ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 3

ກະສັດທີ່ມີໄຊຊະນະນັ່ງຢູ່ເທິງບັນລັງອັນສະຫງ່າລາສີຂອງພຣະອົງ. ພຣະອົງໄດ້ສຳເລັດການໄຖ່ບາບ ແລະ ນໍາພາປະຊາຊົນທຸກຄົນຂອງພຣະອົງໃຫ້ປາກົດໃນສະຫງ່າລາສີ. ທຸກສິ່ງທີ່ມີຢູ່ລ້ວນແຕ່ຢູ່ໃນພຣະຫັດຂອງພຣະອົງ ແລະ ດ້ວຍປັນຍາ ແລະ ລິດອຳນາດອັນສັກສິດຂອງພຣະອົງ ພຣະອົງໄດ້ສ້າງ ແລະ ເຮັດໃຫ້ຊີໂອນເຂັ້ມແຂງ. ດ້ວຍເດຊານຸພາບຂອງພຣະອົງ ພຣະອົງພິພາກສາໂລກທີ່ເຕັມໄປດ້ວຍບາບ, ພິພາກສາບັນດາຊົນຊາດ ແລະ ປະຊາກອນຈຳນວນນັບບໍ່ຖ້ວນ, ແຜ່ນດິນໂລກ ແລະ ທະເລ ແລະ ສິ່ງທີ່ມີຊີວິດທັງໝົດໃນນັ້ນ ພ້ອມທັງຜູ້ທີ່ມົວເມົາກັບເຫຼົ້າແວງແຫ່ງຄວາມສຳສ່ອນ. ພຣະເຈົ້າຈະພິພາກສາຢ່າງແນ່ນອນ; ພຣະເຈົ້າຈະໂກດຮ້າຍພວກເຂົາຢ່າງແນ່ນອນ ແລະ ເຮັດໃຫ້ເດຊານຸພາບຂອງພຣະອົງປາກົດແຈ້ງ, ໂດຍພິພາກສາໃນທັນທີໂດຍບໍ່ຊັກຊ້າ. ໄຟແຫ່ງຄວາມພິໂລດຂອງພຣະອົງຈະເຜົາໄໝ້ຄວາມຜິດບາບທີ່ຮ້າຍແຮງຂອງພວກເຂົາຢ່າງແນ່ນອນ ແລະ ຄວາມຫາຍະນະຈະເກີດຂຶ້ນກັບພວກເຂົາໄດ້ທຸກເມື່ອຢ່າງແນ່ນອນ; ພວກເຂົາຈະບໍ່ມີຫົນທາງຫຼົບໜີ ແລະ ບໍ່ມີບ່ອນໃຫ້ລີ້, ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວ ແລະ ພວກເຂົາຈະນໍາຄວາມພິນາດມາສູ່ຕົນເອງ.

ບັນດາບຸດຊາຍຜູ້ເປັນທີ່ຮັກຂອງພຣະເຈົ້າຜູ້ທີ່ໄດ້ຮັບໄຊຊະນະຈະຢູ່ໃນຊີໂອນຢ່າງແນ່ນອນ, ຈະບໍ່ມີວັນອອກຈາກຊີໂອນໄປ. ປະຊາກອນທີ່ພຣະເຈົ້າເລືອກຈໍານວນນັບບໍ່ຖ້ວນລ້ວນແຕ່ຈະຟັງສຽງຂອງພຣະອົງຢ່າງຕັ້ງໃຈ, ພວກເຂົາຈະເອົາໃຈໃສ່ກັບການກະທຳຂອງພຣະອົງຢ່າງລະມັດລະວັງ ແລະ ສຽງແຫ່ງການສັນລະເສີນບໍ່ບໍ່ມີວັນຢຸດເຊົາ. ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ປາກົດຕົວແລ້ວ! ພວກເຮົາຕ້ອງໝັ້ນໃຈໃນພຣະອົງດ້ວຍຈິດວິນຍານ ແລະ ຕິດຕາມພຣະອົງຢ່າງໃກ້ຊິດ; ພວກເຮົາຈະຮີບໄປຂ້າງໜ້າດ້ວຍກຳລັງທັງໝົດຂອງພວກເຮົາ ແລະ ບໍ່ລັງເລອີກຕໍ່ໄປ. ຈຸດຈົບຂອງແຜ່ນດິນໂລກກຳລັງເປີດເຜີຍຕໍ່ໜ້າພວກເຮົາ; ບັດນີ້ ຊີວິດທີ່ຖືກຕ້ອງໃນຄຣິສຕະຈັກ ພ້ອມທັງຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຮອບພວກເຮົາກໍຍິ່ງເຮັດໃຫ້ການຝຶກຝົນຂອງພວກເຮົາຮຸນແຮງຂຶ້ນ. ໃຫ້ພວກເຮົາຟ້າວເອົາຄືນຫົວໃຈຂອງພວກເຮົາທີ່ຮັກໂລກຫຼາຍ! ໃຫ້ພວກເຮົາຟ້າວເອົາຄືນນິມິດຂອງພວກເຮົາທີ່ມືດມົວຫຼາຍ! ໃຫ້ພວກເຮົາຢູ່ໃນບາດກ້າວຂອງພວກເຮົາ ເພື່ອພວກເຮົາຈະບໍ່ເຮັດເກີນຂອບເຂດ. ໃຫ້ພວກເຮົາຫ້າມປາກຂອງພວກເຮົາ ເພື່ອວ່າພວກເຮົາຈະໄດ້ຍ່າງໃນພຣະທຳຂອງພຣະເຈົ້າ ແລະ ບໍ່ແຂ່ງຂັນເພື່ອຜົນໄດ້ ແລະ ຜົນເສຍຂອງພວກເຮົາເອງອີກຕໍ່ໄປ. ອ່າ, ປ່ອຍມັນໄປ: ຄວາມໂລບມາກໂລພາຂອງເຈົ້າສຳລັບທາງໂລກ ແລະ ສຳລັບຄວາມຮັ່ງມີ! ອ່າ, ໃຫ້ປົດປ່ອຍຕົນເອງຈາກສິ່ງນີ້: ຄວາມຮັກຫອມທີ່ເກາະຕິດສາມີ ແລະ ລູກສາວ ແລະ ລູກຊາຍຂອງເຈົ້າ! ອ່າ, ໃຫ້ຫັນຫຼັງຂອງເຈົ້າໃສ່ສິ່ງເຫຼົ່ານີ້: ມຸມມອງ ແລະ ອະຄະຕິຂອງເຈົ້າ! ອ່າ, ໃຫ້ຕື່ນຂຶ້ນ; ເວລາມັນສັ້ນ! ເງີຍຂຶ້ນ, ເງີຍຂຶ້ນ, ຈາກພາຍໃນຈິດວິນຍານ ແລະ ປ່ອຍໃຫ້ພຣະເຈົ້າຄວບຄຸມ. ບໍ່ວ່າຫຍັງຈະເກີດຂຶ້ນຕໍຕາມ, ຢ່າກາຍເປັນເມຍຂອງໂລດອີກຄົນ. ມັນຊ່າງເປັນຕາສົມເພດຫຼາຍທີ່ຈະຖືກໂຍນຖິ້ມ! ຊ່າງເປັນຕາສົມເພດແທ້ໆ! ໂອ ຈົ່ງຕື່ນຂຶ້ນ!

ກ່ອນນີ້:  ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 2

ຕໍ່ໄປ:  ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 5

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger