ລາຍການທີສິບ: ພວກເຂົາດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ (ພາກທີເຈັດ)
III. ການດູຖູກພຣະທຳຂອງພຣະເຈົ້າ
ມື້ນີ້, ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບລາຍການທີສິບຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ພວກເຂົາດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ. ຄັ້ງທີ່ແລ້ວ ພວກເຮົາໄດ້ໂອ້ລົມມາຮອດພາກທີສາມຂອງຫົວຂໍ້ໃຫຍ່ນີ້, ເຊິ່ງກໍຄືຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ. ການໂອ້ລົມ ແລະ ການໄຈ້ແຍກຂອງພວກເຮົາກ່ຽວກັບພາກນີ້ໄດ້ຖືກແບ່ງອອກເປັນສາມຫົວຂໍ້ຍ່ອຍ. ສາມຫົວຂໍ້ຍ່ອຍນັ້ນມີຫຍັງແດ່? (ຂໍ້ທຳອິດກໍຄື ຜູ້ຕໍ່ຕ້ານພຣະຄຣິສດັດແກ້ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມອຳເພີໃຈ; ຂໍ້ທີສອງກໍຄື ຜູ້ຕໍ່ຕ້ານພຣະຄຣິສປະຕິເສດພຣະທຳຂອງພຣະເຈົ້າ ເມື່ອພຣະທຳເຫຼົ່ານັ້ນບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ; ແລະ ຂໍ້ທີສາມກໍຄື ຜູ້ຕໍ່ຕ້ານພຣະຄຣິສສອດແນມເບິ່ງວ່າພຣະທຳຂອງພຣະເຈົ້າກາຍເປັນຈິງ ຫຼື ບໍ່.) ການສະແດງອອກທັງສາມຂໍ້ນີ້ ກວມເອົາຄວາມໝາຍທັງໝົດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າແລ້ວບໍ? (ໜ້າຈະມີຫຼາຍກວ່ານີ້.) ມີຄຳເວົ້າ ແລະ ການສະແດງອອກອື່ນໃດອີກແດ່? (ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍຄວາມໄຮ້ຄວາມເຄົາລົບ.) ການປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍຄວາມໄຮ້ຄວາມເຄົາລົບແມ່ນໜຶ່ງໃນການສະແດງອອກທີ່ບົ່ງບອກວ່າພວກເຂົາດູຖູກພຣະທຳຂອງພຣະເຈົ້າບໍ? ການປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍຄວາມໄຮ້ຄວາມເຄົາລົບບໍ່ແມ່ນການຕີຄວາມໝາຍເຖິງການດູຖູກພຣະທຳຂອງພຣະເຈົ້າບໍ? ຢູ່ບ່ອນນີ້ ພວກເຮົາບໍ່ຕ້ອງການການຕີຄວາມໝາຍ, ແຕ່ຕ້ອງການການສະແດງອອກ ແລະ ການປະຕິບັດຕ່າງໆຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ ເຊິ່ງເຈົ້າສາມາດເບິ່ງເຫັນ ແລະ ສຳຜັດໄດ້ ພ້ອມທັງສິ່ງທີ່ເຈົ້າເຄີຍໄດ້ຍິນມາ. ເບິ່ງຄືວ່າພວກເຈົ້າບໍ່ມີຄວາມເຂົ້າໃຈຫຼາຍປານໃດກ່ຽວກັບການສະແດງອອກຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ. ພວກເຈົ້າອາດຈະມີຄວາມເຂົ້າໃຈຕາມຕົວອັກສອນກ່ຽວກັບສາມຂໍ້ທີ່ເຮົາໄດ້ໂອ້ລົມໄປກ່ອນໜ້ານີ້, ແຕ່ພວກເຈົ້າຄິດບໍ່ອອກວ່າອາດຈະມີການສະແດງອອກອື່ນໃດອີກແດ່ກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສທີ່ດູຖູກພຣະທຳຂອງພຣະເຈົ້າ, ແມ່ນບໍ? ພວກເຈົ້າໜ້າຈະຈື່ຈຳການສະແດງອອກທັງສາມຢ່າງທີ່ພວກເຮົາໄດ້ໂອ້ລົມໄປກ່ອນໜ້ານີ້ໄດ້ໝົດແລ້ວເນາະ. ພຶດຕິກຳ ແລະ ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສໃນການດູຖູກພຣະທຳຂອງພຣະເຈົ້ານັ້ນເປີດເຜີຍ ແລະ ກົງໄປກົງມາບໍ? ພວກມັນແມ່ນສິ່ງທີ່ຄົນທ່ຽງທຳຄວນເຮັດບໍ? (ບໍ່.) ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກທີ່ຄວນມີຢູ່ໃນຄວາມເປັນມະນຸດທີ່ປົກກະຕິ; ພວກມັນບໍ່ໄດ້ເປັນບວກ, ແຕ່ເປັນລົບ. ແກ່ນແທ້ທີ່ຢູ່ເບື້ອງຫຼັງຂອງພຶດຕິກຳສອງສາມຢ່າງນີ້ຊີ້ໄປທີ່ຊາຕານ, ຜີຮ້າຍ ແລະ ສັດຕູຂອງພຣະເຈົ້າ. ໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ມີການອ່ອນນ້ອມ, ບໍ່ມີການຍອມຮັບ, ບໍ່ມີການປະສົບຈິງ, ບໍ່ມີການວາງຄວາມຄິດຫຼົງຜິດຂອງພວກເຂົາເອງລົງ ແລະ ຍອມຮັບພຣະທຳຂອງພຣະເຈົ້າດ້ວຍຄວາມຮຽບງ່າຍ ແລະ ຄວາມເປີດເຜີຍ, ກົງກັນຂ້າມ ພວກເຂົາພັດສ້າງທັດສະນະຄະຕິແບບຊາຕານຕ່າງໆຕໍ່ພຣະທຳຂອງພຣະເຈົ້າ. ອຸປະນິໄສທີ່ຖືກເປີດເຜີຍຜ່ານການສະແດງອອກ ແລະ ພຶດຕິກຳເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນສິ່ງດຽວກັນກັບສິ່ງທີ່ຖືກເປີດເຜີຍໂດຍຊາຕານໃນໂລກຝ່າຍວິນຍານຢ່າງແທ້ຈິງ. ພຶດຕິກຳເຫຼົ່ານີ້, ບໍ່ວ່າຈະຢູ່ໃນສະຖານະການໃດ, ໃນຍຸກໃດ, ໃນທ່າມກາງກຸ່ມຄົນໃດກໍຕາມ, ລ້ວນແຕ່ບໍ່ເປັນບວກ. ພວກມັນຊົ່ວຊ້າ ແລະ ເປັນລົບ ພ້ອມທັງບໍ່ແມ່ນການສະແດງອອກ ຫຼື ພຶດຕິກຳທີ່ສິ່ງທີ່ຖືກສ້າງ ຫຼື ຄົນປົກກະຕິຄວນມີ. ດັ່ງນັ້ນ, ພວກເຮົາຈຶ່ງກຳນົດລັກສະນະຂອງພວກມັນວ່າເປັນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ. ຫຼັງຈາກທີ່ໂອ້ລົມສາມຂໍ້ນີ້ແລ້ວ, ຄົນສ່ວນໃຫຍ່ອາດຈະຄິດວ່າການສະແດງອອກທັງສາມຢ່າງນີ້ອາດຈະກວມເອົາທັດສະນະຄະຕິພື້ນຖານທັງໝົດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະທຳຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ມີຈຸດໜຶ່ງທີ່ພວກເຈົ້າໄດ້ເບິ່ງຂ້າມໄປ: ການປະຕິບັດຕໍ່ພຣະທຳຂອງພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ໄດ້ຈຳກັດຢູ່ພຽງແຕ່ວິທີການທັງສາມຢ່າງນີ້ເລີຍ. ຍັງມີການສະແດງອອກ ແລະ ພຶດຕິກຳອີກຢ່າງໜຶ່ງທີ່ສະແດງໃຫ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າເຊັ່ນກັນ. ການສະແດງອອກນີ້ແມ່ນຫຍັງ? ມັນກໍຄືການທີ່ ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ. ຖ້າພວກເຮົາເບິ່ງຄວາມໝາຍຕາມຕົວອັກສອນຂອງສິ່ງນີ້, ບາງຄົນອາດຈະມີພາບໃນໃຈຂອງພວກເຂົາທີ່ຊີ້ໄປຫາບຸກຄົນບາງຄົນ, ແຕ່ການສະແດງອອກທີ່ສະເພາະເຈາະຈົງ ແລະ ແທ້ຈິງຂອງສິ່ງນີ້ກໍຍັງບໍ່ຊັດເຈນປານໃດ; ພວກມັນຍັງຄົງເລື່ອນລອຍ ແລະ ບໍ່ສະເພາະເຈາະຈົງ. ສະນັ້ນ ມື້ນີ້, ພວກເຮົາຈະໂອ້ລົມກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ.
4. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ
ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ; ຍັງສາມາດເວົ້າໄດ້ວ່າ ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄວາມຈິງນັ້ນເອງຄືກັບເປັນສິນຄ້າ. ການປະຕິບັດຕໍ່ພວກມັນຄືກັບເປັນສິນຄ້າໝາຍຄວາມວ່າແນວໃດ? ມັນໝາຍເຖິງການພຽງແຕ່ກ່າວອ້າງທາງຄຳເວົ້າບາງຢ່າງ, ການໂອ້ອວດຕົນເອງ ແລະ ຈາກນັ້ນກໍຫຼອກລວງເອົາຄວາມໄວ້ວາງໃຈ, ການສະໜັບສະໜູນ ແລະ ການຍອມຮັບຂອງຜູ້ຄົນ ເພື່ອໃຫ້ໄດ້ຮັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ. ດ້ວຍເຫດນັ້ນ ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຈຶ່ງກາຍເປັນຫີນຮອງຍ່າງຂອງພວກເຂົາ. ນີ້ຄືທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ຄວາມຈິງ. ພວກເຂົາສວຍໃຊ້, ຫຼິ້ນກັບ ແລະ ຢຽບຍໍ່າຄວາມຈິງ, ເຊິ່ງຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງແມ່ນຫຍັງແທ້? ພວກເຮົາຄວນນິຍາມຄວາມຈິງຢ່າງຖືກຕ້ອງແນວໃດ? ບອກເຮົາມາເບິ່ງ, ຄວາມຈິງແມ່ນຫຍັງ? (ຄວາມຈິງແມ່ນບັນທັດຖານສຳລັບການປະພຶດຕົນ, ການກະທຳ ແລະ ການນະມັດສະການພຣະເຈົ້າຂອງມະນຸດ.) ນີ້ຄືການນິຍາມທີ່ຖືກຕ້ອງ ແລະ ສະເພາະເຈາະຈົງຂອງຄວາມຈິງ. ພວກເຈົ້າທຸກຄົນເຂົ້າໃຈຄຳເວົ້ານີ້ແນວໃດ? ພວກເຈົ້າຄວນນຳໃຊ້ຄຳເວົ້ານີ້ເຂົ້າໃນຊີວິດປະຈຳວັນ ແລະ ຕະຫຼອດຊີວິດຂອງພວກເຈົ້າແນວໃດ? ພວກເຈົ້າຄວນປະສົບກັບຄຳເວົ້ານີ້ແນວໃດ? ຈົ່ງເວົ້າສິ່ງທີ່ພວກເຈົ້າສາມາດຄິດອອກ ແລະ ເຂົ້າໃຈໄດ້ໃນທັນທີ ໂດຍບໍ່ຕ້ອງກັ່ນຕອງ ຫຼື ປຸງແຕ່ງ. ໃນພາສາຈາກປະສົບການຂອງພວກເຈົ້າ, ຄວາມຈິງແມ່ນຫຍັງ? ພຣະທຳຂອງພຣະເຈົ້າແມ່ນຫຍັງ? (ຄວາມຈິງສາມາດປ່ຽນແປງມຸມມອງຕໍ່ຊີວິດ ແລະ ຄ່ານິຍົມຂອງຄົນໆໜຶ່ງ, ເຮັດໃຫ້ພວກເຂົາສາມາດໃຊ້ຊີວິດທີ່ເປັນຄວາມເໝືອນມະນຸດທີ່ປົກກະຕິໄດ້.) ເຖິງແມ່ນວ່າຈະບໍ່ກວມລວມໄດ້ທັງໝົດ, ແຕ່ທຸກສິ່ງທີ່ພວກເຈົ້າເວົ້າມາກໍໄດ້ຖ່າຍທອດຄວາມເຂົ້າໃຈຈາກປະສົບການກ່ຽວກັບຄວາມຈິງ; ພວກມັນຄືຄວາມເຂົ້າໃຈ ແລະ ຄວາມຊາບຊຶ້ງທີ່ພວກເຈົ້າໄດ້ປະສົບ ແລະ ໄດ້ຮັບຈາກຊີວິດປະຈຳວັນ. ມີໃຜອີກແດ່ທີ່ຢາກແບ່ງປັນ? (ຄວາມຈິງສາມາດເຮັດໃຫ້ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາບໍລິສຸດ, ເຮັດໃຫ້ພວກເຮົາສາມາດກະທຳຕາມຫຼັກການ ແລະ ເຮັດສິ່ງຕ່າງໆທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້.) ຄຳເວົ້ານີ້ຂ້ອນຂ້າງດີ ແລະ ເລິກເຊິ່ງ. ເຊີນສືບຕໍ່. (ຄວາມຈິງຄືຊີວິດ, ເປັນຫົນທາງສູ່ຊີວິດນິລັນດອນ. ມີພຽງແຕ່ການສະໄລ່ຕາມຄວາມຈິງ ແລະ ດຳລົງຊີວິດໂດຍຄວາມຈິງເທົ່ານັ້ນ ຄົນເຮົາຈຶ່ງຈະສາມາດໄດ້ຮັບຊີວິດ.) (ຄວາມຈິງເຮັດໃຫ້ຜູ້ຄົນສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ເພື່ອກາຍເປັນມະນຸດທີ່ແທ້ຈິງ.) ສອງຈຸດນີ້ລ້ວນແຕ່ກ່ຽວຂ້ອງກັບຫຼັກການຂອງການປະຕິບັດສຳລັບການດຳລົງຊີວິດປະຈຳວັນຂອງຜູ້ຄົນ. ເຖິງແມ່ນວ່າການອະທິບາຍຈະຂ້ອນຂ້າງເລິກເຊິ່ງ ແລະ ສູງສົ່ງ, ແຕ່ພວກມັນກໍສຳພັນກັບຊີວິດຈິງຫຼາຍ. (ຄວາມຈິງສາມາດເປີດໂປງອຸປະນິໄສທີ່ເສື່ອມຊາມພາຍໃນຕົວພວກເຮົາ, ປ່ຽນແປງມຸມມອງທີ່ບໍ່ຖືກຕ້ອງຂອງພວກເຮົາຕໍ່ເລື່ອງຕ່າງໆ ແລະ ເຮັດໃຫ້ພວກເຮົາສາມາດໃຊ້ຊີວິດທີ່ເປັນຄວາມເໝືອນມະນຸດທີ່ແທ້ຈິງໄດ້.) ຄຳເວົ້າເຫຼົ່ານີ້ສຳພັນກັບຊີວິດຈິງ ແລະ ກ່ຽວຂ້ອງກັບຄຸນຄ່າ ແລະ ຄວາມສຳຄັນຂອງຄວາມຈິງທີ່ມີຕໍ່ຜູ້ຄົນ ພ້ອມທັງຜົນກະທົບທີ່ຄວາມຈິງສາມາດມີຕໍ່ຜູ້ຄົນ. ສິ່ງທີ່ພວກເຈົ້າທຸກຄົນໄດ້ກ່າວມາ, ພວກເຮົາກໍມັກຈະເວົ້າເຖິງມາກ່ອນແລ້ວ. ເຖິງແມ່ນວ່າການເນັ້ນໜັກຂອງແຕ່ລະຄົນຈະແຕກຕ່າງກັນ, ແຕ່ມັນກໍລ້ວນແຕ່ກ່ຽວຂ້ອງກັບຄຳເວົ້າກ່ຽວກັບຄວາມຈິງທີ່ໄດ້ອະທິບາຍ ແລະ ນິຍາມໄວ້ກ່ອນໜ້ານີ້, ນັ້ນກໍຄື ຄວາມຈິງແມ່ນບັນທັດຖານສຳລັບການວັດແທກທຸກສິ່ງ. ຄວາມຈິງສາມາດທຽບເທົ່າກັບພຣະທຳຂອງພຣະເຈົ້າໄດ້ບໍ? (ໄດ້.) ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ. ໂດຍອີງໃສ່ຄວາມເຂົ້າໃຈຈາກປະສົບການທີ່ພວກເຈົ້າໄດ້ແບ່ງປັນໃນການໂອ້ລົມຂອງພວກເຈົ້າ, ພວກເຮົາສາມາດເວົ້າໄດ້ບໍວ່າ ຄວາມຈິງແມ່ນຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ? (ໄດ້.) ຄວາມຈິງແມ່ນຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ. ມັນສາມາດເປັນຊີວິດຂອງຄົນໆໜຶ່ງ ແລະ ເປັນທິດທາງທີ່ພວກເຂົາຍ່າງໄປ; ມັນສາມາດເຮັດໃຫ້ຄົນເຮົາປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຫັນມາຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ກາຍເປັນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າ, ຜູ້ທີ່ໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງ ແລະ ຜູ້ທີ່ພຣະເຈົ້າຮັກ ແລະ ສາມາດຍອມຮັບໄດ້. ເມື່ອເຫັນເຖິງຄວາມລໍ້າຄ່າຂອງຄວາມຈິງແລ້ວ, ຄົນເຮົາຄວນມີທັດສະນະຄະຕິ ແລະ ມຸມມອງແນວໃດກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ? ມັນຂ້ອນຂ້າງຊັດເຈນ: ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ຜູ້ທີ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ພຣະທຳຂອງພຣະອົງຄືສາຍເລືອດແຫ່ງຊີວິດຂອງພວກເຂົາ. ຜູ້ຄົນຄວນທະນຸຖະໜອມພຣະທຳຂອງພຣະເຈົ້າ, ກິນ ແລະ ດື່ມພຣະທຳເຫຼົ່ານັ້ນ, ເພີດເພີນກັບພຣະທຳເຫຼົ່ານັ້ນ ແລະ ຍອມຮັບພຣະທຳເຫຼົ່ານັ້ນເປັນຊີວິດຂອງພວກເຂົາ, ເປັນທິດທາງທີ່ພວກເຂົາຍ່າງໄປ, ເປັນຄວາມຊ່ວຍເຫຼືອ ແລະ ການສະໜອງທີ່ກຽມພ້ອມໄວ້ແລ້ວ; ຜູ້ຄົນຄວນປະຕິບັດ ແລະ ມີປະສົບການຕາມຄຳເວົ້າ ແລະ ຂໍ້ກຳນົດຂອງຄວາມຈິງ ແລະ ອ່ອນນ້ອມຕໍ່ຂໍ້ກຳນົດ ແລະ ຫຼັກການຕ່າງໆທີ່ຄວາມຈິງມອບໃຫ້ແກ່ພວກເຂົາ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຄົນເຮົາຈຶ່ງຈະສາມາດໄດ້ຮັບຊີວິດ. ການໄລ່ຕາມຄວາມຈິງໂດຍຫຼັກແລ້ວແມ່ນການປະຕິບັດ ແລະ ການປະສົບກັບພຣະທຳຂອງພຣະເຈົ້າ, ແທນທີ່ຈະນຳພຣະທຳເຫຼົ່ານັ້ນໄປສູ່ການກວດສອບ, ການວິເຄາະ, ການຄາດເດົາ ແລະ ຄວາມສົງໄສ. ເນື່ອງຈາກຄວາມຈິງເປັນຄວາມຊ່ວຍເຫຼືອ ແລະ ການສະໜອງທີ່ກຽມພ້ອມໄວ້ແລ້ວສຳລັບຜູ້ຄົນ ແລະ ສາມາດເປັນຊີວິດຂອງພວກເຂົາໄດ້, ພວກເຂົາຈຶ່ງຄວນປະຕິບັດຕໍ່ຄວາມຈິງຄືກັບເປັນສິ່ງທີ່ລໍ້າຄ່າທີ່ສຸດ. ນີ້ກໍເພາະວ່າ ພວກເຂົາຕ້ອງເພິ່ງພາຄວາມຈິງເພື່ອດຳລົງຊີວິດ, ເພື່ອມາຕອບສະໜອງຂໍ້ກຳນົດຂອງພຣະເຈົ້າ, ເພື່ອມາຢຳເກງພຣະອົງ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ເພື່ອຊອກຫາເສັ້ນທາງແຫ່ງການປະຕິບັດພາຍໃນຊີວິດປະຈຳວັນຂອງພວກເຂົາ ແລະ ກຳແໜ້ນຫຼັກການຂອງການປະຕິບັດ, ຈົນບັນລຸການອ່ອນນ້ອມຕໍ່ພຣະເຈົ້າ; ຜູ້ຄົນຍັງຕ້ອງເພິ່ງພາຄວາມຈິງເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເພື່ອກາຍເປັນຜູ້ທີ່ໄດ້ຮັບຄວາມລອດພົ້ນ ແລະ ເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ບໍ່ວ່າຈະສະແດງອອກຈາກມຸມມອງໃດ ຫຼື ດ້ວຍວິທີໃດກໍຕາມ, ທັດສະນະຄະຕິທີ່ຜູ້ຄົນບໍ່ຄວນມີຫຼາຍທີ່ສຸດຕໍ່ຄວາມຈິງກໍຄື ການປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຄືກັບເປັນຜະລິດຕະພັນ ຫຼື ແມ່ນແຕ່ເປັນສິນຄ້າທີ່ຈະຖືກຊື້ຂາຍກັນຢ່າງຊະຊາຍ. ນີ້ຄືສິ່ງທີ່ພຣະເຈົ້າບໍ່ຢາກເຫັນຫຼາຍທີ່ສຸດ ແລະ ມັນຍັງເປັນພຶດຕິກຳ ແລະ ການສະແດງອອກແບບສຸດທ້າຍທີ່ສິ່ງທີ່ຖືກສ້າງທີ່ແທ້ຈິງບໍ່ຄວນມີທີ່ສຸດ.
ຈຸດປະສົງ ແລະ ເຈດຕະນາຂອງຜູ້ຕໍ່ຕ້ານພຣະຄຣິສໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າແມ່ນຫຍັງ? ພວກເຂົາຕັ້ງໃຈຈະເຮັດຫຍັງແທ້ ແລະ ແຮງຈູງໃຈຂອງພວກເຂົາແມ່ນຫຍັງ? ເມື່ອພໍ່ຄ້າຊື້ສິນຄ້າມາ, ຄວາມຫວັງຂອງພວກເຂົາທີ່ມີຕໍ່ສິນຄ້ານັ້ນກໍຄື ມັນຈະນຳເອົາຜົນປະໂຫຍດ ແລະ ເງິນຈຳນວນຫຼວງຫຼາຍທີ່ພວກເຂົາປາຖະໜາມາໃຫ້ພວກເຂົາ. ສະນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ, ຢ່າງບໍ່ຕ້ອງສົງໄສເລີຍວ່າ ພວກເຂົາກຳລັງປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິ່ງຂອງທາງວັດຖຸທີ່ສາມາດນຳໄປແລກປ່ຽນເປັນຜົນປະໂຫຍດ ແລະ ເງິນໄດ້. ພວກເຂົາບໍ່ໄດ້ທະນຸຖະໜອມ, ຍອມຮັບ, ປະຕິບັດ ຫຼື ປະສົບກັບພຣະທຳຂອງພຣະເຈົ້າໃນຖານະເປັນຄວາມຈິງ ແລະ ພວກເຂົາບໍ່ໄດ້ຖືວ່າພຣະທຳຂອງພຣະເຈົ້າເປັນຫົນທາງແຫ່ງຊີວິດທີ່ພວກເຂົາຄວນຍຶດໝັ້ນ ແລະ ບໍ່ໄດ້ຖືວ່າເປັນຄວາມຈິງທີ່ພວກເຂົາຕ້ອງປະຕິບັດເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ກົງກັນຂ້າມ ພວກເຂົາພັດປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ. ສຳລັບພໍ່ຄ້າແລ້ວ, ຄຸນຄ່າທີ່ຍິ່ງໃຫຍ່ທີ່ສຸດຂອງສິນຄ້າກໍຄືການນຳໄປແລກປ່ຽນເປັນເງິນ ເພື່ອໃຫ້ໄດ້ກຳໄລທີ່ປາຖະໜາ. ດັ່ງນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ, ໂດຍພື້ນຖານແລ້ວເຈດຕະນາ ແລະ ແຮງຈູງໃຈຂອງພວກເຂົາແມ່ນຄືກັນ. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ, ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ໄດ້ໃຊ້ພຣະທຳເຫຼົ່ານັ້ນເພື່ອກິນ, ດື່ມ ແລະ ເພີດເພີນ ແລະ ບໍ່ໄດ້ໃຊ້ສຳລັບປະສົບການ ຫຼື ການປະຕິບັດຂອງພວກເຂົາ, ແຕ່ພັດໃຊ້ເປັນສິນຄ້າໃນມືຂອງພວກເຂົາເພື່ອຊື້ຂາຍກັນໄດ້ທຸກເວລາ ແລະ ທຸກສະຖານທີ່, ໂດຍມອບໃຫ້ກັບຜູ້ທີ່ພວກເຂົາສາມາດຫາຜົນປະໂຫຍດໄດ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ, ຖ້າເອົາຕາມຄວາມໝາຍຕາມຕົວອັກສອນ, ມັນໝາຍເຖິງການປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບສິນຄ້າ, ໃຊ້ສຳລັບການເຮັດທຸລະກຳເພື່ອແລກປ່ຽນເປັນເງິນ; ພວກເຂົາປ່ຽນການຊື້ຂາຍພຣະທຳຂອງພຣະເຈົ້າໃຫ້ກາຍເປັນອາຊີບຂອງພວກເຂົາ. ຈາກມຸມມອງຕາມຕົວອັກສອນ, ສິ່ງນີ້ແມ່ນຊັດເຈນໃນທັນທີ. ການກະທຳ ແລະ ພຶດຕິກຳດັ່ງກ່າວຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນໜ້າອັບອາຍ, ເຊິ່ງເຮັດໃຫ້ຜູ້ຄົນເກີດຄວາມລັງກຽດ ແລະ ຄວາມຂີ້ດຽດ. ສະນັ້ນ, ການສະແດງອອກທີ່ສະເພາະເຈາະຈົງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າແມ່ນຫຍັງ? ນີ້ຄືຈຸດສຳຄັນທີ່ພວກເຮົາຈະໂອ້ລົມກັນ. ຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກທີ່ຊັດເຈນຫຼາຍບາງຢ່າງໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ. ເພື່ອເຮັດໃຫ້ມັນຊັດເຈນຂຶ້ນ ແລະ ເຂົ້າໃຈງ່າຍຂຶ້ນສຳລັບພວກເຈົ້າ, ພວກເຮົາຍັງຄົງຈະໂອ້ລົມກ່ຽວກັບພວກມັນເທື່ອລະຢ່າງ. ເປັນຫຍັງເຮົາຈຶ່ງໃຊ້ວິທີການນີ້? ໂດຍອີງໃສ່ປະສົບການຫຼາຍປີຂອງເຮົາໃນການປະຕິບັດພາລະກິດ ແລະ ການກ່າວພຣະທຳ, ຄົນສ່ວນໃຫຍ່ມີຄວາມຄິດທີ່ສັບສົນ ແລະ ຂາດຄວາມສາມາດໃນການຄິດຢ່າງເປັນອິດສະຫຼະ. ໂດຍອີງໃສ່ສິ່ງນີ້, ເຮົາຈຶ່ງຄິດເຖິງວິທີທີ່ງ່າຍທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ, ນັ້ນກໍຄືການອະທິບາຍ ແລະ ຊີ້ແຈງບັນຫາ ຫຼື ຫົວຂໍ້ໃດໜຶ່ງ, ບໍ່ວ່າຈະເປັນຫຍັງກໍຕາມ, ເທື່ອລະຂໍ້ ເພື່ອຊ່ວຍໃຫ້ພວກເຈົ້າຄິດໃຫ້ຖີ່ຖ້ວນ ແລະ ໄຕ່ຕອງກ່ຽວກັບມັນ. ສິ່ງນີ້ເໝາະສົມບໍ? (ເໝາະສົມ.) ບາງຄົນເວົ້າວ່າ: “ນັ້ນເປັນສິ່ງທີ່ດີເລີດເລີຍ, ມັນຊ່ວຍໃຫ້ພວກເຮົາບໍ່ຕ້ອງຫຍຸ້ງຍາກໃນການຄຸ້ນຄິດ ແລະ ຄິດຢ່າງໜັກ. ພວກເຮົາຫຍຸ້ງເກີນໄປ ແລະ ບໍ່ມີເວລາສຳລັບສິ່ງນັ້ນ! ພະລັງງານ ແລະ ຄວາມຄິດຂອງພວກເຮົາຖືກໃຊ້ໄປກັບເລື່ອງໃຫຍ່ໆ, ບໍ່ແມ່ນກັບບັນຫາທີ່ເລັກນ້ອຍ ແລະ ຂີ້ປະຕິ໋ວເຫຼົ່ານີ້. ການໃຫ້ພວກເຮົາໄຕ່ຕອງກ່ຽວກັບເລື່ອງເລັກນ້ອຍເຫຼົ່ານີ້, ມັນເບິ່ງຄືວ່າພຣະອົງກຳລັງປະເມີນພວກເຮົາຕໍ່າເກີນໄປ ແລະ ໃຊ້ພອນສະຫວັນອັນຍິ່ງໃຫຍ່ຂອງພວກເຮົາບໍ່ຄຸ້ມຄ່າ”. ມັນເປັນແບບນັ້ນບໍ? (ບໍ່ແມ່ນ.) ແລ້ວມັນແມ່ນຫຍັງ? (ຄວາມສາມາດຂອງພວກເຮົາຕໍ່າຫຼາຍ ຈົນບາງຄັ້ງພວກເຮົາກໍບໍ່ສາມາດຢັ່ງຮູ້ຄວາມຈິງໄດ້ ແລະ ພວກເຮົາຕ້ອງການໃຫ້ພຣະເຈົ້າໂອ້ລົມກັບພວກເຮົາຢ່າງລະອຽດ, ເທື່ອລະຄຳ, ເທື່ອລະປະໂຫຍກ ເພື່ອໃຫ້ພວກເຮົາເຂົ້າໃຈມັນໄດ້ບາງສ່ວນ.) ເຈົ້າເຫັນບໍ, ເຮົາໄດ້ອະທິບາຍເຖິງສະພາບການທີ່ແທ້ຈິງໂດຍບໍ່ໄດ້ຕັ້ງໃຈ, ເຊິ່ງເປັນການເປີດເຜີຍສິ່ງທີ່ກຳລັງເກີດຂຶ້ນຢ່າງແທ້ຈິງກັບພວກເຈົ້າທຸກຄົນ, ແຕ່ນັ້ນກໍຄືຄວາມເປັນຈິງ. ມັນກໍຍັງຈະເປັນແບບນັ້ນຢູ່ດີ ເຖິງແມ່ນວ່າເຮົາຈະບໍ່ໄດ້ເປີດໂປງມັນກໍຕາມ. ບໍ່ມີທາງອື່ນນອກຈາກຕ້ອງເຮັດແບບນີ້. ຖ້າເຮົາພຽງແຕ່ເວົ້າກ່ຽວກັບຫົວຂໍ້ໃຫຍ່ໆແບບງ່າຍໆ ແລະ ແບບບໍ່ເຈາະຈົງ, ແລ້ວເຮົາກໍຈະເວົ້າໂດຍໄຮ້ປະໂຫຍດ ແລະ ເສຍຄວາມພະຍາຍາມຂອງເຮົາໄປລ້າໆ. ນັ້ນເປັນພຽງການເສຍເວລາ, ແມ່ນບໍ? ໃຫ້ພວກເຮົາກັບມາທີ່ຫົວຂໍ້ຫຼັກ. ກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ, ພວກເຮົາຈະແບ່ງເລື່ອງນີ້ອອກເປັນຫຼາຍຫົວຂໍ້ຍ່ອຍ ເພື່ອອະທິບາຍ ແລະ ຊີ້ແຈງເທື່ອລະຂັ້ນຕອນວ່າຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງນີ້ແນວໃດ ແລະ ມີຕົວຢ່າງ ແລະ ການສະແດງອອກທີ່ສະເພາະເຈາະຈົງອັນໃດແດ່ ທີ່ສາມາດພິສູດໄດ້ຢ່າງພຽງພໍວ່າຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ, ພ້ອມທັງຢືນຢັນວ່າຜູ້ຕໍ່ຕ້ານພຣະຄຣິສມີແກ່ນແທ້ດັ່ງກ່າວຢ່າງແທ້ຈິງ. ພວກເຮົາຈະໂອ້ລົມລາຍການນີ້ໃນສອງພາກຫຼັກໆ.
1.) ການປະຕິບັດຕໍ່ພຣະທຳຂອງພຣະເຈົ້າເປັນເຄື່ອງມືເພື່ອໃຫ້ໄດ້ສະຖານະ, ຊື່ສຽງ ແລະ ກຽດສັກສີ
ດ້ານຫຼັກທຳອິດກໍຄື ການສະແດງອອກທີ່ພົບເຫັນໄດ້ທົ່ວໄປທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າແມ່ນ ການໃຊ້ພຣະທຳເຫຼົ່ານັ້ນເປັນເຄື່ອງມືເພື່ອໃຫ້ໄດ້ສະຖານະ, ຊື່ສຽງ, ກຽດສັກສີຂອງພວກເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍເພື່ອຄວາມເພີດເພີນທາງວັດຖຸ ແລະ ຍິ່ງໄປກວ່ານັ້ນອີກກໍແມ່ນເພື່ອເງິນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສສຳຜັດກັບພຣະທຳຂອງພຣະເຈົ້າ, ພວກເຂົາຮູ້ສຶກວ່າ “ພຣະທຳຂອງພຣະເຈົ້ານັ້ນຍິ່ງໃຫຍ່. ທຸກໆປະໂຫຍກລ້ວນແຕ່ສົມເຫດສົມຜົນ ແລະ ຖືກຕ້ອງ; ພຣະທຳເຫຼົ່ານີ້ມະນຸດບໍ່ສາມາດເວົ້າໄດ້ ແລະ ບໍ່ສາມາດພົບເຫັນໄດ້ໃນພຣະຄຳພີໄບເບິນ”. ໃນສອງຍຸກທີ່ຜ່ານມາ, ພຣະເຈົ້າບໍ່ໄດ້ກ່າວພຣະທຳເຫຼົ່ານີ້. ບໍ່ວ່າຈະຢູ່ໃນພັນທະສັນຍາເດີມ ຫຼື ພັນທະສັນຍາໃໝ່ກໍບໍ່ມີພຣະທຳທີ່ກ່າວຢ່າງຊັດເຈນ ແລະ ກົງໄປກົງມາແບບນີ້. ຄຳພີໄບເບິນບັນທຶກພຣະທຳຂອງພຣະເຈົ້າພຽງແຕ່ສ່ວນໜຶ່ງທີ່ຈຳກັດຫຼາຍເທົ່ານັ້ນ. ເມື່ອເບິ່ງສິ່ງທີ່ພຣະເຈົ້າກຳລັງກ່າວໃນຕອນນີ້, ເນື້ອໃນກໍອຸດົມສົມບູນຫຼາຍ. ຈາກນັ້ນ ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກອິດສາ ແລະ ລິດສະຫຍາໃນໃຈຂອງພວກເຂົາ ແລະ ພວກເຂົາກໍເລີ່ມວາງແຜນໃນໃຈວ່າ: “ຄົນທຳມະດາຜູ້ນີ້ສາມາດເວົ້າໄດ້ຫຼາຍຂະໜາດນີ້; ເມື່ອໃດຂ້ອຍຈຶ່ງຈະສາມາດເວົ້າຄຳເວົ້າເຫຼົ່ານີ້ໄດ້ຄືກັນ? ເມື່ອໃດຂ້ອຍຈຶ່ງຈະສາມາດກ່າວພຣະທຳຂອງພຣະເຈົ້າໄດ້ຢ່າງບໍ່ມີທີ່ສິ້ນສຸດຄືກັບຄົນຜູ້ນີ້?” ພວກເຂົາມີແຮງກະຕຸ້ນ ແລະ ຄວາມປາຖະໜາແບບນັ້ນຢູ່ໃນໃຈຂອງພວກເຂົາ. ເມື່ອຕັດສິນຈາກແຮງກະຕຸ້ນ ແລະ ຄວາມປາຖະໜານີ້, ໃນໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກລິດສະຫຍາ ແລະ ເຫຼື້ອມໃສພຣະທຳເຫຼົ່ານີ້ທີ່ພຣະເຈົ້າກ່າວ. ເຮົາໃຊ້ຄຳວ່າ “ລິດສະຫຍາ” ແລະ “ເຫຼື້ອມໃສ”; ເມື່ອພິຈາລະນາຈາກການໃຊ້ຄຳສັບສອງຄຳນີ້, ສິ່ງທີ່ເຮົາໝາຍເຖິງກໍຄື ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພວກເຂົາບໍ່ໄດ້ຕັ້ງໃຈທີ່ຈະຍອມຮັບພຣະທຳເຫຼົ່ານັ້ນ, ແຕ່ພວກເຂົາພັດລິດສະຫຍາເນື້ອຫາທີ່ອຸດົມສົມບູນຂອງພຣະທຳເຫຼົ່ານີ້, ບົດຄວາມທີ່ຍາວຢຽດ ພ້ອມທັງຄວາມເລິກເຊິ່ງຂອງພຣະທຳເຫຼົ່ານີ້ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເລິກເຊິ່ງທີ່ມະນຸດບໍ່ສາມາດເອື້ອມເຖິງໄດ້ ແລະ ຍິ່ງໄປກວ່ານັ້ນ ພວກເຂົາລິດສະຫຍາທີ່ພຣະທຳເຫຼົ່ານີ້ເປັນຄຳເວົ້າທີ່ພວກເຂົາເອງບໍ່ສາມາດເວົ້າໄດ້. ຈາກດ້ານຕ່າງໆຂອງ “ຄວາມລິດສະຫຍາ” ເຫຼົ່ານີ້, ມັນເຫັນໄດ້ຊັດເຈນວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຖືວ່າພຣະທຳເຫຼົ່ານີ້ຂອງພຣະເຈົ້າເປັນການສະແດງອອກຂອງຄວາມເປັນພຣະເຈົ້າ, ເປັນຄວາມຈິງ ຫຼື ເປັນຊີວິດ ແລະ ຄວາມຈິງທີ່ພຣະເຈົ້າຕັ້ງໃຈຈະໃຊ້ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ສະໜອງໃຫ້ແກ່ມະນຸດຊາດ. ເນື່ອງຈາກຜູ້ຕໍ່ຕ້ານພຣະຄຣິສສາມາດລິດສະຫຍາພຣະທຳເຫຼົ່ານີ້, ແລ້ວຢ່າງຊັດເຈນເລີຍວ່າ ໃນໃຈຂອງພວກເຂົາ, ພວກເຂົາກໍປາຖະໜາທີ່ຈະກາຍເປັນຜູ້ທີ່ສະແດງພຣະທຳດັ່ງກ່າວອອກມາເຊັ່ນກັນ. ໂດຍອີງໃສ່ສິ່ງນີ້, ຜູ້ຕໍ່ຕ້ານພຣະຄຣິສຫຼາຍຄົນໄດ້ທຸ່ມເທຄວາມພະຍາຍາມຢ່າງມະຫາສານຢູ່ເບື້ອງຫຼັງ, ໂດຍອະທິຖານທຸກມື້, ອ່ານພຣະທຳເຫຼົ່ານີ້ທຸກມື້, ຈົດບັນທຶກ, ທ່ອງຈຳ, ສະຫຼຸບ ແລະ ຈັດລະບຽບ. ພວກເຂົາໄດ້ທຸ່ມເທວຽກງານຢ່າງຫຼວງຫຼາຍເຂົ້າໃນພຣະທຳເຫຼົ່ານີ້ທີ່ພຣະເຈົ້າກ່າວ, ໂດຍຈົດບັນທຶກນັບບໍ່ຖ້ວນ ແລະ ຈົດບັນທຶກຄວາມເຂົ້າໃຈຢ່າງຫຼວງຫຼາຍໃນລະຫວ່າງການເຝົ້າດ່ຽວຝ່າຍວິນຍານຂອງພວກເຂົາ ພ້ອມທັງອະທິຖານນັບຄັ້ງບໍ່ຖ້ວນເພື່ອຈື່ຈຳພຣະທຳເຫຼົ່ານີ້. ຈຸດປະສົງຂອງພວກເຂົາໃນການເຮັດສິ່ງທັງໝົດນີ້ແມ່ນຫຍັງ? ມັນກໍເພື່ອວ່າມື້ໜຶ່ງພວກເຂົາອາດຈະເກີດແຮງບັນດານໃຈຂຶ້ນມາຢ່າງກະທັນຫັນ ແລະ ສາມາດກ່າວພຣະທຳທີ່ພຣະເຈົ້າຈະກ່າວໄດ້ຢ່າງບໍ່ມີທີ່ສິ້ນສຸດ, ຄືກັບປະຕູນໍ້າທີ່ຖືກເປີດອອກ; ພວກເຂົາຫວັງວ່າຄຳເວົ້າຂອງພວກເຂົາຈະສາມາດສະໜອງສິ່ງທີ່ຜູ້ຄົນຕ້ອງການ, ສະໜອງຊີວິດໃຫ້ແກ່ຜູ້ຄົນ, ສະໜອງສິ່ງທີ່ຜູ້ຄົນຄວນບັນລຸ ແລະ ວາງຂໍ້ກຳນົດຕໍ່ຜູ້ຄົນໄດ້ຄືກັນກັບພຣະທຳຂອງພຣະເຈົ້າ. ມັນກໍເພື່ອວ່າ ພວກເຂົາຈະສາມາດຢືນຢູ່ໃນມຸມມອງ ແລະ ສະຖານະຂອງພຣະເຈົ້າ ແລະ ເວົ້າສິ່ງດຽວກັນກັບທີ່ພຣະເຈົ້າເຮັດດ້ວຍນໍ້າສຽງ ແລະ ວິທີການເວົ້າຂອງພຣະອົງ ຄືກັນກັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ຕາມທີ່ພວກເຂົາປາຖະໜາ. ຜູ້ຕໍ່ຕ້ານພຣະຄຣິສໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍໃນເລື່ອງນີ້ ແລະ ມັນບໍ່ແມ່ນການເວົ້າເກີນຈິງເລີຍທີ່ຈະເວົ້າວ່າ ບາງຄົນໃນພວກເຂົາເຖິງກັບມັກຈະເອົາປຶ້ມບັນທຶກອອກມາຢ່າງລັບໆເພື່ອຈົດບັນທຶກຄຳເວົ້າທີ່ພວກເຂົາຢາກເວົ້າ, ເຊິ່ງເປັນຄຳເວົ້າທີ່ພວກເຂົາກຳລັງລໍຖ້າໃຫ້ພຣະເຈົ້າມອບໃຫ້ແກ່ພວກເຂົາ. ເຖິງຢ່າງໃດກໍຕາມ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ຄວາມປາຖະໜາຂອງຜູ້ຕໍ່ຕ້ານພຣະຄຣິສກໍບໍ່ເຄີຍຖືກຕອບສະໜອງ ແລະ ຄວາມປະສົງຂອງພວກເຂົາກໍບໍ່ເຄີຍກາຍເປັນຈິງ. ບໍ່ວ່າພວກເຂົາຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດ, ບໍ່ວ່າພວກເຂົາຈະອະທິຖານຫຼາຍສໍ່າໃດ, ບໍ່ວ່າພວກເຂົາຈະບັນທຶກພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ຫຼື ພວກເຂົາຈະທ່ອງຈຳ ແລະ ຈັດລະບຽບພຣະທຳເຫຼົ່ານັ້ນແນວໃດກໍຕາມ, ມັນກໍລ້ວນແຕ່ສູນເປົ່າ. ພຣະເຈົ້າບໍ່ໄດ້ກ່າວແມ່ນແຕ່ປະໂຫຍກດຽວຜ່ານພວກເຂົາ ແລະ ພຣະເຈົ້າກໍບໍ່ເຄີຍອະນຸຍາດໃຫ້ພວກເຂົາໄດ້ຍິນພຣະສຸລະສຽງຂອງພຣະອົງເລີຍແມ່ນແຕ່ຄັ້ງດຽວ. ບໍ່ວ່າພວກເຂົາຈະປາຖະໜາຫຼາຍສໍ່າໃດ ຫຼື ພວກເຂົາຈະຮ້ອນຮົນຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດກ່າວພຣະທຳຂອງພຣະເຈົ້າໄດ້ເລີຍແມ່ນແຕ່ປະໂຫຍກດຽວ. ຍິ່ງພວກເຂົາຮ້ອນຮົນ ແລະ ອິດສາຫຼາຍເທົ່າໃດ ແລະ ຍິ່ງພວກເຂົາບໍ່ສາມາດບັນລຸເປົ້າໝາຍຂອງພວກເຂົາໄດ້ຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກຫງຸດຫງິດພາຍໃນໃຈຫຼາຍຂຶ້ນເທົ່ານັ້ນ. ພວກເຂົາຫງຸດຫງິດກ່ຽວກັບຫຍັງ ແລະ ເປັນຫຍັງພວກເຂົາຈຶ່ງຮ້ອນຮົນຫຼາຍ? ພວກເຂົາເຫັນວ່າພຣະທຳຂອງພຣະເຈົ້າກຳລັງນຳພາຜູ້ຄົນນັບມື້ນັບຫຼາຍຂຶ້ນມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງເປັນຊີວິດ, ແຕ່ພັດບໍ່ມີໃຜຈັກຄົນມານະມັດສະການ ຫຼື ຍົກຍ້ອງພວກເຂົາຢູ່ແທບຕີນຂອງພວກເຂົາ, ຕໍ່ໜ້າພວກເຂົາເລີຍ. ນີ້ຄືສິ່ງທີ່ເຮັດໃຫ້ພວກເຂົາຮ້ອນຮົນ ແລະ ຫງຸດຫງິດ. ໃນຄວາມຫງຸດຫງິດ ແລະ ຄວາມຮ້ອນຮົນຂອງພວກເຂົາ, ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສສາມາດຄິດອອກ ແລະ ໄຕ່ຕອງໄດ້ກໍຍັງຄົງເປັນ: “ເປັນຫຍັງຄົນເຫຼົ່ານີ້ຈຶ່ງປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ? ເປັນຫຍັງມັນຈຶ່ງແຕກຕ່າງກັນເມື່ອພວກເຂົາມາທີ່ເຮືອນຂອງພຣະເຈົ້າ ເມື່ອທຽບກັບໂລກທີ່ບໍ່ເຊື່ອ? ເປັນຫຍັງຄົນສ່ວນໃຫຍ່, ຫຼັງຈາກທີ່ມາເຮືອນຂອງພຣະເຈົ້າແລ້ວ, ຈຶ່ງເລີ່ມປະພຶດຕົນຢ່າງເໝາະສົມ ແລະ ດີຂຶ້ນເລື້ອຍໆ? ເປັນຫຍັງຄົນສ່ວນໃຫຍ່ຈຶ່ງເສຍສະລະຕົນເອງ ແລະ ຈ່າຍລາຄາໃນເຮືອນຂອງພຣະເຈົ້າໂດຍບໍ່ມີຄ່າຕອບແທນ ແລະ ແມ່ນແຕ່ຕອນທີ່ພວກເຂົາຖືກລິຮານ, ພວກເຂົາກໍບໍ່ໜີໄປ ແລະ ບາງຄົນເຖິງກັບບໍ່ໜີໄປຫຼັງຈາກທີ່ຖືກກຳຈັດອອກ ຫຼື ຖືກຂັບໄລ່? ໂດຍພື້ນຖານແລ້ວ, ເຫດຜົນພຽງຢ່າງດຽວກໍຄືພຣະທຳຂອງພຣະເຈົ້າ, ມັນຄືຜົນກະທົບ ແລະ ບົດບາດຂອງ ພຣະທຳປາກົດໃນເນື້ອໜັງ”. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຈຸດນີ້, ພວກເຂົາກໍຍິ່ງລິດສະຫຍາພຣະທຳຂອງພຣະເຈົ້າຫຼາຍຂຶ້ນ. ດັ່ງນັ້ນ, ຫຼັງຈາກທີ່ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍແລ້ວຍັງບໍ່ສາມາດກ່າວພຣະທຳຂອງພຣະເຈົ້າ ຫຼື ກາຍເປັນກະບອກສຽງໃຫ້ກັບພຣະເຈົ້າໄດ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງປ່ຽນຈຸດສົນໃຈຂອງພວກເຂົາໄປທີ່ພຣະທຳຂອງພຣະເຈົ້າ: “ເຖິງແມ່ນວ່າຂ້ອຍຈະບໍ່ສາມາດເວົ້າຄຳເວົ້າອື່ນນອກຈາກສິ່ງທີ່ພຣະເຈົ້າໄດ້ກ່າວໄວ້, ແຕ່ຖ້າຂ້ອຍສາມາດເວົ້າຄຳເວົ້າທີ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ, ເຖິງແມ່ນວ່າຄຳເວົ້າເຫຼົ່ານັ້ນຈະເປັນພຽງຫຼັກຄຳສອນ ຫຼື ຄຳເວົ້າທີ່ວ່າງເປົ່າກໍຕາມ, ຕາບໃດທີ່ມັນຟັງເບິ່ງຄືວ່າຖືກຕ້ອງສຳລັບຜູ້ຄົນ, ຕາບໃດທີ່ມັນເບິ່ງຄືວ່າສອດຄ່ອງກັບພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ແລ້ວຂ້ອຍຈະບໍ່ສາມາດຮັບປະກັນຈຸດຢືນໃນທ່າມກາງຜູ້ຄົນໄດ້ບໍ? ຂ້ອຍຈະບໍ່ສາມາດຢືນຢັດຢ່າງໝັ້ນຄົງໃນທ່າມກາງພວກເຂົາໄດ້ບໍ? ຫຼື ຖ້າຂ້ອຍມັກຈະເທດສະໜາ ແລະ ອະທິບາຍພຣະທຳໃນ ພຣະທຳປາກົດໃນເນື້ອໜັງ, ໂດຍມັກຈະໃຊ້ພຣະທຳເຫຼົ່ານີ້ເພື່ອຊ່ວຍເຫຼືອຜູ້ຄົນ ແລະ ທຸກສິ່ງທີ່ຂ້ອຍເວົ້າ ແລະ ເທດສະໜາຟັງເບິ່ງຄືວ່າມາຈາກພຣະທຳຂອງພຣະເຈົ້າ ແລະ ຖືກຕ້ອງ, ແລ້ວສະຖານະຂອງຂ້ອຍໃນທ່າມກາງຜູ້ຄົນຈະບໍ່ຍິ່ງໝັ້ນຄົງຫຼາຍຂຶ້ນເລື້ອຍໆບໍ? ຂ້ອຍຈະບໍ່ໄດ້ຮັບຊື່ສຽງໃນທ່າມກາງພວກເຂົາຫຼາຍຂຶ້ນບໍ?” ເມື່ອຄິດແບບນີ້, ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກວ່າພວກເຂົາໄດ້ພົບວິທີທາງທີ່ຈະເຮັດໃຫ້ຄວາມປາຖະໜາຂອງພວກເຂົາໃນການໄດ້ຮັບສະຖານະ, ຊື່ສຽງ ແລະ ການຍົກຍ້ອງທີ່ຍິ່ງໃຫຍ່ກວ່າເດີມກາຍເປັນຈິງ ແລະ ພວກເຂົາກໍເຫັນຄວາມຫວັງໃນການບັນລຸສິ່ງນີ້. ຫຼັງຈາກທີ່ເຫັນຄວາມຫວັງ, ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກພໍໃຈຢ່າງລັບໆໃນໃຈຂອງພວກເຂົາ: “ຂ້ອຍສະຫຼາດສໍ່າໃດ? ບໍ່ມີໃຜຮູ້ສຶກຕົວເຖິງເລື່ອງນີ້; ເປັນຫຍັງຄົນອື່ນຈຶ່ງບໍ່ຮູ້ວິທີນີ້? ຂ້ອຍສະຫຼາດຫຼາຍ! ແຕ່ເຖິງຂ້ອຍຈະສະຫຼາດສໍ່າໃດກໍຕາມ, ຂ້ອຍກໍບໍ່ສາມາດບອກໃຜກ່ຽວກັບເລື່ອງນີ້ໄດ້; ພຽງແຕ່ຂ້ອຍຮູ້ຢູ່ໃນໃຈກໍພໍແລ້ວ”. ດ້ວຍເປົ້າໝາຍ ແລະ ແຜນການດັ່ງກ່າວໃນໃຈ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເລີ່ມທຸ່ມເທຄວາມພະຍາຍາມຢ່າງຈິງຈັງເຂົ້າໃນພຣະທຳຂອງພຣະເຈົ້າ. ພວກເຂົາຄິດວ່າ, “ແຕ່ກ່ອນ, ຂ້ອຍພຽງແຕ່ເບິ່ງຜ່ານໆພຣະທຳຂອງພຣະເຈົ້າ, ຟັງແບບຜິວເຜີນ ແລະ ເວົ້າທຸກຢ່າງທີ່ຄິດອອກ. ຕອນນີ້ຂ້ອຍຈຳເປັນຕ້ອງປ່ຽນກົນລະຍຸດຂອງຂ້ອຍ; ຂ້ອຍບໍ່ສາມາດເຮັດແບບນັ້ນໄດ້ອີກຕໍ່ໄປ, ມັນເປັນການເສຍເວລາ. ການເຮັດແບບນັ້ນໃນເມື່ອກ່ອນບໍ່ໄດ້ສ້າງຜົນໄດ້ຮັບໃດໆ; ການສືບຕໍ່ເຮັດແບບນັ້ນຈະເປັນເລື່ອງທີ່ໂງ່ຈ້າແທ້ໆ!” ດັ່ງນັ້ນ, ພວກເຂົາຈຶ່ງຕັ້ງສະຕິ, ໂດຍຕັດສິນໃຈທີ່ຈະທຸ່ມເທຄວາມພະຍາຍາມເຂົ້າໃນພຣະທຳຂອງພຣະເຈົ້າ ແລະ ສະແດງຄວາມສາມາດຂອງພວກເຂົາອອກມາຢ່າງເຕັມທີ່. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດການໃດແດ່ເພື່ອສະແດງຄວາມສາມາດຂອງພວກເຂົາອອກມາຢ່າງເຕັມທີ່? ພວກເຂົາກວດສອບວິທີການກ່າວຂອງພຣະເຈົ້າ ແລະ ນໍ້າສຽງໃນການກ່າວຂອງພຣະອົງ ແລະ ຍັງກວດສອບເນື້ອໃນສະເພາະເຈາະຈົງຂອງພຣະທຳຂອງພຣະເຈົ້າໃນແຕ່ລະໄລຍະ ແລະ ແຕ່ລະຊ່ວງເວລາ. ໃນເວລາດຽວກັນ, ພວກເຂົາກຽມວິທີການອະທິບາຍພຣະທຳເຫຼົ່ານີ້ຂອງພຣະເຈົ້າ ແລະ ເມື່ອພວກເຂົາເທດສະໜາພຣະທຳຂອງພຣະເຈົ້າ, ຈະເວົ້າ ແລະ ອະທິບາຍພຣະທຳເຫຼົ່ານັ້ນແນວໃດເພື່ອເຮັດໃຫ້ຜູ້ຄົນຊື່ນຊົມ ແລະ ບູຊາພວກເຂົາ. ດ້ວຍເຫດນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍເຂົ້າໃນພຣະທຳຂອງພຣະເຈົ້າຢ່າງແທ້ຈິງເທື່ອລະໜ້ອຍ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ແນ່ນອນຄື: ຍ້ອນວ່າແຮງຈູງໃຈຂອງພວກເຂົາທີ່ຢູ່ເບື້ອງຫຼັງຄວາມພະຍາຍາມນີ້ແມ່ນບໍ່ຖືກຕ້ອງ ແລະ ເຈດຕະນາຂອງພວກເຂົາກໍຊົ່ວຮ້າຍ, ຄຳເວົ້າທີ່ພວກເຂົາເວົ້າອອກມາ, ບໍ່ວ່າຄົນອື່ນຈະຟັງພວກມັນແນວໃດກໍຕາມ, ກໍເປັນພຽງຫຼັກຄຳສອນ, ພວກມັນເປັນພຽງຄຳເວົ້າ ແລະ ວະລີທີ່ຄັດລອກມາຈາກການກ່າວຂອງພຣະເຈົ້າ. ສະນັ້ນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດເຂົ້າໃນພຣະທຳຂອງພຣະເຈົ້າ, ພວກເຂົາເອງກໍບໍ່ໄດ້ຮັບສິ່ງໃດເລີຍ. ການບໍ່ໄດ້ຮັບຫຍັງເລີຍໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ. ພວກເຂົາບໍ່ໄດ້ປະຕິບັດ ແຕ່ພຽງແຕ່ເທດສະໜາ, ສະນັ້ນ ຈຶ່ງບໍ່ມີໃຜເຫັນການປ່ຽນແປງໃດໆໃນຕົວພວກເຂົາ. ຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງພວກເຂົາບໍ່ປ່ຽນແປງ, ມຸມມອງຕໍ່ຊີວິດທີ່ບໍ່ຖືກຕ້ອງຂອງພວກເຂົາບໍ່ປ່ຽນແປງ, ພວກເຂົາບໍ່ມີຄວາມເຂົ້າໃຈໃດໆເລີຍກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ແລະ ພວກເຂົາລົ້ມເຫຼວຢ່າງສິ້ນເຊີງໃນການປຽບທຽບຕົນເອງກັບສະພາວະຕ່າງໆຂອງມະນຸດຕາມທີ່ພຣະເຈົ້າໄດ້ອະທິບາຍໄວ້. ດັ່ງນັ້ນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະກວດສອບພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ກໍມີພຽງສອງຜົນໄດ້ຮັບເທົ່ານັ້ນທີ່ສາມາດເຫັນໄດ້ໃນຕົວພວກເຂົາຄື: ທີໜຶ່ງ, ເຖິງແມ່ນວ່າພຣະທຳຂອງພຣະເຈົ້າທີ່ພວກເຂົາເວົ້າເຖິງນັ້ນຈະຖືກຕ້ອງ ແລະ ແມ່ນແຕ່ການອະທິບາຍຂອງພວກເຂົາກ່ຽວກັບພຣະທຳເຫຼົ່ານີ້ກໍບໍ່ຜິດ, ເຈົ້າກໍບໍ່ສາມາດເຫັນການປ່ຽນແປງໃດໆໃນຕົວພວກເຂົາໄດ້. ທີສອງ, ບໍ່ວ່າພວກເຂົາຈະສົ່ງເສີມຢ່າງແຂງຂັນ ແລະ ເທດສະໜາພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ມີຄວາມຮູ້ຈັກຕົນເອງເລີຍແມ່ນແຕ່ໜ້ອຍດຽວ. ສິ່ງນີ້ສາມາດສັງເກດເຫັນໄດ້ຢ່າງຊັດເຈນ. ເຫດຜົນທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງພຶດຕິກຳດັ່ງກ່າວອອກມາກໍຄື ເຖິງແມ່ນວ່າພວກເຂົາມັກຈະສົ່ງເສີມ ແລະ ເທດສະໜາພຣະທຳຂອງພຣະເຈົ້າໃຫ້ຄົນອື່ນຟັງ, ແຕ່ຕົວພວກເຂົາເອງພັດບໍ່ຍອມຮັບວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ. ຕົວພວກເຂົາເອງບໍ່ໄດ້ຍອມຮັບພຣະທຳເຫຼົ່ານີ້; ພວກເຂົາພຽງແຕ່ຕ້ອງການໃຊ້ພຣະທຳເຫຼົ່ານັ້ນເພື່ອບັນລຸແຮງຈູງໃຈແອບແຝງຂອງພວກເຂົາ. ພວກເຂົາຫວັງວ່າຈະໄດ້ຮັບສະຖານະ ແລະ ຜົນປະໂຫຍດທີ່ພວກເຂົາປາຖະໜາໂດຍການເທດສະໜາພຣະທຳຂອງພຣະເຈົ້າ ແລະ ຖ້າຜູ້ຄົນປະຕິບັດຕໍ່ ແລະ ນະມັດສະການພວກເຂົາຄືກັບວ່າພວກເຂົາເປັນພຣະເຈົ້າ, ນັ້ນກໍຈະເປັນສິ່ງທີ່ດີເລີດ. ເຖິງແມ່ນວ່າພວກເຂົາຍັງບໍ່ສາມາດບັນລຸຈຸດປະສົງ ຫຼື ຜົນໄດ້ຮັບນີ້ໄດ້ເທື່ອ, ແຕ່ນີ້ກໍຄືເປົ້າໝາຍສູງສຸດຂອງຜູ້ຕໍ່ຕ້ານພຣະຄຣິສທຸກຄົນ.
ຜູ້ຕໍ່ຕ້ານພຣະຄຣິສໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍເຂົ້າໃນພຣະທຳຂອງພຣະເຈົ້າ; ບາງຄົນອາດຈະເຂົ້າໃຈຜິດເມື່ອໄດ້ຍິນສິ່ງນີ້, ໂດຍຖາມວ່າ “ນັ້ນໝາຍຄວາມວ່າທຸກຄົນທີ່ທຸ່ມເທຄວາມພະຍາຍາມເຂົ້າໃນພຣະທຳຂອງພຣະເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິສບໍ?” ຖ້າເຈົ້າຕີຄວາມໝາຍແບບນີ້, ເຈົ້າກໍຂາດຄວາມເຂົ້າໃຈຝ່າຍວິນຍານ. ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງຄວາມພະຍາຍາມທີ່ຜູ້ຕໍ່ຕ້ານພຣະຄຣິສທຸ່ມເທເຂົ້າໃນພຣະທຳຂອງພຣະເຈົ້າ ກັບຄວາມພະຍາຍາມຂອງຜູ້ທີ່ໄລ່ຕາມຄວາມຈິງ? (ເຈດຕະນາ ແລະ ຈຸດປະສົງນັ້ນແຕກຕ່າງກັນ. ຜູ້ຕໍ່ຕ້ານພຣະຄຣິສທຸ່ມເທຄວາມພະຍາຍາມເຂົ້າໃນພຣະທຳຂອງພຣະເຈົ້າກໍເພື່ອຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ, ເພື່ອຕອບສະໜອງຄວາມທະເຍີທະຍານສ່ວນຕົວຂອງພວກເຂົາ.) ຜູ້ຕໍ່ຕ້ານພຣະຄຣິສທຸ່ມເທຄວາມພະຍາຍາມອັນໃດເຂົ້າໃນພຣະທຳຂອງພຣະເຈົ້າ? ພວກເຂົາທ່ອງຈຳພຣະທຳບາງສ່ວນຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງພວກເຂົາ, ຮຽນຮູ້ທີ່ຈະອະທິບາຍພຣະທຳຂອງພຣະເຈົ້າໂດຍໃຊ້ພາສາມະນຸດ ແລະ ຂຽນບົດບັນທຶກ ແລະ ຄວາມເຂົ້າໃຈຝ່າຍວິນຍານບາງຢ່າງ. ພວກເຂົາຍັງກັ່ນຕອງ, ຄັດແຍກ ແລະ ຈັດລະບຽບຄຳກ່າວຕ່າງໆຂອງພຣະເຈົ້າ ເຊັ່ນ: ຄຳກ່າວທີ່ຜູ້ຄົນເຊື່ອວ່າຂ້ອນຂ້າງສອດຄ່ອງກັບຄວາມຄິດຫຼົງຜິດຂອງມະນຸດ, ຄຳກ່າວທີ່ຮັບຮູ້ໄດ້ງ່າຍວ່າມີນໍ້າສຽງການກ່າວຂອງພຣະເຈົ້າ, ພຣະທຳບາງຂໍ້ທີ່ກ່ຽວກັບຄວາມເລິກລັບ ແລະ ພຣະທຳບາງຂໍ້ຂອງພຣະເຈົ້າທີ່ເປັນທີ່ນິຍົມ ແລະ ມັກຈະຖືກເທດສະໜາໃນຄຣິສຕະຈັກຊົ່ວໄລຍະໜຶ່ງ. ນອກເໜືອຈາກການທ່ອງຈຳ, ການຈັດລະບຽບ ແລະ ການຄັດແຍກສິ່ງເຫຼົ່ານີ້ ແລະ ການຂຽນຄວາມເຂົ້າໃຈກ່ຽວກັບສິ່ງເຫຼົ່ານັ້ນແລ້ວ, ແນ່ນອນວ່າພວກເຂົາຍັງເຮັດຫຼາຍກວ່ານັ້ນອີກ, ລວມທັງກິດຈະກຳທີ່ແປກປະຫຼາດບາງຢ່າງ. ຜູ້ຕໍ່ຕ້ານພຣະຄຣິສຈະຍອມຈ່າຍທຸກລາຄາເພື່ອໃຫ້ໄດ້ມາເຊິ່ງສະຖານະ, ຕອບສະໜອງຄວາມທະເຍີທະຍານຂອງພວກເຂົາ ແລະ ບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຄຣິສຕະຈັກ ແລະ ການເປັນພຣະເຈົ້າ. ພວກເຂົາມັກຈະເຮັດວຽກຈົນເດິກດື່ນ ແລະ ຕື່ນແຕ່ເຊົ້າຕູ່, ໂດຍອົດຫຼັບອົດນອນ ແລະ ຊ້ອມການເທດສະໜາຂອງພວກເຂົາໃນຊ່ວງເດິກດື່ນທ່ຽງຄືນ ແລະ ພວກເຂົາຍັງຈົດບັນທຶກໄວ້ສິ່ງທີ່ຍອດຢ້ຽມທີ່ຄົນອື່ນໄດ້ເວົ້າ, ທັງໝົດນີ້ກໍເພື່ອກຽມຄວາມພ້ອມໃຫ້ຕົນເອງດ້ວຍຫຼັກຄຳສອນທີ່ພວກເຂົາຕ້ອງການເພື່ອໃຊ້ໃນການເທດສະໜາທີ່ສູງສົ່ງ. ພວກເຂົາໄຕ່ຕອງທຸກມື້ກ່ຽວກັບວິທີການກ່າວຄຳເທດສະໜາທີ່ສູງສົ່ງເຫຼົ່ານີ້, ໂດຍພິຈາລະນາວ່າມີພຣະທຳຂໍ້ໃດຂອງພຣະເຈົ້າທີ່ຈະເປັນປະໂຫຍດທີ່ສຸດໃນການເລືອກມາໃຊ້ ແລະ ຈະສ້າງແຮງບັນດານໃຈໃຫ້ເກີດຄວາມຊົມເຊີຍ ແລະ ການຍົກຍ້ອງໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຈາກນັ້ນພວກເຂົາກໍທ່ອງຈຳພຣະທຳເຫຼົ່ານັ້ນຈົນຂຶ້ນໃຈ. ຈາກນັ້ນ, ພວກເຂົາກໍພິຈາລະນາວິທີການຕີຄວາມໝາຍພຣະທຳເຫຼົ່ານັ້ນໃນລັກສະນະທີ່ສະແດງໃຫ້ເຫັນເຖິງຄວາມສະຫຼາດຫຼັກແຫຼມ ແລະ ຄວາມເກັ່ງກາດຂອງພວກເຂົາ. ເພື່ອປະທັບພຣະທຳຂອງພຣະເຈົ້າໄວ້ໃນໃຈຂອງພວກເຂົາຢ່າງແທ້ຈິງ, ພວກເຂົາຈຶ່ງພະຍາຍາມຟັງພຣະທຳຂອງພຣະອົງໃຫ້ຫຼາຍຂຶ້ນອີກຫຼາຍຄັ້ງ. ພວກເຂົາເຮັດສິ່ງທັງໝົດນີ້ດ້ວຍຄວາມພະຍາຍາມຄືກັບນັກຮຽນທີ່ກຳລັງຍາດແຍ່ງບ່ອນຮຽນໃນວິທະຍາໄລ. ເມື່ອມີຄົນກ່າວຄຳເທດສະໜາທີ່ດີ ຫຼື ຄຳເທດສະໜາທີ່ໃຫ້ແສງເຍືອງທາງບາງຢ່າງ ຫຼື ຄຳເທດສະໜາທີ່ໃຫ້ທິດສະດີບາງຢ່າງ, ຜູ້ຕໍ່ຕ້ານພຣະຄຣິສກໍຈະລວບລວມ ແລະ ຮຽບຮຽງມັນ ແລະ ເຮັດໃຫ້ມັນກາຍເປັນຄຳເທດສະໜາຂອງພວກເຂົາເອງ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ ບໍ່ມີຄວາມພະຍາຍາມໃດທີ່ຫຼາຍເກີນໄປ. ແລ້ວແຮງຈູງໃຈ ແລະ ເຈດຕະນາທີ່ຢູ່ເບື້ອງຫຼັງຄວາມພະຍາຍາມນີ້ຂອງພວກເຂົາແມ່ນຫຍັງ? ມັນກໍເພື່ອໃຫ້ສາມາດເທດສະໜາພຣະທຳຂອງພຣະເຈົ້າ, ເພື່ອເວົ້າພຣະທຳເຫຼົ່ານັ້ນໄດ້ຢ່າງຊັດເຈນ ແລະ ຢ່າງງ່າຍດາຍ, ເພື່ອໃຫ້ມີຄວາມຊຳນານໃນພຣະທຳເຫຼົ່ານັ້ນຢ່າງຄ່ອງແຄ້ວ, ເພື່ອໃຫ້ຄົນອື່ນເຫັນວ່າຜູ້ຕໍ່ຕ້ານພຣະຄຣິສນັ້ນມີຄວາມເປັນຝ່າຍວິນຍານຫຼາຍກວ່າພວກເຂົາ, ທະນຸຖະໜອມພຣະທຳຂອງພຣະເຈົ້າຫຼາຍກວ່າ ແລະ ຮັກພຣະເຈົ້າຫຼາຍກວ່າ. ດ້ວຍວິທີນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງສາມາດໄດ້ຮັບຄຳຊົມເຊີຍ ແລະ ການນະມັດສະການຈາກຜູ້ຄົນບາງຄົນທີ່ຢູ່ອ້ອມຂ້າງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກວ່ານີ້ເປັນສິ່ງທີ່ຄຸ້ມຄ່າທີ່ຈະເຮັດ ແລະ ຄຸ້ມຄ່າກັບທຸກຄວາມພະຍາຍາມ, ລາຄາ ຫຼື ຄວາມຍາກລຳບາກ. ຫຼັງຈາກທີ່ທຸ່ມເທຄວາມພະຍາຍາມເຫຼົ່ານີ້ຕະຫຼອດໄລຍະເວລາສອງ, ສາມ, ຫ້າປີ, ຜູ້ຕໍ່ຕ້ານພຣະຄຣິສກໍຄ່ອຍໆຄຸ້ນເຄີຍກັບວິທີການກ່າວຂອງພຣະເຈົ້າ ພ້ອມທັງເນື້ອໃນ ແລະ ນໍ້າສຽງໃນພຣະທຳຂອງພຣະອົງຫຼາຍຂຶ້ນເລື້ອຍໆ; ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຖິງກັບສາມາດຮຽນແບບພຣະທຳຂອງພຣະເຈົ້າ ຫຼື ທ່ອງຈຳພຣະທຳເຫຼົ່ານັ້ນໄດ້ສອງສາມປະໂຫຍກທຸກຄັ້ງທີ່ພວກເຂົາເປີດປາກເວົ້າ. ແນ່ນອນວ່າ ສິ່ງນີ້ບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບພວກເຂົາ. ສິ່ງທີ່ສຳຄັນທີ່ສຸດແມ່ນຫຍັງ? ເມື່ອພວກເຂົາສາມາດຮຽນແບບ ແລະ ທ່ອງຈຳພຣະທຳຂອງພຣະເຈົ້າໄດ້ຕາມໃຈມັກ, ວິທີການເວົ້າ, ນໍ້າສຽງ ແລະ ແມ່ນແຕ່ຈັງຫວະການເວົ້າຂອງພວກເຂົາກໍນັບມື້ນັບຄ້າຍຄືກັບຂອງພຣະເຈົ້າຫຼາຍຂຶ້ນ, ຄ້າຍຄືກັບຂອງພຣະຄຣິສຫຼາຍຂຶ້ນເລື້ອຍໆ. ຜູ້ຕໍ່ຕ້ານພຣະຄຣິສປິຕິຍິນດີກ່ຽວກັບເລື່ອງນີ້ໃນໃຈຂອງພວກເຂົາ. ພວກເຂົາກຳລັງປິຕິຍິນດີກ່ຽວກັບຫຍັງ? ພວກເຂົາຮູ້ສຶກຫຼາຍຂຶ້ນເລື້ອຍໆວ່າມັນຈະວິເສດສໍ່າໃດທີ່ໄດ້ເປັນພຣະເຈົ້າ, ໂດຍມີຜູ້ຄົນຈຳນວນຫຼວງຫຼາຍມາບູຊາ ແລະ ອ້ອມຮອບພວກເຂົາ, ມັນຊ່າງສະຫງ່າລາສີແທ້! ພວກເຂົາຍົກຄວາມດີຄວາມຊອບສຳລັບຄວາມສຳເລັດທັງໝົດເຫຼົ່ານີ້ໃຫ້ກັບພຣະທຳຂອງພຣະເຈົ້າ. ພວກເຂົາເຊື່ອວ່າແມ່ນພຣະທຳຂອງພຣະເຈົ້າທີ່ມອບໂອກາດໃຫ້ແກ່ພວກເຂົາ, ທີ່ໃຫ້ແຮງບັນດານໃຈແກ່ພວກເຂົາ ແລະ ຍິ່ງໄປກວ່ານັ້ນກໍຍ້ອນພຣະທຳຂອງພຣະເຈົ້າ ພວກເຂົາຈຶ່ງໄດ້ຮຽນຮູ້ທີ່ຈະຮຽນແບບວິທີການກ່າວຂອງພຣະເຈົ້າ ແລະ ນໍ້າສຽງຂອງພຣະເຈົ້າ. ໃນທີ່ສຸດ ສິ່ງນີ້ກໍເຮັດໃຫ້ພວກເຂົາຮູ້ສຶກຄືກັບເປັນພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ຫຍັບເຂົ້າໃກ້ຕົວຕົນ ແລະ ສະຖານະຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຍິ່ງໄປກວ່ານັ້ນ, ມັນເຮັດໃຫ້ພວກເຂົາຮູ້ສຶກວ່າການທີ່ສາມາດຮຽນແບບວິທີການກ່າວ ແລະ ນໍ້າສຽງຂອງພຣະເຈົ້າ, ການເວົ້າ ແລະ ການດຳລົງຊີວິດດ້ວຍວິທີການເວົ້າ ແລະ ຈັງຫວະການເວົ້າຂອງພຣະເຈົ້າ, ເປັນສິ່ງທີ່ໜ້າຊື່ນຊົມຍິນດີຢ່າງຍິ່ງ, ເຊິ່ງປະກອບເປັນຊ່ວງເວລາທີ່ໜ້າເພີດເພີນທີ່ສຸດຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສໄດ້ມາຮອດຈຸດນີ້ແລ້ວ, ພວກເຈົ້າຈະເວົ້າບໍວ່ານີ້ເປັນອັນຕະລາຍບໍ? (ອັນຕະລາຍ.) ອັນຕະລາຍຢູ່ບ່ອນໃດ? (ພວກເຂົາຢາກເປັນພຣະເຈົ້າ.) ການຢາກເປັນພຣະເຈົ້າເປັນອັນຕະລາຍ, ຄືກັນກັບໂປໂລ, ຜູ້ທີ່ເວົ້າວ່າສຳລັບລາວແລ້ວ ການມີຊີວິດຢູ່ກໍຄືພຣະຄຣິສ. ຄົນເຮົາໝົດຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ເມື່ອຄຳເວົ້າດັ່ງກ່າວຖືກເວົ້າອອກມາ. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າເປັນເສັ້ນທາງເພື່ອກາຍເປັນພຣະເຈົ້າ. ໃນຂະບວນການນີ້, ຜູ້ຕໍ່ຕ້ານພຣະຄຣິສໄດ້ເຮັດຫຍັງແດ່? ພວກເຂົາໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍ, ໃຊ້ພະລັງງານ ແລະ ເວລາຢ່າງຫຼວງຫຼາຍໄປກັບພຣະທຳຂອງພຣະເຈົ້າ. ໃນຊ່ວງເວລານີ້, ພວກເຂົາໄດ້ກວດສອບ ແລະ ວິເຄາະພຣະທຳຂອງພຣະເຈົ້າ, ໂດຍອ່ານ, ທ່ອງຈຳ ແລະ ຈັດລະບຽບພຣະທຳເຫຼົ່ານັ້ນຊໍ້າແລ້ວຊໍ້າອີກ. ພວກເຂົາເຖິງກັບຮຽນແບບວິທີການກ່າວ ແລະ ນໍ້າສຽງຂອງພຣະເຈົ້າໃນຂະນະທີ່ອ່ານພຣະທຳຂອງພຣະອົງ, ໂດຍສະເພາະວະລີທີ່ໃຊ້ເລື້ອຍໆໃນການກ່າວຂອງພຣະເຈົ້າ. ແກ່ນແທ້ຂອງການກະທຳທັງໝົດເຫຼົ່ານີ້ແມ່ນຫຍັງ? ຢູ່ບ່ອນນີ້, ເຮົາອະທິບາຍວ່າມັນເປັນແກ່ນແທ້ຂອງພໍ່ຄ້າທີ່ຊື້ສິນຄ້າໃນລາຄາຂາຍສົ່ງ; ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສໃຊ້ວິທີທີ່ຖືກທີ່ສຸດເພື່ອປ່ຽນພຣະທຳຂອງພຣະເຈົ້າໃຫ້ກາຍເປັນສິ່ງຂອງທາງວັດຖຸທີ່ພວກເຂົາເປັນເຈົ້າຂອງ. ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ໄດ້ຍອມຮັບພຣະທຳເຫຼົ່ານັ້ນວ່າເປັນຄວາມຈິງ ແລະ ບໍ່ໄດ້ປະຕິບັດຕໍ່ພຣະທຳເຫຼົ່ານັ້ນໃນຖານະເປັນເສັ້ນທາງທີ່ຜູ້ຄົນຄວນເຂົ້າສູ່ ແລະ ຖືວ່າພວກມັນເປັນແນວນັ້ນ. ກົງກັນຂ້າມ ພວກເຂົາໄດ້ພະຍາຍາມທຸກວິທີທາງເພື່ອທ່ອງຈຳພຣະທຳເຫຼົ່ານີ້, ວິທີການ ແລະ ນໍ້າສຽງໃນການເວົ້າ, ໂດຍພະຍາຍາມທີ່ຈະປ່ຽນຕົນເອງໃຫ້ກາຍເປັນຜູ້ທີ່ສະແດງພຣະທຳດັ່ງກ່າວອອກມາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສສາມາດຮຽນແບບນໍ້າສຽງ ແລະ ວິທີການກ່າວຂອງພຣະເຈົ້າ ແລະ ສາມາດນຳໃຊ້ວິທີການ ແລະ ນໍ້າສຽງໃນການເວົ້ານີ້ເຂົ້າໃນຄຳເວົ້າ ແລະ ການກະທຳຂອງພວກເຂົາຢ່າງເຕັມທີ່ ໂດຍດຳລົງຊີວິດຢູ່ທ່າມກາງຜູ້ຄົນ, ສິ່ງທີ່ພວກເຂົາຕັ້ງເປົ້າໝາຍທີ່ຈະບັນລຸບໍ່ແມ່ນການປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ, ການເຮັດສິ່ງຕ່າງໆດ້ວຍຫຼັກການ ຫຼື ການຈົງຮັກພັກດີຕໍ່ພຣະເຈົ້າ. ກົງກັນຂ້າມ, ໂດຍການຮຽນແບບນໍ້າສຽງ ແລະ ວິທີການກ່າວຂອງພຣະເຈົ້າ ແລະ ໂດຍການເທດສະໜາພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ພວກເຂົາຕ້ອງການເຂົ້າໄປໃນສ່ວນເລິກຂອງຫົວໃຈຜູ້ຄົນ ແລະ ກາຍເປັນເປົ້າໝາຍໃນການນະມັດສະການຂອງຜູ້ຄົນ. ພວກເຂົາປາຖະໜາທີ່ຈະຂຶ້ນຄອງບັນລັງໃນຫົວໃຈຂອງຜູ້ຄົນ ແລະ ປົກຄອງໃນຖານະກະສັດຢູ່ບ່ອນນັ້ນ, ພ້ອມທັງບົງການຄວາມຄິດ ແລະ ພຶດຕິກຳຂອງຜູ້ຄົນ, ດ້ວຍເຫດນີ້ຈຶ່ງບັນລຸເປົ້າໝາຍໃນການຄວບຄຸມຜູ້ຄົນ.
ຖ້າພວກເຮົາອະທິບາຍການທີ່ຜູ້ຕໍ່ຕ້ານພຣະຄຣິສທຸ່ມເທຄວາມພະຍາຍາມໃນພຣະທຳຂອງພຣະເຈົ້າວ່າເປັນຄືກັບພໍ່ຄ້າທີ່ຊື້ພຣະທຳຂອງພຣະເຈົ້າໃນລາຄາຖືກເພື່ອເປັນສິນຄ້າ, ແລ້ວການທີ່ຜູ້ຕໍ່ຕ້ານພຣະຄຣິສຮຽນແບບການເວົ້າຂອງພຣະເຈົ້າ, ການທີ່ພວກເຂົາໃຊ້ວິທີການເວົ້າ ແລະ ນໍ້າສຽງຂອງພຣະເຈົ້າເພື່ອເທດສະໜາພຣະທຳຂອງພຣະອົງນັ້ນ, ມັນບໍ່ຄືກັນກັບການຂາຍພຣະທຳຂອງພຣະເຈົ້າເປັນສິນຄ້າບໍ? (ແມ່ນແລ້ວ.) ບໍ່ມີພໍ່ຄ້າຄົນໃດຊື້ສິນຄ້າມາແລ້ວບໍ່ຂາຍອອກໄປໃນພາຍຫຼັງ. ຈຸດປະສົງຂອງພວກເຂົາໃນການໄດ້ຮັບສິນຄ້າເຫຼົ່ານີ້ ແລະ ຄອບຄອງພວກມັນກໍເພື່ອໃຫ້ໄດ້ກຳໄລທີ່ສູງຂຶ້ນຈາກສິ່ງເຫຼົ່ານີ້, ເພື່ອແລກປ່ຽນພວກມັນເປັນເງິນທີ່ຫຼາຍຂຶ້ນ. ສະນັ້ນ, ຄວາມພະຍາຍາມຢ່າງຫຼວງຫຼາຍທີ່ຜູ້ຕໍ່ຕ້ານພຣະຄຣິສທຸ່ມເທໃສ່ພຣະທຳຂອງພຣະເຈົ້າ ແລະ ທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະທຳເຫຼົ່ານັ້ນ ກໍບໍ່ມີຫຍັງນອກຈາກການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດຕົວຄືກັບພໍ່ຄ້າເພື່ອໃຫ້ໄດ້ພວກມັນມາໂດຍໃຊ້ວິທີທີ່ຖືກທີ່ສຸດ, ຕົ້ນທຶນຕໍ່າທີ່ສຸດ ແລະ ສະດວກທີ່ສຸດ, ປ່ຽນພວກມັນໃຫ້ກາຍເປັນຊັບສິນຂອງພວກເຂົາເອງ ແລ້ວຈາກນັ້ນກໍຂາຍພວກມັນໃນລາຄາສູງເພື່ອໃຫ້ໄດ້ຮັບຜົນປະໂຫຍດທີ່ພວກເຂົາປາຖະໜາ. ແລ້ວຜົນປະໂຫຍດເຫຼົ່ານີ້ແມ່ນຫຍັງ? ພວກມັນກໍຄືການຍົກຍ້ອງ, ການບູຊາ, ການຊົມເຊີຍຂອງຜູ້ຄົນ ແລະ ໂດຍສະເພາະຢ່າງຍິ່ງກໍຄືການທີ່ຜູ້ຄົນຕິດຕາມພວກເຂົາ. ສະນັ້ນ, ມັນຈຶ່ງເປັນເລື່ອງປົກກະຕິໃນຄຣິສຕະຈັກທີ່ຈະເຫັນປະກົດການທີ່ຄົນໆໜຶ່ງເຊິ່ງໂດຍພື້ນຖານແລ້ວບໍ່ໄດ້ປະຕິບັດພຣະທຳຂອງພຣະເຈົ້າ ແລະ ບໍ່ຮູ້ຈັກຕົນເອງ ກັບມີຜູ້ຕິດຕາມຫຼາຍຄົນ, ມີຫຼາຍຄົນທີ່ເພິ່ງພາ ແລະ ບູຊາພວກເຂົາ. ເຫດຜົນສຳລັບສິ່ງນີ້ແມ່ນຫຍັງ? ມັນເປັນເພາະວ່າຄົນຜູ້ນີ້ມີປາກທີ່ເວົ້າເກັ່ງ, ເວົ້າຈາຄ່ອງແຄ້ວ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດໄດ້ງ່າຍ. ພວກເຂົາບໍ່ໄດ້ປະຕິບັດພຣະທຳຂອງພຣະເຈົ້າ, ທັງບໍ່ໄດ້ຈັດການສິ່ງຕ່າງໆຕາມຫຼັກການ ແລະ ພວກເຂົາຍັງລົ້ມເຫຼວໃນການຈັດຕັ້ງປະຕິບັດວຽກງານຂອງຄຣິສຕະຈັກ ແລະ ການຈັດແຈງຈາກເບື້ອງເທິງ. ແຕ່ເປັນຫຍັງພວກເຂົາຈຶ່ງຍັງສາມາດສ້າງຄວາມປະທັບໃຈທີ່ດີໃຫ້ກັບບາງຄົນໄດ້? ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາແທ້ໆ, ເປັນຫຍັງຈຶ່ງມີຫຼາຍຄົນປົກປິດໃຫ້ພວກເຂົາ, ປົກປ້ອງພວກເຂົາ? ເປັນຫຍັງບາງຄົນຈຶ່ງປົກປ້ອງພວກເຂົາເມື່ອພວກເຂົາເປັນຜູ້ນຳ? ເປັນຫຍັງບາງຄົນຈຶ່ງຂັດຂວາງຕໍ່ຕ້ານການປົດພວກເຂົາອອກ? ເຫດຜົນທີ່ຄົນທີ່ເຕັມໄປດ້ວຍຂໍ້ບົກຜ່ອງ, ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ບໍ່ເຄີຍປະຕິບັດຄວາມຈິງ ຍັງສາມາດໄດ້ຮັບການປະຕິບັດແບບນີ້ໃນຄຣິສຕະຈັກ ກໍພຽງແຕ່ຍ້ອນວ່າຄົນຜູ້ນີ້ເກັ່ງໃນການເວົ້າເກີນໄປ, ເກັ່ງໃນການເສແສ້ງເກີນໄປ ແລະ ຊຳນານໃນການເຮັດໃຫ້ຜູ້ຄົນຫຼົງຜິດເກີນໄປ, ຜູ້ຕໍ່ຕ້ານພຣະຄຣິສກໍຄືຄົນປະເພດນີ້ແທ້ໆ. ແລ້ວພວກເຮົາສາມາດເວົ້າໄດ້ບໍວ່າຄົນປະເພດນີ້ແມ່ນຜູ້ຕໍ່ຕ້ານພຣະຄຣິສ? ແມ່ນແລ້ວ, ຄົນປະເພດນີ້ແມ່ນຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ. ພວກເຂົາມັກຈະອ່ານພຣະທຳຂອງພຣະເຈົ້າ, ມັກຈະທ່ອງຈຳ ແລະ ເທດສະໜາພຣະທຳເຫຼົ່ານັ້ນ, ມັກຈະໃຊ້ພຣະທຳຂອງພຣະເຈົ້າເພື່ອສັ່ງສອນ ແລະ ລິຮານຄົນອື່ນ ແລະ ຢືນຢູ່ໃນມຸມມອງ ແລະ ຈຸດຢືນຂອງພຣະເຈົ້າເພື່ອສັ່ງສອນຜູ້ຄົນ, ເຮັດໃຫ້ຜູ້ຄົນເຊື່ອຟັງ ແລະ ຍອມຕາມພວກເຂົາຢ່າງສິ້ນເຊີງ ແລະ ເຮັດໃຫ້ຜູ້ຄົນເວົ້າຫຍັງບໍ່ອອກຫຼັງຈາກທີ່ພວກເຂົາໄດ້ຍິນຫຼັກຄຳສອນອັນໃຫຍ່ຫຼວງທີ່ພວກເຂົາເວົ້າ. ແຕ່ຄົນປະເພດນີ້ກໍຄືຄົນທີ່ບໍ່ເຄີຍຮູ້ຈັກຕົນເອງ ແລະ ບໍ່ເຄີຍຈັດການສິ່ງຕ່າງໆຕາມຫຼັກການ. ຖ້າພວກເຂົາເປັນຜູ້ນຳ, ຜູ້ນຳທີ່ຢູ່ເໜືອພວກເຂົາກໍຈະຖືກຕັດອຳນາດ. ມັນກາຍເປັນເລື່ອງທີ່ເປັນໄປບໍ່ໄດ້ທີ່ຈະເຂົ້າໃຈສະຖານະການໃນຄຣິສຕະຈັກທີ່ຢູ່ພາຍໃຕ້ການນຳພາຂອງພວກເຂົາ. ເມື່ອມີພວກເຂົາຢູ່, ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ຫຼັກການ ແລະ ຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າຕັ້ງໄວ້ ກໍບໍ່ສາມາດຖືກຈັດຕັ້ງປະຕິບັດໄດ້. ຄົນປະເພດນີ້ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງບໍ? (ບໍ່, ພວກເຂົາບໍ່ໄດ້ເຮັດແບບນັ້ນ.) ພວກເຂົາໄດ້ທຸ່ມເທຄວາມພະຍາຍາມໃນການອ່ານພຣະທຳຂອງພຣະເຈົ້າ ແລະ ສາມາດທ່ອງຈຳພຣະທຳບາງຂໍ້ໄດ້. ໃນລະຫວ່າງການໂອ້ລົມທີ່ການເຕົ້າໂຮມ, ພວກເຂົາມັກຈະກ່າວເຖິງພຣະທຳຂອງພຣະເຈົ້າ ແລະ ໃນເວລາຫວ່າງ, ພວກເຂົາກໍຟັງສຽງບັນທຶກການອ່ານພຣະທຳຂອງພຣະເຈົ້າ. ເມື່ອພວກເຂົາເວົ້າກັບຄົນອື່ນ, ພວກເຂົາມີແຕ່ຮຽນແບບພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ເວົ້າຫຍັງອີກ. ທຸກສິ່ງທີ່ພວກເຂົາເທດສະໜາ ແລະ ເວົ້າແມ່ນບໍ່ມີຂໍ້ຕິ. ຄົນແບບນີ້, ເຊິ່ງເບິ່ງຄືວ່າສົມບູນແບບຫຼາຍຢູ່ພາຍນອກ, ເປັນສິ່ງທີ່ເອີ້ນວ່າ “ຄົນທີ່ຖືກຕ້ອງ”, ກັບເຮັດໃຫ້ການຈັດແຈງວຽກງານ, ຂໍ້ກຳນົດ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າຕ້ອງພົບກັບທາງຕັນເມື່ອມາຮອດພວກເຂົາ. ຜູ້ຄົນທີ່ຢູ່ພາຍໃຕ້ພວກເຂົາບໍ່ຍອມຮັບຮູ້ໃຜເລີຍນອກຈາກພວກເຂົາ. ຜູ້ທີ່ຢູ່ພາຍໃຕ້ພວກເຂົາ, ນອກເໜືອຈາກການເຄົາລົບນັບຖືພວກເຂົາ ແລະ ພຣະເຈົ້າທີ່ເລື່ອນລອຍໃນສະຫວັນແລ້ວ, ກໍບໍ່ຟັງໃຜອີກ ແລະ ບໍ່ສົນໃຈໃຜອີກເລີຍ. ນີ້ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາໄດ້ໃຊ້ວິທີການໃດເພື່ອໃຫ້ບັນລຸສິ່ງທັງໝົດນີ້? ພວກເຂົາໄດ້ສວຍໃຊ້ພຣະທຳຂອງພຣະເຈົ້າ. ຜູ້ທີ່ສັບສົນໃນຄວາມເຊື່ອຂອງພວກເຂົາ, ຜູ້ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ, ຜູ້ທີ່ໂງ່ຈ້າ, ຜູ້ທີ່ເປັນມີຄວາມຄິດສັບສົນ, ພ້ອມທັງຜູ້ທີ່ບໍ່ໄລ່ຕາມຄວາມຈິງ, ຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ທີ່ເປັນຄືກັບຕົ້ນອໍ້ທີ່ປິວໄປຕາມລົມ, ລ້ວນແຕ່ຖືວ່າຜູ້ຕໍ່ຕ້ານພຣະຄຣິສເປັນຄົນຝ່າຍວິນຍານ. ພວກເຂົາຖືເອົາຄຳເວົ້າ ແລະ ຫຼັກຄຳສອນທີ່ຜູ້ຕໍ່ຕ້ານພຣະຄຣິສເທດສະໜາວ່າເປັນຄວາມເປັນຈິງຄວາມຈິງ ແລະ ຖືວ່າຜູ້ຕໍ່ຕ້ານພຣະຄຣິສເປັນເປົ້າໝາຍໃນການຕິດຕາມຂອງພວກເຂົາ. ໃນຂະນະທີ່ພວກເຂົາຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາເຊື່ອວ່າພວກເຂົາກຳລັງຕິດຕາມພຣະເຈົ້າ. ພວກເຂົາໃຊ້ການຕິດຕາມຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາເພື່ອມາແທນທີ່ການຕິດຕາມພຣະເຈົ້າ. ແມ່ນແຕ່ບາງຄົນກໍເວົ້າວ່າ: “ຜູ້ນຳຂອງພວກເຮົາຍັງບໍ່ທັນໄດ້ເວົ້າ ຫຼື ໂອ້ລົມເທື່ອ; ເຖິງແມ່ນວ່າພວກເຮົາຈະອ່ານພຣະທຳຂອງພຣະເຈົ້າ, ພວກເຮົາກໍບໍ່ສາມາດເຂົ້າໃຈພວກມັນໄດ້ດ້ວຍຕົນເອງ”. “ຜູ້ນຳຂອງພວກເຮົາບໍ່ຢູ່ທີ່ນີ້, ພວກເຮົາອະທິຖານຕໍ່ພຣະເຈົ້າກ່ຽວກັບບາງສິ່ງ ແຕ່ພວກເຮົາກໍບໍ່ສາມາດໄດ້ຮັບແສງສະຫວ່າງ; ພວກເຮົາອ່ານພຣະທຳຂອງພຣະເຈົ້າ ແຕ່ກໍບໍ່ສາມາດເຂົ້າໃຈເສັ້ນທາງໄດ້. ພວກເຮົາຕ້ອງລໍຖ້າໃຫ້ຜູ້ນຳຂອງພວກເຮົາກັບມາກ່ອນ”. “ຊ່ວງນີ້ຜູ້ນຳຂອງພວກເຮົາຫຍຸ້ງຫຼາຍ ແລະ ບໍ່ມີເວລາທີ່ຈະມາແກ້ໄຂບັນຫາຂອງພວກເຮົາ”. ຖ້າບໍ່ມີນາຍຂອງພວກເຂົາ, ຄົນເຫຼົ່ານີ້ກໍບໍ່ຮູ້ວິທີອະທິຖານ ຫຼື ວິທີກິນ ແລະ ດື່ມພະທໍາຂອງພຣະເຈົ້າ, ພວກເຂົາບໍ່ຮຽນຮູ້ທີ່ຈະສະແຫວງຫາ ແລະ ເພິ່ງພາພຣະເຈົ້າ ຫຼື ຊອກຫາເສັ້ນທາງແຫ່ງການປະຕິບັດໃນພຣະທຳຂອງພຣະເຈົ້າດ້ວຍຕົນເອງ. ຖ້າບໍ່ມີນາຍຂອງພວກເຂົາ, ພວກເຂົາກໍເປັນຄືກັບຄົນຕາບອດ, ມັນເປັນຄືກັບວ່າຫົວໃຈຂອງພວກເຂົາຖືກຄວັກອອກໄປ. ນາຍຂອງພວກເຂົາຄືດວງຕາຂອງພວກເຂົາ, ພ້ອມທັງເປັນຜູ້ທີ່ລ້ຳຄ່າຂອງພວກເຂົາ. ພວກເຂົາເຊື່ອວ່ານາຍຂອງພວກເຂົາເກັ່ງທີ່ສຸດໃນການກິນ ແລະ ດື່ມພະທໍາຂອງພຣະເຈົ້າ. ຖ້ານາຍຂອງພວກເຂົາບໍ່ຢູ່, ພວກເຂົາກໍບໍ່ມີຄວາມສົນໃຈທີ່ຈະກິນ ແລະ ດື່ມພະທໍາຂອງພຣະເຈົ້າດ້ວຍຕົນເອງ ແລະ ຕ້ອງລໍຖ້າໃຫ້ນາຍຂອງພວກເຂົາກັບມາເພື່ອອ່ານພ້ອມອະທິຖານ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ ເພື່ອໃຫ້ພວກເຂົາສາມາດເຂົ້າໃຈໄດ້. ໃນສ່ວນເລິກແລ້ວ, ຄົນເຫຼົ່ານີ້ເຊື່ອວ່ານາຍຂອງພວກເຂົາຄືຜູ້ສົ່ງສານຂອງພວກເຂົາທີ່ສາມາດຊ່ວຍໃຫ້ພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າໄດ້. ການບັນລຸ “ຜົນໄດ້ຮັບ” ແບບນີ້ເປັນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສພົບວ່າຄຸ້ມຄ່າທີ່ສຸດທີ່ຈະປິຕິຍິນດີໃນສ່ວນເລິກຂອງຫົວໃຈຂອງພວກເຂົາ: “ຄວາມພະຍາຍາມຫຼາຍປີຂອງຂ້ອຍໃນທີ່ສຸດກໍໄດ້ຮັບຜົນຕອບແທນ; ໃນທີ່ສຸດ, ເວລາທີ່ຂ້ອຍໃຊ້ໄປກໍບໍ່ສູນເປົ່າ. ຄວາມພະຍາຍາມໃຫ້ຜົນຕອບແທນແກ່ຜູ້ທີ່ອົດທົນແທ້ໆ, ແມ່ນແຕ່ທ່ອນເຫຼັກກໍສາມາດຝົນໃຫ້ເປັນເຂັມໄດ້ຖ້າມີຄວາມອົດທົນພຽງພໍ. ຄວາມພະຍາຍາມນີ້ຄຸ້ມຄ່າແລ້ວ!” ເມື່ອໄດ້ຍິນວ່າຜູ້ຕິດຕາມຂອງພວກເຂົາຂາດພວກເຂົາໄປບໍ່ໄດ້, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ຮູ້ສຶກຜິດໃດໆໃນສ່ວນເລິກເລີຍ. ກົງກັນຂ້າມ, ພວກເຂົາກັບປິຕິຍິນດີຢ່າງງຽບໆ ໂດຍຄິດວ່າ: “ພຣະທຳຂອງພຣະເຈົ້າຊ່າງຍິ່ງໃຫຍ່ແທ້ໆ. ການຕັດສິນໃຈຂອງຂ້ອຍໃນຕອນນັ້ນແມ່ນຖືກຕ້ອງແລ້ວ; ຄວາມພະຍາຍາມທີ່ຂ້ອຍໄດ້ທຸ່ມເທໃນຫຼາຍປີມານີ້ແມ່ນຖືກຕ້ອງ ແລະ ວິທີການຂອງຂ້ອຍໃນຫຼາຍປີມານີ້ກໍໄດ້ຮັບການຢືນຢັນ ແລະ ເກີດດອກອອກຜົນແລ້ວ”. ພວກເຂົາຮູ້ສຶກພໍໃຈຢ່າງງຽບໆ. ພວກເຂົາບໍ່ພຽງແຕ່ບໍ່ຮູ້ສຶກຜິດ, ບໍ່ເສຍໃຈ ຫຼື ບໍ່ກຽດຊັງຕໍ່ການກະທຳທີ່ຊົ່ວຮ້າຍຂອງພວກເຂົາເທົ່ານັ້ນ, ແຕ່ພວກເຂົາຍັງຍິ່ງໝັ້ນໃຈ ແລະ ແນ່ໃຈຫຼາຍຂຶ້ນວ່າວິທີການຂອງພວກເຂົາແມ່ນຖືກຕ້ອງ. ສະນັ້ນ, ໃນເວລາທີ່ຈະມາເຖິງ, ໃນຊີວິດໃນອະນາຄົດຂອງພວກເຂົາ, ພວກເຂົາວາງແຜນທີ່ຈະສຶກສາວິທີການເວົ້າ ແລະ ນໍ້າສຽງຂອງພຣະເຈົ້າຄືກັບທີ່ພວກເຂົາເຄີຍເຮັດມາກ່ອນ ແລະ ຈະເຮັດໃຫ້ດຸໝັ່ນກວ່າທີ່ພວກເຂົາເຄີຍເຮັດໃນອະດີດ ແລະ ຈະຮຽນແບບວິທີການເວົ້າ ແລະ ການເລືອກໃຊ້ຄຳສັບຂອງພຣະເຈົ້າໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສອ່ານພຣະທຳຂອງພຣະເຈົ້າ, ຈຸດສຸມ ແລະ ເຈດຕະນາຂອງພວກເຂົາແມ່ນກົງກັນຂ້າມກັບຜູ້ທີ່ໄລ່ຕາມຄວາມຈິງຢ່າງສິ້ນເຊີງ. ຜູ້ທີ່ໄລ່ຕາມຄວາມຈິງ, ບໍ່ວ່າວິທີການເວົ້າຂອງພຣະເຈົ້າຈະເປັນແນວໃດກໍຕາມ, ພວກເຂົາພຽງແຕ່ສົນໃຈທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ, ຫຼັກການຄວາມຈິງ ແລະ ສິ່ງທີ່ຜູ້ຄົນຄວນຍຶດໝັ້ນ ແລະ ປະຕິບັດຕາມ. ກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສກັບໂຍນສິ່ງເຫຼົ່ານີ້ຖິ້ມໄວ້ທາງຫຼັງ ແລະ ບໍ່ສົນໃຈພວກມັນ, ເຖິງກັບຮູ້ສຶກເບື່ອໜ່າຍຕໍ່ປະໂຫຍກທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ ແລະ ຕໍ່ຕ້ານປະໂຫຍກ ແລະ ຄຳສັບທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ຢ່າງລັບໆ. ຫຼັງຈາກທີ່ບັນລຸ “ຜົນໄດ້ຮັບ” ບາງຢ່າງແລ້ວ, ພວກເຂົາກໍສືບຕໍ່ລົງເລິກ ແລະ ກວດສອບຢ່າງລະອຽດຖີ່ຖ້ວນຍິ່ງຂຶ້ນວ່າວ່າວິທີການເວົ້າ ແລະ ນໍ້າສຽງຂອງພຣະເຈົ້າເປັນແນວໃດ, ຄວາມແຕກຕ່າງເລັກໆນ້ອຍໆໃນການເນັ້ນສຽງຂອງພຣະອົງເປັນແນວໃດ, ພຣະອົງເລືອກໃຊ້ຄຳສັບໃດ, ໂດຍບໍ່ຍອມປ່ອຍຜ່ານແມ່ນແຕ່ລາຍລະອຽດດ້ານຫຼັກໄວຍາກອນ ແລະ ຮູບແບບປະໂຫຍກທີ່ພຣະອົງມັກໃຊ້, ໂດຍໃຊ້ວິທີການດຽວກັນກັບແຕ່ກ່ອນ. ເພື່ອໃຫ້ເຂົ້າໃກ້ເປົ້າໝາຍຂອງພວກເຂົາຫຼາຍຂຶ້ນ, ຜູ້ຕໍ່ຕ້ານພຣະຄຣິສໄດ້ຕັດສິນໃຈຢ່າງງຽບໆໃນໃຈຂອງພວກເຂົາທີ່ຈະກວດສອບພຣະທຳຂອງພຣະເຈົ້າໃຫ້ໜັກຂຶ້ນ, ຮຸນແຮງຂຶ້ນ ແລະ ເລິກເຊິ່ງຍິ່ງຂຶ້ນ, ກວດສອບຈຸດປະສົງ ແລະ ເປົ້າໝາຍທີ່ຢູ່ເບື້ອງຫຼັງການເວົ້າຂອງພຣະເຈົ້າ ແລະ ເຖິງກັບກວດສອບວິທີການທີ່ພຣະເຈົ້າ ເຊິ່ງເປັນຜູ້ກ່າວຕໍ່ມະນຸດຊາດ ແລະ ທັງຈັກກະວານສະແດງພຣະອົງເອງອອກມາ. ຜູ້ຕໍ່ຕ້ານພຣະຄຣິສກວດສອບທຸກດ້ານໃນການເວົ້າຂອງພຣະເຈົ້າຢ່າງບໍ່ຮູ້ອິດບໍ່ເມື່ອຍ, ໂດຍພະຍາຍາມຮຽນແບບການເວົ້າຂອງພຣະເຈົ້າ ແລະ ແອບອ້າງວ່າພວກເຂົາມີແກ່ນແທ້ຂອງພຣະເຈົ້າ, ມີສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ມີອຸປະນິໄສຂອງພຣະເຈົ້າ. ທັງໝົດນີ້ເບິ່ງຄືວ່າເກີດຂຶ້ນຢ່າງເປັນທຳມະຊາດ ແລະ ໂດຍບໍ່ມີອຸປະສັກໃດໆ; ພວກເຂົາເຮັດວຽກ ແລະ ກະທຳການໄປສູ່ເປົ້າໝາຍຂອງພວກເຂົາຢ່າງເປັນເລື່ອງປົກກະຕິ ແລະ ກໍເປັນເລື່ອງປົກກະຕິເຊັ່ນກັນທີ່ພວກເຂົາປ່ຽນຕົນເອງໃຫ້ກາຍເປັນພຣະເຈົ້າໂດຍບໍ່ຮູ້ຕົວ, ກາຍເປັນບຸກຄົນທີ່ຄົນອື່ນຊົມເຊີຍ ແລະ ຕິດຕາມ. ພວກເຂົາກວດສອບເບິ່ງວ່າພຣະທຳຂອງພຣະເຈົ້າສຳຜັດຫົວໃຈຂອງຜູ້ຄົນ ແລະ ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແນວໃດ, ພຣະທຳຂອງພຣະເຈົ້າເປີດໂປງສະພາວະຕ່າງໆຂອງຜູ້ຄົນແນວໃດ ແລະ ຍິ່ງໄປກວ່ານັ້ນກໍຄື ພຣະທຳຂອງພຣະເຈົ້າບັນລຸຜົນໃນຕົວຜູ້ຄົນແນວໃດ. ຈຸດປະສົງຂອງພວກເຂົາໃນການກວດສອບສິ່ງທັງໝົດນີ້ແມ່ນຫຍັງ? ແມ່ນເພື່ອເຂົ້າໄປໃນຫົວໃຈຂອງຜູ້ຄົນ, ກຳແໜ້ນສະຖານະການຕົວຈິງຂອງພວກເຂົາ ແລະ ໃນຂະນະດຽວກັນທີ່ເບິ່ງທະລຸຄວາມຄິດພາຍໃນຂອງພວກເຂົາ ກໍສາມາດເຮັດໃຫ້ພວກເຂົາຫຼົງຜິດ ແລະ ຄວບຄຸມພວກເຂົາໄດ້. ເມື່ອພຣະທຳຂອງພຣະເຈົ້າເປີດໂປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ໂຈມຕີຈຸດອ່ອນຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍຄິດວ່າ: “ຄຳເວົ້າເຫຼົ່ານີ້, ວິທີການນີ້ຊ່າງດີ ແລະ ວິເສດແທ້ໆ! ຂ້ອຍກໍຢາກເວົ້າແບບນີ້ຄືກັນ, ຂ້ອຍຢາກໃຊ້ວິທີການເວົ້າແບບນີ້ ແລະ ປະຕິບັດຕໍ່ຜູ້ຄົນດ້ວຍວິທີການນີ້”. ຕະຫຼອດຫຼາຍປີທີ່ພວກເຂົາອ່ານ ແລະ ຄຸ້ນເຄີຍກັບພຣະທຳຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສຍິ່ງຖືເອົາຄວາມປາຖະໜາ ແລະ ຄວາມຕ້ອງການທີ່ຈະກາຍເປັນພຣະເຈົ້າຂອງພວກເຂົາວ່າເປັນເປົ້າໝາຍດຽວໃນການເຊື່ອໃນພຣະເຈົ້າຂອງພວກເຂົາ. ສະນັ້ນ, ບໍ່ວ່າພຣະທຳຂອງພຣະເຈົ້າຈະກ່າວກ່ຽວກັບການຮຽກຮ້ອງໃຫ້ຜູ້ຄົນໄລ່ຕາມຄວາມຈິງ ແລະ ເຮັດສິ່ງຕ່າງໆຕາມຫຼັກການແນວໃດກໍຕາມ, ພ້ອມທັງຄວາມເປັນຈິງອື່ນໆທັງໝົດຂອງສິ່ງທີ່ເປັນບວກ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ເຂົ້າໃຈເລື່ອງນີ້ ແລະ ພວກເຂົາກໍບໍ່ສົນໃຈມັນ. ພວກເຂົາມຸ້ງໝັ້ນຢ່າງເດັດດ່ຽວໄລ່ຕາມເປົ້າໝາຍຂອງພວກເຂົາເອງ, ເຮັດໃນສິ່ງທີ່ພວກເຂົາຕ້ອງການຕາມແຮງຈູງໃຈໃນການກະທຳຂອງພວກເຂົາເອງ ໂດຍບໍ່ສົນໃຈໃຜເລີຍ. ບໍ່ມີພຣະທຳຂອງພຣະເຈົ້າແມ່ນແຕ່ປະໂຫຍກດຽວທີ່ສຳຜັດຫົວໃຈຂອງພວກເຂົາ ຫຼື ປ່ຽນແປງມຸມມອງຕໍ່ຊີວິດ ແລະ ປັດຊະຍາສຳລັບການກະທຳທາງໂລກຂອງພວກເຂົາ, ຍິ່ງບໍ່ມີປະໂຫຍກໃດ, ຄຳເທດສະໜາໃດ ຫຼື ພຣະຄຳໃດຈາກພຣະເຈົ້າທີ່ນຳພາພວກເຂົາໃຫ້ມີຫົວໃຈທີ່ກັບໃຈ. ບໍ່ວ່າພຣະທຳຂອງພຣະເຈົ້າຈະເປີດໂປງຫຍັງກໍຕາມ, ບໍ່ວ່າພວກມັນຈະເປີດໂປງອຸປະນິໄສທີ່ເສື່ອມຊາມໃດຂອງມະນຸດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສມີແຕ່ກວດສອບວິທີການເວົ້າຂອງພຣະເຈົ້າ, ນໍ້າສຽງຂອງພຣະອົງ, ຜົນທີ່ພຣະທຳຂອງພຣະເຈົ້າຕັ້ງໃຈຈະບັນລຸໃນຕົວຜູ້ຄົນ ແລະ ອື່ນໆເທົ່ານັ້ນ, ເຊິ່ງລ້ວນແຕ່ເປັນເລື່ອງທີ່ບໍ່ກ່ຽວຂ້ອງກັບຄວາມຈິງ. ສະນັ້ນ, ຍິ່ງຜູ້ຕໍ່ຕ້ານພຣະຄຣິສສຳຜັດກັບພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ຄວາມປາຖະໜາພາຍໃນຂອງພວກເຂົາທີ່ຈະເປັນພຣະເຈົ້າກໍຍິ່ງແຮງກ້າຂຶ້ນເທົ່ານັ້ນ. ຄວາມປາຖະໜານີ້ຮຸນແຮງສໍ່າໃດ? ມັນໄປເຖິງຈຸດທີ່ພວກເຂົາເຖິງກັບທ່ອງຈຳພຣະທຳຂອງພຣະເຈົ້າໃນຄວາມຝັນ, ມັກຈະເວົ້າກັບຕົນເອງ ແລະ ຝຶກຝົນການເທດສະໜາພຣະທຳຂອງພຣະເຈົ້າໂດຍໃຊ້ວິທີການເວົ້າ ແລະ ນໍ້າສຽງຂອງພຣະອົງ. ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາເຮັດຊໍ້າວິທີການເວົ້າ ແລະ ນໍ້າສຽງຂອງພຣະເຈົ້າຢູ່ຕະຫຼອດເວລາ, ຄືກັບວ່າຖືກຜີເຂົ້າ. ຜູ້ຕໍ່ຕ້ານພຣະຄຣິສກໍເປັນແບບນີ້ແຫຼະ. ບໍ່ວ່າພຣະທຳຂອງພຣະເຈົ້າຈະສະເພາະເຈາະຈົງ, ຈິງຈັງ ຫຼື ແທ້ຈິງສໍ່າໃດກໍຕາມ, ບໍ່ວ່າພວກມັນຈະໃຫ້ຄວາມຊ່ວຍເຫຼືອ ຫຼື ແຮງບັນດານໃຈແກ່ຜູ້ຄົນຫຼາຍສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຍັງຄົງເມີນເສີຍ ແລະ ບໍ່ສົນໃຈສິ່ງທັງໝົດນີ້. ພວກເຂົາບໍ່ເຫັນຄຸນຄ່າພຣະທຳເຫຼົ່ານີ້ຂອງພຣະເຈົ້າ. ຫົວໃຈຂອງພວກເຂົາຢູ່ໃສ? ພວກເຂົາສຸມໃສ່ວ່າຈະຮຽນແບບພຣະທຳຂອງພຣະເຈົ້າໄດ້ແນວໃດ ເພື່ອເຮັດໃຫ້ຜູ້ຄົນບູຊາພວກເຂົາ. ຍິ່ງຄວາມປາຖະໜາຂອງພວກເຂົາຮຸນແຮງຫຼາຍເທົ່າໃດ, ພວກເຂົາກໍຍິ່ງຫວັງທີ່ຈະໄດ້ຍິນພຣະສຸລະສຽງຂອງພຣະເຈົ້າ ແລະ ສາມາດເບິ່ງທະລຸຈຸດປະສົງ, ຄວາມປາຖະໜາ ແລະ ຄວາມຄິດທີ່ຢູ່ເບື້ອງຫຼັງແຕ່ລະປະໂຫຍກທີ່ພຣະເຈົ້າກ່າວອອກມາ, ແມ່ນແຕ່ຄວາມຄິດທີ່ຢູ່ເລິກທີ່ສຸດຂອງພຣະອົງຫຼາຍເທົ່ານັ້ນ. ຍິ່ງຄວາມປາຖະໜາ ແລະ ຄວາມຕ້ອງການຂອງຜູ້ຕໍ່ຕ້ານພຣະຄຣິສຮຸນແຮງຫຼາຍຂຶ້ນເທົ່າໃດ, ພວກເຂົາກໍຍິ່ງຢາກຮຽນແບບວິທີການເວົ້າຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຍິ່ງປາຖະໜາທີ່ຈະປ່ຽນຕົນເອງໃຫ້ເປັນຄືກັບພຣະເຈົ້າຫຼາຍຂຶ້ນຢ່າງໄວວາພາຍໃນເວລາອັນສັ້ນ, ໂດຍມີວິທີການເວົ້າ ແລະ ນໍ້າສຽງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ບາງຄົນເຖິງກັບຢາກນຳເອົາຮູບແບບ ແລະ ທ່າທາງຂອງພຣະເຈົ້າມາໃຊ້ໃນການກະທຳຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຢູ່ໃນສະພາວະແບບນີ້, ດຳລົງຊີວິດທຸກມື້ພາຍໃຕ້ຄວາມຄິດ, ແນວຄິດ, ເຈດຕະນາ ແລະ ແຮງຈູງໃຈເຫຼົ່ານີ້. ພວກເຂົາກຳລັງເຮັດຫຍັງຢູ່? ພວກເຂົາກຳລັງບັງຄັບຕົນເອງທຸກມື້ໃຫ້ຍ່າງໃນເສັ້ນທາງແຫ່ງການກາຍເປັນພຣະເຈົ້າ, ກາຍເປັນພຣະຄຣິສ. ພວກເຂົາເຊື່ອວ່າເສັ້ນທາງນີ້ຖືກຕ້ອງ ແລະ ເປີດເຜີຍ, ວ່າມັນເປັນເສັ້ນທາງທີ່ສະຫວ່າງສະໄຫວ. ສະນັ້ນ ບໍ່ວ່າຈະຢູ່ທີ່ການເຕົ້າໂຮມ ຫຼື ການພົບປະສັງສັນ, ບໍ່ວ່າຄົນອື່ນຈະໂອ້ລົມຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມຮູ້ສຶກຂອງພວກເຂົາກ່ຽວກັບການປະສົບກັບພຣະທຳຂອງພຣະເຈົ້າແນວໃດກໍຕາມ, ກໍບໍ່ມີຫຍັງສາມາດດົນໃຈພວກເຂົາ ຫຼື ປ່ຽນແປງເປົ້າໝາຍ ແລະ ຄວາມປາຖະໜາຂອງພວກເຂົາໄດ້. ພວກເຂົາແລ່ນຢ່າງບ້າຄັ່ງໄປໃນເສັ້ນທາງສູ່ການກາຍເປັນພຣະຄຣິສ, ສູ່ການກາຍເປັນພຣະເຈົ້າ, ຄືກັບວ່າພວກເຂົາຖືກຜີເຂົ້າ, ຄືກັບວ່າພວກເຂົາຖືກຄວບຄຸມໂດຍສິ່ງທີ່ເບິ່ງບໍ່ເຫັນ, ຄືກັບວ່າພວກເຂົາສວມໃສ່ໂສ້ຕວນທີ່ເບິ່ງບໍ່ເຫັນ. ນີ້ແມ່ນຄວາມຄິດປະເພດໃດ? ມັນບໍ່ປະສົງຮ້າຍບໍ? (ປະສົງຮ້າຍ.)
ໃນຂະນະທີ່ອ່ານພຣະທຳຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສໄດ້ດູດຊຶມທຸກດ້ານຂອງພຣະທຳເຫຼົ່ານັ້ນໃຫ້ກາຍເປັນຊັບສິນຂອງພວກເຂົາເອງ, ໂດຍປະຕິບັດຕໍ່ພຣະທຳເຫຼົ່ານັ້ນວ່າເປັນສິນຄ້າທີ່ສາມາດເຮັດໃຫ້ພວກເຂົາໄດ້ຮັບຜົນປະໂຫຍດທີ່ສູງຂຶ້ນ ແລະ ເງິນທີ່ຫຼາຍຂຶ້ນ. ເມື່ອສິນຄ້າເຫຼົ່ານີ້ຖືກຂາຍອອກໄປ, ເມື່ອສິ່ງເຫຼົ່ານີ້ຖືກໂອ້ອວດອອກໄປ, ພວກເຂົາກໍໄດ້ຮັບຜົນປະໂຫຍດທີ່ພວກເຂົາປາຖະໜາ. ຍິ່ງພວກເຂົາເຮັດແບບນີ້ຫຼາຍເທົ່າໃດ ພວກເຂົາກໍຍິ່ງຮູ້ສຶກພໍໃຈໃນໃຈຫຼາຍຂຶ້ນເທົ່ານັ້ນ; ຍິ່ງພວກເຂົາເຮັດແບບນີ້ຫຼາຍເທົ່າໃດ ຄວາມປາຖະໜາທີ່ຈະເປັນພຣະເຈົ້າຂອງພວກເຂົາກໍຍິ່ງຍິ່ງໃຫຍ່ ແລະ ຮຸນແຮງຫຼາຍຂຶ້ນເທົ່ານັ້ນ. ນີ້ແມ່ນທັດສະນະຄະຕິປະເພດໃດ, ນີ້ແມ່ນສະຖານະການປະເພດໃດ? ເປັນຫຍັງຄວາມປາຖະໜາທີ່ຈະເປັນພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງແຮງກ້າຫຼາຍຂະໜາດນັ້ນ? ມັນແມ່ນສິ່ງທີ່ມີຄົນສອນພວກເຂົາບໍ? ໃຜເປັນຜູ້ຍຸຍົງ ຫຼື ສັ່ງສອນພວກເຂົາ? ພຣະທຳຂອງພຣະເຈົ້າຮຽກຮ້ອງສິ່ງນີ້ບໍ? (ບໍ່.) ນີ້ຄືເສັ້ນທາງທີ່ຜູ້ຕໍ່ຕ້ານພຣະຄຣິສເລືອກເອງ. ເຖິງແມ່ນວ່າພວກເຂົາຈະບໍ່ມີຄວາມຊ່ວຍເຫຼືອຈາກພາຍນອກ ແຕ່ພວກເຂົາກໍມີແຮງຊຸກຍູ້ຫຼາຍຂະໜາດນີ້, ເປັນຫຍັງຈຶ່ງເປັນແບບນີ້? ມັນຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຍ່າງໃນເສັ້ນທາງນີ້ຢ່າງບໍ່ຮູ້ອິດບໍ່ເມື່ອຍ, ຢ່າງບໍ່ລັງເລ ແລະ ຢ່າງບໍ່ຮູ້ສຶກຜິດ ໂດຍປາສະຈາກຄວາມຊ່ວຍເຫຼືອຈາກພາຍນອກ; ບໍ່ວ່າເຈົ້າຈະກ່າວໂທດພວກເຂົາແນວໃດກໍຕາມ ມັນກໍບໍ່ມີປະໂຫຍດຫຍັງເລີຍ; ບໍ່ວ່າເຈົ້າຈະໄຈ້ແຍກພວກເຂົາແນວໃດກໍຕາມ ພວກເຂົາກໍບໍ່ເກັບມາໃສ່ໃຈ ຫຼື ບໍ່ເຂົ້າໃຈ; ມັນຄືກັບວ່າພວກເຂົາຖືກຜີເຂົ້າ. ສິ່ງເຫຼົ່ານີ້ຖືກກຳນົດໂດຍທຳມະຊາດຂອງພວກເຂົາ. ການປະຕິບັດຕໍ່ພຣະທຳຂອງພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນ ໂດຍທາງພາຍນອກ ເບິ່ງຄືວ່າບໍ່ໄດ້ເປັນການຕໍ່ຕ້ານ ຫຼື ການໝິ່ນປະໝາດ. ພວກເຂົາທຸ່ມເທຄວາມພະຍາຍາມ, ເຖິງກັບພະຍາຍາມຫຼາຍກວ່າຄົນທົ່ວໄປອີກ. ຖ້າເຈົ້າບໍ່ຮູ້ວ່າພວກເຂົາກຳລັງຄິດຫຍັງຢູ່ໃນໃຈ ຫຼື ເສັ້ນທາງທີ່ພວກເຂົາກຳລັງຍ່າງຕາມນັ້ນແມ່ນຫຍັງ, ແລ້ວເມື່ອເບິ່ງຈາກພາຍນອກແລ້ວ ການປະຕິບັດຂອງພວກເຂົາຕໍ່ພຣະທຳຂອງພຣະເຈົ້າ ກໍເບິ່ງຄືວ່າເປັນຄວາມປາຖະໜາຢ່າງແຮງກ້າ, ຢ່າງໜ້ອຍຄຳສັບນີ້ກໍສາມາດໃຊ້ເພື່ອກຳນົດລັກສະນະຂອງມັນໄດ້. ແຕ່ແກ່ນແທ້ຂອງຄົນເຮົາສາມາດເບິ່ງເຫັນໄດ້ຈາກພຽງແຕ່ຮູບລັກສະນະພາຍນອກຂອງພວກເຂົາເທົ່ານັ້ນບໍ? (ບໍ່.) ແລ້ວສາມາດເບິ່ງເຫັນໄດ້ຈາກໃສ? ເຖິງແມ່ນວ່າເບິ່ງຄືວ່າພວກເຂົາປາຖະໜາພຣະທຳຂອງພຣະເຈົ້າຢ່າງແຮງກ້າ, ມັກຈະອ່ານ ແລະ ຟັງພຣະທຳເຫຼົ່ານັ້ນ ແລະ ເຖິງກັບທ່ອງຈຳພຣະທຳເຫຼົ່ານັ້ນ ແລະ ເຖິງແມ່ນວ່າເມື່ອຕັດສິນຈາກການກະທຳພາຍນອກເຫຼົ່ານີ້ແລ້ວ ພວກເຂົາບໍ່ຄວນຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສກໍຕາມ, ແຕ່ເມື່ອເວົ້າເຖິງການປະຕິບັດພຣະທຳຂອງພຣະເຈົ້າໃນສະຖານະການຕົວຈິງແລ້ວ ພວກເຂົາເຮັດແບບນັ້ນບໍ? (ບໍ່.) ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ ແລະ ທ່ອງຈຳພຣະທຳເຫຼົ່ານັ້ນແລ້ວ, ເມື່ອພວກເຂົາປະເຊີນກັບສະຖານະການຕົວຈິງ ບາງຄັ້ງພວກເຂົາອາດຈະຍົກເອົາຂໍ້ຄວາມໜຶ່ງ ຫຼື ທ່ອງຈຳພຣະທຳຂອງພຣະເຈົ້າສອງສາມປະໂຫຍກ, ເຖິງກັບຖືກຕ້ອງໃນບາງຄັ້ງ. ແຕ່ຫຼັງຈາກທີ່ພວກເຂົາຍົກເອົາພຣະທຳຂອງພຣະເຈົ້າແລ້ວ ຈົ່ງສັງເກດເບິ່ງສິ່ງທີ່ພວກເຂົາເຮັດ, ເສັ້ນທາງທີ່ພວກເຂົາຍ່າງ ແລະ ສິ່ງທີ່ພວກເຂົາເລືອກເມື່ອປະເຊີນກັບສະຖານະການຕ່າງໆ. ຖ້າມັນກ່ຽວຂ້ອງກັບສະຖານະຂອງພວກເຂົາ ຫຼື ບາງສິ່ງທີ່ອາດຈະສ້າງຄວາມເສຍຫາຍຊື່ສຽງ ຫຼື ພາບລັກຂອງພວກເຂົາ, ພວກເຂົາຈະບໍ່ກະທຳຕາມພຣະທຳຂອງພຣະເຈົ້າຢ່າງເດັດຂາດ. ພວກເຂົາປົກປ້ອງພາບລັກ ແລະ ສະຖານະຂອງພວກເຂົາເອງ. ຖ້າພວກເຂົາເຮັດບາງສິ່ງຜິດພາດ ພວກເຂົາກໍຈະບໍ່ຍອມຮັບມັນຢ່າງເດັດຂາດ. ກົງກັນຂ້າມ ພວກເຂົາຈະຊອກຫາທຸກວິທີທາງເພື່ອປົກປິດມັນ ຫຼື ຫຼີກລ່ຽງບັນຫານັ້ນ ໂດຍບໍ່ກ່າວເຖິງມັນ ແລະ ເຖິງກັບໂຍນຄວາມຜິດສຳລັບສິ່ງທີ່ພວກເຂົາເຮັດໃຫ້ກັບຄົນອື່ນ ແທນທີ່ຈະຍອມຮັບຄວາມຜິດຂອງພວກເຂົາເອງ. ພວກເຂົາທຸ່ມເທຄວາມພະຍາຍາມໃນການອ່ານພຣະທຳຂອງພຣະເຈົ້າ ແລະ ປົກປ້ອງສະຖານະຂອງພວກເຂົາ, ແຕ່ເມື່ອເວົ້າເຖິງການວາງຜົນປະໂຫຍດຂອງພວກເຂົາເອງໄວ້ຂ້າງໆ ແລະ ອົດທົນຕໍ່ຄວາມຍາກລຳບາກທາງຮ່າງກາຍເພື່ອປະຕິບັດຄວາມຈິງ ແລະ ກະທຳຕາມຫຼັກການຄວາມຈິງແລ້ວ ຈົ່ງສັງເກດເບິ່ງວ່າພວກເຂົາເລືອກແນວໃດ. ຖ້າພວກເຂົາຕ້ອງກະທຳຕາມຫຼັກການ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ໂດຍບໍ່ສົນໃຈວ່າມັນຈະທຳຮ້າຍ ຫຼື ລ່ວງເກີນໃຜກໍຕາມ, ພວກເຂົາຈະເຮັດມັນບໍ? ບໍ່ເຮັດຢ່າງເດັດຂາດ. ທາງເລືອກທຳອິດຂອງພວກເຂົາຄືການປົກປ້ອງຕົນເອງຢູ່ສະເໝີ. ເຖິງແມ່ນວ່າພວກເຂົາຈະຮູ້ວ່າໃຜເປັນຄົນຜິດ ຫຼື ໃຜໄດ້ເຮັດຄວາມຊົ່ວຮ້າຍ ພວກເຂົາກໍຈະບໍ່ເປີດໂປງຄົນເຫຼົ່ານັ້ນ. ພວກເຂົາອາດຈະປິຕິຍິນດີຢ່າງງຽບໆໃນໃຈຂອງພວກເຂົາຊໍ້າ. ຖ້າມີຄົນເປີດໂປງຄົນຊົ່ວຮ້າຍ ພວກເຂົາກໍເຖິງກັບຈະປົກປ້ອງ ແລະ ແກ້ຕົວໃຫ້ກັບຄົນຊົ່ວຮ້າຍເຫຼົ່ານັ້ນ. ມັນຊັດເຈນວ່າຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນທີ່ມີຄວາມສຸກບົນຄວາມທຸກຂອງຄົນອື່ນ. ບໍ່ວ່າພວກເຂົາຈະປະເຊີນກັບສະຖານະການໃດກໍຕາມ ຈົ່ງສັງເກດເບິ່ງສິ່ງທີ່ພວກເຂົາເລືອກ ແລະ ເສັ້ນທາງທີ່ພວກເຂົາຍ່າງ. ຖ້າພວກເຂົາເລືອກທີ່ຈະກະທຳຕາມຫຼັກການຄວາມຈິງ ແລ້ວການກິນ ແລະ ດື່ມພະທໍາຂອງພຣະເຈົ້າຂອງພວກເຂົາກໍບັນລຸຜົນໄດ້ຮັບແລ້ວ. ຖ້າບໍ່, ແລ້ວບໍ່ວ່າພວກເຂົາຈະກິນ ແລະ ດື່ມພະທໍາຂອງພຣະເຈົ້າແນວໃດ ຫຼື ພວກເຂົາທ່ອງຈຳພຣະທຳເຫຼົ່ານັ້ນໄດ້ດີສໍ່າໃດກໍຕາມ ມັນກໍບໍ່ມີປະໂຫຍດຫຍັງເລີຍ, ພວກເຂົາກໍຍັງບໍ່ໄດ້ປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງຢູ່ດີ. ຍິ່ງໄປກວ່ານັ້ນ ຜູ້ຕໍ່ຕ້ານພຣະຄຣິສຮູ້ຈັກຕົນເອງບໍ? (ບໍ່ຮູ້ຈັກ.) ບາງຄົນເວົ້າວ່າ: “ແຕ່ຜູ້ຕໍ່ຕ້ານພຣະຄຣິສກໍຍັງຍອມຮັບເຖິງຄວາມອວດດີ ແລະ ການຖືຕົນວ່າຊອບທຳຂອງພວກເຂົາ ໂດຍເວົ້າວ່າພວກເຂົາເປັນມານຮ້າຍ ແລະ ຊາຕານ”. ພວກເຂົາພຽງແຕ່ເວົ້າສິ່ງເຫຼົ່ານີ້ ແຕ່ພວກເຂົາເຮັດຫຍັງແທ້ໆເມື່ອປະເຊີນກັບສະຖານະການຕົວຈິງ? ຖ້າມີຄົນກຳລັງຮ່ວມມືກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ເວົ້າບາງສິ່ງທີ່ຖືກຕ້ອງ ເຊິ່ງເປັນບາງສິ່ງທີ່ສອດຄ່ອງກັບຫຼັກການຄວາມຈິງທີ່ຂັດແຍ້ງກັບສິ່ງທີ່ຜິດພາດທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ ແລະ ຖ້າຄົນຜູ້ນັ້ນປະຕິເສດທີ່ຈະເຮັດຕາມສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ ຜູ້ຕໍ່ຕ້ານພຣະຄຣິສກໍຈະຮູ້ສຶກວ່າພາບລັກ ແລະ ສະຖານະຂອງພວກເຂົາໄດ້ຮັບຄວາມເສຍຫາຍ. ແລ້ວພວກເຂົາຈະເລືອກຫຍັງ? ພວກເຂົາສາມາດເລືອກທີ່ຈະວາງຕົນເອງໄວ້ຂ້າງໆເພື່ອຟັງຄົນອື່ນ ແລະ ກະທຳຕາມຫຼັກການຄວາມຈິງໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ສະນັ້ນ ຄຳເວົ້າທີ່ຖືກຕ້ອງເຫຼົ່ານັ້ນທີ່ພວກເຂົາເວົ້າມີປະໂຫຍດໃດໆບໍ? ພວກມັນສະທ້ອນເຖິງຄວາມເປັນຈິງຂອງພວກເຂົາ, ວຸດທິພາວະທີ່ແທ້ຈິງຂອງພວກເຂົາ, ສິ່ງທີ່ພວກເຂົາເລືອກ ຫຼື ເສັ້ນທາງທີ່ພວກເຂົາຍ່າງບໍ? ບໍ່, ຄຳເວົ້າເຫຼົ່ານັ້ນບໍ່ໄດ້ເກີດມາຈາກປະສົບການຂອງພວກເຂົາ; ພວກມັນເປັນພຽງຄຳເວົ້າທີ່ພວກເຂົາໄດ້ຮຽນຮູ້ມາ. ສິ່ງທີ່ອອກມາຈາກປາກຂອງພວກເຂົາເປັນພຽງຫຼັກຄຳສອນ, ເປັນຄຳເວົ້າທີ່ຫຼອກລວງ. ທັນທີທີ່ມັນກ່ຽວຂ້ອງກັບສະຖານະ ຫຼື ຜົນປະໂຫຍດສ່ວນຕົວຂອງພວກເຂົາ ທາງເລືອກທຳອິດຂອງຜູ້ຕໍ່ຕ້ານພຣະຄຣິສກໍຄືການຮັກສາ ແລະ ປົກປ້ອງຕົນເອງຢູ່ສະເໝີ, ເພື່ອເຮັດໃຫ້ຄົນອື່ນຕາຍໃຈ ແລະ ຫຼົງຜິດ ແລະ ເພື່ອຫຼີກລ່ຽງການຮັບຜິດຊອບໃດໆ ຫຼື ການຍອມຮັບການກະທຳຜິດໃດໆ. ເມື່ອພິຈາລະນາເຖິງແກ່ນແທ້ເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ ພວກເຂົາກຳລັງໄລ່ຕາມຄວາມຈິງຢູ່ບໍ? ພວກເຂົາກຳລັງອ່ານພຣະທຳຂອງພຣະເຈົ້າເພື່ອເຂົ້າໃຈຄວາມຈິງ ແລະ ເພື່ອໄປເຖິງຈຸດທີ່ພວກເຂົາສາມາດປະຕິບັດຄວາມຈິງໄດ້ບໍ? ບໍ່. ເມື່ອເບິ່ງຈາກເຈດຕະນາ ແລະ ເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສໃນການອ່ານພຣະທຳຂອງພຣະເຈົ້າແລ້ວ ພວກເຂົາຈະບໍ່ມີທາງບັນລຸຄວາມເຂົ້າໃຈໃນພຣະທຳເຫຼົ່ານັ້ນໄດ້ເລີຍ. ນີ້ກໍຍ້ອນວ່າພວກເຂົາບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງທີ່ຈະຕ້ອງຢັ່ງຮູ້ ແຕ່ອ່ານວ່າເປັນເຄື່ອງມືເພື່ອບັນລຸເປົ້າໝາຍຂອງພວກເຂົາເອງ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະບໍ່ໄດ້ກ່າວຢ່າງຊັດເຈນວ່າ “ຂ້ອຍຢາກເປັນພຣະເຈົ້າ, ຂ້ອຍຢາກເປັນພຣະຄຣິສ” ກໍຕາມ, ແຕ່ເປົ້າໝາຍຂອງພວກເຂົາທີ່ຈະກາຍເປັນພຣະຄຣິສນັ້ນກໍຊັດເຈນຈາກແກ່ນແທ້ຂອງການກະທຳຂອງພວກເຂົາ ແລະ ແກ່ນແທ້ຂອງວິທີທີ່ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າ. ສິ່ງນີ້ສາມາດສັງເກດເຫັນໄດ້ແນວໃດ? ພວກເຂົາໃຊ້ພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພວກເຂົາເຫັນວ່າພຣະເຈົ້າເປີດເຜີຍ ເຊັ່ນ: ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ອື່ນໆ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ເພື່ອເຮັດໃຫ້ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ, ຄົນໂງ່ຈ້າ, ຜູ້ທີ່ມີວຸດທິພາວະໜ້ອຍ, ຜູ້ທີ່ບໍ່ສະແຫວງຫາຄວາມຈິງ, ຜູ້ບໍ່ເຊື່ອ ແລະ ແມ່ນແຕ່ຄົນຊົ່ວຮ້າຍບາງຄົນຫຼົງຜິດ. ພວກເຂົານຳພາຄົນເຫຼົ່ານີ້ໃຫ້ເຊື່ອວ່າພວກເຂົາມີຄວາມຈິງ, ວ່າພວກເຂົາເປັນຄົນທີ່ຖືກຕ້ອງ ແລະ ວ່າພວກເຂົາເປັນບຸກຄົນທີ່ສົມຄວນໄດ້ຮັບການຊົມເຊີຍ ແລະ ການເພິ່ງພາ. ຜູ້ຕໍ່ຕ້ານພຣະຄຣິສມີຈຸດປະສົງທີ່ຈະເຮັດໃຫ້ຄົນເຫຼົ່ານີ້ຝາກຄວາມຫວັງໄວ້ກັບພວກເຂົາ ແລະ ສະແຫວງຫາຈາກພວກເຂົາ ແລະ ເມື່ອສິ່ງນີ້ເກີດຂຶ້ນ ພວກເຂົາກໍຮູ້ສຶກພໍໃຈຢູ່ໃນໃຈ.
ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຍອມຮັບວ່າພຣະເຈົ້າເປັນອົງດຽວທີ່ແທ້ຈິງ; ພວກເຂົາບໍ່ເຄີຍຍອມຮັບວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພວກເຂົາກໍບໍ່ເຄີຍຍອມຮັບວ່າ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດສະແດງຄວາມຈິງອອກມາໄດ້. ເມື່ອຕັດສິນຈາກທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະທຳຂອງພຣະເຈົ້າ, ຄວາມພະຍາຍາມທີ່ພວກເຂົາທຸ່ມເທໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະເປັນພຣະເຈົ້າ, ທີ່ຈະກາຍເປັນພຣະຄຣິສແລ້ວ, ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າມັນເປັນເລື່ອງງ່າຍທີ່ຄົນໆໜຶ່ງຈະກາຍເປັນພຣະເຈົ້າ, ວ່າມັນເປັນສິ່ງທີ່ມະນຸດສາມາດບັນລຸໄດ້. ພວກເຂົາເວົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າພຣະຄຣິສ ກໍພຽງແຕ່ຍ້ອນວ່າພຣະອົງສາມາດກ່າວພຣະທຳຂອງພຣະເຈົ້າໄດ້ໜ້ອຍໜຶ່ງ, ແມ່ນບໍ? ພຣະອົງບໍ່ແມ່ນພຽງແຕ່ກະບອກສຽງສຳລັບພຣະທຳຂອງພຣະເຈົ້າບໍ? ມັນບໍ່ແມ່ນພຽງແຕ່ການມີຄົນຈຳນວນຫຼາຍມາຕິດຕາມພຣະອົງບໍ? ສະນັ້ນ ຖ້າຄົນໆໜຶ່ງມີສະຖານະ ແລະ ມີຊື່ສຽງແບບດຽວກັນໃນທ່າມກາງຜູ້ຄົນ, ຖ້າພວກເຂົາຖືກບູຊາ ແລະ ຖືກເຄົາລົບນັບຖືຈາກຜູ້ຄົນຈຳນວນຫຼາຍຄືກັນ, ພວກເຂົາຈະບໍ່ສາມາດເພີດເພີນກັບການຖືກປະຕິບັດຕໍ່ແບບພຣະຄຣິສ, ການຖືກປະຕິບັດໃນຖານະທີ່ເປັນພຣະເຈົ້າໄດ້ບໍ? ການທີ່ສາມາດເພີດເພີນກັບການຖືກປະຕິບັດແບບພຣະຄຣິສ, ການເພີດເພີນກັບການຖືກປະຕິບັດຄືກັບຜູ້ທີ່ມີຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ນັ້ນບໍ່ໄດ້ເຮັດໃຫ້ຄົນໆໜຶ່ງກາຍເປັນພຣະເຈົ້າບໍ? ມັນຍາກບ່ອນໃດ?” ດັ່ງນັ້ນ, ຄວາມປາຖະໜາທີ່ຈະເປັນພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນສິ່ງທີ່ມີມາແຕ່ກຳເນີດ; ພວກເຂົາມີຄວາມທະເຍີທະຍານ ແລະ ແກ່ນແທ້ດຽວກັນກັບຊາຕານ. ມັນເປັນເພາະວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ ພວກເຂົາຈຶ່ງສະແດງປະຕິກິລິຍາເຫຼົ່ານີ້ຕໍ່ພຣະທຳຂອງພຣະເຈົ້າ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ສິ່ງທີ່ເຮັດໃຫ້ພວກເຂົາມີຄວາມສຸກກໍຄືການທີ່ພຣະເຈົ້າໄດ້ບັງເກີດເປັນມະນຸດ; ຜູ້ຄົນສາມາດໄດ້ຍິນພຣະທຳຂອງພຣະອົງ ແລະ ໃນເວລາດຽວກັນ ພວກເຂົາກໍສາມາດເບິ່ງເຫັນພຣະອົງໄດ້. ພຣະອົງເປັນຄົນທຳມະດາທີ່ສາມາດສຳຜັດ ແລະ ເບິ່ງເຫັນໄດ້ ແລະ ກໍແມ່ນຍ້ອນຄົນທີ່ທຳມະດາ, ຕ່ຳຕ້ອຍ ແລະ ບໍ່ໂດດເດັ່ນຜູ້ນີ້ແທ້ໆທີ່ສາມາດເວົ້າໄດ້ຫຼາຍ ແລະ ດ້ວຍເຫດນັ້ນຈຶ່ງຖືກເອີ້ນວ່າພຣະເຈົ້ານີ້ເອງ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເຫັນວ່າໃນທີ່ສຸດໂອກາດຂອງພວກເຂົາທີ່ຈະກາຍເປັນພຣະເຈົ້າໄດ້ມາເຖິງແລ້ວ. ຖ້າຄົນທຳມະດາຜູ້ນີ້ບໍ່ໄດ້ເວົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຄິດວ່າຄວາມຫວັງຂອງພວກເຂົາທີ່ຈະກາຍເປັນພຣະເຈົ້າ ຫຼື ພຣະຄຣິສນັ້ນມີໜ້ອຍຫຼາຍ. ແຕ່ຍ້ອນວ່າຄົນທຳມະດາຜູ້ນີ້ໄດ້ກ່າວພຣະທຳຂອງພຣະເຈົ້າ ແລະ ປະຕິບັດພາລະກິດຂອງພຣະເຈົ້ານີ້ເອງ, ໂດຍເປັນຕົວແທນຂອງພຣະເຈົ້າເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນໃນທ່າມກາງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເຫັນວ່າສິ່ງນີ້ເປັນໂອກາດຂອງພວກເຂົາ, ເປັນໂອກາດທີ່ຈະສວຍໃຊ້ປະໂຫຍດ, ເຊິ່ງໃຫ້ເບາະແສແກ່ພວກເຂົາຫຼາຍຂຶ້ນໃນການຮຽນແບບການເວົ້າຂອງພຣະເຈົ້າ, ນໍ້າສຽງ ແລະ ວິທີການເວົ້າຂອງພຣະອົງ ແລະ ແມ່ນແຕ່ອຸປະນິໄສຂອງພຣະອົງ, ເຮັດໃຫ້ພວກເຂົາກາຍເປັນຄືກັບພຣະເຈົ້າຫຼາຍຂຶ້ນ, ຄືກັບພຣະຄຣິສຫຼາຍຂຶ້ນເທື່ອລະໜ້ອຍ. ດັ່ງນັ້ນ, ໃນສ່ວນເລິກຂອງຫົວໃຈຂອງພວກເຂົາແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຮູ້ສຶກວ່າພວກເຂົາກຳລັງກາຍເປັນຄືກັບພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ວ່າພວກເຂົາກຳລັງເຂົ້າໃກ້ຄວາມເປັນພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ພວກເຂົາຮູ້ສຶກອິດສາຢ່າງຫຼວງຫຼາຍຕໍ່ພຣະເຈົ້າທີ່ໄດ້ຮັບການເຄົາລົບນັບຖື, ໄດ້ຮັບການຕິດຕາມ ແລະ ໄດ້ຮັບການເພິ່ງພາໃນທຸກສິ່ງ, ພຣະເຈົ້າທີ່ຜູ້ຄົນສະແຫວງຫາ ແລະ ມຸ່ງຫວັງໃນທຸກສິ່ງ. ພວກເຂົາອິດສາຕົວຕົນ ແລະ ຄຸນຄ່າສ່ວນຕົວຂອງພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສກຳລັງຄິດຫຍັງຢູ່ໃນໃຈຂອງພວກເຂົາ? ສ່ວນເລິກຂອງຫົວໃຈຂອງພວກເຂົາບໍ່ມືດມົນ ແລະ ຊົ່ວຊ້າບໍ? ສ່ວນເລິກຂອງຫົວໃຈຂອງພວກເຂົາບໍ່ໜ້າລັງກຽດ, ຕ່ຳຊ້າ ແລະ ໜ້າອັບອາຍບໍ? (ແມ່ນແລ້ວ.) ພວກເຂົາໜ້າລັງກຽດຢ່າງສິ້ນເຊີງ!
ບາງຄົນເວົ້າວ່າ: “ພວກຂ້ານ້ອຍໄດ້ຟັງພຣະອົງກ່າວກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສມາແລ້ວ, ແຕ່ເປັນຫຍັງພວກຂ້ານ້ອຍຈຶ່ງບໍ່ເຄີຍເຫັນຄົນແບບນັ້ນເລີຍ? ພຣະອົງພຽງແຕ່ກຳລັງເລົ່ານິທານບໍ? ກຳລັງເວົ້າກ່ຽວກັບສິ່ງທີ່ໄກເກີນຈິງບໍ?” ພວກເຈົ້າຄິດວ່າຄົນແບບນັ້ນມີຢູ່ຈິງບໍ? (ມີຢູ່ຈິງ.) ພວກເຈົ້າເຄີຍພົບຈັກຄົນແລ້ວ? ພວກເຈົ້າເປັນໜຶ່ງໃນນັ້ນບໍ? (ພວກຂ້ານ້ອຍກໍສະແດງສະພາວະເຫຼົ່ານີ້ ແລະ ເປີດເຜີຍດ້ານດັ່ງກ່າວອອກມາເຊັ່ນກັນ. ພວກມັນບໍ່ຮ້າຍແຮງຄືກັບຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ທຳມະຊາດ-ແກ່ນແທ້ແມ່ນຄືກັນ.) ພວກເຈົ້າຄິດວ່າການມີສະພາວະເຫຼົ່ານີ້ເປັນອັນຕະລາຍບໍ? (ເປັນອັນຕະລາຍ.) ຖ້າເຈົ້າຮູ້ວ່າມັນເປັນອັນຕະລາຍ, ເຈົ້າກໍຈຳເປັນຕ້ອງປ່ຽນແປງ. ມັນປ່ຽນແປງງ່າຍບໍ? ຄວາມຈິງແລ້ວ, ມັນສາມາດເປັນໄປໄດ້ທັງງ່າຍ ແລະ ຍາກ. ຖ້າເຈົ້າຖືເອົາພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງທີ່ຈະຕ້ອງຍຶດໝັ້ນ, ງ່າຍໆຄືກັບທີ່ອົງພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ: “ໃຫ້ການສື່ສານຂອງພວກເຈົ້າເປັນ ແມ່ນ ກໍວ່າແມ່ນ; ບໍ່ ກໍວ່າບໍ່”, ແລ້ວເຈົ້າກໍສາມາດກັບໃຈໄດ້ຢ່າງແທ້ຈິງ. ຕົວຢ່າງ: ພຣະເຈົ້າບອກໃຫ້ເຈົ້າຈັດຕັ້ງປະຕິບັດບາງສິ່ງ ໂດຍກ່າວວ່າ: “ຫຼັງຈາກກິນເຂົ້າແລ້ວ, ຈົ່ງເລຍຖ້ວຍໃຫ້ສະອາດ, ຄືກັບວ່າມັນຖືກລ້າງແລ້ວ. ນີ້ຄືການປະຢັດອາຫານ ແລະ ຍັງຖືກສຸຂະອະນາໄມອີກດ້ວຍ”. ຄຳແນະນຳເຫຼົ່ານີ້ງ່າຍດາຍບໍ? ພວກມັນຈັດຕັ້ງປະຕິບັດໄດ້ງ່າຍບໍ? (ແມ່ນແລ້ວ.) ຖ້າພຣະເຈົ້າຮຽກຮ້ອງແບບນີ້, ພຽງແຕ່ສອງສາມປະໂຫຍກນີ້ ໂດຍບໍ່ລົງເລິກເຖິງຄວາມຫຍຸ້ງຍາກຂອງຜູ້ຄົນ ຫຼື ສະພາວະຂອງພວກເຂົາ ຫຼື ເວົ້າກ່ຽວກັບອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ຈຳແນກສະຖານະການຕ່າງໆ, ເຈົ້າຈະລົງມືເຮັດ ແລະ ປະຕິບັດເລື່ອງນີ້ແນວໃດ? ສຳລັບເຈົ້າແລ້ວ, ປະໂຫຍກເຫຼົ່ານີ້ຄືພຣະທຳຂອງພຣະເຈົ້າ, ພວກມັນຄືຄວາມຈິງ ແລະ ພວກມັນຄືສິ່ງທີ່ເຈົ້າຄວນຍຶດໝັ້ນ. ສິ່ງທີ່ເຈົ້າຄວນເຮັດກໍຄືການປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າທຸກມື້, ທຸກຄັ້ງຫຼັງຈາກກິນເຂົ້າແລ້ວ, ແລ້ວເຈົ້າກໍກຳລັງຕິດຕາມຫົນທາງຂອງພຣະເຈົ້າ, ປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ, ວ່າເປັນສິ່ງທີ່ເຈົ້າຄວນເຊື່ອຟັງ. ເຈົ້າກາຍເປັນຄົນທີ່ປະຕິບັດພຣະທຳຂອງພຣະເຈົ້າ ແລະ ໃນເລື່ອງທີ່ງ່າຍດາຍທີ່ສຸດນີ້, ເຈົ້າກໍໄດ້ປະຖິ້ມອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ. ໃນທາງກົງກັນຂ້າມ, ຫຼັງຈາກທີ່ໄດ້ຍິນຄຳເວົ້າສອງສາມຄຳນີ້ແລ້ວ, ເຈົ້າອາດຈະເຫັນດີດ້ວຍປາກເປົ່າ ແລະ ຈື່ຈຳພວກມັນໄວ້, ແຕ່ຫຼັງຈາກກິນເຂົ້າແລ້ວ, ເມື່ອເຈົ້າເຫັນເມັດເຂົ້າສອງສາມເມັດເຫຼືອຢູ່ໃນຖ້ວຍ, ເຈົ້າກໍຄິດວ່າ: “ຂ້ອຍຫຍຸ້ງກັບເລື່ອງອື່ນຢູ່!” ແລ້ວກໍປະຖ້ວຍໄວ້ແບບນັ້ນ. ແລ້ວໃນຄາບເຂົ້າຕໍ່ໄປ, ເຈົ້າກໍເຮັດແບບດຽວກັນ. ເຈົ້າຈື່ຈຳຄຳແນະນຳສອງສາມຂໍ້ເຫຼົ່ານີ້ຈາກພຣະເຈົ້າ ໄວ້ໃນໃຈ, ແຕ່ກໍບໍ່ມີມື້ທີ່ແນ່ນອນວ່າເຈົ້າຈະປະຕິບັດພວກມັນແທ້ໆເມື່ອໃດ. ເມື່ອເວລາຜ່ານໄປ, ເຈົ້າກໍລືມຄຳເວົ້າເຫຼົ່ານີ້. ສະນັ້ນ ບໍ່ພຽງແຕ່ເຈົ້າບໍ່ໄດ້ປະຕິບັດພຣະທຳເຫຼົ່ານ້ນເທົ່ານັ້ນ ແຕ່ເຈົ້າຍັງໄດ້ປະຖິ້ມພຣະທຳຂອງພຣະເຈົ້າອີກດ້ວຍ. ສິ່ງນີ້ເຮັດໃຫ້ເຈົ້າເປັນຄົນປະເພດໃດ? ຖ້າເຈົ້າບໍ່ປະຕິບັດຕາມຄຳເວົ້າເຫຼົ່ານີ້, ເຈົ້າເປັນຄົນທີ່ສາມາດຕິດຕາມຫົນທາງຂອງພຣະເຈົ້າເມື່ອໄດ້ຍິນພຣະທຳຂອງພຣະອົງໄດ້ບໍ? ເຈົ້າເປັນຄົນທີ່ໄລ່ຕາມຄວາມຈິງບໍ? ເຫັນໄດ້ຊັດເຈນວ່າບໍ່ແມ່ນ. ຖ້າຄົນໆໜຶ່ງບໍ່ໄດ້ໄລ່ຕາມຄວາມຈິງ, ພວກເຂົາສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? ການລົ້ມເຫຼວໃນການປະຕິບັດຄວາມຈິງເທົ່າກັບການເປັນຜູ້ຕໍ່ຕ້ານພຣະຄຣິສສະເໝີໄປບໍ? (ບໍ່.) ຄົນປະເພດນີ້ປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄືກັບລົມພັດຜ່ານຫູຂອງພວກເຂົາ, ວ່າເປັນສິ່ງທີ່ບໍ່ສຳຄັນ, ບໍ່ປະຕິບັດພວກມັນ ແລະ ບໍ່ໄດ້ຄິດໃສ່ໃຈພວກມັນຫຼາຍ, ພວກເຂົາພຽງແຕ່ລືມພວກມັນໄປ. ນີ້ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ຍັງມີຄົນອີກປະເພດໜຶ່ງທີ່ຫຼັງຈາກໄດ້ຍິນຄຳແນະນຳເຫຼົ່ານີ້ຈາກພຣະເຈົ້າແລ້ວ ກໍຄິດວ່າ: “ເລຍຖ້ວຍຫຼັງຈາກກິນເຂົ້າບໍ? ຊ່າງໜ້າອາຍແທ້! ຂ້ອຍບໍ່ແມ່ນຂໍທານ ແລະ ອີກຢ່າງໜຶ່ງ ມັນກໍບໍ່ແມ່ນວ່າບໍ່ມີອາຫານໃຫ້ກິນ. ຂ້ອຍຈະບໍ່ເຮັດແບບນັ້ນຢ່າງເດັດຂາດ! ໃຜເຕັມໃຈຈະເລຍຖ້ວຍຂອງຕົນໃຫ້ສະອາດກໍເຊີນເລຍໄປໂລດ”. ເມື່ອມີຄົນເວົ້າວ່າ “ນີ້ຄືຂໍ້ກຳນົດຂອງພຣະເຈົ້າ”, ພວກເຂົາກໍຄິດວ່າ: “ເຖິງແມ່ນວ່າມັນຈະເປັນຂໍ້ກຳນົດຂອງພຣະເຈົ້າ ມັນກໍຍອມຮັບບໍ່ໄດ້. ພຣະເຈົ້າບໍ່ຄວນຮຽກຮ້ອງສິ່ງແບບນີ້. ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄວາມຈິງ! ພຣະເຈົ້າຍັງກ່າວສິ່ງທີ່ບໍ່ໂດດເດັ່ນ, ບໍ່ສົມເຫດສົມຜົນ ແລະ ບໍ່ໄດ້ດີປານໃດ. ບໍ່ແມ່ນທຸກຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນຈະຕ້ອງເປັນຄວາມຈິງສະເໝີໄປ. ຂໍ້ກຳນົດສະເພາະນີ້ເບິ່ງຄືວ່າບໍ່ແມ່ນຄວາມຈິງສຳລັບຂ້ອຍ. ອົງພຣະເຢຊູເຈົ້າໄດ້ກ່າວວ່າ: ‘ຜູ້ໃດກໍຕາມທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ສະຖິດໃນສະຫວັນ, ຜູ້ນັ້ນແຫຼະຄືນ້ອງຊາຍ, ນ້ອງສາວ ແລະ ມານດາຂອງເຮົາ’. ຄຳເວົ້າແບບນີ້ແຫຼະຄືຄວາມຈິງ! ການເລຍຖ້ວຍໃຫ້ສະອາດຫຼັງຈາກກິນເຂົ້າແມ່ນຖືກສຸຂະອະນາໄມບໍ? ພຽງແຕ່ລ້າງມັນໂດຍກົງກໍພຽງພໍແລ້ວ. ເປັນຫຍັງຈຶ່ງໃຫ້ພວກເຮົາເລຍຖ້ວຍ? ຂໍ້ກຳນົດນີ້ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດ ຫຼື ຈິນຕະນາການຂອງຂ້ອຍ; ບໍ່ວ່າຢູ່ໃສກໍຄົງຈະເປັນສິ່ງທີ່ຍອມຮັບບໍ່ໄດ້. ຈະໃຫ້ຂ້ອຍເລຍຖ້ວຍບໍ, ບໍ່ມີທາງ! ນັ້ນແມ່ນວິທີກຳນົດຄວາມໝາຍຂອງສຸຂະອະນາໄມບໍ? ຂ້ອຍລ້າງຖ້ວຍຂອງຂ້ອຍດ້ວຍນໍ້າ ໂດຍໃຊ້ນໍ້າຢາຂ້າເຊື້ອ, ນັ້ນແຫຼະທີ່ຂ້ອຍເອີ້ນວ່າສຸຂະອະນາໄມ!” ຄົນປະເພດນີ້, ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້ແລ້ວ ກໍມີຄວາມຄິດຂອງພວກເຂົາເອງ ແລະ ມີການຕໍ່ຕ້ານຢູ່ພາຍໃນ; ພວກເຂົາເຖິງກັບເຍາະເຍີ້ຍ ແລະ ເວົ້າໝິ່ນປະໝາດ. ຍ້ອນວ່າຄຳເວົ້າເຫຼົ່ານີ້ມາຈາກພຣະເຈົ້າ ພວກເຂົາຈຶ່ງບໍ່ກ້າຕັດສິນພວກມັນຢ່າງເປີດເຜີຍ, ແຕ່ມັນບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ມີຄວາມຄິດເຫັນ ຫຼື ຄວາມຄິດຫຼົງຜິດກ່ຽວກັບພວກມັນ. ຄວາມຄິດເຫັນ ແລະ ຄວາມຄິດຫຼົງຜິດຂອງພວກເຂົາສະແດງອອກຢູ່ໃສ? ພວກເຂົາບໍ່ຍອມຮັບ ຫຼື ປະຕິບັດຕາມຄຳເວົ້າເຫຼົ່ານີ້; ພວກເຂົາມີຄວາມຄິດຂອງພວກເຂົາເອງກ່ຽວກັບພວກມັນ ແລະ ສາມາດຕັດສິນພວກມັນ ແລະ ສ້າງຄວາມຄິດຫຼົງຜິດກ່ຽວກັບພວກມັນໄດ້. ສະນັ້ນ, ເມື່ອພວກເຂົາກິນເຂົ້າແລ້ວ ແລະ ເຫັນບາງຄົນເລຍຖ້ວຍຂອງພວກເຂົາໃຫ້ສະອາດ, ພວກເຂົາກໍຫຼີກລ່ຽງທີ່ຈະເຮັດແບບນັ້ນ, ເຖິງກັບມີຄວາມດູຖູກໃນໃຈຕໍ່ຜູ້ທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າ. ພາຍນອກຂອງພວກເຂົາມັກຈະເປີດເຜີຍການເຍາະເຍີ້ຍ ແລະ ການຫົວຂວັນເຢາະເຢີ້ຍ ແລະ ເຖິງກັບມີທັດສະນະຄະຕິທີ່ຢາກແກ້ໄຂພຶດຕິກຳຂອງຄົນອື່ນ. ພວກເຂົາບໍ່ພຽງແຕ່ບໍ່ກະທຳຕາມສິ່ງທີ່ພຣະເຈົ້າກ່າວເທົ່ານັ້ນ ແຕ່ເຖິງກັບກະທຳໃນທາງກົງກັນຂ້າມ, ໂດຍມີສ່ວນຮ່ວມໃນການກະທຳທີ່ກົງກັນຂ້າມກັບສິ່ງທີ່ພຣະເຈົ້າກ່າວ. ພວກເຂົາໃຊ້ການກະທຳຂອງພວກເຂົາເພື່ອປະຕິເສດຂໍ້ຮຽກຮ້ອງຂອງພຣະເຈົ້າ, ເພື່ອຕໍ່ຕ້ານສິ່ງທີ່ພຣະເຈົ້າໄດ້ກ່າວໄວ້ ແລະ ພວກເຂົາຍັງສະແຫວງຫາທີ່ຈະດຶງດູດເອົາຄວາມສົນໃຈຫຼາຍຂຶ້ນຜ່ານການກະທຳຂອງພວກເຂົາ, ໂດຍຊັກຊວນໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນເຊື່ອວ່າສິ່ງທີ່ພຣະເຈົ້າກ່າວນັ້ນບໍ່ຖືກຕ້ອງ ແລະ ມີພຽງແຕ່ວິທີການຂອງພວກເຂົາເທົ່ານັ້ນທີ່ຖືກຕ້ອງ, ເຊິ່ງນຳພາຜູ້ຄົນຈຳນວນຫຼາຍຂຶ້ນໃຫ້ຕໍ່ຕ້ານ ແລະ ກ່າວໂທດພຣະທຳຂອງພຣະເຈົ້າ. ພວກເຂົາພຽງແຕ່ບໍ່ກະທຳຕາມທີ່ພຣະເຈົ້າໄດ້ແນະນຳ; ທຸກຄັ້ງຫຼັງຈາກກິນເຂົ້າແລ້ວ ພວກເຂົາບໍ່ພຽງແຕ່ລ້າງຖ້ວຍຂອງພວກເຂົາດ້ວຍນໍ້າເທົ່ານັ້ນ ແຕ່ຍັງລ້າງມັນຊໍ້າແລ້ວຊໍ້າອີກດ້ວຍນໍ້າຢາຂ້າເຊື້ອ ແລະ ນໍ້າຢາລ້າງຈານ ແລ້ວຈາກນັ້ນກໍຂ້າເຊື້ອມັນໃນຕູ້ຂ້າເຊື້ອ. ໃນຂະນະທີ່ເຮັດແບບນີ້ ພວກເຂົາກໍຍັງສ້າງຄຳເວົ້າບາງຢ່າງຂຶ້ນມາໂດຍບໍ່ຮູ້ຕົວ, ໂດຍບອກທຸກຄົນວ່າ: “ຄວາມຈິງແລ້ວ ການເລຍບໍ່ໄດ້ກຳຈັດເຊື້ອພະຍາດ ແລະ ການລ້າງດ້ວຍນໍ້າກໍບໍ່ໄດ້ກຳຈັດເຊື້ອພະຍາດເຊັ່ນກັນ. ມີພຽງແຕ່ການໃຊ້ນໍ້າຢາຂ້າເຊື້ອ ບວກກັບອຸນຫະພູມສູງເທົ່ານັ້ນ ຈຶ່ງຈະສາມາດຂ້າເຊື້ອໄດ້ຢ່າງໝົດຈົດ. ນັ້ນແຫຼະຄືການຖືກສຸຂະອະນາໄມ”. ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບສິ່ງທີ່ພຣະເຈົ້າກ່າວ ຫຼື ປະຕິບັດຕາມທີ່ພຣະເຈົ້າແນະນຳເທົ່ານັ້ນ ແຕ່ພວກເຂົາເຖິງກັບໃຊ້ຄຳເວົ້າ ແລະ ການກະທຳຂອງພວກເຂົາເອງເພື່ອຕໍ່ຕ້ານ, ກ່າວໂທດ ແລະ ຕັດສິນສິ່ງທີ່ພຣະເຈົ້າຮຽກຮ້ອງ. ສິ່ງທີ່ຮ້າຍແຮງໄປກວ່ານັ້ນກໍຄື ພວກເຂົາໃຊ້ຄວາມຄິດເຫັນບາງຢ່າງທີ່ພວກເຂົາຖືວ່າຖືກຕ້ອງເພື່ອຍຸຍົງ ແລະ ເຮັດໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນຫຼົງຜິດ ເພື່ອໃຫ້ມາຮ່ວມກັບພວກເຂົາໃນການກ່າວໂທດ, ຕໍ່ຕ້ານ ແລະ ຕັດສິນຂໍ້ກຳນົດຂອງພຣະເຈົ້າ. ພວກເຂົາກຳລັງຮັບບົດບາດຫຍັງຢູ່ບ່ອນນີ້? ມັນບໍ່ແມ່ນການນຳພາຜູ້ຄົນຈຳນວນຫຼາຍຂຶ້ນໃຫ້ຟັງພຣະທຳຂອງພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າຢ່າງບໍ່ມີເງື່ອນໄຂ, ທັງບໍ່ແມ່ນການແກ້ໄຂຄວາມຄິດຫຼົງຜິດຂອງຜູ້ຄົນເມື່ອພວກມັນເກີດຂຶ້ນ, ທັງບໍ່ແມ່ນການແກ້ໄຂຂໍ້ຂັດແຍ່ງລະຫວ່າງຜູ້ຄົນກັບພຣະເຈົ້າ ຫຼື ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນເມື່ອຂໍ້ຂັດແຍ່ງດັ່ງກ່າວເກີດຂຶ້ນ. ກົງກັນຂ້າມ ພວກເຂົາຍຸຍົງ ແລະ ເຮັດໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນຫຼົງຜິດເພື່ອໃຫ້ມາຕັດສິນພຣະເຈົ້າ, ໂດຍຮ່ວມກັບພວກເຂົາໃນການວິເຄາະ ແລະ ກວດສອບຄວາມຖືກຕ້ອງຂອງພຣະທຳຂອງພຣະເຈົ້າ. ພາຍນອກແລ້ວ ພວກເຂົາເບິ່ງຄືວ່າເປັນຜູ້ປົກປ້ອງຄວາມຍຸຕິທຳ, ໂດຍມີສ່ວນຮ່ວມໃນສິ່ງທີ່ເບິ່ງຄືວ່າຖືກຕ້ອງ. ແຕ່ພຶດຕິກຳທີ່ຖືກຕ້ອງນີ້ເໝາະສົມກັບຄົນທີ່ຕິດຕາມພຣະເຈົ້າບໍ? ນີ້ແມ່ນຄວາມຮູ້ສຶກຍຸຕິທຳຂອງມະນຸດບໍ? (ບໍ່.) ແລ້ວແກ່ນແທ້ຂອງຄົນປະເພດນີ້ທີ່ຢູ່ເບື້ອງຫຼັງພຶດຕິກຳຂອງພວກເຂົາແມ່ນຫຍັງກັນແທ້? (ພວກເຂົາມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ຂອງມານຮ້າຍ.) ບຸກຄົນເຫຼົ່ານີ້ບໍ່ພຽງແຕ່ລົ້ມເຫຼວໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງເທົ່ານັ້ນ ແຕ່ສິ່ງທີ່ໜ້າອັບອາຍໄປກວ່ານັ້ນກໍຄື ພວກເຂົາສາມາດປອມຕົວເປັນຄົນຝ່າຍວິນຍານ, ມັກຈະໃຊ້ພຣະທຳຂອງພຣະເຈົ້າເພື່ອສັ່ງສອນຄົນອື່ນ, ດ້ວຍເຫດນີ້ຈຶ່ງເປັນການສ້າງພາບພົດທີ່ດີໃຫ້ຕົນເອງ ແລະ ໄດ້ຮັບການຊົມເຊີຍ. ພວກເຂົາເອງບໍ່ໄດ້ປະຕິບັດພຣະທຳຂອງພຣະເຈົ້າ, ທັງບໍ່ໄດ້ປະຕິບັດຕໍ່ພຣະທຳເຫຼົ່ານັ້ນວ່າເປັນຄວາມຈິງທີ່ຈະຕ້ອງປະສົບ ແລະ ຈັດຕັ້ງປະຕິບັດ. ແຕ່ພວກເຂົາມັກຈະບອກຄົນອື່ນຢ່າງເຂັ້ມງວດ ແລະ ຢ່າງຈິງຈັງວ່າ: “ພຣະເຈົ້າກ່າວວ່າ: ຫຼັງຈາກກິນເຂົ້າແລ້ວ ຈົ່ງເລຍຖ້ວຍຂອງເຈົ້າໃຫ້ສະອາດ; ມັນເປັນນິໄສທີ່ດີ ແລະ ເປັນການປະຢັດອາຫານ”. ໃນທຸກຄຳເວົ້າ ແລະ ທຸກປະໂຫຍກ ພວກເຂົາອ້າງຊື່ວ່າ “ພຣະເຈົ້າກ່າວວ່າ”, “ນີ້ຄືພຣະທຳຂອງພຣະເຈົ້າ” ຫຼື “ນີ້ຄືຄວາມຈິງ”, ແຕ່ພວກເຂົາເອງບໍ່ຍອມຮັບ ຫຼື ປະຕິບັດມັນເລີຍ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງສ້າງການຕັດສິນ ແລະ ການຕີຄວາມໝາຍທີ່ຄາດເຄືອນຕ່າງໆກ່ຽວກັບພຣະທຳຂອງພຣະເຈົ້າ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ.
ຫຼັງຈາກທີ່ຫາກໍວິເຄາະການສະແດງອອກຂອງຄົນສາມປະເພດນີ້ແລ້ວ, ປະເພດໃດຮ້າຍແຮງທີ່ສຸດ? (ປະເພດສຸດທ້າຍ.) ຄົນປະເພດນີ້ບໍ່ໄດ້ປະຕິບັດພຣະທຳຂອງພຣະເຈົ້າດ້ວຍຕົນເອງ ແລະ ເຕັມໄປດ້ວຍການຕໍ່ຕ້ານ ແລະ ການຕັດສິນຕ່າງໆຕໍ່ພຣະທຳຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພວກເຂົາໃຊ້ພຣະທຳຂອງພຣະເຈົ້າເພື່ອເຮັດໃຫ້ຄົນອື່ນຫຼົງຜິດ ແລະ ບັນລຸເປົ້າໝາຍຂອງພວກເຂົາເອງ. ຄົນແບບນີ້ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າຈະເປັນພຣະທຳຂອງພຣະເຈົ້າໃນດ້ານໃດກໍຕາມ, ເຖິງແມ່ນວ່າພຣະທຳເຫຼົ່ານີ້ຈະສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ ພວກເຂົາກໍບໍ່ໄດ້ຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ; ໂດຍສະເພາະຢ່າງຍິ່ງສຳລັບພຣະທຳເຫຼົ່ານັ້ນຂອງພຣະເຈົ້າທີ່ຂັດແຍ້ງກັບຄວາມຄິດຫຼົງຜິດຂອງມະນຸດ, ວັດທະນະທຳດັ້ງເດີມ ແລະ ປັດຊະຍາຢ່າງສິ້ນເຊີງ, ຜູ້ຕໍ່ຕ້ານພຣະຄຣິສຍິ່ງໃຫ້ຄວາມສຳຄັນກັບພຣະທຳເຫຼົ່ານີ້ໜ້ອຍລົງໄປອີກ. ເປັນຫຍັງພວກເຂົາຈຶ່ງເທດສະໜາພຣະທຳຂອງພຣະເຈົ້າ ຖ້າພວກເຂົາບໍ່ເຫັນວ່າພຣະທຳເຫຼົ່ານັ້ນສຳຄັນ? ພວກເຂົາຕ້ອງການໃຊ້ພຣະທຳຂອງພຣະເຈົ້າເພື່ອບັນລຸຈຸດປະສົງຂອງພວກເຂົາ. ຄົນທີ່ອັນຕະລາຍທີ່ສຸດໃນສາມປະເພດນີ້ກໍຄືປະເພດສຸດທ້າຍ. ແລ້ວປະເພດທຳອິດເດ? (ພວກເຂົາຟັງພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມພຣະທຳເຫຼົ່ານັ້ນ.) ພວກເຈົ້າຄິດວ່າຜູ້ທີ່ຟັງພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມພຣະທຳເຫຼົ່ານັ້ນລ້ວນແຕ່ເປັນຄົນບໍ່ມີສະໝອງບໍ? ພາຍນອກແລ້ວ ມັນເບິ່ງຄືວ່າໂງ່ຈ້າເລັກໜ້ອຍບໍທີ່ຈະເຊື່ອຟັງທຸກສິ່ງທີ່ພຣະເຈົ້າກ່າວ ແລະ ໃຫ້ຜູ້ຄົນເຮັດຢ່າງເຄັ່ງຄັດ? (ບໍ່.) ຜູ້ທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າແມ່ນຄົນທີ່ສະຫຼາດທີ່ສຸດ. ຄົນປະເພດທີສອງສຸມໃສ່ການກະທຳ; ພວກເຂົາບໍ່ໄດ້ປະຕິບັດຄວາມຈິງ ແຕ່ພຽງແຕ່ກະທຳຕາມຄວາມປະສົງຂອງພວກເຂົາເອງ ແລະ ອອກແຮງງານບາງຢ່າງ. ພວກເຂົາບໍ່ໄດ້ໃສ່ໃຈກັບຄວາມໝາຍ ຫຼື ຂໍ້ກຳນົດ ແລະ ມາດຕະຖານຂອງພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ພຣະສຸລະສຽງພາຍໃນຂອງພຣະອົງ ແລະ ພຽງແຕ່ສຸມໃສ່ການລົງມືເຮັດ. ພວກເຂົາຄິດວ່າ: “ພວກຂ້ານ້ອຍຮູ້ວ່າພຣະອົງມີເຈດຕະນາດີຕໍ່ພວກຂ້ານ້ອຍ. ທຸກສິ່ງທີ່ພຣະອົງກ່າວແມ່ນຖືກຕ້ອງ. ພວກຂ້ານ້ອຍຄວນອ່ອນນ້ອມ ແລະ ປະຕິບັດຕາມສິ່ງທີ່ພຣະອົງກ່າວ; ພຣະອົງພຽງແຕ່ສຸມໃສ່ການກ່າວ ແລະ ພວກຂ້ານ້ອຍທຸກຄົນຈະຟັງ”. ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ໄດ້ຈິງຈັງກັບສິ່ງທີ່ພຣະເຈົ້າກ່າວ ຫຼື ຂໍ້ກຳນົດທີ່ລະອຽດຖີ່ຖ້ວນທີ່ພຣະເຈົ້າມີຕໍ່ຜູ້ຄົນ. ພວກເຂົາພຽງແຕ່ກະທຳໄປໂດຍບໍ່ຄິດ. ການກະທຳໂດຍບໍ່ຄິດບາງຄັ້ງກໍສາມາດນຳໄປສູ່ການກະທຳທີ່ປ່າເຖື່ອນ ແລະ ເຮັດໂດຍບໍ່ເລືອກວິທີການ, ນຳໄປສູ່ການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ; ມັນສາມາດນຳໄປສູ່ການຕໍ່ຕ້ານພຣະເຈົ້າ. ການຕໍ່ຕ້ານພຣະເຈົ້າໃນລະດັບທີ່ຮຸນແຮງບາງຄັ້ງກໍກໍ່ໃຫ້ເກີດບັນຫາຢ່າງຫຼວງຫຼາຍ ແລະ ສິ່ງນີ້ກໍສາມາດນຳໄປສູ່ຄວາມພິນາດໄດ້. ນີ້ຄືຜົນສະທ້ອນທີ່ຮ້າຍແຮງທີ່ສຸດສຳລັບຜູ້ທີ່ບໍ່ໄລ່ຕາມຄວາມຈິງ ແລະ ບາງຄົນກໍສາມາດເຮັດໄດ້ເຖິງຂະໜາດນີ້. ຄົນປະເພດທີສາມ, ຜູ້ຕໍ່ຕ້ານພຣະຄຣິສ, ແມ່ນລູກສະໝຸນຜູ້ຈົງຮັກພັກດີຂອງຊາຕານ. ພວກເຂົາບໍ່ເຄີຍປະຕິບັດຄວາມຈິງ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. ເຖິງແມ່ນວ່າສິ່ງທີ່ເຈົ້າເວົ້າຈະຖືກຕ້ອງ ພວກເຂົາກໍຈະບໍ່ຟັງ, ຍິ່ງບໍ່ຕ້ອງເວົ້າເຖິງເມື່ອພວກເຂົາມີຄວາມຄິດຫຼົງຜິດຂອງພວກເຂົາເອງ. ພວກເຂົາເປັນສັດຕູໂຕສຳຄັນຂອງພຣະເຈົ້າ, ເປັນສັດຕູໂຕສຳຄັນຂອງຄວາມຈິງ. ພາຍນອກແລ້ວ ຄົນທີ່ເຈົ້າເລ່ ແລະ ຫຼິກລ່ຽງເກັ່ງທີ່ສຸດກໍເບິ່ງຄືວ່າເປັນຄົນເຫຼົ່ານີ້. ພວກເຂົາແຍກແຍະ ແລະ ກວດສອບທຸກສິ່ງ, ໂດຍຄົ້ນຄິດ ແລະ ພະຍາຍາມທຳຄວາມເຂົ້າໃຈທຸກເລື່ອງ. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ກວດສອບມາຫຼາຍແລ້ວ ພວກເຂົາກໍຈົບລົງດ້ວຍການກວດສອບພຣະເຈົ້າເອງ, ໂດຍສ້າງຄວາມຄິດຫຼົງຜິດ ແລະ ຄວາມຄິດເຫັນກ່ຽວກັບພຣະອົງຂຶ້ນມາ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ ຖ້າມັນບໍ່ຜ່ານການຕັດສິນຂອງພວກເຂົາເອງ ພວກເຂົາກໍຈະກ່າວໂທດມັນໂດຍບໍ່ມີຂໍ້ຍົກເວັ້ນ; ພວກເຂົາປະຕິເສດທີ່ຈະປະຕິບັດມັນ ຍ້ອນຢ້ານວ່າມັນອາດຈະເປັນຜົນເສຍຕໍ່ພວກເຂົາ. ໃນທາງກົງກັນຂ້າມ ຜູ້ທີ່ເບິ່ງຄືວ່າໂງ່ຈ້າຢູ່ພາຍນອກ, ຄືກັບວ່າພວກເຂົາຂາດຄວາມສະຫຼາດ, ກັບເຮັດຕາມທີ່ພຣະເຈົ້າກ່າວຢ່າງແທ້ຈິງ. ພວກເຂົາເບິ່ງຄືວ່າຮຽບງ່າຍ ແລະ ຊື່ສັດເປັນພິເສດ, ໂດຍແບ່ງປັນຢ່າງເປີດເຜີຍແມ່ນແຕ່ສິ່ງທີ່ບໍ່ຄວນແບ່ງປັນ, ເຖິງກັບລາຍງານສິ່ງທີ່ບໍ່ຈຳເປັນຕ້ອງລາຍງານ, ບາງຄັ້ງກໍເຖິງກັບສະແດງພຶດຕິກຳທີ່ຂ້ອນຂ້າງໃສຊື່. ສິ່ງນີ້ບົ່ງບອກເຖິງຫຍັງ? ມັນສະແດງໃຫ້ເຫັນວ່າຫົວໃຈຂອງຄົນແບບນີ້ເປີດຮັບພຣະເຈົ້າ, ບໍ່ໄດ້ປິດ ຫຼື ກີດກັ້ນຈາກພຣະອົງ. ໂດຍການໂອ້ລົມກ່ຽວກັບຕົວຢ່າງທີ່ງ່າຍດາຍນີ້, ຈຸດປະສົງກໍແມ່ນເພື່ອຊ່ວຍໃຫ້ພວກເຈົ້າເຂົ້າໃຈວ່າຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງກັນແທ້ ແລະ ທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະທຳຂອງພຣະເຈົ້າເປັນແນວໃດແທ້. ມັນແມ່ນເພື່ອຊ່ວຍໃຫ້ພວກເຈົ້າແຍກແຍະໄດ້ວ່າຄົນປະເພດໃດແທ້ທີ່ເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນປະເພດໃດທີ່ບໍ່ໄດ້ປະຕິບັດຄວາມຈິງແຕ່ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ມັນແມ່ນເພື່ອໃຫ້ມີການແຍກແຍະແບບນີ້. ເຮົາພຽງແຕ່ຍົກຕົວຢ່າງນີ້ຂຶ້ນມາແບບຜ່ານໆເພື່ອເຮັດໃຫ້ພວກເຈົ້າເຂົ້າໃຈຫົວຂໍ້ທີ່ພວກເຮົາກຳລັງໂອ້ລົມກັນໃນມື້ນີ້ໄດ້ງ່າຍຂຶ້ນ ແລະ ດີຂຶ້ນ. ມັນບໍ່ແມ່ນວ່າເຮົາກຳລັງຂໍໃຫ້ພວກເຈົ້າເລຍຖ້ວຍຂອງພວກເຈົ້າໃຫ້ສະອາດຫຼັງຈາກກິນເຂົ້າແທ້ໆ. ທັງເຮົາກໍບໍ່ໄດ້ກຳນົດວ່າການເລຍຖ້ວຍແມ່ນມີຄວາມໝາຍຄືກັນກັບການຖືກສຸຂະອະນາໄມ ຫຼື ການບໍ່ສິ້ນເປືອງອາຫານ. ພວກເຈົ້າບໍ່ຈຳເປັນຕ້ອງເຮັດແບບນີ້; ພວກເຈົ້າຕ້ອງບໍ່ເຂົ້າໃຈຜິດ.
ມື້ນີ້ ໄດ້ມີການໂອ້ລົມເພີ່ມເຕີມອີກໜຶ່ງຂໍ້ກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າ: ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນສິນຄ້າ. ເມື່ອເວົ້າເຖິງສິນຄ້າ ມັນກໍກ່ຽວຂ້ອງກັບການຂາຍ, ການຄ້າຂາຍ, ກຳໄລ ແລະ ເງິນ. ການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນສິນຄ້ານັ້ນເປັນສິ່ງທີ່ບໍ່ຄວນເຮັດຢ່າງເດັດຂາດ, ມັນເປັນບາບຢ່າງສິ້ນເຊີງ. ຍ້ອນຫຍັງ? ເມື່ອພວກເຮົາຫາກໍເລີ່ມຕົ້ນການເຕົ້າໂຮມ, ທຸກຄົນໄດ້ໂອ້ລົມຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງໃນພາສາຂອງພວກເຂົາເອງ, ໂດຍສະຫຼຸບດ້ວຍຄຳສັບທີ່ງ່າຍດາຍທີ່ສຸດ. ໂດຍລວມແລ້ວ ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ. ສຳລັບມະນຸດຊາດແລ້ວ ຄວາມຈິງແມ່ນສຳຄັນຢ່າງຍິ່ງ. ຄວາມຈິງສາມາດເປັນຊີວິດຂອງມະນຸດ, ມັນສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ເຮັດໃຫ້ພວກເຂົາຟື້ນຄືນຈາກຄວາມຕາຍໄດ້ ແລະ ເຮັດໃຫ້ຄົນໆໜຶ່ງກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ຄຸນຄ່າຂອງຄວາມຈິງຕໍ່ມະນຸດຊາດບໍ່ສາມາດວັດແທກໄດ້ດ້ວຍຄຳເວົ້າ, ວັດຖຸສິ່ງຂອງ ຫຼື ເງິນ. ມັນສົມຄວນໄດ້ຮັບການທະນຸຖະໜອມ ແລະ ເຫັນຄຸນຄ່າ ແລະ ມັນກໍຄຸ້ມຄ່າທີ່ຜູ້ຄົນຈະຖືເອົາມັນເປັນແນວທາງ, ທິດທາງ ແລະ ເປົ້າໝາຍສຳລັບການກະທຳ, ຄວາມປະພຶດ, ຊີວິດ ແລະ ການມີຢູ່ທັງໝົດຂອງພວກເຂົາ. ຜູ້ຄົນຄວນໄດ້ຮັບເສັ້ນທາງແຫ່ງການປະຕິບັດ ພ້ອມທັງເສັ້ນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ອື່ນໆຈາກຄວາມຈິງ. ສຳລັບຜູ້ຄົນແລ້ວ ຄວາມຈິງກໍເທົ່າກັບຊີວິດນັ້ນເອງ. ບໍ່ມີວັດຖຸສິ່ງຂອງ ຫຼື ຄວາມຮັ່ງມີໃດທີ່ສາມາດນຳມາກ່າວເຖິງໃນລະດັບດຽວກັນກັບຄວາມຈິງໄດ້. ໃນໂລກວັດຖຸນີ້ ຫຼື ໃນໂລກຈັກກະວານທັງໝົດ ບໍ່ມີສິ່ງໃດທີ່ສົມຄວນນຳມາປຽບທຽບກັບຄວາມຈິງ, ທັງບໍ່ມີສິ່ງໃດທີ່ສາມາດທຽບເທົ່າກັບມັນໄດ້. ຈາກສິ່ງນີ້ ມັນຈຶ່ງຊັດເຈນວ່າສຳລັບມະນຸດຊາດທີ່ຕ້ອງການຄວາມລອດພົ້ນແລ້ວ ຄວາມຈິງແມ່ນຊັບສົມບັດທີ່ລໍ້າຄ່າທີ່ສຸດ ແລະ ມັນກໍປະເມີນຄ່າບໍ່ໄດ້. ແຕ່ໜ້າປະຫຼາດໃຈທີ່ກັບມີບຸກຄົນທີ່ປະຕິບັດຕໍ່ສິ່ງທີ່ປະເມີນຄ່າບໍ່ໄດ້ແບບນີ້ວ່າເປັນສິນຄ້າເພື່ອຂາຍ ແລະ ຄ້າຂາຍເພື່ອກຳໄລ. ບຸກຄົນແບບນີ້ສາມາດຖືກກຳນົດລັກສະນະວ່າເປັນມານຮ້າຍ, ເປັນຊາຕານໄດ້ບໍ? ໄດ້ຢ່າງແນ່ນອນ! ໃນໂລກຝ່າຍວິນຍານ ບຸກຄົນແບບນີ້ແມ່ນມານຮ້າຍ ແລະ ຊາຕານ; ໃນທ່າມກາງຜູ້ຄົນ ພວກເຂົາແມ່ນຜູ້ຕໍ່ຕ້ານພຣະຄຣິສ.
ພວກເຮົາຫາກໍໄດ້ໂອ້ລົມກັນກ່ຽວກັບການສະແດງອອກບາງຢ່າງຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນສິນຄ້າສຳລັບຂາຍເພື່ອໃຫ້ໄດ້ຮັບຜົນປະໂຫຍດສ່ວນຕົວ. ແນ່ນອນວ່ານີ້ເປັນການກ່າວໃນຄວາມໝາຍໃດໜຶ່ງ ແລະ ບໍ່ໄດ້ກົງກັບຄວາມໝາຍຕາມຕົວອັກສອນຢ່າງສິ້ນເຊີງ, ມັນບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າພວກເຂົາກຳລັງປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນສິນຄ້າສຳລັບຂາຍ. ເຖິງຢ່າງໃດກໍຕາມ ໃນຄວາມເປັນຈິງແລ້ວ ເມື່ອຕັດສິນຈາກພຶດຕິກຳ, ວິທີການ ແລະ ແມ່ນແຕ່ແກ່ນແທ້ຂອງພວກເຂົາແລ້ວ ພວກເຂົາກໍໄດ້ປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນສິນຄ້າ, ວ່າເປັນວັດຖຸສິ່ງຂອງທີ່ຈະຄອບຄອງແລ້ວ ຫຼື ດ້ວຍຄວາມແນ່ນອນທີ່ສຸດ. ເມື່ອໄດ້ຄອບຄອງແລ້ວ ພວກເຂົາກໍປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນສິນຄ້າໃນຮ້ານນ້ອຍໆຂອງພວກເຂົາ, ໂດຍຂາຍມັນໃນຊ່ວງເວລາທີ່ເໝາະສົມໃຫ້ກັບໃຜກໍຕາມທີ່ຕ້ອງການ ແລະ ຫາກຳໄລຈາກມັນ. ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບຜົນປະໂຫຍດຫຍັງຈາກສິ່ງນີ້? ສິ່ງເຫຼົ່ານີ້ລວມມີຊື່ສຽງຂອງພວກເຂົາ, ການຍົກຍ້ອງ ແລະ ການບູຊາຈາກຄົນອື່ນ, ສາຍຕາທີ່ຊື່ນຊົມທີ່ຫຼຽມມາຫາພວກເຂົາ ແລະ ການປົກປ້ອງທີ່ຄົນອື່ນມອບໃຫ້ ເຊັ່ນ: ການປົກປ້ອງສະຖານະ ແລະ ໜ້າຕາຂອງພວກເຂົາ. ເຖິງແມ່ນວ່າເມື່ອພວກເຂົາຖືກປົດອອກ ແລະ ຖືກກຳຈັດອອກແລ້ວ, ຄົນອື່ນກໍຍັງຈະເວົ້າແທນ ແລະ ປົກປ້ອງພວກເຂົາ. ນີ້ຄືຜົນປະໂຫຍດທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບຈາກພຣະທຳຂອງພຣະເຈົ້າ. ຜົນປະໂຫຍດເຫຼົ່ານີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການ ແລະ ໄລ່ຕາມຢ່າງແນ່ນອນ, ເປັນສິ່ງທີ່ພວກເຂົາໄດ້ວາງແຜນໄວ້ໃນໃຈມາດົນນານແລ້ວ. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ການກະທຳ ແລະ ພຶດຕິກຳຂອງພວກເຂົາຖືກຂັບເຄື່ອນ ແລະ ຖືກຄອບງຳໂດຍທຳມະຊາດຂອງພວກເຂົາ ແລະ ຈາກການສະແດງອອກເຫຼົ່ານີ້ ກໍສາມາດເບິ່ງເຫັນໄດ້ເຖິງທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.
2.) ການຂາຍໜັງສືພຣະທຳຂອງພຣະເຈົ້າເພື່ອຜົນປະໂຫຍດສ່ວນຕົວ
ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບດ້ານທີສອງ, ເຊິ່ງແມ່ນພຶດຕິກຳ ແລະ ວິທີການທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ. ວິທີການນີ້ກ່ຽວຂ້ອງກັບຜູ້ຕໍ່ຕ້ານພຣະຄຣິສປະເພດນີ້ທີ່ປະຕິບັດຕໍ່ໜັງສືພຣະທຳຂອງພຣະເຈົ້າປະເພດຕ່າງໆຄືກັບເປັນສິນຄ້າ. ເມື່ອພວກເຂົາໄດ້ຮັບໜັງສືພຣະທຳຂອງພຣະເຈົ້າເຫຼົ່ານີ້, ພວກເຂົາເຊື່ອວ່າພວກເຂົາໄດ້ຮັບທຶນເພື່ອຫາເງິນ, ໂດຍມີຊັບສິນທີ່ຈຳເປັນໃນການເຮັດເຊັ່ນນັ້ນ. ໜັງສືເຫຼົ່ານີ້ທີ່ພິມດ້ວຍພຣະທຳຂອງພຣະເຈົ້າໄດ້ກາຍເປັນຊັບສິນຂອງພວກເຂົາ, ເປັນສິນຄ້າທີ່ພວກເຂົາຕັ້ງໃຈຈະຂາຍ ແລະ ເປັນວັດຖຸທີ່ພວກເຂົາໃຊ້ເພື່ອຫາຜົນກຳໄລເກີນຄວນ. ຜູ້ຕໍ່ຕ້ານພຣະຄຣິສກັກໜັງສືເຫຼົ່ານີ້ໄວ້, ບໍ່ແຈກຢາຍພວກມັນຕາມຫຼັກການທີ່ເຮືອນຂອງພຣະເຈົ້າຮຽກຮ້ອງ ແຕ່ພັດສະແຫວງຫາຜົນກຳໄລຢ່າງບໍ່ເໝາະສົມໂດຍອີງໃສ່ເຈດຕະນາຂອງພວກເຂົາເອງ. ຫຼັກການໃນການແຈກຢາຍໜັງສືໃນເຮືອນຂອງພຣະເຈົ້າແມ່ນຫຍັງ? ມັນຄືການແຈກຢາຍໜັງສືເຫຼົ່ານັ້ນໃຫ້ກັບທຸກຄົນທີ່ຮັກໃນການອ່ານພຣະທຳຂອງພຣະເຈົ້າ ແລະ ຜູ້ທີ່ຫິວກະຫາຍຄວາມຈິງ ແລະ ເຮັດເຊັ່ນນັ້ນໂດຍບໍ່ເສຍຄ່າ. ບໍ່ວ່າຈະມີຄົນໄດ້ຮັບໜັງສືເຫຼົ່ານັ້ນຫຼາຍສໍ່າໃດ ຫຼື ມີການແຈກຢາຍໜັງສືຫຼາຍສໍ່າໃດກໍຕາມ, ກໍແມ່ນໂດຍບໍ່ເສຍຄ່າຢູ່ສະເໝີ. ເມື່ອເຊື່ອໃນພຣະເຈົ້າໃນສາສະໜາຄຣິສ, ພຣະຄຳພີໄບເບິນບໍ່ໄດ້ແຈກຟຣີ; ມັນຕ້ອງຖືກຊື້ມາ. ແຕ່ຕອນນີ້, ພຣະທຳເຫຼົ່ານີ້ຂອງພຣະເຈົ້າ ແລະ ໜັງສືເຫຼົ່ານີ້ຖືກແຈກຢາຍໂດຍບໍ່ເສຍຄ່າໂດຍເຮືອນຂອງພຣະເຈົ້າ, ເຊິ່ງເປັນຈຸດສຳຄັນ. ເຖິງຢ່າງໃດກໍຕາມ, ບັນຫາເກີດຂຶ້ນເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບໜັງສືເຫຼົ່ານີ້ ແລະ ລົ້ມເຫຼວທີ່ຈະແຈກຢາຍພວກມັນໂດຍບໍ່ເສຍຄ່າຕາມຫຼັກການ. ພາຍໃຕ້ສະຖານະການປົກກະຕິ, ຜູ້ທີ່ມີຫົວໃຈທີ່ຢຳເກງພຣະເຈົ້າເລັກນ້ອຍກໍຈະແຈກຢາຍໜັງສືເຫຼົ່ານີ້ໂດຍບໍ່ເສຍຄ່າຕາມຫຼັກການ, ໂດຍບໍ່ເກັບເງິນ ຫຼື ສະແຫວງຫາຜົນກຳໄລເກີນຄວນຢ່າງບໍ່ເໝາະສົມ. ເຖິງຢ່າງໃດກໍຕາມ, ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ເມື່ອໄດ້ຮັບໜັງສືເຫຼົ່ານີ້ແລ້ວ ກໍຄິດວ່າໂອກາດທາງທຸລະກິດໄດ້ມາຮອດແລ້ວ. ດ້ວຍເຫດນັ້ນ ຄວາມທະເຍີທະຍານ ແລະ ຄວາມໂລບຂອງພວກເຂົາຈຶ່ງປາກົດຂຶ້ນ: “ການແຈກຢາຍໜັງສືທີ່ໜາ ແລະ ດີແບບນີ້ໂດຍບໍ່ເສຍຄ່າ, ມັນບໍ່ແມ່ນການຫຼຸບທຶນບໍ? ມັນບໍ່ໂງ່ບໍທີ່ບໍ່ຫາເງິນຈາກພວກມັນ? ຍິ່ງໄປກວ່ານັ້ນ, ໜັງສືເຫຼົ່ານີ້ບໍ່ສາມາດຫາຊື້ໄດ້ຈາກບ່ອນອື່ນ ແລະ ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າກໍຢາກຈະອ່ານພວກມັນ, ບໍ່ວ່າຈະຕ້ອງຈ່າຍເທົ່າໃດກໍຕາມ”. ເມື່ອພວກເຂົາຮັບຮູ້ວ່າຜູ້ຄົນມີຄວາມຄິດແບບນີ້, ຜູ້ຕໍ່ຕ້ານພຣະຄຣິສກໍເລີ່ມເກີດມີຄວາມຄິດບາງຢ່າງຂຶ້ນມາ: “ຂ້ອຍບໍ່ສາມາດພາດໂອກາດນີ້ໃນການຫາເງິນ; ໂອກາດແບບນີ້ຫາໄດ້ຍາກ. ເມື່ອແຈກຢາຍໜັງສື, ຂ້ອຍຄວນແບ່ງຄົນອອກເປັນລະດັບ, ເກັບເງິນຫຼາຍຂຶ້ນຈາກຄົນລວຍ, ເກັບລາຄາປານກາງຈາກຄົນທົ່ວໄປ, ເກັບໜ້ອຍລົງຈາກຄົນທຸກຍາກ ຫຼື ບໍ່ແຈກຢາຍໃຫ້ພວກເຂົາເລີຍ, ໃຫ້ສ່ວນຫຼຸດແກ່ຜູ້ທີ່ປະຈົບປະແຈງຂ້ອຍ ແລະ ເກັບເງິນຫຼາຍຂຶ້ນຈາກຜູ້ທີ່ບໍ່ລົງຮອຍກັບຂ້ອຍ”. ສິ່ງນີ້ສອດຄ່ອງກັບກົດລະບຽບຂອງເຮືອນຂອງພຣະເຈົ້າສຳລັບການແຈກຢາຍໜັງສືບໍ? (ບໍ່.) ນີ້ຄືການເຮັດທຸລະກິດ. ຜູ້ຕໍ່ຕ້ານພຣະຄຣິສເກີດມີແນວຄິດແບບນີ້; ປ່ອຍເລື່ອງທີ່ວ່າພວກເຂົາແຈກຢາຍໜັງສືຕາມກົດລະບຽບ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າ ຫຼື ບໍ່ນັ້ນໄວ້ກ່ອນ, ກ່ອນອື່ນ ໃຫ້ພວກເຮົາເວົ້າກ່ຽວກັບວິທີທີ່ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າ. ເມື່ອໜັງສືພຣະທຳຂອງພຣະເຈົ້າຢູ່ໃນມືຂອງພວກເຂົາແລ້ວ, ພວກເຂົາເຫັນຄຸນຄ່າຂອງພວກມັນບໍ? (ບໍ່ເຫັນ.) ພວກເຂົາບໍ່ສົນໃຈເສັ້ນທາງແຫ່ງຊີວິດ ຫຼື ຄວາມຈິງທີ່ກ່າວເຖິງໃນພຣະທຳຂອງພຣະເຈົ້າ; ພວກເຂົາບໍ່ເຫັນຄຸນຄ່າຂອງພວກມັນ ແລະ ບໍ່ມີຄວາມຢາກຮູ້ຢາກເຫັນກ່ຽວກັບພວກມັນແມ່ນແຕ່ໜ້ອຍດຽວ. ພວກເຂົາພຽງແຕ່ອ່ານຜ່ານໜັງສືຢ່າງຜິວເຜີນ, ເປີດເບິ່ງ ແລະ ເຫຼືອບເບິ່ງໜ້າເຈ້ຍຢ່າງບໍ່ໃສ່ໃຈ: “ມັນພຽງແຕ່ເວົ້າກ່ຽວກັບວິທີທີ່ພຣະເຈົ້າປະຕິບັດພາລະກິດແຫ່ງການພິພາກສາ, ວິທີທີ່ພຣະອົງເອົາຊະນະຄົນກຸ່ມໜຶ່ງ ແລະ ວິທີທີ່ພຣະອົງມອບຈຸດໝາຍປາຍທາງທີ່ດີໃຫ້ກັບຜູ້ຄົນ. ສຳລັບອະນາຄົດຂອງມະນຸດຊາດແມ່ນບໍ່ມີລາຍລະອຽດເຫຼົ່ານີ້ຢູ່ໃນປື້ມນັ້ນ, ສະນັ້ນ ໜັງສືເຫຼັ້ມນີ້ຈຶ່ງບໍ່ໜ້າສົນໃຈປານໃດ. ເຖິງແມ່ນວ່າໜັງສືຈະບໍ່ໜ້າສົນໃຈປານໃດ, ແຕ່ຫຼາຍຄົນກໍເຕັມໃຈທີ່ຈະອ່ານມັນ. ນີ້ເປັນສິ່ງທີ່ດີ; ຂ້ອຍສາມາດຫາຜົນກຳໄລຈາກມັນໄດ້”. ເມື່ອໜັງສືພຣະທຳຂອງພຣະເຈົ້າຕົກຢູ່ໃນມືຂອງພວກເຂົາ, ພວກມັນກໍກາຍເປັນສິນຄ້າ, ເຊິ່ງໝາຍຄວາມວ່າຫຼາຍຄົນ, ຢ່າງໜ້ອຍກໍຄົນສ່ວນໜຶ່ງ, ຈະຕ້ອງໃຊ້ເງິນເພື່ອຊື້ໜັງສືເຫຼົ່ານີ້. ພາຍໃຕ້ສາກບັງໜ້າຂອງການເຊື່ອໃນພຣະເຈົ້າ, ການເຮັດວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການຮັບຜິດຊອບໃນການແຈກຢາຍໜັງສືພຣະທຳຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສໄດ້ສອດແຊກເຂົ້າມາ ແລະ ປ່ຽນການແຈກຢາຍໜັງສືເຫຼົ່ານີ້ໂດຍບໍ່ເສຍຄ່າຂອງເຮືອນຂອງພຣະເຈົ້າໃຫ້ກາຍເປັນການເຮັດທຸລະກຳ, ກາຍເປັນການຊື້ ແລະ ການຂາຍ. ສຳລັບພຣະເຈົ້າແລ້ວ, ພຣະທຳທີ່ພຣະອົງກ່າວອອກມາແມ່ນຖືກສະໜອງໃຫ້ໂດຍບໍ່ຄິດຄ່າແກ່ທຸກຄົນທີ່ຕັ້ງໃຈຟັງພຣະທຳຂອງພຣະອົງ; ພວກມັນບໍ່ເສຍຄ່າ, ບໍ່ຕ້ອງການໃຫ້ແລກປ່ຽນກັບສິ່ງໃດເລີຍ. ສິ່ງທີ່ຮຽກຮ້ອງຈາກຜູ້ຄົນກໍມີພຽງແຕ່ໃຫ້ຍອມຮັບ, ປະຕິບັດ ແລະ ປະສົບ, ເພື່ອບັນລຸການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ກາຍເປັນຄົນທີ່ຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ເທົ່ານີ້ພຣະເຈົ້າກໍພໍໃຈແລ້ວ, ເປົ້າໝາຍຂອງພຣະອົງກໍສຳເລັດ ແລະ ພຣະທຳຂອງພຣະອົງກໍບໍ່ໄດ້ຖືກກ່າວອອກມາຢ່າງສູນເປົ່າ. ພຣະອົງພົບຄວາມປອບໂຍນໃນສິ່ງນີ້. ນີ້ຄືຄວາມປາຖະໜາຂອງພຣະເຈົ້າ ແລະ ຍັງເປັນເປົ້າໝາຍຂອງວຽກງານຄຸ້ມຄອງຫົກພັນປີຂອງພຣະອົງທີ່ດຳເນີນການກັບມະນຸດ, ເຊິ່ງເປັນຄວາມປາຖະໜາທີ່ງົດງາມທີ່ສຸດຂອງພຣະຜູ້ສ້າງທີ່ມີຕໍ່ສິ່ງທີ່ຖືກສ້າງ. ພຣະເຈົ້າສະໜອງພຣະທຳຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ເຈດຕະນາຂອງພຣະອົງໂດຍບໍ່ຄິດຄ່າ ແລະ ຢ່າງຕໍ່ເນື່ອງໃຫ້ກັບຜູ້ທີ່ຕິດຕາມພຣະອົງ. ນີ້ຊ່າງເປັນການກະທຳທີ່ສະອາດ, ບໍລິສຸດ, ເປັນການກະທຳທີ່ຍິ່ງໃຫຍ່ແທ້ໆ; ບໍ່ມີການເຮັດທຸລະກຳໃດໆເຂົ້າມາກ່ຽວຂ້ອງຢູ່ບ່ອນນີ້. ສຳລັບທຸກຄົນທີ່ຕັ້ງໃຈຟັງ ແລະ ປາຖະໜາພຣະທຳຂອງພຣະເຈົ້າ, ທຸກປະໂຫຍກທີ່ພຣະເຈົ້າກ່າວແມ່ນປະເມີນຄ່າບໍ່ໄດ້. ຜູ້ຄົນໄດ້ຮັບຄວາມຈິງ ແລະ ພຣະທຳຂອງພຣະອົງຈາກພຣະເຈົ້າໂດຍບໍ່ເສຍຄ່າ ແລະ ເລິກລົງໄປໃນຫົວໃຈຂອງພວກເຂົາ, ສິ່ງທີ່ພວກເຂົາຕ້ອງການເຮັດເພື່ອພຣະເຈົ້າກໍຄືການຕອບແທນພຣະອົງ, ປະຕິບັດຕາມເຈດຕະນາຂອງພຣະອົງ ແລະ ເຮັດໃຫ້ພຣະອົງຮູ້ສຶກໄດ້ຮັບການປອບໂຍນ, ເພື່ອໃຫ້ພາລະກິດອັນຍິ່ງໃຫຍ່ຂອງພຣະອົງສາມາດສຳເລັດລົງໃນໄວໆນີ້. ນີ້ຄືຄວາມເຂົ້າໃຈກັນໂດຍປະລິຍາຍ ເຊິ່ງຄວນມີຢູ່ລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດທີ່ຖືກສ້າງ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສພັດປ່ຽນເລື່ອງນີ້ໃຫ້ກາຍເປັນການເຮັດທຸລະກຳ. ພວກເຂົາສວຍໂອກາດຈາກການທີ່ພຣະເຈົ້າກ່າວພຣະທຳ ແລະ ການປະຕິບັດພາລະກິດ ພ້ອມທັງຄວາມຕ້ອງການຂອງຜູ້ຄົນສຳລັບການສະໜອງພຣະທຳຂອງພຣະເຈົ້າ, ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ, ໂດຍໄດ້ຮັບເງິນ ແລະ ຜົນປະໂຫຍດທີ່ພວກເຂົາບໍ່ສົມຄວນໄດ້ຮັບ. ພຶດຕິກຳແບບນີ້ບໍ່ເຮັດໃຫ້ຄົນໆໜຶ່ງສົມຄວນຖືກສາບແຊ່ງບໍ? ຈາກພຣະຄຳຂໍ້ໃດຂອງພຣະເຈົ້າທີ່ເຈົ້າເຄີຍເຫັນ ຫຼື ໄດ້ຍິນວ່າ ພຣະເຈົ້າກ່າວກັບມະນຸດຊາດເພື່ອເປັນການແລກປ່ຽນກັບການຕອບແທນ? ປະໂຫຍກໜຶ່ງລາຄາເທົ່າໃດ, ຂໍ້ຄວາມໜຶ່ງ, ບົດເທດສະໜາໜຶ່ງ, ໜັງສືເຫຼັ້ມໜຶ່ງ ຫຼື ການລິຮານຄັ້ງໜຶ່ງ ຫຼື ການພິພາກສາ ແລະ ການລົງທັນ ຫຼື ການຫຼໍ່ຫຼອມ ຫຼື ການສະໜອງຊີວິດລາຄາເທົ່າໃດ? ພຣະເຈົ້າເຄີຍກ່າວພຣະທຳແບບນັ້ນບໍ? (ບໍ່ເຄີຍ.) ພຣະເຈົ້າບໍ່ເຄີຍກ່າວສິ່ງເຫຼົ່ານັ້ນເລີຍ. ທຸກປະໂຫຍກ, ທຸກຂໍ້ຄວາມ ແລະ ທຸກບົດທີ່ພຣະເຈົ້າກ່າວອອກມາ, ທຸກຄັ້ງຂອງການຖືກລິຮານ, ການຖືກລົງທັນ ແລະ ການຖືກພິພາກສາ ແລະ ການຖືກທົດສອບ ແລະ ການຖືກຫຼໍ່ຫຼອມທີ່ຜູ້ຄົນໄດ້ຮັບຈາກພຣະເຈົ້າ ພ້ອມທັງການສະໜອງ ແລະ ການຫຼໍ່ລ້ຽງຈາກພຣະທຳຂອງພຣະເຈົ້າ ແລະ ອື່ນໆ, ທັງໝົດນີ້, ມີສິ່ງໃດແດ່ທີ່ສາມາດວັດແທກໄດ້ດ້ວຍເງິນ? ມີສິ່ງໃດແດ່ທີ່ມະນຸດສາມາດໄດ້ຮັບມາເພື່ອແລກກັບເງິນ ຫຼື ວັດຖຸສິ່ງຂອງ ຫຼື ໂດຍການຈ່າຍລາຄາທາງເນື້ອໜັງໄດ້? ບໍ່ມີເລີຍ. ທຸກສິ່ງທີ່ພຣະເຈົ້າເຮັດ, ຄວາມຈິງທັງໝົດທີ່ພຣະເຈົ້າສະແດງອອກ, ລ້ວນແຕ່ປະເມີນຄ່າບໍ່ໄດ້. ເປັນເພາະວ່າພວກມັນປະເມີນຄ່າບໍ່ໄດ້ຢ່າງແນ່ນອນ, ເພາະວ່າບໍ່ມີໃຜສາມາດໃຊ້ເງິນ ຫຼື ວັດຖຸສິ່ງຂອງໃດໆເພື່ອແລກກັບການຄອບຄອງ ແລະ ສິ່ງທີ່ພຣະເຈົ້າເປັນໄດ້, ພຣະເຈົ້າຈຶ່ງກ່າວວ່າ ພຣະອົງສະໜອງພຣະທຳຂອງພຣະອົງໃຫ້ກັບຜູ້ຄົນໂດຍບໍ່ຄິດຄ່າ. ແຕ່ເຖິງຢ່າງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສາມາດເບິ່ງເຫັນທຳມະຊາດທີ່ປະເມີນຄ່າບໍ່ໄດ້ ແລະ ລ້ຳຄ່າຂອງຄວາມຈິງ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນ ເຊິ່ງພຣະອົງສະແດງອອກມາ; ກົງກັນຂ້າມ, ພວກເຂົາພັດສະແຫວງຫາທີ່ຈະໄດ້ຮັບຜົນກຳໄລເກີນຄວນຈາກພວກມັນຢ່າງບໍ່ເໝາະສົມ, ເຊິ່ງເປັນສິ່ງທີ່ໜ້າອັບອາຍຢ່າງຍິ່ງ!
ຜູ້ຕໍ່ຕ້ານພຣະຄຣິສບາງຄົນ, ເພື່ອທໍລະມານຜູ້ຄົນ, ເພື່ອສ້າງຊື່ສຽງ ແລະ ກຽດຕິຍົດຂອງພວກເຂົາເອງ ແລະ ເພື່ອເຮັດໃຫ້ຄົນອື່ນຮູ້ສຶກເຖິງຄວາມໜ້າຢ້ານກົວ ແລະ ອຳນາດຂອງພວກເຂົາ, ພວກເຂົາຈຶ່ງກັກພຣະທຳຂອງພຣະເຈົ້າໄວ້, ໂດຍບໍ່ແຈກຢາຍພຣະທຳເຫຼົ່ານັ້ນໃຫ້ກັບອ້າຍເອື້ອຍນ້ອງທີ່ຢູ່ພາຍໃຕ້ພວກເຂົາ. ດ້ວຍເຫດນີ້, ໃນບາງຄຣິສຕະຈັກທີ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກຳອຳນາດ, ອ້າຍເອື້ອຍນ້ອງຈຶ່ງພົບວ່າຕົນເອງບໍ່ມີພຣະທຳຂອງພຣະເຈົ້າໃຫ້ອ່ານ ຫຼື ບໍ່ມີບົດເທດສະໜາຂອງພຣະເຈົ້າໃຫ້ຟັງ. ຄົນແບບນີ້ບໍ່ສົມຄວນຖືກສາບແຊ່ງບໍ? ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນຫຍັງ? ຄືກັບເປັນຊັບສິນສ່ວນຕົວຂອງພວກເຂົາ. ພຣະທຳຂອງພຣະເຈົ້າຖືກມອບໃຫ້ໂດຍພຣະເຈົ້າແກ່ຜູ້ທີ່ເຊື່ອ ແລະ ຕິດຕາມພຣະເຈົ້າຢ່າງຈິງໃຈ; ພວກມັນບໍ່ໄດ້ຖືກປະທານໃຫ້ພຽງແຕ່ບຸກຄົນໃດບຸກຄົນໜຶ່ງ ແລະ ແນ່ນອນວ່າພວກມັນບໍ່ແມ່ນຊັບສິນສ່ວນຕົວຂອງບຸກຄົນໃດໜຶ່ງ. ພຣະທຳຂອງພຣະເຈົ້າຖືກກ່າວຕໍ່ມະນຸດຊາດທັງປວງ ແລະ ບໍ່ມີໃຜສາມາດກັກການກ່າວຂອງພຣະເຈົ້າໄວ້ໄດ້ດ້ວຍເຫດຜົນ ຫຼື ຂໍ້ອ້າງໃດໆ. ແຕ່ເຖິງຢ່າງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍຮັບບົດບາດແບບນັ້ນຢ່າງແນ່ນອນ, ໂດຍແຫກກົດເພື່ອເຮັດສິ່ງນີ້. ຜູ້ຕໍ່ຕ້ານພຣະຄຣິສບາງຄົນ, ຫຼັງຈາກທີ່ໄດ້ຮັບການບັນທຶກສຽງບົດເທດສະໜາຫຼ້າສຸດແລ້ວ, ພວກເຂົາກໍຟັງກ່ອນ ແລະ ເມື່ອຄົ້ນພົບຄວາມຮູ້ແຈ້ງໃໝ່ບາງຢ່າງ ແລະ ພົບວ່າມີເນື້ອໃນບາງຢ່າງທີ່ພວກເຂົາບໍ່ເຄີຍຮູ້ມາກ່ອນ, ພວກເຂົາກໍຕັດສິນໃຈທີ່ຈະບໍ່ແຈກຢາຍບົດເທດສະໜາຊຸດນີ້ໃຫ້ກັບຜູ້ທີ່ຢູ່ພາຍໃຕ້ການດູແລຂອງພວກເຂົາ. ໂດຍທີ່ບໍ່ມີໃຜຮູ້, ພວກເຂົາໄດ້ກັກການບັນທຶກສຽງບົດເທດສະໜາໄວ້. ຈຸດປະສົງຂອງການກັກໄວ້ແມ່ນຫຍັງ? ຈຸດປະສົງກໍຄືເພື່ອໂອ້ອວດໃນລະຫວ່າງການເຕົ້າໂຮມ, ເຊິ່ງເທົ່າກັບການຄ້າຂາຍນັ້ນເອງ. ຜ່ານການກະທຳແຫ່ງການໂອ້ອວດນີ້, ເມື່ອຜູ້ຄົນທີ່ຢູ່ພາຍໃຕ້ພວກເຂົາໄດ້ຍິນເນື້ອໃນທີ່ພວກເຂົາບໍ່ເຄີຍໄດ້ຍິນມາກ່ອນ, ເຊິ່ງລ້ວນແຕ່ເປັນສິ່ງໃໝ່, ພວກເຂົາກໍຈະຍົກຍ້ອງຜູ້ຕໍ່ຕ້ານພຣະຄຣິສຢ່າງສູງ ແລະ ດ້ວຍວິທີນີ້ ເປົ້າໝາຍຂອງຜູ້ຕໍ່ຕ້ານພຣະຄຣິສກໍສຳເລັດຜົນ. ປະຕິເສດບໍ່ໄດ້ເລີຍວ່າໃນຄຣິສຕະຈັກທຸກແຫ່ງຫົນ, ມີບາງຄົນທີ່ບໍ່ແຈກຢາຍບົດເທດສະໜາການໂອ້ລົມ ຫຼື ການບັນທຶກສຽງຢ່າງທັນເວລາ ຫຼື ຢ່າງຄົບຖ້ວນຢ່າງແນ່ນອນ; ບຸກຄົນດັ່ງກ່າວມີຢູ່ຈິງຢ່າງແນ່ນອນ. ຍິ່ງໄປກວ່ານັ້ນ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນແຈກຢາຍໜັງສືພຣະທຳຂອງພຣະເຈົ້າໂດຍອີງໃສ່ທັດສະນະຄະຕິທີ່ຜູ້ຄົນມີຕໍ່ພວກເຂົາ, ໂດຍມອບໃຫ້ກັບຜູ້ທີ່ເຂົ້າຫາ ຫຼື ປະຈົບປະແຈງພວກເຂົາ. ເຖິງແມ່ນວ່າໜັງສືຈະບໍ່ເສຍຄ່າ, ແຕ່ກໍບໍ່ແມ່ນທຸກຄົນທີ່ຈະໄດ້ຮັບພວກມັນຢ່າງງ່າຍດາຍ; ຫຼັກການຂອງການແຈກຢາຍໂດຍບໍ່ເສຍຄ່າ ແລະ ທັນເວລາຖືກທຳລາຍລົງໃນມືຂອງຜູ້ຕໍ່ຕ້ານພຣະຄຣິສ, ໂດຍຂຶ້ນຢູ່ກັບເງື່ອນໄຂທີ່ແຕກຕ່າງກັນ. ພວກເຂົາອາດຈະມອບໜັງສືໃຫ້ກັບຜູ້ທີ່ຢູ່ຝ່າຍພວກເຂົາ ຫຼື ຜູ້ທີ່ເຊື່ອຟັງພວກເຂົາຢ່າງບໍ່ເຕັມໃຈ, ແຕ່ກໍບໍ່ຈຳເປັນຕ້ອງທັນເວລາສະເໝີໄປ; ສຳລັບຜູ້ທີ່ບໍ່ເຫັນດີກັບມຸມມອງຂອງພວກເຂົາ ຫຼື ເຖິງຂັ້ນຕໍ່ຕ້ານພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສອາດຈະມອບໜັງສືໃຫ້ພວກເຂົາຢ່າງເລືອກປະຕິບັດ ຫຼື ເຖິງຂັ້ນບໍ່ມອບໃຫ້ເລີຍ. ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ສະແຫວງຫາທີ່ຈະໄດ້ຮັບຜົນກຳໄລເກີນຄວນຢ່າງບໍ່ເໝາະສົມໃນການແຈກຢາຍໜັງສືພຣະທຳຂອງພຣະເຈົ້າເທົ່ານັ້ນ, ແຕ່ຍັງໃຊ້ມັນເປັນວິທີການໜຶ່ງເພື່ອດຶງດູດເອົາຜູ້ຄົນ, ເອົາຊະນະໃຈຜູ້ຄົນ ພ້ອມທັງເພື່ອປາບປາມ ແລະ ທໍລະມານຄົນອື່ນອີກດ້ວຍ, ພວກເຂົາສາມາດເຮັດຜິດໄດ້ທຸກຮູບແບບ. ພວກເຂົາເຖິງຂັ້ນສາມາດຂົ່ມຂູ່ຜູ້ຄົນ, ໂດຍເວົ້າວ່າ ຖ້າຄົນໃດໜຶ່ງເວົ້າບໍ່ດີກ່ຽວກັບພວກເຂົາ, ບໍ່ເລືອກຕັ້ງພວກເຂົາ ຫຼື ລົງຄະແນນສຽງຄັດຄ້ານພວກເຂົາ, ພວກເຂົາກໍອາດຈະກັກພຣະທຳຂອງພຣະເຈົ້າໄວ້ເພື່ອເປັນວິທີການທໍລະມານຄົນໆນັ້ນ. ສະນັ້ນ, ບາງຄົນ, ຍ້ອນຄວາມຢ້ານກົວທີ່ຈະບໍ່ໄດ້ຮັບໜັງສືພຣະທຳຂອງພຣະເຈົ້າ ຫຼື ການບັນທຶກສຽງບົດເທດສະໜາຢ່າງທັນເວລາ, ຈຶ່ງຢ້ານກົວຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຄວາມຊົ່ວ ແລະ ພວກເຂົາເອງກໍໄດ້ຮັບການປະຕິບັດທີ່ບໍ່ຍຸຕິທຳ, ພວກເຂົາກໍບໍ່ກ້າລາຍງານຜູ້ຕໍ່ຕ້ານພຣະຄຣິສ, ຍ້ອນຢ້ານວ່າຈະຖືກຜູ້ຕໍ່ຕ້ານພຣະຄຣິສກົດຂີ່ ແລະ ທໍລະມານ, ຂາດການຕິດຕໍ່ກັບເບື້ອງເທິງ ແລະ ພາດການຫົດນ້ຳ ແລະ ການສະໜອງຈາກເບື້ອງເທິງ. ມີຄົນແບບນີ້ບໍ? ມີຢ່າງແນ່ນອນ, ໜຶ່ງຮ້ອຍເປີເຊັນ. ຜູ້ຕໍ່ຕ້ານພຣະຄຣິສມີສ່ວນຮ່ວມໃນການກະທຳທີ່ບໍ່ດີທຸກຮູບແບບ; ພວກເຂົາບໍ່ພຽງແຕ່ຕໍ່ສູ້ເພື່ອອຳນາດ ແລະ ຜົນປະໂຫຍດ, ສ້າງພັກສ້າງພວກ ແລະ ສ້າງອານາຈັກເອກະລາດຂອງພວກເຂົາເອງເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ມີຂໍ້ຍົກເວັ້ນເມື່ອເວົ້າເຖິງການແຈກຢາຍພຣະທຳຂອງພຣະເຈົ້າ. ສິ່ງໃດກໍຕາມທີ່ສາມາດເຮັດໃຫ້ພວກເຂົາໄດ້ຮັບຜົນປະໂຫຍດຢ່າງບໍ່ເໝາະສົມ ແລະ ໄດ້ຮັບສະຖານະ ແລະ ອຳນາດຂອງພວກເຂົາ, ລ້ວນແຕ່ຖືກພວກເຂົາສວຍໃຊ້; ພວກເຂົາບໍ່ຍົກເວັ້ນສິ່ງໃດເລີຍ, ລວມທັງພຣະທຳຂອງພຣະເຈົ້າ. ສິ່ງເຫຼົ່ານີ້ເຄີຍເກີດຂຶ້ນໃນຄຣິສຕະຈັກຂອງພວກເຈົ້າ, ຢູ່ອ້ອມຕົວພວກເຈົ້າບໍ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນຂົ່ມຂູ່ຜູ້ທີ່ຢູ່ພາຍໃຕ້ພວກເຂົາ ໂດຍເວົ້າວ່າ: “ຖ້າເຈົ້າບໍ່ເລືອກຕັ້ງຂ້ອຍ, ຖ້າເຈົ້າລາຍງານຂ້ອຍຕໍ່ເບື້ອງເທິງ, ຖ້າເຈົ້າບໍ່ມັກຂ້ອຍ, ຖ້າເຈົ້າເອົາເລື່ອງໄປບອກ ແລະ ຂ້ອຍຮູ້, ແລ້ວເຈົ້າກໍຈະບໍ່ໄດ້ຮັບການບັນທຶກສຽງບົດເທດສະໜາອີກຕໍ່ໄປ. ຂ້ອຍຈະຕັດການສະໜອງຂອງເຈົ້າອອກ, ປ່ອຍໃຫ້ເຈົ້າບໍ່ມີການຫຼໍ່ລ້ຽງ, ໃຫ້ເຈົ້າຫິວຕາຍ, ໃຫ້ເຈົ້າອຶດຕາຍ!”. ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ໂຫດຮ້າຍບໍ? ມັນໂຫດຮ້າຍທີ່ສຸດ! ພວກເຂົາສາມາດເຮັດສິ່ງທີ່ບໍ່ດີໄດ້ທຸກຮູບແບບ.
ຖ້າພວກເຈົ້າພົບພໍ້ກັບຜູ້ຕໍ່ຕ້ານພຣະຄຣິສແບບນັ້ນ, ພວກເຈົ້າຈະຈັດການກັບພວກເຂົາແນວໃດ? ພວກເຈົ້າກ້າລາຍງານພວກເຂົາຕໍ່ເບື້ອງເທິງບໍ? ພວກເຈົ້າກ້າທີ່ຈະລວມພະລັງກັນ ແລະ ປະຕິເສດພວກເຂົາບໍ? (ກ້າ.) ຕອນນີ້ພວກເຈົ້າເວົ້າວ່າກ້າ, ແຕ່ເມື່ອເຈົ້າຕ້ອງປະເຊີນໜ້າກັບພວກເຂົາແທ້ໆ, ເຈົ້າອາດຈະບໍ່ກ້າ; ເຈົ້າຈະຖອຍໜີ, ໂດຍຄິດວ່າ: “ຂ້ອຍມີວຸດທິພາວະທີ່ນ້ອຍ, ຂ້ອຍຍັງໜຸ່ມ, ຂ້ອຍອ່ອນແອ ແລະ ຢູ່ຄົນດຽວ. ຖ້າຜູ້ຕໍ່ຕ້ານພຣະຄຣິສລວມຫົວກັນມາລັງແກຂ້ອຍແທ້ໆ, ຂ້ອຍຈະບໍ່ຈົບສິ້ນບໍ? ພຣະເຈົ້າຢູ່ໃສ? ໃຜຈະຟັງຄວາມທຸກໂສກຂອງຂ້ອຍ? ໃຜຈະແກ້ໄຂຄວາມທຸກໂສກຂອງຂ້ອຍ ແລະ ແກ້ແຄ້ນໃຫ້ຂ້ອຍ? ໃຜຈະຢືນຢັດເພື່ອຂ້ອຍ?”. ເປັນຫຍັງຄວາມເຊື່ອຂອງເຈົ້າຈຶ່ງນ້ອຍແທ້? ເຈົ້າກາຍເປັນຄົນຂີ້ຢ້ານເມື່ອປະເຊີນໜ້າກັບຜູ້ຕໍ່ຕ້ານພຣະຄຣິສ, ແຕ່ຈະເປັນແນວໃດຖ້າຊາຕານມາຂົ່ມຂູ່ເຈົ້າດ້ວຍຕົວມັນເອງ, ແລ້ວເຈົ້າຈະຢຸດເຊື່ອໃນພຣະເຈົ້າບໍ? ເຈົ້າຈະເຮັດແນວໃດຖ້າຜູ້ຕໍ່ຕ້ານພຣະຄຣິສບໍ່ແຈກຢາຍພຣະທຳຂອງພຣະເຈົ້າໃຫ້ແກ່ເຈົ້າ? ຈະເປັນແນວໃດຖ້າພວກເຂົາບັງຄັບໃຫ້ເຈົ້າຈ່າຍເງິນສຳລັບໜັງສືພຣະທຳຂອງພຣະເຈົ້າ? ຈະເປັນແນວໃດຖ້າທຸກຄັ້ງທີ່ຜູ້ຕໍ່ຕ້ານພຣະຄຣິສແຈກຢາຍໜັງສືພຣະທຳຂອງພຣະເຈົ້າໃຫ້ເຈົ້າ, ພວກເຂົາເຮັດໃຫ້ມັນຍາກສຳລັບເຈົ້າ ແລະ ເວົ້າຈາຮຸນແຮງ? ສະຖານະການນີ້ຈັດການໄດ້ງ່າຍບໍ? ໃຫ້ເຮົາບອກກົນລະຍຸດທີ່ສະຫຼາດແກ່ເຈົ້າ: ເມື່ອໃດກໍຕາມທີ່ໃກ້ຈະຮອດເວລາແຈກຢາຍໜັງສື, ເຈົ້າຄວນໄປຢືນຢູ່ຂ້າງຜູ້ຕໍ່ຕ້ານພຣະຄຣິສ, ເວົ້າຄຳຫວານຢ່າງກະຕືລືລົ້ນ, ປະຈົບປະແຈງ ແລະ ຍົກຍ້ອງພວກເຂົາຢ່າງແຂງຂັນເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກພວກເຂົາ. ເມື່ອພວກເຂົາແຈກຢາຍໜັງສືພຣະທຳຂອງພຣະເຈົ້າ ແລະ ການບັນທຶກສຽງບົດເທດສະໜາໃຫ້ເຈົ້າແລ້ວ, ຈາກນັ້ນກໍຊອກຫາໂອກາດເພື່ອລາຍງານພວກເຂົາຕໍ່ເບື້ອງເທິງ. ຖ້າບໍ່ມີຊ່ອງທາງທີ່ຈະລາຍງານພວກເຂົາຕໍ່ເບື້ອງເທິງ, ກໍຈົ່ງຊອກຫາໂອກາດທີ່ຈະລວມພະລັງກັບອ້າຍເອື້ອຍນ້ອງທີ່ມີການແຍກແຍະເພື່ອຈຳກັດ ແລະ ຜູກມັດຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືການກຳຈັດໄພອັນຕະລາຍຕໍ່ຄຣິສຕະຈັກຢ່າງແທ້ຈິງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຫຼາຍທີ່ສຸດ. ບາງຄົນອາດຈະຖາມວ່າ, ຈະເປັນແນວໃດຖ້າຜູ້ຕໍ່ຕ້ານພຣະຄຣິສຄົ້ນພົບແຜນການນີ້? ຖ້າເຈົ້າບໍ່ໝັ້ນໃຈໃນຄັ້ງນີ້, ກໍຈົ່ງລໍຖ້າໂອກາດໜ້າ. ເມື່ອເຈົ້າມີຄວາມກ້າຫານ ແລະ ເງື່ອນໄຂທີ່ເໝາະສົມ, ນັ້ນຄືເວລາທີ່ເຈົ້າລົງມືປະຕິບັດ. ສະຫຼຸບແລ້ວ, ຖ້າເຈົ້າຢ້ານວ່າຜູ້ຕໍ່ຕ້ານພຣະຄຣິສຈະຕັດການຫຼໍ່ລ້ຽງຂອງເຈົ້າ, ກໍຈົ່ງຢ່າເຮັດໃຫ້ເປັນເລື່ອງໃຫຍ່ໂຕໃນຕອນທຳອິດ. ຢ່າເປີດໂປງຕົວເອງ ຫຼື ປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິສເບິ່ງທະລຸເຈົ້າໄດ້. ເມື່ອເຈົ້າໄດ້ຮັບວຸດທິພາວະທີ່ພຽງພໍແລ້ວ, ເມື່ອເຈົ້າມີຄົນທີ່ເໝາະສົມ, ຄົນທີ່ຖືກຕ້ອງ ແລະ ມີຄົນຫຼາຍຂຶ້ນ, ຜູ້ທີ່ສາມາດຢືນຢັດຮ່ວມກັບເຈົ້າໃນການຕໍ່ຕ້ານຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ສາມາດແຍກແຍະ ແລະ ປະຕິເສດຜູ້ຕໍ່ຕ້ານພຣະຄຣິສໄດ້, ນັ້ນຄືເວລາທີ່ເຈົ້າສາມາດແຕກຫັກກັບຜູ້ຕໍ່ຕ້ານພຣະຄຣິສໄດ້. ກົນລະຍຸດນີ້ຟັງເບິ່ງເປັນແນວໃດ? (ດີ.) ບາງຄົນອາດຈະເວົ້າວ່າ: “ນີ້ບໍ່ແມ່ນການຫຼອກລວງຄົນອື່ນບໍ? ບໍ່ແມ່ນພຣະເຈົ້າຕ້ອງການໃຫ້ພວກເຮົາເປັນຄົນຊື່ສັດບໍ? ສິ່ງນີ້ເບິ່ງຄືວ່າບໍ່ຊື່ສັດ”. ນີ້ຄືການຫຼອກລວງຄົນອື່ນບໍ? (ບໍ່.) ນີ້ຄືການປັ່ນຫົວມານຮ້າຍ. ວິທີການໃດກໍຕາມລ້ວນແຕ່ເປັນທີ່ຍອມຮັບໄດ້ເມື່ອຈັດການກັບຜູ້ຕໍ່ຕ້ານພຣະຄຣິສ, ຜູ້ເປັນມານຮ້າຍ.
ພວກເຈົ້າຢ້ານຜູ້ຕໍ່ຕ້ານພຣະຄຣິສບໍ? ສົມມຸດວ່າມີຜູ້ຕໍ່ຕ້ານພຣະຄຣິສຢູ່ອ້ອມຕົວເຈົ້າແທ້ໆ, ໃນຄຣິສຕະຈັກຂອງເຈົ້າເອງ. ເຈົ້າໄດ້ສັງເກດເຫັນພວກເຂົາ; ພວກເຂົາມີອຳນາດ ແລະ ສະຖານະ ແລະ ຫຼາຍຄົນກໍສະໜັບສະໜູນພວກເຂົາ. ພວກເຂົາມີພັກພວກ, ມີຜູ້ຕິດຕາມທີ່ພັກດີສອງສາມຄົນ. ເຈົ້າຈະຢ້ານພວກເຂົາບໍ? ບາງຄົນເວົ້າວ່າພວກເຂົາຈະຢ້ານ. ການທີ່ຢ້ານນັ້ນຖືກຕ້ອງບໍ? ຢ່າງໜ້ອຍກໍມີດ້ານໜຶ່ງທີ່ດີ ແລະ ຖືກຕ້ອງສຳລັບຄວາມຢ້ານກົວນີ້. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ຖ້າເຈົ້າຢ້ານພວກເຂົາ, ຢ່າງໜ້ອຍມັນກໍສະແດງໃຫ້ເຫັນວ່າໃນໃຈຂອງເຈົ້າ ເຈົ້າເຊື່ອວ່າພວກເຂົາຊົ່ວຮ້າຍ, ພວກເຂົາສາມາດທໍລະມານເຈົ້າ ແລະ ທຳຮ້າຍເຈົ້າໄດ້, ພວກເຂົາບໍ່ແມ່ນຄົນດີ ຫຼື ຄົນທີ່ໄລ່ຕາມຄວາມຈິງ, ຢ່າງໜ້ອຍເຈົ້າກໍມີຄວາມເຂົ້າໃຈ ແລະ ຄວາມສາມາດໃນການແຍກແຍະພວກເຂົາໃນໃຈຂອງເຈົ້າ. ເຖິງແມ່ນວ່າເຈົ້າອາດຈະບໍ່ສາມາດກຳນົດລັກສະນະພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ສາມາດແຍກແຍະໄດ້ວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ, ແຕ່ຢ່າງໜ້ອຍທີ່ສຸດເຈົ້າກໍຮູ້ວ່າພວກເຂົາບໍ່ແມ່ນຄົນດີ, ບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ, ບໍ່ແມ່ນຄົນທີ່ທ່ຽງທຳ ຫຼື ໃຈດີ ຫຼື ບໍ່ແມ່ນຄົນຊື່ສັດ, ສະນັ້ນ ເຈົ້າຈຶ່ງຢ້ານພວກເຂົາ. ນອກເໜືອຈາກຜີຮ້າຍມ ໂດຍປົກກະຕິແລ້ວ ຄົນປົກກະຕິ ແລະ ທຳມະດາ ຫຼື ຄົນບໍ່ມີເລ່ຫຼ່ຽມມັກຈະຢ້ານຄົນປະເພດໃດ? (ຄົນຊົ່ວຮ້າຍ.) ທຸກຄົນລ້ວນແຕ່ຢ້ານຄົນຊົ່ວຮ້າຍ. ຢ່າງໜ້ອຍທີ່ສຸດ, ເຈົ້າກໍຮູ້ໃນໃຈຂອງເຈົ້າວ່າຄົນຜູ້ນີ້ຊົ່ວຮ້າຍ. ບົນພື້ນຖານນີ້, ຈົ່ງສັງເກດເບິ່ງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ; ເບິ່ງວ່າພວກເຂົາປະຕິບັດຄວາມຈິງ ຫຼື ບໍ່ ແລະ ແຍກແຍະພຶດຕິກຳຕ່າງໆຂອງພວກເຂົາ ແລະ ເຂົ້າໃຈ ແລະ ແຍກແຍະແກ່ນແທ້ຂອງພວກເຂົາຜ່ານພຶດຕິກຳຂອງພວກເຂົາ. ໃນທີ່ສຸດແລ້ວ, ຖ້າເຈົ້າສາມາດກຳນົດໄດ້ວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ, ແລ້ວຄວາມຢ້ານກົວຂອງເຈົ້າກໍຈະລວມເອົາອີກອົງປະກອບໜຶ່ງເຂົ້າໄປນຳ ນັ້ນກໍຄືການແຍກແຍະພວກເຂົາ. ເຖິງແມ່ນວ່າເຈົ້າອາດຈະຢ້ານພວກເຂົາໃນໃຈຂອງເຈົ້າ, ເຈົ້າກໍຈະບໍ່ຢູ່ຝ່າຍພວກເຂົາ ແລະ ເຈົ້າຈະປະຕິເສດພວກເຂົາໃນໃຈຂອງເຈົ້າ, ສິ່ງນີ້ເປັນສິ່ງທີ່ດີ ຫຼື ບໍ່ດີ? (ສິ່ງທີ່ດີ.) ຖ້າພວກເຂົາຂໍໃຫ້ເຈົ້າຮ່ວມເຮັດຄວາມຊົ່ວຮ້າຍກັບພວກເຂົາ, ເຈົ້າຈະຕົກລົງບໍ? ເຈົ້າຈະມີຄວາມສາມາດໃນການແຍກແຍະຕໍ່ສິ່ງນີ້ໃນໃຈຂອງເຈົ້າໄດ້ບໍ? ຖ້າພວກເຂົາຂໍໃຫ້ເຈົ້າຮ່ວມດ່າທໍພຣະເຈົ້າ ຫຼື ຕັດສິນພຣະອົງກັບພວກເຂົາ, ເຈົ້າຈະຕົກລົງບໍ? ຖ້າພວກເຂົາຂໍໃຫ້ເຈົ້າຮ່ວມມືກັບພວກເຂົາໃນການທໍລະມານຄົນອື່ນ ແລະ ບໍ່ແຈກຢາຍໜັງສືພຣະທຳຂອງພຣະເຈົ້າໃຫ້ກັບບຸກຄົນໃດໜຶ່ງ, ເຈົ້າຈະຕົກລົງບໍ? ເຖິງແມ່ນວ່າເຈົ້າອາດຈະບໍ່ໝັ້ນໃຈ 100% ວ່າເຈົ້າຈະບໍ່ຕົກລົງເຮັດສິ່ງເຫຼົ່ານີ້, ແຕ່ຢ່າງໜ້ອຍທີ່ສຸດເຈົ້າກໍຈະມີການແຍກແຍະກ່ຽວກັບການກະທຳຂອງພວກເຂົາໃນໃຈຂອງເຈົ້າ. ເຈົ້າອາດຈະເຮັດບາງສິ່ງບາງຢ່າງຮ່ວມກັບພວກເຂົາຢ່າງບໍ່ເຕັມໃຈ ແລະ ພາຍໃຕ້ການບີບບັງຄັບ, ແຕ່ມັນກໍຈະເປັນພຽງຍ້ອນວ່າເຈົ້າຖືກບັງຄັບໃຫ້ເຮັດເຊັ່ນນັ້ນ ແລະ ມັນຈະບໍ່ແມ່ນຄວາມສະໝັກໃຈ; ຢ່າງໜ້ອຍເຈົ້າກໍຈະບໍ່ແມ່ນຜູ້ກະທຳຜິດຫຼັກ, ຢ່າງຫຼາຍທີ່ສຸດ, ເຈົ້າກໍຈະເປັນພຽງຜູ້ຊ່ວຍເຫຼືອໃນການກະທຳຜິດຂອງພວກເຂົາ. ເຖິງແມ່ນວ່າເຈົ້າອາດຈະບໍ່ເປີດໂປງ ຫຼື ຍົວະເຍົ້າພວກເຂົາຕໍ່ໜ້າ, ເຈົ້າກໍຈະບໍ່ເຮັດໜ້າທີ່ເປັນຜູ້ຕິດຕາມ ຫຼື ຜູ້ສົມຮູ້ຮ່ວມຄິດຂອງພວກເຂົາເຊັ່ນກັນ. ໃນລະດັບໃດໜຶ່ງ, ນີ້ຄືການປະຕິເສດຜູ້ຕໍ່ຕ້ານພຣະຄຣິສ. ຄົນສ່ວນໃຫຍ່, ຍ້ອນຄວາມຢ້ານກົວຂອງພວກເຂົາທີ່ມີຕໍ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ຈຶ່ງສາມາດເຮັດໄດ້ພຽງແຕ່ການຍອມອ່ອນຂໍ້ເພື່ອປົກປ້ອງຕົນເອງ, ສະນັ້ນ ການທີ່ເຈົ້າສາມາດເຮັດສິ່ງນີ້ໄດ້ເພື່ອເປັນມາດຕະການແກ້ໄຂສະເພາະໜ້າຊົ່ວຄາວ, ກໍຖືວ່າດີຫຼາຍແລ້ວ. ແຕ່ການບັນລຸເຖິງລະດັບນີ້ຖືວ່າເປັນການຍຶດໝັ້ນໃນການເປັນພະຍານຂອງເຈົ້າບໍ? ມັນຖືວ່າເປັນການຍຶດໝັ້ນໃນຫຼັກການຄວາມຈິງບໍ? ມັນຖືວ່າເປັນການເອົາຊະນະຊາຕານບໍ? ໃນສາຍພຣະເນດຂອງພຣະເຈົ້າ, ມັນບໍ່ແມ່ນ. ແລ້ວເຈົ້າຈະສາມາດຍຶດໝັ້ນໃນການເປັນພະຍານຂອງເຈົ້າໄດ້ແນວໃດ? ພວກເຈົ້າທຸກຄົນລ້ວນແຕ່ຂາດເສັ້ນທາງ ແລະ ພຽງແຕ່ຍອມອ່ອນຂໍ້ເພື່ອປົກປ້ອງຕົນເອງ: “ພວກເຂົາເຮັດຄວາມຊົ່ວ, ແຕ່ຂ້ອຍບໍ່ກ້າຮ່ວມເຮັດຄວາມຊົ່ວຮ້າຍກັບພວກເຂົາ; ຂ້ອຍຢ້ານຖືກລົງໂທດ. ພວກເຂົາເປັນຄົນຊົ່ວຮ້າຍ; ພວກເຂົາເຮັດສິ່ງທີ່ບໍ່ດີເພື່ອທໍລະມານຜູ້ຄົນ. ແຕ່ເຖິງຢ່າງໃດກໍຕາມ, ມັນກໍບໍ່ເປັນຫຍັງ ຕາບໃດທີ່ຕົວຂ້ອຍເອງບໍ່ໄດ້ທໍລະມານໃຜ. ຄວາມຊົ່ວຮ້າຍນັ້ນຈະບໍ່ຖືກຖິ້ມໂທດໃສ່ຂ້ອຍ”. ຢ່າງຫຼາຍທີ່ສຸດ, ຖ້າພວກເຈົ້າສາມາດເຮັດສິ່ງນີ້ໄດ້, ນັ້ນກໍຖືວ່າດີຫຼາຍແລ້ວ; ພວກເຈົ້າພຽງແຕ່ເປັນຄົນທີ່ບໍ່ກ້າເຮັດໃຫ້ໃຜຂຸ່ນເຄືອງໃຈ ແລະ ຍຶດຕິດກັບແນວທາງສາຍກາງ ແລະ ພວກເຈົ້າບໍ່ສາມາດເປັນພະຍານໄດ້. ແລ້ວຄວນເຮັດແນວໃດ ເພື່ອເປັນປະຈັກພະຍານ? ໃນທາງຫຼັກຄຳສອນແລ້ວ, ເຈົ້າຄວນປະຕິເສດຄົນຊົ່ວຮ້າຍ, ປະຕິເສດ ແລະ ເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແລະ ປ້ອງກັນບໍ່ໃຫ້ຜູ້ຕໍ່ຕ້ານພຣະຄຣິສທຳຕາມອຳເພີໃຈເຮັດສິ່ງທີ່ບໍ່ດີໃນເຮືອນຂອງພຣະເຈົ້າ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ເຮືອນຂອງພຣະເຈົ້າ. ແຕ່ພວກເຈົ້າຮູ້ວິທີເຮັດສິ່ງນີ້ຢ່າງສະເພາະເຈາະຈົງບໍ? (ລາຍງານ ແລະ ບອກເບື້ອງເທິງກ່ຽວກັບເລື່ອງນີ້.) ນັ້ນຄືຂອບເຂດຂອງຄວາມຮັບຜິດຊອບ ແລະ ພັນທະທີ່ພວກເຈົ້າສາມາດປະຕິບັດໄດ້ບໍ? ນັ້ນຄືຄຳພະຍານທັງໝົດທີ່ພວກເຈົ້າສາມາດຍຶດໝັ້ນໄດ້, ເປັນວຸດທິພາວະທັງໝົດທີ່ພວກເຈົ້າມີບໍ? ນອກເໜືອຈາກການລາຍງານຜູ້ຕໍ່ຕ້ານພຣະຄຣິສແລ້ວ, ພວກເຈົ້າຍັງສາມາດເຮັດຫຍັງໄດ້ອີກແດ່? (ກ່ອນອື່ນ ພວກເຮົາສາມາດລວບລວມຂໍ້ເທັດຈິງກ່ຽວກັບພຶດຕິກຳທີ່ສະໝໍ່າສະເໝີ ແລະ ການເຮັດຄວາມຊົ່ວຂອງຜູ້ຕໍ່ຕ້ານພຣະຄຣິສເຂົ້າກັນ ແລະ ຈາກນັ້ນກໍໂອ້ລົມກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິສກັບອ້າຍເອື້ອຍນ້ອງໂດຍອີງໃສ່ຂໍ້ເທັດຈິງເຫຼົ່ານີ້. ເມື່ອອ້າຍເອື້ອຍນ້ອງໄດ້ພັດທະນາຄວາມສາມາດໃນການແຍກແຍະຕໍ່ຜູ້ຕໍ່ຕ້ານພຣະຄຣິສແລ້ວ, ພວກເຂົາທຸກຄົນກໍສາມາດລົງມືປະຕິບັດເພື່ອເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແລະ ຫຼັງຈາກນັ້ນ, ພວກເຮົາກໍສາມາດຂັບໄລ່ພວກເຂົາອອກຈາກຄຣິສຕະຈັກໄດ້.) ຂັ້ນຕອນ ແລະ ຂະບວນການແມ່ນຖືກຕ້ອງ, ແຕ່ສຳລັບບາງກໍລະນີພິເສດເດ? ເຈົ້າກຳລັງເວົ້າຈາກຕຳແໜ່ງຂອງຜູ້ນຳ, ແຕ່ຈະເປັນແນວໃດຖ້າຜູ້ເຊື່ອທຳມະດາພົບພໍ້ກັບຜູ້ຕໍ່ຕ້ານພຣະຄຣິສ? ນັ້ນບໍ່ຄືກັບເອົາໄຂ່ໄປກະທົບຫີນບໍ? ພວກເຈົ້າຈະເຮັດແນວໃດໃນສະຖານະການແບບນັ້ນ? ໃຫ້ເຮົາເລົ່າເລື່ອງໜຶ່ງທີ່ກ່ຽວຂ້ອງກັບການລົງທະບຽນ ແລະ ການລາຍງານລາຍຮັບ ແລະ ລາຍຈ່າຍໃຫ້ພວກເຈົ້າຟັງ. ມີຄົນໜຶ່ງຮັບຜິດຊອບໃນການເຮັດບັນຊີ, ບັນຊີໜຶ່ງສຳລັບໃຊ້ພາຍນອກ ແລະ ອີກບັນຊີໜຶ່ງສຳລັບໃຊ້ພາຍໃນ. ມື້ໜຶ່ງ, ມີຄວາມຄາດເຄື່ອນສອງຮ້ອຍໂດລາໃນບັນຊີພາຍໃນ. ຕໍ່ມາ, ຜູ້ຮັບຜິດຊອບໄດ້ມາກວດກາບັນຊີ ແລະ ເຫັນຄວາມຄາດເຄື່ອນນັ້ນ; ພວກເຂົາເວົ້າວ່າ: “ຈີກບັນຊີພາຍໃນຖິ້ມ. ເກັບໄວ້ແຕ່ບັນຊີພາຍນອກ, ເພື່ອຈະໄດ້ບໍ່ມີຫຼັກຖານ”. ໜຶ່ງໃນບຸກຄົນທີ່ຢູ່ບ່ອນນັ້ນບໍ່ເຫັນດີ, ໂດຍເວົ້າວ່າ: “ນີ້ຄືເຄື່ອງຖວາຍ. ບໍ່ວ່າຈະເປັນເງິນຫຼາຍສໍ່າໃດກໍຕາມ, ມັນກໍເປັນເງິນຂອງພຣະເຈົ້າ; ເຈົ້າເຮັດແບບນີ້ບໍ່ໄດ້”. ຜູ້ຮັບຜິດຊອບບໍ່ໄດ້ເວົ້າຫຍັງ, ໃນຂະນະທີ່ອີກຄົນໜຶ່ງໃຫ້ຄວາມເຫັນວ່າ: “ສອງຮ້ອຍໂດລາຊິໄປມີຫຍັງ? ເມື່ອຜູ້ຕໍ່ຕ້ານພຣະຄຣິສສໍ້ໂກງ, ມັນເປັນຫຼາຍໝື່ນໃນແຕ່ລະຄັ້ງ”. ສະນັ້ນ ຄົນເຫຼົ່ານັ້ນຈຶ່ງແກ້ໄຂບັນຫາດ້ວຍວິທີນັ້ນ. ເຖິງຢ່າງໃດກໍຕາມ, ຫຼັງຈາກນັ້ນ, ມີຄົນໜຶ່ງຮູ້ສຶກວ່າວິທີການນີ້ຜິດ ແລະ ໄດ້ລາຍງານເລື່ອງນີ້ຂຶ້ນໄປຫາກຸ່ມຕັດສິນໃຈ. ກຸ່ມດັ່ງກ່າວເວົ້າວ່າເງິນສອງຮ້ອຍໂດລາບໍ່ແມ່ນຈຳນວນເງິນທີ່ຫຼາຍ ແລະ ພວກເຂົາກໍຫຍຸ້ງເກີນກວ່າທີ່ຈະຈັດການກັບມັນ. ເມື່ອມີການລາຍງານຕໍ່ຜູ້ນຳຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ແກ້ໄຂມັນ ແລະ ພວກເຂົາທຸກຄົນກໍເມີນເສີຍຕໍ່ເລື່ອງນີ້. ຄົນທີ່ລາຍງານບັນຫາດັ່ງກ່າວຮູ້ສຶກຜິດຫວັງ, ໂດຍເວົ້າວ່າ: “ຄົນເຫຼົ່ານີ້ລ້ວນແຕ່ເປັນແບບນີ້ໄດ້ແນວໃດ? ພວກເຂົາຂາດຄວາມຮັບຜິດຊອບຕໍ່ເຄື່ອງຖວາຍຂອງພຣະເຈົ້າຂະໜາດນີ້ໄດ້ແນວໃດ? ພວກເຂົາເຖິງຂັ້ນກ້າທີ່ຈະມີສ່ວນຮ່ວມໃນການຫຼອກລວງຢ່າງໂຈ່ງແຈ້ງແບບນີ້!”. ພວກເຂົາຮູ້ສຶກຜິດຫວັງກັບເລື່ອງນີ້. ມື້ໜຶ່ງ, ເມື່ອເຮົາໄປຢ້ຽມຢາມຄົນເຫຼົ່ານັ້ນ, ຄົນຜູ້ນັ້ນໄດ້ລາຍງານບັນຫານີ້ຕໍ່ເຮົາ, ໂດຍເວົ້າວ່າຄົນທີ່ເຮັດບັນຊີເປັນຄົນບໍ່ຮອບຄອບ, ພວກເຂົາເຮັດໃຫ້ບັນຊີຫຍຸ້ງເຫຍີງ ແລະ ໃນທີ່ສຸດກໍມີຄວາມຄາດເຄື່ອນເກີດຂຶ້ນ. ເຖິງແມ່ນວ່າບັນຫານີ້ຈະບໍ່ໃຫຍ່ປານໃດ, ແຕ່ທັດສະນະຄະຕິຂອງແຕ່ລະຄົນທີ່ກ່ຽວຂ້ອງນັ້ນແຕກຕ່າງກັນ. ຄົນທີ່ເອີ້ນວ່າຜູ້ຮັບຜິດຊອບ ແລະ ຜູ້ນຳເຫຼົ່ານີ້ບໍ່ໄດ້ແກ້ໄຂບັນຫາ. ພວກເຂົາບໍ່ພຽງແຕ່ບໍ່ໄດ້ໄລ່ຄົນທີ່ເຮັດບັນຊີອອກໄປເທົ່ານັ້ນ ແຕ່ພວກເຂົາຍັງຫາຂໍ້ອ້າງເພື່ອປົກປ້ອງຄົນເຫຼົ່ານ້ນອີກດ້ວຍ. ຄົນທີ່ລາຍງານບັນຫາຍັງຄົງສືບຕໍ່ລາຍງານ; ເຖິງຢ່າງໃດກໍຕາມ, ພວກເຂົາພັດຖືກກີດກັນໂດຍຄົນຈຳນວນຫຼາຍ. ບອກເຮົາເບິ່ງ, ຄົນຜູ້ນີ້ມີແນວຄິດແບບໃດເມື່ອພວກເຂົາລາຍງານບັນຫາ? ຖ້າພວກເຂົາມີທັດສະນະຄະຕິແບບດຽວກັບອີກຄົນໜຶ່ງ, ຜູ້ທີ່ເວົ້າວ່າ: “ມັນກໍພຽງເງິນສອງຮ້ອຍໂດລາ, ເປັນຫຍັງເຈົ້າຈຶ່ງເຮັດໃຫ້ມັນເປັນເລື່ອງໃຫຍ່ໂຕ? ເມື່ອຜູ້ຕໍ່ຕ້ານພຣະຄຣິສສໍ້ໂກງ, ມັນເປັນຫຼາຍໝື່ນໃນແຕ່ລະຄັ້ງ”, ພວກເຂົາຍັງຈະລາຍງານມັນຢູ່ບໍ? ພວກເຂົາຈະບໍ່ລາຍງານ. ຖ້າພວກເຂົາເວົ້າວ່າ: “ມັນບໍ່ແມ່ນເງິນຂອງຂ້ອຍ; ໃຜຢາກສໍ້ໂກງເອົາໄປກໍໂກງໂລດ, ພວກເຂົາຈະຕ້ອງຮັບຜິດຊອບຕໍ່ມັນເອງ. ແນວໃດກໍຕາມ, ຂ້ອຍບໍ່ໄດ້ສໍ້ໂກງຫຍັງເລີຍ, ສະນັ້ນ ຂ້ອຍຈຶ່ງບໍ່ຈຳເປັນຕ້ອງຮັບຜິດຊອບເລື່ອງນີ້”; ຫຼື “ຂ້ອຍໄດ້ລາຍງານເລື່ອງນີ້ຕໍ່ກຸ່ມຕັດສິນໃຈ ແລະ ຜູ້ນຳຄຣິສຕະຈັກແລ້ວ ແລະ ພວກເຂົາທຸກຄົນກໍເມີນເສີຍຕໍ່ຂ້ອຍ, ສະນັ້ນ ຂ້ອຍໄດ້ເຮັດໃນສ່ວນຂອງຂ້ອຍແລ້ວ ແລະ ບໍ່ຈຳເປັນຕ້ອງຫຍຸ້ງຍາກອີກຕໍ່ໄປ”, ຖ້າພວກເຂົາມີທັດສະນະຄະຕິແບບນີ້, ພວກເຂົາຍັງຈະສາມາດຍືນຢັດໃນການລາຍງານຢ່າງບໍ່ລົດລະແບບນີ້ໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ; ຢ່າງຫຼາຍທີ່ສຸດ, ຄົນສ່ວນໃຫຍ່ກໍຈະຢຸດຫຼັງຈາກທີ່ລາຍງານຕໍ່ກຸ່ມຕັດສິນໃຈແລ້ວ. ແຕ່ໃນຂະນະທີ່ຄົນຜູ້ນີ້ລາຍງານຕໍ່ກຸ່ມຕັດສິນໃຈ, ພວກເຂົາໄດ້ຍິນການໂອ້ລົມຂອງເຮົາກ່ຽວກັບເລື່ອງລາວຂອງໂນອາ ແລະ ອັບຣາຮາມ. ຫຼັງຈາກທີ່ໄດ້ຟັງ, ພວກເຂົາກໍຮູ້ສຶກຊາບຊຶ້ງ, ໂດຍຄິດວ່າ: “ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ໂນອາໄດ້ຍຶດໝັ້ນໃນພຣະທຳເຫຼົ່ານັ້ນເປັນເວລາຫຼາຍປີໂດຍບໍ່ຖອຍຫຼັງ. ແຕ່ຂ້ອຍພັດພົບກັບຄວາມຫຍຸ້ງຍາກເລັກນ້ອຍນີ້ ແລະ ບໍ່ສາມາດຍືນຢັດໄດ້, ນີ້ບໍ່ແມ່ນສິ່ງທີ່ຄົນຜູ້ໜຶ່ງຄວນເຮັດ!”. ສະນັ້ນ, ພວກເຂົາຈຶ່ງຍືນຢັດໃນການລາຍງານຈົນໃນທີ່ສຸດມັນກໍໄປຮອດເບື້ອງເທິງ ແລະ ເບື້ອງເທິງກໍໄດ້ແກ້ໄຂບັນຫານັ້ນ. ພວກເຈົ້າຄິດວ່າມີຄົນແບບນີ້ຫຼາຍຄົນໃນໝູ່ພວກເຈົ້າບໍ? ຖ້າພວກເຈົ້າພົບກັບສະຖານະການແບບນັ້ນ, ຈະມີຈັກຄົນໃນໝູ່ພວກເຈົ້າທີ່ຈະຍືນຢັດຄືກັບທີ່ຄົນຜູ້ນີ້ເຮັດ? ພວກເຈົ້າຈະເຊື່ອຄືກັນບໍວ່າເງິນສອງຮ້ອຍໂດລາບໍ່ແມ່ນຈຳນວນຫຼາຍ, ວ່າມັນບໍ່ແມ່ນເລື່ອງໃຫຍ່ ແລະ ດ້ວຍເຫດນັ້ນຈຶ່ງຄິດວ່າບໍ່ຈຳເປັນຕ້ອງຍຶດໝັ້ນໃນຫຼັກການຢ່າງໜັກແໜ້ນ ຫຼື ຈິງຈັງປານນັ້ນ ແລະ ວ່າພວກເຈົ້າສາມາດລໍຖ້າຈົນກວ່າຈະມີຄວາມຄາດເຄື່ອນຄັ້ງໃຫຍ່ຈຶ່ງຄ່ອຍລາຍງານ? ພວກເຈົ້າຈະຄິດບໍວ່າ: “ບໍ່ວ່າແນວໃດກໍຕາມ, ຂ້ອຍໄດ້ປະຕິບັດຄວາມຮັບຜິດຊອບຂອງຂ້ອຍແລ້ວ. ມັນຈະຖືກແກ້ໄຂ ຫຼື ບໍ່ນັ້ນກໍຂຶ້ນຢູ່ກັບຜູ້ນຳ. ຂ້ອຍເປັນພຽງຜູ້ເຊື່ອທຳມະດາ, ຂ້ອຍມີອຳນາດພຽງເທົ່ານີ້, ຂ້ອຍສາມາດເຮັດໄດ້ພຽງເທົ່ານີ້. ຂ້ອຍໄດ້ລາຍງານແລ້ວ, ຂ້ອຍໄດ້ປະຕິບັດພັນທະຂອງຂ້ອຍແລ້ວ; ສ່ວນທີ່ເຫຼືອບໍ່ແມ່ນເລື່ອງຂອງຂ້ອຍ”? ນີ້ບໍ່ແມ່ນວິທີທີ່ພວກເຈົ້າຈະຄິດບໍ? ແລ້ວຖ້າມີຄົນມາກົດຂີ່ເຈົ້າ, ເຈົ້າຈະບໍ່ກ້າລາຍງານບໍ? ຄົນຜູ້ນີ້ປະເຊີນກັບການກົດຂີ່ໃນລະຫວ່າງຂະບວນການລາຍງານບັນຫາ, ໂດຍມີບາງຄົນຊີ້ນິ້ວໃສ່ ແລະ ກ່າວໂທດພວກເຂົາ ແລະ ຄອຍຫາທາງທໍລະມານພວກເຂົາຢູ່ສະເໝີ. ຄົນເຫຼົ່ານີ້ຊ່າງປະສົງຮ້າຍແທ້ໆ! ເຮົາຈື່ບຸກຄົນສອງສາມຄົນນີ້ໄດ້, ເປັນຫຍັງເຮົາຈຶ່ງຈື່ພວກເຂົາໄດ້? ພວກເຂົາກິນອາຫານຂອງເຮືອນຂອງພຣະເຈົ້າ ແລະ ເພີດເພີນກັບຄວາມຈິງທັງໝົດທີ່ພຣະເຈົ້າສະໜອງໃຫ້, ແຕ່ພວກເຂົາພັດມີທັດສະນະຄະຕິແບບນັ້ນຕໍ່ເຄື່ອງຖວາຍຂອງພຣະເຈົ້າ. ພວກເຂົາສາມາດຖືກຖືວ່າເປັນຄົນຂອງເຮືອນຂອງພຣະເຈົ້າໄດ້ບໍ? ພວກເຂົາບໍ່ຄູ່ຄວນ! ພວກເຂົາບໍ່ໄດ້ຖືກຮຽກຮ້ອງໃຫ້ຍຶດໝັ້ນໃນການເປັນພະຍານຂອງພວກເຂົາ, ເພາະພວກເຂົາບໍ່ມີຄຸນລັກສະນະນີ້. ແຕ່ເນື່ອງຈາກພວກເຂົາບໍ່ສາມາດເຮັດແມ່ນແຕ່ສິ່ງທີ່ພວກເຂົາຄວນເຮັດ, ພວກເຂົາຍັງສົມຄວນທີ່ຈະຢູ່ໃນເຮືອນຂອງພຣະເຈົ້າຢູ່ບໍ? ຄົນແບບນັ້ນຄວນຖືກຈື່ຈຳບໍ? ພວກເຈົ້າມັກຄົນແບບນັ້ນບໍ? (ບໍ່ມັກ.) ແລ້ວພວກເຈົ້າມັກຄົນປະເພດໃດ? (ຜູ້ທີ່ຍຶດໝັ້ນໃນຫຼັກການ, ຜູ້ທີ່ຍືນຢັດໃນການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຈົນເຖິງທີ່ສຸດ.) ເຮົາຮູ້ສຶກລັງກຽດຄົນບໍ່ໄດ້ຄວາມເຫຼົ່ານັ້ນທີ່ຢ້ານກົວເມື່ອເຫັນຄົນທີ່ໜ້າເກງຂາມ ແຕ່ພັດອວດເກັ່ງຕໍ່ໜ້າຄົນບໍ່ມີເລ່ຫຼ່ຽມ. ເຮົາຍັງຮູ້ສຶກລັງກຽດຜູ້ທີ່ເນລະຄຸນແວ້ງກັດຜູ້ທີ່ລ້ຽງດູພວກເຂົາ, ຜູ້ທີ່ບໍ່ສົນໃຈຄວາມຈິງ ແລະ ໂດຍສະເພາະຜູ້ທີ່ຟັງບົດເທດສະໜາມາຫຼາຍປີແຕ່ບໍ່ເຂົ້າໃຈຄວາມຈິງເລີຍ ຫຼື ບໍ່ປ່ຽນແປງແມ່ນແຕ່ໜ້ອຍດຽວ ແລະ ຍັງຄົງຕໍ່ຕ້ານ ແລະ ລະແວງພຣະເຈົ້າຢູ່ເລິກໆໃນໃຈຂອງພວກເຂົາ. ຖ້າບໍ່ມີກໍລະນີທີ່ຄົນແບບນັ້ນເຮັດຄວາມຊົ່ວຢ່າງຊັດເຈນ, ພວກເຂົາອາດຈະບໍ່ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ແຕ່ເຮົາຮູ້ສຶກລັງກຽດພວກເຂົາ. ລັງກຽດສໍ່າໃດ? ກໍຫຼາຍເທົ່າກັບຜູ້ຕໍ່ຕ້ານພຣະຄຣິສນັ້ນແຫຼະ. ເປັນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າເພື່ອຂາຍ, ເຮັດການຄ້າ ແລະ ແລກປ່ຽນ, ໂດຍຫາຜົນກຳໄລຈາກມັນ. ໃນຂະນະທີ່ຄົນປະເພດນີ້ອາດຈະບໍ່ໄດ້ຫາຜົນກຳໄລຈາກພຣະທຳຂອງພຣະເຈົ້າ, ພວກເຮົາສາມາດຄາດເດົາໄດ້ຈາກທັດສະນະຄະຕິທີ່ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າ ພວກເຂົາກໍເປັນຄືກັບຜູ້ຕໍ່ຕ້ານພຣະຄຣິສ, ວ່າພວກເຂົາບໍ່ໄດ້ຍ່າງຕາມຫົນທາງຂອງພຣະເຈົ້າ ຫຼື ແມ່ນແຕ່ມີທັດສະນະຄະຕິທີ່ລຽບງ່າຍ ແລະ ເປັນພື້ນຖານທີ່ສຸດທີ່ພວກເຂົາຄວນມີຕໍ່ເຄື່ອງຖວາຍຂອງພຣະເຈົ້າ ແລະ ວ່າພວກເຂົາເນລະຄຸນຜູ້ທີ່ລ້ຽງດູພວກເຂົາ. ພວກເຂົາເປັນສິ່ງຂອງປະເພດໃດ? ພວກເຂົາຄືຢູດາ, ຜູ້ທີ່ຫັກຫຼັງພຣະຜູ້ເປັນເຈົ້າ ແລະ ໝູ່ເພື່ອນຂອງພວກເຂົາ. ຫຼັງຈາກທີ່ໄດ້ຟັງເລື່ອງນີ້ແລ້ວ, ພວກເຈົ້າມີຄວາມຄິດແນວໃດ? ພວກເຈົ້າສາມາດຍຶດໝັ້ນໃນຫຼັກການ ແລະ ຍຶດໝັ້ນໃນຈຸດຢືນຂອງພວກເຈົ້າໃນສະຖານະການແບບນັ້ນໄດ້ບໍ? ຖ້າເຈົ້າເປັນຄົນບໍ່ໄດ້ຄວາມ, ມັກຈະຖອຍໜີຢູ່ສະເໝີ, ມັກຈະຢ້ານກົວອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສຢູ່ສະເໝີ, ຢ້ານທີ່ຈະຖືກພວກເຂົາທໍລະມານ, ຢ້ານວ່າອຳນາດຂອງພວກເຂົາຈະທຳຮ້າຍເຈົ້າ ແລະ ມີຄວາມຢ້ານກົວຢູ່ໃນໃຈຢູ່ສະເໝີ ແລະ ເຈົ້າຂາດສະຕິປັນຍາທີ່ຈະຕອບສະໜອງຕໍ່ສິ່ງນີ້, ມັກຈະຍອມອ່ອນຂໍ້ໃຫ້ກັບຜູ້ຕໍ່ຕ້ານພຣະຄຣິສຢູ່ສະເໝີ, ບໍ່ກ້າລາຍງານ ຫຼື ເປີດໂປງພວກເຂົາ ຫຼື ບໍ່ກ້າຊອກຫາຄົນອື່ນມາລວມພະລັງກັບເຈົ້າເພື່ອປະຕິເສດພວກເຂົາ, ແລ້ວເຈົ້າກໍບໍ່ແມ່ນຄົນທີ່ສາມາດຍຶດໝັ້ນໃນການເປັນພະຍານຂອງເຈົ້າຕໍ່ພຣະເຈົ້າໄດ້, ເຈົ້າເປັນຄົນບໍ່ໄດ້ຄວາມ, ເປັນສິ່ງທີ່ເນລະຄຸນຜູ້ທີ່ລ້ຽງດູມັນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ, ໂດຍໃຊ້ພວກມັນເພື່ອໃຫ້ໄດ້ຮັບຜົນກຳໄລເກີນຄວນຢ່າງບໍ່ເໝາະສົມສຳລັບຕົວພວກເຂົາເອງ, ເພື່ອຂົ່ມຂູ່ເຈົ້າ ແລະ ຕັດການຫຼໍ່ລ້ຽງຂອງເຈົ້າ, ຖ້າເຈົ້າຍັງບໍ່ສາມາດປະຕິບັດຕາມຫຼັກການ ແລະ ປະຕິເສດພວກເຂົາໃນສະຖານະການແບບນັ້ນໄດ້, ເຈົ້າເປັນຜູ້ມີໄຊບໍ? ເຈົ້າສົມຄວນທີ່ຈະເປັນຜູ້ຕິດຕາມຂອງພຣະຄຣິສບໍ? ຖ້າເຈົ້າເຖິງຂັ້ນຂາດຄວາມສາມາດທີ່ຈະໄດ້ຮັບພຣະທຳ ແລະ ການຫຼໍ່ລ້ຽງທາງວິນຍານທີ່ພຣະເຈົ້າປະທານໃຫ້ເຈົ້າໂດຍບໍ່ຄິດຄ່າ ແລະ ບໍ່ສາມາດແມ່ນແຕ່ຈະກິນ, ດື່ມ ຫຼື ເພີດເພີນກັບສິ່ງເຫຼົ່ານີ້ໄດ້, ນັ້ນເຮັດໃຫ້ເຈົ້າເປັນຄົນທີ່ໄຮ້ຄ່າສໍ່າໃດ?
ຂໍ້ເທັດຈິງທີ່ເຮົາຫາກໍໂອ້ລົມໄປນັ້ນ ແມ່ນການສະແດງອອກບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນສິນຄ້າ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ຍອມຮັບຄວາມຈິງ, ພວກເຂົາພຽງແຕ່ອ່ານຜ່ານໆ ແລະ ເຫຼືອບເບິ່ງພຣະທຳຂອງພຣະເຈົ້າເພື່ອປະດັບປະດາຕົວພວກເຂົາເອງດ້ວຍພຣະທຳເຫຼົ່ານັ້ນ. ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນການຄອບຄອງ ແລະ ຊັບສິນສ່ວນຕົວຂອງພວກເຂົາ, ເພື່ອທີ່ພວກເຂົາຈະສາມາດເຮັດການຄ້າຂາຍເພື່ອໃຫ້ໄດ້ຮັບເງິນ ແລະ ຜົນປະໂຫຍດທີ່ພວກເຂົາປາຖະໜາ ແລະ ເພື່ອທີ່ພວກເຂົາຈະສາມາດຄວບຄຸມເສລີພາບຂອງຜູ້ຄົນທີ່ພຣະເຈົ້າເລືອກໃນການອ່ານ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສແບບນັ້ນແມ່ນຄົນຊົ່ວຮ້າຍ, ມານຮ້າຍ, ຜູ້ບໍ່ເຊື່ອ; ພວກເຂົາກໍຄືພວກຜູ້ບໍ່ມີຄວາມເຊື່ອ! ໃຜກໍຕາມທີ່ປາກົດຕົວໃນເຮືອນຂອງພຣະເຈົ້າຄວນຖືກຂັບໄລ່ອອກ, ຂັບໄລ່ອອກໄປຕະຫຼອດການ! ພວກເຈົ້າກ້າປະຕິເສດຄົນແບບນັ້ນບໍ ເມື່ອພວກເຈົ້າພົບພໍ້ກັບພວກເຂົາ? ພວກເຈົ້າກ້າທີ່ຈະລວມພະລັງກັນ ແລະ ເປີດໂປງພວກເຂົາບໍ? ພວກເຂົາຄວນຖືກເປີດໂປງ; ພວກເຂົາຄວນຖືກປະຕິເສດ. ເຮືອນຂອງພຣະເຈົ້າຖືກປົກຄອງໂດຍຄວາມຈິງ. ຖ້າເຈົ້າບໍ່ມີວຸດທິພາວະແບບນັ້ນ, ມັນກໍພິສູດວ່າພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຍັງບໍ່ໄດ້ກາຍເປັນຊີວິດພາຍໃນເຈົ້າ. ຖ້າເຈົ້າເປັນຄົນຂີ້ຢ້ານຕາຂາວ, ຢ້ານຊາຕານ, ຢ້ານຄົນຊົ່ວຮ້າຍ, ມັກທີ່ຈະຍອມອ່ອນຂໍ້ເພື່ອປົກປ້ອງຕົນເອງຫຼາຍກວ່າທີ່ຈະຕໍ່ສູ້ກັບຜູ້ຕໍ່ຕ້ານພຣະຄຣິສ, ເຖິງແມ່ນວ່າມັນຈະໝາຍເຖິງການບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ບໍ່ໄດ້ຮັບພຣະທຳເຫຼົ່ານັ້ນກໍຕາມ, ແລ້ວເຈົ້າກໍສົມຄວນທີ່ຈະອຶດຫິວຈົນຕາຍ ແລະ ຈະບໍ່ມີໃຜສົງສານເຈົ້າ ຖ້າເຈົ້າເປັນແບບນັ້ນ. ຖ້າພວກເຈົ້າພົບກັບສະຖານະການແບບນັ້ນ, ພວກເຈົ້າຄວນເລືອກ ແລະ ປະຕິບັດແນວໃດ? ພວກເຈົ້າຄວນເປີດໂປງພວກເຂົາໂດຍທັນທີ. ພຣະທຳຂອງພຣະເຈົ້າບໍ່ແມ່ນສິນຄ້າ; ພວກມັນຖືກສະໜອງໃຫ້ແກ່ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນ, ພວກມັນບໍ່ແມ່ນຊັບສິນສ່ວນຕົວຂອງບຸກຄົນໃດໜຶ່ງ. ບໍ່ມີໃຜມີສິດທີ່ຈະກັກໄວ້ ຫຼື ຄອບຄອງພຣະທຳຂອງພຣະເຈົ້າໄວ້ສຳລັບຕົວພວກເຂົາເອງ. ພຣະທຳຂອງພຣະເຈົ້າຄວນຖືກແຈກຢາຍໂດຍບໍ່ເສຍຄ່າ ແລະ ໂດຍບໍ່ມີຄ່າຕອບແທນໃຫ້ກັບຜູ້ຄົນທີ່ຖືກເລືອກທຸກຄົນທີ່ຕິດຕາມພຣະເຈົ້າ. ໃຜກໍຕາມທີ່ກັກພຣະທຳເຫຼົ່ານັ້ນໄວ້, ສະແຫວງຫາທີ່ຈະໄດ້ຮັບຜົນກຳໄລເກີນຄວນຈາກພວກມັນຢ່າງບໍ່ເໝາະສົມ ຫຼື ມີແຜນການສ່ວນຕົວທີ່ກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ ລ້ວນແຕ່ສົມຄວນຖືກສາບແຊ່ງ. ພວກເຂົາເປັນບຸກຄົນທີ່ຜູ້ຄົນທີ່ພຣະເຈົ້າເລືອກຄວນຢືນຢັດເພື່ອເປີດໂປງ ແລະ ປະຕິເສດ ແລະ ພວກເຂົາຄວນຖືກຄັດອອກ ແລະ ຕັດອອກ.
ສອງຫົວຂໍ້ທີ່ເຮົາໄດ້ໂອ້ລົມໃນມື້ນີ້ ພຽງພໍທີ່ຈະສະແດງໃຫ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສດູຖູກພຣະທຳຂອງພຣະເຈົ້າແນວໃດບໍ? (ແມ່ນແລ້ວ.) ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ, ທັງບໍ່ທະນຸຖະໜອມ, ບໍ່ເຫັນຄຸນຄ່າ ຫຼື ປະຕິບັດຕໍ່ພຣະທຳເຫຼົ່ານັ້ນວ່າເປັນພຣະທຳຂອງພຣະຜູ້ສ້າງ. ກົງກັນຂ້າມ, ພວກເຂົາພັດສະແດງເຈດຕະນາທີ່ປິດບັງໄວ້, ໜ້າລັງກຽດ ແລະ ສົກກະປົກຂອງພວກເຂົາໃນທຸກໂອກາດ. ພວກເຂົາພຽງແຕ່ປາຖະໜາທີ່ຈະໃຊ້ພຣະທຳຂອງພຣະເຈົ້າເພື່ອບັນລຸເປົ້າໝາຍທີ່ບໍ່ສາມາດເວົ້າອອກມາໄດ້ຂອງພວກເຂົາ ແລະ ບໍ່ວ່າຈະເປັນໃນແງ່ຂອງວັດຖຸ ຫຼື ສິ່ງທີ່ບໍ່ແມ່ນວັດຖຸ, ພວກເຂົາກໍຕ້ອງການໃຊ້ພຣະທຳຂອງພຣະເຈົ້າເພື່ອໃຫ້ໄດ້ຮັບຜົນກຳໄລສຳລັບຕົວພວກເຂົາເອງຢ່າງບໍ່ເໝາະສົມ, ເພື່ອໃຫ້ໄດ້ຮັບເງິນ ແລະ ວັດຖຸສິ່ງຂອງ ຫຼື ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຜູ້ຄົນຍົກຍ້ອງ, ເຄົາລົບ, ເທີດທູນ ແລະ ຕິດຕາມພວກເຂົາ. ສິ່ງເຫຼົ່ານີ້ເປັນທີ່ໜ້າລັງກຽດຕໍ່ພຣະເຈົ້າ ແລະ ຄວນຖືກຜູ້ຄົນປະຕິເສດ. ເມື່ອໃດກໍຕາມທີ່ມີໃຜຄົ້ນພົບບຸກຄົນດັ່ງກ່າວ ຫຼື ສິ່ງດັ່ງກ່າວເກີດຂຶ້ນ, ພວກເຂົາກໍຄວນລຸກຂຶ້ນເພື່ອເປີດໂປງ ແລະ ປະຕິເສດພວກເຂົາ, ຢຸດຢັ້ງບໍ່ໃຫ້ບຸກຄົນດັ່ງກ່າວຢືນຢັດຢ່າງໝັ້ນຄົງໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ. ບາງຄົນເວົ້າວ່າພວກເຂົາຈະລາຍງານເລື່ອງນີ້ຕໍ່ເບື້ອງເທິງ ຖ້າພວກເຂົາພົບກັບສິ່ງເຫຼົ່ານີ້, ແຕ່ນັ້ນກໍເປັນການຕັ້ງຮັບ ແລະ ຊັກຊ້າເກີນໄປ. ຖ້າເຈົ້າພຽງແຕ່ລາຍງານສິ່ງເຫຼົ່ານີ້ຕໍ່ເບື້ອງເທິງ, ແລ້ວເຈົ້າກໍເປັນຄົນທີ່ບໍ່ໄດ້ຄວາມແທ້ໆ! ເຈົ້າໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂະໜາດນັ້ນ ແລະ ໄດ້ຟັງບົດເທດສະໜາມາຫຼາຍແລ້ວ, ແຕ່ເຈົ້າພັດຮູ້ພຽງແຕ່ວິທີການລາຍງານ, ນີ້ໝາຍຄວາມວ່າວຸດທິພາວະຂອງເຈົ້ານ້ອຍເກີນໄປແລ້ວ! ແນ່ນອນວ່າເຈົ້າມີວິທີການອື່ນໆເພື່ອຈັດການກັບຜູ້ຕໍ່ຕ້ານພຣະຄຣິສ ແມ່ນບໍ? ການລາຍງານຕໍ່ເບື້ອງເທິງແມ່ນທາງເລືອກສຸດທ້າຍ, ເປັນຂັ້ນຕອນທີ່ເຮັດກໍຕໍ່ເມື່ອຈຳເປັນແທ້ໆເທົ່ານັ້ນ. ຖ້າເຈົ້າມີຈຳນວນໜ້ອຍກວ່າ, ດ້ອຍກວ່າ ແລະ ຂາດຄວາມສາມາດໃນການແຍກແຍະ ແລະ ບໍ່ແນ່ໃຈວ່າຄົນໃດໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່, ເຈົ້າກໍອາດຈະບໍ່ກ້າເປີດໂປງການສະແດງອອກ ແລະ ການກະທຳຕ່າງໆຂອງພວກເຂົາ. ແຕ່ຖ້າເຈົ້າໝັ້ນໃຈວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຍັງບໍ່ກ້າທີ່ຈະລຸກຂຶ້ນເພື່ອຕໍ່ສູ້, ປະຕິເສດ ແລະ ເອົາຊະນະພວກເຂົາ, ເຈົ້າບໍ່ແມ່ນຄົນທີ່ບໍ່ໄດ້ຄວາມແທ້ໆບໍ? ຄວາມຈິງເລັກນ້ອຍທີ່ເຈົ້າເຂົ້າໃຈນັ້ນບໍ່ໄດ້ຖືກນຳມາໃຊ້ເລີຍ. ເຈົ້າໝັ້ນໃຈບໍວ່າສິ່ງທີ່ເຈົ້າເຂົ້າໃຈ ແລະ ໄດ້ຍິນນັ້ນຄືຄວາມຈິງ? ຖ້າແມ່ນ, ເປັນຫຍັງເຈົ້າຈຶ່ງບໍ່ກ້າທີ່ຈະລຸກຂຶ້ນຢ່າງໜັກແໜ້ນ ແລະ ຢ່າງຊອບທຳ ແລະ ຕໍ່ສູ້ກັບຜູ້ຕໍ່ຕ້ານພຣະຄຣິສ? ຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນອຳນາດການປົກຄອງຈັກໜ່ອຍ, ເຈົ້າຈະໄປຢ້ານພວກເຂົາເຮັດຫຍັງ? ເວັ້ນເສຍແຕ່ວ່າຈະມີສະຖານະການທີ່ພວກເຂົາອາດຈະສົ່ງຕົວເຈົ້າໃຫ້ແກ່ອຳນາດການປົກຄອງ ຖ້າເຈົ້າເປີດໂປງພວກເຂົາຢ່າງຮີບຮ້ອນ. ພາຍໃຕ້ສະຖານະການເຫຼົ່ານັ້ນ, ເຈົ້າຄວນລະມັດລະວັງ, ບໍ່ຍົວະເຍົ້າພວກເຂົາ ແລະ ໃຊ້ວິທີການທີ່ສະຫຼາດເພື່ອວິພາກວິຈານ ແລະ ທຳລາຍຊື່ສຽງຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງລັບໆ, ໂດຍຄ່ອຍໆກຳຈັດພວກເຂົາອອກໄປ. ການກຳຈັດພວກເຂົາຢ່າງງຽບໆ ມັນບໍ່ໜ້າປະທັບໃຈກວ່າບໍ? (ແມ່ນແລ້ວ.) ເອົາລະ, ສຳລັບການໂອ້ລົມໃນມື້ນີ້ກໍມີພຽງເທົ່ານີ້. ລາກ່ອນ!
ວັນທີ 12 ກັນຍາ 2020