ວິທີການໄລ່ຕາມເສາະຫາຄວາມຈິງ (19)
ຜູ້ຄົນສາມປະເພດທີ່ແບ່ງຕາມແຫຼ່ງກຳເນີດຂອງພວກເຂົາ
ຄຸນລັກສະນະຂອງຜູ້ທີ່ກັບຊາດມາເກີດຈາກມະນຸດ
II. ການແຍກແຍະສິ່ງທີ່ຖືກອອກຈາກສິ່ງທີ່ຜິດ ແລະ ການຮູ້ວ່າອັນໃດຖືກຕ້ອງ ແລະ ອັນໃດບໍ່ຖືກຕ້ອງ
C. ວິທີການແຍກແຍະສິ່ງທີ່ເປັນບວກອອກຈາກສິ່ງທີ່ເປັນລົບ
ກ່ຽວກັບຫົວຂໍ້ຂອງສິ່ງທີ່ເປັນບວກ, ຄັ້ງທີ່ແລ້ວພວກເຮົາໄດ້ໂອ້ລົມກ່ຽວກັບວ່າສິ່ງທີ່ເປັນບວກແມ່ນຫຍັງ ແລະ ໄດ້ໃຫ້ຄຳນິຍາມແກ່ພວກມັນ. ສິ່ງທີ່ເປັນບວກແມ່ນຫຍັງ? (ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ, ພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ເປັນສິ່ງທີ່ເປັນບວກ). ພວກເຈົ້າຈື່ຄຳນິຍາມຂອງສິ່ງທີ່ເປັນບວກໄດ້ແລ້ວ ແຕ່ພວກເຈົ້າສາມາດຈັບໃຈຄວາມຕົວຢ່າງທີ່ຍົກຂຶ້ນມາໄດ້ບໍ? (ພວກເຮົາສາມາດຈັບໃຈຄວາມພວກມັນໄດ້ໃນລະດັບໜຶ່ງ). ຄຳນິຍາມນີ້, ແນວຄວາມຄິດກ່ຽວກັບສິ່ງທີ່ເປັນບວກນີ້ເປັນຄວາມຈິງບໍ? (ມັນເປັນຄວາມຈິງ). ພວກເຈົ້າແນ່ໃຈບໍ? ເມື່ອອ່ານພຣະທຳຂອງພຣະເຈົ້າ, ເຈົ້າຮູ້ສຶກວ່າຄຳນິຍາມນີ້ເປັນຄວາມຈິງ ແລະ ຖືກຕ້ອງ ແຕ່ເມື່ອເຈົ້າພົບກັບບາງສິ່ງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງເຈົ້າ, ເຈົ້າກໍບໍ່ສາມາດເຂົ້າໃຈມັນໄດ້ ແລະ ຈະບໍ່ຍອມຮັບຄວາມຈິງ. ບໍ່ວ່າສິ່ງໃດໜຶ່ງຈະຖືກເບິ່ງວ່າແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບຕາມຄວາມຄິດຫຼົງຜິດຂອງຜູ້ຄົນກໍຕາມ, ສະຫຼຸບແລ້ວ ຕາບໃດທີ່ມັນບໍ່ແມ່ນສິ່ງທີ່ພຣະເຈົ້າໃຫ້ນິຍາມວ່າແມ່ນສິ່ງທີ່ເປັນບວກ, ມັນກໍບໍ່ແມ່ນສິ່ງທີ່ເປັນບວກ ແຕ່ແມ່ນສິ່ງທີ່ເປັນລົບ. ເຈົ້າສາມາດແຍກແຍະສິ່ງຕ່າງໆດ້ວຍວິທີນີ້ໄດ້ບໍ? (ໄດ້. ຖ້າພຣະເຈົ້າໄດ້ໃຫ້ນິຍາມບາງສິ່ງວ່າແມ່ນສິ່ງທີ່ເປັນບວກ ແລະ ສິ່ງນີ້ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງຂ້ານ້ອຍເອງ ແລະ ຂ້ານ້ອຍບໍ່ສາມາດທຳຄວາມເຂົ້າໃຈມັນໄດ້, ແຕ່ຂ້ານ້ອຍຮູ້ວ່າສິ່ງທີ່ພຣະເຈົ້າກ່າວແມ່ນຄວາມຈິງຢ່າງແນ່ນອນ, ແລ້ວຂ້ານ້ອຍກໍຈະຮຽນຮູ້ທີ່ຈະປະຕິເສດຕົນເອງ). ຖ້າສິ່ງນີ້ສ້າງຄວາມເສຍຫາຍໃຫ້ແກ່ເຈົ້າ ຫຼື ເຖິງຂັ້ນສ້າງຄວາມເສຍຫາຍໃຫ້ແກ່ຄົນທັງປວງ, ເຊິ່ງອີງຕາມຄວາມຄິດຫຼົງຜິດຂອງຜູ້ຄົນແລ້ວ ມັນບໍ່ໄດ້ໃຫ້ຜົນປະໂຫຍດແກ່ພວກເຂົາ ແລະ ບໍ່ໄດ້ນຳເອົາຄວາມສຸກ ຫຼື ຄວາມເພີດເພີນໃດໆມາໃຫ້ ແຕ່ພັດກໍ່ໃຫ້ເກີດຄວາມເຈັບປວດ ແລະ ຄວາມໂຊກຮ້າຍ, ແລ້ວເຈົ້າຈະເບິ່ງເລື່ອງນີ້ແນວໃດ? ເຈົ້າຍັງຈະຍຶດໝັ້ນໃນມຸມມອງຂອງເຈົ້າທີ່ວ່າ “ຄຳນິຍາມຂອງພຣະເຈົ້າກ່ຽວກັບສິ່ງທີ່ເປັນບວກນັ້ນຖືກຕ້ອງແທ້ໆ, ຜູ້ຄົນບໍ່ສາມາດເຮັດການປະເມີນດ້ວຍຄວາມຄິດຫຼົງຜິດຂອງພວກເຂົາ ແລະ ພວກເຂົາກໍບໍ່ສາມາດປະເມີນບາງສິ່ງໂດຍອີງໃສ່ວ່າພວກເຂົາໄດ້ຮັບຜົນປະໂຫຍດຈາກມັນ ຫຼື ບໍ່” ບໍ? ເຈົ້າບໍ່ສາມາດແນ່ໃຈກ່ຽວກັບເລື່ອງນີ້ໄດ້, ແມ່ນບໍ? (ພວກເຮົາບໍ່ສາມາດແນ່ໃຈໄດ້). ຄວາມຈິງທຸກດ້ານບໍ່ພຽງແຕ່ມີເຫດຜົນ ຫຼື ຟັງຂຶ້ນໃນລະດັບຂອງຫຼັກຄຳສອນເທົ່ານັ້ນ ແຕ່ໃນຊີວິດຈິງ, ເມື່ອປະະເຊີນກັບຂໍ້ເທັດຈິງທັງໝົດ, ມັນຄືຄຳກ່າວທີ່ບໍ່ມີວັນປ່ຽນແປງຕະຫຼອດການ. ຖ້າເຈົ້າບໍ່ສາມາດແນ່ໃຈໃນສິ່ງນີ້ໄດ້, ແລ້ວໃນໃຈຂອງເຈົ້າ, ແນວຄວາມຄິດຂອງເຈົ້າກ່ຽວກັບຄວາມຈິງກໍຄຸມເຄືອຢ່າງແທ້ຈິງ. ຄວາມຈິງດ້ານຕ່າງໆທີ່ພວກເຮົາໂອ້ລົມກັນລ້ວນແຕ່ກ່ຽວຂ້ອງກັບມຸມມອງທີ່ມີຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ; ພວກມັນກ່ຽວຂ້ອງກັບແກ່ນແທ້ ແລະ ສະຖານະການຕົວຈິງຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ພວກມັນຍັງຊ່ວຍໃຫ້ຜູ້ຄົນເຫັນວ່າພຣະເຈົ້າປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້ແນວໃດ, ມຸມມອງ ແລະ ທັດສະນະຄະຕິຂອງພຣະອົງກ່ຽວກັບສິ່ງເຫຼົ່ານີ້ເປັນແນວໃດ. ເນື່ອງຈາກຄຳນິຍາມຂອງສິ່ງທີ່ເປັນບວກແມ່ນຄວາມຈິງ, ແນ່ນອນວ່າມັນກໍກ່ຽວຂ້ອງກັບສະຖານະການຕົວຈິງ ແລະ ແກ່ນແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຄອບຄຸມໂດຍຂອບເຂດຂອງຄຳນິຍາມນີ້, ໃນຂະນະທີ່ຍັງກ່ຽວຂ້ອງກັບທັດສະນະຄະຕິ, ມຸມມອງ ແລະ ຄຳກ່າວຂອງພຣະເຈົ້າກ່ຽວກັບສິ່ງຕ່າງໆເຫຼົ່ານີ້ອີກດ້ວຍ. ສະນັ້ນ, ບໍ່ວ່າຜູ້ຄົນຈະຄິດວ່າຄຳນິຍາມຂອງສິ່ງທີ່ເປັນບວກນັ້ນຖືກ ຫຼື ຜິດຕາມຄວາມຄິດຫຼົງຜິດຂອງພວກເຂົາກໍຕາມ ແລະ ບໍ່ວ່າມຸມມອງເບື້ອງຕົ້ນຂອງຜູ້ຄົນກ່ຽວກັບຄຳນິຍາມຂອງສິ່ງທີ່ເປັນບວກໃນບໍລິບົດຂອງວັດທະນະທຳດັ້ງເດີມ ຫຼື ຊີວິດປະຈຳວັນຂອງພວກເຂົາຈະເປັນແນວໃດກໍຕາມ, ສະຫຼຸບແລ້ວ ເນື່ອງຈາກຄຳນິຍາມຂອງສິ່ງທີ່ເປັນບວກນີ້ແມ່ນຄວາມຈິງ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ມັນຄອບຄຸມລ້ວນແຕ່ແມ່ນສິ່ງທີ່ເປັນບວກ ແລະ ສິ່ງທີ່ກົງກັນຂ້າມກັບມັນລ້ວນແຕ່ເປັນສິ່ງທີ່ເປັນລົບ. ສິ່ງນີ້ເປັນທີ່ແນ່ນອນໂດຍປາສະຈາກຂໍ້ສົງໄສໃດໆ. ພວກເຈົ້າຕ້ອງມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບເລື່ອງນີ້. ບໍ່ວ່າຈະເປັນເວລາໃດ ຫຼື ໃນສະພາບແວດລ້ອມທາງສັງຄົມໃດກໍຕາມ ແລະ ບໍ່ວ່າສິ່ງທີ່ເປັນບວກຈະມີຜົນກະທົບຕໍ່ເຈົ້າແນວໃດ ຫຼື ທັດສະນະຄະຕິ ແລະ ມຸມມອງຂອງເຈົ້າກ່ຽວກັບມັນຈະເປັນແນວໃດກໍຕາມ, ຄຳນິຍາມຂອງສິ່ງທີ່ເປັນບວກ ແລະ ແກ່ນແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຄອບຄຸມໂດຍຄຳນິຍາມນັ້ນແມ່ນບໍ່ປ່ຽນແປງ. ເຂົ້າໃຈບໍ? (ເຂົ້າໃຈ).
ຄັ້ງກ່ອນ, ຫຼັກໆແລ້ວພວກເຮົາໄດ້ໂອ້ລົມກ່ຽວກັບຕົວຢ່າງທີ່ສະເພາະເຈາະຈົງຈຳນວນໜຶ່ງທີ່ກ່ຽວຂ້ອງກັບຄຳກ່າວທີ່ວ່າ “ທຸກສິ່ງທີ່ພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ເປັນສິ່ງທີ່ເປັນບວກ”. ພວກເຮົາບໍ່ໄດ້ໂອ້ລົມກັນຢ່າງລະອຽດປານໃດກ່ຽວກັບພາກສ່ວນທີ່ກ່າວວ່າ “ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນລ້ວນແຕ່ເປັນສິ່ງທີ່ເປັນບວກ”. ສະນັ້ນ, ພວກເຈົ້າສາມາດຢືນຢັນໄດ້ບໍວ່າຄຳກ່າວນີ້ຖືກຕ້ອງ ຜ່ານການໂອ້ລົມ ຫຼື ຜ່ານຄວາມຈິງທີ່ພວກເຈົ້າໄດ້ເຂົ້າໃຈໃນຫຼາຍປີທີ່ຜ່ານມາ? ຫຼື ພວກເຈົ້າສາມາດພິສູດໄດ້ບໍວ່າທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນລ້ວນແຕ່ແມ່ນສິ່ງທີ່ເປັນບວກ ໂດຍອີງໃສ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພວກເຈົ້າໄດ້ເຫັນ ແລະ ໄດ້ປະສົບໃນຊີວິດ? ພວກເຈົ້າສາມາດຈັບໃຈຄວາມສິ່ງຕ່າງໆດ້ວຍວິທີນີ້ໄດ້ບໍ? ພວກເຈົ້າສາມາດສະແຫວງຫາຄວາມຈິງແບບນີ້ໄດ້ບໍ? (ພວກເຮົາສາມາດຈັບໃຈຄວາມບາງສິ່ງທີ່ງ່າຍດາຍກວ່າດ້ວຍວິທີນີ້ໄດ້). ມີຫຼັກການໜຶ່ງຢູ່ບ່ອນນີ້. ເມື່ອເບິ່ງໃນລະດັບຜິວເຜີນ, ຫົວຂໍ້ກ່ຽວກັບສິ່ງທີ່ພຣະເຈົ້າສ້າງຂຶ້ນ, ພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າແມ່ນກວມເອົາຂອບເຂດທີ່ກວ້າງຂວາງຫຼາຍ ແລະ ເປັນນາມມະທຳຢ່າງສູງ ແຕ່ໃນຄວາມເປັນຈິງແລ້ວ, ພວກມັນເຊື່ອມໂຍງຢ່າງໃກ້ຊິດກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຜູ້ຄົນສຳຜັດໃນຊີວິດຈິງ, ຍັງສາມາດເວົ້າໄດ້ອີກວ່າພວກມັນເຊື່ອມໂຍງກັນຢ່າງສະໜິດແໜ້ນ; ພວກມັນບໍ່ໄດ້ແຍກອອກຈາກຄວາມເປັນຈິງ. ສິ່ງນີ້ກ່ຽວຂ້ອງກັບບັນຫາໜຶ່ງ. ເມື່ອເຈົ້າປະະເຊີນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ບໍ່ຄາດຄິດຫຼາຍຢ່າງໃນຊີວິດຂອງເຈົ້າ, ເຈົ້າບໍ່ສາມາດກຳນົດໄດ້ວ່າພວກມັນແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈຫຼັກຄຳສອນໃນການແຍກແຍະສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້ກໍຕາມ, ເຈົ້າກໍຍັງບໍ່ສາມາດກຳນົດມັນໄດ້. ເຖິງແມ່ນວ່າພວກມັນຈະເປັນປະເພດຂອງສິ່ງທີ່ລວມຢູ່ໃນສິ່ງທີ່ເປັນບວກກໍຕາມ, ເຈົ້າກໍບໍ່ຍອມຮັບວ່າພວກມັນແມ່ນສິ່ງທີ່ເປັນບວກໃນຄວາມຄິດຫຼົງຜິດຂອງເຈົ້າ ແລະ ເຈົ້າກໍຮູ້ສຶກລັງກຽດ ແລະ ກຽດຊັງພວກມັນໃນໃຈຂອງເຈົ້າ ແລະ ເຖິງຂັ້ນຄິດວ່າພວກມັນບໍ່ຄູ່ຄວນຢ່າງຍິ່ງທີ່ຈະຖືກຈັດຢູ່ໃນຂອບເຂດຂອງສິ່ງທີ່ເປັນບວກ, ແຕ່ພວກມັນກໍຖືກພຣະເຈົ້າສ້າງຂຶ້ນ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າຢ່າງແທ້ຈິງ ແລະ ພວກມັນກໍຈັດຢູ່ໃນໝວດໝູ່ຂອງສິ່ງທີ່ເປັນບວກ. ນີ້ຄືເວລາທີ່ຫຼັກການປະຕິບັດສຳລັບວິທີທີ່ຜູ້ຄົນຄວນປະເຊີນກັບສິ່ງປະເພດເຫຼົ່ານີ້ເຂົ້າມາມີບົດບາດ. ຫຼັກການປະຕິບັດທີ່ງ່າຍດາຍທີ່ສຸດກໍຄື: ກ່ອນອື່ນໝົດ, ເຈົ້າຕ້ອງແນ່ໃຈວ່າສິ່ງທີ່ກຳລັງເວົ້າເຖິງນັ້ນເປັນປະເພດຂອງສິ່ງທີ່ຄອບຄຸມໂດຍຄຳນິຍາມຂອງສິ່ງທີ່ເປັນບວກ. ເຖິງແມ່ນວ່າເມື່ອເບິ່ງຕາມຄວາມຄິດຫຼົງຜິດຂອງຜູ້ຄົນແລ້ວ ມັນເບິ່ງຄືວ່າບໍ່ແມ່ນສິ່ງທີ່ເປັນບວກກໍຕາມ, ຖ້າມັນເປັນສິ່ງທີ່ຢູ່ໃນໝວດໝູ່ຂອງສິ່ງທີ່ເປັນບວກທີ່ພຣະເຈົ້າໃຫ້ນິຍາມໄວ້, ແລ້ວກ່ອນອື່ນໝົດ, ເຈົ້າຕ້ອງແນ່ໃຈວ່າມັນແມ່ນສິ່ງທີ່ເປັນບວກ ແລະ ບໍ່ມີຄວາມຜິດພາດໃດໆກ່ຽວກັບມັນຢ່າງແນ່ນອນ. ມີຄວາມໝາຍສຳຄັນໃນການທີ່ພຣະເຈົ້າສ້າງມັນຂຶ້ນມາ; ມັນກໍເພື່ອໃຫ້ຜູ້ຄົນໄດ້ຮຽນຮູ້ບົດຮຽນບາງຢ່າງຈາກມັນ. ມັນຈຳເປັນຕ້ອງແນ່ໃຈໃນສິ່ງນີ້. ນີ້ຄືຫຼັກການປະຕິບັດຢ່າງໜຶ່ງ. ຢ່າງທີສອງ, ກ່ຽວກັບສິ່ງນີ້ ຫຼື ເລື່ອງປະເພດນີ້, ພວກເຮົາບໍ່ຈຳເປັນຕ້ອງເປັນຄືກັບນັກວິທະຍາສາດ ແລະ ສຶກສາທຳມະຊາດ ຫຼື ໜ້າທີ່ຂອງມັນ ຫຼື ມັນມີບົດບາດຫຍັງໃນຊີວິດມະນຸດ ຫຼື ໃນລະບົບຕ່ອງໂສ້ອາຫານທັງໝົດ. ພຽງແຕ່ໃຫ້ແນ່ໃຈວ່າມັນແມ່ນສິ່ງທີ່ເປັນບວກກໍພຽງພໍແລ້ວ. ບາງຄົນເວົ້າວ່າ “ຖ້າສິ່ງທີ່ເປັນບວກນີ້ມັກຈະປາກົດຂຶ້ນໃນຊີວິດຂອງຜູ້ຄົນ ແລະ ແຊກແຊງຊີວິດຂອງພວກເຂົາ, ເຊິ່ງສົ່ງຜົນກະທົບຕໍ່ມຸມມອງຂອງພວກເຂົາທີ່ວ່າມັນແມ່ນສິ່ງທີ່ເປັນບວກ, ແລ້ວຄວນປະຕິບັດຕໍ່ມັນແນວໃດ?” ນັ້ນເປັນເລື່ອງທີ່ຈັດການໄດ້ງ່າຍ. ຖ້າເຈົ້າຈຳເປັນຕ້ອງໃຊ້ມັນໃນຊີວິດຂອງເຈົ້າ, ກໍຈົ່ງໃຊ້ມັນຕາມຄວາມຈຳເປັນ; ໃຫ້ມັນຮັບໃຊ້ເຈົ້າ. ຖ້າເຈົ້າບໍ່ຈຳເປັນຕ້ອງໃຊ້ມັນ ແລະ ມັນມັກຈະແຊກແຊງເຈົ້າ ຫຼື ລົບກວນຄວາມຮູ້ສຶກທາງຮ່າງກາຍໃດໆຂອງເຈົ້າ, ແລ້ວເຈົ້າກໍສາມາດໄລ່ມັນໜີ ແລະ ຢູ່ຫ່າງຈາກມັນໄດ້. ພຽງແຕ່ຢ່າປ່ອຍໃຫ້ມັນມາແຊກແຊງເຈົ້າ ຫຼື ເຮັດໃຫ້ເຈົ້າເຈັບປວດຮ່າງກາຍ. ນີ້ຄືຫຼັກການທີສອງ. ນອກຈາກນີ້, ເຈົ້າຕ້ອງຮູ້ວ່າຖ້າມັນມາຈາກການສ້າງຂອງພຣະເຈົ້າ, ການກຳນົດຂອງພຣະເຈົ້າ ຫຼື ອຳນາດສູງສຸດຂອງພຣະເຈົ້າ, ແລ້ວເຈົ້າກໍບໍ່ຄວນຮູ້ສຶກລັງກຽດມັນ, ກຽດຊັງມັນ ຫຼື ປະຕິເສດມັນ. ແຕ່ເຈົ້າຄວນຍອມຮັບມັນ ແລະ ຮັບຮູ້ມັນ. ສິ່ງທີ່ດີກວ່ານັ້ນກໍຄືການຈັດການມັນ ແລະ ນຳໃຊ້ມັນຢ່າງສົມເຫດສົມຜົນ. ສິ່ງເຫຼົ່ານີ້ຄືຫຼັກການປະຕິບັດ, ລວມທັງໝົດມີສາມຂໍ້. ສາມຫຼັກການນີ້ມີຫຍັງແດ່? (ຂໍ້ທຳອິດກໍຄື, ຕາບໃດທີ່ບາງສິ່ງຢູ່ໃນຂອບເຂດຂອງສິ່ງທີ່ເປັນບວກທີ່ພຣະເຈົ້າໃຫ້ນິຍາມໄວ້, ພວກເຮົາຕ້ອງແນ່ໃຈວ່າມັນແມ່ນສິ່ງທີ່ເປັນບວກ. ມີຄວາມໝາຍສຳຄັນໃນການທີ່ພຣະເຈົ້າສ້າງມັນຂຶ້ນມາ; ມັນກໍເພື່ອໃຫ້ຜູ້ຄົນໄດ້ຮຽນຮູ້ບົດຮຽນບາງຢ່າງຈາກມັນ. ຂໍ້ທີສອງກໍຄື, ບົນພື້ນຖານຂອງການແນ່ໃຈວ່າມັນແມ່ນສິ່ງທີ່ເປັນບວກ, ພວກເຮົາໃຊ້ມັນຖ້າຈຳເປັນ. ຖ້າພວກເຮົາບໍ່ຈຳເປັນຕ້ອງໃຊ້ມັນ ແລະ ມັນແຊກແຊງຊີວິດຂອງພວກເຮົາ, ແລ້ວພວກເຮົາກໍສາມາດໄລ່ມັນໜີ ແລະ ຢູ່ຫ່າງຈາກມັນໄດ້, ໂດຍບໍ່ປ່ອຍໃຫ້ມັນລົບກວນຊີວິດຂອງພວກເຮົາ. ຂໍ້ທີສາມກໍຄື, ຖ້າມັນຖືກພຣະເຈົ້າສ້າງຂຶ້ນມາ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ພວກເຮົາກໍບໍ່ຄວນຮູ້ສຶກລັງກຽດມັນ ຫຼື ກຽດຊັງມັນ; ພວກເຮົາຄວນຍອມຮັບມັນ ແລະ ຮັບຮູ້ມັນ. ສິ່ງທີ່ດີກວ່ານັ້ນກໍຄືການທີ່ສາມາດຈັດການມັນ ແລະ ນຳໃຊ້ມັນຢ່າງສົມເຫດສົມຜົນ). ສາມຫຼັກການນີ້ປະຕິບັດໄດ້ງ່າຍບໍ? ບໍ່ໄດ້ງ່າຍປານນັ້ນ, ແມ່ນບໍ? (ບໍ່). ຖ້າມີຍຸງບິນດັງວຸ້ນໆຢູ່ຂ້າງຫູຂອງເຈົ້າ, ເຈົ້າກໍຈະໄລ່ມັນໜີ, ໂດຍຄິດໃນໃຈວ່າ “ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນລ້ວນແຕ່ດີ; ຂ້ອຍພຽງແຕ່ຈະໄລ່ມັນໜີ ແລ້ວກໍຈົບເລື່ອງ”. ເຈົ້າຈະສາມາດປະຕິບັດຕາມສາມຫຼັກການນີ້ໄດ້. ແຕ່ຖ້າເຈົ້າໄລ່ມັນໜີ ແລ້ວມັນກໍກັບມາອີກ ແລະ ກັດເຈົ້າ, ຍິ່ງເຈົ້າຄິດກ່ຽວກັບມັນຫຼາຍເທົ່າໃດ, ເຈົ້າກໍຈະຍິ່ງໃຈຮ້າຍຫຼາຍຂຶ້ນເທົ່ານັ້ນ: “ຂ້ອຍປ່ອຍເຈົ້າໄປແລ້ວ, ແຕ່ເຈົ້າກໍບໍ່ຍອມປ່ອຍຂ້ອຍໄປ. ຄັ້ງນີ້, ຂ້ອຍຈະຕົບເຈົ້າຢ່າງແນ່ນອນ!” ການຕົບມັນເປັນການກະທຳທີ່ຖືກຕ້ອງບໍ? ຄວາມຈິງແລ້ວ, ການຕົບມັນກໍບໍ່ຜິດ; ສິ່ງນີ້ສາມາດຖືວ່າເປັນການຈັດການທີ່ເໝາະສົມ. ແຕ່ໃນເວລາດຽວກັນ, ເຈົ້າຈະບໍ່ເລີ່ມສົງໄສຂໍ້ເທັດຈິງທີ່ວ່າຍຸງແມ່ນສິ່ງທີ່ເປັນບວກບໍ? ໂດຍສະເພາະເມື່ອຕຸ່ມຈາກຮອຍກັດຂອງມັນນັບມື້ນັບຄັນຂຶ້ນເລື້ອຍໆ, ຄັນຈົນທົນບໍ່ໄດ້, ເຈົ້າກໍຈະຄິດໃນໃຈວ່າ: “ພຣະເຈົ້າສ້າງຍຸງຂຶ້ນມາມີປະໂຫຍດຫຍັງ? ຜູ້ຄົນຈະທົນທຸກກັບຄວາມເສຍຫາຍນີ້ບໍ ຖ້າບໍ່ມີຍຸງ? ແນ່ນອນວ່າ ສິ່ງນີ້ເບິ່ງຄືວ່າບໍ່ແມ່ນສິ່ງທີ່ເປັນບວກ!” ຄວາມມີເຫດຜົນຂອງເຈົ້າຈະບອກເຈົ້າວ່າການຄິດແບບນີ້ແມ່ນຜິດ, ຍຸງແມ່ນສິ່ງທີ່ເປັນບວກ ເພາະມັນເປັນສິ່ງທີ່ມີຊີວິດນ້ອຍໆທີ່ຢູ່ໃນຂອບເຂດຂອງສິ່ງທີ່ເປັນບວກທີ່ພຣະເຈົ້າໄດ້ສ້າງຂຶ້ນ. ແຕ່ເຈົ້າກໍຍັງບໍ່ສາມາດທຳຄວາມເຂົ້າໃຈມັນໄດ້: “ມັນບໍ່ໄດ້ໃຫ້ຜົນປະໂຫຍດແກ່ຜູ້ຄົນ, ແລ້ວເປັນຫຍັງພຣະເຈົ້າຈຶ່ງສ້າງມັນຂຶ້ນມາ?” ເຖິງແມ່ນວ່າຕຸ່ມຈາກຮອຍຍຸງກັດຈະບໍ່ໃຫຍ່, ແຕ່ຄວາມຄັນນັ້ນກໍຮ້າຍແຮງຫຼາຍ. ສຳລັບຜູ້ທີ່ມີອາການແພ້, ການເກົາມັນສາມາດນຳໄປສູ່ອາການບວມແດງ ແລະ ເຖິງຂັ້ນຕິດເຊື້ອ ແລະ ເປັນໄຂ້ໄດ້. ມາຮອດຈຸດນີ້, ເຈົ້າຈະເກີດມີຄວາມຄິດຫຼົງຜິດ ແລະ ພົບວ່າມັນຍາກທີ່ຈະຍອມຮັບໄດ້: “ຍຸງເບິ່ງຄືວ່າບໍ່ແມ່ນສິ່ງທີ່ເປັນບວກສຳລັບຂ້ອຍ. ຖ້າພວກມັນແມ່ນສິ່ງທີ່ເປັນບວກ, ພວກມັນຈະລົບກວນຜູ້ຄົນ ແລະ ເຮັດໃຫ້ພວກເຂົາເຈັບປວດໄດ້ແນວໃດ? ສິ່ງທີ່ເປັນບວກບໍ່ຄວນມີຜົນກະທົບທີ່ເປັນບວກບໍ? ຜົນກະທົບນີ້ບໍ່ເປັນບວກ; ພວກມັນກຳລັງມີບົດບາດທີ່ເປັນລົບ ແລະ ມີຜົນກະທົບທີ່ເປັນລົບຕໍ່ຜູ້ຄົນ. ຍຸງຈະຖືກຈັດຢູ່ໃນໝວດໝູ່ຂອງສິ່ງທີ່ເປັນບວກໄດ້ແນວໃດ? ມັນເປັນເລື່ອງທີ່ເຫຼືອເຊື່ອ. ສິ່ງທີ່ພຣະເຈົ້າໄດ້ເຮັດນັ້ນບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງຂ້ອຍ!” ໃນໃຈຂອງເຈົ້າ, ເຈົ້າຈະເກີດມີຄວາມຄິດຫຼົງຜິດກ່ຽວກັບການທີ່ຍຸງເປັນສິ່ງທີ່ເປັນບວກ. ປາກຂອງເຈົ້າເວົ້າວ່າ “ກ່ອນອື່ນໝົດ, ເຈົ້າບໍ່ສາມາດປະຕິເສດໄດ້ວ່າຍຸງແມ່ນສິ່ງທີ່ເປັນບວກ. ອັນທີສອງ, ຖ້າເຈົ້າບໍ່ຕ້ອງການໃຫ້ພວກມັນລົບກວນເຈົ້າ, ເຈົ້າກໍສາມາດໄລ່ພວກມັນໜີ ແລະ ຢູ່ຫ່າງຈາກພວກມັນໄດ້. ສຸດທ້າຍ, ເຈົ້າບໍ່ຄວນຮູ້ສຶກລັງກຽດພວກມັນ ຫຼື ກຽດຊັງພວກມັນ, ແຕ່ຄວນຍອມຮັບພວກມັນ, ຮັບຮູ້ພວກມັນ ແລະ ຈັດການພວກມັນຢ່າງສົມເຫດສົມຜົນ”. ເຖິງແມ່ນວ່າເຈົ້າຈະເວົ້າແບບນັ້ນ, ແຕ່ຫຼັກການຂໍ້ສຸດທ້າຍນີ້ກໍຍາກຫຼາຍສຳລັບເຈົ້າທີ່ຈະປະຕິບັດໄດ້. ມັນຂ້ອນຂ້າງງ່າຍສຳລັບເຈົ້າທີ່ຈະຍອມຮັບແມງໄມ້ທີ່ມີປະໂຫຍດ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງຍຸງ, ຖ້າເຈົ້າພະຍາຍາມທີ່ຈະຍອມຮັບພວກມັນ, ຈັດການພວກມັນຢ່າງສົມເຫດສົມຜົນ ແລະ ບໍ່ສາບແຊ່ງພວກມັນ, ເຈົ້າສາມາດເຮັດສິ່ງນີ້ໄດ້ບໍ? (ກ່ອນການໂອ້ລົມຂອງພຣະເຈົ້າ, ບາງຄັ້ງເມື່ອຂ້ານ້ອຍອາລົມບໍ່ດີ ແລະ ຖືກຍຸງກັດ, ຂ້ານ້ອຍກໍຈະຮູ້ສຶກລັງກຽດເປັນພິເສດ ແລະ ເວົ້າສິ່ງທີ່ບໍ່ດີບາງຢ່າງອອກມາ. ໃນອະນາຄົດ, ຂ້ານ້ອຍຈະພະຍາຍາມຢ່າງສຸດຄວາມສາມາດເພື່ອຫຼີກລ່ຽງສິ່ງນີ້ ແລະ ຈະບໍ່ເວົ້າສິ່ງເຫຼົ່ານັ້ນອີກຕໍ່ໄປ). ເຈົ້າບໍ່ຄວນສາບແຊ່ງພວກມັນ; ເຈົ້າຄວນຍອມຮັບພວກມັນ, ປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ ແລະ ຈັດການພວກມັນຢ່າງສົມເຫດສົມຜົນ. ພາກສ່ວນທີ່ກ່ຽວກັບການຈັດການຢ່າງສົມເຫດສົມຜົນນີ້ຈະປະຕິບັດໄດ້ຍາກຫຼາຍແມ່ນບໍ? (ແມ່ນແລ້ວ). ຖ້າເຈົ້າຮັບຮູ້ ແລະ ຍອມຮັບພວກມັນທາງຄຳເວົ້າ ແລະ ທາງຫຼັກຄຳສອນ, ນັ້ນກໍຈະເປັນສິ່ງທີ່ຂ້ອນຂ້າງເຮັດໄດ້ງ່າຍ. ຖ້າພວກມັນທຳຮ້າຍເຈົ້າ, ເຈົ້າກໍສາມາດຢູ່ຫ່າງຈາກພວກມັນ ແລະ ຫຼີກລ່ຽງພວກມັນໄດ້ເຊັ່ນກັນ. ແຕ່ການທີ່ຈະໃຫ້ເຈົ້າຍອມຮັບພວກມັນ ແລະ ຮັບຮູ້ພວກມັນຈາກໃຈຂອງເຈົ້າ, ເພື່ອປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ ແລະ ຍິ່ງໄປກວ່ານັ້ນຄືການຈັດການພວກມັນຢ່າງສົມເຫດສົມຜົນ, ສິ່ງນີ້ຈະເປັນເລື່ອງຍາກສຳລັບເຈົ້າທີ່ຈະເຮັດໄດ້. ເປັນຫຍັງມັນຈຶ່ງຍາກ? ເພາະວ່າເມື່ອພວກມັນທຳຮ້າຍເຈົ້າ, ເຈົ້າບໍ່ຮູ້ສຶກວ່າເຈົ້າໄດ້ຮັບຜົນປະໂຫຍດຈາກພວກມັນ, ແຕ່ເຈົ້າກຳລັງຖືກພວກມັນທຳຮ້າຍ. ນັ້ນກໍຄື, ຕາມຄວາມຄິດຫຼົງຜິດຂອງເຈົ້າແລ້ວ, ສິ່ງທີ່ເປັນບວກຄວນມີຜົນກະທົບທີ່ເປັນບວກ, ແຕ່ແທນທີ່ຈະໄດ້ຮັບຜົນປະໂຫຍດທີ່ເປັນບວກໃດໆຈາກຍຸງ, ເຈົ້າພັດຮູ້ສຶກວ່າພວກມັນມີຜົນກະທົບທີ່ເປັນລົບຕໍ່ເຈົ້າ. ມາຮອດຈຸດນີ້, ການທີ່ເຈົ້າຈະບໍ່ຮູ້ສຶກລັງກຽດ ຫຼື ກຽດຊັງພວກມັນ, ແຕ່ຍອມຮັບພວກມັນ ແລະ ເຖິງຂັ້ນຈັດການພວກມັນຢ່າງສົມເຫດສົມຜົນນັ້ນ, ຈະບໍ່ແມ່ນເລື່ອງທີ່ເຮັດໄດ້ງ່າຍ. ເຖິງແມ່ນວ່າຜູ້ຄົນສາມາດຍອມຮັບວ່າຍຸງເປັນສິ່ງທີ່ເປັນບວກໃນລະດັບຂອງຫຼັກຄຳສອນ ແລະ ພວກເຂົາຍັງສາມາດຝືນໃຈປະຕິບັດຕໍ່ຍຸງຢ່າງຖືກຕ້ອງໄດ້ກໍຕາມ, ແຕ່ເມື່ອພວກເຂົາຖືກຍຸງລົບກວນໃນຊີວິດຈິງ, ມັນກໍຍາກຫຼາຍສຳລັບພວກເຂົາທີ່ຈະປະຕິບັດຕໍ່ພວກມັນຕາມຫຼັກການ. ສິ່ງນີ້ຮຽກຮ້ອງໃຫ້ຜູ້ຄົນເຂົ້າໃຈຄວາມຈິງ, ເຂົ້າໃຈທຳມະຊາດຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ສະເພາະເຈາະຈົງຫຼາຍຢ່າງທີ່ກ່ຽວຂ້ອງພາຍໃຕ້ສາມດ້ານທີ່ຄອບຄຸມໂດຍສິ່ງທີ່ເປັນບວກ, ເຊິ່ງກໍຄືສິ່ງທີ່ “ຖືກພຣະເຈົ້າສ້າງຂຶ້ນມາ, ຖືກພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ”, ພ້ອມທັງບົດບາດປະເພດໃດທີ່ພວກມັນມີໃນຊີວິດ ແລະ ການຢູ່ລອດຂອງມະນຸດ ແລະ ຈຸດປະສົງດັ້ງເດີມຂອງພຣະເຈົ້າໃນການສ້າງພວກມັນ ແລະ ມອບວິຖີຊີວິດໃຫ້ແກ່ພວກມັນແມ່ນແນວໃດ. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນຈຳເປັນຕ້ອງເຂົ້າໃຈ. ຖ້າຜູ້ຄົນເຂົ້າໃຈຈຸດປະສົງດັ້ງເດີມຂອງພຣະເຈົ້າ ແລະ ເຈດຕະນາໂດຍລວມຂອງພຣະອົງ ແລະ ຫຼັກການພື້ນຖານ, ແລ້ວສຳລັບສິ່ງທີ່ເປັນບວກບາງຢ່າງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ, ບາງທີນອກເໜືອຈາກການຢູ່ຫ່າງຈາກພວກມັນແລ້ວ, ພວກເຂົາຍັງສາມາດຍອມຮັບພວກມັນ, ຮັບຮູ້ພວກມັນ, ຈັດການພວກມັນຢ່າງສົມເຫດສົມຜົນ ແລະ ນຳໃຊ້ພວກມັນຢ່າງຖືກຕ້ອງໄດ້ໃນລະດັບທີ່ແຕກຕ່າງກັນ. ພວກເຮົາຈະໂອ້ລົມກ່ຽວກັບຫົວຂໍ້ນີ້ເທື່ອລະໜ້ອຍ.
ການໄຈ້ແຍກອະລິຍະທຳ ແລະ ວັດທະນະທຳຂອງມະນຸດ
ຫົວຂໍ້ “ສິ່ງທີ່ພຣະເຈົ້າສ້າງຂຶ້ນ” ກວມເອົາຂອບເຂດທີ່ກວ້າງຂວາງຫຼາຍ, ສະນັ້ນ ພວກເຮົາຕ້ອງຍົກຕົວຢ່າງບາງຢ່າງກ່ອນ ແລ້ວຈຶ່ງໂອ້ລົມກ່ຽວກັບພວກມັນເທື່ອລະໜ້ອຍ. ພວກເຮົາຫາກໍເວົ້າກ່ຽວກັບຍຸງ. ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າບໍ່ມີໃຜມັກຍຸງ ຫຼື ເຕັມໃຈທີ່ຈະຢູ່ຮ່ວມກັບພວກມັນ; ໃນທາງກົງກັນຂ້າມ, ທຸກຄົນກຽດຊັງຍຸງ ແລະ ເຖິງຂັ້ນປາຖະໜາທີ່ຈະບໍ່ເຫັນພວກມັນເລີຍຕະຫຼອດຊີວິດຂອງພວກເຂົາ. ເຖິງແມ່ນວ່າເລື່ອງຂອງຍຸງຈະບໍ່ແມ່ນເລື່ອງໃຫຍ່, ມັນກໍກ່ຽວຂ້ອງກັບສິ່ງປະເພດໜຶ່ງ ແລະ ມັນຍັງກ່ຽວຂ້ອງກັບຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບທຳມະຊາດຂອງສິ່ງປະເພດໃດໜຶ່ງໃນທ່າມກາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າສ້າງຂຶ້ນອີກດ້ວຍ. ແນ່ນອນວ່າ, ສິ່ງສຳຄັນຢູ່ບ່ອນນີ້ກໍຄື ມັນກ່ຽວຂ້ອງກັບການທີ່ຜູ້ຄົນມາຮູ້ຈັກ ແລະ ເຂົ້າໃຈຄວາມຈິງ ແລະ ມັນຍັງກ່ຽວຂ້ອງກັບຫຼັກການປະຕິບັດສຳລັບວິທີທີ່ຜູ້ຄົນປະຕິບັດຕໍ່ສິ່ງປະເພດໃດໜຶ່ງໃນທ່າມກາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໃນຊີວິດຂອງພວກເຂົາ. ເພາະສະນັ້ນ, ເຖິງແມ່ນວ່າຍຸງຈະບໍ່ແມ່ນສິ່ງທີ່ມີຊີວິດຂະໜາດໃຫຍ່, ແຕ່ເລື່ອງທີ່ມັນກ່ຽວຂ້ອງນັ້ນບໍ່ແມ່ນເລື່ອງນ້ອຍໆ; ມັນຄຸ້ມຄ່າທີ່ຜູ້ຄົນຈະພະຍາຍາມເຂົ້າໃຈ ແລະ ຄົ້ນຄວ້າພວກມັນ. ເນື້ອໃນຂອງ “ສິ່ງທີ່ພຣະເຈົ້າສ້າງຂຶ້ນ” ກ່ຽວຂ້ອງກັບຫົວຂໍ້ໃນລະດັບມະຫາພາກ ແລະ ລະດັບຈຸລະພາກ. ເມື່ອກີ້ນີ້, ພວກເຮົາໄດ້ໂອ້ລົມກັນໂດຍຫຍໍ້ກ່ຽວກັບສາຍພັນນ້ອຍໆໃນດ້ານຈຸລະພາກ ນັ້ນກໍຄືຍຸງ. ມັນເປັນສິ່ງທີ່ມີຊີວິດປະເພດທີ່ຂ້ອນຂ້າງນ້ອຍເຊິ່ງຜູ້ຄົນສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ; ສິ່ງໃດກໍຕາມທີ່ນ້ອຍກວ່າຍຸງແມ່ນບໍ່ຄຸ້ມຄ່າທີ່ຈະໂອ້ລົມກັນ. ຍຸງເປັນສິ່ງທີ່ມີຊີວິດປະເພດໜຶ່ງທີ່ຜູ້ຄົນມັກຈະສຳຜັດໄດ້ເລື້ອຍໆ, ເປັນສິ່ງທີ່ມີຊີວິດໃນລະດັບຈຸລະພາກທີ່ຂ້ອນຂ້າງນ້ອຍເຊິ່ງສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ. ເນື່ອງຈາກບັນຫານີ້ຢູ່ໃນລະດັບຈຸລະພາກ, ພວກເຮົາຈະໂອ້ລົມກ່ຽວກັບມັນໃນພາຍຫຼັງ. ສະນັ້ນ, ກ່ອນອື່ນໝົດພວກເຮົາຄວນໂອ້ລົມກ່ຽວກັບຫຍັງ? (ລະດັບມະຫາພາກ). ໃຫ້ພວກເຮົາໂອ້ລົມກ່ຽວກັບສິ່ງທີ່ເປັນມະຫາພາກກ່ອນ. ມີສິ່ງທີ່ເປັນມະຫາພາກຫຼາຍຢ່າງ. ສິ່ງທີ່ໃກ້ຊິດກັບຊີວິດຂອງຜູ້ຄົນທີ່ສຸດ ຫຼື ສິ່ງທີ່ຜູ້ຄົນສາມາດສຳຜັດ, ຮູ້ສຶກ ແລະ ເບິ່ງເຫັນໄດ້ ແລະ ເປັນສິ່ງທີ່ຄຸ້ນເຄີຍສຳລັບທຸກຄົນ ນອກເໜືອຈາກວັດຖຸໃນສະພາບແວດລ້ອມການດຳລົງຊີວິດທີ່ພຣະເຈົ້າສ້າງຂຶ້ນສຳລັບມະນຸດແລ້ວ ກໍຄືມະນຸດຊາດນັ້ນເອງ. ສະນັ້ນ, ເມື່ອເວົ້າເຖິງມະນຸດຊາດ, ໃນບັນດາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຜູ້ຄົນສາມາດເບິ່ງເຫັນໄດ້, ສິ່ງໃດແດ່ທີ່ຄຸ້ມຄ່າໃຫ້ເວົ້າເຖິງ? ສິ່ງໃດແດ່ທີ່ຄຸ້ມຄ່າເຮັດຄວາມເຂົ້າໃຈ? ຫົວຂໍ້ທີ່ຄຸ້ມຄ່າເຮັດຄວາມເຂົ້າໃຈທີ່ສຸດເມື່ອເວົ້າເຖິງສັງຄົມມະນຸດກໍຄືສິ່ງທີ່ເອີ້ນວ່າອະລິຍະທຳຂອງມະນຸດຊາດ. ຫົວຂໍ້ຫຼັກທີ່ອະລິຍະທຳນີ້ກວມເອົາກໍຄືວັດທະນະທຳທີ່ແຕກຕ່າງກັນ. ການເກີດຂຶ້ນຂອງວັດທະນະທຳທີ່ແຕກຕ່າງກັນແມ່ນມາຈາກການສຶກສາພາຍໃນສັງຄົມທີ່ແຕກຕ່າງກັນ; ການສຶກສາພາຍໃນສັງຄົມທີ່ແຕກຕ່າງກັນກໍ່ໃຫ້ເກີດວັດທະນະທຳທີ່ແຕກຕ່າງກັນ ແລະ ພາຍໃຕ້ເບື້ອງຫຼັງຂອງວັດທະນະທຳທີ່ແຕກຕ່າງກັນເຫຼົ່ານີ້, ສິ່ງທີ່ເອີ້ນວ່າອະລິຍະທຳຂອງມະນຸດຊາດໃນຍຸກສະໄໝຕ່າງໆຈຶ່ງໄດ້ຖືກຳເນີດຂຶ້ນ. ນີ້ຄືແຫຼ່ງທີ່ມາ ແລະ ຕົ້ນກຳເນີດຂອງອະລິຍະທຳມະນຸດ. ສັງຄົມຕາເວັນອອກມີອະລິຍະທຳຂອງຕົນ ແລະ ແນ່ນອນວ່າມັນກໍມີສິ່ງທີ່ເອີ້ນວ່າວັດທະນະທຳຂອງຕົນເຊັ່ນກັນ. ການເກີດຂຶ້ນຂອງວັດທະນະທຳນີ້ມາຈາກວິທີທີ່ສັງຄົມຕາເວັນອອກໃຫ້ການສຶກສາແກ່ປະຊາຊົນຂອງຕົນ. ໃນທຳນອງດຽວກັນ, ສັງຄົມຕາເວັນຕົກກໍມີສິ່ງທີ່ເອີ້ນວ່າອະລິຍະທຳຂອງຕົນເຊັ່ນກັນ. ອະລິຍະທຳຕາເວັນຕົກກໍມາຈາກວັດທະນະທຳຂອງຕົນ ແລະ ການເກີດຂຶ້ນຂອງວັດທະນະທຳຂອງຕົນກໍມາຈາກການສຶກສາຂອງສັງຄົມຕາເວັນຕົກເຊັ່ນດຽວກັນ. ນັ້ນກໍຄື, ການສຶກສາຂອງສັງຄົມຕາເວັນຕົກໃນຍຸກສະໄໝຕ່າງໆໄດ້ສ້າງວັດທະນະທຳຕາເວັນຕົກຂຶ້ນມາ ແລະ ພາຍໃຕ້ເບື້ອງຫຼັງທາງວັດທະນະທຳດັ່ງກ່າວ, ອະລິຍະທຳຕາເວັນຕົກກໍຄ່ອຍໆຖືກຳເນີດຂຶ້ນ, ເປັນຮູບເປັນຮ່າງ ແລະ ພັດທະນາມາຈົນເຖິງປັດຈຸບັນນີ້. ບໍ່ວ່າຈະເປັນວັດທະນະທຳຕາເວັນອອກ ຫຼື ຕາເວັນຕົກ, ທັງສອງລ້ວນແຕ່ໄດ້ໃຫ້ການສຶກສາແກ່ປະຊາຊົນຂອງຕົນດ້ວຍວິທີນີ້, ຈາກຄົນຮຸ່ນໜຶ່ງສູ່ຄົນອີກຮຸ່ນໜຶ່ງ. ຕະຫຼອດຍຸກສະໄໝຕ່າງໆ, ພວກມັນໄດ້ຫຼໍ່ຫຼອມ ແລະ ສົ່ງອິດທິພົນຕໍ່ຄົນຮຸ່ນແລ້ວຮຸ່ນເລົ່າຢ່າງຕໍ່ເນື່ອງ ແລະ ເຜີຍແຜ່ຈາກຄົນຮຸ່ນໜຶ່ງໄປສູ່ຄົນອີກຮຸ່ນໜຶ່ງຕະຫຼອດຍຸກສະໄໝຕ່າງໆ, ໃນຂະນະດຽວກັນກໍພັດທະນາ ແລະ ສືບຕໍ່ກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ. ດ້ວຍວິທີນີ້, ວັດທະນະທຳ ແລະ ອະລິຍະທຳຕາເວັນອອກ ແລະ ຕາເວັນຕົກຈຶ່ງຄ່ອຍໆເປັນຮູບເປັນຮ່າງ ແລະ ຂະຫຍາຍຕົວ ແລະ ຄ່ອຍໆໄດ້ຮັບການຍອມຮັບ ແລະ ຮັບຮູ້ຈາກຜູ້ຄົນ, ຄ່ອຍໆເປັນຮູບເປັນຮ່າງ ແລະ ຖືກສ້າງຕັ້ງຂຶ້ນໃນສັງຄົມຕາເວັນອອກ ແລະ ຕາເວັນຕົກ. ສິ່ງນີ້ໄດ້ສ້າງວັດທະນະທຳ ແລະ ອະລິຍະທຳກະແສຫຼັກຂອງຕາເວັນອອກ ແລະ ຕາເວັນຕົກຂຶ້ນມາ. ຕາເວັນອອກມີວັດທະນະທຳ ແລະ ອະລິຍະທຳກະແສຫຼັກຂອງຕົນ, ຕາເວັນຕົກກໍເຊັ່ນດຽວກັນ. ສັງຄົມຕາເວັນອອກ ແລະ ຕາເວັນຕົກໄດ້ສ້າງວັດທະນະທຳ ແລະ ອະລິຍະທຳທີ່ແຕກຕ່າງກັນຂຶ້ນມາ ໃນແງ່ຂອງແກ່ນແທ້, ຮູບແບບ ແລະ ອິດທິພົນຂອງພວກມັນທີ່ມີຕໍ່ມະນຸດຊາດ. ບໍ່ວ່າຈະເປັນວັດທະນະທຳຕາເວັນອອກ ຫຼື ຕາເວັນຕົກ, ທັງສອງລ້ວນແຕ່ມີອິດທິພົນທີ່ບໍ່ສາມາດລຶບລ້າງໄດ້, ບໍ່ສາມາດຕ້ານທານໄດ້ ຫຼື ບໍ່ສາມາດທົດແທນໄດ້ຕໍ່ຊີວິດ, ການຢູ່ລອດ, ຄວາມຄິດ ແລະ ມຸມມອງຂອງຜູ້ຄົນ. ເນື່ອງຈາກພວກເຮົາກຳລັງເວົ້າເຖິງວັດທະນະທຳຕາເວັນອອກ ແລະ ຕາເວັນຕົກ, ພວກມັນຍ່ອມມີຄວາມແຕກຕ່າງກັນຢ່າງແນ່ນອນ. ວັດທະນະທຳຕາເວັນອອກມີຄວາມຄິດ ແລະ ມຸມມອງຫຼັກທີ່ຕົນໃຫ້ຄຸນຄ່າ, ໃນຂະນະທີ່ວັດທະນະທຳຕາເວັນຕົກກໍມີຄຸນລັກສະນະສະເພາະຂອງຕົນ ແລະ ມີຄວາມຄິດ ແລະ ມຸມມອງຫຼັກທີ່ຕົນໃຫ້ຄຸນຄ່າ. ສະນັ້ນ, ວັດທະນະທຳຕາເວັນອອກໃຫ້ຄຸນຄ່າກັບສິ່ງໃດ? ໂດຍຫຼັກໆແລ້ວ ວັດທະນະທຳຕາເວັນອອກສອນກ່ຽວກັບຫຍັງ? ຄົນສ່ວນໃຫຍ່ບໍ່ຄ່ອຍເຂົ້າໃຈດ້ານນີ້. ບາງຄົນໃນພວກເຈົ້າອາດຈະສັບສົນຢ່າງສິ້ນເຊີງ: “ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບສິ່ງທີ່ເປັນບວກໂດຍເລີ່ມຈາກຈຸດນີ້?” ສິ່ງທີ່ເປັນມະຫາພາກຫຼາຍຢ່າງໂດຍທຳມະຊາດແລ້ວມີອົງປະກອບທີ່ເປັນນາມມະທຳຫຼາຍຢ່າງຢູ່ໃນຕົວພວກມັນ. ເຖິງແມ່ນວ່າພວກເຈົ້າຍັງບໍ່ເຂົ້າໃຈດ້ານນີ້ກໍຕາມ, ຖ້າພວກເຈົ້າຕັ້ງໃຈຟັງ, ພວກເຈົ້າກໍຈະເຂົ້າໃຈ.
ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບວັດທະນະທຳຕາເວັນອອກ. ວັດທະນະທຳຕາເວັນອອກໃຫ້ຄຸນຄ່າກັບສິ່ງໃດ? ແກ່ນແທ້ຂອງມັນແມ່ນຫຍັງ? ອິດທິພົນຂອງມັນທີ່ມີຕໍ່ຜູ້ຄົນແມ່ນຫຍັງ? ມີຫຍັງແດ່ທີ່ເປັນຄຸນລັກສະນະຫຼັກຂອງວັດທະນະທຳຕາເວັນອອກທີ່ເຈົ້າໄດ້ສຳຜັດດ້ວຍຕົນເອງ ຫຼື ທີ່ເຈົ້າໄດ້ເຫັນ, ໄດ້ເຂົ້າໃຈ ຫຼື ໄດ້ຮັບຮູ້ ແລະ ຮຽນຮູ້ຜ່ານອິດທິພົນທີ່ແນບນຽນຂອງການສຳຜັດກັບມັນໃນໄລຍະຍາວ? ເມື່ອພວກເຮົາເວົ້າເຖິງວັດທະນະທຳ, ມັນກໍກ່ຽວຂ້ອງກັບການສຶກສາ. ບໍ່ວ່າຈະເປັນການສຶກສາທີ່ມາຈາກຄອບຄົວ, ໂຮງຮຽນ ຫຼື ຈາກສັງຄົມກໍຕາມ, ມັນກໍລ້ວນແຕ່ກ່ຽວຂ້ອງກັບວັດທະນະທຳ; ມັນກ່ຽວຂ້ອງກັບການສຶກສາຂອງຊາດໃດໜຶ່ງ ຫຼື ກຸ່ມຄົນໃດໜຶ່ງ. ການສຶກສາສ້າງພູມຫຼັງທາງວັດທະນະທຳ, ນັ້ນເປັນສິ່ງທີ່ແນ່ນອນ. ພວກເຈົ້າຮູ້ບໍວ່າວັດທະນະທຳຕາເວັນອອກໃຫ້ຄຸນຄ່າກັບການສຶກສາປະເພດໃດ? (ວັດທະນະທຳຕາເວັນອອກໃຫ້ຄຸນຄ່າຢ່າງຍິ່ງກັບຮີດຄອງປະເພນີ). ແລ້ວແກ່ນແທ້ຂອງຮີດຄອງປະເພນີແມ່ນຫຍັງ? “ຮີດຄອງປະເພນີ” ເປັນແນວຄວາມຄິດໜຶ່ງ. ເນື້ອໃນສະເພາະທີ່ແນວຄວາມຄິດນີ້ກວມເອົາແມ່ນຫຍັງ? ມັນຄືຂໍ້ກຳນົດສຳລັບວິທີທີ່ເຈົ້າຄວນຄິດ, ສິ່ງທີ່ເຈົ້າຄວນເຮັດ ແລະ ທິດທາງ ແລະ ເປົ້າໝາຍໃດທີ່ເຈົ້າຄວນປະພຶດຕົນ. ນີ້ຄືແກ່ນແທ້ສະເພາະຂອງການສຶກສາຂອງມັນ. ການສຶກສາທີ່ສັງຄົມຕາເວັນອອກໃຫ້ຄຸນຄ່າກໍຄືການສຶກສາດ້ານສິນທຳທາງສັງຄົມ ແລະ ການສຶກສາດ້ານສິນທຳທາງສັງຄົມນີ້ກໍຍັງມີເນື້ອໃນສະເພາະອີກດ້ວຍ. ຕົວຢ່າງ: ແນວໂນ້ມທາງອຸດົມຄະຕິໜຶ່ງທີ່ມັກຈະຖືກເຜີຍແຜ່ໃນສັງຄົມຕາເວັນອອກກໍຄືການໃຊ້ເຫດຜົນເພື່ອໂນ້ມນ້າວຈິດໃຈຄົນອື່ນ. ນີ້ແມ່ນໜຶ່ງໃນນັ້ນບໍ? (ແມ່ນແລ້ວ). ນອກຈາກນີ້ຍັງມີການມີມາລະຍາດກ່ອນໃຊ້ກຳລັງ, ການຍອມໃຫ້ຄົນອື່ນຍ້ອນຄວາມມີມາລະຍາດ ແລະ “ໃຈຂອງນາຍົກລັດຖະມົນຕີກວ້າງພໍທີ່ຈະແລ່ນເຮືອໄດ້”. ນອກຈາກນີ້ຍັງມີ “ຄວາມສາມັກຄີເປັນສິ່ງປະເສີດ, ຄວາມອົດທົນເປັນເລີດ” ແລະ “ການປະນີປະນອມຈະເຮັດໃຫ້ຂໍ້ຂັດແຍ່ງແກ້ໄຂໄດ້ງ່າຍຂຶ້ນຫຼາຍ”. ມີຫຍັງອີກ? “ສຸພາບບຸລຸດແກ້ແຄ້ນສິບປີກໍຍັງບໍ່ສາຍ”, “ຕາບໃດທີ່ຍັງມີຊີວິດ ກໍຍັງມີຄວາມຫວັງ”, “ຜູ້ຊາຍທີ່ຍິ່ງໃຫຍ່ຮູ້ວ່າເວລາໃດຄວນຍອມ ແລະ ເວລາໃດຄວນຢືນຢັດເພື່ອຕົນເອງ” ແລະ “ຄວາມທະເຍີທະຍານຂອງລູກຜູ້ຊາຍຕົວຈິງນັ້ນກວ້າງໄກ”. ມີຫຍັງອີກ? (“ຄວາມກະຕັນຍູເປັນຄຸນນະທຳທີ່ຄວນຍຶດຖືເໜືອສິ່ງອື່ນໃດ” ນັບນຳບໍ?) ນັ້ນກໍນັບຄືກັນ. ນອກຈາກນີ້ຍັງມີ “ຊ່າງເປັນຄວາມສຸກແທ້ໆ ເມື່ອໝູ່ເດີນທາງມາຈາກແດນໄກ”, ເຊິ່ງກ່ຽວຂ້ອງກັບການຕ້ອນຮັບແຂກ. ມີຫຍັງອີກ? (“ຂ້ອຍຍອມຮັບລູກປືນແທນໝູ່ໄດ້” ແລະ “ຢ່າບັງຄັບຄົນອື່ນໃນສິ່ງທີ່ເຈົ້າເອງກໍບໍ່ປາຖະໜາ”). ຜົນກະທົບທີ່ແນວຄວາມຄິດທັງໝົດເຫຼົ່ານີ້ໃນການສຶກສາຕາເວັນອອກຕັ້ງໃຈຈະບັນລຸກໍຄືການເຮັດໃຫ້ຜູ້ຄົນໃຫ້ຄຸນຄ່າກັບສິນທຳທາງສັງຄົມ; ແນວຄວາມຄິດເຫຼົ່ານີ້ສອນຜູ້ຄົນວ່າພວກເຂົາຄວນປະຕິບັດຕາມກົດລະບຽບມາລະຍາດໃດແດ່ໃນສັງຄົມ ແລະ ເຮັດໃຫ້ຜູ້ຄົນປະຕິບັດຕໍ່ສິ່ງທີ່ເອີ້ນວ່າມາລະຍາດນີ້ວ່າເປັນສັນຍາລັກແຫ່ງລັກສະນະຂອງຄົນໆໜຶ່ງ. ການສຶກສາຕາເວັນອອກໃຊ້ສິ່ງເຫຼົ່ານີ້ເພື່ອຈັດລະບຽບພຶດຕິກຳຂອງຜູ້ຄົນ. ຖ້າຄົນໃດໜຶ່ງຕ້ອງການທີ່ຈະຕັ້ງຕົວໃນສັງຄົມ, ກ່ອນອື່ນໝົດ ພວກເຂົາຕ້ອງຮັບປະກັນວ່າໃນທຸກສິ່ງ ພວກເຂົາໄດ້ຮັບຄວາມຊື່ນຊົມ, ການນັບຖືຢ່າງສູງ ແລະ ຄວາມເຄົາລົບຈາກຄົນອື່ນ. ມີພຽງແຕ່ການບັນລຸລັກສະນະທາງສິນທຳທີ່ມີຄຸນລັກສະນະຂອງຄວາມເປັນມະນຸດດັ່ງກ່າວເທົ່ານັ້ນ ຈຶ່ງຈະສາມາດຖືວ່າເປັນຄົນດີຢ່າງແທ້ຈິງໄດ້. ຫຼັງຈາກທີ່ໄດ້ຮັບການສຶກສາແບບນັ້ນ, ຜູ້ຄົນກໍໃຊ້ແນວຄວາມຄິດເຫຼົ່ານີ້ກ່ຽວກັບສິ່ງທີ່ເອີ້ນວ່າລັກສະນະທາງສິນທຳເພື່ອຢັບຢັ້ງຕົນເອງ, ໂດຍພະຍາຍາມປະຕິບັດຕາມຂໍ້ກຳນົດເຫຼົ່ານີ້. ການສຶກສາຕາເວັນອອກນີ້ສອນໃຫ້ຜູ້ຄົນປະຕິບັດຕາມມາລະຍາດທາງພາຍນອກ, ເພື່ອໃຫ້ພວກເຂົາເບິ່ງຄືວ່າເປັນຄົນທີ່ສຸພາບ, ມີມາລະຍາດດີ, ເປັນຄົນທີ່ມີລັກສະນະທາງສິນທຳທີ່ສູງສົ່ງ. ສ່ວນສິ່ງທີ່ຜູ້ຄົນກຳລັງຄິດຢູ່ພາຍໃນ, ບໍ່ວ່າພວກເຂົາຈະມີຄວາມຕ້ອງການຂອງຄວາມເປັນມະນຸດ, ຄວາມປາຖະໜາ ຫຼື ແມ່ນແຕ່ຄວາມທະເຍີທະຍານ ແລະ ຄວາມປາຖະໜາໃດກໍຕາມ, ມັນກໍຄວນຖືກເກັບກົດ ແລະ ຝັງໄວ້ເລິກໆໃນໃຈຂອງພວກເຂົາ, ບໍ່ໃຫ້ຖືກເປີດເຜີຍອອກມາ. ເມື່ອກ່ອນ ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານນີ້ຂອງການສຶກສາຕາເວັນອອກມາຫຼາຍພໍສົມຄວນແລ້ວ. ທຳມະຊາດຂອງແນວຄວາມຄິດການສຶກສາທາງອຸດົມຄະຕິທັງໝົດເຫຼົ່ານີ້ແມ່ນຫຍັງ? ພວກມັນສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດບໍ? ພວກມັນສອດຄ່ອງກັບແກ່ນແທ້ຂອງຄວາມເປັນມະນຸດບໍ? (ບໍ່). ເປັນເພາະວ່າພຶດຕິກຳທີ່ຜູ້ທີ່ຢູ່ພາຍໃຕ້ການສຶກສາດ້ານສິນທຳທາງສັງຄົມຕາເວັນອອກນີ້ໃຊ້ຊີວິດຕາມ ແລະ ເປີດເຜີຍອອກມາກົງກັນຂ້າມກັບແກ່ນແທ້ຂອງຜູ້ຄົນ ແລະ ຄວາມຕ້ອງການຂອງຄວາມເປັນມະນຸດຂອງພວກເຂົາຢ່າງສິ້ນເຊີງ, ສິ່ງນີ້ຈຶ່ງພິສູດຈຸດໜຶ່ງໄດ້ຢ່າງສົມບູນວ່າ: ແນວຄວາມຄິດຫຼາຍຢ່າງທີ່ການສຶກສາດ້ານສິນທຳທາງສັງຄົມຕາເວັນອອກນີ້ສົ່ງເສີມຂັດກັບສະຖານະການຕົວຈິງຂອງຜູ້ຄົນ ແລະ ສິ່ງທີ່ມີຢູ່ຈິງພາຍໃນຄວາມເປັນມະນຸດຂອງພວກເຂົາ. ເພື່ອປົກປິດບັນຫາທີ່ແທ້ຈິງຂອງຜູ້ຄົນ ແລະ ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດຢ່າງມີກຽດຫຼາຍຂຶ້ນໃນສັງຄົມ, ເພື່ອໃຫ້ເບິ່ງສູງສົ່ງຂຶ້ນ ແລະ ຄູ່ຄວນກັບການຮັບຮອງຂອງຄົນອື່ນຫຼາຍຂຶ້ນ, ການສຶກສາດ້ານສິນທຳທາງສັງຄົມນີ້ຈຶ່ງເກີດຂຶ້ນໃນສັງຄົມຕາເວັນອອກ. ດັ່ງນັ້ນ, ຕ້ອງເວົ້າວ່າການສຶກສາໃນບໍລິບົດແບບນີ້ຄືການສຶກສາໃນການເສແສ້ງ. ແກ່ນແທ້ ຫຼື ຜົນກະທົບທີ່ຕັ້ງໃຈໄວ້ຂອງການສຶກສາໃນການເສແສ້ງນີ້ກໍຄືການຕັກເຕືອນທຸກຄົນບໍ່ໃຫ້ເປີດເຜີຍທາດແທ້ຂອງພວກເຂົາຕໍ່ຄົນອື່ນ, ບໍ່ວ່າລັກສະນະຂອງພວກເຂົາຈະເປັນແນວໃດ ແລະ ບໍ່ວ່າພູມຫຼັງຂອງພວກເຂົາຈະເປັນແນວໃດກໍຕາມ, ພວກເຂົາຄວນຮຽນຮູ້ທີ່ຈະເສແສ້ງ ແລະ ປິດບັງຕົນເອງ, ເພື່ອໃຫ້ພວກເຂົາສາມາດມີກຽດສັກສີ ແລະ ຄວາມພາກພູມໃຈຫຼາຍຂຶ້ນຕໍ່ໜ້າຄົນອື່ນ, ດຳລົງຊີວິດດ້ວຍຄວາມເຄົາລົບຕົນເອງ ແລະ ດຳລົງຊີວິດໃນວິທີທີ່ເຮັດໃຫ້ພວກເຂົາໄດ້ຮັບຄວາມຊື່ນຊົມ ແລະ ການຮັບຮອງ.
ໃນບໍລິບົດຂອງການສຶກສາຕາເວັນອອກໃນການເສແສ້ງນີ້, ຄົນຕາເວັນອອກໄດ້ຮຽນຮູ້ຫຍັງແດ່? ພວກເຂົາໄດ້ຮຽນຮູ້ທີ່ຈະເກັບກົດ ແລະ ອົດທົນ. ການສຶກສາທາງອຸດົມຄະຕິຕາເວັນອອກໄດ້ສ້າງຄຸນລັກສະນະບາງຢ່າງພາຍໃນຄວາມເປັນມະນຸດຂອງຄົນຕາເວັນອອກ ແລະ ຜົນສະທ້ອນຂອງຄຸນລັກສະນະນີ້, ບໍ່ວ່າຈະເບິ່ງໃນລະດັບຄວາມຄິດ ຫຼື ໃນແງ່ຂອງພຶດຕິກຳ, ກໍຄືມັນເຮັດໃຫ້ຜູ້ຄົນຮຽນຮູ້ວິທີທີ່ຈະເກັບກົດ ແລະ ອົດທົນ. ເວົ້າສະເພາະເຈາະຈົງແລ້ວ, ບໍ່ວ່າໃນຍຸກສັງຄົມໃດກໍຕາມ, ພາຍໃຕ້ຊົນຊັ້ນປົກຄອງໃດກໍຕາມ ແລະ ໃນສະພາບແວດລ້ອມການດຳລົງຊີວິດໃດກໍຕາມ, ເມື່ອປະເຊີນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ, ຜູ້ຄົນຕ້ອງຮຽນຮູ້ວິທີທີ່ຈະເກັບກົດ ແລະ ອົດທົນ ແລະ ບໍ່ເປີດເຜີຍອາລົມ ແລະ ຄວາມຄິດທີ່ແທ້ຈິງຂອງພວກເຂົາອອກມາ. ການເອີ້ນມັນວ່າ “ການເກັບກົດ ແລະ ການອົດທົນ” ເປັນການເວົ້າໃຫ້ເບິ່ງດີ; ໃນຄວາມເປັນຈິງແລ້ວ, ມັນຄືການເສແສ້ງ. ແລ້ວຜູ້ຄົນໃຊ້ຫຍັງສຳລັບການເສແສ້ງນີ້? ພວກເຂົາໃຊ້ຄວາມຄິດ, ມຸມມອງ, ກົນລະຍຸດສຳລັບການປະພຶດຕົນ ແລະ ປັດຊະຍາການດໍາລົງຊີວິດທາງໂລກຕ່າງໆທີ່ດຶງມາຈາກການສຶກສາດ້ານສິນທຳທາງສັງຄົມຕາເວັນອອກ ຫຼື ຈາກວັດທະນະທຳຕາເວັນອອກເພື່ອເສແສ້ງປິດບັງຕົວຕົນ, ເພື່ອໃຫ້ພາຍນອກແລ້ວພວກເຂົາເບິ່ງຄືວ່າເປັນຄົນທີ່ສຸພາບ, ມີມາລະຍາດດີ, ເປັນຄົນທີ່ມີລັກສະນະທາງສິນທຳທີ່ສູງສົ່ງ ພ້ອມມີຄວາມສຸດຈະລິດ ແລະ ກຽດສັກສີ, ສາມາດໄດ້ຮັບການນັບຖືຢ່າງສູງ, ການຮັບຮອງ ແລະ ຄວາມຊື່ນຊົມຈາກຄົນອື່ນ. ນີ້ຄືອິດທິພົນຂອງການສຶກສາດ້ານສິນທຳທາງສັງຄົມຕາເວັນອອກທີ່ມີຕໍ່ຜູ້ຄົນ; ຜົນກະທົບຫຼັກຂອງມັນກໍຄື ໃນທີ່ສຸດກໍເຮັດໃຫ້ຜູ້ຄົນຮຽນຮູ້ທີ່ຈະເກັບກົດ ແລະ ອົດທົນ. ຄຳວ່າ “ເກັບກົດ ແລະ ອົດທົນ” ກວມເອົາການເຮັດໃຫ້ຜູ້ຄົນອົດທົນຕໍ່ທຸກສິ່ງ, ໃຊ້ເຫດຜົນເພື່ອໂນ້ມນ້າວຈິດໃຈຄົນອື່ນ ແລະ ຄວນສຸະພາບກ່ອນທີ່ຈະຫັນໄປໃຊ້ກຳລັງເມື່ອຈັດການກັບຜູ້ຄົນ, ໂດຍພະຍາຍາມປະຕິບັດຕໍ່ຄົນອື່ນດ້ວຍຄວາມເມດຕາຢ່າງທີ່ສຸດ. ມັນຄືກັບວ່າພວກເຂົາໃຈກວ້າງເປັນພິເສດ, ມີຫົວໃຈແຫ່ງຄວາມເມດຕາ ແລະ ຄວາມອົດກັ້ນ; ພວກເຂົາເສແສ້ງວ່າເປັນຄົນທີ່ຍິ່ງໃຫຍ່ ແລະ ສູງສົ່ງເປັນພິເສດ, ເຖິງຂັ້ນດູຖູກທຸກສິ່ງຈາກຈຸດຢືນທີ່ສູງສົ່ງຂອງສິນທຳມະນຸດ. ເພາະສະນັ້ນ, ພາຍໃນບໍລິບົດວັດທະນະທຳຕາເວັນອອກນີ້, ຊີວິດວັດທະນະທຳຂອງຄົນຕາເວັນອອກໂດຍພື້ນຖານແລ້ວແມ່ນເຕັມໄປດ້ວຍຄວາມຄິດ ແລະ ແນວຄວາມຄິດເຫຼົ່ານີ້. ໃນເວລາດຽວກັນ, ວັດທະນະທຳນີ້ກໍຖືກນຳໃຊ້ເພື່ອຫຼໍ່ຫຼອມ ແລະ ສົ່ງອິດທິພົນຕໍ່ຄົນຮຸ່ນຕໍ່ໄປຢ່າງຕໍ່ເນື່ອງ. ຕົວຢ່າງ: ໃນຮູບເງົາ ແລະ ລະຄອນໂທລະພາບ, ມັກຈະມີການສົ່ງເສີມຄວາມຄິດບາງຢ່າງ, ໜຶ່ງໃນນັ້ນກໍຄື “ວິລະບຸລຸດຜູ້ຍິ່ງໃຫຍ່ເຮັດໜ້າທີ່ຂອງຕົນເພື່ອປະເທດຊາດ ແລະ ປະຊາຊົນຂອງພວກຕົນ”. ພາບລັກຂອງວິລະບຸລຸດຜູ້ຍິ່ງໃຫຍ່ໃນຄວາມຄິດຂອງຜູ້ຄົນແມ່ນຫຍັງ? ໃນຮູບເງົາສີລະປະການຕໍ່ສູ້ກຳລັງພາຍໃນ, ເຈົ້າຈະເຫັນວ່າວິລະບຸລຸດຜູ້ຍິ່ງໃຫຍ່ສ່ວນໃຫຍ່ຈະສະຫງ່າງາມ ແລະ ສຸພາບຮຽບຮ້ອຍ, ສວມໝວກໄມ້ໄຜ່, ພ້ອມກັບດາບ ຫຼື ກະບີ່ຢູ່ຂ້າງກາຍ. ພວກເຂົາບໍ່ສະແດງອາລົມ ແລະ ບໍ່ເຫັນແກ່ຕົວ, ໂດຍຄຳນຶງເຖິງໂລກ, ຄົນທຳມະດາສາມັນ ແລະ ສິ່ງທີ່ມີຊີວິດທັງປວງຢູ່ໃນໃຈຂອງພວກເຂົາ ແລະ ພວກເຂົາກໍເດີນທາງໄປທົ່ວເພື່ອຜະດຸງຄວາມຍຸຕິທຳ, ເຮັດສິ່ງທີ່ດີ ແລະ ສ້າງບຸນກຸສົນ. ເມື່ອພວກເຂົາເຫັນຄວາມອະຍຸຕິທຳ, ພວກເຂົາກໍຈະຊັກດາບອອກມາເພື່ອຊ່ວຍເຫຼືອ, ໂດຍລົງມືເຮັດເມື່ອເຖິງເວລາທີ່ຈຳເປັນ. ນີ້ຄືພາບລັກຂອງວິລະບຸລຸດຜູ້ຍິ່ງໃຫຍ່ໃນຄວາມຄິດຂອງຜູ້ຄົນ ແລະ ມັນຍັງເປັນຄຸນຄ່າທີ່ບຸກຄົນດັ່ງກ່າວມີໃນຄວາມຄິດຂອງຜູ້ຄົນອີກດ້ວຍ. ເຫດຜົນທີ່ຮູບເງົາ ແລະ ລະຄອນໂທລະພາບສ້າງຕົວລະຄອນແບບນີ້ຂຶ້ນມາກໍຍ້ອນວ່າຄົນຕາເວັນອອກທຸກຄົນລ້ວນແຕ່ມີຄວາມປາຖະໜາແບບນີ້ໃນໃຈຂອງພວກເຂົາຕໍ່ສັງຄົມ ແລະ ມະນຸດຊາດ. ພວກເຂົາປາຖະໜາໃຫ້ມີຄົນແບບນັ້ນຢູ່ໃນສັງຄົມ ຫຼື ໃນຊີວິດ, ເພື່ອທີ່ພວກເຂົາເອງຈະບໍ່ຈຳເປັນຕ້ອງເກັບກົດ ແລະ ອົດທົນອີກຕໍ່ໄປ ແລະ ບໍ່ຖືກຜູກມັດ ແລະ ຖືກລ່າມໂສ້ໂດຍວັດທະນະທຳທາງສັງຄົມນີ້ອີກຕໍ່ໄປ. ແທ້ຈິງແລ້ວຍ້ອນວ່າຜູ້ຄົນມີຄວາມຕ້ອງການນີ້ ຕົວລະຄອນດັ່ງກ່າວຈຶ່ງຖືກສ້າງຂຶ້ນຢ່າງຕໍ່ເນື່ອງໃນຜົນງານທາງວັນນະຄະດີ ແລະ ສິລະປະບາງຢ່າງ. ສິ່ງນີ້ຕອບສະໜອງຄວາມຕ້ອງການຂອງການໂຄສະນາຊວນເຊື່ອທາງວັດທະນະທຳ ແລະ ມັນຍັງຕອບສະໜອງຄວາມຕ້ອງການຂອງຜູ້ຊົມອີກດ້ວຍ. ຄົນທຳມະດາສາມັນໄດ້ເກັບກົດ ແລະ ອົດທົນໃນສັງຄົມມາດົນເກີນໄປແລ້ວ ແລະ ເຈັບປວດເກີນໄປແລ້ວ; ພວກເຂົາຕ້ອງການທາງອອກ, ແຕ່ກໍບໍ່ມີເລີຍ. ພວກເຂົາສາມາດຊອກຫາຄວາມເພິ່ງພໍໃຈໄດ້ພຽງແຕ່ໃນຕົວລະຄອນວິລະບຸລຸດ ແລະ ວິລະບຸລຸດຜູ້ຍິ່ງໃຫຍ່ທີ່ຖືກສ້າງຂຶ້ນໃນຜົນງານທາງວັນນະຄະດີ ແລະ ສິລະປະເຫຼົ່ານີ້ເທົ່ານັ້ນ. ເພາະສະນັ້ນ, ຜົນງານຮູບເງົາ ແລະ ໂທລະພາບດັ່ງກ່າວ ແລະ ຕົວລະຄອນດັ່ງກ່າວຈຶ່ງໄດ້ຮັບການຍອມຮັບ ແລະ ການຍົກຍ້ອງຈາກສາທາລະນະຊົນ. ເມື່ອສາທາລະນະຊົນເຫັນວ່າການກະທຳທີ່ຊອບທຳຂອງວິລະບຸລຸດຜູ້ຍິ່ງໃຫຍ່ເຫຼົ່ານີ້ໃນຮູບເງົາ ແລະ ລະຄອນໂທລະພາບ ຫຼື ການກະທຳຂອງພວກເຂົາໃນການຊັກດາບອອກມາເພື່ອຊ່ວຍເຫຼືອເມື່ອພວກເຂົາເຫັນຄວາມອະຍຸຕິທຳນັ້ນ ເໝາະສົມກັບຄວາມຕ້ອງການທາງຈິດໃຈຂອງພວກເຂົາຢ່າງສົມບູນ, ພວກເຂົາທຸກຄົນກໍຕົບມື ແລະ ໂຫ່ຮ້ອງ, ໂດຍຮ້ອງຂຶ້ນວ່າ “ສົມນໍ້າໜ້າ! ນີ້ແຫຼະຄືສິ່ງທີ່ເຈົ້າໄດ້ຮັບຈາກການເຮັດຄວາມຊົ່ວ! ນີ້ແຫຼະຄືສິ່ງທີ່ເຈົ້າໄດ້ຮັບຈາກການທຳຮ້າຍປະຊາຊົນ!” ສຽງໂຫ່ຮ້ອງຂອງພວກເຂົາສະທ້ອນໃຫ້ເຫັນເຖິງຄວາມເຈັບປວດຈາກການທີ່ຕ້ອງເກັບກົດ ແລະ ອົດທົນທີ່ຄົນຕາເວັນອອກປະສົບໃນຊີວິດປະຈຳວັນຂອງພວກເຂົາ, ພ້ອມທັງຄວາມກົດດັນທີ່ໜັກໜ່ວງ, ຫຼາກຫຼາຍ ແລະ ຄວາມເສຍຫາຍອັນໃຫຍ່ຫຼວງທີ່ພວກເຂົາອົດທົນຈາກສັງຄົມ ແລະ ຊົນຊັ້ນປົກຄອງ. ດັ່ງນັ້ນ, ຜົນງານຄວາມບັນເທີງດັ່ງກ່າວຈຶ່ງໄດ້ຮັບການຕ້ອນຮັບຈາກຄົນທຳມະດາສາມັນຈາກໃຈຈິງ ແລະ ໄດ້ຮັບການຮັບຮອງ ແລະ ເປັນທີ່ປາຖະໜາຂອງພວກເຂົາ.
ແທ້ຈິງແລ້ວຍ້ອນວ່າການເກັບກົດ ແລະ ການອົດທົນທີ່ເກີດຈາກການສຶກສາດ້ານສິນທຳທາງສັງຄົມຕາເວັນອອກນີ້ໄດ້ຜູກມັດ ແລະ ຈຳກັດຄົນຕາເວັນອອກໃນແງ່ຂອງຄວາມຄິດ ແລະ ຄວາມເປັນມະນຸດຂອງພວກເຂົາໃນລະດັບທີ່ສູງທີ່ສຸດເທົ່າທີ່ຈະເປັນໄປໄດ້, ຄວາມເປັນມະນຸດ ແລະ ຄວາມຄິດຂອງພວກເຂົາຈຶ່ງຖືກບິດເບືອນຢ່າງໜັກ. ການບິດເບືອນນີ້ສະແດງອອກແນວໃດ? ມັນສະແດງອອກໃນຂໍ້ເທັດຈິງທີ່ວ່າທຸກຄົນເກັບຄວາມກຽດຊັງໄວ້ໃນໃຈຕໍ່ເຈົ້າໜ້າທີ່ ແລະ ຄົນຮັ່ງມີ; ເມື່ອພວກເຂົາເຫັນສິ່ງທີ່ບໍ່ຍຸຕິທຳ, ພວກເຂົາກໍຮູ້ສຶກກຽດຊັງຢູ່ພາຍໃນ ແລະ ເຊື່ອມໂຍງມັນເຂົ້າກັບຊົນຊັ້ນປົກຄອງ ຫຼື ຄົນຮັ່ງມີໃນທັນທີ, ໂດຍຮູ້ສຶກວ່າຄວາມເຈັບປວດທັງໝົດຂອງພວກເຂົາແມ່ນເກີດຈາກຄົນເຫຼົ່ານັ້ນ. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ເນື່ອງຈາກການສຶກສາດ້ານສິນທຳທາງສັງຄົມຕາເວັນອອກສ້າງລັກສະນະທີ່ເກັບກົດ ແລະ ອົດທົນໃຫ້ແກ່ຜູ້ຄົນ, ຄວາມຄິດຂອງຄົນຕາເວັນອອກຈຶ່ງຖືກຜູກມັດ ແລະ ຖືກລ່າສາຍໂສ້ໃນລະດັບທີ່ໃຫຍ່ຫຼວງ. ເມື່ອປຽບທຽບກັບຄົນຕາເວັນຕົກແລ້ວ, ມັນເປັນເລື່ອງຍາກສຳລັບຄົນຕາເວັນອອກທີ່ຈະບັນລຸການຄິດແບບອິດສະຫຼະ ຫຼື ການປົດປ່ອຍຄວາມຄິດໃນລະດັບຂອງຄວາມຄິດ; ນັ້ນກໍຄື, ພວກເຂົາບໍ່ສາມາດຄິດ ແລະ ໃຫ້ເຫດຜົນໄດ້ຢ່າງເສລີໄດ້ດ້ວຍຕົນເອງ ແລະ ຢ່າງອິດສະຫຼະ. ເພາະສະນັ້ນ, ໃນສະພາບແວດລ້ອມທາງສັງຄົມຂອງຕາເວັນອອກ, ທຸກຄົນຕັ້ງແຕ່ເດັກນ້ອຍຈົນເຖິງຜູ້ໃຫຍ່ລ້ວນແຕ່ມີຄຸນລັກສະນະຂອງຄວາມເປັນທາດ; ມັນເປັນເລື່ອງຍາກສຳລັບພວກເຂົາທີ່ຈະຄິດກ່ຽວກັບບັນຫາໃດໜຶ່ງຢ່າງອິດສະຫຼະ ຫຼື ເຮັດສຳເລັດໜ້າວຽກໃດໜຶ່ງຢ່າງອິດສະຫຼະຕາມຫຼັກການ ແລະ ແຜນການ. ອີກດ້ານໜຶ່ງກໍຄື ການເກັບກົດ ແລະ ການອົດທົນຂອງຄົນຕາເວັນອອກເຮັດໃຫ້ພວກເຂົາເປັນປໍລະປັກຕໍ່ສັງຄົມ, ມະນຸດຊາດ ແລະ ທຸກຊົນຊັ້ນທາງສັງຄົມ. ສິ່ງນີ້ຍັງໄດ້ນຳພາພວກເຂົາໃຫ້ເກີດມີຄຸນລັກສະນະທີ່ຂ້ອນຂ້າງຫຼົບຫຼີກໃນຄວາມເປັນມະນຸດຂອງພວກເຂົາ, ເຊິ່ງສາມາດສະຫຼຸບໄດ້ວ່າເປັນຄວາມຕໍ່າຊ້າປະເພດໜຶ່ງ. ເນື່ອງຈາກໂລກນີ້ບໍ່ຍຸຕິທຳຫຼາຍ, ຜູ້ຄົນຈຶ່ງຕ້ອງທົນຕໍ່ຄວາມກົດດັນ ແລະ ພັນທະນາການຕ່າງໆຈາກສັງຄົມ, ສະພາບແວດລ້ອມການເຮັດວຽກຂອງພວກເຂົາ ແລະ ຄອບຄົວຂອງພວກເຂົາ ແລະ ສິ່ງນີ້ສົ່ງຜົນຕໍ່ຄວາມຕ້ອງການປົກກະຕິຂອງຄວາມເປັນມະນຸດຂອງພວກເຂົາ, ເຊິ່ງກໍຄືຄວາມຕ້ອງການທາງອາລົມ ແລະ ທາງຮ່າງກາຍທີ່ປົກກະຕິຂອງພວກເຂົາ, ບໍ່ໄດ້ຮັບການຈັດການຢ່າງເໝາະສົມ ຫຼື ຢ່າງຍຸຕິທຳ. ດັ່ງນັ້ນ, ທຸກຄົນຈຶ່ງມີທັດສະນະຄະຕິທີ່ບໍ່ຈິງຈັງ, ມັກເຍາະເຍີ້ຍ ຫຼື ເບື່ອໂລກຕໍ່ຊີວິດຂອງພວກເຂົາ. ທັດສະນະຄະຕິນີ້ເຮັດໃຫ້ຄົນຕາເວັນອອກຮູ້ສຶກວ່າຄວາມຫວັງໃນການມີຊີວິດຢູ່ນັ້ນຮິບຫຣີ່ຫຼາຍ; ພວກເຂົາເກືອບຈະບໍ່ຮູ້ສຶກເຖິງແຮງຊຸກຍູ້ໃດໆໃນການມີຊີວິດຢູ່ ແລະ ບໍ່ມີໃຈສຳລັບສິ່ງໃດກໍຕາມທີ່ພວກເຂົາເຮັດ. ດ້ວຍວິທີນີ້, ພວກເຂົາຈຶ່ງເກີດມີທັດສະນະຄະຕິທີ່ຫຼົບຫຼີກ ແລະ ມີເລ່ລ່ຽມໃນການດຳລົງຊີວິດທາງໂລກ ແລະ ຄວາມຫຼົບຫຼີກ ແລະ ຄວາມມີເລ່ລ່ຽມນີ້ສາມາດສະຫຼຸບໄດ້ວ່າເປັນ “ຄວາມຕໍ່າຊ້າ”. “ຄວາມຕໍ່າຊ້າ” ນີ້ໝາຍເຖິງຫຍັງ? ມັນໝາຍເຖິງທັດສະນະຄະຕິທີ່ບໍ່ຈິງຈັງໃນທຸກສິ່ງທີ່ຄົນໆໜຶ່ງເຮັດ. ຕົວຢ່າງ: ທັດສະນະຄະຕິຂອງບາງຄົນຕໍ່ການປະຕິບັດໜ້າທີ່ຂອງພວກເຂົາກໍຄືການເຮັດຕາມໃຈມັກ, ຖ້າພວກເຂົາຮູ້ສຶກມັກເຮັດບາງສິ່ງ, ພວກເຂົາກໍເຮັດມັນໜ້ອຍໜຶ່ງ; ຖ້າພວກເຂົາບໍ່ຮູ້ສຶກມັກເຮັດ, ພວກເຂົາກໍບໍ່ເຮັດ. ເມື່ອວຽກຂອງພວກເຂົາມີຄວາມກົດດັນແມ່ນແຕ່ໜ້ອຍດຽວ, ພວກເຂົາກໍຈົ່ມວ່າມັນຍາກສໍ່າໃດ ແລະ ຢາກພັກຜ່ອນ. ຖ້າເຈົ້າໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ ແລະ ບອກພວກເຂົາວ່າພວກເຂົາຈະເຮັດໃຫ້ວຽກຊັກຊ້າແບບນີ້, ພວກເຂົາກໍເວົ້າວ່າ “ຊ່າງມັນເຖາະ. ຕອນນີ້ຂ້ອຍຮູ້ສຶກຢາກພັກຜ່ອນ. ຂ້ອຍຢາກມ່ວນຊື່ນຈັກໜ້ອຍ!” ພວກເຂົາບໍ່ມີທັດສະນະຄະຕິທີ່ຈິງຈັງ ແລະ ຮັບຜິດຊອບໃນສິ່ງໃດກໍຕາມທີ່ພວກເຂົາເຮັດ. ບໍ່ວ່າຈະເປັນຕໍ່ວຽກງານ, ຊີວິດປະຈຳວັນຂອງພວກເຂົາ ຫຼື ແມ່ນແຕ່ທັງຊີວິດ ແລະ ຄວາມເຊື່ອຂອງພວກເຂົາ, ພວກເຂົາກໍສັບສົນ, ບໍ່ມີທັດສະນະຄະຕິທີ່ຈິງຈັງ ແລະ ມີທັດສະນະຄະຕິທີ່ບໍ່ຈິງຈັງ. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຢາກຈະບຸກທະລຸໄປຊື່ໆ. ເມື່ອພວກເຂົາພົບກັບອຸປະສັກ, ມັນກໍບໍ່ໄດ້ເຮັດໃຫ້ພວກເຂົາກັງວົນເລີຍ; ພວກເຂົາທົນບໍ່ໄດ້ທີ່ຈະຖືກຄວບຄຸມ ແລະ ປາຖະໜາທີ່ຈະເພີດເພີນກັບອິດສະຫຼະພາບ. ຖ້າພວກເຂົາຖືກປ່ອຍໃຫ້ເປັນອິດສະຫຼະ, ພວກເຂົາກໍຈະເຮັດຄວາມຊົ່ວຢ່າງບໍ່ຄິດໜ້າຄິດຫຼັງ; ຖ້າພວກເຂົາສູນເສຍອິດສະຫຼະພາບ, ພວກເຂົາກໍຈະຈົ່ມວ່າທຸກຄົນ ແລະ ທຸກສິ່ງ. ນີ້ຄືທັດສະນະຄະຕິປະເພດທີ່ພວກເຂົາມີ. ນີ້ບໍ່ແມ່ນຄວາມຕໍ່າຊ້າບໍ? (ແມ່ນແລ້ວ). ນີ້ຄືຄຸນລັກສະນະທີ່ເປັນເອກະລັກທີ່ຄົນຕາເວັນອອກໄດ້ສ້າງຂຶ້ນມາພາຍໃນສະພາບແວດລ້ອມທາງສັງຄົມຂອງຕາເວັນອອກ. ບາງຄົນກໍກໍມີການເກັບກົດ ແລະ ການອົດທົນເຊັ່ນກັນ; ພວກເຂົາສາມາດອົດທົນຕໍ່ທຸກສິ່ງ ແລະ ສາມາດເຮັດເຊັ່ນນັ້ນໄດ້ເປັນເວລາດົນນານຫຼາຍ. ພວກເຂົາມີຄວາມອົດທົນ ແລະ ຄວາມຢືດຢຸ່ນທີ່ພິເສດ, ສາມາດທົນຕໍ່ຄວາມຍາກລຳບາກໃດໆກໍໄດ້, ສາມາດຢູ່ລອດໄດ້ໃນທຸກສະພາບແວດລ້ອມ, ສາມາດຍິ້ມໄດ້ໃນທຸກສະພາບແວດລ້ອມ ແລະ ຍັງສາມາດນອນຫຼັບໄດ້ເມື່ອເຖິງເວລານອນໃນຕອນກາງຄືນ ໂດຍບໍ່ເສຍນໍ້າຕາແມ່ນແຕ່ຢົດດຽວ. ຕົວຢ່າງ: ເມື່ອມີນໍ້າຖ້ວມ ແລະ ເຮືອນຊານ, ທົ່ງນາ ແລະ ສັດລ້ຽງຂອງບາງຄົນຖືກນໍ້າຖ້ວມໝົດ, ພວກເຂົາກໍເບິ່ງຄືວ່າບໍ່ໄດ້ເຈັບປວດຫຼາຍປານໃດ. ພວກເຂົາຈົດຈໍ່ຢູ່ກັບການເກັບສິ່ງຂອງທີ່ມີຄ່າໃນນໍ້າຖ້ວມຢ່າງຕັ້ງໃຈ, ໂດຍວາງແຜນທີ່ຈະລວຍ. ຄົນອື່ນເຕືອນພວກເຂົາວ່າ “ມັນບໍ່ປອດໄພທີ່ຈະສ່ຽງຊີວິດຂອງເຈົ້າເພື່ອເກັບສິ່ງຂອງແບບນີ້!” ພວກເຂົາຕອບວ່າ “ນໍ້າຖ້ວມເປັນໂອກາດທີ່ດີເລີດທີ່ຈະລວຍ. ໂອກາດນີ້ຫາໄດ້ຍາກ!” ຄົນອື່ນເວົ້າວ່າ “ທົ່ງນາຂອງພວກເຮົາຖືກນໍ້າຖ້ວມ, ເມັດພືດຂອງພວກເຮົາຖືກນໍ້າພັດໄປ, ລັດຖະບານບໍ່ໄດ້ໃຫ້ການບັນເທົາທຸກໃດໆ ແລະ ບໍ່ມີໃຜມາຊ່ວຍ. ພວກເຮົາຈະດຳລົງຊີວິດຕໍ່ໄປແນວໃດ? ຊີວິດໃນໂລກນີ້ຍາກລຳບາກເກີນໄປ. ສູ້ຕາຍໄປເລີຍຍັງດີກວ່າ!” ແຕ່ພວກເຂົາເວົ້າວ່າ “ເມື່ອໄພພິບັດເກີດຂຶ້ນ, ເຈົ້າຕ້ອງເພິ່ງພາຕົນເອງ. ສະຫວັນຍ່ອມມີທາງອອກໃຫ້ມະນຸດຢູ່ສະເໝີ. ນໍ້າຖ້ວມເປັນໂອກາດທີ່ດີທີ່ຈະລວຍ. ມັນເປັນທຸລະກິດທີ່ບໍ່ມີຕົ້ນທຶນ ແລະ ມີກຳໄລມະຫາສານ. ເຖິງແມ່ນວ່າພວກເຮົາຈະສູນເສຍບາງສິ່ງໄປ, ພວກເຮົາກໍຈະເກັບສິ່ງອື່ນກັບຄືນມາ, ນັ້ນຈະຊົດເຊີຍຄວາມສູນເສຍໄດ້ຢ່າງດີ ແລະ ພວກເຮົາອາດຈະໄດ້ກຳໄລໜ້ອຍໜຶ່ງນຳອີກ!” ເຈົ້າເຫັນບໍ, ຄົນປົກກະຕິຈະຮູ້ສຶກເຈັບປວດເມື່ອໄພພິບັດເກີດຂຶ້ນ ແລະ ພວກເຂົາປະສົບກັບຄວາມສູນເສຍ, ແຕ່ໃນທ່າມກາງຄົນຕາເວັນອອກ, ມີ “ບຸກຄົນທີ່ເປັນວິລະບຸລຸດ” ແບບນີ້, ບໍ່ວ່າໄພພິບັດໃດຈະເກີດຂຶ້ນກັບພວກເຂົາ, ພວກເຂົາກໍສາມາດໄຫຼໄປຕາມກະແສ ແລະ ເຖິງຂັ້ນຊອກຫາໂອກາດທີ່ຈະລວຍໄດ້. ພວກເຂົາບໍ່ກັງວົນ ຫຼື ຮູ້ສຶກທຸກໃຈ ແລະ ເຖິງແມ່ນວ່າລັດຖະບານຈະບໍ່ໃຫ້ການບັນເທົາທຸກ ຫຼື ແກ້ໄຂບັນຫາຂອງພວກເຂົາ, ພວກເຂົາກໍບໍ່ສົນໃຈ. ມັນຄືກັບວ່າ, ຫຼັງຈາກທີ່ປະສົບກັບໄພພິບັດມາຫຼາຍ, ພວກເຂົາກໍລຶ້ງເຄີຍກັບມັນແລ້ວ. ສັງຄົມຈີນບໍ່ແມ່ນແບບນີ້ບໍ? ດັ່ງນັ້ນ, ເມື່ອພິຈາລະນາເຖິງການສຶກສາປະເພດນີ້ໃນສັງຄົມຈີນ, ຜົນງານທາງວັນນະຄະດີ ແລະ ສິລະປະທີ່ຜູ້ຄົນເສບໃນເວລາຫວ່າງຂອງພວກເຂົາ ຫຼື ວິທີທີ່ພວກເຂົາຜ່ອນຄາຍ ສ່ວນໃຫຍ່ແລ້ວແມ່ນຮູບແບບຂອງການດູຖູກຕົນເອງ ແລະ ການເຍາະເຍີ້ຍຕົນເອງ. ນີ້ຄືວິທີທີ່ຄົນຈີນສ້າງຄວາມບັນເທີງໃຫ້ກັບຕົນເອງ, ໂດຍຊອກຫາການປົດປ່ອຍເລັກນ້ອຍສຳລັບຄວາມເກັບກົດໃນໃຈຂອງພວກເຂົາ. ແຕ່ຫຼັງຈາກນັ້ນ, ໃນຊີວິດປະຈຳວັນ, ພວກເຂົາກໍຍັງສືບຕໍ່ເສແສ້ງ, ເກັບກົດ ແລະ ອົດທົນຄືກັບແຕ່ກ່ອນ. ບໍ່ວ່າລັດຖະບານຈະປະຕິບັດຕໍ່ພວກເຂົາແນວໃດກໍຕາມ, ຄົນທຳມະດາສາມັນກໍລຶ້ງເຄີຍກັບການປະຕິບັດແບບນີ້ແລ້ວ. ຕາບໃດທີ່ພວກເຂົາບໍ່ອຶດຫິວ, ພວກເຂົາກໍຮູ້ສຶກພໍໃຈແລ້ວ; ໂດຍປາສະຈາກການຂົ່ມຂູ່ຂອງຄວາມຕາຍທີ່ໃກ້ເຂົ້າມາ, ພວກເຂົາກໍບໍ່ຄິດທີ່ຈະກະບົດ. ຄົນທຳມະດາສາມັນໄດ້ຍອມຈຳນົນຕໍ່ສິ່ງດັ່ງກ່າວ: “ເປັນຂີ້ທູດກໍຍັງດີກວ່າຕາຍ; ສະຫວັນຍ່ອມມີທາງອອກໃຫ້ມະນຸດຢູ່ສະເໝີ. ໃຫ້ພວກເຮົາດຳລົງຊີວິດແບບນີ້ຕໍ່ໄປເຖາະ! ສິດທິມະນຸດບໍ? ປະຊາທິປະໄຕບໍ? ສິ່ງເຫຼົ່ານັ້ນເປັນຄວາມປາຖະໜາທີ່ຟຸມເຟືອຍ. ພວກເຮົາຄົນຈີນ ເກີດມາເພື່ອຊະຕາກຳທີ່ໜ້າສົມເພດນີ້. ຕາບໃດທີ່ພວກເຮົາຍັງມີຊີວິດຢູ່, ນັ້ນກໍດີພໍແລ້ວ!” ນີ້ບໍ່ແມ່ນການໂງ່ຈ້າ ແລະ ມຶນຊາຈົນເຖິງທີ່ສຸດບໍ? ພວກເຂົາຍັງມີກຽດສັກສີຂອງຄວາມເປັນຄົນເຫຼືອຢູ່ບໍ? (ບໍ່). ນີ້ຄືສະຖານະການທີ່ໜ້າສົມເພດ.
ຜົນງານທາງວັນນະຄະດີ ແລະ ສິລະປະສ່ວນໃຫຍ່ທີ່ສ້າງຂຶ້ນໃນຕາເວັນອອກແມ່ນແຕກຕ່າງຈາກຜົນງານໃນຕາເວັນຕົກຫຼາຍ ໃນສິ່ງທີ່ພວກມັນສະທ້ອນ ແລະ ສົ່ງເສີມ. ເຖິງແມ່ນວ່າຜົນງານທາງວັນນະຄະດີ ແລະ ສິລະປະຕາເວັນອອກຈະສະທ້ອນໃຫ້ເຫັນເຖິງຄວາມບໍ່ຍຸຕິທຳທາງສັງຄົມບາງຢ່າງ, ແຕ່ນີ້ກໍບໍ່ແມ່ນຄວາມຄິດທີ່ຜູ້ກຳກັບ ຫຼື ນັກຂຽນບົດຕ້ອງການສົ່ງເສີມຢ່າງແທ້ຈິງ ແລະ ມັນບໍ່ໄດ້ເຮັດເພື່ອຕອບສະໜອງຄວາມຕ້ອງການບາງຢ່າງຂອງຜູ້ຊົມ. ພວກເຂົາສົ່ງເສີມຫຍັງກັນແທ້ໃນຜົນງານເຫຼົ່ານີ້? ມັນຍັງຄົງເປັນການສຶກສາດ້ານສິນທຳທາງສັງຄົມຕາເວັນອອກ. ການສະແດງອອກຫຼັກຂອງມັນກໍຄືຄວາມຮູ້ສຶກຮັກຊາດ, ໂດຍສົ່ງເສີມວ່າຜູ້ຄົນຄວນຮັກປະເທດຊາດຂອງພວກເຂົາ, ຫ່ວງໃຍປະເທດຊາດ ແລະ ປະຊາຊົນ, ເປັນ “ລູກຜູ້ຊາຍທີ່ແທ້ຈິງທີ່ມີຄວາມທະເຍີທະຍານທີ່ກວ້າງໄກ”, ຊັກດາບອອກມາເພື່ອຊ່ວຍເຫຼືອເມື່ອພວກເຂົາເຫັນຄວາມອະຍຸຕິທຳ ແລະ ຍອມຮັບລູກປືນແທນໝູ່. ພວກເຂົາສົ່ງເສີມຫຍັງອີກ? “ການປະນີປະນອມຈະເຮັດໃຫ້ຂໍ້ຂັດແຍ່ງແກ້ໄຂໄດ້ງ່າຍຂຶ້ນຫຼາຍ” ແລະ “ສຸພາບບຸລຸດແກ້ແຄ້ນສິບປີກໍຍັງບໍ່ສາຍ”. ຄວາມເປັນມະນຸດທີ່ພວກເຂົາສົ່ງເສີມນັ້ນຄວາມຈິງແລ້ວແມ່ນວ່າງເປົ່າ; ມັນເປັນພຽງຈິນຕະນາການ ແລະ ການອະນຸມານຂອງຜູ້ຄົນ. ພວກເຂົາສົ່ງເສີມມັນກໍພຽງເພື່ອຄວາມໝັ້ນຄົງຂອງລະບອບການປົກຄອງຂອງຊົນຊັ້ນປົກຄອງເທົ່ານັ້ນ, ເພື່ອໃຫ້ຜູ້ຄົນເຮັດວຽກໜັກຄືກັບສັດທີ່ແບກຫາບພາລະໃຫ້ກັບຊົນຊັ້ນປົກຄອງຕະຫຼອດໄປ, ໂດຍບໍ່ອະນຸຍາດໃຫ້ມີການຕໍ່ຕ້ານແມ່ນແຕ່ໜ້ອຍດຽວ. ຄວາມຄິດທີ່ວ່າງເປົ່າເຫຼົ່ານີ້ຖືກນຳໃຊ້ເພື່ອເຮັດໃຫ້ຜູ້ຄົນມຶນຊາ ແລະ ເຮັດໃຫ້ພວກເຂົາຫຼົງຜິດ, ຕອບສະໜອງຄວາມຕ້ອງການຄວາມບັນເທີງຂອງພວກເຂົາ ແລະ ຄວາມຕ້ອງການຊົ່ວຄາວໃນໃຈຂອງພວກເຂົາ. ຕົວຢ່າງ: ສິ່ງທີ່ຖືກສົ່ງເສີມໃນນິຍາຍສິລະປະການຕໍ່ສູ້ກຳລັງພາຍໃນ ຫຼື ຮູບເງົາ ແລະ ລະຄອນໂທລະພາບແມ່ນຫຍັງ? ຈິດວິນຍານແຫ່ງຄວາມເປັນວິລະບຸລຸດ, ການກາຍເປັນວິລະບຸລຸດຜູ້ຍິ່ງໃຫຍ່ທີ່ປຸ້ນຄົນຮັ່ງມີເພື່ອຊ່ວຍເຫຼືອຄົນທຸກຍາກ ແລະ ຊັກດາບອອກມາເພື່ອຊ່ວຍເຫຼືອຄົນອື່ນ. ກໍຄືດັ່ງຄຳກ່າວທີ່ວ່າ “ວິລະບຸລຸດຜູ້ຍິ່ງໃຫຍ່ເຮັດໜ້າທີ່ຂອງຕົນເພື່ອປະເທດຊາດ ແລະ ປະຊາຊົນຂອງພວກເຂົາ”. ການສົ່ງເສີມຈິດວິນຍານແຫ່ງຄວາມເປັນວິລະບຸລຸດເຮັດໃຫ້ຄົນທຳມະດາສາມັນບໍ່ພຽງແຕ່ຍົກຍ້ອງຕົວລະຄອນດັ່ງກ່າວເທົ່ານັ້ນ ແຕ່ຍັງປາຖະໜາ ແລະ ໄລ່ຕາມເສາະຫາທີ່ຈະກາຍເປັນຄົນປະເພດນີ້ອີກດ້ວຍ. ຜົນງານທາງວັນນະຄະດີ ແລະ ສິລະປະຕາເວັນອອກສົ່ງເສີມຫຍັງອີກ? ພວກມັນສົ່ງເສີມລັດທິວິລະບຸລຸດ: ການເຮັດວຽກໜັກ ແລະ ທຸ່ມເທແຮງກາຍແຮງໃຈເພື່ອປະເທດຊາດ, ເພື່ອຊາດ ແລະ ເພື່ອຄວາມເປັນຢູ່ທີ່ດີຂອງພື້ນທີ່ ແລະ ປະຊາຊົນໃນພື້ນທີ່ນັ້ນ ແລະ ການເສຍສະລະໄວໜຸ່ມ ແລະ ຊີວິດຂອງຕົນເອງເພື່ອພາລະກິດອັນຍິ່ງໃຫຍ່ຂອງຊາດ. ສະຫຼຸບແລ້ວ, ຊີວະປະຫວັດ ແລະ ຕຳນານຂອງບຸກຄົນໃນວົງການສິລະປະການຕໍ່ສູ້ກຳລັງພາຍໃນເຫຼົ່ານີ້ທີ່ສ້າງຂຶ້ນໃນສະພາບແວດລ້ອມທາງສັງຄົມຕາເວັນອອກ ແລະ ໂດຍສະເພາະແມ່ນສັງຄົມຈີນ, ບໍ່ວ່າພວກມັນຈະເປັນແບບດັ້ງເດີມ ຫຼື ທັນສະໄໝ ຫຼື ເປັນເລື່ອງແຕ່ງ ຫຼື ອີງໃສ່ບຸກຄົນ ແລະ ເຫດການທາງປະຫວັດສາດທີ່ແທ້ຈິງກໍຕາມ, ລ້ວນແຕ່ສອນໃຫ້ຜູ້ຄົນພະຍາຍາມເພື່ອຄວາມບໍ່ເຫັນແກ່ຕົວ ແລະ ການເສຍສະລະຕົນເອງ. ທັງໝົດນີ້ລ້ວນແຕ່ຖືເອົາສິ່ງນີ້ເປັນຫົວຂໍ້ ແລະ ແກນກາງການສຶກສາຂອງພວກມັນ, ໂດຍມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນມີສິນທຳທາງສັງຄົມທີ່ສູງສົ່ງ. ຄວາມບໍ່ເຫັນແກ່ຕົວ ແລະ ການເສຍສະລະຕົນເອງໝາຍເຖິງການບໍ່ມີຕົວຕົນ; ພວກເຂົາສົ່ງເສີມວ່າສ່ວນລວມມາກ່ອນສ່ວນຕົວ, ປະເທດຊາດມາກ່ອນຄອບຄົວ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຄົນເຮົາຈະສາມາດມີຊີວິດທີ່ດີໄດ້. ນີ້ຄືຄວາມຄິດປະເພດທີ່ພວກເຂົາປູກຝັງໃຫ້ກັບຜູ້ຄົນ. ນັ້ນກໍຄື, ພວກເຂົາສອນເຈົ້າບໍ່ໃຫ້ເຫັນແກ່ຕົວ, ບໍ່ໃຫ້ຄິດເຖິງແຕ່ຕົນເອງ, ບໍ່ໃຫ້ເສຍສະລະ ຫຼື ທຸ່ມເທຄວາມພະຍາຍາມໃດໆເພື່ອເຫັນແກ່ຊີວິດຂອງເຈົ້າເອງ, ການຢູ່ລອດຂອງເຈົ້າເອງ ຫຼື ສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຕົວເຈົ້າເອງ ແລະ ເຖິງຂັ້ນບໍ່ໃຫ້ດີ້ນລົນເພື່ອສິ່ງເຫຼົ່ານີ້ແຕ່ຢ່າງໃດເລີຍ. ແຕ່ເຈົ້າຕ້ອງເສຍສະລະ ແລະ ອຸທິດຕົນເພື່ອປະເທດຊາດບ້ານເກີດຂອງເຈົ້າ, ເພື່ອສັງຄົມ, ເພື່ອມະນຸດຊາດ ແລະ ເພື່ອພາລະກິດອັນຍິ່ງໃຫຍ່ຂອງຊາດ. ຄຳສອນເຫຼົ່ານີ້ຖືກເອີ້ນລວມກັນວ່າເປັນການສຶກສາໃນການເສແສ້ງ. ສິ່ງທີ່ເອີ້ນວ່າການສຶກສາໃນການເສແສ້ງນີ້ບໍ່ເປັນຈິງ ແລະ ບໍ່ສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດ; ບົນພື້ນຖານຂອງການຖອນເອົາຄວາມຕ້ອງການຂອງຄວາມເປັນມະນຸດຂອງຜູ້ຄົນ, ສັນຊາດຕະຍານດັ້ງເດີມຂອງພວກເຂົາ ແລະ ສິດທິພື້ນຖານໃນການຢູ່ລອດຂອງພວກເຂົາໄປ, ມັນຍູ້ດັນໃຫ້ຜູ້ຄົນເສຍສະລະຢ່າງໄຮ້ຄວາມໝາຍເພື່ອປະເທດຊາດ ແລະ ຊາດ, ເພື່ອພາລະກິດທີ່ວ່າງເປົ່າ ແລະ ໄຮ້ສາລະ. ຄຸນນະທຳແຫ່ງການເສຍສະລະຕົນເອງນີ້ເປັນສິ່ງທີ່ສັງຄົມຕາເວັນອອກໄດ້ບັງຄັບປູກຝັງເຂົ້າໄປໃນຄວາມເປັນມະນຸດຂອງຜູ້ຄົນຢ່າງສິ້ນເຊີງ. “ບັງຄັບປູກຝັງ” ໝາຍຄວາມວ່າມັນບໍ່ແມ່ນສິ່ງທີ່ເກີດຂຶ້ນເອງຕາມທຳມະຊາດຈາກຄວາມເປັນມະນຸດ, ບໍ່ແມ່ນສິ່ງທີ່ມີຢູ່ແລ້ວໃນສັນຊາດຕະຍານໂດຍກຳເນີດຂອງຄວາມເປັນມະນຸດ, ບໍ່ແມ່ນສິ່ງທີ່ສັນຊາດຕະຍານໂດຍກຳເນີດສາມາດບັນລຸໄດ້ ແລະ ບໍ່ແມ່ນສິ່ງທີ່ເຈດຈຳນົງເສລີໂດຍກຳເນີດ ຫຼື ເຈດຈຳນົງສ່ວນຕົວຂອງຄົນເຮົາປາຖະໜາທີ່ຈະບັນລຸ. ແຕ່ມັນເປັນສິ່ງທີ່ຊົນຊັ້ນປົກຄອງ ຫຼື ນັກສັງຄົມວິທະຍາບັງຄັບປູກຝັງເຂົ້າໄປໃນຈິດໃຈຂອງຜູ້ຄົນ, ໂດຍເຮັດໃຫ້ພວກເຂົາຫຼົງຜິດ ຫຼື ບັງຄັບໃຫ້ພວກເຂົາຍອມຮັບພັນທະ ແລະ ຄວາມຮັບຜິດຊອບທາງສັງຄົມດັ່ງກ່າວ ແລ້ວຈາກນັ້ນກໍໃຫ້ການສຶກສາແກ່ພວກເຂົາພາຍໃຕ້ປ້າຍບັງໜ້າອັນຍິ່ງໃຫຍ່ຂອງສິ່ງທີ່ເອີ້ນວ່າ “ລັກສະນະທາງສິນທຳທີ່ສູງສົ່ງ”, ເຊິ່ງເຮັດໃຫ້ພວກເຂົາບໍ່ມີກຳລັງທີ່ຈະຫຼຸດພົ້ນ ແລະ ຢ້ານເກີນກວ່າທີ່ຈະພະຍາຍາມ. ນີ້ກໍຍ້ອນວ່າຖ້າເຈົ້າຫຼຸດພົ້ນຈາກການສຶກສານີ້ ຫຼື ທຳລາຍມັນ, ຖ້າເຈົ້າບໍ່ຍອມຮັບການສຶກສານີ້, ແລ້ວເຈົ້າກໍຈະເປັນສັດຕູຂອງທັງສັງຄົມ ແລະ ທັງຊາດ, ເຈົ້າເປັນຄົນກະບົດຢ່າງຮ້າຍກາດ, ເຈົ້າບໍ່ແມ່ນມະນຸດ, ເຈົ້າເປັນຄົນແປກປະຫຼາດ ແລະ ເຈົ້າຈະຕ້ອງຜະເຊີນກັບສະພາບການດຳລົງຊີວິດທີ່ເຈົ້າຖືກປ່ອຍໃຫ້ໂດດດ່ຽວ. ດັ່ງນັ້ນ, ເຖິງແມ່ນວ່າຜູ້ຄົນຈະຮູ້ສຶກບໍ່ພໍໃຈບາງຢ່າງໃນໃຈຂອງພວກເຂົາ, ເຖິງແມ່ນວ່າພວກເຂົາຈະກຽດຊັງສັງຄົມນີ້ ແລະ ການສຶກສາປະເພດນີ້, ພວກເຂົາກໍບໍ່ມີທັງກຳລັງ ຫຼື ຄວາມກ້າຫານທີ່ຈະຫຼຸດພົ້ນຈາກມັນໄດ້, ແຮງໄກທີ່ຈະມີຄວາມກ້າຫານທີ່ຈະເວົ້າວ່າ “ບໍ່” ຕໍ່ມັນ. ພວກເຂົາເຮັດໄດ້ພຽງແຕ່ອົດກັ້ນຍອມຮັບມັນໄວ້, ພວກເຂົາບໍ່ມີພະລັງທີ່ຈະຕໍ່ຕ້ານ ແລະ ເຮັດໄດ້ພຽງແຕ່ອົດທົນຢ່າງງຽບໆ. ຖ້າເຈົ້າບໍ່ອົດທົນ, ເວົ້າໃນແງ່ກວ້າງແລ້ວ ສັງຄົມກໍຈະປະນາມເຈົ້າ ແລະ ລັງກຽດເຈົ້າ ແລະ ເມື່ອເວົ້າໃນແງ່ແຄບແລ້ວ, ຄອບຄົວ ແລະ ຄົນທີ່ເຈົ້າຮັກກໍຈະລັງກຽດເຈົ້າ, ຕີຕົວອອກຫ່າງຈາກເຈົ້າ ແລະ ເຮັດໃຫ້ເຈົ້າໂດດດ່ຽວ ແລະ ເຖິງຂັ້ນກ່າວໂທດເຈົ້າວ່າເປັນຄົນກະບົດຢ່າງຮ້າຍກາດ. ໃຫ້ພວກເຮົາມາເບິ່ງຕົວຢ່າງໜຶ່ງ. ຕົວຢ່າງ: ເມື່ອຕອນທີ່ເຈົ້າຍັງເປັນເດັກນ້ອຍ, ສົມມຸດວ່າພໍ່ແມ່ຂອງເຈົ້າສອນເຈົ້າວ່າ: “ເມື່ອລູກອອກໄປຂ້າງນອກ ແລະ ເຫັນຜູ້ໃຫຍ່, ລູກຕ້ອງທັກທາຍພວກເພິ່ນ. ເອີ້ນຄົນທີ່ອາຍຸນ້ອຍກວ່າພໍ່ແມ່ວ່າ ‘ອາວ’ ຫຼື ‘ນ້າ’ ແລະ ເອີ້ນຜູ້ເຖົ້າວ່າ ‘ພໍ່ຕູ້’ ຫຼື ‘ແມ່ຕູ້’. ເມື່ອມີຄົນເອົາບາງສິ່ງໃຫ້ລູກ, ລູກຕ້ອງເວົ້າວ່າ ‘ຂອບໃຈ’. ຖ້າມີເດັກນ້ອຍຄົນອື່ນຕີລູກ, ລູກຕ້ອງອົດທົນໄວ້; ໃຫ້ຕອບໂຕ້ກໍຕໍ່ເມື່ອລູກທົນບໍ່ໄຫວແທ້ໆເທົ່ານັ້ນ. ລູກຕ້ອງສະແດງຄວາມອົດກັ້ນຢ່າງເຖິງທີ່ສຸດ”. ແລ້ວມື້ໜຶ່ງ, ເຈົ້າອອກໄປຂ້າງນອກ ແລະ ເຫັນຄົນໆໜຶ່ງ, ແຕ່ຍ້ອນວ່າເຈົ້າຂີ້ອາຍ, ເຈົ້າຈຶ່ງບໍ່ກ້າທັກທາຍພວກເຂົາ. ພໍ່ແມ່ຂອງເຈົ້າຮູ້ສຶກວ່າພວກເພິ່ນເສຍໜ້າ, ດັ່ງນັ້ນ ພວກເພິ່ນຈຶ່ງລົງວິໄນເຈົ້າເມື່ອເຈົ້າກັບເມືອຮອດເຮືອນ ແລະ ຕັ້ງແຕ່ນັ້ນມາ ເຈົ້າກໍຈະຟ້າວທັກທາຍທັນທີເມື່ອໃດກໍຕາມທີ່ເຈົ້າເຫັນຄົນອື່ນ. ເພື່ອຫຼີກລ່ຽງການຖືກຕີ, ບໍ່ວ່າເຈົ້າຈະຮູ້ສຶກອາຍສໍ່າໃດ ຫຼື ບໍ່ເຕັມໃຈສໍ່າໃດຢູ່ພາຍໃນ, ເຈົ້າກໍຍັງຕ້ອງຝືນໃຈ ແລະ ທັກທາຍຜູ້ຄົນ. ການເຕີບໃຫຍ່ຂຶ້ນໃນສະພາບແວດລ້ອມແບບນັ້ນ, ຄົນເຮົາບໍ່ມີທາງເລືອກອື່ນນອກຈາກຕ້ອງອົດທົນກັບທຸກສິ່ງ. ເຖິງແມ່ນວ່າໃນເລື່ອງນ້ອຍໆແບບນີ້, ເຈົ້າກໍຕ້ອງປະພຶດແບບນີ້; ບໍ່ວ່າຈະຢູ່ເຮືອນ ຫຼື ອອກໄປໃນສັງຄົມ, ເຈົ້າກໍເຮັດໄດ້ພຽງເທົ່ານີ້ແຫຼະ. ຖ້າເຈົ້າຮູ້ສຶກບໍ່ສະບາຍໃຈ ແລະ ຢາກຈະເອົາແຕ່ໃຈຈັກຄັ້ງໜຶ່ງ, ບໍ່ຕ້ອງເວົ້າເຖິງການທີ່ສັງຄົມຈະປະນາມເຈົ້າເລີຍ, ແມ່ນແຕ່ຄອບຄົວ ແລະ ພໍ່ແມ່ຂອງເຈົ້າກໍຈະສັ່ງສອນ ແລະ ຕຳນິເຈົ້າ. ຫຼັງຈາກທີ່ເຈົ້າເຕີບໃຫຍ່ຂຶ້ນ, ເຈົ້າກໍຮັບຮູ້ວ່າການທັກທາຍຜູ້ຄົນແມ່ນເພື່ອຮັກສາໜ້າຕາ ແລະ ເພື່ອເຮັດໃຫ້ການຕັ້ງຕົວໃນສັງຄົມງ່າຍຂຶ້ນ. ເຖິງຢ່າງໃດກໍຕາມ, ເມື່ອຕອນທີ່ເຈົ້າຍັງເປັນເດັກນ້ອຍ, ເຈົ້າບໍ່ສາມາດທຳຄວາມເຂົ້າໃຈເລື່ອງນີ້ໄດ້, ເຖິງແມ່ນວ່າເຈົ້າຈະຍັງຕ້ອງປະພຶດແບບນີ້ກໍຕາມ. ຖ້າເຈົ້າບໍ່ເຮັດ, ເຈົ້າກໍຈະຖືກລົງວິໄນ ແລະ ບາງຄັ້ງອາດຈະຖືກພໍ່ແມ່ຂອງເຈົ້າດ່າ ຫຼື ຕີຕໍ່ໜ້າຄົນອື່ນນຳອີກ, ເຊິ່ງເປັນສິ່ງທີ່ເຈົ້າຈະບໍ່ມີວັນລືມໄປຕະຫຼອດຊີວິດ. ເພາະສະນັ້ນ, ໃນບໍລິບົດທາງສັງຄົມທີ່ກວ້າງຂຶ້ນ, ເຈົ້າເຮັດໄດ້ພຽງແຕ່ຍອມຮັບການສຶກສານີ້ໃນສິ່ງທີ່ເອີ້ນວ່າ “ລັກສະນະທາງສິນທຳທີ່ສູງສົ່ງ”. ບໍ່ວ່າຜົນສະທ້ອນຂອງການຍອມຮັບມັນຈະເປັນແນວໃດກໍຕາມ, ບໍ່ວ່າມັນຈະສົ່ງອິດທິພົນຕໍ່ຄວາມເປັນມະນຸດຂອງເຈົ້າແນວໃດໃນທີ່ສຸດ ແລະ ບໍ່ວ່າລັກສະນະ ຫຼື ຄຸນລັກສະນະຂອງຄວາມເປັນມະນຸດທີ່ມັນເຮັດໃຫ້ເຈົ້າສ້າງຂຶ້ນມາຈະເປັນແນວໃດກໍຕາມ, ໃນທີ່ສຸດແລ້ວ, ເຈົ້າຕ້ອງແບກຮັບຜົນສະທ້ອນເຫຼົ່ານີ້ໄວ້ພຽງຄົນດຽວ.
ຄຸນລັກສະນະຂອງຄວາມເປັນມະນຸດທີ່ຄົນຕາເວັນອອກພັດທະນາມາຈາກການສຶກສາຂອງພວກເຂົາໃນສັງຄົມຕາເວັນອອກກໍຄື ການເກັບກົດ ແລະ ການອົດທົນ. ຢູ່ເບື້ອງຫຼັງການເກັບກົດ ແລະ ການອົດທົນນີ້ ຄວາມຈິງແລ້ວມີຄວາມຄິດ, ມຸມມອງທີ່ສະເພາະເຈາະຈົງ, ວິທີການປະພຶດຕົນ ແລະ ທັດສະນະຄະຕິຕ່າງໆທີ່ມີຕໍ່ທຸກສິ່ງທຸກຢ່າງຢ່າງຫຼວງຫຼາຍ ເຊິ່ງພົບເຫັນໃນການສຶກສາດ້ານສິນທຳຂອງສັງຄົມຕາເວັນອອກ. ນີ້ຄືສິ່ງທີ່ສັງຄົມຕາເວັນອອກເປັນ. ໃນທຳນອງດຽວກັນ ສັງຄົມຕາເວັນຕົກກໍມີກະແສຫຼັກການສຶກສາທາງວັດທະນະທຳຂອງຕົນເອງ ເຊິ່ງຜ່ານສິ່ງນັ້ນ ຊາວຕາເວັນຕົກກໍພັດທະນາຄຸນລັກສະນະຂອງຄວາມເປັນມະນຸດຂອງພວກເຂົາຂຶ້ນມາເຊັ່ນກັນ. ແລ້ວກະແສຫຼັກການສຶກສາທາງວັດທະນະທຳ ຂອງຕາເວັນຕົກນີ້ແມ່ນຫຍັງ? ໂດຍຫຼັກໆແລ້ວມັນໃຫ້ຄຸນຄ່າກັບຄວາມເປັນຕົວຂອງຕົວເອງ ແລະ ຄວາມເປັນເອກະລາດ. ສິ່ງນີ້ແຕກຕ່າງຈາກສະຖານະການໃນສັງຄົມຕາເວັນອອກ ເຊິ່ງຮຽກຮ້ອງໃຫ້ຜູ້ຄົນເສຍສະລະ ແລະ ອຸທິດຕົນເພື່ອປະເທດຊາດ ແລະ ເພື່ອສັງຄົມ ໂດຍເຮັດສິ່ງຕ່າງໆທີ່ບໍ່ກ່ຽວຂ້ອງກັບຊີວິດສ່ວນຕົວຂອງພວກເຂົາ. ໃນທາງກົງກັນຂ້າມ ສິ່ງທີ່ສັງຄົມຕາເວັນຕົກສອນຜູ້ຄົນແມ່ນກົງກັນຂ້າມກັນຢ່າງສິ້ນເຊີງກັບສິ່ງທີ່ສັງຄົມຕາເວັນອອກຮຽກຮ້ອງໃຫ້ພວກເຂົາເຮັດ. ສັງຄົມຕາເວັນຕົກບໍ່ໄດ້ຮຽກຮ້ອງໃຫ້ເຈົ້າອຸທິດສິ່ງໃດໃຫ້ແກ່ສັງຄົມ, ມວນມະນຸດ ຫຼື ພາລະກິດອັນຍິ່ງໃຫຍ່ຂອງຊາດ; ສິ່ງທີ່ເປັນແກນກາງຂອງການສຶກສາແບບຕາເວັນຕົກຄືການເຮັດໃຫ້ເຈົ້າຄິດດ້ວຍຕົວເຈົ້າເອງ, ຮຽນຮູ້ທີ່ຈະຈັດການກັບບັນຫາຂອງເຈົ້າເອງ ແລະ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອື່ນ, ສັງຄົມ ຫຼື ພາກລັດ. ມັນໃຫ້ສິດທິທີ່ເປັນເອກະລາດ, ພື້ນທີ່ສຳລັບຄວາມຄິດທີ່ເປັນເອກະລາດ ແລະ ພື້ນທີ່ສ່ວນຕົວທີ່ເປັນເອກະລາດແກ່ເຈົ້າ ພ້ອມທັງບົ່ມເພາະຄວາມສາມາດໃນການຄິດທີ່ເປັນເອກະລາດຂອງເຈົ້າ ແລະ ຄວາມສາມາດຂອງເຈົ້າໃນການຄິດ ແລະ ຈັດການກັບບັນຫາຢ່າງເປັນເອກະລາດ. ເຈົ້າຕ້ອງແກ້ໄຂບັນຫາຂອງເຈົ້າເອງ, ເຈົ້າຕ້ອງເປັນເອກະລາດ, ເປັນຕົວຂອງຕົວເອງ ແລະ ເພິ່ງພາຕົນເອງ. ພາກຕາເວັນຕົກມີພູມຖານທາງວັດທະນະທຳຂອງການສຶກສາດ້ານອຸດົມການປະເພດນີ້ ແລະ ພາຍໃຕ້ພູມຫຼັງທາງວັດທະນະທຳນີ້ ຊາວຕາເວັນຕົກຍັງໄດ້ພັດທະນາຄຸນລັກສະນະຂອງຄວາມເປັນມະນຸດບາງຢ່າງທີ່ກ່ຽວຂ້ອງກັບແກນກາງຂອງອຸດົມການທາງການສຶກສາຂອງພວກເຂົາຂຶ້ນມາອີກດ້ວຍ. ຄົນຕາເວັນອອກໄດ້ພັດທະນາຄຸນລັກສະນະທາງການສຶກສາ ແລະ ວັດທະນະທຳຂອງຕາເວັນອອກພາຍໃຕ້ພູມຫຼັງຂອງການສຶກສາດ້ານສິນທຳຂອງສັງຄົມຕາເວັນອອກ. ເນື່ອງຈາກຊາວຕາເວັນຕົກໄດ້ຮັບຄຸນລັກສະນະທາງການສຶກສາຂອງສັງຄົມຕາເວັນຕົກ, ພວກເຂົາກໍມີແກ່ນແທ້ທີ່ກ່ຽວຂ້ອງກັບຄຸນລັກສະນະນັ້ນເຊັ່ນກັນ. ແກ່ນແທ້ຂອງຄຸນລັກສະນະທາງການສຶກສາທີ່ຊາວຕາເວັນຕົກມີ ຄວາມຈິງແລ້ວແມ່ນແຕກຕ່າງຈາກແກ່ນແທ້ຂອງຄຸນລັກສະນະທາງການສຶກສາທີ່ຄົນຕາເວັນອອກມີ. ຄຸນລັກສະນະທາງການສຶກສາທີ່ຄົນຕາເວັນອອກມີແມ່ນການສຶກສາໃນເລື່ອງການເສແສ້ງ, ໃນຂະນະທີ່ຄຸນລັກສະນະທີ່ຊາວຕາເວັນຕົກມີແມ່ນການສຶກສາໃນເລື່ອງຄວາມເຫັນແກ່ຕົວ. ແນວຄວາມຄິດຫຼັກທຸກຢ່າງຂອງການສຶກສາແບບຕາເວັນຕົກສອນໃຫ້ຜູ້ຄົນເປັນເອກະລາດ ແລະ ເປັນຕົວຂອງຕົວເອງ, ໃຫ້ຄິດແກ້ໄຂບັນຫາຂອງພວກເຂົາເອງ ພ້ອມທັງໃຫ້ຈັດການ ແລະ ຄຸ້ມຄອງວຽກງານຂອງພວກເຂົາເອງ. ສະນັ້ນ ການສຶກສາແບບຕາເວັນຕົກຈຶ່ງມີຄຸນລັກສະນະຂອງການເປັນການສຶກສາໃນເລື່ອງຄວາມເຫັນແກ່ຕົວ. ການສຶກສາໃນເລື່ອງຄວາມເຫັນແກ່ຕົວນີ້ແມ່ນບໍ່ຄືກັບການສຶກສາແບບຕາເວັນອອກຢ່າງສິ້ນເຊີງ, ມັນເປັນຄຸນລັກສະນະທີ່ແຕກຕ່າງກັນ. ຄຸນລັກສະນະນີ້ນຳພາໃຫ້ຊາວຕາເວັນຕົກໃຫ້ຄວາມສຳຄັນກັບພື້ນທີ່ສ່ວນຕົວທີ່ເປັນເອກະລາດ, ເຈດຈຳນົງ, ການຄິດ, ຄວາມຄິດ, ມຸມມອງ ແລະ ແນວຄວາມຄິດທີ່ເປັນອັດຕະວິໄສ ແລະ ສິດທິຂອງພວກເຂົາເອງ, ເງື່ອນໄຂການດຳລົງຊີວິດໃນປັດຈຸບັນຂອງພວກເຂົາ ພ້ອມທັງອາລົມ ແລະ ຄວາມຮູ້ສຶກໃນປັດຈຸບັນຂອງພວກເຂົາ. ພວກເຂົາບໍ່ຈຳເປັນຕ້ອງໃສ່ໃຈກັບສິ່ງອື່ນໆຫຼາຍປານໃດ ຫຼື ຄວາມຮັບຜິດຊອບຕໍ່ສັງຄົມ ຫຼື ຄອບຄົວໃດໆ. ພວກເຂົາຕ້ອງຄິດຫາທາງແກ້ໄຂບັນຫາຂອງພວກເຂົາເອງກ່ອນ, ຈັດການກັບອາລົມຂອງພວກເຂົາເອງ ແລະ ແກ້ໄຂເລື່ອງສະເພາະໜ້າຂອງພວກເຂົາເອງ ແລ້ວຫຼັງຈາກນັ້ນຈຶ່ງຄ່ອຍເປັນເລື່ອງອື່ນໆທັງໝົດ. ການສຶກສາແບບຕາເວັນອອກໄດ້ສອນໃຫ້ຄົນຕາເວັນອອກເກັບກົດ ແລະ ອົດທົນ, ໃນຂະນະທີ່ການສຶກສາແບບຕາເວັນຕົກໄດ້ສອນໃຫ້ຊາວຕາເວັນຕົກປົກປ້ອງສິດທິຂອງພວກເຂົາ. ໃນເລື່ອງນີ້ ຊາວຕາເວັນຕົກ ແລະ ຊາວຕາເວັນອອກແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ເມື່ອຄົນຕາເວັນອອກພົບກັບບາງສິ່ງບາງຢ່າງ, ພວກເຂົາກໍພຽງແຕ່ອົດທົນກັບມັນຕໍ່ໄປ. ເມື່ອພວກເຂົາບໍ່ສາມາດອົດທົນກັບມັນໄດ້ອີກຕໍ່ໄປແທ້ໆ, ພວກເຂົາກໍບອກຕົນເອງວ່າ “ເປັນຂີ້ທູດກໍຍັງດີກວ່າຕາຍ. ເຈົ້າຕ້ອງອົດທົນເພື່ອໃຫ້ມີຊີວິດຢູ່ລອດ”. ກົງກັນຂ້າມກັບການເກັບກົດ ແລະ ການອົດທົນຂອງຄົນຕາເວັນອອກ, ຊາວຕາເວັນຕົກມີຄຸນລັກສະນະທີ່ແຕກຕ່າງກັນ: ຜ່ານການສຶກສາທາງສັງຄົມຂອງພວກເຂົາໃນເລື່ອງຄວາມເປັນຕົວຂອງຕົວເອງ ແລະ ຄວາມເປັນເອກະລາດ, ພວກເຂົາໄດ້ຮຽນຮູ້ທີ່ຈະປົກປ້ອງສິດທິຂອງພວກເຂົາ. ເມື່ອປຽບທຽບກັບການເກັບກົດ ແລະ ການອົດທົນຂອງຄົນຕາເວັນອອກ, ການທີ່ຊາວຕາເວັນຕົກປົກປ້ອງສິດທິຂອງພວກເຂົານັ້ນ ບໍ່ແມ່ນວ່າມີຄວາມເຄົາລົບຕົນເອງ ແລະ ກຽດສັກສີຫຼາຍກວ່າໃນລະດັບໃດໜຶ່ງບໍ? ນັ້ນກໍຄື ມັນມີຄວາມເປັນເຈົ້າການຫຼາຍກວ່າໜ້ອຍໜຶ່ງ, ແມ່ນບໍ? (ແມ່ນແລ້ວ). ການປົກປ້ອງສິດທິຂອງຕົນເອງເປັນແນວຄວາມຄິດທີ່ເປັນພື້ນຖານຢ່າງແທ້ຈິງ, ມັນໝາຍເຖິງການລົງມືປະຕິບັດທີ່ຈຳເປັນເພື່ອປົກປ້ອງສິດທິມະນຸດຂັ້ນພື້ນຖານຂອງຕົນເອງ, ລວມທັງສິດທິໃນຄວາມເຊື່ອ, ສິດທິໃນການມີຊີວິດ, ສິດທິໃນການປາກເວົ້າຢ່າງເສລີ ແລະ ອື່ນໆ. ແນ່ນອນວ່າ ໂດຍຫຼັກໆແລ້ວ ການປົກປ້ອງສິດທິຂັ້ນພື້ນຖານນີ້ ໝາຍເຖິງຫຍັງ? ມັນໝາຍເຖິງການທີ່ຜູ້ຄົນມີພື້ນທີ່ສຳລັບຄວາມຄິດທີ່ເປັນເອກະລາດ, ສາມາດພິຈາລະນາບັນຫາຕ່າງໆໄດ້ຢ່າງເສລີ ແລະ ເປັນເອກະລາດ ໂດຍບໍ່ປ່ອຍໃຫ້ສະພາບແວດລ້ອມທາງສັງຄົມໃດໆ ຫຼື ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງມາສົ່ງອິດທິພົນ ຫຼື ຄວບຄຸມໄດ້. ບໍ່ວ່າມຸມມອງທີ່ເກີດຈາກການພິຈາລະນາບັນຫາຂອງຄົນໆໜຶ່ງຈະຖືກ ຫຼື ຜິດກໍຕາມ ຫຼື ວິທີຄິດຂອງຄົນໆໜຶ່ງຈະຖືກຕ້ອງ ຫຼື ບໍ່ກໍຕາມ, ການມີຄວາມເປັນຕົວຂອງຕົວເອງ ແລະ ເສລີພາບຄືສິ່ງທີ່ສຳຄັນທີ່ສຸດ. ສະຫຼຸບແລ້ວ ຊາວຕາເວັນຕົກອາໄສຢູ່ໃນສັງຄົມທີ່ເສລີ ແລະ ໃນບໍລິບົດທາງວັດທະນະທຳຂອງການສຶກສາທາງສັງຄົມຕາເວັນຕົກ, ຈິດໃຈຂອງພວກເຂົາແມ່ນມີຄວາມຫ້າວຫັນຫຼາຍ ແລະ ມັກຈະຢູ່ໃນສະພາວະທີ່ເປັນອິດສະຫຼະ. ສະນັ້ນ ເມື່ອປຽບທຽບກັບຜູ້ຄົນໃນສັງຄົມຕາເວັນອອກ, ຊາວຕາເວັນຕົກກ້າຄິດຫຼາຍກວ່າ, ມັກຄິດຫຼາຍກວ່າ ແລະ ເກັ່ງໃນການຄິດຫຼາຍກວ່າ, ໃນຂະນະທີ່ສ່ວນໃຫຍ່ແລ້ວ ຄວາມຄິດຂອງຄົນຕາເວັນອອກຈະຖືກຜູກມັດ, ເປັນແບບແຜນຕາຍຕົວ ຫຼື ຖືກເກັບກົດ. ພາຍໃຕ້ສະຖານະການປົກກະຕິ ຈິດໃຈຂອງຊາວຕາເວັນຕົກແມ່ນມີອິດສະຫຼະ, ຫ້າວຫັນ ແລະ ເຕັມໃຈທີ່ຈະຄິດກ່ຽວກັບບັນຫາຕ່າງໆ. ຖ້າຈະເວົ້າໃນທາງທີ່ບໍ່ເໝາະສົມ, ພວກເຂົາເຕັມໃຈທີ່ຈະພິຈາລະນາເຖິງສິ່ງທີ່ແປກປະຫຼາດ ແລະ ບໍ່ທຳມະດາຫຼາຍກວ່າ, ເຖິງຂັ້ນຄິດໝົກມຸ້ນຈົນເກີນໄປ. ນີ້ຄືການສະແດງອອກເຖິງຄຸນລັກສະນະຂອງຄວາມເປັນມະນຸດທີ່ພວກເຂົາພັດທະນາພາຍໃນການສຶກສາທາງສັງຄົມຕາເວັນຕົກ ແລະ ການສະແດງອອກເຖິງຄວາມເປັນມະນຸດນີ້ແມ່ນກ້າວໜ້າກວ່າຂອງຊາວຕາເວັນອອກ. ໃນດ້ານໜຶ່ງ ພວກເຂົາປົກປ້ອງສິດທິໃນການມີຊີວິດຂອງພວກເຂົາ ແລະ ໃນອີກດ້ານໜຶ່ງ ພວກເຂົາກໍຍັງປົກປ້ອງມຸມມອງຕ່າງໆທີ່ເກີດຈາກຄວາມຄິດທີ່ເສລີຂອງພວກເຂົາອີກດ້ວຍ. ດ້ວຍເຫດນີ້ ແນວຄວາມຄິດ, ມຸມມອງ ແລະ ຮູບແບບທາງສິລະປະທີ່ສະແດງອອກໃນຜົນງານທາງວັນນະຄະດີຕາເວັນຕົກ ຫຼື ໃນຊີວິດທາງສິລະປະ ແລະ ການບັນເທີງຂອງຕາເວັນຕົກຈຶ່ງມີຄວາມຫຼາກຫຼາຍ ແລະ ກວ້າງຂວາງ. ໃນບັນດາສິ່ງເຫຼົ່ານັ້ນຂອງມະນຸດຊາດທັງປວງ, ຜົນງານທາງວັນນະຄະດີ ແລະ ຊີວິດການບັນເທີງຂອງຕາເວັນຕົກແມ່ນຂ້ອນຂ້າງມີອິດສະຫຼະ ແລະ ລໍ້າສະໄໝ ແລະ ຜູ້ຄົນສາມາດດຶງເອົາແຮງບັນດານໃຈ ແລະ ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກພວກມັນ. ຈົ່ງເບິ່ງ, ຜົນງານທາງວັນນະຄະດີ ແລະ ສິລະປະຂອງຕາເວັນອອກບາງຢ່າງສະໜັບສະໜູນແນວຄວາມຄິດຫຍັງແດ່? ຄວາມຮັກຊາດ, ຄວາມຮັກຕໍ່ຄອບຄົວ, ຄວາມຮັກຕໍ່ພໍ່ແມ່ຂອງຕົນ ແລະ ອື່ນໆ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ພົບເຫັນໄດ້ໃນການສຶກສາດ້ານສິນທຳຂອງສັງຄົມຕາເວັນອອກ ຫຼື ເປັນສ່ວນໜຶ່ງຂອງແກນກາງຂອງວັດທະນະທຳຕາເວັນອອກ. ເພາະວ່າວັດທະນະທຳແບບຕາເວັນຕົກໄດ້ມອບພື້ນທີ່ສຳລັບຄວາມຄິດທີ່ເສລີ ແລະ ເປັນຕົວຂອງຕົວເອງໃຫ້ແກ່ຊາວຕາເວັນຕົກ, ໄດ້ສ້າງຄຸນລັກສະນະຂອງຄວາມເປັນມະນຸດນີ້ຂຶ້ນພາຍໃນພວກເຂົາ ແລະ ໄດ້ມອບສິດທິໃນຄວາມຄິດທີ່ເສລີນີ້ໃຫ້ແກ່ພວກເຂົາ, ຊາວຕາເວັນຕົກຈຶ່ງມີແກ່ນສານທາງປັນຍາໃນຊີວິດທາງວັນນະຄະດີ ແລະ ສິລະປະຂອງພວກເຂົາຫຼາຍກວ່າຄົນຕາເວັນອອກ ແລະ ໃນເວລາດຽວກັນ ຂອບເຂດຄວາມຄິດຂອງພວກເຂົາກໍກວ້າງຂວາງກວ່າ. ເຈົ້າເຫັນບໍວ່າ ຂອບເຂດຄວາມຄິດຂອງຄົນຕາເວັນອອກ ຫຼື ແນວຄວາມຄິດທີ່ພວກເຂົາສະແດງອອກ ແລະ ສະໜັບສະໜູນໃນຊີວິດທາງວັນນະຄະດີ ແລະ ສິລະປະຂອງພວກເຂົານັ້ນມີຈຳກັດ, ແຄບ ແລະ ຖືກຈຳກັດຫຼາຍ, ໃນຂະນະທີ່ຫົວຂໍ້ຕ່າງໆທີ່ປາກົດໃນຊີວິດທາງວັນນະຄະດີ ແລະ ສິລະປະຂອງຊາວຕາເວັນຕົກແມ່ນຂ້ອນຂ້າງກວ້າງຂວາງ ແລະ ປາສະຈາກຂໍ້ຈຳກັດຂອງລັດຖະບານ. ບາງຫົວຂໍ້ເຫຼົ່ານີ້ເປັນການສະທ້ອນເຖິງກົດໝາຍບາງຢ່າງທີ່ລັດຖະບານນຳສະເໜີໃນຊ່ວງເວລາໃດໜຶ່ງໃນແງ່ຂອງຄວາມເປັນມະນຸດຂອງຜູ້ຄົນ ຫຼື ຜົນກະທົບທີ່ມັນມີຕໍ່ສັງຄົມ ຫຼື ເຖິງຂັ້ນຕໍ່ຊີວິດ ແລະ ຄອບຄົວຂອງບຸກຄົນ. ສ່ວນຫົວຂໍ້ອື່ນໆກໍເປັນການສະທ້ອນເຖິງການສຶກສາ ແລະ ສິດທິມະນຸດ ພ້ອມທັງບັນຫາອື່ນໆອີກຫຼາຍຢ່າງເຊັ່ນ: ການສົນທະນາໃນທ່າມກາງຜູ້ຄົນທຸກຊົນຊັ້ນທາງສັງຄົມ ພ້ອມກັບຜູ້ອົບພະຍົບ ກ່ຽວກັບຄວາມສະເໝີພາບທາງເຊື້ອຊາດ, ການຈຳແນກເຊື້ອຊາດ ແລະ ຄວາມສຳພັນລະຫວ່າງຜູ້ຄົນທີ່ມີສີຜິວແຕກຕ່າງກັນ. ຈາກສິ່ງນີ້ ສາມາດເຫັນໄດ້ວ່າຂອບເຂດຂອງຫົວຂໍ້ຕ່າງໆທີ່ສະທ້ອນໃຫ້ເຫັນໃນຜົນງານທາງວັນນະຄະດີ ແລະ ສິລະປະຂອງຕາເວັນຕົກແມ່ນຂ້ອນຂ້າງກວ້າງຂວາງ ເຊັ່ນດຽວກັບແນວຄວາມຄິດ ແລະ ມຸມມອງຕ່າງໆທີ່ກ່ຽວຂ້ອງອີກດ້ວຍ. ພວກມັນເຖິງຂັ້ນສະທ້ອນໃຫ້ເຫັນເຖິງຜົນກະທົບທາງສັງຄົມທີ່ເກີດຈາກວິທີການ ແລະ ວິທີທີ່ໜ່ວຍງານບັງຄັບໃຊ້ກົດໝາຍບາງແຫ່ງນຳໃຊ້ພາຍໃນກອບກົດໝາຍທີ່ກວ້າງຂຶ້ນ ພ້ອມທັງພາລະທາງຈິດໃຈຕ່າງໆທີ່ຕົກຢູ່ກັບສາທາລະນະຊົນ ຫຼື ຜົນກະທົບຕ່າງໆທີ່ຕາມມາຕໍ່ຊີວິດຂອງຜູ້ຄົນ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນແນວຄວາມຄິດ ແລະ ມຸມມອງທີ່ຖືກນຳສະເໜີໃນຜົນງານທາງວັນນະຄະດີ ແລະ ສິລະປະຕ່າງໆຂອງຕາເວັນຕົກ. ໃນດ້ານໜຶ່ງ ສິ່ງເຫຼົ່ານີ້ຄືຄວາມຄິດທີ່ໄດ້ຮັບການສະໜັບສະໜູນພາຍໃນບໍລິບົດວັດທະນະທຳແບບຕາເວັນຕົກ, ໃນອີກດ້ານໜຶ່ງ ພວກມັນຄືຄວາມຄິດ ແລະ ມຸມມອງທີ່ປາກົດຂຶ້ນຍ້ອນວ່າຜູ້ຄົນມີອິດສະຫຼະໃນການຄິດພາຍໃນບໍລິບົດຂອງການສຶກສາທາງວັດທະນະທຳແບບຕາເວັນຕົກ. ສະຫຼຸບແລ້ວ ແນວຄວາມຄິດຕ່າງໆທີ່ຊາວຕາເວັນຕົກນຳສະເໜີໃນຜົນງານທາງວັນນະຄະດີ ແລະ ສິລະປະຂອງພວກເຂົາ ພ້ອມທັງຄວາມຄິດ, ມຸມມອງ, ປັດຊະຍາການດຳລົງຊີວິດທາງໂລກ ແລະ ທັດສະນະຄະຕິຂອງຊາວຕາເວັນຕົກໃນທ່າມກາງຊົນຊັ້ນທາງສັງຄົມທີ່ແຕກຕ່າງກັນ ແລະ ອຸດສາຫະກຳທີ່ແຕກຕ່າງກັນໃນວິທີທີ່ພວກເຂົາປະຕິບັດຕໍ່ທຸກສິ່ງທຸກຢ່າງນັ້ນ ແມ່ນແຕກຕ່າງຈາກຂອງຄົນຕາເວັນອອກຢ່າງສິ້ນເຊີງ. ນີ້ຄືຕົວຢ່າງງ່າຍໆ: ໃນຕາເວັນອອກ ເມື່ອພະນັກງານເຮັດວຽກໃຫ້ກັບບໍລິສັດ, ຊີວິດການເປັນຢູ່ຂອງພວກເຂົາມາຈາກນາຍຈ້າງຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງຕ້ອງເຮັດທຸກຢ່າງທີ່ນາຍຈ້າງບອກໃຫ້ພວກເຂົາເຮັດ. ເຖິງແມ່ນວ່າພວກເຂົາຈະຖືກຂໍໃຫ້ເຮັດວຽກບ້ານບາງຢ່າງໃຫ້ນາຍຈ້າງຂອງພວກເຂົາເຊັ່ນ: ໄປຮັບລູກຂອງນາຍຈ້າງ ຫຼື ໄປຊື້ເຄື່ອງອຸປະໂພກບໍລິໂພກ, ພວກເຂົາກໍຕ້ອງເຊື່ອຟັງຢ່າງສິ້ນເຊີງ ແລະ ບໍ່ກ້າປະຕິເສດ. ພວກເຂົາເຖິງຂັ້ນຕ້ອງກຽມພ້ອມຮັບສາຍໃນຊ່ວງເວລາພັກຜ່ອນຂອງພວກເຂົາ. ພວກເຂົາເປັນຜູ້ຮັບໃຊ້, ລູກນ້ອງ ແລະ ຂ້າທາດຂອງນາຍຈ້າງຂອງພວກເຂົາ. ຄວາມສຳພັນລະຫວ່າງຜູ້ບັງຄັບບັນຊາ ແລະ ຜູ້ໃຕ້ບັງຄັບບັນຊາລະຫວ່າງພະນັກງານ ແລະ ນາຍຈ້າງໃນ ຕາເວັນອອກແມ່ນເປັນແບບນີ້. ພະນັກງານອາດຈະຮູ້ສຶກບໍ່ສະບາຍໃຈ, ອາລົມເສຍ ແລະ ບໍ່ເຕັມໃຈ ແຕ່ພວກເຂົາກໍບໍ່ມີທາງເລືອກ, ພວກເຂົາເຮັດໄດ້ພຽງແຕ່ອົດທົນ. ນັ້ນຄືນາຍຈ້າງຂອງພວກເຂົາ, ຜູ້ທີ່ສະໜອງຊີວິດການເປັນຢູ່ໃຫ້ແກ່ພວກເຂົາ, ສະນັ້ນ ພວກເຂົາຈຶ່ງເຮັດໄດ້ພຽງແຕ່ຍອມໃຫ້ຄົນເຫຼົ່ານັ້ນບົງການ. ໃນຕາເວັນອອກ ບໍ່ວ່ານາຍຈ້າງຈະຂູດຮີດພະນັກງານຂອງພວກເຂົາແນວໃດກໍຕາມ ແລະ ບໍ່ວ່າການກະທຳຂອງພວກເຂົາຈະບໍ່ສົມເຫດສົມຜົນແນວໃດກໍຕາມ, ພະນັກງານກໍເຮັດໄດ້ພຽງແຕ່ອົດທົນກັບມັນ, ພວກເຂົາບໍ່ມີທາງທີ່ຈະຫຼຸດພົ້ນຈາກສະຖານະການນີ້ໄດ້. ບາງປະເທດໃນຕາເວັນອອກອາດຈະມີກົດໝາຍແຮງງານເຊັ່ນກັນ ເຊິ່ງມີຈຸດປະສົງເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງທຸກຄົນ, ແຕ່ໃນລະດັບສັງຄົມ ເພາະວ່າມັນເປັນ ຕາເວັນອອກ ຈຶ່ງບໍ່ມີພະນັກງານຄົນໃດກ້າຟ້ອງຮ້ອງນາຍຈ້າງຂອງພວກເຂົາ ເຖິງແມ່ນວ່ານາຍຈ້າງຈະລະເມີດກົດໝາຍແຮງງານກໍຕາມ. ບໍ່ວ່າສິດທິຂອງພວກເຂົາຈະຖືກລິດຮອນແນວໃດ ຫຼື ພວກເຂົາຈະຖືກນາຍຈ້າງຂູດຮີດແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຮັດຫຍັງໄດ້. ເຖິງແມ່ນວ່າຈະມີກົດໝາຍແຮງງານ, ພວກເຂົາກໍບໍ່ສາມາດໃຊ້ກົດໝາຍເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດຂອງຕົວເອງໄດ້. ພວກເຂົາເຮັດໄດ້ພຽງແຕ່ປ່ອຍໃຫ້ມັນເປັນໄປ ແລະ ປ່ອຍໃຫ້ສະຖານະການດຳເນີນຕໍ່ໄປ. ໃນທາງກົງກັນຂ້າມ ພາກຕາເວັນຕົກແມ່ນແຕກຕ່າງກັນ. ຄວາມສຳພັນລະຫວ່າງຜູ້ບັງຄັບບັນຊາ ແລະ ຜູ້ໃຕ້ບັງຄັບບັນຊາລະຫວ່າງພະນັກງານ ແລະ ນາຍຈ້າງໃນ ຕາເວັນຕົກມີຢູ່ພຽງແຕ່ໃນລະດັບຂອງການເຮັດວຽກ ແລະ ໃນຊ່ວງເວລາເຮັດວຽກເທົ່ານັ້ນ. ນອກເວລາເຮັດວຽກ ບໍ່ມີຄວາມສຳພັນສ່ວນຕົວທາງອາລົມລະຫວ່າງພວກເຂົາ. ຖ້ານາຍຈ້າງຂອງເຈົ້າຂໍໃຫ້ເຈົ້າເຮັດວຽກລ່ວງເວລາ, ເຈົ້າກໍສາມາດປະຕິເສດໄດ້. ຖ້ານາຍຈ້າງຂອງເຈົ້າຂໍໃຫ້ເຈົ້າຊ່ວຍໄປຮັບລູກຂອງພວກເຂົາ ຫຼື ໄປຊື້ເຄື່ອງອຸປະໂພກບໍລິໂພກ, ເຈົ້າກໍສາມາດເວົ້າໄດ້ວ່າ “ເຈົ້າບໍ່ມີສິດມາຂໍໃຫ້ຂ້ອຍເຮັດສິ່ງນີ້. ນັ້ນບໍ່ແມ່ນວຽກຂອງຂ້ອຍ. ຂ້ອຍບໍ່ມີພັນທະທີ່ຈະຕ້ອງຮັບໃຊ້ເຈົ້າ”. ເຈົ້າສາມາດປະຕິເສດໄດ້. ຖ້ານາຍຈ້າງຂອງເຈົ້າບັງຄັບໃຫ້ເຈົ້າເຮັດສິ່ງເຫຼົ່ານີ້ຊໍ້າແລ້ວຊໍ້າອີກ, ເຈົ້າກໍສາມາດຟ້ອງຮ້ອງພວກເຂົາໄດ້ ແລະ ກົດໝາຍແຮງງານຂອງຕາເວັນຕົກກໍຈະມີຜົນບັງຄັບໃຊ້, ກົດໝາຍຈະຕອບສະໜອງຕາມຄວາມເໝາະສົມ. ຊາວຕາເວັນຕົກສາມາດເຮັດແບບນີ້ໄດ້ ແລະ ພວກເຂົາກໍບໍ່ຢ້ານທີ່ຈະເຮັດ ແຕ່ຄົນຕາເວັນອອກນັ້ນຢ້ານ. ຕາມຄວາມຄິດຫຼົງຜິດຂອງຄົນຕາເວັນອອກແລ້ວ ເຈົ້າຄວນເຮັດທຸກຢ່າງທີ່ຜູ້ບັງຄັບບັນຊາຂອງເຈົ້າ ຫຼື ຄົນທີ່ມີສະຖານະ ຫຼື ຊື່ສຽງຂໍໃຫ້ເຈົ້າເຮັດ ແລະ ໃຫ້ບໍລິການແກ່ພວກເຂົາໂດຍບໍ່ຄິດຄ່າໃຊ້ຈ່າຍ. ເຈົ້າເຖິງຂັ້ນຕ້ອງເວົ້າວ່າ “ຂ້ອຍເຕັມໃຈທີ່ຈະຮັບໃຊ້ເຈົ້າ, ທີ່ຈະສະລະຊີວິດຂອງຂ້ອຍເພື່ອເຈົ້າ ແລະ ຈະບໍ່ຫວັງສິ່ງຕອບແທນໃດໆ. ການຮັບໃຊ້ເຈົ້າຄືກຽດຂອງຂ້ອຍ!” ບໍ່ວ່າພວກເຂົາຈະຂູດຮີດເຈົ້າສຳລັບແຮງງານຂອງເຈົ້າ ຫຼື ລິດຮອນສິດທິມະນຸດຂອງເຈົ້າກໍຕາມ, ເຈົ້າກໍຄວນຍອມຮັບມັນ ແລະ ບໍ່ຮຽກຮ້ອງຄ່າຕອບແທນໃດໆ. ຖ້າເຈົ້າຮຽກຮ້ອງ, ນັ້ນໝາຍຄວາມວ່າເຈົ້າເປັນຄົນເນລະຄຸນ ແລະ ເຮັດໃຫ້ພວກເຂົາເສຍໜ້າ ແລະ ພວກເຂົາກໍຈະເຮັດໃຫ້ເຈົ້າຕ້ອງຊົດໃຊ້ສຳລັບສິ່ງນັ້ນ. ໃນທາງກົງກັນຂ້າມ ຊາວຕາເວັນຕົກແມ່ນແຕກຕ່າງກັນ. ພວກເຂົາໄດ້ຮຽນຮູ້ທີ່ຈະປົກປ້ອງສິດທິຂອງພວກເຂົາ ແລະ ໃຊ້ສິດທິເຫຼົ່ານີ້ຢ່າງມີປະສິດທິພາບທີ່ສຸດ ໂດຍໃຊ້ມັນໃຫ້ເຖິງທີ່ສຸດເທົ່າທີ່ພວກເຂົາຈະເຮັດໄດ້. ເຖິງແມ່ນວ່າປະທານາທິບໍດີ ຫຼື ບຸກຄົນທີ່ມີຊື່ສຽງບາງຄົນຈະບໍ່ໃຫ້ເງິນທິບຫຼັງຈາກກິນອາຫານກໍຕາມ, ກໍຈະມີການຍື່ນຄຳຮ້ອງຮຽນ, ນີ້ຄືສິດທິທີ່ກົດໝາຍແຮງງານມອບໃຫ້ແກ່ຄົນງານ. ເມື່ອຄົນຕາເວັນອອກພົບກັບສະຖານະການດັ່ງກ່າວ, ພວກເຂົາກໍບໍ່ກ້າຮ້ອງຮຽນ. ພວກເຂົາຄິດວ່າ “ຄົນເຫຼົ່ານັ້ນເປັນເຈົ້າໜ້າທີ່, ເປັນຄົນທີ່ມີຊື່ສຽງ. ຂ້ອຍຈະຊະນະຄະດີຟ້ອງຮ້ອງພວກເຂົາໄດ້ບໍ? ເຖິງແມ່ນວ່າຂ້ອຍຈະຊະນະ, ຂ້ອຍຈະເຮັດແນວໃດຖ້າພວກເຂົາສ້າງຄວາມຫຍຸ້ງຍາກໃຫ້ຂ້ອຍຢູ່ເບື້ອງຫຼັງ? ຖ້າຂ້ອຍຟ້ອງຮ້ອງພວກເຂົາ, ຂ້ອຍກໍຈະຕ້ອງພົບກັບບັນຫາຮ້າຍແຮງ ແລະ ຂ້ອຍອາດຈະເຖິງຂັ້ນສູນເສຍຊີວິດຂອງຂ້ອຍ”. ເພາະສະນັ້ນ ຄົນຕາເວັນອອກຈຶ່ງຍອມເສຍປຽບດີກວ່າທີ່ຈະກ້າຂໍເງິນທິບ. ສິ່ງນີ້ເອີ້ນວ່າການອົດທົນ. ແຕ່ຊາວຕາເວັນຕົກນັ້ນແຕກຕ່າງກັນ. ພວກເຂົາຄິດວ່າ “ເປັນຫຍັງຂ້ອຍຈຶ່ງຕ້ອງອົດທົນກັບມັນ? ຂ້ອຍບໍ່ໄດ້ເກີດມາເພື່ອໃຊ້ຊີວິດຂອງຂ້ອຍເພື່ອຄົນອື່ນ, ຂ້ອຍມີຊີວິດຢູ່ເພື່ອຕົວຂ້ອຍເອງ. ຂ້ອຍຕ້ອງປົກປ້ອງສິດທິຂອງຂ້ອຍ. ນີ້ຄືເງິນທີ່ຂ້ອຍສົມຄວນໄດ້ຮັບ. ຂ້ອຍບໍ່ສົນດອກວ່າເຈົ້າຈະເປັນບຸກຄົນທີ່ມີຊື່ສຽງ ຫຼື ເປັນຄົນໃຫຍ່ຄົນໂຕ, ເຈົ້າຕ້ອງຈ່າຍ. ທຸກຄົນເທົ່າທຽມກັນ. ເຈົ້າມີສິດຫຍັງທີ່ຈະບໍ່ໃຫ້ເງິນທິບ? ຖ້າເຈົ້າບໍ່ໃຫ້ເງິນທິບ, ຂ້ອຍຈະຟ້ອງເຈົ້າ!” ແລ້ວເມື່ອພວກເຂົາໄດ້ຮັບເງິນທິບ, ເລື່ອງກໍຈົບລົງ. ສິ່ງເຫຼົ່ານີ້ຄືຄວາມຄິດ, ມຸມມອງ ແລະ ວິທີການຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ແຕກຕ່າງກັນ ເຊິ່ງຄົນຕາເວັນອອກ ແລະ ຄົນຕາເວັນຕົກມີຜ່ານການສຶກສາທາງວັດທະນະທຳຂອງພວກເຂົາເອງ.
ສັງຄົມຕາເວັນອອກ ແລະ ສັງຄົມຕາເວັນຕົກມີຄວາມແຕກຕ່າງກັນໃນເລື່ອງວິທີການປູກຝັງທາງວັດທະນະທຳຂອງພວກເຂົາ ແລະ ເນື້ອໃນສະເພາະຂອງການປູກຝັງນັ້ນ. ຮູບແບບການປູກຝັງທີ່ແຕກຕ່າງກັນເຫຼົ່ານີ້ໄດ້ສ້າງວັດທະນະທຳຂອງມະນຸດທີ່ແຕກຕ່າງກັນຂຶ້ນມາ ພ້ອມທັງສ້າງຄຸນລັກສະນະຂອງຄວາມເປັນມະນຸດຂອງກຸ່ມຊົນເຜົ່າທີ່ແຕກຕ່າງກັນ. ດ້ວຍຄຸນລັກສະນະຂອງຄວາມເປັນມະນຸດເຫຼົ່ານີ້ ຄົນຕາເວັນອອກຈຶ່ງມີວິຖີຊີວິດ, ສະພາບການດຳລົງຊີວິດ, ຮູບແບບການຄິດ ແລະ ທັດສະນະຄະຕິຕໍ່ການວາງຕົວໃນທາງໂລກຂອງພວກເຂົາເອງ, ໃນຂະນະທີ່ຊາວຕາເວັນຕົກກໍມີວິຖີຊີວິດ, ສະພາບການດຳລົງຊີວິດ ພ້ອມທັງວິທີການ ແລະ ທັດສະນະຄະຕິຕໍ່ການວາງຕົວໃນທາງໂລກຂອງພວກເຂົາເອງ. ໃນທັດສະນະຄະຕິທັງສອງແບບຂອງການວາງຕົວໃນໂລກນີ້ ແບບໜຶ່ງຄືການອົດກັ້ນ ແລະ ການອົດທົນ, ອີກທັງຍັງສະຫງວນທ່າທີເປັນພິເສດ, ສ່ວນອີກແບບໜຶ່ງໃຫ້ຄວາມສຳຄັນເປັນພິເສດກັບການປົກປ້ອງສິດທິຂອງເຈດຈຳນົງ ແລະ ຄວາມປາຖະໜາທີ່ເປັນອັດຕະວິໄສຂອງຜູ້ຄົນ. ແບບໜຶ່ງເກີດຈາກການປູກຝັງໃຫ້ຮູ້ຈັກສ້າງພາບ ແລະ ອີກແບບໜຶ່ງເກີດຈາກການປູກຝັງຄວາມເຫັນແກ່ຕົວ. ບໍ່ວ່າຄຸນລັກສະນະຂອງຄວາມເປັນມະນຸດເຫຼົ່ານີ້ຈະເກີດຈາກການປູກຝັງປະເພດໃດກໍຕາມ, ບໍ່ວ່າຈະເປັນການອົດກັ້ນ ແລະ ການອົດທົນ ຫຼື ການປົກປ້ອງສິດທິຂອງຕົນເອງ, ການສະຫງວນທ່າທີ ຫຼື ການເປີດເຜີຍ, ສິ່ງໃດແມ່ນສິ່ງທີ່ເປັນບວກ? (ບໍ່ວ່າຈະເປັນຊາວຕາເວັນອອກ ຫຼື ຊາວຕາເວັນຕົກ ຄຸນລັກສະນະຂອງຄວາມເປັນມະນຸດເຫຼົ່ານີ້ລ້ວນແຕ່ບໍ່ແມ່ນສິ່ງທີ່ເປັນບວກເລີຍ). ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າພວກມັນບໍ່ແມ່ນສິ່ງທີ່ເປັນບວກ? ຂໍຟັງເຫດຜົນສະເພາະຂອງພວກເຈົ້າເບິ່ງ. ພວກເຈົ້າບໍ່ມີໃຜສາມາດບອກເຫດຜົນໄດ້ເລີຍ ແມ່ນບໍ? (ພວກເຮົາບໍ່ສາມາດບອກໄດ້.) ບໍ່ວ່າເລື່ອງທີ່ກຳລັງເວົ້າເຖິງຢູ່ນີ້ຈະເປັນແນວໃດກໍຕາມ ພວກເຈົ້າລ້ວນແຕ່ຢ້ານວ່າຄົນອື່ນຈະສອບຖາມເຖິງລາຍລະອຽດຢ່າງຖີ່ຖ້ວນ ແລະ ເມື່ອມີຄົນເຮັດແບບນັ້ນ ເຈົ້າກໍຮູ້ສຶກສັບສົນ ແລະ ບໍ່ສາມາດອະທິບາຍສິ່ງຕ່າງໆໄດ້ຢ່າງຊັດເຈນ. ສິ່ງນີ້ພິສູດວ່າເຈົ້າຂາດຄວາມຊັດເຈນໃນເລື່ອງນັ້ນ, ສະນັ້ນ ພວກເຈົ້າຄວນໂອ້ລົມກ່ຽວກັບເລື່ອງດັ່ງກ່າວ. ຄຳຖາມທີ່ເຮົາໄດ້ຖາມພວກເຈົ້າໄປນັ້ນເປັນຫົວຂໍ້ທີ່ຄຸ້ມຄ່າແກ່ການໂອ້ລົມກັນ ແມ່ນບໍ? (ແມ່ນແລ້ວ.) ຫົວຂໍ້ນີ້ກ່ຽວຂ້ອງກັບ “ສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນ”. ສະນັ້ນ, ໃຫ້ພວກເຮົາມາເບິ່ງນໍາກັນກ່ອນວ່າ: ມວນມະນຸດທີ່ພຣະເຈົ້າສ້າງຂຶ້ນມານັ້ນເປັນສິ່ງທີ່ຖືກສ້າງປະເພດໃດ? ສິ່ງທີ່ພຣະເຈົ້າສ້າງຂຶ້ນແມ່ນສິ່ງທີ່ເປັນບວກ. ສິ່ງໃດແດ່ທີ່ພຣະເຈົ້າສ້າງຂຶ້ນໃນຕົວບຸກຄົນໃດໜຶ່ງ? (ເຈດຈຳນົງເສລີຂອງຄົນດັ່ງກ່າວ ແລະ ສະຕິປັນຍາທີ່ພຣະເຈົ້າມອບໃຫ້ແກ່ລາວ.) ເວົ້າລວມແລ້ວ ເງື່ອນໄຂທີ່ມີມາແຕ່ກຳເນີດຂອງບຸກຄົນໃດໜຶ່ງລ້ວນແຕ່ແມ່ນພຣະເຈົ້າເປັນຜູ້ມອບໃຫ້ ແລະ ສ້າງຂຶ້ນມາ. ຖ້າພວກເຮົາໃຊ້ຄຳວ່າ “ສ້າງຂຶ້ນ”, ມັນອາດຈະເປັນນາມມະທຳເລັກໜ້ອຍ ເພາະວ່າທຸກຄົນເກີດມາຈາກພໍ່ແມ່ຂອງພວກເຂົາ ບໍ່ໄດ້ຖືກສ້າງຂຶ້ນດ້ວຍນໍ້າມືຂອງພຣະເຈົ້າເອງ. ການໃຊ້ວະລີທີ່ວ່າ: “ສິ່ງທີ່ພຣະເຈົ້າສ້າງຂຶ້ນມາ” ແມ່ນກວ້າງເກີນໄປເລັກໜ້ອຍ, ມັນບໍ່ຄ່ອຍເໝາະສົມປານໃດ. ໃນກໍລະນີນັ້ນ ການເວົ້າວ່າ: “ເງື່ອນໄຂທີ່ມີມາແຕ່ກຳເນີດທີ່ພຣະເຈົ້າມອບໃຫ້ແກ່ຜູ້ຄົນ” ແມ່ນມີຄວາມສະເພາະເຈາະຈົງ ແລະ ເປັນພາວະວິໄສຫຼາຍກວ່າ. ເງື່ອນໄຂທີ່ມີມາແຕ່ກຳເນີດທີ່ພຣະເຈົ້າມອບໃຫ້ແກ່ຜູ້ຄົນນັ້ນກ່ຽວຂ້ອງກັບຫົວຂໍ້ “ສິ່ງທີ່ພຣະເຈົ້າສ້າງຂຶ້ນມາ”. ສະນັ້ນ, ພວກເຮົາສາມາດເວົ້າໄດ້ບໍວ່າເງື່ອນໄຂທີ່ມີມາແຕ່ກຳເນີດຂອງຄົນເຮົາລ້ວນແຕ່ແມ່ນສິ່ງທີ່ເປັນບວກ? (ເວົ້າໄດ້.) ຮູບຮ່າງໜ້າຕາຂອງຄົນເຮົາ, ຄວາມສາມາດທາງດ້ານພາສາ ແລະ ປະສາດສຳຜັດທັງໝົດ ພ້ອມທັງຄຸນລັກສະນະທາງສະລີລະວິທະຍາ ຕະຫຼອດຈົນເຖິງເຈດຈຳນົງເສລີ, ຄວາມສາມາດທີ່ໃຊ້ໃນການຄິດ ແລະ ໄຕ່ຕອງ, ຈຸດແຂງ ແລະ ພອນສະຫວັນຕາມທຳມະຊາດຂອງພວກເຂົາ ແລະ ກົດເກນການຢູ່ລອດທັງໝົດທີ່ປະຕິບັດຕາມໃນຖານະສິ່ງທີ່ມີຊີວິດ, ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນສິ່ງທີ່ເປັນບວກ. ເຊິ່ງເວົ້າໄດ້ວ່າ ເງື່ອນໄຂທີ່ມີມາແຕ່ກຳເນີດທີ່ພຣະເຈົ້າມອບໃຫ້ແກ່ຜູ້ຄົນລ້ວນແຕ່ແມ່ນສິ່ງທີ່ເປັນບວກ. ສະນັ້ນ, ສິ່ງທີ່ເປັນບວກເຫຼົ່ານີ້ລວມເຖິງຄວາມຄິດຕ່າງໆທີ່ເກີດຂຶ້ນໃນຈິດໃຈຂອງຄົນເຮົາ ຫຼື ສິ່ງທີ່ພວກເຂົາຍອມຮັບຈາກສັງຄົມ ແລະ ຈາກຍຸກສະໄໝທີ່ແຕກຕ່າງກັນບໍ? (ບໍ່ລວມ.) ສິ່ງໃດກໍຕາມທີ່ຜູ້ຄົນໄດ້ຮັບຈາກສັງຄົມ ຫຼື ຈາກມວນມະນຸດນັ້ນບໍ່ແມ່ນສິ່ງທີ່ພຣະເຈົ້າມອບໃຫ້ ແລະ ບໍ່ແມ່ນສິ່ງທີ່ພຣະເຈົ້າສ້າງຂຶ້ນມາແຕ່ເດີມ. ສາມາດເວົ້າໄດ້ວ່າ ຕາບໃດທີ່ບາງສິ່ງມາຈາກສັງຄົມ ຫຼື ຈາກມວນມະນຸດ, ມັນກໍບໍ່ແມ່ນສິ່ງທີ່ເປັນບວກ. ຖ້າສະຫຼຸບໃນລັກສະນະຄວາມໝາຍກວ້າງໆ, ພວກເຮົາກໍອາດຈະເວົ້າແບບນີ້. ແລ້ວຖ້າຈະເວົ້າໃຫ້ສະເພາະເຈາະຈົງເດ? ຄຸນລັກສະນະຂອງຄວາມເປັນມະນຸດ ແລະ ວິທີຄິດທີ່ເກີດຂຶ້ນພາຍໃນບໍລິບົດທາງວັດທະນະທຳຂອງການປູກຝັງດ້ານສິນທຳຂອງສັງຄົມຕາເວັນອອກນັ້ນ ບໍ່ແມ່ນວ່າມີຄວາມບິດເບືອນໃນລະດັບໃດໜຶ່ງບໍ? ມັນຍັງສາມາດເວົ້າໄດ້ແບບນີ້: ໃນສັງຄົມຕາເວັນອອກ, ຈິດໃຈຂອງຜູ້ຄົນຖືກຜູກມັດ ແລະ ບິດບ້ຽວ, ພວກເຂົາຖືກເຮັດໃຫ້ເສື່ອມຊາມ ແລະ ໄດ້ຮັບອິດທິພົນຈາກຄວາມຄິດ ແລະ ມຸມມອງບາງຢ່າງຈາກສັງຄົມ ແລະ ຈາກຊາຕານ. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າຈິດໃຈຂອງພວກເຂົາໄດ້ຜ່ານການດັດແປງຂອງຊາຕານແລ້ວບໍ? (ແມ່ນແລ້ວ.) ຈິດໃຈຂອງຜູ້ຄົນໄດ້ຜ່ານການດັດແປງ ແລະ ຄວາມຄິດຂອງພວກເຂົາກໍບໍ່ໄດ້ເກີດມາຈາກຄວາມເປັນມະນຸດຂອງພວກເຂົາ. ຄຳສອນເຫຼົ່ານີ້ບໍ່ໄດ້ມາຈາກສິ່ງທີ່ເປັນບວກ ແລະ ບໍ່ໄດ້ມາຈາກພຣະເຈົ້າ. ເນື່ອງຈາກພວກມັນບໍ່ໄດ້ມາຈາກພຣະເຈົ້າ, ສະນັ້ນ ບໍ່ວ່າພວກມັນຈະສ້າງຄວາມຄິດ, ມຸມມອງ ແລະ ຮູບແບບການຄິດໃດໆຂຶ້ນມາກໍຕາມ ພ້ອມທັງບໍ່ວ່າໃນທີ່ສຸດແລ້ວພວກມັນຈະສ້າງຄຸນລັກສະນະຂອງຄວາມເປັນມະນຸດໃດໆຂຶ້ນມາກໍຕາມ ລວມທັງສິ່ງອື່ນໆທີ່ເກີດຕາມມາຈາກສິ່ງເຫຼົ່ານັ້ນ ລ້ວນແຕ່ແມ່ນສິ່ງທີ່ເປັນລົບ, ບໍ່ແມ່ນສິ່ງທີ່ເປັນບວກ. ນີ້ຄືສິ່ງທີ່ພວກເຈົ້າແນ່ໃຈແລ້ວ ແມ່ນບໍ? (ແມ່ນແລ້ວ.) ຈິດໃຈຂອງຄົນຕາເວັນອອກຖືກຜູກມັດ ແລະ ບິດບ້ຽວ ພ້ອມທັງໄດ້ຮັບອິດທິພົນຈາກຄວາມຄິດ ແລະ ມຸມມອງບາງຢ່າງຂອງຕາເວັນອອກ, ສະນັ້ນ ສິ່ງທີ່ສະແດງອອກໂດຍຄຸນລັກສະນະຂອງຄວາມເປັນມະນຸດຂອງພວກເຂົາຈຶ່ງລ້ວນແຕ່ແມ່ນສິ່ງທີ່ເປັນລົບ. ຕອນນີ້ໃຫ້ພວກເຮົາມາເບິ່ງສັງຄົມຕາເວັນຕົກ. ເນື້ອໃນຂອງການປູກຝັງທາງດ້ານອຸດົມການຂອງຊາວຕາເວັນຕົກແມ່ນຫຍັງ? ມັນກ່ຽວຂ້ອງກັບຄວາມຈິງບໍ? ເນື້ອໃນຂອງການປູກຝັງແບບຕາເວັນຕົກ ແລະ ການສະແດງອອກເຖິງຄວາມເປັນມະນຸດທີ່ມັນສອນໃຫ້ຜູ້ຄົນພະຍາຍາມບັນລຸນັ້ນ ມາຈາກພຣະທຳຂອງພຣະເຈົ້າບໍ? (ບໍ່ໄດ້ມາຈາກພຣະທໍາຂອງພຣະເຈົ້າ.) ເພື່ອເວົ້າໃຫ້ຊັດເຈນຍິ່ງຂຶ້ນ ເຮົາຂໍຖາມພວກເຈົ້າໜຶ່ງຄຳຖາມ: ການປູກຝັງນີ້ ລວມທັງຫຼັກການທີ່ຢູ່ເບື້ອງຫຼັງຄວາມຄິດ ແລະ ມຸມມອງເຫຼົ່ານີ້ກ່ຽວກັບການຈັດການກັບຊີວິດ, ການມີຊີວິດລອດ ແລະ ເລື່ອງທາງໂລກ ພ້ອມທັງວິທີການເຫຼົ່ານີ້ສຳລັບການຈັດການກັບສິ່ງເຫຼົ່ານັ້ນ ສອດຄ່ອງກັບພຣະທຳຂອງພຣະເຈົ້າບໍ? ມັນສອດຄ່ອງກັບຄວາມຈິງບໍ? (ບໍ່ສອດຄ່ອງ.) ມັນບໍ່ສອດຄ່ອງໃນທາງໃດ? (ມັນຄືກັບການປູກຝັງແບບຕາເວັນຕົກທີ່ປູກຝັງຄວາມເຫັນແກ່ຕົວ ເຖິງແມ່ນວ່າມັນຈະເຄົາລົບເສລີພາບທາງຄວາມຄິດ ແຕ່ມັນສອນໃຫ້ຜູ້ຄົນຄິດເຖິງແຕ່ຕົນເອງ ແລະ ບໍ່ຄິດຄໍານຶງເຖິງຄົນອື່ນ. ສິ່ງນີ້ບໍ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ.) ແລ້ວພຣະທຳຂອງພຣະເຈົ້າ ແລະ ຄວາມຈິງກ່າວວ່າແນວໃດ? (ໃນການມີປະຕິສຳພັນຮ່ວມກັນ ຜູ້ຄົນບໍ່ຄວນຄິດເຖິງແຕ່ຜົນປະໂຫຍດ ຫຼື ຄວາມຮູ້ສຶກຂອງຕົນເອງເທົ່ານັ້ນ ແຕ່ພວກເຂົາຄວນຄິດວ່າການກະທຳຂອງພວກເຂົາຈະສາມາດເສີມສ້າງຄົນອື່ນໃນຂະນະທີ່ຍັງສອດຄ່ອງກັບຄວາມຈິງໄດ້ແນວໃດ.) ພຣະທຳຂອງພຣະເຈົ້າບອກເຈົ້າວ່າ ບໍ່ວ່າເຈົ້າຈະຄິດກ່ຽວກັບບັນຫາຕ່າງໆຢ່າງເສລີ ແລະ ຢ່າງມີພາວະວິໄສ ຫຼື ພາຍໃຕ້ການຄອບງຳຂອງຄວາມຄິດ ຫຼື ມຸມມອງໃດໜຶ່ງກໍຕາມ, ເຈົ້າກໍບໍ່ຄວນເຮັດເຊັ່ນນັ້ນພຽງເພື່ອປົກປ້ອງຜົນປະໂຫຍດຂອງເຈົ້າເອງ ຫຼື ປົກປ້ອງກຽດສັກສີ ແລະ ໜ້າຕາຂອງເຈົ້າເອງ, ນີ້ບໍ່ແມ່ນຫຼັກການທີ່ຜູ້ເຊື່ອໃນພຣະເຈົ້າຄວນໃຊ້ໃນການພິຈາລະນາບັນຫາຕ່າງໆ. ເມື່ອເຈົ້າພິຈາລະນາບັນຫາຕ່າງໆ, ເຈົ້າຄວນໃສ່ໃຈວ່າວິທີການຂອງເຈົ້າສອດຄ່ອງກັບຄວາມຈິງ ຫຼື ບໍ່, ບັນຫາເຫຼົ່ານີ້ສາມາດແກ້ໄຂໄດ້ໂດຍໃຊ້ຄວາມຈິງ ຫຼື ບໍ່ ແລະ ວິທີການຂອງເຈົ້າສອດຄ່ອງກັບຫຼັກການຄວາມຈິງ ແລະ ນຳໄປສູ່ການອ່ອນນ້ອມຕໍ່ພຣະເຈົ້າ ຫຼື ບໍ່. ນີ້ຄືຫຼັກການສຳລັບການພິຈາລະນາບັນຫາຕ່າງໆ. ບໍ່ວ່າເຈົ້າຈະກຳລັງຈັດການກັບຜູ້ຄົນ ຫຼື ກຳລັງຈັດການກັບບັນຫາກ່ຽວກັບຄອບຄົວຂອງເຈົ້າ ຫຼື ສິ່ງອື່ນໆທີ່ຢູ່ອ້ອມຕົວເຈົ້າກໍຕາມ, ເຈົ້າກໍຕ້ອງປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ, ແທນທີ່ຈະພຽງແຕ່ປົກປ້ອງສິດທິ ແລະ ຜົນປະໂຫຍດຂອງເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນຫຼັກການຂອງການປະພຶດຕົນຕາມທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ, ເມື່ອເບິ່ງແບບຜິວເຜີນແລ້ວ, ເມື່ອປຽບທຽບກັບການປູກຝັງທາງດ້ານວັດທະນະທຳແບບຕາເວັນອອກ, ການປູກຝັງທາງດ້ານວັດທະນະທຳແບບຕາເວັນຕົກໃຫ້ຄວາມສຳຄັນກັບສິດທິມະນຸດ ແລະ ການປົກປ້ອງສິດທິຂອງຜູ້ຄົນຫຼາຍກວ່າ. ມັນເໜືອກວ່າວັດທະນະທຳຕາເວັນອອກ ແຕ່ກໍບໍ່ໄດ້ໝາຍຄວາມວ່າມັນສາມາດທົດແທນຄວາມຈິງໄດ້. ເຈົ້າຕ້ອງບໍ່ຄິດວ່າພຽງເພາະມັນເໜືອກວ່າວັດທະນະທຳຕາເວັນອອກ ຫຼື ເພາະມັນເຄົາລົບສິດທິມະນຸດ ແລະ ເຮັດໃຫ້ຜູ້ຄົນເປັນເອກະລາດ ແລະ ມີອິດສະຫຼະ, ມັນຈຶ່ງສາມາດເຂົ້າມາແທນທີ່ຫຼັກການຄວາມຈິງ ແລະ ຖືກພັນລະນາວ່າເປັນສິ່ງທີ່ເປັນບວກໄດ້. ການປູກຝັງທາງດ້ານວັດທະນະທຳແບບຕາເວັນຕົກພຽງແຕ່ເໜືອກວ່າການປູກຝັງທາງດ້ານວັດທະນະທຳແບບຕາເວັນອອກ ແລະ ສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດຫຼາຍກວ່າເທົ່ານັ້ນ ແຕ່ມັນບໍ່ສາມາດນຳມາທຽບເທົ່າກັບຫຼັກການຄວາມຈິງໄດ້ ແລະ ບໍ່ສາມາດທົດແທນຫຼັກການເຫຼົ່ານັ້ນໄດ້ເຊັ່ນກັນ. ມັນພຽງແຕ່ສະໜັບສະໜູນ ແລະ ເຄົາລົບຄວາມຕ້ອງການຂອງຄວາມເປັນມະນຸດ ພ້ອມທັງກຽດສັກສີ ແລະ ສິດທິ ແລະ ຜົນປະໂຫຍດຂອງຜູ້ຄົນໃນລະດັບໃດໜຶ່ງເທົ່ານັ້ນ. ເຖິງຢ່າງໃດກໍຕາມ ຄວາມເຄົາລົບນີ້ກ່ຽວຂ້ອງໃນແງ່ຂອງຄວາມເປັນມະນຸດເທົ່ານັ້ນ. ໃນແງ່ຂອງຄວາມຈິງ ແລະ ຄວາມຍຸຕິທຳແລ້ວ, ມັນບໍ່ໄດ້ສະໜັບສະໜູນສິ່ງເຫຼົ່ານີ້ເລີຍ. ເພາະສະນັ້ນ ການປູກຝັງທາງດ້ານວັດທະນະທຳແບບຕາເວັນຕົກຈຶ່ງເປັນການປູກຝັງຄວາມເຫັນແກ່ຕົວ. ການປູກຝັງຄວາມເຫັນແກ່ຕົວໝາຍຄວາມວ່າ: “ທຸກຄົນຕ້ອງຮັບໃຊ້ຜົນປະໂຫຍດຂອງຂ້ອຍ. ຂ້ອຍຕ້ອງຄິດທຸກຢ່າງໃຫ້ຖີ່ຖ້ວນດ້ວຍຕົວຂ້ອຍເອງກ່ອນທີ່ຂ້ອຍຈະເຮັດມັນ. ຜົນປະໂຫຍດສ່ວນຕົວຂອງຂ້ອຍ, ສິດທິມະນຸດຂອງຂ້ອຍ ແລະ ສິດທິສ່ວນບຸກຄົນຂອງຂ້ອຍຄືສິ່ງສຳຄັນທີ່ສຸດ”. ມີຄວາມຖືກຕ້ອງທາງສິນທຳໃດໆທີ່ຈະເວົ້າເຖິງຢູ່ບ່ອນນີ້ບໍ? ມີຄວາມຍຸຕິທຳໃດໆທີ່ຈະເວົ້າເຖິງບໍ? (ບໍ່ມີ.) ຖ້າບໍ່ມີຄວາມຍຸຕິທຳ ຫຼື ຄວາມຖືກຕ້ອງທາງສິນທຳ, ມັນຈະສອດຄ່ອງກັບຫຼັກການຄວາມຈິງໄດ້ແນວໃດ? ການປູກຝັງທາງດ້ານວັດທະນະທຳແບບຕາເວັນຕົກເຄົາລົບສິດທິມະນຸດຂອງເຈົ້າ, ມັນໃຫ້ສິດແກ່ເຈົ້າໃນການຄິດກ່ຽວກັບບັນຫາຕ່າງໆ ແລະ ສະແດງຄວາມຄິດເຫັນຂອງເຈົ້າຢ່າງເສລີໃນລະດັບໃດໜຶ່ງ. ດ້ວຍວິທີນີ້ ໂດຍພື້ນຖານແລ້ວມັນສາມາດປົກປ້ອງກຽດສັກສີ ແລະ ສິດທິມະນຸດຂອງຜູ້ຄົນໄດ້. ສະນັ້ນ, ໃນລະດັບໃດໜຶ່ງ ການປູກຝັງແບບຕາເວັນຕົກຈຶ່ງສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດຫຼາຍກວ່າ. ແຕ່ການປູກຝັງແບບຕາເວັນຕົກສາມາດນຳພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດໄດ້ບໍ? ມັນສາມາດເຮັດໃຫ້ຜູ້ຄົນປະຕິບັດຕໍ່ທຸກຄົນ ແລະ ເຮັດທຸກສິ່ງຕາມຫຼັກການຄວາມຈິງໄດ້ບໍ? ມັນບໍ່ສາມາດເຮັດສິ່ງນີ້ໄດ້. ການປູກຝັງແບບຕາເວັນຕົກສາມາດຮັບປະກັນວ່າທຸກຄົນມີສິດທິມະນຸດ ແລະ ມີສິດທີ່ຈະປົກປ້ອງກຽດສັກສີຂອງພວກເຂົາ, ສິ່ງນີ້ສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດຢ່າງສິ້ນເຊີງ. ເຖິງຢ່າງໃດກໍຕາມ, ເມື່ອວັດແທກກັບສະຖານະການຕົວຈິງໃນສັງຄົມແລ້ວ, ມີໜ້ອຍປະເທດທີ່ຈະສາມາດບັນລຸມາດຕະຖານໃນການຮັບປະກັນສິດທິມະນຸດໄດ້ຢ່າງຄົບຖ້ວນ. ເວົ້າຕາມຄວາມເປັນຈິງແລ້ວ, ໃນສັງຄົມປັດຈຸບັນ ການທີ່ສາມາດອະນຸຍາດໃຫ້ຜູ້ຄົນຄິດກ່ຽວກັບບັນຫາຕ່າງໆໄດ້ຢ່າງເສລີ ແລະ ສະແດງຄວາມຄິດເຫັນຂອງພວກເຂົາໄດ້ຢ່າງເສລີ ຖືວ່າເປັນລະບົບສັງຄົມທີ່ດີຫຼາຍ. ພຣະເຈົ້າໄດ້ມອບເຈດຈຳນົງເສລີ ແລະ ຄວາມສາມາດໃນການຄິດກ່ຽວກັບບັນຫາຕ່າງໆຢ່າງເປັນເອກະລາດໃຫ້ແກ່ຜູ້ຄົນ, ສິ່ງນີ້ເປັນພຽງດ້ານໜຶ່ງຂອງຂີດຄວາມສາມາດທີ່ພຣະອົງມອບໃຫ້ແກ່ພວກເຂົາເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ພຣະເຈົ້າບໍ່ເຄີຍບອກເຈົ້າວ່າ: “ຈົ່ງເຫັນແກ່ຕົວ, ຈົ່ງເຮັດຕາມໃຈຕົນເອງ. ທຸກສິ່ງຕ້ອງຖືເອົາຜົນປະໂຫຍດຂອງເຈົ້າເອງເປັນສູນກາງ. ຜົນປະໂຫຍດຂອງເຈົ້າເອງຄືສິ່ງສຳຄັນທີ່ສຸດ. ໃນທຸກສິ່ງ ເຈົ້າຕ້ອງເປັນເອກະລາດ ແລະ ເປັນນາຍຂອງຕົວເຈົ້າເອງ ແລະ ບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງ, ຖາມເຖິງຄວາມປະສົງຂອງສະຫວັນ ຫຼື ຄຳນຶງເຖິງຜົນປະໂຫຍດຂອງຄົນອື່ນ”. ພຣະເຈົ້າບໍ່ເຄີຍສອນໃຜແບບນີ້. ນັບຕັ້ງແຕ່ຈຸດເລີ່ມຕົ້ນຂອງການທີ່ພຣະເຈົ້ານຳພາຜູ້ຄົນໃນຊີວິດຂອງພວກເຂົາ, ພຣະອົງໄດ້ຊີ້ໃຫ້ເຫັນເຖິງວິທີການດຳລົງຊີວິດ ແລະ ການປະພຶດຕົນທີ່ສະເພາະເຈາະຈົງໃນທຸກດ້ານ, ບອກໃຫ້ຜູ້ຄົນໄລ່ຕາມເສາະຫາຄວາມຈິງ, ໃຫ້ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະອົງ, ໃຫ້ເປັນຄົນຊື່ສັດ, ໃຫ້ບັນລຸໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ອື່ນໆ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນການໄລ່ຕາມເສາະຫາທີ່ສຳຄັນທີ່ສຸດໃນຊີວິດຂອງຄົນເຮົາ. ໃນບັນດາຄວາມຈິງອັນຫຼວງຫຼາຍທີ່ພຣະເຈົ້າໄດ້ສະແດງອອກມາ, ພຣະອົງບໍ່ເຄີຍບອກໃຫ້ເຈົ້າປົກປ້ອງສິດທິຂອງເຈົ້າ ແລະ ພຣະອົງກໍບໍ່ເຄີຍບອກໃຫ້ເຈົ້າຄິດກ່ຽວກັບບັນຫາຕ່າງໆຢ່າງເສລີ ແລະ ປົກປ້ອງພື້ນທີ່ທີ່ເປັນເອກະລາດຂອງເຈົ້າເອງ. ພຣະເຈົ້າບໍ່ເຄີຍກ່າວແບບນັ້ນເລີຍ. ພຣະເຈົ້າພຽງແຕ່ມອບຄວາມສາມາດໃນການຄິດກ່ຽວກັບບັນຫາຕ່າງໆຢ່າງເປັນເອກະລາດໃຫ້ແກ່ເຈົ້າເທົ່ານັ້ນ, ກໍມີພຽງເທົ່ານັ້ນ. ເຈົ້າມີຄວາມສາມາດນີ້ ແລະ ເຈົ້າຍັງມີເງື່ອນໄຂທີ່ມີມາແຕ່ກຳເນີດຂອງເຈດຈຳນົງເສລີອີກດ້ວຍ. ເຖິງຢ່າງໃດກໍຕາມ, ໃນຂະນະທີ່ພຮະອົງໄດ້ມອບເງື່ອນໄຂທີ່ມີມາແຕ່ກຳເນີດດັ່ງກ່າວໃຫ້ແກ່ຜູ້ຄົນ, ພຣະເຈົ້າກໍໄດ້ກຳນົດກົດໝາຍ ແລະ ພຣະບັນຍັດສຳລັບພວກເຂົາ ພ້ອມທັງສະໜອງຄວາມຈິງຕ່າງໆໃຫ້ແກ່ພວກເຂົາ, ໂດຍບອກພວກເຂົາເຖິງວິທີການປະພຶດຕົນ ແລະ ວິທີການນະມັດສະການພຣະເຈົ້າ, ໃນທຸກເລື່ອງ ລ້ວນແຕ່ມີຫຼັກການຄວາມຈິງທີ່ຜູ້ຄົນຄວນປະຕິບັດຕາມ. ແຕ່ໃນພຣະທຳທັງໝົດຂອງພຣະເຈົ້າ ແລະ ຄຳຕັກເຕືອນຂອງພຣະອົງທີ່ມີຕໍ່ຜູ້ຄົນ, ພຣະອົງບໍ່ເຄີຍບອກໃຫ້ຜູ້ຄົນເຮັດຕາມໃຈຕົນເອງ, ເປັນເອກະລາດ ຫຼື ຮຽນຮູ້ທີ່ຈະປົກປ້ອງສິດທິຂອງພວກເຂົາ. ຄວາມຄິດ, ມຸມມອງ ຫຼື ຄຳກ່າວ ແລະ ຄຳສອນດັ່ງກ່າວບໍ່ເຄີຍປາກົດຢູ່ໃນພຣະທຳຂອງພຣະເຈົ້າ ຫຼື ໃນຄວາມຈິງເລີຍ. ໃນທາງກົງກັນຂ້າມ ໃນພຣະທຳທີ່ພຣະເຈົ້າເປີດໂປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ພຣະອົງໄດ້ເປີດໂປງຄວາມອວດດີ ແລະ ຄວາມເຫັນແກ່ຕົວຂອງພວກເຂົາ. ຄວາມເຫັນແກ່ຕົວນີ້ເປັນຄຸນລັກສະນະທີ່ຄວາມເປັນມະນຸດຂອງຜູ້ຄົນເປີດເຜີຍອອກມາ ຫຼັງຈາກທີ່ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມແລ້ວ. ໃນຕົວບາງຄົນ ມັນສະແດງອອກມາໃນຂະນະທີ່ພວກເຂົາພະຍາຍາມປົກປ້ອງຜົນປະໂຫຍດຂອງພວກເຂົາເອງ ຫຼັງຈາກທີ່ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມແລ້ວ, ສ່ວນໃນຕົວຄົນອື່ນໆ ມັນເປັນພຽງຜົນຜະລິດຈາກການປູກຝັງຂອງສັງຄົມນີ້ເທົ່ານັ້ນ. ໃນທັງສອງກໍລະນີ, ມັນກໍຄືຄວາມເຫັນແກ່ຕົວ. ບໍ່ວ່າມັນຈະເກີດຂຶ້ນມາແນວໃດກໍຕາມ ສະຫຼຸບແລ້ວ ຕາບໃດທີ່ເຈົ້າເຫັນແກ່ຕົວ, ນັ້ນກໍຄືຄຸນລັກສະນະ ແລະ ການເປີດເຜີຍຂອງຄວາມເປັນມະນຸດທີ່ເຈົ້າສະແດງອອກມາໃນຂະນະທີ່ດຳລົງຊີວິດຢູ່ພາຍໃຕ້ອຸປະນິໄສທີ່ເສື່ອມຊາມ. ຕອນນີ້ເຂົ້າໃຈແຈ່ມແຈ້ງແລ້ວບໍ? (ເຂົ້າໃຈແລ້ວ.)
ຄວາມອາດສາມາດຕ່າງໆທີ່ລວມຢູ່ໃນເງື່ອນໄຂຕິດໂຕມາແຕ່ກຳເນີດທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນ ຫຼື ຂີດຄວາມສາມາດ ແລະ ຄວາມສາມາດທີ່ຜູ້ຄົນມີມາແຕ່ກຳເນີດນັ້ນ ບໍ່ມີຫຍັງກ່ຽວຂ້ອງກັບການສຶກສາແບບຕາເວັນຕົກ ຫຼື ຕາເວັນອອກເລີຍ. ຄວາມອາດສາມາດຕ່າງໆທີ່ຢູ່ໃນເງື່ອນໄຂຕິດໂຕມາແຕ່ກຳເນີດທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນນັ້ນລ້ວນແຕ່ແມ່ນສິ່ງທີ່ເປັນບວກ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກມັນແມ່ນສິ່ງທີ່ເປັນບວກ? ເພາະວ່າເງື່ອນໄຂຕິດໂຕມາແຕ່ກຳເນີດເຫຼົ່ານີ້ມາຈາກພຣະເຈົ້າ. ໂດຍສະເພາະແລ້ວ ການມີເງື່ອນໄຂຕິດໂຕມາແຕ່ກຳເນີດເຫຼົ່ານີ້ຊ່ວຍໃຫ້ມະນຸດທີ່ຖືກສ້າງຂຶ້ນສາມາດຍອມຮັບສິ່ງທີ່ເປັນບວກ ແລະ ສາມາດຮຽນຮູ້, ໄຕ່ຕອງຕົນເອງ, ສຳຜັດ ແລະ ເຂົ້າໃຈຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພວກເຂົາພົບພໍ້ໃນຊີວິດຈິງ. ພຣະເຈົ້າໄດ້ຈັດແຈງ ແລະ ກຽມພ້ອມສິ່ງນີ້ໄວ້ສຳລັບຜູ້ຄົນ, ສະນັ້ນ ມັນຈຶ່ງແມ່ນສິ່ງທີ່ເປັນບວກ. ບໍ່ວ່າຈະເປັນການສຶກສາແບບຕາເວັນອອກ ຫຼື ຕາເວັນຕົກ ຫຼື ວັດທະນະທຳຕາເວັນອອກ ຫຼື ຕາເວັນຕົກ, ທັງສອງລ້ວນແຕ່ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງທີ່ພຣະເຈົ້າສັ່ງສອນ ແລະ ສະໜອງໃຫ້ແກ່ຜູ້ຄົນ. ມັນເຖິງຂັ້ນຂັດແຍ້ງກັບຄວາມຈິງ ແລະ ຄວາມເປັນມະນຸດທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນມີ. ເພາະສະນັ້ນແລ້ວ, ບໍ່ວ່າຈະເປັນການສຶກສາແບບຕາເວັນອອກ ຫຼື ການສຶກສາແບບຕາເວັນຕົກກໍລ້ວນແຕ່ບໍ່ແມ່ນສິ່ງທີ່ເປັນບວກ. ບໍ່ວ່າມັນຈະມາຈາກສັງຄົມ, ຈາກກະແສທີ່ຊົ່ວຮ້າຍ ຫຼື ຈາກຊົນຊັ້ນປົກຄອງໃດໜຶ່ງກໍຕາມ, ມັນກໍບໍ່ແມ່ນສິ່ງທີ່ເປັນບວກ. ເຖິງແມ່ນວ່າການສຶກສາແບບຕາເວັນຕົກຈະກ້າວໜ້າ ແລະ ດີກວ່າການສຶກສາແບບຕາເວັນອອກເລັກໜ້ອຍ, ສາມາດໃຫ້ເສລີພາບແກ່ຜູ້ຄົນໃນລະດັບໜຶ່ງ ແລະ ຕອບສະໜອງຄວາມຕ້ອງການບາງຢ່າງຂອງພວກເຂົາໄດ້ກໍຕາມ, ມັນກໍພຽງແຕ່ນຳໃຊ້ເຈດຈຳນົງເສລີຂອງຜູ້ຄົນ ແລະ ຄວາມອາດສາມາດຂອງພວກເຂົາໃນການຄິດກ່ຽວກັບບັນຫາ ແລະ ສະແດງຄວາມຄິດເຫັນຢ່າງອິດສະຫຼະເທົ່ານັ້ນ. ນັ້ນກໍຄື ມັນນຳໃຊ້ສິ່ງທີ່ເປັນບວກ ແຕ່ຄວາມຄິດທີ່ມັນສະໜັບສະໜູນ ແລະ ເປົ້າໝາຍທີ່ມັນຕັ້ງເປົ້າທີ່ຈະບັນລຸນັ້ນບໍ່ແມ່ນເພື່ອເຮັດໃຫ້ຜູ້ຄົນຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ບໍ່ແມ່ນເພື່ອຊ່ວຍໃຫ້ພວກເຂົາກາຍເປັນມະນຸດທີ່ຖືກສ້າງຂຶ້ນຢ່າງແທ້ຈິງຕາມທີ່ພຣະເຈົ້າຕ້ອງການ. ສະນັ້ນ ເມື່ອພິຈາລະນາຈາກສິ່ງນີ້, ເຖິງແມ່ນວ່າການສຶກສາແບບຕາເວັນຕົກຈະເໜືອກວ່າການສຶກສາແບບຕາເວັນອອກ ຫຼື ຕອບສະໜອງຄວາມຕ້ອງການຂອງມະນຸດຊາດກໍຕາມ, ມັນກໍບໍ່ໄດ້ເຮັດໃຫ້ພວກເຂົາສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້, ປະພຶດຕົນຢ່າງເໝາະສົມໃນຖານະສິ່ງທີ່ຖືກສ້າງ ແລະ ເຮັດສຳເລັດໜ້າທີ່ຂອງສິ່ງທີ່ຖືກສ້າງ ໂດຍຜ່ານການນຳໃຊ້ເຈດຈຳນົງເສລີ ຫຼື ຄວາມອາດສາມາດບາງຢ່າງຂອງຜູ້ຄົນ. ການສຶກສານີ້ຍັງບໍ່ໄດ້ນຳພາຜູ້ຄົນໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ຊ່ວຍໃຫ້ພວກເຂົາສາມາດນະມັດສະການພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້ອີກດ້ວຍ. ການສຶກສາແບບຕາເວັນອອກ ແລະ ການສຶກສາແບບຕາເວັນຕົກມີບົດບາດດຽວກັນ: ທັງສອງລ້ວນແຕ່ເຮັດໃຫ້ຜູ້ຄົນອອກຫ່າງຈາກພຣະເຈົ້າ ແລະ ຈາກຄວາມຈິງ. ບໍ່ວ່າຈະເປັນວັດທະນະທຳຕາເວັນອອກ ຫຼື ວັດທະນະທຳຕາເວັນຕົກ, ທັງສອງລ້ວນແຕ່ເກີດຂຶ້ນພາຍໃຕ້ພູມຫຼັງທາງສັງຄົມທີ່ກວ້າງຂວາງແຫ່ງການປົກຄອງຂອງຊາຕານເໜືອມະນຸດຊາດ ແລະ ຜ່ານຂະບວນການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ. ດັ່ງນັ້ນ, ບໍ່ວ່າຈະເປັນການສຶກສາໃນຮູບແບບວັດທະນະທຳຕາເວັນອອກ ຫຼື ຮູບແບບວັດທະນະທຳຕາເວັນຕົກ, ທຸກຄົນລ້ວນແຕ່ດຳລົງຊີວິດຢູ່ໃນໂລກມະນຸດແຫ່ງຄວາມເສື່ອມຊາມຂອງຊາຕານນີ້. ໃນທຳນອງດຽວກັນ, ມະນຸດຊາດກໍຖືກເຮັດໃຫ້ເສື່ອມຊາມໃນສັງຄົມທີ່ແຕກຕ່າງກັນ ຫຼື ພາຍໃຕ້ການສຶກສາຂອງຮູບແບບສັງຄົມທີ່ແຕກຕ່າງກັນເຊັ່ນກັນ ແລະ ຜົນຂອງຄວາມເສື່ອມຊາມນີ້ກໍຄື ຜູ້ຄົນໄດ້ເກີດມີຄວາມເປັນມະນຸດເຊິ່ງມີອຸປະນິໄສທີ່ເສື່ອມຊາມເປັນຊີວິດ ໃນທຸກລະດັບ ແລະ ຮູບແບບວັດທະນະທຳທີ່ແຕກຕ່າງກັນ. ຄົນຕາເວັນອອກມີອຸປະນິໄສທີ່ເສື່ອມຊາມແຫ່ງຄຸນລັກສະນະຂອງຄວາມເປັນມະນຸດທີ່ສ້າງຂຶ້ນໂດຍວັດທະນະທຳຕາເວັນອອກ, ໃນຂະນະທີ່ຄົນຕາເວັນຕົກມີອຸປະນິໄສທີ່ເສື່ອມຊາມແຫ່ງຄຸນລັກສະນະຂອງຄວາມເປັນມະນຸດທີ່ສ້າງຂຶ້ນພາຍໃຕ້ພູມຫຼັງຂອງວັດທະນະທຳຕາເວັນຕົກ. ເຖິງແມ່ນວ່າຄົນຕາເວັນອອກ ແລະ ຄົນຕາເວັນຕົກອາດຈະເບິ່ງຄືວ່າແຕກຕ່າງກັນໃນແງ່ຂອງຄຸນລັກສະນະຂອງຄວາມເປັນມະນຸດຂອງພວກເຂົາກໍຕາມ, ແຕ່ໃນແງ່ຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແລ້ວ, ເນື່ອງຈາກພວກເຂົາທຸກຄົນລ້ວນແຕ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ທັງຄົນຕາເວັນອອກ ແລະ ຄົນຕາເວັນຕົກຈຶ່ງດຳລົງຊີວິດຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມດຽວກັນ ແລະ ທັງສອງລ້ວນແຕ່ມີຄວາມເປັນມະນຸດທີ່ມີອຸປະນິໄສທີ່ເສື່ອມຊາມດຽວກັນເປັນຊີວິດ. ດ້ວຍວິທີນີ້, ແກ່ນແທ້ທຳມະຊາດຂອງຄົນຕາເວັນອອກ ແລະ ຄົນຕາເວັນຕົກຈຶ່ງຄືກັນ: ພວກເຂົາທັງສອງລ້ວນແຕ່ເປັນປໍລະປັກຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ສະນັ້ນ ຈຶ່ງບໍ່ມີຫຍັງໜ້າຍົກຍ້ອງກ່ຽວກັບທັງຄົນຕາເວັນອອກ ຫຼື ຄົນຕາເວັນຕົກເລີຍ. ບໍ່ວ່າຈະເປັນວັດທະນະທຳຕາເວັນອອກ ຫຼື ວັດທະນະທຳຕາເວັນຕົກ, ເມື່ອຢູ່ຕໍ່ໜ້າພຣະເຈົ້າ ແລະ ຄວາມຈິງແລ້ວ, ພວກມັນທັງສອງກໍລ້ວນແຕ່ແມ່ນສິ່ງທີ່ເປັນລົບ, ໂດຍບໍ່ມີສິ່ງໃດທີ່ໜ້າຊື່ນຊົມເລີຍ. ທັງອະລິຍະທຳຕາເວັນອອກ ແລະ ຕາເວັນຕົກລ້ວນແຕ່ຂັດແຍ້ງກັບຈຸດປະສົງດັ້ງເດີມຂອງພຣະເຈົ້າໃນການສ້າງມະນຸດຊາດ ເຊິ່ງກໍຄືເພື່ອໃຫ້ມະນຸດຊາດນະມັດສະການພຣະອົງ; ພວກມັນໃຊ້ຮູບແບບການສຶກສາທາງວັດທະນະທຳຂອງຕົນເອງເພື່ອຍາດເອົາມະນຸດ ເຊິ່ງຢູ່ໃນກຸ່ມຂອງສິ່ງທີ່ຖືກສ້າງ ໄປຈາກພຣະພັກພຣະເຈົ້າ. ໃນແງ່ນີ້, ທັງຕາເວັນອອກ ແລະ ຕາເວັນຕົກແມ່ນຄືກັນ, ແມ່ນບໍ? (ແມ່ນແລ້ວ). ບໍ່ມີຫຍັງໜ້າຍົກຍ້ອງກ່ຽວກັບພາກຕາເວັນອອກ ແລະ ກໍບໍ່ມີຫຍັງໜ້າຍົກຍ້ອງກ່ຽວກັບພາກຕາເວັນຕົກເຊັ່ນກັນ. ເຈົ້າຈະເຫັນວ່າ, ເຖິງແມ່ນວ່າທັງສອງຈະຍອມຮັບວຽກງານໃນຍຸກສຸດທ້າຍຂອງພຣະເຈົ້າແລ້ວກໍຕາມ, ຫຼັງຈາກທີ່ຄົນຕາເວັນອອກຍອມຮັບວຽກງານຂອງພຣະເຈົ້າ, ພວກເຂົາກໍເລີ່ມຕ້ອນຮັບອ້າຍເອື້ອຍນ້ອງທັນທີ ແລະ ພາພວກເຂົາໄປເທດສອນຂ່າວປະເສີດໃຫ້ຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງພວກເຂົາຢ່າງຫ້າວຫັນ; ພວກເຂົາມີຄວາມກະຕືລືລົ້ນ ແລະ ຄວາມຫ້າວຫັນຢ່າງຫຼວງຫຼາຍສຳລັບວຽກງານການເທດສສອນຂ່າວປະເສີດ, ໃນທາງກົງກັນຂ້າມ ຄົນຕາເວັນຕົກພັດແຕກຕ່າງອອກໄປ. ພວກເຂົາລະມັດລະວັງຫຼາຍກ່ຽວກັບວຽກງານການເທດສອນຂ່າວປະເສີດ. ເຖິງແມ່ນວ່າຫຼັງຈາກທີ່ພວກເຂົາໄດ້ຍອມຮັບວຽກງານໃໝ່ຂອງພຣະເຈົ້າເປັນເວລາເຄິ່ງປີ ຫຼື ໜຶ່ງປີແລ້ວກໍຕາມ, ເມື່ອເຈົ້າຖາມພວກເຂົາວ່າພວກເຂົາໄດ້ເທດສອນຂ່າວປະເສີດໃຫ້ຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງພວກເຂົາແລ້ວ ຫຼື ບໍ່, ພວກເຂົາກໍເວົ້າວ່າ “ພໍ່ແມ່, ຍາດພີ່ນ້ອງ, ໝູ່ເພື່ອນ ແລະ ສະມາຊິກໃນຄຣິສຕະຈັກຂອງຂ້ອຍສ່ວນໃຫຍ່ລ້ວນແຕ່ມີຄວາມຄິດ ແລະ ມຸມມອງທີ່ເປັນອິດສະຫຼະຂອງຕົນເອງກ່ຽວກັບເລື່ອງການກັບມາຂອງພຣະຜູ້ເປັນເຈົ້າ. ຂ້ອຍຕ້ອງຄິດຢ່າງຮອບຄອບ ແລະ ຕິດຕໍ່ກັບພວກເຂົາກ່ອນທີ່ຂ້ອຍຈະສາມາດມອບພວກເຂົາໃຫ້ພວກເຈົ້າໃນຖານະຜູ້ທີ່ອາດຈະໄດ້ຮັບຂ່າວປະເສີດ. ຄຸນລັກສະນະຫຼັກຂອງວິທີທີ່ພວກເຮົາໃນຕາເວັນຕົກປະພຶດຕົນກໍຄື ພວກເຮົາຕ້ອງປົກປ້ອງສິດທິຂອງພວກເຮົາ ແລະ ພວກເຮົາຕ້ອງປົກປ້ອງພື້ນທີ່ອິດສະຫຼະຂອງພວກເຮົາໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ເຈົ້າຈະພຽງແຕ່ເທດສອນຂ່າວປະເສີດໃຫ້ຜູ້ຄົນໂດຍບໍ່ຄຳນຶງເຖິງຫຍັງເລີຍໄດ້ແນວໃດ?” ເຈົ້າເວົ້າວ່າ “ເຈົ້າເທດສອນຂ່າວປະເສີດໃຫ້ພວກເຂົາ ເພື່ອໃຫ້ພວກເຂົາສາມາດຕ້ອນຮັບພຣະຜູ້ເປັນເຈົ້າ, ໄດ້ຮັບຄວາມຈິງທີ່ພຣະເຈົ້າສະແດງອອກໃນຍຸກສຸດທ້າຍ ແລະ ມີໂອກາດໄດ້ຮັບຄວາມລອດພົ້ນ ແລະ ລອດຊີວິດຈາກໄພພິບັດໄດ້. ນີ້ຄືພຣະບັນຊາຂອງພຣະເຈົ້າ ແລະ ມັນເປັນຄວາມຮັບຜິດຊອບທີ່ເຈົ້າຄວນປະຕິບັດໃຫ້ສຳເລັດ”. ພວກເຂົາຕອບວ່າ “ເອີ, ຂ້ອຍກໍຍັງຕ້ອງປົກປ້ອງຕົນເອງກ່ອນ; ພຣະບັນຊາຂອງພຣະເຈົ້າເອົາໄວ້ກ່ອນ. ຂ້ອຍສາມາດຕັດສິນໃຈໃນເລື່ອງນີ້ໄດ້. ຂ້ອຍຕ້ອງມີຄວາມຄິດທີ່ເປັນອິດສະຫຼະຂອງຕົນເອງ ແລະ ບໍ່ສາມາດຖືກພວກເຈົ້າຊັກຈູງໄດ້. ຊາວຕາເວັນຕົກຢ່າງພວກເຮົາໃຫ້ຄຸນຄ່າກັບປະຊາທິປະໄຕ ແລະ ເສລີພາບ; ພວກເຮົາມີຄວາມຮັບຮູ້ໃນການປົກປ້ອງສິດທິຂອງພວກເຮົາ. ພວກເຮົາບໍ່ຄືກັບພວກເຈົ້າຄົນຕາເວັນອອກທີ່ມີຄວາມກະຕືລືລົ້ນຢ່າງຫຼັບຫູຫຼັບຕາ. ພວກເຮົາທຸກຄົນລ້ວນແຕ່ມີພື້ນທີ່ດຳລົງຊີວິດສ່ວນຕົວຂອງພວກເຮົາເອງ ແລະ ບໍ່ມີໃຜລົບກວນໃຜ”. ເຫັນບໍ? ໃນຊ່ວງເວລາທີ່ສຳຄັນແບບນີ້ເອງທີ່ຄຸນລັກສະນະຂອງຄວາມເປັນມະນຸດຂອງຄົນຕາເວັນອອກ ແລະ ຕາເວັນຕົກຖືກຈຳແນກ ແລະ ຖືກແຍກແຍະຄວາມແຕກຕ່າງ. ແຕ່ເຖິງຢ່າງໃດກໍຕາມ, ບໍ່ວ່າຄຸນລັກສະນະຂອງຄວາມເປັນມະນຸດຈະຖືກສ້າງຂຶ້ນໂດຍການສຶກສາແບບຕາເວັນອອກ ຫຼື ແບບຕາເວັນຕົກກໍຕາມ, ບໍ່ວ່າຈະເປັນຄວາມກະຕືລືລົ້ນ ຫຼື ຄວາມເສີຍຊາ, ຕາບໃດທີ່ຄົນໃດໜຶ່ງດຳລົງຊີວິດຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ພວກເຂົາກໍເປັນສະມາຊິກຂອງມະນຸດຊາດທີ່ເສື່ອມຊາມ. ບໍ່ມີຄວາມແຕກຕ່າງລະຫວ່າງຄວາມສູງສົ່ງ ແລະ ຄວາມຕ່ຳຕ້ອຍຢູ່ບ່ອນນີ້; ທຸກຄົນລ້ວນແຕ່ຕ້ອງການຄວາມເຂົ້າໃຈຄວາມຈິງ, ການສະໜອງແຫ່ງພຣະທຳຂອງພຣະເຈົ້າ, ຄວາມລອດພົ້ນຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄື ການພິພາກສາ ແລະ ການລົງທັນຂອງພຣະເຈົ້າ.
ເຖິງແມ່ນວ່າຄົນຕາເວັນອອກ ແລະ ຄົນຕາເວັນຕົກຈະມີວັດທະນະທຳທີ່ແຕກຕ່າງກັນ ແລະ ດຳລົງຊີວິດຢູ່ໃນອະລິຍະທຳທີ່ແຕກຕ່າງກັນພາຍໃຕ້ອຳນາດປົກຄອງ ແລະ ອຳນາດສູງສຸດຂອງພຣະເຈົ້າກໍຕາມ, ພວກເຂົາກໍມີພຽງຕົວຕົນດຽວຕໍ່ໜ້າພຣະເຈົ້າ ນັ້ນກໍຄືສິ່ງທີ່ຖືກສ້າງ. ພື້ນຖານຂອງຄວາມສະເໝີພາບຂອງສິ່ງທີ່ຖືກສ້າງກໍຄື ເງື່ອນໄຂຕິດໂຕມາແຕ່ກຳເນີດທີ່ພຣະເຈົ້າສ້າງຂຶ້ນມາສຳລັບຜູ້ຄົນນັ້ນຄືກັນ. ບໍ່ວ່າຈະມີຄວາມແຕກຕ່າງທາງວັດທະນະທຳໃດໆລະຫວ່າງຄົນຕາເວັນອອກ ແລະ ຄົນຕາເວັນຕົກ, ບໍ່ວ່າພວກເຂົາຈະແຕກຕ່າງກັນແນວໃດໃນແງ່ຂອງຮູບລັກສະນະ, ພາສາ ຫຼື ຮູບແບບ ແລະ ວິທີການຄິດກ່ຽວກັບບັນຫາຂອງພວກເຂົາກໍຕາມ, ຕາບໃດທີ່ຕໍ່ໜ້າພຣະເຈົ້າ ເຈົ້າເປັນສິ່ງທີ່ຖືກສ້າງທີ່ພຣະອົງສ້າງຂຶ້ນມາ, ແລ້ວສິ່ງທີ່ເປັນບວກພຽງຢ່າງດຽວທີ່ເຈົ້າມີກໍຄືເງື່ອນໄຂຕິດໂຕມາແຕ່ກຳເນີດທີ່ພຣະອົງໄດ້ປະທານໃຫ້ແກ່ເຈົ້າ; ສິ່ງອື່ນໆທັງໝົດລ້ວນແຕ່ແມ່ນສິ່ງທີ່ເປັນລົບ. ສິ່ງນີ້ອາດຈະຟັງເບິ່ງຄືວ່າເປັນການເວົ້າລວມໆສຳລັບພວກເຈົ້າ, ສະນັ້ນ ເພື່ອໃຫ້ສະເພາະເຈາະຈົງ, ທຸກສິ່ງໃນຕົວເຈົ້າ ນອກເໜືອຈາກເງື່ອນໄຂຕິດໂຕມາແຕ່ກຳເນີດທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຈົ້າແລ້ວ ກໍຄືສິ່ງທີ່ພຣະເຈົ້າຕ້ອງການປ່ຽນແປງ ແລະ ເປັນສິ່ງທີ່ເຈົ້າຄວນປ່ຽນແປງ ແລະ ປະຖິ້ມໂດຍການຍອມຮັບຄວາມຈິງ. ສິ່ງທີ່ເຈົ້າຈຳເປັນຕ້ອງຮູ້ຈັກມີຫຍັງແດ່? ສິ່ງທີ່ເອີ້ນວ່າວັດທະນະທຳຂອງມະນຸດຊາດ, ບໍ່ວ່າຈະເປັນແບບຕາເວັນອອກ ຫຼື ແບບຕາເວັນຕົກ, ກໍລ້ວນແຕ່ປະກອບດ້ວຍຄວາມຄິດ ແລະ ມຸມມອງ ຫຼື ທິດສະດີ ແລະ ຄຳກ່າວ ທີ່ຊົນຊັ້ນປົກຄອງໃນຍຸກສະໄໝຕ່າງໆໄດ້ສ້າງຂຶ້ນມາເພື່ອໃຫ້ການສຶກສາແກ່ມວນຊົນ. ແຕ່ບໍ່ວ່າຈະເປັນວັດທະນະທຳຕາເວັນອອກ ຫຼື ຕາເວັນຕົກ, ມັນກໍບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ເຖິງແມ່ນວ່າມັນຈະບໍ່ຂັດແຍ້ງກັບຄວາມຈິງກໍຕາມ, ມັນກໍຍັງບໍ່ສາມາດເອີ້ນວ່າແມ່ນສິ່ງທີ່ເປັນບວກໄດ້. ບໍ່ວ່າວັດທະນະທຳໃດໜຶ່ງຈະດີສໍ່າໃດກໍຕາມ, ມັນກໍບໍ່ສາມາດທຽບເທົ່າກັບຄວາມຈິງໄດ້, ແຮງໄກທີ່ຈະສາມາດເປັນຕົວແທນໃຫ້ແກ່ຄວາມຈິງໄດ້. ເຖິງແມ່ນວ່າມັນຈະບໍ່ແມ່ນສິ່ງທີ່ຜູ້ຄົນຖືວ່າແມ່ນສິ່ງທີ່ເປັນລົບກໍຕາມ, ມັນກໍບໍ່ສາມາດຖືກຈັດຢູ່ໃນໝວດໝູ່ຂອງສິ່ງທີ່ເປັນບວກໄດ້ຢ່າງເດັດຂາດ. ພວກເຈົ້າຕ້ອງມີຄວາມຊັດເຈນກ່ຽວກັບເລື່ອງນີ້. ເຖິງແມ່ນວ່າກະແສຄວາມຄິດໃດໜຶ່ງຈະຂ້ອນຂ້າງລໍ້າໜ້າ ແລະ ກ້າວໜ້າໃນທ່າມກາງມະນຸດຊາດ ແລະ ມັນປົກປ້ອງສິດທິ ແລະ ຜົນປະໂຫຍດຂອງຜູ້ຄົນ ພ້ອມທັງການຢູ່ລອດຂອງພວກເຂົາ ໂດຍບໍ່ຂັດແຍ້ງກັບຄວາມຈິງເລີຍກໍຕາມ, ມັນກໍຍັງບໍ່ສາມາດຖືກຈັດຢູ່ໃນໝວດໝູ່ຂອງສິ່ງທີ່ເປັນບວກໄດ້ຢ່າງເດັດຂາດ. ເປັນຫຍັງຈຶ່ງບໍ່ໄດ້? ເພາະມີພຽງສິ່ງທີ່ຢູ່ໃນຂອບເຂດຂອງສິ່ງທີ່ພຣະເຈົ້າສ້າງຂຶ້ນ, ພຣະເຈົ້າກຳນົດໄວ້ ແລະ ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າເທົ່ານັ້ນຈຶ່ງແມ່ນສິ່ງທີ່ເປັນບວກ. ແລ້ວເປັນຫຍັງສິ່ງທີ່ຢູ່ໃນຂອບເຂດນີ້ຈຶ່ງຖືກຈັດຢູ່ໃນໝວດໝູ່ຂອງສິ່ງທີ່ເປັນບວກ? ກໍຍ້ອນວ່າພວກມັນກ່ຽວຂ້ອງກັບຄວາມຈິງ. ໃນແງ່ຂອງພາບລວມ, ເມື່ອເບິ່ງຈາກລະດັບຂອງພຣະເຈົ້າ ແລະ ຈາກມຸມມອງຂອງພຣະເຈົ້າແລ້ວ, ພວກມັນກ່ຽວຂ້ອງກັບລິດທານຸພາບ ແລະ ສິດອຳນາດຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ; ຫຼັກການ ແລະ ຈຸດປະສົງດັ້ງເດີມທີ່ຢູ່ເບື້ອງຫຼັງການສ້າງ, ການກຳນົດ ແລະ ອຳນາດສູງສຸດຂອງພຣະເຈົ້າເໜືອສິ່ງທັງປວງເຫຼົ່ານີ້ ແລະ ເປົ້າໝາຍທີ່ພຣະອົງຕ້ອງການບັນລຸ ພ້ອມທັງຜົນກະທົບທັງໝົດທີ່ເກີດຈາກສິ່ງທີ່ເປັນບວກທີ່ພຣະອົງຕ້ອງການປົກປັກຮັກສາ. ເນື່ອງຈາກເມື່ອເບິ່ງຈາກລະດັບຂອງພຣະເຈົ້າແລ້ວ, ພວກມັນກ່ຽວຂ້ອງກັບສິດອຳນາດ, ລິດທານຸພາບ ແລະ ຄວາມຄິດຂອງພຣະເຈົ້າ, ພ້ອມທັງກົດເກນ ແລະ ກົດລະບຽບທີ່ຖືກສ້າງຕັ້ງຂຶ້ນເຊິ່ງກ່ຽວຂ້ອງກັບການທີ່ພຣະເຈົ້າເຮັດສິ່ງທັງໝົດນີ້ ແລະ ຜົນກະທົບທີ່ສິ່ງນີ້ມີຕໍ່ມະນຸດຊາດ, ສິ່ງທີ່ຢູ່ໃນຂອບເຂດນີ້ຈຶ່ງແມ່ນສິ່ງທີ່ເປັນບວກຢ່າງແນ່ນອນ. ຈາກມຸມມອງຂອງມະນຸດແລ້ວ, ທຸກໆສິ່ງທີ່ພຣະເຈົ້າສ້າງຂຶ້ນ, ພຣະເຈົ້າກຳນົດໄວ້ ແລະ ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແຕ່ເປັນປະໂຫຍດຕໍ່ຜູ້ຄົນ; ພວກມັນທັງໝົດມີຢູ່ເພື່ອຮັກສາ ແລະ ປົກປ້ອງການຢູ່ລອດ ແລະ ການສືບພັນຢ່າງເປັນລະບຽບຮຽບຮ້ອຍຂອງມະນຸດຊາດ. ຍັງມີອີກຈຸດໜຶ່ງທີ່ສະເພາະເຈາະຈົງກວ່ານັ້ນອີກ ເຊິ່ງກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ: ສິ່ງເຫຼົ່ານີ້ມີຢູ່ເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ຮູ້ຈັກພຣະເຈົ້າໄດ້ດີຂຶ້ນ, ຈົນໃນທີ່ສຸດກໍກ້າວເຂົ້າສູ່ເສັ້ນທາງແຫ່ງການໄດ້ຮັບຄວາມລອດພົ້ນ ແລະ ກາຍເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ນີ້ຄືຜົນຮັບທີ່ຕ້ອງບັນລຸໃຫ້ໄດ້. ສະນັ້ນ ບໍ່ວ່າຈະເບິ່ງຈາກມຸມມອງຂອງພຣະເຈົ້າ ຫຼື ຈາກມຸມມອງຂອງມະນຸດ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ໃນຂອບເຂດຂອງສິ່ງທີ່ພຣະເຈົ້າສ້າງຂຶ້ນ, ພຣະເຈົ້າກຳນົດໄວ້ ແລະ ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າລ້ວນແລ້ວແຕ່ແມ່ນສິ່ງທີ່ເປັນບວກ. ບໍ່ມີຂໍ້ສົງໄສໃດໆກ່ຽວກັບເລື່ອງນີ້. ລອງຄິດເບິ່ງດູ, ອະລິຍະທຳ ແລະ ວັດທະນະທຳຂອງມະນຸດສາມາດທຽບເທົ່າກັບສິ່ງທີ່ຢູ່ໃນລະດັບຂອງພຣະທຳຂອງພຣະເຈົ້າ ແລະ ຄວາມຮຽກຮ້ອງຕ້ອງການຂອງພຣະເຈົ້າສຳລັບມະນຸດໄດ້ບໍ? ພວກມັນບໍ່ສາມາດທຽບເທົ່າ ຫຼື ເອື້ອມເຖິງສິ່ງດັ່ງກ່າວໄດ້ຢ່າງແນ່ນອນ. ເນື້ອໃນຂອງການສຶກສາ ຫຼື ວັດທະນະທຳຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບແກ່ນແທ້ຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ຫຼື ກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນສຳລັບມະນຸດຊາດ, ແຮງໄກທີ່ມັນຈະກ່ຽວຂ້ອງກັບຈຸດປະສົງດັ້ງເດີມຂອງພຣະເຈົ້າໃນການສ້າງທຸກຊັບພະສິ່ງ. ຍິ່ງໄປກວ່ານັ້ນ ຈາກມຸມມອງຂອງມະນຸດ, ການສຶກສາ ແລະ ວັດທະນະທຳປະເພດນີ້ບໍ່ສາມາດຊ່ວຍໃຫ້ມະນຸດຊາດຮູ້ຈັກພຣະເຈົ້າ ເຊິ່ງເປັນພຣະຜູ້ສ້າງໄດ້ ແລະ ພວກມັນກໍບໍ່ສາມາດຊ່ວຍໃຫ້ມະນຸດຊາດດຳລົງຊີວິດໄດ້ດີຂຶ້ນ ຫຼື ສືບພັນ ແລະ ດຳລົງຊີວິດຕໍ່ໄປໄດ້ຢ່າງປົກກະຕິ ແລະ ຢ່າງເປັນລະບຽບຮຽບຮ້ອຍໄດ້. ໃນທາງກົງກັນຂ້າມ ພາຍໃນສະພາບແວດລ້ອມທາງການສຶກສາຂອງວັດທະນະທຳ ແລະ ອະລິຍະທຳປະເພດນີ້, ມະນຸດຊາດຈະມຸ່ງໜ້າໄປສູ່ຄວາມເສື່ອມໂຊມ ແລະ ຄວາມພິນາດ. ຍັງມີອີກດ້ານໜຶ່ງທີ່ສຳຄັນກວ່ານັ້ນ: ເມື່ອຕົກຢູ່ພາຍໃຕ້ສິ່ງທີ່ເອີ້ນວ່າ “ການສຶກສາທາງວັດທະນະທຳ” ແລະ “ອະລິຍະທຳທາງສັງຄົມ” ນີ້, ຈາກສິ່ງເຫຼົ່ານັ້ນ ມະນຸດຊາດບໍ່ສາມາດເຂົ້າໃຈຄວາມຈິງ, ຄວາມໝາຍສຳຄັນຂອງການທີ່ພວກເຂົາມີຊີວິດຢູ່ ຫຼື ວິຖີແຫ່ງການຢູ່ລອດໄດ້. ພວກເຂົາຍັງບໍ່ສາມາດໄດ້ຮັບມຸມມອງທີ່ຖືກຕ້ອງກ່ຽວກັບຊີວິດ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງການໄດ້ຮັບຄວາມລອດພົ້ນຜ່ານມັນໄດ້ອີກດ້ວຍ ແລະ ບໍ່ສາມາດກາຍເປັນຜູ້ທີ່ສາມາດນະມັດສະການພຣະເຈົ້າ ຫຼື ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້. ໃນທາງກົງກັນຂ້າມ ໃນສະພາບແວດລ້ອມທາງສັງຄົມຂອງການສຶກສາທາງວັດທະນະທຳ ແລະ ອະລິຍະທຳດັ່ງກ່າວ, ມະນຸດຊາດກໍນັບມື້ນັບເສື່ອມຊາມ ແລະ ຊົ່ວຊ້າຫຼາຍຂຶ້ນ, ຫ່າງເຫີນຈາກພຣະເຈົ້າອອກໄປເລື້ອຍໆ ແລະ ເຮັດຄວາມຊົ່ວຢ່າງບໍ່ມີຂອບເຂດ. ໃນທີ່ສຸດແລ້ວ ເຖິງແມ່ນວ່າພຣະເຈົ້າຈະບໍ່ທຳລາຍມະນຸດຊາດກໍຕາມ, ມະນຸດຊາດກໍຍັງຈະນຳເອົາຄວາມພິນາດມາສູ່ຕົນເອງຢູ່ດີ. ຖ້າມະນຸດຊາດປົກຄອງຕົນເອງ, ມະນຸດຊາດກໍຈະມຸ່ງໜ້າໄປສູ່ຄວາມພິນາດ; ສິ່ງນີ້ເປັນສິ່ງທີ່ບໍ່ສາມາດຫຼີກລ່ຽງໄດ້. ມະນຸດຊາດມີລະດັບວັດທະນະທຳທີ່ສູງສົ່ງ, ມີຄວາມຮູ້ຫຼວງຫຼາຍ, ມີອະລິຍະທຳທີ່ຍິ່ງໃຫຍ່ ແລະ ກໍເຊື່ອໝັ້ນ ພ້ອມທັງເພິ່ງພາວິທະຍາສາດ, ແລ້ວເປັນຫຍັງມະນຸດຊາດຈຶ່ງຍັງຈະນຳເອົາຄວາມພິນາດມາສູ່ຕົນເອງ? ມະນຸດຊາດໄລ່ຕາມຄວາມຮູ້ ແລະ ເຄົາລົບນັບຖືວິທະຍາສາດຫຼາຍຂະໜາດນັ້ນ, ແຕ່ບໍ່ພຽງແຕ່ມະນຸດຊາດຈະບໍ່ເຂົ້າໃຈຄວາມຈິງ ຫຼື ກ້າວເຂົ້າສູ່ເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ, ການຕິດຕາມພຣະເຈົ້າ ແລະ ການກາຍເປັນຜູ້ທີ່ສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້ເທົ່ານັ້ນ, ແຕ່ຍັງສາມາດນຳເອົາຄວາມຈິບຫາຍມາສູ່ຕົນເອງໄດ້ອີກດ້ວຍ. ນີ້ມັນເກີດຫຍັງຂຶ້ນ? ຕອນນີ້ໂລກກາຍເປັນແນວໃດແລ້ວເນື່ອງຈາກການຄຸ້ມຄອງຂອງມະນຸດຊາດ? ນໍ້າ, ດິນ ແລະ ອາກາດຂອງທັງໂລກໄດ້ປົນເປື້ອນ, ສະພາບແວດລ້ອມທາງນິເວດວິທະຍາໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ ຊີວິດຂອງມວນມະນຸດກໍຄ່ອຍໆຕົກຢູ່ໃນສະພາບທີ່ສິ້ນຫວັງ. ນີ້ຄືຂໍ້ເທັດຈິງທີ່ທຸກຄົນສາມາດເບິ່ງເຫັນໄດ້, ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງລົງລາຍລະອຽດ, ແມ່ນບໍ? (ແມ່ນແລ້ວ). ສະນັ້ນ ບໍ່ວ່າຈະເປັນວັດທະນະທຳຕາເວັນອອກ ຫຼື ຕາເວັນຕົກ, ບໍ່ວ່າມະນຸດຊາດຈະມີອະລິຍະທຳປະເພດໃດກໍຕາມ, ເຖິງແມ່ນວ່າມັນຈະບໍ່ຂັດແຍ້ງກັບຄວາມຈິງເລີຍກໍຕາມ, ມັນກໍຍັງບໍ່ສາມາດຖືກຈັດຢູ່ໃນໝວດໝູ່ຂອງສິ່ງທີ່ເປັນບວກໄດ້. ມຸມມອງ, ຄວາມຄິດ, ທິດສະດີ, ຫຼັກຄຳສອນ, ຂໍ້ໂຕ້ແຍ້ງ ແລະ ພຶດຕິກຳທີ່ລວມຢູ່ໃນຫົວຂໍ້ “ວັດທະນະທຳ ແລະ ອະລິຍະທຳຂອງມະນຸດ”, ຜະລິດຕະພັນ, ຜົນງານ ຫຼື ການປະຕິຮູບໃດໆທີ່ຖືກສ້າງຂຶ້ນພາຍໃຕ້ຫົວຂໍ້ນີ້ ແລະ ອື່ນໆ ລ້ວນແຕ່ບໍ່ແມ່ນສິ່ງທີ່ເປັນບວກ. ບາງຄົນເວົ້າວ່າ “ເນື່ອງຈາກສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເປັນບວກ, ນັ້ນໝາຍຄວາມວ່າພວກເຮົາຕ້ອງວິພາກວິຈານພວກມັນ ແລະ ຈັດໃຫ້ພວກມັນເປັນສິ່ງທີ່ເປັນລົບບໍ?” ເຮົາບໍ່ໄດ້ເວົ້າຢ່າງເດັດຂາດຂະໜາດນັ້ນ. ສິ່ງເຫຼົ່ານີ້ອາດຈະບໍ່ກ່ຽວຂ້ອງກັບສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ແຕ່ເຖິງຢ່າງໃດກໍຕາມ ພວກມັນກໍບໍ່ແມ່ນສິ່ງທີ່ເປັນບວກຢ່າງແນ່ນອນ. ນັ້ນກໍຄື ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະບໍ່ຂັດແຍ້ງກັບຄວາມຈິງ ແລະ ບໍ່ລະເມີດຫຼັກການແຫ່ງການສ້າງ, ການກຳນົດ ແລະ ອຳນາດສູງສຸດຂອງພຣະເຈົ້າກໍຕາມ, ຖ້າພວກມັນບໍ່ແມ່ນສິ່ງທີ່ເປັນລົບ, ພວກມັນກໍຍັງບໍ່ແມ່ນສິ່ງທີ່ເປັນບວກຢ່າງເດັດຂາດ. ສະຫຼຸບແລ້ວ ນີ້ຄືສິ່ງທີ່ເຮົາບອກເຈົ້າ: ເຖິງແມ່ນວ່າບາງສິ່ງຈະບໍ່ຂັດແຍ້ງກັບຄວາມຈິງກໍຕາມ, ຕາບໃດທີ່ມັນບໍ່ແມ່ນສິ່ງທີ່ພຣະເຈົ້າສ້າງຂຶ້ນ, ພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ມັນກໍບໍ່ແມ່ນສິ່ງທີ່ເປັນບວກ. ນີ້ຄືຫຼັກການສຳລັບການແຍກແຍະວ່າບາງສິ່ງແມ່ນສິ່ງທີ່ເປັນບວກ ຫຼື ບໍ່; ເຈົ້າຄວນແຍກແຍະສິ່ງຕ່າງໆດ້ວຍຕົວເຈົ້າເອງໂດຍອີງໃສ່ຫຼັກການນີ້. ແມ່ນຫຍັງຄືຈຸດທີ່ສຳຄັນທີ່ສຸດຢູ່ບ່ອນນີ້? ມັນກໍຄື ເຈົ້າຕ້ອງມີຄວາມຊັດເຈນໃນໃຈຂອງເຈົ້າວ່າ ເມື່ອເຈົ້າບໍ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນວ່າບາງສິ່ງແມ່ນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ກ່ອນອື່ນ ເຈົ້າສາມາດພຽງແຕ່ປະມັນໄວ້ກ່ອນ ແລະ ບໍ່ສົນໃຈມັນ. ເມື່ອວຸດທິພາວະຂອງເຈົ້າເຕີບໃຫຍ່ຂຶ້ນ ແລະ ເຈົ້າເຂົ້າໃຈຄວາມຈິງຢ່າງຊັດເຈນແລ້ວ, ເຈົ້າກໍຈະສາມາດແຍກແຍະມັນໄດ້ເອງໂດຍທຳມະຊາດ. ແຕ່ສຳລັບຕອນນີ້, ເຈົ້າຕ້ອງແຍກແຍະໃຫ້ຊັດເຈນວ່າສິ່ງໃດເປັນສິ່ງທີ່ເປັນບວກທີ່ມາຈາກພຣະເຈົ້າ ແລະ ເຈົ້າຕ້ອງຍອມຮັບ ແລະ ປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ. ສິ່ງນີ້ເປັນປະໂຫຍດຕໍ່ການເຕີບໃຫຍ່ໃນຊີວິດຂອງເຈົ້າ. ຍັງມີອີກຈຸດໜຶ່ງທີ່ສຳຄັນ: ຖ້າບາງສິ່ງແມ່ນສິ່ງທີ່ເປັນບວກເຊິ່ງຄຳນິຍາມຂອງສິ່ງທີ່ເປັນບວກກວມເອົາ, ແລ້ວເຈົ້າກໍຕ້ອງບໍ່ປະຕິບັດຕໍ່ມັນຄືກັບວ່າມັນແມ່ນສິ່ງທີ່ເປັນລົບຢ່າງເດັດຂາດ. ນີ້ເປັນເລື່ອງຂອງຫຼັກການ ແລະ ເຈົ້າຕ້ອງມີຄວາມຊັດເຈນກ່ຽວກັບເລື່ອງນີ້.
ຄວາມສຳພັນລະຫວ່າງກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດທີ່ພຣະເຈົ້າສ້າງຂຶ້ນສຳລັບທຸກຊັບພະສິ່ງ ແລະ ການຢູ່ລອດຂອງມະນຸດຊາດ
ຕອນນີ້ພວກເຮົາໄດ້ສົນທະນາກັນກ່ຽວກັບອະລິຍະທຳ ແລະ ວັດທະນະທຳຂອງມະນຸດຈົບແລ້ວ, ຕໍ່ໄປໃຫ້ພວກເຮົາລົມກັນກ່ຽວກັບຄວາມສຳພັນລະຫວ່າງການຢູ່ລອດຂອງມະນຸດຊາດທີ່ພຣະເຈົ້າສ້າງຂຶ້ນນີ້ ກັບກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດທີ່ພຣະເຈົ້າສ້າງຂຶ້ນສຳລັບທຸກສິ່ງ. ຈາກມຸມມອງມະຫາພາກ, ໂລກທີ່ພຣະເຈົ້າສ້າງຂຶ້ນມານັ້ນມີພູເຂົາ, ແມ່ນໍ້າ, ທະເລສາບ, ປ່າໄມ້, ມະຫາສະໝຸດ, ແຜ່ນດິນ ແລະ ທະເລຊາຍ, ພ້ອມທັງມີດວງອາທິດ, ດວງຈັນ ແລະ ດວງດາວ ແລະ ພື້ນທີ່ເທິງແຜ່ນດິນໂລກ ແລະ ຈັກກະວານທີ່ຜູ້ຄົນບໍ່ສາມາດເບິ່ງເຫັນໄດ້. ແລ້ວມີຫຍັງແດ່ຈາກມຸມມອງຈຸລະພາກ? ມີໂມເລກຸນນ້ອຍໆ, ໂມເລກຸນໃນອາກາດ ແລະ ຈຸລິນຊີຕ່າງໆ. ບໍ່ວ່າຈະເບິ່ງຈາກມຸມມອງມະຫາພາກ ຫຼື ຈຸລະພາກກໍດີ, ມັນລ້ວນແຕ່ກ່ຽວຂ້ອງກັບການສ້າງຂອງພຣະເຈົ້າ, ການສ້າງດ້ວຍພຣະຫັດຂອງພຣະເຈົ້າ ແລະ ດ້ວຍຄວາມຄິດຂອງພຣະເຈົ້າ. ຈາກມຸມມອງການສ້າງຂອງພຣະເຈົ້າ, ແຜ່ນດິນໂລກ ແລະ ສິ່ງທີ່ມີຊີວິດທັງໝົດເທິງໂລກມີຢູ່ເພື່ອຈຸດປະສົງໃນການຮັກສາການຢູ່ລອດຂອງມະນຸດຊາດເທິງແຜ່ນດິນໂລກ ແລະ ພຣະເຈົ້າຕ້ອງການຮັບເອົາມະນຸດທີ່ຖືກສ້າງຂຶ້ນທີ່ພຣະອົງປາຖະໜາຈາກທ່າມກາງຜູ້ຄົນເທິງແຜ່ນດິນໂລກ. ສະນັ້ນ ກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດທີ່ພຣະເຈົ້າສ້າງຂຶ້ນສຳລັບທຸກຊັບພະສິ່ງຈຶ່ງເປັນເງື່ອນໄຂພື້ນຖານທີ່ສຸດສຳລັບການຢູ່ລອດຂອງມະນຸດ. ດັ່ງນັ້ນ ຈຶ່ງສາມາດກ່າວໄດ້ຢ່າງຊັດເຈນວ່າພວກມັນແມ່ນສິ່ງທີ່ເປັນບວກ, ແມ່ນບໍ? (ແມ່ນແລ້ວ). ເງື່ອນໄຂພື້ນຖານທີ່ສຸດສຳລັບການຢູ່ລອດຂອງມະນຸດແມ່ນຫຍັງ? ນໍ້າ, ອາກາດ, ແສງແດດ, ອາຫານ, ສິ່ງເຫຼົ່ານີ້ຖືກພຣະເຈົ້າສ້າງຂຶ້ນມາບໍ? (ແມ່ນແລ້ວ). ພວກມັນແມ່ນສິ່ງທີ່ເປັນບວກບໍ? (ແມ່ນແລ້ວ). ແລ້ວເປັນຫຍັງການມີຢູ່ຂອງສິ່ງເຫຼົ່ານີ້ຈຶ່ງຖືກກ່າວວ່າແມ່ນສິ່ງທີ່ເປັນບວກ? ມີເຫດຜົນສຳລັບສິ່ງນີ້: ການມີຢູ່ຂອງສິ່ງເຫຼົ່ານີ້ຂຶ້ນຢູ່ກັບການມີຢູ່ຂອງກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດສຳລັບທຸກຊັບພະສິ່ງ. ມີກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດຫຍັງແດ່ໃນທ່າມກາງທຸກຊັບພະສິ່ງ? ສີ່ລະດູການ; ກາງເວັນ ແລະ ກາງຄືນ; ລົມ, ນໍ້າຄ້າງແຂງ, ຫິມະ ແລະ ຝົນ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນກົດລະບຽບ. ມີຫຍັງອີກ? ໃຫ້ພວກເຈົ້າລອງຄິດເບິ່ງບາງຢ່າງຄືກັນ. (ຍັງມີລະດູການທາງສຸລິຍະຄາດອີກດ້ວຍ). ລະດູການທາງສຸລິຍະຄາດລວມຢູ່ໃນສີ່ລະດູການ. ມີຫຍັງອີກ? ການຂ້າງຂຶ້ນ ແລະ ຂ້າງແຮມຂອງດວງຈັນ, ການຂຶ້ນ ແລະ ລົງຂອງກະແສນໍ້າ. ຍັງມີ “ປາໃຫຍ່ກິນປານ້ອຍ”, ນີ້ຄືກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດ ແລະ ບໍ່ແມ່ນສິ່ງທີ່ເປັນລົບ. ຜູ້ຄົນໃຊ້ວະລີທີ່ວ່າ “ປາໃຫຍ່ກິນປານ້ອຍ” ເພື່ອພັນລະນາເຖິງທຳມະຊາດທີ່ໂຫດຮ້າຍຂອງໂລກມະນຸດ; ນີ້ຄືການເອົາປະກົດການປົກກະຕິຂອງສິ່ງທີ່ເປັນບວກມາເອີ້ນວ່າເປັນສິ່ງທີ່ເປັນລົບ. ຍັງມີຮູບແບບກິດຈະກຳຂອງສິ່ງທີ່ມີຊີວິດອີກຫຼາຍຢ່າງ. ລອງຄິດເບິ່ງວ່າມັນລວມມີຫຍັງແດ່. (“ຜູ້ແຂງແຮງກວ່າລ່າຜູ້ອ່ອນແອກວ່າ” ນັບເປັນກົດເກນແຫ່ງການຢູ່ລອດບໍ?) ບໍ່, ນັ້ນເປັນວິທີການເວົ້າໃນແງ່ລົບຂອງຜູ້ຄົນ; ມັນຄວນຈະເປັນ “ການຢູ່ລອດຂອງຜູ້ທີ່ເໝາະສົມທີ່ສຸດ”. (ຂ້ານ້ອຍຈື່ໄດ້ວ່າພຣະເຈົ້າເຄີຍໂອ້ລົມວ່າ ທຸກສິ່ງລ້ວນແຕ່ສົ່ງເສີມເຊິ່ງກັນ ແລະ ກັນ, ຕໍ່ຕ້ານເຊິ່ງກັນ ແລະ ກັນ ແລະ ຢູ່ຮ່ວມກັນ. ສິ່ງນັ້ນນັບນຳບໍ?) ແມ່ນແລ້ວ, ມັນນັບນຳ. ພວກມັນທັງໝົດລ້ວນແຕ່ສົ່ງເສີມເຊິ່ງກັນ ແລະ ກັນ, ຕໍ່ຕ້ານເຊິ່ງກັນ ແລະ ກັນ ແລະ ຢູ່ຮ່ວມກັນ, ນີ້ຄືດ້ານທີ່ສຳຄັນຫຼາຍ. “ແມງມ້າຈອບຈັບຈັກຈັ່ນ, ໂດຍບໍ່ຮູ້ວ່າມີນົກຂະມິ້ນຢູ່ທາງຫຼັງ” ກໍເປັນອີກຢ່າງໜຶ່ງ; ສິ່ງນີ້ກ່ຽວຂ້ອງກັບການທີ່ສິ່ງຕ່າງໆສົ່ງເສີມ ແລະ ຕໍ່ຕ້ານເຊິ່ງກັນ ແລະ ກັນໃນລະດັບໜຶ່ງ. (ການເກີດ, ຄວາມແກ່, ຄວາມເຈັບປ່ວຍ ແລະ ຄວາມຕາຍແມ່ນໜຶ່ງໃນນັ້ນບໍ?) ແມ່ນແລ້ວ, ມັນແມ່ນ. ຍັງມີ “ກາປ້ອນອາຫານໃຫ້ແມ່ທີ່ແກ່ຊະລາ ແລະ ລູກແກະຄຸເຂົ່າລົງດູດນົມ”, ເຊິ່ງກ່ຽວກັບສັດລ້ຽງລູກດ້ວຍນົມ ແລະ ນົກ, ນີ້ຄືປະກົດການໃນອານາຈັກສັດ, ມັນເປັນກົດລະບຽບຂອງທຳມະຊາດ. ຄວາມຈິງແລ້ວມີກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດຫຼາຍຢ່າງສຳລັບທຸກຊັບພະສິ່ງ: ການປ່ຽນແປງຂອງສີ່ລະດູການ; ການປາກົດຂຶ້ນຂອງລົມ, ນໍ້າຄ້າງແຂງ, ຫິມະ ແລະ ຝົນ; ວົງຈອນຂອງກາງເວັນ ແລະ ກາງຄືນ; ການຂ້າງຂຶ້ນ ແລະ ຂ້າງແຮມຂອງດວງຈັນ; ການຂຶ້ນ ແລະ ລົງຂອງກະແສນໍ້າ; ການທີ່ທຸກສິ່ງສົ່ງເສີມເຊິ່ງກັນ ແລະ ກັນ, ຕໍ່ຕ້ານເຊິ່ງກັນ ແລະ ກັນ ແລະ ຢູ່ຮ່ວມກັນ; ພ້ອມທັງການເກີດ, ຄວາມແກ່, ຄວາມເຈັບປ່ວຍ ແລະ ຄວາມຕາຍຂອງມະນຸດ ແລະ ສິ່ງທີ່ມີຊີວິດອື່ນໆທັງໝົດ ແລະ ຮູບແບບກິດຈະກຳຂອງສິ່ງທີ່ມີຊີວິດຕ່າງໆ. ສິ່ງທີ່ມີຊີວິດບາງຊະນິດນອນໃນຕອນກາງເວັນ ແລະ ເຄື່ອນໄຫວໃນຕອນກາງຄືນ, ໃນຂະນະທີ່ບາງຊະນິດເຄື່ອນໄຫວໃນຕອນກາງເວັນ ແລະ ນອນໃນຕອນກາງຄືນ, ຄືກັບມະນຸດ. ສິ່ງທີ່ມີຊີວິດບາງຊະນິດອາໄສຢູ່ເປັນຝູງ, ໃນຂະນະທີ່ບາງຊະນິດມັກຢູ່ໂດດດ່ຽວ; ຕົວຢ່າງ: ໂດຍທົ່ວໄປແລ້ວນົກອິນຊີຈະບິນໂດດດ່ຽວ, ໃນຂະນະທີ່ຫ່ານປ່າຈະບິນເປັນຝູງ ແລະ ເປັນສັດທີ່ມັກຢູ່ຮ່ວມກັນ. ຍັງມີປະກົດການໃນໂລກຂອງສິ່ງທີ່ມີຊີວິດທີ່ກາປ້ອນອາຫານໃຫ້ແມ່ທີ່ແກ່ຊະລາ ແລະ ລູກແກະຄຸເຂົ່າລົງດູດນົມ. ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນປະກົດການ ແລະ ການສະແດງອອກປະເພດຕ່າງໆທີ່ສາມາດເບິ່ງເຫັນ ແລະ ສຳຜັດໄດ້ໃນຊີວິດຈິງ. ການປາກົດຂຶ້ນຂອງປະກົດການໃນລະດັບມະຫາພາກ ແລະ ຈຸລະພາກທັງໝົດເຫຼົ່ານີ້ລ້ວນແຕ່ເປັນໄປຕາມກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນ. ການເລີ່ມຕົ້ນ, ການມີຢູ່ ແລະ ການດຳເນີນຕໍ່ໄປຂອງກົດເກນ ແລະ ກົດລະບຽບທັງໝົດເຫຼົ່ານີ້ລ້ວນແຕ່ມີຈຸດປະສົງດຽວຄື: ເພື່ອຮັກສາສະພາບແວດລ້ອມການດຳລົງຊີວິດທີ່ເປັນພື້ນຖານທີ່ສຸດຂອງແຜ່ນດິນໂລກ, ເຊິ່ງເປັນບ້ານແຫ່ງການຢູ່ລອດຂອງມະນຸດຊາດນີ້. ດ້ວຍສະພາບແວດລ້ອມການດຳລົງຊີວິດທີ່ເປັນພື້ນຖານທີ່ສຸດນີ້, ມະນຸດຊາດຈຶ່ງມີແຜ່ນດິນໂລກເປັນບ້ານທີ່ພວກເຂົາເພິ່ງພາອາໄສເພື່ອການຢູ່ລອດ, ເຮັດໃຫ້ພວກເຂົາສາມາດສືບພັນ ແລະ ດຳລົງຊີວິດຕໍ່ໄປໄດ້. ມັນຍັງສະໜອງນໍ້າ, ອາກາດ, ແສງແດດ ແລະ ອາຫານພື້ນຖານທີ່ມະນຸດຊາດຕ້ອງການຢ່າງບໍ່ມີວັນສິ້ນສຸດໃຫ້ອີກດ້ວຍ. ມີພຽງແຕ່ການສະໜອງທີ່ບໍ່ມີວັນສິ້ນສຸດນີ້ເທົ່ານັ້ນທີ່ຊີວິດທາງຮ່າງກາຍຂອງມະນຸດ ເຊິ່ງເປັນສິ່ງທີ່ຖືກສ້າງຂຶ້ນນີ້ ຈະສາມາດມີຢູ່, ສືບພັນ ແລະ ໄດ້ຮັບການຄໍ້າຊູຢ່າງຕໍ່ເນື່ອງ ແລະ ມະນຸດຊາດຈຶ່ງມີໂອກາດທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບຄວາມລອດພົ້ນຂອງພຣະອົງ ເມື່ອພຣະອົງປະຕິບັດວຽກງານການຄຸ້ມຄອງຂອງພຣະອົງ, ກາຍເປັນສິ່ງທີ່ຖືກສ້າງທີ່ພຣະເຈົ້າຍອມຮັບ. ເພາະສະນັ້ນ ໃນທ່າມກາງທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນມານັ້ນ, ບໍ່ວ່າສິ່ງທີ່ມີຊີວິດໃດໜຶ່ງຈະມີຮູບແບບແນວໃດກໍຕາມ, ບໍ່ວ່າກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດຂອງມັນຈະເປັນແນວໃດກໍຕາມ ແລະ ບໍ່ວ່າຄວາມສຳພັນຂອງມັນກັບສິ່ງອື່ນໆທັງໝົດຈະເປັນແນວໃດກໍຕາມ, ສະຫຼຸບແລ້ວ ມັນກໍຢູ່ລອດທ່າມກາງກົດເກນ ແລະ ກົດລະບຽບທີ່ພຣະເຈົ້າສ້າງຂຶ້ນ. ເຊິ່ງເວົ້າໄດ້ວ່າ ສິ່ງທີ່ມີຊີວິດທຸກຊະນິດ, ບົນເງື່ອນໄຂທີ່ວ່າພຣະເຈົ້າສ້າງຂຶ້ນ, ລ້ວນແຕ່ປະຕິບັດຕາມກົດເກນ ແລະ ກົດລະບຽບທີ່ພຣະອົງໄດ້ສ້າງຕັ້ງຂຶ້ນ, ໂດຍຕ່າງກໍມີບົດບາດທີ່ຂາດບໍ່ໄດ້ຂອງພວກມັນເອງໃນທ່າມກາງສິ່ງເຫຼົ່ານັ້ນ. ນີ້ຄືລະບົບຕ່ອງໂສ້ອາຫານທີ່ເກີດຂຶ້ນຜ່ານກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນສຳລັບມະນຸດຊາດ ແລະ ລະບົບຕ່ອງໂສ້ອາຫານນີ້ກໍມີຄວາມສຳຄັນຢ່າງຍິ່ງຕໍ່ມະນຸດຊາດ. ເງື່ອນໄຂເບື້ອງຕົ້ນສຳລັບການມີຢູ່ຂອງລະບົບຕ່ອງໂສ້ອາຫານກໍຄື ທຸກສິ່ງຕ້ອງປະຕິບັດຕາມກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນ. ຖ້າພວກມັນບໍ່ສົນໃຈກົດເກນ ແລະ ກົດລະບຽບເຫຼົ່ານີ້ ແລະ ສ້າງຄວາມວຸ່ນວາຍ, ຜົນທີ່ຈະຕາມມາກໍຄື ລະບົບຕ່ອງໂສ້ອາຫານທີ່ມີຢູ່ໃນທ່າມກາງທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນນັ້ນຈະຂາດສະບັ້ນລົງ. ເມື່ອລະບົບຕ່ອງໂສ້ອາຫານນີ້ຂາດສະບັ້ນລົງ, ນໍ້າ, ອາກາດ, ແສງແດດ ແລະ ອາຫານທີ່ມະນຸດຊາດເພິ່ງພາອາໄສເພື່ອການຢູ່ລອດກໍຈະໄດ້ຮັບຜົນກະທົບໃນລະດັບທີ່ແຕກຕ່າງກັນ, ບໍ່ວ່າຈະຄ່ອຍໆເປັນຄ່ອຍໆໄປ ຫຼື ໄດ້ຮັບຜົນກະທົບຕາມໆກັນມາ. ເພາະສະນັ້ນ, ກົດເກນ ແລະ ກົດລະບຽບທັງໝົດສຳລັບທຸກສິ່ງທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນ ແລະ ສິ່ງທີ່ມີຊີວິດແຕ່ລະຊະນິດທີ່ພຣະເຈົ້າສ້າງຂຶ້ນ ລ້ວນແຕ່ມີຜົນກະທົບທີ່ສຳຄັນຕໍ່ລະບົບຕ່ອງໂສ້ອາຫານ. ຖ້າມີບັນຫາເກີດຂຶ້ນກັບກົດລະບຽບແຫ່ງການຢູ່ລອດໃດໜຶ່ງສຳລັບທຸກຊັບພະສິ່ງ, ມັນກໍຈະມີຜົນກະທົບຕໍ່ເນື່ອງເຖິງການມີຢູ່ ແລະ ການດຳເນີນຕໍ່ໄປຂອງລະບົບຕ່ອງໂສ້ອາຫານ ແລະ ດັ່ງນັ້ນ ນໍ້າ, ອາກາດ, ແສງແດດ ແລະ ອາຫານພື້ນຖານທີ່ມະນຸດຊາດຕ້ອງການກໍຈະໄດ້ຮັບຜົນກະທົບ. ດັ່ງນັ້ນ ລະບົບຕ່ອງໂສ້ອາຫານຈຶ່ງເປັນແຫຼ່ງທີ່ມາຫຼັກ ແລະ ເປັນຕົວຊີ້ວັດທີ່ສຳຄັນວ່າ ມະນຸດຊາດຈະສາມາດຢູ່ລອດໄດ້ ຫຼື ບໍ່. ລະບົບຕ່ອງໂສ້ອາຫານນີ້ແມ່ນຫຍັງແທ້? ລະບົບຕ່ອງໂສ້ອາຫານກ່ຽວຂ້ອງກັບການສ້າງຂອງພຣະເຈົ້າ. ໃນທ່າມກາງທຸກຊັບພະສິ່ງທີ່ພຣະເຈົ້າສ້າງຂຶ້ນ, ມີສິ່ງທີ່ຈັບຕ້ອງໄດ້ ແລະ ກໍມີບາງສິ່ງທີ່ຈັບຕ້ອງບໍ່ໄດ້ເຊິ່ງບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ. ສິ່ງທີ່ຈັບຕ້ອງໄດ້ເຫຼົ່ານີ້ລວມມີພູເຂົາ, ແມ່ນໍ້າ, ປ່າໄມ້, ດິນ, ທະເລຊາຍ, ຂົ້ວໂລກເໜືອ ແລະ ຂົ້ວໂລກໃຕ້, ດວງອາທິດ, ດວງດາວ ແລະ ດວງຈັນ, ພ້ອມທັງສັດ ແລະ ພືດຕ່າງໆ ແລະ ອື່ນໆ. ສິ່ງທີ່ຈັບຕ້ອງບໍ່ໄດ້ລວມມີຈຸລິນຊີ, ອາກາດ, ລວມເຖິງລັງສີອຸລຕຣາໄວໂອເລດໃນແສງແດດ, ພ້ອມທັງສິ່ງທີ່ມະນຸດໄດ້ຄົ້ນຄວ້າ ເຊິ່ງເອີ້ນວ່າອະຕອມ ແລະ ພະລັງງານ, ສານອາຫານທີ່ເບິ່ງບໍ່ເຫັນບາງຢ່າງທີ່ມີຢູ່ໃນອາກາດ ແລະ ໃນນໍ້າ ແລະ ອື່ນໆ. ສິ່ງທີ່ເປັນມະຫາພາກ ແລະ ຈັບຕ້ອງໄດ້ທັງໝົດເຫຼົ່ານີ້, ພ້ອມກັບຈຸລິນຊີ ແລະ ສານທີ່ມີຢູ່ໃນສິ່ງຕ່າງໆເຊັ່ນ: ແສງແດດ ແລະ ອາກາດທີ່ຜູ້ຄົນບໍ່ສາມາດເບິ່ງເຫັນໄດ້, ສິ່ງທັງໝົດເຫຼົ່ານີ້ລວມເຂົ້າກັນເປັນສະພາບແວດລ້ອມການດຳລົງຊີວິດທີ່ຈຳເປັນສຳລັບການຢູ່ລອດຂອງມະນຸດ. ຖ້າມີບັນຫາເກີດຂຶ້ນໃນສະພາບແວດລ້ອມການດຳລົງຊີວິດນີ້, ການຢູ່ລອດ ແລະ ອະນາຄົດຂອງມະນຸດຊາດກໍຈະປະເຊີນກັບຄວາມທ້າທາຍ ແລະ ຕົກຢູ່ພາຍໃຕ້ການຄຸກຄາມ. ສະນັ້ນ, ກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດສຳລັບທຸກສິ່ງຈຶ່ງເປັນເງື່ອນໄຂພື້ນຖານທີ່ຈຳເປັນສຳລັບການຮັກສາລະບົບຕ່ອງໂສ້ອາຫານ ແລະ ການມີຢູ່ຂອງລະບົບຕ່ອງໂສ້ອາຫານກໍເປັນເງື່ອນໄຂພື້ນຖານສຳລັບການຢູ່ລອດຂອງມະນຸດຊາດ. ດັ່ງນັ້ນ ບໍ່ວ່າຈະເປັນກົດເກນ ແລະ ກົດລະບຽບ, ລະບົບຕ່ອງໂສ້ອາຫານ ຫຼື ນໍ້າ, ອາກາດ, ແສງແດດ ແລະ ອາຫານ, ຖ້າມີບັນຫາເກີດຂຶ້ນກັບສິ່ງໃດໜຶ່ງໃນສິ່ງເຫຼົ່ານີ້, ມັນກໍຍ່ອມຈະສົ່ງຜົນກະທົບຕໍ່ການຢູ່ລອດຂອງມະນຸດຊາດຢ່າງແນ່ນອນ, ນັ້ນກໍຄື ມັນຈະສົ່ງຜົນກະທົບຕໍ່ການຢູ່ລອດຂອງຊີວິດທາງຮ່າງກາຍຂອງສິ່ງທີ່ຖືກສ້າງນີ້ ເຊິ່ງກໍຄືມະນຸດຊາດ. ສະນັ້ນ ສຳລັບພຣະເຈົ້າແລ້ວ, ຕ້ອງບໍ່ມີບັນຫາໃດໆເກີດຂຶ້ນກັບກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດສຳລັບທຸກຊັບພະສິ່ງ, ລະບົບຕ່ອງໂສ້ອາຫານ, ນໍ້າ, ອາກາດ, ແສງແດດ ແລະ ອາຫານ; ພວກມັນທັງໝົດຕ້ອງໄດ້ຮັບການຮັກສາ, ຖືກຄໍ້າຊູ ແລະ ດຳເນີນຕໍ່ໄປຢ່າງເປັນລະບຽບຮຽບຮ້ອຍ, ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ມະນຸດຊາດຈະສາມາດຢູ່ລອດຕໍ່ໄປໄດ້ ແລະ ຊີວິດທາງຮ່າງກາຍຂອງພວກເຂົາຈຶ່ງຈະໄດ້ຮັບການຄໍ້າຊູໄດ້.
ມີບັນຫາໃດແດ່ທີ່ກ່ຽວຂ້ອງກັບການຢູ່ລອດຢ່າງຕໍ່ເນື່ອງຂອງມະນຸດຊາດ? ໃນບັນດາກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດສຳລັບທຸກຊັບພະສິ່ງ, ເຊິ່ງຄືດ້ານທີ່ກວ້າງກວ່າເຊັ່ນ: ກາງເວັນ ແລະ ກາງຄືນ ພ້ອມທັງສີ່ລະດູການລ້ວນແຕ່ເປັນສິ່ງທີ່ຈຳເປັນ. ໃນສິ່ງເຫຼົ່ານີ້ ໂດຍພື້ນຖານແລ້ວບໍ່ມີສິ່ງໃດທີ່ຜູ້ຄົນຄິດວ່າເປັນສິ່ງບໍ່ດີຕາມຈິນຕະນາການຂອງພວກເຂົາ. ເມື່ອເວົ້າເຖິງສິ່ງທີ່ມີຊີວິດຕ່າງໆເຊັ່ນ: ຕົ້ນໄມ້, ດອກໄມ້ ແລະ ພືດ, ເນື່ອງຈາກພວກມັນບໍ່ມີຜົນກະທົບທີ່ຮ້າຍແຮງເຖິງແກ່ຊີວິດຕໍ່ຜູ້ຄົນ, ຜູ້ຄົນຈຶ່ງບໍ່ເກີດຄວາມຄິດຫຼົງຜິດໃດໆກ່ຽວກັບພວກມັນ. ເຖິງຢ່າງໃດກໍຕາມ, ມີບາງສິ່ງທີ່ມີພິດ ແລະ ເປັນອັນຕະລາຍໃນລະບົບຕ່ອງໂສ້ອາຫານເຊັ່ນ: ຍຸງ ເຊິ່ງມີຜົນກະທົບທີ່ເປັນລົບຕໍ່ຮ່າງກາຍຂອງມະນຸດ. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນບໍ່ມັກຕາມຄວາມຄິດຫຼົງຜິດຂອງພວກເຂົາ, ໂດຍສະເພາະສິ່ງມີຊີວິດທີ່ມີພິດຮ້າຍແຮງບາງຊະນິດເຊັ່ນ: ງູ, ແມງງອດ ແລະ ຂີ້ເຂັບບາງຊະນິດ. ສະນັ້ນ ເປັນຫຍັງພຣະເຈົ້າຈຶ່ງສ້າງສິ່ງທີ່ມີພິດເຫຼົ່ານີ້ຂຶ້ນມາ? ຈຸດປະສົງຂອງພຣະອົງໃນການສ້າງພວກມັນແມ່ນຫຍັງ? ພວກມັນມີບົດບາດຫຍັງໃນລະບົບຕ່ອງໂສ້ອາຫານ? ສິ່ງນີ້ສຳຄັນຫຼາຍ. ເຖິງແມ່ນວ່າເມື່ອຕັດສິນຈາກຮູບລັກສະນະ ຫຼື ທຳມະຊາດຂອງພວກມັນ ຫຼື ຈາກຄຸນລັກສະນະການດຳລົງຊີວິດບາງຢ່າງທີ່ພວກມັນມີໃນທ່າມກາງສິ່ງທີ່ມີຊີວິດອື່ນໆແລ້ວ, ມັນເບິ່ງຄືວ່າພວກມັນບໍ່ໄດ້ມີບົດບາດທີ່ເປັນບວກກໍຕາມ, ແຕ່ເປັນຫຍັງພວກມັນຈຶ່ງຖືກເອີ້ນວ່າແມ່ນສິ່ງທີ່ເປັນບວກ? ສິ່ງນີ້ຕ້ອງອະທິບາຍໃນແງ່ຂອງລະບົບຕ່ອງໂສ້ອາຫານ. ພວກເຮົາບໍ່ໄດ້ກຳລັງສຶກສາຊີວະວິທະຍາ, ພວກເຮົາຈະບໍ່ໂອ້ລົມກ່ຽວກັບສິ່ງຕ່າງໆຈາກມຸມມອງທາງວິທະຍາສາດ, ແຕ່ຈະເບິ່ງເລື່ອງນີ້ຈາກມຸມມອງຂອງເຈດຕະນາຂອງພຣະເຈົ້າໃນການສ້າງສິ່ງທີ່ມີຊີວິດແບບນີ້ຂຶ້ນມາ. ດ້ານໜຶ່ງ, ພຣະເຈົ້າໄດ້ມອບທັກສະພິເສດໃຫ້ແກ່ພວກມັນເພື່ອຮັບປະກັນການຢູ່ລອດຂອງພວກມັນ, ເຊິ່ງຊ່ວຍໃຫ້ພວກມັນສາມາດຮັກສາຊີວິດຂອງພວກມັນໄວ້ໄດ້ດ້ວຍວິທີນີ້. ອີກດ້ານໜຶ່ງ, ພວກມັນຍັງມີບົດບາດບາງຢ່າງໃນລະບົບຕ່ອງໂສ້ອາຫານ, ວິຖີການຢູ່ລອດຂອງພວກມັນ ແລະ ພິດທີ່ພວກມັນປ່ອຍອອກມາສາມາດສະໜອງສານອາຫານ ຫຼື ແຫຼ່ງອາຫານທີ່ຈຳເປັນໃຫ້ແກ່ສິ່ງທີ່ມີຊີວິດອື່ນໆໄດ້. ນອກເໜືອຈາກນັ້ນ, ພວກມັນຍັງສະໜອງເງື່ອນໄຂທີ່ຈຳເປັນສຳລັບການແຜ່ກະຈາຍ, ການຂະຫຍາຍພັນ, ການແຕກແໜງ ແລະ ການວິວັດທະນາການຂອງເຊື້ອໂລກ ພ້ອມທັງການຖ່າຍທອດຢີນໃນທົ່ວຊີວະມົນທົນ, ເຊິ່ງມີບົດບາດບາງຢ່າງໃນດ້ານນີ້. ມີພຽງແຕ່ການມີຢູ່ຂອງສິ່ງທີ່ມີຊີວິດເຫຼົ່ານີ້ເທົ່ານັ້ນ ຊີວະມົນທົນຈຶ່ງຈະສາມາດຮັກສາຄວາມສົມດຸນທາງພັນທຸກຳ ແລະ ຄວາມສົມດຸນໃນແງ່ຂອງຄວາມຫຼາກຫຼາຍຂອງເຊື້ອໂລກ, ເຮັດໃຫ້ເຊື້ອໂລກປະເພດຕ່າງໆຢູ່ໃນສະພາບທີ່ສົມດຸນ. ຍົກຕົວຢ່າງເຊັ່ນ: ຍຸງ ແລະ ແມງວັນ. ພວກມັນກິນແມ່ກາຝາກບາງຊະນິດ ແລະ ຍັງແຜ່ກະຈາຍເຊື້ອໂລກບາງຊະນິດ. ພວກເຮົາຈະບໍ່ລົງເລິກໄປກວ່ານີ້, ມັນເປັນພຽງແນວຄວາມຄິດທີ່ລຽບງ່າຍແບບນີ້. ສະຫຼຸບແລ້ວ, ສິ່ງທີ່ມີຊີວິດພິເສດບາງຊະນິດຮັບໃຊ້ຈຸດປະສົງພິເສດບາງຢ່າງສຳລັບມະນຸດຊາດ ແລະ ຍັງມີບົດບາດທີ່ຂາດບໍ່ໄດ້ໃນລະບົບຕ່ອງໂສ້ອາຫານ. ບົດບາດທີ່ຂາດບໍ່ໄດ້ນີ້ຮັກສາການມີຢູ່ຂອງລະບົບຕ່ອງໂສ້ອາຫານ. ທຸກຊັບພະສິ່ງສາມາດຢູ່ລອດ ແລະ ດຳເນີນຕໍ່ໄປໄດ້ຢ່າງເປັນລະບຽບຮຽບຮ້ອຍໄດ້ກໍຕໍ່ເມື່ອລະບົບຕ່ອງໂສ້ອາຫານນີ້ມີຢູ່ ແລະ ບໍ່ຖືກທຳລາຍ. ເນື່ອງຈາກທຸກຊັບພະສິ່ງມີຄວາມສຳພັນທີ່ພວກມັນສົ່ງເສີມເຊິ່ງກັນ ແລະ ກັນ, ຕໍ່ຕ້ານເຊິ່ງກັນ ແລະ ກັນ ແລະ ຢູ່ຮ່ວມກັນ, ລະບົບຕ່ອງໂສ້ອາຫານຈຶ່ງຕ້ອງບໍ່ຖືກຕັດຂາດ. ການມີຢູ່ຂອງສິ່ງທີ່ມີຊີວິດຕ່າງໆພາຍໃນລະບົບຕ່ອງໂສ້ອາຫານຕ້ອງຮັກສາໄວ້ໃນສະພາບທີ່ສົມດຸນ ແລະ ພື້ນທີ່ການດຳລົງຊີວິດ ແລະ ການມີຢູ່ຂອງພວກມັນກໍຕ້ອງໄດ້ຮັບການຮັກສາໄວ້. ເພາະສະນັ້ນ, ກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດສຳລັບທຸກຊັບພະສິ່ງທີ່ພຣະເຈົ້າສ້າງຕັ້ງຂຶ້ນມາຈຶ່ງມີຄວາມສຳຄັນຢ່າງຍິ່ງ. ມີພຽງແຕ່ການມີຢູ່ຂອງກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດທີ່ພຣະເຈົ້າສ້າງຂຶ້ນສຳລັບທຸກຊັບພະສິ່ງເທົ່ານັ້ນທີ່ສາມາດຮັບປະກັນການດຳເນີນຕໍ່ໄປຂອງລະບົບຕ່ອງໂສ້ອາຫານ ແລະ ຮັບປະກັນວ່າມັນຈະບໍ່ຖືກຕັດຂາດ. ການມີຢູ່, ການດຳເນີນຕໍ່ໄປ ແລະ ການປົກປ້ອງລະບົບຕ່ອງໂສ້ອາຫານແມ່ນການຮັບປະກັນພື້ນຖານວ່າຜູ້ຄົນຈະສາມາດໄດ້ຮັບນ້ຳ, ອາກາດ, ແສງແດດ ແລະ ອາຫານໄດ້. ມີພຽງແຕ່ເມື່ອຜູ້ຄົນມີການຮັບປະກັນພື້ນຖານນີ້ເທົ່ານັ້ນ ຊີວິດທາງຮ່າງກາຍຂອງພວກເຂົາຈຶ່ງຈະສາມາດຮັກສາໄວ້ໄດ້; ມີພຽງແຕ່ເມື່ອນັ້ນເທົ່ານັ້ນທີ່ພວກເຂົາຈຶ່ງຈະສາມາດສືບເຊື້ອສາຍ ແລະ ດຳລົງຊີວິດຕໍ່ໄປໃນບ້ານເທິງແຜ່ນດິນໂລກນີ້ ເຊິ່ງເປັນສະພາບແວດລ້ອມການດຳລົງຊີວິດແບບນີ້. ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດມີອະນາຄົດ ແລະ ມີຄວາມຫວັງ.
ຫຼັກການສຳລັບການປະຕິບັດຕໍ່ທຸກຊັບພະສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນ
ກົດເກນ ແລະ ກົດລະບຽບທີ່ສີ່ລະດູການ, ກາງເວັນ ແລະ ກາງຄືນ ພ້ອມທັງລົມ, ນ້ຳໝອກກ້າມ, ຫິມະ ແລະ ຝົນປະຕິບັດຕາມ ເຊິ່ງເປັນສິ່ງທີ່ມີຢູ່ພາຍໃຕ້ກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ສ້າງຂຶ້ນ ພ້ອມທັງຮູບແບບທີ່ພວກມັນປາກົດຂຶ້ນນັ້ນ, ບໍ່ວ່າຈະພິຈາລະນາໃນແງ່ໃດກໍຕາມ, ລ້ວນແຕ່ແມ່ນສິ່ງທີ່ເປັນບວກທີ່ພຣະເຈົ້າໄດ້ສ້າງຂຶ້ນມາ. ສຳລັບສິ່ງທີ່ມີຊີວິດຕ່າງໆ, ບໍ່ວ່າຮູບລັກສະນະ, ວິຖີການຢູ່ລອດ ຫຼື ວິທີການລ່າສັດ ຫຼື ການຫາອາຫານຂອງພວກມັນຈະເປັນແນວໃດກໍຕາມ, ສະຫຼຸບແລ້ວ ຕາບໃດທີ່ພວກມັນດຳລົງຊີວິດຢູ່ພາຍໃຕ້ກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນ ແລະ ຕາບໃດທີ່ພວກມັນເປັນສ່ວນໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້ໃນລະບົບຕ່ອງໂສ້ອາຫານທີ່ພຣະເຈົ້າໄດ້ສ້າງຂຶ້ນມາ, ພວກມັນກໍແມ່ນສິ່ງທີ່ເປັນບວກທີ່ມາຈາກພຣະເຈົ້າ. ຜູ້ຄົນບໍ່ຄວນຕັດສິນພວກມັນໂດຍອີງໃສ່ມຸມມອງ ແລະ ຄວາມມັກຂອງພວກເຂົາເອງ. ບາງຄົນອາດຈະເວົ້າວ່າ: “ຖ້າເປັນແນວນັ້ນ ຍຸງ ແລະ ແມງວັນແມ່ນສິ່ງທີ່ເປັນບວກບໍ? ແລ້ວງູພິດ, ຂີ້ເຂັບ ແລະ ແມງງອດເດ? ໂດຍສະເພາະຄັນຄາກທີ່ໜ້າກຽດຫຼາຍ, ພວກມັນກໍແມ່ນສິ່ງທີ່ເປັນບວກຄືກັນບໍ?” ວິທີການເວົ້າທີ່ຖືກຕ້ອງແມ່ນແນວໃດ? ບົດບາດຂອງສາຍພັນເຫຼົ່ານີ້ທີ່ພຣະເຈົ້າໄດ້ສ້າງຂຶ້ນມາ ພ້ອມກົດເກນ ແລະ ກົດລະບຽບທີ່ພວກມັນປະຕິບັດຕາມລ້ວນແຕ່ແມ່ນສິ່ງທີ່ເປັນບວກ. ແລ້ວຮູບລັກສະນະທາງຮ່າງກາຍ ແລະ ໜ້າຕາຂອງພວກມັນເດ, ພວກມັນແມ່ນສິ່ງທີ່ເປັນບວກບໍ? ເຈົ້າສາມາດເອີ້ນພວກມັນວ່າແມ່ນສິ່ງທີ່ເປັນບວກໄດ້ ຖ້າເຈົ້າຈຳເປັນຕ້ອງເອີ້ນແທ້ໆ, ແຕ່ພວກມັນບໍ່ແມ່ນສິ່ງທີ່ເປັນລົບ. ຢ່າງໜ້ອຍທີ່ສຸດ, ໃນແງ່ຂອງກົດລະບຽບທີ່ພວກມັນປະຕິບັດຕາມ, ບົດບາດທີ່ສິ່ງທີ່ມີຊີວິດເຫຼົ່ານີ້ມີ ແລະ ຄວາມຈຳເປັນຂອງພວກມັນໃນລະບົບຕ່ອງໂສ້ອາຫານ, ພວກມັນກໍມີຢູ່ໃນຖານະສິ່ງສິ່ງທີ່ເປັນບວກ. ວິທີການເວົ້າແບບນີ້ບໍ່ຖືກຕ້ອງບໍ? (ຖືກຕ້ອງ). ເວົ້າໃຫ້ຊັດເຈນກໍຄື, ເນື່ອງຈາກສິ່ງທີ່ມີຊີວິດດັ່ງກ່າວປະຕິບັດຕາມກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນ ແລະ ປະຕິບັດຄວາມຮັບຜິດຊອບ ແລະ ພາລະກິດທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ພວກມັນສຳເລັດ, ເນື່ອງຈາກພວກມັນປະຕິບັດຕາມພາລະກິດຂອງພວກມັນ, ບໍ່ວ່າຈະເປັນການແຜ່ກະຈາຍເຊື້ອໂລກ ຫຼື ການຮັກສາຄວາມສົມດຸນໃນການຂະຫຍາຍພັນຂອງຈຸລິນຊີຕ່າງໆ, ເມື່ອເບິ່ງໃນແງ່ຂອງບົດບາດທີ່ພວກມັນມີ ພ້ອມທັງຄວາມໝາຍສຳຄັນ ແລະ ຈຸດປະສົງໃນການທີ່ພຣະເຈົ້າສ້າງພວກມັນຂຶ້ນມາແລ້ວ, ການມີຢູ່ຂອງພວກມັນກໍແມ່ນສິ່ງທີ່ເປັນບວກ. ຖ້າພວກເຮົາຈະເວົ້າວ່າຍຸງແມ່ນສິ່ງທີ່ເປັນບວກໃນຕົວມັນເອງ, ສິ່ງນີ້ອາດຈະຍາກທີ່ຈະເຂົ້າໃຈ ຫຼື ຍອມຮັບໄດ້ເລັກໜ້ອຍ. ເຖິງຢ່າງໃດກໍຕາມ, ເມື່ອຕັດສິນຈາກເຈດຕະນາຂອງພຣະເຈົ້າໃນການສ້າງມັນຂຶ້ນມາ, ກົດເກນ ແລະ ກົດລະບຽບທີ່ມັນປະຕິບັດຕາມ ແລະ ບົດບາດທີ່ມັນມີໃນລະບົບຕ່ອງໂສ້ອາຫານ, ມັນກໍເປັນສິ່ງທີ່ຂາດບໍ່ໄດ້, ດ້ວຍເຫດນັ້ນ ມັນຈຶ່ງແມ່ນສິ່ງທີ່ເປັນບວກ. ບາງຄົນເວົ້າວ່າ: “ເນື່ອງຈາກຍຸງແມ່ນສິ່ງທີ່ເປັນບວກ, ນັ້ນໝາຍຄວາມວ່າພວກເຮົາຕ້ອງຍອມຮັບພວກມັນ ແລະ ພວກເຮົາບໍ່ຄວນຕົບພວກມັນບໍ?” ຖ້າຍຸງກຳລັງຈະກັດເຈົ້າ, ເຈົ້າກໍຍັງຄວນຕົບມັນ. ຖ້າມີແມງວັນບິນດັງວຸ້ນໆຢູ່ອ້ອມຕົວເຈົ້າໃນຂະນະທີ່ເຈົ້າກຳລັງກິນເຂົ້າ, ເຈົ້າກໍສາມາດໄລ່ມັນໜີ ຫຼື ຕົບມັນໄດ້. ນີ້ກໍຍ້ອນວ່າຍຸງ ຫຼື ແມງວັນທີ່ໜ້ອຍລົງໜຶ່ງ ຫຼື ສອງໂຕຈະບໍ່ກໍ່ໃຫ້ເກີດບັນຫາໃດໆຕໍ່ລະບົບຕ່ອງໂສ້ອາຫານ ແລະ ມັນກໍຈະບໍ່ສົ່ງຜົນກະທົບຕໍ່ການເຮັດສຳເລັດພາລະກິດຂອງສິ່ງທີ່ມີຊີວິດເຫຼົ່ານີ້. ຖ້າສິ່ງທີ່ມີຊີວິດດັ່ງກ່າວຕ້ອງການປະຕິບັດພາລະກິດຂອງມັນໃຫ້ສຳເລັດ, ມັນກໍຄວນຊອກຫາສະຖານທີ່ທີ່ເໝາະສົມເພື່ອປະຕິບັດພາລະກິດນັ້ນ. ມະນຸດບໍ່ຕ້ອງການມັນໃນສະພາບແວດລ້ອມການດຳລົງຊີວິດຂອງພວກເຂົາ, ສະນັ້ນ ພຽງແຕ່ໄລ່ມັນໜີ ແລ້ວກໍຈົບເລື່ອງ, ຈົ່ງຢູ່ຮ່ວມກັບມັນຢ່າງສັນຕິ. ຖ້າມັນບໍ່ຢູ່ຮ່ວມກັບເຈົ້າຢ່າງສັນຕິ ແລະ ຍັງຄົງລົບກວນເຈົ້າຢູ່, ແລ້ວການໄລ່ມັນໜີ ຫຼື ຕົບມັນກໍບໍ່ເປັນຫຍັງ. ສິ່ງນີ້ເອີ້ນວ່າການຈັດການທີ່ສົມເຫດສົມຜົນ ແລະ ການປະຕິບັດຕໍ່ທີ່ຖືກຕ້ອງ. ບາງຄົນເວົ້າວ່າ: “ຍຸງມັກຈະລົບກວນຂ້ອຍ ແລະ ກັດຂ້ອຍຫຼາຍຄັ້ງ. ຂ້ອຍສາມາດສາບແຊ່ງພວກມັນໄດ້ບໍ?” ນັ້ນບໍ່ຈຳເປັນ. ເຈົ້າພຽງແຕ່ຕົບພວກມັນກໍພໍ. ເຈົ້າມີສິດທີ່ຈະຕົບພວກມັນ; ສິ່ງນີ້ສອດຄ່ອງຢ່າງສົມບູນກັບຫຼັກການທີ່ວ່າມະນຸດຊາດ ເຊິ່ງເປັນຜູ້ດູແລທຸກຊັບພະສິ່ງ ຄວນປະຕິບັດຕໍ່ທຸກຊັບພະສິ່ງແນວໃດ. ຕົວຢ່າງ: ຖ້າມີງູພິດເຂົ້າມາໃນເຮືອນຂອງເຈົ້າ ແລະ ເຈົ້າເຫັນວ່ານີ້ບໍ່ແມ່ນບ່ອນທີ່ມັນຄວນຢູ່, ກໍພຽງແຕ່ໄລ່ມັນເຂົ້າໄປໃນປ່າ. ຖ້າເຈົ້າຖືກມັນກັດ ແລະ ໄດ້ຮັບພິດ, ເຈົ້າກໍຕ້ອງຫາວິທີຮັບການປິ່ນປົວທາງການແພດໂດຍທັນທີ. ບໍ່ຈຳເປັນທີ່ເຈົ້າຈະຕ້ອງພະຍາຍາມຊອກຫາມັນເພື່ອແກ້ແຄ້ນ ແລະ ຂ້າມັນ. ຖ້າມັນທຳຮ້າຍເຈົ້າອີກ, ນັ້ນຈະບໍ່ຍິ່ງເປັນບັນຫາຫຼາຍຂຶ້ນບໍ? ສະນັ້ນ, ຢ່າໄປຕອບໂຕ້ມັນ; ພຽງແຕ່ຮຽນຮູ້ທີ່ຈະປ້ອງກັນຕົວເອງຈາກມັນກໍ່ພໍ. ຄົນສະຫຼາດຈະສາມາດຮຽນຮູ້ບົດຮຽນຈາກເລື່ອງນີ້ໄດ້. ສາມຫຼັກການທີ່ພວກເຮົາຫາກໍເວົ້າເຖິງມີຫຍັງແດ່? (ຂໍ້ທຳອິດ, ຕ້ອງແນ່ໃຈວ່າມັນແມ່ນສິ່ງທີ່ເປັນບວກ. ຂໍ້ທີສອງ, ຖ້າມັນປາກົດຂຶ້ນໃກ້ເຈົ້າ ແລະ ເຈົ້າບໍ່ຕ້ອງການຫຍຸ້ງກັບມັນ, ແລ້ວກໍພຽງແຕ່ຢູ່ຫ່າງຈາກມັນ, ຢ່າປ່ອຍໃຫ້ມັນເຂົ້າໃກ້ ແລະ ຢ່າປ່ອຍໃຫ້ມັນລົບກວນເຈົ້າ. ຂໍ້ທີສາມ, ມີມຸມມອງທີ່ຖືກຕ້ອງຕໍ່ມັນ. ຢ່າຮູ້ສຶກລັງກຽດມັນ ຫຼື ກຽດຊັງມັນ. ແຕ່ຈົ່ງຍອມຮັບ ແລະ ຮັບຮູ້ມັນ ແລ້ວຈັດການມັນຢ່າງສົມເຫດສົມຜົນ). ຈັດການມັນຢ່າງສົມເຫດສົມຜົນ ແລະ ປະຕິບັດຕໍ່ມັນຢ່າງຖືກຕ້ອງ. ຢ່າຈົ່ມວ່າພຣະເຈົ້າ ຫຼື ຕັດສິນວ່າພຣະເຈົ້າຜິດທີ່ສ້າງມັນຂຶ້ນມາ ຫຼື ພຣະອົງອາດຈະເຮັດຜິດພາດພຽງເພາະວ່າມັນໄດ້ລົບກວນເຈົ້າ ຫຼື ບາງຄັ້ງກໍສ້າງບັນຫາບາງຢ່າງໃຫ້ແກ່ເຈົ້າ ຫຼື ເຖິງຂັ້ນກັດ ແລະ ປ່ອຍພິດໃສ່ເຈົ້າ, ການເບິ່ງມັນແບບນີ້ແມ່ນບໍ່ຖືກຕ້ອງ. ມັນອາດຈະເປັນຍ້ອນວ່າເຈົ້າບໍ່ໄດ້ຈັດການມັນໃຫ້ດີ ຫຼື ມັນອາດຈະເປັນຍ້ອນວ່າມັນຫຼົງເຂົ້າມາໃນເຮືອນຂອງເຈົ້າ ແລະ ລົບກວນເຈົ້າ. ແຕ່ຖ້າເຈົ້າເວົ້າກັບມັນຢ່າງອ່ອນໂຍນວ່າ: “ເຈົ້າມາຜິດທາງແລ້ວ, ນີ້ບໍ່ແມ່ນເຮືອນຂອງເຈົ້າ. ຖ້າເຈົ້າບໍ່ມີເຈດຕະນາຮ້າຍຕໍ່ຂ້ອຍ, ຂ້ອຍກໍຈະບໍ່ທຳຮ້າຍເຈົ້າ. ຈົ່ງຍ້າຍໄປບ່ອນທີ່ເຈົ້າຄວນຢູ່”, ແລ້ວເມື່ອມັນເຫັນວ່າເຈົ້າຈະບໍ່ທຳຮ້າຍມັນ, ມັນກໍຈະຫັນຫຼັງກັບ ແລະ ຈາກໄປເອງ. ເຈົ້າເວົ້າກັບມັນວ່າ: “ລາກ່ອນ. ຈົນກວ່າພວກເຮົາຈະພົບກັນໃໝ່! ການພົບກັນຂອງພວກເຮົາໃນຄັ້ງນີ້ຖືວ່າມີວາດສະໜາຕໍ່ກັນ. ຖ້າພວກເຮົາຖືກກຳນົດໃຫ້ພົບກັນອີກ, ຂ້ອຍກໍຍັງຈະປ່ອຍເຈົ້າໄປ”. ເມື່ອໄດ້ຍິນດັ່ງນີ້, ມັນກໍຈະຄິດວ່າ: “ມະນຸດຊ່າງຍິ່ງໃຫຍ່. ພວກເຂົາຮູ້ວິທີຈັດການພວກເຮົາແທ້ໆ. ພວກເຂົາບໍ່ມີຄວາມປະສົງຮ້າຍ”. ຕາບໃດທີ່ເຈົ້າບໍ່ທຳຮ້າຍມັນ, ມັນກໍຈະບໍ່ທຳຮ້າຍເຈົ້າເຊັ່ນກັນ. ສັດບາງຊະນິດທຳຮ້າຍຜູ້ຄົນກໍຍ້ອນວ່າຜູ້ຄົນມັກຈະທຳຮ້າຍພວກມັນຢູ່ສະເໝີ; ພວກມັນພຽງແຕ່ທຳຮ້າຍຜູ້ຄົນຫຼັງຈາກທີ່ເກີດຄວາມເປັນປໍລະປັກຕໍ່ພວກເຂົາ, ໂດຍເຮັດເຊັ່ນນັ້ນກໍຍ້ອນຄວາມໂງ່ຈ້າ ແລະ ຄວາມໂຫດຮ້າຍຂອງຜູ້ຄົນ. ໃນຄວາມຄິດຂອງສິ່ງທີ່ມີຊີວິດດັ່ງກ່າວ, ໂດຍທຳມະຊາດແລ້ວພວກມັນບໍ່ມີຄວາມເປັນປໍລະປັກ ຫຼື ຄວາມບໍ່ເປັນມິດຕໍ່ມະນຸດ. ເຈົ້າເຫັນບໍ, ເມື່ອໂນອາສ້າງເຮືອໃຫຍ່, ບໍ່ມີສັດໂຕໃດທຳຮ້າຍໃຜເລີຍ ແລະ ໂນອາຍັງສາມາດມີປະຕິສຳພັນກັບສັດ ແລະ ຝຶກພວກມັນໄດ້ອີກດ້ວຍ. ໃນເວລານັ້ນ, ມະນຸດ ແລະ ສັດເປັນມິດຕໍ່ກັນ. ຕໍ່ມາ, ມະນຸດກໍນັບມື້ນັບເສື່ອມຊາມຢ່າງເລິກເຊິ່ງ ແລະ ກາຍເປັນຄົນໂຫດຮ້າຍຢ່າງສິ້ນເຊີງ, ມັກຈະຕ້ອງການລ່າສັດເພື່ອເອົາຊີ້ນຂອງພວກມັນຢູ່ສະເໝີ ແລະ ດັ່ງນັ້ນ ຄວາມເປັນປໍລະປັກລະຫວ່າງມະນຸດ ແລະ ສັດຕ່າງໆຈຶ່ງເພີ່ມຂຶ້ນ. ສັດກິນຊີ້ນ, ທັນທີທີ່ພວກມັນໄດ້ກິ່ນຂອງມະນຸດ, ພວກມັນກໍຮູ້ສຶກວ່າມີອາຫານແຊບໆຖືກນຳມາໃຫ້ແລ້ວ ແລະ ຕ້ອງການກິນໃຫ້ອີ່ມ. ຝ່າຍໃດເປັນຜູ້ກໍ່ໃຫ້ເກີດເລື່ອງນີ້? ມັນເກີດຈາກຄວາມໂຫດຮ້າຍຢ່າງສິ້ນເຊີງຂອງມະນຸດຊາດທັງໝົດ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ).
ບໍ່ວ່າຈະເບິ່ງໃນແງ່ມະຫາພາກ ຫຼື ຈຸລະພາກກໍຕາມ, ທຸກຊັບພະສິ່ງທີ່ພຣະເຈົ້າສ້າງຂຶ້ນມາລ້ວນແຕ່ແມ່ນສິ່ງທີ່ເປັນບວກຢ່າງແນ່ນອນ. ບໍ່ວ່າຈະເບິ່ງໃນແງ່ຂອງເຈດຕະນາດັ້ງເດີມຂອງພຣະເຈົ້າໃນການສ້າງພວກມັນຂຶ້ນມາ, ກົດເກນ ແລະ ກົດລະບຽບທີ່ພຣະເຈົ້າສ້າງຂຶ້ນສຳລັບພວກມັນ ຫຼື ຈຸດປະສົງ ແລະ ຜົນທີ່ບັນລຸໄດ້ໃນທີ່ສຸດກໍຕາມ, ພວກມັນລ້ວນແຕ່ມີຢູ່ເພື່ອມະນຸດຊາດ; ພຣະເຈົ້າໄດ້ອອກແບບ ແລະ ສ້າງພວກມັນຂຶ້ນມາສຳລັບມະນຸດໃນບົດບາດຂອງພວກເຂົາໃນຖານະຜູ້ດູແລທຸກຊັບພະສິ່ງ. ດັ່ງນັ້ນ, ບໍ່ວ່າຮູບລັກສະນະ ຫຼື ໜ້າຕາຂອງທຸກຊັບພະສິ່ງທີ່ພຣະເຈົ້າສ້າງຂຶ້ນມາຈະເປັນແນວໃດກໍຕາມ ຫຼື ພວກມັນມີຜົນກະທົບຊົ່ວຄາວຕໍ່ຜູ້ຄົນແນວໃດກໍຕາມ, ຜູ້ຄົນຄວນປະຕິບັດຕໍ່, ຈັດການ ແລະ ເຂົ້າໃຈພວກມັນຢ່າງຖືກຕ້ອງ ແລະ ຍອມຮັບພວກມັນຈາກພຣະເຈົ້າ, ສິ່ງນີ້ມີຄວາມສຳຄັນຢ່າງຍິ່ງ. ກ່ອນອື່ນ, ຜູ້ຄົນຕ້ອງແນ່ໃຈວ່າ ຕາບໃດທີ່ບາງສິ່ງແມ່ນຖືກພຣະເຈົ້າສ້າງຂຶ້ນມາ, ບໍ່ວ່າມັນຈະດີ ຫຼື ບໍ່ດີ, ສວຍງາມ ຫຼື ໜ້າກຽດກໍຕາມ, ບໍ່ວ່າມັນຈະມີຮູບລັກສະນະແບບໃດກໍຕາມ ແລະ ຍິ່ງໄປກວ່ານັ້ນ ບໍ່ວ່າມັນຈະມີຜົນກະທົບຊົ່ວຄາວຕໍ່ເນື້ອໜັງຂອງມະນຸດແນວໃດກໍຕາມ, ສະຫຼຸບແລ້ວ ຕາບໃດທີ່ມັນມາຈາກພຣະເຈົ້າ ແລະ ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ, ມັນກໍມີບາງສິ່ງທີ່ຈະປະກອບສ່ວນເຂົ້າໃນການຢູ່ລອດຂັ້ນພື້ນຖານຂອງມະນຸດຊາດ. ບົນພື້ນຖານນີ້, ຜູ້ຄົນຄວນຍອມຮັບທຸກຊັບພະສິ່ງທີ່ພຣະເຈົ້າສ້າງຂຶ້ນຈາກພຣະເຈົ້າ ແລະ ບໍ່ເລືອກທີ່ຈະກ່າວໂທດ ຫຼື ຍອມຮັບພວກມັນຕາມອຳເພີໃຈ ຫຼື ຝ່າຍດຽວໂດຍອີງໃສ່ມຸມມອງ ແລະ ຄວາມມັກຂອງພວກເຂົາເອງ. ແຕ່ກົງກັນຂ້າມ, ພວກເຂົາຄວນຢືນຢູ່ໃນມຸມມອງຂອງສິ່ງທີ່ຖືກສ້າງໃນການທຳຄວາມເຂົ້າໃຈພວກມັນ, ຮຽນຮູ້ທີ່ຈະຈັດການພວກມັນ ແລະ ປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ ແລະ ສິ່ງທີ່ດີກວ່ານັ້ນກໍຄື ການຮຽນຮູ້ທີ່ຈະຢູ່ຮ່ວມກັນ ແລະ ມີປະຕິສຳພັນກັບພວກມັນຢ່າງຖືກຕ້ອງ. ນີ້ຄືຄວາມຮັບຜິດຊອບ ແລະ ພັນທະທີ່ຜູ້ຄົນ ເຊິ່ງເປັນນາຍຂອງແຜ່ນດິນໂລກນີ້ ແລະ ເປັນຜູ້ດູແລໂລກນີ້ທີ່ພຣະເຈົ້າສ້າງຂຶ້ນມາ ຄວນປະຕິບັດໃຫ້ສຳເລັດ. ມັນເປັນບົດບາດທີ່ຜູ້ຄົນຄວນມີໃນທ່າມກາງສິ່ງທີ່ມີຊີວິດອື່ນໆທັງໝົດ ແລະ ມັນຍັງເປັນຫຼັກການທີ່ຜູ້ຄົນຄວນຍຶດໝັ້ນທີ່ສຸດ ໂດຍເລີ່ມຈາກຈຸດຢືນຂອງຄວາມເປັນມະນຸດ. ຖ້າເຈົ້າບໍ່ມັກບາງສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນມາ, ເຈົ້າກໍສາມາດຢູ່ຫ່າງຈາກພວກມັນໄດ້. ຖ້າເຈົ້າມັກພວກມັນ, ເຈົ້າກໍສາມາດມີປະຕິສຳພັນກັບພວກມັນຢ່າງໃກ້ຊິດ ແລະ ເຂົ້າຫາພວກມັນເພື່ອຮຽນຮູ້ກ່ຽວກັບພວກມັນ ແລະ ຈັດການພວກມັນ ຫຼື ສິ່ງທີ່ດີກວ່ານັ້ນກໍຄື ປົກປ້ອງສະພາບແວດລ້ອມການດຳລົງຊີວິດຂອງພວກມັນ, ປະຕິບັດຕໍ່ພວກມັນຢ່າງມີເມດຕາ, ປ່ອຍໃຫ້ພວກມັນມີພື້ນທີ່ການດຳລົງຊີວິດຢ່າງພຽງພໍ ພ້ອມທັງປົກປ້ອງ ແລະ ຮັກສາສິດທິໃນການຢູ່ລອດຂອງພວກມັນຢ່າງເໝາະສົມ. ຄວາມຈິງແລ້ວ, ທຸກຊັບພະສິ່ງລ້ວນແຕ່ອ່ອນແອເມື່ອທຽບກັບມະນຸດ. ເຖິງແມ່ນວ່າພຣະເຈົ້າໄດ້ມອບທັກສະ ແລະ ສັນຊາດຕະຍານໃນການຢູ່ລອດໃຫ້ແກ່ທຸກຊັບພະສິ່ງກໍຕາມ, ແຕ່ບໍ່ມີສາຍພັນໃດນອກຈາກມະນຸດທີ່ສາມາດສ້າງເຄື່ອງມື ແລະ ອາວຸດຂຶ້ນມາໄດ້; ບໍ່ມີສາຍພັນໃດໃນພວກມັນທີ່ມີອຳນາດໃນການທຳລາຍກົດເກນ ແລະ ກົດລະບຽບທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນມາ ແລະ ພວກມັນກໍບໍ່ໄດ້ລິເລີ່ມທີ່ຈະເຮັດເຊັ່ນນັ້ນ. ມີພຽງແຕ່ມະນຸດເທົ່ານັ້ນທີ່ມີຄວາມໂລບມາກຢ່າງບໍ່ສິ້ນສຸດ ທັງໃນຈິດໃຈ ແລະ ໃນຄວາມຕ້ອງການຂອງພວກເຂົາ ຕໍ່ສິ່ງທີ່ມີຊີວິດຕ່າງໆ ແລະ ຕໍ່ທຸກຊັບພະສິ່ງ. ໃນເວລາດຽວກັນ, ມີພຽງແຕ່ມະນຸດເທົ່ານັ້ນທີ່ດຳເນີນການຄົ້ນຄວ້າທາງວິທະຍາສາດ, ມີສ່ວນຮ່ວມໃນການຜະລິດສານເຄມີ ແລະ ສ້າງເຄື່ອງມື ແລະ ອາວຸດຕ່າງໆເພື່ອການຢູ່ລອດ ຫຼື ເພື່ອຊີວິດທີ່ດີກວ່າ. ແລ້ວກໍມີພຽງແຕ່ມະນຸດເທົ່ານັ້ນທີ່ສາມາດສຶກສາວິຊາການ ແລະ ຄົ້ນຄວ້າ ຫຼື ປ່ຽນແປງສະພາບແວດລ້ອມການດຳລົງຊີວິດຂອງສິ່ງທີ່ມີຊີວິດຕ່າງໆໄດ້. ເຖິງຢ່າງໃດກໍຕາມ, ສິ່ງທີ່ມະນຸດໄດ້ເຮັດສ່ວນໃຫຍ່ກ່ຽວກັບການຢູ່ລອດຂອງສັດ ແລະ ສິ່ງທີ່ມີຊີວິດຕ່າງໆ ພ້ອມທັງກົດເກນຂອງລະບົບຕ່ອງໂສ້ອາຫານນັ້ນ ລ້ວນແຕ່ເປັນການທຳລາຍ ແລະ ການຂັດຂວາງ, ບໍ່ແມ່ນການສົ່ງເສີມ. ສະນັ້ນ, ທ້າຍທີ່ສຸດແລ້ວ ມີພຽງແຕ່ມະນຸດເທົ່ານັ້ນທີ່ສາມາດສ້າງອາວຸດເພື່ອຂ້າຟັນກັນເອງ ແລະ ທຳລາຍສະພາບແວດລ້ອມການດຳລົງຊີວິດຂັ້ນພື້ນຖານຂອງພວກເຂົາເອງ. ມີພຽງແຕ່ມະນຸດເທົ່ານັ້ນທີ່ພັດທະນາອຸດສາຫະກຳ, ໂດຍສະເພາະອຸດສາຫະກຳເຄມີ, ເຊິ່ງຜະລິດສານທີ່ເປັນອັນຕະລາຍທຸກຊະນິດທີ່ສ້າງຄວາມເສຍຫາຍ ແລະ ທຳລາຍແຜ່ນດິນໂລກທີ່ມະນຸດຊາດອາໄສຢູ່ ເຊິ່ງເປັນບ້ານພຽງຫຼັງດຽວສຳລັບການຢູ່ລອດຂອງພວກເຂົາ. ແລ້ວກໍມີພຽງແຕ່ມະນຸດເອງເທົ່ານັ້ນທີ່ເປັນສາເຫດເຮັດໃຫ້ນ້ຳ, ອາກາດ, ແສງແດດ ແລະ ອາຫານທີ່ຈຳເປັນສຳລັບການຢູ່ລອດຂອງພວກເຂົາປົນເປື້ອນ ແລະ ເນົ່າເປື່ອຍ. ສິ່ງນີ້ໝາຍຄວາມວ່າ ມະນຸດເອງເປັນຜູ້ທຳລາຍເສັ້ນທາງສູ່ການຢູ່ລອດຂອງພວກເຂົາເອງ, ມັນບໍ່ໄດ້ເກີດຈາກສິ່ງທີ່ມີຊີວິດອື່ນໆ. ເພາະສະນັ້ນ, ໃນຖານະນາຍຂອງທຸກຊັບພະສິ່ງ, ວິທີທີ່ມະນຸດທີ່ຖືກສ້າງຂຶ້ນຄວນປະຕິບັດບົດບາດໃນການຈັດການທຸກຊັບພະສິ່ງຢ່າງເໝາະສົມ ເຊິ່ງລວມເຖິງສິ່ງທີ່ມີຊີວິດທັງໝົດນັ້ນ ຈຶ່ງມີຄວາມສຳຄັນຢ່າງຍິ່ງ. ຖ້າມະນຸດຍັງສືບຕໍ່ນຳໃຊ້ວິທີການທາງວິທະຍາສາດເພື່ອສ້າງອາວຸດ ຫຼື ເຄື່ອງມືຕ່າງໆ ຫຼື ມີສ່ວນຮ່ວມໃນການຜະລິດສານເຄມີຂຶ້ນມາ, ມັນກໍຈະນຳໄປສູ່ໄພພິບັດທີ່ຮ້າຍແຮງ, ບໍ່ວ່າຈະສຳລັບພວກເຂົາເອງ ຫຼື ສຳລັບສິ່ງທີ່ມີຊີວິດອື່ນໆກໍຕາມ. ເຊິ່ງເວົ້າໄດ້ວ່າ, ມະນຸດໄດ້ຢຽບຍ່ຳກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດສຳລັບທຸກຊັບພະສິ່ງດ້ວຍມືຂອງພວກເຂົາເອງ ແລະ ໄດ້ທຳລາຍລະບົບຕ່ອງໂສ້ອາຫານດ້ວຍຕົນເອງເຊັ່ນກັນ. ແນ່ນອນວ່າ ມະນຸດເປັນຜູ້ທີ່ທຳລາຍແຜ່ນດິນໂລກດ້ວຍຕົນເອງ ເຊິ່ງເປັນບ້ານທີ່ພວກເຂົາເພິ່ງພາອາໄສເພື່ອການຢູ່ລອດ. ສິ່ງນີ້ເປັນເລື່ອງທີ່ໜ້າເສົ້າສະຫຼົດໃຈຢ່າງຍິ່ງ. ໃຜເປັນຜູ້ທີ່ຕ້ອງຮັບຜິດຊອບຕໍ່ຜົນສະທ້ອນທັງໝົດເຫຼົ່ານີ້? (ຜູ້ຄົນ). ພວກມັນເກີດຈາກການທີ່ຜູ້ຄົນມ້າງເພ ແລະ ທຳລາຍສິ່ງທີ່ເປັນບວກທີ່ພຣະເຈົ້າໄດ້ສ້າງຂຶ້ນ. ໃນທີ່ສຸດແລ້ວ, ຜູ້ຄົນກໍເຮັດໄດ້ພຽງແຕ່ໄດ້ຮັບຜົນກຳທີ່ພວກເຂົາໄດ້ກໍ່ໄວ້ເທົ່ານັ້ນ. ຖ້າຕັ້ງແຕ່ຕົ້ນມາ ຜູ້ຄົນສາມາດຮູ້ເຖິງບົດບາດຕ່າງໆທີ່ທຸກຊັບພະສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນມີ, ເຄົາລົບ, ທະນຸຖະໜອມ ແລະ ເບິ່ງແຍງສິ່ງທີ່ມີຊີວິດຕ່າງໆ, ປະຕິບັດຕາມກົດລະບຽບ ແລະ ກົດເກນແຫ່ງການຢູ່ລອດສຳລັບທຸກຊັບພະສິ່ງທີ່ພຣະເຈົ້າສ້າງຕັ້ງຂຶ້ນ ແລະ ປົກປ້ອງສະພາບແວດລ້ອມຂັ້ນພື້ນຖານຂອງແຜ່ນດິນໂລກ ເຊິ່ງເປັນບ້ານທີ່ພວກເຂົາເພິ່ງພາອາໄສເພື່ອການຢູ່ລອດ, ແລ້ວມະນຸດຊາດກໍຄົງຈະບໍ່ມາເຖິງຈຸດທີ່ພວກເຂົາເປັນຢູ່ໃນທຸກມື້ນີ້. ສະນັ້ນ, ກ່ຽວກັບຫົວຂໍ້ທີ່ວ່າທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນມາລ້ວນແຕ່ແມ່ນສິ່ງທີ່ເປັນບວກນັ້ນ, ສິ່ງທີ່ຜູ້ຄົນຄວນເຂົ້າໃຈກໍຄືຄວາມໝາຍສຳຄັນຂອງກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດທີ່ພຣະເຈົ້າໄດ້ສ້າງຂຶ້ນສຳລັບທຸກຊັບພະສິ່ງ ພ້ອມທັງເຫດຜົນທີ່ຜູ້ຄົນຕ້ອງປະຕິບັດຕາມກົດເກນ ແລະ ກົດລະບຽບເຫຼົ່ານັ້ນ ພ້ອມທັງວິທີທີ່ພວກເຂົາຄວນປະຕິບັດຕາມ. ໃນເວລາດຽວກັນ, ຜູ້ຄົນຄວນຮູ້ວ່າຈຸດປະສົງຂອງພຣະເຈົ້າໃນການສ້າງສິ່ງທັງໝົດນີ້ກໍເພື່ອເຫັນແກ່ມະນຸດຊາດ ແລະ ດັ່ງນັ້ນ ພວກເຂົາຈຶ່ງຄວນທະນຸຖະໜອມ ແລະ ປົກປ້ອງມັນໄວ້. ຖ້າເຈົ້າບໍ່ສາມາດເຂົ້າໃຈຄວາມໝາຍສຳຄັນຂອງສິ່ງທັງໝົດນີ້ໄດ້, ຢ່າງໜ້ອຍເຈົ້າກໍຄວນຖືວ່າມັນແມ່ນສິ່ງທີ່ເປັນບວກ, ເປັນສິ່ງທີ່ເປັນບວກທີ່ສຳຄັນ ແລະ ຂາດບໍ່ໄດ້ເຊິ່ງການຢູ່ລອດຂອງເຈົ້າຕ້ອງເພິ່ງພາອາໄສ, ພ້ອມທັງທະນຸຖະໜອມ, ເບິ່ງແຍງ ແລະ ຈັດການມັນ. ເຈົ້າຄວນປະຕິບັດຕໍ່ມັນຢ່າງຖືກຕ້ອງ ແລະ ປົກປ້ອງມັນດ້ວຍຄວາມສາມາດ ແລະ ບົດບາດຂອງເຈົ້າທີ່ເປັນນາຍ. ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດມີອະນາຄົດ ແລະ ຄວາມຫວັງ ແລະ ສາມາດສືບຕໍ່ດຳລົງຊີວິດຢ່າງມີຄວາມສຸກໄດ້, ແມ່ນບໍ? (ແມ່ນແລ້ວ).
ຫົວຂໍ້ທີ່ວ່າທຸກຊັບພະສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນມາລ້ວນແຕ່ແມ່ນສິ່ງທີ່ເປັນບວກນັ້ນຊັດເຈນຂຶ້ນຫຼາຍແລ້ວບໍ? (ຊັດເຈນຫຼາຍແລ້ວ). ໃຫ້ພວກເຮົາຢືນຢັນເປັນຄັ້ງສຸດທ້າຍກ່ຽວກັບວິທີທີ່ເໝາະສົມໃນການປະຕິບັດຕໍ່ວັດຖຸ ແລະ ສິ່ງທີ່ມີຊີວິດຕ່າງໆທີ່ພຣະເຈົ້າໄດ້ສ້າງຂຶ້ນມາ. ເຊີນເວົ້າຄືນສາມຫຼັກການທີ່ພວກເຮົາຫາກໍໂອ້ລົມກັນເມື່ອກີ້ນີ້. (ຂໍ້ທຳອິດ, ຕາບໃດທີ່ບາງສິ່ງຢູ່ໃນຂອບເຂດຂອງສິ່ງທີ່ເປັນບວກທີ່ພຣະເຈົ້າໄດ້ໃຫ້ນິຍາມໄວ້, ພວກເຮົາຄວນແນ່ໃຈໃນໃຈຂອງພວກເຮົາວ່າມັນມາຈາກພຣະເຈົ້າ, ມັນແມ່ນສິ່ງທີ່ເປັນບວກ ແລະ ມີຄວາມໝາຍສຳຄັນຢູ່ເບື້ອງຫຼັງການທີ່ພຣະເຈົ້າສ້າງມັນຂຶ້ນມາ; ມັນກໍເພື່ອໃຫ້ຜູ້ຄົນໄດ້ຮຽນຮູ້ບົດຮຽນບາງຢ່າງຈາກມັນ. ຂໍ້ທີສອງ, ບົນພື້ນຖານຂອງການແນ່ໃຈວ່າມັນແມ່ນສິ່ງທີ່ເປັນບວກ, ຖ້າພວກເຮົາບໍ່ມັກມັນ ຫຼື ບໍ່ຕ້ອງການສຳຜັດກັບມັນ, ພວກເຮົາກໍສາມາດບໍ່ສົນໃຈມັນໄດ້. ຖ້າມັນແຊກແຊງຊີວິດຂອງພວກເຮົາ, ພວກເຮົາກໍສາມາດໄລ່ມັນໜີ ຫຼື ຢູ່ຫ່າງຈາກມັນໄດ້ ແລະ ພວກເຮົາຍັງຄວນຮຽນຮູ້ບົດຮຽນບາງຢ່າງ ແລະ ໄດ້ຮັບຂໍ້ຄິດເຕືອນໃຈບາງຢ່າງຈາກມັນອີກດ້ວຍ. ຂໍ້ສຸດທ້າຍ, ຖ້າມັນຖືກພຣະເຈົ້າສ້າງຂຶ້ນ, ພຣະເຈົ້າກຳນົດໄວ້ ຫຼື ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ພວກເຮົາກໍບໍ່ຄວນຮູ້ສຶກລັງກຽດມັນ ຫຼື ກຽດຊັງມັນ, ແຕ່ຄວນຍອມຮັບ ແລະ ຮັບຮູ້ມັນດ້ວຍທັດສະນະຄະຕິທີ່ຖືກຕ້ອງ ແລ້ວກໍຈັດການມັນຢ່າງສົມເຫດສົມຜົນ). ການຈັດການມັນຢ່າງສົມເຫດສົມຜົນແມ່ນມີຄວາມສຳຄັນຢ່າງຍິ່ງ. ຖ້າມະນຸດບໍ່ຮູ້ວິທີຈັດການທຸກຊັບພະສິ່ງເທິງແຜ່ນດິນໂລກທີ່ພຣະເຈົ້າໄດ້ສ້າງຂຶ້ນມາ, ມັນກໍມີແນວໂນ້ມທີ່ຈະສົ່ງຜົນກະທົບທີ່ເປັນອັນຕະລາຍຕໍ່ການຢູ່ລອດຂອງພວກເຂົາ. ຖ້າກົດເກນ ແລະ ການມີຢູ່ຂອງລະບົບຕ່ອງໂສ້ອາຫານຖືກທຳລາຍໄປ, ແລ້ວການຢູ່ລອດຂອງມະນຸດຊາດກໍຈະຕົກຢູ່ໃນຄວາມສ່ຽງ. ປັດຈຸບັນນີ້ ມະນຸດຊາດບໍ່ໄດ້ຢູ່ໃນສະພາບແວດລ້ອມການດຳລົງຊີວິດແບບນີ້ບໍ? (ແມ່ນແລ້ວ). ມະນຸດຊາດໄດ້ພັດທະນາອຸດສາຫະກຳໃນຂະໜາດໃຫຍ່, ປ່ອຍອາຍພິດ, ນ້ຳເສຍ ແລະ ສານພິດທີ່ເຮັດໃຫ້ແມ່ນ້ຳ, ທະເລສາບ ແລະ ແມ່ນແຕ່ນ້ຳບາດານກໍປົນເປື້ອນ. ບໍ່ມີນ້ຳສະອາດໃຫ້ດື່ມອີກຕໍ່ໄປ; ຜູ້ຄົນສາມາດດື່ມໄດ້ພຽງແຕ່ນ້ຳທີ່ນຳມາໃຊ້ໃໝ່ເຊິ່ງຜ່ານການບຳບັດດ້ວຍວິທີການຂອງມະນຸດເທົ່ານັ້ນ, ເຊິ່ງເຖິງແມ່ນວ່າຈະບໍ່ມີພິດ ແຕ່ກໍມີສານອາຫານໜ້ອຍກວ່າຫຼາຍ. ປາໃນແມ່ນ້ຳ, ທະເລສາບ ແລະ ທະເລກໍຖືກປົນເປື້ອນ ແລະ ບໍ່ດີຕໍ່ສຸຂະພາບເຊັ່ນກັນ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະຊອກຫາອາຫານທີ່ບໍ່ປົນເປື້ອນໄດ້. ມະນຸດຊາດບໍ່ໄດ້ກຳລັງພາຕົນເອງຕົກຢູ່ໃນສະຖານະການທີ່ຍາກລຳບາກບໍ? ສິ່ງນີ້ບໍ່ໄດ້ເກີດຈາກມະນຸດຊາດເອງບໍ? ບໍ່ພຽງແຕ່ນ້ຳດື່ມຈະປົນເປື້ອນເທົ່ານັ້ນ ແຕ່ອາກາດກໍຍັງບໍ່ດີອີກດ້ວຍ; ມີສານທີ່ເປັນອັນຕະລາຍຫຼາຍຢ່າງໃນອາກາດ ແລະ ດຽວນີ້ ເຖິງແມ່ນວ່າເຈົ້າຢາກຈະສູດອາກາດບໍລິສຸດຈັກບາດໜຶ່ງ ມັນກໍຍັງເປັນເລື່ອງຍາກ, ບາງຄັ້ງຜູ້ຄົນເຖິງຂັ້ນຕ້ອງໃສ່ຜ້າອັດປາກອັດດັງເພື່ອປ້ອງກັນເຊື້ອໄວຣັສ. ຄຸນນະພາບອາກາດກໍຮ້າຍແຮງຫຼາຍ, ຜູ້ຄົນລະມັດລະວັງກ່ຽວກັບການກິນອາຫານທຸກຊະນິດ ແລະ ດຽວນີ້ຜູ້ຄົນກໍເປັນພະຍາດທຸກຮູບແບບ, ໂດຍມີຄົນໜຸ່ມສາວບາງຄົນກໍເປັນມະເຮັງ ຫຼື ເບົາຫວານເຊັ່ນກັນ. ໃຜເປັນຜູ້ກໍ່ໃຫ້ເກີດຜົນສະທ້ອນທັງໝົດເຫຼົ່ານີ້? (ຜູ້ຄົນ). ພວກມັນລ້ວນແຕ່ເກີດຈາກຜູ້ຄົນ. ນີ້ຄືວິທີທີ່ຜູ້ຄົນໄດ້ຈັດການບ້ານເທິງແຜ່ນດິນໂລກທີ່ພຣະເຈົ້າໄດ້ສ້າງຂຶ້ນມາສຳລັບພວກເຂົາ, ທໍລະມານຕົນເອງຈົນເຖິງຈຸດທີ່ພວກເຂົາບໍ່ສາມາດກິນ ຫຼື ດື່ມໄດ້ຢ່າງເໝາະສົມ ແຕ່ກໍຍັງຮູ້ສຶກມີຄວາມສຸກຫຼາຍ. ນີ້ຄືສິ່ງທີ່ເກີດຂຶ້ນຈາກການປະຖິ້ມພຣະເຈົ້າ, ບໍ່ມີຄວາມສຸກຫຍັງເລີຍ. ທາງອອກພຽງທາງດຽວສຳລັບຜູ້ຄົນໃນຕອນນີ້ກໍຄືການຍອມຮັບຄວາມລອດພົ້ນຂອງພຣະຜູ້ສ້າງ, ໄລ່ຕາມເສາະຫາຄວາມຈິງ ແລະ ຍ່າງໃນເສັ້ນທາງແຫ່ງການຢຳເກງພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດລອດພົ້ນໄດ້, ເຈົ້າຈຶ່ງຈະສາມາດໄດ້ຮັບຄວາມຫວັງໃນການດຳລົງຊີວິດ ແລະ ເຈົ້າຈຶ່ງຈະສາມາດກາຍເປັນສະມາຊິກຂອງມະນຸດຊາດໃໝ່ໄດ້. ມັນງ່າຍດາຍແບບນັ້ນເລີຍ, ບໍ່ມີທາງອື່ນອີກແລ້ວ. ຄົນຕາເວັນອອກຮູ້ສຶກວ່າອະລິຍະທຳຕາເວັນຕົກນັ້ນສູງສົ່ງ ແລະ ຄົນຕາເວັນຕົກຕ້ອງມີທາງອອກແນ່ນອນ. ພວກເຂົາມີບໍ? (ບໍ່ມີ). ຄົນຕາເວັນອອກຮູ້ສຶກວ່າພວກເຂົາໄດ້ທົນທຸກຢ່າງໜັກ, ເກີດຄວາມກຽດຊັງຢ່າງເລິກເຊິ່ງ ແລະ ອົດທົນກັບຄວາມຍາກລຳບາກຫຼາຍເກີນໄປ ແລະ ຕ້ອງການໃຫ້ຄົນຕາເວັນຕົກມາຊ່ວຍໃຫ້ລອດພົ້ນ. ພວກເຂົາມັກຈະຄິດຢູ່ສະເໝີວ່າຕາເວັນຕົກເປັນດັ່ງສະຫວັນ, ການໄປຕາເວັນຕົກຄືການໄດ້ຂຶ້ນສະຫວັນ, ພວກເຂົາຈະມີອິດສະຫຼະ ແລະ ມີຄວາມສຸກໃນຕາເວັນຕົກ. ແຕ່ຄົນຕາເວັນຕົກບໍ່ໄດ້ຮູ້ສຶກວ່າພວກເຂົາມີຄວາມສຸກຫຼາຍປານໃດ. ພວກເຂົາເວົ້າວ່າ: “ເຖິງແມ່ນວ່າຊີວິດຂອງພວກເຮົາຈະຮັ່ງມີກວ່າຄົນໃນຕາເວັນອອກເລັກໜ້ອຍ, ແຕ່ພວກເຮົາກໍແທບຈະບໍ່ມີຄວາມສຸກຫຼາຍກວ່າເລີຍ”. ຕາບໃດທີ່ເຈົ້າເປັນຄົນເທິງແຜ່ນດິນໂລກນີ້, ເປັນສະມາຊິກຂອງເຜົ່າພັນມະນຸດ, ເຈົ້າກໍບໍ່ມີຄວາມສຸກເທິງແຜ່ນດິນໂລກນີ້, ຍ້ອນວ່າ ການດຳລົງຊີວິດຢູ່ໃນບ້ານເທິງແຜ່ນດິນໂລກນີ້, ທຸກສິ່ງທີ່ເຈົ້າຍອມຮັບລ້ວນແຕ່ມາຈາກຊາຕານ. ບໍ່ວ່າຈະເປັນຄວາມຄິດ ແລະ ມຸມມອງຂອງມະນຸດ ຫຼື ກົດເກນແຫ່ງການຢູ່ລອດ, ບໍ່ວ່າຈະເປັນການສຶກສາຂອງຕາເວັນອອກ ຫຼື ຕາເວັນຕົກ, ກໍບໍ່ມີສິ່ງໃດເລີຍທີ່ສາມາດເຮັດໃຫ້ເຈົ້າໃຊ້ຊີວິດຕາມລັກສະນະຄ້າຍຄືຂອງມະນຸດທີ່ແທ້ຈິງໄດ້ ແລະ ບໍ່ມີການສຶກສາທາງສັງຄົມ ຫຼື ຄວາມຄິດ ຫຼື ມຸມມອງປະເພດໃດເລີຍທີ່ສາມາດຊ່ວຍໃຫ້ເຈົ້າ ເຊິ່ງເປັນສິ່ງທີ່ຖືກສ້າງ ສາມາດຕັ້ງຕົວໃນໂລກຂອງມະນຸດໄດ້. ເນື່ອງຈາກມະນຸດຊາດນີ້ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ຖືກຊາຕານຄວບຄຸມໄວ້, ທາງດຽວສຳລັບຜູ້ຄົນທີ່ຈະດຳລົງຊີວິດຕໍ່ໄປໄດ້ກໍຄືການຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ຍອມຮັບຄວາມຈິງທັງໝົດທີ່ມາຈາກພຣະເຈົ້າ, ປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ບັນລຸຄວາມລອດພົ້ນ. ມີພຽງແຕ່ເມື່ອນັ້ນເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດກັບຄືນສູ່ໂລກທີ່ກົດເກນ ແລະ ກົດລະບຽບແຫ່ງການຢູ່ລອດສຳລັບທຸກຊັບພະສິ່ງສາມາດດຳເນີນໄປໄດ້ຢ່າງອິດສະຫຼະຢ່າງແທ້ຈິງ ແລະ ດຳລົງຊີວິດຢູ່ໃນໂລກທີ່ມີລະບົບຕ່ອງໂສ້ອາຫານທີ່ສົມບູນຢ່າງແທ້ຈິງ; ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດເຮັດບົດບາດຂອງຜູ້ດູແລທຸກຊັບພະສິ່ງໄດ້ຢ່າງແທ້ຈິງ ແລະ ປະຕິບັດຄວາມຮັບຜິດຊອບຂອງບົດບາດນີ້ໃຫ້ສຳເລັດໄດ້. ນອກເໜືອຈາກນີ້ແລ້ວ, ບໍ່ມີທາງທີສອງໃຫ້ມະນຸດຊາດເລືອກຍ່າງອີກ. ນີ້ຄືທາງອອກພຽງທາງດຽວຂອງມະນຸດຊາດ, ເປັນທາງອອກພຽງທາງດຽວທີ່ສາມາດນຳເອົາຄວາມຫວັງ ແລະ ຄວາມສຸກມາສູ່ມະນຸດຊາດໄດ້. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ເມື່ອພວກເຈົ້າເຂົ້າໃຈແລ້ວ, ພວກເຈົ້າກໍຈະມີເສັ້ນທາງໃຫ້ຍ່າງໄປ. ພຽງແຕ່ພະຍາຍາມ ແລະ ໄລ່ຕາມເສາະຫາໄປໃນທິດທາງນີ້, ໄປສູ່ເປົ້າໝາຍນີ້. ຢ່າຫັນຫຼັງກັບ, ຢ່າຍອມແພ້ ແລະ ຢ່າຢຸດເດັດຂາດ!
ມື້ນີ້ພວກເຮົາຂໍຈົບການໂອ້ລົມກັນໄວ້ພຽງເທົ່ານີ້. ລາກ່ອນ!
ວັນທີ 14 ເມສາ 2024