ວິທີການໄລ່ຕາມເສາະຫາຄວາມຈິງ (6)
11 ມາດຕະຖານສຳລັບການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ
ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ໃຫຍ່ທີ່ກ່ຽວຂ້ອງກັບການໄລ່ຕາມເສາະຫາຄວາມຈິງ, “ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ”. ພາຍໃນຫົວຂໍ້ໃຫຍ່ນີ້, ພວກເຮົາໄດ້ເວົ້າກ່ຽວກັບການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດກ່ຽວກັບວຽກງານຂອງພຣະເຈົ້າ, ເຊິ່ງກ່ຽວຂ້ອງກັບຫົວຂໍ້ກ່ຽວກັບເງື່ອນໄຂຕິດໂຕມາແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ພາຍໃນຫົວຂໍ້ເຫຼົ່ານີ້, ບັນຫາທີ່ກ່ຽວຂ້ອງກັບຂີດຄວາມສາມາດກໍໄດ້ຖືກກ່າວເຖິງ. ພວກເຮົາໄດ້ໂອ້ລົມກັນເລັກນ້ອຍກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຂີດຄວາມສາມາດໃນຄັ້ງທີ່ຜ່ານມາ, ເຊິ່ງໄດ້ແກ້ໄຂຄວາມຄິດຫຼົງຜິດບາງສ່ວນຂອງຜູ້ຄົນ. ເມື່ອໄດ້ຍິນສິ່ງນີ້ແລ້ວ, ພວກເຈົ້າມີຄຳນິຍາມທີ່ຖືກຕ້ອງກ່ຽວກັບວ່າຂີດຄວາມສາມາດແມ່ນຫຍັງແລ້ວບໍ? ຂີດຄວາມສາມາດແມ່ນຫຍັງກັນແທ້? ຄວນເຂົ້າໃຈຂີດຄວາມສາມາດແນວໃດ? ຄົນເຮົາຈະຕັດສິນໄດ້ແນວໃດວ່າຂີດຄວາມສາມາດຂອງຄົນໆໜຶ່ງນັ້ນດີ, ປານກາງ ຫຼື ບໍ່ດີ? ຄວນຕັດສິນໂດຍອີງໃສ່ດ້ານໃດແດ່? ພວກເຈົ້າໄດ້ສະແຫວງຫາ ແລະ ໄຕ່ຕອງກ່ຽວກັບຄຳຖາມເຫຼົ່ານີ້ແລ້ວບໍ? (ຂ້ານ້ອຍໄດ້ໄຕ່ຕອງກ່ຽວກັບພວກມັນເລັກນ້ອຍ. ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພຣະເຈົ້າໄດ້ໂອ້ລົມວ່າ ເພື່ອປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ ພວກເຮົາຕ້ອງເບິ່ງທີ່ປະສິດທິພາບ ແລະ ປະສິດທິຜົນຂອງພວກເຂົາໃນການເຮັດສິ່ງຕ່າງໆ. ກ່ອນໜ້ານີ້, ຂ້ານ້ອຍບໍ່ມີຄວາມເຂົ້າໃຈຫຼາຍປານໃດໃນເລື່ອງນີ້ ແລະ ເຖິງກັບສັບສົນລະຫວ່າງຈຸດແຂງກັບຂີດຄວາມສາມາດ. ຕົວຢ່າງ: ເມື່ອຂ້ານ້ອຍເຫັນຄົນໃດໜຶ່ງບັນລຸຜົນການຮຽນທີ່ດີເປັນພິເສດ ຫຼື ຊຳນານໃນຫຼາຍພາສາ, ຂ້ານ້ອຍກໍຈະຄິດວ່າສິ່ງນີ້ບົ່ງບອກວ່າພວກເຂົາມີຂີດຄວາມສາມາດທີ່ດີ. ມີພຽງແຕ່ຜ່ານການຟັງການໂອ້ລົມຂອງພຣະເຈົ້າເທົ່ານັ້ນ ຂ້ານ້ອຍຈຶ່ງໄດ້ຮັບການຕັດສິນທີ່ຊັດເຈນກ່ຽວກັບວ່າຂີດຄວາມສາມາດທີ່ດີຢ່າງແທ້ຈິງແມ່ນຫຍັງ ແລະ ອັນໃດທີ່ຖືວ່າເປັນພຽງຈຸດແຂງບາງຢ່າງ. ຖ້າຄົນໃດໜຶ່ງເບິ່ງຄືວ່າສະຫຼາດຫຼັກແຫຼມຫຼາຍຢູ່ພາຍນອກ ແຕ່ມີປະສິດທິພາບຕໍ່າຫຼາຍໃນການປະຕິບັດໜ້າທີ່ຂອງຕົນ ແລະ ບໍ່ສາມາດຢັ່ງຮູ້ຫຼັກການຄວາມຈິງໄດ້ສະເໝີ, ຂີດຄວາມສາມາດຂອງພວກເຂົາກໍຂ້ອນຂ້າງບໍ່ດີ). ການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງໂດຍເບິ່ງຈາກປະສິດທິພາບ ແລະ ປະສິດທິຜົນຂອງພວກເຂົາໃນການເຮັດສິ່ງຕ່າງໆ, ນີ້ແມ່ນວິທີການເວົ້າແບບທົ່ວໄປ. ນອກເໜືອຈາກການເບິ່ງປະສິດທິພາບ ແລະ ປະສິດທິຜົນຂອງພວກເຂົາໃນການເຮັດສິ່ງຕ່າງໆແລ້ວ, ຍັງມີມາດຕະຖານສະເພາະສຳລັບການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ: ທີໜຶ່ງ, ຄວາມສາມາດໃນການຮຽນຮູ້ຂອງພວກເຂົາ. ທີສອງ, ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆຂອງພວກເຂົາ. ທີສາມ, ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ. ທີສີ່, ຄວາມສາມາດໃນການຍອມຮັບສິ່ງຕ່າງໆຂອງພວກເຂົາ. ທີຫ້າ, ຄວາມສາມາດໃນການຮັບຮູ້ຂອງພວກເຂົາ. ທີຫົກ, ຄວາມສາມາດໃນການຕັດສິນຂອງພວກເຂົາ. ທີເຈັດ, ຄວາມສາມາດໃນການແຍກແຍະສິ່ງຕ່າງໆຂອງພວກເຂົາ. ທີແປດ, ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຂອງພວກເຂົາ. ທີເກົ້າ, ຄວາມສາມາດໃນການຕັດສິນໃຈຂອງພວກເຂົາ ເຊິ່ງຍັງສາມາດເອີ້ນໄດ້ວ່າເປັນຄວາມສາມາດໃນການດຳເນີນການຂອງພວກເຂົາ. ທີສິບ, ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຂອງພວກເຂົາ. ທີສິບເອັດ, ຄວາມສາມາດໃນການປະດິດສ້າງຂອງພວກເຂົາ. ພວກເຈົ້າຈື່ຈຳພວກມັນໄວ້ແລ້ວບໍ? (ຈື່ຈຳແລ້ວ). ທັງໝົດມີຈັກຂໍ້? (ສິບເອັດ). ຈົ່ງອ່ານພວກມັນອອກສຽງດັງໆ. (ໜຶ່ງ, ຄວາມສາມາດໃນການຮຽນຮູ້. ສອງ, ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ. ສາມ, ຄວາມສາມາດໃນການຢັ່ງຮູ້. ສີ່, ຄວາມສາມາດໃນການຍອມຮັບສິ່ງຕ່າງໆ. ຫ້າ, ຄວາມສາມາດໃນການຮັບຮູ້. ຫົກ, ຄວາມສາມາດໃນການຕັດສິນ. ເຈັດ, ຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ແປດ, ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ເກົ້າ, ຄວາມສາມາດໃນການຕັດສິນໃຈ. ສິບ, ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ສິບເອັດ, ຄວາມສາມາດໃນການປະດິດສ້າງ). ເພື່ອຕັດສິນຂີດຄວາມສາມາດຂອງຄົນໆໜຶ່ງ, ເວົ້າລວມແລ້ວ, ເຈົ້າຕ້ອງເບິ່ງສອງດ້ານນີ້: ປະສິດທິພາບ ແລະ ປະສິດທິຜົນຂອງພວກເຂົາໃນການເຮັດສິ່ງຕ່າງໆ. ໂດຍສະເພາະແລ້ວ, ເພື່ອປະເມີນປະສິດທິພາບ ແລະ ປະສິດທິຜົນຂອງພວກເຂົາໃນການເຮັດສິ່ງຕ່າງໆ, ເຈົ້າຕ້ອງຕັດສິນຢ່າງຮອບດ້ານໂດຍອີງໃສ່ສິບເອັດມາດຕະຖານເຫຼົ່ານີ້. ດ້ວຍວິທີນີ້, ເຈົ້າກໍຈະສາມາດຕັດສິນໄດ້ຢ່າງຖືກຕ້ອງວ່າຂີດຄວາມສາມາດຂອງຄົນໆໜຶ່ງເປັນແນວໃດຢ່າງແທ້ຈິງ. ແນ່ນອນວ່າ, ເພື່ອປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ, ຂັ້ນຕອນທຳອິດຄືການເບິ່ງຄວາມສາມາດໂດຍລວມຂອງພວກເຂົາໃນດ້ານຕ່າງໆ ແລະ ຈາກນັ້ນກໍເບິ່ງທີ່ປະສິດທິພາບ ແລະ ປະສິດທິຜົນຂອງພວກເຂົາໃນການເຮັດສິ່ງຕ່າງໆ. ຖ້າພວກເຂົາມີຂີດຄວາມສາມາດ ແລະ ຄວາມສາມາດໃນດ້ານຕ່າງໆ, ແລ້ວພວກເຂົາກໍຈະເຮັດສິ່ງຕ່າງໆດ້ວຍທັງປະສິດທິພາບ ແລະ ປະສິດທິຜົນຢ່າງແນ່ນອນ. ຖ້າປະສິດທິພາບໃນການເຮັດສິ່ງຕ່າງໆຂອງຄົນໆໜຶ່ງສູງ ແລະ ປະສິດທິຜົນຂອງພວກເຂົາກໍດີ, ແລ້ວເມື່ອເຈົ້າປະເມີນຄວາມສາມາດຂອງພວກເຂົາໃນແຕ່ລະດ້ານຕາມສິບເອັດມາດຕະຖານ, ພວກມັນກໍຈະດີຢ່າງແນ່ນອນເຊັ່ນກັນ. ຄວາມສາມາດໃດໜຶ່ງໃນສິບເອັດຄວາມສາມາດເຫຼົ່ານີ້, ເມື່ອນຳມາພິຈາລະນາແຍກກັນ, ບໍ່ສາມາດກຳນົດໄດ້ຢ່າງຄົບຖ້ວນວ່າຂີດຄວາມສາມາດຂອງຄົນໆໜຶ່ງດີ ຫຼື ບໍ່, ມັນຕ້ອງຖືກຕັດສິນຢ່າງຮອບດ້ານ. ແນ່ນອນວ່າ, ໃນບັນດາສິບເອັດຄວາມສາມາດເຫຼົ່ານີ້, ຄວາມສາມາດໃດສຳຄັນທີ່ສຸດ? ສິ່ງທີ່ສຳຄັນທີ່ສຸດແມ່ນຄວາມສາມາດໃນການຕັດສິນ, ຄວາມສາມາດໃນການແຍກແຍະສິ່ງຕ່າງໆ, ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ ແລະ ຄວາມສາມາດໃນການຕັດສິນໃຈ, ສິ່ງເຫຼົ່ານີ້ກ່ຽວຂ້ອງກັບຄວາມສາມາດຂອງຄົນໆໜຶ່ງໃນການລົງມືປະຕິບັດ ຫຼັງຈາກທີ່ເຂົ້າໃຈທິດສະດີໃດໜຶ່ງແລ້ວ. ຄວາມສາມາດທີ່ເຫຼືອແມ່ນກ່ຽວຂ້ອງກັບການຢັ່ງຮູ້ ແລະ ການຮຽນຮູ້, ເຊິ່ງກ່ຽວຂ້ອງກັບສະໝອງຂອງມະນຸດ. ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບສິບເອັດຄວາມສາມາດເຫຼົ່ານີ້ເທື່ອລະຢ່າງ.
ຂໍ້ທີ 1: ຄວາມສາມາດໃນການຮຽນຮູ້
ຂໍ້ທຳອິດຄືຄວາມສາມາດໃນການຮຽນຮູ້. ຄວາມສາມາດໃນການຮຽນຮູ້ບໍ່ໄດ້ໝາຍເຖິງພຽງແຕ່ການຮຽນຮູ້ຂົງເຂດຄວາມຮູ້ໃດໜຶ່ງເທົ່ານັ້ນ; ມັນຍັງລວມເຖິງການຮຽນຮູ້ພາສາ, ທັກສະທາງເຕັກນິກສະເພາະ, ການຮຽນຮູ້ ແລະ ການຍອມຮັບສິ່ງໃໝ່ ແລະ ອື່ນໆ, ສິ່ງເຫຼົ່ານີ້ລ້ວນແຕ່ຕົກຢູ່ໃນຂອບເຂດຂອງຄວາມສາມາດໃນການຮຽນຮູ້. ຕົວຢ່າງ: ເມື່ອຮຽນຮູ້ທັກສະທາງເຕັກນິກ, ພາຍໃຕ້ສະຖານະການປົກກະຕິ, ໂດຍພື້ນຖານແລ້ວ ຄົນໆໜຶ່ງສາມາດຊຳນານໃນທັກສະນັ້ນໄດ້ພາຍໃນຫົກເດືອນ ແລະ ຈາກນັ້ນກໍສາມາດເຮັດມັນໄດ້ດ້ວຍຕົນເອງ. ຖ້າເຈົ້າສາມາດຊຳນານໃນທັກສະນັ້ນ ແລະ ເຮັດມັນໄດ້ດ້ວຍຕົນເອງຫຼັງຈາກທີ່ຮຽນຮູ້ໄດ້ຫົກເດືອນ, ສິ່ງນີ້ກໍນັບວ່າມີຄວາມສາມາດໃນການຮຽນຮູ້. ຖ້າເຈົ້າໃຊ້ເວລາຮຽນຮູ້ດົນກວ່າຄົນທົ່ວໄປເຖິງສອງເທົ່າ, ຖ້າຫຼັງຈາກຫົກເດືອນແລ້ວ ເຈົ້າຍັງບໍ່ຊຳນານ ແລະ ຕ້ອງການເວລາຮຽນຮູ້ຕື່ມອີກຫົກເດືອນ, ສິ່ງນີ້ກໍບົ່ງບອກເຖິງຂີດຄວາມສາມາດທີ່ບໍ່ດີ. ນັ້ນກໍຄື, ກ່ຽວກັບຄວາມສາມາດໃນການຮຽນຮູ້, ຖ້າເຈົ້າສາມາດຊຳນານໃນທັກສະທາງເຕັກນິກ ຫຼື ຄວາມຮູ້ພາຍໃນໄລຍະເວລາປົກກະຕິ, ສິ່ງນີ້ກໍໝາຍຄວາມວ່າຂີດຄວາມສາມາດຂອງເຈົ້າຢູ່ໃນລະດັບປານກາງ ຫຼື ສູງກວ່າປານກາງ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າໃຊ້ເວລາເກີນກຳນົດນີ້ ແລະ ຕ້ອງການເວລາຮຽນຮູ້ທັກສະທາງເຕັກນິກ ຫຼື ຄວາມຮູ້ດົນກວ່າຄົນອື່ນເຖິງສອງ ຫຼື ສາມເທົ່າ, ແລ້ວຂີດຄວາມສາມາດຂອງເຈົ້າກໍບໍ່ດີ. ຖ້າເຈົ້າໃຊ້ເວລາດົນກວ່າຄົນທົ່ວໄປເຖິງສອງ ຫຼື ສາມເທົ່າ ແລ້ວເຈົ້າຍັງບໍ່ສາມາດຮຽນຮູ້ມັນໄດ້ ແລະ ເຈົ້າຂາດຄວາມສາມາດໃນການຮຽນຮູ້, ສິ່ງນີ້ບອກຫຍັງກ່ຽວກັບຂີດຄວາມສາມາດຂອງເຈົ້າ? ຖ້າປາສະຈາກຄວາມສາມາດໃນການຮຽນຮູ້, ເຈົ້າກໍບໍ່ບັນລຸແມ່ນແຕ່ມາດຕະຖານທົ່ວໄປສຳລັບການມີຂີດຄວາມສາມາດຂອງຄວາມເປັນມະນຸດທີ່ປົກກະຕິ. ເຈົ້າຮ້າຍແຮງກວ່າການມີຂີດຄວາມສາມາດທີ່ບໍ່ດີ, ເຈົ້າບໍ່ມີຂີດຄວາມສາມາດເລີຍ. ການບໍ່ມີຂີດຄວາມສາມາດຈັດຢູ່ໃນຄົນປະເພດໃດ? ການບໍ່ມີຂີດຄວາມສາມາດໝາຍຄວາມວ່າຄົນໆໜຶ່ງຈັດຢູ່ໃນປະເພດຂອງຄົນທີ່ປັນຍາອ່ອນ ແລະ ຄົນໂງ່ຈ້າ, ເຊິ່ງບໍ່ມີຄວາມສາມາດໃນການຮຽນຮູ້ໃດໆເລີຍ. ນີ້ຄືສິ່ງທີ່ກ່ຽວຂ້ອງກັບຄວາມສາມາດໃນການຮຽນຮູ້.
ຂໍ້ທີ 2: ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ
ຂໍ້ທີສອງຄືຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ. ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆໝາຍເຖິງຄວາມສາມາດຂອງຄົນໆໜຶ່ງໃນການຄິດຫາຫຼັກການ ແລະ ເຄັດລັບພາຍໃນສິ່ງທີ່ພວກເຂົາເຫັນ ຫຼື ພົບພໍ້ເລື້ອຍໆ. ຕົວຢ່າງ: ເມື່ອຮຽນຮູ້ທັກສະທາງວິຊາຊີບ, ຖ້າເຈົ້າຟັງການສອນທາງທິດສະດີ ແລະ ສັງເກດການສາທິດພາກປະຕິບັດ ແລະ ພາຍໃນໄລຍະເວລາປົກກະຕິ ເຈົ້າສາມາດຄິດຫາເຄັດລັບ ແລະ ຫຼັກການທີ່ກ່ຽວຂ້ອງກັບທັກສະນີ້ໄດ້, ສິ່ງນີ້ກໍນັບວ່າມີຂີດຄວາມສາມາດທີ່ດີ ແລະ ມີຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆໃນລະດັບໜຶ່ງ. ຖ້າເຈົ້າບໍ່ສາມາດເຂົ້າໃຈມັນໄດ້ໃນທັນທີ ແລະ ເຖິງແມ່ນວ່າຈະມີຄົນໂອ້ລົມກັບເຈົ້າອີກຄັ້ງ, ເຈົ້າກໍຍັງບໍ່ສາມາດເຂົ້າໃຈໄດ້; ແລະ ເຖິງແມ່ນວ່າພວກເຂົາຈະບອກໃບ້ໃຫ້ເຈົ້າຊໍ້າແລ້ວຊໍ້າອີກ, ເຈົ້າກໍຍັງບໍ່ສາມາດເຂົ້າໃຈໄດ້ວ່າເຄັດລັບໃນການເຮັດສິ່ງນີ້ແມ່ນຫຍັງ ແລະ ຫຼັກການທີ່ກ່ຽວຂ້ອງແມ່ນຫຍັງ, ແລ້ວຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆຂອງເຈົ້າກໍບໍ່ດີ. ບາງທີຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ເຈົ້າອາດຈະຮຽນຮູ້ໄດ້ເລັກໜ້ອຍໂດຍການຄ່ອຍໆຄຳທາງໄປຜ່ານການປະຕິບັດຕົວຈິງ, ແຕ່ມັນກໍຈຳກັດຢູ່ພຽງເທົ່ານັ້ນ. ຖ້າບໍ່ວ່າເຈົ້າຈະໃຊ້ເວລາຫຼາຍສໍ່າໃດກໍຕາມ, ບໍ່ວ່າຈະສາມປີ ຫຼື ຫ້າປີ, ສິ່ງທີ່ເຈົ້າສາມາດເຂົ້າໃຈໄດ້ຍັງຄົງຈຳກັດຢູ່ໃນຂອບເຂດທີ່ຈຳກັດ ແລະ ເມື່ອເຮັດສິ່ງຕ່າງໆ, ເຈົ້າພຽງແຕ່ຍຶດຕິດກັບກົດລະບຽບບາງຢ່າງ ແລະ ກົດເກນບາງຢ່າງ, ໂດຍບໍ່ສາມາດເຂົ້າໃຈພື້ນຖານທີ່ກ່ຽວຂ້ອງ ແລະ ນຳໃຊ້ພວກມັນເຂົ້າໃນການປະຕິບັດຕົວຈິງ, ສິ່ງນີ້ໝາຍຄວາມວ່າຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆຂອງເຈົ້າບໍ່ດີ; ຄົນແບບນີ້ມີຂີດຄວາມສາມາດທີ່ບໍ່ດີ. ຕົວຢ່າງ: ບາງຄົນປະຕິບັດວຽກງານຂອງຄຣິສຕະຈັກ ແລະ ຫຼັງຈາກທີ່ເຈົ້າໂອ້ລົມກັບພວກເຂົາກ່ຽວກັບຫຼັກການຄວາມຈິງ, ພວກເຂົາກໍຮູ້ສຶກວ່າທຸກສິ່ງທີ່ເຈົ້າເວົ້ານັ້ນຖືກຕ້ອງ ແລະ ບໍ່ມີຂໍ້ສົງໄສກ່ຽວກັບສິ່ງທີ່ເຈົ້າໄດ້ໂອ້ລົມ. ເຖິງຢ່າງໃດກໍຕາມ, ພວກເຂົາພຽງແຕ່ບໍ່ສາມາດເຂົ້າໃຈວ່າເປັນຫຍັງຈຶ່ງຕ້ອງເຮັດສິ່ງຕ່າງໆດ້ວຍວິທີນີ້ ແລະ ບໍ່ສາມາດຢັ່ງຮູ້ຫຼັກການທີ່ກ່ຽວຂ້ອງໄດ້. ໂດຍສະເພາະເມື່ອປະເຊີນກັບບັນຫາຕ່າງໆ ຫຼື ສະຖານະການພິເສດໃນຊີວິດຈິງ ຫຼື ໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ, ພວກເຂົາບໍ່ຮູ້ວິທີນຳໃຊ້ຫຼັກການ ຫຼື ວິທີການເຂົ້າຫາ ແລະ ຈັດການກັບບັນຫາທີ່ພວກເຂົາພົບພໍ້ຕາມຫຼັກການ. ສິ່ງນີ້ບົ່ງບອກເຖິງການຂາດຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ. ຄົນທີ່ຂາດຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆຈະບໍ່ເຂົ້າໃຈຫຼັງຈາກທີ່ໄດ້ຍິນການໂອ້ລົມກ່ຽວກັບຄວາມຈິງ ແລະ ມັກຈະຮ້ອງຂໍສະເໝີວ່າ “ເຈົ້າຍົກຕົວຢ່າງອື່ນອີກໄດ້ບໍ?” ຫຼື “ເຈົ້າອະທິບາຍໃຫ້ລະອຽດກວ່ານີ້ໄດ້ບໍ?” ມີພຽງແຕ່ຫຼັງຈາກທີ່ເຈົ້າຍົກຕົວຢ່າງ ແລະ ອະທິບາຍຢ່າງລະອຽດເທົ່ານັ້ນ ພວກເຂົາຈຶ່ງສາມາດເຂົ້າໃຈໄດ້ເລັກໜ້ອຍ. ແຕ່ຖ້າເຈົ້າໂອ້ລົມບາງສິ່ງທີ່ເລິກເຊິ່ງກວ່າ, ພວກເຂົາກໍຈະບໍ່ສາມາດເຂົ້າໃຈໄດ້ອີກຄັ້ງ ແລະ ຈະຂໍໃຫ້ເຈົ້າຍົກຕົວຢ່າງອື່ນອີກ. ເປັນຫຍັງພວກເຂົາຈຶ່ງຂໍໃຫ້ເຈົ້າຍົກຕົວຢ່າງຊໍ້າແລ້ວຊໍ້າອີກ? ມັນກໍເພື່ອໃຫ້ເຈົ້າອະທິບາຍສະຖານະການທີ່ຄ້າຍຄືກັນໃນຊີວິດຈິງຜ່ານຕົວຢ່າງ, ເພື່ອທີ່ພວກເຂົາຈະໄດ້ພຽງແຕ່ຈື່ຈຳວິທີການ ຫຼື ກົດລະບຽບໃດໜຶ່ງ. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ມັນເປັນເພາະວ່າຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆຂອງພວກເຂົາບໍ່ດີຫຼາຍ, ເຈົ້າອາດຈະເວົ້າໄດ້ວ່າພວກເຂົາບໍ່ມີຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆເລີຍ; ພວກເຂົາບໍ່ຮູ້ວິທີນຳໃຊ້ຫຼັກການໃນຊີວິດຈິງ ຫຼື ໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ. ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາແນວໃດກໍຕາມ, ບໍ່ວ່າເຈົ້າຈະຍົກຕົວຢ່າງສະເພາະເຈາະຈົງຫຼາຍສໍ່າໃດ ແລະ ອະທິບາຍຫຼັກການຢ່າງຊັດເຈນຫຼາຍສໍ່າໃດ, ແມ່ນແຕ່ການກ່າວເຖິງຫຼັກການສຳລັບການຈັດການກັບສະຖານະການພິເສດ, ພວກເຂົາກໍສາມາດຟັງຫຼາຍສໍ່າໃດກໍຍັງບໍ່ເຂົ້າໃຈ. ພວກເຂົາຮູ້ສຶກວ່າສິ່ງທີ່ເຈົ້າກຳລັງເວົ້າເປັນພຽງທິດສະດີ ແລະ ຍັງຄົງບໍ່ຮູ້ວິທີຈັດການກັບບັນຫາຕ່າງໆທີ່ພວກເຂົາປະເຊີນໃນຊີວິດຈິງ. ສິ່ງນີ້ບົ່ງບອກເຖິງການຂາດຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ. ບໍ່ວ່າຄົນອື່ນຈະອະທິບາຍສິ່ງຕ່າງໆໃຫ້ພວກເຂົາຟັງແນວໃດກໍຕາມ, ຄົນທີ່ຂາດຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆກໍບໍ່ສາມາດເຂົ້າໃຈໄດ້, ນີ້ຄືການມີຂີດຄວາມສາມາດທີ່ບໍ່ດີ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີມີປະສິດທິພາບ ແລະ ປະສິດທິຜົນທີ່ບໍ່ດີໃນການເຮັດສິ່ງຕ່າງໆນຳບໍ? (ແມ່ນແລ້ວ). ຖ້າຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆຂອງຄົນໆໜຶ່ງບໍ່ດີ, ແລ້ວປະສິດທິພາບ ແລະ ປະສິດທິຜົນຂອງພວກເຂົາໃນການເຮັດສິ່ງຕ່າງໆກໍຈະບໍ່ດີຢ່າງແນ່ນອນ; ພວກເຂົາຈະບໍ່ຮູ້ວ່າຫຼັກການໃດທີ່ກ່ຽວຂ້ອງເມື່ອພວກເຂົາປະເຊີນກັບບາງສິ່ງ ແລະ ພວກເຂົາຈະບໍ່ຮູ້ວິທີນຳໃຊ້ຫຼັກການໃນຊີວິດຈິງ. ສິ່ງນີ້ບົ່ງບອກເຖິງຂີດຄວາມສາມາດທີ່ບໍ່ດີ. ຍັງມີຄົນອີກປະເພດໜຶ່ງທີ່ຍິ່ງການໂອ້ລົມຂອງຄົນອື່ນລະອຽດ ແລະ ສະເພາະເຈາະຈົງຫຼາຍສໍ່າໃດ ກໍຍິ່ງມຶນງົງຫຼາຍຂຶ້ນສໍ່ານັ້ນ, ໂດຍບໍ່ສາມາດເຂົ້າໃຈມັນໄດ້. ຕົວຢ່າງ: ເມື່ອເຮືອນຂອງພຣະເຈົ້າໂອ້ລົມກ່ຽວກັບການແຍກແຍະຜູ້ນໍາປອມ ແລະ ພວກຕໍ່ຕ້ານພຣະຄຣິສ, ຫຼັງຈາກທີ່ຟັງແລ້ວ ພວກເຂົາກໍເວົ້າວ່າ: “ເປັນຫຍັງຂ້ານ້ອຍຈຶ່ງບໍ່ເຂົ້າໃຈເລື່ອງນີ້? ມີການໂອ້ລົມກ່ຽວກັບຫຼັກການ, ມີການຍົກຕົວຢ່າງ ແລະ ມີການບອກລາຍການສະຖານະການພິເສດ, ແຕ່ທຸກຢ່າງຟັງເບິ່ງຄືສັບສົນວຸ້ນວາຍໄປໝົດສຳລັບຂ້ານ້ອຍ. ຢູ່ທີ່ນີ້ກຳລັງເວົ້າເຖິງຫຍັງກັນແທ້? ພວກເຮົາຄວນຈັດການກັບຄົນປະເພດໃດ? ພວກເຮົາຕ້ອງຈັດການກັບຜູ້ນໍາປອມ ຫຼື ພວກຕໍ່ຕ້ານພຣະຄຣິສ? ຜູ້ນໍາຄຣິສຕະຈັກຂອງພວກເຮົາເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ຄົນນັ້ນເບິ່ງຄືວ່າຊົ່ວຮ້າຍເລັກໜ້ອຍ, ການສະແດງອອກຂອງພວກເຂົາແມ່ນຍ້ອນອຸປະນິໄສທີ່ເສື່ອມຊາມ ຫຼື ຍ້ອນຄວາມເປັນມະນຸດທີ່ບໍ່ດີ? ພວກເຂົາເປັນໃຜກັນແທ້, ເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ? ຂ້ານ້ອຍກໍຍັງບໍ່ເຂົ້າໃຈຢູ່ດີ”. ພວກເຂົາບໍ່ເຂົ້າໃຈແມ່ນແຕ່ຫຼັກການຄວາມຈິງທີ່ເຈົ້າໂອ້ລົມນັ້ນແມ່ນຫຍັງ; ຍິ່ງພວກເຂົາຟັງຫຼາຍສໍ່າໃດ, ພວກເຂົາກໍຍິ່ງມຶນງົງຫຼາຍຂຶ້ນສໍ່ານັ້ນ. ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການເຊື່ອມໂຍງຫຼັກການຄວາມຈິງເຫຼົ່ານີ້ເຂົ້າກັບສະຖານະການຕົວຈິງເທົ່ານັ້ນ, ແຕ່ພວກເຂົາຍັງມຶນງົງຫຼາຍຈົນບໍ່ຮູ້ແມ່ນແຕ່ວ່າຫົວຂໍ້ຂອງສິ່ງທີ່ເຈົ້າກຳລັງເວົ້ານັ້ນແມ່ນຫຍັງ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນເຖິງການຂາດຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆບໍ? (ແມ່ນແລ້ວ). ຕົວຢ່າງ: ລອງຈິນຕະນາການເຖິງສະຖານະການທີ່ທຸກຄົນມາເຕົ້າໂຮມກັນເພື່ອໂອ້ລົມໃນຫົວຂໍ້ດຽວ, ໂດຍແຕ່ລະຄົນໄດ້ປະກອບຄວາມຄິດເຫັນຂອງພວກເຂົາ. ເຈົ້າໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງເຈົ້າ, ຂ້ອຍສະແດງຄວາມເຂົ້າໃຈຂອງຂ້ອຍ; ຄົນໜຶ່ງຕັ້ງຄຳຖາມ, ອີກຄົນໜຶ່ງຕັ້ງຄຳຖາມທີ່ແຕກຕ່າງກັນ, ເຊິ່ງທັງໝົດລ້ວນແຕ່ເນັ້ນໃສ່ຫົວຂໍ້ນີ້. ຄົນທີ່ບໍ່ມີຂີດຄວາມສາມາດຟັງການສົນທະນາປະເພດນີ້ແລ້ວກໍບໍ່ສາມາດທຳຄວາມເຂົ້າໃຈກັບມັນໄດ້. ໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ: “ພວກເຈົ້າທຸກຄົນກຳລັງເວົ້າເລື່ອງຫຍັງກັນ? ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດເຂົ້າໃຈມັນໄດ້?” ພວກເຂົາກາຍເປັນຄົນມຶນງົງ. ພວກເຂົາບໍ່ສາມາດເຂົ້າໃຈຕັກກະທີ່ຢູ່ເບື້ອງຫຼັງຄຳຖາມທີ່ສົມເຫດສົມຜົນທີ່ຄົນອື່ນຕັ້ງຂຶ້ນ ຫຼື ເຫດຜົນທີ່ວ່າເປັນຫຍັງຄຳຖາມເຫຼົ່ານັ້ນຈຶ່ງຖືກຕັ້ງຂຶ້ນ, ພວກເຂົາບໍ່ສາມາດຄິດຫາເຫດຜົນທີ່ຢູ່ເບື້ອງຫຼັງສິ່ງນີ້ໄດ້; ພວກເຂົາຮ້າຍແຮງກວ່າຄົນທີ່ຢືນເບິ່ງຊື່ໆອີກ. ຄົນທີ່ມີຂີດຄວາມສາມາດ, ເຖິງແມ່ນວ່າຈະພຽງແຕ່ສັງເກດການຢູ່ທາງຂ້າງ, ກໍສາມາດບອກໄດ້ວ່າໃຜຖືກ ແລະ ໃຜຜິດ, ເຫດຜົນທີ່ຄົນໃດໜຶ່ງຖາມຄຳຖາມໃດໜຶ່ງ, ຄຳຖາມນັ້ນເລິກເຊິ່ງ ຫຼື ຕື້ນເຂີນ, ຄຳຖາມນັ້ນຖືກຕອບແນວໃດ, ແຕ່ຄົນທີ່ບໍ່ມີຂີດຄວາມສາມາດບໍ່ສາມາດເຂົ້າໃຈສິ່ງໃດໃນເລື່ອງນີ້ເລີຍ ແລະ ບໍ່ສາມາດເຂົ້າໃຈຕັກກະທີ່ຢູ່ເບື້ອງຫຼັງມັນໄດ້. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ມີຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ. ເມື່ອຄົນອື່ນໂອ້ລົມກ່ຽວກັບບາງສິ່ງ, ພວກເຂົາກໍບໍ່ສາມາດແຍກແຍະໄດ້ຫຼັງຈາກທີ່ຟັງແລ້ວ. ພວກເຂົາບໍ່ຮູ້ວ່າສິ່ງທີ່ເວົ້າໄປນັ້ນເປັນຄວາມຈິງ ແລະ ພາວະວິໄສ ຫຼື ບໍ່, ທັງບໍ່ສາມາດເບິ່ງທະລຸເຖິງພູມຫຼັງ ແລະ ແກ່ນແທ້ຂອງເລື່ອງນັ້ນໄດ້, ພວກເຂົາສັບສົນຢ່າງສິ້ນເຊີງ. ສຳລັບເຫດຜົນທີ່ວ່າເປັນຫຍັງຈຶ່ງມີການສົນທະນາຫົວຂໍ້ນີ້, ເປັນຫຍັງຫຼັກການທີ່ກ່ຽວຂ້ອງກັບຫົວຂໍ້ນີ້ຈຶ່ງຕ້ອງໄດ້ຮັບການເນັ້ນຢໍ້າຊໍ້າແລ້ວຊໍ້າອີກ, ພ້ອມທັງຄຳຖາມຂອງໃຜທີ່ກ່ຽວຂ້ອງກັບຫຼັກການເຫຼົ່ານີ້ ແລະ ຄຳຖາມຂອງໃຜທີ່ບໍ່ກ່ຽວຂ້ອງ, ພວກເຂົາບໍ່ສາມາດເຂົ້າໃຈ ຫຼື ທຳຄວາມເຂົ້າໃຈກັບສິ່ງເຫຼົ່ານີ້ໄດ້ເລີຍ. ເມື່ອພວກເຂົາຟັງຕໍ່ໄປ, ພວກເຂົາກໍເລີ່ມງ່ວງນອນ; ພວກເຂົາເລີ່ມຖືວ່າຕົນເອງເປັນພຽງຜູ້ສັງເກດການໃນການໂອ້ລົມນີ້ ແລະ ຫົວໃຈຂອງພວກເຂົາກໍມືດມົວ. ສຳລັບຄົນອື່ນ, ຍິ່ງມີການໂອ້ລົມກ່ຽວກັບຫຼັກການຄວາມຈິງຫຼາຍສໍ່າໃດ, ຈິດໃຈຂອງພວກເຂົາກໍຍິ່ງແຈ່ມແຈ້ງ ແລະ ຊັດເຈນຫຼາຍຂຶ້ນສໍ່ານັ້ນ. ແຕ່ສຳລັບຄົນທີ່ບໍ່ມີຂີດຄວາມສາມາດ, ຍິ່ງພວກເຂົາຟັງຫຼາຍສໍ່າໃດ, ພວກເຂົາກໍຍິ່ງມຶນງົງຫຼາຍຂຶ້ນສໍ່ານັ້ນ ແລະ ຄວາມຄິດຂອງພວກເຂົາກໍຍິ່ງມືດມົວຫຼາຍຂຶ້ນ. ສິ່ງນີ້ບົ່ງບອກເຖິງການຂາດຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ. ສິ່ງນີ້ບໍ່ໄດ້ບົ່ງບອກເຖິງຂີດຄວາມສາມາດທີ່ບໍ່ດີຫຼາຍບໍ? ຄົນແບບນີ້ຍັງສາມາດເອີ້ນໄດ້ວ່າເປັນຄົນທີ່ບໍ່ມີຂີດຄວາມສາມາດ. ຄົນທີ່ບໍ່ມີຂີດຄວາມສາມາດແມ່ນຄົນປະເພດໃດ? (ຄົນທີ່ປັນຍາອ່ອນ). ຄົນທີ່ປັນຍາອ່ອນ, ຄົນໂງ່ຈ້າ, ຄົນໂງ່, ນີ້ຄືປະເພດຂອງຄົນທີ່ມີຂີດຄວາມສາມາດທີ່ບໍ່ດີທີ່ສຸດ. ນີ້ຄືດ້ານທີສອງ: ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ.
ຂໍ້ທີ 3: ຄວາມສາມາດໃນການຢັ່ງຮູ້
ດ້ານທີສາມຄືຄວາມສາມາດໃນການຢັ່ງຮູ້. ຄວາມສາມາດໃນການຢັ່ງຮູ້ແມ່ນຄ້າຍຄືກັນກັບຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ ແຕ່ກ້າວໄປອີກຂັ້ນໜຶ່ງ. ຄວາມແຕກຕ່າງລະຫວ່າງພວກມັນແມ່ນຫຍັງ? ຄວາມສາມາດໃນການຢັ່ງຮູ້ເນັ້ນໃສ່ວິທີການປັບຫຼັກການຂອງຄວາມຈິງ ແລະ ເສັ້ນທາງແຫ່ງການປະຕິບັດໃຫ້ສອດຄ່ອງກັບບັນຫາຕ່າງໆໃນຊີວິດຈິງຫຼາຍກວ່າ ແລະ ຈາກນັ້ນກໍນຳພວກມັນໄປປະຕິບັດໃນວຽກງານຕົວຈິງ, ຫຼັງຈາກທີ່ຄົນໆໜຶ່ງໄດ້ເຂົ້າໃຈ ແລະ ຊຳນານໃນຫຼັກການ ແລະ ເສັ້ນທາງເຫຼົ່ານີ້ແລ້ວ. ນີ້ຄືຈຸດທີ່ຄວາມແຕກຕ່າງຕັ້ງຢູ່. ຄົນທີ່ມີຄວາມສາມາດໃນການຢັ່ງຮູ້, ຫຼັງຈາກທີ່ເຂົ້າໃຈພື້ນຖານ ແລະ ຫຼັກການຂອງບາງສິ່ງແລ້ວ, ກໍມີເສັ້ນທາງແຫ່ງການປະຕິບັດຢູ່ໃນໃຈຂອງພວກເຂົາ ແລະ ມີຂອບເຂດ, ທິດທາງ ແລະ ເປົ້າໝາຍທີ່ຖືກຕ້ອງ. ພວກເຂົາຮູ້ວິທີນຳໃຊ້ພື້ນຖານ ແລະ ຫຼັກການເຫຼົ່ານີ້ ແລະ ຍັງຮູ້ຫຼັກການຂອງການປະຕິບັດທີ່ກ່ຽວຂ້ອງໃນສະຖານະການພິເສດບາງຢ່າງ. ສົມມຸດວ່າ, ຫຼັງຈາກທີ່ໄດ້ຍິນການໂອ້ລົມກ່ຽວກັບຫຼັກການຄວາມຈິງບາງຢ່າງແລ້ວ, ຄົນໆໜຶ່ງສາມາດຮັບຮູ້ເຖິງແກ່ນແທ້ຂອງບັນຫາບາງຢ່າງ ແລະ ຈາກນັ້ນກໍໃຊ້ຄວາມຈິງເພື່ອແກ້ໄຂບັນຫາຕົວຈິງບາງຢ່າງໃນຊີວິດຈິງ. ນັ້ນກໍຄື, ຫຼັງຈາກທີ່ພວກເຂົາໄດ້ຍິນຫຼັກການເຫຼົ່ານີ້, ພວກເຂົາກໍເຂົ້າໃຈໃນທັນທີວ່າພວກເຂົາຄວນປະຕິບັດແນວໃດເພື່ອຕອບສະໜອງຕໍ່ສະຖານະການກ່ອນໜ້ານີ້ ແລະ ເມື່ອສະຖານະການເກີດຂຶ້ນອີກຄັ້ງ, ພວກເຂົາກໍຮູ້ວິທີນຳໃຊ້ຫຼັກການເພື່ອເຂົ້າຫາພວກມັນ ແລະ ມີເສັ້ນທາງແຫ່ງການປະຕິບັດຢູ່ໃນໃຈຂອງພວກເຂົາໃນທັນທີ; ການຢັ່ງຮູ້ຂອງພວກເຂົາກ່ຽວກັບຫຼັກການ ແລະ ພື້ນຖານເຮັດໜ້າທີ່ຄືກັບແສງສະຫວ່າງນຳທາງ, ເຊິ່ງເຮັດໃຫ້ພວກເຂົາຮູ້ວິທີຈັດການກັບບັນຫາຕ່າງໆໃນຊີວິດ ຫຼື ວຽກງານໄດ້ຢ່າງວ່ອງໄວ ແລະ ເຮັດໃຫ້ພວກເຂົາມີເສັ້ນທາງ, ທິດທາງ ແລະ ຫຼັກການຂອງການປະຕິບັດ. ໃນກໍລະນີດັ່ງກ່າວ, ຄົນແບບນັ້ນມີຄວາມສາມາດໃນການຢັ່ງຮູ້, ເຊິ່ງແນ່ນອນວ່າເປັນການສະແດງອອກເຖິງຂີດຄວາມສາມາດທີ່ດີ. ສົມມຸດວ່າຄົນໆໜຶ່ງ, ຫຼັງຈາກທີ່ໄດ້ຍິນການໂອ້ລົມບາງຢ່າງກ່ຽວກັບຫຼັກການຄວາມຈິງແລ້ວ, ກໍຮູ້ວ່າພວກເຂົາຄວນປະຕິບັດ ແລະ ຈັດການກັບສິ່ງເຫຼົ່ານັ້ນຈາກຊີວິດຈິງຂອງພວກເຂົາແນວໃດ ເຊິ່ງເປັນເລື່ອງທົ່ວໄປ ແລະ ເປັນສາກົນ ຫຼື ເຊິ່ງພວກເຂົາເຄີຍມີປະສົບການມາແລ້ວ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ຮູ້ວິທີນຳໃຊ້ຫຼັກການຄວາມຈິງເຫຼົ່ານີ້ເຂົ້າໃນສະຖານະການທີ່ພິເສດ, ຊັບຊ້ອນ, ສະຖານະການທີ່ບໍ່ຄາດຄິດ ຫຼື ບັນຫາ ແລະ ປະກົດການທີ່ບໍ່ທົ່ວໄປທີ່ພວກເຂົາບໍ່ເຄີຍມີປະສົບການ ແລະ ຍັງຈຳເປັນຕ້ອງສະແຫວງຫາ ແລະ ສອບຖາມເພື່ອໃຫ້ໄດ້ຄຳຕອບທີ່ຖືກຕ້ອງ ຫຼື ແຜນການປະຕິບັດທີ່ສະເພາະເຈາະຈົງ ກ່ອນທີ່ຈະຮູ້ວິທີຈັດການ ແລະ ແກ້ໄຂພວກມັນ. ຖ້າບໍ່ດັ່ງນັ້ນ, ເຖິງແມ່ນວ່າຫຼັງຈາກທີ່ໄດ້ຍິນຫຼັກການຄວາມຈິງແລ້ວ, ພວກເຂົາກໍຍັງບໍ່ຮູ້ວິທີຈັດການກັບເລື່ອງ ຫຼື ບັນຫາດັ່ງກ່າວ. ສິ່ງນີ້ບົ່ງບອກວ່າພວກເຂົາມີຄວາມສາມາດໃນການຢັ່ງຮູ້ລະດັບປານກາງ; ຫຼື ຍັງສາມາດເວົ້າໄດ້ວ່າຄົນແບບນັ້ນມີຂີດຄວາມສາມາດລະດັບປານກາງ. ບາງຄົນເຮັດວຽກມາສິບ ຫຼື ຊາວປີແລ້ວ ແລະ ດ້ວຍປະສົບການການເຮັດວຽກບາງຢ່າງລວມເຂົ້າກັບການໂອ້ລົມທີ່ຊັດເຈນກ່ຽວກັບຫຼັກການຄວາມຈິງຈາກເຮືອນຂອງພຣະເຈົ້າ, ພວກເຂົາກໍຮູ້ວິທີຈັດການກັບສະຖານະການທົ່ວໄປ ແລະ ໄດ້ຮັບການຢືນຢັນວ່າການຈັດການກັບພວກມັນດ້ວຍວິທີນີ້ແມ່ນຖືກຕ້ອງ. ເຖິງຢ່າງໃດກໍຕາມ, ເມື່ອປະເຊີນກັບບັນຫາທີ່ຊັບຊ້ອນ, ພິເສດ, ບໍ່ທົ່ວໄປບາງຢ່າງ ເຊິ່ງພວກເຂົາບໍ່ເຄີຍມີປະສົບການໃນວຽກງານຂອງພວກເຂົາ, ພວກເຂົາກໍບໍ່ຮູ້ວິທີຈັດການກັບພວກມັນ ແລະ ຕ້ອງໄດ້ຮັບຄຳຕອບທີ່ຊັດເຈນໂດຍການສອບຖາມກ່ອນທີ່ພວກເຂົາຈະສາມາດເລີ່ມຈັດການກັບພວກມັນໄດ້. ຖ້າສະຖານະການປ່ຽນແປງ ແລະ ກາຍເປັນເລື່ອງຊັບຊ້ອນກວ່າທີ່ພວກເຂົາຈິນຕະນາການໄວ້ ຫຼື ກວ່າສະຖານະການທີ່ພວກເຂົາຮູ້, ພວກເຂົາກໍຈະສັບສົນ, ບໍ່ຮູ້ວ່າພວກເຂົາຄວນປະເຊີນໜ້າກັບມັນແນວໃດ ແລະ ຍິ່ງບໍ່ຮູ້ວ່າພວກເຂົາຄວນປະຕິບັດ ແລະ ຈັດການກັບມັນແນວໃດໃນວິທີທີ່ສອດຄ່ອງກັບຫຼັກການ. ເມື່ອພວກເຂົາບໍ່ຮູ້ວິທີປະຕິບັດ, ບໍ່ວ່າພວກເຂົາຈະກະທຳໂດຍອີງໃສ່ຈິນຕະນາການຂອງພວກເຂົາ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງ ຫຼື ພຽງແຕ່ປ່ອຍມັນໄວ້ ແລະ ບໍ່ສົນໃຈມັນ, ບໍ່ວ່າພວກເຂົາຈະກະທຳແນວໃດກໍຕາມ, ຄວາມຈິງທີ່ວ່າເມື່ອປະເຊີນກັບສະຖານະການດັ່ງກ່າວ ພວກເຂົາກໍສັບສົນ ແລະ ບໍ່ຮູ້ວິທີນຳໃຊ້ຫຼັກການເພື່ອຈັດການກັບມັນ ກໍພິສູດໃຫ້ເຫັນວ່າຂີດຄວາມສາມາດຂອງພວກເຂົາແມ່ນປານກາງຫຼາຍ. ຖ້າຄົນໆໜຶ່ງສາມາດຈັດການກັບສະຖານະການທົ່ວໄປໄດ້ ແຕ່ບໍ່ຮູ້ວິທີຈັດການກັບສະຖານະການພິເສດ, ສິ່ງນີ້ບົ່ງບອກເຖິງຂີດຄວາມສາມາດລະດັບປານກາງ. ຖ້າການພົບພໍ້ກັບສະຖານະການພິເສດບາງຢ່າງເຮັດໃຫ້ພວກເຂົາສັບສົນຫຼາຍຈົນບໍ່ສາມາດຈັດການແມ່ນແຕ່ບັນຫາທີ່ພວກເຂົາສາມາດຈັດການໄດ້ຕາມປົກກະຕິ, ສິ່ງນີ້ບົ່ງບອກເຖິງຂີດຄວາມສາມາດທີ່ບໍ່ດີ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີກໍມີຄວາມສາມາດໃນການຢັ່ງຮູ້ທີ່ບໍ່ດີເຊັ່ນກັນ. ມີຄວາມແຕກຕ່າງລະຫວ່າງຄົນທີ່ມີຄວາມສາມາດໃນການຢັ່ງຮູ້ທີ່ບໍ່ດີ ແລະ ຄົນທີ່ມີຄວາມສາມາດໃນການຢັ່ງຮູ້ທີ່ພຽງພໍບໍ? (ມີ).
ບາງຄົນ, ບໍ່ວ່າຄົນອື່ນຈະໂອ້ລົມແນວໃດກໍຕາມ, ກໍບໍ່ສາມາດກຳແໜ້ນຫຼັກການໄດ້. ພວກເຂົາເຂົ້າໃຈພຽງແຕ່ຫຼັກຄຳສອນ ແລະ ກົດລະບຽບ ແລະ ສາມາດຮ້ອງຄຳຂວັນໄດ້ສອງສາມຄຳ, ແຕ່ພວກເຂົາບໍ່ຮູ້ວິທີເຮັດວຽກງານຕົວຈິງ ແລະ ແກ້ໄຂບັນຫາ. ເຈົ້າເຫັນບໍ, ຫຼັງຈາກທີ່ຟັງການໂອ້ລົມແລ້ວ, ພວກເຂົາກໍເວົ້າດ້ວຍຄວາມຊັດເຈນ ແລະ ມີໂຄງສ້າງທີ່ດີຫຼາຍ, ຄືກັບວ່າພວກເຂົາເຂົ້າໃຈຢ່າງແທ້ຈິງ. ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ເຂົ້າໃຈສິ່ງທີ່ເວົ້າໄປນັ້ນເລີຍ. ເມື່ອເວົ້າເຖິງການເຮັດວຽກງານທີ່ເປັນຮູບປະທຳ, ພວກເຂົາກໍສັບສົນ, ບໍ່ຮູ້ວ່າຈະເລີ່ມຕົ້ນຈາກໃສ. ເມື່ອພົບພໍ້ກັບບັນຫາ, ພວກເຂົາກໍບໍ່ຮູ້ວິທີແກ້ໄຂພວກມັນ. ພວກເຂົາຍັງຄົງບໍ່ສາມາດເຮັດວຽກງານທີ່ເປັນຮູບປະທຳໄດ້. ໃນການປະຕິບັດຕໍ່ ແລະ ຈັດການກັບຜູ້ຄົນ ແລະ ເລື່ອງຕ່າງໆ, ພວກເຂົາຍັງຄົງຂາດຫຼັກການ. ໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ: “ຂ້ານ້ອຍເຂົ້າໃຈຫຼັກການຄວາມຈິງໃນເວລາທີ່ຟັງຄຳເທດສະໜາ, ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດນຳໃຊ້ພວກມັນໃນສະພາບແວດລ້ອມຊີວິດຈິງໄດ້? ເປັນຫຍັງສິ່ງທີ່ຂ້ານ້ອຍເຂົ້າໃຈ ແລະ ມັກຈະເວົ້າເຖິງຈຶ່ງໃຊ້ບໍ່ໄດ້ຜົນ?” ພວກເຂົາກາຍເປັນຄົນສັບສົນອີກຄັ້ງ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີຮູ້ພຽງແຕ່ວິທີເວົ້າກ່ຽວກັບຫຼັກຄຳສອນ ແລະ ຍຶດຕິດກັບກົດລະບຽບ, ແຕ່ເມື່ອປະເຊີນກັບສະຖານະການຕ່າງໆ, ພວກເຂົາບໍ່ສາມາດເບິ່ງພວກມັນໄດ້ຢ່າງຊັດເຈນ, ຫຼັກຄຳສອນທີ່ພວກເຂົາສາມາດເວົ້າໄດ້ນັ້ນໄຮ້ປະໂຫຍດຢ່າງສິ້ນເຊີງ, ພວກເຂົາບໍ່ສາມາດແມ່ນແຕ່ຈະຍຶດຕິດກັບກົດລະບຽບ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາໃດໆໄດ້. ພວກເຂົາບໍ່ຮູ້ວິທີປະຕິບັດເມື່ອຄວາມຫຍຸ້ງຍາກເກີດຂຶ້ນ. ຕົວຢ່າງ: ເມື່ອຄົນໃດໜຶ່ງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ໂດຍເວົ້າບາງສິ່ງທີ່ໄຮ້ສາລະ, ພວກເຂົາກໍບໍ່ສາມາດແຍກແຍະໄດ້ວ່າລັກສະນະຂອງເລື່ອງນີ້ແມ່ນຫຍັງ. ພວກເຂົາບໍ່ຮູ້ວ່າສິ່ງໃດທີ່ນັບວ່າເປັນການຂັດຂວາງ ແລະ ການລົບກວນ ຫຼື ລັກສະນະຂອງພວກມັນແມ່ນຫຍັງ; ຍິ່ງໄປກວ່ານັ້ນ, ພວກເຂົາກໍຍິ່ງບໍ່ຮູ້ວ່າຄວນແກ້ໄຂບັນຫານັ້ນແນວໃດ. ມີຄົນຖາມພວກເຂົາວ່າ: “ເຈົ້າບໍ່ຮູ້ວິທີແຍກແຍະຄົນຊົ່ວຮ້າຍບໍ? ເປັນຫຍັງເຈົ້າຈຶ່ງຂາດຫຼັກການເມື່ອເວົ້າເຖິງການຈັດການກັບຄົນຊົ່ວຮ້າຍ?” ພວກເຂົາຕອບວ່າ: “ຂ້ານ້ອຍເຂົ້າໃຈຫຼັກຄຳສອນເຫຼົ່ານີ້, ແຕ່ຂ້ານ້ອຍບໍ່ຮູ້ວ່າພວກມັນເໝາະສົມສຳລັບການແກ້ໄຂບັນຫາໃດ ຫຼື ພວກມັນເໝາະສົມສຳລັບການນຳໃຊ້ກັບຄົນປະເພດໃດ”. ສິ່ງນີ້ບົ່ງບອກເຖິງການຂາດຄວາມສາມາດໃນການຢັ່ງຮູ້, ແມ່ນບໍ່? (ແມ່ນແລ້ວ). ເຈົ້າເຫັນບໍ, ຫຼັງຈາກທີ່ໄດ້ຍິນຫຼັກການແລ້ວ, ພວກເຂົາກໍສາມາດສະຫຼຸບພວກມັນອອກມາເປັນຂໍ້ໆຕາມຄວາມໝາຍຕາມຕົວອັກສອນຂອງພວກມັນໄດ້ເປັນຢ່າງດີ, ຈື່ຈຳພວກມັນໄດ້ຢ່າງຖືກຕ້ອງ ແລະ ເຖິງກັບທ່ອງຈຳພວກມັນໄດ້ຢ່າງລ່ຽນໄຫຼ ໂດຍບໍ່ຕົກຫຼົ່ນແມ່ນແຕ່ຄຳດຽວ. ແຕ່ໜ້າເສຍດາຍທີ່ໃນຊີວິດຈິງ, ເມື່ອເວົ້າເຖິງການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນ ແລະ ການກະທຳ, ພວກເຂົາບໍ່ມີເສັ້ນທາງແຫ່ງການປະຕິບັດໃດໆເລີຍ, ພວກເຂົາຮູ້ພຽງແຕ່ວິທີຮ້ອງຄຳຂວັນ, ເວົ້າກ່ຽວກັບຫຼັກຄຳສອນ ແລະ ຍຶດຕິດກັບກົດລະບຽບ. ບໍ່ວ່າຈະໃນຊີວິດຈິງ ຫຼື ໃນການປະຕິບັດໜ້າທີ່ຂອງຕົນ, ບໍ່ວ່າພວກເຂົາຈະພົບພໍ້ກັບຫຍັງກໍຕາມ, ພວກເຂົາກໍບໍ່ຮູ້ວິທີສະແຫວງຫາຄວາມຈິງ ຫຼື ປະຕິບັດຕາມຫຼັກການ. ສິ່ງນີ້ບົ່ງບອກເຖິງການຂາດຄວາມສາມາດໃນການຢັ່ງຮູ້. ເຖິງແມ່ນວ່າຄົນທີ່ຂາດຄວາມສາມາດໃນການຢັ່ງຮູ້ອ່ານພຣະທຳຂອງພຣະເຈົ້າເລື້ອຍໆ, ແຕ່ພວກເຂົາກໍບໍ່ສາມາດເຂົ້າໃຈໄດ້ວ່າຄວາມຈິງໃນພຣະທຳຂອງພຣະເຈົ້າແມ່ນຫຍັງ ຫຼື ຫຼັກການແມ່ນຫຍັງ. ສະນັ້ນ, ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ພວກເຂົາກໍບໍ່ສາມາດຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າເພື່ອແຍກແຍະ ແລະ ແກ້ໄຂມັນໄດ້ ແລະ ຕ້ອງໃຫ້ຄົນອື່ນຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າໃຫ້ພວກເຂົາ. ພວກເຂົາມັກຈະເນັ້ນໃສ່ຫຍັງສະເໝີເມື່ອອ່ານພຣະທຳຂອງພຣະເຈົ້າ? ພວກເຂົາຊອກຫາວ່າມີຕົວຢ່າງສະເພາະເຈາະຈົງເພື່ອອະທິບາຍເລື່ອງນັ້ນ ຫຼື ບໍ່. ຖ້າບໍ່ມີຕົວຢ່າງ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມໝາຍຂອງພຣະທຳຂອງພຣະເຈົ້າໄດ້. ຕົວຢ່າງ: ກ່ຽວກັບພຣະທຳຂອງພຣະເຈົ້າທີ່ເປີດໂປງແກ່ນແທ້ທຳມະຊາດຂອງຜູ້ຄົນ, ຖ້າບໍ່ມີການຍົກຕົວຢ່າງໃຫ້, ພວກເຂົາກໍບໍ່ສາມາດເຂົ້າໃຈພວກມັນໄດ້. ພວກເຂົາບໍ່ສາມາດປະຕິບັດການແຍກແຍະໂດຍການປຽບທຽບສະພາວະຂອງພວກເຂົາເອງກັບພຣະທຳຂອງພຣະເຈົ້າໄດ້. ມີພຽງແຕ່ເມື່ອມີຄົນໂອ້ລົມກ່ຽວກັບຄວາມຈິງ ແລະ ແຍກແຍະ ແລະ ໄຈ້ແຍກພວກເຂົາຕາມສະພາວະຕົວຈິງຂອງພວກເຂົາເທົ່ານັ້ນ ພວກເຂົາຈຶ່ງສາມາດເຂົ້າໃຈໄດ້. ຖ້າປາສະຈາກການໂອ້ລົມດັ່ງກ່າວ, ພວກເຂົາກໍບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້. ຄົນແບບນັ້ນມັກຈະຈົ່ມສະເໝີເມື່ອອ່ານພຣະທຳຂອງພຣະເຈົ້າ ໂດຍເວົ້າວ່າ: “ເປັນຫຍັງຈຶ່ງບໍ່ມີຕົວຢ່າງສະເພາະເຈາະຈົງ? ຂ້ານ້ອຍຈະເຊື່ອມໂຍງສິ່ງນີ້ກັບຕົວຂ້ານ້ອຍເອງໄດ້ແນວໃດ? ພຣະທຳເຫຼົ່ານີ້ເຂົ້າໃຈຍາກເກີນໄປ; ບໍ່ວ່າຂ້ານ້ອຍຈະອ່ານພວກມັນແນວໃດກໍຕາມ, ຂ້ານ້ອຍກໍບໍ່ສາມາດຈັບຄູ່ພວກມັນເຂົ້າກັບຕົວຂ້ານ້ອຍເອງໄດ້!” ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການເຂົ້າໃຈຄວາມຈິງ ຫຼື ການນຳເອົາພຣະທຳຂອງພຣະເຈົ້າເຂົ້າມາສູ່ຊີວິດຈິງ. ສິ່ງທີ່ພວກເຂົາເຂົ້າໃຈເປັນພຽງຫຼັກຄຳສອນ ແລະ ກົດລະບຽບທີ່ງ່າຍດາຍ, ແຕ່ຫຼັກຄຳສອນ ແລະ ກົດລະບຽບເຫຼົ່ານີ້ໄຮ້ປະໂຫຍດໃນຊີວິດຈິງ. ເມື່ອມີສິ່ງຕ່າງໆເກີດຂຶ້ນ, ພວກເຂົາກໍຍັງຄົງບໍ່ມີເສັ້ນທາງແຫ່ງການປະຕິບັດ. ສິ່ງນີ້ບົ່ງບອກວ່າພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້. ຄົນທີ່ບໍ່ມີຄວາມສາມາດໃນການຢັ່ງຮູ້ມີຂີດຄວາມສາມາດທີ່ບໍ່ດີບໍ? (ແມ່ນແລ້ວ). ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີທີ່ສຸດຄືຄົນທີ່ບໍ່ມີຂີດຄວາມສາມາດໃດໆເລີຍ; ຄົນແບບນັ້ນບໍ່ສາມາດທຳຄວາມເຂົ້າໃຈກັບຫຼັກການຕ່າງໆທີ່ພວກເຂົາໄດ້ຍິນ; ພວກເຂົາບໍ່ຮູ້ວ່າເປັນຫຍັງຈຶ່ງມີການຍົກຕົວຢ່າງແບບນັ້ນແບບນີ້, ເປັນຫຍັງຈຶ່ງມີການເວົ້າເຖິງສິ່ງສະເພາະເຈາະຈົງ ຫຼື ເປັນຫຍັງຜູ້ຄົນຈຶ່ງມີການສະແດງອອກບາງຢ່າງ, ພວກເຂົາບໍ່ສາມາດເຂົ້າໃຈສິ່ງດັ່ງກ່າວໄດ້, ສິ່ງເຫຼົ່ານີ້ເກີນຄວາມສາມາດຂອງພວກເຂົາ. ເຖິງແມ່ນວ່າເຈົ້າຈະຍົກຕົວຢ່າງໃຫ້ພວກເຂົາສອງສາມຕົວຢ່າງ, ພວກເຂົາກໍຮູ້ສຶກຄືກັບວ່າເຈົ້າພຽງແຕ່ກຳລັງເລົ່ານິທານ ຫຼື ເລື່ອງຕະຫຼົກ, ຄືກັບວ່າພວກເຂົາເປັນເດັກນ້ອຍທີ່ກຳລັງຟັງນິທານ, ໂດຍພົບວ່າມັນໜ້າສົນໃຈ ແລະ ໜ້າຂົບຂັນ. ຖ້າມີຄົນຖາມພວກເຂົາວ່າພວກເຂົາເຂົ້າໃຈສິ່ງທີ່ພວກເຂົາໄດ້ຍິນ ຫຼື ບໍ່, ພວກເຂົາກໍບອກວ່າເຂົ້າໃຈ ແລະ ພວກເຂົາເຖິງກັບສາມາດຮຽນແບບຄວາມຕະຫຼົກໃນຄຳເວົ້າຂອງຄົນອື່ນ ຫຼື ຮຽນແບບວິທີທີ່ພວກເຂົາຕຳນິຜູ້ຄົນໄດ້. ຖ້າເຈົ້າຖາມພວກເຂົາວ່າ: “ເຈົ້າຮູ້ຫຼັກການທີ່ກ່ຽວຂ້ອງທີ່ຜູ້ຄົນຄວນຍຶດຕິດ ຫຼື ບໍ່?” ພວກເຂົາກໍຕອບວ່າ: “ຫະ? ມີຫຼັກການນຳບໍ? ຂ້ານ້ອຍບໍ່ທັນໄດ້ຍິນເລີຍ”. ຄົນແບບນັ້ນມີຄວາມສາມາດໃນການຢັ່ງຮູ້ບໍ? (ບໍ່ມີ). ພວກເຂົາຂາດຄວາມສາມາດໃນການຢັ່ງຮູ້ ແລະ ບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້. ຄົນທີ່ຂາດຄວາມສາມາດໃນການຢັ່ງຮູ້ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າສອງສາມວັກ ຫຼື ສອງສາມບົດທຸກມື້, ຕາມກິດຈະວັດ ແລະ ຕາມຕາຕະລາງເວລາ ແລະ ພວກເຂົາກໍຮຽນຮູ້ເພງສັນລະເສີນ ແລະ ເຂົ້າຮ່ວມການເຕົ້າໂຮມຕາມເວລາທີ່ກຳນົດໄວ້ເຊັ່ນກັນ. ແຕ່ເມື່ອພວກເຂົາປິດໜັງສື ຫຼື ປິດສຽງບັນທຶກເພງສັນລະເສີນຂອງພວກເຂົາ, ສິ່ງດຽວທີ່ພວກເຂົາຈື່ຈຳໄດ້ຈາກສິ່ງທີ່ພວກເຂົາໄດ້ກິນ ແລະ ດື່ມກໍຄືວະລີຝ່າຍວິນຍານສອງສາມວະລີ ແລະ ຄຳເວົ້າທີ່ຕາຍຕົວບາງຄຳ ເຊັ່ນ: ວະລີທີ່ຜູ້ຄົນມັກຈະເວົ້າເລື້ອຍໆວ່າ “ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ” ແລະ “ຈົ່ງອ່ອນນ້ອມຕໍ່ພຣະເຈົ້າໃນທຸກສິ່ງ”; ຫຼື “ຊະຕາກຳຂອງມະນຸດຖືກກຳນົດໂດຍພຣະເຈົ້າ” ແລະ “ພຽງແຕ່ປະຕິບັດການຮັກພຣະເຈົ້າ”. ໃນສະຖານະການແຫ່ງຄວາມທຸກທໍລະມານຕົວຈິງ, ພວກເຂົາສາມາດເວົ້າໄດ້ພຽງແຕ່ວະລີທີ່ຄ້າຍຄືກັບວະລີຝ່າຍວິນຍານ ເຊັ່ນ: “ຂ້ານ້ອຍກຳລັງທົນທຸກຍ້ອນຄວາມຮູ້ສຶກ” ຫຼື “ຂ້ານ້ອຍກຳລັງທົນທຸກຍ້ອນເນື້ອໜັງ”. ສຳລັບຫຼັກການໃດໆທີ່ກ່ຽວຂ້ອງກັບການປະພຶດຕົນ, ຊີວິດປະຈຳວັນ, ວຽກງານ ແລະ ຫຼັກການຄວາມຈິງອື່ນໆ, ພວກເຂົາບໍ່ຮູ້ ຫຼື ບໍ່ເຂົ້າໃຈພວກມັນເລີຍ. ສິ່ງເຫຼົ່ານີ້ບໍ່ມີຢູ່ໃນໃຈຂອງພວກເຂົາ ແລະ ບໍ່ສາມາດບັນຈຸໄວ້ພາຍໃນພວກເຂົາໄດ້. ເປັນຫຍັງສິ່ງເຫຼົ່ານີ້ຈຶ່ງບໍ່ສາມາດບັນຈຸໄວ້ໄດ້? ເພາະວ່າ, ໃນແງ່ຂອງຂີດຄວາມສາມາດຂອງພວກເຂົາ, ຄົນແບບນັ້ນພຽງແຕ່ບໍ່ສາມາດເຂົ້າໃຈຫຼັກການຄວາມຈິງເຫຼົ່ານີ້ໄດ້ ແລະ ຫຼັກການຄວາມຈິງເຫຼົ່ານີ້ກໍເກີນຄວາມສາມາດຂອງພວກເຂົາ; ແລະ ດັ່ງນັ້ນ, ສິ່ງເຫຼົ່ານີ້ຈຶ່ງບໍ່ສາມາດຢັ່ງຮາກລົງໃນໃຈຂອງພວກເຂົາໄດ້. ສິ່ງທີ່ຄົນໆໜຶ່ງມີຢູ່ພາຍໃນ ແລະ ສິ່ງທີ່ພວກເຂົາສາມາດຍອມຮັບໄດ້ນັ້ນເປັນສິ່ງຢັ້ງຢືນເຖິງສິ່ງທີ່ພວກເຂົາສາມາດເຂົ້າໃຈໄດ້ ແລະ ສິ່ງທີ່ບໍ່ເກີນຄວາມສາມາດຂອງພວກເຂົາ. ຖ້າຄົນໆໜຶ່ງບໍ່ມີຂີດຄວາມສາມາດເລີຍ, ຂາດຄວາມສາມາດໃນການຢັ່ງຮູ້ ແລະ ບໍ່ສາມາດເຂົ້າໃຈຄວາມໝາຍທີ່ຊັດເຈນຂອງພຣະທຳຂອງພຣະເຈົ້າໄດ້, ເຖິງແມ່ນວ່າພວກເຂົາຈະຖືກຈັດວາງໄວ້ໃນສະຫວັນ ຫຼື ສະຫວັນຊັ້ນສາມ, ພວກເຂົາຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາຈະສາມາດນຳເອົາຄວາມຈິງໄປປະຕິບັດໄດ້ບໍ? ພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? (ບໍ່ໄດ້). ພວກເຂົາກໍຍັງຄົງເປັນຄືເກົ່າ. ຂີດຄວາມສາມາດຂອງພວກເຂົາກໍຈະຍັງຄົງຄືເກົ່າດັ່ງທີ່ເຄີຍເປັນມາ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີສາມາດຢັ່ງຮູ້ສິ່ງຕ່າງໆໄດ້ໃນຂອບເຂດທີ່ຈຳກັດຫຼາຍເທົ່ານັ້ນ. ຄົນທີ່ມີຂີດຄວາມສາມາດທີ່ດີສາມາດຢັ່ງຮູ້ໄດ້ຫຼາຍກວ່າ, ດ້ວຍຄວາມເລິກເຊິ່ງກວ່າ ແລະ ໃນລະດັບທີ່ສູງກວ່າ. ຄົນທີ່ມີຂີດຄວາມສາມາດລະດັບປານກາງຢັ່ງຮູ້ໄດ້ດ້ອຍກວ່າຄົນທີ່ມີຂີດຄວາມສາມາດທີ່ດີຫຼາຍ; ສິ່ງທີ່ພວກເຂົາສາມາດຢັ່ງຮູ້ໄດ້ນັ້ນຈຳກັດຢູ່ໃນຂອບເຂດປານກາງ ແລະ ມັນບໍ່ສາມາດເກີນຂອບເຂດນີ້ໄດ້ ເພາະວ່າຂີດຄວາມສາມາດຂອງພວກເຂົາຈຳກັດພວກເຂົາໄວ້. ສິ່ງທີ່ຮ້າຍແຮງທີ່ສຸດຄືຄົນທີ່ບໍ່ມີຂີດຄວາມສາມາດເລີຍ. ຄົນແບບນັ້ນ, ພຽງແຕ່ໃນແງ່ຂອງຂີດຄວາມສາມາດຂອງພວກເຂົາ, ບໍ່ມີຄວາມສາມາດໃນການຢັ່ງຮູ້ໃດໆເລີຍ. ສະນັ້ນ, ການສະແດງອອກຂອງພວກເຂົາໃນຊີວິດຈິງ ແລະ ໃນການປະຕິບັດໜ້າທີ່ຂອງຕົນກໍຄື ພວກເຂົາບໍ່ເຂົ້າໃຈຫຍັງເລີຍ; ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາເປັນເວລາສິບປີ, ຊາວປີ ຫຼື ແມ່ນແຕ່ຈົນເຖິງໄວຊະລາ, ຫຼັກຄຳສອນກ່ຽວກັບຄວາມເຊື່ອໃນພຣະເຈົ້າ ແລະ ວະລີຝ່າຍວິນຍານທີ່ພວກເຂົາເວົ້າເຖິງກໍຍັງຄົງເປັນສິ່ງເກົ່າໆທີ່ພວກເຂົາເຂົ້າໃຈໃນຕອນທີ່ພວກເຂົາເລີ່ມເຊື່ອໃໝ່ໆ. ບໍ່ວ່າພວກເຂົາຈະເຊື່ອມາຫຼາຍປີສໍ່າໃດກໍຕາມ, ພວກເຂົາກໍບໍ່ມີຄວາມຄືບໜ້າໃດໆເລີຍ. ເປັນຫຍັງພວກເຂົາຈຶ່ງບໍ່ມີຄວາມຄືບໜ້າ? ເພາະວ່າພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້ ແລະ ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຫຼາຍປີສໍ່າໃດກໍຕາມ, ສິ່ງທີ່ພວກເຂົາສາມາດຮັບເອົາໄດ້ກໍມີພຽງແຕ່ຄຳເວົ້າທີ່ຕາຍຕົວເຫຼົ່ານັ້ນ. ເຖິງແມ່ນວ່າຫຼັງຈາກທີ່ເຊື່ອມາຫຼາຍປີແລ້ວ, ຄວາມສາມາດໃນການຮຽນຮູ້, ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ, ຄວາມສາມາດໃນການຢັ່ງຮູ້ ແລະ ຄວາມສາມາດອື່ນໆຂອງພວກເຂົາກໍບໍ່ໄດ້ຮັບການປັບປຸງ. ພວກເຂົາເປັນຄົນປະເພດໃດ? ພວກເຂົາເປັນຄົນທີ່ມີຂີດຄວາມສາມາດທີ່ບໍ່ດີຫຼາຍ. ເພາະວ່າຂີດຄວາມສາມາດຂອງພວກເຂົາບໍ່ດີ ແລະ ຄວາມສາມາດຕ່າງໆຂອງພວກເຂົາກໍບໍ່ໄດ້ຮັບການປັບປຸງ, ເຖິງແມ່ນວ່າຄົນແບບນັ້ນຈະມີອາຍຸຮອດສີ່ສິບ, ຫ້າສິບ, ຫົກສິບ ຫຼື ເຈັດສິບປີ, ຄວາມສາມາດໃນການເບິ່ງແຍງຕົນເອງຂອງພວກເຂົາກໍຍັງຄົງອ່ອນແອຫຼາຍ. ໂດຍການສັງເກດຄວາມສາມາດໃນການເອົາຕົວລອດ ແລະ ຄວາມສາມາດໃນການເບິ່ງແຍງຕົນເອງຂອງພວກເຂົາ, ເຈົ້າສາມາດບອກໄດ້ວ່າຂີດຄວາມສາມາດຂອງຄົນແບບນັ້ນເປັນແນວໃດ. ຄົນປະເພດນີ້ປັນຍາອ່ອນ, ໂງ່ຈ້າ ແລະ ໂງ່ ແລະ ຄວາມສາມາດໃນການເບິ່ງແຍງຕົນເອງຂອງພວກເຂົາກໍບໍ່ດີຫຼາຍ. ເປັນຫຍັງເຮົາຈຶ່ງເວົ້າວ່າຄວາມສາມາດໃນການເບິ່ງແຍງຕົນເອງຂອງພວກເຂົາບໍ່ດີ? ເພາະວ່າຄວາມສາມາດໃນການຮຽນຮູ້, ຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ ແລະ ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາລ້ວນແຕ່ບໍ່ດີ, ປະສົບການ, ສາມັນສຳນຶກ, ກົດເກນ ແລະ ເຄັດລັບໃນການເຮັດສິ່ງຕ່າງໆທີ່ພວກເຂົາໄດ້ຮັບໃນຊີວິດຈຶ່ງມີຈຳກັດຫຼາຍ. ເຖິງແມ່ນວ່າຈະມີອາຍຸຫົກສິບ ຫຼື ເຈັດສິບປີ, ພວກເຂົາກໍຍັງຄົງຄືເກົ່າ. ຄົນທີ່ມີຂີດຄວາມສາມາດທີ່ດີ, ເມື່ອພວກເຂົາອາຍຸສາມສິບປີ, ພວກເຂົາກໍໄດ້ພັດທະນາຄວາມຮູ້ບາງຢ່າງກ່ຽວກັບບັນຫາຕ່າງໆທີ່ພວກເຂົາປະເຊີນໃນຊີວິດ ແລະ ຕາມເສັ້ນທາງຊີວິດຂອງພວກເຂົາແລ້ວ, ໂດຍໄດ້ຮັບຄວາມເຂົ້າໃຈ, ຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ປະສົບການບາງຢ່າງກ່ຽວກັບສິ່ງເຫຼົ່ານີ້. ຜ່ານປະສົບການນີ້, ພວກເຂົາຮູ້ວ່າຄວນເຮັດແນວໃດເມື່ອພົບພໍ້ກັບບັນຫາຕ່າງໆ ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດໄດ້ດີຂຶ້ນ ແລະ ປົກປ້ອງຕົນເອງໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ. ເຖິງຢ່າງໃດກໍຕາມ, ສຳລັບຄົນທີ່ມີຂີດຄວາມສາມາດທີ່ບໍ່ດີ, ເພາະວ່າຄວາມສາມາດໃນທຸກດ້ານຂອງພວກເຂົາອ່ອນແອ, ບໍ່ວ່າພວກເຂົາຈະອາຍຸຫຼາຍສໍ່າໃດກໍຕາມ, ຄວາມສາມາດໃນການເອົາຕົວລອດຂອງພວກເຂົາກໍຍັງຄົງບໍ່ດີຫຼາຍ. ມັນບໍ່ດີສໍ່າໃດ? ມັນບໍ່ດີຫຼາຍຈົນພວກເຂົາຂາດຄວາມສາມາດໃນການດຳລົງຊີວິດຢ່າງເປັນອິດສະຫຼະ. ບາງຄົນອາດຈະເວົ້າວ່າ: “ເບິ່ງແມ, ພວກເຂົາກິນເຂົ້າແຊບ, ນອນຫຼັບສະບາຍ ແລະ ມີສຸຂະພາບຮ່າງກາຍທີ່ແຂງແຮງ, ພຣະອົງຈະກ່າວໄດ້ແນວໃດວ່າພວກເຂົາຂາດຄວາມສາມາດໃນການດຳລົງຊີວິດຢ່າງເປັນອິດສະຫຼະ?” ຄວາມສາມາດໃນການເອົາຕົວລອດທີ່ພວກເຮົາກຳລັງເວົ້າເຖິງບໍ່ໄດ້ໝາຍເຖິງວ່າຄົນໆໜຶ່ງສາມາດກິນ ຫຼື ນອນໄດ້ ຫຼື ບໍ່. ຖ້າຄົນໆໜຶ່ງບໍ່ຮູ້ແມ່ນແຕ່ຈະກິນເຂົ້າເມື່ອຮອດເວລາກິນເຂົ້າ, ນັ້ນກໍບໍ່ແມ່ນຄົນປົກກະຕິ ແຕ່ເປັນຄົນທີ່ພິການທາງສະໝອງ, ຍິ່ງບໍ່ຈຳເປັນຕ້ອງພິຈາລະນາຂີດຄວາມສາມາດຂອງຄົນແບບນັ້ນເລີຍ. ຂອບເຂດການປະເມີນຂີດຄວາມສາມາດຂອງຜູ້ຄົນຂອງພວກເຮົາ ໂດຍຫຼັກໆແລ້ວແມ່ນປະກອບດ້ວຍຜູ້ທີ່ຖືກພິຈາລະນາວ່າເປັນຄົນປົກກະຕິຢູ່ພາຍນອກ. ມັນບໍ່ລວມເຖິງຄົນທີ່ມີຄວາມພິການທາງຮ່າງກາຍ, ຄວາມພິການທາງສະໝອງ, ຄວາມເຈັບປ່ວຍທາງຈິດ ຫຼື ຜູ້ທີ່ຂາດຄວາມສາມາດໃນການເບິ່ງແຍງຕົນເອງ. ພວກເຮົາມັກຈະເຫັນບາງຄົນທີ່ບໍ່ສາມາດແມ່ນແຕ່ຈະຄົ້ນພົບກົດເກນ, ຫຼັກການ ຫຼື ເຄັດລັບໃດໆໃນການເຮັດສິ່ງຕ່າງໆໃນການຈັດການເລື່ອງອາຫານ, ເຄື່ອງນຸ່ງ, ທີ່ພັກອາໄສ ແລະ ການເດີນທາງຂອງພວກເຂົາ. ບໍ່ວ່າພວກເຂົາຈະອາຍຸຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ວິທີຈັດການກັບດ້ານເຫຼົ່ານີ້ຂອງການດຳລົງຊີວິດໃນວິທີທີ່ສອດຄ່ອງກັບຫຼັກການ ແລະ ກັບຄວາມເປັນມະນຸດ. ຕົວຢ່າງ: ພວກເຂົາບໍ່ຮູ້ວ່າເຄື່ອງນຸ່ງໃດທີ່ເໝາະສົມທີ່ສຸດສຳລັບລະດູການທີ່ແຕກຕ່າງກັນ ແລະ ພຽງແຕ່ເຮັດຕາມສິ່ງທີ່ຄົນອື່ນເຮັດ. ເມື່ອອາກາດໜາວຢູ່ຂ້າງນອກ, ພວກເຂົາກໍນຸ່ງເຄື່ອງທີ່ບາງເກີນໄປ ແລະ ເປັນຫວັດ, ແຕ່ພວກເຂົາກໍບໍ່ເຂົ້າໃຈວ່າເປັນຫຍັງ; ຫຼື ພວກເຂົາເຈັບປ່ວຍຈາກການກິນອາຫານທີ່ບໍ່ຖືກສຸຂະອະນາໄມ, ແຕ່ບໍ່ຮູ້ວ່າສາເຫດແມ່ນຫຍັງ. ພວກເຂົາບໍ່ສາມາດສະຫຼຸບຫຍັງໄດ້ຈາກປະສົບການເຫຼົ່ານີ້. ພວກເຂົາບໍ່ໄດ້ປັນຍາອ່ອນບໍ? ພວກເຂົາບໍ່ໄດ້ຂາດຄວາມສາມາດໃນການດຳລົງຊີວິດຢ່າງເປັນອິດສະຫຼະບໍ? (ແມ່ນແລ້ວ). ບໍ່ວ່າພວກເຂົາຈະອາຍຸຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ວິທີດຳລົງຊີວິດ ແລະ ພຽງແຕ່ໃຊ້ຊີວິດໄປວັນໆດ້ວຍຄວາມສັບສົນ. ສຳລັບຄົນປົກກະຕິ, ເມື່ອພວກເຂົາມີລູກຄົນທຳອິດ, ພວກເຂົາອາດຈະຂາດປະສົບການ, ແຕ່ເມື່ອພວກເຂົາມີລູກຄົນທີສອງ, ພວກເຂົາກໍຈະໄດ້ຮັບປະສົບການບາງຢ່າງກ່ຽວກັບວິທີການເບິ່ງແຍງ ແລະ ລ້ຽງດູລູກຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ບາງຄົນເຖິງແມ່ນວ່າຈະມີລູກສອງ ຫຼື ສາມຄົນແລ້ວ, ກໍຍັງບໍ່ມີປະສົບການ. ເມື່ອຖືກຖາມວ່າພວກເຂົາເບິ່ງແຍງລູກຂອງພວກເຂົາແນວໃດ, ພວກເຂົາກໍເວົ້າວ່າ: “ຂ້ານ້ອຍບໍ່ຮູ້, ຂ້ານ້ອຍກໍພຽງແຕ່ລ້ຽງໄປວັນໆ. ເຖິງແນວໃດກໍຕາມ, ເມື່ອເດັກນ້ອຍຫິວ, ຂ້ານ້ອຍກໍໃຫ້ອາຫານພວກເຂົາ ແລະ ເມື່ອພວກເຂົາອີ່ມແລ້ວ, ກໍຈົບ”. ເດັກນ້ອຍຄົນໃດກໍຕາມທີ່ຖືກມອບໃຫ້ຢູ່ໃນມືຂອງພວກເຂົາຈະໂຊກດີຫຼາຍຖ້າລອດຊີວິດມາໄດ້. ດ້ວຍລະດັບຄວາມສາມາດໃນການເອົາຕົວລອດຂອງພວກເຂົາ, ຈະບໍ່ມີເດັກນ້ອຍແມ່ນແຕ່ຄົນດຽວທີ່ລອດຊີວິດພາຍໃຕ້ການເບິ່ງແຍງຂອງພວກເຂົາ. ບາງຄົນບໍ່ເຂົ້າໃຈວິທີຈັດການກັບບັນຫາຕ່າງໆທີ່ເກີດຂຶ້ນໃນຊີວິດ ຫຼື ໃນການເອົາຕົວລອດ. ຄົນແບບນັ້ນຂາດຄວາມສາມາດໃນການເອົາຕົວລອດ. ຕົວຢ່າງ: ເມື່ອມີສອງບັນຫາເກີດຂຶ້ນໃນເວລາດຽວກັນ, ພວກເຂົາກໍສັບສົນ ແລະ ບໍ່ຮູ້ວ່າຈະເຮັດແນວໃດ ຫຼື ຈະຈັດການກັບບັນຫາໃດກ່ອນ. ພວກເຂົາລົກ, ປະໝ່າ ແລະ ຢ້ານກົວ ແລະ ຈົ່ມວ່າ: “ເປັນຫຍັງສອງບັນຫານີ້ຈຶ່ງເກີດຂຶ້ນໃນເວລາດຽວກັນ? ຕອນນີ້ຂ້ານ້ອຍຄວນເຮັດແນວໃດ?” ພວກເຂົາກັງວົນຫຼາຍຈົນກິນບໍ່ໄດ້ນອນບໍ່ຫຼັບ. ພວກເຂົາເປັນແບບນີ້ໃນຊ່ວງອາຍຸສາມສິບປີ ແລະ ເຖິງແມ່ນວ່າຈະຢູ່ໃນຊ່ວງອາຍຸຫົກສິບປີ, ວຸດທິພາວະຂອງພວກເຂົາກໍຍັງຄົງຄືເກົ່າ. ເມື່ອສະຖານະການເກີດຂຶ້ນ ແລະ ພວກເຂົາບໍ່ສາມາດຊອກຫາວິທີແກ້ໄຂໄດ້, ພວກເຂົາກໍເລີ່ມຮ້ອງໄຫ້. ຄົນອື່ນເວົ້າວ່າ: “ເຈົ້າຮ້ອງໄຫ້ເຮັດຫຍັງ? ນີ້ບໍ່ແມ່ນເລື່ອງໃຫຍ່, ສິ່ງເຫຼົ່ານີ້ແມ່ນບາງບັນຫາທີ່ພົບເຫັນໄດ້ທົ່ວໄປທີ່ສຸດ. ເຈົ້າພຽງແຕ່ຕ້ອງຈັດລຳດັບຄວາມສຳຄັນຂອງພວກມັນ ແລະ ຈັດການກັບພວກມັນໂດຍອີງໃສ່ຄວາມສຳຄັນ”. ຖ້າຄົນໃດໜຶ່ງບໍ່ສາມາດຈັດການກັບເລື່ອງເຫຼົ່ານີ້ໄດ້ ແລະ ອົດເຂົ້າອົດນອນຍ້ອນເລື່ອງເຫຼົ່ານີ້ ຫຼື ເຖິງກັບຄິດທີ່ຈະຈົບຊີວິດຂອງຕົນເອງ, ພວກເຂົາບໍ່ໄດ້ເປັນຄົນທີ່ອ່ອນແອປວກປຽກຫຼາຍບໍ? ພວກເຂົາເຖິງກັບຈົ່ມວ່າ: “ເປັນຫຍັງເລື່ອງນີ້ຈຶ່ງບໍ່ເກີດຂຶ້ນກັບຄົນອື່ນ? ເປັນຫຍັງມັນຈຶ່ງເກີດຂຶ້ນກັບຂ້ານ້ອຍ?” ມັນໄດ້ເກີດຂຶ້ນກັບເຈົ້າແລ້ວ, ສະນັ້ນ ຈົ່ງຈັດການກັບມັນ. ຖ້າເຈົ້າບໍ່ສາມາດຈັດການກັບມັນໄດ້, ກໍຈົ່ງຖາມຄົນທີ່ຢູ່ອ້ອມຂ້າງເຈົ້າທີ່ເຂົ້າໃຈ. ເມື່ອເຈົ້າເຮັດໃຫ້ບັນຫາຊັດເຈນແລ້ວ, ເຈົ້າຈະບໍ່ຮູ້ວິທີຈັດການກັບມັນບໍ? ເມື່ອບໍ່ມີຫຍັງເກີດຂຶ້ນ, ຄົນແບບນັ້ນກໍເກັ່ງຫຼາຍໃນການເວົ້າ, ໂດຍນຳສະເໜີຫຼັກຄຳສອນຊຸດໜຶ່ງແລ້ວຊຸດເລົ່າ. ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ພວກເຂົາກໍຕື່ນຕົກໃຈ, ສັບສົນ, ເລີ່ມຮ້ອງໄຫ້, ສະໝອງຂອງພວກເຂົາວ່າງເປົ່າ ແລະ ຄວາມຄິດຂອງພວກເຂົາກໍສັບສົນວຸ້ນວາຍໄປໝົດ, ພວກເຂົາບໍ່ຮູ້ວ່າຈະເຮັດແນວໃດ. ຖ້າຄົນໃດໜຶ່ງຍັງໜຸ່ມ, ຍັງບໍ່ທັນຜ່ານຫຍັງມາຫຼາຍໃນຊີວິດ ແລະ ຂາດປະສົບການ, ມັນກໍເປັນເລື່ອງປົກກະຕິທີ່ພວກເຂົາຈະປະໝ່າ ແລະ ຢ້ານກົວເມື່ອມີສິ່ງຕ່າງໆເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາອາຍຸສາມສິບ ຫຼື ສີ່ສິບປີ, ຫຼັງຈາກທີ່ໄດ້ຜ່ານສິ່ງຕ່າງໆມາຫຼາຍຢ່າງໃນໂລກ ແລະ ໄດ້ຮັບປະສົບການ, ພວກເຂົາກໍຈະມີຄວາມເປັນຜູ້ໃຫຍ່ ແລະ ມີປະສົບການຫຼາຍຂຶ້ນ, ຈັດການກັບເລື່ອງຕ່າງໆດ້ວຍຄວາມໝັ້ນຄົງ ແລະ ຄວາມໝັ້ນໃຈຫຼາຍຂຶ້ນ. ຄົນໜຸ່ມສາວທີ່ເຫັນສິ່ງນີ້ກໍຮູ້ສຶກປະທັບໃຈ ແລະ ຄິດວ່າພວກເຂົາສາມາດເພິ່ງພາຄົນແບບນັ້ນໄດ້. ຖ້າຄົນໆໜຶ່ງຂາດຂີດຄວາມສາມາດ ແລະ ຄວາມສາມາດໃນການເອົາຕົວລອດ, ພວກເຂົາກໍຂາດຄວາມສາມາດໃນການເບິ່ງແຍງຕົນເອງເຊັ່ນກັນ. ຖ້າປາສະຈາກຜູ້ໃຫຍ່ ຫຼື ຄົນທີ່ມີປະສົບການຢູ່ອ້ອມຂ້າງເພື່ອຊ່ວຍເຫຼືອ ແລະ ເບິ່ງແຍງສິ່ງຕ່າງໆໃຫ້ພວກເຂົາ, ທຸກສິ່ງທີ່ພວກເຂົາຈັດການກໍຈະກາຍເປັນຄວາມວຸ້ນວາຍຢ່າງສິ້ນເຊີງ. ຄົນແບບນັ້ນມີຂີດຄວາມສາມາດທີ່ບໍ່ດີຫຼາຍ. ຂີດຄວາມສາມາດຂອງບາງຄົນບໍ່ດີສໍ່າໃດ? ຕົວຢ່າງ: ເອົາແມ່ບ້ານບາງຄົນທີ່ບໍ່ຮູ້ວ່າຕ້ອງໃຊ້ເຂົ້າສານຫຼາຍປານໃດ ຫຼື ຕ້ອງມີອາຫານຈັກຢ່າງສຳລັບຄາບເຂົ້າໜຶ່ງຄາບສຳລັບຄອບຄົວທີ່ມີຫຼາຍຄົນ, ບາງຄົນເຮັດອາຫານມາຊາວ ຫຼື ສາມສິບປີແລ້ວ ແຕ່ກໍຍັງບໍ່ຮູ້ວ່າຕ້ອງກຽມຫຼາຍປານໃດສຳລັບແຕ່ລະຄາບ ຫຼື ຄວາມເຄັມຂອງອາຫານຄວນເປັນແນວໃດ ແລະ ບາງຄັ້ງກໍບໍ່ສາມາດແມ່ນແຕ່ຈະຄາດຄະເນໄດ້ຢ່າງຖືກຕ້ອງວ່າອາຫານນັ້ນສຸກດີແລ້ວ ຫຼື ບໍ່. ຂີດຄວາມສາມາດຂອງພວກເຂົາບໍ່ດີສໍ່ານີ້ແຫຼະ. ຄົນແບບນັ້ນບໍ່ໄດ້ຂາດສະໝອງທີ່ໃຊ້ການໄດ້ບໍ? ພວກເຂົາມີສະໝອງຂອງໝູ! ຄົນແບບນັ້ນຂາດຄວາມສາມາດໃນການດຳລົງຊີວິດຢ່າງເປັນອິດສະຫຼະ. ພວກເຂົາບໍ່ມີເສັ້ນທາງສຳລັບການເຮັດສິ່ງໃດເລີຍ ແລະ ເຮັດຜິດພາດໄດ້ງ່າຍ. ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ຖ້າບໍ່ມີໃຜຄອຍເບິ່ງແຍງສິ່ງຕ່າງໆໃຫ້ພວກເຂົາ, ທຸກສິ່ງທີ່ພວກເຂົາເຮັດກໍຈະກາຍເປັນຄວາມວຸ້ນວາຍຢ່າງສິ້ນເຊີງ, ໂດຍທຸກຢ່າງຈະສັບສົນວຸ້ນວາຍໄປໝົດ. ພວກເຂົາໂງ່ຈ້າ ແລະ ປັນຍາອ່ອນ. ສຳລັບຄົນປະເພດນີ້, ເຊິ່ງມີຄວາມສາມາດໃນການຢັ່ງຮູ້ທີ່ບໍ່ດີທີ່ສຸດ, ບໍ່ວ່າພວກເຂົາຈະໄດ້ຍິນການໂອ້ລົມກ່ຽວກັບຫຼັກການຄວາມຈິງຫຼາຍສໍ່າໃດກໍຕາມ, ພວກເຂົາກໍເຂົ້າໃຈພຽງແຕ່ຫຼັກຄຳສອນ. ໃນຊີວິດຈິງ, ພວກເຂົາກໍຍັງຄົງບໍ່ຮູ້ວິທີນຳໃຊ້ຫຼັກການເຫຼົ່ານີ້. ອີກນ័យໜຶ່ງກໍຄື, ຫຼັກຄຳສອນທີ່ພວກເຂົາເຂົ້າໃຈບໍ່ສາມາດໃຫ້ເປົ້າໝາຍ, ທິດທາງ ຫຼື ເສັ້ນທາງໃດໆແກ່ພວກເຂົາໃນຊີວິດຈິງໄດ້. ຄົນເຫຼົ່ານີ້ຄືຄົນທີ່ມີຄວາມສາມາດໃນການຢັ່ງຮູ້ທີ່ບໍ່ດີທີ່ສຸດ. ນັ້ນຄືການສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບຄວາມສາມາດໃນການຢັ່ງຮູ້ ເຊິ່ງເປັນຄວາມສາມາດທີສາມ.
ຂໍ້ທີ 4: ຄວາມສາມາດໃນການຍອມຮັບສິ່ງຕ່າງໆ
ຄວາມສາມາດທີສີ່ແມ່ນຫຍັງ? ຄວາມສາມາດໃນການຍອມຮັບສິ່ງຕ່າງໆ. ຄວາມສາມາດໃນການຍອມຮັບສິ່ງຕ່າງໆມີຄວາມແຕກຕ່າງບາງຢ່າງຈາກຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ ແລະ ຈາກຄວາມສາມາດໃນການຢັ່ງຮູ້. ຄວາມສາມາດໃນການຍອມຮັບສິ່ງຕ່າງໆກ່ຽວຂ້ອງກັບວ່າ ເມື່ອມີສິ່ງໃໝ່ໆປາກົດຂຶ້ນ, ເຈົ້າສາມາດແຍກແຍະໄດ້ ຫຼື ບໍ່ວ່າພວກມັນເປັນບວກ ຫຼື ເປັນລົບ ແລະ ພວກມັນມີປະໂຫຍດ ຫຼື ເປັນອັນຕະລາຍຫຍັງແດ່ຕໍ່ຊີວິດ, ວຽກງານ ແລະ ການເອົາຕົວລອດຂອງເຈົ້າ, ພ້ອມທັງວິທີທີ່ເຈົ້າເບິ່ງພວກມັນ, ວິທີທີ່ເຈົ້າປະຕິບັດຕໍ່ພວກມັນ ແລະ ວິທີທີ່ເຈົ້ານຳໃຊ້ພວກມັນ. ຖ້າເຈົ້າມີຂີດຄວາມສາມາດທີ່ດີ, ແລ້ວເມື່ອມີສິ່ງໃໝ່ໆປາກົດຂຶ້ນ, ເຈົ້າກໍຈະມີຄວາມຮັບຮູ້ທີ່ໄວເປັນພິເສດ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງເປັນພິເສດ. ຫຼັງຈາກທີ່ໄດ້ຮັບຂໍ້ມູນກ່ຽວກັບສິ່ງໃໝ່ບາງຢ່າງຢ່າງວ່ອງໄວແລ້ວ, ເຈົ້າກໍຈະສາມາດແຍກແຍະໄດ້ວ່າມັນມີປະໂຫຍດ ຫຼື ເປັນອັນຕະລາຍຫຍັງແດ່ຕໍ່ຜູ້ຄົນ ຫຼື ມັນມີຂໍ້ເສຍຫຍັງແດ່. ຖ້າມັນເປັນປະໂຫຍດຕໍ່ບັນຫາໃດໜຶ່ງໃນຊີວິດຈິງຂອງເຈົ້າ, ເຈົ້າກໍສາມາດນຳໃຊ້ຈຸດແຂງຂອງມັນໄດ້ໃນທັນທີ; ຖ້າມັນເປັນອັນຕະລາຍ, ເຈົ້າກໍສາມາດຫຼີກລ່ຽງອັນຕະລາຍ ຫຼື ຂໍ້ເສຍຂອງມັນທີ່ມີຕໍ່ຜູ້ຄົນໄດ້ເຊັ່ນກັນ. ນັ້ນກໍຄື, ເຈົ້າມີລະດັບການຍອມຮັບຕໍ່ສິ່ງໃໝ່ໆໃນລະດັບໜຶ່ງ ແລະ ເຈົ້າສາມາດເບິ່ງທະລຸສິ່ງໃໝ່ໆທີ່ເປັນລົບ, ເປັນອັນຕະລາຍຕໍ່ຜູ້ຄົນ ແລະ ມີຂໍ້ເສຍໄດ້ຢ່າງວ່ອງໄວ, ນີ້ຄືການມີຄວາມສາມາດໃນການຍອມຮັບສິ່ງຕ່າງໆ. ຄວາມແຕກຕ່າງລະຫວ່າງຄວາມສາມາດໃນການຍອມຮັບສິ່ງຕ່າງໆ ກັບຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ ແລະ ຄວາມສາມາດໃນການຢັ່ງຮູ້ແມ່ນຢູ່ບ່ອນນີ້. ຄວາມສາມາດໃນການຍອມຮັບສິ່ງຕ່າງໆ ໂດຍຫຼັກໆແລ້ວໝາຍເຖິງຄວາມຮັບຮູ້ທີ່ໄວຂອງຄົນໆໜຶ່ງຕໍ່ສິ່ງໃໝ່ໆ ແລະ ຄວາມສາມາດຂອງພວກເຂົາໃນການແຍກແຍະພວກມັນ. ຖ້າເຈົ້າແຍກແຍະສິ່ງໃໝ່ໆໄດ້ຢ່າງວ່ອງໄວ, ສາມາດຍອມຮັບຈຸດແຂງ ແລະ ຜົນປະໂຫຍດຂອງພວກມັນໄດ້ຢ່າງວ່ອງໄວ ແລະ ນຳໃຊ້ພວກມັນເຂົ້າໃນຊີວິດຈິງເພື່ອໃຫ້ເປັນປະໂຫຍດຕໍ່ຊີວິດ ຫຼື ວຽກງານຂອງເຈົ້າ ແລະ ຈາກນັ້ນກໍປ່ອຍວາງ ຫຼື ກຳຈັດສິ່ງເກົ່າໆທີ່ສິ່ງໃໝ່ໆເຫຼົ່ານີ້ໄດ້ເຂົ້າມາແທນທີ່, ສິ່ງນີ້ໝາຍຄວາມວ່າເຈົ້າມີຄວາມສາມາດໃນການຍອມຮັບສິ່ງຕ່າງໆ ແລະ ເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ຫຼັງຈາກນີ້ຄືຄົນທີ່ມີຂີດຄວາມສາມາດລະດັບປານກາງ. ຄົນແບບນັ້ນຊ້າເປັນພິເສດໃນການຍອມຮັບສິ່ງໃໝ່ບາງຢ່າງທີ່ໄດ້ເຂົ້າມາແທນທີ່ສິ່ງເກົ່າແລ້ວ, ພ້ອມທັງຄວາມຄິດເຫັນໃໝ່ໆ ແລະ ເຕັກໂນໂລຊີໃໝ່ໆ. ຄຳວ່າ “ຊ້າ” ນີ້ໝາຍເຖິງຫຍັງ? ມັນໝາຍເຖິງຄວາມຈິງທີ່ວ່າ ມີພຽງແຕ່ເມື່ອສິ່ງໃໝ່ບາງຢ່າງໄດ້ແຜ່ຫຼາຍແລ້ວ, ຖືກນຳໃຊ້ຢ່າງກວ້າງຂວາງຫຼາຍ ແລະ ຄຳສັບສຳລັບມັນກໍກາຍເປັນເລື່ອງທົ່ວໄປຫຼາຍແລ້ວເທົ່ານັ້ນ ພວກເຂົາຈຶ່ງສາມາດຍອມຮັບມັນໄດ້. ພວກເຂົາບໍ່ມີຄວາມຮັບຮູ້ຕໍ່ສິ່ງໃໝ່ໆ ແລະ ບໍ່ສາມາດແຍກແຍະໄດ້ວ່າພວກມັນເປັນສິ່ງທີ່ເປັນບວກ ຫຼື ເປັນສິ່ງທີ່ເປັນລົບ. ເຖິງແມ່ນວ່າເມື່ອມີສິ່ງໃໝ່ໆທີ່ເປັນບວກປາກົດຂຶ້ນ, ພວກເຂົາກໍຕໍ່ຕ້ານພວກມັນ ແລະ ລັງກຽດພວກມັນໃນໃຈຂອງພວກເຂົາ; ພວກເຂົາມີຄວາມຄິດຫຼົງຜິດຂອງພວກເຂົາເອງ ແລະ ທັດສະນະຄະຕິຂອງພວກເຂົາເອງຢູ່ສະເໝີ ແລະ ມັກຈະໄຫຼໄປຕາມກະແສທາງໂລກຢູ່ສະເໝີ ແລະ ພວກເຂົາກໍປິດກັ້ນ ແລະ ບໍ່ຍອມຮັບຕໍ່ສິ່ງໃໝ່ໆ, ໂດຍປະຕິເສດພວກມັນ. ມີພຽງແຕ່ເມື່ອສິ່ງໃໝ່ບາງຢ່າງແຜ່ຫຼາຍຢ່າງກວ້າງຂວາງ ແລະ ຫຼາຍຄົນໄດ້ມີປະສົບການ ແລະ ຮັບຮູ້ເຖິງຂໍ້ດີຂອງມັນ ແລະ ຜູ້ຄົນໄດ້ຮັບຜົນປະໂຫຍດຈາກມັນເທົ່ານັ້ນ ພວກເຂົາຈຶ່ງເລີ່ມຍອມຮັບ ແລະ ນຳໃຊ້ມັນ. ນີ້ຄືການມີຂີດຄວາມສາມາດລະດັບປານກາງ. ການຍອມຮັບສິ່ງໃໝ່ໆຂອງຄົນແບບນັ້ນແມ່ນເປັນແບບຕັ້ງຮັບຫຼາຍ; ມັນບໍ່ແມ່ນການຍອມຮັບແບບຕັ້ງໜ້າ. ສິ່ງນີ້ເປັນເພາະວ່າ, ໃນດ້ານໜຶ່ງ, ພວກເຂົາບໍ່ມີຄວາມຮັບຮູ້ທີ່ໄວຕໍ່ສິ່ງໃໝ່ໆ; ພວກເຂົາມຶນຊາ, ຫຼ້າຫຼັງ ແລະ ປິດກັ້ນ. ໃນອີກດ້ານໜຶ່ງ, ມັນກໍເປັນເພາະວ່າພວກເຂົາມີຄວາມຄິດຫຼົງຜິດ ແລະ ຄວາມຄິດເຫັນບາງຢ່າງກ່ຽວກັບສິ່ງໃໝ່ໆ, ໂດຍມີທັດສະນະຄະຕິທີ່ດູຖູກ ແລະ ລັງກຽດຕໍ່ພວກມັນ. ເຫດຜົນທາງອັດຕະວິໄສສຳລັບສິ່ງນີ້ກໍຄື ຂີດຄວາມສາມາດຂອງພວກເຂົາແມ່ນປານກາງ ແລະ ຄວາມສາມາດໃນການຍອມຮັບສິ່ງຕ່າງໆຂອງພວກເຂົາກໍປານກາງ, ເຊິ່ງເຮັດໃຫ້ພວກເຂົາມຶນຊາຫຼາຍ; ເມື່ອມີສິ່ງໃໝ່ໆປາກົດຂຶ້ນຕໍ່ໜ້າພວກເຂົາ, ພວກເຂົາກໍບໍ່ມີຄວາມຮັບຮູ້, ບໍ່ມີຄວາມຮູ້ສຶກ ແລະ ຂາດທັດສະນະຄະຕິໃນການຍອມຮັບພວກມັນຢ່າງຕັ້ງໜ້າ. ນອກຈາກນີ້, ໂດຍທຳມະຊາດແລ້ວ ພວກເຂົາກໍຫຼ້າຫຼັງເປັນພິເສດ ແລະ ມຶນຊາ ແລະ ຫົວຊ້າເປັນພິເສດ. ສອງເຫດຜົນນີ້ເຮັດໃຫ້ພວກເຂົາຊ້າໃນການຍອມຮັບສິ່ງໃໝ່ໆ. ມີພຽງແຕ່ເມື່ອຫຼາຍຄົນກຳລັງໃຊ້ສິ່ງໃດໜຶ່ງຢູ່ແລ້ວ, ເວົ້າເຖິງຂໍ້ດີຂອງມັນ, ຄວາມສະດວກສະບາຍຂອງມັນ, ຜົນກະທົບຂອງມັນທີ່ມີຕໍ່ຜູ້ຄົນ ແລະ ຜົນປະໂຫຍດທີ່ມັນເຮັດໃຫ້ຜູ້ຄົນໄດ້ຮັບ ແລະ ພວກເຂົາໄດ້ເຫັນສິ່ງທັງໝົດນີ້ດ້ວຍຕາຂອງພວກເຂົາເອງ ແລະ ຍັງໄດ້ເຫັນຄົນທີ່ຢູ່ອ້ອມຂ້າງພວກເຂົາມີປະສົບການກັບມັນດ້ວຍຕົນເອງໃນລະດັບໜຶ່ງເທົ່ານັ້ນ ພວກເຂົາຈຶ່ງຄ່ອຍໆຍອມຮັບມັນໃນໃຈຂອງພວກເຂົາ ແລະ ຈາກນັ້ນກໍເລີ່ມໃຊ້ມັນ. ສິ່ງນີ້ບົ່ງບອກເຖິງຂີດຄວາມສາມາດປະເພດໃດ? ຄວາມສາມາດໃນການຍອມຮັບສິ່ງຕ່າງໆຂອງຄົນແບບນັ້ນແມ່ນປານກາງ. ການມີຄວາມສາມາດໃນການຍອມຮັບສິ່ງຕ່າງໆລະດັບປານກາງໝາຍຄວາມວ່າຂີດຄວາມສາມາດຂອງຄົນໆໜຶ່ງແມ່ນປານກາງ. ຕົວຢ່າງ: ໃນການເທດສະໜາຂ່າວປະເສີດ ຫຼື ໃນການເຮັດວຽກງານທາງວິຊາຊີບບາງຢ່າງ, ອ້າຍເອື້ອຍນ້ອງບາງຄົນເປັນຜູ້ນຳໃນການທົດລອງ ແລະ ນຳໃຊ້ວິທີການໃໝ່ ຫຼື ເຕັກນິກທາງວິຊາຊີບໃໝ່. ພວກເຂົາຮູ້ສຶກຢ່າງວ່ອງໄວວ່າມັນດີຫຼາຍທີ່ຈະໃຊ້ເຕັກນິກທາງວິຊາຊີບນີ້, ເພາະດ້ວຍເຕັກນິກນີ້, ປະສິດທິຜົນຂອງພວກເຂົາໃນການປະຕິບັດໜ້າທີ່ຂອງຕົນກໍຂ້ອນຂ້າງດີ ແລະ ປະສິດທິພາບຂອງພວກເຂົາກໍເພີ່ມຂຶ້ນເຊັ່ນກັນ. ຈາກນັ້ນ ພວກເຂົາກໍສົ່ງເສີມເຕັກນິກ ຫຼື ວິທີການໃໝ່ນີ້ໂດຍທັນທີ, ໂດຍຊຸກຍູ້ໃຫ້ອ້າຍເອື້ອຍນ້ອງຄົນອື່ນໆຮຽນຮູ້ມັນ ແລະ ນຳໃຊ້ມັນ. ຄົນທີ່ມີຂີດຄວາມສາມາດທີ່ດີຈະຊຳນານໃນການສະແຫວງຫາເຕັກນິກ ແລະ ວິທີການໃໝ່ໆໃນການປະຕິບັດໜ້າທີ່ຂອງຕົນ. ພວກເຂົາສາມາດຮັບຮູ້ສິ່ງໃໝ່ໄດ້ຢ່າງຊັດເຈນ ແລະ ປະເມີນມັນໄດ້ຢ່າງຖືກຕ້ອງຢ່າງວ່ອງໄວ ແລະ ຍຶດເອົາໂອກາດນີ້ໄວ້ ແລະ ສາມາດຍອມຮັບເຕັກນິກ ຫຼື ວິທີການໃໝ່ໄດ້ຢ່າງຄົບຖ້ວນ ແລະ ນຳໃຊ້ມັນເຂົ້າໃນວຽກງານຕົວຈິງ. ກ່ຽວກັບຈຸດແຂງ ແລະ ຈຸດອ່ອນຂອງສິ່ງໃໝ່ນີ້ ພ້ອມທັງຜົນທີ່ມັນສາມາດບັນລຸໄດ້, ພວກເຂົາສາມາດສະຫຼຸບໄດ້ຢ່າງຕໍ່ເນື່ອງ ແລະ ຈາກນັ້ນກໍເຮັດການປັບປ່ຽນ. ຜ່ານໄລຍະເວລາແຫ່ງການສຳຫຼວດ, ພວກເຂົາກໍຄ່ອຍໆກຳແໜ້ນໄດ້ວ່າດ້ານໃດຂອງວິຊາຊີບທາງເຕັກນິກນີ້ ຫຼື ຂໍ້ມູນນີ້ທີ່ສາມາດນຳໃຊ້ເຂົ້າໃນວຽກງານຂອງຄຣິສຕະຈັກໄດ້ ແລະ ດ້ານໃດທີ່ບໍ່ສາມາດນຳໃຊ້ໄດ້. ຫຼັງຈາກນັ້ນ, ພວກເຂົາກໍຄ່ອຍໆປັບປຸງສິ່ງໃໝ່ນີ້ໃນວຽກງານຂອງພວກເຂົາຕາມຫຼັກການ ແລະ ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ຍິ່ງພວກເຂົາປັບປຸງສິ່ງໃໝ່ນີ້ຫຼາຍສໍ່າໃດ, ມັນກໍຍິ່ງດີຂຶ້ນສໍ່ານັ້ນ, ຈົນໃນທີ່ສຸດກໍເກີດດອກອອກຜົນ. ນີ້ຄືການສະແດງອອກເຖິງຂີດຄວາມສາມາດທີ່ດີ. ເຖິງຢ່າງໃດກໍຕາມ, ບາງຄົນ, ໃນການເທດສະໜາຂ່າວປະເສີດ, ກໍຍັງຄົງຍຶດຕິດກັບວິທີການເດີມຢ່າງແຂງກະດ້າງ, ໂດຍເທດສະໜາແບບຕົວຕໍ່ຕົວ ຫຼື ສອງຕໍ່ໜຶ່ງ ຫຼື ເພິ່ງພາຈຳນວນຄົນຢ່າງດຽວ. ພວກເຂົາມຶນຊາ ແລະ ຫົວຊ້າ ແລະ ຊ້າໃນການຍອມຮັບວິທີການທີ່ກ້າວໜ້າ. ເຖິງແມ່ນວ່າພວກເຂົາຈະຍອມຮັບທາງຄຳເວົ້າວ່າວິທີການທີ່ກ້າວໜ້ານັ້ນຟັງເບິ່ງຄືດີພໍສົມຄວນ ແລະ ເປັນໄປໄດ້, ແຕ່ໃນໃຈຂອງພວກເຂົາ, ພວກເຂົາມີຄວາມກັງວົນຢູ່ຕະຫຼອດເວລາ. ພວກເຂົາຢ້ານວ່າຖ້າພວກເຂົານຳໃຊ້ວິທີການນີ້, ມັນຈະໃຫ້ຜົນທີ່ບໍ່ດີ, ສະນັ້ນ ພວກເຂົາຈຶ່ງບໍ່ກ້າລອງ. ຄົນອື່ນຊັກຊວນພວກເຂົາ ໂດຍເວົ້າວ່າ: “ເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບເລື່ອງທັງໝົດນັ້ນ. ພວກເຮົາໄດ້ລອງໃຊ້ມັນແລ້ວ; ການປະຕິບັດແບບນັ້ນໃຫ້ຜົນທີ່ດີເປັນພິເສດ”. ແຕ່ພວກເຂົາກໍຍັງບໍ່ກ້າລອງ ແລະ ຍັງຄົງຍຶດຕິດກັບວິທີການເດີມຕໍ່ໄປ. ມີພຽງແຕ່ເມື່ອຫຼາຍຄົນໃຊ້ວິທີການໃໝ່ເພື່ອເທດສະໜາຂ່າວປະເສີດ, ໂດຍໄດ້ຮັບຄົນຫຼາຍຂຶ້ນໃນແຕ່ລະເດືອນ ແລະ ເພີ່ມປະສິດທິພາບເທົ່ານັ້ນ ພວກເຂົາຈຶ່ງຕັດສິນໃຈລອງເບິ່ງຢ່າງບໍ່ເຕັມໃຈ, ແຕ່ພວກເຂົາກໍຍັງຄົງກ້າວໄປເທື່ອລະກ້າວ ແລະ ບໍ່ກ້າປ່ຽນແປງແຜນການ ແລະ ກົນລະຍຸດຂອງພວກເຂົາຢ່າງສິ້ນເຊີງ. ນີ້ຄືການຊ້າເກີນໄປໃນການຍອມຮັບສິ່ງໃໝ່ໆ; ນີ້ຄືການມີຂີດຄວາມສາມາດລະດັບປານກາງ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີມີຄວາມສາມາດໃນການຍອມຮັບສິ່ງຕ່າງໆທີ່ດ້ອຍກວ່ານັ້ນອີກ. ພວກເຂົາບໍ່ສາມາດຮັບຮູ້ສິ່ງໃໝ່ໄດ້ຢ່າງຊັດເຈນ, ບໍ່ສາມາດຕັດສິນມັນໄດ້ ແລະ ບໍ່ຮູ້ວິທີປະຕິບັດຕໍ່ມັນ. ໃນໃຈຂອງພວກເຂົາ, ພວກເຂົາຕໍ່ຕ້ານ, ໂດຍຄິດວ່າຄົນທີ່ເຊື່ອໃນພຣະເຈົ້າບໍ່ຄວນຍອມຮັບສິ່ງໃໝ່ໆ ແລະ ບໍ່ຄວນຍອມຮັບຂໍ້ມູນ ແລະ ເຕັກໂນໂລຊີໃໝ່ໆ. ເຈົ້າເຫັນບໍ, ພວກເຂົາປິດກັ້ນຫຼາຍ. ຜູ້ຄົນຈາກບາງນິກາຍຈົນເຖິງທຸກມື້ນີ້ກໍບໍ່ໃຊ້ໄຟຟ້າ, ບໍ່ເບິ່ງໂທລະທັດ ແລະ ບໍ່ໃຊ້ຄອມພິວເຕີ ຫຼື ຜະລິດຕະພັນເອເລັກໂຕຣນິກອື່ນໆ. ເມື່ອພວກເຂົາອອກໄປຂ້າງນອກ, ພວກເຂົາກໍບໍ່ໃຊ້ການຂົນສົ່ງທີ່ທັນສະໄໝ; ພວກເຂົາບໍ່ແມ່ນແຕ່ຈະຂີ່ລົດຖີບ. ພວກເຂົາຂີ່ຫຍັງໄປມາ? ລົດລາກດ້ວຍງົວ ແລະ ລົດມ້າ, ເຊິ່ງເຮັດໃຫ້ຝຸ່ນໄງ່ຂຶ້ນມາໃນຂະນະທີ່ພວກມັນເຄື່ອນທີ່. ບາງຄົນຖາມວ່າ: “ເປັນຫຍັງເຈົ້າຈຶ່ງບໍ່ຂີ່ລົດຖີບ ຫຼື ຂີ່ລົດໃຫຍ່?” ພວກເຂົາເວົ້າວ່າ: “ສິ່ງເຫຼົ່ານັ້ນແມ່ນມະນຸດສ້າງຂຶ້ນ. ພວກເຮົາຢ້ານວ່າພຣະເຈົ້າຈະບໍ່ມັກ ຖ້າພວກເຮົາໃຊ້ພວກມັນ”. ນີ້ຄືການມີຄວາມສາມາດທີ່ບໍ່ດີໃນການຍອມຮັບສິ່ງຕ່າງໆ. ຄົນທີ່ມີຄວາມສາມາດທີ່ບໍ່ດີໃນການຍອມຮັບສິ່ງຕ່າງໆຈະເບິ່ງຫຼາຍສິ່ງຫຼາຍຢ່າງໃນວິທີທີ່ບໍ່ຖືກຕ້ອງ. ພວກເຂົາຍຶດຕິດກັບຄວາມຄິດເກົ່າໆຂອງພວກເຂົາ, ຍຶດໝັ້ນກັບມຸມມອງຂອງພວກເຂົາເອງ, ໂດຍຕໍ່ຕ້ານສິ່ງໃໝ່ໆທັງໝົດ. ການທີ່ພວກເຂົາຕໍ່ຕ້ານນັ້ນ ໃນຕົວມັນເອງກໍເປັນບັນຫາກັບຄວາມຄິດ ແລະ ສະໝອງຂອງພວກເຂົາແລ້ວ. ການມີບັນຫາດັ່ງກ່າວບົ່ງບອກເຖິງຫຍັງ? ເວົ້າຢ່າງໜ້ອຍທີ່ສຸດກໍຄື ມັນສະແດງໃຫ້ເຫັນວ່າຂີດຄວາມສາມາດຂອງຄົນແບບນັ້ນແມ່ນປານກາງຫຼາຍ. ຖ້າພວກເຂົາບໍ່ສາມາດຍອມຮັບສິ່ງໃໝ່ໆໄດ້ຢູ່ສະເໝີ, ແລ້ວຂີດຄວາມສາມາດຂອງພວກເຂົາກໍບໍ່ດີ ແລະ ພວກເຂົາກໍເປັນຄົນຫົວແຂງ. ພວກເຂົາເຊື່ອວ່າວຽກງານຂອງພຣະເຈົ້າບໍ່ປ່ຽນແປງ ແລະ ບໍ່ວ່າພຣະເຈົ້າຈະກ່າວພຣະທຳໃດກໍຕາມ, ພຣະເຈົ້າກໍຈະກ່າວພຽງແຕ່ພຣະທຳເດີມເຫຼົ່ານັ້ນຕະຫຼອດໄປ ແລະ ບໍ່ວ່າພຣະເຈົ້າຈະເຮັດວຽກງານໃດກໍຕາມ, ພຣະເຈົ້າກໍຈະເຮັດພຽງແຕ່ວຽກງານເດີມນັ້ນຕະຫຼອດໄປ. ສຳລັບມະນຸດຊາດນີ້ ແລະ ຍຸກນີ້, ພວກເຂົາເຊື່ອວ່າສິ່ງທີ່ພວກເຂົາເຫັນ ແລະ ມີປະສົບການໃນຕອນທຳອິດຈະຍັງຄົງບໍ່ປ່ຽນແປງຕະຫຼອດໄປ ແລະ ຈະເປັນແບບນັ້ນສະເໝີ. ຕົວຢ່າງ: ເມື່ອ 20 ຫຼື 30 ປີກ່ອນ, ຜູ້ຄົນມີຄວາມຄິດຫຼົງຜິດບາງຢ່າງກ່ຽວກັບຄວາມເຂົ້າໃຈຂອງພວກເຂົາເລື່ອງເຄື່ອງນຸ່ງ. ພວກເຂົາເຊື່ອວ່າວັດສະດຸຝ້າຍເປັນທຳມະຊາດຢ່າງແທ້ຈິງ ແລະ ສິ່ງທໍຈາກຝ້າຍທຸກຊະນິດລ້ວນແຕ່ດີ; ບໍ່ວ່າຈະເປັນເສື້ອກັນໜາວທີ່ຍັດນຸ່ນ, ເສື້ອຍືດ ຫຼື ຊຸດຊັ້ນໃນ, ຕາບໃດທີ່ມັນເຮັດຈາກຝ້າຍ, ມັນກໍດີກວ່າເສັ້ນໃຍສັງເຄາະ. ພວກເຂົາພຽງແຕ່ຍຶດໝັ້ນກັບຄວາມເຊື່ອນີ້ຢ່າງໜັກແໜ້ນ. ເຖິງຢ່າງໃດກໍຕາມ, 20 ຫຼື 30 ປີຕໍ່ມາ, ອຸດສາຫະກຳສິ່ງທໍໄດ້ພັດທະນາຂຶ້ນ ແລະ ຜ້າຫຼາຍຊະນິດທີ່ຄ້າຍຄືກັບຝ້າຍກໍໄດ້ປາກົດຂຶ້ນ, ພ້ອມກັບເຄື່ອງນຸ່ງເສັ້ນໃຍສັງເຄາະຕ່າງໆ. ມີສິ່ງທໍຫຼາຍຊະນິດທີ່ດີກວ່າຜ້າຝ້າຍ; ພວກມັນລະບາຍອາກາດໄດ້ດີກວ່າ, ລະບາຍຄວາມຮ້ອນໄດ້ໄວກວ່າ, ດູດຊຶມຄວາມຊຸ່ມໄດ້ໄວກວ່າ ແລະ ບໍ່ເສຍຊົງ, ບໍ່ຫົດ ຫຼື ບໍ່ສີຕົກ ບໍ່ວ່າຈະຊັກແນວໃດກໍຕາມ. ນອກຈາກນີ້, ພວກມັນຍັງສະບາຍເປັນພິເສດ ແລະ ມີນໍ້າໜັກເບົາໃນການນຸ່ງ, ໂດຍບໍ່ກໍ່ໃຫ້ເກີດອັນຕະລາຍໃດໆຕໍ່ຜິວໜັງ. ແຕ່ບາງຄົນກໍຍັງບໍ່ສາມາດຍອມຮັບເສັ້ນໃຍສັງເຄາະໄດ້. ພວກເຂົາຍັງຄົງເຊື່ອວ່າມີພຽງແຕ່ສິ່ງທໍຈາກຝ້າຍເທົ່ານັ້ນທີ່ດີ ເພາະຝ້າຍປູກຢູ່ໃນດິນ, ຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ເປັນທຳມະຊາດ, ໃນຂະນະທີ່ເສັ້ນໃຍສັງເຄາະແມ່ນມະນຸດສ້າງຂຶ້ນ. ພວກເຂົາບໍ່ຮັບຮູ້ວ່າ ເຖິງແມ່ນວ່າຝ້າຍຈະຖືກກຽມໄວ້ໂດຍພຣະເຈົ້າ ແລະ ດີທີ່ສຸດ ແຕ່ດິນກໍຖືກມົນລະພິດ ແລະ ໜອນເຈາະສະໝໍຝ້າຍທີ່ທຳລາຍຝ້າຍກໍແຂງແຮງຂຶ້ນໃນແຕ່ລະລຸ້ນ. ຢາປາບສັດຕູພືດທຳມະດາບໍ່ສາມາດແກ້ໄຂບັນຫານີ້ໄດ້. ໃນທີ່ສຸດ, ຝ້າຍກໍຕ້ອງຜ່ານການບຳບັດຂ້າເຊື້ອພະຍາດແບບພິເສດ ເພື່ອບໍ່ໃຫ້ການນຸ່ງມັນກໍ່ໃຫ້ເກີດອາການຄັນ. ຖ້າບຳບັດໄດ້ດີ, ຕົ້ນທຶນຂອງເຄື່ອງນຸ່ງກໍຈະສູງ, ເຊິ່ງຈຳເປັນຕ້ອງມີລາຄາຂາຍທີ່ແພງຫຼາຍ. ຖ້າບຳບັດບໍ່ດີ, ມັນກໍບໍ່ດີເທົ່າກັບການນຸ່ງເຄື່ອງນຸ່ງເສັ້ນໃຍສັງເຄາະ. ເຈົ້າເຫັນບໍ, ຄຸນນະພາບຂອງເຄື່ອງນຸ່ງເສັ້ນໃຍສັງເຄາະແມ່ນດີເປັນພິເສດໃນປັດຈຸບັນ; ນັກກິລາມືອາຊີບຫຼາຍຄົນກໍນຸ່ງມັນ ແລະ ຄຳຕິຊົມກໍລ້ວນແຕ່ເປັນບວກພໍສົມຄວນ. ແຕ່ບາງຄົນ, ຫຼັງຈາກທີ່ໄດ້ຍິນສິ່ງນີ້ແລ້ວ, ກໍຍັງບໍ່ຍອມຮັບມັນ ແລະ ຍັງຄົງເຊື່ອໝັ້ນວ່າສິ່ງທໍຈາກຝ້າຍນັ້ນດີກວ່າ. ຄົນແບບນັ້ນບໍ່ໄດ້ໂງ່ຈ້າ ແລະ ດື້ດ້ານບໍ? (ແມ່ນແລ້ວ). ຄວາມໂງ່ຈ້າ ແລະ ຄວາມດື້ດ້ານນີ້ແມ່ນບັນຫາຂອງຄວາມເປັນມະນຸດຂອງພວກເຂົາ. ແລ້ວຂີດຄວາມສາມາດຂອງພວກເຂົາເປັນແນວໃດ? (ຂີດຄວາມສາມາດຂອງພວກເຂົາບໍ່ດີ). ເມື່ອມີສິ່ງໃໝ່ປາກົດຂຶ້ນຕໍ່ໜ້າຄົນໃດໜຶ່ງ, ທັດສະນະຄະຕິຂອງພວກເຂົາໃນການຕັດສິນວ່າມັນຖືກ ຫຼື ຜິດ, ເພື່ອຕັດສິນໃຈວ່າຈະຍອມຮັບ ຫຼື ປະຕິເສດມັນ, ແມ່ນຂຶ້ນຢູ່ກັບຂີດຄວາມສາມາດຂອງພວກເຂົາ. ຖ້າຄົນສ່ວນໃຫຍ່ຄິດວ່າສິ່ງໃໝ່ນັ້ນຖືກຕ້ອງ ແລະ ພວກເຂົາກໍເຮັດຕາມຄົນອື່ນ ແລະ ຍອມຮັບມັນແບບບໍ່ຕັ້ງໜ້າ, ແລ້ວຄົນແບບນັ້ນຢ່າງດີທີ່ສຸດກໍມີຂີດຄວາມສາມາດລະດັບປານກາງ. ຖ້າພວກເຂົາບໍ່ສາມາດແຍກແຍະໄດ້ວ່າສິ່ງໃໝ່ນັ້ນຖືກ ຫຼື ຜິດ, ມັນເປັນປະໂຫຍດຕໍ່ຜູ້ຄົນ ຫຼື ບໍ່ ແລະ ຈຸດແຂງ ແລະ ຂໍ້ເສຍຂອງມັນເມື່ອປຽບທຽບກັບສິ່ງເກົ່າທີ່ພວກເຂົາເຊື່ອໝັ້ນຢ່າງໜັກແໜ້ນມາກ່ອນ, ໂດຍບໍ່ສາມາດແຍກແຍະ ຫຼື ຈຳແນກຄວາມແຕກຕ່າງລະຫວ່າງສິ່ງໃໝ່ ແລະ ສິ່ງເກົ່າໄດ້, ຖ້າພວກເຂົາບໍ່ສາມາດຕັດສິນສິ່ງໃດໃນເລື່ອງນີ້ໄດ້, ສິ່ງນີ້ກໍພິສູດວ່າພວກເຂົາບໍ່ມີຄວາມສາມາດໃນການຍອມຮັບສິ່ງໃໝ່ໆ; ນັ້ນກໍຄື, ພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້. ຄົນແບບນີ້ມີຂີດຄວາມສາມາດທີ່ບໍ່ດີ. ໃນຕອນທຳອິດ, ເມື່ອມີສິ່ງໃໝ່ປາກົດຂຶ້ນ, ພວກເຂົາກໍຂາດຄວາມຮັບຮູ້ໃນລະດັບໜຶ່ງ. ເມື່ອພວກເຂົາໄດ້ຍິນກ່ຽວກັບສິ່ງນີ້, ພວກເຂົາກໍບໍ່ມີຄວາມສາມາດໃນການຍອມຮັບມັນເລີຍ. ໃນທີ່ສຸດ, ເຖິງແມ່ນວ່າພວກເຂົາຈະຍອມຮັບສິ່ງໃໝ່ນັ້ນຢ່າງບໍ່ເຕັມໃຈ, ມັນກໍເປັນພຽງຍ້ອນການຊ່ວຍເຫຼືອ ແລະ ການຊັກຊວນຂອງຄົນອື່ນ, ເຊິ່ງເຖິງກັບຕ້ອງປຽບທຽບຂໍ້ດີ ແລະ ຈຸດແຂງຂອງສິ່ງໃໝ່ກັບສິ່ງເກົ່າ, ເຮັດໃຫ້ຄົນເຫຼົ່ານີ້ເຫັນດ້ວຍຕາຂອງພວກເຂົາເອງວ່າມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງສິ່ງໃໝ່ ແລະ ສິ່ງເກົ່າ ແລະ ສິ່ງໃໝ່ນັ້ນເໜືອກວ່າສິ່ງເກົ່າຢ່າງຊັດເຈນ ກ່ອນທີ່ພວກເຂົາຈະສາມາດຍອມຮັບມັນໄດ້. ເຖິງຢ່າງໃດກໍຕາມ, ໃນໃຈຂອງພວກເຂົາ, ຄົນເຫຼົ່ານີ້ກໍຍັງບໍ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນວ່າສິ່ງໃໝ່ອື່ນໆອີກຫຼາຍຢ່າງນັ້ນດີແນວໃດ ແລະ ຍັງຄົງຮູ້ສຶກວ່າສິ່ງເກົ່ານັ້ນດີ ແລະ ຄວນຍຶດໝັ້ນໄວ້. ມີພຽງແຕ່ໃນສະຖານະການທີ່ພວກເຂົາບໍ່ມີທາງເລືອກເທົ່ານັ້ນ ພວກເຂົາຈຶ່ງຍອມຮັບສິ່ງໃໝ່ໆຢ່າງບໍ່ເຕັມໃຈ ແລະ ແບບບໍ່ຕັ້ງໜ້າ. ຄົນເຫຼົ່ານີ້ມີຂີດຄວາມສາມາດທີ່ບໍ່ດີ. ຄົນທີ່ມີຂີດຄວາມສາມາດລະດັບປານກາງຄືຄົນທີ່, ດ້ວຍການຊີ້ແນະພຽງເລັກນ້ອຍ, ກໍເຂົ້າໃຈໃນທັນທີ, ໂດຍຮັບຮູ້ວ່າພວກເຂົາກຳລັງເບິ່ງສິ່ງຕ່າງໆໃນວິທີທີ່ບິດເບືອນ ແລະ ຫຼ້າສະໄໝ. ນີ້ຄືການມີຂີດຄວາມສາມາດລະດັບປານກາງ. ໃນທາງກົງກັນຂ້າມ, ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີຕ້ອງການການຊີ້ແນະ ແລະ ການກະຕຸ້ນຊໍ້າແລ້ວຊໍ້າອີກ ແລະ ການຊັກຊວນຮ່ວມກັນຈາກທຸກຄົນ, ພ້ອມກັບຂໍ້ເທັດຈິງບາງຢ່າງ ແລະ ຕົວຢ່າງທີ່ເປັນຮູບປະທຳທີ່ສະແດງໃຫ້ເຫັນວ່າສິ່ງໃໝ່ນີ້ເປັນປະໂຫຍດຕໍ່ຜູ້ຄົນແນວໃດຫຼັງຈາກທີ່ມັນຖືກນຳໃຊ້ຢ່າງກວ້າງຂວາງ, ກ່ອນທີ່ພວກເຂົາຈະຍອມຮັບ ແລະ ໃຊ້ມັນຢ່າງບໍ່ເຕັມໃຈ. ເຖິງຢ່າງໃດກໍຕາມ, ໂດຍສ່ວນຕົວແລ້ວ, ພວກເຂົາກໍຍັງເລືອກສິ່ງເກົ່າ. ນີ້ຄືຄົນທີ່ມີຂີດຄວາມສາມາດທີ່ບໍ່ດີຫຼາຍ. ການມີຂີດຄວາມສາມາດທີ່ບໍ່ດີໝາຍຄວາມວ່າພວກເຂົາບໍ່ເຄີຍສາມາດຮັບຮູ້ເຖິງຜົນກະທົບທີ່ເປັນບວກທີ່ການປາກົດຂຶ້ນຂອງສິ່ງໃໝ່ໆມີຕໍ່ຜູ້ຄົນ ແລະ ບໍ່ສາມາດຄົ້ນພົບຄວາມແຕກຕ່າງລະຫວ່າງສິ່ງໃໝ່ ແລະ ສິ່ງເກົ່າ ແລະ ບໍ່ເຄີຍສາມາດຄົ້ນພົບ ຫຼື ເປີດເຜີຍຂໍ້ດີ ແລະ ຄວາມກ້າວໜ້າຂອງສິ່ງໃໝ່ໆ ແລະ ຂໍ້ເສຍ ແລະ ຄວາມຫຼ້າຫຼັງຂອງສິ່ງເກົ່າໆ ແລະ ຍັງໝາຍຄວາມວ່າພວກເຂົາມັກຈະຍຶດຕິດກັບຄວາມຄິດ ແລະ ມຸມມອງເກົ່າໆຂອງພວກເຂົາຢູ່ສະເໝີ; ສະນັ້ນ, ຄວາມສາມາດໃນການຍອມຮັບສິ່ງຕ່າງໆຂອງພວກເຂົາຈຶ່ງບໍ່ດີຫຼາຍ. ຄົນທີ່ມີຄວາມສາມາດທີ່ບໍ່ດີໃນການຍອມຮັບສິ່ງຕ່າງໆແມ່ນມີຂີດຄວາມສາມາດທີ່ບໍ່ດີ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ ຫຼື ຮາກຖານຂອງບັນຫາໄດ້, ບໍ່ວ່າເຈົ້າຈະອະທິບາຍສິ່ງຕ່າງໆໃຫ້ພວກເຂົາຟັງແນວໃດກໍຕາມ. ຄົນສ່ວນນັ້ນທີ່ມີຂີດຄວາມສາມາດທີ່ບໍ່ດີທີ່ສຸດບໍ່ສາມາດແມ່ນແຕ່ຈະເວົ້າໄດ້ວ່າມີຄວາມສາມາດໃນການຍອມຮັບສິ່ງຕ່າງໆໃດໆເລີຍ, ເມື່ອປະເຊີນກັບສິ່ງໃໝ່ໆ, ມັນບໍ່ແມ່ນເລື່ອງທີ່ວ່າພວກເຂົາເຕັມໃຈທີ່ຈະຮຽນຮູ້ ແລະ ຍອມຮັບພວກມັນທາງອັດຕະວິໄສ ຫຼື ບໍ່; ແຕ່ບັນຫາກໍຄື ພວກເຂົາຂາດຄວາມຮັບຮູ້ໃດໆຕໍ່ພວກມັນເລີຍ. ບໍ່ວ່າຈະໃນຊີວິດຈິງ ຫຼື ໃນການປະຕິບັດໜ້າທີ່ຂອງຕົນ, ບໍ່ວ່າມີສິ່ງໃໝ່ໆຫຍັງປາກົດຂຶ້ນ, ສິ່ງໃດມີຄວາມຄືບໜ້າ ຫຼື ສິ່ງໃດໄດ້ຮັບການປັບປຸງ, ພວກເຂົາກໍບໍ່ມີຄວາມຮັບຮູ້ ແລະ ບໍ່ມີຄວາມເຂົ້າໃຈ. ການທີ່ພວກເຂົາບໍ່ຮູ້ເລື່ອງເຫຼົ່ານີ້ເກີດຈາກການບໍ່ອ່ານຂ່າວ ຫຼື ໜັງສືພິມບໍ? ບໍ່, ມັນເປັນເພາະວ່າຂີດຄວາມສາມາດຂອງພວກເຂົາພຽງແຕ່ຂາດຄວາມສາມາດໃນການຍອມຮັບສິ່ງຕ່າງໆ. ມັນຄືກັບວ່າພວກເຂົາບໍ່ມີຄວາມສາມາດໃນການຮັບຮູ້. ກ່ຽວກັບການປາກົດຂຶ້ນຂອງສິ່ງໃໝ່ໆໃດໆ, ພວກເຂົາມຶນຊາ, ຫົວຊ້າ ແລະ ຂາດຄວາມຮັບຮູ້. ເຖິງແມ່ນວ່າພວກເຂົາຈະອາໄສຢູ່ໃນເມືອງທີ່ແອອັດ, ມັນກໍຄືກັບວ່າພວກເຂົາກຳລັງອາໄສຢູ່ໃນໝູ່ບ້ານເທິງພູທີ່ຫ່າງໄກສອກຫຼີກ. ພວກເຂົາບໍ່ຮູ້ເລື່ອງຫຍັງເລີຍກ່ຽວກັບເຫດການໃຫຍ່ ຫຼື ນ້ອຍທີ່ເກີດຂຶ້ນໃນຊີວິດຂອງມະນຸດ. ສະນັ້ນ, ພາຍໃນຂອບເຂດຊີວິດຂອງພວກເຂົາ, ຈຶ່ງບໍ່ມີສິ່ງໃໝ່ໆທີ່ສາມາດສົ່ງຜົນກະທົບຕໍ່ການກິນ, ເຄື່ອງນຸ່ງ, ທີ່ພັກອາໄສ ແລະ ການເດີນທາງຂອງພວກເຂົາ. ພວກເຂົາກໍຄືກັນກັບສັດ. ສິ່ງຕ່າງໆໃນຂອບເຂດຄວາມຄິດຂອງພວກເຂົາແມ່ນຈຳກັດຢູ່ພຽງຂອບເຂດນ້ອຍໆຂອງສິ່ງຕ່າງໆພາຍໃນຂອບເຂດຊີວິດຂອງພວກເຂົາ, ເຊິ່ງເປັນສິ່ງທີ່ພວກເຂົາຮູ້ມາຕັ້ງແຕ່ຕອນຮູ້ຈັກຄວາມ. ນອກເໜືອຈາກນັ້ນ, ສິ່ງໃດກໍຕາມຈາກໂລກພາຍນອກກໍບໍ່ມີອິດທິພົນຕໍ່ພວກເຂົາເລີຍ ແລະ ພວກເຂົາກໍບໍ່ມີຄວາມສົນໃຈໃນສິ່ງນັ້ນ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາປັນຍາອ່ອນບໍ? (ແມ່ນແລ້ວ). ແນ່ນອນວ່າ, ເລື່ອງທີ່ພວກເຮົາກຳລັງເວົ້າເຖິງຢູ່ນີ້ແມ່ນເລື່ອງນ້ອຍໆ, ເປັນເລື່ອງເລັກໆນ້ອຍໆໃນຊີວິດປະຈຳວັນ; ພວກເຮົາບໍ່ໄດ້ໝາຍເຖິງເລື່ອງຂອງຊາດ ຫຼື ຂ່າວໃຫຍ່ລະດັບໂລກ. ແມ່ນແຕ່ການປາກົດຂຶ້ນຂອງສິ່ງໃໝ່ທີ່ນ້ອຍຫຼາຍກໍເປັນສິ່ງທີ່ພວກເຂົາບໍ່ຮູ້, ໂດຍບໍ່ສະແດງໃຫ້ເຫັນເຖິງລະດັບການຍອມຮັບໃດໆເລີຍ. “ການຍອມຮັບ” ນີ້ໝາຍເຖິງວິທີທີ່ການປາກົດຂຶ້ນຂອງສິ່ງໃໝ່ປ່ຽນແປງຄວາມຄິດ ແລະ ມຸມມອງຂອງພວກເຂົາ, ນຳເອົາການປັບປຸງບາງຢ່າງມາສູ່ຊີວິດຂອງພວກເຂົາ, ລວມທັງວິຖີຊີວິດ, ຄວາມຮູ້ພື້ນຖານໃນການດຳລົງຊີວິດ ແລະ ອື່ນໆ ແລະ ນຳໄປສູ່ການປັບປຸງ ແລະ ຄວາມຄືບໜ້າບາງຢ່າງໃນຄວາມສາມາດຂອງພວກເຂົາໃນການຈັດການກັບບັນຫາໃນຊີວິດ. ຄົນທີ່ບໍ່ມີຄວາມສາມາດໃນການຍອມຮັບສິ່ງຕ່າງໆມັກຈະຮັກສາກິດຈະວັດ, ວິຖີຊີວິດເດີມຂອງພວກເຂົາຢູ່ສະເໝີ. ຕົວຢ່າງ: ຜູ້ຄົນໃນອະດີດມັກຈະເວົ້າວ່າ ເຕົ້າຫູ້ຕົ້ມກັບຜັກຫົມເປັນສິ່ງທີ່ດີ, ໃຫ້ທັງທາດເຫຼັກ ແລະ ແຄວຊຽມ ແລະ ບາງຄົນກໍກິນແບບນັ້ນມາຕັ້ງແຕ່ນ້ອຍຈົນໃຫຍ່. ຕໍ່ມາ, ບາງຄົນເວົ້າວ່ານັກວິໄຈອາຫານຄົ້ນພົບວ່າຜັກຫົມມີກົດອອກຊາລິກ ແລະ ການກິນມັນກັບເຕົ້າຫູ້ເປັນເວລາດົນສາມາດນຳໄປສູ່ການເກີດໜິ້ວໃນຮ່າງກາຍໄດ້ງ່າຍ. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ຄົນຜູ້ນີ້ກໍຄິດວ່າ: “ກົດອອກຊາລິກແມ່ນຫຍັງ? ໃຜເຄີຍເຫັນກົດອອກຊາລິກໃນຜັກຫົມແດ່? ຂ້ານ້ອຍກິນມັນມາຫຼາຍປີແລ້ວ ແລະ ກໍບໍ່ມີຫຍັງເກີດຂຶ້ນ. ຂ້ານ້ອຍຈະກິນມັນຕໍ່ໄປ!” ພວກເຂົາບໍ່ຍອມຮັບມັນ. ນີ້ຄືຄົນທີ່ບໍ່ມີລະດັບການຍອມຮັບຕໍ່ສິ່ງໃໝ່ໆ ຫຼື ມຸມມອງໃໝ່ໆເລີຍ. ໃນທາງກົງກັນຂ້າມ, ຄົນທີ່ມີຄວາມສາມາດໃນການຍອມຮັບສິ່ງຕ່າງໆ, ເມື່ອພວກເຂົາຢືນຢັນວ່າຜັກຫົມມີກົດອອກຊາລິກ, ພວກເຂົາກໍຈະຄິດຫາວິທີກຳຈັດກົດອອກຊາລິກ ແລະ ຜ່ານການຄົ້ນຫາເພີ່ມເຕີມກ່ຽວກັບມັນ, ພວກເຂົາກໍຄົ້ນພົບວ່າການລວກຜັກຫົມໃນນໍ້າຟົດຈະຊ່ວຍກຳຈັດກົດອອກຊາລິກໄດ້. ຜູ້ທີ່ມີຄວາມສາມາດໃນການຍອມຮັບສິ່ງຕ່າງໆ, ເມື່ອໄດ້ຍິນຂໍ້ມູນໃໝ່, ຈະແຍກແຍະຄວາມຈິງຂອງຂໍ້ມູນ ແລະ ວ່າມັນເປັນປະໂຫຍດຕໍ່ຜູ້ຄົນ ຫຼື ບໍ່ ຜ່ານການສອບຖາມ ແລະ ຈາກນັ້ນພວກເຂົາກໍຈະຕັດສິນໃຈວ່າຈະຍອມຮັບ ຫຼື ປະຕິເສດມັນ. ພວກເຂົາຈະຖາມຄຳຖາມ, ຮຽນຮູ້ກ່ຽວກັບລາຍລະອຽດທີ່ກ່ຽວຂ້ອງ ແລະ ຈາກນັ້ນກໍນຳໃຊ້ຂໍ້ມູນນີ້ເຂົ້າໃນຊີວິດຈິງ, ໂດຍຫຼີກລ່ຽງຂໍ້ເສຍ ຫຼື ອັນຕະລາຍຕໍ່ຜູ້ຄົນທີ່ເກີດຈາກສິ່ງໃໝ່ທີ່ກຳລັງເວົ້າເຖິງນັ້ນ. ໃນທາງກົງກັນຂ້າມ, ຄົນເບົາປັນຍາເຫຼົ່ານັ້ນທີ່ຂາດຄວາມສາມາດໃນການຍອມຮັບສິ່ງຕ່າງໆຢ່າງສິ້ນເຊີງ, ບໍ່ວ່າພວກເຂົາຈະໄດ້ຍິນຂໍ້ມູນໃໝ່ຫຍັງກໍຕາມ, ພວກເຂົາກໍບໍ່ສົນໃຈ ແລະ ບໍ່ສອບຖາມກ່ຽວກັບມັນ ແຕ່ປະຕິເສດມັນໂດຍກົງ, ໂດຍຍຶດຕິດກັບສິ່ງເກົ່າໆທີ່ຫຼ້າສະໄໝເທົ່ານັ້ນ. ໃນທີ່ສຸດ ສິ່ງນີ້ກໍສະຫຼຸບໄດ້ວ່າເປັນບັນຫາຂອງຂີດຄວາມສາມາດຂອງພວກເຂົາ. ເມື່ອເວົ້າເຖິງສິ່ງໃໝ່ໆ, ພວກເຂົາບໍ່ຮູ້ວິທີເຂົ້າຫາພວກມັນ ຫຼື ຫຼັກການໃດທີ່ພວກເຂົາຄວນກຳແໜ້ນ, ທັງບໍ່ພິຈາລະນາວ່າການປະຕິເສດສິ່ງໃໝ່ໆອາດຈະນຳຜົນສະທ້ອນຫຍັງມາສູ່ຊີວິດ ຫຼື ວຽກງານຂອງພວກເຂົາ. ສະຫຼຸບແລ້ວ, ພວກເຂົາມັກຈະມີທັດສະນະຄະຕິທີ່ສົງໄສຕໍ່ສິ່ງໃໝ່ໆ ແລະ ຂໍ້ມູນໃໝ່ໆຢູ່ສະເໝີ, ໂດຍບໍ່ກ້າທີ່ຈະຍອມຮັບພວກມັນ. ຄົນແບບນັ້ນມີຂີດຄວາມສາມາດທີ່ບໍ່ດີ.
ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີບໍ່ສາມາດແກ້ໄຂບັນຫາທີ່ພວກເຂົາພົບພໍ້ໃນຊີວິດໄດ້ດ້ວຍຕົນເອງ, ບໍ່ວ່າຈະມີບັນຫາເກີດຂຶ້ນຫຼາຍປານໃດກໍຕາມ. ບຸກຄົນດັ່ງກ່າວຂາດຄວາມສາມາດໃນການດຳລົງຊີວິດຢ່າງເປັນອິດສະຫຼະ. ບໍ່ວ່າຈະເປັນເລື່ອງໃດກໍຕາມ, ບໍ່ວ່າວິທີການເຮັດສິ່ງຕ່າງໆທີ່ພວກເຂົາໄດ້ຮັບສືບທອດມາຈາກບັນພະບຸລຸດຂອງພວກເຂົາໃນເວລານັ້ນຈະເປັນແນວໃດ, ພວກເຂົາກໍຍັງຄົງເຮັດແບບນັ້ນຕໍ່ໄປ; ພວກເຂົາບໍ່ປ່ຽນແປງຫຍັງເລີຍ ແລະ ຍຶດຕິດກັບມັນຢ່າງແຂງກະດ້າງຈົນເຖິງທີ່ສຸດ. ຖ້າເຈົ້າຕຳນິພວກເຂົາ, ໂດຍເວົ້າວ່າການເຮັດສິ່ງຕ່າງໆແບບນັ້ນເປັນສິ່ງທີ່ຜິດ, ພວກເຂົາກໍຈະບໍ່ຟັງ ແລະ ເຖິງກັບຈະກາຍເປັນຄົນດື້ດ້ານຢ່າງຮ້າຍແຮງ, ໂດຍໂຕ້ຖຽງກັບເຈົ້າວ່າ: “ນີ້ຄືວິທີທີ່ມັນຖືກສືບທອດມາຈາກບັນພະບຸລຸດຂອງພວກເຮົາ. ຄົນລຸ້ນປູ່ຂອງຂ້ານ້ອຍ ແລະ ຄົນລຸ້ນພໍ່ແມ່ຂອງຂ້ານ້ອຍລ້ວນແຕ່ເຮັດແບບນີ້ ແລະ ມັນກໍຖືກສືບທອດມາແບບນີ້!” ສິ່ງທີ່ຖືກສືບທອດມານັ້ນຈຳເປັນຕ້ອງຖືກຕ້ອງສະເໝີໄປບໍ? ພວກເຂົາບໍ່ພິຈາລະນາຄຳຖາມນີ້, ເຊິ່ງພິສູດໃຫ້ເຫັນເຖິງຂີດຄວາມສາມາດທີ່ບໍ່ດີຂອງພວກເຂົາ. ຖ້າພວກເຂົາມີຂີດຄວາມສາມາດຂອງຄົນປົກກະຕິ, ພວກເຂົາກໍຈະຄິດກ່ຽວກັບຄຳຖາມນີ້. ເມື່ອໄດ້ຍິນຂໍ້ມູນກ່ຽວກັບສິ່ງໃໝ່ໆ, ພວກເຂົາກໍຈະສະແດງໃຫ້ເຫັນເຖິງລະດັບການຍອມຮັບໃນລະດັບໜຶ່ງ. ຖ້າພວກເຂົາບໍ່ສະແດງການສະແດງອອກເຫຼົ່ານີ້, ມັນກໍໝາຍຄວາມວ່າພວກເຂົາບໍ່ມີລະດັບການຍອມຮັບເລີຍ. ຄົນແບບນັ້ນຂາດຄວາມສາມາດໃນການດຳລົງຊີວິດຢ່າງເປັນອິດສະຫຼະ. ບໍ່ວ່າພວກເຂົາຈະມີອາຍຸຫຼາຍສໍ່າໃດກໍຕາມ, ພວກເຂົາມັກຈະເວົ້າສະເໝີວ່າ: “ໃນສະໄໝພໍ່ຂອງຂ້ານ້ອຍ, ມັນເປັນແບບນີ້. ໃນສະໄໝປູ່ຂອງຂ້ານ້ອຍ ແລະ ປູ່ທວດຂອງຂ້ານ້ອຍ, ມັນເປັນແບບນີ້. ສະນັ້ນ, ໃນລຸ້ນຂອງຂ້ານ້ອຍ, ມັນກໍຕ້ອງຍັງຄົງເປັນແບບນີ້”. ຄົນເຫຼົ່ານີ້ເປັນຄົນຫົວບູຮານຢ່າງຊັດເຈນ. ພວກເຂົາເປັນຄືກັບທ່ອນໄມ້ທີ່ເນົ່າເປື່ອຍ, ຫົວແຂງ! ພວກເຂົາບໍ່ມີຄວາມສາມາດໃນການຍອມຮັບສິ່ງໃໝ່ໆໃດໆເລີຍ, ເຊິ່ງສະແດງໃຫ້ເຫັນວ່າພວກເຂົາມີຂີດຄວາມສາມາດທີ່ບໍ່ດີຫຼາຍ. ບໍ່ວ່າເຈົ້າຈະອະທິບາຍເຖິງຄວາມກ້າວໜ້າຂອງສິ່ງໃໝ່ໆແນວໃດກໍຕາມ, ພວກເຂົາກໍຈະບໍ່ຍອມຮັບພວກມັນ. ຄົນແບບນັ້ນຂາດຄວາມສາມາດໃນການດຳລົງຊີວິດຢ່າງເປັນອິດສະຫຼະ. ຢູ່ພາຍນອກ, ພວກເຂົາອາດຈະເບິ່ງຄືວ່າຈັດການເລື່ອງອາຫານ, ເຄື່ອງນຸ່ງ, ທີ່ພັກອາໄສ ແລະ ການເດີນທາງຂອງພວກເຂົາດ້ວຍຕົນເອງ, ແຕ່ວິທີການ ແລະ ວິທີທີ່ພວກເຂົາໃຊ້ນັ້ນຕໍ່າກວ່າມາດຕະຖານ. ພວກເຂົາບໍ່ປັບວິຖີຊີວິດຂອງພວກເຂົາໃຫ້ເຂົ້າກັບຍຸກສະໄໝ ຫຼື ກັບການເຕີບໂຕໃນຂົງເຂດຕ່າງໆຂອງສາມັນສຳນຶກ ແລະ ຄວາມຮູ້ທີ່ມະນຸດຊາດໄດ້ຮັບ. ຄົນແບບນັ້ນຄືຄົນທີ່ມີຂີດຄວາມສາມາດທີ່ບໍ່ດີ. ເຖິງແມ່ນວ່າພວກເຂົາຈະບໍ່ອຶດຫິວ, ບໍ່ໜາວສັ່ນ ແລະ ບໍ່ໄດ້ທົນທຸກຈາກຄວາມເຈັບປ່ວຍທີ່ຮ້າຍແຮງໃດໆ, ແຕ່ເມື່ອຕັດສິນຈາກມຸມມອງຂອງພວກເຂົາກ່ຽວກັບການເອົາຕົວລອດ ແລະ ວິຖີຊີວິດຂອງພວກເຂົາແລ້ວ, ຄົນແບບນັ້ນກໍພຽງແຕ່ດຳລົງຊີວິດຢ່າງເບົາປັນຍາ ແລະ ພວກເຂົາຍັງສາມາດຖືກຈັດປະເພດວ່າເປັນຄົນທີ່ປັນຍາອ່ອນ, ຄົນໂງ່ຈ້າ ຫຼື ຄົນໂງ່ໄດ້ອີກດ້ວຍ. ບາງຄົນຮູ້ສຶກບໍ່ສະບາຍໃຈເມື່ອພວກເຂົາຖືກເອີ້ນວ່າປັນຍາອ່ອນ ຫຼື ໂງ່ຈ້າ, ແຕ່ເຖິງແມ່ນວ່າພວກເຂົາຈະຮູ້ສຶກບໍ່ສະບາຍໃຈ, ມັນກໍເປັນຄວາມຈິງ. ຂີດຄວາມສາມາດຂອງພວກເຂົາບໍ່ດີສໍ່ານັ້ນແທ້ໆ. ເຮົາຢາກຈະເວົ້າບາງສິ່ງທີ່ເຮັດໃຫ້ເຈົ້າສະບາຍໃຈແທ້ໆ, ແຕ່ເຈົ້າພຽງແຕ່ບໍ່ມີຂີດຄວາມສາມາດສຳລັບສິ່ງນັ້ນ. ເຈົ້າຂາດຄວາມສາມາດໃນທຸກດ້ານ ແລະ ບໍ່ມີຄວາມຄິດ ຫຼື ມຸມມອງທີ່ຖືກຕ້ອງ ແລະ ແມ່ນຍຳ ເຊິ່ງສອດຄ່ອງກັບຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິຕໍ່ເລື່ອງໃດໆເລີຍ. ນີ້ບໍ່ແມ່ນການຂາດຂີດຄວາມສາມາດບໍ? ມັນເປັນຄວາມເມດຕາພໍແລ້ວທີ່ບໍ່ເອີ້ນເຈົ້າວ່າເປັນຄົນໄຮ້ປະໂຫຍດ. ຄົນປະເພດນີ້ທີ່ບໍ່ມີຂີດຄວາມສາມາດແມ່ນຢູ່ຫ່າງຈາກການເປັນຄົນພິການທາງສະໝອງພຽງກ້າວດຽວເທົ່ານັ້ນ. ບຸກຄົນທີ່ພິການທາງສະໝອງຂາດແມ່ນແຕ່ຄວາມສາມາດໃນການເບິ່ງແຍງຕົນເອງ, ໂດຍເພິ່ງພາການຊ່ວຍເຫຼືອຈາກຄົນອື່ນຢ່າງສິ້ນເຊີງ. ໃນເວລາກິນເຂົ້າ, ພໍ່ແມ່ຂອງພວກເຂົາກໍຍັງຕ້ອງປ້ອນເຂົ້າພວກເຂົາເທື່ອລະຄຳ ແລະ ພວກເຂົາກໍບໍ່ຮູ້ແມ່ນແຕ່ວ່າພວກເຂົາອີ່ມແລ້ວ ຫຼື ບໍ່. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີແມ່ນປັນຍາອ່ອນ; ພວກເຂົາເປັນຄົນໂງ່ຈ້າ ແລະ ຢູ່ຫ່າງຈາກການເປັນຄົນພິການທາງສະໝອງພຽງກ້າວດຽວເທົ່ານັ້ນ. ຂີດຄວາມສາມາດຂອງພວກເຂົາບໍ່ດີສໍ່ານີ້ແຫຼະ. ບອກເຮົາເບິ່ງ, ຄົນແບບນັ້ນບໍ່ໜ້າສົມເພຊບໍ? ພວກເຂົາບໍ່ໜ້າໂມໂຫຫຼາຍບໍ? ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີບໍ່ມີຄວາມສາມາດໃນການຮຽນຮູ້, ບໍ່ມີຄວາມສາມາດໃນການເຂົ້າໃຈສິ່ງຕ່າງໆ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້; ຍິ່ງໄປກວ່ານັ້ນ ພວກເຂົາກໍຍິ່ງບໍ່ມີຄວາມສາມາດໃນການຍອມຮັບສິ່ງຕ່າງໆ, ພວກເຂົາບໍ່ມີຄວາມສາມາດໃນດ້ານໃດເລີຍ. ບໍ່ວ່າເຈົ້າຈະອະທິບາຍສິ່ງຕ່າງໆ ຫຼື ຍົກຕົວຢ່າງໃຫ້ພວກເຂົາຟັງແນວໃດກໍຕາມ, ພວກເຂົາກໍຍັງບໍ່ສາມາດທຳຄວາມເຂົ້າໃຈ ຫຼື ເຂົ້າໃຈສິ່ງທີ່ເວົ້າໄປນັ້ນໄດ້. ນີ້ບໍ່ແມ່ນຄວາມປັນຍາອ່ອນບໍ? ບໍ່ວ່າເຈົ້າຈະອະທິບາຍແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈໄດ້. ເຖິງແມ່ນວ່າເຈົ້າຈະເວົ້າຢ່າງຊັດເຈນຫຼາຍ ແລະ ອະທິບາຍຢ່າງລະອຽດ, ພວກເຂົາກໍຍັງບໍ່ເຂົ້າໃຈ ແລະ ເຖິງກັບຮູ້ສຶກວ່າສິ່ງທີ່ເຈົ້າເວົ້ານັ້ນຟັງແລ້ວຂັດໆ. ພວກເຂົາຂາດຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ເຖິງກັບຄິດຫາຊຸດຄວາມຄິດທີ່ຄາດເຄື່ອນເພື່ອມາໂຕ້ແຍ້ງເຈົ້າ. ບໍ່ມີທາງທີ່ຈະໃຊ້ເຫດຜົນກັບຄົນແບບນັ້ນໄດ້; ພຽງແຕ່ໃຫ້ສາມຄຳແກ່ພວກເຂົາວ່າ: “ເຈົ້າເກີນກວ່າຈະໃຊ້ເຫດຜົນນຳໄດ້!” ຂີດຄວາມສາມາດຂອງພວກເຂົາບໍ່ດີສໍ່ານີ້ແຫຼະ. ເຈົ້າຈະບໍ່ຮູ້ສຶກກະວົນກະວາຍ ແລະ ໂມໂຫກັບພວກເຂົາໄດ້ບໍ? ບໍ່ວ່າເຈົ້າຈະເວົ້າຫຍັງກັບຄົນແບບນັ້ນ, ມັນກໍໄຮ້ປະໂຫຍດ. ບໍ່ວ່າເຈົ້າຈະພະຍາຍາມອະທິບາຍຊີ້ແນະພວກເຂົາແນວໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈ. ເຖິງແມ່ນວ່າຈະເປັນເລື່ອງນ້ອຍໆ, ກໍຕ້ອງໃຊ້ເວລາໝົດມື້ເພື່ອອະທິບາຍຊີ້ແນະພວກເຂົາ ແລະ ຖ້າເຈົ້າເວົ້າໃນວິທີທີ່ເລິກເຊິ່ງກວ່ານັ້ນເລັກໜ້ອຍ, ພວກເຂົາກໍຈະບໍ່ເຂົ້າໃຈ; ເຈົ້າຕ້ອງໃຊ້ຄຳສັບທີ່ຕື້ນເຂີນທີ່ສຸດ ແລະ ເວົ້າຫຼາຍໆ ກ່ອນທີ່ພວກເຂົາຈະສາມາດເຂົ້າໃຈໄດ້. ເຖິງແມ່ນວ່າຫຼັງຈາກທີ່ພວກເຂົາເຂົ້າໃຈເລື່ອງໜຶ່ງແລ້ວ, ເມື່ອມີບັນຫາທີ່ຄ້າຍຄືກັນເກີດຂຶ້ນ, ພວກເຂົາກໍຍັງບໍ່ເຂົ້າໃຈຢູ່ດີ. ນີ້ບໍ່ແມ່ນຄວາມປັນຍາອ່ອນບໍ? ເຖິງຢ່າງໃດກໍຕາມ, ຄົນປັນຍາອ່ອນປະເພດນີ້ບໍ່ຄິດວ່າພວກເຂົາໂງ່. ພວກເຂົາເວົ້າວ່າ: “ຢ່າຄິດວ່າຂ້ານ້ອຍໂງ່. ຖ້າເຈົ້າສະເໜີເງິນໃຫ້ຂ້ານ້ອຍສິບຢວນ ຫຼື ສິບໂດລາສະຫະລັດ, ລອງເບິ່ງວ່າຂ້ານ້ອຍຈະເລືອກອັນໃດ, ຂ້ານ້ອຍຈະເລືອກເງິນໂດລາສະຫະລັດຢ່າງແນ່ນອນ ເພາະຂ້ານ້ອຍຮູ້ວ່າມັນມີຄ່າຫຼາຍກວ່າ”. ຄົນອື່ນເວົ້າວ່າ: “ເຈົ້າກໍຍັງໂງ່ຢູ່ດີ”. ເປັນຫຍັງຄົນອື່ນຈຶ່ງເວົ້າວ່າຄົນແບບນັ້ນໂງ່? ເພາະວ່າຄົນທຳມະດາຈະບໍ່ໃຊ້ຕົວຢ່າງປະເພດນີ້ເພື່ອພິສູດວ່າພວກເຂົາບໍ່ໂງ່, ທັງຈະບໍ່ໃຊ້ວິທີການທີ່ລະດັບຕໍ່າແບບນີ້ເພື່ອສະແດງໃຫ້ເຫັນ. ເປັນເພາະວ່າຄົນແບບນັ້ນມີຂີດຄວາມສາມາດທີ່ບໍ່ດີຫຼາຍຢ່າງແນ່ນອນ, ບໍ່ມີມາດຕະຖານສຳລັບການປະເມີນຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆ ແລະ ບໍ່ຮູ້ວິທີປະເມີນພວກມັນ, ພວກເຂົາຈຶ່ງບໍ່ເຄີຍຖືວ່າຕົນເອງໂງ່. ຄົນທີ່ສະຫຼາດຫຼັກແຫຼມຢ່າງແທ້ຈິງ, ຫຼັງຈາກທີ່ພະຍາຍາມ ແລະ ດີ້ນລົນຢ່າງສະໝໍ່າສະເໝີໃນທ່າມກາງກຸ່ມຄົນເປັນເວລາສາມຫາຫ້າປີ, ຈະຮັບຮູ້ວ່າໃນກຸ່ມໃດກໍຕາມ, ກໍມີຄົນທີ່ດີກວ່າຕົນເອງ, ຄົນທີ່ເໜືອກວ່າພວກເຂົາ. ພວກເຂົາມັກຈະຮູ້ສຶກສະເໝີວ່າຂີດຄວາມສາມາດຂອງພວກເຂົາເອງບໍ່ດີພໍ, ຄວາມສາມາດ ແລະ ຄວາມສະຫຼາດຂອງພວກເຂົາບໍ່ດີພໍ. ພວກເຂົາສາມາດຄົ້ນພົບຂໍ້ບົກຜ່ອງຂອງພວກເຂົາເອງໄດ້ສະເໝີ, ຮັບຮູ້ວ່າພວກເຂົາດ້ອຍກວ່າຄົນອື່ນຢູ່ບ່ອນໃດ ແລະ ລະບຸບັນຫາຂອງພວກເຂົາເອງໄດ້; ພວກເຂົາສາມາດເຫັນຈຸດແຂງຂອງຄົນອື່ນໄດ້ສະເໝີ. ຄົນປະເພດນີ້ສະຫຼາດຫຼັກແຫຼມ ແລະ ມີຂີດຄວາມສາມາດ. ໃນຂະນະດຽວກັນ, ຄົນທີ່ບໍ່ມີຂີດຄວາມສາມາດ, ເມື່ອອາໄສຢູ່ໃນທ່າມກາງກຸ່ມຄົນ, ມັກຈະຮູ້ສຶກສະເໝີວ່າຄົນອື່ນດ້ອຍກວ່າຕົນເອງ. ພວກເຂົາເຫັນວ່າບາງຄົນບໍ່ສາມາດແມ່ນແຕ່ຈະສະກົດຄຳບາງຄຳ ຫຼື ບໍ່ສາມາດພິມດີດໄດ້ ແລະ ພວກເຂົາກໍດູຖູກຄົນເຫຼົ່ານັ້ນວ່າມີຂີດຄວາມສາມາດທີ່ບໍ່ດີ. ພວກເຂົາໃຊ້ສິ່ງເລັກໆນ້ອຍໆທີ່ບໍ່ສຳຄັນເຫຼົ່ານີ້ທີ່ພວກເຂົາເອງສາມາດເຮັດໄດ້ ເພື່ອຢືນຢັນວ່າຂີດຄວາມສາມາດຂອງພວກເຂົາເອງນັ້ນດີ. ຍັງມີຄົນທີ່, ເມື່ອເຫັນຄົນອື່ນບໍ່ຄ່ອຍໃສ່ໃຈເລື່ອງສຸຂະອະນາໄມຂອງຕົນເອງ ຫຼື ບໍ່ຮູ້ວິທີແຕ່ງຕົວໃຫ້ດູດີ, ກໍເວົ້າວ່າພວກເຂົາມີຂີດຄວາມສາມາດທີ່ບໍ່ດີ. ພວກເຂົາເອງສະອາດກວ່າເລັກໜ້ອຍ, ສາມາດສ້າງພາບລັກຂອງຄວາມສະຫງ່າງາມ ຫຼື ມີຄວາມຮູ້ ແລະ ຈຸດແຂງບາງຢ່າງ, ສະນັ້ນ ພວກເຂົາຈຶ່ງຖືວ່າຂີດຄວາມສາມາດຂອງພວກເຂົາເອງນັ້ນດີ. ຄົນແບບນັ້ນສະຫຼາດຫຼັກແຫຼມ ຫຼື ໂງ່? ພວກເຂົາໂງ່. ສັງເກດເບິ່ງວິທີທີ່ຄົນສະຫຼາດຫຼັກແຫຼມເວົ້າ: “ເປັນຫຍັງຂ້ານ້ອຍຈຶ່ງເຮັດຜິດພາດອີກແລ້ວ? ຂ້ານ້ອຍຮັບຮູ້ວ່າຂ້ານ້ອຍໂງ່!” ຄົນທີ່ມັກຈະເວົ້າສະເໝີວ່າພວກເຂົາໂງ່ ແລະ ພວກເຂົາມີຂໍ້ບົກຜ່ອງນັ້ນສະຫຼາດຫຼັກແຫຼມຢ່າງແທ້ຈິງ. ຄົນທີ່ບໍ່ເຄີຍຍອມຮັບວ່າຕົນເອງໂງ່ ແລະ ມັກຈະເວົ້າສະເໝີວ່າ: “ເຈົ້າຄິດວ່າຂ້ານ້ອຍໂງ່ບໍ? ລອງຂໍເງິນຂ້ານ້ອຍເບິ່ງດຸ ແລ້ວເບິ່ງວ່າຂ້ານ້ອຍຈະໃຫ້ເຈົ້າບໍ!” ນັ້ນຄືຄົນໂງ່ຢ່າງແທ້ຈິງ. ຄວາມໂງ່, ໃນຄຳສັບທົ່ວໄປ, ເອີ້ນວ່າ “ສະໝອງບໍ່ເຕັມບາດ”. ການທີ່ພວກເຂົາສາມາດເວົ້າເລື່ອງໂງ່ໆແບບນັ້ນໄດ້, ນັ້ນບໍ່ແມ່ນຄວາມໂງ່ບໍ? ນັ້ນບໍ່ແມ່ນການ “ບໍ່ເຕັມບາດ” ບໍ? (ແມ່ນແລ້ວ). ເມື່ອພວກເຂົາເຫັນຄົນທີ່ມີຂໍ້ບົກຜ່ອງ ຫຼື ຂໍ້ຕຳນິບາງຢ່າງ ຫຼື ຜູ້ທີ່ປ່ອຍໃຫ້ມີຊ່ອງຫວ່າງໃນສິ່ງທີ່ພວກເຂົາເຮັດ, ພວກເຂົາກໍຫົວຂວັນຢູ່ລັບຫຼັງ ໂດຍເວົ້າວ່າ: “ພວກເຂົາໂງ່ຂະໜາດນັ້ນໄດ້ແນວໃດ?” ເມື່ອພວກເຂົາເຫັນຄົນທີ່ເຕັມໄປດ້ວຍການວາງແຜນເອົາປຽບ ແລະ ເລ່ລ່ຽມທີ່ເຈົ້າເລ່, ພວກເຂົາກໍຖືວ່າຄົນເຫຼົ່ານັ້ນສະຫຼາດຫຼັກແຫຼມ ແລະ ມີຂີດຄວາມສາມາດທີ່ດີ. ຄົນທີ່ສະຫຼາດຫຼັກແຫຼມຢ່າງແທ້ຈິງຈະປະເມີນຄຸນນະພາບຂອງຂີດຄວາມສາມາດຂອງຄົນໆໜຶ່ງ ແລະ ວ່າພວກເຂົາສະຫຼາດຫຼັກແຫຼມ ຫຼື ໂງ່ ໂດຍອີງໃສ່ຄວາມສາມາດຕ່າງໆຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຄົນໂງ່ຈະເບິ່ງພຽງແຕ່ວ່າໃຜເກັ່ງໃນການວາງແຜນເອົາປຽບ, ໃຜເອົາປຽບ ແລະ ຫຼີກລ່ຽງການສູນເສຍຢູ່ສະເໝີ ແລະ ໃຜທີ່ຊຳນານໃນການຫາຜົນປະໂຫຍດໃຫ້ຕົນເອງຜ່ານການຫຼອກລວງ, ໂດຍເຊື່ອວ່າຄົນແບບນັ້ນທຸກຄົນລ້ວນແຕ່ສະຫຼາດຫຼັກແຫຼມ ແລະ ມີຂີດຄວາມສາມາດທີ່ດີ. ໃນຄວາມເປັນຈິງແລ້ວ, ຄົນປະເພດເຫຼົ່ານີ້ລ້ວນແຕ່ໂງ່. ການປະເມີນຄຸນນະພາບຂອງຂີດຄວາມສາມາດຂອງຄົນໆໜຶ່ງໂດຍອີງໃສ່ວ່າພວກເຂົາເກັ່ງໃນການວາງແຜນເອົາປຽບຫຼາຍສໍ່າໃດ, ຄົນແບບນັ້ນກໍເປັນຄົນໂງ່ເອງ. ກ່ອນໜ້ານີ້, ພວກເຮົາໄດ້ກ່າວເຖິງໜຶ່ງໃນການສະແດງອອກທີ່ໂງ່ທີ່ສຸດ: ພວກເຂົາເວົ້າວ່າ: “ຖ້າເຈົ້າສະເໜີເງິນໃຫ້ຂ້ານ້ອຍສິບໂດລາສະຫະລັດ ຫຼື ສິບຢວນ, ລອງເບິ່ງວ່າຂ້ານ້ອຍຈະເລືອກອັນໃດ. ຂ້ານ້ອຍຈະບໍ່ເລືອກເງິນຢວນຢ່າງແນ່ນອນ, ຢ່າຄິດວ່າຂ້ານ້ອຍບໍ່ຮູ້ວ່າເງິນໂດລາສະຫະລັດມີຄ່າຫຼາຍກວ່າ! ຖ້າເຈົ້າສະເໜີຊີ້ນ ຫຼື ເຕົ້າຫູ້ໃຫ້ຂ້ານ້ອຍ, ລອງເບິ່ງວ່າຂ້ານ້ອຍຈະກິນອັນໃດ. ເຈົ້າຄິດວ່າຂ້ານ້ອຍໂງ່ພໍທີ່ຈະກິນເຕົ້າຫູ້ ແລະ ບໍ່ກິນຊີ້ນບໍ? ຂ້ານ້ອຍຮູ້ວ່າຊີ້ນແຊບກວ່າ!” ໃນຄວາມເປັນຈິງແລ້ວ ຄົນແບບນັ້ນຄືຄົນໂງ່. ຖ້າເຈົ້າບໍ່ຢາກໃຫ້ຄົນອື່ນເຫັນຄວາມໂງ່ຂອງເຈົ້າແທ້ໆ, ເຈົ້າກໍບໍ່ຄວນໃຊ້ຕົວຢ່າງແບບນັ້ນຢ່າງເດັດຂາດ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ). ຄົນໂງ່ມັກຈະເຮັດຜິດພາດແບບນີ້ເລື້ອຍໆບໍ? (ແມ່ນແລ້ວ). ພວກເຂົາເຖິງກັບຄິດວ່າ: “ເບິ່ງແມວ່າຂ້ານ້ອຍເກັ່ງສໍ່າໃດໃນການຍົກຕົວຢ່າງ! ເຫັນບໍວ່າຂ້ານ້ອຍສະຫຼາດຫຼັກແຫຼມສໍ່າໃດ? ຂ້ານ້ອຍເບິ່ງຄືຄົນໂງ່ສຳລັບເຈົ້າບໍ? ເຈົ້ານັ້ນແຫຼະທີ່ເປັນຄົນໂງ່!” ຄົນປະເພດທີ່ໂງ່ທີ່ສຸດມັກຈະສະແດງຄວາມໂງ່ອອກມາຢູ່ສະເໝີ. ນີ້ຄືການສະຫຼຸບການໂອ້ລົມກ່ຽວກັບຄວາມສາມາດນີ້: ຄວາມສາມາດໃນການຍອມຮັບສິ່ງຕ່າງໆ.
ຂໍ້ທີ 5: ຄວາມສາມາດໃນການຮັບຮູ້
ຄວາມສາມາດທີຫ້າແມ່ນຄວາມສາມາດໃນການຮັບຮູ້. ຄວາມສາມາດໃນການຮັບຮູ້ໝາຍເຖິງຫຍັງ? ມັນເນັ້ນໜັກໄປທີ່ລະດັບຄວາມເຂົ້າໃຈຂອງຄົນໆໜຶ່ງຕໍ່ກັບສິ່ງຕ່າງໆນັ້ນເອງ. ເພື່ອປະເມີນຄວາມສາມາດໃນການຮັບຮູ້ຂອງຄົນໆໜຶ່ງ, ຄົນເຮົາຕ້ອງເບິ່ງທີ່ລະດັບຄວາມເຂົ້າໃຈຂອງພວກເຂົາຕໍ່ກັບສິ່ງໃດໜຶ່ງ ແລະ ໄລຍະເວລາທີ່ພວກເຂົາຕ້ອງການເພື່ອບັນລຸຄວາມເຂົ້າໃຈເຖິງແກ່ນແທ້ຂອງສິ່ງນັ້ນ. ຖ້າໄລຍະເວລາທີ່ພວກເຂົາຕ້ອງການນັ້ນສັ້ນຫຼາຍ ແລະ ລະດັບຄວາມເຂົ້າໃຈຂອງພວກເຂົາກໍເລິກເຊິ່ງພຽງພໍ, ຈົນບັນລຸເຖິງລະດັບການເຂົ້າໃຈແກ່ນແທ້ຂອງສິ່ງນັ້ນ, ພວກເຂົາກໍມີຄວາມສາມາດໃນການຮັບຮູ້. ຖ້າໄລຍະເວລາທີ່ຄົນໆໜຶ່ງຕ້ອງການເພື່ອເຂົ້າໃຈສິ່ງໃດໜຶ່ງຢູ່ໃນຂອບເຂດປົກກະຕິ ແລະ ພວກເຂົາສາມາດເຂົ້າໃຈແກ່ນແທ້ຂອງສິ່ງນີ້ໄດ້ດ້ວຍຕົວມັນເອງ, ສາມາດເຫັນສາເຫດ ແລະ ຜົນສະທ້ອນ ພ້ອມທັງຮາກຖານ ແລະ ແກ່ນແທ້ຂອງບັນຫາທີ່ຢູ່ພາຍໃນໄດ້ຢ່າງຊັດເຈນ ແລະ ຈາກນັ້ນກໍມີຄວາມເຂົ້າໃຈກ່ຽວກັບສິ່ງນີ້ໃນໃຈຂອງພວກເຂົາ ແລະ ຍິ່ງໄປກວ່ານັ້ນ, ຖ້າພວກເຂົາສາມາດໃຫ້ຄຳນິຍາມ ແລະ ສະຫຼຸບກ່ຽວກັບສິ່ງນີ້ໄດ້, ສິ່ງນີ້ເອີ້ນວ່າການມີຂີດຄວາມສາມາດທີ່ດີ. ນັ້ນກໍຄື, ໃນຖານະຄົນປົກກະຕິທີ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ, ບໍ່ວ່າເຈົ້າຈະເປັນຍິງ ຫຼື ຊາຍ, ບໍ່ວ່າເຈົ້າຈະຫາກໍກ້າວເຂົ້າສູ່ໄວຜູ້ໃຫຍ່ ຫຼື ໄດ້ກ້າວເຂົ້າສູ່ໄວອາຍຸກາງ ຫຼື ໄວຊະລາແລ້ວ, ຖ້າຄວາມເຂົ້າໃຈຂອງເຈົ້າກ່ຽວກັບແກ່ນແທ້ຂອງສິ່ງນີ້ບັນລຸໄດ້ພາຍໃນໄລຍະເວລາປົກກະຕິ, ແລ້ວຂີດຄວາມສາມາດຂອງເຈົ້າກໍຖືວ່າດີ. ຖ້າໄລຍະເວລາທີ່ເຈົ້າຕ້ອງການເພື່ອເຂົ້າໃຈສິ່ງນີ້ເກີນກວ່າຄົນປົກກະຕິເຖິງສາມ ຫຼື ສີ່ເທົ່າ, ນັ້ນກໍຄື ຖ້າຄົນທີ່ມີຂີດຄວາມສາມາດທີ່ດີຕ້ອງການເວລາສາມມື້ ແຕ່ເຈົ້າຕ້ອງການເວລາສິບມື້ ຫຼື ເຖິງຂັ້ນໜຶ່ງເດືອນ ແລະ ກວ່າເຈົ້າຈະຄິດຫາລຳດັບເຫດການທັງໝົດຂອງເລື່ອງນີ້ໄດ້ຢ່າງຊັດເຈນ ແລະ ອັນຕະລາຍ ພ້ອມທັງຜົນສະທ້ອນທາງລົບທີ່ເກີດຈາກເລື່ອງນີ້ໄດ້ປາກົດຂຶ້ນແລ້ວ, ເຈົ້າຈຶ່ງຄ່ອຍຮັບຮູ້ເຖິງຄວາມຮ້າຍແຮງຂອງເລື່ອງນີ້ ພ້ອມທັງຮາກຖານ ແລະ ແກ່ນແທ້ຂອງມັນ, ແລ້ວຢ່າງດີທີ່ສຸດຂີດຄວາມສາມາດຂອງເຈົ້າກໍແມ່ນປານກາງ. ອີກນ័យໜຶ່ງກໍຄື, ຖ້າເລື່ອງນີ້ຍັງບໍ່ທັນກໍ່ໃຫ້ເກີດຜົນສະທ້ອນທີ່ຮ້າຍແຮງ ແຕ່ຜົນສະທ້ອນທາງລົບບາງຢ່າງໄດ້ປາກົດຂຶ້ນຢ່າງຕໍ່ເນື່ອງແລ້ວ ແລະ ມີພຽງແຕ່ໃນລະຫວ່າງຂະບວນການນີ້ເທົ່ານັ້ນທີ່ເຈົ້າຄ່ອຍໆຮັບຮູ້ເຖິງຮາກຖານ ແລະ ແກ່ນແທ້ຂອງເລື່ອງນີ້, ຈົນນຳໄປສູ່ການໃຫ້ຄຳນິຍາມ ແລະ ຂໍ້ສະຫຼຸບ, ແລ້ວຂີດຄວາມສາມາດຂອງເຈົ້າກໍຖືວ່າປານກາງ. ແຕ່ຖ້າມີພຽງແຕ່ຫຼັງຈາກທີ່ເລື່ອງນີ້ໄດ້ສົ່ງຜົນໃຫ້ເກີດຜົນສະທ້ອນທາງລົບ ຫຼື ຮ້າຍແຮງແລ້ວ ເຈົ້າຈຶ່ງຄ່ອຍຮູ້ສຶກຕົວຂຶ້ນມາທັນທີ ແລະ ເຂົ້າໃຈລັກສະນະຂອງເລື່ອງນີ້, ແລ້ວຂີດຄວາມສາມາດຂອງເຈົ້າກໍບໍ່ດີຫຼາຍ. ຖ້າເລື່ອງນີ້ໄດ້ກໍ່ໃຫ້ເກີດຜົນສະທ້ອນທາງລົບແລ້ວ ແລະ ເຈົ້າຍັງບໍ່ຮູ້ບັນຫາຂອງເລື່ອງນີ້ ຫຼື ຮາກຖານຂອງບັນຫາ ແລະ ເຈົ້າຍັງບໍ່ສາມາດສະຫຼຸບກ່ຽວກັບມັນໄດ້, ແລ້ວເຈົ້າກໍບໍ່ມີຂີດຄວາມສາມາດເລີຍ. ຄວາມສາມາດໃນການຮັບຮູ້ແບ່ງອອກເປັນສີ່ລະດັບນີ້. ລະດັບທຳອິດຄືຄົນທີ່ມີຂີດຄວາມສາມາດທີ່ດີ. ນັ້ນກໍຄື, ເມື່ອມີບາງສິ່ງຫາກໍເກີດຂຶ້ນ ແລະ ຮຽກຮ້ອງໃຫ້ເຈົ້າສະຫຼຸບໃນທັນທີພາຍໃນສອງສາມຊົ່ວໂມງ ແລະ ນີ້ເປັນສະຖານະການອັນຮີບດ່ວນ ເຊິ່ງຖ້າເຈົ້າບໍ່ຕັດສິນໃຈໂດຍທັນທີ, ບໍ່ວາງແຜນການເພື່ອຈັດການ ແລະ ແກ້ໄຂເລື່ອງນັ້ນ ຫຼື ເຖິງຂັ້ນບໍ່ຄິດຄົ້ນແຜນການຄວບຄຸມຄວາມເສຍຫາຍເພື່ອຢຸດຢັ້ງການພັດທະນາຕໍ່ໄປຂອງມັນ, ມັນກໍຈະມີຜົນສະທ້ອນທາງລົບຕາມມາ, ຖ້າພາຍໃນໄລຍະເວລານີ້ ເຈົ້າສາມາດຮັບຮູ້ເຖິງຮາກຖານຂອງເລື່ອງນີ້ໄດ້ ແລະ ເຈົ້າສາມາດຕັດສິນໄດ້ຢ່າງຖືກຕ້ອງໃນທັນທີ ແລະ ຢ່າງເດັດຂາດ, ຕັດສິນໃຈ ແລະ ສະຫຼຸບໄດ້ຢ່າງຖືກຕ້ອງ ແລະ ຈາກນັ້ນກໍສ້າງແຜນການທີ່ສົມເຫດສົມຜົນສຳລັບການຈັດການກັບມັນ, ສິ່ງນີ້ໝາຍຄວາມວ່າເຈົ້າມີຂີດຄວາມສາມາດທີ່ດີ. ເຖິງຢ່າງໃດກໍຕາມ, ສົມມຸດວ່າເຈົ້າພຽງແຕ່ຮູ້ສຶກວ່າມີບັນຫາບາງຢ່າງກັບເລື່ອງນີ້ ແຕ່ເຈົ້າບໍ່ຮູ້ວ່າບັນຫານັ້ນຢູ່ບ່ອນໃດ ຫຼື ຮາກຖານຂອງມັນຄືຫຍັງ ແລະ ພາຍໃນໄລຍະເວລາປົກກະຕິສຳລັບການຈັດການກັບເລື່ອງນີ້, ເຈົ້າບໍ່ມີຂໍ້ສະຫຼຸບ, ຄຳຕັດສິນ ຫຼື ແຜນການສຳລັບການຈັດການກັບມັນ. ກົງກັນຂ້າມ, ເຈົ້າພຽງແຕ່ລໍຖ້າແບບບໍ່ຕັ້ງໜ້າ ແລະ ສັງເກດເບິ່ງການພັດທະນາຕໍ່ໄປຂອງມັນ ແລະ ມີພຽງແຕ່ຜ່ານການພັດທະນາຕໍ່ໄປຂອງມັນເທົ່ານັ້ນ ເຈົ້າຈຶ່ງພະຍາຍາມລະບຸແກ່ນແທ້ຂອງເລື່ອງນີ້ ແລະ ຕັດສິນໃນສິ່ງທີ່ບໍ່ຖືກຕ້ອງປານໃດ ແລະ ຫຼັງຈາກນັ້ນ ເຈົ້າກໍຍັງສືບຕໍ່ລໍຖ້າ ແລະ ສັງເກດເບິ່ງ ແລະ ກ່ອນທີ່ເລື່ອງນັ້ນຈະພັດທະນາໄປຢ່າງເຕັມທີ່, ເຈົ້າອາດຈະພຽງແຕ່ພໍເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້ ຫຼື ພຽງແຕ່ພໍຄິດຫາວິທີແກ້ໄຂໄດ້, ແຕ່ການຈັດການຂອງເຈົ້າກໍຍັງບໍ່ທັນການຢູ່ດີ. ຖ້າເປັນກໍລະນີນີ້, ແລ້ວຂີດຄວາມສາມາດຂອງເຈົ້າກໍປານກາງຫຼາຍ. ຖ້າເລື່ອງນີ້ໄດ້ພັດທະນາໄປຢ່າງເຕັມທີ່ ແລະ ຜົນສະທ້ອນກໍໄດ້ປາກົດຂຶ້ນແລ້ວ, ໂດຍແກ່ນແທ້ຂອງບັນຫາໄດ້ປາກົດອອກມາຢ່າງສົມບູນແລ້ວ ແລະ ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ເຈົ້າຮັບຮູ້ວ່າເລື່ອງນີ້ບໍ່ດີ ແລະ ເຫັນຮາກຖານທີ່ຢູ່ເບື້ອງຫຼັງຂອງມັນ, ຫຼື ບາງທີເຈົ້າອາດຈະບໍ່ສາມາດເຫັນຮາກຖານໄດ້ເລີຍ ແຕ່ພຽງແຕ່ຈຳຍອມຮັບ ຫຼື ປະເຊີນໜ້າກັບຜົນສະທ້ອນສຸດທ້າຍຂອງເລື່ອງນີ້, ນັ້ນໝາຍຄວາມວ່າຂີດຄວາມສາມາດຂອງເຈົ້າບໍ່ດີ. ອີກໜຶ່ງການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທີ່ບໍ່ດີກໍຄື ຖ້າເລື່ອງດັ່ງກ່າວເກີດຂຶ້ນອີກຄັ້ງ, ພວກເຂົາກໍຍັງມີທັດສະນະຄະຕິແບບເດີມ, ມີວິທີການຈັດການກັບມັນແບບເດີມ ແລະ ຈັດການກັບມັນດ້ວຍຄວາມໄວເທົ່າເດີມ. ນັ້ນກໍຄື, ທຸກຄັ້ງທີ່ເລື່ອງດັ່ງກ່າວເກີດຂຶ້ນ, ພວກເຂົາມັກຈະຈັດການກັບພວກມັນດ້ວຍວິທີເດີມນີ້ສະເໝີ, ດ້ວຍຄວາມໄວ ແລະ ປະສິດທິພາບເທົ່າເດີມນີ້. ບໍ່ວ່າຈະມີເລື່ອງເກີດຂຶ້ນຫຼາຍປານໃດກໍຕາມ, ພວກເຂົາກໍບໍ່ສາມາດແຍກແຍະແກ່ນແທ້ຂອງພວກມັນໄດ້, ທັງບໍ່ໄດ້ປ່ຽນແປງຄວາມຄິດເຫັນ ຫຼື ມຸມມອງໃດໆຂອງພວກເຂົາກ່ຽວກັບເລື່ອງທາງໂລກຢ່າງສອດຄ່ອງ. ນີ້ຄືຄົນທີ່ມີຂີດຄວາມສາມາດທີ່ບໍ່ດີ. ເປັນເພາະວ່າພວກເຂົາເປັນຄົນທີ່ມີຂີດຄວາມສາມາດທີ່ບໍ່ດີຢ່າງແນ່ນອນ, ພວກເຂົາຈຶ່ງຂາດຄວາມສາມາດໃນການດຳລົງຊີວິດຢ່າງເປັນອິດສະຫຼະ; ນັ້ນກໍຄື, ພວກເຂົາບໍ່ມີມຸມມອງຕໍ່ການເອົາຕົວລອດ ຫຼື ຕໍ່ຊີວິດ. ນີ້ຄືຂໍ້ບົ່ງຊີ້ຂອງການມີຂີດຄວາມສາມາດທີ່ບໍ່ດີ. ການສະແດງອອກຂອງຄົນທີ່ບໍ່ມີຂີດຄວາມສາມາດແມ່ນແບບນີ້: ເມື່ອມີເລື່ອງໃດໜຶ່ງເກີດຂຶ້ນແລ້ວ ແລະ ຜົນສະທ້ອນກໍອາດຈະປາກົດຂຶ້ນແລ້ວ, ພວກເຂົາກໍຍັງບໍ່ຮູ້ວ່າມີຫຍັງເກີດຂຶ້ນ, ຄືກັບວ່າພວກເຂົາກຳລັງຝັນຢູ່. ນີ້ຄືການບໍ່ມີຂີດຄວາມສາມາດ ແລະ ບໍ່ມີຄວາມສາມາດໃນການຮັບຮູ້. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ). ຄວາມສາມາດໃນການຮັບຮູ້ ໂດຍຫຼັກໆແລ້ວໝາຍເຖິງການເຂົ້າໃຈແກ່ນແທ້ຂອງຜູ້ຄົນ ແລະ ເຫດການຕ່າງໆ ພ້ອມທັງຮາກຖານຂອງບັນຫາຂອງພວກເຂົາ; ນີ້ຄືສິ່ງທີ່ຄວາມສາມາດໃນການຮັບຮູ້ເປັນ. ມັນໝາຍຄວາມວ່າ ເມື່ອເຈົ້າເຫັນການສະແດງອອກ, ການເປີດເຜີຍ ແລະ ຄວາມເປັນມະນຸດຂອງຄົນປະເພດໃດໜຶ່ງ, ເຈົ້າສາມາດຮູ້ໄດ້ເຖິງບັນຫາທີ່ພວກເຂົາກຳລັງປະເຊີນ, ຮາກຖານຂອງບັນຫາຂອງພວກເຂົາໃນສະພາບແວດລ້ອມທີ່ພວກເຂົາອາໄສຢູ່, ພ້ອມທັງແກ່ນແທ້ຂອງເຫດການທີ່ເຈົ້າກຳລັງສັງເກດເຫັນໃນປັດຈຸບັນ ແລະ ຮາກຖານຂອງບັນຫາທີ່ຢູ່ພາຍໃນພວກມັນນັ້ນຢູ່ບ່ອນໃດ. ຄວາມສາມາດໃນການຮັບຮູ້ ໂດຍຫຼັກໆແລ້ວໝາຍເຖິງສອງດ້ານຄື: ການເບິ່ງທະລຸເຖິງແກ່ນແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ການເບິ່ງທະລຸເຖິງຮາກຖານຂອງບັນຫາຂອງພວກເຂົາ. ພວກເຈົ້າສາມາດເຂົ້າໃຈຫຍັງໄດ້ອີກກ່ຽວກັບຄວາມສາມາດໃນການຮັບຮູ້? ມີໃຜເຂົ້າໃຈວ່າມັນເປັນຄວາມສາມາດໃນການເຂົ້າໃຈ ແລະ ຮຽນຮູ້ຄວາມຮູ້ບໍ? (ບໍ່ມີ). ຄວາມສາມາດໃນການຮັບຮູ້ທີ່ພວກເຮົາກຳລັງເວົ້າເຖິງ ໂດຍຫຼັກໆແລ້ວແມ່ນກ່ຽວຂ້ອງກັບຄວາມສາມາດໃນການເບິ່ງຜູ້ຄົນ ແລະ ເຫດການຕ່າງໆ. ຖ້າມາດຕະຖານທີ່ເຈົ້າໃຊ້ເບິ່ງຜູ້ຄົນ ແລະ ເຫດການຕ່າງໆນັ້ນຕໍ່າຫຼາຍ, ຄວາມເຂົ້າໃຈຂອງເຈົ້າຕື້ນເຂີນຫຼາຍ ຫຼື ເຈົ້າບໍ່ສາມາດເຂົ້າໃຈແກ່ນແທ້ຂອງຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆໄດ້, ແລ້ວຄວາມສາມາດໃນການຮັບຮູ້ຂອງເຈົ້າກໍບໍ່ດີຫຼາຍ ຫຼື ເຖິງຂັ້ນບໍ່ມີເລີຍ. ຖ້າບໍ່ວ່າຄົນທີ່ຢູ່ອ້ອມຂ້າງເຈົ້າຈະສະແດງຄຳເວົ້າທີ່ຜິດພາດຢ່າງຊັດເຈນ ຫຼື ມຸມມອງທີ່ຜິດພາດອອກມາຫຼາຍປານໃດກໍຕາມ, ພວກເຂົາຈະເຮັດການກະທຳທີ່ຜິດພາດຫຼາຍປານໃດກໍຕາມ ຫຼື ພວກເຂົາຈະເປີດເຜີຍຄວາມເສື່ອມຊາມທີ່ຊັດເຈນອອກມາຫຼາຍປານໃດກໍຕາມ, ເຈົ້າກໍບໍ່ສາມາດຄົ້ນພົບແກ່ນແທ້ຂອງບັນຫາໄດ້, ບໍ່ຮູ້ວ່າພວກເຂົາເປັນຄົນປະເພດໃດ, ພວກເຂົາເປັນຄົນທີ່ຖືກຕ້ອງ ຫຼື ບໍ່, ພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່, ລັກສະນະຂອງພວກເຂົາເປັນແນວໃດ ຫຼື ແກ່ນແທ້ຂອງຄົນແບບນັ້ນເປັນແນວໃດ, ຖ້າເຈົ້າບໍ່ຮູ້ສິ່ງເຫຼົ່ານີ້ເລີຍ, ແລ້ວເຈົ້າກໍບໍ່ມີຄວາມສາມາດໃນການຮັບຮູ້. ເມື່ອປະເຊີນກັບບຸກຄົນ ຫຼື ເລື່ອງໃດໜຶ່ງ, ເຈົ້າກໍບໍ່ມີມາດຕະຖານສຳລັບການປະເມີນ. ຫຼັງຈາກທີ່ເລື່ອງນັ້ນຜ່ານໄປແລ້ວ, ເຈົ້າກໍບໍ່ມີຂໍ້ສະຫຼຸບກ່ຽວກັບແກ່ນແທ້ຂອງບັນຫາດັ່ງກ່າວ ແລະ ຍິ່ງໄປກວ່ານັ້ນ ເຈົ້າກໍຍິ່ງບໍ່ມີຄວາມເຂົ້າໃຈກ່ຽວກັບມັນເລີຍ; ແລະ ແນ່ນອນວ່າ ເຈົ້າບໍ່ມີຫຼັກການສຳລັບການຈັດການກັບເລື່ອງດັ່ງກ່າວ ຫຼື ເສັ້ນທາງແຫ່ງການປະຕິບັດສຳລັບພວກມັນ, ນີ້ຄືຄວາມໝາຍຂອງການບໍ່ມີຄວາມສາມາດໃນການຮັບຮູ້. ຄວາມສາມາດໃນການຮັບຮູ້ ໂດຍຫຼັກໆແລ້ວໝາຍເຖິງຄວາມສາມາດຂອງຄົນໆໜຶ່ງໃນການເຂົ້າໃຈຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ນີ້ຄືການສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບຄວາມສາມາດນີ້.
ຂໍ້ 6: ຄວາມສາມາດໃນການຕັດສິນ
ຄວາມສາມາດທີຫົກຄືຄວາມສາມາດໃນການຕັດສິນ. ຄວາມສາມາດໃນການຕັດສິນກໍຄື ເມື່ອພົບພໍ້ກັບເລື່ອງໃດເລື່ອງໜຶ່ງ ເຈົ້າສາມາດຕັດສິນໄດ້ວ່າມັນຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ຖືກ ຫຼື ຜິດ ແລະ ເປັນບວກ ຫຼື ເປັນລົບ ແລະ ຈາກນັ້ນກໍໃຊ້ການຕັດສິນຂອງເຈົ້າເພື່ອກຳນົດວິທີທີ່ເໝາະສົມໃນການຮັບມື ແລະ ຈັດການກັບມັນ. ໂດຍປົກກະຕິແລ້ວ ເມື່ອຄົນໆໜຶ່ງພົບພໍ້ບາງເລື່ອງ, ບໍ່ວ່າມັນຈະເປັນສິ່ງທີ່ພວກເຂົາເຄີຍເຫັນມາກ່ອນ ຫຼື ບໍ່, ເຄີຍມີປະສົບການມາກ່ອນ ຫຼື ບໍ່ ແລະ ບໍ່ວ່າເລື່ອງນັ້ນຈະຂ້ອນຂ້າງເປັນບວກ ຫຼື ຂ້ອນຂ້າງເປັນລົບກໍຕາມ, ພວກເຂົາຄວນມີທັດສະນະຄະຕິແບບໃດຕໍ່ເລື່ອງນັ້ນ? ພວກເຂົາຄວນປະຕິເສດມັນ ຫຼື ໂອບຮັບ ແລະ ຍອມຮັບມັນ? ຫຼັງຈາກທີ່ເຈົ້າເຂົ້າໃຈມັນໄດ້ຢ່າງແຈ່ງແຈ້ງແລ້ວ, ຖ້າເຈົ້າມີຈຸດຢືນຂອງເຈົ້າເອງ ແລະ ມີມຸມມອງທີ່ຖືກຕ້ອງເຊິ່ງສອດຄ່ອງກັບຫຼັກການຄວາມຈິງ, ສິ່ງນີ້ກໍພິສູດວ່າເຈົ້າມີຄວາມສາມາດໃນການຕັດສິນ. ຕົວຢ່າງ: ເມື່ອເຈົ້າໄດ້ຍິນຄົນໃດຄົນໜຶ່ງເວົ້າບາງສິ່ງ, ຫຼັງຈາກທີ່ຄິດໄຕ່ຕອງແລ້ວ ເຈົ້າສາມາດກໍານົດໄດ້ວ່າສິ່ງນີ້ໝາຍເຖິງຫຍັງ, ຜູ້ເວົ້າຕ້ອງການບັນລຸຈຸດປະສົງຫຍັງ, ເປັນຫຍັງພວກເຂົາຈຶ່ງເວົ້າຄຳເວົ້າເຫຼົ່ານີ້, ເປັນຫຍັງພວກເຂົາຈຶ່ງໃຊ້ຖ້ອຍເວົ້າ ແລະ ນໍ້າສຽງແບບນັ້ນ ແລະ ເປັນຫຍັງພວກເຂົາຈຶ່ງມີສາຍຕາແບບນັ້ນເມື່ອກຳລັງເວົ້າ. ເຈົ້າສາມາດເຫັນເຖິງເຈດຕະນາແອບແຝງ, ຈຸດປະສົງ ແລະ ແຮງຈູງໃຈທີ່ຢູ່ເບື້ອງຫຼັງສິ່ງທີ່ພວກເຂົາເວົ້າ. ບໍ່ວ່າເຈົ້າຈະຈັດການກັບເຈດຕະນາແອບແຝງ ແລະ ແຮງຈູງໃຈເຫຼົ່ານີ້ແນວໃດກໍຕາມໃນພາຍຫຼັງຕໍ່, ເຈົ້າສາມາດຮັບຮູ້ເຖິງບັນຫາແອບແຝງບາງຢ່າງທີ່ຢູ່ເບື້ອງຫຼັງເລື່ອງທີ່ກຳລັງເກີດຂຶ້ນໃນຕອນນັ້ນ. ເຈົ້າຮູ້ວ່າພວກເຂົາຕ້ອງການເຮັດຫຍັງ, ເປັນຫຍັງພວກເຂົາຈຶ່ງຕ້ອງການເຮັດແບບນີ້, ຈຸດປະສົງທີ່ພວກເຂົາຕ້ອງການບັນລຸ, ຜົນກະທົບທີ່ພວກເຂົາຕັ້ງໃຈໃຫ້ເກີດຂຶ້ນຈາກຄຳເວົ້າຂອງພວກເຂົາ ລວມທັງວິທີການ, ແຜນຮ້າຍ ແລະ ແຜນອຸບາຍເຊື່ອງຊ້ອນທີ່ກ່ຽວຂ້ອງ. ເຈົ້າສາມາດເບິ່ງເຫັນສັນຍານບາງຢ່າງ, ຮັບຮູ້ວ່າບັນຫານີ້ບໍ່ແມ່ນເລື່ອງທຳມະດາ ແລະ ອາດເຖິງຂັ້ນມີຄວາມຮູ້ສຶກຕື່ນຕົວໃນໃຈຂອງເຈົ້າ. ສິ່ງນີ້ພິສູດວ່າເຈົ້າມີຄວາມສາມາດໃນການຕັດສິນ. ຖ້າເຈົ້າມີຄວາມສາມາດໃນການຕັດສິນ, ສິ່ງນີ້ໝາຍຄວາມວ່າເຈົ້າເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ບໍ່ວ່າຄຳເວົ້າຂອງຄົນໃດຄົນໜຶ່ງຈະຟັງມ່ວນຫູສໍ່າໃດ, ພວກມັນສອດຄ່ອງກັບຄວາມຈິງໃນແງ່ຂອງຫຼັກຄຳສອນຫຼາຍສໍ່າໃດ, ທັດສະນະຄະຕິຂອງພວກເຂົາເບິ່ງຄືວ່າຊື່ກົງຕໍ່ໜ້າຄົນອື່ນພຽງໃດ ຫຼື ຈຸດປະສົງຂອງພວກເຂົາຖືກເຊື່ອງຊ້ອນໄວ້ເລິກສໍ່າໃດກໍຕາມ, ເຈົ້າກໍຍັງສາມາດຕັດສິນບັນຫາໄດ້ໂດຍຜ່ານການເປີດເຜີຍພາຍນອກຂອງພວກເຂົາ, ປາກົດການ ຫຼື ສິ່ງທີ່ພວກເຂົາເວົ້າ, ສິ່ງນີ້ພິສູດວ່າເຈົ້າມີຂີດຄວາມສາມາດທີ່ດີ ແລະ ເຈົ້າມີຄວາມສາມາດໃນການຕັດສິນ. ຕົວຢ່າງ: ເມື່ອພົບພໍ້ກັບບາງເລື່ອງ, ບໍ່ວ່າເລື່ອງນີ້ໄດ້ພັດທະນາໄປເຖິງຂັ້ນໃດແລ້ວກໍຕາມ, ເຈົ້າສາມາດເບິ່ງທະລຸເຖິງແກ່ນແທ້ຂອງເລື່ອງນີ້ ແລະ ຕົ້ນຕໍຂອງບັນຫາໄດ້ ໂດຍການທໍາຄວາມເຂົ້າໃຈກັບຂະບວນການຂອງເລື່ອງດັ່ງກ່າວ. ນີ້ຄືການມີຄວາມສາມາດໃນການຕັດສິນ. ຕົວຢ່າງ: ໃນຄຣິສຕະຈັກ ເມື່ອມີຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍທີ່ກຳລັງຂັດຂວາງ ແລະ ລົບກວນ, ເມື່ອເບິ່ງວ່າໃນບັນດາຄົນເຫຼົ່ານີ້ໃຜເປັນຫົວໂຈກ, ໃຜເປັນຜູ້ຕິດຕາມ, ໃຜມີບົດບາດຫຼັກໃນເລື່ອງນີ້ ແລະ ໃຜເປັນຜູ້ທີ່ຖືກຊັກຈູງຄ້ອຍຕາມ, ພ້ອມທັງເລື່ອງນີ້ເອງຈະມີອິດທິພົນແບບໃດຕໍ່ຜູ້ຄົນ ແລະ ຈະເກີດຜົນຮ້າຍຫຍັງແດ່ ຖ້າເລື່ອງນີ້ດຳເນີນຕໍ່ໄປ, ເຈົ້າສາມາດຕັດສິນກ່ຽວກັບສະຖານະການທັງໝົດໄດ້ ໂດຍການເຂົ້າໃຈສະຖານະການພື້ນຖານຂອງເລື່ອງນີ້. ເຖິງແມ່ນວ່າການຕັດສິນຂອງເຈົ້າໃນເວລານັ້ນມີຄວາມຄາດເຄື່ອນໃນລະດັບໃດໜຶ່ງກ່ຽວກັບວ່າ ສຸດທ້າຍແລ້ວ ເລື່ອງນັ້ນຈະຈົບລົງແນວໃດ, ຢ່າງໜ້ອຍທີ່ສຸດ ເຈົ້າກໍມີມຸມມອງ, ທັດສະນະຄະຕິ ແລະ ຫຼັກການທີ່ຖືກຕ້ອງສຳລັບການຈັດການກັບເລື່ອງນີ້. ສິ່ງນີ້ພຽງພໍທີ່ຈະພິສູດວ່າເຈົ້າມີຄວາມສາມາດໃນການຕັດສິນກ່ຽວກັບເລື່ອງນີ້. ນັ້ນກໍຄື ເຈົ້າມີຄວາມສາມາດໃນການຕັດສິນວ່າໃຜເປັນຫົວໂຈກ ຫຼື ຕົວການຂອງເລື່ອງໃດໜຶ່ງ ຫຼື ເລື່ອງນີ້ຈະດຳເນີນໄປເຖິງຂັ້ນໃດໃນອະນາຄົດ ແລະ ເຈົ້າຄວນໃຊ້ທັດສະນະຄະຕິ ແລະ ຫຼັກການແບບໃດເພື່ອຮັບມືກັບມັນ ແລະ ປ້ອງກັນບໍ່ໃຫ້ມັນນຳໄປສູ່ຜົນສະທ້ອນທີ່ບໍ່ດີ. ຕາບໃດທີ່ເຈົ້າມີຄວາມສາມາດໃນການຕັດສິນ, ຕັກກະ ແລະ ວິທີການໃນການຕັດສິນຂອງເຈົ້າຖືກຕ້ອງ ແລະ ພື້ນຖານການຕັດສິນຂອງເຈົ້າຢ່າງໜ້ອຍກໍສອດຄ່ອງກັບຄວາມເປັນມະນຸດ ຫຼື ຍິ່ງໄປກວ່ານັ້ນຄືສອດຄ່ອງກັບຫຼັກການຄວາມຈິງ, ສິ່ງນີ້ກໍພິສູດວ່າເຈົ້າມີຄວາມສາມາດໃນການຕັດສິນ. ເຖິງແມ່ນວ່າການຕັດສິນຂອງເຈົ້າມີຄວາມຄາດເຄື່ອນໃນລະດັບໃດໜຶ່ງກ່ຽວກັບເລື່ອງນັ້ນໆ, ຕາບໃດທີ່ມີພື້ນຖານຮອງຮັບການຕັດສິນຂອງເຈົ້າ, ການຕັດສິນຂອງເຈົ້າສອດຄ່ອງກັບຮູບແບບຂອງວິທີທີ່ເລື່ອງນັ້ນເອງດຳເນີນໄປ ແລະ ສອດຄ່ອງກັບຕົ້ນຕໍ ແລະ ແກ່ນແທ້ຂອງບັນຫາທີ່ຄ້າຍຄືກັນ ຫຼື ໃກ້ຄຽງກັນ ແລະ ຍິ່ງໄປກວ່ານັ້ນຄື ສອດຄ່ອງກັບຫຼັກການຄວາມຈິງ, ມັນກໍຍັງສາມາດເວົ້າໄດ້ວ່າ ເຈົ້າມີຄວາມສາມາດໃນການຕັດສິນ. ການມີຄວາມສາມາດໃນການຕັດສິນພິສູດວ່າເຈົ້າສາມາດຄິດກ່ຽວກັບບັນຫາຕ່າງໆໄດ້. ຖ້າການຕັດສິນຂອງເຈົ້າສອດຄ່ອງກັບຕົ້ນຕໍ, ແກ່ນແທ້ ແລະ ດ້ານອື່ນໆທັງໝົດຂອງເລື່ອງນັ້ນໆ, ສິ່ງນີ້ກໍພິສູດວ່າເຈົ້າເປັນຄົນທີ່ມີຂີດຄວາມສາມາດທີ່ດີ.
ບໍ່ວ່າຄົນເຮົາຈະພົບພໍ້ກັບຜູ້ຄົນ ຫຼື ເລື່ອງຫຍັງກໍຕາມ, ເມື່ອຄົນໆໜຶ່ງມີການຄິດທີ່ຖືກຕ້ອງເທົ່ານັ້ນ ແລະ ບົນເງື່ອນໄຂເບື້ອງຕົ້ນຂອງການຕັດສິນວ່າເລື່ອງໃດເລື່ອງໜຶ່ງຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ຖືກ ຫຼື ຜິດ ຫຼື ມັນເປັນບວກ ຫຼື ເປັນລົບເທົ່ານັ້ນ, ພວກເຂົາຈຶ່ງສາມາດມີແຜນການຕໍ່ຈາກນັ້ນເພື່ອຈັດການ ແລະ ແກ້ໄຂມັນໄດ້. ຖ້າຄົນໆໜຶ່ງບໍ່ຮູ້ວິທີຄິດກ່ຽວກັບບັນຫາຕ່າງໆ, ເວົ້າໃຫ້ເຈາະຈົງກໍຄື ຖ້າພວກເຂົາບໍ່ສາມາດຕັດສິນບັນຫາໄດ້, ພວກເຂົາກໍບໍ່ສາມາດຈັດການກັບບັນຫາໄດ້ເຊັ່ນກັນ, ນັ້ນກໍຄື ພວກເຂົາຂາດຄວາມສາມາດໃນການຈັດການກັບບັນຫາ. ໃຜກໍຕາມທີ່ຈັດການກັບບັນຫາລ້ວນແຕ່ເຮັດໂດຍອີງໃສ່ການຕັດສິນວ່າເລື່ອງໃດເລື່ອງໜຶ່ງຖືກຕ້ອງ ຫຼື ບໍ່ຖືກຕ້ອງ; ຖ້າບໍ່ດັ່ງນັ້ນ, ແຜນການຂອງພວກເຂົາສຳລັບການແກ້ໄຂບັນຫາ ແລະ ເສັ້ນທາງແຫ່ງການປະຕິບັດຂອງພວກເຂົາກໍຈະຂາດພື້ນຖານ. ຕົວຢ່າງ: ມີຄົນລາຍງານເຈົ້າວ່າ ໃນຄຣິສຕະຈັກແຫ່ງໜຶ່ງ ຊີວິດຄຣິສຕະຈັກບໍ່ດີ; ຄົນສ່ວນໃຫຍ່ຄິດລົບ ແລະ ເສີຍເມີຍ, ບໍ່ເຕັມໃຈທີ່ຈະເຕົ້າໂຮມ ຫຼື ປະຕິບັດໜ້າທີ່ຂອງຕົນ. ເຈົ້າຕັດສິນປາກົດການດັ່ງກ່າວແນວໃດ? ນີ້ແມ່ນບັນຫາໃນຊີວິດຈິງບໍ? (ແມ່ນແລ້ວ). ເນື່ອງຈາກມັນເປັນບັນຫາໃນຊີວິດຈິງ, ເຈົ້າຈຳເປັນຕ້ອງຄິດຫາແຜນການປະຕິບັດທີ່ສະເພາະເຈາະຈົງເພື່ອຈັດການ ແລະ ແກ້ໄຂມັນ. ກ່ອນທີ່ຈະແກ້ໄຂບັນຫາ, ເຈົ້າບໍ່ຈຳເປັນຕ້ອງຕັດສິນບໍວ່າຕົ້ນຕໍ ແລະ ແກ່ນແທ້ຂອງບັນຫານີ້ແມ່ນຫຍັງ ແລະ ແມ່ນໃຜທີ່ເຮັດໃຫ້ບັນຫານັ້ນເກີດຂຶ້ນ? ເຈົ້າບໍ່ຈຳເປັນຕ້ອງຕັດສິນສິ່ງເຫຼົ່ານີ້ບໍ? (ແມ່ນແລ້ວ). ມີພຽງແຕ່ຜ່ານການຄິດເທົ່ານັ້ນ ເຈົ້າຈຶ່ງສາມາດມີການຕັດສິນໄດ້ ແລະ ຫຼັງຈາກການຕັດສິນເທົ່ານັ້ນ ເຈົ້າຈຶ່ງສາມາດລະບຸຕົ້ນຕໍຂອງບັນຫາໄດ້ ແລະ ໂດຍອີງໃສ່ຕົ້ນຕໍ ແລະ ແກ່ນແທ້ຂອງບັນຫາ, ຈາກນັ້ນເຈົ້າກໍສາມາດກຳນົດວິທີການທີ່ເໝາະສົມ ແລະ ແທດເໝາະສຳລັບການຈັດການ ແລະ ແຜນການສຳລັບການແກ້ໄຂບັນຫາໄດ້. ຖ້າເຈົ້າໄດ້ຮູ້ວ່າຊີວິດຄຣິສຕະຈັກໃນຄຣິສຕະຈັກແຫ່ງໜຶ່ງບໍ່ດີ ແຕ່ບໍ່ຮູ້ເຫດຜົນວ່າຍ້ອນຫຍັງ, ເຈົ້າຈະຕັດສິນແນວໃດວ່າ ຕົ້ນຕໍຂອງບັນຫາຢູ່ໃສ? (ກ່ອນອື່ນ ຂ້ານ້ອຍຈະຄິດວ່າບັນຫານີ້ກ່ຽວຂ້ອງໂດຍກົງກັບຜູ້ນໍາຄຣິສຕະຈັກ. ຖ້າຜູ້ນໍາຄຣິສຕະຈັກບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແຕ່ບໍ່ເຂົ້າໃຈຄວາມຈິງ, ບໍ່ສາມາດຈັດການກັບບັນຫາໃດໆທີ່ພວກເຂົາພົບພໍ້ ແລະ ບໍ່ຮູ້ວິທີນຳພາປະຊາກອນທີ່ພຣະເຈົ້າເລືອກໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມກ່ຽວກັບຄວາມຈິງ, ຄຣິສຕະຈັກທີ່ມີຜູ້ນໍາປອມແບບນັ້ນກໍຍ່ອມຂາດຊີວິດຄຣິສຕະຈັກທີ່ດີ). ນີ້ແມ່ນການຕັດສິນຮູບແບບໜຶ່ງຢ່າງ. ໂດຍທົ່ວໄປແລ້ວ, ສຳລັບບັນຫາງ່າຍໆ ຖ້າການຕັດສິນໜຶ່ງຢ່າງຖືກຕ້ອງ, ມັນກໍອາດຈະເຮັດໃຫ້ເຈົ້າສາມາດຈັບໃຈຄວາມຕົ້ນຕໍຂອງບັນຫາໄດ້. ເຖິງຢ່າງໃດກໍຕາມ, ບາງບັນຫາກໍຊັບຊ້ອນ ແລະ ຖ້າຂໍ້ມູນທີ່ເຈົ້າເຂົ້າໃຈບໍ່ຄົບຖ້ວນ, ມັນກໍເປັນໄປໄດ້ວ່າການຕັດສິນພຽງຢ່າງດຽວຂອງເຈົ້າຈະບໍ່ເຮັດໃຫ້ເຈົ້າສາມາດຈັບໃຈຄວາມຕົ້ນຕໍຂອງບັນຫາໄດ້. ແລ້ວມີການຕັດສິນຄັ້ງທີສອງ ແລະ ທີສາມນຳບໍ? (ມີ). ຫຼັງຈາກທີ່ມີການຕັດສິນສາມຢ່າງແລ້ວ, ມັນກໍເປັນໄປໄດ້ວ່າໜຶ່ງໃນການຕັດສິນເຫຼົ່ານີ້ຈະຖືກຕ້ອງທີ່ສຸດ. ແລ້ວພວກເຈົ້າສາມາດຄິດຫາການຕັດສິນຫຍັງໄດ້ອີກແດ່? (ສິ່ງທີ່ຂ້ານ້ອຍສາມາດຄິດໄດ້ກໍຄື ຜູ້ຄົນໃນຄຣິສຕະຈັກແຫ່ງນີ້ໂດຍທົ່ວໄປແລ້ວມີຂີດຄວາມສາມາດທີ່ບໍ່ດີ ແລະ ມີຄວາມສາມາດທີ່ບໍ່ດີໃນການຢັ່ງຮູ້ຄວາມຈິງ ແລະ ພວກເຂົາບໍ່ຮັກຄວາມຈິງ. ນັ້ນຄືເຫດຜົນທີ່ຜົນຮັບຂອງຊີວິດຄຣິສຕະຈັກຢູ່ບ່ອນນັ້ນຈຶ່ງບໍ່ດີ). ສິ່ງນີ້ສອດຄ່ອງກັບຄວາມເປັນຈິງຂອງສະຖານະການບໍ? ນີ້ແມ່ນການຕັດສິນຢ່າງທີສອງ. ມີການຕັດສິນຢ່າງອື່ນອີກບໍ? (ຂ້ານ້ອຍຍັງຈະຄິດອີກວ່າມີຄົນຊົ່ວຮ້າຍກຳລັງລົບກວນຄຣິສຕະຈັກແຫ່ງນີ້ ຫຼື ບໍ່). ນີ້ແມ່ນການຕັດສິນຢ່າງທີສາມ. ການຕັດສິນໃດໃນສາມຢ່າງນີ້ທີ່ສອດຄ່ອງກັບສະຖານະການຕົວຈິງຫຼາຍກວ່າ ແລະ ເປັນຈິງຫຼາຍກວ່າ ແລະ ການຕັດສິນໃດທີ່ວ່າງເປົ່າ? (ຂ້ານ້ອຍຮູ້ສຶກວ່າການຕັດສິນຢ່າງທີສອງຂ້ອນຂ້າງວ່າງເປົ່າ. ຄວາມຈິງແລ້ວ, ຖ້າຄຣິສຕະຈັກມີຄົນທີ່ເໝາະສົມເປັນຜູ້ນໍາທີ່ຮັບຜິດຊອບວຽກງານ, ຜົນຮັບຂອງຊີວິດຄຣິສຕະຈັກກໍຈະດີ. ຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ການເຂົ້າໃຈຄວາມຈິງ, ອ້າຍເອື້ອຍນ້ອງກໍຈະມີແຮງຂັບເຄື່ອນໃນການປະຕິບັດໜ້າທີ່ຂອງພວກເຂົາຢ່າງແນ່ນອນ. ຂ້ານ້ອຍຮູ້ສຶກວ່າການຕັດສິນຢ່າງທີໜຶ່ງ ແລະ ທີສາມເປັນຈິງຫຼາຍກວ່າ). ການຕັດສິນຢ່າງທີສອງແມ່ນຫຼັກຄຳສອນທີ່ວ່າງເປົ່າ. ການຕັດສິນຢ່າງທີໜຶ່ງ ແລະ ຢ່າງທີສາມສອດຄ່ອງກັບສະຖານະການຕົວຈິງ ແລະ ຖືກຕ້ອງ. ຢ່າງແງ່ໜຶ່ງ ການຕັດສິນສອງຢ່າງນີ້ນໍາໃຊ້ການຄິດແບບມີຕັກກະ; ໃນອີກແງ່ໜຶ່ງກໍຄື ພວກມັນອີງໃສ່ປາກົດການບາງຢ່າງທີ່ພົບເຫັນໄດ້ທົ່ວໄປໃນຊີວິດຈິງ. ຖ້າເຈົ້າສາມາດຈັບໃຈຄວາມປາກົດການທົ່ວໄປໄດ້, ມັນກໍພິສູດວ່າຄວາມຄິດຂອງເຈົ້ານັ້ນຖືກຕ້ອງ ແລະ ສອດຄ່ອງກັບຕັກກະ. ຖ້າເຈົ້າບໍ່ສາມາດຈັບໃຈຄວາມສະຖານະການຕົວຈິງໄດ້ ແລະ ການຕັດສິນຂອງເຈົ້າບໍ່ເຊື່ອມໂຍງກັບຊີວິດຈິງ, ມັນກໍພິສູດວ່າຄວາມຄິດຂອງເຈົ້າຂາດຕັກກະ ແລະ ມີບັນຫາ ແລະ ເຈົ້າເບິ່ງບັນຫາໃນວິທີທີ່ບໍ່ເປັນຈິງ ແລະ ບໍ່ມີພາວະວິໄສ. ການຕັດສິນຢ່າງທີໜຶ່ງ ແລະ ຢ່າງທີສາມມີພາວະວິໄສ. ສະຖານະການໜຶ່ງອາດເປັນຍ້ອນ ຜູ້ນໍາຄຣິສຕະຈັກບໍ່ຮູ້ວິທີເຮັດວຽກງານ. ພວກເຂົາເອງບໍ່ມີເສັ້ນທາງໃນການເຂົ້າສູ່ຊີວິດ, ສະນັ້ນ ເມື່ອເວົ້າເຖິງການນຳພາຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ ພວກເຂົາແຮງບໍ່ມີເສັ້ນທາງຫຍັງເລີຍ. ຜົນຕາມມາກໍຄື ຊີວິດຄຣິສຕະຈັກຢູ່ທີ່ນັ້ນບໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຄວາມຈິງແລ້ວ, ຄົນສ່ວນໃຫຍ່ໃນຄຣິສຕະຈັກເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ມີແຮງຂັບເຄື່ອນ, ແຕ່ຊີວິດຄຣິສຕະຈັກບໍ່ເກີດໝາກອອກຜົນຫຍັງເລີຍ. ທຸກໆການເຕົ້າໂຮມລ້ວນແຕ່ເຮັດຕາມກິດຈະວັດເດີມໆ: ການຮ້ອງເພງ, ການອະທິຖານ, ການອ່ານພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນຜູ້ນໍາ ຫຼື ຜູ້ຊ່ວຍວຽກກໍແບ່ງປັນຄວາມເຂົ້າໃຈ ຫຼື ຫຼັກຄຳສອນທີ່ຜິວເຜີນບາງຢ່າງ. ຢູ່ທີ່ນັ້ນມີພຽງສອງສາມຄົນທີ່ສາມາດເວົ້າກ່ຽວກັບຄວາມເຂົ້າໃຈຈາກປະສົບການຕົວຈິງໄດ້. ຍິ່ງໄປກວ່ານັ້ນ, ຜູ້ນໍາຄຣິສຕະຈັກກໍມີຂີດຄວາມສາມາດທີ່ບໍ່ດີ ແລະ ມີປະສົບການທີ່ຕື້ນເຂີນ ແລະ ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາໄດ້. ດັ່ງນັ້ນ, ຊີວິດຄຣິສຕະຈັກຈຶ່ງເບິ່ງຄືວ່າໜ້າເບື່ອ ແລະ ບໍ່ມ່ວນຊື່ນ. ມີການເຕົ້າໂຮມຫຼາຍຄັ້ງ ແຕ່ກໍບໍ່ມີໃຜໄດ້ຮັບຫຍັງຈາກການເຕົ້າໂຮມແຕ່ລະຄັ້ງເລີຍ, ສະນັ້ນ ຄົນສ່ວນໃຫຍ່ຈຶ່ງຮູ້ສຶກວ່າການເຂົ້າຮ່ວມການເຕົ້າໂຮມດັ່ງກ່າວມີປະໂຫຍດໜ້ອຍກວ່າການອ່ານພຣະທຳຂອງພຣະເຈົ້າຢູ່ເຮືອນ ແລະ ພວກເຂົາກໍບໍ່ເຕັມໃຈທີ່ຈະເຂົ້າຮ່ວມ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາໜຶ່ງ ຫຼື ສອງປີ ແລະ ເຂົ້າໃຈຄວາມຈິງບາງຢ່າງແລ້ວ, ບາງຄົນກໍຕ້ອງການປະຕິບັດໜ້າທີ່. ເຖິງຢ່າງໃດກໍຕາມ, ຜູ້ນໍາຄຣິສຕະຈັກບາງຄົນບໍ່ຮູ້ວ່າຄົນໃດເໝາະສົມກັບໜ້າທີ່ໃດ ຫຼື ພວກເຂົາເໝາະສົມກັບວຽກງານປະເພດໃດ. ພວກເຂົາບໍ່ສາມາດຈັດແຈງຄົນ ຫຼື ນໍາໃຊ້ຄົນຢ່າງສົມເຫດສົມຜົນໄດ້ ແລະ ພວກເຂົາທັງບໍ່ສາມາດນໍາໃຊ້ປະສົບການຂອງພວກເຂົາເອງ ເພື່ອສະໜັບສະໜູນຜູ້ຄົນ ແລະ ຊ່ວຍໃຫ້ພວກເຂົາບັນລຸໜ້າທີ່ຂອງພວກເຂົາໄດ້. ສິ່ງນີ້ສາມາດນຳໄປສູ່ການທີ່ບາງຄົນກາຍເປັນຄົນຄິດລົບ ແລະ ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ຄວາມຈິງແລ້ວ, ຄົນສ່ວນໃຫຍ່ທີ່ເຕັມໃຈປະຕິບັດໜ້າທີ່ ຕ່າງກໍສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ; ພວກເຂົາພຽງແຕ່ຂາດການສະໜັບສະໜູນ ແລະ ການຊ່ວຍເຫຼືອ. ຖ້າຜູ້ນໍາຄຣິສຕະຈັກ ແລະ ຜູ້ຊ່ວຍວຽກສາມາດສະໜັບສະໜູນ ແລະ ຊ່ວຍເຫຼືອຜູ້ຄົນຕາມພຣະທຳຂອງພຣະເຈົ້າໄດ້, ຈຳນວນຄົນໃນຄຣິສຕະຈັກທີ່ເຕັມໃຈປະຕິບັດໜ້າທີ່ຂອງພວກເຂົາກໍຈະເພີ່ມຂຶ້ນ ແລະ ພວກເຂົາກໍຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງເປັນປົກກະຕິ. ມັນເປັນເພາະວ່າຜູ້ນໍາຄຣິສຕະຈັກ ແລະ ຜູ້ຊ່ວຍວຽກບໍ່ຮູ້ວິທີເຮັດວຽກງານ ຊີວິດຄຣິສຕະຈັກຈຶ່ງໃຫ້ຜົນຮັບທີ່ບໍ່ດີ ແລະ ບາງບັນຫາກໍຍັງຄົງບໍ່ໄດ້ຮັບການແກ້ໄຂເປັນເວລາດົນນານ ແລະ ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ຫຼາຍຄົນກໍກາຍເປັນຄົນຄິດລົບ ແລະ ບໍ່ມີແຮງຂັບເຄື່ອນອີກຕໍ່ໄປ; ສິ່ງນີ້ສົ່ງຜົນກະທົບຕໍ່ປະຊາກອນທີ່ພຣະເຈົ້າເລືອກໃນການປະຕິບັດໜ້າທີ່ຂອງພວກເຂົາ. ຖ້າຜົນຮັບຂອງຊີວິດຄຣິສຕະຈັກບໍ່ດີ, ສິ່ງນີ້ໂດຍຫຼັກໆແລ້ວກໍແມ່ນຍ້ອນຜູ້ນໍາຄຣິສຕະຈັກ ແລະ ຜູ້ຊ່ວຍວຽກບໍ່ຮູ້ວິທີເຮັດວຽກງານຄຣິສຕະຈັກ. ນີ້ແມ່ນສະຖານະການໜຶ່ງ. ອີກສະຖານະການໜຶ່ງຄື ເມື່ອຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍມີອຳນາດ ແລະ ກໍ່ການລົບກວນໃນຄຣິສຕະຈັກ ແລະ ສິ່ງນີ້ກໍເກີດຂຶ້ນເປັນບາງຄັ້ງຄາວ. ເມື່ອຜູ້ນໍາຄຣິສຕະຈັກບໍ່ຮູ້ວິທີເຮັດວຽກງານ ແລະ ຍັງມີຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍທີ່ມີອຳນາດ, ສ້າງພັກສ້າງພວກຢູ່ຕະຫຼອດເວລາ, ສ້າງຕັ້ງອານາຈັກທີ່ເປັນເອກະລາດ ແລະ ທໍລະມານ ແລະ ກົດຂີ່ຄົນອື່ນ, ສິ່ງນີ້ນຳໄປສູ່ການກົດຂີ່, ການທໍລະມານ ແລະ ການກີດກັນອ້າຍເອື້ອຍນ້ອງບາງຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຕ້ອງການປະຕິບັດໜ້າທີ່ຂອງຕົນເອງ ແຕ່ບໍ່ມີໂອກາດ, ເຮັດໃຫ້ພວກເຂົາຄິດລົບ ແລະ ອ່ອນແອ. ຄົນເຫຼົ່ານີ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈບໍ່ມີຄວາມຊື່ນຊົມຍິນດີເມື່ອເຕົ້າໂຮມກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ພັກພວກຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງການມີອຳນາດ ແລະ ສ້າງຖານອຳນາດໃຫ້ຕົນເອງຢູ່ສະເໝີ. ເມື່ອຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈເຂົ້າຮ່ວມການເຕົ້າໂຮມ, ພວກເຂົາຕ້ອງການເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ແບ່ງປັນປະສົບການຂອງພວກເຂົາ, ແຕ່ຜູ້ຕໍ່ຕ້ານພຣະຄຣິສກົດຂີ່ພວກເຂົາ ແລະ ບໍ່ໃຫ້ໂອກາດພວກເຂົາ. ຜົນຕາມມາກໍຄື ຊີວິດຄຣິສຕະຈັກເລີ່ມບໍ່ເປັນລະບຽບ; ຜູ້ຄົນແຕກແຍກກັນໄປຄົນລະທິດຄົນລະທາງ ແລະ ການເຕົ້າໂຮມກໍບໍ່ໜ້າເພີດເພີນອີກຕໍ່ໄປ. ຄວາມກະຕືລືລົ້ນ ແລະ ຄວາມຮັກພຽງເລັກນ້ອຍທີ່ຜູ້ຄົນມີກໍສູນເສຍໄປ ແລະ ພວກເຂົາກໍບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ຜົນຮັບທີ່ບໍ່ດີຂອງຊີວິດຄຣິສຕະຈັກອາດເນື່ອງມາຈາກເຫດຜົນໃດໜຶ່ງໃນສອງເຫດຜົນນີ້. ນີ້ແມ່ນສິ່ງທີ່ພວກເຈົ້າສາມາດຄິດ ແລະ ຕັດສິນໄດ້. ຖ້າຂໍ້ສະຫຼຸບທີ່ເຈົ້າບັນລຸໄດ້ຜ່ານການຕັດສິນກ່ຽວຂ້ອງກັບສະຖານະການຕົວຈິງ, ເຖິງແມ່ນວ່າມັນຈະກ່ຽວຂ້ອງພຽງບາງສ່ວນ ຫຼື ພຽງແຕ່ລະບຸບັນຫາທີ່ອາດຈະເກີດຂຶ້ນໄດ້ກໍຕາມ, ສິ່ງນີ້ກໍຍັງຄົງເປັນການສະແດງອອກເຖິງການມີຄວາມສາມາດໃນການຕັດສິນ. ຢ່າງໜ້ອຍທີ່ສຸດ, ຂໍ້ສະຫຼຸບ ແລະ ຄວາມຄິດເຫັນທີ່ເຈົ້າບັນລຸໄດ້ຜ່ານການຕັດສິນກໍກ່ຽວຂ້ອງກັບສະຖານະການຕົວຈິງ ແລະ ບໍ່ແມ່ນຫຼັກຄຳສອນ, ຄວາມວ່າງເປົ່າ ຫຼື ບາງສິ່ງທີ່ບໍ່ເຄີຍມີຢູ່ຈິງ. ສິ່ງນີ້ພິສູດວ່າເຈົ້າມີຄວາມສາມາດໃນການຕັດສິນ. ຖ້າຂໍ້ສະຫຼຸບທີ່ເຈົ້າໄດ້ຮັບກ່ຽວກັບທຸກເລື່ອງບໍ່ສອດຄ່ອງກັບຮູບແບບປົກກະຕິຂອງວິທີທີ່ສິ່ງຕ່າງໆດຳເນີນໄປ ຫຼື ວິທີທີ່ເລື່ອງໃດໜຶ່ງໃນຊີວິດຈິງຈົບລົງ ແລະ ເປັນພຽງຈິນຕະນາການລ້ວນໆ, ວ່າງເປົ່າ, ບໍ່ເປັນຈິງ ແລະ ບໍ່ແມ່ນຄວາມຈິງ ແລະ ບໍ່ມີຄວາມກ່ຽວຂ້ອງກັບສະຖານະການຕົວຈິງ, ແລ້ວສິ່ງນີ້ກໍໝາຍຄວາມວ່າເຈົ້າບໍ່ມີຄວາມສາມາດໃນການຕັດສິນ ຫຼື ມັກຈະຕັດສິນຜິດພາດເລື້ອຍໆ. ແລ້ວການຕັດສິນຢ່າງທີສອງທີ່ພວກເຈົ້າໄດ້ກ່າວເຖິງກ່ອນໜ້ານີ້ເດ ເຊິ່ງຜົນຮັບທີ່ບໍ່ດີຂອງຊີວິດຄຣິສຕະຈັກແມ່ນເນື່ອງຈາກຜູ້ຄົນໃນຄຣິສຕະຈັກນີ້ມີຂີດຄວາມສາມາດທີ່ບໍ່ດີ ແລະ ບໍ່ຮັກຄວາມຈິງ, ນີ້ແມ່ນການຕັດສິນປະເພດໃດ? (ມັນເປັນການຕັດສິນທີ່ຜິດພາດ). ສິ່ງນີ້ເອີ້ນວ່າການຕັດສິນທີ່ຜິດພາດ. ຖ້າເຈົ້າບໍ່ສາມາດຈັບໃຈຄວາມຢ່າງຖີ່ຖ້ວນກ່ຽວກັບສະຖານະການທີ່ມັກຈະເກີດຂຶ້ນເລື້ອຍໆກັບເລື່ອງດັ່ງກ່າວ, ນັ້ນກໍຄື ສະຖານະການສອງສາມຢ່າງທີ່ມີແນວໂນ້ມທີ່ຈະເກີດຂຶ້ນຫຼາຍທີ່ສຸດ ແລະ ເຈົ້າພຽງແຕ່ຄິດຫາສະຖານະການດຽວຜ່ານການຕັດສິນ ຫຼື ເຈົ້າສາມາດຄິດຫາສະຖານະການທີ່ອາດຈະເກີດຂຶ້ນໄດ້ ແຕ່ກໍຄິດຫາສະຖານະການທີ່ເປັນໄປບໍ່ໄດ້ນຳອີກ, ສິ່ງນີ້ພິສູດເຖິງຫຍັງ? ມັນພິສູດວ່າຄວາມສາມາດໃນການຕັດສິນຂອງເຈົ້າແມ່ນຢູ່ໃນລະດັບປານກາງ. ຄົນທີ່ມີຄວາມສາມາດໃນການຕັດສິນລະດັບປານກາງມີຄວາມຄິດບາງຢ່າງກ່ຽວກັບເລື່ອງໃດໜຶ່ງ ແຕ່ບໍ່ສາມາດແນ່ໃຈໄດ້. ໃນກໍລະນີດັ່ງກ່າວ, ການຕັດສິນທີ່ພວກເຂົາເຮັດນັ້ນບໍ່ຖືກຕ້ອງ. ຖ້າການຕັດສິນຂອງຄົນໆໜຶ່ງບາງຄັ້ງກໍຖືກຕ້ອງ ແລະ ບາງຄັ້ງກໍບໍ່ຖືກຕ້ອງ ແລະ ບາງຢ່າງກໍສອດຄ່ອງກັບສະຖານະການຕົວຈິງ ໃນຂະນະທີ່ບາງຢ່າງກໍບໍ່ສອດຄ່ອງ, ແຕ່ການຕັດສິນທີ່ບໍ່ຖືກຕ້ອງນັ້ນຂ້ອນຂ້າງເກີດຂຶ້ນເລື້ອຍກວ່າ, ສິ່ງນີ້ບົ່ງບອກວ່າຄວາມສາມາດໃນການຕັດສິນຂອງພວກເຂົາບໍ່ດີ. ສົມມຸດວ່າຂໍ້ສະຫຼຸບທີ່ພວກເຂົາໄດ້ຮັບຜ່ານການຕັດສິນນັ້ນວ່າງເປົ່າຢ່າງສິ້ນເຊີງ, ບໍ່ສອດຄ່ອງກັບຮູບແບບຂອງວິທີທີ່ສິ່ງຕ່າງໆດຳເນີນໄປ ແລະ ຍິ່ງໄປກວ່ານັ້ນຄື ບໍ່ສອດຄ່ອງກັບປາກົດການທົ່ວໄປ ຫຼື ປາກົດການທີ່ເກີດຂຶ້ນເລື້ອຍໆ, ໂດຍບໍ່ມີຄວາມກ່ຽວຂ້ອງກັບຂໍ້ເທັດຈິງຢ່າງສິ້ນເຊີງ. ການຕັດສິນຂອງພວກເຂົາເປັນພຽງແຕ່ເລື່ອງເພີ້ຝັນ, ພວກມັນບໍ່ມີຄວາມກ່ຽວຂ້ອງໃດໆກັບຮູບແບບຂອງວິທີທີ່ສິ່ງຕ່າງໆດຳເນີນໄປ ຫຼື ແກ່ນແທ້ຄວາມເປັນມະນຸດເອງ ແລະ ບໍ່ສາມາດເຂົ້າກັນໄດ້ຢ່າງສິ້ນເຊີງກັບບໍລິບົດໃນຊີວິດຈິງ ແລະ ສະພາບແວດລ້ອມອ້ອມຂ້າງ. ນັ້ນກໍຄື ສົມມຸດວ່າການຕັດສິນຂອງພວກເຂົາບໍ່ເຊື່ອມໂຍງກັບຄວາມເປັນຈິງ, ສິ່ງທີ່ພວກເຂົາຄິດອອກຜ່ານການຕັດສິນແມ່ນບໍ່ສາມາດເກີດຂຶ້ນໄດ້ໃນຊີວິດຈິງ ແລະ ສິ່ງທີ່ພວກເຂົາເວົ້າເຖິງກໍບໍ່ແມ່ນແກ່ນແທ້ຂອງບັນຫາເລີຍ. ຖ້າເປັນແບບນີ້, ຄົນໆນີ້ກໍບໍ່ມີຄວາມສາມາດໃນການຕັດສິນເລີຍ.
ເພື່ອປະເມີນວ່າຄົນໆໜຶ່ງມີຄວາມສາມາດໃນການຕັດສິນ ຫຼື ບໍ່, ສິ່ງສຳຄັນຄືການເບິ່ງວ່າການຕັດສິນຂອງພວກເຂົາກ່ຽວກັບຄົນປະເພດຕ່າງໆ ແລະ ສິ່ງປະເພດຕ່າງໆນັ້ນຖືກຕ້ອງ ຫຼື ບໍ່. ຕົວຢ່າງ: ສົມມຸດວ່າເຈົ້າເຫັນຄົນໆໜຶ່ງກຳລັງຮ້ອງໄຫ້ ແລະ ເຈົ້າບໍ່ຮູ້ວ່າເປັນຫຍັງ. ເຈົ້າສາມາດເຫັນໄດ້ວ່າລາວກຳລັງຮ້ອງໄຫ້ດ້ວຍຄວາມເສຍໃຈຫຼາຍ ແລະ ດ້ວຍຄວາມໂສກເສົ້າຫຼາຍ ແລະ ລາວຍັງອະທິຖານ ແລະ ອ່ານພຣະທຳຂອງພຣະເຈົ້າເປັນບາງຄັ້ງຄາວ ແລະ ລາວບໍ່ຕອບສະໜອງຕໍ່ໃຜກໍຕາມທີ່ເວົ້າກັບລາວ. ເຈົ້າຖືກຂໍໃຫ້ຕັດສິນວ່າກຳລັງເກີດຫຍັງຂຶ້ນກັບຄົນໆນີ້ ແລະ ເຈົ້າເວົ້າວ່າ “ລາວອາດຄິດຮອດບ້ານ. ແມ່ຂອງລາວລົ້ມປ່ວຍເມື່ອບໍ່ດົນມານີ້, ສະນັ້ນ ລາວຈຶ່ງຢາກເມືອເຮືອນ”. ການຕັດສິນນີ້ຖືກຕ້ອງບໍ? ບາງຄົນເວົ້າວ່າ “ລາວອາດຮູ້ສຶກຄິດລົບ. ເວລາສ່ວນໃຫຍ່ທີ່ຜູ້ຄົນຮ້ອງໄຫ້ ມັນກໍເປັນຍ້ອນຄວາມຮູ້ສຶກຂອງພວກເຂົາຖືກທຳຮ້າຍ. ຕົວຢ່າງ: ຜູ້ຄົນຮ້ອງໄຫ້ເມື່ອພວກເຂົາຖືກລັງແກ ຫຼື ຖືກຫຼອກລວງ. ເມື່ອລາວປະເຊີນກັບບັນຫາບາງຢ່າງ ແລະ ຖືກປະຕິບັດຢ່າງບໍ່ຍຸຕິທຳ, ລາວຮ້ອງໄຫ້ຢູ່ສະເໝີ ແລະ ບໍ່ເຕັມໃຈທີ່ຈະເວົ້າ ຫຼື ມີປະຕິສຳພັນກັບຄົນອື່ນ. ນີ້ຄືການສະແດງອອກເຖິງຄວາມຮູ້ສຶກເປັນລົບ”. ບາງຄົນມີການຕັດສິນແບບນີ້: “ລາວເຄີຍເທດສະໜາຂ່າວປະເສີດ ແລະ ປະຕິບັດໜ້າທີ່ຂອງລາວຢູ່ຂ້າງນອກເລື້ອຍໆ, ແຕ່ຕອນນີ້ລາວໄດ້ປະຕິບັດໜ້າທີ່ຂອງລາວຢູ່ໃນຕຶກອາຄານເປັນເວລາດົນແລ້ວ ແລະ ລາວອາດບໍ່ຄຸ້ນເຄີຍກັບມັນ ແລະ ຮູ້ສຶກອຶດອັດ”. ມີຄວາມເປັນໄປໄດ້ອື່ນອີກບໍ? ບາງຄົນເວົ້າວ່າ “ບາງທີລາວບໍ່ໄດ້ກິນຊີ້ນມື້ວານນີ້ ເຊິ່ງເຮັດໃຫ້ລາວເສຍໃຈ ແລະ ດັ່ງນັ້ນລາວຈຶ່ງກຳລັງຮ້ອງໄຫ້”. ຄົນອື່ນເວົ້າວ່າ: “ມື້ວານນີ້ລາວມາລົມກັບຂ້ານ້ອຍ. ຂ້ານ້ອຍຄິດວ່າລາວພຽງແຕ່ຍ່າງຜ່ານມາ, ສະນັ້ນ ຂ້ານ້ອຍຈຶ່ງເຫຼືອບເບິ່ງລາວ ແລະ ບໍ່ໄດ້ເວົ້າຫຍັງ. ສິ່ງນັ້ນເຮັດໃຫ້ລາວໃຈຮ້າຍບໍ? ລາວອາດຮ້ອງໄຫ້ຍ້ອນເລື່ອງນີ້ບໍ?” ຄວນຕັດສິນເລື່ອງນີ້ແນວໃດ ໃນວິທີທີ່ສອດຄ່ອງກັບສະຖານະການຕົວຈິງ? ສິ່ງນີ້ຕັດສິນໄດ້ງ່າຍບໍ? (ຂ້ານ້ອຍສາມາດມີການຕັດສິນໄດ້ບາງຢ່າງ. ເຫດຜົນສອງສາມຢ່າງທີ່ກ່າວເຖິງກ່ອນໜ້ານີ້ ນັ້ນກໍຄື ຄວາມຄິດຮອດບ້ານ, ຄວາມຮູ້ສຶກທີ່ຖືກທຳຮ້າຍ ຫຼື ອາລົມໂສກເສົ້າ, ອຶດອັດ, ສະພາວະເຫຼົ່ານີ້ລ້ວນແຕ່ສາມາດເຮັດໃຫ້ຄົນໆໜຶ່ງຮ້ອງໄຫ້ໄດ້. ເຖິງຢ່າງໃດກໍຕາມ, ເລື່ອງເລັກໆນ້ອຍໆເຊັ່ນ: ການບໍ່ໄດ້ກິນຊີ້ນ ຫຼື ການຖືກເມີນເສີຍເມື່ອເວົ້າກັບຄົນໃດຄົນໜຶ່ງ ແມ່ນບໍ່ພຽງພໍທີ່ຈະເຮັດໃຫ້ຄົນໆໜຶ່ງຮ້ອງໄຫ້ໄດ້). ເຫດຜົນທີ່ສາມາດເຮັດໃຫ້ຄົນໆໜຶ່ງຮ້ອງໄຫ້ຢ່າງໜັກແມ່ນຫຍັງ? ຄວາມທຸກໃຈ, ຄວາມໂສກເສົ້າ, ການຄິດຮອດຄົນໃດຄົນໜຶ່ງ ຫຼື ບາງສິ່ງບາງຢ່າງ, ຄວາມຮູ້ສຶກຕິດໜີ້ບຸນຄຸນ. ສະນັ້ນ, ເຈົ້າຄວນຖາມລາວວ່າ “ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເຈົ້າຮ້ອງໄຫ້ຍ້ອນເຈົ້າຖືກປະຕິບັດຢ່າງບໍ່ຍຸຕິທຳ ແລະ ຮູ້ສຶກໂສກເສົ້າ ຫຼື ຍ້ອນເຈົ້າກຳລັງໄຕ່ຕອງກ່ຽວກັບຕົນເອງ ແລະ ຮູ້ສຶກວ່າເຈົ້າເປັນໜີ້ບຸນຄຸນພຣະເຈົ້າຫຼາຍເຫຼືອເກີນບໍ?” ໂດຍການສົນທະນາຢ່າງຈິງໃຈກັບລາວແບບນີ້, ເຈົ້າກໍຈະຮູ້ວ່າເປັນຫຍັງລາວຈຶ່ງຮ້ອງໄຫ້. ສະຫຼຸບແລ້ວກໍຄື ມັນເປັນໄປບໍ່ໄດ້ທີ່ລາວຮ້ອງໄຫ້ຍ້ອນລາວບໍ່ໄດ້ກິນດີ ຫຼື ບໍ່ບໍ່ສາມາດກິນຊີ້ນ ແລະ ມັນເປັນໄປບໍ່ໄດ້ທີ່ລາວຮ້ອງໄຫ້ຍ້ອນຄົນອື່ນເມີນເສີຍລາວ ຫຼື ເຫຼືອກຕາໃສ່ລາວ. ແນ່ນອນວ່າ ພາຍໃຕ້ສະຖານະການປົກກະຕິ, ການທົນທຸກກັບຄວາມຍາກລຳບາກເລັກໜ້ອຍຈະບໍ່ເຮັດໃຫ້ຄົນໆໜຶ່ງຮ້ອງໄຫ້ ແລະ ການທີ່ອາລົມບໍ່ດີປານໃດເປັນບາງຄັ້ງຄາວກໍຈະບໍ່ເຮັດໃຫ້ພວກເຂົາຮ້ອງໄຫ້ເຊັ່ນກັນ. ໂດຍປົກກະຕິແລ້ວ ສິ່ງທີ່ສາມາດເຮັດໃຫ້ຄົນໆໜຶ່ງຮ້ອງໄຫ້ໄດ້ກໍມີພຽງແຕ່ສະຖານະການສອງສາມຢ່າງທີ່ກ່າວມາກ່ອນໜ້ານັ້ນ. ເຈົ້າສາມາດຕັດສິນເຫດຜົນທີ່ລາວຮ້ອງໄຫ້ໄດ້ໂດຍອີງໃສ່ສະຖານະການປົກກະຕິເຫຼົ່ານັ້ນ ແລະ ຈາກນັ້ນເຈົ້າກໍສາມາດຕັດສິນໄດ້ໂດຍອີງໃສ່ການສະແດງອອກທີ່ປົກກະຕິ ແລະ ສະໝໍ່າສະເໝີຂອງລາວ ເຊັ່ນ: ຂໍ້ເທັດຈິງທີ່ວ່າໂດຍທົ່ວໄປແລ້ວລາວຈະບໍ່ຮ້ອງໄຫ້ ເວັ້ນເສຍແຕ່ວ່າລາວຈະພົບພໍ້ກັບເລື່ອງທີ່ໂສກເສົ້າ ຫຼື ບາງສິ່ງທີ່ແທງໃຈດຳ, ລາວບໍ່ເສຍນໍ້າຕາງ່າຍໆ ແລະ ລາວພຽງແຕ່ຮ້ອງໄຫ້ ເມື່ອເວົ້າເຖິງເລື່ອງທີ່ເຮັດໃຫ້ເສຍໃຈເປັນພິເສດ ແລະ ສິ່ງທີ່ສະເທືອນຈິດໃຈຂອງລາວເປັນພິເສດ ຫຼື ເມື່ອລາວໄດ້ເຮັດຜິດບາງຢ່າງ ຫຼື ກະທຳຄວາມຜິດພາດທີ່ຮ້າຍແຮງ ແລະ ຮູ້ສຶກວ່າລາວເປັນໜີ້ບຸນຄຸນພຣະເຈົ້າ, ໂດຍການຕັດສິນໂດຍອີງໃສ່ບໍລິບົດນີ້, ເຈົ້າກໍພໍຈະສາມາດຄິດອອກວ່າເປັນຫຍັງລາວຈຶ່ງຮ້ອງໄຫ້. ສະຖານະການໜຶ່ງກໍຄື ລາວຈະຮ້ອງໄຫ້ຖ້າສະມາຊິກໃນຄອບຄົວເຈັບປ່ວຍຮ້າຍແຮງ ຫຼື ເສຍຊີວິດ, ອີກສະຖານະການໜຶ່ງກໍຄື ຖ້າລາວເອງທົນທຸກຈາກຄວາມເຈັບປ່ວຍທີ່ຮ້າຍແຮງ ແລະ ຮູ້ສຶກທຸກທໍລະມານ. ອີກສະຖານະການໜຶ່ງກໍຄື ລາວອາດຮ້ອງໄຫ້ຍ້ອນລາວເຮັດຜິດບາງຢ່າງ ແລະ ດັ່ງນັ້ນຈຶ່ງມີການກະທຳຜິດ ແລະ ຮູ້ສຶກວ່າລາວເປັນໜີ້ບຸນຄຸນພຣະເຈົ້າ, ໂດຍຕ້ອງການເຮັດຈົນສຸດຄວາມສາມາດຂອງລາວເພື່ອແກ້ໄຂສະຖານະການນັ້ນ ແຕ່ກໍຍັງມີຈຸດອ່ອນ ແລະ ບໍ່ສາມາດເອົາຊະນະພວກມັນໄດ້; ອາລົມຊັບຊ້ອນເຫຼົ່ານີ້ທີ່ປະສົມປົນເປກັນຈະນຳໄປສູ່ການທີ່ລາວຮ້ອງໄຫ້. ການຕັດສິນເຫຼົ່ານີ້ຂ້ອນຂ້າງສອດຄ່ອງກັບສະຖານະການຕົວຈິງ. ໂດຍການຕັດສິນໂດຍອີງໃສ່ການສະແດງອອກທີ່ສະໝໍ່າສະເໝີຂອງລາວ ແລະ ລັກສະນະບຸກຄະລິກຂອງລາວ, ເຈົ້າກໍສາມາດຄິດຫາສາເຫດຕົ້ນຕໍວ່າເປັນຫຍັງລາວຈຶ່ງຮ້ອງໄຫ້ໃນຕອນນີ້. ໂດຍການເຮັດເຊັ່ນນີ້ ການຕັດສິນກໍຈະຖືກຕ້ອງຂຶ້ນພໍສົມຄວນ. ໂດຍການເຂົ້າໃຈ, ໃນດ້ານໜຶ່ງ ວຸດທິພາວະຂອງຄົນແບບນັ້ນ ແລະ ບັນຫາບາງຢ່າງທີ່ພວກເຂົາກຳລັງປະສົບຢູ່ໃນປັດຈຸບັນ ແລະ ໃນອີກດ້ານໜຶ່ງ ຂໍ້ບົກຜ່ອງຂອງຄວາມເປັນມະນຸດຂອງພວກເຂົານັ້ນເອງ, ພ້ອມທັງຄວາມເສື່ອມຊາມ ແລະ ຈຸດອ່ອນບາງຢ່າງທີ່ພວກເຂົາເປີດເຜີຍເລື້ອຍໆ, ໂດຍພື້ນຖານແລ້ວ ເຈົ້າສາມາດຈຳກັດຂອບເຂດໃຫ້ແຄບລົງໄດ້ ແລະ ຕັດສິນວ່າສາເຫດຕົ້ນຕໍຂອງບັນຫາຂອງຄົນໆນີ້ແມ່ນຫຍັງ ພາຍໃນຂອບເຂດນີ້. ການຕັດສິນດ້ວຍວິທີນີ້ຈະຖືກຕ້ອງພໍສົມຄວນ.
ຕອນນີ້ພວກເຮົາໄດ້ສຳເລັດການໂອ້ລົມ ກ່ຽວກັບການສະແດງອອກຂອງຄົນທີ່ມີຂີດຄວາມສາມາດທີ່ດີ, ຂີດຄວາມສາມາດປົກກະຕິ ແລະ ຂີດຄວາມສາມາດທີ່ບໍ່ດີ ໃນແງ່ຂອງຄວາມສາມາດໃນການຕັດສິນຂອງພວກເຂົາ, ແມ່ນບໍ? (ແມ່ນແລ້ວ). ຍັງມີຄົນອີກໜຶ່ງໝວດໝູ່ທີ່ມີຂີດຄວາມສາມາດທີ່ບໍ່ດີທີ່ສຸດນຳອີກ. ບໍ່ວ່າມີຫຍັງເກີດຂຶ້ນ ຫຼື ພວກເຂົາເຫັນຄົນໃດຄົນໜຶ່ງເຮັດຫຍັງກໍຕາມ, ຄົນແບບນັ້ນກໍບໍ່ຮູ້ວິທີຕັດສິນ. ເປັນຫຍັງຈຶ່ງບໍ່ຮູ້? ເພາະວ່າຂີດຄວາມສາມາດຂອງພວກເຂົາບໍ່ດີຫຼາຍ, ພວກເຂົາບໍ່ມີຄວາມສາມາດໃນການຕັດສິນ ແລະ ພວກເຂົາບໍ່ຮູ້ວິທີຕັດສິນສິ່ງຕ່າງໆ. ຕົວຢ່າງ: ສົມມຸດວ່າພວກເຂົາໄດ້ຍິນຄົນໃດຄົນໜຶ່ງເວົ້າບາງສິ່ງທີ່ເປັນລົບ. ເມື່ອເວົ້າເຖິງວ່າແກ່ນແທ້ ແລະ ລັກສະນະຂອງຄຳເວົ້າທີ່ເປັນລົບນີ້ແມ່ນຫຍັງ, ພວກເຂົາບໍ່ຮູ້ວ່າຈະອີງການຕັດສິນຂອງພວກເຂົາໃສ່ຫຍັງ, ພວກເຂົາບໍ່ຮູ້ຈະເລີ່ມຈາກບ່ອນໃດເລີຍ. ນີ້ຄືການບໍ່ຮູ້ວິທີຄິດກ່ຽວກັບບັນຫາຕ່າງໆ ແລະ ບໍ່ຮູ້ວິທີຕັດສິນສິ່ງຕ່າງໆ. ເມື່ອພວກເຂົາເຫັນຄົນໃດຄົນໜຶ່ງເຮັດບາງສິ່ງ, ພວກເຂົາບໍ່ສາມາດຕັດສິນໄດ້ວ່າລັກສະນະຂອງເລື່ອງນີ້ແມ່ນຫຍັງ ຫຼື ລັກສະນະຂອງຄົນໆນີ້ເປັນແນວໃດໂດຍອີງໃສ່ແກ່ນແທ້ຂອງເລື່ອງນັ້ນ; ພວກເຂົາບໍ່ຮູ້ວິທີຕັດສິນສິ່ງເຫຼົ່ານີ້ໂດຍອີງໃສ່ປະສົບການໃນການປະພຶດຕົນຂອງພວກເຂົາ ແລະ ແຮງບໍ່ຕ້ອງເວົ້າເຖິງການອີງໃສ່ພຣະທຳຂອງພຣະເຈົ້າ. ສະນັ້ນ, ພວກເຂົາຈຶ່ງບໍ່ມີຄວາມສາມາດໃນການຕັດສິນ. ແມ່ນຫຍັງຄືສາເຫດຕົ້ນຕໍຂອງການທີ່ບໍ່ສາມາດຕັດສິນສິ່ງຕ່າງໆ? ມັນກໍຄື ຄົນປະເພດນີ້ບໍ່ຮູ້ວິທີຄິດກ່ຽວກັບບັນຫາຕ່າງໆ ແລະ ເມື່ອເວົ້າເຖິງການເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ, ພວກເຂົາບໍ່ຮູ້ວ່າຄວນເບິ່ງສິ່ງເຫຼົ່ານັ້ນໃນດ້ານໃດ, ຄວນເບິ່ງພວກເຂົາແນວໃດ ຫຼື ຄວນອີງໃສ່ຫຍັງໃນການເບິ່ງພວກເຂົາ. ນອກຈາກນັ້ນ ພວກເຂົາບໍ່ຮູ້ວ່າຄວນໄດ້ຂໍ້ສະຫຼຸບຫຍັງໃນພາຍຫຼັງ, ຄວນໄດ້ຂໍ້ສະຫຼຸບແນວໃດ ຫຼື ຄວນຮັບມື ແລະ ຈັດການກັບຄົນ ຫຼື ເລື່ອງປະເພດນີ້ແນວໃດ ຫຼັງຈາກທີ່ພວກເຂົາໄດ້ຂໍ້ສະຫຼຸບແລ້ວ. ສະໝອງຂອງພວກເຂົາວ່າງເປົ່າ ຫຼື ມືດມົວ. ນີ້ຄືການຂາດຄວາມສາມາດໃນການຕັດສິນ. ບັນຫາຫຼັກຂອງຄົນທີ່ຂາດຄວາມສາມາດໃນການຕັດສິນກໍຄື ພວກເຂົາບໍ່ເຂົ້າໃຈ ຫຼື ບໍ່ຮັບຮູ້ຫຼັກການໃດໆເລີຍ ແລະ ພວກເຂົາເຖິງກັບຂາດປະສົບການໃນການປະພຶດຕົນ. ສະນັ້ນ, ເມື່ອພວກເຂົາມີປະຕິສຳພັນກັບຄົນປະເພດຕ່າງໆ, ພວກເຂົາບໍ່ຮູ້ວ່າຄົນປະເພດໃດຄູ່ຄວນທີ່ຈະຄົບຫາສະມາຄົມ ແລະ ປະເພດໃດທີ່ບໍ່ຄູ່ຄວນ; ພວກເຂົາບໍ່ຮູ້ວ່າຄົນໃດຂ້ອນຂ້າງໃຈດີ ແລະ ຍັງມີຈຸດແຂງບາງຢ່າງທີ່ພວກເຂົາສາມາດຮຽນຮູ້ໄດ້ ເພື່ອຊົດເຊີຍຂໍ້ບົກຜ່ອງຂອງພວກເຂົາ ແລະ ຄົນໃດສາມາດຊ່ວຍເຫຼືອ ແລະ ເປັນປະໂຫຍດຕໍ່ພວກເຂົາ; ຄົນປະເພດໃດທີ່ສາມາດຖືກອົດກັ້ນ ແລະ ເຂົ້າກັນໄດ້ດ້ວຍຄວາມຝືນໃຈ; ແລະ ຄົນປະເພດໃດທີ່ມີຄວາມເປັນມະນຸດທີ່ຊົ່ວຮ້າຍຢ່າງບໍ່ໜ້າເຊື່ອ ເຊິ່ງການຄົບຫາສະມາຄົມກັບພວກເຂົາອາດຈະນຳມາສູ່ບັນຫາ ຫຼື ຂໍ້ຂັດແຍ່ງໄດ້ງ່າຍ ແລະ ດັ່ງນັ້ນຈຶ່ງຄວນຮັກສາໄລຍະຫ່າງ, ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງທັງໝົດນີ້. ສະຫຼຸບແລ້ວກໍຄື ຄົນເຫຼົ່ານີ້ທີ່ຂາດຄວາມສາມາດໃນການຕັດສິນ ແມ່ນບໍ່ຮູ້ຫຍັງເລີຍ ແລະ ບໍ່ສາມາດຕັດສິນຄົນ ຫຼື ເລື່ອງໃດໆໄດ້. ໃນທາງກົງກັນຂ້າມ ພວກເຂົາກໍມີວິທີການຂອງພວກເຂົາເອງ ເຊິ່ງເປັນກົດລະບຽບຕາຍຕົວທີ່ພວກເຂົາປະຕິບັດຕາມ. ພວກເຂົາເວົ້າວ່າ “ບໍ່ວ່າຂ້ອຍຈະຈັດການສິ່ງຕ່າງໆກັບໃຜ ຫຼື ເວົ້າກັບໃຜກໍຕາມ, ຂ້ອຍກໍພຽງແຕ່ປັດຄວາມຮັບຜິດຊອບໂດຍການຍອກຫຼິ້ນໄປທົ່ວ. ຂ້ອຍບໍ່ມີຄວາມເປັນປໍລະປັກຕໍ່ຄົນໃດ. ບໍ່ວ່າພວກເຂົາຈະເປັນຄົນດີ ຫຼື ຄົນບໍ່ດີ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າຢ່າງຈິງໃຈ ຫຼື ບໍ່ເຊື່ອ, ບໍ່ວ່າພວກເຂົາຈະຮັກຄວາມຈິງ ຫຼື ເບື່ອໜ່າຍມັນ, ຂ້ອຍກໍເຂົ້າກັບພວກເຂົາໄດ້ ແລະ ຂ້ອຍບໍ່ລ່ວງເກີນໃຜ. ເມື່ອຂ້ອຍເຫັນຄົນຊົ່ວຮ້າຍ, ຂ້ອຍກໍຫຼີກລ່ຽງພວກເຂົາ; ເມື່ອຂ້ອຍເຫັນຄົນທີ່ຫົວອ່ອນ, ຂ້ອຍກໍລັງແກພວກເຂົາ”. ນີ້ຄືຕັກກະແບບມານຮ້າຍຂອງພວກເຂົາຢ່າງແທ້ຈິງ. ພວກເຂົາບໍ່ຮູ້ວ່າພວກເຂົາຄວນຄົບຫາສະມາຄົມກັບຄົນປະເພດໃດ, ພວກເຂົາຄວນຮັກສາໄລຍະຫ່າງກັບຄົນປະເພດໃດ ແລະ ພວກເຂົາບໍ່ຄວນຄົບຫາສະມາຄົມ ຫຼື ພົວພັນກັບຄົນປະເພດໃດເລີຍ. ພວກເຂົາບໍ່ໄດ້ນຳໃຊ້ການແຍກແຍະແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາຖືວ່າທຸກຄົນຄືກັນໝົດ, ໂດຍປະຕິບັດຕໍ່ທຸກຄົນແບບດຽວກັນ. ບໍ່ວ່າຈະເປັນໃຜກໍຕາມ, ຕາບໃດທີ່ພວກເຂົາບໍ່ມີຄວາມຄິດເຫັນທີ່ດີຕໍ່ຄົນໆນັ້ນ, ພວກເຂົາກໍຈະຖືວ່າຄົນໆນັ້ນເປັນຄົນນອກ ຫຼື ເປັນສັດຕູ. ບໍ່ວ່າຄົນໆໜຶ່ງຈະດີສໍ່າໃດກໍຕາມ, ຕາບໃດທີ່ພວກເຂົາບໍ່ໄດ້ໃຫ້ຜົນປະໂຫຍດໃດໆແກ່ພວກເຂົາ, ຄົນໆນັ້ນກໍຈະຖືກພວກເຂົາປະຕິບັດດ້ວຍຄວາມລະແວດລະວັງ. ພວກເຂົາບໍ່ເປີດໃຈຂອງພວກເຂົາກັບຜູ້ໃດ ແລະ ພວກເຂົາຕັ້ງທ່າປ້ອງກັນທຸກຄົນ. ຄົນແບບນັ້ນມີຂີດຄວາມສາມາດທີ່ດີ ຫຼື ຂີດຄວາມສາມາດທີ່ບໍ່ດີ? (ຂີດຄວາມສາມາດທີ່ບໍ່ດີ). ເນື່ອງຈາກພວກເຂົາມີຂີດຄວາມສາມາດທີ່ບໍ່ດີ, ພວກເຂົາຍັງສາມາດມີຄວາມຄິດແບບນັ້ນໄດ້ແນວໃດ? ຄົນແບບນັ້ນເປັນພຽງຄົນທີ່ມີຄວາມຄິດແຄບ. ຄວາມແຕກຕ່າງລະຫວ່າງຄົນທີ່ບໍ່ມີຂີດຄວາມສາມາດ ແລະ ຄົນທີ່ພິການທາງສະໝອງແມ່ນຫຍັງ? ຄົນທີ່ບໍ່ມີຂີດຄວາມສາມາດແມ່ນຄົນທີ່ປັນຍາອ່ອນ ແລະ ໂງ່ຈ້າ. ນອກເໜືອຈາກການເຮັດໃຫ້ຕົນເອງມີອາຫານກິນ ແລະ ມີເຄື່ອງນຸ່ງແລ້ວ, ການຮັກສາໜ້າຕາ ແລະ ການແອບມີການວາງແຜນບາງຢ່າງເພື່ອເອົາປຽບ ແລະ ບໍ່ຍອມເສຍປຽບຫຍັງເລີຍ, ພວກເຂົາກໍບໍ່ມີຂີດຄວາມສາມາດໃດໆເລີຍ. ໃນທາງກົງກັນຂ້າມ, ຄົນທີ່ພິການທາງສະໝອງບໍ່ມີແມ່ນແຕ່ການວາງແຜນໃດໆເພື່ອປົກປ້ອງຜົນປະໂຫຍດຂອງຕົນເອງ ຫຼື ເອົາປຽບ, ພວກເຂົາພຽງແຕ່ບໍ່ມີຄວາມຄິດຫຍັງເລີຍ. ນອກເໜືອຈາກການມີການວາງແຜນບາງຢ່າງແລ້ວ, ຄົນທີ່ປັນຍາອ່ອນ ແລະ ໂງ່ຈ້າກໍບໍ່ມີຄວາມສາມາດໃນການເອົາຕົວລອດ, ບໍ່ມີຂີດຄວາມສາມາດ ແລະ ບໍ່ມີຄວາມສາມາດໃນການຕັດສິນຢ່າງສິ້ນເຊີງ. ສະນັ້ນ, ຈຶ່ງບໍ່ມີຫຼັກການໃດໆໃນວິທີທີ່ພວກເຂົາປະຕິບັດຕໍ່ຄົນໃດໜຶ່ງ; ພວກເຂົາພຽງແຕ່ເຮັດຕາມຄວາມຮູ້ສຶກຂອງພວກເຂົາ. ຕາບໃດທີ່ພວກເຂົາຮູ້ສຶກວ່າເຈົ້າບໍ່ດີຕໍ່ພວກເຂົາ, ພວກເຂົາກໍຈະຫຼີກລ່ຽງເຈົ້າ, ຮູ້ສຶກຕໍ່ຕ້ານເຈົ້າ ແລະ ກຽດຊັງເຈົ້າໃນໃຈຂອງພວກເຂົາ ແລະ ປະຕິເສດເຈົ້າ. ບໍ່ວ່າເຈົ້າຈະມີຄວາມປາຖະໜາດີຕໍ່ພວກເຂົາຫຼາຍສໍ່າໃດ ຫຼື ເຈົ້າຊ່ວຍເຫຼືອພວກເຂົາແນວໃດກໍຕາມ, ຕາບໃດທີ່ພວກເຂົາບໍ່ສາມາດຮັບຮູ້ມັນໄດ້ຢ່າງຊັດເຈນ, ພວກເຂົາກໍຈະບໍ່ຮູ້ສຶກວ່າເຈົ້າເປັນມິດຕໍ່ພວກເຂົາ ຫຼື ເຈົ້າບໍ່ເປັນອັນຕະລາຍຕໍ່ພວກເຂົາເລີຍ. ພວກເຂົາບໍ່ສາມາດແຍກແຍະໄດ້ວ່າຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆນັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ຖືກ ຫຼື ຜິດ, ເປັນບວກ ຫຼື ເປັນລົບ, ພວກເຂົາບໍ່ສາມາດຕັດສິນສິ່ງເຫຼົ່ານີ້ໄດ້. ພວກເຂົາມີພຽງແຕ່ການວາງແຜນບາງຢ່າງເທົ່ານັ້ນ. ເມື່ອພວກເຂົາໄດ້ເອົາປຽບ, ພວກເຂົາກໍຮູ້ສຶກມີຄວາມສຸກ; ເມື່ອພວກເຂົາບໍ່ໄດ້ເອົາປຽບ, ພວກເຂົາກໍຮູ້ສຶກວ່າພວກເຂົາເສຍປຽບ, ຖືກປະຕິບັດຢ່າງບໍ່ຍຸຕິທຳ ແລະ ຖືກຄົນອື່ນຫົວຂວັນ ແລະ ພວກເຂົາກໍຕັ້ງໃຈວ່າຄັ້ງໜ້າພວກເຂົາຈະບໍ່ຍອມໃຫ້ຄົນອື່ນເອົາປຽບ ຫຼື ຍອມໃຫ້ຄົນອື່ນອວດອ້າງ ຫຼື ໄດ້ປຽບຕໍ່ໜ້າພວກເຂົາ, ພວກເຂົາຈະບໍ່ໃຫ້ໂອກາດໃດເລີຍຕໍ່ຄົນອື່ນ. ບອກເຮົາເບິ່ງວ່າ ການມີພຽງແຕ່ການວາງແຜນເຫຼົ່ານີ້ຢູ່ໃນສະໝອງຂອງພວກເຂົານັບວ່າເປັນການມີຂີດຄວາມສາມາດບໍ? ມັນພຽງແຕ່ດີກວ່າການເປັນຄົນພິການທາງສະໝອງເລັກໜ້ອຍເທົ່ານັ້ນ, ແຕ່ເມື່ອເວົ້າເຖິງຄວາມສາມາດແລ້ວ, ພວກເຂົາກໍບໍ່ມີເລີຍ, ພວກເຂົາບໍ່ມີຄວາມສາມາດທີ່ແຕກຕ່າງຫຍັງເລີຍ ສຳລັບການຈັດການກັບເລື່ອງປະເພດຕ່າງໆ. ພວກເຂົາໂງ່ຈ້າ ແລະ ປັນຍາອ່ອນແທ້ໆ. ຄົນແບບນັ້ນບໍ່ມີຂີດຄວາມສາມາດ. ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ສິ່ງດຽວທີ່ຄົນເຫຼົ່ານັ້ນມີ ເຊິ່ງຄົນທີ່ພິການທາງສະໝອງບໍ່ມີກໍຄືການວາງແຜນເຫຼົ່ານີ້; ຄົນທີ່ພິການທາງສະໝອງບໍ່ມີແມ່ນແຕ່ສິ່ງເຫຼົ່ານັ້ນ. ເມື່ອຄົນແບບນັ້ນໄດ້ຍິນສິ່ງນີ້, ພວກເຂົາກໍບໍ່ຄ້ອຍຕາມ; ພວກເຂົາເວົ້າວ່າ “ເຈົ້າອ້າງວ່າຂ້ອຍບໍ່ມີຄວາມສາມາດໃນການຕັດສິນບໍ? ລອງເອົາເງິນໂດລາສະຫະລັດ ແລະ ຄຳຈຳນວນໜຶ່ງມາໄວ້ນຳກັນເບິ່ງ ແລ້ວເບິ່ງວ່າຂ້ອຍຈະບໍ່ສາມາດແຍກແຍະມັນໄດ້ເລີຍຫວາ. ຂ້ອຍສາມາດແຍກແຍະພວກມັນໄດ້! ຄຳມີສີເຫຼືອງ ແລະ ເງິນໂດລາສະຫະລັດເປັນເງິນເຈ້ຍ! ລອງເອົາແພລັດຕິນຳ ແລະ ເງິນມາໄວ້ນຳກັນເບິ່ງດຸ ແລ້ວເບິ່ງວ່າຂ້ອຍຈະບໍ່ສາມາດຕັດສິນໄດ້ເລີຍຫວາ! ແພລັດຕິນຳ ແລະ ເງິນມີລະດັບສີຂາວທີ່ແຕກຕ່າງກັນ, ຂ້ອຍສາມາດບອກໄດ້!” ນີ້ບໍ່ແມ່ນເລື່ອງໂງ່ຈ້າບໍ? ນີ້ເປັນເລື່ອງທີ່ຂ້ອນຂ້າງໂງ່ຈ້າ. ພວກເຂົາສາມາດແຍກແຍະລະຫວ່າງສິ່ງເຫຼົ່ານີ້ໄດ້ເທົ່ານັ້ນ ແລະ ພວກເຂົາກໍຍັງຕ້ອງການອວດອ້າງກ່ຽວກັບມັນ ແລະ ພິສູດວ່າພວກເຂົາບໍ່ໄດ້ໂງ່ຈ້າ. ພວກເຂົາໄດ້ເຮັດສິ່ງທີ່ໂງ່ຈ້າມາຫຼາຍຢ່າງ, ຫຼາຍສິ່ງທີ່ສະແດງໃຫ້ເຫັນເຖິງການຂາດຂີດຄວາມສາມາດ, ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າເຖິງ ແລະ ພະຍາຍາມເຂົ້າໃຈສິ່ງເຫຼົ່ານັ້ນ? ມັນເປັນເພາະວ່າພວກເຂົາຂາດຂີດຄວາມສາມາດແທ້ໆ, ເພາະວ່າຂີດຄວາມສາມາດຂອງພວກເຂົາບໍ່ດີຫຼາຍ ແລະ ພວກເຂົາບໍ່ສາມາດແຍກແຍະ ຫຼື ຈຳແນກສິ່ງເຫຼົ່ານີ້ໄດ້, ພວກເຂົາຈຶ່ງຍົກເອົາໜຶ່ງ ຫຼື ສອງສິ່ງທີ່ຄົນພິການທາງສະໝອງບໍ່ສາມາດເຮັດໄດ້ມາພິສູດວ່າພວກເຂົາບໍ່ໄດ້ພິການທາງສະໝອງ, ເພື່ອພິສູດວ່າພວກເຂົາມີສະຕິປັນຍາ ແລະ ຂີດຄວາມສາມາດບາງຢ່າງ. ນີ້ບໍ່ແມ່ນເລື່ອງໂງ່ຈ້າບໍ? ສິ່ງນີ້ຍິ່ງພິສູດໃຫ້ເຫັນເຖິງຄວາມໂງ່ຈ້າຂອງພວກເຂົາ. ການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກຂອງຄົນທີ່ບໍ່ມີຂີດຄວາມສາມາດກໍສຳເລັດລົງແລ້ວໃນຕອນນີ້. ມາດຕະການຫຼັກທີ່ວ່າຄົນໆໜຶ່ງມີຄວາມສາມາດໃນການຕັດສິນ ຫຼື ບໍ່ນັ້ນແມ່ນຫຍັງ? ມັນກໍຄືພວກເຂົາມີການຄິດຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ່. ຖ້າເຈົ້າບໍ່ມີຄວາມຄິດຂອງຄວາມເປັນມະນຸດທີ່ປົກກະຕິ, ເຈົ້າກໍຈະບໍ່ສາມາດຕັດສິນຫຍັງໄດ້. ຖ້າເຈົ້າມີການຄິດຂອງຄວາມເປັນມະນຸດທີ່ປົກກະຕິ, ການຕັດສິນຂອງເຈົ້າອາດຈະຍັງຄົງຜິດພາດ, ແຕ່ຢ່າງໜ້ອຍທີ່ສຸດ ມັນກໍສະແດງໃຫ້ເຫັນວ່າເຈົ້າມີຄວາມສາມາດໃນການຕັດສິນ ແລະ ມີຄວາມສາມາດໃນການຄິດຂອງຄວາມເປັນມະນຸດທີ່ປົກກະຕິ. ການຕັດສິນຂອງເຈົ້າບໍ່ແມ່ນການຄາດເດົາ, ບໍ່ແມ່ນການນຶກຄິດເອົາເອງ, ບໍ່ແມ່ນການຕັ້ງສົມມຸດຕິຖານ ແລະ ພວກມັນບໍ່ແມ່ນການອະນຸມານ. ໃນທາງກົງກັນຂ້າມ ພວກມັນເປັນຂໍ້ສະຫຼຸບ ແລະ ຄວາມຄິດເຫັນທີ່ແຕກຕ່າງກັນ ເຊິ່ງໄດ້ຮັບຜ່ານການພິຈາລະນາທຸກດ້ານຂອງເລື່ອງໃດໜຶ່ງ. ນີ້ຄືສິ່ງທີ່ເອີ້ນວ່າຄວາມສາມາດໃນການຕັດສິນ.
ຂໍ້ທີ 7: ຄວາມສາມາດໃນການແຍກແຍະສິ່ງຕ່າງໆ
ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມສາມາດໃນການຕັດສິນຈົບແລ້ວ, ຕໍ່ໄປໃຫ້ພວກເຮົາໂອ້ລົມກ່ຽວກັບຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ຄວາມສາມາດໃນການແຍກແຍະສິ່ງຕ່າງໆໝາຍເຖິງຫຍັງ? ໂດຍຫຼັກໆແລ້ວ ມັນໝາຍເຖິງການແຍກແຍະວ່າຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆນັ້ນເປັນບວກ ຫຼື ເປັນລົບ, ຖືກຕ້ອງ ຫຼື ບໍ່ຖືກຕ້ອງ ແລະ ຖືກ ຫຼື ຜິດ; ມັນໝາຍເຖິງການກຳນົດລັກສະນະ ຫຼື ການຈັດປະເພດຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ໂດຍຈັດປະເພດຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າປະເຊີນອອກເປັນປະເພດຕ່າງໆ. ເຈດຕະນາ ແລະ ຈຸດປະສົງຂອງການແຍກແຍະຄືການຈັດປະເພດຜູ້ຄົນຕາມປະເພດຂອງພວກເຂົາ ແລະ ຈັດປະເພດສິ່ງທີ່ເປັນບວກ ແລະ ເປັນລົບຕາມປະເພດຂອງພວກມັນ. ແນ່ນອນວ່າ ການຈັດປະເພດບໍ່ໄດ້ໝາຍເຖິງການຈັດກຸ່ມນົກເຂົ້າໃນປະເພດນົກ, ສັດເຂົ້າໃນປະເພດສັດ ຫຼື ພືດເຂົ້າໃນປະເພດພືດ. ຄວາມສາມາດໃນການແຍກແຍະສິ່ງຕ່າງໆບໍ່ໄດ້ໝາຍເຖິງຄວາມສາມາດໃນການແຍກແຍະສິ່ງເຫຼົ່ານີ້ ແຕ່ໝາຍເຖິງຄວາມສາມາດໃນການແຍກແຍະຄຸນລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ຕົວຢ່າງ: ເຈົ້າສາມາດຈັດປະເພດການສະແດງອອກ, ສິ່ງທີ່ເຜີຍໃຫ້ເຫັນ ແລະ ແກ່ນແທ້ຂອງຜູ້ຄົນຕ່າງໆໄດ້ບໍ? ເຈົ້າສາມາດກຳນົດຄຸນລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າພົບພໍ້ໄດ້ບໍ? ຕົວຢ່າງ: ໃນການແຍກແຍະຜູ້ບໍ່ເຊື່ອ, ເຈົ້າສາມາດແຍກແຍະສິ່ງທີ່ເຜີຍໃຫ້ເຫັນຂອງຜູ້ບໍ່ເຊື່ອ ເຊິ່ງເຮັດໃຫ້ເຈົ້າສາມາດຮັບຮູ້ໄດ້ຢ່າງຊັດເຈນວ່າພວກເຂົາເປັນຜູ້ບໍ່ເຊື່ອໄດ້ບໍ? ຖ້າເຈົ້າຮູ້ວ່າຜູ້ບໍ່ເຊື່ອມີລັກສະນະ ແລະ ຈຸດພິເສດຫຍັງແດ່, ພວກເຂົາສະແດງອອກທາງຄວາມເປັນມະນຸດແບບໃດ, ພວກເຂົາເວົ້າຄຳເວົ້າຫຍັງ, ພວກເຂົາເຮັດການກະທຳຫຍັງ ແລະ ພວກເຂົາມີຄວາມຄິດ ແລະ ມຸມມອງຫຍັງ, ແລ້ວເຈົ້າກໍຄວນຈະສາມາດແຍກແຍະຜູ້ບໍ່ເຊື່ອໄດ້. ຄົນທີ່ມີຂີດຄວາມສາມາດທີ່ດີ, ເມື່ອຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆປາກົດຂຶ້ນ, ພວກເຂົາກໍສາມາດແຍກແຍະໄດ້ວ່າສິ່ງເຫຼົ່ານັ້ນເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ເປັນຄົນທີ່ເປັນບວກ ຫຼື ຄົນທີ່ເປັນລົບ, ພວກເຂົາຍຸຕິທຳ ຫຼື ຊົ່ວຮ້າຍ ແລະ ພວກເຂົາຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ພວກເຂົາສາມາດກຳນົດຄຸນລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ແຍກແຍະໄດ້ວ່າພວກມັນສອດຄ່ອງກັບຄວາມເປັນມະນຸດ ແລະ ກັບຄວາມຈິງ ຫຼື ບໍ່. ນີ້ຄືຄົນທີ່ມີຂີດຄວາມສາມາດທີ່ດີ. ແລ້ວຄົນທີ່ມີຂີດຄວາມສາມາດລະດັບປານກາງເດ? ພວກເຂົາສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ມີຄຸນລັກສະນະທີ່ຊັດເຈນໄດ້. ຕົວຢ່າງ: ບາງຄົນເວົ້າວ່າ: “ຈະມີພຣະເຈົ້າໄດ້ແນວໃດ? ລາວຢູ່ໃສ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຢືນຢັນໄດ້ວ່າລາວມີຢູ່ຈິງ?” ສຳລັບຄຳເວົ້າແບບນີ້ທີ່ປະຕິເສດພຣະເຈົ້າຢ່າງຊັດເຈນ, ພວກເຂົາກໍມີການແຍກແຍະບາງຢ່າງ ແລະ ສາມາດແຍກແຍະໄດ້ວ່າຄົນແບບນັ້ນເປັນຜູ້ບໍ່ເຊື່ອ ແລະ ເປັນບຸກຄົນທີ່ເປັນລົບ. ພວກເຂົາສາມາດແຍກແຍະຄວາມຊົ່ວຮ້າຍທີ່ຊັດເຈນ ແລະ ສິ່ງທີ່ເປັນລົບ, ບໍ່ຍຸຕິທຳ, ຊົ່ວຊ້າຢ່າງຊັດເຈນໄດ້ ແຕ່ສຳລັບບາງສິ່ງທີ່ເບິ່ງຄືວ່າຖືກຕ້ອງແຕ່ທີ່ຈິງແລ້ວຜິດ ແລະ ເຊິ່ງບໍ່ຄ່ອຍມີໃຜໄດ້ຍິນ ແລະ ຕົກຢູ່ໃນພື້ນທີ່ກາງໆ ຫຼື ພື້ນທີ່ສີເທົາ, ພວກເຂົາກໍບໍ່ສາມາດຈຳແນກພວກມັນໄດ້, ທັງບໍ່ສາມາດປະຕິບັດຕໍ່ພວກມັນແຕກຕ່າງກັນໄດ້. ພວກເຂົາມີຄວາມສາມາດໃນການແຍກແຍະຄົນຊົ່ວຮ້າຍທີ່ກະທຳການກະທຳທີ່ຊົ່ວຮ້າຍຢ່າງຊັດເຈນ. ພວກເຂົາຮູ້ວ່າຄົນແບບນັ້ນເປັນຄົນຊົ່ວຮ້າຍ ແລະ ຖ້າຄົນຊົ່ວຮ້າຍແບບນີ້ກາຍເປັນຜູ້ນໍາ ແລະ ໄດ້ຮັບສະຖານະ, ລາວກໍຈະເປັນຜູ້ຕໍ່ຕ້ານພຣະຄຣິສ. ແຕ່ຖ້າຄົນຜູ້ນີ້ມີລັກສະນະທີ່ບໍ່ດີ ແຕ່ຍັງບໍ່ໄດ້ກະທຳການກະທຳທີ່ຊົ່ວຮ້າຍ, ພວກເຂົາກໍຈະບໍ່ສາມາດແຍກແຍະໄດ້ວ່າລາວສາມາດຖືກຈັດປະເພດເປັນຄົນຊົ່ວຮ້າຍໄດ້ ຫຼື ບໍ່ ແລະ ລາວອາດຈະການກະທຳທີ່ຊົ່ວຮ້າຍຫຍັງແດ່, ທັງບໍ່ສາມາດກຳນົດຄຸນລັກສະນະຂອງຄົນຜູ້ນີ້ໄດ້. ນີ້ຄືການມີຂີດຄວາມສາມາດລະດັບປານກາງ. ພຶດຕິກຳຂອງບາງຄົນກໍຊັດເຈນຫຼາຍ ເຊັ່ນ: ການມີສ່ວນຮ່ວມໃນຄວາມມັກມາກໃນກາມມະລົມ, ການນະມັດສະການຮູບເຄົາລົບ, ການຕິດຕາມສິ່ງຂອງທາງໂລກ, ການມັກນິນທາ, ການກົດຂີ່ ແລະ ການຂົ່ມເຫັງຄົນອື່ນເລື້ອຍໆ ຫຼື ການຄາດຕະກຳ ແລະ ການວາງເພີງ ແລະ ພວກເຂົາກໍຈະເວົ້າວ່າຄົນເຫຼົ່ານີ້ບໍ່ແມ່ນຄົນດີ ແລະ ເປັນຄົນທີ່ພຣະເຈົ້າລັງກຽດ; ພວກເຂົາສາມາດຈຳແນກສິ່ງນີ້ໄດ້. ແຕ່ສຳລັບບາງຄົນທີ່ພຶດຕິກຳພາຍນອກເບິ່ງຄືວ່າດີຫຼາຍ ເຊັ່ນ: ມັກຈະໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນ, ສະແດງຄວາມອົດທົນຕໍ່ຜູ້ຄົນ, ເຂົ້າກັບຄົນອື່ນໄດ້ດີພໍສົມຄວນ, ເຊິ່ງຄວາມເປັນມະນຸດເບິ່ງຄືວ່າດີຫຼາຍຈາກພາຍນອກ ແຕ່ຄຳເວົ້າ ແລະ ການກະທຳຂອງພວກເຂົາສ່ວນໃຫຍ່ບໍ່ສອດຄ່ອງກັບຄວາມຈິງ ແລະ ການກະທຳຂອງພວກເຂົາມັກຈະລະເມີດຫຼັກການຄວາມຈິງ, ພວກເຂົາກໍຈະບໍ່ສາມາດແຍກແຍະໄດ້ວ່າຄົນແບບນັ້ນເປັນຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່ ຫຼື ພວກເຂົາຈັດຢູ່ໃນປະເພດໃດກັນແທ້. ສຳລັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຊັດເຈນ ແລະ ຕິດປ້າຍໄດ້ງ່າຍເຫຼົ່ານັ້ນ, ພວກເຂົາສາມາດແຍກແຍະໄດ້ວ່າພວກມັນຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ຖືກ ຫຼື ຜິດ, ພວກມັນຍຸຕິທຳ ຫຼື ຊົ່ວຊ້າ ແລະ ພວກມັນເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ. ພວກເຂົາສາມາດຈຳແນກເລື່ອງພາຍນອກດັ່ງກ່າວໄດ້ ແຕ່ພວກເຂົາບໍ່ສາມາດຈຳແນກໄດ້ເມື່ອເວົ້າເຖິງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກ່ຽວຂ້ອງກັບຫຼັກການຢ່າງແທ້ຈິງ ແລະ ກ່ຽວຂ້ອງກັບຄວາມຈິງ. ພວກເຂົາບໍ່ສາມາດແຍກແຍະໄດ້ວ່າສິ່ງໃດທີ່ສອດຄ່ອງກັບຄວາມຈິງຢ່າງຊັດເຈນ ແລະ ສິ່ງໃດທີ່ລະເມີດຄວາມຈິງ. ນີ້ຄືການມີຂີດຄວາມສາມາດລະດັບປານກາງ. ຕົວຢ່າງ: ບາງຄົນນຸ່ງເຄື່ອງທີ່ເຮັດຈາກຜ້າທີ່ຂ້ອນຂ້າງດີ, ເຊິ່ງເບິ່ງສະຫງ່າງາມ ແລະ ມີຄຸນນະພາບສູງ ແລະ ເຮັດໃຫ້ພວກເຂົາເບິ່ງຄືກັບບຸກຄົນລະດັບສູງ ຫຼື ຊົນຊັ້ນນຳທີ່ເຮັດວຽກໃນຫ້ອງການໃນໂລກ. ເມື່ອເຫັນສິ່ງນີ້, ຄົນທີ່ມີຂີດຄວາມສາມາດລະດັບປານກາງກໍເວົ້າວ່າ: “ເຄື່ອງນຸ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ບໍ່ມີຄວາມເຊື່ອມັກ. ໃນຖານະທີ່ເປັນຄົນທີ່ເຊື່ອໃນພຣະເຈົ້າ, ພວກເຮົາບໍ່ຄວນມັກພວກມັນ; ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເປັນບວກ”. ການເວົ້າແບບນີ້ບໍ່ຖືກຕ້ອງ. ເຄື່ອງນຸ່ງເຫຼົ່ານີ້ບໍ່ໄດ້ເບິ່ງຍົວະຍວນ ຫຼື ດຶງດູດໃຈ, ແຕ່ພວກມັນເບິ່ງສະຫງ່າງາມ, ມີກຽດ ແລະ ສຸພາບ, ເຮັດໃຫ້ຜູ້ສວມໃສ່ເບິ່ງສູງສົ່ງ. ແຕ່ຄົນເຫຼົ່ານີ້ຖືວ່າເຄື່ອງນຸ່ງດັ່ງກ່າວ ເຊິ່ງເຮັດໃຫ້ຜູ້ສວມໃສ່ເບິ່ງສູງສົ່ງ ແລະ ສະຫງ່າງາມ ແລະ ຍັງເປັນທີ່ນິຍົມໃນປັດຈຸບັນ ເປັນສິ່ງທີ່ເປັນລົບ ແລະ ເວົ້າວ່າພວກມັນຊົ່ວຊ້າ. ນີ້ຄືການບໍ່ສາມາດແຍກແຍະສິ່ງເຫຼົ່ານີ້ໄດ້, ແມ່ນບໍ່? (ແມ່ນແລ້ວ). ແລ້ວຄວາມສາມາດໃນການແຍກແຍະສິ່ງຕ່າງໆຂອງຄົນແບບນັ້ນເປັນແນວໃດ? ຢ່າງຫຼາຍທີ່ສຸດກໍຄືລະດັບປານກາງ. ນີ້ຄືການມີຂີດຄວາມສາມາດລະດັບປານກາງ. ຄົນແບບນັ້ນບໍ່ສາມາດແມ່ນແຕ່ຈະຈຳແນກບາງສິ່ງທີ່ຜູ້ບໍ່ມີຄວາມເຊື່ອສາມາດເຮັດໄດ້, ຜູ້ບໍ່ມີຄວາມເຊື່ອທີ່ມີຂີດຄວາມສາມາດທີ່ດີສາມາດແຍກແຍະຄວາມເປັນມະນຸດທີ່ດີ ແລະ ບໍ່ດີໄດ້ ແຕ່ຄົນເຫຼົ່ານີ້ບໍ່ສາມາດເຮັດໄດ້. ເຖິງແມ່ນວ່າຈະເຂົ້າໃຈຫຼັກຄຳສອນບາງຢ່າງຫຼັງຈາກທີ່ເຊື່ອໃນພຣະເຈົ້າແລ້ວ, ຄົນແບບນັ້ນກໍບໍ່ສາມາດຈຳແນກລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບໄດ້. ພວກເຂົາສາມາດແຍກແຍະສິ່ງທີ່ຊັດເຈນໄດ້ ແຕ່ພວກເຂົາບໍ່ສາມາດແຍກແຍະສິ່ງທີ່ບໍ່ຊັດເຈນໄດ້. ພວກເຂົາສາມາດແຍກແຍະຄົນທີ່ຊົ່ວຮ້າຍຢ່າງຊັດເຈນ, ການຂັດຂວາງ ແລະ ການລົບກວນທີ່ຊັດເຈນ ແລະ ການລະເມີດຫຼັກການທີ່ຊັດເຈນໄດ້ ແຕ່ເມື່ອເວົ້າເຖິງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບາງຢ່າງທີ່ຂ້ອນຂ້າງພິເສດ, ຊົ່ວຮ້າຍ ແລະ ແປກປະຫຼາດ ແລະ ເຊື່ອງຊ້ອນຢູ່ໃນເງົາມືດ, ພວກເຂົາກໍບໍ່ສາມາດແຍກແຍະພວກມັນໄດ້. ມີພຽງແຕ່ຜ່ານການໂອ້ລົມ ແລະ ການບອກໃບ້ຂອງຄົນອື່ນ ຫຼື ຜ່ານການທີ່ຜູ້ຄົນເຫຼົ່ານັ້ນເຮັດບາງສິ່ງທີ່ຊັດເຈນດ້ວຍຕົນເອງເທົ່ານັ້ນ ພວກເຂົາຈຶ່ງສາມາດແຍກແຍະພວກມັນໄດ້. ຖ້າບໍ່ດັ່ງນັ້ນ, ພວກເຂົາກໍບໍ່ສາມາດເຮັດໄດ້. ສິ່ງນີ້ບົ່ງບອກວ່າຄວາມສາມາດໃນການແຍກແຍະສິ່ງຕ່າງໆຂອງພວກເຂົາແມ່ນລະດັບປານກາງ. ຍັງມີບາງຄົນທີ່ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ກໍບໍ່ສາມາດແຍກແຍະຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆໃດໆໄດ້, ທັງບໍ່ສາມາດກຳນົດຄຸນລັກສະນະຂອງພວກມັນໄດ້. ຕົວຢ່າງ: ເມື່ອເວົ້າເຖິງການປະເມີນວ່າຄຸນລັກສະນະຂອງຄົນປະເພດໃດໜຶ່ງແມ່ນຫຍັງແທ້, ບໍ່ວ່າພວກເຂົາຈະເປັນຜູ້ເຊື່ອທີ່ແທ້ຈິງ ຫຼື ຜູ້ບໍ່ເຊື່ອ, ບໍ່ວ່າພວກເຂົາຈະເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່ ຫຼື ວ່າພວກເຂົາເໝາະສົມທີ່ຈະໄດ້ຮັບການບົ່ມເພາະ ຫຼື ບໍ່, ພວກເຂົາກໍບໍ່ຮູ້ ແລະ ບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້. ເຖິງແມ່ນວ່າຄົນແບບນັ້ນຈະສະແດງອອກຫຼາຍຢ່າງ ແລະ ມີບັນຫາທີ່ຊັດເຈນຫຼາຍ, ພວກເຂົາກໍຍັງບໍ່ສາມາດແຍກແຍະຄົນເຫຼົ່ານີ້ ຫຼື ກຳນົດຄຸນລັກສະນະຂອງພວກເຂົາໄດ້. ນີ້ຄືການຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ເຖິງແມ່ນວ່າຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ທົ່ວໄປ ແລະ ແຍກແຍະໄດ້ງ່າຍບາງຢ່າງຈະເກີດຂຶ້ນ, ພວກເຂົາກໍບໍ່ສາມາດເວົ້າໄດ້ຢ່າງຊັດເຈນວ່າຄົນເຫຼົ່ານີ້ເປັນຄົນດີ ຫຼື ຄົນຊົ່ວຮ້າຍ ຫຼື ວ່າສິ່ງເຫຼົ່ານີ້ເປັນເລື່ອງທີ່ຍຸຕິທຳ ຫຼື ຊົ່ວຊ້າ. ພວກເຂົາບໍ່ຮູ້ວິທີຈຳແນກ ຫຼື ຈັດປະເພດພວກມັນ, ທັງບໍ່ຮູ້ວິທີຈັດແບ່ງພວກມັນ. ເຖິງແມ່ນວ່າຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກັບຄົນອື່ນແລ້ວ, ພວກເຂົາກໍຍັງບໍ່ສາມາດແຍກແຍະພວກມັນໄດ້. ໃນທີ່ສຸດ, ພວກເຂົາກໍໃຫ້ຄົນອື່ນຕັດສິນໃຈແທນພວກເຂົາ ໂດຍເວົ້າວ່າ: “ບໍ່ວ່າເຈົ້າຈະກຳນົດລັກສະນະຂອງພວກເຂົາວ່າແນວໃດ, ພວກເຂົາກໍເປັນແບບນັ້ນ. ຖ້າເຈົ້າກຳນົດລັກສະນະຂອງພວກເຂົາວ່າຍຸຕິທຳ, ແລ້ວພວກເຂົາກໍຍຸຕິທຳ; ຖ້າເຈົ້າກຳນົດລັກສະນະຂອງພວກເຂົາວ່າຊົ່ວຊ້າ, ແລ້ວພວກເຂົາກໍຊົ່ວຊ້າ”. ສະຫຼຸບສັ້ນໆກໍຄື ພວກເຂົາເອງບໍ່ສາມາດກຳນົດ ຫຼື ສະຫຼຸບໄດ້. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ເມື່ອໃດກໍຕາມທີ່ເວົ້າເຖິງການສະຫຼຸບ, ພວກເຂົາກໍສັບສົນ ແລະ ບໍ່ມີຫຍັງຈະເວົ້າ. ນີ້ບໍ່ແມ່ນການຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆບໍ? (ແມ່ນແລ້ວ). ເຖິງແມ່ນວ່າຈະເປັນປະກົດການພາຍນອກທີ່ງ່າຍດາຍທີ່ສຸດ, ຖ້າເຈົ້າຂໍໃຫ້ພວກເຂົາແຍກແຍະວ່າລັກສະນະຂອງມັນແມ່ນຫຍັງ ແລະ ຄຸນລັກສະນະຂອງມັນແມ່ນຫຍັງ, ພວກເຂົາກໍບໍ່ຮູ້. ເຖິງຢ່າງໃດກໍຕາມ, ພວກເຂົາມີການຄິດຄຳນວນໃນໃຈຂອງພວກເຂົາ; ພວກເຂົາຫຼີກລ່ຽງການສະຫຼຸບດ້ວຍຕົນເອງ ແຕ່ປ່ອຍໃຫ້ເຈົ້າຕັດສິນໃຈ. ພວກເຂົາສາມາດເວົ້າໄປໄດ້ເລື້ອຍໆ, ໂດຍເລົ່າຄືນສິ່ງທີ່ຄົນໆໜຶ່ງໄດ້ເວົ້າ ແລະ ເຮັດ. ແຕ່ຖ້າເຈົ້າຖາມພວກເຂົາວ່າ: “ຄົນຜູ້ນີ້ເປັນຜູ້ເຊື່ອທີ່ແທ້ຈິງແທ້ໆ ຫຼື ບໍ່? ລາວເປັນຄົນທີ່ມີຄວາມປາຖະໜາຢ່າງແຮງກ້າຕໍ່ພຣະເຈົ້າບໍ?” ພວກເຂົາກໍຕອບວ່າ: “ເອີ, ລາວເຊື່ອໃນພຣະເຈົ້າມາຫຼາຍກວ່າສິບປີແລ້ວ ແລະ ລາວໄດ້ປະຖິ້ມຄອບຄົວ ແລະ ອາຊີບຂອງລາວ. ເມື່ອລູກຂອງລາວອາຍຸສາມ ຫຼື ສີ່ປີ, ລາວໄດ້ຝາກນາງໄວ້ກັບອ້າຍເອື້ອຍນ້ອງ ແລະ ອອກຈາກບ້ານເພື່ອປະຕິບັດໜ້າທີ່ຂອງຕົນ”. ຖ້າເຈົ້າຖາມພວກເຂົາວ່າ: “ແລ້ວຄົນຜູ້ນີ້ເປັນຄົນທີ່ຍອມຮັບຄວາມຈິງບໍ?” ພວກເຂົາກໍຕອບວ່າ: “ເອີ, ນັບຕັ້ງແຕ່ລາວກາຍເປັນຜູ້ນໍາຄຣິສຕະຈັກ, ລາວກໍຕື່ນແຕ່ເຊົ້າ ແລະ ເຂົ້ານອນເດິກຫຼາຍ. ສ່ວນເລື່ອງທີ່ວ່າລາວເປັນຄົນທີ່ຍອມຮັບຄວາມຈິງ ຫຼື ບໍ່, ເມື່ອອ້າຍເອື້ອຍນ້ອງຊີ້ໃຫ້ເຫັນບັນຫາບາງຢ່າງຂອງລາວຄັ້ງໜຶ່ງ, ລາວກໍຮ້ອງໄຫ້ທັນທີ, ໂດຍເວົ້າວ່າລາວຮູ້ສຶກຜິດຕໍ່ພຣະເຈົ້າ ແລະ ເຮັດໄດ້ບໍ່ດີ”. “ແລະ ລາວໄດ້ກັບໃຈຫຼັງຈາກນັ້ນບໍ?” “ເອີ, ໃນເວລານັ້ນ, ທັດສະນະຄະຕິຂອງລາວກໍດີຫຼາຍ”. ພວກເຂົາມັກຈະຖົມຂໍ້ມູນໃສ່ເຈົ້າ, ສະແດງໃຫ້ເຈົ້າເຫັນວ່າພວກເຂົາມີຄວາມຮູ້ຄວາມສາມາດ, ວ່າພວກເຂົາຮູ້ທຸກຢ່າງ ແລະ ຮູ້ວິທີເບິ່ງຜູ້ຄົນ ແລະ ຢຸດບໍ່ໃຫ້ເຈົ້າປະເມີນພວກເຂົາຕໍ່າເກີນໄປ. ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ສາມາດແຍກແຍະຜູ້ຄົນໄດ້, ທັງບໍ່ສາມາດສະຫຼຸບໄດ້. ພວກເຂົາພຽງແຕ່ບອກເຈົ້າກ່ຽວກັບປະກົດການ ແລະ ຂໍ້ມູນຫຼາຍຢ່າງ, ປ່ອຍໃຫ້ເຈົ້າແຍກແຍະວ່າຄົນຜູ້ນີ້ເປັນຄົນປະເພດໃດ ແລະ ສະຫຼຸບກ່ຽວກັບຄົນຜູ້ນີ້ ແລະ ກຳນົດຄຸນລັກສະນະຂອງພວກເຂົາ. ເຈົ້າເວົ້າວ່າ: “ໂດຍພື້ນຖານແລ້ວ ຄົນຜູ້ນີ້ສາມາດຖືວ່າເປັນຄົນທີ່ຍອມຮັບຄວາມຈິງ. ລາວມີຄວາມກະຕືລືລົ້ນໃນຄວາມເຊື່ອໃນພຣະເຈົ້າ ແລະ ລາວເປັນຜູ້ເຊື່ອທີ່ແທ້ຈິງ. ມັນເປັນພຽງແຕ່ວ່າ, ເພາະວ່າລາວມີຂີດຄວາມສາມາດທີ່ບໍ່ດີ ແລະ ຂາດຄວາມສາມາດໃນການຢັ່ງຮູ້, ລາວຈຶ່ງບໍ່ສາມາດຊອກຫາຫຼັກການຂອງການປະຕິບັດໄດ້ເລີຍ ແລະ ບໍ່ສາມາດປະຕິບັດຄວາມຈິງໄດ້, ເຖິງແມ່ນວ່າລາວຈະເຕັມໃຈທີ່ຈະຍອມຮັບຄວາມຈິງກໍຕາມ”. ພວກເຂົາຕອບວ່າ: “ສຳລັບຂ້ານ້ອຍແລ້ວ ລາວເບິ່ງຄືວ່າບໍ່ແມ່ນຄົນທີ່ມີຄວາມສາມາດໃນການຢັ່ງຮູ້. ເມື່ອໃດກໍຕາມທີ່ລາວເວົ້າເຖິງບາງສິ່ງທີ່ບໍ່ໜ້າພໍໃຈ, ລາວກໍຮ້ອງໄຫ້, ມັນກໍເປັນທັດສະນະຄະຕິແບບເດີມສະເໝີ”. ເຫັນບໍ? ພວກເຂົາເອງບໍ່ມີຄວາມສາມາດໃນການແຍກແຍະສິ່ງຕ່າງໆ ແຕ່ພວກເຂົາກໍເກັ່ງຫຼາຍໃນການເວົ້າເສີມຄຳເວົ້າຂອງຄົນອື່ນ. ນັ້ນບໍ່ແມ່ນເລື່ອງທີ່ໜ້າລຳຄານບໍ? ການສະແດງອອກທີ່ພົບເຫັນໄດ້ທົ່ວໄປທີ່ສຸດຂອງຄົນທີ່ຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆກໍຄື ພວກເຂົາມັກຈະບອກເຈົ້າກ່ຽວກັບປະກົດການ, ຂໍ້ມູນ, ບັນຫາທີ່ຫຍຸ້ງຍາກ, ລຳດັບເຫດການ ຫຼື ທຸກສິ່ງທີ່ພວກເຂົາໄດ້ສັງເກດເຫັນກ່ຽວກັບສະຖານະການໃດໜຶ່ງທັງໝົດ, ຈາກນັ້ນພວກເຂົາກໍລໍຖ້າໃຫ້ເຈົ້າກຳນົດມັນ ແລະ ຫຼັງຈາກທີ່ເຈົ້າກຳນົດມັນແລ້ວ, ພວກເຂົາກໍຄິດວ່າຄຳກຳນົດຂອງເຈົ້າດີ ແລະ ສາມາດຍອມຮັບມັນໄດ້. ຫຼັງຈາກທີ່ຍອມຮັບມັນແລ້ວ, ພວກເຂົາກໍຍັງບໍ່ຮູ້ວ່າເປັນຫຍັງເຈົ້າຈຶ່ງກຳນົດມັນແບບນີ້. ພວກເຂົາບໍ່ຮູ້ພື້ນຖານ ຫຼື ຫຼັກການທີ່ຢູ່ເບື້ອງຫຼັງການສະຫຼຸບຂອງເຈົ້າ, ທັງບໍ່ຮູ້ວິທີປະຕິບັດຕໍ່ ຫຼື ຈັດການກັບຄົນປະເພດນັ້ນ. ພວກເຂົາບໍ່ຮູ້ຫຍັງກ່ຽວກັບສິ່ງເຫຼົ່ານີ້ເລີຍ. ເຖິງແມ່ນວ່າຫຼັງຈາກທີ່ໂອ້ລົມ ແລະ ສຶກສາແລ້ວ, ພວກເຂົາກໍຍັງບໍ່ເຂົ້າໃຈ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ມີຄວາມສາມາດໃນການແຍກແຍະສິ່ງຕ່າງໆ; ນີ້ຄືການສະແດງອອກເຖິງການບໍ່ມີຂີດຄວາມສາມາດ. ພວກເຂົາຍັງມັກຈະເຮັດຜິດພາດໃນການບິດເບືອນຂໍ້ເທັດຈິງ ແລະ ສັບສົນສິ່ງໜຶ່ງກັບອີກສິ່ງໜຶ່ງຢູ່ເລື້ອຍໆ. ບໍ່ວ່າພວກເຂົາຈະໃຫ້ຄຳເຫັນກ່ຽວກັບບັນຫາໃດກໍຕາມ, ພວກເຂົາກໍລົ້ມເຫຼວໃນການກຳແໜ້ນຮາກເຫງົ້າ ຫຼື ແກ່ນແທ້ຂອງເລື່ອງນັ້ນ ແຕ່ພັດສະຫຼຸບໂດຍອີງໃສ່ພຽງແຕ່ປະກົດການພາຍນອກ. ຕົວຢ່າງ: ພວກເຂົາພັນລະນາການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສວ່າເປັນການກະທຳຜິດ, ໂດຍເຊື່ອວ່າຕາບໃດທີ່ຜູ້ຕໍ່ຕ້ານພຣະຄຣິສຮັບຮູ້ມັນ, ພວກເຂົາກໍສາມາດປ່ຽນແປງຕົນເອງໄດ້. ຖ້າພວກເຂົາເຫັນຄົນຊື່ສັດເວົ້າຕົວະ, ພວກເຂົາກໍກຳນົດລັກສະນະຂອງພວກເຂົາວ່າເປັນຄົນເລ່ລ່ຽມ. ຖ້າພວກເຂົາເຫັນຄົນໃດໜຶ່ງອວດດີ ແລະ ຖືຕົນວ່າຊອບທຳ, ພວກເຂົາກໍກຳນົດລັກສະນະຂອງພວກເຂົາວ່າເປັນຄົນຊົ່ວຮ້າຍ. ສິ່ງເຫຼົ່ານີ້ຄືຄວາມຜິດພາດປະເພດທີ່ຄົນທີ່ຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆມັກຈະເຮັດ. ສຳລັບທຸກຄົນ, ຄວາມສາມາດໃນການແຍກແຍະສິ່ງຕ່າງໆແມ່ນຂີດຄວາມສາມາດປະເພດໜຶ່ງທີ່ພວກເຂົາຄວນມີ ເມື່ອປະເຊີນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໃນຊີວິດ. ຄວາມສາມາດໃນການແຍກແຍະສິ່ງຕ່າງໆບໍ່ພຽງແຕ່ກ່ຽວຂ້ອງກັບການແຍກແຍະແກ່ນແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເທົ່ານັ້ນ ແຕ່ຍັງກ່ຽວຂ້ອງກັບການກຳນົດຄຸນລັກສະນະຂອງພວກມັນອີກດ້ວຍ. ຍິ່ງເຈົ້າສາມາດກຳນົດຄຸນລັກສະນະເຫຼົ່ານີ້ໄດ້ຢ່າງຖືກຕ້ອງຫຼາຍສໍ່າໃດ, ມັນກໍຍິ່ງພິສູດໃຫ້ເຫັນວ່າເຈົ້າມີຄວາມສາມາດໃນການແຍກແຍະສິ່ງຕ່າງໆສູງຂຶ້ນສໍ່ານັ້ນ. ຖ້າການກຳນົດຂອງເຈົ້າບໍ່ຖືກຕ້ອງຫຼາຍ ແລະ ມີຊ່ອງຫວ່າງລະຫວ່າງການກຳນົດຂອງເຈົ້າກັບແກ່ນແທ້ ແລະ ຮາກເຫງົ້າຂອງເລື່ອງນັ້ນ, ມັນກໍພິສູດໃຫ້ເຫັນວ່າຄວາມສາມາດໃນການແຍກແຍະສິ່ງຕ່າງໆຂອງເຈົ້າແມ່ນລະດັບປານກາງ. ຖ້າເຈົ້າບໍ່ສາມາດກຳນົດຄຸນລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້, ທັງບໍ່ສາມາດເບິ່ງທະລຸເຖິງຄຸນລັກສະນະເຫຼົ່ານີ້ໄດ້, ມັນກໍພິສູດໃຫ້ເຫັນວ່າເຈົ້າບໍ່ມີຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ຕົວຢ່າງ: ສົມມຸດວ່າ, ເມື່ອເວົ້າເຖິງຄົນໆໜຶ່ງ, ເຈົ້າສາມາດພັນລະນາໄດ້ພຽງແຕ່ການສະແດງອອກ ແລະ ສິ່ງທີ່ເຜີຍໃຫ້ເຫັນຫຼາຍຢ່າງຂອງພວກເຂົາ ແຕ່ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງພວກເຂົາໄດ້. ນັ້ນກໍຄື, ເຈົ້າສາມາດເວົ້າໄດ້ພຽງແຕ່ວ່າຄົນຜູ້ນີ້ມັກຈະເປັນລົບແນວໃດ ຫຼື ພວກເຂົາມີຈຸດແຂງຫຍັງແດ່, ເຈົ້າສາມາດເວົ້າໄດ້ພຽງແຕ່ກ່ຽວກັບຫຼາຍສິ່ງທີ່ເກີດຂຶ້ນກັບຄົນຜູ້ນີ້ ແຕ່ເຈົ້າບໍ່ຮູ້ຈັກລັກສະນະ, ຂີດຄວາມສາມາດ ຫຼື ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ, ເຈົ້າບໍ່ສາມາດເບິ່ງທະລຸເຖິງບັນຫາທີ່ເປັນແກ່ນແທ້ເຫຼົ່ານີ້ໄດ້ ແລະ ເຈົ້າບໍ່ມີຄຳກຳນົດສຳລັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ປາກົດຂຶ້ນ ຫຼື ເກີດຂຶ້ນອ້ອມຮອບພວກເຂົາ. ບໍ່ວ່າສິ່ງດັ່ງກ່າວຈະຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ຍຸຕິທຳ ຫຼື ຊົ່ວຊ້າ, ເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ເປັນການສະແດງອອກເຖິງຄວາມເປັນມະນຸດທີ່ດີ ຫຼື ຄວາມເປັນມະນຸດທີ່ຊົ່ວຮ້າຍ, ເຈົ້າກໍບໍ່ສາມາດເບິ່ງທະລຸເຖິງ ຫຼື ແຍກແຍະສິ່ງໃດໃນເລື່ອງເຫຼົ່ານີ້ໄດ້. ບໍ່ວ່າເຈົ້າຈະໄດ້ຍິນຄວາມຈິງຫຼາຍສໍ່າໃດ ຫຼື ໄດ້ຟັງຄຳພະຍານຈາກປະສົບການຫຼາຍສໍ່າໃດກໍຕາມ, ເຈົ້າກໍຍັງບໍ່ສາມາດແຍກແຍະ ຫຼື ຈຳແນກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້; ໃນໃຈຂອງເຈົ້າ, ເຈົ້າບໍ່ມີຄຳກຳນົດສຳລັບຄົນ, ເຫດການ ຫຼື ສິ່ງຕ່າງໆປະເພດໃດເລີຍ. ນີ້ຄືການຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆ ແລະ ມັນກໍເປັນການສະແດງອອກເຖິງການບໍ່ມີຂີດຄວາມສາມາດເຊັ່ນກັນ.
ຖ້າຄົນທີ່ຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆບໍ່ມີການຮູ້ຈັກຕົນເອງ ແລະ ຍັງອວດດີ ແລະ ຖືຕົນວ່າຊອບທຳ, ຄວາມຜິດພາດທີ່ພວກເຂົາມີແນວໂນ້ມທີ່ຈະເຮັດຫຼາຍທີ່ສຸດແມ່ນຫຍັງ? ມັນຄືການຍຶດຕິດກັບການສະແດງອອກສອງສາມຢ່າງທີ່ຄົນອື່ນສະແດງອອກ ແລ້ວກໍຕິດປ້າຍ ແລະ ກຳນົດພວກເຂົາຕາມອຳເພີໃຈ. ຕົວຢ່າງ: ພວກເຂົາເຫັນວ່າບາງຄົນເອົາແຕ່ໃຈເລັກໜ້ອຍ ແລ້ວກໍເວົ້າວ່າພວກເຂົາເປັນຄືກັບຄົນຊົ່ວຮ້າຍ, ວ່າພວກເຂົາເປັນມານຮ້າຍ, ນີ້ບໍ່ແມ່ນຄວາມຜິດພາດອັນໃຫຍ່ຫຼວງບໍ? ຄົນເຫຼົ່ານັ້ນພຽງແຕ່ເອົາແຕ່ໃຈເລັກໜ້ອຍ ແລະ ເນື່ອງຈາກສະພາບຄອບຄົວ ຫຼື ສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນມາ, ພວກເຂົາຈຶ່ງສ້າງນິໄສການດຳລົງຊີວິດທີ່ບໍ່ດີບາງຢ່າງ ຫຼື ພັດທະນານິໄສທີ່ບໍ່ດີ ແລະ ຂໍ້ບົກຜ່ອງບາງຢ່າງ. ໂດຍລວມແລ້ວ, ລັກສະນະຂອງຄົນເຫຼົ່ານີ້ບໍ່ໄດ້ໃຈດີ ແຕ່ກໍບໍ່ໄດ້ຊົ່ວຮ້າຍເຊັ່ນກັນ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຖືກເອີ້ນວ່າເປັນຄົນຊົ່ວຮ້າຍໄດ້. ແຕ່ຜູ້ທີ່ຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆພັດຍຶດຕິດກັບສອງສາມສິ່ງທີ່ຄົນເຫຼົ່ານີ້ເວົ້າ ຫຼື ໜຶ່ງ ຫຼື ສອງສິ່ງທີ່ພວກເຂົາເຮັດ ແລ້ວກໍກຳນົດພວກເຂົາຢ່າງຫຼັບຫູຫຼັບຕາ ໂດຍເວົ້າວ່າ: “ຄົນຜູ້ນີ້ມີບຸກຄະລິກທີ່ແປກປະຫຼາດ, ບໍ່ມັກເຂົ້າສັງຄົມ ແລະ ເອົາແຕ່ໃຈ. ພວກເຂົາເປັນຄົນຊົ່ວຮ້າຍ”. ຄຳກຳນົດນີ້ຜິດ. ຄົນທີ່ຊົ່ວຮ້າຍຢ່າງແທ້ຈິງຈະເວົ້າຄຳເວົ້າທີ່ໜ້າຟັງ ແລະ ຍົວະເຍົ້າຜູ້ຄົນ; ພວກເຂົາມີກົນອຸບາຍ, ພວກເຂົາຈະປິດບັງ ແລະ ຫຼອກລວງ ແລະ ພວກເຂົາຈະປັ່ນຫົວຜູ້ຄົນ. ຄົນຊົ່ວຮ້າຍບາງຄົນເຖິງກັບສາມາດໃຫ້ທານ, ຊ່ວຍເຫຼືອຄົນອື່ນ ແລະ ສະແດງຄວາມອົດທົນໄດ້. ຜູ້ທີ່ຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆຈະເວົ້າເຖິງຄົນແບບນີ້ວ່າ: “ຄົນຜູ້ນີ້ດີຫຼາຍ, ພວກເຂົາເປັນຜູ້ເຊື່ອທີ່ແທ້ຈິງ” ແຕ່ໃນຄວາມເປັນຈິງແລ້ວ, ຄົນຜູ້ນັ້ນເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດ. ຜູ້ທີ່ຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງຜູ້ຄົນໄດ້, ໃນລະຫວ່າງການເລືອກຕັ້ງ, ພວກເຂົາເຖິງກັບລົງຄະແນນສຽງໃຫ້ຄົນຊົ່ວຮ້າຍກາຍເປັນຜູ້ນໍາ. ສິ່ງນີ້ທຽບເທົ່າກັບຫຍັງ? ມັນທຽບເທົ່າກັບການຊ່ວຍເຫຼືອ ແລະ ການສະໜັບສະໜູນຄວາມຊົ່ວຮ້າຍ. ຄົນຊົ່ວຮ້າຍບາງຄົນບໍ່ໄດ້ສະແດງຄວາມຊົ່ວຮ້າຍຂອງພວກເຂົາໃນພຶດຕິກຳຂອງພວກເຂົາ ແລະ ພວກເຂົາກໍບໍ່ໄດ້ສະແດງມັນອອກມາ. ຄວາມຊົ່ວຮ້າຍຂອງພວກເຂົາຢູ່ໃນໃຈຂອງພວກເຂົາ. ສິ່ງທີ່ພວກເຂົາເຮັດລ້ວນແຕ່ມີຈຸດປະສົງ ແລະ ເຈດຕະນາຂອງພວກເຂົາລ້ວນແຕ່ມີລັກສະນະທີ່ປິດບັງ. ສິ່ງທີ່ພວກເຂົາເຮັດເຊິ່ງເຈົ້າສາມາດເຫັນໄດ້ນັ້ນ ທີ່ຈິງແລ້ວບໍ່ໄດ້ສະທ້ອນເຖິງເຈດຕະນາທີ່ແທ້ຈິງຂອງພວກເຂົາ. ເຈດຕະນາ, ຈຸດປະສົງທີ່ແທ້ຈິງຂອງພວກເຂົາ ແລະ ຄວາມຊົ່ວຊ້າຂອງພວກເຂົາລ້ວນແຕ່ຖືກເຊື່ອງຊ້ອນຢູ່ໃນໃຈຂອງພວກເຂົາ. ຖ້າຄົນໆໜຶ່ງຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆ ແລະ ບໍ່ສາມາດແຍກແຍະຄົນແບບນັ້ນໄດ້, ພວກເຂົາກໍມີແນວໂນ້ມທີ່ຈະຖືວ່າຄົນເຫຼົ່ານັ້ນເປັນຄົນດີ, ເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ. ບາງຄົນມີບຸກຄະລິກທີ່ກົງໄປກົງມາ ແລະ ບໍ່ໃຊ້ກົນອຸບາຍໃດໆເມື່ອພວກເຂົາຄົບຫາກັບຄົນອື່ນ. ພວກເຂົາເວົ້າໃນລັກສະນະທີ່ກົງໄປກົງມາ ແລະ ຂ້ອນຂ້າງອາລົມຮ້ອນໃນແງ່ຂອງບຸກຄະລິກ ແລະ ອາລົມ. ທີ່ຈິງແລ້ວ ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ມີບັນຫາໃຫຍ່ຫຼວງຫຍັງ, ມັນເປັນພຽງແຕ່ວ່າບາງຄັ້ງນໍ້າສຽງໃນການເວົ້າຂອງພວກເຂົາກໍຂວານຜ່າຊາກ. ເຖິງຢ່າງໃດກໍຕາມ, ສິ່ງທີ່ພວກເຂົາສະແດງອອກມາກໍຄືສິ່ງທີ່ພວກເຂົາຄິດຢູ່ພາຍໃນຢ່າງແທ້ຈິງ, ບໍ່ວ່າພວກເຂົາຈະຄິດຫຍັງຢູ່ພາຍໃນກໍຄືສິ່ງທີ່ພວກເຂົາສະແດງອອກມາພາຍນອກ. ຄົນອື່ນມັກຈະຄິດວ່າຄົນເຫຼົ່ານີ້ບໍ່ຮູ້ວິທີປະຕິສຳພັນກັບທຸກຄົນ ຫຼື ວິທີເຂົ້າສັງຄົມ ແລະ ພວກເຂົາກໍບໍ່ຄຸ້ນເຄີຍກັບລັກສະນະການເວົ້າທີ່ຄົນເຫຼົ່ານີ້ໃຊ້. ຄົນແບບນັ້ນເວົ້າຂວານຜ່າຊາກ ແລະ ກົງໄປກົງມາເປັນພິເສດ ແລະ ພວກເຂົາມັກຈະທຳຮ້າຍຄົນອື່ນໂດຍບໍ່ຕັ້ງໃຈສະເໝີ. ເມື່ອເວລາຜ່ານໄປ, ພວກເຂົາກໍຈົບລົງດ້ວຍການທຳຮ້າຍທຸກຄົນ ແລະ ຜູ້ຄົນກໍບໍ່ມີຄວາມຮູ້ສຶກທີ່ດີຕໍ່ພວກເຂົາ. ບາງຄົນທີ່ຂາດການແຍກແຍະເວົ້າວ່າຄົນແບບນີ້ເປັນຄົນຊົ່ວຮ້າຍ ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ໄດ້ຊົ່ວຮ້າຍ. ເຈົ້າເວົ້າວ່າພວກເຂົາຊົ່ວຮ້າຍ, ແລ້ວກໍຈົ່ງນຳເອົາຂໍ້ເທັດຈິງທີ່ວ່າພວກເຂົາໄດ້ທໍລະມານຄົນອື່ນແນວໃດອອກມາ: ພວກເຂົາໄດ້ທໍລະມານ ຫຼື ກົດຂີ່ໃຜແດ່? ພວກເຂົາໄດ້ທຳຮ້າຍ ຫຼື ຫຼອກລວງໃຜແດ່? ຖ້າມີຫຼັກຖານທີ່ເປັນຂໍ້ເທັດຈິງທີ່ພິສູດວ່າຄົນຜູ້ນີ້ເປັນຄົນຊົ່ວຮ້າຍຢ່າງແທ້ຈິງ, ວ່າພວກເຂົາບໍ່ພຽງແຕ່ທຳຮ້າຍຄົນອື່ນດ້ວຍຄຳເວົ້າຂອງພວກເຂົາເທົ່ານັ້ນ, ວ່າຍັງມີຄວາມຊົ່ວຮ້າຍຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ວ່າພວກເຂົາເປັນອັນຕະລາຍຕໍ່ຄົນອື່ນຢ່າງແທ້ຈິງ, ແລ້ວພວກເຂົາກໍສາມາດຖືກກຳນົດລັກສະນະວ່າເປັນຄົນຊົ່ວຮ້າຍໄດ້. ຖ້າພວກເຂົາບໍ່ມີເຈດຕະນາທີ່ຈະທຳຮ້າຍຄົນອື່ນ, ແລ້ວພວກເຂົາກໍບໍ່ແມ່ນຄົນຊົ່ວຮ້າຍ. ພວກເຂົາພຽງແຕ່ມີບຸກຄະລິກທີ່ກົງໄປກົງມາ ແລະ ເວົ້າໃນລັກສະນະທີ່ຂວານຜ່າຊາກ, ນີ້ຄືສິ່ງທີ່ຕິດໂຕມາແຕ່ກຳເນີດ. ການເວົ້າຂວານຜ່າຊາກ, ຢ່າງຫຼາຍທີ່ສຸດກໍເປັນພຽງຂໍ້ບົກຜ່ອງ ແລະ ຈຸດອ່ອນໃນຄວາມເປັນມະນຸດຂອງພວກເຂົາ. ພວກເຂົາບໍ່ຮູ້ວິທີທີ່ຈະມີໄຫວພິບ ແລະ ວາງຕົວໃຫ້ເທົ່າທຽມກັບຄົນອື່ນເມື່ອພວກເຂົາເວົ້າ, ພວກເຂົາບໍ່ຮູ້ວິທີສະແດງຄວາມອົດທົນຕໍ່ຄົນອື່ນ, ວິທີປະນີປະນອມ ແລະ ອົດກັ້ນຕໍ່ຄົນອື່ນ, ວິທີໃສ່ໃຈຄວາມຮູ້ສຶກຂອງຄົນອື່ນ. ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ເລີຍ. ມີບາງສິ່ງທີ່ຂາດຫາຍໄປຈາກຄວາມເປັນມະນຸດຂອງພວກເຂົາ. ແຕ່ບາງຄົນທີ່ຂາດການແຍກແຍະພັດຖືວ່າບຸກຄົນດັ່ງກ່າວເປັນຄົນຊົ່ວຮ້າຍ. ໃນຄວາມເປັນຈິງແລ້ວ, ເມື່ອບຸກຄົນເຫຼົ່ານີ້ເຮັດສິ່ງຕ່າງໆ, ສ່ວນໃຫຍ່ແລ້ວພວກເຂົາກໍປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເຖິງແມ່ນວ່ານໍ້າສຽງຂອງພວກເຂົາຈະຂວານຜ່າຊາກເລັກໜ້ອຍເມື່ອພວກເຂົາເວົ້າກັບຄົນອື່ນ, ພວກເຂົາກໍບໍ່ໄດ້ທຳຮ້າຍໃຜ, ທັງບໍ່ມີເຈດຕະນາທີ່ຈະທຳຮ້າຍຜູ້ຄົນ. ມັນເປັນພຽງແຕ່ວ່າພວກເຂົາຂາດໄຫວພິບໃນການເວົ້າຂອງພວກເຂົາ ແລະ ບໍ່ພິຈາລະນາສະຖານະການເມື່ອເວົ້າ. ເນື່ອງຈາກຈຸດອ່ອນ ແລະ ຂໍ້ບົກຜ່ອງບາງຢ່າງໃນຄວາມເປັນມະນຸດຂອງບຸກຄົນດັ່ງກ່າວ, ຄົນອື່ນຫຼາຍຄົນຈຶ່ງເຂົ້າໃຈຜິດຄິດວ່າພວກເຂົາເປັນຄົນຊົ່ວຮ້າຍ ແຕ່ກໍບໍ່ສາມາດນຳເອົາຫຼັກຖານໃດໆທີ່ສະແດງວ່າພວກເຂົາເຮັດຄວາມຊົ່ວອອກມາໄດ້. ນີ້ຄືການຕັດສິນທີ່ຜິດພາດ, ເປັນການກຳນົດລັກສະນະທີ່ຜິດພາດຂອງບຸກຄົນດັ່ງກ່າວ. ເຖິງແມ່ນວ່າບຸກຄົນທີ່ຊົ່ວຮ້າຍຢ່າງແທ້ຈິງຈະບໍ່ທຳຮ້າຍຄົນອື່ນຢ່າງເປີດເຜີຍ, ພວກເຂົາໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນ ແລະ ຄຳເວົ້າຂອງພວກເຂົາສະແດງເຖິງຄວາມເຂົ້າໃຈ, ຄວາມຫ່ວງໃຍ, ຄວາມໃສ່ໃຈ ແລະ ການປະນີປະນອມ ແລະ ບຸກຄົນເຫຼົ່ານີ້ເຖິງກັບສະແດງຄວາມອົດທົນ ແລະ ຄວາມຮັກຕໍ່ຄົນອື່ນ ເຊິ່ງຄຳເວົ້າ ແລະ ການກະທຳຂອງພວກເຂົາເບິ່ງຄືວ່າດີຫຼາຍ ແຕ່ໃນສະຖານະການພິເສດບາງຢ່າງ ຫຼື ເລື່ອງພິເສດບາງຢ່າງ ແລະ ໃນເລື່ອງທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາສາມາດກົດຂີ່, ທຳຮ້າຍ ແລະ ວາງແຜນຮ້າຍຕໍ່ຄົນອື່ນຢ່າງລັບໆໄດ້ ແລະ ພວກເຂົາເຖິງກັບຈະບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ເຖິງແມ່ນວ່າບາງສິ່ງຈະບໍ່ກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາເອງ, ເຖິງແມ່ນວ່າພວກເຂົາພຽງແຕ່ຕ້ອງລົງມືເຮັດພຽງເລັກໜ້ອຍ, ພວກເຂົາກໍຍັງຈະບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ສິ່ງທີ່ບຸກຄົນດັ່ງກ່າວໃຊ້ຊີວິດຕາມຢູ່ພາຍນອກເບິ່ງຄືວ່າດີເປັນພິເສດ ແລະ ຈາກພາຍນອກແລ້ວ, ບໍ່ສາມາດເຫັນຂໍ້ບົກຜ່ອງ ຫຼື ຈຸດອ່ອນໃດໆໃນຄວາມເປັນມະນຸດຂອງພວກເຂົາໄດ້ ແຕ່ພວກເຂົາເປັນຄົນຊົ່ວຮ້າຍຢ່າງແທ້ຈິງ. ຫຼາຍຄົນບໍ່ສາມາດແຍກແຍະບຸກຄົນດັ່ງກ່າວໄດ້ ແລະ ຖືກປິດຕາໂດຍກົນອຸບາຍຂອງພວກເຂົາ, ປັດຊະຍາການດໍາລົງຊີວິດທາງໂລກຂອງພວກເຂົາ ແລະ ແຜນການ ແລະ ກົນອຸບາຍຂອງພວກເຂົາ. ຖ້າແກ່ນແທ້ທຳມະຊາດຂອງບຸກຄົນປະເພດນີ້ ແລະ ຂໍ້ເທັດຈິງຂອງການເຮັດຄວາມຊົ່ວຂອງພວກເຂົາຖືກເປີດໂປງ, ຄົນເຫຼົ່ານີ້ບໍ່ພຽງແຕ່ບໍ່ຍອມຮັບມັນເທົ່ານັ້ນ ແຕ່ພວກເຂົາຍັງຖືວ່າບຸກຄົນນັ້ນເປັນຄົນດີ, ເປັນຄົນທີ່ເຮືອນຂອງພຣະເຈົ້າຄວນບົ່ມເພາະ ແລະ ມອບບົດບາດສຳຄັນໃຫ້. ພວກເຂົາຂາດການແຍກແຍະບຸກຄົນດັ່ງກ່າວ. ບໍ່ຕ້ອງເວົ້າເຖິງເລື່ອງທີ່ວ່າຄົນເຫຼົ່ານີ້ສາມາດປະເມີນຄົນໆໜຶ່ງຕາມພຣະທຳຂອງພຣະເຈົ້າ ຫຼື ຫຼັກການຄວາມຈິງໄດ້ ຫຼື ບໍ່ ແລະ ພຽງແຕ່ເບິ່ງທີ່ຂີດຄວາມສາມາດຂອງພວກເຂົາ, ພວກເຂົາຖືວ່າແມ່ນແຕ່ບຸກຄົນທີ່ຊົ່ວຮ້າຍຢ່າງຊັດເຈນເຫຼົ່ານີ້ເປັນຄົນດີ ແລະ ເຖິງແມ່ນວ່າຈະມີຂໍ້ເທັດຈິງກ່ຽວກັບການເຮັດຄວາມຊົ່ວຂອງບຸກຄົນເຫຼົ່ານີ້, ພວກເຂົາກໍຍັງຖືວ່າພວກເຂົາເປັນຄົນດີ, ສິ່ງນີ້ໝາຍຄວາມວ່າພວກເຂົາເປັນຄົນເບົາປັນຍາຢ່າງສິ້ນເຊີງ. ຄົນທີ່ຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆບໍ່ພຽງແຕ່ປັນຍາອ່ອນ ແລະ ໂງ່ຈ້າເທົ່ານັ້ນ ແຕ່ຍັງເປັນຄົນເບົາປັນຍາອີກດ້ວຍ. ບຸກຄົນທີ່ຊົ່ວຮ້າຍເຫຼົ່ານີ້ໄດ້ກົດຂີ່ ແລະ ທໍລະມານຄົນອື່ນ ແລະ ໃຊ້ກົນອຸບາຍຕ່າງໆເພື່ອປັ່ນຫົວຜູ້ຄົນ ແຕ່ຄົນເຫຼົ່ານີ້ກໍບໍ່ຖືວ່າສິ່ງນີ້ເປັນຄວາມຊົ່ວຮ້າຍ ແລະ ບໍ່ສາມາດເຫັນໄດ້ວ່າມັນເປັນຄວາມຊົ່ວຮ້າຍ. ນອກຈາກນີ້, ຍັງມີການສະແດງອອກທີ່ຊັດເຈນຢ່າງໜຶ່ງຂອງຄົນຊົ່ວຮ້າຍ ນັ້ນກໍຄື ພວກເຂົາບໍ່ເຄີຍປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ, ແມ່ນແຕ່ຄັ້ງດຽວກໍບໍ່ເຄີຍ. ເຖິງແມ່ນວ່າພວກເຂົາພຽງແຕ່ຕ້ອງເວົ້າຄຳດຽວ ຫຼື ລົງມືເຮັດພຽງເລັກໜ້ອຍ, ພວກເຂົາກໍຍັງຈະບໍ່ປົກປ້ອງຜົນປະໂຫຍດເຫຼົ່ານັ້ນ, ຍິ່ງບໍ່ຕ້ອງເວົ້າເຖິງເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບຄວາມປອດໄພສ່ວນຕົວຂອງພວກເຂົາ ຫຼື ສະຖານະ ແລະ ຊື່ສຽງຂອງພວກເຂົາ, ໃນກໍລະນີດັ່ງກ່າວ ພວກເຂົາກໍຍິ່ງຈະບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ບາງຄົນບໍ່ສາມາດເບິ່ງທະລຸເຖິງບຸກຄົນທີ່ຊົ່ວຮ້າຍຢ່າງຊັດເຈນເຫຼົ່ານີ້ໄດ້. ບອກເຮົາເບິ່ງ, ຄົນແບບນັ້ນມີຂີດຄວາມສາມາດບໍ? ຄົນຊົ່ວຮ້າຍມີແກ່ນແທ້ທີ່ຊົ່ວຮ້າຍ; ພວກເຂົາຈະກົດຂີ່ທຸກຄົນ. ບໍ່ວ່າຈະເປັນໃຜກໍຕາມ, ຕາບໃດທີ່ຄົນໆໜຶ່ງສົ່ງຜົນກະທົບຕໍ່ສະຖານະ ຫຼື ຜົນປະໂຫຍດຂອງພວກເຂົາ, ແລ້ວຄົນຜູ້ນັ້ນກໍຈະກາຍເປັນເປົ້າໝາຍໃນການກົດຂີ່ຂອງພວກເຂົາ. ຜູ້ທີ່ຂາດການແຍກແຍະບໍ່ສາມາດເບິ່ງທະລຸເຖິງເລື່ອງເຫຼົ່ານີ້ໄດ້. ຄົນທີ່ຂາດການແຍກແຍະບໍ່ແມ່ນຄົນເບົາປັນຍາບໍ? (ແມ່ນແລ້ວ). ພວກເຂົາບໍ່ຮູ້ແມ່ນແຕ່ວ່າຄົນຊົ່ວຮ້າຍຈະກົດຂີ່ພວກເຂົາ ຫຼື ບໍ່, ບອກເຮົາເບິ່ງ, ຄົນແບບນັ້ນເປັນຄົນເບົາປັນຍາໃນລະດັບໃດ? ພວກເຂົາບໍ່ແມ່ນຄົນເບົາປັນຍາຢ່າງສິ້ນເຊີງບໍ? (ແມ່ນແລ້ວ). ຫຼັງຈາກທີ່ບຸກຄົນທີ່ຊົ່ວຮ້າຍບາງຄົນຖືກປົດອອກ, ບາງຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະສິ່ງຕ່າງໆເລີຍເຖິງກັບກ້າວອອກມາເພື່ອເວົ້າແທນພວກເຂົາ, ເພື່ອປົກປ້ອງພວກເຂົາ ແລະ ຮ້ອງໂວຍວາຍກ່ຽວກັບຄວາມບໍ່ຍຸຕິທຳທີ່ພວກເຂົາໄດ້ຮັບ, ພຽງແຕ່ຍ້ອນວ່າບຸກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນເຊື່ອໃນພຣະເຈົ້າມາຫຼາຍປີ, ມີພອນສະຫວັນບາງຢ່າງ, ມີວາທະສິນ, ມີກົນອຸບາຍ ແລະ ປະຖິ້ມສິ່ງຕ່າງໆ, ສະລະຕົນເອງ ແລະ ອົດທົນຕໍ່ຄວາມຍາກລຳບາກຢູ່ພາຍນອກ. ຄົນເຫຼົ່ານີ້ບໍ່ໄດ້ເວົ້າເຖິງວ່າບຸກຄົນທີ່ຊົ່ວຮ້າຍເຫຼົ່ານີ້ໄດ້ເຮັດຄວາມຊົ່ວຮ້າຍຫຼາຍສໍ່າໃດ. ແຕ່ພວກເຂົາພັດເວົ້າວ່າ: “ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີ, ຕິດຕາມພຣະເຈົ້າດ້ວຍຄວາມອຸທິດຕົນຢ່າງແນ່ວແນ່ ແລະ ອົດທົນຕໍ່ຄວາມຍາກລຳບາກຫຼາຍຢ່າງ. ພວກເຂົາເຖິງກັບຖືກຈັບກຸມໂດຍພະຍານາກໃຫຍ່ສີແດງ ແລະ ອົດທົນຕໍ່ການທໍລະມານ ແລະ ຮັບໂທດໃນຄຸກ ແລະ ພວກເຂົາຍັງໄດ້ຊ່ວຍເຫຼືອອ້າຍ ຫຼື ເອື້ອຍຄົນນັ້ນຄົນນີ້ອີກດ້ວຍ”. ພວກເຂົາເບິ່ງພຽງແຕ່ສິ່ງເຫຼົ່ານີ້ ແລະ ບໍ່ສົນໃຈການກະທຳທີ່ຊົ່ວຮ້າຍຂອງບຸກຄົນເຫຼົ່ານັ້ນ, ໂດຍບໍ່ກ່າວເຖິງວ່າພວກເຂົາໄດ້ເຮັດຄວາມຊົ່ວຮ້າຍຫຼາຍສໍ່າໃດ. ພວກເຂົາບໍ່ແມ່ນຄົນເບົາປັນຍາຫຼາຍບໍ? (ແມ່ນແລ້ວ). ຜູ້ທີ່ເປັນຄົນເບົາປັນຍາຢ່າງສິ້ນເຊີງນັ້ນເກີນກວ່າຈະຊ່ວຍໃຫ້ລອດພົ້ນໄດ້, ພວກເຂົາບໍ່ສາມາດປິ່ນປົວໄດ້. ຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະສິ່ງຕ່າງໆແມ່ນຄົນທີ່ບໍ່ມີຂີດຄວາມສາມາດ, ພວກເຂົາບໍ່ມີຄວາມສາມາດໃດໆເລີຍ. ຄົນແບບນັ້ນບໍ່ຮູ້ ແລະ ບໍ່ສາມາດແຍກແຍະໄດ້ວ່າບາງສິ່ງຖືກຕ້ອງ ຫຼື ບໍ່ຖືກຕ້ອງ ຫຼື ວ່າຄົນໆໜຶ່ງເປັນບຸກຄົນທີ່ເປັນບວກ ຫຼື ບຸກຄົນທີ່ເປັນລົບ. ພວກເຂົາບໍ່ສາມາດເຫັນແກ່ນແທ້ ແລະ ທຳມະຊາດຂອງຄົນໆໜຶ່ງໄດ້ຢ່າງຊັດເຈນ ຫຼື ສະຫຼຸບຄຸນລັກສະນະຂອງຄົນຜູ້ນັ້ນ ຜ່ານພຶດຕິກຳ, ການສະແດງອອກ, ການເປີດເຜີຍຄວາມເສື່ອມຊາມ ແລະ ຂໍ້ເທັດຈິງຫຼາຍຢ່າງກ່ຽວກັບການເຮັດຄວາມຊົ່ວຂອງພວກເຂົາ. ຕາບໃດທີ່ຄົນຜູ້ນັ້ນຍັງຢູ່ໃນຄຣິສຕະຈັກ, ຄົນເຫຼົ່ານີ້ກໍຈະປະຕິບັດຕໍ່ພວກເຂົາໃນຖານະອ້າຍ ຫຼື ເອື້ອຍ ແລະ ປະຕິບັດຕໍ່ພວກເຂົາດ້ວຍຄວາມຮັກຈາກໃຈ. ພວກເຂົາບໍ່ມີການແຍກແຍະໃຜເລີຍ ແລະ ພວກເຂົາບໍ່ສາມາດປະຕິບັດຕໍ່ໃຜຕາມຫຼັກການໄດ້. ຄົນແບບນັ້ນບໍ່ມີຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ພວກເຂົາບໍ່ຮູ້ ແລະ ບໍ່ສາມາດແຍກແຍະໄດ້ວ່າເລື່ອງຕ່າງໆນັ້ນຍຸຕິທຳ ຫຼື ຊົ່ວຊ້າ, ພວກມັນມີຜົນກະທົບທາງບວກ ຫຼື ທາງລົບຕໍ່ຜູ້ຄົນ ແລະ ພວກມັນຄວນຖືກຖືວ່າຖືກຕ້ອງ ແລະ ຍອມຮັບ ຫຼື ຖືກຖືວ່າບໍ່ຖືກຕ້ອງ ແລະ ຖືກແຍກແຍະ, ປະຕິເສດ ແລະ ຕໍ່ຕ້ານ. ເມື່ອເຈົ້າຍົກຕົວຢ່າງໃຫ້ພວກເຂົາເພື່ອອະທິບາຍເລື່ອງບາງຢ່າງ, ພວກເຂົາກໍຮູ້ວ່າເລື່ອງດັ່ງກ່າວບໍ່ດີ, ພວກມັນບໍ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ພວກມັນບໍ່ສາມາດນຳໃຊ້ໄດ້ໃນເຮືອນຂອງພຣະເຈົ້າ. ແຕ່ໃນຄັ້ງຕໍ່ໄປທີ່ເລື່ອງທີ່ຄ້າຍຄືກັນເກີດຂຶ້ນ, ພວກເຂົາກໍຍັງບໍ່ຮູ້ວິທີເຂົ້າຫາມັນ ແລະ ບໍ່ສາມາດນຳໃຊ້ຫຼັກການໄດ້, ພວກເຂົາເຂົ້າໃຈພຽງແຕ່ຖ້າເຈົ້າຍົກຕົວຢ່າງອື່ນໃຫ້ພວກເຂົາ. ເຈົ້າຕ້ອງອະທິບາຍເລື່ອງຕ່າງໆໃຫ້ພວກເຂົາຟັງເທື່ອລະຢ່າງ, ໂດຍໃຊ້ວິທີການສອນເດັກນ້ອຍໃຫ້ຮຽນຮູ້, ເພື່ອໃຫ້ພວກເຂົາເຂົ້າໃຈ. ນີ້ຄືການຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ບໍ່ວ່າຈະເປັນຄົນ ຫຼື ສິ່ງຂອງ, ພວກເຂົາກໍບໍ່ຮູ້ວ່າມັນຍຸຕິທຳ ຫຼື ຊົ່ວຊ້າ, ຖືກຕ້ອງ ຫຼື ບໍ່ຖືກຕ້ອງ, ເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ, ມັນສອດຄ່ອງກັບຄວາມຈິງ ແລະ ກັບຄວາມຕ້ອງການຂອງຄວາມເປັນມະນຸດ ຫຼື ບໍ່, ທັງບໍ່ຮູ້ວ່າຜູ້ເຊື່ອໃນພຣະເຈົ້າຄວນເບິ່ງມັນແນວໃດ, ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ເລີຍ. ນີ້ຄືການຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ແລ້ວພື້ນຖານສຳລັບການປະເມີນລະດັບຄວາມສາມາດໃນການແຍກແຍະສິ່ງຕ່າງໆຂອງຄົນໆໜຶ່ງແມ່ນຫຍັງ? ມັນອີງໃສ່ວ່າການກຳນົດຄຸນລັກສະນະຂອງສິ່ງຕ່າງໆຂອງເຈົ້າຖືກຕ້ອງ ຫຼື ບໍ່. ຖ້າການກຳນົດຂອງເຈົ້າຖືກຕ້ອງ, ແລ້ວເຈົ້າກໍມີຄວາມສາມາດໃນການແຍກແຍະສິ່ງຕ່າງໆ. ຖ້າຄວາມຖືກຕ້ອງຂອງການກຳນົດຄຸນລັກສະນະຂອງສິ່ງຕ່າງໆຂອງເຈົ້າສູງກວ່າຫ້າສິບເປີເຊັນ, ແລ້ວຄວາມສາມາດໃນການແຍກແຍະສິ່ງຕ່າງໆຂອງເຈົ້າກໍຢູ່ໃນລະດັບປານກາງ ຫຼື ສູງກວ່າປານກາງ. ຖ້າມັນບໍ່ຮອດຫ້າສິບເປີເຊັນ, ແລ້ວຄວາມສາມາດໃນການແຍກແຍະສິ່ງຕ່າງໆຂອງເຈົ້າກໍບໍ່ດີ. ຖ້າຄວາມຖືກຕ້ອງບໍ່ຮອດແມ່ນແຕ່ໜຶ່ງເປີເຊັນ, ແລ້ວເຈົ້າກໍບໍ່ມີຄວາມສາມາດໃນການແຍກແຍະສິ່ງຕ່າງໆ ແລະ ເປັນຄົນທີ່ບໍ່ມີຂີດຄວາມສາມາດ. ການທີ່ຄົນໆໜຶ່ງມີຄວາມສາມາດໃນການແຍກແຍະສິ່ງຕ່າງໆ ຫຼື ບໍ່ນັ້ນກໍຖືກແຍກແຍະດ້ວຍວິທີນີ້. ເຮົາຈະບໍ່ຍົກຕົວຢ່າງກ່ຽວກັບຄວາມສາມາດນີ້ອີກ. ພວກເຈົ້າສາມາດໂອ້ລົມກ່ຽວກັບມັນດ້ວຍຕົນເອງໄດ້, ເຮົາຈະປ່ອຍຫົວຂໍ້ນີ້ໃຫ້ພວກເຈົ້າ.
ຂໍ້ທີ 8: ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ
ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບຄວາມສາມາດທີແປດ, ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆແມ່ນວິທີທີ່ຄົນໆໜຶ່ງຮັບມືກັບເລື່ອງໃດໜຶ່ງ, ບໍ່ວ່າເລື່ອງນີ້ຈະເກີດຂຶ້ນແລ້ວ ຫຼື ເລື່ອງນີ້ເກີດຂຶ້ນຢ່າງກະທັນຫັນ ຫຼື ປັດໄຈຕ່າງໆຂອງເລື່ອງນີ້ມີການປ່ຽນແປງກໍຕາມ, ວິທີທີ່ຄົນໆໜຶ່ງຮັບມືກັບເລື່ອງນີ້ກໍຄືຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຂອງພວກເຂົາ. ແລ້ວຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆໂດຍຫຼັກໆແລ້ວໝາຍເຖິງຫຍັງ? ມັນໝາຍເຖິງຄວາມສາມາດໃນການແຍກແຍະ, ການຕັດສິນ, ການປະຕິບັດຕໍ່ ແລະ ການຈັດການກັບເລື່ອງໃດໜຶ່ງຂອງເຈົ້າ. ເມື່ອເຈົ້າພົບພໍ້ກັບບຸກຄົນ, ເຫດການ ແລະ ສິ່ງຂອງ, ລັກສະນະຂອງມັນແມ່ນຫຍັງ? ມັນເປັນສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? ຄວນປະເຊີນໜ້າ ແລະ ຈັດການກັບສິ່ງປະເພດນີ້ແນວໃດ? ເມື່ອມັນເກີດຂຶ້ນຢ່າງກະທັນຫັນ, ຄວນຮຽນຮູ້ບົດຮຽນຫຍັງແດ່? ເຈດຕະນາດີຂອງພຣະເຈົ້າແມ່ນຫຍັງ? ຖ້າສິ່ງປະເພດນີ້ສາມາດສ້າງຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ, ແລ້ວຄວນຈັດການກັບມັນແນວໃດໃນວິທີທີ່ສອດຄ່ອງກັບຫຼັກການ ແລະ ແກ້ໄຂຜົນສະທ້ອນຂອງຄວາມເສຍຫາຍທີ່ເກີດຂຶ້ນ, ເຮັດໃຫ້ມັນບໍ່ນຳເອົາອັນຕະລາຍມາສູ່ວຽກງານຂອງຄຣິສຕະຈັກອີກຕໍ່ໄປ, ພ້ອມທັງຢຸດຢັ້ງຜົນກະທົບທາງລົບບໍ່ໃຫ້ພັດທະນາຕໍ່ໄປ? ຖ້າເມື່ອປະເຊີນກັບບຸກຄົນ, ເຫດການ ແລະ ສິ່ງຂອງ, ເຈົ້າສາມາດຕັດສິນແກ່ນແທ້ ແລະ ສາເຫດຕົ້ນຕໍຂອງເລື່ອງດັ່ງກ່າວ ພ້ອມທັງຫຼັກການ ແລະ ແຜນການສຳລັບການຈັດການກັບພວກມັນໄດ້ຢ່າງຖືກຕ້ອງ ໂດຍອີງໃສ່ຫຼັກການແຫ່ງການແຍກແຍະທີ່ເຈົ້າໄດ້ກຳແໜ້ນ ແລະ ຫຼັກການຄວາມຈິງທີ່ເຈົ້າຮູ້, ແລ້ວເຈົ້າກໍເປັນຄົນທີ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ, ເຊິ່ງຍັງໝາຍຄວາມວ່າເຈົ້າເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ຕົວຢ່າງ: ເມື່ອມີເລື່ອງໃດໜຶ່ງເກີດຂຶ້ນຕໍ່ໜ້າເຈົ້າຢ່າງກະທັນຫັນ, ເຈົ້າຄວນປະເຊີນໜ້າກັບມັນແນວໃດ? ກ່ອນອື່ນໝົດ, ເຈົ້າຄວນເບິ່ງໃຫ້ຊັດເຈນວ່າມັນອາດຈະພັດທະນາໄປໃນທິດທາງໃດ, ມັນຈະນຳເອົາຜົນສະທ້ອນຫຍັງມາໃຫ້ຖ້າມັນຍັງສືບຕໍ່ພັດທະນາ, ສາເຫດຕົ້ນຕໍຂອງການເກີດຂຶ້ນຂອງມັນຢູ່ໃສ, ແກ່ນແທ້ຂອງມັນແມ່ນຫຍັງ, ເຈົ້າຕ້ອງສາມາດແຍກແຍະ ແລະ ເບິ່ງເຫັນສິ່ງທັງໝົດນີ້ໄດ້ຢ່າງຊັດເຈນ. ກຳນົດລັກສະນະຂອງເລື່ອງນັ້ນຜ່ານການແຍກແຍະ ແລະ ຈາກນັ້ນກໍຊອກຫາແຜນການສຳລັບການຈັດການກັບມັນໃນທັນທີ. ຄວນຈັດການກັບເລື່ອງນັ້ນແນວໃດ, ໃຜເປັນຫົວໂຈກ, ໃຜເປັນຜູ້ຕິດຕາມ, ໃຜເປັນພາກສ່ວນທີ່ຮັບຜິດຊອບຫຼັກ, ໃຜຄວນແບກຮັບຄວາມຮັບຜິດຊອບຫຼັກ, ວິທີຈັດການກັບພາກສ່ວນທີ່ຮັບຜິດຊອບ, ເຈົ້າຕ້ອງພິຈາລະນາໃຫ້ເຂົ້າໃຈບັນຫາທັງໝົດເຫຼົ່ານີ້. ນອກຈາກນີ້, ເມື່ອຈັດການກັບບັນຫາ, ເຈົ້າຕ້ອງຫຼຸດຜ່ອນຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ ແລະ ຍັງຕ້ອງຈັດແຈງ ແລະ ປັບປ່ຽນບຸກຄະລາກອນໃໝ່. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຂໍ້ຜິດພາດຈະສາມາດຖືກດັດແກ້ໄດ້ໂດຍທັນທີ, ບັນຫາຖືກແກ້ໄຂຢ່າງຄົບຖ້ວນ ແລະ ສະຖານະການຖືກກອບກູ້, ເຮັດໃຫ້ສິ່ງຕ່າງໆສາມາດພັດທະນາໄປໃນທິດທາງທີ່ຖືກຕ້ອງ ແລະ ເປັນປະໂຫຍດ. ສະຫຼຸບແລ້ວ, ຖ້າເຈົ້າສາມາດພິຈາລະນາປັດໄຈຕ່າງໆທັງໝົດທີ່ກ່ຽວຂ້ອງກັບເລື່ອງນີ້ ແລະ ຈາກນັ້ນກໍມີວິທີການປະຕິບັດຕໍ່ທີ່ຖືກຕ້ອງ, ດ້ວຍຫຼັກການທີ່ຖືກຕ້ອງ ແລະ ແມ່ນຍຳສຳລັບການຈັດການກັບມັນ, ສິ່ງນີ້ເອີ້ນວ່າການມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ ແລະ ນັ້ນໝາຍຄວາມວ່າເຈົ້າເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ແນ່ນອນວ່າ, ວິທີການສຳລັບການປະຕິບັດຕໍ່ເລື່ອງນີ້ ແລະ ຫຼັກການສຳລັບການຈັດການກັບມັນອາດຈະເປັນຂໍ້ສະຫຼຸບ ແລະ ການວາງລັກສະນະທີ່ເຈົ້າໄດ້ຮັບຜ່ານການຕິດຕໍ່ ແລະ ການໂອ້ລົມກັບຄົນທີ່ຮູ້ກ່ຽວກັບສະຖານະການ ຫຼື ຜ່ານການຮ່ວມມື ແລະ ການໂອ້ລົມກັບທຸກຄົນ. ຖ້າເຈົ້າສາມາດກຳນົດລັກສະນະ, ຫາຂໍ້ສະຫຼຸບ, ກຳນົດວິທີແກ້ໄຂ ແລະ ຈັດການກັບບັນຫາຢ່າງເໝາະສົມໃນທີ່ສຸດ ໂດຍການກວດສອບຂະບວນການຂອງສະຖານະການຕົວຈິງ ແລະ ຈາກນັ້ນກໍຂໍຄຳແນະນຳຈາກອ້າຍເອື້ອຍນ້ອງທີ່ເຂົ້າໃຈເລື່ອງປະເພດນີ້, ໂດຍເຮັດສຳເລັດການປັບປ່ຽນບຸກຄະລາກອນ, ຊົດເຊີຍຄວາມເສຍຫາຍທີ່ເກີດຈາກເລື່ອງນີ້ ແລະ ຈາກນັ້ນກໍປັບປ່ຽນວຽກງານຂອງຄຣິສຕະຈັກເພື່ອບໍ່ໃຫ້ມັນພັດທະນາໄປໃນທິດທາງທີ່ເປັນອັນຕະລາຍອີກຕໍ່ໄປ, ແລ້ວສິ່ງນີ້ກໍເອີ້ນວ່າການມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ຖ້າເຈົ້າສາມາດຈັດການກັບເລື່ອງຕ່າງໆໄດ້ໃນລະດັບນີ້, ກໍຖືວ່າເຈົ້າມີຂີດຄວາມສາມາດທີ່ດີ. ແນ່ນອນວ່າ, ການມີຂີດຄວາມສາມາດທີ່ດີບໍ່ໄດ້ໝາຍຄວາມວ່າ ເມື່ອຄົນໆໜຶ່ງພົບພໍ້ກັບເລື່ອງໃດໜຶ່ງ ພວກເຂົາຈະສາມາດເບິ່ງທະລຸມັນໄດ້ໃນທັນທີ, ຕັດສິນໃຈໄດ້ຢ່າງວ່ອງໄວ ແລະ ຈັດການກັບມັນໃນລັກສະນະທີ່ຮອບດ້ານ ແລະ ເໝາະສົມ, ສິ່ງນີ້ບໍ່ຈຳເປັນຕ້ອງເປັນແບບນັ້ນສະເໝີໄປ. ຄົນເຮົາຈັດການກັບບັນຫາຕ້ອງມີຂະບວນການ; ພວກເຂົາຈຳເປັນຕ້ອງເຂົ້າໃຈດ້ານຕ່າງໆຂອງເລື່ອງນັ້ນ ເພື່ອໃຫ້ພວກເຂົາເບິ່ງທະລຸເຖິງແກ່ນແທ້ຂອງສິ່ງຕ່າງໆ. ຜູ້ຄົນມີເລືອດເນື້ອ, ພວກເຂົາເຮັດສິ່ງຕ່າງໆພາຍໃນຂອບເຂດຂອງຄວາມເປັນມະນຸດ ແລະ ມັນຈຳເປັນຕ້ອງມີຂະບວນການ. ສິ່ງນີ້ບໍ່ຄືກັບການເຮັດວຽກຂອງພຣະວິນຍານຂອງພຣະເຈົ້າ, ພຣະວິນຍານຂອງພຣະເຈົ້າກວດສອບທົ່ວທັງແຜ່ນດິນໂລກຢ່າງຄອບຄຸມທຸກສິ່ງ; ພຣະເຈົ້າສາມາດເບິ່ງເຫັນແກ່ນແທ້ ແລະ ສາເຫດຕົ້ນຕໍຂອງທຸກສິ່ງ ແລະ ທຸກບັນຫາໄດ້ສະເໝີ. ເມື່ອຜູ້ຄົນບໍ່ສາມາດເບິ່ງທະລຸເຖິງສິ່ງທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງເລື່ອງຕ່າງໆ, ພວກເຂົາກໍຈະຖືກຫຼອກລວງ ແລະ ຖືກປິດບັງໄດ້ງ່າຍ. ເປັນເພາະເຫດຜົນນີ້ຢ່າງແນ່ນອນ, ຜູ້ຄົນຈຶ່ງຈຳເປັນຕ້ອງກວດສອບສະພາບທີ່ແທ້ຈິງຂອງເລື່ອງຕ່າງໆທີ່ຢູ່ເບື້ອງຫຼັງຢ່າງເລິກເຊິ່ງ. ຫຼັງຈາກທີ່ເຂົ້າໃຈສະຖານະການຕົວຈິງທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງເລື່ອງໃດໜຶ່ງແລ້ວ, ຖ້າເຈົ້າສາມາດຈັດການກັບບັນຫາ, ແກ້ໄຂການບ່ຽງເບນ, ປັບປ່ຽນຜູ້ທີ່ຮັບຜິດຊອບໂດຍກົງ ແລະ ບຸກຄະລາກອນທີ່ເຮັດວຽກຢ່າງເໝາະສົມ ແລະ ຮັບປະກັນການດຳເນີນງານທີ່ເປັນປົກກະຕິຂອງວຽກງານໄດ້ໂດຍທັນທີ, ແລ້ວສິ່ງນີ້ກໍພິສູດວ່າເຈົ້າມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ໂດຍສະເພາະເມື່ອພົບພໍ້ກັບເຫດການທີ່ເກີດຂຶ້ນຢ່າງກະທັນຫັນ, ຖ້າເຈົ້າສາມາດຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆຕາມຫຼັກການ, ສິ່ງນີ້ກໍພິສູດວ່າເຈົ້າເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ຄົນທີ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆໃນລະດັບປານກາງ, ເມື່ອພວກເຂົາພົບພໍ້ກັບສະຖານະການປົກກະຕິ ແລະ ທົ່ວໄປ, ພວກເຂົາສາມາດເຮັດບາງສິ່ງຕາມຂັ້ນຕອນ ແລະ ຕາມກິດຈະວັດໄດ້, ແຕ່ຜົນທີ່ພວກເຂົາໄດ້ຮັບນັ້ນແມ່ນປານກາງ, ພວກເຂົາບໍ່ບັນລຸຄວາມກ້າວໜ້າ ຫຼື ມີຄວາມຄືບໜ້າທີ່ສຳຄັນໃດໆ. ທັນທີທີ່ພວກເຂົາພົບພໍ້ກັບສະຖານະການພິເສດ ຫຼື ເຫດການທີ່ເກີດຂຶ້ນຢ່າງກະທັນຫັນ, ພວກເຂົາກໍສັບສົນ ແລະ ບໍ່ສາມາດຈັດການກັບພວກມັນໄດ້. ຕົວຢ່າງ: ເມື່ອບາງຄົນເທດສະໜາຂ່າວປະເສີດ, ພວກເຂົາສາມາດຮັບເອົາຜູ້ຄົນໄດ້ສອງສາມຄົນໃນແຕ່ລະເດືອນພາຍໃຕ້ສະຖານະການປົກກະຕິ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຂີດຄວາມສາມາດລະດັບປານກາງ ແລະ ຜົນຂອງການເທດສະໜາຂ່າວປະເສີດຂອງພວກເຂົາກໍປານກາງເຊັ່ນກັນ, ບໍ່ໄດ້ດີເປັນພິເສດ. ຖ້າມີເຫດການທີ່ພວກຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດເກີດຂຶ້ນໃນຄຣິສຕະຈັກຢ່າງກະທັນຫັນ, ຜູ້ເຮັດວຽກຂ່າວປະເສີດເຫຼົ່ານີ້ກໍຈະສັບສົນ ແລະ ບໍ່ຮູ້ວ່າຈະເຮັດແນວໃດ. ວຽກງານຂ່າວປະເສີດຢຸດສະງັກ ແລະ ພວກເຂົາບໍ່ຮູ້ວ່າພວກເຂົາຄວນສືບຕໍ່ເທດສະໜາ ຫຼື ລໍຖ້າການຈັດແຈງວຽກງານ. ພວກເຂົາບໍ່ຮູ້ວິທີສະແຫວງຫາຫຼັກການຂອງວຽກງານການເທດສະໜາຂ່າວປະເສີດ. ໃນການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ມັກຈະມີການກ່າວສະເໝີວ່າ: “ວຽກງານຂ່າວປະເສີດຕ້ອງບໍ່ຢຸດສະງັກໃນເວລາໃດກໍຕາມ ຫຼື ພາຍໃຕ້ສະຖານະການໃດກໍຕາມ”. ແຕ່ພຽງແຕ່ຍ້ອນພົບພໍ້ກັບເຫດການທີ່ພວກຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ, ພວກເຂົາກໍຢຸດວຽກງານຂ່າວປະເສີດ. ພວກເຂົາກຳລັງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຈົງຮັກພັກດີບໍ? ພວກເຂົາເຮັດບໍ່ໄດ້ເຖິງຂັ້ນນັ້ນ. ພວກເຂົາກຳລັງອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າບໍ? ພວກເຂົາກໍເຮັດບໍ່ໄດ້ເຖິງຂັ້ນນັ້ນເຊັ່ນກັນ. ເມື່ອພວກເຂົາພົບພໍ້ກັບພວກຕໍ່ຕ້ານພຣະຄຣິສ ຫຼື ຜູ້ນໍາປອມທີ່ກະທຳຜິດຢ່າງບໍ່ຢ້ານກົວ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ພວກເຂົາກໍສັບສົນ. ພວກເຂົາບໍ່ຮູ້ຈັກຖາມຜູ້ທີ່ເຂົ້າໃຈຄວາມຈິງວ່າພວກເຂົາຄວນຈັດການກັບເລື່ອງທີ່ພວກເຂົາພົບພໍ້ນີ້ແນວໃດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍຍິ່ງບໍ່ຮູ້ຈັກຊອກຫາຫຼັກການຂອງການປະຕິບັດ ແລະ ເສັ້ນທາງແຫ່ງການປະຕິບັດໃນພຣະທຳຂອງພຣະເຈົ້າ. ພວກເຂົາຂາດຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆນີ້. ຜູ້ນໍາຄຣິສຕະຈັກບາງຄົນ, ເມື່ອພວກເຂົາເຫັນຜູ້ຕໍ່ຕ້ານພຣະຄຣິສເຜີຍແຜ່ຄວາມຄາດເຄື່ອນເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ພວກເຂົາກໍບໍ່ຮູ້ວິທີໂອ້ລົມກ່ຽວກັບຄວາມຈິງເພື່ອຫັກລ້າງຄວາມຄາດເຄື່ອນເຫຼົ່ານັ້ນ. ພວກເຂົາບໍ່ຮູ້ວ່າຈະເຮັດແນວໃດ ແຕ່ກໍເອົາແຕ່ອະທິຖານວ່າ: “ໂອ້ ພຣະເຈົ້າ, ຂໍຊົງຜູກມັດຊາຕານ, ຂໍຊົງປິດປາກຊາຕານ ແລະ ຢຸດຢັ້ງມັນຈາກການເຜີຍແຜ່ຄວາມຄາດເຄື່ອນເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ຂໍຊົງຊ່ວຍຄົນທີ່ໂງ່ຈ້າ ແລະ ເບົາປັນຍາເຫຼົ່ານັ້ນໃຫ້ລອດພົ້ນ ແລະ ຢຸດຢັ້ງພວກເຂົາຈາກການຖືກເຮັດໃຫ້ຫຼົງຜິດໂດຍຜູ້ຕໍ່ຕ້ານພຣະຄຣິສ. ໂອ້ ພຣະເຈົ້າ, ຂໍຊົງນຳພວກເຂົາກັບຄືນມາແດ່ທ້ອນ!” ການອະທິຖານພຽງຢ່າງດຽວ ແລະ ບໍ່ສະແຫວງຫາຄວາມຈິງ, ສິ່ງນີ້ສາມາດແກ້ໄຂບັນຫາໄດ້ບໍ? ຖ້າຜູ້ຄົນບໍ່ຮ່ວມມື ແລະ ບໍ່ປະຕິບັດໜ້າທີ່ຂອງຕົນ, ມັນກໍໄຮ້ປະໂຫຍດ. ມີຫຼາຍສິ່ງທີ່ຜູ້ຄົນຄວນເຮັດ. ກ່ອນອື່ນໝົດ, ພວກເຂົາຄວນເບິ່ງວ່າຜູ້ຕໍ່ຕ້ານພຣະຄຣິສຄົນນີ້ມີພູມຫຼັງປະເພດໃດ, ພວກເຂົາສະແດງລັກສະນະໃດແດ່ ແລະ ພວກເຂົາເພິ່ງພາຫຍັງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ; ພວກເຂົາຍັງຄວນເບິ່ງວ່າມີຄົນທີ່ມີຂີດຄວາມສາມາດທີ່ດີທີ່ສາມາດຍອມຮັບຄວາມຈິງໃນໝູ່ຜູ້ທີ່ຖືກເຮັດໃຫ້ຫຼົງຜິດ ຫຼື ບໍ່ ແລະ ຟ້າວກອບກູ້ພວກເຂົາຄືນມາ. ນີ້ຄືວຽກງານທີ່ຄວນເຮັດກ່ອນ. ແຕ່ຜູ້ນໍາຄຣິສຕະຈັກເຫຼົ່ານີ້ບໍ່ຮູ້ເລື່ອງນີ້ ແລະ ບໍ່ຮູ້ວິທີເຮັດວຽກໃນລັກສະນະນີ້. ພວກເຂົາພຽງແຕ່ສັບສົນ, ກະທືບຕີນດ້ວຍຄວາມກະວົນກະວາຍ. ບາງຄົນທີ່ໄຮ້ປະໂຫຍດເຖິງກັບຮ້ອງໄຫ້ຍ້ອນຄວາມກະວົນກະວາຍ. ການຮ້ອງໄຫ້ມີປະໂຫຍດຫຍັງ? ການຮ້ອງໄຫ້ສາມາດກອບກູ້ຜູ້ທີ່ຖືກເຮັດໃຫ້ຫຼົງຜິດຄືນມາໄດ້ບໍ? ການຮ້ອງໄຫ້ບໍ່ແມ່ນການເຮັດວຽກ, ທັງບໍ່ໄດ້ສະແດງວ່າເຈົ້າກຳລັງແບກຮັບພາລະ. ມັນເປັນການສະແດງອອກເຖິງຄວາມໄຮ້ຄວາມສາມາດ. ຄົນທີ່ມີຂີດຄວາມສາມາດ, ເມື່ອພົບພໍ້ກັບເລື່ອງດັ່ງກ່າວ, ກ່ອນອື່ນໝົດພວກເຂົາຈະຕັ້ງສະຕິ. ຫຼັງຈາກທີ່ອະທິຖານ, ສະແຫວງຫາ, ວິເຄາະ ແລະ ຕັດສິນ ແລະ ຈາກນັ້ນກໍໂອ້ລົມ, ໃນທີ່ສຸດພວກເຂົາກໍຕັດສິນໃຈ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີ, ເມື່ອພວກເຂົາພົບພໍ້ກັບເລື່ອງຕ່າງໆ, ພວກເຂົາກໍສັບສົນ: ພວກເຂົາບໍ່ຮູ້ຈັກອະທິຖານ ແລະ ສະແຫວງຫາ, ທັງບໍ່ຮູ້ວິທີຊອກຫາຄົນສອງສາມຄົນທີ່ເຂົ້າໃຈຄວາມຈິງເພື່ອໂອ້ລົມນຳ; ພວກເຂົາພຽງແຕ່ລໍຖ້າຢ່າງເສີຍເມີຍ. ສິ່ງນີ້ເຮັດໃຫ້ເລື່ອງຕ່າງໆຊັກຊ້າທີ່ສຸດ. ເຈົ້າບໍ່ມີວິທີແກ້ໄຂ, ແຕ່ບາງທີຄົນອື່ນອາດຈະມີ, ເປັນຫຍັງຈຶ່ງບໍ່ຊອກຫາຄົນອື່ນເພື່ອຂໍຄວາມຊ່ວຍເຫຼືອ? ຄົນສະຫຼາດ, ເຖິງແມ່ນວ່າໃນຂະນະທີ່ລໍຖ້າ, ກໍບໍ່ລືມທີ່ຈະບັນລຸໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນເອງ. ການບັນລຸໜ້າທີ່ ແລະ ຄວາມຮັບຜິດຊອບນີ້ແມ່ນການກະທຳຢ່າງຫ້າວຫັນ, ບໍ່ແມ່ນແບບເສີຍເມີຍ. ມັນບໍ່ແມ່ນການລໍຖ້າໃຫ້ພຣະເຈົ້າອອກຄຳສັ່ງ ຫຼື ໃຫ້ພຣະເຈົ້າລົງມືກະທຳດ້ວຍພຣະອົງເອງເພື່ອປ່ຽນແປງສະຖານະການ. ແຕ່ມັນຄືການພະຍາຍາມທຸກວິທີທາງເພື່ອກອບກູ້ຜູ້ທີ່ສາມາດກອບກູ້ໄດ້ໃນລະຫວ່າງໄລຍະເວລາລໍຖ້າ. ສຳລັບຜູ້ທີ່ບໍ່ສາມາດກອບກູ້ໄດ້ ເຊັ່ນ: ຄົນໂງ່ທີ່ເບົາປັນຍາ, ຜູ້ທີ່ຖືກຜີຮ້າຍສິງ ແລະ ຜູ້ບໍ່ເຊື່ອທີ່ເຊື່ອໃນພຣະເຈົ້າພຽງເພື່ອຕາມນໍ້າ ແລະ ອາໄສຄຣິສຕະຈັກຫາກິນ, ກໍບໍ່ຕ້ອງໄປສົນໃຈພວກເຂົາ. ສຳລັບຜູ້ທີ່ບໍ່ໄດ້ຖືກປິດບັງ, ຕ້ອງຟ້າວຈັດແຈງໃຫ້ຄົນໃດໜຶ່ງໂອ້ລົມກ່ຽວກັບຄວາມຈິງ ແລະ ເວົ້າກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິສກັບພວກເຂົາ. ນີ້ບໍ່ແມ່ນແຜນການສຳລັບການຈັດການກັບສະຖານະການບໍ? ນີ້ຄືມາດຕະການຕອບສະໜອງ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີບໍ່ມີມາດຕະການຕອບສະໜອງດັ່ງກ່າວ; ພວກເຂົາຮູ້ພຽງແຕ່ວິທີຮ້ອງໄຫ້ ແລະ ຈົ່ມວ່າ. ນີ້ຄືການຂາດຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ຖ້າໃນສະຖານະການທົ່ວໄປ, ຄົນໆໜຶ່ງສາມາດເຮັດວຽກໄດ້ຕາມປົກກະຕິ, ແຕ່ເມື່ອພວກເຂົາພົບພໍ້ກັບສະຖານະການພິເສດ, ພວກເຂົາກໍອຶ້ງ ແລະ ສັບສົນ, ແລ້ວຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຂອງຄົນປະເພດນີ້ກໍຢ່າງຫຼາຍທີ່ສຸດແມ່ນລະດັບປານກາງ. ຖ້າແມ່ນແຕ່ສະຖານະການທົ່ວໄປກໍບໍ່ສາມາດຈັດການໄດ້, ຄົນປະເພດນີ້ກໍບໍ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆເລີຍ. ຕົວຢ່າງ: ຖ້າພວກເຂົາຖືກສົ່ງໄປທີ່ຄຣິສຕະຈັກເພື່ອຈັດຕັ້ງການເລືອກຕັ້ງຜູ້ນໍາຄຣິສຕະຈັກ, ພວກເຂົາກໍບໍ່ຮູ້ວ່າຄວນເລືອກຄົນປະເພດໃດ ຫຼື ວິທີລວບລວມຜູ້ຄົນເຂົ້າກັນ ແລະ ຈັດຕັ້ງການເລືອກຕັ້ງ. ພວກເຂົາບໍ່ເຂົ້າໃຈແມ່ນແຕ່ຂັ້ນຕອນພື້ນຖານສຳລັບການເລືອກຕັ້ງ. ຍິ່ງໄປກວ່ານັ້ນ, ມີບາງຄົນໃນຄຣິສຕະຈັກທີ່ມີອຸປະນິໄສທີ່ເສື່ອມຊາມຢ່າງຮ້າຍແຮງ, ຜູ້ທີ່ຈັດຢູ່ໃນປະເພດຂອງນັກເລງ, ອັນທະພານ ແລະ ຄົນພານ, ເຊິ່ງຄົນເຫຼົ່ານີ້ກໍສວຍໂອກາດຂັດຂວາງການເລືອກຕັ້ງ. ໃນສະຖານະການແບບນີ້, ຜູ້ທີ່ບໍ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຍິ່ງບໍ່ສາມາດຈັດການກັບມັນໄດ້, ພວກເຂົາພຽງແຕ່ຖືກຈັບເປັນຊະເລີຍ ແລະ ຍອມຈຳນົນ. ໃນທີ່ສຸດ, ພວກເຂົາສາມາດບອກອ້າຍເອື້ອຍນ້ອງໄດ້ພຽງແຕ່ວ່າ: “ພວກເຈົ້າເລືອກກັນເອງໂລດ. ພວກເຈົ້າເລືອກໃຜ ພວກເຮົາກໍຈະເອົາຄົນນັ້ນ”. ພວກເຂົາເປັນຕົວຫຍັງກັນແທ້? ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດບໍ? ນີ້ຄືການບໍ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ຄົນທີ່ບໍ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆກໍຂາດຄວາມສາມາດໃນການເຮັດວຽກເຊັ່ນກັນ. ບໍ່ວ່າຈະໃນສະຖານະການປົກກະຕິ ຫຼື ສະຖານະການພິເສດ, ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ພວກເຂົາກໍໝົດກຳລັງໃຈ ແລະ ຖອຍໜີ; ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ພວກເຂົາກໍເຮັດຫຍັງບໍ່ຖືກ ແລະ ເລີ່ມຮ້ອງໄຫ້. ເມື່ອບໍ່ມີຫຍັງເກີດຂຶ້ນ, ພວກເຂົາສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນໄດ້ສອງສາມຄຳ, ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ ແລະ ໃຫ້ພວກເຂົາຈັດການກັບບັນຫາ, ພວກເຂົາກໍບໍ່ສາມາດເຮັດໄດ້. ຕົວຢ່າງ: ເມື່ອບາງຄົນເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງຕົນ, ຜູ້ທີ່ບໍ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຮູ້ພຽງແຕ່ວິທີເວົ້າລົມກັບພວກເຂົາ ໂດຍກ່າວວ່າ: “ກະລຸນາຢ່າເຮັດພໍແລ້ວມືແລ້ວຕີນ, ກະລຸນາປະຕິບັດໜ້າທີ່ຂອງຕົນໃຫ້ດີ!” ສິ່ງນີ້ສາມາດແກ້ໄຂບັນຫາຂອງຄົນເຫຼົ່ານັ້ນໄດ້ບໍ? ພວກເຂົາຄວນໂອ້ລົມກັບຄົນເຫຼົ່ານັ້ນກ່ຽວກັບບັນຫາຂອງການເຮັດພໍແລ້ວມືແລ້ວຕີນ. ຖ້າຄົນເຫຼົ່ານັ້ນບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດຮັບຮູ້ບັນຫາຂອງພວກເຂົາໄດ້, ພວກເຂົາກໍຄວນໂອ້ລົມກ່ຽວກັບຄວາມຈິງກັບຄົນເຫຼົ່ານັ້ນ. ຖ້າຄົນເຫຼົ່ານັ້ນກະທຳໃນລັກສະນະນີ້ທັງທີ່ຮູ້ວ່າມັນຜິດ, ພວກເຂົາກໍຄວນໄຈ້ແຍກ ແລະ ລິຮານຄົນເຫຼົ່ານັ້ນ. ຖ້າມັນເປັນຍ້ອນບັນຫາອື່ນ, ພວກເຂົາກໍຄວນໂອ້ລົມໂດຍອີງໃສ່ບັນຫານັ້ນ. ພວກເຂົາຄວນກຳນົດແນວທາງການປະຕິບັດທີ່ເໝາະສົມໂດຍອີງໃສ່ປະເພດຂອງບັນຫາທີ່ເກີດຂຶ້ນ ແລະ ຈາກນັ້ນກໍປະຕິບັດຕາມນັ້ນ. ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້, ແລ້ວເຈົ້າກໍຂາດຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ເຂົ້າໃຈບໍ? (ເຂົ້າໃຈ). ຖ້າເມື່ອເຈົ້າພົບພໍ້ກັບເລື່ອງໃດໜຶ່ງ, ເຈົ້າບໍ່ມີວິທີແກ້ໄຂ, ບໍ່ມີວິທີການຮັບມືກັບມັນ ແລະ ບໍ່ມີຫຼັກການສຳລັບການຈັດການກັບມັນ, ແລ້ວເຈົ້າກໍຂາດຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ຄົນແບບນັ້ນບໍ່ໄດ້ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆທີ່ບໍ່ດີທີ່ສຸດບໍ? (ແມ່ນແລ້ວ).
ຜູ້ທີ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆທີ່ດີທີ່ສຸດຄືຄົນທີ່ເມື່ອພວກເຂົາພົບພໍ້ກັບເລື່ອງພິເສດບາງຢ່າງ ຫຼື ສະຖານະການທີ່ເກີດຂຶ້ນຢ່າງກະທັນຫັນ, ພວກເຂົາສາມາດຕັດສິນ ແລະ ແຍກແຍະພວກມັນໄດ້ໂດຍທັນທີ ແລະ ຈາກນັ້ນກໍສ້າງແຜນການທີ່ຂ້ອນຂ້າງເໝາະສົມສຳລັບການຈັດການກັບພວກມັນ. ຜູ້ທີ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆລະດັບປານກາງສາມາດຈັດການກັບເລື່ອງທົ່ວໄປ ແລະ ເປັນກິດຈະວັດໄດ້ເມື່ອພວກເຂົາພົບພໍ້ກັບພວກມັນ. ພວກເຂົາສາມາດເຮັດວຽກຕາມຂັ້ນຕອນເພື່ອຮັກສາ ແລະ ຈັດການກັບສະຖານະການ ຫຼື ປັບປ່ຽນ ແລະ ປ່ຽນແທນບຸກຄະລາກອນ, ພວກເຂົາເຮັດວຽກປະເພດນີ້ໄດ້ດີພໍສົມຄວນ. ແຕ່ເມື່ອພວກເຂົາພົບພໍ້ກັບສະຖານະການທີ່ເກີດຂຶ້ນຢ່າງກະທັນຫັນ, ພວກເຂົາກໍບໍ່ສາມາດຈັດການກັບພວກມັນໄດ້. ເຖິງແມ່ນວ່າຈະບອກຫຼັກການໃຫ້ພວກເຂົາຮູ້, ພວກເຂົາກໍບໍ່ສາມາດນຳໃຊ້ພວກມັນໄດ້; ເຖິງແມ່ນວ່າຈະມອບອຳນາດໃຫ້ພວກເຂົາ ແລະ ຂໍໃຫ້ພວກເຂົາຈັດການກັບເລື່ອງນັ້ນ, ພວກເຂົາກໍຍັງບໍ່ສາມາດເຮັດໄດ້ຢູ່ດີ. ນີ້ຄືການມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆລະດັບປານກາງ. ຜູ້ທີ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆທີ່ບໍ່ດີບໍ່ສາມາດຈັດການແມ່ນແຕ່ເລື່ອງທີ່ເປັນກິດຈະວັດໄດ້ດີ. ພວກເຂົາຮູ້ພຽງແຕ່ວິທີເວົ້າຫຼັກຄຳສອນ ແລະ ຍຶດຕິດກັບກົດລະບຽບ ແລະ ໃນທີ່ສຸດ, ສາເຫດຕົ້ນຕໍຂອງບັນຫາກໍບໍ່ໄດ້ຮັບການແກ້ໄຂເລີຍ. ຜູ້ຕໍ່ຕ້ານພຣະຄຣິສທີ່ກໍ່ໃຫ້ເກີດການລົບກວນ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດກໍພຽງພໍແລ້ວທີ່ຈະເຮັດໃຫ້ພວກເຂົາລົ້ມເລີກການເທດສະໜາຂ່າວປະເສີດ; ຜູ້ນໍາປອມທີ່ເວົ້າເລື່ອງໄຮ້ສາລະກໍພຽງພໍແລ້ວທີ່ຈະເຮັດໃຫ້ພວກເຂົາຢຸດວຽກງານຂ່າວປະເສີດເຊັ່ນກັນ. ຄົນເຫຼົ່ານີ້ແມ່ນຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າບໍ? ພວກເຂົາເຮັດບໍ່ໄດ້ເຖິງຂັ້ນນັ້ນ. ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຂອງຄົນແບບນັ້ນບໍ່ດີຫຼາຍ. ບໍ່ວ່າສະຖານະການໃດຈະເກີດຂຶ້ນກໍຕາມ, ຄົນທີ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆທີ່ບໍ່ດີກໍບໍ່ສາມາດຈັດການກັບມັນໄດ້. ຕົວຢ່າງ: ຖ້າມີໄຟໄໝ້ເກີດຂຶ້ນໃນຫ້ອງ, ພວກເຂົາກໍຕື່ນຕົກໃຈ ແລະ ຟ້າວຊອກຫາບັ້ງມອດໄຟ. ຫຼັງຈາກທີ່ຊອກຫາບັ້ງມອດໄຟເຫັນແລ້ວ, ພວກເຂົາກໍບໍ່ຮູ້ວິທີໃຊ້ມັນ ແລະ ຕ້ອງໄປຊອກຫາຄູ່ມືການນຳໃຊ້. ຜົນກໍຄື ໄຟກໍລຸກລາມໃຫຍ່ຂຶ້ນ. ສິ່ງນີ້ເກີດຂຶ້ນຍ້ອນວ່າພວກເຂົາບໍ່ຮູ້ວິທີໃຊ້ບັ້ງມອດໄຟ ແລະ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ສິ່ງຕ່າງໆຊັກຊ້າ ແລະ ມັນກໍເປັນຍ້ອນການຂາດຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຂອງພວກເຂົາເຊັ່ນກັນ. ພວກເຂົາແມ່ນແຕ່ສະຖານະການທີ່ຮີບດ່ວນເຊັ່ນໄຟໄໝ້ກໍບໍ່ສາມາດຮັບມືໄດ້; ນີ້ຄືການຂາດຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ຍົກຕົວຢ່າງອີກຢ່າງໜຶ່ງ, ຖ້າເດັກນ້ອຍສຳລັກໃນຂະນະທີ່ກິນອາຫານ ແລະ ພວກເຂົາບໍ່ສາມາດຫາຍໃຈໄດ້ ແລະ ຕາເຫຼືອກຂຶ້ນເທິງ, ຄົນເຫຼົ່ານີ້ກໍຈະຕື່ນຕົກໃຈ. ພວກເຂົາບໍ່ຮູ້ວ່າຄວນພາເດັກນ້ອຍໄປໂຮງໝໍ ຫຼື ບໍ່ ແລະ ພວກເຂົາບໍ່ຮູ້ວ່າຄວນໃຫ້ເດັກນ້ອຍດື່ມນໍ້າ ຫຼື ບໍ່. ພວກເຂົາກະວົນກະວາຍຫຼາຍຈົນເຫື່ອແຕກ ແລະ ໜ້າແດງ ແຕ່ພວກເຂົາກໍພຽງແຕ່ບໍ່ຮູ້ວ່າຈະເຮັດແນວໃດ. ຫຼັງຈາກນັ້ນໄລຍະໜຶ່ງ, ເດັກນ້ອຍກໍໄອສອງສາມຄັ້ງ ແລະ ໃນທີ່ສຸດກໍສາມາດຫາຍໃຈໄດ້ອີກຄັ້ງ. ພວກເຂົາຕື່ນຕົກໃຈເປັນເວລາດົນນານ ແຕ່ກໍບໍ່ມີວິທີແກ້ໄຂເພື່ອຮັບມືກັບບັນຫາ. ໂຊກດີທີ່ເດັກນ້ອຍດວງແຂງ; ຖ້າບໍ່ດັ່ງນັ້ນ, ເດັກນ້ອຍຄົນນັ້ນກໍຄົງຈະຕາຍພາຍໃຕ້ການເບິ່ງແຍງຂອງພວກເຂົາແລ້ວ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີບໍ່ມີຄວາມສາມາດໃດໆເລີຍ ແລະ ບໍ່ສາມາດເຮັດສິ່ງໃດໄດ້ດີ. ຫຼັກຄຳສອນສອງສາມຢ່າງທີ່ພວກເຂົາເຂົ້າໃຈກໍບໍ່ມີຫຍັງນອກຈາກກົດລະບຽບ ແລະ ຄຳຂວັນ. ເມື່ອເວົ້າເຖິງທັງສະຖານະການທົ່ວໄປ ແລະ ສະຖານະການພິເສດ, ພວກເຂົາກໍບໍ່ສາມາດຈັດການ ຫຼື ຮັບມືກັບພວກມັນໄດ້ຄືກັນໝົດ. ສະນັ້ນ, ໃນແງ່ຂອງຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຂອງພວກເຂົາ, ຄົນແບບນັ້ນຍິ່ງປາສະຈາກມັນຢ່າງສິ້ນເຊີງ, ພວກເຂົາບໍ່ມີເລີຍ. ບໍ່ວ່າພວກເຂົາຈະພົບພໍ້ກັບສະຖານະການໃດກໍຕາມ, ພວກເຂົາກໍບໍ່ສາມາດຕອບສະໜອງ ຫຼື ຈັດການກັບມັນໄດ້, ພວກເຂົາບໍ່ສາມາດເຂົ້າໃຈເລື່ອງເຫຼົ່ານີ້ໄດ້. ພວກເຂົາຄິດວ່າການທີ່ສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ແລະ ຮ້ອງຄຳຂວັນບາງຄຳກໍພຽງພໍແລ້ວ, ວ່ານັ້ນໝາຍຄວາມວ່າພວກເຂົາມີຕົ້ນທຶນ ແລະ ມີຊີວິດທີ່ເຕັມອີ່ມແລ້ວ. ໃນຄວາມເປັນຈິງແລ້ວ, ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ຫຼັກຄຳສອນທີ່ພວກເຂົາຮູ້ກໍບໍ່ມີປະໂຫຍດຫຍັງເລີຍ. ເຖິງຢ່າງນັ້ນກໍຕາມ, ພວກເຂົາກໍບໍ່ຮູ້ສຶກຕົວວ່າສິ່ງນີ້ສະທ້ອນໃຫ້ເຫັນເຖິງຂີດຄວາມສາມາດທີ່ບໍ່ດີ, ຂີດຄວາມສາມາດຂອງພວກເຂົາບໍ່ດີຫຼາຍ ແຕ່ພວກເຂົາກໍບໍ່ຮູ້ຕົວເອງ. ນີ້ບໍ່ແມ່ນຂີດຄວາມສາມາດທີ່ບໍ່ດີຫຼາຍບໍ? (ແມ່ນແລ້ວ). ຄົນແບບນັ້ນບໍ່ໄດ້ໂງ່ຈ້າບໍ? (ແມ່ນແລ້ວ). ຄົນໂງ່ຈ້າແມ່ນຄົນທີ່ສະໝອງບໍ່ເຕັມບາດ. ຄຳວ່າ “ສະໝອງບໍ່ເຕັມບາດ” ໝາຍເຖິງຫຍັງ? ມັນໝາຍຄວາມວ່າ ບໍ່ວ່າພວກເຂົາຈະເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດ ຫຼື ສາມາດປະຕິບັດຕາມກົດລະບຽບໄດ້ຫຼາຍສໍ່າໃດກໍຕາມ, ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ກົດລະບຽບ ຫຼື ຫຼັກຄຳສອນເຫຼົ່ານີ້ກໍບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້ເລີຍ. ແຕ່ພວກເຂົາກໍຍັງບໍ່ສາມາດເຂົ້າໃຈເລື່ອງນີ້ໄດ້ ແລະ ຄິດວ່າ: “ເປັນຫຍັງຫຼັກຄຳສອນ ແລະ ກົດລະບຽບເຫຼົ່ານີ້ຈຶ່ງບໍ່ມີປະສິດທິຜົນ?” ເຖິງແມ່ນວ່າພວກເຂົາຈະຄິດຈົນປວດຫົວ, ມັນກໍບໍ່ມີປະໂຫຍດ, ບໍ່ວ່າພວກເຂົາຈະໄຕ່ຕອງແນວໃດກໍຕາມ, ພວກເຂົາກໍຍັງບໍ່ສາມາດຄິດຫາວິທີຈັດການ ຫຼື ແກ້ໄຂບັນຫາໄດ້. ບາງຄົນ, ເມື່ອຈັດການກັບເຫດການຂອງພວກຕໍ່ຕ້ານພຣະຄຣິສ, ບໍ່ໄດ້ກອບກູ້ຜູ້ທີ່ຖືກເຮັດໃຫ້ຫຼົງຜິດໂດຍພວກຕໍ່ຕ້ານພຣະຄຣິສກ່ອນ, ທັງບໍ່ໄດ້ຊ່ວຍເຫຼືອຄໍ້າຊູຜູ້ທີ່ກາຍເປັນຄົນຄິດລົບ ແລະ ບໍ່ເຕັມໃຈທີ່ຈະເຕົ້າໂຮມຍ້ອນການເຮັດໃຫ້ຫຼົງຜິດຂອງພວກຕໍ່ຕ້ານພຣະຄຣິສ. ພວກເຂົາເຮັດຫຍັງກ່ອນ? ພວກເຂົາຈັດການເຕົ້າໂຮມຂະໜາດໃຫຍ່ເພື່ອເວົ້າກ່ຽວກັບວ່າພວກຕໍ່ຕ້ານພຣະຄຣິສມີການສະແດງອອກຫຍັງແດ່, ຄົນປະເພດໃດເປັນພວກຕໍ່ຕ້ານພຣະຄຣິສ, ຄວາມແຕກຕ່າງລະຫວ່າງພວກຕໍ່ຕ້ານພຣະຄຣິສກັບຜູ້ທີ່ມີອຸປະນິໄສຂອງພວກຕໍ່ຕ້ານພຣະຄຣິສ, ວິທີແຍກແຍະພວກຕໍ່ຕ້ານພຣະຄຣິສກັນແທ້, ວິທີແຍກແຍະຜູ້ທີ່ມີອຸປະນິໄສຂອງພວກຕໍ່ຕ້ານພຣະຄຣິສກັນແທ້, ກວ່າພວກເຂົາຈະໂອ້ລົມສິ່ງທັງໝົດນີ້ຈົບ, ບາງຄົນທີ່ຖືກເຮັດໃຫ້ຫຼົງຜິດໂດຍພວກຕໍ່ຕ້ານພຣະຄຣິສກໍໄດ້ອອກຈາກຄຣິສຕະຈັກໄປດົນແລ້ວ ແລະ ບາງຄົນທີ່ຄິດລົບ ແລະ ອ່ອນແອກໍບໍ່ເຂົ້າຮ່ວມການເຕົ້າໂຮມອີກຕໍ່ໄປ. ພວກເຂົາໄດ້ພາດຊ່ວງເວລາທີ່ດີທີ່ສຸດໃນການກອບກູ້ຄົນເຫຼົ່ານີ້, ເຊິ່ງເປັນການສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ພວກເຂົາຢ່າງແທ້ຈິງ! ສະຫຼຸບແລ້ວ, ຜູ້ທີ່ມີຂີດຄວາມສາມາດທີ່ບໍ່ດີກໍມີຂໍ້ບົກຜ່ອງທີ່ສຳຄັນເມື່ອເວົ້າເຖິງຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຂອງພວກເຂົາເຊັ່ນກັນ, ພວກເຂົາປາສະຈາກມັນຢ່າງສິ້ນເຊີງ. ຢ່າເບິ່ງວ່າຄົນໃດໜຶ່ງມີວາທະສິນດີສໍ່າໃດ ຫຼື ພວກເຂົາສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນ ແລະ ເວົ້າກ່ຽວກັບເທວະວິທະຍາພາຍໃຕ້ສະຖານະການປົກກະຕິໄດ້ດີສໍ່າໃດ, ພຽງແຕ່ເບິ່ງວ່າພວກເຂົາມີຄວາມສາມາດໃນການຈັດການກັບບັນຫາເມື່ອປະເຊີນກັບສະຖານະການຕົວຈິງ ຫຼື ບໍ່; ໂດຍສະເພາະເມື່ອມີເຫດການເກີດຂຶ້ນຢ່າງກະທັນຫັນ, ໃຫ້ເບິ່ງວ່າພວກເຂົາມີຄວາມສາມາດໃນການຕັດສິນ ແລະ ຄວາມສາມາດໃນການແຍກແຍະສິ່ງຕ່າງໆ ຫຼື ບໍ່, ພວກເຂົາມີແຜນການທີ່ຈະຈັດການ ແລະ ແກ້ໄຂບັນຫາ ຫຼື ບໍ່. ຖ້າພວກເຂົາມີ, ມັນກໍພິສູດວ່າພວກເຂົາເປັນຄົນທີ່ມີຄວາມຄິດເຫັນຂອງຕົນເອງ ແລະ ຮູ້ວິທີຄິດກ່ຽວກັບສິ່ງຕ່າງໆ. ແຕ່ຖ້າພວກເຂົາຂາດຄວາມສາມາດໃນການແຍກແຍະສິ່ງຕ່າງໆ ແລະ ຄວາມສາມາດໃນການຕັດສິນ ແລະ ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ພວກເຂົາກໍຕື່ນຕົກໃຈ ແລະ ກະວົນກະວາຍ ແລະ ສາມາດເວົ້າໄດ້ພຽງແຕ່ຫຼັກຄຳສອນທີ່ໃຫຍ່ໂຕ ແລະ ຮ້ອງຄຳຂວັນ, ແລ້ວຄົນໆນີ້ກໍບໍ່ສາມາດແກ້ໄຂບັນຫາໄດ້ ແລະ ໄຮ້ປະໂຫຍດ. ບໍ່ວ່າຄົນອື່ນຈະມີຄວາມຫຍຸ້ງຍາກ, ບັນຫາ ຫຼື ຂໍ້ບົກຜ່ອງຫຼາຍສໍ່າໃດກໍຕາມ, ຄົນໆນີ້ກໍໃຊ້ທິດສະດີຊຸດດຽວກັນເພື່ອອະທິບາຍ ແລະ ຮັບມືກັບພວກມັນ ແລະ ເອົາແຕ່ໂອ້ລົມກັບພວກເຂົາດ້ວຍວິທີນີ້ ແຕ່ກໍບໍ່ເຄີຍສາມາດແກ້ໄຂບັນຫາໄດ້ເລີຍ, ນີ້ຄືການຂາດຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຢ່າງສິ້ນເຊີງ. ການຂາດຄວາມສາມາດໃນການຈັດການກັບບັນຫາກໍຄືການບໍ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆຢ່າງແນ່ນອນ. ຜູ້ທີ່ບໍ່ມີຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆແມ່ນປາສະຈາກຂີດຄວາມສາມາດ. ໃນຄຳສັບທົ່ວໄປ, ພວກເຂົາເປັນຄົນໂງ່, ຄົນໂງ່ຈ້າ ແລະ ຄົນທີ່ປັນຍາອ່ອນ. ບໍ່ວ່າພວກເຂົາຈະສາມາດເວົ້າຫຼັກຄຳສອນໄດ້ຫຼາຍສໍ່າໃດກໍຕາມ, ມັນກໍໄຮ້ປະໂຫຍດ, ພວກມັນພຽງແຕ່ບໍ່ສາມາດນຳໄປໃຊ້ໄດ້. ນີ້ຄືການສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບຄວາມສາມາດທີແປດ, ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ.
ຂໍ້ທີ 9: ຄວາມສາມາດໃນການຕັດສິນໃຈ
ຕອນນີ້ໃຫ້ພວກເຮົາມາເບິ່ງຄວາມສາມາດທີເກົ້າ, ຄວາມສາມາດໃນການຕັດສິນໃຈ. ຄວາມສາມາດໃນການຕັດສິນໃຈເປັນການທົດສອບຂີດຄວາມສາມາດຂອງຄົນໆໜຶ່ງຢ່າງຍິ່ງ; ຄົນທົ່ວໄປບໍ່ມີມັນ. ຄົນທີ່ມີຂີດຄວາມສາມາດ ແລະ ຄວາມສາມາດໃນການຕັດສິນໃຈຢ່າງແທ້ຈິງຄືຜູ້ທີ່ຢູ່ໃນລະດັບການຕັດສິນໃຈ. ແລ້ວຄວາມສາມາດໃນການຕັດສິນໃຈໂດຍຫຼັກໆແລ້ວໝາຍເຖິງຫຍັງ? ມັນໝາຍເຖິງວິທີທີ່ ເມື່ອຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເກີດຂຶ້ນ ແລະ ຄົນສ່ວນໃຫຍ່ບໍ່ສາມາດເບິ່ງທະລຸພວກມັນໄດ້, ບາງຄົນສາມາດແຍກແຍະ ແລະ ຈັດການກັບບັນຫາປະເພດຕ່າງໆ ແລະ ຈັດການກັບຜູ້ຄົນປະເພດຕ່າງໆ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ຄວາມສາມາດໃນການຈັດການກັບບັນຫານີ້ເອີ້ນວ່າຄວາມສາມາດໃນການຕັດສິນໃຈ. ຜູ້ທີ່ມີຄວາມສາມາດໃນການຈັດການກັບສິ່ງຕ່າງໆນີ້ມີຄວາມສາມາດໃນການຕັດສິນໃຈ; ຜູ້ທີ່ບໍ່ມີຄວາມສາມາດໃນການຈັດການກັບສິ່ງຕ່າງໆນີ້ບໍ່ມີຄວາມສາມາດໃນການຕັດສິນໃຈ. ຄວາມສາມາດໃນການຕັດສິນໃຈກ່ຽວຂ້ອງກັບຫຍັງ? ມັນກ່ຽວຂ້ອງກັບຄວາມສາມາດຂອງຜູ້ຄົນໃນການຢັ່ງຮູ້, ຄວາມສາມາດໃນການຕັດສິນ, ຄວາມສາມາດໃນການແຍກແຍະສິ່ງຕ່າງໆ ແລະ ຄວາມສາມາດໃນການຕອບສະໜອງຕໍ່ສິ່ງຕ່າງໆ. ສິ່ງເຫຼົ່ານີ້ລວມເອີ້ນວ່າຄວາມສາມາດໃນການຕັດສິນໃຈ. ຜູ້ທີ່ມີຄວາມສາມາດໃນການຕັດສິນໃຈສາມາດທັງຕັດສິນແກ່ນແທ້ຂອງບັນຫາ ແລະ ແຍກແຍະລັກສະນະຂອງບັນຫາ. ແນ່ນອນວ່າ ສິ່ງທີ່ສຳຄັນກວ່ານັ້ນກໍຄື ພວກເຂົາສາມາດກຳແໜ້ນຫຼັກການ ແລະ ທິດທາງສຳລັບການຈັດການກັບບັນຫາຕ່າງໆ. ມີພຽງແຕ່ຜູ້ທີ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ເທົ່ານັ້ນຈຶ່ງເປັນຄົນທີ່ມີຄວາມສາມາດໃນການຕັດສິນໃຈ. ຕົວຢ່າງ: ສົມມຸດວ່າທຸກຄົນກຳລັງເວົ້າກັນໄປຕ່າງໆນາໆກ່ຽວກັບປະກົດການ, ຂໍ້ເທັດຈິງ ພ້ອມທັງປັດໄຈ, ສະຖານະການ, ເງື່ອນໄຂທີ່ມີຢູ່ ແລະ ອື່ນໆຢ່າງຫຼວງຫຼາຍ. ບົນພື້ນຖານຂອງປັດໄຈ ແລະ ເງື່ອນໄຂຕ່າງໆທີ່ກ່າວມາຂ້າງເທິງ, ຜູ້ທີ່ມີຄວາມສາມາດໃນການຕັດສິນໃຈໃນທີ່ສຸດກໍຕັດສິນໃຈວ່າຈະປະຕິບັດແນວໃດແທ້, ວິທີການ ແລະ ທິດທາງຂອງການປະຕິບັດຄວນເປັນແນວໃດ, ລະດັບທີ່ດີທີ່ສຸດທີ່ສາມາດບັນລຸໄດ້ແມ່ນຫຍັງ ແລະ ລະດັບຕໍ່າສຸດທີ່ຍອມຮັບໄດ້ແມ່ນຫຍັງ, ພວກເຂົາມີຂີດຈຳກັດຕໍ່າສຸດ. ຈາກນັ້ນ, ໂດຍອີງໃສ່ຫຼັກການຄວາມຈິງທີ່ພວກເຂົາເຂົ້າໃຈ, ພວກເຂົາກໍຈັດການກັບບັນຫາ. ຜູ້ທີ່ມີຄວາມສາມາດນີ້ຄືຄົນທີ່ມີຄວາມສາມາດໃນການຕັດສິນໃຈ ແລະ ຄົນແບບນັ້ນຄືຜູ້ທີ່ມີຂີດຄວາມສາມາດທີ່ດີທີ່ສຸດ. ບໍ່ວ່າພວກເຂົາຈະປະເຊີນກັບທັກສະທາງວິຊາຊີບປະເພດໃດ ຫຼື ພວກເຂົາກຳລັງຈັດການກັບບັນຫາປະເພດໃດກໍຕາມ ແລະ ບໍ່ວ່າບັນຫາທີ່ຄົ້ນພົບນັ້ນຈະມີດ້ານດຽວ ຫຼື ຫຼາຍດ້ານ, ງ່າຍດາຍ ຫຼື ຊັບຊ້ອນກໍຕາມ, ພວກເຂົາສາມາດໃຊ້ຂໍ້ມູນຕ່າງໆທີ່ປາກົດຂຶ້ນຈາກທຸກດ້ານເພື່ອຕັດສິນແກ່ນແທ້ຂອງບັນຫາ, ຈາກນັ້ນກໍວິເຄາະຫາຕົ້ນຕໍຂອງບັນຫາ ແລະ ໃນທີ່ສຸດກໍຕັດສິນໃຈວ່າຈະປະຕິບັດແນວໃດໂດຍອີງໃສ່ບັນຫາ ແລະ ເງື່ອນໄຂທີ່ມີຢູ່. ການຕັດສິນໃຈນີ້ໂດຍຫຼັກໆແລ້ວແມ່ນເຮັດຂຶ້ນໂດຍອີງໃສ່ສິ່ງທີ່ສາມາດບັນລຸໄດ້ພາຍໃຕ້ເງື່ອນໄຂທີ່ມີຢູ່ ແລະ ເສັ້ນທາງຂອງການປະຕິບັດທີ່ພວກເຂົາຕັດສິນໃຈນັ້ນຄືວິທີແກ້ໄຂທີ່ດີທີ່ສຸດ. ຜູ້ທີ່ສາມາດຈັດການກັບບັນຫາດ້ວຍວິທີນີ້ຄືຄົນທີ່ມີຄວາມສາມາດໃນການຕັດສິນໃຈ. ຄົນທີ່ມີຄວາມສາມາດໃນການຕັດສິນໃຈປະເພດນີ້ຄືຜູ້ທີ່ມີຂີດຄວາມສາມາດທີ່ດີຫຼາຍ. ມີພຽງແຕ່ຄົນແບບນັ້ນເທົ່ານັ້ນທີ່ເໝາະສົມທີ່ຈະເປັນຜູ້ນໍາ ແລະ ເໝາະສົມທີ່ຈະປະຕິບັດໜ້າທີ່ຂອງຕົນໃນກຸ່ມຕັດສິນໃຈ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີ ຫຼື ຂີດຄວາມສາມາດລະດັບປານກາງ, ເມື່ອປະເຊີນກັບບັນຫາໃດກໍຕາມ, ພວກເຂົາສາມາດເບິ່ງພຽງແຕ່ເຫດການສະເພາະໜ້າ ແລະ ເວົ້າຄຳເວົ້າທີ່ຜິວເຜີນບາງຢ່າງ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ຢ່າງສິ້ນເຊີງ. ເຖິງແມ່ນວ່າພວກເຂົາຈະປຶກສາຄົນອື່ນ ແລະ ກວດສອບບັນຫານັ້ນ, ໃນທີ່ສຸດພວກເຂົາກໍຍັງບໍ່ສາມາດກຳນົດໄດ້ ແລະ ບໍ່ຮູ້ວ່າຈະປະຕິບັດແນວໃດ. ສິ່ງນີ້ຄືການຂາດຄວາມສາມາດໃນການຕັດສິນໃຈ. ບໍ່ວ່າສະຖານະການໃນປັດຈຸບັນຈະຊັບຊ້ອນສໍ່າໃດ ຫຼື ບັນຫາທີ່ຈຳເປັນຕ້ອງໄດ້ຮັບການຈັດການໃນປັດຈຸບັນຈະຍາກສໍ່າໃດກໍຕາມ ແລະ ຈະພົບກັບອຸປະສັກທີ່ຍິ່ງໃຫຍ່ສໍ່າໃດໃນການເຮັດເຊັ່ນນັ້ນ, ຄົນທີ່ມີຄວາມສາມາດໃນການຕັດສິນໃຈກໍສາມາດຈັດການກັບມັນໄດ້ຢ່າງເໝາະສົມຕາມຫຼັກການ ແລະ ການຈັດການກັບມັນຂອງພວກເຂົາກໍຂ້ອນຂ້າງເໝາະສົມ ແລະ ເຊື່ອຖືໄດ້. ຄົນແບບນັ້ນຄືຜູ້ທີ່ມີຄວາມສາມາດໃນການຕັດສິນໃຈ. ເມື່ອຜູ້ທີ່ມີຄວາມສາມາດໃນການຕັດສິນໃຈລະດັບປານກາງພົບພໍ້ກັບສະຖານະການທຳມະດາ ແລະ ເຫດການທົ່ວໄປບາງຢ່າງໃນຄຣິສຕະຈັກ, ພວກເຂົາກໍສາມາດຈັດການກັບພວກມັນໄດ້. ແຕ່ຖ້າພວກເຂົາພົບພໍ້ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພິເສດບາງຢ່າງ, ພວກເຂົາກໍຈະສັບສົນ, ບໍ່ຮູ້ວ່າຈະປະເຊີນໜ້າ ຫຼື ຈັດການກັບພວກມັນແນວໃດ. ຫຼັງຈາກທີ່ພິຈາລະນາຢ່າງຖີ່ຖ້ວນແລ້ວ, ພວກເຂົາກໍຍັງບໍ່ສາມາດຕັດສິນໄດ້ຢ່າງຊັດເຈນ ຫຼື ຕັດສິນໃຈໄດ້. ຄົນທີ່ມີຄວາມສາມາດໃນການຕັດສິນໃຈຮູ້ທີ່ຈະສະແຫວງຫາຫຼັກການຄວາມຈິງໂດຍແນເປົ້າໃສ່ຈຸດສຳຄັນຂອງບັນຫາ. ຄົນທີ່ບໍ່ມີຄວາມສາມາດໃນການຕັດສິນໃຈບໍ່ຮູ້ວ່າຈຸດສຳຄັນຂອງບັນຫາຢູ່ໃສ, ຈະສະແຫວງຫາແນວໃດ ຫຼື ຈະສະແຫວງຫາຫຍັງ. ນີ້ຄືຄວາມແຕກຕ່າງລະຫວ່າງພວກເຂົາ. ຖ້າຜ່ານການສະແຫວງຫາແລ້ວ ຄົນໆໜຶ່ງຮູ້ວ່າຕ້ອງເຮັດຫຍັງ, ສິ່ງນີ້ກໍບົ່ງບອກວ່າພວກເຂົາມີຂີດຄວາມສາມາດລະດັບປານກາງ. ສຳລັບຄົນທີ່ມີຂີດຄວາມສາມາດທີ່ບໍ່ດີ, ເຖິງແມ່ນວ່າພວກເຂົາຈະເຂົ້າໃຈຫຼັກການຄວາມຈິງບາງຢ່າງຜ່ານການສະແຫວງຫາ ແລະ ຮູ້ສຶກໃນເວລານັ້ນວ່າພວກເຂົາຮູ້ວິທີຈັດການກັບເລື່ອງນັ້ນ, ພວກເຂົາກໍຍັງບໍ່ສາມາດເຮັດໄດ້ເມື່ອຮອດເວລາທີ່ຈະຕ້ອງຈັດການກັບມັນ. ພວກເຂົາກາຍເປັນຄົນມຶນງົງ: “ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດນຳໃຊ້ຫຼັກການຄວາມຈິງທີ່ຂ້ານ້ອຍຫາກໍເຂົ້າໃຈໄດ້? ຂ້ານ້ອຍພາດຫຍັງໄປ?” ພວກເຂົາຮູ້ສຶກສັບສົນອີກຄັ້ງ ແລະ ໃນທີ່ສຸດ ພວກເຂົາກໍຍັງບໍ່ສາມາດແກ້ໄຂບັນຫາໄດ້. ສິ່ງນີ້ຄືການຂາດຄວາມສາມາດໃນການຕັດສິນໃຈ; ສິ່ງນີ້ຄືການມີຂີດຄວາມສາມາດທີ່ບໍ່ດີ. ຄົນທີ່ມີຂີດຄວາມສາມາດທີ່ບໍ່ດີທີ່ສຸດພຽງແຕ່ເຮັດທຸກຢ່າງທີ່ເຈົ້າບອກໃຫ້ພວກເຂົາເຮັດ. ຖ້າເຈົ້າບໍ່ບອກພວກເຂົາວ່າຕ້ອງເຮັດຫຍັງ, ພວກເຂົາກໍບໍ່ຮູ້ວ່າຈະປະຕິບັດແນວໃດ. ເມື່ອຄົນທີ່ຢູ່ໃນລະດັບການຕັດສິນໃຈມອບອຳນາດ ແລະ ມອບໝາຍ ຫຼື ສັ່ງໃຫ້ພວກເຂົາປະຕິບັດໜ້າວຽກໃດໜຶ່ງ, ພວກເຂົາກໍຈະສາມາດເຮັດມັນໄດ້ຕາມວິທີທີ່ພວກເຂົາຖືກບອກໃຫ້ເຮັດເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ສຳລັບເຫດຜົນທີ່ວ່າເປັນຫຍັງໜ້າວຽກນັ້ນຈຶ່ງຕ້ອງເຮັດດ້ວຍວິທີນັ້ນແທ້ໆ, ຜົນໄດ້ຮັບທີ່ໜ້າວຽກນັ້ນຕ້ອງການບັນລຸແມ່ນຫຍັງ ຫຼື ຈະເຮັດແນວໃດ ແລະ ຈະຈັດການກັບມັນແນວໃດຖ້າມີສະຖານະການທີ່ບໍ່ຄາດຄິດເກີດຂຶ້ນເຊິ່ງແຕກຕ່າງຈາກສະຖານະການເດີມ, ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້ເລີຍ ແລະ ພວກເຂົາຕ້ອງຖາມ ແລະ ລໍຖ້າໃຫ້ຄົນອື່ນມາຊ່ວຍແກ້ໄຂບັນຫາ. ສິ່ງນີ້ຄືການຂາດຄວາມສາມາດໃນການຕັດສິນໃຈ. ຄົນແບບນັ້ນປຽບເໝືອນຫຸ່ນຍົນ, ພວກເຂົາສາມາດຖືກບົງການ ແລະ ຄວບຄຸມໂດຍຄົນອື່ນເທົ່ານັ້ນ ແລະ ພວກເຂົາບໍ່ມີຄວາມເປັນເອກະລາດ. ຄວາມສາມາດໃນການຕັດສິນໃຈເປັນໄປບໍ່ໄດ້ເລີຍສຳລັບຄົນປະເພດນີ້ທີ່ບໍ່ມີຂີດຄວາມສາມາດ, ພວກເຂົາຢູ່ຫ່າງໄກຈາກຄວາມສາມາດໃນການຕັດສິນໃຈຫຼາຍ, ພວກເຂົາພຽງແຕ່ບໍ່ເຖິງລະດັບຂອງຄວາມສາມາດນີ້. ຄວາມສາມາດໃນການຕັດສິນໃຈພຽງແຕ່ຈຳເປັນຕ້ອງແບ່ງອອກເປັນສາມລະດັບຄື: ສູງ, ປານກາງ ແລະ ຕໍ່າ. ສູງ, ປານກາງ ແລະ ຕໍ່າ ກົງກັບ ດີ, ປານກາງ ແລະ ບໍ່ດີ. ຍິ່ງບໍ່ຕ້ອງເວົ້າເຖິງຄວາມສາມາດໃນການຕັດສິນໃຈເລີຍເມື່ອເວົ້າເຖິງຄົນທີ່ບໍ່ມີຂີດຄວາມສາມາດ; ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍບໍ່ສາມາດຕັດສິນໃຈໄດ້. ຕົວຢ່າງ: ພວກເຂົາບໍ່ຮູ້ວ່າຄວນນຸ່ງຫຍັງຈຶ່ງຈະເໝາະສົມເມື່ອລະດູໃບໄມ້ຫຼົ່ນມາຮອດ ແລະ ອາກາດເລີ່ມເຢັນລົງ ແລະ ຄວນນຸ່ງຫຍັງຈຶ່ງຈະເໝາະສົມເມື່ອລະດູໜາວມາຮອດ ແລະ ອາກາດປ່ຽນເປັນໜາວ, ພວກເຂົາບໍ່ມີແມ່ນແຕ່ຄວາມຮູ້ທົ່ວໄປທີ່ພື້ນຖານທີ່ສຸດນີ້, ສະນັ້ນ ມັນຈະບໍ່ເປັນເລື່ອງຕະຫຼົກບໍທີ່ຈະໃຫ້ພວກເຂົາຕັດສິນໃຈໃນເລື່ອງສຳຄັນທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ? ຍິ່ງບໍ່ຕ້ອງເວົ້າເຖິງຄວາມສາມາດໃນການຕັດສິນໃຈເລີຍສຳລັບຄົນທີ່ບໍ່ມີຂີດຄວາມສາມາດ. ຄວາມສາມາດໃນການຕັດສິນໃຈໂດຍຫຼັກໆແລ້ວແມ່ນນຳໃຊ້ກັບຜູ້ທີ່ຢູ່ໃນລະດັບຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ກຳກັບດູແລ. ມີຄົນໜ້ອຍຫຼາຍທີ່ມີຄວາມສາມາດໃນການຕັດສິນໃຈສູງ. ຄວາມສາມາດໃນການຕັດສິນໃຈຍັງກ່ຽວຂ້ອງກັບຫຍັງອີກ? ມັນກ່ຽວຂ້ອງກັບຜົນສະທ້ອນຂອງເລື່ອງທີ່ເຈົ້າໄດ້ຕັດສິນໃຈ, ບໍ່ວ່າຜົນສະທ້ອນເຫຼົ່ານັ້ນຈະເປັນປະໂຫຍດຕໍ່ຜູ້ຄົນ ຫຼື ມີຜົນກະທົບໃນທາງລົບ ແລະ ບໍ່ວ່າພວກມັນຈະມີຜົນດີຕໍ່ການທີ່ຜູ້ຄົນເຂົ້າໃຈຄວາມຈິງ ຫຼື ປະຕິບັດຕາມຫຼັກການ ຫຼື ບໍ່, ເຈົ້າຕ້ອງເບິ່ງເລື່ອງນີ້ໃຫ້ທະລຸ. ມັນບໍ່ແມ່ນວ່າພຽງແຕ່ການທີ່ສາມາດຕັດສິນໃຈ, ເດັດຂາດ ແລະ ສັ່ງການໄດ້ຢ່າງວ່ອງໄວຈະຄືກັນກັບການມີຄວາມສາມາດໃນການຕັດສິນໃຈ. ມັນຍັງຂຶ້ນຢູ່ກັບວ່າວິທີແກ້ໄຂ ພ້ອມທັງເປົ້າໝາຍ ແລະ ທິດທາງທີ່ເຈົ້າຕັດສິນໃຈນັ້ນຖືກຕ້ອງ ຫຼື ບໍ່. ຖ້າຜົນທີ່ບັນລຸໄດ້ເປັນຜົນດີ, ແລ້ວເຈົ້າກໍມີຄວາມສາມາດໃນການຕັດສິນໃຈຢ່າງແທ້ຈິງ. ຖ້າຜົນທີ່ບັນລຸໄດ້ເປັນຜົນຮ້າຍ, ເຊິ່ງເຮັດໃຫ້ຫຼົງຜິດ, ເຮັດໃຫ້ພວກເຂົາໄດ້ຮັບອັນຕະລາຍຢ່າງໃຫຍ່ຫຼວງ ຫຼື ທຳລາຍພວກເຂົາ, ແລ້ວນັ້ນກໍບໍ່ແມ່ນຄວາມສາມາດໃນການຕັດສິນໃຈໃດໆເລີຍ. ແລະ ດັ່ງນັ້ນ, ຄວາມເຊື່ອຂອງຜູ້ຄົນທີ່ວ່າບຸກຄົນຊັ້ນນໍາ ແລະ ບຸກຄົນສຳຄັນທຸກຄົນມີຄວາມສາມາດໃນການຕັດສິນໃຈ ແລະ ບຸກຄົນຊັ້ນນໍາທຸກຄົນມີຂີດຄວາມສາມາດທີ່ຂ້ອນຂ້າງສູງ ແລະ ຄວາມສາມາດໃນການຕັດສິນໃຈທີ່ຂ້ອນຂ້າງສູງນັ້ນ ບໍ່ແມ່ນມຸມມອງທີ່ຖືກຕ້ອງ; ມັນເປັນຄວາມຄິດເຫັນທີ່ຜິດພາດຢ່າງສິ້ນເຊີງ. ການທີ່ການຕັດສິນໃຈທີ່ເຈົ້າເຮັດນັ້ນຖືກຕ້ອງ ຫຼື ບໍ່ ກໍຍັງຂຶ້ນຢູ່ກັບວ່າຫຼັກການ, ເປົ້າໝາຍ ແລະ ທິດທາງທີ່ຢູ່ເບື້ອງຫຼັງພວກມັນແມ່ນຫຍັງ. ຖ້າເປົ້າໝາຍ ແລະ ທິດທາງເປັນປະໂຫຍດຕໍ່ມະນຸດຊາດ ແລະ ຖ້າພວກມັນໃຫ້ຄວາມຊ່ວຍເຫຼືອທີ່ເປັນບວກ ແລະ ເປັນປະໂຫຍດຕໍ່ການປະພຶດຕົນ, ການປະຕິບັດຄວາມຈິງ, ການບັນລຸຄວາມລອດພົ້ນ, ການປ່ຽນແປງອຸປະນິໄສ ແລະ ການຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍຂອງຜູ້ຄົນ, ແລ້ວຄວາມສາມາດໃນການຕັດສິນໃຈຂອງເຈົ້າກໍສູງຢ່າງແທ້ຈິງ. ແຕ່ຖ້າເຈົ້າຕັດສິນໃຈຢ່າງຫຼັບຫູຫຼັບຕາ ເຊິ່ງໃນທີ່ສຸດກໍທຳຮ້າຍຜູ້ຄົນຢ່າງຮ້າຍແຮງ, ເຮັດໃຫ້ພວກເຂົາໄດ້ຮັບອັນຕະລາຍຢ່າງໃຫຍ່ຫຼວງ, ເຮັດໃຫ້ຫຼົງຜິດ, ເຮັດໃຫ້ພວກເຂົາຫ່າງເຫີນຈາກພຣະເຈົ້າ ແລະ ສູນເສຍທິດທາງຂອງພວກເຂົາ, ແລ້ວສິ່ງນີ້ກໍຄືການທຳຮ້າຍຜູ້ຄົນ ແລະ ບໍ່ສາມາດເວົ້າໄດ້ວ່າເຈົ້າມີຄວາມສາມາດໃນການຕັດສິນໃຈ. ນັ້ນຄືການສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບຄວາມສາມາດໃນການຕັດສິນໃຈ.
ຂໍ້ທີ 10: ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ
ຄວາມສາມາດຕໍ່ໄປຄືຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ພວກເຈົ້າຮູ້ບໍວ່າສິ່ງນີ້ໝາຍຄວາມວ່າແນວໃດ? ນີ້ເປັນຫົວຂໍ້ທີ່ບໍ່ທົ່ວໄປ. ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆໝາຍເຖິງວ່າ ເມື່ອເຂົ້າຫາບຸກຄົນ, ເຫດການ ຫຼື ສິ່ງໃດໜຶ່ງ, ເຈົ້າສາມາດປະເມີນ ແລະ ຊື່ນຊົມຈຸດແຂງ, ຂໍ້ດີ ແລະ ດ້ານທີ່ມີຄຸນຄ່າຂອງມັນຈາກຂໍ້ມູນທີ່ເຈົ້າສາມາດສັງເກດ ແລະ ກຳແໜ້ນໄດ້ ຫຼື ບໍ່ ແລະ ຈາກນັ້ນກໍນຳໃຊ້ສິ່ງເຫຼົ່ານີ້ເຂົ້າໃນຊີວິດຂອງເຈົ້າເອງ ພ້ອມທັງການປະພຶດຕົນ ແລະ ການກະທຳຂອງເຈົ້າ. ຖ້າເຈົ້າບໍ່ສາມາດປະເມີນ ແລະ ຊື່ນຊົມບາງສິ່ງໄດ້, ເຈົ້າກໍຈະບໍ່ສາມາດເບິ່ງອອກວ່າຂໍ້ດີ ແລະ ຂໍ້ບົກຜ່ອງຂອງມັນແມ່ນຫຍັງ, ເຈົ້າຈະບໍ່ເຂົ້າໃຈຈຸດສຳຄັນຂອງມັນ ແລະ ເຈົ້າຈະບໍ່ສາມາດໄດ້ຮັບຜົນປະໂຫຍດໃດໆຈາກມັນ. ສິ່ງນີ້ໝາຍຄວາມວ່າເຈົ້າບໍ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າສາມາດປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ແລະ ຮຽນຮູ້ບາງສິ່ງທີ່ເປັນປະໂຫຍດຈາກເລື່ອງບາງຢ່າງ ແລະ ນຳໃຊ້ມັນເຂົ້າໃນຊີວິດຈິງຂອງເຈົ້າ ແລະ ຖ້າສິ່ງທີ່ເຈົ້າໄດ້ຮຽນຮູ້ສາມາດໃຫ້ຄວາມຊ່ວຍເຫຼືອໃນລະດັບໜຶ່ງແກ່ການດຳລົງຊີວິດຂອງເຈົ້າ ແລະ ການເລືອກເສັ້ນທາງຊີວິດຂອງເຈົ້າ, ແລ້ວສິ່ງນີ້ກໍພິສູດວ່າເຈົ້າມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆໃນລະດັບໜຶ່ງ. ຄວາມສາມາດໃນດ້ານນີ້ຂອງເຈົ້າຍິ່ງສູງສໍ່າໃດ, ມັນກໍຍິ່ງພິສູດວ່າເຈົ້າມີຂີດຄວາມສາມາດທີ່ດີຫຼາຍຂຶ້ນສໍ່ານັ້ນ. ໃຫ້ພວກເຮົາຍົກຕົວຢ່າງງ່າຍໆ: ການເບິ່ງຮູບແຕ້ມ. ເຖິງແມ່ນວ່າເຈົ້າຈະບໍ່ໄດ້ຮຽນສິລະປະມາ, ຖ້າເຈົ້າສາມາດສັງເກດອົງປະກອບຂອງຮູບແຕ້ມ ແລະ ຮັບຮູ້ຄວາມໝາຍທີ່ມັນບັນຈຸຢູ່ຈາກມຸມມອງຂອງຄວາມເປັນມະນຸດ ແລະ ຍິ່ງໄປກວ່ານັ້ນ ມຸມມອງຂອງເຈົ້າຍັງຖືກຕ້ອງຫຼາຍ ແລະ ກ່ຽວຂ້ອງກັບການປະພຶດຕົນ ແລະ ເຈົ້າສາມາດເຫັນບາງສິ່ງທີ່ເປັນຮູບປະທຳທີ່ກ່ຽວຂ້ອງກັບການປະພຶດຕົນພາຍໃນນັ້ນ ແລະ ຈາກນັ້ນກໍນຳໃຊ້ສິ່ງເຫຼົ່ານີ້ເຂົ້າໃນຊີວິດ ຫຼື ວຽກງານຂອງເຈົ້າເອງ, ການສະແດງອອກນີ້ກໍພິສູດວ່າເຈົ້າມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຂອບເຂດຂອງຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆໝາຍເຖິງບາງສິ່ງທີ່ຂ້ອນຂ້າງເປັນຮູບປະທຳ, ບໍ່ແມ່ນສິ່ງທີ່ເປັນນາມມະທຳ. ສິ່ງທີ່ເປັນນາມມະທຳລວມມີສີ, ຜົນງານສິລະປະ ແລະ ອື່ນໆ. ເພາະວ່າສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບການປະພຶດຕົນ, ບໍ່ເປັນຮູບປະທຳພຽງພໍ ແລະ ພວກມັນຢູ່ຫ່າງໄກຈາກຄວາມຄິດຂອງມະນຸດທີ່ປົກກະຕິ ແລະ ສິ່ງບາງຢ່າງທີ່ມີຢູ່ໃນຊີວິດມະນຸດ ແລະ ບໍ່ກ່ຽວຂ້ອງຢ່າງໃກ້ຊິດກັບຊີວິດ, ພວກເຮົາຈຶ່ງບໍ່ຈັດພວກມັນເຂົ້າໃນຂອບເຂດຂອງຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ສຳລັບສິ່ງບາງຢ່າງທີ່ຂ້ອນຂ້າງໃກ້ຊິດກັບຊີວິດ, ເຊິ່ງບັນຈຸຄວາມໝາຍທີ່ເຊື່ອງຊ້ອນບາງຢ່າງ ຫຼື ເຊິ່ງກ່ຽວຂ້ອງກັບການປະພຶດຕົນ, ຖ້າເຈົ້າສາມາດປະເມີນ, ແຍກແຍະ ແລະ ນຳໃຊ້ພວກມັນ; ຖ້າເຈົ້າສາມາດເຫັນຂໍ້ດີ ພ້ອມທັງຂໍ້ເສຍຂອງພວກມັນ ແລະ ເຈົ້າມີຄວາມຄິດ ແລະ ມຸມມອງຂອງເຈົ້າເອງກ່ຽວກັບພວກມັນ ແລະ ເຈົ້າສາມາດເຂົ້າໃຈດ້ານທີ່ເປັນປະໂຫຍດຕໍ່ຄວາມເປັນມະນຸດຂອງຜູ້ຄົນ; ແລະ ຖ້າເຈົ້າສາມາດແຍກແຍະອົງປະກອບທີ່ບິດເບືອນ ແລະ ບໍ່ຍືດຍຸ່ນໃດໆທີ່ຂັດກັບຄວາມຈິງເມື່ອພວກມັນປາກົດຂຶ້ນ; ແລ້ວສິ່ງນີ້ກໍເອີ້ນວ່າການມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຖ້າເຈົ້າບໍ່ສາມາດປະເມີນສິ່ງເຫຼົ່ານີ້ໄດ້ ແລະ ເມື່ອເຈົ້າເບິ່ງສິ່ງທີ່ເປັນຮູບປະທຳ, ເຈົ້າສາມາດແຍກແຍະຈຸດແຂງ ແລະ ຂໍ້ເສຍຂອງມັນໃນແງ່ຂອງຫຼັກຄຳສອນເທົ່ານັ້ນ ແຕ່ບໍ່ສາມາດເບິ່ງເຫັນໄດ້ຢ່າງແນ່ນອນວ່າມັນກ່ຽວຂ້ອງກັບດ້ານໃດຂອງຄວາມເປັນມະນຸດໃນຊີວິດປະຈຳວັນ, ແລ້ວຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຂອງເຈົ້າກໍຢູ່ໃນລະດັບປານກາງ. ຖ້າເຈົ້າເບິ່ງຜົນງານສິລະປະ ແລະ ຫຼັງຈາກທີ່ສັງເກດມັນຊໍ້າແລ້ວຊໍ້າອີກ, ເຈົ້າກໍຍັງບໍ່ຮູ້ວ່າມັນພະຍາຍາມຈະສະແດງອອກເຖິງຫຍັງ ຫຼື ເປັນຫຍັງຜູ້ສ້າງຈຶ່ງສ້າງມັນຂຶ້ນມາແບບນີ້ ແລະ ບໍ່ວ່າຜົນງານສິລະປະນັ້ນຈະກ່ຽວຂ້ອງກັບຄວາມເປັນມະນຸດ ຫຼື ບໍ່ກໍຕາມ, ເຈົ້າກໍບໍ່ສາມາດເບິ່ງອອກວ່າສິ່ງທີ່ສຳຄັນທີ່ມັນບັນຈຸຢູ່ນັ້ນແມ່ນຫຍັງ ແລະ ເຈົ້າບໍ່ສາມາດເບິ່ງອອກວ່າຈຸດສຳຄັນຂອງມັນແມ່ນຫຍັງ, ແລ້ວສິ່ງນີ້ກໍໝາຍຄວາມວ່າເຈົ້າຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ການຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆໝາຍຄວາມວ່າເຈົ້າບໍ່ມີມຸມມອງຕໍ່ສິ່ງໃດເລີຍ ແລະ ເຮັດໃຫ້ຫຼົງຜິດໄດ້ງ່າຍໂດຍກະແສສັງຄົມ ຫຼື ສິ່ງທີ່ເປັນລົບສະເພາະບາງຢ່າງທີ່ຜູ້ຄົນສະໜັບສະໜູນ, ນັ້ນກໍຄື ເຈົ້າອາດຈະຖືວ່າບາງສິ່ງທີ່ເປັນລົບໂດຍແກ່ນແທ້ນັ້ນຄືກັບວ່າມັນເປັນບວກ ແລະ ຍອມຮັບມັນ. ຜົນສະທ້ອນຂອງສິ່ງນີ້ກໍຄື ເຈົ້າຈະໄດ້ຮັບຜົນຮ້າຍໂດຍມັນ ແລະ ຖ້າສິ່ງນີ້ຍັງຄົງຢູ່ໃນຕົວເຈົ້າເປັນເວລາດົນ ແລະ ຢັ່ງຮາກເລິກຢູ່ໃນຕົວເຈົ້າ, ມັນກໍຈະຂັດຂວາງ ແລະ ລົບກວນການຍອມຮັບຄວາມຈິງຂອງເຈົ້າ. ໃຫ້ພວກເຮົາຍົກຕົວຢ່າງອື່ນກ່ຽວກັບຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຕົວຢ່າງ: ສົມມຸດວ່າຟຸດເທດດິບຂອງຮູບເງົາເລື່ອງໜຶ່ງມີຄວາມຍາວສາມຊົ່ວໂມງ ແລະ ຫຼັງຈາກການຕັດຕໍ່ແລ້ວ, ຄວາມຍາວຂອງຮູບເງົາແມ່ນສອງຊົ່ວໂມງສີ່ສິບນາທີ. ນີ້ແມ່ນຄວາມຍາວປົກກະຕິສຳລັບຮູບເງົາບໍ? (ບໍ່). ສິ່ງນີ້ບົ່ງບອກເຖິງຫຍັງ? (ມັນບົ່ງບອກວ່າຜູ້ສ້າງຮູບເງົາຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ). ການຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆໝາຍຄວາມວ່າແນວໃດແທ້ສຳລັບຮູບເງົາ? (ມັນໝາຍຄວາມວ່າພວກເຂົາບໍ່ສາມາດເລືອກຟຸດເທດທີ່ດີກວ່າໄດ້ ແລະ ບໍ່ສາມາດຕັດສິນໄດ້ຢ່າງຖືກຕ້ອງວ່າຟຸດເທດໃດຄວນເກັບໄວ້ ແລະ ຟຸດເທດໃດຄວນຖິ້ມ). ພວກເຂົາບໍ່ຮູ້ວ່າຮູບເງົາເລື່ອງນີ້ມີຈຸດປະສົງເພື່ອຖ່າຍທອດແກ່ນເລື່ອງຫຍັງ ຫຼື ສາກໃດທີ່ກ່ຽວຂ້ອງຢ່າງໃກ້ຊິດກັບແກ່ນເລື່ອງນັ້ນ. ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ສາມາດຕັດສິນໃຈໄດ້ວ່າຈະເກັບຫຍັງໄວ້ ແລະ ຈະຖິ້ມຫຍັງ. ນັ້ນກໍຄື ພວກເຂົາບໍ່ຮູ້ວ່າສາກ ຫຼື ເນື້ອເລື່ອງໃດທີ່ສາມາດຕັດອອກໄດ້ ແລະ ກ່ຽວຂ້ອງກັບແກ່ນເລື່ອງພຽງເລັກນ້ອຍ ແລະ ສາມາດເອົາອອກໄດ້ ແລະ ສາກ ຫຼື ເນື້ອເລື່ອງໃດທີ່ກ່ຽວຂ້ອງກັບແກ່ນເລື່ອງຫຼາຍທີ່ສຸດ ແລະ ຈຳເປັນຕ້ອງເກັບໄວ້. ເພາະວ່າພວກເຂົາຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ໃນລະຫວ່າງການຕັດຕໍ່ ພວກເຂົາຈຶ່ງ “ຕັດບໍ່ລົງ”, ໂດຍຮູ້ສຶກວ່າສິ່ງນີ້ກໍຕັດບໍ່ໄດ້ ແລະ ສິ່ງນັ້ນກໍຕັດບໍ່ໄດ້. ໃນທີ່ສຸດ, ຫຼັງຈາກທີ່ພະຍາຍາມຢ່າງໜັກ, ພວກເຂົາກໍເອົາອອກພຽງແຕ່ສາກທີ່ມີບັນຫາຢ່າງຊັດເຈນ ຫຼື ຟຸດເທດທີ່ຖ່າຍທຳບໍ່ດີເທົ່ານັ້ນ. ສຳລັບເນື້ອຫາທີ່ບໍ່ກ່ຽວຂ້ອງຢ່າງໃກ້ຊິດກັບແກ່ນເລື່ອງ, ພວກເຂົາກໍເກັບມັນໄວ້ທັງໝົດ. ສິ່ງນີ້ຄືການຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ພວກເຂົາມີຄວາມເຂົ້າໃຈທີ່ບໍ່ຊັດເຈນກ່ຽວກັບຄຳນິຍາມຂອງຮູບເງົາ; ສຳລັບຮູບແບບສະເພາະ ແລະ ເຕັກນິກການສະແດງອອກຂອງຮູບເງົາ ແລະ ຄວາມສຳພັນລະຫວ່າງແຕ່ລະສາກ ພ້ອມທັງສາກໃດທີ່ເປັນສາກຂອງຮູບເງົາຢ່າງແທ້ຈິງ, ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ເລີຍ. ສິ່ງນີ້ຄືການຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ແລະ ດັ່ງນັ້ນ, ໃນລະຫວ່າງການຖ່າຍທຳ, ພວກເຂົາກໍເຕັມໄປດ້ວຍຄວາມໝັ້ນໃຈ; ໃນລະຫວ່າງການຕັດຕໍ່, ຄວາມທຸກໃຈກໍປາກົດຢູ່ເທິງໃບໜ້າຂອງພວກເຂົາ; ແລະ ເມື່ອເວົ້າເຖິງການກວດພິຈາລະນາ, ພວກເຂົາກໍກັງວົນຈົນແທບຕາຍ. ຫຼັງຈາກການກວດພິຈາລະນາ, ພວກເຂົາກໍຮູ້ສຶກໝັ້ນໃຈຫຼາຍກ່ຽວກັບວິທີການດຳເນີນການ ເພາະວ່າຜ່ານການຊີ້ນໍາຂອງເບື້ອງເທິງ, ພວກເຂົາໄດ້ຮຽນຮູ້ວ່າສາກໃດຄວນຖິ້ມ ແລະ ຈາກນັ້ນກໍຕັດພວກມັນອອກຢ່າງກ້າຫານ. ໃນທີ່ສຸດ ພວກເຂົາຕັດຮູບເງົາລົງຫຼາຍສໍ່າໃດ? ພວກເຂົາຕັດມັນລົງຈົນເຫຼືອຄວາມຍາວໜຶ່ງຊົ່ວໂມງສີ່ສິບນາທີ. ຕາກ້ອງຮູ້ສຶກເສຍໃຈຫຼາຍ: “ນີ້ບໍ່ແມ່ນການສິ້ນເປືອງໝາກຜົນຈາກແຮງງານຂອງພວກເຮົາບໍ? ພວກເຮົາໃຊ້ເວລາຫົກເດືອນໃນການຖ່າຍທຳຟຸດເທດຢ່າງຍາກລຳບາກຕັ້ງຫຼວງຫຼາຍ, ແຕ່ເຈົ້າພັດບໍ່ມີຄວາມເມດຕາ, ໂດຍໃຫ້ຕັດສິ່ງນັ້ນສິ່ງນີ້ອອກ, ນີ້ຍັງເປັນຮູບເງົາຢູ່ບໍ?” ຄຳຕອບຂອງເຮົາກໍຄື ການຕັດອອກຫຼາຍຂະໜາດນັ້ນແມ່ນຖືກຕ້ອງແລ້ວ, ນີ້ຄືສິ່ງທີ່ຮູບເງົາຄວນຈະເປັນ. ສິ່ງທີ່ເຈົ້າມີບໍ່ແມ່ນຮູບເງົາ; ຢ່າງດີທີ່ສຸດ, ມັນກໍເປັນພຽງລະຄອນໂທລະພາບ. ຄວາມຈິງແມ່ນເກີນຄວາມສາມາດຂອງຄົນທີ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆທີ່ບໍ່ດີ, ການໂອ້ລົມຄວາມຈິງກັບພວກເຂົາຈະບໍ່ບັນລຸຜົນໃດໆເລີຍ. ເມື່ອເວົ້າເຖິງສິ່ງໃດກໍຕາມ ຫຼື ແນວຄິດ ແລະ ມຸມມອງໃດກໍຕາມ, ພວກເຂົາບໍ່ສາມາດປະເມີນໄດ້ວ່າສິ່ງໃດທີ່ສອດຄ່ອງກັບຄວາມຕ້ອງການ ແລະ ມາດຕະຖານຂອງຄວາມເປັນມະນຸດທີ່ປົກກະຕິ, ສິ່ງໃດທີ່ຂັດກັບຄວາມເປັນມະນຸດທີ່ປົກກະຕິ, ສິ່ງໃດທີ່ເປັນຈິງ ແລະ ສໍາພັນກັບຊີວິດຈິງ, ສິ່ງໃດທີ່ວ່າງເປົ່າ ແລະ ເປັນພຽງຈິນຕະນາການ, ສິ່ງໃດທີ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ ແລະ ສິ່ງໃດທີ່ຂັດກັບເຈດຕະນາຂອງພຣະເຈົ້າ. ເມື່ອເວົ້າເຖິງຮູບເງົາ, ສາກໃດທີ່ມີບົດບາດສະໜັບສະໜູນແກ່ນເລື່ອງ, ເຂົ້າເຖິງປະເດັນ ແລະ ຖ່າຍທອດແກ່ນເລື່ອງໂດຍກົງ ແລະ ເປັນສິ່ງຈຳເປັນໃນການສະແດງອອກເຖິງແກ່ນແທ້ຂອງແກ່ນເລື່ອງ ແລະ ສາກໃດທີ່ບໍ່ກ່ຽວຂ້ອງ ຫຼື ບໍ່ຈຳເປັນ, ພວກເຂົາບໍ່ສາມາດເບິ່ງອອກສິ່ງເຫຼົ່ານີ້ໄດ້ ແລະ ບໍ່ເຂົ້າໃຈສິ່ງໃດໃນເລື່ອງນີ້ເລີຍ. ເມື່ອເວົ້າເຖິງການຕັດຕໍ່, ພວກເຂົາມັກຈະ “ຕັດບໍ່ລົງ” ສະເໝີ ແລະ ລັງເລທີ່ຈະຕັດຟຸດເທດ. ສິ່ງນີ້ຄືການຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຖ້າຫຼັງຈາກທີ່ຖ່າຍທຳຟຸດເທດແລ້ວ, ຜ່ານການພິຈາລະນາແນວຄິດທີ່ຮູບເງົາມີຈຸດປະສົງເພື່ອຖ່າຍທອດ ແລະ ທິດທາງທີ່ມັນມີຈຸດປະສົງເພື່ອສື່ສານ, ເຈົ້າຮູ້ວ່າສາກໃດທີ່ບໍ່ຄວນລວມເຂົ້າ, ສາກໃດທີ່ຂາດຜົນກະທົບທີ່ພຽງພໍ ແລະ ສາກໃດທີ່ເປັນພາບສຳຮອງທີ່ບໍ່ເຄີຍມີຈຸດປະສົງເພື່ອໃຊ້ ແຕ່ຖືກກຽມໄວ້ເປັນສຳຮອງໃນກໍລະນີທີ່ມີສະຖານະການພິເສດເກີດຂຶ້ນ, ຖ້າໃນໃຈຂອງເຈົ້າ ເຈົ້າໄດ້ພິຈາລະນາເລື່ອງເຫຼົ່ານີ້ ແລະ ມີແຜນການສຳລັບການຈັດການກັບພວກມັນ ພ້ອມທັງວິທີແກ້ໄຂ, ສິ່ງນີ້ກໍເອີ້ນວ່າການມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຖ້າເຈົ້າບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ ແລະ ມຸມມອງ ແລະ ວິທີການທີ່ເຈົ້າໃຊ້ເພື່ອພິຈາລະນາ ແລະ ເບິ່ງບັນຫາຂາດພື້ນຖານ ແລະ ໃນທີ່ສຸດ ເຈົ້າບໍ່ສາມາດຫາຂໍ້ສະຫຼຸບທີ່ຖືກຕ້ອງໄດ້, ສິ່ງນີ້ກໍໝາຍຄວາມວ່າເຈົ້າຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ແນ່ນອນວ່າ ຄົນສ່ວນໃຫຍ່ໃນຄຣິສຕະຈັກຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆບໍ່ພຽງແຕ່ກ່ຽວກັບວ່າເຈົ້າສາມາດເບິ່ງທະລຸຜົນງານສ້າງສັນ, ການສ້າງສັນທາງສິລະປະ ຫຼື ບາງສິ່ງທີ່ເຮັດໜ້າທີ່ເປັນເຄື່ອງບຳລຸງລ້ຽງຝ່າຍວິນຍານ ຫຼື ທິດສະດີທາງປັດຊະຍາກ່ຽວກັບຄວາມເປັນມະນຸດຂອງຜູ້ຄົນໄດ້ຫຼາຍສໍ່າໃດເທົ່ານັ້ນ, ຈຸດສຳຄັນກໍຄື ເຈົ້າຍັງຕ້ອງມີມຸມມອງທີ່ຖືກຕ້ອງຕໍ່ສິ່ງເຫຼົ່ານີ້ອີກດ້ວຍ. ໃນດ້ານໜຶ່ງ, ມຸມມອງຂອງເຈົ້າຕ້ອງສອດຄ່ອງກັບຂໍ້ເທັດຈິງ ແລະ ກັບຄວາມຕ້ອງການຂອງຄວາມເປັນມະນຸດ. ໃນອີກດ້ານໜຶ່ງ, ສິ່ງທີ່ເຈົ້າເຂົ້າໃຈ ຫຼື ຢັ່ງຮູ້ຕ້ອງສອດຄ່ອງກັບສິ່ງທີ່ເປັນບວກ ແລະ ກົດເກນຂອງທຸກສິ່ງ; ມັນຕ້ອງບໍ່ວ່າງເປົ່າ ຫຼື ບິດເບືອນ ແລະ ໃນທີ່ສຸດແລ້ວ, ມັນກໍຂຶ້ນຢູ່ກັບການສອດຄ່ອງກັບຫຼັກການຄວາມຈິງ. ຖ້າເຈົ້າບໍ່ພຽງແຕ່ສາມາດເບິ່ງອອກວ່າແນວຄິດ ແລະ ມຸມມອງໃດທີ່ກຳລັງຖືກຖ່າຍທອດອອກມາ, ຖ້າເຈົ້າບໍ່ພຽງແຕ່ຢຸດຢູ່ທີ່ລະດັບນັ້ນ ແຕ່ຍັງສາມາດເບິ່ງອອກວ່າແນວຄິດ ແລະ ມຸມມອງເຫຼົ່ານີ້ຖືກຕ້ອງຢ່າງແທ້ຈິງ ຫຼື ບໍ່, ພວກມັນສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດຢ່າງແທ້ຈິງ ຫຼື ບໍ່, ພວກມັນບໍລິສຸດຢ່າງແທ້ຈິງ ຫຼື ບໍ່ ແລະ ພວກມັນສອດຄ່ອງກັບຄວາມຈິງຢ່າງແທ້ຈິງ ຫຼື ບໍ່, ຖ້າເຈົ້າສາມາດເຮັດສິ່ງທັງໝົດເຫຼົ່ານີ້ໄດ້, ແລ້ວເຈົ້າກໍເປັນຄົນທີ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆທີ່ດີ. ຄົນທີ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆທີ່ດີຄືຜູ້ທີ່ມີຂີດຄວາມສາມາດທີ່ດີ. ຖ້າເຈົ້າບໍ່ສາມາດບັນລຸສິ່ງທັງໝົດເຫຼົ່ານີ້ໄດ້ ຫຼື ສາມາດບັນລຸພວກມັນໄດ້ໃນລະດັບປານກາງເທົ່ານັ້ນ, ແລ້ວຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆຂອງເຈົ້າກໍຢູ່ໃນລະດັບປານກາງເທົ່ານັ້ນ. ຖ້າໂດຍພື້ນຖານແລ້ວເຈົ້າບໍ່ສາມາດເບິ່ງເລື່ອງເຫຼົ່ານີ້ໃຫ້ທະລຸໄດ້, ຕົວຢ່າງ: ຖ້າເຈົ້າບໍ່ສາມາດເຂົ້າໃຈຜົນງານທາງພາບ ແລະ ສຽງ, ຜົນງານທາງວັນນະຄະດີ ແລະ ສິລະປະ, ຜົນງານສິລະປະ ແລະ ອື່ນໆ ບໍ່ວ່າພວກມັນຈະເປັນນາມມະທຳ ຫຼື ເປັນຮູບປະທຳກໍຕາມ ແລະ ເຈົ້າພົບວ່າພວກມັນບໍ່ສາມາດເຂົ້າໃຈໄດ້ຢ່າງສິ້ນເຊີງ ຄືກັບພາສາຕ່າງປະເທດ ແລະ ເຈົ້າຂາດຄວາມສາມາດພາຍໃນຄວາມເປັນມະນຸດຂອງເຈົ້າທີ່ຈະປະເມີນ ແລະ ຊື່ນຊົມສິ່ງດັ່ງກ່າວ, ແລ້ວເຈົ້າກໍບໍ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ; ເຈົ້າເປັນຄົນທີ່ບໍ່ມີຂີດຄວາມສາມາດ. ຖ້າຜ່ານການສັງເກດທ່າທາງ ຫຼື ສະພາບທາງຈິດໃຈ ແລະ ການສະແດງອອກໂດຍລວມຂອງສະພາບຈິດໃຈຂອງຕົວລະຄອນພາຍໃນສາກທີ່ມີສີສັນສະເພາະ, ແສງສະຫວ່າງສະເພາະ ແລະ ສະພາບແວດລ້ອມສະເພາະ, ເຈົ້າສາມາດເບິ່ງອອກເຖິງຜົນກະທົບທີ່ສາກນີ້ຈະມີຕໍ່ຈິດໃຈຂອງຜູ້ຊົມ, ແລ້ວເຈົ້າກໍມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ເຖິງຢ່າງໃດກໍຕາມ, ຄົນທີ່ບໍ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆບໍ່ສາມາດເບິ່ງເຫັນສິ່ງນີ້ໄດ້. ພວກເຂົາເວົ້າວ່າ: “ມັນຈະເປັນຫຍັງໄປຖ້າແສງສະຫວ່າງຈະມືດມົວ ຫຼື ບໍ່ ຫຼື ຖ້າສີສັນຈະສວຍງາມ ຫຼື ບໍ່? ຕົວລະຄອນກໍຍັງຄົງຄືເກົ່າບໍ່ແມ່ນບໍ? ເຈົ້າສາມາດເບິ່ງອອກໄດ້ແນວໃດວ່າສະພາບຈິດໃຈຂອງພວກເຂົາເປັນແນວໃດ? ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດເບິ່ງເຫັນມັນໄດ້?” ສິ່ງນີ້ຄືການຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ບໍ່ວ່າເຈົ້າຈະອະທິບາຍໃຫ້ພວກເຂົາຟັງແນວໃດກໍຕາມ, ພວກເຂົາອາດຈະອ້າງວ່າພວກເຂົາເຂົ້າໃຈ ແຕ່ໃນຄວາມເປັນຈິງແລ້ວ, ໃນໃຈຂອງພວກເຂົາ ພວກເຂົາກໍຍັງບໍ່ເຂົ້າໃຈຢູ່ດີ. ຂົງເຂດນີ້ຈະຍັງຄົງເປັນສິ່ງທີ່ບໍ່ຄຸ້ນເຄີຍສຳລັບພວກເຂົາສະເໝີ. ຄົນທີ່ຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ບໍ່ວ່າພວກເຂົາຈະເຮັດວຽກປະເພດໃດ ຫຼື ເບິ່ງຜົນງານທາງວັນນະຄະດີ ຫຼື ສິລະປະປະເພດໃດກໍຕາມ, ພວກເຂົາກໍບໍ່ສາມາດສະແດງຄວາມຄິດ ແລະ ມຸມມອງຂອງພວກເຂົາເອງອອກມາໄດ້. ໂດຍສະເພາະສຳລັບວຽກງານ ຫຼື ການສ້າງສັນທີ່ຮຽກຮ້ອງໃຫ້ມີການສະແດງອອກເຖິງຄວາມໝາຍທີ່ເລິກເຊິ່ງ, ການສະແດງອອກເຖິງແກ່ນເລື່ອງ ຫຼື ການໃຫ້ການຊີ້ນໍາຝ່າຍວິນຍານ, ພວກເຂົາບໍ່ສາມາດເຮັດມັນໄດ້ດີ ແລະ ບໍ່ມີຄວາມສາມາດພຽງພໍສຳລັບໜ້າວຽກດັ່ງກ່າວ. ຖ້າເຈົ້າມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ແລະ ນອກເໜືອຈາກນັ້ນ ເຈົ້າຍັງເຂົ້າໃຈຄວາມຈິງອີກດ້ວຍ, ແລ້ວສຳລັບວຽກງານຂອງເຮືອນຂອງພຣະເຈົ້າທີ່ກ່ຽວຂ້ອງກັບຮູບເງົາ, ວັນນະຄະດີ ແລະ ສິລະປະ ເຊິ່ງກ່ຽວຂ້ອງກັບຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ເຈົ້າກໍສາມາດເຮັດມັນໄດ້ດີ, ມີຄວາມສາມາດພຽງພໍສຳລັບມັນ ແລະ ປະຕິບັດໜ້າທີ່ປະເພດນີ້ຂອງຕົນໄດ້. ຖ້າເຈົ້າຂາດຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ແລ້ວເຈົ້າກໍມີຂີດຄວາມສາມາດທີ່ບໍ່ດີ ແລະ ບໍ່ມີຄວາມສາມາດພຽງພໍສຳລັບວຽກງານປະເພດນີ້. ບາງຄົນເວົ້າວ່າ: “ຂ້ານ້ອຍໄດ້ຟັງຄວາມຈິງມາຫຼາຍປີແລ້ວ ແລະ ເຂົ້າໃຈຫຼັກການຄວາມຈິງ. ນັ້ນໝາຍຄວາມວ່າຂ້ານ້ອຍມີຄວາມສາມາດພຽງພໍສຳລັບວຽກງານປະເພດນີ້ບໍ?” ແບບນັ້ນກໍຍັງບໍ່ໄດ້ຢູ່ດີ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈຄວາມຈິງບາງຢ່າງ, ຖ້າປາສະຈາກຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆມາເປັນສ່ວນເສີມ, ເຈົ້າກໍສາມາດປະຕິບັດໄດ້ພຽງແຕ່ວຽກງານເຊັ່ນ: ການເທດສະໜາຂ່າວປະເສີດ ຫຼື ການຫົດນໍ້າຄຣິສຕະຈັກເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ສຳລັບວຽກງານທີ່ກ່ຽວຂ້ອງກັບຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ເຈົ້າຈະບໍ່ມີຄວາມສາມາດພຽງພໍສຳລັບມັນ. ສະນັ້ນ, ຖ້າບາງຄົນຖືກເລືອກໃຫ້ເຮັດວຽກງານປະເພດນີ້ຢ່າງຜິດພາດ ແລະ ຕອນນີ້ຮູ້ສຶກຕົວວ່າພວກເຂົາບໍ່ມີທ່າແຮງໃນດ້ານນີ້ ແລະ ໂດຍແກ່ນແທ້ແລ້ວບໍ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ, ພວກເຂົາກໍຄວນລາອອກໂດຍທັນທີ ໂດຍເວົ້າວ່າ: “ຂ້ານ້ອຍບໍ່ສາມາດເຮັດວຽກງານນີ້ໄດ້. ຄວາມເປັນມະນຸດຂອງຂ້ານ້ອຍບໍ່ມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ”. ແນ່ນອນວ່າ ບໍ່ວ່າເຈົ້າຈະມີຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ ຫຼື ບໍ່ກໍຕາມ, ມັນກໍເປັນມາດຕະຖານໜຶ່ງສຳລັບການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ. ເຖິງແມ່ນວ່າມັນຈະບໍ່ແມ່ນມາດຕະຖານຫຼັກ, ແຕ່ສຳລັບວຽກງານພິເສດບາງຢ່າງ, ຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆກໍເປັນສິ່ງຈຳເປັນເຊັ່ນກັນ. ນັ້ນຄືການສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບຄວາມສາມາດໃນການປະເມີນ ແລະ ຊື່ນຊົມສິ່ງຕ່າງໆ. ຍັງມີອີກໜຶ່ງຄວາມສາມາດ ນັ້ນກໍຄືຄວາມສາມາດໃນການປະດິດສ້າງ ເຊິ່ງພວກເຮົາຈະໂອ້ລົມກັນໃນຄັ້ງຕໍ່ໄປ.
ການໂອ້ລົມແບບນີ້ເຮັດໃຫ້ສິ່ງຕ່າງໆຊັດເຈນຂຶ້ນສຳລັບພວກເຈົ້າບໍ? (ຊັດເຈນ). ຖ້າເຮົາພຽງແຕ່ເວົ້າໃນແງ່ທົ່ວໄປ ໂດຍກ່າວວ່າ: “ຂີດຄວາມສາມາດຂອງຄົນໆໜຶ່ງຖືກປະເມີນໂດຍປະສິດທິພາບ ແລະ ປະສິດທິຜົນຂອງພວກເຂົາໃນການເຮັດສິ່ງຕ່າງໆ”, ພວກເຈົ້າກໍຈະສາມາດທ່ອງຈຳໄດ້ພຽງແຕ່ຫຼັກຄຳສອນນີ້ເທົ່ານັ້ນ ແຕ່ພວກເຈົ້າກໍຍັງຄົງບໍ່ຊັດເຈນວ່າຂີດຄວາມສາມາດໝາຍເຖິງດ້ານໃດແດ່ຢ່າງສະເພາະເຈາະຈົງ. ຕໍ່ມາ, ເຮົາຄິດວ່າມັນຈະດີກວ່າຖ້າໂອ້ລົມໃຫ້ສະເພາະເຈາະຈົງຫຼາຍຂຶ້ນ; ເມື່ອພວກເຈົ້າໄດ້ຮັບຄວາມຊັດເຈນໃນຫົວຂໍ້ນີ້, ພວກເຈົ້າກໍຈະສາມາດປະເມີນໄດ້ຢ່າງຖືກຕ້ອງ ແລະ ເຂົ້າໃຈຂີດຄວາມສາມາດຂອງພວກເຈົ້າເອງຢ່າງຊັດເຈນ. ສິ່ງນີ້ຈະຊ່ວຍໃຫ້ພວກເຈົ້າຮັກສາຕຳແໜ່ງທີ່ເໝາະສົມຂອງຕົນເອງ ແລະ ບໍ່ປະເມີນຄວາມສາມາດຂອງຕົນເອງສູງເກີນໄປ. ການເບິ່ງເຫັນຢ່າງຊັດເຈນ ແລະ ການເຂົ້າໃຈຄວາມສາມາດຂອງຕົນເອງ, ການຕັດສິນວ່າຂີດຄວາມສາມາດຂອງເຈົ້າດີ, ປານກາງ, ບໍ່ດີ ຫຼື ບໍ່ມີເລີຍ ແລະ ການລະບຸວ່າເຈົ້າຈັດຢູ່ໃນກຸ່ມໃດ, ການຊອກຫາຕຳແໜ່ງທີ່ເໝາະສົມຂອງຕົນເອງແບບນີ້ ເຮັດໃຫ້ພວກເຈົ້າສາມາດປະຕິບັດ ແລະ ປະພຶດຕົນໄດ້ຢ່າງຖືກຕ້ອງເໝາະສົມ. ໃນດ້ານໜຶ່ງ, ມັນເຮັດໃຫ້ເຈົ້າສາມາດມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຕົນເອງ. ໃນອີກດ້ານໜຶ່ງ, ໃນແງ່ຂອງການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ມັນຍັງໃຫ້ຄວາມຊ່ວຍເຫຼືອໃນລະດັບໜຶ່ງສຳລັບການປ່ຽນແປງອຸປະນິໄສທີ່ອວດດີຂອງເຈົ້າອີກດ້ວຍ. ແມ່ນບໍ່? (ແມ່ນແລ້ວ). ໃຫ້ພວກເຮົາຈົບການໂອ້ລົມສຳລັບມື້ນີ້ໄວ້ພຽງເທົ່ານີ້. ລາກ່ອນ!
ວັນທີ 4 ພະຈິກ 2023