ຄຳພະຍານແຫ່ງປະສົບການ ຕໍ່ໜ້າທີ່ນັ່ງແຫ່ງການພິພາກສາຂອງພຣະຄຣິດ

ເຫຼັ້ມທີ I

ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍຊົງສະແດງຄວາມຈິງ, ດຳເນີນພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ ແລະ ສະໜອງຄວາມຈິງທັງໝົດທີ່ຈຳເປັນແກ່ຜູ້ຄົນ ເພື່ອໃຫ້ພວກເຂົາໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ໄດ້ຮັບຄວາມລອດພົ້ນ. ຜູ້ຄົນທີ່ພຣະເຈົ້າເລືອກໄດ້ຍິນສຸລະສຽງຂອງພຣະເຈົ້າ, ຖືກນໍາມາຢູ່ຕໍ່ໜ້າພະບັນລັງຂອງພຣະເຈົ້າ, ໄດ້ເຂົ້າຮ່ວມງານລ້ຽງຂອງລູກແກະ ແລະ ເລີ່ມຕົ້ນຊີວິດຮ່ວມກັບພຣະເຈົ້າແບບໜ້າຕໍ່ໜ້າ ໃນຖານະປະຊາຊົນຂອງພຣະເຈົ້າໃນຍຸກແຫ່ງລາຊະອານາຈັກ. ພວກເຂົາໄດ້ຮັບການຫົດນ້ຳ, ການລ້ຽງດູ, ການເປີດເຜີຍ ແລະ ການພິພາກສາແຫ່ງພຣະທຳຂອງພຣະເຈົ້າ, ໄດ້ຮັບຄວາມເຂົ້າໃຈໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ໄດ້ເຫັນຂໍ້ເທັດຈິງທີ່ແທ້ຈິງຂອງການທີ່ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ, ໄດ້ປະສົບກັບການກັບໃຈຢ່າງແທ້ຈິງ ແລະ ເລີ່ມຕົ້ນເອົາໃຈໃສ່ການປະຕິບັດຄວາມຈິງ ແລະ ປະສົບກັບການປ່ຽນແປງໃນອຸປະນິໄສ, ສ້າງຄຳພະຍານຕ່າງໆກ່ຽວກັບການເຮັດໃຫ້ບໍລິສຸດຈາກຄວາມເສື່ອມຊາມ ຜ່ານການປະສົບກັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ. ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ ໄດ້ສ້າງກຸ່ມຜູ້ມີໄຊຂຶ້ນມາ ເຊິ່ງຜ່ານປະສົບການສ່ວນຕົວຂອງພວກເຂົາ, ພວກເຂົາເປັນພະຍານວ່າ ການພິພາກສາແຫ່ງພະບັນລັງສີຂາວທີ່ຍິ່ງໃຫຍ່ໃນຍຸກສຸດທ້າຍໄດ້ເລີ່ມຕົ້ນຂຶ້ນແລ້ວ!

ຄຳພະຍານຈາກປະສົບການ

ດາວໂຫຼດ

Connect with us on Messenger