ລາຍການທີສິບ: ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ (ພາກທີໜຶ່ງ)
ກ່ອນທີ່ພວກເຮົາຈະເລີ່ມການເຕົ້າໂຮມຂອງພວກເຮົາໃນມື້ນີ້, ພວກເຮົາຈະມາຟັງບົດສົນທະນາໜຶ່ງ. ມີສອງຄົນກຳລັງລົມກັນ. ຄົນທີໜຶ່ງເວົ້າວ່າ: “ຖ້າຫາກຂ້ອຍຖືກລິຮານ, ອ້າຍເອື້ອຍນ້ອງທັງຫຼາຍກໍຈະບໍ່ຢາກເຮັດໜ້າທີ່ຂອງພວກເຂົາອີກຕໍ່ໄປ”. ຄົນທີສອງເວົ້າວ່າ, “ພວກເຂົາຈະບໍ່ຢາກເຮັດໜ້າທີ່ຂອງພວກເຂົາບໍ? ເລື່ອງເລັກໜ້ອຍ. ຖ້າຫາກຂ້ອຍຖືກໄລ່ອອກ, ອ້າຍເອື້ອຍນ້ອງທັງຫຼາຍກໍຈະຄິດລົບ ແລະ ອ່ອນແອ”. ເມື່ອເຫັນວ່າຕົນເອງຖືກອີກຝ່າຍເໜືອກວ່າ, ຄົນທີໜຶ່ງເວົ້າວ່າ: “ຖ້າຫາກຂ້ອຍເຊົາເຊື່ອ, ອ້າຍເອື້ອຍນ້ອງທັງຫຼາຍບ່ອນທີ່ຂ້ອຍຢູ່ກໍຈະຕິດຕາມຂ້ອຍໄປທັງໝົດ”. ເມື່ອໄດ້ຍິນດັ່ງນັ້ນ, ຄົນທີສອງກໍເວົ້າວ່າ, “ຖ້າເປັນແນວນັ້ນ, ເຈົ້າກໍມີອິດທິພົນຫຼາຍກວ່າຂ້ອຍ. ເຖິງຢ່າງໃດກໍຕາມ, ຖ້າຫາກຂ້ອຍຖືກກຳຈັດອອກ, ຫຼາຍຄົນໃນຄຣິສຕະຈັກຂອງພວກເຮົາກໍຈະເຊົາເຊື່ອ. ເຈົ້າຄິດແນວໃດກ່ຽວກັບເລື່ອງນັ້ນ? ຂ້ອຍມີອິດທິພົນຫຼາຍກວ່າເຈົ້າ, ບໍ່ແມ່ນບໍ?” ພວກເຈົ້າເຂົ້າໃຈສິ່ງທີ່ພວກເຂົາກຳລັງເວົ້າໃນບົດສົນທະນານີ້ບໍ? ທັງສອງຄົນກຳລັງແຂ່ງຂັນກັນເລື່ອງຫຍັງ? (ພວກເຂົາກຳລັງແຂ່ງຂັນກັນວ່າໃຜສາມາດຊື້ໃຈຄົນໄດ້ຫຼາຍກວ່າ, ໃຜສາມາດສ້າງຕັ້ງອານາຈັກທີ່ເປັນເອກະລາດໄດ້ຫຼາຍກວ່າ; ພວກເຂົາກຳລັງເບິ່ງວ່າໃຜໃນພວກເຂົາທີ່ມີເລ່ຫຼ່ຽມຫຼາຍກວ່າອີກຄົນ.) ພວກເຂົາກຳລັງແຂ່ງຂັນກັນວ່າໃຜມີເລ່ຫຼ່ຽມຫຼາຍກວ່າ, ໃຜມີຄວາມສາມາດຫຼາຍກວ່າ, ໃຜມີຄວາມເກັ່ງກ້າຫຼາຍກວ່າ ແລະ ໃຜໃນພວກເຂົາທີ່ຊື້ໃຈຄົນໄດ້ຫຼາຍກວ່າກັນ. ພວກເຂົາກຳລັງແຂ່ງຂັນກັນວ່າໃຜໃນພວກເຂົາທີ່ມີຄວາມຈິງຄວາມເປັນຈິງຫຼາຍກວ່າບໍ? ໃຜໃນພວກເຂົາທີ່ມີຄວາມເປັນມະນຸດຫຼາຍກວ່າບໍ? ໃຜໃນພວກເຂົາທີ່ເຂົ້າໃຈຄວາມຈິງຫຼາຍກວ່າບໍ? (ບໍ່ແມ່ນ. ພວກເຂົາກຳລັງແຂ່ງຂັນກັນວ່າ ຖ້າພວກເຂົາຖືກໄລ່ອອກ ຫຼື ຖືກກຳຈັດອອກ ໃຜໃນພວກເຂົາທີ່ຈະມີຄົນອອກມາປົກປ້ອງຫຼາຍກວ່າກັນ.) ນັ້ນແມ່ນຄວາມສາມາດປະເພດໃດທີ່ພວກເຂົາກຳລັງແຂ່ງຂັນກັນຢູ່? ພວກເຂົາກຳລັງແຂ່ງຂັນກັນວ່າໃຜມີຄວາມສາມາດທີ່ຍິ່ງໃຫຍ່ກວ່າໃນການຄວບຄຸມ, ຜູກມັດ ແລະ ນໍາພາຜູ້ຄົນຢ່າງ ຜິດໆ. ລອງເດົາເບິ່ງວ່າ: ຄົນທັງສອງນີ້ແມ່ນຄົນປະເພດໃດ? (ພວກເຂົາທັງສອງແມ່ນພວກຕໍ່ຕ້ານພຣະຄຣິສ.) ພວກເຂົາແມ່ນຫຍັງ? ພວກເຂົາທັງສອງບໍ່ແມ່ນຄົນຊົ່ວຮ້າຍ, ບໍ່ແມ່ນອັນທະພານຄູ່ໜຶ່ງບໍ? (ແມ່ນແລ້ວ.) ມັນເຫັນໄດ້ຊັດເຈນວ່າພວກເຂົາເປັນຄົນຊົ່ວຮ້າຍຄູ່ໜຶ່ງ, ພວກເຂົາກຳລັງແຂ່ງຂັນກັນຢ່າງບໍ່ອາຍວ່າໃຜໃນພວກເຂົາທີ່ມີຄວາມສາມາດທີ່ຍິ່ງໃຫຍ່ກວ່າກັນໃນການເຮັດຄວາມຊົ່ວຮ້າຍ, ໃຜສາມາດນໍາພາຢ່າງຜິດໆ ແລະ ຄວບຄຸມຜູ້ຄົນໄດ້ຫຼາຍກວ່າ, ໃຜສາມາດຊື້ໃຈຄົນໄດ້ຫຼາຍກວ່າ, ໃຜສາມາດແຂ່ງຂັນກັບພຣະເຈົ້າເພື່ອຍາດເອົາຜູ້ຄົນທີ່ພຣະອົງເລືອກໄດ້ດີກວ່າ. ໃຜກໍຕາມໃນພວກເຂົາທີ່ສາມາດຄວບຄຸມຄົນໄດ້ຫຼາຍກວ່າ, ຄົນນັ້ນກໍມີຄວາມສາມາດທີ່ຍິ່ງໃຫຍ່ກວ່າ. ນັ້ນຄືສິ່ງທີ່ພວກເຂົາກຳລັງແຂ່ງຂັນກັນຢູ່. ບອກເຮົາມາເບິ່ງ, ມີຜູ້ຕໍ່ຕ້ານພຣະຄຣິສທີ່ແຂ່ງຂັນກັນແບບນີ້ບໍ? (ມີ.) ພວກເຂົາແຂ່ງຂັນກັນຢ່າງເປີດເຜີຍບໍ ຫຼື ພວກເຂົາແຂ່ງຂັນກັນແບບລັບໆ? (ແບບລັບໆ.) ດັ່ງນັ້ນ, ເນື້ອໃນຂອງບົດສົນທະນາລະຫວ່າງສອງຄົນໃນເລື່ອງນີ້ມີຢູ່ຈິງບໍ? ມັນແມ່ນເລື່ອງຈິງບໍ? (ມີຢູ່ຈິງ ແລະ ແມ່ນເລື່ອງຈິງ.) ເນື່ອງຈາກວ່າພວກເຂົາແຂ່ງຂັນກັນແບບລັບໆ, ພວກເຂົາຈະເວົ້າສິ່ງເຫຼົ່ານີ້ອອກມາຢ່າງໂຈ່ງແຈ້ງບໍ? ຜູ້ຕໍ່ຕ້ານພຣະຄຣິສສ່ວນໃຫຍ່ແມ່ນມີເລ່ຫຼ່ຽມ ແລະ ຊົ່ວຊ້າ; ພວກເຂົາຈະບໍ່ເວົ້າແບບນັ້ນຢ່າງເປີດເຜີຍ ຫຼື ໂດຍກົງ, ເພື່ອບໍ່ໃຫ້ຄົນອື່ນມີຊ່ອງທາງຈັບຜິດພວກເຂົາໄດ້. ແຕ່ນີ້ຄືວິທີທີ່ພວກເຂົາຄິດໃນໃຈ ແລະ ແທ້ຈິງແລ້ວ, ມັນກໍຄືສິ່ງທີ່ພວກເຂົາເຮັດ. ບໍ່ວ່າພວກເຂົາຈະພະຍາຍາມປົກປິດ, ຊຸກເຊື່ອງ ແລະ ປອມຕົວແນວໃດກໍຕາມ, ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ທຳມະຊາດທີ່ປະສົງຮ້າຍຂອງພວກເຂົາກໍບໍ່ສາມາດຖືກປົກປິດໄວ້ໄດ້. ມັນແນ່ນອນວ່າຈະຖືກເປີດເຜີຍທັງໝົດ. ພວກເຂົາອາດຈະບໍ່ເວົ້າຫຍັງອອກມາດັງໆ ແລະ ບໍ່ມີຫຍັງທີ່ໃຫ້ຄົນອື່ນໄດ້ຍິນຊັດເຈນ, ແຕ່ພວກເຂົາກະທຳໂດຍບໍ່ມີການປິດບັງ ຫຼື ຄວາມຄຸມເຄືອ, ບໍ່ມີການປິດບັງອຳພາງ ຫຼື ລີ້ລັບແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ໄດ້ເຮັດລັບຫຼັງຄົນອື່ນເຊັ່ນກັນ, ຍິ່ງບໍ່ຕ້ອງເວົ້າເຖິງການຍິນຍອມໃດໆ. ບໍ່ມີຄວາມຄຸມເຄືອ ຫຼື ຄວາມຊະຊາຍໃດໆ ທັງສິ້ນໃນພຶດຕິກຳ ແລະ ການກະທຳຂອງພວກເຂົາທີ່ຈະຜູກມັດ, ນໍາພາຢ່າງຜິດໆ, ຄວບຄຸມຜູ້ຄົນ ແລະ ສ້າງຕັ້ງອານາຈັກທີ່ເປັນເອກະລາດ. ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງໂຈ່ງແຈ້ງ ແລະ ພວກເຂົາຜູກມັດຜູ້ຄົນ ແລະ ນຳພາພວກເຂົາຢ່າງຜິດໆຢ່າງໂຈ່ງແຈ້ງ. ພວກເຂົາຫວັງວ່າ ຖ້າຫາກພວກເຂົາຖືກລິຮານ, ອ້າຍເອື້ອຍນ້ອງຫຼາຍຄົນກໍຈະອອກມາປົກປ້ອງພວກເຂົາ, ພວກເຂົາຈະຕໍ່ຕ້ານພຣະເຈົ້າ ແລະ ເຮືອນຂອງພຣະອົງ, ພວກເຂົາຈະຄິດລົບ ແລະ ລະເລີຍ ແລະ ບໍ່ເຮັດໜ້າທີ່ຂອງພວກເຂົາ. ສິ່ງນັ້ນຈະເຮັດໃຫ້ພວກເຂົາປິຕິຍິນດີ ແລະ ເຮັດໃຫ້ຄວາມປາຖະໜາຂອງພວກເຂົາສົມຫວັງ. ຖ້າພວກເຂົາຖືກໄລ່ອອກ, ພວກເຂົາປາຖະໜາຢ່າງຍິ່ງໃຫ້ຫຼາຍຄົນຄິດລົບ, ໃຫ້ເວົ້າແທນພວກເຂົາ ແລະ ອອກມາປົກປ້ອງພວກເຂົາ ແລະ ໃຫ້ຄຳອະທິບາຍ ແລະ ໂຕ້ແຍ້ງແທນພວກເຂົາລັບຫຼັງ. ພວກເຂົາປາຖະໜາຢ່າງຍິ່ງໃຫ້ຜູ້ຄົນນັບຄຸນງາມຄວາມດີຂອງພວກເຂົາ, ປົກປ້ອງຄວາມຖືກຕ້ອງຂອງພວກເຂົາ ແລະ ແມ່ນແຕ່ພິພາກສາ ແລະ ກ່າວໂທດການຈັດແຈງຂອງເຮືອນຂອງພຣະເຈົ້າ, ຕໍ່ຕ້ານພຣະເຈົ້າໃນໃຈຢ່າງລັບໆ, ປະຕິເສດຄວາມຊອບທຳຂອງພຣະອົງ ແລະ ປະຕິເສດວ່າທຸກສິ່ງທີ່ພຣະອົງກ່າວ ແລະ ກະທຳນັ້ນເປັນຄວາມຈິງ, ວ່າສິ່ງເຫຼົ່ານັ້ນລ້ວນແຕ່ເປັນສິ່ງທີ່ເປັນບວກ. ຖ້າພວກເຂົາເຊົາເຊື່ອ, ພວກເຂົາປາຖະໜາຢ່າງຍິ່ງໃຫ້ທຸກຄົນຕິດຕາມພວກເຂົາໃນການບໍ່ເຊື່ອ, ໃຫ້ໜີໄປກັບພວກເຂົາ, ໃຫ້ກາຍເປັນຜູ້ຕິດຕາມຂອງພວກເຂົາ; ພວກເຂົາປາຖະໜາຢ່າງຍິ່ງໃຫ້ທຸກຄົນປະຕິເສດວ່າພຣະເຈົ້າຄືຄວາມຈິງ ແລະ ເຊື່ອວ່າພວກເຂົາມີຄວາມຈິງ, ວ່າທຸກສິ່ງທີ່ພວກເຂົາເຮັດນັ້ນຖືກຕ້ອງ ແລະ ວ່າພວກເຂົາສາມາດປ່ຽນແປງຜູ້ຄົນ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໄດ້. ຖ້າພວກເຂົາຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກໂດຍຄຣິສຕະຈັກຍ້ອນການເຮັດຄວາມຊົ່ວຮ້າຍ, ພວກເຂົາກໍປາຖະໜາຢ່າງຍິ່ງໃຫ້ຫຼາຍຄົນປະຕິເສດການມີຢູ່ຂອງພຣະເຈົ້າ ແລະ ກັບຄືນສູ່ໂລກ, ບ່ອນທີ່ພວກເຂົາຈະກາຍເປັນຄົນທີ່ບໍ່ເຊື່ອ. ສິ່ງນັ້ນຈະເຮັດໃຫ້ພວກເຂົາປິຕິຍິນດີ. ມັນຈະຟື້ນຟູຄວາມສົມດຸນໃນໃຈຂອງພວກເຂົາ ແລະ ເປັນການປົດປ່ອຍສຳລັບພວກເຂົາ. ການເປີດເຜີຍເຫຼົ່ານີ້ຂອງອຸປະນິໄສແບບຊາຕານ, ພຶດຕິກຳເຫຼົ່ານີ້, ແກ່ນແທ້ເຫຼົ່ານີ້ ແລະ ແມ່ນແຕ່ແນວຄິດ ແລະ ຄວາມຄິດທີ່ຊັບຊ້ອນລະອຽດເຫຼົ່ານີ້, ພວກມັນເປັນຕົວແທນຂອງໃຜ? ຄົນເຫຼົ່ານີ້ແມ່ນອ້າຍເອື້ອຍນ້ອງທັງຫຼາຍທີ່ແທ້ຈິງບໍ? ພວກເຂົາມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ? ພວກເຂົາອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາມີຄວາມຢຳເກງທີ່ແມ່ນແຕ່ນ້ອຍທີ່ສຸດຕໍ່ພຣະເຈົ້າບໍ? (ບໍ່ມີ.) ຈາກຈຸດນີ້, ສາມາດເຫັນໄດ້ວ່າໂດຍແກ່ນແທ້ແລ້ວ ຜູ້ຕໍ່ຕ້ານພຣະຄຣິສແມ່ນເປັນປໍລະປັກຕໍ່ພຣະເຈົ້າ ແລະ ພວກເຂົາກໍເປັນສັດຕູຂອງພຣະເຈົ້າ. ຄຳເວົ້ານີ້ຖືກຕ້ອງບໍ? ມັນແມ່ນຄວາມຈິງບໍ? (ຖືກຕ້ອງ ແລະ ເປັນຄວາມຈິງ.) ມັນເປັນແບບນັ້ນຮ້ອຍສ່ວນຮ້ອຍ. ຄຳເວົ້ານີ້ແມ່ນຄວາມຈິງ, ບໍ່ຂາດຕົກບົກຜ່ອງແມ່ນແຕ່ນ້ອຍ, ເພາະມັນເປັນຄວາມຈິງ, ເປັນຄວາມຈິງທີ່ບໍ່ມີວັນປ່ຽນແປງ. ນັ້ນຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄິດ ແລະ ນັ້ນກໍຄືສິ່ງທີ່ພວກເຂົາເຮັດ. ການກະທຳ ແລະ ການປະພຶດທັງໝົດຂອງພວກເຂົາຖືກຄວບຄຸມໂດຍຄວາມທະເຍີທະຍານ ແລະ ຄວາມປາຖະໜາສ່ວນຕົວຂອງພວກເຂົາ ແລະ ຖືກຄວບຄຸມ ແລະ ຍຸຍົງໂດຍທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າເປັນແນວນັ້ນ, ຄົນເຊັ່ນຜູ້ຕໍ່ຕ້ານພຣະຄຣິສສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ? (ບໍ່ໄດ້.) ພວກເຂົາເປັນປໍລະປັກຕໍ່ພຣະເຈົ້າໃນທຸກດ້ານ, ເປັນປໍລະປັກຕໍ່ຄວາມຈິງໃນທຸກດ້ານ. ໃຜກໍຕາມທີ່ໃນສາຍຕາຂອງພວກເຂົາແລ້ວ ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງພວກເຂົາ, ໃຜກໍຕາມທີ່ເຮັດໃຫ້ຊື່ສຽງຂອງພວກເຂົາເສື່ອມເສຍ, ຍາດເອົາຄວາມປາຖະໜາ, ຄວາມທະເຍີທະຍານ ແລະ ຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາ, ພວກເຂົາກໍຈະລຸກຂຶ້ນຕໍ່ຕ້ານຄົນນັ້ນ ແລະ ເປັນສັດຕູຂອງພວກເຂົາ, ໂດຍບໍ່ສົນໃຈວ່າສິ່ງທີ່ຄົນອື່ນເຮັດນັ້ນຖືກ ຫຼື ຜິດ. ນັ້ນຄືທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືເຫດຜົນທີ່ວ່າ ບໍ່ວ່າຄົນເຊັ່ນຜູ້ຕໍ່ຕ້ານພຣະຄຣິສໄດ້ເຮັດສິ່ງທີ່ຜິດ ແລະ ຊົ່ວຮ້າຍຫຍັງກໍຕາມ ຫຼື ໄດ້ເຮັດສິ່ງໃດທີ່ຂັດກັບຫຼັກການ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຈະບໍ່ອະນຸຍາດໃຫ້ຄົນອື່ນລິຮານພວກເຂົາ ຫຼື ເປີດໂປງ ແລະ ຈັດການພວກເຂົາ. ທັນທີທີ່ສິ່ງເຫຼົ່ານີ້ເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ພຽງແຕ່ຈະບໍ່ສາມາດອ່ອນນ້ອມ ແລະ ຍອມຮັບພວກມັນ ຫຼື ບໍ່ສາມາດຍອມຮັບວ່າສິ່ງທີ່ພວກເຂົາເຮັດນັ້ນເປັນການກະທຳທີ່ຊົ່ວຮ້າຍ, ບໍ່ເລີຍ, ພວກເຂົາຈະກັບກ່າວຫາແບບບໍ່ມີມູນຄວາມຈິງ ແລະ ພະຍາຍາມກອບກູ້ຊື່ສຽງຂອງຕົນເອງດ້ວຍທຸກວິທີທາງທີ່ຈຳເປັນ. ພວກເຂົາຈະພະຍາຍາມໂຍນຄວາມຜິດບາບ, ຄວາມຜິດພາດຂອງພວກເຂົາໃສ່ຫົວຄົນອື່ນດ້ວຍທຸກວິທີທາງທີ່ພວກເຂົາມີ ແລະ ບໍ່ຮັບຜິດຊອບໃດໆດ້ວຍຕົນເອງ. ຍິ່ງໄປກວ່ານັ້ນ: ຄວາມປາຖະໜາທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຂົາກໍຄື ໃຫ້ຜູ້ຄົນຖືກຫຼອກລວງ ແລະ ຖືກນໍາພາຢ່າງຜິດໆ ເພື່ອແກ້ຕົວໃຫ້ກັບການກະທຳທີ່ຊົ່ວຮ້າຍຂອງພວກເຂົາ ແລະ ໂຕ້ແຍ້ງເພື່ອປົກປ້ອງພວກເຂົາ ແລະ ອາດຈະມີຄົນຈຳນວນຫຼາຍຂຶ້ນລຸກຂຶ້ນຢືນ ແລະ ເວົ້າແທນພວກເຂົາ. ນີ້ຄືສິ່ງທີ່ພວກເຂົາຢາກເຫັນທີ່ສຸດ.
ພວກເຮົາຈະຈົບເລື່ອງຂອງພວກເຮົາໄວ້ພຽງເທົ່ານີ້. ພວກເຈົ້າເດົາຖືກແລ້ວ: ທັງສອງຄົນນັ້ນແມ່ນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ສາມາດມີບົດສົນທະນາແບບນັ້ນ, ເວົ້າສິ່ງແບບນັ້ນອອກມາ ແລະ ປາຖະໜາສິ່ງແບບນັ້ນ. ຄົນທຳມະດາທີ່ເສື່ອມຊາມອາດຈະມີແນວຄິດແບບນັ້ນສອງສາມຢ່າງເປັນບາງຄັ້ງຄາວ, ແຕ່ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາຢ່າງແທ້ຈິງ, ພວກເຂົາກໍຈະກັບມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາ ແລະ ອະທິຖານ. ເທື່ອລະເລັກເທື່ອລະໜ້ອຍ, ພວກເຂົາກໍຈະຍອມອ່ອນນ້ອມ. ທຸກຄົນທີ່ເປັນຜູ້ເຊື່ອທີ່ແທ້ຈິງ, ທຸກຄົນທີ່ມີຈິດສຳນຶກ ແລະ ເຫດຜົນ ຈະມີຫົວໃຈທີ່ຢຳເກງພຣະເຈົ້າ ເມື່ອພວກເຂົາຖືກລິຮານ ຫຼື ຖືກໄລ່ອອກ. ພວກເຂົາຈະມີທັດສະນະຄະຕິຂອງການອ່ອນນ້ອມ, ຄວາມເຕັມໃຈທີ່ຈະອ່ອນນ້ອມ. ພວກເຂົາບໍ່ປາຖະໜາທີ່ຈະຢືນຢູ່ກົງກັນຂ້າມກັບພຣະເຈົ້າ, ເປັນປໍລະປັກຕໍ່ພຣະອົງ. ນີ້ຄືວິທີທີ່ຄົນທຳມະດາທີ່ມີອຸປະນິໄສທີ່ເສື່ອມຊາມຄວນປະພຶດຕົນ. ຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ມີສິ່ງໃດໃນນີ້ເລີຍ. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສ່ຳໃດກໍຕາມ, ພວກເຂົາກໍຈະບໍ່ປະຖິ້ມຄວາມປາຖະໜາຂອງພວກເຂົາ ແລະ ພວກເຂົາຈະບໍ່ປະຖິ້ມຄວາມທະເຍີທະຍານຂອງພວກເຂົາ ເຊັ່ນ: ການຄວບຄຸມ, ການຊື້ໃຈ ແລະ ການນໍາພາຜູ້ຄົນຢ່າງຜິດໆ. ຍິ່ງໄປກວ່ານັ້ນ, ສິ່ງເຫຼົ່ານັ້ນຈະບໍ່ຫຼຸດລົງເລີຍ; ເມື່ອເວລາຜ່ານໄປ ແລະ ສະຖານະການປ່ຽນແປງ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາກໍຈະຍິ່ງຮ້າຍແຮງຂຶ້ນ, ເພີ່ມຂຶ້ນເລື້ອຍໆ. ນີ້ຄືຄວາມແຕກຕ່າງກັນຢ່າງຍິ່ງລະຫວ່າງທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຂອງຄົນທຳມະດາທີ່ເສື່ອມຊາມ.
ຕອນນີ້ພວກເຮົາໄດ້ຈົບການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ທີເກົ້າຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສຈົບແລ້ວ. ຄັ້ງນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບຂໍ້ທີສິບ: ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ. ການດູໝິ່ນຄວາມຈິງ, ການຝ່າຝືນຫຼັກການຢ່າງບໍ່ອາຍ, ການເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ, ພຽງຂໍ້ໃດຂໍ້ໜຶ່ງໃນບັນດາຂໍ້ເຫຼົ່ານີ້ກໍຖືວ່າຮ້າຍແຮງພຽງພໍແລ້ວໃນຕົວຂອງມັນເອງ ແລະ ບໍ່ມີຂໍ້ໃດທີ່ເປັນການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມແບບທຳມະດາ. ຄົນເຮົາສາມາດເຫັນໄດ້ໃນທຸກຂໍ້ວ່າ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ພວກມັນກວມເອົານັ້ນມີຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າ. ສອງຢ່າງນີ້ແມ່ນອົງປະກອບທີ່ຊັດເຈນ ແລະ ຮ້າຍແຮງ. ໃນກໍລະນີນີ້, ຄວາມອວດດີ, ຄວາມຫົວແຂງ ແລະ ຄວາມເລ່ຫຼ່ຽມ ສາມາດຖືກນຳມາໃຊ້ອະທິບາຍແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? (ບໍ່ໄດ້.) ມັນຄົງຈະເປັນເລື່ອງຍາກພໍສົມຄວນທີ່ຈະເຂົ້າເຖິງຈຸດສຳຄັນຂອງລັກສະນະເຫຼົ່ານີ້ຂອງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສດ້ວຍຄຳອະທິບາຍເຫຼົ່ານັ້ນ. ມີພຽງແຕ່ສອງອຸປະນິໄສຄື ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າເທົ່ານັ້ນທີ່ສາມາດຖືກນຳມາໃຊ້ເພື່ອສະຫຼຸບລວມແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.
ພວກເຮົາຈະໄຈ້ແຍກສິ່ງເຫຼົ່ານີ້ເທື່ອລະຂໍ້. ພວກເຂົາດູໝິ່ນຄວາມຈິງ, ຄຳວ່າ “ດູໝິ່ນ” ໝາຍຄວາມວ່າແນວໃດ? (ການດູຖູກບາງສິ່ງ.) (ການດູແຄນ, ຫຍຽດຫຍາມ ແລະ ເບິ່ງວ່າເປັນເລື່ອງເລັກນ້ອຍ.) (ການຄິດວ່າບາງສິ່ງຕ່ຳຕ້ອຍເກີນກວ່າຈະດູຖູກຫຍຽດຫຍາມ.) ຄຳສັບທີ່ພວກເຈົ້າໃຊ້ນັ້ນ ລ້ວນແລ້ວແຕ່ມີຄວາມໝາຍຂ້ອນຂ້າງຄືກັນ. ການ “ດູໝິ່ນ” ບາງສິ່ງໝາຍເຖິງການບໍ່ໃສ່ໃຈ, ການດູຖູກ, ການເບິ່ງວ່າເປັນເລື່ອງເລັກນ້ອຍ, ການດູແຄນ ແລະ ການຫຍຽດຫຍາມມັນ. ໂດຍທົ່ວໄປແລ້ວ, ມັນໝາຍເຖິງການຕໍ່ຕ້ານບາງສິ່ງ, ການລັງກຽດ ແລະ ການກຽດຊັງມັນຈາກສ່ວນເລິກຂອງຫົວໃຈ ແລະ ບໍ່ຍອມຮັບມັນ ແລະ ແມ່ນແຕ່ກ່າວໂທດມັນພ້ອມດ້ວຍການພິພາກສາທີ່ເປັນປໍລະປັກ ແລະ ການໃສ່ຮ້າຍປ້າຍສີ. ສິ່ງນີ້ເມື່ອທຽບໃສ່ລະດັບກັບສິ່ງທີ່ພວກເຈົ້າເວົ້າມານັ້ນເປັນແນວໃດ? (ມັນລະອຽດ ແລະ ເຈາະຈົງກວ່າ.) ມັນເຈາະຈົງ ແລະ ເປັນຮູບປະທຳກວ່າສິ່ງທີ່ພວກເຈົ້າເວົ້າ. ຄຳນິຍາມສ່ວນໃຫຍ່ທີ່ພວກເຈົ້າສະເໜີມານັ້ນແມ່ນຄຳສັບຄ້າຍຄືກັນກັບຄຳວ່າ “ດູໝິ່ນ”. ສິ່ງທີ່ເຮົາເວົ້ານັ້ນແມ່ນການເຮັດໃຫ້ແກ່ນແທ້ຂອງການກະທຳ ແລະ ພຶດຕິກຳຂອງການ “ດູໝິ່ນ” ລະອຽດຍິ່ງຂຶ້ນ; ມັນເປັນຄຳອະທິບາຍທີ່ເປັນຮູບປະທຳ ແລະ ລະອຽດກ່ຽວກັບພຶດຕິກຳ ແລະ ແກ່ນແທ້ຂອງການດູໝິ່ນຄວາມຈິງ. ມັນໝາຍຄວາມວ່າ ເມື່ອຄົນໃດຄົນໜຶ່ງດູໝິ່ນຄວາມຈິງ, ແລ້ວໃນສິ່ງທີ່ພວກເຂົາເຮັດ, ໃນວິທີທີ່ພວກເຂົາປະຕິບັດຕໍ່ຄວາມຈິງໃນຊີວິດປະຈຳວັນຂອງພວກເຂົາ ແລະ ໃນທັດສະນະຄະຕິທີ່ພວກເຂົາມີໃນໃຈຕໍ່ກັບເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ ແລະ ສິ່ງທີ່ເປັນບວກ, ຜູ້ຄົນສາມາດເຫັນໄດ້ວ່າທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງແມ່ນແບບນີ້: ການບໍ່ຍອມຮັບ, ການຕໍ່ຕ້ານ ແລະ ການເບື່ອໜ່າຍຕໍ່ມັນ ແລະ ແມ່ນແຕ່ການພິພາກສາ, ການກ່າວໂທດ ແລະ ການໃສ່ຮ້າຍປ້າຍສີມັນ. ທັງໝົດນີ້ແມ່ນວິທີທາງທີ່ເຈາະຈົງທີ່ “ການດູໝິ່ນຄວາມຈິງ” ສະແດງອອກ ແລະ ຖືກເປີດເຜີຍ, ເຈາະຈົງເຖິງຂັ້ນລວມເອົາທຸກແງ່ມຸມຂອງທັດສະນະຄະຕິ ແລະ ວິທີການຂອງຄົນດັ່ງກ່າວຕໍ່ຄວາມຈິງ: ພວກເຂົາລັງກຽດຄວາມຈິງ, ພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ເປັນບວກ. ພວກເຂົາຕໍ່ຕ້ານສິ່ງເຫຼົ່ານັ້ນຈາກສ່ວນເລິກຂອງຫົວໃຈ ແລະ ບໍ່ຍອມຮັບພວກມັນ. ເມື່ອເຈົ້າບອກພວກເຂົາວ່າບາງສິ່ງແມ່ນພຣະທຳຂອງພຣະເຈົ້າ, ວ່າມັນແມ່ນຄວາມຈິງ, ທັດສະນະຄະຕິຂອງພວກເຂົາຈະເປັນແນວໃດ? “ພຣະທຳຂອງພຣະເຈົ້າ, ຄວາມຈິງ, ໃຜສົນໃຈ! ເຈົ້າໃຊ້ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງແທນທຸກສິ່ງ. ບໍ່ມີສິ່ງອື່ນນອກເໜືອຈາກພຣະທຳຂອງພຣະເຈົ້າໃນຊີວິດທີ່ພວກເຮົາຜູ້ຄົນດຳລົງຢູ່ບໍ? ພວກເຮົາອ່ານໜັງສືຫຼາຍຫົວ, ພວກເຮົາໄດ້ຮັບການສຶກສາຫຼາຍ, ທັງໝົດນັ້ນບໍ່ມີປະໂຫຍດຫຍັງເລີຍບໍ? ຄົນເຮົາມີສະໝອງ ແລະ ຈິດໃຈ; ພວກເຂົາມີຄວາມສາມາດທີ່ຈະຄິດກ່ຽວກັບບັນຫາຢ່າງເປັນເອກະລາດ. ການອີງໃສ່ທຸກສິ່ງໃນພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ມັນບໍ່ແມ່ນການຍຶດຕິດຫຼັກການເກີນໄປບໍ?” ທັດສະນະຄະຕິຂອງພວກເຂົາຈະເປັນແນວໃດ ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ ແລະ ເຈົ້າບອກພວກເຂົາວ່າພວກເຂົາຕ້ອງອະທິຖານຕໍ່ພຣະເຈົ້າ, ສະແຫວງຫາພຣະອົງ ແລະ ອ່ານພຣະທຳຂອງພຣະອົງ? “ອ່ານພຣະທຳຂອງພຣະເຈົ້າບໍ? ເມື່ອມີບາງສິ່ງເກີດຂຶ້ນກັບພວກເຮົາ, ມັນກໍເປັນບັນຫາຂອງພວກເຮົາເອງ. ບັນຫາຂອງມະນຸດກ່ຽວຂ້ອງຫຍັງກັບພຣະເຈົ້າ? ມັນກ່ຽວຂ້ອງຫຍັງກັບຄວາມຈິງ? ເຈົ້າຄິດແທ້ໆບໍວ່າທຸກສິ່ງມີຢູ່ໃນພຣະທຳຂອງພຣະເຈົ້າ, ວ່າມັນເປັນສາລານຸກົມ? ພຣະທຳຂອງພຣະເຈົ້າບໍ່ຈຳເປັນຕ້ອງກ່າວເຖິງທຸກສິ່ງ. ບັນຫາຂອງຜູ້ຄົນແມ່ນໃຫ້ຜູ້ຄົນຈັດການ ແລະ ບັນຫາທີ່ເຈາະຈົງກໍຕ້ອງການວິທີແກ້ໄຂທີ່ເຈາະຈົງ. ແລ້ວຖ້າເຈົ້າບໍ່ສາມາດຈັດການບາງສິ່ງໄດ້, ກໍໄປຊອກຫາໃນອິນເຕີເນັດ ຫຼື ປຶກສາກັບຜູ້ຊ່ຽວຊານກ່ຽວກັບມັນ. ແມ່ນແຕ່ມີອາຈານມະຫາວິທະຍາໄລຢູ່ທີ່ນີ້ໃນຄຣິສຕະຈັກຂອງພວກເຮົາ ແລະ ອ້າຍເອື້ອຍນ້ອງຈຳນວນຫຼາຍກໍເປັນນັກສຶກສາມະຫາວິທະຍາໄລ. ພວກເຮົາທັງໝົດລວມກັນບໍ່ສາມາດທຽບເທົ່າກັບຄວາມຈິງໄດ້ບໍ?” ທັນທີທີ່ເຈົ້າກ່າວເຖິງການສະແຫວງຫາພຣະເຈົ້າ ແລະ ການສະແຫວງຫາຄວາມຈິງ, ທັນທີທີ່ເຈົ້າເວົ້າວ່າພວກເຂົາຕ້ອງອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍຄິດທີ່ຈະດູຖູກເຈົ້າ. ພວກເຂົາບໍ່ເຕັມໃຈທີ່ຈະປະຕິບັດແບບນັ້ນ; ພວກເຂົາຈະເຫັນວ່າມັນເປັນການເສຍສັກສີ ແລະ ໜ້າອັບອາຍເກີນໄປ ແລະ ພວກເຂົາຄິດວ່າມັນຈະເຮັດໃຫ້ພວກເຂົາເບິ່ງຄືໄຮ້ຄວາມສາມາດ. ນັ້ນບໍ່ແມ່ນຮູບແບບໜຶ່ງຂອງການດູໝິ່ນບາງສິ່ງບໍ? ນີ້ຄືການສະແດງອອກທີ່ແທ້ຈິງ, ພຶດຕິກຳທີ່ແທ້ຈິງຂອງການດູໝິ່ນຄວາມຈິງ. ຄົນແບບນີ້ບໍ່ແມ່ນສ່ວນໜ້ອຍ. ພວກເຂົາອາດຈະຟັງຄຳເທດສະໜາເລື້ອຍໆ, ຖືໜັງສືພຣະທຳຂອງພຣະເຈົ້າໄວ້ໃນມື ແລະ ເຮັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ແຕ່ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ ແລະ ພວກເຂົາຖືກບອກໃຫ້ສະແຫວງຫາຄວາມຈິງ ແລະ ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍເຫັນວ່າມັນໜ້າຕະຫຼົກ ແລະ ຮູ້ສຶກເບື່ອໜ່າຍຕໍ່ມັນ. ພວກເຂົາບໍ່ສາມາດຍອມຮັບມັນໄດ້; ພວກເຂົາແມ່ນແຕ່ລັງກຽດມັນ. ນັ້ນຄືເຫດຜົນທີ່ວ່າ ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາຈຶ່ງໃຊ້ວິທີການຂອງມະນຸດເພື່ອແກ້ໄຂມັນ ໂດຍອ້າງວ່າ: “ເລື່ອງທີ່ເຈາະຈົງຕ້ອງການວິທີແກ້ໄຂທີ່ເຈາະຈົງ ແລະ ບັນຫາຂອງຜູ້ຄົນແມ່ນໃຫ້ຜູ້ຄົນແກ້ໄຂ. ບໍ່ຈຳເປັນຕ້ອງຊອກຫາພຣະເຈົ້າ. ພຣະເຈົ້າບໍ່ຈຳເປັນຕ້ອງດູແລທຸກສິ່ງ. ນອກຈາກນີ້, ຍັງມີບາງສິ່ງທີ່ພຣະເຈົ້າບໍ່ສາມາດດູແລໄດ້. ສິ່ງເຫຼົ່ານັ້ນແມ່ນເລື່ອງສ່ວນຕົວຂອງພວກເຮົາ, ເຊິ່ງບໍ່ກ່ຽວຂ້ອງຫຍັງກັບພຣະເຈົ້າ ແລະ ບໍ່ກ່ຽວຂ້ອງຫຍັງກັບຄວາມຈິງ. ພຣະເຈົ້າບໍ່ຄວນແຊກແຊງເສລີພາບສ່ວນບຸກຄົນຂອງພວກເຮົາ ແລະ ພຣະອົງບໍ່ຄວນແຊກແຊງເລື່ອງສ່ວນຕົວຂອງພວກເຮົາ. ພວກເຮົາມີສິດທີ່ຈະເລືອກ ແລະ ພວກເຮົາມີສິດທີ່ຈະເລືອກວ່າຈະດຳລົງຊີວິດແນວໃດ, ຈະປະພຶດຕົນແນວໃດ ແລະ ຈະເວົ້າແນວໃດ. ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າແມ່ນສຳລັບເວລາທີ່ຕ້ອງການທີ່ສຸດ, ສຳລັບເວລາທີ່ສຳຄັນ, ສຳລັບເວລາທີ່ຈຳເປັນທີ່ສຸດ, ເມື່ອມີບາງສິ່ງເກີດຂຶ້ນກັບຄົນໃດຄົນໜຶ່ງທີ່ພວກເຂົາບໍ່ສາມາດແກ້ໄຂໄດ້, ທີ່ພວກເຂົາບໍ່ມີທາງອອກ, ນັ້ນຄືເວລາທີ່ພວກເຂົາຈະນຳເອົາພຣະທຳຂອງພຣະເຈົ້າອອກມາ ແລະ ອ່ານມັນເລັກນ້ອຍເພື່ອຄວາມສະບາຍໃຈ, ເພື່ອໃຫ້ການປອບໂຍນທາງຈິດວິນຍານແກ່ພວກເຂົາ. ນັ້ນກໍຍິ່ງກວ່າພຽງພໍແລ້ວ”. ສາມາດເຫັນໄດ້ໃນຈຸດນີ້ວ່າ ທັດສະນະຄະຕິທີ່ຄົນເຊັ່ນຜູ້ຕໍ່ຕ້ານພຣະຄຣິສມີຕໍ່ຄວາມຈິງນັ້ນ ເປັນສິ່ງທີ່ບໍ່ຍອມຮັບຢ່າງຊັດເຈນວ່າຄວາມຈິງສາມາດເປັນຊີວິດຂອງມະນຸດໄດ້ ຫຼື ວ່າພຣະທຳຂອງພຣະເຈົ້າກ່ຽວຂ້ອງກັບທຸກສິ່ງທີ່ເກີດຂຶ້ນກັບຜູ້ຄົນໃນຊີວິດຈິງຂອງພວກເຂົາ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອຄວາມຈິງທີ່ວ່າພຣະເຈົ້າຊົງກຳທຸກສິ່ງຂອງມະນຸດໄວ້ໃນພຣະຫັດຂອງພຣະອົງ.
ຜູ້ຕໍ່ຕ້ານພຣະຄຣິສດູໝິ່ນຄວາມຈິງ; ສິ່ງນີ້ກວມເອົາຫຼາຍດ້ານ. ການເວົ້າວ່າຜູ້ຕໍ່ຕ້ານພຣະຄຣິສດູໝິ່ນຄວາມຈິງນັ້ນໝາຍຄວາມວ່າແນວໃດ? ຂອບເຂດຂອງມັນແມ່ນຫຍັງ? ພວກເຮົາຈະແບ່ງມັນອອກເປັນສາມຂໍ້ເພື່ອໄຈ້ແຍກ. ດ້ວຍວິທີນັ້ນ ມັນຈະແຈ່ມແຈ້ງຂຶ້ນສຳລັບພວກເຈົ້າ. ຢ່າງທຳອິດ, ພວກເຂົາດູໝິ່ນຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າບໍ່ໄດ້ໝາຍເຖິງຄວາມຈິງບໍ? (ແມ່ນແລ້ວ.) ຕໍ່ໄປ, ພວກເຂົາດູໝິ່ນເນື້ອໜັງທີ່ພຣະເຈົ້າຊົງບັງເກີດເປັນມະນຸດ. ເນື້ອໜັງທີ່ພຣະເຈົ້າຊົງບັງເກີດເປັນມະນຸດ ແລະ ວຽກງານທີ່ພຣະອົງກະທຳບໍ່ແມ່ນຄວາມຈິງບໍ? (ແມ່ນແລ້ວ.) ສິ່ງທີ່ເຫຼືອກໍຄື ພວກເຂົາດູໝິ່ນພຣະທຳຂອງພຣະເຈົ້າ. ຂໍ້ທຳອິດແມ່ນ ພວກເຂົາດູໝິ່ນຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ; ຂໍ້ທີສອງສາມາດຫຍໍ້ໃຫ້ສັ້ນລົງວ່າ ພວກເຂົາດູໝິ່ນພຣະຄຣິສ; ແລະ ຂໍ້ທີສາມແມ່ນ ພວກເຂົາດູໝິ່ນພຣະທຳຂອງພຣະເຈົ້າ. ພວກເຮົາຈະດຳເນີນການໄຈ້ແຍກແຕ່ລະຂໍ້ເຫຼົ່ານີ້ດ້ວຍຕົວມັນເອງ.
I. ການດູຖູກຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ
ກ່ອນອື່ນ ພວກເຮົາຈະໂອ້ລົມກັນກ່ຽວກັບທັດສະນະຄະຕິປະເພດທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ເຊິ່ງຈະສະແດງໃຫ້ເຫັນວ່າພວກເຂົາດູໝິ່ນຄວາມຈິງໃນດ້ານນີ້. ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ຕົວຕົນ ແລະ ແກ່ນແທ້ຂອງພຣະອົງແມ່ນຫຍັງ? ພວກເຂົາຄິດແນວໃດກ່ຽວກັບສິ່ງເຫຼົ່ານັ້ນ? ພວກເຂົານິຍາມມັນແນວໃດ? ພວກເຂົາຖືວ່າມັນເປັນແນວໃດ? ແກ່ນແທ້ຂອງພຣະເຈົ້າປະກອບດ້ວຍຫຍັງແດ່? ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ຄວາມຊົງລິດທານຸພາບສູງສຸດຂອງພຣະອົງ, ຄວາມບໍລິສຸດຂອງພຣະອົງ ແລະ ຄວາມເປັນໜຶ່ງດຽວທີ່ບໍ່ຄືໃຜຂອງພຣະອົງ. ສຳລັບຄວາມຈິງທີ່ວ່າຕົວຕົນຂອງພຣະອົງຄືພຣະຜູ້ສ້າງ, ທີ່ພຣະອົງຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ, ຜູ້ຕໍ່ຕ້ານພຣະຄຣິສຍອມຮັບວ່າມັນເປັນເຊັ່ນນັ້ນບໍ? (ບໍ່.) ການບໍ່ຍອມຮັບຂອງພວກເຂົາສະແດງອອກມາເປັນພິເສດແນວໃດ? (ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຍອມຮັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ເກີດຂຶ້ນກັບພວກເຂົາທຸກມື້ຈາກພຣະເຈົ້າ; ແທນທີ່ຈະເປັນແນວນັ້ນ, ພວກເຂົາຈະພຽງແຕ່ວິເຄາະບັນຫາເຫຼົ່ານັ້ນຕາມສະພາບການ ແລະ ຈັດການກັບພວກມັນດ້ວຍແນວຄິດ ແລະ ຈິນຕະນາການຂອງມະນຸດ.) ພວກເຂົາຈະຈັດການກັບພວກມັນດ້ວຍແນວຄິດ ແລະ ຈິນຕະນາການຂອງມະນຸດບໍ? ເຄິ່ງທຳອິດຂອງສິ່ງທີ່ເຈົ້າເວົ້າມານັ້ນຖືກຕ້ອງ: ເມື່ອມີບາງສິ່ງເກີດຂຶ້ນກັບຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະພຽງແຕ່ວິເຄາະບັນຫາຕາມສະພາບການ. ແຕ່ເຄິ່ງຫຼັງ, ບ່ອນທີ່ເຈົ້າເວົ້າວ່າພວກເຂົາຈະຈັດການກັບສິ່ງຕ່າງໆ ດ້ວຍແນວຄິດ ແລະ ຈິນຕະນາການຂອງມະນຸດ, ສິ່ງເຫຼົ່ານັ້ນແມ່ນພຶດຕິກຳທີ່ຄົນທຳມະດາທີ່ເສື່ອມຊາມເຮັດ. ສິ່ງທີ່ພວກເຮົາກຳລັງໂອ້ລົມກັນ ແລະ ເປີດໂປງຢູ່ທີ່ນີ້ແມ່ນ ຜູ້ຕໍ່ຕ້ານພຣະຄຣິສດູໝິ່ນຄວາມຈິງ ແລະ ຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດ. ເພື່ອຊອກຫາຫຼັກຖານສຳລັບເລື່ອງນັ້ນ, ເຈົ້າຕ້ອງຊອກຫາວິທີການ ແລະ ພຶດຕິກຳທີ່ກ່ຽວຂ້ອງຂອງຜູ້ຕໍ່ຕ້ານພຣະຄຣິສ. ຕາມຄວາມຈິງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍອມຮັບດ້ວຍຄຳເວົ້າຂອງພວກເຂົາວ່າ “ມະນຸດຖືກສ້າງໂດຍພຣະເຈົ້າ, ຊະຕາກຳຂອງມະນຸດຢູ່ໃນພຣະຫັດຂອງພຣະເຈົ້າ ແລະ ຜູ້ຄົນຄວນອ່ອນນ້ອມຕໍ່ອຳນາດປົກຄອງຂອງພຣະເຈົ້າ”, ແຕ່ນັ້ນແມ່ນວິທີທີ່ພວກເຂົາຍອມຮັບມັນ ເມື່ອມີສິ່ງຕ່າງໆ ເກີດຂຶ້ນກັບພວກເຂົາບໍ? ຄຳເວົ້າທີ່ພວກເຂົາເວົ້ານັ້ນຂ້ອນຂ້າງດີ ແລະ ຖືກຕ້ອງ, ແຕ່ນັ້ນບໍ່ແມ່ນວິທີທີ່ພວກເຂົາປະຕິບັດ ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ. ມັນແມ່ນວິທີການ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ສິ່ງຕ່າງໆ ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ ທີ່ເປີດເຜີຍວ່າຄຳເວົ້າທີ່ພວກເຂົາເວົ້ານັ້ນເປັນວະລີເດັດ, ບໍ່ແມ່ນຄວາມຮູ້ທີ່ແທ້ຈິງ. ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ພວກເຂົາມີທັດສະນະ, ຄວາມຄິດ, ຄຳເວົ້າ ແລະ ທັດສະນະຄະຕິປະເພດໃດທີ່ພິສູດວ່າພວກເຂົາມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ? ເມື່ອມີບາງສິ່ງເກີດຂຶ້ນກັບຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາສາມາດຍອມຮັບຄວາມຈິງນີ້ວ່າເປັນປະຕິກິລິຍາທຳອິດຂອງພວກເຂົາໄດ້ບໍ? ການສະຫງົບໃຈລົງ ແລະ ອ່ອນນ້ອມຕໍ່ໜ້າພຣະເຈົ້າ ແລະ ຍອມຮັບສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຕັ້ງຂຶ້ນ, ບໍ່ວ່າຈະດີ ຫຼື ຊົ່ວ ແລະ ບໍ່ວ່າມັນຈະເປັນປະໂຫຍດຕໍ່ພວກເຂົາ ຫຼື ບໍ່, ນັ້ນແມ່ນທັດສະນະຄະຕິປະເພດທີ່ພວກເຂົາມີບໍ? ເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ມີທັດສະນະຄະຕິແບບນັ້ນ. ສິ່ງທຳອິດທີ່ພວກເຂົາຄຳນຶງເຖິງ ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາກໍຄື ມັນສົ່ງຜົນກະທົບຕໍ່ຜົນປະໂຫຍດ ແລະ ຕຳແໜ່ງຂອງພວກເຂົາແນວໃດ; ຈາກນັ້ນ, ພວກເຂົາກໍຊອກທຸກວິທີທາງເພື່ອອອກຈາກມັນ, ເພື່ອຊອກຫາທາງໜີ, ເພື່ອຫຼີກລ່ຽງມັນ. ໂດຍບໍ່ປາຖະໜາທີ່ຈະຮັບຜິດຊອບຕໍ່ສິ່ງນັ້ນ, ພວກເຂົາກໍຊອກຫາເຫດຜົນ ແລະ ຂໍ້ອ້າງທາງອ້ອມ; ພວກເຂົາໃຊ້ວິທີການຂອງມະນຸດເພື່ອແກ້ໄຂມັນ ແລະ ພວກເຂົາໃຊ້ສະໝອງຂອງພວກເຂົາເພື່ອວິເຄາະ ແລະ ຈັດການກັບບັນຫາ. ພວກເຂົາແມ່ນແຕ່ຈະໂຍນຄວາມຮັບຜິດຊອບໃສ່ຄົນອື່ນ, ຈົ່ມວ່າຄົນນີ້ຜິດ ແລະ ຄົນນັ້ນບໍ່ເຮັດຕາມທີ່ຖືກບອກ, ໃນຂະນະດຽວກັນກໍເສຍໃຈທີ່ພວກເຂົາບໍ່ຮອບຄອບ ແລະ ປະໝາດຕັ້ງແຕ່ທຳອິດ, ທີ່ພວກເຂົາໄດ້ກະທຳແບບນັ້ນແບບນີ້ຕັ້ງແຕ່ທຳອິດ. ເຫັນໄດ້ຊັດເຈນວ່າ ພວກເຂົາມີທັດສະນະຄະຕິທີ່ຕໍ່ຕ້ານ, ຫຼີກລ່ຽງ, ປະຕິເສດ ແລະ ບໍ່ຍອມຮັບຕໍ່ສະຖານະການທີ່ເກີດຂຶ້ນກັບພວກເຂົາ, ສະຖານະການທີ່ພຣະເຈົ້າຊົງປັ້ນແຕ່ງ. ປະຕິກິລິຍາທຳອິດຂອງພວກເຂົາຕໍ່ສະຖານະການເຫຼົ່ານັ້ນກໍຄື ການຕໍ່ສູ້ກັບການມາເຖິງຂອງພວກມັນ; ປະຕິກິລິຍາທີສອງຂອງພວກເຂົາກໍຄື ການໃຊ້ວິທີການຂອງມະນຸດເພື່ອຈັດການໃຫ້ມັນຈົບ, ເພື່ອຜ່ານຜ່າອຸປະສັກດ້ວຍວິທີການຂອງມະນຸດ ແລະ ແມ່ນແຕ່ໃຊ້ວິທີການຂອງມະນຸດເພື່ອປົກປິດຂໍ້ເທັດຈິງ ແລະ ປົກປິດຄວາມສູນເສຍທີ່ພວກເຂົາກໍ່ຂຶ້ນຕໍ່ວຽກງານຂອງຄຣິສຕະຈັກ ແລະ ທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງທັງຫຼາຍ. ພວກເຂົາໃຊ້ພະລັງງານທາງຈິດທັງໝົດຂອງພວກເຂົາເພື່ອໃຊ້ວິທີການຂອງມະນຸດໃນການປົກປິດ ແລະ ຊຸກເຊື່ອງການກະທຳທີ່ຊົ່ວຮ້າຍຂອງພວກເຂົາ. ພວກເຂົາບໍ່ຍອມຮັບຮູ້ທຳມະຊາດຂອງສິ່ງບໍ່ດີທີ່ພວກເຂົາໄດ້ເຮັດ ຫຼື ຫຼັກການຄວາມຈິງໃດທີ່ພວກເຂົາໄດ້ລະເມີດ, ແມ່ນແຕ່ສັ່ງສອນຄົນອ້ອມຂ້າງວ່າ: “ຢ່າໃຫ້ເລື່ອງນີ້ຮົ່ວໄຫຼອອກໄປ. ຢ່າໃຫ້ໃຜໃນພວກເຮົາເວົ້າຫຍັງ; ບໍ່ມີໃຜອີກຮູ້ໄດ້”. ບໍ່ພຽງແຕ່ພວກເຂົາບໍ່ອ່ອນນ້ອມ ແລະ ປະຕິເສດທີ່ຈະຍອມຮັບສະຖານະການເຫຼົ່ານີ້, ພວກເຂົາຍັງຈະກ່າວຫາແບບບໍ່ມີມູນຄວາມຈິງ, ຫຼອກລວງ ແລະ ປິດບັງ, ພະຍາຍາມປົກປິດຂໍ້ເທັດຈິງທີ່ແທ້ຈິງ, ໂດຍຫວັງວ່າຈະຜ່ອນໜັກໃຫ້ເປັນເບົາ, ເຮັດໃຫ້ມັນເປັນເລື່ອງເລັກນ້ອຍ, ເພື່ອບໍ່ໃຫ້ຜູ້ນໍາທີ່ເໜືອກວ່າ ຫຼື ພຣະເຈົ້າຮູ້ກ່ຽວກັບມັນ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຈັດການກັບສິ່ງທີ່ເກີດຂຶ້ນກັບພວກເຂົາ. ວິທີການຈັດການຂອງພວກເຂົາສອດຄ່ອງກັບວະລີເດັດທີ່ພວກເຂົາໂຄສະນາບໍ? ລະຫວ່າງວະລີເດັດທີ່ພວກເຂົາໂຄສະນາ ແລະ ທັດສະນະຄະຕິຂອງພວກເຂົາເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ອັນໃດຄືການເປີດເຜີຍທຳມະຊາດ-ແກ່ນແທ້ຂອງພວກເຂົາ? (ທັດສະນະຄະຕິຂອງພວກເຂົາເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ.) ສະນັ້ນ, ທັດສະນະຄະຕິນັ້ນແມ່ນຫຍັງແທ້? ພວກເຂົາມີທັດສະນະຄະຕິຂອງການອ່ອນນ້ອມບໍ? ພວກເຂົາມີທັດສະນະຄະຕິທີ່ຈະຍອມຮັບການລົງວິໄນ ແລະ ການລິຮານຂອງພຣະເຈົ້າດ້ວຍຄວາມຖ່ອມຕົວບໍ? ພວກເຂົາມີຄວາມເຕັມໃຈທີ່ຈະອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າບໍ? ທັດສະນະຄະຕິ ແລະ ພຶດຕິກຳທີ່ແທ້ຈິງຂອງພວກເຂົາແມ່ນຂອງຄວາມເຊື່ອທີ່ແທ້ຈິງທີ່ວ່າ ບໍ່ວ່າຈະເກີດຫຍັງຂຶ້ນກັບພວກເຂົາ, ພຣະເຈົ້າຄືຜູ້ທີ່ຊົງມີອຳນາດສູງສຸດເໜືອທຸກສິ່ງທີ່ເປັນຂອງມະນຸດບໍ? (ບໍ່ແມ່ນ.) ບໍ່ແມ່ນເລີຍ. ແລ້ວທັດສະນະຄະຕິຂອງພວກເຂົາແມ່ນຫຍັງ? ມັນຂ້ອນຂ້າງເຫັນໄດ້ຊັດເຈນ: ພວກເຂົາຕັ້ງໃຈທີ່ຈະປະຕິເສດສິ່ງຕ່າງໆ, ປົກປິດສິ່ງຕ່າງໆ ແລະ ຫຼອກລວງ; ພວກເຂົາຕັ້ງໃຈທີ່ຈະຕໍ່ຕ້ານຈົນເຖິງທີ່ສຸດ ແລະ ບໍ່ໃຫ້ພຣະເຈົ້າກະທຳ ຫຼື ມີອຳນາດສູງສຸດ. ພວກເຂົາຄິດວ່າພວກເຂົາມີຄວາມສາມາດ ແລະ ສັກກະຍະພາບທີ່ຈະເຮັດໃຫ້ທຸກສິ່ງຖືກຕ້ອງ. ໃນເຂດອຳນາດຂອງພວກເຂົາ, ບໍ່ມີໃຜສາມາດແຊກແຊງວຽກງານຂອງພວກເຂົາ ຫຼື ຈັດການພວກເຂົາໄດ້, ພວກເຂົາຕ້ອງຍິ່ງໃຫຍ່ທີ່ສຸດ. ດັ່ງນັ້ນ, ພຣະເຈົ້າທີ່ພວກເຂົາເຊື່ອຍັງມີຕົວຕົນຢູ່ໃນຂະນະນັ້ນບໍ? ບໍ່ມີອີກແລ້ວ, ຕອນນີ້ພຣະອົງກາຍເປັນພຽງເປືອກທີ່ວ່າງເປົ່າ. ດັ່ງນັ້ນ, ຄວາມເຊື່ອຂອງພວກເຂົາໃນຂະນະນັ້ນແມ່ນຫຍັງ? ມັນເລື່ອນລອຍ ແລະ ວ່າງເປົ່າ ແລະ ມັນມີການຫຼອກລວງຢູ່ໃນນັ້ນ. ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງ.
ເມື່ອບໍ່ມີຫຍັງເກີດຂຶ້ນກັບຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະທຳທ່າຟັງຄຳເທດສະໜາ, ອ່ານພຣະທຳຂອງພຣະເຈົ້າ ແລະ ຮຽນເພງສັນລະເສີນ. ພວກເຂົາຈະເຂົ້າຮ່ວມໃນຊີວິດຄຣິສຕະຈັກ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນທຸກໂຄງການວຽກງານຂອງຄຣິສຕະຈັກ, ໂດຍມັກຈະເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າ, ສະນັ້ນ ພວກເຮົາຕ້ອງເຊື່ອໃນອຳນາດສູງສຸດຂອງພຣະອົງ ແລະ ອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະອົງ. ທຸກສິ່ງຢູ່ໃນພຣະຫັດຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະອົງກະທຳກໍລ້ວນແຕ່ດີ”. ຍິ່ງໄປກວ່ານັ້ນ, ພວກເຂົາມັກຈະສັ່ງສອນຄົນອື່ນວ່າ: “ຜູ້ຄົນບໍ່ຄວນດື້ດ້ານເຮັດຕາມແນວທາງຂອງຕົນເອງ. ເມື່ອມີບາງສິ່ງເກີດຂຶ້ນ, ພວກເຂົາຄວນອະທິຖານຕໍ່ພຣະເຈົ້າ, ເພາະທຸກສິ່ງຢູ່ໃນພຣະຫັດຂອງພຣະອົງ”. ພວກເຂົາໂຄສະນາວະລີເດັດເຫຼົ່ານີ້ຢ່າງສູງສົ່ງ ແລະ ທັດສະນະຄະຕິຂອງພວກເຂົາເບິ່ງຄືວ່າຂ້ອນຂ້າງຕັ້ງໃຈ ແລະ ເດັດຂາດ, ແຕ່ພວກເຂົາກໍບໍ່ເປັນໄປຕາມທີ່ຄາດຫວັງ ເພາະເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ, ຄວາມຈິງຂອງຂໍ້ເທັດຈິງ ແລະ ສິ່ງທີ່ພວກເຂົາເປີດເຜີຍອອກມາຢ່າງແທ້ຈິງກໍເປີດໂປງສະຖານະທີ່ແທ້ຈິງ ແລະ ແກ່ນແທ້ຂອງພວກເຂົາຢ່າງສິ້ນເຊີງ ແລະ ຢ່າງສົມບູນ. ມັນຖືກເປີດໂປງວ່າ ພວກເຂົາບໍ່ເຊື່ອໃນຂໍ້ເທັດຈິງຂອງຕົວຕົນ ແລະ ແກ່ນແທ້ຂອງພຣະຜູ້ສ້າງ, ທັງບໍ່ເຊື່ອໃນຂໍ້ທັດຈິງທີ່ວ່າພຣະອົງຊົງມີອຳນາດສູງສຸດເໜືອທຸກສິ່ງ. ພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບຄວາມຈິງເຫຼົ່ານີ້, ຍິ່ງບໍ່ຕ້ອງເວົ້າເຖິງການຍອມຮັບຮູ້ມັນ. ຮ້າຍແຮງໄປກວ່ານັ້ນ, ພວກເຂົາບໍ່ພຽງແຕ່ບໍ່ສາມາດຍອມຮັບຮູ້ ຫຼື ຍອມຮັບມັນ, ແຕ່ຍັງຄົງຕໍ່ຕ້ານຢ່າງດື້ດ້ານຈົນເຖິງທີ່ສຸດ. ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາກໍຈົ່ມວ່າ, ຖ້າບໍ່ແມ່ນເລື່ອງໜຶ່ງ, ກໍເປັນອີກເລື່ອງໜຶ່ງ. ພວກເຂົາບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າໃນລັກສະນະທີ່ປະພຶດຕົນດີ ແລະ ອ່ອນນ້ອມ ເພື່ອສະແຫວງຫາຄວາມປາຖະໜາ ແລະ ເຈດຕະນາຂອງພຣະອົງ; ພວກເຂົາບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄວາມອ່ອນນ້ອມ ແລະ ອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະອົງ ແລະ ຍອມຮັບການປັ້ນແຕ່ງ ແລະ ອຳນາດສູງສຸດຂອງພຣະອົງ; ແລະ ພວກເຂົາບໍ່ໄດ້ຍອມຮັບການລົງວິໄນຂອງພຣະອົງດ້ວຍຄວາມອ່ອນນ້ອມ. ແທນທີ່ຈະເປັນແນວນັ້ນ, ພວກເຂົາປາຖະໜາທີ່ຈະຈັດການເລື່ອງນັ້ນໃຫ້ຈົບລົງດ້ວຍເລ່ຫຼ່ຽມ ແລະ ກົນອຸບາຍຂອງມະນຸດ, ດ້ວຍວິທີການຂອງມະນຸດ ເພື່ອປິດບັງເລື່ອງນັ້ນ, ເພື່ອຫຼອກລວງຄົນອື່ນ ແລະ ຫຼອກລວງພຣະເຈົ້າ. ພວກເຂົາເຊື່ອວ່າ ຖ້າພວກເຂົາຈັດການເລື່ອງນັ້ນໃຫ້ຈົບລົງ, ພວກເຂົາກໍຈະສາມາດເຮັດໃຫ້ມັນຈົບລົງໄດ້ຢ່າງມີປະສິດທິຜົນ. ພວກເຂົາເຊື່ອວ່າ ຖ້າພວກເຂົາຈັດການມັນໃຫ້ຈົບລົງ ແລະ ຄວາມຜິດພາດ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຖືກປົກປິດໄວ້ ແລະ ບໍ່ມີໃຜຮູ້ກ່ຽວກັບສິ່ງເຫຼົ່ານີ້ ແລະ ບໍ່ມີໃຜສາມາດກວດພົບສິ່ງຜິດປົກກະຕິໃດໆ ກັບພວກເຂົາ ຫຼື ສືບສວນເລື່ອງນັ້ນຕໍ່ໄປ, ພວກເຂົາກໍຈະບັນລຸສິ່ງທີ່ຍິ່ງໃຫຍ່. ຈາກນັ້ນ, ພວກເຂົາກໍຈະຮູ້ສຶກສະບາຍໃຈ. ເມື່ອຕັດສິນຈາກຄຳເວົ້າ ແລະ ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການກະທຳ ແລະ ການປະພຶດຂອງພວກເຂົາ, ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ, ພ້ອມທັງແກ່ນແທ້ຂອງພຶດຕິກຳ ແລະ ການສະແດງອອກຂອງພວກເຂົາ, ພວກເຂົາກໍຕໍ່ຕ້ານອຳນາດສູງສຸດຂອງພຣະເຈົ້າຢ່າງດື້ດ້ານ. ພວກເຂົາຈະຕໍ່ສູ້ຢ່າງດື້ດ້ານຈົນເຖິງທີ່ສຸດ. ບໍ່ວ່າພວກເຂົາໄດ້ເຮັດຜິດຫຍັງກໍຕາມ, ພວກເຂົາກໍຈະບໍ່ອະນຸຍາດໃຫ້ພຣະເຈົ້າລິຮານພວກເຂົາ ຫຼື ຈັດຕັ້ງສະພາບແວດລ້ອມເພື່ອລົງວິໄນພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງການອະນຸຍາດໃຫ້ພຣະອົງເປີດເຜີຍ ແລະ ເປີດໂປງພວກເຂົາ. ທັນທີທີ່ພວກເຂົາຖືກເປີດໂປງ, ທັນທີທີ່ຄວາມລັບຖືກເປີດເຜີຍ, ພວກເຂົາກໍຕົກໃຈ, ເລີ່ມວຸ້ນວາຍໃຈ ແລະ ຟູມຟາຍ; ພວກເຂົາແມ່ນແຕ່ຈະພິກສະຖານະການ ແລະ ກ່າວຫາລ່ວງໜ້າ, ໂດຍເວົ້າວ່າພຣະເຈົ້າບໍ່ໄດ້ປົກປ້ອງພວກເຂົາ, ວ່າພຣະອົງບໍ່ໄດ້ອວຍພອນພວກເຂົາ, ວ່າພຣະອົງບໍ່ຍຸຕິທຳ, ຖ້າບໍ່ດັ່ງນັ້ນ, ເມື່ອສິ່ງດຽວກັນເກີດຂຶ້ນກັບພວກເຂົາ ແລະ ຄົນອື່ນ, ເປັນຫຍັງພຣະເຈົ້າຈຶ່ງບໍ່ເປີດເຜີຍຄົນອື່ນ, ມີແຕ່ເປີດເຜີຍພວກເຂົາ? ຖ້າບໍ່ດັ່ງນັ້ນ, ເມື່ອສິ່ງດຽວກັນເກີດຂຶ້ນ, ເປັນຫຍັງພຣະເຈົ້າຈຶ່ງບໍ່ລົງວິໄນຄົນອື່ນ, ມີແຕ່ລົງວິໄນພວກເຂົາ? ພວກເຂົາແມ່ນແຕ່ຈະເວົ້າວ່າ, “ໃນເມື່ອພຣະເຈົ້າບໍ່ຊອບທຳ, ຂ້ອຍກໍຕ້ອງປົກປ້ອງຕົນເອງດ້ວຍວິທີການຂອງມະນຸດ, ວິທີການຂອງຂ້ອຍເອງ”. ພວກເຂົາເຊື່ອວ່າພຣະເຈົ້າບໍ່ສາມາດລົງວິໄນ ແລະ ເປີດໂປງພວກເຂົາໄດ້ ເມື່ອພວກເຂົາໄດ້ເຮັດສິ່ງໃດໜຶ່ງຜິດ, ແຕ່ຕ້ອງປົກປິດໃຫ້ພວກເຂົາ, ອຳນວຍຄວາມສະດວກໃຫ້ພວກເຂົາໃນທຸກດ້ານ, ເປີດທາງໃຫ້ສະດວກ, ປ່ອຍປະລະເລີຍທຸກການກະທຳຜິດຂອງພວກເຂົາ. ພວກເຂົາເຊື່ອວ່ານັ້ນຄືສິ່ງທີ່ພຣະເຈົ້າຈະເຮັດ. ຖ້າພຣະເຈົ້າເປີດເຜີຍພວກເຂົາ ແລະ ບໍ່ປະຕິບັດຕໍ່ພວກເຂົາດ້ວຍຄວາມໂປດປານພິເສດ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ບໍ່ໃຫ້ພວກເຂົາມີນິມິດພິເສດ ຫຼື ການນໍາພາພິເສດ, ພວກເຂົາກໍຮູ້ສຶກວ່າພຣະເຈົ້າອົງນັ້ນບໍ່ໜ້າຮັກ, ວ່າພຣະອົງບໍ່ສົມຄວນທີ່ຈະມີອຳນາດສູງສຸດເໜືອຊະຕາກຳຂອງພວກເຂົາ. ສະນັ້ນ, ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ຢາກອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍອມຮັບທຸກສິ່ງທີ່ມາຈາກພຣະອົງໃນຖານະສິ່ງທີ່ຖືກສ້າງ; ແທນທີ່ຈະເປັນແນວນັ້ນ, ພວກເຂົາຢາກໃຫ້ພຣະເຈົ້າຮັບໃຊ້ພວກເຂົາ, ຊ່ວຍເຫຼືອພວກເຂົາໃນທຸກດ້ານ ແລະ ແມ່ນແຕ່ບໍ່ໃຫ້ຕຳໜິ ຫຼື ລົງວິໄນພວກເຂົາສຳລັບການຝ່າຝືນໃດໆ ທີ່ພວກເຂົາກະທຳ ຫຼື ສຳລັບຄວາມເສື່ອມຊາມ, ຄວາມກະບົດ ຫຼື ການຕໍ່ຕ້ານໃດໆທີ່ພວກເຂົາເປີດເຜີຍອອກມາ. ສາມາດເຫັນໄດ້ໃນທຸກພຶດຕິກຳ ແລະ ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສວ່າ ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ສິ່ງທີ່ເອີ້ນວ່າຄວາມເຊື່ອທີ່ແທ້ຈິງຂອງພວກເຂົານັ້ນ ເປັນພຽງຄວາມພະຍາຍາມທີ່ຈະສວຍໂອກາດເພື່ອຫາຜົນປະໂຫຍດ ແລະ ຄວາມໄດ້ປຽບ. ພວກເຂົາບໍ່ໄດ້ອ່ອນນ້ອມຕໍ່ການປັ້ນແຕ່ງຂອງພຣະເຈົ້າ, ແຕ່ຈະປັ້ນແຕ່ງພຣະເຈົ້າ, ໂດຍປາຖະໜາທີ່ຈະສວຍໃຊ້ພຣະອົງໃຫ້ເຮັດທຸກສິ່ງເພື່ອພວກເຂົາ ແລະ ເປີດທາງໃຫ້ພວກເຂົາ. ພວກເຂົາບໍ່ໄດ້ຍອມຮັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ຄວາມລອດພົ້ນຂອງພຣະອົງໃນຖານະສິ່ງທີ່ຖືກສ້າງທີ່ເສື່ອມຊາມ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຮູ້ສຶກວ່າການທີ່ພວກເຂົາເຊື່ອໃນພຣະເຈົ້ານັ້ນເປັນການມອບຄວາມໂປດປານຢ່າງໃຫຍ່ຫຼວງໃຫ້ແກ່ພຣະອົງ ແລະ ວ່າພຣະເຈົ້າຄວນຈື່ຈຳມັນ ແລະ ປົກປ້ອງພວກເຂົາ ແລະ ອວຍພອນພວກເຂົາຢ່າງບໍ່ມີເງື່ອນໄຂ ແລະ ໃຫ້ອະໄພພວກເຂົາ, ບໍ່ວ່າພວກເຂົາໄດ້ເຮັດສິ່ງທີ່ບໍ່ດີຫຍັງກໍຕາມ ໂດຍໃຫ້ການອະໄພໂທດພິເສດແກ່ພວກເຂົາ. ຄົນປະເພດທີ່ເປັນຜູ້ຕໍ່ຕ້ານພຣະຄຣິສນັ້ນຊົ່ວຮ້າຍຢ່າງແທ້ຈິງ. ພວກເຂົາບໍ່ມີຄວາມລະອາຍເລີຍ. ພວກເຂົາບໍ່ຮູ້ແມ່ນແຕ່ວ່າຕົນເອງເປັນຄົນປະເພດໃດ ຫຼື ຕົນເອງເປັນໃຜ. ສະນັ້ນ ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາກໍໃຫ້ເຫດຜົນ ແລະ ຂໍ້ອ້າງຢ່າງບໍ່ອາຍ ແລະ ອ້ອນວອນ ແລະ ໂຕ້ແຍ້ງຄະດີຂອງພວກເຂົາ ແລະ ໂຍນຄວາມຮັບຜິດຊອບ ແລະ ຊຸກເຊື່ອງຂໍ້ເທັດຈິງ, ພວກເຂົາຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ. ພວກເຂົາຢ້ານວ່າ ຖ້າພວກເຂົາຖືກເປີດເຜີຍ ແລະ ຜູ້ຄົນເບິ່ງທະລຸພວກເຂົາ, ພວກເຂົາກໍຈະບໍ່ມີສະຖານະ ຫຼື ຊື່ສຽງອີກຕໍ່ໄປ. ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຢຸດຢູ່ທີ່ປາກຂອງພວກເຂົາ; ພວກເຂົາບໍ່ໄດ້ເສຍສະລະຫຍັງ ແລະ ພວກເຂົາບໍ່ໄດ້ອ່ອນນ້ອມຢ່າງແທ້ຈິງ, ຍິ່ງບໍ່ຕ້ອງເວົ້າເຖິງການເຂົ້າໃກ້ການຍອມຮັບ. ສະນັ້ນ, ກ່ຽວກັບຄວາມຈິງຂອງຕົວຕົນຂອງພຣະເຈົ້າ, ສາມາດເຫັນໄດ້ໃນແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສວ່າ ພວກເຂົາຕໍ່ຕ້ານຈາກສ່ວນເລິກຂອງຫົວໃຈ, ພວກເຂົາບໍ່ເຕັມໃຈທີ່ຈະໃຫ້ພຣະເຈົ້າມີອຳນາດສູງສຸດເໜືອຊະຕາກຳຂອງພວກເຂົາ ແລະ ປັ້ນແຕ່ງທຸກສິ່ງທີ່ເປັນຂອງພວກເຂົາ. ພວກເຂົາບໍ່ຢາກໃຫ້ພຣະເຈົ້າມີອຳນາດສູງສຸດ, ພວກເຂົາຢາກໃຫ້ໃຜມີອຳນາດສູງສຸດ? ພວກເຂົາຢາກເປັນຜູ້ຕັດສິນໃຈສຸດທ້າຍດ້ວຍຕົນເອງ, ເຊິ່ງໝາຍຄວາມໂດຍໄນວ່າ ປ່ອຍໃຫ້ຊາຕານຄວບຄຸມສິ່ງຕ່າງໆ ແລະ ປ່ອຍໃຫ້ອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຊາຕານເປັນຊີວິດຂອງພວກເຂົາ ແລະ ປົກຄອງເປັນກະສັດໃນຫົວໃຈຂອງພວກເຂົາ. ມັນເປັນແບບນັ້ນ. ສ່ວນສຳລັບແກ່ນແທ້ຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ສິ່ງນັ້ນແນວໃດ? ຜູ້ຕໍ່ຕ້ານພຣະຄຣິສມີຄວາມສົງໄສກ່ຽວກັບອົງປະກອບທີ່ລວມເປັນແກ່ນແທ້ຂອງພຣະເຈົ້າ. ພວກເຂົາບໍ່ເຊື່ອ; ພວກເຂົາສົງໄສ; ພວກເຂົາແມ່ນແຕ່ມີແນວຄິດກ່ຽວກັບອົງປະກອບທັງໝົດເຫຼົ່ານັ້ນ, ພ້ອມດ້ວຍການກ່າວໂທດ. ບາງຄັ້ງ, ພວກເຂົາແມ່ນແຕ່ໃຊ້ຈິນຕະນາການ, ຄວາມຮູ້ ແລະ ສະໝອງຂອງພວກເຂົາເພື່ອວິເຄາະ ແລະ ຕີຄວາມໝາຍອົງປະກອບເຫຼົ່ານັ້ນ. ຄົນໂງ່ບາງຄົນແມ່ນແຕ່ເຊື່ອວ່າການຕີຄວາມໝາຍຂອງພວກເຂົາຂ້ອນຂ້າງດີ, ເປັນຝ່າຍວິນຍານ, ຖືກຕ້ອງຕາມກົດໝາຍ ແລະ ເປັນຮູບປະທຳ. ນັ້ນຍິ່ງໜ້າລັງກຽດກວ່າ.
1. ການດູໝິ່ນຄວາມຊອບທຳຂອງພຣະເຈົ້າ
ຄົນປະເພດຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມຊອບທຳ ແລະ ອຸປະນິໄສຂອງພຣະເຈົ້າດ້ວຍແນວຄິດ, ຄວາມສົງໄສ ແລະ ການຕໍ່ຕ້ານຢູ່ສະເໝີ. ພວກເຂົາຄິດວ່າ, “ມັນເປັນພຽງທິດສະດີທີ່ວ່າພຣະເຈົ້າຊົງຊອບທຳ. ຄວາມຊອບທຳມີຢູ່ຈິງໃນໂລກນີ້ບໍ? ຕະຫຼອດເວລາຫຼາຍປີໃນຊີວິດຂອງຂ້ອຍ, ຂ້ອຍບໍ່ເຄີຍພົບ ຫຼື ເຫັນມັນຈັກເທື່ອ. ໂລກນີ້ມືດມົນ ແລະ ຊົ່ວຮ້າຍຫຼາຍ ແລະ ຄົນຊົ່ວຮ້າຍ ແລະ ຜີຮ້າຍກໍດຳເນີນຊີວິດໄດ້ດີ, ຢູ່ຢ່າງມີຄວາມພໍໃຈ. ຂ້ອຍບໍ່ເຫັນວ່າພວກເຂົາໄດ້ຮັບສິ່ງທີ່ພວກເຂົາສົມຄວນໄດ້ຮັບ. ຂ້ອຍເບິ່ງບໍ່ເຫັນວ່າຄວາມຊອບທຳຂອງພຣະເຈົ້າຢູ່ໃສໃນເລື່ອງນີ້; ຂອຍສົງໄສວ່າ ຄວາມຊອບທຳຂອງພຣະເຈົ້າມີຢູ່ຈິງບໍ? ໃຜເຄີຍເຫັນມັນແດ່? ບໍ່ມີໃຜເຄີຍເຫັນ ແລະ ບໍ່ມີໃຜສາມາດຢືນຢັນມັນໄດ້”. ນີ້ຄືສິ່ງທີ່ພວກເຂົາຄິດກັບຕົວເອງ. ພວກເຂົາບໍ່ຍອມຮັບພາລະກິດທັງໝົດຂອງພຣະເຈົ້າ, ພຣະທຳທັງໝົດຂອງພຣະອົງ ແລະ ການປັ້ນແຕ່ງທັງໝົດຂອງພຣະອົງ ບົນພື້ນຖານຄວາມເຊື່ອທີ່ວ່າພຣະອົງຊົງຊອບທຳ, ແຕ່ພວກເຂົາສົງໄສ ແລະ ຕັດສິນຢູ່ສະເໝີ, ເຕັມໄປດ້ວຍແນວຄິດຢູ່ສະເໝີ, ເຊິ່ງພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງເພື່ອແກ້ໄຂ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຊື່ອໃນພຣະເຈົ້າສະເໝີມາ. ພວກເຂົາມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ? ບໍ່. ຜູ້ຕໍ່ຕ້ານພຣະຄຣິສມີທັດສະນະຄະຕິທີ່ສົງໄສຢູ່ສະເໝີ ເມື່ອເວົ້າເຖິງຄວາມຊອບທຳຂອງພຣະເຈົ້າ. ແນ່ນອນ, ພວກເຂົາມີຄວາມສົງໄສກ່ຽວກັບອຸປະນິໄສຂອງພຣະເຈົ້າ, ຄວາມບໍລິສຸດຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ພວກເຂົາບໍ່ເຊື່ອໃນສິ່ງເຫຼົ່ານັ້ນ, ແຕ່ດຳເນີນຊີວິດໂດຍອີງໃສ່ສິ່ງທີ່ຕາເຫັນເທົ່ານັ້ນ, ຖ້າພວກເຂົາບໍ່ສາມາດເຫັນບາງສິ່ງດ້ວຍຕາຂອງພວກເຂົາເອງ, ພວກເຂົາກໍຈະບໍ່ມີວັນເຊື່ອມັນ. ພວກເຂົາກໍຄືກັນກັບໂທມາ, ສົງໄສອົງພຣະເຢຊູເຈົ້າຢູ່ສະເໝີ, ບໍ່ເຊື່ອວ່າອົງພຣະເຢຊູເຈົ້າໄດ້ຟື້ນຄືນພຣະຊົນຈາກຄວາມຕາຍ, ບໍ່ເຊື່ອໃນລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ. ຄົນທີ່ໄຮ້ຄ່າປະເພດຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ສະແຫວງຫາຄວາມຈິງ ຈະສາມາດເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງໄດ້ບໍ? ພວກເຂົາຈະສາມາດເຊື່ອໃນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງໄດ້ບໍ? ພວກເຂົາບໍ່ເຊື່ອໃນສິ່ງໃດເລີຍ; ໃນໃຈຂອງພວກເຂົາ, ພວກເຂົາມີຄວາມສົງໄສຢູ່ສະເໝີ. ເມື່ອຕັດສິນຈາກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາດຳເນີນຊີວິດໂດຍອີງໃສ່ສິ່ງທີ່ຕາເຫັນ, ສະນັ້ນ ພວກເຂົາຈຶ່ງເປັນນັກວັດຖຸນິຍົມ. ພວກເຂົາບໍ່ສາມາດເຫັນລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ພວກເຂົາບໍ່ເຊື່ອວ່າພຣະທຳຂອງພຣະອົງເປັນຄວາມຈິງ, ວ່າເປັນຄວາມຈິງທີ່ພຣະອົງໄດ້ເຮັດໃຫ້ເກີດຂຶ້ນແລ້ວ. ເພາະວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງ, ພວກເຂົາຈຶ່ງບໍ່ມີທາງທີ່ຈະເຫັນການກະທຳຂອງພຣະເຈົ້າໄດ້. ຄວາມຈິງກໍຄື ພວກເຂົາມີເຈດຕະນາອື່ນທີ່ແອບແຝງໃນການເຊື່ອໃນພຣະເຈົ້າ. ພວກເຂົາເປັນພວກທີ່ມັກສ້າງຄວາມວຸ້ນວາຍທີ່ປາເຖື່ອນ, ເປັນຄົນຮັບໃຊ້ຂອງຊາຕານ. ຄົນທີ່ບໍ່ຍອມຮັບຄວາມຈິງ ຫຼື ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ຜູ້ທີ່ເບິ່ງທຸກສິ່ງດ້ວຍສາຍຕາຂອງມະນຸດ, ຈະສາມາດຮຽນຮູ້ເຖິງການມີຢູ່ຂອງຄວາມຈິງໄດ້ບໍ? ພວກເຂົາຈະສາມາດຮຽນຮູ້ເຖິງຄວາມຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອມະນຸດຊາດໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ພວກເຂົາເບິ່ງສິ່ງຕ່າງໆ ດ້ວຍສາຍຕາທີ່ກວດສອບ, ສາຍຕາທີ່ສົງໄສ ແລະ ທັດສະນະຄະຕິທີ່ບໍ່ເຊື່ອ ແລະ ແມ່ນແຕ່ຕໍ່ຕ້ານທຸກສິ່ງທີ່ພຣະເຈົ້າກະທຳ, ສະນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ເຊື່ອໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ພວກເຂົາມີຄວາມສົງໄສ ແລະ ບໍ່ຍອມຮັບມັນ. ພຶດຕິກຳໃດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ສະແດງໃຫ້ຄົນອື່ນເຫັນວ່າ ພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ຮັບຮູ້ແກ່ນແທ້ຂອງພຣະເຈົ້າ? ມີຫຼາຍຢ່າງທີ່ສະເພາະເຈາະຈົງ. ຕົວຢ່າງ: ເມື່ອມີບັນຫາເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ, ບໍ່ວ່າຄວາມຮຸນແຮງຂອງການຕຳໜິຈະເປັນແນວໃດ ຫຼື ຜົນສະທ້ອນຂອງມັນຈະເປັນແນວໃດ, ປະຕິກິລິຍາທຳອິດຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ການເຮັດໃຫ້ຕົນເອງພົ້ນຜິດ ແລະ ຍູ້ຄວາມຜິດໄປໃຫ້ຄົນອື່ນ. ເພື່ອທີ່ຈະບໍ່ຕ້ອງຮັບຜິດຊອບ, ພວກເຂົາແມ່ນແຕ່ຈະບ່ຽງເບນຄວາມສົນໃຈ, ເວົ້າບາງຄຳທີ່ຖືກຕ້ອງ, ຟັງແລ້ວມ່ວນຫູ ແລະ ເຮັດພຽງຜິວເຜີນ ເພື່ອປົກປິດຄວາມຈິງຂອງເລື່ອງ. ໃນເວລາປົກກະຕິ, ຜູ້ຄົນບໍ່ສາມາດເຫັນມັນໄດ້, ແຕ່ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ, ຄວາມໜ້າກຽດຂອງຜູ້ຕໍ່ຕ້ານພຣະຄຣິສກໍຈະຖືກເປີດເຜີຍ. ຄືກັນກັບເໝັ້ນທີ່ຂົນຕັ້ງຂຶ້ນ, ພວກເຂົາປົກປ້ອງຕົນເອງຢ່າງສຸດຄວາມສາມາດ, ໂດຍບໍ່ຕ້ອງການຮັບຜິດຊອບໃດໆ. ນີ້ແມ່ນທັດສະນະຄະຕິແບບໃດ? ມັນບໍ່ແມ່ນການບໍ່ເຊື່ອວ່າພຣະເຈົ້າຊົງຊອບທຳບໍ? ພວກເຂົາບໍ່ເຊື່ອວ່າພຣະເຈົ້າຊົງກວດສອບທຸກສິ່ງ ຫຼື ວ່າພຣະອົງຊົງຊອບທຳ; ພວກເຂົາຕ້ອງການໃຊ້ວິທີການຂອງຕົນເອງເພື່ອປົກປ້ອງຕົນເອງ. ພວກເຂົາເຊື່ອວ່າ, “ຖ້າຂ້ອຍບໍ່ປົກປ້ອງຕົນເອງ, ກໍຈະບໍ່ມີໃຜປົກປ້ອງ. ພຣະເຈົ້າກໍບໍ່ສາມາດປົກປ້ອງຂ້ອຍໄດ້ຄືກັນ. ພວກເຂົາເວົ້າວ່າພຣະອົງຊົງຊອບທຳ, ແຕ່ເມື່ອຜູ້ຄົນຕົກຢູ່ໃນຄວາມລຳບາກ, ພຣະອົງປະຕິບັດຕໍ່ພວກເຂົາຢ່າງຍຸຕິທຳແທ້ບໍ? ບໍ່ມີທາງ, ພຣະເຈົ້າບໍ່ເຮັດແບບນັ້ນ”. ເມື່ອປະເຊີນກັບຄວາມລຳບາກ ຫຼື ການຂົ່ມເຫັງ, ພວກເຂົາຮູ້ສຶກໄຮ້ທີ່ເພິ່ງ ແລະ ຄິດວ່າ, “ແລ້ວພຣະເຈົ້າຢູ່ໃສ? ຜູ້ຄົນເບິ່ງບໍ່ເຫັນ ຫຼື ແຕະຕ້ອງພຣະອົງບໍ່ໄດ້. ບໍ່ມີໃຜສາມາດຊ່ວຍຂ້ອຍໄດ້; ບໍ່ມີໃຜສາມາດໃຫ້ຄວາມຍຸຕິທຳແກ່ຂ້ອຍ ແລະ ຢືນຢັນຄວາມທ່ຽງທຳໃຫ້ຂ້ອຍໄດ້”. ພວກເຂົາຄິດວ່າວິທີດຽວທີ່ຈະປົກປ້ອງຕົນເອງໄດ້ກໍຄື ດ້ວຍວິທີການຂອງພວກເຂົາເອງ, ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະໄດ້ຮັບຄວາມເສຍຫາຍ, ຖືກຂົ່ມເຫັງ ແລະ ຖືກກົດຂີ່ຂົ່ມເຫັງ ແລະ ເຮືອນຂອງພຣະເຈົ້າກໍບໍ່ແມ່ນຂໍ້ຍົກເວັ້ນ. ຜູ້ຕໍ່ຕ້ານພຣະຄຣິສຈະວາງແຜນທຸກຢ່າງໄວ້ສຳລັບຕົນເອງແລ້ວ ກ່ອນທີ່ບາງສິ່ງຈະເກີດຂຶ້ນກັບພວກເຂົາ. ສ່ວນໜຶ່ງ, ສິ່ງທີ່ພວກເຂົາເຮັດກໍຄື ພະຍາຍາມຢ່າງໜັກເພື່ອປອມຕົວເປັນຄົນທີ່ມີອຳນາດ ຈົນບໍ່ມີໃຜກ້າລົບກວນພວກເຂົາ ຫຼື ກໍ່ກວນພວກເຂົາ ຫຼື ຂົ່ມເຫັງພວກເຂົາ. ອີກສ່ວນໜຶ່ງກໍຄື ການຍຶດໝັ້ນຂອງພວກເຂົາໃນທຸກບາດກ້າວຕໍ່ປັດຊະຍາຂອງຊາຕານ ແລະ ກົດແຫ່ງການດຳລົງຊີວິດຂອງມັນ. ໂດຍຫຼັກໆແລ້ວ ສິ່ງເຫຼົ່ານັ້ນແມ່ນຫຍັງ? “ມະນຸດທຸກຄົນເຫັນແກ່ຕົວ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົນ”, “ເລື່ອງບໍ່ກ່ຽວກັບໂຕ ກໍປ່ອຍໄປ”, “ຄົນສະຫຼາດຮູ້ຈັກປົກປ້ອງຕົນເອງ, ສະແຫວງຫາພຽງແຕ່ຫຼີກລ່ຽງການເຮັດຜິດ”, ການກະທຳຕາມສະຖານະການ, ການເປັນຄົນລ່ຽນໄຫຼ ແລະ ສະຫຼາດແກມໂກງ, “ເຮົາຈະບໍ່ໂຈມຕີ ເວັ້ນເສຍແຕ່ວ່າເຮົາຖືກໂຈມຕີ”, “ຄວາມສາມັກຄີເປັນສິ່ງປະເສີດ, ຄວາມອົດທົນເປັນເລີດ”, “ຈົ່ງເວົ້າຄຳທີ່ດີໃຫ້ສອດຄ່ອງກັບຄວາມຮູ້ສຶກ ແລະ ເຫດຜົນຂອງຄົນອື່ນ, ເພາະຄວາມກົງໄປກົງມາເຮັດໃຫ້ຄົນອື່ນລຳຄານ”, “ຄົນສະຫຼາດຍ່ອມປັບຕົວເຂົ້າກັບສະຖານະການ” ແລະ ປັດຊະຍາຂອງຊາຕານອື່ນໆ. ພວກເຂົາບໍ່ຮັກຄວາມຈິງ, ແຕ່ຍອມຮັບປັດຊະຍາຂອງຊາຕານຄືກັບວ່າມັນເປັນສິ່ງທີ່ເປັນບວກ, ໂດຍເຊື່ອວ່າມັນຈະສາມາດປົກປ້ອງພວກເຂົາໄດ້. ພວກເຂົາດຳເນີນຊີວິດໂດຍສິ່ງເຫຼົ່ານີ້; ພວກເຂົາບໍ່ເວົ້າຄວາມຈິງກັບໃຜ, ແຕ່ເວົ້າຄຳທີ່ໜ້າພໍໃຈ, ຄຳປະຈົບປະແຈງ, ຄຳຍົກຍ້ອງຢູ່ສະເໝີ, ບໍ່ເຮັດໃຫ້ໃຜຜິດໃຈ, ຄິດຫາວິທີທີ່ຈະສະແດງຕົນເອງ ເພື່ອໃຫ້ຄົນອື່ນນັບຖືພວກເຂົາ. ພວກເຂົາໃສ່ໃຈພຽງແຕ່ການໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງຕົນເອງ ແລະ ບໍ່ເຮັດຫຍັງເລີຍເພື່ອສະໜັບສະໜູນວຽກງານຂອງຄຣິສຕະຈັກ. ບໍ່ວ່າໃຜຈະເຮັດສິ່ງທີ່ບໍ່ດີ ແລະ ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍບໍ່ເປີດໂປງ ຫຼື ລາຍງານ, ແຕ່ເຮັດຄືກັບວ່າພວກເຂົາບໍ່ເຫັນ. ເມື່ອເບິ່ງຈາກຫຼັກການໃນການຈັດການສິ່ງຕ່າງໆຂອງພວກເຂົາ ແລະ ການປະຕິບັດຕໍ່ສິ່ງທີ່ເກີດຂຶ້ນອ້ອມຕົວພວກເຂົາ, ພວກເຂົາມີຄວາມຮູ້ກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ? ພວກເຂົາມີຄວາມເຊື່ອໃນມັນບໍ? ພວກເຂົາບໍ່ມີເລີຍ. “ບໍ່ມີເລີຍ” ໃນທີ່ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີຄວາມຮັບຮູ້ກ່ຽວກັບມັນ, ແຕ່ໝາຍຄວາມວ່າພວກເຂົາມີຄວາມສົງໄສກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າໃນໃຈຂອງພວກເຂົາ. ພວກເຂົາບໍ່ຍອມຮັບ ຫຼື ຮັບຮູ້ວ່າພຣະເຈົ້າຊົງຊອບທຳ. ເມື່ອພວກເຂົາເຫັນຫຼາຍຄົນເປັນພະຍານວ່າຄວາມຈິງ ແລະ ຄວາມຊອບທຳປົກຄອງຢູ່ໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຕໍ່ຕ້ານ ແລະ ຕັດສິນມັນໃນໃຈ, ໂດຍກ່າວວ່າ, “ເປັນຫຍັງມັງກອນແດງທີ່ຍິ່ງໃຫຍ່ຈຶ່ງບໍ່ໄດ້ຮັບການລົງໂທດສຳລັບການຂົ່ມເຫັງຜູ້ຄົນທີ່ພຣະເຈົ້າເລືອກ? ຄົນຊົ່ວຊ້າໃນບັນດາຜູ້ບໍ່ເຊື່ອຂົ່ມເຫັງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ໃສ່ຮ້າຍປ້າຍສີພວກເຂົາ ແລະ ຕັດສິນພວກເຂົາ ແລະ ພວກເຂົາກໍບໍ່ໄດ້ຮັບການລົງໂທດຄືກັນ. ພວກເຂົາທຸກຄົນຢູ່ຢ່າງສະບາຍ, ເປັນຫຍັງຜູ້ທີ່ເຊື່ອໃນພຣະເຈົ້າຈຶ່ງເປັນຝ່າຍທີ່ຖືກຂົ່ມເຫັງຢູ່ສະເໝີ?” ໃນໃຈຂອງພວກເຂົາ, ພວກເຂົາບໍ່ເຊື່ອໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າປະຕິບັດຕໍ່ທຸກຄົນດ້ວຍຄວາມຊອບທຳ ແລະ ພວກເຂົາກໍບໍ່ເຊື່ອໃນແນວຄິດທີ່ວ່າ ພຣະເຈົ້າຈະຕອບແທນແຕ່ລະຄົນຕາມການກະທຳຂອງພວກເຂົາ ແລະ ມີພຽງແຕ່ຜູ້ທີ່ໄລ່ຕາມຄວາມຈິງເທົ່ານັ້ນທີ່ຈະໄດ້ຮັບພອນຈາກພຣະເຈົ້າ ແລະ ໄດ້ຮັບຈຸດໝາຍປາຍທາງທີ່ສວຍງາມ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອໃນສິ່ງເຫຼົ່ານີ້. ພວກເຂົາເວົ້າກັບຕົນເອງວ່າ, “ຖ້າສິ່ງເຫຼົ່ານີ້ເປັນຄວາມຈິງ, ເປັນຫຍັງຂ້ອຍຈຶ່ງບໍ່ເຄີຍເຫັນ? ເຈົ້າເວົ້າວ່າຜູ້ທີ່ໄລ່ຕາມຄວາມຈິງຈະໄດ້ຮັບພອນຈາກພຣະເຈົ້າ. ແລ້ວ, ຄົນນັ້ນຄົນນີ້ໃນຄຣິສຕະຈັກຂອງພວກເຮົາກໍໄລ່ຕາມຄວາມຈິງ ແລະ ເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ. ແລ້ວມັນຈົບລົງແນວໃດສຳລັບລາວ? ລາວຖືກມັງກອນແດງທີ່ຍິ່ງໃຫຍ່ໄລ່ລ່າ ຈົນລາວບໍ່ສາມາດກັບບ້ານໄດ້; ຄອບຄົວຂອງລາວກໍແຕກກະຈັດກະຈາຍ, ລາວບໍ່ສາມາດແມ່ນແຕ່ຈະເຫັນໜ້າລູກຂອງລາວ. ນັ້ນແມ່ນຄວາມຊອບທຳຂອງພຣະເຈົ້າບໍ? ແລ້ວຍັງມີຄົນນັ້ນຄົນນີ້, ຜູ້ທີ່ຖືກຈັບເຂົ້າຄຸກຍ້ອນເຊື່ອໃນພຣະເຈົ້າ, ບ່ອນທີ່ລາວຖືກທໍລະມານປາງຕາຍ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢູ່ໃສໃນຕອນນັ້ນ? ລາວຢືນຢັດໃນຄຳພະຍານຂອງລາວ; ລາວບໍ່ແມ່ນຢູດາ. ເປັນຫຍັງພຣະເຈົ້າຈຶ່ງບໍ່ອວຍພອນ ແລະ ປົກປ້ອງລາວ? ແລ້ວເປັນຫຍັງພຣະເຈົ້າຈຶ່ງອະນຸຍາດໃຫ້ມັງກອນແດງທີ່ຍິ່ງໃຫຍ່ທຸບຕີລາວເກືອບຕາຍ? ຍັງມີຜູ້ນຳຄົນໜຶ່ງໃນຄຣິສຕະຈັກຂອງພວກເຮົາທີ່ສະຫຼະຄອບຄົວ ແລະ ອາຊີບຂອງຕົນເພື່ອວຽກງານຂອງຄຣິສຕະຈັກ. ລາວປະຕິບັດໜ້າທີ່ຂອງຕົນເປັນເວລາຫຼາຍປີ ແລະ ຜ່ານຄວາມຍາກລຳບາກມາບໍ່ໜ້ອຍ ແລະ ໃນທີ່ສຸດ, ລາວກໍຖືກຕັດສິນ ແລະ ຖືກກຳຈັດອອກ ຍ້ອນໄດ້ເຮັດຄວາມຊົ່ວເລັກນ້ອຍ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢູ່ໃສ? ແລ້ວມີອ້າຍເອື້ອຍນ້ອງບາງຄົນທີ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າຕັ້ງແຕ່ອາຍຸຍັງນ້ອຍ, ບາກບັ່ນທົນທຸກ ແລະ ເຮັດວຽກໜັກ, ແຕ່ທັນທີທີ່ພວກເຂົາເຮັດຜິດ ແລະ ລະເມີດຫຼັກການ, ພວກເຂົາກໍຖືກລິຮານ. ບາງຄົນກໍຮ້ອງໄຫ້ຢ່າງໂສກເສົ້າ ເພາະຢ້ານວ່າຈະຖືກກຳຈັດອອກ ແລະ ຖືກປະຖິ້ມ, ໂດຍບໍ່ມີໃຜປອບໃຈ. ເປັນຫຍັງຂ້ອຍຈຶ່ງເບິ່ງບໍ່ເຫັນຄວາມຊອບທຳຂອງພຣະເຈົ້າໃນເລື່ອງນັ້ນ? ອຸປະນິໄສທີ່ຊອບທຳຂອງພຣະເຈົ້າສະແດງອອກໃນສິ່ງເຫຼົ່ານີ້ໃນທາງໃດແທ້? ເປັນຫຍັງຂ້ອຍຈຶ່ງເບິ່ງບໍ່ເຫັນ? ແລ້ວຍັງມີກໍລະນີຂອງຂ້ອຍເອງອີກ, ຂ້ອຍອາດຈະເຮັດໜ້າທີ່ແບບພໍແລ້ວມືແລ້ວຕີນເລັກນ້ອຍ ແລະ ບາງຄັ້ງຂ້ອຍກໍອາດຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມເລັກນ້ອຍ, ແຕ່ຂ້ອຍກໍຍັງມີພອນສະຫວັນ. ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ສົ່ງເສີມຂ້ອຍ?” ໃນເລື່ອງທັງໝົດນີ້, ຜູ້ຕໍ່ຕ້ານພຣະຄຣິສເບິ່ງບໍ່ເຫັນຢ່າງແຈ່ມແຈ້ງວ່າກຳລັງເກີດຫຍັງຂຶ້ນ. ພວກເຂົາເຫັນພຽງແຕ່ປະກົດການພາຍນອກ, ແຕ່ບໍ່ສາມາດເຫັນເຈດຕະນາຂອງພຣະເຈົ້າທີ່ຢູ່ເບື້ອງຫຼັງສິ່ງຕ່າງໆ. ໃນສ່ວນເລິກຂອງຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມກັງວົນ ແລະ ຄວາມສົງໄສ, ດ້ວຍແນວຄິດ ແລະ ຄວາມຄິດເຫັນ ແລະ ມີປົມຫຼາຍຢ່າງໃນໃຈຂອງພວກເຂົາທີ່ພວກເຂົາບໍ່ສາມາດແກ້ໄດ້. ເມື່ອໃດກໍຕາມທີ່ພວກເຂົາຄິດເຖິງສິ່ງເຫຼົ່ານີ້, ພວກເຂົາກໍເຕັມໄປດ້ວຍຄວາມຄຽດແຄ້ນ, ດ້ວຍການກ່າວໂທດ ແລະ ການໝິ່ນປະໝາດຕໍ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ດ້ວຍຄວາມອັດອັ້ນຕັນໃຈ, ພວກເຂົາເວົ້າກັບຕົນເອງວ່າ: “ຖ້າພຣະເຈົ້າຊົງຊອບທຳ, ເປັນຫຍັງຄົນທີ່ບໍ່ມີເລ່ຫຼ່ຽມຈຶ່ງຖືກລິຮານ? ຖ້າພຣະອົງຊົງຊອບທຳ, ເປັນຫຍັງພຣະອົງຈຶ່ງບໍ່ຍົກໂທດໃຫ້ຄົນທີ່ເປີດເຜີຍຄວາມເສື່ອມຊາມເລັກນ້ອຍ? ຖ້າພຣະອົງຊົງຊອບທຳ, ເປັນຫຍັງບາງຄົນທີ່ໄດ້ປະຕິບັດໜ້າທີ່ ແລະ ທົນທຸກທໍລະມານຫຼາຍຈຶ່ງຖືກປົດອອກ, ພຽງແຕ່ຍ້ອນບໍ່ໄດ້ເຮັດວຽກງານຕົວຈິງ? ຖ້າພຣະອົງຊົງຊອບທຳ, ເປັນຫຍັງພວກເຮົາ, ຜູ້ທີ່ຕິດຕາມພຣະອົງດ້ວຍຄວາມຈົງຮັກພັກດີຢ່າງໝັ້ນຄົງ ຈຶ່ງຖືກບຽດບຽນຂົ່ມເຫັງ ແລະ ຖືກທໍລະມານ ແລະ ອາດຈະຖືກສົ່ງເຂົ້າຄຸກ ແລະ ໃນບາງກໍລະນີ, ແມ່ນແຕ່ຖືກທຸບຕີຈົນຕາຍ?” ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄຳອະທິບາຍທີ່ຊັດເຈນສຳລັບປະກົດການເຫຼົ່ານີ້. ພວກເຂົາບໍ່ຮູ້ວ່າເກີດຫຍັງຂຶ້ນກັບພວກເຂົາ; ພວກເຂົາເບິ່ງບໍ່ເຫັນຢ່າງແຈ່ມແຈ້ງ. ພວກເຂົາມັກຖາມຕົນເອງວ່າ: “ພຣະເຈົ້າທີ່ຂ້ອຍເຊື່ອຊົງຊອບທຳ ຫຼື ບໍ່? ພຣະເຈົ້າຜູ້ຊົງຊອບທຳມີຢູ່ຈິງ ຫຼື ບໍ່? ພຣະອົງຢູ່ໃສ? ເມື່ອພວກເຮົາປະເຊີນກັບຄວາມຍາກລຳບາກ, ເມື່ອພວກເຮົາຖືກບຽດບຽນຂົ່ມເຫັງ, ພຣະອົງກຳລັງເຮັດຫຍັງຢູ່? ພຣະອົງສາມາດຊ່ວຍພວກເຮົາໃຫ້ລອດພົ້ນໄດ້ ຫຼື ບໍ່? ຖ້າພຣະເຈົ້າຊົງຊອບທຳ, ເປັນຫຍັງພຣະອົງຈຶ່ງບໍ່ທຳລາຍຊາຕານ? ເປັນຫຍັງພຣະອົງຈຶ່ງບໍ່ທຳລາຍມັງກອນແດງທີ່ຍິ່ງໃຫຍ່? ເປັນຫຍັງພຣະອົງຈຶ່ງບໍ່ລົງໂທດມະນຸດຊາດທີ່ຊົ່ວຊ້ານີ້? ເປັນຫຍັງພຣະອົງຈຶ່ງບໍ່ໃຫ້ຄວາມຍຸຕິທຳ ແລະ ຮັກສາຄວາມເປັນທຳໃຫ້ພວກເຮົາ ຜູ້ທີ່ເຊື່ອໃນພຣະອົງ ແລະ ໄດ້ຮັບຄວາມທຸກທໍລະມານຢ່າງສາຫັດ? ເປັນຫຍັງພຣະອົງຈຶ່ງບໍ່ເປັນປາກເປັນສຽງໃຫ້ພວກເຮົາ? ພວກເຮົາກຽດຊັງຜີຮ້າຍ ແລະ ຊາຕານ ແລະ ພວກເຮົາກຽດຊັງຄົນຊົ່ວຮ້າຍ, ເປັນຫຍັງພຣະເຈົ້າຈຶ່ງບໍ່ແກ້ແຄ້ນໃຫ້ພວກເຮົາ?” ຄຳຖາມ “ເປັນຫຍັງ” ແຕ່ລະຂໍ້ໄດ້ພັ່ງພຸອອກມາຈາກໃຈຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງບໍ່ຢຸດຢ່ອນຄືກັບປືນກົນ ໂດຍບໍ່ມີວິທີໃດສາມາດຄວບຄຸມໄດ້. ເມື່ອພວກເຂົາບໍ່ສາມາດຄວບຄຸມສິ່ງເຫຼົ່ານີ້ໄດ້, ເປັນຫຍັງພວກເຂົາຈຶ່ງບໍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາ ຫຼື ອ່ານພຣະທຳຂອງພຣະອົງ ແລະ ສະແຫວງຫາອ້າຍເອື້ອຍນ້ອງທັງຫຼາຍເພື່ອໂອ້ລົມ? ແລ້ວພວກເຂົາຈະບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້ເທື່ອລະຂໍ້ບໍ? ການແກ້ໄຂບັນຫາເຫຼົ່ານີ້ເປັນເລື່ອງທີ່ເຮັດໄດ້ຍາກແທ້ບໍ? ຖ້າເຈົ້າມີທັດສະນະຄະຕິແຫ່ງການຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຄວາມຈິງ, ທັດສະນະຄະຕິແຫ່ງການຍອມຮັບຄວາມຈິງ, ບັນຫາເຫຼົ່ານີ້ກໍຈະບໍ່ເປັນບັນຫາອີກຕໍ່ໄປ, ພວກມັນທັງໝົດສາມາດແກ້ໄຂໄດ້. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດເຮັດແບບນັ້ນໄດ້? ເພາະວ່າພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ຫຼື ຮັບຮູ້ຄວາມຈິງ. ພວກເຂົາບໍ່ສາມາດຍອມອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງທັງໝົດຂອງພຣະເຈົ້າ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດຍອມຮັບທຸກສິ່ງທີ່ເກີດຂຶ້ນຈາກພຣະອົງ. ນັ້ນຄືເຫດຜົນທີ່ຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍຄວາມສົງໄສໃນໃຈກ່ຽວກັບຄວາມຊອບທຳຂອງພຣະເຈົ້າ. ເມື່ອພວກເຂົາປະເຊີນກັບການທົດສອບ, ຄວາມສົງໄສທີ່ເຕັມຢູ່ໃນໃຈຂອງພວກເຂົາກໍຈະລະເບີດອອກມາ ແລະ ພວກເຂົາຈະຕັ້ງຄຳຖາມກັບພຣະເຈົ້າຢູ່ໃນໃຈວ່າ: “ຖ້າພຣະເຈົ້າຊົງຊອບທຳ, ເປັນຫຍັງພຣະອົງຈຶ່ງປ່ອຍໃຫ້ພວກເຮົາທົນທຸກທໍລະມານຫຼາຍ? ຖ້າພຣະເຈົ້າຊົງຊອບທຳ, ເປັນຫຍັງພຣະອົງຈຶ່ງບໍ່ມີຄວາມເມດຕາຕໍ່ພວກເຮົາຜູ້ທີ່ໄດ້ອົດທົນກັບຄວາມທຸກທໍລະມານຢ່າງເຕັມທີ່ໃນການຕິດຕາມພຣະຄຣິສ? ຖ້າພຣະເຈົ້າຊົງຊອບທຳ, ເປັນຫຍັງພຣະອົງຈຶ່ງບໍ່ປົກປ້ອງພວກເຮົາຜູ້ທີ່ເສຍສະລະຕົນເອງເພື່ອພຣະອົງ ແລະ ປະຕິບັດໜ້າທີ່ຂອງພວກເຮົາ ຫຼື ປົກປ້ອງຄອບຄົວຂອງພວກເຮົາ? ຖ້າພຣະເຈົ້າຊົງຊອບທຳ, ເປັນຫຍັງພຣະອົງຈຶ່ງປ່ອຍໃຫ້ບາງຄົນທີ່ເຊື່ອໃນພຣະອົງຢ່າງຈິງໃຈຕາຍໃນຄຸກ ດ້ວຍນໍ້າມືຂອງມັງກອນແດງທີ່ຍິ່ງໃຫຍ່?” ຈາກນັ້ນ ພວກເຂົາກໍເລີ່ມຮ້ອງໂວຍວາຍຕໍ່ພຣະເຈົ້າວ່າ: “ຖ້າພຣະເຈົ້າຊົງຊອບທຳ, ພຣະອົງບໍ່ຄວນປ່ອຍໃຫ້ພວກເຮົາທົນທຸກທໍລະມານຫຼາຍ; ຖ້າພຣະເຈົ້າຊົງຊອບທຳ, ພຣະອົງບໍ່ຄວນລົງວິໄນ ແລະ ເປີດເຜີຍພວກເຮົາໂດຍບໍ່ມີຄຳອະທິບາຍ ຫຼື ເຫດຜົນ; ຖ້າພຣະເຈົ້າຊົງຊອບທຳ, ພຣະອົງຄວນຈະອົດທົນຕໍ່ການກະທຳທີ່ຊົ່ວຮ້າຍທັງໝົດທີ່ພວກເຮົາເຮັດ ແລະ ຍົກໂທດໃຫ້ຄວາມເປັນລົບ ແລະ ຄວາມອ່ອນແອທັງໝົດຂອງພວກເຮົາ ແລະ ຜ່ອນຜັນໃຫ້ການຝ່າຝືນທັງໝົດຂອງພວກເຮົາ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະເຮັດສິ່ງເຫຼົ່ານີ້ໄດ້, ແລ້ວເຈົ້າກໍບໍ່ແມ່ນພຣະເຈົ້າທີ່ຊອບທຳ!” ສິ່ງເຫຼົ່ານີ້ທັງໝົດແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສມີຢູ່ໃນໃຈຂອງພວກເຂົາ. ພວກເຂົາເຕັມໄປດ້ວຍແນວຄິດກ່ຽວກັບພຣະເຈົ້າ ແລະ ພວກເຂົາບໍ່ສະແຫວງຫາຄວາມຈິງເລີຍເພື່ອແກ້ໄຂແນວຄິດເຫຼົ່ານັ້ນ. ເມື່ອເຖິງວັນທີ່ພວກເຂົາຖືກເປີດເຜີຍ, ແນວຄິດເຫຼົ່ານັ້ນກໍຈະລະເບີດອອກມາ. ນີ້ຄືແນວຄວາມຄິດທີ່ໜ້າກຽດ ແລະ ໂສມໜ້າທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິສ.
ຜູ້ຕໍ່ຕ້ານພຣະຄຣິສບໍ່ຮັບຮູ້ ຫຼື ຍອມຮັບຄວາມຈິງ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຮັບຮູ້ຄວາມຈິງທີ່ວ່າພຣະເຈົ້າເປັນພຣະຜູ້ສ້າງ, ສະນັ້ນ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າຈຶ່ງກາຍເປັນເຄື່ອງໝາຍຄຳຖາມອັນໃຫຍ່, ເປີດກວ້າງສຳລັບພວກເຂົາ. ແລ້ວເມື່ອເວລາຜ່ານໄປ, ເມື່ອມີເຫດການເກີດຂຶ້ນ ແລະ ເມື່ອມີບັນຫາຕ່າງໆ ປາກົດຂຶ້ນ, ເຄື່ອງໝາຍຄຳຖາມຂອງພວກເຂົາກໍໃຫຍ່ຂຶ້ນເລື້ອຍໆ ແລະ ຄ່ອຍໆກາຍເປັນເຄື່ອງໝາຍກາກະບາດ. ເຄື່ອງໝາຍກາກະບາດນັ້ນໝາຍເຖິງຫຍັງ? ມັນໝາຍຄວາມວ່າພວກເຂົາປະຕິເສດຄວາມຈິງທີ່ວ່າພຣະເຈົ້າຊົງຊອບທຳຢ່າງສິ້ນເຊີງ. ແລ້ວເມື່ອເຄື່ອງໝາຍກາກະບາດນັ້ນຖືກຂີດຂຶ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສປະຕິເສດວ່າພຣະເຈົ້າຊົງຊອບທຳ, ຈິນຕະນາການ ແລະ ຄວາມປາຖະໜາທັງໝົດຂອງພວກເຂົາກໍສູນສິ້ນໄປ. ຈົ່ງຄິດເຖິງເລື່ອງນີ້: ຈຸດເລີ່ມຕົ້ນທີ່ນຳໄປສູ່ຜົນສະທ້ອນດັ່ງກ່າວແມ່ນຫຍັງ? (ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ ໂດຍການເຊື່ອໃນພຣະເຈົ້າ, ພວກເຂົາຄວນຈະໄດ້ຮັບພອນ ແລະ ໄດ້ຮັບການປົກປ້ອງຈາກພຣະອົງ. ສະນັ້ນ, ເມື່ອພຣະເຈົ້າເຮັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາກໍຮູ້ສຶກວ່າພຣະອົງບໍ່ຊອບທຳ ແລະ ພວກເຂົາບໍ່ສາມາດຍອມຮັບມັນຈາກພຣະອົງໄດ້. ນອກຈາກນີ້, ພວກເຂົາບໍ່ອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງ ເມື່ອແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າເກີດຂຶ້ນ ແລະ ພວກເຂົາບໍ່ສາມາດແກ້ໄຂແນວຄິດເຫຼົ່ານັ້ນໄດ້ທັນທີ. ດ້ວຍວິທີນັ້ນ, ແນວຄິດຂອງພວກເຂົາກໍສະສົມ ແລະ ທັບຖົມກັນຂຶ້ນ, ນັ້ນຄືສິ່ງທີ່ນຳໄປສູ່ຜົນສະທ້ອນດັ່ງກ່າວໃນທີ່ສຸດ.) ພວກເຈົ້າກຳລັງເວົ້າເຖິງປະກົດການໃນລະດັບຜິວເຜີນ; ພວກເຈົ້າເວົ້າບໍ່ເຖິງຮາກເຫງົ້າຂອງບັນຫາ. ເປັນຫຍັງເຮົາຈຶ່ງເວົ້າແນວນັ້ນ? ເພາະວ່າມີຮາກເຫງົ້າຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສສາມາດປະພຶດແບບນີ້ ແລະ ມີມຸມມອງດັ່ງກ່າວ, ສາມາດສົງໄສ ແລະ ປະຕິເສດພຣະເຈົ້າ. ແນ່ນອນວ່າ ມັນຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ນັ້ນຄືຮາກເຫງົ້າ, ເຊິ່ງພວກເຮົາຈະບໍ່ກ່າວເຖິງໃນຕອນນີ້. ສະນັ້ນ, ສາເຫດຕົ້ນຕໍຫຼັກກໍຄື ຕັ້ງແຕ່ເລີ່ມຕົ້ນ, ຜູ້ຕໍ່ຕ້ານພຣະຄຣິສຂາດຄວາມຮັກຕໍ່ຄວາມຈິງ ຫຼື ການຍອມຮັບມັນ. ເປັນຫຍັງພວກເຂົາຈຶ່ງບໍ່ຍອມຮັບຄວາມຈິງ? ສິ່ງນີ້ກໍມີຮາກເຫງົ້າຂອງມັນຄືກັນ: ພວກເຂົາບໍ່ຮັບຮູ້ວ່າພຣະເຈົ້າເປັນຄວາມຈິງ, ວ່າພຣະທຳຂອງພຣະອົງເປັນຄວາມຈິງ ແລະ ເນື່ອງຈາກວ່າພວກເຂົາບໍ່ຮັບຮູ້, ພວກເຂົາຈຶ່ງບໍ່ສາມາດຍອມຮັບມັນໄດ້. ເນື່ອງຈາກວ່າພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາຈະສາມາດພິຈາລະນາບັນຫາໃດໜຶ່ງດ້ວຍສາຍຕາຂອງຄວາມຈິງໄດ້ບໍ? (ບໍ່.) ພວກເຂົາບໍ່ສາມາດເຮັດແບບນັ້ນໄດ້, ສະນັ້ນ ຜົນສະທ້ອນແມ່ນຫຍັງ? ພວກເຂົາບໍ່ສາມາດເບິ່ງອອກສິ່ງຕ່າງໆທີ່ເກີດຂຶ້ນກັບພວກເຂົາໄດ້ ບໍ່ວ່າສິ່ງເຫຼົ່ານັ້ນຈະເປັນຫຍັງກໍຕາມ, ທັງສິ່ງທີ່ໃຫຍ່ ແລະ ນ້ອຍທີ່ເກີດຂຶ້ນອ້ອມຮອບຕົວພວກເຂົາ, ລວມທັງຄຳເວົ້າຂອງຄົນອື່ນ. ພວກເຂົາເບິ່ງຜູ້ຄົນບໍ່ອອກ, ເບິ່ງເຫດການບໍ່ອອກ, ພວກເຂົາເບິ່ງຫຍັງກໍບໍ່ອອກເລີຍ. ບາງສິ່ງເບິ່ງຄືວ່າເປັນໄປຕາມທີ່ພວກເຂົາເວົ້າຈາກພາຍນອກ, ແຕ່ໂດຍແກ່ນແທ້ແລ້ວ ພວກມັນບໍ່ໄດ້ເປັນແນວນັ້ນ. ສິ່ງນີ້ກ່ຽວຂ້ອງກັບຄວາມຈິງ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ຫຼື ຍອມຮັບມັນ, ເຈົ້າຈະສາມາດເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງໃນສິ່ງເຫຼົ່ານີ້ໄດ້ບໍ? ເຈົ້າບໍ່ເຂົ້າໃຈ, ສະນັ້ນ ທັງໝົດທີ່ເຈົ້າສາມາດເຮັດໄດ້ກໍຄື ວິເຄາະ ແລະ ສຶກສາສິ່ງຕ່າງໆດ້ວຍສາຍຕາຂອງມະນຸດ, ດ້ວຍຄວາມຮູ້ຂອງມະນຸດ ແລະ ດ້ວຍສະໝອງຂອງມະນຸດ. ການສຶກສາດັ່ງກ່າວຈະໃຫ້ຜົນລັບຫຍັງ? ມັນຈະສອດຄ່ອງກັບຄວາມຈິງບໍ? ມັນຈະສອດຄ່ອງກັບຂໍ້ກຳນົດ ແລະ ເຈດຕະນາຂອງພຣະເຈົ້າບໍ? ບໍ່, ມັນຈະບໍ່ມີວັນເປັນເຊັ່ນນັ້ນ. ມັນກໍຄືກັນກັບເລື່ອງຂອງໂຢບ, ເຊິ່ງທຸກຄົນທີ່ເຊື່ອໃນພຣະເຈົ້າຮູ້ຈັກ. ທຸກຄົນທີ່ຮັບຮູ້ ແລະ ຍອມຮັບຄວາມຈິງ ແລະ ຜູ້ທີ່ສາມາດເຊື່ອໃນພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະອົງ ຕ່າງກໍຍ້ອງຍໍ ແລະ ຊື່ນຊົມໂຢບໃນໃຈ; ພວກເຂົາທຸກຄົນປາຖະໜາທີ່ຈະເປັນຄົນຄືກັບໂຢບ. ພວກເຂົາຍັງຍ້ອງຍໍ ແລະ ຊື່ນຊົມການສະແດງອອກຂອງໂຢບໃນການສັນລະເສີນພຣະເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະອົງທ່າມກາງການລອງໃຈຂອງລາວ. ຜູ້ຄົນສາມາດເຂົ້າໃຈໃນໃຈຂອງພວກເຂົາວ່າ ຄວາມທຸກທໍລະມານ ແລະ ຄວາມເຈັບປວດຕ່າງໆ ທີ່ເກີດຂຶ້ນກັບໂຢບນັ້ນເປັນພາລະກິດຂອງພຣະເຈົ້າ. ໂດຍລວມແລ້ວ, ໂຢບໃນຖານະຄົນໆໜຶ່ງ, ເປັນຄວາມປາຖະໜາສຳລັບທຸກຄົນທີ່ໄລ່ຕາມຄວາມຈິງ. ພວກເຂົາທຸກຄົນຕ້ອງການເຮັດຕາມແບບຢ່າງຂອງລາວ ແລະ ເປັນຄົນແບບລາວ. ສະນັ້ນ, ຜົນໄດ້ຮັບທີ່ເປັນບວກດັ່ງກ່າວບັນລຸໄດ້ແນວໃດ? ພື້ນຖານຂອງມັນແມ່ນຫຍັງ? ຄວາມເຊື່ອ ແລະ ການຮັບຮູ້ຈາກໃຈຈິງວ່າ ນີ້ຄືຄວາມຈິງ, ວ່າທັງໝົດນີ້ເປັນພາລະກິດຂອງພຣະເຈົ້າ, ມັນແມ່ນບົນພື້ນຖານນີ້ທີ່ຄົນເຮົາກ້າວໄປເທື່ອລະກ້າວ ຈົນປາດຖະໜາທີ່ຈະເປັນຄົນຄືກັບໂຢບ, ປາຖະໜາທີ່ຈະກາຍເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ພວກເຂົາເຊື່ອໃນທັງໝົດນີ້ ແລະ ຮັບຮູ້ສິ່ງເຫຼົ່ານັ້ນຢູ່ໃນໃຈ ແລະ ໃນທີ່ສຸດ, ພວກເຂົາກໍບັນລຸຄວາມປາຖະໜາຕໍ່ສິ່ງເຫຼົ່ານັ້ນ, ເຊິ່ງພວກເຂົາກໍສືບຕໍ່ໄລ່ຕາມໃນຊີວິດຂອງພວກເຂົາ. ເພື່ອບັນລຸຜົນໄດ້ຮັບດັ່ງກ່າວ, ສິ່ງທີ່ເປັນພື້ນຖານທີ່ສຸດກໍຄື ການທີ່ຄົນເຮົາຮັບຮູ້ທັງໝົດນີ້ ແລະ ເຊື່ອໃນມັນຈາກໃຈ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສມີການຮັບຮູ້ ແລະ ຄວາມເຊື່ອດັ່ງກ່າວບໍ? ພວກເຂົາບໍ່ມີ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງທຸກສິ່ງທີ່ໂຢບໄດ້ຜ່ານຜ່າໄປແນວໃດ? ພວກເຂົາຄິດວ່າມີຄວາມໝາຍສຳຄັນຕໍ່ທຸກສິ່ງທີ່ພຣະເຈົ້າໄດ້ກະທຳບໍ? ພວກເຂົາສາມາດເຫັນວ່າທັງໝົດນັ້ນຖືກປົກຄອງໂດຍພຣະອົງບໍ? ພວກເຂົາບໍ່ສາມາດເຫັນສິ່ງນັ້ນ ແລະ ກໍບໍ່ເຫັນວ່າມີຄວາມໝາຍສຳຄັນຕໍ່ທຸກສິ່ງທີ່ພຣະເຈົ້າໄດ້ກະທຳ. ພວກເຂົາເຫັນຫຍັງໃນເລື່ອງນັ້ນ? ໂຢບມີຄວາມຮັ່ງມີມະຫາສານ, ມີແກະ ແລະ ງົວເຕັມພູເຂົາ ແລະ ມີລູກຊາຍ ແລະ ລູກສາວທີ່ສວຍງາມທີ່ສຸດໃນດິນແດນນັ້ນ. ສິ່ງນີ້, ພວກເຂົາເຫັນ. ແລ້ວຈາກນັ້ນ, ຫຼັງຈາກຄວາມທຸກທໍລະມານທັງໝົດຂອງລາວ, ພຣະເຈົ້າກໍໄດ້ອວຍພອນລາວອີກຄັ້ງ. ພວກເຂົາເຫັນຫຍັງໃນເລື່ອງນັ້ນ? ພວກເຂົາຈະເວົ້າວ່າ, “ລາວໄດ້ໃຫ້ບາງສິ່ງເພື່ອແລກປ່ຽນກັບພອນເຫຼົ່ານັ້ນ, ລາວຫາໄດ້ເອງ. ມັນເປັນສິ່ງທີ່ສົມຄວນແລ້ວທີ່ພຣະເຈົ້າຈະປະທານໃຫ້”. ໃນຄວາມເຂົ້າໃຈໂດຍລວມຂອງພວກເຂົາກ່ຽວກັບເລື່ອງນີ້, ມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສເປັນມຸມມອງທີ່ພວກເຂົາຍອມຮັບຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າບໍ? (ບໍ່.) ແລ້ວພວກເຂົາມີມຸມມອງແບບໃດຕໍ່ເລື່ອງນີ້? ມີພຽງມຸມມອງດຽວທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເບິ່ງເລື່ອງທັງໝົດ ແລະ ນັ້ນກໍຄືມຸມມອງຂອງຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອຈະເບິ່ງແຕ່ວ່າໄດ້ກຳໄລ ຫຼື ຂາດທຶນ, ໄດ້ປຽບ ຫຼື ເສຍປຽບ; ຄິດແຕ່ວ່າຈະເອົາປຽບໄດ້ແນວໃດ, ຈະບໍ່ເສຍປຽບໄດ້ແນວໃດ; ອັນໃດເຮັດແລ້ວຈະຂາດທຶນ ແລະ ທົນທຸກ, ອັນໃດເຮັດແລ້ວບໍ່ຄຸ້ມ ແລະ ອັນໃດຄຸ້ມຄ່າ. ນີ້ຄືມຸມມອງຂອງຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອເບິ່ງ, ປະຕິບັດຕໍ່ ແລະ ເຮັດທຸກສິ່ງໃນລັກສະນະນີ້, ດ້ວຍແກ່ນແທ້ປະເພດນີ້. ນີ້ຄືທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ.
2. ການດູໝິ່ນຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ
ພວກຜູ້ຕໍ່ຕ້ານພຣະຄຣິສມີມຸມມອງແນວໃດຕໍ່ຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ? ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ເປັນທີ່ຍອມຮັບວ່າຄຳວ່າ “ຄວາມຊົງລິດທານຸພາບສູງສຸດ” ເປັນຄຳສັບທີ່ກະທົບອາລົມຢ່າງຍິ່ງ, ເປັນຄຳສັບທີ່ສາມາດກະຕຸ້ນຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາໄດ້. ນີ້ກໍຍ້ອນວ່າພວກເຂົາຢາກເປັນຄົນປະເພດນັ້ນຫຼາຍ. ການເປັນຜູ້ຊົງລິດທານຸພາບສູງສຸດ, ການມີອຳນາດອັນໄພສານ ແລະ ການຢູ່ທຸກແຫ່ງຫົນ, ການມີຄວາມສາມາດໃນທຸກສິ່ງ, ການຮູ້ວິທີເຮັດທຸກຢ່າງ, ການສາມາດກະທຳທຸກສິ່ງ, ຖ້າຄົນໃດຄົນໜຶ່ງໄດ້ຮັບຄວາມສາມາດນີ້, ຖ້າພວກເຂົາມີຄວາມສາມາດນີ້, ແລ້ວທຸກຢ່າງກໍຈະກາຍເປັນເລື່ອງກ້ວຍໆສຳລັບພວກເຂົາ. ພວກເຂົາຈະບໍ່ຕ້ອງຢ້ານໃຜ; ພວກເຂົາຈະມີສິດອຳນາດສູງສຸດ, ມີສະຖານະສູງສຸດ ແລະ ພວກເຂົາຈະສາມາດປົກຄອງຄົນອື່ນໄດ້. ພວກເຂົາຈະມີອຳນາດເດັດຂາດໃນການຄວບຄຸມ ແລະ ຄວບຄຸມຄົນອື່ນ. ສິ່ງນີ້ແມ່ນເກີນຄວາມສາມາດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນກໍເປີດເຜີຍຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ທາດແທ້ຂອງພວກເຂົາ. ສ່ວນໜຶ່ງກໍຄື ວະລີທີ່ວ່າ “ຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ” ເຮັດໃຫ້ພວກເຂົາເຕັມໄປດ້ວຍຈິນຕະນາການ, ຄວາມຢາກຮູ້ຢາກເຫັນ ແລະ ແນວຄິດຕ່າງໆນາໆ. ອີກສ່ວນໜຶ່ງກໍຄື ພວກເຂົາຢາກໄດ້ຄວາມເຂົ້າໃຈອັນເລິກເຊິ່ງກ່ຽວກັບຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າຜ່ານທາງຄວາມເຊື່ອໃນພຣະອົງ, ເພື່ອທີ່ພວກເຂົາຈະສາມາດເປີດໂລກະທັດຂອງຕົນເອງໃຫ້ກວ້າງຂຶ້ນ, ເພີ່ມຄວາມເຂົ້າໃຈໃຫ້ຫຼາຍຂຶ້ນ ແລະ ສະໜອງຄວາມຢາກຮູ້ຢາກເຫັນຂອງພວກເຂົາ. ອີກສ່ວນໜຶ່ງກໍຄື ພວກເຂົາກໍກຳລັງພະຍາຍາມທີ່ຈະເປັນຜູ້ມີອຳນາດອັນໄພສານ, ເພື່ອໃຫ້ຄົນເປັນພັນໆນະມັດສະການ, ໂດຍມີຄົນນັບມື້ນັບຫຼາຍຂຶ້ນກົ້ມຂາບພວກເຂົາ ແລະ ເກັບທີ່ໄວ້ໃຫ້ພວກເຂົາໃນໃຈຂອງຄົນເຫຼົ່ານັ້ນ. ແລ້ວພວກຜູ້ຕໍ່ຕ້ານພຣະຄຣິສມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າບໍ? ພວກເຂົາມີຄວາມເຊື່ອທີ່ແທ້ຈິງໃນສິ່ງນັ້ນບໍ? ອີກເທື່ອໜຶ່ງ, ມັນກໍຄືກັນກັບເລື່ອງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ເຕັມໄປດ້ວຍແນວຄິດ, ເຕັມໄປດ້ວຍຈິນຕະນາການທີ່ເລື່ອນລອຍ ແລະ ເປົ່າຫວ່າງທີ່ບໍ່ສອດຄ່ອງກັບຄວາມຈິງ, ພວກເຂົາຍັງສ້າງຄວາມສົງໄສຢ່າງເລິກເຊິ່ງກ່ຽວກັບຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າອີກດ້ວຍ. ພວກເຂົາມີຄວາມສົງໄສ; ພວກເຂົາບໍ່ເຊື່ອໃນສິ່ງນັ້ນ: “ຄວາມຊົງລິດທານຸພາບສູງສຸດບໍ? ໃນໂລກນີ້ມີໃຜທີ່ຊົງລິດທານຸພາບສູງສຸດຢູ່ໃສ? ມີໃຜທີ່ຢູ່ທຸກແຫ່ງຫົນ ແລະ ມີອຳນາດອັນໄພສານຢູ່ໃສ? ບໍ່ມີຄົນແບບນັ້ນດອກ! ມີຄົນທີ່ຍິ່ງໃຫຍ່ ແລະ ມີຊື່ສຽງຫຼາຍຄົນໃນໂລກ ແລະ ມີຄົນຈຳນວນຫຼາຍທີ່ມີອຳນາດເໜືອທຳມະຊາດ ຕົວຢ່າງເຊັ່ນ: ຜູ້ທຳນວາຍ ແລະ ໝໍດູ ແລະ ຜູ້ແປຄຳທຳນວາຍທຸກປະເພດ ແລະ ແມ່ນແຕ່ພວກເຂົາກໍບໍ່ແມ່ນຜູ້ມີອຳນາດອັນໄພສານ. ຍັງຕ້ອງໃສ່ເຄື່ອງໝາຍຄຳຖາມໄວ້ຫຼັງຄຳວ່າ ‘ຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ’, ມັນຕ້ອງໄດ້ຮັບການຄົ້ນຄວ້າຢ່າງລະອຽດ”. ສະນັ້ນ, ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ແກ່ນແທ້ແຫ່ງຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າບໍ່ມີຢູ່ຈິງ, ເພາະດັ່ງທີ່ພວກເຂົາເຊື່ອວ່າ “ຂ້ອຍບໍ່ສາມາດຈິນຕະນາການ ຫຼື ເຂົ້າໃຈໄດ້ວ່າພຣະເຈົ້າຊົງລິດທານຸພາບສູງສຸດໄດ້ແນວໃດ, ສະນັ້ນ ‘ຄວາມຊົງລິດທານຸພາບສູງສຸດ’ ນີ້ຂອງພຣະອົງຈຶ່ງບໍ່ມີຢູ່ຈິງ. ຂ້ອຍບໍ່ຍອມຮັບມັນ. ຄວາມສາມາດ ແລະ ສັກກະຍະພາບຂອງພຣະເຈົ້າໃຫຍ່ຫຼວງສໍ່າໃດກັນແທ້? ບໍ່ມີໃຜ, ທັງໃນອະດີດ, ປັດຈຸບັນ ຫຼື ອະນາຄົດ, ໄດ້ເຫັນ ຫຼື ຈະໄດ້ເຫັນສິ່ງເຫຼົ່ານັ້ນ”. ພວກຜູ້ຕໍ່ຕ້ານພຣະຄຣິສມີຄວາມສົງໄສ ແລະ ບໍ່ແນ່ໃຈໃນໃຈຢູ່ສະເໝີ, ສະນັ້ນ ທຸກສິ່ງທີ່ເກີດຂຶ້ນໃນຄຣິສຕະຈັກ ແລະ ກັບອ້າຍເອື້ອຍນ້ອງທັງຫຼາຍຈຶ່ງກາຍເປັນຫົວຂໍ້ ແລະ ຂອບເຂດການຄົ້ນຄວ້າຂອງພວກເຂົາ. ພວກເຂົາກຳລັງຄົ້ນຄວ້າຫຍັງ? ພວກເຂົາກຳລັງຄົ້ນຄວ້າໃນທຸກສິ່ງທີ່ເກີດຂຶ້ນ, ໃນທຸກສິ່ງທີ່ເກີດຂຶ້ນໃນກຸ່ມ ຫຼື ກັບບຸກຄົນ, ວ່າພຣະເຈົ້າໄດ້ເຮັດຫຍັງ, ພຣະອົງໄດ້ເຮັດວຽກແນວໃດ, ມີໝາຍສຳຄັນ ແລະ ການອັດສະຈັນໃດໆຢູ່ໃນນັ້ນ ຫຼື ບໍ່, ມີເຫດການທີ່ໃໝ່ ແລະ ເປັນເອກະລັກໃດໆ ທີ່ເກີນກວ່າທີ່ມະນຸດຈະຄິດໄດ້ ຫຼື ເກີນຄວາມສາມາດ ແລະ ການເຂົ້າເຖິງຂອງມະນຸດ ຫຼື ບໍ່. ນອກຈາກນັ້ນ, ພວກເຂົາກຳລັງຄົ້ນຄວ້າວ່າ ມີອ້າຍ ຫຼື ເອື້ອຍນ້ອງຄົນໃດໄດ້ເວົ້າເຖິງປະສົບການທີ່ພຣະເຈົ້າໄດ້ເຮັດວຽກງານດັ່ງກ່າວໃນພວກເຂົາ ເຊິ່ງເກີນຄວາມຄາດໝາຍຂອງມະນຸດ ຫຼື ບໍ່. ຕົວຢ່າງກໍຄື: ມີຜູ້ຍິງຄົນໜຶ່ງອອກມາຈາກເປືອກຫອຍແມ່ນ້ຳ, ດັ່ງໃນນິທານພື້ນບ້ານ ແລະ ເຮັດອາຫານລ້ຽງພວກເຂົາ ໃນເວລາທີ່ພວກເຂົາຫິວທີ່ສຸດ. ອີກຕົວຢ່າງໜຶ່ງກໍຄື ມີຄຳປາກົດຂຶ້ນມາຈາກໃສກໍບໍ່ຮູ້ໃນເຮືອນຂອງພວກເຂົາ ໃນເວລາທີ່ພວກເຂົາຂາດເຂີນເງິນ ຫຼື ຜູ້ທີ່ໄລ່ຕາມພວກເຂົາກໍຕາບອດກະທັນຫັນ, ບໍ່ສາມາດເຫັນຫຍັງໄດ້ເລີຍ ໃນເວລາທີ່ພວກເຂົາກຳລັງຖືກໄລ່ຕາມ ແລະ ມີທູດສະຫວັນອົງໜຶ່ງລົງມາ ແລະ ກ່າວກັບພວກເຂົາວ່າ “ຢ່າຢ້ານເລີຍ, ລູກເອີຍ, ເຮົາມາຊ່ວຍເຈົ້າ”. ອີກຕົວຢ່າງໜຶ່ງທີ່ແຕກຕ່າງອອກໄປກໍຄື ໃນເວລາທີ່ອ້າຍເອື້ອຍນ້ອງທັງຫຼາຍກຳລັງທົນທຸກຈາກການທຸບຕີຢ່າງໂຫດຮ້າຍ ແລະ ການທໍລະມານທີ່ແສນສາຫັດ, ແສງສະຫວ່າງອັນຍິ່ງໃຫຍ່ຂອງພຣະເຈົ້າກໍສ່ອງລົງມາ ແລະ ເຮັດໃຫ້ຕາຂອງຜູ້ກະທຳຜິດບອດ, ເຮັດໃຫ້ພວກເຂົາກິ້ງຢູ່ກັບພື້ນ, ອ້ອນວອນຂໍຄວາມເມດຕາ, ບໍ່ກ້າທຸບຕີອ້າຍເອື້ອຍນ້ອງອີກຕໍ່ໄປ, ໂດຍທີ່ພຣະເຈົ້າໄດ້ແກ້ແຄ້ນໃຫ້ພວກເຂົາ; ຫຼື ໃນເວລາທີ່ພວກເຂົາກຳລັງອ່ານພຣະທຳຂອງພຣະເຈົ້າ ແຕ່ບໍ່ສາມາດເຂົ້າໃຈໄດ້ ບໍ່ວ່າພວກເຂົາຈະພະຍາຍາມສໍ່າໃດກໍຕາມ ແລະ ກຳລັງຈະຫຼັບ, ກໍເຫັນຮູບຮ່າງໜຶ່ງໃນໝອກທີ່ກ່າວກັບພວກເຂົາວ່າ “ຢ່ານອນ; ຈົ່ງຕື່ນ, ນີ້ຄືຄວາມໝາຍຂອງພຣະທຳຂອງເຮົາ”; ຫຼື ເມື່ອມີບາງຢ່າງເກີດຂຶ້ນ ແລະ ພວກເຂົາກຳລັງຈະເຮັດຜິດ, ກໍຖືກເຕືອນໂດຍການຕຳໜິ ແລະ ການລົງວິໄນພາຍໃນທີ່ມີພະລັງວ່າ ການເຮັດແບບນັ້ນຜິດ ແລະ ການເຮັດແບບນີ້ຖືກ. ຖ້າມີສິ່ງໃດສິ່ງໜຶ່ງເຫຼົ່ານີ້, ເຊິ່ງຄົນທຳມະດາບໍ່ສາມາດມີປະສົບການ ແລະ ບໍ່ສາມາດເຮັດໄດ້ ເກີດຂຶ້ນໃນຄຣິສຕະຈັກ, ໃນເຮືອນຂອງພຣະເຈົ້າ, ໃນຜູ້ໃດກໍຕາມທີ່ຕິດຕາມພຣະເຈົ້າ, ນັ້ນກໍພຽງພໍທີ່ຈະພິສູດວ່າພຣະເຈົ້າຊົງລິດທານຸພາບສູງສຸດ. ຖ້າບໍ່ມີສິ່ງດັ່ງກ່າວເກີດຂຶ້ນ ຫຼື ຖ້າສິ່ງເຫຼົ່ານັ້ນບໍ່ຄ່ອຍເກີດຂຶ້ນ ແລະ ເຖິງແມ່ນວ່າພວກມັນຈະເກີດຂຶ້ນ, ມັນກໍເປັນພຽງຂ່າວລື, ສະນັ້ນ ຄວາມເປັນຈິງ ແລະ ຄວາມໜ້າເຊື່ອຖືຂອງພວກມັນຈຶ່ງຫຼຸດລົງຢ່າງຫຼວງຫຼາຍ, ແລ້ວຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າແມ່ນຄວາມຈິງ ຫຼື ບໍ່? ພຣະເຈົ້າຊົງມີແກ່ນແທ້ແຫ່ງຄວາມຊົງລິດທານຸພາບອັນສູງສຸດບໍ ຫຼື ບໍ່ມີ? ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາໃສ່ເຄື່ອງໝາຍຄຳຖາມໄວ້ເບື້ອງຫຼັງແນວຄິດເຫຼົ່ານີ້.
ພວກຜູ້ຕໍ່ຕ້ານພຣະຄຣິສກຳລັງໄລ່ຕາມໝາຍສຳຄັນ, ການອັດສະຈັນ ແລະ ອຳນາດເໜືອທຳມະຊາດເຫຼົ່ານີ້ຢູ່ສະເໝີ ໃນຂະນະທີ່ພຣະເຈົ້າຊົງເຮັດວຽກ, ກ່າວພຣະທຳ ແລະ ຊ່ວຍມະນຸດໃຫ້ລອດພົ້ນ. ພວກເຂົາໄລ່ຕາມສິ່ງທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ຫຼື ຂໍ້ເທັດຈິງ. ສິ່ງທີ່ພວກເຂົາສະແຫວງຫາເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງເລີຍກັບພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າ ຫຼື ກັບຄວາມຈິງ ຫຼື ກັບການປ່ຽນແປງອຸປະນິໄສຂອງມະນຸດ. ແຕ່ເຖິງຢ່າງໃດກໍຕາມ, ພວກເຂົາກໍຍັງມຸ່ງໝັ້ນໃນການໄລ່ຕາມສິ່ງເຫຼົ່ານັ້ນ. ພວກເຂົາເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນກ່ຽວກັບຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ. ເລື້ອຍຄັ້ງໃນຄຳອະທິຖານຂອງພວກເຂົາ, ພວກເຂົາຈະຮ້ອງຂໍຕໍ່ພຣະເຈົ້າວ່າ: “ໂອ້, ພຣະເຈົ້າ, ພຣະອົງຈະເປີດເຜີຍຄວາມຊົງລິດທານຸພາບສູງສຸດຂອງພຣະອົງໃຫ້ຂ້ານ້ອຍເຫັນໄດ້ບໍ? ໂອ້, ພຣະເຈົ້າ, ພຣະອົງບໍ່ແມ່ນຜູ້ຊົງລິດທານຸພາບສູງສຸດບໍ? ຖ້າພຣະອົງແມ່ນ, ຂ້ານ້ອຍຂໍໃຫ້ພຣະອົງແກ້ໄຂເລື່ອງນີ້ໃຫ້ຂ້ານ້ອຍ. ພຣະເຈົ້າ, ຖ້າພຣະອົງຊົງລິດທານຸພາບສູງສຸດ, ມີອຳນາດອັນໄພສານ ແລະ ຢູ່ທຸກແຫ່ງຫົນ, ຂ້ານ້ອຍຂໍຮ້ອງໃຫ້ພຣະອົງຊ່ວຍຂ້ານ້ອຍ, ເພາະຕອນນີ້ຂ້ານ້ອຍກຳລັງປະເຊີນກັບຄວາມທ້າທາຍ. ພຣະເຈົ້າ, ຖ້າພຣະອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍຂໍຮ້ອງໃຫ້ພຣະອົງເອົາຄວາມເຈັບປ່ວຍອອກຈາກຮ່າງກາຍຂອງຂ້ານ້ອຍ, ເອົາສະຖານະການທີ່ຂ້ານ້ອຍກຳລັງປະເຊີນຢູ່ນີ້ອອກໄປ, ເພື່ອຊ່ວຍໃຫ້ຂ້ານ້ອຍຫຼີກເວັ້ນຈາກອັນຕະລາຍ. ພຣະເຈົ້າ, ຖ້າພຣະອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍຂໍຮ້ອງພຣະອົງ, ໃນຂະນະທີ່ຂ້ານ້ອຍເຮັດໜ້າທີ່ຂອງຂ້ານ້ອຍ, ຂໍໃຫ້ຂ້ານ້ອຍສະຫຼາດ ແລະ ສະຫຼຽວ, ມີຄວາມສາມາດພິເສດ ແລະ ມີພອນສະຫວັນໃນຄືນດຽວ, ເພື່ອທີ່ຂ້ານ້ອຍຈະສາມາດເຂົ້າໃຈທັກສະທາງວິຊາຊີບໄດ້ໂດຍບໍ່ຕ້ອງຮຽນ, ກາຍເປັນຜູ້ຊ່ຽວຊານ ແລະ ໂດດເດັ່ນກວ່າຄົນອື່ນ. ໂອ້, ພຣະເຈົ້າ, ຖ້າພຣະອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍຂໍໃຫ້ພຣະອົງລົງໂທດ ແລະ ແກ້ແຄ້ນຜູ້ທີ່ໃສ່ຮ້າຍ ແລະ ເຢາະເຢີ້ຍຄວາມເຊື່ອຂອງຂ້ານ້ອຍໃນພຣະອົງ. ຂໍໃຫ້ພວກເຂົາຕາບອດຫູໜວກ, ມີບາດແຜເທິງຫົວ ແລະ ມີໜອງໄຫຼອອກຈາກຝາຕີນຂອງພວກເຂົາ. ຂໍໃຫ້ພວກເຂົາຕາຍຄືກັບໝາ. ພຣະເຈົ້າ, ຖ້າພຣະອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍຂໍຮ້ອງພຣະອົງ, ຂໍໃຫ້ຂ້ານ້ອຍໄດ້ເຫັນຄວາມຊົງລິດທານຸພາບສູງສຸດຂອງພຣະອົງ”. ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ ແລະ ໄດ້ເຮັດວຽກງານຫຼາຍຢ່າງ, ແຕ່ພວກຜູ້ຕໍ່ຕ້ານພຣະຄຣິສກໍເມີນເສີຍ ແລະ ບໍ່ໃສ່ໃຈ; ພວກເຂົາບໍ່ເຄີຍເອົາພຣະທຳຂອງພຣະເຈົ້າມາໃສ່ໃຈ, ທັງບໍ່ເຄີຍເອົາພາລະກິດຂອງພຣະອົງ ແລະ ແຕ່ລະຂັ້ນຕອນຂອງພາລະກິດທີ່ສຳຄັນໃນການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງມາໃສ່ໃຈ ຫຼື ຖືເປັນເລື່ອງຈິງຈັງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາກັບມຸ່ງໝັ້ນໃນການຮ້ອງຂໍໝາຍສຳຄັນ ແລະ ການອັດສະຈັນ, ຂໍໃຫ້ພຣະເຈົ້າສະແດງການອັດສະຈັນທ່າມກາງພາລະກິດຂອງພຣະອົງ, ຂໍໃຫ້ພຣະເຈົ້າເຮັດສິ່ງພິເສດທີ່ຈະເປີດຕາຂອງພວກເຂົາ ແລະ ສະໜອງຄວາມຢາກຮູ້ຢາກເຫັນຂອງພວກເຂົາ, ເພື່ອພິສູດການມີຢູ່ຂອງພຣະອົງ, ເພື່ອພິສູດວ່າພຣະອົງຊົງລິດທານຸພາບສູງສຸດ. ສິ່ງທີ່ໜ້າຫົວກວ່າແມ່ນ ພວກຜູ້ຕໍ່ຕ້ານພຣະຄຣິສຍັງອ້ອນວອນຕໍ່ພຣະເຈົ້າໃນຄຳອະທິຖານວ່າ: “ໂອ້, ພຣະເຈົ້າ, ຂ້ານ້ອຍເບິ່ງບໍ່ເຫັນພຣະອົງ, ສະນັ້ນ ຄວາມເຊື່ອຂອງຂ້ານ້ອຍຈຶ່ງມີໜ້ອຍ. ຂ້ານ້ອຍຂໍໃຫ້ພຣະອົງເປີດເຜີຍຕົວຕົນທີ່ແທ້ຈິງຂອງພຣະອົງໃຫ້ຂ້ານ້ອຍເຫັນ, ເຖິງແມ່ນວ່າຈະເປັນພຽງໃນຄວາມຝັນ, ຂ້ານ້ອຍຂໍໃຫ້ພຣະອົງເປີດເຜີຍຄວາມຊົງລິດທານຸພາບສູງສຸດຂອງພຣະອົງໃຫ້ຂ້ານ້ອຍເຫັນ, ເພື່ອທີ່ຂ້ານ້ອຍຈະສາມາດມີຄວາມເຊື່ອໃນພຣະອົງ ແລະ ເຊື່ອໃນການມີຢູ່ຂອງພຣະອົງຢ່າງແນ່ນອນ. ຖ້າພຣະອົງບໍ່ເຮັດ, ຂ້ານ້ອຍກໍຈະມີຄວາມສົງໄສໃນຄວາມເຊື່ອຂອງຂ້ານ້ອຍໃນພຣະອົງຢູ່ສະເໝີ”. ພວກເຂົາບໍ່ສາມາດເຫັນການມີຢູ່ຂອງພຣະເຈົ້າ ຫຼື ຮູ້ຈັກແກ່ນແທ້ ແລະ ອຸປະນິໄສຂອງພຣະອົງທ່າມກາງພາລະກິດ ແລະ ພຣະທຳຂອງພຣະອົງ, ແຕ່ກັບຢາກໃຫ້ພຣະອົງເຮັດສິ່ງເພີ່ມເຕີມ, ສິ່ງທີ່ມະນຸດຄິດບໍ່ເຖິງ, ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ພວກເຂົາ ແລະ ສ້າງຕັ້ງຄວາມເຊື່ອຂອງພວກເຂົາ. ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ ແລະ ໄດ້ເຮັດວຽກງານຫຼາຍຢ່າງ, ແຕ່ບໍ່ວ່າພຣະທຳຂອງພຣະອົງຈະເປັນຈິງສໍ່າໃດ, ບໍ່ວ່າຄວາມຈິງທີ່ພຣະອົງກ່າວຈະເສີມສ້າງຄົນສໍ່າໃດ, ບໍ່ວ່າພວກເຂົາຈະຕ້ອງການເຂົ້າໃຈມັນຢ່າງຮີບດ່ວນສໍ່າໃດ, ພວກຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສົນໃຈ ແລະ ພວກເຂົາບໍ່ເອົາມາໃສ່ໃຈ. ແທ້ຈິງແລ້ວ, ຍິ່ງພຣະເຈົ້າກ່າວພຣະທຳຫຼາຍສ່ຳໃດ, ຍິ່ງພຣະອົງເຮັດວຽກງານທີ່ສະເພາະເຈາະຈົງຫຼາຍສ່ຳໃດ, ພວກເຂົາກໍຍິ່ງຮູ້ສຶກລັງກຽດ, ຫງຸດຫງິດ ແລະ ຕໍ່ຕ້ານຫຼາຍຂຶ້ນສ່ຳນັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາຈະເກີດມີການຕັດສິນພຣະເຈົ້າ ແລະ ການໝິ່ນປະໝາດພຣະອົງ; ພວກເຂົາຈະຮ້ອງຕໍ່ຕ້ານພຣະອົງວ່າ: “ຄວາມຊົງລິດທານຸພາບສູງສຸດຂອງພຣະອົງຢູ່ໃນພຣະທຳເຫຼົ່ານີ້ບໍ? ນັ້ນຄືທັງໝົດທີ່ພຣະອົງເຮັດ, ສະແດງອອກພຣະທຳບໍ? ຖ້າພຣະອົງບໍ່ກ່າວ, ພຣະອົງຈະບໍ່ຊົງລິດທານຸພາບສູງສຸດບໍ? ຖ້າພຣະອົງຊົງລິດທານຸພາບສູງສຸດ, ກໍຢ່າກ່າວ. ຢ່າໃຊ້ຄຳເວົ້າ ຫຼື ການໂອ້ລົມກ່ຽວກັບຄວາມຈິງ ແລະ ການສະໜອງຄວາມຈິງໃຫ້ແກ່ມະນຸດ ເພື່ອເຮັດໃຫ້ພວກເຮົາໄດ້ຮັບຊີວິດ ແລະ ບັນລຸການປ່ຽນແປງອຸປະນິໄສ. ຖ້າພຣະອົງເຮັດໃຫ້ພວກເຮົາທຸກຄົນກາຍເປັນທູດສະຫວັນໃນຄືນດຽວ, ເປັນຜູ້ສົ່ງສານຂອງພຣະອົງ, ນັ້ນຕ່າງຫາກຈຶ່ງແມ່ນຄວາມຊົງລິດທານຸພາບສູງສຸດ!”. ໃນຂະນະທີ່ພຣະເຈົ້າກ່າວພຣະທຳ ແລະ ເຮັດວຽກງານຂອງພຣະອົງ, ທຳມະຊາດຂອງພວກຜູ້ຕໍ່ຕ້ານພຣະຄຣິສກໍຖືກເປີດເຜີຍ ແລະ ຖືກເປີດໂປງເທື່ອລະໜ້ອຍ, ໂດຍບໍ່ມີການປິດບັງໃດໆ ແລະ ແກ່ນແທ້ຂອງພວກເຂົາທີ່ເບື່ອໜ່າຍ ແລະ ຕໍ່ຕ້ານຄວາມຈິງກໍຖືກເປີດເຜີຍຢ່າງຄົບຖ້ວນເຊັ່ນກັນ. ອຸປະນິໄສ ແລະ ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ດູໝິ່ນຕົວຕົນຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງກໍຖືກເປີດໂປງ ແລະ ຖືກເປີດເຜີຍເທື່ອລະໜ້ອຍ, ພ້ອມກັບການຜ່ານໄປຂອງເວລາ ແລະ ການກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງຂອງພຣະເຈົ້າໃນພາລະກິດຂອງພຣະອົງ. ພວກຜູ້ຕໍ່ຕ້ານພຣະຄຣິສໄລ່ຕາມສິ່ງທີ່ເລື່ອນລອຍ; ພວກເຂົາໄລ່ຕາມການເຫັນໝາຍສຳຄັນ ແລະ ການອັດສະຈັນ ແລະ ໂດຍຖືກປົກຄອງດ້ວຍຄວາມທະເຍີທະຍານ ແລະ ຄວາມປາຖະໜານີ້, ເຊິ່ງບໍ່ສອດຄ່ອງກັບຄວາມເປັນຈິງ, ທຳມະຊາດຂອງພວກເຂົາທີ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງມັນກໍຖືກເປີດເຜີຍອອກມາ. ໃນທາງກົງກັນຂ້າມ, ຜູ້ທີ່ໄລ່ຕາມຄວາມເປັນຈິງ ແລະ ຄວາມຈິງຢ່າງແທ້ຈິງ, ຜູ້ທີ່ເຊື່ອ ແລະ ຮັກສິ່ງທີ່ເປັນບວກ, ກໍເຫັນຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າໃນຂະບວນການຂອງພາລະກິດ ແລະ ພຣະທຳຂອງພຣະອົງ ແລະ ສິ່ງທີ່ຄົນເຫຼົ່ານີ້ສາມາດເຫັນ, ສິ່ງທີ່ພວກເຂົາສາມາດໄດ້ຮັບ ແລະ ສິ່ງທີ່ພວກເຂົາສາມາດຮູ້ຈັກນັ້ນ ແມ່ນສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຮູ້ຈັກ ແລະ ບໍ່ສາມາດໄດ້ຮັບຕະຫຼອດໄປ. ພວກຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າ ຖ້າຜູ້ຄົນຈະໄດ້ຮັບຊີວິດຈາກພຣະເຈົ້າ, ກໍຕ້ອງມີໝາຍສຳຄັນ ແລະ ການອັດສະຈັນ; ພວກເຂົາເຊື່ອວ່າ ຖ້າບໍ່ມີໝາຍສຳຄັນ ແລະ ການອັດສະຈັນ, ການໄດ້ຮັບຊີວິດ ແລະ ຄວາມຈິງຈາກພຣະທຳຂອງພຣະເຈົ້າພຽງຢ່າງດຽວ ແລະ ດ້ວຍເຫດນັ້ນຈຶ່ງບັນລຸການປ່ຽນແປງອຸປະນິໄສ ແລະ ໄດ້ຮັບຄວາມລອດພົ້ນ, ນັ້ນເປັນໄປບໍ່ໄດ້. ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ນັ້ນເປັນສິ່ງທີ່ເປັນໄປບໍ່ໄດ້ຕະຫຼອດໄປ, ມັນບໍ່ມີເຫດຜົນພຽງພໍ. ນັ້ນຄືເຫດຜົນທີ່ພວກເຂົາລໍຖ້າ ແລະ ອະທິຖານຢ່າງບໍ່ອິດເມື່ອຍ, ໂດຍຫວັງວ່າພຣະເຈົ້າຈະເປີດເຜີຍໝາຍສຳຄັນ ແລະ ການອັດສະຈັນ ແລະ ສະແດງການອັດສະຈັນໃຫ້ພວກເຂົາເຫັນ ແລະ ຖ້າພຣະອົງບໍ່ເຮັດ, ຄວາມຊົງລິດທານຸພາບສູງສຸດຂອງພຣະອົງກໍບໍ່ມີຢູ່ຈິງ. ຄວາມໝາຍທີ່ຢູ່ເບື້ອງຫຼັງນີ້ກໍຄື ຖ້າຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າບໍ່ມີຢູ່ຈິງ, ແລ້ວພຣະເຈົ້າກໍຍິ່ງບໍ່ມີຢູ່ຈິງຢ່າງແນ່ນອນ. ນີ້ຄືເຫດຜົນຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາກ່າວໂທດຄວາມຊອບທຳຂອງພຣະເຈົ້າ ແລະ ພວກເຂົາກ່າວໂທດຄວາມຊົງລິດທານຸພາບສູງສຸດຂອງພຣະອົງ.
ໃນຂະນະທີ່ພຣະເຈົ້າກຳລັງຊ່ວຍຜູ້ຄົນໃຫ້ລອດພົ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ສົນໃຈຢ່າງສິ້ນເຊີງໃນພຣະທຳຂອງພຣະອົງ, ຂໍ້ກຳນົດຕ່າງໆຂອງພຣະອົງ ແລະ ເຈດຕະນາຂອງພຣະອົງ. ພວກເຂົາຕໍ່ຕ້ານສິ່ງເຫຼົ່ານີ້ ແລະ ເບື່ອໜ່າຍສິ່ງເຫຼົ່ານີ້ຈາກສ່ວນເລິກຂອງໃຈພວກເຂົາ. ສິ່ງທີ່ພວກເຂົາສົນໃຈບໍ່ແມ່ນຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ, ທັງບໍ່ແມ່ນຄວາມລອດພົ້ນ ແລະ ການຖືກເຮັດໃຫ້ສົມບູນທີ່ມະນຸດສາມາດບັນລຸໄດ້ ອັນເປັນຜົນມາຈາກການໄລ່ຕາມຄວາມຈິງ ແລະ ການອ່ອນນ້ອມຕໍ່ການປັ້ນແຕ່ງຂອງພຣະເຈົ້າ. ແລ້ວພວກເຂົາສົນໃຈຫຍັງກັນແທ້? ພວກເຂົາສົນໃຈໃນການທີ່ພຣະເຈົ້າເປີດເຜີຍໝາຍສຳຄັນ ແລະ ການອັດສະຈັນ ແລະ ສະແດງການອັດສະຈັນໃຫ້ພວກເຂົາເຫັນ, ໃນການທີ່ພຣະອົງເຮັດໃຫ້ພວກເຂົາໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງໂດຍການເຮັດເຊັ່ນນັ້ນ ແລະ ເຮັດໃຫ້ພວກເຂົາກາຍເປັນຄົນທີ່ໂດດເດັ່ນ, ເປັນຍອດມະນຸດ, ເປັນຄົນທີ່ມີພະລັງວິເສດ, ເປັນຄົນທີ່ບໍ່ທຳມະດາ. ພວກເຂົາປາຖະໜາທີ່ຈະກຳຈັດສາຍາ, ຕົວຕົນ ແລະ ສະຖານະຂອງພວກເຂົາເຊັ່ນ: ການເປັນຄົນທຳມະດາ, ຄົນສາມັນ ແລະ ຄົນທີ່ເສື່ອມຊາມ ຜ່ານທາງຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ. ສະນັ້ນ, ບໍ່ວ່າຈະມີແນວຄິດ ຫຼື ບັນຫາໃດໆ ສຳລັບພວກເຂົາທ່າມກາງພາລະກິດຂອງພຣະເຈົ້າ, ພວກເຂົາກໍບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ພວກເຂົາບໍ່ພຽງແຕ່ບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ບັນລຸການປ່ຽນແປງອຸປະນິໄສເທົ່ານັ້ນ, ແຕ່ກົງກັນຂ້າມ, ພວກເຂົາຍັງຈະຕັດສິນພຣະເຈົ້າ, ກ່າວໂທດພຣະອົງ ແລະ ຕໍ່ຕ້ານພຣະອົງ, ຍ້ອນທຸກສິ່ງທີ່ພຣະອົງເຮັດນັ້ນບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ. ໃນສາຍຕາຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ພາລະກິດທີ່ເປັນຈິງທັງໝົດທີ່ພຣະເຈົ້າເຮັດແມ່ນສິ່ງທີ່ພວກເຂົາບໍ່ຍອມຮັບ, ມັນແມ່ນສິ່ງທີ່ຖືກກ່າວໂທດໂດຍພວກເຂົາ. ໃນທີ່ສຸດ, ມັນກໍແມ່ນມຸມມອງເຫຼົ່ານີ້ ແລະ ຄຳນິຍາມເຫຼົ່ານີ້ກ່ຽວກັບພຣະເຈົ້າ ທີ່ນຳພາພວກເຂົາໄປສູ່ການປະຕິເສດການມີຢູ່ຂອງແກ່ນແທ້ຂອງພຣະເຈົ້າໃນໃຈຂອງພວກເຂົາຢ່າງສິ້ນເຊີງ ແລະ ຍິ່ງໄປກວ່ານັ້ນກໍຄື ການກ່າວໂທດ, ໃສ່ຮ້າຍປ້າຍສີ ແລະ ໝິ່ນປະໝາດຕໍ່ການມີຢູ່ຂອງແກ່ນແທ້ຂອງພຣະເຈົ້າຢ່າງສິ້ນເຊີງ. ນີ້ກໍຍ້ອນວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຖືກສ້າງຕັ້ງຂຶ້ນເທິງພື້ນຖານທີ່ວ່າ ພຣະເຈົ້າຊົງລິດທານຸພາບສູງສຸດ, ວ່າພຣະເຈົ້າຈະແກ້ໄຂຄວາມທຸກຮ້ອນຂອງພວກເຂົາ, ວ່າພຣະອົງຈະແກ້ແຄ້ນໃຫ້ພວກເຂົາ, ວ່າສຳລັບພວກເຂົາແລ້ວ ພຣະອົງຈະເອົາຊະນະທຸກຄົນທີ່ພວກເຂົາກຽດຊັງ ແລະ ດູຖູກ, ວ່າພຣະເຈົ້າຈະສະໜອງຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາ. ນີ້ຄືພື້ນຖານຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ແຕ່ເມື່ອມາຮອດປັດຈຸບັນ, ຄົນຊົ່ວຮ້າຍເຫຼົ່ານີ້ກໍເຫັນແລ້ວວ່າ ພຣະເຈົ້າແບບນັ້ນບໍ່ມີຢູ່ຈິງ ແລະ ບໍ່ມີຄວາມເປັນໄປໄດ້ທີ່ພຣະເຈົ້າຈະເຮັດຫຍັງເພື່ອພວກເຂົາ. ຈາກທັດສະນະຂອງພວກເຂົາ, ນີ້ເປັນສະຖານະການທີ່ບໍ່ເອື້ອອຳນວຍຕໍ່ພວກເຂົາເລີຍ, ມັນຮຸນຮ້າຍຫຼາຍ. ສະນັ້ນ, ເມື່ອພວກເຂົາໄດ້ມີປະສົບການຫຼາຍສິ່ງຫຼາຍຢ່າງ, ຂໍ້ກັງຂາ ແລະ ຄວາມສົງໄສຂອງພວກເຂົາກ່ຽວກັບພຣະເຈົ້າກໍນັບມື້ນັບຮຸນແຮງຂຶ້ນ, ຈົນພວກເຂົາຕັດສິນໃຈທີ່ຈະໜີຈາກພຣະເຈົ້າ ແລະ ເຮືອນຂອງພຣະອົງ, ເພື່ອໄລ່ຕາມໂລກ, ເພື່ອຕິດຕາມກະແສທີ່ຊົ່ວຮ້າຍ ແລະ ເພື່ອໂຍນຕົວເອງເຂົ້າສູ່ອ້ອມກອດຂອງຊາຕານ. ນັ້ນຄືຈຸດຈົບຂອງຄົນເຫຼົ່ານີ້. ເມື່ອຕັດສິນຈາກທັດສະນະຄະຕິທີ່ພວກຜູ້ຕໍ່ຕ້ານພຣະຄຣິສມີຕໍ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ຄວາມຊົງລິດທານຸພາບສູງສຸດຂອງພຣະອົງ, ພວກຜູ້ຕໍ່ຕ້ານພຣະຄຣິສກໍແມ່ນຜູ້ບໍ່ເຊື່ອຢ່າງແທ້ຈິງ. ພວກເຂົາບໍ່ມີຄວາມເຊື່ອໃນພຣະເຈົ້າແມ່ນແຕ່ໜ້ອຍດຽວ, ທັງບໍ່ມີການອ່ອນນ້ອມ ຫຼື ການຍອມຮັບໃນສິ່ງທີ່ພຣະເຈົ້າເຮັດແມ່ນແຕ່ໜ້ອຍດຽວ. ເມື່ອເວົ້າເຖິງສິ່ງທີ່ເປັນບວກ ແລະ ຄວາມຈິງ, ພວກເຂົາກໍລັງກຽດ ແລະ ຕໍ່ຕ້ານສິ່ງເຫຼົ່ານັ້ນ. ນັ້ນຄືເຫດຜົນທີ່ວ່າ, ບໍ່ວ່າເຈົ້າຈະເບິ່ງຈາກມຸມໃດກໍຕາມ, ແກ່ນແທ້ຂອງການເປັນຜູ້ບໍ່ເຊື່ອຂອງພວກຜູ້ຕໍ່ຕ້ານພຣະຄຣິສກໍມີຢູ່ຈິງ. ມັນບໍ່ແມ່ນສິ່ງທີ່ຄົນອື່ນບັງຄັບພວກເຂົາ ແລະ ມັນບໍ່ແມ່ນການເວົ້າເກີນຈິງເພື່ອເອົາຜິດ, ແກ່ນແທ້ນີ້ຂອງພວກເຂົາຖືກນິຍາມບົນພື້ນຖານຂອງມຸມມອງ ແລະ ວິທີການທັງໝົດທີ່ພວກເຂົາເປີດເຜີຍອອກມາ ເມື່ອມີສິ່ງຕ່າງໆ ເກີດຂຶ້ນກັບພວກເຂົາ.
ພວກຜູ້ຕໍ່ຕ້ານພຣະຄຣິສເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ໂດຍບໍ່ສາມາດເຫັນຄວາມຈິງທີ່ວ່າ ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດ. ພວກເຂົາບໍ່ສາມາດເຂົ້າໃຈຂໍ້ເທັດຈິງນັ້ນໄດ້. ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງໄດ້, ເຖິງແມ່ນວ່າມັນຈະວາງຢູ່ຕໍ່ໜ້າຕໍ່ຕາຂອງພວກເຂົາ, ນັ້ນບໍ່ແມ່ນຄວາມຕາບອດບໍ? ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ຄວາມຊົງລິດທານຸພາບສູງສຸດຂອງພຣະອົງມັກຈະຖືກເປີດເຜີຍໃນພາລະກິດຂອງຄຣິສຕະຈັກ, ໃນຜູ້ທີ່ຖືກເລືອກຂອງພຣະອົງ ແລະ ໃນທຸກສິ່ງທຸກຢ່າງທີ່ເກີດຂຶ້ນ. ພຣະອົງໃຫ້ຜູ້ຄົນເຫັນສິ່ງເຫຼົ່ານີ້ຢູ່ທົ່ວທຸກແຫ່ງ, ແຕ່ພວກຜູ້ຕໍ່ຕ້ານພຣະຄຣິສ, ຍ້ອນຄວາມຕາບອດ, ຈຶ່ງບໍ່ສາມາດເຫັນສິ່ງເຫຼົ່ານັ້ນໄດ້. ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສໄດ້ຕິດຕາມພຣະເຈົ້າເປັນເວລາຫຼາຍປີ, ພວກເຂົາຈະເວົ້າປະໂຫຍກທີ່ໂດ່ງດັງນັ້ນວ່າ: “ຂ້ອຍເຊື່ອໃນພຣະເຈົ້າຫຼາຍປີແລ້ວ ແລະ ຂ້ອຍໄດ້ຫຍັງແດ່?” ເບິ່ງຄືວ່າພວກເຂົາບໍ່ໄດ້ຫຍັງເລີຍແທ້ໆ. ພຣະເຈົ້າໄດ້ຖອກເທຊີວິດຂອງພຣະອົງໃຫ້ແກ່ມະນຸດ, ແຕ່ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຮັບຫຍັງເລີຍ. ນັ້ນບໍ່ແມ່ນເລື່ອງທີ່ໜ້າສົງສານບໍ? ແມ່ນແທ້! ປະໂຫຍກນັ້ນຂອງພວກຜູ້ຕໍ່ຕ້ານພຣະຄຣິສສະແດງໃຫ້ເຫັນບັນຫາໄດ້ເປັນຢ່າງດີ. ທຸກຄົນທີ່ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ມີປະສົບການກັບພາລະກິດຂອງພຣະອົງ, ຜູ້ທີ່ຍອມຮັບພຣະທຳຂອງພຣະອົງເປັນຊີວິດຂອງພວກເຂົາ ກໍຈະເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າຫຼາຍປີແລ້ວ ແລະ ພວກເຮົາໄດ້ຮັບຫຼາຍສິ່ງຫຼາຍຢ່າງຈາກພຣະອົງ. ບໍ່ພຽງແຕ່ພຣະຄຸນ ແລະ ພຣະພອນ, ການປົກປ້ອງຂອງພຣະອົງ ແລະ ຄວາມເມດຕາຂອງພຣະອົງ, ສິ່ງທີ່ສຳຄັນກວ່ານັ້ນກໍຄື ຈາກພຣະເຈົ້າ, ພວກເຮົາໄດ້ເຂົ້າໃຈ ແລະ ໄດ້ຮັບຄວາມຈິງຫຼາຍຢ່າງ. ພວກເຮົາໄດ້ດຳລົງຊີວິດດ້ວຍຄວາມຄ້າຍຄືມະນຸດດ້ວຍກຽດສັກສີ. ພວກເຮົາຮູ້ວິທີປະພຶດຕົນ. ພວກເຮົາເປັນໜີ້ພຣະເຈົ້າຫຼາຍ. ເມື່ອທຽບກັບລາຄາທີ່ພຣະອົງຈ່າຍ, ກັບສິ່ງທີ່ພຣະອົງເຮັດເພື່ອພວກເຮົາ, ຄວາມຍາກລຳບາກເລັກນ້ອຍຂອງພວກເຮົາກໍບໍ່ສົມຄວນທີ່ຈະກ່າວເຖິງເລີຍ. ມະນຸດຄວນຕອບແທນຄວາມຮັກຂອງພຣະເຈົ້າ”. ຢ່າງໃດກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສ, ແມ່ນກົງກັນຂ້າມຢ່າງສິ້ນເຊີງ. ພວກເຂົາເວົ້າວ່າ, “ພຣະເຈົ້າໄດ້ເຮັດວຽກຕະຫຼອດຫຼາຍປີທີ່ຜ່ານມາແລ້ວ, ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຫຍັງເລີຍ? ພວກເຈົ້າເວົ້າວ່າພວກເຈົ້າໄດ້ອັນນັ້ນອັນນີ້, ມີປະສົບການແບບນັ້ນແບບນີ້, ແຕ່ປະສົບການເຫຼົ່ານັ້ນໃຊ້ກິນແທນເຂົ້າໄດ້ບໍ? ປະສົບການເຫຼົ່ານັ້ນມີຄ່າສໍ່າໃດ? ເມື່ອທຽບກັບພຣະພອນ, ກັບພຣະຄຸນ, ກັບການເຫັນໝາຍສຳຄັນ ແລະ ການອັດສະຈັນ, ມັນບໍ່ແມ່ນສິ່ງທີ່ບໍ່ສົມຄວນທີ່ຈະກ່າວເຖິງເລີຍບໍ? ນັ້ນຄືເຫດຜົນທີ່ຂ້ອຍຮູ້ສຶກວ່າ ໃນຫຼາຍປີຂອງການເຊື່ອໃນພຣະເຈົ້າ, ຂ້ອຍບໍ່ໄດ້ຫຍັງເລີຍ. ເມື່ອທຽບກັບຄວາມທຸກທໍລະມານທີ່ຂ້ອຍໄດ້ອົດທົນ, ກັບສິ່ງທີ່ຂ້ອຍໄດ້ສະຫຼະ ແລະ ເສຍສະຫຼະເພື່ອພຣະເຈົ້າ, ສິ່ງທີ່ຂ້ອຍໄດ້ຮັບນັ້ນບໍ່ຄຸ້ມຄ່າເລີຍ! ຄວາມຈິງແມ່ນຫຍັງ ນອກຈາກຄຳເວົ້າ ແລະ ທິດສະດີຈຳນວນໜຶ່ງ? ມັນແມ່ນຫຍັງ ນອກຈາກຫຼັກຄຳສອນຈຳນວນໜຶ່ງ? ຂ້ອຍໄດ້ຍິນຄຳເວົ້າເຫຼົ່ານີ້, ຄວາມຈິງເຫຼົ່ານີ້ ແລະ ຂ້ອຍບໍ່ຮູ້ສຶກວ່າ ມີການປ່ຽນແປງທີ່ຍິ່ງໃຫຍ່ໃດໆ ເກີດຂຶ້ນໃນຕົວຂ້ອຍ! ຕອນທຳອິດ, ຈິດໃຈຂອງຂ້ອຍບໍ່ໄດ້ສະຫຼາດສ່ອງໃສປານໃດ ເມື່ອຂ້ອຍຄິດກ່ຽວກັບສິ່ງຕ່າງໆ. ຍິ່ງໄປກວ່ານັ້ນ, ຂ້ອຍກໍອາຍຸຫຼາຍຂຶ້ນ ແລະ ສຸຂະພາບຂອງຂ້ອຍກໍບໍ່ໄດ້ດີຂຶ້ນກວ່າແຕ່ກ່ອນ. ຜົມຂອງຂ້ອຍກໍຫງອກ, ຂ້ອຍມີຮອຍຫ່ຽວເທິງໃບໜ້າຫຼາຍຂຶ້ນ, ຂ້ອຍເຖິງຂັ້ນເສຍແຂ້ວໄປສອງສາມເຫຼັ້ມ ແລະ ບໍ່ມີແຂ້ວໃໝ່ປົ່ງຂຶ້ນມາແທນ. ພຣະເຈົ້າກ່າວວ່າ ຜູ້ທີ່ໄດ້ຮັບຄວາມລອດພົ້ນກໍຄືກັບເດັກນ້ອຍທີ່ສົດຊື່ນ, ມີຊີວິດຊີວາ ແລະ ຂ້ອຍຢູ່ນີ້, ເປັນພຽງກະດູກເຖົ້າໆຖົງໜຶ່ງ, ພ້ອມກັບໃບໜ້າຂອງຄົນເຖົ້າ. ຂ້ອຍບໍ່ໄດ້ກາຍເປັນເດັກນ້ອຍ. ຖ້າອີງຕາມພຣະທຳຂອງພຣະເຈົ້າ, ຄົນເຖົ້າຜົມຫງອກກໍສາມາດກາຍເປັນຄົນໜຸ່ມຜົມດຳສະໜິດໄດ້. ເປັນຫຍັງຂ້ອຍຈຶ່ງບໍ່ປ່ຽນແປງ? ພຣະເຈົ້າກ່າວວ່າ ພຣະອົງຈະເຮັດໃຫ້ຜູ້ຄົນປ່ຽນສະພາບຢ່າງສົມບູນ, ແຕ່ສິ່ງນັ້ນບໍ່ໄດ້ເກີດຂຶ້ນກັບຂ້ອຍ; ຂ້ອຍບໍ່ໄດ້ກາຍເປັນຄົນໃໝ່. ຂ້ອຍກໍຍັງເປັນຂ້ອຍ ແລະ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບຂ້ອຍ, ຂ້ອຍກໍຍັງຕ້ອງຄິດຫາວິທີຈັດການກັບມັນດ້ວຍຕົນເອງ. ຄວາມຍາກລຳບາກທາງເນື້ອໜັງຂອງຂ້ອຍກໍເພີ່ມຂຶ້ນເຊັ່ນກັນ, ຂ້ອຍມັກຈະອ່ອນແອ ແລະ ຄິດລົບ. ແລະ ຍິ່ງໄປກວ່ານັ້ນ, ຄວາມຊົງຈຳຂອງຂ້ອຍກໍບໍ່ດີໃນສອງປີທີ່ຜ່ານມາ. ຂ້ອຍອ່ານພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ, ແຕ່ພຣະອົງກໍບໍ່ໄດ້ເສີມສ້າງຄວາມຊົງຈຳຂອງຂ້ອຍ. ພຣະເຈົ້າບໍ່ສາມາດໃຫ້ຄວາມສາມາດພິເສດເລັກນ້ອຍແກ່ຜູ້ຄົນໄດ້ບໍ, ຄວາມສາມາດທີ່ເຮັດໃຫ້ຮ່າງກາຍຂອງພວກເຂົາບໍ່ເຖົ້າແກ່ລົງ? ຂ້ອຍຮູ້ສຶກວ່າ ບັນຫາໃຫຍ່ທີ່ສຸດໃນຕອນນີ້ຄືການທີ່ຜູ້ຄົນກຳລັງປ່ຽນແປງຢ່າງສົມບູນ; ຄວາມຈິງເບິ່ງຄືວ່າບໍ່ສາມາດແກ້ໄຂບັນຫານັ້ນໄດ້. ຖ້າພຣະເຈົ້າຈະກ່າວບາງຢ່າງທີ່ສາມາດປ່ຽນຄົນໃດຄົນໜຶ່ງໃຫ້ກາຍເປັນຄົນໃໝ່ໄດ້ຢ່າງແທ້ຈິງ, ພ້ອມກັບຮູບລັກສະນະຂອງທູດສະຫວັນທີ່ສ່ອງແສງ, ຜູ້ທີ່ສາມາດແຍກອອກຈາກຮ່າງກາຍ, ຜູ້ທີ່ສາມາດໜີຜ່ານກຳແພງທີ່ແໜ້ນໜາ, ຜູ້ທີ່ເມື່ອປະເຊີນກັບການຂົ່ມເຫັງ ແລະ ອັນຕະລາຍ ກໍສາມາດເວົ້າຄາຖາ ແລະ ຫາຍຕົວໄປ ແລະ ບໍ່ມີໃຜຈັບໄດ້ຕະຫຼອດໄປ, ຖ້າໂດຍການອ່ານພຣະທຳຂອງພຣະເຈົ້າເລື້ອຍໆ, ຜົມຂອງຜູ້ຄົນບໍ່ຫງອກ ແລະ ໃບໜ້າຂອງພວກເຂົາບໍ່ຫ່ຽວ ແລະ ແຂ້ວໃໝ່ຈະປົ່ງຂຶ້ນມາແທນທີ່ແຂ້ວທີ່ເສຍໄປ, ນັ້ນກໍຈະດີຫຼາຍ! ນັ້ນຕ່າງຫາກຈຶ່ງເອີ້ນວ່າການປ່ຽນສະພາບຢ່າງສົມບູນ! ຖ້າພຣະເຈົ້າຈະເຮັດສິ່ງເຫຼົ່ານັ້ນ, ແລ້ວຂ້ອຍກໍຈະເຊື່ອວ່າ ພຣະອົງຄືພຣະເຈົ້າ, ໂດຍບໍ່ມີຂໍ້ສົງໄສໃດໆ. ຖ້າພຣະອົງຍັງສືບຕໍ່ກ່າວ ແລະ ເທດສະໜາຄວາມຈິງ, ແລ້ວຄວາມເຊື່ອຂອງຂ້ອຍກໍຈະໝົດໄປໃນບໍ່ຊ້າ; ໃນບໍ່ຊ້າ, ຂ້ອຍກໍຈະບໍ່ສາມາດເຊື່ອຕໍ່ໄປໄດ້ ແລະ ບາງທີຂ້ອຍກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງຂ້ອຍໄດ້ອີກຕໍ່ໄປ. ຂ້ອຍຈະບໍ່ຢາກເຮັດມັນ”. ໃນຊ່ວງເວລາທີ່ຜູ້ຕໍ່ຕ້ານພຣະຄຣິສຕິດຕາມພຣະເຈົ້າ, ຂໍ້ຮຽກຮ້ອງສິ່ງນີ້ ຫຼື ສິ່ງນັ້ນຕໍ່ພຣະອົງມັກຈະເກີດຂຶ້ນໃນໃຈຂອງພວກເຂົາ ແລະ ຄວາມສົງໄສ ແລະ ຂໍ້ຮຽກຮ້ອງທີ່ເຂັ້ມງວດທຸກປະເພດກໍມັກຈະເກີດຂຶ້ນພາຍໃນແນວຄິດຂອງພວກເຂົາ ແລະ ເພື່ອຕອບສະໜອງຕໍ່ສະພາບແວດລ້ອມ ແລະ ຄວາມປາຖະໜາສ່ວນຕົວຂອງພວກເຂົາ, ຄວາມຄິດທີ່ແປກປະຫຼາດທຸກປະເພດກໍຈະເກີດຂຶ້ນກັບພວກເຂົາ. ແຕ່ມີພຽງສິ່ງດຽວເທົ່ານັ້ນຄື: ພວກເຂົາບໍ່ສາມາດເຂົ້າໃຈພຣະທຳທີ່ພຣະເຈົ້າກ່າວ ແລະ ພວກເຂົາບໍ່ສາມາດເຫັນຄວາມຈິງທີ່ວ່າ ພຣະເຈົ້າເຮັດວຽກເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າເຮັດນັ້ນມີຈຸດປະສົງເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ວ່າມັນທັງໝົດມີຈຸດປະສົງເພື່ອເຮັດໃຫ້ມະນຸດສາມາດບັນລຸການປ່ຽນແປງອຸປະນິໄສ. ສະນັ້ນ, ໃນຂະນະທີ່ພວກເຂົາເຊື່ອຕໍ່ໄປ, ພວກເຂົາກໍສູນເສຍກຳລັງໃຈ; ໃນຂະນະທີ່ພວກເຂົາເຊື່ອຕໍ່ໄປ, ຄວາມຮູ້ສຶກຄິດລົບ ແລະ ຄວາມໝົດຫວັງກໍເກີດຂຶ້ນໃນໃຈຂອງພວກເຂົາ ແລະ ພວກເຂົາມີຄວາມຮູ້ສຶກ ແລະ ຄວາມຄິດທີ່ຈະຖອຍໜີ, ທີ່ຈະຍອມແພ້. ສຳລັບແກ່ນແທ້ຂອງພຣະເຈົ້າ, ຢ່າວ່າແຕ່ພວກເຂົາຈະເຊື່ອ, ຈະຍອມຮັບ ຫຼື ຈະຮັບເອົາມັນເລີຍ, ໃນຂະນະທີ່ພວກເຂົາເຊື່ອຕໍ່ໄປ, ພວກເຂົາກໍເຖິງຂັ້ນບໍ່ໃສ່ໃຈທີ່ຈະສົນໃຈກັບບັນຫານັ້ນ. ນັ້ນຄືເຫດຜົນທີ່ວ່າ, ເມື່ອເຈົ້າເວົ້າໃນການໂອ້ລົມວ່າ ບາງສິ່ງຄືຄວາມຊອບທຳຂອງພຣະເຈົ້າ ແລະ ຄວາມຊົງລິດທານຸພາບສູງສຸດ ແລະ ອຳນາດສູງສຸດຂອງພຣະອົງ, ວ່າຜູ້ຄົນຄວນອ່ອນນ້ອມຕໍ່ສິ່ງນັ້ນ ແລະ ຮູ້ຈັກສິ່ງນັ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ເວົ້າຫຍັງອອກມາພາຍນອກ, ພວກເຂົາຈະບໍ່ສະແດງມຸມມອງໃດໆເລີຍ. ເຖິງຢ່າງໃດກໍຕາມ, ຢູ່ພາຍໃນ, ຄວາມລັງກຽດຈະເກີດຂຶ້ນໃນພວກເຂົາ: ພວກເຂົາຈະບໍ່ຢາກຟັງ; ພວກເຂົາຈະບໍ່ເຕັມໃຈທີ່ຈະຟັງ; ບາງຄົນໃນພວກເຂົາກໍຈະລຸກຂຶ້ນ ແລະ ໜີໄປ. ເມື່ອທຸກຄົນກຳລັງຟັງຄຳເທດສະໜາ, ເມື່ອຄົນອື່ນກຳລັງໂອ້ລົມພຣະທຳຂອງພຣະເຈົ້າ, ເມື່ອອ້າຍເອື້ອຍນ້ອງທັງຫຼາຍກຳລັງໂອ້ລົມຄຳພະຍານຈາກປະສົບການຂອງພວກເຂົາດ້ວຍຄວາມກະຕືລືລົ້ນຢ່າງຍິ່ງ, ພວກຜູ້ຕໍ່ຕ້ານພຣະຄຣິສກຳລັງເຮັດຫຍັງ? ດື່ມຊາ, ອ່ານວາລະສານ, ຫຼິ້ນໂທລະສັບ, ນິນທາເລື່ອງໄຮ້ສາລະ. ໂດຍການປະທ້ວງ ແລະ ການຕໍ່ຕ້ານດ້ວຍການກະທຳແບບງຽບໆເຫຼົ່ານີ້, ພວກເຂົາກໍກຳລັງສະແຫວງຫາທີ່ຈະຢືນຢັນດ້ວຍພຶດຕິກຳຂອງພວກເຂົາວ່າ ທຸກສິ່ງທີ່ພຣະເຈົ້າເຮັດນັ້ນໄຮ້ປະໂຫຍດ: “ພວກເຈົ້າກໍພຽງແຕ່ພະຍາຍາມຫາເຫດຜົນໃຫ້ສິ່ງຕ່າງໆ, ຫຼອກລວງຕົວເອງ, ພຣະເຈົ້າ ແລະ ຄວາມຈິງບໍ່ມີຢູ່ຈິງ ແລະ ມັນເປັນໄປບໍ່ໄດ້ເລີຍທີ່ມະນຸດຊາດຈະໄດ້ຮັບຄວາມລອດພົ້ນໂດຍພຣະເຈົ້າ!” ໃນສາຍຕາຂອງພວກເຂົາ, ທຸກຄົນທີ່ເຊື່ອໃນຄວາມຈິງ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຊື່ອໃນຄວາມຈິງທີ່ວ່າ ພຣະເຈົ້າສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ນັ້ນລ້ວນແຕ່ເປັນຄົນໂງ່, ພວກເຂົາທັງໝົດບໍ່ມີສະໝອງ ແລະ ພວກເຂົາທັງໝົດຖືກຫຼອກລວງ. ພວກເຂົາເຊື່ອວ່າ ຊະຕາກຳຂອງຄົນຢູ່ໃນມືຂອງພວກເຂົາເອງ, ວ່າຄົນເຮົາບໍ່ສາມາດໃຫ້ຄົນອື່ນປັ້ນແຕ່ງມັນໃຫ້ພວກເຂົາໄດ້, ວ່າຜູ້ຄົນບໍ່ແມ່ນຫຸ່ນເຊີດ, ແຕ່ມີຈິດໃຈ ແລະ ຄວາມສາມາດທີ່ຈະຄິດກ່ຽວກັບບັນຫາຢ່າງເປັນອິດສະຫຼະ ແລະ ຖ້າຄົນໃດຄົນໜຶ່ງບໍ່ສາມາດຄວບຄຸມຊະຕາກຳຂອງຕົນເອງໄດ້, ແລ້ວພວກເຂົາກໍເປັນຂີ້ເຫຍື້ອ, ເປັນຄົນຊັ້ນຕໍ່າ. ສະນັ້ນ, ບໍ່ວ່າຈະເປັນແນວໃດກໍຕາມ, ພວກເຂົາບໍ່ເຕັມໃຈທີ່ຈະມອບຊະຕາກຳຂອງພວກເຂົາໄວ້ໃນມືຂອງພຣະເຈົ້າ ເພື່ອໃຫ້ພຣະອົງຄວບຄຸມ. ນີ້ຄືທັດສະນະຄະຕິຂອງພວກຜູ້ຕໍ່ຕ້ານພຣະຄຣິສຕໍ່ທຸກສິ່ງທີ່ພຣະເຈົ້າເຮັດ. ພວກເຂົາຍັງຄົງເປັນຜູ້ຊົມ ແລະ ຜູ້ບໍ່ເຊື່ອຕັ້ງແຕ່ຕົ້ນຈົນຈົບ, ຜູ້ທີ່ຮັບບົດບາດເປັນຄົນຮັບໃຊ້ຂອງຊາຕານ. ພວກເຂົາເປັນຜູ້ມັກເອົາປຽບຄົນອື່ນ ແລະ ຜູ້ກໍ່ບັນຫາ, ພວກເຂົາເປັນຄົນຊົ່ວຮ້າຍທີ່ລັກລອບເຂົ້າມາ.
3. ການດູໝິ່ນຄວາມບໍລິສຸດ ແລະ ຄວາມເປັນເອກະລັກຂອງພຣະເຈົ້າ
ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຮູ້ ຫຼື ບໍ່ເຊື່ອແມ່ນແຕ່ໜ້ອຍດຽວໃນຄວາມຊອບທຳ ແລະ ຄວາມຊົງລິດທານຸພາບອັນສູງສຸດ ໃນອຸປະນິໄສ-ແກ່ນແທ້ຂອງພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງການມີຄວາມຮູ້ໃດໆ ກ່ຽວກັບສິ່ງເຫຼົ່ານັ້ນ. ແນ່ນອນວ່າ ມັນຍິ່ງຍາກກວ່ານັ້ນສຳລັບພວກເຂົາທີ່ຈະເຊື່ອ, ຍອມຮັບຮູ້ ແລະ ຮູ້ຈັກຄວາມບໍລິສຸດ ແລະ ຄວາມເປັນເອກະລັກຂອງພຣະເຈົ້າ. ສະນັ້ນ, ເມື່ອພຣະເຈົ້າກ່າວວ່າ ພຣະອົງຈະໃຫ້ຜູ້ຄົນເປັນຄົນຊື່ສັດ, ວ່າພຣະອົງຈະໃຫ້ພວກເຂົາເປັນສິ່ງທີ່ຖືກສ້າງທີ່ຕັ້ງໝັ້ນຢູ່ກັບຄວາມເປັນຈິງ ແລະ ສາມາດຢູ່ໃນຕຳແໜ່ງຂອງຕົນໄດ້, ແນວຄວາມຄິດກໍເກີດຂຶ້ນໃນພວກຕໍ່ຕ້ານພຣະຄຣິສ ແລະ ທັດສະນະຄະຕິ ແລະ ຄວາມຮູ້ສຶກກໍເກີດຂຶ້ນກັບພວກເຂົາ. ພວກເຂົາເວົ້າວ່າ: “ພຣະເຈົ້າບໍ່ໄດ້ສູງສົ່ງບໍ? ພຣະອົງບໍ່ໄດ້ສູງສຸດບໍ? ຖ້າເປັນແນວນັ້ນ, ຂໍ້ກຳນົດທີ່ພຣະອົງມີຕໍ່ມະນຸດກໍຄວນຈະຍິ່ງໃຫຍ່ ແລະ ສູງສົ່ງ. ຂ້ອຍຄິດວ່າພຣະເຈົ້າລຶກລັບຫຼາຍ; ຂ້ອຍບໍ່ຄິດວ່າພຣະອົງຈະມີຂໍ້ຮຽກຮ້ອງທີ່ບໍ່ສຳຄັນແບບນີ້ຕໍ່ມະນຸດ. ສິ່ງເຫຼົ່ານັ້ນສາມາດຖືວ່າເປັນຄວາມຈິງໄດ້ບໍ? ມັນທຳມະດາເກີນໄປ! ມັນຈະຖືກຕ້ອງກວ່າຖ້າຂໍ້ກຳນົດຂອງພຣະເຈົ້າຖືກຍົກລະດັບຂຶ້ນ: ຄົນເຮົາຄວນເປັນຍອດມະນຸດ, ເປັນຄົນທີ່ຍິ່ງໃຫຍ່, ເປັນຄົນທີ່ມີຄວາມສາມາດ, ນັ້ນຄືສິ່ງທີ່ພຣະເຈົ້າຄວນຮຽກຮ້ອງໃຫ້ມະນຸດເຮັດ. ພຣະອົງຈະໃຫ້ຄົນເຮົາເປັນຄົນຊື່ສັດ, ນັ້ນແມ່ນວຽກງານຂອງພຣະເຈົ້າແທ້ບໍ? ມັນບໍ່ແມ່ນຂອງປອມບໍ?” ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ຕໍ່ຕ້ານຄວາມຈິງ, ໃນຂະນະທີ່ພວກເຂົາເຮັດເຊັ່ນນັ້ນ, ການໝິ່ນປະໝາດກໍເກີດຂຶ້ນກັບພວກເຂົາເຊັ່ນກັນ. ນັ້ນບໍ່ແມ່ນການທີ່ພວກເຂົາດູໝິ່ນຄວາມຈິງບໍ? ພວກເຂົາເຕັມໄປດ້ວຍຄວາມດູຖູກ ແລະ ການໝິ່ນປະໝາດຕໍ່ຂໍ້ຮຽກຮ້ອງຂອງພຣະເຈົ້າ; ພວກເຂົາກຳນົດ ແລະ ປະຕິບັດຕໍ່ຂໍ້ຮຽກຮ້ອງເຫຼົ່ານັ້ນດ້ວຍທັດສະນະຄະຕິຂອງການດູຖູກ, ການຫຍຽດຫຍາມ, ການສຽດສີ ແລະ ການເຍາະເຍີ້ຍ. ເຫັນໄດ້ຊັດວ່າ ອຸປະນິໄສ-ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສນັ້ນຊົ່ວຊ້າ; ພວກເຂົາບໍ່ສາມາດຍອມຮັບສິ່ງຕ່າງໆ ຫຼື ຄຳເວົ້າທີ່ເປັນຈິງ, ສວຍງາມ ແລະ ໃຊ້ການໄດ້. ແກ່ນແທ້ຂອງພຣະເຈົ້າແມ່ນຄວາມຈິງ ແລະ ໃຊ້ການໄດ້ ແລະ ຂໍ້ກຳນົດຂອງພຣະອົງຕໍ່ຜູ້ຄົນກໍສອດຄ່ອງກັບສິ່ງທີ່ຜູ້ຄົນຕ້ອງການ. “ຍິ່ງໃຫຍ່ ແລະ ສູງສົ່ງ” ດັ່ງທີ່ພວກຕໍ່ຕ້ານພຣະຄຣິສຍົກຂຶ້ນມາ, ນັ້ນແມ່ນຫຍັງ? ມັນປອມ, ຍິ່ງໃຫຍ່ເກີນຈິງ ແລະ ວ່າງເປົ່າ; ມັນເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ນໍາພາພວກເຂົາຢ່າງຜິດໆ; ມັນເຮັດໃຫ້ພວກເຂົາຕົກຕໍ່າ ແລະ ພາພວກເຂົາອອກຫ່າງໄກຈາກພຣະເຈົ້າ. ໃນທາງກົງກັນຂ້າມ, ຄວາມຈິງທີ່ພຣະເຈົ້າສະແດງອອກ ແລະ ຊີວິດຂອງພຣະອົງນັ້ນຊື່ສັດ, ໜ້າຮັກ ແລະ ໃຊ້ການໄດ້. ເມື່ອຄົນໃດຄົນໜຶ່ງໄດ້ມີປະສົບການກັບພຣະທຳຂອງພຣະເຈົ້າໄລຍະໜຶ່ງ, ພວກເຂົາຈະຄົ້ນພົບວ່າ ມີພຽງຊີວິດຂອງພຣະເຈົ້າເທົ່ານັ້ນທີ່ໜ້າຮັກທີ່ສຸດ, ມີພຽງພຣະທຳຂອງພຣະອົງເທົ່ານັ້ນທີ່ສາມາດປ່ຽນແປງຜູ້ຄົນ ແລະ ເປັນຊີວິດຂອງພວກເຂົາໄດ້ ແລະ ເປັນສິ່ງທີ່ຜູ້ຄົນຕ້ອງການ, ໃນຂະນະທີ່ຄຳຄິດເຫັນ ແລະ ຄຳເວົ້າທີ່ຍິ່ງໃຫຍ່, ສູງສົ່ງເຫຼົ່ານັ້ນທີ່ຊາຕານ ແລະ ພວກຕໍ່ຕ້ານພຣະຄຣິສຍົກຂຶ້ນມານັ້ນ ກົງກັນຂ້າມຢ່າງສິ້ນເຊີງກັບຄວາມຈິງ ແລະ ການນຳໃຊ້ໄດ້ຂອງຂໍ້ຮຽກຮ້ອງຂອງພຣະເຈົ້າຕໍ່ມະນຸດ. ສະນັ້ນ, ບົນພື້ນຖານແກ່ນແທ້ປະເພດນີ້ຂອງພວກຕໍ່ຕ້ານພຣະຄຣິສ, ພວກເຂົາຈຶ່ງບໍ່ສາມາດຍອມຮັບຄວາມບໍລິສຸດ ແລະ ຄວາມເປັນເອກະລັກຂອງພຣະເຈົ້າໄດ້ຢ່າງສິ້ນເຊີງ. ບໍ່ມີທາງໃດເລີຍທີ່ພວກເຂົາຈະຍອມຮັບສິ່ງເຫຼົ່ານັ້ນຢ່າງແນ່ນອນ. ສ່ວນສຳລັບແງ່ມຸມຕ່າງໆ ຂອງອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຜູ້ຄົນທີ່ຖືກພຣະເຈົ້າເປີດໂປງ, ນັ້ນກໍຄື ຄວາມຫົວແຂງ ແລະ ຄວາມອວດດີຂອງພວກເຂົາ, ອຸປະນິໄສຂອງການຫຼອກລວງ, ຄວາມຊົ່ວຊ້າ, ການເບື່ອໜ່າຍຄວາມຈິງ ແລະ ຄວາມໂຫດຮ້າຍຂອງພວກເຂົາ, ພວກຕໍ່ຕ້ານພຣະຄຣິສບໍ່ຍອມຮັບສິ່ງເຫຼົ່ານັ້ນເລີຍ. ສ່ວນສຳລັບການພິພາກສາຂອງພຣະເຈົ້າຕໍ່ຜູ້ຄົນ ແລະ ການຕຳໜິຢ່າງເຂັ້ມງວດຂອງພຣະອົງຕໍ່ພວກເຂົາ, ພວກຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ສາມາດຮູ້ຈັກຄວາມບໍລິສຸດ ແລະ ຄວາມໜ້າຮັກຂອງພຣະເຈົ້າໃນສິ່ງເຫຼົ່ານັ້ນ, ແຕ່ກົງກັນຂ້າມ ພວກເຂົາເບື່ອໜ່າຍໃນໃຈຕໍ່ພຣະທຳເຫຼົ່ານັ້ນທີ່ພຣະເຈົ້າກ່າວ ແລະ ຕໍ່ຕ້ານພຣະທຳເຫຼົ່ານັ້ນ. ທຸກຄັ້ງທີ່ພວກເຂົາອ່ານພຣະທຳຂອງພຣະເຈົ້າທີ່ລົງທັນ, ພິພາກສາ ແລະ ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ພວກເຂົາກໍກຽດຊັງພຣະທຳເຫຼົ່ານັ້ນ ແລະ ຢາກສາບແຊ່ງ. ຖ້າຄົນໃດຄົນໜຶ່ງເວົ້າວ່າພວກເຂົາເປັນຄົນອວດດີ, ເປັນຄົນຫົວແຂງ, ເປັນຄົນຊົ່ວຊ້າທີ່ເບື່ອໜ່າຍຄວາມຈິງ, ພວກເຂົາກໍຈະໂຕ້ຖຽງກັບຄົນນັ້ນ ແລະ ສາບແຊ່ງບັນພະບຸລຸດຂອງພວກເຂົາ; ແລະ ຖ້າຄົນໃດຄົນໜຶ່ງເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາ ແລະ ກ່າວໂທດພວກເຂົາ, ມັນກໍຄືກັບວ່າຄົນນັ້ນຕັ້ງໃຈຈະຂ້າພວກເຂົາ, ພວກເຂົາຈະບໍ່ຍອມຮັບຢ່າງເດັດຂາດ. ເປັນຍ້ອນວ່າພວກຕໍ່ຕ້ານພຣະຄຣິສມີແກ່ນແທ້ເຊັ່ນນັ້ນ ແລະ ເປີດເຜີຍສິ່ງດັ່ງກ່າວ ພວກເຂົາຈຶ່ງຖືກລະບຸຕົວ, ໂດຍທີ່ພວກເຂົາບໍ່ຮູ້ຕົວ ແລະ ຖືກແຍກອອກ ແລະ ຖືກເປີດເຜີຍໂດຍບໍ່ຕັ້ງໃຈໃນເຮືອນຂອງພຣະເຈົ້າ ແລະ ໃນຄຣິສຕະຈັກ. ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາມັກຈະບໍ່ໄດ້ຮັບການຕອບສະໜອງ ແລະ ດັ່ງນັ້ນ ຄວາມກຽດຊັງຂອງພວກເຂົາຈຶ່ງເພີ່ມທະວີຂຶ້ນຕໍ່ພຣະທຳທີ່ພຣະເຈົ້າກ່າວ, ຕໍ່ການມີຢູ່ຂອງພຣະອົງ ແລະ ຕໍ່ປະໂຫຍກທີ່ວ່າ “ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ”. ຖ້າເຈົ້າກ່າວປະໂຫຍກນັ້ນຕໍ່ພວກເຂົາ, ພວກເຂົາກໍຈະຢາກຕໍ່ສູ້ກັບເຈົ້າຈົນຕາຍ, ຈະທໍລະມານເຈົ້າໃຫ້ຕາຍ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນດ້ວຍຕົວມັນເອງບໍວ່າ ພວກຕໍ່ຕ້ານພຣະຄຣິສເປັນສັດຕູກັບພຣະເຈົ້າ? ມັນສະແດງໃຫ້ເຫັນແທ້ໆ! ຖ້າຄົນໃດຄົນໜຶ່ງເວົ້າວ່າ “ພຣະເຈົ້າຊົງເປັນໜຶ່ງດຽວ; ມະນຸດບໍ່ຄວນນະມັດສະການບຸກຄົນໃດ ນອກຈາກພຣະອົງ ແລະ ບໍ່ຄວນນະມັດສະການຮູບເຄົາລົບໃດໆ”, ພວກຕໍ່ຕ້ານພຣະຄຣິສຈະເຕັມໃຈຟັງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ຄຳເວົ້າເຫຼົ່ານີ້ກ່າວໂທດພວກເຂົາ, ບໍ່ແມ່ນບໍ? ພວກມັນບໍ່ໄດ້ຍຶດເອົາສິດທິຂອງພວກເຂົາທີ່ຈະເປັນພຣະເຈົ້າບໍ? ພວກເຂົາຈະມີຄວາມສຸກບໍ ຖ້າບໍ່ມີສິດທິທີ່ຈະເປັນພຣະເຈົ້າ, ໂດຍທີ່ຄວາມຫວັງນັ້ນຖືກດັບສູນໄປ? (ບໍ່.) ນັ້ນຄືເຫດຜົນທີ່ວ່າ ຖ້າເຈົ້າຈະເປີດໂປງພວກເຂົາ, ເພື່ອເຮັດໃຫ້ພວກເຂົາເສື່ອມເສຍຊື່ສຽງ ແລະ ກຽດຕິຍົດ, ໂດຍບໍ່ມີໃຜນະມັດສະການພວກເຂົາ, ເພື່ອເຮັດໃຫ້ພວກເຂົາບໍ່ສາມາດເອົາຊະນະໃຈຜູ້ຄົນໄດ້, ໂດຍບໍ່ມີສະຖານະ, ພວກເຂົາກໍຈະເອື້ອມມືອອກມາຫາເຈົ້າດ້ວຍກົົງເລັບຂອງມານຮ້າຍອັນໂຫດຮ້າຍຂອງພວກເຂົາ ເພື່ອທໍລະມານເຈົ້າ. ເມື່ອສິ່ງຕ່າງໆເກີດຂຶ້ນໃນຄຣິສຕະຈັກ ແລະ ຄົນໃດຄົນໜຶ່ງຕັ້ງໃຈຈະລາຍງານສິ່ງເຫຼົ່ານັ້ນຕໍ່ເບື້ອງເທິງ, ຖ້າລາວເປັນຜູ້ຕໍ່ຕ້ານພຣະຄຣິສ, ຜູ້ນໍາຂອງຄຣິສຕະຈັກຈະອະນຸຍາດໃຫ້ພວກເຂົາລາຍງານບໍ? ພວກເຂົາຈະບໍ່ສາມາດຜ່ານລາວໄປໄດ້. ລາວຈະເວົ້າວ່າ “ຖ້າເຈົ້າລາຍງານ, ຜົນສະທ້ອນຈະຕົກຢູ່ກັບຫົວຂອງເຈົ້າ! ຖ້າເບື້ອງເທິງລິຮານພວກເຮົາ ແລະ ກຳຈັດຄົນໃນຄຣິສຕະຈັກຂອງພວກເຮົາອອກ, ຂ້ອຍຈະເຮັດໃຫ້ເຈົ້າຕ້ອງເສຍໃຈ, ຂ້ອຍຈະເຮັດໃຫ້ທຸກຄົນປະຖິ້ມເຈົ້າ. ແລ້ວເຈົ້າຈະໄດ້ຊີມລົດຊາດຂອງການຖືກກຳຈັດອອກ!” ສິ່ງນີ້ບໍ່ໄດ້ເຮັດໃຫ້ຄົນທີ່ຈະລາຍງານຢ້ານ ແລະ ຖືກຂົ່ມຂູ່ບໍ? ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ “ພຣະເຈົ້າຊົງເປັນໜຶ່ງດຽວ, ບໍ່ແມ່ນບໍ? ດີ; ຂ້ອຍກໍຈະເປັນໜຶ່ງດຽວຄືກັນ. ສິ່ງທີ່ຂ້ອຍເວົ້າຖືເປັນທີ່ສຸດໃນຄຣິສຕະຈັກຂອງພວກເຮົາ. ບໍ່ວ່າເຈົ້າຢາກເຮັດຫຍັງ, ເຈົ້າຕ້ອງຜ່ານຂ້ອຍ ແລະ ເຈົ້າຈະບໍ່ສາມາດຜ່ານຂ້ອຍໄປໄດ້. ເຈົ້າຢາກຜ່ານຂ້ອຍໄປບໍ? ເຈົ້າຈະຕ້ອງເຮັດມັນຂ້າມສົບຂອງຂ້ອຍໄປ! ຂ້ອຍປົກຄອງໃນຄຣິສຕະຈັກຂອງພວກເຮົາ; ສິ່ງທີ່ຂ້ອຍເວົ້າຖືເປັນທີ່ສຸດຢູ່ທີ່ນີ້. ຂ້ອຍຄືຄວາມຈິງ, ຂ້ອຍຄືຜູ້ໜຶ່ງດຽວ!” ນີ້ບໍ່ແມ່ນມານຮ້າຍທີ່ເປີດເຜີຍຕົວຕົນບໍ? ແມ່ນແລ້ວ, ໃບໜ້າມານຮ້າຍຂອງມັນຖືກເປີດໂປງ, ຄຳເວົ້າມານຮ້າຍຂອງມັນຖືກກ່າວອອກມາ.
ກ່ຽວກັບວິທີທີ່ພວກຕໍ່ຕ້ານພຣະຄຣິສປະຕິບັດຕໍ່ແກ່ນແທ້ຂອງພຣະເຈົ້າ, ພວກເຂົາເລີ່ມຈາກການບໍ່ເຊື່ອ ແລະ ຄວາມສົງໄສ ໄປສູ່ການລໍຖ້າເວລາ ແລະ ການທົດສອບ ແລະ ໃນທີ່ສຸດກໍໄປສູ່ການພິພາກສາ ແລະ ການໝິ່ນປະໝາດ. ສິ່ງນີ້ໄດ້ນໍາພາພວກເຂົາເທື່ອລະກ້າວໄປສູ່ຂຸມຕົມ, ເຫວເລິກທີ່ບໍ່ມີພື້ນ ແລະ ມັນໄດ້ນໍາພາພວກເຂົາໄປສູ່ເສັ້ນທາງຂອງການຕໍ່ຕ້ານພຣະເຈົ້າ ແລະ ການເປັນສັດຕູຂອງພຣະອົງ, ຂັດແຍ້ງກັບພຣະອົງຢ່າງສິ້ນເຊີງ ແລະ ຮ້ອງທ້າທາຍຕໍ່ຕ້ານພຣະອົງຈົນເຖິງທີ່ສຸດ, ເຊິ່ງເປັນເສັ້ນທາງທີ່ບໍ່ມີທາງກັບຄືນ. ພວກເຂົາບໍ່ພຽງແຕ່ບໍ່ສາມາດຍອມຮັບການມີຢູ່ຂອງແກ່ນແທ້ຂອງພຣະເຈົ້າ, ແຕ່ກົງກັນຂ້າມ ແນວຄິດ ແລະ ຈິນຕະນາການທຸກປະເພດກ່ຽວກັບແຕ່ລະດ້ານຂອງແກ່ນແທ້ຂອງພຣະເຈົ້າກໍເກີດຂຶ້ນໃນພວກເຂົາ, ເຊິ່ງພວກເຂົາໃຊ້ເພື່ອນຳພາຄົນອ້ອມຂ້າງ ແລະ ຄົນທີ່ພວກເຂົາພົວພັນນຳຢ່າງຜິດໆ. ເປົ້າໝາຍຂອງພວກເຂົາແມ່ນເພື່ອເຮັດໃຫ້ຄົນຈຳນວນຫຼາຍຂຶ້ນເປັນຄືກັບພວກເຂົາ, ສົງໄສການມີຢູ່ຂອງພຣະເຈົ້າ ແລະ ການມີຢູ່ຂອງແກ່ນແທ້ຂອງພຣະອົງ. ຕົນເອງຈະຕາຍຍັງບໍ່ພໍ ຍັງຈະດຶງຄົນອື່ນໄປຕາຍນຳ. ມັນບໍ່ພຽງພໍສຳລັບພວກເຂົາທີ່ຈະເຮັດສິ່ງທີ່ບໍ່ດີດ້ວຍຕົວເອງ, ພວກເຂົາຕ້ອງການຊອກຫາຄົນອື່ນໄປກັບພວກເຂົາ, ເພື່ອເຮັດສິ່ງທີ່ບໍ່ດີກັບພວກເຂົາ, ເພື່ອຕໍ່ຕ້ານພຣະເຈົ້າ ແລະ ລົບກວນວຽກງານໃນເຮືອນຂອງພຣະອົງກັບພວກເຂົາ, ເພື່ອສົງໄສ ແລະ ປະຕິເສດພຣະເຈົ້າກັບພວກເຂົາ. ພວກຕໍ່ຕ້ານພຣະຄຣິສເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການກ່ຽວກັບທຸກໆດ້ານຂອງແກ່ນແທ້ຂອງພຣະເຈົ້າ. ບໍ່ພຽງແຕ່ພວກເຂົາບໍ່ສາມາດຮູ້ຈັກແກ່ນແທ້ຂອງພຣະເຈົ້າຈາກທຸກສິ່ງທີ່ພຣະອົງເຮັດ, ພວກເຂົາຍັງຈະວິເຄາະ, ສຶກສາ, ທົດສອບ ແລະ ຕັດສິນແກ່ນແທ້ຂອງພຣະເຈົ້າຢ່າງເຂັ້ມງວດອີກດ້ວຍ ແລະ ແມ່ນແຕ່ຈະຕໍ່ສູ້ກັບພຣະເຈົ້າຢ່າງລັບໆ ໂດຍກ່າວວ່າ: “ເຈົ້າບໍ່ແມ່ນຜູ້ໜຶ່ງດຽວບໍ? ເຈົ້າບໍ່ແມ່ນພຣະເຈົ້າຜູ້ທີ່ມີອຳນາດສູງສຸດເໜືອໂຊກຊະຕາຂອງມະນຸດຊາດບໍ? ເຈົ້າປ່ອຍໃຫ້ສິ່ງດັ່ງກ່າວເກີດຂຶ້ນກັບຄົນທີ່ເຊື່ອໃນເຈົ້າໄດ້ແນວໃດ? ຖ້າເຈົ້າເປັນພຣະເຈົ້າອົງໜຶ່ງດຽວ, ເຈົ້າບໍ່ຄວນອະນຸຍາດໃຫ້ກຳລັງຂອງສັດຕູໃດໆ ເຂົ້າມາລ່ວງລໍ້າໃນບ່ອນເຮັດວຽກຂອງເຈົ້າເລີຍ”. ນັ້ນແມ່ນຄຳເວົ້າປະເພດໃດ? ເມື່ອໃດກໍຕາມທີ່ມີຫຍັງເກີດຂຶ້ນໃນຄຣິສຕະຈັກ, ພວກຕໍ່ຕ້ານພຣະຄຣິສຈະເປັນຄົນທຳອິດທີ່ລຸກຂຶ້ນ ແລະ ເວົ້າຈາບ່ອນທຳລາຍ, ຄຳເວົ້າທີ່ເປັນລົບ ແລະ ເປັນການຕັດສິນ. ພວກເຂົາຈະເປັນຄົນທຳອິດທີ່ລຸກຂຶ້ນ ແລະ ໂຕ້ຖຽງກັບພຣະເຈົ້າ, ປະເຊີນໜ້າກັບພຣະອົງ, ຮຽກຮ້ອງໃຫ້ພຣະອົງເຮັດສິ່ງນີ້ ແລະ ສິ່ງນັ້ນ. ໂດຍສະເພາະຢ່າງຍິ່ງໃນຊ່ວງເວລາທີ່ເຮືອນຂອງພຣະເຈົ້າປະເຊີນກັບຄວາມຫຍຸ້ງຍາກ ຫຼື ບັນຫາທີ່ຫຍຸ້ງຍາກ ພວກຕໍ່ຕ້ານພຣະຄຣິສຈະດີໃຈຫຼາຍ. ເຫຼົ່ານັ້ນຄືຊ່ວງເວລາທີ່ພວກເຂົາມີຄວາມສຸກທີ່ສຸດ ແລະ ພໍໃຈທີ່ສຸດ, ເມື່ອພວກເຂົາໂດດໂລດເຕັ້ນດ້ວຍຄວາມດີໃຈສູງສຸດ. ພວກເຂົາບໍ່ພຽງແຕ່ບໍ່ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ບໍ່ເລີຍ, ພວກເຂົາພັດຢືນກອດເອິກເບິ່ງ ແລະ ຄອຍຊໍ້າເຕີມ, ລໍຖ້າຢ່າງກະຕືລືລົ້ນໃຫ້ການກະບົດເກີດຂຶ້ນໃນເຮືອນຂອງພຣະເຈົ້າ, ເພື່ອໃຫ້ຜູ້ຄົນທີ່ພຣະອົງເລືອກທັງໝົດຖືກຈັບກຸມ ແລະ ກະຈັດກະຈາຍ ແລະ ວຽກງານໃນເຮືອນຂອງພຣະອົງບໍ່ສາມາດດຳເນີນຕໍ່ໄປໄດ້. ຕອນນັ້ນພວກເຂົາກໍຈະດີໃຈປານວ່າໄດ້ສະຫຼອງປີໃໝ່. ແລ້ວທຸກຄັ້ງທີ່ສິ່ງໃດສິ່ງໜຶ່ງທີ່ເກີດຂຶ້ນໃນເຮືອນຂອງພຣະເຈົ້າຖືກຈັດການ ແລະ ຖືກແກ້ໄຂ, ເມື່ອອ້າຍເອື້ອຍນ້ອງທັງຫຼາຍໄດ້ຮັບບົດຮຽນຈາກມັນ, ນັ້ນຄືເວລາທີ່ “ຄຳຕັດສິນ” ຂອງພວກຕໍ່ຕ້ານພຣະຄຣິສຈະຖືກປະກາດ. ມັນຍັງເປັນເວລາທີ່ພວກຕໍ່ຕ້ານພຣະຄຣິສໝົດຫວັງ, ເສົ້າສະຫຼົດ ແລະ ສິ້ນຫວັງທີ່ສຸດ. ພວກເຂົາທົນບໍ່ໄດ້ທີ່ຈະເຫັນອ້າຍເອື້ອຍນ້ອງທັງຫຼາຍຢູ່ດີກິນດີ ຫຼື ຜູ້ຕິດຕາມຂອງພຣະເຈົ້າມີຄວາມເຊື່ອ ແລະ ເຕັມໄປດ້ວຍຄວາມໝັ້ນໃຈໃນຂະນະທີ່ພວກເຂົາຕິດຕາມພຣະອົງ; ພວກເຂົາທົນບໍ່ໄດ້ທີ່ຈະເຫັນອ້າຍເອື້ອຍນ້ອງທັງຫຼາຍຖືກປ່ຽນແປງໃນອຸປະນິໄສຂອງພວກເຂົາພາຍໃຕ້ການຊີ້ນໍາຂອງພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ ແລະ ວຽກງານກໍດີຂຶ້ນເລື້ອຍໆ. ພວກເຂົາທົນບໍ່ໄດ້ທີ່ຈະເຫັນຄຣິສຕະຈັກຈະເລີນຮຸ່ງເຮືອງ ຫຼື ແຜນການຄຸ້ມຄອງຂອງພຣະເຈົ້າພັດທະນາໄປເທື່ອລະກ້າວໃນທິດທາງທີ່ດີ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກຽດຊັງເມື່ອຜູ້ຄົນເທດສະໜາພຣະທຳຂອງພຣະເຈົ້າຢູ່ສະເໝີ, ເປັນພະຍານໃຫ້ແກ່ພຣະອົງ ແລະ ສັນລະເສີນຄວາມໜ້າຮັກຂອງພຣະອົງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພວກເຂົາກຽດຊັງເມື່ອຜູ້ຄົນສະແຫວງຫາພຣະເຈົ້າ, ອະທິຖານຕໍ່ພຣະອົງ ແລະ ສະແຫວງຫາພຣະທຳຂອງພຣະອົງ ບໍ່ວ່າຈະເກີດຫຍັງຂຶ້ນກັບພວກເຂົາ, ຍອມອ່ອນນ້ອມຕໍ່ພຣະອົງ ແລະ ປະຕິບັດຕາມການປັ້ນແຕ່ງຂອງພຣະອົງ. ເຖິງແມ່ນວ່າພວກຕໍ່ຕ້ານພຣະຄຣິສຈະກິນອາຫານຈາກເຮືອນຂອງພຣະເຈົ້າ, ເພີດເພີນກັບພຣະທຳຂອງພຣະເຈົ້າ ແລະ ເພີດເພີນກັບຜົນປະໂຫຍດທັງໝົດຂອງເຮືອນຂອງພຣະອົງ, ພວກເຂົາມັກຈະປາຖະໜາທີ່ຈະມີໂອກາດຫົວຂວັນໃສ່ເຮືອນຂອງພຣະເຈົ້າ. ພວກເຂົາລໍຖ້າຢ່າງກະຕືລືລົ້ນໃຫ້ຜູ້ເຊື່ອໃນພຣະເຈົ້າທັງໝົດກະຈັດກະຈາຍ ແລະ ໃຫ້ວຽກງານຂອງພຣະເຈົ້າບໍ່ສາມາດດຳເນີນຕໍ່ໄປໄດ້. ສະນັ້ນ, ເມື່ອມີບາງຢ່າງເກີດຂຶ້ນກັບເຮືອນຂອງພຣະເຈົ້າ, ແທນທີ່ຈະປົກປ້ອງມັນ ຫຼື ຄິດຫາວິທີແກ້ໄຂບັນຫາ ຫຼື ປົກປ້ອງອ້າຍເອື້ອຍນ້ອງທັງຫຼາຍດ້ວຍສຸດກຳລັງຂອງພວກເຂົາ ຫຼື ເຂົ້າຮ່ວມກັບພວກເຂົາເພື່ອແກ້ໄຂບັນຫາໄປພ້ອມໆກັນ, ຮ່ວມກັນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະອົງ, ພວກຕໍ່ຕ້ານພຣະຄຣິສຈະຢືນຢູ່ຂ້າງສະໜາມ, ຫົວຂວັນ, ອອກຄວາມຄິດຊົ່ວໆ, ທຳລາຍ ແລະ ລົບກວນ. ໃນຊ່ວງເວລາທີ່ສຳຄັນ, ພວກເຂົາກໍເຖິງຂັ້ນຈະຍື່ນມືຊ່ວຍຄົນນອກ ໂດຍທີ່ເຮືອນຂອງພຣະເຈົ້າຕ້ອງເສຍຫາຍ ເຮັດຕົວເປັນຄົນຮັບໃຊ້ຂອງຊາຕານ, ລົບກວນ ແລະ ທຳລາຍສິ່ງຕ່າງໆໂດຍເຈດຕະນາ. ຄົນເຊັ່ນນັ້ນບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຍິ່ງເປັນຊ່ວງເວລາທີ່ສຳຄັນຫຼາຍເທົ່າໃດ, ຄວາມຄ້າຍຄືມານຮ້າຍຂອງພວກເຂົາກໍຍິ່ງຖືກເປີດເຜີຍຢ່າງຊັດເຈນຫຼາຍຂຶ້ນເທົ່ານັ້ນ; ຍິ່ງເປັນຊ່ວງເວລາທີ່ສຳຄັນຫຼາຍເທົ່າໃດ, ຍິ່ງມີເຫດການຫຼາຍເທົ່າໃດ, ຄວາມຄ້າຍຄືມານຮ້າຍຂອງພວກເຂົາກໍຍິ່ງຖືກເປີດເຜີຍໃນລາຍລະອຽດທີ່ສຸດ ແລະ ໃນຂອບເຂດທີ່ເຕັມທີ່ທີ່ສຸດຫຼາຍຂຶ້ນເທົ່ານັ້ນ; ຍິ່ງເປັນຊ່ວງເວລາທີ່ສຳຄັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງຊ່ວຍເຫຼືອຄົນພາຍນອກຫຼາຍຂຶ້ນໂດຍທີ່ເຮືອນຂອງພຣະເຈົ້າຕ້ອງເສຍປະໂຫຍດ. ພວກເຂົາເປັນສິ່ງປະເພດໃດ? ຄົນເຊັ່ນນັ້ນເປັນອ້າຍເອື້ອຍນ້ອງທັງຫຼາຍບໍ? ພວກເຂົາເປັນຄົນທີ່ເຮັດສິ່ງທີ່ທຳລາຍລ້າງ, ໜ້າລັງກຽດ; ພວກເຂົາເປັນສັດຕູຂອງພຣະເຈົ້າ; ພວກເຂົາເປັນມານຮ້າຍ, ພວກເຂົາເປັນຊາຕານ; ພວກເຂົາເປັນຄົນຊົ່ວຮ້າຍ, ພວກຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງທັງຫຼາຍ ແລະ ພວກເຂົາບໍ່ແມ່ນຜູ້ທີ່ມີສິດໄດ້ຮັບຄວາມລອດພົ້ນ. ຖ້າພວກເຂົາເປັນອ້າຍເອື້ອຍນ້ອງທັງຫຼາຍແທ້ໆ, ເປັນຄົນໃນເຮືອນຂອງພຣະເຈົ້າ, ແລ້ວເມື່ອມີບັນຫາໃດໆ ເກີດຂຶ້ນໃນເຮືອນຂອງພຣະອົງ, ພວກເຂົາກໍຈະຮວມໃຈເປັນໜຶ່ງດຽວກັບອ້າຍເອື້ອຍນ້ອງທັງຫຼາຍຂອງພວກເຂົາເພື່ອປະເຊີນໜ້າ ແລະ ແກ້ໄຂມັນໄປພ້ອມໆກັນ. ພວກເຂົາຈະບໍ່ເປັນຜູ້ຢືນເບິ່ງ, ຍິ່ງບໍ່ຕ້ອງເວົ້າເຖິງການເບິ່ງ ແລະ ຫົວຂວັນ. ມີພຽງແຕ່ຄົນເຊັ່ນພວກຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ຈະຢືນຢູ່ຂ້າງໆ ແລະ ຫົວຂວັນ ແລະ ລໍຖ້າຢ່າງກະຕືລືລົ້ນໃຫ້ສິ່ງທີ່ບໍ່ດີເກີດຂຶ້ນກັບເຮືອນຂອງພຣະເຈົ້າ.
ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສອາດຈະຖືກເປີດເຜີຍໃນທຸກໆເລື່ອງ. ມັນຂ້ອນຂ້າງບໍ່ສາມາດປົກປິດໄດ້. ບໍ່ວ່າພວກເຂົາຈະເຮັດຫຍັງ, ບໍ່ວ່າຈະເປັນບັນຫາໃດກໍຕາມ, ມຸມມອງ ແລະ ອຸປະນິໄສທັງໝົດທີ່ພວກເຂົາເປີດເຜີຍອອກມານັ້ນເປັນທີ່ໜ້າລັງກຽດຕໍ່ມະນຸດ ແລະ ຕໍ່ພຣະເຈົ້າ. ບໍ່ພຽງແຕ່ພວກເຂົາກໍ່ໃຫ້ເກີດການທຳລາຍ, ການຂັດຂວາງ ແລະ ການລົບກວນໃນທຸກປະເພດຂອງສິ່ງທີ່ເກີດຂຶ້ນ, ຫົວຂວັນຢູ່ຂ້າງໆ, ພວກເຂົາຍັງມັກປະເຊີນໜ້າກັບພຣະເຈົ້າ ແລະ ທົດສອບພຣະອົງ. ການທົດສອບພຣະເຈົ້າໝາຍຄວາມວ່າແນວໃດ? (ໃນໃຈຂອງພວກເຂົາ, ພວກເຂົາບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາເວົ້າບາງຢ່າງ ຫຼື ໃຊ້ເລ່ຫຼ່ຽມບາງຢ່າງເພື່ອທົດສອບຄວາມຄິດຂອງພຣະອົງ, ພະຍາຍາມຢັ່ງຮູ້ໃຫ້ເຖິງແກ່ນແທ້.) ເຈົ້າເຫັນວ່າສິ່ງນັ້ນເກີດຂຶ້ນຫຼາຍ. ໃນເລື່ອງຂອງໂຢບ, ຊາຕານໄດ້ທົດສອບພຣະເຈົ້າແນວໃດ? (ຄັ້ງທຳອິດທີ່ຊາຕານເວົ້າ, ມັນເວົ້າວ່າ ຖ້າພຣະເຈົ້າທຳລາຍຄອບຄົວ ແລະ ຊັບສິນຂອງໂຢບ, ລາວຈະບໍ່ນະມັດສະການພຣະເຈົ້າອີກຕໍ່ໄປ; ຄັ້ງທີສອງ, ມັນເວົ້າວ່າ ຖ້າພຣະເຈົ້າທຳລາຍເນື້ອໜັງ ແລະ ກະດູກຂອງໂຢບ, ລາວຈະປະຕິເສດພຣະເຈົ້າ. ຊາຕານຕ້ອງການທົດສອບພຣະເຈົ້າໂດຍການໃຫ້ໄພພິບັດເກີດຂຶ້ນກັບໂຢບ.) ນັ້ນແມ່ນການທົດສອບບໍ? ນັ້ນແມ່ນຄຳນິຍາມທີ່ຖືກຕ້ອງຂອງຄຳສັບບໍ? (ບໍ່.) ເວົ້າຢ່າງເຂັ້ມງວດ, ຂໍ້ຄວາມເຫຼົ່ານັ້ນໝາຍເຖິງການກ່າວຫາ. ສິ່ງທີ່ຊາຕານໝາຍເຖິງໃນການເວົ້າສິ່ງເຫຼົ່ານັ້ນແມ່ນ “ເຈົ້າບໍ່ໄດ້ເວົ້າບໍວ່າໂຢບເປັນຄົນທີ່ສົມບູນແບບບໍ? ດ້ວຍສິ່ງດີໆທັງໝົດທີ່ເຈົ້າໄດ້ໃຫ້ລາວ, ລາວຈະບໍ່ນະມັດສະການເຈົ້າໄດ້ແນວໃດ? ຖ້າເຈົ້າທຳລາຍສິ່ງດີໆເຫຼົ່ານັ້ນຂອງລາວ, ເຈົ້າຄິດວ່າລາວຈະຍັງນະມັດສະການເຈົ້າຢູ່ບໍ?” ນັ້ນຄືການກ່າວຫາ. ແລ້ວການທົດສອບແມ່ນສິ່ງປະເພດໃດ? ຊາຕານໄດ້ໃຫ້ໂຈນປຸ້ນ ແລະ ຍຶດຊັບສິນຂອງໂຢບ. ສຳລັບໂຢບ, ນັ້ນຄືການທົດສອບ. ມັນເປັນການທົດສອບໄດ້ແນວໃດ? ເຊັ່ນນີ້: “ເຈົ້າບໍ່ເຊື່ອໃນພຣະເຈົ້າບໍ? ເມື່ອຂ້ອຍທຳລາຍສິ່ງເຫຼົ່ານີ້ຂອງເຈົ້າ, ລອງເບິ່ງວ່າເຈົ້າຈະຍັງເຊື່ອໃນພຣະອົງຢູ່ບໍ!” ແຕ່ໂຢບເຂົ້າໃຈມັນແນວໃດ? ໂດຍເຊື່ອວ່າມັນເປັນການລອງໃຈຈາກພຣະເຈົ້າ, ລາວບໍ່ໄດ້ດີ້ນຮົນ ຫຼື ຕໍ່ສູ້ ແລະ ລາວກໍບໍ່ໄດ້ເວົ້າຫຍັງ, ລາວໄດ້ອ່ອນນ້ອມ ແລະ ຍອມຮັບມັນຈາກພຣະເຈົ້າ. ຍັງມີສິ່ງທີ່ເກີດຂຶ້ນກັບອົງພຣະເຢຊູເຈົ້າ: ຊາຕານໃຫ້ພຣະອົງປ່ຽນກ້ອນຫີນເປັນອາຫານ ແລະ ສະແດງໃຫ້ອົງພຣະເຢຊູເຈົ້າເຫັນສະຫງ່າລາສີ ແລະ ຄວາມຮັ່ງມີທັງໝົດຂອງໂລກ, ໃຫ້ພຣະອົງກົ້ມຂາບນະມັດສະການມັນ. ສິ່ງເຫຼົ່ານັ້ນຄືການລໍ້ລວງ. ຕອນນີ້, ພວກຕໍ່ຕ້ານພຣະຄຣິສເຮັດສິ່ງໃດເພື່ອເປັນການທົດສອບພຣະເຈົ້າ? (ພວກຕໍ່ຕ້ານພຣະຄຣິສບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ພວກເຂົາເຮັດຄວາມຊົ່ວຮ້າຍ, ເຖິງແມ່ນວ່າພວກເຂົາຈະຮູ້ວ່າມັນເປັນເຊັ່ນນັ້ນ; ພວກເຂົາກໍຕ້ອງການທົດສອບພຣະເຈົ້າເພື່ອເບິ່ງວ່າການລົງໂທດຂອງພຣະອົງຈະເກີດຂຶ້ນກັບພວກເຂົາຫຼືບໍ່. ເນື່ອງຈາກວ່າພວກເຂົາບໍ່ເຊື່ອໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ເມື່ອພວກເຂົາເຮັດຄວາມຊົ່ວຮ້າຍ, ພວກເຂົາກໍບໍ່ຮູ້ສຶກຫຍັງເລີຍ.) ນັ້ນຄືການທົດສອບ. ພວກເຂົາເລີ່ມຕົ້ນດ້ວຍແນວຄິດທີ່ວ່າ ລອງເບິ່ງກ່ອນແລ້ວກັນ; ພວກເຂົາຕ້ອງການເບິ່ງວ່າພຣະເຈົ້າຈະເຮັດຫຍັງແທ້: “ພຣະເຈົ້າບໍ່ໄດ້ຊົງສະຫງ່າຜ່າເຜີຍ ແລະ ຊົງພຣະພິໂລດບໍ? ເອີ, ຂ້ອຍກຳລັງອາລະວາດຢູ່ໃນຄຣິສຕະຈັກ ແລະ ຂ້ອຍໄດ້ເຮັດສິ່ງທີ່ຊົ່ວຮ້າຍຫຼາຍຢ່າງລັບຫຼັງພຣະເຈົ້າ ແລະ ລັບຫຼັງມະນຸດ, ພຣະເຈົ້າຮູ້ກ່ຽວກັບມັນ ຫຼື ບໍ່? ຖ້າບໍ່ມີຄວາມໂສກເສົ້າໃນຕົວຂ້ອຍ ແລະ ຂ້ອຍບໍ່ໄດ້ຮັບການລົງໂທດທາງເນື້ອໜັງ, ນັ້ນໝາຍຄວາມວ່າພຣະເຈົ້າບໍ່ຮູ້”. ພວກເຂົາລອງດີເລັກໆນ້ອຍໆເພື່ອທົດສອບວ່າພຣະເຈົ້າຊົງລິດທານຸພາບສູງສຸດ ຫຼື ບໍ່, ເພື່ອທົດສອບວ່າພຣະອົງສັງເກດເບິ່ງສ່ວນເລິກໃນໃຈຂອງຜູ້ຄົນ ຫຼື ບໍ່. ນັ້ນຄືຄວາມໝາຍຂອງການທົດສອບ. ພວກເຂົາຕ້ອງການຢືນຢັນຄວາມຈິງແທ້ຂອງເລື່ອງ, ເພື່ອທົດສອບວ່າພຣະເຈົ້າຈະລົງມືເຮັດແທ້ ຫຼື ບໍ່ ແລະ ວ່າພຣະອົງມີຢູ່ຈິງ ຫຼື ບໍ່. ນັ້ນຄືຄວາມໝາຍຂອງການທົດສອບ.
ເຄີຍມີຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງໃນຈີນແຜ່ນດິນໃຫຍ່ ທີ່ໄດ້ນໍາພາຄົນກຸ່ມໜຶ່ງຢ່າງຜິດໆ. ລາວໄດ້ເຫັນເຮືອນຂອງພຣະເຈົ້າຈັດຕັ້ງຄະນະຮ້ອງເພງ ແລະ ຮ້ອງເພງສັນລະເສີນຢູ່ຕ່າງປະເທດ ແລະ ຄິດວ່າ “ຖ້າພວກເຈົ້າສາມາດມີຄະນະຮ້ອງເພງຢູ່ຕ່າງປະເທດໄດ້, ພວກເຮົາກໍສາມາດເຮັດໄດ້ຢູ່ທີ່ນີ້ຄືກັນ”. ດັ່ງນັ້ນ, ລາວຈຶ່ງໄດ້ເຕົ້າໂຮມຄົນຈາກສະຖານທີ່ຕ່າງໆ ເພື່ອມາຮ້ອງເພງໃນຄະນະຮ້ອງເພງ. ລາວຍັງໄດ້ເຕົ້າໂຮມຜູ້ຊົມຈຳນວນຫຼາຍໃຫ້ພວກເຂົາອີກດ້ວຍ; ມັນເປັນພາບທີ່ຂ້ອນຂ້າງໃຫຍ່. ເປັນຫຍັງລາວຈຶ່ງເຮັດເຊັ່ນນີ້? ໃນດ້ານໜຶ່ງ, ລາວກຳລັງສ້າງຕັ້ງອານາຈັກທີ່ເປັນເອກະລາດ, ເຊິ່ງບໍ່ຈຳເປັນຕ້ອງອະທິບາຍຕື່ມ. ໃນອີກດ້ານໜຶ່ງ, ສິ່ງທີ່ລາວໝາຍເຖິງກໍຄື “ພຣະເຈົ້າທີ່ພວກເຮົາເຊື່ອເປັນພຣະເຈົ້າທີ່ແທ້ຈິງ ແລະ ພວກເຮົາມີວຽກງານຂອງພຣະວິນຍານບໍລິສຸດ. ພວກເຮົາອາດຈະຢູ່ໃນສະພາບແວດລ້ອມທີ່ເປັນປໍລະປັກ, ໂດຍມີມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພວກເຮົາ ແລະ ເຝົ້າລະວັງພວກເຮົາຢ່າງໃກ້ຊິດ ແລະ ຢ່າງເຂັ້ມງວດ, ແຕ່ໃຫ້ພວກເຮົາສະແດງໃຫ້ຜູ້ຄົນເຫັນວ່າພຣະເຈົ້າກຳລັງປົກປ້ອງພວກເຮົາ ຫຼື ບໍ່. ລອງເບິ່ງວ່າມີຫຍັງສາມາດເກີດຂຶ້ນກັບພວກເຮົາໄດ້ບໍ; ລອງເບິ່ງວ່າພວກເຮົາຈະຖືກຈັບກຸມໄດ້ບໍ”. ນັ້ນແມ່ນແນວຄິດປະເພດໃດ? (ປະເພດຂອງການທົດສອບ.) ມັນຄືການທົດສອບ, ມັນຄືການໃຊ້ຄຳຂວັນດັ່ງກ່າວບັງໜ້າ ແລະ ການໃຊ້ວະລີເດັດ ເຊັ່ນ: ການເຊື່ອວ່າພຣະເຈົ້າຊົງລິດທານຸພາບສູງສຸດ ແລະ ຊົງສະຖິດຢູ່ທຸກແຫ່ງຫົນ ເພື່ອກວດສອບວ່າພຣະເຈົ້າຈະເຮັດຫຍັງແທ້, ວາງເດີມພັນກັບພຣະອົງ ແລະ ຕໍ່ສູ້ກັບພຣະອົງ. ນັ້ນເອີ້ນວ່າ “ການທົດສອບ”. ສຳລັບບາງຄົນ, ເມື່ອຄົນອື່ນເວົ້າກັບພວກເຂົາວ່າ “ເຈົ້າກິນສິ່ງນີ້ບໍ່ໄດ້; ມັນຈະເຮັດໃຫ້ເຈົ້າເຈັບທ້ອງ”, ພວກເຂົາເວົ້າວ່າ “ຂ້ອຍບໍ່ເຊື່ອເຈົ້າ, ຂ້ອຍຈະກິນມັນ! ລອງເບິ່ງວ່າພຣະເຈົ້າຈະເຮັດໃຫ້ຂ້ອຍເຈັບທ້ອງ ຫຼື ບໍ່”. ດັ່ງນັ້ນ, ພວກເຂົາກໍກິນມັນ ແລະ ມັນກໍເຮັດໃຫ້ພວກເຂົາເຈັບທ້ອງຈິງແທ້. ພວກເຂົາຄິດກັບຕົນເອງວ່າ “ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງຂ້ອຍ? ມັນເຮັດໃຫ້ຄົນອື່ນເຈັບທ້ອງ, ແຕ່ນັ້ນກໍເພາະວ່າພວກເຂົາບໍ່ເຊື່ອໃນພຣະເຈົ້າ. ຂ້ອຍເຊື່ອໃນພຣະເຈົ້າ; ເປັນຫຍັງມັນຈຶ່ງເຮັດໃຫ້ຂ້ອຍເຈັບທ້ອງຄືກັບຄົນອື່ນ?” ນີ້ແມ່ນພຶດຕິກຳປະເພດໃດ? (ການທົດສອບ.) ມັນເປັນຜົນມາຈາກການທີ່ພວກເຂົາບໍ່ຮູ້ຈັກພຣະເຈົ້າ. ແຕ່ສຳລັບພວກຕໍ່ຕ້ານພຣະຄຣິສ, ມັນມີບາງຢ່າງເພີ່ມເຕີມ: ພວກເຂົາບໍ່ຍອມຮັບຮູ້ການມີຢູ່ຂອງແກ່ນແທ້ຂອງພຣະເຈົ້າເລີຍ, ດັ່ງນັ້ນ ພວກເຂົາຈຶ່ງເຮັດສິ່ງຕ່າງໆ ດ້ວຍຄວາມພະຍາຍາມຂອງຕົນເອງ ແລະ ຈິນຕະນາການຂອງຕົນເອງ ແລະ ພວກເຂົາບໍ່ໄດ້ເຮັດມັນດ້ວຍຄວາມເຊື່ອ. ແທນທີ່ຈະເປັນແນວນັ້ນ, ພວກເຂົາກັບກຳລັງທົດສອບພຣະເຈົ້າ. ພວກເຂົາກຳລັງໃຊ້ພຶດຕິກຳຂອງພວກເຂົາ ແລະ ຄວາມຄິດ ແລະ ສິ່ງກະຕຸ້ນຊົ່ວຄາວຂອງພວກເຂົາ ເພື່ອສືບສວນວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່ ແລະ ວ່າຄວາມຊົງລິດທານຸພາບອັນສູງສຸດຂອງພຣະອົງເປັນຈິງ ຫຼື ບໍ່ ແລະ ວ່າພຣະອົງສາມາດປົກປ້ອງພວກເຂົາໄດ້ແທ້ ຫຼື ບໍ່. ຖ້າການທົດລອງຂອງພວກເຂົາສຳເລັດ, ຄວາມເຊື່ອຂອງພວກເຂົາກໍຈະດຳເນີນຕໍ່ໄປບົນພື້ນຖານນັ້ນ; ຖ້າມັນລົ້ມເຫຼວ, ຖ້າພຣະເຈົ້າເຮັດໃຫ້ພວກເຂົາຜິດຫວັງ, ພວກເຂົາຈະເຮັດແນວໃດ? ພວກເຂົາຈະເວົ້າວ່າ “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ. ມັນບໍ່ຄືກັບວ່າພຣະອົງໃສ່ໃຈຄົນ. ທຸກຄົນເວົ້າວ່າພຣະເຈົ້າເປັນບ່ອນລີ້ໄພຂອງມະນຸດ, ເທົ່າທີ່ຂ້ອຍເຫັນ, ມັນບໍ່ຈຳເປັນຕ້ອງເປັນແບບນັ້ນສະເໝີໄປ. ກ່ຽວກັບຄຳເວົ້າເຫຼົ່ານີ້, ຄົນເຮົາຕ້ອງກຽມທາງໜີທີໄລ່ໄວ້ໃຫ້ຕົນເອງໃນອະນາຄົດ; ພວກເຂົາບໍ່ສາມາດໂງ່ແບບນັ້ນໄດ້. ຄົນເຮົາຕ້ອງແກ້ໄຂບັນຫາຂອງຕົນເອງດ້ວຍຕົນເອງ, ພວກເຂົາບໍ່ສາມາດເພິ່ງພາພຣະເຈົ້າໄດ້ໃນທຸກເລື່ອງ”. ນັ້ນຄືຜົນໄດ້ຮັບທີ່ພວກເຂົາໄດ້ສະຫຼຸບຈາກການທົດສອບຂອງພວກເຂົາ. ເຈົ້າຄິດແນວໃດກັບຜົນໄດ້ຮັບນີ້? ນີ້ຈະເປັນຜົນໄດ້ຮັບສຳລັບຄົນຖ້າພວກເຂົາໄລ່ຕາມຄວາມຈິງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ຖ້າຄົນໄລ່ຕາມຄວາມຈິງ, ໃນທີ່ສຸດພວກເຂົາກໍຈະບັນລຸຜົນສຳເລັດ ແລະ ລາງວັນທີ່ດີ ແລະ ເປັນບວກ. ນັ້ນກໍຄື, ບໍ່ວ່າຄົນຈະເຮັດສິ່ງໃດກໍຕາມ, ພຣະເຈົ້າກໍມີວິທີທາງ ແລະ ຫຼັກການຂອງພຣະອົງກ່ຽວກັບວິທີທີ່ພຣະອົງຕອບສະໜອງ ແລະ ວິທີທີ່ພຣະອົງປະຕິບັດຕໍ່ສິ່ງເຫຼົ່ານີ້ ແລະ ຄົນກໍມີພັນທະຂອງຕົນທີ່ຕ້ອງປະຕິບັດ ແລະ ມີສັນຊາດຕະຍານຂອງຕົນເອງ. ພຣະເຈົ້າປະທານສັນຊາດຕະຍານຂອງພວກເຂົາໃຫ້ແກ່ພວກເຂົາ; ພຣະອົງໄດ້ໃຫ້ຫຼັກການແກ່ພວກເຂົາແລ້ວ, ດັ່ງນັ້ນ ຜູ້ຄົນຄວນກະທຳຕາມຫຼັກການເຫຼົ່ານັ້ນພາຍໃຕ້ການຊີ້ນໍາຂອງພຣະທຳຂອງພຣະເຈົ້າ. ກັບບາງສິ່ງ, ເບິ່ງຜິວເຜີນແລ້ວເບິ່ງຄືວ່າພຣະເຈົ້າຄວນປົກປ້ອງມະນຸດ, ແຕ່ຄຳວ່າ “ຄວນ” ນັ້ນມາຈາກມະນຸດ ຫຼື ຈາກພຣະເຈົ້າ? (ຈາກມະນຸດ.) ມັນຖືກຈິນຕະນາການຂຶ້ນໃນຈິດໃຈຂອງມະນຸດ. ຄຳວ່າ “ຄວນ” ນັ້ນບໍ່ແມ່ນຄວາມຈິງ; ມັນບໍ່ແມ່ນຄວາມຮັບຜິດຊອບຂອງພຣະເຈົ້າ. ແລ້ວພຣະເຈົ້າຈະເຮັດຫຍັງແທ້? ພຣະເຈົ້າມີວິທີການກະທຳຂອງພຣະອົງ ແລະ ພຣະອົງມີຫຼັກການຂອງພຣະອົງ. ບາງຄັ້ງ, ໂດຍການບໍ່ປົກປ້ອງເຈົ້າ, ພຣະອົງກຳລັງເປີດເຜີຍເຈົ້າ, ເບິ່ງວ່າເຈົ້າເລືອກເສັ້ນທາງໃດ. ບາງຄັ້ງ, ໂດຍຜ່ານສະພາບແວດລ້ອມທີ່ເປັນປໍລະປັກ, ພຣະອົງກຳລັງເຮັດໃຫ້ຄວາມຮູ້ຂອງເຈົ້າສົມບູນໃນບາງດ້ານ, ໃຫ້ເຈົ້າໄດ້ຮັບແງ່ມຸມຂອງຄວາມຈິງ ແລະ ປ່ຽນແປງໃນບາງດ້ານ. ພຣະອົງກຳລັງເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນ ແລະ ເຮັດໃຫ້ເຈົ້າເຕີບໃຫຍ່. ສະຫຼຸບໂດຍຫຍໍ້, ບໍ່ວ່າພຣະເຈົ້າຈະກະທຳແນວໃດກໍຕາມ, ພຣະອົງມີຫຼັກການ ແລະ ເຫດຜົນຂອງພຣະອົງ ພ້ອມທັງເປົ້າໝາຍ ແລະ ຈຸດປະສົງຂອງພຣະອົງ. ຖ້າເຈົ້າຖືເອົາແນວຄິດທີ່ວ່າ “ພຣະເຈົ້າຄວນປົກປ້ອງຂ້ອຍ ແລະ ພຣະອົງຄວນກະທຳໃນລັກສະນະດັ່ງກ່າວ” ເປັນຄວາມຈິງ ແລະ ຍຶດຖືມັນເຊັ່ນນັ້ນ, ຮຽກຮ້ອງຈາກພຣະເຈົ້າດ້ວຍແນວຄິດນັ້ນ, ແລ້ວເມື່ອພຣະເຈົ້າບໍ່ກະທຳໃນລັກສະນະນັ້ນ, ຄວາມຂັດແຍ້ງກໍຈະເກີດຂຶ້ນລະຫວ່າງເຈົ້າກັບພຣະເຈົ້າ. ເມື່ອຄວາມຂັດແຍ້ງນີ້ເກີດຂຶ້ນ, ພຣະເຈົ້າຈະບໍ່ຜິດ. ໃຜຈະຜິດ? (ມະນຸດ.) ມັນເລີ່ມຕົ້ນດ້ວຍບັນຫາໃນມຸມມອງຂອງຄົນ, ໃນການທີ່ພວກເຂົາຍຶດຖືທ່າທີທີ່ຜິດ, ຄອບຄອງຕຳແໜ່ງທີ່ຜິດ. ເມື່ອເຈົ້າຂໍໃຫ້ພຣະເຈົ້າກະທຳໃນລັກສະນະໃດໜຶ່ງ, ເຈົ້າຈະຮູ້ສຶກວ່າສົມເຫດສົມຜົນຫຼາຍ. ແຕ່ເພື່ອຖອຍຫຼັງກ້າວໜຶ່ງ, ເມື່ອເຈົ້າສາມາດອ່ອນນ້ອມ ແລະ ຍອມຮັບ, ເຈົ້າກໍຈະຮູ້ສຶກວ່າເຫດຜົນຂອງເຈົ້າບໍ່ມີນໍ້າໜັກ ແລະ ສິ່ງເຫຼົ່ານີ້ຄືອຸປະນິໄສທີ່ເສື່ອມຊາມ ແລະ ຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນຂອງເຈົ້າ. ເມື່ອເຈົ້າສາມາດຍອມຮັບ, ພຣະເຈົ້າຈະປະທານເກນວັດແທກຄວາມຈິງຄວາມຈິງ ແລະ ຄວາມຮູ້ທີ່ເຈົ້າຄວນໄດ້ຮັບນັ້ນໃຫ້ແກ່ເຈົ້າ. ດັ່ງທີ່ພຣະອົງເຫັນ, ນັ້ນຄືອົງປະກອບຂອງຄວາມຈິງທີ່ເຈົ້າຄວນໄດ້ຮັບທີ່ສຸດ, ບໍ່ແມ່ນພຣະຄຸນ ຫຼື ພຣະພອນເລັກນ້ອຍ. ມີພຽງພຣະເຈົ້າເທົ່ານັ້ນທີ່ຮູ້ວ່າສິ່ງໃດສຳຄັນທີ່ສຸດສຳລັບເຈົ້າ ແລະ ພຣະອົງສະໜອງ ແລະ ປະທານໃຫ້ແກ່ຜູ້ຄົນໃນເວລາທີ່ເໝາະສົມ ແລະ ໃນປະລິມານທີ່ເໝາະສົມ. ໃນທາງກົງກັນຂ້າມ, ພວກຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງ ຫຼື ວຽກງານຂອງພຣະວິນຍານບໍລິສຸດ. ບໍ່ວ່າຜູ້ໃດຈະໂອ້ລົມກ່ຽວກັບຄວາມຈິງ ແລະ ເປັນພະຍານເຖິງຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ຈະປະຕິເສດທີ່ຈະຍອມຮັບມັນ, ພວກເຂົາຈະຮູ້ສຶກລັງກຽດ ແລະ ຕໍ່ຕ້ານມັນ. ນີ້ຄືຄວາມແຕກຕ່າງລະຫວ່າງພວກຕໍ່ຕ້ານພຣະຄຣິສ ແລະ ຄົນທີ່ເສື່ອມຊາມທົ່ວໄປ.
ພວກເຮົາຈະສະຫຼຸບການໂອ້ລົມຂອງພວກເຮົາທີ່ນີ້ກ່ຽວກັບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສໃນການປະຕິເສດຕົວຕົນຂອງພຣະເຈົ້າ ແລະ ແກ່ນແທ້ແຫ່ງຄວາມເປັນເອກະລັກຂອງພຣະອົງ. ພວກເຈົ້າມີຄຳຖາມຫຍັງເພີ່ມເຕີມບໍ? (ພຣະເຈົ້າ, ຂ້ານ້ອຍມີຄຳຖາມ. ຂ້ານ້ອຍພົບກັບຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າຫຼາຍຄົນ ໃນເວລາທີ່ຂ້ານ້ອຍເທດສະໜາພຣະກິດຕິຄຸນ ແລະ ພວກເຂົາທັງໝົດກໍຍຶດໝັ້ນຢ່າງໜຽວແໜ້ນໃນມຸມມອງຂອງໂປໂລທີ່ວ່າ “ສຳລັບຂ້ານ້ອຍ ການມີຊີວິດຢູ່ຄືພຣະຄຣິສ”. ພວກເຂົາຄິດວ່າ ຖ້າພວກເຂົາສາມາດບັນລຸມາດຕະຖານຂອງຄຳເວົ້າຂອງໂປໂລໄດ້, ພວກເຂົາກໍສາມາດກາຍເປັນພຣະເຈົ້າໄດ້. ນີ້ແມ່ນອີກການສະແດງອອກໜຶ່ງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຍັງເປັນການປະຕິເສດແກ່ນແທ້ໃນຄວາມເປັນເອກະລັກຂອງພຣະເຈົ້າບໍ?) ກໍປະມານນັ້ນ. ການທີ່ພວກຕໍ່ຕ້ານພຣະຄຣິສປະຕິເສດຄວາມເປັນເອກະລັກຂອງພຣະເຈົ້າສ່ວນໃຫຍ່ແມ່ນຍ້ອນວ່າພວກເຂົາປາຖະໜາທີ່ຈະເປັນພຣະເຈົ້າ. ຄຳເວົ້າຂອງໂປໂລເປັນສິ່ງທີ່ພວກເຂົາມັກເປັນພິເສດ: “ສຳລັບຂ້ານ້ອຍ, ການມີຊີວິດຢູ່ຄືພຣະຄຣິສ, ການມີຊີວິດຢູ່ຄືພຣະເຈົ້າ, ດ້ວຍຊີວິດຂອງພຣະເຈົ້າ ຂ້ານ້ອຍກໍຄືພຣະເຈົ້າ”. ພວກເຂົາເຊື່ອວ່າ ຖ້າມຸມມອງນີ້ເປັນຈິງ, ພວກເຂົາກໍມີຄວາມຫວັງທີ່ຈະກາຍເປັນພຣະເຈົ້າ, ທີ່ຈະປົກຄອງເປັນກະສັດ ແລະ ທີ່ຈະຄວບຄຸມຜູ້ຄົນ; ຖ້າບໍ່ເປັນເຊັ່ນນັ້ນ, ຄວາມຫວັງຂອງພວກເຂົາທີ່ຈະປົກຄອງເປັນກະສັດ ແລະ ກາຍເປັນພຣະເຈົ້າກໍຈະຖືກທຳລາຍ. ສະຫຼຸບໂດຍຫຍໍ້, ຊາຕານຕ້ອງການຢູ່ໃນຖານະເທົ່າທຽມກັບພຣະເຈົ້າຢູ່ສະເໝີ ແລະ ພວກຕໍ່ຕ້ານພຣະຄຣິສກໍເຊັ່ນກັນ: ພວກເຂົາກໍມີແກ່ນແທ້ນີ້ຄືກັນ. ຕົວຢ່າງ: ໃນບັນດາຜູ້ທີ່ຕິດຕາມພຣະເຈົ້າ, ມີຄົນທີ່ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານເຖິງພຣະອົງຢູ່ສະເໝີ, ເປັນພະຍານເຖິງວຽກງານຂອງພຣະອົງ ແລະ ເຖິງຜົນໄດ້ຮັບທີ່ການພິພາກສາ ແລະ ການລົງໂທດຂອງພຣະທຳຂອງພຣະອົງມີຢູ່ໃນມະນຸດ. ພວກເຂົາສັນລະເສີນວຽກງານທັງໝົດທີ່ພຣະເຈົ້າເຮັດເພື່ອຊ່ວຍມະນຸດໃຫ້ລອດພົ້ນ ແລະ ພວກເຂົາຍັງສັນລະເສີນລາຄາທີ່ພຣະເຈົ້າໄດ້ຈ່າຍອີກດ້ວຍ. ພວກຕໍ່ຕ້ານພຣະຄຣິສກໍປາຖະໜາທີ່ຈະໄດ້ຮັບຄວາມສຸກຈາກທັງໝົດນີ້ຄືກັນ ຫຼື ບໍ່? ພວກເຂົາປາຖະໜາທີ່ຈະໄດ້ຮັບຄວາມສຸກຈາກການສະໜັບສະໜູນ, ການຍ້ອງຍໍ, ການຍົກຍ້ອງ, ແມ່ນແຕ່ຄຳສັນລະເສີນຈາກຜູ້ຄົນ. ແລ້ວພວກເຂົາມີແນວຄິດທີ່ໜ້າອັບອາຍອັນໃດອີກ? ພວກເຂົາຕ້ອງການໃຫ້ຜູ້ຄົນເຊື່ອໃນພວກເຂົາ, ເພິ່ງພາພວກເຂົາໃນທຸກສິ່ງ; ມັນກໍບໍ່ເປັນຫຍັງທີ່ຄົນຈະເພິ່ງພາພຣະເຈົ້າຄືກັນ, ແຕ່ຖ້າໃນຂະນະດຽວກັນທີ່ພວກເຂົາເພິ່ງພາພຣະເຈົ້າ, ມັນເປັນຈິງ ແລະ ແທ້ຈິງກວ່າສຳລັບພວກເຂົາທີ່ຈະເພິ່ງພາພວກຕໍ່ຕ້ານພຣະຄຣິສ, ແລ້ວພວກຕໍ່ຕ້ານພຣະຄຣິສກໍຈະພໍໃຈຢ່າງຍິ່ງ. ຖ້າໃນຂະນະດຽວກັນທີ່ເຈົ້າສັນລະເສີນພຣະເຈົ້າ ແລະ ນັບພຣະຄຸນທີ່ພຣະເຈົ້າໄດ້ປະທານໃຫ້ເຈົ້າ, ເຈົ້າຍັງນັບລວມຜົນງານທີ່ສົມຄວນໄດ້ຮັບການຍ້ອງຍໍທັງໝົດຂອງພວກຕໍ່ຕ້ານພຣະຄຣິສ ແລະ ຮ້ອງເພງສັນລະເສີນພວກເຂົາໃນທ່າມກາງອ້າຍເອື້ອຍນ້ອງທັງຫຼາຍຂອງເຈົ້າ, ປະກາດໄປທົ່ວທຸກແຫ່ງກ່ຽວກັບທຸກສິ່ງທີ່ພວກເຂົາເຮັດ, ແລ້ວໃນໃຈຂອງພວກເຂົາກໍຈະພໍໃຈຢ່າງໜ້າອັດສະຈັນ ແລະ ພວກເຂົາຈະຮູ້ສຶກພໍໃຈ. ດັ່ງນັ້ນ, ເມື່ອເວົ້າຈາກມຸມມອງຂອງທຳມະຊາດ-ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ, ເມື່ອເຈົ້າເວົ້າວ່າພຣະເຈົ້າມີສິດອຳນາດ, ພຣະອົງຊົງຊອບທຳ ແລະ ພຣະອົງສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້, ເມື່ອເຈົ້າເວົ້າວ່າມີພຽງພຣະເຈົ້າເທົ່ານັ້ນທີ່ມີແກ່ນແທ້ດັ່ງກ່າວ, ວ່າມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດວຽກງານປະເພດນີ້ໄດ້ ແລະ ບໍ່ມີໃຜສາມາດຢືນຢູ່ໃນຕຳແໜ່ງຂອງພຣະອົງ ຫຼື ເປັນຕົວແທນຂອງພຣະອົງໃນການເຮັດສິ່ງເຫຼົ່ານີ້ໄດ້ ແລະ ທັງບໍ່ມີໃຜສາມາດມີແກ່ນແທ້ນີ້ ແລະ ເຮັດສິ່ງເຫຼົ່ານີ້ໄດ້: ເມື່ອເຈົ້າເວົ້າເຊັ່ນນີ້, ພວກຕໍ່ຕ້ານພຣະຄຣິສ, ໃນຫົວໃຈຂອງພວກເຂົາ, ແມ່ນບໍ່ຍອມຮັບຄຳເວົ້າເຫຼົ່ານີ້ ແລະ ປະຕິເສດທີ່ຈະຍອມຮັບມັນ. ເປັນຫຍັງພວກເຂົາຈຶ່ງບໍ່ຍອມຮັບ? ເພາະວ່າພວກເຂົາມີຄວາມທະເຍີທະຍານ, ນັ້ນແມ່ນດ້ານໜຶ່ງຂອງບັນຫາ. ອີກດ້ານໜຶ່ງແມ່ນ ພວກເຂົາບໍ່ເຊື່ອ ແລະ ທັງບໍ່ຍອມຮັບວ່າ ເນື້ອໜັງທີ່ບັງເກີດເປັນມະນຸດນັ້ນຄືພຣະເຈົ້າ. ເມື່ອໃດກໍຕາມທີ່ມີຄົນເວົ້າວ່າພຣະເຈົ້າຊົງເປັນໜຶ່ງດຽວ, ມີພຽງພຣະເຈົ້າເທົ່ານັ້ນທີ່ຊອບທຳ, ພວກເຂົາກໍຄັດຄ້ານໃນໃຈ ແລະ ຈະຕໍ່ຕ້ານພາຍໃນ ໂດຍກ່າວວ່າ: “ຜິດ, ຂ້ອຍກໍຊອບທຳຄືກັນ!” ເມື່ອເຈົ້າເວົ້າວ່າມີພຽງພຣະເຈົ້າເທົ່ານັ້ນທີ່ບໍລິສຸດ, ພວກເຂົາຈະເວົ້າວ່າ: “ຜິດ, ຂ້ອຍກໍບໍລິສຸດຄືກັນ!” ໂປໂລເປັນຕົວຢ່າງຂອງເລື່ອງນີ້: ເມື່ອຄົນເຜີຍແຜ່ພຣະທຳຂອງອົງພຣະເຢຊູຄຣິສເຈົ້າ, ໂດຍກ່າວວ່າອົງພຣະເຢຊູຄຣິສເຈົ້າໄດ້ປະທານໂລຫິດອັນປະເສີດຂອງພຣະອົງເພື່ອມະນຸດຊາດ, ພຣະອົງໄດ້ຮັບໃຊ້ເປັນການຖວາຍບາບ ແລະ ໄດ້ຊ່ວຍມະນຸດຊາດທັງໝົດໃຫ້ລອດພົ້ນ ແລະ ໄດ້ໄຖ່ມະນຸດຊາດທັງໝົດອອກຈາກບາບ, ໂປໂລຮູ້ສຶກແນວໃດເມື່ອໄດ້ຍິນເລື່ອງນີ້? ລາວໄດ້ຍອມຮັບຮູ້ບໍວ່າທັງໝົດນີ້ເປັນວຽກງານຂອງພຣະເຈົ້າ? ລາວໄດ້ຍອມຮັບຮູ້ບໍວ່າຜູ້ທີ່ສາມາດເຮັດທັງໝົດນີ້ໄດ້ຄືພຣະຄຣິສ ແລະ ມີພຽງພຣະຄຣິສເທົ່ານັ້ນທີ່ສາມາດເຮັດທັງໝົດນັ້ນໄດ້? ລາວໄດ້ຍອມຮັບບໍວ່າມີພຽງຜູ້ທີ່ສາມາດເຮັດທັງໝົດນີ້ໄດ້ເທົ່ານັ້ນທີ່ສາມາດເປັນຕົວແທນຂອງພຣະເຈົ້າ? ລາວບໍ່ໄດ້ຍອມຮັບ. ລາວເວົ້າວ່າ: “ຖ້າພຣະເຢຊູສາມາດຖືກຄຶງເທິງໄມ້ກາງແຂນໄດ້, ຜູ້ຄົນກໍສາມາດຖືກຄຶງເທິງໄມ້ກາງແຂນໄດ້ຄືກັນ! ຖ້າພຣະອົງສາມາດປະທານໂລຫິດອັນປະເສີດຂອງພຣະອົງໄດ້, ຄົນກໍສາມາດເຮັດໄດ້ຄືກັນ! ນອກຈາກນັ້ນ, ຂ້ອຍກໍສາມາດເທດສະໜາໄດ້ຄືກັນ ແລະ ຂ້ອຍກໍມີຄວາມຮູ້ຫຼາຍກວ່າພຣະອົງ ແລະ ຂ້ອຍກໍສາມາດທົນທຸກໄດ້! ຖ້າເຈົ້າເວົ້າວ່າພຣະອົງເປັນພຣະຄຣິສ, ແລ້ວຂ້ອຍກໍບໍ່ຄວນຖືກເອີ້ນວ່າພຣະຄຣິສຄືກັນບໍ? ຖ້າເຈົ້າປະກາດພຣະນາມອັນບໍລິສຸດຂອງພຣະອົງ, ແລ້ວເຈົ້າກໍບໍ່ຄວນປະກາດຊື່ຂອງຂ້ອຍຄືກັນບໍ? ຖ້າພຣະອົງເໝາະສົມທີ່ຈະຖືກເອີ້ນວ່າພຣະຄຣິສ, ຖ້າພຣະອົງສາມາດເປັນຕົວແທນຂອງພຣະເຈົ້າໄດ້ ແລະ ຖ້າພຣະອົງເປັນພຣະບຸດຂອງພຣະເຈົ້າ, ແລ້ວພວກເຮົາກໍບໍ່ແມ່ນຄືກັນບໍ? ພວກເຮົາຜູ້ທີ່ສາມາດທົນທຸກ ແລະ ຈ່າຍລາຄາ ແລະ ຜູ້ທີ່ສາມາດອອກແຮງ ແລະ ເຮັດວຽກເພື່ອພຣະເຈົ້າ, ພວກເຮົາກໍບໍ່ສາມາດຖືກເອີ້ນວ່າພຣະຄຣິສໄດ້ບໍ? ການທີ່ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ຖືກເອີ້ນວ່າພຣະຄຣິສນັ້ນແຕກຕ່າງຈາກພຣະຄຣິສແນວໃດ?” ສະຫຼຸບໂດຍຫຍໍ້, ພວກຕໍ່ຕ້ານພຣະຄຣິສບໍ່ເຂົ້າໃຈແງ່ມຸມຂອງແກ່ນແທ້ຂອງພຣະເຈົ້າທີ່ເປັນຄວາມເປັນເອກະລັກຂອງພຣະອົງ ແລະ ພວກເຂົາບໍ່ເຂົ້າໃຈວ່າຄວາມເປັນເອກະລັກຂອງພຣະເຈົ້າແມ່ນຫຍັງແທ້. ພວກເຂົາເຊື່ອວ່າ “ການເປັນພຣະຄຣິສ ຫຼື ການເປັນພຣະເຈົ້າແມ່ນຕ້ອງໃຊ້ຄວາມເຂັ້ມແຂງດ້ານທັກສະ ແລະ ຄວາມສາມາດຕໍ່ສູ້ອົດທົນຈົນໄດ້ມາ, ຄືກັນກັບການສູ້ຮົບເພື່ອຍາດຊີງເອົາອຳນາດການປົກຄອງ. ເຈົ້າບໍ່ໄດ້ຖືກເອີ້ນວ່າພຣະຄຣິສໂດຍການມີແກ່ນແທ້ຂອງພຣະເຈົ້າ. ການເປັນພຣະຄຣິສເປັນຜົນທີ່ໄດ້ມາຢ່າງຍາກລຳບາກຈາກທັກສະຂອງຕົນເອງ; ມັນກໍຄືກັນກັບສິ່ງຕ່າງໆໃນໂລກ, ຜູ້ໃດທີ່ມີທັກສະຫຼາຍກວ່າ ແລະ ມີຄວາມສາມາດຫຼາຍກວ່າກໍຄືຜູ້ທີ່ສາມາດເປັນເຈົ້າໜ້າທີ່ໃຫຍ່ ແລະ ສາມາດມີຄຳເວົ້າສຸດທ້າຍໄດ້”. ນີ້ຄືຕັກກະຂອງພວກເຂົາ. ພວກຕໍ່ຕ້ານພຣະຄຣິສບໍ່ຍອມຮັບວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ. ແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ກ່າວໄວ້ໃນພຣະທຳຂອງພຣະເຈົ້ານັ້ນພວກເຂົາບໍ່ສາມາດຢັ່ງຮູ້ໄດ້; ພວກເຂົາເປັນສັດຕະບຸລຸດ ແລະ ຄົນນອກ, ພວກເຂົາບໍ່ເຂົ້າໃຈ, ດັ່ງນັ້ນ ຄຳເວົ້າຂອງພວກເຂົາຈຶ່ງປະກອບດ້ວຍຄຳເວົ້າຂອງຄົນນອກທັງໝົດ, ຄຳເວົ້າທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ຖ້າພວກເຂົາໄດ້ເຮັດວຽກມາສອງສາມປີ ແລະ ຄິດວ່າພວກເຂົາສາມາດທົນທຸກ ແລະ ຈ່າຍລາຄາໄດ້, ພວກເຂົາສາມາດເວົ້າຈາຫຼາຍເກີນຄວນ ໃນຂະນະທີ່ເທດສະໜາຫຼັກຄຳສອນ, ພວກເຂົາໄດ້ຮຽນຮູ້ວິທີທຳທ່າເປັນຄົນໜ້າຊື່ໃຈຄົດ ແລະ ສາມາດນໍາພາຄົນອື່ນຢ່າງຜິດໆ ແລະ ໄດ້ຮັບການຍອມຮັບຈາກບາງຄົນ, ແລ້ວພວກເຂົາກໍເຊື່ອຕາມທຳມະຊາດວ່າພວກເຂົາສາມາດກາຍເປັນພຣະຄຣິສ ແລະ ກາຍເປັນພຣະເຈົ້າໄດ້.
ພວກເຈົ້າມີຄຳຖາມຫຍັງເພີ່ມເຕີມບໍ? (ພຣະເຈົ້າ, ພຣະອົງຊ່ວຍໂອ້ລົມກັບພວກເຮົາຕື່ມອີກໜ້ອຍໜຶ່ງໄດ້ບໍ ກ່ຽວກັບຄວາມໝາຍຂອງການທົດສອບພຣະເຈົ້າ? ການທົດສອບພຣະເຈົ້າສະແດງອອກໃນຄົນໃນລັກສະນະໃດແດ່?) ການທົດສອບພຣະເຈົ້າແມ່ນເມື່ອຄົນບໍ່ຮູ້ວ່າພຣະເຈົ້າກະທຳແນວໃດ ແລະ ບໍ່ຮູ້ຈັກພຣະອົງ ຫຼື ບໍ່ເຂົ້າໃຈພຣະອົງ ແລະ ດັ່ງນັ້ນ ພວກເຂົາຈຶ່ງມັກມີຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນບາງຢ່າງຕໍ່ພຣະອົງ. ຕົວຢ່າງ: ເມື່ອຄົນໃດຄົນໜຶ່ງເຈັບປ່ວຍ, ພວກເຂົາອາດຈະອະທິຖານຂໍໃຫ້ພຣະເຈົ້າປິ່ນປົວພວກເຂົາ. “ຂ້ອຍຈະບໍ່ຊອກຫາການປິ່ນປົວ, ລອງເບິ່ງວ່າພຣະເຈົ້າຈະປິ່ນປົວຂ້ອຍ ຫຼື ບໍ່”. ດັ່ງນັ້ນ, ຫຼັງຈາກອະທິຖານເປັນເວລາດົນພໍສົມຄວນໂດຍບໍ່ມີການກະທຳໃດໆຈາກພຣະເຈົ້າ, ພວກເຂົາກໍເວົ້າວ່າ “ເນື່ອງຈາກພຣະເຈົ້າບໍ່ໄດ້ເຮັດຫຍັງ, ຂ້ອຍຈະກິນຢາ ແລະ ເບິ່ງວ່າພຣະອົງຈະຂັດຂວາງຂ້ອຍບໍ່. ຖ້າຢາຕິດຄໍຂ້ອຍ ຫຼື ຖ້າຂ້ອຍເຮັດນໍ້າເຫ່ຍ, ນັ້ນອາດຈະເປັນວິທີຂອງພຣະເຈົ້າໃນການຂັດຂວາງຂ້ອຍ ແລະ ກີດກັນຂ້ອຍບໍ່ໃຫ້ກິນມັນ”. ນັ້ນຄືຄວາມໝາຍຂອງການທົດສອບ. ຫຼື ຕົວຢ່າງ: ເຈົ້າຖືກສັ່ງໃຫ້ໄປເທດສະໜາພຣະກິດຕິຄຸນ. ໃນສະຖານະການປົກກະຕິ, ທຸກຄົນຕັດສິນໃຈຜ່ານການໂອ້ລົມ ແລະ ການພິຈາລະນາວ່າໜ້າທີ່ຂອງເຈົ້າຮຽກຮ້ອງຫຍັງ ແລະ ເຈົ້າຄວນເຮັດຫຍັງ ແລະ ຈາກນັ້ນເຈົ້າກໍລົງມືເຮັດເມື່ອເຖິງເວລາທີ່ເໝາະສົມ. ຖ້າມີບາງຢ່າງເກີດຂຶ້ນໃນຂະນະທີ່ເຈົ້າກຳລັງລົງມືເຮັດ, ນັ້ນຄືອຳນາດສູງສຸດຂອງພຣະເຈົ້າ, ຖ້າພຣະເຈົ້າຈະຂັດຂວາງເຈົ້າ, ພຣະອົງກໍຈະເຮັດມັນໂດຍການລົງມືເອງ. ແນວໃດກໍຕາມ, ສົມມຸດວ່າເຈົ້າເວົ້າໃນຄຳອະທິຖານວ່າ “ໂອ້, ພຣະເຈົ້າ, ມື້ນີ້ຂ້ານ້ອຍຈະອອກໄປເທດສະໜາພຣະກິດຕິຄຸນ. ການທີ່ຂ້ານ້ອຍອອກໄປນັ້ນສອດຄ່ອງກັບເຈດຕະນາຂອງພຣະອົງບໍ? ຂ້ານ້ອຍບໍ່ຮູ້ວ່າຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນໃນມື້ນີ້ຈະສາມາດຮັບເອົາໄດ້ ຫຼື ບໍ່ ແລະ ທັງບໍ່ຮູ້ວ່າພຣະອົງຈະປົກຄອງເລື່ອງນີ້ແນວໃດແທ້. ຂ້ານ້ອຍຂໍການຈັດຕຽມຂອງພຣະອົງ, ຂໍການຊີ້ນໍາຂອງພຣະອົງ, ຂໍໃຫ້ພຣະອົງສະແດງສິ່ງເຫຼົ່ານີ້ໃຫ້ຂ້ານ້ອຍເຫັນ”. ຫຼັງຈາກອະທິຖານແລ້ວ, ເຈົ້າກໍນັ່ງຢູ່ຊື່ໆ, ແລ້ວເວົ້າວ່າ “ເປັນຫຍັງພຣະເຈົ້າຈຶ່ງບໍ່ມີຫຍັງເວົ້າກ່ຽວກັບເລື່ອງນັ້ນ? ບາງທີອາດເປັນຍ້ອນວ່າຂ້ອຍບໍ່ໄດ້ອ່ານພຣະທຳຂອງພຣະອົງພຽງພໍ, ດັ່ງນັ້ນ ພຣະອົງຈຶ່ງບໍ່ສາມາດສະແດງສິ່ງເຫຼົ່ານັ້ນໃຫ້ຂ້ອຍເຫັນໄດ້. ຖ້າເປັນແນວນັ້ນ, ຂ້ອຍຈະອອກໄປດຽວນີ້ເລີຍ. ຖ້າຂ້ອຍສະດຸດລົ້ມຢູ່ຂ້າງນອກ, ນັ້ນອາດຈະເປັນການທີ່ພຣະເຈົ້າກີດກັນຂ້ອຍບໍ່ໃຫ້ໄປ ແລະ ຖ້າທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼ ແລະ ພຣະເຈົ້າບໍ່ໄດ້ຂັດຂວາງຂ້ອຍ, ນັ້ນອາດຈະເປັນການທີ່ພຣະເຈົ້າອະນຸຍາດໃຫ້ຂ້ອຍໄປ”. ນັ້ນຄືການທົດສອບ. ເປັນຫຍັງພວກເຮົາຈຶ່ງເອີ້ນສິ່ງນັ້ນວ່າການທົດສອບ? ວຽກງານຂອງພຣະເຈົ້າເປັນສິ່ງທີ່ໃຊ້ການໄດ້; ມັນບໍ່ເປັນຫຍັງທີ່ຄົນຈະພຽງແຕ່ປະຕິບັດໜ້າທີ່ທີ່ພວກເຂົາຄວນເຮັດ, ຈັດແຈງຊີວິດປະຈຳວັນຂອງພວກເຂົາ ແລະ ດຳເນີນຊີວິດຂອງຄວາມເປັນມະນຸດປົກກະຕິໃນລັກສະນະທີ່ສອດຄ່ອງກັບຫຼັກການ. ບໍ່ຈຳເປັນຕ້ອງທົດສອບວ່າພຣະເຈົ້າຈະກະທຳແນວໃດ ຫຼື ພຣະອົງຈະໃຫ້ການຊີ້ນໍາຫຍັງ. ຈົ່ງໃສ່ໃຈພຽງແຕ່ການເຮັດສິ່ງທີ່ເຈົ້າຄວນເຮັດ; ຢ່າຄິດຟູງຊ່ານຢູ່ສະເໝີ ເຊັ່ນ: “ພຣະເຈົ້າອະນຸຍາດໃຫ້ຂ້ອຍເຮັດສິ່ງນີ້ ຫຼື ບໍ່? ຖ້າຂ້ອຍເຮັດສິ່ງນີ້, ພຣະເຈົ້າຈະຈັດການກັບຂ້ອຍແນວໃດ? ມັນຖືກຕ້ອງບໍທີ່ຂ້ອຍຈະເຮັດແບບນີ້?” ຖ້າບາງສິ່ງເຫັນໄດ້ຊັດວ່າຖືກຕ້ອງ, ກໍຈົ່ງໃສ່ໃຈພຽງແຕ່ການເຮັດມັນ; ຢ່າຄິດໄປຕ່າງໆນາໆ. ແນ່ນອນວ່າການອະທິຖານເປັນສິ່ງທີ່ດີ, ການອະທິຖານຂໍການຊີ້ນໍາຈາກພຣະເຈົ້າ, ຂໍໃຫ້ພຣະອົງຊີ້ນໍາຊີວິດຂອງເຈົ້າໃນມື້ນີ້, ຂໍໃຫ້ພຣະອົງຊີ້ນໍາໜ້າທີ່ທີ່ເຈົ້າປະຕິບັດໃນມື້ນີ້. ມັນພຽງພໍແລ້ວທີ່ຄົນໆໜຶ່ງຈະມີຫົວໃຈ ແລະ ທ່າທີຂອງການອ່ອນນ້ອມ. ຕົວຢ່າງ: ເຈົ້າຮູ້ວ່າຖ້າເຈົ້າຈັບໄຟຟ້າດ້ວຍມື, ເຈົ້າຈະຖືກໄຟຊັອດ ແລະ ອາດຈະເສຍຊີວິດ. ແຕ່ເຈົ້າກໍຄິດໃນໃຈວ່າ: “ບໍ່ເປັນຫຍັງ, ພຣະເຈົ້າກຳລັງປົກປ້ອງຂ້ອຍຢູ່. ຂ້ອຍຊິລອງເບິ່ງດູ, ເພື່ອເບິ່ງວ່າພຣະເຈົ້າຈະປົກປ້ອງຂ້ອຍບໍ ແລະ ເພື່ອເບິ່ງວ່າການປົກປ້ອງຂອງພຣະເຈົ້ານັ້ນຮູ້ສຶກແນວໃດ”. ຈາກນັ້ນເຈົ້າກໍຈັບມັນດ້ວຍມືຂອງເຈົ້າ ແລະ ຜົນກໍຄື ເຈົ້າຖືກໄຟຊັອດ, ນັ້ນຄືການທົດສອບ. ບາງສິ່ງເຫັນໄດ້ຊັດວ່າຜິດ ແລະ ບໍ່ຄວນເຮັດ. ຖ້າເຈົ້າຍັງຈະເຮັດມັນ, ເພື່ອເບິ່ງວ່າປະຕິກິລິຍາຂອງພຣະເຈົ້າຈະເປັນແນວໃດ, ນັ້ນຄືການທົດສອບ. ບາງຄົນເວົ້າວ່າ “ພຣະເຈົ້າບໍ່ມັກເມື່ອຄົນແຕ່ງຕົວຢ່າງເປັ່ງປະກາຍ ແລະ ແຕ່ງໜ້າໜາ. ຖ້າເປັນແນວນັ້ນ, ຂ້ອຍຈະເຮັດແບບນັ້ນ ແລະ ເບິ່ງວ່າມັນຮູ້ສຶກແນວໃດທີ່ພຣະເຈົ້າຈະຕຳໜິຂ້ອຍພາຍໃນ”. ດັ່ງນັ້ນ, ຫຼັງຈາກທີ່ພວກເຂົາແຕ່ງໜ້າແຕ່ງຕົວໝົດແລ້ວ, ພວກເຂົາກໍເບິ່ງໃນແວ່ນ: “ໂອ້, ຂ້ອຍເບິ່ງຄືຜີດິບ, ແຕ່ຂ້ອຍພຽງແຕ່ຮູ້ສຶກວ່າມັນໜ້າລັງກຽດໜ້ອຍໜຶ່ງ ແລະ ບໍ່ສາມາດເບິ່ງໃນແວ່ນໄດ້. ບໍ່ມີຄວາມຮູ້ສຶກເພີ່ມເຕີມນອກເໜືອຈາກນັ້ນ, ຂ້ອຍບໍ່ຮູ້ສຶກເຖິງຄວາມລັງກຽດຂອງພຣະເຈົ້າ ແລະ ຂ້ອຍບໍ່ຮູ້ສຶກວ່າພຣະທຳຂອງພຣະອົງຈະລົງມາທັນທີ, ເພື່ອໂຈມຕີຂ້ອຍ ແລະ ພິພາກສາຂ້ອຍ”. ນີ້ແມ່ນພຶດຕິກຳປະເພດໃດ? (ການທົດສອບ.) ຖ້າບາງຄັ້ງເຈົ້າເຮັດໜ້າທີ່ຂອງເຈົ້າແບບພໍແລ້ວມືແລ້ວຕີນ ແລະ ເຈົ້າຮູ້ຢ່າງຊັດເຈນວ່າມັນເປັນເຊັ່ນນັ້ນ, ມັນກໍພຽງພໍແລ້ວທີ່ເຈົ້າຈະກັບໃຈ ແລະ ປ່ຽນແປງຕົນເອງ. ແຕ່ເຈົ້າກໍອະທິຖານຢູ່ສະເໝີວ່າ “ໂອ້, ພຣະເຈົ້າ, ຂ້ານ້ອຍໄດ້ເຮັດແບບພໍແລ້ວມືແລ້ວຕີນ, ຂ້ານ້ອຍຂໍໃຫ້ພຣະອົງລົງວິໄນຂ້ານ້ອຍ!” ຈິດສຳນຶກຂອງເຈົ້າເຮັດໜ້າທີ່ຫຍັງ? ຖ້າເຈົ້າມີຈິດສຳນຶກ, ເຈົ້າຄວນຮັບຜິດຊອບຕໍ່ພຶດຕິກຳຂອງຕົນເອງ. ເຈົ້າຄວນຢັບຢັ້ງຊັ່ງໃຈ. ຢ່າອະທິຖານຕໍ່ພຣະເຈົ້າ, ຄຳອະທິຖານນັ້ນຈະກາຍເປັນການທົດສອບ. ການເອົາເລື່ອງທີ່ຈິງຈັງຫຼາຍມາເຮັດໃຫ້ມັນເປັນເລື່ອງຕະຫຼົກ, ເປັນການທົດສອບ, ເປັນສິ່ງທີ່ພຣະເຈົ້າກຽດຊັງ. ເມື່ອຄົນອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາພຣະອົງເມື່ອປະເຊີນກັບບັນຫາ ແລະ ຍັງຢູ່ໃນທັດສະນະຄະຕິ, ຂໍ້ຮຽກຮ້ອງ ແລະ ວິທີການເຮັດສິ່ງຕ່າງໆຂອງພວກເຂົາໃນການປະຕິບັດຕໍ່ພຣະເຈົ້າອີກດ້ວຍ, ການທົດສອບບາງຢ່າງກໍມັກຈະເກີດຂຶ້ນ. ການທົດສອບເຫຼົ່ານີ້ສ່ວນໃຫຍ່ກ່ຽວຂ້ອງກັບຫຍັງ? ມັນຄືການທີ່ເຈົ້າຢາກເຫັນວ່າພຣະເຈົ້າຈະກະທຳແນວໃດ ຫຼື ວ່າເຈົ້າຢາກເຫັນວ່າພຣະເຈົ້າສາມາດເຮັດບາງຢ່າງໄດ້ ຫຼື ບໍ່. ເຈົ້າຢາກທົດສອບພຣະເຈົ້າ; ເຈົ້າຢາກໃຊ້ເລື່ອງນີ້ເພື່ອຢັ້ງຢືນວ່າພຣະເຈົ້າເປັນແນວໃດ, ເພື່ອຢັ້ງຢືນວ່າພຣະທຳໃດທີ່ພຣະເຈົ້າໄດ້ກ່າວໄວ້ນັ້ນຖືກຕ້ອງ ແລະ ແມ່ນຍຳ, ພຣະທຳໃດທີ່ສາມາດເປັນຈິງໄດ້ ແລະ ພຣະທຳໃດທີ່ພຣະອົງສາມາດເຮັດໃຫ້ສຳເລັດໄດ້. ສິ່ງເຫຼົ່ານີ້ລ້ວນແຕ່ເປັນການທົດສອບ. ວິທີການເຫຼົ່ານີ້ໃນການເຮັດສິ່ງຕ່າງໆປາກົດຂຶ້ນໃນພວກເຈົ້າເປັນປະຈຳບໍ? ສົມມຸດວ່າມີບາງຢ່າງທີ່ເຈົ້າບໍ່ຮູ້ວ່າເຈົ້າໄດ້ເຮັດຖືກຕ້ອງ ຫຼື ບໍ່ ຫຼື ວ່າມັນສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່. ໃນທີ່ນີ້, ມີສອງວິທີທີ່ສາມາດຢືນຢັນໄດ້ວ່າສິ່ງທີ່ເຈົ້າໄດ້ເຮັດໃນເລື່ອງນີ້ເປັນການທົດສອບ ຫຼື ວ່າມັນເປັນສິ່ງທີ່ເປັນບວກ. ວິທີໜຶ່ງແມ່ນການມີຫົວໃຈທີ່ຖ່ອມຕົວ ແລະ ສະແຫວງຫາຄວາມຈິງ, ໂດຍກ່າວວ່າ “ນີ້ຄືວິທີທີ່ຂ້ອຍໄດ້ຈັດການ ແລະ ເບິ່ງສິ່ງນີ້ທີ່ເກີດຂຶ້ນກັບຂ້ອຍ ແລະ ມັນເປັນແນວໃດໃນຕອນນີ້, ເປັນຜົນມາຈາກການທີ່ຂ້ອຍຈັດການມັນແບບນັ້ນ. ຂ້ອຍກໍບໍ່ແນ່ໃຈວ່າຄວນຈະເຮັດແບບນີ້ແທ້ໆ ຫຼື ບໍ່”. ເຈົ້າຄິດແນວໃດກັບທັດສະນະຄະຕິນີ້? ນີ້ຄືທັດສະນະຄະຕິຂອງການສະແຫວງຫາຄວາມຈິງ, ບໍ່ມີການທົດສອບໃນນັ້ນ. ສົມມຸດວ່າເຈົ້າເວົ້າວ່າ “ທຸກຄົນຕັດສິນໃຈເລື່ອງນີ້ຮ່ວມກັນ, ຫຼັງຈາກການໂອ້ລົມ”. ມີຄົນຖາມວ່າ “ໃຜເປັນຜູ້ຮັບຜິດຊອບເລື່ອງນີ້? ໃຜເປັນຜູ້ຕັດສິນໃຈຫຼັກ?” ແລ້ວເຈົ້າກໍເວົ້າວ່າ: “ທຸກຄົນ”. ເຈດຕະນາຂອງເຈົ້າຄື: “ຖ້າພວກເຂົາເວົ້າວ່າເລື່ອງນີ້ຖືກຈັດການຕາມຫຼັກການ, ຂ້ອຍຈະເວົ້າວ່າຂ້ອຍເປັນຄົນເຮັດ. ຖ້າພວກເຂົາເວົ້າວ່າມັນບໍ່ໄດ້ຖືກຈັດການຕາມຫຼັກການ, ຂ້ອຍຈະເລີ່ມຕົ້ນດ້ວຍການປິດບັງວ່າໃຜເປັນຄົນເຮັດ ແລະ ໃຜເປັນຄົນຕັດສິນໃຈ. ດ້ວຍວິທີນີ້, ເຖິງແມ່ນວ່າພວກເຂົາຈະກົດດັນ ແລະ ພະຍາຍາມໂຍນຄວາມຜິດ, ພວກເຂົາກໍຈະບໍ່ໂຍນມັນໃສ່ຂ້ອຍ ແລະ ຖ້າໃຜເສື່ອມເສຍກຽດ, ກໍຈະບໍ່ແມ່ນຂ້ອຍຄົນດຽວ”. ຖ້າເຈົ້າເວົ້າດ້ວຍເຈດຕະນາປະເພດນັ້ນ, ນັ້ນຄືການທົດສອບ. ບາງຄົນອາດຈະເວົ້າວ່າ “ພຣະເຈົ້າກຽດຊັງເມື່ອມະນຸດເຮັດຕາມຕາມສິ່ງຂອງທາງໂລກ. ພຣະອົງກຽດຊັງສິ່ງຕ່າງໆ ເຊັ່ນ: ວັນລະນຶກ ແລະ ເທດສະການຕ່າງໆຂອງມະນຸດຊາດ”. ຕອນນີ້ທີ່ເຈົ້າຮູ້ເລື່ອງນີ້ແລ້ວ, ເຈົ້າກໍພຽງແຕ່ສາມາດເຮັດສຸດຄວາມສາມາດເພື່ອຫຼີກລ່ຽງສິ່ງດັ່ງກ່າວ, ເທົ່າທີ່ສະຖານະການອຳນວຍ. ແນວໃດກໍຕາມ, ສົມມຸດວ່າເຈົ້າເຈດຕະນາເຮັດຕາມເລື່ອງທາງໂລກໃນຂະນະທີ່ເຮັດສິ່ງຕ່າງໆ ໃນລະຫວ່າງເທດສະການ ແລະ ໃນຂະນະທີ່ເຈົ້າເຮັດມັນ, ເຈດຕະນາທີ່ເຈົ້າຖືໄວ້ກໍຄື: “ຂ້ອຍພຽງແຕ່ເບິ່ງວ່າພຣະເຈົ້າຈະລົງວິໄນຂ້ອຍສຳລັບການເຮັດສິ່ງນີ້ ຫຼື ບໍ່, ວ່າພຣະອົງຈະໃສ່ໃຈຂ້ອຍ ຫຼື ບໍ່. ຂ້ອຍພຽງແຕ່ເບິ່ງວ່າທັດສະນະຄະຕິທີ່ພຣະອົງມີຕໍ່ຂ້ອຍແທ້ຈິງແລ້ວເປັນແນວໃດ, ຄວາມລັງກຽດຂອງພຣະອົງເລິກຊຶ້ງສໍ່າໃດ. ພວກເຂົາເວົ້າວ່າພຣະເຈົ້າກຽດຊັງສິ່ງນີ້, ພວກເຂົາເວົ້າວ່າພຣະອົງຊົງບໍລິສຸດ ແລະ ກຽດຊັງຄວາມຊົ່ວຮ້າຍ, ດັ່ງນັ້ນ ຂ້ອຍຈະເບິ່ງວ່າພຣະອົງກຽດຊັງຄວາມຊົ່ວຮ້າຍແນວໃດ ແລະ ພຣະອົງຈະລົງວິໄນຂ້ອຍແນວໃດ. ເມື່ອຂ້ອຍເຮັດສິ່ງເຫຼົ່ານີ້, ຖ້າພຣະເຈົ້າເຮັດໃຫ້ຂ້ອຍອາຈຽນ ແລະ ຖອກທ້ອງ ແລະ ເຮັດໃຫ້ຂ້ອຍມີອາການວິນຫົວຢ່າງໜັກ, ບໍ່ສາມາດລຸກຈາກຕຽງໄດ້, ແລ້ວມັນກໍຈະເບິ່ງຄືວ່າພຣະເຈົ້າກຽດຊັງສິ່ງເຫຼົ່ານີ້ແທ້ໆ. ພຣະອົງຈະບໍ່ພຽງແຕ່ເວົ້າ, ແຕ່ຂໍ້ເທັດຈິງຈະພິສູດຄຳເວົ້ານັ້ນ”. ຖ້າເຈົ້າຫວັງທີ່ຈະເຫັນພາບດັ່ງກ່າວຢູ່ສະເໝີ, ເຈົ້າມີພຶດຕິກຳ ແລະ ເຈດຕະນາປະເພດໃດ? ເຈົ້າກຳລັງທົດສອບ. ມະນຸດຕ້ອງບໍ່ທົດສອບພຣະເຈົ້າເດັດຂາດ. ເມື່ອເຈົ້າທົດສອບພຣະເຈົ້າ, ພຣະອົງຈະເຊື່ອງຕົວຈາກເຈົ້າ ແລະ ປົກປິດພຣະພັກຂອງພຣະອົງຈາກເຈົ້າ ແລະ ຄຳອະທິຖານຂອງເຈົ້າກໍຈະໄຮ້ປະໂຫຍດ. ບາງຄົນອາດຈະຖາມວ່າ “ມັນຈະບໍ່ໄດ້ຜົນແມ່ນແຕ່ຖ້າຂ້ອຍຈິງໃຈບໍ?” ແມ່ນແລ້ວ, ເຖິງແມ່ນວ່າເຈົ້າຈະຈິງໃຈ. ພຣະເຈົ້າກໍບໍ່ໃຫ້ຄົນທົດສອບພຣະອົງ; ພຣະອົງກຽດຊັງຄວາມຊົ່ວຮ້າຍ. ເມື່ອເຈົ້າຄິດແນວຄິດ ແລະ ຄວາມຄິດທີ່ຊົ່ວຮ້າຍເຫຼົ່ານີ້, ພຣະເຈົ້າຈະເຊື່ອງຕົວຈາກເຈົ້າ. ພຣະອົງຈະບໍ່ໃຫ້ຄວາມສະຫວ່າງແກ່ເຈົ້າອີກຕໍ່ໄປ, ແຕ່ຈະປ່ອຍປະລະເລີຍເຈົ້າ ແລະ ເຈົ້າກໍຈະສືບຕໍ່ເຮັດສິ່ງທີ່ໂງ່ຈ້າ, ຂັດຂວາງ ແລະ ລົບກວນຈົນກວ່າເຈົ້າຈະຖືກເປີດເຜີຍ. ນີ້ຄືຜົນສະທ້ອນທີ່ມາຈາກການທີ່ຄົນທົດສອບພຣະເຈົ້າ.
(ພຣະເຈົ້າ, ຂ້ານ້ອຍມີຄຳຖາມ. ຂ້ານ້ອຍຄຸ້ມຄອງອຸປະກອນຢູ່ໃນຄຣິສຕະຈັກ. ທັດສະນະຄະຕິຂອງຂ້ານ້ອຍຕໍ່ກັບໜ້າທີ່ນີ້ແມ່ນບໍ່ຮອບຄອບ ແລະ ບໍ່ຈິງຈັງຢູ່ສະເໝີ. ອ້າຍເອື້ອຍນ້ອງທັງຫຼາຍໄດ້ຊີ້ໃຫ້ເຫັນຄວາມຜິດພາດຂອງຂ້ານ້ອຍ ແລະ ລິຮານຂ້ານ້ອຍ ແລະ ພວກເຂົາໄດ້ໂອ້ລົມກັບຂ້ານ້ອຍກ່ຽວກັບຕົວຢ່າງທີ່ພຣະເຈົ້າເຄີຍຍົກໃຫ້ຟັງກ່ຽວກັບຊາຍຄົນໜຶ່ງທີ່ລັກດື່ມຢາແກ້ໄອຄື: ພຣະເຈົ້າບໍ່ໄດ້ລົງວິໄນ ຫຼື ຕຳໜິລາວ, ແຕ່ໄດ້ກຳຈັດລາວອອກຫຼັງຈາກທີ່ລາວດື່ມມັນແລ້ວ. ອຸປະນິໄສຂອງພຣະເຈົ້າບໍ່ຍອມໃຫ້ມະນຸດລ່ວງເກີນ, ຂ້ານ້ອຍຮູ້ຈັກຄຳເວົ້າເຫຼົ່ານັ້ນ, ແຕ່ຂ້ານ້ອຍມີມຸມມອງທີ່ວ່າ ພຣະເຈົ້າຊົງພຣະເມດຕາ ແລະ ຊົງຮັກ, ວ່າພຣະອົງຄົງຈະບໍ່ປະຕິບັດຕໍ່ຂ້ານ້ອຍແບບດຽວກັບທີ່ພຣະອົງໄດ້ເຮັດກັບຊາຍຄົນນັ້ນ. ສະນັ້ນ, ຂ້ານ້ອຍຈຶ່ງບໍ່ໄດ້ຢ້ານກົວ. ໂດຍອີງໃສ່ການໂອ້ລົມຂອງພຣະເຈົ້າໃນມື້ນີ້, ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍມີທັດສະນະຄະຕິທີ່ສົງໄສຕໍ່ອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ມີພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງກໍຄືການທົດສອບພຣະເຈົ້າ, ໂດຍບໍ່ເຄີຍຢ້ານກົວພຣະອົງ.) ທັດສະນະຄະຕິທີ່ພຣະເຈົ້າມີຕໍ່ບຸກຄົນໃດໜຶ່ງບໍ່ໄດ້ອີງໃສ່ວ່າບຸກຄົນນັ້ນຢ້ານກົວພຣະອົງ ຫຼື ບໍ່ ແລະ ກໍບໍ່ໄດ້ອີງໃສ່ທັດສະນະຄະຕິຊົ່ວຄາວທີ່ບຸກຄົນນັ້ນອາດມີຕໍ່ເລື່ອງໃດເລື່ອງໜຶ່ງ. ພຣະເຈົ້າບໍ່ໄດ້ຖືວ່ານິໄສທີ່ບໍ່ດີ ແລະ ການກະທຳທີ່ບໍ່ຮັບຜິດຊອບທີ່ບຸກຄົນໃດໜຶ່ງອາດສະແດງອອກ ແລະ ເປີດເຜີຍໃນເລື່ອງເລັກໆນ້ອຍໆໃນຊີວິດເປັນບັນຫາທີ່ຮ້າຍແຮງ. ເຈົ້າພຽງແຕ່ສາມາດທຸ້ມເທໃສ່ໜ້າທີ່ທີ່ສຳຄັນຂອງເຈົ້າ ແລະ ຮັບຜິດຊອບຕໍ່ມັນກໍພຽງພໍແລ້ວ. ຖ້າເຈົ້າຮູ້ສຶກວ່າຕົນເອງບໍ່ສາມາດຮັບຜິດຊອບຕໍ່ການຄຸ້ມຄອງອຸປະກອນໄດ້ຢູ່ສະເໝີ ແລະ ເຈົ້າບໍ່ສາມາດໃຊ້ກຳລັງທັງໝົດຂອງເຈົ້າເພື່ອເຮັດມັນໃຫ້ດີໄດ້, ສິ່ງນັ້ນສະແດງໃຫ້ເຫັນຫຍັງ? ສ່ວນໜຶ່ງ, ມັນສະແດງໃຫ້ເຫັນວ່າເຈົ້າບໍ່ເກັ່ງໃນການຄຸ້ມຄອງ; ນອກເໜືອຈາກນັ້ນ, ມັນສະແດງໃຫ້ເຫັນວ່າເຈົ້າບໍ່ຄ່ອຍເໝາະສົມກັບວຽກງານນີ້. ຖ້າເຈົ້າຮູ້ສຶກວ່າການທີ່ເຈົ້າຍັງຄົງຮັບຜິດຊອບວຽກງານນັ້ນອາດຈະນຳໄປສູ່ຄວາມຫາຍະນະໃນມື້ໃດມື້ໜຶ່ງ, ມັນຈະດີກວ່າທີ່ເຈົ້າຈະແນະນຳຄົນອື່ນໃຫ້ເຮັດວຽກນັ້ນ; ໃຫ້ຄົນໃນຄຣິສຕະຈັກທີ່ເໝາະສົມກັບໜ້າວຽກມາຮັບໜ້າທີ່ແທນເຈົ້າ, ແລ້ວໄປເຮັດວຽກທີ່ເຈົ້າຖະໜັດ ແລະ ສົນໃຈ ແລະ ຈົ່ງຈົງຮັກພັກດີໃນການປະຕິບັດໜ້າທີ່ນັ້ນ. ຍິ່ງໄປກວ່ານັ້ນ, ຖ້າຄົນໃດຄົນໜຶ່ງຮັກຄວາມຈິງຢ່າງແທ້ຈິງ ແລະ ປາຖະໜາຢ່າງແທ້ຈິງທີ່ຈະຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ດຳເນີນຊີວິດຢ່າງມີກຽດສັກສີ ແລະ ບໍ່ຖືກຄົນອື່ນ ລັງກຽດ ແຕ່ໄດ້ຮັບການເຄົາລົບຈາກພວກເຂົາ, ແລ້ວພວກເຂົາກໍຄວນຕັ້ງໃຈທີ່ຈະເຮັດທຸກສິ່ງໃຫ້ດີ. ໃນຂະນະທີ່ພວກເຂົາເຮັດນັ້ນ, ພວກເຂົາຄວນມີຄວາມຕັ້ງໃຈຕໍ່ໜ້າພຣະເຈົ້າໂດຍກ່າວວ່າ: “ພຣະເຈົ້າ, ກະລຸນາລົງວິໄນຂ້ານ້ອຍ ຖ້າຂ້ານ້ອຍປະຕິບັດໄດ້ບໍ່ດີ, ກະລຸນາກະທຳພາລະກິດຂອງພຣະອົງດ້ວຍເຖີດ”. ຜູ້ຄົນຈັດການຄົນອື່ນໄດ້ບໍ່ດີ; ຢ່າງດີທີ່ສຸດ, ພວກເຂົາອາດຈະສອນຄົນໃດຄົນໜຶ່ງໃຫ້ກາຍເປັນຜູ້ມີຄວາມສາມາດພິເສດໃນດ້ານໃດໜຶ່ງ. ແຕ່ເມື່ອເວົ້າເຖິງເສັ້ນທາງທີ່ຄົນໃດຄົນໜຶ່ງຍ່າງ, ມຸມມອງຂອງພວກເຂົາຕໍ່ຊີວິດ, ເປົ້າໝາຍທີ່ພວກເຂົາເລືອກໃນຊີວິດ ແລະ ພວກເຂົາຈະເລືອກເປັນຄົນປະເພດໃດ, ກໍບໍ່ມີໃຜສາມາດຊ່ວຍພວກເຂົາໄດ້. ມີພຽງພຣະທຳຂອງພຣະເຈົ້າ ແລະ ພຣະເຈົ້າເທົ່ານັ້ນທີ່ສາມາດປ່ຽນແປງຜູ້ຄົນໄດ້. ສິ່ງນີ້ຈະເກີດຂຶ້ນຈິງໄດ້ແນວໃດ? ກໍຄື ເມື່ອຄົນເຮົາຈົນປັນຍາແລ້ວ, ພວກເຂົາກໍຕ້ອງໃຫ້ພຣະເຈົ້າເປັນຜູ້ຈັດການສິ່ງຕ່າງໆ. ສະນັ້ນ, ຄົນເຮົາຕ້ອງບັນລຸເງື່ອນໄຂຫຍັງແດ່ ເພື່ອທີ່ຈະໃຫ້ພຣະເຈົ້າເຮັດວຽກ, ກ່ອນທີ່ພຣະອົງຈະເຕັມໃຈທີ່ຈະເຮັດວຽກ? ກ່ອນອື່ນ ພວກເຂົາຕ້ອງມີຄວາມຕັ້ງໃຈ, ພວກເຂົາຕ້ອງມີຄວາມປາຖະໜາດັ່ງກ່າວ, ໂດຍກ່າວວ່າ “ຂ້ານ້ອຍຮູ້ວ່າຂ້ານ້ອຍບໍ່ເຄີຍຈັດການເຮັດໜ້າວຽກນີ້ໄດ້ດີເລີຍ. ອ້າຍເອື້ອຍນ້ອງທັງຫຼາຍກໍບໍ່ພໍໃຈ, ແມ່ນແຕ່ຕົວຂ້ານ້ອຍເອງກໍບໍ່ພໍໃຈ, ແຕ່ຂ້ານ້ອຍຢາກເຮັດມັນໃຫ້ດີ. ຂ້ານ້ອຍຈະເຮັດແນວໃດ? ຂ້ານ້ອຍຈະມາຕໍ່ໜ້າພຣະເຈົ້າໃນການອະທິຖານ ແລະ ໃຫ້ພຣະອົງເຮັດວຽກໃນຕົວຂ້ານ້ອຍ”. ຖ້າເຈົ້າຢາກໃຫ້ພຣະເຈົ້າເຮັດວຽກໃນຕົວເຈົ້າ ສິ່ງທຳອິດສຳລັບເຈົ້າກໍຄືການສາມາດທົນທຸກໄດ້, ເມື່ອພຣະເຈົ້າລົງວິໄນເຈົ້າ, ເມື່ອພຣະອົງຕຳໜິເຈົ້າ, ເຈົ້າຕ້ອງສາມາດຍອມຮັບມັນໄດ້. ການເຊື່ອຟັງ ແລະ ການຍອມຮັບໃນໃຈຄືຈຸດເລີ່ມຕົ້ນຂອງການເຮັດທຸກສິ່ງໃຫ້ດີ. ເປັນການຍຸຕິທຳທີ່ຈະເວົ້າວ່າ ທຸກຄົນຈະມີຄວາມສົງໄສກ່ຽວກັບຄວາມຊອບທຳ ແລະ ລິດທານຸພາບອັນສູງສຸດຂອງພຣະເຈົ້າ ກ່ອນທີ່ພວກເຂົາຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ສິ່ງທີ່ແຕກຕ່າງກໍຄື ຄົນທຳມະດາທີ່ເສື່ອມຊາມສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ, ໄລ່ຕາມຄວາມຈິງ ແລະ ຮູ້ຈັກພຣະເຈົ້າເທື່ອລະໜ້ອຍ ເຖິງແມ່ນວ່າພວກເຂົາຈະມີຄວາມສົງໄສຢູ່ເລັກນ້ອຍກໍຕາມ; ຄວາມປາຖະໜາສ່ວນຕົວຂອງພວກເຂົາແມ່ນຫ້າວຫັນ ແລະ ເປັນບວກ. ພວກຕໍ່ຕ້ານພຣະຄຣິສແມ່ນກົງກັນຂ້າມຢ່າງສິ້ນເຊີງ, ຄວາມປາຖະໜາສ່ວນຕົວຂອງພວກເຂົາບໍ່ແມ່ນການຍອມຮັບ ແລະ ການເຊື່ອຟັງ ແລະ ພວກເຂົາບໍ່ໄດ້ປາຖະໜາທີ່ຈະຍອມຮັບຮູ້; ກົງກັນຂ້າມ, ພວກເຂົາຕໍ່ຕ້ານ. ພວກເຂົາບໍ່ຍອມຮັບ. ແລ້ວຄົນທຳມະດາທີ່ເສື່ອມຊາມມີດີບ່ອນໃດ? ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາຍອມຮັບ ແລະ ຮັກສິ່ງທີ່ເປັນບວກ, ມັນເປັນພຽງແຕ່ວ່າ ຍ້ອນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ມີບາງຄັ້ງທີ່ພວກເຂົາບໍ່ສາມາດຊ່ວຍຕົນເອງໄດ້, ເມື່ອພວກເຂົາເຮັດບໍ່ດີ ແລະ ສິ່ງຕ່າງໆກໍເກີນກວ່າກຳລັງຂອງພວກເຂົາ, ເກີນຄວາມສາມາດຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາຈຶ່ງມັກຄິດລົບ ແລະ ອ່ອນແອໃນໃຈ, ຮູ້ສຶກວ່າພຣະເຈົ້າບໍ່ຕ້ອງການພວກເຂົາ, ວ່າພຣະອົງລັງກຽດພວກເຂົາ. ນັ້ນເປັນຄວາມຮູ້ສຶກທີ່ດີບໍ? ມັນເປັນຄວາມຮູ້ສຶກທີ່ດີທີ່ຈະມີ, ມັນໝາຍຄວາມວ່າເຈົ້າມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ມັນເປັນສັນຍານວ່າເຈົ້າສາມາດໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າບໍ່ແມ້ແຕ່ຮູ້ສຶກແບບນັ້ນ, ຄວາມຫວັງຂອງເຈົ້າທີ່ຈະໄດ້ຮັບຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນກໍຂ້ອນຂ້າງຫ່າງໄກ. ການມີຄວາມຮູ້ສຶກແບບນີ້ຢ່າງແນ່ນອນສະແດງໃຫ້ເຫັນວ່າເຈົ້າຍັງມີຈິດສຳນຶກ, ກຽດສັກສີ ແລະ ຄວາມຊື່ສັດ, ວ່າຍັງມີເຫດຜົນຢູ່ໃນຕົວເຈົ້າ. ຖ້າເຈົ້າບໍ່ມີແມ່ນແຕ່ສິ່ງເຫຼົ່ານີ້, ແລ້ວເຈົ້າກໍເປັນຜູ້ຕໍ່ຕ້ານພຣະຄຣິສ, ເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ. ໃນປັດຈຸບັນ, ເຈົ້າມີພຽງພຶດຕິກຳບາງຢ່າງຂອງຜູ້ບໍ່ເຊື່ອ, ສິ່ງທີ່ພວກເຂົາເປີດເຜີຍເລັກນ້ອຍ, ອຸປະນິໄສຂອງພວກເຂົາເລັກນ້ອຍ, ແຕ່ເຈົ້າບໍ່ແມ່ນຜູ້ບໍ່ເຊື່ອ. ໃນສາຍຕາຂອງພຣະເຈົ້າ, ເຈົ້າເຊື່ອໃນພຣະອົງ ແລະ ເຈົ້າເປັນຜູ້ຕິດຕາມຂອງພຣະອົງ, ເຖິງແມ່ນວ່າຍັງມີບັນຫາ ແລະ ຂໍ້ບົກຜ່ອງຫຼາຍຢ່າງສຳລັບເຈົ້າໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະອົງ ແລະ ໃນການໄລ່ຕາມຂອງເຈົ້າ ແລະ ໃນມຸມມອງຂອງເຈົ້າ ແລະ ໃນທຸກດ້ານຂອງຊີວິດສ່ວນຕົວຂອງເຈົ້າ. ແລ້ວບັນຫາເຫຼົ່ານີ້ຈະຖືກແກ້ໄຂແນວໃດ? ນັ້ນງ່າຍດາຍ. ຕາບໃດທີ່ເຈົ້າບັນລຸຂໍ້ກຳນົດພື້ນຖານຂອງການມີຈິດສຳນຶກ ແລະ ເຫດຜົນ, ໄລ່ຕາມຄວາມຈິງ ແລະ ຮັກສິ່ງທີ່ເປັນບວກ , ບັນຫາທັງໝົດເຫຼົ່ານີ້ກໍສາມາດແກ້ໄຂໄດ້, ມັນເປັນພຽງເລື່ອງຂອງເວລາ. ຕາບໃດທີ່ເຈົ້າສາມາດຍອມຮັບຄວາມຈິງ ແລະ ການລົງທັນ ແລະ ການລົງວິໄນທີ່ມາຈາກພຣະເຈົ້າ, ເຈົ້າກໍຜ່ານດ່ານທຳອິດໄປແລ້ວ. ດ່ານທີສອງກໍຄື ສຳລັບສ່ວນຂອງເຈົ້າ, ເຈົ້າຕ້ອງຮຽນຮູ້ທີ່ຈະແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ສະພາວະຕ່າງໆທີ່ເກີດຂຶ້ນໃນຕົວເຈົ້າ ເມື່ອແຕ່ລະສິ່ງເກີດຂຶ້ນກັບເຈົ້າ ແລະ ຮຽນຮູ້ທີ່ຈະແກ້ໄຂບັນຫາດ້ວຍພຣະທຳຂອງພຣະເຈົ້າ, ໃນຂະນະທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ຟັງການໂອ້ລົມ ແລະ ຄຳພະຍານຈາກປະສົບການຂອງອ້າຍເອື້ອຍນ້ອງທັງຫຼາຍ. ເຈົ້າຕ້ອງສາມາດມາຢູ່ຕໍ່ໜ້າພຣະອົງໄດ້ເລື້ອຍໆ, ບອກພຣະອົງກ່ຽວກັບສະຖານະການ ແລະ ສະພາວະຂອງເຈົ້າ, ພ້ອມທັງບັນຫາທີ່ເຈົ້າກຳລັງປະເຊີນຢູ່, ໂດຍກ່າວສິ່ງເຫຼົ່ານັ້ນຢ່າງເປີດເຜີຍຕໍ່ພຣະອົງ ແລະ ຍອມຮັບການລິຮານ, ການລົງວິໄນ ແລະ ການລົງທັນຂອງພຣະອົງຢ່າງຈິງໃຈ ແລະ ແມ່ນແຕ່ການເປີດເຜີຍຂອງພຣະອົງກ່ຽວກັບເຈົ້າ ແລະ ທັດສະນະຄະຕິຕໍ່ເຈົ້າ, ຫົວໃຈຂອງເຈົ້າຕ້ອງຍັງຄົງເປີດຢູ່ຕໍ່ພຣະອົງ, ບໍ່ແມ່ນປິດກັ້ນ. ຕາບໃດທີ່ຫົວໃຈຂອງເຈົ້າຍັງເປີດຢູ່, ຈິດສຳນຶກ ແລະ ເຫດຜົນຂອງເຈົ້າກໍອາດຈະມີປະໂຫຍດ ແລະ ຄວາມຈິງກໍຈະສາມາດເຂົ້າໄປໃນຕົວເຈົ້າ ແລະ ກໍ່ໃຫ້ເກີດການປ່ຽນແປງໃນຕົວເຈົ້າ. ແລ້ວບັນຫາທັງໝົດເຫຼົ່ານີ້ກໍຈະສາມາດແກ້ໄຂໄດ້. ພວກມັນບໍ່ແມ່ນສິ່ງທີ່ແກ້ໄຂບໍ່ໄດ້; ບໍ່ມີບັນຫາໃດເປັນບັນຫາໃຫຍ່. ມັນເປັນເລື່ອງທຳມະດາທີ່ຜູ້ຄົນຈະເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງພວກເຂົາ. ນີ້ແມ່ນສະພາບທີ່ພົບເຫັນຫຼາຍທີ່ສຸດສຳລັບມະນຸດຊາດທີ່ເສື່ອມຊາມທັງໝົດ. ສະພາບໜຶ່ງແມ່ນການເຕັມໄປດ້ວຍຄຳຕົວະ, ອີກສະພາບໜຶ່ງແມ່ນການບໍ່ເອົາຈິງເອົາຈັງ, ການເຮັດພໍແລ້ວມືແລ້ວຕີນ ແລະ ການບໍ່ຮັບຜິດຊອບໃນທຸກສິ່ງ, ການຢູ່ໃນສະພາວະທີ່ເຮັດໄປວັນໆ, ໃນສະພາບທີ່ເຮັດໄປວັນໆ, ນີ້ແມ່ນເລື່ອງປົກກະຕິສຳລັບມະນຸດຊາດທີ່ເສື່ອມຊາມທັງໝົດ. ສິ່ງເຫຼົ່ານີ້ເປັນສິ່ງທີ່ຮ້າຍແຮງໜ້ອຍກວ່າການຕໍ່ຕ້ານພຣະເຈົ້າ ແລະ ການປະຕິເສດຄວາມຈິງຂອງມະນຸດຫຼາຍ. ພຣະເຈົ້າບໍ່ໄດ້ເບິ່ງສິ່ງເຫຼົ່ານັ້ນໃນຕົວມະນຸດດ້ວຍຊ້ຳ. ຖ້າພຣະເຈົ້າຈະຄິດວັດແທກຜູ້ຄົນທຸກເມັດທຸກໜ່ວຍ, ຖ້າພວກເຂົາເວົ້າຜິດພຽງຄຳດຽວ, ພຣະອົງກໍຈະບໍ່ຕ້ອງການພວກເຂົາ; ຖ້າພວກເຂົາເຄີຍເຮັດຜິດພາດເລັກນ້ອຍ, ພຣະອົງກໍຈະບໍ່ຕ້ອງການພວກເຂົາ; ຖ້າຜູ້ຄົນບໍ່ຮອບຄອບຍ້ອນຄວາມໜຸ່ມນ້ອຍ ແລະ ເຮັດສິ່ງຕ່າງໆຢ່າງບໍ່ອົດທົນ, ພຣະເຈົ້າກໍຈະບໍ່ມັກພວກເຂົາ ແລະ ພວກເຂົາກໍຈະກາຍເປັນຜູ້ທີ່ພຣະອົງຈະປະຖິ້ມ ແລະ ກຳຈັດອອກ. ຖ້າເປັນແບບນັ້ນ, ກໍຈະບໍ່ມີໃຜໄດ້ຮັບຄວາມລອດພົ້ນເລີຍ. ບາງຄົນຈະເວົ້າວ່າ, “ພຣະອົງບໍ່ໄດ້ກ່າວບໍວ່າ ພຣະເຈົ້າກ່າວໂທດຜູ້ຄົນ ແລະ ຕັດສິນຈຸດຈົບຂອງພວກເຂົາຜ່ານພຶດຕິກຳຂອງພວກເຂົາ?” ນັ້ນເປັນອີກເລື່ອງໜຶ່ງ. ໃນເສັ້ນທາງການໄລ່ຕາມຄວາມຈິງຂອງຜູ້ຄົນ ເພື່ອບັນລຸການປ່ຽນແປງອຸປະນິໄສ ແລະ ຄວາມລອດພົ້ນ, ສະພາວະດັ່ງກ່າວໃນຕົວມະນຸດ, ໃນສາຍຕາຂອງພຣະເຈົ້າ ແມ່ນສິ່ງທີ່ທຳມະດາທີ່ສຸດ, ເປັນເລື່ອງທຳມະດາສາມັນເທົ່າທີ່ຈະເປັນໄດ້. ພຣະເຈົ້າບໍ່ໄດ້ເບິ່ງສິ່ງເຫຼົ່ານັ້ນດ້ວຍຊ້ຳ. ພຣະອົງເບິ່ງຫຍັງ? ພຣະອົງເບິ່ງວ່າເຈົ້າມີການໄລ່ຕາມທີ່ເປັນບວກ ຫຼື ບໍ່ ແລະ ທັດສະນະຄະຕິຂອງເຈົ້າຕໍ່ຄວາມຈິງ ແລະ ສິ່ງທີ່ເປັນບວກ ແລະ ຕໍ່ການໄລ່ຕາມການປ່ຽນແປງອຸປະນິໄສເປັນແນວໃດ. ພຣະອົງເບິ່ງວ່າເຈົ້າມີຄວາມປາຖະໜາດັ່ງກ່າວ ຫຼື ບໍ່, ວ່າເຈົ້າກຳລັງພະຍາຍາມຢູ່ ຫຼື ບໍ່. ເມື່ອພຣະເຈົ້າເຫັນວ່າເຈົ້າມີສິ່ງເຫຼົ່ານີ້, ວ່າຈິດສຳນຶກຂອງເຈົ້າຕຳໜິເຈົ້າເມື່ອເຈົ້າເຮັດຜິດ, ວ່າເຈົ້າຮູ້ຈັກກຽດຊັງມັນ, ວ່າເຈົ້າຮູ້ຈັກມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານ ແລະ ສາລະພາບບາບຕໍ່ພຣະອົງ ແລະ ກັບໃຈ, ແລ້ວພຣະອົງກໍກ່າວວ່າເຈົ້າມີຄວາມຫວັງ, ວ່າເຈົ້າຈະບໍ່ຖືກກຳຈັດອອກ. ເຈົ້າຄິດວ່າອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ຄວາມເມດຕາ ແລະ ຄວາມຮັກຂອງພຣະອົງ, ເປັນພຽງຄຳເວົ້າທີ່ວ່າງເປົ່າທັງໝົດບໍ? ມັນເປັນຍ້ອນວ່າພຣະອົງມີແກ່ນແທ້ດັ່ງກ່າວຢ່າງແນ່ນອນ ທີ່ພຣະເຈົ້າມີທັດສະນະຄະຕິຕໍ່ຄົນແຕ່ລະປະເພດ ແລະ ທັດສະນະຄະຕິເຫຼົ່ານີ້ກໍເປັນຈິງຢ່າງຍິ່ງ, ພວກມັນບໍ່ໄດ້ວ່າງເປົ່າເລີຍ.
ການໂອ້ລົມກ່ຽວກັບແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສທີ່ພວກເຮົາໄດ້ມີສ່ວນຮ່ວມມາໄລຍະໜຶ່ງແລ້ວນີ້ ມີຈຸດປະສົງເພື່ອໃຫ້ທຸກຄົນໄດ້ຍິນ, ສ່ວນໜຶ່ງເພື່ອໃຫ້ພວກເຂົາສາມາດເຂົ້າໃຈ ແລະ ແຍກແຍະພວກຕໍ່ຕ້ານພຣະຄຣິສ ແລະ ກຳນົດວ່າພວກເຂົາແມ່ນໃຜ ແລະ ປະຕິເສດພວກເຂົາ; ມັນຍັງເປັນການບອກໃຫ້ທຸກຄົນຮູ້ວ່າ ທຸກຄົນມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ເຊັ່ນດຽວກັບທີ່ພວກຕໍ່ຕ້ານພຣະຄຣິສມີ, ແຕ່ວ່າມີພຽງແຕ່ພວກຕໍ່ຕ້ານພຣະຄຣິສທີ່ແທ້ຈິງເທົ່ານັ້ນທີ່ຈະຖືກກຳຈັດອອກ ແລະ ຖືກປະຖິ້ມ, ໃນຂະນະທີ່ຄົນທຳມະດາທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຜູ້ທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ, ບໍ່ແມ່ນຜູ້ທີ່ພຣະອົງຈະກຳຈັດອອກ. ການໂອ້ລົມກັບຜູ້ຄົນກ່ຽວກັບແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ ແລະ ແຕ່ລະດ້ານຂອງອຸປະນິໄສຂອງພວກເຂົາບໍ່ແມ່ນການກ່າວໂທດຜູ້ຄົນ, ມັນແມ່ນການຊ່ວຍຜູ້ຄົນໃຫ້ລອດພົ້ນ, ການໃຫ້ເສັ້ນທາງແກ່ພວກເຂົາ, ການເຮັດໃຫ້ພວກເຂົາເຫັນຢ່າງຊັດເຈນວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມຫຍັງແທ້, ພຣະເຈົ້າກຳລັງກ່າວເຖິງຫຍັງແທ້ ເມື່ອພຣະອົງກ່າວວ່າມະນຸດຊາດເປັນສັດຕູຂອງພຣະອົງ ແລະ ເປັນຫຍັງພຣະອົງຈຶ່ງກ່າວເຊັ່ນນັ້ນ, ອຸປະນິໄສທີ່ເສື່ອມຊາມປະເພດໃດແທ້ໃນຕົວມະນຸດ ແລະ ການເປີດເຜີຍການຕໍ່ຕ້ານ ແລະ ການກະບົດຕໍ່ພຣະເຈົ້າໃນຕົວມະນຸດອັນໃດທີ່ເຮັດໃຫ້ພຣະອົງກ່າວເຊັ່ນນັ້ນ, ທີ່ເຮັດໃຫ້ມີການກ່າວໂທດເຫຼົ່ານີ້. ມັນເປັນຍ້ອນວ່າພຣະເຈົ້າຕ້ອງການຊ່ວຍມະນຸດໃຫ້ລອດພົ້ນຢ່າງແນ່ນອນ, ຍ້ອນວ່າພຣະອົງບໍ່ໄດ້ປະຖິ້ມມະນຸດຊາດ ຫຼື ຜູ້ຕິດຕາມຂອງພຣະອົງ ຫຼື ຜູ້ທີ່ພຣະອົງໄດ້ເລືອກໄວ້, ທີ່ພຣະອົງກ່າວ ແລະ ເຮັດວຽກຢ່າງບໍ່ອິດບໍ່ເມື່ອຍໃນລັກສະນະດັ່ງກ່າວ. ການກ່າວ ແລະ ການເຮັດວຽກຂອງພຣະເຈົ້າແບບນີ້ບໍ່ແມ່ນພຽງແຕ່ການເຮັດໃຫ້ຜູ້ຄົນເຂົ້າໃຈວ່າພຣະອົງໜ້າຮັກສໍ່າໃດ, ພຣະອົງຈິງຈັງ ແລະ ອົດທົນຕໍ່ຜູ້ຄົນສໍ່າໃດ, ພຣະອົງໄດ້ພະຍາຍາມຫຼາຍສໍ່າໃດ. ການເຂົ້າໃຈສິ່ງເຫຼົ່ານີ້ມີປະໂຫຍດຫຍັງ? ເມື່ອຜູ້ຄົນເຂົ້າໃຈສິ່ງເຫຼົ່ານີ້, ພວກເຂົາກໍມີພຽງແຕ່ຄວາມກະຕັນຍູຕໍ່ພຣະເຈົ້າເລັກນ້ອຍ, ແຕ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍບໍ່ໄດ້ຖືກແກ້ໄຂເລີຍ. ພຣະເຈົ້າກ່າວດ້ວຍຄວາມອົດທົນທີ່ຈິງໃຈເພື່ອໃຫ້ມະນຸດຊາດເຫັນວ່າ ພຣະເຈົ້າໄດ້ທຸ້ມເທກຳລັງ ແລະ ຕັ້ງໃຈແລ້ວທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນ, ພຣະອົງບໍ່ໄດ້ເວົ້າຫຼິ້ນ; ພຣະເຈົ້າຕ້ອງການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ພຣະອົງກໍຕັ້ງໃຈທີ່ຈະເຮັດເຊັ່ນນັ້ນ. ສິ່ງນີ້ຈະເຫັນໄດ້ແນວໃດ? ບໍ່ມີດ້ານໃດຂອງຄວາມຈິງທີ່ພຣະເຈົ້າກ່າວຈາກດ້ານດຽວ ຫຼື ມຸມດຽວ ແລະ ພຣະອົງກໍບໍ່ໄດ້ກ່າວໃນລັກສະນະດຽວ, ແທນທີ່ຈະເປັນແນວນັ້ນ, ພຣະອົງບອກມັນແກ່ຜູ້ຄົນຈາກມຸມທີ່ແຕກຕ່າງກັນ, ໃນຮູບແບບທີ່ແຕກຕ່າງກັນ, ດ້ວຍພາສາທີ່ແຕກຕ່າງກັນ ແລະ ໃນລະດັບທີ່ແຕກຕ່າງກັນ, ເພື່ອທີ່ຜູ້ຄົນຈະຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຕົນເອງ ແລະ ຈາກສິ່ງນີ້, ກໍຈະເຂົ້າໃຈທິດທາງທີ່ການໄລ່ຕາມຂອງພວກເຂົາຄວນຈະເປັນ ແລະ ເສັ້ນທາງປະເພດໃດທີ່ພວກເຂົາຄວນຍ່າງ. ພຣະອົງເຮັດສິ່ງນີ້ເພື່ອທີ່ຜູ້ຄົນຈະປະຖິ້ມ ແລະ ປ່ຽນແປງອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ແລະ ປ່ອຍວາງປັດຊະຍາສຳລັບການພົວພັນທາງໂລກ, ວິທີການເພື່ອຄວາມຢູ່ລອດ ແລະ ວິທີການ ແລະ ຮູບແບບການດຳເນີນຊີວິດທີ່ຊາຕານໃຊ້ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ໂດຍໃຫ້ພວກເຂົາດຳເນີນຊີວິດຕາມວິທີການ, ຮູບແບບ, ທິດທາງ ແລະ ເປົ້າໝາຍທີ່ພຣະເຈົ້າໄດ້ສະແດງໃຫ້ຜູ້ຄົນເຫັນ ແລະ ບອກພວກເຂົາແທນ. ພຣະເຈົ້າບໍ່ໄດ້ເຮັດທັງໝົດນີ້ເພື່ອໃຫ້ຜູ້ຄົນຮູ້ບຸນຄຸນ, ເພື່ອໃຫ້ພວກເຂົາເຫັນເຈດຕະນາອັນພາກພຽນຂອງພຣະອົງ ຫຼື ມັນຍາກສໍ່າໃດທີ່ຈະເຮັດທຸກສິ່ງທີ່ພຣະອົງເຮັດ. ເຈົ້າບໍ່ຈຳເປັນຕ້ອງຮູ້ເລື່ອງນັ້ນ. ຈົ່ງສຸມໃສ່ພຽງແຕ່ການຊອກຫາສິ່ງທີ່ເຈົ້າຄວນປະຕິບັດໃນພຣະທຳທີ່ພຣະເຈົ້າກ່າວ ແລະ ການເຂົ້າໃຈຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າໃນພຣະທຳເຫຼົ່ານັ້ນ; ຈົ່ງເຂົ້າສູ່ຄວາມຈິງຄວາມເປັນຈິງ; ຈົ່ງດຳເນີນຊີວິດຕາມຫຼັກການຄວາມຈິງ, ປະພຶດຕົນ ແລະ ກະທຳຕາມຫຼັກການຄວາມຈິງ ແລະ ເຮັດສຳເລັດການມອບໝາຍທີ່ພຣະເຈົ້າປະທານໃຫ້, ເພື່ອວ່າເຈົ້າຈະບັນລຸຄວາມລອດພົ້ນ. ດັ່ງນັ້ນ ພຣະເຈົ້າກໍຈະພໍພຣະໄທ ແລະ ເລື່ອງຄວາມລອດພົ້ນຂອງມະນຸດກໍຈະສຳເລັດຢ່າງສົມບູນ, ຊຶ່ງກໍເປັນປະໂຫຍດແກ່ມະນຸດເຊັ່ນກັນ. ສ່ວນສຳລັບຊ່ວງເວລາທີ່ຍັງມີຫຼັກຄຳສອນຫຼາຍຢ່າງໃນສິ່ງທີ່ຜູ້ຄົນເວົ້າ, ເມື່ອພວກເຂົາຜິວເຜີນເກີນໄປໃນການກະທຳຂອງພວກເຂົາ, ເມື່ອພວກເຂົາເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ, ເມື່ອການກະທຳອັນຊົ່ວຊາມຂອງພວກເຂົາຮຸນແຮງຂຶ້ນ, ໂດຍສະເພາະໃນຄົນໜຸ່ມ, ຜູ້ທີ່ບໍ່ມັກປະຕິບັດຕາມກົດລະບຽບ, ຜູ້ທີ່ບາງຄັ້ງມັກນອນຕື່ນສວາຍ, ຜູ້ທີ່ມີນິໄສບາງຢ່າງທີ່ບໍ່ສົມເຫດສົມຜົນ ຫຼື ບໍ່ເປັນແບບຢ່າງທີ່ດີໃຫ້ຄົນອື່ນ, ຢ່າບັງຄັບສິ່ງເຫຼົ່ານີ້. ຈົ່ງຄ່ອຍເປັນຄ່ອຍໄປກັບພວກເຂົາ. ຕາບໃດທີ່ເຈົ້າເຕັມໃຈທີ່ຈະໄລ່ຕາມຄວາມຈິງ ແລະ ສາມາດພະຍາຍາມກັບພຣະທຳຂອງພຣະເຈົ້າ ແລະ ສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ເລື້ອຍໆ, ໂດຍເປີດໃຈຂອງເຈົ້າຕໍ່ພຣະອົງ, ພຣະອົງກໍຈະເຮັດວຽກ. ບໍ່ມີໃຜສາມາດປ່ຽນແປງຄົນອື່ນໄດ້ດ້ວຍກຳລັງຂອງມະນຸດ ຫຼື ວິທີການຂອງມະນຸດ, ລວມທັງພໍ່ແມ່ຂອງເຈົ້າ ຜູ້ທີ່ບໍ່ສາມາດປ່ຽນແປງເຈົ້າໄດ້.
ການທີ່ເຈົ້າໄດ້ມາມື້ນີ້ທີ່ເຮືອນຂອງພຣະເຈົ້າແມ່ນພາລະກິດຂອງພຣະເຈົ້າ ແລະ ການທີ່ເຈົ້າສາມາດຟັງຄຳເທດສະໜາຢູ່ທີ່ນີ້ໄດ້ຢ່າງປອດໄພ ແລະ ຢ່າງໝັ້ນຄົງ, ແມ່ນແຕ່ໃນຍຸກນີ້, ທ່າມກາງກະແສທີ່ຊົ່ວຮ້າຍ ແລະ ປະຕິບັດໜ້າທີ່ຂອງເຈົ້າໂດຍບໍ່ໄດ້ຮັບເງິນແມ່ນແຕ່ກີບດຽວ, ນີ້ແມ່ນພາລະກິດຂອງພຣະເຈົ້າ. ເປັນຫຍັງພຣະເຈົ້າຈຶ່ງເຮັດສິ່ງນີ້? ພຣະເຈົ້າໂປດປານສິ່ງໃດໃນຕົວເຈົ້າ? ການທີ່ເຈົ້າມີຄວາມຮູ້ສຶກຍຸຕິທຳຢູ່ແດ່ ແລະ ການທີ່ເຈົ້າມີຈິດສຳນຶກ; ການທີ່ເຈົ້າເບື່ອໜ່າຍກະແສທີ່ຊົ່ວຮ້າຍ ແລະ ການທີ່ເຈົ້າມັກສິ່ງທີ່ເປັນບວກ; ແລະ ການທີ່ເຈົ້າຫວັງຄອຍການມາເຖິງຂອງອານາຈັກຂອງພຣະເຈົ້າ, ການປົກຄອງຂອງພຣະຄຣິສ ແລະ ຄວາມຈິງ. ເຈົ້າມີຄວາມປາຖະໜາເຫຼົ່ານີ້ ແລະ ພຣະເຈົ້າກໍໂປດປານສິ່ງເຫຼົ່ານັ້ນໃນຕົວເຈົ້າ, ຊຶ່ງເປັນເຫດຜົນທີ່ພຣະອົງໄດ້ນຳເຈົ້າມາສູ່ເຮືອນຂອງພຣະອົງ. ເຈົ້າຄິດວ່າພຣະເຈົ້າບໍ່ເຫັນຂໍ້ບົກຜ່ອງ ແລະ ນິໄສທີ່ບໍ່ດີເຫຼົ່ານັ້ນຂອງເຈົ້າບໍ? ພຣະເຈົ້າຮັບຮູ້ຂໍ້ບົກຜ່ອງຂອງເຈົ້າ, ພຣະອົງຮູ້ຈັກພວກມັນທັງໝົດ. ຖ້າພຣະອົງຮູ້, ເປັນຫຍັງພຣະອົງຈຶ່ງບໍ່ຈັດການກັບພວກມັນ? ສິ່ງດັ່ງກ່າວເຮັດໃຫ້ຜູ້ຄົນຂັດແຍ້ງໃນໃຈໃນຫຼາຍໆກໍລະນີ. ພວກເຂົາເວົ້າວ່າ: “ພຣະເຈົ້າຈະຊ່ວຍຄົນຄືຂ້ານ້ອຍໃຫ້ລອດພົ້ນບໍ? ຄົນຢ່າງຂ້ານ້ອຍຈະສາມາດບັນລຸຄວາມລອດພົ້ນໄດ້ບໍ? ຂ້ານ້ອຍຊົ່ວຮ້າຍ ແລະ ເສື່ອມຊາມຫຼາຍ, ບໍ່ເຕັມໃຈທີ່ຈະຍອມຮັບການລົງວິໄນ, ກະບົດຫຼາຍ ແລະ ຂ້ານ້ອຍກໍຕໍ່ຕ້ານ ແລະ ສົງໄສພຣະເຈົ້າ. ພຣະເຈົ້າຍັງຈະເລືອກຂ້ານ້ອຍໄດ້ແນວໃດ?” ເຈົ້າຈະເສົ້າໃຈໄປເຮັດຫຍັງ? ພຣະເຈົ້າພຽງອົງດຽວເທົ່ານັ້ນທີ່ສາມາດຊ່ວຍເຈົ້າໃຫ້ລອດພົ້ນໄດ້; ເຈົ້າຕ້ອງເຊື່ອວ່າພຣະອົງສາມາດເຮັດໄດ້. ມັນພຽງພໍແລ້ວທີ່ເຈົ້າຈະສຸມໃສ່ການຟັງພຣະທຳຂອງພຣະເຈົ້າ, ການຍອມຮັບ ແລະ ການປະຕິບັດພຣະທຳເຫຼົ່ານັ້ນ. ຢ່າຕິດຢູ່ໃນເລື່ອງອື່ນໆເຫຼົ່ານັ້ນ, ຢ່າຄິດລົບຍ້ອນພວກມັນຢູ່ສະເໝີ. ບໍ່ມີໃຜຄອຍຈັບຜິດເຈົ້າ, ບໍ່ມີໃຜມີແນວມາເອົາຜິດເຈົ້າໄດ້. ພຣະເຈົ້າບໍ່ໄດ້ເບິ່ງສິ່ງເຫຼົ່ານັ້ນ. ຖ້າເຈົ້າຖືກລົບກວນຈາກການໄລ່ຕາມເສັ້ນທາງທີ່ຖືກຕ້ອງ ແລະ ຄວາມຈິງ ໂດຍນິໄສທີ່ບໍ່ດີ, ຂໍ້ບົກຜ່ອງ ຫຼື ການກະທຳອັນຊົ່ວຊາມທີ່ເລື່ອງເລັກໆນ້ອຍໆທີ່ບໍ່ສຳຄັນໃນຊີວິດປະຈຳວັນກໍ່ໃຫ້ເກີດຂຶ້ນ, ນັ້ນບໍ່ແມ່ນການສູນເສຍບໍ? ນັ້ນບໍ່ຄຸ້ມຄ່າບໍ? (ແມ່ນແລ້ວ.) ອາດຈະມີຄົນຈຳນວນບໍ່ໜ້ອຍທີ່ຕິດຢູ່ໃນສະພາວະດັ່ງກ່າວໃນປັດຈຸບັນ. ບາງຄົນເວົ້າວ່າມັນເປັນບຸກຄະລິກຂອງພວກເຂົາທີ່ໃຈຮ້ອນເກີນໄປ, ວ່າພວກເຂົາເຮັດຫຍັງກໍບໍ່ລະອຽດ ແລະ ພວກເຂົາບໍ່ມັກສຶກສາ. ພວກເຂົາເວົ້າວ່າພວກເຂົາມີນິໄສທີ່ບໍ່ດີເຊັ່ນກັນ: ພວກເຂົາບໍ່ມັກຕື່ນນອນໃນຕອນເຊົ້າ ຫຼື ເຂົ້ານອນໃນຕອນແລງ ແລະ ພວກເຂົາມັກຫຼິ້ນເກມ; ພວກເຂົາມັກເວົ້າຈາໄຮ້ສາລະໃນບາງຄັ້ງ ແລະ ໃນບາງຄັ້ງ, ພວກເຂົາມັກເວົ້າຕະຫຼົກ. ພວກເຂົາຖາມວ່າ: ພຣະເຈົ້າຈະຊ່ວຍຂ້ານ້ອຍໃຫ້ລອດພົ້ນບໍ? ມັນບໍ່ແມ່ນບັນຫາບໍທີ່ເຈົ້າມີແນວຄິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບຕົນເອງ? ເປັນຫຍັງເຈົ້າບໍ່ສະແຫວງຫາຈັກໜ່ອຍ? ມຸມມອງຂອງພຣະເຈົ້າແມ່ນຫຍັງແທ້ ແລະ ພຣະທຳຂອງພຣະອົງກ່າວວ່າແນວໃດແທ້? ສິ່ງເຫຼົ່ານີ້ຖືກກ່າວເຖິງໃນພຣະທຳຂອງພຣະອົງວ່າເປັນບັນຫາບໍ? ບາງຄົນເວົ້າວ່າພວກເຂົາມັກແຕ່ງຕົວ ແລະ ຕ້ອງຄວບຄຸມຕົນເອງຢູ່ສະເໝີ. ຄົນອື່ນເວົ້າວ່າພວກເຂົາມັກກິນຊີ້ນ, ໂດຍມີຄວາມຢາກອາຫານຫຼາຍເກີນໄປ. ສິ່ງເຫຼົ່ານີ້ແມ່ນບັນຫາເລັກນ້ອຍ. ຂໍ້ບົກຜ່ອງເຫຼົ່ານີ້, ບຸກຄະລິກເຫຼົ່ານີ້ ຫຼື ນິໄສໃນຊີວິດເຫຼົ່ານີ້ ຢ່າງຫຼາຍທີ່ສຸດກໍເປັນຂໍ້ບົກຜ່ອງໃນຄວາມເປັນມະນຸດຂອງຄົນເຮົາ; ພວກມັນບໍ່ນັບວ່າເປັນອຸປະນິໄສທີ່ເສື່ອມຊາມ. ສິ່ງທີ່ຜູ້ຄົນຕ້ອງແກ້ໄຂຢ່າງແທ້ຈິງແມ່ນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຢ່າລືມພາບລວມທີ່ໃຫຍ່ກວ່າ. ເມື່ອເຈົ້າຄົ້ນພົບວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ ແລະ ເຈົ້າເລີ່ມສຸມໃສ່ການໄຕ່ຕອງ ແລະ ການແຍກແຍະມັນ ແລະ ພະຍາຍາມກັບມັນ ແລະ ເລີ່ມກຽດຊັງມັນ, ຂໍ້ບົກຜ່ອງເລັກໆນ້ອຍໆເຫຼົ່ານັ້ນຂອງເຈົ້າກໍຈະຄ່ອຍໆປ່ຽນແປງ, ພວກມັນຈະບໍ່ເປັນບັນຫາອີກຕໍ່ໄປ. ຄົນໜຸ່ມບາງຄົນມັກມ່ວນຊື່ນ. ເມື່ອພວກເຂົາໄດ້ເຮັດວຽກງານຕາມໜ້າທີ່ຂອງຕົນສຳເລັດແລ້ວ, ມັນກໍບໍ່ເປັນຫຍັງທີ່ຈະມ່ວນຊື່ນຈັກໜ່ອຍ. ຍິງໜຸ່ມບາງຄົນມັກຄວາມສວຍງາມ, ການແຕ່ງຕົວ ແລະ ການແຕ່ງໜ້າ. ນັ້ນກໍບໍ່ເປັນຫຍັງເຊັ່ນກັນ, ຕາບໃດທີ່ມັນບໍ່ຫຼາຍເກີນໄປ ແລະ ພວກເຂົາບໍ່ໄດ້ນຸ່ງເຄື່ອງນຸ່ງທີ່ແປກປະຫຼາດ ຫຼື ແຕ່ງໜ້າເຂັ້ມ. ມັນບໍ່ເປັນຫຍັງທັງໝົດ; ບໍ່ມີໃຜຈຳກັດພວກເຂົາ. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ເປັນບັນຫາ. ນິໄສເຫຼົ່ານີ້ໃນຊີວິດ, ຄວາມຕ້ອງການຄຸນນະພາບຊີວິດຂອງເຈົ້າ ແລະ ບັນຫາເລັກນ້ອຍຂອງບຸກຄະລິກ, ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ສາມາດເຮັດໃຫ້ເຈົ້າຕໍ່ຕ້ານພຣະເຈົ້າ ແລະ ບໍ່ສາມາດເຮັດໃຫ້ເຈົ້າຕໍ່ຕ້ານຄວາມຈິງໄດ້. ສິ່ງທີ່ເຮັດໃຫ້ເຈົ້າຕໍ່ຕ້ານພຣະເຈົ້າຢ່າງແທ້ຈິງ, ສິ່ງທີ່ກີດກັນເຈົ້າຈາກການມາຢູ່ຕໍ່ໜ້າພຣະອົງ ແລະ ເຮັດໃຫ້ເຈົ້າກະບົດຕໍ່ພຣະອົງ ແມ່ນອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ເມື່ອເຈົ້າສາມາດຄົ້ນພົບ, ຮູ້ຈັກ ແລະ ກຽດຊັງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ເຈົ້າໄດ້ຮັບຄວາມປາຖະໜາສ່ວນຕົວທີ່ຈະປະຕິບັດຕາມຫຼັກການຄວາມຈິງ, ຂໍ້ບົກຜ່ອງເລັກນ້ອຍທັງໝົດເຫຼົ່ານີ້ກໍສາມາດແກ້ໄຂໄດ້. ແລ້ວເມື່ອອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກແກ້ໄຂ, ບັນຫາທີ່ໃຫຍ່ທີ່ສຸດ ນັ້ນກໍຄືການຕໍ່ຕ້ານພຣະເຈົ້າຂອງເຈົ້າໄດ້ຖືກແກ້ໄຂ, ຂໍ້ບົກຜ່ອງເລັກໆນ້ອຍໆເຫຼົ່ານັ້ນຂອງເຈົ້າຈະຍັງນັບວ່າເປັນບັນຫາຢູ່ບໍ? ເມື່ອເວລານັ້ນມາເຖິງ, ສິ່ງເລັກໆນ້ອຍໆເຊັ່ນ: ວິທີທີ່ເຈົ້າປະພຶດຕົນ ແລະ ວິທີທີ່ເຈົ້າດຳລົງຊີວິດ, ສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້າດື່ມ, ວິທີທີ່ເຈົ້າຜ່ອນຄາຍ, ວິທີທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ວິທີທີ່ເຈົ້າເຂົ້າກັບຄົນອື່ນ ກໍຈະກາຍເປັນມີຫຼັກການເທື່ອລະໜ້ອຍ. ຈົນກວ່າຈະເຖິງເວລານັ້ນ ເຈົ້າຈຶ່ງຈະຮຽນຮູ້ວ່າການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາເຄີຍເປັນ ແລະ ຍັງຄົງເປັນເລື່ອງໃຫຍ່ໃນຊີວິດຂອງຄົນເຮົາ, ວ່າເມື່ອອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາຖືກແກ້ໄຂ, ບັນຫາອື່ນໆທັງໝົດກໍຈະຖືກແກ້ໄຂເຊັ່ນກັນ. ເມື່ອເຈົ້າໄດ້ແກ້ໄຂບັນຫາການກະບົດຕໍ່ພຣະເຈົ້າແລ້ວ, ນັ້ນຄືເວລາທີ່ເຈົ້າຈະດຳເນີນຊີວິດດ້ວຍຄວາມເໝືອນມະນຸດ, ດ້ວຍກຽດສັກສີ. ອາດຈະເປັນໄປໄດ້ວ່າຕອນນີ້ມີຂໍ້ບົກຜ່ອງເລັກນ້ອຍບາງຢ່າງທີ່ເຈົ້າບໍ່ໄດ້ສະແດງອອກອີກຕໍ່ໄປ. ຜູ້ຄົນອາດຈະຍ້ອງຍໍເຈົ້າ, ໂດຍກ່າວວ່າເຈົ້າເປັນຄົນໜຸ່ມທີ່ດີ, ວ່າເຈົ້າຈິງໃຈໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ວ່າເຈົ້າເບິ່ງຄືຄົນທີ່ເຊື່ອພຣະເຈົ້າ. ແຕ່ຖ້າພຣະເຈົ້າກ່າວວ່າເຈົ້າຍັງອາດຈະກະບົດຕໍ່ພຣະອົງ, ແລ້ວພຶດຕິກຳທີ່ດີພາຍນອກຂອງເຈົ້າກໍໄຮ້ປະໂຫຍດ, ບໍ່ວ່າມັນຈະຍິ່ງໃຫຍ່ສໍ່າໃດກໍຕາມ. ບັນຫາພື້ນຖານຍັງບໍ່ໄດ້ຖືກແກ້ໄຂ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຍັງບໍ່ໄດ້ຖືກແກ້ໄຂເທື່ອ ແລະ ເຈົ້າຍັງອາດຈະກະບົດຕໍ່ພຣະເຈົ້າ. ເຈົ້າຍັງຫ່າງໄກຈາກຄວາມລອດພົ້ນຫຼາຍ! ມັນມີປະໂຫຍດຫຍັງທີ່ເຈົ້າຈະມີພຽງແຕ່ພຶດຕິກຳທີ່ດີ? ບໍ່ແມ່ນເຈົ້າກຳລັງຫຼອກລວງຕົນເອງຢູ່ບໍ?
ບັນຫາໃດທີ່ສຳຄັນຢ່າງຍິ່ງສຳລັບເຈົ້າທີ່ຈະຕ້ອງແກ້ໄຂໃນຕອນນີ້? (ບັນຫາຂອງອຸປະນິໄສທີ່ເສື່ອມຊາມ.) ບາງຄົນອາດຈະເວົ້າວ່າ: “ຂ້ານ້ອຍມັກນຸ່ງເຄື່ອງທີ່ມີສີສັນ, ແຕ່ເຮືອນຂອງພຣະເຈົ້າບໍ່ມັກ, ສະນັ້ນ ຂ້ານ້ອຍຈະຝືນໃຈບໍ່ເຮັດພຶດຕິກຳນີ້”. ເຈົ້າບໍ່ຈຳເປັນຕ້ອງຝືນໃຈດອກ, ມັກກໍນຸ່ງໂລດ. ບາງຄົນເວົ້າວ່າ: “ຂ້ານ້ອຍມັກທາແປ້ງ ແລະ ແຕ່ງໜ້າ ແລະ ແຕ່ງຕົວໃຫ້ງາມໆເມື່ອອອກໄປພົບປະຜູ້ຄົນທຸກມື້, ມັນດີຫຼາຍ!” ຕາບໃດທີ່ເຈົ້າມີເວລາ, ນັ້ນກໍບໍ່ເປັນຫຍັງ. ບາງຄົນເວົ້າວ່າ: “ຂ້ານ້ອຍມັກກິນອາຫານແຊບໆ, ຂ້ານ້ອຍມັກຂອງເຜັດ ແລະ ຂອງສົ້ມຄືກັນ”. ຕາບໃດທີ່ເຈົ້າມີເງື່ອນໄຂ, ມີໂອກາດ ແລະ ມີເວລາຫວ່າງ, ເຈົ້າກໍສາມາດກິນຂອງເຫຼົ່ານັ້ນໄດ້ຕາມໃຈມັກ. ເຖິງແມ່ນວ່າເຈົ້າຈະບໍ່ເຮັດຕາມໃຈໃນສິ່ງເຫຼົ່ານີ້ ແລະ ຫ້າມພວກມັນ ແລະ ຕໍ່ຕ້ານພວກມັນ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະບໍ່ຖືກແກ້ໄຂ. ການທີ່ເຈົ້າຫ້າມພວກມັນ ຈະເກີດຜົນຫຍັງແດ່? ເຈົ້າຈະທົນທຸກທາງເນື້ອໜັງຢ່າງຫຼວງຫຼາຍ, ແຕ່ເຈົ້າຈະຮູ້ສຶກອັດອັ້ນຕັນໃຈ ແລະ ຜົນສະທ້ອນທາງລົບປະເພດໃດທີ່ຈະເກີດຂຶ້ນກັບເຈົ້າຕື່ມອີກໃນຖານະຜູ້ໄດ້ຮັບຜົນກະທົບທາງອ້ອມ? ເຈົ້າຈະຮູ້ສຶກວ່າເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍເພື່ອພຣະເຈົ້າ, ວ່າເຈົ້າໄດ້ຮັບຄວາມຈິງ, ໃນຂະນະທີ່ຄວາມຈິງແລ້ວ, ເຈົ້າຈະບໍ່ມີຫຍັງ ຫຼື ເປັນຫຍັງເລີຍ. ເຈົ້າອາດຈະແຕ່ງກາຍຢ່າງສະຫງ່າງາມ, ມີກຽດ ແລະ ສຸພາບຮຽບຮ້ອຍ, ເຈົ້າອາດຈະເບິ່ງຄືກັບອ້າຍ ຫຼື ເອື້ອຍ ແລະ ມີລະບຽບວິໄນດີ, ແຕ່ຖ້າເຈົ້າບໍ່ສາມາດຊອກຫາຫຼັກການຄວາມຈິງໄດ້ແມ່ນແຕ່ຕອນທີ່ຖືກບອກໃຫ້ປະຕິບັດໜ້າທີ່ ແລະ ຖ້າເຈົ້າອາດຈະໄປຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ບັນຫາພື້ນຖານຂອງເຈົ້າໄດ້ຖືກແກ້ໄຂແລ້ວບໍ? (ບໍ່.) ສະນັ້ນ, ບໍ່ວ່າເຈົ້າຈະເບິ່ງມັນແນວໃດກໍຕາມ, ສິ່ງທີ່ເປັນພື້ນຖານທີ່ສຸດແມ່ນການເຂົ້າໃຈພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ການເຂົ້າສູ່ຄວາມ ຈິງຄວາມເປັນຈິງ ແລະ ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຢ່າໃຊ້ຄວາມພະຍາຍາມຂອງເຈົ້າໃສ່ກັບບັນຫາເລັກໆນ້ອຍໆ ແລະ ພຶດຕິກຳພາຍນອກ, ໂດຍຈົມປັກຢູ່ກັບພວກມັນ ແລະ ບໍ່ຍອມປ່ອຍວາງ, ຮູ້ສຶກຜິດ ແລະ ເປັນໜີ້ໃນໃຈຢູ່ສະເໝີ, ແກ້ໄຂສິ່ງເຫຼົ່ານັ້ນຢູ່ສະເໝີຄືກັບວ່າພວກມັນເປັນເລື່ອງໃຫຍ່. ຜົນກໍຄືອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະບໍ່ຖືກແກ້ໄຂຕະຫຼອດໄປ. ຖ້າແມ່ນແຕ່ເຈົ້າກໍບໍ່ຮູ້ວ່າເຈົ້າເປັນຄົນປະເພດໃດ ຫຼື ມີອຸປະນິໄສທີ່ເສື່ອມຊາມປະເພດໃດ, ຖ້າເຈົ້າບໍ່ມີຄວາມເຂົ້າໃຈໃນເລື່ອງນັ້ນແມ່ນແຕ່ໜ້ອຍດຽວ, ນັ້ນບໍ່ແມ່ນການເຮັດໃຫ້ທຸກຢ່າງຫຍຸ້ງເຫຍິງໄປໝົດບໍ? ເມື່ອເຈົ້າມາຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງເຈົ້າ, ບັນຫາເລັກໆນ້ອຍໆເຫຼົ່ານັ້ນຂອງເຈົ້າກໍຈະບໍ່ເປັນບັນຫາອີກຕໍ່ໄປ. ໂດຍທຳມະຊາດແລ້ວ, ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ສາມາດກະທຳຕາມຫຼັກການຄວາມຈິງໄດ້, ເຈົ້າກໍຈະຄ່ອຍໆກຳຈັດບັນຫາເລັກໆນ້ອຍໆເຫຼົ່ານັ້ນອອກໄປ. ມັນກໍຄືກັນກັບບຸກຄະລິກທີ່ຢູ່ບໍ່ເປັນສຸກ ຫຼື ຄົນທີ່ຊັກຊ້າ ຫຼື ການເປັນຄົນເວົ້າຫຼາຍ ຫຼື ຄົນບໍ່ຄ່ອຍປາກ, ສິ່ງເຫຼົ່ານີ້ບໍ່ແມ່ນບັນຫາ. ພວກມັນເປັນບັນຫາຂອງບຸກຄະລິກ. ບາງຄົນເວົ້າຈາຊັດເຈນ, ໃນຂະນະທີ່ຄົນອື່ນບໍ່; ບາງຄົນກ້າຫານກວ່າ ແລະ ກ້າເວົ້າຕໍ່ໜ້າຄົນຫຼາຍຄົນ, ໃນຂະນະທີ່ຄົນອື່ນກ້າຫານໜ້ອຍກວ່າ ແລະ ບໍ່ກ້າເວົ້າເມື່ອມີຄົນຢູ່ອ້ອມຂ້າງຫຼາຍ; ບາງຄົນເປັນຄົນເປີດເຜີຍ, ໃນຂະນະທີ່ຄົນອື່ນເປັນຄົນງຽບຂຶມ. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ເປັນບັນຫາ. ອັນໃດຄືບັນຫາ? ອຸປະນິໄສຂອງພວກຕໍ່ຕ້ານພຣະຄຣິສທີ່ຕໍ່ຕ້ານພຣະເຈົ້າ, ນັ້ນຄືບັນຫາ. ມັນເປັນບັນຫາທີ່ໃຫຍ່ທີ່ສຸດ, ເປັນແຫຼ່ງທີ່ມາຂອງຄວາມເສື່ອມຊາມທັງໝົດຂອງມະນຸດ. ຖ້າເຈົ້າແກ້ໄຂບັນຫາຂອງອຸປະນິໄສທີ່ເສື່ອມຊາມໄດ້, ບັນຫາອື່ນໆກໍບໍ່ແມ່ນບັນຫາອີກຕໍ່ໄປ.
ມີຄຳຖາມຫຍັງອີກບໍ? (ພຣະເຈົ້າ, ຂ້ານ້ອຍມີຄຳຖາມ: ໃນການໄລ່ຕາມຄວາມຈິງຂອງຂ້ານ້ອຍ, ຂ້ານ້ອຍມີຊີວິດຝ່າຍວິນຍານທີ່ປົກກະຕິ, ແຕ່ຫົວໃຈທີ່ຮັກ ແລະ ໄລ່ຕາມຄວາມຈິງຂອງຂ້ານ້ອຍບໍ່ໄດ້ຍິ່ງໃຫຍ່ປານນັ້ນ. ເມື່ອຂ້ານ້ອຍຮູ້ສຶກວ່າສະພາວະຂອງຂ້ານ້ອຍຜິດ, ຂ້ານ້ອຍກໍໄລ່ຕາມຢ່າງພາກພຽນເປັນເວລາສອງສາມມື້, ແຕ່ເມື່ອມື້ເຫຼົ່ານັ້ນຜ່ານໄປ, ຂ້ານ້ອຍກໍກັບມາຂີ້ຄ້ານອີກ. ສະພາວະນີ້ເກີດຂຶ້ນຊ້ຳແລ້ວຊ້ຳອີກ ແລະ ຂ້ານ້ອຍຮູ້ວ່າມັນເປັນອຸປະນິໄສທີ່ເບື່ອໜ່າຍຄວາມຈິງ, ແຕ່ຂ້ານ້ອຍກໍຍັງບໍ່ສາມາດແກ້ໄຂມັນທີ່ຮາກເຫງົ້າໄດ້.) ບໍ່ມີທາງແກ້ໄຂ, ທາງເຂົ້າຂອງຊີວິດກໍເປັນແບບນັ້ນແຫຼະ. ໃນການທີ່ປາຖະໜາທີ່ຈະແກ້ໄຂບັນຫານີ້ຢູ່ສະເໝີ, ເຈົ້າກຳລັງເຮັດຜິດພາດ. ຍົກຕົວຢ່າງ: ຜູ້ຍິງບາງຄົນ, ໃນການພະຍາຍາມຊອກຫາສາມີ, ມີເງື່ອນໄຂວ່າ ມັນບໍ່ແມ່ນເລື່ອງໃຫຍ່ ຖ້າລາວໜ້າຕາທຳມະດາ, ແຕ່ລາວຕ້ອງເປັນຄົນໂຣແມນຕິກ. ລາວຕ້ອງຈື່ໄດ້ວ່າພວກເຂົາພົບກັນຄັ້ງທຳອິດເມື່ອໃດ ແລະ ຢູ່ໃສ, ຈື່ວັນເກີດຂອງນາງ, ວັນຄົບຮອບຂອງພວກເຂົາ ແລະ ອື່ນໆ. ລາວຕ້ອງຈື່ທຸກໆມື້ທີ່ສຳຄັນ ແລະ ລາວຍັງຕ້ອງຈື່ທີ່ຈະເວົ້າວ່າ, “ທີ່ຮັກ, ຂ້ອຍຮັກເຈົ້າ!” ເປັນບາງຄັ້ງຄາວ ແລະ ຊື້ຂອງຂວັນໃຫ້ນາງເປັນບາງຄັ້ງຄາວ. ນາງຈະທົດສອບລາວ: “ມື້ໃດທີ່ເຮົາອອກເດດກັນຄັ້ງທຳອິດ? ວັນວາເລັນໄທແມ່ນມື້ໃດ?” ພວກເຂົາມັກຈະຊອກຫາຄວາມໂຣແມນຕິກ ແລະ ຄວາມຕື່ນເຕັ້ນແບບນັ້ນ ແລະ ຖ້າຊີວິດຂອງພວກເຂົາຈືດຈາງລົງ, ພວກເຂົາກໍຈະບໍ່ພໍໃຈ, ໂດຍຈົ່ມວ່າຕໍ່ສາມີຂອງພວກເຂົາວ່າ: “ເບິ່ງເຈົ້າແມ, ເຈົ້າຄົນຊື້ງກະດ້າງ. ເຈົ້າບໍ່ຮູ້ຈັກຄວາມໂຣແມນຕິກ. ການໃຊ້ຊີວິດກັບເຈົ້າມັນໜ້າເບື່ອຫຼາຍ! ຊີວິດຂອງຂ້ອຍຖືກທຳລາຍໃນມືຂອງເຈົ້າ!” ມີຜູ້ຍິງຫຼາຍຄົນທີ່ສະແດງຂໍ້ບົກຜ່ອງນີ້ບໍ່ແມ່ນບໍ? ແລະ ເມື່ອເຈົ້າເວົ້າວ່າສາມີຂອງຄົນອື່ນເປັນຄົນໂຣແມນຕິກ, ວ່າລາວຮູ້ຈັກເອົາໃຈຜູ້ຍິງ, ວ່າລາວປະຕິບັດຕໍ່ພັນລະຍາຂອງລາວຄືກັບເຈົ້າຫຍິງ, ຜູ້ຍິງເຫຼົ່ານີ້ກໍອົດບໍ່ໄດ້ທີ່ຈະອິດສາ, ໂດຍປາຖະໜາວ່າພວກເຂົາຈະສາມາດຍາດເອົາສາມີຄົນນັ້ນມາເປັນຂອງຕົນເອງ. ພວກເຂົາພຽງແຕ່ບໍ່ເຕັມໃຈທີ່ຈະດຳເນີນຊີວິດທີ່ທຳມະດາສາມັນ. ເຈົ້າໄດ້ສະແດງຂໍ້ບົກຜ່ອງນີ້ອອກມາບໍ? (ແມ່ນແລ້ວ.) ໃນຂະນະທີ່ພຣະເຈົ້າຊົງເຮັດວຽກ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ, ມັນບໍ່ມີຊ່ວງເວລາທີ່ເລົ້າໃຈ, ໜ້າຕື່ນເຕັ້ນຫຼາຍປານນັ້ນ ແລະ ພຣະອົງຈະບໍ່ສ້າງສິ່ງທີ່ໜ້າປະຫຼາດໃຈໃຫ້ກັບເຈົ້າ. ມັນເປັນເລື່ອງທຳມະດາສາມັນ, ນັ້ນຄືຄວາມໝາຍຂອງການເປັນຈິງ. ການໄລ່ຕາມຄວາມຈິງບໍ່ໄດ້ຮຽກຮ້ອງຄວາມຮູ້ສຶກ. ຕາບໃດທີ່ການໄລ່ຕາມຍັງຢູ່ໃນໃຈຂອງເຈົ້າ; ແລະ ຕາບໃດທີ່ເຈົ້າກວດສອບເປັນບາງຄັ້ງຄາວວ່າເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ບ່ຽງເບນ ຫຼື ບໍ່ ແລະ ມີການເບິ່ງຂ້າມ ຫຼື ການສູນເສຍໃດໆ ທີ່ເກີດຈາກຄວາມຜິດພາດຂອງມະນຸດໃນໜ້າທີ່ທີ່ເຈົ້າປະຕິບັດ ຫຼື ບໍ່ ແລະ ເຈົ້າໂອ້ລົມກ່ຽວກັບວ່າໃນຊ່ວງເວລານີ້ອ້າຍເອື້ອຍນ້ອງທັງຫຼາຍມີຄວາມເຂົ້າໃຈໃໝ່ ຫຼື ຄວາມຮູ້ໃໝ່ກ່ຽວກັບການປະຕິບັດໜ້າທີ່ທີ່ເຈົ້າຂາດເຂີນ ຫຼື ບໍ່, ກ່ຽວກັບວ່າມີການບິດເບືອນໃນຄວາມເຂົ້າໃຈຂອງເຈົ້າຕໍ່ພຣະທຳຂອງພຣະເຈົ້າເມື່ອອ່ານພຣະທຳເຫຼົ່ານັ້ນ ຫຼື ບໍ່, ກ່ຽວກັບວ່າມີສິ່ງຕ່າງໆ ໃນພຣະທຳເຫຼົ່ານັ້ນທີ່ເກີນຄວາມສາມາດຂອງເຈົ້າ ຫຼື ທີ່ເຈົ້າບໍ່ໄດ້ມີປະສົບການ ຫຼື ໄດ້ລະເລີຍ ແລະ ອື່ນໆ, ຕາບໃດທີ່ເສັ້ນທາງ, ເປົ້າໝາຍ ແລະ ທິດທາງທັງໝົດດັ່ງກ່າວເປັນປົກກະຕິ ແລະ ຖືກຕ້ອງ, ນັ້ນກໍພຽງພໍແລ້ວ. ຕາບໃດທີ່ທິດທາງທົ່ວໄປຂອງເຈົ້າຖືກຕ້ອງ, ນັ້ນກໍພຽງພໍແລ້ວ. ຢ່າສະແຫວງຫາຄວາມຕື່ນເຕັ້ນ ແລະ ຢ່າຊອກຫາສິ່ງທີ່ໜ້າປະຫຼາດໃຈ. ບໍ່ມີໃຜຈະເຮັດໃຫ້ເຈົ້າປະຫຼາດໃຈ. ການເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມຄວາມຈິງກໍຄືກັນກັບວິທີທີ່ຄົນປົກກະຕິດຳເນີນຊີວິດຂອງພວກເຂົາ. ມັນຂ້ອນຂ້າງບໍ່ມີເຫດການຫຍັງເກີດຂຶ້ນຫຼາຍເທື່ອ, ເພາະວ່າເຈົ້າດຳເນີນຊີວິດຢູ່ໃນໂລກນີ້, ບ່ອນທີ່ບໍ່ມີຫຍັງເໜືອທຳມະຊາດ ແລະ ບໍ່ມີຫຍັງແຍກອອກຈາກຊີວິດຈິງ. ນັ້ນຄືຄວາມບໍ່ມີເຫດການຫຍັງເກີດຂຶ້ນຂອງມັນ. ແຕ່ມີຄວາມແຕກຕ່າງລະຫວ່າງຊີວິດທີ່ບໍ່ມີເຫດຫານຫຍັງເກີດຂຶ້ນແບບນີ້ ແລະ ຊີວິດຂອງຜູ້ທີ່ບໍ່ເຊື່ອ: ໃນຂະນະທີ່ເຈົ້າເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າກຳລັງຮຽນຮູ້ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຢູ່ສະເໝີ, ແກ້ໄຂ ແລະ ປ່ຽນແປງຄວາມສຳພັນຂອງເຈົ້າກັບພຣະເຈົ້າຢູ່ສະເໝີ ແລະ ຮຽນຮູ້ຄວາມຈິງທີ່ເຈົ້າບໍ່ເຂົ້າໃຈຢູ່ສະເໝີ, ໂດຍການຮູ້ຈັກ ແລະ ຍອມຮັບຄວາມຈິງທີ່ເຈົ້າບໍ່ຮູ້ ຫຼື ບໍ່ເຂົ້າໃຈ. ນັ້ນຄືຄວາມແຕກຕ່າງ. ນັ້ນເປັນຄວາມແຕກຕ່າງທີ່ຂ້ອນຂ້າງຫຼາຍແລ້ວ, ສະນັ້ນ, ພວກເຈົ້າຈະຂໍຫຍັງອີກ? ມີສິ່ງຕ່າງໆ ເກີດຂຶ້ນໃນເຮືອນຂອງພຣະເຈົ້າ, ໃນຄຣິສຕະຈັກ ແລະ ອ້ອມຕົວເຈົ້າບໍ່ພຽງພໍບໍ? ສິ່ງຕ່າງໆ ທີ່ເກີດຂຶ້ນຕັ້ງແຕ່ເລີ່ມຕົ້ນພາລະກິດຂອງພຣະເຈົ້າຈົນເຖິງປັດຈຸບັນກໍພຽງພໍໃຫ້ຜູ້ຄົນໄດ້ໄຕ່ຕອງແລ້ວ. ວັນເວລາຜ່ານໄປໄວຫຼາຍ: ສິບ, ຊາວປີຜ່ານໄປໃນພິບຕາ, ແລ້ວໃນພິບຕາອີກຄັ້ງ, ສາມສິບ, ຫ້າສິບປີກໍຜ່ານໄປ. ນັ້ນກໍປະມານຊີວິດຂອງຄົນເຮົາ. ຈະຊອກຫາຄວາມຕື່ນເຕັ້ນອັນໃດອີກ? ສິ່ງເຫຼົ່ານີ້ກໍໜ້າຕື່ນເຕັ້ນພຽງພໍແລ້ວ. ທຸກສິ່ງທີ່ເກີດຂຶ້ນອ້ອມຕົວເຈົ້າຄວນຈະຊ່ວຍໃຫ້ເຈົ້າຄົ້ນພົບສິ່ງທີ່ເປັນເອກະລັກ, ເປີດເຜີຍຄວາມຈິງ ແລະ ເປັນສິ່ງທີ່ໜ້າປະຫຼາດໃຈສຳລັບເຈົ້າ. ນັ້ນບໍ່ແມ່ນການບໍ່ມີເຫດການຫຍັງເກີດຂຶ້ນ, ແມ່ນບໍ? (ບໍ່, ບໍ່ແມ່ນ.) ການໄລ່ຕາມຄວາມຈິງບໍ່ແມ່ນການສະແຫວງຫາຄວາມຕື່ນເຕັ້ນ. ນັ້ນຄືສິ່ງທີ່ເປັນສຳລັບຜູ້ຄົນ, ຜູ້ທີ່ດຳເນີນຊີວິດໃນຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ, ໃນໂລກວັດຖຸນີ້. ຢ່າໄປຊອກຫາຄວາມຕື່ນເຕັ້ນ, ການຊອກຫາຄວາມຕື່ນເຕັ້ນ ແລະ ຄວາມຮູ້ສຶກແມ່ນສິ່ງທີ່ຄົນມີເວລາຫຼາຍເກີນໄປເຮັດກັນ. ໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ການໄລ່ຕາມຄວາມຈິງ, ຜູ້ຄົນມີບົດຮຽນໃໝ່ໃຫ້ຮຽນຮູ້ທຸກມື້. ບາງຄົນຈະເວົ້າວ່າ, “ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮຽນຮູ້?” ກໍອາດຈະເປັນໄປໄດ້ວ່າຄວາມຄືບໜ້າຂອງເຈົ້າຊ້າກວ່າ; ຖ້າມີສິ່ງທີ່ເຈົ້າຮຽນຮູ້ທຸກເດືອນ, ນັ້ນກໍພຽງພໍແລ້ວ. ຕາບໃດທີ່ເຈົ້າກ້າວໜ້າ ແລະ ກຳລັງໄລ່ຕາມຄວາມຈິງ, ເຈົ້າກໍຈະໄດ້ຮັບຜົນຕອບແທນ. ການໂອ້ລົມນີ້ໄດ້ແກ້ໄຂບັນຫາແລ້ວບໍ? (ແກ້ໄຂແລ້ວ.) ແນວໃດ? ຄຳເວົ້າໃດທີ່ແກ້ໄຂມັນ? (ມັນຖືກແກ້ໄຂກໍຄືຂ້ານ້ອຍຮູ້ວ່າມຸມມອງທີ່ຢູ່ເບື້ອງຫຼັງການໄລ່ຕາມຂອງຂ້ານ້ອຍໃນຄວາມເຊື່ອຂອງຂ້ານ້ອຍໃນພຣະເຈົ້າບໍ່ແມ່ນສິ່ງທີ່ເປັນຈິງ, ຂອງຂ້ານ້ອຍບໍ່ແມ່ນວິທີການໄລ່ຕາມທີ່ເປັນພາກປະຕິບັດ. ຂ້ານ້ອຍຊອກຫາການໄລ່ຕາມການກະຕຸ້ນຢູ່ສະເໝີ, ໄລ່ຕາມຄວາມຮູ້ສຶກຢູ່ສະເໝີ ແລະ ປະຕິບັດຕໍ່ພຣະເຈົ້າດ້ວຍພຽງແຕ່ແນວຄິດ ແລະ ຈິນຕະນາການ, ຮັກສາຄວາມສຳພັນກັບພຣະອົງດ້ວຍຄວາມເຄົາລົບທີ່ຫ່າງເຫີນ, ແຕ່ກໍລະເລີຍວ່າຜູ້ຄົນຈະມີຄວາມອ່ອນແອໃນໄລຍະທາງເຂົ້າຂອງຊີວິດຂອງພວກເຂົາ ແລະ ຈະເຕີບໃຫຍ່ຂຶ້ນໃນຂະນະທີ່ພວກເຂົາເຮັດ ແລະ ພວກເຂົາຈະປະເຊີນກັບສະຖານະການທຸກປະເພດ. ນັ້ນເປັນເລື່ອງປົກກະຕິ.) ເຈົ້າເຂົ້າໃຈຖືກຕ້ອງແລ້ວ. ເມື່ອບໍ່ມີສະຖານະການໃດເກີດຂຶ້ນ, ຜູ້ຄົນຄວນປະຕິບັດໜ້າທີ່ຂອງພວກເຂົາຕາມທີ່ຄວນຈະປະຕິບັດ ແລະ ສືບຕໍ່ການໄລ່ຕາມຂອງພວກເຂົາຕາມທີ່ຄວນ. ຢ່າຊອກຫາຄວາມຕື່ນເຕັ້ນ ຫຼື ຮູ້ສຶກເຖິງສິ່ງຕ່າງໆ; ຢ່າອ່ອນໄຫວເກີນໄປ ແລະ ເວົ້າວ່າ, “ເປັນຫຍັງມື້ນີ້ຂ້ອຍຈຶ່ງອາລົມບໍ່ດີ? ໂອ້, ຄວາມສຳພັນຂອງຂ້ອຍກັບພຣະເຈົ້າຫ່າງເຫີນ, ຂ້ອຍຈະຟ້າວອະທິຖານ!” ບໍ່ຈຳເປັນຕ້ອງມີຄວາມອ່ອນໄຫວເກີນໄປແບບນັ້ນ. ພຣະເຈົ້າບໍ່ໃສ່ໃຈ; ພຣະອົງບໍ່ໄດ້ສົນໃຈເລື່ອງເລັກໆນ້ອຍໆເຫຼົ່ານັ້ນຂອງເຈົ້າ! ເຈົ້າອາດຈະເວົ້າວ່າ, “ຂ້ອຍບໍ່ໄດ້ອະທິຖານມາຫຼາຍມື້ແລ້ວ, ແຕ່ຂ້ອຍມັກຈະສະແຫວງຫາພຣະເຈົ້າໃນໃຈຂອງຂ້ອຍເມື່ອຂ້ອຍກະທຳ ແລະ ຂ້ອຍຮັກສາຫົວໃຈທີ່ຢຳເກງພຣະເຈົ້າໄວ້”. ບໍ່ມີບັນຫາຫຍັງ. ບາງຄົນຈະເວົ້າວ່າ, “ໂອ້, ຂ້ອຍຫຍຸ້ງກັບໜ້າທີ່ຂອງຂ້ອຍຫຼາຍ ຈົນຂ້ອຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າມາຫຼາຍມື້ແລ້ວ”. ເຈົ້າບໍ່ໄດ້ຜ່ານຂັ້ນຕອນນັ້ນ, ເຈົ້າລະເລີຍມັນ, ແຕ່ໃນໄລຍະການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າໄດ້ຄົ້ນພົບບັນຫາຫຼາຍຢ່າງ ແລະ ເຈົ້າໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມບາງຢ່າງ ແລະ ເຈົ້າໄດ້ຟັງການໂອ້ລົມຂອງຄົນອື່ນໃນຊ່ວງເວລານັ້ນ, ຊຶ່ງໄດ້ເສີມສ້າງເຈົ້າຢ່າງຫຼວງຫຼາຍ. ນັ້ນບໍ່ແມ່ນການໄດ້ຮັບທີ່ແທ້ຈິງບໍ? ເຈົ້າບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າເພື່ອເຂົ້າໃຈຄວາມຈິງ ແລະ ໄດ້ຮັບມັນບໍ? ການຢືນຢັນວ່າເຈົ້າເຮັດເຊັ່ນນັ້ນໃນວິທີການ ຫຼື ຮູບແບບໃດໜຶ່ງມີປະໂຫຍດຫຍັງ? ເອົາລະ. ພວກເຮົາຈະສະຫຼຸບການໂອ້ລົມຂອງມື້ນີ້ໄວ້ພຽງເທົ່ານີ້. ລາກ່ອນ! (ຂອບໃຈພຣະເຈົ້າ ແລະ ລາກ່ອນ!)
ວັນທີ 30 ພຶດສະພາ 2020