ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (19)
ຂໍ້ທີສິບສອງ: ຊອກຫາຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ປົກກະຕິຂອງຄຣິສຕະຈັກໃນທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີເຈັດ)
ບັນດາບຸກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ
ຫຼັກການໃນການຮັບມືກັບຜູ້ທີ່ມີຄວາມສຳພັນບໍ່ເໝາະສົມ
ກ່ຽວກັບບັນດາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ປົກກະຕິຂອງຄຣິສຕະຈັກ, ພວກເຮົາໄດ້ແບ່ງພວກມັນອອກເປັນທັງໝົດສິບເອັດບັນຫາ. ກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນຫາທີຫົກ ນັ້ນກໍຄື ການມີຄວາມສຳພັນທີ່ບໍ່ເໝາະສົມ. ໂດຍຫຼັກໆ ແລ້ວສິ່ງນີ້ໝາຍເຖິງຫຍັງ? ການລໍ້ລວງຄົນອື່ນໂດຍບໍ່ເລືອກໜ້າ ແລະ ການມີສ່ວນຮ່ວມກັບຄວາມສຳພັນແຫ່ງຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາ. ມີການໂອ້ລົມຫຍັງແດ່ກ່ຽວກັບດ້ານນີ້? ເມື່ອຄົນດັ່ງກ່າວປາກົດຕົວໃນຄຣິສຕະຈັກ, ຄວນຮັບມືກັບພວກເຂົາແນວໃດ? ມີວິທີແກ້ໄຂຫຍັງແດ່? ພວກເຮົາຄວນເຮັດບໍ່ຮູ້ບໍ່ເຫັນ ແລະ ປ່ອຍມັນໄປໂດຍບໍ່ມີການກວດສອບ ຫຼື ພວກເຮົາຄວນແກ້ໄຂບັນຫາຕາມຫຼັກການຄວາມຈິງ? ພວກເຮົາຄວນຫຼີກລ່ຽງມັນ ຫຼື ໃຊ້ຄວາມຮັກເພື່ອສ້າງອິດທິພົນຕໍ່ຜູ້ທີ່ກ່ຽວຂ້ອງ? ພວກເຮົາຄວນໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ ຫຼື ເຕືອນ ແລະ ກຳຈັດພວກເຂົາອອກ? ວິທີໃດເໝາະສົມທີ່ສຸດໃນການຮັບມືກັບມັນ? (ເຕືອນ ແລະ ຈຳກັດຜູ້ທີ່ກ່ຽວຂ້ອງ. ຖ້າບໍ່ສາມາດຈຳກັດພວກເຂົາໄດ້, ໃຫ້ກຳຈັດພວກເຂົາອອກ). ຄວນຈຳກັດພວກເຂົາແນວໃດ? ສິ່ງນີ້ເຮັດງ່າຍບໍ? ໂດຍທົ່ວໄປແລ້ວ ເມື່ອເລື່ອງດັ່ງກ່າວເກີດຂຶ້ນ, ມັນບໍ່ງ່າຍປານໃດທີ່ຈະຈຳກັດຜູ້ທີ່ກ່ຽວຂ້ອງ. ບາງຄົນສັງເກດເຫັນສະຖານະການດັ່ງກ່າວ ແລະ ຮູ້ສຶກວ່າມັນບໍ່ເໝາະສົມ, ແຕ່ພວກເຂົາກໍອາຍທີ່ຈະເວົ້າອອກມາ. ບາງຄົນອາດຈະບອກໄບ້ມັນທາງອ້ອມ, ແຕ່ຜູ້ທີ່ກ່ຽວຂ້ອງກໍບໍ່ຈຳເປັນຕ້ອງຟັງ. ຄວາມເປັນມະນຸດຂອງທຸກຄົນທີ່ສາມາດລໍ້ລວງຄົນອື່ນໂດຍບໍ່ເລືອກໜ້າເປັນແນວໃດ? ພວກເຂົາເປັນຄົນທີ່ມີກຽດສັກສີ ແລະ ຊື່ກົງບໍ? ພວກເຂົາເປັນຄົນທີ່ມີມາລະຍາດຂອງໄພ່ພົນບໍ? ພວກເຂົາເປັນຄົນທີ່ມີກຽດສັກສີ ແລະ ຮູ້ຈັກຄວາມລະອາຍບໍ? (ບໍ່). ຖ້າຄົນໃດຄົນໜຶ່ງພຽງແຕ່ເຕືອນພວກເຂົາດ້ວຍຄຳເວົ້າ ຫຼື ໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາໂດຍປົກກະຕິ, ມັນຈະສາມາດແກ້ໄຂບັນຫາໄດ້ບໍ? ບໍ່ສາມາດແກ້ໄຂໄດ້. ເມື່ອເລື່ອງດັ່ງກ່າວເກີດຂຶ້ນ, ມັນໝາຍຄວາມວ່າມັນໄດ້ຖືກບົ່ມຢູ່ໃນຫົວໃຈຂອງພວກເຂົາມາເປັນເວລາດົນນານແລ້ວແທ້ໆ. ເມື່ອຮອດຈຸດນັ້ນ, ມັນຍັງຄວບຄຸມງ່າຍຢູ່ບໍ? ການຊ່ວຍເຫຼືອ ແລະ ຄວາມພະຍາຍາມທີ່ຈະໃຊ້ຄວາມຮັກ ເພື່ອສ້າງອິດທິພົນຕໍ່ພວກເຂົາຈະສາມາດແກ້ໄຂບັນຫາໄດ້ບໍ? (ບໍ່ໄດ້). ສະນັ້ນ, ວິທີແກ້ໄຂທີ່ດີທີ່ສຸດແມ່ນຫຍັງ? ມັນແມ່ນເພື່ອກຳຈັດຄົນດັ່ງກ່າວອອກ, ເພື່ອແຍກພວກເຂົາອອກຈາກຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ເຮັດໜ້າທີ່ຂອງພວກເຂົາ ແລະ ບໍ່ໃຫ້ພວກເຂົາສືບຕໍ່ລົບກວນ ແລະ ທຳຮ້າຍຄົນອື່ນ.
ປັດຈຸບັນນີ້, ໃນຄຣິສຕະຈັກບາງແຫ່ງ, ເຫດການທີ່ຜູ້ຊາຍ ແລະ ຜູ້ຍິງລໍ້ລວງກັນເກີດຂຶ້ນຢ່າງບໍ່ຢຸດຢັ້ງ. ຕາບໃດທີ່ພວກເຂົາມີໂອກາດ, ຄົນເຫຼົ່ານີ້ກໍລໍ້ລວງກັນ, ປະພຶດຕົນຕາມອຳເພີໃຈເປັນພິເສດ ແລະ ບໍ່ມີຄວາມຮູ້ສຶກລະອາຍໃດໆ. ຂ້ານ້ອຍໄດ້ຍິນກ່ຽວກັບຜູ້ຊາຍຄົນໜຶ່ງທີ່ລໍ້ລວງຜູ້ຍິງຫຼາຍຄົນ; ລາວບໍ່ໄດ້ຄົບຫາຢ່າງຈິງຈັງ ແຕ່ພຽງແຕ່ລໍ້ລວງ ແລະ ຕິດພັນກັບຜູ້ຍິງຄົນໃດກໍຕາມທີ່ລາວພົບໂດຍບໍ່ເລືອກໜ້າ. ບາງຄົນເວົ້າວ່າ “ລາວພຽງແຕ່ມີປະຕິສຳພັນແບບປົກກະຕິ; ນັ້ນເປັນພຽງວິທີການສ້າງປະຕິສຳພັນຂອງລາວ”. ຄົນສ່ວນໃຫຍ່ເຫັນວ່າ ວິທີການມີປະຕິສຳພັນແບບນັ້ນຂາດສິນທຳ, ໜ້າລັງກຽດ ແລະ ເປັນຕາຂີ້ດຽດ. ນີ້ບໍ່ແມ່ນບັນຫາບໍ? ສິ່ງນີ້ສາມາດພິສູດໄດ້ບໍວ່າ ຄວາມສຳພັນດັ່ງກ່າວບໍ່ເໝາະສົມ? ຖ້າຄົນສອງຄົນຄົບຫາກັນບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາເອງ ແຕ່ຍັງສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນອື່ນ, ພວກເຂົາກໍຄວນຖືກຈຳກັດ. ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ຄົບຫາກັນພາຍໃນຊີວິດຄຣິສຕະຈັກ, ໂດຍສະເພາະຄືບໍ່ແມ່ນໃນຄຣິສຕະຈັກທີ່ເຮັດໜ້າທີ່ເຕັມເວລາ, ເພາະສິ່ງນີ້ຈະສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນອື່ນ ແລະ ເປັນອັນຕະລາຍຕໍ່ວຽກງານຂອງຄຣິສຕະຈັກ. ເມື່ອພວກເຂົາສາມາດຈົດຈໍ່ກັບໜ້າທີ່ຂອງພວກເຂົາໄດ້, ພວກເຂົາຈຶ່ງສາມາດກັບຄືນສູ່ຄຣິສຕະຈັກທີ່ເຮັດໜ້າທີ່ເຕັມເວລາ ເພື່ອເຮັດໜ້າທີ່ຂອງພວກເຂົາ. ບາງຄົນບໍ່ໄດ້ຄົບຫາກັນຢ່າງຈິງຈັງ ແຕ່ພັດລໍ້ລວງ ແລະ ຕິດພັນກັບຄົນອື່ນຢ່າງບໍ່ເລືອກໜ້າ, ຫຼິ້ນກັບຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາ, ລົບກວນຊີວິດຄຣິສຕະຈັກ, ສົ່ງຜົນກະທົບຕໍ່ອາລົມຂອງຜູ້ຄົນ ແລະ ລົບກວນຄົນອື່ນ. ສະຖານະການນີ້ກໍໃຫ້ເກີດການລົບກວນວຽກງານຂອງຄຣິສຕະຈັກ ແລະ ຄວນຖືກແກ້ໄຂ ແລະ ຈັດການຕາມຫຼັກການ; ຄົນເຫຼົ່ານີ້ຄວນຖືກແຍກອອກ ແລະ ກຳຈັດອອກໃຫ້ທັນການ. ບັນຫານີ້ຈັດການງ່າຍບໍ? ບໍ່ຄວນອະນຸຍາດໃຫ້ຜູ້ໃດລົບກວນ ແລະ ຂັດຂວາງຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກ ແລະ ບັນຫາດັ່ງກ່າວຄວນຖືກຈັດການຕາມຫຼັກການ. ບາງຄົນເວົ້າວ່າ “ໃນສະຖານະການທີ່ບໍ່ມີຜູ້ໃດມາຮັບໜ້າທີ່ຂອງພວກເຂົາ ຖ້າພວກເຂົາຖືກຈັດການ, ກໍບໍ່ສາມາດຈັດການກັບພວກເຂົາໄດ້; ຄວນປ່ອຍໃຫ້ພວກເຂົາດຳເນີນຕໍ່ໄປ ແລະ ລໍ້ລວງຄົນອື່ນຕາມທີ່ພວກເຂົາຕ້ອງການ. ບໍ່ວ່າພວກເຂົາຈະລໍ້ລວງຄົນອື່ນແນວໃດກໍຕາມ, ມັນຄວນໄດ້ຮັບການອະນຸຍາດ”. ເຮືອນຂອງພຣະເຈົ້າມີກົດລະບຽບດັ່ງກ່າວບໍ? ໃນການໂອ້ລົມຂອງການເຕົ້າໂຮມຄັ້ງສຸດທ້າຍກ່ຽວກັບວິທີຈັດການກັບຄົນດັ່ງກ່າວ ມີຫຼັກການເຊັ່ນນີ້ບໍ? (ບໍ່ມີ). ເມື່ອພົບພໍ້ກັບສະຖານະການດັ່ງກ່າວ, ຜູ້ນຳຄຣິສຕະຈັກ ແລະ ຜູ້ຄຸມງານເລີ່ມສັບສົນ ແລະ ບໍ່ຮູ້ວ່າຈະຈັດການກັບພວກເຂົາແນວໃດ, ໂດຍປ່ອຍໃຫ້ຄົນເຫຼົ່ານີ້ລໍ້ລວງຄົນອື່ນຢ່າງບໍ່ເລືອກໜ້າໃນຄຣິສຕະຈັກ ເຊິ່ງເຮັດໃຫ້ຄົນສ່ວນໃຫຍ່ຮູ້ສຶກບໍ່ສະບາຍໃຈ ແລະ ເຮັດໃຫ້ພວກເຂົາຂາດສິນທຳ, ທັງຍັງຖືກລັງກຽດໃນຫົວໃຈຂອງພວກເຂົາ ແຕ່ບໍ່ກ້າເວົ້າອອກມາ ແລະ ຕ້ອງອົດທົນກັບມັນ. ຜູ້ນຳ ແລະ ຜູ້ຄຸມງານເຊື່ອວ່າ ວຽກງານຂອງຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າຂາດຄົນເຫຼົ່ານີ້ບໍ່ໄດ້, ຖ້າຜູ້ລໍ້ລວງທີ່ບໍ່ເລືອກໜ້າເຫຼົ່ານີ້ຖືກສົ່ງອອກໄປ, ກໍຈະມີຄົນເຮັດວຽກໜ້ອຍລົງ. ຕັກກະສາດນີ້ຖືກຕ້ອງບໍ? (ບໍ່). ມັນບໍ່ຖືກຕ້ອງແນວໃດ? (ຄົນເຫຼົ່ານີ້ບໍ່ສາມາດເຮັດວຽກໄດ້; ພວກເຂົາບໍ່ໄດ້ໃສ່ໃຈກັບມັນ). ນັ້ນເວົ້າໄດ້ຖືກຈຸດແລ້ວ. ພວກເຈົ້າຄິດວ່າຄົນປະເພດໃດທີ່ສາມາດລໍ້ລວງຄົນອື່ນໂດຍບໍ່ເລືອກໜ້າ? ພວກເຂົາບໍ່ມີການຢັບຢັ້ງຊັ່ງໃຈເລີຍ; ພວກເຂົາເປັນຜູ້ບໍ່ເຊື່ອ, ເປັນຜູ້ທີ່ບໍ່ເຊື່ອ. ມັນບໍ່ແມ່ນຍ້ອນວ່າພວກເຂົາບໍ່ຮັກຄວາມຈິງ, ເບື່ອໜ່າຍຄວາມຈິງ, ມີຄວາມເຊື່ອໜ້ອຍ, ເປັນໄວໜຸ່ມ ແລະ ມີພື້ນຖານທີ່ຕື້ນເຂີນເທົ່ານັ້ນ, ນັ້ນບໍ່ແມ່ນທັງໝົດ. ຄົນທີ່ບໍ່ເຊື່ອທຸກຄົນທີ່ບໍ່ເຊື່ອໃນພຣະເຈົ້າ ສາມາດລໍ້ລວງຄົນອື່ນໂດຍບໍ່ເລືອກໜ້າບໍ? ພວກເຂົາທຸກຄົນສາມາດມີສ່ວນຮ່ວມໃນກິດຈະກຳທີ່ຜິດສິນທຳທາງເພດໄດ້ບໍ? ມີພຽງສ່ວນໜຶ່ງຂອງພວກເຂົາ; ສ່ວນໜ້ອຍຍັງໃຫ້ຄຸນຄ່າຄວາມຊື່ສັດ ແລະ ກຽດສັກສີ, ໃສ່ໃຈຊື່ສຽງຂອງພວກເຂົາ ແລະ ມີບັນທັດຖານສຳລັບການປະພຶດຕົນ. ຄົນທີ່ເອີ້ນວ່າຜູ້ເຊື່ອໃນພຣະເຈົ້າເຫຼົ່ານີ້ບໍ່ໄດ້ດີໄປກວ່າຄົນທີ່ບໍ່ເຊື່ອ, ແລ້ວ ມັນຈະເກີນໄປບໍທີ່ຈະເອີ້ນພວກເຂົາວ່າຜູ້ທີ່ບໍ່ເຊື່ອ ແລະ ຜູ້ບໍ່ເຊື່ອ? (ບໍ່). ເຖິງແມ່ນວ່າຄົນເຫຼົ່ານີ້ສາມາດອອກແຮງງານບາງຢ່າງໃນເຮືອນຂອງພຣະເຈົ້າ, ໃນແງ່ຂອງທຳມະຊາດຂອງພວກເຂົາ, ພວກເຂົາກໍເປັນຜູ້ບໍ່ເຊື່ອ ແລະ ເປັນຜູ້ທີ່ບໍ່ເຊື່ອ. ພວກເຂົາບໍ່ມີຫຼັກການໃນທຸກສິ່ງທີ່ພວກເຂົາເຮັດ ແລະ ປະພຶດຕົນໂດຍບໍ່ມີບັນທັດຖານ, ບໍ່ມີກຽດສັກສີ ແລະ ບໍ່ມີຄວາມຮູ້ສຶກລະອາຍ. ຜູ້ທີ່ບໍ່ເຊື່ອເຖິງກັບຮັບເອົາແນວຄິດທີ່ວ່າ “ຜູ້ຄົນຕ້ອງການຄວາມພາກພູມໃຈ ຄືກັບຕົ້ນໄມ້ທີ່ຕ້ອງການເປືອກ”; ແຕ່ຄົນເຫຼົ່ານີ້ບໍ່ຕ້ອງການແມ່ນແຕ່ຈະຮັກສາຄວາມພາກພູມໃຈຂອງພວກເຂົາ, ສະນັ້ນພວກເຂົາຈະຕ້ອງການຄວາມຈິງໄດ້ບໍ? ພວກເຂົາຈະສາມາດເສຍສະລະເພື່ອພຣະເຈົ້າຢ່າງຈິງໃຈໄດ້ບໍ? ພວກເຂົາຈະສາມາດເຮັດຕາມຫຼັກການໃນໜ້າທີ່ຂອງພວກເຂົາໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ! ພວກເຂົາພຽງແຕ່ອອກເຫື່ອແຮງເທົ່ານັ້ນ. ຄົນທີ່ອອກເຫື່ອແຮງບໍ່ມີຄວາມຈິງໃດໆ; ການອອກເຫື່ອແຮງຂອງພວກເຂົາຂັດຂວາງ ແລະ ລົບກວນ ແລະ ບໍ່ໄດ້ມາດຕະຖານຂອງການປະຕິບັດໜ້າທີ່. ເຖິງແມ່ນວ່າພາຍນອກພວກເຂົາເບິ່ງຄືວ່າກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າເຈົ້າຈະໂອ້ລົມຫຼັກການກັບພວກເຂົາແນວໃດ, ພວກເຂົາກໍບໍ່ຟັງແທ້ໆ. ພວກເຂົາເຮັດຕາມທີ່ພວກເຂົາຕ້ອງການ, ບໍ່ປະຕິບັດຕາມຫຼັກການ. ເມື່ອຄົນເຫຼົ່ານີ້ຟັງຄຳເທດສະໜາ, ທ່າທີ ແລະ ການສະແດງອອກຂອງພວກເຂົາກໍເປີດເຜີຍເຖິງແກ່ນແທ້ຂອງພວກເຂົາໃນຖານະຜູ້ບໍ່ເຊື່ອ. ຄົນອື່ນນັ່ງຕົວຊື່, ຟັງຢ່າງຈິງຈັງ ແລະ ຕັ້ງໃຈ, ແຕ່ຄົນເຫຼົ່ານີ້ຟັງແນວໃດ? ບາງຄົນເອນໃສ່ໂຕະ, ບິດຕົວ ແລະ ຫາວນອນຢູ່ເລື້ອຍໆ, ນັ່ງຢ່າງບໍ່ເໝາະສົມ, ເບິ່ງບໍ່ຄືມະນຸດເລີຍ. ຄົນປະເພດໃດທີ່ເບິ່ງບໍ່ຄືມະນຸດເລີຍ? ພວກເຂົາບໍ່ແມ່ນມະນຸດເລີຍ; ພວກເຂົາພຽງແຕ່ສວມໃສ່ເປືອກນອກຂອງມະນຸດ. ພວກເຈົ້າຮູ້ສຶກແນວໃດເມື່ອພວກເຈົ້າເຫັນ “ພວກສັດເລືອຄານ” ກຸ່ມນີ້ເຂົ້າມາຟັງຄຳເທດສະໜາ? ມັນບໍ່ເຮັດໃຫ້ພວກເຈົ້າອຶດອັດບໍ? (ແມ່ນ). ຄົນກຸ່ມນີ້ເບິ່ງເປັນຕາຂີ້ດຽດ ແລະ ການເຫັນພວກເຂົາກໍເຮັດໃຫ້ເຮົາບໍ່ຢາກເວົ້າ. ເຮົາເວົ້າກັບມະນຸດ, ບໍ່ແມ່ນເວົ້າກັບ “ພວກສັດເລືອຄານ”. ສະພາວະຂອງຄົນທີ່ຟັງຄຳເທດສະໜາແບບນີ້ຈະສາມາດດີຂຶ້ນໄດ້ບໍ ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ? ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຈະສາມາດເຕີບໂຕຂຶ້ນ ແລະ ພວກເຂົາຈະສາມາດເຂົ້າໃຈຄວາມຈິງໄດ້ຢ່າງແຈ່ມແຈ້ງຂຶ້ນບໍ ເມື່ອພວກເຂົາປະຕິບັດໜ້າທີ່ຫຼາຍຂຶ້ນ? ບໍ່ໄດ້ຢ່າງແນ່ນອນ! ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ແນວໃດ, ຄວາມເຕີບໂຕ ແລະ ຄວາມເຊື່ອຂອງພວກເຂົາກໍບໍ່ເຕີບໂຕຂຶ້ນ. ພວກເຂົາເຮັດທຸກຢ່າງຕາມອຳເພີໃຈ ແລະ ປາສະຈາກການຢັບຢັ້ງຊັ່ງໃຈ, ດຳລົງຊີວິດຢູ່ພາຍໃນຕັນຫາຂອງເນື້ອໜັງ ແລະ ອຸປະນິໄສທີ່ເສື່ອມຊາມໂດຍປາສະຈາກຄວາມສຳນຶກ, ການຕຳນິຕົນເອງ ຫຼື ການລົງວິໄນໃດໆ, ພວກເຂົາບໍ່ແມ່ນມະນຸດ! ສຳລັບຄົນດັ່ງກ່າວ, ໂດຍບໍ່ຕ້ອງຄຳນຶງເຖິງສິ່ງຊົ່ວຮ້າຍອື່ນໆ ທີ່ພວກເຂົາໄດ້ເຮັດ ຫຼື ການກະທຳຂອງພວກເຂົາທີ່ໄດ້ລະເມີດຫຼັກການ ແລະ ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພຽງແຕ່ການມີສ່ວນຮ່ວມໃນຄວາມສຳພັນທີ່ບໍ່ເໝາະສົມກໍພຽງພໍແລ້ວທີ່ພວກເຂົາຈະຖືກກຳຈັດອອກ. ນີ້ເປັນເລື່ອງທີ່ງ່າຍດາຍຫຼາຍ, ແຕ່ຜູ້ນຳຄຣິສຕະຈັກ ແລະ ຜູ້ຄຸມງານພັດໄດ້ແຕ່ເກົາຫົວ, ບໍ່ຮູ້ວ່າຈະຈັດການກັບມັນແນວໃດ. ເລື່ອງນີ້ຈັດການງ່າຍຫຼາຍ; ມັນໄດ້ຖືກໂອ້ລົມກັນມາກ່ອນແລ້ວ. ມັນຄວນຖືກຈັດການຕາມຫຼັກການ ແລະ ຜູ້ທີ່ຄວນຖືກກຳຈັດອອກກໍຄວນຖືກກຳຈັດອອກ. ຢ່າຄິດຫຼາຍເກີນໄປ; ວຽກງານຂອງເຮືອນຂອງພຣະເຈົ້າຈະດຳເນີນຕໍ່ໄປໄດ້ເປັນຢ່າງດີໂດຍບໍ່ມີພວກເຂົາ. ບອກເຮົາມາເບິ່ງວ່າ ຄົນເຮົາຄວນເຮັດແນວໃດຖ້າພົບເຫັນຂີ້ໝາ ຫຼື ອາຈົມຢູ່ບ່ອນໃດບ່ອນໜຶ່ງ? ພວກເຂົາຄວນທຳຄວາມສະອາດມັນໃນທັນທີ; ຖ້າບໍ່ທຳຄວາມສະອາດໃຫ້ທັນເວລາ, ແມງວັນ ແລະ ຍຸງກໍຈະມາທັນທີ ແລະ ຜູ້ຄົນກໍບໍ່ສາມາດມີຄວາມສະຫງົບໃນສະຖານທີ່ດັ່ງກ່າວໄດ້. ທັງໝົດນີ້ເຮົາໝາຍຄວາມວ່າແນວໃດ? (ເພື່ອແກ້ໄຂບັນຫາການມີຄວາມສຳພັນທີ່ບໍ່ເໝາະສົມໃນຄຣິສຕະຈັກ, ຂັ້ນຕອນທຳອິດແມ່ນການຊໍາລະລ້າງຜູ້ບໍ່ເຊື່ອທີ່ຊົ່ວຊ້າເຫຼົ່ານັ້ນອອກໄປ). ແມ່ນແລ້ວ, ນັ້ນຄືສິ່ງທີ່ເຮົາໝາຍເຖິງແທ້ໆ. ຖ້າມີຄົນປະເພດ “ຂີ້ໝາເໝັນ” ຢູ່ໃນຄຣິສຕະຈັກ, ພວກເຂົາກໍຈະດຶງດູດ “ແມງວັນເໝັນ” ບາງໂຕມາຢ່າງແນ່ນອນ. ໂດຍການຊໍາລະລ້າງຂີ້ໝາເໝັນອອກໄປ, ແມງວັນເຫຼົ່ານີ້ກໍຈະຫາຍໄປໂດຍທຳມະຊາດ. ນີ້ບໍ່ແມ່ນວິທີແກ້ໄຂບໍ? ວິທີແກ້ໄຂນີ້ສົມເຫດສົມຜົນບໍ? (ແມ່ນ). ເມື່ອຈັດການກັບບັນຫາດັ່ງກ່າວ, ຜູ້ນຳຄຣິສຕະຈັກບາງຄົນກໍມີຄວາມກັງວົນຢູ່ສະເໝີ, ໂດຍກ່າວວ່າ “ຖ້າພວກເຮົາຊໍາລະລ້າງຜູ້ທີ່ລໍ້ລວງຄົນອື່ນໂດຍບໍ່ເລືອກໜ້າອອກໄປ, ຈະບໍ່ມີຄົນເຮັດວຽກໜ້ອຍລົງບໍ?” ນີ້ເປັນບັນຫາບໍ? (ບໍ່). ເປັນຫຍັງຈຶ່ງບໍ່ແມ່ນ? ຄວາມກັງວົນນີ້ຄວນຖືກແກ້ໄຂແນວໃດ? ເຖິງແມ່ນວ່າຄວາມກັງວົນຂອງພວກເຂົາຈະມີເຫດຜົນ, ໂດຍຄິດວ່າຖ້າຄວາມຕ້ອງການຕໍ່ຜູ້ຄົນເຂັ້ມງວດເກີນໄປ ແລະ ຜູ້ທີ່ສາມາດເຮັດວຽກໄດ້ຖືກຊໍາລະລ້າງອອກໄປ, ກໍຈະບໍ່ມີຜູ້ໃດເຮັດວຽກສ່ວນນີ້, ມັນຈະບໍ່ງ່າຍບໍທີ່ຈະຊອກຫາຄົນທີ່ມີຄວາມສາມາດຄົນອື່ນມາແທນທີ່ພວກເຂົາ? (ງ່າຍ). ແລະ ເຖິງແມ່ນວ່າຈະບໍ່ສາມາດຊອກຫາຄົນມາແທນທີ່ໄດ້ທັນທີ, ວຽກງານກໍສາມາດເຮັດໄດ້ໃນພາຍຫຼັງເມື່ອພົບຄົນທີ່ເໝາະສົມ ໂດຍບໍ່ສົ່ງຜົນກະທົບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າບໍ່ສະໜັບສະໜູນຄົນເຫຼົ່ານີ້ທີ່ບໍ່ເຮັດວຽກທີ່ເໝາະສົມ. ຖ້າພວກເຂົາສາມາດກັບໃຈ ແລະ ເອົາໃຈໃສ່ໜ້າວຽກທີ່ເໝາະສົມ, ພວກເຂົາກໍສາມາດສືບຕໍ່ເຮັດວຽກໄດ້, ແຕ່ຖ້າພວກເຂົາບໍ່ກັບໃຈ, ພວກເຂົາກໍຄວນຖືກຕັດສິດຈາກການປະຕິບັດໜ້າທີ່ຂອງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ຍຸຕິທຳ ແລະ ສົມເຫດສົມຜົນບໍ? ເຮືອນຂອງພຣະເຈົ້າຈະຍອມສະໜັບສະໜູນຜູ້ອອກເຫື່ອແຮງດີກວ່າສະໜັບສະໜູນຜູ້ບໍ່ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອ. ຫຼັກການນີ້ຖືກຕ້ອງບໍ? (ຖືກຕ້ອງ). ມັນຖືກຕ້ອງໃນລັກສະນະໃດ? ເຖິງແມ່ນວ່າຜູ້ອອກເຫື່ອແຮງຈະບໍ່ສະແຫວງຫາຄວາມຈິງ, ພວກເຂົາກໍຍັງເຕັມໃຈທີ່ຈະອອກເຫື່ອແຮງ ແລະ ພວກເຂົາສາມາດອອກແຮງງານໃນລັກສະນະທີ່ດີ ແລະ ເຊື່ອຟັງໃນເຮືອນຂອງພຣະເຈົ້າ. ເຖິງແມ່ນວ່າພວກເຂົາພຽງແຕ່ອອກແຮງ, ພວກເຂົາກໍມີຄວາມຈົງຮັກພັກດີ ແລະ ຢ່າງໜ້ອຍທີ່ສຸດພວກເຂົາກໍບໍ່ແມ່ນຄົນບໍ່ດີ. ຄົນປະເພດນີ້ຄືຄົນປະເພດທີ່ເຮືອນຂອງພຣະເຈົ້າຮັກສາໄວ້. ຖ້າຄົນໃດຄົນໜຶ່ງເປັນຄົນບໍ່ດີ ແລະ ຊົ່ວຊ້າ, ມີສ່ວນຮ່ວມໃນການປະຕິບັດທີ່ຄົດໂກງ ແລະ ຊົ່ວຮ້າຍຢູ່ສະເໝີ ແລະ ຖ້າພວກເຂົາບໍ່ສາມາດແມ່ນແຕ່ອອກເຫື່ອແຮງໄດ້ດີ ແລະ ບໍ່ໄດ້ມາດຕະຖານໃນຖານະຜູ້ອອກເຫື່ອແຮງ, ແລ້ວຄົນດັ່ງກ່າວກໍເປັນຜູ້ທີ່ບໍ່ເຊື່ອ ແລະ ເຮືອນຂອງພຣະເຈົ້າຈະບໍ່ຮັກສາພວກເຂົາໄວ້. ສະນັ້ນ, ມັນບໍ່ແມ່ນຍ້ອນວ່າພວກເຂົາເປັນຜູ້ອອກເຫື່ອແຮງທີ່ເຮືອນຂອງພຣະເຈົ້າບໍ່ຮັກສາພວກເຂົາໄວ້, ແຕ່ຍ້ອນວ່າການອອກເຫື່ອແຮງຂອງພວກເຂົາບໍ່ໄດ້ມາດຕະຖານ, ຍ້ອນວ່າແມ່ນແຕ່ການອອກເຫື່ອແຮງຂອງພວກເຂົາກໍເປັນການແລກປ່ຽນ. ມັນເປັນຍ້ອນວ່າພວກເຂົາຕ້ອງການເຮັດຄວາມຊົ່ວຮ້າຍ ແລະ ກໍ່ໃຫ້ເກີດການລົບກວນຢູ່ສະເໝີ, ພະຍາຍາມມີສ່ວນຮ່ວມໃນການປະຕິບັດທີ່ຄົດໂກງ ແລະ ຊົ່ວຮ້າຍໃນຄຣິສຕະຈັກຢູ່ສະເໝີ, ກໍ່ກວນຄວາມເປັນລະບຽບຮຽບຮ້ອຍຂອງວຽກງານຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນສ່ວນໃຫຍ່. ພວກເຂົາເຮັດໃຫ້ບັນຍາກາດຂອງຄຣິສຕະຈັກເສື່ອມຊາມ ແລະ ເຮັດໃຫ້ພຣະນາມຂອງພຣະເຈົ້າໄດ້ຮັບຄວາມອັບອາຍ ນັ້ນກໍຄື ບໍ່ມີຫຍັງຈະເໝາະສົມໄປກວ່າການຊໍາລະລ້າງພວກເຂົາອອກໄປ. ບ່ອນໃດກໍຕາມທີ່ມີຄົນປະເພດ “ຂີ້ໝາເໝັນ”, ພວກເຂົາກໍຄວນຖືກຊໍາລະລ້າງອອກໄປທັນທີ. ເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ).
XI. ການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ
ມື້ນີ້, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບຄວາມຮັບຜິດຊອບທີສິບສອງຂອງຜູ້ນຳ ແລະ ຜູ້ເຮັດວຽກ: “ຊອກຫາຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ປົກກະຕິຂອງຄຣິສຕະຈັກໃນທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ບັນຫາທີສິບເອັດຂອງຄວາມຮັບຜິດຊອບທີສິບສອງນີ້ແມ່ນຫຍັງ? (ການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ). ພວກເຮົາເຄີຍໄດ້ໂອ້ລົມກັນພໍສົມຄວນກ່ຽວກັບການບົ່ງການ ແລະ ການຂັດຂວາງການເລືອກຕັ້ງມາກ່ອນແລ້ວ ເມື່ອໂອ້ລົມກັນ ແລະ ເປີດໂປງການສະແດງອອກຕ່າງໆ ຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ແມ່ນບໍ່? (ແມ່ນ). ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າລວມມີກົດລະບຽບສຳລັບການເລືອກຕັ້ງຂອງຄຣິສຕະຈັກ. ການເລືອກຕັ້ງສາມາດຈັດຂຶ້ນປີລະຄັ້ງ ແລະ ຍັງສາມາດມີການເລືອກຕັ້ງທີ່ຈັດຂຶ້ນພາຍໃຕ້ສະຖານະການພິເສດບາງຢ່າງ. ຄຣິສຕະຈັກທຸກແຫ່ງຄວນເລືອກຜູ້ນຳ ແລະ ຜູ້ເຮັດວຽກໃນທຸກລະດັບຕາມຫຼັກການທີ່ກຳນົດໂດຍເຮືອນຂອງພຣະເຈົ້າ. ກົດລະບຽບສຳລັບການເລືອກຕັ້ງລວມມີຫຼັກການການເລືອກຕັ້ງ, ຫຼັກເກນໃນການເລືອກຄົນ, ວິທີການ ແລະ ແນວທາງຂອງການເລືອກຕັ້ງ ແລະ ຂໍ້ຄວນໃສ່ໃຈຕ່າງໆ ທີ່ອ້າຍເອື້ອຍນ້ອງຕ້ອງຮັບຊາບໃນລະຫວ່າງການເລືອກຕັ້ງ. ແນ່ນອນວ່າ, ກ່ອນການເລືອກຕັ້ງແຕ່ລະຄັ້ງ, ຜູ້ນຳ ແລະ ຜູ້ເຮັດວຽກໃນທຸກລະດັບຄວນໂອ້ລົມກັນກ່ຽວກັບທຸກດ້ານຂອງຫຼັກການການເລືອກຕັ້ງ ເພື່ອຮັບປະກັນວ່າຜູ້ທີ່ຖືກເລືອກຂອງພຣະເຈົ້າສາມາດເຂົ້າໃຈຫຼັກການເຫຼົ່ານັ້ນຢ່າງແຈ່ມແຈ້ງ. ດ້ວຍວິທີນີ້, ຜົນການເລືອກຕັ້ງຈະດີຂຶ້ນ. ມື້ນີ້ພວກເຮົາຈະບໍ່ໂອ້ລົມກັນກ່ຽວກັບລາຍລະອຽດຂອງການເລືອກຕັ້ງ; ຫົວຂໍ້ຫຼັກຂອງການໂອ້ລົມໃນມື້ນີ້ແມ່ນການສະແດງອອກບາງຢ່າງເຖິງການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ.
ກ. ການສະແດງອອກເຖິງການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ
ການເລືອກຕັ້ງຂອງຄຣິສຕະຈັກຕ້ອງປະຕິບັດຕາມຫຼັກການການເລືອກຕັ້ງທີ່ກຳນົດໂດຍເຮືອນຂອງພຣະເຈົ້າຢ່າງເຂັ້ມງວດ ເພື່ອເລືອກຜູ້ສະໝັກທີ່ເໝາະສົມທີ່ສຸດໃນການເປັນຜູ້ນຳ ແລະ ຜູ້ເຮັດວຽກ. ຖ້າຫຼັກການການເລືອກຕັ້ງຖືກລະເມີດ ແລະ ນຳໃຊ້ວິທີການເລືອກຕັ້ງອື່ນໆ, ນີ້ຄືການກະທຳຂອງຜູ້ນຳປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ. ເຮືອນຂອງພຣະເຈົ້າຕ້ອງຫ້າມການລະເມີດດັ່ງກ່າວ ແລະ ຕ້ອງສືບສວນ ແລະ ຮັບມືກັບບຸກຄົນຫຼັກທີ່ບົ່ງການການເລືອກຕັ້ງ. ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ, ຫຼາກຫຼາຍຄົນຈະຖືກເປີດເຜີຍ ແລະ ແນວຄິດຈິດໃຈທີ່ຫຼາກຫຼາຍຂອງຜູ້ຄົນກໍຈະຖືກເປີດໂປງ. ບາງຄົນໃຊ້ເລ່ຫຼ່ຽມທີ່ບໍ່ຊື່ສັດຫຼາຍຢ່າງຢູ່ເບື້ອງຫຼັງ ເພື່ອໃຫ້ຕົນເອງຖືກເລືອກເປັນຜູ້ນຳ ຫຼື ເພື່ອໃຫ້ຄົນທີ່ເປັນປະໂຫຍດຕໍ່ພວກເຂົາຖືກເລືອກຕັ້ງ. ຕົວຢ່າງ: ບາງຄົນຢ້ານວ່າຜູ້ທີ່ສະແຫວງຫາຄວາມຈິງຈະຖືກເລືອກເປັນຜູ້ນຳ ແລະ ເປັນໄພຂົ່ມຂູ່ຕໍ່ສະຖານະຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາຈຶ່ງພະຍາຍາມທຸກວິທີທາງເພື່ອຕັດສິນຄົນເຫຼົ່ານີ້ຢູ່ເບື້ອງຫຼັງ ກ່ຽວກັບຈຸດອ່ອນທີ່ພວກເຂົາໄດ້ສະແດງອອກ ແລະ ຂໍ້ຜິດພາດທີ່ພວກເຂົາໄດ້ເຮັດ, ກ່າວໂທດພວກເຂົາວ່າເປັນຄົນອວດດີ ແລະ ຖືຕົນວ່າຊອບທຳ ໂດຍມີອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ອື່ນໆ ອີກ, ທັງໝົດນີ້ກໍເພື່ອພະຍາຍາມເຮັດໃຫ້ພວກເຂົາບໍ່ໄດ້ຮັບການເລືອກຕັ້ງ. ເພື່ອທີ່ຈະໄດ້ຮັບການເລືອກຕັ້ງເປັນຜູ້ນຳ, ຄົນອື່ນຊື້ຂອງດີໆ ເພື່ອຕິດສິນບົນຜູ້ຄົນໃນລະຫວ່າງໄລຍະເວລາການເລືອກຕັ້ງ ຫຼື ໃຫ້ຄຳສັນຍາດ້ວຍຄຳເວົ້າທີ່ຟັງມ່ວນຫູ ແລະ ຍັງໃຊ້ວິທີການທີ່ຫຼາກຫຼາຍ ເພື່ອກະຕຸ້ນ ແລະ ປຸກປັ່ນຄົນອື່ນວ່າຄວນລົງຄະແນນສຽງໃຫ້ໃຜ ຫຼື ບໍ່ໃຫ້ໃຜ. ບໍ່ວ່າພວກເຂົາຈະໃຊ້ວິທີການ ແລະ ແນວທາງໃດກໍຕາມ, ທັງໝົດກໍເພື່ອຈຸດປະສົງໃນການບົ່ງການການເລືອກຕັ້ງ ແລະ ຊັກຈູງຜົນການເລືອກຕັ້ງ. ເຖິງແມ່ນວ່າຄຣິສຕະຈັກຈະໂອ້ລົມກ່ຽວກັບຫຼັກການຂອງການເລືອກຕັ້ງຊ້ຳແລ້ວຊ້ຳອີກ ເຊັ່ນ: ການເລືອກຜູ້ທີ່ມີຄວາມເປັນມະນຸດທີ່ດີ, ຜູ້ທີ່ສະແຫວງຫາຄວາມຈິງ ແລະ ຜູ້ທີ່ສາມາດນຳພາອ້າຍເອື້ອຍນ້ອງໃຫ້ປະຕິບັດໜ້າທີ່ຂອງພວກເຂົາເປັນປົກກະຕິ, ອ່ານພຣະທຳຂອງພຣະເຈົ້າເປັນປົກກະຕິ, ເຂົ້າສູ່ຄວາມຈິງ-ຄວາມເປັນຈິງ ແລະ ຫຼັກການອື່ນໆ ເຊັ່ນນັ້ນ, ຄົນເຫຼົ່ານີ້ກໍບໍ່ຟັງ ແລະ ຕ້ອງການໃຊ້ກົນອຸບາຍທີ່ບໍ່ຊື່ສັດ. ການໃຊ້ກົນອຸບາຍທີ່ບໍ່ຊື່ສັດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາຕ້ອງການສໍ້ໂກງຢູ່ສະເໝີ. ພວກເຂົາບໍ່ເຄີຍປະເມີນຢ່າງເປີດເຜີຍວ່າໃຜດີ ແລະ ໃຜບໍ່ດີ, ຕ້ອງການໃຊ້ວິທີການທີ່ບໍ່ຊື່ສັດ ແລະ ມີສ່ວນຮ່ວມໃນແຜນການທີ່ມີເລ່ຫຼ່ຽມ ແລະ ກົນອຸບາຍຢູ່ເບື້ອງຫຼັງຢູ່ສະເໝີ. ພວກເຂົາເຖິງກັບສົມຮູ້ຮ່ວມຄິດຢູ່ເບື້ອງຫຼັງວ່າຄວນເລືອກໃຜ ແລະ ບໍ່ຄວນເລືອກໃຜ, ໂດຍພະຍາຍາມເຮັດໃຫ້ທຸກຄົນມີຄວາມເປັນເອກະສັນກັນ. ສິ່ງເຫຼົ່ານີ້ບໍ່ແມ່ນກົນອຸບາຍທີ່ບໍ່ຊື່ສັດບໍ? ນີ້ບໍ່ແມ່ນການສໍ້ໂກງບໍ? (ແມ່ນ). ນີ້ແມ່ນການປົກປ້ອງການເລືອກຕັ້ງຢ່າງເປີດເຜີຍ ແລະ ຊື່ກົງຕາມຫຼັກການຄວາມຈິງບໍ? ບໍ່ແມ່ນ, ພວກເຂົາກຳລັງໃຊ້ແຜນການ ແລະ ວິທີການຂອງມະນຸດ ເພື່ອພະຍາຍາມທີ່ບົ່ງການການເລືອກຕັ້ງຢ່າງໜ້າດ້ານ. ຈຸດປະສົງຂອງພວກເຂົາໃນການບົ່ງການການເລືອກຕັ້ງແມ່ນຫຍັງ? ພວກເຂົາຕ້ອງການຄວບຄຸມຜົນການເລືອກຕັ້ງ, ພວກເຂົາຕ້ອງການໃຫ້ຕົນເອງຖືກເລືອກ ແລະ ຖ້າພວກເຂົາບໍ່ສາມາດຖືກເລືອກໄດ້, ພວກເຂົາກໍຕ້ອງການຕັດສິນໃຈວ່າໃຜຈະຖືກເລືອກ, ດັ່ງນັ້ນ ພວກເຂົາຈຶ່ງໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ເບື້ອງຫຼັງ. ພວກເຂົາບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ ຫຼື ທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງ. ພວກເຂົາບໍ່ໄດ້ຄິດເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ຂອງອ້າຍເອື້ອຍນ້ອງ; ພວກເຂົາຄຳນຶງເຖິງພຽງແຕ່ຜົນປະໂຫຍດສ່ວນຕົວຂອງພວກເຂົາ. ເມື່ອມີການເລືອກຕັ້ງ, ເຈດຕະນາ ແລະ ຄວາມປາຖະໜາຂອງພວກເຂົາເອງກໍເປັນບູລິມະສິດສູງສຸດຂອງພວກເຂົາ. ແລ້ວເປັນຫຍັງພວກເຂົາຈຶ່ງຕ້ອງການບົ່ງການການເລືອກຕັ້ງ? ຖ້າຄົນໃດຄົນໜຶ່ງຕ້ອງການນຳພາອ້າຍເອື້ອຍນ້ອງໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງ-ຄວາມເປັນຈິງຢ່າງແທ້ຈິງ, ພວກເຂົາຈະກະທຳແບບນີ້ບໍ? ພວກເຂົາຈະມີຄວາມທະເຍີທະຍານເຊັ່ນນີ້ບໍ? ພວກເຂົາຈະສະແດງພຶດຕິກຳເຊັ່ນນີ້ບໍ? ບໍ່, ພວກເຂົາຈະບໍ່ເຮັດ. ມີພຽງແຕ່ຜູ້ທີ່ມີແຮງຈູງໃຈແອບແຝງ, ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ ທີ່ຕ້ອງການບົ່ງການການເລືອກຕັ້ງຂອງຄຣິສຕະຈັກເທົ່ານັ້ນທີ່ຈະກະທຳແບບນີ້. ພາຍໃນຄຣິສຕະຈັກ, ພວກເຂົາດຶງດູດຄົນບາງຄົນທີ່ເຂົ້າກັນໄດ້ດີກັບພວກເຂົາ, ຜູ້ທີ່ມີມຸມມອງຄືກັນ ແລະ ຜູ້ທີ່ມີແຮງຈູງໃຈ ແລະ ເປົ້າໝາຍດຽວກັນ ແລະ ຍັງຫຼອກລວງເອົາຄົນບາງຄົນທີ່ອ່ອນແອເປັນປົກກະຕິ, ບໍ່ສະແຫວງຫາຄວາມຈິງຫຼາຍ ແລະ ເປັນຄົນມຶນງົງ, ໂງ່ຈ້າ ແລະ ຖືກຊັກຈູງ ແລະ ບົ່ງການໄດ້ງ່າຍ, ສ້າງຕັ້ງກຳລັງເພື່ອລົບກວນວຽກງານການເລືອກຕັ້ງຂອງຄຣິສຕະຈັກ. ຈຸດປະສົງຂອງພວກເຂົາໃນການຕໍ່ຕ້ານຄຣິສຕະຈັກກໍຄືເພື່ອໃຫ້ຕົນເອງຖືກເລືອກຕັ້ງ, ເພື່ອໃຫ້ຕົນເອງມີສິດເດັດຂາດໃນຜົນການເລືອກຕັ້ງ. ພວກເຂົາຕ້ອງການເລືອກຕັ້ງຄົນທີ່ພວກເຂົາກຳນົດໄວ້ລ່ວງໜ້າ, ຜູ້ທີ່ເປັນປະໂຫຍດຕໍ່ພວກເຂົາ. ຖ້າຄົນເຫຼົ່ານີ້ຖືກເລືອກຕັ້ງ, ແຜນການຂອງພວກເຂົາກໍສຳເລັດ. ຜົນການເລືອກຕັ້ງດັ່ງກ່າວຈະຖືກຕ້ອງ ຫຼື ບໍ່ຖືກຕ້ອງ? (ບໍ່ຖືກຕ້ອງ). ມັນຈະບໍ່ຖືກຕ້ອງຢ່າງແນ່ນອນ. ຜູ້ທີ່ຖືກເລືອກຕັ້ງຜ່ານການເລືອກຕັ້ງທີ່ຖືກຄວບຄຸມໂດຍຄົນຊົ່ວຊ້າ ກໍຈະເປັນປະໂຫຍດຕໍ່ຄົນຊົ່ວຊ້າຢ່າງແນ່ນອນ. ເປັນຫຍັງພວກເຂົາຈຶ່ງເປັນປະໂຫຍດຕໍ່ຄົນຊົ່ວຊ້າເຫຼົ່ານີ້? ເພາະວ່າຄົນຊົ່ວຊ້າຈະສາມາດເຮັດຕາມອຳເພີໃຈ ແລະ ໂດຍບໍ່ຄຳນຶງເຖິງຜົນຕາມມາ ແລະ ປະພຶດຕົນຢ່າງບ້າປ່ວງໃນຄຣິສຕະຈັກ ໂດຍບໍ່ມີໃຜກ້າເປີດໂປງ ຫຼື ຈຳກັດພວກເຂົາ. ພວກເຂົາຈະບໍ່ຖືກກຳຈັດອອກ, ໃນຂະນະທີ່ຜູ້ທີ່ສະແຫວງຫາຄວາມຈິງຈະຖືກກີດກັນ ແລະ ກົດຂີ່ຂົ່ມເຫັງໂດຍພວກເຂົາ ແລະ ຄຣິສຕະຈັກກໍຈະກາຍເປັນອານາເຂດຂອງຄົນຊົ່ວຊ້າ. ເຫັນໄດ້ຊັດວ່າ ຜົນສຸດທ້າຍຂອງການເລືອກຕັ້ງທີ່ຖືກບົ່ງການໂດຍຄົນຊົ່ວຊ້າແມ່ນບໍ່ຖືກຕ້ອງຢ່າງແນ່ນອນ; ມັນຂັດກັບຄວາມຄິດເຫັນຂອງຄົນສ່ວນໃຫຍ່ ແລະ ລະເມີດຫຼັກການຢ່າງແນ່ນອນ. ຜູ້ນຳຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຄວນຮັບຮູ້ ແລະ ເຝົ້າລະວັງພຶດຕິກຳ ແລະ ການກະທຳທັງໝົດຂອງຄົນເຫຼົ່ານີ້ໃນລະຫວ່າງການເລືອກຕັ້ງ. ພວກເຂົາບໍ່ຄວນມຶນງົງກ່ຽວກັບເລື່ອງນີ້. ຫຼັງຈາກທີ່ພົບເຫັນສັນຍານຂອງການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ, ຄວນໃຊ້ມາດຕະການໃນທັນທີ ເພື່ອຈຳກັດຜູ້ທີ່ກ່ຽວຂ້ອງ ແລະ ຖ້າຄົນເຫຼົ່ານີ້ບໍ່ສາມາດຖືກຈຳກັດໄດ້, ພວກເຂົາກໍຄວນຖືກແຍກອອກ. ຄົນເຫຼົ່ານີ້ໜ້າດ້ານເປັນພິເສດ, ບໍ່ມີການຄວບຄຸມ ແລະ ຄວບຄຸມໄດ້ຍາກ. ເພື່ອຂັດຂວາງການເລືອກຕັ້ງ ແລະ ບົ່ງການຜົນການເລືອກຕັ້ງ, ພວກເຂົາຈະໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ເບື້ອງຫຼັງຢ່າງແນ່ນອນ, ໂດຍການເວົ້າ ແລະ ເຮັດຫຼາຍສິ່ງຫຼາຍຢ່າງ. ຄວນເຮັດແນວໃດກ່ຽວກັບເລື່ອງນີ້? ເລື່ອງນີ້ຈັດການໄດ້ງ່າຍ. ຖ້າຜູ້ນຳຄຣິສຕະຈັກພົບເຫັນບັນຫາ, ພວກເຂົາຄວນເປີດໂປງມັນ ແລະ ເຮັດໃຫ້ມັນເປັນທີ່ຮັບຮູ້ໂດຍທົ່ວໄປ, ໂດຍໃຫ້ອ້າຍເອື້ອຍນ້ອງໂອ້ລົມກັນກ່ຽວກັບຄວາມຮ້າຍແຮງ ແລະ ຜົນສະທ້ອນຂອງເລື່ອງນີ້ ແລະ ກ່ຽວກັບວ່າທຳມະຊາດຂອງການກະທຳດັ່ງກ່າວແມ່ນຫຍັງກັນແທ້. ສຸດທ້າຍ, ພວກເຂົາຄວນໃຊ້ມາດຕະການບາງຢ່າງ. ຄວນໃຊ້ມາດຕະການຫຍັງ? ຜູ້ໃດກໍຕາມທີ່ໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ເບື້ອງຫຼັງຢູ່ສະເໝີ ແລະ ພະຍາຍາມບົ່ງການ ແລະ ຂັດຂວາງການເລືອກຕັ້ງກໍຄວນຖືກຈັດການຢ່າງເດັດຂາດ ແລະ ຖືກຫ້າມບໍ່ໃຫ້ມີສ່ວນຮ່ວມໃນການເລືອກຕັ້ງ. ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຄະແນນສຽງຂອງພວກເຂົາຈະບໍ່ຖືກນັບ. ບໍ່ວ່າຈະມີຈັກຄົນທີ່ກ່ຽວຂ້ອງໃນການບົ່ງການ ແລະ ຂັດຂວາງການເລືອກຕັ້ງ, ຄະແນນສຽງຂອງພວກເຂົາທັງໝົດກໍຄວນຖືກເຮັດໃຫ້ເປັນໂມຄະ ແລະ ພວກເຂົາບໍ່ຄວນໄດ້ຮັບອະນຸຍາດໃຫ້ມີສ່ວນຮ່ວມໃນການເລືອກຕັ້ງ. ບໍ່ວ່າຈະເປັນຜູ້ໃດທີ່ຖືກນຳພາຢ່າງຜິດໆ ແລະ ຖືກລົບກວນ, ຕາບໃດທີ່ພວກເຂົາໄດ້ເຮັດຕາມວິທີທາງຂອງຜູ້ທີ່ບົ່ງການການເລືອກຕັ້ງ ແລະ ສົມຮູ້ຮ່ວມຄິດກັບຄົນຊົ່ວຊ້າ ເພື່ອທຳລາຍການເລືອກຕັ້ງໂດຍເຈດຕະນາ, ຜູ້ທີ່ຖືກເລືອກຂອງພຣະເຈົ້າກໍຄວນຢືນຂຶ້ນເພື່ອເປີດໂປງພວກເຂົາ ແລະ ຍົກເລີກສິດຂອງພວກເຂົາໃນການມີສ່ວນຮ່ວມໃນການເລືອກຕັ້ງ. ນີ້ເປັນແນວທາງທີ່ດີບໍ? (ແມ່ນ). ສິ່ງນີ້ຖືກເຮັດເພື່ອປົກປ້ອງວຽກງານຂອງຄຣິສຕະຈັກຢ່າງສິ້ນເຊີງ. ເຈົ້າບໍ່ປະຕິເສດທີ່ຈະຍອມຮັບການຈຳກັດບໍ? ເຈົ້າບໍ່ປະຕິເສດທີ່ຈະຍອມຮັບຫຼັກການການເລືອກຕັ້ງຂອງເຮືອນຂອງພຣະເຈົ້າບໍ? ເຈົ້າບໍ່ຢາກມີສິດເດັດຂາດບໍ? ຖ້າເຈົ້າມີສິດເດັດຂາດ, ມັນກໍແມ່ນຊາຕານທີ່ກຳລັງມີສິດເດັດຂາດ. ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກເປັນສະຖານທີ່ທີ່ຄວາມຈິງປົກຄອງ; ບໍ່ສາມາດອະນຸຍາດໃຫ້ຊາຕານເປັນຜູ້ຕັດສິນໄດ້. ເນື່ອງຈາກເຈົ້າຕ້ອງການໃຊ້ກົນອຸບາຍທີ່ບໍ່ຊື່ສັດ ແລະ ຕັ້ງໃຈບົ່ງການ ແລະ ຂັດຂວາງການເລືອກຕັ້ງນີ້, ມັນກໍເປັນເລື່ອງງ່າຍ ນັ້ນກໍຄື ຄະແນນສຽງຂອງເຈົ້າຖືກເຮັດໃຫ້ເປັນໂມຄະ. ບໍ່ວ່າເຈົ້າຈະລົງຄະແນນສຽງໃຫ້ໃຜ, ມັນກໍບໍ່ມີປະໂຫຍດ; ບໍ່ມີຄວາມຄິດເຫັນໃດໆ ຂອງເຈົ້າທີ່ໃຊ້ໄດ້ ແລະ ເຖິງແມ່ນວ່າເຈົ້າຈະຢືນຢັນທີ່ຈະລົງສະໝັກໃນການເລືອກຕັ້ງ, ມັນກໍຈະບໍ່ເກີດຜົນ. ເຮືອນຂອງພຣະເຈົ້າມີພຣະດໍາລັດ ແລະ ລະບຽບການ ແລະ ສິດຂອງເຈົ້າໃນການມີສ່ວນຮ່ວມໃນການເລືອກຕັ້ງຄັ້ງນີ້ກໍຖືກຖອດຖອນ ແລະ ຍົກເລີກແລ້ວ. ຖ້າເຈົ້າຍັງລົບກວນການເລືອກຕັ້ງຄັ້ງຕໍ່ໄປ, ສິດຂອງເຈົ້າໃນການມີສ່ວນຮ່ວມໃນການເລືອກຕັ້ງກໍຈະຖືກຍົກເລີກຢ່າງສິ້ນເຊີງ ແລະ ເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ມີສ່ວນຮ່ວມອີກຕໍ່ໄປຢ່າງແນ່ນອນ. ນີ້ຄືວິທີທີ່ຄວນຈັດການກັບຜູ້ທີ່ໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ສະເໝີ ເພື່ອບົ່ງການ ແລະ ຂັດຂວາງການເລືອກຕັ້ງ.
ເມື່ອໃດກໍຕາມທີ່ມີການເລືອກຕັ້ງຂອງຄຣິສຕະຈັກ, ກໍມີຄົນຊົ່ວຊ້າບາງຄົນທີ່ເລີ່ມກະວົນກະວາຍຢູ່ສະເໝີ: ບາງຄົນໃຊ້ກົນອຸບາຍທີ່ບໍ່ຊື່ສັດຢູ່ເບື້ອງຫຼັງ ເພື່ອພະຍາຍາມບົ່ງການ ແລະ ຂັດຂວາງການເລືອກຕັ້ງ, ໃນຂະນະທີ່ບາງຄົນມີຄວາມກະຕືລືລົ້ນທີ່ຈະແຂ່ງຂັນຢ່າງເປີດເຜີຍກັບຄົນອື່ນເພື່ອຕຳແໜ່ງຜູ້ນຳ, ໂດຍໂຕ້ຖຽງກັນຈົນໜ້າແດງ, ເຖິງກັບເກືອບຈະເຮັດບາງຢ່າງດ້ວຍຄວາມຫົວຮ້ອນ, ໃຊ້ຄວາມຮຸນແຮງ ແລະ ຕໍ່ສູ້ກັນ, ເຮັດໃຫ້ອ້າຍເອື້ອຍນ້ອງບໍ່ແນ່ໃຈວ່າຈະຟັງໃຜ ຫຼື ເລືອກໃຜ. ໃນລະຫວ່າງການເລືອກຕັ້ງ, ພວກເຂົາບໍ່ໄດ້ໂອ້ລົມກ່ຽວກັບຄວາມຈິງ, ທັງບໍ່ໄດ້ສົນທະນາວ່າພວກເຂົາຈະດຳເນີນວຽກງານຂອງຄຣິສຕະຈັກແນວໃດ, ຈະມີເສັ້ນທາງໃດແດ່ໃນການເຮັດວຽກ ຫຼື ພວກເຂົາຈະສະເໜີແນວຄິດ ແລະ ແຜນການວຽກງານຫຍັງແດ່ ຖ້າຖືກເລືອກເປັນຜູ້ນຳ. ແທນທີ່ຈະເປັນເຊັ່ນນັ້ນ, ພວກເຂົາພັດເປີດໂປງຈຸດອ່ອນຂອງຜູ້ສະໝັກຄົນອື່ນ ແລະ ໂຈມຕີພວກເຂົາ, ໃນຂະນະດຽວກັນກໍດຶງດູດຄົນກຸ່ມໜຶ່ງມາຕໍ່ຕ້ານກັບອີກກຸ່ມໜຶ່ງ, ສ້າງສະຖານະການທີ່ແບ່ງແຍກໃນຄຣິສຕະຈັກ. ການເລືອກຕັ້ງດັ່ງກ່າວກາຍເປັນຫຍັງ? ມັນກາຍເປັນສິ່ງທີ່ແບ່ງແຍກຄຣິສຕະຈັກ. ກ່ອນທີ່ຜົນການເລືອກຕັ້ງຈະອອກມາ, ຄຣິສຕະຈັກກໍຖືກແບ່ງແຍກແລ້ວ. ນີ້ແມ່ນປາກົດການທີ່ຄວນເກີດຂຶ້ນໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກບໍ? ມັນເປັນປາກົດການທີ່ປົກກະຕິບໍ? ບໍ່, ບໍ່ແມ່ນ. ຖ້າເຈົ້າຕ້ອງການເປັນຜູ້ນຳ ແລະ ເຊື່ອວ່າເຈົ້າມີຄວາມສາມາດບາງຢ່າງ ແລະ ມີຄວາມຮູ້ສຶກເຖິງພາລະ ແລະ ມີຄຸນສົມບັດສຳລັບວຽກງານນີ້, ເຈົ້າກໍສາມາດມີສ່ວນຮ່ວມໃນການເລືອກຕັ້ງຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ແນ່ນອນ, ເຈົ້າຍັງສາມາດບອກຈຸດແຂງ ແລະ ຄຸນງາມຄວາມດີຂອງເຈົ້າ ແລະ ໂອ້ລົມກ່ຽວກັບຄວາມເຂົ້າໃຈ ແລະ ປະສົບການຂອງເຈົ້າ, ເພື່ອໃຫ້ອ້າຍເອື້ອຍນ້ອງສາມາດເຊື່ອໝັ້ນ ແລະ ໄວ້ວາງໃຈເຈົ້າໃຫ້ຮັບຜິດຊອບວຽກງານການນຳພາຄຣິສຕະຈັກ. ເຖິງແນວໃດກໍຕາມ, ເຈົ້າບໍ່ຄວນບັນລຸເປົ້າໝາຍຂອງເຈົ້າໃນການຖືກເລືອກຕັ້ງ ໂດຍການໂຈມຕີຄົນອື່ນ, ເພາະສິ່ງນີ້ສາມາດນຳພາຄົນອື່ນຢ່າງຜິດໆ ໄດ້ງ່າຍ ແລະ ນຳມາເຊິ່ງຜົນສະທ້ອນໃນທາງລົບ. ອ້າຍເອື້ອຍນ້ອງທີ່ມີການເຕີບໂຕໜ້ອຍ ແລະ ບໍ່ມີການແຍກແຍະກໍສາມາດຖືກນຳພາຢ່າງຜິດໆ ໂດຍເຈົ້າໄດ້ງ່າຍ ແລະ ບໍ່ຮູ້ວ່າຈະເລືອກໃຜ ແລະ ຄຣິສຕະຈັກກໍສາມາດຕົກຢູ່ໃນຄວາມວຸ້ນວາຍ ແລະ ເຕັມໄປດ້ວຍການແບ່ງແຍກ. ນັ້ນຈະບໍ່ເປັນການເປີດຊ່ອງໃຫ້ຊາຕານສະແຫວງຫາປະໂຫຍດບໍ? ສະຫຼຸບກໍຄື ການມີສ່ວນຮ່ວມໃນການເລືອກຕັ້ງໂດຍບໍ່ປະຕິບັດຕາມຫຼັກການ ແລະ ການມີຄວາມທະເຍີທະຍານ ແລະ ຄວາມປາຖະໜາຢູ່ສະເໝີ ແລະ ການໃຊ້ວິທີການທີ່ຊົ່ວຊ້າເພື່ອບັນລຸເປົ້າໝາຍຂອງຕົນໃນການຖືກເລືອກຕັ້ງ ລ້ວນແລ້ວແຕ່ເປັນທຳມະຊາດຂອງການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ ແລະ ເປັນພຶດຕິກຳການເລືອກຕັ້ງທີ່ບໍ່ເໝາະສົມ. ແນ່ນອນ, ບາງຄົນມີພຶດຕິກຳທີ່ເໝາະສົມ ເຊິ່ງຄວນຖືກແຍກອອກຈາກສິ່ງນີ້. ຕົວຢ່າງ: ຖ້າຜູ້ສະໝັກໂອ້ລົມກ່ຽວກັບວິທີການເຮັດວຽກງານຕ່າງໆ ຂອງຄຣິສຕະຈັກໃຫ້ດີ, ເຊັ່ນ: ວຽກງານພຣະກິດຕິຄຸນ, ວຽກງານຂໍ້ຄວາມ ແລະ ວຽກງານທົ່ວໄປ ຫຼື ວິທີການເຮັດໃຫ້ຊີວິດຄຣິສຕະຈັກດີຂຶ້ນ, ແກ້ໄຂຄວາມຫຍຸ້ງຍາກຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າໃນທາງເຂົ້າຂອງຊີວິດຂອງພວກເຂົາ ແລະ ອື່ນໆ ອີກ, ທັງໝົດນີ້ກໍເປັນສິ່ງທີ່ເໝາະສົມ. ການສະແດງມຸມມອງ ແລະ ຄວາມເຂົ້າໃຈຂອງຕົນຢ່າງເໝາະສົມ, ການແບ່ງປັນແນວຄິດ ແລະ ແຜນການຂອງຕົນກ່ຽວກັບວຽກງານຄຣິສຕະຈັກ ແລະ ອື່ນໆ ອີກ, ທັງໝົດນີ້ລ້ວນແລ້ວແຕ່ເປັນສ່ວນໜຶ່ງຂອງຄຳເວົ້າ ແລະ ພຶດຕິກຳທີ່ປົກກະຕິ ແລະ ພວກມັນສອດຄ່ອງກັບຫຼັກການການເລືອກຕັ້ງທີ່ກຳນົດໂດຍຄຣິສຕະຈັກ. ນອກເໜືອຈາກສິ່ງເຫຼົ່ານີ້, ພຶດຕິກຳທີ່ບໍ່ເໝາະສົມໃດກໍຕາມທີ່ສະແດງອອກໃນລະຫວ່າງໄລຍະເວລາການເລືອກຕັ້ງທີ່ເຫັນໄດ້ຊັດເຈນເປັນພິເສດ ກໍຄວນດຶງດູດຄວາມສົນໃຈຂອງຜູ້ຄົນ. ຜູ້ຄົນຕ້ອງເຝົ້າລະວັງສິ່ງເຫຼົ່ານີ້ ແລະ ແຍກແຍະພວກມັນ, ຢ່າປະໝາດ.
ບາງຄົນມັກຈະອ້າງວ່າຕົນຫຍຸ້ງກັບວຽກ, ມີບັນຫາຫຼາຍຢ່າງກັບຄອບຄົວຂອງພວກເຂົາ ຫຼື ສະພາບແວດລ້ອມທີ່ບໍ່ເໝາະສົມ ເພື່ອເປັນຂໍ້ອ້າງໃນການບໍ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ເຂົ້າຮ່ວມຊີວິດຄຣິສຕະຈັກ. ແນວໃດກໍຕາມ, ເມື່ອຮອດເວລາເລືອກຕັ້ງຜູ້ນໍາຄຣິສຕະຈັກ, ຄວາມຫຍຸ້ງຍາກເຫຼົ່ານີ້ກໍຢຸດເຊົາໄປຢ່າງກະທັນຫັນ ແລະ ພວກເຂົາກໍແຕ່ງຕົວຢ່າງພິຖີພິຖັນເພື່ອໂອກາດນີ້ ແລະ ມາເຂົ້າຮ່ວມການເລືອກຕັ້ງ. ພວກເຂົາບໍ່ໄດ້ປາກົດຕົວມາເປັນເວລາດົນນານ, ແຕ່ເມື່ອໄດ້ຍິນຂ່າວດີເລື່ອງການເລືອກຕັ້ງຂອງຄຣິສຕະຈັກ, ພວກເຂົາກໍຟ້າວມາຢ່າງກະຕືລືລົ້ນ. ພວກເຂົາມາເພື່ອຫຍັງ? ພວກເຂົາມາເພື່ອການເລືອກຕັ້ງ, ເພື່ອຕຳແໜ່ງຜູ້ນໍາຄຣິສຕະຈັກ, ເພື່ອ “ຕຳແໜ່ງທາງການ” ນີ້. ຄົນດັ່ງກ່າວມີຄວາມສະຫຼາດຫຼັກແຫຼມຫຼາຍເປັນພິເສດໃນການກະທຳຂອງພວກເຂົາ. ຍ້ອນຢ້ານວ່າຄົນອື່ນຈະສົງໄສວ່າ ພວກເຂົາຕ້ອງການເປັນຜູ້ນໍາຄຣິສຕະຈັກ, ພວກເຂົາຈຶ່ງຫຼີກລ່ຽງການກ່າວເຖິງການເລືອກຕັ້ງ ແລະ ພຽງແຕ່ຈົດຈໍ່ກັບການໂອ້ລົມຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາ ເພື່ອໃຫ້ໄດ້ຮັບຄວາມຊື່ນຊົມຈາກຜູ້ຄົນ. ພວກເຂົາຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢູ່ໃນບ່ອນສາທາລະນະ, ນໍາພາທຸກຄົນໃຫ້ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ແບ່ງປັນຄຳພະຍານຈາກປະສົບການຂອງພວກເຂົາເອງ. ໃນຄວາມເປັນຈິງແລ້ວ, ໂດຍທົ່ວໄປແລ້ວ ພວກເຂົາບໍ່ຄ່ອຍໄດ້ເຂົ້າຮ່ວມຊີວິດຄຣິສຕະຈັກ ແລະ ບໍ່ຄ່ອຍໄດ້ໂອ້ລົມຄວາມຈິງ, ທັງບໍ່ສາມາດເວົ້າກ່ຽວກັບຄວາມເຂົ້າໃຈຈາກປະສົບການໃດໆໄດ້. ແນວໃດກໍຕາມ, ເມື່ອການເລືອກຕັ້ງໃກ້ເຂົ້າມາ, ພວກເຂົາກໍປ່ຽນໄປຫຼາຍ. ພວກເຂົາເຂົ້າຮ່ວມຊີວິດຄຣິສຕະຈັກຢ່າງຫ້າວຫັນ ແລະ ກະຕືລືລົ້ນທີ່ຈະອະທິຖານ, ຮ້ອງເພງສັນລະເສີນ ແລະ ໂອ້ລົມ, ເບິ່ງຄືວ່າມີຄວາມກະຕືລືລົ້ນ ແລະ ຫ້າວຫັນເປັນພິເສດ ແລະ ຢືນໂດດເດັ່ນຢ່າງເຫັນໄດ້ຊັດ. ຫຼັງຈາກການເຕົ້າໂຮມ, ພວກເຂົາຊອກຫາໂອກາດທີ່ຈະໂອ້ລົມເລື່ອງຄອບຄົວກັບອ້າຍເອື້ອຍນ້ອງ ແລະ ສ້າງສາຍສຳພັນ. ເມື່ອພວກເຂົາເຫັນຜູ້ນໍາຄຣິສຕະຈັກ, ພວກເຂົາກໍເວົ້າວ່າ “ຊ່ວງນີ້ເຈົ້າເບິ່ງຄືວ່າສຸຂະພາບບໍ່ຄ່ອຍດີ. ຂ້ອຍມີໝາກອິນທະຜາລຳຢູ່ເຮືອນ; ຂ້ອຍຈະເອົາບາງສ່ວນມາໃຫ້ເຈົ້າເດີ”. ເມື່ອພວກເຂົາເຫັນເອື້ອຍນ້ອງຄົນໜຶ່ງ, ພວກເຂົາກໍເວົ້າວ່າ “ຂ້ອຍໄດ້ຍິນວ່າຄອບຄົວຂອງເຈົ້າມີຄວາມຫຍຸ້ງຍາກທາງດ້ານການເງິນ. ເຈົ້າຕ້ອງການຄວາມຊ່ວຍເຫຼືອບໍ? ຂ້ອຍສາມາດເອົາເສື້ອຜ້າໃຫ້ເຈົ້າໄດ້”. ພວກເຂົາມີຄວາມຫ້າວຫັນເປັນພິເສດໃນທຸກການເຕົ້າໂຮມ, ແຕກຕ່າງຈາກເມື່ອກ່ອນຫຼາຍ. ໃນອະດີດ, ບາງຄັ້ງພວກເຂົາຈະມາປາກົດຕົວພຽງເພື່ອສະແດງຕົວ ແລະ ບໍ່ວ່າໃຜເອີ້ນພວກເຂົາມາເຕົ້າໂຮມ, ພວກເຂົາກໍຈະອ້າງວ່າພວກເຂົາຫຍຸ້ງວຽກ. ແຕ່ໃນລະຫວ່າງຊ່ວງເວລາການເລືອກຕັ້ງ, ພວກເຂົາກໍປາກົດຕົວຂຶ້ນຢ່າງກະທັນຫັນ ແລະ ເຂົ້າຮ່ວມທຸກການເຕົ້າໂຮມໂດຍບໍ່ຂາດຈັກຄັ້ງ. ໃນແຕ່ລະການເຕົ້າໂຮມ, ອ້າຍເອື້ອຍນ້ອງຈະໂອ້ລົມກັນກ່ຽວກັບເລື່ອງຕ່າງໆ ແລະ ຫຼັກການທີ່ກ່ຽວຂ້ອງກັບການເລືອກຕັ້ງ ແລະ ແນ່ນອນວ່າ ພວກເຂົາກໍເຂົ້າຮ່ວມນຳ. ໃນລະຫວ່າງຊ່ວງເວລານີ້, ພວກເຂົາພະຍາຍາມທຸກວິທີທາງ ເພື່ອສ້າງສາຍສຳພັນທີ່ດີກັບອ້າຍເອື້ອຍນ້ອງ, ພະຍາຍາມດຶງດູດພວກເຂົາສ່ວນໜຶ່ງ. ພວກເຂົາເຖິງກັບຖວາຍເຄື່ອງຖວາຍຫຼາຍຄັ້ງຕໍ່ໜ້າອ້າຍເອື້ອຍນ້ອງ, ເຮັດໃຫ້ຄົນສ່ວນໃຫຍ່ຮູ້ສຶກປະຫຼາດໃຈ, ໂດຍຄິດວ່າ “ພວກເຂົາເຊື່ອໃນພຣະເຈົ້າມາເປັນເວລາດົນນານແລ້ວ, ແຕ່ພວກເຮົາບໍ່ເຄີຍເຫັນພວກເຂົາຖວາຍເຄື່ອງຖວາຍມາກ່ອນ. ເປັນຫຍັງຄັ້ງນີ້ພວກເຂົາຈຶ່ງໃຈກວ້າງແທ້? ພວກເຂົາປ່ຽນແປງໄປໃນທາງທີ່ດີຂຶ້ນ ແລະ ກັບຕົວແລ້ວແທ້ໆ ບໍ?” ບາງຄົນທີ່ໂງ່ຈ້າ ແລະ ບໍ່ຮູ້ຄວາມ ເຊິ່ງບໍ່ສາມາດປະເມີນເລື່ອງຕ່າງໆໄດ້ ກໍຄິດວ່າຄົນນີ້ໄດ້ປ່ຽນແປງໄປໃນທາງທີ່ດີຂຶ້ນແທ້ໆ, ພວກເຂົາໄດ້ຕັດສິນຄົນນີ້ຜິດໄປກ່ອນໜ້ານີ້ ແລະ ພວກເຂົາກໍເກີດຄວາມປະທັບໃຈທີ່ດີຕໍ່ຄົນນັ້ນໃນຫົວໃຈຂອງພວກເຂົາໂດຍບໍ່ຮູ້ຕົວ, ໂດຍຄິດວ່າ “ຄອບຄົວຂອງຄົນນີ້ມີຖານະດີ; ພວກເຂົາມີເສັ້ນສາຍ ແລະ ມີຊ່ອງທາງໃນການເຮັດສິ່ງຕ່າງໆໃຫ້ສຳເລັດ. ຖ້າພວກເຂົາກາຍເປັນຜູ້ນໍາຄຣິສຕະຈັກ, ພວກເຂົາກໍສາມາດເຮັດຫຼາຍສິ່ງຫຼາຍຢ່າງໃຫ້ກັບຄຣິສຕະຈັກໄດ້. ສິ່ງນີ້ຈະບໍ່ເປັນການຊ່ວຍເຫຼືອຄຣິສຕະຈັກຂອງພວກເຮົາໃນການປະກາດພຣະກິດຕິຄຸນ ແລະ ຕ້ອນຮັບອ້າຍເອື້ອຍນ້ອງບາງຄົນທີ່ກຳລັງຖືກຕາມລ່າ ແລະ ມີຄວາມຫຍຸ້ງຍາກບໍ? ຖ້າພວກເຂົາສາມາດຮັກສາຄວາມຫ້າວຫັນແບບນີ້ໄວ້ໄດ້, ມັນກໍຈະດີຫຼາຍ, ແຕ່ຂ້ອຍບໍ່ແນ່ໃຈວ່າພວກເຂົາຈະສາມາດເຮັດຕໍ່ໄປໄດ້ ຫຼື ບໍ່ ຫຼື ພວກເຂົາຈະເຕັມໃຈເປັນຜູ້ນໍາຄຣິສຕະຈັກຂອງພວກເຮົາ ຫຼື ບໍ່”. ມີບາງຄົນທີ່ຖືກນໍາພາຢ່າງຜິດໆ ແລະ ຖືກຫຼອກລວງແລ້ວ ບໍ່ແມ່ນບໍ? ທຸກສິ່ງທີ່ຄົນຜູ້ນີ້ກຳລັງເຮັດກຳລັງເລີ່ມເກີດດອກອອກຜົນ, ບໍ່ແມ່ນບໍ? ທຸກຢ່າງກຳລັງເຂົ້າທີ່ເຂົ້າທາງ ແລະ ຜົນຮັບກໍໃກ້ຈະມາເຖິງແລ້ວ. ນີ້ບໍ່ແມ່ນສິ່ງທີ່ພວກເຂົາຕ້ອງການບໍ? (ແມ່ນແລ້ວ). ນອກຈາກນີ້, ພວກເຂົາກໍໃຫ້ເສື້ອຜ້າສອງໂຕແກ່ຄົນໜຶ່ງ, ໃຫ້ຜັກໜຶ່ງກະຕ່າແກ່ອີກຄົນໜຶ່ງ ແລະ ໃຫ້ຜະລິດຕະພັນບຳລຸງສຸຂະພາບບາງຢ່າງແກ່ອີກຄົນໜຶ່ງ, ເພື່ອໃຫ້ແນ່ໃຈວ່າທຸກຄົນໄດ້ຮັບການເບິ່ງແຍງ. ສິ່ງນີ້ເຮັດໃຫ້ຜູ້ຄົນຄິດວ່າ “ຖ້າຄົນຜູ້ນີ້ກາຍເປັນຜູ້ນໍາຄຣິສຕະຈັກ, ພວກເຂົາຈະບໍ່ແມ່ນຜູ້ລ້ຽງແກະທີ່ດີບໍ? ພວກເຂົາບໍ່ແມ່ນຄົນທີ່ຄົນສ່ວນໃຫຍ່ຢາກເພິ່ງພາອາໄສບໍ?” ມັນບໍ່ແມ່ນເວລາທີ່ເໝາະສົມໄດ້ມາຮອດແລ້ວບໍ? ອ້າຍເອື້ອຍນ້ອງຈະບໍ່ເລືອກຄົນແບບນີ້ງ່າຍໆເລີຍບໍ? ຄົນນີ້ເປັນຄົນມີການສຶກສາ, ເວົ້າເກັ່ງ ແລະ ມີຖານະໃນສັງຄົມ. ຖ້າຄຣິສຕະຈັກຜະເຊີນກັບການຈັບກຸມ, ພວກເຂົາສາມາດປົກປ້ອງອ້າຍເອື້ອຍນ້ອງໄດ້. ຖ້າຄອບຄົວຂອງອ້າຍເອື້ອຍນ້ອງຄົນໃດມີຄວາມຫຍຸ້ງຍາກ, ພວກເຂົາກໍສາມາດຍື່ນມືເຂົ້າຊ່ວຍເຫຼືອ ແລະ ພວກເຂົາກໍຍັງສາມາດຊ່ວຍເຫຼືອວຽກງານຄຣິສຕະຈັກໄດ້ ເມື່ອຕ້ອງການຄົນເພີ່ມ. ແນວໃດກໍຕາມ, ມີສິ່ງໜຶ່ງທີ່ຄົນສ່ວນໃຫຍ່ບໍ່ແນ່ໃຈຄື: “ເມື່ອກ່ອນພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ແລະ ບໍ່ຄ່ອຍໄດ້ເຂົ້າຮ່ວມການເຕົ້າໂຮມເປັນເວລາດົນນານ. ແຕ່ຕອນນີ້, ເມື່ອເຖິງເວລາເລືອກຕັ້ງ, ພວກເຂົາກໍຟ້າວເຂົ້າຮ່ວມການເຕົ້າໂຮມສອງສາມຄັ້ງ. ຖ້າພວກເຂົາຖືກເລືອກໃຫ້ເປັນຜູ້ນໍາ, ພວກເຂົາຈະເຂົ້າໃຈຄວາມຈິງບໍ? ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ສາມາດປົກປ້ອງຄົນເຫຼົ່ານີ້ ຫຼື ໃຫ້ຜົນປະໂຫຍດບາງຢ່າງແກ່ພວກເຂົາເທົ່ານັ້ນ, ພວກເຂົາຈະສາມາດຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງໄດ້ບໍ? ພວກເຂົາຈະສາມາດນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ເລື່ອງນີ້ໜ້າສົງໄສ”. ບາງຄົນມີຄວາມສົງໄສໃນຫົວໃຈຂອງພວກເຂົາ, ໃນຂະນະທີ່ຄົນອື່ນໄດ້ຮັບອິດທິພົນ ແລະ ຖືກຊື້ໃຈໄປແລ້ວດ້ວຍຜົນປະໂຫຍດຂອງຄົນນີ້. ສະຖານະການນີ້ອັນຕະລາຍຫຼາຍ ບໍ່ແມ່ນບໍ? ພຽງແຕ່ຄະແນນສຽງດຽວກໍສາມາດຕັດສິນຜົນໄດ້ແລ້ວ. ບໍ່ວ່າຜົນການເລືອກຕັ້ງສຸດທ້າຍຈະເປັນແນວໃດ, ການກະທຳ ແລະ ພຶດຕິກຳຂອງຄົນດັ່ງກ່າວເໝາະສົມບໍ? (ບໍ່). ໃນຊ່ວງເວລາທີ່ສຳຄັນທີ່ສຸດ, ພວກເຂົາໃຫ້ທານ, ໃຫ້ເຄື່ອງຖວາຍ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງໃນການແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງບາງຢ່າງ. ເມື່ອອ້າຍເອື້ອຍນ້ອງບາງຄົນຍ້າຍເຮືອນ, ພວກເຂົາກໍຈັດຫາລົດຂົນສົ່ງໃຫ້ ແລະ ເມື່ອຄອບຄົວຂອງອ້າຍເອື້ອຍນ້ອງບາງຄົນຂາດເຂີນເລື່ອງເງິນ, ພວກເຂົາກໍໃຫ້ຢືມ. ເມື່ອບາງຄົນຂາດໂທລະສັບ, ພວກເຂົາກໍຊື້ໃຫ້ ແລະ ເມື່ອບາງຄົນບໍ່ມີຄອມພິວເຕີ, ພວກເຂົາກໍເອົາຂອງຕົນເອງໃຫ້... ພວກເຂົາເຮັດສິ່ງເຫຼົ່ານີ້ໃນຊ່ວງເວລາທີ່ສຳຄັນທີ່ສຸດ, ໃນຈຸດເວລາທີ່ສຳຄັນທີ່ສຸດ. ນີ້ແມ່ນພຶດຕິກຳປະເພດໃດ? ການເຮັດສິ່ງເຫຼົ່ານີ້ດ້ວຍເຈດຕະນາທີ່ຈະແຂ່ງຂັນເພື່ອຕຳແໜ່ງຜູ້ນໍາ, ດ້ວຍຄວາມລັບ ແລະ ຈຸດປະສົງທີ່ບໍ່ສາມາດບອກໃຜໄດ້, ບໍ່ແມ່ນການບົ່ງການ ແລະ ຂັດຂວາງການເລືອກຕັ້ງບໍ? (ແມ່ນແລ້ວ). ພວກເຂົາບໍ່ໄດ້ມາໄວ ຫຼື ຊ້າກວ່ານີ້, ແຕ່ກັບປາກົດຕົວໃນເວລາຂອງການເລືອກຕັ້ງຜູ້ນໍາຢ່າງແນ່ນອນ. ພວກເຂົາບໍ່ໄດ້ມີຄວາມລັບທີ່ບໍ່ສາມາດບອກໃຜໄດ້ແມ່ນບໍ? ມັນເປັນສິ່ງຊັດເຈນທີ່ສຸດແລ້ວ; ພວກເຂົາຕ້ອງກຳລັງມີຄວາມລັບທີ່ບໍ່ສາມາດບອກໃຜໄດ້ແມ່ນບໍ. ມັນບໍ່ແມ່ນວ່າພວກເຂົາບັງເອີນສຳນຶກຜິດຂຶ້ນມາ ແລະ ຢາກເຮັດຄວາມດີບາງຢ່າງ; ເປົ້າໝາຍຂອງພວກເຂົາຄືການລົງສະໝັກຮັບເລືອກຕັ້ງເປັນຜູ້ນໍາຄຣິສຕະຈັກ, ເພື່ອກາຍເປັນຜູ້ຮັບຜິດຊອບຄຣິສຕະຈັກ, ເພື່ອບົ່ງການຄຣິສຕະຈັກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກ. ພວກເຂົາຕ້ອງການບົ່ງການຄົນເຫຼົ່ານີ້ ເພື່ອທີ່ພວກເຂົາຈະສາມາດເຮັດສິ່ງຕ່າງໆ ໃຫ້ພວກເຂົາໄດ້ຢ່າງແທ້ຈິງບໍ? (ບໍ່). ແລ້ວພວກເຂົາຢາກເຮັດຫຍັງ? ພວກເຂົາຢາກຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກ, ຄວບຄຸມຄຣິສຕະຈັກ ແລະ ສ້າງຕຳແໜ່ງໃນຄຣິສຕະຈັກທີ່ພວກເຂົາສາມາດເຮັດຕົວເປັນເຈົ້າໜ້າທີ່ ແລະ ເປັນຜູ້ຕັດສິນຊີ້ຂາດ. ວິທີການ ແລະ ການປະຕິບັດທີ່ຜິດປົກກະຕິເຫຼົ່ານີ້ບໍ່ນັບວ່າເປັນການບົ່ງການ ແລະ ການຂັດຂວາງການເລືອກຕັ້ງບໍ? (ແມ່ນແລ້ວ).
ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ, ບາງຄົນທີ່ຢ້ານວ່າພວກເຂົາຈະບໍ່ໄດ້ຄະແນນສຽງພຽງພໍ ກໍລົງຄະແນນສຽງໃຫ້ຕົນເອງ. ສິ່ງນີ້ຟັງແລ້ວບໍ່ໜ້າຕະຫຼົກ ແລະ ແປກປະຫຼາດບໍ? ແມ່ນຫຍັງຄືທຳມະຊາດຂອງຄົນທີ່ລົງຄະແນນສຽງໃຫ້ຕົນເອງ? ມັນເປັນການສະແດງອອກເຖິງການຂາດຄວາມໝັ້ນໃຈ, ຄວາມບໍ່ມີຢາງອາຍ ຫຼື ຄວາມທະເຍີທະຍານທີ່ເກີນຂອບເຂດບໍ? ມັນຄືທຸກສິ່ງເຫຼົ່ານີ້. ພວກເຂົາຢ້ານວ່າຈະບໍ່ຖືກເລືອກຕັ້ງ, ສະນັ້ນ ພວກເຂົາຈຶ່ງບໍ່ມີທາງເລືອກອື່ນ ນອກຈາກລົງຄະແນນສຽງໃຫ້ຕົນເອງ, ນີ້ຄືການຂາດຄວາມໝັ້ນໃຈ. ພວກເຂົາບໍ່ມີຄຸນສົມບັດພຽງພໍ ແຕ່ກໍຍັງຢາກເປັນຜູ້ນໍາ; ຍ້ອນຢ້ານວ່າຄົນອື່ນຈະບໍ່ລົງຄະແນນສຽງໃຫ້, ພວກເຂົາຈຶ່ງລົງຄະແນນສຽງໃຫ້ຕົນເອງ. ນີ້ບໍ່ແມ່ນຄວາມບໍ່ມີຢາງອາຍບໍ? ຍິ່ງໄປກວ່ານັ້ນ, ຄວາມທະເຍີທະຍານທີ່ເກີນຂອບເຂດຂອງພວກເຂົາກໍເຮັດໃຫ້ການຕັດສິນໃຈຂອງພວກເຂົາມືດມົວ ຈົນເຖິງຂັ້ນທີ່ພວກເຂົາໂຍນສັກສີຖິ້ມອອກປ່ອງຢ້ຽມ ແລະ ກາຍເປັນຄົນປາສະຈາກຄວາມຊື່ສັດ ແລະ ກຽດສັກສີ: “ຖ້າທ່ານບໍ່ລົງຄະແນນສຽງໃຫ້ຂ້ານ້ອຍ, ຂ້ານ້ອຍຈະບໍ່ຍອມ; ຂ້ານ້ອຍຕ້ອງເປັນຜູ້ນໍາຄຣິສຕະຈັກ. ຖ້າຂ້ານ້ອຍບໍ່ສາມາດກາຍເປັນຜູ້ນໍາໄດ້, ຂ້ານ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ!” ພວກເຂົາຢືນຢັນທີ່ຈະເປັນຜູ້ນໍາ, ເຮັດຕົວເປັນເຈົ້າໜ້າທີ່, ຮູ້ສຶກສະບາຍໃຈ ແລະ ພໍໃຈໃນຊີວິດ ເມື່ອພວກເຂົາມີສະຖານະ, ພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ໃຫຍ່ຫຼວງສໍ່າໃດ! ພວກເຂົາຫວງແຫນຕຳແໜ່ງຫຼາຍເກີນໄປ, ເຊື່ອໃນພຣະເຈົ້າພຽງເພື່ອທີ່ຈະໄດ້ເປັນຜູ້ນໍາ. ການເປັນຜູ້ນໍາມັນດີແນວໃດ? ຖ້າເຈົ້າບໍ່ໄດ້ໃຫ້ຄຸນຄ່າແກ່ຜົນປະໂຫຍດຂອງສະຖານະ ແລະ ບໍ່ໄດ້ເພີດເພີນກັບການປະຕິບັດແບບພິເສດທັງໝົດທີ່ມັນນໍາມາໃຫ້, ເຈົ້າຈະຍັງຢາກໄດ້ຕຳແໜ່ງນີ້ຢູ່ບໍ? ເຈົ້າຈະຍັງລົງຄະແນນສຽງໃຫ້ຕົນເອງຢູ່ບໍ? ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າຈະຍັງມີຫຼາຍຢູ່ບໍ? ເຈົ້າຈະຍັງຫວງແຫນສະຖານະຫຼາຍຢູ່ບໍ? ບໍ່, ເຈົ້າຈະບໍ່ເປັນເຊັ່ນນັ້ນ. ຄົນດັ່ງກ່າວຕ້ອງການແຊກແຊງ ແລະ ທຸ້ມເທຄວາມພະຍາຍາມເຂົ້າໃນການເລືອກຕັ້ງຢູ່ສະເໝີ, ໂດຍໃຊ້ວິທີການລັບໆ ທຸກຢ່າງ. ເຖິງແມ່ນວ່າພວກເຂົາເອງຈະຮູ້ສຶກວ່າ ການກະທຳເຊັ່ນນັ້ນເປັນສິ່ງທີ່ໜ້າອັບອາຍ, ບໍ່ເປີດເຜີຍ ຫຼື ກົງໄປກົງມາ ແລະ ເປັນການຫຼຸດກຽດຕົນເອງກໍຕາມ, ຫຼັງຈາກທີ່ພິຈາລະນາແລ້ວ, ພວກເຂົາກໍຄິດວ່າ “ຊ່າງມັນເທາະ, ສິ່ງທີ່ສຳຄັນຄືການໄດ້ຮັບເລືອກຕັ້ງເປັນຜູ້ນໍາ!” ນີ້ຄືຄວາມບໍ່ມີຢາງອາຍ. ພວກເຂົາເຖິງກັບຢາກຮຽນແບບວິທີການໂຕ້ວາທີທີ່ໃຊ້ໃນການເລືອກຕັ້ງຂອງປະເທດປະຊາທິປະໄຕ ເຊິ່ງຜູ້ສະໝັກເປີດເຜີຍຂໍ້ບົກຜ່ອງຂອງກັນເອງ, ຕັດສິນ ແລະ ໂຈມຕີກັນ ແລະ ໂຕ້ຖຽງກັນ, ນຳກົນອຸບາຍເຫຼົ່ານີ້ມາໃຊ້ໃນການເລືອກຕັ້ງຂອງຄຣິສຕະຈັກ, ນີ້ບໍ່ແມ່ນຄວາມຜິດພາດທີ່ຮ້າຍແຮງບໍ? ນີ້ບໍ່ແມ່ນການໃຊ້ກົນອຸບາຍຜິດບ່ອນບໍ? ຖ້າເຈົ້າມາຄຣິສຕະຈັກເພື່ອພົວພັນກັບການກະທຳທີ່ຄົດໂກງ ແລະ ຊົ່ວຮ້າຍເຫຼົ່ານີ້ ແລະ ພະຍາຍາມບົ່ງການ ແລະ ຂັດຂວາງການເລືອກຕັ້ງ, ເຮົາບອກເຈົ້າເລີຍວ່າ, ເຈົ້າເລືອກເຮັດຜິດບ່ອນແລ້ວ! ນີ້ຄືເຮືອນຂອງພຣະເຈົ້າ, ບໍ່ແມ່ນສັງຄົມ; ທຸກຄົນທີ່ບົ່ງການ ແລະ ຂັດຂວາງການເລືອກຕັ້ງຈະຖືກກ່າວໂທດ, ບໍ່ມີຍົກເວັ້ນຈັກຄົນ. ໃນຄຣິສຕະຈັກ, ບໍ່ວ່າຈະໃຊ້ເຫດຜົນ, ຂໍ້ອ້າງ ຫຼື ວິທີການໃດກໍຕາມໃນຄວາມພະຍາຍາມທີ່ຈະບົ່ງການ ແລະ ຂັດຂວາງການເລືອກຕັ້ງ, ສິ່ງເຫຼົ່ານັ້ນປ້ອງກັນບໍ່ໄດ້ ແລະ ສິ່ງນີ້ກໍປະກອບເປັນການກະທຳທີ່ຊົ່ວຊ້າ ນັ້ນກໍຄື ມັນເປັນການກະທຳທີ່ຊົ່ວຊ້າຕະຫຼອດໄປ! ທຸກຄົນທີ່ພະຍາຍາມບົ່ງການ ແລະ ຂັດຂວາງການເລືອກຕັ້ງຈະຖືກກ່າວໂທດ. ຄົນດັ່ງກ່າວບໍ່ໄດ້ຖືກຮັບຮູ້ວ່າເປັນສະມາຊິກຂອງເຮືອນຂອງພຣະເຈົ້າ ຫຼື ເປັນອ້າຍເອື້ອຍນ້ອງ ແລະ ແທນທີ່ຈະຖືກກຳນົດລັກສະນະວ່າເປັນຄົນຮັບໃຊ້ຂອງຊາຕານ. ຄົນຮັບໃຊ້ຂອງຊາຕານເຮັດສິ່ງໃດແດ່? ພວກເຂົາຊ່ຽວຊານໃນການເຮັດທຸກສິ່ງທຸກຢ່າງທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ຜູ້ທີ່ບົ່ງການ ແລະ ຂັດຂວາງການເລືອກຕັ້ງກຳລັງຮັບບົດບາດລົບໆ ເຫຼົ່ານີ້, ເຮັດໃນສິ່ງທີ່ຄົນຮັບໃຊ້ຂອງຊາຕານເຮັດ. ບໍ່ວ່າຄຣິສຕະຈັກຈະດຳເນີນວຽກງານໃດກໍຕາມ, ຄົນເຫຼົ່ານີ້ກໍຈະລຸກຂຶ້ນມາຂັດຂວາງ ແລະ ທຳລາຍມັນ, ໂດຍບໍ່ສົນໃຈການຈັດແຈງວຽກງານ ແລະ ລະບຽບການຂອງເຮືອນຂອງພຣະເຈົ້າ, ບໍ່ສົນໃຈພຣະດຳລັດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສົນໃຈພຣະເຈົ້າ. ພວກເຂົາພະຍາຍາມເຮັດທຸກຢ່າງທີ່ພວກເຂົາຕ້ອງການໃນເຮືອນຂອງພຣະເຈົ້າ, ບົ່ງການກິດຈະການຕ່າງໆ ຂອງຄຣິສຕະຈັກ ແລະ ຍິ່ງໄປກວ່ານັ້ນກໍຄືການບົ່ງການສະມາຊິກຄຣິສຕະຈັກ, ຈົນເຖິງຂັ້ນບົ່ງການ ແລະ ຂັດຂວາງການເລືອກຕັ້ງຂອງຄຣິສຕະຈັກ. ພວກເຂົາພະຍາຍາມບົ່ງການບຸກຄະລາກອນຂອງຄຣິສຕະຈັກຜ່ານວິທີການໃດ? ພວກເຂົາຊອກຫາໂອກາດທີ່ຈະບົ່ງການ ແລະ ຂັດຂວາງການເລືອກຕັ້ງຂອງຄຣິສຕະຈັກ. ເມື່ອການເລືອກຕັ້ງຖືກບົ່ງການ ແລະ ຂັດຂວາງໂດຍຄົນຮັບໃຊ້ເຫຼົ່ານີ້ຂອງຊາຕານ, ການເລືອກຕັ້ງກໍລົ້ມເຫຼວ. ຖ້າຄົນຮັບໃຊ້ເຫຼົ່ານີ້ຂອງຊາຕານເຮັດສຳເລັດຕາມວິທີຂອງພວກເຂົາ ແລະ ກາຍເປັນຜູ້ນໍາຄຣິສຕະຈັກ, ຜົນການເລືອກຕັ້ງນັ້ນຖືກຕ້ອງ ຫຼື ບໍ່ຖືກຕ້ອງ? ແນ່ນອນວ່າມັນບໍ່ຖືກຕ້ອງ. ຄວນຈັດການເລືອກຕັ້ງຄືນໃໝ່ ໂດຍຜ່ານການໂອ້ລົມຄວາມຈິງ ແລະ ສະຫຼຸບບົດຮຽນທີ່ໄດ້ຮຽນຮູ້.
B. ຫຼັກການໃນການຈັດການກັບຄົນຊົ່ວຊ້າທີ່ຄວບຄຸມການເລືອກຕັ້ງຂອງຄຣິສຕະຈັກ
ເມື່ອເກີດສະຖານະການທີ່ຄົນຊົ່ວຊ້າບົ່ງການການເລືອກຕັ້ງ, ມັນຈຳເປັນຕ້ອງຈັດການເລືອກຕັ້ງຄືນໃໝ່. ສິ່ງນີ້ຄວນປະຕິບັດແນວໃດ? (ຄວນລົບລ້າງຜົນການເລືອກຕັ້ງ ແລະ ຈັດການເລືອກຕັ້ງຄັ້ງໃໝ່.) ນີ້ແມ່ນວິທີໜຶ່ງ. ຂໍ້ມູນພາຍໃນກ່ຽວກັບວ່າການເລືອກຕັ້ງຄັ້ງນີ້ຖືກບົ່ງການໂດຍຄົນຊົ່ວຊ້າແນວໃດນັ້ນ ຄວນຖືກເປີດເຜີຍ ແລະ ເຜີຍແຜ່ຕໍ່ສາທາລະນະ ເພື່ອໃຫ້ທຸກຄົນຮູ້ວ່າຂະບວນການເລືອກຕັ້ງເປັນແນວໃດ ແລະ ຜົນຮັບອອກມາເປັນແນວໃດ. ຫຼັງຈາກທີ່ຂໍ້ມູນພາຍໃນນີ້ເປັນທີ່ຮູ້ຈັກແລ້ວ, ຜົນການເລືອກຕັ້ງກໍຄວນຖືກປະຕິເສດ ແລະ ຄວນຈັດການເລືອກຕັ້ງຄືນໃໝ່. ການເລືອກຕັ້ງດັ່ງກ່າວຈະຕ້ອງບໍ່ໄດ້ຮັບການຮັບຮອງຈາກຜູ້ຄົນສ່ວນໃຫຍ່ທີ່ພຣະເຈົ້າເລືອກ; ແລະ ມັນບໍ່ສຳຄັນວ່າໃຜຈະຖືກເລືອກ ນັ້ນກໍຄື ບໍ່ສາມາດຍອມຮັບຜົນຮັບໄດ້. ພາຍໃຕ້ສະຖານະການປົກກະຕິ, ໂດຍຜ່ານການໂອ້ລົມກ່ຽວກັບຄວາມຈິງ ແລະ ການເປີດໂປງເລື່ອງພາຍໃນ, ຜົນການເລືອກຕັ້ງກໍສາມາດຖືກປະຕິເສດ ແລະ ສາມາດຈັດການເລືອກຕັ້ງຄືນໃໝ່ໄດ້. ແຕ່ບາງຄັ້ງ, ໃນສະຖານະການພິເສດບາງຢ່າງ, ເຖິງແມ່ນວ່າຄົນສ່ວນໜ້ອຍຈະຮູ້ວ່າຜົນການເລືອກຕັ້ງຖືກບົ່ງການໂດຍຄົນຮັບໃຊ້ຂອງຊາຕານ ແລະ ຜູ້ທີ່ຖືກເລືອກຕັ້ງບໍ່ສາມາດເຮັດວຽກໄດ້ຢ່າງແທ້ຈິງ ແລະ ເປັນພຽງຫຸ່ນແທນກໍຕາມ, ເພາະຄົນສ່ວນໃຫຍ່ໃນຄຣິສຕະຈັກຖືກນໍາພາຢ່າງຜິດໆ ໂດຍຄົນຊົ່ວຊ້າ ແລະ ຍັງຄົງຢືນຢູ່ຂ້າງຄົນຮັບໃຊ້ຂອງຊາຕານ ໃນຂະນະທີ່ມີພຽງຄົນສ່ວນໜ້ອຍທີ່ມີການແຍກແຍະ ແລະ ຮູ້ຂໍ້ມູນພາຍໃນ ແລະ ບໍ່ມີໃຜເຊື່ອຄົນສ່ວນໜ້ອຍກຸ່ມນີ້ ຫຼື ຟັງພວກເຂົາເມື່ອພວກເຂົາເວົ້າອອກມາ, ພວກເຂົາຢູ່ຢ່າງໂດດດ່ຽວ ແລະ ບໍ່ມີກຳລັງ ແລະ ໂດຍພື້ນຖານແລ້ວຂາດກຳລັງທີ່ຈະພິກສະຖານະການ. ໃນສະຖານະການດັ່ງກ່າວ, ພວກເຈົ້າອາດຈະຢາກເປີດເຜີຍເລື່ອງພາຍໃນກ່ຽວກັບການບົ່ງການການເລືອກຕັ້ງ, ແຕ່ມັນບໍ່ງ່າຍທີ່ຈະເຂົ້າໃຈສະຖານະການຢ່າງຊັດເຈນ. ໃນກໍລະນີນັ້ນ, ນອກຈາກການລາຍງານຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກລະດັບເທິງແລ້ວ, ພວກເຈົ້າຍັງສາມາດເຮັດຫຍັງໄດ້ອີກ? ຖ້າພວກເຈົ້າສືບຕໍ່ດຳລົງຊີວິດຄຣິສຕະຈັກ, ພວກເຈົ້າຈະຖືກກີດກັນ. ການເຂົ້າຮ່ວມການເຕົ້າໂຮມຢູ່ຄຣິສຕະຈັກອື່ນເບິ່ງຄືວ່າບໍ່ເໝາະສົມ, ເພາະຄົນຢູ່ທີ່ນັ້ນບໍ່ສາມາດຕ້ອນຮັບຄົນແປກໜ້າຕາມອຳເພີໃຈ. ສິ່ງນີ້ເຮັດໃຫ້ເຈົ້າຕົກຢູ່ໃນສະຖານະການທີ່ກືນບໍ່ເຂົ້າຄາຍບໍ່ອອກແທ້ໆ! ເຈົ້າເຫັນວ່າຜູ້ນໍາຄຣິສຕະຈັກທີ່ຖືກເລືອກຕັ້ງມີຄວາມເປັນມະນຸດທີ່ບໍ່ດີ, ເປັນມານຮ້າຍ ແລະ ບໍ່ແມ່ນຄົນທີ່ຄວນຈະຖືກເລືອກຕັ້ງ, ສະນັ້ນ ເຈົ້າຈຶ່ງໃຈຮ້າຍພຽງແຕ່ເມື່ອໄດ້ເຫັນພວກເຂົາ. ການເຂົ້າຮ່ວມການເຕົ້າໂຮມເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈ, ແຕ່ການບໍ່ໄປກໍບໍ່ແມ່ນທາງເລືອກ. ຖ້າເຈົ້າບໍ່ໄປ ແລະ ຕັດຄວາມສຳພັນຂອງເຈົ້າກັບຄຣິສຕະຈັກ, ເຈົ້າກໍຈະສູນເສຍຊີວິດຄຣິສຕະຈັກຂອງເຈົ້າ ເຊິ່ງບໍ່ແມ່ນສິ່ງທີ່ເຈົ້າສາມາດເຮັດໄດ້. ແລ້ວມີວິທີແກ້ໄຂທີ່ດີຕໍ່ບັນຫານີ້ບໍ? ສິ່ງນີ້ຈຳເປັນຕ້ອງມີສະຕິປັນຍາ. ຈະເກີດຜົນຫຍັງຕາມມາ ຖ້າເຈົ້າເປີດໂປງພວກເຂົາຢ່າງຟ້າວຟັ່ງ? ຄົນເຫຼົ່ານັ້ນອາດຈະຮ່ວມຫົວກັນເພື່ອປາບປາມເຈົ້າ, ຂັບໄລ່ເຈົ້າ ຫຼື ຖ້າສະຖານະການບໍ່ດີແທ້ໆ, ພວກເຂົາອາດຈະກຳຈັດເຈົ້າອອກໄປເລີຍ, ເຮັດໃຫ້ເຈົ້າກາຍເປັນຜູ້ເຄາະຮ້າຍຈາກຄວາມບໍ່ຍຸຕິທຳ. ນີ້ຄືຜົນທີ່ຈະຕາມມາທີ່ເປັນໄປໄດ້ຫຼາຍທີ່ສຸດ. ແລ້ວວິທີແກ້ໄຂທີ່ດີທີ່ສຸດແມ່ນຫຍັງ? (ຮ່ວມກຳລັງກັບອ້າຍເອື້ອຍນ້ອງບາງຄົນທີ່ມີການແຍກແຍະ ແລະ ຮວບຮວມຫຼັກຖານທັງໝົດກ່ຽວກັບການກະທຳທີ່ຊົ່ວຊ້າຂອງຄົນເຫຼົ່ານີ້ໃນການບົ່ງການການເລືອກຕັ້ງຢ່າງລັບໆ. ລາຍງານຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກລະດັບເທິງ ແລະ ໂອ້ລົມຄວາມຈິງກັບອ້າຍເອື້ອຍນ້ອງທີ່ຖືກນໍາພາຢ່າງຜິດໆ ໂດຍໄວ ເພື່ອນໍາພວກເຂົາກັບຄືນມາ.) ນີ້ຖືວ່າເປັນວິທີແກ້ໄຂທີ່ດີບໍ? ການເຮັດສິ່ງດັ່ງກ່າວຢ່າງຮີບຮ້ອນເປັນສິ່ງທີ່ຖືກຕ້ອງບໍ? ຜົນທີ່ຕາມມາຂອງການຮີບຮ້ອນແມ່ນຫຍັງ? (ມັນງ່າຍທີ່ຈະເຮັດໃຫ້ສັດຕູຮູ້ຕົວໂດຍບໍ່ຕັ້ງໃຈ.) ເມື່ອພວກເຈົ້າພົບພໍ້ກັບເລື່ອງແບບນີ້, ພວກເຈົ້າຢ້ານ ຫຼື ກະວົນກະວາຍບໍ? ພວກເຈົ້າຄວນຢ້ານ ຫຼື ກະວົນກະວາຍບໍ? (ບໍ່.) ຕາມຫຼັກການແລ້ວ, ພວກເຈົ້າບໍ່ຄວນຢ້ານ, ນີ້ຄືສິ່ງທີ່ເຫດຜົນຂອງພວກເຈົ້າບອກພວກເຈົ້າ. ແຕ່ໃນຄວາມເປັນຈິງແລ້ວ ມັນເປັນແນວໃດສຳລັບຜູ້ຄົນ? ສິ່ງທີ່ສຳຄັນທີ່ສຸດຄື ຜູ້ຄົນເຂົ້າໃຈຄວາມຈິງ ຫຼື ບໍ່. ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ ແລະ ມີພຽງແຕ່ຄວາມຕັ້ງໃຈຂອງພວກເຂົາ, ພວກເຂົາກໍຈະຍັງຄົງຢ້ານຢູ່ໃນໃຈ. ເມື່ອເຈົ້າຢ້ານ, ມັນງ່າຍບໍທີ່ຈະບັນລຸຜົນສຳເລັດ ບໍ່ວ່າພວກເຈົ້າຈະເຮັດຫຍັງ ຫຼື ເຮັດແນວໃດກໍຕາມ? (ບໍ່ງ່າຍ.) ເມື່ອເຈົ້າຢ້ານ, ພວກເຈົ້າຢູ່ໃນສະພາວະແບບໃດ? ເຈົ້າຢ້ານອຳນາດຂອງຄົນເຫຼົ່ານີ້, ຢ້ານພວກເຂົາຈະຮູ້ວ່າ ພວກເຈົ້າໄດ້ແຍກແຍະພວກເຂົາ ແລະ ລະວັງຕົວຕໍ່ພວກເຂົາ ແລະ ຢ້ານວ່າພວກເຂົາຈະປາບປາມ ແລະ ກີດກັນເຈົ້າ ເມື່ອພວກເຂົາເຫັນວ່າ ເຈົ້າບໍ່ໄດ້ຢູ່ຂ້າງພວກເຂົາ, ຈົນໃນທີ່ສຸດກໍກຳຈັດເຈົ້າອອກຈາກຄຣິສຕະຈັກ. ພວກເຈົ້າຈະມີຄວາມກັງວົນເຫຼົ່ານີ້ຢູ່ໃນຫົວໃຈຂອງເຈົ້າ. ເມື່ອເຈົ້າມີຄວາມກັງວົນດັ່ງກ່າວ, ເຈົ້າຈະສາມາດມີສະຕິປັນຍາ, ຄວາມກ້າຫານ ແລະ ວິທີການທີ່ຈະພົວພັນກັບຄົນເຫຼົ່ານີ້, ແກ້ໄຂບັນຫາທີ່ພວກເຂົາກໍ່ຂຶ້ນ ຫຼື ເປີດໜ້າກາກການກະທຳທີ່ຊົ່ວຊ້າຂອງພວກເຂົາ ເພື່ອໃຫ້ອ້າຍເອື້ອຍນ້ອງມີການແຍກແຍະ ແລະ ບໍ່ຖືກນໍາພາຢ່າງຜິດໆ ໄດ້ບໍ? ວິທີການກະທຳທີ່ເໝາະສົມທີ່ສຸດແມ່ນຫຍັງ? ເມື່ອເຈົ້າຢ້ານ, ເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ອ່ອນແອບໍ? ກ່ອນອື່ນໝົດ, ເຈົ້າອ່ອນແອ ແລະ ຢູ່ຊື່ໆ. ໃນດ້ານໜຶ່ງ, ເຈົ້າຂາດຄວາມເຊື່ອທີ່ເຂັ້ມແຂງໃນພຣະເຈົ້າ ແລະ ໃນອີກດ້ານໜຶ່ງ, ເຈົ້າຄິດວ່າ “ຄົນຊົ່ວຊ້າເຫຼົ່ານີ້ປະສົບຜົນສຳເລັດແລ້ວ. ເປັນຫຍັງຕອນນີ້ມີພຽງແຕ່ຂ້ານ້ອຍຄົນດຽວທີ່ແຍກແຍະເລື່ອງນີ້ໄດ້? ຄົນອື່ນມີການແຍກແຍະແດ່ບໍ? ຖ້າຂ້ານ້ອຍບອກຄົນອື່ນກ່ຽວກັບສະຖານະການທີ່ແທ້ຈິງ, ພວກເຂົາຈະເຊື່ອຂ້ານ້ອຍບໍ? ຖ້າພວກເຂົາບໍ່ເຊື່ອຂ້ານ້ອຍ, ພວກເຂົາຈະເປີດໂປງຂ້ານ້ອຍບໍ? ຖ້າພວກເຂົາທຸກຄົນຮ່ວມຫົວກັນເພື່ອຈັດການກັບຂ້ານ້ອຍ ແລະ ຂ້ານ້ອຍຢູ່ຄົນດຽວ ແລະ ບໍ່ມີກຳລັງ, ຄົນຊົ່ວຊ້າເຫຼົ່ານັ້ນຈະຊອກຫາຂໍ້ອ້າງທຸກປະເພດ ເພື່ອທີ່ຈະກຳຈັດຂ້ານ້ອຍອອກໄປບໍ?” ພວກເຈົ້າຈະບໍ່ມີຄວາມກັງວົນດັ່ງກ່າວບໍ? ເມື່ອເຈົ້າມີຄວາມກັງວົນເຫຼົ່ານີ້, ເຈົ້າຈະສາມາດຈັດການກັບຄົນເຫຼົ່ານັ້ນໄດ້ແນວໃດ? ເຈົ້າຈະສາມາດພົວພັນກັບພວກເຂົາໃນວິທີທີ່ເໝາະສົມ ແລະ ສະຫຼາດທີ່ສຸດໄດ້ແນວໃດ? ໃນເວລານີ້, ເຈົ້າບໍ່ມີທິດທາງ ຫຼື ເສັ້ນທາງທີ່ຈະເດີນຕາມເລີຍແມ່ນບໍ່? ເວົ້າໃຫ້ຊັດເຈນກໍຄື ເມື່ອເຈົ້າຢ້ານ ແລະ ອ່ອນແອທີ່ສຸດ, ເຈົ້າກໍພຽງແຕ່ບໍ່ສາມາດຕໍ່ສູ້ກັບພວກເຂົາ ຫຼື ຮັບມືກັບພວກເຂົາ ແລະ ຈັດການກັບບັນຫາທີ່ພວກເຂົາກໍ່ຂຶ້ນ. ແລ້ວວິທີການທີ່ດີທີ່ສຸດສຳລັບເຈົ້າໃນເວລານີ້ແມ່ນຫຍັງ? ມັນຄືການເລີ່ມລົງມືກ່ອນ ແລະ ໂຈມຕີກ່ອນ, ຜະເຊີນໜ້າກັບພວກເຂົາ ແລະ ເປີດໂປງການກະທຳທີ່ຊົ່ວຊ້າຂອງພວກເຂົາ ເພື່ອປົກປ້ອງຕົນເອງບໍ? ວິທີການນີ້ເໝາະສົມບໍ? (ບໍ່ເໝາະສົມ.) ເປັນຫຍັງມັນຈຶ່ງບໍ່ເໝາະສົມ? ເພາະເຈົ້າບໍ່ທັນໄດ້ຄິດຢ່າງຖີ່ຖ້ວນວ່າຈະເຮັດແນວໃດ, ເຈົ້າບໍ່ສາມາດເບິ່ງທະລຸແກ່ນແທ້ຂອງພວກເຂົາ ແລະ ເຈົ້າບໍ່ຮູ້ວ່າຈະເປີດໂປງພວກເຂົາແນວໃດ, ຍິ່ງໄປກວ່ານັ້ນກໍຄືບໍ່ຮູ້ວ່າຜູ້ທີ່ຖືກນໍາພາຢ່າງຜິດໆ ຈະສາມາດຍອມຮັບຄວາມຈິງ ແລະ ຫັນກັບຄືນມາໄດ້ ຫຼື ບໍ່. ພວກເຈົ້າບໍ່ຮູ້ເລື່ອງຕ່າງໆ ເຫຼົ່ານີ້ເລີຍ ແລະ ພວກເຈົ້າກໍບໍ່ຊັດເຈນວ່າທາງອອກໃດທີ່ເປັນປະໂຫຍດ ແລະ ມີປະສິດທິພາບທີ່ສຸດສຳລັບເຈົ້າ. ເຖິງແມ່ນວ່າເຈົ້າຈະຍັງບໍ່ທັນຕົກຢູ່ໃນສະພາວະຄິດລົບໃນລະດັບໃດໜຶ່ງ, ສະພາວະປັດຈຸບັນຂອງເຈົ້າມີຄວາມອ່ອນແອ ແລະ ຄວາມຢ້ານກົວເປັນຢ່າງໜ້ອຍ ແລະ ພາຍໃນແລ້ວ ເຈົ້າມີຄວາມກັງວົນຫຼາຍຢ່າງ. ບໍ່ວ່າຄວາມກັງວົນເຫຼົ່ານີ້ຈະສົມເຫດສົມຜົນ ຫຼື ເກີດຈາກຄວາມອ່ອນແອ ແລະ ຄວາມຢ້ານກົວຂອງເຈົ້າກໍຕາມ, ສະຫຼຸບສັ້ນໆ ສິ່ງເຫຼົ່ານີ້ຄືຂໍ້ແທ້ຈິງ. ເມື່ອຂໍ້ແທ້ຈິງເຫຼົ່ານີ້ເກີດຂຶ້ນ, ວິທີແກ້ໄຂທີ່ດີທີ່ສຸດຄືການຮຽນຮູ້ທີ່ຈະລໍຄອຍ ແລະ ບໍ່ຕ້ອງເຮັດຫຍັງ. ການບໍ່ເຮັດຫຍັງໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ຟ້າວຟັ່ງທີ່ຈະເປີດໂປງສະຖານະການທີ່ແທ້ຈິງກ່ຽວກັບການເລືອກຕັ້ງຕໍ່ຜູ້ທີ່ຖືກຫຼອກລວງ ແລະ ບໍ່ຟ້າວຟັ່ງທີ່ຈະຕໍ່ຕ້ານຜູ້ນໍາຄຣິສຕະຈັກທີ່ຖືກເລືອກຕັ້ງໃໝ່ ຫຼື ກຸ່ມຄົນທີ່ບົ່ງການ ແລະ ຂັດຂວາງການເລືອກຕັ້ງ. ຢ່າເປີດໂປງພວກເຂົາ; ໃນເວລານີ້, ເຈົ້າຕ້ອງຮຽນຮູ້ທີ່ຈະລໍຖ້າ. ບາງຄົນເວົ້າວ່າ “ການລໍຖ້າເປັນການຢູ່ຊື່ໆ; ຂ້ານ້ອຍຕ້ອງລໍຖ້າດົນສໍ່າໃດ?” ມັນບໍ່ຈຳເປັນຕ້ອງລໍຖ້າດົນເກີນໄປ. ໃນຂະນະທີ່ພວກເຈົ້າລໍຖ້າ, ໃຫ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ອ່ານພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໃນສະຖານະການດັ່ງກ່າວ, ເມື່ອເຈົ້າຢ້ານທີ່ສຸດ ແລະ ອ່ອນແອທີ່ສຸດ, ຄຳອະທິຖານຂອງເຈົ້າກໍເປັນຈິງ ແລະ ຈິງໃຈທີ່ສຸດ. ເຈົ້າຕ້ອງການໃຫ້ພຣະເຈົ້າຊີ້ນໍາ ແລະ ປົກປ້ອງພວກເຈົ້າ; ເຈົ້າຕ້ອງການເພິ່ງພາພຣະເຈົ້າ. ໃນຂະນະທີ່ເຈົ້າອະທິຖານ, ຄວາມຢ້ານຂອງເຈົ້າຈະຫຼຸດລົງເທື່ອລະໜ້ອຍຈົນກວ່າມັນຈະໝົດໄປ. ເມື່ອຄວາມຢ້ານຂອງເຈົ້າໝົດໄປ, ເຈົ້າຈະບໍ່ອ່ອນແອໜ້ອຍລົງເຊັ່ນກັນບໍ? (ແມ່ນແລ້ວ.) ເຈົ້າກໍຈະມີຄວາມກັງວົນໜ້ອຍລົງເທື່ອລະໜ້ອຍ. ຄວາມຢ້ານກົວ, ຄວາມອ່ອນແອ ແລະ ຄວາມກັງວົນເຫຼົ່ານີ້ບໍ່ໄດ້ຫາຍໄປລ້າໆ; ໃນທາງກົງກັນຂ້າມ, ໃນລະຫວ່າງຂະບວນການປ່ຽນແປງນີ້, ເຈົ້າກໍຈະຄ່ອຍໆ ເຂົ້າໃຈບາງເລື່ອງ. ເຈົ້າຈະເຂົ້າໃຈເລື່ອງໃດແດ່? ໃນດ້ານໜຶ່ງ, ເຈົ້າຈະຮູ້ວິທີຮັບມືກັບຄົນເຫຼົ່ານີ້, ຈະເປີດໂປງໃຜກ່ອນ ແລະ ຈະເວົ້າ ແລະ ກະທຳແນວໃດໃນທາງທີ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ນອກຈາກນີ້, ເຈົ້າຈະຮູ້ລັກສະນະພຶດຕິກຳຂອງຄົນເຫຼົ່ານີ້. ເຈົ້າເລີ່ມເຂົ້າໃຈສິ່ງເຫຼົ່ານີ້ໄດ້ແນວໃດ? ມັນແມ່ນໂດຍການສະແຫວງຫາຄວາມຈິງໃນລະຫວ່າງຂະບວນການລໍຖ້າຂອງເຈົ້າທີ່ເຈົ້າຄ່ອຍໆ ເຂົ້າໃຈພວກມັນ. ເມື່ອເຈົ້າເຫັນສິ່ງນີ້ຢ່າງຊັດເຈນ, ເຈົ້າກໍຈະໄຕ່ຕອງໂດຍທຳມະຊາດວ່າ ເຈົ້າຄວນໃຊ້ສະຕິປັນຍາແນວໃດ, ຄວນລົມກັບໃຜຈຶ່ງຈະເໝາະສົມ ແລະ ຈະເວົ້າແນວໃດໃນລັກສະນະທີ່ຈະເຮັດໃຫ້ພວກເຂົາຊາບຊຶ້ງໃຈ, ເຮັດໃຫ້ພວກເຂົາຮູ້ຄວາມຈິງກ່ຽວກັບຄົນຊົ່ວຊ້າທີ່ບົ່ງການການເລືອກຕັ້ງ ແລະ ເຮັດໃຫ້ພວກເຂົາສາມາດຫັນກັບຄືນມາ, ແຍກແຍະໃບໜ້າທີ່ແທ້ຈິງຂອງຜູ້ທີ່ບົ່ງການ ແລະ ຂັດຂວາງການເລືອກຕັ້ງ ແລະ ແຍກແຍະວ່າຄົນທີ່ເອີ້ນວ່າຜູ້ນໍາທີ່ຖືກເລືອກຕັ້ງນັ້ນເປັນຄົນປະເພດໃດກັນແທ້. ເຈົ້າຈະມີສະຕິປັນຍາປະເພດນີ້ ແລະ ການກະທຳຂອງເຈົ້າກໍຈະເປັນໄປຕາມຂັ້ນຕອນເຊັ່ນກັນ. ແລ້ວຜົນປະໂຫຍດທີ່ເປັນບວກເຫຼົ່ານີ້ມາຈາກໃສ? ພວກມັນທັງໝົດຖືກມອບໃຫ້ແກ່ເຈົ້າໂດຍພຣະເຈົ້າ ໃນລະຫວ່າງຂະບວນການລໍຖ້າຂອງເຈົ້າ. ບາງຢ່າງກໍເກີດຂຶ້ນຍ້ອນວຽກງານ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ບາງຢ່າງກໍແມ່ນສິ່ງທີ່ພຣະເຈົ້າໃຫ້ເຈົ້າເຫັນ ແລະ ເຂົ້າໃຈໃນພຣະທຳຂອງພຣະອົງ. ພຣະທຳຂອງພຣະເຈົ້າກ່າວວ່າ ຢ່າສູ້ຮົບໂດຍບໍ່ມີການກຽມຕົວ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ບໍ່ວ່າເຈົ້າຈະຕໍ່ສູ້ກັບຊາຕານ ຫຼື ເປີດໂປງການກະທຳທີ່ຊົ່ວຊ້າຂອງຄົນຮັບໃຊ້ຂອງຊາຕານກໍຕາມ, ບໍ່ວ່າເຈົ້າຈະສູ້ຮົບກັບຊາຕານແນວໃດກໍຕາມ, ເຈົ້າເອງກໍຕ້ອງເຂັ້ມແຂງ, ເຂົ້າໃຈຫຼັກການຄວາມຈິງ ແລະ ສາມາດເບິ່ງທະລຸເຖິງແກ່ນແທ້ ແລະ ການກະທຳທີ່ຊົ່ວຊ້າຂອງຊາຕານ ແລະ ຄົນຊົ່ວຊ້າ ແລ້ວຈຶ່ງເປີດໂປງພວກເຂົາ. ມີພຽງແຕ່ການເຮັດເຊັ່ນນັ້ນເທົ່ານັ້ນທີ່ເຈົ້າຈະບັນລຸຜົນດີໃນທີ່ສຸດ. ເມື່ອເຈົ້າເຂົ້າໃຈເລື່ອງເຫຼົ່ານີ້ແລ້ວ, ຄວາມຢ້ານກົວ, ຄວາມອ່ອນແອ ແລະ ຄວາມກັງວົນຂອງເຈົ້າຈະບໍ່ຮຸນແຮງໜ້ອຍ ແລະ ຊັດເຈນໜ້ອຍລົງບໍ? ພວກເຈົ້າຈະບໍ່ຮູ້ສຶກຢ້ານສໍ່ານັ້ນອີກຕໍ່ໄປ. ສິ່ງເຫຼົ່ານີ້ທີ່ເຈົ້າຮູ້ສຶກເຫຼົ່ານີ້ຈະຄ່ອຍໆ ປ່ຽນແປງ; ເຈົ້າຈະພົບວ່າຕົນເອງບໍ່ໄດ້ອ່ອນແອຄືກັບຕອນທີ່ສະຖານະການຫາກໍເກີດຂຶ້ນ. ໃນທາງກົງກັນຂ້າມ, ເຈົ້າຈະຮູ້ສຶກເຂັ້ມແຂງຂຶ້ນ ແລະ ໝັ້ນໃຈໃນຕົນເອງຫຼາຍຂຶ້ນກວ່າແຕ່ກ່ອນ ແລະ ເຈົ້າຈະຮູ້ວ່າຕ້ອງເຮັດຫຍັງ. ໃນຈຸດນີ້, ໃຫ້ອະທິຖານຫາພຣະເຈົ້າອີກຄັ້ງ ແລະ ຂໍໃຫ້ພຣະອົງກຽມໂອກາດທີ່ເໝາະສົມ ແລ້ວຈຶ່ງລົງມືກະທຳ. ຈົ່ງລາຍງານສະຖານະການຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກລະດັບເທິງ ໃນຂະນະທີ່ໂອ້ລົມກັບຜູ້ທີ່ມີຄວາມເປັນມະນຸດທີ່ດີ ແລະ ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແຕ່ຖືກຫຼອກລວງ ແລະ ນໍາພາຢ່າງຜິດໆ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ໂດຍເປີດເຜີຍຂໍ້ມູນພາຍໃນກ່ຽວກັບຄົນຊົ່ວຊ້າທີ່ບົ່ງການການເລືອກຕັ້ງຕໍ່ພວກເຂົາ. ເມື່ອເຈົ້າຊະນະໃຈຄົນເຫຼົ່ານີ້ໄດ້ໜຶ່ງ ຫຼື ສອງຄົນ, ຄວາມຢ້ານກົວຂອງເຈົ້າກໍຈະຫາຍໄປໂດຍພື້ນຖານ. ເຈົ້າຈະຮັບຮູ້ວ່າທັງໝົດນີ້ບໍ່ສາມາດເຮັດໄດ້ ໂດຍເພິ່ງພາກຳລັງຂອງມະນຸດ, ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດເພິ່ງພາອາໄສຄວາມຫົວຮ້ອນ; ເຈົ້າບໍ່ສາມາດເພິ່ງພາອາລົມຊົ່ວຄາວ ຫຼື ຄວາມໃຈຮ້າຍ ຫຼື ສິ່ງຊົ່ວຄາວທີ່ເອີ້ນວ່າຄວາມຮູ້ສຶກຍຸຕິທຳ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ໄຮ້ປະໂຫຍດ. ພຣະເຈົ້າຈະກຽມເວລາທີ່ເໝາະສົມໃຫ້ແກ່ເຈົ້າ ແລະ ຈະໃຫ້ຄວາມສະຫວ່າງແກ່ເຈົ້າກ່ຽວກັບສິ່ງທີ່ຄວນເວົ້າ ແລະ ໂດຍອີງໃສ່ສິ່ງທີ່ເຈົ້າເຂົ້າໃຈ, ພຣະອົງຈະຊີ້ນໍາເຈົ້າເທື່ອລະກ້າວ, ໃຫ້ເສັ້ນທາງແກ່ເຈົ້າເພື່ອເດີນຕາມ. ຈາກການທີ່ອ່ອນແອ ແລະ ຢ້ານກົວໃນຕອນທຳອິດ ໄປສູ່ການສະແຫວງຫາ ແລະ ເຂົ້າໃຈຫຼັກການ ແລະ ເສັ້ນທາງ, ໃນຊ່ວງເວລານີ້ ເຈົ້າຍັງສາມາດພົວພັນກັບຄົນຊົ່ວຊ້າເຫຼົ່ານີ້ໂດຍປົກກະຕິ. ໃນລະຫວ່າງການພົວພັນແບບປົກກະຕິ, ສະໝອງຂອງຜູ້ຄົນບໍ່ໄດ້ຫວ່າງເປົ່າ; ພວກເຂົາມີຄວາມຄິດຂອງພວກເຂົາເອງ. ໃນຂະນະທີ່ເຈົ້າກຳລັງສະແຫວງຫາ ແລະ ອະທິຖານ, ເຈົ້າກໍສັງເກດຄົນເຫຼົ່ານີ້. ເຈົ້າສັງເກດເຫັນຫຍັງ? ເຈົ້າເບິ່ງວ່າພວກເຂົາກຳລັງເດີນຕາມເສັ້ນທາງປະເພດໃດ ແລະ ແກ່ນແທ້ຂອງພວກເຂົາແມ່ນຫຍັງກັນແທ້. ຖ້າສິ່ງທີ່ພວກເຂົາເວົ້າຖືກຕ້ອງ ແລະ ສອດຄ່ອງກັບຫຼັກການຂອງວຽກງານຄຣິສຕະຈັກ, ເຈົ້າກໍສາມາດຟັງພວກເຂົາໄດ້; ຖ້າສິ່ງທີ່ພວກເຂົາເວົ້າຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຈົ້າກໍສາມາດຊອກຫາຂໍ້ອ້າງທີ່ຈະບໍ່ຟັງ ຫຼື ຖ່ວງເວລາ, ໂດຍໃຊ້ວິທີທີ່ສະຫຼາດໃນການພົວພັນກັບພວກເຂົາຢ່າງ “ເປັນມິດ” ໂດຍບໍ່ໃຫ້ພວກເຂົາຮູ້ຕົວ. ໃນຂະນະທີ່ພົວພັນກັບພວກເຂົາຢ່າງ “ເປັນມິດ”, ພວກເຈົ້າກໍຮວບຮວມຫຼັກຖານການກະທຳທີ່ຊົ່ວຊ້າຂອງພວກເຂົາ, ແຍກແຍະພວກເຂົາໂດຍອີງໃສ່ການກະທຳຕ່າງໆ ແລະ ຄຳເວົ້າຜິດໆ ຂອງພວກເຂົາທີ່ລະເມີດຫຼັກການຄວາມຈິງ ແລະ ຢືນຢັນຕື່ມອີກວ່າ ຄົນເຫຼົ່ານີ້ແມ່ນຄົນຮັບໃຊ້ຂອງຊາຕານ. ການປະຕິບັດດ້ວຍວິທີນີ້ຈະເຮັດໃຫ້ເຈົ້າບໍ່ຖືກຈຳກັດໂດຍພວກເຂົາ ໃນຂະນະທີ່ຍັງປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າ, ນີ້ຄືສິ່ງທີ່ຄົນມີສະຕິປັນຍາເຮັດ. ມີພຽງແຕ່ຄົນທີ່ມີຄວາມເປັນມະນຸດ, ສະຕິປັນຍາ ແລະ ຄວາມຮັກຕໍ່ຄວາມຈິງເທົ່ານັ້ນ ຈຶ່ງສາມາດເດີນໃນເສັ້ນທາງທີ່ຖືກຕ້ອງໄດ້. ສຳລັບຄົນທີ່ບໍ່ມີສະຕິປັນຍາທີ່ກະທຳແບບບໍ່ຮອບຄອບ ແລະ ຫຍາບຄາຍ, ອາໄສຄວາມຫົວຮ້ອນ ແລະ ອາລົມຊົ່ວຄາວຢູ່ສະເໝີ ບໍ່ວ່າພວກເຂົາຈະເຮັດຫຍັງ ຫຼື ບໍ່ວ່າພວກເຂົາຈະຜະເຊີນໜ້າກັບສະຖານະການໃດກໍຕາມ, ການກະທຳຂອງພວກເຂົາມັກຈະນໍາໄປສູ່ຜົນຮັບທີ່ບໍ່ດີ. ຄົນດັ່ງກ່າວບໍ່ພຽງແຕ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແຕ່ຍັງນໍາບັນຫາ ແລະ ຄວາມທຸກໃຈຫຼາຍຢ່າງທີ່ບໍ່ຈຳເປັນມາສູ່ຕົນເອງ. ໃນຂະນະດຽວກັນ, ຄົນມີສະຕິປັນຍາແມ່ນແຕກຕ່າງອອກໄປ. ໃນແມ່ນຫຍັງກໍຕາມທີ່ພວກເຂົາເຮັດ, ພວກເຂົາລໍຖ້າ, ສັງເກດ ແລະ ສະແຫວງຫາ, ລໍຖ້າເວລາທີ່ເໝາະສົມ, ລໍຖ້າການຈັດແຈງ ແລະ ການປັ້ນແຕ່ງຂອງພຣະເຈົ້າ. ໃນລະຫວ່າງຊ່ວງເວລາລໍຖ້າ, ພວກເຂົາສາມາດສະແຫວງຫາເຈດຕະນາຂອງພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຈຸດປະສົງ, ກຳແໜ້ນຫຼັກການຂອງຄວາມຈິງໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ ແລະ ກະທຳຕາມເຈດຕະນາຂອງພຣະເຈົ້າ. ພວກເຂົາໃຊ້ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເພື່ອຕໍ່ສູ້ໃຫ້ດີ ແລະ ເປັນພະຍານໃຫ້ພຣະເຈົ້າ, ແທນທີ່ຈະຕໍ່ສູ້ກັບຜູ້ຄົນ ຫຼື ໂຕ້ຖຽງກັນດ້ວຍຄວາມຫົວຮ້ອນ.
ເມື່ອເວົ້າເຖິງເລື່ອງທີ່ຄົນຊົ່ວຊ້າບົ່ງການ ແລະ ລົບກວນການເລືອກຕັ້ງ, ສິ່ງທີ່ສຳຄັນທີ່ສຸດບໍ່ແມ່ນວ່າເຈົ້າຈະສາມາດເບິ່ງຄົນເຫຼົ່ານີ້ອອກ ຫຼື ບໍ່ ຫຼື ເຈົ້າວາງແຜນຈະເປີດໂປງພວກເຂົາແນວໃດ; ມັນຄືການລາຍງານສະຖານະການໃຫ້ເບື້ອງເທິງຮັບຊາບທັນເວລາ. ເຈົ້າຄວນໃຊ້ສະຕິປັນຍາເພື່ອຕໍ່ສູ້ກັບພວກເຂົາ, ລໍຖ້າເວລາຂອງພຣະເຈົ້າ, ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ສະແຫວງຫາຫຼັກການຄວາມຈິງ, ໃນຂະນະທີ່ບໍ່ເຮັດໃຫ້ໜ້າທີ່ຂອງຕົນເອງຊັກຊ້າ. ຜົນສຸດທ້າຍຂອງການເຮັດແບບນີ້ແມ່ນຫຍັງ? ເຈົ້າໄດ້ເຮັດໃຫ້ຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າສຳເລັດລົງ. ໂດຍການລາຍງານສະຖານະການໃຫ້ເບື້ອງເທິງ ແລະ ການສະແຫວງຫາວິທີແກ້ໄຂ, ບໍ່ພຽງແຕ່ຈະແກ້ໄຂບັນຫາ, ແຕ່ເຈົ້າຍັງໄດ້ຮັບຄວາມເຂົ້າໃຈ, ເພີ່ມການແຍກແຍະ ແລະ ສະຕິປັນຍາຂອງເຈົ້າ, ເຕີບໃຫຍ່ຂຶ້ນ ແລະ ເສີມສ້າງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຜູ້ຄົນໄດ້ຮັບຫຼາຍສິ່ງຫຼາຍຢ່າງຈາກການມີປະສົບການ ເມື່ອຜະເຊີນໜ້າກັບຊາຕານ ແລະ ມັນເປັນປະໂຫຍດຢ່າງຍິ່ງຕໍ່ພວກເຂົາ. ໃນທາງກົງກັນຂ້າມ, ສົມມຸດວ່າເຈົ້າກະທຳເນື່ອງດ້ວຍຄວາມຫົວຮ້ອນ ແລະ ອາລົມຊົ່ວຄາວ ໂດຍຕໍ່ສູ້ຢ່າງຮຸນແຮງກັບຄົນເຫຼົ່ານີ້ ແລະ ໂຕ້ຖຽງກັບພວກເຂົາຕໍ່ໜ້າ ໂດຍກ່າວວ່າ “ພວກເຈົ້າກຳລັງບົ່ງການ ແລະ ລົບກວນການເລືອກຕັ້ງ. ເຖິງແມ່ນວ່າພວກເຈົ້າຈະມີອຳນາດຫຼາຍ, ຂ້ານ້ອຍຈະບໍ່ຍອມຈຳນົນຕໍ່ພວກເຈົ້າ ແລະ ຂ້ານ້ອຍບໍ່ຢ້ານພວກເຈົ້າ!”. ຜົນຂອງວິທີການນີ້ກໍຄືການຖືກໄລ່ອອກຈາກຄຣິສຕະຈັກ, ເຮັດໃຫ້ເຈົ້າຕ້ອງຮ້ອງໄຫ້ ແລະ ທົນທຸກຢູ່ເຮືອນເປັນເວລາຫຼາຍເດືອນ; ແຕ່ເຈົ້າກໍຍັງບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ: “ເປັນຫຍັງຂ້ານ້ອຍຈຶ່ງຕົກຢູ່ໃນສະພາບແບບນີ້? ພຣະອົງບໍ່ຕ້ອງການຂ້ານ້ອຍແລ້ວບໍ, ພຣະເຈົ້າ? ພຣະອົງບໍ່ສົນໃຈຂ້ານ້ອຍແລ້ວບໍ?”. ເປັນເວລາຫຼາຍເດືອນ, ເຈົ້າພາດຄຳເທດສະໜາ ແລະ ເພງສັນລະເສີນໃໝ່ໆ, ບໍ່ຮູ້ວ່າຄຣິສຕະຈັກກຳລັງເຮັດວຽກງານຫຍັງ, ບໍ່ສາມາດເຮັດໜ້າທີ່ຂອງເຈົ້າໄດ້ ແລະ ກາຍເປັນຄົນທີ່ຖືກໂດດດ່ຽວໂດຍສິ້ນເຊີງ, ຕົກຢູ່ໃນຄວາມມືດຢ່າງສົມບູນ. ທຸກມື້, ນອກຈາກການຮ້ອງໄຫ້, ສິ່ງດຽວທີ່ເຈົ້າເຮັດກໍຄືກັງວົນ. ເຈົ້າບໍ່ໄດ້ຮຽນຮູ້ທີ່ຈະອະທິຖານຕໍ່ພຣະເຈົ້າ ຫຼື ກິນ ແລະ ດື່ມພຣະທຳທີ່ກ່ຽວຂ້ອງຂອງພຣະອົງໃນສະພາບແວດລ້ອມນີ້, ແຮງໄກທີ່ເຈົ້າຈະຮຽນຮູ້ສະແຫວງຫາຫຼັກການຄວາມຈິງໃນສະຖານະການທີ່ຊັບຊ້ອນ; ເຈົ້າບໍ່ໄດ້ເຕີບໂຕທາງດ້ານສະຕິປັນຍາເລີຍ. ຫຼັງຈາກທີ່ຮ້ອງໄຫ້ມາເປັນເວລາສອງສາມເດືອນ, ໃນທີ່ສຸດ ມື້ໜຶ່ງ ມີຄົນພາເຈົ້າກັບມາທີ່ຄຣິສຕະຈັກ ແລະ ຂໍໃຫ້ເຈົ້າແບ່ງປັນປະສົບການຂອງເຈົ້າໃນລະຫວ່າງຊ່ວງເວລານີ້, ແຕ່ເຈົ້າພຽງແຕ່ຈົ່ມວ່າພ້ອມດ້ວຍນ້ຳຕາວ່າ: “ຂ້ານ້ອຍຖືກໃສ່ຮ້າຍແທ້ໆ! ຂ້ານ້ອຍບໍ່ໄດ້ລົບກວນຄຣິສຕະຈັກ. ຂ້ານ້ອຍບໍ່ແມ່ນຄົນຊົ່ວຊ້າ; ຂ້ານ້ອຍຖືກຄົນຊົ່ວຊ້າໃສ່ຮ້າຍ”. ເມື່ອຖືກຖາມວ່າ “ເຈົ້າໄດ້ຮຽນຮູ້ບົດຮຽນຫຍັງແດ່ໃນລະຫວ່າງເວລານີ້? ເຈົ້າໄດ້ຮັບຫຍັງແດ່?”, ເຈົ້າຕອບວ່າ “ຂ້ານ້ອຍຈະໄດ້ຮັບຫຍັງໄດ້? ພວກເຂົາໂດດດ່ຽວຂ້ານ້ອຍ, ເອົາໜັງສືພຣະທຳຂອງພຣະເຈົ້າ ແລະ ໜັງສືເພງສັນລະເສີນໄປ ແລະ ຂ້ານ້ອຍບໍ່ສາມາດຟັງຄຳເທດສະໜາໃດໆ ໄດ້. ສິ່ງດຽວທີ່ຂ້ານ້ອຍສາມາດເຮັດໄດ້ກໍຄືເວົ້າກ່ຽວກັບຄວາມເຊື່ອ ແລະ ບາງຄັ້ງກໍຮ້ອງເພງສັນລະເສີນສອງສາມເພງທີ່ຂ້ານ້ອຍຈື່ໄດ້. ຂ້ານ້ອຍບໍ່ໄດ້ຮັບຫຍັງເລີຍ. ໂຊກດີທີ່ພຣະເຈົ້າໄດ້ກະກຽມເວລາທີ່ຈະພາຂ້ານ້ອຍກັບຄືນມາ; ຖ້າບໍ່ດັ່ງນັ້ນ, ຂ້ານ້ອຍກໍກຳລັງວາງແຜນທີ່ຈະອອກໄປເຮັດທຸລະກິດເພື່ອຫາເງິນ, ເນື່ອງຈາກບໍ່ມີຄວາມຫວັງສຳລັບຄວາມລອດພົ້ນອີກແລ້ວ. ພຣະເຈົ້າບໍ່ຕ້ອງການຂ້ານ້ອຍອີກຕໍ່ໄປ ແລະ ຂ້ານ້ອຍບໍ່ສາມາດເຊື່ອຕໍ່ໄປໄດ້. ຫົວໃຈຂອງຂ້ານ້ອຍມືດມົວຢ່າງສິ້ນເຊີງ”. ໃນທີ່ສຸດ, ເຈົ້າກໍກ່າວຕື່ມວ່າ “ແກະຂອງພຣະເຈົ້າຈະບໍ່ມີວັນຖືກພຣະເຈົ້າປະຖິ້ມເດັດຂາດ” ເພື່ອສະຫຼຸບແບບນີ້. ການມີປະສົບການກັບເຫດການທີ່ສຳຄັນ ແລະ ພິເສດເຊັ່ນນີ້ ແລະ ໄດ້ຮັບໜ້ອຍຫຼາຍ, ນີ້ບໍ່ແມ່ນເລື່ອງທີ່ເປັນຕາສົມເພດໜ້ອຍໜຶ່ງບໍ? ມັນບໍ່ເໝາະສົມບໍ? ເມື່ອຜະເຊີນກັບສະຖານະການທີ່ສຳຄັນເຊັ່ນນີ້, ເຈົ້າບໍ່ໄດ້ຮຽນຮູ້ບົດຮຽນໃດໆ ແລະ ບໍ່ໄດ້ເພີ່ມສະຕິປັນຍາ ຫຼື ຄວາມເຊື່ອຂອງເຈົ້າ; ເຖິງແມ່ນວ່າເຈົ້າຍັງເຊື່ອໃນພຣະເຈົ້າໃນຫົວໃຈຂອງເຈົ້າ, ເຈົ້າກໍຖືກທໍລະມານໂດຍຊາຕານ, ມານຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສຈົນເກືອບຈະເຊົາເຊື່ອ. ເຈົ້າຍັງສາມາດເປັນພະຍານໃຫ້ພຣະເຈົ້າໄດ້ບໍ? ເຈົ້າບໍ່ແມ່ນຄົນຂີ້ຢ້ານທີ່ໄຮ້ປະໂຫຍດບໍ? ການຮ້ອງໄຫ້ຢູ່ເຮືອນມີປະໂຫຍດຫຍັງ? ເຖິງແມ່ນວ່າເຈົ້າຈະຮ້ອງໄຫ້ຈົນຕາບອດ, ມັນຈະຊ່ວຍໄດ້ບໍ? ມັນສາມາດແກ້ໄຂບັນຫາກັບພວກຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? ຄົນຊົ່ວຊ້າໄດ້ປະສົບຜົນສຳເລັດ ແລະ ໃນທີ່ສຸດແລ້ວ ສິ່ງດຽວທີ່ເຈົ້າມີກໍຄືຄຳເວົ້າທີ່ວ່າ “ແກະຂອງພຣະເຈົ້າຈະບໍ່ມີວັນຖືກພຣະເຈົ້າປະຖິ້ມເດັດຂາດ”, ໂດຍບໍ່ໄດ້ຮັບຫຍັງອີກ. ເຈົ້າບໍ່ມີສະຕິປັນຍາ, ເຈົ້າບໍ່ມີແນວທາງໃນການກະທຳ ແລະ ເຈົ້າບໍ່ຮູ້ຈັກສະແຫວງຫາພຣະເຈົ້າຕາມເສັ້ນທາງທີ່ພຣະເຈົ້າໄດ້ປະທານໃຫ້, ທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອນຳໃຊ້ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເພື່ອຕໍ່ສູ້ກັບຊາຕານ. ຫຼັກຄຳສອນເລັກນ້ອຍທີ່ເຈົ້າມັກເວົ້າເປັນປະຈຳນັ້ນບໍ່ມີປະໂຫຍດຫຍັງເລີຍ; ເມື່ອເວົ້າເຖິງການປະເຊີນໜ້າກັບເລື່ອງດັ່ງກ່າວ, ນອກຈາກການຮ້ອງໄຫ້, ສິ່ງດຽວທີ່ເຈົ້າເຮັດກໍຄືການຮູ້ສຶກຖືກໃສ່ຮ້າຍ ແລະ ຈົ່ມຕໍ່ວ່າ, ນີ້ຄືຄົນຂີ້ຢ້ານທີ່ໄຮ້ປະໂຫຍດ. ຄົນຂີ້ຢ້ານທີ່ໄຮ້ປະໂຫຍດມັກຈະມີການສະແດງອອກຫຼາຍຢ່າງ ເຊິ່ງເປັນລັກສະນະເດັ່ນຂອງພວກເຂົາເຊັ່ນກັນ. ຢ່າງທຳອິດ, ພວກເຂົາຮ້ອງໄຫ້. ຢ່າງທີສອງ, ພວກເຂົາຮູ້ສຶກຖືກໃສ່ຮ້າຍ. ຢ່າງທີສາມ, ພວກເຂົາຈົ່ມຕໍ່ວ່າໃນຫົວໃຈຂອງພວກເຂົາ. ໃນຫົວໃຈຂອງພວກເຂົາ, ພວກເຂົາຍັງເວົ້າວ່າ “ພຣະເຈົ້າ, ພຣະອົງຢູ່ໃສ? ເປັນຫຍັງພຣະອົງຈຶ່ງບໍ່ສົນໃຈຂ້ານ້ອຍ? ຂ້ານ້ອຍຖືກຊາຕານທຳຮ້າຍຢ່າງໜັກ, ຂ້ານ້ອຍບໍ່ສາມາດມີຊີວິດຕໍ່ໄປໄດ້. ກະລຸນາຊ່ວຍຂ້ານ້ອຍໂດຍໄວ!”. ພຣະເຈົ້າກ່າວວ່າ “ເຈົ້າເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ, ເປັນພຽງສິ່ງເສດເຫຼືອທີ່ຫໍ່ຫຸ້ມດ້ວຍໜັງມະນຸດ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຢ້ານຫຍັງ? ມີຫຍັງທີ່ຕ້ອງຢ້ານກ່ຽວກັບຊາຕານ?”. ບໍ່ວ່າຊາຕານຈະໃຊ້ກົນອຸບາຍ ແລະ ແຜນການໃດກໍຕາມເມື່ອມັນກະທຳ, ພວກເຮົາກໍບໍ່ຢ້ານ. ພວກເຮົາມີພຣະເຈົ້າ, ພວກເຮົາມີຄວາມຈິງ. ພຣະເຈົ້າຈະປະທານສະຕິປັນຍາໃຫ້ພວກເຮົາ. ພຣະເຈົ້າເປັນຜູ້ຊົງອຳນາດສູງສຸດເໜືອທຸກສິ່ງ; ທຸກສິ່ງຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ. ເຈົ້າຢ້ານຫຍັງ? ການຮ້ອງໄຫ້ພຽງແຕ່ສະແດງໃຫ້ເຫັນວ່າເຈົ້າເປັນຄົນຂີ້ຢ້ານ ແລະ ບໍ່ມີຄວາມສາມາດ; ເຈົ້າເປັນພຽງເສດຂີ້ເຫຍື້ອ, ເສຍອາກາດຫາຍໃຈຊື່ໆ! ການຮ້ອງໄຫ້ໝາຍຄວາມວ່າເຈົ້າກຳລັງປະນີປະນອມກັບຊາຕານ ແລະ ອ້ອນວອນຂໍຄວາມເມດຕາຈາກຊາຕານ. ພຣະເຈົ້າຊົງມັກຄົນຂີ້ຢ້ານທີ່ໄຮ້ປະໂຫຍດແບບນີ້ບໍ? (ບໍ່.) ພຣະເຈົ້າເຫັນວ່າເຈົ້າເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ, ເປັນຄົນໂງ່, ເປັນເສດຂີ້ເຫຍື້ອ, ໂດຍບໍ່ມີຄຳພະຍານ ແລະ ບໍ່ມີສະຕິປັນຍາຫຍັງເລີຍ. ຄວາມຈິງທີ່ເຈົ້າເຂົ້າໃຈນັ້ນໄປໃສແລ້ວ? ເຈົ້າບໍ່ໄດ້ຍິນພຽງພໍແລ້ວບໍກ່ຽວກັບການສະແດງອອກຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຊາຕານທີ່ພຣະເຈົ້າເປີດໂປງ? ເຈົ້າບໍ່ເຂົ້າໃຈ ຫຼື ເບິ່ງສິ່ງເຫຼົ່ານີ້ບໍ່ອອກບໍ? ເຈົ້າບໍ່ຮູ້ບໍວ່າພວກເຂົາເປັນຊາຕານ? ຖ້າເຈົ້າຮູ້ວ່າພວກເຂົາເປັນຊາຕານ, ເຈົ້າຢ້ານຫຍັງ? ເປັນຫຍັງເຈົ້າຈຶ່ງບໍ່ຢຳເກງ ແລະ ຢ້ານກົວພຣະເຈົ້າ? ເຈົ້າບໍ່ຢ້ານທີ່ຈະເຮັດໃຫ້ພຣະເຈົ້າຜິດໃຈ ໂດຍການຢ້ານຊາຕານບໍ? ນັ້ນບໍ່ແມ່ນການກະທຳທີ່ຊົ່ວຮ້າຍບໍ? ເມື່ອສະຖານະການດັ່ງກ່າວເກີດຂຶ້ນ, ເຈົ້າກໍຢ້ານ ແລະ ບໍ່ມີທາງອອກ, ບໍ່ມີສະຕິປັນຍາ ຫຼື ມາດຕະການຕອບໂຕ້ໃດໆ ເລີຍ. ເຈົ້າໄດ້ຮັບຫຍັງແດ່ຈາກການຟັງຄຳເທດສະໜາຕະຫຼອດຫຼາຍປີທີ່ຜ່ານມາ? ທັງໝົດນັ້ນສູນເປົ່າບໍ? ຄົນຂີ້ຢ້ານທີ່ໄຮ້ປະໂຫຍດແບບນີ້ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຂົາບໍ? (ບໍ່ໄດ້.) ເມື່ອເວົ້າເຖິງສະຖານະການທີ່ຊາຕານ ແລະ ຄົນຊົ່ວຊ້າບົ່ງການ ແລະ ລົບກວນການເລືອກຕັ້ງ, ບໍ່ວ່າເຈົ້າຈະໂດດດ່ຽວ ແລະ ບໍ່ມີກຳລັງ ຫຼື ມີອ້າຍເອື້ອຍນ້ອງສອງສາມຄົນທີ່ມີຈິດໃຈດຽວກັນກັບເຈົ້າກໍຕາມ, ຢ່າຟ້າວລົງມືກະທຳ. ຢ່າງທຳອິດ, ຮຽນຮູ້ທີ່ຈະລໍຄອຍ. ຢ່າງທີສອງ, ຮຽນຮູ້ທີ່ຈະສະແຫວງຫາ. ໃນລະຫວ່າງຊ່ວງເວລາຂອງການລໍຄອຍ ແລະ ການສະແຫວງຫາ, ຢ່າປະຖິ້ມໜ້າທີ່ຂອງເຈົ້າ. ການລໍຄອຍໝາຍຄວາມວ່າແນວໃດ? ມັນໝາຍເຖິງການລໍຖ້າໃຫ້ພຣະເຈົ້າກະກຽມເວລາ ແລະ ໂອກາດທີ່ເໝາະສົມ. ແລ້ວເຈົ້າຄວນສະແຫວງຫາຫຍັງ? ສະແຫວງຫາຫຼັກການ ແລະ ເສັ້ນທາງທີ່ເຈົ້າຄວນປະຕິບັດໃນການເຊື່ອ ແລະ ການຕິດຕາມພຣະເຈົ້າ; ສະແຫວງຫາວິທີການກະທຳ ເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ວິທີການກະທຳເພື່ອຕໍ່ສູ້ກັບຊາຕານ ແລະ ກອງກຳລັງຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ໃນທີ່ສຸດກໍເອົາຊະນະກຳລັງຂອງຊາຕານ ເພື່ອກາຍເປັນຜູ້ທີ່ເອົາຊະນະໄດ້. ຖ້າເຈົ້າໂດດດ່ຽວ, ເຈົ້າຕ້ອງອະທິຖານຫາພຣະເຈົ້າໃຫ້ຫຼາຍຂຶ້ນ, ລໍຄອຍ ແລະ ສະແຫວງຫາ. ຖ້າມີຄົນອື່ນສອງ ຫຼື ສາມຄົນທີ່ມີຈິດໃຈດຽວກັນກັບເຈົ້າ, ພວກເຈົ້າສາມາດສົນທະນາ, ອະທິຖານ, ລໍຖ້າ ແລະ ສະແຫວງຫາຮ່ວມກັນ. ເມື່ອພຣະເຈົ້າໄດ້ກະກຽມເວລາທີ່ເໝາະສົມ, ຈົ່ງຂໍກຳລັງ ແລະ ສະຕິປັນຍາຈາກພຣະເຈົ້າ, ເພື່ອໃຫ້ທຸກສິ່ງທີ່ເຈົ້າເຮັດ ແລະ ທຸກຄຳທີ່ເຈົ້າເວົ້ານັ້ນເໝາະສົມ. ໃນການເຮັດເຊັ່ນນັ້ນ, ໃນດ້ານໜຶ່ງ ເຈົ້າໄດ້ເຮັດສຳເລັດໜ້າທີ່ຂອງເຈົ້າໃນຖານະສິ່ງທີ່ຖືກສ້າງ ແລະ ໃນອີກດ້ານໜຶ່ງ ເຈົ້າຍັງສາມາດເປີດໂປງຊາຕານຢ່າງໜັກແໜ້ນ ແລະ ມີປະສິດທິພາບ, ເປີດໂປງໂດຍສິ້ນເຊີງ ແລະ ເຮັດໃຫ້ກົນອຸບາຍຂອງຄົນຮັບໃຊ້ຂອງຊາຕານ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສລົ້ມເຫຼວ. ນີ້ຄືສິ່ງທີ່ເໝາະສົມບໍ? ວິທີການ, ແນວທາງ, ເສັ້ນທາງ ແລະ ຫຼັກການເຫຼົ່ານີ້ໄດ້ຖືກບອກແກ່ພວກເຈົ້າແລ້ວ, ສະນັ້ນ ວິທີທີ່ພວກເຈົ້າຈະນຳໃຊ້ມັນກໍຂຶ້ນຢູ່ກັບພວກເຈົ້າ. ເສັ້ນທາງນີ້ຊັດເຈນພຽງພໍແລ້ວບໍ? (ແມ່ນ.) ແລ້ວເມື່ອພວກເຈົ້າພົບພໍ້ກັບເລື່ອງດັ່ງກ່າວ, ຈົ່ງປະຕິບັດຕາມຫຼັກການນີ້. ສິ່ງນີ້ງ່າຍທີ່ຈະບັນລຸໄດ້.
ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກແຕ່ລະຄັ້ງ, ທັງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງຜູ້ຄົນທີ່ພຣະເຈົ້າເລືອກ, ລ້ວນແຕ່ມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະປົກປ້ອງວຽກງານການເລືອກຕັ້ງ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບຜິດຊອບວຽກງານໃນການສົນທະນາຄວາມຈິງ ແລະ ຫຼັກການການເລືອກຕັ້ງ; ຜູ້ຄົນທີ່ພຣະເຈົ້າເລືອກຄວນຍົກບັນຫາໃດກໍຕາມທີ່ພວກເຂົາມີຂຶ້ນມາ ແລະ ຈາກນັ້ນກໍຄວນມີການສົນທະນາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານີ້. ມີພຽງແຕ່ວິທີນີ້ເທົ່ານັ້ນຈຶ່ງຈະສາມາດຮັບປະກັນໄດ້ວ່າ ການເລືອກຕັ້ງຈະດຳເນີນໄປດ້ວຍດີ. ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຍຶດໝັ້ນຢ່າງເຂັ້ມງວດຕໍ່ຫຼັກການການເລືອກຕັ້ງຂອງເຮືອນຂອງພຣະເຈົ້າ ແລະ ດຳເນີນວຽກງານຂອງການເລືອກຕັ້ງແຕ່ລະຄັ້ງໃນເຮືອນຂອງພຣະເຈົ້າໂດຍອີງໃສ່ຫຼັກການເຫຼົ່ານີ້. ໃນອີກດ້ານໜຶ່ງ, ພວກເຂົາກໍຕ້ອງປ້ອງກັນຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສທີ່ບົ່ງການ ແລະ ລົບກວນການເລືອກຕັ້ງ. ບຸກຄົນເຫຼົ່ານີ້ເປັນຄົນຮັບໃຊ້ຂອງຊາຕານ, ພວກເຂົາເປັນພັກພວກຂອງຊາຕານ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປ້ອງກັນຈາກພວກເຂົາຢ່າງເຂັ້ມງວດ ແລະ ໃຫ້ລະມັດລະວັງກັບພວກເຂົາ, ໂດຍຍັງຄົງຕື່ນຕົວຕໍ່ຄວາມພະຍາຍາມຂອງພວກເຂົາໃນລະຫວ່າງການເລືອກຕັ້ງທີ່ຈະບົ່ງການສິ່ງຕ່າງໆ ຢູ່ເບື້ອງຫຼັງ ແລະ ມີສ່ວນຮ່ວມໃນການກະທຳທີ່ໜ້າສົງໄສ ແລະ ຫຼັບຫຼັງບາງຢ່າງ ເພື່ອຄວບຄຸມຂະບວນການຢ່າງລັບໆ. ຖ້າຫາກວ່າການເລືອກຕັ້ງຖືກບົ່ງການໂດຍຄົນຊົ່ວຊ້າແທ້ໆ, ເຊິ່ງສົ່ງຜົນໃຫ້ກີດກັນຜູ້ທີ່ສົມຄວນຖືກເລືອກຢ່າງແທ້ຈິງ ແລະ ຄົນສ່ວນໃຫຍ່ຖືກນຳພາຢ່າງຜິດໆ ຈົນເຮັດໃຫ້ບຸກຄົນທີ່ບໍ່ຖືກຕ້ອງ ນັ້ນກໍຄື ຄົນທີ່ບໍ່ເໝາະສົມກັບຕຳແໜ່ງ ໄດ້ຖືກເລືອກເປັນຜູ້ນໍາ, ຖ້າສະຖານະການດັ່ງກ່າວເກີດຂຶ້ນ, ກໍຍັງມີທາງອອກ. ສະຖານະການທີ່ແທ້ຈິງຂອງຜູ້ທີ່ຖືກເລືອກຕັ້ງຄວນຖືກເປີດໂປງ. ຖ້າຄົນສ່ວນໃຫຍ່ເຫັນດີ, ກໍສາມາດຈັດການເລືອກຕັ້ງຄືນໃໝ່ໄດ້. ການເລືອກຕັ້ງທີ່ຖືກບົ່ງການໂດຍຊາຕານ ແລະ ຄົນຊົ່ວຊ້າບໍ່ແມ່ນຜົນຂອງການເລືອກຕັ້ງທີ່ດຳເນີນໄປຢ່າງປົກກະຕິໂດຍຄຣິສຕະຈັກ ໂດຍອີງໃສ່ຫຼັກການຄວາມຈິງ. ນີ້ບໍ່ແມ່ນສິ່ງທີ່ເປັນບວກ ແລະ ບໍ່ຊ້າກໍໄວ ມັນຈະຖືກເປີດເຜີຍ, ເປີດໂປງ ແລະ ເຮັດໃຫ້ເປັນໂມຄະ. ໂດຍເຊື່ອໃນສິ່ງນີ້, ຖ້າເຈົ້າພົບພໍ້ກັບສະຖານະການດັ່ງກ່າວ, ເຈົ້າຄວນກະທຳແນວໃດ? ເຈົ້າຄວນກຽມພ້ອມຢູ່ຕະຫຼອດເວລາ ແລະ ທຸກສະຖານທີ່ ເພື່ອຕໍ່ສູ້ກັບຊາຕານ, ບໍ່ແມ່ນຢືນເບິ່ງຢູ່ເສີຍໆ. ຖ້າເຈົ້າເປັນຄົນຂີ້ຢ້ານ, ເປັນຄົນມຶນງົງ ຫຼື ເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ, ເຈົ້າອາດຈະປະນີປະນອມກັບພວກເຂົາ ແລະ ສົມຮູ້ຮ່ວມຄິດກັບພວກເຂົາ ຫຼື ຖືກພວກເຂົາເຮັດໃຫ້ທໍ້ຖອຍຈົນເຈົ້າກາຍເປັນຄົນຄິດລົບ ແລະ ບໍ່ສາມາດຟື້ນຕົວໄດ້. ບາງຄົນພຽງແຕ່ຢືນເບິ່ງຢູ່ເສີຍໆ, ໂດຍກ່າວວ່າ “ຢ່າງໃດກໍຕາມ ຂ້ານ້ອຍບໍ່ສາມາດກາຍເປັນຜູ້ນໍາຄຣິສຕະຈັກໄດ້. ໃຜຈະຮັບໃຊ້ກໍຄືກັນ. ໃຜມີຄວາມສາມາດກໍຮັບໃຊ້ໄປ! ຖ້າຜູ້ຕໍ່ຕ້ານພຣະຄຣິສຢາກຮັບໃຊ້, ມັນກໍບໍ່ກ່ຽວຫຍັງກັບຂ້ານ້ອຍ ແລະ ຕາບໃດທີ່ພວກເຂົາບໍ່ກຳຈັດຂ້ານ້ອຍອອກ, ມັນກໍບໍ່ເປັນຫຍັງ”. ຜູ້ທີ່ເວົ້າແບບນີ້ກໍບໍ່ແມ່ນຄົນດີ. ພວກເຂົາບໍ່ສາມາດຈິນຕະນາການໄດ້ວ່າ ຜົນສະທ້ອນຈະເປັນແນວໃດ ຖ້າຜູ້ຕໍ່ຕ້ານພຣະຄຣິສຮັບໃຊ້ເປັນຜູ້ນໍາ, ທັງຜົນກະທົບທີ່ມັນຈະມີຕໍ່ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ຄວາມລອດພົ້ນຂອງພວກເຂົາ. ມີພຽງແຕ່ຜູ້ທີ່ເຂົ້າໃຈຄວາມຈິງເທົ່ານັ້ນຈຶ່ງສາມາດເບິ່ງສິ່ງນີ້ອອກໄດ້. ພວກເຂົາຈະເວົ້າວ່າ: “ຖ້າຜູ້ຕໍ່ຕ້ານພຣະຄຣິສກາຍເປັນຜູ້ນໍາຄຣິສຕະຈັກ, ຜູ້ຄົນທີ່ພຣະເຈົ້າເລືອກກໍຄືຜູ້ທີ່ຈະທົນທຸກ. ໂດຍສະເພາະແລ້ວ ຜູ້ທີ່ສະແຫວງຫາຄວາມຈິງ, ຜູ້ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ຜູ້ທີ່ເຮັດໜ້າທີ່ຂອງຕົນຢ່າງເຕັມໃຈ ລ້ວນແຕ່ຈະຖືກກົດຂີ່ ແລະ ຖືກກີດກັນ. ມີພຽງແຕ່ຄົນມຶນງົງ ແລະ ຄົນປະຈົບປະແຈງເທົ່ານັ້ນທີ່ຈະໄດ້ຮັບຄວາມໂປດປານ ແລະ ພວກເຂົາຈະຖືກກັກຂັງ ແລະ ຕົກຢູ່ພາຍໃຕ້ການຄວບຄຸມໂດຍອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສ”. ແຕ່ຜູ້ທີ່ບໍ່ສະແຫວງຫາຄວາມຈິງບໍ່ເຄີຍພິຈາລະນາສິ່ງເຫຼົ່ານີ້. ພວກເຂົາຄິດວ່າ: “ຄົນໃດຄົນໜຶ່ງເຊື່ອໃນພຣະເຈົ້າເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ. ທຸກຄົນເດີນຕາມເສັ້ນທາງຂອງພວກເຂົາເອງ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະກາຍເປັນຜູ້ນໍາ, ມັນກໍຈະບໍ່ມີຜົນກະທົບຕໍ່ຂ້ານ້ອຍ. ຕາບໃດທີ່ຂ້ານ້ອຍບໍ່ເຮັດສິ່ງທີ່ບໍ່ດີ, ພວກເຂົາກໍບໍ່ສາມາດກົດຂີ່ຂ້ານ້ອຍ ຫຼື ກີດກັນຂ້ານ້ອຍ ຫຼື ກຳຈັດຂ້ານ້ອຍອອກຈາກຄຣິສຕະຈັກໄດ້”. ມຸມມອງນີ້ຖືກຕ້ອງບໍ? (ບໍ່.) ຖ້າຜູ້ຄົນທີ່ພຣະເຈົ້າເລືອກບໍ່ມີຄົນໃດສົນໃຈກ່ຽວກັບການເລືອກຕັ້ງຂອງຄຣິສຕະຈັກ, ເມື່ອພວກເຂົາອະນຸຍາດໃຫ້ຜູ້ຕໍ່ຕ້ານພຣະຄຣິສຍຶດອຳນາດ, ຜົນສະທ້ອນຈະເປັນແນວໃດ? ມັນຈະເປັນເລື່ອງງ່າຍຕາມທີ່ຜູ້ຄົນຈິນຕະນາການແທ້ໆ ບໍ? ຊີວິດຄຣິສຕະຈັກຈະມີການປ່ຽນແປງແບບໃດ? ສິ່ງນີ້ກ່ຽວຂ້ອງໂດຍກົງກັບທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຖ້າຜູ້ຕໍ່ຕ້ານພຣະຄຣິສຍຶດອຳນາດໃນຄຣິສຕະຈັກ, ຈະເກີດຫຍັງຂຶ້ນ? ຄວາມຈິງຈະບໍ່ມີອຳນາດໃນຄຣິສຕະຈັກແຫ່ງນັ້ນອີກຕໍ່ໄປ ແລະ ພຣະທຳຂອງພຣະເຈົ້າກໍເຊັ່ນກັນ, ໃນທາງກົງກັນຂ້າມ ຜູ້ບໍ່ເຊື່ອ ແລະ ຊາຕານຈະເປັນຜູ້ຍຶດອຳນາດຢູ່ບ່ອນນັ້ນ. ເຖິງແມ່ນວ່າພຣະທຳຂອງພຣະເຈົ້າອາດຈະຍັງຖືກອ່ານໃນການເຕົ້າໂຮມ, ຜູ້ຕໍ່ຕ້ານພຣະຄຣິສກໍຄວບຄຸມສິດໃນການເວົ້າ. ພວກຜູ້ຕໍ່ຕ້ານພຣະຄຣິສສາມາດສົນທະນາກ່ຽວກັບຄວາມຈິງໄດ້ຢ່າງຊັດເຈນບໍ? ຜູ້ຕໍ່ຕ້ານພຣະຄຣິສສາມາດອະນຸຍາດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສົນທະນາກ່ຽວກັບຄວາມຈິງຢ່າງເສລີ ແລະ ບໍ່ມີການຢັບຢັ້ງບໍ? ນັ້ນເປັນໄປບໍ່ໄດ້. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສຍຶດອຳນາດ, ກໍຈະມີການຂັດຂວາງ ແລະ ການລົບກວນນັບມື້ນັບຫຼາຍຂຶ້ນ, ຜົນຮັບຈາກຊີວິດຄຣິສຕະຈັກກໍຈະນັບມື້ນັບຫຼຸດໜ້ອຍຢູ່ເລື້ອຍໆ ແລະ ຜູ້ຄົນທີ່ພຣະເຈົ້າເລືອກກໍຈະບໍ່ໄດ້ຮັບການເກັບກ່ຽວຫຼາຍ ເມື່ອພວກເຂົາເຕົ້າໂຮມກັນ ເຊິ່ງຈະເຮັດໃຫ້ທາງເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກນັ້ນເປັນເລື່ອງຍາກ. ບັນຫາຂອງຜູ້ຄົນທີ່ພຣະເຈົ້າເລືອກກໍຈະເພີ່ມທະວີຄູນຂຶ້ນ ແລະ ບໍ່ໄດ້ຮັບການແກ້ໄຂເຊັ່ນກັນ ແລະ ບາງຄົນທີ່ສາມາດປະຕິບັດຄວາມຈິງກໍຈະບໍ່ສະບາຍໃຈເຊັ່ນກັນ; ບັນຍາກາດຂອງຊີວິດຄຣິສຕະຈັກຈະປ່ຽນໄປໂດຍສິ້ນເຊີງ, ຄືກັບວ່າເມກດຳເຂົ້າມາປົກຄຸມດວງຕາເວັນ. ແລ້ວຈະຍັງມີຄວາມສຸກໃນຊີວິດຄຣິສຕະຈັກອີກບໍ? ມັນຈະຖືກທຳລາຍຢ່າງຫຼວງຫຼາຍແນ່ນອນ. ໃນຄຣິສຕະຈັກ, ຜູ້ທີ່ສະແຫວງຫາຄວາມຈິງເປັນຄົນສ່ວນໜ້ອຍ. ຖ້າຄົນສ່ວນໜ້ອຍນີ້ຖືກກົດຂີ່ ແລະ ກີດກັນ, ມັນກໍສາມາດເວົ້າໄດ້ວ່າຈະບໍ່ມີຊີວິດຄຣິສຕະຈັກອີກຕໍ່ໄປ. ຖ້າຜູ້ຄົນບໍ່ສາມາດເບິ່ງທະລຸຜົນສະທ້ອນນີ້ໄດ້, ພວກເຂົາກໍຈະບໍ່ໃສ່ໃຈ ຫຼື ສົນໃຈກ່ຽວກັບການເລືອກຕັ້ງ. ຖ້າຄົນສ່ວນໃຫຍ່ບໍ່ຖືການເລືອກຕັ້ງເປັນເລື່ອງຈິງຈັງ, ບໍ່ຍຶດໝັ້ນໃນຫຼັກການ, ປະຕິບັດຕໍ່ການເລືອກຕັ້ງໃນທາງລົບ ແລະ ປະຕິບັດຕາມການຊີ້ນຳຂອງຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ, ຫຼັງຈາກທີ່ຄົນຊົ່ວຊ້າ ຫຼື ຄົນທີ່ບໍ່ຮັກຄວາມຈິງກາຍເປັນຜູ້ນໍາຄຣິສຕະຈັກ, ຄົນສ່ວນໃຫຍ່ຂອງຜູ້ຄົນທີ່ພຣະເຈົ້າເລືອກກໍຈະສູນເສຍທາງເຂົ້າຂອງຊີວິດຂອງພວກເຂົາ. ສະນັ້ນ, ຜົນການເລືອກຕັ້ງຂອງຄຣິສຕະຈັກຈຶ່ງສົ່ງຜົນກະທົບໂດຍກົງຕໍ່ການເຕີບໂຕຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ອະນາຄົດຂອງຄຣິສຕະຈັກ. ຜູ້ຄົນທີ່ພຣະເຈົ້າເລືອກຄວນຮັບຮູ້ສິ່ງນີ້ຢ່າງຊັດເຈນ ແລະ ຕ້ອງບໍ່ມີທັດສະນະຄະຕິທີ່ເປັນລົບຢ່າງເດັດຂາດ. ຄົນທີ່ມຶນງົງບາງຄົນບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້; ພວກເຂົາອາໄສຈິນຕະນາການຂອງພວກເຂົາເອງຢູ່ສະເໝີ, ໂດຍຄິດວ່າ “ທຸກຄົນໃນຄຣິສຕະຈັກເປັນຜູ້ເຊື່ອທີ່ຈິງໃຈ, ສະນັ້ນ ໃຜກໍສາມາດຖືກເລືອກຕັ້ງໄດ້; ຕາບໃດທີ່ພວກເຂົາເປັນອ້າຍນ້ອງ ຫຼື ເອື້ອຍນ້ອງ, ໃຜກໍສາມາດເປັນຜູ້ນໍາໄດ້”. ພວກເຂົາເບິ່ງການເລືອກຕັ້ງຂອງຄຣິສຕະຈັກງ່າຍເກີນໄປ ເຊິ່ງນໍາໄປສູ່ແນວຄິດ ແລະ ມຸມມອງລົບໆ ແລະ ຜິດພາດຫຼາຍຢ່າງ. ຖ້າຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສຖືກເລືອກຕັ້ງເປັນຜູ້ນໍາ ແລະ ຜູ້ເຮັດວຽກແທ້ໆ, ວຽກງານຂອງຄຣິສຕະຈັກກໍຈະໄດ້ຮັບຄວາມເສຍຫາຍ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກກໍຈະໄດ້ຮັບຄວາມເສຍຫາຍຢ່າງຫຼີກລ່ຽງບໍ່ໄດ້. ໃນເວລານັ້ນ, ຜູ້ຄົນກໍຈະຮັບຮູ້ວ່າການຈັດການເລືອກຕັ້ງຕາມຫຼັກການນັ້ນສຳຄັນສໍ່າໃດ.
ມີມີຄົນປະຈົບປະແຈງບາງຄົນຢູ່ໃນຄຣິສຕະຈັກທຸກແຫ່ງ. ຄົນປະຈົບປະແຈງເຫຼົ່ານີ້ບໍ່ມີການແຍກແຍະກ່ຽວກັບຄົນຊົ່ວຊ້າທີ່ບົ່ງການ ແລະ ລົບກວນການເລືອກຕັ້ງ. ເຖິງແມ່ນວ່າພວກເຂົາຈະມີການແຍກແຍະເລັກໜ້ອຍ, ພວກເຂົາກໍບໍ່ສົນໃຈມັນ. ທັດສະນະຄະຕິຂອງພວກເຂົາຕໍ່ບັນຫາໃດກໍຕາມທີ່ເກີດຂຶ້ນໃນການເລືອກຕັ້ງຂອງຄຣິສຕະຈັກແມ່ນ “ປ່ອຍໃຫ້ສິ່ງຕ່າງໆ ເປັນໄປໂດຍບໍ່ມີການຄວບຄຸມ ຖ້າມັນບໍ່ໄດ້ສົ່ງຜົນກະທົບຕໍ່ຕົນເອງ”. ພວກເຂົາຄິດວ່າ ມັນບໍ່ສຳຄັນວ່າໃຜຈະກາຍເປັນຜູ້ນໍາ, ມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ຕາບໃດທີ່ພວກເຂົາສາມາດໃຊ້ຊີວິດປະຈຳວັນຂອງພວກເຂົາຢ່າງມີຄວາມສຸກ, ພວກເຂົາກໍພໍໃຈແລ້ວ. ພວກເຈົ້າຄິດແນວໃດກັບຄົນແບບນີ້? ພວກເຂົາເປັນຄົນທີ່ຮັກຄວາມຈິງບໍ? (ບໍ່.) ພວກເຂົາເປັນຄົນປະເພດໃດ? ຄົນເຫຼົ່ານີ້ຄືຄົນປະຈົບປະແຈງ ແລະ ພວກເຂົາຍັງສາມາດຖືກເອີ້ນວ່າເປັນຜູ້ບໍ່ເຊື່ອໄດ້. ຄົນເຫຼົ່ານີ້ບໍ່ສະແຫວງຫາຄວາມຈິງ; ພວກເຂົາພຽງແຕ່ສະແຫວງຫາທີ່ຈະໃຊ້ຊີວິດຢ່າງສະດວກສະບາຍ, ເພີດເພີນກັບຄວາມສະບາຍທາງເນື້ອໜັງ. ພວກເຂົາເຫັນແກ່ຕົວເກີນໄປ ແລະ ມີເລ່ຫຼ່ຽມເກີນໄປ. ໃນສັງຄົມມີຄົນແບບນີ້ຫຼາຍບໍ? ບໍ່ວ່າພັກການເມືອງໃດຈະມີອຳນາດ, ບໍ່ວ່າໃຜຈະຢູ່ໃນຕຳແໜ່ງ, ພວກເຂົາກໍເປັນທີ່ຮັກມັກ, ພວກເຂົາສາມາດຈັດການກັບຄວາມສຳພັນທາງສັງຄົມຂອງພວກເຂົາຈົນສຳເລັດຜົນຫຼາຍ ແລະ ພວກເຂົາໃຊ້ຊີວິດຢ່າງສະດວກສະບາຍ; ບໍ່ວ່າຈະມີການເຄື່ອນໄຫວທາງການເມືອງໃດເກີດຂຶ້ນ, ພວກເຂົາກໍບໍ່ໄດ້ມີສ່ວນກ່ຽວຂ້ອງ. ຄົນປະເພດນີ້ແມ່ນຫຍັງ? ເຫຼົ່ານີ້ຄືຄົນທີ່ຫຼອກລວງທີ່ສຸດ ແລະ ມີເລ່ຫຼ່ຽມຫຼາຍທີ່ສຸດ ເຊິ່ງຮູ້ຈັກກັນວ່າເປັນ “ປາໄຫຼ” ແລະ “ງູເຖົ້າ”. ພວກເຂົາດຳລົງຊີວິດຕາມປັດຊະຍາຂອງຊາຕານ, ໂດຍບໍ່ມີຫຼັກການແມ່ນແຕ່ໜ້ອຍດຽວ. ບໍ່ວ່າໃຜຈະມີອຳນາດ, ພວກເຂົາກໍເອົາໃຈຄົນເຫຼົ່ານັ້ນ, ຍົກຍ້ອງພວກເຂົາ ແລະ ສັນລະເສີນຄຸນງາມຄວາມດີຂອງພວກເຂົາ. ພວກເຂົາບໍ່ເຮັດຫຍັງເລີຍນອກຈາກປົກປ້ອງຜູ້ບັງຄັບບັນຊາຂອງພວກເຂົາ ແລະ ບໍ່ເຄີຍເຮັດໃຫ້ພວກເຂົາຜິດໃຈ. ບໍ່ວ່າຜູ້ບັງຄັບບັນຊາຂອງພວກເຂົາຈະເຮັດຄວາມຊົ່ວຫຼາຍສໍ່າໃດ, ພວກເຂົາກໍບໍ່ຕໍ່ຕ້ານ ຫຼື ສະໜັບສະໜູນ, ແຕ່ເກັບຄວາມຄິດຂອງພວກເຂົາໄວ້ເລິກໆ ຢູ່ພາຍໃນ. ພວກເຂົາເປັນທີ່ຮັກມັກ ບໍ່ວ່າໃຜຈະມີອຳນາດ. ຊາຕານ ແລະ ກະສັດມານຮ້າຍມັກຄົນປະເພດນີ້. ເປັນຫຍັງກະສັດມານຮ້າຍຈຶ່ງມັກຄົນປະເພດນີ້? ເພາະວ່າພວກເຂົາບໍ່ໄດ້ທຳລາຍວຽກງານຂອງກະສັດມານຮ້າຍ ແລະ ບໍ່ໄດ້ເປັນໄພຂົ່ມຂູ່ໃດໆ ຕໍ່ພວກເຂົາ. ຄົນປະເພດນີ້ບໍ່ມີຫຼັກການ ແລະ ບໍ່ມີມາດຕະຖານສຳລັບການປະພຶດຕົນຂອງພວກເຂົາ ແລະ ຂາດຄວາມຊື່ສັດ ແລະ ກຽດສັກສີ; ພວກເຂົາພຽງແຕ່ເຮັດຕາມກະແສຂອງສັງຄົມ ແລະ ກົ້ມຫົວຕໍ່ໜ້າກະສັດມານຮ້າຍ, ປັບຕົວເຂົ້າກັບຄວາມມັກຂອງພວກມັນ. ໃນຄຣິສຕະຈັກກໍມີຄົນແບບນີ້ ບໍ່ແມ່ນບໍ? ຄົນແບບນີ້ສາມາດເປັນຜູ້ທີ່ເອົາຊະນະໄດ້ບໍ? ພວກເຂົາເປັນທະຫານທີ່ດີຂອງພຣະຄຣິສບໍ? ພວກເຂົາເປັນພະຍານໃຫ້ພຣະເຈົ້າບໍ? ເມື່ອຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສປາກົດຕົວ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ຄົນແບບນີ້ສາມາດຢືນຂຶ້ນ ແລະ ສ້າງສົງຄາມກັບພວກເຂົາ, ເປີດໂປງ, ແຍກແຍະ ແລະ ປະຕິເສດພວກເຂົາ, ຢຸດຢັ້ງການກະທຳທີ່ຊົ່ວຊ້າຂອງພວກເຂົາ ແລະ ເປັນພະຍານໃຫ້ພຣະເຈົ້າໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້ຢ່າງແນ່ນອນ. ປາໄຫຼເຫຼົ່ານີ້ບໍ່ແມ່ນຜູ້ທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ຫຼື ຜູ້ທີ່ພຣະອົງຈະຊ່ວຍໃຫ້ລອດພົ້ນ. ພວກເຂົາບໍ່ເຄີຍເປັນພະຍານໃຫ້ພຣະເຈົ້າ ຫຼື ຍົກຊູຜົນປະໂຫຍດຂອງເຮືອນຂອງພຣະອົງ. ດັ່ງທີ່ພຣະເຈົ້າເຫັນພວກເຂົາ, ຄົນເຫຼົ່ານີ້ບໍ່ແມ່ນຜູ້ທີ່ຕິດຕາມ ຫຼື ອ່ອນນ້ອມຕໍ່ພຣະອົງ, ແຕ່ເປັນຜູ້ທີ່ກໍ່ຄວາມວຸ້ນວາຍຢ່າງຫຼັບຫູຫຼັບຕາ, ເປັນສະມາຊິກຂອງກຸ່ມຊາຕານ, ພວກເຂົາເປັນຄົນທີ່ພຣະອົງຈະກຳຈັດອອກ ເມື່ອພາລະກິດຂອງພຣະອົງສິ້ນສຸດລົງ. ພຣະເຈົ້າບໍ່ໄດ້ເຫັນຄຸນຄ່າຄົນໜ້າເວດທະນາເຫຼົ່ານີ້. ພວກເຂົາບໍ່ມີທັງຄວາມຈິງ ແລະ ຊີວິດ; ພວກເຂົາເປັນສັດຮ້າຍ ແລະ ຜີຮ້າຍ; ພວກເຂົາບໍ່ສົມຄວນໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ບໍ່ສົມຄວນທີ່ຈະໄດ້ຮັບຄວາມຮັກຂອງພຣະອົງ. ສະນັ້ນ, ພຣະເຈົ້າຈຶ່ງປະຖິ້ມ ແລະ ກຳຈັດຄົນແບບນີ້ອອກຢ່າງງ່າຍດາຍ ແລະ ຄຣິສຕະຈັກກໍຄວນກຳຈັດພວກເຂົາອອກໂດຍທັນທີໃນຖານະຜູ້ບໍ່ເຊື່ອ. ພວກເຂົາບໍ່ມີຫົວໃຈທີ່ແທ້ຈິງສຳລັບພຣະເຈົ້າ, ສະນັ້ນ ພຣະເຈົ້າຈະໃຫ້ການບຳລຸງລ້ຽງທີ່ແທ້ຈິງແກ່ພວກເຂົາບໍ? ພຣະອົງຈະໃຫ້ຄວາມສະຫວ່າງ ແລະ ຊ່ວຍເຫຼືອພວກເຂົາບໍ? ພຣະອົງຈະບໍ່ເຮັດ. ເມື່ອມີການແຊກແຊງ ແລະ ການລົບກວນເກີດຂຶ້ນໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ ແລະ ຄົນຊົ່ວຊ້າຄວບຄຸມ ແລະ ມີອິດທິພົນຕໍ່ຜົນການເລືອກຕັ້ງ, ຄົນເຫຼົ່ານີ້ຈະບໍ່ຢູ່ຂ້າງພຣະເຈົ້າ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງເດັດຂາດ. ພວກເຂົາຈະບໍ່ມີວັນຍຶດໝັ້ນໃນຫຼັກການຄວາມຈິງ ເພື່ອຕໍ່ສູ້ກັບຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ເພື່ອຕໍ່ສູ້ກັບກອງກຳລັງຂອງຊາຕານຈົນເຖິງທີ່ສຸດຢ່າງເດັດຂາດ. ພວກເຂົາຈະບໍ່ມີວັນເຮັດສິ່ງນີ້ຢ່າງເດັດຂາດ, ພວກເຂົາຂາດຄວາມກ້າຫານ. ສະນັ້ນ, ຄົນທີ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້ ຄວນແຍກແຍະຄົນເຫຼົ່ານີ້ ແລະ ບໍ່ຄວນສົນທະນາຄວາມຈິງທີ່ພວກເຂົາເຂົ້າໃຈ ຫຼື ການທີ່ພວກເຂົາແຍກແຍະຊາຕານກັບຄົນເຫຼົ່ານີ້. ເຖິງແມ່ນວ່າ ເຈົ້າສົນທະນາສິ່ງເຫຼົ່ານີ້ກັບພວກເຂົາ, ມັນກໍຈະໄຮ້ປະໂຫຍດ; ພວກເຂົາຈະບໍ່ຢືນຢູ່ຂ້າງຄວາມຈິງ. ເມື່ອເລືອກຜູ້ຮ່ວມງານ ແລະ ຄູ່ຮ່ວມງານ, ເຈົ້າຄວນກີດກັນຄົນແບບນີ້ ແລະ ບໍ່ເລືອກພວກເຂົາ. ເປັນຫຍັງເຈົ້າຈຶ່ງບໍ່ຄວນເລືອກພວກເຂົາ? ເພາະວ່າພວກເຂົາເປັນປາໄຫຼ; ພວກເຂົາຈະບໍ່ຢືນຢູ່ຂ້າງພຣະເຈົ້າ, ຈະບໍ່ຢືນຢູ່ຂ້າງຄວາມຈິງ ແລະ ຈະບໍ່ສາມັກຄີກັບເຈົ້າໃນຫົວໃຈ ແລະ ຈິດໃຈຂອງເຈົ້າ ເພື່ອຕໍ່ສູ້ກັບຊາຕານ. ຖ້າເຈົ້າແບ່ງປັນຄວາມຄິດທີ່ຈິງຈັງຂອງເຈົ້າໃຫ້ພວກເຂົາຟັງ, ເຈົ້າກໍເປັນຄົນໂງ່ຈ້າ ແລະ ຈະກາຍເປັນທີ່ຕົວຕະລົກຂອງຊາຕານ. ຢ່າສົນທະນາຄວາມຈິງ ຫຼື ຕັກເຕືອນຄົນແບບນີ້ ແລະ ຢ່າຫວັງຫຍັງໃນຕົວພວກເຂົາ, ເພາະວ່າພຣະເຈົ້າບໍ່ໄດ້ຊ່ວຍໃຫ້ຄົນເຫຼົ່ານີ້ລອດພົ້ນເລີຍ. ພວກເຂົາບໍ່ແມ່ນຄົນທີ່ມີຫົວໃຈ ແລະ ຈິດໃຈດຽວກັນກັບພຣະເຈົ້າ; ພວກເຂົາເປັນຜູ້ຊົມທີ່ເບິ່ງການສູ້ຮົບຈາກໄລຍະໄກ; ພວກເຂົາເປັນປາໄຫຼ. ຄົນປະເພດເຫຼົ່ານີ້ແຊກຊຶມເຂົ້າໄປໃນເຮືອນຂອງພຣະເຈົ້າພຽງແຕ່ເພື່ອເບິ່ງຄວາມຕື່ນເຕັ້ນ ແລະ ກໍ່ຄວາມວຸ້ນວາຍຢ່າງຫຼັບຫູຫຼັບຕາ. ພວກເຂົາບໍ່ມີຄວາມຮູ້ສຶກຍຸຕິທຳ ແລະ ບໍ່ມີຄວາມຮູ້ສຶກຮັບຜິດຊອບ; ພວກເຂົາເຖິງກັບບໍ່ມີຄວາມເຫັນອົກເຫັນໃຈຕໍ່ຄົນດີໆ ທີ່ຖືກທຳຮ້າຍໂດຍຄົນຊົ່ວຊ້າ. ການເອີ້ນຄົນແບບນີ້ວ່າເປັນມານຮ້າຍ ແລະ ຊາຕານນັ້ນເໝາະສົມທີ່ສຸດແລ້ວ. ຖ້າຄົນທີ່ມີຄວາມຮູ້ສຶກຍຸຕິທຳເປີດໂປງຄົນຊົ່ວຊ້າ, ພວກເຂົາຈະບໍ່ແມ່ນແຕ່ໃຫ້ກຳລັງໃຈ ຫຼື ສະໜັບສະໜູນຄົນເຫຼົ່ານັ້ນ. ສະນັ້ນ, ຢ່າໄວ້ວາງໃຈຄົນເຫຼົ່ານີ້ເດັດຂາດ; ພວກເຂົາເປັນປາໄຫຼ, ເປັນກະປອມປ່ຽນສີ, ເປັນງູເຖົ້າ. ພວກເຂົາບໍ່ແມ່ນຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າ ແຕ່ເປັນຄົນຮັບໃຊ້ຂອງຊາຕານ. ຄົນເຫຼົ່ານີ້ບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້ເລີຍ ແລະ ພຣະເຈົ້າບໍ່ຕ້ອງການພວກເຂົາ; ນີ້ຄືຄວາມປາຖະໜາທີ່ຊັດເຈນຂອງພຣະເຈົ້າ. ຄຣິສຕະຈັກສ່ວນໃຫຍ່ອາດຈະມີຄົນແບບນີ້. ຈົ່ງເບິ່ງໃຫ້ທົ່ວຄຣິສຕະຈັກຂອງເຈົ້າ ເພື່ອເບິ່ງວ່າພວກເຂົາແມ່ນໃຜ. ເມື່ອສິ່ງຕ່າງໆ ເກີດຂຶ້ນ, ຢ່າສົນທະນາຄວາມຈິງກັບພວກເຂົາເດັດຂາດ ແລະ ຢ່າໃຫ້ພວກເຂົາຮູ້ວ່າເກີດຫຍັງຂຶ້ນກັບເຈົ້າແທ້ໆ. ຈົ່ງລະວັງຄົນແບບນີ້ ແລະ ຢ່າໄປຫຍຸ້ງກ່ຽວກັບພວກເຂົາ. ຈົ່ງຊອກຫາຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຮູ້ສຶກຍຸຕິທຳ, ເມື່ອພວກເຂົາເຫັນຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຖືກທຳຮ້າຍ, ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກຖືກລົບກວນ ຫຼື ຖືກບົ່ງການ, ພວກເຂົາກໍຈະກັງວົນ ແລະ ໃຈຮ້າຍ; ພວກເຂົາກຽດຊັງຄົນຊົ່ວຊ້າເຫຼົ່ານີ້ທີ່ລົບກວນຄຣິສຕະຈັກຢ່າງເລິກເຊິ່ງ; ພວກເຂົາຢາກຢືນຂຶ້ນ ແລະ ເປີດໂປງຄົນຊົ່ວຊ້າ ແລະ ກະຕືລືລົ້ນທີ່ຈະຊອກຫາຜູ້ທີ່ເຂົ້າໃຈຄວາມຈິງເພື່ອສາມັກຄີ ແລະ ຕໍ່ສູ້ກັບມານຮ້າຍທີ່ຊົ່ວຮ້າຍ. ຈົ່ງສົນທະນາກັບຄົນແບບນີ້ ແລະ ຈັບມືກັບພວກເຂົາເພື່ອຕໍ່ສູ້ກັບຊາຕານ. ຄົນເຫຼົ່ານີ້ຄືຜູ້ທີ່ເອົາຊະນະ, ເປັນທະຫານທີ່ດີຂອງພຣະຄຣິສ; ມີພຽງແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ມີສ່ວນໃນລາຊະອານາຈັກຂອງພຣະຄຣິສ. ຄົນປະຈົບປະແຈງ, ງູເຖົ້າ, ກະປອມປ່ຽນສີ ແລະ ຄົນທີ່ມຶນຊາ ແລະ ໂງ່ຈ້າເຫຼົ່ານັ້ນ ລ້ວນແຕ່ຖືກເປີດເຜີຍແລ້ວ; ພວກເຂົາເປັນເປົ້າໝາຍທີ່ຈະຖືກກຳຈັດອອກ. ພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ, ບໍ່ແມ່ນຄົນຂອງເຮືອນຂອງພຣະເຈົ້າ, ແຕ່ເປັນຜູ້ບໍ່ເຊື່ອ ແລະ ເປັນຜູ້ສວຍໂອກາດທີ່ບໍ່ສົມຄວນໄດ້ຮັບຄວາມໄວ້ວາງໃຈ. ນີ້ຄືວິທີການຈັດການກັບຄົນເຫຼົ່ານີ້: ຖ້າພວກເຂົາສາມາດເຮັດຄວາມຊົ່ວຮ້າຍໄດ້, ໃຫ້ຊໍາລະລ້າງພວກເຂົາອອກ; ຖ້າພວກເຂົາບໍ່ແມ່ນຄົນຊົ່ວຊ້າ ແລະ ບໍ່ຕິດຕາມຄົນຊົ່ວຊ້າ ໃນການລົບກວນຄຣິສຕະຈັກ, ພວກເຂົາສາມາດຢູ່ໃນຄຣິສຕະຈັກຊົ່ວຄາວ ໃນຂະນະທີ່ທ່ານລໍຖ້າການກັບໃຈຂອງພວກເຂົາ. ໃນດ້ານໜຶ່ງ, ໃຫ້ສັງເກດ ແລະ ກຳແໜ້ນອຸປະນິໄສຂອງຄົນເຫຼົ່ານີ້, ຄວາມເປັນມະນຸດ ແລະ ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ເລື່ອງຕ່າງໆ ແລະ ໃຊ້ການແຍກແຍະ, ຊອກຫາແກ່ນແທ້ຂອງຄົນເຫຼົ່ານີ້. ໃນເວລາດຽວກັນ, ເມື່ອຄົນຊົ່ວຊ້າບົ່ງການ ແລະ ລົບກວນການເລືອກຕັ້ງ, ໃຫ້ເຝົ້າລະວັງຄົນປະຈົບປະແຈງເຫຼົ່ານີ້ທີ່ຢືນຢູ່ຂ້າງຄົນຊົ່ວຊ້າ, ເຮັດໜ້າທີ່ເປັນລູກນ້ອງ ແລະ ຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ. ສະຫຼຸບກໍຄື ສຳລັບພຶດຕິກຳທັງໝົດທີ່ບໍ່ເໝາະສົມຂອງຄົນຊົ່ວຊ້າທີ່ບົ່ງການ ແລະ ລົບກວນການເລືອກຕັ້ງ, ມັນຈຳເປັນຕ້ອງໃຊ້ການແຍກແຍະຕາມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າເຫັນແກ່ນແທ້ຂອງພວກເຂົາຢ່າງຊັດເຈນ, ເຈົ້າກໍຈະຮູ້ວິທີຈັດການກັບພວກເຂົາຢ່າງເໝາະສົມຕາມຫຼັກການ.
ມື້ກີ້ນີ້, ພວກເຮົາໄດ້ສົນທະນາກ່ຽວກັບປາກົດການບາງຢ່າງຂອງການບົ່ງການ ແລະ ລົບກວນການເລືອກຕັ້ງ ແລະ ການກະທຳຂອງຄົນບາງຄົນ. ເຖິງແມ່ນວ່າຈະບໍ່ໄດ້ກວມເອົາທຸກດ້ານ, ຫຼັກການໃນການແກ້ໄຂບັນຫາເຫຼົ່ານີ້ກໍໄດ້ຖືກສົນທະນາໂດຍພື້ນຖານແລ້ວ. ຫຼັງຈາກທີ່ພວກເຈົ້າພົບເຫັນຄົນທີ່ບົ່ງການ ແລະ ລົບກວນການເລືອກຕັ້ງພາຍໃນຄຣິສຕະຈັກ, ພວກເຈົ້າຄວນລຸກຂຶ້ນ ແລະ ຈຳກັດພວກເຂົາ. ຢ່າເປັນຄົນທີ່ຍອມຕາມ ຫຼື ເຮັດຄືກັບຄົນປະຈົບປະແຈງ. ຖ້າຄົນໃດກໍຕາມທີ່ພະຍາຍາມບົ່ງການ ແລະ ລົບກວນການເລືອກຕັ້ງຢູ່ສະເໝີ, ທັນທີທີ່ແນວໂນ້ມນີ້ປາກົດຂຶ້ນ, ອ້າຍເອື້ອຍນ້ອງຄວນຮ່ວມກັນລຸກຂຶ້ນເພື່ອຢຸດຢັ້ງ ແລະ ເປີດໂປງພວກເຂົາ. ຖ້າພວກເຂົາກຳລັງເຮັດມັນດ້ວຍຄວາມສັບສົນ, ໂດຍບໍ່ຮູ້ວ່າສິ່ງນີ້ຖືເປັນການບົ່ງການ ແລະ ລົບກວນການເລືອກຕັ້ງ, ພວກເຈົ້າສາມາດອະທິບາຍໃຫ້ພວກເຂົາຟັງວ່າ: “ສິ່ງທີ່ເຈົ້າກຳລັງເຮັດຢູ່ແມ່ນການບົ່ງການ ແລະ ລົບກວນການເລືອກຕັ້ງ. ຢ່າຮັບບົດບາດເປັນຄົນຮັບໃຊ້ຂອງຊາຕານ. ນີ້ຄືການເລືອກຕັ້ງຜູ້ນໍາຄຣິສຕະຈັກ, ບໍ່ແມ່ນການເລືອກຕັ້ງເຈົ້າຄອງນະຄອນ ຫຼື ຫົວໜ້າຕາແສງ. ເຮືອນຂອງພຣະເຈົ້າມີລະບຽບຂອງຕົນເອງ ແລະ ມີຫຼັກການຂອງຕົນເອງໃນການເຮັດວຽກງານນີ້. ເຈດຕະນາຂອງມະນຸດບໍ່ຄວນປະປົນໃສ່; ພວກເຮົາຄວນປະຕິບັດຕາມຫຼັກການຄວາມຈິງຢ່າງເຂັ້ມງວດສຳລັບວຽກງານນີ້. ຖ້າຄວາມສາມາດຂອງເຈົ້າຕໍ່າ ແລະ ເຈົ້າບໍ່ສາມາດເຂົ້າໃຈຫຼັກການຄວາມຈິງໄດ້ ຫຼື ຖ້າເຈົ້າເຖົ້າແລ້ວ ແລະ ມຶນງົງ, ຂາດສະຕິປັນຍາທີ່ຈຳເປັນໃນການເຂົ້າຮ່ວມການເລືອກຕັ້ງ, ແລ້ວເຈົ້າກໍສາມາດງົດອອກສຽງ ແລະ ພຽງແຕ່ລໍຖ້າຜົນໄດ້, ແຕ່ເຖິງຢ່າງໃດກໍຕາມ ເຈົ້າບໍ່ຄວນບົ່ງການ ຫຼື ລົບກວນການເລືອກຕັ້ງ ຫຼື ແຊກແຊງ ແລະ ກໍ່ໃຫ້ເກີດການລົບກວນ; ສິ່ງເຫຼົ່ານີ້ເປັນການກະທຳທີ່ຊົ່ວຊ້າ ແລະ ພຣະເຈົ້າກໍຊົງລັງກຽດມັນ. ການກະທຳທີ່ຊົ່ວຊ້າດັ່ງກ່າວຖືກປະນາມຕະຫຼອດໄປ; ຢ່າເປັນຄົນແບບນັ້ນ ຫຼື ຕິດຕາມເສັ້ນທາງນີ້ເດັດຂາດ. ຖ້າເຈົ້າເປັນມະນຸດແທ້ໆ, ຢ່າເຂົ້າຮ່ວມໃນການບົ່ງການ ແລະ ລົບກວນການເລືອກຕັ້ງ, ເພາະວ່າເມື່ອໃດທີ່ມັນກາຍເປັນຂໍ້ແທ້ຈິງ, ເຈົ້າຈະຖືກຈັດລັກສະນະວ່າເປັນຄົນຮັບໃຊ້ຂອງຊາຕານ ແລະ ຈະຖືກກຳຈັດອອກຈາກຄຣິສຕະຈັກ”. ຖ້າພົບເຫັນຄົນທີ່ບົ່ງການ ແລະ ລົບກວນການເລືອກຕັ້ງ, ຜູ້ທີ່ຢູ່ໃນກຸ່ມນັ້ນທີ່ມີຄວາມສາມາດຕໍ່າ ເຊິ່ງບໍ່ເຂົ້າໃຈສິ່ງທີ່ເກີດຂຶ້ນແທ້ໆ ກໍສາມາດຖືກສົນທະນາດ້ວຍຄວາມຮັກ, ການສະໜັບສະໜູນ, ການຈັດສັນ ແລະ ການຊ່ວຍເຫຼືອ. ແຕ່ເຖິງແມ່ນວ່າຈະຮູ້ຫຼັກການຄວາມຈິງຢ່າງຄົບຖ້ວນ ຈະວ່າແນວໃດກັບຜູ້ທີ່ຍັງບົ່ງການ ແລະ ລົບກວນການເລືອກຕັ້ງໂດຍເຈດຕະນາ, ເຖິງກັບບໍ່ສົນໃຈຄຳຕັກເຕືອນຕໍ່ສິ່ງນີ້? ມີວິທີແກ້ໄຂສຳລັບພວກເຂົາເຊັ່ນກັນ: ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມການເລືອກຕັ້ງອີກຕໍ່ໄປ; ໃຫ້ຖອດຖອນສິດໃນການເລືອກຕັ້ງຂອງພວກເຂົາ. ສະຫຼຸບກໍຄື ການກະທຳທັງໝົດຂອງການບົ່ງການ ແລະ ລົບກວນການເລືອກຕັ້ງຕ້ອງຖືກແຍກແຍະ, ຢຸດຢັ້ງ ແລະ ຈຳກັດຢ່າງເປັນເອກະພາບ ເພື່ອພິກສະຖານະການ. ພຶດຕິກຳ ແລະ ການກະທຳດັ່ງກ່າວຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ມີຢູ່ໃນຄຣິສຕະຈັກ, ເພື່ອປ້ອງກັນຜົນການເລືອກຕັ້ງທີ່ຜິດພາດ ແລະ ບໍ່ໃຫ້ວຽກງານຂອງຄຣິສຕະຈັກຖືກລົບກວນ ແລະ ເສຍຫາຍ.
ບົດສະຫຼຸບກ່ຽວກັບບັນດາບຸກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ
ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນກ່ຽວຂ້ອງກັບບັນດາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ພວກເຮົາໄດ້ແບ່ງສິ່ງເຫຼົ່ານີ້ອອກເປັນສິບເອັດບັນຫາສຳລັບການສົນທະນາ. ບັນຫາ ຫຼື ເຫດການຂອງການຂັດຂວາງ ແລະ ການລົບກວນທີ່ລະບຸໄວ້ໃນແຕ່ລະບັນຫາແມ່ນກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຜູ້ຄົນ ແລະ ຄວາມເຊື່ອທີ່ແທ້ຈິງຂອງພວກເຂົາໃນພຣະເຈົ້າ. ເປັນຫຍັງຈຶ່ງແບ່ງພວກມັນອອກຢ່າງລະອຽດເຊັ່ນນັ້ນ? ເປັນຫຍັງເຮົາຈຶ່ງຍົກແຕ່ລະບັນຫາຂຶ້ນມາເພື່ອສົນທະນາ ແລະ ໄຈ້ແຍກ? ໂດຍຕັດສິນຈາກຫົວຂໍ້ຂອງແຕ່ລະບັນຫາ, ຄວາມເປັນມະນຸດຂອງຄົນທີ່ເຮັດສິ່ງເຫຼົ່ານີ້ແມ່ນບໍ່ດີ. ຍົກເວັ້ນບັນຫາທຳອິດ ນັ້ນກໍຄື ການອອກນອກເລື່ອງຢູ່ເລື້ອຍໆ ເມື່ອສົນທະນາຄວາມຈິງ ເຊິ່ງບໍ່ໄດ້ຖືວ່າຮ້າຍແຮງ, ບັນຫາອື່ນທັງໝົດມີລັກສະນະທີ່ຂ້ອນຂ້າງຮ້າຍແຮງ. ການສະແດງອອກເຫຼົ່ານີ້ລ້ວນແຕ່ມີລັກສະນະຂອງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ພວກມັນທັງໝົດກໍປະກອບເປັນການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ນັ້ນຄືເຫດຜົນທີ່ພວກເຮົາໄດ້ຍົກພວກມັນຂຶ້ນມາເພື່ອສົນທະນາ ແລະ ໄຈ້ແຍກເທື່ອລະຂໍ້. ເມື່ອບັນຫາເຫຼົ່ານີ້ເກີດຂຶ້ນໃນຊີວິດຄຣິສຕະຈັກ ຫຼື ໃນຂະບວນການເຮັດໜ້າທີ່ຂອງຄົນໃດຄົນໜຶ່ງ, ຜູ້ຄົນຄວນລະມັດລະວັງເປັນພິເສດ ແລະ ແຍກແຍະ ແລະ ເບິ່ງພວກມັນໃຫ້ອອກ. ເມື່ອຜູ້ຄົນເຫັນເຫດການດັ່ງກ່າວເກີດຂຶ້ນ ເຊິ່ງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ພວກເຂົາຄວນລຸກຂຶ້ນເພື່ອຢຸດຢັ້ງ ແລະ ຈຳກັດພວກມັນ. ກ່ຽວກັບບັນຫາທຳອິດ “ການອອກນອກເລື່ອງຢູ່ເລື້ອຍໆ ເມື່ອສົນທະນາກ່ຽວກັບຄວາມຈິງ”, ບາງຄັ້ງຜູ້ຄົນກໍເຮັດສິ່ງນີ້ໂດຍບໍ່ໄດ້ຕັ້ງໃຈ ແລະ ສະຖານະການທີ່ກ່ຽວຂ້ອງ ແລະ ລັກສະນະຂອງມັນກໍບໍ່ໄດ້ຮ້າຍແຮງເກີນໄປ; ແຕ່ຖ້າພວກເຂົາອອກນອກເລື່ອງຢູ່ເລື້ອຍໆ ແລະ ເວົ້າຈົນສັບສົນ, ເຮັດໃຫ້ຜູ້ຟັງລຳຄານ ແລະ ບໍ່ເກີດຜົນດີໃນຊີວິດຄຣິສຕະຈັກໃນເວລາຕໍ່ມາ, ແລ້ວສິ່ງນີ້ກໍຈະນຳໄປສູ່ຜົນສະທ້ອນຂອງການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິສຕະຈັກ. ສ່ວນບັນຫາທີ່ເຫຼືອກໍບໍ່ຈຳເປັນຕ້ອງກ່າວເຖິງ; ບັນຫາຂໍ້ໃດຂໍ້ໜຶ່ງກໍພຽງພໍທີ່ຈະປະກອບເປັນການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກ. ສະນັ້ນ, ມັນຈຶ່ງຈຳເປັນທີ່ຈະຕ້ອງສົນທະນາ, ວິເຄາະ ແລະ ໄຈ້ແຍກແຕ່ລະບັນຫາເຫຼົ່ານີ້ຢ່າງລະອຽດ. ເມື່ອເກີດເຫດການທີ່ຊົ່ວຮ້າຍ, ຖ້າເຈົ້າມີການແຍກແຍະ ແລະ ຄວາມຮູ້ກ່ຽວກັບການກະທຳຊົ່ວຊ້າທີ່ລົບກວນຄຣິສຕະຈັກ, ພວກເຈົ້າຄວນລຸກຂຶ້ນເພື່ອຢຸດຢັ້ງ ແລະ ຈຳກັດພວກມັນ. ໃນຄວາມໝາຍທີ່ກວ້າງຂຶ້ນ, ນີ້ຄືການເຮັດໜ້າທີ່ຂອງສິ່ງທີ່ຖືກສ້າງ; ໃນຄວາມໝາຍທີ່ແຄບລົງ ຢ່າງໜ້ອຍທີ່ສຸດ, ມັນກໍຄືການເຮັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະມາຊິກຄົນໜຶ່ງຂອງຄຣິສຕະຈັກໃຫ້ສຳເລັດ. ນີ້ບໍ່ແມ່ນສິ່ງທີ່ເຈົ້າຄວນຈະສາມາດເຮັດໄດ້ບໍ? (ແມ່ນ.) ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້, ຜົນສະທ້ອນຈະເປັນແນວໃດ? ພວກເຮົາຄວນຈັດລັກສະນະການທີ່ເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້ວ່າແນວໃດ? ຢ່າງໜ້ອຍທີ່ສຸດ, ມັນໝາຍຄວາມວ່າພວກເຈົ້າເປັນຄົນເບົາປັນຍາ; ຍິ່ງໄປກວ່ານັ້ນ, ພວກເຈົ້າເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ, ຢ້ານຊາຕານ. ນອກຈາກນີ້, ເມື່ອຊາຕານ ແລະ ຜີຮ້າຍປາກົດຕົວເພື່ອລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ພວກເຈົ້າຍັງຄົງເມີນເສີຍ ແລະ ບໍ່ມີກຳລັງ, ບໍ່ສະແດງການຕອບໂຕ້ໃດໆ ແລະ ຂາດຄວາມເຊື່ອ ແລະ ຄວາມກ້າຫານທີ່ຈະລຸກຂຶ້ນຕໍ່ສູ້ກັບຊາຕານ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ. ໃນກໍລະນີນັ້ນ, ພວກເຈົ້າເປັນຄົນໄຮ້ປະໂຫຍດ, ບໍ່ສົມຄວນທີ່ຈະເປັນຜູ້ຕິດຕາມຂອງພຣະເຈົ້າ.
ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ລະບຸເຫດການປະເພດຕ່າງໆ ໃນຄຣິສຕະຈັກທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ. ແຕ່ລະເຫດການກ່ຽວຂ້ອງກັບທັດສະນະຄະຕິຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງອ້າຍເອື້ອຍນ້ອງທຳມະດາ ທີ່ມີຕໍ່ພຣະເຈົ້າ. ມັນຍັງກ່ຽວຂ້ອງກັບທັດສະນະຄະຕິຂອງແຕ່ລະຄົນຕໍ່ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຂົາ, ພ້ອມທັງທ່າທີ່ ແລະ ມຸມມອງຂອງພວກເຂົາຕໍ່ເຫດການ ແລະ ສິ່ງລົບໆ ເຫຼົ່ານີ້ທີ່ລົບກວນວຽກງານໃນເຮືອນຂອງພຣະເຈົ້າ. ແນ່ນອນ, ມັນຍັງກ່ຽວຂ້ອງກັບວ່າບຸກຄົນໜຶ່ງທີ່ເຊື່ອໃນພຣະເຈົ້າ ແລະ ໄດ້ຟັງຄຳເທດສະໜາເປັນເວລາຫຼາຍປີ ມີຄວາມເຕີບໂຕ ແລະ ຄວາມເຊື່ອພຽງພໍທີ່ຈະຕໍ່ສູ້ກັບຊາຕານ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ ເມື່ອເຫດການ ແລະ ສິ່ງໆ ເຫຼົ່ານີ້ເກີດຂຶ້ນ ຫຼື ບໍ່. ສິ່ງນີ້ກ່ຽວຂ້ອງກັບບັນຫາສຳຄັນບໍ? ມັນກ່ຽວຂ້ອງກັບທ່າທີ່ຂອງບຸກຄົນ ແລະ ເສັ້ນທາງທີ່ພວກເຂົາຍ່າງ, ພ້ອມທັງທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ຕໍ່ຄວາມຈິງ ແລະ ຕໍ່ໜ້າທີ່ຂອງພວກເຂົາ. ສະນັ້ນ, ຫຼັງຈາກທີ່ໄດ້ຟັງຄຳເວົ້າເຫຼົ່ານີ້, ພວກເຈົ້າຄວນເຂົ້າໃຈວ່າ ສິ່ງເຫຼົ່ານີ້ແມ່ນຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດ. ຢ່າປະຕິບັດຄືກັບວ່າພວກມັນເປັນຫຼັກຄຳສອນ, ກົດລະບຽບ ຫຼື ຂໍ້ບັງຄັບທີ່ຈະຕ້ອງປະຕິບັດ ແລະ ຈັດຕັ້ງປະຕິບັດ, ແຕ່ໃນທາງກົງກັນຂ້າມ ໃຫ້ໄຕ່ຕອງພວກມັນຫຼາຍຂຶ້ນ ເພື່ອທີ່ຈະເຂົ້າໃຈຄວາມຈິງ ແລະ ຈາກນັ້ນກໍປະຕິບັດ ແລະ ເຂົ້າສູ່ພວກມັນ, ດັ່ງນັ້ນຈຶ່ງບັນລຸຂໍ້ກຳນົດຂອງພຣະເຈົ້າ. ເມື່ອຄົນຊົ່ວຊ້າຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ຢ່າຢູ່ຊື່ໆ, ຢ່າລະເລີຍຄວາມຮັບຜິດຊອບຂອງພວກເຈົ້າດ້ວຍຂໍ້ອ້າງຕ່າງໆ, ໂດຍເວົ້າວ່າພວກເຈົ້າໄດ້ເຊື່ອໃນພຣະເຈົ້າເປັນເວລາສັ້ນໆ ເທົ່ານັ້ນ, ມີການເຕີບໂຕເລັກນ້ອຍ ຫຼື ຍັງໜຸ່ມຢູ່ ແລະ ອື່ນໆ. ເມື່ອພຣະເຈົ້າກວດສອບວຽກງານ, ເມື່ອພຣະອົງຈັດສະພາບແວດລ້ອມເພື່ອເບິ່ງທັດສະນະຄະຕິຂອງເຈົ້າ, ພຣະອົງບໍ່ໄດ້ເບິ່ງອາຍຸຂອງເຈົ້າ, ບໍ່ໄດ້ເບິ່ງວ່າເຈົ້າເຊື່ອໃນພຣະອົງຈັກປີແລ້ວ ຫຼື ຄັ້ງໜຶ່ງເຈົ້າເຄີຍຈ່າຍລາຄາຫຍັງ ແລະ ເຈົ້າເຮັດຄຸນງາມຄວາມດີຫຍັງ; ພຣະເຈົ້າຕ້ອງການທັດສະນະຄະຕິຂອງເຈົ້າໃນຊ່ວງເວລານັ້ນ. ຖ້າໂດຍປົກກະຕິແລ້ວເຈົ້າບໍ່ເຄີຍໄຕ່ຕອງ ຫຼື ສະແຫວງຫາກ່ຽວກັບເລື່ອງເຫຼົ່ານີ້ ແລະ ເຈົ້າຜ່ານຜ່າທຸກເລື່ອງໃນສະພາວະທີ່ສັບສົນ ໂດຍບໍ່ຈົດຈໍາສິ່ງໃດໄວ້, ບໍ່ສະແຫວງຫາຄວາມຈິງ, ບໍ່ຮຽນຮູ້ບົດຮຽນຂອງເຈົ້າ ຫຼື ຈິງຈັງກັບສະພາບແວດລ້ອມຕ່າງໆ ທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນໄວ້, ຖ້າເຈົ້າຫຼົບໜີເມື່ອເຈົ້າເຫັນຄົນຊົ່ວຊ້າເຮັດໃຫ້ເກີດການລົບກວນ ແລະ ການຂັດຂວາງ ແລະ ບໍ່ເຄີຍລາຍງານເລື່ອງນີ້ຕໍ່ເຮືອນຂອງພຣະເຈົ້າ ຫຼື ສະແດງທັດສະນະຄະຕິຂອງເຈົ້າ, ແລ້ວເຖິງແມ່ນວ່າເຈົ້າບໍ່ໄດ້ມີສ່ວນຮ່ວມໃນການກະທຳຊົ່ວ, ພຶດຕິກຳຂອງເຈົ້າໃນເລື່ອງນີ້ກໍໄດ້ເປີດເຜີຍທ່າທີ່ ແລະ ມຸມມອງຂອງເຈົ້າແລ້ວ ນັ້ນກໍຄື ເຈົ້າເປັນຜູ້ຢືນເບິ່ງ, ລຸກຂຶ້ນສະໜັບສະໜູນຊາຕານ. ພຣະເຈົ້າກວດສອບທຸກສິ່ງ ແລະ ເຈົ້າບໍ່ສາມາດຫຼອກລວງພຣະອົງໄດ້. ສະນັ້ນ, ເມື່ອເລື່ອງລົບໆ ເຫຼົ່ານີ້ເກີດຂຶ້ນ, ເມື່ອເຈົ້າຄົ້ນພົບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ, ມັນກໍເປີດເຜີຍທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າຢ່າງຊັດເຈນ. ມັນອາດເປັນໄປໄດ້ວ່າ ເຈົ້າເຊື່ອໃນພຣະເຈົ້າເປັນເວລາສັ້ນໆ, ເຈົ້າຍັງໜຸ່ມ ແລະ ຄວາມເຕີບໂຕຂອງເຈົ້າກໍນ້ອຍ, ແຕ່ຖ້າເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ ເຈົ້າເຮັດຕາມຫຼັກການ ແລະ ເຈົ້າພະຍາຍາມຢຸດຢັ້ງ, ຈຳກັດ ຫຼື ແມ່ນແຕ່ເປີດໂປງຄົນຊົ່ວຊ້າ, ສ່ຽງໄພ ແລະ ບໍ່ສົນໃຈຄວາມປອດໄພຂອງຕົນເອງ ເພື່ອຢືນຂຶ້ນ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ຖ້າເຈົ້າມີຫົວໃຈແບບນີ້, ແລ້ວທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າ, ພ້ອມທັງຄວາມຕັ້ງໃຈຂອງເຈົ້າທີ່ຈະເປັນພະຍານໃຫ້ພຣະເຈົ້າ ແລະ ຕໍ່ສູ້ກັບຊາຕານ, ກໍຈະກາຍເປັນຄຳພະຍານທີ່ຜູ້ຄົນ ແລະ ພຣະເຈົ້າເຫັນໄດ້. ການກະທຳທີ່ຊົ່ວຊ້າຂອງມະນຸດ, ການທີ່ພວກເຂົາພະຍາຍາມຫຼອກລວງ ແລະ ປິດບັງຈາກພຣະເຈົ້າ, ການລະເລີຍຄວາມຮັບຜິດຊອບຂອງພວກເຂົາ, ການທີ່ພວກເຂົາຍອມຈຳນົນ ແລະ ປະນີປະນອມກັບຊາຕານເມື່ອມັນກະທຳຊົ່ວ, ພຣະເຈົ້າຈະເຫັນທຸກສິ່ງເຫຼົ່ານີ້ ແລະ ການກະທຳທີ່ຊົ່ວຊ້າເຫຼົ່ານີ້ຈະຖືກຈັດການມື້ໜຶ່ງ ແລະ ໄດ້ຮັບຄຳພິພາກສາ. ແຕ່ໃນທຳນອງດຽວກັນ, ເມື່ອຜູ້ຄົນຢືນຂຶ້ນຕໍ່ຕ້ານການຂັດຂວາງ ແລະ ການລົບກວນຂອງຊາຕານ ເພື່ອເວົ້າແທນເຮືອນຂອງພຣະເຈົ້າ ແລະ ເພື່ອອ້າຍເອື້ອຍນ້ອງ ແລະ ຕໍ່ສູ້ກັບຊາຕານເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ສະແຫວງຫາຄວາມຈິງດ້ວຍຄວາມຕັ້ງໃຈທີ່ຈະເປັນພະຍານໃຫ້ພຣະເຈົ້າ, ເຖິງແມ່ນວ່າບາງຄັ້ງພວກເຂົາຈະຮູ້ສຶກວ່າບໍ່ມີກຳລັງ ແລະ ໂດດດ່ຽວ, ຂາດສະຕິປັນຍາ, ມີພຽງແຕ່ຄວາມເຂົ້າໃຈຕື້ນໆ ກ່ຽວກັບຄວາມຈິງ ຫຼື ຕ້ອງການໂອ້ລົມກ່ຽວກັບຄວາມຈິງ ແຕ່ບໍ່ສາມາດສະແດງອອກຢ່າງຊັດເຈນ, ເຮັດໃຫ້ບາງຄົນເຍາະເຍີ້ຍ ແລະ ດູຖູກພວກເຂົາ, ໃນສາຍພຣະເນດຂອງພຣະເຈົ້າ ພຣະອົງເຫັນຄວາມຈິງໃຈຂອງພວກເຂົາ ແລະ ພຣະອົງຖືວ່າການກະທຳ ແລະ ພຶດຕິກຳເຫຼົ່ານີ້ເປັນການກະທຳທີ່ດີ. ການກະທຳທີ່ຊົ່ວຊ້າຈະໄດ້ຮັບຄຳພິພາກສາໃນມື້ໜຶ່ງ ແລະ ມີບົດສະຫຼຸບຂອງພວກມັນຕໍ່ໜ້າພຣະເຈົ້າ ແລະ ການກະທຳທີ່ດີກໍເຊັ່ນກັນ, ແຕ່ບົດສະຫຼຸບສຸດທ້າຍສຳລັບແຕ່ລະພຶດຕິກຳສອງປະເພດເຫຼົ່ານີ້ຈະແຕກຕ່າງກັນຢ່າງສິ້ນເຊີງ. ການກະທຳທີ່ຊົ່ວຊ້າຈະໄດ້ຮັບກຳສະໜອງຕາມສົມຄວນ ແລະ ການກະທຳທີ່ດີຈະໄດ້ຮັບການຕອບແທນດ້ວຍການປະຕິບັດທີ່ດີ. ພຣະເຈົ້າໄດ້ກຳນົດສິ່ງນີ້ໄວ້ແຕ່ດົນສຳລັບທຸກຄົນແລ້ວ, ພຽງແຕ່ລໍຖ້າໃຫ້ການສະແດງອອກຕ່າງໆ ຂອງມະນຸດໃນລະຫວ່າງຊ່ວງເວລາພາລະກິດຂອງພຣະເຈົ້າ ກາຍເປັນຄວາມຈິງທີ່ຖືກສ້າງຕັ້ງຂຶ້ນ ກ່ອນທີ່ຈະໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ.
ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ກ່າວເຖິງສິບເອັດບັນຫາກ່ຽວກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ສິບເອັດບັນຫາເຫຼົ່ານີ້ສຳຄັນບໍ? ພວກມັນເປີດເຜີຍຜູ້ຄົນຢ່າງຊັດເຈນບໍ? ເມື່ອພວກເຈົ້າໂອ້ລົມກັນກ່ຽວກັບແຕ່ລະບັນຫາ, ພວກເຈົ້າຄວນພະຍາຍາມຫຼາຍຂຶ້ນ ເພື່ອທີ່ຈະເຂົ້າໃຈຄວາມຈິງຢ່າງຊັດເຈນ. ສິ່ງນີ້ກ່ຽວຂ້ອງກັບວິທີທີ່ຜູ້ຄົນຮັກສາຄວາມຍຸຕິທຳ ແລະ ສິ່ງທີ່ເປັນບວກ ແລະ ວິທີທີ່ພວກເຂົາຮັກສາຄຳພະຍານຂອງພຣະເຈົ້າ; ມັນຍັງກ່ຽວຂ້ອງກັບວິທີທີ່ຜູ້ຄົນຢືນຂຶ້ນເພື່ອຕໍ່ສູ້ກັບຊາຕານ, ເປີດໂປງ ແລະ ເປີດເຜີຍໃບໜ້າຂອງຊາຕານ ແລະ ຢຸດ ແລະ ຈຳກັດການກະທຳທີ່ຊົ່ວຊ້າຂອງຊາຕານ, ສິ່ງເຫຼົ່ານີ້ແມ່ນສອງດ້ານທີ່ກ່ຽວຂ້ອງ. ເມື່ອຊາຕານຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຈົ້າມີບົດບາດບໍ? ເຈົ້າມີບົດບາດຫຍັງ? ເຈົ້າໄດ້ເຮັດສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າບໍ? ເຈົ້າໄດ້ປະຕິບັດພັນທະ ແລະ ຄວາມຮັບຜິດຊອບທີ່ຜູ້ຕິດຕາມຂອງພຣະເຈົ້າຄວນປະຕິບັດໃຫ້ສຳເລັດບໍ? ເມື່ອບັນຫາເຫຼົ່ານີ້ເກີດຂຶ້ນ, ເຈົ້າປະນີປະນອມ, ເຮັດເລື່ອງໃຫ້ມັນຈົບໆ ໄປ ແລະ ຍຶດແນວທາງສາຍກາງໃນຖານະຄົນປະຈົບປະແຈງ ຫຼື ເຈົ້າຢືນຂຶ້ນເພື່ອຢຸດຢັ້ງ ແລະ ຈຳກັດການກະທຳທີ່ຊົ່ວຊ້າຂອງຊາຕານ, ເຮັດວຽກເປັນນໍ້າໜຶ່ງໃຈດຽວກັນກັບອ້າຍເອື້ອຍນ້ອງທີ່ແທ້ຈິງຫຼາຍຂຶ້ນ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ເຈົ້າປົກປ້ອງຫຍັງ? ເຈົ້າປົກປ້ອງຜົນປະໂຫຍດຂອງຄົນຊົ່ວຊ້າ, ຜົນປະໂຫຍດຂອງຊາຕານ ຫຼື ເຈົ້າປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ຖ້າມີສິ່ງໃດກໍຕາມທີ່ຂັດຂວາງ ຫຼື ລົບກວນວຽກງານຂອງຄຣິສຕະຈັກເກີດຂຶ້ນ ແລະ ເຈົ້າບໍ່ເຮັດຫຍັງເລີຍ, ພຽງແຕ່ເຮັດຕົວເປັນຄົນປະຈົບປະແຈງ ແລະ ປົກປ້ອງຕົນເອງ, ຮັບປະກັນວ່າເຈົ້າສາມາດຈັດການຄວາມສຳພັນລະຫວ່າງບຸກຄົນໄດ້ຢ່າງປະສົບຄວາມສຳເລັດ ແລະ ບໍ່ໄດ້ຮັບຄວາມເສຍຫາຍ, ໂດຍບໍ່ເຄີຍຮູ້ສຶກເປັນຫ່ວງ ຫຼື ກະວົນກະວາຍກ່ຽວກັບວຽກງານຂອງຄຣິສຕະຈັກທີ່ຖືກລົບກວນ, ໂດຍບໍ່ມີຄວາມກຽດຊັງ ຫຼື ຄວາມໂກດແຄ້ນຕໍ່ການກະທຳທີ່ຊົ່ວຊ້າຂອງຄົນຊົ່ວຊ້າ, ໂດຍບໍ່ມີພາລະໃດໆ ຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງທຸກຄົນ, ໂດຍບໍ່ມີຄວາມຮູ້ສຶກເປັນໜີ້ບຸນຄຸນຕໍ່ພຣະເຈົ້າ ແລະ ໂດຍບໍ່ຮູ້ສຶກຕຳນິຕົນເອງ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍ. ຖ້າໃນສາຍພຣະເນດຂອງພຣະເຈົ້າ, ເຈົ້າເປັນຄົນປະຈົບປະແຈງໂດຍສິ້ນເຊີງ, ຢູ່ຊື່ໆ ເພື່ອສັງເກດແມ່ນຫຍັງກໍຕາມທີ່ເກີດຂຶ້ນ ພ້ອມທັງເອົາແຂນໄຂວ່ກັນ ແລະ ຫຼີກລ່ຽງມັນ ແລະ ບໍ່ປະຕິບັດຄວາມຮັບຜິດຊອບ ຫຼື ພັນທະໃດໆ ຂອງເຈົ້າເລີຍ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍຢ່າງແທ້ຈິງ ແລະ ມີແນວໂນ້ມທີ່ຈະຖືກກຳຈັດອອກໂດຍພຣະເຈົ້າ. ຖ້າພຣະເຈົ້າມີຄວາມຄິດທີ່ບໍ່ຕ້ອງການໃຫ້ເຈົ້າອອກເຫື່ອແຮງອີກຕໍ່ໄປ ແລະ ພຣະອົງເມື່ອຍລ້າກັບເຈົ້າ, ແລ້ວໃນຈຸດນີ້ ເຈົ້າກໍຖືກກຳນົດໃຫ້ຖືກກຳຈັດອອກ ເຊິ່ງເປັນອັນຕະລາຍຢ່າງບໍ່ໜ້າເຊື່ອ! ເມື່ອພຣະເຈົ້າກ່າວວ່າ ພຣະອົງບໍ່ຕ້ອງການເຫັນຄົນແບບເຈົ້າອີກຕໍ່ໄປ ແລະ ພຣະອົງບໍ່ໃຫ້ຄຸນຄ່າຄົນແບບເຈົ້າທີ່ເຮັດໜ້າທີ່ໃດໆ ຫຼື ອອກເຫື່ອແຮງໃນເຮືອນຂອງພຣະເຈົ້າ, ແລ້ວເຈົ້າອາດຈະຖືກກຳຈັດອອກໂດຍຄຣິສຕະຈັກໃນມື້ໃດມື້ໜຶ່ງ, ໃນຊ່ວງເວລາໃດໜຶ່ງໃນອະນາຄົດອັນໃກ້ນີ້ ເຊິ່ງຈະປ່ຽນແປງໂຊກຊະຕາຂອງເຈົ້າ. ນັ້ນກໍເພາະວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ປົກກະຕິອີກຕໍ່ໄປ ຫຼື ເຈົ້າໄດ້ເຮັດໃຫ້ຕົວເອງຫ່າງເຫີນຈາກພຣະເຈົ້າ ແລະ ທໍລະຍົດຕໍ່ພຣະອົງ ແລະ ສິ່ງນີ້ໄດ້ນຳໄປສູ່ຜົນຮັບ. ເຈົ້າສາມາດເຫັນຂໍ້ແທ້ຈິງນີ້ໄດ້ບໍ? ເມື່ອເຈົ້າຮັບຮູ້ຂໍ້ແທ້ຈິງນີ້, ບໍ່ວ່າເຈົ້າຈະສາມາດຍອມຮັບມັນໄດ້ ຫຼື ບໍ່, ຄວາມຫວັງທີ່ສວຍງາມທັງໝົດໃນຫົວໃຈຂອງເຈົ້າກໍຈະຫາຍໄປໃນທັນທີ.
ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າໃໝ່ໆ, ພວກເຂົາທຸກຄົນມີຫົວໃຈທີ່ກະຕືລືລົ້ນ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດເຫັນຈຸດໝາຍປາຍທາງ ຫຼື ຄວາມຄາດຫວັງໃນອະນາຄົດຂອງພວກເຂົາ, ພວກເຂົາຮູ້ສຶກວ່າຕ້ອງເພິ່ງພາອາໄສພຣະເຈົ້າຢູ່ສະເໝີ. ພວກເຂົາປາຖະໜາສິ່ງທີ່ສວຍງາມ ແລະ ສິ່ງທີ່ເປັນບວກຢູ່ສະເໝີ. ກຳລັງນີ້ມາຈາກໃສ? ຜູ້ຄົນບໍ່ຮູ້; ພວກເຂົາຄິດບໍ່ອອກ: “ຜູ້ຄົນຄືກັນໝົດ, ທຸກຄົນຕ່າງກໍອາໄສຢູ່ໃນອາກາດດຽວກັນ ແລະ ຢູ່ໃຕ້ແສງຕາເວັນອັນດຽວກັນ. ແລ້ວເປັນຫຍັງຜູ້ທີ່ບໍ່ເຊື່ອຈຶ່ງຂາດສິ່ງເຫຼົ່ານີ້ໃນຫົວໃຈຂອງພວກເຂົາ ໃນຂະນະທີ່ພວກເຮົາມີ?” ນີ້ບໍ່ແມ່ນຄວາມເລິກລັບບໍ? ກຳລັງນີ້ມາຈາກພຣະເຈົ້າ. ມັນເປັນສິ່ງທີ່ລ້ຳຄ່າຢ່າງຍິ່ງ; ມັນບໍ່ແມ່ນສິ່ງທີ່ຜູ້ຄົນມີມາແຕ່ເກີດ. ຖ້າທຸກຄົນມີມັນມາຕັ້ງແຕ່ເກີດ, ພວກເຂົາກໍຈະຄືກັນໝົດ; ໃນທ່າມກາງມະນຸດຊາດກໍຈະບໍ່ມີການຈຳແນກສູງ ຫຼື ຕໍ່າ, ສູງສົ່ງ ຫຼື ຕໍ່າຕ້ອຍ ແລະ ຈະບໍ່ມີຄວາມແຕກຕ່າງລະຫວ່າງຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອ. ສິ່ງທີ່ພວກເຂົາບໍ່ມີ, ເຈົ້າສາມາດມີໄດ້; ເຈົ້າສາມາດມີສິ່ງລໍ້າຄ່າທີ່ສຸດທີ່ມີຢູ່ຢູ່ທ່າມກາງມະນຸດຊາດ. ເປັນຫຍັງມັນຈຶ່ງຖືກເອີ້ນວ່າ ສິ່ງທີ່ລ້ຳຄ່າທີ່ສຸດ? ເປັນຍ້ອນຄວາມຫວັງ ແລະ ການຄາດຫວັງນີ້ຢ່າງແນ່ນອນ, ເຈົ້າຈຶ່ງສາມາດຈົດຈໍ່ປະຕິບັດໜ້າທີ່ຂອງຕົນໃນເຮືອນຂອງພຣະເຈົ້າໄດ້. ນີ້ແມ່ນເງື່ອນໄຂພື້ນຖານທີ່ສຸດ ເພື່ອໃຫ້ຄົນເຮົາສາມາດໄດ້ຮັບຄວາມລອດພົ້ນ. ມັນເປັນຍ້ອນການຄາດຫວັງນີ້ ເຈົ້າຈຶ່ງມີໂອກາດ ແລະ ມີຄວາມຕັ້ງໃຈເລັກນ້ອຍທີ່ຈະເສຍສະລະເພື່ອພຣະເຈົ້າ, ທີ່ຈະປະຕິບັດໜ້າທີ່ຂອງເຈົ້າໃນຖານະສິ່ງທີ່ຖືກສ້າງ ແລະ ເພື່ອເປັນຄົນດີ, ເປັນຄົນທີ່ໄດ້ຮັບຄວາມລອດພົ້ນ. ຜົນປະໂຫຍດທີ່ສິ່ງນີ້ນຳມາໃຫ້ແມ່ນຍິ່ງໃຫຍ່ຫຼາຍແທ້ໆ. ແລ້ວສິ່ງນີ້ມາຈາກໃສ? ມັນມາຈາກພຣະເຈົ້າ; ມັນຖືກມອບໃຫ້ໂດຍພຣະເຈົ້າ. ເຖິງແນວໃດກໍຕາມ, ເມື່ອພຣະເຈົ້າບໍ່ຕ້ອງການຄົນໃດຄົນໜຶ່ງອີກຕໍ່ໄປ, ສິ່ງນີ້ກໍຈະຖືກເອົາໄປ. ພວກເຂົາຈະບໍ່ປາຖະໜາ ຫຼື ຄາດຫວັງສິ່ງສວຍງາມອີກຕໍ່ໄປ; ພວກເຂົາຈະບໍ່ຝາກຄວາມຫວັງຂອງພວກເຂົາໄວ້ກັບສິ່ງເຫຼົ່ານັ້ນອີກ. ຫົວໃຈຂອງພວກເຂົາຈະມືດມົວ ແລະ ເລີ່ມຕົກຕໍ່າລົງ. ພວກເຂົາຈະສູນເສຍຄວາມກະຕືລືລົ້ນທີ່ຈະສະແຫວງຫາສິ່ງທີ່ສວຍງາມ ຫຼື ສິ່ງທີ່ເປັນບວກ, ພ້ອມທັງຄຳສັນຍາຂອງພຣະເຈົ້າ. ພວກເຂົາກໍກາຍເປັນຄືກັບຜູ້ທີ່ບໍ່ເຊື່ອແທ້ໆ. ຫຼັງຈາກທີ່ສູນເສຍສິ່ງນີ້ໄປ, ພວກເຂົາຈະສາມາດຢູ່ໃນເຮືອນຂອງພຣະເຈົ້າ ແລະ ສືບຕໍ່ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງໄດ້ບໍ? ເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ໄດ້ສິ້ນສຸດລົງແລ້ວບໍ? ເມື່ອເຈົ້າສູນເສຍເງື່ອນໄຂເບື້ອງຕົ້ນນີ້ ຂອງການມີຄວາມຕັ້ງໃຈທີ່ຈະສະແຫວງຫາ, ເຈົ້າກໍກາຍເປັນສົບຄົນຕາຍຍ່າງໄດ້. ການເປັນ “ສົບຄົນຕາຍຍ່າງໄດ້” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ອີກຕໍ່ໄປ. ເມື່ອເຈົ້າມີເງື່ອນໄຂເບື້ອງຕົ້ນນີ້, ເຈົ້າສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ມີຄວາມຫວັງ, ຄວາມເຊື່ອຂອງເຈົ້າສາມາດຖືກກະຕຸ້ນ ແລະ ເງື່ອນໄຂເບື້ອງຕົ້ນນີ້ສາມາດໃຫ້ແຮງຈູງໃຈແກ່ເຈົ້າ ໃນການສະແຫວງຫາຄວາມຈິງ. ເຖິງແນວໃດກໍຕາມ, ເມື່ອເຈົ້າສູນເສຍເງື່ອນໄຂພື້ນຖານເບື້ອງຕົ້ນນີ້, ແຮງຈູງໃຈນີ້ກໍຈະຫາຍໄປ. ເຈົ້າຈະບໍ່ມີຄວາມກະຕືລືລົ້ນ ຫຼື ຄວາມສົນໃຈໃນການຟັງພຣະທຳຂອງພຣະເຈົ້າ. ຄຳສັນຍາ ແລະ ການຄາດຫວັງຈະບໍ່ເປັນທີ່ສົນໃຈ ຫຼື ສ້າງແຮງຈູງໃຈໃຫ້ເຈົ້າອີກຕໍ່ໄປ. ສຳລັບເຈົ້າແລ້ວ, ພຣະທຳຂອງພຣະເຈົ້າໄດ້ກາຍເປັນທິດສະດີລະດັບສູງ. ເຈົ້າບໍ່ພະຍາຍາມສະແຫວງຫາພວກມັນ ແລະ ພຣະເຈົ້າກໍບໍ່ໃຫ້ຄວາມສະຫວ່າງແກ່ເຈົ້າອີກຕໍ່ໄປ. ເຈົ້າບໍ່ສາມາດໄດ້ຮັບຄວາມຈິງໃດໆ ຈາກພຣະທຳຂອງພຣະເຈົ້າ. ເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້ານີ້ ບໍ່ໄດ້ສິ້ນສຸດລົງສຳລັບເຈົ້າແລ້ວບໍ? ເມື່ອມັນມາຮອດຈຸດນີ້, ພຣະເຈົ້າໄດ້ລັງກຽດ-ປະຕິເສດເຈົ້າແລ້ວ; ເຈົ້າຍັງສາມາດເຮັດໃຫ້ພຣະເຈົ້າປ່ຽນໃຈໄດ້ບໍ? ມັນຈະບໍ່ງ່າຍ. ເມື່ອພຣະເຈົ້າໄດ້ຕັດສິນໃຈວ່າ ພຣະອົງບໍ່ຕ້ອງການຄົນໃດຄົນໜຶ່ງອີກຕໍ່ໄປ, ນີ້ຄືສິ່ງທີ່ພວກເຂົາຮູ້ສຶກພາຍໃນ. ເມື່ອສິ່ງນີ້ຖືກຖອດຖອນອອກໄປ, ທັດສະນະຄະຕິຂອງເຈົ້າຕໍ່ເລື່ອງຕ່າງໆ ເຊັ່ນ: ການເຊື່ອໃນພຣະເຈົ້າ, ການເຮັດໜ້າທີ່ຂອງເຈົ້າ ແລະ ການໄດ້ຮັບຄວາມລອດພົ້ນຈະແຕກຕ່າງຈາກເມື່ອກ່ອນຢ່າງສິ້ນເຊີງ. ເມື່ອໄຕ່ຕອງກ່ຽວກັບການສະແຫວງຫາທີ່ເຄີຍກະຕືລືລົ້ນຄັ້ງໜຶ່ງຂອງເຈົ້າ, ເຈົ້າຈະເຫັນວ່າມັນເປັນສິ່ງທີ່ອະທິບາຍບໍ່ໄດ້, ເຂົ້າໃຈບໍ່ໄດ້ ແລະ ບໍ່ໜ້າເຊື່ອ. ເມື່ອເຈົ້າເຫັນວ່າມັນບໍ່ໜ້າເຊື່ອ, ໂດຍປຽບທຽບຕົວເຈົ້າໃນຕອນນີ້ກັບຕົວເຈົ້າໃນເມື່ອກ່ອນ, ສະພາວະພາຍໃນຂອງເຈົ້າຈະໄດ້ຮັບການປ່ຽນແປງທາງດ້ານຄຸນນະພາບ; ເຈົ້າຈະເປັນຄົນແຕກຕ່າງກັນຢ່າງສິ້ນເຊີງ, ເຈົ້າຈະບໍ່ແມ່ນຄົນເກົ່າຄືທີ່ເຈົ້າເຄີຍເປັນ. ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ? ມັນບໍ່ແມ່ນຍ້ອນສະພາບແວດລ້ອມທີ່ປ່ຽນໄປ; ມັນບໍ່ແມ່ນຍ້ອນເຈົ້າເຖົ້າລົງ ແລະ ມີເລ່ຫຼ່ຽມຫຼາຍຂຶ້ນ; ມັນບໍ່ແມ່ນຍ້ອນເຈົ້າໄດ້ຮັບປະສົບການ ແລະ ຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຊີວິດ ເຊິ່ງປ່ຽນແປງຄວາມຄິດ ແລະ ມຸມມອງຂອງເຈົ້າ. ໃນທາງກົງກັນຂ້າມ, ມັນເປັນຍ້ອນວ່າພຣະເຈົ້າໄດ້ປ່ຽນໃຈ, ຄວາມຄິດຂອງພຣະອົງໄດ້ປ່ຽນໄປ ແລະ ທັດສະນະຄະຕິ ແລະ ຄວາມຄາດຫວັງຂອງພຣະອົງຕໍ່ເຈົ້າໄດ້ປ່ຽນໄປ. ດັ່ງນັ້ນ, ເຈົ້າຈຶ່ງກາຍເປັນຄົນທີ່ແຕກຕ່າງໄປ ໂດຍທີ່ບໍ່ສາມາດຄວບຄຸມຕົນເອງໄດ້. ເມື່ອເບິ່ງໃນຕອນນີ້, ຖ້າຄົນໃດຄົນໜຶ່ງສູນເສຍສິ່ງທີ່ພຣະເຈົ້າມອບໃຫ້ ແຕ່ພວກເຂົາຖືວ່າມັນເປັນສິ່ງທີ່ນ້ອຍທີ່ສຸດ, ບໍ່ສຳຄັນທີ່ສຸດ, ໃນຈຸດນີ້ ຄົນນັ້ນຈະຕົກຢູ່ໃນຄວາມທຸກທໍລະມານ ໂດຍບໍ່ມີຄວາມສຸກເລີຍ. ສະນັ້ນ, ຢ່າໄປຮອດຈຸດນັ້ນເລີຍ. ຖ້າເຈົ້າໄປຮອດຈຸດນັ້ນ, ເຈົ້າອາດຈະຮູ້ສຶກຄືກັບວ່າໄດ້ຍົກຂອງໜັກອອກຈາກບ່າຂອງເຈົ້າ, ເປັນອິດສະຫຼະ, ຜ່ອນຄາຍ, ເຈົ້າບໍ່ຈຳເປັນຕ້ອງເຊື່ອໃນພຣະເຈົ້າ ຫຼື ເຮັດໜ້າທີ່ຂອງເຈົ້າອີກຕໍ່ໄປ ແລະ ເຈົ້າສາມາດໃຊ້ຊີວິດຢ່າງອິດສະຫຼະ ແລະ ເສເພຄືກັບຜູ້ທີ່ບໍ່ເຊື່ອ, ຄືກັບນົກທີ່ອອກຈາກກົງ. ແຕ່ນັ້ນເປັນພຽງຄວາມສະບາຍໃຈ, ຄວາມສຸກ ແລະ ຄວາມເພີດເພີນໃນຕົວເອງແບບຊົ່ວຄາວເທົ່ານັ້ນ. ເມື່ອເຈົ້າເດີນຕໍ່ໄປ, ໃຫ້ເບິ່ງເສັ້ນທາງຂ້າງໜ້າ, ເຈົ້າຈະຍັງມີຄວາມສຸກແບບນີ້ຢູ່ບໍ? ບໍ່, ເຈົ້າຈະບໍ່ມີ. ຊ່ວງເວລາທີ່ລຳບາກລໍຖ້າເຈົ້າຢູ່ຂ້າງໜ້າ! ເມື່ອເຈົ້າອາໄສຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ, ບໍ່ວ່າພຣະຜູ້ສ້າງຈະປັ້ນແຕ່ງສິ່ງຕ່າງໆ ໃຫ້ເຈົ້າແນວໃດ, ພຣະອົງຈະເຮັດຫຍັງກັບເຈົ້າ ແລະ ເຮັດແນວໃດ, ພຣະອົງຈະນຳການທົດລອງ ແລະ ຄວາມທຸກລຳບາກມາໃຫ້ຫຼາຍສໍ່າໃດ, ເຈົ້າຈະທົນທຸກທໍລະມານຫຼາຍສໍ່າໃດ ຫຼື ແມ່ນແຕ່ມີຄວາມບໍ່ເຂົ້າໃຈ, ຄວາມເຂົ້າໃຈຜິດ ແລະ ສິ່ງອື່ນໆ ເກີດຂຶ້ນ, ຢ່າງໜ້ອຍທີ່ສຸດ, ເຈົ້າກໍຈະຮູ້ສຶກວ່າ ເຈົ້າຢູ່ໃນພຣະຫັດຂອງພຣະເຈົ້າ, ພຣະເຈົ້າຄືທີ່ເພິ່ງອາໄສຂອງເຈົ້າ ແລະ ຫົວໃຈຂອງເຈົ້າກໍສະຫງົບ. ແຕ່ເມື່ອພຣະເຈົ້າບໍ່ຕ້ອງການເຈົ້າອີກຕໍ່ໄປ ແລະ ເຈົ້າບໍ່ສາມາດຮັບຮູ້ໄດ້ວ່າ ພຣະເຈົ້າປະຕິບັດຕໍ່ເຈົ້າແນວໃດອີກຕໍ່ໄປ ແລະ ເຈົ້າສູນເສຍທີ່ເພິ່ງອາໄສນີ້, ມັນກໍຄືກັບວ່າໂລກທັງໃບພັງທະລາຍລົງມາອ້ອມຕົວເຈົ້າ. ມັນຄືກັບຕອນທີ່ເຈົ້າຍັງນ້ອຍ ແລະ ເຈົ້າຄິດພຽງແຕ່ວ່າ “ແມ່ເປັນຄົນທີ່ໜ້າຮັກທີ່ສຸດ, ແມ່ເປັນຫ່ວງ ແລະ ຮັກຂ້ອຍທີ່ສຸດ, ແມ່ຕາຍບໍ່ໄດ້”. ເຈົ້າທົນບໍ່ໄດ້ ເມື່ອໄດ້ຍິນວ່າແມ່ຂອງເຈົ້າເຈັບປ່ວຍ. ເຈົ້າຄິດວ່າ ຖ້າແມ່ຂອງເຈົ້າຕາຍໄປແທ້ໆ, ທ້ອງຟ້າກໍຈະພັງທະລາຍລົງມາ ແລະ ເຈົ້າກໍຈະບໍ່ມີທາງທີ່ຈະມີຊີວິດຢູ່ຕໍ່ໄປ. ເຫດຜົນດຽວກັນນີ້ກໍໃຊ້ກັບການເຊື່ອໃນພຣະເຈົ້າ. ຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີທີ່ຍິ່ງໃຫຍ່ທີ່ສຸດໃນຄວາມເຊື່ອທີ່ຄົນໆ ໜຶ່ງມີໃນພຣະເຈົ້າ ມາຈາກການເພິ່ງພາອາໄສພຣະເຈົ້າ, ການເຊື່ອວ່າໂຊກຊະຕາຂອງຄົນເຮົາຢູ່ໃນພຣະຫັດຂອງພຣະຜູ້ສ້າງ. ຄວາມຮູ້ສຶກໝັ້ນຄົງຂອງຄົນໆ ໜຶ່ງມາຈາກການມີຄວາມໄວ້ວາງໃຈ ແລະ ການເພິ່ງພາອາໄສທີ່ແທ້ຈິງນີ້. ເມື່ອເຈົ້າຮູ້ສຶກວ່າຄວາມໄວ້ວາງໃຈ ແລະ ການເພິ່ງພາອາໄສນີ້ໝົດໄປ ແລະ ຫົວໃຈຂອງເຈົ້າຮູ້ສຶກຫວ່າງເປົ່າ, ຄືກັບຂຸມທີ່ຖືກຂຸດໃໝ່, ທ້ອງຟ້າຂອງເຈົ້າບໍ່ໄດ້ພັງທະລາຍລົງມາແລ້ວບໍ? ເຈົ້າມີກຳລັງທີ່ຈະມີຊີວິດຢູ່ຕໍ່ໄປບໍ ເມື່ອເຈົ້າສູນເສຍທີ່ເພິ່ງອາໄສຂອງເຈົ້າ? ຄົນປະເພດນີ້ກໍຄືກັບສົບຄົນຕາຍຍ່າງໄດ້, ພຽງແຕ່ກິນຢ່າງພາໂລ ເພື່ອລໍຖ້າຈຸດຈົບຂອງພວກເຂົາ.
ຕອນນີ້, ບາງຄົນສະແດງພຶດຕິກຳທີ່ບໍ່ດີຢ່າງສະໝໍ່າສະເໝີ ແລະ ເຮັດຄວາມຊົ່ວຢ່າງຕໍ່ເນື່ອງ ແລະ ຂັດຂວາງ, ລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ແມ່ນແຕ່ເຖິງຂັ້ນທີ່ກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງ ຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ເຄີຍສະແດງຄວາມຈິງໃຈ ຫຼື ຄວາມຈົງຮັກພັກດີຕໍ່ພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງການອ່ອນນ້ອມໃດໆ. ດັ່ງນັ້ນ, ພຣະເຈົ້າບໍ່ເຄີຍຍອມຮັບພວກເຂົາຈັກເທື່ອ. ພວກເຂົາເປັນຄົນຊົ່ວຊ້າທີ່ແຊກຊຶມເຂົ້າມາໃນເຮືອນຂອງພຣະເຈົ້າ ດ້ວຍຄວາມຕັ້ງໃຈເພື່ອຮັບພອນ. ພຣະເຈົ້າອະນຸຍາດໃຫ້ພວກເຂົາເຂົ້າມາເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສາມາດຮຽນຮູ້ບົດຮຽນ ແລະ ເຕີບໂຕໃນການແຍກແຍະ. ເຖິງແມ່ນວ່າພວກເຂົາຈະຢູ່ໃນກຸ່ມຜູ້ທີ່ຖືກເອີ້ນ, ພວກເຂົາກໍບໍ່ໄດ້ຖືກເລືອກຍ້ອນພຶດຕິກຳທີ່ພວກເຂົາສະແດງອອກຢ່າງສະໝໍ່າສະເໝີ. ສະພາບຂອງພວກເຂົາເປັນແນວໃດ? ພວກເຈົ້າສາມາດສອບຖາມໄດ້; ຊີວິດຂອງພວກເຂົາບໍ່ມີໃຜດີເລີຍ. ຄຸນນະພາບຊີວິດຂອງຜູ້ທີ່ເພິ່ງພາອາໄສພຣະເຈົ້າ ແລະ ຮັບການສະໜອງຂອງພຣະອົງທຸກເວລາ, ທຸກສະຖານທີ່ ແມ່ນແຕກຕ່າງຢ່າງສິ້ນເຊີງຈາກຜູ້ທີ່ບໍ່ໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຂອງພຣະເຈົ້າ ແລະ ຕົກຢູ່ໃນຂຸມເລິກຢູ່ສະເໝີ ເມື່ອພວກເຂົາຜະເຊີນໜ້າກັບສະຖານະການຕ່າງໆ. ຜູ້ທີ່ບໍ່ໄດ້ຮັບການສະໜອງຂອງພຣະເຈົ້າ ກໍບໍ່ມີຄວາມສະຫງົບສຸກ ຫຼື ຄວາມປິຕິຍິນດີ, ຕະຫຼອດທັງວັນພວກເຂົາປະສົບກັບຄວາມຢ້ານກົວ, ຄວາມບໍ່ສະບາຍໃຈ, ຄວາມກະວົນກະວາຍ ແລະ ຄວາມກັງວົນ. ພວກເຂົາໃຊ້ຊີວິດແບບໃດ? ການໃຊ້ຊີວິດໜຶ່ງວັນໃນຂຸມເລິກມັນງ່າຍບໍ? ບໍ່, ມັນບໍ່ງ່າຍ. ບໍ່ຕ້ອງເວົ້າເຖິງຂຸມເລິກນີ້, ແມ່ນແຕ່ຖ້າເຈົ້າໃຊ້ເວລາສອງສາມມື້ຕິດຕໍ່ກັນໃນຄວາມຄິດລົບ, ເຈົ້າກໍຈະທົນທຸກທໍລະມານຢ່າງມະຫາສານ. ສະນັ້ນ, ຈົ່ງທະນຸຖະໜອມເວລາໃນປັດຈຸບັນ ແລະ ຢ່າພາດໂອກາດທີ່ດີນີ້. ມັນເປັນກຽດທີ່ຈະໄດ້ປະຕິບັດໜ້າທີ່ຂອງເຈົ້າ ໃນພາລະກິດຄຸ້ມຄອງຫົກພັນປີຂອງພຣະເຈົ້າ. ນີ້ເປັນກຽດສຳລັບທຸກຄົນ. ມັນບໍ່ແມ່ນເລື່ອງທີ່ໜ້າອັບອາຍ; ສິ່ງສຳຄັນແມ່ນວິທີທີ່ເຈົ້າປະຕິບັດ ແລະ ຕອບແທນກຽດນີ້ທີ່ເຈົ້າໄດ້ຮັບຈາກພຣະເຈົ້າ. ພຣະເຈົ້າໄດ້ຍົກເຈົ້າຂຶ້ນ; ຢ່າລະເລີຍທີ່ສຳນຶກເຖິງຄວາມເມດຕາຂອງພຣະອົງ. ເຈົ້າຄວນຮູ້ຕອບແທນພຣະຄຸນຂອງພຣະເຈົ້າ. ເຈົ້າຄວນຕອບແທນມັນແນວໃດ? ພຣະເຈົ້າບໍ່ຕ້ອງການເງິນ ຫຼື ຊີວິດຂອງເຈົ້າ ແລະ ພຣະອົງບໍ່ປາຖະໜາສົມບັດທີ່ສືບທອດກັນມາຜ່ານຄອບຄົວຂອງເຈົ້າ. ພຣະເຈົ້າຕ້ອງການຫຍັງ? ພຣະເຈົ້າປາຖະໜາຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຂອງເຈົ້າ. ຄວາມຈິງໃຈ ແລະ ຄວາມຈົງຮັກພັກດີນີ້ສະແດງອອກແນວໃດ? ວິທີທີ່ມັນສະແດງອອກກໍຄື ບໍ່ວ່າພຣະເຈົ້າຈະກ່າວຫຍັງ, ເຈົ້າຄວນພະຍາຍາມສຸດຄວາມສາມາດ ເພື່ອສະແດງຫົວໃຈທີ່ຈິງໃຈ ແລະ ເຮັດຕາມພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າແມ່ນຫຍັງ? ພວກມັນຄືຄວາມຈິງ. ເມື່ອເຈົ້າຮັບຮູ້ ແລະ ຍອມຮັບເອົາຄວາມຈິງແລ້ວ, ເຈົ້າຄວນນຳໃຊ້ມັນແນວໃດ? ເຈົ້າຄວນປະຕິບັດຕາມຫຼັກການຄວາມຈິງ. ຈົ່ງເຮັດຕາມທີ່ພຣະເຈົ້າກ່າວຢ່າງເຂັ້ມງວດ. ຢ່າເວົ້າພຽງແຕ່ປາກເປົ່າວ່າຈະປະຕິບັດຄວາມຈິງ ແລ້ວກໍກະທຳຕາມຄວາມປະສົງຂອງເຈົ້າເອງ ເມື່ອຜະເຊີນໜ້າກັບສະຖານະການ, ຕໍ່ມາກໍຫາຂໍ້ອ້າງ ແລະ ເວົ້າຄຳທີ່ປອມແປງ ແລະ ຫຼອກລວງ, ນີ້ຄືການຂາດຄວາມຈິງໃຈ ແລະ ຄວາມຈົງຮັກພັກດີ ແລະ ພຣະເຈົ້າບໍ່ປາຖະໜາທີ່ຈະເຫັນສິ່ງນີ້. ສິ່ງທີ່ລ້ຳຄ່າທີ່ສຸດໃນຄົນໃດຄົນໜຶ່ງຄືຄວາມຈິງໃຈ. ຄົນທີ່ມີຄວາມຈິງໃຈຄວນປະພຶດຕົນແນວໃດ? ເຈົ້າຄວນເຮັດຕາມທີ່ພຣະເຈົ້າຮຽກຮ້ອງທຸກປະການ, ປະຕິບັດຕາມພຣະທຳຂອງພຣະເຈົ້າຢູ່ເລື້ອຍໄປ. ເຖິງແມ່ນວ່າເຈົ້າຈະເຮັດເກີນໄປ ແລະ ກະທຳຄືກັບວ່າເຈົ້າກຳລັງປະຕິບັດຕາມລະບຽບການ, ໂດຍທີ່ຄົນອື່ນເຫັນວ່າເຈົ້າໂງ່ຈ້າເມື່ອພວກເຂົາເຫັນສິ່ງນີ້, ເຈົ້າກໍຍັງບໍ່ສົນໃຈ ແລະ ສືບຕໍ່ກະທຳຕາມພຣະທຳຂອງພຣະເຈົ້າ, ນີ້ຄືຄວາມຈິງໃຈທີ່ພຣະເຈົ້າຕ້ອງການຈາກຜູ້ຄົນ. ຖ້າເຈົ້າໃຊ້ເລ່ຫຼ່ຽມ ແລະ ເຈົ້າເລ່ຢູ່ສະເໝີ ແລະ ບໍ່ເຄີຍເຕັມໃຈທີ່ຈະຖືກເບິ່ງວ່າເປັນຄົນໂງ່ໃນສາຍຕາຂອງຄົນອື່ນ, ທີ່ຈະທົນທຸກກັບການສູນເສຍຜົນປະໂຫຍດຂອງຕົນເອງແມ່ນແຕ່ໜ້ອຍດຽວ, ແລ້ວເຈົ້າກໍບໍ່ສາມາດປະຕິບັດຄວາມຈິງໄດ້ ເພາະເຈົ້າຂາດຄວາມຈິງໃຈ. ຄົນທີ່ຂາດຄວາມຈິງໃຈ ແລະ ຍັງພະຍາຍາມໃຊ້ກົນອຸບາຍທີ່ຫຼອກລວງແມ່ນສະຫຼາດເກີນໄປ ແລະ ພຣະເຈົ້າບໍ່ມັກພວກເຂົາ. ເມື່ອພວກເຂົາປະຕິບັດພຣະທຳຂອງພຣະເຈົ້າ, ພວກເຂົາເລືອກ, ປະຕິບັດພຽງແຕ່ສິ່ງທີ່ເປັນປະໂຫຍດຕໍ່ພວກເຂົາ ແລະ ຫຼີກລ່ຽງສິ່ງທີ່ບໍ່ເປັນປະໂຫຍດ. ໂດຍປົກກະຕິແລ້ວ ພວກເຂົາເວົ້າຈາອ່ອນຫວານ, ເວົ້າແຕ່ແນວຄິດທີ່ຟັງດູດີ, ແຕ່ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍລີ້, ຫາຍໄປໂດຍບໍ່ມີຮ່ອງຮອຍ ແລະ ກັບມາປາກົດຕົວອີກຄັ້ງ ຫຼັງຈາກທີ່ຄົນອື່ນແກ້ໄຂບັນຫາແລ້ວ. ຄົນໜ້າເວດທະນາແບບນີ້ເປັນຄົນແບບໃດກັນ? ເມື່ອມີສິ່ງໃດທີ່ເປັນປະໂຫຍດຕໍ່ພວກເຂົາ, ພວກເຂົາກໍລິເລີ່ມ ແລະ ກ້າວອອກມາ, ພວກເຂົາມີຄວາມຫ້າວຫັນຫຼາຍກວ່າຄົນອື່ນ. ເຖິງແນວໃດກໍຕາມ, ເມື່ອຜົນປະໂຫຍດສ່ວນຕົວຂອງພວກເຂົາຕົກຢູ່ໃນຄວາມສ່ຽງ, ພວກເຂົາກໍຖອຍຫຼັງ ແລະ ກາຍເປັນຄົນຄິດລົບ. ພວກເຂົາສູນເສຍຄຳເວົ້າທີ່ຟັງດູດີ, ທ່າທີ່ ແລະ ມຸມມອງຂອງພວກເຂົາທັງໝົດ. ພຣະເຈົ້າບໍ່ມັກຄົນປະເພດນີ້. ພຣະອົງຍອມມີຄົນທີ່ເບິ່ງຄືວ່າໂງ່ຈ້າໃນສາຍຕາຂອງຄົນອື່ນ ດີກວ່າທີ່ຈະມີຄົນເຈົ້າເລ່ແບບນີ້.
XII. ການສົນທະນາເລື່ອງການເມືອງ
ພວກເຮົາໄດ້ໂອ້ລົມກັນແລ້ວກ່ຽວກັບບັນຫາສິບເອັດຢ່າງທີ່ຢູ່ໃນຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ນອກເໜືອໄປຈາກບັນຫາສິບເອັດຢ່າງນັ້ນ, ໃຫ້ພວກເຮົາເພີ່ມອີກໜຶ່ງຢ່າງ. ເຖິງແມ່ນວ່າມັນຈະບໍ່ຄ່ອຍເຫັນໃນຊີວິດຄຣິສຕະຈັກ, ມັນຈຳເປັນຕ້ອງໄດ້ຍົກຂຶ້ນມາກ່າວເຖິງໃນບ່ອນນີ້, ເຊິ່ງເຮັດໃຫ້ມັນກາຍເປັນບັນຫາທີສິບສອງ ນັ້ນກໍຄື ການສົນທະນາເລື່ອງການເມືອງ. ການສົນທະນາຫົວຂໍ້ທາງການເມືອງໃນຊີວິດຄຣິສຕະຈັກເປັນສິ່ງທີ່ເໝາະສົມບໍ? (ບໍ່.) ຊີວິດຄຣິສຕະຈັກແມ່ນສຳລັບການອ່ານພຣະທຳຂອງພຣະເຈົ້າ, ການນະມັດສະການພຣະເຈົ້າ ແລະ ການແບ່ງປັນຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຈາກປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ. ເຖິງແນວໃດກໍຕາມ, ໃນລະຫວ່າງເວລານີ້, ບາງຄົນກໍຍົກເອົາເລື່ອງການເມືອງມາເວົ້າຢ່າງບໍ່ຂາດປາກ, ເຊັ່ນ: ສະຖານະການທາງການເມືອງ, ບຸກຄົນສຳຄັນທາງການເມືອງ, ພາບລວມທາງການເມືອງ, ມຸມມອງທາງການເມືອງ ແລະ ທ່າທີ່ທາງການເມືອງ. ສິ່ງນີ້ເໝາະສົມບໍ? ເມື່ອສົນທະນາຫົວຂໍ້ກ່ຽວກັບການທີ່ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ມະນຸດຊາດ, ບາງຄົນກໍນຳໃຊ້ແນວຄິດແບບຕາຍຕົວວ່າ ບຸກຄົນສຳຄັນທາງການເມືອງກໍຢູ່ໃນພຣະຫັດຂອງພຣະເຈົ້າເຊັ່ນກັນ, ໂດຍກ່າວວ່າບຸກຄົນສຳຄັນທາງການເມືອງບາງຄົນກໍເຊື່ອ ແລະ ຕິດຕາມພຣະເຈົ້າ ແລະ ແມ່ນແຕ່ຂຽນບັນທຶກຝ່າຍວິນຍານ ແລະ ອື່ນໆ ອີກທີ່ຄ້າຍຄືກັນ. ສິ່ງນີ້ບໍ່ແມ່ນການເຮັດໃຫ້ຄົນອື່ນສັບສົນບໍ? ເຖິງກັບມີບາງຄົນທີ່ກ່າວວ່າ “ພວກເຮົາຊາວຄຣິສຕຽນຄວນສະໜັບສະໜູນນັກການເມືອງຄົນນີ້ ເພາະພວກເຂົາບໍ່ພຽງແຕ່ເປັນຜູ້ເຊື່ອ, ແຕ່ຍັງປົກປ້ອງຜົນປະໂຫຍດຂອງພວກເຮົາຜູ້ເຊື່ອອີກດ້ວຍ. ພວກເຂົາມີຈຸດຢືນດຽວກັນກັບພວກເຮົາ ແລະ ພວກເຮົາຄວນສະໜັບສະໜູນ ແລະ ເລືອກຕັ້ງພວກເຂົາ”. ໃນຊີວິດຄຣິສຕະຈັກ, ພວກເຂົາເຖິງກັບສົ່ງເສີມບຸກຄົນສຳຄັນທາງການເມືອງຄົນນີ້ຢ່າງກວ້າງຂວາງ. ສິ່ງນີ້ເໝາະສົມບໍ? ຊາວຄຣິສຕຽນມີສ່ວນຮ່ວມໃນການເມືອງບໍ? (ບໍ່.) ເຈົ້າສາມາດເຮັດຫຍັງໄດ້ແດ່ ເພື່ອຫຼີກລ່ຽງການມີສ່ວນຮ່ວມ? ກ່ອນອື່ນ, ບໍ່ວ່າເຈົ້າຈະສະໜັບສະໜູນພັກການເມືອງໃດ ຫຼື ມຸມມອງທາງການເມືອງຂອງເຈົ້າຈະເປັນແນວໃດ, ຢ່ານຳເອົາພວກມັນເຂົ້າມາສົນທະນາໃນຊີວິດຄຣິສຕະຈັກ. ແນ່ນອນ, ສິ່ງທີ່ສຳຄັນຍິ່ງກວ່ານັ້ນກໍຄື ການໂຕ້ຖຽງລະຫວ່າງຜູ້ທີ່ມີມຸມມອງທາງການເມືອງທີ່ແຕກຕ່າງກັນ ກໍບໍ່ຄວນເກີດຂຶ້ນໃນຊີວິດຄຣິສຕະຈັກເຊັ່ນກັນ. ຕົວຢ່າງ: ຖ້າເຈົ້າ ແລະ ຄົນອື່ນມີມຸມມອງທີ່ແຕກຕ່າງກັນ ແລະ ສະໜັບສະໜູນບຸກຄົນສຳຄັນທາງການເມືອງທີ່ແຕກຕ່າງກັນ, ພວກເຈົ້າອາດຈະຢາກສົນທະນາກັນເມື່ອພວກເຈົ້າພົບກັນ; ສິ່ງນີ້ແມ່ນອະນຸຍາດໃຫ້ເຮັດໄດ້, ແຕ່ເຈົ້າບໍ່ສາມາດເຮັດໄດ້ເດັດຂາດໃນການເຕົ້າໂຮມ. ເຈົ້າທັງສອງສາມາດສົ່ງຂໍ້ຄວາມສ່ວນຕົວ, ເຈົ້າສາມາດນັດພົບ ແລະ ເວົ້າລົມກັນ ຫຼື ເຈົ້າເຖິງກັບສາມາດຖຽງກັນຈົນໜ້າແດງກໍໄດ້ ແລະ ຈະບໍ່ມີໃຜແຊກແຊງ; ນີ້ແມ່ນສິດທິຂອງພົນລະເມືອງພາຍໃຕ້ລະບົບປະຊາທິປະໄຕ. ແຕ່ໃນຊ່ວງເວລາຂອງຊີວິດຄຣິສຕະຈັກ, ເຈົ້າບໍ່ພຽງແຕ່ເປັນພົນລະເມືອງຂອງປະເທດໃດໜຶ່ງ; ສິ່ງທີ່ສຳຄັນກວ່ານັ້ນ, ເຈົ້າເປັນສະມາຊິກຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໃນສະພາບການນີ້, ນັ້ນຄືຕົວຕົນຂອງເຈົ້າ. ຢ່ານຳເອົາຫົວຂໍ້ທາງການເມືອງ ຫຼື ຫົວຂໍ້ທີ່ກ່ຽວຂ້ອງກັບບຸກຄົນສຳຄັນທາງການເມືອງເຂົ້າມາໃນຄຣິສຕະຈັກ. ສິ່ງທີ່ເຈົ້າສົນທະນາເປັນພຽງຕົວແທນຂອງທ່າທີ່ ແລະ ມຸມມອງສ່ວນຕົວຂອງເຈົ້າ, ບໍ່ແມ່ນຂອງຄຣິສຕະຈັກ. ຄຣິສຕະຈັກບໍ່ສົນໃຈເລື່ອງການເມືອງ, ທັງບໍ່ສົນໃຈລະບົບການເມືອງ, ບຸກຄົນສຳຄັນ, ຜູ້ນຳ ຫຼື ກຸ່ມການເມືອງໃດໆ, ເພາະເລື່ອງເຫຼົ່ານີ້ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ບໍ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ. ຫົວຂໍ້ໃດກໍຕາມທີ່ກ່ຽວຂ້ອງກັບການເມືອງບໍ່ຄວນຖືກນຳມາສົນທະນາກັນໃນຊີວິດຄຣິສຕະຈັກ. ບາງຄົນກ່າວວ່າ “ແລ້ວມັນຈະເປັນຫຍັງບໍ ຖ້າທຸກຄົນນັດພົບກັນ ແລະ ສົນທະນາເລື່ອງນີ້ຢູ່ນອກຊີວິດຄຣິສຕະຈັກ?” ທາງທີ່ດີທີ່ສຸດແມ່ນບໍ່ຄວນເຮັດ. ຖ້າເຈົ້າຕ້ອງການເຂົ້າຮ່ວມການສົນທະນາທ່າມກາງກຸ່ມຜູ້ທີ່ບໍ່ເຊື່ອທີ່ມີມຸມມອງທາງການເມືອງແຕກຕ່າງກັນ, ນັ້ນກໍແລ້ວແຕ່ເຈົ້າ; ນັ້ນແມ່ນເສລີພາບຂອງເຈົ້າ ແລະ ເຮືອນຂອງພຣະເຈົ້າຈະບໍ່ແຊກແຊງ. ແຕ່ຕາບໃດທີ່ສະມາຊິກຄຣິສຕະຈັກມາເຕົ້າໂຮມກັນ ຫຼື ໃນລະຫວ່າງເວລາການເຕົ້າໂຮມທີ່ເປັນທາງການ, ຢ່ານຳເອົາມຸມມອງ ຫຼື ການໂຕ້ຖຽງທາງການເມືອງເຫຼົ່ານີ້ມາເປັນຫົວຂໍ້ຫຼັກ ແລະ ຢ່າທຳທ່າວ່າມຸມມອງທາງການເມືອງຂອງເຈົ້າມີຄວາມກ່ຽວຂ້ອງໃດໆ ກັບພຣະທຳຂອງພຣະເຈົ້າ, ຄວາມຈິງ ຫຼື ອຳນາດສູງສຸດຂອງພຣະເຈົ້າ. ມຸມມອງທາງການເມືອງຂອງເຈົ້າບໍ່ມີຄວາມກ່ຽວຂ້ອງກັບຄວາມຈິງໂດຍສິ້ນເຊີງ, ພວກມັນບໍ່ໄດ້ໃກ້ຄຽງກັນເລີຍແມ່ນແຕ່ໜ້ອຍດຽວ, ສະນັ້ນ ຢ່າທຳທ່າ!
ບາງຄົນຕ້ອງການເວົ້າເລື່ອງການເມືອງ ແຕ່ບໍ່ມີໃຜສົນທະນາຫົວຂໍ້ນີ້ກັບພວກເຂົາຢູ່ເຮືອນ, ສະນັ້ນ ການສົນທະນາຈຶ່ງບໍ່ສາມາດເກີດຂຶ້ນໄດ້. ເມື່ອເຫັນວ່າອ້າຍເອື້ອຍນ້ອງລ້ວນແຕ່ເປັນຜູ້ໃຫຍ່, ພວກເຂົາກໍເຊື່ອວ່າພວກເຂົາໄດ້ພົບຊ່ອງທາງໃນການສົນທະນາເລື່ອງການເມືອງ ແລະ ລະບາຍມຸມມອງທາງການເມືອງຂອງພວກເຂົາ. ພວກເຂົາຕື່ນເຕັ້ນທີ່ໄດ້ພົບໂອກາດທີ່ດີນີ້, ຕ້ອງການເວົ້າກ່ຽວກັບມຸມມອງທາງການເມືອງ, ເຫດການປັດຈຸບັນ ແລະ ສະຖານະການລະຫວ່າງປະເທດ. ເມື່ອສົນທະນາເລື່ອງເຫຼົ່ານີ້, ພວກເຂົາກໍເລີ່ມຕົ້ນດ້ວຍ “ທັງໝົດນີ້ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ. ການເມືອງຂອງມະນຸດຊາດ ແລະ ນັກການເມືອງເຫຼົ່ານີ້ກໍຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າເຊັ່ນກັນ. ພວກເຂົາຖືກກຳນົດໂດຍພຣະເຈົ້າ”. ຫຼັງຈາກອະລຳພະບົດນີ້, ພວກເຂົາກໍເລີ່ມສົນທະນາເລື່ອງການເມືອງ ແລະ ເຫດການປັດຈຸບັນຢ່າງບໍ່ຂາດປາກ ແລະ ສະຫຼຸບດ້ວຍ “ການເມືອງບໍ່ສາມາດຫຼີກໜີຈາກອຳນາດສູງສຸດຂອງພຣະເຈົ້າໄດ້; ທັງໝົດລ້ວນແຕ່ມີເຈດຕະນາດີຂອງພຣະເຈົ້າ”. ຖ້າຜູ້ຄົນເບິ່ງເລື່ອງເຫຼົ່ານີ້ບໍ່ອອກ, ພວກເຂົາກໍບໍ່ຄວນເວົ້າກ່ຽວກັບມັນຢ່າງເລິນເລີ້. ການໂອ້ລົມຄວາມຈິງກໍຄືການໂອ້ລົມຄວາມຈິງ; ຢ່າສົນທະນາເລື່ອງການເມືອງ ຫຼື ບຸກຄົນສຳຄັນທາງການເມືອງ. ການສົນທະນາເລື່ອງການເມືອງບໍ່ແມ່ນການໂອ້ລົມຄວາມຈິງ, ມັນເປັນການນໍາພາຜູ້ຄົນຢ່າງຜິດໆ. ຖ້າເຈົ້າຕ້ອງການເວົ້າເລື່ອງການເມືອງ, ໃຫ້ຊອກຫາກຸ່ມຄົນທີ່ຮັກການເມືອງ ແລະ ໄປເວົ້າກັບພວກເຂົາເອງ; ເຈົ້າຈະສາມາດເວົ້າໄດ້ຈົນພໍໃຈ. ເຈົ້າຕັ້ງໃຈເຮັດຫຍັງ ໂດຍການເວົ້າກ່ຽວກັບຫົວຂໍ້ເຫຼົ່ານີ້ ໃນຄຣິສຕະຈັກຢູ່ສະເໝີ? ເຈົ້າຕັ້ງໃຈເຮັດໃຫ້ຄົນອື່ນຊົມເຊີຍເຈົ້າ ແລະ ເລືອກເຈົ້າເປັນຜູ້ນໍາບໍ? ນີ້ຄືການມີເຈດຕະນາແອບແຝງ! ຄົນທີ່ມັກເວົ້າເລື່ອງການເມືອງແມ່ນຄົນທີ່ບໍ່ໄດ້ເຮັດໜ້າທີ່ທີ່ເໝາະສົມຂອງພວກເຂົາ ແລະ ແນ່ນອນວ່າບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ຢ່າສົນທະນາຫົວຂໍ້ທາງການເມືອງໃນການເຕົ້າໂຮມຂອງຄຣິສຕະຈັກເດັດຂາດ. ບາງຄົນກ່າວວ່າ “ຖ້າພວກເຮົາບໍ່ສາມາດເວົ້າກ່ຽວກັບການເລືອກຕັ້ງແບບປະຊາທິປະໄຕ, ລະບົບການເມືອງ ແລະ ນະໂຍບາຍຂອງປະເທດເສລີ, ແລ້ວເລື່ອງການເມືອງ ແລະ ຂ່າວນິນທາກ່ຽວກັບເຈົ້າໜ້າທີ່ລະດັບສູງໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ເຊັ່ນ: ເຈົ້າໜ້າທີ່ສໍ້ລາດບັງຫຼວງໄດ້ຮັບຄຳຫຼາຍສໍ່າໃດ ແລະ ລາວມີເມຍນ້ອຍຈັກຄົນ ເດ? ພວກເຮົາສາມາດສົນທະນາເລື່ອງເຫຼົ່ານີ້ໄດ້ບໍ?” ຫົວຂໍ້ເຫຼົ່ານີ້ບໍ່ໄດ້ເຮັດໃຫ້ເຈົ້າລັງກຽດບໍ? ເປັນຫຍັງເຈົ້າຈຶ່ງສົນໃຈເລື່ອງທີ່ໜ້າລັງກຽດເຫຼົ່ານີ້ຫຼາຍແທ້? ເປັນຫຍັງເຮົາຈຶ່ງຮູ້ສຶກວ່າການສົນໃຈ ແລະ ການອ່ານກ່ຽວກັບເລື່ອງເຫຼົ່ານີ້ຈຶ່ງໜ້າລັງກຽດ? ບາງຄົນສົນໃຈເລື່ອງເຫຼົ່ານີ້ເປັນພິເສດ, ບໍ່ເຫັນວ່າມັນໜ້າລັງກຽດເລີຍ. ພວກເຂົາເຕັມໃຈທີ່ຈະອ່ານກ່ຽວກັບເລື່ອງເຫຼົ່ານີ້ໃນອອນລາຍ, ເຮັດແບບນັ້ນເມື່ອໃດກໍຕາມທີ່ພວກເຂົາມີເວລາ. ຫົວໃຈຂອງພວກເຂົາຮູ້ສຶກສະບາຍ, ປອດໄພ ແລະ ເຕັມອີ່ມເມື່ອພວກເຂົາອ່ານກ່ຽວກັບເລື່ອງເຫຼົ່ານີ້. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ສຶກເຕັມອີ່ມແບບນີ້ເມື່ອອ່ານພຣະທຳຂອງພຣະເຈົ້າ? ນີ້ບໍ່ແມ່ນສິ່ງທີ່ຕ່ຳຊ້າໜ້ອຍໜຶ່ງບໍ? ນີ້ບໍ່ແມ່ນການລະເລີຍໜ້າທີ່ທີ່ເໝາະສົມບໍ? ໃນລະຫວ່າງເວລາທີ່ດີແບບນີ້, ແມ່ນແຕ່ການຍ່າງຫຼິ້ນໃນເດີ່ນ, ການສູບຫາຍໃຈເອົາອາກາດບໍລິສຸດ ແລະ ການຊົມວິວ ກໍຈະເຮັດໃຫ້ອາລົມຂອງເຈົ້າດີຂຶ້ນ. ແຕ່ບາງຄົນປະຕິເສດທີ່ຈະເຮັດສິ່ງເຫຼົ່ານີ້; ໃນທາງກົງກັນຂ້າມ, ເມື່ອໃດກໍຕາມທີ່ພວກເຂົາມີເວລາຫວ່າງ ພວກເຂົາກໍພຽງແຕ່ຈ້ອງເບິ່ງຄອມພິວເຕີ, ກວດເບິ່ງຂ່າວ, ຮວບຮວມເລື່ອງນິນທາ ນັ້ນກໍຄື ເຈົ້າໜ້າທີ່ສໍ້ລາດບັງຫຼວງຄົນໃດຖືກພົບວ່າມີເມຍນ້ອຍຈັກຄົນ, ຊັບສິນຂອງເຈົ້າໜ້າທີ່ສໍ້ລາດບັງຫຼວງຄົນໃດຖືກຍຶດຈາກເຮືອນຂອງພວກເຂົາຫຼາຍສໍ່າໃດ, ຜູ້ມີອຳນາດລະດັບສູງຂອງມັງກອນແດງທີ່ຍິ່ງໃຫຍ່ຄົນໃດໂຄ່ນລົ້ມໃຜ ຫຼື ໃຜລອບສັງຫານໃຜ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາມັກສົນໃຈ. ພວກເຂົາຮູ້ສຶກເຕັມໄປດ້ວຍຄວາມຮູ້ຫຼັງຈາກທີ່ຮວບຮວມຂໍ້ມູນນີ້ ເຊິ່ງພວກເຂົາກໍຈະນຳມາເຜີຍແຜ່ໃຫ້ທຸກຄົນໃນການເຕົ້າໂຮມ. ນີ້ບໍ່ແມ່ນການເຜີຍແຜ່ຢາພິດບໍ? ມັນບໍ່ແມ່ນເລື່ອງທີ່ຄາດການໄດ້ໂດຍສິ້ນເຊີງບໍ ທີ່ມານຮ້າຍຊົ່ວຊ້າເຫຼົ່ານັ້ນຈະກະທຳຄວາມຜິດ? ບາງຄົນກ່າວວ່າ “ມັນເປັນເລື່ອງປົກກະຕິທີ່ພວກເຂົາຈະກະທຳຄວາມຜິດ, ແຕ່ເຈົ້າຄົງຈະບໍ່ສາມາດຈິນຕະນາການເຖິງສິ່ງຊົ່ວຮ້າຍບາງຢ່າງທີ່ພວກເຂົາເຮັດໄດ້”. ການໃຊ້ຈິນຕະນາການຄິດຫາພວກມັນມີປະໂຫຍດຫຍັງ? ເຈົ້າໄດ້ຮັບສະໝອງເພື່ອໃຫ້ເຈົ້າສາມາດຈິນຕະນາການເຖິງສິ່ງຊົ່ວຮ້າຍທີ່ພວກເຂົາເຮັດບໍ? ນີ້ບໍ່ແມ່ນການລະເລີຍໜ້າທີ່ທີ່ເໝາະສົມຂອງເຈົ້າບໍ? ເຈົ້າຄິດວ່າການຮູ້ຈັກຄວາມຊົ່ວຮ້າຍບາງຢ່າງທີ່ບໍ່ສາມາດຈິນຕະນາການໄດ້ ເຮັດໃຫ້ເຈົ້າຢູ່ເໜືອກວ່າບໍ? ເຈົ້າສາມາດໄດ້ຮັບຫຍັງຈາກສິ່ງນີ້? ມັນຈະບໍ່ພຽງແຕ່ເຮັດໃຫ້ເຈົ້າຮູ້ສຶກລັງກຽດຫຼາຍຂຶ້ນບໍ? ຄົນເຫຼົ່ານີ້ທີ່ລະເລີຍໜ້າທີ່ທີ່ເໝາະສົມຂອງພວກເຂົາມັກສົນໃຈເລື່ອງທີ່ຊົ່ວຊາມ ແລະ ຕ່ຳຊ້າເຫຼົ່ານີ້ຂອງວົງການການເມືອງຢູ່ສະເໝີ. ພວກເຂົາບໍ່ແມ່ນຄົນດ້ອຍປັນຍາບໍ? ເປັນຫຍັງຈຶ່ງຕ້ອງກັງວົນເລື່ອງຂອງພວກເຂົາຢູ່ສະເໝີ ແທນທີ່ຈະໃຊ້ຊີວິດຂອງເຈົ້າເອງ? ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ນີ້ບໍ່ແມ່ນການເຮັດໃນສິ່ງທີ່ໄຮ້ປະໂຫຍດບໍ? ບາງຄົນກ່າວວ່າ “ຜູ້ເຊື່ອຖືກຂົ່ມເຫັງໂດຍມັງກອນແດງທີ່ຍິ່ງໃຫຍ່. ພວກເຂົາຕ້ອງກຽດຊັງມັງກອນແດງທີ່ຍິ່ງໃຫຍ່. ແນ່ນອນວ່າຜູ້ເຊື່ອຈະສົນໃຈເລື່ອງນິນທາ, ການສໍ້ລາດບັງຫຼວງ, ການລະເມີດ ແລະ ຄວາມແພດສະຫຍາຂອງເຈົ້າໜ້າທີ່ລະດັບສູງຂອງມັງກອນແດງທີ່ຍິ່ງໃຫຍ່ ພ້ອມທັງເລື່ອງມືດມົວທີ່ພວກເຂົາເຮັດ. ຜູ້ເຊື່ອບໍ່ຄວນຕົບມືຂອງພວກເຂົາບໍ ເມື່ອເລື່ອງນິນທາເຫຼົ່ານີ້ຖືກເປີດໂປງ?” ເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າເພື່ອໃຫ້ໄດ້ຮັບສິ່ງເຫຼົ່ານີ້ບໍ? ການເວົ້າເຖິງເລື່ອງການເມືອງໃນຄຣິສຕະຈັກ, ໂດຍສະເພາະເລື່ອງນິນທາທີ່ຖືກເປີດໂປງຂອງເຈົ້າໜ້າທີ່ລະດັບສູງຂອງມັງກອນແດງທີ່ຍິ່ງໃຫຍ່, ແມ່ນໜ້າລັງກຽດທີ່ສຸດ. ເຈົ້າຢ່າສົນທະນາມັນເດັດຂາດ! ແລະ ຢ່າເວົ້າກັບເຮົາກ່ຽວກັບມັນເຊັ່ນກັນ; ມັນເຮັດໃຫ້ເຮົາລັງກຽດ! ເຮົາບອກເຈົ້າວ່າ ຢ່າເວົ້າກ່ຽວກັບມັນ ແລະ ຢ່າແມ່ນແຕ່ອ່ານກ່ຽວກັບມັນ ຫຼື ຖ້າບໍ່ດັ່ງນັ້ນ ບໍ່ຊ້າກໍໄວຈະມີມື້ໜຶ່ງທີ່ເຈົ້າຈະເສຍໃຈທີ່ໄດ້ອ່ານສິ່ງເຫຼົ່ານັ້ນ. ເມື່ອເຈົ້າເສຍໃຈ, ເຈົ້າຈະຮູ້ວ່າມັນຮູ້ສຶກແນວໃດ; ມັນບໍ່ມີທີ່ສິ້ນສຸດວ່າສິ່ງເຫຼົ່ານີ້ຈະໜ້າລັງກຽດສໍ່າໃດ. ການໄດ້ຍິນ ແລະ ການອ່ານກ່ຽວກັບສິ່ງເຫຼົ່ານີ້ຫຼາຍເກີນໄປບໍ່ໄດ້ນຳມາເຊິ່ງປະໂຫຍດໃດໆ. ເປັນຫຍັງເຮົາຈຶ່ງກ່າວວ່າມັນບໍ່ໄດ້ນຳມາເຊິ່ງປະໂຫຍດໃດໆ? ເພາະການເຮັດໃຫ້ຈິດໃຈຂອງເຈົ້າເຕັມໄປດ້ວຍດ້ວຍເລື່ອງທີ່ໜ້າລັງກຽດເຫຼົ່ານີ້ ຈະເຮັດໃຫ້ເຈົ້າບໍ່ມີຄວາມປາຖະໜາທີ່ຈະຟັງພຣະທຳຂອງພຣະເຈົ້າ. ເຖິງແມ່ນວ່າຫົວຂໍ້ເຫຼົ່ານີ້ຈະກ່ຽວຂ້ອງກັບການເມືອງ, ແຕ່ເລື່ອງເຫຼົ່ານັ້ນຍິ່ງໜ້າລັງກຽດຂຶ້ນໄປອີກ. ຖ້າເຈົ້າຢາກເວົ້າກ່ຽວກັບສິ່ງເຫຼົ່ານີ້, ຈົ່ງໄປລະບາຍຄວາມໃນໃຈຂອງເຈົ້າກັບຜູ້ທີ່ບໍ່ເຊື່ອ, ເວົ້າສິ່ງແມ່ນຫຍັງກໍຕາມທີ່ເຈົ້າຕ້ອງການກັບພວກເຂົາ, ແຕ່ບໍ່ວ່າຈະເປັນແນວໃດກໍຕາມ ຢ່າເວົ້າກ່ຽວກັບພວກມັນໃນຊີວິດຄຣິສຕະຈັກ ຫຼື ໃນທ່າມກາງອ້າຍເອື້ອຍນ້ອງ. ບາງຄົນກ່າວວ່າ “ການເວົ້າກ່ຽວກັບການກະທຳທີ່ສົກກະປົກ ແລະ ຊົ່ວຮ້າຍຂອງເຈົ້າໜ້າທີ່ລະດັບສູງຂອງມັງກອນແດງທີ່ຍິ່ງໃຫຍ່ຊ່ວຍໃຫ້ອ້າຍເອື້ອຍນ້ອງເຕີບໂຕໃນການແຍກແຍະ ແລະ ໃຫ້ພວກເຂົາລະບາຍຄວາມໂກດແຄ້ນຂອງພວກເຂົາ”. ການລະບາຍມີປະໂຫຍດຫຍັງ? ການລະບາຍແມ່ນການເປັນພະຍານບໍ? ມັນເປັນພັນທະ ຫຼື ໜ້າທີ່ຂອງເຈົ້າບໍ? ການເວົ້າກ່ຽວກັບສິ່ງເຫຼົ່ານັ້ນແມ່ນໄຮ້ປະໂຫຍດ, ບໍ່ມີຄຸນຄ່າເລີຍ. ບໍ່ວ່າເຈົ້າຈະເປີດໂປງການກະທຳທີ່ຊົ່ວຮ້າຍຂອງມັງກອນແດງທີ່ຍິ່ງໃຫຍ່ຫຼາຍສໍ່າໃດກໍຕາມ, ພຣະເຈົ້າກໍຈະບໍ່ຈົດຈຳມັນ. ໃນທາງກົງກັນຂ້າມ, ຖ້າເຈົ້າເວົ້າກ່ຽວກັບວິທີທີ່ເຈົ້າປະສົບກັບການຂົ່ມເຫັງຂອງມັງກອນແດງທີ່ຍິ່ງໃຫຍ່, ວິທີທີ່ເຈົ້າຫຼຸດພົ້ນອອກ ແລະ ເອົາຊະນະການຂົ່ມຂູ່ ແລະ ການຄຸກຄາມຂອງມັນ ແລະ ວິທີທີ່ເຈົ້າເພິ່ງພາອາໄສພຣະເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າໃນສະພາບແວດລ້ອມເຊັ່ນນັ້ນ, ພຣະເຈົ້າຍອມຮັບສິ່ງນີ້. ແຕ່ການເວົ້າກ່ຽວກັບການເມືອງບໍ່ມີຫຍັງກ່ຽວຂ້ອງກັບທາງເຂົ້າຂອງຊີວິດ ແລະ ພຣະເຈົ້າບໍ່ຍອມຮັບມັນ. ບາງຄົນກ່າວວ່າ “ຂ້ານ້ອຍເປີດໂປງການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ຂອງມັງກອນແດງທີ່ຍິ່ງໃຫຍ່, ວິທີທີ່ພວກເຂົາໃຊ້ເງິນຫຼາຍສິບພັນຢວນໃນອາຫານຄາບດຽວ ຫຼື ພວກເຂົາໃຊ້ເງິນຫຼາຍສໍ່າໃດໃນໂຮງແຮມຫຼູຫຼາ; ສິ່ງນີ້ເຮັດໄດ້ບໍ?” ສິ່ງເຫຼົ່ານັ້ນມີຫຍັງກ່ຽວຂ້ອງກັບເຈົ້າ? ໂລກນີ້ ແລະ ສັງຄົມນີ້ບໍ່ແມ່ນແບບນີ້ບໍ? ເຈົ້າກຳລັງຢືນຂຶ້ນເພື່ອໃຜ? ນີ້ບໍ່ແມ່ນການເປັນພະຍານເພື່ອພຣະເຈົ້າ, ທັງບໍ່ແມ່ນການເປີດໂປງທາດແທ້ຂອງມັງກອນແດງທີ່ຍິ່ງໃຫຍ່, ທັງບໍ່ແມ່ນການສະແດງອອກເຖິງການກະບົດຕໍ່ມັງກອນແດງທີ່ຍິ່ງໃຫຍ່. ຢ່າເຮັດໃຫ້ຄົນສັບສົນ ຫຼື ເປັນຄົນໜ້າຊື່ໃຈຄົດ; ບໍ່ມີສິ່ງໃດໃນນີ້ທີ່ເປັນການປະຕິບັດຄວາມຈິງ. ການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ທີ່ເສື່ອມຊາມ ແລະ ນັກການເມືອງບໍ່ກ່ຽວຂ້ອງກັບພວກເຮົາ, ທັງບໍ່ແມ່ນສິ່ງທີ່ພວກເຮົາຕ້ອງເປີດໂປງ. ຢ່າສົນໃຈເລື່ອງເຫຼົ່ານີ້. ສິ່ງເຫຼົ່ານີ້ມີຢູ່ໃນລະບອບຂອງຊາຕານຕະຫຼອດປະຫວັດສາດ ແລະ ສິ່ງທີ່ພວກເຂົາເຮັດບໍ່ມີຫຍັງກ່ຽວຂ້ອງກັບການທີ່ພວກເຮົາປະສົບກັບວຽກງານຂອງພຣະເຈົ້າ ຫຼື ການເປັນພະຍານເພື່ອພຣະເຈົ້າເລີຍ. ສະນັ້ນ, ບໍ່ວ່າຈະເປັນແນວໃດກໍຕາມ, ຢ່າປະປົນຫົວຂໍ້ເຫຼົ່ານັ້ນເຂົ້າກັບຫົວຂໍ້ຂອງ “ການກະບົດຕໍ່ມັງກອນແດງທີ່ຍິ່ງໃຫຍ່ ແລະ ການເປີດໂປງມັນເພື່ອເປັນພະຍານໃຫ້ພຣະເຈົ້າ” ແລະ ຢ່ານຳເອົາເລື່ອງທີ່ແປກປອມ, ໜ້າລັງກຽດ ແລະ ຊົ່ວຮ້າຍເຫຼົ່ານີ້ເຂົ້າມາໃນຊີວິດຄຣິສຕະຈັກ ຫຼື ໃນທ່າມກາງອ້າຍເອື້ອຍນ້ອງເພື່ອສົນທະນາ. ຖ້າເຈົ້າຢາກສົນທະນາເລື່ອງການເມືອງແທ້ໆ, ຈົ່ງເຮັດເຊັ່ນນັ້ນກັບຜູ້ທີ່ບໍ່ເຊື່ອ. ບໍ່ວ່າເຈົ້າຈະສົນທະນາມັນເປັນສ່ວນຕົວກັບຜູ້ທີ່ມີຄວາມມັກ ແລະ ຄວາມສົນໃຈແບບນັ້ນແນວໃດກໍຕາມ ກໍບໍ່ເປັນຫຍັງ. ນັ້ນຄືຄວາມມັກ ແລະ ຄວາມສົນໃຈສ່ວນຕົວຂອງເຈົ້າ; ມັນເປັນເສລີພາບ ແລະ ສິດທິຂອງເຈົ້າ ແລະ ບໍ່ມີໃຜແຊກແຊງ. ແຕ່ໃນຊ່ວງເວລາການເຕົ້າໂຮມ ແລະ ຕໍ່ໜ້າອ້າຍເອື້ອຍນ້ອງ, ຢ່າສົນທະນາເລື່ອງເຫຼົ່ານີ້. ເຖິງແມ່ນວ່າຈະມີຄົນເຕັມໃຈຟັງ ຢ່າເວົ້າກ່ຽວກັບພວກມັນ, ເພາະມັນສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ຄວາມເຂົ້າໃຈກ່ຽວກັບຄວາມຈິງຂອງຜູ້ຄົນທີ່ພຣະເຈົ້າເລືອກ.
ບໍ່ວ່າຈະເປັນເລື່ອງທີ່ກ່ຽວຂ້ອງກັບການເມືອງ ຫຼື ເລື່ອງນິນທາໃນຊີວິດສ່ວນຕົວຂອງນັກການເມືອງ, ຢ່ານຳເອົາຫົວຂໍ້ເຫຼົ່ານີ້ເຂົ້າມາສົນທະນາໃນຊີວິດຄຣິສຕະຈັກ. ຖ້າຄົນໃດຄົນໜຶ່ງບໍ່ສົນໃຈເນື້ອໃນຂອງການເຕົ້າໂຮມໃນຊີວິດຄຣິສຕະຈັກ ແລະ ມັກສົນທະນາເລື່ອງເຫຼົ່ານີ້ຢູ່ສະເໝີ, ເວົ້າກ່ຽວກັບພວກມັນໃນທຸກການເຕົ້າໂຮມ, ອ້າຍເອື້ອຍນ້ອງຄວນເຮັດແນວໃດ? ພວກເຂົາຄວນຈຳກັດຄົນປະເພດນັ້ນ, ໂດຍກ່າວວ່າ “ນີ້ແມ່ນເວລາການເຕົ້າໂຮມ, ຢ່າເວົ້າເລື່ອງຂີ້ເຫຍື້ອເຫຼົ່ານັ້ນ. ຖ້າເຈົ້າຢາກເວົ້າກ່ຽວກັບພວກມັນ, ຈົ່ງກັບໄປເວົ້າຢູ່ເຮືອນ!” ຈະເປັນແນວໃດຖ້າພວກເຂົາບໍ່ສາມາດຖືກຈຳກັດໄດ້ ແລະ ຍັງຄົງເວົ້າກ່ຽວກັບພວກມັນຢູ່? ໃຫ້ໂຍນພວກເຂົາອອກໄປ ແລະ ບອກໃຫ້ພວກເຂົາກັບມາເມື່ອພວກເຂົາເຊົາເວົ້າ. ຍັງມີອີກວິທີໜຶ່ງທີ່ມີປະສິດທິພາບຍິ່ງກວ່ານັ້ນ: ທັນທີທີ່ພວກເຂົາອ້າປາກເວົ້າເລື່ອງການເມືອງ, ອ້າຍເອື້ອຍນ້ອງກໍລຸກຂຶ້ນ ແລະ ໄປຫ້ອງອື່ນ, ປະໃຫ້ພວກເຂົາເວົ້າຢູ່ຄົນດຽວ. ສະຫຼຸບກໍຄື ຄົນທີ່ມັກເວົ້າເລື່ອງການເມືອງມີຢູ່ແນ່ນອນ. ຄົນປະເພດນີ້ລະເລີຍໜ້າທີ່ທີ່ເໝາະສົມ, ບໍ່ສະແຫວງຫາຄວາມຈິງ, ບໍ່ໄຕ່ຕອງວ່າຈະປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີໄດ້ແນວໃດ, ບໍ່ໄຕ່ຕອງວ່າວຽກງານຂອງຄຣິສຕະຈັກມີຄວາມຫຍຸ້ງຍາກຫຍັງແດ່ ຫຼື ອ້າຍເອື້ອຍນ້ອງຜະເຊີນກັບຄວາມຫຍຸ້ງຍາກຫຍັງແດ່ ແລະ ບໍ່ໄຕ່ຕອງວ່າບັນຫາທີ່ແທ້ຈິງຂອງຕົນເອງທີ່ຕ້ອງແກ້ໄຂແມ່ນຫຍັງ, ພວກເຂົາບໍ່ໄຕ່ຕອງເລື່ອງທີ່ເໝາະສົມເຫຼົ່ານີ້. ໃນທາງກົງກັນຂ້າມ, ພວກເຂົາໄຕ່ຕອງພຽງແຕ່ເລື່ອງທີ່ຕ່ຳຊ້າ ແລະ ຄົດໂກງເຫຼົ່ານັ້ນ ແລະ ມີຄວາມກະຕືລືລົ້ນເປັນພິເສດກ່ຽວກັບພວກມັນ. ໂດຍສະເພາະຕອນນີ້, ດ້ວຍຂໍ້ມູນຂ່າວສານທີ່ແຜ່ຫຼາຍ ແລະ ສາມາດເຂົ້າເຖິງໄດ້ຈາກທຸກຊ່ອງທາງ, ສິ່ງນີ້ຊ່ວຍໃຫ້ຄົນເຫຼົ່ານີ້ສາມາດຕອບສະໜອງຄວາມມັກ ແລະ ຄວາມສົນໃຈຂອງພວກເຂົາໄດ້. ພວກເຮົາບໍ່ແຊກແຊງຄວາມມັກ ແລະ ຄວາມສົນໃຈຂອງພວກເຂົາ, ແຕ່ເຮືອນຂອງພຣະເຈົ້າມີລະບຽບການວ່າ ການສົນທະນາຫົວຂໍ້ທາງການເມືອງໃນການເຕົ້າໂຮມຖືກຈັດຢູ່ໃນບັນຫາຂອງການຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ດັ່ງນັ້ນ, ຫົວຂໍ້ເຫຼົ່ານີ້ຖືກສັ່ງຫ້າມຢ່າງເດັດຂາດໃນລະຫວ່າງຊີວິດຄຣິສຕະຈັກ ແລະ ເມື່ອອ້າຍເອື້ອຍນ້ອງມາເຕົ້າໂຮມກັນ. ບາງຄົນກ່າວວ່າ “ຫົວຂໍ້ເຫຼົ່ານີ້ຖືກສັ່ງຫ້າມ, ແຕ່ທັດສະນະທາງການເມືອງຕ່າງໆ ຂອງພວກເຮົາ, ພັກການເມືອງທີ່ພວກເຮົາມັກ ຫຼື ບໍ່ມັກ, ຄົນທີ່ພວກເຮົາລົງຄະແນນສຽງໃຫ້ ຫຼື ບໍ່ລົງຄະແນນສຽງໃຫ້ເດ, ຄຣິສຕະຈັກແຊກແຊງເລື່ອງເຫຼົ່ານີ້ບໍ?” ມາເວົ້າໃຫ້ຊັດເຈນກັນເທາະ: ລົງຄະແນນສຽງໃຫ້ໃຜກໍຕາມທີ່ເຈົ້າຕ້ອງການ, ມັກໃຜກໍຕາມທີ່ເຈົ້າຕ້ອງການ, ຄຣິສຕະຈັກບໍ່ແຊກແຊງເລື່ອງເຫຼົ່ານີ້, ມັນຄືເສລີພາບຂອງເຈົ້າ. ການບໍ່ແຊກແຊງນີ້ບໍ່ແມ່ນການໂອນອ່ອນຫຼາຍແລ້ວບໍ? ເຈົ້າເພີດເພີນຢ່າງເຕັມທີ່ກັບພັນທະ ແລະ ສິດທິມະນຸດຊົນຂອງເຈົ້າໃນຖານະພົນລະເມືອງ; ນັ້ນບໍ່ແມ່ນການເຄົາລົບທີ່ພຽງພໍແລ້ວບໍ? ນີ້ກໍດີພໍແລ້ວ; ແຕ່ເຈົ້າຍັງຕ້ອງການເວົ້າຢ່າງເສລີ ແລະ ຈົນເຈົ້າພໍໃຈໃນຄຣິສຕະຈັກອີກບໍ? ສິ່ງນັ້ນຂັດກັບກົດລະບຽບ. ຖ້າເຈົ້າພົບຄົນປະເພດນີ້, ໃຫ້ຊອກຫາວິທີຈຳກັດພວກເຂົາ. ກ່ອນອື່ນ, ໃຫ້ໂອ້ລົມກັບພວກເຂົາຢ່າງຊັດເຈນ, ໂດຍກ່າວວ່າ “ເຈົ້າເປັນຜູ້ເຊື່ອໃໝ່ບໍ? ນີ້ເປັນຄັ້ງທຳອິດຂອງເຈົ້າໃນການເຕົ້າໂຮມ ແລະ ເຈົ້າບໍ່ຮູ້ກົດລະບຽບຂອງເຮືອນຂອງພຣະເຈົ້າບໍ? ແລ້ວຂ້ານ້ອຍຕ້ອງບອກເຈົ້າວ່າ: ສະຖານທີ່ນີ້ແມ່ນສະຖານທີ່ການເຕົ້າໂຮມ ແລະ ເວລານີ້ແມ່ນເວລາສຳລັບການເຕົ້າໂຮມ. ບໍ່ວ່າເຈົ້າຈະມີມຸມມອງ ຫຼື ແນວຄິດທາງການເມືອງໃດກໍຕາມ, ເຈົ້າຕ້ອງບໍ່ເຜີຍແຜ່ພວກມັນໃນຄຣິສຕະຈັກເດັດຂາດ ແລະ ຢ່າສົນທະນາພວກມັນໃນການເຕົ້າໂຮມ. ພວກເຮົາບໍ່ຕ້ອງການຟັງມັນ, ທັງບໍ່ມີພັນທະທີ່ຈະຟັງເຈົ້າເວົ້າກ່ຽວກັບສິ່ງເຫຼົ່ານີ້. ເຈົ້າເລືອກສະຖານທີ່ຜິດແລ້ວ. ຫຼັງຈາກການເຕົ້າໂຮມ, ເມື່ອເຈົ້າອອກຈາກສະຖານທີ່ນີ້, ເຈົ້າສາມາດເວົ້າສິ່ງທີ່ເຈົ້າຕ້ອງການໄດ້; ບໍ່ມີໃຜແຊກແຊງ. ນັ້ນແມ່ນເສລີພາບຂອງເຈົ້າ”. ຖ້າພວກເຂົາເຂົ້າໃຈ ແລະ ຈືສິ່ງທີ່ເຈົ້າເວົ້າ ແລະ ບໍ່ເວົ້າກ່ຽວກັບມັນໃນຄັ້ງຕໍ່ໄປ, ນັ້ນກໍບໍ່ເປັນຫຍັງ ແລະ ພວກເຂົາກໍໄດ້ສະແດງໃຫ້ເຫັນວ່າພວກເຂົາມີເຫດຜົນພໍສົມຄວນ. ແຕ່ຖ້າຫຼັງຈາກທີ່ໂອ້ລົມແລ້ວ ພວກເຂົາຍັງຄົງເວົ້າແບບນີ້, ແບ່ງປັນມຸມມອງທາງການເມືອງໃນທຸກການເຕົ້າໂຮມຢູ່ສະເໝີ, ພວກເຂົາຄວນຖືກຈຳກັດບໍ່ໃຫ້ເວົ້າບໍ? (ແມ່ນແລ້ວ.) ບໍ່ວ່າພວກເຂົາຈະມີສ່ວນຮ່ວມໃນການເມືອງ ຫຼື ບໍ່, ຕາບໃດທີ່ຄົນໃດຄົນໜຶ່ງເວົ້າກ່ຽວກັບຫົວຂໍ້ທາງການເມືອງ, ສິ່ງນີ້ຄວນຖືກຈັດປະເພດຢູ່ກັບການສ້າງພັກພວກ, ການແຂ່ງຂັນເພື່ອຕຳແໜ່ງ, ການລະບາຍຄວາມຄິດລົບ ແລະ ພຶດຕິກຳອື່ນໆ ເຊັ່ນນັ້ນ ວ່າເປັນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ບໍ່ຈຳເປັນຕ້ອງສະແດງມາລະຍາດຕຕໍ່ຄົນປະເພດນີ້; ພວກເຂົາຕ້ອງຖືກຢຸດຢັ້ງ ແລະ ຈຳກັດ. ແນ່ນອນ, ຄົນທີ່ເວົ້າເລື່ອງການເມືອງບໍ່ຈຳເປັນຕ້ອງເປັນຄົນຊົ່ວຊ້າ ຫຼື ຄົນດີ; ພວກເຂົາອາດພຽງແຕ່ມັກບັນຫາ ແລະ ຫົວຂໍ້ເຫຼົ່ານີ້. ແຕ່ພວກເຮົາສາມາດແນ່ໃຈໄດ້ວ່າ ຄົນເຫຼົ່ານີ້ບໍ່ໄດ້ສະແຫວງຫາຄວາມຈິງແທ້ໆ. ສະຫຼຸບກໍຄື ຫຼັກການໃນການຈັດການກັບຄົນເຫຼົ່ານີ້ໄດ້ຖືກໂອ້ລົມກັນຢ່າງຊັດເຈນແລ້ວ: ຈົ່ງບອກພວກເຂົາກ່ຽວກັບລະບຽບການຂອງເຮືອນຂອງພຣະເຈົ້າ. ຖ້າຫຼັງຈາກທີ່ອະທິບາຍໃຫ້ພວກເຂົາຟັງຢ່າງຊັດເຈນແລ້ວ ພວກເຂົາຍັງຄົງເວົ້າກ່ຽວກັບຫົວຂໍ້ທາງການເມືອງ ແລະ ບໍ່ຟັງຄຳເຕືອນ, ແລ້ວໃຫ້ແຍກພວກເຂົາອອກໄປ. ພວກເຂົາສາມາດສືບຕໍ່ໃຊ້ຊີວິດຄຣິສຕະຈັກໄດ້ ຫຼັງຈາກທີ່ພວກເຂົາກັບໃຈແລ້ວເທົ່ານັ້ນ. ຖ້າພວກເຂົາບໍ່ເຄີຍກັບໃຈ, ແລ້ວກໍຢ່າໃຫ້ພວກເຂົາມາຮ່ວມການເຕົ້າໂຮມ. ການຈັດການກັບເລື່ອງນີ້ຄວນຈະງ່າຍດາຍແບບນັ້ນ. ຢ່າເຮັດໃຫ້ເລື່ອງງ່າຍໆ ກາຍເປັນເລື່ອງຊັບຊ້ອນ, ສິ່ງນີ້ບໍ່ເປັນປະໂຫຍດຕໍ່ໃຜ.
ວັນທີ 24 ກໍລະກົດ 2021