແລະ ຊັດເຈນຂຶ້ນ ແລະ ມີທາງກ້າວໄປຂ້າງໜ້າ. ພວກເຂົາມີພຣະທຳຂອງພຣະເຈົ້າໃຫ້ເຮັດຕາມເປັນພື້ນຖານສຳລັບທຸກຄຳທີ່ພວກເຂົາເວົ້າ, ທຸກສິ່ງທີ່ພວກເຂົາເຮັດ ແລະ ຄົນທຸກປະເພດທີ່ພວກເຂົາພົບພໍ້. ພວກເຂົາຮູ້ສຶກວ່າພຣະທຳຂອງພຣະເຈົ້ານັ້ນສຳພັນກັບຊີວິດຈິງ ແລະ ດີຫຼາຍ ແລະ ພວກເຂົາກໍໄດ້ຢືນຢັນວ່າການເຊື່ອໃນພຣະເຈົ້າເປັນເສັ້ນທາງທີ່ຖືກຕ້ອງ, ວ່າການເຊື່ອໃນພຣະເຈົ້າສາມາດນຳໄປສູ່ຄວາມລອດພົ້ນໄດ້ ແລະ ວ່າການເຊື່ອໃນພຣະເຈົ້າດ້ວຍວິທີນີ້ສາມາດເຮັດໃຫ້ພວກເຂົາດຳເນີນຊີວິດທີ່ມີລັກສະນະຄ້າຍຄືມະນຸດໄດ້ ແລະ ວ່າມັນມີຄວາມໝາຍ ແລະ ມີຄຸນຄ່າຫຼາຍ! ໃນຂະນະທີ່ປາຖະໜາ ແລະ ປະຕິບັດຄວາມຈິງ, ພວກເຂົາຍັງເຂົ້າສູ່ຄວາມຈິງເຫຼົ່ານີ້ຢ່າງຕໍ່ເນື່ອງ ແລະ ເກັບກ່ຽວຜົນເກັບກ່ຽວທີ່ດີຢ່າງຕໍ່ເນື່ອງໄດ້ອີກດ້ວຍ. ເມື່ອຄວາມປາຖະໜາ ແລະ ຄວາມຕ້ອງການສຳລັບສິ່ງທີ່ເປັນບວກຂອງສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດຂອງພວກເຂົາໄດ້ຮັບການຕອບສະໜອງ, ຊີວິດຂອງພວກເຂົາກໍຄ່ອຍໆປ່ຽນແປງເຊັ່ນກັນ. ເຖິງແມ່ນວ່າພວກເຂົາມັກຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ກະບົດຕໍ່ພຣະເຈົ້າ ແລະ ມັກຈະກະທຳຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເນື້ອໜັງຂອງພວກເຂົາ ແລະ ຄວາມຄິດ ແລະ ມຸມມອງທີ່ໂງ່ຈ້າ ແລະ ຄາດເຄື່ອນຂອງພວກເຂົາເມື່ອພວກເຂົາພົບພໍ້ກັບສິ່ງຕ່າງໆ ໂດຍບໍ່ສາມາດຄວບຄຸມຕົນເອງໄດ້ກໍຕາມ, ແຕ່ໃນເວລາດຽວກັນກໍຍັງມີປະກົດການທີ່ດີເກີດຂຶ້ນ: ເມື່ອພວກເຂົາເຮັດແບບນີ້, ສະຕິຮູ້ສຶກຜິດຊອບຂອງພວກເຂົາມັກຈະຮູ້ສຶກຜິດ ແລະ ພວກເຂົາກໍຮູ້ສຶກວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົານັ້ນຢັ່ງຮາກເລິກ ແລະ ຍາກທີ່ຈະປ່ຽນແປງໄດ້. ຈາກນັ້ນ, ພາຍໃຕ້ອິດທິພົນແຫ່ງສະຕິຮູ້ສຶກຜິດຊອບຂອງພວກເຂົາ, ພວກເຂົາມັກຈະຮູ້ສຶກຖືກຕຳໜິໃນໃຈຂອງພວກເຂົາ, ຮູ້ສຶກຜິດ ແລະ ເສຍໃຈ. ພວກເຂົາມັກຈະໄຕ່ຕອງເລື້ອຍໆວ່າພວກເຂົາເຮັດຜິດຢູ່ບ່ອນໃດແທ້ ແລະ ພວກເຂົາກໍກັບໃຈເລື້ອຍໆ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນຜົນກະທົບຂອງສະຕິຮູ້ສຶກຜິດຊອບ. ຖ້າຜູ້ຄົນມີສະຕິຮູ້ສຶກຜິດຊອບ, ພວກເຂົາກໍຈະມີຄວາມຮູ້ສຶກເຫຼົ່ານີ້ ແລະ ການສະແດງອອກເຫຼົ່ານີ້; ຖ້າຜູ້ຄົນມີສະຕິຮູ້ສຶກຜິດຊອບ, ນີ້ຄືວິທີທີ່ພວກເຂົາຈະດຳລົງຊີວິດ, ມັກຈະໄຕ່ຕອງກ່ຽວກັບຕົນເອງ ແລະ ມັກຈະກັບໃຈ ແລະ ປ່ຽນແປງເສັ້ນທາງ. ເຖິງແມ່ນວ່າພວກເຂົາມັກຈະປະເຊີນກັບຄວາມລົ້ມເຫຼວ ແລະ ຄວາມຜິດຫວັງເລື້ອຍໆ ແລະ ມັກຈະປະເຊີນກັບການລິຮານ, ການພິພາກສາ ແລະ ການລົງທັນສຳລັບການເຮັດຜິດກໍຕາມ, ແຕ່ຍ້ອນວ່າພວກເຂົາມັກຈະກັບໃຈ ແລະ ປ່ຽນແປງ, ເປົ້າໝາຍຂອງພວກເຂົາໃນການໄລ່ຕາມເສາະຫາຄວາມຈິງຈຶ່ງຍັງຄົງຄືເກົ່າ ແລະ ໃນທີ່ສຸດ, ພວກເຂົາກໍຈະມີຜົນຮັບທີ່ດີ ແລະ ຜົນເກັບກ່ຽວທີ່ດີ. ພວກເຂົາມັກຈະຮູ້ສຶກຖືກຕຳໜິ ແລະ ຮູ້ສຶກຜິດ ແລະ ພວກເຂົາມັກຈະປ່ຽນແປງເສັ້ນທາງ ແລະ ກັບໃຈ. ນີ້ຄືປະກົດການທີ່ດີ, ມັນສະແດງໃຫ້ເຫັນວ່າພວກເຂົາຢູ່ໃນເສັ້ນທາງທີ່ຖືກຕ້ອງແລ້ວ ແລະ ໃນທີ່ສຸດພວກເຂົາກໍຈະໄດ້ຮັບຜົນຮັບທີ່ແທ້ຈິງ. ຢ່າງໜຶ່ງກໍຄື ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຮັບການບັນເທົາລົງບາງສ່ວນ ແລະ ຄວາມກະບົດຂອງພວກເຂົາທີ່ມີຕໍ່ພຣະເຈົ້າກໍໄດ້ຫຼຸດລົງ. ໃນເມື່ອກ່ອນ, ເມື່ອພວກເຂົາພົບພໍ້ກັບສິ່ງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ, ພວກເຂົາກໍຈະຈົ່ມວ່າ, ແຕ່ຕອນນີ້ພວກເຂົາບໍ່ຈົ່ມວ່າອີກຕໍ່ໄປ ແລະ ສາມາດສະແຫວງຫາຄວາມຈິງໄດ້; ພວກເຂົາຮູ້ວ່າການປະຕິບັດຕໍ່ພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການນັ້ນເປັນເລື່ອງທີ່ໄຮ້ສາລະ, ໜ້າຫົວຂວັນ ແລະ ບໍ່ຖືກຕ້ອງ. ນອກຈາກນີ້, ໃນຂະນະທີ່ເມື່ອກ່ອນພວກເຂົາຈະເປັນຄົນຄິດລົບເມື່ອພົບພໍ້ກັບຄວາມຫຍຸ້ງຍາກ, ຕອນນີ້ພວກເຂົາບໍ່ເປັນຄົນຄິດລົບອີກຕໍ່ໄປແລ້ວ; ພວກເຂົາສາມາດປະຕິບັດຕໍ່ພວກມັນໄດ້ຢ່າງຖືກຕ້ອງ ແລະ ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ. ເຖິງແມ່ນວ່າບາງຄັ້ງພວກເຂົາອາດຈະເປັນຄົນຄິດລົບ, ມັນກໍບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາກໍມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາ. ສະຕິຮູ້ສຶກຜິດຊອບຂອງພວກເຂົາຈະບອກພວກເຂົາວ່າການເຮັດແບບນັ້ນແມ່ນຖືກຕ້ອງ. ເມື່ອພວກເຂົາກະທຳແບບນີ້, ພວກເຂົາກໍຈະມີຄວາມສະຫງົບສຸກໃນໃຈຂອງພວກເຂົາ ແລະ ບໍ່ມີຄວາມຮູ້ສຶກຖືກກ່າວຫາ ແລະ ພວກເຂົາກໍຈະຍິ່ງຮູ້ສຶກຫຼາຍຂຶ້ນວ່ານີ້ຄືວິທີທີ່ພວກເຂົາຄວນກະທຳ. ຍິ່ງພວກເຂົາປະຕິບັດແບບນີ້ຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮັບຮູ້ເຖິງຄວາມສຳຄັນຂອງການສະແຫວງຫາ ແລະ ການປະຕິບັດຄວາມຈິງໃນທຸກສິ່ງຫຼາຍຂຶ້ນສໍ່ານັ້ນ ແລະ ພວກເຂົາກໍຍິ່ງຮູ້ສຶກວ່າພວກເຂົາຄວນສະແຫວງຫາຄວາມຈິງ ແລະ ປະຕິບັດຕາມຫຼັກການຄວາມຈິງ, ວ່າເສັ້ນທາງນີ້ຖືກຕ້ອງ ແລະ ວ່າການປະຕິບັດແບບນີ້ຈະເຮັດໃຫ້ໄດ້ຮັບຜົນຮັບ. ເມື່ອຜູ້ຄົນໄດ້ຮັບຜົນຮັບດັ່ງກ່າວ, ພວກເຂົາກໍພົບວ່າຄວາມສຳພັນຂອງພວກເຂົາກັບພຣະເຈົ້າກຳລັງປ່ຽນແປງ, ວ່າຊີວິດພາຍໃນຕົວພວກເຂົາກຳລັງປ່ຽນແປງ ແລະ ວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກຳລັງສູນເສຍການຄວບຄຸມຫຼາຍຂຶ້ນເລື້ອຍໆ, ການຜູກມັດ ແລະ ການບີບຄັ້ນທີ່ອຸປະນິໄສເຫຼົ່ານີ້ມີຕໍ່ພວກເຂົາກໍຫຼຸດລົງ; ພວກເຂົາຍັງພົບອີກວ່າຄວາມປາຖະໜາຂອງພວກເຂົາທີ່ຈະໄລ່ຕາມເສາະຫາຄວາມຈິງ ແລະ ຄວາມປາຖະໜາຂອງພວກເຂົາສຳລັບມັນກຳລັງແຂງແຮງຂຶ້ນ ແລະ ວ່າເຫື່ອແຮງຂອງພວກເຂົາໃນການປະຕິບັດຄວາມຈິງ ແລະ ເອົາຊະນະອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍເພີ່ມຂຶ້ນເຊັ່ນກັນ. ດ້ວຍວິທີນີ້, ຜູ້ຄົນກໍຈະມີຄວາມຮູ້ສຶກບາງຢ່າງ, ນັ້ນກໍຄື ມີຄວາມຫວັງສຳລັບພວກເຂົາທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ໄດ້ຮັບຄວາມລອດພົ້ນ, ວ່າເສັ້ນທາງທີ່ພວກເຂົາກຳລັງຍ່າງຢູ່ນັ້ນຖືກຕ້ອງ ແລະ ວ່າການຍອມຮັບ, ການປະຕິບັດ ແລະ ການອ່ອນນ້ອມຕໍ່ຄວາມຈິງນັ້ນຖືກຕ້ອງ. ນີ້ຄືທັດສະນະຄະຕິທີ່ຜູ້ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດມີຕໍ່ຄວາມຈິງ. ນີ້ຄືການສະແດງອອກທີ່ຜູ້ຄົນມີໃນຂະນະທີ່ພວກເຂົາຄ່ອຍໆຍອມຮັບຄວາມຈິງ. ນີ້ຄືການສະແດງອອກທີ່ປົກກະຕິທີ່ສຸດ. ສຳລັບຜູ້ທີ່ບໍ່ມີການສະແດງອອກນີ້, ສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ່ສາມາດມີບົດບາດໃນການຄວບຄຸມໃດໆໄດ້, ນັ້ນຄືຢ່າງໜ້ອຍທີ່ສຸດ. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ, ສະຕິຮູ້ສຶກຜິດຊອບຂອງເຈົ້າກໍຈະມີບົດບາດໃນການຄວບຄຸມຢ່າງແນ່ນອນ. ຖ້າສະຕິຮູ້ສຶກຜິດຊອບຂອງເຈົ້າບໍ່ສາມາດມີບົດບາດໃນການຄວບຄຸມໄດ້, ແລ້ວສະຕິຮູ້ສຶກຜິດຊອບນັ້ນຂອງເຈົ້າກໍບໍ່ແມ່ນສະຕິຮູ້ສຶກຜິດຊອບ, ເຈົ້າບໍ່ມີສະຕິຮູ້ສຶກຜິດຊອບ. ຖ້າຜູ້ຄົນມີສະຕິຮູ້ສຶກຜິດຊອບ, ພວກເຂົາກໍຈະສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້, ແຍກແຍະສິ່ງທີ່ເປັນບວກອອກຈາກສິ່ງທີ່ເປັນລົບໄດ້ ແລະ ຈະເລືອກສິ່ງທີ່ເປັນບວກ ແລະ ປະຖິ້ມສິ່ງທີ່ເປັນລົບ. ຖ້າຜູ້ຄົນມີສະຕິຮູ້ສຶກຜິດຊອບ ແລະ ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້, ພວກເຂົາກໍຈະເລືອກທີ່ຈະຍອມຮັບ, ປະຕິບັດ ແລະ ອ່ອນນ້ອມຕໍ່ຄວາມຈິງ ແລະ ກະທຳຕາມຫຼັກການຄວາມຈິງ. ຖ້າພວກເຂົາບໍ່ປະຕິບັດຄວາມຈິງໃນຄັ້ງນີ້, ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍຈະຕຳໜິພວກເຂົາ ແລະ ຖ້າພວກເຂົາບໍ່ປະຕິບັດຄວາມຈິງໃນຄັ້ງໜ້າ, ພວກເຂົາກໍຈະຖືກຕຳໜິອີກຄັ້ງ. ຖ້າເຈົ້າມີຄວາມຮູ້ສຶກເຖິງສະຕິຮູ້ສຶກຜິດຊອບ ແລະ ເຂົ້າໃຈວ່າອັນໃດຖືກອັນໃດຜິດ, ແລ້ວຫຼັງຈາກທີ່ໄດ້ຍິນຄວາມຈິງມາຫຼາຍແລ້ວ, ເມື່ອເຈົ້າເຮັດຜິດຊໍ້າແລ້ວຊໍ້າອີກ, ສະຕິຮູ້ສຶກຜິດຊອບຂອງເຈົ້າກໍຈະຕຳໜິ ແລະ ກ່າວຫາເຈົ້າຫຼາຍຍິ່ງຂຶ້ນ ແລະ ເຈົ້າກໍຈະສາມາດອ່ອນນ້ອມຕໍ່ຄວາມຮູ້ສຶກແຫ່ງສະຕິຮູ້ສຶກຜິດຊອບຂອງເຈົ້າ ແລະ ຕັດສິນໃຈໄດ້ຢ່າງຖືກຕ້ອງ. ບາງຄົນເວົ້າວ່າ: “ສະຕິຮູ້ສຶກຜິດຊອບຂອງຂ້ອຍກໍຕຳໜິຂ້ອຍຄືກັນເມື່ອຂ້ອຍເຮັດຜິດ, ແຕ່ເຖິງແມ່ນວ່າຈະຖືກຕຳໜິມາເປັນເວລາສິບ ຫຼື ຊາວປີແລ້ວ, ຂ້ອຍກໍຍັງບໍ່ຕ້ອງການທີ່ຈະເລືອກປະຕິບັດຄວາມຈິງ”. ແລ້ວເຮົາຂໍບອກວ່າສະຕິຮູ້ສຶກຜິດຊອບຂອງເຈົ້ານັ້ນບໍ່ແມ່ນສະຕິຮູ້ສຶກຜິດຊອບ. ເຈົ້າເວົ້າວ່າເຈົ້າຮູ້ສຶກຖືກຕຳໜິໂດຍສະຕິຮູ້ສຶກຜິດຊອບຂອງເຈົ້າ, ແຕ່ເປັນເວລາຫຼາຍປີແລ້ວທີ່ເຈົ້າບໍ່ສາມາດປ່ຽນແປງເສັ້ນທາງ ຫຼື ກັບໃຈໄດ້ ແລະ ສິ່ງທີ່ເອີ້ນວ່າສະຕິຮູ້ສຶກຜິດຊອບຂອງເຈົ້າກໍບໍ່ສາມາດຄວບຄຸມເຈົ້າໄດ້ ເພື່ອໃຫ້ເຈົ້າເລືອກເສັ້ນທາງທີ່ຖືກຕ້ອງ. ແລ້ວສະຕິຮູ້ສຶກຜິດຊອບຂອງເຈົ້າກໍບໍ່ແມ່ນສະຕິຮູ້ສຶກຜິດຊອບ ແລະ ເຈົ້າກໍບໍ່ມີຄວາມເປັນມະນຸດ. ເຈົ້າເວົ້າວ່າ: “ຂ້ານ້ອຍຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ, ພຣະອົງຈະເວົ້າວ່າຂ້ານ້ອຍບໍ່ມີສະຕິຮູ້ສຶກຜິດຊອບໄດ້ແນວໃດ?” ນັ້ນໝາຍຄວາມໄດ້ພຽງແຕ່ວ່າຈິດໃຈຂອງເຈົ້າແຂງກະດ້າງເກີນໄປ ແລະ ສະຕິຮູ້ສຶກຜິດຊອບຂອງເຈົ້າກໍບໍ່ໄດ້ຜົນອີກຕໍ່ໄປແລ້ວ. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດຢ່າງແທ້ຈິງ, ເມື່ອເຈົ້າເຮັດຜິດ ແລະ ສະຕິຮູ້ສຶກຜິດຊອບຂອງເຈົ້າຕຳໜິເຈົ້າ, ຄວາມເປັນມະນຸດຂອງເຈົ້າກໍຈະມີທ່າອ່ຽງໄປທາງສິ່ງທີ່ເປັນບວກ ແລະ ສະຕິຮູ້ສຶກຜິດຊອບຂອງເຈົ້າກໍຈະກ່າວຫາເຈົ້າຈາກພາຍໃນ ໂດຍເວົ້າວ່າ: “ນີ້ມັນຜິດ, ນີ້ມັນຂາດຄວາມເປັນມະນຸດຫຼາຍ!” ຖ້າມັນຕຳໜິເຈົ້າແບບນີ້ຢູ່ສະເໝີ, ເຈົ້າຈະຕ້ອງເປັນຄົນປະເພດໃດຈຶ່ງຈະບໍ່ມີການຮັບຮູ້ກ່ຽວກັບມັນເລີຍ? ມີພຽງແຕ່ຜູ້ທີ່ບໍ່ມີສະຕິຮູ້ສຶກຜິດຊອບເທົ່ານັ້ນທີ່ຂາດການຮັບຮູ້ນີ້. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບຢ່າງແທ້ຈິງ, ເມື່ອເຈົ້າຖືກສະຕິຮູ້ສຶກຜິດຊອບຂອງເຈົ້າຕຳໜິ, ເຈົ້າຈະສາມາດຍັງຄົງຫົວແຂງໄດ້ຢູ່ບໍ? ຖ້າເຈົ້າເວົ້າວ່າ: “ຂ້ອຍຖືກຕຳໜິມາເປັນເວລາສິບ ຫຼື ຊາວປີແລ້ວ ແລະ ກໍບໍ່ໄດ້ຮູ້ສຶກຫຍັງເປັນພິເສດ”, ແລ້ວເຈົ້າກໍບໍ່ແມ່ນຄົນທີ່ມີສະຕິຮູ້ສຶກຜິດຊອບ. ມັນບໍ່ເປັນແບບນີ້ບໍ? (ເປັນ). ເຈົ້າບໍ່ມີສະຕິຮູ້ສຶກຜິດຊອບ, ແຕ່ເຈົ້າພັດອ້າງວ່າມີຄວາມເປັນມະນຸດ, ນີ້ບໍ່ແມ່ນການຫຼອກລວງຜູ້ຄົນບໍ? ຖ້າເຈົ້າມີຄວາມເປັນມະນຸດ, ເຈົ້າຈະບໍ່ມີສະຕິຮູ້ສຶກຜິດຊອບໄດ້ແນວໃດ? ຖ້າເຈົ້າບໍ່ມີສະຕິຮູ້ສຶກຜິດຊອບ, ແລ້ວເຈົ້າກໍບໍ່ມີຄວາມເປັນມະນຸດ. ສັນຍານຂອງການບໍ່ມີຄວາມເປັນມະນຸດກໍຄືການບໍ່ເຂົ້າໃຈວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ສິ່ງທີ່ເປັນລົບແມ່ນຫຍັງ. ເຈົ້າເວົ້າວ່າເຈົ້າມີສະຕິຮູ້ສຶກຜິດຊອບ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້? ເຈົ້າໄດ້ຟັງການເທດສະໜາມາຫຼາຍແລ້ວ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ປາຖະໜາທີ່ຈະໄລ່ຕາມເສາະຫາຄວາມຈິງ? ເຈົ້າເວົ້າວ່າ: “ຫົວໃຈຂອງຂ້ອຍເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ”, ແລ້ວເຈົ້າໄດ້ປະຕິບັດຄວາມຈິງຫຍັງແດ່? ຫຼັກຖານຢູ່ໃສ? ຖ້າຫົວໃຈຂອງເຈົ້າຮັກຄວາມຈິງ ແລະ ເຕັມໃຈທີ່ຈະໄລ່ຕາມເສາະຫາຄວາມຈິງ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດຄວາມຈິງ? ນີ້ບໍ່ແມ່ນການຫຼອກລວງຜູ້ຄົນບໍ? ນີ້ບໍ່ຄືກັນກັບຄຳຕົວະຂອງຄົນຫຼອກລວງບໍ? ມັນກໍຄືກັນກັບພະຍານາກໃຫຍ່ສີແດງ, ເຊິ່ງປະກາດຢູ່ສະເໝີວ່າທຸກສິ່ງທີ່ມັນເຮັດກໍເພື່ອຮັບໃຊ້ປະຊາຊົນ ແລະ ເພື່ອເຮັດໃຫ້ພວກເຂົາສາມາດດຳລົງຊີວິດທີ່ມີຄວາມສຸກໄດ້, ແຕ່ເມື່ອຜູ້ຄົນເຊື່ອໃນພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ, ມັນພັດຈັບກຸມ ແລະ ຂົ່ມເຫັງພວກເຂົາຢ່າງບ້າຄັ່ງ. ມັນບໍ່ອະນຸຍາດໃຫ້ຜູ້ຄົນຕິດຕາມພຣະເຈົ້າ, ບໍ່ອະນຸຍາດໃຫ້ພວກເຂົາຍອມຮັບຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ, ມັນອະນຸຍາດໃຫ້ພວກເຂົາຕິດຕາມພຽງແຕ່ພັກ ແລະ ເຊື່ອຟັງຄຳສັ່ງຂອງມັນເທົ່ານັ້ນ, ເຊິ່ງນຳໄປສູ່ການທີ່ພວກເຂົາຕ້ອງຕົກນະຮົກ ແລະ ຖືກລົງໂທດ, ເຊິ່ງເຮັດໃຫ້ພະຍານາກໃຫຍ່ສີແດງປິຕິຍິນດີ. ສະນັ້ນ, ຄຳເວົ້າຂອງພະຍານາກໃຫຍ່ສີແດງທີ່ວ່າມັນ “ຮັບໃຊ້ປະຊາຊົນ” ນັ້ນເປັນຄວາມຈິງ ຫຼື ເປັນຄວາມຕົວະ? ຊາຕານເວົ້າສະເໝີວ່າສິ່ງທີ່ມັນເຮັດນັ້ນກໍເພື່ອຜົນປະໂຫຍດຂອງຜູ້ຄົນ, ແຕ່ມັນບໍ່ສາມາດສະໜອງຄວາມຈິງໃຫ້ແກ່ຜູ້ຄົນໄດ້, ທັງບໍ່ສາມາດນຳພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດໄດ້. ມັນພຽງແຕ່ຍັດຍຽດຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຫຼົງຜິດໃຫ້ກັບຜູ້ຄົນ, ເຮັດໃຫ້ພວກເຂົາຫຼົງໄຫຼໃນຊີວິດທີ່ສຳມະເລເທເມົາ, ຍ່າງໃນເສັ້ນທາງແຫ່ງຄວາມຊົ່ວຮ້າຍ, ໄລ່ຕາມໂລກ, ໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ ແລະ ຕໍ່ສູ້ ແລະ ທຳຮ້າຍກັນແລະກັນ, ໂດຍບໍ່ອະນຸຍາດໃຫ້ຜູ້ຄົນຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ຍາດແຍ່ງຜູ້ຄົນໄປຈາກພຣະເຈົ້າ. ໃນທີ່ສຸດ, ຜູ້ຄົນກໍໄດ້ຮັບຊື່ສຽງ ແລະ ຜົນປະໂຫຍດ, ແຕ່ຮ່າງກາຍ ແລະ ຈິດໃຈຂອງພວກເຂົາພັດຖືກທຳລາຍຢ່າງສິ້ນເຊີງ; ພວກເຂົາເຕັມໄປດ້ວຍຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຫຼົງຜິດຂອງຊາຕານ, ພຣະເຈົ້າບໍ່ໄດ້ຢູ່ໃນໃຈຂອງພວກເຂົາ ແລະ ພວກເຂົາກໍບໍ່ເຊື່ອອີກຕໍ່ໄປວ່າມະນຸດຊາດໄດ້ຖືກພຣະເຈົ້າສ້າງຂຶ້ນມາ. ພວກເຂົາເລີ່ມປະຕິເສດພຣະເຈົ້າ ແລະ ກາຍເປັນປໍລະປັກຕໍ່ພຣະອົງ. ຊາຕານກຳລັງເຮັດສິ່ງນີ້ເພື່ອຜົນປະໂຫຍດຂອງມະນຸດບໍ? ນີ້ບໍ່ແມ່ນການທຳຮ້າຍ ແລະ ການທຳລາຍຜູ້ຄົນບໍ? ແຕ່ຜູ້ທີ່ບໍ່ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ພັດບໍ່ສາມາດຮູ້ທັນສິ່ງເຫຼົ່ານີ້ໄດ້.

ບາງຄົນເວົ້າວ່າ: “ຂ້ອຍມີຄວາມເປັນມະນຸດ ແລະ ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້ ແລະ ຂ້ອຍມີສະຕິຮູ້ສຶກຜິດຊອບຫຼາຍກວ່າຄົນສ່ວນໃຫຍ່”. ແລ້ວຈົ່ງປຽບທຽບຕົວເຈົ້າເອງກັບເນື້ອໃນທີ່ໂອ້ລົມກັນໃນມື້ນີ້ ແລະ ເບິ່ງວ່າເຈົ້າມີສະຕິຮູ້ສຶກຜິດຊອບ ຫຼື ບໍ່, ເຈົ້າສາມາດຍອມຮັບ ແລະ ປະຕິບັດຄວາມຈິງໄດ້ ຫຼື ບໍ່, ເຈົ້າຮູ້ສຶກສຳນຶກຜິດ ແລະ ຮູ້ສຶກຜິດເມື່ອເຈົ້າເຮັດຜິດ ຫຼື ບໍ່ ແລະ ເຈົ້າໄດ້ກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງແລ້ວ ຫຼື ບໍ່. ຖ້າເຈົ້າບໍ່ມີການສະແດງອອກຂອງການເຂົ້າສູ່ຊີວິດເຫຼົ່ານີ້, ມັນກໍພິສູດວ່າສະຕິຮູ້ສຶກຜິດຊອບຂອງເຈົ້າບໍ່ໄດ້ເຮັດວຽກ ເຖິງແມ່ນວ່າຈະໄດ້ຟັງຄຳເທດສະໜາມາຫຼາຍປີແລ້ວນັບຕັ້ງແຕ່ເຈົ້າເລີ່ມເຊື່ອໃນພຣະເຈົ້າກໍຕາມ. ແມ່ນຫຍັງຄືສິ່ງທີ່ຢູ່ເບື້ອງຫຼັງການທີ່ສະຕິຮູ້ສຶກຜິດຊອບຂອງເຈົ້າບໍ່ເຮັດວຽກ? ມີພຽງເຫດຜົນດຽວເທົ່ານັ້ນທີ່ສາມາດອະທິບາຍບັນຫານີ້ໄດ້: ເຈົ້າເປັນຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ. ບາງຄົນເວົ້າວ່າ: “ເຖິງແມ່ນວ່າຂ້ອຍຈະບໍ່ມີການເຂົ້າສູ່ຊີວິດ, ແຕ່ຂ້ອຍກໍເຂົ້າໃຈຄວາມຈິງທັງໝົດ”. ຖ້າເຈົ້າເຂົ້າໃຈຄວາມຈິງ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດມັນ? ເປັນຫຍັງເຈົ້າຈຶ່ງບໍ່ມີການເຂົ້າສູ່ໃດໆເລີຍ? ເປັນຫຍັງຈົນເຖິງຕອນນີ້ຊີວິດຂອງເຈົ້າຈຶ່ງຍັງບໍ່ປ່ຽນແປງ? ເຈົ້າເຂົ້າໃຈຄວາມຈິງແຕ່ບໍ່ປະຕິບັດມັນ, ແລ້ວສະຕິຮູ້ສຶກຜິດຊອບຂອງເຈົ້າຢູ່ໃສ? ບາງຄົນເຖິງກັບໂຕ້ແຍ້ງວ່າ: “ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ. ຖ້າຂ້ອຍບໍ່ມີສະຕິຮູ້ສຶກຜິດຊອບ, ຂ້ອຍຈະສາມາດປະຖິ້ມຫຼາຍຂະໜາດນີ້, ທົນທຸກຫຼາຍຂະໜາດນີ້ ແລະ ຈ່າຍລາຄາຫຼາຍຂະໜາດນີ້ໄດ້ບໍ? ຂ້ອຍຈະເຕັມໃຈປະຕິບັດໜ້າທີ່ຂອງຂ້ອຍໄດ້ບໍ?” ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ, ແລ້ວມັນມີຜົນກະທົບຫຍັງແດ່ຫຼັງຈາກທີ່ເຈົ້າໄດ້ຟັງຄວາມຈິງມາຫຼາຍແລ້ວ? ມັນສາມາດຢັບຢັ້ງເຈົ້າເພື່ອໃຫ້ເຈົ້າກະທຳຕາມຫຼັກການຄວາມຈິງໄດ້ບໍ? ມັນສາມາດຄວບຄຸມພຶດຕິກຳຂອງເຈົ້າ ແລະ ຄວາມຄິດຂອງເຈົ້າໄດ້ບໍ? ເຈົ້າໄດ້ຟັງຄຳເທດສະໜາມາຫຼາຍປີແລ້ວ, ເຈົ້າສາມາດເວົ້າຫຼັກຄຳສອນໄດ້ຫຼາຍຢ່າງ ແລະ ເຈົ້າກໍໄດ້ທົນທຸກຫຼາຍ ແລະ ຈ່າຍລາຄາຫຼາຍ, ແລ້ວເປັນຫຍັງສະຕິຮູ້ສຶກຜິດຊອບຂອງເຈົ້າຈຶ່ງບໍ່ມີບົດບາດໃນການຄວບຄຸມພຶດຕິກຳຂອງເຈົ້າ, ເຮັດໃຫ້ເຈົ້າກະທຳຕາມຫຼັກການ ແລະ ປ້ອງກັນບໍ່ໃຫ້ເຈົ້າລະເມີດຫຼັກການ? ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດຫຼາຍຂະໜາດນັ້ນ ແລະ ເຈົ້າກໍເຂົ້າໃຈຄວາມຈິງຫຼາຍຢ່າງ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດນຳພວກມັນໄປປະຕິບັດໄດ້? ເຈົ້າສາມາດລະເມີດຫຼັກການຢ່າງເປີດເຜີຍ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງເປີດເຜີຍໄດ້ແນວໃດ? ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ, ຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍຫຼັງຈາກທີ່ປະຕິບັດໜ້າທີ່ຂອງເຈົ້າມາຫຼາຍປີ? ເຈົ້າຍັງບໍ່ໄດ້ປ່ຽນແປງ ແລະ ເຈົ້າບໍ່ມີການເຂົ້າສູ່ຄວາມຈິງໃດໆເລີຍ; ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າບໍ່ມີສະຕິຮູ້ສຶກຜິດຊອບ. ບາງຄົນເວົ້າວ່າ: “ຂ້ອຍຈະສາມາດປະຕິບັດໜ້າທີ່ຂອງຂ້ອຍໄດ້ບໍ ຖ້າຂ້ອຍບໍ່ມີສະຕິຮູ້ສຶກຜິດຊອບ?” ເຈົ້າບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງເຈົ້າ; ເຈົ້າກຳລັງອອກເຫື່ອແຮງ. ການອອກເຫື່ອແຮງບໍ່ຈຳເປັນຕ້ອງມີສະຕິຮູ້ສຶກຜິດຊອບ; ການທຸ່ມເທຄວາມພະຍາຍາມເລັກໜ້ອຍກໍພຽງພໍແລ້ວ. ສິ່ງນີ້ຢືນຢັນຄຳເວົ້າທີ່ວ່າ: ຄົນທີ່ອອກເຫື່ອແຮງຄືຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ; ພວກເຂົາບໍ່ໄລ່ຕາມເສາະຫາການເຂົ້າສູ່ຊີວິດ ຫຼື ຄວາມຈິງ ແລະ ພວກເຂົາພຽງແຕ່ສະແຫວງຫາທີ່ຈະອອກເຫື່ອແຮງ ແລະ ເຕັມໃຈທີ່ຈະທຸ່ມເທຄວາມພະຍາຍາມເທົ່ານັ້ນ. ຄຸນລັກສະນະຂອງການອອກເຫື່ອແຮງແມ່ນຫຍັງ? ການເຕັມໃຈທີ່ຈະທົນທຸກຄວາມຍາກລຳບາກ ແລະ ຈ່າຍລາຄາ, ການຊອກຫາຄວາມຍິນດີ, ຄວາມຮູ້ສຶກເຖິງຄວາມສຳຄັນ ແລະ ຄຸນຄ່າຂອງຕົນເອງໃນການທົນທຸກຄວາມລຳບາກ ແລະ ການຈ່າຍລາຄາ, ການພະຍາຍາມຕອບສະໜອງຄວາມປາຖະໜາຂອງຕົນເອງສຳລັບພອນ ແລະ ຄວາມທະເຍີທະຍານຂອງຕົນເອງທີ່ຈະເຮັດຂໍ້ຕົກລົງກັບພຣະເຈົ້າ ແລະ ການພະຍາຍາມທີ່ຈະໄດ້ຮັບພອນເພື່ອແລກກັບຄວາມທຸກລຳບາກ ແລະ ການເສຍສະລະຂອງພວກເຂົາ. ຖ້າເຈົ້າຂໍໃຫ້ພວກເຂົາທຸ່ມເທຄວາມພະຍາຍາມໃນການເຮັດວຽກ, ທົນທຸກຄວາມລຳບາກ ແລະ ຈ່າຍລາຄາ, ພວກເຂົາກໍມີກຳລັງວັງຊາຫຼາຍສຳລັບສິ່ງນີ້; ແຕ່ຖ້າເຈົ້າຂໍໃຫ້ພວກເຂົາກະທຳຕາມຫຼັກການ ແລະ ປະຕິບັດຄວາມຈິງ, ພວກເຂົາກໍຈະໝົດກຳລັງໃຈ, ສັບສົນ ແລະ ບໍ່ຮູ້ວ່າຈະປະຕິບັດແນວໃດ. ບາງຄົນເຖິງກັບຮູ້ສຶກວ່າພວກເຂົາຖືກຈັດຢູ່ໃນສະຖານະການທີ່ຫຍຸ້ງຍາກ, ໂດຍຄິດວ່າ: “ມັນກໍບໍ່ເປັນຫຍັງດອກ ຖ້າເຈົ້າຂໍໃຫ້ຂ້ອຍທຸ່ມເທຄວາມພະຍາຍາມ, ທົນທຸກຄວາມລຳບາກ ແລະ ຈ່າຍລາຄາ. ຂ້ອຍສາມາດອົດກັ້ນຕໍ່ຄວາມທຸກລຳບາກໄດ້ທຸກຮູບແບບ ແລະ ຂ້ອຍຈະບໍ່ຈົ່ມວ່າບໍ່ວ່າຂ້ອຍຈະອິດເມື່ອຍສໍ່າໃດກໍຕາມ. ແຕ່ການຂໍໃຫ້ຂ້ອຍກະທຳຕາມຫຼັກການ, ນັ້ນບໍ່ແມ່ນການເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຂ້ອຍບໍ? ການທີ່ສາມາດທຸ່ມເທຄວາມພະຍາຍາມ ແລະ ທົນທຸກຄວາມລຳບາກ ແລະ ຈ່າຍລາຄາໂດຍບໍ່ມີການຈົ່ມວ່ານັ້ນກໍດີຫຼາຍແລ້ວ, ເປັນຫຍັງເຈົ້າຈຶ່ງຍັງຮຽກຮ້ອງໃຫ້ຂ້ອຍກະທຳຕາມຫຼັກການອີກ? ຄວາມຕ້ອງການຂອງເຈົ້າສຳລັບຜູ້ຄົນນັ້ນສູງເກີນໄປ! ປ່ອຍໃຫ້ຜູ້ຄົນເຮັດສິ່ງຕ່າງໆຕາມທີ່ພວກເຂົາຕ້ອງການເທາະ; ຕາບໃດທີ່ວຽກສຳເລັດ, ນັ້ນກໍພຽງພໍແລ້ວ. ຖ້າມັນເຮັດໄດ້ບໍ່ດີ, ມັນກໍສາມາດແກ້ໄຂໄດ້ເມື່ອເວລາຜ່ານໄປ!” ພວກເຂົາພຽງແຕ່ເຕັມໃຈທີ່ຈະອອກເຫື່ອແຮງ ແລະ ພວກເຂົາກໍມີພະລັງຫຼາຍເມື່ອອອກເຫື່ອແຮງ, ແຕ່ພວກເຂົາພັດໝົດກຳລັງໃຈເມື່ອເວົ້າເຖິງການປະຕິບັດຄວາມຈິງ ແລະ ພວກເຂົາກໍຍິ່ງສັບສົນຫຼາຍຂຶ້ນເມື່ອເວົ້າເຖິງການເຂົ້າສູ່ຊີວິດ. ແຕ່ພວກເຂົາກໍຍັງຄິດວ່າພວກເຂົາເປັນຄົນດີ. ພວກເຂົາມັກຈະເວົ້າວ່າ: “ຂ້ອຍເປັນຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຂ້ອຍກໍໃຈດີ. ຂ້ອຍທຸ່ມເທພະລັງງານທັງໝົດທີ່ຂ້ອຍມີເຂົ້າໃນການປະຕິບັດໜ້າທີ່ຂອງຂ້ອຍ ແລະ ບໍ່ເຄີຍກັກໄວ້ເລີຍ. ຂ້ອຍສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງຂ້ອຍເພື່ອເສຍສະລະຕົນເອງສຳລັບພຣະເຈົ້າໄດ້. ຂ້ອຍຈະມີແຮງຊຸກຍູ້ຫຼາຍຂະໜາດນີ້ໄດ້ແນວໃດ? ໂດຍທຳມະຊາດແລ້ວ ຂ້ອຍເປັນຄົນດີ!” ຄວາມຈິງແລ້ວ, ພວກເຂົາບໍ່ເຂົ້າໃຈຄວາມຈິງໃດໆເລີຍ, ແຮງໄກທີ່ຈະສາມາດກະທຳຕາມຫຼັກການຄວາມຈິງໄດ້. ພວກເຂົາຮູ້ພຽງແຕ່ການໃຊ້ກຳລັງແຮງເທົ່ານັ້ນ, ແຕ່ພວກເຂົາກໍຍັງຄິດວ່າພວກເຂົາເປັນຄົນດີ. ແມ່ນແຕ່ໃນຂັ້ນຕອນນີ້, ພວກເຂົາກໍບໍ່ມີຄວາມຮູ້ສຶກໃນສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງພວກເຂົາເລີຍ. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບຢ່າງແທ້ຈິງ, ເຈົ້າຈະພົ່ນຂໍ້ໂຕ້ແຍ້ງທີ່ບິດເບືອນແບບນັ້ນອອກມາໄດ້ແນວໃດ? ເຈົ້າຈະບໍ່ມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບຄວາມຈິງໄດ້ແນວໃດ? ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ, ເຈົ້າຈະບໍ່ຕັ້ງໃຈຟັງພຣະທຳຂອງພຣະເຈົ້າ, ຟັງວ່າເກນທີ່ກຳນົດຂອງພຣະເຈົ້າສຳລັບຜູ້ຄົນແມ່ນຫຍັງ ແລະ ຟັງວ່າຄວນເຮັດຕາມຫຼັກການໃດໃນແຕ່ລະສິ່ງທີ່ເຈົ້າເຮັດ? ຖ້າເຈົ້າຟັງແຕ່ບໍ່ເຂົ້າໃຈ ແລະ ເຈົ້າກໍມຶນຊາກັບຄວາມຈິງ, ແລ້ວເຈົ້າກໍເປັນຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ. ເຈົ້າຄິດວ່າເຈົ້າສາມາດແລກປ່ຽນການອອກແຮງຂອງເຈົ້າກັບຄວາມຈິງ ແລະ ຊີວິດ, ກັບຄວາມລອດພົ້ນໄດ້ບໍ? ສິ່ງນີ້ເປັນໄປບໍ່ໄດ້; ເສັ້ນທາງນັ້ນໃຊ້ບໍ່ໄດ້. ເຖິງແມ່ນວ່າເຈົ້າຈະເຕັມໃຈທຸ່ມເທຄວາມພະຍາຍາມ, ເຮັດວຽກໜັກດ້ວຍຄວາມຈິງໃຈ ແລະ ສາມາດທົນທຸກໄດ້ເລັກໜ້ອຍ ແລະ ໃນສາຍຕາຂອງຜູ້ຄົນ ເຈົ້າກໍມີຄວາມຈົງຮັກພັກດີຢູ່ແດ່, ແຕ່ມັນກໍຍັງຍາກທີ່ຈະເວົ້າໄດ້ວ່າເຈົ້າຈະສາມາດຈົງຮັກພັກດີຈົນເຖິງທີ່ສຸດໄດ້ ຫຼື ບໍ່. ບໍ່ມີໃຜຮູ້ວ່າທຳມະຊາດແບບສັດເດຍລະສານຂອງເຈົ້າຈະກຳເລີບຂຶ້ນມາເມື່ອໃດ ແລະ ເຈົ້າຈະສ້າງບັນຫາ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ຈາກນັ້ນ ເຈົ້າກໍຈະຕ້ອງຖືກຊຳລະລ້າງອອກໄປ. ບໍ່ດົນມານີ້ກໍຫາກໍມີສອງສາມຄົນຖືກຊຳລະລ້າງອອກໄປຈາກຄຣິສຕະຈັກບໍ່ແມ່ນບໍ? ຄົນແບບນີ້ເວົ້າຄຳທີ່ມ່ວນຫູຫຼາຍ ແລະ ໃຜກໍຕາມທີ່ໄດ້ຍິນພວກເຂົາກໍຄິດວ່າພວກເຂົາເຂົ້າໃຈຄວາມຈິງ, ແຕ່ພວກເຂົາກໍພຽງແຕ່ບໍ່ປະຕິບັດຄວາມຈິງເທົ່ານັ້ນ. ພວກເຂົາເວົ້າສິ່ງທີ່ມ່ວນຫູ ແຕ່ບໍ່ໄດ້ເຮັດວຽກງານຕົວຈິງ. ພວກເຂົາບໍ່ພຽງແຕ່ຕັ້ງຕົວເປັນປໍລະປັກກັບຜູ້ຄົນເທົ່ານັ້ນ, ແຕ່ພວກເຂົາຍັງຕັ້ງຕົວເປັນປໍລະປັກກັບເຮືອນຂອງພຣະເຈົ້າອີກດ້ວຍ. ນີ້ບໍ່ແມ່ນການຕໍ່ຕ້ານພຣະເຈົ້າບໍ? ເຮືອນຂອງພຣະເຈົ້າຈະສາມາດຮອງຮັບພວກເຂົາໄດ້ບໍ? ຖ້າພວກເຂົາເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຄວນເຮັດມັນຢ່າງຊື່ສັດ ແລະ ໃນວິທີທີ່ປະຕິບັດຕາມກົດລະບຽບ, ແຕ່ພວກເຂົາພັດບໍ່ເຮັດເຊັ່ນນັ້ນ. ພວກເຂົາພະຍາຍາມທີ່ຈະເປັນຜູ້ຮັບຜິດຊອບ ແລະ ກຳອຳນາດ ແລະ ພວກເຂົາເຖິງກັບກໍ່ໃຫ້ເກີດການລົບກວນ ແລະ ການທຳລາຍ. ພວກເຂົາກໍ່ໃຫ້ເກີດການລົບກວນໃນລະດັບໃດ? ແມ່ນແຕ່ຕອນທີ່ເຮົາກຳລັງເຮັດບາງສິ່ງບາງຢ່າງ, ພວກເຂົາກໍພະຍາຍາມທີ່ຈະເຂົ້າໄປຫຍຸ້ງກ່ຽວ, ວິພາກວິຈານສິ່ງນັ້ນສິ່ງນີ້ ແລະ ຂັດຂວາງ ແລະ ລົບກວນ. ພວກເຂົາພະຍາຍາມລົບກວນການກະທຳຂອງເຮົາ, ເຮົາຈະສາມາດສະແດງຄວາມເມດຕາຕໍ່ພວກເຂົາໄດ້ບໍ? ຖ້າເຈົ້າພຽງແຕ່ລົບກວນຊີວິດສ່ວນຕົວຂອງເຮົາ, ເຮົາກໍສາມາດປ່ອຍເຈົ້າໄວ້ຂ້າງໆ ແລະ ບໍ່ສົນໃຈເຈົ້າໄດ້, ແຕ່ເຮົາກຳລັງເຮັດວຽກງານໃນເຮືອນຂອງພຣະເຈົ້າ, ເຮັດວຽກງານຕົວຈິງບາງຢ່າງສຳລັບປະຊາກອນທີ່ພຣະເຈົ້າເລືອກ ແລະ ເຈົ້າກໍຍັງພະຍາຍາມທີ່ຈະລົບກວນ ແລະ ທຳລາຍມັນ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ຄວນເຮັດແນວໃດກັບຄົນແບບນັ້ນ? (ພວກເຂົາຄວນຖືກຊຳລະລ້າງອອກໄປ). ເຮືອນຂອງພຣະເຈົ້າມີຫຼັກການສຳລັບການຈັດການກັບຜູ້ຄົນ ແລະ ຄົນແບບນັ້ນກໍຄວນຖືກຊຳລະລ້າງອອກໄປ. ບາງຄົນເວົ້າວ່າ: “ຂ້ອຍຖືກປັກປຳ! ຂ້ອຍບໍ່ຮູ້ວ່າສິ່ງນີ້ເປັນການລ່ວງເກີນພຣະອົງ. ຂ້ອຍບໍ່ຮູ້ວ່າສິ່ງນີ້ເປັນການທ້າທາຍເບື້ອງເທິງ ແລະ ການທ້າທາຍພຣະເຈົ້າ. ຂ້ອຍບໍ່ໄດ້ຕັ້ງໃຈເຮັດມັນ”. ຄວາມຈິງທີ່ວ່າເຈົ້າສາມາດເຮັດສິ່ງດັ່ງກ່າວໄດ້ນັ້ນສະແດງໃຫ້ເຫັນວ່າເຈົ້າກະທຳຢ່າງມີເຈດຕະນາ. ເຈົ້າໄດ້ຟັງຄຳເທດສະໜາມາຈັກປີແລ້ວ? ເຈົ້າມີສະຕິຮູ້ສຶກຜິດຊອບບໍ, ເຈົ້າມີຄວາມເປັນມະນຸດບໍ? ຖ້າເຈົ້າເປັນມະນຸດ, ຖ້າເຈົ້າມີຄວາມເປັນມະນຸດ ແລະ ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ເຈົ້າກໍຄົງຈະບໍ່ເຮັດສິ່ງດັ່ງກ່າວ, ບໍ່ວ່າຈະຕັ້ງໃຈ ຫຼື ບໍ່ກໍຕາມ. ເຮົາກຳລັງເຮັດວຽກງານ ແລະ ພວກເຂົາກໍຕັ້ງໃຈລົບກວນມັນ ແລະ ພະຍາຍາມທຳລາຍມັນ. ພວກເຂົາຍັງເປັນມະນຸດຢູ່ບໍ? ພວກເຂົາບໍ່ແມ່ນມານຮ້າຍບໍ? ຖ້າຜູ້ຄົນມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢ່າງແທ້ຈິງ ແລະ ມີຄວາມເປັນມະນຸດຢ່າງແທ້ຈິງ, ເຖິງແມ່ນວ່າມັນຈະເປັນຄົນທຳມະດາທີ່ກຳລັງເຮັດບາງສິ່ງບາງຢ່າງ, ຕາບໃດທີ່ມັນເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ຕໍ່ອ້າຍເອື້ອຍນ້ອງ, ພວກເຂົາກໍຮູ້ວ່າພວກເຂົາຄວນປົກປ້ອງມັນ ແລະ ບໍ່ທຳລາຍມັນ, ຢ່າວ່າແຕ່ຖ້າມັນເປັນສິ່ງທີ່ເຮົາກຳລັງເຂົ້າຮ່ວມດ້ວຍຕົນເອງເລີຍ. ແຕ່ພວກເຂົາພັດຢືນຢັດທີ່ຈະກໍ່ໃຫ້ເກີດການລົບກວນ ແລະ ພະຍາຍາມທີ່ຈະມ້າງເພມັນ ແລະ ບໍ່ມີໃຜສາມາດຢຸດພວກເຂົາໄດ້. ພວກເຂົາໄດ້ກາຍເປັນມານຮ້າຍຢ່າງສິ້ນເຊີງແລ້ວບໍ່ແມ່ນບໍ? ເຮົາຂໍບອກວ່າລັກສະນະການເຮັດຄວາມຊົ່ວຂອງຄົນແບບນັ້ນແມ່ນຮ້າຍແຮງ, ພວກເຮົາຕ້ອງບໍ່ຜ່ອນຜັນໃຫ້ພວກເຂົາ; ເຮືອນຂອງພຣະເຈົ້າມີຫຼັກການສຳລັບການຈັດການກັບຜູ້ຄົນ ແລະ ພວກເຂົາຄວນຖືກຈັດການໂດຍການຖືກຄັດອອກ. ນີ້ເປັນວິທີທີ່ເໝາະສົມໃນການປະຕິບັດຕໍ່ພວກເຂົາບໍ? (ແມ່ນແລ້ວ). ຖ້າມັນເປັນພຽງແຕ່ໃນຊີວິດປະຈຳວັນຂອງພວກເຂົາທີ່ພວກເຂົາເຮັດຕາມຄວາມມັກສ່ວນຕົວຂອງພວກເຂົາ, ນັ້ນກໍເປັນສິ່ງທີ່ຍອມຮັບໄດ້. ຕົວຢ່າງ: ເຮົາອາດຈະເວົ້າວ່າ: “ເຮົາມັກກິນໝີ່”, ເຊິ່ງພວກເຂົາຕອບວ່າ: “ຂ້ານ້ອຍບໍ່ມັກກິນໝີ່. ເມື່ອຂ້ານ້ອຍແຕ່ງກິນ, ຂ້ານ້ອຍຈະເຮັດໝີ່ໃຫ້ພຣະອົງ ແລະ ຂ້ານ້ອຍຈະເຮັດເຂົ້າໃຫ້ຕົວຂ້ານ້ອຍເອງ”. ເລື່ອງນີ້ບໍ່ໄດ້ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ທັງບໍ່ໄດ້ກ່ຽວຂ້ອງກັບຫຼັກການຄວາມຈິງໃດໆ, ແຮງໄກທີ່ຈະກ່ຽວຂ້ອງກັບຄວາມເປັນມະນຸດ ຫຼື ສະຕິຮູ້ສຶກຜິດຊອບຂອງຄົນໃດໜຶ່ງ. ການເຮັດຕາມຄວາມມັກສ່ວນຕົວຂອງເຈົ້າໃນທີ່ນີ້ນັ້ນບໍ່ເປັນຫຍັງ, ແຕ່ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ມັນກໍເປັນສິ່ງທີ່ຍອມຮັບບໍ່ໄດ້. ຖ້າເຈົ້າເຮັດຄວາມຊົ່ວໂດຍບໍ່ຄິດໜ້າຄິດຫຼັງ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ເຈົ້າກໍກຳລັງລະເມີດກົດການປົກຄອງ. ຄົນປະເພດໃດທີ່ສາມາດລະເມີດກົດການປົກຄອງຢ່າງໜ້າດ້ານໆໄດ້? ຄົນປະເພດໃດທີ່ສາມາດທ້າທາຍຄວາມຈິງ ແລະ ເຮືອນຂອງພຣະເຈົ້າຢ່າງເປີດເຜີຍໄດ້? (ມານຮ້າຍ). ຄົນເບົາປັນຍາທີ່ບ້າບິ່ນ ແລະ ສັດເດຍລະສານເຫຼົ່ານັ້ນສາມາດທ້າທາຍ ແລະ ລົບກວນດ້ວຍວິທີນີ້ໄດ້ ແລະ ມານຮ້າຍກໍຍິ່ງສາມາດເຮັດເຊັ່ນນັ້ນໄດ້ຫຼາຍກວ່າ. ບໍ່ວ່າເຮືອນຂອງພຣະເຈົ້າຈະເຮັດຫຍັງກໍຕາມ, ມານຮ້າຍກໍພະຍາຍາມລົບກວນມັນຢູ່ສະເໝີ, ພວກມັນກໍ່ໃຫ້ເກີດການລົບກວນຄືກັບວ່າພວກມັນຖືກຜີສິງ, ໂດຍບໍ່ສົນໃຈຜົນສະທ້ອນໃດໆເລີຍ. ພວກມັນສາມາດລົບກວນໄດ້ເຖິງຂະໜາດນັ້ນ ແລະ ກໍຍັງບໍ່ຮູ້ສຶກຕົວ, ຍັງຄົງຮູ້ສຶກວ່າພວກມັນບໍ່ໄດ້ກໍ່ໃຫ້ເກີດການລົບກວນ, ວ່າພວກມັນບໍລິສຸດຢ່າງສິ້ນເຊີງ ແລະ ເຖິງກັບປົກປ້ອງຕົນເອງ. ບໍ່ຈຳເປັນຕ້ອງໂອ້ລົມຫຍັງກັບຄົນແບບນັ້ນ; ພຽງແຕ່ຄັດພວກເຂົາອອກກໍເປັນສິ່ງທີ່ຖືກຕ້ອງແລ້ວ. ຄົນແບບນີ້, ຜູ້ທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດ, ແມ່ນມານຮ້າຍຢ່າງແທ້ຈິງ; ພວກເຂົາຈະບໍ່ມີວັນປ່ຽນແປງ. ເຈົ້າບໍ່ໄດ້ຖືກຮຽກຮ້ອງໃຫ້ໄລ່ຕາມເສາະຫາຄວາມຈິງ, ທັງບໍ່ໄດ້ຖືກຮຽກຮ້ອງໃຫ້ປະຕິບັດຄວາມຈິງໃນທຸກສິ່ງ, ແຕ່ຢ່າງໜ້ອຍທີ່ສຸດ ເຈົ້າກໍຕ້ອງຮູ້ຈັກເຮັດຕາມກົດລະບຽບ. ຖ້າເຈົ້າບໍ່ເຂົ້າໃຈແມ່ນແຕ່ກົດລະບຽບ ແລະ ເຈົ້າກໍບໍ່ເຂົ້າໃຈກົດການປົກຄອງຂອງເຮືອນຂອງພຣະເຈົ້າ ແລະ ເຈົ້າກໍບໍ່ຮູ້ຕົວຊໍ້າເມື່ອເຈົ້າລະເມີດກົດການປົກຄອງ, ແລ້ວເຈົ້າມີຄວາມເປັນມະນຸດບໍ? ເຈົ້າບໍ່ມີຄວາມເປັນມະນຸດ; ເຈົ້າເປັນມານຮ້າຍ. ເມື່ອມານຮ້າຍເຮັດຄວາມຊົ່ວ, ພວກມັນບໍ່ສາມາດຫ້າມຕົນເອງໄດ້. ການຕໍ່ຕ້ານພຣະເຈົ້າຂອງພວກມັນ, ການພິພາກສາພຣະເຈົ້າຂອງພວກມັນ ແລະ ການໝິ່ນປະໝາດພຣະເຈົ້າຂອງພວກມັນແມ່ນການເປີດເຜີຍທີ່ເປັນທຳມະຊາດເຖິງທາດແທ້ຂອງພວກມັນ. ໂດຍທີ່ບໍ່ມີໃຜຍຸຍົງພວກມັນ ຫຼື ປູກຝັງຄວາມຄິດໃຫ້ພວກມັນ, ພວກມັນກໍສາມາດເຮັດຄວາມຊົ່ວແບບນີ້ໄດ້ຢ່າງເປັນທຳມະຊາດ. ນີ້ກໍຍ້ອນວ່າພວກມັນຖືກຄວບຄຸມໂດຍທຳມະຊາດແບບມານຮ້າຍຂອງພວກມັນ.

ມື້ນີ້, ພວກເຮົາໄດ້ໂອ້ລົມກ່ຽວກັບບັນຫາຂອງການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ, ເຊິ່ງເປັນສ່ວນໜຶ່ງຂອງສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຜູ້ຄົນ. ຜ່ານການໂອ້ລົມນີ້, ຕອນນີ້ພວກເຈົ້າເຫັນດ້ານນີ້ຢ່າງຊັດເຈນແລ້ວບໍ? ມະນຸດທີ່ແທ້ຈິງມີສະຕິຮູ້ສຶກຜິດຊອບ ແລະ ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້; ສະຕິຮູ້ສຶກຜິດຊອບຂອງພວກເຂົາກຳລັງເຮັດວຽກ. ບໍ່ວ່າພວກເຂົາຈະພົບພໍ້ກັບຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆໃດກໍຕາມ ແລະ ບໍ່ວ່າຈະມີບັນຫາໃດເກີດຂຶ້ນກໍຕາມ, ຢ່າງໜ້ອຍທີ່ສຸດ ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍເປັນດ່ານປ້ອງກັນທຳອິດ. ຢ່າງໜຶ່ງກໍຄື ສະຕິຮູ້ສຶກຜິດຊອບຂອງເຈົ້າຈະຊ່ວຍໃຫ້ເຈົ້າຕັດສິນ ແລະ ແຍກແຍະວ່າສິ່ງໃດແມ່ນສິ່ງທີ່ເປັນບວກ ແລະ ສິ່ງໃດແມ່ນສິ່ງທີ່ເປັນລົບ; ອີກຢ່າງໜຶ່ງ ມັນສາມາດຊ່ວຍເຈົ້າດຳເນີນການກວດສອບ ແລະ ກວດກາເສັ້ນທາງທີ່ຢູ່ຂ້າງໜ້າເຈົ້າ ເພື່ອບໍ່ໃຫ້ເຈົ້າຕົກຕໍ່າກວ່າມາດຕະຖານຂັ້ນຕໍ່າຂອງການປະພຶດຕົນ ແລະ ໃນທີ່ສຸດ ມັນກໍຈະຊ່ວຍເຈົ້າໃນການຊັ່ງຊາ ແລະ ເລືອກເສັ້ນທາງທີ່ຖືກຕ້ອງ. ໂດຍທຳມະຊາດແລ້ວ, ຄົນທີ່ເຂົ້າໃຈຄວາມຈິງ ຫຼື ຜູ້ທີ່ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ມີພື້ນຖານໃນຄວາມເຊື່ອຂອງພວກເຂົາ, ພາຍໃຕ້ອິດທິພົນຂອງສະຕິຮູ້ສຶກຜິດຊອບຂອງພວກເຂົາ, ໃນທີ່ສຸດກໍຈະເລືອກສິ່ງທີ່ເປັນບວກ ແລະ ເລືອກທີ່ຈະສະແຫວງຫາ ແລະ ຍອມຮັບຄວາມຈິງ. ເພາະສະນັ້ນ, ສະຕິຮູ້ສຶກຜິດຊອບຈຶ່ງມີບົດບາດນຳພາພາຍໃນຄວາມເປັນມະນຸດ; ມັນມີບົດບາດໃນການນຳພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງ ແລະ ຄວບຄຸມຜູ້ຄົນເພື່ອໃຫ້ພວກເຂົາເລືອກສິ່ງທີ່ເປັນບວກ. ຖ້າຄົນໃດໜຶ່ງບໍ່ມີສະຕິຮູ້ສຶກຜິດຊອບ, ແລ້ວມັນກໍບໍ່ຈຳເປັນຕ້ອງເວົ້າເລີຍວ່າ ບໍ່ພຽງແຕ່ພວກເຂົາຈະບໍ່ສາມາດເລືອກສິ່ງທີ່ເປັນບວກ ແລະ ເສັ້ນທາງທີ່ຖືກຕ້ອງໄດ້ເທົ່ານັ້ນ, ແຕ່ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາກໍຈະຂາດການຢັບຢັ້ງ ແລະ ການຄວບຄຸມຂັ້ນຕໍ່າຂອງສະຕິຮູ້ສຶກຜິດຊອບ. ຄົນແບບນັ້ນຕົກຢູ່ໃນອັນຕະລາຍຢ່າງໃຫຍ່ຫຼວງ; ພວກເຂົາມີແນວໂນ້ມສູງທີ່ຈະເຮັດຄວາມຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ. ຖ້າພວກເຂົາກັບຊາດມາເກີດຈາກສັດ, ພວກເຂົາກໍອາດຈະເຮັດໃນສິ່ງທີ່ຜີຮ້າຍເຮັດ ແລະ ຄົນທີ່ເປັນຜີຮ້າຍ ແລະ ມານຮ້າຍກໍສາມາດເຮັດຄວາມຊົ່ວທີ່ຍິ່ງໃຫຍ່ກວ່ານັ້ນໄດ້, ເຊິ່ງເປັນຕາໜ້າຢ້ານຫຼາຍ. ສະນັ້ນ, ການມີສະຕິຮູ້ສຶກຜິດຊອບຈຶ່ງສຳຄັນຫຼາຍ. ສິ່ງນັ້ນຊັດເຈນບໍ? (ຊັດເຈນແລ້ວ). ຖ້າຄົນໃດໜຶ່ງບໍ່ມີສະຕິຮູ້ສຶກຜິດຊອບເພື່ອຄວບຄຸມພຶດຕິກຳຂອງພວກເຂົາ ແລະ ນຳພາພວກເຂົາໃຫ້ຍ່າງໃນເສັ້ນທາງທີ່ຖືກຕ້ອງ, ແລ້ວເສັ້ນທາງທີ່ພວກເຂົາເລືອກກໍຈະເປັນເສັ້ນທາງທີ່ຜິດຢ່າງຫຼີກລ່ຽງບໍ່ໄດ້ ແລະ ສິ່ງທີ່ພວກເຂົາເຮັດກໍຈະແມ່ນສິ່ງທີ່ເປັນລົບ, ຜົນສະທ້ອນກໍຈະບໍ່ສາມາດຈິນຕະນາການໄດ້. ຖ້າພວກເຂົາສາມາດລະເມີດຄວາມຈິງ ແລະ ກົດເກນແຫ່ງການພັດທະນາຂອງສິ່ງຕ່າງໆຢ່າງໜ້າດ້ານໆ ແລະ ຍັງໝິ່ນປະໝາດຢ່າງບໍ່ຄິດໜ້າຄິດຫຼັງ, ພິພາກສາຄວາມຈິງ ແລະ ວຽກງານທັງໝົດທີ່ພຣະເຈົ້າເຮັດ, ເຖິງກັບຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ ແລະ ລະເມີດກົດການປົກຄອງຂອງພຣະເຈົ້າ ແລະ ສາບແຊ່ງ, ກ່າວໂທດ ແລະ ໝິ່ນປະໝາດພຣະເຈົ້າຢ່າງບ້າບິ່ນ, ແລ້ວພວກເຂົາກໍຄືກັນກັບມານຮ້າຍ ແລະ ຊາຕານຢ່າງແທ້ຈິງ. ພວກເຂົາສາມາດເຮັດຄວາມຊົ່ວທັງໝົດທີ່ມານຮ້າຍ ແລະ ຊາຕານເຮັດ, ເຮັດທຸກສິ່ງທີ່ມານຮ້າຍ ແລະ ຊາຕານເຮັດ ແລະ ກ່າວຄວາມເຊື່ອຫຼົງຜິດ, ຄວາມເຊື່ອນອກຮິດ ແລະ ຂໍ້ໂຕ້ແຍ້ງທີ່ບິດເບືອນທັງໝົດທີ່ມານຮ້າຍ ແລະ ຊາຕານກ່າວອອກມາ. ຄົນເຫຼົ່ານີ້ແມ່ນມານຮ້າຍ ແລະ ຊາຕານຢ່າງແທ້ຈິງ.

ພວກເຈົ້າໄດ້ເຂົ້າໃຈຫຍັງແດ່ຈາກການໂອ້ລົມໃນມື້ນີ້? (ຂ້ານ້ອຍເຂົ້າໃຈວ່າຄົນທີ່ມີຄວາມເປັນມະນຸດມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ສາມາດແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດໄດ້. ກ່ຽວກັບການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ, ໂດຍໃຊ້ຕົວຢ່າງທີ່ແຕກຕ່າງກັນ, ພຣະເຈົ້າໄດ້ອະທິບາຍຢ່າງຊັດເຈນທີ່ສຸດວ່າສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບແມ່ນຫຍັງ, ເພື່ອວ່າເມື່ອພວກເຮົາພົບພໍ້ກັບສິ່ງຕ່າງໆ, ພວກເຮົາຈະສາມາດຕັດສິນໄດ້ຢ່າງຖືກຕ້ອງ ແລະ ໃນເວລາດຽວກັນກໍມີມຸມມອງທີ່ຖືກຕ້ອງທີ່ຢູ່ເບື້ອງຫຼັງການໄລ່ຕາມເສາະຫາຂອງພວກເຮົາ, ພວກເຮົາຄວນປາຖະໜາ ແລະ ໄລ່ຕາມເສາະຫາສິ່ງທີ່ເປັນບວກ ແລະ ກຽດຊັງ ແລະ ປະຕິເສດສິ່ງທີ່ເປັນລົບ). ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນພາຍໃນຄວາມເປັນມະນຸດແມ່ນເງື່ອນໄຂພື້ນຖານທີ່ສຸດສຳລັບຄົນໃດໜຶ່ງທີ່ຈະໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າມີສອງເງື່ອນໄຂພື້ນຖານນີ້ ແຕ່ບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ບໍ່ປະຕິບັດຄວາມຈິງເລັກນ້ອຍທີ່ເຈົ້າເຂົ້າໃຈ ແລະ ໃນທີ່ສຸດກໍບໍ່ສາມາດບັນລຸການອ່ອນນ້ອມຕໍ່ຄວາມຈິງໄດ້, ແລ້ວເຈົ້າກໍຍັງຈະບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້. ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເປັນພຽງເງື່ອນໄຂພື້ນຖານສຳລັບຄວາມລອດພົ້ນເທົ່ານັ້ນ; ສຳລັບເສັ້ນທາງທີ່ເຈົ້າຍ່າງນັ້ນ, ມັນຂຶ້ນຢູ່ກັບການເລືອກຂອງເຈົ້າເອງ. ຖ້າເຈົ້າເປັນຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢ່າງແທ້ຈິງ, ເຈົ້າກໍຈະມີໂອກາດ, ພາຍໃຕ້ການຄວບຄຸມຂອງສະຕິຮູ້ສຶກຜິດຊອບຂອງເຈົ້າ, ທີ່ຈະເລືອກກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ. ຖ້າສະຕິຮູ້ສຶກຜິດຊອບຂອງເຈົ້າຄວບຄຸມ ແລະ ນຳພາເຈົ້າເພື່ອໃຫ້ເຈົ້າເລືອກເສັ້ນທາງທີ່ຖືກຕ້ອງ, ແຕ່ເຈົ້າບໍ່ເຕັມໃຈທີ່ຈະທົນທຸກ ແລະ ຈ່າຍລາຄາ, ບໍ່ເຕັມໃຈທີ່ຈະກະບົດຕໍ່ເນື້ອໜັງ ແລະ ປ່ອຍວາງສິ່ງທີ່ກ່ຽວຂ້ອງກັບຜົນປະໂຫຍດທາງເນື້ອໜັງຂອງເຈົ້າ ແລະ ເຈົ້າກໍຍັງບໍ່ໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມເສາະຫາຄວາມຈິງ, ແລ້ວເຈົ້າກໍຍັງຈະບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນນັ້ນ, ຢ່າງໜຶ່ງກໍຄື ມັນກ່ຽວຂ້ອງໂດຍກົງກັບສະຕິຮູ້ສຶກຜິດຊອບແຫ່ງຄວາມເປັນມະນຸດຂອງເຈົ້າ; ອີກຢ່າງໜຶ່ງ ມັນຍັງກ່ຽວຂ້ອງໂດຍກົງກັບລາຄາທີ່ເຈົ້າສາມາດຈ່າຍໄດ້ໃນການໄລ່ຕາມເສາະຫາຄວາມຈິງ ແລະ ຄວາມຕັ້ງໃຈ ແລະ ຄວາມປາຖະໜາຂອງເຈົ້າທີ່ຈະປະຕິບັດຄວາມຈິງອີກດ້ວຍ. ສະຕິຮູ້ສຶກຜິດຊອບພຽງແຕ່ໃຫ້ເງື່ອນໄຂພື້ນຖານແກ່ເຈົ້າສຳລັບການໄດ້ຮັບຄວາມລອດພົ້ນ ແລະ ມັນຍັງສ້າງໂອກາດຫຼາຍຢ່າງໃຫ້ເຈົ້າໄດ້ປະຕິບັດຄວາມຈິງ, ໂດຍໃຫ້ໂອກາດເຈົ້າໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງພາຍໃຕ້ການຄວບຄຸມຂອງສະຕິຮູ້ສຶກຜິດຊອບຂອງເຈົ້າ. ນັ້ນກໍຄື ໂອກາດຂອງເຈົ້າໃນການກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຈະຂ້ອນຂ້າງສູງ ແລະ ຄວາມຫວັງຂອງເຈົ້າໃນການໄດ້ຮັບຄວາມລອດພົ້ນກໍຈະຂ້ອນຂ້າງສູງເຊັ່ນກັນ, ຫຼາຍກວ່າຫ້າສິບເປີເຊັນ, ເຖິງຢ່າງໃດກໍຕາມ ມັນກໍຈະບໍ່ໄດ້ຮັບການຮັບປະກັນ. ເພາະສະນັ້ນ, ເຖິງແມ່ນວ່າເຈົ້າຈະຮູ້ສຶກວ່າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດກໍຕາມ, ກໍຢ່າພໍໃຈກັບມັນ, ໂດຍຄິດວ່າພຽງແຕ່ການມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນໝາຍຄວາມວ່າເຈົ້າເປັນຄົນດີ ແລະ ສາມາດໄດ້ຮັບຄວາມລອດພົ້ນໄດ້, ວ່າມັນເປັນສິ່ງທີ່ແນ່ນອນແລ້ວ. ຖ້າເຈົ້າຄິດແບບນີ້, ແລ້ວເຮົາຂໍບອກເຈົ້າວ່າມີການບ່ຽງເບນໃນຄວາມເຂົ້າໃຈຂອງເຈົ້າກ່ຽວກັບເລື່ອງນີ້. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ມີຄວາມເປັນມະນຸດ, ສິ່ງນີ້ຢືນຢັນໄດ້ແຕ່ພຽງວ່າເຈົ້າເປັນຄົນທີ່ພຣະເຈົ້າໄດ້ຊົງເລືອກ ແລະ ຊົງເອີ້ນມາເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ປັດໄຈຕັດສິນທີ່ສຳຄັນທີ່ສຸດວ່າໃນທີ່ສຸດເຈົ້າຈະສາມາດໄດ້ຮັບຄວາມລອດພົ້ນໄດ້ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບການໄລ່ຕາມເສາະຫາຂອງເຈົ້າເອງ. ເຖິງແມ່ນວ່າສະຕິຮູ້ສຶກຜິດຊອບຂອງເຈົ້າຈະເຮັດວຽກຢູ່ເປັນປົກກະຕິ, ມັກຈະຄວບຄຸມພຶດຕິກຳຂອງເຈົ້າ ແລະ ຄວບຄຸມເຈົ້າເພື່ອໃຫ້ເຈົ້າເລືອກເສັ້ນທາງທີ່ຖືກຕ້ອງກໍຕາມ, ຖ້າເຈົ້າມັກຈະລະເມີດສະຕິຮູ້ສຶກຜິດຊອບຂອງເຈົ້າ ແລະ ບໍ່ເລືອກເສັ້ນທາງທີ່ຖືກຕ້ອງ ແລະ ບໍ່ເລືອກທີ່ຈະປະຕິບັດຄວາມຈິງ, ແຕ່ກົງກັນຂ້າມພັດມັກຈະປົກປ້ອງຜົນປະໂຫຍດສ່ວນຕົວຂອງເຈົ້າ, ຊື່ສຽງສ່ວນຕົວ ແລະ ຄວາມພາກພູມໃຈຂອງເຈົ້າ ແລະ ມັກຈະຄຳນຶງເຖິງອະນາຄົດສ່ວນຕົວ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າ, ແລ້ວໃນທີ່ສຸດ ຄວາມຫວັງຂອງເຈົ້າທີ່ຈະໄດ້ຮັບຄວາມລອດພົ້ນກໍຈະໜ້ອຍຫຼາຍ, ມັນກໍຈະຖືກເຈົ້າທຳລາຍເທື່ອລະເລັກລະນ້ອຍ. ສິ່ງນີ້ຈະເປັນເລື່ອງທີ່ໜ້າເສົ້າໃຈຫຼາຍ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ). ເອົາລະ, ສຳລັບການໂອ້ລົມຂອງພວກເຮົາໃນມື້ນີ້ກໍມີພຽງເທົ່ານີ້. ລາກ່ອນ!

ວັນທີ 9 ມີນາ 2024

ກ່ອນນີ້:  ວິທີການໄລ່ຕາມເສາະຫາຄວາມຈິງ (12)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger