ລາຍການທີສິບ: ພວກເຂົາດູຖູກຄວາມຈິງ, ຝ່າຝືນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ (ພາກທີສອງ)
ມື້ນີ້, ພວກເຮົາສືບຕໍ່ໂອ້ລົມກັນກ່ຽວກັບຂໍ້ທີສິບຂອງການສະແດງອອກຕ່າງໆ ຂອງພວກຕໍ່ຕ້ານພຣະຄຣິສ: ພວກເຂົາດູຖູກຄວາມຈິງ, ຝ່າຝືນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ. ຄັ້ງກ່ອນ, ພວກເຮົາໄດ້ຈັດການໂອ້ລົມກັນຢ່າງເຈາະຈົງກ່ຽວກັບການດູຖູກຄວາມຈິງ, ດັ່ງນັ້ນ ໃຫ້ພວກເຮົາມາທົບທວນສິ່ງນີ້ກັນກ່ອນ. ຄັ້ງກ່ອນ ພວກເຈົ້າອະທິບາຍຄຳວ່າ “ດູຖູກ” ວ່າແນວໃດ? (ພວກຂ້ານ້ອຍອະທິບາຍວ່າມັນຄືການບໍ່ໃຫ້ຄວາມສຳຄັນຕໍ່ຄວາມຈິງ, ເປັນການເບິ່ງຂ້າມ, ການດູໝິ່ນ ແລະ ການຖືເບົາຕໍ່ຄວາມຈິງ ແລະ ເປັນການສະແດງຄວາມລັງກຽດຕໍ່ຄວາມຈິງ.) ພວກເຈົ້າໄດ້ອະທິບາຍແກ່ນແທ້ຂອງຄຳນີ້ຢ່າງຊັດເຈນໂດຍໃຊ້ຄຳເວົ້າຕົວຈິງແລ້ວບໍ? (ຄຳອະທິບາຍຂອງພວກຂ້ານ້ອຍເປັນພຽງຄຳທີ່ມີຄວາມໝາຍຄ້າຍຄືກັນກັບຄຳວ່າດູຖູກ; ມັນເປັນພຽງຜິວເຜີນ ແລະ ບໍ່ໄດ້ຊີ້ແຈງລາຍລະອຽດຂອງການດູຖູກຄວາມຈິງ, ທັງບໍ່ໄດ້ຊີ້ແຈງທັດສະນະຄະຕິ ແລະ ການສະແດງອອກຂອງພວກຂ້ານ້ອຍໃນການປະຕິບັດຕໍ່ຄວາມຈິງ. ພວກຂ້ານ້ອຍລົ້ມເຫຼວທີ່ຈະອະທິບາຍແກ່ນແທ້ຂອງມັນ.) ທໍາມະຊາດຂອງຄຳອະທິບາຍດັ່ງກ່າວແມ່ນຫຍັງ? ມັນຈັດຢູ່ໃນໝວດໃດ? (ຄຳເວົ້າ ແລະ ຫຼັກຄຳສອນ.) ມີຫຍັງອີກບໍ? ມັນຈັດຢູ່ໃນໝວດຄວາມຮູ້ບໍ? (ແມ່ນ.) ຄວາມຮູ້ນີ້ໄດ້ມາແນວໃດ? ມັນໄດ້ມາຈາກໂຮງຮຽນ, ຈາກຄູອາຈານ ແລະ ຈາກວັດຈະນານຸກົມ ແລະ ປຶ້ມຕ່າງໆ. ແລ້ວ ຄວາມແຕກຕ່າງລະຫວ່າງຄຳອະທິບາຍຂອງເຮົາ ແລະ ຂອງພວກເຈົ້າແມ່ນຫຍັງ? (ການໂອ້ລົມຂອງພຣະເຈົ້າແມ່ນກ່ຽວກັບທັດສະນະຄະຕິຂອງແຕ່ລະຄົນທີ່ມີຕໍ່ຄວາມຈິງ ນັ້ນກໍຄື ຜູ້ຄົນຕໍ່ຕ້ານມັນ, ລັງກຽດມັນ ແລະ ກຽດຊັງມັນ ຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ບໍ່ຍອມຮັບມັນ ແລະ ແມ່ນແຕ່ກ່າວໂທດມັນເຊັ່ນກັນ ແລະ ຕັດສິນ ແລະ ໃສ່ຮ້າຍປ້າຍສີມັນຢ່າງເປັນປໍລະປັກ. ຄຳອະທິບາຍຂອງພຣະເຈົ້າແມ່ນມາຈາກແກ່ນແທ້ຂອງທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ຄວາມຈິງ.) ເຮົາອະທິບາຍແກ່ນແທ້ຂອງຄຳວ່າ “ດູຖູກ” ຈາກມຸມມອງຂອງພຶດຕິກຳ, ການປະຕິບັດ, ທັດສະນະຄະຕິ ແລະ ມຸມມອງທີ່ເປັນແກ່ນແທ້ຕ່າງໆ. ຄຳອະທິບາຍໃດຄືຄວາມຈິງແທ້ໆ? (ຄຳອະທິບາຍຂອງພຣະເຈົ້າຄືຄວາມຈິງ.) ແລ້ວ ຄຳອະທິບາຍຂອງພວກເຈົ້າຂາດຕົກບົກຜ່ອງຢູ່ບ່ອນໃດ? (ພວກຂ້ານ້ອຍບໍ່ເຂົ້າໃຈຄວາມຈິງ. ພວກຂ້ານ້ອຍເບິ່ງພຽງແຕ່ພື້ນຜິວຂອງສິ່ງຕ່າງໆ ແລະ ຕີຄວາມໝາຍພວກມັນຕາມຕົວອັກສອນ, ໂດຍອີງໃສ່ຄວາມຮູ້ ແລະ ຫຼັກຄຳສອນເພື່ອເບິ່ງບັນຫາຕ່າງໆ.) ພວກເຈົ້າຕີຄວາມໝາຍຄຳນີ້ໂດຍອີງໃສ່ຄວາມຮູ້ທີ່ພວກເຈົ້າກຳແໜ້ນ ແລະ ຕາມຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມໝາຍຕາມຕົວອັກສອນ, ແຕ່ພວກເຈົ້າບໍ່ຮູ້ເລີຍວ່າຄຳນີ້ເຊື່ອມໂຍງກັບທຳມະຊາດ-ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງຄົນໃດໜຶ່ງແນວໃດ. ນີ້ຄືຄວາມແຕກຕ່າງລະຫວ່າງຄວາມຮູ້ ແລະ ຫຼັກຄຳສອນ ກັບຄວາມຈິງ. ໂດຍປົກກະຕິແລ້ວ ພວກເຈົ້າຍັງໃຊ້ວິທີການ ແລະ ມຸມມອງນີ້ບໍ ເມື່ອອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງ? (ໃຊ້.) ຊະພໍດອກ ຄົນສ່ວນໃຫຍ່ ບໍ່ວ່າພວກເຂົາຈະອ່ານພຣະທຳຂອງພຣະເຈົ້າແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈວ່າຄວາມຈິງໃນພຣະທຳເຫຼົ່ານັ້ນແມ່ນຫຍັງແທ້. ດັ່ງນັ້ນ, ຫຼາຍຄົນຈຶ່ງເຊື່ອໃນພຣະເຈົ້າເປັນເວລາຫຼາຍປີໂດຍບໍ່ເຂົ້າໃຈ ຫຼື ເຂົ້າສູ່ຄວາມຈິງຄວາມເປັນຈິງ. ນີ້ຄືເຫດຜົນທີ່ມີການກ່າວຢູ່ສະເໝີວ່າ “ຜູ້ຄົນບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້ມັນໄດ້”.
ພວກເຮົາຈະສືບຕໍ່ໂອ້ລົມກັນກ່ຽວກັບຂໍ້ທີສິບຂອງການສະແດງອອກຕ່າງໆ ຂອງພວກຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາດູຖູກຄວາມຈິງ, ຝ່າຝືນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ. ໃນການເຕົ້າໂຮມຄັ້ງກ່ອນ, ພວກເຮົາໄດ້ແບ່ງການດູຖູກຄວາມຈິງອອກເປັນສາມຂໍ້. ສາມຂໍ້ນັ້ນແມ່ນຫຍັງ? (ຂໍ້ທີໜຶ່ງ, ການດູຖູກຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ; ຂໍ້ທີສອງ, ການດູຖູກເນື້ອໜັງທີ່ພຣະເຈົ້າບັງເກີດເປັນ; ຂໍ້ທີສາມ, ການດູຖູກພຣະທຳຂອງພຣະເຈົ້າ.) ໃຫ້ພວກເຮົາໄຈ້ແຍກຫົວຂໍ້ “ພວກຜູ້ຕໍ່ຕ້ານພຣະຄຣິສດູຖູກຄວາມຈິງ, ຝ່າຝືນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ” ໂດຍອີງໃສ່ສາມຂໍ້ນີ້. ຄັ້ງກ່ອນ, ໂດຍພື້ນຖານແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີໜຶ່ງເກືອບຈະຄົບຖ້ວນແລ້ວ, ແຕ່ບໍ່ໄດ້ໂອ້ລົມໃນລາຍລະອຽດຫຼາຍປານໃດກ່ຽວກັບຄວາມບໍລິສຸດ ແລະ ຄວາມເປັນໜຶ່ງດຽວຂອງແກ່ນແທ້ຂອງພຣະເຈົ້າ, ເຊິ່ງແມ່ນເພື່ອໃຫ້ພວກເຈົ້າມີພື້ນທີ່ໃນການໄຕ່ຕອງ ແລະ ໃຫ້ພວກເຈົ້າໂອ້ລົມກັນຢ່າງເຈາະຈົງຕື່ມອີກ ໂດຍອີງໃສ່ດ້ານຄວາມຊອບທຳ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າ ທີ່ເຮົາໄດ້ໂອ້ລົມໄປ. ມື້ນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບຂໍ້ທີສອງ, ເຊິ່ງກ່ຽວຂ້ອງກັບວິທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນ, ເພື່ອໄຈ້ແຍກຫົວຂໍ້ທີ່ວ່າ ພວກຜູ້ຕໍ່ຕ້ານພຣະຄຣິສດູຖູກຄວາມຈິງ, ຝ່າຝືນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າແນວໃດ.
II. ການດູຖູກເນື້ອໜັງທີ່ພຣະເຈົ້າບັງເກີດເປັນ
ມຸມມອງ ແລະ ທັດສະນະຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ (ນັ້ນກໍຄື ຕໍ່ພຣະຄຣິສ) ແລະ ຄວາມສຳພັນຂອງພວກເຂົາກັບພຣະອົງ ກໍມີການສະແດງອອກທີ່ສະເພາະເຈາະຈົງ ແລະ ການເປີດເຜີຍທີ່ເປັນແກ່ນແທ້ບາງຢ່າງເຊັ່ນກັນ. ຖ້າພວກເຮົາພຽງແຕ່ກ່າວເຖິງການສະແດງອອກທີ່ສະເພາະເຈາະຈົງຂອງຜູ້ຄົນ ຫຼື ການປະຕິບັດສະເພາະຂອງບາງຄົນອອກມາແບບຊ້ຳຊາກ ແລະ ໜ້າເບື່ອ, ພວກເຈົ້າກໍອາດຈະເຫັນວ່າການນໍາສະເໜີນັ້ນບໍ່ຄ່ອຍຊັດເຈນປານໃດ. ແທນທີ່ຈະເຮັດແນວນັ້ນ ໃຫ້ພວກເຮົາແບ່ງມັນອອກເປັນຫຼາຍຂໍ້, ເພື່ອທີ່ຈະເຂົ້າໃຈຈາກຂໍ້ເຫຼົ່ານີ້ວ່າ ທັດສະນະຄະຕິຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນນັ້ນແມ່ນຫຍັງແທ້ ແລະ ເພື່ອພິສູດ ແລະ ໄຈ້ແຍກວ່າ ພວກຜູ້ຕໍ່ຕ້ານພຣະຄຣິສດູຖູກຄວາມຈິງແນວໃດ. ຂໍ້ທີໜຶ່ງແມ່ນ ການລູບແຄ່ງລູບຂາ, ການປະຈົບປະແຈງ ແລະ ການເວົ້າເອົາໃຈ; ຂໍ້ທີສອງແມ່ນ ການກວດສອບ ແລະ ການວິເຄາະ, ພ້ອມດ້ວຍຄວາມຢາກຮູ້ຢາກເຫັນ; ຂໍ້ທີສາມແມ່ນ ການປະຕິບັດຂອງພວກເຂົາຕໍ່ພຣະຄຣິສ ຂຶ້ນຢູ່ກັບອາລົມ; ຂໍ້ທີສີ່ແມ່ນ ພຽງແຕ່ຟັງສິ່ງທີ່ພຣະຄຣິສກ່າວ ແຕ່ບໍ່ເຊື່ອຟັງ ຫຼື ອ່ອນນ້ອມ. ເມື່ອຕັດສິນຈາກການສະແດງອອກຂອງແຕ່ລະຂໍ້ເຫຼົ່ານີ້, ພ້ອມທັງມຸມມອງ ແລະ ການສະແດງອອກທີ່ພວກເຈົ້າສາມາດເຂົ້າໃຈໄດ້ຈາກຄວາມໝາຍຕາມຕົວອັກສອນຂອງພວກມັນ, ແຕ່ລະຂໍ້ເປັນດ້ານບວກບໍ? ມີຂໍ້ໃດທີ່ເບິ່ງຄືວ່າຂ້ອນຂ້າງເປັນດ້ານບວກບໍ? “ດ້ານບວກ” ໝາຍເຖິງຫຍັງ? ຢ່າງໜ້ອຍທີ່ສຸດ, ມັນໝາຍເຖິງການມີຄວາມເປັນມະນຸດ ແລະ ເຫດຜົນ. ສິ່ງນີ້ບໍ່ຈຳເປັນຕ້ອງຍົກລະດັບໄປເຖິງຂັ້ນທີ່ມີການອ່ອນນ້ອມ ຫຼື ທັດສະນະຄະຕິ ແລະ ຈຸດຢືນທີ່ສິ່ງທີ່ຖືກສ້າງຄວນມີ. ພຽງແຕ່ໃຊ້ເຫດຜົນຂອງມະນຸດມາເປັນມາດຕະຖານວັດແທກ, ມີຂໍ້ໃດແດ່ທີ່ໄດ້ມາດຕະຖານ?
ກ່ອນອື່ນ ໃຫ້ເຮົາມາເບິ່ງຂໍ້ທີໜຶ່ງ: ການລູບແຄ່ງລູບຂາ, ການປະຈົບປະແຈງ ແລະ ການເວົ້າເອົາໃຈ. ສາມຄຳນີ້ຖືກຖືວ່າເປັນຄຳຍ້ອງຍໍ ຫຼື ຄຳສັບດ້ານບວກໃນພາສາມະນຸດບໍ່? (ບໍ່.) ໂດຍທົ່ວໄປແລ້ວ ຄຳສັບເຫຼົ່ານີ້ອະທິບາຍເຖິງຄຳເວົ້າ ແລະ ພຶດຕິກຳຂອງຄົນປະເພດໃດ? (ຄົນມີເລ່ຫຼ່ຽມ, ຄົນທໍລະຍົດ, ຄົນຕໍ່າຊ້າ, ຄົນປະຈົບສໍພໍ.) ຄົນທໍລະຍົດ, ຄົນຕໍ່າຊ້າ ແລະ ຜູ້ແປພັກ, ເຊິ່ງເປັນຄົນປະເພດທີ່ພົວພັນກັບຄວາມຫຼອກລວງ, ຄວາມຕໍ່າຊ້າ ແລະ ຄວາມຊົ່ວຊ້າ. ການກະທຳຂອງຄົນປະເພດນີ້ ໃນສາຍຕາຂອງຄົນອື່ນແລ້ວ ສ່ວນຫຼາຍຈະເບິ່ງວ່າເປັນສິ່ງທີ່ໜ້າລັງກຽດ ແລະ ຕໍ່າຊ້າ, ບໍ່ຈິງໃຈຕໍ່ຜູ້ຄົນ ແລະ ບໍ່ແມ່ນຄົນໃຈດີ. ພວກເຂົາມັກຈະລູບແຄ່ງລູບຂາ, ປະຈົບປະແຈງ ແລະ ເວົ້າເອົາໃຈ, ໂດຍການລູບແຄ່ງລູບຂາ ແລະ ປະຈົບປະແຈງຜູ້ທີ່ມີອິດທິພົນ ຫຼື ມີສະຖານະສູງ. ຄົນປະເພດນີ້ຖືກຄົນອື່ນດູຖູກ ແລະ ໂດຍປົກກະຕິແລ້ວຈະຖືກເບິ່ງວ່າເປັນບຸກຄົນໃນດ້ານລົບ.
ໃຫ້ເຮົາມາເບິ່ງຂໍ້ທີສອງ: ການກວດສອບ ແລະ ການວິເຄາະ, ພ້ອມດ້ວຍຄວາມຢາກຮູ້ຢາກເຫັນ. ຄຳສັບເຫຼົ່ານີ້ຖືວ່າເປັນຄຳຍ້ອງຍໍ ຫຼື ຄຳຕຳໜິ? (ຄຳຕຳນິ.) ຄຳຕຳໜິບໍ? ອະທິບາຍໃຫ້ເຮົາຟັງເບິ່ງດຸ, ເປັນຫຍັງພວກເຈົ້າຈຶ່ງຈັດປະເພດພວກມັນວ່າເປັນຄຳຕຳໜິ? ຖ້າບໍ່ມີບໍລິບົດ, ຄຳສັບເຫຼົ່ານີ້ກໍເປັນກາງ ແລະ ບໍ່ສາມາດເອີ້ນໄດ້ວ່າເປັນຄຳຍ້ອງຍໍ ຫຼື ຄຳຕຳໜິ. ຕົວຢ່າງ: ການກວດສອບໂຄງການຄົ້ນຄວ້າວິທະຍາສາດ, ການວິເຄາະແກ່ນແທ້ຂອງບັນຫາ, ການຢາກຮູ້ຢາກເຫັນກ່ຽວກັບບາງສິ່ງ, ໂດຍພື້ນຖານແລ້ວ ການສະແດງອອກເຫຼົ່ານີ້ບໍ່ສາມາດເອີ້ນໄດ້ວ່າເປັນດ້ານບວກ ຫຼື ດ້ານລົບ ແລະ ຂ້ອນຂ້າງເປັນກາງ. ແນວໃດກໍຕາມ, ຢູ່ນີ້ມີບໍລິບົດຄື: ເປົ້າໝາຍຂອງການກວດສອບ, ການວິເຄາະ ແລະ ຄວາມຢາກຮູ້ຢາກເຫັນຂອງຜູ້ຄົນນັ້ນ ບໍ່ແມ່ນຫົວຂໍ້ໃດໜຶ່ງທີ່ເໝາະສົມສຳລັບການຄົ້ນຄວ້າຂອງມະນຸດ, ແຕ່ແມ່ນເນື້ອໜັງທີ່ພຣະເຈົ້າບັງເກີດເປັນ. ດັ່ງນັ້ນ, ຢ່າງຊັດເຈນແລ້ວ, ເມື່ອເພີ່ມບໍລິບົດນີ້ເຂົ້າໄປ, ໂດຍອີງໃສ່ສິ່ງເຫຼົ່ານີ້ທີ່ຄົນປະເພດນີ້ເຮັດ, ພ້ອມທັງການສະແດງອອກ ແລະ ພຶດຕິກຳຂອງພວກເຂົາ, ຄຳສັບເຫຼົ່ານີ້ຈຶ່ງກາຍເປັນຄຳຕຳໜິຢູ່ນີ້. ໂດຍປົກກະຕິແລ້ວ ຄົນປະເພດໃດທີ່ກວດສອບ ແລະ ວິເຄາະເນື້ອໜັງທີ່ພຣະເຈົ້າບັງເກີດເປັນ? ແມ່ນຜູ້ທີ່ໄລ່ຕາມຄວາມຈິງ ຫຼື ຜູ້ທີ່ບໍ່ໄລ່ຕາມ? ແມ່ນຜູ້ທີ່ເຊື່ອໃນພຣະຄຣິສຈາກໃຈຢ່າງແທ້ຈິງ ຫຼື ຜູ້ທີ່ມີທັດສະນະຄະຕິທີ່ສົງໄສຕໍ່ພຣະຄຣິສ? ເຫັນໄດ້ຢ່າງຊັດເຈນວ່າ ແມ່ນຜູ້ທີ່ມີທັດສະນະຄະຕິທີ່ສົງໄສ. ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະຄຣິສ ແລະ ນອກເໜືອຈາກການກວດສອບ ແລະ ການວິເຄາະແລ້ວ, ພວກເຂົາຍັງຢາກຮູ້ຢາກເຫັນເປັນພິເສດ. ພວກເຂົາຢາກຮູ້ຢາກເຫັນກ່ຽວກັບຫຍັງແທ້? ຈັກໜ້ອຍ ພວກເຮົາຈະໂອ້ລົມກັນຢ່າງເຈາະຈົງກ່ຽວກັບລາຍລະອຽດຂອງການສະແດງອອກ ແລະ ແກ່ນແທ້ເຫຼົ່ານີ້.
ຕໍ່ໄປ, ໃຫ້ເຮົາມາເບິ່ງຂໍ້ທີສາມ: ການປະຕິບັດຂອງພວກເຂົາຕໍ່ພຣະຄຣິສ ຂຶ້ນຢູ່ກັບອາລົມ. ຂໍ້ນີ້ບໍ່ມີຄຳສັບສະເພາະທີ່ຈະວິເຄາະຫາຄວາມໝາຍທີ່ເປັນຄຳຍ້ອງຍໍ ຫຼື ຄວາມໝາຍທີ່ເປັນຄຳຕຳໜິຂອງພວກມັນ. ຄວາມຈິງອັນໃດທີ່ຖືກເປີດເຜີຍໂດຍການສະແດງອອກປະເພດນີ້ ແລະ ການປະຕິບັດທີ່ສະເພາະເຈາະຈົງຂອງຄົນປະເພດນີ້? ຄົນທີ່ເຮັດສິ່ງດັ່ງກ່າວ ແລະ ມີການສະແດງອອກເຊັ່ນນີ້ ມີອຸປະນິໄສແບບໃດ? ກ່ອນອື່ນໝົດ, ພວກເຂົາມີຄວາມຍຸຕິທຳໃນການປະຕິບັດຕໍ່ຄົນອື່ນບໍ່? (ບໍ່.) ສາມາດເບິ່ງເຫັນໄດ້ຈາກວະລີໃດ? (“ຂຶ້ນຢູ່ກັບອາລົມ”.) ວະລີນີ້ໝາຍຄວາມວ່າ ຄົນປະເພດນີ້ກະທຳ ແລະ ປະຕິບັດຕໍ່ຄົນອື່ນ ຫຼື ເລື່ອງຕ່າງໆໂດຍບໍ່ມີຫຼັກການ, ບໍ່ມີຂອບເຂດ ແລະ ໂດຍສະເພາະແມ່ນບໍ່ມີຈິດສຳນຶກ ຫຼື ເຫດຜົນໃດໆເລີຍ, ພວກເຂົາເຮັດຕາມອາລົມຂອງພວກເຂົາລ້ວນໆ. ຖ້າຄົນໃດໜຶ່ງປະຕິບັດຕໍ່ຄົນທຳມະດາໂດຍອີງໃສ່ອາລົມຂອງພວກເຂົາ, ມັນອາດຈະບໍ່ແມ່ນບັນຫາໃຫຍ່; ມັນຈະບໍ່ລະເມີດພຣະດຳລັດ ຫຼື ລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ພຽງແຕ່ສະແດງໃຫ້ເຫັນວ່າຄົນນັ້ນເປັນຄົນເອົາແຕ່ໃຈ, ບໍ່ໄລ່ຕາມຄວາມຈິງ, ກະທຳໂດຍບໍ່ມີຫຼັກການ ແລະ ເຮັດທຸກຢ່າງຕາມໃຈຕົນເອງໂດຍອີງໃສ່ອາລົມ ແລະ ຄວາມມັກຂອງພວກເຂົາ, ໂດຍຄຳນຶງເຖິງພຽງແຕ່ຄວາມປາຖະໜາທາງເນື້ອໜັງ ແລະ ຄວາມຮູ້ສຶກຂອງຕົນເອງເທົ່ານັ້ນ ແລະ ບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຄົນອື່ນ ແລະ ບໍ່ສະແດງຄວາມເຄົາລົບຕໍ່ຄົນອື່ນ. ນີ້ຄືຄຳອະທິບາຍໂດຍອີງໃສ່ການປະຕິບັດຂອງພວກເຂົາຕໍ່ຄົນທຳມະດາ, ແຕ່ໃຜຄືຜູ້ທີ່ພວກເຂົາປະຕິບັດຕໍ່ໂດຍອີງໃສ່ອາລົມຢູ່ນີ້? ບໍ່ແມ່ນຄົນທຳມະດາ, ແຕ່ແມ່ນເນື້ອໜັງທີ່ພຣະເຈົ້າບັງເກີດເປັນ, ນັ້ນກໍຄື ພຣະຄຣິສ. ຖ້າເຈົ້າປະຕິບັດຕໍ່ພຣະຄຣິສໂດຍອີງໃສ່ອາລົມຂອງເຈົ້າ, ນີ້ຄືບັນຫາທີ່ຮ້າຍແຮງ, ເຊິ່ງພວກເຮົາຈະບໍ່ໂອ້ລົມກ່ຽວກັບລະດັບຄວາມຮ້າຍແຮງຂອງມັນໃນຕອນນີ້.
ຕໍ່ໄປ, ໃຫ້ພວກເຮົາມາເບິ່ງຂໍ້ທີສີ່: ພຽງແຕ່ຟັງສິ່ງທີ່ພຣະຄຣິສກ່າວ, ແຕ່ບໍ່ເຊື່ອຟັງ ຫຼື ອ່ອນນ້ອມ. ຢູ່ນີ້ບໍ່ມີຄຳສັບສະເພາະທີ່ຈະກຳນົດລັກສະນະໄດ້ຢ່າງແນ່ນອນວ່ານີ້ແມ່ນຫຍັງ; ມັນເປັນການສະແດງອອກປະເພດໜຶ່ງ, ເປັນສະພາວະທີ່ເປັນນິໄສ ແລະ ທັດສະນະຄະຕິທີ່ສະເພາະເຈາະຈົງໃນວິທີທີ່ຜູ້ຄົນປະຕິບັດຕໍ່ສິ່ງຕ່າງໆ, ແຕ່ວ່າມັນກ່ຽວຂ້ອງກັບອຸປະນິໄສຂອງຄົນ. ອຸປະນິໄສຂອງຄົນປະເພດນີ້ແມ່ນຫຍັງ? ພວກເຂົາຟັງ, ແຕ່ບໍ່ເຊື່ອຟັງ ຫຼື ອ່ອນນ້ອມ. ເບິ່ງຜິວເຜີນແລ້ວ, ພວກເຂົາຍັງສາມາດຟັງໄດ້, ແຕ່ສິ່ງທີ່ພວກເຂົາສະແດງອອກພາຍນອກນັ້ນຄືກັນກັບສິ່ງທີ່ພວກເຂົາຄິດ ຫຼື ທັດສະນະຄະຕິທີ່ແທ້ຈິງພາຍໃນຂອງພວກເຂົາບໍ່? (ບໍ່.) ພາຍນອກ, ພວກເຂົາອາດຈະເບິ່ງຄືວ່າປະພຶດດີ ແລະ ເບິ່ງຄືວ່າກຳລັງຟັງຢູ່, ແຕ່ພາຍໃນແລ້ວ ມັນບໍ່ເປັນແບບນີ້. ພາຍໃນຈິດໃຈ, ມີອາລົມ ແລະ ທັດສະນະຄະຕິຂອງການບໍ່ເຊື່ອຟັງ, ພ້ອມດ້ວຍອາລົມ ແລະ ທັດສະນະຄະຕິຂອງການຕໍ່ຕ້ານ. ພວກເຂົາຄິດວ່າ: “ຂ້ອຍບໍ່ເຊື່ອຟັງເຈົ້າໃນໃຈຂອງຂ້ອຍ; ຂ້ອຍຈະເຮັດໃຫ້ເຈົ້າເຫັນຢ່າງຊັດເຈນໄດ້ແນວໃດວ່າຂ້ອຍບໍ່ເຊື່ອຟັງ? ຂ້ອຍພຽງແຕ່ຟັງຄຳເວົ້າທີ່ເຈົ້າເວົ້າດ້ວຍຫູຂອງຂ້ອຍ, ແຕ່ຂ້ອຍບໍ່ເອົາມາໃສ່ໃຈເລີຍ ຫຼື ບໍ່ນໍາໄປປະຕິບັດ. ຂ້ອຍຈະຕັ້ງຕົວເປັນປໍລະປັກກັບເຈົ້າ ແລະ ຕໍ່ຕ້ານເຈົ້າ!” ນີ້ຄືຄວາມໝາຍຂອງການບໍ່ເຊື່ອຟັງ ຫຼື ບໍ່ອ່ອນນ້ອມ. ຖ້າຄົນປະເພດນີ້ຕິດຕໍ່ພົວພັນ ແລະ ໄປມາຫາສູ່ກັບຄົນທຳມະດາ, ໂດຍປະຕິບັດຕໍ່ສິ່ງທີ່ຄົນທຳມະດາເວົ້າດ້ວຍສະພາວະ, ມຸມມອງ ແລະ ທັດສະນະຄະຕິແບບນີ້, ບໍ່ວ່າມັນຈະເປັນການສະແດງອອກທີ່ຊັດເຈນ ຫຼື ສັງເກດເຫັນໄດ້ກໍຕາມ, ອຸປະນິໄສຂອງຄົນປະເພດນີ້ແມ່ນຫຍັງ? ພວກເຂົາຖືກຖືວ່າເປັນສິ່ງທີ່ຄົນອື່ນເອີ້ນວ່າຄົນດີທີ່ມີຄວາມເປັນມະນຸດ ແລະ ມີເຫດຜົນບໍ? ພວກເຂົາຖືກຈັດປະເພດວ່າເປັນບຸກຄົນໃນດ້ານບວກ? ຢ່າງຊັດເຈນວ່າບໍ່ແມ່ນ. ພຽງແຕ່ຕັດສິນຈາກວະລີ “ພຽງແຕ່ຟັງ, ແລະ ບໍ່ເຊື່ອຟັງ ຫຼື ອ່ອນນ້ອມ,” ຄົນເຫຼົ່ານີ້ອວດດີ. ພວກເຂົາອວດດີສໍ່າໃດ? ອວດດີຢ່າງສຸດຂີດ, ຈົນເຖິງຂັ້ນສູນເສຍເຫດຜົນ, ບ້າຢ່າງສົມບູນ, ບໍ່ເຊື່ອຟັງໃຜເລີຍ ແລະ ບໍ່ເຫັນໃຜຢູ່ໃນສາຍຕາ. ທັດສະນະຄະຕິຂອງພວກເຂົາໃນເວລາຕິດຕໍ່ພົວພັນກັບຄົນອື່ນກໍຄື: “ຂ້ອຍສາມາດເວົ້າກັບເຈົ້າໄດ້, ຂ້ອຍສາມາດຄົບຫາກັບເຈົ້າໄດ້, ແຕ່ບໍ່ມີຄຳເວົ້າຂອງໃຜສາມາດເຂົ້າໄປໃນໃຈຂອງຂ້ອຍໄດ້ ແລະ ບໍ່ມີຄຳເວົ້າຂອງໃຜສາມາດກາຍເປັນຫຼັກການ ແລະ ການຊີ້ນໍາສຳລັບການກະທຳຂອງຂ້ອຍໄດ້”. ພວກເຂົາມີພຽງແຕ່ຄວາມຄິດຂອງຕົນເອງຢູ່ໃນໃຈ, ຟັງພຽງແຕ່ສຽງພາຍໃນຕົວຂອງພວກເຂົາເອງເທົ່ານັ້ນ. ພວກເຂົາບໍ່ຟັງ ຫຼື ຍອມຮັບຄຳຖະແຫຼງ ແລະ ຫຼັກການທີ່ຖືກຕ້ອງ ຫຼື ເປັນດ້ານບວກໃດໆເລີຍ, ແຕ່ກັບຕໍ່ຕ້ານສິ່ງເຫຼົ່ານັ້ນຢູ່ໃນໃຈຂອງພວກເຂົາ. ມີຄົນແບບນີ້ຢູ່ໃນທ່າມກາງຝູງຊົນບໍ່? ໃນກຸ່ມຄົນ, ຄົນປະເພດນີ້ຖືກຖືວ່າມີເຫດຜົນ ຫຼື ບໍ່ມີເຫດຜົນ? ພວກເຂົາຖືກຈັດປະເພດວ່າເປັນບຸກຄົນໃນດ້ານບວກ ຫຼື ດ້ານລົບ? (ບຸກຄົນໃນດ້ານລົບ.) ດັ່ງນັ້ນ, ຄົນສ່ວນໃຫຍ່ໃນກຸ່ມຄົນ ໂດຍປົກກະຕິແລ້ວເບິ່ງ ແລະ ປະຕິບັດຕໍ່ພວກເຂົາແນວໃດ? ພວກເຂົາໃຊ້ວິທີການແບບໃດໃນການປະຕິບັດຕໍ່ຄົນເຫຼົ່ານັ້ນ? ຄົນສ່ວນໃຫຍ່ເຕັມໃຈທີ່ຈະຕິດຕໍ່ພົວພັນ ແລະ ໄປມາຫາສູ່ກັບບຸກຄົນດັ່ງກ່າວບໍ່? (ບໍ່.) ໃນຄຣິສຕະຈັກ, ຄົນສ່ວນໃຫຍ່ບໍ່ສາມາດເຂົ້າກັນໄດ້ກັບບຸກຄົນດັ່ງກ່າວ ເຫດຜົນແມ່ນຫຍັງ? ເປັນຫຍັງທຸກຄົນຈຶ່ງບໍ່ມັກ ແລະ ຮູ້ສຶກລັງກຽດຄົນປະເພດນີ້? ສອງປະໂຫຍກສາມາດອະທິບາຍບັນຫານີ້ໄດ້. ປະໂຫຍກທີໜຶ່ງ, ຄົນເຫຼົ່ານີ້ບໍ່ຮ່ວມມືກັບໃຜເລີຍ, ພວກເຂົາຕ້ອງການຕັດສິນໃຈເອງ ແລະ ພວກເຂົາບໍ່ຟັງໃຜເລີຍ; ການທີ່ຈະໃຫ້ພວກເຂົາຟັງຄຳເວົ້າຂອງຄົນອື່ນນັ້ນແມ່ນຍາກທີ່ສຸດ ແລະ ມັນເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະສະແຫວງຫາຄວາມຄິດເຫັນ ແລະ ແນວຄວາມຄິດຂອງຄົນອື່ນ ຫຼື ຟັງສິ່ງທີ່ຄົນອື່ນເວົ້າ. ປະໂຫຍກທີສອງ, ພວກເຂົາບໍ່ສາມາດຮ່ວມມືກັບໃຜໄດ້ເລີຍ. ສອງປະໂຫຍກນີ້ບໍ່ແມ່ນການສະແດງອອກທີ່ສະເພາະເຈາະຈົງທີ່ສຸດຂອງຄົນປະເພດນີ້ບໍ? ສິ່ງເຫຼົ່ານີ້ບໍ່ແມ່ນແກ່ນແທ້ຂອງຄົນດັ່ງກ່າວບໍ? (ແມ່ນ.) ກ່ອນອື່ນໝົດ, ເມື່ອພິຈາລະນາເຖິງອຸປະນິໄສຂອງພວກເຂົາ, ພວກເຂົາບໍ່ຟັງໃຜ ແລະ ບໍ່ອ່ອນນ້ອມຕໍ່ໃຜເລີຍ. ພວກເຂົາຕ້ອງການຕັດສິນໃຈເອງ, ບໍ່ຢາກຟັງຄົນອື່ນ ແລະ ບໍ່ໃຫ້ຄວາມຮ່ວມມືກັບຄົນອື່ນ. ໃນໃຈຂອງພວກເຂົາ, ບໍ່ມີບ່ອນສຳລັບຄົນອື່ນ, ທັງບໍ່ມີບ່ອນສຳລັບຄວາມຈິງ ຫຼື ຫຼັກການຂອງຄຣິສຕະຈັກ, ນັ້ນຄືອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສຂອງຄົນປະເພດນີ້. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສາມາດຮ່ວມມື ຫຼື ເຂົ້າກັນໄດ້ກັບໃຜເລີຍ ແລະ ເຖິງແມ່ນວ່າພວກເຂົາຈະຮູ້ສຶກເຕັມໃຈແບບຝືນໆຢູ່ໃນໃຈ, ພວກເຂົາກໍຍັງບໍ່ສາມາດຮ່ວມມືກັບຄົນອື່ນໄດ້ເມື່ອເຖິງເວລາ. ນີ້ມັນເກີດຫຍັງຂຶ້ນ? ມີສະພາວະບາງຢ່າງກ່ຽວຂ້ອງຢູ່ບໍ່ແມ່ນບໍ? ພວກເຂົາດູຖູກຄົນອື່ນ, ບໍ່ຟັງພວກເຂົາ ແລະ ບໍ່ວ່າຄຳເວົ້າຂອງຄົນອື່ນຈະສອດຄ່ອງກັບຫຼັກການຫຼາຍປານໃດກໍຕາມ, ພວກເຂົາກໍບໍ່ຍອມຮັບພວກມັນ. ເມື່ອເວົ້າເຖິງການຮ່ວມມືກັບຄົນອື່ນ, ມັນຕ້ອງເຮັດຕາມວິທີຂອງພວກເຂົາເທົ່ານັ້ນ. ນີ້ແມ່ນການຮ່ວມມືທີ່ກົມກຽວກັນບໍ? ນີ້ບໍ່ແມ່ນການຮ່ວມມື; ມັນເປັນການກະທຳຕາມອຳເພີໃຈ, ເຊິ່ງມີຄົນດຽວເປັນຜູ້ຕັດສິນໃຈ. ນີ້ຄືອຸປະນິໄສປະເພດທີ່ຄົນເຫຼົ່ານີ້ມີໃນການຕິດຕໍ່ພົວພັນຂອງພວກເຂົາກັບຄົນອື່ນ ແລະ ພວກເຂົາປະຕິບັດຕໍ່ພຣະຄຣິສໃນລັກສະນະດຽວກັນ. ສິ່ງນີ້ຄວນຄ່າແກ່ການໄຈ້ແຍກບໍ? ບັນຫາຢູ່ນີ້ແມ່ນຮ້າຍແຮງ ແລະ ສົມຄວນໄດ້ຮັບການໄຈ້ແຍກ! ຕໍ່ໄປ, ໃຫ້ພວກເຮົາໂອ້ລົມກ່ຽວກັບການສະແດງອອກ ແລະ ການປະຕິບັດທີ່ສະເພາະເຈາະຈົງຂອງພວກຜູ້ຕໍ່ຕ້ານພຣະຄຣິສໃນແຕ່ລະຂໍ້ ແລະ ຜ່ານການສະແດງອອກ ແລະ ການປະຕິບັດທີ່ສະເພາະເຈາະຈົງເຫຼົ່ານີ້ ມາທຳຄວາມເຂົ້າໃຈແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື (ການດູຖູກຄວາມຈິງ, ການຝ່າຝືນຫຼັກການຢ່າງເປີດເຜີຍ ແລະ ການເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ.) ໃຫ້ພວກເຮົາເລີ່ມຕົ້ນໄຈ້ແຍກຈາກຂໍ້ທີໜຶ່ງ.
1. ການລູບແຂ່ງລູບຂາ, ປະຈົບປະແຈງ ແລະ ການເວົ້າເອົາໃຈ
ການລູບແຄ່ງລູບຂາ, ການປະຈົບປະແຈງ ແລະ ການເວົ້າເອົາໃຈ, ເບິ່ງຕາມຜິວເຜີນແລ້ວ ທຸກຄົນໜ້າຈະຮູ້ວ່າຄຳສັບເຫຼົ່ານີ້ໝາຍເຖິງຫຍັງ ແລະ ບຸກຄົນທີ່ມີການສະແດງອອກແບບນີ້ກໍພົບເຫັນໄດ້ທົ່ວໄປ. ການລູບແຄ່ງລູບຂາ, ການປະຈົບປະແຈງ ແລະ ການເວົ້າເອົາໃຈ ໂດຍສ່ວນຫຼາຍແລ້ວແມ່ນວິທີການເວົ້າທີ່ຖືກນໍາໃຊ້ເພື່ອໃຫ້ໄດ້ຮັບຄວາມພໍໃຈ, ຄຳຍ້ອງຍໍ ຫຼື ຜົນປະໂຫຍດບາງຢ່າງຈາກຄົນອື່ນ. ນີ້ແມ່ນຮູບແບບການເວົ້າທີ່ພົບເຫັນໄດ້ທົ່ວໄປທີ່ສຸດສຳລັບຜູ້ທີ່ມັກປະຈົບປະແຈງ ແລະ ປະຈົບສໍພໍ. ສາມາດເວົ້າໄດ້ວ່າ ມະນຸດທີ່ເສື່ອມຊາມທຸກຄົນລ້ວນແລ້ວແຕ່ມີການສະແດງອອກນີ້ໃນລະດັບໃດໜຶ່ງ, ເຊິ່ງເປັນລັກສະນະການເວົ້າທີ່ເປັນຂອງປັດຊະຍາຂອງຊາຕານ. ດັ່ງນັ້ນ, ຜູ້ຄົນມີການສະແດງອອກ ແລະ ການປະຕິບັດທີ່ຄືກັນນີ້ຕໍ່ໜ້າພຣະເຈົ້າທີ່ບັງເກີດເປັນມະນຸດ ເພື່ອໃຫ້ໄດ້ຮັບຜົນປະໂຫຍດບາງຢ່າງຄືກັນບໍ່? ແນ່ນອນວ່າ ມັນບໍ່ໄດ້ງ່າຍດາຍປານນັ້ນ. ເມື່ອຜູ້ຄົນລູບແຄ່ງລູບຂາ ແລະ ປະຈົບປະແຈງເນື້ອໜັງທີ່ພຣະເຈົ້າບັງເກີດເປັນ, ມຸມມອງ ຫຼື ຄວາມຄິດແບບໃດກ່ຽວກັບພຣະຄຣິສທີ່ຢູ່ໃນໃຈຂອງພວກເຂົາທີ່ກໍ່ໃຫ້ເກີດພຶດຕິກຳດັ່ງກ່າວ? ໂດຍປົກກະຕິແລ້ວ ພຶດຕິກຳດັ່ງກ່າວ ແມ່ນສິ່ງທີ່ຜູ້ຄົນສະແດງອອກຕໍ່ຄົນອື່ນ. ຖ້າຜູ້ຄົນປະພຶດແບບນີ້ຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດເຊັ່ນກັນ, ມັນກໍເປີດເຜີຍໃຫ້ເຫັນບັນຫາໂດຍປະລິຍາຍ: ພວກເຂົາຖືວ່າພຣະເຈົ້າທີ່ບັງເກີດເປັນມະນຸດ ນັ້ນກໍຄື ພຣະຄຣິສ ເປັນພຽງຄົນທຳມະດາໃນທ່າມກາງມະນຸດຊາດທີ່ເສື່ອມຊາມ. ຈາກມຸມມອງພາຍນອກ, ພຣະຄຣິສມີກະດູກ ແລະ ເນື້ອໜັງ ແລະ ມີຮູບໂສມພາຍນອກຂອງມະນຸດ. ສິ່ງນີ້ເຮັດໃຫ້ຜູ້ຄົນເກີດພາບລວງຕາ, ເຮັດໃຫ້ພວກເຂົາເຊື່ອວ່າພຣະຄຣິສເປັນພຽງມະນຸດ, ເຊິ່ງເຮັດໃຫ້ພວກເຂົາກ້າປະຕິບັດຕໍ່ພຣະຄຣິສຢ່າງເປີດເຜີຍ ໂດຍອີງໃສ່ຕັກກະ ແລະ ຄວາມຄິດຂອງການປະຕິບັດຕໍ່ມະນຸດ. ອີງຕາມຕັກກະ ແລະ ຄວາມຄິດຂອງການປະຕິບັດຕໍ່ມະນຸດ, ໂດຍປົກກະຕິແລ້ວ ໃນການປະຕິບັດຕໍ່ຜູ້ທີ່ມີສະຖານະ ແລະ ມີຊື່ສຽງ, ກົນລາຍຸດທີ່ດີທີ່ສຸດເພື່ອສ້າງຄວາມປະທັບໃຈທີ່ດີ ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ຫຼື ການເລື່ອນຕຳແໜ່ງໃນອະນາຄົດຢ່າງລ່ຽນໄຫຼ ກໍຄືການເຮັດໃຫ້ຄຳເວົ້າຂອງຕົນຟັງເບິ່ງເປັນທີ່ພໍໃຈ ແລະ ສຸພາບນິມນວນ, ເພື່ອຮັບປະກັນວ່າຜູ້ຟັງຮູ້ສຶກສະບາຍໃຈ ແລະ ມີຄວາມສຸກ. ຄົນນັ້ນຕ້ອງຮັກສາສີໜ້າທີ່ອ່ອນໂຍນ ແລະ ບໍ່ສະແດງໃບໜ້າທີ່ດຸຮ້າຍ ຫຼື ບຶ້ງຕຶງ ແລະ ໃນດ້ານພາສາ ບໍ່ຄວນມີຄຳເວົ້າທີ່ຮຸນແຮງ, ປະສົງຮ້າຍ ຫຼື ຫຍາບຊ້າ ຫຼື ຄຳເວົ້າທີ່ສາມາດທຳຮ້າຍໜ້າຕາຂອງຄົນອື່ນ. ມີພຽງແຕ່ການສະແດງອອກ ແລະ ຄຳເວົ້າດັ່ງກ່າວເທົ່ານັ້ນ ຄົນນັ້ນຈຶ່ງຈະສາມາດສ້າງຄວາມປະທັບໃຈທີ່ດີຕໍ່ໜ້າບຸກຄົນດັ່ງກ່າວໄດ້ ແລະ ບໍ່ເຮັດໃຫ້ພວກເຂົາລັງກຽດ. ເບິ່ງຄືວ່າການເວົ້າຈາທີ່ເປັນທີ່ພໍໃຈ, ການປະຈົບປະແຈງ ແລະ ການປະຈົບສໍພໍ ຖືກຖືວ່າເປັນຮູບແບບຂອງການເຄົາລົບທີ່ແທ້ຈິງທີ່ສຸດທີ່ມີຕໍ່ຄົນອື່ນ. ໃນທໍານອງດຽວກັນ, ຜູ້ຄົນເຊື່ອວ່າ ເພື່ອສະແດງຄວາມເຄົາລົບຕໍ່ພຣະຄຣິສ ແລະ ເພື່ອຮັກສາຄວາມປອງດອງ, ພວກເຂົາຕ້ອງພະຍາຍາມຢ່າງໜັກທີ່ຈະສະແດງພຶດຕິກຳດັ່ງກ່າວ, ຮັບປະກັນວ່າຄຳເວົ້າຂອງພວກເຂົາບໍ່ມີພາສາ ຫຼື ເນື້ອຫາທີ່ທຳຮ້າຍຈິດໃຈ ແລະ ແນ່ນອນວ່າບໍ່ມີສິ່ງໃດທີ່ເປັນການລ່ວງເກີນ. ຜູ້ຄົນຄິດວ່ານີ້ເປັນວິທີທີ່ດີທີ່ສຸດໃນການພົວພັນ ແລະ ສົນທະນາກັບພຣະຄຣິສ. ພວກເຂົາປະຕິບັດຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນ ຄືກັບມະນຸດທຳມະດາທີ່ສຸດທີ່ມີອຸປະນິໄສທີ່ເສື່ອມຊາມແບບປົກກະຕິ, ໂດຍຄິດວ່າບໍ່ມີວິທີອື່ນທີ່ດີກວ່າໃນການປະພຶດ ຫຼື ປະຕິບັດຕໍ່ພຣະອົງ. ດັ່ງນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສມາຢູ່ຕໍ່ໜ້າພຣະຄຣິສ, ສິ່ງທີ່ພວກເຂົາເກັບໄວ້ໃນໃຈບໍ່ແມ່ນຄວາມຢຳເກງ, ຄວາມເຄົາລົບ ຫຼື ຄວາມຈິງໃຈທີ່ແທ້ຈິງ, ແຕ່ເປັນຄວາມປາຖະໜາທີ່ຈະໃຊ້ພາສາທີ່ເປັນທີ່ພໍໃຈ ແລະ ສຸພາບນິມນວນ, ເຖິງຂັ້ນຫັນໄປໃຊ້ການສ້າງພາບລວງຕາ ເພື່ອລູບແຄ່ງລູບຂາ ແລະ ປະຈົບປະແຈງເນື້ອໜັງທີ່ພຣະເຈົ້າບັງເກີດເປັນຢ່າງເປີດເຜີຍ. ພວກເຂົາເຊື່ອວ່າມະນຸດທຸກຄົນຍອມຮັບວິທີການນີ້ ແລະ ຍ້ອນວ່າເນື້ອໜັງທີ່ພຣະເຈົ້າບັງເກີດເປັນກໍເປັນມະນຸດເຊັ່ນກັນ, ພຣະອົງກໍຈະຕອບສະໜອງຕໍ່ວິທີການນີ້ ແລະ ໂປດປານມັນເຊັ່ນກັນ. ດ້ວຍເຫດນີ້, ໃນການປະຕິບັດຕໍ່ພຣະຄຣິສ ເຊິ່ງເປັນເນື້ອໜັງທີ່ພຣະເຈົ້າບັງເກີດເປັນ, ໃນໃຈຂອງພວກຜູ້ຕໍ່ຕ້ານພຣະຄຣິສ ຈຶ່ງບໍ່ຍອມຮັບຄວາມຈິງທີ່ວ່າພຣະຄຣິສມີແກ່ນແທ້ຂອງພຣະເຈົ້າ. ແທນທີ່ຈະເປັນແນວນັ້ນ, ພວກເຂົາໃຊ້ຍຸດທະວິທີຂອງມະນຸດ, ປັດຊະຍາຂອງມະນຸດສຳລັບການກະທຳທາງໂລກ ແລະ ກົນອຸບາຍທົ່ວໄປຂອງມະນຸດໃນການປະຕິບັດຕໍ່ ແລະ ບົງການຄົນອື່ນໃຫ້ປະຕິບັດຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນ. ແກ່ນແທ້ຂອງພຶດຕິກຳເຫຼົ່ານີ້ສະແດງໃຫ້ເຫັນຄວາມຈິງທີ່ວ່າ ພວກຜູ້ຕໍ່ຕ້ານພຣະຄຣິສດູຖູກເນື້ອໜັງທີ່ພຣະເຈົ້າບັງເກີດເປັນບໍ? (ແມ່ນ.)
ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະຄຣິສໃນລັກສະນະດຽວກັນກັບທີ່ພວກເຂົາປະຕິບັດຕໍ່ມະນຸດທີ່ເສື່ອມຊາມ, ພຽງແຕ່ເວົ້າຄຳເວົ້າລູບແຄ່ງລູບຂາ ແລະ ປະຈົບປະແຈງເມື່ອເຫັນພຣະຄຣິສ, ຈາກນັ້ນກໍສັງເກດເບິ່ງປະຕິກິລິຍາຂອງພຣະຄຣິສ ແລະ ພະຍາຍາມເອົາໃຈພຣະອົງ. ບາງຄົນ, ເມື່ອເຫັນພຣະຄຣິສ ກໍເວົ້າວ່າ: “ຂ້ານ້ອຍເຫັນພຣະອົງມາແຕ່ໄກ. ພຣະອົງໂດດເດັ່ນຢູ່ໃນຝູງຊົນ. ບໍ່ຄືກັບຄົນອື່ນ, ເຊິ່ງບໍ່ມີແສງລັດສະໝີ, ແຕ່ພຣະອົງມີແສງລັດສະໝີຢູ່ເໜືອຫົວ. ຂ້ານ້ອຍຮູ້ທັນທີເລີຍວ່າພຣະອົງບໍ່ແມ່ນຄົນທຳມະດາ. ໃຜອີກໃນເຮືອນຂອງພຣະເຈົ້າທີ່ບໍ່ແມ່ນຄົນທຳມະດານອກຈາກພຣະຄຣິສ? ທັນທີທີ່ຂ້ານ້ອຍເຫັນພຣະອົງ, ຂ້ານ້ອຍກໍບອກໄດ້ເລີຍ, ມັນເປັນຄວາມຈິງຢ່າງແນ່ນອນ. ເນື້ອໜັງທີ່ພຣະເຈົ້າບັງເກີດເປັນນັ້ນແຕກຕ່າງຈາກຄົນອື່ນແທ້ໆ”. ນີ້ບໍ່ແມ່ນການເວົ້າທີ່ໄຮ້ສາລະຢ່າງເປີດເຜີຍບໍ? ຮູບໂສມພາຍນອກຂອງເຮົາແມ່ນທຳມະດາສາມັນ. ຖ້າເຮົາບໍ່ເຮັດຫຍັງ ຫຼື ບໍ່ເວົ້າຫຍັງໃນທ່າມກາງຝູງຊົນ, ກໍອາດຈະຍັງບໍ່ມີໃຜຈື່ໄດ້ວ່າເຮົາແມ່ນໃຜ ເຖິງແມ່ນວ່າຈະຜ່ານໄປໜຶ່ງ ຫຼື ສອງປີກໍຕາມ. ໃນກຸ່ມໃດກໍຕາມ, ເຮົາເປັນພຽງສະມາຊິກທຳມະດາຄົນໜຶ່ງ; ບໍ່ມີໃຜສາມາດເຫັນສິ່ງພິເສດກ່ຽວກັບເຮົາໄດ້. ຕອນນີ້, ເຮົາກຳລັງເຮັດວຽກຢູ່ໃນຄຣິສຕະຈັກ ແລະ ຍ້ອນຄຳພະຍານຂອງພຣະເຈົ້າ, ພວກເຈົ້າຈຶ່ງຟັງເມື່ອເຮົາເວົ້າຢູ່ໃນທ່າມກາງພວກເຈົ້າ. ແຕ່ຖ້າບໍ່ມີຄຳພະຍານຂອງພຣະເຈົ້າ, ຈະມີຈັກຄົນທີ່ຟັງເຮົາ ຫຼື ໃສ່ໃຈ? ນັ້ນຍັງເປັນຄຳຖາມ, ເປັນສິ່ງທີ່ບໍ່ມີໃຜຮູ້. ບາງຄົນເວົ້າວ່າ: “ສຳລັບຂ້ານ້ອຍແລ້ວ ພຣະອົງເບິ່ງຄືກັບພຣະເຈົ້າເລີຍ. ຂ້ານ້ອຍຮູ້ສຶກສະເໝີວ່າພຣະອົງບໍ່ຄືໃຜ, ແຕກຕ່າງຈາກຄົນອື່ນ”. ເຮົາແຕກຕ່າງແນວໃດ? ເຮົາມີສາມຫົວ ແລະ ຫົກແຂນບໍ? ເຈົ້າສາມາດບອກຄວາມແຕກຕ່າງໄດ້ແນວໃດ? ພຣະເຈົ້າເຄີຍກ່າວໄວ້ວ່າ: ເຮົາເຈດຕະນາບໍ່ໃຫ້ຜູ້ຄົນຮັບຮູ້ເຖິງຄວາມເປັນພຣະເຈົ້າໃນຕົວເຮົາແມ່ນແຕ່ໜ້ອຍດຽວ. ຖ້າພຣະເຈົ້າບໍ່ໃຫ້ຜູ້ຄົນຮັບຮູ້ຄວາມເປັນພຣະເຈົ້າຂອງພຣະອົງ, ເຈົ້າຈະເຫັນມັນໄດ້ແນວໃດ? ສິ່ງທີ່ຄົນເຫຼົ່ານີ້ເວົ້ານັ້ນບໍ່ມີບັນຫາບໍ? ມັນເປັນພຽງຄຳເວົ້າທີ່ໄຮ້ສາລະຂອງຄົນປະຈົບສໍພໍທີ່ໜ້າລັງກຽດຢ່າງຊັດເຈນ, ເຊິ່ງຄຳເວົ້າຂອງພວກເຂົາບໍ່ມີແກ່ນສານຫຍັງເລີຍ. ຮູບໂສມພາຍນອກຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄືຮູບໂສມຂອງຄົນທຳມະດາ. ສາຍຕາຂອງມະນຸດຈະສາມາດແຍກແຍະຄວາມເປັນພຣະເຈົ້າຂອງພຣະຄຣິສໄດ້ແນວໃດ? ຖ້າພຣະຄຣິສບໍ່ໄດ້ເຮັດວຽກງານ ແລະ ກ່າວພຣະທຳ, ກໍຈະບໍ່ມີໃຜສາມາດຈື່ພຣະອົງໄດ້ ຫຼື ຮູ້ຈັກຕົວຕົນ ແລະ ແກ່ນແທ້ຂອງພຣະອົງ. ນີ້ຄືຂໍ້ເທັດຈິງ. ແລ້ວຄົນທີ່ເວົ້າວ່າ: “ຂ້ານ້ອຍບອກໄດ້ຕັ້ງແຕ່ແວັບທຳອິດເລີຍວ່າ ພຣະອົງຄືເນື້ອໜັງທີ່ພຣະເຈົ້າບັງເກີດເປັນ, ແຕກຕ່າງຈາກຄົນອື່ນ” ຫຼື “ທັນທີທີ່ຂ້ານ້ອຍເຫັນພຣະອົງ, ຂ້ານ້ອຍກໍຮູ້ເລີຍວ່າພຣະອົງສາມາດເຮັດການໃຫຍ່ໄດ້” ເດ? ຄຳເວົ້າເຫຼົ່ານີ້ແມ່ນຫຍັງ? ພວກມັນແມ່ນຄຳເວົ້າທີ່ໄຮ້ສາລະທັງນັ້ນ! ເມື່ອພຣະເຈົ້າຍັງບໍ່ໄດ້ເປັນພະຍານ, ເປັນຫຍັງເຈົ້າຈຶ່ງບໍ່ສາມາດໄຈ້ແຍກໄດ້ ບໍ່ວ່າເຈົ້າຈະເບິ່ງຈັກເທື່ອກໍຕາມ? ຫຼັງຈາກພຣະເຈົ້າເປັນພະຍານ, ເມື່ອເຮົາເລີ່ມເຮັດວຽກງານຂອງເຮົາ, ເຈົ້າເບິ່ງອອກທັນທີຕັ້ງແຕ່ແວັບທຳອິດໄດ້ແນວໃດ? ນີ້ເປັນຄຳເວົ້າທີ່ຫຼອກລວງຢ່າງຊັດເຈນ, ເປັນຄຳເວົ້າທີ່ບ້າໆ.
ບາງຄົນ, ເມື່ອພວກເຂົາພົບ ຫຼື ຕິດຕໍ່ພົວພັນກັບເຮົາ, ກໍຢາກສະແດງຕົນເອງ. ພວກເຂົາຄິດວ່າ: “ມັນບໍ່ແມ່ນເລື່ອງງ່າຍທີ່ຈະໄດ້ພົບພຣະເຈົ້າທີ່ບັງເກີດເປັນມະນຸດ; ນີ້ຄືໂອກາດທີ່ມີພຽງຄັ້ງດຽວໃນຊີວິດ. ຂ້ອຍຕ້ອງສະແດງອອກໃຫ້ດີ, ໂດຍການຖ່າຍທອດຜົນຂອງການເຊື່ອໃນພຣະເຈົ້າຂອງຂ້ອຍໃນຫຼາຍປີມານີ້ ແລະ ຜົນງານທີ່ດີທີ່ຂ້ອຍໄດ້ເຮັດ ນັບຕັ້ງແຕ່ຍອມຮັບພາລະກິດຂັ້ນຕອນປັດຈຸບັນຂອງພຣະເຈົ້າ, ເພື່ອໃຫ້ພຣະເຈົ້າຮັບຮູ້”. ພວກເຂົາໝາຍຄວາມວ່າແນວໃດໂດຍການໃຫ້ເຮົາຮັບຮູ້? ພວກເຂົາຫວັງວ່າຈະມີໂອກາດໄດ້ຮັບການສົ່ງເສີມ. ຖ້າຢູ່ໃນຄຣິສຕະຈັກ, ພວກເຂົາອາດຈະບໍ່ມີໂອກາດທີ່ຈະໂດດເດັ່ນ ຫຼື ໄດ້ຮັບການສົ່ງເສີມເລີຍຕະຫຼອດຊີວິດ; ບໍ່ມີໃຜຈະເລືອກຕັ້ງພວກເຂົາ. ພວກເຂົາຄິດວ່າໂອກາດມາເຖິງແລ້ວ, ດັ່ງນັ້ນ ພວກເຂົາຈຶ່ງໄຕ່ຕອງວ່າຈະເວົ້າແນວໃດເພື່ອບໍ່ໃຫ້ເປີດເຜີຍບັນຫາໃດໆ ແລະ ບໍ່ສະແດງໃຫ້ເຫັນວ່າພວກເຂົາກຳລັງພະຍາຍາມສະແດງຕົນເອງແນວໃດ. ພວກເຂົາຕ້ອງມີໄຫວພິບ ແລະ ມີທັກສະຫຼາຍຂຶ້ນ, ໂດຍໃຊ້ແຜນການຮ້າຍ ແລະ ກົນອຸບາຍບາງຢ່າງ, ຫັນໄປເພິ່ງລູກໄມ້ເລັກໆນ້ອຍໆ. ພວກເຂົາເວົ້າວ່າ: “ພຣະເຈົ້າ, ພວກຂ້ານ້ອຍໄດ້ຮັບຜົນປະໂຫຍດຫຼາຍຢ່າງແນ່ນອນ ຈາກການເຊື່ອໃນພຣະອົງຕະຫຼອດຫຼາຍປີມານີ້! ຄອບຄົວທັງໝົດຂອງພວກຂ້ານ້ອຍເຊື່ອ, ທຸກຄົນໄດ້ປະຖິ້ມທຸກຢ່າງເພື່ອເສຍສະລະຕົນເອງເພື່ອພຣະເຈົ້າ. ແຕ່ນັ້ນບໍ່ແມ່ນສິ່ງສຳຄັນທີ່ສຸດ. ສິ່ງສຳຄັນທີ່ສຸດກໍຄື ພຣະທຳຂອງພຣະອົງຍິ່ງໃຫຍ່ຫຼາຍ ແລະ ພຣະອົງໄດ້ເຮັດວຽກງານຫຼາຍຢ່າງ. ພວກຂ້ານ້ອຍທຸກຄົນເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຕົນ ແລະ ເສຍສະລະຕົນເອງເພື່ອພຣະເຈົ້າ”. ເຊິ່ງເຮົາເວົ້າວ່າ: “ແຕ່ມັນບໍ່ມີຜົນປະໂຫຍດຫຍັງແທ້ໆໃນສິ່ງນີ້”. “ມີ, ພຣະຄຸນທີ່ພຣະເຈົ້າປະທານໃຫ້ນັ້ນມີຢ່າງຫຼວງຫຼາຍ. ໃນພຣະທຳຂອງພຣະເຈົ້າ, ພວກຂ້ານ້ອຍໄດ້ຮັບແສງສະຫວ່າງໃໝ່, ການຢັ່ງຮູ້ ແລະ ຄວາມເຂົ້າໃຈຫຼາຍຢ່າງ. ອ້າຍເອື້ອຍນ້ອງທັງຫຼາຍລ້ວນແລ້ວແຕ່ມີພະລັງຫຼາຍ, ທຸກຄົນເຕັມໃຈທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າ”. “ມີໃຜທີ່ອ່ອນແອ ແລະ ຄິດລົບບໍ? ມີໃຜທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນບໍ?” “ບໍ່, ຊີວິດຄຣິສຕະຈັກຂອງພວກຂ້ານ້ອຍດີຫຼາຍ. ອ້າຍເອື້ອຍນ້ອງທັງຫຼາຍລ້ວນແລ້ວແຕ່ໄລ່ຕາມການຮັກພຣະເຈົ້າ, ປະຖິ້ມທຸກຢ່າງເພື່ອເທດສະໜາພຣະກິດຕິຄຸນ. ທຸກສິ່ງທີ່ພຣະເຈົ້າກ່າວນັ້ນດີໝົດ. ພວກຂ້ານ້ອຍທຸກຄົນມີແຮງຈູງໃຈ ແລະ ບໍ່ສາມາດເຊື່ອແບບເມື່ອກ່ອນໄດ້ອີກຕໍ່ໄປ, ທີ່ຊອກຫາພຣະຄຸນ ແລະ ຊອກກິນຈົນອິ່ມ. ພວກຂ້ານ້ອຍຕ້ອງປະຖິ້ມທຸກຢ່າງເພື່ອພຣະເຈົ້າ, ຖວາຍຕົນເອງແດ່ພຣະເຈົ້າ ແລະ ເສຍສະລະຕົນເອງເພື່ອພຣະເຈົ້າ”. “ແລ້ວໃນໄລຍະສອງສາມປີຜ່ານມານີ້, ພວກເຈົ້າໄດ້ຮັບຄວາມເຂົ້າໃຈໃດໆກ່ຽວກັບພຣະທຳຂອງພຣະເຈົ້າບໍ?” “ໄດ້ຮັບ, ພວກຂ້ານ້ອຍໄດ້ຮັບ.ພຣະເຈົ້າ, ພຣະທຳຂອງພຣະອົງຍິ່ງໃຫຍ່ຫຼາຍ, ແຕ່ລະປະໂຫຍກກະທົບໃສ່ບັນຫາສຳຄັນຂອງພວກຂ້ານ້ອຍຢ່າງຖືກຕ້ອງ, ເປີດໂປງທຳມະຊາດ-ແກ່ນແທ້ຂອງພວກຂ້ານ້ອຍ! ພວກຂ້ານ້ອຍໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ໃນການຮູ້ຈັກຕົນເອງ ແລະ ໃນພຣະທຳຂອງພຣະອົງ. ພຣະເຈົ້າ, ພຣະອົງຄືຜູ້ມີພຣະຄຸນຊ່ວຍຊີວິດສຳລັບໝົດຄອບຄົວຂອງພວກຂ້ານ້ອຍ, ສຳລັບທົ່ວຄຣິສຕະຈັກຂອງພວກຂ້ານ້ອຍ. ຖ້າບໍ່ມີພຣະອົງ, ພວກຂ້ານ້ອຍຄົງຈະຕາຍຢູ່ໃສແລ້ວກໍບໍ່ຮູ້ຕັ້ງແຕ່ດົນນານມາແລ້ວ. ຖ້າບໍ່ມີພຣະອົງ, ພວກຂ້ານ້ອຍກໍຄົງບໍ່ຮູ້ວ່າຈະໄປຕໍ່ແນວໃດ. ທຸກຄົນໃນຄຣິສຕະຈັກຂອງພວກຂ້ານ້ອຍປາຖະໜາທີ່ຈະເຫັນພຣະອົງ, ອະທິຖານທຸກມື້ເພື່ອໃຫ້ໄດ້ພົບພຣະອົງໃນຄວາມຝັນ, ຫວັງວ່າຈະໄດ້ຢູ່ກັບພຣະອົງທຸກມື້!” ໃນຄຳເວົ້າຂອງພວກເຂົາ, ມີຄຳເວົ້າທີ່ມາຈາກໃຈ ຫຼື ທີ່ແທ້ຈິງໂດຍແກ່ນແທ້ຖືກກ່າວອອກມາບໍ? (ບໍ່.) ແລ້ວຄຳເວົ້າເຫຼົ່ານີ້ແມ່ນຫຍັງ? ພວກມັນເປັນຄຳເວົ້າທີ່ໜ້າຊື່ໃຈຄົດ, ວ່າງເປົ່າ ແລະ ໄຮ້ປະໂຫຍດ. ເມື່ອເຮົາຂໍໃຫ້ພວກເຂົາເວົ້າກ່ຽວກັບການຮູ້ຈັກຕົນເອງ, ພວກເຂົາເວົ້າວ່າ: “ນັບຕັ້ງແຕ່ຍອມຮັບວຽກງານຂອງພຣະເຈົ້າ, ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍເປັນມານຮ້າຍ ແລະ ຊາຕານ, ຂາດຄວາມເປັນມະນຸດ”. “ເຈົ້າຂາດຄວາມເປັນມະນຸດແນວໃດ?” “ຂ້ານ້ອຍກະທຳໂດຍບໍ່ມີຫຼັກການ”. “ໃນການກະທຳໃດທີ່ເຈົ້າຂາດຫຼັກການ?” “ຂ້ານ້ອຍບໍ່ສາມາດຮ່ວມມືຢ່າງກົມກຽວກັບຄົນອື່ນ, ການຕິດຕໍ່ພົວພັນຂອງຂ້ານ້ອຍກັບຄົນອື່ນຂາດຫຼັກການ, ການພົວພັນຂອງຂ້ານ້ອຍກັບຜູ້ຄົນຂາດຫຼັກການ. ຂ້ານ້ອຍເປັນມານຮ້າຍ ແລະ ຊາຕານ, ຂ້ານ້ອຍສືບເຊື້ອສາຍມາຈາກຊາຕານ, ຂ້ານ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ຂ້ານ້ອຍຕໍ່ຕ້ານພຣະເຈົ້າໃນທຸກດ້ານ, ຕໍ່ຕ້ານ ແລະ ປະເຊີນໜ້າກັບພຣະເຈົ້າຢູ່ສະເໝີ”. ຄຳເວົ້າເຫຼົ່ານີ້ຟັງເບິ່ງມ່ວນຫູຢູ່ພາຍນອກ. ເມື່ອເຮົາຖາມພວກເຂົາວ່າ: “ຄົນນັ້ນໃນຄຣິສຕະຈັກຂອງພວກເຈົ້າເປັນແນວໃດແລ້ວໃນຕອນນີ້?” ພວກເຂົາເວົ້າວ່າ: “ຕອນນີ້, ລາວສະບາຍດີ. ລາວຖືກໄລ່ອອກຈາກການເປັນຜູ້ນໍາຄຣິສຕະຈັກມາກ່ອນ, ແຕ່ຕໍ່ມາໄດ້ກັບໃຈ ແລະ ອ້າຍເອື້ອຍນ້ອງທັງຫຼາຍກໍໄດ້ເລືອກຕັ້ງລາວອີກຄັ້ງ”. “ຄົນນັ້ນແມ່ນຜູ້ທີ່ໄລ່ຕາມຄວາມຈິງບໍ?” “ຖ້າພຣະເຈົ້າກ່າວວ່າລາວໄລ່ຕາມຄວາມຈິງ, ລາວກໍໄລ່ຕາມ; ຖ້າພຣະເຈົ້າກ່າວວ່າລາວບໍ່ໄລ່ຕາມ, ລາວກໍບໍ່ໄລ່ຕາມ”. “ຄົນນີ້ເບິ່ງຄືວ່າມີຄວາມກະຕືລືລົ້ນ, ແຕ່ຄວາມສາມາດຂອງລາວຂ້ອນຂ້າງຕ່ຳ, ແມ່ນບໍ?” “ຕ່ຳບໍ? ແມ່ນ, ຕ່ຳໜ້ອຍໜຶ່ງ. ຖ້າບໍ່ດັ່ງນັ້ນ, ເປັນຫຍັງອ້າຍເອື້ອຍນ້ອງທັງຫຼາຍຈຶ່ງໄລ່ລາວອອກໃນຄັ້ງກ່ອນ?” “ຖ້າຄວາມສາມາດຂອງລາວຕ່ຳ, ລາວສາມາດເຮັດວຽກງານຕົວຈິງໄດ້ບໍ? ລາວສາມາດປະຕິບັດພັນທະຂອງການເປັນຜູ້ນໍາຄຣິສຕະຈັກໄດ້ບໍ?” ເມື່ອໄດ້ຍິນຄຳເວົ້າຂອງເຮົາ, ພວກເຂົາຕີຄວາມໝາຍວ່າຄຳເວົ້າເຫຼົ່ານັ້ນເປັນການແນະນໍາວ່າ ຄົນທີ່ມີຄວາມສາມາດຕ່ຳບໍ່ສາມາດປະຕິບັດພັນທະໄດ້ ແລະ ເວົ້າວ່າ: “ຄັນຊັ້ນ ລາວກໍບໍ່ສາມາດປະຕິບັດພັນທະໄດ້. ອ້າຍເອື້ອຍນ້ອງທັງຫຼາຍໄດ້ເລືອກລາວໃນຖານະເປັນຄົນທີ່ດີທີ່ສຸດໃນບັນດາຄົນທີ່ບໍ່ໄດ້ເລື່ອງ; ບໍ່ມີໃຜດີກວ່ານັ້ນ, ດັ່ງນັ້ນ ພວກເຂົາຈຶ່ງເລືອກລາວ. ອ້າຍເອື້ອຍນ້ອງທຸກຄົນເວົ້າວ່າຄວາມສາມາດຂອງລາວຢູ່ໃນລະດັບປານກາງ, ແຕ່ລາວຍັງສາມາດນໍາພາພວກຂ້ານ້ອຍໄດ້. ຖ້າຄວາມສາມາດຂອງລາວຕ່ຳ, ຂ້ານ້ອຍຄິດວ່າອ້າຍເອື້ອຍນ້ອງທັງຫຼາຍອາດຈະບໍ່ເລືອກລາວໃນຄັ້ງຕໍ່ໄປ. ພຣະເຈົ້າ, ຂ້ານ້ອຍຄວນເຮັດວຽກເພື່ອໂນ້ມນ້າວອ້າຍເອື້ອຍນ້ອງບໍ?” “ເລື່ອງນີ້ຂຶ້ນຢູ່ກັບສະຖານະຂອງອ້າຍເອື້ອຍນ້ອງໃນຄຣິສຕະຈັກຂອງພວກເຈົ້າ. ພວກເຂົາເລືອກຄົນທີ່ພວກເຂົາຄິດວ່າດີໂດຍອີງໃສ່ຫຼັກການ (ຂະບວນການນີ້ຖືກຕ້ອງ, ແຕ່ບາງຄົນກໍໂງ່ຈ້າ ແລະ ບໍ່ສາມາດເບິ່ງທະລຸຜູ້ຄົນ ຫຼື ເລື່ອງຕ່າງໆໄດ້ ແລະ ບາງຄັ້ງພວກເຂົາກໍເລືອກຄົນຜິດ)”. ການທີ່ເຮົາເວົ້າແບບນີ້ໝາຍຄວາມວ່າແນວໃດ? ເຮົາພຽງແຕ່ເວົ້າຄວາມຈິງ, ບໍ່ໄດ້ມີເຈດຕະນາທີ່ຈະໄລ່ຄົນນີ້ອອກ. ແຕ່ຜູ້ຕໍ່ຕ້ານພຣະຄຣິສເຂົ້າໃຈເລື່ອງນີ້ແນວໃດຫຼັງຈາກທີ່ໄດ້ຍິນ? ພວກເຂົາບໍ່ໄດ້ເວົ້າອອກມາ, ແຕ່ໄຕ່ຕອງຢູ່ໃນໃຈວ່າ: “ນີ້ເປັນສັນຍານຈາກພຣະເຈົ້າທີ່ຈະໄລ່ຄົນນີ້ອອກບໍ? ຄັນຊັ້ນ, ຂ້ານ້ອຍຄວນຢັ່ງເບິ່ງຕື່ມອີກວ່າພຣະເຈົ້າໝາຍຄວາມວ່າແນວໃດແທ້. ຖ້າຄົນນີ້ຖືກໄລ່ອອກ, ໃຜຈະສາມາດນໍາພາຄຣິສຕະຈັກໄດ້, ໃຜຈະສາມາດເຮັດວຽກງານນີ້ໄດ້?” ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ເຫັນພຣະເຈົ້າຢູ່ໃນສາຍຕາ, ພຣະອົງບໍ່ມີບ່ອນຢູ່ໃນໃຈຂອງພວກເຂົາ. ເມື່ອພວກເຂົາພົບກັບພຣະຄຣິສ, ພວກເຂົາປະຕິບັດຕໍ່ພຣະອົງບໍ່ຕ່າງຫຍັງກັບຄົນທຳມະດາ, ສັງເກດເບິ່ງສີໜ້າ ແລະ ນ້ຳສຽງຂອງພຣະອົງຢູ່ສະເໝີ, ປັບຄຳເວົ້າໃຫ້ເຂົ້າກັບສະຖານະການ, ບໍ່ເຄີຍເວົ້າຄວາມຈິງ, ບໍ່ເຄີຍເວົ້າສິ່ງໃດທີ່ຈິງໃຈ, ເວົ້າພຽງແຕ່ຄຳເວົ້າທີ່ວ່າງເປົ່າ ແລະ ຫຼັກຄຳສອນ, ພະຍາຍາມຫຼອກລວງ ແລະ ປິດບັງພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງທີ່ຢືນຢູ່ຕໍ່ໜ້າພວກເຂົາ. ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າເລີຍ. ພວກເຂົາບໍ່ສາມາດແມ່ນແຕ່ຈະເວົ້າຄວາມໃນໃຈກັບພຣະເຈົ້າ, ບໍ່ສາມາດເວົ້າຄຳເວົ້າທີ່ແທ້ຈິງໄດ້ເລີຍ. ວິທີການເວົ້າຂອງພວກເຂົາປຽບເໝືອນງູເລືອ, ເສັ້ນທາງນັ້ນຄົດລ້ຽວ ແລະ ບໍ່ຊື່. ຮູບແບບ ແລະ ທິດທາງຂອງຄຳເວົ້າຂອງພວກເຂົາແມ່ນປຽບເໝືອນເຄືອໝາກແຕງທີ່ເລືອຂຶ້ນຕາມໄມ້ຄ້ຳ. ຕົວຢ່າງ: ເມື່ອເຈົ້າເວົ້າວ່າຄົນໃດໜຶ່ງມີຄວາມສາມາດທີ່ດີ ແລະ ສາມາດຖືກສົ່ງເສີມໄດ້, ພວກເຂົາກໍຮີບເວົ້າທັນທີວ່າຄົນນັ້ນດີສໍ່າໃດ ແລະ ມີການສະແດງອອກ ແລະ ການເປີດເຜີຍຫຍັງແດ່ໃນຕົວຄົນນັ້ນ, ແລະ ຖ້າເຈົ້າເວົ້າວ່າຄົນໃດໜຶ່ງບໍ່ດີ, ພວກເຂົາກໍຮີບເວົ້າວ່າຄົນນັ້ນບໍ່ດີ ແລະ ຊົ່ວຮ້າຍສໍ່າໃດ, ກ່ຽວກັບວ່າຄົນນັ້ນກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນຄຣິສຕະຈັກແນວໃດ. ເມື່ອເຈົ້າຖາມເຖິງສະຖານະການຕົວຈິງບາງຢ່າງ, ພວກເຂົາກໍບໍ່ມີຫຍັງຈະເວົ້າ; ພວກເຂົາເວົ້າອຶກໆອັກໆ, ລໍຖ້າໃຫ້ເຈົ້າສະຫຼຸບ, ຟັງຄວາມໝາຍໃນຄຳເວົ້າຂອງເຈົ້າ, ເພື່ອທີ່ຈະເວົ້າໃຫ້ສອດຄ່ອງກັບຄວາມຄິດຂອງເຈົ້າ. ທຸກສິ່ງທີ່ພວກເຂົາເວົ້າລ້ວນແຕ່ເປັນຄຳເວົ້າທີ່ຟັງມ່ວນຫູ, ການປະຈົບປະແຈງ ແລະ ການເວົ້າຄ້ອຍຕາມ, ບໍ່ມີຄຳເວົ້າທີ່ຈິງໃຈຈັກຄຳອອກມາຈາກປາກຂອງພວກເຂົາເລີຍ. ນີ້ຄືວິທີທີ່ພວກເຂົາຕິດຕໍ່ພົວພັນກັບຜູ້ຄົນ ແລະ ວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ, ພວກເຂົາມີເລ່ຫຼ່ຽມແບບນັ້ນແຫຼະ. ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.
ບາງຄົນຕິດຕໍ່ພົວພັນກັບເຮົາ ໂດຍທີ່ບໍ່ຮູ້ວ່າເຮົາມັກຟັງຄຳເວົ້າແບບໃດ ຫຼື ເລື່ອງຫຍັງ; ແຕ່ເຖິງແມ່ນວ່າຈະບໍ່ຮູ້, ພວກເຂົາກໍມີວິທີ. ພວກເຂົາເລືອກເອົາບາງຫົວຂໍ້ມາໂອ້ລົມກັບເຮົາ ໂດຍຄິດວ່າ: “ຫົວຂໍ້ເຫຼົ່ານີ້ອາດຈະເປັນສິ່ງທີ່ພຣະອົງສົນໃຈ, ອາດຈະເປັນສິ່ງທີ່ພຣະອົງຢາກຮູ້ ຫຼື ຢາກຟັງ ແຕ່ເກງໃຈທີ່ຈະຖາມ, ດັ່ງນັ້ນ ຂ້ານ້ອຍຈະເປັນຝ່າຍບອກພຣະອົງເອງ”. ເມື່ອພວກເຮົາພົບກັນ, ພວກເຂົາເວົ້າວ່າ: “ຫວ່າງມໍ່ໆມານີ້, ມີຝົນຕົກໜັກໃນເຂດຂອງພວກຂ້ານ້ອຍ, ເຮັດໃຫ້ນ້ຳຖ້ວມທົ່ວເມືອງ. ຕອນນີ້ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມກໍເສື່ອມຖອຍລົງເຊັ່ນກັນ, ມີໂຈນຫຼາຍ. ເວລາອອກໄປຂ້າງນອກກໍມີຄວາມສ່ຽງທີ່ຈະຖືກລັກ ຫຼື ຖືກປຸ້ນ. ໄດ້ຍິນວ່າໃນບາງບ່ອນ, ເດັກນ້ອຍຈໍານວນຫຼາຍຖືກລັກພາຕົວໄປ ແລະ ຜູ້ຄົນກໍຕົກຢູ່ໃນສະພາວະທີ່ຕື່ນຕົກໃຈ. ຄົນທີ່ບໍ່ເຊື່ອເວົ້າວ່າ ສັງຄົມນີ້ວຸ້ນວາຍເກີນໄປແລ້ວ, ຜິດປົກກະຕິໄປໝົດ. ຄົນໃນສາສະໜາກໍຍັງຖືພຣະຄຳພີ ແລະ ເທດສະໜາພຣະກິດຕິຄຸນຢູ່, ໂດຍເວົ້າວ່າ ຍຸກສຸດທ້າຍມາເຖິງແລ້ວ, ພຣະເຈົ້າກຳລັງຈະສະເດັດລົງມາ ແລະ ຄວາມຫາຍະນະໃຫຍ່ກຳລັງເກີດຂຶ້ນກັບພວກເຮົາ”. ແລ້ວມີບາງຄົນ, ເມື່ອພົບເຮົາ ກໍເວົ້າທັນທີວ່າ: “ສອງສາມມື້ກ່ອນ, ມີດວງເດືອນສາມດວງປາກົດຂຶ້ນເທິງທ້ອງຟ້າຢູ່ບ່ອນໜຶ່ງ ແລະ ຫຼາຍຄົນກໍຖ່າຍຮູບໄວ້. ນັກພະຍາກອນພື້ນບ້ານບາງຄົນເວົ້າວ່າ ນິມິດທີ່ຍິ່ງໃຫຍ່ກຳລັງຈະປາກົດຂຶ້ນເທິງທ້ອງຟ້າ, ພຣະຜູ້ເປັນເຈົ້າທີ່ແທ້ຈິງໄດ້ປາກົດຕົວແລ້ວ”. ພວກເຂົາເວົ້າສິ່ງດັ່ງກ່າວນີ້, ພວກເຂົາສົນໃຈເປັນພິເສດ ແລະ ເກັບກຳຂໍ້ມູນກ່ຽວກັບການເກີດຂຶ້ນຂອງຄວາມວຸ້ນວາຍໃນສັງຄົມ, ໄພພິບັດ ແລະ ເຫດການຜິດປົກກະຕິຕ່າງໆ ແລະ ປະກົດການທາງດາລາສາດ. ເມື່ອພວກເຂົາພົບເຮົາ, ພວກເຂົາໃຊ້ສິ່ງນີ້ເປັນຫົວຂໍ້ໃນການສົນທະນາ ເພື່ອສ້າງຄວາມສຳພັນທີ່ໃກ້ຊິດກັບເຮົາ. ບາງຄົນເຊື່ອວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດເປັນຄົນທຳມະດາ. ຄວາມແຕກຕ່າງລະຫວ່າງພຣະອົງກັບຄົນອື່ນແມ່ນຢູ່ບ່ອນທີ່ວ່າ ພຣະອົງເຮັດວຽກງານຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າ. ດັ່ງນັ້ນ, ໃນຂະນະທີ່ຄົນສ່ວນໃຫຍ່ຫວັງໃຫ້ໂລກມີສັນຕິພາບ, ໃຫ້ມະນຸດອາໄສຢູ່ຮ່ວມກັນຢ່າງປອງດອງ ແລະ ມີຄວາມສຸກ, ແຕ່ພຣະຄຣິສໃນເນື້ອໜັງແມ່ນບໍ່ຄືກັບຄົນປົກກະຕິ. ພຣະອົງຫວັງໃຫ້ເກີດຄວາມວຸ້ນວາຍໃຫຍ່ໃນໂລກ, ໃຫ້ເກີດມີນິມິດ ແລະ ຄວາມຫາຍະນະໃຫຍ່, ໃຫ້ວຽກງານທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳເລັດໂດຍໄວ ແລະ ໃຫ້ວຽກງານຄຸ້ມຄອງຂອງພຣະເຈົ້າສິ້ນສຸດໂດຍໄວ, ເພື່ອເຮັດໃຫ້ພຣະທຳທີ່ພຣະອົງກ່າວນັ້ນສຳເລັດເປັນຈິງ. ສິ່ງເຫຼົ່ານີ້ແມ່ນຫົວຂໍ້ທີ່ພຣະອົງໃສ່ໃຈ ແລະ ສົນໃຈ. ດັ່ງນັ້ນ, ເມື່ອພົບພຣະອົງ, ຂ້ານ້ອຍຈະເວົ້າກ່ຽວກັບສິ່ງເຫຼົ່ານີ້ ແລະ ພຣະອົງຈະພໍໃຈເປັນພິເສດ. ດ້ວຍຄວາມພໍໃຈນີ້, ບາງທີຂ້ານ້ອຍອາດຈະໄດ້ຮັບການສົ່ງເສີມ ແລະ ອາດຈະມີໂອກາດໄດ້ໃຊ້ເວລາຢູ່ຂ້າງກາຍພຣະອົງຫຼາຍຂຶ້ນ”. ມີຄົນແບບນີ້ບໍ? ເຮົາເຄີຍພົບເດັກຍິງຄົນໜຶ່ງທີ່ປາກຫວານ, ລາວເວົ້າເກັ່ງ, ຫົວໄວ ແລະ ຮູ້ຢ່າງແນ່ນອນວ່າຄວນເວົ້າຫຍັງກັບໃຜ, ເກັ່ງໃນການປັບຕົວຕາມສະຖານະການ ແລະ ເຂົ້າກັບທຸກຄົນໄດ້, ໂດຍສະເພາະແມ່ນຊ່ຽວຊານໃນການຕິດຕໍ່ພົວພັນກັບຜູ້ທີ່ມີອຳນາດ ແລະ ມີສະຖານະ. ເມື່ອລາວຕິດຕໍ່ພົວພັນກັບເຮົາ, ທັນທີທີ່ພົບກັນ ລາວກໍຈະເວົ້າວ່າ: “ຢູ່ບ່ອນນັ້ນບ່ອນນີ້, ພວກນັກເລງກຳລັງອາລະວາດ; ແມ່ນແຕ່ຕຳຫຼວດທ້ອງຖິ່ນກໍຍັງມີສະມາຊິກແກ້ງນັກເລງ. ມີຫົວໜ້າແກ້ງນັກເລງຄົນໜຶ່ງທີ່ເຮັດເລື່ອງຊົ່ວຮ້າຍຫຼາຍຢ່າງໃນທ້ອງຖິ່ນ. ມື້ໜຶ່ງ, ລາວໄດ້ພົບກັບເຈົ້າໜ້າທີ່ລະດັບສູງ, ເຊິ່ງເປັນຫົວໜ້າຜີຮ້າຍ, ຢູ່ເທິງຖະໜົນ. ລົດຂອງລາວແຊງລົດຂອງຫົວໜ້າຜີຮ້າຍ ແລະ ຫົວໜ້າຜີຮ້າຍກໍເວົ້າກັບຜູ້ປົກປ້ອງຂອງລາວວ່າ: ‘ນັ້ນແມ່ນລົດຂອງໃຜ? ຂ້ອຍບໍ່ຢາກເຫັນມັນອີກ!’ ມື້ຕໍ່ມາ, ລາວກໍຖືກເກັບ”. ມີເລື່ອງແບບນີ້ໃນສັງຄົມບໍ? (ມີ.) ເລື່ອງແບບນີ້ກໍມີຢູ່, ແຕ່ມັນມີປະໂຫຍດບໍທີ່ຈະນໍາມາເປັນຫົວຂໍ້ສົນທະນາຫຼັກໃນທັນທີທີ່ພົບເຮົາ? ສິ່ງເຫຼົ່ານີ້ບໍ່ແມ່ນຫົວຂໍ້ທີ່ເຮົາໃສ່ໃຈ ຫຼື ຢາກຟັງ, ແຕ່ລາວບໍ່ຮູ້ເລື່ອງນັ້ນ. ລາວຄິດວ່າເຮົາມັກຟັງເລື່ອງລາວທີ່ໜ້າຕື່ນເຕັ້ນເຫຼົ່ານີ້. ບອກເຮົາມາເບິ່ງ, ໄພພິບັດ, ນິມິດ, ໄພທຳມະຊາດ ແລະ ໄພພິບັດທີ່ມະນຸດສ້າງຂຶ້ນ ແມ່ນຫົວຂໍ້ທີ່ເຮົາໃສ່ໃຈ, ແມ່ນຫົວຂໍ້ທີ່ເຮົາຢາກຟັງບໍ? (ບໍ່.) ມັນບໍ່ເປັນຫຍັງທີ່ຈະຟັງສິ່ງເຫຼົ່ານີ້ເພື່ອຂ້າເວລາ, ແຕ່ຖ້າເຈົ້າຄິດວ່າເຮົາມັກຟັງພວກມັນແທ້ໆ, ເຈົ້າກໍຄິດຜິດແລ້ວ. ເຮົາບໍ່ສົນໃຈສິ່ງເຫຼົ່ານີ້, ເຮົາບໍ່ສົນທີ່ຈະຟັງກ່ຽວກັບພວກມັນ. ບາງຄົນຖາມວ່າ: “ເຈົ້າຟັງບໍ ເມື່ອມີຄົນເວົ້າກ່ຽວກັບສິ່ງເຫຼົ່ານີ້?” ເຮົາບໍ່ໄດ້ຄັດຄ້ານທີ່ຈະຟັງ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າເຮົາມັກຟັງ, ທັງບໍ່ໄດ້ໝາຍຄວາມວ່າເຮົາຢາກເກັບກຳຂໍ້ມູນເຫຼົ່ານີ້ ຫຼື ເລື່ອງລາວເຫຼົ່ານີ້. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ໃນສ່ວນເລິກຂອງຫົວໃຈຂອງເຮົາ, ເຮົາບໍ່ມີຄວາມຢາກຮູ້ຢາກເຫັນກ່ຽວກັບເລື່ອງເຫຼົ່ານີ້, ບໍ່ມີຄວາມສົນໃຈເລີຍ. ຄົນບາງຄົນເຖິງກັບຄິດວ່າ: “ໃນໃຈຂອງພຣະອົງ, ພຣະອົງກຽດຊັງມັງກອນແດງທີ່ຍິ່ງໃຫຍ່ເປັນພິເສດບໍ່ແມ່ນບໍ? ຖ້າພຣະອົງກຽດຊັງມັງກອນແດງທີ່ຍິ່ງໃຫຍ່, ຂ້ອຍຈະເລົ່າເລື່ອງການລົງໂທດທີ່ເກີດຂຶ້ນກັບມັງກອນແດງທີ່ຍິ່ງໃຫຍ່ໃຫ້ພຣະອົງຟັງ: ມີການຂ້າຟັນລັນແທງກັນເອງໃນທ່າມກາງເຈົ້າໜ້າທີ່ລະດັບສູງພາຍໃນມັງກອນແດງທີ່ຍິ່ງໃຫຍ່, ຫຼາຍພັກຫຼາຍພວກຕໍ່ສູ້ກັນ, ເກືອບຂ້າຫົວໜ້າຜີຮ້າຍຄົນໜຶ່ງຕາຍ. ຫົວໜ້າຜີຮ້າຍເຫຼົ່ານີ້ລອດຊີວິດຈາກການລອບສັງຫານມາຫຼາຍຄັ້ງແລ້ວ, ມັນອັນຕະລາຍແທ້ໆ! ພຣະອົງຈະດີໃຈບໍ່ທີ່ໄດ້ຍິນເລື່ອງນີ້?” ພວກເຈົ້າທຸກຄົນຈະດີໃຈບໍ່ທີ່ໄດ້ຍິນເລື່ອງດັ່ງກ່າວ? ຖ້າພວກເຈົ້າດີໃຈ ກໍດີໃຈໂລດ, ຖ້າພວກເຈົ້າບໍ່ມັກຟັງ ກໍບໍ່ຕ້ອງຟັງ, ມັນບໍ່ກ່ຽວຂ້ອງຫຍັງກັບເຮົາ. ສະຫຼຸບແລ້ວ, ກ່ຽວກັບເລື່ອງເຫຼົ່ານີ້, ບໍ່ວ່າຈະເປັນພະຍາດລະບາດໃນປະເທດໃດໜຶ່ງ, ພະຍາດລະບາດນັ້ນມາໄດ້ແນວໃດ, ມີຄົນຕາຍຈັກຄົນ, ປະເທດໃດພົບກັບໄພພິບັດໃຫຍ່, ສະພາບລັດຖະບານຂອງປະເທດໃດໜຶ່ງ, ການຕໍ່ສູ້ພາຍໃນຂອງຊົນຊັ້ນສູງໃນປະເທດໃດໜຶ່ງໂຫດຮ້າຍສໍ່າໃດ ຫຼື ຄວາມວຸ້ນວາຍໃນສັງຄົມ, ເຮົາອາດຈະຟັງຖ້າບັງເອີນໄດ້ຍິນກ່ຽວກັບເລື່ອງເຫຼົ່ານັ້ນ, ແຕ່ເຮົາຈະບໍ່ລົງແຮງເພື່ອຊອກຫາລາຍລະອຽດສະເພາະກ່ຽວກັບເຫດການເຫຼົ່ານີ້, ຟັງຂ່າວ, ອ່ານໜັງສືພິມ ຫຼື ຄົ້ນຫາເນື້ອຫາທີ່ກ່ຽວຂ້ອງກັບເຫດການເຫຼົ່ານີ້ທາງອິນເຕີເນັດ ພຽງຍ້ອນວ່າເຮົາບໍ່ຮູ້ກ່ຽວກັບພວກມັນ. ເຮົາຈະບໍ່ເຮັດຢ່າງເດັດຂາດ ແລະ ເຮົາບໍ່ເຄີຍເຮັດສິ່ງດັ່ງກ່າວ. ເຮົາບໍ່ສົນໃຈເລື່ອງເຫຼົ່ານີ້. ບາງຄົນເວົ້າວ່າ: “ທັງໝົດນີ້ຢູ່ພາຍໃຕ້ການຄວບຄຸມຂອງພຣະອົງ, ລ້ວນແລ້ວແຕ່ເປັນສິ່ງທີ່ພຣະອົງເຮັດ, ນັ້ນຄືເຫດຜົນທີ່ພຣະອົງບໍ່ສົນໃຈ”. ຄຳເວົ້ານີ້ຖືກຕ້ອງບໍ? ມັນຖືກຕ້ອງໃນທາງຫຼັກຄຳສອນ, ແຕ່ໂດຍແກ່ນແທ້ແລ້ວ, ມັນບໍ່ແມ່ນແນວນັ້ນ. ພຣະເຈົ້າມີອໍານາດສູງສຸດເໜືອຊະຕາກໍາຂອງມະນຸດ, ທຸກເຊື້ອຊາດ, ທຸກກຸ່ມຄົນ ແລະ ທຸກຍຸກ. ມັນເປັນເລື່ອງປົກກະຕິຫຼາຍທີ່ຈະມີໄພພິບັດ ແລະ ເຫດການຜິດປົກກະຕິເກີດຂຶ້ນໃນແຕ່ລະຍຸກ, ທັງໝົດນີ້ຢູ່ໃນພຣະຫັດຂອງພຣະເຈົ້າ. ບໍ່ວ່າຈະເປັນຍຸກໃດກໍຕາມ, ບໍ່ວ່າຈະມີເຫດການໃຫຍ່ ຫຼື ນ້ອຍເກີດຂຶ້ນ, ເມື່ອເຖິງເວລາທີ່ຍຸກຕ້ອງປ່ຽນແປງ, ເຖິງແມ່ນວ່າຈະບໍ່ມີການປ່ຽນແປງຂອງຫຍ້າ ຫຼື ຕົ້ນໄມ້ແມ່ນແຕ່ຕົ້ນດຽວ, ຍຸກນັ້ນກໍຕ້ອງຜ່ານໄປ. ນີ້ເປັນເລື່ອງຂອງອຳນາດສູງສຸດຂອງພຣະເຈົ້າ. ຖ້າຍຸກໃດໜຶ່ງບໍ່ເຖິງກຳນົດທີ່ຈະສິ້ນສຸດລົງ, ເຖິງແມ່ນວ່າຈະມີການປ່ຽນແປງໃຫຍ່ໃນປະກົດການເທິງທ້ອງຟ້າ ຫຼື ໃນທຸກຊັບພະສິ່ງເທິງແຜ່ນດິນໂລກ, ມັນກໍບໍ່ຄວນສິ້ນສຸດລົງ. ທັງໝົດນີ້ແມ່ນວຽກງານຂອງພຣະເຈົ້າ, ເກີນກວ່າທີ່ມະນຸດຈະແຊກແຊງ ຫຼື ຊ່ວຍເຫຼືອໄດ້. ສິ່ງທີ່ຜູ້ຄົນຄວນເຮັດທີ່ສຸດ ບໍ່ແມ່ນການໃສ່ໃຈກັບເລື່ອງເຫຼົ່ານີ້, ບໍ່ແມ່ນການເກັບກຳຫຼັກຖານ ແລະ ຂໍ້ມູນກ່ຽວກັບເຫດການເຫຼົ່ານີ້ເພື່ອຕອບສະໜອງຄວາມຢາກຮູ້ຢາກເຫັນຂອງຕົນເອງ. ກ່ຽວກັບສິ່ງທີ່ພຣະເຈົ້າເຮັດ, ເຈົ້າຄວນເຂົ້າໃຈເທົ່າທີ່ເຈົ້າຈະເຂົ້າໃຈໄດ້ ແລະ ຢ່າຝືນທຳຄວາມເຂົ້າໃຈໃນສິ່ງທີ່ເປັນໄປບໍ່ໄດ້. ໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ເລື່ອງເຫຼົ່ານີ້ເປັນເລື່ອງປົກກະຕິເກີນໄປ, ເປັນເລື່ອງທີ່ພົບເຫັນໄດ້ທົ່ວໄປເກີນໄປ. ເລື່ອງທັງໝົດນີ້, ການປ່ຽນແປງຂອງຍຸກສະໄໝ, ການປ່ຽນແປງຮູບແບບຂອງໂລກ, ຊະຕາກໍາຂອງເຊື້ອຊາດໃດໜຶ່ງ, ການປົກຄອງ ແລະ ສະຖານະຂອງລະບອບການປົກຄອງໃດໜຶ່ງ ແລະ ອື່ນໆ ລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ, ລ້ວນແຕ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະອົງ. ຜູ້ຄົນພຽງແຕ່ຕ້ອງເຊື່ອ, ຍອມຮັບ ແລະ ອ່ອນນ້ອມ, ນັ້ນກໍພຽງພໍແລ້ວ. ຢ່າເກັບຄວາມຄິດທີ່ຈະເຂົ້າໃຈຄວາມລີ້ລັບໃຫ້ຫຼາຍຂຶ້ນ, ໂດຍຄິດວ່າ ຍິ່ງເຈົ້າເຂົ້າໃຈຄວາມລີ້ລັບຫຼາຍເທົ່າໃດ, ມັນກໍຍິ່ງເບິ່ງຄືວ່າທັນສະໄໝຫຼາຍເທົ່ານັ້ນ, ຄືກັບວ່າ ການເຊື່ອໃນພຣະເຈົ້າເຮັດໃຫ້ເຈົ້າມີສະຖານະທີ່ຍິ່ງໃຫຍ່ ແລະ ມີຄວາມເປັນວິນຍານຫຼາຍ. ການມີຄວາມຄິດແບບນັ້ນ ໝາຍຄວາມວ່າມຸມມອງໃນການເຊື່ອພຣະເຈົ້າຂອງເຈົ້ານັ້ນບໍ່ຖືກຕ້ອງ. ເລື່ອງເຫຼົ່ານີ້ບໍ່ໄດ້ສຳຄັນ. ເລື່ອງທີ່ສຳຄັນແທ້ໆ, ສິ່ງທີ່ຜູ້ຄົນຄວນໃສ່ໃຈທີ່ສຸດ ແມ່ນແກ່ນສານ ຂອງແຜນການຄຸ້ມຄອງຂອງພຣະເຈົ້າ, ນັ້ນກໍຄື ຄວາມລອດພົ້ນຂອງມະນຸດຊາດ, ການເຮັດໃຫ້ມະນຸດຊາດໄດ້ຮັບຄວາມລອດພົ້ນພາຍໃນວຽກງານແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ. ນີ້ຄືເລື່ອງທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນຈຸດສູນກາງທີ່ສຸດ. ຖ້າເຈົ້າເຂົ້າໃຈຄວາມຈິງ ແລະ ນິມິດທີ່ກ່ຽວຂ້ອງກັບເລື່ອງນີ້, ແລ້ວຍອມຮັບສິ່ງທີ່ພຣະເຈົ້າເຮັດໃນຕົວເຈົ້າ ແລະ ຄວາມຈິງທີ່ພຣະອົງສະໜອງໃຫ້ແກ່ເຈົ້າ ແລະ ຍອມຮັບທຸກຄັ້ງທີ່ຖືກລິຮານ, ຖືກພິພາກສາ ແລະ ຖືກລົງທັນ, ຖ້າເຈົ້າຍອມຮັບສິ່ງທັງໝົດນີ້, ສິ່ງນີ້ກໍມີຄຸນຄ່າຫຼາຍກວ່າການຄົ້ນຄວ້າປະກົດການເທິງທ້ອງຟ້າ, ຄວາມລີ້ລັບ, ໄພພິບັດ ຫຼື ການເມືອງ.
ບາງຄົນຮຽນຮູ້ປະຫວັດສາດເລັກນ້ອຍ, ເຂົ້າໃຈການເມືອງບາງຢ່າງ ແລະ ໃນດ້ານໜຶ່ງ, ພວກເຂົາມັກອວດຮູ້; ໃນອີກດ້ານໜຶ່ງ, ພວກເຂົາຄິດວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດມີແກ່ນແທ້ຂອງພຣະເຈົ້າ ແລະ ຄວາມຈິງ. ພຣະອົງຮູ້ຄວາມຈິງທີ່ວ່າ ພຣະເຈົ້າມີອໍານາດສູງສຸດເໜືອທຸກຊັບພະສິ່ງ ແລະ ເຂົ້າໃຈລາຍລະອຽດພາຍໃນນັ້ນ. ດັ່ງນັ້ນ, ຖ້າຂ້ອຍເຂົ້າໃຈການເມືອງ ແລະ ປະຫວັດສາດ, ຂ້ອຍຈະສາມາດຕອບສະໜອງຄວາມຕ້ອງການຂອງພຣະອົງໄດ້ບໍ? ຂ້ອຍຈະສາມາດຕອບສະໜອງຄວາມຢາກຮູ້ຢາກເຫັນຂອງພຣະອົງກ່ຽວກັບເລື່ອງທັງໝົດນີ້ໄດ້ບໍ?” ເຮົາບອກເຈົ້າເລີຍວ່າ ເຈົ້າຄິດຜິດ! ສິ່ງທີ່ເຮົາລັງກຽດທີ່ສຸດ ອັນດັບທຳອິດແມ່ນການເມືອງ ແລະ ອັນດັບທີສອງແມ່ນປະຫວັດສາດ. ຖ້າເຈົ້າເວົ້າກ່ຽວກັບປະຫວັດສາດ, ເລົ່າເລື່ອງຕະຫຼົກ, ເລື່ອງລາວທີ່ມີເນື້ອຫາຄືກັບລະຄອນ ຫຼື ລົມກັນຫຼິ້ນໆເພື່ອຂ້າເວລາ, ນັ້ນກໍບໍ່ເປັນຫຍັງ. ແຕ່ຖ້າເຈົ້າຖືວ່າຄຳເວົ້າເຫຼົ່ານີ້, ເລື່ອງເຫຼົ່ານີ້ ເປັນເລື່ອງສຳຄັນທີ່ຈະນໍາມາສົນທະນາກັບເຮົາ, ເພື່ອເອົາໃຈ, ເພື່ອສ້າງຄວາມສຳພັນ, ຄັນຊັ້ນ ເຈົ້າກໍຄິດຜິດແລ້ວ; ເຮົາບໍ່ມີຄວາມປາຖະໜາທີ່ຈະຟັງເລື່ອງເຫຼົ່ານີ້ເລີຍ. ບາງຄົນຄິດຢ່າງຜິດໆວ່າ: “ພຣະອົງໂອ້ລົມຄວາມຈິງ ແລະ ຈັດການເຕົ້າໂຮມໃຫ້ຜູ້ຄົນ ຍ້ອນວ່າພຣະອົງຈຳເປັນຕ້ອງເຮັດ; ເລິກໆແລ້ວ, ສິ່ງທີ່ພຣະອົງມັກທີ່ສຸດແມ່ນຄວາມວຸ້ນວາຍໃຫຍ່ໃນໂລກ. ພຣະອົງຢ້ານວ່າໂລກຈະບໍ່ວຸ້ນວາຍພໍ. ເມື່ອໃດກໍຕາມທີ່ມີໄພພິບັດ, ໃຜຈະຮູ້ວ່າພຣະອົງອາດຈະດີໃຈສໍ່າໃດຢູ່ເບື້ອງຫຼັງ, ບາງທີອາດຈະຈູດບັ້ງໄຟດອກເພື່ອສະຫຼອງຊໍ້າ!” ເຮົາບອກເຈົ້າເລີຍວ່າ ມັນບໍ່ແມ່ນແນວນັ້ນ. ເຖິງແມ່ນວ່າມັງກອນແດງທີ່ຍິ່ງໃຫຍ່ຈະພິນາດ ແລະ ລົ້ມລະລາຍ, ເຮົາກໍຍັງຈະເປັນຄືເກົ່າ. ບາງຄົນຖາມວ່າ: “ພຣະອົງຈະບໍ່ດີໃຈບໍ ຖ້າມັງກອນແດງທີ່ຍິ່ງໃຫຍ່ລົ້ມລະລາຍ? ເມື່ອມັງກອນແດງທີ່ຍິ່ງໃຫຍ່ຖືກທໍາລາຍ ແລະ ຖືກລົງໂທດ, ພຣະອົງບໍ່ຄວນຈູດບັ້ງໄຟດອກບໍ? ພຣະອົງບໍ່ຄວນຈັດງານລ້ຽງໃຫຍ່ ແລະ ສະຫຼອງຮ່ວມກັບຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າບໍ?” ບອກເຮົາມາເບິ່ງ, ນີ້ແມ່ນສິ່ງທີ່ເຮົາຄວນເຮັດບໍ? ການເຮັດແບບນັ້ນຖືກ ຫຼື ຜິດ? ສິ່ງນີ້ສອດຄ່ອງກັບຄວາມຈິງບໍ? ບາງຄົນເວົ້າວ່າ: “ມັງກອນແດງທີ່ຍິ່ງໃຫຍ່ໄດ້ຂົ່ມເຫັງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຫຼາຍສໍ່າໃດ, ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບພຣະເຈົ້າ ແລະ ໃສ່ຮ້າຍປ້າຍສີພຣະນາມຂອງພຣະອົງ, ລົບລູ່ ແລະ ຕັດສິນພຣະເຈົ້າ. ພວກເຮົາບໍ່ຄວນສະຫຼອງຈັກໜ້ອຍບໍ ເມື່ອມັນໄດ້ຮັບຜົນກຳຂອງມັນ?” ຖ້າພວກເຈົ້າສະຫຼອງ, ເຮົາກໍອະນຸຍາດ, ເພາະພວກເຈົ້າມີອາລົມຄວາມຮູ້ສຶກຂອງພວກເຈົ້າ. ຖ້າພວກເຈົ້າທຸກຄົນດີໃຈ, ບໍ່ນອນສາມມື້ສາມຄືນ, ເຕົ້າໂຮມກັນເພື່ອອ່ານພຣະທຳຂອງພຣະເຈົ້າ, ຮ້ອງເພງສັນລະເສີນ ແລະ ເຕັ້ນລຳເພື່ອສັນລະເສີນຄວາມຊອບທຳຂອງພຣະເຈົ້າ, ປິຕິຍິນດີທີ່ໃນທີ່ສຸດພຣະເຈົ້າກໍໄດ້ທໍາລາຍ ແລະ ຢຽບຢ້ຳມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງເປັນສັດຕູ ໄວ້ໃຕ້ພຣະບາດ, ແລະ ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຈະບໍ່ທົນທຸກຈາກການຂົ່ມເຫັງ ແລະ ການທໍລະມານຂອງມັນອີກຕໍ່ໄປ, ຈະບໍ່ມີບ້ານແຕ່ກັບບໍ່ໄດ້ອີກຕໍ່ໄປ ແລະ ໃນທີ່ສຸດກໍສາມາດກັບໄປຫາຄອບຄົວຂອງພວກເຂົາໄດ້, ອາລົມຄວາມຮູ້ສຶກຂອງທຸກຄົນແມ່ນເຂົ້າໃຈໄດ້. ຖ້າພວກເຈົ້າຢາກສະຫຼອງ ແລະ ຜ່ອນຄາຍໃນລັກສະນະນີ້, ເຮົາກໍເຫັນດີ. ແຕ່ສຳລັບເຮົາແລ້ວ, ເຮົາຈະເຮັດສິ່ງທີ່ເຮົາຄວນເຮັດ; ເຮົາບໍ່ເຂົ້າຮ່ວມກິດຈະກຳເຫຼົ່ານີ້. ບາງຄົນຖາມວ່າ: “ເປັນຫຍັງພຣະອົງຈຶ່ງມີທັດສະນະຄະຕິແບບນັ້ນ? ນີ້ບໍ່ເປັນການທຳລາຍບັນຍາກາດຂອງຜູ້ຄົນບໍ? ເປັນຫຍັງພຣະອົງຈຶ່ງບໍ່ສະແດງຄວາມກະຕືລືລົ້ນແດ່? ຖ້າພຣະອົງບໍ່ຢູ່ໃນເຫດການໃນຊ່ວງເວລາທີ່ສຳຄັນທີ່ສຸດ, ພວກຂ້ານ້ອຍຈະສະຫຼອງໄດ້ແນວໃດ?” ການສະຫຼອງບໍ່ແມ່ນເລື່ອງຜິດ, ແຕ່ມີເລື່ອງໜຶ່ງທີ່ພວກເຮົາຕ້ອງໂອ້ລົມກັນໃຫ້ເຂົ້າໃຈຢ່າງຊັດເຈນ: ສົມມຸດວ່າມັງກອນແດງທີ່ຍິ່ງໃຫຍ່ຖືກລົງໂທດ, ພຣະເຈົ້າໄດ້ກຳຈັດມັນແລ້ວ; ລາຊາຜີຮ້າຍຕົນນີ້, ເຊິ່ງເຄີຍຮັບໃຊ້ເພື່ອເຮັດໃຫ້ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າສົມບູນ ໄດ້ຖືກທໍາລາຍ ແລະ ຖືກກຳຈັດອອກໄປແລ້ວ, ຄັນຊັ້ນ, ສະຖານະຂອງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າເດເປັນແນວໃດ? ພວກເຈົ້າເຂົ້າໃຈຄວາມຈິງຫຼາຍປານໃດ? ຖ້າພວກເຈົ້າທຸກຄົນສາມາດປະຕິບັດໜ້າທີ່ຂອງຕົນໄດ້ມາດຕະຖານ, ເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານທຸກຄົນ, ສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ໂດຍທີ່ແຕ່ລະຄົນມີສະຖານະຂອງໂຢບ ແລະ ເປໂຕ, ແລະ ທຸກຄົນໄດ້ຮັບຄວາມລອດພົ້ນແລ້ວ, ຄັນຊັ້ນ ມັນກໍເປັນຊ່ວງເວລາທີ່ໜ້າຍິນດີຢ່າງແທ້ຈິງ, ເປັນສິ່ງທີ່ສົມຄວນແກ່ການສະຫຼອງ. ແນວໃດກໍຕາມ, ຖ້າມື້ໜຶ່ງ ມັງກອນແດງທີ່ຍິ່ງໃຫຍ່ລົ້ມລະລາຍ ແລະ ສະຖານະຂອງພວກເຈົ້າຍັງໄປບໍ່ເຖິງລະດັບຂອງການປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ, ຖ້າຍັງບໍ່ມີຄວາມຢຳເກງພຣະເຈົ້າຢູ່ໃນຕົວພວກເຈົ້າ ແລະ ພວກເຈົ້າບໍ່ສາມາດຫຼີກລ່ຽງຄວາມຊົ່ວຮ້າຍໄດ້, ຫ່າງໄກຈາກສະຖານະຂອງໂຢບ ແລະ ເປໂຕຢ່າງຍິ່ງ, ບໍ່ສາມາດອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ສາມາດຖືໄດ້ວ່າເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ, ຄັນຊັ້ນ ມີຫຍັງໃຫ້ພວກເຈົ້າຕ້ອງດີໃຈ? ນີ້ບໍ່ແມ່ນພຽງແຕ່ການດີໃຈແບບລົມໆແລ້ງໆບໍ? ການສະຫຼອງດັ່ງກ່າວຈະບໍ່ມີຄວາມໝາຍ ແລະ ບໍ່ມີຄຸນຄ່າ. ບາງຄົນເວົ້າວ່າ: “ມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພວກຂ້ານ້ອຍຫຼາຍປານນັ້ນ; ພວກຂ້ານ້ອຍກຽດຊັງມັນກໍບໍ່ຜິດແມ່ນບໍ? ການຮູ້ຈັກແກ່ນແທ້ຂອງມັນກໍຄວນຈະເປັນເລື່ອງທີ່ຖືກຕ້ອງແມ່ນບໍ? ມັນຂົ່ມເຫັງພວກຂ້ານ້ອຍຫຼາຍປານນັ້ນ; ເປັນຫຍັງພວກຂ້ານ້ອຍຈຶ່ງດີໃຈບໍ່ໄດ້ ເມື່ອມັນຖືກກຳຈັດ?” ດີໃຈກໍໄດ້, ສະແດງອາລົມຂອງເຈົ້າອອກມາກໍໄດ້. ແນວໃດກໍຕາມ, ຖ້າເຈົ້າຄິດວ່າ ການທໍາລາຍມັງກອນແດງທີ່ຍິ່ງໃຫຍ່ ໝາຍເຖິງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ, ວ່າມະນຸດຊາດໄດ້ຮັບຄວາມລອດພົ້ນແລ້ວ, ໂດຍເໝົາລວມວ່າ ການທໍາລາຍມັງກອນແດງທີ່ຍິ່ງໃຫຍ່ເທົ່າກັບຄວາມສຳເລັດຂອງແຜນການຄຸ້ມຄອງຂອງພຣະເຈົ້າ, ພ້ອມທັງຄວາມລອດພົ້ນ ແລະ ການຖືກເຮັດໃຫ້ສົມບູນຂອງເຈົ້າເອງ, ບໍ່ແມ່ນວ່າຄວາມເຂົ້າໃຈນີ້ຜິດບໍ? (ຜິດ.) ຄັນຊັ້ນ, ຕອນນີ້ພວກເຈົ້າເຂົ້າໃຈຫຍັງແດ່? ກ່ຽວກັບສັດຕູຂອງພຣະເຈົ້າ, ມັງກອນແດງທີ່ຍິ່ງໃຫຍ່, ຊະຕາກໍາຂອງມັນ ແລະ ມັນເປັນໄປແນວໃດນັ້ນ ແມ່ນວຽກງານຂອງພຣະເຈົ້າ ແລະ ມັນບໍ່ມີສ່ວນກ່ຽວຂ້ອງກັບການໄລ່ຕາມການປ່ຽນແປງອຸປະນິໄສ ຫຼື ຄວາມລອດພົ້ນຂອງເຈົ້າ. ມັງກອນແດງທີ່ຍິ່ງໃຫຍ່ເປັນພຽງຕົວສົມທຽບ, ເປັນວັດຖຸຮັບໃຊ້, ຢູ່ພາຍໃຕ້ການຈັດວາງຂອງພຣະເຈົ້າ. ສິ່ງທີ່ມັນເຮັດ ແລະ ວິທີທີ່ພຣະເຈົ້າໃຊ້ມັນເພື່ອໃຫ້ບໍລິການນັ້ນ ແມ່ນວຽກງານຂອງພຣະເຈົ້າ, ບໍ່ກ່ຽວຂ້ອງກັບມະນຸດ. ດັ່ງນັ້ນ, ຖ້າເຈົ້າກັງວົນກ່ຽວກັບຊະຕາກໍາຂອງມັນຫຼາຍເກີນໄປ, ປ່ອຍໃຫ້ມັນດຶງຄວາມສົນໃຈໄປຈາກໃຈຂອງເຈົ້າ, ມັນກໍຈະເກີດບັນຫາ, ມີບັນຫາແລ້ວ. ພຣະເຈົ້າມີອໍານາດສູງສຸດເໜືອທຸກຊັບພະສິ່ງ, ລວມທັງມັງກອນແດງທີ່ຍິ່ງໃຫຍ່ ແລະ ມານຮ້າຍ ແລະ ຊາຕານທັງໝົດ, ດັ່ງນັ້ນ ບໍ່ວ່າມານຮ້າຍ ແລະ ຊາຕານຈະເຮັດຫຍັງກໍຕາມ, ພວກມັນຈະເປັນແນວໃດກໍຕາມ, ກໍບໍ່ມີສ່ວນກ່ຽວຂ້ອງກັບການເຂົ້າສູ່ຊີວິດ ຫຼື ການປ່ຽນແປງອຸປະນິໄສຂອງເຈົ້າເລີຍ. ສິ່ງທີ່ກ່ຽວຂ້ອງກັບເຈົ້າແມ່ນຫຍັງ? ເຈົ້າຕ້ອງຮູ້ຈັກແກ່ນແທ້ທີ່ຊົ່ວຊ້າ ແລະ ໂຫດຮ້າຍຂອງການຕໍ່ຕ້ານພຣະເຈົ້າຂອງມັນ, ແກ່ນແທ້ຂອງການເປັນປໍລະປັກຕໍ່ ແລະ ການເປັນສັດຕູຂອງພຣະເຈົ້າ, ນີ້ຄືສິ່ງທີ່ເຈົ້າຕ້ອງເຂົ້າໃຈ. ສ່ວນເລື່ອງທີ່ເຫຼືອ, ໄພພິບັດອັນໃດທີ່ພຣະເຈົ້ານໍາມາສູ່ມັນ, ພຣະເຈົ້າຈັດວາງຊະຕາກໍາຂອງມັນແນວໃດ, ເລື່ອງນັ້ນບໍ່ກ່ຽວຂ້ອງຫຍັງກັບເຈົ້າ ແລະ ການຮູ້ໄປກໍບໍ່ມີປະໂຫຍດ. ເປັນຫຍັງມັນຈຶ່ງບໍ່ມີປະໂຫຍດ? ຍ້ອນວ່າເຖິງແມ່ນວ່າເຈົ້າຈະຮູ້, ເຈົ້າກໍບໍ່ສາມາດເຂົ້າໃຈໄດ້ວ່າເປັນຫຍັງພຣະເຈົ້າຈຶ່ງກະທຳໃນລັກສະນະນັ້ນ. ເຖິງແມ່ນວ່າເຈົ້າຈະເຫັນມັນ, ເຈົ້າກໍຈະບໍ່ຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງເລືອກທີ່ຈະກະທຳແບບນັ້ນ, ເຈົ້າບໍ່ສາມາດເບິ່ງທະລຸຄວາມຈິງທີ່ຢູ່ເບື້ອງຫຼັງມັນໄດ້. ເຮົາຈະສະຫຼຸບຫົວຂໍ້ນີ້ໄວ້ພຽງເທົ່ານີ້ດ້ວຍຄຳເວົ້າສັ້ນໆເຫຼົ່ານີ້.
ການສະແດງອອກຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ໃຊ້ການລູບແຄ່ງລູບຂາ, ການປະຈົບປະແຈງ ແລະ ການເວົ້າເອົາໃຈ, ແນ່ນອນວ່າ ກໍພົບເຫັນໃນຄົນເສື່ອມຊາມທຳມະດາເຊັ່ນກັນ, ແຕ່ສິ່ງໃດທີ່ແຍກພວກຜູ້ຕໍ່ຕ້ານພຣະຄຣິສອອກຈາກຄົນເສື່ອມຊາມທຳມະດາ? ໃນການລູບແຄ່ງລູບຂາ, ການປະຈົບປະແຈງ ແລະ ການເວົ້າເອົາໃຈຂອງພວກເຂົາ, ບໍ່ມີຄວາມເຄົາລົບ, ບໍ່ມີຄວາມຈິງໃຈ. ແທນທີ່ຈະເປັນແນວນັ້ນ, ພວກເຂົາແນໃສ່ທີ່ຈະປັ່ນຫົວ, ລອງໃຈ ແລະ ໃຊ້ພຣະເຈົ້າທີ່ບັງເກີດເປັນມະນຸດ, ດ້ວຍເຫດນີ້ຈຶ່ງກໍ່ໃຫ້ເກີດການປະຕິບັດເຫຼົ່ານີ້; ພວກເຂົາມີຈຸດປະສົງຂອງຕົນເອງ. ພວກເຂົາຊອກຫາທາງທີ່ຈະປັ່ນຫົວຄົນທຳມະດາທີ່ພວກເຂົາເຫັນຢູ່ຕໍ່ໜ້າພວກເຂົາ ຜ່ານການລູບແຄ່ງລູບຂາ, ການປະຈົບປະແຈງ ແລະ ການເວົ້າເອົາໃຈ, ເພື່ອຕົບຕາພຣະຄຣິສ, ເຮັດໃຫ້ພຣະຄຣິສບໍ່ສາມາດເບິ່ງທະລຸວ່າພວກເຂົາແມ່ນໃຜແທ້ໆ, ພວກເຂົາມີອຸປະນິໄສທີ່ເສື່ອມຊາມແບບໃດ, ມີຄວາມຊື່ສັດແບບໃດ, ມີແກ່ນແທ້ແບບໃດ ແລະ ພວກເຂົາຈັດຢູ່ໃນຄົນປະເພດໃດ. ພວກເຂົາຢາກຕົບຕາ ແລະ ຫຼອກລວງ, ແມ່ນບໍ? (ແມ່ນ.) ໃນການລູບແຄ່ງລູບຂາ, ການປະຈົບປະແຈງ ແລະ ການເວົ້າເອົາໃຈຂອງພວກເຂົາ, ມີຄຳເວົ້າທີ່ຈິງໃຈຈັກຄຳບໍ? ບໍ່ມີຈັກຄຳເລີຍ. ເຈດຕະນາ ແລະ ຈຸດປະສົງຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແມ່ນເພື່ອຫຼອກລວງ, ຕົບຕາ ແລະ ປັ່ນຫົວ. ການປະຕິບັດເຫຼົ່ານີ້ບໍ່ແມ່ນແກ່ນແທ້ຂອງການທີ່ພວກຜູ້ຕໍ່ຕ້ານພຣະຄຣິສທີ່ດູຖູກຄວາມຈິງບໍ? (ແມ່ນ.) ພວກເຂົາຄິດວ່າຄົນທຳມະດາລ້ວນແຕ່ມັກຟັງຄຳເວົ້າທີ່ຟັງມ່ວນຫູ, ມັກການປະຈົບປະແຈງ ແລະ ມັກໃຫ້ຄົນອື່ນມາເຮັດໂຕຕ່ຳຕ້ອຍຢູ່ຕໍ່ໜ້າພວກເຂົາ, ເຊິ່ງເຮັດໃຫ້ພວກເຂົາມີຄວາມຮູ້ສຶກວ່າຕົນເອງມີຄວາມສຳຄັນ ແລະ ເຮັດໃຫ້ສະຖານະຂອງພວກເຂົາເບິ່ງຄືວ່າມີກຽດ ແລະ ສູງສົ່ງກວ່າຄົນທົ່ວໄປ. ໃນທາງກົງກັນຂ້າມ, ຖ້າຄົນໃດໜຶ່ງປະພຶດຕົນໃນລັກສະນະທີ່ຕ່ຳຕ້ອຍຈົນເກີນໄປຕໍ່ໜ້າພຣະຄຣິສ, ຂາດຄວາມຊື່ສັດ ແລະ ກຽດສັກສີ, ເວົ້າແບບຫຼົບໆຫຼີກໆ, ພະຍາຍາມຫຼອກລວງຢູ່ສະເໝີ ແລະ ພະຍາຍາມປິດບັງຄວາມຈິງຢູ່ສະເໝີ, ປະຕິບັດຕໍ່ພຣະຄຣິສດ້ວຍການເສແສງ ແລະ ຄວາມຈອມປອມ, ບໍ່ພຽງແຕ່ພຣະຄຣິສຈະບໍ່ຫຼົງເຊື່ອສິ່ງເຫຼົ່ານີ້, ແຕ່ພຣະອົງຈະຮູ້ສຶກເບື່ອໜ່າຍກັບເຈົ້າໃນໃຈຂອງພຣະອົງ. ເຖິງຂັ້ນໃດ? ພຣະເຈົ້າຈະກ່າວວ່າ ຄົນນີ້ໜ້າລັງກຽດ, ບໍ່ເວົ້າຄວາມຈິງຈັກຄຳ, ຄິດພຽງແຕ່ວ່າຈະເລຍແຄ່ງເລຍຂາແນວໃດ, ບໍ່ແມ່ນສິ່ງທີ່ດີ, ບໍ່ແມ່ນບຸກຄົນໃນດ້ານບວກ, ຄົນແບບນັ້ນເຊື່ອຖືບໍ່ໄດ້ ແລະ ໄວ້ໃຈບໍ່ໄດ້. ເຊື່ອຖືບໍ່ໄດ້ ແລະ ໄວ້ໃຈບໍ່ໄດ້; ນີ້ຄືຄຳນິຍາມທີ່ມອບໃຫ້ແກ່ຄົນປະເພດນີ້. ເບິ່ງຜິວເຜີນ, ມັນເປັນພຽງສອງວະລີນີ້, ແຕ່ໃນຄວາມເປັນຈິງແລ້ວ, ຄົນແບບນັ້ນບໍ່ຮັກຄວາມຈິງ, ບໍ່ສາມາດໄດ້ຮັບຄວາມຈິງ ແລະ ຍາກທີ່ຈະໄດ້ຮັບຄວາມລອດພົ້ນ. ຄວາມໝາຍ ແລະ ຄຸນຄ່າຂອງການທີ່ຄົນແບບນັ້ນເຊື່ອໃນພຣະເຈົ້າຢູ່ໃສ ຖ້າພວກເຂົາບໍ່ສາມາດໄດ້ຮັບຄວາມຈິງ ແລະ ຍາກທີ່ຈະໄດ້ຮັບຄວາມລອດພົ້ນ? ຖ້າພວກເຂົາບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ພວກເຂົາກໍສາມາດຮັບບົດເປັນພຽງຕົວສົມທຽບ ຫຼື ວັດຖຸຮັບໃຊ້ໃນເຮືອນຂອງພຣະເຈົ້າ, ຄືກັນກັບມັງກອນແດງທີ່ຍິ່ງໃຫຍ່. ການຮັບບົດດັ່ງກ່າວໝາຍຄວາມວ່າແນວໃດ? ມັນໝາຍເຖິງການເປັນພຽງຊົ່ວຄາວ, ໄປໃຫ້ໄກເທົ່າທີ່ຈະໄປໄດ້, ຄືກັບການລາກລໍ້, ສືບຕໍ່ໄປຕາບໃດທີ່ພວກເຂົາບໍ່ເຮັດໃຫ້ລໍ້ປີ້ນ. ເປັນຫຍັງພວກເຂົາຈຶ່ງຖືກເຮັດໃຫ້ຮັບບົດບາດນີ້? ຍ້ອນວ່າຄົນປະເພດນີ້ບໍ່ສະແຫວງຫາຄວາມຈິງ. ພວກເຂົາດູຖູກ ແລະ ດູໝິ່ນຄວາມຈິງຢູ່ໃນໃຈຫຼາຍ, ເຍາະເຍີ້ຍ ແລະ ຫຼິ້ນຕະຫຼົກກັບຄວາມຈິງຫຼາຍ, ຈົນຈຸດຈົບຂອງພວກເຂົາໄດ້ຮັບການຮັບປະກັນວ່າຈະເປັນຄືກັບຂອງໂປໂລ, ບໍ່ສາມາດໄປເຖິງປາຍທາງໄດ້. ດັ່ງນັ້ນ, ຄົນປະເພດນີ້ຈຶ່ງສາມາດຮັບບົດເປັນພຽງຜູ້ອອກເຫື່ອແຮງຊົ່ວຄາວໃນເຮືອນຂອງພຣະເຈົ້າ. ໃນດ້ານໜຶ່ງ, ພວກເຂົາຊ່ວຍໃຫ້ຜູ້ທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ ເພື່ອເຕີບໂຕໃນການແຍກແຍະ ແລະ ຄວາມເຂົ້າໃຈ. ໃນອີກດ້ານໜຶ່ງ, ພວກເຂົາເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ໃນເຮືອນຂອງພຣະເຈົ້າ, ໂດຍການອອກເຫື່ອແຮງໃຫ້ຫຼາຍເທົ່າທີ່ຈະເຮັດໄດ້, ຍ້ອນວ່າຄົນປະເພດນີ້ບໍ່ສາມາດໄປເຖິງຈຸດສຸດທ້າຍຂອງເສັ້ນທາງໄດ້.
ມື້ໜຶ່ງ, ເມື່ອເຮົາອອກໄປຂ້າງນອກ, ເຮົາບັງເອີນພົບຄົນຮູ້ຈັກ. ຍັງບໍ່ທັນທີ່ເຮົາຈະເວົ້າຫຍັງ, ລາວກໍຖາມເຮົາກ່ອນວ່າ: “ດົນແລ້ວທີ່ພວກເຮົາບໍ່ໄດ້ພົບກັນ. ຂ້ອຍຖ້າເຈົ້າຢູ່ບ່ອນນີ້ທຸກມື້, ຄິດຮອດເຈົ້າຫຼາຍຈົນຢູ່ເຮືອນບໍ່ໄດ້, ໄດ້ແຕ່ຊອກຫາເຈົ້າໃນທ່າມກາງຝູງຊົນທີ່ໄປມາຢູ່ບ່ອນນີ້!” ເຮົາຄິດໃນໃຈວ່າ ຄົນນີ້ອາດຈະປະສາດບໍ່ຄ່ອຍດີ. ເຮົານັດເຈົ້າບໍ? ເປັນຫຍັງເຈົ້າຈຶ່ງມາຖ້າເຮົາຢູ່ບ່ອນນີ້ທຸກມື້? ໃນເມື່ອພົບກັນແລ້ວ, ມາເວົ້າເລື່ອງທີ່ມີແກ່ນສານກັນເທາະ. ເຮົາຖາມລາວວ່າ: “ຊ່ວງນີ້ເປັນແນວໃດແດ່?” ລາວຕອບວ່າ: “ໂອ້, ຢ່າເວົ້າເຖິງມັນເລີຍ. ນັບຕັ້ງແຕ່ພົບກັນເທື່ອແລ້ວ ຂ້ອຍກໍຄິດຮອດແຕ່ເຈົ້າ ຈົນກິນບໍ່ໄດ້ນອນບໍ່ຫຼັບ. ຂ້ອຍໄດ້ແຕ່ຫວັງວ່າຈະໄດ້ພົບເຈົ້າໃນມື້ໃດມື້ໜຶ່ງ.” ເຮົາເວົ້າວ່າ: “ເວົ້າເລື່ອງທີ່ມີແກ່ນສານແດ່, ຊ່ວງນີ້ສະພາວະຂອງເຈົ້າເປັນແນວໃດ?” “ດີຢູ່, ກໍພໍໄດ້”. “ຄຣິສຕະຈັກຂອງພວກເຈົ້າເລືອກຕັ້ງແລ້ວບໍ? ຍັງແມ່ນຜູ້ນໍາຄົນເກົ່າຢູ່ບໍ?” “ບໍ່, ພວກເຂົາເລືອກໄດ້ຜູ້ກ່ຽວແລ້ວ.” “ລາວເປັນແນວໃດ?” “ລາວກໍພໍໄດ້”. “ຄັນຊັ້ນ ເປັນຫຍັງຜູ້ນໍາຄຣິສຕະຈັກຄົນກ່ອນຈຶ່ງຖືກໄລ່ອອກ?” “ບໍ່ແນ່ໃຈ, ລາວກໍພໍໄດ້”. “ເວົ້າລະອຽດແດ່, ຢ່າເອົາແຕ່ເວົ້າວ່າ ‘ພໍໄດ້’. ແມ່ນຍ້ອນລາວບໍ່ສາມາດເຮັດວຽກງານຕົວຈິງໄດ້ບໍ?” “ຂ້ອຍເຫັນວ່າລາວກໍພໍໄດ້.” “ແລ້ວຄວາມເປັນມະນຸດຂອງຜູ້ນໍາທີ່ຖືກເລືອກໃໝ່ເດເປັນແນວໃດ? ການຢັ່ງຮູ້ຄວາມຈິງຂອງລາວເປັນແນວໃດ? ລາວສາມາດເຮັດວຽກງານຕົວຈິງໄດ້ບໍ?” “ລາວກໍພໍໄດ້”. ບໍ່ວ່າເຮົາຈະຖາມຫຍັງລາວ, ຄຳຕອບກໍແມ່ນ “ພໍໄດ້” ຢູ່ສະເໝີ, ເຊິ່ງເຮັດໃຫ້ບໍ່ສາມາດສົນທະນາກັນໄດ້ເລີຍ. ດັ່ງນັ້ນ, ເຮົາຈຶ່ງຍ່າງໜີ. ພວກເຈົ້າຄິດແນວໃດກ່ຽວກັບເລື່ອງນີ້? ເລື່ອງນີ້ຄວນໃສ່ຊື່ວ່າແນວໃດ? (“ພໍໄດ້”.) ເລື່ອງນີ້ຄື “ພໍໄດ້”. ໃນການຕິດຕໍ່ພົວພັນຂອງເຮົາກັບຫຼາຍຄົນ, ມີໜ້ອຍຄົນທີ່ເວົ້າຈາກເຫດຜົນຂອງມະນຸດ, ບໍ່ຕ້ອງເວົ້າເຖິງການສອດຄ່ອງກັບຫຼັກການຄວາມຈິງເລີຍ. ປາກຂອງຄົນສ່ວນໃຫຍ່ເຕັມໄປດ້ວຍຄຳຕົວະ, ຄຳເວົ້າທີ່ໄຮ້ສາລະ, ຄວາມເຊື່ອຜິດໆ ແລະ ຄຳເວົ້າທີ່ກ້າວກ່າຍ; ບໍ່ມີຄຳເວົ້າທີ່ເປັນຄວາມຈິງຈັກຄຳ. ເຮົາບໍ່ໄດ້ຮຽກຮ້ອງໃຫ້ທຸກປະໂຫຍກທີ່ເຈົ້າເວົ້າຕ້ອງສອດຄ່ອງກັບຄວາມຈິງ ຫຼື ມີຄວາມຈິງຄວາມເປັນຈິງ, ແຕ່ຢ່າງໜ້ອຍທີ່ສຸດ, ເຈົ້າຄວນຈະສາມາດເວົ້າຄືກັບມະນຸດ, ສະແດງຄວາມຈິງໃຈ ແລະ ສະແດງຄວາມຮູ້ສຶກທີ່ແທ້ຈິງອອກມາແດ່. ຖ້າບໍ່ມີສິ່ງເຫຼົ່ານີ້, ຈະມີການສົນທະນາໄດ້ບໍ? ບໍ່ໄດ້. ເຈົ້າເວົ້າແຕ່ຄຳເວົ້າທີ່ວ່າງເປົ່າ ແລະ ເວົ້າຕົວະຢູ່ສະເໝີ; ເມື່ອປະເຊີນກັບສະຖານະການຕ່າງໆ, ຄຳເວົ້າທີ່ໄຮ້ສາລະ, ຄວາມເຊື່ອຜິດໆ, ຄຳດ່າ ແລະ ຄຳເວົ້າທີ່ກ້າວກ່າຍກໍລ້ວນແຕ່ອອກມາ ແລະ ຄຳແກ້ຕົວ ແລະ ຄຳແກ້ຕ່າງກໍປາກົດຂຶ້ນ, ເຊິ່ງເຮັດໃຫ້ບໍ່ສາມາດເຂົ້າກັນ ຫຼື ສື່ສານກັນໄດ້, ແມ່ນບໍ? (ແມ່ນ.)
ຫຼາຍຄົນກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໂດຍເຊື່ອວ່າພຣະທຳເຫຼົ່ານີ້ກ່ຽວຂ້ອງກັບພຣະເຈົ້າໃນສະຫວັນເທົ່ານັ້ນ, ກ່ຽວຂ້ອງກັບພຣະວິນຍານຂອງພຣະເຈົ້າເທົ່ານັ້ນ ແລະ ກ່ຽວຂ້ອງກັບພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ເທົ່ານັ້ນ. ຍ້ອນວ່າພຣະເຈົ້າອົງນັ້ນຢູ່ຫ່າງໄກຫຼາຍ, ພຣະທຳຂອງພຣະອົງຈຶ່ງຖືວ່າມີຄວາມເລິກເຊິ່ງພຽງພໍທີ່ຈະເອີ້ນວ່າຄວາມຈິງ. ແນວໃດກໍຕາມ, ຄົນທຳມະດາທີ່ຢູ່ຕໍ່ໜ້າພວກເຂົານີ້, ເຊິ່ງເປັນຄົນທີ່ເບິ່ງເຫັນໄດ້ ແລະ ໄດ້ຍິນສຽງເມື່ອເວົ້າ ກັບຖືກຄິດວ່າມີຄວາມກ່ຽວຂ້ອງພຽງເລັກນ້ອຍກັບຄວາມຈິງ, ກັບພຣະເຈົ້າ ຫຼື ກັບແກ່ນແທ້ຂອງພຣະເຈົ້າ. ນີ້ກໍຍ້ອນວ່າພຣະອົງເບິ່ງເຫັນໄດ້ ແລະ ຢູ່ໃກ້ຊິດກັບຜູ້ຄົນຫຼາຍ, ພຣະອົງບໍ່ໄດ້ສົ່ງຜົນກະທົບຕໍ່ຈິດໃຈ ຫຼື ສາຍຕາຂອງພວກເຂົາແຕ່ຢ່າງໃດ ແລະ ພຣະອົງບໍ່ໄດ້ນໍາຄວາມຮູ້ສຶກຢາກຮູ້ຢາກເຫັນທີ່ລຶກລັບມາສູ່ພວກເຂົາ. ຜູ້ຄົນຮູ້ສຶກວ່າຄົນທຳມະດາ, ຄົນທີ່ຈັບຕ້ອງໄດ້ ແລະ ເວົ້າໄດ້ຄົນນີ້ ເບິ່ງອອກງ່າຍເກີນໄປ, ເບິ່ງທະລຸໄດ້ງ່າຍເກີນໄປ. ພວກເຂົາເຖິງກັບຄິດວ່າ ພຽງແຕ່ແນມເບິ່ງບາດດຽວກໍສາມາດເບິ່ງທະລຸ ແລະ ເບິ່ງຜ່ານພຣະອົງໄດ້. ຜົນກໍຄື, ຜູ້ຄົນປະຕິບັດຕໍ່ພຣະຄຣິສໃນລັກສະນະດຽວກັນກັບທີ່ພວກເຂົາປະຕິບັດຕໍ່ມະນຸດຄົນໜຶ່ງໂດຍບໍ່ຮູ້ຕົວ, ໃນລັກສະນະດຽວກັນກັບທີ່ພວກເຂົາປະຕິບັດຕໍ່ຜູ້ທີ່ມີສະຖານະ ຫຼື ມີອຳນາດ. ສິ່ງນີ້ສອດຄ່ອງກັບຫຼັກການຄວາມຈິງບໍ? ພຣະຄຣິສຈະຖືກເອົາມາປຽບທຽບໃສ່ກັບມະນຸດທີ່ເສື່ອມຊາມທີ່ມີສະຖານະ ແລະ ມີອຳນາດໄດ້ແນວໃດ? ເມື່ອຜູ້ຄົນລູບແຄ່ງລູບຂາ ແລະ ປະຈົບປະແຈງຄົນເສື່ອມຊາມທີ່ມີສະຖານະ ແລະ ອຳນາດ, ພວກເຂົາກໍໄດ້ຮັບຜົນປະໂຫຍດ ແລະ ການຊື່ນຊົມຈາກຄົນເຫຼົ່ານັ້ນ. ຄົນເສື່ອມຊາມມັກສິ່ງນີ້; ພວກເຂົາປາຖະໜາການລູກແຄ່ງລູກຂາ, ການປະຈົບປະແຈງ ແລະ ການປະຈົບສໍພໍຈາກຄົນອື່ນ, ຍ້ອນມັນເຮັດໃຫ້ພວກເຂົາເບິ່ງສູງສົ່ງ ແລະ ເໜືອກວ່າ, ເຊິ່ງເປັນການເນັ້ນຢໍ້າສະຖານະ ແລະ ອຳນາດຂອງພວກເຂົາເອງຕື່ມອີກ. ແນວໃດກໍຕາມ, ພຣະຄຣິສ ຜູ້ມີແກ່ນແທ້ຂອງພຣະເຈົ້າ ແມ່ນກົງກັນຂ້າມຢ່າງສິ້ນເຊີງ. ເມື່ອຄົນໃດໜຶ່ງມີສະຖານະ ແລະ ຊື່ສຽງ, ມັນບໍ່ແມ່ນຍ້ອນວ່າພວກເຂົາມີແກ່ນແທ້ ຫຼື ລັກສະນະທີ່ສູງສົ່ງ; ດັ່ງນັ້ນ, ພວກເຂົາຈຶ່ງຕ້ອງໃຊ້ທຸກວິທີທາງເພື່ອໃຫ້ຄົນອື່ນບູຊາ ແລະ ປະຈົບປະແຈງພວກເຂົາ ເພື່ອສະແດງຊື່ສຽງ ແລະ ສະຖານະຂອງພວກເຂົາ. ໃນທາງກົງກັນຂ້າມ, ພຣະຄຣິສ ຜູ້ມີແກ່ນແທ້ຂອງພຣະເຈົ້າ, ມີຕົວຕົນ ແລະ ສະຖານະຂອງພຣະເຈົ້າແຕ່ດັ່ງເດີມ, ເຊິ່ງສູງສົ່ງກວ່າແກ່ນແທ້ ແລະ ສະຖານະຂອງສິ່ງທີ່ຖືກສ້າງໃດໆ. ຕົວຕົນ ແລະ ແກ່ນແທ້ຂອງພຣະອົງມີຢູ່ຢ່າງເປັນພາວະວິໄສ, ໂດຍບໍ່ຕ້ອງການການຍ້ອງຍໍສັນລະເສີນຈາກສິ່ງທີ່ຖືກສ້າງໃດໆເພື່ອຢືນຢັນ ແລະ ພຣະອົງກໍບໍ່ຕ້ອງການການລູບແຄ່ງລູບຂາ ຫຼື ການປະຈົບປະແຈງຈາກສິ່ງທີ່ຖືກສ້າງໃດໆ ເພື່ອສະແດງໃຫ້ເຫັນຕົວຕົນ, ແກ່ນແທ້ ຫຼື ສະຖານະອັນສູງສົ່ງຂອງພຣະອົງ. ນີ້ກໍຍ້ອນວ່າມັນເປັນຄວາມຈິງແຕ່ດັ່ງເດີມທີ່ພຣະຄຣິສມີແກ່ນແທ້ຂອງພຣະເຈົ້າ; ມັນບໍ່ໄດ້ຖືກມອບໃຫ້ແກ່ພຣະອົງໂດຍຄົນໃດໜຶ່ງ ແລະ ແຮງບໍ່ແມ່ນສິ່ງທີ່ໄດ້ມາຜ່ານປະສົບການຫຼາຍປີໃນທ່າມກາງມະນຸດຊາດ. ນັ້ນໝາຍຄວາມວ່າ, ເຖິງວ່າຈະບໍ່ມີສິ່ງທີ່ຖືກສ້າງທັງໝົດ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າກໍຍັງຄົງເປັນຄືເກົ່າ; ເຖິງວ່າຈະບໍ່ມີສິ່ງທີ່ຖືກສ້າງໃດໆນະມັດສະການ ຫຼື ຕິດຕາມພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າກໍຍັງຄົງບໍ່ປ່ຽນແປງ ເຊິ່ງນີ້ແມ່ນຄວາມຈິງທີ່ບໍ່ປ່ຽນແປງ. ພວກຕໍ່ຕ້ານພຣະຄຣິສເຊື້ອຢ່າງຜິດໆວ່າ ບໍ່ວ່າພຣະຄຣິສຈະກ່າວ ຫຼື ເຮັດຫຍັງກໍຕາມ, ຜູ້ຄົນຕ້ອງໃຊ້ຄຳເວົ້າທີ່ມ່ວນຫູ, ຕ້ອງສົ່ງສຽງເຊຍ, ຕ້ອງເຮັດຕາມກະແສ ແລະ ຕ້ອງລູບແຄ່ງລູບຂາເພື່ອເອົາໃຈຕາມຄວາມມັກຂອງພຣະອົງ ແລະ ບໍ່ຂັດຂືນເຈດຕະນາຂອງພຣະອົງ, ໂດຍຄິດວ່າສິ່ງນີ້ອາດຈະເຮັດໃຫ້ພຣະຄຣິສຮູ້ສຶກເຖິງການມີຢູ່ຂອງຕົວຕົນ ແລະ ສະຖານະຂອງພຣະອົງ. ນີ້ແມ່ນຄວາມຜິດພາດທີ່ຮ້າຍແຮງ! ຄົນໃນທ່າມກາງມະນຸດຊາດທີ່ເສື່ອມຊາມທີ່ມີຊື່ສຽງ, ອຳນາດ ແລະ ສະຖານະ ໄດ້ຮັບຊື່ສຽງ ແລະ ອຳນາດຂອງພວກເຂົາມາໄດ້ແນວໃດ? (ໂດຍການລູບແຄ່ງລູບຂາ ແລະ ການປະຈົບສໍພໍ.) ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ມັນແມ່ນຜ່ານການຕໍ່ສູ້ ແລະ ຄວາມພະຍາຍາມຂອງພວກເຂົາໃນທ່າມກາງຜູ້ຄົນເປັນຫຼັກ, ແມ່ນແຕ່ຜ່ານການບົງການ ແລະ ໂດຍການໄດ້ມາ ຫຼື ການຍາດຊີງເອົາມັນມາຜ່ານວິທີການຕ່າງໆ. ນັ້ນເປັນພຽງແຕ່ຊື່ສຽງ, ຕຳແໜ່ງທີ່ສູງ ຫຼື ລຳດັບທີ່ສູງໃນທ່າມກາງຜູ້ຄົນເທົ່ານັ້ນ. ຊື່ສຽງທີ່ສູງສົ່ງ, ລຳດັບທີ່ສູງ ແລະ ສະຖານະທີ່ສູງນີ້ ເຮັດໃຫ້ຄົນໃດໜຶ່ງໂດດເດັ່ນໃນທ່າມກາງຝູງຊົນ, ກາຍເປັນຜູ້ນຳ, ເປັນຜູ້ຕັດສິນໃຈທີ່ມີສິດໃນການຕັດສິນໃຈ. ແຕ່ແກ່ນແທ້ຂອງຄົນທີ່ມີສະຖານະ ແລະ ຊື່ສຽງ, ຜູ້ທີ່ສູງສົ່ງກວ່າຄົນອື່ນໃນທ່າມກາງຜູ້ຄົນນັ້ນແມ່ນຫຍັງ? ມີຄວາມແຕກຕ່າງຫຍັງບໍລະຫວ່າງພວກເຂົາກັບຄົນອື່ນ? ຕົວຕົນ ແລະ ແກ່ນແທ້ຂອງພວກເຂົາແມ່ນຄືກັນແປະກັບມະນຸດ ທຳມະດາທີ່ເສື່ອມຊາມທຸກຄົນ; ພວກເຂົາແມ່ນສິ່ງທີ່ຖືກສ້າງທຳມະດາທີ່ເສື່ອມຊາມພາຍໃຕ້ອຳນາດຂອງຊາຕານ, ສາມາດທໍລະຍົດຄວາມຈິງ ແລະ ສິ່ງທີ່ເປັນບວກ, ກັບດຳໃຫ້ເປັນຂາວ, ເຮັດຂັດກັບຄວາມຈິງ, ເຮັດຄວາມຊົ່ວຮ້າຍ, ຕໍ່ຕ້ານພຣະເຈົ້າ ແລະ ຂັດສູ່ ແລະ ປ້ອຍດ່າສະຫວັນ. ຕົວຕົນ ແລະ ແກ່ນແທ້ທີ່ແທ້ຈິງຂອງພວກເຂົາແມ່ນຕົວຕົນ ແລະ ແກ່ນແທ້ຂອງຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ທີ່ສາມາດຕໍ່ຕ້ານພຣະເຈົ້າ, ເຮັດໃຫ້ຊື່ສຽງ ແລະ ສະຖານະຂອງພວກເຂົາເປັນພຽງນາມມະຍົດທີ່ວ່າງເປົ່າ. ຜູ້ທີ່ໂຫດຮ້າຍ, ປ່າເຖື່ອນ ແລະ ປະສົງຮ້າຍພຽງພໍ, ຜູ້ທີ່ຈະຂ້າ ຫຼື ທຳຮ້າຍຄົນອື່ນເພື່ອສະຖານະ ແລະ ຊື່ສຽງ, ກໍໄດ້ຮັບຕຳແໜ່ງທີ່ສູງ. ຜູ້ທີ່ສາມາດວາງແຜນການ, ຜູ້ທີ່ມີວິທີການ ແລະ ສາມາດວາງກົນອຸບາຍ, ກໍກາຍເປັນຜູ້ນຳເໜືອຄົນອື່ນ. ບຸກຄົນເຫຼົ່ານີ້ມີຄວາມປະສົງຮ້າຍ, ປ່າເຖື່ອນ ແລະ ຊົ່ວຊ້າກວ່າຄົນເສື່ອມຊາມທຳມະດາ. ພວກເຂົາມັກໃຫ້ຖືກປະຕິບັດດ້ວຍຄຳເວົ້າທີ່ມ່ວນຫູ, ການປະຈົບສໍພໍ, ການລູບແຄ່ງລູບຂາ ແລະ ການປະຈົບປະແຈງເທົ່ານັ້ນ. ຖ້າເຈົ້າເວົ້າຄວາມຈິງກັບພວກເຂົາ, ເຈົ້າກໍສ່ຽງຊີວິດຂອງເຈົ້າ. ພວກຕໍ່ຕ້ານພຣະຄຣິສນໍາເອົາກົດເກນຂອງເກມທາງໂລກ ແລະ ປັດຊະຍາສຳລັບການກະທຳທາງໂລກເຫຼົ່ານີ້ເຂົ້າມາໃນເຮືອນຂອງພຣະເຈົ້າ, ໂດຍນໍາໃຊ້ສິ່ງເຫຼົ່ານັ້ນໃນການພົວພັນຂອງພວກເຂົາກັບພຣະຄຣິສ. ພວກເຂົາທຶກທັກເອົາເອງວ່າ ຖ້າພຣະຄຣິສຕ້ອງການຢືນຢັດຢ່າງໝັ້ນຄົງ, ພຣະອົງກໍຕ້ອງມັກຖືກລູບແຄ່ງລູບຂາ, ປະຈົບປະແຈງ ແລະ ຖືກເວົ້າດ້ວຍຄຳເວົ້າທີ່ມ່ວນຫູເຊັ່ນກັນ. ໂດຍການເຮັດແບບນີ້, ພວກເຂົາປະຕິບັດຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດນັ້ນວ່າເປັນພຽງສະມາຊິກຄົນໜຶ່ງຂອງມະນຸດຊາດທີ່ເສື່ອມຊາມໂດຍບໍ່ຮູ້ຕົວ, ເຊິ່ງນີ້ແມ່ນວິທີການຂອງພວກຕໍ່ຕ້ານພຣະຄຣິສ. ສະນັ້ນ, ອຸປະນິໄສທີ່ສະແດງອອກໂດຍພວກຕໍ່ຕ້ານພຣະຄຣິສໃນການພົວພັນຂອງພວກເຂົາກັບພຣະຄຣິສ ຈຶ່ງຊົ່ວຊ້າຢ່າງບໍ່ຕ້ອງສົງໄສ. ພວກເຂົາມີອຸປະນິໄສທີ່ຊົ່ວຊ້າ, ມັກຄາດເດົາ ແລະ ໄຕ່ຕອງຄວາມຄິດຂອງຜູ້ຄົນ, ມັກສັງເກດເບິ່ງຄຳເວົ້າ ແລະ ສີໜ້າຂອງຄົນອື່ນ ແລະ ມັກໃຊ້ວິທີການບາງຢ່າງ, ກົດເກນຂອງເກມບາງຢ່າງທີ່ຄົນທາງໂລກໃຊ້ໃນການປະຕິບັດຕໍ່ພຣະຄຣິສ ແລະ ໃນເລື່ອງຕ່າງໆທີ່ກ່ຽວຂ້ອງກັບການພົວພັນຂອງພວກເຂົາກັບພຣະອົງ. ຄວາມຜິດພາດທີ່ຮ້າຍແຮງທີ່ສຸດທີ່ພວກເຂົາເຮັດແມ່ນຫຍັງ? ເປັນຫຍັງພວກເຂົາຈຶ່ງສາມາດປະພຶດແບບນີ້ໄດ້? ຕົ້ນຕໍຢູ່ໃສ? ພຣະເຈົ້າກ່າວວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຄົນທຳມະດາ. ເມື່ອພວກຕໍ່ຕ້ານພຣະຄຣິສໄດ້ຍິນສິ່ງນີ້, ພວກເຂົາກໍດີໃຈ, ໂດຍກ່າວວ່າ: “ຄັນຊັ້ນ, ຂ້ອຍກໍຈະປະຕິບັດຕໍ່ເຈົ້າຄືກັບຄົນທຳມະດາ; ຕອນນີ້ ຂ້ອຍມີພື້ນຖານສຳລັບວິທີການປະຕິບັດຕໍ່ເຈົ້າແລ້ວ”. ເມື່ອພຣະເຈົ້າກ່າວວ່າ ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດມີແກ່ນແທ້ຂອງພຣະເຈົ້າ, ພວກຕໍ່ຕ້ານພຣະຄຣິສກໍຕອບວ່າ: “ແກ່ນແທ້ຂອງພຣະເຈົ້າບໍ? ເປັນຫຍັງຂ້ອຍຈຶ່ງບໍ່ເຫັນມັນ? ມັນຢູ່ໃສ? ມັນສະແດງອອກແນວໃດ? ລາວເປີດເຜີຍຫຍັງເພື່ອພິສູດວ່າລາວມີແກ່ນແທ້ຂອງພຣະເຈົ້າ? ຂ້ອຍຮູ້ພຽງແຕ່ລູບແຄ່ງລູບຂາ ແລະ ປະຈົບປະແຈງຜູ້ທີ່ມີສະຖານະເທົ່ານັ້ນ. ຂ້ອຍບໍ່ມີທາງຜິດພາດກັບການລູບແຄ່ງລູບຂາ ແລະ ການປະຈົບປະແຈງຜູ້ຄົນ; ມັນເປັນວິທີທີ່ໄດ້ຜົນສະເໝີ. ຢ່າງໜ້ອຍ, ມັນກໍດີກວ່າການເວົ້າຄວາມຈິງ”. ນີ້ຄືຄວາມຊົ່ວຊ້າຂອງພວກຕໍ່ຕ້ານພຣະຄຣິສ. ນີ້ຄືວິທີທີ່ພວກຕໍ່ຕ້ານພຣະຄຣິສບໍ່ເຊື່ອ ຫຼື ບໍ່ຍອມຮັບຄວາມຈິງ, ໂດຍດຳເນີນຊີວິດໂດຍອາໄສປັດຊະຍາຂອງຊາຕານພຽງຢ່າງດຽວ.
ບາງຄົນເວົ້າວ່າ: “ທຸກຄົນມັກຜູ້ທີ່ສາມາດລູກແຄ່ງລູບຂາ, ປະຈົບປະແຈງ ແລະ ເວົ້າຄຳມ່ວນຫູ; ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ບໍ່ມັກຄົນປະເພດນີ້. ຄັນຊັ້ນ, ພຣະເຈົ້າມັກຄົນປະເພດໃດແທ້? ຄົນເຮົາຄວນພົວພັນກັບພຣະເຈົ້າແນວໃດ ເພື່ອໃຫ້ພຣະອົງມັກ?” ພວກເຈົ້າຮູ້ບໍ? (ພຣະເຈົ້າມັກຄົນຊື່ສັດ, ຄົນທີ່ເວົ້າຄວາມໃນໃຈກັບພຣະເຈົ້າ, ຄົນທີ່ເປີດໃຈ ແລະ ໂອ້ລົມກັບພຣະເຈົ້າໂດຍບໍ່ມີການຫຼອກລວງ.) ມີຫຍັງອີກບໍ? (ຜູ້ທີ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ຜູ້ທີ່ສາມາດຟັງ ແລະ ຍອມຮັບພຣະທຳຂອງພຣະເຈົ້າ.) (ຜູ້ທີ່ມີໃຈຫັນໄປຫາເຮືອນຂອງພຣະເຈົ້າ, ຜູ້ທີ່ເປັນຈິດໜຶ່ງໃຈດຽວກັບພຣະເຈົ້າ.) ພວກເຈົ້າລ້ວນແຕ່ໄດ້ເວົ້າເຖິງຫຼາຍດ້ານຂອງການເປັນຄົນຊື່ສັດທີ່ຄວນນໍາໄປປະຕິບັດ. ການເປັນຄົນຊື່ສັດແມ່ນຂໍ້ກຳນົດທີ່ພຣະເຈົ້າມີຕໍ່ມະນຸດ. ມັນແມ່ນຄວາມຈິງທີ່ມະນຸດຕ້ອງນໍາໄປປະຕິບັດ. ຄັນຊັ້ນ, ມີຫຼັກການຫຍັງແດ່ທີ່ມະນຸດຄວນປະຕິບັດຕາມໃນການພົວພັນກັບພຣະເຈົ້າ? ຈົ່ງຈິງໃຈ: ນີ້ແມ່ນຫຼັກການທີ່ຄວນປະຕິບັດຕາມເມື່ອພົວພັນກັບພຣະເຈົ້າ. ຢ່າປະພຶດຕາມແບບຢ່າງຂອງຄົນທີ່ບໍ່ເຊື່ອໃນການລູບແຄ່ງລູບຂາ ຫຼື ການປະຈົບປະແຈງ; ພຣະເຈົ້າບໍ່ຕ້ອງການການລູບແຄ່ງລູບຂາ ແລະ ການປະຈົບປະແຈງຂອງມະນຸດ. ພຽງແຕ່ຈິງໃຈກໍພໍແລ້ວ. ແລ້ວການຈິງໃຈໝາຍຄວາມວ່າແນວໃດ? ສິ່ງນີ້ຄວນນໍາໄປປະຕິບັດແນວໃດ? (ພຽງແຕ່ເປີດໃຈຕໍ່ພຣະເຈົ້າ, ໂດຍບໍ່ມີການປິດບັງ ຫຼື ເຊື່ອງອຳສິ່ງໃດ ຫຼື ເກັບຄວາມລັບໃດໆໄວ້, ພົວພັນກັບພຣະເຈົ້າດ້ວຍໃຈທີ່ຊື່ສັດ ແລະ ເປັນຄົນຊື່ຕົງ, ໂດຍບໍ່ມີເຈດຕະນາຮ້າຍ ຫຼື ເລ່ຫຼ່ຽມໃດໆ.) ຖືກຕ້ອງແລ້ວ. ເພື່ອທີ່ຈະຈິງໃຈ, ກ່ອນອື່ນໝົດ ເຈົ້າຕ້ອງວາງຄວາມປາຖະໜາສ່ວນຕົວຂອງເຈົ້າລົງ. ແທນທີ່ຈະຈົດຈໍ່ຢູ່ກັບວິທີທີ່ພຣະເຈົ້າປະຕິບັດຕໍ່ເຈົ້າ, ເຈົ້າຄວນເປີດໃຈຕໍ່ພຣະເຈົ້າ ແລະ ເວົ້າທຸກຢ່າງທີ່ຢູ່ໃນໃຈຂອງເຈົ້າ. ຢ່າໄຕ່ຕອງ ຫຼື ຄິດພິຈາລະນາວ່າຜົນທີ່ຕາມມາຂອງຄຳເວົ້າຂອງເຈົ້າຈະເປັນແນວໃດ; ຈົ່ງເວົ້າທຸກຢ່າງທີ່ເຈົ້າກຳລັງຄິດ, ວາງແຮງຈູງໃຈຂອງເຈົ້າລົງ ແລະ ຢ່າເວົ້າສິ່ງຕ່າງໆພຽງເພື່ອບັນລຸຈຸດປະສົງບາງຢ່າງ. ເຈົ້າມີເຈດຕະນາສ່ວນຕົວ ແລະ ສິ່ງເຈືອປົນຫຼາຍໂພດ; ເຈົ້າໃຊ້ຄວາມຄິດຄໍານວນໃນວິທີທີ່ເຈົ້າເວົ້າຢູ່ສະເໝີ, ໂດຍພິຈາລະນາວ່າ: “ຂ້ອຍຄວນເວົ້າເລື່ອງນີ້ ແລະ ບໍ່ເວົ້າເລື່ອງນັ້ນ, ຂ້ອຍຕ້ອງລະມັດລະວັງກ່ຽວກັບສິ່ງທີ່ຂ້ອຍເວົ້າ. ຂ້ອຍຈະເວົ້າໃນລັກສະນະທີ່ເປັນຜົນດີຕໍ່ຂ້ອຍ ແລະ ປົກປິດຂໍ້ບົກຜ່ອງຂອງຂ້ອຍ ແລະ ຈະສ້າງຄວາມປະທັບໃຈທີ່ດີໃຫ້ແກ່ພຣະເຈົ້າ”. ນີ້ບໍ່ແມ່ນການມີເຈດຕະນາແອບແຝງບໍ? ກ່ອນທີ່ເຈົ້າຈະອ້າປາກເວົ້າ, ຄວາມຄິດຂອງເຈົ້າກໍເຕັມໄປດ້ວຍຄວາມຄິດທີ່ຄົດໂກງ, ເຈົ້າດັດແປງສິ່ງທີ່ເຈົ້າຢາກເວົ້າຫຼາຍເທື່ອ, ເພື່ອວ່າເມື່ອຄຳເວົ້າອອກມາຈາກປາກຂອງເຈົ້າ, ມັນກໍບໍ່ບໍລິສຸດອີກຕໍ່ໄປ ແລະ ບໍ່ມີຄວາມແທ້ຈິງແມ່ນແຕ່ໜ້ອຍດຽວ ແລະ ມີເຈດຕະນາແອງແຝງຂອງເຈົ້າເອງ ແລະ ແຜນການຮ້າຍຂອງຊາຕານປົນຢູ່. ນີ້ບໍ່ແມ່ນຄວາມໝາຍຂອງການຈິງໃຈ; ນີ້ຄືການມີເຈດຕະນາຊົ່ວຮ້າຍ ແລະ ຄວາມປະສົງຮ້າຍ. ຍິ່ງໄປກວ່ານັ້ນ, ເມື່ອເຈົ້າເວົ້າ, ເຈົ້າສັງເກດເບິ່ງສີໜ້າ ແລະ ສາຍຕາຂອງຄົນອື່ນຢູ່ສະເໝີ: ຖ້າສີໜ້າຂອງພວກເຂົາດີ, ເຈົ້າກໍເວົ້າຕໍ່; ຖ້າບໍ່ດີ, ເຈົ້າກໍເກັບໄວ້ ແລະ ບໍ່ເວົ້າຫຍັງ; ຖ້າສາຍຕາຂອງພວກເຂົາບໍ່ດີ ແລະ ເບິ່ງຄືວ່າພວກເຂົາບໍ່ມັກສິ່ງທີ່ພວກເຂົາກຳລັງໄດ້ຍິນ, ເຈົ້າກໍຈະຄິດພິຈາລະນາ ແລະ ເວົ້າກັບຕົນເອງວ່າ: “ເອີ, ຂ້ອຍຈະເວົ້າສິ່ງທີ່ເຈົ້າສົນໃຈ, ສິ່ງທີ່ເຮັດໃຫ້ເຈົ້າມີຄວາມສຸກ, ສິ່ງທີ່ເຈົ້າຈະມັກ ແລະ ສິ່ງທີ່ເຮັດໃຫ້ເຈົ້າມີຄວາມຮູ້ສຶກດີຕໍ່ຂ້ອຍ.” ນີ້ແມ່ນການຈິງໃຈບໍ? ມັນບໍ່ແມ່ນ. ບາງຄົນບໍ່ລາຍງານເມື່ອພວກເຂົາເຫັນໃຜຜູ້ໜຶ່ງເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ. ພວກເຂົາຄິດວ່າ: “ຖ້າຂ້ອຍເປັນຄົນທຳອິດທີ່ລາຍງານເລື່ອງນີ້, ຂ້ອຍກໍຈະລ່ວງເກີນຄົນນັ້ນ ແລະ ຖ້າຫາກຂ້ອຍລາຍງານຜິດ, ຂ້ອຍກໍຈະຕ້ອງຖືກລິຮານ. ຂ້ອຍຈະຖ້າໃຫ້ຄົນອື່ນລາຍງານກ່ອນ ແລະ ຂ້ອຍກໍຈະລາຍງານພ້ອມກັບພວກເຂົາ. ເຖິງແມ່ນວ່າພວກເຮົາຜິດ, ມັນກໍບໍ່ແມ່ນເລື່ອງໃຫຍ່, ເພາະທ້າຍທີ່ສຸດແລ້ວ ເຈົ້າບໍ່ສາມາດລົງໂທດຄົນຈຳນວນຫຼາຍໄດ້. ດັ່ງຄຳເວົ້າທີ່ວ່າ: ‘ປືນຍິງນົກໂຕທີ່ບິນອອກໜ້າ’. ຂ້ອຍຈະບໍ່ເປັນນົກໂຕນັ້ນ; ຕ້ອງແມ່ນຄົນໂງ່ເທົ່ານັ້ນທີ່ຈະຍືນຍັດໂຜ່ຫົວອອກມາ”. ນີ້ແມ່ນການຈິງໃຈບໍ? ມັນບໍ່ແມ່ນຢ່າງແນ່ນອນ. ຄົນປະເພດນີ້ເຈົ້າເລ່ແທ້ໆ; ຖ້າພວກເຂົາໄດ້ກາຍເປັນຜູ້ນຳຄຣິສຕະຈັກ ຫຼື ຜູ້ຮັບຜິດຊອບ, ພວກເຂົາຈະບໍ່ກໍ່ໃຫ້ເກີດຄວາມເສຍຫາຍແກ່ວຽກງານຂອງຄຣິສຕະຈັກບໍ? ພວກເຂົາຈະເຮັດໃຫ້ເກີດຢ່າງແນ່ນອນ. ຄົນປະເພດນີ້ແມ່ນນໍາໃຊ້ບໍ່ໄດ້ຢ່າງເດັດຂາດ. ພວກເຈົ້າສາມາດແຍກແຍະຄົນປະເພດນີ້ໄດ້ບໍ? ສົມມຸດວ່າ, ມີຜູ້ນຳຄົນໜຶ່ງທີ່ໄດ້ເຮັດສິ່ງບໍ່ດີບາງຢ່າງ ແລະ ໄດ້ລົບກວນວຽກງານຂອງຄຣິສຕະຈັກ, ແຕ່ບໍ່ມີໃຜເຂົ້າໃຈວ່າເກີດຫຍັງຂຶ້ນແທ້ກັບຄົນນີ້ ແລະ ເບື້ອງເທິງກໍບໍ່ຮູ້ວ່າລາວເປັນແນວໃດ, ມີພຽງແຕ່ເຈົ້າເທົ່ານັ້ນທີ່ຮູ້ວ່າເກີດຫຍັງຂຶ້ນແທ້ກັບລາວ. ໃນສະຖານະການແບບນີ້, ເຈົ້າຈະລາຍງານບັນຫາໃຫ້ເບື້ອງເທິງຢ່າງຊື່ສັດບໍ? ບັນຫານີ້ເປີດເຜີຍທາດແທ້ຂອງຄົນໄດ້ດີທີ່ສຸດ. ຖ້າເຈົ້າປິດບັງເລື່ອງນີ້ ແລະ ບໍ່ເວົ້າຫຍັງກັບໃຜເລີຍ, ບໍ່ເວົ້າແມ່ນແຕ່ກັບພຣະເຈົ້າ, ໂດຍຖ້າຈົນຮອດມື້ທີ່ຜູ້ນຳຄົນນັ້ນໄດ້ເຮັດຄວາມຊົ່ວຫຼາຍຈົນເຮັດໃຫ້ວຽກງານຂອງຄຣິສຕະຈັກເສຍຫາຍໝົດ ແລະ ທຸກຄົນໄດ້ເປີດໂປງ ແລະ ຈັດການລາວແລ້ວ, ເຈົ້າຈຶ່ງລຸກຂຶ້ນມາເວົ້າວ່າ: “ຂ້ານ້ອຍຮູ້ມາຕະຫຼອດວ່າລາວບໍ່ແມ່ນຄົນດີ. ພຽງແຕ່ບາງຄົນຄິດວ່າລາວເປັນຄົນດີ; ຖ້າຂ້ານ້ອຍເວົ້າຫຍັງອອກໄປ, ກໍຈະບໍ່ມີໃຜເຊື່ອຂ້ານ້ອຍ. ດັ່ງນັ້ນ, ຂ້ານ້ອຍຈຶ່ງບໍ່ໄດ້ເວົ້າອອກມາ. ຕອນນີ້ລາວໄດ້ເຮັດສິ່ງບໍ່ດີບາງຢ່າງ ແລະ ທຸກຄົນສາມາດບອກໄດ້ວ່າລາວເປັນໃຜ, ຂ້ານ້ອຍຈຶ່ງສາມາດເວົ້າກ່ຽວກັບສິ່ງທີ່ເກີດຂຶ້ນແທ້ກັບລາວ”, ນັ້ນແມ່ນການຈິງໃຈບໍ? (ບໍ່.) ຖ້າທຸກຄັ້ງທີ່ມີການເປີດໂປງບັນຫາຂອງໃຜຜູ້ໜຶ່ງ ຫຼື ມີການລາຍງານບັນຫາ, ເຈົ້າເຮັດຕາມຝູງຊົນ ແລະ ເປັນຄົນສຸດທ້າຍທີ່ລຸກຂຶ້ນມາເປີດໂປງພວກເຂົາ ຫຼື ລາຍງານບັນຫາ, ເຈົ້າມີຄວາມຈິງໃຈບໍ? ບໍ່ມີສິ່ງໃດໃນນີ້ທີ່ເປັນການຈິງໃຈ. ຖ້າເຈົ້າເກີດບໍ່ມັກໜ້າໃຜຜູ້ໜຶ່ງ ຫຼື ມີໃຜຜູ້ໜຶ່ງໄດ້ລ່ວງເກີນເຈົ້າ ແລະ ເຈົ້າຮູ້ວ່າພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ, ແຕ່ເຈົ້າເປັນຄົນຈິດໃຈຄັບແຄບ ຈຶ່ງກຽດຊັງພວກເຂົາ ແລະ ຢາກແກ້ແຄ້ນພວກເຂົາ, ເພື່ອເຮັດໃຫ້ພວກເຂົາຂາຍໜ້າ, ເຈົ້າອາດຈະຄິດຫາວິທີ ແລະ ຊອກຫາໂອກາດທີ່ຈະເວົ້າສິ່ງບໍ່ດີກ່ຽວກັບພວກເຂົາໃຫ້ເບື້ອງເທິງຟັງ. ເຈົ້າອາດຈະພຽງແຕ່ເວົ້າຄວາມຈິງ, ບໍ່ໄດ້ກ່າວໂທດຄົນນັ້ນ, ແຕ່ເມື່ອເວົ້າຄວາມຈິງເຫຼົ່ານັ້ນ, ເຈດຕະນາຂອງເຈົ້າກໍຖືກເປີດເຜີຍອອກມາ: ເຈົ້າຢາກຢືມມືຂອງເບື້ອງເທິງ ຫຼື ໃຫ້ພຣະເຈົ້າກ່າວບາງຢ່າງເພື່ອຈັດການພວກເຂົາ. ໂດຍການລາຍງານບັນຫາໃຫ້ເບື້ອງເທິງ, ເຈົ້າກຳລັງພະຍາຍາມບັນລຸເປົ້າໝາຍຂອງເຈົ້າ. ສິ່ງນີ້ມີເຈດຕະນາສ່ວນຕົວເຈືອປົນຢ່າງຊັດເຈນ ແລະ ມັນບໍ່ແມ່ນການຈິງໃຈຢ່າງແນ່ນອນ. ຖ້າພວກເຂົາເປັນຄົນຊົ່ວຮ້າຍທີ່ກຳລັງລົບກວນວຽກງານຂອງຄຣິສຕະຈັກ ແລະ ເຈົ້າລາຍງານໃຫ້ເບື້ອງເທິງຮູ້ເພື່ອປົກປ້ອງວຽກງານນັ້ນ ແລະ ນອກຈາກນັ້ນ, ບັນຫາທີ່ເຈົ້າລາຍງານກໍເປັນຄວາມຈິງທັງໝົດ, ນັ້ນແມ່ນແຕກຕ່າງຈາກການຈັດການສິ່ງຕ່າງໆໂດຍອາໄສປັດຊະຍາຂອງຊາຕານ. ມັນເກີດຂຶ້ນຈາກຄວາມຮູ້ສຶກຍຸຕິທຳ ແລະ ຄວາມຮັບຜິດຊອບ ແລະ ມັນຄືການປະຕິບັດຕາມຄວາມຈົງຮັກພັກດີຂອງເຈົ້າ; ນັ້ນຄືການສະແດງອອກຂອງການຈິງໃຈ.
ພຣະເຈົ້າບໍ່ມັກຄົນທີ່ລູບແຄ່ງລູບຂາ, ປະຈົບປະແຈງ ຫຼື ເວົ້າຄຳທີ່ມ່ວນຫູ. ຄັນຊັ້ນ, ພຣະເຈົ້າມັກຄົນປະເພດໃດ? ພຣະເຈົ້າມັກໃຫ້ຄົນພົວພັນ ແລະ ໂອ້ລົມກັບພຣະອົງແນວໃດ? ພຣະເຈົ້າມັກຄົນຊື່ສັດ, ພຣະອົງມັກໃຫ້ຄົນຈິງໃຈຕໍ່ພຣະອົງ. ເຈົ້າບໍ່ຈຳເປັນຕ້ອງສັງເກດເບິ່ງນໍ້າສຽງ ແລະ ສີໜ້າຂອງພຣະອົງ ຫຼື ພະຍາຍາມເອົາໃຈພຣະອົງ; ເຈົ້າພຽງແຕ່ຕ້ອງຈິງໃຈ, ມີໃຈທີ່ຈິງໃຈ, ມີໃຈທີ່ບໍ່ມີການປິດບັງ, ບໍ່ມີສິ່ງກີດຂວາງ ຫຼື ປອມແປງ ແລະ ໃຫ້ພາບລັກພາຍນອກຂອງເຈົ້າກົງກັບພາຍໃນໃຈຂອງເຈົ້າ. ນັ້ນກໍຄື, ເມື່ອເຈົ້າປະຕິບັດຕໍ່ ແລະ ພົວພັນກັບພຣະຄຣິສ, ເຈົ້າບໍ່ຈຳເປັນຕ້ອງໃຊ້ຄວາມພະຍາຍາມໃດໆ, ເຮັດ “ການບ້ານ” ໃດໆ ຫຼື ກຽມຕົວ ຫຼື ເຮັດສິ່ງໃດລ່ວງໜ້າ; ບໍ່ມີສິ່ງໃດໃນນີ້ທີ່ຈຳເປັນເລີຍ. ພຣະເຈົ້າມັກຄວາມຈິງໃຈ: ການສົນທະນາ ແລະ ການພົວພັນແບບໃຈຕໍ່ໃຈ, ປົກກະຕິ ແລະ ເປັນທຳມະຊາດ. ເຖິງແມ່ນວ່າເຈົ້າຈະເວົ້າຜິດ ຫຼື ໃຊ້ຄຳເວົ້າທີ່ບໍ່ເໝາະສົມ, ມັນກໍບໍ່ແມ່ນບັນຫາ. ຕົວຢ່າງ: ສົມມຸດວ່າເຮົາໄປສະຖານທີ່ແຫ່ງໜຶ່ງ ແລະ ຄົນເຮັດອາຫານຖາມວ່າ: “ເຈົ້າມີອາຫານທີ່ຕ້ອງຫ້າມບໍ? ອາຫານຫຍັງແດ່ທີ່ເຈົ້າກິນ ແລະ ບໍ່ກິນ? ຂ້ານ້ອຍຄວນກຽມຫຍັງ?” ເຮົາເວົ້າວ່າ: “ຢ່າເຮັດເຄັມໂພດ, ຢ່າເຮັດອາຫານເຜັດ ແລະ ກໍຢ່າໃສ່ນໍ້າມັນຫຼາຍໂພດ ແລະ ບໍ່ເອົາອາຫານຈືນ. ສຳລັບອາຫານຫຼັກ, ເຂົ້າຈ້າວ ຫຼື ເຝີກໍໄດ້”. ຄຳແນະນໍາເຫຼົ່ານີ້ເລິກເຊິ່ງບໍ? (ບໍ່.) ຜູ້ໃດກໍຕາມທີ່ຮູ້ວິທີເຮັດອາຫານກໍຈະເຂົ້າໃຈໃນທັນທີ ໂດຍບໍ່ຈຳເປັນຕ້ອງຄາດເດົາ, ໄຕ່ຕອງ ຫຼື ຕ້ອງການການຊີ້ນໍາ ຫຼື ຄຳອະທິບາຍທີ່ລະອຽດ. ພຽງແຕ່ເຮັດອາຫານຕາມປະສົບການຂອງເຈົ້າ, ມັນເປັນເລື່ອງງ່າຍໆ. ແຕ່ແມ່ນແຕ່ສິ່ງທີ່ງ່າຍດາຍທີ່ສຸດ ຄົນກໍຍັງເຮັດບໍ່ໄດ້ ຍ້ອນວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ຄວາມເຫັນແກ່ຕົວ. ເຮົາບອກວ່າຢ່າໃສ່ນໍ້າມັນຫຼາຍໂພດ, ແຕ່ເມື່ອຮອດເວລາເຮັດອາຫານ, ພວກເຂົາກັບໃຊ້ນໍ້າມັນບ່ວງໃຫຍ່ໃສ່ຜັກຈານນ້ອຍ, ເຊິ່ງແທ້ຈິງແລ້ວແມ່ນການຈືນມັນ, ເຮັດໃຫ້ມັນມີລົດຊາດລ້ຽນຫຼາຍ. ເຮົາບອກວ່າຢ່າເຮັດເຄັມໂພດ ແລະ ພວກເຂົາກໍໃສ່ເກືອພຽງເລັກນ້ອຍ, ຈົນມັນເກືອບບໍ່ມີລົດຊາດ. ດ້ວຍນໍ້າມັນຫຼາຍຂະຫນາດນັ້ນ ແລະ ລົດຊາດຈືດຊືດແບບນັ້ນ, ມັນຍັງຈະໜ້າກິນຢູ່ບໍ? ຄົນເຮັດອາຫານເຮັດແມ່ນແຕ່ເລື່ອງເລັກນ້ອຍນີ້ກໍຍັງບໍ່ຖືກ ແລະ ເຖິງກັບເວົ້າວ່າ: “ເຈດຕະນາຂອງພຣະເຈົ້າເຂົ້າໃຈໄດ້ຍາກ. ທຸກຄຳທີ່ພຣະເຈົ້າກ່າວລ້ວນແຕ່ເປັນຄວາມຈິງ; ມັນຍາກສຳລັບຄົນທີ່ຈະນໍາໄປປະຕິບັດໄດ້!” “ຍາກທີ່ຈະນໍາໄປປະຕິບັດໄດ້” ໝາຍຄວາມວ່າແນວໃດ? ມັນບໍ່ແມ່ນວ່າຍາກທີ່ຈະປະຕິບັດໄດ້, ແຕ່ເປັນຍ້ອນເຈົ້າບໍ່ປະຕິບັດມັນ. ຄວາມເຫັນແກ່ຕົວຂອງເຈົ້າໃຫຍ່ຫຼວງໂພດ; ເຈົ້າມີເຈດຕະນາຂອງເຈົ້າເອງ ແລະ ສິ່ງເຈືອປົນສ່ວນຕົວຢູ່ສະເໝີ. ເຈົ້າຢາກເຮັດສິ່ງຕ່າງໆຕາມຄວາມຕ້ອງການຂອງເຈົ້າເອງຢູ່ສະເໝີ, ໂດຍເຮັດທຸກຢ່າງຕາມລົດຊາດຂອງເຈົ້າເອງ. ເຮົາເວົ້າວ່າ: “ຢ່າເຮັດອາຫານເຜັດເມື່ອເຮັດອາຫານ. ຖ້າພວກເຈົ້າທຸກຄົນມັກກິນເຜັດ, ກໍເຮັດອາຫານທີ່ບໍ່ເຜັດໃຫ້ເຮົາແດ່”. ແຕ່ເມື່ອຮອດເວລາເຮັດອາຫານ, ພວກເຂົາຢືນຢັນທີ່ຈະເຮັດໃຫ້ມັນເຜັດ; ພວກເຂົາກິນຢ່າງແຊບຊ້ອຍ ແລະ ຄິດວ່າມັນດີຫຼາຍ. ເຮົາເວົ້າວ່າ: “ເຮົາບອກເຈົ້າແລ້ວວ່າຢ່າເຮັດໃຫ້ມັນເຜັດ. ເປັນຫຍັງເຈົ້າຈຶ່ງເຮັດເຜັດ?” “ອາຫານຈານນີ້ມັນຕ້ອງເຜັດ. ມັນບໍ່ແຊບຖ້າບໍ່ເຜັດ, ມັນບໍ່ມີລົດຊາດຖ້າບໍ່ໃສ່ເຜັດ”. ນີ້ແມ່ນຄົນປະເພດໃດ? ພວກເຂົາມີເຈດຕະນາດີບໍ? ບາງຄົນມັກກິນຊີ້ນ; ເຮົາເວົ້າວ່າ: “ຖ້າເຈົ້າມັກຊີ້ນ, ກໍເຮັດອາຫານທີ່ໃສ່ຊີ້ນຫຼາຍໆໃຫ້ຕົວເຈົ້າເອງ. ໃສ່ຊີ້ນໜ້ອຍດຽວໃນອາຫານທີ່ເຈົ້າເຮັດໃຫ້ເຮົາ, ຫຼື ພຽງແຕ່ເຮັດອາຫານຜັກໃຫ້ເຮົາ”. ພວກເຂົາຕົກລົງເຫັນດີໃນທັນທີ, ແຕ່ເມື່ອຮອດເວລາເຮັດອາຫານ, ພວກເຂົາກັບບໍ່ສົນໃຈຄຳຂໍຂອງເຮົາ, ໂດຍໃສ່ຊີ້ນຕອນໃຫຍ່ໆລົງໃນໝໍ້ ແລະ ເຖິງກັບໃສ່ໝາກເຜັດນຳ. ຊີ້ນກໍມັນຢູ່ແລ້ວ ແລະ ພວກເຂົາຍັງຈືນມັນອີກ, ໂດຍເຮັດທຸກຢ່າງຕາມລົດຊາດຈັດທີ່ຕົນເອງມັກ. ຖ້າເຮົາບໍ່ໃຫ້ພວກເຂົາເຮັດແບບນີ້, ພວກເຂົາກໍຮັບບໍ່ໄດ້; ພວກເຂົາເຖິງກັບເວົ້າວ່າ: “ເຈົ້າເອົາໃຈຍາກໂພດ. ນີ້ແຊບຫຼາຍ! ຄົນອື່ນກໍກິນ, ເປັນຫຍັງເຈົ້າຈຶ່ງບໍ່ກິນ? ຂ້ານ້ອຍບໍ່ໄດ້ເຮັດອາຫານນີ້ເພື່ອເຈົ້າບໍ? ການກິນຫຼາຍໆດີຕໍ່ສຸຂະພາບຂອງເຈົ້າ, ມັນໃຫ້ພະລັງງານແກ່ເຈົ້າ. ຖ້າເຈົ້າສຸຂະພາບແຂງແຮງ, ເຈົ້າກໍສາມາດເທດສະໜາໄດ້ຫຼາຍຂຶ້ນບໍ່ແມ່ນບໍ? ຂ້ານ້ອຍກຳລັງຄຳນຶງເຖິງທັງຕົວເຈົ້າ ແລະ ອ້າຍເອື້ອຍນ້ອງທັງຫຼາຍໃນຄຣິສຕະຈັກ”. ຄົນຜູ້ນີ້ບໍ່ແມ່ນຫຍຸ້ງຍາກຫຼາຍບໍ? ພວກເຂົາມີຄວາມປາຖະໜາຢ່າງແຮງກ້າໃນທຸກສິ່ງ, ມີຄວາມຄິດເຫັນ ແລະ ແນວຄິດຂອງຕົນເອງໃນທຸກສິ່ງ. ບໍ່ຕ້ອງເວົ້າເຖິງວ່າພວກເຂົາມີຄວາມຈິງຫຼືບໍ່, ພວກເຂົາບໍ່ມີແມ່ນແຕ່ຄວາມເປັນມະນຸດຂັ້ນພື້ນຖານທີ່ສຸດ. ນີ້ແມ່ນການຈິງໃຈບໍ? (ບໍ່.) ທຳອິດ, ເມື່ອຄົນນີ້ຖາມເຮົາ, ຮູ້ສຶກວ່າພວກເຂົາເປັນຄົນດີ, ຄືກັບວ່າພວກເຂົາໜ້າຈະເຮັດອາຫານໄດ້ເກັ່ງ. ແຕ່ເມື່ອອາຫານຖືກຍົກອອກມາ, ເຮົາກໍຮູ້ໂລດວ່າ ພວກເຂົາເວົ້າດີ, ເບິ່ງຄືວ່າພວກເຂົາດີຕໍ່ເຮົາ, ແຕ່ຄວາມຈິງແລ້ວ, ພວກເຂົາເປັນພຽງຄົນທີ່ເຫັນແກ່ຕົວ ແລະ ໜ້າລັງກຽດ.
ມີຄົນແບບນີ້ທີ່ເຮົາເຫັນເລື້ອຍໆ; ລາວເປັນຄົນທີ່ມີເລ່ຫຼ່ຽມ ແລະ ຫົວໄວໂດຍທຳມະຊາດ. ເມື່ອລາວພົວພັນກັບເຮົາ, ທັນທີທີ່ເຮົາກິນຢາ, ລາວກໍເອົານໍ້າມາໃຫ້ແລ້ວ; ເມື່ອເຮົາກຳລັງຈະອອກໄປຂ້າງນອກ, ລາວກໍຈັບເອົາກະເປົ໋າຂອງເຮົາທັນທີ ແລະ ເມື່ອເຫັນວ່າທາງນອກອາກາດໜາວ, ລາວກໍເອົາຜ້າພັນຄໍ ແລະ ຖົງມືມາໃຫ້ຄືກັນ. ເຮົາຄິດວ່າ: ລາວໄວແທ້, ແຕ່ເປັນຫຍັງມັນຈຶ່ງຮູ້ສຶກອຶດອັດ? ບໍ່ວ່າເຮົາຈະເຂົ້າ ຫຼື ອອກ, ໃສ່ເຄື່ອງ, ໃສ່ເກີບ ຫຼື ໃສ່ໝວກ, ກໍມັກຈະມີຄົນທີ່ໄວກວ່າເຮົາສະເໝີ. ພວກເຈົ້າຄິດວ່າຄວາມຮູ້ສຶກຂອງເຮົາແນວໃດ? ເຮົາຄວນດີໃຈ ຫຼື ລຳຄານ? (ລຳຄານ.) ພວກເຈົ້າຈະລຳຄານກັບພຶດຕິກຳແບບນີ້ບໍ? (ລຳຄານ.) ຖ້າພວກເຈົ້າທຸກຄົນລຳຄານ, ພວກເຈົ້າຄິດວ່າເຮົາລຳຄານບໍ? (ລຳຄານ.) ບາງຄົນ, ຫຼັງຈາກເຮັດສິ່ງທັງໝົດນີ້ໃຫ້ເຮົາ, ກໍຮູ້ສຶກພໍໃຈ ແລະ ພູມໃຈໃນຕົວເອງຫຼາຍ, ໂດຍເວົ້າວ່າ: “ຕອນຂ້ານ້ອຍເຮັດວຽກ, ຫົວໜ້າຂອງຂ້ານ້ອຍມັກຂ້ານ້ອຍ. ໄປໃສກໍມີແຕ່ຄົນມັກຂ້ານ້ອຍ ຍ້ອນຂ້ານ້ອຍຫົວໄວ”. ຄວາມໝາຍແອບແຝງກໍຄື ພວກເຂົາຮູ້ວິທີປະຈົບສໍພໍ, ລູກແຄ່ງລູບຂາແລະ ປະຈົບປະແຈງ; ພວກເຂົາບໍ່ແມ່ນຄົນທີ່ທື້, ຊັກຊ້າ ຫຼື ໂງ່; ພວກເຂົາວ່ອງໄວໃນການກະທຳ ແລະ ສະຫຼາດຫຼັກແຫຼມ, ດັ່ງນັ້ນ ໄປໃສກໍມີແຕ່ຄົນມັກ. ພວກເຂົາເວົ້າວ່າທຸກຄົນມັກພວກເຂົາ, ເຊິ່ງໝາຍຄວາມວ່າເຮົາກໍຄວນມັກພວກເຂົາຄືກັນ. ເຮົາມັກພວກເຂົາບໍ? ເຮົາລຳຄານພວກເຂົາທີ່ສຸດ! ເຮົາຫຼີກລ່ຽງຄົນປະເພດນີ້ເມື່ອໃດກໍຕາມທີ່ເຮົາເຫັນພວກເຂົາ. ຍັງມີຄົນອື່ນໆອີກ ທີ່ເຫັນວ່າບັນດາຜູ້ປົກປ້ອງ ແລະ ລູກນ້ອງທີ່ມັກປະຈົບສໍພໍຂອງພວກຫົວໜ້າແກ້ງສັງຄົມມືດ ແລະ ຫົວໜ້າມານຮ້າຍ ເປີດປະຕູລົດ ແລະ ເອົາມືບັງຫົວໃຫ້ເຈົ້ານາຍຂອງພວກເຂົາໃນໂລກນີ້ແນວໃດ, ພວກເຂົາກໍເຮັດແບບດຽວກັນກັບເຮົາ. ກ່ອນທີ່ເຮົາຈະຂຶ້ນລົດ, ພວກເຂົາກໍເດ່ມືໄປເປີດປະຕູ, ຈາກນັ້ນກໍເອົາມືບັງຫົວຂອງເຮົາໄວ້, ໂດຍປະຕິບັດຕໍ່ເຮົາຄືກັນກັບວິທີທີ່ຄົນທີ່ບໍ່ເຊື່ອປະຕິບັດຕໍ່ເຈົ້າໜ້າທີ່ລະດັບສູງ. ເຮົາຮູ້ສຶກລັງກຽດຄົນເຫຼົ່ານີ້. ຄົນເຫຼົ່ານີ້, ເຊິ່ງບໍ່ໄດ້ໄລ່ຕາມຄວາມຈິງເລີຍ, ມີຄວາມເປັນມະນຸດທີ່ເຫັນແກ່ຕົວ, ໜ້າລັງກຽດ ແລະ ໂສໂຄກ ແລະ ພວກເຂົາບໍ່ມີຄວາມອາຍເລີຍ. ເມື່ອເຈົ້າພົວພັນກັບຄົນອື່ນ, ໂດຍການລູບແຄ່ງລູບຂາ ແລະ ປະຈົບປະແຈງຜູ້ທີ່ມີສະຖານະ ແລະ ຊື່ສຽງ ແລະ ປະຈົບສໍພໍຢ່າງບໍ່ຢຸດຢັ້ງ, ແມ່ນແຕ່ຄົນຊື່ຕົງບາງຄົນກໍຍັງເຫັນວ່າມັນໜ້າລັງກຽດ ແລະ ດູຖືກຄົນປະເພດນີ້. ຖ້າເຈົ້າເຮັດແບບນີ້ກັບເຮົາ, ເຮົາກໍຍິ່ງເຫັນວ່າມັນໜ້າລັງກຽດກວ່າເກົ່າ. ຢ່າປະພຶດແບບນີ້ກັບເຮົາຈັກເທື່ອ; ເຮົາບໍ່ຕ້ອງການມັນ, ມັນເຮັດໃຫ້ເຮົາລັງກຽດ. ສິ່ງທີ່ເຮົາຕ້ອງການບໍ່ແມ່ນການລູບແຄ່ງລູບຂາ, ການປະຈົບປະແຈງ ຫຼື ການປະຈົບສໍພໍຂອງເຈົ້າ. ເຮົາຕ້ອງການໃຫ້ເຈົ້າຈິງໃຈຕໍ່ເຮົາ, ເວົ້າແບບເປີດໃຈເມື່ອພວກເຮົາພົບກັນ, ເວົ້າກ່ຽວກັບຄວາມເຂົ້າໃຈ, ປະສົບການ ແລະ ຂໍ້ບົກຜ່ອງຂອງເຈົ້າ, ສົນທະນາກ່ຽວກັບຄວາມເສື່ອມຊາມທີ່ເຈົ້າເປີດເຜີຍອອກມາໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ ແລະ ສິ່ງຕ່າງໆທີ່ເຈົ້າຮູ້ສຶກວ່າເຈົ້າຍັງເຮັດບໍ່ໄດ້ດີໃນປະສົບການຂອງເຈົ້າ. ເຈົ້າສາມາດມີສ່ວນຮ່ວມໃນການສະແຫວງຫາ ແລະ ໂອ້ລົມກ່ຽວກັບສິ່ງທັງໝົດນີ້ ແລະ ເຈົ້າສາມາດສຳຫຼວດສິ່ງເຫຼົ່ານີ້ໄດ້ເຊັ່ນກັນ. ບໍ່ວ່າພວກເຮົາຈະໂອ້ລົມ ຫຼື ສົນທະນາໃນຫົວຂໍ້ໃດກໍຕາມ, ເຈົ້າຕ້ອງຈິງໃຈ ແລະ ມີໃຈ ແລະ ທັດສະນະຄະຕິແບບນີ້. ຢ່າຄິດວ່າໂດຍການລູບແຄ່ງລູບຂາ, ປະຈົບສໍພໍ, ປະຈົບປະແຈງ ຫຼື ພະຍາຍາມເອົາໃຈ ແລ້ວເຈົ້າຈະສາມາດສ້າງຄວາມປະທັບໃຈທີ່ດີໄດ້, ມັນບໍ່ມີປະໂຫຍດເລີຍ. ໃນທາງກົງກັນຂ້າມ, ພຶດຕິກຳດັ່ງກ່າວບໍ່ພຽງແຕ່ບໍ່ນໍາຜົນປະໂຫຍດໃດໆມາໃຫ້ເທົ່ານັ້ນ ແຕ່ຍັງອາດຈະເຮັດໃຫ້ເຈົ້າອັບອາຍຂາຍໜ້າຢ່າງໃຫຍ່ຫຼວງ ແລະ ເປີດໂປງຄວາມໂງ່ຈ້າຂອງເຈົ້າ.
ຜູ້ທີ່ບໍ່ສາມາດແມ່ນແຕ່ຈະຈິງໃຈຕໍ່ພຣະຄຣິສໄດ້, ພວກເຂົາແມ່ນຄົນປະເພດໃດ? ຖ້າເຈົ້າຈິງໃຈໃນການປະຕິບັດຕໍ່ຄົນອື່ນ, ເຈົ້າກໍຢ້ານວ່າພວກເຂົາອາດຈະຮູ້ສະຖານະການຈິງກ່ຽວກັບເຈົ້າ ແລະ ທຳຮ້າຍເຈົ້າ, ເຈົ້າຢ້ານວ່າພວກເຂົາອາດຈະຫຼອກລວງ, ໃຊ້ປະໂຫຍດ, ເຍາະເຍີ້ຍ ຫຼື ດູຖືກເຈົ້າ. ແນວໃດກໍຕາມ, ເຈົ້າຢ້ານຫຍັງໃນການຈິງໃຈຕໍ່ພຣະຄຣິສ? ຖ້າມີຄວາມລະແວງເຫຼົ່ານີ້ຢູ່ໃນໃຈຂອງເຈົ້າ, ນັ້ນແມ່ນບັນຫາ. ຖ້າເຈົ້າບໍ່ສາມາດຈິງໃຈໄດ້, ນັ້ນກໍແມ່ນບັນຫາຂອງເຈົ້າເຊັ່ນກັນ; ມັນເປັນດ້ານທີ່ເຈົ້າຄວນໄລ່ຕາມຄວາມຈິງ ແລະ ພະຍາຍາມປ່ຽນແປງ. ຖ້າເຈົ້າເຊື່ອ ແລະ ຍອມຮັບຢ່າງແທ້ຈິງວ່າຄົນທີ່ຢູ່ຕໍ່ໜ້າເຈົ້າແມ່ນພຣະເຈົ້າທີ່ເຈົ້າເຊື່ອ, ແມ່ນພຣະເຈົ້າທີ່ເຈົ້າຕິດຕາມ, ຄັນຊັ້ນ ທາງທີ່ດີເຈົ້າບໍ່ຄວນພົວພັນກັບພຣະອົງໂດຍການປະລູບແຄ່ງລູບຂາ, ຈົບປະແຈງ ແລະ ເວົ້າຄຳທີ່ມ່ວນຫູ. ແຕ່ຈົ່ງຈິງໃຈ, ເວົ້າຄວາມໃນໃຈ ແລະ ເວົ້າຄວາມຈິງ. ຢ່າເວົ້າສິ່ງທີ່ເປັນການເສແສງ, ຢ່າເວົ້າຄຳຕົວະ ຫຼື ຄຳເວົ້າທີ່ປິດບັງ ແລະ ຢ່າໃຊ້ເລ່ຫຼ່ຽມ ຫຼື ກົນອຸບາຍ. ນີ້ແມ່ນວິທີທີ່ດີທີ່ສຸດໃນການພົວພັນກັບພຣະຄຣິສ. ພວກເຈົ້າສາມາດເຮັດສິ່ງນີ້ໄດ້ບໍ? ອັນໃດແມ່ນສິ່ງທີ່ເປັນບວກ: ການຈິງໃຈ ຫຼື ການລູບແຄ່ງລູບຂາ ແລະ ການປະຈົບປະແຈງ? (ການຈິງໃຈ.) ການຈິງໃຈແມ່ນສິ່ງທີ່ເປັນບວກ, ໃນຂະນະທີ່ການລູບແຄ່ງລູບຂາ ແລະ ການປະຈົບປະແຈງແມ່ນສິ່ງທີ່ເປັນລົບ. ຖ້າຜູ້ຄົນບໍ່ສາມາດບັນລຸສິ່ງທີ່ເປັນບວກ ເຊັ່ນ: ການຈິງໃຈໄດ້, ມັນຊີ້ໃຫ້ເຫັນເຖິງບັນຫາໃນຕົວພວກເຂົາ, ນັ້ນຄືອຸປະນິໄສທີ່ເສື່ອມຊາມ. ຂໍ້ກຳນົດຂອງເຮົານີ້ເກີນໄປບໍ? ຖ້າພວກເຈົ້າຄິດວ່າມັນເກີນໄປ, ຖ້າພວກເຈົ້າຄິດວ່າເຮົາບໍ່ສົມຄວນໄດ້ຮັບການປະຕິບັດແບບນັ້ນ, ບໍ່ສົມຄວນໃຫ້ພວກເຈົ້າພົວພັນກັບເຮົາໃນລັກສະນະທີ່ຈິງໃຈແບບນັ້ນ ແລະ ດ້ວຍທັດສະນະຄະຕິທີ່ຈິງໃຈແບບນັ້ນ, ຄັນຊັ້ນ ພວກເຈົ້າມີວິທີການທີ່ດີກວ່າ, ຫົນທາງທີ່ດີກວ່າບໍ? (ບໍ່ມີ.) ຄັນຊັ້ນ ກໍຈົ່ງນໍາເອົາວິທີການນີ້ໄປປະຕິບັດ. ໃຫ້ພວກເຮົາຈົບການໂອ້ລົມກ່ຽວກັບຂໍ້ນີ້ພຽງເທົ່ານີ້.
2. ການກວດສອບ, ການວິເຄາະ ແລະ ຄວາມຢາກຮູ້ຢາກເຫັນ
ຕໍ່ໄປ ພວກເຮົາຈະມາເວົ້າເຖິງຂໍ້ທີສອງ ນັ້ນກໍຄື ການກວດສອບ ແລະ ການວິເຄາະ, ພ້ອມກັບຄວາມຢາກຮູ້ຢາກເຫັນ. ຂໍ້ນີ້ເຂົ້າໃຈງ່າຍບໍ? ກ່ຽວກັບການກະທຳ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ພ້ອມທັງບຸກຄະລິກະພາບ ຫຼື ອຸປະນິໄສທີ່ຖືກເປີດເຜີຍໃນທຸກພຣະທຳ ແລະ ການກະທຳຂອງພຣະອົງ ຫຼື ແມ່ນແຕ່ຄວາມມັກຂອງພຣະອົງ, ຄົນປົກກະຕິຄວນປະຕິບັດຕໍ່ສິ່ງເຫຼົ່ານີ້ຢ່າງຖືກຕ້ອງ. ຜູ້ທີ່ຕິດຕາມພຣະເຈົ້າ ແລະ ໄລ່ຕາມຄວາມຈິງຢ່າງແທ້ຈິງ ຖືວ່າການເປີດເຜີຍພາຍນອກເຫຼົ່ານີ້ຂອງພຣະຄຣິສ ເປັນດ້ານທີ່ປົກກະຕິຂອງເນື້ອໜັງຂອງພຣະອົງ. ສຳລັບພຣະທຳທີ່ພຣະຄຣິສກ່າວ, ພວກເຂົາສາມາດຟັງ ແລະ ຮັບເອົາພຣະທຳເຫຼົ່ານັ້ນດ້ວຍທັດສະນະຄະຕິຂອງການປະຕິບັດຕໍ່ພຣະທຳເຫຼົ່ານັ້ນວ່າເປັນຄວາມຈິງ, ຈາກພຣະທຳເຫຼົ່ານີ້ ກໍເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຂົ້າໃຈຫຼັກການຂອງການປະຕິບັດ ແລະ ຊອກຫາເສັ້ນທາງແຫ່ງການປະຕິບັດ ເພື່ອເຂົ້າສູ່ຄວາມຈິງຄວາມເປັນຈິງ. ແຕ່ພວກຕໍ່ຕ້ານພຣະຄຣິສປະພຶດຕ່າງອອກໄປ. ເມື່ອພວກເຂົາສັງເກດເຫັນພຣະຄຣິສກ່າວ ແລະ ກະທຳ, ສິ່ງທີ່ມີຢູ່ໃນໃຈຂອງພວກເຂົາບໍ່ແມ່ນການຍອມຮັບ ຫຼື ການອ່ອນນ້ອມ, ແຕ່ແມ່ນການກວດສອບ: “ຄຳເວົ້າເຫຼົ່ານີ້ມາຈາກໃສ? ເວົ້າອອກມາໄດ້ແນວໃດ? ປະໂຫຍກແລ້ວປະໂຫຍກເລົ່າ ແມ່ນຄິດໄວ້ໃນໃຈ ຫຼື ໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດ? ຄຳເວົ້າເຫຼົ່ານີ້ຮຽນມາ ຫຼື ກຽມໄວ້ລ່ວງໜ້າບໍ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້? ຄຳເວົ້າບາງຄໍາຟັງເບິ່ງທຳມະດາຫຼາຍ, ເປັນພຽງຄຳເວົ້າທົ່ວໄປ. ນີ້ເບິ່ງບໍ່ຄືກັບພຣະເຈົ້າເລີຍ; ພຣະເຈົ້າຈະກ່າວວາຈາທີ່ປົກກະຕິ ແລະ ທຳມະດາແບບນີ້ແທ້ບໍ? ຂ້ອຍກວດສອບແນວໃດກໍບໍ່ມີຄຳຕອບ, ສະນັ້ນ ຂ້ອຍຈະສັງເກດເບິ່ງສິ່ງທີ່ລາວເຮັດຢູ່ເບື້ອງຫຼັງ. ລາວອ່ານໜັງສືພິມບໍ? ລາວເຄີຍອ່ານວັນນະກຳທີ່ມີຊື່ສຽງບໍ? ລາວຮຽນຫຼັກໄວຍາກອນບໍ? ປົກກະຕິແລ້ວ ລາວພົວພັນກັບຄົນປະເພດໃດ?” ພວກເຂົາບໍ່ມີທັດສະນະຄະຕິຂອງການອ່ອນນ້ອມ ຫຼື ການຍອມຮັບຄວາມຈິງ, ແຕ່ກັບກວດສອບພຣະຄຣິສດ້ວຍທັດສະນະຄະຕິຂອງນັກວິຊາການທີ່ດຳເນີນການຄົ້ນຄວ້າທາງວິທະຍາສາດ ຫຼື ສຶກສາສາຂາວິຊາການຕ່າງໆ. ພວກເຂົາກວດສອບເນື້ອໃນພຣະທຳຂອງພຣະຄຣິສ ແລະ ວິທີການກ່າວຂອງພຣະອົງ, ຜູ້ຟັງທີ່ພຣະຄຣິສກ່າວຕໍ່, ພ້ອມທັງທັດສະນະຄະຕິ ແລະ ຈຸດປະສົງຂອງພຣະຄຣິສໃນແຕ່ລະຄັ້ງທີ່ພຣະອົງກ່າວ. ເມື່ອໃດກໍຕາມທີ່ພຣະຄຣິສກ່າວ ຫຼື ກະທຳ, ທຸກສິ່ງທີ່ເຂົ້າຫູຂອງພວກເຂົາ, ທຸກສິ່ງທີ່ພວກເຂົາສາມາດເຫັນ ແລະ ທຸກສິ່ງທີ່ພວກເຂົາໄດ້ຍິນກ່ຽວກັບພຣະອົງ ກໍກາຍເປັນເປົ້າໝາຍໃນການກວດສອບຂອງພວກເຂົາ. ພວກເຂົາກວດສອບທຸກຖ້ອຍຄຳ ແລະ ທຸກປະໂຫຍກທີ່ພຣະຄຣິສກ່າວ, ທຸກການກະທຳທີ່ພຣະອົງເຮັດ, ທຸກບຸກຄົນທີ່ພຣະອົງຈັດການ, ວິທີການທີ່ພຣະອົງປະຕິບັດຕໍ່ຜູ້ຄົນ, ການເວົ້າ ແລະ ທ່າທາງ, ສາຍຕາ ແລະ ສີໜ້າຂອງພຣະອົງ, ແມ່ນແຕ່ນິໄສການດໍາລົງຊີວິດ ແລະ ກິດຈະວັດຂອງພຣະອົງ ແລະ ວິທີການທີ່ພຣະອົງພົວພັນ ແລະ ທັດສະນະຄະຕິທີ່ມີຕໍ່ຄົນອື່ນ, ພວກເຂົາກວດສອບສິ່ງທັງໝົດນີ້. ຜ່ານການກວດສອບນີ້, ພວກຕໍ່ຕ້ານພຣະຄຣິສສະຫຼຸບວ່າ: ບໍ່ວ່າຈະເບິ່ງພຣະຄຣິສແນວໃດກໍຕາມ, ລາວກໍເບິ່ງຄືວ່າມີຄວາມເປັນມະນຸດທີ່ປົກກະຕິ; ລາວຂ້ອນຂ້າງທຳມະດາ, ບໍ່ມີຫຍັງພິເສດກ່ຽວກັບລາວ ຍົກເວັ້ນຄວາມສາມາດໃນການສະແດງຄວາມຈິງ. ນີ້ຈະແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດແທ້ບໍ? ບໍ່ວ່າພວກເຂົາຈະກວດສອບຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດໄດ້ຂໍ້ສະຫຼຸບທີ່ແນ່ນອນ; ບໍ່ວ່າພວກເຂົາຈະກວດສອບຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຢືນຢັນໄດ້ວ່າ ພຣະຄຣິສຄືພຣະເຈົ້າທີ່ພວກເຂົາຍອມຮັບໃນໃຈຂອງພວກເຂົາ ຫຼື ບໍ່. ພວກເຂົາແມ່ນຜູ້ທີ່ກວດສອບພຣະຄຣິສ, ບໍ່ແມ່ນຜູ້ທີ່ມີປະສົບການກັບພາລະກິດຂອງພຣະເຈົ້າ, ແລ້ວພວກເຂົາຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າໄດ້ແນວໃດ?
ໃນການກວດສອບພຣະຄຣິສຂອງພວກເຂົາ, ພວກຕໍ່ຕ້ານພຣະຄຣິສບໍ່ສາມາດເຫັນຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສາມາດເຫັນຄວາມຊອບທຳ, ຄວາມຊົງລິດທານຸພາບອັນສູງສຸດ ແລະ ສິດອຳນາດຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະກວດສອບຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດໄດ້ຂໍ້ສະຫຼຸບວ່າພຣະຄຣິສມີແກ່ນແທ້ຂອງພຣະເຈົ້າ; ພວກເຂົາບໍ່ສາມາດເບິ່ງທະລຸ ແລະ ເຂົ້າໃຈສິ່ງນີ້ໄດ້. ບາງຄົນເວົ້າວ່າ: “ບ່ອນທີ່ເຈົ້າບໍ່ສາມາດເບິ່ງທະລຸ ຫຼື ເຂົ້າໃຈ, ກໍມີຄວາມຈິງໃຫ້ສະແຫວງຫາ”. ເຊິ່ງຜູ້ຕໍ່ຕ້ານພຣະຄຣິສຈະຕອບວ່າ: “ຂ້ອຍບໍ່ເຫັນຄວາມຈິງໃດໆທີ່ຈະໃຫ້ສະແຫວງຫາຢູ່ທີ່ນີ້; ມີພຽງລາຍລະອຽດທີ່ໜ້າສົງໄສທີ່ຄວນຄ່າແກ່ການກວດສອບຢ່າງເລິກເຊິ່ງເທົ່ານັ້ນ”. ຫຼັງຈາກການກວດສອບ ແລະ ການວິເຄາະຂອງພວກເຂົາ, ພວກເຂົາກໍສະຫຼຸບວ່າ: ພຣະຄຣິສອົງນີ້ພຽງແຕ່ສາມາດເວົ້າຄຳເວົ້າບາງຄໍາ ແລະ ນອກເໜືອໄປຈາກນັ້ນ ກໍບໍ່ມີຫຍັງແຕກຕ່າງຈາກຄົນທຳມະດາ. ລາວຂາດພອນສະຫວັນພິເສດ, ບໍ່ມີຄວາມສາມາດທີ່ເປັນເອກະລັກ ແລະ ບໍ່ມີແມ່ນແຕ່ພະລັງເໜືອທຳມະຊາດທີ່ຈະສະແດງໝາຍສຳຄັນ ແລະ ການອັດສະຈັນຄືກັບທີ່ພຣະເຢຊູໄດ້ເຮັດ. ທຸກສິ່ງທີ່ພຣະອົງເວົ້າແມ່ນຄຳເວົ້າຂອງມະນຸດ. ສະນັ້ນ, ພຣະອົງແມ່ນພຣະຄຣິສແທ້ບໍ? ຜົນໄດ້ຮັບນີ້ຕ້ອງລໍຖ້າການວິເຄາະ ແລະ ການກວດສອບເພີ່ມເຕີມ. ບໍ່ວ່າພວກເຂົາຈະເບິ່ງແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຫັນແກ່ນແທ້ຂອງພຣະເຈົ້າໃນພຣະຄຣິສ; ບໍ່ວ່າພວກເຂົາຈະກວດສອບແນວໃດກໍຕາມ, ພວກເຂົາກໍບໍ່ສາມາດສະຫຼຸບໄດ້ວ່າພຣະຄຣິສມີຕົວຕົນຂອງພຣະເຈົ້າ. ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດນັ້ນຄວນມີພະລັງທີ່ພິເສດ, ມີພອນສະຫວັນພິເສດ, ມີຄວາມສາມາດໃນການສະແດງການອັດສະຈັນ ແລະ ມີແກ່ນແທ້ ແລະ ຄວາມສາມາດໃນການສະແດງ ແລະ ໃຊ້ສິດອຳນາດຂອງພຣະເຈົ້າ. ຢ່າງໃດກໍຕາມ, ຄົນທຳມະດາທີ່ຢູ່ຕໍ່ໜ້າພວກເຂົານີ້ຂາດຄຸນສົມບັດທັງໝົດເຫຼົ່ານີ້ ແລະ ການເວົ້າຂອງພຣະອົງກໍບໍ່ໄດ້ມີວາທະສິນສູງສົ່ງ; ແມ່ນແຕ່ເມື່ອພັນລະນາຫຼາຍສິ່ງ, ພຣະອົງກໍໃຊ້ພາສາເວົ້າທົ່ວໄປທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ບໍ່ເຖິງລະດັບຂອງອາຈານມະຫາວິທະຍາໄລຊໍ້າ. ບໍ່ວ່າພວກຕໍ່ຕ້ານພຣະຄຣິດຈະກວດສອບການເວົ້າຂອງພຣະຄຣິສ, ກວດສອບການກະທຳຂອງພຣະຄຣິສ, ພ້ອມທັງທັດສະນະຄະຕິ ແລະ ວິທີການເຮັດສິ່ງຕ່າງໆຂອງພຣະອົງແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຫັນໄດ້ວ່າພຣະຄຣິສ ທີ່ເປັນຄົນທຳມະດາຜູ້ນີ້ ມີແກ່ນແທ້ຂອງພຣະເຈົ້າ. ສະນັ້ນ, ໃນໃຈຂອງພວກຕໍ່ຕ້ານພຣະຄຣິສ, ສິ່ງທີ່ເຮັດໃຫ້ຄົນທຳມະດາຜູ້ນີ້ຄວນຄ່າແກ່ການຕິດຕາມທີ່ສຸດກໍຄືຫຼາຍສິ່ງ, ຄຳເວົ້າ ແລະ ປະກົດການຫຼາຍຢ່າງທີ່ພວກເຂົາບໍ່ສາມາດເບິ່ງທະລຸໄດ້ ນີ້ຄືສິ່ງທີ່ຄວນຄ່າແກ່ການກວດສອບ ແລະ ການວິເຄາະຂອງພວກເຂົາ, ມັນຄືແຮງຈູງໃຈທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຂົາໃນການຕິດຕາມຄົນຜູ້ນີ້. ເນື້ອໃນ ແລະ ຫົວຂໍ້ໃດທີ່ຄວນຄ່າແກ່ການກວດສອບ ແລະ ການວິເຄາະຂອງພວກເຂົາ? ມັນຄືພຣະທຳກ່ຽວກັບການເຂົ້າສູ່ຊີວິດເຫຼົ່ານີ້ທີ່ພຣະຄຣິສກ່າວ; ຄົນທຳມະດາບໍ່ສາມາດເວົ້າສິ່ງດັ່ງກ່າວໄດ້ແທ້ໆ, ພວກເຂົາບໍ່ມີສິ່ງເຫຼົ່ານັ້ນແທ້ໆ ແລະ ຄຳເວົ້າດັ່ງກ່າວກໍບໍ່ພົບໃນບຸກຄົນທີສອງໃນທ່າມກາງມະນຸດຊາດຢ່າງແນ່ນອນ, ບໍ່ຮູ້ວ່າພວກມັນມາຈາກໃສ. ພວກຕໍ່ຕ້ານພຣະຄຣິສກວດສອບຊ້ຳແລ້ວຊ້ຳອີກ, ແຕ່ບໍ່ສາມາດໄດ້ຂໍ້ສະຫຼຸບກ່ຽວກັບເລື່ອງນີ້ຈັກເທື່ອ. ຕົວຢ່າງ: ເມື່ອເຮົາເວົ້າກ່ຽວກັບວ່າຄົນໃດໜຶ່ງເປັນແນວໃດ, ແກ່ນແທ້ ແລະ ອຸປະນິໄສຂອງພວກເຂົາແມ່ນຫຍັງ, ຄົນທຳມະດາກໍຈະສົມທຽບລາຍລະອຽດເຫຼົ່ານີ້ກັບຄົນຜູ້ນັ້ນຢ່າງລະອຽດ ແລະ ພິສູດເລື່ອງດັ່ງກ່າວ. ເມື່ອພວກຕໍ່ຕ້ານພຣະຄຣິສໄດ້ຍິນພຣະທຳເຫຼົ່ານີ້, ພວກເຂົາບໍ່ໄດ້ໃຊ້ທັດສະນະຄະຕິຂອງການຍອມຮັບເພື່ອສົມທຽບ ແລະ ເຂົ້າໃຈເລື່ອງດັ່ງກ່າວ, ແຕ່ເພື່ອວິເຄາະ. ພວກເຂົາວິເຄາະຫຍັງ? “ເຈົ້າຮູ້ກ່ຽວກັບສະຖານະການຂອງຄົນຜູ້ນີ້ໄດ້ແນວໃດ? ເຈົ້າຮູ້ໄດ້ແນວໃດວ່າລາວມີອຸປະນິໄສແບບນັ້ນ? ພື້ນຖານຂອງເຈົ້າສຳລັບການກໍານົດລັກສະນະມັນແມ່ນຫຍັງ? ເຈົ້າບໍ່ໄດ້ພົວພັນກັບລາວຫຼາຍປານໃດ, ແລ້ວເຈົ້າເຂົ້າໃຈລາວໄດ້ແນວໃດ? ພວກເຮົາໄດ້ພົວພັນກັບລາວມາດົນນານແລ້ວ, ເປັນຫຍັງພວກເຮົາຈຶ່ງບໍ່ສາມາດເບິ່ງທະລຸ ຫຼື ເຂົ້າໃຈລາວໄດ້? ເຮົາຕ້ອງສັງເກດ ແລະ ບໍ່ແມ່ນພຽງແຕ່ເຊື່ອຄຳເວົ້າຂອງເຈົ້າ. ສິ່ງທີ່ເຈົ້າເວົ້າອາດຈະບໍ່ຊັດເຈນ ຫຼື ຖືກຕ້ອງ”. ໃນລະຫວ່າງການພົວພັນຂອງບາງຄົນກັບເຮົາ, ເຮົາອາດຈະຊີ້ນໍາພວກເຂົາໃນວຽກ ຫຼື ວິຊາຊີບໃດໜຶ່ງ. ຖ້າແນວທາງ ແລະ ວິທີການຂອງການຊີ້ນໍານີ້ສອດຄ່ອງກັບຄວາມຮູ້ທາງດ້ານວິຊາສະເພາະທີ່ພວກເຂົາມີ ແລະ ເຮັດໃຫ້ພວກເຂົາພໍໃຈ, ພວກເຂົາກໍຈະປະຕິບັດມັນຢ່າງຝືນໃຈ. ແຕ່ຖ້າມັນ ເຮັດໃຫ້ພວກເຂົາບໍ່ພໍໃຈ, ພວກເຂົາກໍຈະຕໍ່ຕ້ານໃນໃຈ ແລະ ໄຕ່ຕອງວ່າ: “ເປັນຫຍັງເຈົ້າຈຶ່ງເຮັດແບບນີ້? ນີ້ບໍ່ກົງກັນຂ້າມກັບຂົງເຂດນີ້ບໍ? ເປັນຫຍັງເຮົາຈຶ່ງຄວນຟັງເຈົ້າ? ຖ້າສິ່ງທີ່ເຈົ້າເວົ້າຜິດ, ເຮົາກໍຟັງເຈົ້າບໍ່ໄດ້; ເຮົາຕ້ອງເຮັດຕາມວິທີຂອງເຮົາເອງ. ຖ້າເຈົ້າເວົ້າຖືກ, ເຮົາຕ້ອງເຂົ້າໃຈວ່າເຈົ້າເວົ້າຖືກແນວໃດ, ເຈົ້າຮູ້ສິ່ງນີ້ໄດ້ແນວໃດ. ເຈົ້າໄດ້ສຶກສາມັນບໍ? ຖ້າເຈົ້າບໍ່ໄດ້ສຶກສາມັນ, ເຈົ້າຈະຮູ້ໄດ້ແນວໃດ? ຖ້າເຈົ້າບໍ່ໄດ້ສຶກສາມັນ, ເຈົ້າກໍບໍ່ຄວນເຂົ້າໃຈມັນ; ຖ້າເຈົ້າເຂົ້າໃຈມັນ, ນັ້ນກໍຜິດປົກກະຕິ. ເຈົ້າເຂົ້າໃຈມັນໄດ້ແນວໃດ? ໃຜບອກເຈົ້າ ຫຼື ເຈົ້າລັກຮຽນດ້ວຍຕົນເອງ?” ພວກເຂົາວິເຄາະ ແລະ ກວດສອບຢູ່ໃນໃຈ. ທຸກປະໂຫຍກທີ່ເຮົາເວົ້າ, ທຸກເລື່ອງທີ່ເຮົາຈັດການ, ຕ້ອງຜ່ານການກັ່ນຕອງຂອງພວກຕໍ່ຕ້ານພຣະຄຣິສ, ຜ່ານການກວດສອບຂອງພວກເຂົາ. ມີພຽງແຕ່ກໍລະນີທີ່ມັນຜ່ານການກວດສອບຂອງພວກເຂົາເທົ່ານັ້ນ ພວກເຂົາຈຶ່ງຈະຍອມຮັບມັນ; ຖ້າບໍ່ຜ່ານ, ພວກເຂົາກໍຈະວິພາກວິຈານ, ສ້າງການຕັດສິນ ແລະ ກໍ່ໃຫ້ເກີດການຕໍ່ຕ້ານຂຶ້ນ.
ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດແມ່ນຄວາມລີ້ລັບທີ່ຍິ່ງໃຫຍ່ທີ່ສຸດສຳລັບທຸກຄົນ. ບໍ່ມີໃຜສາມາດເຂົ້າໃຈວ່າເກີດຫຍັງຂຶ້ນແທ້ໃນເລື່ອງນີ້ ແລະ ບໍ່ມີໃຜສາມາດເຂົ້າໃຈໄດ້ວ່າແກ່ນແທ້ຂອງພຣະເຈົ້າກາຍເປັນຈິງໃນເນື້ອໜັງນີ້ໄດ້ແນວໃດ ນັ້ນກໍຄື ພຣະເຈົ້າກາຍເປັນຄົນໄດ້ແນວໃດ, ຄົນຜູ້ນີ້ສາມາດກ່າວພຣະທຳຈາກພຣະໂອດຂອງພຣະເຈົ້າ ແລະ ປະຕິບັດພາລະກິດຂອງພຣະເຈົ້າໄດ້ແນວໃດ ແລະ ພຣະວິນຍານຂອງພຣະເຈົ້າຊີ້ນໍາ ແລະ ນໍາພາຄົນຜູ້ນີ້ແນວໃດແທ້. ໃນພາລະກິດທັງໝົດນີ້, ຜູ້ຄົນບໍ່ໄດ້ເຫັນນິມິດທີ່ຍິ່ງໃຫຍ່ ແລະ ບໍ່ໄດ້ສັງເກດເຫັນການເຄື່ອນໄຫວທີ່ສຳຄັນໃດໆ ຈາກເນື້ອໜັງນີ້; ເບິ່ງຄືວ່າບໍ່ມີຫຍັງພິເສດເກີດຂຶ້ນ; ທຸກຢ່າງເບິ່ງຄືວ່າປົກກະຕິ. ໂດຍທີ່ບໍ່ຮູ້ສຶກຕົວ, ພຣະເຈົ້າໄດ້ນຳເອົາພຣະສະຫງ່າລາສີທີ່ມີຢູ່ໃນອິດສະລາແອນ ມາສູ່ທິດຕາເວັນອອກ. ຜ່ານການເວົ້າ ແລະ ການເຮັດວຽກຂອງຄົນຜູ້ນີ້, ຍຸກໃໝ່ຈຶ່ງໄດ້ເລີ່ມຕົ້ນຂຶ້ນ ແລະ ຍຸກເກົ່າກໍໄດ້ສິ້ນສຸດລົງ, ໂດຍທີ່ບໍ່ມີໃຜຮູ້ວ່າມັນເກີດຂຶ້ນໄດ້ແນວໃດ. ຢ່າງໃດກໍຕາມ, ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ລຽບງ່າຍ ແລະ ເປີດໃຈ, ຜູ້ທີ່ມີຄວາມເປັນມະນຸດ ແລະ ເຫດຜົນ, ບໍ່ກວດສອບເລື່ອງເຫຼົ່ານີ້. ຖ້າພວກເຂົາບໍ່ກວດສອບ, ແລ້ວພວກເຂົາເຮັດຫຍັງ? ພຽງແຕ່ລໍຖ້າຢູ່ຊື່ໆບໍ? ບໍ່ ພວກເຂົາເຫັນວ່າພຣະທຳເຫຼົ່ານີ້ແມ່ນຄວາມຈິງ, ເຊື່ອວ່າແຫຼ່ງທີ່ມາຂອງພຣະທຳທັງໝົດນີ້ແມ່ນພຣະເຈົ້າ ແລະ ດັ່ງນັ້ນ ຈຶ່ງຍອມຮັບຄວາມຈິງທີ່ວ່າຄົນທຳມະດາຜູ້ນີ້ແມ່ນພຣະຄຣິສ, ຍອມຮັບພຣະອົງເປັນພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງພວກເຂົາ, ໂດຍບໍ່ພິຈາລະນາສິ່ງອື່ນໃດເລີຍ. ໃນທາງກົງກັນຂ້າມ, ພວກຕໍ່ຕ້ານພຣະຄຣິສບໍ່ສາມາດເຫັນໄດ້ວ່າພຣະທຳທັງໝົດນີ້ ແລະ ພາລະກິດທັງໝົດນີ້ມາຈາກພຣະເຈົ້າ, ວ່າແຫຼ່ງທີ່ມາຂອງການເວົ້າ ແລະ ການເຮັດວຽກທັງໝົດນີ້ແມ່ນພຣະເຈົ້າ ແລະ ດ້ວຍເຫດນີ້ ຈຶ່ງບໍ່ຍອມຮັບຄົນທຳມະດາຜູ້ນີ້ເປັນພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງພວກເຂົາ. ແທນທີ່ຈະເປັນແນວນັ້ນ, ພວກເຂົາກັບເພີ່ມທະວີການກວດສອບຂອງພວກເຂົາ ແລະ ຕໍ່ຕ້ານໃນໃຈ. ພວກເຂົາຕໍ່ຕ້ານຫຍັງ? “ບໍ່ວ່າເຈົ້າຈະເວົ້າຫຼາຍສໍ່າໃດ, ບໍ່ວ່າວຽກງານທີ່ເຈົ້າເຮັດຈະຍິ່ງໃຫຍ່ສໍ່າໃດ, ບໍ່ວ່າແຫຼ່ງທີ່ມາຂອງເຈົ້າແມ່ນໃຜ, ຕາບໃດທີ່ເຈົ້າເປັນຄົນທຳມະດາ, ຕາບໃດທີ່ວິທີການເວົ້າຂອງເຈົ້າບໍ່ສອດຄ່ອງກັບແນວຄິດຂອງຂ້ອຍ, ຕາບໃດທີ່ຮູບລັກສະນະຂອງເຈົ້າບໍ່ຍິ່ງໃຫຍ່ພໍທີ່ຈະດຶງດູດສາຍຕາຂອງຂ້ອຍ ຫຼື ໄດ້ຮັບຄວາມເຄົາລົບຈາກຂ້ອຍ, ຂ້ອຍກໍຈະກວດສອບ ແລະ ວິເຄາະເຈົ້າ. ເຈົ້າຄືເປົ້າໝາຍໃນການກວດສອບຂອງຂ້ອຍ; ຂ້ອຍບໍ່ສາມາດຍອມຮັບເຈົ້າເປັນພຣະຜູ້ເປັນເຈົ້າຂອງຂ້ອຍ, ເປັນພຣະເຈົ້າຂອງຂ້ອຍໄດ້”. ໃນຂະບວນການກວດສອບ ແລະ ການວິເຄາະຂອງພວກເຂົາ, ພວກຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ລົ້ມເຫຼວໃນການແກ້ໄຂແນວຄິດ, ຄວາມກະບົດ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເທົ່ານັ້ນ, ແຕ່ແນວຄິດຂອງພວກເຂົາຍັງເພີ່ມຂຶ້ນໃນແຕ່ລະມື້ ແລະ ຮ້າຍແຮງຂຶ້ນເລື້ອຍໆ. ຕົວຢ່າງ: ເມື່ອຜູ້ນໍາຄຣິສຕະຈັກຄົນໜຶ່ງຖືກເປີດເຜີຍວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງກໍ່ໃຫ້ເກີດການລົບກວນ ແລະ ການທຳລາຍໃນຄຣິສຕະຈັກແຫ່ງນັ້ນ, ປະຕິກິລິຍາທຳອິດຂອງພວກຕໍ່ຕ້ານພຣະຄຣິສ ເມື່ອເຫດການດັ່ງກ່າວເກີດຂຶ້ນ ກໍຄືການຖາມວ່າ: “ພຣະຄຣິສຮູ້ເລື່ອງນີ້ບໍ? ໃຜແຕ່ງຕັ້ງຜູ້ນໍາຄຣິສຕະຈັກຄົນນີ້? ປະຕິກິລິຍາຂອງພຣະຄຣິສຕໍ່ເລື່ອງນີ້ແມ່ນຫຍັງ? ລາວຈັດການກັບມັນແນວໃດ? ພຣະຄຣິສຮູ້ຈັກຄົນນີ້ບໍ? ພຣະຄຣິສເຄີຍເວົ້າກ່ອນໜ້ານີ້ບໍວ່າຄົນນີ້ແມ່ນຜູ້ຕໍ່ຕ້ານພຣະຄຣິສ ຫຼື ໄດ້ທໍານາຍເຫດການນີ້ໄວ້ບໍ? ຕອນນີ້ມີບັນຫາໃຫຍ່ແບບນີ້ເກີດຂຶ້ນໃນຄຣິສຕະຈັກ, ພຣະຄຣິສເປັນຜູ້ທຳອິດທີ່ຮູ້ເລື່ອງນີ້ບໍ?” ເຮົາເວົ້າວ່າເຮົາບໍ່ຮູ້, ເຮົາກໍຫາກໍຮູ້ກ່ຽວກັບເລື່ອງນີ້ເຊັ່ນກັນ. “ນັ້ນບໍ່ຖືກຕ້ອງ ເຈົ້າແມ່ນພຣະເຈົ້າ, ເຈົ້າແມ່ນພຣະຄຣິສ; ເປັນຫຍັງເຈົ້າຈຶ່ງບໍ່ຮູ້? ເຈົ້າຄວນຈະຮູ້”. ແນ່ນອນວ່າຍ້ອນວ່າເຮົາເປັນພຣະຄຣິສ, ເປັນຄົນທຳມະດາ, ເຮົາຈຶ່ງບໍ່ຈຳເປັນຕ້ອງຮູ້. ຄຣິສຕະຈັກມີພຣະດໍາລັດ ແລະ ຫຼັກການຂອງມັນສຳລັບການຈັດການກັບຜູ້ຄົນ. ເມື່ອພວກຕໍ່ຕ້ານພຣະຄຣິສປາກົດຕົວ, ພວກເຂົາກໍສາມາດຖືກກຳຈັດອອກ ແລະ ຖືກຂັບໄລ່ອອກຕາມຫຼັກການຂອງຄຣິສຕະຈັກ. ນີ້ສະທ້ອນໃຫ້ເຫັນວ່າພຣະເຈົ້າມີອຳນາດ, ມັນສະທ້ອນໃຫ້ເຫັນວ່າຄວາມຈິງມີອຳນາດ. ເຮົາບໍ່ຈຳເປັນຕ້ອງຮູ້ທຸກຢ່າງ. ຖ້າຄຣິສຕະຈັກລົ້ມເຫຼວໃນການຈັດການເລື່ອງຕ່າງໆຕາມພຣະດໍາລັດ ແລະ ຫຼັກການຂອງມັນສຳລັບການຈັດການກັບຜູ້ຄົນ, ເຮົາຈຶ່ງຈະແຊກແຊງ. ຢ່າງໃດກໍຕາມ, ຖ້າອ້າຍເອື້ອຍນ້ອງທັງຫຼາຍເຂົ້າໃຈຫຼັກການຂອງເຮືອນຂອງພຣະເຈົ້າໃນການກຳຈັດອອກ ແລະ ການຂັບໄລ່ຜູ້ຄົນອອກ, ເຮົາກໍບໍ່ຈຳເປັນຕ້ອງເຂົ້າໄປຫຍຸ້ງກ່ຽວ. ບ່ອນທີ່ຄວາມຈິງມີອຳນາດ, ເຮົາບໍ່ຈຳເປັນຕ້ອງແຊກແຊງ. ນີ້ບໍ່ແມ່ນເລື່ອງປົກກະຕິຫຼາຍບໍ? (ແມ່ນ.) ແຕ່ພວກຕໍ່ຕ້ານພຣະຄຣິສສາມາດສ້າງບັນຫາ ແລະ ເກີດມີແນວຄິດກ່ຽວກັບເລື່ອງນີ້, ເຖິງກັບໃຊ້ແນວຄິດເຫຼົ່ານີ້ເພື່ອປະຕິເສດພຣະຄຣິສ ແລະ ກ່າວໂທດຄວາມຈິງທີ່ວ່າພຣະຄຣິສມີແກ່ນແທ້ຂອງພຣະເຈົ້າ. ນີ້ຄືສິ່ງທີ່ພວກຕໍ່ຕ້ານພຣະຄຣິສເຮັດ. ຍ້ອນວ່າບາງຢ່າງບໍ່ສອດຄ່ອງກັບແນວຄິດ, ຈິນຕະນາການ ຫຼື ຄວາມຄາດຫວັງຂອງພວກເຂົາ, ພວກເຂົາກໍສາມາດປະຕິເສດແກ່ນແທ້ຂອງພຣະຄຣິສ. ການກວດສອບຂອງພວກເຂົາກ່ຽວກັບແຕ່ລະດ້ານຂອງພຣະຄຣິສນໍາໄປສູ່ຂໍ້ສະຫຼຸບນີ້: ພວກເຂົາບໍ່ເຫັນແກ່ນແທ້ຂອງພຣະເຈົ້າໃນພຣະຄຣິສ; ດັ່ງນັ້ນ, ພວກເຂົາຈຶ່ງບໍ່ສາມາດນິຍາມໄດ້ວ່າຄົນຜູ້ນີ້ມີແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າ. ສິ່ງນີ້ນໍາໄປສູ່ສະຖານະການທີ່ວ່າ ເມື່ອບໍ່ມີຫຍັງເກີດຂຶ້ນ, ມັນກໍບໍ່ເປັນຫຍັງ, ແຕ່ທັນທີທີ່ມີບາງຢ່າງເກີດຂຶ້ນ, ພວກຕໍ່ຕ້ານພຣະຄຣິສກໍຈະເປັນກຸ່ມທຳອິດທີ່ໂດດອອກມາ ແລະ ປະຕິເສດຕົວຕົນຂອງພຣະຄຣິສ ແລະ ກ່າວໂທດພຣະຄຣິສ. ສະນັ້ນ ຈຸດປະສົງຂອງການກວດສອບຂອງພວກຕໍ່ຕ້ານພຣະຄຣິສແມ່ນຫຍັງແທ້? ການກວດສອບ ແລະ ການວິເຄາະຂອງພວກເຂົາບໍ່ແມ່ນເພື່ອເຂົ້າໃຈຄວາມຈິງໃຫ້ດີຂຶ້ນ ແຕ່ແມ່ນເພື່ອຊອກຫາຫຼັກຖານ ແລະ ຈັບຈຸດອ່ອນ, ເພື່ອປະຕິເສດຄວາມຈິງຂອງການທີ່ພຣະເຈົ້າບັງເກີດເປັນເນື້ອໜັງ, ເພື່ອປະຕິເສດຄວາມຈິງທີ່ວ່າເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດນັ້ນແມ່ນພຣະຄຣິສ, ແມ່ນພຣະເຈົ້າ. ນີ້ຄືແຮງຈູງໃຈ ແລະ ເປົ້າໝາຍທີ່ຢູ່ເບື້ອງຫຼັງການກວດສອບ ແລະ ການວິເຄາະພຣະຄຣິສຂອງພວກຕໍ່ຕ້ານພຣະຄຣິສ.
ພວກຕໍ່ຕ້ານພຣະຄຣິສ, ໃນຂະນະທີ່ຕິດຕາມພຣະຄຣິສ ແລະ ວາງໂຕເປັນຜູ້ຕິດຕາມ, ກໍມີທັດສະນະຄະຕິຂອງການກວດສອບ ແລະ ການວິເຄາະ ແລະ ໃນທີ່ສຸດກໍບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ບໍ່ສາມາດຢືນຢັນຄວາມຈິງທີ່ວ່າພຣະຄຣິສຄືພຣະຜູ້ເປັນເຈົ້າ, ຄືພຣະເຈົ້າ. ແຕ່ເປັນຫຍັງພວກເຂົາຈຶ່ງຍັງຕິດຕາມຢ່າງຝືນໃຈ ແລະ ຢ່າງບໍ່ເຕັມໃຈຢ່າງຍິ່ງ ແລະ ອາໄສຢູ່ໃນເຮືອນຂອງພຣະເຈົ້າ? ຈຸດໜຶ່ງທີ່ພວກເຮົາໄດ້ສົນທະນາກັນກ່ອນໜ້ານີ້ກໍຄື ພວກເຂົາມີເຈດຕະນາທີ່ຈະໄດ້ຮັບພອນ; ພວກເຂົາທະເຍີທະຍານ. ອີກຈຸດໜຶ່ງກໍຄື ພວກຕໍ່ຕ້ານພຣະຄຣິສມີຄວາມຢາກຮູ້ຢາກເຫັນທີ່ບໍ່ພົບໃນຄົນທຳມະດາ. ຄວາມຢາກຮູ້ຢາກເຫັນແບບໃດ? ມັນຄືຄວາມຫຼົງໄຫຼຂອງພວກເຂົາທີ່ມີຕໍ່ເຫດການທີ່ແປກປະຫຼາດ ແລະ ບໍ່ປົກກະຕິ. ພວກຕໍ່ຕ້ານພຣະຄຣິສຢາກຮູ້ຢາກເຫັນເປັນພິເສດກ່ຽວກັບເຫດການທີ່ແປກປະຫຼາດ ແລະ ບໍ່ປົກກະຕິທັງໝົດ, ເຫດການທັງໝົດທີ່ຢູ່ເໜືອກົດເກນທຳມະຊາດໃນໂລກ. ພວກເຂົາມີຄວາມປາຖະໜາທີ່ຈະເຈາະເລິກເຂົ້າໄປໃນຫຼາຍສິ່ງ ແລະ ໃຫ້ຮູ້ເຖິງຕົ້ນສາຍປາຍເຫດຂອງພວກມັນ. ແກ່ນແທ້ຂອງການສືບສວນນີ້ແມ່ນຫຍັງ? ມັນຄືຄວາມອວດດີຢ່າງແທ້ຈິງ, ຄວາມຕ້ອງການທີ່ຈະເຂົ້າໃຈທຸກສິ່ງ, ໃຫ້ຮູ້ຄວາມຈິງທີ່ຢູ່ເບື້ອງຫຼັງທຸກສິ່ງ, ເພາະຢ້ານວ່າຕົນເອງຈະເບິ່ງຄືບໍ່ມີຄວາມສາມາດ. ບໍ່ວ່າຈະເປັນເລື່ອງໃດກໍຕາມ, ພວກເຂົາກໍຢາກເປັນຜູ້ທຳອິດທີ່ຮູ້, ເປັນຜູ້ທີ່ມີຂໍ້ມູນຫຼາຍທີ່ສຸດ ແລະ ມີຄວາມຮູ້ຫຼາຍທີ່ສຸດກ່ຽວກັບເບື້ອງເລິກເບື້ອງຫຼັງຂອງເລື່ອງນີ້ ພວກເຂົາຕ້ອງການກາຍເປັນຄົນທີ່ “ສຸດຍອດ” ໃນທຸກດ້ານ. ສະນັ້ນ, ພວກເຂົາຈຶ່ງບໍ່ປ່ອຍຜ່ານ ຫຼື ພາດເລື່ອງການທີ່ພຣະເຈົ້າບັງເກີດເປັນມະນຸດເຊັ່ນກັນ. ພວກເຂົາເວົ້າວ່າ: “ການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຄວາມລີ້ລັບທີ່ຍິ່ງໃຫຍ່ທີ່ສຸດໃນໂລກມະນຸດ. ເກີດຫຍັງຂຶ້ນແທ້ກັບຄວາມລີ້ລັບທີ່ຍິ່ງໃຫຍ່ທີ່ສຸດນີ້, ກັບສິ່ງທີ່ມະຫັດສະຈັນທີ່ສຸດນີ້? ເນື່ອງຈາກມັນເກີນຄວາມຄາດຫວັງທົ່ວໄປ ແລະ ເນື້ອໜັງນີ້ແຕກຕ່າງຈາກມະນຸດທຳມະດາ, ແລ້ວຄວາມແຕກຕ່າງຢູ່ບ່ອນໃດ? ຂ້ອຍຕ້ອງເຫັນ ແລະ ເຂົ້າໃຈດ້ວຍຕົນເອງ”. ພວກເຂົາໝາຍຄວາມວ່າແນວໃດເມື່ອພວກເຂົາເວົ້າວ່າ “ເຫັນ ແລະ ເຂົ້າໃຈດ້ວຍຕົນເອງ”? ພວກເຂົາໝາຍຄວາມວ່າ: “ຂ້ອຍໄດ້ເດີນທາງໄປປະເທດຕ່າງໆໃນໂລກ, ໄປຢ້ຽມຢາມພູເຂົາທີ່ມີຊື່ສຽງ ແລະ ສະຖານທີ່ທາງປະຫວັດສາດ ແລະ ສໍາພາດບຸກຄົນທີ່ມີຊື່ສຽງ ແລະ ສະຫຼາດຫຼັກແຫຼມ; ພວກເຂົາລ້ວນແຕ່ເປັນພຽງຄົນທຳມະດາ. ຄົນດຽວທີ່ຂ້ອຍຍັງບໍ່ເຄີຍພົບ ຫຼື ຮຽນຮູ້ຈາກກໍຄືພຣະຄຣິສອົງນີ້. ແກ່ນແທ້ຂອງພຣະຄຣິສອົງນີ້ແມ່ນຫຍັງແທ້? ຂ້ອຍຕ້ອງເຫັນ ແລະ ເຂົ້າໃຈດ້ວຍຕົນເອງ”. ພວກເຂົາຕ້ອງການເຫັນ ແລະ ເຂົ້າໃຈຫຍັງແທ້? “ຂ້ອຍໄດ້ຍິນມາວ່າພຣະເຈົ້າສາມາດສະແດງໝາຍສຳຄັນ ແລະ ການອັດສະຈັນ. ພວກເຂົາເວົ້າວ່າພຣະເຢຊູຄືພຣະຜູ້ເປັນເຈົ້າ, ຄືພຣະຄຣິສ; ພຣະອົງໄດ້ສະແດງໝາຍສຳຄັນ ແລະ ການອັດສະຈັນຫຍັງແດ່ເພື່ອຕອບສະໜອງຄວາມຢາກຮູ້ຢາກເຫັນຂອງຜູ້ຄົນ? ຂ້ອຍຈື່ໄດ້ເຫດການໜຶ່ງ ທີ່ຫຼັງຈາກອົງພຣະເຢຊູເຈົ້າສາບແຊ່ງຕົ້ນໝາກເດື່ອ, ມັນກໍຫ່ຽວແຫ້ງຕາຍໄປ. ຕອນນີ້ ພຣະຄຣິສອົງນີ້ກໍສາມາດເຮັດແບບດຽວກັນໄດ້ບໍ? ຂ້ອຍຕ້ອງເຫັນ ແລະ ເຂົ້າໃຈ ແລະ ຖ້າມີໂອກາດ, ກໍຈະລອງໃຈລາວເບິ່ງວ່າລາວສາມາດເຮັດການກະທຳດັ່ງກ່າວໄດ້ບໍ. ມີຄຳກ່າວວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດມີສິດອຳນາດຂອງພຣະເຈົ້າ, ເຮັດໃຫ້ຄົນງ່ອຍຍ່າງໄດ້, ຄົນຕາບອດເບິ່ງເຫັນໄດ້, ຄົນຫູໜວກໄດ້ຍິນ ແລະ ຄົນເຈັບປ່ວຍໄດ້ຮັບການປິ່ນປົວໃຫ້ຫາຍດີ. ສິ່ງເຫຼົ່ານີ້ເປັນເຫດການທີ່ມະຫັດສະຈັນ ແລະ ແປກໃໝ່; ໃນໂລກມະນຸດ, ພວກມັນຖືວ່າເປັນຄວາມສາມາດທີ່ໂດດເດັ່ນເຊິ່ງຄົນທຳມະດາບໍ່ມີ. ນີ້ຄືສິ່ງທີ່ຂ້ອຍຕ້ອງເຫັນດ້ວຍຕົນເອງ”. ນອກຈາກນັ້ນ, ຍັງມີອີກເລື່ອງໜຶ່ງທີ່ສຳຄັນທີ່ສຸດ ເຊິ່ງຄອບງຳຈິດໃຈຂອງພວກເຂົາ. ພວກເຂົາເວົ້າວ່າ: “ເລື່ອງລາວກ່ຽວກັບຊາດກ່ອນ ແລະ ຊາດນີ້, ພ້ອມທັງວົງຈອນການວຽນວາຍຕາຍເກີດໃນໂລກມະນຸດນີ້ແມ່ນແນວໃດແທ້? ຄົນທຳມະດາບໍ່ສາມາດອະທິບາຍເລື່ອງນີ້ໄດ້ຢ່າງຊັດເຈນ. ເນື່ອງຈາກພຣະເຈົ້າໄດ້ກາຍເປັນມະນຸດ ແລະ ພຣະເຈົ້າປົກຄອງທຸກສິ່ງ, ພຣະຄຣິສຮູ້ເລື່ອງນີ້ບໍ? ເມື່ອມີໂອກາດ, ຂ້ອຍຕ້ອງຖາມລາວ ແລະ ສອບຖາມກ່ຽວກັບເລື່ອງນີ້; ຂ້ອຍຈະໃຫ້ລາວກວດເບິ່ງຮູບຮ່າງໜ້າຕາຂອງຂ້ອຍ ແລະ ເບິ່ງວ່າໂຊກຊະຕາຂອງຂ້ອຍດີບໍ, ຊາດກ່ອນຂ້ອຍເປັນຫຍັງ, ເປັນສັດ ຫຼື ເປັນຄົນ. ຖ້າລາວຮູ້ສິ່ງເຫຼົ່ານີ້, ຂ້ອຍກໍຈະປະທັບໃຈ; ນັ້ນຈະເຮັດໃຫ້ລາວເປັນຄົນພິເສດ, ເໜືອກວ່າຄົນທຳມະດາ ແລະ ອາດຈະເປັນພຣະຄຣິສ. ນອກຈາກນັ້ນ, ເຂົາເວົ້າວ່າມີບັນລັງ ແລະ ທີ່ປະທັບຂອງພຣະເຈົ້າຢູ່ໃນສະຫວັນ, ແລ້ວພຣະເຈົ້າທີ່ບັງເກີດເປັນມະນຸດອົງນີ້ຮູ້ບໍວ່າທີ່ປະທັບຂອງພຣະເຈົ້າ ແລະ ອານາຈັກສະຫວັນຢູ່ໃສ? ມີຄຳກ່າວວ່າອານາຈັກສະຫວັນມີຖະໜົນທີ່ປູດ້ວຍຄຳ, ຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ງົດງາມ; ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດອົງນີ້ສາມາດພາພວກເຮົາໄປທ່ຽວຊົມໄດ້, ຊີວິດທັງໝົດຂອງພວກເຮົາກໍຈະຄຸ້ມຄ່າ, ຄວາມເຊື່ອຂອງພວກເຮົາກໍຈະບໍ່ສູນເປົ່າແມ່ນບໍ? ຍິ່ງໄປກວ່ານັ້ນ, ພວກເຮົາກໍຈະບໍ່ຈຳເປັນຕ້ອງເຮັດນາ; ເມື່ອຫິວ, ພຣະຄຣິສກໍພຽງແຕ່ປ່ຽນກ້ອນຫີນໃຫ້ເປັນອາຫານດ້ວຍປະໂຫຍກດຽວ. ດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ, ລາວກໍລ້ຽງຄົນຫ້າພັນຄົນໄດ້; ນັ້ນຈະບໍ່ເປັນການໄດ້ປຽບອັນໃຫຍ່ຫຼວງສຳລັບພວກເຮົາບໍ? ແລ້ວເມື່ອພຣະຄຣິສກ່າວເດ? ພວກເຂົາເວົ້າວ່າລາວສະໜອງນ້ຳແຫ່ງຊີວິດ, ແຕ່ນ້ຳແຫ່ງຊີວິດນີ້ຢູ່ໃສ? ມັນຖືກສະໜອງແນວໃດ, ມັນໄຫຼແນວໃດ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງທີ່ຄວນຄ່າແກ່ການສໍາຫຼວດ, ແຕ່ລະຢ່າງຂ້ອນຂ້າງແປກໃໝ່. ຖ້າຂ້ອຍໄດ້ເຫັນພຽງຢ່າງດຽວໃນສິ່ງເຫຼົ່ານີ້ດ້ວຍຕາຂອງຂ້ອຍເອງ, ແລ້ວຂ້ອຍກໍຈະກາຍເປັນຄົນທີ່ມີຄວາມຮູ້ ແລະ ມີປະສົບການທີ່ກວ້າງຂວາງໃນຕະຫຼອດຊີວິດນີ້, ບໍ່ແມ່ນຄົນທຳມະດາ”. ຄວາມຢາກຮູ້ຢາກເຫັນນີ້ກຳລັງຄອບງຳພວກເຂົາຢູ່ແມ່ນບໍ? (ແມ່ນ.)
ບາງຄົນມາເຊື່ອໃນພຣະເຈົ້າ, ມາຍອມຮັບພຣະຄຣິສ ແລະ ມາຕິດຕາມພຣະຄຣິສ, ບໍ່ແມ່ນເພື່ອໃຫ້ໄດ້ຮັບຄວາມຈິງ, ແຕ່ມີຄວາມຄິດອື່ນຢູ່ໃນໃຈ. ບາງຄົນ, ທັນທີທີ່ພວກເຂົາພົບເຮົາ, ກໍຖາມວ່າ: “ໄພພິບັດເຈັດຢ່າງ ແລະ ຂັນເຈັດໜ່ວຍໃນພຣະນິມິດໝາຍຄວາມວ່າແນວໃດ? ມ້າສີຂາວນັ້ນໝາຍເຖິງຫຍັງ? ຄວາມຫາຍະນະສາມປີເຄິ່ງນັ້ນມາຮອດແລ້ວບໍ?” ເຮົາຕອບວ່າ: “ເຈົ້າກຳລັງຖາມກ່ຽວກັບຫຍັງ? ພຣະນິມິດແມ່ນຫຍັງ?” ພວກເຂົາຕອບໂຕ້ວ່າ: “ເຈົ້າບໍ່ຮູ້ແມ່ນແຕ່ກ່ຽວກັບພຣະນິມິດບໍ? ເຂົາເວົ້າວ່າເຈົ້າແມ່ນພຣະເຈົ້າ, ແຕ່ຂ້ອຍເບິ່ງແລ້ວບໍ່ໜ້າຈະແມ່ນ!” ຄົນອື່ນຖາມວ່າ: “ໃນຂະບວນການປະກາດພຣະກິດຕິຄຸນ, ພວກເຮົາພົບພໍ້ຄົນທີ່ຖາມກ່ຽວກັບເລື່ອງລີ້ລັບ. ພວກເຮົາຄວນເຮັດແນວໃດ?” ເຮົາບໍ່ລໍຖ້າໃຫ້ພວກເຂົາເວົ້າຈົບຊໍ້າ ແລະ ເວົ້າວ່າ: “ຜູ້ໃດກໍຕາມທີ່ມັກຖາມກ່ຽວກັບຄວາມລີ້ລັບແທນທີ່ຈະສະແຫວງຫາຄວາມຈິງ ບໍ່ແມ່ນຄົນທີ່ຍອມຮັບຄວາມຈິງ; ພວກເຂົາບໍ່ສາມາດໄດ້ຮັບຄວາມລອດພົ້ນໃນອະນາຄົດ. ຜູ້ທີ່ສະແຫວງຫາຄວາມລີ້ລັບຢູ່ສະເໝີບໍ່ແມ່ນຄົນດີ; ຢ່າປະກາດພຣະກິດຕິຄຸນໃຫ້ຄົນປະເພດນັ້ນ”. ເປັນຫຍັງເຮົາຈຶ່ງເວົ້າແນວນີ້? ໃຜກັນແທ້ທີ່ກຳລັງຖາມຄຳຖາມເຫຼົ່ານີ້? ບໍ່ແມ່ນຄົນອື່ນ; ແມ່ນຕົວພວກເຂົາເອງ. ພວກເຂົາຢາກຖາມຄຳຖາມເຫຼົ່ານີ້ ແລະ ຮູ້ຄຳຕອບຂອງພວກມັນ ແລະ ພວກເຂົາຄິດວ່າເຮົາບໍ່ຮູ້ວ່າໃຜກຳລັງຖາມ, ຄືກັບວ່າເຮົາບໍ່ສາມາດເບິ່ງທະລຸພວກເຂົາໄດ້! ຫຼັງຈາກທີ່ເຮົາເວົ້າແນວນີ້, ພວກເຂົາໄດ້ຍິນ ແລະ ຄິດວ່າ: “ພຣະເຈົ້າເວົ້າວ່າຂ້ອຍບໍ່ແມ່ນຄົນດີ, ສະນັ້ນ ຂ້ອຍຈະບໍ່ຖາມອີກແລ້ວ”. ວິທີການຂອງເຮົາເປັນແນວໃດ? ມັນບໍ່ໄດ້ອັດປາກພວກເຂົາໄວ້ຢ່າງມີປະສິດທິຜົນບໍ? ຖ້າເຮົາຕອບພວກເຂົາ, ນັ້ນຈະບໍ່ເປັນການເຂົ້າທາງກົນອຸບາຍຂອງພວກເຂົາພໍດີບໍ? ຈາກນັ້ນ ພວກເຂົາກໍຈະໄດ້ຄືບຈະເອົາສອກ, ຖາມຄຳຖາມຢ່າງບໍ່ມີທີ່ສິ້ນສຸດ. ເຮົາມີພັນທະທີ່ຈະອະທິບາຍສິ່ງເຫຼົ່ານີ້ໃຫ້ພວກເຂົາບໍ? ເຈົ້າຈະເຮັດຫຍັງໄດ້ກັບຄວາມຮູ້ນີ້? ເຖິງແມ່ນວ່າເຮົາຮູ້, ເຮົາກໍຈະບໍ່ບອກເຈົ້າ. ເປັນຫຍັງເຮົາຈຶ່ງຄວນບອກເຈົ້າ? ເຮົາແມ່ນຜູ້ຕີຄວາມໝາຍພຣະຄຳພີບໍ? ເຈົ້າມາທີ່ນີ້ເພື່ອສຶກສາດ້ານເທວະວິທະຍາບໍ? ເຈົ້າມາເພື່ອກວດສອບເຮົາ ແລະ ເຮົາຄວນເປີດໃຈຂອງເຮົາໃຫ້ເຈົ້າກວດສອບຊື່ໆບໍ? ນັ້ນເໝາະສົມບໍ? ເຈົ້າມາເພື່ອລອງໃຈເຮົາ ແລະ ເຮົາຄວນອະນຸຍາດໃຫ້ເຈົ້າລອງໃຈເຮົາບໍ? ນັ້ນເໝາະສົມບໍ? ເຈົ້າບໍ່ໄດ້ມາທີ່ນີ້ເພື່ອຍອມຮັບຄວາມຈິງ; ເຈົ້າມາຖາມຄຳຖາມດ້ວຍທັດສະນະຄະຕິຂອງຄວາມເປັນປໍລະປັກ, ຄວາມສົງໄສ ແລະ ການຊັກຖາມ. ເຮົາຈະບໍ່ມີທາງໃຫ້ຄຳຕອບແກ່ເຈົ້າ. ບາງຄົນເວົ້າວ່າ: “ບໍ່ຈຳເປັນຕ້ອງຕອບຄຳຖາມໃດໆເລີຍບໍ?” ນັ້ນກໍຂຶ້ນກັບເລື່ອງ. ເມື່ອເວົ້າເຖິງຄວາມຈິງ ແລະ ວຽກງານຂອງຄຣິສຕະຈັກ, ເຮົາຍັງຕ້ອງພິຈາລະນາສະຖານະການ. ຖ້າເຮົາເຄີຍບອກເຈົ້າກ່ອນໜ້ານີ້ແລ້ວ ແລະ ເຈົ້າຍັງທຳທ່າບໍ່ຮູ້, ທຳທ່າຖາມຢ່າງຖ່ອມຕົວ, ເຮົາກໍຈະບໍ່ຕອບເຈົ້າ. ເຮົາຈະລິຮານເຈົ້າ ແລະ ຫຼັງຈາກນັ້ນ ເຈົ້າກໍຈະເຂົ້າໃຈ. ຈາກມຸມມອງຂອງວິທີທີ່ພວກຕໍ່ຕ້ານພຣະຄຣິສກວດສອບ ແລະ ວິເຄາະພຣະຄຣິສ ແລະ ຄວາມຢາກຮູ້ຢາກເຫັນຂອງພວກເຂົາກ່ຽວກັບແກ່ນແທ້ຂອງພຣະຄຣິສ ແລະ ພຣະເຈົ້າ, ພວກຕໍ່ຕ້ານພຣະຄຣິສກຳລັງກວດສອບຫຍັງແທ້? ພວກເຂົາກຳລັງກວດສອບຄວາມຈິງ. ພວກເຂົາປະຕິບັດຕໍ່ທຸກສິ່ງທີ່ພຣະເຈົ້າເຮັດ ຄືກັບເປົ້າໝາຍໃນການກວດສອບ ແລະ ການວິເຄາະຂອງພວກເຂົາ, ໂດຍໃຊ້ສິ່ງນີ້ເປັນວິທີຂ້າເວລາ. ພວກເຂົາຕິດຕາມພຣະເຈົ້າຄືກັບວ່າພວກເຂົາເປັນນັກວິຊາການທີ່ສຶກສາຂົງເຂດໃດໜຶ່ງ ຫຼື ຄວາມຮູ້ຊຸດໃດໜຶ່ງ, ຄືກັບຜູ້ບໍ່ເຊື່ອທີ່ເຂົ້າຮຽນໃນໂຮງຮຽນສາສະໜາ. ຄົນປະເພດນັ້ນສາມາດໄດ້ຮັບຄວາມຮູ້ແຈ້ງຈາກພຣະເຈົ້າໄດ້ບໍ? ພວກເຂົາສາມາດໄດ້ຮັບແສງສະຫວ່າງໄດ້ບໍ? ພວກເຂົາສາມາດເຂົ້າໃຈຄວາມຈິງບໍ? (ບໍ່.)
ໃນຄຣິສຕະຈັກ, ມີວຽກງານບາງຢ່າງທີ່ບໍ່ເຄີຍພົບພໍ້ມາກ່ອນ ແລະ ບາງຢ່າງກໍກ່ຽວຂ້ອງກັບວຽກງານວິຊາສະເພາະ. ເມື່ອເຮົາຊີ້ນໍາວຽກງານດັ່ງກ່າວ, ບາງຄົນກໍຟັງຢ່າງຕັ້ງໃຈ ແລະ ຢ່າງຖ່ອມຕົວ, ກຳແໜ້ນຫຼັກການທີ່ຄວນປະຕິບັດຕາມໃນການເຮັດໜ້າທີ່ເຫຼົ່ານີ້ ແລະ ຄວາມຈິງຄວາມເປັນຈິງທີ່ຄວນນໍາໄປປະຕິບັດ ແລະ ເຂົ້າສູ່. ຢ່າງໃດກໍຕາມ, ບາງຄົນກໍຄິດຫົວແທບແຕກໃນການກວດສອບຢູ່ໃນໃຈ; ພວກເຂົາຄິດວ່າ: “ເຈົ້າບໍ່ໄດ້ຮຽນຂົງເຂດເຫຼົ່ານີ້ມາ. ນອກຈາກນັ້ນ, ເຈົ້າສາມາດຮຽນຮູ້ຫຼາຍຂົງເຂດຂະໜາດນັ້ນໄດ້ແທ້ບໍ? ໃຜຈະສາມາດເຂົ້າໃຈ ແລະ ຮູ້ທຸກຢ່າງໄດ້? ເຈົ້າໃຊ້ຫຍັງເປັນພື້ນຖານໃນການຊີ້ນໍາພວກເຮົາ? ເປັນຫຍັງພວກເຮົາຈຶ່ງຄວນຟັງເຈົ້າ? ເຖິງແມ່ນວ່າບາງຄັ້ງສິ່ງທີ່ເຈົ້າເວົ້າໃນເວລາຊີ້ນໍາພວກເຮົາຈະມີເຫດຜົນແທ້ໆ, ແຕ່ເຈົ້າຮູ້ສິ່ງນີ້ໄດ້ແນວໃດ? ຖ້າຂ້ອຍບໍ່ໄດ້ຮຽນບາງຢ່າງ, ຂ້ອຍກໍຈະບໍ່ຮູ້ກ່ຽວກັບມັນ. ຂ້ອຍຕ້ອງໄຕ່ຕອງ, ພະຍາຍາມຮຽນຮູ້ໃຫ້ຫຼາຍຂຶ້ນ, ເບິ່ງໃຫ້ຫຼາຍຂຶ້ນ, ຟັງໃຫ້ຫຼາຍຂຶ້ນ ແລະ ພະຍາຍາມໄປໃຫ້ເຖິງຈຸດທີ່ຂ້ອຍບໍ່ຕ້ອງການການຊີ້ນໍາຂອງເຈົ້າ ແລະ ສາມາດເຮັດມັນໄດ້ດ້ວຍຕົນເອງ. ເບິ່ງຄືວ່າເຈົ້າກໍກຳລັງຮຽນຮູ້ໄປພ້ອມໆກັບການເຮັດ, ກຳແໜ້ນມັນເທື່ອລະເລັກເທື່ອລະນ້ອຍຄືກັນ”. ພວກເຂົາເບິ່ງພຽງແຕ່ຮູບລັກສະນະພາຍນອກ, ໂດຍບໍ່ເຫັນວ່າ ໃນດ້ານໜຶ່ງ ບໍ່ວ່າຄົນຜູ້ນີ້ຈະເວົ້າ ຫຼື ເຮັດຫຍັງກໍຕາມ, ກໍມີຫຼັກການ ບໍ່ວ່າວຽກງານໃດທີ່ກຳລັງຖືກຊີ້ນໍາ, ມັນກໍຖືກເຮັດຕາມຫຼັກການ ແລະ ຫຼັກການນີ້ກ່ຽວຂ້ອງກັບຄວາມຕ້ອງການຕົວຈິງຂອງຜູ້ຄົນ ແລະ ຜົນໄດ້ຮັບທີ່ຕ້ອງການຂອງວຽກງານຕົວຈິງ. ໃນອີກດ້ານໜຶ່ງ ແລະ ທີ່ສຳຄັນທີ່ສຸດ, ຄົນຜູ້ນີ້ບໍ່ໄດ້ຮຽນຫຍັງມາເລີຍ; ຄວາມຮູ້, ການຮຽນຮູ້, ຄວາມເຂົ້າໃຈ ແລະ ປະສົບການຂອງພຣະອົງບໍ່ໄດ້ໂດດເດັ່ນ. ແຕ່ມີສິ່ງໜຶ່ງທີ່ຜູ້ຄົນບໍ່ຄວນລືມ: ບໍ່ວ່າຄວາມເຂົ້າໃຈ, ຄວາມຮູ້, ປະສົບການ ແລະ ຄວາມຊ່ຽວຊານຂອງພຣະອົງຈະອຸດົມສົມບູນ ຫຼື ໜ້າສົນໃຈ ຫຼື ບໍ່ກໍຕາມ, ແຫຼ່ງທີ່ມາທີ່ຮັບຜິດຊອບໃນການປະຕິບັດວຽກງານໃນປັດຈຸບັນບໍ່ແມ່ນເນື້ອໜັງພາຍນອກນີ້, ແຕ່ແມ່ນແກ່ນແທ້ຂອງເນື້ອໜັງນີ້ ນັ້ນກໍຄື ພຣະເຈົ້າເອງ. ສະນັ້ນ, ຖ້າເຈົ້າຕັດສິນໂດຍອີງໃສ່ຮູບລັກສະນະຂອງເນື້ອໜັງນີ້ ເຊັ່ນ: ຄວາມສູງ ແລະ ໜ້າຕາຂອງພຣະອົງ, ນໍ້າສຽງ, ສຽງເວົ້າ ແລະ ວິທີການເວົ້າ ແລ້ວເຈົ້າຈະບໍ່ສາມາດອະທິບາຍ ຫຼື ເຂົ້າໃຈໄດ້ວ່າເປັນຫຍັງພຣະອົງຈຶ່ງສາມາດຮັບຜິດຊອບ ແລະ ມີຄວາມສາມາດໃນວຽກງານເຫຼົ່ານີ້, ເຈົ້າຈະບໍ່ສາມາດເບິ່ງທະລຸມັນໄດ້. ການທີ່ບໍ່ສາມາດເບິ່ງທະລຸມັນໄດ້ໝາຍຄວາມວ່າມັນເປັນເລື່ອງທີ່ແກ້ໄຂບໍ່ໄດ້ບໍ? ບໍ່, ມັນສາມາດແກ້ໄຂໄດ້. ເຈົ້າບໍ່ຈຳເປັນຕ້ອງເບິ່ງທະລຸມັນ; ເຈົ້າພຽງແຕ່ຕ້ອງຮູ້, ຈື່ຈຳ ແລະ ຍອມຮັບສິ່ງໜຶ່ງຄື: ພຣະຄຣິສແມ່ນເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ. ຫຼັກການ, ຈຸດຢືນ ແລະ ທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ພຣະຄຣິສ ບໍ່ແມ່ນການກວດສອບ, ການວິເຄາະ ຫຼື ການຕອບສະໜອງຄວາມຢາກຮູ້ຢາກເຫັນຂອງພວກເຂົາ, ແຕ່ແມ່ນເພື່ອຍອມຮັບ, ຮັບເອົາ, ຟັງ ແລະ ອ່ອນນ້ອມ. ຖ້າເຈົ້າກວດສອບ ແລະ ວິເຄາະ, ໃນທີ່ສຸດແລ້ວ ສິ່ງນັ້ນຈະເຮັດໃຫ້ເຈົ້າເຫັນແກ່ນແທ້ຂອງພຣະເຈົ້າບໍ? ມັນຈະບໍ່ເປັນແນວນັ້ນ. ພຣະເຈົ້າບໍ່ອະນຸຍາດໃຫ້ໃຜວິເຄາະ ຫຼື ກວດສອບພຣະອົງ; ຍິ່ງເຈົ້າກວດສອບ ແລະ ວິເຄາະຫຼາຍເທົ່າໃດ, ພຣະເຈົ້າກໍຈະຍິ່ງເຊື່ອງພຣະອົງເອງຈາກເຈົ້າຫຼາຍເທົ່ານັ້ນ. ຜູ້ຄົນຮູ້ສຶກແນວໃດເມື່ອພຣະເຈົ້າເຊື່ອງພຣະອົງເອງ? ມັນກໍຄືແນວຄິດກ່ຽວກັບພຣະເຈົ້າໃນໃຈຂອງພວກເຂົາກາຍເປັນສິ່ງທີ່ເລື່ອນລອຍ, ແນວຄິດຂອງພວກເຂົາກ່ຽວກັບຄວາມຈິງກາຍເປັນສິ່ງທີ່ບໍ່ຊັດເຈນ ແລະ ທຸກຢ່າງກ່ຽວກັບເສັ້ນທາງທີ່ພວກເຂົາຄວນຍ່າງຕາມກໍມົວໝອງ. ມັນຄືກັບວ່າມີກຳແພງຕັນມຸມມອງຂອງເຈົ້າ; ເຈົ້າບໍ່ສາມາດເຫັນທິດທາງຂ້າງໜ້າ, ມັນມົວໝອງໄປໝົດ. ພຣະເຈົ້າຢູ່ໃສ? ພຣະເຈົ້າແມ່ນໃຜ? ພຣະເຈົ້າມີຈິງແທ້ບໍ? ຄຳຖາມເຫຼົ່ານີ້ປຽບຄືກຳແພງສີດຳທີ່ຕັ້ງຢູ່ຕໍ່ໜ້າເຈົ້າ, ເຊິ່ງຄືການທີ່ພຣະເຈົ້າເຊື່ອງພຣະພັກຂອງພຣະອົງຈາກເຈົ້າ, ເຮັດໃຫ້ເຈົ້າບໍ່ສາມາດເຫັນພຣະອົງໄດ້. ນິມິດທັງໝົດເຫຼົ່ານີ້ກາຍເປັນສິ່ງທີ່ເລື່ອນລອຍສຳລັບເຈົ້າ, ພວກມັນສູນຫາຍໄປ ແລະ ຄວາມມືດກໍເຂົ້າມາເຕັມຫົວໃຈຂອງເຈົ້າ. ເມື່ອຫົວໃຈຂອງເຈົ້າຖືກຄວາມມືດປົກຄຸມ, ເຈົ້າຍັງມີເສັ້ນທາງຂ້າງໜ້າຢູ່ບໍ? ເຈົ້າຍັງຮູ້ບໍວ່າຕ້ອງເຮັດຫຍັງ? ເຈົ້າບໍ່ຮູ້. ບໍ່ວ່າທິດທາງ ແລະ ເປົ້າໝາຍເດີມຂອງເຈົ້າຈະຊັດເຈນສໍ່າໃດກໍຕາມ, ເມື່ອເຈົ້າກວດສອບ ແລະ ວິເຄາະພຣະເຈົ້າ, ພວກມັນກໍຈະກາຍເປັນສິ່ງທີ່ເລື່ອນລອຍ ແລະ ມືດມົນ. ເມື່ອຜູ້ຄົນຕົກຢູ່ໃນສະຖານະການແບບນີ້, ໃນສະພາວະແບບນີ້, ພວກເຂົາກໍຕົກຢູ່ໃນອັນຕະລາຍ; ນີ້ຄືສິ່ງທີ່ເກີດຂຶ້ນສຳລັບຜູ້ທີ່ເນັ້ນໃສ່ການກວດສອບພຣະເຈົ້າ. ພວກຕໍ່ຕ້ານພຣະຄຣິສຕົກຢູ່ໃນສະຖານະການແບບນີ້ສະເໝີ, ດ້ວຍຄວາມມືດມິດຢູ່ຂ້າງໜ້າ, ບໍ່ສາມາດແຍກແຍະໄດ້ວ່າອັນໃດຄືສິ່ງທີ່ເປັນບວກ, ອັນໃດຄືຄວາມຈິງ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ພວກເຂົາກໍບໍ່ສາມາດຢືນຢັນໄດ້ວ່ານັ້ນແມ່ນພຣະເຈົ້າແທ້ໆ, ວ່ານັ້ນແມ່ນພຣະເຈົ້າເອງ; ບໍ່ວ່າພວກເຂົາຈະເບິ່ງແນວໃດ, ພວກເຂົາກໍເຫັນພຽງແຕ່ວ່າການບັງເກີດເປັນມະນຸດນັ້ນເປັນຄົນຜູ້ໜຶ່ງ, ຍ້ອນວ່າພວກເຂົາກວດສອບ ແລະ ວິເຄາະຢູ່ສະເໝີ, ສະນັ້ນ ພຣະເຈົ້າຈຶ່ງສືບຕໍ່ເຮັດໃຫ້ພວກເຂົາຕາບອດເຊັ່ນກັນ. ເຈົ້າເຫັນພວກເຂົາລືມຕາກວ້າງ, ຕາໃສ ແລະ ໃຫຍ່, ແຕ່ພວກເຂົາກໍຍັງຕາບອດ. ເມື່ອພຣະເຈົ້າເຊື່ອງພຣະພັກຂອງພຣະອົງຈາກຜູ້ຄົນ, ມັນກໍປຽບຄືກັບວ່າຫົວໃຈຂອງພວກເຂົາດ້ານຊາ, ຈົມດິ່ງລົງສູ່ຄວາມມືດມິດທີ່ສຸດ. ພວກເຂົາເຫັນພຽງແຕ່ປະກົດການທີ່ຜິວເຜີນ, ບໍ່ສາມາດຮັບຮູ້ເສັ້ນທາງທີ່ຢູ່ພາຍໃນ, ລົ້ມເຫຼວໃນການເຂົ້າໃຈຄວາມຈິງທີ່ແຝງຢູ່, ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສາມາດເຫັນແກ່ນແທ້ຂອງພຣະເຈົ້າ ຫຼື ອຸປະນິໄສຂອງພຣະອົງ.
ການເອົາການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າມາຜ່ານການວິເຄາະ ແລະ ການກວດສອບຈະບໍ່ໄດ້ຜົນໄດ້ຮັບຫຍັງເລີຍ. ມັນສຳຄັນທີ່ຈະບໍ່ຕົກຢູ່ໃນສະພາວະຂອງການວິເຄາະ ແລະ ການກວດສອບ; ນີ້ຄືເສັ້ນທາງຂອງຄວາມຄິດລົບ. ແລ້ວເສັ້ນທາງທີ່ເປັນບວກແມ່ນຫຍັງ? ມັນກໍຄື ໃນເມື່ອເຈົ້າເຊື່ອໝັ້ນວ່ານີ້ຄືພາລະກິດຂອງພຣະເຈົ້າ, ວ່າຄົນທຳມະດາຜູ້ນີ້ແມ່ນເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ ແລະ ມີແກ່ນແທ້ຂອງພຣະເຈົ້າ, ແລ້ວເຈົ້າກໍຄວນຍອມຮັບ ແລະ ອ່ອນນ້ອມຢ່າງບໍ່ມີເງື່ອນໄຂ. ຜູ້ຄົນຮູ້ສຶກວ່າເນື້ອໜັງນີ້ມີຫຼາຍດ້ານທີ່ບໍ່ໜ້າພໍໃຈ, ຫຼາຍດ້ານທີ່ກົງກັນຂ້າມກັບແນວຄິດ ແລະ ຈິນຕະນາການຂອງມະນຸດ; ນັ້ນແມ່ນບັນຫາກັບຜູ້ຄົນ. ພຣະເຈົ້າເຮັດວຽກໃນລັກສະນະນີ້ ແລະ ສິ່ງທີ່ຕ້ອງປ່ຽນແປງແມ່ນແນວຄິດຂອງຜູ້ຄົນ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ບໍ່ແມ່ນເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ. ຜູ້ຄົນຕ້ອງສະແຫວງຫາຄວາມຈິງໃນທີ່ນີ້, ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ຢືນຢູ່ໃນມຸມມອງ ແລະ ຕຳແໜ່ງທີ່ເໝາະສົມຂອງຕົນ, ແທນທີ່ຈະຍອມຮັບວ່າພຣະອົງແມ່ນພຣະເຈົ້າ ແຕ່ກໍຍັງຕ້ອງການກວດສອບພຣະອົງ ຫຼື ວິເຄາະ ແລະ ສົນທະນາກ່ຽວກັບສິ່ງທີ່ພຣະອົງເຮັດ ແລະ ເວົ້າ. ນັ້ນຈະເປັນບັນຫາໃຫຍ່. ເມື່ອຕຳແໜ່ງຂອງເຈົ້າ ແລະ ມຸມມອງໃນການຍອມຮັບຄວາມຈິງຂອງເຈົ້າຜິດ, ຜົນໄດ້ຮັບຂອງວິທີທີ່ເຈົ້າເບິ່ງທຸກສິ່ງກໍຈະປ່ຽນແປງ, ເຊິ່ງສົ່ງຜົນກະທົບຕໍ່ເສັ້ນທາງ ແລະ ທິດທາງຂອງການສະແຫວງຫາຂອງເຈົ້າ. ໃນສິ່ງໃດກໍຕາມທີ່ພຣະເຈົ້າເຮັດ ຫຼື ເວົ້າ, ບໍ່ວ່າມັນຈະສອດຄ່ອງກັບແນວຄິດຂອງມະນຸດ ຫຼື ບໍ່ ນັ້ນເປັນພຽງບັນຫາຊົ່ວຄາວ. ການປະກອບສ່ວນ ແລະ ຄຸນຄ່າຕໍ່ມະນຸດຊາດຂອງທຸກສິ່ງທີ່ພຣະເຈົ້າເຮັດ, ຄຸນຄ່າທີ່ມັນນໍາມາສູ່ຊີວິດມະນຸດ ແມ່ນຊົ່ວນິລັນ. ພວກມັນບໍ່ສາມາດຖືກປ່ຽນແປງໂດຍບຸກຄົນໃດ, ວິຊາການໃດ, ຄຳເວົ້າ ຫຼື ການໂຕ້ຖຽງໃດ ຫຼື ກະແສນິຍົມໃດ. ນີ້ຄືຄຸນຄ່າຂອງຄວາມຈິງ. ມັນອາດຈະເປັນໄປໄດ້ວ່າ ໃນປັດຈຸບັນ ຄຳເວົ້າ ແລະ ການກະທຳຂອງຄົນທຳມະດາຜູ້ນີ້ບໍ່ສາມາດຕອບສະໜອງຄວາມຢາກຮູ້ຢາກເຫັນ ຫຼື ຄວາມຮັກໂລບຂອງເຈົ້າໄດ້, ທັງບໍ່ສາມາດເຮັດໃຫ້ເຈົ້າເຊື່ອຢ່າງເຕັມທີ່ ຫຼື ເຮັດໃຫ້ເຈົ້າຍອມຮັບດ້ວຍໃຈ ແລະ ວາຈາ; ຢ່າງໃດກໍຕາມ, ການປະກອບສ່ວນຂອງພຣະທຳທັງໝົດທີ່ພຣະອົງກ່າວໃນມື້ນີ້ ແລະ ພາລະກິດທັງໝົດທີ່ພຣະອົງເຮັດໃນຍຸກນີ້ ແລະ ໃນລະຫວ່າງໄລຍະເວລານີ້ທີ່ມີຕໍ່ມະນຸດຊາດທັງປວງ, ຕໍ່ຍຸກທັງໝົດ ແລະ ຕໍ່ແຜນການຄຸ້ມຄອງໂດຍລວມຂອງພຣະເຈົ້າ ແມ່ນບໍ່ສາມາດປ່ຽນແປງໄດ້ຊົ່ວນິລັນ, ນີ້ຄືຂໍ້ເທັດຈິງ. ສະນັ້ນ, ມື້ໜຶ່ງເຈົ້າຈະຮັບຮູ້ວ່າ: “ຊາວ ຫຼື ສາມສິບປີກ່ອນ, ຂ້ອຍໄດ້ກວດສອບ, ຕີຄວາມໝາຍຜິດ, ຕໍ່ຕ້ານ ແລະ ແມ່ນແຕ່ຕັດສິນ ແລະ ກ່າວໂທດຄຳເວົ້າໃດໜຶ່ງທີ່ຄົນທຳມະດາຜູ້ນີ້ກ່າວ. ຊາວ ຫຼື ສາມສິບປີຕໍ່ມາ, ເມື່ອຂ້ອຍກັບມາເບິ່ງຄຳເວົ້ານັ້ນອີກ, ຫົວໃຈຂອງຂ້ອຍກໍເຕັມໄປດ້ວຍຄວາມຮູ້ສຶກຜິດ ແລະ ການຕໍາໜິຕົນເອງ”. ມະນຸດທີ່ເສື່ອມຊາມນັ້ນຕ່ຳຕ້ອຍ ແລະ ບໍ່ສຳຄັນຕໍ່ໜ້າພຣະເຈົ້າ, ພວກເຂົາເປັນເດັກນ້ອຍຕະຫຼອດໄປ, ບໍ່ມີຄ່າຄວນໃຫ້ກ່າວເຖິງ. ບໍ່ວ່າຄົນຜູ້ໜຶ່ງຈະເຮັດວຽກຫຼາຍສໍ່າໃດກໍຕາມ, ເມື່ອທຽບກັບການປະກອບສ່ວນຕໍ່ມະນຸດຊາດທັງປວງຂອງທຸກພຣະທຳທີ່ພຣະເຈົ້າກ່າວໃນໄລຍະເວລາໃດກໍຕາມ ແລະ ພາຍໃຕ້ບໍລິບົດໃດກໍຕາມ, ຄວາມແຕກຕ່າງນັ້ນກໍປຽບເໝືອນຟ້າກັບດິນ! ສະນັ້ນ, ເຈົ້າຕ້ອງເຂົ້າໃຈວ່າພຣະເຈົ້າບໍ່ແມ່ນເປົ້າໝາຍໃຫ້ຜູ້ຄົນກວດສອບ, ວິເຄາະ ແລະ ສົງໄສ. ພາລະກິດຂອງພຣະເຈົ້າ ແລະ ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດບໍ່ໄດ້ຢູ່ທີ່ນີ້ເພື່ອຕອບສະໜອງຄວາມຢາກຮູ້ຢາກເຫັນຂອງຜູ້ຄົນ. ພຣະອົງເຮັດພາລະກິດທັງໝົດນີ້ບໍ່ແມ່ນເພື່ອຂ້າເວລາ ຫຼື ເພື່ອໃຫ້ວັນເວລາຜ່ານໄປ ເຈດຕະນາຂອງພຣະອົງແມ່ນເພື່ອຊ່ວຍຜູ້ຄົນໃນຍຸກໜຶ່ງໃຫ້ລອດພົ້ນ, ເພື່ອຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ ແລະ ຜົນໄດ້ຮັບຂອງພາລະກິດທີ່ພຣະອົງຕັ້ງໃຈທີ່ຈະໃຫ້ສຳເລັດນັ້ນແມ່ນຈະຄົງຢູ່ຕະຫຼອດໄປ. ພວກຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະຄຣິສຄືກັບຄົນທຳມະດາເພື່ອກວດສອບ ແລະ ວິເຄາະ, ເພື່ອຕອບສະໜອງຄວາມຢາກຮູ້ຢາກເຫັນຂອງພວກເຂົາ. ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? ມັນສາມາດເຂົ້າໃຈ ຫຼື ໃຫ້ອະໄພໄດ້ບໍ? ພວກເຂົາແມ່ນຄົນບາບຕະຫຼອດການ, ຖືກສາບແຊ່ງ ແລະ ບໍ່ສາມາດໄດ້ຮັບການອະໄພຕະຫຼອດໄປ! ຖ້າຄົນຜູ້ໜຶ່ງມີຄວາມເປັນມະນຸດ, ເຂົ້າໃຈຄວາມຈິງ ແລະ ມີຄວາມຈິງຄວາມເປັນຈິງ, ແມ່ນແຕ່ການກວດສອບພວກເຂົາກໍຂ້ອນຂ້າງໜ້າລັງກຽດ. ການປະຕິບັດຕໍ່ພຣະຄຣິສຄືກັບຄົນທຳມະດາ ແລະ ກວດສອບພຣະອົງໃນໃຈ, ປະຕິບັດຕໍ່ທຸກສິ່ງທີ່ພຣະອົງເຮັດດ້ວຍຄວາມເປັນປໍລະປັກ ແລະ ໃສ່ຮ້າຍປ້າຍສີ ແລະ ສະແຫວງຫາພຽງແຕ່ການຕອບສະໜອງຄວາມຢາກຮູ້ຢາກເຫັນຂອງເຈົ້າກ່ຽວກັບພຣະທຳທີ່ພຣະອົງກ່າວ ແມ່ນແຕ່ບາງຄົນ, ເມື່ອເຫັນເຮົາ, ກໍເວົ້າວ່າ: “ໂອ້ລົມຄວາມຈິງຕື່ມອີກແດ່, ໂອ້ລົມກ່ຽວກັບພາສາຂອງສະຫວັນຊັ້ນສາມຕື່ມອີກ, ເວົ້າສິ່ງທີ່ພວກເຮົາບໍ່ຮູ້ຕື່ມອີກ”, ພວກເຂົາຖືວ່າຄົນຜູ້ນີ້ເປັນຫຍັງ? ເປັນຄົນທີ່ຊ່ວຍແກ້ເຫງົາໃຫ້ພວກເຂົາບໍ? ພຣະເຈົ້າກໍານົດລັກສະນະເລື່ອງນີ້ແນວໃດ? ນີ້ບໍ່ແມ່ນການໝິ່ນປະໝາດຕໍ່ພຣະເຈົ້າບໍ? ຖ້າມັນແນໃສ່ຜູ້ຄົນ, ມັນກໍເອີ້ນວ່າການເຍາະເຍີ້ຍ ແລະ ການສຽດສີ; ຖ້າມັນແນໃສ່ພຣະເຈົ້າ, ມັນກໍຄືການໝິ່ນປະໝາດ.
ໃນເນື້ອໃນຂອງການສະແດງອອກນີ້ ຄື: ການກວດສອບ, ການວິເຄາະ ແລະ ຄວາມຢາກຮູ້ຢາກເຫັນ; ທຳມະຊາດ-ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສເປີດເຜີຍຕົວມັນເອງວ່າເປັນຄວາມຊົ່ວຊ້າ, ເປັນການເບື່ອໜ່າຍຄວາມຈິງ. ພວກເຂົາບໍ່ສົນໃຈສິ່ງທີ່ເປັນບວກທັງໝົດ; ພວກເຂົາດູໝິ່ນພວກມັນ ແລະ ປະຕິບັດຕໍ່ພວກມັນດ້ວຍທັດສະນະຄະຕິທີ່ດູຖູກ, ບໍ່ເວັ້ນແມ່ນແຕ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ. ພວກເຂົາຕ້ອງຕອບສະໜອງຄວາມຢາກຮູ້ຢາກເຫັນຂອງພວກເຂົາໃນທຸກເລື່ອງ, ເອົາທຸກຢ່າງມາຜ່ານການກວດສອບຂອງພວກເຂົາ, ຕ້ອງການສະຫຼຸບຜົນ ແລະ ໃຫ້ຮູ້ເຖິງຕົ້ນ ປາຍສາຍເຫດຂອງທຸກສິ່ງ ເພື່ອໃຫ້ຮູ້ວ່າກຳລັງເກີດຫຍັງຂຶ້ນ, ເພື່ອໃຫ້ພວກເຂົາເບິ່ງຄືວ່າມີຄວາມຮູ້ ແລະ ສະຫຼາດ. ນີ້ຄືອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ເມື່ອຄຸ້ນເຄີຍກັບການກວດສອບທຸກສິ່ງທຸກຢ່າງແລ້ວ, ຕອນນີ້ພວກເຂົາຫັນມາກວດສອບພຣະເຈົ້າ. ແລ້ວສິ່ງນີ້ຈະນໍາຫຍັງມາໃຫ້ພວກເຂົາ? ຄວາມສົມບູນ ແລະ ຄວາມລອດພົ້ນບໍ? ບໍ່, ມັນນໍາຄວາມຫາຍະນະ ແລະ ຄວາມພິນາດມາໃຫ້ພວກເຂົາເທົ່ານັ້ນ! ນີ້ຄືການກຳນົດລັກສະນະຂອງພວກຕໍ່ຕ້ານພຣະຄຣິສ. ພວກເຂົາຖືກສາບແຊ່ງ ແລະ ສົມຄວນຖືກກ່າວໂທດ. ໃນການເຂົ້າຫາເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ, ພວກເຂົາບໍ່ເຄີຍຢືນຢູ່ໃນຕຳແໜ່ງຂອງຜູ້ຕິດຕາມ ຫຼື ສິ່ງທີ່ຖືກສ້າງ ເພື່ອຍອມຮັບ ແລະ ເບິ່ງພຣະອົງ; ແທນທີ່ຈະເປັນແນວນັ້ນ, ພວກເຂົາເບິ່ງ ແລະ ເຂົ້າຫາພຣະອົງຈາກມຸມມອງ ແລະ ຈຸດຢືນຂອງນັກວິຊາການ, ຂອງຜູ້ທີ່ຮູ້ໄປໝົດ, ຂອງຜູ້ທີ່ເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຂອງຄົນອວດດີທີ່ບໍ່ສາມາດຢັ່ງຮູ້ຄວາມຈິງ ແລະ ຜູ້ທີ່ດູໝິ່ນສິ່ງທີ່ເປັນບວກ. ເຫັນໄດ້ຂ້ອນຂ້າງຊັດເຈນວ່າຄົນປະເພດນັ້ນບໍ່ສາມາດໄດ້ຮັບຄວາມລອດພົ້ນ.
ວັນທີ 6 ມິຖຸນາ 2020