ລາຍການທີສິບເອັດ: ພວກເຂົາບໍ່ຍອມຮັບການລິຮານ ແລະ ພວກເຂົາບໍ່ມີທັດສະນະຄະຕິໃນການກັບໃຈ ເມື່ອພວກເຂົາເຮັດສິ່ງທີ່ຜິດ, ແຕ່ເຜີຍແຜ່ແນວຄິດ ແລະ ຕັດສິນພຣະເຈົ້າຢ່າງເປີດເຜີຍແທນ
ມື້ນີ້ພວກເຮົາຈະໂອ້ລົມກ່ຽວກັບລາຍການທີສິບເອັດຂອງການສະແດງອອກຕ່າງໆຂອງພວກຕໍ່ຕ້ານພຣະຄຣິສ: ພວກເຂົາບໍ່ຍອມຮັບການລິຮານ ແລະ ພວກເຂົາບໍ່ມີທັດສະນະຄະຕິໃນການກັບໃຈ ເມື່ອພວກເຂົາເຮັດສິ່ງທີ່ຜິດ ແຕ່ເຜີຍແຜ່ແນວຄິດ ແລະ ຕັດສິນພຣະເຈົ້າຢ່າງເປີດເຜີຍແທນ. ເນື້ອໃນສະເພາະຂອງລາຍການນີ້ແມ່ນກ່ຽວກັບວິທີທີ່ພວກຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ; ນັ້ນກໍຄື ທັດສະນະຄະຕິຂອງພວກເຂົາເມື່ອພວກເຂົາປະເຊີນກັບສິ່ງນີ້ ແລະ ສິ່ງທີ່ພວກເຂົາເຮັດຕໍ່ໄປ ແລະ ການສະແດງອອກທີ່ພວກເຂົາມີໃນຂະນະທີ່ຍຶດຖືທັດສະນະຄະຕິນີ້ໄວ້. ພວກເຮົາໄດ້ໂອ້ລົມກ່ຽວກັບເນື້ອໃນທີ່ວ່າພວກຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານແນວໃດແລ້ວບໍ? (ແມ່ນແລ້ວ, ສິ່ງນີ້ໄດ້ຖືກກວມເອົາໃນລະຫວ່າງການໂອ້ລົມກ່ຽວກັບວິທີທີ່ພວກຕໍ່ຕ້ານພຣະຄຣິສປະຕິບັດຕໍ່ອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຂົາ.) ສະນັ້ນ, ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ການຖືກລິຮານແມ່ນຫຍັງ? ໃນເວລານັ້ນ ພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບຄຳເວົ້າປະຈຳຕົວທີ່ພວກຕໍ່ຕ້ານພຣະຄຣິສກ່າວອອກມາເມື່ອພວກເຂົາຖືກລິຮານບໍ? (ແມ່ນແລ້ວ.) ພວກເຂົາມີຄຳເວົ້າປະຈຳຕົວສອງປະໂຫຍກສຳລັບສະຖານະການປະເພດນີ້. ອັນໜຶ່ງແມ່ນ “ພຣະເຈົ້າຊອບທຳ ແລະ ຂ້ອຍເຊື່ອໃນພຣະເຈົ້າ, ບໍ່ແມ່ນບຸກຄົນໃດໜຶ່ງ!” ແລະ ອີກອັນໜຶ່ງແມ່ນ “ເຈົ້າຍັງອ່ອນປະສົບການເກີນໄປທີ່ຈະມາລິຮານຂ້ອຍ! ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຈະບໍ່ຍອມກົ້ມຫົວໃຫ້ໃຜເລີຍ!” ນອກຈາກນີ້, ພວກເຂົາກຽດຊັງຜູ້ໃດກໍຕາມທີ່ລິຮານພວກເຂົາ ແລະ ຍິ່ງໄປກວ່ານັ້ນ ທັນທີທີ່ພວກເຂົາຖືກລິຮານ, ພວກເຂົາກໍສົງໄສວ່າພວກເຂົາກຳລັງຈະຖືກກຳຈັດ. ໃນຕອນທ້າຍ, ພວກເຮົາຍັງໄດ້ໂອ້ລົມກ່ຽວກັບເລື່ອງທີ່ວ່າພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບການຖືກລິຮານເທົ່ານັ້ນ ແຕ່ຍັງເຜີຍແຜ່ແນວຄິດໄປທົ່ວທຸກແຫ່ງອີກດ້ວຍ. ນັ້ນບໍ່ແມ່ນສິ່ງທີ່ພວກເຮົາໄດ້ເວົ້າເຖິງບໍ? (ແມ່ນແລ້ວ.)
I. ເຫດຜົນທີ່ພວກຕໍ່ຕ້ານພຣະຄຣິສຖືກລິຮານ
ເຮົາຫາກໍທົບທວນຢ່າງໄວວາກ່ຽວກັບການໂອ້ລົມກ່ອນໜ້ານີ້ຂອງພວກເຮົາກ່ຽວກັບວິທີທີ່ພວກຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ ເມື່ອມັນກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວຂອງພວກເຂົາ. ມື້ນີ້ພວກເຮົາຈະໂອ້ລົມ ແລະ ໄຈ້ແຍກສິ່ງນີ້ຈາກອີກມຸມໜຶ່ງ ແລະ ມາເບິ່ງວ່າພວກຕໍ່ຕ້ານພຣະຄຣິສເປີດເຜີຍອຸປະນິໄສສະເພາະໃດແດ່ເມື່ອພວກເຂົາຖືກລິຮານ ແລະ ພວກເຂົາມີທັດສະນະຄະຕິແບບໃດ, ພ້ອມທັງມຸມມອງສະເພາະຂອງພວກເຂົາແມ່ນຫຍັງ ແລະ ພວກເຮົາຈະໄຈ້ແຍກອຸປະນິໄສຂອງພວກເຂົາໂດຍອີງໃສ່ມຸມມອງເຫຼົ່ານີ້. ເນື່ອງຈາກສິ່ງນີ້ກ່ຽວຂ້ອງກັບຫົວຂໍ້ຂອງການລິຮານ, ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບເຫດຜົນທີ່ພວກຕໍ່ຕ້ານພຣະຄຣິສຖືກລິຮານ. ການລິຮານບໍ່ແມ່ນສິ່ງທີ່ເຮັດໂດຍບໍ່ມີເຫດຜົນ, ສະນັ້ນ ໃນບໍລິບົດໃດ ແລະ ພາຍໃຕ້ສະຖານະການໃດທີ່ສິ່ງນີ້ຈະເກີດຂຶ້ນກັບຜູ້ຕໍ່ຕ້ານພຣະຄຣິສ? ມັນເປັນພຽງຍ້ອນວ່າຄົນນັ້ນເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ບາງຄົນເວົ້າວ່າ: “ຜູ້ໃດກໍຕາມທີ່ມີສະຖານະ, ຜູ້ໃດກໍຕາມທີ່ສະແຫວງຫາຄວາມໂດດເດັ່ນ, ໃນທີ່ສຸດກໍຈະຖືກລິຮານ”. ນັ້ນເປັນຄວາມຈິງບໍ? (ບໍ່.) ແລ້ວພວກຕໍ່ຕ້ານພຣະຄຣິສເຮັດຫຍັງທີ່ເຮັດໃຫ້ພວກເຂົາຖືກລິຮານ? ພວກເຂົາຈະຖືກລິຮານຢ່າງໜັກບໍ ຖ້າພວກເຂົາເຮັດຄວາມຜິດພາດທຳມະດາ? ສິ່ງນີ້ບໍ່ຄວນຖືກໂອ້ລົມບໍ? (ແມ່ນແລ້ວ.) ເປັນຫຍັງພວກຕໍ່ຕ້ານພຣະຄຣິສຈຶ່ງຖືກລິຮານ? ເມື່ອເບິ່ງໃນທາງທິດສະດີແລ້ວ, ພວກຕໍ່ຕ້ານພຣະຄຣິສມີອຸປະນິໄສທີ່ອວດດີ, ພວກເຂົາບໍ່ອ່ອນນ້ອມຕໍ່ຄວາມຈິງ, ພວກເຂົາບໍ່ຮັກພຣະທຳຂອງພຣະເຈົ້າ ຫຼື ສິ່ງທີ່ເປັນບວກ, ພວກເຂົາເບື່ອໜ່າຍຄວາມຈິງ, ພວກເຂົາກຽດຊັງຄວາມຈິງ ແລະ ພວກເຂົາເປັນສັດຕູຂອງພຣະເຈົ້າ, ສະນັ້ນ ພວກເຂົາຄວນຖືກລິຮານ ຫຼື ເຖິງຂັ້ນຖືກເປີດໂປງຢ່າງບໍ່ປານີ. ຄຳເວົ້ານີ້ຖືກຕ້ອງບໍ? ໂດຍອີງໃສ່ການສະແດງອອກ ແລະ ການເປີດເຜີຍຂອງພວກເຂົາ, ພວກເຂົາສາມາດຖືກກຳນົດລັກສະນະວ່າເປັນພວກຕໍ່ຕ້ານພຣະຄຣິສ, ສະນັ້ນ ພວກເຂົາສົມຄວນຖືກລິຮານ ແລະ ເຖິງຂັ້ນຖືກເປີດໂປງຢ່າງບໍ່ປານີ; ບໍ່ວ່າພວກເຂົາຈະຖືກລິຮານແນວໃດກໍຕາມ, ພວກເຂົາກໍບໍ່ສົມຄວນໄດ້ຮັບຄວາມສົງສານ, ພວກເຂົາຄວນຖືກປະຕິເສດ ແລະ ບໍ່ວ່າໃຜກໍຕາມກໍມີເຫດຜົນອັນສົມຄວນໃນການລິຮານພວກເຂົາ. ເລື່ອງລາວເປັນແບບນັ້ນບໍ? (ບໍ່ແມ່ນ.) ພວກເຈົ້າແນ່ໃຈບໍ? ເປັນຫຍັງພວກຕໍ່ຕ້ານພຣະຄຣິສຈຶ່ງຖືກລິຮານ? ເຮົາຫາກໍກ່າວເຖິງຫຼາຍເຫດຜົນສຳລັບສິ່ງນີ້. ບາງຄົນໃນໝູ່ພວກເຈົ້າອາດຈະຮູ້ສຶກວ່າເຫດຜົນເຫຼົ່ານັ້ນບໍ່ຖືກຕ້ອງ ແຕ່ພວກເຈົ້າກໍບໍ່ແນ່ໃຈກ່ຽວກັບມັນ; ນີ້ເປັນເພາະວ່າພວກເຈົ້າພຽງແຕ່ເຂົ້າໃຈຫຼັກຄຳສອນ ແລະ ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງສິ່ງນີ້ໄດ້. ຄວາມຈິງທີ່ວ່າພວກເຈົ້າຍັງບໍ່ໄດ້ຮັບຮູ້ສິ່ງນີ້ສະແດງໃຫ້ເຫັນວ່າພວກເຈົ້າຍັງບໍ່ໄດ້ເບິ່ງທະລຸເຖິງເລື່ອງທີ່ວ່າເປັນຫຍັງພວກຕໍ່ຕ້ານພຣະຄຣິສຈຶ່ງຖືກລິຮານ. ຄົນສ່ວນໃຫຍ່ພຽງແຕ່ເຂົ້າໃຈຫຼັກຄຳສອນກ່ຽວກັບເລື່ອງນີ້ ແລະ ພວກເຂົາຮູ້ໃນໃຈຂອງພວກເຂົາວ່າຜູ້ຕໍ່ຕ້ານພຣະຄຣິສຄວນຖືກລິຮານ ແລະ ຖືກເປີດໂປງຢ່າງບໍ່ປານີ ແຕ່ພວກເຂົາຂາດການແຍກແຍະກ່ຽວກັບພຶດຕິກຳຕົວຈິງຂອງຜູ້ຕໍ່ຕ້ານພຣະຄຣິສ; ສິ່ງນີ້ບົ່ງບອກວ່າພວກເຂົາບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫານີ້ ຫຼື ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສໄດ້. ຜູ້ທີ່ບໍ່ມີຄວາມຈິງຄວາມເປັນຈິງພຽງແຕ່ເຂົ້າໃຈຫຼັກຄຳສອນ, ພວກເຂົານຳໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາ, ສະນັ້ນ ຖ້າມີຜູ້ຕໍ່ຕ້ານພຣະຄຣິສກຳລັງເຮັດບາງສິ່ງບາງຢ່າງແທ້ໆ, ພວກເຂົາກໍຈະບໍ່ສາມາດເບິ່ງທະລຸສິ່ງນັ້ນໄດ້.
ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງອາດຈະຖືກລິຮານ? ເຫດຜົນນັ້ນງ່າຍດາຍຫຼາຍ, ມັນເປັນຍ້ອນການສະແດງອອກຕ່າງໆຂອງພວກເຂົາ ແລະ ການປະຕິບັດ ແລະ ພຶດຕິກຳທີ່ແຕກຕ່າງກັນ ເຊິ່ງຖືກເປີດເຜີຍອອກມາຈາກແກ່ນແທ້ຂອງພວກເຂົາ. ແລ້ວການປະຕິບັດ, ພຶດຕິກຳ ແລະ ການສະແດງອອກເຫຼົ່ານີ້ແມ່ນຫຍັງ? ກ່ອນອື່ນໝົດ, ຜູ້ຕໍ່ຕ້ານພຣະຄຣິສສ້າງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ. ເນື່ອງຈາກແກ່ນແທ້ການເປັນຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາ, ພວກເຂົາຈຶ່ງຍາດແຍ່ງຜູ້ຄົນທີ່ພຣະອົງເລືອກກັບພຣະເຈົ້າ ແລະ ພວກເຂົາຍາດແຍ່ງອານາເຂດ ແລະ ຫົວໃຈຂອງຜູ້ຄົນ, ທັງໝົດນີ້ຄືການທີ່ພວກເຂົາໄດ້ສ້າງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ. ເມື່ອຄົນໃດໜຶ່ງກຳລັງສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງ, ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່ບໍ? (ບໍ່.) ພວກເຂົາກຳລັງດຳເນີນກິດຈະການຂອງຕົວເອງ, ຈັດການຂອບເຂດອິດທິພົນ ແລະ ສິດອຳນາດຂອງພວກເຂົາເອງ, ພະຍາຍາມເຂົ້າຄວບຄຸມອານາເຂດຂອງພວກເຂົາເອງແຕ່ພຽງຜູ້ດຽວ, ເພື່ອສ້າງພັກພວກຂອງພວກເຂົາເອງ, ເພື່ອເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກຫຼົງຜິດ ເພື່ອໃຫ້ຄົນເຫຼົ່ານັ້ນປະຕິເສດພຣະເຈົ້າ ແລະ ຫັນມາຕິດຕາມພວກເຂົາແທນ. ນີ້ບໍ່ແມ່ນການປະຕິບັດໜ້າທີ່ຂອງພວກເຂົາ, ມັນຄືການຕໍ່ຕ້ານພຣະເຈົ້າຢ່າງເຊິ່ງໜ້າ. ເມື່ອຜູ້ຕໍ່ຕ້ານພຣະຄຣິສສະແດງການສະແດງອອກເຫຼົ່ານີ້ອອກມາ, ເມື່ອພວກເຂົາເຮັດສິ່ງເຫຼົ່ານີ້, ພວກເຂົາຄວນຖືກລິຮານບໍ? (ແມ່ນແລ້ວ.) ນີ້ແມ່ນໜຶ່ງໃນເຫດຜົນສຳລັບການລິຮານຜູ້ຕໍ່ຕ້ານພຣະຄຣິສບໍ? ນີ້ແມ່ນໜຶ່ງໃນການສະແດງອອກທີ່ສະເພາະເຈາະຈົງຂອງພວກເຂົາບໍ? (ແມ່ນແລ້ວ.) ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ເວົ້າແບບນັ້ນເມື່ອກີ້ນີ້? ຄຳເວົ້າເຫຼົ່ານີ້ບໍ່ໄດ້ຢູ່ທັງໃນປາກຂອງພວກເຈົ້າ ແລະ ໃນຄວາມຄິດຂອງພວກເຈົ້າບໍ? (ແມ່ນແລ້ວ.) ການສະແດງອອກນີ້ຂັດແຍ້ງກັບເຫດຜົນທາງທິດສະດີທີ່ເຮົາຫາກໍກ່າວເຖິງບໍ? ຄວາມແຕກຕ່າງລະຫວ່າງພວກມັນແມ່ນຫຍັງ? (ເຫດຜົນເຫຼົ່ານັ້ນຂ້ອນຂ້າງເປັນພາບລວມ, ໃນຂະນະທີ່ການສະແດງອອກທີ່ພຣະເຈົ້າຫາກໍກ່າວເຖິງນັ້ນມີຄວາມລະອຽດ, ມັນເປັນການສະແດງອອກທີ່ສຳພັນກັບຊີວິດຈິງຂອງຜູ້ຕໍ່ຕ້ານພຣະຄຣິສ.) ເຫດຜົນທີ່ກ່າວເຖິງກ່ອນໜ້ານີ້ເປັນພາບລວມ, ພວກມັນເປັນພຽງຫຼັກຄຳສອນບາງຢ່າງ; ພວກມັນບໍ່ແມ່ນເຫດຜົນທີ່ສະເພາະເຈາະຈົງທີ່ວ່າເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຖືກລິຮານເລີຍ. ການສະແດງອອກນີ້ແມ່ນໜຶ່ງໃນເຫດຜົນທີ່ແທ້ຈິງ. ການສະແດງອອກທຳອິດກໍຄື ພວກເຂົາກຳລັງພະຍາຍາມສ້າງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ. ການສະແດງອອກທີສອງແມ່ນການບົງການຢ່າງລັບໆຂອງພວກເຂົາ. ສິ່ງນີ້ມີທຳມະຊາດດຽວກັນກັບການພະຍາຍາມສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງ ແຕ່ການປະຕິບັດທີ່ສະເພາະເຈາະຈົງນັ້ນແຕກຕ່າງກັນ. ແລ້ວການບົງການຢ່າງລັບໆໝາຍຄວາມວ່າແນວໃດ? ນີ້ເປັນຄຳສັບໃນທາງບວກ ຫຼື ທາງລົບ? ມັນມີຄວາມໝາຍແຝງໃນທາງຍົກຍ້ອງ ຫຼື ທາງເສື່ອມເສຍ? (ຄວາມໝາຍແຝງໃນທາງເສື່ອມເສຍ.) ໂດຍປົກກະຕິແລ້ວການບົງການຢ່າງລັບໆໝາຍຄວາມວ່າແນວໃດ? ສິ່ງນີ້ລວມມີການສະແດງອອກປະເພດໃດແດ່? (ຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງຕ່າງໆຢູ່ເບື້ອງຫຼັງ ເພື່ອເສີມສ້າງສະຖານະຂອງພວກເຂົາໃຫ້ໝັ້ນຄົງ. ຕົວຢ່າງ: ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ, ພວກເຂົາຫາສຽງຢູ່ເບື້ອງຫຼັງ.) ນີ້ແມ່ນໜຶ່ງໃນສິ່ງທີ່ມັນລວມຢູ່ດ້ວຍ. ສະຫຼຸບແລ້ວ, ການສະແດງອອກປະເພດນີ້ໝາຍເຖິງການເຮັດບາງສິ່ງບາງຢ່າງແບບປິດບັງ, ໂດຍບໍ່ມີການປຶກສາຫາລືກັບຄົນອື່ນ, ປາສະຈາກຄວາມໂປ່ງໃສ, ບົງການສະຖານະການຢູ່ລັບຫຼັງທຸກຄົນ, ໂດຍສະເພາະຢ່າງຍິ່ງແມ່ນບໍ່ຍອມໃຫ້ເບື້ອງເທິງ ຫຼື ຜູ້ນຳລະດັບສູງຮູ້ກ່ຽວກັບເລື່ອງນີ້. ຜູ້ຕໍ່ຕ້ານພຣະຄຣິສເຮັດບາງສິ່ງບາງຢ່າງຢ່າງລັບໆ, ທັງທີ່ຮູ້ດີວ່າສິ່ງເຫຼົ່ານັ້ນຂັດກັບຫຼັກການ ແລະ ບໍ່ສອດຄ່ອງກັບຄວາມຈິງ, ສິ່ງເຫຼົ່ານັ້ນສ້າງຄວາມເສຍຫາຍຕໍ່ເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າກຽດຊັງສິ່ງເຫຼົ່ານັ້ນ. ພວກເຂົາກໍຍັງຄົງຢືນຢັນທີ່ຈະເຮັດສິ່ງເຫຼົ່ານີ້, ໂດຍໃຊ້ເລ່ຫຼ່ຽມຂອງຊາຕານ ແລະ ກົນລະຍຸດຂອງມະນຸດເພື່ອບົງການສະຖານະການ ແລ້ວພວກເຂົາກໍລົງມືເຮັດຢ່າງລັບໆ. ເປົ້າໝາຍທີ່ຢູ່ເບື້ອງຫຼັງການເຮັດສິ່ງຕ່າງໆຢ່າງລັບໆຂອງພວກເຂົາແມ່ນຫຍັງ? ເປົ້າໝາຍໜຶ່ງກໍຄືການຍຶດອຳນາດ ແລະ ອີກເປົ້າໝາຍໜຶ່ງກໍຄືການໄດ້ຮັບຜົນປະໂຫຍດໃດກໍຕາມທີ່ພວກເຂົາຕ້ອງການ. ເພື່ອຈຸດປະສົງເຫຼົ່ານີ້, ພວກເຂົາເຮັດສິ່ງທີ່ລະເມີດຫຼັກການຄວາມຈິງ, ກົດລະບຽບຂອງຄຣິສຕະຈັກ, ເຈດຕະນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນຄື ສະຕິຮູ້ສຶກຜິດຊອບຂອງພວກເຂົາເອງ. ບໍ່ມີຄວາມໂປ່ງໃສໃນການກະທຳຂອງພວກເຂົາ, ພວກເຂົາປິດບັງທຸກສິ່ງຈາກທຸກຄົນ ຫຼື ພວກເຂົາບອກພຽງແຕ່ຜູ້ສົມຮູ້ຮ່ວມຄິດຈຳນວນໜ້ອຍດຽວທີ່ຢູ່ໃນຂອບເຂດອິດທິພົນຂອງພວກເຂົາ ເພື່ອໃຫ້ພວກເຂົາສາມາດບັນລຸເປົ້າໝາຍໃນການຄວບຄຸມສະຖານະການຂອງພວກເຂົາ, ໃນການຕົບຕາຜູ້ນຳລະດັບສູງ ແລະ ຜູ້ຄົນທີ່ພຣະເຈົ້າເລືອກໄດ້. ການບົງການຢ່າງລັບໆໝາຍຄວາມວ່າ ພວກເຂົາຕັດສິນໃຈບາງຢ່າງ ແລະ ຈັດວາງບາງສິ່ງບາງຢ່າງ ໃນຂະນະທີ່ຄົນສ່ວນໃຫຍ່ບໍ່ຮູ້ເລື່ອງເລີຍ ແລະ ຫຼັງຈາກທີ່ສິ່ງເຫຼົ່ານີ້ເກີດຂຶ້ນມາແລ້ວ, ຄົນສ່ວນໃຫຍ່ກໍບໍ່ຮູ້ເຖິງແຫຼ່ງທີ່ມາຂອງພວກມັນ ຫຼື ບໍ່ຮູ້ວ່າໃຜເປັນຄົນເລີ່ມຕົ້ນສິ່ງເຫຼົ່ານີ້ ຫຼື ເກີດຫຍັງຂຶ້ນແທ້ໆ. ເປັນຫຍັງຄົນສ່ວນໃຫຍ່ຈຶ່ງບໍ່ຮູ້ເລື່ອງຫຍັງເລີຍ? ນີ້ຄືຄວາມຊົ່ວຊ້າ, ຄວາມໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຕັ້ງໃຈຫຼອກລວງອ້າຍເອື້ອຍນ້ອງ, ຜູ້ນຳລະດັບສູງ ແລະ ເບື້ອງເທິງດ້ວຍການກະທຳຂອງພວກເຂົາ. ບໍ່ວ່າເຈົ້າຈະພະຍາຍາມສືບສວນສິ່ງເຫຼົ່ານີ້ ຫຼື ຖາມໃຜກໍຕາມ, ກໍບໍ່ມີໃຜຮູ້ເຖິງສາເຫດຂອງພວກມັນ ແລະ ໂດຍສະເພາະສຳລັບຫຼາຍສິ່ງທີ່ເກີດຂຶ້ນມາດົນນານແລ້ວ, ຄົນສ່ວນໃຫຍ່ກໍຍັງບໍ່ຮູ້ວ່າເກີດຫຍັງຂຶ້ນ. ນີ້ຄືການບົງການຢ່າງລັບໆ. ມັນເປັນກົນລະຍຸດທົ່ວໄປທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້, ເມື່ອພວກເຂົາຕ້ອງການເຮັດບາງສິ່ງບາງຢ່າງ, ພວກເຂົາກໍວາງແຜນ ແລະ ກະກຽມມັນເປັນການສ່ວນຕົວ ໂດຍບໍ່ປຶກສາຫາລືກັບຄົນອື່ນ. ພວກເຂົາວາງແຜນຢູ່ໃນຫົວຂອງພວກເຂົາ ຖ້າພວກເຂົາບໍ່ມີໃຜທີ່ພວກເຂົາໄວ້ໃຈໄດ້; ຖ້າພວກເຂົາມີຜູ້ສົມຮູ້ຮ່ວມຄິດ, ພວກເຂົາກໍຈະວາງແຜນ ແລະ ກະກຽມກັບຄົນເຫຼົ່ານັ້ນຢ່າງລັບໆ ແລະ ຜູ້ໃດກໍຕາມທີ່ຢູ່ໃນຂອບເຂດອິດທິພົນຂອງພວກເຂົາກໍອາດຈະກາຍເປັນເປົ້າໝາຍຂອງການບົງການ, ຂອງແຜນການຂອງພວກເຂົາ. ລັກສະນະຕົ້ນຕໍຂອງການປະຕິບັດປະເພດນີ້ແມ່ນຫຍັງ? ມັນຄືການຂາດຄວາມໂປ່ງໃສ, ເຊິ່ງຄົນສ່ວນໃຫຍ່ບໍ່ໄດ້ຮັບສິດໃນການຮັບຮູ້ວ່າເກີດຫຍັງຂຶ້ນ ແລະ ຖືກປັ່ນຫົວ, ຖືກບົງການ ແລະ ຖືກເຮັດໃຫ້ຫຼົງຜິດໂດຍຜູ້ຕໍ່ຕ້ານພຣະຄຣິສ ໃນຂະນະທີ່ຢູ່ໃນສະພາວະທີ່ສັບສົນ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເຮັດການບົງການຢ່າງລັບໆ ແລະ ບໍ່ກະທຳການໃນວິທີທີ່ເປີດເຜີຍ ຫຼື ໂປ່ງໃສ ຫຼື ອະນຸຍາດໃຫ້ທຸກຄົນມີສິດຮັບຮູ້ວ່າເກີດຫຍັງຂຶ້ນ? ມັນເປັນເພາະວ່າພວກເຂົາຮູ້ເປັນຢ່າງດີ ແລະ ຢ່າງຊັດເຈນວ່າສິ່ງທີ່ພວກເຂົາກຳລັງເຮັດຢູ່ນັ້ນບໍ່ສອດຄ່ອງກັບຫຼັກການ ຫຼື ກົດລະບຽບຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກຳລັງກະທຳຜິດໂດຍບໍ່ຄິດໃຫ້ດີ. ພວກເຂົາຮູ້ວ່າ ຖ້າຄົນສ່ວນໃຫຍ່ຮູ້ວ່າພວກເຂົາກຳລັງເຮັດຫຍັງຢູ່, ບາງຄົນໃນຄົນເຫຼົ່ານັ້ນກໍຈະລຸກຂຶ້ນ ແລະ ຕໍ່ຕ້ານພວກເຂົາ ແລະ ຖ້າຜູ້ນຳລະດັບສູງຮູ້, ພວກເຂົາກໍຈະຖືກລິຮານ ແລະ ຖືກປົດອອກ ແລ້ວສະຖານະຂອງພວກເຂົາກໍຈະຕົກຢູ່ໃນອັນຕະລາຍ. ນັ້ນຄືເຫດຜົນທີ່ພວກເຂົານຳໃຊ້ວິທີການບົງການຢ່າງລັບໆໃນບາງສິ່ງທີ່ພວກເຂົາເຮັດ ແລະ ບໍ່ອະນຸຍາດໃຫ້ຄົນອື່ນຮູ້ກ່ຽວກັບສິ່ງເຫຼົ່ານັ້ນ. ຜົນສະທ້ອນຂອງການບົງການຢ່າງລັບໆຂອງພວກເຂົາເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກບໍ? ພວກມັນເປັນການເສີມສ້າງສຳລັບທຸກຄົນບໍ? ແນ່ນອນວ່າບໍ່ແມ່ນ. ຄົນສ່ວນໃຫຍ່ຖືກເຮັດໃຫ້ຫຼົງຜິດ ແລະ ຖືກຫຼອກລວງ ແລະ ບໍ່ໄດ້ຮັບຜົນປະໂຫຍດໃດໆຈາກມັນເລີຍ. ວິທີການບົງການຢ່າງລັບໆນີ້ທີ່ຜູ້ຕໍ່ຕ້ານພຣະຄຣິສນຳໃຊ້ສອດຄ່ອງກັບຫຼັກການຄວາມຈິງບໍ? ນີ້ຄືການກະທຳຕາມຂໍ້ກຳນົດຂອງພຣະເຈົ້າບໍ? (ບໍ່.) ສະນັ້ນ ເມື່ອການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເຮັດການບົງການຢ່າງລັບໆຖືກຄົ້ນພົບ, ຜູ້ຕໍ່ຕ້ານພຣະຄຣິສຄວນຖືກລິຮານບໍ? ພວກເຂົາຄວນຖືກເປີດໂປງ ແລະ ຖືກປະຕິເສດບໍ? (ແມ່ນແລ້ວ.) ການເຮັດການບົງການຢ່າງລັບໆແມ່ນໜຶ່ງໃນການສະແດງອອກທີ່ຊັດເຈນຂອງຜູ້ຕໍ່ຕ້ານພຣະຄຣິສ.
ມີການສະແດງອອກອື່ນໃດແດ່ທີ່ພົບເຫັນໄດ້ທົ່ວໄປ ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດວຽກ? (ຜູ້ຕໍ່ຕ້ານພຣະຄຣິສກົດຂີ່ ແລະ ທໍລະມານຜູ້ຄົນເພື່ອເຫັນແກ່ສະຖານະຂອງພວກເຂົາເອງ.) ມັນເປັນສິ່ງທີ່ພົບເຫັນໄດ້ທົ່ວໄປທີ່ສຸດສຳລັບຜູ້ຕໍ່ຕ້ານພຣະຄຣິສທີ່ຈະທໍລະມານຄົນອື່ນ ແລະ ມັນແມ່ນໜຶ່ງໃນການສະແດງອອກທີ່ເປັນຮູບປະທຳຂອງພວກເຂົາ. ເພື່ອຮັກສາສະຖານະຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສມັກຈະຮຽກຮ້ອງໃຫ້ທຸກຄົນເຊື່ອຟັງ ແລະ ເຮັດຕາມທີ່ພວກເຂົາສັ່ງຢູ່ສະເໝີ. ຖ້າພວກເຂົາພົບວ່າຄົນໃດໜຶ່ງບໍ່ເຮັດຕາມທີ່ພວກເຂົາສັ່ງ ຫຼື ມີຄວາມກຽດຊັງ ແລະ ຕໍ່ຕ້ານພວກເຂົາ, ພວກເຂົາກໍຈະນຳໃຊ້ກົນລະຍຸດໃນການກົດຂີ່ ແລະ ທໍລະມານຄົນນັ້ນ ເພື່ອປາບຄົນເຫຼົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສມັກຈະກົດຂີ່ຜູ້ທີ່ມີຄວາມຄິດເຫັນແຕກຕ່າງຈາກພວກເຂົາ. ພວກເຂົາມັກຈະກົດຂີ່ຜູ້ທີ່ໄລ່ຕາມຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ. ພວກເຂົາມັກຈະກົດຂີ່ຄົນທີ່ຂ້ອນຂ້າງດີ ແລະ ຊື່ກົງ ເຊິ່ງບໍ່ປະຈົບປະແຈງ ຫຼື ເອົາໃຈພວກເຂົາ. ພວກເຂົາກົດຂີ່ຜູ້ທີ່ບໍ່ເຂົ້າກັບພວກເຂົາ ຫຼື ບໍ່ຍອມຕໍ່ພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ປະຕິບັດຕໍ່ຄົນອື່ນໂດຍອີງໃສ່ຫຼັກການຄວາມຈິງ. ພວກເຂົາບໍ່ສາມາດປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ. ເມື່ອພວກເຂົາບໍ່ມັກຄົນໃດໜຶ່ງ, ເມື່ອຄົນໃດໜຶ່ງເບິ່ງຄືວ່າບໍ່ໄດ້ຍອມຕໍ່ພວກເຂົາຈາກໃຈ, ພວກເຂົາກໍຈະຊອກຫາໂອກາດ ແລະ ຂໍ້ອ້າງ ແລະ ເຖິງຂັ້ນຄິດຫາຂໍ້ອ້າງຕ່າງໆ ເພື່ອໂຈມຕີ ແລະ ທໍລະມານຄົນຜູ້ນັ້ນ, ຈົນເຖິງຂັ້ນອ້າງຊື່ຂອງການເຮັດວຽກງານຂອງຄຣິສຕະຈັກມາກົດຂີ່ຄົນເຫຼົ່ານັ້ນ. ພວກເຂົາບໍ່ຍອມລົດລະຈົນກວ່າຜູ້ຄົນຈະອ່ອນຍອມ ແລະ ບໍ່ກ້າປະຕິເສດພວກເຂົາ; ພວກເຂົາບໍ່ຍອມລົດລະຈົນກວ່າຜູ້ຄົນຈະຍອມຮັບສະຖານະ ແລະ ອຳນາດຂອງພວກເຂົາ, ທັກທາຍພວກເຂົາດ້ວຍຮອຍຍິ້ມ, ສະແດງການເຫັນດີນຳ ແລະ ການຍິນຍອມຕໍ່ພວກເຂົາ ແລະ ບໍ່ກ້າທີ່ຈະມີແນວຄິດກະບົດຕໍ່ພວກເຂົາ. ໃນສະຖານະການໃດກໍຕາມ, ໃນກຸ່ມໃດກໍຕາມ, ຄຳວ່າ “ຄວາມຍຸຕິທຳ” ບໍ່ມີຢູ່ຈິງໃນການປະຕິບັດຕໍ່ຄົນອື່ນຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄຳວ່າ “ຄວາມຮັກ” ກໍບໍ່ມີຢູ່ຈິງໃນການປະຕິບັດຂອງພວກເຂົາ ຕໍ່ອ້າຍເອື້ອຍນ້ອງທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ພວກເຂົາຖືວ່າຜູ້ໃດກໍຕາມທີ່ເປັນໄພຄຸກຄາມຕໍ່ສະຖານະຂອງພວກເຂົາເປັນຕະປູຕຳຕາ ແລະ ເປັນສ້ຽນໜາມຕຳໃຈ ແລະ ພວກເຂົາກໍຈະຊອກຫາໂອກາດ ແລະ ຂໍ້ອ້າງເພື່ອທໍລະມານຄົນເຫຼົ່ານັ້ນ. ຖ້າຄົນນັ້ນບໍ່ຍອມ, ພວກເຂົາກໍຈະທໍລະມານລາວ ແລະ ບໍ່ຢຸດຈົນກວ່າຄົນນັ້ນຈະຖືກປາບ. ການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດແບບນີ້ແມ່ນບໍ່ສອດຄ່ອງກັບຫຼັກການຄວາມຈິງຢ່າງຍິ່ງ ແລະ ເປັນສັດຕູກັບຄວາມຈິງ, ສະນັ້ນ ພວກເຂົາຄວນຖືກລິຮານບໍ? ບໍ່ພຽງແຕ່ເທົ່ານັ້ນ, ຕ້ອງເປີດໂປງ, ແຍກແຍະ ແລະ ກຳນົດລັກສະນະຂອງພວກເຂົາຈຶ່ງຈະໄດ້ຜົນ. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ທຸກຄົນຕາມຄວາມມັກຂອງພວກເຂົາເອງ, ຕາມເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາເອງ. ພາຍໃຕ້ສິດອຳນາດຂອງພວກເຂົາ, ຜູ້ໃດກໍຕາມທີ່ມີຄວາມຮູ້ສຶກຍຸຕິທຳ, ຜູ້ໃດກໍຕາມທີ່ສາມາດເວົ້າຢ່າງເປັນທຳ, ຜູ້ໃດກໍຕາມທີ່ກ້າຕໍ່ສູ້ກັບຄວາມບໍ່ຍຸຕິທຳ, ຜູ້ໃດກໍຕາມທີ່ຍຶດໝັ້ນໃນຫຼັກການຄວາມຈິງ, ຜູ້ໃດກໍຕາມທີ່ມີພອນສະຫວັນ ແລະ ຄວາມຮູ້ຢ່າງແທ້ຈິງ, ຜູ້ໃດກໍຕາມທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ, ຄົນທັງໝົດເຫຼົ່ານີ້ຈະພົບກັບຄວາມອິດສາຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາຈະຖືກກົດຂີ່, ຖືກກີດກັນ ແລະ ເຖິງຂັ້ນຖືກຢຽບຍໍ່າຢູ່ໃຕ້ຕີນຂອງຜູ້ຕໍ່ຕ້ານພຣະຄຣິສ ຈົນເຖິງຈຸດທີ່ບໍ່ສາມາດລຸກຂຶ້ນໄດ້ອີກ. ນັ້ນຄືຄວາມກຽດຊັງທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄົນດີ ແລະ ຜູ້ທີ່ໄລ່ຕາມຄວາມຈິງ. ສາມາດເວົ້າໄດ້ວ່າ ຄົນສ່ວນໃຫຍ່ທີ່ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກອິດສາ ແລະ ກົດຂີ່ນັ້ນ ບໍ່ຫຼາຍກໍໜ້ອຍລ້ວນແຕ່ເປັນບຸກຄົນທີ່ເປັນບວກ ແລະ ເປັນຄົນດີ. ສ່ວນໃຫຍ່ໃນພວກເຂົາແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ, ຄົນທີ່ພຣະເຈົ້າສາມາດໃຊ້ງານໄດ້, ຄົນທີ່ພຣະເຈົ້າຈະເຮັດໃຫ້ສົມບູນ. ໃນການນຳໃຊ້ກົນລະຍຸດແຫ່ງການກົດຂີ່ ແລະ ການກີດກັນເຊັ່ນນີ້ຕໍ່ຜູ້ທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ, ໃຊ້ງານ ແລະ ເຮັດໃຫ້ສົມບູນ, ຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນຜູ້ທີ່ຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າບໍ? ພວກເຂົາບໍ່ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າບໍ? ໃນຂະນະທີ່ພວກເຂົາຮູ້ສຶກອິດສາ, ໂຈມຕີ ແລະ ກີດກັນຜູ້ທີ່ໄລ່ຕາມຄວາມຈິງແບບນີ້, ພວກເຂົາກໍກຳລັງລົບກວນວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກໂດຍກົງ. ຜູ້ຕໍ່ຕ້ານພຣະຄຣິສປະເພດນີ້ບໍ່ພຽງແຕ່ເປັນປໍລະປັກຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແຕ່ຍັງເປັນປໍລະປັກຕໍ່ຜູ້ທີ່ຕິດຕາມພຣະເຈົ້າ ແລະ ຜູ້ທີ່ໄລ່ຕາມຄວາມຈິງອີກດ້ວຍ. ນີ້ຄືຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ປະຊາກອນທີ່ພຣະເຈົ້າເລືອກຄວນມີການແຍກແຍະຕໍ່ການສະແດງອອກປະເພດນີ້ຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາຄວນເປີດໂປງ ແລະ ປະຕິເສດຜູ້ຕໍ່ຕ້ານພຣະຄຣິສບໍ? ອຸປະນິໄສປະເພດທີ່ຜູ້ຕໍ່ຕ້ານພຣະຄຣິສມີນັ້ນສາມາດແກ້ໄຂໄດ້ໂດຍການໂອ້ລົມຄວາມຈິງບໍ? ອຸປະນິໄສຂອງພວກເຂົາຄືການກຽດຊັງຄວາມຈິງ ແລະ ພຣະເຈົ້າ ແລະ ພວກເຂົາຈະບໍ່ຍອມຮັບ ຫຼື ອ່ອນນ້ອມຕໍ່ຄວາມຈິງຢ່າງເດັດຂາດ. ສະນັ້ນ, ວິທີດຽວທີ່ຈະຈັດການກັບຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງເຊັ່ນນີ້ແມ່ນການເປີດໂປງ, ແຍກແຍະ ແລ້ວປະຕິເສດຄົນເຊັ່ນນີ້. ສິ່ງນີ້ສອດຄ່ອງກັບຫຼັກການຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ. ການທີ່ຜູ້ຕໍ່ຕ້ານພຣະຄຣິສທໍລະມານປະຊາກອນທີ່ພຣະເຈົ້າເລືອກດ້ວຍວິທີນີ້ ເຫັນໄດ້ຊັດເຈນວ່າພວກເຂົາກຳລັງຕັ້ງຕົວເປັນປໍລະປັກກັບພຣະເຈົ້າ ແລະ ຍາດແຍ່ງປະຊາກອນທີ່ພຣະເຈົ້າເລືອກໄປຈາກພຣະອົງ. ພວກເຂົາອິດສາ ແລະ ກຽດຊັງຜູ້ທີ່ພວກເຂົາບໍ່ສາມາດເຮັດໃຫ້ຫຼົງຜິດ ແລະ ຄວບຄຸມໄດ້. ພວກເຂົາບໍ່ສາມາດໄດ້ຮັບຄົນເຫຼົ່ານີ້ໄດ້ ແຕ່ພວກເຂົາກໍບໍ່ຍອມໃຫ້ພຣະເຈົ້າໄດ້ຮັບຄົນເຫຼົ່ານີ້ເຊັ່ນກັນ. ດ້ວຍວິທີນີ້, ພວກເຂົາບໍ່ໄດ້ກຳລັງສວມບົດບາດຂອງຊາຕານໃນຄຣິສຕະຈັກ, ເຊິ່ງຍາດແຍ່ງປະຊາກອນທີ່ພຣະເຈົ້າເລືອກໄປຈາກພຣະເຈົ້າ ແລະ ນຳເອົາອັນຕະລາຍ ແລະ ຄວາມພິນາດມາສູ່ຄົນເຫຼົ່ານັ້ນບໍ? ຜູ້ຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະຄວບຄຸມປະຊາກອນທີ່ພຣະເຈົ້າເລືອກທີ່ໄລ່ຕາມຄວາມຈິງໄວ້ໃນກຳມືຂອງພວກເຂົາ, ຂັດຂວາງບໍ່ໃຫ້ພຣະເຈົ້າໄດ້ຮັບພວກເຂົາ ແລະ ພວກເຂົາຍັງປາຖະໜາທີ່ຈະເຮັດໃຫ້ທຸກຄົນທີ່ຕິດຕາມພຣະເຈົ້າຫຼົງຜິດ ແລະ ເຮັດໃຫ້ຄົນເຫຼົ່ານີ້ຕິດຕາມພວກເຂົາ, ທຳລາຍໂອກາດໃນຄວາມລອດພົ້ນຂອງພວກເຂົາ. ເມື່ອນັ້ນພວກເຂົາຈຶ່ງຈະບັນລຸເປົ້າໝາຍຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສທີ່ທຳລາຍຜູ້ຄົນຈົນເຖິງຄວາມພິນາດບໍ່ແມ່ນສັດຕູຕົວຫຼັກຂອງພຣະເຈົ້າບໍ? ພວກເຈົ້າຄວນຈະສາມາດແຍກແຍະພວກເຂົາໄດ້.
ພວກຕໍ່ຕ້ານພຣະຄຣິສມີການສະແດງອອກອື່ນໃດແດ່? (ພວກເຂົາຂັດກັບການຈັດແຈງວຽກງານ ແລະ ພຽງແຕ່ເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ.) ມີບາງສິ່ງທີ່ຄ້າຍຄືກັນລະຫວ່າງສິ່ງນີ້ ແລະ ການສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງ ແລະ ການໝູນໃຊ້ຢ່າງລັບໆ ແຕ່ມັນກໍເປັນອີກໜຶ່ງການສະແດງອອກທີ່ສະເພາະເຈາະຈົງເຊັ່ນກັນ. ພວກຕໍ່ຕ້ານພຣະຄຣິສເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງແນວໃດ? (ເບື້ອງເທິງອອກການຈັດແຈງວຽກງານເພື່ອຮຽກຮ້ອງໃຫ້ຜູ້ຄົນທີ່ພຣະເຈົ້າເລືອກແຍກແຍະຜູ້ນຳປອມ ແລະ ພວກຕໍ່ຕ້ານພຣະຄຣິສ ແຕ່ພວກຕໍ່ຕ້ານພຣະຄຣິສບາງຄົນບໍ່ໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານເຫຼົ່ານີ້ ກັບໃຊ້ຂໍ້ອ້າງທີ່ວ່າ “ເຈົ້າສາມາດແຍກແຍະຄົນອື່ນໄດ້ກໍຕໍ່ເມື່ອເຈົ້າສາມາດແຍກແຍະຕົວເຈົ້າເອງໄດ້” ເພື່ອໃຫ້ທຸກຄົນຮູ້ຈັກຕົນເອງ, ຂັດຂວາງບໍ່ໃຫ້ອ້າຍເອື້ອຍນ້ອງແຍກແຍະຜູ້ນຳປອມ ແລະ ພວກຕໍ່ຕ້ານພຣະຄຣິສ.) ນີ້ຄືການຕໍ່ຕ້ານການຈັດແຈງວຽກງານຂອງເບື້ອງເທິງ ພ້ອມທັງການເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ. ມີຫຍັງອີກບໍ? (ພວກຕໍ່ຕ້ານພຣະຄຣິສມີຄວາມຄິດຂອງພວກເຂົາເອງກ່ຽວກັບການຈັດແຈງວຽກງານຂອງເບື້ອງເທິງ. ພາຍນອກແລ້ວ, ເບິ່ງຄືວ່າພວກເຂົາສາມາດຈັດຕັ້ງປະຕິບັດການຈັດແຈງເຫຼົ່ານີ້ໄດ້ ແລະ ພວກເຂົາກຳລັງໂອ້ລົມກັບອ້າຍເອື້ອຍນ້ອງ ແຕ່ພວກເຂົາບໍ່ເຄີຍຕິດຕາມ ຫຼື ສອບຖາມກ່ຽວກັບສິ່ງເຫຼົ່ານີ້ ແລະ ພຽງແຕ່ບໍ່ສົນໃຈພວກມັນໃນພາຍຫຼັງ.) ການທີ່ພວກຕໍ່ຕ້ານພຣະຄຣິສເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ ໂດຍຫຼັກໆແລ້ວໝາຍຄວາມວ່າ ບໍ່ວ່າເບື້ອງເທິງຈະຈັດແຈງວຽກງານຫຍັງ ຫຼື ເບື້ອງເທິງຮຽກຮ້ອງໃຫ້ຜູ້ທີ່ຢູ່ເບື້ອງລຸ່ມຈັດຕັ້ງປະຕິບັດວຽກງານຫຍັງກໍຕາມ, ພວກຕໍ່ຕ້ານພຣະຄຣິສກໍຈະວາງມັນໄວ້ຂ້າງໜຶ່ງ, ບໍ່ສົນໃຈມັນ, ບໍ່ຖ່າຍທອດມັນ ແລະ ບໍ່ຈັດຕັ້ງປະຕິບັດມັນ ແລ້ວພວກເຂົາກໍຈະເຮັດໃນສິ່ງທີ່ພວກເຂົາຕ້ອງການ, ສິ່ງທີ່ພວກເຂົາເຕັມໃຈທີ່ຈະເຮັດ ແລະ ສິ່ງທີ່ຈະເປັນປະໂຫຍດຕໍ່ພວກເຂົາ. ຕົວຢ່າງ: ໃນການແຈກຢາຍໜັງສືພຣະທຳຂອງພຣະເຈົ້າ, ອີງຕາມຫຼັກການຂອງຄຣິສຕະຈັກໃນການແຈກຢາຍໜັງສື, ທຸກຄົນທີ່ດຳລົງຊີວິດຄຣິສຕະຈັກທີ່ປົກກະຕິຈະຕ້ອງມີໜັງສື. ແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນສິ່ງນີ້, ພວກເຂົາກໍຄິດວ່າ: “ໜັງສືສຳລັບທຸກຄົນບໍ? ນັ້ນຈະບໍ່ເຮັດໃຫ້ຂ້ອຍເສຍປຽບບໍ? ມັນບໍ່ສາມາດເປັນໜັງສືໜຶ່ງຫົວຕໍ່ຄົນໄດ້, ຂ້ອຍຕ້ອງດຳເນີນການ ແລະ ຈັດຕັ້ງປະຕິບັດວຽກງານນີ້ໂດຍອີງໃສ່ສິ່ງທີ່ແຕ່ລະຄົນຄິດກ່ຽວກັບຂ້ອຍຢ່າງສະເພາະເຈາະຈົງ. ມັນບໍ່ຄວນເປັນພຽງແຕ່ກ່ຽວກັບການດຳລົງຊີວິດຄຣິສຕະຈັກທີ່ປົກກະຕິເທົ່ານັ້ນ ແຕ່ກ່ຽວກັບວ່າໂດຍທົ່ວໄປແລ້ວໃຜໃຫ້ເຄື່ອງຖວາຍຫຼາຍກວ່າ. ໂດຍບໍ່ມີຂໍ້ຍົກເວັ້ນ, ຄົນທີ່ບໍ່ໃຫ້ເຄື່ອງຖວາຍໃດໆ ຫຼື ຄົນທີ່ທຸກຍາກບໍ່ຄວນໄດ້ຮັບໜັງສື. ຖ້າພວກເຂົາຂໍຮ້ອງຂ້ອຍເພື່ອເອົາໜັງສື ແລະ ຍອມຄວັກເງິນອອກມາແດ່, ແລ້ວໂດຍອີງໃສ່ວິທີທີ່ພວກເຂົາປະຕິບັດ, ຂ້ອຍກໍຈະຕັດສິນໃຈວ່າຈະໃຫ້ພວກເຂົາ ຫຼື ບໍ່”. ນີ້ຄືການເຮັດສິ່ງຕ່າງໆຕາມຫຼັກການບໍ? ພວກເຂົາກຳລັງເຮັດຫຍັງຢູ່? ພວກເຂົາກຳລັງເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ. ການເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງໝາຍເຖິງການກຳນົດນະໂຍບາຍຂອງພວກເຂົາເອງນອກເໜືອຈາກການຈັດແຈງວຽກງານທີ່ມີຢູ່, ກະທຳຕາມນະໂຍບາຍເຫຼົ່ານັ້ນໃນຄຣິສຕະຈັກທ້ອງຖິ່ນຂອງພວກເຂົາ, ບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ຫຼັກການທີ່ເຮືອນຂອງພຣະເຈົ້າຮຽກຮ້ອງເລີຍ ແລະ ກະທຳຕາມເປົ້າໝາຍ ແລະ ຈຸດປະສົງຂອງພວກເຂົາເອງແທນ. ພາຍນອກແລ້ວ ພວກເຂົາໄດ້ແຈກຢາຍໜັງສື ແລະ ເບິ່ງຄືວ່າໜ້າວຽກນັ້ນສຳເລັດແລ້ວ. ແຕ່ພື້ນຖານຂອງພວກເຂົາໃນການເຮັດສິ່ງນັ້ນແມ່ນຫຍັງ? ມັນບໍ່ໄດ້ອີງໃສ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ກົດລະບຽບຂອງຄຣິສຕະຈັກ, ມັນອີງໃສ່ນະໂຍບາຍຂອງພວກເຂົາເອງ, ວິທີການຂອງພວກເຂົາເອງ. ນີ້ຄືການເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ. ພວກເຂົາບໍ່ສະແດງການອ່ອນນ້ອມຕໍ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າເລີຍ; ພວກເຂົາບໍ່ສາມາດຈັດຕັ້ງປະຕິບັດ ຫຼື ດຳເນີນການພວກມັນຢ່າງເຂັ້ມງວດ ແລະ ກັບສ້າງກົດລະບຽບ ແລະ ຂໍ້ບັງຄັບຂອງພວກເຂົາເອງຫຼາຍຢ່າງຢ່າງລັບໆ ເຊິ່ງພວກເຂົາປະຕິບັດ ແລະ ຈັດຕັ້ງປະຕິບັດພາຍໃນຄຣິສຕະຈັກທ້ອງຖິ່ນຂອງພວກເຂົາ. ນີ້ບໍ່ພຽງແຕ່ເປັນການສ້າງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງເທົ່ານັ້ນ, ຍິ່ງໄປກວ່ານັ້ນ ມັນຄືການເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອພວກເຂົາຈັດຕັ້ງປະຕິບັດການຈັດແຈງວຽກງານໃນຄຣິສຕະຈັກທ້ອງຖິ່ນຂອງພວກເຂົາ, ສິ່ງເຫຼົ່ານີ້ແມ່ນການຈັດແຈງຂອງພວກເຂົາເອງ, ເປັນສິ່ງທີ່ແຕກຕ່າງຈາກການຈັດແຈງວຽກງານທີ່ເບື້ອງເທິງໄດ້ອອກໃຫ້ ແລະ ຈັດຕັ້ງປະຕິບັດໃນຄຣິສຕະຈັກອື່ນໆ. ໃນພາຍນອກ, ພວກເຂົາໄດ້ເຮັດແບບພໍເປັນພິທີ, ພວກເຂົາໄດ້ຮັບການຈັດແຈງວຽກງານ ແລະ ອ່ານພວກມັນ ແຕ່ພວກເຂົາມີວິທີການຂອງພວກເຂົາເອງສຳລັບວິທີຈັດຕັ້ງປະຕິບັດຕົວຈິງ. ພວກເຂົາພຽງແຕ່ບໍ່ສົນໃຈການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ລະເມີດພວກມັນຢ່າງເປີດເຜີຍ. ສິ່ງນີ້ເອີ້ນວ່າການເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ. ເປັນຫຍັງພວກຕໍ່ຕ້ານພຣະຄຣິສຈຶ່ງເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ? (ພວກເຂົາຕ້ອງການໃຊ້ອຳນາດພາຍໃນຄຣິສຕະຈັກ ແລະ ພວກເຂົາຕ້ອງການເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນທຸກສິ່ງ.) ຖືກຕ້ອງ. ພວກເຂົາພຽງແຕ່ຕ້ອງການກຳອຳນາດ; ພວກເຂົາຊອກຫາ ແລະ ຍຶດເອົາທຸກໂອກາດເພື່ອໃຫ້ໄດ້ມາເຊິ່ງອຳນາດ ແລະ ຄວບຄຸມຄົນອື່ນ, ເພື່ອໃຫ້ຄົນອື່ນຟັງຄວາມພວກເຂົາ, ເຊື່ອຟັງພວກເຂົາ ແລະ ຢ້ານກົວພວກເຂົາ. ພວກເຂົາປາຖະໜາທີ່ຈະໃຊ້ການປະຕິບັດຕ່າງໆຂອງພວກເຂົາເພື່ອຄວບຄຸມຄົນອື່ນ, ເພື່ອເຮັດໃຫ້ທຸກຄົນຮູ້ວ່າມີພຽງແຕ່ພວກເຂົາເທົ່ານັ້ນທີ່ກຳອຳນາດໃນສະຖານທີ່ແຫ່ງນີ້ ແລະ ບໍ່ມີໃຜອື່ນອີກ, ມັນເປັນໄປບໍ່ໄດ້ເລີຍທີ່ຄົນອື່ນຈະບໍ່ຜ່ານພວກເຂົາ, ຈະຂ້າມຫົວພວກເຂົາ ແລະ ບໍ່ມີໃຜສາມາດເໜືອກວ່າພວກເຂົາໄດ້. ໂດຍຫຼັກໆແລ້ວ ພວກເຂົາຕ້ອງການຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຍຶດອຳນາດ. ມັນຊັດເຈນຫຼາຍວ່າການທີ່ພວກຕໍ່ຕ້ານພຣະຄຣິສມີພຶດຕິກຳແບບນີ້ບໍ່ແມ່ນການຈັດການສິ່ງຕ່າງໆຕາມຫຼັກການຄວາມຈິງ ຫຼື ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ມັນບໍ່ແມ່ນສິ່ງທີ່ຜູ້ນຳ ຫຼື ຜູ້ໃດກໍຕາມທີ່ກຳລັງປະຕິບັດໜ້າທີ່ຂອງຕົນຕາມປົກກະຕິຄວນເຮັດ. ສະນັ້ນ, ເມື່ອພວກຕໍ່ຕ້ານພຣະຄຣິສມີການສະແດງອອກນີ້, ພວກເຂົາຄວນຖືກລິຮານບໍ? ພວກເຂົາຄວນຖືກເປີດໂປງ ແລະ ຖືກປະຕິເສດບໍ? (ແມ່ນແລ້ວ.)
ການສະແດງອອກອື່ນໆບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສມີຫຍັງແດ່? (ຜູ້ຕໍ່ຕ້ານພຣະຄຣິສລັກເຄື່ອງຖວາຍ, ໃຊ້ເງິນຂອງເຮືອນຂອງພຣະເຈົ້າ ເພື່ອຄວາມເພີດເພີນຂອງພວກເຂົາເອງ ແລະ ເພີດເພີນກັບສິດທິພິເສດ.) ການເພີດເພີນກັບສິດທິພິເສດແມ່ນການສະແດງອອກທີ່ສະເພາະເຈາະຈົງຢ່າງໜຶ່ງ. ເມື່ອໃດທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບສະຖານະ, ກໍບໍ່ມີຫຍັງຢຸດຢັ້ງພວກເຂົາໄດ້, ພວກເຂົາເບິ່ງຄົນອື່ນເປັນສິ່ງຂອງທີ່ຕ້ອງຖືກຢຽບຍໍ່າຢູ່ໃຕ້ຕີນ ແລະ ໃນທຸກສິ່ງທີ່ພວກເຂົາເຮັດ ພວກເຂົາຕ້ອງການຍາດເອົາຄວາມໂດດເດັ່ນ, ເພື່ອຍາດເອົາຜົນປະໂຫຍດຢ່າງເຕັມທີ່. ພວກເຂົາພະຍາຍາມທີ່ຈະຢູ່ເໜືອກວ່າໃນທຸກສິ່ງທີ່ພວກເຂົາເຮັດ ພ້ອມທັງໃນເວລາທີ່ພວກເຂົາເວົ້າ. ບໍ່ວ່າພວກເຂົາຈະນັ່ງບ່ອນນັ່ງໃດກໍຕາມ, ພວກເຂົາກໍຕ້ອງການໃຫ້ມັນເປັນບ່ອນນັ່ງທີ່ພິເສດ. ບໍ່ວ່າພວກເຂົາຈະໄດ້ຮັບການປະຕິບັດຕໍ່ແບບໃດໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຕ້ອງການໃຫ້ມັນດີກວ່າສິ່ງທີ່ຄົນອື່ນໄດ້ຮັບ. ພວກເຂົາຕ້ອງການໃຫ້ທຸກຄົນຍົກຍ້ອງພວກເຂົາຫຼາຍຂຶ້ນ ແລະ ເບິ່ງວ່າພວກເຂົາສູງສົ່ງກວ່າຄົນອື່ນ. ເມື່ອພວກເຂົາບໍ່ມີສະຖານະ, ພວກເຂົາກໍຕ້ອງການຍາດແຍ່ງມັນມາ ແລະ ທັນທີທີ່ພວກເຂົາມີສະຖານະ ພວກເຂົາກໍກາຍເປັນຄົນອວດດີຢ່າງບໍ່ໜ້າເຊື່ອ. ໃຜກໍຕາມທີ່ເວົ້າກັບພວກເຂົາຕ້ອງແຫງນໜ້າເບິ່ງພວກເຂົາ, ບໍ່ມີໃຜສາມາດຍ່າງຄຽງຂ້າງພວກເຂົາໄດ້ ແລະ ຕ້ອງຢູ່ທາງຫຼັງໜຶ່ງ ຫຼື ສອງກ້າວແທນ; ບໍ່ມີໃຜສາມາດເວົ້າກັບພວກເຂົາສຽງດັງເກີນໄປ ຫຼື ຮຸນແຮງເກີນໄປ, ໃຊ້ຄຳເວົ້າທີ່ຜິດ ຫຼື ໃຊ້ສາຍຕາທີ່ຜິດແນມເບິ່ງພວກເຂົາ. ພວກເຂົາຈະຈັບຜິດທຸກຢ່າງ ແລະ ມີຂໍ້ຕຳນິສະເໝີ. ບໍ່ມີໃຜສາມາດລ່ວງເກີນພວກເຂົາ ຫຼື ວິພາກວິຈານພວກເຂົາໄດ້; ກົງກັນຂ້າມ, ທຸກຄົນຕ້ອງເຄົາລົບພວກເຂົາ, ປະຈົບປະແຈງພວກເຂົາ ແລະ ຍົກຍໍພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບສະຖານະ, ພວກເຂົາຈະເຮັດຕາມອຳເພີໃຈ ແລະ ຕາມໃຈຕົນເອງໃນທຸກບ່ອນທີ່ພວກເຂົາໄປ ແລະ ໂອ້ອວດເພື່ອໃຫ້ຄົນອື່ນເຄົາລົບນັບຖືພວກເຂົາ. ພວກເຂົາບໍ່ພຽງແຕ່ເພີດເພີນກັບສະຖານະ ແລະ ໃຫ້ຄຸນຄ່າຢ່າງແທ້ຈິງຕໍ່ການເຄົາລົບນັບຖືຂອງຄົນອື່ນເທົ່ານັ້ນ, ຄວາມສຸກທາງວັດຖຸກໍສຳຄັນເປັນພິເສດສຳລັບພວກເຂົາເຊັ່ນກັນ. ພວກເຂົາຕ້ອງການພັກຢູ່ກັບຜູ້ຈັດທີ່ໃຫ້ການປະຕິບັດຕໍ່ທີ່ດີທີ່ສຸດ. ບໍ່ວ່າຜູ້ຈັດຂອງພວກເຂົາຈະເປັນໃຜກໍຕາມ, ພວກເຂົາມີຂໍ້ຮຽກຮ້ອງທີ່ສະເພາະເຈາະຈົງກ່ຽວກັບສິ່ງທີ່ພວກເຂົາກິນ ແລະ ຖ້າອາຫານບໍ່ດີພໍ, ພວກເຂົາກໍຈະຫາໂອກາດເພື່ອລິຮານຜູ້ຈັດຂອງພວກເຂົາ. ພວກເຂົາປະຕິເສດທີ່ຈະຍອມຮັບຄວາມສຸກທີ່ຕໍ່າກວ່າມາດຕະຖານໃດໜຶ່ງ, ອາຫານ, ເຄື່ອງນຸ່ງ, ທີ່ພັກອາໄສ ແລະ ການເດີນທາງຂອງພວກເຂົາລ້ວນແຕ່ຕ້ອງດີກວ່າໝູ່, ແບບທຳມະດາແມ່ນຍອມຮັບບໍ່ໄດ້ເລີຍ. ພວກເຂົາບໍ່ສາມາດຍອມຮັບສິ່ງທີ່ຄືກັນກັບສິ່ງທີ່ອ້າຍເອື້ອຍນ້ອງທົ່ວໄປໄດ້ຮັບ. ຖ້າຄົນອື່ນຕື່ນນອນຕອນ 5 ຫຼື 6 ໂມງເຊົ້າ, ພວກເຂົາກໍຈະຕື່ນນອນຕອນ 7 ຫຼື 8 ໂມງເຊົ້າ. ອາຫານ ແລະ ສິ່ງຂອງທີ່ດີທີ່ສຸດຕ້ອງຖືກສະຫງວນໄວ້ສຳລັບພວກເຂົາ. ແມ່ນແຕ່ເຄື່ອງຖວາຍທີ່ຜູ້ຄົນນໍາມາຖວາຍ ພວກເຂົາກໍຕ້ອງເປັນຜູ້ຄັດເລືອກກ່ອນ ແລະ ພວກເຂົາຈະເກັບສິ່ງໃດກໍຕາມທີ່ດີ ຫຼື ມີຄ່າ ຫຼື ສິ່ງໃດກໍຕາມທີ່ຖືກຕາພວກເຂົາໄວ້ ແລະ ປະສິ່ງທີ່ເຫຼືອໄວ້ໃຫ້ຄຣິສຕະຈັກ. ແລະ ຍັງມີອີກສິ່ງໜຶ່ງທີ່ໜ້າລັງກຽດທີ່ສຸດທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ມັນແມ່ນຫຍັງ? ເມື່ອພວກເຂົາມີສະຖານະ, ຄວາມຢາກຂອງພວກເຂົາກໍເພີ່ມຂຶ້ນ, ຂອບເຂດວິໄສທັດຂອງພວກເຂົາກໍກວ້າງຂຶ້ນ ແລະ ພວກເຂົາຮຽນຮູ້ທີ່ຈະຫາຄວາມເພີດເພີນໃຫ້ຕົນເອງ, ຫຼັງຈາກນັ້ນ ພວກເຂົາກໍພັດທະນາຄວາມປາຖະໜາທີ່ຈະໃຊ້ຈ່າຍເງິນ, ທີ່ຈະບໍລິໂພກ ແລະ ດ້ວຍເຫດນັ້ນ ຈຶ່ງຕ້ອງການເກັບເງິນທັງໝົດທີ່ຄຣິສຕະຈັກໃຊ້ສຳລັບວຽກງານໄວ້ເປັນຂອງຕົນເອງ, ເພື່ອຈັດສັນມັນຕາມທີ່ພວກເຂົາມັກ, ເພື່ອຄວບຄຸມມັນຕາມຄວາມປາຖະໜາຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສເພີດເພີນກັບອຳນາດປະເພດນີ້ ແລະ ການປະຕິບັດຕໍ່ປະເພດນີ້ເປັນພິເສດ ແລະ ເມື່ອພວກເຂົາມີອຳນາດ, ພວກເຂົາກໍຕ້ອງການເຊັນຊື່ຂອງພວກເຂົາໃສ່ທຸກສິ່ງ ເຊັ່ນ: ແຊັກທັງໝົດ ແລະ ຂໍ້ຕົກລົງຕ່າງໆ. ພວກເຂົາຕ້ອງການເພີດເພີນກັບຄວາມຮູ້ສຶກຂອງການໃຊ້ບິກເຊັນຊື່ຂອງພວກເຂົາຢ່າງບໍ່ຢຸດຢັ້ງ, ການໃຊ້ເງິນແບບຟຸມເຟືອຍຄືກັບນໍ້າ. ເມື່ອຜູ້ຕໍ່ຕ້ານພຣະຄຣິສບໍ່ມີສະຖານະ, ກໍບໍ່ມີໃຜສາມາດເຫັນການສະແດງອອກເຫຼົ່ານີ້ໃນຕົວພວກເຂົາໄດ້ ຫຼື ເຫັນວ່າພວກເຂົາເປັນຄົນປະເພດນີ້, ເຫັນວ່າພວກເຂົາມີອຸປະນິໄສປະເພດນີ້, ເຫັນວ່າພວກເຂົາຈະເຮັດສິ່ງດັ່ງກ່າວ. ແຕ່ທັນທີທີ່ພວກເຂົາໄດ້ຮັບສະຖານະ, ສິ່ງທັງໝົດນີ້ກໍຈະໄດ້ຮັບການເປີດເຜີຍ. ຖ້າພວກເຂົາຖືກເລືອກຕັ້ງໃນຕອນເຊົ້າ, ພໍຮອດຕອນບ່າຍ ພວກເຂົາກໍກາຍເປັນຄົນອວດດີຢ່າງບໍ່ໜ້າເຊື່ອ, ພວກເຂົາເຊີດໜ້າຂຶ້ນຟ້າ, ພວກເຂົາທະນົງຕົວ ແລະ ພວກເຂົາບໍ່ເຫັນຫົວຄົນທຳມະດາ. ການປ່ຽນແປງເກີດຂຶ້ນຢ່າງວ່ອງໄວ. ແຕ່ຄວາມຈິງແລ້ວ, ພວກເຂົາບໍ່ໄດ້ປ່ຽນແປງ, ພວກເຂົາພຽງແຕ່ຖືກເປີດເຜີຍເທົ່ານັ້ນ. ພວກເຂົາສະແດງທ່າທາງທີ່ອວດດີເຫຼົ່ານີ້ ແລະ ພວກເຂົາກຳລັງຈະເຮັດຫຍັງ? ພວກເຂົາຕ້ອງການອາໄສຄຣິສຕະຈັກຫາກິນ, ເພື່ອເພີດເພີນກັບຜົນປະໂຫຍດຈາກສະຖານະ. ເມື່ອໃດກໍຕາມທີ່ມີຄົນຈັດກຽມອາຫານແຊບໆ ພວກເຂົາກໍຈະເລີ່ມກິນຢ່າງແຊບຊ້ອຍ, ໃນຂະນະທີ່ຮຽກຮ້ອງອາຫານເສີມບຳລຸງສຸຂະພາບ ເພື່ອບຳລຸງຮັກສາເນື້ອໜັງທີ່ເໝັນເໜົ່າຂອງພວກເຂົາ. ການທີ່ຜູ້ຕໍ່ຕ້ານພຣະຄຣິສເພີດເພີນກັບສິດທິພິເສດນັ້ນມັກເກີດຂຶ້ນຢູ່ເລື້ອຍໆ; ມັນພຽງແຕ່ມີຄວາມແຕກຕ່າງກັນໃນແງ່ຂອງລະດັບຄວາມຮຸນແຮງເທົ່ານັ້ນ. ເມື່ອຄົນໃດກໍຕາມທີ່ຍຶດຕິດກັບຄວາມສຸກທາງເນື້ອໜັງກາຍເປັນຜູ້ນໍາ, ພວກເຂົາກໍຕ້ອງການເພີດເພີນກັບສິດທິພິເສດ. ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ທັນທີທີ່ພວກເຂົາໄດ້ຮັບສະຖານະ, ພວກເຂົາກໍກາຍເປັນຄົນທີ່ແຕກຕ່າງອອກໄປຢ່າງສິ້ນເຊີງ. ພວກເຂົາຈັບຈ້ອງຄວາມສຸກ ແລະ ການປະຕິບັດຕໍ່ແບບພິເສດທັງໝົດທີ່ມາພ້ອມກັບສະຖານະຢ່າງໜັກແໜ້ນ ແລະ ໝັ້ນຄົງ ແລະ ໃຫ້ຢູ່ໃນສາຍຕາ, ໃນກຳມືຂອງພວກເຂົາຢ່າງປອດໄພ ແລະ ຈະບໍ່ປ່ອຍວາງ, ບໍ່ຜ່ອນຄາຍການຈັບກຸມຂອງພວກເຂົາແມ່ນແຕ່ໜ້ອຍດຽວ ຫຼື ປ່ອຍໃຫ້ພວກມັນຫຼຸດລອຍໄປແມ່ນແຕ່ໜ້ອຍດຽວ. ການສະແດງອອກ ແລະ ການປະຕິບັດໃດແດ່ຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ທີ່ເປັນການກະທຳຕາມຫຼັກການຄວາມຈິງ? ບໍ່ມີແມ່ນແຕ່ຢ່າງດຽວ. ທຸກໆຢ່າງລ້ວນແຕ່ໜ້າເໝັນເບື່ອ ແລະ ໜ້າລັງກຽດທີ່ໄດ້ເຫັນ; ບໍ່ພຽງແຕ່ການປະຕິບັດ ແລະ ການສະແດງອອກຂອງພວກເຂົາບໍ່ສອດຄ່ອງກັບຫຼັກການຄວາມຈິງເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ມີສະຕິຮູ້ສຶກຜິດຊອບ, ເຫດຜົນ ຫຼື ຄວາມຮູ້ສຶກລະອາຍໃຈແມ່ນແຕ່ໜ້ອຍດຽວຢ່າງແນ່ນອນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສມີສະຖານະ, ນອກເໜືອຈາກການກະທຳທີ່ຊົ່ວຮ້າຍຢ່າງບໍ່ຢ້ານກົວ ແລະ ເຮັດວຽກໂດຍໃຊ້ອຳນາດ ແລະ ສະຖານະຂອງພວກເຂົາເອງແລ້ວ, ພວກເຂົາບໍ່ພຽງແຕ່ບໍ່ໄດ້ເຮັດສິ່ງໃດກໍຕາມທີ່ຈະເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ຫຼື ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງເທົ່ານັ້ນ, ພວກເຂົາຍັງເພີດເພີນກັບຜົນປະໂຫຍດຈາກສະຖານະ, ຄວາມສຸກທາງເນື້ອໜັງ ແລະ ການທີ່ຜູ້ຄົນແຫງນໜ້າເບິ່ງພວກເຂົາ ແລະ ເຄົາລົບບູຊາພວກເຂົາອີກດ້ວຍ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຖິງກັບຊອກຫາຄົນມາຮັບໃຊ້ພວກເຂົາ, ໃຫ້ຄົນອື່ນຍົກຊາມາໃຫ້ພວກເຂົາດື່ມ, ໃຫ້ຄົນອື່ນຊັກເຄື່ອງທີ່ພວກເຂົານຸ່ງ ແລະ ເຖິງກັບມີຄົນທີ່ຖູຫຼັງໃຫ້ພວກເຂົາເວລາທີ່ພວກເຂົາອາບນໍ້າໂດຍສະເພາະ ແລະ ມີຄົນຄອຍຮັບໃຊ້ພວກເຂົາເວລາທີ່ພວກເຂົາກິນເຂົ້າ. ທີ່ຮ້າຍແຮງໄປກວ່ານັ້ນ, ບາງຄົນເຖິງກັບມີຊຸດເມນູອາຫານທີ່ກຳນົດໄວ້ສຳລັບອາຫານແຕ່ລະຄາບໃນສາມຄາບຂອງມື້ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາກໍຕ້ອງການກິນອາຫານເສີມບຳລຸງສຸຂະພາບ ແລະ ໃຫ້ຕົ້ມແກງທຸກຊະນິດໃຫ້ພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມລະອາຍໃຈບໍ? ບໍ່, ພວກເຂົາບໍ່ມີ! ພວກເຈົ້າຈະເວົ້າບໍວ່າ ມັນຂ້ອນຂ້າງເບົາເກີນໄປທີ່ຈະພຽງແຕ່ລິຮານຄົນປະເພດນັ້ນ? ການລິຮານພວກເຂົາຈະເຮັດໃຫ້ພວກເຂົາຮູ້ສຶກລະອາຍໃຈບໍ? (ບໍ່ເລີຍ.) ສະນັ້ນ, ບັນຫານີ້ຈະສາມາດແກ້ໄຂໄດ້ແນວໃດ? ມັນຂ້ອນຂ້າງງ່າຍ. ຫຼັງຈາກການລິຮານ, ຈົ່ງເປີດໂປງພວກເຂົາ ແລະ ໃຫ້ພວກເຂົາຮູ້ວ່າພວກເຂົາແມ່ນຫຍັງ. ບໍ່ວ່າພວກເຂົາຈະຍອມຕໍ່ສິ່ງນີ້ ຫຼື ບໍ່ກໍຕາມ, ພວກເຂົາກໍຄວນຖືກປົດອອກ ແລະ ທຸກຄົນຄວນປະຕິເສດພວກເຂົາ. ເມື່ອພວກເຈົ້າໄດ້ຄົ້ນພົບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ພວກເຈົ້າສາມາດປະຕິເສດພວກເຂົາໄດ້ບໍ? ພວກເຈົ້າກ້າທີ່ຈະລຸກຂຶ້ນມາເພື່ອລາຍງານ ແລະ ເປີດໂປງພວກເຂົາບໍ? (ກ້າ.) ພວກເຈົ້າກ້າແທ້ໆ ຫຼື ບໍ່? ເມື່ອເຈົ້າມີຄົນອື່ນຄອຍສະໜັບສະໜູນເຈົ້າໃນຕອນນີ້, ເຈົ້າກໍຈະກ້າລຸກຂຶ້ນ ແລະ ເປີດໂປງພວກເຂົາ, ແຕ່ຖ້າບໍ່ມີການສະໜັບສະໜູນ, ເຈົ້າຍັງຈະມີຄວາມກ້າຫານນັ້ນຢູ່ບໍ? ສະຖານທີ່ທີ່ເຈົ້າຢູ່ຕອນນີ້ມີຄວາມປອດໄພ, ໂດຍບໍ່ມີມັງກອນແດງທີ່ຍິ່ງໃຫຍ່ປົກຄອງ, ສະນັ້ນ ເຈົ້າຈຶ່ງຄິດວ່າ “ຂ້ອຍຕ້ອງຢ້ານຫຍັງ? ພວກເຂົາບໍ່ແມ່ນພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ? ໂດຍມີພຣະເຈົ້າເປັນບ່ອນອີງຂອງພວກເຮົາ ຂ້ອຍຈຶ່ງມີຄວາມກ້າຫານທີ່ຈະເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແລະ ຂ້ອຍກໍບໍ່ຢ້ານ!” ເຖິງຢ່າງໃດກໍຕາມ, ມັນແຕກຕ່າງກັນໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່. ຖ້າເຈົ້າເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາສູນເສຍສະຖານະຂອງພວກເຂົາ, ແລ້ວພວກເຂົາກໍຈະກ້າທໍລະມານເຈົ້າ, ຫັກຫຼັງເຈົ້າ ແລະ ສົ່ງຕົວເຈົ້າເຂົ້າໄປໃນກຳມືຂອງອຳນາດການປົກຄອງ. ເຈົ້າຍັງຈະກ້າເປີດໂປງພວກເຂົາຢູ່ບໍ? (ອາດຈະບໍ່.) ອາດຈະບໍ່. ທັດສະນະຄະຕິຂອງເຈົ້າຈະປ່ຽນໄປໃນທັນທີ; ໃນສະພາບແວດລ້ອມນັ້ນ, ເຈົ້າຈະບໍ່ກ້າເປີດໂປງພວກເຂົາ. ສະນັ້ນ, ການບໍ່ກ້າເປີດໂປງພວກເຂົາເປັນສິ່ງທີ່ຖືກຕ້ອງບໍ? ມັນບໍ່ຖືກຕ້ອງ, ເຈົ້າບໍ່ມີຄຳພະຍານ ແລະ ມັນໝາຍຄວາມວ່າເຈົ້າບໍ່ແມ່ນຜູ້ຊະນະ; ມັນບໍ່ແມ່ນສິ່ງທີ່ຜູ້ຕິດຕາມຂອງພຣະເຈົ້າຄວນເວົ້າ. ສົມມຸດວ່າເຈົ້າມິດງຽບ, ແຕ່ຫົວໃຈຂອງເຈົ້າຮ້ອງອອກມາຊໍ້າແລ້ວຊໍ້າອີກວ່າ: “ເຈົ້າຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າມານຮ້າຍ ແລະ ຊາຕານ, ຂ້ອຍຈະເປີດໂປງເຈົ້າ. ຂ້ອຍຈະໃຊ້ສະຕິປັນຍາເພື່ອປະຕິເສດເຈົ້າ ແລະ ຊຳລະລ້າງເຈົ້າອອກຈາກຄຣິສຕະຈັກ! ເຈົ້າບໍ່ຄູ່ຄວນທີ່ຈະອາໄສຢູ່ໃນເຮືອນຂອງພຣະເຈົ້າ, ເຈົ້າເປັນມານຮ້າຍ, ເຈົ້າເປັນຊາຕານ! ເຖິງແມ່ນວ່າຂ້ອຍຈະບໍ່ເປີດໂປງເຈົ້າຢ່າງເປີດເຜີຍດ້ວຍຄຳເວົ້າຂອງຂ້ອຍ, ຂ້ອຍກໍປະຕິເສດເຈົ້າຈາກສ່ວນເລິກຂອງຫົວໃຈຂອງຂ້ອຍ. ຂ້ອຍຈະຊອກຫາອ້າຍເອື້ອຍນ້ອງທີ່ເຂົ້າໃຈຄວາມຈິງໃຫ້ຫຼາຍຂຶ້ນ ແລະ ພວກເຮົາຈະປະຕິເສດເຈົ້າໄປພ້ອມກັນ. ພວກເຮົາຈະບໍ່ຍອມຮັບການນໍາພາຂອງເຈົ້າ ຫຼື ການບົງການຂອງເຈົ້າ!” ນີ້ແມ່ນວິທີການປະຕິບັດທີ່ຖືກຕ້ອງບໍ? (ແມ່ນແລ້ວ.) ສະພາບແວດລ້ອມອາດຈະບໍ່ເອື້ອອຳນວຍ ແລະ ການເປີດໂປງຜູ້ຕໍ່ຕ້ານພຣະຄຣິສຢ່າງເປີດເຜີຍອາດຈະເຮັດໃຫ້ເຈົ້າຕົກຢູ່ໃນອັນຕະລາຍ, ແຕ່ເຈົ້າບໍ່ສາມາດປະຖິ້ມ ຫຼື ລະຖິ້ມພຣະບັນຊາຂອງພຣະເຈົ້າ, ຫຼັກການຄວາມຈິງ ແລະ ໜ້າທີ່ຂອງເຈົ້າໄດ້. ສຳລັບຜູ້ຕໍ່ຕ້ານພຣະຄຣິສທີ່ເພີດເພີນກັບສິດທິພິເສດ, ຜູ້ທີ່ເພີດເພີນກັບຜົນປະໂຫຍດຈາກສະຖານະຢ່າງບໍ່ມີຄວາມລະອາຍ, ພວກເຮົາຄວນປະຕິເສດພວກເຂົາ ແລະ ບໍ່ອະນຸຍາດໃຫ້ພວກເຂົາກາຍເປັນກາຝາກໃນເຮືອນຂອງພຣະເຈົ້າ ຫຼື ທຳຮ້າຍ ຫຼື ເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດໄປຫຼາຍກວ່ານີ້. ພວກເຮົາຄວນຊຳລະລ້າງພວກເຂົາອອກໄປ. ຊັບພະຍາກອນຂອງເຮືອນຂອງພຣະເຈົ້າບໍ່ໄດ້ມີໄວ້ເພື່ອສະໜັບສະໜູນກາຝາກເຫຼົ່ານີ້. ພວກເຂົາບໍ່ຄູ່ຄວນທີ່ຈະກິນພາຍໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ຄູ່ຄວນທີ່ຈະເພີດເພີນກັບທຸກສິ່ງໃນເຮືອນຂອງພຣະເຈົ້າ. ເປັນຫຍັງຈຶ່ງເປັນແນວນີ້? ເພາະວ່າພວກເຂົາເປັນມານຮ້າຍ ແລະ ພວກເຂົາສົມຄວນຖືກປະຕິເສດ. ນີ້ຄືການສະແດງອອກອີກຢ່າງໜຶ່ງຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ການເພີດເພີນກັບສິດທິພິເສດ, ການເພີດເພີນກັບສິດທິພິເສດຢ່າງໜ້າດ້ານ. ໂດຍບໍ່ໄດ້ປະກອບສ່ວນຫຍັງເລີຍ, ທັນທີທີ່ພວກເຂົາໄດ້ຮັບຕຳແໜ່ງຜູ້ນຳ, ພວກເຂົາກໍຍຶດອຳນາດ, ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ ແລະ ບັງຄັບໃຫ້ອ້າຍເອື້ອຍນ້ອງແຕ່ງກິນ ແລະ ຊື້ອາຫານແຊບໆໃຫ້ພວກເຂົາ, ປຸ້ນເອົາຊັບສິນທີ່ຫາມາດ້ວຍຄວາມຍາກລຳບາກຂອງຄົນເຫຼົ່ານັ້ນ ແລະ ຂູດຮີດເງິນ ແລະ ສິ່ງຂອງຂອງພວກເຂົາ. ສຳລັບພວກເຂົາແລ້ວ, ມັນເປັນເລື່ອງທຳມະດາ ແລະ ທ່ຽງທຳໂດຍສົມບູນ, ເປັນໂອກາດອັນລໍ້າຄ່າ, ເປັນໂອກາດທີ່ຈະບໍ່ມີມາອີກ. ນີ້ບໍ່ແມ່ນວິທີຄິດຂອງມານຮ້າຍບໍ? ມັນຊ່າງເປັນຄວາມຄິດທີ່ໜ້າດ້ານແທ້ໆ. ຄົນປະເພດນີ້ຄວນຖືກລິຮານ, ຖືກເປີດໂປງ ແລະ ຖືກປະຕິເສດໂດຍອ້າຍເອື້ອຍນ້ອງ.
ການສະແດງອອກອື່ນໆບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສມີຫຍັງແດ່? ການຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ເບື້ອງລຸ່ມຂອງຕົນເອງເປັນການສະແດງອອກທີ່ສະເພາະເຈາະຈົງບໍ? (ແມ່ນແລ້ວ.) ຜູ້ຕໍ່ຕ້ານພຣະຄຣິສຈະຊົ່ວຊ້າໂດຍທຳມະຊາດ; ພວກເຂົາບໍ່ມີຫົວໃຈທີ່ຊື່ສັດ, ບໍ່ມີຄວາມຮັກຕໍ່ຄວາມຈິງ ຫຼື ຄວາມຮັກຕໍ່ສິ່ງທີ່ເປັນບວກ. ພວກເຂົາມັກຈະດຳລົງຊີວິດຢູ່ໃນມຸມມືດ, ພວກເຂົາບໍ່ໄດ້ກະທຳດ້ວຍທັດສະນະຄະຕິແຫ່ງຄວາມຊື່ສັດ, ພວກເຂົາບໍ່ໄດ້ເວົ້າຄວາມຈິງ ແລະ ພວກເຂົາມີຫົວໃຈທີ່ຊົ່ວຊ້າ ແລະ ມີເລ່ຫຼ່ຽມຕໍ່ທັງຄົນອື່ນ ແລະ ພຣະເຈົ້າ. ພວກເຂົາຕ້ອງການຫຼອກລວງຄົນອື່ນ ແລະ ຫຼອກລວງພຣະເຈົ້າເຊັ່ນກັນ. ພວກເຂົາຈະບໍ່ຍອມຮັບການຄວບຄຸມດູແລຂອງຄົນອື່ນ, ແຮງໄກທີ່ຈະຍອມຮັບການກວດສອບຂອງພຣະເຈົ້າ. ເມື່ອພວກເຂົາຢູ່ທ່າມກາງຄົນອື່ນ, ພວກເຂົາບໍ່ເຄີຍຕ້ອງການໃຫ້ໃຜຮູ້ວ່າ ໃນສ່ວນເລິກແລ້ວ ພວກເຂົາກຳລັງຄິດ ແລະ ວາງແຜນຫຍັງຢູ່, ພວກເຂົາເປັນຄົນປະເພດໃດ ແລະ ພວກເຂົາມີທັດສະນະຄະຕິແນວໃດຕໍ່ຄວາມຈິງ ແລະ ອື່ນໆ; ພວກເຂົາບໍ່ຕ້ອງການໃຫ້ຄົນອື່ນຮູ້ເລື່ອງໃດໜຶ່ງເຫຼົ່ານີ້ ແລະ ພວກເຂົາຍັງຕ້ອງການຫຼອກລວງພຣະເຈົ້າ, ເພື່ອປິດບັງພຣະອົງ. ນັ້ນຄືເຫດຜົນທີ່ວ່າ ເມື່ອຜູ້ຕໍ່ຕ້ານພຣະຄຣິສບໍ່ມີສະຖານະ, ເມື່ອພວກເຂົາບໍ່ມີໂອກາດທີ່ຈະບົງການສະຖານະການໃນກຸ່ມຄົນ, ແລ້ວກໍບໍ່ມີໃຜສາມາດເບິ່ງອອກຢ່າງແທ້ຈິງວ່າ ມີຫຍັງຢູ່ເບື້ອງຫຼັງຄຳເວົ້າ ແລະ ການກະທຳຂອງພວກເຂົາ. ຜູ້ຄົນຈະສົງໄສວ່າ: “ພວກເຂົາກຳລັງຄິດຫຍັງຢູ່ໃນແຕ່ລະມື້? ມີເຈດຕະນາໃດໜຶ່ງຢູ່ເບື້ອງຫຼັງການປະຕິບັດໜ້າທີ່ຂອງພວກເຂົາບໍ? ພວກເຂົາກຳລັງເປີດເຜີຍຄວາມເສື່ອມຊາມຢູ່ບໍ? ພວກເຂົາຮູ້ສຶກອິດສາ ຫຼື ກຽດຊັງຕໍ່ຄົນອື່ນບໍ? ພວກເຂົາມີອະຄະຕິຕໍ່ຄົນອື່ນບໍ? ພວກເຂົາມີມຸມມອງແນວໃດຕໍ່ສິ່ງທີ່ຄົນອື່ນເວົ້າ? ພວກເຂົາຄິດແນວໃດເມື່ອພວກເຂົາພົບພໍ້ກັບບາງສິ່ງ?” ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍໃຫ້ຄົນອື່ນຮູ້ວ່າ ເກີດຫຍັງຂຶ້ນກັບພວກເຂົາແທ້ໆ. ເຖິງແມ່ນວ່າພວກເຂົາຈະສະແດງຄຳເວົ້າສອງສາມຄຳກ່ຽວກັບຄວາມຄິດເຫັນຂອງພວກເຂົາຕໍ່ບາງສິ່ງກໍຕາມ, ຄຳເວົ້າເຫຼົ່ານັ້ນກໍຈະຄຸມເຄືອ ແລະ ບໍ່ຊັດເຈນ, ພວກເຂົາຈະເວົ້າວົນໄປວົນມາ ເພື່ອບໍ່ໃຫ້ຄົນອື່ນເບິ່ງອອກວ່າພວກເຂົາກຳລັງພະຍາຍາມສື່ສານຫຍັງ ແລະ ບໍ່ຮູ້ວ່າພວກເຂົາຕ້ອງການເວົ້າຫຍັງ ຫຼື ພວກເຂົາກຳລັງພະຍາຍາມສະແດງຫຍັງອອກມາ, ເຊິ່ງເຮັດໃຫ້ທຸກຄົນສັບສົນ. ຫຼັງຈາກທີ່ຄົນແບບນັ້ນໄດ້ຮັບສະຖານະ, ພວກເຂົາກໍຍິ່ງມີພຶດຕິກຳທີ່ມີລັບລົມຄົມໃນຫຼາຍຂຶ້ນ ເມື່ອຢູ່ອ້ອມຂ້າງຄົນອື່ນ. ພວກເຂົາຕ້ອງການປົກປ້ອງຄວາມທະເຍີທະຍານຂອງພວກເຂົາ, ຊື່ສຽງຂອງພວກເຂົາ, ພາບລັກ ແລະ ຊື່ຂອງພວກເຂົາ, ສະຖານະ ແລະ ກຽດສັກສີຂອງພວກເຂົາ ແລະ ອື່ນໆ. ນັ້ນຄືເຫດຜົນທີ່ພວກເຂົາບໍ່ຕ້ອງການເປີດເຜີຍກ່ຽວກັບວິທີທີ່ພວກເຂົາເຮັດສິ່ງຕ່າງໆ ຫຼື ແຮງຈູງໃຈຂອງພວກເຂົາໃນການເຮັດສິ່ງຕ່າງໆ. ແມ່ນແຕ່ຕອນທີ່ພວກເຂົາເຮັດຜິດພາດ, ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ຫຼື ເມື່ອແຮງຈູງໃຈ ແລະ ເຈດຕະນາທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາເປັນສິ່ງທີ່ຜິດ, ພວກເຂົາກໍບໍ່ຕ້ອງການເປີດໃຈ ແລະ ປ່ອຍໃຫ້ຄົນອື່ນຮູ້ກ່ຽວກັບມັນ ແລະ ພວກເຂົາມັກຈະສ້າງພາບລັກຂອງຄວາມບໍລິສຸດ ແລະ ຄວາມສົມບູນແບບເພື່ອຫຼອກລວງອ້າຍເອື້ອຍນ້ອງ. ແລະ ກັບເບື້ອງເທິງ ແລະ ກັບພຣະເຈົ້າ, ພວກເຂົາພຽງແຕ່ເວົ້າຄຳເວົ້າທີ່ຟັງເບິ່ງດີ ແລະ ມັກຈະໃຊ້ກົນອຸບາຍທີ່ຫຼອກລວງ ແລະ ຄຳຕົວະເພື່ອຮັກສາຄວາມສຳພັນຂອງພວກເຂົາກັບເບື້ອງເທິງ. ເມື່ອພວກເຂົາລາຍງານວຽກງານຂອງພວກເຂົາຕໍ່ເບື້ອງເທິງ ແລະ ເວົ້າກັບເບື້ອງເທິງ, ພວກເຂົາບໍ່ເຄີຍເວົ້າສິ່ງໃດທີ່ບໍ່ໜ້າຟັງ, ເພື່ອບໍ່ໃຫ້ໃຜສາມາດຄົ້ນພົບຈຸດອ່ອນໃດໜຶ່ງຂອງພວກເຂົາໄດ້. ພວກເຂົາຈະບໍ່ເຄີຍກ່າວເຖິງສິ່ງທີ່ພວກເຂົາໄດ້ເຮັດຢູ່ເບື້ອງລຸ່ມ, ບັນຫາໃດໜຶ່ງທີ່ເກີດຂຶ້ນໃນຄຣິສຕະຈັກ, ບັນຫາ ຫຼື ຂໍ້ບົກຜ່ອງໃນວຽກງານຂອງພວກເຂົາ ຫຼື ສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈ ຫຼື ເບິ່ງທະລຸໄດ້. ພວກເຂົາບໍ່ເຄີຍຖາມ ຫຼື ສະແຫວງຫາກັບເບື້ອງເທິງກ່ຽວກັບສິ່ງເຫຼົ່ານີ້, ແຕ່ກັບພຽງແຕ່ສະແດງພາບລັກ ແລະ ຮູບລັກສະນະວ່າຕົນເອງມີຄວາມສາມາດໃນວຽກງານ ແລະ ສາມາດແບກຮັບວຽກງານຂອງພວກເຂົາໄດ້ຢ່າງສົມບູນແທນ. ພວກເຂົາບໍ່ໄດ້ລາຍງານບັນຫາໃດໜຶ່ງທີ່ມີຢູ່ໃນຄຣິສຕະຈັກຕໍ່ເບື້ອງເທິງ ແລະ ບໍ່ວ່າສະຖານະການໃນຄຣິສຕະຈັກຈະວຸ້ນວາຍສໍ່າໃດກໍຕາມ, ຂະໜາດຂອງຂໍ້ບົກຜ່ອງທີ່ປາກົດໃນວຽກງານຂອງພວກເຂົາ ຫຼື ສິ່ງທີ່ພວກເຂົາກຳລັງເຮັດຢູ່ເບື້ອງລຸ່ມແທ້ໆ, ພວກເຂົາກໍປົກປິດສິ່ງນັ້ນຊໍ້າແລ້ວຊໍ້າອີກ, ໂດຍພະຍາຍາມບໍ່ໃຫ້ເບື້ອງເທິງໄດ້ຮັບຮູ້ ຫຼື ໄດ້ຍິນຂ່າວໃດກໍຕາມກ່ຽວກັບສິ່ງເຫຼົ່ານີ້, ເຖິງຂັ້ນຍົກຍ້າຍຜູ້ຄົນທີ່ກ່ຽວຂ້ອງກັບເລື່ອງເຫຼົ່ານີ້ ຫຼື ຜູ້ທີ່ຮູ້ຄວາມຈິງກ່ຽວກັບພວກເຂົາໄປຍັງສະຖານທີ່ທີ່ຫ່າງໄກ ເພື່ອປົກປິດສິ່ງທີ່ກຳລັງເກີດຂຶ້ນແທ້ໆ. ສິ່ງເຫຼົ່ານີ້ແມ່ນການປະຕິບັດປະເພດໃດ? ນີ້ແມ່ນພຶດຕິກຳປະເພດໃດ? ມັນແມ່ນການສະແດງອອກແບບທີ່ຄົນທີ່ໄລ່ຕາມຄວາມຈິງຄວນມີບໍ? ເຫັນໄດ້ຊັດເຈນວ່າ ບໍ່ແມ່ນ. ນີ້ຄືພຶດຕິກຳຂອງມານຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສຈະເຮັດສຸດຄວາມສາມາດເພື່ອປົກປິດ, ເພື່ອປິດບັງສິ່ງໃດກໍຕາມທີ່ອາດຈະສົ່ງຜົນກະທົບຕໍ່ສະຖານະ ຫຼື ຊື່ສຽງຂອງພວກເຂົາ, ໂດຍປິດບັງສິ່ງເຫຼົ່ານີ້ຈາກຄົນອື່ນ ແລະ ຈາກພຣະເຈົ້າ. ນີ້ຄືການຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ເບື້ອງລຸ່ມພວກເຂົາ. ພວກເຂົາມັກຈະເວົ້າກັບຜູ້ທີ່ຢູ່ເບື້ອງລຸ່ມພວກເຂົາວ່າ “ເບື້ອງເທິງຄິດວ່າຂ້ອຍສູງສົ່ງຫຼາຍ ແລະ ໃຫ້ຄຸນຄ່າຂ້ອຍຫຼາຍ. ເບື້ອງເທິງໄດ້ມອບໝາຍໜ້າວຽກນັ້ນໜ້າວຽກນີ້ໃຫ້ຂ້ອຍ, ໂດຍມອບໝາຍວຽກງານທີ່ມີຄວາມສຳຄັນເຊັ່ນນີ້ໃຫ້ກັບຂ້ອຍ. ພວກເຂົາເບິ່ງແຍງຂ້ອຍເປັນຢ່າງດີ, ມອບຫຼັກຄຳສອນສຳລັບວຽກງານຂອງຂ້ອຍ ແລະ ພວກເຂົາກໍໄດ້ຮັບຜິດຊອບຕໍ່ຊີວິດຂອງຂ້ອຍຢ່າງແທ້ຈິງເຊັ່ນກັນ. ເບື້ອງເທິງໄດ້ລິຮານຂ້ອຍຍ້ອນເລື່ອງນັ້ນເລື່ອງນີ້ ແລະ ຂ້ອຍກໍຍອມຮັບມັນໃນວິທີນັ້ນວິທີນີ້ ແລະ ຄວາມເຂົ້າໃຈຂອງຂ້ອຍກ່ຽວກັບມັນກໍເປັນແບບນັ້ນແບບນີ້. ເບິ່ງແມວ່າພຣະເຈົ້າຮັກຂ້ອຍຫຼາຍສໍ່າໃດ, ພະອົງໄດ້ລິຮານຂ້ອຍດ້ວຍຕົນເອງ ແລະ ໃຫ້ການນໍາພາສ່ວນຕົວແກ່ຂ້ອຍໃນວຽກງານຂອງຂ້ອຍ”. ແລະ ຕໍ່ເບື້ອງເທິງ, ພວກເຂົາສະແດງທ່າທີວ່າຮັບຜິດຊອບຕໍ່ວຽກງານຂອງພວກເຂົາຢ່າງຫຼວງຫຼາຍ, ໃສ່ໃຈອ້າຍເອື້ອຍນ້ອງຢ່າງເລິກເຊິ່ງ ແລະ ອຸທິດຫົວໃຈ ແລະ ກຳລັງຂອງພວກເຂົາຢ່າງເຕັມທີ່, ແຕ່ພວກເຂົາຈະບໍ່ເຄີຍເອີ່ຍປາກແມ່ນແຕ່ຄຳດຽວກ່ຽວກັບອ້າຍເອື້ອຍນ້ອງທີ່ສະເໜີແນວຄິດ ຫຼື ຄວາມຄິດເຫັນທີ່ແຕກຕ່າງໃຫ້ກັບພວກເຂົາ ຫຼື ກ່ຽວກັບຂໍ້ບົກຜ່ອງ ຫຼື ການບ່ຽງເບນໃດໜຶ່ງໃນວຽກງານຂອງພວກເຂົາ. ພວກເຂົາເຮັດສຸດຄວາມສາມາດເພື່ອຮັກສາຄວາມສຳພັນທີ່ດີກັບຜູ້ທີ່ຢູ່ເບື້ອງລຸ່ມພວກເຂົາ ໃນຂະນະທີ່ພະຍາຍາມຢ່າງໜັກເພື່ອປິດບັງຄວາມຈິງຕ່າງໆກ່ຽວກັບພວກເຂົາຈາກເບື້ອງເທິງ, ໂດຍຢ້ານກົວວ່າຈະຖືກປົດອອກ ຖ້າເບື້ອງເທິງຮູ້ວ່າມັນເກີດຫຍັງຂຶ້ນກັບພວກເຂົາແທ້ໆ. ນີ້ບໍ່ແມ່ນການຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ເບື້ອງລຸ່ມພວກເຂົາບໍ? ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສຍຶດອຳນາດ, ພວກເຂົາເຮັດທຸກສິ່ງທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ຢ່າງແທ້ຈິງ ເພື່ອປິດບັງຂໍ້ເທັດຈິງກ່ຽວກັບຕົວພວກເຂົາເອງ ເພື່ອບໍ່ໃຫ້ໃຜສາມາດເບິ່ງທະລຸເຖິງສະພາວະທີ່ແທ້ຈິງຂອງພວກເຂົາ, ສະຖານະການທີ່ແທ້ຈິງຂອງພວກເຂົາ ຫຼື ຄວາມເປັນມະນຸດ ຫຼື ຄວາມສາມາດໃນການເຮັດວຽກທີ່ແທ້ຈິງຂອງພວກເຂົາ. ພວກເຂົາໃຊ້ກົນລະຍຸດ ແລະ ວິທີການທຸກຮູບແບບເພື່ອປິດບັງສິ່ງເຫຼົ່ານີ້, ເພື່ອໃຫ້ພວກເຂົາສາມາດຍຶດໝັ້ນໄດ້ຢ່າງໝັ້ນຄົງ ແລະ ເພີດເພີນກັບອຳນາດຂອງພວກເຂົາ ແລະ ຜົນປະໂຫຍດຈາກສະຖານະຕະຫຼອດໄປ. ການຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ເບື້ອງລຸ່ມຕົນເອງແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ເຮັດ. ມັນສອດຄ່ອງກັບຫຼັກການຄວາມຈິງບໍ? ນີ້ແມ່ນການສະແດງອອກທີ່ຜູ້ທີ່ຮັບໃຊ້ພຣະເຈົ້າຄວນມີບໍ? ມັນແມ່ນການສະແດງອອກທີ່ຜູ້ທີ່ໄລ່ຕາມຄວາມຈິງຄວນມີບໍ? (ບໍ່.) ສະນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກປະເພດນີ້, ອຸປະນິໄສປະເພດນີ້, ພວກເຂົາຄວນຖືກລິຮານບໍ? (ຄວນ.)
ພວກເຮົາຫາກໍເວົ້າກ່ຽວກັບຫົກເຫດຜົນທີ່ຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ. ຂໍ້ທີໜຶ່ງຄື ການສ້າງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ; ຂໍ້ທີສອງ, ການມີສ່ວນຮ່ວມໃນການບົງການຢ່າງລັບລັບ; ຂໍ້ທີສາມ, ການທໍລະມານຄົນອື່ນ; ຂໍ້ທີສີ່, ການເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ; ຂໍ້ທີຫ້າ, ການເພີດເພີນກັບສິດທິພິເສດ ແລະ ຂໍ້ທີຫົກ, ການຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ເບື້ອງລຸ່ມພວກເຂົາ. ມີຂໍ້ອື່ນອີກບໍ? (ການເຜີຍແຜ່ລັດທິນອກຮີດ ແລະ ຄວາມຫຼອກລວງເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດ.) (ບໍ່ເຄີຍຍົກຍ້ອງ ຫຼື ເປັນປະຈັກພະຍານໃຫ້ກັບພຣະເຈົ້າ ແລະ ກົງກັນຂ້າມ ມັກຈະເປັນພະຍານໃຫ້ກັບຕົນເອງຢູ່ສະເໝີ ແລະ ເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ.) (ການຕັດສິນ, ການໂຈມຕີ ແລະ ການກຽດຊັງຜູ້ທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ.) ໃນບັນດາສາມສິ່ງນີ້, ສິ່ງໃດທີ່ຂ້ອນຂ້າງໃກ້ຄຽງໃນແງ່ຂອງແກ່ນແທ້ກັບຫົກເຫດຜົນທີ່ພວກເຮົາໄດ້ໂອ້ລົມກັນໄປແລ້ວ? (ການຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງຢູ່ສະເໝີ ແລະ ບໍ່ເຄີຍເປັນປະຈັກພະຍານໃຫ້ກັບພຣະເຈົ້າ.) ສິ່ງນັ້ນມີທຳມະຊາດທີ່ຂ້ອນຂ້າງຮ້າຍແຮງ. ຮອງລົງມາຄືການໂຈມຕີ ແລະ ການຕັດສິນຜູ້ທີ່ຖືກໃຊ້ງານໂດຍພຣະວິນຍານບໍລິສຸດ, ຕາມດ້ວຍການເຜີຍແຜ່ຄວາມຫຼອກລວງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ໜ້າຈະມີການສະແດງອອກທີ່ສະເພາະເຈາະຈົງອື່ນໆບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ສິ່ງເຫຼົ່ານີ້ກໍເປັນຕົວແທນຂອງທຸກສິ່ງໄດ້ບໍ່ຫຼາຍກໍໜ້ອຍ, ສະນັ້ນ ມື້ນີ້ພວກເຮົາຈຶ່ງບໍ່ຈຳເປັນຕ້ອງລົງລາຍລະອຽດທີ່ບໍ່ຈຳເປັນກ່ຽວກັບແຕ່ລະຢ່າງ. ນັ້ນບໍ່ແມ່ນຈຸດສຸມສຳລັບການໂອ້ລົມໃນມື້ນີ້; ກົງກັນຂ້າມ, ຈຸດສຸມໃນມື້ນີ້ແມ່ນກ່ຽວກັບການທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບການຖືກລິຮານ ແລະ ພວກເຂົາບໍ່ມີທັດສະນະຄະຕິຂອງການກັບໃຈ ເມື່ອພວກເຂົາເຮັດສິ່ງທີ່ຜິດໃດໜຶ່ງ, ແຕ່ພັດເຜີຍແຜ່ແນວຄິດ ແລະ ຕັດສິນພຣະເຈົ້າຢ່າງເປີດເຜີຍແທນ. ເວົ້າອີກຢ່າງໜຶ່ງກໍຄື, ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຫຼັງຈາກທີ່ພວກເຂົາຖືກລິຮານແລ້ວ, ຮາກຖານຂອງທັດສະນະຄະຕິນີ້ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາແມ່ນຫຍັງກັນແທ້, ນີ້ຄືຈຸດສຸມທີ່ພວກເຮົາຄວນໂອ້ລົມກັນ. ສິ່ງອື່ນໆທີ່ພວກເຮົາຫາກໍໄດ້ໂອ້ລົມກັນໄປນັ້ນແມ່ນຫົວຂໍ້ທີ່ນ້ອຍກວ່າ ເຊິ່ງກ່ຽວຂ້ອງກັບເລື່ອງນີ້ໃນລະດັບໜຶ່ງ. ເນື່ອງຈາກພວກເຮົາໄດ້ໂອ້ລົມກັນກ່ຽວກັບເລື່ອງນີ້ຢ່າງລະອຽດມາພຽງພໍກ່ອນແລ້ວ, ມື້ນີ້ພວກເຮົາຈຶ່ງພຽງແຕ່ໂອ້ລົມກ່ຽວກັບພວກມັນໃນຮູບແບບທີ່ກວ້າງຂວາງ ແລະ ເປັນພາບລວມ, ໂດຍສະຫຼຸບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຮົາໄດ້ໂອ້ລົມກັນໄປກ່ອນໜ້ານີ້. ຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກເຫຼົ່ານີ້, ອຸປະນິໄສ ແລະ ແກ່ນແທ້ເຫຼົ່ານີ້ ແລະ ພວກເຂົາໄດ້ເຮັດສິ່ງປະເພດເຫຼົ່ານີ້, ສະນັ້ນ ພວກເຂົາຈຶ່ງຕ້ອງຖືກລິຮານ ແລະ ຖືກປະຕິເສດ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ, ຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ຈະຍອມຮັບສິ່ງເຫຼົ່ານີ້ທີ່ພວກເຂົາໄດ້ເຮັດ ຫຼື ຍອມຮັບວ່າການສະແດງອອກເຫຼົ່ານີ້ຂອງພວກເຂົາແມ່ນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ບໍ່, ພວກເຂົາຈະບໍ່ຍອມຮັບ.) ເຈົ້າເຄີຍເຫັນຊາຕານ ແລະ ມານຮ້າຍຍອມຮັບວ່າພວກເຂົາຕໍ່ຕ້ານພຣະເຈົ້າຕອນໃດ? ພວກເຂົາຈະບໍ່ມີວັນຍອມຮັບວ່າພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະເຮັດຄວາມຜິດພາດປະເພດໃດກໍຕາມ, ພວກເຂົາກໍຈະບໍ່ມີວັນຍອມຮັບວ່າພວກເຂົາເປັນຝ່າຍຜິດ. ສະນັ້ນ, ໃຫ້ພວກເຮົາເລີ່ມຕົ້ນຫົວຂໍ້ສຳລັບການໂອ້ລົມໃນມື້ນີ້ ຈາກມຸມມອງຂອງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນີ້.
II. ວິທີທີ່ພວກຕໍ່ຕ້ານພຣະຄຣິສປະພຶດຕົນເມື່ອພວກເຂົາບໍ່ຍອມຮັບການຖືກລິຮານ
1. ການປະຕິເສດທີ່ຈະຍອມຮັບວ່າພວກເຂົາໄດ້ເຮັດຜິດ
ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຜິດພາດໃຫຍ່ຫຼວງສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະໄດ້ເຮັດຄວາມຊົ່ວຮ້າຍຫຼາຍສໍ່າໃດກໍຕາມ, ເມື່ອພວກເຂົາຖືກລິຮານ, ພຶດຕິກຳທຳອິດທີ່ພວກເຂົາສະແດງອອກກໍຄືການປະຕິເສດຢ່າງສິ້ນເຊີງວ່າພວກເຂົາໄດ້ເຮັດຜິດ, ໂດຍໃຊ້ກົນອຸບາຍຫຼອກລວງຢ່າງສຸດຂີດເພື່ອແກ້ຕົວໃຫ້ກັບຕົນເອງ. ນີ້ສະແດງໃຫ້ເຫັນວ່າພວກເຂົາຂາດທັດສະນະຄະຕິແຫ່ງການກັບໃຈ ເມື່ອພວກເຂົາເຮັດຄວາມຜິດໃດໜຶ່ງ ເຊິ່ງໄດ້ຖືກກ່າວເຖິງໃນການສະແດງອອກທີສິບເອັດຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສບໍ່ມີທັດສະນະຄະຕິແຫ່ງການກັບໃຈ, ແລ້ວພວກເຂົາກຳລັງຄິດຫຍັງຢູ່ໃນສ່ວນເລິກຂອງຈິດໃຈ? ເປັນຫຍັງພວກເຂົາຈຶ່ງບໍ່ມີທັດສະນະຄະຕິແຫ່ງການກັບໃຈ? (ເພາະວ່າພວກເຂົາເຊື່ອວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ.) ແມ່ນແລ້ວ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຢ່າງເດັດຂາດວ່າພວກເຂົາໄດ້ເຮັດຫຍັງຜິດ. ແລ້ວພວກເຂົາສາມາດຍອມຮັບວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? ສິ່ງນີ້ຍິ່ງຍາກຂຶ້ນໄປອີກ. ຖ້າເຈົ້າສາມາດແຈກແຈງຂໍ້ເທັດຈິງເພື່ອເປີດໂປງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະສາມາດຍອມຮັບມັນໄດ້ບໍ? ໂດຍບໍ່ຕ້ອງສົງໄສເລີຍວ່າ ພວກເຂົາຈະຍິ່ງບໍ່ສາມາດຍອມຮັບສິ່ງນີ້ໄດ້. ຜ່ານການສະແດງອອກປະເພດເຫຼົ່ານີ້, ພວກເຮົາສາມາດເຫັນໄດ້ວ່າແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສກໍຄືການຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ ແລະ ອຸປະນິໄສຂອງພວກເຂົາກໍຄືການເບື່ອໜ່າຍຄວາມຈິງ, ກຽດຊັງຄວາມຈິງ ແລະ ບໍ່ມີຄວາມຮັກຕໍ່ຄວາມຈິງຢ່າງແນ່ນອນ. ສະນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກເປີດໂປງ ແລະ ຖືກລິຮານ, ສິ່ງທຳອິດທີ່ພວກເຂົາເຮັດກໍຄືການຊອກຫາເຫດຜົນຕ່າງໆເພື່ອປົກປ້ອງຕົນເອງ, ຊອກຫາຂໍ້ອ້າງທຸກປະເພດເພື່ອພະຍາຍາມເຮັດໃຫ້ຕົນເອງພົ້ນຜິດ, ດ້ວຍເຫດນັ້ນຈຶ່ງບັນລຸເປົ້າໝາຍຂອງພວກເຂົາໃນການຫຼົບຫຼີກຄວາມຮັບຜິດຊອບຂອງພວກເຂົາ ແລະ ບັນລຸຈຸດປະສົງຂອງພວກເຂົາໃນການໄດ້ຮັບການໃຫ້ອະໄພ. ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຢ້ານກົວທີ່ສຸດກໍຄື ປະຊາກອນທີ່ພຣະເຈົ້າເລືອກຈະເບິ່ງທະລຸເຖິງລັກສະນະຂອງພວກເຂົາ, ເຖິງຄວາມອ່ອນແອ ແລະ ຂໍ້ບົກຜ່ອງຂອງພວກເຂົາ, ເຖິງຈຸດອ່ອນຂອງພວກເຂົາ, ເຖິງຂີດຄວາມສາມາດທີ່ແທ້ຈິງ ແລະ ຄວາມສາມາດໃນການເຮັດວຽກຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງພະຍາຍາມຢ່າງສຸດຄວາມສາມາດ ເພື່ອສ້າງພາບລັກໃຫ້ກັບຕົນເອງ ເພື່ອປົກປິດຂໍ້ບົກຜ່ອງ, ບັນຫາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ເມື່ອການກະທຳທີ່ຊົ່ວຮ້າຍຂອງພວກເຂົາຖືກຖອດອອກ ແລະ ຖືກເປີດໂປງ, ສິ່ງທຳອິດທີ່ພວກເຂົາເຮັດບໍ່ແມ່ນການຍອມຮັບ ຫຼື ຮັບເອົາຂໍ້ເທັດຈິງນີ້ ຫຼື ພະຍາຍາມຢ່າງສຸດຄວາມສາມາດເພື່ອຊົດເຊີຍ ແລະ ທົດແທນສຳລັບຄວາມຜິດພາດຂອງພວກເຂົາ, ແຕ່ພວກເຂົາພັດພະຍາຍາມຄິດຫາວິທີການຕ່າງໆເພື່ອໃຊ້ໃນການປົກປິດພວກມັນ, ເພື່ອຫຼອກລວງ ແລະ ເຮັດໃຫ້ຜູ້ທີ່ຮູ້ເຫັນການກະທຳຂອງພວກເຂົາຫຼົງຜິດ, ເພື່ອບໍ່ໃຫ້ປະຊາກອນທີ່ພຣະເຈົ້າເລືອກເຫັນທາດແທ້ຂອງເລື່ອງນີ້, ເພື່ອບໍ່ໃຫ້ພວກເຂົາຮູ້ວ່າການກະທຳຂອງພວກເຂົາໄດ້ສ້າງຄວາມເສຍຫາຍຕໍ່ເຮືອນຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາໄດ້ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດ. ແນ່ນອນວ່າ ສິ່ງທີ່ພວກເຂົາຢ້ານກົວທີ່ສຸດກໍຄືການທີ່ເບື້ອງເທິງຮູ້ເລື່ອງ, ເພາະວ່າເມື່ອເບື້ອງເທິງຮູ້ແລ້ວ, ພວກເຂົາກໍຈະຖືກຈັດການຕາມຫຼັກການ ແລະ ທຸກຢ່າງກໍຈະຈົບສິ້ນສຳລັບພວກເຂົາ ແລະ ພວກເຂົາກໍຈະຖືກປົດອອກ ແລະ ຖືກກຳຈັດຢ່າງແນ່ນອນ. ດ້ວຍເຫດນັ້ນ, ເມື່ອການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສຖືກເປີດໂປງ, ສິ່ງທຳອິດທີ່ພວກເຂົາເຮັດບໍ່ແມ່ນການໄຕ່ຕອງວ່າພວກເຂົາເຮັດຜິດຢູ່ບ່ອນໃດ, ພວກເຂົາລະເມີດຫຼັກການຢູ່ບ່ອນໃດ, ເປັນຫຍັງພວກເຂົາຈຶ່ງເຮັດໃນສິ່ງທີ່ພວກເຂົາເຮັດ, ພວກເຂົາຖືກຄວບຄຸມໂດຍອຸປະນິໄສແບບໃດ, ເຈດຕະນາຂອງພວກເຂົາແມ່ນຫຍັງ, ສະພາວະຂອງພວກເຂົາໃນເວລານັ້ນເປັນແນວໃດ, ມັນເປັນຍ້ອນຄວາມດື້ດ້ານ ຫຼື ເປັນຍ້ອນສິ່ງທີ່ປອມແປງໃນເຈດຕະນາຂອງພວກເຂົາ. ແທນທີ່ຈະໄຈ້ແຍກສິ່ງເຫຼົ່ານີ້, ຢ່າວ່າແຕ່ຈະໄຕ່ຕອງກ່ຽວກັບພວກມັນເລີຍ, ພວກເຂົາພັດຄິດຫາທຸກວິທີທາງເພື່ອປົກປິດຂໍ້ເທັດຈິງທີ່ແທ້ຈິງ. ໃນເວລາດຽວກັນ, ພວກເຂົາພະຍາຍາມຢ່າງສຸດຄວາມສາມາດເພື່ອອະທິບາຍ ແລະ ແກ້ຕົວຕໍ່ໜ້າປະຊາກອນທີ່ພຣະເຈົ້າເລືອກ ເພື່ອຫຼອກລວງພວກເຂົາ, ເຮັດໃຫ້ບັນຫາໃຫຍ່ເບິ່ງຄືວ່າເປັນບັນຫານ້ອຍ ແລະ ບັນຫານ້ອຍເບິ່ງຄືວ່າບໍ່ມີບັນຫາ ແລະ ຫຼອກລວງເພື່ອໃຫ້ຕົນເອງພົ້ນຜິດ, ເພື່ອໃຫ້ພວກເຂົາສາມາດຢູ່ໃນເຮືອນຂອງພຣະເຈົ້າຕໍ່ໄປໄດ້ໂດຍກະທຳຜິດຢ່າງບໍ່ຢ້ານກົວ ແລະ ໃຊ້ອຳນາດຂອງພວກເຂົາໃນທາງທີ່ຜິດ ແລະ ສືບຕໍ່ເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຄວບຄຸມຜູ້ຄົນ ພ້ອມທັງເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ ແລະ ເຮັດຕາມທີ່ພວກເຂົາເວົ້າ ເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ. ຕັ້ງແຕ່ຕົ້ນຈົນຈົບ, ຜູ້ຕໍ່ຕ້ານພຣະຄຣິສກຳລັງເຮັດຫຍັງກັນແທ້? ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດທັງໝົດກໍຄືການໃຊ້ຄວາມຄິດຢ່າງໜັ້ກໃນການຫາວິທີທີ່ຈະເວົ້າ, ທີ່ຈະເຮັດ ແລະ ເຮັດໃຫ້ຕົນເອງຫຍຸ້ງຢູ່ສະເໝີ ເພື່ອເຫັນແກ່ສະຖານະ ແລະ ຊື່ສຽງຂອງພວກເຂົາເອງ, ແທນທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ຍອມຮັບຄວາມຜິດພາດ ແລະ ການກະທຳຜິດຂອງພວກເຂົາ ພ້ອມທັງຮູ້ຈັກເຈດຕະນາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ. ພວກເຂົາຍັງບໍ່ຍອມຮັບເຖິງຄວາມເສຍຫາຍທີ່ຜິດພາດທີ່ພວກເຂົາໄດ້ນຳມາສູ່ວຽກງານຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ແຕ່ພວກເຂົາພັດສືບຕໍ່ຄົ້ນຫາຢ່າງບ້າຄັ່ງຊໍ້າແລ້ວຊໍ້າອີກໃນສ່ວນເລິກຂອງຫົວໃຈຂອງພວກເຂົາວ່າ: “ຂ້ອຍໄດ້ເຮັດຜິດພາດຢູ່ບ່ອນໃດກັນແທ້? ຂ້ອຍບໍ່ລະມັດລະວັງຢູ່ບ່ອນໃດ, ເຊິ່ງເຮັດໃຫ້ຄົນອື່ນຈັບຜິດຂ້ອຍໄດ້? ຂ້ອຍບໍ່ໄດ້ໃຊ້ຄວາມພະຍາຍາມພຽງພໍ ຫຼື ພິຈາລະນາສິ່ງຕ່າງໆຢ່າງຮອບຄອບຢູ່ບ່ອນໃດ, ຈົນເປັນເຫດເຮັດໃຫ້ບາງສິ່ງບາງຢ່າງເກີດຄວາມຜິດພາດ ແລະ ກາຍເປັນແຫຼ່ງຂອງການວິພາກວິຈານ ຫຼື ເປັນຂໍ້ອ້າງທີ່ສາມາດໃຊ້ຕໍ່ຕ້ານຂ້ອຍໄດ້?” ພວກເຂົາຄິດ ແລະ ໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ຊໍ້າແລ້ວຊໍ້າອີກ ຈົນກິນບໍ່ໄດ້ນອນບໍ່ຫຼັບ. ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍໄຕ່ຕອງ ຫຼື ຮູ້ຈັກຕົນເອງ, ຢ່າວ່າແຕ່ຈະອະທິຖານຕໍ່ພຣະເຈົ້າ ແລະ ຍອມຮັບວ່າພວກເຂົາໄດ້ເຮັດບາງສິ່ງບາງຢ່າງຜິດເລີຍ ແລະ ພວກເຂົາບໍ່ໄດ້ຄົ້ນຫາຄຳຕອບໂດຍອີງໃສ່ພຣະທຳຂອງພຣະເຈົ້າ, ບໍ່ສະແຫວງຫາຄວາມຈິງທີ່ພວກເຂົາຄວນປະຕິບັດ ຫຼື ຫຼັກການຄວາມຈິງທີ່ພວກເຂົາຄວນປະຕິບັດຕາມ ແລະ ຢ່າວ່າແຕ່ຈະຊອກຫາອ້າຍເອື້ອຍນ້ອງທີ່ເຂົ້າໃຈຄວາມຈິງເພື່ອເປີດໃຈໃນການໂອ້ລົມ ແລະ ສະແຫວງຫາຄວາມຈິງຮ່ວມກັນເພື່ອແກ້ໄຂບັນຫາເລີຍ. ເມື່ອພວກເຂົາປະເຊີນກັບບັນຫາໃດໜຶ່ງ, ພວກເຂົາບໍ່ສະແຫວງຫາ ຫຼື ອ່ອນນ້ອມ, ແຕ່ພວກເຂົາພະຍາຍາມໃຊ້ທຸກວິທີທາງທີ່ມີ ເພື່ອປົກປິດບັນຫາຂອງພວກເຂົາ, ໂດຍຄິດວ່າຍິ່ງມີຄົນຮູ້ກ່ຽວກັບບັນຫາເຫຼົ່ານັ້ນໜ້ອຍເທົ່າໃດກໍຍິ່ງດີ ແລະ ການຮັກສາຊື່ສຽງ ແລະ ສະຖານະຂອງພວກເຂົາໄວ້ຄືນະໂຍບາຍທີ່ດີທີ່ສຸດ. ຈິດໃຈຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນມືດມົນແບບນີ້ ແລະ ເຕັມໄປດ້ວຍຄວາມກະບົດ ແລະ ຄວາມຊົ່ວຊ້າ, ໂດຍປາສະຈາກເຈດຕະນາແມ່ນແຕ່ໜ້ອຍດຽວທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສມັກຈະຊອກຫາວິທີທາງເພື່ອຮັກສາຊື່ສຽງ ແລະ ສະຖານະຂອງພວກເຂົາບໍ່ໃຫ້ໄດ້ຮັບຄວາມເສຍຫາຍຢູ່ສະເໝີ. ບໍ່ວ່າໃຜຈະໂອ້ລົມຄວາມຈິງກັບພວກເຂົາເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ, ໂດຍຄິດໃນໃຈວ່າ: “ຂ້ອຍເຂົ້າໃຈທຸກຢ່າງ, ຂ້ອຍບໍ່ຕ້ອງການຄວາມຊ່ວຍເຫຼືອຈາກພວກເຈົ້າ! ເຖິງແມ່ນວ່າຂ້ອຍຈະມີບັນຫາ, ຂ້ອຍກໍຍັງດີກວ່າພວກເຈົ້າ. ພວກເຈົ້າຄິດວ່າພວກເຈົ້າສາມາດຊ່ວຍຂ້ອຍໄດ້ດ້ວຍຄວາມເຂົ້າໃຈພຽງເລັກນ້ອຍຂອງພວກເຈົ້າບໍ? ພວກເຈົ້າກຳລັງປະເມີນຄວາມສາມາດຂອງພວກເຈົ້າສູງເກີນໄປແລ້ວ!” ຜູ້ຕໍ່ຕ້ານພຣະຄຣິສນັ້ນອວດດີ ແລະ ຖືຕົນວ່າຊອບທຳແບບນີ້ແຫຼະ. ພວກເຂົາເຮັດສິ່ງທີ່ບໍ່ດີຫຼາຍຢ່າງ ແຕ່ກໍຍັງປະຕິເສດທີ່ຈະຍອມຮັບວ່າພວກເຂົາໄດ້ເຮັດຫຍັງຜິດ ຫຼື ປະຕິເສດວ່າພວກເຂົາມີບັນຫາໃດໜຶ່ງ. ໃນຫົວໃຈຂອງພວກເຂົາ, ພວກເຂົາຫົວແຂງເກີນໄປ ແລະ ຈະບໍ່ຟັງສິ່ງໃດກໍຕາມທີ່ຄົນອື່ນເວົ້າ. ສິ່ງດຽວທີ່ພວກເຂົາບໍ່ສາມາດປ່ອຍວາງໃນຄວາມຄິດຂອງພວກເຂົາໄດ້ກໍຄື ການກະທຳຂອງພວກເຂົາຈະສົ່ງຜົນກະທົບແນວໃດຕໍ່ຊື່ສຽງ ແລະ ສະຖານະຂອງພວກເຂົາໃນພາຍຫຼັງ. ນີ້ຄືສິ່ງທີ່ເຮັດໃຫ້ພວກເຂົາກັງວົນທີ່ສຸດ ແລະ ເປັນສິ່ງທີ່ພວກເຂົາເປັນຫ່ວງທີ່ສຸດ.
ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດສິ່ງທີ່ຜິດຫຼາຍສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະເຮັດສິ່ງທີ່ຜິດປະເພດໃດກໍຕາມ, ບໍ່ວ່າມັນຈະບໍ່ເໝາະສົມ, ເປັນການສິ້ນເປືອງ ຫຼື ການນຳໃຊ້ເຄື່ອງຖວາຍຂອງພຣະເຈົ້າໃນທາງທີ່ຜິດ ຫຼື ຖ້າພວກເຂົາກຳລັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຮັດໃຫ້ມັນວຸ້ນວາຍຄັ້ງໃຫຍ່ ແລະ ກໍ່ໃຫ້ເກີດຄວາມໂກດຮ້າຍຂອງພຣະເຈົ້າ, ພວກເຂົາກໍຍັງຄົງສະຫງົບ, ໃຈເຢັນ ແລະ ບໍ່ສົນໃຈຫຍັງເລີຍຢູ່ສະເໝີ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຄວາມຊົ່ວຮ້າຍປະເພດໃດ ຫຼື ມັນຈະນຳຜົນສະທ້ອນອັນໃດມາໃຫ້ກໍຕາມ, ພວກເຂົາບໍ່ເຄີຍມາຢູ່ຕໍ່ໜ້າພຣະເຈົ້າໂດຍທັນທີເພື່ອສາລະພາບຄວາມບາບຂອງພວກເຂົາ ແລະ ກັບໃຈ ຫຼື ມາຢູ່ຕໍ່ໜ້າອ້າຍເອື້ອຍນ້ອງດ້ວຍທັດສະນະຄະຕິແຫ່ງການເປີດເຜີຍຕົນເອງ ແລະ ເປີດໃຈເພື່ອຍອມຮັບການກະທຳຜິດຂອງພວກເຂົາ, ຮູ້ຈັກການກະທຳຜິດ ແລະ ຄວາມເສື່ອມຊາມຂອງພວກເຂົາ ແລະ ເສຍໃຈຕໍ່ການກະທຳທີ່ຊົ່ວຮ້າຍຂອງພວກເຂົາ. ແຕ່ພວກເຂົາພັດໃຊ້ຄວາມຄິດຢ່າງໜັກໃນການຫາທຸກວິທີທາງ ເພື່ອຊອກຫາຂໍ້ອ້າງຕ່າງໆເພື່ອຫຼົບຫຼີກຄວາມຮັບຜິດຊອບ ແລະ ໂຍນຄວາມຜິດໃຫ້ຄົນອື່ນເພື່ອຟື້ນຟູໜ້າຕາ ແລະ ສະຖານະຂອງພວກເຂົາເອງ. ສິ່ງທີ່ພວກເຂົາໃສ່ໃຈບໍ່ແມ່ນວຽກງານຂອງຄຣິສຕະຈັກ, ແຕ່ແມ່ນຊື່ສຽງ ແລະ ສະຖານະຂອງພວກເຂົາຈະໄດ້ຮັບຄວາມເສຍຫາຍ ຫຼື ໄດ້ຮັບຜົນກະທົບໃນທາງໃດທາງໜຶ່ງ ຫຼື ບໍ່. ພວກເຂົາບໍ່ພິຈາລະນາເລີຍ ຫຼື ຄິດຫາວິທີທີ່ຈະຊົດເຊີຍຄວາມເສຍຫາຍທີ່ເກີດຂຶ້ນກັບເຮືອນຂອງພຣະເຈົ້າ ເນື່ອງຈາກການກະທຳຜິດຂອງພວກເຂົາ ແລະ ພວກເຂົາກໍບໍ່ພະຍາຍາມຊົດເຊີຍໜີ້ສິນທີ່ພວກເຂົາມີຕໍ່ພຣະເຈົ້າ. ນັ້ນກໍຄື ພວກເຂົາບໍ່ເຄີຍຍອມຮັບວ່າພວກເຂົາສາມາດເຮັດບາງສິ່ງບາງຢ່າງຜິດ ຫຼື ວ່າພວກເຂົາໄດ້ເຮັດຜິດພາດ. ໃນຈິດໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ການຍອມຮັບຄວາມຜິດພາດຢ່າງຫ້າວຫັນ ແລະ ການໃຫ້ຄຳອະທິບາຍທີ່ຊື່ສັດກ່ຽວກັບຂໍ້ເທັດຈິງແມ່ນຄວາມໄຮ້ຄວາມສາມາດ ແລະ ຄວາມໂງ່ຈ້າ. ຖ້າການກະທຳທີ່ຊົ່ວຮ້າຍຂອງພວກເຂົາຖືກຄົ້ນພົບ ແລະ ຖືກເປີດໂປງ, ຜູ້ຕໍ່ຕ້ານພຣະຄຣິສຈະຍອມຮັບພຽງແຕ່ຄວາມຜິດພາດທີ່ເກີດຈາກຄວາມບໍ່ລະມັດລະວັງຊົ່ວຄາວເທົ່ານັ້ນ, ບໍ່ເຄີຍທີ່ຈະຍອມຮັບການລະເລີຍໜ້າທີ່ ແລະ ຄວາມໄຮ້ຄວາມຮັບຜິດຊອບຂອງພວກເຂົາເອງ ແລະ ພວກເຂົາຈະພະຍາຍາມໂຍນຄວາມຮັບຜິດຊອບໃຫ້ຄົນອື່ນ ເພື່ອລຶບຮອຍເປື້ອນອອກຈາກປະຫວັດຂອງພວກເຂົາ. ໃນເວລາແບບນີ້, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ກັງວົນກ່ຽວກັບວິທີການຊົດເຊີຍຄວາມເສຍຫາຍທີ່ເກີດຂຶ້ນກັບເຮືອນຂອງພຣະເຈົ້າ, ວິທີການເປີດໃຈ, ຍອມຮັບຄວາມຜິດພາດຂອງພວກເຂົາ ຫຼື ໃຫ້ຄຳອະທິບາຍກ່ຽວກັບເລື່ອງນີ້ແກ່ຜູ້ຄົນທີ່ພຣະເຈົ້າເລືອກ. ພວກເຂົາກັງວົນກ່ຽວກັບການຊອກຫາວິທີທີ່ຈະເຮັດໃຫ້ບັນຫາໃຫຍ່ເບິ່ງຄືວ່າເປັນບັນຫານ້ອຍ ແລະ ບັນຫານ້ອຍເບິ່ງຄືວ່າບໍ່ມີບັນຫາ. ພວກເຂົາໃຫ້ເຫດຜົນທາງພາວະວິໄສເພື່ອເຮັດໃຫ້ຄົນອື່ນເຂົ້າໃຈ ແລະ ເຫັນໃຈພວກເຂົາ. ພວກເຂົາພະຍາຍາມຢ່າງສຸດຄວາມສາມາດເພື່ອຟື້ນຟູຊື່ສຽງຂອງພວກເຂົາໃນຄວາມຄິດຂອງຄົນອື່ນ, ຫຼຸດຜ່ອນອິດທິພົນດ້ານລົບຢ່າງຮ້າຍແຮງຈາກການກະທຳຜິດຂອງພວກເຂົາທີ່ມີຕໍ່ຕົນເອງ, ບໍ່ໃຫ້ເບື້ອງເທິງມີຄວາມປະທັບໃຈທີ່ບໍ່ດີຕໍ່ພວກເຂົາ ແລະ ຮັບປະກັນວ່າເບື້ອງເທິງຈະບໍ່ເອົາຜິດພວກເຂົາ, ປົດພວກເຂົາອອກ, ສືບສວນສະຖານະການ ຫຼື ຈັດການກັບພວກເຂົາ. ເພື່ອຟື້ນຟູຊື່ສຽງ ແລະ ສະຖານະຂອງພວກເຂົາ, ເພື່ອບໍ່ໃຫ້ຜົນປະໂຫຍດຂອງພວກເຂົາເອງໄດ້ຮັບຄວາມເສຍຫາຍ, ຜູ້ຕໍ່ຕ້ານພຣະຄຣິສເຕັມໃຈທີ່ຈະທົນທຸກທໍລະມານຫຼາຍສໍ່າໃດກໍຕາມ ແລະ ພວກເຂົາຈະຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອແກ້ໄຂຄວາມຫຍຸ້ງຍາກໃດໜຶ່ງ. ຕັ້ງແຕ່ເລີ່ມຕົ້ນຂອງການກະທຳຜິດ ຫຼື ຄວາມຜິດພາດຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍມີເຈດຕະນາອັນໃດທີ່ຈະຮັບຜິດຊອບຕໍ່ສິ່ງທີ່ຜິດພາດທີ່ພວກເຂົາເຮັດ, ພວກເຂົາບໍ່ເຄີຍມີເຈດຕະນາທີ່ຈະຍອມຮັບ, ໂອ້ລົມກ່ຽວກັບ, ເປີດໂປງ ຫຼື ໄຈ້ແຍກແຮງຈູງໃຈ, ເຈດຕະນາ ແລະ ອຸປະນິໄສທີ່ເສື່ອມຊາມທີ່ຢູ່ເບື້ອງຫຼັງສິ່ງທີ່ຜິດທີ່ພວກເຂົາເຮັດ ແລະ ແນ່ນອນວ່າພວກເຂົາບໍ່ເຄີຍມີເຈດຕະນາທີ່ຈະຊົດເຊີຍຄວາມເສຍຫາຍທີ່ພວກເຂົາກໍ່ໃຫ້ເກີດກັບວຽກງານຂອງຄຣິສຕະຈັກ ແລະ ຄວາມສູນເສຍທີ່ພວກເຂົາກໍ່ໃຫ້ເກີດກັບການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ. ສະນັ້ນ, ບໍ່ວ່າເຈົ້າຈະເບິ່ງເລື່ອງນີ້ຈາກມຸມມອງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນທີ່ດື້ດ້ານປະຕິເສດທີ່ຈະຍອມຮັບການກະທຳຜິດຂອງພວກເຂົາ ແລະ ຍອມຕາຍດີກວ່າທີ່ຈະກັບໃຈ. ຜູ້ຕໍ່ຕ້ານພຣະຄຣິສນັ້ນໜ້າດ້ານ ແລະ ໄຮ້ຢາງອາຍເກີນກວ່າທີ່ຈະມີຄວາມຫວັງໃນການຊ່ວຍໃຫ້ລອດພົ້ນໄດ້ ແລະ ພວກເຂົາກໍບໍ່ຕ່າງຫຍັງກັບຊາຕານທີ່ມີຊີວິດ. ບໍ່ວ່າຄວາມຜິດພາດທີ່ພວກເຂົາເຮັດພາຍໃນຄຣິສຕະຈັກຈະໃຫຍ່ຫຼວງສໍ່າໃດກໍຕາມ, ພວກເຂົາກໍຍັງຍືດເອິກ ແລະ ເຊີດໜ້າຂຶ້ນ, ພວກເຂົາເສີຍເມີຍຕໍ່ສິ່ງນີ້ຢ່າງສິ້ນເຊີງ, ໂດຍເຊື່ອວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ ແລະ ຂາດເຈດຕະນາແມ່ນແຕ່ໜ້ອຍດຽວທີ່ຈະກັບໃຈ. ພວກເຂົາບໍ່ເຄີຍຫຼັ່ງນໍ້າຕາໃຫ້ກັບຄວາມຜິດທີ່ພວກເຂົາໄດ້ກະທຳ ແລະ ພວກເຂົາກໍບໍ່ເຄີຍຮູ້ສຶກເສົ້າໃຈ ຫຼື ເສຍໃຈຍ້ອນສິ່ງເຫຼົ່ານີ້. ໃນທາງກົງກັນຂ້າມ, ພວກເຂົາຈະຮູ້ສຶກເຈັບປວດ ຫຼື ເສົ້າໃຈ ຖ້າພວກເຂົາເປີດເຜີຍຕົນເອງໂດຍບໍ່ຕັ້ງໃຈ, ເຊິ່ງເຮັດໃຫ້ຄົນສ່ວນໃຫຍ່ເຫັນທາດແທ້ຂອງພວກເຂົາ ແລະ ປະຕິເສດພວກເຂົາ. ຫຼັງຈາກທີ່ພວກເຂົາໄດ້ເຮັດຜິດພາດ ແລະ ການກະທຳຂອງພວກເຂົາໄດ້ນຳອັນຕະລາຍມາສູ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ສ້າງຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ, ທຸກຄຳທີ່ພວກເຂົາເວົ້າ ແລະ ທຸກສິ່ງທີ່ພວກເຂົາເຮັດບໍ່ແມ່ນເພື່ອຊົດເຊີຍຄວາມຜິດພາດເຫຼົ່ານີ້ ຫຼື ເພື່ອຟື້ນຟູຄວາມສູນເສຍ, ແຕ່ພວກເຂົາພັດເກັບຊ່ອນເຈດຕະນາຂອງພວກເຂົາເອງ ແລະ ຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອປົກປ້ອງຕົນເອງ, ເພື່ອສະແດງລະຄອນ ແລະ ສ້າງພາບລັກ. ຈຸດປະສົງຂອງພວກເຂົາແມ່ນເພື່ອເຮັດໃຫ້ຜູ້ຄົນຈຳນວນຫຼາຍເຫັນວ່າພວກເຂົາເຮັດສິ່ງນັ້ນໂດຍບໍ່ໄດ້ຕັ້ງໃຈ, ເຫັນວ່າພວກເຂົາພຽງແຕ່ບໍ່ລະມັດລະວັງຊົ່ວຄາວ, ເພື່ອໃຫ້ພວກເຂົາສາມາດໄດ້ຮັບການໃຫ້ອະໄພຈາກຜູ້ຄົນ, ໃຫ້ຜູ້ຄົນເວົ້າແທນພວກເຂົາ ແລະ ໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມໂປດປານຈາກປະຊາກອນທີ່ພຣະເຈົ້າເລືອກ ແລະ ດ້ວຍເຫດນັ້ນຈຶ່ງບັນລຸເປົ້າໝາຍຂອງພວກເຂົາໃນການກັບມາຢ່າງເຕັມຕົວ.
ຜູ້ຕໍ່ຕ້ານພຣະຄຣິສບາງຄົນ, ຫຼັງຈາກທີ່ຖືກລິຮານແລ້ວ, ພວກເຂົາບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງເພື່ອໃຫ້ເຂົ້າໃຈວ່າເປັນຫຍັງພວກເຂົາຈຶ່ງຖືກລິຮານ, ເພື່ອຊອກຫາວ່າຄວາມຜິດພາດຂອງພວກເຂົາຢູ່ບ່ອນໃດກັນແທ້ໃນເລື່ອງທີ່ຖືກເປີດໂປງ ແລະ ພວກເຂົາຄວນຊົດເຊີຍມັນແນວໃດໃນອະນາຄົດ. ແຕ່ພວກເຂົາພັດສວຍໃຊ້ການຖືກລິຮານ, ພວກເຂົາໂອ້ລົມກັບຄົນອື່ນກ່ຽວກັບວິທີທີ່ພວກເຂົາຍອມຮັບການຖືກລິຮານ, ວິທີທີ່ພວກເຂົາໄດ້ຮຽນຮູ້ບົດຮຽນຈາກມັນ, ວິທີທີ່ພວກເຂົາສາມາດອ່ອນນ້ອມ ແລະ ວິທີທີ່ພວກເຂົາໄດ້ຮັບຄວາມຊື່ນຊົມຈາກເບື້ອງເທິງ ຫຼັງຈາກທີ່ໄດ້ຕິດຕໍ່ໃກ້ຊິດກັບເບື້ອງເທິງຫຼາຍຂຶ້ນ. ໃນເວລາດຽວກັນ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຍັງສ້າງພາບລັກໂດຍການໂອ້ລົມກ່ຽວກັບວິທີທີ່ພວກເຂົາຍອມຮັບການຖືກລິຮານ ເພື່ອເຜີຍແຜ່ຄວາມບໍ່ພໍໃຈ ແລະ ແນວຄິດຂອງພວກເຂົາເອງກ່ຽວກັບເບື້ອງເທິງ, ເຮັດໃຫ້ຜູ້ຄົນມີຄວາມຮູ້ສຶກວ່າເບື້ອງເທິງບໍ່ມີຫຼັກການໃນການລິຮານຜູ້ຄົນ, ຮູ້ສຶກວ່າເບື້ອງເທິງລິຮານຜູ້ຄົນແບບບໍ່ເລືອກ ແລະ ບໍ່ມີຄວາມເຫັນອົກເຫັນໃຈ, ບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຄົນ ແລະ ບໍ່ຄຳນຶງເຖິງຄວາມອ່ອນແອຂອງມະນຸດ. ແລະ ເຖິງແມ່ນວ່າຈະເປັນແນວນັ້ນກໍຕາມ, ພວກເຂົາກໍຍັງອ່ອນນ້ອມຢ່າງສິ້ນເຊີງ ແລະ ຍັງສາມາດເຮັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງພວກເຂົາໄດ້ຢ່າງສຸດຄວາມສາມາດ, ພວກເຂົາບໍ່ໄດ້ກາຍເປັນຄົນຄິດລົບ, ອ່ອນແອ ຫຼື ຕໍ່ຕ້ານ ແລະ ພວກເຂົາກໍບໍ່ໄດ້ຍອມແພ້ຕໍ່ໜ້າທີ່ຂອງພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເວົ້າສິ່ງທັງໝົດເຫຼົ່ານີ້, ມັນບໍ່ພຽງແຕ່ບໍ່ສາມາດເຮັດໃຫ້ຜູ້ຄົນອ່ອນນ້ອມຕໍ່ຄວາມຈິງ ແລະ ເຕັມໃຈຍອມຮັບການຖືກລິຮານເທົ່ານັ້ນ, ໃນທາງກົງກັນຂ້າມ, ມັນເຮັດໃຫ້ຜູ້ຄົນເກີດມີແນວຄິດ ແລະ ຄວາມຄິດເຫັນກ່ຽວກັບພຣະເຈົ້າ ແລະ ກາຍເປັນຄົນລະແວງພຣະເຈົ້າ, ໃນຂະນະດຽວກັນກໍເຮັດໃຫ້ເກີດມີຄວາມອິດສາ, ຄວາມຊື່ນຊົມ ແລະ ຄວາມເຄົາລົບຕໍ່ຕົວຜູ້ຕໍ່ຕ້ານພຣະຄຣິສເອງ. ເມື່ອສອງຜົນຮັບນີ້ເກີດຂຶ້ນແລ້ວ, ສິ່ງທີ່ຜູ້ຄົນເບິ່ງຂ້າມຫຼາຍທີ່ສຸດກໍຄືການກະທຳຜິດທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ກະທຳ, ສິ່ງທີ່ພວກເຂົາເຮັດຜິດ ແລະ ຂໍ້ເທັດຈິງທີ່ວ່າພວກເຂົາກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ, ຕໍ່ເຮືອນຂອງພຣະເຈົ້າ ຍ້ອນພວກເຂົາບໍ່ມີຄວາມສາມາດໃນວຽກງານຂອງພວກເຂົາ ແລະ ກະທຳຜິດຢ່າງບໍ່ຢ້ານກົວ. ນີ້ຄືໜຶ່ງໃນກົນອຸບາຍຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄືການກ່າວຫາຄືນຢ່າງເປັນເທັດ ແລະ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ຄົນອື່ນຫຼົງຜິດ. ພວກເຂົາບໍ່ເຄີຍກ່າວເຖິງຂໍ້ເທັດຈິງທີ່ວ່າພວກເຂົາໄດ້ນຳບັນຫາຫຼາຍຢ່າງມາສູ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ນຳຄວາມສູນເສຍອັນໃຫຍ່ຫຼວງມາສູ່ຊີວິດຂອງອ້າຍເອື້ອຍນ້ອງ ຍ້ອນພວກເຂົາລະເລີຍໃນໜ້າທີ່ຂອງພວກເຂົາ, ຍ້ອນພວກເຂົາໂງ່ຈ້າ ແລະ ບໍ່ຮູ້ເລື່ອງ, ຍ້ອນພວກເຂົາພະຍາຍາມສ້າງອານາຈັກທີ່ເອກະລາດຂອງພວກເຂົາເອງ. ພວກເຂົາບໍ່ເຄີຍຍອມຮັບ ຫຼື ໄຈ້ແຍກສິ່ງເຫຼົ່ານີ້, ພວກເຂົາບໍ່ເຄີຍກ່າວເຖິງຂໍ້ເທັດຈິງຂອງເລື່ອງເຫຼົ່ານີ້, ພວກເຂົາບໍ່ເຄີຍກ່າວເຖິງເຫດຜົນສຳລັບການຖືກປົດອອກຂອງພວກເຂົາ ຫຼື ເປັນຫຍັງພວກເຂົາຈຶ່ງຖືກລິຮານ. ສິ່ງທີ່ພວກເຂົາເວົ້າເຖິງທັງໝົດກໍຄືວິທີທີ່ເບື້ອງເທິງລິຮານພວກເຂົາ, ການລິຮານຂອງເບື້ອງເທິງນັ້ນຮຸນແຮງສໍ່າໃດ, ເບື້ອງເທິງເວົ້າກັບພວກເຂົາຢ່າງຮຸນແຮງສໍ່າໃດ, ພວກເຂົາຮ້ອງໄຫ້ຫຼາຍສໍ່າໃດ, ພວກເຂົາຖືກເຮັດໃຫ້ເປັນແພະຮັບບາບແນວໃດ ແລະ ພວກເຂົາທົນທຸກທໍລະມານຫຼາຍສໍ່າໃດ, ເຖິງຢ່າງໃດກໍຕາມ ພວກເຂົາກໍຍັງຄົງອົດທົນຄືກັບທີ່ເຄີຍເປັນມາແນວໃດ ໂດຍສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍ່ລົດລະ. ຕັ້ງແຕ່ຕົ້ນຈົນຈົບ, ຜູ້ຕໍ່ຕ້ານພຣະຄຣິສເຄີຍມີທັດສະນະຄະຕິແມ່ນແຕ່ໜ້ອຍດຽວໃນການຍອມຮັບການກະທຳຜິດຂອງພວກເຂົາເອງບໍ? ພວກເຂົາບໍ່ມີເລີຍ. ເມື່ອຄົນທີ່ໂງ່ຈ້າ ແລະ ບໍ່ຮູ້ເລື່ອງທີ່ບໍ່ຮູ້ສະຖານະການທີ່ແທ້ຈິງ, ຜູ້ທີ່ບໍ່ເຂົ້າໃຈຄວາມຈິງໄດ້ຍິນກ່ຽວກັບເລື່ອງນີ້, ພວກເຂົາກໍຄິດວ່າ “ເບື້ອງເທິງບໍ່ມີຫຼັກການໃດໜຶ່ງໃນວິທີທີ່ລິຮານຜູ້ຄົນ. ບໍ່ວ່າຄົນໃດໜຶ່ງຈະເຮັດວຽກຂອງພວກເຂົາໄດ້ດີສໍ່າໃດ ຫຼື ພວກເຂົາຈ່າຍລາຄາແນວໃດກໍຕາມ, ພວກເຂົາກໍຈະຖືກລິຮານຄືກັນໝົດ ແລະ ຫຼັງຈາກນັ້ນ ພວກເຂົາກໍບໍ່ສາມາດສະແດງຄວາມອ່ອນແອອັນໃດໄດ້, ພວກເຂົາພຽງແຕ່ຕ້ອງອ່ອນນ້ອມເທົ່ານັ້ນ”. ຫຼັງຈາກການໂອ້ລົມ ແລະ ການເຮັດໃຫ້ຫຼົງຜິດຂອງຜູ້ຕໍ່ຕ້ານພຣະຄຣິສໄປຮອບໜຶ່ງ ແລະ ຫຼັງຈາກທີ່ພວກເຂົາໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍໃນການເຮັດສິ່ງຕ່າງໆ, ຜົນທີ່ພວກເຂົາບັນລຸກໍຄືການເຮັດໃຫ້ເກີດມີຄວາມເຂົ້າໃຈຜິດ ແລະ ຄວາມລະແວງຕໍ່ພຣະເຈົ້າໃນຫົວໃຈຂອງຜູ້ຄົນ, ເພື່ອວ່າເມື່ອຜູ້ຄົນຖືກລິຮານ, ພວກເຂົາກໍຈະຮູ້ສຶກເຖິງຄວາມໝາງໃຈ ແລະ ການຕໍ່ຕ້ານຫຼາຍຂຶ້ນ, ແທນທີ່ຈະສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ດີຂຶ້ນ ຫຼື ສາມາດອ່ອນນ້ອມ ແລະ ຍອມຮັບການຖືກລິຮານດ້ວຍຄວາມຍິນດີ, ຕາມມາດ້ວຍການຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ເລື່ອງຂອງພວກເຂົາ ແລະ ຮູ້ວ່າແທ້ຈິງແລ້ວພວກເຂົາເປັນໃຜ. ຕະຫຼອດການໂອ້ລົມຂອງຜູ້ຕໍ່ຕ້ານພຣະຄຣິສນີ້, ພວກເຂົາເຄີຍກ່າວເຖິງສິ່ງທີ່ພວກເຂົາເຮັດໄດ້ຜິດບໍ? ພວກເຂົາເຄີຍສະແດງທັດສະນະຄະຕິໃນການຍອມຮັບການກະທຳທີ່ຜິດຂອງພວກເຂົາແມ່ນແຕ່ໜ້ອຍດຽວບໍ? ບໍ່ມີແມ່ນແຕ່ໜ້ອຍດຽວ. ຕະຫຼອດຂະບວນການທັງໝົດ, ພວກເຂົາບໍ່ເຄີຍຍອມຮັບຄວາມຜິດພາດຂອງພວກເຂົາເອງ. ພວກເຈົ້າເຄີຍໄດ້ຍິນກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສທີ່ຫຼັງຈາກຖືກປົດອອກແລ້ວ ຍອມຮັບວ່າຄວາມຜິດພາດຂອງພວກເຂົາໄດ້ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ເຮືອນຂອງພຣະເຈົ້າບໍ? (ບໍ່ເຄີຍ.) ຖ້າຄົນຜູ້ນັ້ນເປັນຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈະບໍ່ຍອມຮັບມັນ. ພວກເຮົາເຄີຍເວົ້າກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສສອງສາມຄົນມາກ່ອນ ເຊັ່ນ: “ຜູ້ນຳຍິງ” ຄົນນັ້ນ ແລະ ຜູ້ຕໍ່ຕ້ານພຣະຄຣິສທີ່ມີຊື່ສຽງອີກສອງສາມຄົນ, ເຊິ່ງການກະທຳຂອງພວກເຂົາສົ່ງຜົນໃຫ້ເກີດຄວາມເສຍຫາຍຫຼາຍໝື່ນຕໍ່ເຄື່ອງຖວາຍຂອງພຣະເຈົ້າ, ແຕ່ໃນທີ່ສຸດ ພວກເຂົາກໍບໍ່ເຄີຍຍອມຮັບວ່າພວກເຂົາໄດ້ເຮັດຫຍັງຜິດ. ພວກເຂົາບໍ່ໄດ້ເວົ້າແມ່ນແຕ່ຄຳດຽວກ່ຽວກັບສິ່ງທີ່ພວກເຂົາເຮັດຜິດ ແລະ ແທນທີ່ຈະເປັນແນວນັ້ນ ພວກເຂົາພັດບໍ່ເຮັດຫຍັງເລີຍນອກຈາກຈົ່ມວ່າຄົນອື່ນບໍ່ໄດ້ເຮັດວຽກຮ່ວມກັບພວກເຂົາແນວໃດ. ພວກເຂົາໂຍນຄວາມຮັບຜິດຊອບ, ການກະທຳຜິດ ແລະ ຄວາມຜິດທັງໝົດໃຫ້ຄົນອື່ນ ໃນຂະນະທີ່ຮັບເອົາຄວາມດີຄວາມຊອບສຳລັບສິ່ງທີ່ດີທັງໝົດ, ສິ່ງໃດກໍຕາມທີ່ເຮັດຖືກຕ້ອງ ແລະ ການຕັດສິນໃຈທີ່ຖືກຕ້ອງທັງໝົດ. ຕະຫຼອດເຫດການທັງໝົດ, ເຖິງແມ່ນວ່າພວກເຂົາຈະເປັນຜູ້ຮັບຜິດຊອບຫຼັກກໍຕາມ, ພວກເຂົາກໍອ້າງວ່າຄວາມຜິດພາດທັງໝົດແມ່ນເກີດຈາກຄົນອື່ນ. ຖ້າເປັນແນວນັ້ນ, ແລ້ວພວກເຂົາກຳລັງເຮັດຫຍັງຢູ່? ຜູ້ຕໍ່ຕ້ານພຣະຄຣິສກໍ່ໃຫ້ເກີດຄວາມເສຍຫາຍຕໍ່ເຮືອນຂອງພຣະເຈົ້າ ແລະ ຄົນອື່ນຕ້ອງຮັບຜິດຊອບຕໍ່ສິ່ງນີ້. ແຕ່ເມື່ອໃດກໍຕາມທີ່ມີຄວາມສຳເລັດແມ່ນແຕ່ໜ້ອຍດຽວ, ຜູ້ຕໍ່ຕ້ານພຣະຄຣິສກໍຈະປາກົດຕົວຂຶ້ນມາທັນທີ, ໂດຍເວົ້າວ່າພວກເຂົາເປັນຄົນເຮັດມັນ, ຢາກຈະໃຫ້ທຸກຄົນໃນຄຣິສຕະຈັກຮູ້ກ່ຽວກັບມັນ, ແມ່ນແຕ່ຜູ້ບໍ່ມີຄວາມເຊື່ອກໍຕາມ. ເມື່ອພວກເຂົາເຮັດຜິດພາດແມ່ນແຕ່ໜ້ອຍດຽວ, ພວກເຂົາກໍຟ້າວຊອກຫາແພະຮັບບາບ ເພື່ອປັດຄວາມຮັບຜິດຊອບ. ພວກເຂົາເຮັດໃຫ້ບັນຫາໃຫຍ່ເບິ່ງຄືວ່າເປັນບັນຫານ້ອຍ ແລະ ບັນຫານ້ອຍເບິ່ງຄືວ່າບໍ່ມີບັນຫາ, ໂດຍພະຍາຍາມຕັດບັນຫາໃດກໍຕາມຕັ້ງແຕ່ຕົ້ນ. ສິ່ງນີ້ກໍເພື່ອບໍ່ໃຫ້ມີໃຜຮູ້ກ່ຽວກັບມັນ ແລະ ເພື່ອໃຫ້ທຸກຄົນລືມກ່ຽວກັບມັນໂດຍໄວເທົ່າທີ່ຈະໄວໄດ້ ແລະ ບໍ່ມີໃຜຮູ້ວ່າເກີດຫຍັງຂຶ້ນກັນແທ້, ເພື່ອວ່າພວກເຂົາຈະສາມາດໄດ້ຮັບຄວາມເຄົາລົບຈາກຄົນອື່ນຄືນມາໃນທັນທີ ແລະ ຟື້ນຟູສະຖານະ ແລະ ອຳນາດເດີມຂອງພວກເຂົາຢ່າງວ່ອງໄວ. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ເຮັດບາງສິ່ງບາງຢ່າງຜິດ, ບໍ່ວ່າຜູ້ຄົນຈະລິຮານພວກເຂົາຢ່າງສຳພັນກັບຊີວິດຈິງ ຫຼື ເວົ້າຖືກຈຸດສໍ່າໃດກໍຕາມ, ພວກເຂົາກໍຈະຕໍ່ຕ້ານ, ຂັດຂວາງ ແລະ ບໍ່ຍອມຮັບຢ່າງສິ້ນເຊີງ ແລະ ເຖິງແມ່ນວ່າຈະມີພະຍານ ຫຼື ຫຼັກຖານກໍຕາມ, ພວກເຂົາກໍຈະດື້ດ້ານປະຕິເສດທີ່ຈະຍອມຮັບຄວາມຜິດພາດຂອງພວກເຂົາ ແລະ ພວກເຂົາຈະບໍ່ຍອມຮັບ ຫຼື ຮັບເອົາການຖືກລິຮານນັ້ນໄວ້ໃນຫົວໃຈຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຈະເວົ້າວ່າ “ເຖິງແມ່ນວ່າຂ້ອຍຈະເຮັດຜິດໃນເລື່ອງນີ້, ກໍຍັງມີຄົນອື່ນທີ່ກ່ຽວຂ້ອງນຳອີກ. ເປັນຫຍັງພວກເຂົາຈຶ່ງບໍ່ຖືກລິຮານ, ແຕ່ມີພຽງຂ້ອຍຄົນດຽວ? ເປັນຫຍັງຂ້ອຍຈຶ່ງເປັນຄົນດຽວທີ່ຖືກສືບສວນເພື່ອຫາຄວາມຮັບຜິດຊອບ ແລະ ບໍ່ແມ່ນຄົນອື່ນ?” ບໍ່ວ່າການລິຮານນັ້ນຈະສອດຄ່ອງກັບຄວາມຈິງ ແລະ ຄວາມເປັນຈິງສໍ່າໃດກໍຕາມ, ພວກເຂົາກໍຈະຮູ້ສຶກວ່າພວກເຂົາຖືກກ່າວຫາຢ່າງຜິດໆ, ຮູ້ສຶກວ່າພວກເຂົາກຳລັງຖືກປະຕິບັດຢ່າງບໍ່ເປັນທຳ, ຮູ້ສຶກວ່າພວກເຂົາບໍ່ຄວນຖືກປະຕິບັດແບບນັ້ນຫຼັງຈາກທີ່ທົນທຸກທໍລະມານຫຼາຍ ແລະ ຈ່າຍລາຄາຫຼາຍ ແລະ ພວກເຂົາບໍ່ຄວນຖືກໂຈມຕີແບບນັ້ນສຳລັບຄວາມຜິດພາດເລັກນ້ອຍພຽງຢ່າງດຽວ. ພວກເຂົາເຊື່ອວ່າພວກເຂົາບໍ່ຄວນຕ້ອງຍອມຮັບການລິຮານປະເພດນັ້ນ. ຖ້າອ້າຍເອື້ອຍນ້ອງທຳມະດາລິຮານພວກເຂົາ, ແລ້ວພວກເຂົາກໍຈະຕອບໂຕ້ ແລະ ຕໍ່ຕ້ານມັນໃນທັນທີ, ໂດຍການອາລະວາດ ແລະ ເປີດເຜີຍຄວາມຫົວຮ້ອນຂອງພວກເຂົາ ຫຼື ອາດຈະເຖິງຂັ້ນກ້າລົງມືຕີຄົນເຫຼົ່ານັ້ນ. ຖ້າເປັນເບື້ອງເທິງທີ່ລິຮານພວກເຂົາ, ພວກເຂົາກໍຈະມິດງຽບຢ່າງບໍ່ເຕັມໃຈ, ແຕ່ຢູ່ຂ້າງໃນ ພວກເຂົາຮູ້ສຶກວ່າຖືກປະຕິບັດຢ່າງບໍ່ເປັນທຳຢ່າງຍິ່ງ. ພວກເຂົາບໍ່ພໍໃຈ ແລະ ບໍ່ເຕັມໃຈ ແລະ ມັກຈະເວົ້າຂໍ້ໂຕ້ແຍ້ງທີ່ບິດເບືອນອອກມາ ໂດຍເວົ້າວ່າ “ຂ້ອຍເດົາວ່າມັນເປັນພຽງຄວາມໂຊກຮ້າຍຂອງຂ້ອຍທີ່ພວກເຈົ້າຮູ້ກ່ຽວກັບເລື່ອງນີ້. ຄວາມຈິງແລ້ວ, ຜູ້ນຳທຸກລະດັບ ແລະ ອ້າຍເອື້ອຍນ້ອງຫຼາຍຄົນໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງທີ່ພວກເຈົ້າບໍ່ຮູ້ ແລະ ຂ້ອຍກໍເປັນຄົນທີ່ຖືກຈັບໄດ້. ຄວາມໂຊກຮ້າຍຂອງຂ້ອຍມັນຮ້າຍແຮງຂະໜາດນັ້ນແຫຼະ!” ບໍ່ວ່າເບື້ອງເທິງ ຫຼື ອ້າຍເອື້ອຍນ້ອງຈະລິຮານພວກເຂົາແນວໃດກໍຕາມ, ພວກເຂົາກໍບໍ່ສາມາດຍອມຮັບມັນຕາມທີ່ເປັນຢູ່ໄດ້, ພວກເຂົາບໍ່ສາມາດຍອມຮັບຄວາມຈິງຂອງເລື່ອງນັ້ນ ແລະ ຮັບຜິດຊອບໄດ້. ມັນຄືກັບວ່າການຍອມຮັບຄວາມຮັບຜິດຊອບ ແລະ ສິ່ງທີ່ເກີດຂຶ້ນແທ້ໆນັ້ນຈະຂ້າພວກເຂົາ. ພວກເຂົາຈະບໍ່ມີວັນຍອມຮັບວ່າພວກເຂົາໄດ້ກະທຳຜິດ, ຍອມຮັບວ່າພວກເຂົາຕ້ອງຮັບຜິດຊອບຕໍ່ເລື່ອງນັ້ນ, ຢ່າວ່າແຕ່ມັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ເຮືອນຂອງພຣະເຈົ້າເລີຍ. ນີ້ບໍ່ແມ່ນອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ.
ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສຖືກລິຮານຍ້ອນເຮັດບາງສິ່ງບາງຢ່າງຜິດ, ພວກເຂົາບໍ່ຍອມຮັບມັນ ແລະ ອ່ອນນ້ອມຈາກສ່ວນເລິກໃນຫົວໃຈຂອງພວກເຂົາ, ທັງບໍ່ເຂົ້າໃຈຄວາມຈິງ ແລະ ຫຼັກການຄວາມຈິງທີ່ພວກເຂົາຄວນປະຕິບັດຕາມຈາກສິ່ງນັ້ນ ແລະ ພວກເຂົາກໍບໍ່ຍອມຮັບວ່າພວກເຂົາສາມາດເຮັດບາງສິ່ງບາງຢ່າງຜິດໄດ້ເຊັ່ນກັນ. ລັກສະນະເດັ່ນຂອງພວກເຂົາຄືການບໍ່ເຊື່ອໝັ້ນ, ບໍ່ຍອມຮັບ ແລະ ບໍ່ຮັບຮູ້. ຜູ້ຕໍ່ຕ້ານພຣະຄຣິສປະພຶດຕົນໃນລັກສະນະເຫຼົ່ານີ້ ໂດຍຫຼັກແລ້ວແມ່ນຍ້ອນພວກເຂົາເຊື່ອວ່າພວກເຂົາເປັນຄົນທີ່ສົມບູນ, ວ່າພວກເຂົາບໍ່ສາມາດເຮັດບາງສິ່ງບາງຢ່າງຜິດໄດ້. ສຳລັບພວກເຂົາແລ້ວ, ໃຜກໍຕາມທີ່ກ່າວຫາວ່າພວກເຂົາເຮັດຜິດພາດ ຄືຄົນທີ່ຜິດ, ມັນແມ່ນຄົນຜູ້ນັ້ນທີ່ມີມຸມມອງທີ່ຜິດ, ຜູ້ທີ່ມີທັດສະນະ ແລະ ຈຸດຢືນທີ່ແຕກຕ່າງກັນໃນເລື່ອງນັ້ນ. ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ ໃຜກໍຕາມທີ່ລິຮານພວກເຂົາແມ່ນເຮັດໄປຍ້ອນຄົນເຫຼົ່ານັ້ນຍັງບໍ່ທັນເຫັນຈຸດແຂງຂອງພວກເຂົາ, ຍ້ອນວ່າຄົນເຫຼົ່ານັ້ນກຳລັງສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຂົາ, ຈັບຜິດພວກເຂົາ ແລະ ຕັ້ງໃຈແນເປົ້າໝາຍໃສ່ພວກເຂົາ. ນີ້ບໍ່ແມ່ນອຸປະນິໄສປະເພດທີ່ຜູ້ຕໍ່ຕ້ານພຣະຄຣິສມີບໍ? (ແມ່ນແລ້ວ.) ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຍອມຮັບການຖືກລິຮານສຳລັບສິ່ງນີ້ ແລະ ພວກເຂົາກໍຈະບໍ່ມີການກັບໃຈອັນໃດ, ໂດຍຫຼັກແລ້ວແມ່ນຍ້ອນພວກເຂົາບໍ່ເຄີຍເຫັນວ່າຕົນເອງເປັນຄົນທີ່ສາມາດເຮັດຜິດພາດໄດ້, ພວກເຂົາເຊື່ອວ່າພວກເຂົາສົມບູນ ແລະ ມີພຽງພວກເຂົາຄົນດຽວເທົ່ານັ້ນທີ່ບໍ່ສາມາດເຮັດຜິດພາດໄດ້. ສິ່ງນີ້ບົ່ງບອກວ່າພວກເຂົາເຊື່ອຢ່າງແນ່ນອນວ່າພວກເຂົາຊອບທຳ, ເຊື່ອວ່າພວກເຂົາເປັນຜູ້ບໍລິສຸດ. ຖ້າພວກເຂົາຍອມຮັບຢ່າງແທ້ຈິງວ່າພວກເຂົາເປັນຄົນທີ່ເສື່ອມຊາມ, ແລ້ວພວກເຂົາກໍຄວນຍອມຮັບວ່າພວກເຂົາມີຄວາມເສື່ອມຊາມ, ຍອມຮັບວ່າພວກເຂົາສາມາດເຮັດສິ່ງຕ່າງໆຜິດໄດ້ ແລະ ໃນຖານະທີ່ພວກເຂົາເປັນມະນຸດ, ພວກເຂົາກໍຍ່ອມເຮັດຜິດພາດໄດ້ເປັນທຳມະດາ. ບາງຄົນເບິ່ງຄືວ່າເປັນຄົນບໍ່ມີເລ່ຫຼ່ຽມຫຼາຍ, ແຕ່ມີບາງສິ່ງບາງຢ່າງພາຍໃນຄວາມເປັນມະນຸດຂອງພວກເຂົາທີ່ຜູ້ຄົນຍຶດຖືໃນແນວຄິດຂອງພວກເຂົາວ່າເປັນຈຸດແຂງ, ນັ້ນກໍຄືຄວາມສາມາດໃນການແຂ່ງຂັນ ແລະ ຄວາມກະຕືລືລົ້ນຢ່າງສຸດຂີດທີ່ຈະເອົາຊະນະຄົນອື່ນ. ຄົນເຫຼົ່ານີ້ມີການຄວບຄຸມຕົນເອງທີ່ດີເລີດ ແລະ ມີຄວາມຮຽກຮ້ອງຕ້ອງການຕໍ່ຕົນເອງສູງຫຼາຍ. ພວກເຂົາເຂັ້ມງວດກັບຕົນເອງຫຼາຍ; ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາຕ້ອງການຄວາມສົມບູນແບບ ແລະ ສິ່ງທີ່ດີທີ່ສຸດ, ໂດຍບໍ່ຍອມໃຫ້ມີຂໍ້ບົກຜ່ອງ ຫຼື ຂໍ້ຜິດພາດແມ່ນແຕ່ໜ້ອຍດຽວ. ໃນເວລາດຽວກັນ, ພວກເຂົາເຊື່ອໃນຈິດໃຕ້ສຳນຶກວ່າພວກເຂົາບໍ່ສາມາດເຮັດຜິດໄດ້, ເພາະວ່າພວກເຂົາລະມັດລະວັງຢ່າງບໍ່ໜ້າເຊື່ອໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາເກັ່ງໃນການຄິດໄຕ່ຕອງສິ່ງຕ່າງໆ ແລະ ເຮັດເຊັ່ນນັ້ນຢ່າງລະອຽດຖີ່ຖ້ວນເຖິງທີ່ສຸດ; ພວກເຂົາເຮັດທຸກຢ່າງໂດຍບໍ່ມີຂໍ້ບົກຜ່ອງໃດກໍຕາມ, ໃນຂະນະທີ່ຄຳນຶງເຖິງທຸກເລື່ອງຢ່າງລະອຽດຖີ່ຖ້ວນ ແລະ ຢ່າງສົມບູນ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງເຊື່ອວ່າພວກເຂົາຈະບໍ່ມີວັນເຮັດຜິດພາດ. ເມື່ອພວກເຂົາຖືກລິຮານ, ສິ່ງທີ່ຍາກທີ່ສຸດສຳລັບພວກເຂົາທີ່ຈະຍອມຮັບກໍຄືຂໍ້ເທັດຈິງທີ່ວ່າພວກເຂົາສາມາດເຮັດຜິດພາດໄດ້. ນີ້ຄືເຫດຜົນທີ່ຄົນເຊັ່ນນີ້ບໍ່ຮູ້ວິທີໄຕ່ຕອງກ່ຽວກັບຕົນເອງ ແລະ ພວກເຂົາກໍຈະບໍ່ມີວັນທີ່ຈະໄຕ່ຕອງເລີຍ. ພວກເຂົາເບິ່ງຄວາມສາມາດໃນການແຂ່ງຂັນ ແລະ ຄວາມກະຕືລືລົ້ນທີ່ຈະເອົາຊະນະຄົນອື່ນໃນຄວາມເປັນມະນຸດຂອງພວກເຂົາວ່າເປັນສິ່ງທີ່ເປັນບວກ ແລະ ປະຕິບັດຕາມສິ່ງເຫຼົ່ານັ້ນຄືກັບວ່າພວກມັນເປັນຫຼັກການຄວາມຈິງ; ພວກເຂົາຄິດວ່າຖ້າພວກເຂົາເຮັດສິ່ງຕ່າງໆ ແລະ ປະຕິບັດໜ້າທີ່ຂອງພວກເຂົາໂດຍອີງໃສ່ຫຼັກການເຫຼົ່ານີ້, ພວກເຂົາກໍຈະບໍ່ມີວັນເຮັດຜິດພາດ ແລະ ເຖິງແມ່ນວ່າຈະມີຂໍ້ຜິດພາດເກີດຂຶ້ນກໍຕາມ, ພວກເຂົາກໍເບິ່ງວ່າມັນເປັນເລື່ອງຂອງມຸມມອງ, ເປັນການທີ່ຜູ້ຄົນມີທັດສະນະທີ່ແຕກຕ່າງກັນ ແລະ ຄິດວ່າສິ່ງນີ້ບໍ່ໄດ້ໝາຍຄວາມວ່າສິ່ງທີ່ພວກເຂົາເຮັດນັ້ນຜິດຢ່າງແນ່ນອນ. ສະນັ້ນ, ມັນບໍ່ສຳຄັນວ່າໃຜຈະລິຮານພວກເຂົາ, ບໍ່ວ່າການລິຮານ ຫຼື ສິ່ງທີ່ຖືກເປີດໂປງນັ້ນຈະສອດຄ່ອງກັບຂໍ້ເທັດຈິງ ຫຼື ບໍ່, ພວກເຂົາກໍຈະບໍ່ຍອມຮັບມັນ. ຖ້າພວກເຂົາພົບວ່າພວກເຂົາໄດ້ເຮັດບາງສິ່ງບາງຢ່າງຜິດແທ້ໆ, ພວກເຂົາຈະຍອມຮັບມັນບໍ? (ພວກເຂົາຈະບໍ່ຍອມຮັບ.) ພວກເຂົາຈະບໍ່ຍອມຮັບມັນ, ພວກເຂົາຈະມິດງຽບໃນທັນທີ ແລະ ພວກເຂົາຈະບໍ່ມີວັນກ່າວເຖິງມັນອີກເລີຍ. ພວກເຂົາຈະບໍ່ມີວັນຍົກເລື່ອງນີ້ຂຶ້ນມາເວົ້າຢ່າງເດັດຂາດ. ຖ້າຜູ້ຕໍ່ຕ້ານພຣະຄຣິສພົບພໍ້ກັບຄົນທີ່ເປີດໂປງຂໍ້ຜິດພາດ ຫຼື ຂໍ້ບົກຜ່ອງບາງຢ່າງໃນວຽກງານຂອງພວກເຂົາ ແລະ ເຫັນວ່າພວກເຂົາບໍ່ສາມາດປິດບັງຈາກສິ່ງນີ້ໄດ້, ພວກເຂົາກໍຈະທຳທ່າສືບຕໍ່ຄົ້ນຫາວ່າໃຜເປັນຄົນເຮັດຜິດ ແລະ ຫຼັງຈາກທີ່ຄົ້ນຫາແລ້ວຄົ້ນຫາອີກ ກໍພົບວ່າພວກເຂົາເອງເປັນຄົນທີ່ຕ້ອງຮັບຜິດຊອບໂດຍບໍ່ຄາດຄິດ. ຖ້າມີຄົນເວົ້າວ່າ “ເຈົ້າເປັນຄົນເຮັດມັນ, ບໍ່ແມ່ນຄົນອື່ນ; ເຈົ້າພຽງແຕ່ລືມກ່ຽວກັບມັນ”, ຜູ້ຕໍ່ຕ້ານພຣະຄຣິສຈະຕອບໂຕ້ຕໍ່ສິ່ງນີ້ແນວໃດ? ຄົນປົກກະຕິຄວນເຮັດແນວໃດໃນສະຖານະການເຫຼົ່ານີ້? ຄົນປົກກະຕິທີ່ມີຄວາມລະອາຍໃຈຄວນຈະໜ້າແດງ, ຮູ້ສຶກອັບອາຍ ແລະ ເຮັດຫຍັງບໍ່ຖືກ ແລະ ຍອມຮັບມັນໃນທັນທີ ໂດຍເວົ້າວ່າ “ຂ້ອຍລືມເລື່ອງນັ້ນໄປເລີຍ. ຂ້ອຍເປັນຄົນເຮັດມັນ, ມັນເປັນຄວາມຜິດພາດຂອງຂ້ອຍເອງ. ໃຫ້ພວກເຮົາຟ້າວຄິດຫາວິທີຊົດເຊີຍຕໍ່ເລື່ອງນີ້ ແລະ ແກ້ໄຂສິ່ງຕ່າງໆໃຫ້ຖືກຕ້ອງ, ເພື່ອບໍ່ໃຫ້ຂໍ້ຜິດພາດນີ້ດຳເນີນຕໍ່ໄປ”. ຄົນທີ່ມີຄວາມລະອາຍໃຈ, ມີສະຕິຮູ້ສຶກຜິດຊອບ ແລະ ມີເຫດຜົນຈະຍອມຮັບຄວາມຜິດພາດຂອງພວກເຂົາໃນທັນທີ, ຈາກນັ້ນກໍແກ້ໄຂມັນ ແລະ ເຮັດໃຫ້ມັນຖືກຕ້ອງ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ຮູ້ຈັກອາຍ; ທັນທີທີ່ມີຄົນຄົ້ນພົບວ່າພວກເຂົາເປັນຄົນທີ່ເຮັດຜິດ, ທັນທີທີ່ພວກເຂົາຖືກເປີດໂປງໂດຍຄົນໃດຄົນໜຶ່ງ ແລະ ມີຄົນຮູ້ກ່ຽວກັບມັນ, ພວກເຂົາກໍຈະປ່ຽນທ່າທີໃນທັນທີ ແລະ ຄິດຫາວິທີການຕ່າງໆເພື່ອຫຼີກລ່ຽງການຍອມຮັບຄວາມຜິດພາດຂອງພວກເຂົາ, ເພື່ອຫຼີກລ່ຽງການຍອມຮັບວ່າພວກເຂົາເປັນຄົນທີ່ເຮັດຜິດພາດນັ້ນ, ພວກເຂົາຈະເວົ້າຕົວະຢ່າງໜ້າດ້ານໆ ແລະ ແກ້ຕົວໃຫ້ກັບຕົນເອງ. ທຸກຄົນທີ່ຢູ່ອ້ອມຂ້າງພວກເຂົາຈະພົບວ່າສິ່ງນີ້ເປັນເລື່ອງທີ່ໜ້າອັບອາຍ ແລະ ອຶດອັດ, ແຕ່ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຮູ້ສຶກຫຍັງເລີຍ. ພວກເຂົາຈະເຮັດໃຫ້ບັນຫາໃຫຍ່ເບິ່ງຄືວ່າເປັນບັນຫານ້ອຍ ແລະ ບັນຫານ້ອຍເບິ່ງຄືວ່າບໍ່ມີບັນຫາ, ຈາກນັ້ນກໍຈະບໍ່ຍົກເລື່ອງນີ້ຂຶ້ນມາເວົ້າອີກເລີຍ. ໃນເລື່ອງນີ້, ຄວາມໂງ່ຈ້າຂອງພວກເຂົາໄດ້ຖືກເປີດເຜີຍແລ້ວ, ສະນັ້ນ ພວກເຂົາຈຶ່ງປະຕິເສດຄວາມຜິດພາດຂອງພວກເຂົາຢ່າງເປີດເຜີຍ ແລະ ເວົ້າຕົວະຕໍ່ໜ້າຜູ້ຄົນຈຳນວນຫຼາຍ, ໂດຍພະຍາຍາມຫຼົບຫຼີກຄວາມຮັບຜິດຊອບ, ໂດຍທີ່ໜ້າຂອງພວກເຂົາບໍ່ໄດ້ແດງດ້ວຍຄວາມລະອາຍ ແລະ ໂດຍທີ່ຫົວໃຈຂອງພວກເຂົາບໍ່ສັ່ນເລີຍ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມລະອາຍໃດໜຶ່ງຢູ່ບໍ? (ບໍ່ມີ.)
ເມື່ອຜູ້ຕໍ່ຕ້ານພຣະຄຣິສບາງຄົນຫາກໍຖືກປົດອອກ, ພວກເຂົາກໍເຕັມໄປດ້ວຍຄວາມຄັບແຄ້ນໃຈ; ພວກເຂົາຮູ້ສຶກເຖິງຄວາມສູນເສຍ, ຮູ້ສຶກວ່າພວກເຂົາບໍ່ມີສະຖານະອີກຕໍ່ໄປ, ຮູ້ສຶກວ່າບໍ່ມີໃຜເຄົາລົບ ຫຼື ຮັບໃຊ້ພວກເຂົາອີກຕໍ່ໄປ ແລະ ຮູ້ສຶກວ່າພວກເຂົາບໍ່ສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະໄດ້ອີກຕໍ່ໄປ. ພວກເຂົາຮູ້ສຶກວ່າລາຄາທັງໝົດທີ່ພວກເຂົາໄດ້ຈ່າຍໄປ ແລະ ຄວາມທຸກທໍລະມານທັງໝົດໃນອະດີດຂອງພວກເຂົານັ້ນບໍ່ຄຸ້ມຄ່າ ແລະ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມຮູ້ສຶກທີ່ບໍ່ເປັນທຳ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ໄດ້ຮູ້ສຶກຜິດແມ່ນແຕ່ໜ້ອຍດຽວສຳລັບການສະແດງອອກທີ່ພວກເຂົາໄດ້ສະແດງອອກມາ ເມື່ອພວກເຂົາຖືກລິຮານ ຫຼື ສຳລັບສິ່ງໃດກໍຕາມທີ່ພວກເຂົາໄດ້ເຮັດຜິດ. ພວກເຂົາຮູ້ສຶກວ່າມັນບໍ່ຍຸຕິທຳ, ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຄັບແຄ້ນໃຈ ແລະ ຄຳຈົ່ມວ່າ, ພ້ອມທັງຄວາມເຂົ້າໃຈຜິດທີ່ມີຕໍ່ພຣະເຈົ້າ. ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບຄວາມຜິດພາດຂອງພວກເຂົາ ແລະ ບໍ່ມີແຜນທີ່ຈະຊົດເຊີຍຄວາມຜິດຂອງພວກເຂົາ ຫຼື ຍອມຮັບການຖືກລິຮານ, ຍອມຮັບການຖືກປົດອອກນີ້ເທົ່ານັ້ນ, ໃນທາງກົງກັນຂ້າມ, ພວກເຂົາຄິດວ່າ: “ພຣະເຈົ້າບໍ່ຊອບທຳ. ບໍ່ວ່າຄົນໃດໜຶ່ງຈະທົນທຸກທໍລະມານຫຼາຍສໍ່າໃດ ຫຼື ພວກເຂົາຈະຖືກປະຕິບັດຢ່າງບໍ່ເປັນທຳຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ມີບ່ອນທີ່ຈະເລົ່າເລື່ອງນີ້. ສິ່ງນີ້ຊ່າງເຈັບປວດເຫຼືອເກີນ! ແມ່ນແຕ່ພຣະເຈົ້າກໍເພິ່ງພາບໍ່ໄດ້, ຂ້ອຍບໍ່ມີໃຜໃຫ້ເພິ່ງພາ. ເຖິງແມ່ນວ່າຂ້ອຍຈະສືບຕໍ່ປະຕິບັດໜ້າທີ່ໃນເຮືອນຂອງພະໃນອະນາຄົດ, ຂ້ອຍກໍຈະຕ້ອງດຳເນີນການດ້ວຍຄວາມລະມັດລະວັງຢ່າງຍິ່ງ ແລະ ບໍ່ມີໃຜທີ່ສາມາດໄວ້ໃຈໄດ້”. ພວກເຂົາເຕັມໄປດ້ວຍຄວາມລະແວງ ແລະ ຄວາມເຂົ້າໃຈຜິດຕໍ່ພຣະເຈົ້າ. ນີ້ຄືອຸປະນິໄສປະເພດໃດ? ບໍ່ວ່າພວກເຂົາຈະເຮັດສິ່ງທີ່ຜິດຫຼາຍສໍ່າໃດ, ພວກເຂົາກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດ ຫຼື ພວກເຂົາເປັນອັນຕະລາຍຕໍ່ວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດກໍຕາມ, ພວກເຂົາກໍຄິດວ່າສິ່ງເຫຼົ່ານີ້ສາມາດຖືກເບິ່ງຂ້າມໄປໄດ້ງ່າຍໆ ແລະ ພວກເຂົາຈະບໍ່ຮັບຜິດຊອບອັນໃດ ຫຼື ຍອມຮັບຄວາມຜິດພາດໃດໜຶ່ງໃນສ່ວນຂອງພວກເຂົາ. ແຕ່ພວກເຂົາພັດຈະເອົາຄວາມຄັບແຄ້ນໃຈແມ່ນແຕ່ໜ້ອຍດຽວທີ່ພວກເຂົາມີ, ລາຄາທີ່ເລັກນ້ອຍ ແລະ ບໍ່ມີຄ່າໃດກໍຕາມທີ່ພວກເຂົາໄດ້ຈ່າຍໄປ ແລະ ເຮັດໃຫ້ມັນກາຍເປັນເລື່ອງໃຫຍ່ໂຕເກີນຈິງ, ໂດຍເຊື່ອວ່າເຮືອນຂອງພຣະເຈົ້າເປັນຝ່າຍທີ່ເຮັດໃຫ້ພວກເຂົາຜິດຫວັງ ແລະ ພຣະເຈົ້າໄດ້ກ່າວຫາພວກເຂົາຢ່າງຜິດໆ. ຄວາມເສຍຫາຍທີ່ຄວາມຜິດພາດຂອງພວກເຂົາກໍ່ໃຫ້ເກີດກັບເຮືອນຂອງພຣະເຈົ້ານັ້ນບໍ່ມີຄວາມສຳຄັນເລີຍໃນຄວາມຄິດຂອງພວກເຂົາ. ພວກເຂົາຄິດວ່າ “ບໍ່ຈຳເປັນຕ້ອງຄິດໄລ່ເລື່ອງນັ້ນ ຫຼື ໃສ່ໃຈກັບມັນ. ໃຜຈະເອີ້ນສິ່ງນັ້ນວ່າເປັນຄວາມເສຍຫາຍ? ບໍ່ວ່າແນວໃດກໍຕາມ ຈະຜູ້ນຳຄົນໃດແດ່ທີ່ບໍ່ສິ້ນເປືອງເຄື່ອງຖວາຍໄປບາງສ່ວນ? ເປັນຫຍັງຈຶ່ງເປັນຂ້ອຍພຽງຄົນດຽວ? ຜູ້ນຳຄົນໃດແດ່ທີ່ບໍ່ເຄີຍກໍ່ໃຫ້ເກີດຄວາມເສຍຫາຍໃດໜຶ່ງຕໍ່ເຮືອນຂອງພຣະເຈົ້າ? ເຄື່ອງຖວາຍຂອງພຣະເຈົ້າແມ່ນຫຍັງ? ເງິນນັ້ນເປັນຂອງທຸກຄົນ, ສະນັ້ນ ຖ້າຄົນອື່ນໄດ້ຮັບອະນຸຍາດໃຫ້ໃຊ້ມັນ, ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບອະນຸຍາດນັ້ນ? ຄົນອື່ນໄດ້ຮັບອະນຸຍາດໃຫ້ສິ້ນເປືອງ, ແຕ່ຂ້ອຍພັດບໍ່ໄດ້ຮັບອະນຸຍາດບໍ? ຖ້າພວກເຮົາເວົ້າເຖິງຄວາມເສຍຫາຍທີ່ເກີດຂຶ້ນກັບເຮືອນຂອງພະ, ຄົນອື່ນກໍ່ໃຫ້ເກີດຄວາມເສຍຫາຍຫຼາຍກວ່າຂ້ອຍອີກ. ເປັນຫຍັງຂ້ອຍຈຶ່ງເປັນຄົນດຽວທີ່ຖືກລິຮານຢ່າງໜັກ ແລະ ຖືກປົດອອກ? ສຳລັບການບໍ່ປະຕິບັດຕາມຫຼັກການ ແຕ່ກະທຳຜິດຢ່າງບໍ່ຢ້ານກົວ, ບາງຄົນກໍຮ້າຍແຮງກວ່າຂ້ອຍຫຼາຍໃນເລື່ອງນັ້ນ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ຖືກປົດອອກເມື່ອພວກເຂົາຖືກລິຮານ? ສຳລັບການຈ່າຍລາຄາ, ຂ້ອຍໄດ້ຈ່າຍລາຄາທີ່ຍິ່ງໃຫຍ່ກວ່າຄົນສ່ວນໃຫຍ່. ໃນແງ່ຂອງຄວາມຈິງໃຈ, ໃຜຈະສາມາດທຽບກັບຂອງຂ້ອຍໄດ້? ແລ້ວເລື່ອງການເທດສະໜາເດ? ຂ້ອຍໄດ້ໃຫ້ການເທດສະໜາຫຼາຍກວ່າຄົນອື່ນໆ. ແລ້ວ ສຳລັບການເຂົ້າໃຈຄວາມຈິງ, ໃຜເຂົ້າໃຈມັນຫຼາຍເທົ່າກັບຂ້ອຍ? ເມື່ອເວົ້າເຖິງການຍອມຮັບການຖືກລິຮານຈາກເບື້ອງເທິງ, ໃຜຍອມຮັບມັນຫຼາຍກວ່າຂ້ອຍ? ໃນແງ່ຂອງການປະຖິ້ມ, ໃຜໄດ້ປະຖິ້ມຫຼາຍກວ່າຂ້ອຍ? ສຳລັບການຊ່ວຍເຫຼືອອ້າຍເອື້ອຍນ້ອງ ແລະ ການແກ້ໄຂບັນຫາຂອງພວກເຂົາ, ໃຜເຮັດສິ່ງນັ້ນຫຼາຍກວ່າຂ້ອຍ? ເມື່ອເວົ້າເຖິງການຫຍຸ້ງເພາະເຮັດສິ່ງຕ່າງໆ ແລະ ການເຮັດວຽກໃນຄຣິສຕະຈັກ, ບໍ່ມີໃຜສາມາດທຽບກັບຂ້ອຍໄດ້. ເມື່ອເວົ້າເຖິງວ່າອ້າຍເອື້ອຍນ້ອງລົງຄະແນນສຽງໃຫ້ໃຜ, ສະໜັບສະໜູນໃຜ ແລະ ຮັບຮອງໃຜ, ໃຜໄດ້ຮັບຄະແນນສຽງຫຼາຍກວ່າຂ້ອຍ?” ເຈົ້າເຫັນບໍ, ນີ້ຄືການປຽບທຽບທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ເມື່ອພວກເຂົາຫາກໍປະເຊີນກັບການຖືກລິຮານ, ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ເວົ້າເຖິງເລື່ອງທີ່ກ່ຽວຂ້ອງເທົ່ານັ້ນ. ຖ້າເຈົ້າຍອມຮັບຄວາມຜິດພາດທັງໝົດທີ່ເຈົ້າໄດ້ເຮັດ ແລະ ຫຼັກການຄວາມຈິງທັງໝົດທີ່ເຈົ້າໄດ້ລະເມີດ, ຖ້າເຈົ້າສາມາດຍອມຮັບ ແລະ ອ່ອນນ້ອມຕໍ່ການຖືກລິຮານ, ຖ້າເຈົ້າປະຕິບັດໂດຍອີງໃສ່ຫຼັກການຕັ້ງແຕ່ນັ້ນເປັນຕົ້ນມາ ແລະ ເຮັດສຸດຄວາມສາມາດເພື່ອຊົດເຊີຍຄວາມເສຍຫາຍທີ່ເຈົ້າກໍ່ໃຫ້ເກີດກັບວຽກງານຂອງຄຣິສຕະຈັກ, ເຮືອນຂອງພຣະເຈົ້າຈະຍັງສືບຕໍ່ສືບສວນບັນຫາຂອງເຈົ້າຢູ່ບໍ? ຈະປະນາມເຈົ້າບໍ? ຈະໂຍນເຈົ້າລົງນະຮົກບໍ? ມີຄວາມຈຳເປັນອັນໃດບໍທີ່ເຈົ້າຈະຕ້ອງໃຊ້ຄວາມພະຍາຍາມຫຼາຍຂະໜາດນັ້ນໃນການອະທິບາຍຕົນເອງ ແລະ ສ້າງຂໍ້ອ້າງ? ມີຄວາມຈຳເປັນອັນໃດບໍທີ່ເຈົ້າຈະຕ້ອງສືບຕໍ່ຈົ່ມວ່າກ່ຽວກັບຄວາມຄັບແຄ້ນໃຈຂອງເຈົ້າໃນລັກສະນະທີ່ອ້ອມຄ້ອມແບບນີ້? ເປັນໄປໄດ້ແທ້ໆບໍທີ່ເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ສາມາດເຮັດຜິດພາດໄດ້? ຫຼັງຈາກທີ່ໄດ້ຍິນການເທດສະໜາຫຼາຍຄັ້ງ, ເຈົ້າຍັງບໍ່ຮູ້ເລີຍບໍວ່າແທ້ຈິງແລ້ວເຈົ້າເປັນຕົວຫຍັງກັນແທ້? ຫຼັງຈາກທີ່ຖືກລິຮານເລັກນ້ອຍ, ເຈົ້າກໍຮູ້ສຶກວ່າຖືກປະຕິບັດຢ່າງບໍ່ເປັນທຳ, ຖ້າເຈົ້າບໍ່ໄດ້ເຮັດຄວາມຊົ່ວຮ້າຍອັນໃດ, ໃຜຈະເຕັມໃຈ ຫຼື ຢາກລິຮານເຈົ້າ? ນອກຈາກນີ້, ຖ້າເຈົ້າບໍ່ໄດ້ເປັນຜູ້ນຳ, ທີ່ແບກຮັບຄວາມຮັບຜິດຊອບ, ໃຜຈະເຕັມໃຈລິຮານເຈົ້າ? ພຣະເຈົ້າມອບສິດໃຫ້ຜູ້ຄົນໃນການເລືອກຢ່າງອິດສະລະ, ໂດຍອະນຸຍາດໃຫ້ພວກເຂົາດຳເນີນຊີວິດໃນຄຣິສຕະຈັກ ແລະ ສຳລັບເສັ້ນທາງທີ່ຜູ້ຄົນເລືອກຍ່າງ ແລະ ສິ່ງທີ່ພວກເຂົາໄລ່ຕາມ, ນັ້ນກໍເປັນເລື່ອງຂອງພວກເຂົາເອງ. ຈະບໍ່ມີໃຜເຂົ້າໄປແຊກແຊງໃນເລື່ອງນີ້. ແຕ່ຕອນນີ້ໃນຖານະຜູ້ນຳໃນເຮືອນຂອງພຣະເຈົ້າ, ເປັນຜູ້ຮັບຜິດຊອບ, ຖ້າເຈົ້າເຮັດຜິດພາດ, ຄວາມເສຍຫາຍທີ່ສິ່ງນີ້ກໍ່ໃຫ້ເກີດກັບເຮືອນຂອງພຣະເຈົ້າຈະບໍ່ແມ່ນບັນຫານ້ອຍໆ ແລະ ຖ້າເຈົ້າເວົ້າບາງສິ່ງບາງຢ່າງຜິດ, ຜົນກະທົບທີ່ສິ່ງນັ້ນມີຕໍ່ປະຊາກອນທີ່ພຣະເຈົ້າເລືອກກໍຈະບໍ່ແມ່ນບັນຫານ້ອຍໆເຊັ່ນກັນ, ເພາະວ່າຄວາມຮັບຜິດຊອບທີ່ເຈົ້າແບກຮັບນັ້ນແຕກຕ່າງຈາກຄວາມຮັບຜິດຊອບຂອງຄົນທຳມະດາ. ນັ້ນຄືເຫດຜົນທີ່ເປັນເລື່ອງປົກກະຕິທີ່ສຸດທີ່ເບື້ອງເທິງຈະລິຮານເຈົ້າ. ເບື້ອງເທິງຈະເຮັດແບບນັ້ນບໍ ຖ້າເຈົ້າບໍ່ມີສະຖານະນີ້ ຫຼື ບໍ່ໄດ້ມີຄວາມຮັບຜິດຊອບນີ້? ເບື້ອງເທິງໄດ້ລິຮານຜູ້ເຊື່ອທຳມະດາຈັກຄົນແລ້ວ? ເພາະວ່າເຈົ້າແບກຮັບຄວາມຮັບຜິດຊອບອັນໃຫຍ່ຫຼວງ ແລະ ຂອບເຂດວຽກງານຂອງເຈົ້າກໍໃຫຍ່ຫຼາຍເຊັ່ນກັນ, ເມື່ອໃດກໍຕາມທີ່ເຈົ້າເຮັດຜິດພາດ, ຜົນກະທົບກໍຈະໃຫຍ່ຫຼາຍ ແລະ ສະນັ້ນ ເຈົ້າຈຶ່ງຕ້ອງຖືກລິຮານຢ່າງແນ່ນອນ. ສິ່ງນີ້ເປັນເລື່ອງປົກກະຕິຫຼາຍ. ຖ້າເຈົ້າບໍ່ສາມາດຍອມຮັບແມ່ນແຕ່ການຖືກລິຮານໄດ້, ແລ້ວເຈົ້າຈະມີຄຸນສົມບັດທີ່ຈະເປັນຜູ້ນຳບໍ? ເຈົ້າບໍ່ມີຄຸນສົມບັດສຳລັບສິ່ງນັ້ນ, ເຈົ້າບໍ່ມີຄຸນສົມບັດທີ່ຈະໄດ້ຮັບການເລືອກຕັ້ງໂດຍອ້າຍເອື້ອຍນ້ອງ, ເຈົ້າບໍ່ຄູ່ຄວນກັບມັນ! ເມື່ອເຈົ້າເຮັດຜິດພາດ, ເຈົ້າບໍ່ມີແມ່ນແຕ່ຄວາມກ້າຫານທີ່ຈະຮັບຜິດຊອບຕໍ່ມັນ, ທີ່ຈະຍອມຮັບມັນ. ເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກແບບນັ້ນ, ແລ້ວເຈົ້າຈະເປັນຜູ້ນຳໄດ້ແນວໃດ? ເຈົ້າບໍ່ມີຄຸນສົມບັດ ແລະ ບໍ່ຄູ່ຄວນ!
ເປັນເພາະວ່າພວກເຂົາມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນເອງ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດຍອມຮັບວ່າພວກເຂົາໄດ້ກະທຳຜິດ ສະນັ້ນ ເມື່ອພວກເຂົາຖືກລິຮານ, ພວກເຂົາຈຶ່ງບໍ່ເຕັມໃຈທີ່ຈະຮັບຜິດຊອບ ຫຼື ສະແຫວງຫາຫຼັກການຄວາມຈິງ. ເນື່ອງຈາກພວກເຂົາບໍ່ເຕັມໃຈທີ່ຈະເຮັດສິ່ງເຫຼົ່ານີ້ ແລະ ພວກເຂົາປະຕິເສດທີ່ຈະຍອມຮັບການກະທຳຜິດຂອງພວກເຂົາ, ພວກເຂົາສາມາດນຳຄວາມຈິງໄປປະຕິບັດໄດ້ບໍ? ພວກເຂົາສາມາດປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ສະນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສເປັນຜູ້ນຳ, ນອກເໜືອຈາກການດຳເນີນກິດຈະການຂອງພວກເຂົາເອງແລ້ວ, ພວກເຂົາກໍບໍ່ສາມາດເຮັດສິ່ງໃດກໍຕາມທີ່ຈະເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າໄດ້ເລີຍ ແລະ ພວກເຂົາຈະບໍ່ມີວັນເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງ, ທັງຈະບໍ່ມີວັນປະຕິບັດວຽກງານຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະຖືກລິຮານສຳລັບຄວາມຜິດພາດເລັກນ້ອຍ ຫຼື ສຳລັບຄວາມຜິດພາດຄັ້ງໃຫຍ່ທີ່ກໍ່ໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກກໍຕາມ, ພວກເຂົາກໍບໍ່ສາມາດຍອມຮັບຄວາມຜິດພາດຂອງພວກເຂົາໄດ້ ແລະ ພວກເຂົາບໍ່ສາມາດຍອມຮັບວ່າພວກເຂົາໄດ້ກະທຳການຝ່າຝືນ ແລະ ຕິດຄ້າງຕໍ່ພຣະເຈົ້າໃນເລື່ອງນີ້. ໃນທາງກົງກັນຂ້າມ, ບໍ່ວ່າເວລາໃດກໍຕາມ, ພວກເຂົາຍອມຕາຍດີກວ່າທີ່ຈະຍອມຮັບວ່າພວກເຂົາມີສ່ວນກ່ຽວຂ້ອງກັບຄວາມເສຍຫາຍທີ່ເກີດຈາກສິ່ງນີ້ ແລະ ພວກເຂົາຈະບໍ່ຍອມຮັບວ່າພວກເຂົາເປັນຜູ້ຮັບຜິດຊອບຫຼັກ, ຍອມຮັບວ່າການກະທຳຂອງພວກເຂົານັ້ນຜິດ, ຍອມຮັບວ່າພວກເຂົາເລືອກເສັ້ນທາງທີ່ຜິດ ຫຼື ຍອມຮັບຄວາມຜິດພາດຂອງພວກເຂົາໃນການຕັ້ງໃຈເຮັດຄວາມຊົ່ວຮ້າຍ ທັງທີ່ຮູ້ຄວາມຈິງເປັນຢ່າງດີ, ຢ່າວ່າແຕ່ພວກເຂົາຈະຍອມຮັບວ່າພວກເຂົາມີຄວາມຮັບຜິດຊອບທີ່ບໍ່ສາມາດຫຼົບຫຼີກໄດ້ໃນເລື່ອງນີ້ເລີຍ. ພວກເຂົາຈະບໍ່ຍອມຮັບວ່າພວກເຂົາມີເຈດຕະນາທີ່ບໍ່ຖືກຕ້ອງໃນເວລາທີ່ພວກເຂົາລົງມືເຮັດ, ຍອມຮັບວ່າພວກເຂົາບໍ່ສາມາດຮ່ວມມືກັບໃຜໄດ້, ຍອມຮັບວ່າພວກເຂົາກະທຳຕາມອຳເພີໃຈ ແລະ ດື້ດ້ານ, ຍອມຮັບວ່າພວກເຂົາເພີດເພີນກັບຜົນປະໂຫຍດຈາກສະຖານະ, ລະເລີຍໃນໜ້າທີ່ຂອງພວກເຂົາ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ແຕ່ຫຼັງຈາກທີ່ພວກເຂົາເຮັດຜິດພາດແລ້ວ, ພວກເຂົາພັດຈະອະທິບາຍທຸກຄັ້ງວ່າພວກເຂົາທົນທຸກທໍລະມານຫຼາຍສໍ່າໃດ, ວ່າພວກເຂົາເຂົ້າຄຸກແຕ່ບໍ່ເຄີຍກາຍເປັນຢູດາ, ພວກເຂົາໄດ້ຈ່າຍລາຄາຫຼາຍສໍ່າໃດ ແລະ ພວກເຂົາໄດ້ສ້າງຜົນງານອັນຍິ່ງໃຫຍ່ຫຍັງແດ່ໃຫ້ກັບວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາຈະເຜີຍແຜ່ ແລະ ປະກາດສິ່ງເຫຼົ່ານີ້ໄປທົ່ວທຸກແຫ່ງ. ນອກເໜືອຈາກການເຜີຍແຜ່ການປະກອບສ່ວນຂອງພວກເຂົາ ແລະ ລາຄາທີ່ພວກເຂົາໄດ້ຈ່າຍໄປແລ້ວ, ພວກເຂົາຍັງຈະເຜີຍແຜ່ວ່າເຮືອນຂອງພຣະເຈົ້ານັ້ນເຮັດຜິດ ແລະ ບໍ່ຍຸຕິທຳໃນການລິຮານພວກເຂົາ ແລະ ໃນວິທີທີ່ປະຕິບັດຕໍ່ພວກເຂົາ. ນອກເໜືອຈາກການຂາດທັດສະນະຄະຕິແຫ່ງການກັບໃຈແລ້ວ, ພວກເຂົາຍັງຈະຕັດສິນພຣະເຈົ້າ ແລະ ວິທີທີ່ເຮືອນຂອງພຣະເຈົ້າຈັດການກັບພວກເຂົາໄປທົ່ວທຸກແຫ່ງ. ຖ້າມີຄົນເຊື່ອໃນສິ່ງທີ່ພວກເຂົາເວົ້າຫຼາຍຂຶ້ນ, ຖ້າມີຄົນພະຍາຍາມປົກປ້ອງພວກເຂົາຫຼາຍຂຶ້ນ, ຍອມຮັບ ແລະ ຮັບເອົາລາຄາທີ່ພວກເຂົາໄດ້ຈ່າຍໃຫ້ກັບເຮືອນຂອງພຣະເຈົ້າ ແລະ ເຊື່ອວ່າເຮືອນຂອງພຣະເຈົ້ານັ້ນບໍ່ຍຸຕິທຳ ແລະ ປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິສຢ່າງບໍ່ເປັນທຳ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາຈະບໍ່ມີວັນລັງເລໃນການເຮັດສິ່ງເຫຼົ່ານີ້, ຢ່າວ່າແຕ່ຈະຢັບຢັ້ງຕົນເອງເລີຍ. ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ຢ່າວ່າແຕ່ມີເຈດຕະນາໃດໜຶ່ງທີ່ຈະກັບໃຈເລີຍ. ຫຼັງຈາກທີ່ພວກເຂົາເຮັດບາງສິ່ງບາງຢ່າງຜິດ, ບໍ່ພຽງແຕ່ພວກເຂົາປະຕິເສດທີ່ຈະຍອມຮັບມັນເທົ່ານັ້ນ, ໃນທາງກົງກັນຂ້າມ, ພວກເຂົາພະຍາຍາມຫຼົບຫຼີກຄວາມຮັບຜິດຊອບ ແລະ ໃນເວລາດຽວກັນ, ພວກເຂົາກໍກັງວົນກ່ຽວກັບຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາຫຼາຍກວ່າ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນວ່າຈຸດໝາຍປາຍທາງຂອງພວກເຂົາກຳລັງຖືກຄຸກຄາມ ຫຼື ໄດ້ຍິນວ່າເຮືອນຂອງພຣະເຈົ້າຈະບໍ່ບົ່ມເພາະຄົນແບບພວກເຂົາອີກຕໍ່ໄປ, ພວກເຂົາກໍຈະຍິ່ງຮູ້ສຶກກຽດຊັງໃນສ່ວນເລິກຂອງຫົວໃຈຂອງພວກເຂົາຕໍ່ຄົນທີ່ລິຮານ ແລະ ເປີດໂປງພວກເຂົາ ແລະ ຄົນທີ່ເຮັດໃຫ້ພວກເຂົາເສຍໜ້າ. ຕະຫຼອດຂະບວນການທັງໝົດທີ່ພວກເຂົາຖືກລິຮານ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ກັບໃຈເລີຍ. ຖ້າພວກເຂົາພົບວ່າສະຖານະ ແລະ ຈຸດໝາຍປາຍທາງຂອງພວກເຂົາຈະບໍ່ປອດໄພແທ້ໆ, ພົບວ່າຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາຈະບໍ່ມີວັນສຳເລັດ, ແລ້ວພວກເຂົາກໍຈະເປີດເຜີຍທາດແທ້ອອກມາ ແລະ ພວກເຂົາຈະເລີ່ມເຜີຍແຜ່ແນວຄິດ ແລະ ຄວາມເປັນລົບຂອງພວກເຂົາຢ່າງລັບໆ. ພວກເຂົາຈະຕັດສິນອ້າຍເອື້ອຍນ້ອງ ຫຼື ຜູ້ນຳລະດັບສູງທີ່ລິຮານພວກເຂົາ ແລະ ພວກເຂົາຍັງຈະຕັດສິນ ແລະ ໂຈມຕີຄົນທີ່ພຣະວິນຍານບໍລິສຸດຊົງໃຊ້ງານ, ໂດຍເວົ້າວ່າເພິ່ນບໍ່ມີເຫດຜົນທີ່ຈະລິຮານພວກເຂົາ, ວ່າເພິ່ນບໍ່ຍອມໄວ້ໜ້າພວກເຂົາເລີຍ. ພວກເຂົາບໍ່ມີເຫດຜົນເລີຍ. ຄົນປະເພດນີ້ບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ມີຫົວໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ບໍ່ວ່າພວກເຂົາຈະໄດ້ຍິນການເທດສະໜາຫຼາຍສໍ່າໃດກໍຕາມ; ພວກເຂົາບໍ່ສາມາດມີແມ່ນແຕ່ສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນທີ່ພວກເຂົາຄວນມີ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຫຼາຍປີສໍ່າໃດກໍຕາມ. ພວກເຂົາເປັນຕາໜ້າສັງເວດ ແລະ ໜ້າລັງກຽດແທ້ໆ! ນັບຕັ້ງແຕ່ເວລາທີ່ຜູ້ຕໍ່ຕ້ານພຣະຄຣິສຖືກລິຮານຢ່າງໜັກຍ້ອນກະທຳຜິດຢ່າງບໍ່ຢ້ານກົວ, ພວກເຂົາບໍ່ເຄີຍຍອມຮັບວ່າພວກເຂົາໄດ້ເຮັດຫຍັງຜິດ ແລະ ພວກເຂົາຍັງເຕັມໄປດ້ວຍຄວາມຮູ້ສຶກທີ່ບໍ່ເປັນທຳ ໃນຂະນະທີ່ພວກເຂົາຈົ່ມວ່າ ແລະ ຕັດສິນເຮືອນຂອງພຣະເຈົ້າວ່າບໍ່ຍຸຕິທຳຕໍ່ພວກເຂົາ ແລະ ໃນທີ່ສຸດ ພວກເຂົາກໍເລີ່ມເຜີຍແຜ່ແນວຄິດຂອງພວກເຂົາຢ່າງເປີດເຜີຍ, ໂດຍເປີດເຜີຍທາດແທ້ອອກມາ ແລະ ຮ້ອງໂວຍວາຍຕໍ່ຕ້ານເຮືອນຂອງພຣະເຈົ້າ ແລະ ໃນທີ່ສຸດ ພວກເຂົາກໍຖືກຂັບໄລ່. ມີຄວາມເປັນມະນຸດທີ່ປົກກະຕິແມ່ນແຕ່ໜ້ອຍດຽວພາຍໃນພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສໃນຂັ້ນຕອນໃດໜຶ່ງເຫຼົ່ານີ້ບໍ? ແລ້ວສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເດ? ມີການສະແດງອອກໃດໜຶ່ງບໍທີ່ກ່ຽວກັບການຮັກຄວາມຈິງ ແລະ ສິ່ງທີ່ເປັນບວກ? ມີຫົວໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວບໍ? ບໍ່, ບໍ່ມີສິ່ງເຫຼົ່ານີ້ເລີຍ. ຜູ້ຕໍ່ຕ້ານພຣະຄຣິສນັ້ນໜ້າລັງກຽດຢ່າງເຖິງທີ່ສຸດ, ປາສະຈາກຄວາມລະອາຍ ແລະ ບໍ່ມີເຫດຜົນຢ່າງສິ້ນເຊີງ! ເມື່ອພວກເຂົາບໍ່ສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະໄດ້ອີກຕໍ່ໄປ, ພວກເຂົາກໍຄິດວ່າຕົນເອງໝົດຫວັງ ແລະ ເລີ່ມກະທຳການຢ່າງບໍ່ຢ້ານກົວ. ບໍ່ວ່າພວກເຂົາຈະໄຮ້ຄວາມສາມາດໃນວຽກງານຂອງພວກເຂົາສໍ່າໃດ ແລະ ພວກເຂົາຂາດຄວາມສາມາດໃນການເຮັດວຽກສໍ່າໃດກໍຕາມ, ພວກເຂົາກໍຍັງຕ້ອງການເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ຄວາມເຄົາລົບຈາກຄົນອື່ນ. ພວກເຂົາເຫັນວ່າສະຖານະ ແລະ ຊື່ສຽງສຳຄັນກວ່າຊີວິດຂອງພວກເຂົາ ແລະ ບໍ່ວ່າພວກເຂົາຈະເຮັດຜິດພາດໃຫຍ່ຫຼວງສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກຜິດເລີຍ. ພວກເຂົາຍັງເປັນຄົນຢູ່ບໍ? ພວກເຂົາເປັນໝາປ່າໃນຄາບແກະ. ຢູ່ພາຍນອກ, ພວກເຂົາສວມໜັງຄົນ ແລະ ເບິ່ງຄືກັບຄົນ, ແຕ່ຢູ່ພາຍໃນ ພວກເຂົາບໍ່ແມ່ນມະນຸດ. ພວກເຂົາເປັນຕາຊັງແທ້ໆ, ພວກເຂົາເປັນຕາໜ້າເໝັນເບື່ອ ແລະ ໜ້າລັງກຽດ!
2. ການປະຕິເສດທີ່ຈະຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ
ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາບໍ່ພຽງແຕ່ບໍ່ກັບໃຈເທົ່ານັ້ນ, ພວກເຂົາຍັງເຜີຍແຜ່ແນວຄິດ ແລະ ຕັດສິນຢ່າງເປີດເຜີຍອີກດ້ວຍ. ເຫດຜົນຫຼັກປະການທຳອິດສຳລັບສິ່ງນີ້ກໍຄື ພວກເຂົາປະຕິເສດທີ່ຈະຍອມຮັບວ່າພວກເຂົາໄດ້ເຮັດຜິດ. ເຫດຜົນປະການທີສອງແມ່ນຫຍັງ? ມັນກໍຄື ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ສິ່ງນີ້ບໍ່ຮ້າຍແຮງກວ່າ ແລະ ເປັນຮູບປະທຳຫຼາຍກວ່າການປະຕິເສດທີ່ຈະຍອມຮັບວ່າພວກເຂົາໄດ້ເຮັດບາງສິ່ງຜິດບໍ? ຄວາມຮູ້ຂັ້ນຕໍ່າສຸດທີ່ຜູ້ໃດກໍຕາມທີ່ຍອມຮັບພາລະກິດຂອງພຣະເຈົ້າ, ຜູ້ທີ່ຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າຄວນມີ ນັ້ນກໍຄືກ່ອນອື່ນຕ້ອງຍອມຮັບວ່າມະນຸດນັ້ນເສື່ອມຊາມ, ຍອມຮັບວ່າພວກເຂົາຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ຍອມຮັບວ່າພວກເຂົາຂາດເຫດຜົນ ແລະ ຄວາມເປັນມະນຸດ, ບໍ່ມີຄວາມຈິງ ຫຼື ຮູ້ຈັກພຣະເຈົ້າ ແລະ ເປັນຜູ້ທີ່ຕໍ່ຕ້ານພຣະເຈົ້າ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ຈະບໍ່ມີວັນຍອມຮັບວ່າພວກເຂົາຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງເກີນໄປ ແລະ ຍອມຮັບວ່າມະນຸດທີ່ເສື່ອມຊາມລ້ວນແຕ່ເປັນຂອງຊາຕານ, ແຮງໄກທີ່ພວກເຂົາຈະຍອມຮັບວ່າພວກເຂົາເອງເປັນມານຮ້າຍ ແລະ ຊາຕານ. ໂດຍສະເພາະຢ່າງຍິ່ງ, ໃນຊ່ວງເວລາທີ່ຄົນສ່ວນໃຫຍ່ສາມາດໄຕ່ຕອງ, ຮູ້ຈັກຕົນເອງ ແລະ ຍອມຮັບການຖືກລິຮານ, ຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນແຕ່ຈະສາມາດຍອມຮັບໄດ້ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ສິ່ງນີ້ເປັນບັນຫາທີ່ຮ້າຍແຮງ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນຮ້າຍແຮງ? ເນື່ອງຈາກຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຍອມຮັບຄວາມຈິງ ແລະ ບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ພວກເຂົາຈຶ່ງປະຕິເສດທີ່ຈະຍອມຮັບທຸກສິ່ງທີ່ຖືກກ່າວໄວ້ໃນພຣະທຳຂອງພຣະເຈົ້າຈາກສ່ວນເລິກໃນຫົວໃຈຂອງພວກເຂົາ. ບາງຄົນເວົ້າວ່າ “ພຣະອົງສາມາດເວົ້າໄດ້ແນວໃດວ່າພວກເຂົາປະຕິເສດທີ່ຈະຍອມຮັບສິ່ງນັ້ນ? ພວກເຂົາຍອມຮັບວ່າພວກເຂົາເປັນມານຮ້າຍ ແລະ ຊາຕານ, ຍອມຮັບວ່າພວກເຂົາເປັນສັດຕູຂອງພຣະເຈົ້າ”. ສິ່ງນັ້ນຈະນັບວ່າເປັນການຍອມຮັບໄດ້ແນວໃດ? ແມ່ນແຕ່ຜູ້ບໍ່ມີຄວາມເຊື່ອກໍອາດຈະເວົ້າວ່າພວກເຂົາບໍ່ແມ່ນຄົນດີ, ແຕ່ສິ່ງນັ້ນນັບວ່າເປັນການຍອມຮັບວ່າມີອຸປະນິໄສທີ່ເສື່ອມຊາມບໍ? ມັນບໍ່ແມ່ນ. ການຍອມຮັບຢ່າງແທ້ຈິງວ່າມີອຸປະນິໄສທີ່ເສື່ອມຊາມໝາຍເຖິງການຮູ້ກ່ອນວ່າເຈົ້າເປັນຄົນປະເພດໃດ. ມັນຍັງໝາຍເຖິງການທີ່ສາມາດເຊື່ອມໂຍງຕົວເຈົ້າເອງເຂົ້າກັບອຸປະນິໄສທີ່ເສື່ອມຊາມຕ່າງໆ ທີ່ພຣະເຈົ້າໄດ້ອະທິບາຍໄວ້ໃນລະດັບທີ່ແຕກຕ່າງກັນ ແລະ ຍອມຮັບອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ເຈົ້າເປີດເຜີຍ ໃນຂະນະທີ່ຢູ່ໃນສະພາວະທີ່ແຕກຕ່າງກັນອີກດ້ວຍ. ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກທີ່ເປັນຮູບປະທຳບາງຢ່າງບໍ? (ແມ່ນແລ້ວ.) ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມີສິ່ງເຫຼົ່ານີ້, ເພາະວ່າພວກເຂົາບໍ່ຍອມຮັບພຣະທຳຂອງພຣະເຈົ້າ, ກົງກັນຂ້າມ ພວກເຂົາພັດລັງກຽດພຣະທຳເຫຼົ່ານັ້ນ. ນັ້ນຄືເຫດຜົນທີ່ພວກເຂົາພຽງແຕ່ຟັງພຣະທຳຂອງພຣະເຈົ້າທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ແລ້ວກໍຈົບພຽງເທົ່ານັ້ນ; ພວກເຂົາບໍ່ເຄີຍໄຕ່ຕອງກ່ຽວກັບຕົນເອງ, ໄຈ້ແຍກຕົນເອງ ຫຼື ປຽບທຽບຕົນເອງກັບພຣະທຳເຫຼົ່ານີ້ຈາກສ່ວນເລິກໃນຫົວໃຈຂອງພວກເຂົາເລີຍ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາບໍ່ໄດ້ໄຈ້ແຍກ ແລະ ປຽບທຽບການສະແດງອອກ, ເຈດຕະນາ, ຄວາມຄິດ ແລະ ມຸມມອງຕ່າງໆຂອງພວກເຂົາຕາມພຣະທຳເຫຼົ່ານີ້ຂອງພຣະເຈົ້າ; ພວກເຂົາບໍ່ໄດ້ເຮັດສິ່ງເຫຼົ່ານີ້ເລີຍ. ການທີ່ພວກເຂົາບໍ່ເຮັດສິ່ງເຫຼົ່ານີ້ສະແດງໃຫ້ເຫັນເຖິງຫຍັງ? ມັນສະແດງໃຫ້ເຫັນວ່າ ສຳລັບພວກເຂົາແລ້ວ, ພຣະທຳເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວໄວ້ເປັນພຽງວິທີໜຶ່ງໃນການອະທິບາຍສິ່ງຕ່າງໆ, ເປັນມຸມມອງທີ່ແຕກຕ່າງກັນ, ພວກມັນເປັນພຽງວິທີທີ່ແຕກຕ່າງກັນໃນການອະທິບາຍອຸປະນິໄສ, ບຸກຄະລິກະພາບ, ການປະຕິບັດ ແລະ ແກ່ນແທ້ຂອງມະນຸດ, ພວກມັນບໍ່ແມ່ນເກນສຳລັບການກຳນົດອຸປະນິໄສຂອງມະນຸດແຕ່ຢ່າງໃດ. ນີ້ຄືການອະທິບາຍທີ່ຖືກຕ້ອງເຖິງການທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ມີຄວາມເຂົ້າໃຈໂດຍປະມານໃນຄວາມຄິດຂອງພວກເຂົາກ່ຽວກັບການເປີດໂປງຂອງພຣະເຈົ້າຕໍ່ອຸປະນິໄສທີ່ເສື່ອມຊາມຕ່າງໆຂອງມະນຸດຊາດ, ແຕ່ພວກເຂົາບໍ່ເຄີຍຍອມຮັບມັນຈາກສ່ວນເລິກໃນຫົວໃຈຂອງພວກເຂົາເລີຍ. ເນື່ອງຈາກພວກເຂົາບໍ່ຍອມຮັບມັນ, ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາສາມາດໃຊ້ພຣະທຳຂອງພຣະເຈົ້າເພື່ອຢັບຢັ້ງອຸປະນິໄສຂອງພວກເຂົາ, ປ່ຽນແປງການປະຕິບັດຂອງພວກເຂົາ ແລະ ແກ້ໄຂມຸມມອງທີ່ບໍ່ຖືກຕ້ອງຂອງພວກເຂົາໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງ, ເຊິ່ງໝາຍຄວາມວ່າພວກເຂົາບໍ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ຍົກຕົວຢ່າງ: ຄວາມອວດດີ, ພຣະທຳຂອງພຣະເຈົ້າທີ່ເປີດໂປງອຸປະນິໄສນີ້ໄດ້ກ່າວເຖິງບາງວິທີທີ່ສິ່ງນີ້ຖືກສະແດງອອກ ແລະ ເປີດເຜີຍໃນຕົວມະນຸດ. ຄົນທີ່ໄລ່ຕາມຄວາມຈິງ ແລະ ຍອມຮັບວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ຈະຊັ່ງນໍ້າໜັກພຶດຕິກຳ ແລະ ອຸປະນິໄສຂອງພວກເຂົາເອງທຽບກັບພຣະທຳເຫຼົ່ານີ້ຂອງພຣະເຈົ້າ. ພວກເຂົາຈະຊັ່ງນໍ້າໜັກສິ່ງເຫຼົ່ານີ້ຊໍ້າແລ້ວຊໍ້າອີກ ແລະ ຈາກນັ້ນກໍຍອມຮັບວ່າ: “ຂ້ານ້ອຍມີອຸປະນິໄສທີ່ອວດດີ. ມັນຄືອຸປະນິໄສທີ່ຂ້ານ້ອຍຖືກເປີດເຜີຍເມື່ອຂ້ານ້ອຍເຮັດສິ່ງນີ້. ຄວາມຄິດ, ການກະທຳ ແລະ ທັດສະນະຄະຕິເຫຼົ່ານີ້ຂອງຂ້ານ້ອຍລ້ວນແຕ່ອວດດີ. ວິທີການເຫຼົ່ານີ້ທີ່ຂ້ານ້ອຍມີໃນການປະຕິບັດຕໍ່ຄົນອື່ນ, ການເຮັດວຽກງານຂອງຂ້ານ້ອຍ ແລະ ການເຂົ້າຫາໜ້າທີ່ຂອງຂ້ານ້ອຍລ້ວນແຕ່ອວດດີ”. ນັ້ນບໍ່ແມ່ນການຍອມຮັບວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງບໍ? (ແມ່ນແລ້ວ.) ພວກເຂົາເບິ່ງວ່າພຣະທຳຂອງພຣະເຈົ້າເປັນມາດຕະຖານ ແລະ ໃຊ້ມັນເພື່ອປຽບທຽບກັບພຶດຕິກຳຂອງພວກເຂົາເອງ ແລະ ໃນເວລາທີ່ພວກເຂົາພົບຄວາມເຊື່ອມໂຍງ, ພວກເຂົາກໍຍອມຮັບຢ່າງບໍ່ຮູ້ຕົວວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ຍອມຮັບວ່າທຸກສິ່ງທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ແລະ ບໍ່ຜິດພາດເລີຍ. ສຳລັບຕອນນີ້, ໃຫ້ພວກເຮົາຢ່າຟ້າວເວົ້າເຖິງວ່າຜູ້ຄົນສາມາດໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ ຫຼື ບໍ່ ຫຼັງຈາກທີ່ພວກເຂົາຍອມຮັບວ່າພວກເຂົາມີອຸປະນິໄສແບບນັ້ນແລ້ວ. ກ່ອນອື່ນ, ໃຫ້ພວກເຮົາພຽງແຕ່ເວົ້າກ່ຽວກັບວ່າຜູ້ຄົນຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ຫຼື ບໍ່. ເມື່ອເວົ້າເຖິງການຍອມຮັບ, ຄົນສ່ວນໃຫຍ່ທີ່ມີເຫດຜົນ, ສະຕິຮູ້ສຶກຜິດຊອບ ແລະ ຄວາມຄິດທີ່ປົກກະຕິ ທີ່ສາມາດໄດ້ຮັບຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງຈາກພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນ ກໍຍອມຮັບຢ່າງບໍ່ຮູ້ຕົວ ແລະ ກ່າວຄຳວ່າ “ອາແມນ” ຕໍ່ພຣະທຳຂອງພຣະເຈົ້າ, ຍອມຮັບວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ດ້ວຍເຫດນັ້ນຈຶ່ງຍອມຮັບວ່າພວກເຂົາເປັນມະນຸດທີ່ເສື່ອມຊາມ ແລະ ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ດັ່ງນັ້ນຈຶ່ງມາກົ້ມຫົວລົງຕໍ່ໜ້າພຣະເຈົ້າ. ເມື່ອພວກເຂົາຍອມຮັບແລ້ວວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາກໍຈະມີທັດສະນະຄະຕິທີ່ຖືກຕ້ອງ, ເໝາະສົມຕໍ່ພຣະເຈົ້າ, ຕໍ່ຄວາມຈິງ ແລະ ໂດຍສະເພາະຢ່າງຍິ່ງຕໍ່ການຖືກລິຮານ. ນັ້ນກໍຄື, ໃນຂະນະທີ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ເມື່ອພວກເຂົາຖືກລິຮານ ພວກເຂົາກໍຈະສາມາດອ່ອນນ້ອມຕໍ່ການລິຮານນີ້ຈາກຫົວໃຈຢ່າງບໍ່ຮູ້ຕົວ ແລະ ໂດຍຈິດໃຕ້ສຳນຶກ ແລະ ເຕັມໃຈທີ່ຈະຍອມຮັບມັນ. ມີບາງຄົນເຖິງກັບປາຖະໜາໃຫ້ຄົນອື່ນຢັບຢັ້ງ ແລະ ລົງວິໄນພວກເຂົາຜ່ານການລິຮານ ແລະ ພວກເຂົາກໍເກີດມີຄວາມຮູ້ສຶກທີ່ເປັນບວກຕໍ່ການຖືກລິຮານຢ່າງເປັນທຳມະຊາດ; ພວກເຂົາມີທັດສະນະຄະຕິທີ່ເປັນບວກຕໍ່ສິ່ງນັ້ນ. ຄົນເຫຼົ່ານີ້ແມ່ນຄົນປົກກະຕິ. ຄົນທີ່ບໍ່ປົກກະຕິພຽງກຸ່ມດຽວກໍຄືຜູ້ຕໍ່ຕ້ານພຣະຄຣິສ; ຄົນເຊັ່ນນີ້ບໍ່ຍອມຮັບພຣະທຳຂອງພຣະເຈົ້າ, ມັກຈະສະແດງຄວາມດູຖູກຕໍ່ພຣະທຳເຫຼົ່ານັ້ນ ແລະ ຕໍ່ຕ້ານ, ຕັດສິນ ແລະ ປະນາມພຣະທຳເຫຼົ່ານັ້ນໃນຫົວໃຈຂອງພວກເຂົາ. ດັ່ງນັ້ນ, ພວກເຂົາຈຶ່ງມີທັດສະນະຄະຕິແບບດຽວກັນຕໍ່ການເປີດໂປງ ແລະ ການກຳນົດລັກສະນະຂອງພຣະເຈົ້າກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ນັ້ນແມ່ນທັດສະນະຄະຕິແບບໃດ? ຍົກຕົວຢ່າງ: ການທີ່ພຣະເຈົ້າກ່າວວ່າຜູ້ຄົນມີອຸປະນິໄສທີ່ອວດດີ ແລະ ກ່າວເຖິງການສະແດງອອກທີ່ສະເພາະເຈາະຈົງຂອງອຸປະນິໄສນັ້ນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງເຫຼົ່ານີ້, ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບສິ່ງນີ້ເທົ່ານັ້ນ ແຕ່ພວກເຂົາພັດຍົກລະດັບໄປສູ່ການລັງກຽດຕໍ່ການສະແດງອອກທີ່ສະເພາະເຈາະຈົງເຫຼົ່ານີ້ທີ່ພຣະເຈົ້າກ່າວເຖິງ. ເປັນຫຍັງພວກເຂົາຈຶ່ງເຮັດແບບນັ້ນ? ເພາະວ່າພວກເຂົາປະຕິບັດຕາມຕັກກະຂອງຊາຕານ, ນັ້ນກໍຄື ທັດສະນະຄະຕິຂອງຊາຕານຕໍ່ຄວາມຈິງ ແລະ ສິ່ງທີ່ເປັນບວກ. ພວກເຂົາເວົ້າວ່າ “ເຈົ້າເອີ້ນສິ່ງນີ້ວ່າຄວາມອວດດີ ແຕ່ໃນບັນດາຜູ້ທີ່ມີຄວາມສາມາດ, ມີໃຜແດ່ທີ່ບໍ່ໂອ້ອວດ? ໃນບັນດາຜູ້ທີ່ມີຄວາມສາມາດພິເສດໃນການເປັນຜູ້ນຳ, ມີໃຜແດ່ທີ່ບໍ່ເວົ້າຈາວາງອຳນາດ? ໃນບັນດາຜູ້ຄົນທີ່ມີສະຖານະ, ມີໃຜແດ່ທີ່ບໍ່ໂອ້ອວດໜ້ອຍໜຶ່ງ? ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງໃຫຍ່ຫຍັງເລີຍ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນເລື່ອງປົກກະຕິຢ່າງສົມບູນໃນໂລກທີ່ບໍ່ມີຄວາມເຊື່ອ ແຕ່ຢູ່ທີ່ນີ້ ພວກເຈົ້າທຸກຄົນພັດເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່. ນອກຈາກນີ້, ການລົງມືເຮັດໂດຍບໍ່ປຶກສາຫາລືກັບຄົນອື່ນນັບວ່າເປັນຄວາມອວດດີແທ້ໆບໍ? ນັ້ນເປັນການຖືວ່າຕົນເອງເປັນໃຫຍ່ແທ້ໆບໍ? ຄົນທີ່ມີຄວາມສາມາດຄວນເປັນຜູ້ຕັດສິນໃຈ ແລະ ການທີ່ສາມາດຜູກຂາດອຳນາດໄດ້ນັ້ນເອີ້ນວ່າມີຄວາມສາມາດ. ການປຶກສາຫາລືກັບພວກເຈົ້າທີ່ເປັນຄົນທຳມະດານັ້ນມີປະໂຫຍດຫຍັງ? ພວກເຈົ້າຮູ້ຫຍັງແດ່? ສະນັ້ນ, ຂ້ອຍບໍ່ໄດ້ອວດດີ, ຂ້ອຍພຽງແຕ່ມີຄວາມສາມາດ ແລະ ມີສັກກະຍະພາບ. ມັນເອີ້ນວ່າການມີຄວາມສາມາດໃນການເປັນຜູ້ນຳ ແລະ ມັນເປັນພອນສະຫວັນທີ່ມີມາແຕ່ເກີດ. ຂ້ອຍມີຄວາມສາມາດຫຼາຍເຊັ່ນນີ້, ຂ້ອຍສາມາດເຮັດໄດ້ທຸກຢ່າງ. ບໍ່ວ່າສະຖານະການຈະເປັນແນວໃດ ຫຼື ຂ້ອຍຈະຢູ່ໃນກຸ່ມໃດກໍຕາມ, ຂ້ອຍກໍສາມາດຮັບຜິດຊອບໄດ້, ນີ້ຄືການເປັນບຸກຄົນທີ່ມີຄວາມສາມາດພິເສດ! ບຸກຄົນທີ່ມີຄວາມສາມາດພິເສດບໍ່ຄວນຖືກຢຽບຍໍ່າ ແລະ ພວກເຂົາກໍບໍ່ຄວນຖືກເປີດໂປງ. ກົງກັນຂ້າມ, ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍຕາມ, ພວກເຂົາຄວນໄດ້ຮັບການແນະນຳ, ຍົກຍ້ອງ ແລະ ໄດ້ຮັບບົດບາດທີ່ມີຄວາມສຳຄັນ! ເນື່ອງຈາກພວກເຂົາເປັນບຸກຄົນທີ່ມີຄວາມສາມາດພິເສດ, ເກັ່ງກາດ ພ້ອມດ້ວຍຄວາມສາມາດໃນການເປັນຜູ້ນຳ, ພວກເຂົາກໍຄວນມີທ່າທີຂອງຜູ້ນຳ, ຂອງຫົວໜ້າ. ຖ້າພວກເຂົາຝັງສິ່ງເຫຼົ່ານີ້ໄວ້, ນັ້ນບໍ່ແມ່ນການເຮັດທຳທ່າ ບໍ?” ພວກເຂົາໃຊ້ເຫດຜົນທີ່ບິດເບືອນ ແລະ ຄຳສອນນອກຮີດເຫຼົ່ານີ້ເພື່ອຕັດສິນ ແລະ ປະນາມການເປີດໂປງຂອງພຣະເຈົ້າກ່ຽວກັບອຸປະນິໄສທີ່ອວດດີ, ສະນັ້ນ ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພວກເຂົາກໍຈະບໍ່ມີວັນຍອມຮັບການສະແດງອອກຕ່າງໆຂອງອຸປະນິໄສທີ່ເສື່ອມຊາມທີ່ພຣະເຈົ້າໄດ້ອະທິບາຍ ແລະ ກຳນົດໄວ້. ພວກເຂົາຄິດວ່າ “ສິ່ງທີ່ພຣະເຈົ້າກ່າວເປັນພຽງວິທີໜຶ່ງໃນການອະທິບາຍສິ່ງຕ່າງໆ. ມັນຂ້ອນຂ້າງເປັນໄປໃນທາງບວກ, ຖືກຕ້ອງຕາມແບບແຜນ ແລະ ເປັນແບບດັ້ງເດີມ ແຕ່ມັນບໍ່ສາມາດຖືກກຳນົດວ່າເປັນຄວາມຈິງໄດ້. ມັນເໝາະສົມກັບບາງຄົນເທົ່ານັ້ນ. ຍົກຕົວຢ່າງ: ບາງຄົນຂ້ອນຂ້າງເປັນຄົນບໍ່ມີເລ່ຫຼ່ຽມ ແລະ ພວກເຂົາບໍ່ມີຄວາມສາມາດພິເສດໃດໜຶ່ງ, ທັງບໍ່ມີຄວາມສາມາດ ຫຼື ສະຫຼາດຫຼາຍ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມສາມາດໃນການເປັນຜູ້ນຳເລີຍ. ຖ້າພວກເຂົາບໍ່ມີຄູ່ຮ່ວມງານທີ່ເໝາະສົມ, ພວກເຂົາຕ້ອງປຶກສາຫາລືກັບຄົນອື່ນເມື່ອພວກເຂົາລົງມືເຮັດ ແລະ ຖ້າພວກເຂົາບໍ່ເຮັດແນວນັ້ນ, ພວກເຂົາກໍບໍ່ສາມາດແບກຮັບວຽກງານຂອງພວກເຂົາໄດ້, ນີ້ຄືຄົນປະເພດທີ່ເໝາະສົມກັບພຣະທຳຂອງພຣະເຈົ້າ”. ຂໍ້ໂຕ້ແຍ້ງແບບນີ້ລ້ວນແຕ່ເປັນຄຳສອນນອກຮີດ ແລະ ຄວາມຄາດເຄື່ອນແບບຊາຕານ.
ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ສະນັ້ນ ທຸກຄັ້ງທີ່ພວກເຂົາໄດ້ຍິນພຣະທຳເຫຼົ່ານັ້ນ, ພວກເຂົາກໍພຽງແຕ່ເຮັດແບບພໍເປັນພິທີ; ພວກເຂົາກໍຄືກັນກັບພວກຟາຣີຊາຍ, ທີ່ໃຊ້ພຣະທຳຂອງພຣະເຈົ້າເພື່ອຮັກສາພາບລັກພາຍນອກ. ພວກເຂົາບໍ່ຍອມຮັບພຣະທຳເຫຼົ່ານັ້ນຈາກສ່ວນເລິກໃນຫົວໃຈຂອງພວກເຂົາ ຫຼື ເຮັດໃຫ້ພຣະທຳຂອງພຣະເຈົ້າກາຍເປັນຊີວິດຂອງພວກເຂົາ ແລະ ເປັນເປົ້າໝາຍສຳລັບການປະຕິບັດຂອງພວກເຂົາ. ນີ້ຄືເຫດຜົນທີ່ວ່າ ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດຜິດພາດ, ພວກເຂົາຈະບໍ່ຍອມຮັບວ່າພວກເຂົາໄດ້ເຮັດບາງສິ່ງຜິດ ເມື່ອເຈົ້າລິຮານ ແລະ ເປີດໂປງພວກເຂົາສຳລັບສິ່ງນັ້ນ, ແຮງໄກທີ່ພວກເຂົາຈະຍອມຮັບມັນ ເມື່ອເຈົ້າລິຮານພວກເຂົາກ່ຽວກັບອຸປະນິໄສ ແລະ ແກ່ນແທ້ທີ່ພວກເຂົາເປີດເຜີຍໃນເລື່ອງນັ້ນ. ເຊັ່ນດຽວກັນກັບການທີ່ພວກເຂົາປະຕິເສດທີ່ຈະຍອມຮັບວ່າພວກເຂົາໄດ້ເຮັດບາງສິ່ງຜິດ, ເມື່ອຜູ້ຕໍ່ຕ້ານພຣະຄຣິສເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ພວກເຂົາກໍຈະມີເຫດຜົນ, ຂໍ້ອ້າງ ຫຼື ຄຳອະທິບາຍບາງຢ່າງຢູ່ສະເໝີ ເພື່ອປະຕິເສດວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ຍົກຕົວຢ່າງ: ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ອວດດີໃນເລື່ອງໃດໜຶ່ງ, ພວກເຂົາເວົ້າວ່າພວກເຂົາຟ້າວ, ເວົ້າວ່າມັນເປັນການເລືອກຄຳເວົ້າທີ່ບໍ່ດີ ແລະ ພວກເຂົາກໍຂຶ້ນສຽງຂອງພວກເຂົາເລັກໜ້ອຍ. ເມື່ອມີບາງຄົນເວົ້າວ່າພວກເຂົາກຳລັງມີເລ່ຫຼ່ຽມໃນອີກເລື່ອງໜຶ່ງ ແລະ ບໍ່ເປີດເຜີຍ, ພວກເຂົາເວົ້າວ່າຄົນສ່ວນໃຫຍ່ມີຄວາມສາມາດທີ່ຕ່ຳ, ສະນັ້ນ ຖ້າພວກເຂົາເວົ້າເຖິງສິ່ງທີ່ກຳລັງເກີດຂຶ້ນ, ຄົນອື່ນກໍຈະບໍ່ເຂົ້າໃຈພວກເຂົາ ແລະ ຈະເຂົ້າໃຈຜິດໃນສິ່ງທີ່ພວກເຂົາເວົ້າ ແລະ ນີ້ຄືເຫດຜົນທີ່ພວກເຂົາບໍ່ເປີດເຜີຍ. ບໍ່ວ່າພວກເຂົາຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບໃດກໍຕາມ, ພວກເຂົາກໍສາມາດຊອກຫາຂໍ້ອ້າງ ແລະ ຄຳອະທິບາຍໄດ້ສະເໝີ. ສະຫຼຸບແລ້ວ, ບໍ່ວ່າພວກເຂົາຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບໃດກໍຕາມ, ບໍ່ວ່າມັນຈະຊັດເຈນ ຫຼື ຮ້າຍແຮງສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ມີວັນຍອມຮັບວ່າມັນເປັນອຸປະນິໄສທີ່ເສື່ອມຊາມ. ຜູ້ຕໍ່ຕ້ານພຣະຄຣິສມັກຈະຕົວະ, ເວົ້າຢ່າງໜຶ່ງຕໍ່ໜ້າຜູ້ຄົນ ແລະ ເວົ້າອີກຢ່າງໜຶ່ງລັບຫຼັງພວກເຂົາ ແລະ ບໍ່ມີໃຜສາມາດບອກໄດ້ ແລະ ບໍ່ມີໃຜຮູ້ວ່າເວລາໃດທີ່ພວກເຂົາກຳລັງເວົ້າຄວາມຈິງ ແລະ ເວລາໃດທີ່ພວກເຂົາກຳລັງຕົວະ. ເຖິງຢ່າງໃດກໍຕາມ, ພວກເຂົາຈະບໍ່ມີວັນຍອມຮັບວ່າພວກເຂົາເປັນຄົນທີ່ມີເລ່ຫຼ່ຽມ, ແທນທີ່ຈະເປັນຄົນຊື່ສັດ. ກົງກັນຂ້າມ, ພວກເຂົາມັກຈະແກ້ຕົວໃຫ້ກັບຕົນເອງ ແລະ ອະທິບາຍວ່າພວກເຂົາເປັນຄົນທີ່ບໍ່ມີເລ່ຫຼ່ຽມຢ່າງສິ້ນເຊີງສໍ່າໃດ, ພວກເຂົາມີຄວາມຈິງໃຈຕໍ່ຄົນອື່ນເປັນພິເສດສໍ່າໃດ ແລະ ເມື່ອຄົນອື່ນມີຄວາມຫຍຸ້ງຍາກໃດໜຶ່ງ, ພວກເຂົາຕ້ອງການຊ່ວຍເຫຼືອຄົນເຫຼົ່ານັ້ນຈາກຄວາມເມດຕາໃນຫົວໃຈຂອງພວກເຂົາຫຼາຍສໍ່າໃດ. ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ, ພວກເຂົາຍັງພະຍາຍາມປົກປິດຄວາມຜິດຂອງຕົນເອງຢູ່ສະເໝີ, ໂດຍໂອ້ອວດວ່າພວກເຂົາເປັນຄົນດີ, ເປັນຄົນມີເມດຕາສໍ່າໃດ. ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ, ໃນເວລາດຽວກັນ ພວກເຂົາຍັງໂອ້ອວດວ່າພວກເຂົາເກັ່ງກາດສໍ່າໃດໃນການຈັດການກັບຜູ້ຄົນ, ພວກເຂົາເກັ່ງສໍ່າໃດໃນການໄດ້ຮັບຄວາມໂປດປານຈາກຜູ້ຄົນ ແລະ ເອົາຊະນະໃຈຜູ້ຄົນ. ພວກເຂົາໂອ້ອວດວ່າພວກເຂົາມີກົນລະຍຸດ ແລະ ມີຄວາມສາມາດສໍ່າໃດ ເມື່ອເວົ້າເຖິງການກະທຳ ແລະ ການເວົ້າທ່າມກາງຜູ້ຄົນ, ກ່ຽວກັບການທີ່ບໍ່ມີໃຜທີ່ສາມາດດີເລີດ ແລະ ເໜືອກວ່າພວກເຂົາໄດ້, ການທີ່ບໍ່ມີໃຜທີ່ມີຄວາມສາມາດສຳລັບວຽກຂອງພວກເຂົາຫຼາຍກວ່າພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຈ່າຍລາຄາເລັກໜ້ອຍ, ສາມາດເທດສະໜາຫຼັກຄຳສອນ ແລະ ທິດສະດີທີ່ສູງສົ່ງບາງຢ່າງ ແລະ ເຮັດບາງສິ່ງເປັນເວລາສັ້ນໆທີ່ເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ຄົນສ່ວນໃຫຍ່ເຄົາລົບນັບຖືພວກເຂົາ, ແລ້ວພວກເຂົາກໍຈະຄິດວ່າພວກເຂົາໄດ້ປົກປິດອຸປະນິໄສທີ່ເສື່ອມຊາມຂອງພວກເຂົາສຳເລັດແລ້ວ ແລະ ຄິດວ່າພວກເຂົາສາມາດເຮັດໃຫ້ຜູ້ຄົນເມີນເສີຍຕໍ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້. ສະນັ້ນ ໂດຍອີງໃສ່ການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄວາມເຂົ້າໃຈ ແລະ ທັດສະນະຄະຕິປະເພດນີ້ທີ່ພວກເຂົາມີຕໍ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເມື່ອພວກເຂົາຖືກລິຮານ, ປະຕິກິລິຍາທຳອິດຂອງພວກເຂົາກໍຄືການຄັດຄ້ານ ແລະ ຕໍ່ຕ້ານມັນ, ເພື່ອເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ ເພື່ອລ້າງມົນທິນໃຫ້ກັບຊື່ຂອງພວກເຂົາ. ນອກເໜືອຈາກການປະຕິເສດທີ່ຈະຍອມຮັບຄວາມເສຍຫາຍທີ່ພວກເຂົາໄດ້ນຳມາສູ່ວຽກງານຂອງຄຣິສຕະຈັກແລ້ວ, ພວກເຂົາຍັງຈະປະຕິເສດທີ່ຈະຍອມຮັບອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາໄດ້ເປີດເຜີຍໃນເລື່ອງນັ້ນ ແລະ ຄວາມຜິດພາດທີ່ພວກເຂົາໄດ້ກະທຳພາຍໃຕ້ການບີບບັງຄັບຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ເມື່ອຄຳນຶງເຖິງການສະແດງອອກ ແລະ ແກ່ນແທ້ນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນເປັນໄປໄດ້ບໍທີ່ພວກເຂົາຈະບັນລຸການປ່ຽນແປງທາງອຸປະນິໄສ? (ເປັນໄປບໍ່ໄດ້.)
ເຮົາເຄີຍພົບພໍ້ຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເຮັດຜິດພາດໃນວຽກງານຂອງພວກເຂົາ, ຜູ້ທີ່ຂີ້ຄ້ານ, ບໍ່ປະຕິບັດວຽກງານຂອງພວກເຂົາ ແລະ ລະເລີຍໜ້າວຽກທີ່ສະເພາະເຈາະຈົງ, ໃນຂະນະທີ່ຍັງສັ່ງການຜູ້ຄົນ, ກະທຳຜິດຢ່າງບໍ່ຢ້ານກົວ ແລະ ເຮັດສິ່ງຕ່າງໆຕາມທີ່ພວກເຂົາຕ້ອງການ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຊັ່ນນີ້ຖືກລິຮານສຳລັບສິ່ງນີ້, ພາຍນອກພວກເຂົາເບິ່ງຄືວ່າເຊື່ອຟັງຫຼາຍ, ແຕ່ລັບຫຼັງແລ້ວ ພວກເຂົາບໍ່ໄດ້ກັບໃຈເລີຍ. ເມື່ອຕັດສິນຈາກທັດສະນະຄະຕິທີ່ບໍ່ກັບໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ຍອມຮັບການຖືກລິຮານແມ່ນແຕ່ໜ້ອຍດຽວ. ເມື່ອຕັດສິນຈາກການທີ່ພວກເຂົາບໍ່ຍອມຮັບການຖືກລິຮານ, ພວກເຂົາບໍ່ເຄີຍກວດສອບວ່າພວກເຂົາມີການເປີດເຜີຍອຸປະນິໄສທີ່ເສື່ອມຊາມອັນໃດແດ່. ກົງກັນຂ້າມ, ຫຼັງຈາກຖືກລິຮານ, ພວກເຂົາກໍຍັງສືບຕໍ່ເຮັດທຸກຢ່າງຕາມທີ່ພວກເຂົາພໍໃຈ, ເຮັດສິ່ງຕ່າງໆຕາມທີ່ພວກເຂົາຕ້ອງການ, ມີສ່ວນຮ່ວມໃນການບົງການແບບລັບໆ, ຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ເບື້ອງລຸ່ມພວກເຂົາ, ສ້າງອານາຈັກເອກະລາດຂອງພວກເຂົາເອງ ແລະ ເພີດເພີນກັບສິດທິພິເສດ, ໂດຍບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ. ເປັນຫຍັງພວກເຂົາຈຶ່ງບໍ່ປ່ຽນແປງແມ່ນແຕ່ໜ້ອຍດຽວ? ມັນເປັນເພາະວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບແມ່ນແຕ່ໜ້ອຍດຽວວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ທັງບໍ່ຍອມຮັບຄວາມຈິງ; ສະນັ້ນ, ພວກເຂົາຈຶ່ງສວຍໂອກາດໃນການກຳອຳນາດອັນຍິ່ງໃຫຍ່ ແລະ ໃຊ້ປະໂຫຍດສູງສຸດຈາກການມີອຳນາດນັ້ນ ແລະ ຈາກນັ້ນກໍໃຊ້ປະໂຫຍດໃນຊ່ວງເວລານັ້ນ ເພື່ອເຮັດທຸກຢ່າງທີ່ພວກເຂົາຕ້ອງການ, ເພື່ອເຮັດສິ່ງທີ່ບໍ່ດີຢ່າງເຕັມທີ່ ແລະ ເພື່ອລົບກວນວຽກງານຂອງເຮືອນຂອງພຣະເຈົ້າ ແລະ ທຳລາຍຄວາມເປັນລະບຽບຮຽບຮ້ອຍແບບປົກກະຕິຂອງເຮືອນຂອງພຣະເຈົ້າ. ໃນຂະນະທີ່ເພີດເພີນກັບການເບິ່ງແຍງທາງດ້ານວັດຖຸທຸກປະເພດຈາກເຮືອນຂອງພຣະເຈົ້າ, ພວກເຂົາພັດບໍ່ໄດ້ເຮັດສິ່ງທີ່ດີອັນໃດເລີຍ. ນອກເໜືອຈາກການເຮັດວຽກງານຜິວເຜີນບາງຢ່າງແລ້ວ, ພວກເຂົາໄດ້ເຮັດຫຍັງແບບລັບໆ? ພວກເຂົາຈັດການເຕົ້າໂຮມ, ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ ແລະ ເຖິງກັບເຂົ້າໄປຫຍຸ້ງກ່ຽວກັບເລື່ອງທີ່ບໍ່ກ່ຽວຂ້ອງ, ນອກເໜືອຈາກນັ້ນ ພວກເຂົາກໍພຽງແຕ່ສັ່ງການຜູ້ຄົນ. ພວກເຂົາບໍ່ໄດ້ປະຕິບັດວຽກງານທີ່ສະເພາະເຈາະຈົງໃດໜຶ່ງທີ່ເບື້ອງເທິງມອບໝາຍໃຫ້ພວກເຂົາ ແລະ ພວກເຂົາບໍ່ໄດ້ປາກົດຕົວດ້ວຍຕົນເອງ ເພື່ອໃຫ້ຄຳແນະນຳ, ຄວບຄຸມດູແລ ຫຼື ການນໍາພາຢ່າງລະອຽດ. ພວກເຂົາພຽງແຕ່ສັ່ງການຜູ້ຄົນຈາກເບື້ອງເທິງ ແລະ ເປັນບາງຄັ້ງຄາວເມື່ອພວກເຂົາບໍ່ມີທາງເລືອກແທ້ໆ, ພວກເຂົາຈຶ່ງຈະໄປປາກົດຕົວຢູ່ສະຖານທີ່ເຮັດວຽກເພື່ອເຮັດບາງສິ່ງໃຫ້ສຳເລັດ ແລະ ໃຫ້ຄຳແນະນຳບາງຢ່າງ. ນີ້ເປັນພຽງການສະແດງຄວາມກະຕືລືລົ້ນຊົ່ວຄາວເທົ່ານັ້ນ ແລະ ຫຼັງຈາກນັ້ນບໍ່ດົນ ພວກເຂົາກໍຫາຍຕົວໄປ. ເມື່ອພວກເຂົາສົ່ງເສີມຄົນໃດໜຶ່ງ ຫຼື ແຕ່ງຕັ້ງຄົນໃດໜຶ່ງໃຫ້ຮັບຕຳແໜ່ງ, ບໍ່ມີໃຜສາມາດເວົ້າໄດ້ວ່າຄົນນັ້ນບໍ່ດີ ຫຼື ຄັດຄ້ານມັນ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ມີວັນກວດກາ ຫຼື ຄວບຄຸມດູແລວຽກງານຂອງຄົນນັ້ນ. ບໍ່ວ່າຄົນທີ່ພວກເຂົາໄດ້ສົ່ງເສີມ ຫຼື ແຕ່ງຕັ້ງຈະເຮັດສິ່ງທີ່ບໍ່ດີສໍ່າໃດກໍຕາມ, ພວກເຂົາກໍບໍ່ອະນຸຍາດໃຫ້ຄົນອື່ນເປີດໂປງຄົນເຫຼົ່ານັ້ນ, ບໍ່ມີໃຜສາມາດປົດຄົນເຫຼົ່ານັ້ນອອກໄດ້ ແລະ ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ລາຍງານຄົນເຫຼົ່ານັ້ນ. ໃຜກໍຕາມທີ່ລາຍງານຄົນນັ້ນກໍຈະກາຍເປັນສັດຕູຂອງພວກເຂົາ. ບໍ່ວ່າຄົນທີ່ພວກເຂົາກຳລັງໃຊ້ງານຈະສ້າງຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກສໍ່າໃດກໍຕາມ, ພວກເຂົາຈະກໍ່ໃຫ້ເກີດການລົບກວນອັນໃຫຍ່ຫຼວງຕໍ່ມັນສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເຮັດສຸດຄວາມສາມາດ ເພື່ອປົກປ້ອງພວກເຂົາ ແລະ ຖ້າພວກເຂົາເຮັດບໍ່ສຳເລັດ, ພວກເຂົາກໍຈະຟ້າວຕັດຄວາມສຳພັນກັບຄົນນັ້ນ ແລະ ປັດຄວາມຮັບຜິດຊອບອອກຈາກຕົນເອງຢ່າງວ່ອງໄວ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍຕາມ, ບໍ່ວ່າຈະເປັນການເຮັດຕໍ່ໜ້າຄົນອື່ນ ຫຼື ລັບຫຼັງພວກເຂົາ, ພວກເຂົາກໍຂາດຫົວໃຈທີ່ຢຳເກງພຣະເຈົ້າຢ່າງສິ້ນເຊີງ. ພວກເຂົາເປັນຜູ້ບໍ່ເຊື່ອ, ເປັນຜີຮ້າຍ ແລະ ເປັນຊາຕານທີ່ຍັງມີຊີວິດຢູ່ ແລະ ພວກເຂົາຍັງປາຖະໜາທີ່ຈະຄອບຄອງຕຳແໜ່ງ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະຢ່າງໜ້າບໍ່ອາຍ; ພວກເຂົາເປັນກາຝາກທີ່ເກາະກິນເຮືອນຂອງພຣະເຈົ້າ. ມີບາງຄົນທີ່ເມື່ອພວກເຂົາຖືກລິຮານ ແລະ ເຫັນວ່າພວກເຂົາຈະບໍ່ສາມາດຮັກສາສະຖານະຂອງພວກເຂົາໄວ້ໄດ້, ພວກເຂົາກໍຮູ້ສຶກທໍ້ແທ້, ຜິດຫວັງ ແລະ ໝົດກຳລັງໃຈ. ເປັນຫຍັງພວກເຂົາຈຶ່ງຮູ້ສຶກໝົດກຳລັງໃຈ? ເປັນຫຍັງພວກເຂົາຈຶ່ງຮູ້ສຶກທໍ້ແທ້? ມັນເປັນເພາະວ່າພວກເຂົາບໍ່ສາມາດຮັກສາສະຖານະຂອງພວກເຂົາໄວ້ໄດ້, ໂອກາດຂອງພວກເຂົາໃນການເພີດເພີນກັບສິດທິພິເສດ ແລະ ການເບິ່ງແຍງແບບພິເສດຂອງພວກເຂົາໄດ້ໝົດໄປແລ້ວ, ບໍ່ມີໃຜເຄົາລົບນັບຖືພວກເຂົາອີກຕໍ່ໄປ ແລະ ວັນເວລາແຫ່ງການຫຼິ້ນກັບອຳນາດຂອງພວກເຂົາກໍສິ້ນສຸດລົງແລ້ວ. ພວກເຂົາຈະຕ້ອງເລີ່ມເຮັດທຸກຢ່າງດ້ວຍຕົນເອງ, ພວກເຂົາຈະບໍ່ມີໂອກາດພຽງແຕ່ຢືນຢູ່ບ່ອນນັ້ນ ແລະ ອອກຄຳສັ່ງອີກຕໍ່ໄປ. ພວກເຂົາບໍ່ຮູ້ສຶກສຳນຶກຜິດ ຫຼື ເສຍໃຈກ່ຽວກັບຜົນສະທ້ອນທີ່ຮ້າຍແຮງທີ່ເກີດຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ກົງກັນຂ້າມ, ພວກເຂົາພັດເສຍໃຈ, ຮ້ອງໄຫ້ ແລະ ຮູ້ສຶກສູນເສຍກ່ຽວກັບການທີ່ບໍ່ສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະໄດ້ອີກຕໍ່ໄປ. ແມ່ນແຕ່ມີບາງຄົນທີ່ຫຼັງຈາກຖືກປົດອອກແລ້ວ, ກໍຍັງໜ້າດ້ານຂໍໂອກາດຊ້ຳແລ້ວຊ້ຳອີກ. ບອກເຮົາມາເບິ່ງ, ຄົນແບບນັ້ນສາມາດໄດ້ຮັບໂອກາດອີກຄັ້ງບໍ? ພວກເຂົາຕັ້ງໃຈຈະເຮັດຫຍັງກັບໂອກາດນັ້ນ? ເພື່ອເກາະກິນຄຣິສຕະຈັກ, ເພື່ອເອົາປຽບຄົນອື່ນ ແລະ ເພື່ອກະທຳການຢ່າງບໍ່ຢ້ານກົວ. ຖ້າພວກເຂົາໄດ້ຮັບໂອກາດອີກຄັ້ງ, ພວກເຂົາຈະມາຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງບໍ? ພວກເຂົາຈະສາມາດຮູ້ຈັກຕົນເອງໄດ້ບໍ? (ບໍ່.) ຖ້າພວກເຂົາໄດ້ຮັບໂອກາດອີກຄັ້ງ, ພວກເຂົາຈະມີຄວາມຮູ້ສຶກລະອາຍໃຈຂຶ້ນມາແດ່ບໍ? ລັກສະນະຂອງພວກເຂົາຈະປ່ຽນແປງບໍ? ໂດຍການໄດ້ໂອກາດອີກຄັ້ງ, ພວກເຂົາຈະເລີ່ມເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງ ແລະ ບໍ່ພະຍາຍາມສ້າງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງອີກຕໍ່ໄປບໍ? (ພວກເຂົາຈະບໍ່ເຮັດແບບນັ້ນ.) ພວກເຂົາຈະບໍ່ເຮັດສິ່ງເຫຼົ່ານີ້ເລີຍ, ພວກເຂົາບໍ່ຈົບສິ້ນແລ້ວບໍ? ຖ້າພວກເຈົ້າຖືກລິຮານ ແລະ ມັນເປັນເລື່ອງທີ່ຮ້າຍແຮງຫຼາຍຈົນເບື້ອງເທິງບໍ່ມີທາງເລືອກອື່ນນອກຈາກປົດພວກເຈົ້າອອກ, ພວກເຈົ້າຈະຄິດແນວໃດ? (ຄິດວ່າຂ້ານ້ອຍຄວນຖືກປົດອອກແທ້ໆ, ເພາະວ່າທຳມະຊາດຂອງຂ້ານ້ອຍຊົ່ວຊ້າຫຼາຍ, ຂ້ານ້ອຍໄດ້ເຮັດຫຼາຍສິ່ງທີ່ລະເມີດຫຼັກການ ແລະ ຕໍ່ຕ້ານພຣະເຈົ້າ, ຂ້ານ້ອຍໄດ້ກະທຳຄວາມຊົ່ວຮ້າຍຫຼາຍຢ່າງ ແລະ ຂ້ານ້ອຍໄດ້ສ້າງຄວາມເສຍຫາຍຫຼາຍຢ່າງຕໍ່ວຽກງານຂອງຄຣິສຕະຈັກ. ຂ້ານ້ອຍຄວນຖືກປົດອອກ.) ຄົນທີ່ມີເຫດຜົນຈະໄຕ່ຕອງກ່ຽວກັບຕົນເອງກ່ອນວ່າ “ຂ້ານ້ອຍໄດ້ເຮັດຫຍັງແທ້ໆໃນຊ່ວງເວລານີ້? ເປັນຫຍັງຂ້ານ້ອຍຈຶ່ງຖືກລິຮານ? ການທີ່ຂ້ານ້ອຍຖືກລິຮານສຳລັບການເຮັດສິ່ງເຫຼົ່ານັ້ນ ແລະ ສິ່ງທີ່ຄົນນັ້ນເວົ້າເມື່ອລາວລິຮານຂ້ານ້ອຍນັ້ນຖືກຕ້ອງແທ້ໆບໍ? ຂ້ານ້ອຍຄວນຍອມຮັບສິ່ງເຫຼົ່ານັ້ນແນວໃດ? ຂ້ານ້ອຍຄວນເຂົ້າຫາການລິຮານນີ້ແນວໃດ?” ຈາກນັ້ນ ພວກເຂົາກໍຈະກວດສອບສິ່ງທີ່ພວກເຂົາໄດ້ເຮັດຢ່າງແທ້ຈິງ, ວ່າມີການປອມແປງຂອງເຈດຈຳນົງຂອງມະນຸດໃນການກະທຳຂອງພວກເຂົາ ຫຼື ບໍ່, ວ່າມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນໃນສິ່ງເຫຼົ່ານັ້ນ ຫຼື ບໍ່, ວ່າສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່, ວ່າສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າຫຼາຍສໍ່າໃດ ແລະ ພວກເຂົາເຮັດຫຼາຍສິ່ງຫຼາຍຢ່າງຕາມເຈດຈຳນົງຂອງພວກເຂົາເອງຫຼາຍສໍ່າໃດ. ຄົນທີ່ມີເຫດຜົນຄວນກວດສອບໃນດ້ານເຫຼົ່ານີ້, ບໍ່ແມ່ນມາມົວແຕ່ກັງວົນກ່ຽວກັບວ່າພວກເຂົາໄດ້ສູນເສຍສະຖານະຂອງພວກເຂົາ ຫຼື ບໍ່, ເຮືອນຂອງພຣະເຈົ້າຍຸຕິທຳຕໍ່ພວກເຂົາ ຫຼື ບໍ່, ຜູ້ຄົນຈະຄິດແນວໃດກັບພວກເຂົາຖ້າພວກເຂົາບໍ່ມີສະຖານະ ຫຼື ພວກເຂົາຈະມີອະນາຄົດ ແລະ ໂຊກຊະຕາແບບໃດ. ຄົນທີ່ມີເຫດຜົນຈະບໍ່ມົວແຕ່ກັງວົນກ່ຽວກັບສິ່ງເຊັ່ນນີ້.
ຜູ້ຕໍ່ຕ້ານພຣະຄຣິສບາງຄົນບໍ່ມີຄວາມລະອາຍຫຼາຍສໍ່າໃດ? ຖ້າຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຖືກປົດອອກ, ອ້າຍເອື້ອຍນ້ອງຈະບໍ່ເຄົາລົບນັບຖືພວກເຂົາຄືເກົ່າອີກຕໍ່ໄປ, ຖ້າພວກເຂົາບໍ່ອົບອຸ່ນ ຫຼື ໃຈດີ ແຕ່ພັດເຢັນຊາ ແລະ ເມີນເສີຍຕໍ່ພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກໍຈະບໍ່ສາມາດທົນກັບສິ່ງນີ້ໄດ້. ເປັນຫຍັງພວກເຂົາຈຶ່ງອ່ອນໄຫວຕໍ່ສິ່ງເຫຼົ່ານີ້ຫຼາຍ, ໃນຂະນະທີ່ບໍ່ອ່ອນໄຫວຕໍ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເລີຍ? ນັ້ນເປັນສ່ວນໜຶ່ງໃນທຳມະຊາດຂອງພວກເຂົາບໍ? ພວກເຂົາມີກຽດສັກສີບໍ? ພວກເຂົາມີຄວາມລະອາຍບໍ? (ບໍ່.) ສອງສິ່ງທີ່ລ້ຳຄ່າທີ່ສຸດໃນຄວາມເປັນມະນຸດກໍຄືຄວາມລະອາຍ ແລະ ຄວາມຊື່ກົງ. ບໍ່ມີຮ່ອງຮອຍຂອງສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວໃນຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ມີຄວາມລະອາຍ ແລະ ບໍ່ວ່າພວກເຂົາຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຼາຍສໍ່າໃດ ຫຼື ເຮັດຄວາມຊົ່ວຮ້າຍຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກຫຍັງເລີຍ, ພວກເຂົາບໍ່ຮູ້ສຶກຜິດ, ແຕ່ພວກເຂົາກໍຍັງຢາກຢືດເວລາຢູ່ຕໍ່ ແລະ ເອົາປຽບເຮືອນຂອງພຣະເຈົ້າ. ຫຼັງຈາກທີ່ພວກເຂົາຖືກລິຮານ ແລະ ຖືກເປີດໂປງ, ຫຼັງຈາກທີ່ພວກເຂົາຖືກປົດອອກ ແລະ ບໍ່ມີສະຖານະໃດໜຶ່ງອີກຕໍ່ໄປ, ພວກເຂົາກໍຍັງຢາກໃຫ້ອ້າຍເອື້ອຍນ້ອງເຄົາລົບນັບຖືພວກເຂົາຢ່າງນອບນ້ອມ ແລະ ສຸພາບ. ນັ້ນບໍ່ແມ່ນສິ່ງທີ່ໄຮ້ເຫດຜົນບໍ? ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສນີ້ຟັງເບິ່ງໜ້າລັງກຽດສຳລັບພວກເຈົ້າບໍ? (ແມ່ນແລ້ວ.) ທຸກຄົນຮູ້ສຶກເຖິງຄວາມສູນເສຍເມື່ອພວກເຂົາຖືກລິຮານ, ໂດຍສະເພາະຖ້າພວກເຂົາຖືກປົດອອກ ແລະ ສູນເສຍສະຖານະຂອງພວກເຂົາ. ພວກເຂົາຮູ້ສຶກວ່າພວກເຂົາຖືກຈັດໃຫ້ຢູ່ໃນສະຖານະການທີ່ໜ້າອຶດອັດ ແລະ ໄດ້ຮັບຄວາມອັບອາຍເລັກນ້ອຍຕໍ່ໜ້າຄົນອື່ນ ແລະ ພວກເຂົາກໍອາຍເກີນກວ່າທີ່ຈະປະເຊີນໜ້າກັບໃຜກໍຕາມ. ເຖິງຢ່າງໃດກໍຕາມ, ຄົນທີ່ຮູ້ຈັກຄວາມລະອາຍຈະບໍ່ເວົ້າຂໍ້ໂຕ້ແຍ້ງທີ່ບິດເບືອນ. ການບໍ່ເວົ້າຂໍ້ໂຕ້ແຍ້ງທີ່ບິດເບືອນໝາຍຄວາມວ່າແນວໃດ? ມັນໝາຍເຖິງການທີ່ສາມາດປະຕິບັດຕໍ່ທຸກສິ່ງດ້ວຍທ່າທີທີ່ຖືກຕ້ອງ, ໂດຍບໍ່ຄິດ ແລະ ເວົ້າກ່ຽວກັບສິ່ງຕ່າງໆໃນວິທີທີ່ບິດເບືອນ ແຕ່ພັດຍອມຮັບໃນສິ່ງທີ່ພວກເຂົາເຮັດຜິດຢ່າງຊື່ສັດ ແລະ ປະຕິບັດຕໍ່ເລື່ອງນັ້ນຢ່າງຍຸຕິທຳ ແລະ ສົມເຫດສົມຜົນ. ຍຸຕິທຳ ແລະ ສົມເຫດສົມຜົນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ໃນເມື່ອເຈົ້າຖືກລິຮານສຳລັບບາງສິ່ງ, ມັນກໍຕ້ອງມີບັນຫາກັບສິ່ງທີ່ເຈົ້າໄດ້ເຮັດ, ໂດຍບໍ່ໄດ້ເວົ້າເຖິງວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມແບບໃດ, ໃຫ້ເວົ້າພຽງແຕ່ວ່າ ຖ້າເຈົ້າເຮັດຜິດພາດໃນເລື່ອງນີ້, ແລ້ວເຈົ້າກໍຕ້ອງມີຄວາມຮັບຜິດຊອບຕໍ່ມັນຢ່າງແນ່ນອນ ແລະ ໃນເມື່ອເຈົ້າມີຄວາມຮັບຜິດຊອບ, ເຈົ້າກໍຄວນແບກຮັບມັນ ແລະ ຍອມຮັບວ່າເຈົ້າເປັນຄົນເຮັດມັນ. ເມື່ອເຈົ້າຍອມຮັບສິ່ງນີ້ແລ້ວ, ເຈົ້າກໍຄວນກວດສອບຕົນເອງ ແລະ ຖາມວ່າ: “ຂ້ອຍໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມອັນໃດໃນເລື່ອງນີ້? ຖ້າຂ້ອຍບໍ່ໄດ້ຖືກຂັບເຄື່ອນໂດຍອຸປະນິໄສທີ່ເສື່ອມຊາມ, ແລ້ວການກະທຳຂອງຂ້ອຍຖືກປອມແປງດ້ວຍຄວາມປະສົງຂອງມະນຸດບໍ? ສິ່ງນີ້ເກີດຈາກຄວາມໂງ່ຈ້າບໍ? ມັນມີຫຍັງກ່ຽວຂ້ອງກັບການໄລ່ຕາມຂອງຂ້ອຍ, ກັບເສັ້ນທາງທີ່ຂ້ອຍກຳລັງຍ່າງຢູ່ບໍ?” ການທີ່ສາມາດກວດສອບຕົນເອງແບບນີ້ເອີ້ນວ່າຄວາມມີເຫດຜົນ, ການຮູ້ຈັກຄວາມລະອາຍ, ການເບິ່ງສິ່ງຕ່າງໆໃນວິທີທີ່ຍຸຕິທຳ, ເປັນພາວະວິໄສ ແລະ ໃນວິທີທີ່ສອດຄ່ອງຄວາມເປັນຈິງ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຂາດແຄນຢ່າງແທ້ຈິງ. ເມື່ອພວກເຂົາກຳລັງຖືກລິຮານ, ກ່ອນອື່ນພວກເຂົາຈະຄິດວ່າ “ເຈົ້າສາມາດລິຮານຜູ້ນໍາທີ່ມີກຽດຄືກັບຂ້ອຍຢ່າງໄຮ້ຄວາມປານີຕໍ່ໜ້າຄົນຈຳນວນຫຼາຍ, ເຖິງຂັ້ນເປີດໂປງຄວາມລັບທີ່ໜ້າອັບອາຍຂອງຂ້ອຍໄດ້ແນວໃດ? ກຽດສັກສີໃນຖານະຜູ້ນໍາຂອງຂ້ອຍຢູ່ໃສ? ໃນການລິຮານຂ້ອຍ, ເຈົ້າບໍ່ໄດ້ທຳລາຍມັນຈົນໝົດສິ້ນແລ້ວບໍ? ຕັ້ງແຕ່ນີ້ຕໍ່ໄປໃຜຈະຟັງຂ້ອຍ? ຖ້າບໍ່ມີໃຜຟັງຂ້ອຍ, ຂ້ອຍຈະມີສະຖານະໃດໜຶ່ງໃນຖານະຜູ້ນໍາໄດ້ແນວໃດ? ນັ້ນຈະບໍ່ເຮັດໃຫ້ຂ້ອຍເປັນພຽງຫຸ່ນເຊີດບໍ? ແລ້ວຂ້ອຍຈະເພີດເພີນກັບຜົນປະໂຫຍດຈາກສະຖານະໄດ້ແນວໃດ? ຂ້ອຍຈະບໍ່ສາມາດເພີດເພີນກັບສິ່ງຂອງທີ່ອ້າຍເອື້ອຍນ້ອງຖວາຍໃຫ້ອີກຕໍ່ໄປແລ້ວບໍ?” ແນວຄິດນີ້ຖືກຕ້ອງບໍ? ມັນສອດຄ່ອງກັບຄວາມຈິງບໍ? ມັນສົມເຫດສົມຜົນບໍ? (ບໍ່.) ນີ້ຄືການຂາດເຫດຜົນ ແລະ ການເວົ້າຂໍ້ໂຕ້ແຍ້ງທີ່ບິດເບືອນ. ເຈົ້າໝາຍຄວາມວ່າແນວໃດກັບຄຳວ່າກຽດສັກສີ? ຜູ້ນໍາແມ່ນຫຍັງ? ແນ່ນອນວ່າເຈົ້າບໍ່ໄດ້ປາສະຈາກຄວາມເສື່ອມຊາມແມ່ນບໍ? ເຈົ້າໝາຍຄວາມວ່າແນວໃດກັບຄຳວ່າ “ການເປີດໂປງຄວາມລັບທີ່ໜ້າອັບອາຍຂອງເຈົ້າ”? ຄວາມລັບທີ່ໜ້າອັບອາຍຂອງເຈົ້າແມ່ນຫຍັງ? ມັນກໍຄືອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຄືກັນກັບຂອງຄົນອື່ນໆ, ນັ້ນກໍຄືຄວາມລັບທີ່ໜ້າອັບອາຍຂອງເຈົ້າ. ບໍ່ມີຫຍັງແຕກຕ່າງກ່ຽວກັບເຈົ້າ, ເຈົ້າບໍ່ໄດ້ຢູ່ເໜືອກວ່າຄົນອື່ນ. ເຮືອນຂອງພຣະເຈົ້າພຽງແຕ່ເຫັນວ່າເຈົ້າມີຄວາມສາມາດເລັກນ້ອຍ ແລະ ສາມາດເຮັດວຽກບາງຢ່າງໄດ້, ສະນັ້ນ ຈຶ່ງສົ່ງເສີມ ແລະ ບົ່ມເພາະເຈົ້າ ແລະ ມອບພາລະທີ່ພິເສດໃຫ້ເຈົ້າ, ໃຫ້ແບກຮັບຫຼາຍຂຶ້ນອີກໜ້ອຍໜຶ່ງ. ແຕ່ສິ່ງນີ້ບໍ່ໄດ້ໝາຍຄວາມວ່າ ເມື່ອເຈົ້າມີສະຖານະແລ້ວ, ເຈົ້າຈະບໍ່ມີອຸປະນິໄສທີ່ເສື່ອມຊາມອີກຕໍ່ໄປ. ແຕ່ເຖິງຢ່າງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍຍຶດຕິດກັບສິ່ງນີ້, ໂດຍກ່າວວ່າ “ຕອນນີ້ຂ້ອຍມີສະຖານະແລ້ວ, ເຈົ້າບໍ່ຄວນລິຮານຂ້ອຍ, ໂດຍສະເພາະຢ່າງຍິ່ງບໍ່ແມ່ນເຮັດຕໍ່ໜ້າຄົນຈຳນວນຫຼາຍ, ເຊິ່ງຈະເຮັດໃຫ້ຄົນສ່ວນໃຫຍ່ຮູ້ກ່ຽວກັບສະຖານະການທີ່ແທ້ຈິງຂອງຂ້ອຍ”. ນີ້ບໍ່ແມ່ນຂໍ້ໂຕ້ແຍ້ງທີ່ບິດເບືອນບໍ? ວິທີການນີ້ສາມາດນໍາໃຊ້ໄດ້ຢູ່ໃສ? ຢູ່ໃນສັງຄົມພາຍນອກ, ເມື່ອເຈົ້າຍົກຍ້ອງໃຜຜູ້ໜຶ່ງ, ເຈົ້າຕ້ອງຍົກຍໍປໍ້ປັ້ນພວກເຂົາວ່າສົມບູນ ແລະ ສ້າງພາບລັກແຫ່ງຄວາມສົມບູນແບບໃຫ້ກັບພວກເຂົາ, ໂດຍປາສະຈາກຂໍ້ບົກຜ່ອງແມ່ນແຕ່ໜ້ອຍດຽວ. ນັ້ນບໍ່ແມ່ນການຫຼອກລວງບໍ? ເຮືອນຂອງພຣະເຈົ້າຈະເຮັດແບບນີ້ບໍ? (ບໍ່.) ນັ້ນຄືສິ່ງທີ່ຊາຕານເຮັດ ແລະ ກໍເປັນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຮຽກຮ້ອງເຊັ່ນກັນ. ຊາຕານນັ້ນປາສະຈາກເຫດຜົນ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍຂາດເຫດຜົນໃນເລື່ອງນີ້ເຊັ່ນດຽວກັນ. ບໍ່ພຽງແຕ່ເທົ່ານັ້ນ, ແຕ່ພວກເຂົາຍັງສ້າງຂໍ້ໂຕ້ແຍ້ງທີ່ບິດເບືອນ ແລະ ມີຂໍ້ຮຽກຮ້ອງທີ່ຫຼາຍເກີນໄປ. ເພື່ອປົກປ້ອງສະຖານະຂອງພວກເຂົາ, ພວກເຂົາຂໍໃຫ້ເບື້ອງເທິງໃສ່ໃຈກ່ຽວກັບວິທີທີ່ພວກເຂົາຖືກລິຮານ ແລະ ໂອກາດເວລາໃດທີ່ພວກເຂົາຖືກລິຮານ ພ້ອມທັງນໍ້າສຽງປະເພດໃດທີ່ຖືກນໍາໃຊ້. ສິ່ງນີ້ຈຳເປັນບໍ? ເຈົ້າເປັນມະນຸດທີ່ເສື່ອມຊາມ ແລະ ເຈົ້າກຳລັງຖືກລິຮານສຳລັບບາງສິ່ງທີ່ເປັນຈິງ ແລະ ແທ້ຈິງ, ມີຄວາມຈຳເປັນຫຍັງທີ່ຈະຕ້ອງເຮັດແບບນີ້ໃນວິທີການທີ່ສະເພາະ? ການຍົກຍ້ອງເຈົ້າຈະບໍ່ເປັນການທຳຮ້າຍອ້າຍເອື້ອຍນ້ອງບໍ? ເຈົ້າທີ່ເປັນຄົນຊົ່ວຮ້າຍຄວນຖືກຍົກຍ້ອງ ແລະ ໄດ້ຮັບການປົກປ້ອງສະຖານະຂອງເຈົ້າ ເພື່ອໃຫ້ເຈົ້າສາມາດກະທຳຜິດຢ່າງບໍ່ຢ້ານກົວໃນທ່າມກາງຜູ້ທີ່ຢູ່ເບື້ອງລຸ່ມ ແລະ ສ້າງອານາຈັກທີ່ເອກະລາດຂອງເຈົ້າເອງບໍ? ນັ້ນຈະຍຸຕິທຳຕໍ່ອ້າຍເອື້ອຍນ້ອງບໍ? ນັ້ນເປັນການສະແດງຄວາມຮັບຜິດຊອບຕໍ່ພວກເຂົາບໍ? ນັ້ນບໍ່ແມ່ນວິທີການສະແດງຄວາມຮັບຜິດຊອບຕໍ່ພວກເຂົາ. ສະນັ້ນ ການທີ່ຜູ້ຕໍ່ຕ້ານພຣະຄຣິສປະພຶດແບບນີ້, ຄິດແບບນີ້ ແລະ ຮຽກຮ້ອງເອົາຄວາມຕ້ອງການປະເພດນັ້ນ ແມ່ນພຽງແຕ່ການທີ່ພວກເຂົາເວົ້າຂໍ້ໂຕ້ແຍ້ງທີ່ບິດເບືອນ ແລະ ຕັ້ງໃຈສ້າງບັນຫາ, ເຊິ່ງຂາດຄວາມລະອາຍຢ່າງສິ້ນເຊີງ. ເມື່ອຖືກລິຮານສຳລັບບາງສິ່ງທີ່ພວກເຂົາເຮັດຜິດ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາກໍບໍ່ກວດສອບວ່າອຸປະນິໄສທີ່ເສື່ອມຊາມອັນໃດທີ່ນຳໄປສູ່ການທີ່ພວກເຂົາເຮັດສິ່ງດັ່ງກ່າວ. ຫຼັງຈາກທີ່ເວົ້າຂໍ້ໂຕ້ແຍ້ງທີ່ບິດເບືອນຢ່າງຫຼວງຫຼາຍ, ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະກວດສອບຕົນເອງເທົ່ານັ້ນ ແຕ່ພວກເຂົາຍັງຄິດກ່ຽວກັບວິທີການຕອບໂຕ້ອີກດ້ວຍ. “ໃຜເປັນຄົນລາຍງານເລື່ອງນີ້? ໃຜເປັນຄົນປ່ອຍຂ່າວນີ້ໃຫ້ເບື້ອງເທິງ? ໃຜເປັນຄົນລາຍງານຕໍ່ຜູ້ນຳວ່າຂ້ອຍເປັນຄົນເຮັດສິ່ງນີ້? ຂ້ອຍຕ້ອງຊອກຫາວ່າແມ່ນໃຜ ແລະ ສັ່ງສອນພວກເຂົາ. ຂ້ອຍຕ້ອງຕຳນິພວກເຂົາໃນລະຫວ່າງການເຕົ້າໂຮມ ແລະ ສະແດງໃຫ້ພວກເຂົາເຫັນວ່າຂ້ອຍໜ້າຢ້ານກົວສໍ່າໃດ”. ເມື່ອພວກເຂົາຖືກລິຮານ, ຜູ້ຕໍ່ຕ້ານພຣະຄຣິສຈະເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ເພື່ອປົກປ້ອງຕົວເອງ, ເພື່ອຊອກຫາທາງອອກ ໂດຍຄິດວ່າ “ຂ້ອຍປະໝາດໃນຄັ້ງນີ້ ແລະ ເຮັດໃຫ້ຄວາມແຕກ, ສະນັ້ນ ຂ້ອຍຕ້ອງເຮັດໃຫ້ດີທີ່ສຸດ ເພື່ອບໍ່ໃຫ້ສິ່ງນີ້ເກີດຂຶ້ນອີກໃນຄັ້ງຕໍ່ໄປ ແລະ ລອງໃຊ້ວິທີການອື່ນເພື່ອຫຼອກລວງເບື້ອງເທິງ ພ້ອມກັບອ້າຍເອື້ອຍນ້ອງທີ່ຢູ່ເບື້ອງລຸ່ມ ເພື່ອບໍ່ໃຫ້ມີໃຜໃນພວກເຂົາຮູ້ຕົວ. ເມື່ອຂ້ອຍເຮັດບາງສິ່ງທີ່ຖືກຕ້ອງ, ຂ້ອຍກໍຄວນຟ້າວກ້າວອອກມາ ແລະ ເອົາຄວາມດີຄວາມຊອບສຳລັບສິ່ງນັ້ນ ແຕ່ເມື່ອຂ້ອຍເຮັດຄວາມຜິດພາດ, ຂ້ອຍຕ້ອງຟ້າວປັດຄວາມຮັບຜິດຊອບໄປໃຫ້ຄົນອື່ນ”. ນັ້ນບໍ່ແມ່ນການບໍ່ມີຄວາມລະອາຍບໍ? ມັນເປັນການບໍ່ມີຄວາມລະອາຍຢ່າງເຖິງທີ່ສຸດ! ເມື່ອຄົນປົກກະຕິຖືກລິຮານ, ຢູ່ເລິກໆໃນຫົວໃຈ ພວກເຂົາຍອມຮັບກັບຕົນເອງເປັນການສ່ວນຕົວວ່າ “ຂ້ອຍບໍ່ດີ, ຂ້ອຍມີອຸປະນິໄສທີ່ເສື່ອມຊາມ. ບໍ່ມີຫຍັງຈະເວົ້າອີກແລ້ວ. ຂ້ອຍຕ້ອງໄຕ່ຕອງກ່ຽວກັບຕົນເອງ”. ພວກເຂົາຕັດສິນໃຈຢ່າງງຽບໆທີ່ຈະກະທຳຕາມສິ່ງທີ່ພຣະເຈົ້າຮຽກຮ້ອງ ຖ້າພວກເຂົາພົບພໍ້ກັບສະຖານະການແບບນີ້ອີກ. ບໍ່ວ່າພວກເຂົາຈະສາມາດບັນລຸສິ່ງນີ້ໄດ້ ຫຼື ບໍ່ກໍຕາມ, ບໍ່ວ່າໃນກໍລະນີໃດກໍຕາມ, ເມື່ອພວກເຂົາຖືກລິຮານ, ພວກເຂົາກໍຍອມຮັບພາຍໃນຫົວໃຈໃນວິທີທີ່ສົມເຫດສົມຜົນ ແລະ ຄວາມມີເຫດຜົນຂອງພວກເຂົາກໍບອກພວກເຂົາວ່າ ພວກເຂົາໄດ້ເຮັດບາງສິ່ງທີ່ຜິດແທ້ໆ ແລະ ໃນເມື່ອພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາກໍຕ້ອງຍອມຮັບມັນ. ພວກເຂົາອ່ອນນ້ອມໃນຫົວໃຈ ໂດຍປາສະຈາກການຕໍ່ຕ້ານໃດກໍຕາມ ແລະ ເຖິງແມ່ນວ່າພວກເຂົາຈະຮູ້ສຶກນ້ອຍໃຈເລັກນ້ອຍ, ທັດສະນະຄະຕິຫຼັກຂອງພວກເຂົາກໍຄືຄວາມເປັນບວກ. ພວກເຂົາສາມາດໄຕ່ຕອງກ່ຽວກັບຕົນເອງ, ຮູ້ສຶກສຳນຶກຜິດ ແລະ ຕັດສິນໃຈທີ່ຈະພະຍາຍາມບໍ່ເຮັດຄວາມຜິດພາດແບບດຽວກັນໃນເລື່ອງນີ້ອີກໃນອະນາຄົດ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ຮູ້ສຶກສຳນຶກຜິດເທົ່ານັ້ນ, ພວກເຂົາຍັງຕໍ່ຕ້ານຢູ່ໃນຫົວໃຈຂອງພວກເຂົາ ແລະ ພວກເຂົາບໍ່ພຽງແຕ່ບໍ່ສາມາດປ່ອຍວາງຄວາມຊົ່ວຮ້າຍທີ່ພວກເຂົາກຳລັງເຮັດຢູ່ເທົ່ານັ້ນ ແຕ່ພວກເຂົາຍັງພະຍາຍາມຊອກຫາວິທີອື່ນ ເພື່ອໃຫ້ພວກເຂົາສາມາດສືບຕໍ່ກະທຳຜິດຢ່າງບໍ່ຢ້ານກົວ, ສືບຕໍ່ພຶດຕິກຳທີ່ຊົ່ວຮ້າຍຂອງພວກເຂົາ. ເມື່ອພວກເຂົາຖືກລິຮານ, ພວກເຂົາບໍ່ກວດສອບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ຕົ້ນຕໍຂອງການກະທຳຜິດຂອງພວກເຂົາ, ເຈດຕະນາຂອງພວກເຂົາ ຫຼື ສະພາວະ ແລະ ມຸມມອງທີ່ແຕກຕ່າງກັນທີ່ເກີດຂຶ້ນພາຍໃນຕົວພວກເຂົາ ເມື່ອອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຖືກເປີດເຜີຍ. ພວກເຂົາບໍ່ເຄີຍກວດສອບ ຫຼື ຄິດໄຕ່ຕອງສິ່ງເຫຼົ່ານີ້ ອີກທັງບໍ່ຍອມຮັບເມື່ອມີຄົນອື່ນໃຫ້ຄຳແນະນຳ, ຄຳປຶກສາ ຫຼື ເປີດໂປງພວກເຂົາ. ແຕ່ພວກເຂົາພັດເພີ່ມຄວາມພະຍາຍາມຂອງພວກເຂົາເພື່ອຊອກຫາວິທີການ, ຊ່ອງທາງ ແລະ ກົນລະຍຸດຕ່າງໆເພື່ອຫຼອກລວງຜູ້ທີ່ຢູ່ເບື້ອງເທິງ ແລະ ເບື້ອງລຸ່ມພວກເຂົາ ເພື່ອໃຫ້ພວກເຂົາສາມາດປົກປ້ອງສະຖານະຂອງພວກເຂົາໄດ້. ພວກເຂົາເພີ່ມຄວາມພະຍາຍາມຂອງພວກເຂົາໃນການກໍ່ໃຫ້ເກີດການລົບກວນໃນເຮືອນຂອງພຣະເຈົ້າ ແລະ ໃຊ້ສະຖານະຂອງພວກເຂົາ ເພື່ອເຮັດຄວາມຊົ່ວຮ້າຍ. ພວກເຂົາໄຮ້ຄວາມຫວັງຢ່າງແທ້ຈິງ!
ເມື່ອຜູ້ຕໍ່ຕ້ານພຣະຄຣິສຮັບຜິດຊອບວຽກງານໃດໜຶ່ງ, ພວກເຂົາກໍເຮັດພໍແລ້ວມືແລ້ວຕີນ ແລະ ພວກເຂົາກໍຫຼັບຫູຫຼັບຕາຕໍ່ຄົນຊົ່ວຮ້າຍ ແລະ ຕໍ່ຜູ້ທີ່ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ພວກເຂົາອາດຈະເຖິງຂັ້ນປົກປິດໃຫ້ຄົນເຫຼົ່ານັ້ນ, ປ່ອຍຕາມໃຈ ແລະ ປົກປ້ອງຄົນເຫຼົ່ານັ້ນ. ຫຼັງຈາກທີ່ຖືກປົດອອກ, ຜູ້ຕໍ່ຕ້ານພຣະຄຣິສຈະປ່ຽນແປງບໍ ເມື່ອພວກເຂົາປະຕິບັດໜ້າທີ່ອື່ນ? (ບໍ່.) ເປັນຫຍັງຈຶ່ງເປັນແນວນັ້ນ? (ຍ້ອນບັນຫາກ່ຽວກັບແກ່ນແທ້ທຳມະຊາດຂອງພວກເຂົາ.) ຫຼັງຈາກທີ່ເຮັດຄວາມຜິດພາດອັນຮ້າຍແຮງແບບນັ້ນ, ພວກເຂົາກໍຍັງບໍ່ກັບໃຈ ແລະ ພວກເຂົາກໍຍັງປິດບັງແນວຄິດ ແລະ ຄວາມຄັບແຄ້ນໃຈໄວ້ໃນຫົວໃຈຂອງພວກເຂົາ, ສະນັ້ນ ມັນເປັນໄປໄດ້ບໍທີ່ພວກເຂົາຈະມີຄວາມຈິງໃຈພຽງເລັກນ້ອຍໃນໜ້າທີ່ໃດກໍຕາມທີ່ພວກເຂົາເຮັດ? ພວກເຂົາກະທຳຜິດຢ່າງບໍ່ຢ້ານກົວໃນໜ້າທີ່ຂອງພວກເຂົາ ແມ່ນແຕ່ກ່ອນທີ່ພວກເຂົາຈະມີແນວຄິດ ຫຼື ຄວາມຄັບແຄ້ນໃຈໃດໜຶ່ງ, ສະນັ້ນ ເມື່ອພວກເຂົາປິດບັງສິ່ງເຫຼົ່ານີ້ໄວ້, ມັນເປັນໄປໄດ້ບໍທີ່ພວກເຂົາຈະຈິງໃຈໃນໜ້າທີ່ຂອງພວກເຂົາ? (ບໍ່.) ແລະ ຖ້າປາສະຈາກຄວາມຈິງໃຈ, ພວກເຂົາຈະເຮັດພໍແລ້ວມືແລ້ວຕີນບໍ? ພວກເຂົາຈະກະທຳຜິດຢ່າງບໍ່ຢ້ານກົວບໍ? (ພວກເຂົາຈະເຮັດ.) ບາງຄົນໃນພວກເຈົ້າອາດຈະບໍ່ເຊື່ອໝັ້ນ, ສະນັ້ນ ຈົ່ງພິຈາລະນາເບິ່ງໃຫ້ດີດ້ວຍຕົວພວກເຈົ້າເອງ ແລະ ມື້ທີ່ເຈົ້າເຊື່ອໝັ້ນຈະມາເຖິງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ມີທາງປ່ຽນແປງໄດ້ ແລະ ບໍ່ວ່າພວກເຂົາຈະຖືກຈັດວາງໄວ້ຢູ່ໃສ, ພວກເຂົາກໍຈະເປັນຄົນບໍ່ດີຢູ່ສະເໝີ. ຫຼັງຈາກທີ່ຄົນທີ່ໄລ່ຕາມຄວາມຈິງຖືກລິຮານສຳລັບການເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ພວກເຂົາກໍໄດ້ຮັບການປ່ຽນແປງບາງຢ່າງ. ສະພາວະຂອງພວກເຂົາດີຂຶ້ນເລື້ອຍໆ, ທັດສະນະຄະຕິຂອງພວກເຂົາກໍກະຕືລືລົ້ນຫຼາຍຂຶ້ນເລື້ອຍໆ, ມຸມມອງຂອງພວກເຂົາເປັນບວກຫຼາຍຂຶ້ນເລື້ອຍໆ, ເປົ້າໝາຍ ແລະ ທິດທາງໃນການໄລ່ຕາມຂອງພວກເຂົາກໍຖືກຕ້ອງຫຼາຍຂຶ້ນເລື້ອຍໆ, ພວກເຂົາພັດທະນາຫົວໃຈທີ່ຢຳເກງພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ຄວາມເປັນມະນຸດຂອງພວກເຂົາກໍເບິ່ງຄືວ່າສົມຄວນໄດ້ຮັບການເຄົາລົບຫຼາຍຂຶ້ນເລື້ອຍໆ. ໃນທາງກົງກັນຂ້າມ, ຍິ່ງຜູ້ຕໍ່ຕ້ານພຣະຄຣິສຖືກລິຮານຫຼາຍສໍ່າໃດ, ຄວາມຄຽດແຄ້ນພາຍໃນຂອງພວກເຂົາກໍຍິ່ງເພີ່ມຂຶ້ນຫຼາຍສໍ່ານັ້ນ, ພວກເຂົາຍິ່ງປ້ອງກັນຕົວຫຼາຍຂຶ້ນສໍ່ານັ້ນ, ພວກເຂົາຍິ່ງຮູ້ສຶກໄດ້ຮັບຄວາມບໍ່ເປັນທຳໃນຫົວໃຈຂອງພວກເຂົາຫຼາຍຂຶ້ນສໍ່ານັ້ນ ແລະ ແນວຄິດ, ຄວາມກຽດຊັງ ແລະ ຄຳຈົ່ມວ່າຂອງພວກເຂົາກ່ຽວກັບພຣະເຈົ້າກໍຍິ່ງເພີ່ມຂຶ້ນສໍ່ານັ້ນ. ເມື່ອພວກເຂົາບໍ່ໄດ້ຖືກລິຮານ ເນື້ອໜັງຂອງພວກເຂົາກໍສາມາດຈ່າຍລາຄາໄດ້ພຽງເລັກນ້ອຍ ແຕ່ເມື່ອພວກເຂົາຖືກລິຮານຫຼາຍ, ພວກເຂົາກໍບໍ່ມີຄວາມຈິງໃຈແມ່ນແຕ່ໜ້ອຍດຽວ. ພວກເຂົາໄຮ້ຄວາມຫວັງຢ່າງແທ້ຈິງ! ຈົ່ງສັງເກດເບິ່ງສິ່ງນີ້ດ້ວຍຕົວພວກເຈົ້າເອງ: ຄົນແບບນີ້ມັກຈະເທດສະໜາເພື່ອສະໜັບສະໜູນຄົນອື່ນຢູ່ສະເໝີ ແຕ່ພວກເຂົາເອງບໍ່ໄດ້ປະຕິບັດເລີຍ ຫຼື ບໍ່ມີການເຂົ້າສູ່ໃດໜຶ່ງ, ນີ້ຄືລັກສະນະຢ່າງໜຶ່ງ. ອີກລັກສະນະຢ່າງໜຶ່ງກໍຄື ບໍ່ວ່າພວກເຂົາຈະເຮັດວຽກຫຍັງກໍຕາມ, ເມື່ອພວກເຂົາມີສະຖານະ, ພວກເຂົາກໍສາມາດກ້າວອອກມາ ແລະ ສະແດງຄວາມກະຕືລືລົ້ນບາງຢ່າງ ແຕ່ພວກເຂົາມັກຈະເຮັດພໍແລ້ວມືແລ້ວຕີນ ແລະ ກະທຳຜິດຢ່າງບໍ່ຢ້ານກົວໃນວຽກງານຂອງພວກເຂົາຢູ່ສະເໝີ. ເມື່ອພວກເຂົາສູນເສຍສະຖານະ, ພວກເຂົາກໍເປີດເຜີຍທາດແທ້ອອກມາ, ພວກເຂົາຄິດວ່າສະຖານະການຂອງພວກເຂົາໝົດຫວັງແລ້ວ ແລະ ເຖິງຂັ້ນກະທຳການຢ່າງອຸກອາດ ແລະ ບໍ່ຢ້ານກົວ ແລະ ປະພຶດຕົນຄືກັບຄົນປ່າເຖື່ອນທີ່ໄຮ້ກົດເກນ, ເຊິ່ງຂາດຫົວໃຈທີ່ຢຳເກງພຣະເຈົ້າຢ່າງສິ້ນເຊີງ. ໃນທ່າມກາງມະນຸດຊາດທັງປວງ, ຄົນປະເພດນີ້ຄືຜູ້ຕໍ່ຕ້ານພຣະຄຣິສຕາມແບບສະບັບ. ພວກເຂົາສາມາດໄຈ້ແຍກສະພາວະຂອງຄົນອື່ນໄດ້ຢ່າງຊັດເຈນ ແລະ ມີເຫດຜົນຫຼາຍ, ດ້ວຍວິທີທີ່ເຂົ້າໃຈງ່າຍ ແລະ ເຮັດໃຫ້ເຈົ້າຮູ້ສຶກວ່າພວກເຂົາກໍມີຄວາມເຂົ້າໃຈກ່ຽວກັບຕົນເອງແບບນີ້ເຊັ່ນກັນ. ແຕ່ເມື່ອພວກເຂົາເຮັດຄວາມຜິດພາດບາງຢ່າງ, ເມື່ອພວກເຂົາໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ເຈົ້າພະຍາຍາມເປີດໂປງ ແລະ ໄຈ້ແຍກພວກເຂົາ, ຈົ່ງເບິ່ງວ່າພວກເຂົາມີທັດສະນະຄະຕິປະເພດໃດ. ພວກເຂົາຈະບໍ່ເຕັມໃຈທີ່ຈະຍອມຮັບມັນຢ່າງສິ້ນເຊີງ ແລະ ພວກເຂົາຈະຄິດຫາທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ເພື່ອໂຕ້ແຍ້ງ ແລະ ປົກປ້ອງຕົນເອງ, ໂດຍບໍ່ຍອມຮັບມັນ. ຈະບໍ່ມີໃຜສາມາດແຕະຕ້ອງພວກເຂົາໄດ້ ແລະ ໃຜກໍຕາມທີ່ພະຍາຍາມແຕະຕ້ອງຈຸດອ່ອນຂອງພວກເຂົາ ຫຼື ເປີດໂປງບັນຫາຂອງພວກເຂົາ ຄົນເຫຼົ່ານັ້ນກໍຈະເດືອດຮ້ອນ ແລະ ຖືກປະຕິບັດຕໍ່ໃນຖານະສັດຕູຂອງພວກເຂົາ.
ເມື່ອຜູ້ຕໍ່ຕ້ານພຣະຄຣິສມີສະຖານະ, ພວກເຂົາສາມາດອົດທົນຕໍ່ຄວາມຍາກລຳບາກເລັກນ້ອຍ ແລະ ຈ່າຍລາຄາເລັກນ້ອຍເພື່ອປົກປ້ອງສະຖານະນັ້ນ. ພວກເຂົາຍັງສາມາດປັ້ນໜ້າໃຈດີທີ່ມີຄວາມເມດຕາຕໍ່ທຸກຄົນໃນໂລກ, ທີ່ຕ້ອງການຊ່ວຍທຸກຄົນໃຫ້ລອດພົ້ນ, ເຊິ່ງເປັນໃບໜ້າທີ່ໜ້າຊື່ໃຈຄົດ. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາສູນເສຍສະຖານະຂອງພວກເຂົາ, ຄວາມເມດຕາກະລຸນາທັງໝົດຂອງພວກເຂົາກໍຫາຍໄປ ແຕ່ພວກເຂົາກໍຍັງຢາກຍຶດຕິດ ແລະ ເພີດເພີນກັບການສະໜັບສະໜູນ, ການເຄົາລົບນັບຖື ແລະ ຄວາມເອົາໃຈໃສ່ເປັນພິເສດທີ່ພວກເຂົາເຄີຍໄດ້ຮັບໃນອະດີດ. ພວກເຂົາຊ່າງບໍ່ມີຄວາມລະອາຍເຖິງທີ່ສຸດແທ້ໆ! ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະຢູ່ໃນກຸ່ມໃດກໍຕາມ, ພວກເຂົາບໍ່ໄດ້ໃຫ້ການຊ່ວຍເຫຼືອ ຫຼື ການເສີມສ້າງແມ່ນແຕ່ໜ້ອຍດຽວແກ່ໃຜເລີຍ ແຕ່ພວກເຂົາກໍຍັງຢາກເພີດເພີນກັບການສະໜັບສະໜູນ ແລະ ການເຄົາລົບນັບຖືຈາກຄົນອື່ນໆທັງໝົດ. ບໍ່ວ່າໃຜກໍຕາມຈະຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ເວົ້າອອກມາ ແລະ ບອກວ່າພວກເຂົາກໍມີອຸປະນິໄສນັ້ນເຊັ່ນກັນ ຫຼື ເວົ້າກ່ຽວກັບວ່າພວກເຂົາໄດ້ຖືກເປີດເຜີຍອຸປະນິໄສທີ່ເສື່ອມຊາມປະເພດໃດໃນອະດີດ. ພວກເຂົາບໍ່ເຄີຍໄຈ້ແຍກຕົນເອງ ແລະ ເມື່ອພວກເຂົາຖືກຕ້ອນໃຫ້ຈົນມຸມ, ພວກເຂົາກໍຈະເວົ້າພຽງແຕ່ບາງສິ່ງ ເຊັ່ນ: “ແມ່ນແລ້ວ, ຂ້ອຍເປັນຜີຮ້າຍ, ຂ້ອຍເປັນຊາຕານ” ແລະ ກໍຈົບພຽງເທົ່ານັ້ນ. ພວກເຂົາພຽງແຕ່ເວົ້າຄຳເວົ້າທີ່ຟັງເບິ່ງດີແຕ່ຫວ່າງເປົ່າປະເພດນີ້ສອງສາມຄຳ. ຖ້າເຈົ້າຖາມພວກເຂົາວ່າ: “ເຈົ້າມີການສະແດງອອກ ແລະ ການເປີດເຜີຍທີ່ສະເພາະເຈາະຈົງອັນໃດແດ່ໃນການເປັນຜີຮ້າຍ ແລະ ຊາຕານ? ເຈົ້າມີແຮງຈູງໃຈ ແລະ ເຈດຕະນາປະເພດໃດເມື່ອເຈົ້າກະທຳ?” ແລ້ວພວກເຂົາກໍຈະບໍ່ເວົ້າຫຍັງເລີຍ. ພວກເຂົາບໍ່ແມ່ນຊາຕານບໍ? ນັບຕັ້ງແຕ່ມັນໄດ້ຂຶ້ນກຳອຳນາດ, ມັງກອນແດງທີ່ຍິ່ງໃຫຍ່ໄດ້ກະທຳຄວາມຊົ່ວຮ້າຍນັບບໍ່ຖ້ວນ ແລະ ຕະຫຼອດການປົກຄອງຂອງມັນ ມັນກໍຍອມຮັບ ແລະ ແກ້ໄຂການກະທຳຜິດຂອງມັນຢູ່ສະເໝີ, ໃນຂະນະດຽວກັນກໍເພີ່ມທະວີການຂົ່ມເຫັງປະຊາຊົນຂອງມັນຢູ່ຕະຫຼອດເວລາ. ເມື່ອເຈົ້າເຫັນມັນຍອມຮັບການກະທຳຜິດຂອງມັນ, ເຈົ້າອາດຈະຄິດວ່າມັນຈະກັບໃຈ ແລະ ເລີ່ມຕົ້ນຊີວິດໃໝ່, ຄິດວ່າມັນມີທັດສະນະຄະຕິແຫ່ງການສາລະພາບຜິດ ແລະ ຄິດວ່າມັນອາດຈະບໍ່ເຮັດຄວາມຜິດພາດເຊັ່ນນີ້ອີກ. ແຕ່ເມື່ອຕັດສິນຈາກສິ່ງທີ່ຈະເກີດຂຶ້ນຕໍ່ໄປ ແລະ ວິທີທີ່ສິ່ງຕ່າງໆພັດທະນາໄປແລ້ວ, ການທີ່ມັງກອນແດງທີ່ຍິ່ງໃຫຍ່ຍອມຮັບການກະທຳຜິດຂອງມັນນັ້ນເປັນພຽງເພື່ອປົກປ້ອງພາບລັກ ແລະ ສະຖານະຂອງມັນ, ເຊິ່ງເປັນການປູທາງໃຫ້ມັນສືບຕໍ່ກຳອຳນາດ ແລະ ເຮັດສິ່ງທີ່ບໍ່ດີຍິ່ງຂຶ້ນໃນການຂົ່ມເຫັງປະຊາຊົນຂອງມັນ. ຜູ້ຕໍ່ຕ້ານພຣະຄຣິສກໍຄືກັນ, ພວກເຂົາມີແກ່ນແທ້ທຳມະຊາດດຽວກັນກັບມານຮ້າຍ, ຊາຕານ ແລະ ມັງກອນແດງທີ່ຍິ່ງໃຫຍ່. ພວກເຂົາເກັ່ງໃນການປອມຕົວ ແລະ ພວກເຂົາເປັນຄົນຂີ້ຕົວະຈົນເປັນນິໄສ; ພວກເຂົາບໍ່ຮູ້ຈັກຄວາມລະອາຍ, ເບື່ອໜ່າຍຄວາມຈິງ ແລະ ສິ່ງທີ່ເປັນບວກ ແລະ ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ນອກຈາກນີ້, ພວກເຂົາເວົ້າແຕ່ສິ່ງທີ່ຟັງເບິ່ງດີ ແຕ່ພັດເຮັດສິ່ງທີ່ບໍ່ດີທຸກປະເພດ. ເມື່ອຢູ່ອ້ອມຂ້າງອ້າຍເອື້ອຍນ້ອງ, ຜູ້ຕໍ່ຕ້ານພຣະຄຣິສມັກຈະເວົ້າໃນສິ່ງທີ່ຖືກຕ້ອງ ແລະ ເຮັດສິ່ງທີ່ເບິ່ງຄືວ່າຖືກຕ້ອງໃນພາຍນອກ ແຕ່ເມື່ອພວກເຂົາຖືກຂໍໃຫ້ປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງຢ່າງເຂັ້ມງວດ, ໃຫ້ຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ເຮັດສິ່ງດັ່ງກ່າວເລີຍ ແຕ່ພັດຈະຫາຍຕົວໄປຢ່າງໄຮ້ຮ່ອງຮອຍແທນ. ຖ້າເຈົ້າປ່ອຍພວກເຂົາໄວ້ໂດຍບໍ່ມີການຄວບຄຸມດູແລ ຫຼື ການຊຸກຍູ້, ແລ້ວພວກເຂົາກໍຈະກະທຳຜິດຢ່າງບໍ່ຢ້ານກົວ ແລະ ສ້າງອານາຈັກທີ່ເອກະລາດຂອງພວກເຂົາເອງ. ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການກຳອຳນາດ, ພວກເຂົາຈະອົດທົນຕໍ່ຄວາມຍາກລຳບາກໃດໜຶ່ງ ແລະ ຈ່າຍລາຄາໃດກໍຕາມ. ພວກເຮົາສາມາດເຫັນໄດ້ຈາກສິ່ງນີ້ວ່າ ຜູ້ຕໍ່ຕ້ານພຣະຄຣິສມີແກ່ນແທ້ທຳມະຊາດອີກປະເພດໜຶ່ງ, ນັ້ນກໍຄື ພວກເຂົາເຫັນແກ່ຕົວ ແລະ ໜ້າລັງກຽດ. ນອກເໜືອຈາກການຈ່າຍລາຄາເລັກນ້ອຍເມື່ອເຮັດບາງສິ່ງເພື່ອຕົນເອງແລ້ວ, ຖ້າພວກເຂົາຖືກຂໍໃຫ້ເຮັດ ຫຼື ເວົ້າບາງສິ່ງເພື່ອອ້າຍເອື້ອຍນ້ອງ, ເພື່ອເຮືອນຂອງພຣະເຈົ້າ, ໂດຍບໍ່ໄດ້ຮັບສິ່ງໃດຕອບແທນ, ພວກເຂົາຈະມີນ້ຳໃຈແບບນັ້ນບໍ? ພວກເຂົາຈະແບກຮັບພາລະນັ້ນບໍ? (ບໍ່.) ສະນັ້ນ ເມື່ອເວົ້າເຖິງສິ່ງທີ່ເບື້ອງເທິງໄດ້ຂໍໃຫ້ພວກເຂົາຈັດຕັ້ງປະຕິບັດ, ເມື່ອຮອດເວລາກວດກາວຽກງານນັ້ນ, ພວກເຂົາກໍຈະບໍ່ໄດ້ຈັດຕັ້ງປະຕິບັດສິ່ງໃດເລີຍ. ເປັນຫຍັງຈຶ່ງເປັນແນວນັ້ນ? ເພາະວ່າການເຮັດເຊັ່ນນັ້ນຈະເຮັດໃຫ້ພວກເຂົາຕ້ອງອິດເມື່ອຍ ແລະ ທົນທຸກ. ພວກເຂົາຈະຕ້ອງຈ່າຍລາຄາ ແລະ ພວກເຂົາກໍອາດຈະບໍ່ໄດ້ຮັບຜົນປະໂຫຍດຫຼາຍຈາກມັນ. ສະນັ້ນ, ພວກເຂົາຈຶ່ງບໍ່ເຮັດມັນເລີຍ. ຖ້າຄົນສ່ວນໃຫຍ່ຈະໄດ້ກຳໄລຈາກມັນ, ຖ້າຄົນສ່ວນໃຫຍ່ຈະໄດ້ຮັບຜົນປະໂຫຍດຈາກມັນ, ຜູ້ຕໍ່ຕ້ານພຣະຄຣິສຈະເຕັມໃຈຈ່າຍລາຄາສຳລັບມັນບໍ? ພວກເຂົາຈະບໍ່ເຮັດ. ຖ້າມັນເປັນສິ່ງທີ່ຄົນສ່ວນໃຫຍ່ຈະເຄົາລົບນັບຖື, ຈື່ຈຳພວກເຂົາ, ນະມັດສະການ ແລະ ສັນລະເສີນພວກເຂົາສຳລັບສິ່ງນັ້ນ ແລະ ຖ້າພວກເຂົາຈະຖືກຈື່ຈຳສຳລັບສິ່ງທີ່ດີທີ່ພວກເຂົາໄດ້ເຮັດນີ້ໄປຫຼາຍຮຸ່ນຄົນ, ພວກເຂົາຈະປະພຶດແນວໃດ? ພວກເຂົາຈະລົງມືເຮັດທັນທີ ແລະ ເຮັດຢ່າງມີຄວາມສຸກຫຼາຍກວ່າໃຜໆ. ນີ້ບໍ່ແມ່ນການບໍ່ມີຄວາມລະອາຍບໍ? ຊາຕານກັບມານຮ້າຍນັ້ນບໍ່ມີຄວາມລະອາຍຢ່າງແທ້ຈິງ. ມັນໄດ້ກະທຳຄວາມຊົ່ວຮ້າຍນັບບໍ່ຖ້ວນ ແຕ່ກໍຍັງຢາກໃຫ້ທຸກຄົນຮູ້ສຶກຂອບໃຈມັນຢ່າງເລິກເຊິ່ງ, ຢາກໃຫ້ຜູ້ຄົນຕິດຕາມມັນຢ່າງໃກ້ຊິດ ແລະ ຍົກຍໍປໍ້ປັ້ນມັນ. ມັນຂົ່ມເຫັງຜູ້ຄົນຫຼາຍຂະໜາດນັ້ນ ແຕ່ກໍຍັງຢາກໄດ້ຮັບການສັນລະເສີນຈາກພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສກໍຄືກັນ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະໄດ້ຟັງການເທດສະໜາຫຼາຍສໍ່າໃດ ຫຼື ພວກເຂົາເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດກໍຕາມ, ຖ້າເຈົ້າຂໍໃຫ້ພວກເຂົາເຮັດວຽກບາງຢ່າງ ຫຼື ປະຕິບັດໜ້າທີ່ໂດຍບໍ່ເຮັດພໍແລ້ວມືແລ້ວຕີນ, ພວກເຂົາກໍຈະບໍ່ສາມາດເຮັດໄດ້. ຖ້າເຈົ້າຂໍໃຫ້ພວກເຂົາຫຼີກເວັ້ນຈາກການສ້າງອານາຈັກທີ່ເອກະລາດຂອງພວກເຂົາເອງ ຫຼື ກະທຳຜິດຢ່າງບໍ່ຢ້ານກົວ, ພວກເຂົາກໍຈະບໍ່ສາມາດເຮັດໄດ້. ຖ້າເຈົ້າຂໍໃຫ້ພວກເຂົາຫຼີກເວັ້ນຈາກການເພີດເພີນກັບຜົນປະໂຫຍດຈາກສະຖານະ, ການເພີດເພີນກັບຄວາມສະດວກສະບາຍ, ການຫຼົງໄຫຼໃນສະຖານະ ແລະ ສິດທິພິເສດ, ພວກເຂົາກໍຈະບໍ່ສາມາດເຮັດໄດ້. ຖ້າເຈົ້າຂໍໃຫ້ພວກເຂົາບໍ່ທໍລະມານຄົນອື່ນ ຫຼື ບໍ່ຕົວະ, ພວກເຂົາກໍຈະບໍ່ສາມາດເຮັດໄດ້. ຖ້າເຈົ້າຂໍໃຫ້ພວກເຂົາບໍ່ຜານເຄື່ອງຖວາຍ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຈະບໍ່ສາມາດເຮັດໄດ້. ຖ້າເຈົ້າຂໍໃຫ້ພວກເຂົາບໍ່ເປັນພະຍານໃຫ້ກັບຕົນເອງ, ພວກເຂົາກໍຈະບໍ່ມີທາງເຮັດສິ່ງນັ້ນໄດ້. ຖ້າເຈົ້າຂໍໃຫ້ພວກເຂົາຈ່າຍລາຄາເລັກນ້ອຍເພື່ອປະຊາກອນທີ່ພຣະເຈົ້າເລືອກໂດຍບໍ່ໄດ້ຮັບສິ່ງໃດຕອບແທນ ຫຼື ເຮັດວຽກເລັກນ້ອຍຢ່າງງຽບໆ, ພວກເຂົາກໍຈະບໍ່ສາມາດເຮັດໄດ້. ແລ້ວພວກເຂົາສາມາດເຮັດຫຍັງໄດ້ແດ່? ພວກເຂົາສາມາດກະທຳຜິດຢ່າງບໍ່ຢ້ານກົວ, ສ້າງອານາຈັກທີ່ເອກະລາດຂອງພວກເຂົາເອງ, ເປັນພະຍານໃຫ້ກັບຕົນເອງ, ຜານເຄື່ອງຖວາຍ, ເກາະກິນຄຣິສຕະຈັກ, ທໍລະມານຄົນອື່ນ, ຮ້ອງຄຳຂວັນ, ເວົ້າຫຼັກຄຳສອນ, ເຜີຍແຜ່ຄວາມເຊື່ອທີ່ນອກຮີດ ແລະ ຄວາມຄາດເຄື່ອນເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ອື່ນໆ, ມັນເປັນເລື່ອງງ່າຍດາຍຫຼາຍສຳລັບພວກເຂົາທີ່ຈະເຮັດສິ່ງເຫຼົ່ານີ້. ມີຄົນແບບນັ້ນຢູ່ອ້ອມຂ້າງພວກເຈົ້າບໍ? ທັນທີທີ່ພວກເຂົາກຳອຳນາດ, ເມື່ອພວກເຂົາມີອຳນາດພຽງເລັກນ້ອຍ, ພວກເຂົາກໍຢາກຄວບຄຸມການເງິນຂອງເຮືອນຂອງພຣະເຈົ້າ; ບໍ່ວ່າພວກເຂົາຈະຊື້ຫຍັງກໍຕາມ, ພວກເຂົາກໍຢາກໄດ້ສິ່ງທີ່ມີຄຸນນະພາບສູງ, ລາຄາແພງ ແລະ ມີຍີ່ຫໍ້ ແລະ ພວກເຂົາກໍບໍ່ປຶກສາຫາລືເລື່ອງນີ້ກັບໃຜ ຫຼື ຟັງສິ່ງທີ່ຄົນອື່ນເວົ້າ. ເມື່ອພວກເຂົາໄດ້ຮັບອຳນາດພຽງເລັກນ້ອຍ ພວກເຂົາກໍຫຼົງໄຫຼກັບມັນ. ເມື່ອພວກເຂົາໄດ້ຮັບອຳນາດພຽງເລັກນ້ອຍ, ພວກເຂົາກໍຢາກສ້າງກຸ່ມ ແລະ ເຮັດສິ່ງຕ່າງໆໃນວິທີຂອງພວກເຂົາເອງ ແລະ ປະຕິເສດທີ່ຈະຟັງເບື້ອງເທິງ ຫຼື ໃຜກໍຕາມ. ເມື່ອພວກເຂົາໄດ້ຮັບອຳນາດພຽງເລັກນ້ອຍ, ພວກເຂົາກໍຮູ້ສຶກຄືກັບວ່າພວກເຂົາໄດ້ກາຍເປັນພຣະເຈົ້າ ແລະ ຢາກເປັນພະຍານໃຫ້ກັບຕົນເອງເພື່ອໃຫ້ຄົນອື່ນສະໜັບສະໜູນພວກເຂົາ ແລະ ພວກເຂົາຢາກສ້າງພັກພວກ, ສ້າງກຸ່ມແກ໊ງຂອງພວກເຂົາເອງ. ເມື່ອພວກເຂົາໄດ້ຮັບອຳນາດພຽງເລັກນ້ອຍ, ພວກເຂົາກໍຢາກໃຫ້ອ້າຍເອື້ອຍນ້ອງຖືກຄວບຄຸມຢ່າງແໜ້ນໜາພາຍໃຕ້ກຳມືຂອງພວກເຂົາ. ຖ້າວຽກງານຂອງເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ຍົກຍ້າຍຄົນໃດຄົນໜຶ່ງອອກໄປຈາກພວກເຂົາ, ມັນກໍຈະເປັນເລື່ອງທີ່ຍາກຫຼາຍ. ພວກເຂົາຕ້ອງອະນຸມັດມັນ ແລະ ຕ້ອງມີບາງຄົນມາປຶກສາຫາລືເລື່ອງນີ້ກັບພວກເຂົາ ແລະ ພວກເຂົາຈະບໍ່ຍອມຮັບທັດສະນະຄະຕິທີ່ພວກເຂົາບໍ່ມັກຈາກຄົນນັ້ນ. ພວກເຂົາຢາກໃຫ້ຄົນທັງໂລກຮູ້ວ່າພວກເຂົາມີອຳນາດ ແລະ ອິດທິພົນ ແລະ ທຸກຄົນຕ້ອງເຄົາລົບ ແລະ ນອບນ້ອມຕໍ່ພວກເຂົາ. ນີ້ຄືຂໍ້ເທັດຈິງທີ່ໄດ້ຮັບການຍອມຮັບໂດຍທົ່ວໄປ. ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີທາງຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ຈົ່ງສັງເກດເບິ່ງສິ່ງນີ້ດ້ວຍຕົວພວກເຈົ້າເອງ: ເບິ່ງວ່າຜູ້ທີ່ບໍ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມຈະສາມາດກັບໃຈໄດ້ ຫຼື ບໍ່ ຫຼັງຈາກທີ່ເຮັດບາງສິ່ງທີ່ຜິດ ແລະ ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ໃນທີ່ສຸດແລ້ວພວກເຂົາພັດທະນາໄປໃນທິດທາງໃດ ແລະ ຍ່າງໃນເສັ້ນທາງປະເພດໃດ, ພວກເຂົາປະພຶດຕົນແນວໃດໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃນຂະນະທີ່ມີປະຕິບັດສຳພັນກັບຄົນອື່ນ, ພວກເຂົາປະຕິບັດແນວໃດກ່ຽວກັບສະຖານະ ແລະ ວິທີການ ແລະ ແນວທາງໃນການເຮັດສິ່ງຕ່າງໆຂອງພວກເຂົາແມ່ນຫຍັງ. ພວກເຈົ້າຈະສາມາດແຍກແຍະສິ່ງນີ້ໄດ້ບໍ? ຖ້າພວກເຈົ້າສາມາດຫາຂໍ້ສະຫຼຸບກ່ຽວກັບສິ່ງເຫຼົ່ານີ້ໄດ້, ແລ້ວພວກເຈົ້າກໍມີການແຍກແຍະຢູ່ແດ່.
3. ການປະຕິເສດທີ່ຈະຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ເປັນເກນທີ່ໃຊ້ວັດແທກທຸກສິ່ງ
ມີເຫດຜົນປະການທີສາມທີ່ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບການຖືກລິຮານ ແລະ ຂາດທັດສະນະຄະຕິແຫ່ງການກັບໃຈເມື່ອພວກເຂົາກະທຳຜິດໃດໜຶ່ງ, ນັ້ນກໍຄື ພວກເຂົາປະຕິເສດທີ່ຈະຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ເປັນເກນທີ່ໃຊ້ວັດແທກທຸກສິ່ງ. ເຮົາໄດ້ໂອ້ລົມຢ່າງລະອຽດພໍສົມຄວນກ່ຽວກັບສອງເຫດຜົນກ່ອນໜ້ານີ້. ເຫດຜົນນີ້ແຕກຕ່າງຈາກສອງເຫດຜົນທຳອິດເລັກນ້ອຍໃນແງ່ຂອງຄວາມໝາຍຕາມຕົວອັກສອນ ແຕ່ໂດຍແກ່ນແທ້ແລ້ວ ພວກມັນກ່ຽວຂ້ອງກັບເຫດຜົນນີ້ທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ, ສະນັ້ນ ພວກເຮົາສາມາດໂອ້ລົມກັນແບບສັ້ນໆ ແລະ ຫຍໍ້ໆໄດ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ ແລະ ເຈົ້າໂອ້ລົມກັບພວກເຂົາກ່ຽວກັບຄວາມຈິງ, ເວົ້າກ່ຽວກັບຫຼັກການຄວາມຈິງ ແລະ ຫຼັກການໃນການເຮັດສິ່ງຕ່າງໆ, ພວກເຂົາຈະສາມາດຍອມຮັບສິ່ງນີ້ໄດ້ບໍ ຫຼັງຈາກທີ່ໄດ້ຍິນມັນແລ້ວ? (ບໍ່.) ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະໄດ້ຍິນຄວາມຈິງເມື່ອໃດກໍຕາມ, ພວກເຂົາກໍຈະມີທັດສະນະຄະຕິແບບດຽວກັນຕໍ່ມັນຢູ່ສະເໝີ, ນັ້ນກໍຄືການປະນາມ ແລະ ການຕໍ່ຕ້ານ. ຫຼັກການຄວາມຈິງແມ່ນຫຍັງ? ນັ້ນຄືມາດຕະຖານສຳລັບການວັດແທກວິທີການເຮັດບາງສິ່ງ. ຕາບໃດທີ່ມັນຖືກເຮັດໃຫ້ສອດຄ່ອງກັບຄວາມຈິງໃນພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ, ແລ້ວສິ່ງທີ່ຄົນໆໜຶ່ງເຮັດກໍຈະມີຫຼັກການ. ນີ້ຄືການເຮັດສິ່ງຕ່າງໆຕາມຫຼັກການ. ຖ້າການໂອ້ລົມຂອງເຈົ້າສອດຄ່ອງກັບຫຼັກການຄວາມຈິງ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຍອມຮັບມັນຢ່າງເດັດຂາດ. ຍິ່ງການໂອ້ລົມຂອງເຈົ້າເປັນບວກ, ສຳພັນກັບຊີວິດຈິງ, ຍຸຕິທຳ, ຖືກຕ້ອງ ແລະ ອີງໃສ່ຂໍ້ເທັດຈິງຫຼາຍສໍ່າໃດ, ມັນກໍຍິ່ງເປັນສິ່ງທີ່ຍອມຮັບບໍ່ໄດ້ສຳລັບຜູ້ຕໍ່ຕ້ານພຣະຄຣິສຫຼາຍສໍ່ານັ້ນ. ພວກເຂົາຈະຕອບໂຕ້ດ້ວຍຂໍ້ໂຕ້ແຍ້ງທີ່ບິດເບືອນ, ໂດຍປະຕິເສດທີ່ຈະຍອມຮັບຄວາມຈິງ ຫຼື ຂໍ້ເທັດຈິງ. ຖ້າເຈົ້າເວົ້າກັບພວກເຂົາກ່ຽວກັບວິທີການປະຕິບັດເພື່ອບັນລຸຄວາມຮັບຜິດຊອບຂອງພວກເຂົາໃນເລື່ອງນັ້ນ, ພວກເຂົາກໍຈະບອກເຈົ້າກ່ຽວກັບວິທີທີ່ພວກເຂົາໄດ້ທົນທຸກ ແລະ ຈ່າຍລາຄາ. ຖ້າເຈົ້າເວົ້າກັບພວກເຂົາກ່ຽວກັບວິທີການປະຕິບັດໃຫ້ສອດຄ່ອງກັບຫຼັກການຄວາມຈິງ, ແລ້ວພວກເຂົາກໍຈະບອກເຈົ້າກ່ຽວກັບວ່າເສັ້ນທາງທີ່ພວກເຂົາໄດ້ເດີນທາງໄປນັ້ນມີຫຼາຍສໍ່າໃດ, ພວກເຂົາໄດ້ທົນທຸກຫຼາຍສໍ່າໃດ ແລະ ພວກເຂົາໄດ້ເວົ້າຫຼາຍສໍ່າໃດ. ຖ້າເຈົ້າເວົ້າກັບພວກເຂົາກ່ຽວກັບວິທີການເປັນຄົນຊື່ສັດ, ວິທີການປະຕິບັດ ແລະ ເຮັດໜ້າທີ່ດ້ວຍຫົວໃຈທີ່ຊື່ສັດ ແລະ ຈິງໃຈ, ພວກເຂົາຈະບໍ່ສົນໃຈ ແລະ ເມີນເສີຍຕໍ່ເຈົ້າ. ເມື່ອພວກເຂົາກະທຳ, ພວກເຂົາຈະເນັ້ນໃສ່ພຽງແຕ່ກົນລະຍຸດ, ແຜນການ ແລະ ເລ່ຫຼ່ຽມ. ສະຫຼຸບແລ້ວ, ຜູ້ຕໍ່ຕ້ານພຣະຄຣິສມີຫຼັກການທີ່ເປັນເອກະລັກສະເພາະຂອງພວກເຂົາເອງສຳລັບການກະທຳຂອງພວກເຂົາ ແລະ ບໍ່ວ່າພວກມັນຈະຜິດ, ຕ່ຳຊ້າ, ໜ້າຫົວເຍາະເຍີ້ຍ ແລະ ໄຮ້ສາລະສໍ່າໃດໃນສາຍຕາຂອງຄົນອື່ນ ຫຼື ສາຍຕາຂອງພຣະເຈົ້າກໍຕາມ, ພວກເຂົາກໍຈະບໍ່ມີວັນເບື່ອໜ່າຍທີ່ຈະຍຶດໝັ້ນກັບວິທີການ ແລະ ຫຼັກການເຫຼົ່ານີ້. ພວກເຂົາຈະບໍ່ຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຫຼັກການຄວາມຈິງ ອີກທັງຈະບໍ່ຍອມປະຖິ້ມຫຼັກການຂອງພວກເຂົາເອງ, ສະນັ້ນ ບໍ່ວ່າເຈົ້າຈະລິຮານພວກເຂົາ, ເປີດໂປງພວກເຂົາ ຫຼື ປົດພວກເຂົາອອກກໍຕາມ, ເກນ, ມຸມມອງ ແລະ ທັດສະນະຂອງພວກເຂົາໃນການວັດແທກສິ່ງຕ່າງໆກໍຈະບໍ່ມີທາງປ່ຽນແປງ. ເກນບາງຢ່າງເຫຼົ່ານີ້ແມ່ນມາຈາກວິທະຍາສາດຂອງມະນຸດ, ບາງຢ່າງແມ່ນມາຈາກຄວາມຮູ້, ບາງຢ່າງແມ່ນມາຈາກວັດທະນະທຳແບບດັ້ງເດີມ ແລະ ບາງຢ່າງແມ່ນມາຈາກກະແສທີ່ຊົ່ວຮ້າຍຂອງໂລກນີ້ ແຕ່ບໍ່ວ່າສິ່ງເຫຼົ່ານີ້ຈະຜິດສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສາມາດປ່ອຍວາງພວກມັນໄດ້. ພວກເຂົາຈະຍອມຮັບກະແສທີ່ຊົ່ວຮ້າຍໃດກໍຕາມ ແລະ ຄຳເວົ້າ ແລະ ມຸມມອງໃດກໍຕາມທີ່ເປັນທີ່ນິຍົມໃນສັງຄົມ ແຕ່ພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງບໍ່ເຄີຍເປັນເກນຂອງພວກເຂົາສຳລັບການວັດແທກສິ່ງຕ່າງໆ ແລະ ເຫດການຕ່າງໆ, ສຳລັບການວັດແທກທຸກສິ່ງ. ໃນຂະນະທີ່ພວກເຂົາກຳລັງຕິດຕາມພຣະເຈົ້າ ແລະ ເອົາປຽບເຮືອນຂອງພຣະເຈົ້າ, ພວກເຂົາກໍກຳລັງປະຕິເສດ ແລະ ປະນາມຄວາມຈິງ. ໃນຂະນະທີ່ປະຕິເສດ ແລະ ປະນາມຄວາມຈິງ, ພວກເຂົາກໍກຳລັງເຄົາລົບ ແລະ ເຊີດຊູຄວາມເຊື່ອທີ່ນອກຮີດ ແລະ ຄວາມຄາດເຄື່ອນທຸກປະເພດຈາກໂລກ. ສິ່ງດຽວທີ່ພວກເຂົາບໍ່ສາມາດຍອມຮັບໄດ້ກໍຄືພຣະທຳຂອງພຣະເຈົ້າກັບຄວາມຈິງ. ເມື່ອຕັດສິນຈາກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນີ້, ເຖິງແມ່ນວ່າພວກເຂົາຈະເຂົ້າຮ່ວມການເຕົ້າໂຮມ, ອ່ານພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ໃນເສັ້ນທາງຄວາມສັດທາຂອງພວກເຂົາກໍຕາມ, ມີສິ່ງໜຶ່ງທີ່ແນ່ນອນ ນັ້ນກໍຄື ອຸປະນິໄສຂອງພວກເຂົາຈະບໍ່ມີທາງປ່ຽນແປງ ອີກທັງມຸມມອງຂອງພວກເຂົາກໍຈະບໍ່ປ່ຽນແປງເຊັ່ນກັນ, ເຊິ່ງເປັນສິ່ງທີ່ມາຈາກໂລກ ແລະ ກະແສທີ່ຊົ່ວຮ້າຍ. ຖ້າເຈົ້າຂໍໃຫ້ຜູ້ຕໍ່ຕ້ານພຣະຄຣິສເວົ້າກ່ຽວກັບການເຂົ້າສູ່ຊີວິດ ຫຼື ການປ່ຽນແປງທາງອຸປະນິໄສ, ເຈົ້າກໍຈະສົງໄສວ່າເປັນຫຍັງຄຳເວົ້າຂອງພວກເຂົາຈຶ່ງຟັງເບິ່ງແປກປະຫຼາດ, ໜ້າລັງກຽດ ແລະ ໜ້າອຶດອັດຫຼາຍ. ຄຳເວົ້າເຫຼົ່ານັ້ນຈະຟັງຄືກັບຄຳເວົ້າຂອງຄົນພາຍນອກ ແລະ ພວກເຂົາກໍເປັນພຽງຄົນເບົາປັນຍາທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ແຕ່ພັດທຳທ່າເປັນຄົນຝ່າຍວິນຍານ ແລະ ມີຊີວິດຝ່າຍວິນຍານ. ມັນເປັນຕາໜ້າລັງກຽດເຖິງທີ່ສຸດແທ້ໆ! ຄົນທີ່ບໍ່ເຄີຍຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ຫຼື ຍອມຮັບພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ ຈະສາມາດມີຊີວິດຝ່າຍວິນຍານໄດ້ບໍ? ນັ້ນເປັນເລື່ອງຕະຫຼົກ, ແມ່ນບໍ່? ຈົ່ງເບິ່ງອ້ອມຂ້າງພວກເຈົ້າ ແລະ ກວດເບິ່ງວ່າມີໃຜທີ່ມັກເວົ້າຢູ່ສະເໝີວ່າ: “ຄົນດັງຄົນນັ້ນເວົ້າແບບນີ້. ປຶ້ມເຫຼັ້ມນັ້ນເວົ້າແບບນີ້. ລະຄອນໂທລະທັດເລື່ອງນັ້ນເວົ້າແບບນີ້. ຜົນງານຊິ້ນເອກນັ້ນເວົ້າແບບນີ້” ຫຼື “ວັດທະນະທຳແບບດັ້ງເດີມຂອງພວກເຮົາແມ່ນແບບນີ້. ບ່ອນທີ່ຂ້ອຍຈາກມາ, ພວກເຮົາເວົ້າແບບນີ້. ໃນຄອບຄົວຂອງພວກເຮົາ, ພວກເຮົາມີກົດລະບຽບນີ້” ແລະ ອື່ນໆອີກຫຼວງຫຼາຍ. ຈົ່ງເບິ່ງວ່າໃຜທີ່ມັກຈະມີເລື່ອງເຫຼົ່ານີ້ຫຼາຍເລື່ອງເພື່ອເອົາໄວ້ເວົ້າຢູ່ສະເໝີ, ໃຜທີ່ບໍ່ຮູ້ສຶກຫວັ່ນໄຫວຕໍ່ພຣະທຳຂອງພຣະເຈົ້າຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານັ້ນ ແລະ ເວົ້າແຕ່ຄຳເວົ້າທີ່ເບົາປັນຍາ, ຄຳເວົ້າທີ່ໄຮ້ສາລະ ແລະ ຄຳເວົ້າທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ເມື່ອພວກເຂົາຈັດການໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ ແລະ ໃຜທີ່ພະຍາຍາມບັງຄັບປະຕິດປະຕໍ່ບາງສິ່ງເຂົ້າກັນ ແລະ ທຳທ່າເປັນຄົນຝ່າຍວິນຍານ ເຖິງແມ່ນວ່າພວກເຂົາບໍ່ມີການຢັ່ງຮູ້ ຫຼື ຄວາມເຂົ້າໃຈໃນພຣະທຳຂອງພຣະເຈົ້າກໍຕາມ. ສິ່ງນີ້ໜ້າລັງກຽດຢ່າງຍິ່ງ! ຄົນເຫຼົ່ານີ້ໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ຟັງການເທດສະໜາ ແລະ ເຂົ້າຮ່ວມການເຕົ້າໂຮມມາຫຼາຍປີ ແຕ່ເປັນຕາເຫຼືອເຊື່ອທີ່ພວກເຂົາຍັງບໍ່ຮູ້ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ຍັງບໍ່ຄົ້ນພົບວ່າພວກເຂົາມີມຸມມອງທີ່ບໍ່ຖືກຕ້ອງ ຫຼື ມຸມມອງທີ່ມີຄວາມຄາດເຄື່ອນຂອງພວກເຂົານັ້ນກົງກັນຂ້າມ ແລະ ຂັດແຍ້ງກັບພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ. ເຫດຜົນສຳລັບສິ່ງນີ້ແມ່ນຫຍັງ? ມັນຄືເຫດຜົນປະການທີສາມທີ່ຢູ່ເບື້ອງຫຼັງການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບການຖືກລິຮານ ແລະ ຂາດທັດສະນະຄະຕິແຫ່ງການກັບໃຈເມື່ອພວກເຂົາກະທຳຜິດໃດໜຶ່ງ: ພວກເຂົາປະຕິເສດທີ່ຈະຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ເປັນເກນທີ່ໃຊ້ວັດແທກທຸກສິ່ງ. ນີ້ຄືຕົ້ນຕໍຂອງບັນຫາ.
ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງປະຕິເສດທີ່ຈະຍອມຮັບການຖືກລິຮານ? ເປັນຫຍັງເມື່ອພວກເຂົາປະເຊີນກັບບາງສິ່ງ, ພວກເຂົາຈຶ່ງບໍ່ກັບໃຈ ແຕ່ພັດເຜີຍແຜ່ແນວຄິດຕ່າງໆ ແລະ ເຖິງຂັ້ນຕັດສິນພຣະເຈົ້າ? ເຫດຜົນນັ້ນຊັດເຈນຫຼາຍ: ປະການທີໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຍອມຮັບວ່າພວກເຂົາສາມາດເຮັດຜິດໄດ້. ປະການທີສອງ, ພວກເຂົາບໍ່ເຄີຍຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ປະການທີສາມ, ພວກເຂົາປະຕິເສດທີ່ຈະຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ເປັນເກນທີ່ໃຊ້ວັດແທກທຸກສິ່ງ. ສຳລັບທຸກຄົນທີ່ບໍ່ຍອມຮັບການຖືກລິຮານ, ທຸກຄົນທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຢ່າງຊັດເຈນເມື່ອພວກເຂົາເຮັດຄວາມຜິດພາດ, ທຸກຄົນທີ່ມັກຈະນຳເອົາອັນຕະລາຍມາສູ່ປະຊາກອນທີ່ພຣະເຈົ້າເລືອກ, ຜູ້ທີ່ເຮັດໃຫ້ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກຈຳນວນນັບບໍ່ຖ້ວນຕ້ອງຊັກຊ້າ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ຖ້າຄົນເຫຼົ່ານີ້ບໍ່ມີຄວາມສຳນຶກຜິດ ຫຼື ທັດສະນະຄະຕິແຫ່ງການກັບໃຈເມື່ອພວກເຂົາຖືກລິຮານ, ແລ້ວມີສິ່ງໜຶ່ງທີ່ແນ່ນອນ ນັ້ນກໍຄື ພວກເຂົາມີການສະແດງອອກທັງສາມຢ່າງນີ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ແມ່ນບໍ່? (ແມ່ນແລ້ວ.) ລວມທັງໝົດແລ້ວ, ມີສາມເຫດຜົນທີ່ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບການຖືກລິຮານ. ຈົ່ງອ່ານພວກມັນອີກຄັ້ງ. (ປະການທີໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຍອມຮັບວ່າພວກເຂົາສາມາດເຮັດຜິດໄດ້. ປະການທີສອງ, ພວກເຂົາບໍ່ເຄີຍຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ປະການທີສາມ, ພວກເຂົາປະຕິເສດທີ່ຈະຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ເປັນເກນທີ່ໃຊ້ວັດແທກທຸກສິ່ງ.) ມີທັງໝົດສາມເຫດຜົນ. ພວກເຮົາໄດ້ໂອ້ລົມກັນຢ່າງລະອຽດພໍສົມຄວນກ່ຽວກັບສອງເຫດຜົນທຳອິດ. ເຫດຜົນສຸດທ້າຍນັ້ນແຕກຕ່າງກັນເລັກນ້ອຍ ແຕ່ໃນແງ່ຂອງແກ່ນແທ້ແລ້ວ ສອງເຫດຜົນທຳອິດແມ່ນກ່ຽວຂ້ອງກັບເຫດຜົນທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ, ສະນັ້ນ ພວກເຮົາຈະບໍ່ໂອ້ລົມກ່ຽວກັບເຫດຜົນນັ້ນໃນລາຍລະອຽດເພີ່ມເຕີມອີກ. ເອົາລະ, ໃຫ້ພວກເຮົາຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ສຳລັບມື້ນີ້. ລາກ່ອນ! (ລາກ່ອນພຣະເຈົ້າ!)
ວັນທີ 19 ກັນຍາ 2020