ລາຍການທີສິບສອງ: ພວກເຂົາຕ້ອງການຖອຍ ເມື່ອບໍ່ມີຕໍາແໜ່ງ ຫຼື ບໍ່ມີຫວັງທີ່ຈະໄດ້ຮັບພອນ

ການໂອ້ລົມໃນມື້ນີ້ກ່ຽວກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຢູ່ໃນຂໍ້ທີສິບສອງ: ພວກເຂົາຕ້ອງການຖອນຕົວ ເມື່ອບໍ່ມີສະຖານະ ຫຼື ບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ. ຂໍ້ນີ້ຍັງກ່ຽວຂ້ອງກັບອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນເປັນໜຶ່ງໃນການສະແດງອອກທີ່ເປັນຮູບປະທຳຂອງພວກເຂົາ. ເບິ່ງຈາກມຸມມອງຜິວເຜີນແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຈະຕ້ອງການຖອນຕົວ ຖ້າພວກເຂົາຂາດສະຖານະ ແລະ ບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ. ເມື່ອພວກເຂົາສູນເສຍສອງສິ່ງນີ້ແລ້ວ, ພວກເຂົາກໍຈະຕ້ອງການຖອນຕົວ. ຄວາມໝາຍທີ່ຜິວເຜີນເບິ່ງຄືວ່າເຂົ້າໃຈງ່າຍຫຼາຍ, ມັນເບິ່ງຄືວ່າບໍ່ຊັບຊ້ອນ ຫຼື ເປັນນາມມະທຳຫຼາຍປານໃດ ແຕ່ການສະແດງອອກທີ່ສະເພາະເຈາະຈົງໃນທີ່ນີ້ແມ່ນຫຍັງ? ເວົ້າອີກຢ່າງໜຶ່ງກໍຄື ສະຖານະການປະເພດໃດທີ່ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສຕ້ອງການຖອນຕົວ ຍ້ອນສະຖານະ ຫຼື ຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາໄດ້ຮັບຜົນກະທົບ? ສິ່ງນີ້ເປັນສິ່ງທີ່ຄຸ້ມຄ່າແກ່ການໂອ້ລົມຢ່າງເລິກເຊິ່ງບໍ? ຖ້າພວກເຈົ້າຖືກຂໍໃຫ້ແບ່ງປັນການໂອ້ລົມກ່ຽວກັບເລື່ອງນີ້, ພວກເຈົ້າຈະມີຫຍັງເວົ້າກ່ຽວກັບລາຍລະອຽດ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງມັນ? ບາງຄົນອາດຈະເວົ້າວ່າ “ພວກເຮົາໄດ້ໂອ້ລົມກ່ຽວກັບເລື່ອງນີ້ມາຫຼາຍຄັ້ງແລ້ວ. ຜູ້ຕໍ່ຕ້ານພຣະຄຣິສຮັກສະຖານະ ແລະ ອຳນາດ, ພວກເຂົາມັກການມີກຽດສັກສີທີ່ສູງສົ່ງ ແລະ ເປົ້າໝາຍໃນການມີຄວາມສັດທາຂອງພວກເຂົາກໍຄືການໄດ້ຮັບພອນ, ການໄດ້ຮັບມົງກຸດ ແລະ ລາງວັນ. ຖ້າຄວາມຫວັງເຫຼົ່ານີ້ຖືກທຳລາຍ ແລະ ສູນເສຍໄປ, ແລ້ວພວກເຂົາກໍຈະສູນເສຍຄວາມສົນໃຈໃນການເຊື່ອໃນພຣະເຈົ້າ ແລະ ຈະບໍ່ຕ້ອງການມີຄວາມສັດທາອີກຕໍ່ໄປ”. ການໂອ້ລົມຂອງພວກເຈົ້າກ່ຽວກັບເລື່ອງນີ້ຈະງ່າຍດາຍຄືກັບຄຳເວົ້າພຽງສອງສາມຄຳນີ້ບໍ? (ແມ່ນແລ້ວ.) ຖ້າເປັນແນວນັ້ນ, ຖ້າການໂອ້ລົມນີ້ສາມາດສະຫຼຸບໄດ້ດ້ວຍຄຳເວົ້າພຽງສອງສາມປະໂຫຍກນີ້, ແລ້ວດ້ານນີ້ຂອງການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ສົມຄວນກ່າວເຖິງໃນສ່ວນຂອງມັນເອງໃນຊຸດການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ, ທັງຈະບໍ່ກ່ຽວຂ້ອງກັບແກ່ນແທ້ທຳມະຊາດສະເພາະໃດໜຶ່ງ. ເຖິງຢ່າງໃດກໍຕາມ, ເນື່ອງຈາກລາຍການນີ້ກ່ຽວຂ້ອງກັບແກ່ນແທ້ ແລະ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ພ້ອມທັງການໄລ່ຕາມສ່ວນຕົວ ແລະ ມຸມມອງຕໍ່ການມີຢູ່ຂອງພວກເຂົາ, ແລ້ວມັນກໍຕ້ອງເປັນຫົວຂໍ້ທີ່ມີຫຼາຍດ້ານ. ສະນັ້ນ, ມັນກ່ຽວຂ້ອງກັບຫຍັງກັນແທ້? ນັ້ນກໍຄື ເລື່ອງໃດແດ່ທີ່ຜູ້ຕໍ່ຕ້ານພຣະຄຣິສພົບພໍ້ ເຊິ່ງກ່ຽວຂ້ອງກັບສະຖານະ ແລະ ຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາ? ມຸມມອງ, ຄວາມຄິດ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ເລື່ອງເຫຼົ່ານີ້ແມ່ນຫຍັງ? ແນ່ນອນວ່າ ຈະມີບາງສ່ວນທີ່ທັບຊ້ອນກັນລະຫວ່າງການໂອ້ລົມຂອງພວກເຮົາກ່ຽວກັບເລື່ອງເຫຼົ່ານີ້ ແລະ ການໂອ້ລົມກ່ອນໜ້ານີ້ຂອງພວກເຮົາກ່ຽວກັບມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ບັນຫາຕ່າງໆ ແຕ່ຈຸດສຸມຂອງການໂອ້ລົມໃນມື້ນີ້ແມ່ນແຕກຕ່າງກັນ ແລະ ມັນເຂົ້າເຖິງບັນຫາຈາກມຸມມອງທີ່ແຕກຕ່າງກັນ. ມື້ນີ້ພວກເຮົາຈະໂອ້ລົມກັນຢ່າງສະເພາະເຈາະຈົງກ່ຽວກັບການສະແດງອອກທີ່ປາກົດຂຶ້ນ ເມື່ອຜູ້ຕໍ່ຕ້ານພຣະຄຣິສສູນເສຍສະຖານະ ແລະ ຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາ, ເຊິ່ງສາມາດພິສູດໄດ້ວ່າຜູ້ຕໍ່ຕ້ານພຣະຄຣິສມີມຸມມອງທີ່ຢູ່ເບື້ອງຫຼັງຂອງການໄລ່ຕາມຂອງພວກເຂົາທີ່ຜິດພາດ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍບໍ່ແທ້ຈິງ; ພວກມັນຍັງສາມາດພິສູດໄດ້ວ່າຄົນເຫຼົ່ານີ້ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ.

I. ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ການຖືກລິຮານ

ກ່ອນອື່ນໝົດ, ພວກເຮົາຄວນມາເບິ່ງພຶດຕິກຳທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກເມື່ອພວກເຂົາຖືກລິຮານ, ພວກເຂົາຈັດການກັບສະຖານະການເຊັ່ນນີ້ແນວໃດ, ທັດສະນະຄະຕິ, ຄວາມຄິດ ແລະ ມຸມມອງຂອງພວກເຂົາຕໍ່ການລິຮານແມ່ນຫຍັງ ແລະ ໂດຍສະເພາະແລ້ວ ພວກເຂົາເວົ້າ ແລະ ເຮັດຫຍັງ, ເລື່ອງເຫຼົ່ານີ້ສົມຄວນແກ່ການໄຈ້ແຍກ ແລະ ການວິເຄາະຂອງພວກເຮົາ. ພວກເຮົາໄດ້ໂອ້ລົມກັນຫຼາຍພໍສົມຄວນໃນຫົວຂໍ້ທີ່ກ່ຽວຂ້ອງກັບການຖືກລິຮານ; ນີ້ແມ່ນຫົວຂໍ້ທົ່ວໄປທີ່ພວກເຈົ້າທຸກຄົນຄຸ້ນເຄີຍ. ພຽງແຕ່ຫຼັງຈາກທີ່ຖືກລິຮານຫຼາຍຄັ້ງ ຄົນສ່ວນໃຫຍ່ຈຶ່ງຈະປະສົບກັບການປ່ຽນແປງບາງຢ່າງ, ພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ຈັດການເລື່ອງຕ່າງໆຕາມຫຼັກການໃນເວລາປະຕິບັດໜ້າທີ່ຂອງພວກເຂົາ ແລະ ເມື່ອນັ້ນຄວາມສັດທາຂອງພວກເຂົາຈຶ່ງຈະເລີ່ມຕົ້ນໃໝ່ ແລະ ມັນກໍຈະຜ່ານການປ່ຽນແປງບາງຢ່າງໄປໃນທາງທີ່ດີຂຶ້ນ. ສາມາດເວົ້າໄດ້ວ່າ ທຸກໆຄັ້ງຂອງການຖືກລິຮານຢ່າງໜັກໜ່ວງແມ່ນຈະຖືກຝັງເລິກເຂົ້າໄປໃນຫົວໃຈຂອງທຸກຄົນ; ມັນຖິ້ມຄວາມຊົງຈຳທີ່ລຶບບໍ່ອອກໄວ້. ແນ່ນອນວ່າ ທຸກໆຄັ້ງຂອງການຖືກລິຮານຢ່າງໜັກໜ່ວງກໍຈະຖິ້ມຄວາມຊົງຈຳທີ່ລຶບບໍ່ອອກໄວ້ສຳລັບຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ ແຕ່ຄວາມແຕກຕ່າງຢູ່ບ່ອນໃດ? ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ສິ່ງນີ້ ແລະ ການສະແດງອອກຕ່າງໆທີ່ກ່ຽວຂ້ອງກັບສິ່ງນີ້ ພ້ອມທັງຄວາມຄິດ, ມຸມມອງ, ແນວຄວາມຄິດ ແລະ ສິ່ງອື່ນໆຂອງພວກເຂົາທີ່ເກີດຈາກສະຖານະການນີ້ ລ້ວນແລ້ວແຕ່ແຕກຕ່າງຈາກຄົນປົກກະຕິ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ສິ່ງທຳອິດທີ່ພວກເຂົາເຮັດກໍຄືການຕໍ່ຕ້ານ ແລະ ປະຕິເສດມັນຈາກສ່ວນເລິກໃນຫົວໃຈຂອງພວກເຂົາ. ພວກເຂົາຕໍ່ສູ້ກັບມັນ. ແລ້ວເປັນຫຍັງຈຶ່ງເປັນແນວນັ້ນ? ນີ້ກໍຍ້ອນວ່າຜູ້ຕໍ່ຕ້ານພຣະຄຣິສ, ໂດຍແກ່ນແທ້ທຳມະຊາດຂອງພວກເຂົາແມ່ນເບື່ອໜ່າຍ ແລະ ກຽດຊັງຄວາມຈິງ ແລະ ພວກເຂົາບໍ່ຍອມຮັບຄວາມຈິງເລີຍ. ໂດຍທຳມະຊາດແລ້ວ, ແກ່ນແທ້ ແລະ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສກີດກັນພວກເຂົາຈາກການຍອມຮັບຄວາມຜິດພາດຂອງພວກເຂົາເອງ ຫຼື ການຍອມຮັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ. ໂດຍອີງໃສ່ສອງຂໍ້ເທັດຈິງນີ້, ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ການຖືກລິຮານກໍຄືການປະຕິເສດ ແລະ ຕໍ່ຕ້ານມັນຢ່າງສິ້ນເຊີງ ແລະ ເດັດຂາດ. ພວກເຂົາລັງກຽດ ແລະ ຕໍ່ຕ້ານມັນຈາກເບື້ອງລຸ່ມຂອງຫົວໃຈຂອງພວກເຂົາ ແລະ ບໍ່ມີຮ່ອງຮອຍຂອງການຍອມຮັບ ຫຼື ການອ່ອນນ້ອມແມ່ນແຕ່ໜ້ອຍດຽວ, ແຮງໄກທີ່ຈະມີການໄຕ່ຕອງ ຫຼື ການກັບໃຈຢ່າງແທ້ຈິງ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ບໍ່ວ່າໃຜຈະເປັນຄົນເຮັດ, ມັນກ່ຽວຂ້ອງກັບຫຍັງ, ພວກເຂົາຕ້ອງຮັບຜິດຊອບຕໍ່ເລື່ອງນັ້ນໃນລະດັບໃດ, ຄວາມຜິດພາດຂອງພວກເຂົາຊັດເຈນສໍ່າໃດ, ພວກເຂົາເຮັດຄວາມຊົ່ວຮ້າຍຫຼາຍສໍ່າໃດ ຫຼື ຄວາມຊົ່ວຮ້າຍຂອງພວກເຂົາສ້າງຜົນສະທ້ອນຫຍັງຕໍ່ວຽກງານຂອງຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ໄດ້ພິຈາລະນາສິ່ງເຫຼົ່ານີ້ເລີຍ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ຜູ້ທີ່ລິຮານພວກເຂົາແມ່ນກຳລັງເລືອກປະຕິບັດກັບພວກເຂົາ ຫຼື ຊອກຫາຂໍ້ຜິດພາດເພື່ອທໍລະມານພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສອາດຈະຄິດວ່າພວກເຂົາກຳລັງຖືກຂົ່ມເຫັງ ແລະ ຖືກເຮັດໃຫ້ອັບອາຍ, ພວກເຂົາບໍ່ໄດ້ຖືກປະຕິບັດຕໍ່ຄືກັບມະນຸດ ແລະ ພວກເຂົາກຳລັງຖືກດູຖູກ ແລະ ຖືກລັງກຽດ. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາບໍ່ເຄີຍໄຕ່ຕອງວ່າພວກເຂົາໄດ້ເຮັດຫຍັງຜິດກັນແທ້, ພວກເຂົາໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຍັງແດ່ ແລະ ພວກເຂົາໄດ້ສະແຫວງຫາຫຼັກການທີ່ພວກເຂົາຄວນປະຕິບັດຕາມ, ໄດ້ກະທຳສອດຄ່ອງກັບຫຼັກການຄວາມຈິງ ຫຼື ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດໃນເລື່ອງທີ່ພວກເຂົາຖືກລິຮານນັ້ນ ຫຼື ບໍ່. ພວກເຂົາບໍ່ໄດ້ກວດສອບ ຫຼື ໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້ເລີຍ, ທັງບໍ່ໄດ້ຄິດທົບທວນ ແລະ ຄິດໄຕ່ຕອງບັນຫາເຫຼົ່ານີ້. ກົງກັນຂ້າມ, ພວກເຂົາຮັບມືກັບການຖືກລິຮານຕາມຄວາມຕ້ອງການຂອງພວກເຂົາເອງ ແລະ ດ້ວຍຄວາມຫົວຮ້ອນ. ທຸກຄັ້ງທີ່ຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາຈະເຕັມໄປດ້ວຍຄວາມໂມໂຫ, ການບໍ່ເຊື່ອຟັງ ແລະ ຄວາມຂຸ່ນເຄືອງ ແລະ ຈະບໍ່ຟັງຄຳແນະນຳຈາກໃຜເລີຍ. ພວກເຂົາປະຕິເສດທີ່ຈະຍອມຮັບການຖືກລິຮານຂອງພວກເຂົາ ແລະ ບໍ່ສາມາດກັບຄືນມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮູ້ຈັກ ແລະ ໄຕ່ຕອງກ່ຽວກັບຕົນເອງ, ເພື່ອຈັດການກັບການກະທຳຂອງພວກເຂົາທີ່ລະເມີດຫຼັກການ ເຊັ່ນ: ການເຮັດພໍແລ້ວມືແລ້ວຕີນ ຫຼື ການເຮັດຕາມອຳເພີໃຈໃນໜ້າທີ່ຂອງພວກເຂົາ, ທັງບໍ່ໄດ້ໃຊ້ໂອກາດນີ້ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ. ກົງກັນຂ້າມ, ພວກເຂົາຊອກຫາຂໍ້ອ້າງເພື່ອປົກປ້ອງຕົນເອງ, ເພື່ອແກ້ຕົວໃຫ້ຕົນເອງ ແລະ ພວກເຂົາເຖິງກັບຈະເວົ້າບາງສິ່ງເພື່ອຍຸຍົງໃຫ້ເກີດຄວາມແຕກແຍກ ແລະ ປຸກປັ່ນຄົນອື່ນ. ສະຫຼຸບແລ້ວ, ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ການສະແດງອອກທີ່ສະເພາະເຈາະຈົງຂອງພວກເຂົາກໍຄືການບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ, ການຕໍ່ຕ້ານ ແລະ ການຂັດຂືນ ແລະ ມີຄຳຈົ່ມວ່າບາງຄຳເກີດຂຶ້ນໃນຫົວໃຈຂອງພວກເຂົາວ່າ: “ຂ້ອຍໄດ້ຈ່າຍລາຄາສູງເຊັ່ນນີ້ ແລະ ເຮັດວຽກງານຫຼາຍ. ເຖິງແມ່ນວ່າຂ້ອຍບໍ່ໄດ້ປະຕິບັດຕາມຫຼັກການ ຫຼື ສະແຫວງຫາຄວາມຈິງໃນບາງເລື່ອງ, ຂ້ອຍກໍບໍ່ໄດ້ເຮັດທັງໝົດນີ້ເພື່ອຕົວຂ້ອຍເອງ! ເຖິງແມ່ນວ່າຂ້ອຍຈະສ້າງຄວາມເສຍຫາຍບາງຢ່າງຕໍ່ວຽກງານຂອງຄຣິສຕະຈັກ, ຂ້ອຍກໍບໍ່ໄດ້ຕັ້ງໃຈເຮັດແບບນັ້ນ! ໃຜແດ່ທີ່ບໍ່ເຄີຍເຮັດຜິດພາດ? ພວກເຈົ້າບໍ່ສາມາດສວຍໂອກາດຈາກຄວາມຜິດພາດຂອງຂ້ອຍ ແລະ ລິຮານຂ້ອຍຢ່າງບໍ່ສິ້ນສຸດ ໂດຍບໍ່ຄຳນຶງເຖິງຄວາມອ່ອນແອຂອງຂ້ອຍ ແລະ ໂດຍບໍ່ໃສ່ໃຈອາລົມ ຫຼື ຄວາມພາກພູມໃຈຂອງຕົນເອງ. ເຮືອນຂອງພະເຈົ້າບໍ່ມີຄວາມຮັກຕໍ່ຜູ້ຄົນ ແລະ ມັນຊ່າງບໍ່ຍຸຕິທຳເລີຍ! ຍິ່ງໄປກວ່ານັ້ນ, ພວກເຈົ້າລິຮານຂ້ອຍຍ້ອນເຮັດຄວາມຜິດພາດເລັກນ້ອຍເຊັ່ນນີ້, ນີ້ບໍ່ໄດ້ໝາຍຄວາມວ່າພວກເຈົ້າເບິ່ງຂ້ອຍດ້ວຍສາຍຕາທີ່ບໍ່ເປັນມິດ ແລະ ຕ້ອງການກຳຈັດຂ້ອຍບໍ?” ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ສິ່ງທຳອິດໃນຄວາມຄິດຂອງພວກເຂົາບໍ່ແມ່ນການໄຕ່ຕອງວ່າພວກເຂົາໄດ້ເຮັດຫຍັງຜິດ ຫຼື ອຸປະນິໄສທີ່ເສື່ອມຊາມໃດທີ່ພວກເຂົາໄດ້ເປີດເຜີຍ ແຕ່ແມ່ນການໂຕ້ຖຽງ, ການອະທິບາຍ ແລະ ການແກ້ຕົວໃຫ້ຕົນເອງ ໃນຂະນະທີ່ເຮັດການຄາດເດົາ. ຄາດເດົາຫຍັງ? “ຂ້ອຍໄດ້ຈ່າຍລາຄາຢ່າງຫຼວງຫຼາຍເຊັ່ນນີ້ໃນການປະຕິບັດໜ້າທີ່ຂອງຂ້ອຍໃນເຮືອນຂອງພະເຈົ້າ ພຽງເພື່ອມາຖືກລິຮານ. ເບິ່ງຄືວ່າບໍ່ມີຄວາມຫວັງຫຼາຍປານໃດທີ່ຂ້ອຍຈະໄດ້ຮັບພອນ. ເປັນໄປໄດ້ບໍທີ່ພະເຈົ້າບໍ່ຕ້ອງການໃຫ້ລາງວັນແກ່ຜູ້ຄົນ, ພະອົງຈຶ່ງໃຊ້ວິທີນີ້ເພື່ອເປີດເຜີຍຜູ້ຄົນ ແລະ ກຳຈັດພວກເຂົາ? ເປັນຫຍັງຂ້ອຍຈຶ່ງຕ້ອງພະຍາຍາມ ຖ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ? ເປັນຫຍັງຂ້ອຍຈຶ່ງຕ້ອງທົນທຸກລຳບາກ? ໃນເມື່ອບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ, ຂ້ອຍສູ້ບໍ່ເຊື່ອເລີຍດີກວ່າ! ຈຸດປະສົງຂອງການເຊື່ອໃນພະເຈົ້າບໍ່ແມ່ນເພື່ອໄດ້ຮັບພອນບໍ? ຖ້າບໍ່ມີຄວາມຫວັງໃນເລື່ອງນັ້ນ, ເປັນຫຍັງຂ້ອຍຈຶ່ງຕ້ອງເສຍສະລະຕົນເອງ? ບາງທີຂ້ອຍຄວນເຊົາເຊື່ອ ແລະ ໃຫ້ມັນຈົບໆໄປເລີຍບໍ? ຖ້າຂ້ອຍບໍ່ເຊື່ອ, ເຈົ້າຍັງຈະສາມາດລິຮານຂ້ອຍໄດ້ຢູ່ບໍ? ຖ້າຂ້ອຍບໍ່ເຊື່ອ, ເຈົ້າກໍບໍ່ສາມາດລິຮານຂ້ອຍໄດ້”. ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຍອມຮັບການຖືກລິຮານຈາກພຣະເຈົ້າໄດ້ເລີຍ. ພວກເຂົາບໍ່ສາມາດຍອມຮັບ ແລະ ເຊື່ອຟັງຜ່ານມຸມມອງ ແລະ ທັດສະນະຄະຕິທີ່ເໝາະສົມໄດ້. ພວກເຂົາບໍ່ສາມາດໄຕ່ຕອງກ່ຽວກັບຕົນເອງຜ່ານສິ່ງນີ້ ແລະ ເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ເພື່ອໃຫ້ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາສາມາດຖືກເຮັດໃຫ້ບໍລິສຸດໄດ້. ກົງກັນຂ້າມ, ພວກເຂົາຄາດເດົາ ແລະ ສຶກສາຈຸດປະສົງຂອງການຖືກລິຮານຂອງພວກເຂົາດ້ວຍຈິດໃຈທີ່ຄັບແຄບ ແລະ ຕ່ຳຊ້າ. ພວກເຂົາເຝົ້າເບິ່ງການພັດທະນາຂອງສະຖານະການຢ່າງລະມັດລະວັງ, ຟັງນໍ້າສຽງຂອງຜູ້ຄົນເວລາທີ່ພວກເຂົາເວົ້າ, ສັງເກດເບິ່ງວ່າຄົນອ້ອມຂ້າງເບິ່ງພວກເຂົາແນວໃດ, ຄົນເຫຼົ່ານັ້ນເວົ້າກັບພວກເຂົາແນວໃດ ແລະ ທັດສະນະຄະຕິຂອງພວກເຂົາ ແລະ ໃຊ້ສິ່ງເຫຼົ່ານີ້ເພື່ອຢືນຢັນວ່າພວກເຂົາມີຄວາມຫວັງທີ່ຈະໄດ້ຮັບພອນ ຫຼື ບໍ່ ຫຼື ວ່າພວກເຂົາຖືກເປີດເຜີຍ ແລະ ຖືກກຳຈັດແທ້ໆ ຫຼື ບໍ່. ເຫດການງ່າຍໆພຽງຄັ້ງດຽວຂອງການທີ່ພວກເຂົາຖືກລິຮານກໍ່ໃຫ້ເກີດຄວາມວຸ້ນວາຍຢ່າງໃຫຍ່ຫຼວງ ແລະ ການຄິດຄຳນວນຢ່າງຫຼວງຫຼາຍໃນຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອໃດກໍຕາມທີ່ພວກເຂົາຖືກລິຮານ, ປະຕິກິລິຍາທຳອິດຂອງພວກເຂົາກໍຄືການຕ້ານທານ ແລະ ໃນຫົວໃຈຂອງພວກເຂົາ ພວກເຂົາຮູ້ສຶກເບື່ອໜ່າຍຕໍ່ມັນ, ພວກເຂົາປະຕິເສດມັນ ແລະ ຕໍ່ສູ້ກັບມັນ ກ່ອນທີ່ຈະມາກວດສອບຄຳເວົ້າ ແລະ ສີໜ້າຂອງຜູ້ຄົນ ຕາມດ້ວຍການເຮັດການຄາດເດົາ. ພວກເຂົາໃຊ້ສະໝອງຂອງພວກເຂົາ, ຄວາມຄິດຂອງພວກເຂົາ ແລະ ຄວາມສະຫຼາດແກມໂກງເລັກໆນ້ອຍໆຂອງພວກເຂົາ ເພື່ອເບິ່ງຄວາມເປັນໄປຂອງສະຖານະການ, ສັງເກດເບິ່ງວ່າຄົນອ້ອມຂ້າງເບິ່ງພວກເຂົາແນວໃດ ແລະ ສັງເກດທັດສະນະຄະຕິຂອງຜູ້ນຳລະດັບສູງທີ່ມີຕໍ່ພວກເຂົາ. ຈາກສິ່ງເຫຼົ່ານີ້, ພວກເຂົາຕັດສິນວ່າພວກເຂົາຍັງມີຄວາມຫວັງຫຼາຍສໍ່າໃດທີ່ຈະໄດ້ຮັບພອນ, ພວກເຂົາມີຄວາມຫວັງແມ່ນແຕ່ໜ້ອຍດຽວທີ່ຈະໄດ້ຮັບພອນ ຫຼື ບໍ່ ຫຼື ວ່າພວກເຂົາຖືກເປີດເຜີຍ ແລະ ຖືກກຳຈັດແທ້ໆ ຫຼື ບໍ່. ເມື່ອພວກເຂົາໝົດຫົນທາງ, ຜູ້ຕໍ່ຕ້ານພຣະຄຣິສກໍເລີ່ມຄົ້ນຄວ້າພຣະທຳຂອງພຣະເຈົ້າອີກຄັ້ງ, ໂດຍພະຍາຍາມຊອກຫາພື້ນຖານທີ່ຖືກຕ້ອງ, ຄວາມຫວັງເລັກນ້ອຍ ແລະ ເສັ້ນທາງລອດຊີວິດໃນພຣະທຳຂອງພຣະເຈົ້າ. ຖ້າຫຼັງຈາກທີ່ພວກເຂົາຖືກລິຮານແລ້ວ ມີຄົນມາປອບໂຍນ ແລະ ສະໜັບສະໜູນພວກເຂົາ ແລະ ຊ່ວຍເຫຼືອພວກເຂົາດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມຮັກ, ສິ່ງເຫຼົ່ານີ້ກໍຈະເຮັດໃຫ້ພວກເຂົາຮູ້ສຶກວ່າພວກເຂົາຍັງຖືວ່າເປັນສະມາຊິກຂອງເຮືອນຂອງພຣະເຈົ້າ, ພວກເຂົາເຊື່ອວ່າຍັງມີຄວາມຫວັງສຳລັບພວກເຂົາທີ່ຈະໄດ້ຮັບພອນ, ຄວາມຫວັງຂອງພວກເຂົາຍັງຄົງແຮງກ້າ ແລະ ພວກເຂົາກໍຈະກຳຈັດຄວາມຄິດໃດກໍຕາມກ່ຽວກັບການຖອນຕົວ. ເຖິງຢ່າງໃດກໍຕາມ, ໃນຊ່ວງເວລາທີ່ສະຖານະການປີ້ນກັບກັນ ຈົນພວກເຂົາເຫັນວ່າຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາກາຍເປັນເລື່ອງທີ່ລິບຫຼີ່ ແລະ ຫາຍໄປ, ປະຕິກິລິຍາທຳອິດຂອງພວກເຂົາກໍຄື: “ຖ້າຂ້ອຍບໍ່ສາມາດໄດ້ຮັບພອນ, ແລ້ວຂ້ອຍກໍຈະບໍ່ເຊື່ອໃນພະເຈົ້າອີກຕໍ່ໄປ. ໃຜກໍຕາມທີ່ມັກເຊື່ອໃນພະເຈົ້າກໍສາມາດເຊື່ອໃນພະອົງໄດ້ ແຕ່ໃນກໍລະນີໃດກໍຕາມ ຂ້ອຍຈະບໍ່ຍອມຮັບການຖືກລິຮານຈາກເຈົ້າ ແລະ ທຸກສິ່ງທີ່ເຈົ້າເວົ້າໃນເວລາທີ່ເຈົ້າກຳລັງລິຮານຂ້ອຍນັ້ນແມ່ນຜິດ. ຂ້ອຍບໍ່ຢາກໄດ້ຍິນມັນ, ຂ້ອຍບໍ່ເຕັມໃຈທີ່ຈະຟັງມັນ ແລະ ຂ້ອຍຈະບໍ່ຍອມຮັບການຖືກລິຮານ ເຖິງແມ່ນວ່າເຈົ້າຈະເວົ້າວ່າມັນເປັນສິ່ງທີ່ເປັນປະໂຫຍດທີ່ສຸດສຳລັບຄົນໆໜຶ່ງກໍຕາມ!” ເມື່ອພວກເຂົາເຫັນຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາສະຫຼາຍຫາຍໄປ, ເມື່ອພວກເຂົາເຫັນສະຖານະທີ່ໄລ່ຕາມມາດົນນານ ແລະ ຄວາມໄຝ່ຝັນທີ່ຈະເຂົ້າສູ່ອານາຈັກສະຫວັນຂອງພວກເຂົາກຳລັງຈະກາຍເປັນສູນ ແລະ ສູນເສຍໄປ, ພວກເຂົາບໍ່ໄດ້ຄິດທີ່ຈະປ່ຽນແປງວິທີການໄລ່ຕາມຂອງພວກເຂົາ ຫຼື ປ່ຽນແປງເປົ້າໝາຍທີ່ພວກເຂົາໄລ່ຕາມ ແຕ່ພວກເຂົາພັດຄິດເຖິງການຈາກໄປ ແລະ ການຖອນຕົວ, ພວກເຂົາບໍ່ຕ້ອງການເຊື່ອໃນພຣະເຈົ້າອີກຕໍ່ໄປ ແລະ ພວກເຂົາຄິດວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາອີກຕໍ່ໄປ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ຖ້າຈິນຕະນາການ ແລະ ຄວາມຫວັງກ່ຽວກັບລາງວັນ, ພອນ ແລະ ມົງກຸດທີ່ພວກເຂົາຕ້ອງການໄດ້ຮັບໃນຕອນທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າຄັ້ງທຳອິດນັ້ນຫາຍໄປ, ແລ້ວແຮງຈູງໃຈຂອງພວກເຂົາໃນການເຊື່ອໃນພຣະເຈົ້າກໍຈະຫາຍໄປ, ເຊັ່ນດຽວກັບແຮງຈູງໃຈຂອງພວກເຂົາທີ່ຈະເສຍສະລະເພື່ອພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອແຮງຈູງໃຈຂອງພວກເຂົາຫາຍໄປ, ພວກເຂົາກໍບໍ່ຕ້ອງການຢູ່ໃນຄຣິສຕະຈັກອີກຕໍ່ໄປ, ບໍ່ຕ້ອງການຢູ່ແບບເລື່ອນລອຍໄປແບບນີ້ອີກຕໍ່ໄປ ແລະ ພວກເຂົາຕ້ອງການປະຖິ້ມໜ້າທີ່ຂອງພວກເຂົາ ແລະ ອອກຈາກຄຣິສຕະຈັກໄປ. ນີ້ຄືທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຄິດເຖິງເມື່ອພວກເຂົາຖືກລິຮານ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາກໍຖືກເປີດໂປງຢ່າງສິ້ນເຊີງ. ໂດຍລວມແລ້ວ, ທັງໃນສິ່ງທີ່ພວກເຂົາເວົ້າ ແລະ ສິ່ງທີ່ພວກເຂົາເຮັດ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຍອມຮັບຄວາມຈິງ. ອຸປະນິໄສຂອງການບໍ່ຍອມຮັບຄວາມຈິງແມ່ນຫຍັງ? ມັນບໍ່ແມ່ນການເບື່ອໜ່າຍຄວາມຈິງບໍ? ມັນເປັນແບບນັ້ນແທ້ໆ. ການກະທຳງ່າຍໆຂອງການຖືກລິຮານນັ້ນ, ໂດຍຕົວມັນເອງແລ້ວ, ແມ່ນຍອມຮັບໄດ້ງ່າຍຫຼາຍ. ກ່ອນອື່ນໝົດ, ບໍ່ມີເຈດຕະນາຮ້າຍໃນສ່ວນຂອງຜູ້ທີ່ລິຮານພວກເຂົາ; ອັນທີສອງ, ເປັນທີ່ແນ່ນອນວ່າ, ເມື່ອຕັດສິນຈາກເລື່ອງທີ່ຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາໄດ້ຕໍ່ຕ້ານການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ຕໍ່ຕ້ານຫຼັກການຄວາມຈິງ, ມີຄວາມຜິດພາດ ຫຼື ການເບິ່ງຂ້າມໃນວຽກງານຂອງພວກເຂົາ ເຊິ່ງນຳເອົາການຂັດຂວາງ ແລະ ການລົບກວນມາສູ່ວຽກງານຂອງຄຣິສຕະຈັກ. ພວກເຂົາຖືກລິຮານຍ້ອນການຂອງປອມແປງຄວາມຄິດຂອງມະນຸດຂອງພວກເຂົາ, ຍ້ອນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຍ້ອນການຂາດຄວາມເຂົ້າໃຈໃນຫຼັກການຄວາມຈິງ, ພວກເຂົາຈຶ່ງກະທຳຕາມອຳເພີໃຈ. ນີ້ເປັນເລື່ອງທີ່ປົກກະຕິຫຼາຍ. ທົ່ວທັງໂລກ, ບໍ່ວ່າຈະເປັນອົງກອນຂະໜາດໃຫຍ່, ກຸ່ມ ຫຼື ບໍລິສັດໃດກໍຕາມລ້ວນແຕ່ມີກົດລະບຽບ ແລະ ຂໍ້ບັງຄັບ ແລະ ໃຜກໍຕາມທີ່ລະເມີດກົດລະບຽບ ແລະ ຂໍ້ບັງຄັບເຫຼົ່ານີ້ຕ້ອງຖືກລົງໂທດ ແລະ ຖືກຈັດລະບຽບ. ສິ່ງນີ້ເປັນເລື່ອງປົກກະຕິໂດຍສົມບູນ ແລະ ເໝາະສົມໂດຍສົມບູນ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສຖືວ່າການຖືກຈັດລະບຽບຢ່າງເໝາະສົມຍ້ອນຜົນຂອງການລະເມີດກົດລະບຽບ ແລະ ຂໍ້ບັງຄັບນັ້ນ ເປັນການທີ່ຄົນອື່ນເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບພວກເຂົາ, ທໍລະມານພວກເຂົາ, ຊອກຫາຂໍ້ຜິດພາດກັບພວກເຂົາ ແລະ ສ້າງບັນຫາໃຫ້ພວກເຂົາ. ນັ້ນແມ່ນທັດສະນະຄະຕິຂອງການຍອມຮັບຄວາມຈິງບໍ? ຢ່າງຊັດເຈນເລີຍວ່າ ມັນບໍ່ແມ່ນ. ຖ້າປາສະຈາກທັດສະນະຄະຕິແຫ່ງການຍອມຮັບຄວາມຈິງ, ມັນເປັນໄປໄດ້ບໍທີ່ຄົນແບບນີ້ຈະຫຼີກລ່ຽງການເຮັດຄວາມຜິດພາດ ແລະ ການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນການປະຕິບັດໜ້າທີ່ຂອງພວກເຂົາ? ແນ່ນອນວ່າບໍ່. ຄົນປະເພດນີ້ເໝາະສົມທີ່ຈະປະຕິບັດໜ້າທີ່ບໍ? ເວົ້າຢ່າງເຄັ່ງຄັດແລ້ວ, ພວກເຂົາບໍ່ເໝາະສົມ. ມັນເປັນໄປບໍ່ໄດ້ທີ່ຄົນປະເພດນີ້ຈະມີຄວາມສາມາດໃນໜ້າວຽກໃດໜຶ່ງ.

ການປະຕິບັດໜ້າທີ່ເປັນໂອກາດທີ່ພຣະເຈົ້າສະໜອງໃຫ້ແກ່ປະຊາກອນທີ່ພຣະອົງເລືອກ ເພື່ອໃຫ້ພວກເຂົາສາມາດຝຶກຝົນຕົນເອງ ແຕ່ຜູ້ຄົນບໍ່ຮູ້ຈັກທີ່ຈະທະນຸຖະໜອມສິ່ງນີ້. ກົງກັນຂ້າມ, ເມື່ອພວກເຂົາຖືກລິຮານ, ພວກເຂົາກໍອາລະວາດ, ພວກເຂົາຕໍ່ສູ້ກັບມັນ ແລະ ຮ້ອງໂວຍວາຍຕໍ່ຕ້ານມັນ, ພວກເຂົາແຂງກະດ້າງ ແລະ ຂຸ່ນເຄືອງ. ມັນຄືກັບວ່າພວກເຂົາເປັນຄົນບໍລິສຸດທີ່ບໍ່ເຄີຍເຮັດຜິດພາດ. ໃນບັນດາມະນຸດທີ່ເສື່ອມຊາມມີໃຜແດ່ທີ່ບໍ່ເຮັດຜິດພາດ? ມັນເປັນເລື່ອງທີ່ປົກກະຕິຫຼາຍທີ່ຈະເຮັດຜິດພາດ. ເຮືອນຂອງພຣະເຈົ້າພຽງແຕ່ລິຮານເຈົ້າດ້ວຍຄຳເວົ້າ, ມັນບໍ່ໄດ້ໃຫ້ເຈົ້າຮັບຜິດຊອບ ຫຼື ປະນາມເຈົ້າສຳລັບສິ່ງນີ້, ແຮງໄກທີ່ມັນຈະສາບແຊ່ງເຈົ້າ. ບາງຄັ້ງການລິຮານນີ້ອາດຈະໜັກໜ່ວງພໍສົມຄວນ, ຄຳເວົ້າອາດຈະຟັງເບິ່ງຮຸນແຮງ ຫຼື ບໍ່ໜ້າຟັງ ແລະ ຄວາມຮູ້ສຶກຂອງເຈົ້າອາດຈະຖືກທຳຮ້າຍ. ຜູ້ທີ່ສ້າງຄວາມເສຍຫາຍຕໍ່ການເງິນ ຫຼື ອຸປະກອນຂອງເຮືອນຂອງພຣະເຈົ້າຈະຖືກລົງວິໄນໂດຍເຮືອນຂອງພຣະເຈົ້າ ໂດຍການໃຊ້ຄ່າປັບໃໝ ຫຼື ໂດຍການຮຽກຮ້ອງຄ່າຊົດເຊີຍ, ສິ່ງນັ້ນນັບວ່າໜັກໜ່ວງບໍ? ຫຼື ມັນສາມາດພິຈາລະນາວ່າເໝາະສົມໄດ້ຢູ່? ເຈົ້າບໍ່ໄດ້ຖືກຂໍໃຫ້ຈ່າຍຄ່າຊົດເຊີຍເປັນສອງເທົ່າ, ທັງເຈົ້າບໍ່ໄດ້ຖືກກັນໂຊກຊັບ, ເຈົ້າພຽງແຕ່ຕ້ອງຈ່າຍຄືນໃນຈຳນວນດຽວກັນ. ນັ້ນບໍ່ເໝາະສົມຫຼາຍບໍ? ສິ່ງນີ້ເບົາບາງກວ່າຄ່າປັບໃໝທີ່ໃຫ້ໃນບາງປະເທດຂອງໂລກຫຼາຍ. ໃນບາງເມືອງ, ເຈົ້າຈະຖືກປັບໃໝຢ່າງໜັກພຽງແຕ່ຍ້ອນຖົ່ມນໍ້າລາຍລົງພື້ນ ຫຼື ຖິ້ມເສດເຈ້ຍ. ເຈົ້າສາມາດຂັດຂືນສິ່ງນີ້ ຫຼື ປະຕິເສດທີ່ຈະຈ່າຍຄ່າປັບໃໝໄດ້ບໍ? ຖ້າເຈົ້າປະຕິເສດ, ເຈົ້າກໍອາດຈະຖືກສົ່ງເຂົ້າຄຸກ ແລະ ຈະມີການລົງໂທດທາງກົດໝາຍທີ່ຮຸນແຮງກວ່ານັ້ນອີກ. ລະບົບກໍເປັນເຊັ່ນນີ້. ບາງຄົນບໍ່ເຂົ້າໃຈສິ່ງນີ້ ແລະ ຄິດວ່າການທີ່ຜູ້ຄົນຖືກລິຮານດ້ວຍວິທີນີ້ໂດຍເຮືອນຂອງພຣະເຈົ້ານັ້ນໜັກໜ່ວງເກີນໄປ ແລະ ການຈັດລະບຽບຜູ້ຄົນແບບນີ້ກໍເຂັ້ມງວດເກີນໄປ. ຖ້າຄົນເຊັ່ນນີ້ຖືກລິຮານໃນລັກສະນະທີ່ໜັກໜ່ວງກວ່າເລັກນ້ອຍ ແລະ ຄວາມພາກພູມໃຈຂອງພວກເຂົາຖືກທຳຮ້າຍ ແລະ ທຳມະຊາດແບບຊາຕານຂອງພວກເຂົາຖືກກະຕຸ້ນ, ພວກເຂົາກໍຮູ້ສຶກວ່າສິ່ງນີ້ບໍ່ສາມາດທົນໄດ້ ແລະ ມັນບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ. ພວກເຂົາເຊື່ອວ່າ ເນື່ອງຈາກນີ້ຄືເຮືອນຂອງພຣະເຈົ້າ, ຜູ້ຄົນບໍ່ຄວນຖືກປະຕິບັດຕໍ່ດ້ວຍວິທີນີ້, ເຮືອນຂອງພຣະເຈົ້າຄວນໃຊ້ຄວາມອົດກັ້ນ ແລະ ຄວາມອົດທົນໃນທຸກໆເລື່ອງ ແລະ ອະນຸຍາດໃຫ້ຜູ້ຄົນກະທຳຕາມອຳເພີໃຈ ແລະ ເຮັດຕາມທີ່ພວກເຂົາພໍໃຈ. ພວກເຂົາຄິດວ່າທຸກສິ່ງທີ່ຜູ້ຄົນເຮັດນັ້ນດີ ແລະ ພຣະເຈົ້າຄວນຈື່ຈຳ. ສິ່ງນີ້ສົມເຫດສົມຜົນບໍ? (ບໍ່.) ຜູ້ຄົນມີແກ່ນແທ້ທຳມະຊາດແບບໃດ? ພວກເຂົາເປັນມະນຸດແທ້ໆບໍ? ເວົ້າໃຫ້ມ່ວນຫູໜ້ອຍໜຶ່ງກໍຄື ພວກເຂົາເປັນຊາຕານ ແລະ ມານຮ້າຍ. ເວົ້າໃຫ້ຫຍາບຄາຍໜ້ອຍໜຶ່ງກໍຄື ພວກເຂົາເປັນສັດ. ຜູ້ຄົນບໍ່ຮູ້ຈັກກົດລະບຽບຂອງວິທີການປະພຶດຕົນ, ພວກເຂົາຕ່ຳຊ້າຫຼາຍ, ພ້ອມທັງຂີ້ຄ້ານ, ຮັກຄວາມສະບາຍ ແລະ ລັງກຽດການເຮັດວຽກໜັກ ແລະ ພວກເຂົາຕ້ອງການເຮັດຕາມອຳເພີໃຈໃນການເຮັດສິ່ງທີ່ບໍ່ດີ. ສ່ວນທີ່ໜ້າໜັກໃຈທີ່ສຸດກໍຄື ຫຼາຍຄົນທີ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າມັກຈະປາຖະໜາທີ່ຈະນຳເອົາປັດຊະຍາສຳລັບການກະທຳທາງໂລກ, ວິທີການ ແລະ ກະແສທີ່ຊົ່ວຮ້າຍທາງໂລກມານຳພວກເຂົາສະເໝີ. ພວກເຂົາເຖິງກັບທຸ່ມເທພະລັງງານຂອງພວກເຂົາເຂົ້າໃນການຄົ້ນຄວ້າ, ການຮຽນຮູ້ ແລະ ການຮຽນແບບສິ່ງເຫຼົ່ານີ້ ແລະ ຜົນທີ່ຕາມມາກໍຄືກໍ່ໃຫ້ເກີດຄວາມວຸ້ນວາຍ ແລະ ຄວາມປັ່ນປ່ວນໃນບາງວຽກງານຂອງເຮືອນຂອງພຣະເຈົ້າ. ສິ່ງນີ້ເປັນສິ່ງທີ່ບໍ່ສາມາດທົນໄດ້ສຳລັບທຸກຄົນ ແລະ ແມ່ນແຕ່ອ້າຍເອື້ອຍນ້ອງບາງຄົນທີ່ຫາກໍມີຄວາມສັດທາໃໝ່ກໍເວົ້າວ່າຄົນເຫຼົ່ານີ້ບໍ່ໄດ້ເຫຼື້ອມໃສ, ການກະທຳຂອງພວກເຂົາເປັນກະແສທາງໂລກ ແລະ ບໍ່ຄືກັບການກະທຳຂອງຊາວຄຣິສເລີຍ, ແມ່ນແຕ່ຜູ້ເຊື່ອໃໝ່ເຫຼົ່ານີ້ກໍບໍ່ສາມາດຍອມຮັບການກະທຳຂອງຄົນເຫຼົ່ານີ້ໄດ້. ຄົນເຫຼົ່ານີ້ໄດ້ຈ່າຍລາຄາພຽງເລັກນ້ອຍ, ມີຄວາມກະຕືລືລົ້ນເລັກນ້ອຍ ແລະ ມີແຮງຂັບເຄື່ອນ ແລະ ຄວາມປາຖະໜາດີພຽງເລັກນ້ອຍ ແລະ ພວກເຂົານຳເອົາເລື່ອງໄຮ້ສາລະໃດກໍຕາມທີ່ພວກເຂົາໄດ້ຮຽນຮູ້ເຂົ້າມາໃນເຮືອນຂອງພຣະເຈົ້າ ແລະ ນຳໃຊ້ມັນເຂົ້າໃນໜ້າທີ່ ແລະ ວຽກງານຂອງພວກເຂົາ ແລະ ຜົນກໍຄື ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ຈົບລົງດ້ວຍການຖືກລິຮານ. ບາງຄົນບໍ່ເຂົ້າໃຈສິ່ງນີ້: “ພຣະເຈົ້າບໍ່ໄດ້ກ່າວບໍວ່າ ພຣະອົງຈະຈື່ຈຳການກະທຳທີ່ດີຂອງຜູ້ຄົນ? ແລ້ວເປັນຫຍັງຂ້ອຍຈຶ່ງຖືກລິຮານຍ້ອນການປະຕິບັດໜ້າທີ່ຂອງຂ້ອຍ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຂົ້າໃຈເລື່ອງນີ້ໄດ້? ພຣະທຳຂອງພຣະເຈົ້າກຳລັງຖືກເຮັດໃຫ້ສຳເລັດໄດ້ ແນວໃດ? ເປັນໄປໄດ້ບໍທີ່ພຣະທຳເຫຼົ່ານັ້ນເປັນພຽງຄຳເວົ້າທີ່ວ່າງເປົ່າ ແລະ ຟັງເບິ່ງດີຊື່ໆ?” ແລ້ວເປັນຫຍັງເຈົ້າຈຶ່ງບໍ່ໄຕ່ຕອງວ່າການກະທຳຂອງເຈົ້າເປັນການກະທຳທີ່ດີທີ່ສົມຄວນໄດ້ຮັບການຈື່ຈຳ ຫຼື ບໍ່? ພຣະເຈົ້າໄດ້ຮຽກຮ້ອງຫຍັງຈາກເຈົ້າ? ໜ້າທີ່ທີ່ເຈົ້າໄດ້ປະຕິບັດ, ວຽກງານທີ່ເຈົ້າໄດ້ເຮັດ ແລະ ແນວຄວາມຄິດ ແລະ ຄຳແນະນຳທີ່ເຈົ້າໄດ້ໃຫ້ໄປນັ້ນ ສອດຄ່ອງກັບມາລະຍາດຂອງຄວາມເປັນນັກບຸນ ຫຼື ບໍ່? ສິ່ງເຫຼົ່ານັ້ນສອດຄ່ອງກັບມາດຕະຖານທີ່ຈຳເປັນຂອງເຮືອນຂອງພຣະເຈົ້າ ຫຼື ບໍ່? ເຈົ້າໄດ້ຄິດເຖິງຄຳພະຍານຂອງພຣະເຈົ້າ ແລະ ພຣະນາມຂອງພຣະເຈົ້າ ຫຼື ບໍ່? ເຈົ້າໄດ້ຄຳນຶງເຖິງຊື່ສຽງຂອງເຮືອນຂອງພຣະເຈົ້າ ຫຼື ບໍ່? ເຈົ້າໄດ້ຄຳນຶງເຖິງມາລະຍາດຂອງຄວາມເປັນນັກບຸນ ຫຼື ບໍ່? ເຈົ້າຍອມຮັບ ຫຼື ບໍ່ວ່າເຈົ້າເປັນຊາວຄຣິສ? ເຈົ້າບໍ່ໄດ້ຄຳນຶງເຖິງສິ່ງເຫຼົ່ານີ້ເລີຍ, ແລ້ວເຈົ້າໄດ້ເຮັດຫຍັງກັນແທ້? ການກະທຳຂອງເຈົ້າສົມຄວນໄດ້ຮັບການຈື່ຈຳບໍ? ເຈົ້າໄດ້ເຮັດໃຫ້ວຽກງານຂອງຄຣິສຕະຈັກວຸ້ນວາຍ ແລະ ເຮືອນຂອງພຣະເຈົ້າກໍພຽງແຕ່ລິຮານເຈົ້າ, ໂດຍບໍ່ໄດ້ຖອນສິດໃນການປະຕິບັດໜ້າທີ່ຂອງເຈົ້າ. ນີ້ຄືຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດ, ຄືຄວາມຮັກທີ່ແທ້ຈິງທີ່ສຸດ. ແຕ່ເຖິງຢ່າງນັ້ນ, ເຈົ້າກໍຍັງຮູ້ສຶກລຳຄານ. ເຈົ້າມີເຫດຜົນໃດໜຶ່ງທີ່ຈະເປັນແບບນັ້ນບໍ? ເຈົ້າຊ່າງບໍ່ມີເຫດຜົນເລີຍ!

ມີບາງຄົນທີ່ຫາກໍເຊື່ອໃນພຣະເຈົ້າໄດ້ພຽງສອງ ຫຼື ສາມປີ ແລະ ການກະທຳຂອງພວກເຂົາ, ວິທີທີ່ພວກເຂົາເວົ້າ ແລະ ຫົວ ແລະ ມຸມມອງທີ່ພວກເຂົາເປີດເຜີຍ ແລະ ແມ່ນແຕ່ການສະແດງສີໜ້າ ແລະ ທ່າທາງຂອງພວກເຂົາເວລາທີ່ເວົ້າກັບຄົນອື່ນກໍບໍ່ໜ້າພໍໃຈ ແລະ ສະແດງໃຫ້ເຫັນວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອຢ່າງແທ້ຈິງ. ຄົນເຫຼົ່ານີ້ຄວນຖືກຈັດລະບຽບ, ພວກເຂົາຄວນຖືກລິຮານ ແລະ ຄວນວາງກົດລະບຽບໃຫ້ພວກເຂົາ, ເພື່ອໃຫ້ພວກເຂົາຮູ້ວ່າຄວາມເປັນມະນຸດທີ່ປົກກະຕິແມ່ນຫຍັງ, ມາລະຍາດຂອງຄວາມເປັນນັກບຸນແມ່ນຫຍັງ ແລະ ຊາວຄຣິສຄວນເປັນແນວໃດ ແລະ ເພື່ອໃຫ້ພວກເຂົາຮຽນຮູ້ວິທີການປະພຶດຕົນ ແລະ ສາມາດມີຄວາມເໝືອນມະນຸດໄດ້. ມີບາງຄົນທີ່ເຊື່ອໃນພຣະເຈົ້າມາແລ້ວແປດ ຫຼື 10 ປີ ຫຼື ດົນກວ່ານັ້ນ ແຕ່ເມື່ອຕັດສິນຈາກຄວາມຄິດ ແລະ ມຸມມອງຂອງພວກເຂົາ, ຄຳເວົ້າ ແລະ ການກະທຳ ແລະ ວິທີທີ່ພວກເຂົາຈັດການກັບສິ່ງຕ່າງໆ ແລະ ແນວຄວາມຄິດທີ່ພວກເຂົາຄິດອອກເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ, ມັນກໍຊັດເຈນວ່າພວກເຂົາເປັນຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອຢ່າງແທ້ຈິງ. ຄົນເຫຼົ່ານີ້ໄດ້ຟັງຄຳເທດສະໜາມາຫຼາຍພໍສົມຄວນ ແລະ ພວກເຂົາມີປະສົບການ ແລະ ຄວາມເຂົ້າໃຈບາງຢ່າງ; ພວກເຂົາໄດ້ມີປະຕິສຳພັນກັບອ້າຍເອື້ອຍນ້ອງຂອງພວກເຂົາຫຼາຍພໍສົມຄວນ ແລະ ຄວນມີຮູບແບບພາສາປະຈຳວັນຂອງພວກເຂົາເອງ ແຕ່ຄົນສ່ວນໃຫຍ່ໃນພວກເຂົາກໍບໍ່ສາມາດແບ່ງປັນຄຳພະຍານໄດ້ ແລະ ເມື່ອພວກເຂົາເວົ້າ ແລະ ສະແດງມຸມມອງຂອງພວກເຂົາ, ພາສາຂອງພວກເຂົາກໍຂາດເນື້ອໃນທີ່ແທ້ຈິງ ແລະ ພວກເຂົາບໍ່ສາມາດອະທິບາຍຫຍັງໄດ້ຢ່າງຊັດເຈນ. ພວກເຂົາຂາດແຄນຝ່າຍວິນຍານ, ໜ້າເວດທະນາ ແລະ ຕາບອດຢ່າງແທ້ຈິງ, ພວກເຂົາມີສີໜ້າທີ່ໜ້າສົງສານຢ່າງເຫັນໄດ້ຊັດເຈນ. ເມື່ອຄົນແບບນັ້ນປະຕິບັດໜ້າທີ່ ແລະ ຮັບຜິດຊອບພຽງເລັກນ້ອຍ, ພວກເຂົາກໍມັກຈະຖືກລິຮານຢູ່ສະເໝີ. ສິ່ງນີ້ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ເປັນຫຍັງພວກເຂົາຈຶ່ງຈະຖືກລິຮານ? ມັນເປັນເພາະວ່າການກະທຳຂອງພວກເຂົາລະເມີດຫຼັກການຄວາມຈິງຫຼາຍເກີນໄປ; ພວກເຂົາບໍ່ມີແມ່ນແຕ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄົນປົກກະຕິ ແລະ ພວກເຂົາເວົ້າ ແລະ ກະທຳຄືກັບຜູ້ບໍ່ມີຄວາມເຊື່ອ, ມັນຄືກັບວ່າຜູ້ບໍ່ມີຄວາມເຊື່ອຖືກຈ້າງໃຫ້ມາເຮັດວຽກງານຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ຄຸນນະພາບຂອງວຽກງານທີ່ຄົນເຫຼົ່ານີ້ສ້າງຂຶ້ນໃນການປະຕິບັດໜ້າທີ່ຂອງພວກເຂົາເປັນແນວໃດ? ຄຸນຄ່າຂອງມັນແມ່ນຫຍັງ? ມີສ່ວນໃດໃນຕົວພວກເຂົາທີ່ອ່ອນນ້ອມບໍ? ພວກເຂົາບໍ່ໄດ້ມີບັນຫາຫຼາຍເກີນໄປ ແລະ ກໍ່ໃຫ້ເກີດພຽງແຕ່ການຂັດຂວາງ ແລະ ການລົບກວນບໍ? (ແມ່ນແລ້ວ.) ແລ້ວຄົນເຫຼົ່ານີ້ບໍ່ຄວນຖືກລິຮານບໍ? (ແມ່ນແລ້ວ.) ບາງຄົນຂຽນບົດກ່ຽວກັບຊີວິດຂອງຊາວຄຣິສ, ກ່ຽວກັບວິທີທີ່ຕົວລະຄອນຫຼັກຜ່ານການຂົ່ມເຫັງ, ຄວາມລຳບາກຍາກແຄ້ນ ແລະ ສະຖານະການຕ່າງໆ ແລະ ວິທີທີ່ພວກເຂົາມີປະສົບການກັບພຣະທຳຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຕະຫຼອດທັງເລື່ອງ, ຕົວລະຄອນຫຼັກແທບຈະບໍ່ເຄີຍອະທິຖານເລີຍ ແລະ ບາງຄັ້ງເມື່ອປະເຊີນກັບບາງສິ່ງບາງຢ່າງ, ພວກເຂົາກໍບໍ່ຮູ້ແມ່ນແຕ່ຈະເວົ້າຫຍັງໃນການອະທິຖານ. ກ່ອນໜ້ານີ້, ບາງຄົນເຄີຍຂຽນການອະທິຖານແບບເກົ່າຊ້ຳແລ້ວຊ້ຳອີກ; ເມື່ອຕົວລະຄອນຫຼັກພົບພໍ້ກັບບາງສິ່ງບາງຢ່າງ, ພວກເຂົາກໍຈະອະທິຖານວ່າ: “ໂອ້ ພຣະເຈົ້າ, ຕອນນີ້ຂ້ານ້ອຍຮູ້ສຶກເສຍໃຈຫຼາຍ! ຂ້ານ້ອຍທຸກໃຈຫຼາຍ, ທຸກໃຈທີ່ສຸດເລີຍ! ຂໍພຣະອົງຊົງນຳພາຂ້ານ້ອຍ ແລະ ໃຫ້ຄວາມຮູ້ແຈ້ງແກ່ຂ້ານ້ອຍແດ່ທ້ອນ”. ພວກເຂົາພຽງແຕ່ຂຽນຄຳເວົ້າທີ່ເລັກນ້ອຍແບບນີ້ ແຕ່ເມື່ອປະເຊີນກັບເຫດການທີ່ແຕກຕ່າງກັນ, ສະຖານະການທີ່ແຕກຕ່າງກັນ, ອາລົມທີ່ແຕກຕ່າງກັນ, ຕົວລະຄອນຫຼັກກໍບໍ່ຮູ້ວິທີອະທິຖານ ແລະ ບໍ່ມີຫຍັງຈະເວົ້າ. ສິ່ງນີ້ເຮັດໃຫ້ເຮົາສົງໄສວ່າ ຖ້າຄົນເຫຼົ່ານີ້ພັນລະນາຕົວລະຄອນຫຼັກຂອງພວກເຂົາວ່າບໍ່ໄດ້ອະທິຖານເມື່ອພວກເຂົາພົບບັນຫາ, ແລ້ວຕົວພວກເຂົາເອງຈະມີນິໄສມັກອະທິຖານບໍ? ຖ້າພວກເຂົາບໍ່ໄດ້ອະທິຖານເມື່ອພວກເຂົາພົບພໍ້ກັບບາງສິ່ງບາງຢ່າງ, ແລ້ວພວກເຂົາເພິ່ງພາຫຍັງໃນການໃຊ້ຊີວິດປະຈຳວັນ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ? ພວກເຂົາກຳລັງຄິດຫຍັງຢູ່? ພວກເຂົາມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາບໍ? (ພວກເຂົາບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ພວກເຂົາເພິ່ງພາຄວາມຄິດ ແລະ ພອນສະຫວັນຂອງພວກເຂົາເອງໃນສິ່ງທີ່ພວກເຂົາເຮັດ.) ຜົນຂອງສິ່ງນີ້ກໍຄື ພວກເຂົາຖືກລິຮານ. ພວກເຈົ້າຄິດວ່າເຮົາຈະປະເມີນເລື່ອງນີ້ແນວໃດ? ຄົນແບບນີ້ຄວນຖືກລິຮານ. ຄົນເຫຼົ່ານີ້, ຜູ້ທີ່ບໍ່ມີຄວາມຄືບໜ້າ, ຜູ້ທີ່ມີສະໝອງແຕ່ບໍ່ມີຫົວໃຈ, ໄດ້ເປັນຜູ້ເຊື່ອມາຫຼາຍປີແລ້ວ ແຕ່ພວກເຂົາກໍບໍ່ຮູ້ວ່າຈະເວົ້າຫຍັງໃນການອະທິຖານເມື່ອພົບພໍ້ກັບບັນຫາ; ພວກເຂົາບໍ່ມີຫຍັງຈະເວົ້າກັບພຣະເຈົ້າ, ທັງບໍ່ຮູ້ວິທີທີ່ຈະລະບາຍຄວາມໃນໃຈກັບພຣະເຈົ້າ ແລະ ພວກເຂົາບໍ່ໄດ້ເປີດໃຈລົມກັບພຣະເຈົ້າ. ພຣະເຈົ້າຄືຜູ້ທີ່ໃກ້ຊິດກັບເຈົ້າທີ່ສຸດ, ເປັນຜູ້ທີ່ສົມຄວນໄດ້ຮັບຄວາມໄວ້ວາງໃຈ ແລະ ການເພິ່ງພາອາໄສຈາກເຈົ້າຫຼາຍທີ່ສຸດ ແຕ່ເຈົ້າພັດບໍ່ມີຫຍັງຈະເວົ້າກັບພຣະອົງເລີຍ, ແລ້ວເຈົ້າເກັບຄວາມຄິດທີ່ຢູ່ເລິກທີ່ສຸດຂອງເຈົ້າໄວ້ໃຫ້ໃຜ? ບໍ່ວ່າຈະເປັນໃຜກໍຕາມ, ຖ້າເຈົ້າບໍ່ມີຫຍັງຈະເວົ້າກັບພຣະເຈົ້າ, ແລ້ວເຈົ້າເປັນຄົນປະເພດໃດ? ເຈົ້າບໍ່ແມ່ນຄົນທີ່ຂາດຄວາມເປັນມະນຸດທີ່ສຸດບໍ? ຖ້າບໍ່ມີຫຍັງໃນບົດກ່ຽວກັບຄວາມເປັນມະນຸດຂອງຕົວລະຄອນຫຼັກ, ຊີວິດຂອງພວກເຂົາໃນຖານະຜູ້ເຊື່ອ ແລະ ວິທີທີ່ພວກເຂົາມີໄດ້ປະສົບການກັບພຣະທຳຂອງພຣະເຈົ້າ ແລະ ອື່ນໆ, ຖ້າມັນເປັນພຽງບົດທີ່ວ່າງເປົ່າ, ແລ້ວເຈົ້າຕ້ອງການສະແດງຫຍັງໃຫ້ຜູ້ຄົນເຫັນໂດຍການສ້າງຮູບເງົານີ້? ບົດທີ່ເຈົ້າກຳລັງຂຽນຢູ່ນັ້ນມີປະໂຫຍດຫຍັງ? ເຈົ້າກຳລັງເປັນປະຈັກພະຍານໃຫ້ກັບພຣະເຈົ້າ ຫຼື ໃຫ້ກັບຄວາມຮູ້ ແລະ ການສຶກສາພຽງເລັກນ້ອຍທີ່ເຈົ້າມີແມ່ນບໍ? ຫຼັກຖານທີ່ເປັນຮູບປະທຳທີ່ດີທີ່ສຸດສຳລັບຄຳພະຍານເຖິງພຣະເຈົ້າກໍຄື ວິທີທີ່ຄົນໆໜຶ່ງອະທິຖານ ແລະ ສະແຫວງຫາ ແລະ ວິທີທີ່ແນວຄວາມຄິດ, ທັດສະນະຄະຕິ, ມຸມມອງ ແລະ ຄວາມຄິດຂອງພວກເຂົາທີ່ມີຕໍ່ພຣະເຈົ້າປ່ຽນແປງໄປ ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບພວກເຂົາ ຫຼື ເມື່ອພວກເຂົາພົບກັບຄວາມຫຍຸ້ງຍາກ. ໜ້າເສຍດາຍທີ່ບາງຄົນບໍ່ມີຄວາມເຂົ້າໃຈອັນໃດກ່ຽວກັບເລື່ອງນີ້ເລີຍ. ພວກເຂົາຍັງບໍ່ຮູ້ວິທີອະທິຖານຫຼັງຈາກທີ່ມີຄວາມສັດທາມາຫຼາຍປີ, ມັນຈຶ່ງບໍ່ແປກທີ່ພວກເຂົາຍັງບໍ່ມີຄວາມຄືບໜ້າ. ທັກສະທາງວິຊາຊີບຂອງພວກເຂົາບໍ່ໄດ້ຮັບການປັບປຸງ ແລະ ພວກເຂົາກໍບໍ່ມີຄວາມຄືບໜ້າໃນການເຂົ້າສູ່ຊີວິດຂອງພວກເຂົາ. ຄົນເຊັ່ນນີ້ບໍ່ຄວນຖືກລິຮານບໍ? ດັ່ງນັ້ນ, ມັນຈຶ່ງມີເງື່ອນໄຂເບື້ອງຕົ້ນສຳລັບການທີ່ຜູ້ຄົນຖືກລິຮານ. ຖ້າພວກເຈົ້າປະຕິເສດທີ່ຈະຍອມຮັບການລິຮານ ຫຼື ຖ້າພວກເຈົ້າບໍ່ຖືກລິຮານ, ຜົນສະທ້ອນຂອງສິ່ງນີ້ ແລະ ຈຸດຈົບຂອງພວກເຈົ້າກໍຈະເປັນອັນຕະລາຍ. ພວກເຈົ້າໂຊກດີແລ້ວທີ່ມີຄົນມາລິຮານ ແລະ ລົງວິໄນພວກເຈົ້າໃນຕອນນີ້. ສິ່ງທີ່ມະຫັດສະຈັນ ແລະ ເປັນປະໂຫຍດນີ້ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຍອມຮັບໄດ້. ພວກເຂົາຄິດວ່າເມື່ອພວກເຂົາຖືກລິຮານ, ມັນໝາຍຄວາມວ່າພວກເຂົາຈົບສິ້ນແລ້ວ, ພວກເຂົາບໍ່ມີຄວາມຫວັງອີກຕໍ່ໄປ, ພວກເຂົາສາມາດເຫັນໄດ້ວ່າຈຸດຈົບຂອງພວກເຂົາຈະເປັນແນວໃດ. ພວກເຂົາຄິດວ່າການຖືກລິຮານສະແດງໃຫ້ເຫັນວ່າພວກເຂົາບໍ່ມີຄຸນຄ່າອີກຕໍ່ໄປ ແລະ ບໍ່ເປັນທີ່ໂປດປານຂອງເບື້ອງເທິງອີກຕໍ່ໄປ ແລະ ພວກເຂົາມີແນວໂນ້ມທີ່ຈະຖືກກຳຈັດ. ແລ້ວພວກເຂົາກໍສູນເສຍແຮງຈູງໃຈໃນຄວາມສັດທາຂອງພວກເຂົາ ແລະ ເລີ່ມວາງແຜນທີ່ຈະອອກໄປສູ່ໂລກ ແລະ ຫາເງິນໃຫ້ໄດ້ຫຼາຍໆ, ເພື່ອຕິດຕາມກະແສທາງໂລກ, ເພື່ອກິນ, ດື່ມ ແລະ ຫາຄວາມສຸກ ແລະ ອຸບາຍຂອງພວກເຂົາກໍເລີ່ມຖືກເປີດເຜີຍອອກມາ. ສິ່ງນີ້ເຮັດໃຫ້ພວກເຂົາຕົກຢູ່ໃນອັນຕະລາຍ ແລະ ໃນກ້າວຕໍ່ໄປ ພວກເຂົາກໍຈະກ້າວຂ້າມຂອບປະຕູ, ເພື່ອອອກຈາກເຮືອນຂອງພຣະເຈົ້າໄປ.

ເມື່ອຜູ້ຕໍ່ຕ້ານພຣະຄຣິສມີສະຖານະ ແລະ ອຳນາດໃນເຮືອນຂອງພຣະເຈົ້າ, ເມື່ອພວກເຂົາສາມາດໃຊ້ປະໂຫຍດ ແລະ ສວຍໂອກາດໄດ້ໃນທຸກໆເລື່ອງ, ເມື່ອຜູ້ຄົນຍົກຍ້ອງ ແລະ ປະຈົບປະແຈງພວກເຂົາ ແລະ ເມື່ອພວກເຂົາຄິດວ່າພອນ ແລະ ລາງວັນ ພ້ອມທັງຈຸດໝາຍປາຍທາງທີ່ສວຍງາມເບິ່ງຄືວ່າຢູ່ໃກ້ໃນໄລຍະທີ່ເອື້ອມເຖິງ, ແລ້ວເມື່ອເບິ່ງຜິວເຜີນ ພວກເຂົາກໍເບິ່ງຄືວ່າເຕັມປ່ຽມໄປດ້ວຍຄວາມສັດທາໃນພຣະເຈົ້າ, ໃນພຣະທຳຂອງພຣະເຈົ້າ ແລະ ຄຳສັນຍາຂອງພຣະອົງທີ່ມີຕໍ່ມະນຸດຊາດ ແລະ ໃນວຽກງານ ແລະ ອະນາຄົດຂອງເຮືອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາຖືກລິຮານ, ເມື່ອຄວາມປາຖະໜາສຳລັບພອນຂອງພວກເຂົາຖືກຄຸກຄາມ, ແລ້ວພວກເຂົາກໍເກີດຄວາມສົງໄສ ແລະ ຄວາມເຂົ້າໃຈຜິດຕໍ່ພຣະເຈົ້າ. ພຽງຊົ່ວພິບຕາ, ຄວາມສັດທາທີ່ເບິ່ງຄືວ່າມີຢ່າງຫຼວງຫຼາຍຂອງພວກເຂົາກໍຫາຍໄປ ແລະ ບໍ່ສາມາດຊອກຫາພົບໄດ້ຢູ່ໃສເລີຍ. ພວກເຂົາແທບຈະບໍ່ມີແຮງແມ່ນແຕ່ຈະຍ່າງ ຫຼື ເວົ້າ, ພວກເຂົາສູນເສຍຄວາມສົນໃຈໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາສູນເສຍຄວາມກະຕືລືລົ້ນ, ຄວາມຮັກ ແລະ ຄວາມສັດທາທັງໝົດ. ພວກເຂົາໄດ້ສູນເສຍຄວາມປາຖະໜາດີພຽງເລັກນ້ອຍທີ່ພວກເຂົາມີ ແລະ ພວກເຂົາບໍ່ສົນໃຈໃຜກໍຕາມທີ່ເວົ້າກັບພວກເຂົາ. ພວກເຂົາກາຍເປັນຄົນທີ່ແຕກຕ່າງໄປຢ່າງສິ້ນເຊີງໃນທັນທີ. ພວກເຂົາຖືກເປີດເຜີຍແລ້ວ, ແມ່ນບໍ? ເມື່ອຄົນເຊັ່ນນີ້ຍຶດຕິດກັບຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາ, ພວກເຂົາກໍເບິ່ງຄືວ່າມີພະລັງງານຢ່າງບໍ່ມີຂີດຈຳກັດ, ເບິ່ງຄືວ່າຈົງຮັກພັກດີຕໍ່ພຣະເຈົ້າ. ພວກເຂົາສາມາດຕື່ນແຕ່ເຊົ້າ ແລະ ເຮັດວຽກຈົນເດິກດື່ນ ແລະ ສາມາດທົນທຸກ ແລະ ຈ່າຍລາຄາໄດ້. ແຕ່ເມື່ອພວກເຂົາສູນເສຍຄວາມຫວັງທີ່ຈະໄດ້ຮັບພອນ, ພວກເຂົາກໍເປັນຄືກັບໝາກປຸມເປົ້າທີ່ແຟບ. ພວກເຂົາຕ້ອງການປ່ຽນແຜນການຂອງພວກເຂົາ, ຊອກຫາເສັ້ນທາງອື່ນ ແລະ ຍອມແພ້ໃນຄວາມສັດທາໃນພຣະເຈົ້າຂອງພວກເຂົາ. ພວກເຂົາກາຍເປັນຄົນທໍ້ແທ້ ແລະ ຜິດຫວັງກັບພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຄັບແຄ້ນໃຈ. ນີ້ແມ່ນການສະແດງອອກຂອງຄົນທີ່ໄລ່ຕາມ ແລະ ຮັກຄວາມຈິງ, ຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຊື່ສັດບໍ? (ບໍ່.) ພວກເຂົາກຳລັງຕົກຢູ່ໃນອັນຕະລາຍ. ເມື່ອພວກເຈົ້າພົບພໍ້ກັບຄົນປະເພດນີ້, ຖ້າພວກເຂົາສາມາດໃຫ້ບໍລິການໄດ້, ແລ້ວຈົ່ງອ່ອນໂຍນເມື່ອລິຮານພວກເຂົາ ແລະ ຊອກຫາຄຳເວົ້າທີ່ຟັງແລ້ວມ່ວນຫູເພື່ອຍົກຍ້ອງພວກເຂົາ. ປະຈົບປະແຈງພວກເຂົາ ແລະ ຍົກຍໍພວກເຂົາໃຫ້ພອງຂຶ້ນຄືກັບໝາກປຸມເປົ້າ ແລ້ວພວກເຂົາກໍຈະຍ່າງຢ່າງມີຊີວິດຊີວາ. ເຈົ້າສາມາດເວົ້າສິ່ງຕ່າງໆ ເຊັ່ນ: “ເຈົ້າຊ່າງໄດ້ຮັບພອນຫຼາຍ, ເຈົ້າມີແວວຕາທີ່ສົດໃສ ແລະ ຂ້ອຍເຫັນວ່າເຈົ້າມີພະລັງງານຢ່າງບໍ່ມີຂີດຈຳກັດ ແລະ ເຈົ້າຈະຕ້ອງເປັນກຳລັງຫຼັກໃນເຮືອນຂອງພຣະເຈົ້າຢ່າງແນ່ນອນ. ອານາຈັກຂອງພຣະເຈົ້າຈະຂາດເຈົ້າໄປບໍ່ໄດ້ເລີຍ ແລະ ຖ້າບໍ່ມີເຈົ້າ ວຽກງານຂອງເຮືອນຂອງພຣະເຈົ້າກໍຈະໄດ້ຮັບຄວາມເສຍຫາຍ. ແຕ່ເຈົ້າມີຂໍ້ບົກຜ່ອງພຽງເລັກນ້ອຍເທົ່ານັ້ນ. ເຈົ້າສາມາດເອົາຊະນະມັນໄດ້ດ້ວຍຄວາມພະຍາຍາມພຽງເລັກນ້ອຍ ແລະ ເມື່ອສິ່ງນັ້ນຖືກແກ້ໄຂແລ້ວ ທຸກຢ່າງກໍຈະດີເອງ, ແລ້ວມົງກຸດທີ່ຍິ່ງໃຫຍ່ທີ່ສຸດກໍຈະເປັນຂອງເຈົ້າຢ່າງແນ່ນອນ”. ເມື່ອຄົນແບບນີ້ເຮັດບາງສິ່ງຜິດ, ເຈົ້າສາມາດລິຮານພວກເຂົາຕໍ່ໜ້າໄດ້. ເຈົ້າຄວນເຮັດແນວໃດ? ພຽງແຕ່ເວົ້າວ່າ “ເຈົ້າສະຫຼາດຫຼາຍ. ເຈົ້າເຮັດຄວາມຜິດພາດພື້ນຖານເຊັ່ນນີ້ໄດ້ແນວໃດ? ສິ່ງນັ້ນບໍ່ຄວນເກີດຂຶ້ນເລີຍ! ເຈົ້າມີຄວາມສາມາດດີທີ່ສຸດ ແລະ ມີການສຶກສາສູງທີ່ສຸດໃນທີມຂອງພວກເຮົາ ແລະ ເຈົ້າມີກຽດສັກສີທີ່ສຸດໃນໝູ່ພວກເຮົາ. ເຈົ້າບໍ່ຄວນເປັນຄົນທີ່ເຮັດຄວາມຜິດພາດແບບນີ້, ມັນຊ່າງໜ້າອັບອາຍແທ້ໆ! ຈົ່ງແນ່ໃຈວ່າຈະບໍ່ເຮັດຄວາມຜິດພາດແບບນີ້ອີກ ຫຼື ມັນຈະເປັນການທຳຮ້າຍຈິດໃຈພຣະເຈົ້າຢ່າງແນ່ນອນ. ຖ້າເຈົ້າເຮັດມັນອີກ, ມັນກໍຈະທຳລາຍຊື່ສຽງຂອງເຈົ້າ. ຂ້ອຍຈະບໍ່ເວົ້າເລື່ອງນີ້ກັບເຈົ້າຕໍ່ໜ້າທຸກຄົນ, ຂ້ອຍພຽງແຕ່ບອກໃຫ້ເຈົ້າຮູ້ຢ່າງລັບໆ ເພື່ອບໍ່ໃຫ້ອ້າຍເອື້ອຍນ້ອງມີທັດສະນະທີ່ບໍ່ດີກ່ຽວກັບເຈົ້າ. ຂ້ອຍພຽງແຕ່ພະຍາຍາມເຮັດໃຫ້ແນ່ໃຈວ່າເຈົ້າຈະບໍ່ເສຍໜ້າ ແລະ ຄຳນຶງເຖິງຄວາມຮູ້ສຶກຂອງເຈົ້າ, ແມ່ນບໍ? ເຫັນບໍ, ເຮືອນຂອງພຣະເຈົ້າບໍ່ມີຄວາມຮັກບໍ?” ແລ້ວພວກເຂົາກໍເວົ້າວ່າ “ແມ່ນແລ້ວ”. “ແລ້ວຕໍ່ໄປແມ່ນຫຍັງ?” ແລະ ພວກເຂົາກໍຈະຕອບວ່າ “ເຮັດວຽກໃຫ້ດີຕໍ່ໄປ!” ພວກເຈົ້າຄິດແນວໃດກ່ຽວກັບການປະຕິບັດຕໍ່ພວກເຂົາແບບນັ້ນ? ຄົນປະເພດນັ້ນພຽງແຕ່ຕ້ອງການໄດ້ຮັບພອນໂດຍການອອກເຫື່ອແຮງ, ພວກເຂົາບໍ່ເຄີຍສະແຫວງຫາຫຼັກການຄວາມຈິງໃນຄຳເວົ້າ ຫຼື ການກະທຳຂອງພວກເຂົາ ແລະ ພວກເຂົາບໍ່ຍອມຮັບຄວາມຈິງເລີຍ. ພວກເຂົາບໍ່ເຄີຍຄິດວ່າພວກເຂົາຄວນເວົ້າໃນສິ່ງທີ່ພວກເຂົາເວົ້າ ຫຼື ເຮັດໃນສິ່ງທີ່ພວກເຂົາເຮັດ ຫຼື ບໍ່, ທັງບໍ່ໄດ້ຄຳນຶງເຖິງຜົນສະທ້ອນຂອງສິ່ງທີ່ພວກເຂົາເຮັດ, ທັງບໍ່ໄດ້ອະທິຖານ, ໄຕ່ຕອງ, ສະແຫວງຫາ ຫຼື ໂອ້ລົມ. ພວກເຂົາພຽງແຕ່ເຮັດສິ່ງຕ່າງໆຕາມຄວາມຄິດຂອງພວກເຂົາເອງ, ພວກເຂົາເຮັດທຸກຢ່າງທີ່ພວກເຂົາຕ້ອງການ. ເມື່ອມີບາງຄົນທຳລາຍຄວາມພາກພູມໃຈ ຫຼື ຜົນປະໂຫຍດຂອງພວກເຂົາດ້ວຍບາງສິ່ງທີ່ພວກເຂົາເວົ້າ ຫຼື ເຮັດ, ເປີດໂປງຂໍ້ບົກຜ່ອງ ຫຼື ບັນຫາຂອງພວກເຂົາ ຫຼື ໃຫ້ຄຳແນະນຳທີ່ສົມເຫດສົມຜົນແກ່ພວກເຂົາ, ແລ້ວພວກເຂົາກໍຈະໂມໂຫຢ່າງໜັກ, ເກັບຄວາມຄຽດແຄ້ນໄວ້ ແລະ ຕ້ອງການແກ້ແຄ້ນ ແລະ ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ ພວກເຂົາກໍຕ້ອງການປະຖິ້ມຄວາມສັດທາຂອງພວກເຂົາ ແລະ ໄປລາຍງານຄຣິສຕະຈັກຕໍ່ມັງກອນແດງທີ່ຍິ່ງໃຫຍ່. ພວກເຮົາມີວິທີຈັດການກັບຄົນປະເພດນີ້, ນັ້ນກໍຄືການຫຼີກລ່ຽງການລິຮານພວກເຂົາ ແລະ ເອົາໃຈພວກເຂົາແທນ.

ພວກເຮົາຫາກໍໂອ້ລົມກັນກ່ຽວກັບວິທີທີ່ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາມັກຈະເຫັນວ່າມັນກ່ຽວຂ້ອງກັບຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາຢູ່ສະເໝີ. ທັດສະນະຄະຕິ ແລະ ມຸມມອງນີ້ແມ່ນບໍ່ຖືກຕ້ອງ ແລະ ມັນເປັນອັນຕະລາຍ. ເມື່ອມີຄົນຊີ້ໃຫ້ເຫັນຂໍ້ບົກຜ່ອງ ຫຼື ບັນຫາຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ສູນເສຍຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາໄປແລ້ວ ແລະ ເມື່ອພວກເຂົາຖືກລິຮານ ຫຼື ຖືກລົງວິໄນ ຫຼື ຖືກຕຳນິ, ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ສູນເສຍຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາໄປແລ້ວເຊັ່ນກັນ. ທັນທີທີ່ມີບາງສິ່ງບາງຢ່າງບໍ່ເປັນໄປຕາມຄວາມຕ້ອງການຂອງພວກເຂົາ ຫຼື ບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ທັນທີທີ່ພວກເຂົາຖືກເປີດໂປງ ແລະ ຖືກລິຮານ, ໂດຍຮູ້ສຶກວ່າຄວາມພາກພູມໃຈໃນຕົວພວກເຂົາເອງຖືກທຳລາຍ, ຄວາມຄິດຂອງພວກເຂົາກໍຈະມຸ່ງໄປສູ່ເລື່ອງທີ່ວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນອີກຕໍ່ໄປແລ້ວ ຫຼື ບໍ່ໃນທັນທີ. ສິ່ງນີ້ບໍ່ແມ່ນການທີ່ພວກເຂົາອ່ອນໄຫວເກີນໄປບໍ? ພວກເຂົາບໍ່ໄດ້ປາຖະໜາທີ່ຈະໄດ້ຮັບພອນຢ່າງແຮງກ້າເກີນໄປບໍ? ບອກເຮົາມາເບິ່ງ, ຄົນເຊັ່ນນີ້ບໍ່ໜ້າເວດທະນາບໍ? (ພວກເຂົາໜ້າເວດທະນາ.) ພວກເຂົາໜ້າເວດທະນາແທ້ໆ! ແລ້ວພວກເຂົາໜ້າເວດທະນາໃນແບບໃດ? ການທີ່ຄົນໆໜຶ່ງສາມາດໄດ້ຮັບພອນນັ້ນກ່ຽວຂ້ອງກັບການທີ່ພວກເຂົາຖືກລິຮານບໍ? (ບໍ່.) ພວກມັນບໍ່ກ່ຽວຂ້ອງກັນ. ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຮູ້ສຶກວ່າພວກເຂົາໄດ້ສູນເສຍຄວາມຫວັງທີ່ຈະໄດ້ຮັບພອນ ເມື່ອພວກເຂົາຖືກລິຮານ? ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບການໄລ່ຕາມຂອງພວກເຂົາບໍ? ພວກເຂົາໄລ່ຕາມຫຍັງ? (ການໄດ້ຮັບພອນ.) ພວກເຂົາບໍ່ເຄີຍປ່ອຍວາງຄວາມປາຖະໜາ ແລະ ເຈດຕະນາທີ່ຈະໄດ້ຮັບພອນຂອງພວກເຂົາເລີຍ. ພວກເຂົາມີເຈດຕະນາທີ່ຈະໄດ້ຮັບພອນຕັ້ງແຕ່ຕອນທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະໄດ້ຟັງຄຳເທດສະໜາມາຫຼາຍແລ້ວກໍຕາມ, ພວກເຂົາກໍບໍ່ເຄີຍຍອມຮັບຄວາມຈິງເລີຍ. ພວກເຂົາບໍ່ເຄີຍປະຖິ້ມຄວາມປາຖະໜາ ແລະ ເຈດຕະນາທີ່ຈະໄດ້ຮັບພອນຂອງພວກເຂົາເລີຍ. ພວກເຂົາບໍ່ໄດ້ແກ້ໄຂ ຫຼື ປ່ຽນແປງມຸມມອງຂອງພວກເຂົາກ່ຽວກັບຄວາມເຊື່ອໃນພຣະເຈົ້າ ແລະ ເຈດຕະນາຂອງພວກເຂົາໃນການປະຕິບັດໜ້າທີ່ກໍບໍ່ໄດ້ຖືກເຮັດໃຫ້ບໍລິສຸດ. ພວກເຂົາມັກຈະເຮັດທຸກສິ່ງທຸກຢ່າງໃນຂະນະທີ່ຍຶດຕິດກັບຄວາມຫວັງ ແລະ ເຈດຕະນາທີ່ຈະໄດ້ຮັບພອນຂອງພວກເຂົາຢູ່ສະເໝີ ແລະ ໃນທີ່ສຸດ, ເມື່ອຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາກຳລັງຈະພັງທະລາຍ, ພວກເຂົາກໍລະເບີດຄວາມໂມໂຫອອກມາ ແລະ ຈົ່ມວ່າຢ່າງຂົມຂື່ນ, ໃນທີ່ສຸດກໍເປີດເຜີຍໃຫ້ເຫັນເຖິງສະພາບທີ່ຂີ້ລ້າຍແຫ່ງຄວາມສົງໄສຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ການປະຕິເສດຄວາມຈິງຂອງພວກເຂົາ. ພວກເຂົາບໍ່ໄດ້ກຳລັງຫາເລື່ອງຕາຍບໍ? ນັ້ນຄືຜົນສະທ້ອນທີ່ຫຼີກລ່ຽງບໍ່ໄດ້ຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ, ທັງບໍ່ຍອມຮັບການຖືກລິຮານ. ໃນປະສົບການຂອງພວກເຂົາທີ່ກ່ຽວກັບພາລະກິດຂອງພຣະເຈົ້າ, ປະຊາກອນທີ່ພຣະເຈົ້າເລືອກທຸກຄົນສາມາດຮູ້ໄດ້ວ່າ ການພິພາກສາ, ການລົງທັນ ແລະ ການລິຮານຂອງພຣະເຈົ້າແມ່ນຄວາມຮັກ ແລະ ພອນຂອງພຣະອົງ, ແຕ່ຜູ້ຕໍ່ຕ້ານພຣະຄຣິສພັດເຊື່ອວ່ານີ້ເປັນພຽງສິ່ງທີ່ຜູ້ຄົນເວົ້າກັນ ແລະ ບໍ່ເຊື່ອວ່າມັນເປັນຄວາມຈິງ. ສະນັ້ນ, ພວກເຂົາຈຶ່ງບໍ່ເຫັນວ່າການລິຮານເປັນບົດຮຽນທີ່ຕ້ອງຮຽນຮູ້, ທັງບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ໄຕ່ຕອງກ່ຽວກັບຕົນເອງ. ກົງກັນຂ້າມ, ພວກເຂົາເຊື່ອວ່າການລິຮານນັ້ນເກີດຈາກຄວາມປະສົງຂອງມະນຸດ, ເຊື່ອວ່າມັນເປັນການທໍລະມານໂດຍເຈດຕະນາ, ເຕັມໄປດ້ວຍເຈດຕະນາຂອງມະນຸດ ແລະ ບໍ່ໄດ້ມາຈາກພຣະເຈົ້າຢ່າງແນ່ນອນ. ພວກເຂົາເລືອກທີ່ຈະຕໍ່ຕ້ານ ແລະ ບໍ່ສົນໃຈມັນ ແລະ ເຖິງກັບສຶກສາວ່າເປັນຫຍັງບາງຄົນຈຶ່ງປະຕິບັດຕໍ່ພວກເຂົາແບບນັ້ນ. ພວກເຂົາບໍ່ອ່ອນນ້ອມເລີຍ. ພວກເຂົາເຊື່ອມໂຍງທຸກສິ່ງທີ່ເກີດຂຶ້ນໃນການປະຕິບັດໜ້າທີ່ຂອງພວກເຂົາເຂົ້າກັບການໄດ້ຮັບພອນ ແລະ ລາງວັນ ແລະ ພວກເຂົາຖືວ່າການໄດ້ຮັບພອນເປັນການໄລ່ຕາມທີ່ມີຄວາມສຳຄັນທີ່ສຸດໃນຊີວິດຂອງພວກເຂົາ ພ້ອມທັງເປັນເປົ້າໝາຍສູງສຸດ ແລະ ສູງສົ່ງທີ່ສຸດໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ. ພວກເຂົາຍຶດຕິດກັບເຈດຕະນາທີ່ຈະໄດ້ຮັບພອນຂອງພວກເຂົາໄວ້ຢ່າງໜຽວແໜ້ນ, ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ ແລະ ບໍ່ຍອມປ່ອຍມັນໄປ, ໂດຍຄິດວ່າຄວາມເຊື່ອໃນພຣະເຈົ້າທີ່ບໍ່ແມ່ນເພື່ອເຫັນແກ່ການໄດ້ຮັບພອນນັ້ນເປັນຄວາມໂງ່ຈ້າ ແລະ ຄວາມໄຮ້ສາລະ, ຄິດວ່າມັນເປັນການສູນເສຍອັນໃຫຍ່ຫຼວງ. ພວກເຂົາຄິດວ່າໃຜກໍຕາມທີ່ປະຖິ້ມເຈດຕະນາທີ່ຈະໄດ້ຮັບພອນຂອງຕົນເອງແມ່ນຖືກຫຼອກລວງ, ຄິດວ່າມີພຽງແຕ່ຄົນໂງ່ເທົ່ານັ້ນທີ່ຈະປະຖິ້ມຄວາມຫວັງທີ່ຈະໄດ້ຮັບພອນ ແລະ ຄິດວ່າການຍອມຮັບການຖືກລິຮານເປັນການສະແດງອອກເຖິງຄວາມໂງ່ຈ້າ ແລະ ຄວາມໄຮ້ຄວາມສາມາດ, ເຊິ່ງເປັນສິ່ງທີ່ຄົນສະຫຼາດຈະບໍ່ເຮັດ. ນີ້ຄືຄວາມຄິດ ແລະ ຕັກກະຂອງຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ, ພວກເຂົາຈຶ່ງຕໍ່ຕ້ານໃນຫົວໃຈຫຼາຍ ແລະ ເກັ່ງໃນການໃຊ້ເຫດຜົນຈອມປອມ ແລະ ການທຳທ່າ; ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ, ທັງບໍ່ອ່ອນນ້ອມ. ກົງກັນຂ້າມ, ພວກເຂົາພັດເຕັມໄປດ້ວຍການບໍ່ເຊື່ອຟັງ ແລະ ການຂັດຂືນ. ສິ່ງນີ້ມີແນວໂນ້ມທີ່ຈະນຳໄປສູ່ການຕໍ່ຕ້ານພຣະເຈົ້າ, ການຕັດສິນພຣະເຈົ້າ ແລະ ການຕໍ່ສູ້ກັບພຣະເຈົ້າ ແລະ ໃນທີ່ສຸດກໍນຳໄປສູ່ການຖືກເປີດເຜີຍ ແລະ ຖືກກຳຈັດ.

II. ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ

ຜູ້ຕໍ່ຕ້ານພຣະຄຣິສມີທັດສະນະຄະຕິທີ່ດື້ດ້ານຢ່າງເຫຼືອເຊື່ອ ເມື່ອເວົ້າເຖິງການໄດ້ຮັບພອນ. ພວກເຂົາຍຶດຕິດກັບເຈດຕະນາຂອງພວກເຂົາທີ່ຈະໄດ້ຮັບພອນຢ່າງສຸດຊີວິດ ແລະ ເມື່ອພວກເຂົາຖືກລິຮານ ພວກເຂົາກໍຮູ້ສຶກຕໍ່ຕ້ານ ແລະ ພວກເຂົາພະຍາຍາມຢ່າງສຸດຄວາມສາມາດ ເພື່ອໂຕ້ແຍ້ງ ແລະ ແກ້ຕົວໃຫ້ຕົນເອງ. ຈາກສິ່ງນີ້ ພວກເຮົາສາມາດຕັດສິນໄດ້ວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງເລີຍ. ເມື່ອພວກເຂົາຖືກປົດອອກ ຫຼື ການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ ພວກເຂົາກໍຈະຮູ້ສຶກອ່ອນໄຫວຫຼາຍກ່ຽວກັບເລື່ອງການໄດ້ຮັບພອນ. ເປັນຫຍັງພວກເຂົາຈຶ່ງຮູ້ສຶກອ່ອນໄຫວກ່ຽວກັບເລື່ອງນີ້? ເພາະວ່າຫົວໃຈຂອງຄົນເຊັ່ນນີ້ເຕັມໄປດ້ວຍຄວາມປາຖະໜາ ແລະ ຄວາມທະເຍີທະຍານທີ່ຈະໄດ້ຮັບພອນ. ທຸກສິ່ງທີ່ພວກເຂົາເຮັດແມ່ນເພື່ອເຫັນແກ່ການໄດ້ຮັບພອນ ບໍ່ແມ່ນເພື່ອເຫັນແກ່ສິ່ງອື່ນໃດ. ຄວາມປາຖະໜາທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງພວກເຂົາແມ່ນການໄດ້ຮັບພອນ. ນີ້ຄືເຫດຜົນທີ່ວ່າ ເມື່ອພວກເຂົາຖືກປົດອອກ ຫຼື ການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ ພວກເຂົາຮູ້ສຶກວ່າຄວາມຫວັງໃນການໄດ້ຮັບພອນຂອງພວກເຂົາໄດ້ໝົດໄປ ແລະ ໂດຍທຳມະຊາດແລ້ວ ພວກເຂົາປະຕິເສດທີ່ຈະອ່ອນນ້ອມ ແລະ ສືບຕໍ່ໂຕ້ແຍ້ງເພື່ອຕົວພວກເຂົາເອງ. ພວກເຂົາພຽງແຕ່ຄຳນຶງເຖິງຜົນປະໂຫຍດຂອງພວກເຂົາເອງ ແລະ ບໍ່ໄດ້ຄຳນຶງເຖິງວຽກງານຂອງເຮືອນຂອງພຣະເຈົ້າ. ຕົວຢ່າງ: ບາງຄົນເຊື່ອວ່າຕົນເອງມີທັກສະໃນດ້ານການຂຽນ ສະນັ້ນ ພວກເຂົາຈຶ່ງຮຽກຮ້ອງຢ່າງໜັກແໜ້ນທີ່ຈະປະຕິບັດໜ້າທີ່ທີ່ກ່ຽວຂ້ອງກັບທັກສະນັ້ນ. ແນ່ນອນວ່າ ເຮືອນຂອງພຣະເຈົ້າຈະບໍ່ເຮັດໃຫ້ພວກເຂົາຜິດຫວັງ, ເຮືອນຂອງພຣະເຈົ້າເຫັນຄຸນຄ່າບຸກຄົນທີ່ມີຄວາມສາມາດພິເສດ ແລະ ບໍ່ວ່າຜູ້ຄົນຈະມີພອນສະຫວັນ ຫຼື ຈຸດແຂງໃດກໍຕາມ ເຮືອນຂອງພຣະເຈົ້າກໍຈະໃຫ້ພື້ນທີ່ແກ່ພວກເຂົາ ເພື່ອໃຊ້ປະໂຫຍດຈາກສິ່ງເຫຼົ່ານັ້ນ, ສະນັ້ນ ຄຣິສຕະຈັກຈຶ່ງຈັດແຈງໃຫ້ພວກເຂົາເຮັດວຽກງານຂໍ້ຄວາມ. ແຕ່ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ ກໍຄົ້ນພົບວ່າໃນຄວາມເປັນຈິງແລ້ວພວກເຂົາບໍ່ໄດ້ມີທັກສະນີ້ ແລະ ບໍ່ສາມາດປະຕິບັດໜ້າທີ່ນີ້ໃຫ້ເໝາະສົມໄດ້; ພວກເຂົາບໍ່ມີປະສິດທິຜົນເລີຍ. ຄວາມສາມາດພິເສດ ແລະ ຂີດຄວາມສາມາດຂອງພວກເຂົາເຮັດໃຫ້ພວກເຂົາບໍ່ສາມາດເຮັດວຽກນີ້ໄດ້ຢ່າງສິ້ນເຊີງ. ແລ້ວຄວນເຮັດແນວໃດໃນສະຖານະການເຊັ່ນນີ້? ມັນເປັນໄປໄດ້ບໍທີ່ຈະພຽງແຕ່ອົດທົນກັບພວກເຂົາ ແລະ ເວົ້າວ່າ “ເຈົ້າມີຄວາມຫຼົງໄຫຼ ແລະ ເຖິງແມ່ນວ່າເຈົ້າຈະບໍ່ມີຄວາມສາມາດພິເສດຫຼາຍ ແລະ ມີຂີດຄວາມສາມາດລະດັບປານກາງ, ຕາບໃດທີ່ເຈົ້າເຕັມໃຈ ແລະ ບໍ່ເບື່ອໜ່າຍທີ່ຈະເຮັດວຽກໜັກ ເຮືອນຂອງພຣະເຈົ້າກໍຈະອົດທົນກັບເຈົ້າ ແລະ ປ່ອຍໃຫ້ເຈົ້າສືບຕໍ່ປະຕິບັດໜ້າທີ່ນີ້. ມັນບໍ່ສຳຄັນຖ້າເຈົ້າເຮັດມັນບໍ່ໄດ້ດີ. ເຮືອນຂອງພຣະເຈົ້າຈະປ່ອຍຜ່ານ ແລະ ບໍ່ຈຳເປັນທີ່ເຈົ້າຈະຕ້ອງຖືກປ່ຽນແທນ”? ນີ້ແມ່ນຫຼັກການທີ່ເຮືອນຂອງພຣະເຈົ້າໃຊ້ຈັດການກັບເລື່ອງຕ່າງໆບໍ? ເຫັນໄດ້ຊັດເຈນວ່າບໍ່ແມ່ນ. ໃນສະຖານະການເຊັ່ນນີ້ ໂດຍປົກກະຕິແລ້ວໜ້າທີ່ທີ່ເໝາະສົມຈະຖືກຈັດແຈງໃຫ້ພວກເຂົາໂດຍອີງໃສ່ຂີດຄວາມສາມາດ ແລະ ຈຸດແຂງຂອງພວກເຂົາ; ນັ້ນແມ່ນດ້ານໜຶ່ງ. ແຕ່ມັນບໍ່ພຽງພໍທີ່ຈະເພິ່ງພາສິ່ງນີ້ພຽງຢ່າງດຽວ ເພາະໃນຫຼາຍໆກໍລະນີ ຜູ້ຄົນເອງກໍບໍ່ຮູ້ວ່າພວກເຂົາເໝາະສົມທີ່ຈະປະຕິບັດໜ້າທີ່ຫຍັງ ແລະ ເຖິງແມ່ນວ່າພວກເຂົາຈະຄິດວ່າພວກເຂົາເກັ່ງໃນສິ່ງນັ້ນ ມັນກໍອາດຈະບໍ່ຖືກຕ້ອງສະເໝີໄປ, ສະນັ້ນ ພວກເຂົາຈຶ່ງຕ້ອງລອງເຮັດເບິ່ງ ແລະ ຝຶກຝົນເປັນໄລຍະເວລາໜຶ່ງ; ການຕັດສິນໃຈໂດຍອີງໃສ່ວ່າພວກເຂົາມີປະສິດທິຜົນ ຫຼື ບໍ່ນັ້ນແມ່ນສິ່ງທີ່ຖືກຕ້ອງທີ່ຈະເຮັດ. ຖ້າພວກເຂົາຝຶກຝົນເປັນໄລຍະເວລາໜຶ່ງ ແລ້ວບໍ່ໄດ້ຮັບຜົນໄດ້ຮັບໃດໜຶ່ງ ຫຼື ບໍ່ມີຄວາມຄືບໜ້າໃດໜຶ່ງ ແລະ ໄດ້ຮັບການຢືນຢັນແລ້ວວ່າມັນບໍ່ຄຸ້ມຄ່າທີ່ຈະບົ່ມເພາະພວກເຂົາ ການມອບໝາຍໜ້າທີ່ຂອງພວກເຂົາກໍຄວນຖືກປັບປ່ຽນ ແລະ ຄວນໄດ້ຮັບການຈັດແຈງໜ້າທີ່ທີ່ເໝາະສົມໃຫ້ພວກເຂົາໃໝ່. ການຈັດແຈງໃໝ່ ແລະ ການປັບປ່ຽນການມອບໝາຍໜ້າທີ່ຂອງຜູ້ຄົນດ້ວຍວິທີນີ້ແມ່ນສິ່ງທີ່ເໝາະສົມທີ່ຈະເຮັດ ແລະ ຍັງສອດຄ່ອງກັບຫຼັກການອີກດ້ວຍ. ແຕ່ບາງຄົນບໍ່ສາມາດເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າ, ກົງກັນຂ້າມ ພວກເຂົາມັກຈະເຮັດຕາມຄວາມມັກຂອງເນື້ອໜັງຂອງພວກເຂົາຢູ່ສະເໝີໃນການປະຕິບັດໜ້າທີ່ຂອງພວກເຂົາ. ຕົວຢ່າງ: ສົມມຸດວ່າມີຄົນເວົ້າວ່າ “ຄວາມຝັນທີ່ໃຫຍ່ທີ່ສຸດຂອງຂ້ອຍຄືການໄດ້ເປັນນັກປະພັນ ຫຼື ນັກຂ່າວ ແຕ່ເນື່ອງຈາກສະຖານະການຄອບຄົວຂອງຂ້ອຍ ແລະ ເຫດຜົນອື່ນໆ ຂ້ອຍຈຶ່ງບໍ່ສາມາດເຮັດໃຫ້ມັນເປັນຈິງໄດ້. ແຕ່ຕອນນີ້ຂ້ອຍເຮັດວຽກງານຂໍ້ຄວາມໃນເຮືອນຂອງພຣະເຈົ້າ. ໃນທີ່ສຸດຂ້ອຍກໍໄດ້ໃນສິ່ງທີ່ຂ້ອຍຕ້ອງການແລ້ວ!” ເຖິງຢ່າງໃດກໍຕາມ ການຢັ່ງຮູ້ຄວາມຈິງຂອງລາວພຽງແຕ່ຍັງບໍ່ດີພໍ, ລາວບໍ່ມີຄວາມເຂົ້າໃຈຝ່າຍວິນຍານຫຼາຍປານໃດ ແລະ ລາວບໍ່ເໝາະສົມທີ່ຈະເຮັດວຽກງານຂໍ້ຄວາມ, ສະນັ້ນ ຫຼັງຈາກປະຕິບັດໜ້າທີ່ຂອງລາວໄດ້ໄລຍະໜຶ່ງ ລາວກໍຖືກມອບໝາຍໃຫ້ເຮັດໜ້າທີ່ອື່ນ. ລາວຈົ່ມວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຮັດວຽກງານທີ່ຂ້ອຍຢາກເຮັດໄດ້? ຂ້ອຍບໍ່ມັກວຽກງານປະເພດອື່ນເລີຍ!” ບັນຫາໃນທີ່ນີ້ແມ່ນຫຍັງ? ເຮືອນຂອງພຣະເຈົ້າໄດ້ປັບປ່ຽນການມອບໝາຍໜ້າທີ່ຂອງລາວຕາມຫຼັກການ ແລ້ວເປັນຫຍັງລາວຈຶ່ງບໍ່ສາມາດຍອມຮັບການປ່ຽນແປງໄດ້? ນີ້ບໍ່ແມ່ນບັນຫາກ່ຽວກັບຄວາມເປັນມະນຸດຂອງລາວບໍ? ລາວບໍ່ສາມາດຍອມຮັບຄວາມຈິງ ແລະ ບໍ່ອ່ອນນ້ອມຕໍ່ພຣະເຈົ້າ, ສິ່ງນີ້ເປັນພຽງການຂາດເຫດຜົນ. ລາວມັກຈະປະຕິບັດໜ້າທີ່ຂອງລາວໂດຍອີງໃສ່ຄວາມມັກສ່ວນຕົວຂອງລາວຢູ່ສະເໝີ ແລະ ຕ້ອງການຕັດສິນໃຈເລືອກດ້ວຍຕົນເອງຢູ່ສະເໝີ. ນີ້ບໍ່ແມ່ນອຸປະນິໄສທີ່ເສື່ອມຊາມບໍ? ຄວາມເປັນຈິງທີ່ວ່າເຈົ້າມັກເຮັດບາງສິ່ງບາງຢ່າງນັ້ນ ຮັບປະກັນໄດ້ບໍວ່າເຈົ້າສາມາດເຮັດມັນໄດ້ດີ? ຄວາມເປັນຈິງທີ່ວ່າເຈົ້າມັກປະຕິບັດໜ້າທີ່ໃດໜຶ່ງນັ້ນ ໝາຍຄວາມວ່າເຈົ້າສາມາດເຮັດມັນໃນວິທີທີ່ໄດ້ມາດຕະຖານບໍ? ພຽງເພາະວ່າເຈົ້າມັກເຮັດບາງສິ່ງບາງຢ່າງ ບໍ່ໄດ້ໝາຍຄວາມວ່າເຈົ້າເໝາະສົມກັບມັນ ແລະ ເຈົ້າອາດຈະບໍ່ສາມາດເບິ່ງອອກໄດ້ວ່າເຈົ້າເໝາະສົມກັບຫຍັງ. ສະນັ້ນ ເຈົ້າຈຳເປັນຕ້ອງມີເຫດຜົນ ແລະ ຮຽນຮູ້ທີ່ຈະເຊື່ອຟັງ. ດັ່ງນັ້ນ ເມື່ອການມອບໝາຍໜ້າທີ່ຂອງເຈົ້າຖືກປັບປ່ຽນ ເຈົ້າຄວນປະຕິບັດການເຊື່ອຟັງແນວໃດ? ໃນດ້ານໜຶ່ງ ເຈົ້າຕ້ອງເຊື່ອວ່າເຮືອນຂອງພຣະເຈົ້າໄດ້ປັບປ່ຽນການມອບໝາຍໜ້າທີ່ຂອງເຈົ້າ ໂດຍອີງໃສ່ຫຼັກການຄວາມຈິງ ແລະ ບໍ່ໄດ້ອີງໃສ່ຄວາມມັກຂອງເຈົ້າ ຫຼື ຄວາມລຳອຽງຂອງຜູ້ນຳ ຫຼື ຜູ້ເຮັດວຽກຄົນໃດເລີຍ. ເຈົ້າຕ້ອງເຊື່ອວ່າການປັບປ່ຽນການມອບໝາຍໜ້າທີ່ຂອງເຈົ້າຖືກຕັດສິນໃຈ ໂດຍອີງໃສ່ພອນສະຫວັນ, ຈຸດແຂງ ແລະ ສະຖານະການຕົວຈິງອື່ນໆຂອງເຈົ້າ ແລະ ມັນບໍ່ໄດ້ມາຈາກຄວາມຄິດຂອງຄົນພຽງຄົນດຽວ. ເຈົ້າຄວນຮຽນຮູ້ທີ່ຈະເຊື່ອຟັງເມື່ອການມອບໝາຍໜ້າທີ່ຂອງເຈົ້າຖືກປັບປ່ຽນ. ຫຼັງຈາກທີ່ເຈົ້າໄດ້ຝຶກຝົນໃນໜ້າທີ່ໃໝ່ຂອງເຈົ້າເປັນໄລຍະເວລາໜຶ່ງ ແລະ ໄດ້ບັນລຸຜົນໃນການປະຕິບັດໜ້າທີ່ນັ້ນ ເຈົ້າກໍຈະພົບວ່າເຈົ້າເໝາະສົມທີ່ຈະປະຕິບັດໜ້າທີ່ນີ້ຫຼາຍກວ່າ ແລະ ເຈົ້າຈະຮັບຮູ້ວ່າການເລືອກໜ້າທີ່ໂດຍອີງໃສ່ຄວາມມັກຂອງເຈົ້າເອງນັ້ນເປັນສິ່ງທີ່ຜິດ. ສິ່ງນີ້ບໍ່ໄດ້ແກ້ໄຂບັນຫາບໍ? ສິ່ງທີ່ສຳຄັນທີ່ສຸດຄື ເຮືອນຂອງພຣະເຈົ້າຈັດແຈງໃຫ້ຜູ້ຄົນປະຕິບັດໜ້າທີ່ບາງຢ່າງ ໂດຍບໍ່ໄດ້ອີງໃສ່ຄວາມມັກຂອງພວກເຂົາ ແຕ່ໂດຍອີງໃສ່ຄວາມຕ້ອງການຂອງວຽກງານ ແລະ ຄົນໃດໜຶ່ງສາມາດບັນລຸຜົນໃນການປະຕິບັດໜ້າທີ່ນັ້ນ ຫຼື ບໍ່. ພວກເຈົ້າຈະເວົ້າບໍວ່າ ເຮືອນຂອງພຣະເຈົ້າຄວນຈັດແຈງໜ້າທີ່ ໂດຍອີງໃສ່ຄວາມມັກສ່ວນບຸກຄົນ? ມັນຄວນໃຊ້ງານຄົນໂດຍອີງໃສ່ເງື່ອນໄຂຂອງການຕອບສະໜອງຄວາມມັກສ່ວນຕົວຂອງພວກເຂົາບໍ? (ບໍ່.) ສິ່ງໃດໃນສິ່ງເຫຼົ່ານີ້ທີ່ສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ງານຄົນ? ສິ່ງໃດທີ່ສອດຄ່ອງກັບຫຼັກການຄວາມຈິງ? ມັນຄືການເລືອກຄົນຕາມຄວາມຕ້ອງການຂອງວຽກງານໃນເຮືອນຂອງພຣະເຈົ້າ ແລະ ຜົນໄດ້ຮັບຂອງຜູ້ຄົນໃນການປະຕິບັດໜ້າທີ່ຂອງພວກເຂົາ. ເຈົ້າອາດຈະມີຄວາມຫຼົງໄຫຼ ແລະ ຄວາມສົນໃຈບາງຢ່າງ ພ້ອມທັງມີຄວາມປາຖະໜາເລັກນ້ອຍທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ແຕ່ຄວາມປາຖະໜາ, ຄວາມສົນໃຈ ແລະ ຄວາມຫຼົງໄຫຼຂອງເຈົ້າຄວນສຳຄັນກວ່າວຽກງານຂອງເຮືອນຂອງພຣະເຈົ້າບໍ? ຖ້າເຈົ້າຢືນຢັນຢ່າງຫົວແຂງ ໂດຍເວົ້າວ່າ “ຂ້ອຍຕ້ອງເຮັດວຽກງານນີ້; ຖ້າຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ເຮັດມັນ ຂ້ອຍກໍບໍ່ຢາກມີຊີວິດຢູ່, ຂ້ອຍບໍ່ຢາກປະຕິບັດໜ້າທີ່ຂອງຂ້ອຍ. ຖ້າຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ເຮັດວຽກງານນີ້ ຂ້ອຍກໍຈະບໍ່ມີກຳລັງໃຈທີ່ຈະເຮັດສິ່ງອື່ນໃດ ທັງຈະບໍ່ທຸ່ມເທຄວາມພະຍາຍາມຢ່າງເຕັມທີ່ໃຫ້ກັບມັນ”, ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າມີບັນຫາກັບທັດສະນະຄະຕິຂອງເຈົ້າຕໍ່ການປະຕິບັດໜ້າທີ່ບໍ? ນັ້ນບໍ່ແມ່ນການຂາດສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຢ່າງສິ້ນເຊີງບໍ? ເພື່ອຕອບສະໜອງຄວາມປາຖະໜາ, ຄວາມສົນໃຈ ແລະ ຄວາມຫຼົງໄຫຼສ່ວນຕົວຂອງເຈົ້າ ເຈົ້າເຖິງກັບສົ່ງຜົນກະທົບ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ. ສິ່ງນີ້ສອດຄ່ອງກັບຄວາມຈິງບໍ? ຄົນເຮົາຄວນປະຕິບັດຕໍ່ສິ່ງທີ່ບໍ່ສອດຄ່ອງກັບຄວາມຈິງແນວໃດ? ບາງຄົນເວົ້າວ່າ: “ຄົນເຮົາຄວນເສຍສະລະຕົວຕົນສ່ວນບຸກຄົນເພື່ອເຫັນແກ່ຕົວຕົນສ່ວນລວມ”. ສິ່ງນີ້ຖືກຕ້ອງບໍ? ສິ່ງນີ້ແມ່ນຄວາມຈິງບໍ? (ບໍ່.) ນີ້ແມ່ນຄຳເວົ້າປະເພດໃດ? (ມັນເປັນຄວາມຄາດເຄື່ອນແບບຊາຕານ.) ນີ້ແມ່ນຄຳເວົ້າທີ່ຄາດເຄື່ອນ, ເປັນຄຳເວົ້າທີ່ເຮັດໃຫ້ຫຼົງຜິດ ແລະ ປິດບັງ. ຖ້າເຈົ້ານຳໃຊ້ຄຳເວົ້າທີ່ວ່າ “ຄົນເຮົາຄວນເສຍສະລະຕົວຕົນສ່ວນບຸກຄົນເພື່ອເຫັນແກ່ຕົວຕົນສ່ວນລວມ” ເຂົ້າໃນບໍລິບົດຂອງການປະຕິບັດໜ້າທີ່ຂອງເຈົ້າ ແລ້ວເຈົ້າກໍກຳລັງຕໍ່ຕ້ານ ແລະ ໝິ່ນປະໝາດພຣະເຈົ້າ. ເປັນຫຍັງສິ່ງນີ້ຈຶ່ງເປັນການໝິ່ນປະໝາດພຣະເຈົ້າ? ເພາະວ່າເຈົ້າກຳລັງເອົາຄວາມປະສົງຂອງເຈົ້າເອງໄປຍັດໃສ່ພຣະເຈົ້າ ແລະ ນັ້ນຄືການໝິ່ນປະໝາດ! ເຈົ້າກຳລັງພະຍາຍາມແລກປ່ຽນການເສຍສະລະຕົວຕົນສ່ວນບຸກຄົນຂອງເຈົ້າກັບການເຮັດໃຫ້ສົມບູນ ແລະ ພອນຂອງພຣະເຈົ້າ, ເຈດຕະນາຂອງເຈົ້າຄືການເຮັດຂໍ້ຕົກລົງກັບພຣະເຈົ້າ. ພຣະເຈົ້າບໍ່ຕ້ອງການໃຫ້ເຈົ້າເສຍສະລະສິ່ງໃດໃນຕົວເຈົ້າ; ສິ່ງທີ່ພຣະເຈົ້າຮຽກຮ້ອງຄືໃຫ້ຜູ້ຄົນປະຕິບັດຄວາມຈິງ ແລະ ກະບົດຕໍ່ເນື້ອໜັງ. ຖ້າເຈົ້າບໍ່ສາມາດປະຕິບັດຄວາມຈິງໄດ້ ແລ້ວເຈົ້າກໍກຳລັງກະບົດຕໍ່ ແລະ ຕໍ່ຕ້ານພຣະເຈົ້າ. ເຈົ້າປະຕິບັດໜ້າທີ່ຂອງເຈົ້າໄດ້ບໍ່ດີ ເພາະວ່າເຈດຕະນາຂອງເຈົ້າຜິດ, ມຸມມອງຕໍ່ສິ່ງຕ່າງໆຂອງເຈົ້າບໍ່ຖືກຕ້ອງ ແລະ ຄຳເວົ້າຂອງເຈົ້າກໍຂັດແຍ້ງກັບຄວາມຈິງຢ່າງສິ້ນເຊີງ. ແຕ່ເຮືອນຂອງພຣະເຈົ້າບໍ່ໄດ້ຕັດສິດເຈົ້າໃນການປະຕິບັດໜ້າທີ່; ມັນເປັນພຽງແຕ່ວ່າການມອບໝາຍໜ້າທີ່ຂອງເຈົ້າຖືກປັບປ່ຽນ ເພາະວ່າເຈົ້າບໍ່ເໝາະສົມກັບໜ້າທີ່ກ່ອນໜ້ານີ້ ແລະ ເຈົ້າກໍຖືກມອບໝາຍໃໝ່ໃຫ້ເຮັດໜ້າທີ່ທີ່ເໝາະສົມກັບເຈົ້າ. ສິ່ງນີ້ເປັນເລື່ອງປົກກະຕິຫຼາຍ ແລະ ເຂົ້າໃຈງ່າຍ. ເຈົ້າຄວນປະຕິບັດຕໍ່ເລື່ອງນີ້ຢ່າງຖືກຕ້ອງ. ວິທີທີ່ຖືກຕ້ອງໃນການປະຕິບັດຕໍ່ເລື່ອງນີ້ແມ່ນຫຍັງ? ເມື່ອສິ່ງນີ້ເກີດຂຶ້ນ ກ່ອນອື່ນໝົດເຈົ້າຕ້ອງຍອມຮັບການປະເມີນຂອງເຮືອນຂອງພຣະເຈົ້າທີ່ມີຕໍ່ເຈົ້າ. ເຖິງແມ່ນວ່າຕາມຄວາມຮູ້ສຶກສ່ວນຕົວແລ້ວ ເຈົ້າອາດຈະມັກໜ້າທີ່ຂອງເຈົ້າ ແຕ່ໃນຄວາມເປັນຈິງແລ້ວ ເຈົ້າບໍ່ສາມາດຮັບຜິດຊອບມັນໄດ້ ທັງບໍ່ມີທັກສະໃນສິ່ງນັ້ນ, ສະນັ້ນ ເຈົ້າຈຶ່ງບໍ່ສາມາດເຮັດວຽກນັ້ນໄດ້. ສິ່ງນີ້ໝາຍຄວາມວ່າໜ້າທີ່ຂອງເຈົ້າຈຳເປັນຕ້ອງໄດ້ຮັບການມອບໝາຍໃໝ່. ເຈົ້າຄວນເຊື່ອຟັງ ແລະ ຍອມຮັບໜ້າທີ່ໃໝ່ຂອງເຈົ້າ. ກ່ອນອື່ນໃຫ້ຝຶກຝົນໃນໜ້າທີ່ນັ້ນເປັນໄລຍະເວລາໜຶ່ງ, ຖ້າເຈົ້າຍັງຄິດວ່າເຈົ້າບໍ່ເກັ່ງພໍ ແລະ ຂີດຄວາມສາມາດຂອງເຈົ້າບໍ່ພຽງພໍສຳລັບໜ້າທີ່ນັ້ນ ເຈົ້າກໍຄວນບອກຄຣິສຕະຈັກວ່າ: “ຂ້ານ້ອຍບໍ່ສາມາດຮັບຜິດຊອບໜ້າທີ່ນີ້ໄດ້. ຖ້າຍັງເປັນແບບນີ້ຕໍ່ໄປ ມັນກໍຈະຂັດຂວາງວຽກງານ”. ນັ້ນເປັນວິທີການກະທຳທີ່ສົມເຫດສົມຜົນຫຼາຍ! ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ ຢ່າພະຍາຍາມຝືນເຮັດໃນໜ້າທີ່ນັ້ນ. ການເຮັດເຊັ່ນນັ້ນຈະຂັດຂວາງວຽກງານ. ຖ້າເຈົ້າຍົກບັນຫາຂຶ້ນມາແຕ່ເນີ່ນໆ ຄຣິສຕະຈັກກໍຈະຈັດແຈງໜ້າທີ່ທີ່ເໝາະສົມໃຫ້ກັບເຈົ້າ ໂດຍອີງໃສ່ສະຖານະການຂອງເຈົ້າ. ເຮືອນຂອງພຣະເຈົ້າບໍ່ໄດ້ບັງຄັບໃຫ້ຜູ້ຄົນປະຕິບັດໜ້າທີ່. ການທີ່ການມອບໝາຍໜ້າທີ່ຂອງເຈົ້າຖືກປັບປ່ຽນນັ້ນ ບໍ່ແມ່ນສິ່ງທີ່ດີສຳລັບເຈົ້າບໍ? ກ່ອນອື່ນໝົດ ມັນສາມາດເຮັດໃຫ້ເຈົ້າປະຕິບັດຕໍ່ຄວາມມັກ ແລະ ຄວາມປາຖະໜາຂອງເຈົ້າເອງຢ່າງມີເຫດຜົນ. ເຈົ້າອາດຈະມີຄວາມມັກໃນສິ່ງນັ້ນໃນອະດີດ ແລະ ມັກວັນນະກຳ ແລະ ການຂຽນ ແຕ່ການເຮັດວຽກງານຂໍ້ຄວາມກໍຕ້ອງການຄວາມເຂົ້າໃຈຝ່າຍວິນຍານເຊັ່ນກັນ. ຢ່າງໜ້ອຍທີ່ສຸດ ເຈົ້າຈຳເປັນຕ້ອງເຂົ້າໃຈຄຳສັບສະເພາະຝ່າຍວິນຍານ. ຖ້າເຈົ້າຂາດຄວາມເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ ການມີທັກສະກ່ຽວກັບການຂຽນພຽງເລັກນ້ອຍກໍຈະຍັງບໍ່ດີພໍ. ເຈົ້າຈະຕ້ອງບັນລຸຄວາມເຂົ້າໃຈຝ່າຍວິນຍານ, ເຂົ້າໃຈຄຳສັບຝ່າຍວິນຍານ ແລະ ມີພາສາຂອງຊີວິດຝ່າຍວິນຍານຜ່ານຊ່ວງເວລາໜຶ່ງຂອງປະສົບການ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເຈົ້າຈະສາມາດປະຕິບັດວຽກງານຂໍ້ຄວາມໃນເຮືອນຂອງພຣະເຈົ້າໄດ້. ຜ່ານໄລຍະເວລາໜຶ່ງຂອງປະສົບການ ແລະ ການປະເຊີນກັບສິ່ງຕ່າງໆ ເຈົ້າຈະພົບວ່າເຈົ້າຂາດພາສາຂອງປະສົບການຊີວິດ, ເຈົ້າຈະເຫັນຄວາມຂາດເຂີນຢ່າງໜັກໜ່ວງຂອງເຈົ້າ, ເຈົ້າຈະຮູ້ຈັກວຸດທິພາວະທີ່ແທ້ຈິງຂອງເຈົ້າ ແລະ ເຈົ້າຈະເຮັດໃຫ້ເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງຂອງເຈົ້າເຫັນຂີດຄວາມສາມາດ ແລະ ວຸດທິພາວະຂອງເຈົ້າຢ່າງຊັດເຈນ. ສິ່ງນີ້ເປັນສິ່ງທີ່ດີສຳລັບເຈົ້າ. ຢ່າງໜ້ອຍທີ່ສຸດ ສິ່ງນີ້ຈະສະແດງໃຫ້ເຈົ້າເຫັນວ່າຂີດຄວາມສາມາດຂອງເຈົ້າສູງ ຫຼື ຕໍ່າສໍ່າໃດ ແລະ ເຮັດໃຫ້ເຈົ້າສາມາດປະຕິບັດຕໍ່ຕົນເອງຢ່າງຖືກຕ້ອງ. ເຈົ້າຈະບໍ່ມີຈິນຕະນາການກ່ຽວກັບຂີດຄວາມສາມາດ ແລະ ຄວາມມັກຂອງເຈົ້າເອງອີກຕໍ່ໄປ. ເຈົ້າຈະຮູ້ຈັກວຸດທິພາວະທີ່ແທ້ຈິງຂອງເຈົ້າ, ເຈົ້າຈະເຫັນຢ່າງຖືກຕ້ອງ ແລະ ຊັດເຈນຫຼາຍຂຶ້ນວ່າເຈົ້າເໝາະສົມ ແລະ ບໍ່ເໝາະສົມກັບຫຍັງ ແລະ ເຈົ້າຈະມີຄວາມໜັກແໜ້ນ ແລະ ສຳພັນກັບຊີວິດຈິງຫຼາຍຂຶ້ນໃນຂະນະທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ. ນີ້ແມ່ນດ້ານໜຶ່ງຂອງມັນ. ອີກດ້ານໜຶ່ງ ເຊິ່ງສຳຄັນທີ່ສຸດກໍຄື ບໍ່ວ່າເຈົ້າຈະໄດ້ຮັບຄວາມເຂົ້າໃຈໃນລະດັບໃດ ຫຼື ເຈົ້າສາມາດເຂົ້າໃຈສິ່ງເຫຼົ່ານີ້ໄດ້ ຫຼື ບໍ່ກໍຕາມ ເມື່ອເຮືອນຂອງພຣະເຈົ້າເຮັດການຈັດແຈງສຳລັບເຈົ້າ ຢ່າງໜ້ອຍທີ່ສຸດ ກ່ອນອື່ນເຈົ້າຕ້ອງຍອມຮັບທັດສະນະຄະຕິແຫ່ງການເຊື່ອຟັງ ແທນທີ່ຈະຊ່າງເລືອກ ຫຼື ຈູ້ຈີ້ຈຸກຈິກ ຫຼື ມີແຜນການ ແລະ ທາງເລືອກຂອງເຈົ້າເອງ. ນີ້ຄືຄວາມສຳນຶກທີ່ເຈົ້າຕ້ອງມີຫຼາຍທີ່ສຸດ. ຖ້າເຈົ້າບໍ່ສາມາດໄຕ່ຕອງໄດ້ວ່າມີສິ່ງເຈືອປົນໃດແດ່ໃນການປະຕິບັດໜ້າທີ່ຂອງເຈົ້າ ນັ້ນກໍບໍ່ເປັນຫຍັງ. ສິ່ງສຳຄັນທັງໝົດກໍຄື ເຈົ້າມີການອ່ອນນ້ອມໃນຫົວໃຈຂອງເຈົ້າ ແລະ ສາມາດຍອມຮັບຄວາມຈິງ, ປະຕິບັດໜ້າທີ່ຂອງເຈົ້າຢ່າງຈິງຈັງ ແລະ ສະແດງຄວາມຈົງຮັກພັກດີຂອງເຈົ້າ ແລະ ເມື່ອມີບັນຫາເກີດຂຶ້ນ ຫຼື ເມື່ອເຈົ້າເປີດເຜີຍຄວາມເສື່ອມຊາມ ເຈົ້າສາມາດໄຕ່ຕອງກ່ຽວກັບຕົນເອງ, ເຂົ້າໃຈຄວາມຂາດເຂີນ ແລະ ຂໍ້ບົກຜ່ອງຂອງເຈົ້າເອງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ ຫຼື ການເປີດເຜີຍຄວາມເສື່ອມຊາມຂອງເຈົ້າ. ດ້ວຍວິທີນີ້ ໂດຍທີ່ເຈົ້າບໍ່ຮູ້ຕົວ ຊີວິດ ແລະ ວຸດທິພາວະຂອງເຈົ້າກໍຈະຄ່ອຍໆເພີ່ມຂຶ້ນ ໃນຂະນະທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າກໍຈະສາມາດປະຕິບັດໜ້າທີ່ຂອງເຈົ້າໃນວິທີທີ່ໄດ້ມາດຕະຖານ. ຕາບໃດທີ່ເຈົ້າເສຍສະລະເພື່ອພຣະເຈົ້າຢ່າງຈິງໃຈ ແລະ ບໍ່ເຄີຍຢຸດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງເຈົ້າ ໃນຂະນະທີ່ເຈົ້າມີປະສົບການກັບພາລະກິດຂອງພຣະເຈົ້າ ເຈົ້າກໍຈະໄດ້ຮັບພອນຂອງພຣະອົງ ແລະ ພຣະອົງກໍຈະບໍ່ປະຕິບັດຕໍ່ເຈົ້າບໍ່ດີ.

ເມື່ອການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ ຖ້າການຕັດສິນໃຈນັ້ນເຮັດໂດຍຄຣິສຕະຈັກ ຜູ້ຄົນກໍຄວນຍອມຮັບ ແລະ ເຊື່ອຟັງ, ພວກເຂົາຕ້ອງໄຕ່ຕອງກ່ຽວກັບຕົນເອງ ແລະ ເຂົ້າໃຈແກ່ນແທ້ຂອງບັນຫາ ແລະ ຂໍ້ບົກຜ່ອງຂອງພວກເຂົາເອງ. ສິ່ງນີ້ເປັນປະໂຫຍດຫຼາຍສຳລັບຜູ້ຄົນ ແລະ ມັນເປັນສິ່ງທີ່ຄວນໄດ້ຮັບການປະຕິບັດ. ດ້ວຍສິ່ງທີ່ງ່າຍດາຍແບບນີ້ ຄົນທຳມະດາກໍສາມາດຄິດອອກ ແລະ ປະຕິບັດຕໍ່ມັນຢ່າງຖືກຕ້ອງ ໂດຍບໍ່ພົບພໍ້ກັບຄວາມຫຍຸ້ງຍາກຫຼາຍເກີນໄປ ຫຼື ອຸປະສັກໃດໜຶ່ງທີ່ບໍ່ສາມາດຜ່ານຜ່າໄດ້. ເມື່ອມີການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຢ່າງໜ້ອຍທີ່ສຸດ ຜູ້ຄົນຄວນອ່ອນນ້ອມ, ໄດ້ຮັບປະໂຫຍດຈາກການໄຕ່ຕອງກ່ຽວກັບຕົນເອງ ແລະ ມີການປະເມີນຢ່າງຖືກຕ້ອງວ່າການປະຕິບັດໜ້າທີ່ຂອງພວກເຂົາໄດ້ມາດຕະຖານ ຫຼື ບໍ່. ແຕ່ສິ່ງນີ້ບໍ່ໄດ້ເປັນເຊັ່ນນັ້ນສຳລັບຜູ້ຕໍ່ຕ້ານພຣະຄຣິສ. ສິ່ງທີ່ພວກເຂົາສະແດງອອກແມ່ນແຕກຕ່າງຈາກຄົນປົກກະຕິ ບໍ່ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາກໍຕາມ. ຄວາມແຕກຕ່າງນີ້ຢູ່ບ່ອນໃດ? ພວກເຂົາບໍ່ເຊື່ອຟັງ, ພວກເຂົາບໍ່ເຮັດໃນສ່ວນຂອງພວກເຂົາຢ່າງຫ້າວຫັນ ທັງບໍ່ສະແຫວງຫາຄວາມຈິງແມ່ນແຕ່ໜ້ອຍດຽວ. ກົງກັນຂ້າມ ພວກເຂົາຮູ້ສຶກລັງກຽດຕໍ່ການປັບປ່ຽນນັ້ນ ແລະ ພວກເຂົາຕໍ່ຕ້ານມັນ, ວິເຄາະມັນ, ຄິດໄຕ່ຕອງກ່ຽວກັບມັນ ແລະ ຄິດຢ່າງໜັກໃນການຄາດເດົາວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບອະນຸຍາດໃຫ້ເຮັດໜ້າທີ່ນີ້? ເປັນຫຍັງຂ້ອຍຈຶ່ງຖືກມອບໝາຍໃໝ່ໃຫ້ເຮັດໜ້າທີ່ທີ່ບໍ່ມີຄວາມສຳຄັນ? ນີ້ເປັນວິທີການທີ່ຈະເປີດເຜີຍຂ້ອຍ ແລະ ກຳຈັດຂ້ອຍບໍ?” ພວກເຂົາສືບຕໍ່ຄິດທົບທວນສິ່ງທີ່ເກີດຂຶ້ນໃນຄວາມຄິດຂອງພວກເຂົາ, ວິເຄາະມັນ ແລະ ຄິດກ່ຽວກັບມັນຢ່າງບໍ່ມີວັນສິ້ນສຸດ. ເມື່ອບໍ່ມີຫຍັງເກີດຂຶ້ນ ພວກເຂົາກໍບໍ່ໄດ້ເປັນຫຍັງ ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ ມັນກໍເລີ່ມປັ່ນປ່ວນໃນຫົວໃຈຂອງພວກເຂົາຄືກັບຢູ່ໃນນໍ້າທີ່ມີພາຍຸ ແລະ ຫົວຂອງພວກເຂົາກໍເຕັມໄປດ້ວຍຄຳຖາມ. ຈາກພາຍນອກອາດເບິ່ງຄືວ່າພວກເຂົາເກັ່ງກວ່າຄົນອື່ນໃນການໄຕ່ຕອງບັນຫາ ແຕ່ໃນຄວາມເປັນຈິງແລ້ວ ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ຊົ່ວຊ້າກວ່າຄົນປົກກະຕິ. ຄວາມຊົ່ວຊ້ານີ້ສະແດງອອກແນວໃດ? ການພິຈາລະນາຂອງພວກເຂົາແມ່ນສຸດໂຕ່ງ, ຊັບຊ້ອນ ແລະ ປິດບັງ. ສິ່ງທີ່ຄົນປົກກະຕິ, ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຈະບໍ່ຄິດເຖິງ ແມ່ນເລື່ອງທຳມະດາສຳລັບຜູ້ຕໍ່ຕ້ານພຣະຄຣິສ. ເມື່ອມີການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາທີ່ງ່າຍດາຍ ຜູ້ຄົນຄວນຕອບສະໜອງດ້ວຍທັດສະນະຄະຕິແຫ່ງການເຊື່ອຟັງ, ເຮັດຕາມທີ່ເຮືອນຂອງພຣະເຈົ້າບອກໃຫ້ພວກເຂົາເຮັດ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້ ແລະ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ຈົ່ງເຮັດໃຫ້ດີທີ່ສຸດເທົ່າທີ່ພວກເຂົາຈະເຮັດໄດ້ ດ້ວຍຫົວໃຈ ແລະ ກຳລັງທັງໝົດຂອງພວກເຂົາ. ສິ່ງທີ່ພຣະເຈົ້າໄດ້ເຮັດນັ້ນບໍ່ມີຂໍ້ຜິດພາດ. ຄວາມຈິງທີ່ງ່າຍດາຍເຊັ່ນນີ້ສາມາດໄດ້ຮັບການປະຕິບັດໂດຍຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກພຽງເລັກນ້ອຍ ແຕ່ສິ່ງນີ້ເກີນຄວາມສາມາດຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອເວົ້າເຖິງການປັບປ່ຽນການມອບໝາຍໜ້າທີ່ ຜູ້ຕໍ່ຕ້ານພຣະຄຣິສຈະສະເໜີຂໍ້ໂຕ້ແຍ້ງ, ຄຳເວົ້າທີ່ຫຼອກລວງ ແລະ ການຕໍ່ຕ້ານໃນທັນທີ ແລະ ເລິກໆແລ້ວພວກເຂົາປະຕິເສດທີ່ຈະຍອມຮັບມັນ. ມີຫຍັງຢູ່ໃນຫົວໃຈຂອງພວກເຂົາກັນແທ້? ຄວາມສົງໄສ ແລະ ຄວາມບໍ່ແນ່ໃຈ, ຈາກນັ້ນພວກເຂົາກໍສືບສວນຄົນອື່ນໂດຍໃຊ້ວິທີການທຸກປະເພດ. ພວກເຂົາສືບສວນດ້ວຍຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ເຖິງກັບບີບບັງຄັບ ແລະ ລໍ້ລວງໃຫ້ຜູ້ຄົນບອກຄວາມຈິງ ແລະ ເວົ້າຢ່າງຊື່ສັດຜ່ານວິທີການທີ່ບໍ່ມີສິນທຳ. ພວກເຂົາພະຍາຍາມຄິດຫາຄຳຕອບວ່າ: ເປັນຫຍັງການມອບໝາຍໜ້າທີ່ຂອງພວກເຂົາຈຶ່ງຖືກປັບປ່ຽນກັນແທ້? ເປັນຫຍັງພວກເຂົາຈຶ່ງບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່ຂອງພວກເຂົາ? ໃຜກັນແທ້ທີ່ເປັນຄົນຊັກຈູງຢູ່ເບື້ອງຫຼັງ? ໃຜທີ່ພະຍາຍາມສ້າງຄວາມວຸ້ນວາຍໃຫ້ກັບພວກເຂົາ? ໃນຫົວໃຈຂອງພວກເຂົາ ພວກເຂົາສືບຕໍ່ຖາມວ່າເປັນຫຍັງ, ພວກເຂົາສືບຕໍ່ພະຍາຍາມຄິດຫາຄຳຕອບວ່າມີຫຍັງເກີດຂຶ້ນກັນແທ້ ເພື່ອພວກເຂົາຈະໄດ້ຊອກຫາຄົນທີ່ຈະໂຕ້ແຍ້ງ ຫຼື ຄິດບັນຊີດ້ວຍ. ພວກເຂົາບໍ່ຮູ້ຈັກທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອໄຕ່ຕອງກ່ຽວກັບຕົນເອງ, ເພື່ອເບິ່ງວ່າບັນຫາພາຍໃນຕົວພວກເຂົາແມ່ນຫຍັງ, ພວກເຂົາບໍ່ຊອກຫາເຫດຜົນໃນຕົວພວກເຂົາເອງ ແລະ ພວກເຂົາບໍ່ອະທິຖານຕໍ່ພຣະເຈົ້າ ແລະ ໄຕ່ຕອງກ່ຽວກັບຕົນເອງ ແລະ ເວົ້າວ່າ “ມີບັນຫາຫຍັງກັບວິທີທີ່ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍ? ມັນເປັນຍ້ອນວ່າຂ້ານ້ອຍເຮັດແບບພໍແລ້ວມືແລ້ວຕີນ ແລະ ປາສະຈາກຫຼັກການບໍ? ມັນມີຜົນກະທົບຫຍັງຢູ່ບໍ?” ແທນທີ່ຈະຖາມຕົນເອງດ້ວຍຄຳຖາມເຫຼົ່ານີ້ ພວກເຂົາພັດຕັ້ງຄຳຖາມຕໍ່ພຣະເຈົ້າໃນຫົວໃຈຂອງພວກເຂົາຢູ່ສະເໝີວ່າ: “ເປັນຫຍັງການມອບໝາຍໜ້າທີ່ຂອງຂ້ອຍຈຶ່ງຖືກປັບປ່ຽນ? ເປັນຫຍັງຂ້ອຍຈຶ່ງຖືກປະຕິບັດແບບນີ້? ເປັນຫຍັງພວກເຂົາຈຶ່ງບໍ່ຄຳນຶງເຖິງຄົນອື່ນເລີຍ? ເປັນຫຍັງພວກເຂົາຈຶ່ງບໍ່ຍຸຕິທຳກັບຂ້ອຍ? ເປັນຫຍັງພວກເຂົາຈຶ່ງບໍ່ຄິດເຖິງສັກສີຂອງຂ້ອຍ? ເປັນຫຍັງພວກເຂົາຈຶ່ງໂຈມຕີ ແລະ ກີດກັນຂ້ອຍ?” ຄຳວ່າ “ເປັນຫຍັງ” ທັງໝົດເຫຼົ່ານີ້ຄືການເປີດເຜີຍຢ່າງຊັດເຈນເຖິງອຸປະນິໄສທີ່ເສື່ອມຊາມ ແລະ ລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ກັບເລື່ອງທີ່ເລັກນ້ອຍຄືກັບການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຜູ້ຕໍ່ຕ້ານພຣະຄຣິສຈະເຮັດໃຫ້ເປັນເລື່ອງໃຫຍ່ໂຕ, ສ້າງຄວາມວຸ້ນວາຍເຊັ່ນນີ້ ແລະ ພະຍາຍາມທຸກວິທີທາງທີ່ພວກເຂົາມີເພື່ອສ້າງຄວາມປັ່ນປ່ວນເຊັ່ນນີ້. ເປັນຫຍັງພວກເຂົາຈຶ່ງເຮັດໃຫ້ເລື່ອງງ່າຍໆກາຍເປັນເລື່ອງຊັບຊ້ອນ? ມີພຽງເຫດຜົນດຽວຄື: ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາມັກຈະເຊື່ອມໂຍງໜ້າທີ່, ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເຂົ້າກັບຄວາມຫວັງໃນການໄດ້ຮັບພອນ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາຢ່າງໃກ້ຊິດຢູ່ສະເໝີ, ຄືກັບວ່າເມື່ອຊື່ສຽງ ແລະ ສະຖານະຂອງພວກເຂົາສູນເສຍໄປ ພວກເຂົາກໍຈະບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ ແລະ ລາງວັນ ແລະ ສິ່ງນີ້ກໍຮູ້ສຶກຄືກັບການສູນເສຍຊີວິດຂອງພວກເຂົາໄປ. ພວກເຂົາຄິດວ່າ “ຂ້ອຍຕ້ອງລະມັດລະວັງ, ຂ້ອຍຕ້ອງບໍ່ປະໝາດ! ເຮືອນຂອງພຣະເຈົ້າ, ອ້າຍເອື້ອຍນ້ອງ, ຜູ້ນຳ ແລະ ຜູ້ເຮັດວຽກ ແລະ ແມ່ນແຕ່ພຣະເຈົ້າກໍບໍ່ສາມາດເພິ່ງພາໄດ້. ຂ້ອຍບໍ່ສາມາດໄວ້ໃຈໃຜໃນພວກເຂົາໄດ້ເລີຍ. ຄົນທີ່ເຈົ້າສາມາດເພິ່ງພາໄດ້ຫຼາຍທີ່ສຸດ ແລະ ສົມຄວນໄດ້ຮັບຄວາມໄວ້ວາງໃຈຫຼາຍທີ່ສຸດກໍຄືຕົວເຈົ້າເອງ. ຖ້າເຈົ້າບໍ່ວາງແຜນສຳລັບຕົວເຈົ້າເອງ ແລ້ວໃຜຈະມາສົນໃຈເຈົ້າ? ໃຜຈະມາຄຳນຶງເຖິງອະນາຄົດຂອງເຈົ້າ? ໃຜຈະມາຄຳນຶງວ່າເຈົ້າຈະໄດ້ຮັບພອນ ຫຼື ບໍ່? ສະນັ້ນ ຂ້ອຍຕ້ອງວາງແຜນ ແລະ ຄິດໄລ່ຢ່າງລະມັດລະວັງເພື່ອເຫັນແກ່ຕົວຂອງຂ້ອຍເອງ. ຂ້ອຍບໍ່ສາມາດເຮັດຜິດພາດ ຫຼື ປະໝາດແມ່ນແຕ່ໜ້ອຍດຽວ ຖ້າບໍ່ດັ່ງນັ້ນ ຂ້ອຍຈະເຮັດແນວໃດຖ້າມີຄົນພະຍາຍາມເອົາປຽບຂ້ອຍ?” ສະນັ້ນ ພວກເຂົາຈຶ່ງປ້ອງກັນຕົນເອງຈາກຜູ້ນຳ ແລະ ຜູ້ເຮັດວຽກຂອງເຮືອນຂອງພຣະເຈົ້າ ໂດຍຢ້ານວ່າຈະມີຄົນແຍກແຍະ ຫຼື ເບິ່ງທະລຸເຖິງທາດແທ້ຂອງພວກເຂົາ ແລະ ຈາກນັ້ນພວກເຂົາກໍຈະຖືກປົດອອກ ແລະ ຄວາມຝັນກ່ຽວກັບພອນຂອງພວກເຂົາກໍຈະຖືກທຳລາຍ. ພວກເຂົາຄິດວ່າພວກເຂົາຕ້ອງຮັກສາຊື່ສຽງ ແລະ ສະຖານະຂອງພວກເຂົາໄວ້ ເພື່ອໃຫ້ພວກເຂົາມີຄວາມຫວັງໃນການໄດ້ຮັບພອນ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງວ່າການໄດ້ຮັບພອນນັ້ນເປັນສິ່ງທີ່ຍິ່ງໃຫຍ່ກວ່າສະຫວັນ, ຍິ່ງໃຫຍ່ກວ່າຊີວິດ, ມີຄວາມສຳຄັນກວ່າການໄລ່ຕາມຄວາມຈິງ, ການປ່ຽນແປງອຸປະນິໄສ ຫຼື ຄວາມລອດພົ້ນສ່ວນບຸກຄົນ ແລະ ມີຄວາມສຳຄັນກວ່າການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ການເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ພວກເຂົາຄິດວ່າການເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ, ການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ການໄດ້ຮັບຄວາມລອດພົ້ນລ້ວນແຕ່ເປັນເລື່ອງເລັກນ້ອຍທີ່ບໍ່ຄຸ້ມຄ່າທີ່ຈະກ່າວເຖິງ ຫຼື ໃຫ້ຄວາມເຫັນ ໃນຂະນະທີ່ການໄດ້ຮັບພອນເປັນພຽງສິ່ງດຽວໃນຕະຫຼອດຊີວິດຂອງພວກເຂົາທີ່ບໍ່ສາມາດລືມໄດ້. ບໍ່ວ່າພວກເຂົາຈະພົບພໍ້ກັບສິ່ງໃດກໍຕາມ ບໍ່ວ່າຈະເປັນສິ່ງທີ່ຍິ່ງໃຫຍ່ ຫຼື ນ້ອຍພຽງໃດ ພວກເຂົາກໍຈະເຊື່ອມໂຍງມັນເຂົ້າກັບການໄດ້ຮັບພອນ ແລະ ລະມັດລະວັງ ແລະ ເອົາໃຈໃສ່ຢ່າງເຫຼືອເຊື່ອ ແລະ ພວກເຂົາມັກຈະເຫຼືອທາງອອກສຳລັບຕົວພວກເຂົາເອງຢູ່ສະເໝີ. ສະນັ້ນ ເມື່ອການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ ຖ້າມັນເປັນການເລື່ອນຕຳແໜ່ງ ຜູ້ຕໍ່ຕ້ານພຣະຄຣິສກໍຈະຄິດວ່າພວກເຂົາມີຄວາມຫວັງທີ່ຈະໄດ້ຮັບພອນ. ຖ້າມັນເປັນການຫຼຸດຕຳແໜ່ງ ຈາກຫົວໜ້າທີມເປັນຜູ້ຊ່ວຍຫົວໜ້າທີມ ຫຼື ຈາກຜູ້ຊ່ວຍຫົວໜ້າທີມເປັນສະມາຊິກທີມທຳມະດາ ພວກເຂົາກໍຄາດການວ່ານີ້ເປັນບັນຫາໃຫຍ່ ແລະ ພວກເຂົາຄິດວ່າຄວາມຫວັງໃນການໄດ້ຮັບພອນຂອງພວກເຂົານັ້ນມີໜ້ອຍ. ມັນເປັນມຸມມອງປະເພດໃດ? ມັນເປັນມຸມມອງທີ່ເໝາະສົມບໍ? ບໍ່ເໝາະສົມຢ່າງແນ່ນອນ. ມຸມມອງນີ້ເປັນເລື່ອງໄຮ້ສາລະ! ການທີ່ຄົນໃດໜຶ່ງຈະໄດ້ຮັບການຮັບຮອງຈາກພຣະເຈົ້າ ຫຼື ບໍ່ນັ້ນ ບໍ່ໄດ້ຂຶ້ນຢູ່ກັບວ່າພວກເຂົາປະຕິບັດໜ້າທີ່ຫຍັງ ແຕ່ຂຶ້ນຢູ່ກັບວ່າພວກເຂົາມີຄວາມຈິງ ຫຼື ບໍ່, ພວກເຂົາອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ພວກເຂົາຈົງຮັກພັກດີ ຫຼື ບໍ່. ສິ່ງເຫຼົ່ານີ້ຄືສິ່ງທີ່ມີຄວາມສຳຄັນທີ່ສຸດ. ໃນຊ່ວງເວລາແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບຜູ້ຄົນ ພວກເຂົາຕ້ອງທົນທຸກກັບການທົດສອບຫຼາຍຢ່າງ. ໂດຍສະເພາະໃນການປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາຕ້ອງຜ່ານຄວາມລົ້ມເຫຼວ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ໃນທີ່ສຸດ ຖ້າພວກເຂົາເຂົ້າໃຈຄວາມຈິງ ແລະ ມີການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ພວກເຂົາກໍຈະເປັນຜູ້ທີ່ໄດ້ຮັບການຮັບຮອງຈາກພຣະເຈົ້າ. ໃນເລື່ອງທີ່ມີການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ສາມາດເຫັນໄດ້ວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້ເລີຍ.

ໃນບັນດາຜູ້ທີ່ກຳລັງປະຕິບັດໜ້າທີ່ທັງໝົດ ຈະມີບາງຄົນທີ່ເຮັດຫຍັງກໍເຮັດບໍ່ໄດ້ດີຢູ່ສະເໝີ. ພວກເຂົາບໍ່ເກັ່ງໃນການຂຽນບົດຄວາມ ເພາະວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາເຖິງກັບບໍ່ເຂົ້າໃຈແມ່ນແຕ່ຄຳສັບສະເພາະຝ່າຍວິນຍານ ເຊິ່ງເປັນພາສາທີ່ຊາວຄຣິສມັກຈະໃຊ້. ພວກເຂົາອາດຈະມີທັກສະການຂຽນ ແລະ ມີການສຶກສາຢູ່ແດ່ ແຕ່ພວກເຂົາບໍ່ສາມາດຮັບຜິດຊອບໜ້າວຽກນີ້ໄດ້. ຖ້າໃຫ້ພວກເຂົາພິສູດອັກສອນໃນເອກະສານ ຫຼັງຈາກນັ້ນບໍ່ດົນກໍຈະເຫັນໄດ້ຊັດເຈນວ່າພວກເຂົາກໍບໍ່ເກັ່ງໃນເລື່ອງນັ້ນເຊັ່ນກັນ. ຂີດຄວາມສາມາດຂອງພວກເຂົາຂາດເຂີນ ແລະ ພວກເຂົາມັກຈະພາດສິ່ງຕ່າງໆຢູ່ສະເໝີ ສະນັ້ນ ຈຶ່ງມີການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາອີກຄັ້ງ. ພວກເຂົາເວົ້າວ່າພວກເຂົາມີທັກສະທາງຄອມພິວເຕີ ແຕ່ຫຼັງຈາກປະຕິບັດໜ້າທີ່ໃນຂົງເຂດນັ້ນໄດ້ໄລຍະໜຶ່ງ ພວກເຂົາກໍບໍ່ໄດ້ເກັ່ງໃນເລື່ອງນັ້ນເຊັ່ນກັນ. ເບິ່ງຄືວ່າພວກເຂົາເຮັດອາຫານເກັ່ງ ສະນັ້ນ ຈຶ່ງໃຫ້ພວກເຂົາເຮັດອາຫານໃຫ້ອ້າຍເອື້ອຍນ້ອງ. ປາກົດວ່າທຸກຄົນລາຍງານວ່າອາຫານທີ່ພວກເຂົາເຮັດນັ້ນບໍ່ເຄັມເກີນໄປກໍຈາງເກີນໄປ ແລະ ພວກເຂົາບໍ່ເຮັດຫຼາຍເກີນໄປກໍເຮັດໜ້ອຍເກີນໄປ. ເມື່ອເຫັນວ່າພວກເຂົາບໍ່ເໝາະສົມກັບການເຮັດອາຫານ ເຈົ້າຈຶ່ງຈັດແຈງໃຫ້ພວກເຂົາໄປເຜີຍແຜ່ພຣະກິດຕິຄຸນ ແຕ່ທັນທີທີ່ພວກເຂົາໄດ້ຍິນວ່າພວກເຂົາຈະໄດ້ເຂົ້າຮ່ວມທີມງານພຣະກິດຕິຄຸນ ພວກເຂົາກໍຮູ້ສຶກທໍ້ແທ້ ແລະ ຄິດວ່າ “ຈົບແລ້ວ. ຂ້ອຍກຳລັງຖືກກີດກັນໃຫ້ຢູ່ຂ້າງນອກ ແລະ ບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນແລ້ວ. ບໍ່ມີຫຍັງໃຫ້ເຮັດນອກຈາກຮ້ອງໄຫ້”. ຈາກນັ້ນ ດ້ວຍອາລົມທີ່ເປັນລົບ ແລະ ໂສກເສົ້າ ພວກເຂົາກໍຕົກຕໍ່າ ແລະ ເສື່ອມໂຊມລົງ ແລະ ບໍ່ສາມາດຕັ້ງໃຈໃນການເຜີຍແຜ່ພຣະກິດຕິຄຸນ ແລະ ເປັນພະຍານເຖິງພາລະກິດໃໝ່ຂອງພຣະເຈົ້າໄດ້. ກົງກັນຂ້າມ ພວກເຂົາມັກຈະຄິດຢູ່ຕະຫຼອດເວລາວ່າ “ເມື່ອໃດຂ້ອຍຈຶ່ງຈະໄດ້ກັບໄປເຮັດໜ້າທີ່ຂໍ້ຄວາມ? ເມື່ອໃດຂ້ອຍຈຶ່ງຈະສາມາດເຊີດໜ້າຊູຕາໄດ້ອີກຄັ້ງ? ເມື່ອໃດຂ້ອຍຈຶ່ງຈະໄດ້ໂອ້ລົມກັບເບື້ອງເທິງອີກຄັ້ງ ຫຼື ມີສ່ວນຮ່ວມໃນການຕັດສິນໃຈລະດັບສູງ? ເມື່ອໃດທຸກຄົນຈຶ່ງຈະຮູ້ວ່າຂ້ອຍເປັນຜູ້ນຳອີກຄັ້ງ?” ພວກເຂົາລໍຖ້າເປັນເວລາຫຼາຍປີໂດຍບໍ່ໄດ້ຮັບຕຳແໜ່ງຄືນ ຈາກນັ້ນກໍເລີ່ມຄິດພິຈາລະນາວ່າ: “ບໍ່ມີປະໂຫຍດຫຍັງທີ່ຈະເຊື່ອໃນພຣະເຈົ້າ. ຂ້ອຍກໍເປັນຄືກັບຄົນເຫຼົ່ານັ້ນທີ່ພົບກັບອຸປະສັກຫຼາຍຢ່າງໃນເສັ້ນທາງການເປັນເຈົ້າໜ້າທີ່ໃນໂລກພາຍນອກ ແມ່ນບໍ?” ເມື່ອຄິດເຖິງອຸປະສັກຫຼາຍຢ່າງເຫຼົ່ານັ້ນ ພວກເຂົາກໍຍິ່ງໝົດກຳລັງໃຈ ແລະ ຮູ້ສຶກທໍ້ແທ້ຢ່າງສິ້ນເຊີງ. ພວກເຂົາເວົ້າວ່າ “ຫຼັງຈາກທີ່ເປັນຜູ້ເຊື່ອມາຫຼາຍປີ ຂ້ອຍບໍ່ເຄີຍໄດ້ເປັນຜູ້ນຳຄົນສຳຄັນເລີຍຈັກຄັ້ງ. ຫຼັງຈາກທີ່ໃນທີ່ສຸດກໍໄດ້ຮັບໃຊ້ໃນຖານະຫົວໜ້າທີມ ຂ້ອຍກໍຖືກປົດອອກ ແລະ ຂ້ອຍກໍເຮັດໜ້າທີ່ອື່ນໆໄດ້ບໍ່ດີເຊັ່ນກັນ. ຂ້ອຍໂຊກຮ້າຍຫຼາຍແທ້ໆ, ບໍ່ມີຫຍັງເປັນໄປຕາມທີ່ຂ້ອຍຕ້ອງການເລີຍ. ມັນກໍຄືກັບການດີ້ນຮົນຜ່ານອຸປະສັກຫຼາຍຢ່າງໃນເສັ້ນທາງການເປັນເຈົ້າໜ້າທີ່. ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ເລື່ອນຕຳແໜ່ງໃຫ້ຂ້ອຍ? ສະຖານະ ແລະ ຊື່ສຽງຂອງຂ້ອຍຕົກຕໍ່າເຖິງຂີດສຸດແລ້ວແທ້ໆ. ບໍ່ມີໃຜຈື່ໄດ້ຊໍ້າວ່າຂ້ອຍແມ່ນໃຜ ແລະ ເບື້ອງເທິງກໍບໍ່ເຄີຍກ່າວເຖິງຂ້ອຍເລີຍ. ວັນເວລາແຫ່ງຄວາມຮຸ່ງເຮືອງຂອງຂ້ອຍຈົບລົງແລ້ວ. ຂ້ອຍຈະເຮັດແນວໃດກັບການບໍ່ປະສົບຄວາມສຳເລັດຂອງຂ້ອຍ? ຂ້ອຍຮັກພະຫຼາຍ ແລະ ຂ້ອຍກໍຮັກຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າແທ້ໆ ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບຄວາມສຳເລັດ? ບໍ່ມີປະໂຫຍດຫຍັງທີ່ຈະເຊື່ອໃນພະ. ຂ້ອຍຢາກເຮັດໃຫ້ແຜນການອັນຍິ່ງໃຫຍ່ຂອງຂ້ອຍເປັນຈິງຢູ່ທີ່ນີ້ໃນເຮືອນຂອງພຣະເຈົ້າແທ້ໆ ເພື່ອໃຊ້ພະລັງງານ ແລະ ຈຸດແຂງຂອງຂ້ອຍ ແຕ່ພຣະເຈົ້າພຽງແຕ່ບໍ່ຈັດວາງຂ້ອຍໃນຕຳແໜ່ງທີ່ມີຄວາມສຳຄັນ ຫຼື ບໍ່ເຫັນຂ້ອຍ. ມັນບໍ່ມີປະໂຫຍດຫຍັງເລີຍ”. ພວກເຂົາໝາຍຄວາມວ່າແນວໃດໂດຍການຈົ່ມວ່າຢູ່ຕະຫຼອດເວລາວ່າບໍ່ມີປະໂຫຍດຫຍັງ? ພວກເຂົາໝາຍຄວາມວ່າ ມັນບໍ່ມີປະໂຫຍດຫຍັງໃນການປະຕິບັດໜ້າທີ່ຂອງພວກເຂົາ, ການໄລ່ຕາມການປ່ຽນແປງອຸປະນິໄສ, ການຟັງຄວາມຈິງ ແລະ ການຟັງການເທດສະໜາ, ການອ່ານພຣະທຳຂອງພຣະເຈົ້າ ແລະ ການສະແຫວງຫາຫຼັກການຄວາມຈິງ. ແລ້ວສຳລັບພວກເຂົາ ການເຮັດຫຍັງຈຶ່ງຈະມີປະໂຫຍດ? ການມີຕຳແໜ່ງເຈົ້າໜ້າທີ່, ການໄດ້ຮັບພອນ, ການເຮັດໃຫ້ຄວາມປາຖະໜາ ແລະ ຄວາມທະເຍີທະຍານສຳລັບພອນຂອງພວກເຂົາສຳເລັດ, ການໂອ້ອວດໃນທຸກໂອກາດ, ການໄດ້ຮັບການຍົກຍ້ອງ ແລະ ການມີກຽດຕິຍົດ. ສຳລັບພວກເຂົາແລ້ວ ບໍ່ມີປະໂຫຍດຫຍັງໃນສິ່ງອື່ນໃດເລີຍ. ເມື່ອພວກເຂົາຮູ້ສຶກວ່າບໍ່ມີປະໂຫຍດຫຍັງ, ເມື່ອພວກເຂົາທໍ້ແທ້ ພວກເຂົາກໍພົບວ່າຕົນເອງຢາກຈະຍ່າງອອກໄປທາງປະຕູຢ່າງບໍ່ຮູ້ຕົວ. ພວກເຂົາຕ້ອງການອອກຈາກເຮືອນຂອງພຣະເຈົ້າ, ຕ້ອງການຖອນຕົວ. ສິ່ງນີ້ໝາຍຄວາມວ່າພວກເຂົາກຳລັງຕົກຢູ່ໃນອັນຕະລາຍ. ມີບາງຄົນທີ່ປະຕິບັດໜ້າທີ່ ໂດຍສະເພາະຜູ້ທີ່ປະຕິບັດໜ້າທີ່ທີ່ບໍ່ໂດດເດັ່ນ ເຊິ່ງເຮັດໃຫ້ພວກເຂົາຕິດຕໍ່ພົວພັນກັບຜູ້ບໍ່ມີຄວາມເຊື່ອຢູ່ເລື້ອຍໆ ແລະ ສະມາຊິກບາງຄົນໃນກຸ່ມນີ້ກໍຢຽບເຮືອສອງແຄມ. ນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຄົນເຫຼົ່ານີ້ອາດຈະຖອນຕົວໄດ້ທຸກເວລາ ແລະ ຖ້າແນວປ້ອງກັນສຸດທ້າຍຂອງພວກເຂົາພັງທະລາຍລົງ ຕີນອີກເບື້ອງໜຶ່ງຂອງພວກເຂົາກໍຈະກ້າວອອກໄປຢ່າງເດັດຂາດ ແລະ ພວກເຂົາກໍຈະຕັດຂາດຈາກເຮືອນຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ອອກຈາກຄຣິສຕະຈັກໄປທັງໝົດ. ເມື່ອເວົ້າເຖິງການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ສິ່ງຕ່າງໆ ເຊັ່ນ: ພວກເຂົາຖືກຍົກຍ້າຍໄປໃສ, ພວກເຂົາປະຕິບັດໜ້າທີ່ຫຍັງ, ໜ້າທີ່ນັ້ນຕອບສະໜອງຄວາມປາຖະໜາສ່ວນຕົວຂອງພວກເຂົາ ຫຼື ບໍ່, ມັນເຮັດໃຫ້ພວກເຂົາໄດ້ຮັບການຍົກຍ້ອງ ຫຼື ບໍ່ ແລະ ຕຳແໜ່ງ ແລະ ລະດັບຂອງໜ້າທີ່ໃໝ່ຂອງພວກເຂົາແມ່ນຫຍັງ, ລ້ວນແຕ່ຖືກຄົນເຫຼົ່ານີ້ເຊື່ອມໂຍງເຂົ້າກັບເຈດຕະນາ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາ. ໂດຍອີງໃສ່ທັດສະນະຄະຕິ ແລະ ມຸມມອງທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ບັນຫາຂອງພວກເຂົາຢູ່ບ່ອນໃດ? ນີ້ເປັນບັນຫາໃຫຍ່ ຫຼື ບໍ່? (ແມ່ນແລ້ວ.) ບັນຫາແມ່ນຫຍັງ? (ພວກເຂົາເຊື່ອມໂຍງການປັບປ່ຽນການມອບໝາຍໜ້າທີ່ທີ່ປົກກະຕິຂອງພວກເຂົາເຂົ້າກັບສະຖານະຂອງພວກເຂົາໃນຄຣິສຕະຈັກ ແລະ ພວກເຂົາສາມາດໄດ້ຮັບພອນ ຫຼື ບໍ່. ເມື່ອການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ ແທນທີ່ຈະຍອມຮັບ ແລະ ເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າ ພວກເຂົາພັດຄິດວ່າພວກເຂົາກຳລັງສູນເສຍສະຖານະຂອງພວກເຂົາ ແລະ ພວກເຂົາບໍ່ສາມາດໄດ້ຮັບພອນໄດ້ອີກຕໍ່ໄປ ແລະ ຈາກນັ້ນພວກເຂົາກໍຮູ້ສຶກວ່າບໍ່ມີປະໂຫຍດຫຍັງທີ່ຈະເຊື່ອໃນພຣະເຈົ້າ ແລະ ຕ້ອງການອອກຈາກເຮືອນຂອງພຣະເຈົ້າ.) ຄວາມຜິດພາດທີ່ໃຫຍ່ທີ່ສຸດຂອງພວກເຂົາຢູ່ບ່ອນນີ້ຄືການເຊື່ອມໂຍງການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາເຂົ້າກັບການໄດ້ຮັບພອນ. ນີ້ຄືສິ່ງທີ່ພວກເຂົາບໍ່ຄວນເຮັດຢ່າງເດັດຂາດ. ຄວາມຈິງແລ້ວ ບໍ່ມີຄວາມສຳພັນລະຫວ່າງສອງສິ່ງນີ້ເລີຍ ແຕ່ຍ້ອນວ່າຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍຄວາມປາຖະໜາທີ່ຈະໄດ້ຮັບພອນ ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ ພວກເຂົາກໍຈະເຊື່ອມໂຍງມັນເຂົ້າກັບວ່າພວກເຂົາສາມາດໄດ້ຮັບພອນ ຫຼື ບໍ່ ເຊິ່ງໝາຍຄວາມວ່າມັນເປັນໄປບໍ່ໄດ້ເລີຍທີ່ພວກເຂົາຈະປະຕິບັດໜ້າທີ່ໃຫ້ດີໄດ້ ແລະ ພວກເຂົາສາມາດຖືກເປີດເຜີຍ ແລະ ຖືກກຳຈັດເທົ່ານັ້ນ. ນີ້ເປັນພຽງການທີ່ພວກເຂົາສ້າງບັນຫາໃຫ້ກັບຕົວພວກເຂົາເອງ ແລະ ວາງຕົວພວກເຂົາເອງໄວ້ໃນເສັ້ນທາງແຫ່ງຄວາມຈິບຫາຍ.

ເຈົ້າຄວນປະຕິບັດຕໍ່ເລື່ອງການປະຕິບັດໜ້າທີ່ຂອງເຈົ້າແນວໃດ? ເຈົ້າຕ້ອງມີທັດສະນະຄະຕິທີ່ຖືກຕ້ອງ ເຊິ່ງເປັນເງື່ອນໄຂເບື້ອງຕົ້ນສຳລັບການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ໜ້າທີ່ໃດທີ່ເໝາະສົມກັບເຈົ້າກໍຄວນອີງໃສ່ຈຸດແຂງຂອງເຈົ້າເອງ. ຖ້າບາງຄັ້ງໜ້າທີ່ທີ່ຄຣິສຕະຈັກຈັດແຈງໃຫ້ເຈົ້າບໍ່ແມ່ນສິ່ງທີ່ເຈົ້າເຮັດໄດ້ດີ ຫຼື ບໍ່ແມ່ນສິ່ງທີ່ເຈົ້າຢາກເຮັດ ເຈົ້າກໍສາມາດຍົກບັນຫາຂຶ້ນມາ ແລະ ແກ້ໄຂມັນຜ່ານການສື່ສານໄດ້. ແຕ່ຖ້າເຈົ້າສາມາດປະຕິບັດໜ້າທີ່ນັ້ນໄດ້ ແລະ ມັນເປັນໜ້າທີ່ທີ່ເຈົ້າຄວນປະຕິບັດ ແຕ່ເຈົ້າບໍ່ຢາກເຮັດພຽງເພາະວ່າເຈົ້າຢ້ານຄວາມທຸກທໍລະມານ ແລ້ວມັນກໍມີບັນຫາກັບເຈົ້າແລ້ວ. ຖ້າເຈົ້າເຕັມໃຈທີ່ຈະເຊື່ອຟັງ ແລະ ສາມາດກະບົດຕໍ່ເນື້ອໜັງຂອງເຈົ້າໄດ້ ແລ້ວກໍສາມາດເວົ້າໄດ້ວ່າເຈົ້າຂ້ອນຂ້າງມີເຫດຜົນ. ເຖິງຢ່າງໃດກໍຕາມ ຖ້າເຈົ້າມັກຈະພະຍາຍາມຄິດໄລ່ຢູ່ສະເໝີວ່າໜ້າທີ່ໃດມີກຽດຕິຍົດຫຼາຍກວ່າ ແລະ ເຈົ້າຄິດໄປເອງວ່າໜ້າທີ່ບາງຢ່າງຈະເຮັດໃຫ້ຄົນອື່ນດູຖູກເຈົ້າ ສິ່ງນີ້ກໍພິສູດວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ. ເປັນຫຍັງເຈົ້າຈຶ່ງມີອະຄະຕິຫຼາຍໃນຄວາມເຂົ້າໃຈຂອງເຈົ້າກ່ຽວກັບໜ້າທີ່? ມັນອາດຈະເປັນໄປໄດ້ບໍວ່າ ເຈົ້າສາມາດປະຕິບັດໜ້າທີ່ໄດ້ດີ ຖ້າມັນເປັນໜ້າທີ່ທີ່ເຈົ້າເລືອກໂດຍອີງໃສ່ຄວາມຄິດຂອງເຈົ້າເອງ? ມັນກໍບໍ່ແມ່ນຄວາມຈິງສະເໝີໄປ. ສິ່ງທີ່ສຳຄັນທີ່ສຸດຢູ່ບ່ອນນີ້ຄືການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ຖ້າເຈົ້າບໍ່ເຮັດ ເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໃຫ້ດີໄດ້ ເຖິງແມ່ນວ່າມັນຈະເປັນໜ້າທີ່ທີ່ເຈົ້າມັກກໍຕາມ. ບາງຄົນປະຕິບັດໜ້າທີ່ຂອງພວກເຂົາໂດຍປາສະຈາກຫຼັກການ ແລະ ການປະຕິບັດໜ້າທີ່ຂອງພວກເຂົາກໍມັກຈະອີງໃສ່ຄວາມມັກຂອງພວກເຂົາເອງຢູ່ສະເໝີ ສະນັ້ນ ພວກເຂົາຈຶ່ງບໍ່ເຄີຍສາມາດແກ້ໄຂຄວາມຫຍຸ້ງຍາກໄດ້, ພວກເຂົາມັກຈະເຮັດແບບເປັນພິທີໃນທຸກໜ້າທີ່ທີ່ພວກເຂົາປະຕິບັດ ແລະ ໃນທີ່ສຸດພວກເຂົາກໍຖືກກຳຈັດ. ຄົນແບບນີ້ສາມາດລອດພົ້ນໄດ້ບໍ? ເຈົ້າຕ້ອງເລືອກໜ້າທີ່ທີ່ເໝາະສົມກັບເຈົ້າ, ປະຕິບັດມັນໃຫ້ດີ ແລະ ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເຈົ້າຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້. ຖ້າເຈົ້າມັກຈະໄລ່ຕາມຄວາມສະດວກສະບາຍທາງເນື້ອໜັງ ແລະ ສະແຫວງຫາການມີໜ້າຕາໃນໜ້າທີ່ຂອງເຈົ້າຢູ່ສະເໝີ ເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໃຫ້ດີໄດ້. ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ໃດໃຫ້ດີໄດ້ ແລ້ວເຈົ້າກໍຈະຕ້ອງຖືກກຳຈັດ. ບາງຄົນບໍ່ພໍໃຈບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາມັກຈະເບິ່ງວ່າໜ້າທີ່ຂອງພວກເຂົາເປັນພຽງໜ້າທີ່ຊົ່ວຄາວຢູ່ສະເໝີ, ພວກເຂົາເຮັດພໍແລ້ວມືແລ້ວຕີນ ແລະ ພວກເຂົາບໍ່ສະແຫວງຫາຄວາມຈິງ ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍ. ຜົນກໍຄື ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາເປັນເວລາຫຼາຍປີ ໂດຍບໍ່ໄດ້ຮັບການເຂົ້າສູ່ຊີວິດໃດໜຶ່ງເລີຍ. ພວກເຂົາກາຍເປັນຜູ້ອອກແຮງງານ ແລະ ພວກເຂົາກໍຖືກກຳຈັດ. ພວກເຂົາບໍ່ໄດ້ນຳສິ່ງນີ້ມາສູ່ຕົວພວກເຂົາເອງບໍ? ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍມີທັດສະນະຄະຕິທີ່ຖືກຕ້ອງໃນໜ້າທີ່ຂອງພວກເຂົາເລີຍ. ພວກເຂົາຄິດແນວໃດເມື່ອການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ? “ເຈົ້າຄິດວ່າຂ້ອຍເປັນພຽງຜູ້ຮັບໃຊ້ບໍ? ເມື່ອເຈົ້າໃຊ້ຂ້ອຍ ເຈົ້າກໍໃຫ້ຂ້ອຍໃຫ້ບໍລິການເຈົ້າ ແລະ ເມື່ອເຈົ້າໝົດປະໂຫຍດກັບຂ້ອຍແລ້ວ ເຈົ້າກໍພຽງແຕ່ໄລ່ຂ້ອຍໄປ. ເອົາລະ ຂ້ອຍຈະບໍ່ໃຫ້ບໍລິການແບບນັ້ນດອກ! ຂ້ອຍຢາກເປັນຜູ້ນຳ ຫຼື ຜູ້ເຮັດວຽກ ເພາະນັ້ນເປັນວຽກດຽວທີ່ໜ້ານັບຖືໃນທີ່ນີ້. ຖ້າເຈົ້າບໍ່ຍອມໃຫ້ຂ້ອຍເປັນຜູ້ນຳ ຫຼື ຜູ້ເຮັດວຽກ ແລະ ເຈົ້າຍັງຢາກໃຫ້ຂ້ອຍເຮັດວຽກໜັກ ເຈົ້າກໍລືມມັນໄປໄດ້ເລີຍ!” ນີ້ແມ່ນທັດສະນະຄະຕິປະເພດໃດ? ພວກເຂົາກຳລັງອ່ອນນ້ອມບໍ? ພວກເຂົາປະຕິບັດຕໍ່ການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາໂດຍອີງໃສ່ພື້ນຖານຫຍັງ? ໂດຍອີງໃສ່ພື້ນຖານຂອງຄວາມມຸທະລຸ, ຄວາມຄິດຂອງພວກເຂົາເອງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແມ່ນບໍ່? ແລ້ວຜົນສະທ້ອນຂອງການປະຕິບັດຕໍ່ມັນດ້ວຍວິທີນີ້ແມ່ນຫຍັງ? ກ່ອນອື່ນໝົດ ພວກເຂົາຈະສາມາດຈົງຮັກພັກດີ ແລະ ຈິງໃຈໃນໜ້າທີ່ຕໍ່ໄປຂອງພວກເຂົາໄດ້ບໍ? ບໍ່, ພວກເຂົາຈະບໍ່ສາມາດເຮັດໄດ້. ພວກເຂົາຈະມີທັດສະນະຄະຕິທີ່ເປັນບວກບໍ? ພວກເຂົາຈະຢູ່ໃນສະພາວະປະເພດໃດ? (ສະພາວະແຫ່ງຄວາມໝົດຫວັງ.) ແກ່ນແທ້ຂອງຄວາມໝົດຫວັງແມ່ນຫຍັງ? ມັນຄືການເປັນປໍລະປັກ. ແລ້ວຜົນສຸດທ້າຍຂອງອາລົມທີ່ເປັນປໍລະປັກ ແລະ ໝົດຫວັງແມ່ນຫຍັງ? ຄົນທີ່ຮູ້ສຶກແບບນັ້ນສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີໄດ້ບໍ? (ບໍ່ໄດ້.) ຖ້າຄົນໃດໜຶ່ງທີ່ມັກຈະເປັນລົບ ແລະ ເປັນປໍລະປັກຢູ່ສະເໝີ ພວກເຂົາເໝາະສົມທີ່ຈະປະຕິບັດໜ້າທີ່ບໍ? ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ ພວກເຂົາກໍບໍ່ສາມາດເຮັດມັນໄດ້ດີ. ນີ້ຄືວົງຈອນທີ່ໂຫດຮ້າຍ ແລະ ຈະບໍ່ຈົບລົງດ້ວຍດີ. ເປັນຫຍັງຈຶ່ງເປັນແນວນັ້ນ? ຄົນເຊັ່ນນີ້ບໍ່ໄດ້ຢູ່ໃນເສັ້ນທາງທີ່ດີ; ພວກເຂົາບໍ່ສະແຫວງຫາຄວາມຈິງ, ພວກເຂົາບໍ່ອ່ອນນ້ອມ ແລະ ພວກເຂົາບໍ່ສາມາດເຂົ້າໃຈທັດສະນະຄະຕິ ແລະ ວິທີການຂອງເຮືອນຂອງພຣະເຈົ້າທີ່ມີຕໍ່ພວກເຂົາໄດ້ຢ່າງຖືກຕ້ອງ. ນີ້ຄືບັນຫາ ແມ່ນບໍ່? ມັນເປັນການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາທີ່ເໝາະສົມຢ່າງສົມບູນ ແຕ່ຜູ້ຕໍ່ຕ້ານພຣະຄຣິສພັດເວົ້າວ່າມັນຖືກເຮັດເພື່ອທໍລະມານພວກເຂົາ, ເວົ້າວ່າພວກເຂົາບໍ່ໄດ້ຖືກປະຕິບັດຕໍ່ຄືກັບມະນຸດ, ເວົ້າວ່າເຮືອນຂອງພຣະເຈົ້າຂາດຄວາມຮັກ, ພວກເຂົາຖືກປະຕິບັດຕໍ່ຄືກັບເຄື່ອງຈັກ ຖືກເອີ້ນໃຊ້ເມື່ອເປັນທີ່ຕ້ອງການ ຈາກນັ້ນກໍຖືກເຕະຖິ້ມເມື່ອບໍ່ເປັນທີ່ຕ້ອງການແລ້ວ. ນັ້ນບໍ່ແມ່ນຂໍ້ໂຕ້ແຍ້ງທີ່ບິດເບືອນບໍ? ຄົນທີ່ເວົ້າສິ່ງປະເພດນັ້ນມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນບໍ? ພວກເຂົາບໍ່ມີຄວາມເປັນມະນຸດເລີຍ! ພວກເຂົາບິດເບືອນເລື່ອງທີ່ເໝາະສົມຢ່າງສົມບູນ; ພວກເຂົາບິດເບືອນການປະຕິບັດທີ່ເໝາະສົມຢ່າງສິ້ນເຊີງໃຫ້ກາຍເປັນສິ່ງທີ່ເປັນລົບ, ນີ້ບໍ່ແມ່ນຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຄົນທີ່ຊົ່ວຊ້າຂະໜາດນີ້ສາມາດເຂົ້າໃຈຄວາມຈິງໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ນີ້ຄືບັນຫາຂອງຜູ້ຕໍ່ຕ້ານພຣະຄຣິສ; ບໍ່ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາກໍຕາມ ພວກເຂົາກໍຈະຄິດກ່ຽວກັບມັນໃນທາງທີ່ບິດເບືອນ. ເປັນຫຍັງພວກເຂົາຈຶ່ງຄິດໃນທາງທີ່ບິດເບືອນ? ເພາະວ່າແກ່ນແທ້ທຳມະຊາດຂອງພວກເຂົາຊົ່ວຊ້າຫຼາຍ. ແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສໂດຍຫຼັກແລ້ວແມ່ນຊົ່ວຊ້າ ຕາມມາດ້ວຍຄວາມໂຫດຮ້າຍຂອງພວກເຂົາ ແລະ ສິ່ງເຫຼົ່ານີ້ຄືລັກສະນະຫຼັກຂອງພວກເຂົາ. ທຳມະຊາດທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສກີດກັ້ນພວກເຂົາຈາກການຢັ່ງຮູ້ສິ່ງໃດກໍຕາມຢ່າງຖືກຕ້ອງ ແລະ ກົງກັນຂ້າມ ພວກເຂົາພັດບິດເບືອນທຸກສິ່ງທຸກຢ່າງ, ພວກເຂົາໄປສູ່ຄວາມສຸດໂຕ່ງ, ພວກເຂົາຈັບຜິດໃນເລື່ອງເລັກນ້ອຍ ແລະ ພວກເຂົາບໍ່ສາມາດຈັດການກັບສິ່ງຕ່າງໆຢ່າງເໝາະສົມ ຫຼື ສະແຫວງຫາຄວາມຈິງໄດ້. ຕໍ່ໄປ ພວກເຂົາກໍຕໍ່ສູ້ກັບ ແລະ ສະແຫວງຫາການແກ້ແຄ້ນຢ່າງຫ້າວຫັນ, ເຖິງກັບເຜີຍແຜ່ແນວຄິດ ແລະ ລະບາຍຄວາມເປັນລົບ, ຍຸຍົງ ແລະ ດຶງດູດຄົນອື່ນໃຫ້ມາລົບກວນວຽກງານຂອງຄຣິສຕະຈັກ. ພວກເຂົາເຜີຍແຜ່ຄຳຈົ່ມວ່າບາງຢ່າງຢ່າງລັບໆ, ຕັດສິນວິທີທີ່ຜູ້ຄົນຖືກປະຕິບັດຕໍ່ໂດຍເຮືອນຂອງພຣະເຈົ້າ, ພຣະດໍາລັດບາງຢ່າງຂອງມັນ, ວິທີທີ່ຜູ້ນຳບາງຄົນເຮັດສິ່ງຕ່າງໆ ແລະ ປະນາມຜູ້ນຳເຫຼົ່ານີ້. ນີ້ແມ່ນອຸປະນິໄສປະເພດໃດ? ມັນໂຫດຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ຕໍ່ຕ້ານ ແລະ ຂັດຂືນເທົ່ານັ້ນ ພວກເຂົາຍັງດຶງດູດຜູ້ຄົນໃຫ້ມາຂັດຂືນຮ່ວມກັບພວກເຂົາຫຼາຍຂຶ້ນ, ເພື່ອເຂົ້າຂ້າງ ແລະ ໃຫ້ກຳລັງໃຈພວກເຂົາ. ນັ້ນຄືແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ແມ່ນແຕ່ການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາທີ່ງ່າຍດາຍ ພວກເຂົາກໍບໍ່ສາມາດປະຕິບັດຕໍ່ມັນຢ່າງຖືກຕ້ອງ ຫຼື ຍອມຮັບ ແລະ ອ່ອນນ້ອມຕໍ່ມັນຢ່າງມີເຫດຜົນໄດ້. ກົງກັນຂ້າມ ພວກເຂົາພັດສ້າງຄວາມວຸ້ນວາຍ ແລະ ໃຫ້ຂໍ້ອ້າງຕ່າງໆສຳລັບຕົວພວກເຂົາເອງ ເຊິ່ງບາງຂໍ້ກໍບໍ່ເໝາະສົມ ແລະ ເຮັດໃຫ້ຄົນອື່ນຮູ້ສຶກລັງກຽດ ແລະ ກຽດຊັງ. ຫຼັງຈາກທີ່ປ່ອຍຄວາມຄາດເຄື່ອນ ແລະ ຄວາມເຊື່ອທີ່ນອກຮີດບາງຢ່າງອອກມາແລ້ວ ຜູ້ຕໍ່ຕ້ານພຣະຄຣິສກໍຈະພະຍາຍາມກອບກູ້ສະຖານະການສຳລັບຕົວພວກເຂົາເອງ ແລະ ເຮັດໃຫ້ຄົນອື່ນເຊື່ອໃນຕົວພວກເຂົາ. ຖ້າມາດຕະການເຫຼົ່ານີ້ບໍ່ປະສົບຄວາມສຳເລັດ ຜູ້ຕໍ່ຕ້ານພຣະຄຣິສຈະສາມາດຫັນຫຼັງກັບໄດ້ບໍ? ຖ້າພວກເຂົາບໍ່ສາມາດສືບຕໍ່ໄປຕາມເສັ້ນທາງນີ້ໄດ້ ພວກເຂົາຈະສາມາດສະແຫວງຫາຄວາມຈິງໄດ້ບໍ? ພວກເຂົາຈະມີຄວາມຕັ້ງໃຈທີ່ຈະກັບໃຈບໍ? ບໍ່ມີທາງຢ່າງແນ່ນອນ. ພວກເຂົາຈະເວົ້າວ່າ “ຖ້າເຈົ້າຢຸດຂ້ອຍຈາກການໄດ້ຮັບພອນ ຂ້ອຍກໍຈະຢຸດພວກເຈົ້າທຸກຄົນຈາກການໄດ້ຮັບພອນເຫຼົ່ານັ້ນ! ຖ້າຂ້ອຍບໍ່ສາມາດໄດ້ຮັບພອນ ຂ້ອຍກໍຈະຢຸດເຊື່ອ!” ໃນອະດີດ ເຮົາເຄີຍເວົ້າກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເປັນຄົນທີ່ບໍ່ມີເຫດຜົນຢ່າງສິ້ນເຊີງ; ແກ່ນແທ້ທຳມະຊາດທີ່ຢູ່ເບື້ອງຫຼັງຄວາມບໍ່ມີເຫດຜົນນີ້ກໍຄື ຄົນເຫຼົ່ານີ້ຊົ່ວຊ້າ ແລະ ໂຫດຮ້າຍຢ່າງເຖິງທີ່ສຸດ. ຫົວຂໍ້ທີ່ພວກເຮົາກຳລັງໂອ້ລົມກັນໃນຕອນນີ້ຄືການສະແດງອອກ ແລະ ການເປີດເຜີຍທີ່ສະແດງໃຫ້ເຫັນເຖິງແກ່ນແທ້ທຳມະຊາດນີ້ຢ່າງເຕັມທີ່ ແລະ ມັນເປັນຫຼັກຖານທີ່ແທ້ຈິງທີ່ສຸດຂອງແກ່ນແທ້ທຳມະຊາດນີ້. ບາງຄົນໃນກຸ່ມນີ້ຈະໃຈຮ້າຍ ຖ້າການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນແມ່ນແຕ່ຄັ້ງດຽວ ແລະ ບາງຄົນໃນກຸ່ມພວກເຂົາ ຫຼັງຈາກທີ່ຖືກຍົກຍ້າຍຫຼາຍຄັ້ງ ແລະ ຍ້າຍຈາກໜ້າທີ່ໜຶ່ງໄປຍັງອີກໜ້າທີ່ໜຶ່ງ ກໍບໍ່ສາມາດເຮັດໜ້າທີ່ໃດໜຶ່ງໃຫ້ດີໄດ້ ແລະ ໃນທີ່ສຸດກໍຄິດວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ ແລະ ຕ້ອງການຖອນຕົວ. ສະຫຼຸບແລ້ວ ບໍ່ວ່າການມອບໝາຍໜ້າທີ່ຂອງພວກເຂົາຈະຖືກປັບປ່ຽນແນວໃດກໍຕາມ ຖ້າມີການປັບປ່ຽນໃດໜຶ່ງເກີດຂຶ້ນ ຄົນເຫຼົ່ານີ້ກໍຈະວິເຄາະ, ຕັດສິນ ແລະ ຄິດທົບທວນກ່ຽວກັບສິ່ງເຫຼົ່ານັ້ນໃນຫົວໃຈຂອງພວກເຂົາ ແລະ ຈະວາງໃຈໄດ້ກໍຕໍ່ເມື່ອພວກເຂົາພົບວ່າການປັບປ່ຽນນັ້ນບໍ່ກ່ຽວຂ້ອງກັບການທີ່ພວກເຂົາໄດ້ຮັບພອນ. ທັນທີທີ່ພວກເຂົາພົບວ່າການປັບປ່ຽນນັ້ນມີຄວາມກ່ຽວຂ້ອງກັບການໄດ້ຮັບພອນແມ່ນແຕ່ໜ້ອຍດຽວ ຫຼື ສົ່ງຜົນກະທົບຕໍ່ຄວາມຫວັງໃນການໄດ້ຮັບພອນຂອງພວກເຂົາ ພວກເຂົາກໍຈະລຸກຂຶ້ນຕໍ່ຕ້ານໃນທັນທີ ເຊິ່ງເປັນການເປີດໂປງແກ່ນແທ້ທຳມະຊາດຂອງພວກເຂົາ. ຖ້າພວກເຂົາລົ້ມເຫຼວໃນການຕໍ່ຕ້ານນີ້ ແລະ ຖືກເປີດໂປງ ແລະ ຖືກປະຕິເສດ ພວກເຂົາກໍຈະກຽມແຜນສຳຮອງສຳລັບຕົວພວກເຂົາເອງ ແລະ ອອກຈາກເຮືອນຂອງພຣະເຈົ້າຢ່າງໜັກແໜ້ນ ແລະ ໂດຍບໍ່ລັງເລໃຈ, ບໍ່ເຊື່ອວ່າມີພຣະເຈົ້າອີກຕໍ່ໄປ ແລະ ບໍ່ຍອມຮັບວ່າພວກເຂົາເຊື່ອໃນພຣະເຈົ້າອີກຕໍ່ໄປ. ຊີວິດປະຈຳວັນຂອງພວກເຂົາຈະປ່ຽນແປງໃນທັນທີ ແລະ ຄວາມຄ້າຍຄືຂອງຜູ້ເຊື່ອໃນພຣະເຈົ້າທັງໝົດກໍຈະຫາຍໄປຈາກພວກເຂົາ. ພວກເຂົາຈະກັບໄປດື່ມເຫຼົ້າ, ສູບຢາ, ນຸ່ງເຄື່ອງທີ່ແປກປະຫຼາດ ແລະ ແຕ່ງໜ້າຈັດ ແລະ ແຕ່ງຕົວຢ່າງຫຼູຫຼາໃນທັນທີ. ເນື່ອງຈາກພວກເຂົາບໍ່ສາມາດເພີດເພີນກັບສິ່ງເຫຼົ່ານີ້ໃນຖານະຜູ້ເຊື່ອໃນພຣະເຈົ້າ ພວກເຂົາກໍຈະຟ້າວຊົດເຊີຍເວລາທີ່ເສຍໄປນີ້. ເມື່ອພວກເຂົາພິຈາລະນາທີ່ຈະຖອນຕົວ ພວກເຂົາກໍຈະຄິດເຖິງບາດກ້າວຕໍ່ໄປຂອງພວກເຂົາໃນທັນທີ, ກ່ຽວກັບວິທີທີ່ພວກເຂົາສາມາດເຮັດວຽກໜັກໃນໂລກເພື່ອໃຫ້ກ້າວໜ້າ, ຊອກຫາບ່ອນຢືນສຳລັບຕົວພວກເຂົາເອງ ແລະ ດຳລົງຊີວິດທີ່ດີ ພ້ອມທັງທາງອອກຂອງພວກເຂົາຢູ່ໃສ. ອີກບໍ່ດົນພວກເຂົາກໍຈະພົບທາງອອກສຳລັບຕົວພວກເຂົາເອງ, ຊອກຫາບ່ອນຢືນສຳລັບຕົວພວກເຂົາເອງທ່າມກາງກະແສທີ່ຊົ່ວຮ້າຍເຫຼົ່ານີ້ ແລະ ພາຍໃນໂລກທີ່ຊົ່ວຮ້າຍນີ້ ແລະ ກຳນົດວ່າພວກເຂົາຈະເຮັດຫຍັງ ບໍ່ວ່າຈະເປັນທຸລະກິດ, ການເມືອງ ຫຼື ກິດຈະການປະເພດອື່ນ ທີ່ຈະຊ່ວຍໃຫ້ພວກເຂົາດຳລົງຊີວິດທີ່ດີກວ່າຄົນອື່ນ, ນຳຄວາມສຸກ ແລະ ຄວາມຍິນດີມາສູ່ພວກເຂົາໄປຕະຫຼອດຊີວິດ, ເຮັດໃຫ້ເນື້ອໜັງຂອງພວກເຂົາສະດວກສະບາຍຫຼາຍຂຶ້ນ, ຊ່ວຍໃຫ້ພວກເຂົາເພີດເພີນກັບຊີວິດໄດ້ຢ່າງເຕັມທີ່ ແລະ ມີສ່ວນຮ່ວມໃນຄວາມບັນເທີງ ແລະ ການພັກຜ່ອນຢ່ອນໃຈ.

ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກລິຮານ ແລະ ເມື່ອການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ ສິ່ງທີ່ພວກເຂົາຄິດເຖິງກໍຄືການໄດ້ຮັບພອນທີ່ມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບພວກເຂົາ. ເມື່ອພວກເຂົາຄິດວ່າພວກເຂົາບໍ່ມີຄວາມຫວັງເຫຼືອຢູ່ສຳລັບສິ່ງນັ້ນແລ້ວ ພວກເຂົາກໍຈະຕ້ອງການຖອນຕົວ, ຍ່າງໜີຈາກເຮືອນຂອງພຣະເຈົ້າ ແລະ ຕ້ອງການກັບຄືນໄປສູ່ຊີວິດຂອງຜູ້ບໍ່ມີຄວາມເຊື່ອ. ໂດຍອີງໃສ່ສິ່ງນີ້ ມັນເຫັນໄດ້ຊັດເຈນວ່າແກ່ນແທ້ທຳມະຊາດ ຂອງຄົນເຮົາມີຄວາມສຳຄັນຢ່າງຍິ່ງ ແລ້ວການໄລ່ຕາມ ແລະ ທາງເລືອກຂອງພວກເຂົາກໍບໍ່ມີຄວາມສຳຄັນຫຼາຍເຊັ່ນກັນບໍ? ມັນເປັນພຽງຄວາມແຕກຕ່າງຂອງຄວາມຄິດດຽວ: ການຕັດສິນໃຈທີ່ຖືກຕ້ອງພຽງຄັ້ງດຽວ ແລະ ເຈົ້າອາດຈະສືບຕໍ່ຍອມຮັບຄວາມລອດພົ້ນຂອງພຣະເຈົ້າ ໃນຂະນະທີ່ທາງເລືອກທີ່ຜິດພາດພຽງຄັ້ງດຽວກໍສາມາດປ່ຽນເຈົ້າໃຫ້ກາຍເປັນຜູ້ບໍ່ມີຄວາມເຊື່ອໄດ້ໃນພິບຕາ, ກາຍເປັນຄົນທີ່ບໍ່ມີຫຍັງກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ, ກັບພາລະກິດຂອງພຣະເຈົ້າ ຫຼື ໜ້າທີ່ຂອງພວກເຂົາ. ພຽງແຕ່ຄວາມຄິດດຽວ, ຊ່ວງເວລາໜຶ່ງ ຫຼື ເລື່ອງນ້ອຍໆເລື່ອງໜຶ່ງກໍສາມາດປ່ຽນແປງຊະຕາກຳຂອງຄົນເຮົາໄດ້ຢ່າງສິ້ນເຊີງ. ການເລືອກແບບບໍ່ໃສ່ໃຈພຽງຄັ້ງດຽວ, ຄວາມຄິດນ້ອຍໆແບບບໍ່ໃສ່ໃຈພຽງຄັ້ງດຽວ ຫຼື ມຸມມອງທີ່ງ່າຍດາຍກໍສາມາດປ່ຽນແປງຊະຕາກຳຂອງຄົນເຮົາໄດ້ ແລະ ສາມາດກຳນົດໄດ້ວ່າພວກເຂົາຈະໄປຈົບລົງຢູ່ໃສໃນວິນາທີຕໍ່ໄປ. ເມື່ອຜູ້ຄົນຍັງບໍ່ທັນພົບພໍ້ກັບບັນຫາໃດໜຶ່ງ, ເມື່ອພວກເຂົາຍັງບໍ່ທັນປະເຊີນກັບການຕັດສິນໃຈໃດໜຶ່ງ ພວກເຂົາກໍຮູ້ສຶກວ່າພວກເຂົາເຂົ້າໃຈຄວາມຈິງຫຼາຍຢ່າງ, ມີວຸດຕິພາວະ ແລະ ສາມາດຢືນໄດ້ຢ່າງໝັ້ນຄົງ. ແຕ່ເມື່ອເຈົ້າປະເຊີນກັບການຕັດສິນໃຈ, ຫຼັກການທີ່ສຳຄັນ ຫຼື ບັນຫາໃຫຍ່ ສິ່ງທີ່ເຈົ້າເລືອກແທ້ໆ, ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນຫຍັງ ແລະ ມຸມມອງ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ເລື່ອງນັ້ນແມ່ນຫຍັງ ຈະເປັນຕົວກຳນົດຊະຕາກຳຂອງເຈົ້າ ແລະ ກຳນົດວ່າເຈົ້າຈະຢູ່ ຫຼື ໄປ. ທາງເລືອກທີ່ຜູ້ຕໍ່ຕ້ານພຣະຄຣິສມັກຈະເຮັດ ແລະ ຄວາມປາຖະໜາສ່ວນຕົວທີ່ເລິກເຊິ່ງທີ່ສຸດພາຍໃນຫົວໃຈຂອງພວກເຂົາ ລ້ວນແຕ່ກົງກັນຂ້າມກັບຄວາມຈິງ; ບໍ່ມີການອ່ອນນ້ອມພາຍໃນສິ່ງເຫຼົ່ານີ້ ມີພຽງແຕ່ການເປັນປໍລະປັກ, ບໍ່ມີຄວາມຈິງ ຫຼື ຄວາມເປັນມະນຸດ ມີພຽງແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ຄວາມຄາດເຄື່ອນ ແລະ ຄວາມເຊື່ອທີ່ນອກຮີດຂອງມະນຸດ. ສິ່ງເຫຼົ່ານີ້ມັກຈະກໍ່ໃຫ້ເກີດຄວາມຄິດ ເຊັ່ນ: ການຖິ້ມເຮືອນຂອງພຣະເຈົ້າໄວ້ເບື້ອງຫຼັງ ແລະ ຈົມຢູ່ກັບກະແສທີ່ຊົ່ວຮ້າຍ ແລະ ສາມາດເຮັດໃຫ້ພວກເຂົາຄິດໄດ້ທຸກເມື່ອວ່າ “ຖ້າຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ ເປັນຫຍັງຈຶ່ງບໍ່ອອກຈາກເຮືອນຂອງພຣະເຈົ້າ? ຖ້າເປັນແນວນັ້ນ ຂ້ອຍກໍຈະບໍ່ສືບຕໍ່ເຊື່ອ ຫຼື ປະຕິບັດໜ້າທີ່ຂອງຂ້ອຍ. ຖ້ານີ້ຄືວິທີທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ຂ້ອຍ ແລ້ວຂ້ອຍກໍຈະບໍ່ຍອມຮັບວ່າມີພຣະເຈົ້າອີກຕໍ່ໄປ”. ຄວາມຄິດທີ່ກະບົດຢ່າງຮ້າຍແຮງປະເພດນີ້, ຄວາມເຊື່ອທີ່ນອກຮີດ ແລະ ຄວາມຄາດເຄື່ອນເຫຼົ່ານີ້, ແນວຄິດທີ່ຊົ່ວຊ້າເຫຼົ່ານີ້ ມັກຈະມີຢູ່ ແລະ ວົນວຽນຢູ່ໃນຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືເຫດຜົນທີ່ວ່າ ເຖິງແມ່ນວ່າພວກເຂົາຈະບໍ່ຖອນຕົວກາງຄັນໃນເສັ້ນທາງການຕິດຕາມພຣະເຈົ້າຂອງພວກເຂົາ ມັນກໍຍາກຫຼາຍສຳລັບພວກເຂົາທີ່ຈະຍ່າງໄປຕາມເສັ້ນທາງຈົນເຖິງທີ່ສຸດ ແລະ ພວກເຂົາສ່ວນໃຫຍ່ກໍຈະຖືກກຳຈັດອອກ ແລະ ຖືກຂັບໄລ່ອອກຈາກຄຣິສຕະຈັກ ເນື່ອງຈາກຄວາມຊົ່ວຮ້າຍອັນໃຫຍ່ຫຼວງທີ່ພວກເຂົາໄດ້ເຮັດ ແລະ ການຂັດຂວາງ ແລະ ການລົບກວນທີ່ພວກເຂົາໄດ້ກໍ່ຂຶ້ນ. ເຖິງແມ່ນວ່າພວກເຂົາຈະສາມາດບັງຄັບຕົນເອງໃຫ້ອົດທົນຈົນເຖິງທີ່ສຸດໄດ້ ແຕ່ໃນຄວາມເປັນຈິງແລ້ວ ພວກເຮົາສາມາດເຫັນໄດ້ຈາກແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສວ່າ ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ພວກເຂົາຈະຖອນຕົວອອກຈາກຄຣິສຕະຈັກ. ພວກເຂົາອາດຈະຄິດເລິກໆໃນຫົວໃຈວ່າ “ຂ້ອຍບໍ່ສາມາດຖິ້ມເຮືອນຂອງພຣະເຈົ້າໄວ້ເບື້ອງຫຼັງໄດ້ຢ່າງເດັດຂາດ. ເຖິງແມ່ນວ່າຂ້ອຍຈະມີຄວາມຄິດແບບນັ້ນ ຂ້ອຍກໍບໍ່ສາມາດໄປໄດ້. ຂ້ອຍຈະຢູ່ທີ່ນີ້ຈົນກວ່າຂ້ອຍຈະຕາຍ. ຂ້ອຍຈະຍຶດຕິດກັບເຮືອນຂອງພຣະເຈົ້າ; ຂ້ອຍຈະຕິດຕາມພຣະເຈົ້າຈົນເຖິງທີ່ສຸດ”. ບໍ່ວ່າຄວາມຕັ້ງໃຈສ່ວນຕົວຂອງພວກເຂົາຈະບັງຄັບບໍ່ໃຫ້ພວກເຂົາອອກຈາກເຮືອນຂອງພຣະເຈົ້າແນວໃດ ແລະ ບໍ່ວ່າໃນຄວາມຕັ້ງໃຈສ່ວນຕົວຂອງພວກເຂົາ ພວກເຂົາຈະຢືນຢັນວ່າຕ້ອງຢູ່ຕໍ່ໄປແນວໃດກໍຕາມ ໃນທີ່ສຸດແລ້ວ ພວກເຂົາກໍຖືກກຳນົດໃຫ້ຖືກລັງກຽດໂດຍພຣະເຈົ້າ ແລະ ອອກຈາກເຮືອນຂອງພຣະເຈົ້າດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ເພາະວ່າພວກເຂົາເບື່ອໜ່າຍຄວາມຈິງ ແລະ ຊົ່ວຊ້າເຖິງແກ່ນແທ້.

III. ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ການຖືກໄລ່ອອກ

ພວກເຮົາຫາກໍໂອ້ລົມກ່ຽວກັບການສະແດງອອກສອງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ, ໜຶ່ງແມ່ນເມື່ອພວກເຂົາປະເຊີນກັບການຖືກລິຮານ ແລະ ອີກຢ່າງແມ່ນເມື່ອມີການປັບປ່ຽນສຳລັບການມອບໝາຍໜ້າທີ່ຂອງພວກເຂົາ. ຈຸດສຸມໃນການໂອ້ລົມຂອງພວກເຮົາແມ່ນກ່ຽວກັບວ່າ ຜູ້ຕໍ່ຕ້ານພຣະຄຣິສມີທັດສະນະຄະຕິແນວໃດ ເມື່ອສິ່ງດັ່ງກ່າວເກີດຂຶ້ນກັບພວກເຂົາ ແລະ ພວກເຂົາຕັດສິນໃຈແນວໃດ. ແນ່ນອນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະມີມຸມມອງ ແລະ ທັດສະນະຄະຕິຫຍັງກໍຕາມ ເມື່ອພວກເຂົາຖືກລິຮານ ຫຼື ເມື່ອການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ, ພວກເຂົາຈະເຊື່ອມໂຍງສິ່ງເຫຼົ່ານີ້ເຂົ້າກັບການທີ່ພວກເຂົາຈະໄດ້ຮັບພອນ ຫຼື ບໍ່ ຢູ່ສະເໝີ. ຖ້າພວກເຂົາໝັ້ນໃຈວ່າພວກເຂົາຈະບໍ່ໄດ້ຮັບພອນ, ພວກເຂົາບໍ່ມີຄວາມຫວັງເລີຍ, ແລ້ວພວກເຂົາກໍຈະຖອຍໄປໂດຍທຳມະຊາດ. ສຳລັບຄົນທຳມະດາ, ສຳລັບຄົນທີ່ບໍ່ມີຄວາມທະເຍີທະຍານ ຫຼື ຄວາມປາຖະໜາໃດໆ, ບໍ່ວ່າຈະເປັນການຖືກລິຮານ ຫຼື ການຖືກປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ທີ່ຈິງແລ້ວກໍບໍ່ແມ່ນເລື່ອງໃຫຍ່. ທັງສອງຢ່າງຈະບໍ່ມີຜົນກະທົບອັນໃຫຍ່ຫຼວງຕໍ່ພວກເຂົາ. ພວກເຂົາບໍ່ໄດ້ຖືກຮິບສິດຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄວາມຫວັງຂອງພວກເຂົາໃນການຖືກຊ່ວຍໃຫ້ລອດພົ້ນກໍບໍ່ໄດ້ຖືກຍາດເອົາໄປ, ສະນັ້ນ ສຳລັບຄົນທຳມະດາແລ້ວ, ບໍ່ຈຳເປັນຕ້ອງມີປະຕິກິລິຍາຫຼາຍເກີນໄປ, ບໍ່ຈຳເປັນຕ້ອງຢ້ານກົວ ຫຼື ເຈັບປວດ ຫຼື ເລີ່ມວາງແຜນສຳຮອງ. ເຖິງຢ່າງໃດກໍຕາມ, ສິ່ງນີ້ບໍ່ເປັນເຊັ່ນນັ້ນສຳລັບຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາເຫັນວ່າສິ່ງເຫຼົ່ານີ້ເປັນເລື່ອງທີ່ຮ້າຍແຮງຫຼາຍ, ເພາະວ່າພວກເຂົາເຊື່ອມໂຍງພວກມັນເຂົ້າກັບການໄດ້ຮັບພອນ ແລະ ໃນທີ່ສຸດສິ່ງນີ້ກໍກໍ່ໃຫ້ເກີດຄວາມຄິດ ແລະ ພຶດຕິກຳທີ່ກະບົດທຸກປະເພດໃນຕົວພວກເຂົາ, ເຊິ່ງຕໍ່ມາກໍກໍ່ໃຫ້ເກີດແນວຄິດ ແລະ ແຜນການທີ່ຈະຖອຍ, ທີ່ຈະໜີຈາກພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສເຖິງກັບສາມາດເກີດແນວຄິດທີ່ຈະຖອຍ ເມື່ອສິ່ງຕ່າງໆເຊັ່ນນີ້ ເຊິ່ງເປັນເລື່ອງທຳມະດາທີ່ສຸດ ເກີດຂຶ້ນກັບພວກເຂົາ. ສະນັ້ນ, ສຳລັບຄົນທີ່ມີຕໍາແໜ່ງ ແລະ ຮັບຜິດຊອບວຽກງານທີ່ສຳຄັນໃນເຮືອນຂອງພຣະເຈົ້າ, ພວກເຂົາຈະມີທັດສະນະຄະຕິແບບໃດ ເມື່ອພວກເຂົາກຳລັງປະເຊີນກັບການຖືກໄລ່ອອກ? ພວກເຂົາຈະຈັດການກັບມັນແນວໃດ ແລະ ພວກເຂົາຈະເລືອກແບບໃດ? ສິ່ງດັ່ງກ່າວຍິ່ງເປັນການສະແດງໃຫ້ເຫັນຢ່າງຊັດເຈນ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ສະຖານະ, ອຳນາດ ແລະ ກຽດຕິຍົດແມ່ນຜົນປະໂຫຍດປະເພດທີ່ສຳຄັນທີ່ສຸດ ແລະ ເປັນສິ່ງທີ່ພວກເຂົາທຽບເທົ່າກັບຊີວິດຂອງພວກເຂົາເອງ. ນີ້ຄືເຫດຜົນທີ່ວ່າ ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກໄລ່ອອກ, ເມື່ອພວກເຂົາສູນເສຍຕໍາແໜ່ງ “ຜູ້ນຳ” ຂອງພວກເຂົາ ແລະ ບໍ່ມີສະຖານະອີກຕໍ່ໄປ, ເຊິ່ງໝາຍຄວາມວ່າພວກເຂົາໄດ້ສູນເສຍອຳນາດ ແລະ ກຽດຕິຍົດຂອງພວກເຂົາ, ພວກເຂົາຈະບໍ່ໄດ້ຮັບການປະຕິບັດແບບພິເສດໃນການຖືກຍົກຍ້ອງ, ຖືກສະໜັບສະໜູນ ແລະ ຖືກເຄົາລົບນັບຖືອີກຕໍ່ໄປ, ໃນຖານະຜູ້ຕໍ່ຕ້ານພຣະຄຣິສທີ່ເຫັນວ່າສະຖານະ ແລະ ອຳນາດເປັນຄືກັບຊີວິດນັ້ນເອງ, ພວກເຂົາຈຶ່ງພົບວ່າສິ່ງນີ້ເປັນສິ່ງທີ່ຍອມຮັບບໍ່ໄດ້ຢ່າງເດັດຂາດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກໄລ່ອອກ, ປະຕິກິລິຍາທຳອິດຂອງພວກເຂົາແມ່ນຄືກັບວ່າພວກເຂົາຖືກຟ້າຜ່າ, ຄືກັບວ່າທ້ອງຟ້າໄດ້ພັງທະລາຍລົງມາ ແລະ ໂລກຂອງພວກເຂົາລົ້ມສະຫຼາຍ. ສິ່ງທີ່ພວກເຂົາເຄີຍສາມາດຝາກຄວາມຫວັງໄວ້ໄດ້ຫາຍໄປແລ້ວ, ເຊັ່ນດຽວກັບໂອກາດຂອງພວກເຂົາໃນການດຳລົງຊີວິດດ້ວຍຜົນປະໂຫຍດທັງໝົດຈາກສະຖານະ, ພ້ອມກັບແຮງຜັກດັນທີ່ເຮັດໃຫ້ພວກເຂົາເຮັດສິ່ງຊົ່ວຮ້າຍຕາມໃຈມັກ. ນີ້ຄືສິ່ງທີ່ຍອມຮັບບໍ່ໄດ້ທີ່ສຸດສຳລັບພວກເຂົາ. ຄວາມຄິດທຳອິດຂອງພວກເຂົາກໍຄືວ່າ “ຕອນນີ້ສະຖານະຂອງຂ້ອຍຫາຍໄປແລ້ວ, ຜູ້ຄົນຈະເບິ່ງຂ້ອຍແນວໃດ? ອ້າຍເອື້ອຍນ້ອງຈາກບ້ານເກີດຂອງຂ້ອຍຈະຄິດແນວໃດກັບຂ້ອຍ? ທຸກຄົນທີ່ຮູ້ຈັກຂ້ອຍຈະເບິ່ງຂ້ອຍແນວໃດ? ພວກເຂົາຍັງຈະປະຈົບປະແຈງຂ້ອຍຢູ່ບໍ? ພວກເຂົາຈະເປັນມິດກັບຂ້ອຍຫຼາຍແບບນັ້ນບໍ? ພວກເຂົາຈະສືບຕໍ່ສະໜັບສະໜູນຂ້ອຍໃນທຸກເລື່ອງບໍ? ພວກເຂົາຍັງຈະຕິດຕາມຂ້ອຍໄປທົ່ວຢູ່ບໍ? ພວກເຂົາຍັງຈະດູແລທຸກສິ່ງທີ່ຂ້ອຍຕ້ອງການໃນຊີວິດຂອງຂ້ອຍຢູ່ບໍ? ເມື່ອຂ້ອຍລົມກັບພວກເຂົາ, ພວກເຂົາຍັງຈະສຸພາບ ແລະ ຕ້ອນຮັບຂ້ອຍດ້ວຍຮອຍຍິ້ມຢູ່ບໍ? ຂ້ອຍຈະໃຊ້ຊີວິດຕໍ່ໄປແນວໃດຖ້າບໍ່ມີສະຖານະຂອງຂ້ອຍ? ຂ້ອຍຈະຍ່າງໃນເສັ້ນທາງທີ່ຕາມມານັ້ນແນວໃດ? ຂ້ອຍຈະສາມາດສ້າງຈຸດຢືນໃຫ້ກັບຕົວຂ້ອຍເອງທ່າມກາງຄົນອື່ນໄດ້ແນວໃດ? ຕອນນີ້ຂ້ອຍໄດ້ສູນເສຍສະຖານະຂອງຂ້ອຍໄປແລ້ວ, ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍມີຄວາມຫວັງທີ່ຈະໄດ້ຮັບພອນໜ້ອຍລົງບໍ? ຂ້ອຍຈະສາມາດໄດ້ຮັບພອນອັນຍິ່ງໃຫຍ່ບໍ? ຂ້ອຍຈະໄດ້ຮັບລາງວັນອັນໃຫຍ່ຫຼວງ ຫຼື ມົງກຸດອັນໃຫຍ່ໂຕບໍ?” ເມື່ອພວກເຂົາຄິດວ່າຄວາມຫວັງໃນການໄດ້ຮັບພອນຂອງພວກເຂົາຖືກທຳລາຍ ຫຼື ຄວາມຫວັງນັ້ນຫຼຸດລົງຢ່າງຮ້າຍແຮງ, ມັນກໍຄືກັບວ່າຫົວຂອງພວກເຂົາກຳລັງຈະລະເບີດ, ມັນຄືກັບວ່າຫົວໃຈຂອງພວກເຂົາກຳລັງຖືກທຸບດ້ວຍຄ້ອນຕີ ແລະ ມັນເຈັບປວດຄືກັບຖືກຕັດດ້ວຍມີດ. ເມື່ອພວກເຂົາກຳລັງຈະສູນເສຍພອນແຫ່ງການເຂົ້າສູ່ອານາຈັກສະຫວັນທີ່ພວກເຂົາປາຖະໜາມາທັງເວັນ ແລະ ຄືນ, ສຳລັບພວກເຂົາແລ້ວ ມັນເບິ່ງຄືວ່າເປັນຂ່າວຮ້າຍທີ່ປາກົດຂຶ້ນມາຈາກໃສກໍບໍ່ຮູ້. ການບໍ່ມີສະຖານະໃດໆ ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ ແມ່ນຄືກັນກັບການບໍ່ມີຄວາມຫວັງໃດໆທີ່ຈະໄດ້ຮັບພອນ ແລະ ພວກເຂົາກໍກາຍເປັນຄືກັບຊາກສົບທີ່ຍ່າງໄດ້, ຮ່າງກາຍຂອງພວກເຂົາກາຍເປັນຄືກັບເປືອກເປົ່າ, ປາສະຈາກຈິດວິນຍານ, ບໍ່ມີຫຍັງມານໍາພາຊີວິດຂອງພວກເຂົາ. ພວກເຂົາບໍ່ມີຄວາມຫວັງ ແລະ ບໍ່ມີຫຍັງໃຫ້ຕັ້ງໜ້າລໍຄອຍ. ເມື່ອຜູ້ຕໍ່ຕ້ານພຣະຄຣິສປະເຊີນກັບການຖືກເປີດໂປງ ແລະ ຖືກໄລ່ອອກ, ສິ່ງທຳອິດທີ່ພວກເຂົາຄິດໄດ້ກໍຄື ພວກເຂົາໄດ້ສູນເສຍຄວາມຫວັງໃດໆທີ່ຈະໄດ້ຮັບພອນ. ສະນັ້ນ, ມາຮອດຈຸດນີ້, ພວກເຂົາຈະຍອມແພ້ຊື່ໆບໍ? ພວກເຂົາຈະເຕັມໃຈທີ່ຈະອ່ອນນ້ອມບໍ? ພວກເຂົາຈະໃຊ້ໂອກາດນີ້ເພື່ອສະຫຼະຄວາມປາຖະໜາຂອງພວກເຂົາສຳລັບພອນ, ປ່ອຍວາງສະຖານະ, ເຕັມໃຈທີ່ຈະເປັນຜູ້ຕິດຕາມທຳມະດາ ແລະ ຍິນດີອອກເຫື່ອແຮງເພື່ອພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນໃຫ້ດີບໍ? (ບໍ່.) ສິ່ງນີ້ຈະເປັນຈຸດປ່ຽນສຳລັບພວກເຂົາໄດ້ບໍ? ຈຸດປ່ຽນນີ້ຈະເຮັດໃຫ້ພວກເຂົາພັດທະນາໄປໃນທິດທາງທີ່ດີ ແລະ ໃນທາງບວກ ຫຼື ຈະເຮັດໃຫ້ພວກເຂົາພັດທະນາໄປໃນທິດທາງທີ່ຮ້າຍແຮງກວ່າ ແລະ ໃນທາງລົບ? ອີງຕາມທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນເຫັນໄດ້ຊັດເຈນວ່າການຖືກໄລ່ອອກບໍ່ແມ່ນຈຸດເລີ່ມຕົ້ນຂອງການທີ່ພວກເຂົາປ່ອຍວາງຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພອນຢ່າງແນ່ນອນ ຫຼື ເປັນຈຸດເລີ່ມຕົ້ນຂອງການທີ່ພວກເຂົາຮັກ ແລະ ສະແຫວງຫາຄວາມຈິງ. ກົງກັນຂ້າມ, ພວກເຂົາຈະຍິ່ງພະຍາຍາມຢ່າງໜັກເພື່ອຍາດແຍ່ງໂອກາດ ແລະ ຄວາມຫວັງທີ່ຈະໄດ້ຮັບພອນ; ພວກເຂົາຈະຍຶດຕິດກັບໂອກາດໃດກໍຕາມທີ່ສາມາດນຳພອນມາໃຫ້ພວກເຂົາ, ທີ່ສາມາດຊ່ວຍໃຫ້ພວກເຂົາພິກຟື້ນສະຖານະການ ແລະ ເຮັດໃຫ້ພວກເຂົາໄດ້ຮັບສະຖານະຂອງພວກເຂົາຄືນມາ. ນັ້ນຄືເຫດຜົນທີ່ວ່າ ເມື່ອປະເຊີນກັບການຖືກໄລ່ອອກ, ນອກເໜືອຈາກການຮູ້ສຶກເສຍໃຈ, ຜິດຫວັງ ແລະ ຕໍ່ຕ້ານແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍັງຈະຕໍ່ສູ້ຢ່າງສຸດກຳລັງເພື່ອຕໍ່ຕ້ານການຖືກໄລ່ອອກ ແລະ ຈະພະຍາຍາມພິກສະຖານະການ, ເພື່ອປ່ຽນແປງມັນ. ເພື່ອຮັກສາຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາ ແລະ ເພື່ອຮັກສາສະຖານະ, ກຽດຕິຍົດ ແລະ ອຳນາດຂອງພວກເຂົາໃຫ້ຢູ່ໃນສະພາບເດີມ, ພວກເຂົາຈຶ່ງດີ້ນລົນດ້ວຍກຳລັງທັງໝົດຂອງພວກເຂົາ. ພວກເຂົາດີ້ນລົນແນວໃດ? ເຖິງແມ່ນວ່າພະຍາຍາມແກ້ຕົວໃຫ້ກັບຕົນເອງ, ຜ່ານການໃຫ້ເຫດຜົນ, ການສ້າງຂໍ້ອ້າງ ແລະ ການເວົ້າກ່ຽວກັບວ່າພວກເຂົາໄດ້ເຮັດສິ່ງທີ່ພວກເຂົາເຮັດແນວໃດ, ສິ່ງໃດທີ່ເຮັດໃຫ້ພວກເຂົາເຮັດຜິດ, ພວກເຂົາໄດ້ອົດຫຼັບອົດນອນເພື່ອຊ່ວຍເຫຼືອຄົນອື່ນ ແລະ ໂອ້ລົມກັບພວກເຂົາແນວໃດ ແລະ ແມ່ນຫຍັງທີ່ເຮັດໃຫ້ພວກເຂົາລະເລີຍໃນເລື່ອງນີ້. ພວກເຂົາຈະຊີ້ແຈງ ແລະ ອະທິບາຍທຸກສ່ວນຂອງເລື່ອງນີ້ຢ່າງຄົບຖ້ວນ, ເພື່ອໃຫ້ພວກເຂົາສາມາດກອບກູ້ສະຖານະການ ແລະ ຫຼົບໜີຈາກຄວາມໂຊກຮ້າຍຂອງການຖືກໄລ່ອອກ.

ໃນບໍລິບົດ ແລະ ເລື່ອງໃດທີ່ຜູ້ຕໍ່ຕ້ານພຣະຄຣິສມີແນວໂນ້ມທີ່ຈະເປີດເຜີຍ ແລະ ສະແດງໃຫ້ເຫັນທຳມະຊາດແບບຊາຕານຂອງພວກເຂົາຫຼາຍທີ່ສຸດ? ມັນແມ່ນເວລາທີ່ພວກເຂົາກຳລັງຖືກເປີດໂປງ ແລະ ຖືກໄລ່ອອກ, ນັ້ນກໍຄື ເມື່ອພວກເຂົາສູນເສຍສະຖານະ. ການສະແດງອອກຫຼັກທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກກໍຄື ພວກເຂົາເຮັດຈົນສຸດຄວາມສາມາດເພື່ອແກ້ຕົວໃຫ້ກັບຕົນເອງ ແລະ ໃຊ້ເຫດຜົນຈອມປອມ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຕໍ່ຕ້ານ ແລະ ພວກເຂົາປະຕິເສດທີ່ຈະຍອມຮັບສິ່ງທີ່ເຈົ້າເວົ້າ. ເມື່ອປະເຊີນກັບປະຊາກອນທີ່ພຣະເຈົ້າເລືອກທີ່ເປີດໂປງຂໍ້ເທັດຈິງທັງໝົດກ່ຽວກັບການກະທຳທີ່ຊົ່ວຮ້າຍຂອງພວກເຂົາ, ພວກເຂົາບໍ່ຍອມຮັບສິ່ງເຫຼົ່ານີ້ເລີຍ, ໂດຍຢ້ານວ່າຖ້າພວກເຂົາຍອມຮັບ ພວກເຂົາຈະຖືກຕັດສິນວ່າມີຄວາມຜິດດັ່ງທີ່ຖືກກ່າວຫາ ແລະ ຖືກກຳຈັດອອກ ຫຼື ຂັບໄລ່ອອກ. ໃນຂະນະທີ່ປະຕິເສດທີ່ຈະຍອມຮັບຂໍ້ກ່າວຫາທີ່ມີຕໍ່ພວກເຂົາ, ພວກເຂົາເຖິງກັບຜັກດັນຄວາມຜິດພາດ ແລະ ຄວາມຮັບຜິດຊອບຂອງພວກເຂົາໄປຫາຄົນອື່ນ. ຂໍ້ເທັດຈິງນີ້ສະແດງໃຫ້ເຫັນຢ່າງພຽງພໍວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຍອມຮັບຄວາມຈິງ, ຮັບຮູ້ຄວາມຜິດພາດຂອງພວກເຂົາ ຫຼື ຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ສິ່ງນີ້ຍິ່ງພິສູດໃຫ້ເຫັນວ່າທຳມະຊາດຂອງພວກເຂົາແມ່ນອວດດີ ແລະ ຖືຕົນວ່າຊອບທຳ, ມັນເບື່ອໜ່າຍຕໍ່ຄວາມຈິງ, ກຽດຊັງຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງເລີຍ ແລະ ດັ່ງນັ້ນ ພວກເຂົາຈຶ່ງເກີນກວ່າຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຄົນທີ່ມີຄວາມເປັນມະນຸດເລັກໜ້ອຍ ແລະ ມີເຫດຜົນບາງຢ່າງສາມາດສາລະພາບ ແລະ ຍອມຮັບຄວາມຜິດພາດຂອງພວກເຂົາເອງ, ກົ້ມຫົວຂອງພວກເຂົາເມື່ອປະເຊີນກັບຂໍ້ເທັດຈິງ ແລະ ຮູ້ສຶກເສຍໃຈຕໍ່ສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ; ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້. ສິ່ງນີ້ສະແດງໃຫ້ເຫັນວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນໃດໆເລີຍ ແລະ ພວກເຂົາປາສະຈາກຄວາມເປັນມະນຸດຢ່າງສິ້ນເຊີງ. ໃນໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສເອົາຄວາມສູງ ຫຼື ຕໍ່າຂອງສະຖານະຂອງພວກເຂົາໄປທຽບເທົ່າກັບຄວາມຫຼາຍ ຫຼື ໜ້ອຍຂອງພອນຂອງພວກເຂົາສະເໝີ. ບໍ່ວ່າຈະຢູ່ໃນເຮືອນຂອງພຣະເຈົ້າ ຫຼື ກຸ່ມອື່ນໆ, ສຳລັບພວກເຂົາແລ້ວ, ສະຖານະ ແລະ ຊົນຊັ້ນຂອງຜູ້ຄົນຖືກກຳນົດໄວ້, ເຊັ່ນດຽວກັບຈຸດຈົບຂອງພວກເຂົາ; ສະຖານະຂອງຄົນໃດໜຶ່ງສູງສໍ່າໃດ ແລະ ພວກເຂົາມີອຳນາດຫຼາຍສໍ່າໃດໃນເຮືອນຂອງພຣະເຈົ້າໃນຊາດນີ້ ແມ່ນທຽບເທົ່າກັບຂະໜາດຂອງພອນ, ລາງວັນ ແລະ ມົງກຸດທີ່ພວກເຂົາຈະໄດ້ຮັບໃນໂລກທີ່ຈະມາເຖິງ, ສິ່ງເຫຼົ່ານີ້ແມ່ນເຊື່ອມໂຍງກັນ. ມຸມມອງນັ້ນຟັງຂຶ້ນບໍ? ພຣະເຈົ້າບໍ່ເຄີຍກ່າວສິ່ງນີ້ ແລະ ພຣະອົງບໍ່ເຄີຍສັນຍາສິ່ງໃດແບບນັ້ນ, ແຕ່ນີ້ຄືປະເພດຂອງຄວາມຄິດທີ່ເກີດຂຶ້ນພາຍໃນຜູ້ຕໍ່ຕ້ານພຣະຄຣິສ. ສຳລັບຕອນນີ້, ພວກເຮົາຈະບໍ່ລົງເລິກເຖິງເຫດຜົນທີ່ວ່າເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງມີຄວາມຄິດດັ່ງກ່າວ. ເຖິງຢ່າງໃດກໍຕາມ, ໃນແງ່ຂອງທຳມະຊາດ-ແກ່ນແທ້ຂອງພວກເຂົາ, ພວກເຂົາເກີດມາພ້ອມກັບຄວາມຮັກໃນສະຖານະ ແລະ ພວກເຂົາຍັງຫວັງທີ່ຈະມີຕໍາແໜ່ງທີ່ໂດດເດັ່ນ ແລະ ມີກຽດຕິຍົດສູງສົ່ງໃນຊາດນີ້, ເພື່ອໃຊ້ອຳນາດ ແລະ ຕ້ອງການທີ່ຈະສືບຕໍ່ເພີດເພີນກັບສິ່ງທັງໝົດນີ້ໃນໂລກທີ່ຈະມາເຖິງ. ສະນັ້ນ, ພວກເຂົາຈະບັນລຸສິ່ງທັງໝົດນີ້ໄດ້ແນວໃດ? ໃນຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈະບັນລຸສິ່ງນີ້ໂດຍການເຮັດບາງສິ່ງທີ່ພວກເຂົາສາມາດເຮັດໄດ້ ແລະ ສິ່ງທີ່ພວກເຂົາຕ້ອງການ ແລະ ຮັກທີ່ຈະເຮັດໃນຂະນະທີ່ພວກເຂົາມີສະຖານະ, ອຳນາດ ແລະ ກຽດຕິຍົດໃນຊາດນີ້ ແລະ ຈາກນັ້ນກໍໃຊ້ສິ່ງເຫຼົ່ານີ້ເພື່ອແລກເອົາພອນ, ມົງກຸດ ແລະ ລາງວັນໃນອະນາຄົດ. ນີ້ຄືປັດຊະຍາການດຳລົງຊີວິດທາງໂລກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ມັນຄືວິທີທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ມຸມມອງທີ່ພວກເຂົາຍຶດຖືໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ. ຄວາມຄິດ, ມຸມມອງ ແລະ ວິທີທີ່ພວກເຂົາເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ມີຫຍັງກ່ຽວຂ້ອງກັບພຣະທຳ ແລະ ຄຳສັນຍາຂອງພຣະເຈົ້າຢ່າງແທ້ຈິງ, ພວກມັນບໍ່ກ່ຽວຂ້ອງກັນເລີຍ. ບອກເຮົາເບິ່ງ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ມີບັນຫາເລັກໜ້ອຍໃນສະໝອງບໍ? ພວກເຂົາບໍ່ໄດ້ຊົ່ວຊ້າທີ່ສຸດບໍ? ພວກເຂົາເພີກເສີຍ ແລະ ປະຕິເສດທີ່ຈະຍອມຮັບທຸກສິ່ງທີ່ພຣະທຳຂອງພຣະເຈົ້າກ່າວ, ພວກເຂົາຄິດວ່າວິທີທີ່ພວກເຂົາຄິດ ແລະ ວິທີທີ່ພວກເຂົາເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ແລະ ພວກເຂົາພົບຄວາມສຸກໃນສິ່ງນີ້, ເພີດເພີນ ແລະ ຊື່ນຊົມຕົນເອງ. ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ໄດ້ສືບສວນວ່າພຣະທຳຂອງພຣະເຈົ້າກ່າວສິ່ງດັ່ງກ່າວ ຫຼື ບໍ່ ຫຼື ພຣະເຈົ້າໄດ້ໃຫ້ຄຳສັນຍາດັ່ງກ່າວ ຫຼື ບໍ່. ຜູ້ຕໍ່ຕ້ານພຣະຄຣິສຖືເປັນເລື່ອງທຳມະດາທີ່ພວກເຂົາສະຫຼາດກວ່າຄົນອື່ນໂດຍກຳເນີດ, ມີສະຕິປັນຍາໂດຍກຳເນີດ, ມີພອນສະຫວັນ ແລະ ມີຄວາມສາມາດສູງ; ພວກເຂົາຮູ້ສຶກວ່າພວກເຂົາຄວນເປັນບຸກຄົນທີ່ໂດດເດັ່ນໃນທ່າມກາງຄົນອື່ນ, ພວກເຂົາຄວນເປັນເຈົ້ານາຍ, ພວກເຂົາຄວນໄດ້ຮັບຄວາມເຄົາລົບນັບຖືຈາກຄົນອື່ນ, ພວກເຂົາຄວນໃຊ້ອຳນາດ, ພວກເຂົາຄວນປົກຄອງຄົນອື່ນ, ຄືກັບວ່າຜູ້ເຊື່ອໃນພຣະເຈົ້າທຸກຄົນຄວນຖືກປົກຄອງໂດຍພວກເຂົາ ແລະ ທຸກຄົນຄວນຢູ່ທີ່ນັ້ນເພື່ອໃຫ້ພວກເຂົານຳພາ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ພວກເຂົາຕ້ອງການໄດ້ຮັບໃນຊາດນີ້. ພວກເຂົາຍັງຕ້ອງການໄດ້ຮັບພອນທີ່ຄົນອື່ນບໍ່ສາມາດໄດ້ຮັບໃນໂລກທີ່ຈະມາເຖິງ ແລະ ພວກເຂົາຖືວ່າສິ່ງນີ້ເປັນເລື່ອງທີ່ແນ່ນອນ. ການທີ່ຜູ້ຕໍ່ຕ້ານພຣະຄຣິສມີຄວາມຄິດ ແລະ ມຸມມອງດັ່ງກ່າວ, ສິ່ງນີ້ບໍ່ໄດ້ເຮັດໃຫ້ພວກເຂົາເປັນຄົນທີ່ບໍ່ຮູ້ຈັກຢາງອາຍເລີຍບໍ? ພວກເຂົາຂ້ອນຂ້າງຫູໜວກຈົນບໍ່ສາມາດໃຊ້ເຫດຜົນໄດ້ບໍ? ເຈົ້າອາໄສສິ່ງໃດຈຶ່ງຄິດແບບນີ້? ເຈົ້າອາໄສສິ່ງໃດຈຶ່ງຕ້ອງການໃຫ້ຄົນອື່ນເຄົາລົບນັບຖື? ເຈົ້າອາໄສສິ່ງໃດຈຶ່ງຕ້ອງການປົກຄອງຄົນອື່ນ? ເຈົ້າອາໄສສິ່ງໃດຈຶ່ງຕ້ອງການມີອຳນາດ ແລະ ຢູ່ໃນຕໍາແໜ່ງທີ່ສູງໃນທ່າມກາງມະນຸດ? ພຣະເຈົ້າໄດ້ກຳນົດສິ່ງເຫຼົ່ານີ້ໄວ້ບໍ ຫຼື ເຈົ້າມີຄວາມຈິງ ແລະ ຄວາມເປັນມະນຸດ? ເຈົ້າມີຄຸນສົມບັດທີ່ຈະອ້າງເຖິງສະຖານະຂອງເຈົ້າ ແລະ ນຳພາຄົນອື່ນ ພຽງເພາະວ່າເຈົ້າມີການສຶກສາ ແລະ ຄວາມຮູ້ບາງຢ່າງ ແລະ ເພາະວ່າເຈົ້າຂ້ອນຂ້າງສູງ ແລະ ໜ້າຕາດີບໍ? ສິ່ງນັ້ນເຮັດໃຫ້ເຈົ້າມີຄຸນສົມບັດທີ່ຈະອອກຄຳສັ່ງບໍ? ສິ່ງນັ້ນເຮັດໃຫ້ເຈົ້າມີຄຸນສົມບັດທີ່ຈະຄວບຄຸມຄົນອື່ນບໍ? ມີບ່ອນໃດໃນພຣະທຳຂອງພຣະເຈົ້າທີ່ພຣະອົງກ່າວວ່າ “ເຈົ້າໜ້າຕາດີ, ເຈົ້າມີຈຸດແຂງ ແລະ ພອນສະຫວັນ ແລະ ດັ່ງນັ້ນ ເຈົ້າຈຶ່ງຄວນນຳພາຄົນອື່ນ ແລະ ມີສະຖານະທີ່ຖາວອນ”? ພຣະເຈົ້າໄດ້ມອບອຳນາດນີ້ໃຫ້ເຈົ້າບໍ? ພຣະເຈົ້າໄດ້ກຳນົດສິ່ງນີ້ບໍ? ບໍ່ເລີຍ. ເມື່ອອ້າຍເອື້ອຍນ້ອງເລືອກເຈົ້າໃຫ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ພວກເຂົາກຳລັງມອບສະຖານະໃຫ້ເຈົ້າບໍ? ມັນເປັນພອນທີ່ເຈົ້າສົມຄວນໄດ້ຮັບໃນຊາດນີ້ບໍ? ບາງຄົນຕີຄວາມໝາຍການເພີດເພີນກັບສິ່ງເຫຼົ່ານີ້ວ່າເປັນການໄດ້ຮັບຫຼາຍຮ້ອຍເທົ່າໃນຊາດນີ້ ແລະ ຄິດວ່າຕາບໃດທີ່ພວກເຂົາມີຕໍາແໜ່ງ ແລະ ອຳນາດ ແລະ ສາມາດອອກຄຳສັ່ງ ແລະ ປົກຄອງຄົນຈຳນວນຫຼາຍໄດ້, ພວກເຂົາກໍຕ້ອງຖືກອ້ອມຮອບໄປດ້ວຍກຸ່ມຜູ້ຕິດຕາມ ແລະ ມີຄົນຄອຍຮັບໃຊ້ພວກເຂົາ ແລະ ວົນວຽນຢູ່ອ້ອມຕົວພວກເຂົາສະເໝີ ບໍ່ວ່າພວກເຂົາຈະໄປໃສກໍຕາມ. ເຈົ້າອາໄສສິ່ງໃດຈຶ່ງຕ້ອງການເພີດເພີນກັບສິ່ງເຫຼົ່ານີ້? ອ້າຍເອື້ອຍນ້ອງເລືອກເຈົ້າໃຫ້ເປັນຜູ້ນຳເພື່ອໃຫ້ເຈົ້າສາມາດປະຕິບັດໜ້າທີ່ນີ້; ມັນບໍ່ແມ່ນເພື່ອໃຫ້ເຈົ້າສາມາດເຮັດໃຫ້ຜູ້ຄົນຫຼົງຜິດ, ໄດ້ຮັບການເຄົາລົບນັບຖື ແລະ ຖືກຍົກຍ້ອງຈາກອ້າຍເອື້ອຍນ້ອງ ແລະ ຍິ່ງບໍ່ແມ່ນເພື່ອໃຫ້ເຈົ້າສາມາດໃຊ້ອຳນາດ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ, ແຕ່ມັນແມ່ນເພື່ອໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າຕາມການຈັດແຈງວຽກງານ ແລະ ຫຼັກການຄວາມຈິງ. ຍິ່ງໄປກວ່ານັ້ນ, ພຣະເຈົ້າບໍ່ໄດ້ກຳນົດວ່າຄົນທີ່ຖືກເລືອກໂດຍອ້າຍເອື້ອຍນ້ອງໃຫ້ເປັນຜູ້ນຳຈະບໍ່ສາມາດຖືກໄລ່ອອກໄດ້. ເຈົ້າຄິດວ່າເຈົ້າເປັນຄົນທີ່ຖືກນຳໃຊ້ໂດຍພຣະວິນຍານບໍລິສຸດບໍ? ເຈົ້າຄິດວ່າບໍ່ມີໃຜສາມາດໄລ່ເຈົ້າອອກໄດ້ບໍ? ແລ້ວການໄລ່ເຈົ້າອອກມັນຜິດບ່ອນໃດ? ຖ້າເຈົ້າບໍ່ຖືກຂັບໄລ່ອອກ, ນັ້ນກໍເປັນເພາະວ່າເຈົ້າໄດ້ຮັບຄວາມສົງສານ ແລະ ໄດ້ຮັບໂອກາດໃຫ້ກັບໃຈ, ແຕ່ເຈົ້າກໍຍັງບໍ່ພໍໃຈ. ເຈົ້າກຳລັງໂຕ້ຖຽງເລື່ອງຫຍັງ? ຖ້າເຈົ້າຕ້ອງການຖອຍ ແລະ ບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ ເພາະຄວາມຫວັງທີ່ຈະໄດ້ຮັບພອນຂອງເຈົ້າຖືກທຳລາຍ, ແລ້ວກໍເຊີນຖອຍໄປເລີຍ! ເຈົ້າຄິດວ່າເຮືອນຂອງພຣະເຈົ້າບໍ່ສາມາດດຳເນີນຕໍ່ໄປໄດ້ຖ້າບໍ່ມີເຈົ້າບໍ? ຖ້າບໍ່ມີເຈົ້າ ໂລກຈະຢຸດໝຸນບໍ? ຖ້າບໍ່ມີເຈົ້າ ວຽກງານຂອງເຮືອນຂອງພຣະເຈົ້າຈະບໍ່ສາມາດສຳເລັດໄດ້ບໍ? ຄັນຊັ້ນ ເຈົ້າກໍຄິດຜິດແລ້ວ! ການສູນເສຍຄົນໃດຄົນໜຶ່ງຈະບໍ່ເຮັດໃຫ້ໂລກຢຸດໝຸນ ຫຼື ເຮັດໃຫ້ດວງອາທິດຢຸດຂຶ້ນ, ມີພຽງພຣະເຈົ້າເທົ່ານັ້ນທີ່ຂາດບໍ່ໄດ້, ບໍ່ແມ່ນມະນຸດຄົນໃດຄົນໜຶ່ງ, ວຽກງານຂອງຄຣິສຕະຈັກຈະສືບຕໍ່ດຳເນີນໄປຕາມປົກກະຕິ. ຖ້າໃຜຄິດວ່າຄຣິສຕະຈັກບໍ່ສາມາດຢູ່ໄດ້ຖ້າບໍ່ມີພວກເຂົາ ແລະ ເຮືອນຂອງພຣະເຈົ້າບໍ່ສາມາດຢູ່ໄດ້ຖ້າບໍ່ມີພວກເຂົາ, ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ເຈົ້າເຄີຍຊິນກັບການເພີດເພີນກັບຜົນປະໂຫຍດສະຖານະແລ້ວ ແມ່ນບໍ? ເຈົ້າລຶ້ງເຄີຍກັບການເພີດເພີນກັບການຖືກຍົກຍ້ອງ, ຖືກເຄົາລົບນັບຖື ແລະ ຖືກປະຈົບປະແຈງຈາກຄົນອື່ນແລ້ວ ແມ່ນບໍ? ເຈົ້າມີຄຸນສົມບັດຫຍັງທີ່ຈະເພີດເພີນກັບການຖືກຍົກຍ້ອງຈາກຄົນອື່ນ? ເຈົ້າມີຄຸນສົມບັດຫຍັງທີ່ຈະໄດ້ຮັບການຕ້ອນຮັບດ້ວຍຮອຍຍິ້ມຈາກຄົນອື່ນ? ເຈົ້າຍັງຕ້ອງການໃຫ້ຜູ້ຄົນກົ້ມຫົວ ແລະ ນະມັດສະການເຈົ້າອີກບໍ? ຖ້າເປັນແນວນັ້ນ, ມັນບໍ່ໄດ້ໝາຍຄວາມວ່າເຈົ້າເປັນຄົນທີ່ບໍ່ຮູ້ຈັກຢາງອາຍທີ່ສຸດບໍ? ເມື່ອບາງຄົນຖືກໄລ່ອອກຈາກໜ້າທີ່ຂອງພວກເຂົາ, ພວກເຂົາຮູ້ສຶກເສຍໃຈ ແລະ ທົນທຸກຫຼາຍກວ່າຕອນທີ່ສະມາຊິກໃນຄອບຄົວເສຍຊີວິດອີກ. ພວກເຂົາຂຸດຄຸ້ຍທຸກຢ່າງຂຶ້ນມາ ແລະ ໂຕ້ຖຽງກັບເຮືອນຂອງພຣະເຈົ້າ, ຄືກັບວ່າບໍ່ມີໃຜອື່ນອີກແລ້ວທີ່ສາມາດນຳພາຄຣິສຕະຈັກໄດ້, ຄືກັບວ່າພວກເຂົາເປັນພຽງຄົນດຽວທີ່ສະໜັບສະໜູນວຽກງານຂອງຄຣິສຕະຈັກມາຈົນເຖິງຕອນນີ້, ນີ້ຄືຄວາມຜິດພາດອັນໃຫຍ່ຫຼວງ. ການທີ່ປະຊາກອນທີ່ພຣະເຈົ້າເລືອກບໍ່ອອກຈາກພຣະເຈົ້າແມ່ນຜົນທີ່ບັນລຸໄດ້ໂດຍພຣະທຳຂອງພຣະເຈົ້າ ແລະ ພວກເຂົາເຂົ້າຮ່ວມການເຕົ້າໂຮມ ແລະ ດຳເນີນຊີວິດຄຣິສຕະຈັກກໍເພາະວ່າພວກເຂົາເຊື່ອໃນພຣະເຈົ້າ ແລະ ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ມັນບໍ່ແມ່ນຍ້ອນວ່າ ປະຊາກອນທີ່ພຣະເຈົ້າເລືອກຍຶດໝັ້ນ ແລະ ເຂົ້າຮ່ວມການເຕົ້າໂຮມເປັນປົກກະຕິ ເພາະຄົນເຫຼົ່ານີ້ເຂົ້າໃຈຄວາມຈິງ ແລະ ຫົດນໍ້າພວກເຂົາເປັນຢ່າງດີ. ຜູ້ນຳຄຣິສຕະຈັກຖືກປ່ຽນແທນຄັ້ງແລ້ວຄັ້ງເລົ່າ, ຜູ້ນຳປອມ ແລະ ຜູ້ເຮັດວຽກປອມຫຼາຍຄົນຖືກໄລ່ອອກ ແລະ ປະຊາກອນທີ່ພຣະເຈົ້າເລືອກກໍເຂົ້າຮ່ວມການເຕົ້າໂຮມ ແລະ ກິນ ແລະ ດື່ມພະທໍາຂອງພຣະເຈົ້າຕາມປົກກະຕິ, ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບຜູ້ນຳປອມ ແລະ ຜູ້ເຮັດວຽກປອມເຫຼົ່ານີ້ເລີຍ. ການສ້າງຂໍ້ໂຕ້ຖຽງເຫຼົ່ານັ້ນມີປະໂຫຍດຫຍັງ? ເຈົ້າບໍ່ພຽງແຕ່ການສ້າງຂໍ້ໂຕ້ຖຽງທີ່ໄຮ້ສາລະ ແລະ ສັບສົນວຸ້ນວາຍບໍ? ຖ້າເຈົ້າມີຄວາມເປັນຈິງຄວາມຈິງຢ່າງແທ້ຈິງ ແລະ ໄດ້ແກ້ໄຂບັນຫາຫຼາຍຢ່າງກ່ຽວກັບການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ, ແລ້ວປະຊາກອນທີ່ພຣະເຈົ້າເລືອກກໍຈະຮູ້ເລື່ອງນີ້ໃນໃຈຂອງພວກເຂົາ; ຖ້າເຈົ້າບໍ່ມີຄວາມເປັນຈິງຄວາມຈິງ ແລະ ບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາໄດ້, ແລ້ວການພັດທະນາຕາມປົກກະຕິຂອງວຽກງານຄຣິສຕະຈັກກໍບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ. ຫຼັງຈາກທີ່ພວກເຂົາຖືກໄລ່ອອກ ມີຜູ້ນຳປອມ ແລະ ຜູ້ເຮັດວຽກປອມຫຼາຍຄົນ ພວກເຂົາກໍເອົາແຕ່ສ້າງຂໍ້ອ້າງ, ຄືກັບວ່າພວກເຂົາໄດ້ປະກອບສ່ວນຫຼາຍຢ່າງໃຫ້ກັບຄຣິສຕະຈັກ, ທັງທີ່ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດໆເລີຍ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມປົກກະຕິຂອງຊີວິດຄຣິສຕະຈັກກໍບໍ່ໄດ້ຖືກຮັກສາໄວ້ຜ່ານການບຳລຸງຮັກສາຂອງພວກເຂົາ; ຖ້າບໍ່ມີພວກເຂົາ, ປະຊາກອນຄົນທີ່ພຣະເຈົ້າເລືອກກໍຍັງສືບຕໍ່ເຂົ້າຮ່ວມການເຕົ້າໂຮມຕາມປົກກະຕິ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມປົກກະຕິ. ຖ້າເຈົ້າບໍ່ມີຄວາມເປັນຈິງຄວາມຈິງ ແລະ ບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ແລ້ວເຈົ້າກໍຄວນຖືກໄລ່ອອກ ເພື່ອປ້ອງກັນບໍ່ໃຫ້ເຈົ້າສືບຕໍ່ສົ່ງຜົນກະທົບ ແລະ ເຮັດໃຫ້ທັງວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກນັ້ນຊັກຊ້າ. ເຮືອນຂອງພຣະເຈົ້າຈະບໍ່ໃຊ້ຜູ້ນຳປອມ ຫຼື ຜູ້ເຮັດວຽກປອມຄືກັບເຈົ້າ, ເຈົ້າຄິດວ່າເຮືອນຂອງພຣະເຈົ້າບໍ່ມີອຳນາດທີ່ຈະໄລ່ເຈົ້າອອກບໍ? ເຈົ້າໄດ້ເຮັດໃຫ້ວຽກງານຂອງເຈົ້າສັບສົນວຸ້ນວາຍຫຼາຍ, ເຈົ້າໄດ້ສ້າງບັນຫາ ແລະ ຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກ, ເຈົ້າໄດ້ເຮັດໃຫ້ເບື້ອງເທິງກັງວົນໃຈຫຼາຍ, ການໃຊ້ເຈົ້າແມ່ນຫຍຸ້ງຍາກຫຼາຍ ແລະ ມັນເຮັດໃຫ້ຜູ້ຄົນຮູ້ສຶກລັງກຽດ, ເບື່ອໜ່າຍ ແລະ ກຽດຊັງຫຼາຍ. ເຈົ້າຊ່າງໂງ່ຈ້າ, ໄຮ້ຄວາມຮູ້ ແລະ ຫົວແຂງຫຼາຍ ແລະ ບໍ່ສົມຄວນແມ່ນແຕ່ຈະຖືກລິຮານ, ສະນັ້ນ ເຮືອນຂອງພຣະເຈົ້າຈຶ່ງຕ້ອງການເຕະເຈົ້າອອກໄປ, ກຳຈັດເຈົ້າອອກທັນທີ ແລະ ເຮັດໃຫ້ເລື່ອງນີ້ຈົບລົງ. ແຕ່ເຖິງຢ່າງນັ້ນ ເຈົ້າຍັງຕ້ອງການໃຫ້ເບື້ອງເທິງໃຫ້ໂອກາດເຈົ້າອີກຄັ້ງເພື່ອສືບຕໍ່ເປັນຜູ້ນຳບໍ? ລືມມັນໄປເທາະ! ເມື່ອເວົ້າເຖິງຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສທີ່ປາສະຈາກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ຜູ້ທີ່ເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ, ຫຼັງຈາກທີ່ພວກເຂົາຖືກກຳຈັດອອກແລ້ວ, ພວກເຂົາກໍຈະຖືກກຳຈັດອອກຕະຫຼອດໄປ. ຖ້າເຈົ້າສາມາດເຮັດວຽກງານຕົວຈິງໄດ້, ແລ້ວເຈົ້າກໍຈະຖືກນຳໃຊ້; ຖ້າເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ເຈົ້າຍັງເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ, ແລ້ວເຈົ້າກໍຈະຖືກກຳຈັດອອກທັນທີ, ນີ້ຄືຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ຄົນ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນບໍ່ຍອມຈຳນົນ ແລະ ເວົ້າວ່າ “ເຈົ້າໄລ່ຂ້ອຍອອກຍ້ອນບໍ່ໄດ້ເຮັດວຽກງານຕົວຈິງ, ເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ໂອກາດຂ້ອຍໄດ້ກັບໃຈ?” ນີ້ບໍ່ແມ່ນຂໍ້ໂຕ້ຖຽງທີ່ບິດເບືອນບໍ? ເຈົ້າກຳລັງຖືກໄລ່ອອກເພາະວ່າເຈົ້າໄດ້ເຮັດຄວາມຊົ່ວຢ່າງຫຼວງຫຼາຍ ແລະ ເຈົ້າພຽງແຕ່ຖືກໄລ່ອອກຫຼັງຈາກທີ່ຖືກລິຮານຫຼາຍຄັ້ງ ແລະ ຍັງປະຕິເສດທີ່ຈະກັບໃຈຢ່າງເດັດຂາດ, ສະນັ້ນ ເຈົ້າຍັງຈະສາມາດສ້າງຂໍ້ໂຕ້ຖຽງໃດໄດ້ອີກ? ເຈົ້າໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ບໍ່ໄດ້ເຮັດວຽກງານຕົວຈິງ, ເຈົ້າເຮັດໃຫ້ວຽກງານຂອງຄຣິສຕະຈັກຢຸດສະງັກ ແລະ ມີບັນຫາຫຼາຍຢ່າງທີ່ຄ້າງຄາ ແລະ ເຈົ້າກໍບໍ່ໄດ້ຈັດການກັບພວກມັນ, ເບື້ອງເທິງຕ້ອງກັງວົນໃຈຫຼາຍສໍ່າໃດຍ້ອນເຈົ້າ? ໃນຂະນະທີ່ເບື້ອງເທິງກຳລັງສະໜັບສະໜູນເຈົ້າ ແລະ ຊ່ວຍເຫຼືອເຈົ້າໃນວຽກງານຂອງເຈົ້າ, ເຈົ້າພັດເຮັດສິ່ງຕ່າງໆຢ່າງລັບໆ, ເຈົ້າໄດ້ເຮັດຫຼາຍສິ່ງທີ່ລະເມີດຫຼັກການ, ສິ່ງທີ່ບໍ່ສົມຄວນໃຫ້ໃຜເຫັນ, ໂດຍປິດບັງເບື້ອງເທິງ, ໃຊ້ຈ່າຍເຄື່ອງຖວາຍຂອງພຣະເຈົ້າຕາມອຳເພີໃຈເພື່ອຊື້ຫຼາຍສິ່ງທີ່ເຈົ້າບໍ່ຄວນຊື້, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ນຳເອົາຄວາມຫາຍະນະອັນໃຫຍ່ຫຼວງມາສູ່ວຽກງານຂອງຄຣິສຕະຈັກ! ເປັນຫຍັງເຈົ້າຈຶ່ງບໍ່ເຄີຍເວົ້າເຖິງການກະທຳທີ່ຊົ່ວຮ້າຍເຫຼົ່ານີ້ເລີຍ? ເມື່ອເຮືອນຂອງພຣະເຈົ້າຕ້ອງການໄລ່ເຈົ້າອອກ, ເຈົ້າພັດເວົ້າຢ່າງບໍ່ຮູ້ຈັກຢາງອາຍເລີຍວ່າ “ເຈົ້າໃຫ້ໂອກາດຂ້ອຍອີກຄັ້ງໄດ້ບໍ?” ເຮືອນຂອງພຣະເຈົ້າຄວນໃຫ້ໂອກາດເຈົ້າອີກຄັ້ງ ເພື່ອໃຫ້ເຈົ້າສາມາດສືບຕໍ່ເຮັດສິ່ງຊົ່ວຮ້າຍຕາມໃຈມັກບໍ? ເຈົ້າບໍ່ມີຄວາມຮູ້ສຶກລະອາຍໃຈໃດໆເລີຍບໍ ທີ່ມາຂໍໃຫ້ເຮືອນຂອງພຣະເຈົ້າໃຫ້ໂອກາດເຈົ້າອີກຄັ້ງ? ເຈົ້າຈະສາມາດໄດ້ຮັບໂອກາດອີກຄັ້ງໄດ້ບໍ ໃນເມື່ອເຈົ້າບໍ່ຮູ້ຈັກທຳມະຊາດຂອງຕົນເອງເລີຍ ແລະ ຍິ່ງໄປກວ່ານັ້ນກໍບໍ່ມີຄວາມສຳນຶກຜິດໃນໃຈຂອງເຈົ້າເລີຍ? ຄົນແບບນີ້ບໍ່ມີຄວາມລະອາຍ, ພວກເຂົາບໍ່ຮູ້ຈັກຢາງອາຍເລີຍ ແລະ ພວກເຂົາເປັນຄົນຊົ່ວຮ້າຍ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິສ!

ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້ເລີຍ ແລະ ພວກເຂົາຍັງບໍ່ສາມາດເຮັດໄດ້ ຫຼັງຈາກທີ່ໄດ້ຮັບການຊີ້ນຳ ແລະ ການຊ່ວຍເຫຼືອຈາກເບື້ອງເທິງເປັນໄລຍະເວລາໜຶ່ງ. ແມ່ນແຕ່ວຽກງານທົ່ວໄປ ພວກເຂົາກໍຍັງບໍ່ສາມາດຈັດການໄດ້ດີ ແລະ ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາຂາດຂີດຄວາມສາມາດຫຼາຍເກີນໄປ. ເບື້ອງເທິງຍັງຕ້ອງສອບຖາມ ແລະ ກວດກາທຸກດ້ານຂອງວຽກງານເປັນປະຈຳ ແລະ ຂໍໃຫ້ອ້າຍເອື້ອຍນ້ອງລາຍງານບັນຫາໃດໆໂດຍທັນທີ; ເບື້ອງເທິງຍັງຈຳເປັນຕ້ອງດຳເນີນການກວດສອບ, ໃຫ້ການຊີ້ນຳ ແລະ ໂອ້ລົມກ່ຽວກັບຫຼັກການທີ່ກ່ຽວຂ້ອງກັບທຸກດ້ານຂອງວຽກງານ. ຫຼັງຈາກທີ່ເບື້ອງເທິງໂອ້ລົມກ່ຽວກັບຫຼັກການສຳເລັດແລ້ວ, ບາງຄົນກໍຍັງບໍ່ຮູ້ວິທີເຮັດສິ່ງຕ່າງໆ ແລະ ພວກເຂົາກໍເຮັດໄດ້ບໍ່ດີ ແລະ ບາງຄົນເຖິງກັບເຮັດສິ່ງຊົ່ວຮ້າຍຕາມໃຈມັກ; ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງກໍຕາມ, ພວກເຂົາບໍ່ເຄີຍປຶກສາຫາລືກັບເບື້ອງເທິງ, ພວກເຂົາບໍ່ເຄີຍລາຍງານບັນຫາຫຍັງຕໍ່ເບື້ອງເທິງ, ກົງກັນຂ້າມ ພວກເຂົາພຽງແຕ່ເຮັດສິ່ງຕ່າງໆຢ່າງລັບໆ, ນີ້ແມ່ນບັນຫາຫຍັງ? ທຳມະຊາດຂອງຄົນເຫຼົ່ານີ້ແມ່ນຫຍັງ? ພວກເຂົາຮັກຄວາມຈິງບໍ? ພວກເຂົາຄຸ້ມຄ່າທີ່ຈະບົ່ມເພາະບໍ? ພວກເຂົາຍັງສົມຄວນທີ່ຈະເປັນຜູ້ນຳ ແລະ ຜູ້ເຮັດວຽກຢູ່ບໍ? ຢ່າງທຳອິດ, ພວກເຂົາບໍ່ສະແຫວງຫາກ່ອນທີ່ພວກເຂົາຈະເຮັດບາງສິ່ງບາງຢ່າງ; ຢ່າງທີສອງ, ພວກເຂົາບໍ່ລາຍງານຫຍັງໃນຂະນະທີ່ພວກເຂົາກຳລັງເຮັດມັນ; ແລະ ຢ່າງທີສາມ, ພວກເຂົາບໍ່ລາຍງານຜົນຫຍັງຫຼັງຈາກທີ່ພວກເຂົາເຮັດມັນສຳເລັດແລ້ວ. ພວກເຂົາປະພຶດຕົວໜ້າລັງກຽດຫຼາຍ ແລະ ພວກເຂົາກໍຍັງບໍ່ຕ້ອງການຖືກໄລ່ອອກ ແລະ ພວກເຂົາບໍ່ຍອມຈຳນົນຫຼັງຈາກທີ່ພວກເຂົາຖືກໄລ່ອອກ, ຄົນເຫຼົ່ານີ້ບໍ່ແມ່ນເກີນກວ່າຈະຊ່ວຍເຫຼືອໄດ້ແລ້ວບໍ? ບອກເຮົາເບິ່ງ, ຄົນສ່ວນໃຫຍ່ທີ່ເກີນກວ່າຈະຊ່ວຍເຫຼືອໄດ້ນັ້ນ ບໍ່ແມ່ນຄົນທີ່ບໍ່ຮູ້ຈັກຢາງອາຍຢ່າງສິ້ນເຊີງ ແລະ ຫູໜວກຈົນບໍ່ສາມາດໃຊ້ເຫດຜົນໄດ້ບໍ? ພວກເຂົາບໍ່ເຮັດຫຍັງໄດ້ດີເລີຍ ແລະ ພວກເຂົາກໍຂີ້ຄ້ານ ແລະ ເພີດເພີນກັບຄວາມສະດວກສະບາຍ; ເມື່ອເຮັດວຽກງານໃດກໍຕາມ, ພວກເຂົາພຽງແຕ່ເໜັງປາກຂອງພວກເຂົາເພື່ອອອກຄຳສັ່ງ ແລະ ຫຼັງຈາກທີ່ພວກເຂົາເວົ້າແລ້ວ ພວກເຂົາກໍບໍ່ເຮັດຫຍັງອີກເລີຍ. ພວກເຂົາບໍ່ເຄີຍຊີ້ນຳ, ກວດກາ ຫຼື ຕິດຕາມວຽກງານ ແລະ ພວກເຂົາຮູ້ສຶກລັງກຽດ ແລະ ຄຽດແຄ້ນຕໍ່ໃຜກໍຕາມທີ່ເຮັດສິ່ງເຫຼົ່ານີ້ ແລະ ຕ້ອງການເຮັດໃຫ້ຄົນນັ້ນທົນທຸກ, ຄົນເຫຼົ່ານີ້ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສແບບດັ້ງເດີມບໍ? ນີ້ຄືຄວາມໜ້າລັງກຽດຂອງຜູ້ຕໍ່ຕ້ານພຣະຄຣິສ; ພວກເຂົາບໍ່ຮູ້ວ່າພວກເຂົາເປັນຫຍັງ, ພວກເຂົາປະພຶດຕົວໜ້າລັງກຽດຫຼາຍ ແລະ ພວກເຂົາກໍຍັງຕ້ອງການໄດ້ຮັບພອນ, ພວກເຂົາຍັງຕ້ອງການຍາດແຍ່ງຄວາມເໜືອກວ່າກັບເຮືອນຂອງພຣະເຈົ້າ ແລະ ເບື້ອງເທິງ ແລະ ພວກເຂົາຍັງຕ້ອງການໂຕ້ຖຽງ, ພວກເຂົາບໍ່ໄດ້ກຳລັງນໍາຄວາມຕາຍມາສູ່ຕົນເອງບໍທີ່ເຮັດແບບນີ້? ເມື່ອພວກເສດຂີ້ເຫຍື້ອເຫຼົ່ານີ້ຖືກໄລ່ອອກ, ພວກເຂົາກໍຄຽດແຄ້ນ ແລະ ຫົວແຂງຫຼາຍ. ພວກເຂົາບໍ່ມີຢາງອາຍ ແລະ ບໍ່ມີເຫດຜົນແມ່ນແຕ່ໜ້ອຍດຽວແທ້ໆ! ເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາເຮັດສິ່ງຊົ່ວຮ້າຍຕາມໃຈມັກ ແລະ ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ເມື່ອພວກເຂົາຖືກໄລ່ອອກ, ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຮັບຮູ້ຄວາມຜິດພາດຂອງພວກເຂົາເອງເທົ່ານັ້ນ, ພວກເຂົາຍັງຜັກດັນຄວາມຮັບຜິດຊອບໄປໃສ່ຄົນອື່ນ ແລະ ຊອກຫາຄົນອື່ນມາຮັບຜິດແທນພວກເຂົາ, ໂດຍເວົ້າວ່າ “ພວກເຂົາເຮັດສິ່ງນີ້ ແລະ ຂ້ອຍບໍ່ແມ່ນຄົນດຽວທີ່ຮັບຜິດຊອບໃນການເຮັດສິ່ງນັ້ນ. ທຸກຄົນໄດ້ປຶກສາຫາລືເລື່ອງນັ້ນນຳກັນ ແລະ ຂ້ອຍບໍ່ແມ່ນຄົນທີ່ເປັນຜູ້ນຳ”. ພວກເຂົາບໍ່ຮັບຜິດຊອບຫຍັງເລີຍ, ຄືກັບວ່າການຮັບຜິດຊອບຈະເຮັດໃຫ້ພວກເຂົາຖືກກ່າວໂທດ ແລະ ຖືກກຳຈັດອອກ ແລະ ຈະສູນເສຍຄວາມຫວັງທັງໝົດທີ່ຈະໄດ້ຮັບພອນຢ່າງສິ້ນເຊີງ. ສະນັ້ນ, ພວກເຂົາຍອມຕາຍດີກວ່າທີ່ຈະຮັບຮູ້ຄວາມຜິດພາດຂອງພວກເຂົາ ແລະ ຍອມຮັບວ່າພວກເຂົາມີຄວາມຮັບຜິດຊອບໂດຍກົງ ແລະ ກົງກັນຂ້າມ ພວກເຂົາພັດຢືນຢັດທີ່ຈະຜັກດັນຄວາມຮັບຜິດຊອບໄປໃສ່ຄົນອື່ນ. ໂດຍຕັດສິນຈາກຊຸດຄວາມຄິດຂອງພວກເຂົາ, ພວກເຂົາຈະຕໍ່ສູ້ກັບພຣະເຈົ້າຈົນເຖິງທີ່ສຸດ! ຄົນເຫຼົ່ານີ້ແມ່ນຄົນທີ່ຍອມຮັບຄວາມຈິງບໍ? ຄົນເຫຼົ່ານີ້ແມ່ນຄົນທີ່ຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າບໍ? ການທີ່ສາມາດຕໍ່ສູ້ກັບເຮືອນຂອງພຣະເຈົ້າດ້ວຍວິທີນີ້ສະແດງໃຫ້ເຫັນວ່າມີບາງຢ່າງຜິດປົກກະຕິຢ່າງຮ້າຍແຮງກັບອຸປະນິໄສຂອງພວກເຂົາ. ເມື່ອເວົ້າເຖິງວິທີທີ່ພວກເຂົາຈັດການກັບຄວາມຜິດພາດຂອງພວກເຂົາ, ກ່ອນອື່ນໝົດ ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ຢ່າງທີສອງ, ພວກເຂົາບໍ່ໄຕ່ຕອງກ່ຽວກັບຕົນເອງ; ພວກເຂົາຍັງປັດຄວາມຮັບຜິດຊອບ ແລະ ເມື່ອເຮືອນຂອງພຣະເຈົ້າກຳນົດລັກສະນະຂອງພວກເຂົາໃນທາງໃດທາງໜຶ່ງ ແລະ ໄລ່ພວກເຂົາອອກຈາກໜ້າທີ່ຂອງພວກເຂົາ, ພວກເຂົາກໍຕໍ່ສູ້ກັບເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍເຜີຍແຜ່ຄຳຈົ່ມຕໍ່ວ່າ ແລະ ຄວາມເປັນລົບຂອງພວກເຂົາໄປທຸກບ່ອນທີ່ພວກເຂົາໄປ, ໂດຍພະຍາຍາມຮຽກຮ້ອງຄວາມເຫັນໃຈຈາກປະຊາກອນທີ່ພຣະເຈົ້າເລືອກ. ພວກເຂົາເຊື່ອໃນພຣະເຈົ້າ ແຕ່ກໍຍັງກ້າຕໍ່ຕ້ານພຣະອົງ, ພວກເຂົາບໍ່ໄດ້ນໍາຄວາມສູ່ມາສູ່ຕົນເອງບໍ? ຄົນເຫຼົ່ານີ້ຂາດຄວາມສຳນຶກຫູໜວກຈົນບໍ່ສາມາດໃຊ້ເຫດຜົນໄດ້! ແລ້ວຈະເປັນແນວໃດຖ້າພວກເຂົາຖືກໄລ່ອອກຈາກໜ້າທີ່ຂອງພວກເຂົາ ແລະ ສູນເສຍສະຖານະຂອງພວກເຂົາ? ພວກເຂົາບໍ່ໄດ້ຖືກຂັບໄລ່ອອກ ແລະ ສິດໃນການດຳລົງຊີວິດຂອງພວກເຂົາກໍບໍ່ໄດ້ຖືກຮິບເອົາໄປ; ພວກເຂົາສາມາດກັບໃຈ, ເລີ່ມຕົ້ນໃໝ່ ແລະ ລຸກຂຶ້ນອີກຄັ້ງບໍ່ວ່າພວກເຂົາຈະລົ້ມເຫຼວ ແລະ ລົ້ມລົງຢູ່ບ່ອນໃດກໍຕາມ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດແມ່ນແຕ່ຈະຍອມຮັບສິ່ງທີ່ງ່າຍດາຍແບບນີ້ໄດ້, ຄົນເຫຼົ່ານີ້ເກີນກວ່າຈະຊ່ວຍໃຫ້ລອດພົ້ນໄດ້ແລ້ວແທ້ໆ! ແນ່ນອນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສບາງຄົນຖືກໄລ່ອອກ, ພວກເຂົາກໍເຊື່ອຟັງຢ່າງບໍ່ເຕັມໃຈຢູ່ພາຍນອກ ແລະ ພວກເຂົາກໍບໍ່ສະແດງຄວາມສິ້ນຫວັງຫຼາຍເກີນໄປ ຫຼື ສະແດງຄວາມເປັນປໍລະປັກໃດໆ, ແຕ່ສິ່ງນີ້ໝາຍຄວາມວ່າພວກເຂົາກຳລັງຍອມຮັບຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າບໍ? ບໍ່, ມັນບໍ່ໄດ້ໝາຍຄວາມແບບນັ້ນ. ຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ນີ້ຄືສິ່ງທີ່ເຮັດໃຫ້ພວກເຂົາແຕກຕ່າງຈາກຄົນປົກກະຕິ. ເຖິງແມ່ນວ່າພວກເຂົາຈະບໍ່ເວົ້າຫຍັງຢູ່ພາຍນອກຫຼັງຈາກທີ່ຖືກໄລ່ອອກ, ແຕ່ໃນໃຈຂອງພວກເຂົາ ພວກເຂົາກໍຍັງສືບຕໍ່ຕໍ່ຕ້ານ. ພວກເຂົາບໍ່ຍອມຮັບຄວາມຜິດພາດຂອງພວກເຂົາ ແລະ ບໍ່ວ່າເວລາຈະຜ່ານໄປດົນປານໃດກໍຕາມ, ພວກເຂົາກໍຈະບໍ່ມີທາງສາມາດຮູ້ຈັກຕົນເອງຢ່າງແທ້ຈິງໄດ້. ສິ່ງນີ້ໄດ້ຖືກພິສູດມາດົນແລ້ວ. ຍັງມີອີກສິ່ງໜຶ່ງກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ເຄີຍປ່ຽນແປງ: ບໍ່ວ່າພວກເຂົາຈະເຮັດສິ່ງຕ່າງໆຢູ່ໃສກໍຕາມ, ພວກເຂົາກໍຕ້ອງການທີ່ຈະແຕກຕ່າງ, ຕ້ອງການໃຫ້ຄົນອື່ນເຄົາລົບນັບຖື ແລະ ຍົກຍ້ອງ; ເຖິງແມ່ນວ່າພວກເຂົາຈະບໍ່ມີຕໍາແໜ່ງທາງການ ແລະ ນາມະຍົດໃນຖານະຜູ້ນຳຄຣິສຕະຈັກ ຫຼື ຫົວໜ້າທີມ, ພວກເຂົາກໍຍັງຕ້ອງການທີ່ຈະຢູ່ເໜືອກວ່າຄົນອື່ນຢ່າງຊັດເຈນໃນແງ່ຂອງຈຸດຢືນ ແລະ ຄຸນຄ່າຂອງພວກເຂົາ. ບໍ່ວ່າພວກເຂົາຈະສາມາດເຮັດວຽກໄດ້ ຫຼື ບໍ່, ພວກເຂົາມີຄວາມເປັນມະນຸດ ຫຼື ປະສົບການຊີວິດແບບໃດກໍຕາມ, ພວກເຂົາກໍຈະຄິດຫາວິທີການທຸກຮູບແບບ ແລະ ພະຍາຍາມຢ່າງໜັກເພື່ອຊອກຫາໂອກາດທີ່ຈະອວດອ້າງ, ເພື່ອໃຫ້ໄດ້ຮັບຄວາມໂປດປານຈາກຜູ້ຄົນ, ເພື່ອເອົາຊະນະໃຈຜູ້ຄົນ ແລະ ຊັກຈູງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ, ເພື່ອໃຫ້ໄດ້ຮັບການຍົກຍ້ອງຈາກພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງການໃຫ້ຜູ້ຄົນຊື່ນຊົມຫຍັງກ່ຽວກັບພວກເຂົາ? ເຖິງແມ່ນວ່າພວກເຂົາຈະຖືກໄລ່ອອກແລ້ວ, ພວກເຂົາກໍຄິດວ່າ “ໝີທີ່ອ່ອນແອຍັງແຂງແຮງກວ່າກວາງ” ແລະ ພວກເຂົາກໍຍັງຄົງເປັນນົກອິນຊີທີ່ບິນຢູ່ເໜືອໄກ່. ນີ້ບໍ່ແມ່ນຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳຂອງຜູ້ຕໍ່ຕ້ານພຣະຄຣິສບໍ ແລະ ມີຫຍັງແຕກຕ່າງກ່ຽວກັບພວກເຂົາ? ພວກເຂົາບໍ່ສາມາດທຳໃຈຍອມຮັບການບໍ່ມີສະຖານະ, ການເປັນຜູ້ເຊື່ອທຳມະດາ ແລະ ຄົນທຳມະດາ, ການພຽງແຕ່ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີດ້ວຍຄວາມຕິດດິນ, ການຢູ່ໃນບ່ອນຢູ່ຂອງພວກເຂົາ ຫຼື ການພຽງແຕ່ເຮັດວຽກໃຫ້ດີ, ສະແດງຄວາມຈົງຮັກພັກດີຂອງພວກເຂົາ ແລະ ເຮັດໃຫ້ດີທີ່ສຸດ, ໃນວຽກງານທີ່ຕົກມາເຖິງພວກເຂົາ. ສິ່ງເຫຼົ່ານີ້ບໍ່ໄດ້ໃກ້ຄຽງກັບການເຮັດໃຫ້ພວກເຂົາພໍໃຈເລີຍ. ພວກເຂົາບໍ່ເຕັມໃຈທີ່ຈະເປັນຄົນປະເພດນັ້ນ ຫຼື ເຮັດສິ່ງປະເພດນັ້ນ. “ຄວາມປາຖະໜາອັນຍິ່ງໃຫຍ່” ຂອງພວກເຂົາແມ່ນຫຍັງ? ມັນຄືການໄດ້ຮັບການຍົກຍ້ອງ ແລະ ຖືກເຄົາລົບນັບຖື ແລະ ການມີອຳນາດ. ສະນັ້ນ, ເຖິງແມ່ນວ່າພວກເຂົາຈະບໍ່ມີຊື່ຕໍາແໜ່ງສະເພາະ, ຜູ້ຕໍ່ຕ້ານພຣະຄຣິສກໍຈະດີ້ນລົນເພື່ອຕົນເອງ, ເວົ້າເພື່ອຕົນເອງ ແລະ ແກ້ຕົວໃຫ້ກັບຕົນເອງ, ໂດຍເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ເພື່ອສະແດງຕົນເອງ, ຢ້ານວ່າຜູ້ຄົນຈະບໍ່ສັງເກດເຫັນພວກເຂົາ ຫຼື ຈະບໍ່ມີໃຜສົນໃຈພວກເຂົາ. ພວກເຂົາຈະຍາດແຍ່ງທຸກໂອກາດເພື່ອໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ, ເພື່ອເພີ່ມກຽດຕິຍົດຂອງພວກເຂົາ, ເພື່ອເຮັດໃຫ້ຜູ້ຄົນເຫັນພອນສະຫວັນ ແລະ ຈຸດແຂງຂອງພວກເຂົາຫຼາຍຂຶ້ນ ແລະ ສະແດງໃຫ້ເຫັນວ່າພວກເຂົາເໜືອກວ່າຄົນອື່ນ. ໃນຂະນະທີ່ເຮັດສິ່ງເຫຼົ່ານີ້, ຜູ້ຕໍ່ຕ້ານພຣະຄຣິສເຕັມໃຈທີ່ຈະຈ່າຍທຸກລາຄາທີ່ຕ້ອງຈ່າຍເພື່ອອວດອ້າງ ແລະ ຍົກຍ້ອງຕົນເອງ, ເພື່ອເຮັດໃຫ້ທຸກຄົນຄິດວ່າ ເຖິງແມ່ນວ່າພວກເຂົາຈະບໍ່ແມ່ນຜູ້ນຳ ແລະ ບໍ່ມີສະຖານະ, ພວກເຂົາກໍຍັງເໜືອກວ່າຄົນທຳມະດາ. ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາບໍ່ເຕັມໃຈທີ່ຈະເປັນຄົນທຳມະດາ, ຄົນປົກກະຕິ; ພວກເຂົາຕ້ອງການອຳນາດ ແລະ ກຽດຕິຍົດ ແລະ ຕ້ອງການເໜືອກວ່າຄົນອື່ນຢ່າງຊັດເຈນ. ບາງຄົນເວົ້າວ່າ “ນີ້ເປັນເລື່ອງທີ່ບໍ່ໜ້າເຊື່ອ. ການມີສະຖານະ, ກຽດຕິຍົດ ແລະ ອຳນາດມີປະໂຫຍດຫຍັງ?” ສຳລັບຄົນທີ່ມີເຫດຜົນ, ອຳນາດ ແລະ ສະຖານະແມ່ນບໍ່ມີປະໂຫຍດ ແລະ ພວກມັນບໍ່ແມ່ນສິ່ງທີ່ພວກເຂົາຄວນໄລ່ຕາມ. ແຕ່ສຳລັບຜູ້ຕໍ່ຕ້ານພຣະຄຣິສທີ່ເຜົາໄໝໄປດ້ວຍຄວາມທະເຍີທະຍານ, ສະຖານະ, ອຳນາດ ແລະ ກຽດຕິຍົດແມ່ນສຳຄັນຢ່າງຍິ່ງ; ບໍ່ມີໃຜສາມາດປ່ຽນແປງມຸມມອງຂອງພວກເຂົາໄດ້ ແລະ ບໍ່ມີໃຜສາມາດປ່ຽນແປງວິທີທີ່ພວກເຂົາດຳລົງຊີວິດ ແລະ ເປົ້າໝາຍການເປັນຢູ່ຂອງພວກເຂົາໄດ້, ນີ້ຄືທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ຖ້າເຈົ້າເຫັນຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຫ້າວຫັນ ແລະ ປົກປ້ອງສະຖານະຂອງພວກເຂົາເມື່ອພວກເຂົາມີມັນ ແລະ ຍັງຕ້ອງການເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ເພື່ອປົກປ້ອງຊື່ສຽງຂອງພວກເຂົາເອງ ເມື່ອພວກເຂົາຂາດສະຖານະ, ຄົນປະເພດນີ້ແມ່ນເກີນກວ່າຈະຊ່ວຍໃຫ້ລອດພົ້ນໄດ້ແລ້ວ ແລະ ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ.

ກ່ອນ ແລະ ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສຖືກໄລ່ອອກ, ເມື່ອພວກເຂົາຍັງຄົງລົ້ມເຫຼວທີ່ຈະໄດ້ຮັບສະຖານະ, ພ້ອມທັງອຳນາດ ແລະ ກຽດຕິຍົດທີ່ພວກເຂົາຕ້ອງການ ເຖິງແມ່ນວ່າຈະພະຍາຍາມຫຼາຍຄັ້ງ, ພວກເຂົາກໍຈະບໍ່ປ່ອຍວາງສະຖານະ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາ. ພວກເຂົາຈະບໍ່ປະວາງສິ່ງເຫຼົ່ານີ້ ແລະ ຫັນປ່ຽນຕົນເອງເພື່ອໄລ່ຕາມຄວາມຈິງ ຫຼື ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີດ້ວຍຄວາມຕິດດິນ ແລະ ປະພຶດຕົວດີ. ພວກເຂົາຈະບໍ່ມີທາງກັບໃຈຢ່າງແທ້ຈິງສຳລັບສິ່ງໃດກໍຕາມທີ່ພວກເຂົາໄດ້ເຮັດຜິດ ແລະ ກົງກັນຂ້າມ ພວກເຂົາຈະປະເມີນຊໍ້າແລ້ວຊໍ້າອີກ ເຊັ່ນ: “ຂ້ອຍຈະມີຄວາມຫວັງທີ່ຈະໄດ້ຮັບສະຖານະໃນອະນາຄົດບໍ? ຖ້າບໍ່ມີສະຖານະ, ຂ້ອຍມີຄວາມຫວັງທີ່ຈະໄດ້ຮັບພອນບໍ? ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງຂ້ອຍຈະໄດ້ຮັບການຕອບສະໜອງບໍ? ຂ້ອຍຢູ່ໃນລະດັບໃດໃນເຮືອນຂອງພະເຈົ້າ, ໃນຄຣິສຕະຈັກ? ຂ້ອຍຢູ່ບ່ອນໃດໃນລຳດັບຊັ້ນ?” ເມື່ອພວກເຂົາສະຫຼຸບວ່າພວກເຂົາບໍ່ມີກຽດຕິຍົດຍິ່ງໃຫຍ່ໃນຄຣິສຕະຈັກ, ພວກເຂົາບໍ່ໄດ້ຮັບຄວາມໂປດປານຈາກຄົນສ່ວນໃຫຍ່ ແລະ ຫຼາຍຄົນເຖິງກັບໃຊ້ພວກເຂົາເປັນຕົວຢ່າງການສອນໃນທາງລົບ, ພວກເຂົາກໍຮູ້ສຶກວ່າກຽດຕິຍົດຂອງພວກເຂົາພາຍໃນຄຣິສຕະຈັກໄດ້ຖືກທຳລາຍຢ່າງສິ້ນເຊີງ, ພວກເຂົາບໍ່ໄດ້ຮັບການສະໜັບສະໜູນຈາກຄົນສ່ວນໃຫຍ່ ແລະ ບໍ່ມີທາງທີ່ຈະໄດ້ຮັບການຍອມຮັບຈາກຄົນສ່ວນໃຫຍ່ອີກ ແລະ ຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາແມ່ນເກືອບຈະບໍ່ມີເລີຍ. ເມື່ອພວກເຂົາເຫັນທຸກສິ່ງເຫຼົ່ານີ້, ເມື່ອພວກເຂົາບັນລຸຂໍ້ສະຫຼຸບເຫຼົ່ານີ້ໃນການປະເມີນຂອງພວກເຂົາ, ຄວາມຄິດ ແລະ ທັດສະນະຄະຕິຂອງພວກເຂົາກໍຍັງຈະບໍ່ແມ່ນການປ່ອຍວາງເຈດຕະນາ ແລະ ຄວາມປາຖະໜາຂອງພວກເຂົາເອງ ແລະ ກັບໃຈຕໍ່ພຣະເຈົ້າຢ່າງແທ້ຈິງ ຫຼື ການອຸທິດຕົນຢ່າງເຕັມທີ່ເພື່ອອອກເຫື່ອແຮງເພື່ອພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ. ນີ້ບໍ່ແມ່ນສິ່ງທີ່ຢູ່ໃນຄວາມຄິດຂອງພວກເຂົາ, ແລ້ວແມ່ນຫຍັງ? “ຍ້ອນຂ້ອຍຈະບໍ່ບັນລຸຄວາມປາຖະໜາຂອງຂ້ອຍ ຫຼື ບໍ່ມີຕໍາແໜ່ງຫຍັງໃນເຮືອນຂອງພະເຈົ້າ, ໃນຄຣິສຕະຈັກ, ແລ້ວເປັນຫຍັງຂ້ອຍຈຶ່ງຄວນສືບຕໍ່ຍ່າງໃນເສັ້ນທາງທີ່ຕັນນີ້? ຜູ້ຄົນສາມາດໄດ້ຮັບປະໂຫຍດຈາກການປ່ຽນສະຖານະທີ່ຢູ່. ສິ່ງຕ່າງໆອາດຈະດີຂຶ້ນສຳລັບຂ້ອຍແທ້ໆ ຖ້າຂ້ອຍໄປບ່ອນອື່ນ. ເປັນຫຍັງຂ້ອຍຈຶ່ງບໍ່ຄວນອອກໄປຈາກສະຖານທີ່ນີ້ທີ່ເຮັດໃຫ້ຂ້ອຍເຈັບປວດໃຈ? ເປັນຫຍັງຈຶ່ງບໍ່ປະຖິ້ມສະຖານທີ່ທີ່ຂ້ອຍບໍ່ສາມາດບັນລຸຄວາມປາຖະໜາຂອງຂ້ອຍ, ເຊິ່ງເປັນບ່ອນທີ່ມັນຍາກທີ່ຈະບັນລຸຄວາມປາຖະໜາຂອງຂ້ອຍ?” ເມື່ອຜູ້ຕໍ່ຕ້ານພຣະຄຣິສຄິດເຖິງສິ່ງເຫຼົ່ານີ້, ນັ້ນບໍ່ໄດ້ໝາຍຄວາມວ່າພວກເຂົາກຳລັງຈະອອກຈາກຄຣິສຕະຈັກບໍ? ພວກເຈົ້າຕ້ອງການໃຫ້ຄົນແບບນັ້ນອອກໄປ ຫຼື ຢູ່ຕໍ່? ຄວນຊັກຊວນໃຫ້ພວກເຂົາຢູ່ຕໍ່ບໍ? (ບໍ່ຄວນຊັກຊວນພວກເຂົາ ແລະ ພວກເຂົາກໍຈະບໍ່ຢູ່ຕໍ່ ເຖິງແມ່ນວ່າຜູ້ຄົນຈະພະຍາຍາມຊັກຊວນພວກເຂົາກໍຕາມ.) ບໍ່ມີໃຜສາມາດເຮັດໃຫ້ພວກເຂົາຢູ່ຕໍ່ໄດ້, ນີ້ຄືຄວາມຈິງ. ສາເຫດຂອງເລື່ອງນີ້ແມ່ນຫຍັງ? ເມື່ອເວົ້າລວມແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ຮັກຄວາມຈິງ, ສະນັ້ນ ການຢູ່ໃນເຮືອນຂອງພຣະເຈົ້າຈະມີແຕ່ເຮັດໃຫ້ພວກເຂົາເຈັບປວດ. ມັນຄືກັບການພະຍາຍາມເຮັດໃຫ້ໂສເພນີ, ຍິງສົກກະປົກ, ມາຊ່ວຍເຫຼືອສາມີຂອງນາງ ແລະ ສຶກສາອົບຮົມລູກໆຂອງນາງ, ເພື່ອເປັນຜູ້ຍິງທີ່ມີຄຸນນະທຳ ແລະ ເປັນເມຍທີ່ດີ ແລະ ເປັນແມ່ທີ່ມີເມດຕາ. ນາງສາມາດເຮັດສິ່ງເຫຼົ່ານັ້ນໄດ້ບໍ? (ບໍ່.) ມັນເປັນບັນຫາຂອງທຳມະຊາດຂອງຄົນເຮົາ. ສະນັ້ນ ຖ້າເຈົ້າເຫັນວ່າຜູ້ຕໍ່ຕ້ານພຣະຄຣິສຕ້ອງການຖອຍ, ແລ້ວບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າພະຍາຍາມຊັກຊວນພວກເຂົາເປັນຢ່າງອື່ນ, ເວັ້ນເສຍແຕ່ວ່າຈະມີສະຖານະການໃດໜຶ່ງ ທີ່ພວກເຂົາເວົ້າວ່າ “ເຖິງແມ່ນວ່າຂ້ອຍຈະເປັນຜູ້ຕໍ່ຕ້ານພຣະຄຣິສ, ຂ້ອຍກໍປາຖະໜາທີ່ຈະອອກເຫື່ອແຮງເພື່ອເຮືອນຂອງພະເຈົ້າ. ຂ້ອຍຈະບັງຄັບຕົນເອງບໍ່ໃຫ້ເຮັດຄວາມຊົ່ວໃດໆ ແລະ ຂ້ອຍຈະກະບົດຕໍ່ຊາຕານ”. ໃນກໍລະນີແບບນີ້, ພວກເຂົາຈຳເປັນຕ້ອງຖືກປັດອອກໄປຄືກັບແມງວັນບໍ? (ບໍ່.) ໃນກໍລະນີແບບນີ້, ພວກເຮົາສາມາດປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມທຳມະຊາດຂອງມັນ, ແຕ່ຕ້ອງນຳໃຊ້ຂັ້ນຕອນໜຶ່ງ: ຕ້ອງມີອີກຫຼາຍຄົນມາຄວບຄຸມດູແລ ແລະ ເຝົ້າລະວັງຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນ ແລະ ເມື່ອມີສັນຍານທຳອິດຂອງບັນຫາ ເຊັ່ນ: ພວກເຂົາຕ້ອງການເຮັດຄວາມຊົ່ວ, ພວກເຂົາກໍຕ້ອງຖືກຊໍາລະລ້າງອອກໄປໂດຍໄວ. ຖ້າພວກເຂົາບໍ່ສາມາດທົນຕໍ່ການຖືກຄວບຄຸມດູແລ ແລະ ເຝົ້າລະວັງຈາກຄົນອື່ນ ແລະ ພວກເຂົາຮູ້ສຶກວ່າຖືກປະຕິບັດຢ່າງບໍ່ເປັນທຳ ແລະ ບໍ່ເຕັມໃຈທີ່ຈະອອກເຫື່ອແຮງ, ແລ້ວຄວນປະຕິບັດຕໍ່ຄົນແບບນີ້ແນວໃດ? ພວກເຈົ້າຄວນຊ່ວຍສົ່ງພວກເຂົາໄປ ແລະ ເວົ້າວ່າ “ເຈົ້າມີພອນສະຫວັນ ແລະ ເຈົ້າຄວນອອກໄປສູ່ໂລກທີ່ບໍ່ເຊື່ອ ແລະ ເຮັດໃຫ້ແຜນການອັນຍິ່ງໃຫຍ່ຂອງເຈົ້າປາກົດຜົນເປັນຈິງ. ເຈົ້າເປັນປາທີ່ໃຫຍ່ເກີນໄປສຳລັບໜອງແຫ່ງນີ້, ຄຣິສຕະຈັກບໍ່ເໝາະສົມກັບເຈົ້າ. ເຈົ້າບໍ່ສາມາດກາງປີກຂອງເຈົ້າຢູ່ບ່ອນນີ້ໄດ້, ວຽກງານນີ້ບໍ່ຄູ່ຄວນກັບພອນສະຫວັນຂອງເຈົ້າ. ຖ້າເຈົ້າກັບຄືນສູ່ໂລກ, ແລ້ວບາງທີເຈົ້າອາດຈະໄດ້ຮັບການເລື່ອນຕໍາແໜ່ງ, ຫາເງິນໄດ້ຫຼາຍ ແລະ ກາຍເປັນຄົນລວຍ. ບາງທີເຈົ້າອາດຈະກາຍເປັນຄົນດັງ!” ຈົ່ງຟ້າວສົ່ງເສີມໃຫ້ພວກເຂົາອອກໄປ. ຖ້າພວກເຂົາໄລ່ຕາມຄວາມຮັ່ງມີ ແລະ ສະຖານະ ແລະ ພວກເຂົາປາຖະໜາຜົນປະໂຫຍດຈາກສະຖານະ, ແລ້ວກໍປ່ອຍໃຫ້ພວກເຂົາກັບຄືນສູ່ໂລກເພື່ອເຮັດວຽກ ແລະ ຫາເງິນ, ເພື່ອກາຍເປັນເຈົ້າໜ້າທີ່ ແລະ ເພີດເພີນກັບຊີວິດທາງເນື້ອໜັງຂອງພວກເຂົາ. ບາງຄົນອາດຈະຖາມວ່າ ການປະຕິບັດຕໍ່ພວກເຂົາດ້ວຍວິທີນີ້ແມ່ນການປະຕິບັດຕໍ່ພວກເຂົາໂດຍປາສະຈາກຫົວໃຈທີ່ເຕັມໄປດ້ວຍຄວາມຮັກ ຫຼື ບໍ່. ໃນຄວາມເປັນຈິງແລ້ວ, ເຖິງແມ່ນວ່າເຈົ້າຈະບໍ່ເວົ້າສິ່ງດັ່ງກ່າວກັບພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຄິດໃນໃຈຂອງພວກເຂົາວ່າ “ຫຶ, ມື້ໜຶ່ງຖືກເລື່ອນຕໍາແໜ່ງ ແລ້ວມື້ຕໍ່ມາກໍຖືກໄລ່ອອກ. ຂ້ອຍໄດ້ຮັບສະຖານະ ແຕ່ຂ້ອຍພັດຖືກຈັບຕາເບິ່ງ, ຖືກຊີ້ນຳ ແລະ ຖືກລິຮານ, ມັນຊ່າງເປັນຕາໜ້າລຳຄານແທ້ໆ! ສະຖານະປະເພດນີ້ບໍ່ແມ່ນເລື່ອງຍາກສຳລັບຂ້ອຍທີ່ຈະຊອກຫາ ແລະ ຖ້າຂ້ອຍບໍ່ເຊື່ອໃນພະເຈົ້າ ປານນີ້ຂ້ອຍຄົງຈະລວຍ ແລະ ເປັນຜູ້ໃຫຍ່ຜູ້ໂຕໃນໂລກໄປແລ້ວ, ຢ່າງໜ້ອຍຂ້ອຍກໍຄົງຈະເປັນພະນັກງານລະດັບເມືອງ. ຂ້ອຍເກີດມາເພື່ອເປັນເຈົ້າໜ້າທີ່. ບໍ່ວ່າຂ້ອຍຈະເຮັດຫຍັງຢູ່ໃນໂລກ ຂ້ອຍກໍໂດດເດັ່ນ, ຂ້ອຍເຮັດທຸກຢ່າງໄດ້ດີ, ຂ້ອຍສາມາດສ້າງຊື່ສຽງໃຫ້ກັບຕົວຂ້ອຍເອງໄດ້ໃນທຸກວົງການ ແລະ ຂ້ອຍກໍມີຄວາມມຸ່ງໝັ້ນ”. ເຖິງແມ່ນວ່າເຈົ້າຈະບໍ່ເວົ້າສິ່ງດັ່ງກ່າວກັບພວກເຂົາ, ພວກເຂົາກໍຈະເວົ້າສິ່ງຕ່າງໆແບບນີ້ ແລະ ນັ້ນຄືເຫດຜົນທີ່ເຈົ້າຄວນຟ້າວກ່າວຄຳເວົ້າທີ່ຟັງແລ້ວມ່ວນຫູ ເຊິ່ງພວກເຂົາຕ້ອງການໄດ້ຍິນ ແລະ ສົ່ງເສີມໃຫ້ພວກເຂົາຟ້າວອອກຈາກຄຣິສຕະຈັກໂດຍໄວ, ສິ່ງນີ້ຈະເປັນປະໂຫຍດຕໍ່ທຸກຄົນ. ຜູ້ຕໍ່ຕ້ານພຣະຄຣິສສະແຫວງຫາສະຖານະ, ອຳນາດ ແລະ ກຽດຕິຍົດ; ພວກເຂົາບໍ່ຕ້ອງການເປັນຄົນທຳມະດາ, ແຕ່ກົງກັນຂ້າມ ພວກເຂົາມັກຈະຕ້ອງການຢູ່ເໜືອກວ່າຄົນອື່ນສະເໝີ, ຈົນໃນທີ່ສຸດພວກເຂົາກໍທຳລາຍຊື່ສຽງ ແລະ ຈຸດຢືນຂອງພວກເຂົາເອງ ແລະ ຖືກສາບແຊ່ງໂດຍພຣະເຈົ້າ. ສະນັ້ນ, ພວກເຈົ້າເຕັມໃຈທີ່ຈະເປັນຄົນທຳມະດາບໍ? (ເຕັມໃຈ.) ການເປັນຄົນທຳມະດາທີ່ຈິງແລ້ວແມ່ນມີຄວາມໝາຍ. ການບໍ່ໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ ແລະ ຫັນມາພໍໃຈກັບຊີວິດຈິງ, ດຳລົງຊີວິດດ້ວຍຄວາມສະຫງົບ ແລະ ຄວາມຍິນດີ, ມີຄວາມໜັກແໜ້ນໃນໃຈ, ນີ້ຄືເສັ້ນທາງທີ່ຖືກຕ້ອງໃນຊີວິດ. ຖ້າຄົນໃດຄົນໜຶ່ງຕ້ອງການທີ່ຈະຢູ່ເໜືອກວ່າ ແລະ ໂດດເດັ່ນກວ່າຄົນອື່ນສະເໝີ, ແລ້ວນັ້ນກໍເທົ່າກັບວ່າພວກເຂົາກຳລັງປີ້ງຕົນເອງຢູ່ເທິງກອງໄຟ ແລະ ເອົາຕົນເອງເຂົ້າໄປໃນເຄື່ອງບົດຊີ້ນ, ພວກເຂົາກຳລັງຊອກຫາບັນຫາ. ເປັນຫຍັງພວກເຂົາຈຶ່ງມີຄວາມຮູ້ສຶກດັ່ງກ່າວ? ການຢູ່ເໜືອກວ່າຄົນອື່ນຢ່າງຊັດເຈນເປັນສິ່ງທີ່ດີບໍ? (ບໍ່, ມັນບໍ່ດີ.) ມັນບໍ່ແມ່ນສິ່ງທີ່ດີ. ແຕ່ຜູ້ຕໍ່ຕ້ານພຣະຄຣິສກໍຍັງຢືນຢັດທີ່ຈະເລືອກເສັ້ນທາງນີ້. ບໍ່ວ່າພວກເຈົ້າຈະເຮັດຫຍັງກໍຕາມ, ຢ່າເດີນຕາມເສັ້ນທາງນີ້ຢ່າງເດັດຂາດ!

ເມື່ອຄົນທີ່ເສື່ອມຊາມທຳມະດາຍັງບໍ່ທັນມີຮາກຖານໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ເມື່ອພວກເຂົາຍັງບໍ່ທັນພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ພວກເຂົາກໍມີຄວາມເຊື່ອ ຫຼື ວຸດທິພາວະພຽງເລັກໜ້ອຍ. ເມື່ອຄົນດັ່ງກ່າວປະເຊີນກັບຄວາມລົ້ມເຫຼວ, ພວກເຂົາກໍຈະຄິດບໍ່ດີກ່ຽວກັບຕົນເອງ ແລະ ຄິດວ່າພຣະເຈົ້າບໍ່ຮັກພວກເຂົາ, ພຣະອົງລັງກຽດພວກເຂົາ. ເມື່ອເຫັນວ່າຕົນເອງພົບກັບທາງຕັນ ແລະ ລົ້ມເຫຼວໃນທຸກໆບາດກ້າວ, ບໍ່ສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້, ພວກເຂົາກໍຈະຮູ້ສຶກທໍ້ແທ້; ພວກເຂົາຍັງຈະປະສົບກັບຄວາມອ່ອນແອ ແລະ ຄວາມເປັນລົບບາງຢ່າງ ແລະ ບາງຄັ້ງພວກເຂົາກໍຈະມີຄວາມຄິດທີ່ຈະອອກຈາກຄຣິສຕະຈັກ. ແຕ່ນີ້ບໍ່ຄືກັນກັບການຕໍ່ຕ້ານ. ນີ້ຄືປະເພດຂອງຄວາມຄິດທີ່ຄົນເຮົາມີ ເມື່ອພວກເຂົາສິ່ນຫວັງ ແລະ ທໍ້ແທ້ໃຈ ແລະ ມັນເປັນສິ່ງທີ່ແຕກຕ່າງຢ່າງສິ້ນເຊີງຈາກການຖອຍຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຜູ້ຕໍ່ຕ້ານພຣະຄຣິສຕ້ອງການຖອຍ, ພວກເຂົາຍອມຕາຍດີກວ່າທີ່ຈະກັບໃຈ, ແຕ່ເມື່ອຄົນທີ່ເສື່ອມຊາມທຳມະດາທໍ້ແທ້ ແລະ ຄິດກ່ຽວກັບການອອກຈາກຄຣິສຕະຈັກ, ດ້ວຍການຊ່ວຍເຫຼືອ ແລະ ການໂອ້ລົມຂອງຄົນອື່ນ, ພ້ອມກັບການຮ່ວມມືຢ່າງຫ້າວຫັນຂອງພວກເຂົາເອງ ແລະ ດ້ວຍການອະທິຖານ ແລະ ການສະແຫວງຫາ ແລະ ການອ່ານພຣະທຳຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າກໍສາມາດຄ່ອຍໆມີອິດທິພົນຕໍ່ພວກເຂົາ, ປ່ຽນແປງພວກເຂົາ, ປ່ຽນແປງວ່າພວກເຂົາຈະຢູ່ ຫຼື ໄປ, ພ້ອມທັງການຕັດສິນໃຈຂອງພວກເຂົາ ແລະ ຈິດໃຈຂອງພວກເຂົາ. ໃນເວລາດຽວກັນ, ພຣະທຳຂອງພຣະເຈົ້າຍັງສາມາດຊ່ວຍໃຫ້ພວກເຂົາຄ່ອຍໆພັດທະນາການກັບໃຈ, ທັດສະນະຄະຕິທີ່ເປັນບວກ ແລະ ຄວາມຕັ້ງໃຈທີ່ຈະບາກບັ່ນ, ເຮັດໃຫ້ພວກເຂົາສາມາດຄ່ອຍໆເຂັ້ມແຂງຂຶ້ນ. ນີ້ຄືການສະແດງອອກເຖິງຂະບວນການຂອງການເຂົ້າສູ່ຊີວິດສຳລັບຄົນປົກກະຕິ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສຈະຕໍ່ສູ້ຈົນເຖິງທີ່ສຸດ. ພວກເຂົາຈະບໍ່ມີທາງກັບໃຈ ແລະ ຍອມຕາຍດີກວ່າທີ່ຈະຍອມຮັບວ່າພວກເຂົາຜິດ, ມາຮູ້ຈັກຕົນເອງ, ຫຼື ຍອມແພ້ຕໍ່ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາ. ພວກເຂົາບໍ່ມີການເຂົ້າສູ່ຊີວິດແມ່ນແຕ່ໜ້ອຍດຽວ. ສະນັ້ນ, ສຳລັບຄົນແບບນັ້ນ, ຜູ້ທີ່ບໍ່ເຕັມໃຈທີ່ຈະອອກເຫື່ອແຮງ ຫຼື ຜູ້ທີ່ເຮັດມັນໄດ້ບໍ່ດີ, ກໍພຽງແຕ່ແນະນຳໃຫ້ພວກເຂົາອອກຈາກຄຣິສຕະຈັກ. ນີ້ຄືການຕັດສິນໃຈທີ່ສະຫຼາດ ແລະ ເປັນວິທີທີ່ສະຫຼາດທີ່ສຸດໃນການຈັດການກັບເລື່ອງດັ່ງກ່າວ. ເຖິງແມ່ນວ່າເຈົ້າຈະບໍ່ແນະນຳໃຫ້ພວກເຂົາເຮັດເຊັ່ນນັ້ນ, ເຈົ້າຈະສາມາດເຮັດໃຫ້ພວກເຂົາຢູ່ຕໍ່ໄດ້ບໍ? ເຈົ້າສາມາດປ່ຽນແປງວິທີການໄລ່ຕາມຂອງພວກເຂົາ ຫຼື ມຸມມອງຂອງພວກເຂົາໄດ້ບໍ? ເຈົ້າຈະບໍ່ມີທາງສາມາດປ່ຽນແປງສິ່ງເຫຼົ່ານີ້ໄດ້ເລີຍ. ມີບາງຄົນທີ່ຖືກຊັກຊວນໃຫ້ຢູ່ຕໍ່ ແລະ ໄດ້ຮັບການຊ່ວຍເຫຼືອ ແລະ ການສະໜັບສະໜູນຈາກເຮືອນຂອງພຣະເຈົ້າ, ເພາະວ່າຄວາມເປັນລົບຂອງພວກເຂົາ, ຄວາມອ່ອນແອ ແລະ ອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາໄດ້ເປີດເຜີຍ ແມ່ນພົບເຫັນໄດ້ທົ່ວໄປໃນຄົນທີ່ເສື່ອມຊາມທຳມະດາທຸກຄົນ ແລະ ຕົກຢູ່ໃນຂອບເຂດຂອງຄວາມເປັນປົກກະຕິ. ຜ່ານການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ຜ່ານການຊ່ວຍເຫຼືອ ແລະ ການສະໜັບສະໜູນຂອງຄົນອື່ນ, ພວກເຂົາສາມາດຄ່ອຍໆເຂັ້ມແຂງຂຶ້ນ, ໄດ້ຮັບວຸດທິພາວະ, ພັດທະນາຄວາມເຊື່ອໃນພຣະເຈົ້າ ແລະ ມີຄວາມຈິງໃຈໃນການປະຕິບັດໜ້າທີ່ຂອງພວກເຂົາ. ນີ້ຄືຄົນປະເພດທີ່ພວກເຮົາຄວນຊ່ວຍເຫຼືອ ແລະ ຊັກຊວນໃຫ້ຢູ່ຕໍ່. ເຖິງຢ່າງໃດກໍຕາມ, ສຳລັບຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ປາຖະໜາທີ່ຈະອອກເຫື່ອແຮງ ຫຼື ອອກເຫື່ອແຮງໄດ້ບໍ່ດີ, ຈົ່ງສົ່ງເສີມໃຫ້ພວກເຂົາອອກໄປ, ເພາະວ່າ ດົນນານກ່ອນທີ່ເຈົ້າຈະແນະນຳໃຫ້ພວກເຂົາອອກໄປ, ພວກເຂົາກໍປາຖະໜາທີ່ຈະເຮັດເຊັ່ນນັ້ນຢູ່ແລ້ວ ຫຼື ຢູ່ໃນຈຸດທີ່ພ້ອມຈະອອກໄປໄດ້ທຸກເວລາ. ສິ່ງເຫຼົ່ານີ້ຄືການສະແດງອອກ ແລະ ຄວາມຄິດຕ່າງໆ ທີ່ຜູ້ຕໍ່ຕ້ານພຣະຄຣິສມີ ເມື່ອພວກເຂົາປະເຊີນກັບການຖືກໄລ່ອອກ ແລະ ປາຖະໜາທີ່ຈະຖອຍ.

IV. ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສເມື່ອພວກເຂົາບໍ່ຖືກເລື່ອນຕໍາແໜ່ງ

ມີຄົນອີກປະເພດໜຶ່ງທີ່ບໍ່ໄລ່ຕາມຄວາມຈິງ. ຍ້ອນວ່າຄົນປະເພດນີ້ບໍ່ໄລ່ຕາມຄວາມຈິງ, ພວກເຂົາຈຶ່ງບໍ່ໄດ້ປະຕິບັດໜ້າທີ່ສຳຄັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ຄ່ອຍມີປະສົບການກັບການຖືກລິຮານໃນເຮືອນຂອງພຣະເຈົ້າ, ພວກເຂົາບໍ່ເຄີຍມີປະສົບການກັບການຖືກໄລ່ອອກຈາກໜ້າທີ່ຂອງພວກເຂົາ ແລະ ແນ່ນອນວ່າ ພວກເຂົາກໍບໍ່ຄ່ອຍໄດ້ຮັບການປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາຍັງບໍ່ໄດ້ຖືກເລື່ອນຕໍາແໜ່ງຫຼັງຈາກທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ພວກເຂົາກໍເລີ່ມປະເມີນຢູ່ເລື້ອຍໆວ່າ ພວກເຂົາມີຄວາມຫວັງຫຼາຍສໍ່າໃດທີ່ຈະໄດ້ຮັບພອນ. ໂດຍສະເພາະເມື່ອພວກເຂົາເຫັນພຣະທຳຂອງພຣະເຈົ້າກ່າວວ່າ “ຜູ້ທີ່ບໍ່ສະແຫວງຫາຄວາມຈິງ ບໍ່ສາມາດໄດ້ຮັບຄວາມລອດພົ້ນ”, ພວກເຂົາກໍຮູ້ສຶກວ່າຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົານັ້ນມີໜ້ອຍຫຼາຍ ແລະ ພວກເຂົາກໍເລີ່ມຄິດກ່ຽວກັບການຖອຍ. ບາງຄົນໃນກຸ່ມຄົນເຫຼົ່ານີ້ທີ່ບໍ່ເຄີຍໄລ່ຕາມຄວາມຈິງມີຄວາມຮູ້ ແລະ ຈຸດແຂງບາງຢ່າງ ແລະ ຍ້ອນພວກເຂົາບໍ່ໄດ້ຖືກເລື່ອນຕໍາແໜ່ງ, ພວກເຂົາຈຶ່ງຮູ້ສຶກບໍ່ພໍໃຈ ແລະ ເລີ່ມຈົ່ມວ່າ; ພວກເຂົາຕ້ອງການຖອຍ ແຕ່ກໍຢ້ານວ່າພວກເຂົາຈະສູນເສຍໂອກາດຂອງພວກເຂົາທີ່ຈະໄດ້ຮັບພອນ ແຕ່ຖ້າພວກເຂົາບໍ່ຖອຍ, ພວກເຂົາກໍຍັງຈະບໍ່ຖືກເລື່ອນຕໍາແໜ່ງຢູ່ດີ, ພວກເຂົາຮູ້ສຶກກືນບໍ່ເຂົ້າຄາຍບໍ່ອອກ. ພວກເຈົ້າຄິດແນວໃດກ່ຽວກັບເລື່ອງນີ້? ເຖິງແມ່ນວ່າຄົນເຫຼົ່ານີ້ບໍ່ໄລ່ຕາມຄວາມຈິງ, ບາງຄົນໃນທ່າມກາງພວກເຂົາກໍຂ້ອນຂ້າງດຸໝັ່ນ ແລະ ມີຄວາມກະຕືລືລົ້ນ; ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາກໍເຕັມໃຈສະເໝີທີ່ຈະຮຽນຮູ້ຄວາມຮູ້ທາງວິຊາຊີບທີ່ກ່ຽວຂ້ອງ, ພວກເຂົາຕ້ອງການຖືກເລື່ອນຕໍາແໜ່ງໂດຍເຮືອນຂອງພຣະເຈົ້າຢູ່ສະເໝີ ແລະ ພວກເຂົາປາຖະໜາໃຫ້ເຖິງມື້ທີ່ພວກເຂົາສາມາດສ້າງຄວາມໂດດເດັ່ນໃຫ້ກັບຕົນເອງ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບສະຖານະ ແລະ ຂໍ້ໄດ້ປຽບຕ່າງໆທີ່ພວກເຂົາຕ້ອງການ. ໃນທາງພາຍນອກ, ຄົນປະເພດນີ້ເບິ່ງຄືວ່າງຽບໆ, ບໍ່ເປັນທີ່ສັງເກດ, ດຸໝັ່ນ ແລະ ມີສະຕິເມື່ອຢູ່ກັບຄົນອື່ນ ແຕ່ໃນໃຈຂອງພວກເຂົາພັດເຕັມໄປດ້ວຍຄວາມທະເຍີທະຍານ ແລະ ຄວາມປາຖະໜາ. ຄະຕິປະຈຳໃຈຂອງພວກເຂົາແມ່ນຫຍັງ? ໂອກາດເປັນຂອງຜູ້ທີ່ກຽມພ້ອມສະເໝີ. ໃນທາງພາຍນອກ, ພວກເຂົາບໍ່ເປັນທີ່ສັງເກດເລີຍ ແລະ ບໍ່ໂອ້ອວດຕົນເອງ, ພວກເຂົາບໍ່ແຂ່ງຂັນ ຫຼື ຍາດແຍ່ງສິ່ງຕ່າງໆ ແຕ່ໃນໃຈຂອງພວກເຂົາພັດມີ “ຄວາມປາຖະໜາອັນຍິ່ງໃຫຍ່”. ນັ້ນຄືເຫດຜົນທີ່ວ່າ ເມື່ອພວກເຂົາເຫັນຄົນໃດຄົນໜຶ່ງຖືກເລື່ອນຕໍາແໜ່ງ ແລະ ກາຍເປັນຜູ້ນຳ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກ, ພວກເຂົາກໍຮູ້ສຶກອຸກໃຈ ແລະ ຜິດຫວັງຫຼາຍຂຶ້ນເລັກໜ້ອຍ. ບໍ່ວ່າໃຜກໍຕາມທີ່ຖືກເລື່ອນຕໍາແໜ່ງ, ຖືກບົ່ມເພາະ ຫຼື ໄດ້ຮັບບົດບາດສຳຄັນບາງຢ່າງ, ສຳລັບພວກເຂົາແລ້ວ ມັນເປັນຄວາມກະທົບກະເທືອນຈິດໃຈຢູ່ສະເໝີ. ແມ່ນແຕ່ເມື່ອຄົນໃດໜຶ່ງໄດ້ຮັບການຍົກຍ້ອງ, ໄດ້ຮັບການສັນລະເສີນ ແລະ ໄດ້ຮັບການສະໜັບສະໜູນຈາກອ້າຍເອື້ອຍນ້ອງ, ພວກເຂົາກໍຮູ້ສຶກອິດສາ ແລະ ບໍ່ມີຄວາມສຸກໃນໃຈຂອງພວກເຂົາ ແລະ ພວກເຂົາບາງຄົນເຖິງກັບຮ້ອງໄຫ້ຢ່າງລັບໆ, ໂດຍມັກຈະຖາມຕົນເອງວ່າ “ເມື່ອໃດຂ້ອຍຈຶ່ງຈະໄດ້ຮັບການຍົກຍ້ອງ ແລະ ຖືກສະເໜີຊື່? ເມື່ອໃດຂ້ອຍຈຶ່ງຈະເປັນທີ່ຮູ້ຈັກໂດຍເບື້ອງເທິງ? ເມື່ອໃດຜູ້ນຳຈຶ່ງຈະເຫັນຈຸດແຂງຂອງຂ້ອຍ, ຄຸນງາມຄວາມດີຂອງຂ້ອຍ, ພອນສະຫວັນ ແລະ ຄວາມສາມາດພິເສດຂອງຂ້ອຍ? ເມື່ອໃດຂ້ອຍຈຶ່ງຈະຖືກເລື່ອນຕໍາແໜ່ງ ແລະ ຖືກບົ່ມເພາະ?” ພວກເຂົາຮູ້ສຶກທຸກໃຈ ແລະ ເປັນລົບ ແຕ່ພວກເຂົາບໍ່ຕ້ອງການເປັນແບບນີ້ຕໍ່ໄປ, ສະນັ້ນ ພວກເຂົາຈຶ່ງໃຫ້ກຳລັງໃຈຕົນເອງຢ່າງລັບໆວ່າບໍ່ໃຫ້ເປັນລົບ, ໃຫ້ມີຄວາມຕັ້ງໃຈທີ່ຈະບາກບັ່ນ, ບໍ່ໃຫ້ຢ້ານກົວຕໍ່ຄວາມລົ້ມເຫຼວ ແລະ ບໍ່ຍອມພ່າຍແພ້ຈັກເທື່ອ. ພວກເຂົາມັກຈະເຕືອນຕົນເອງວ່າ: “ຂ້ອຍເປັນຄົນທີ່ມີຄວາມປາຖະໜາອັນຍິ່ງໃຫຍ່. ຂ້ອຍຕ້ອງບໍ່ຍອມເປັນຄົນທຳມະດາສາມັນ, ຂ້ອຍຕ້ອງບໍ່ຍອມພໍໃຈກັບຊີວິດທີ່ຫຍຸ້ງວຸ້ນວາຍ ແລະ ທຳມະດາ. ຄວາມເຊື່ອໃນພຣະເຈົ້າຂອງຂ້ອຍຕ້ອງໂດດເດັ່ນ ແລະ ສ້າງຜົນງານອັນຍິ່ງໃຫຍ່. ຖ້າຂ້ອຍຍັງສືບຕໍ່ດຳລົງຊີວິດທີ່ງຽບເຫງົາ ແລະ ທຳມະດາແບບນີ້, ນັ້ນກໍເປັນສິ່ງທີ່ຂີ້ຢ້ານ ແລະ ໜ້າອຶດອັດຫຼາຍ! ຂ້ອຍບໍ່ສາມາດເປັນຄົນປະເພດນັ້ນໄດ້. ຂ້ອຍຈະເຮັດວຽກໜັກຂຶ້ນເປັນສອງເທົ່າ, ໃຊ້ທຸກຊ່ວງເວລາໃຫ້ເກີດປະໂຫຍດ, ອ່ານ ແລະ ທ່ອງຈຳພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ສຶກສາຄວາມຮູ້ ແລະ ສຶກສາວິຊາຊີບນີ້ໃຫ້ຫຼາຍຂຶ້ນ. ຂ້ອຍຕ້ອງເຮັດທຸກສິ່ງທີ່ຄົນອື່ນສາມາດເຮັດໄດ້ໃຫ້ສຳເລັດ ແລະ ຂ້ອຍຕ້ອງສາມາດໂອ້ລົມກ່ຽວກັບສິ່ງທີ່ຄົນອື່ນສາມາດໂອ້ລົມໄດ້”. ຫຼັງຈາກທີ່ເຮັດວຽກໜັກມາໄດ້ໄລຍະໜຶ່ງ, ການເລືອກຕັ້ງຂອງຄຣິສຕະຈັກກໍມາເຖິງ ແຕ່ພວກເຂົາກໍຍັງບໍ່ຖືກເລືອກຕັ້ງຢູ່ດີ. ທຸກຄັ້ງທີ່ຄຣິສຕະຈັກກຳລັງຊອກຫາຄົນໃດໜຶ່ງເພື່ອບົ່ມເພາະ, ເລື່ອນຕໍາແໜ່ງ ແລະ ມອບບົດບາດສຳຄັນໃຫ້, ພວກເຂົາກໍບໍ່ຖືກເລືອກ; ທຸກຄັ້ງທີ່ພວກເຂົາຄິດວ່າພວກເຂົາມີຄວາມຫວັງທີ່ຈະຖືກເລື່ອນຕໍາແໜ່ງ, ໃນທີ່ສຸດພວກເຂົາກໍຜິດຫວັງ ແລະ ທຸກຄວາມຜິດຫວັງກໍເຮັດໃຫ້ພວກເຂົາຮູ້ສຶກໝົດຫວັງ ແລະ ເປັນລົບ. ພວກເຂົາເຊື່ອວ່າການໄດ້ຮັບພອນໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົານັ້ນຢູ່ຫ່າງໄກຈາກພວກເຂົາຫຼາຍ ແລະ ສະນັ້ນ ຄວາມຄິດທີ່ຈະຖອຍຈຶ່ງເກີດຂຶ້ນໃນໃຈຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ເຕັມໃຈທີ່ຈະຖອຍ ແຕ່ພັດຕ້ອງການພະຍາຍາມຢ່າງໜັກ ແລະ ດີ້ນຮົນອີກຄັ້ງ. ຍິ່ງພວກເຂົາພະຍາຍາມຢ່າງໜັກ ແລະ ດີ້ນລົນດ້ວຍວິທີນີ້ຫຼາຍສໍ່າໃດ, ພວກເຂົາກໍຍິ່ງປາຖະໜາທີ່ຈະໄດ້ຮັບການສະເໜີຊື່ຈາກຄົນໃດຄົນໜຶ່ງ, ເພື່ອໃຫ້ຖືກເລື່ອນຕໍາແໜ່ງຫຼາຍຂຶ້ນສໍ່ານັ້ນ. ພວກເຂົາຮູ້ສຶກເຖິງຄວາມປາຖະໜານີ້ຫຼາຍຂຶ້ນເລື້ອຍໆ ແລະ ສິ່ງທີ່ພວກເຂົາໄດ້ຮັບຕອບແທນໃນທີ່ສຸດກໍຍັງຄົງເປັນຄວາມຜິດຫວັງ ແລະ ນີ້ຄືວິທີທີ່ຄວາມທະນົງຕົວ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນນັ້ນທໍລະມານພວກເຂົາ. ທຸກຄວາມຜິດຫວັງເຮັດໃຫ້ພວກເຂົາຮູ້ສຶກຄືກັບວ່າພວກເຂົາກຳລັງຖືກແຜດເຜົາ ແລະ ຖືກຫຼໍ່ຫຼອມໃນກອງໄຟ. ພວກເຂົາບໍ່ສາມາດໄດ້ຮັບສິ່ງທີ່ພວກເຂົາຕ້ອງການ; ພວກເຂົາຕ້ອງການຖອຍ ແຕ່ກໍຮູ້ສຶກວ່າພວກເຂົາເຮັດບໍ່ໄດ້; ພວກເຂົາບໍ່ສາມາດໄຂວ່ຄວ້າສິ່ງທີ່ພວກເຂົາຕ້ອງການໄຂວ່ຄວ້າໄດ້ ແລະ ສິ່ງດຽວທີ່ເຫຼືອຢູ່ສຳລັບພວກເຂົາກໍຄືຄວາມຜິດຫວັງ, ຄວາມໝົດຫວັງ ແລະ ການລໍຖ້າທີ່ບໍ່ມີວັນສິ້ນສຸດ. ພວກເຂົາຕ້ອງການຖອຍ ແຕ່ພວກເຂົາກໍຢ້ານທີ່ຈະສູນເສຍພອນອັນຍິ່ງໃຫຍ່ ແລະ ຍິ່ງພວກເຂົາຕ້ອງການໄຂວ່ຄວ້າພອນຢ່າງເອົາເປັນເອົາຕາຍຫຼາຍສໍ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄຂວ່ຄວ້າພວກມັນໄດ້ຫຼາຍສໍ່ານັ້ນ. ຜົນຂອງສິ່ງນີ້ກໍຄື ພວກເຂົາຕົກຢູ່ໃນສະພາວະທີ່ພວກເຂົາຕ້ອງດີ້ນລົນຢູ່ຕະຫຼອດເວລາລະຫວ່າງຄວາມຫວັງສຳລັບພອນຂອງພວກເຂົາ ແລະ ຄວາມທໍລະມານຈາກຄວາມຜິດຫວັງ ແລະ ສິ່ງນີ້ກໍເຮັດໃຫ້ຫົວໃຈຂອງພວກເຂົາເຈັບປວດຢ່າງຍິ່ງ. ແຕ່ພວກເຂົາຈະອະທິຖານຕໍ່ພຣະເຈົ້າກ່ຽວກັບເລື່ອງນີ້ບໍ? ບໍ່, ພວກເຂົາຈະບໍ່ອະທິຖານ. ພວກເຂົາຄິດວ່າ: “ການອະທິຖານຈະມີປະໂຫຍດຫຍັງ? ອ້າຍເອື້ອຍນ້ອງບໍ່ຍົກຍ້ອງຂ້ອຍ ແລະ ຜູ້ນຳກໍບໍ່ເຫັນຄວາມສາມາດຂອງຂ້ອຍ, ສະນັ້ນ ພຣະເຈົ້າຈະສາມາດຍົກເວັ້ນ ແລະ ມອບບົດບາດສຳຄັນໃຫ້ຂ້ອຍໄດ້ບໍ?” ພວກເຂົາຮູ້ວ່າການຝາກຄວາມຫວັງໄວ້ກັບຄົນອື່ນຈະນຳຄວາມຜິດຫວັງມາສູ່ພວກເຂົາ ແລະ ມັນກໍບໍ່ປອດໄພເຊັ່ນກັນທີ່ຈະຝາກຄວາມຫວັງໃນການໄດ້ຮັບພອນຂອງພວກເຂົາໄວ້ກັບພຣະເຈົ້າ. ຍ້ອນວ່າພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າກ່າວວ່າ “ຜູ້ທີ່ບໍ່ສະແຫວງຫາຄວາມຈິງ ບໍ່ສາມາດໄດ້ຮັບຄວາມລອດພົ້ນ”, ພວກເຂົາຈຶ່ງຮູ້ສຶກໝົດຫວັງ ແລະ ຜິດຫວັງ. ບໍ່ມີໃຜສົນໃຈພວກເຂົາໃນຄຣິສຕະຈັກ ແລະ ພວກເຂົາກໍບໍ່ເຫັນຄວາມຫວັງໃດໆ. ເມື່ອພວກເຂົາພິຈາລະນາເບິ່ງສະພາບຂອງຕົນເອງ, ພວກເຂົາກໍຍັງບໍ່ເຫັນຄວາມຫວັງໃດໆທີ່ຈະໄດ້ຮັບພອນ ແລະ ພວກເຂົາກໍຄິດວ່າ “ຂ້ອຍຄວນຖອຍ ຫຼື ຢູ່ຕໍ່? ຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນແທ້ໆບໍ?” ຫຼາຍປີຜ່ານໄປໃນຂະນະທີ່ພວກເຂົາລັງເລ ແລະ ໄຕ່ຕອງສິ່ງເຫຼົ່ານີ້ຊໍ້າແລ້ວຊໍ້າອີກ ແລະ ພວກເຂົາກໍຍັງບໍ່ສາມາດຖືກເລື່ອນຕໍາແໜ່ງ ຫຼື ຖືກຈັດໃຫ້ຢູ່ໃນຕໍາແໜ່ງທີ່ສຳຄັນ. ພວກເຂົາຕ້ອງການຍາດແຍ່ງສະຖານະ ແຕ່ພວກເຂົາຮູ້ສຶກວ່ານັ້ນບໍ່ແມ່ນສິ່ງທີ່ມີເຫດຜົນ ຫຼື ເໝາະສົມຫຼາຍທີ່ຈະເຮັດ, ພວກເຂົາຮູ້ສຶກອາຍທີ່ຈະເຮັດມັນ ແຕ່ຖ້າພວກເຂົາບໍ່ຍາດແຍ່ງສະຖານະ, ເມື່ອໃດພວກເຂົາຈຶ່ງຈະຖືກເລື່ອນຕໍາແໜ່ງ ແລະ ໄດ້ຮັບບົດບາດສຳຄັນ? ພວກເຂົາຄິດເຖິງຄົນທີ່ເຊື່ອໃນພຣະເຈົ້າໄປພ້ອມກັບພວກເຂົາ, ຜູ້ທີ່ເຂົ້າຮ່ວມການເຕົ້າໂຮມ ແລະ ປະຕິບັດໜ້າທີ່ຮ່ວມກັບພວກເຂົາ. ຫຼາຍຄົນໃນພວກເຂົາໄດ້ຖືກເລື່ອນຕໍາແໜ່ງ ແລະ ໄດ້ຮັບບົດບາດສຳຄັນ, ໃນຂະນະທີ່ຕົວພວກເຂົາເອງພັດບໍ່ສາມາດໄດ້ຮັບບົດບາດສຳຄັນ ບໍ່ວ່າພວກເຂົາຈະພະຍາຍາມຫຼາຍສໍ່າໃດກໍຕາມ ແລະ ພວກເຂົາກໍຮູ້ສຶກສັບສົນ ແລະ ຂາດເສັ້ນທາງທີ່ຈະກ້າວໄປຂ້າງໜ້າ. ພວກເຂົາບໍ່ເຄີຍໂອ້ລົມ ຫຼື ເປີດໃຈກັບຄົນອື່ນກ່ຽວກັບແນວຄິດຂອງພວກເຂົາ, ສະພາວະຂອງພວກເຂົາ, ຄວາມຄິດ ແລະ ມຸມມອງຂອງພວກເຂົາ, ການບ່ຽງເບນ ແລະ ຂໍ້ບົກຜ່ອງຂອງພວກເຂົາ, ພວກເຂົາປິດກັ້ນຕົນເອງຢ່າງສິ້ນເຊີງ. ພວກເຂົາເບິ່ງຄືວ່າເວົ້າຈາຂ້ອນຂ້າງມີເຫດຜົນ ແລະ ພວກເຂົາເບິ່ງຄືວ່າກະທຳໃນວິທີທີ່ສົມເຫດສົມຜົນບາງຢ່າງ ແຕ່ຄວາມທະເຍີທະຍານ ແລະ ຄວາມປາຖະໜາພາຍໃນຂອງພວກເຂົາພັດຮຸນແຮງຫຼາຍ. ພວກເຂົາພະຍາຍາມຢ່າງໜັກ ແລະ ດີ້ນລົນ, ອົດທົນຕໍ່ຄວາມທຸກລຳບາກ ແລະ ຈ່າຍລາຄາ ເພື່ອບັນລຸຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ ແລະ ພວກເຂົາສາມາດເສຍສະລະທຸກສິ່ງທຸກຢ່າງເພື່ອເຫັນແກ່ຄວາມຫວັງທີ່ຈະໄດ້ຮັບພອນຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາບໍ່ສາມາດເຫັນຜົນໄດ້ຮັບທີ່ພວກເຂົາຕ້ອງການບັນລຸ, ພວກເຂົາກໍເຕັມໄປດ້ວຍຄວາມບໍ່ເປັນມິດ ແລະ ຄວາມຄຽດແຄ້ນຕໍ່ພຣະເຈົ້າ, ເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ຕໍ່ທຸກຄົນໃນຄຣິສຕະຈັກ. ພວກເຂົາກຽດຊັງທຸກຄົນທີ່ບໍ່ເຫັນວ່າພວກເຂົາພະຍາຍາມໜັກສໍ່າໃດ, ທີ່ບໍ່ເຫັນຈຸດແຂງຂອງພວກເຂົາ ແລະ ຂໍ້ດີຂອງພວກເຂົາ ແລະ ພວກເຂົາກໍກຽດຊັງພຣະເຈົ້າເຊັ່ນກັນ ທີ່ບໍ່ໃຫ້ໂອກາດພວກເຂົາ, ທີ່ບໍ່ເລື່ອນຕໍາແໜ່ງພວກເຂົາ ຫຼື ມອບບົດບາດສຳຄັນໃຫ້ພວກເຂົາ. ດ້ວຍຄວາມອິດສາ ແລະ ຄວາມກຽດຊັງອັນໃຫຍ່ຫຼວງທີ່ເກີດຂຶ້ນໃນໃຈຂອງພວກເຂົາ, ພວກເຂົາຈະສາມາດຮັກອ້າຍເອື້ອຍນ້ອງຂອງພວກເຂົາໄດ້ບໍ? ພວກເຂົາຈະສາມາດສັນລະເສີນພຣະເຈົ້າໄດ້ບໍ? ພວກເຂົາຈະສາມາດປະຖິ້ມຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ ເພື່ອຍອມຮັບຄວາມຈິງ, ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີບົນພື້ນຖານຄວາມເປັນຈິງ ແລະ ເປັນຄົນທຳມະດາໄດ້ບໍ? ພວກເຂົາສາມາດມີຄວາມເດັດດ່ຽວແບບນີ້ໄດ້ບໍ? (ບໍ່ໄດ້.) ບໍ່ພຽງແຕ່ພວກເຂົາບໍ່ມີຄວາມຕັ້ງໃຈນີ້ເທົ່ານັ້ນ ແຕ່ພວກເຂົາຍັງບໍ່ມີແມ່ນແຕ່ຄວາມປາຖະໜາທີ່ຈະກັບໃຈ. ຫຼັງຈາກທີ່ປິດບັງຕົນເອງດ້ວຍວິທີນີ້ມາເປັນເວລາຫຼາຍປີ, ຄວາມກຽດຊັງຂອງພວກເຂົາຕໍ່ເຮືອນຂອງພຣະເຈົ້າ, ຕໍ່ອ້າຍເອື້ອຍນ້ອງ ແລະ ແມ່ນແຕ່ຕໍ່ພຣະເຈົ້າກໍຍິ່ງຮຸນແຮງຂຶ້ນເລື້ອຍໆ. ຄວາມກຽດຊັງຂອງພວກເຂົາຮຸນແຮງຂຶ້ນສໍ່າໃດ? ພວກເຂົາຫວັງວ່າອ້າຍເອື້ອຍນ້ອງຂອງພວກເຂົາຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ, ພວກເຂົາຫວັງວ່າວຽກງານຂອງເຮືອນຂອງພຣະເຈົ້າຈະຢຸດສະງັກ ແລະ ແຜນການຄຸ້ມຄອງຂອງພຣະເຈົ້າຈະບໍ່ເກີດຜົນຫຍັງ ແລະ ພວກເຂົາເຖິງກັບຫວັງວ່າອ້າຍເອື້ອຍນ້ອງຂອງພວກເຂົາຈະຖືກຈັບໂດຍພະຍານາກໃຫຍ່ສີແດງ. ພວກເຂົາກຽດຊັງອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ກຽດຊັງພຣະເຈົ້າເຊັ່ນກັນ. ພວກເຂົາຈົ່ມວ່າພຣະເຈົ້າບໍ່ຊອບທຳ, ພວກເຂົາສາບແຊ່ງໂລກນີ້ທີ່ຂາດພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ໃບໜ້າແບບມານຮ້າຍຂອງພວກເຂົາກໍຖືກເປີດໂປງຢ່າງສິ້ນເຊີງ. ຄົນປະເພດນີ້ມັກຈະປິດບັງຕົນເອງຢ່າງເລິກເຊິ່ງ ແລະ ພວກເຂົາເກັ່ງຫຼາຍໃນການສ້າງພາບລວງຕາໃນທາງພາຍນອກ, ໂດຍທຳທ່າເປັນຄົນຖ່ອມຕົວ, ອ່ອນໂຍນ ແລະ ມີຄວາມຮັກ ທັງທີ່ໃນຄວາມເປັນຈິງແລ້ວ ພວກເຂົາເປັນໝາປ່າໃນຄາບແກະ. ພວກເຂົາບໍ່ເຄີຍເປີດເຜີຍເຈດຕະນາຮ້າຍທີ່ປິດບັງໄວ້ຂອງພວກເຂົາ, ບໍ່ມີໃຜສາມາດເບິ່ງທະລຸພວກເຂົາໄດ້ ແລະ ບໍ່ມີໃຜຮູ້ວ່າພວກເຂົາເປັນແນວໃດແທ້ໆ ຫຼື ພວກເຂົາກຳລັງຄິດຫຍັງຢູ່. ຄົນທີ່ຄົບຫາກັບພວກເຂົາໄດ້ໄລຍະໜຶ່ງສາມາດເຫັນໄດ້ວ່າ ພວກເຂົາເປັນຄົນທີ່ຂີ້ອິດສາຫຼາຍ, ພວກເຂົາມັກຈະແຂ່ງຂັນກັບຄົນອື່ນ ແລະ ຜັກດັນຕົນເອງໃຫ້ໂດດເດັ່ນຢູ່ສະເໝີ, ພວກເຂົາຮ້ອນຮົນຫຼາຍທີ່ຈະເອົາຊະນະຄົນອື່ນ ແລະ ພວກເຂົາຕ້ອງການຊະນະເປັນທີໜຶ່ງໃນທຸກສິ່ງທີ່ພວກເຂົາເຮັດແທ້ໆ. ນີ້ຄືສິ່ງທີ່ພວກເຂົາເບິ່ງຄືວ່າເປັນຈາກພາຍນອກ ແຕ່ນີ້ແມ່ນສິ່ງທີ່ພວກເຂົາເປັນແທ້ໆບໍ? ໃນຄວາມເປັນຈິງແລ້ວ, ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົານັ້ນຍິ່ງຮຸນແຮງກວ່າ; ພວກເຂົາຫວັງວ່າ ໃນຂະນະທີ່ພວກເຂົາກຳລັງເຮັດວຽກໜັກ, ເສຍສະລະຕົນເອງ ແລະ ຈ່າຍລາຄາຢ່າງງຽບໆນັ້ນ, ຄົນອື່ນຈະສາມາດເຫັນຂໍ້ດີຂອງພວກເຂົາ ແລະ ຄວາມສາມາດໃນການເຮັດວຽກຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດໄດ້ຮັບບົດບາດສຳຄັນໃນເຮືອນຂອງພຣະເຈົ້າ. ແລ້ວຜົນຂອງການທີ່ພວກເຂົາໄດ້ຮັບບົດບາດສຳຄັນແມ່ນຫຍັງ? ມັນກໍຄື ພວກເຂົາສາມາດໄດ້ຮັບການຍົກຍ້ອງຢ່າງສູງຈາກທຸກຄົນ ແລະ ໃນທີ່ສຸດກໍບັນລຸຄວາມປາຖະໜາອັນຍິ່ງໃຫຍ່ຂອງພວກເຂົາ; ພວກເຂົາສາມາດເປັນບຸກຄົນທີ່ໂດດເດັ່ນໃນທ່າມກາງຄົນອື່ນ, ເປັນຄົນທີ່ທຸກຄົນໃຫ້ຄວາມສຳຄັນ ແລະ ເຄົາລົບນັບຖື ແລະ ຫຼາຍປີແຫ່ງການເຮັດວຽກໜັກ, ການຈ່າຍລາຄາ ແລະ ການດີ້ນຮົນຂອງພວກເຂົາກໍຈະຄຸ້ມຄ່າ, ສິ່ງເຫຼົ່ານີ້ຄືຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຄົນເຫຼົ່ານີ້ແອບມີໄວ້ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ.

ຄົນປະເພດນີ້ບໍ່ໄລ່ຕາມຄວາມຈິງ ແຕ່ພວກເຂົາກໍຍັງຕ້ອງການຖືກເລື່ອນຕໍາແໜ່ງ ແລະ ໄດ້ຮັບບົດບາດສຳຄັນໃນເຮືອນຂອງພຣະເຈົ້າຢູ່ສະເໝີ. ໃນຫົວໃຈຂອງພວກເຂົານັ້ນ ພວກເຂົາເຊື່ອວ່າ ຍິ່ງຄົນເຮົາມີຄວາມສາມາດໃນການເຮັດວຽກຫຼາຍສໍ່າໃດ, ລາວກໍຍິ່ງໄດ້ຮັບຕໍາແໜ່ງທີ່ສຳຄັນຫຼາຍສໍ່ານັ້ນ, ລາວຍິ່ງຖືກເລື່ອນຕໍາແໜ່ງ ແລະ ໄດ້ຮັບການຍົກຍ້ອງໃນເຮືອນຂອງພຣະເຈົ້າຫຼາຍສໍ່າໃດ, ໂອກາດທີ່ລາວຈະໄດ້ຮັບພອນ, ມົງກຸດ ແລະ ລາງວັນກໍຍິ່ງມີຫຼາຍຂຶ້ນສໍ່ານັ້ນ. ພວກເຂົາເຊື່ອວ່າ ຖ້າຄົນໃດຄົນໜຶ່ງຂາດຄວາມສາມາດໃນການເຮັດວຽກ ຫຼື ບໍ່ມີຄວາມຖະໜັດສະເພາະໃດໜຶ່ງ, ແລ້ວລາວກໍບໍ່ມີຄຸນສົມບັດທີ່ຈະໄດ້ຮັບພອນ. ພວກເຂົາຄິດວ່າ ພອນສະຫວັນ, ຄວາມຖະໜັດ, ຄວາມສາມາດ, ທັກສະ, ລະດັບການສຶກສາ, ຄວາມສາມາດໃນການເຮັດວຽກຂອງຄົນໆໜຶ່ງ ແລະ ແມ່ນແຕ່ສິ່ງທີ່ເອີ້ນວ່າຈຸດແຂງ ແລະ ຄຸນງາມຄວາມດີພາຍໃນຄວາມເປັນມະນຸດຂອງພວກເຂົາທີ່ໄດ້ຮັບການຍົກຍ້ອງໃນໂລກພາຍນອກ ເຊັ່ນ: ຄວາມຕັ້ງໃຈຂອງພວກເຂົາທີ່ຈະເອົາຊະນະຄົນອື່ນ ແລະ ທັດສະນະຄະຕິທີ່ບໍ່ຍອມຈຳນົນ, ສາມາດເປັນທຶນຮອນສຳລັບການໄດ້ຮັບພອນ ແລະ ລາງວັນ. ນີ້ແມ່ນມາດຕະຖານປະເພດໃດ? ມັນເປັນມາດຕະຖານທີ່ສອດຄ່ອງກັບຄວາມຈິງບໍ? (ບໍ່.) ມັນບໍ່ສອດຄ່ອງກັບມາດຕະຖານຂອງຄວາມຈິງ. ສະນັ້ນ, ນີ້ບໍ່ແມ່ນຕັກກະຂອງຊາຕານບໍ? ນີ້ບໍ່ແມ່ນຕັກກະຂອງຍຸກທີ່ຊົ່ວຊ້າ ແລະ ກະແສທາງໂລກທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ເມື່ອຕັດສິນຈາກຕັກກະ, ວິທີການ ແລະ ເກນທີ່ຄົນປະເພດນີ້ໃຊ້ເພື່ອປະເມີນສິ່ງຕ່າງໆ ພ້ອມກັບທັດສະນະຄະຕິ ແລະ ວິທີການຂອງພວກເຂົາຕໍ່ສິ່ງເຫຼົ່ານີ້, ມັນເບິ່ງຄືວ່າພວກເຂົາບໍ່ເຄີຍໄດ້ຍິນ ຫຼື ອ່ານພຣະທຳຂອງພຣະເຈົ້າເລີຍ, ພວກເຂົາບໍ່ຮູ້ເລື່ອງກ່ຽວກັບພຣະທຳເຫຼົ່ານັ້ນຢ່າງສິ້ນເຊີງ. ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງຟັງ, ອ່ານ ແລະ ອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າໃນທຸກໆມື້. ແລ້ວເປັນຫຍັງມຸມມອງຂອງພວກເຂົາຈຶ່ງບໍ່ເຄີຍປ່ຽນແປງ? ສິ່ງໜຶ່ງທີ່ແນ່ນອນກໍຄື ບໍ່ວ່າພວກເຂົາຈະຟັງ ຫຼື ອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາຈະບໍ່ມີວັນແນ່ໃຈໃນໃຈຂອງພວກເຂົາວ່າ ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ແລະ ພຣະທຳເຫຼົ່ານັ້ນແມ່ນເກນສຳລັບການວັດແທກທຸກສິ່ງ; ພວກເຂົາຈະບໍ່ເຂົ້າໃຈ ຫຼື ຍອມຮັບຂໍ້ເທັດຈິງນີ້ຈາກໃຈຂອງພວກເຂົາ. ນັ້ນຄືເຫດຜົນທີ່ວ່າ ບໍ່ວ່າມຸມມອງຂອງພວກເຂົາຈະໄຮ້ສາລະ ແລະ ບິດເບືອນຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະຍຶດຕິດກັບມັນຕະຫຼອດໄປ ແລະ ບໍ່ວ່າພຣະທຳຂອງພຣະເຈົ້າຈະຖືກຕ້ອງຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະປະຕິເສດ ແລະ ກ່າວໂທດພຣະທຳເຫຼົ່ານັ້ນ. ນີ້ຄືທຳມະຊາດທີ່ໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ. ທັນທີທີ່ພວກເຂົາບໍ່ໄດ້ຮັບບົດບາດສຳຄັນ ແລະ ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ, ທາດແທ້ຂອງພວກເຂົາກໍຖືກເປີດເຜີຍ, ທຳມະຊາດທີ່ໂຫດຮ້າຍຂອງພວກເຂົາກໍສະແດງອອກມາ ແລະ ພວກເຂົາກໍຕ້ອງການປະຕິເສດການມີຢູ່ຂອງພຣະເຈົ້າ. ຄວາມຈິງແລ້ວ, ແມ່ນແຕ່ກ່ອນທີ່ຈະປະຕິເສດການມີຢູ່ຂອງພຣະເຈົ້າ, ພວກເຂົາກໍປະຕິເສດວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງແລ້ວ. ມັນເປັນຍ້ອນວ່າທຳມະຊາດ-ແກ່ນແທ້ຂອງພວກເຂົາປະຕິເສດຄວາມຈິງ ແລະ ປະຕິເສດວ່າພຣະທຳຂອງພຣະເຈົ້າແມ່ນເກນທີ່ໃຊ້ວັດແທກທຸກສິ່ງຢ່າງແທ້ຈິງ, ພວກເຂົາຈຶ່ງສາມາດເປັນປໍລະປັກຕໍ່ພຣະເຈົ້າດ້ວຍວິທີນີ້ ແລະ ຄິດກ່ຽວກັບການປະຕິເສດ, ການທໍລະຍົດ ແລະ ການປະຖິ້ມພຣະເຈົ້າ ພ້ອມທັງການອອກຈາກເຮືອນຂອງພຣະເຈົ້າ ເມື່ອພວກເຂົາຍັງບໍ່ຖືກຈັດໃຫ້ຢູ່ໃນຕໍາແໜ່ງທີ່ສຳຄັນ ຫຼັງຈາກການຄິດຄຳນວນ, ການວາງແຜນ ແລະ ການເຮັດວຽກໜັກທັງໝົດນັ້ນຂອງພວກເຂົາ. ເຖິງແມ່ນວ່າພວກເຂົາເບິ່ງຄືວ່າບໍ່ໄດ້ຕໍ່ສູ້ເພື່ອອຳນາດ ແລະ ຜົນປະໂຫຍດກັບຄົນອື່ນ ຫຼື ໄປຕາມທາງຂອງພວກເຂົາເອງ ຫຼື ຕັ້ງອານາຈັກເອກະລາດຂອງພວກເຂົາເອງຢ່າງເປີດເຜີຍ ຫຼື ຄຸ້ມຄອງຕໍາແໜ່ງຂອງພວກເຂົາເອງກໍຕາມ, ພວກເຮົາສາມາດເຫັນໄດ້ຈາກທຳມະຊາດ-ແກ່ນແທ້ຂອງພວກເຂົາວ່າ ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ພວກເຂົາຄິດວ່າການໄລ່ຕາມໃດໆຂອງພວກເຂົາແມ່ນຖືກຕ້ອງ ແລະ ບໍ່ວ່າພຣະທຳຂອງພຣະເຈົ້າຈະກ່າວແນວໃດກໍຕາມ, ສຳລັບພວກເຂົາແລ້ວ ພຣະທຳເຫຼົ່ານີ້ບໍ່ຄຸ້ມຄ່າທີ່ຈະກ່າວເຖິງ ຫຼື ຮັບຟັງ ແລະ ແນ່ນອນວ່າພວກມັນບໍ່ຄຸ້ມຄ່າທີ່ຈະນຳໃຊ້. ຄົນປະເພດນີ້ມັນແມ່ນໂຕຫຍັງກັນແທ້? ພຣະທຳຂອງພຣະເຈົ້າບໍ່ມີຜົນຕໍ່ພວກເຂົາເລີຍ; ພຣະທຳເຫຼົ່ານັ້ນບໍ່ໄດ້ເຮັດໃຫ້ພວກເຂົາຊາບຊຶ້ງ, ບໍ່ໄດ້ເຂົ້າເຖິງຈິດໃຈຂອງພວກເຂົາ ຫຼື ດຶງດູດພວກເຂົາ. ສະນັ້ນ, ພວກເຂົາໃຫ້ຄຸນຄ່າກັບຫຍັງ? ພອນສະຫວັນ, ຄວາມສາມາດພິເສດ, ຄວາມສາມາດ, ຄວາມຮູ້ ແລະ ຍຸດທະສາດຂອງຜູ້ຄົນ ພ້ອມທັງຄວາມທະເຍີທະຍານຂອງພວກເຂົາ ແລະ ແຜນການ ແລະ ກິດຈະການອັນຍິ່ງໃຫຍ່ຂອງພວກເຂົາ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາໃຫ້ຄຸນຄ່າ. ສິ່ງທັງໝົດເຫຼົ່ານີ້ແມ່ນຫຍັງ? ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າໃຫ້ຄຸນຄ່າບໍ? ບໍ່. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ມະນຸດທີ່ເສື່ອມຊາມເຄົາລົບ ແລະ ຍົກຍ້ອງ ແລະ ພວກມັນກໍເປັນສິ່ງທີ່ຊາຕານຍົກຍ້ອງ ແລະ ບູຊາເຊັ່ນກັນ. ພວກມັນກົງກັນຂ້າມຢ່າງສິ້ນເຊີງກັບຫົນທາງຂອງພຣະເຈົ້າ, ພຣະທຳຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດພົ້ນ. ແຕ່ຄົນປະເພດນີ້ບໍ່ເຄີຍຄິດວ່າສິ່ງເຫຼົ່ານີ້ເປັນຂອງຊາຕານ, ພວກມັນຊົ່ວຊ້າ ແລະ ຂັດກັບຄວາມຈິງ. ກົງກັນຂ້າມ, ພວກເຂົາພັດຫວງແຫນສິ່ງທັງໝົດເຫຼົ່ານີ້ ແລະ ພວກເຂົາຍຶດຕິດກັບພວກມັນຢ່າງໜັກແໜ້ນ ແລະ ເດັດດ່ຽວ ແລະ ຖືວ່າພວກມັນຢູ່ເໜືອສິ່ງອື່ນໃດ ພ້ອມທັງໃຊ້ພວກມັນເພື່ອແທນທີ່ການໄລ່ຕາມ ແລະ ການຍອມຮັບຄວາມຈິງ. ນັ້ນບໍ່ແມ່ນການກະບົດຢ່າງຮ້າຍແຮງບໍ? ແລ້ວໃນທີ່ສຸດ, ຜົນສຸດທ້າຍພຽງຢ່າງດຽວຂອງການກະບົດຢ່າງຮ້າຍແຮງຂອງພວກເຂົາ, ຂອງການທີ່ພວກເຂົາບໍ່ມີເຫດຜົນຫຼາຍຂະໜາດນັ້ນຈະແມ່ນຫຍັງ? ນັ້ນກໍຄື ຄົນເຫຼົ່ານີ້ຈະບໍ່ສາມາດໄດ້ຮັບຄວາມລອດພົ້ນອີກຕໍ່ໄປ ແລະ ຈະບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້. ພວກເຂົາຖືກກຳນົດໃຫ້ພົບກັບຜົນສຸດທ້າຍປະເພດນີ້. ບອກເຮົາເບິ່ງ, ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ພຽງແຕ່ກຳລັງສ້າງຄວາມເຂັ້ມແຂງຂອງພວກເຂົາຢ່າງລັບໆ ແລະ ລໍຖ້າເວລາຂອງພວກເຂົາບໍ? ຫຼັກການທີ່ພວກເຂົາປະຕິບັດຕາມກໍຄື ຄຳແທ້ຍ່ອມເປັ່ງປະກາຍໃນທີ່ສຸດ, ພວກເຂົາຕ້ອງຮຽນຮູ້ທີ່ຈະສ້າງຄວາມເຂັ້ມແຂງຂອງຕົນຢ່າງລັບໆ, ຄອງຄອຍຈັງຫວະຂອງພວກເຂົາ ແລະ ລໍຖ້າໂອກາດທີ່ເໝາະສົມ ແລະ ໃນຂະນະດຽວກັນກໍກຽມພ້ອມ ແລະ ວາງແຜນສຳລັບອະນາຄົດຂອງພວກເຂົາ ແລະ ສຳລັບຄວາມປາຖະໜາ ແລະ ຄວາມຝັນຂອງພວກເຂົາ. ເມື່ອຕັດສິນໂດຍອີງໃສ່ຫຼັກການທີ່ພວກເຂົາປະຕິບັດຕາມ, ຫຼັກການໃນການເອົາຊີວິດລອດຂອງພວກເຂົາ, ເປົ້າໝາຍທີ່ພວກເຂົາໄລ່ຕາມ ແລະ ສິ່ງທີ່ພວກເຂົາປາຖະໜາໃນແກ່ນແທ້ພາຍໃນຂອງພວກເຂົາ, ຄົນເຫຼົ່ານີ້ຄືຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ບາງຄົນເວົ້າວ່າ “ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຕັ້ງອານາຈັກເອກະລາດຂອງພວກເຂົາເອງ ແລະ ຕໍ່ສູ້ເພື່ອສະຖານະບໍ?” ແລ້ວຄົນປະເພດນີ້ສາມາດສ້າງຕັ້ງອານາຈັກເອກະລາດໄດ້ບໍ ຫຼັງຈາກທີ່ພວກເຂົາໄດ້ຮັບອຳນາດ? ພວກເຂົາສາມາດທໍລະມານຜູ້ຄົນໄດ້ບໍ? (ໄດ້.) ຫຼັງຈາກທີ່ພວກເຂົາໄດ້ຮັບອຳນາດ, ພວກເຂົາຈະສາມາດເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງໄດ້ບໍ? ພວກເຂົາຈະສາມາດສະແຫວງຫາຄວາມຈິງໄດ້ບໍ? ພວກເຂົາຈະສາມາດນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? (ບໍ່ໄດ້.) ຈະເກີດຫຍັງຂຶ້ນ ຖ້າຄົນປະເພດນີ້ໄດ້ຮັບຕໍາແໜ່ງທີ່ສຳຄັນ? ພວກເຂົາຈະເລື່ອນຕໍາແໜ່ງຄົນທີ່ມີພອນສະຫວັນ, ເວົ້າເກັ່ງ ແລະ ມີຄວາມຮູ້ ໂດຍບໍ່ສົນໃຈວ່າຄົນເຫຼົ່ານັ້ນສາມາດເຮັດວຽກໄດ້ ຫຼື ບໍ່; ພວກເຂົາຈະເລື່ອນຕໍາແໜ່ງຄົນທີ່ຄືກັບພວກເຂົາເອງ ໃນຂະນະທີ່ກີດກັນຄົນທີ່ຖືກຕ້ອງທັງໝົດເຫຼົ່ານັ້ນ ຜູ້ທີ່ມີຄວາມເຂົ້າໃຈຝ່າຍວິນຍານ, ໄລ່ຕາມຄວາມຈິງ ແລະ ເປັນຄົນຊື່ສັດ. ເມື່ອສະຖານະການປະເພດນີ້ເກີດຂຶ້ນ, ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຂອງຄົນປະເພດນີ້ບໍ່ໄດ້ຖືກເປີດໂປງບໍ? ມັນບໍ່ກາຍເປັນສິ່ງທີ່ຊັດເຈນຫຼາຍບໍ? ມີບາງຄົນທີ່ບໍ່ເຂົ້າໃຈແທ້ໆ ເມື່ອຕອນທຳອິດເຮົາເວົ້າວ່າ ທຸກຄົນທີ່ຕ້ອງການຖອຍ ເມື່ອພວກເຂົາບໍ່ໄດ້ຮັບບົດບາດສຳຄັນ ແລະ ບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນນັ້ນ ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ແຕ່ຕອນນີ້ ພວກເຈົ້າສາມາດເຫັນໄດ້ບໍວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ? (ເຫັນໄດ້.)

ເມື່ອບາງຄົນຖືກໄລ່ອອກຈາກຕໍາແໜ່ງຜູ້ນຳຂອງພວກເຂົາ ແລະ ພວກເຂົາໄດ້ຍິນເບື້ອງເທິງເວົ້າວ່າ ຈະບໍ່ຖືກບົ່ມເພາະ ຫຼື ຖືກນຳໃຊ້ອີກຕໍ່ໄປ, ພວກເຂົາກໍຮູ້ສຶກເສົ້າໃຈຢ່າງຍິ່ງ ແລະ ຮ້ອງໄຫ້ຢ່າງໜັກ ຄືກັບວ່າກຳລັງຖືກກຳຈັດ, ນີ້ແມ່ນບັນຫາຫຍັງ? ການທີ່ພວກເຂົາບໍ່ຖືກບົ່ມເພາະ ຫຼື ຖືກນຳໃຊ້ອີກຕໍ່ໄປນັ້ນ ໝາຍຄວາມວ່າພວກເຂົາກຳລັງຖືກກຳຈັດບໍ? ມັນໝາຍຄວາມວ່າ ພວກເຂົາບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ? ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະສຳຄັນຕໍ່ພວກເຂົາຫຼາຍແທ້ໆບໍ? ຖ້າພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ, ແລ້ວພວກເຂົາກໍຄວນໄຕ່ຕອງກ່ຽວກັບຕົນເອງ ເມື່ອພວກເຂົາສູນເສຍຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາ ແລະ ຮູ້ສຶກສຳນຶກຜິດຢ່າງແທ້ຈິງ; ພວກເຂົາຄວນເລືອກເສັ້ນທາງແຫ່ງການໄລ່ຕາມຄວາມຈິງ, ເລີ່ມຕົ້ນໃໝ່ ແລະ ບໍ່ອຸກໃຈ ຫຼື ຮ້ອງໄຫ້ຫຼາຍຂະໜາດນັ້ນ. ຖ້າພວກເຂົາຮູ້ໃນໃຈຂອງພວກເຂົາວ່າ ພວກເຂົາຖືກໄລ່ອອກໂດຍເຮືອນຂອງພຣະເຈົ້າ ເພາະພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ໄລ່ຕາມຄວາມຈິງ ແລະ ພວກເຂົາໄດ້ຍິນເຮືອນຂອງພຣະເຈົ້າເວົ້າວ່າ ພວກເຂົາຈະບໍ່ຖືກເລື່ອນຕໍາແໜ່ງ ຫຼື ຖືກນຳໃຊ້ອີກຕໍ່ໄປ, ແລ້ວພວກເຂົາກໍຄວນຮູ້ສຶກລະອາຍໃຈ, ຮູ້ສຶກວ່າພວກເຂົາຕິດໜີ້ພຣະເຈົ້າ ແລະ ພວກເຂົາໄດ້ເຮັດໃຫ້ພຣະເຈົ້າຜິດຫວັງ; ພວກເຂົາຄວນຮູ້ວ່າ ພວກເຂົາບໍ່ສົມຄວນທີ່ຈະຖືກນຳໃຊ້ໂດຍພຣະເຈົ້າ ແລະ ດ້ວຍວິທີນີ້ ພວກເຂົາຈຶ່ງຈະຖືວ່າເປັນຄົນທີ່ມີເຫດຜົນຢູ່ພໍປະມານໜຶ່ງ. ເຖິງຢ່າງໃດກໍຕາມ, ພວກເຂົາພັດກາຍເປັນລົບ ແລະ ອຸກໃຈ ເມື່ອໄດ້ຍິນວ່າເຮືອນຂອງພຣະເຈົ້າຈະບໍ່ບົ່ມເພາະ ຫຼື ນຳໃຊ້ອີກຕໍ່ໄປ ແລະ ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາກຳລັງໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາຮຸນແຮງຂະໜາດນີ້ ແລະ ພວກເຂົາຫວງແຫນສະຖານະຫຼາຍຂະໜາດນີ້ ພ້ອມທັງບໍ່ເຮັດວຽກງານຕົວຈິງ, ສະນັ້ນ ພວກເຂົາຈຶ່ງສົມຄວນຖືກໄລ່ອອກ ແລະ ພວກເຂົາຄວນໄຕ່ຕອງ ແລະ ທຳຄວາມເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ. ພວກເຂົາຄວນຮູ້ວ່າ ເສັ້ນທາງທີ່ພວກເຂົາກຳລັງຕິດຕາມນັ້ນຜິດ, ພວກເຂົາກຳລັງຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ໂດຍການໄລ່ຕາມສະຖານະ, ຊື່ສຽງ ແລະ ຜົນປະໂຫຍດ, ບໍ່ພຽງແຕ່ພຣະເຈົ້າຈະບໍ່ຮັບຮອງພວກເຂົາເທົ່ານັ້ນ ແຕ່ພວກເຂົາຍັງຈະລ່ວງເກີນອຸປະນິໄສຂອງພຣະອົງອີກດ້ວຍ ແລະ ຖ້າພວກເຂົາກະທຳຄວາມຊົ່ວຮ້າຍທຸກຮູບແບບ, ພວກເຂົາກໍຈະຖືກລົງໂທດໂດຍພຣະເຈົ້າເຊັ່ນກັນ. ພວກເຈົ້າກໍມີບັນຫານີ້ຄືກັນບໍ່ແມ່ນບໍ? ພວກເຈົ້າຈະບໍ່ມີຄວາມສຸກບໍ ຖ້າຕອນນີ້ເຮົາເວົ້າວ່າ ພວກເຈົ້າບໍ່ມີຄວາມເຂົ້າໃຈຝ່າຍວິນຍານ? (ແມ່ນແລ້ວ.) ເມື່ອບາງຄົນໄດ້ຍິນຜູ້ນຳລະດັບສູງເວົ້າວ່າ ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາກໍຮູ້ສຶກວ່າ ພວກເຂົາບໍ່ມີຄວາມສາມາດໃນການເຂົ້າໃຈຄວາມຈິງ, ພຣະເຈົ້າຄົງບໍ່ຕ້ອງການພວກເຂົາແນ່ນອນ, ພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ; ແຕ່ເຖິງແມ່ນວ່າພວກເຂົາຈະຮູ້ສຶກເສົ້າໃຈ, ພວກເຂົາກໍຍັງສາມາດປະຕິບັດໜ້າທີ່ຂອງຕົນໄດ້ຕາມປົກກະຕິ, ຄົນແບບນີ້ຖືວ່າມີເຫດຜົນຢູ່ໜ້ອຍໜຶ່ງ. ເມື່ອບາງຄົນໄດ້ຍິນຄົນໃດຄົນໜຶ່ງເວົ້າວ່າ ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາກໍກາຍເປັນລົບ ແລະ ພວກເຂົາກໍບໍ່ປາຖະໜາທີ່ຈະປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ. ພວກເຂົາຄິດວ່າ “ເຈົ້າເວົ້າວ່າຂ້ອຍບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນບໍ? ໃນເມື່ອຂ້ອຍຈະບໍ່ໄດ້ຮັບພອນໃດໆໃນອະນາຄົດ, ແລ້ວຂ້ອຍຍັງຈະເຊື່ອໄປເພື່ອຫຍັງ? ຂ້ອຍຈະບໍ່ຍອມຮັບການຖືກໃຊ້ໃຫ້ອອກເຫື່ອແຮງ. ໃຜຈະຍອມເຮັດວຽກໜັກໃຫ້ເຈົ້າ ຖ້າພວກເຂົາບໍ່ໄດ້ຮັບຫຍັງຕອບແທນເລີຍ? ຂ້ອຍບໍ່ໄດ້ໂງ່ຂະໜາດນັ້ນ!” ຄົນແບບນີ້ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບໍ? ພວກເຂົາເພີດເພີນກັບພຣະຄຸນອັນຫຼວງຫຼາຍຈາກພຣະເຈົ້າ ແຕ່ພວກເຂົາພັດບໍ່ຮູ້ຈັກຕອບແທນ ແລະ ພວກເຂົາກໍບໍ່ຕ້ອງການແມ່ນແຕ່ຈະອອກເຫື່ອແຮງ. ຄົນປະເພດນີ້ຈົບສິ້ນແລ້ວ. ພວກເຂົາບໍ່ສາມາດແມ່ນແຕ່ຈະອອກເຫື່ອແຮງຈົນເຖິງທີ່ສຸດ ແລະ ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ; ພວກເຂົາເປັນຜູ້ບໍ່ເຊື່ອ. ຖ້າພວກເຂົາມີໃຈທີ່ຈິງໃຈຕໍ່ພຣະເຈົ້າ ແລະ ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ແລ້ວບໍ່ວ່າພວກເຂົາຈະຖືກປະເມີນແນວໃດກໍຕາມ, ສິ່ງນີ້ກໍພຽງແຕ່ຈະຊ່ວຍໃຫ້ພວກເຂົາຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ຢ່າງຖືກຕ້ອງຫຼາຍຂຶ້ນເທົ່ານັ້ນ, ພວກເຂົາຄວນປະຕິບັດຕໍ່ເລື່ອງນີ້ຢ່າງຖືກຕ້ອງ ແລະ ບໍ່ປ່ອຍໃຫ້ມັນສົ່ງຜົນກະທົບຕໍ່ການຕິດຕາມພຣະເຈົ້າ ຫຼື ການປະຕິບັດໜ້າທີ່ຂອງຕົນ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດໄດ້ຮັບພອນ, ພວກເຂົາກໍຍັງຄວນເຕັມໃຈທີ່ຈະອອກເຫື່ອແຮງເພື່ອພຣະເຈົ້າຈົນເຖິງທີ່ສຸດ ແລະ ມີຄວາມສຸກທີ່ຈະເຮັດເຊັ່ນນັ້ນ ໂດຍປາສະຈາກການຈົ່ມຕໍ່ວ່າ ແລະ ພວກເຂົາຄວນຍອມຢູ່ພາຍໃຕ້ການຈັດວາງທຸກສິ່ງຂອງພຣະເຈົ້າ, ເມື່ອນັ້ນ ພວກເຂົາຈຶ່ງຈະເປັນຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ບໍ່ວ່າຄົນໃດໜຶ່ງຈະໄດ້ຮັບພອນ ຫຼື ປະສົບກັບໄພພິບັດກໍລ້ວນແຕ່ຢູ່ໃນພຣະຫັດຂອງພຣະເຈົ້າ, ພຣະເຈົ້າມີອຳນາດສູງສຸດເໜືອສິ່ງນີ້ ແລະ ຈັດແຈງສິ່ງນີ້ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຮ້ອງຂໍ ຫຼື ພະຍາຍາມເພື່ອໃຫ້ໄດ້ມາ. ກົງກັນຂ້າມ, ມັນຂຶ້ນຢູ່ກັບວ່າຄົນຜູ້ນັ້ນສາມາດເຊື່ອຟັງພຣະທຳຂອງພຣະເຈົ້າ, ຍອມຮັບຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນໃຫ້ດີຕາມຂໍ້ກຳນົດຂອງພຣະເຈົ້າໄດ້ ຫຼື ບໍ່, ພຣະເຈົ້າຈະຕອບແທນແຕ່ລະຄົນຕາມການກະທຳຂອງພວກເຂົາ. ຖ້າຄົນໃດຄົນໜຶ່ງມີຄວາມຈິງໃຈພຽງເລັກນ້ອຍນີ້ ແລະ ລາວອຸທິດກຳລັງທັງໝົດທີ່ລາວມີໃຫ້ກັບໜ້າທີ່ທີ່ລາວຄວນເຮັດ, ນັ້ນກໍພຽງພໍແລ້ວ ແລະ ລາວກໍຈະໄດ້ຮັບການຮັບຮອງ ແລະ ພອນຈາກພຣະເຈົ້າ. ກົງກັນຂ້າມ, ຖ້າຄົນໃດຄົນໜຶ່ງບໍ່ປະຕິບັດໜ້າທີ່ຂອງຕົນໃນວິທີທີ່ໄດ້ມາດຕະຖານ ແລະ ເຖິງກັບກະທຳຄວາມຊົ່ວຮ້າຍທຸກຮູບແບບ ແຕ່ລາວກໍຍັງປາຖະໜາທີ່ຈະໄດ້ຮັບພອນຈາກພຣະເຈົ້າ, ແລ້ວການທີ່ລາວກະທຳແບບນີ້ບໍ່ແມ່ນການຂາດເຫດຜົນຫຼາຍບໍ? ຖ້າເຈົ້າຮູ້ສຶກວ່າເຈົ້າເຮັດໄດ້ບໍ່ດີພໍ, ວ່າເຈົ້າໄດ້ທຸ່ມເທຄວາມພະຍາຍາມຢ່າງຫຼວງຫຼາຍ ແຕ່ກໍຍັງບໍ່ສາມາດຈັດການເລື່ອງຕ່າງໆດ້ວຍຫຼັກການໄດ້ ແລະ ເຈົ້າຮູ້ສຶກວ່າເຈົ້າຕິດໜີ້ພຣະເຈົ້າ, ແຕ່ພຣະອົງພັດອວຍພອນເຈົ້າ ແລະ ສະແດງພຣະຄຸນຕໍ່ເຈົ້າ, ນັ້ນບໍ່ໄດ້ໝາຍຄວາມວ່າພຣະເຈົ້າກຳລັງສະແດງຄວາມໂປດປານຕໍ່ເຈົ້າບໍ? ຖ້າພຣະເຈົ້າປາຖະໜາທີ່ຈະອວຍພອນເຈົ້າ, ນັ້ນກໍເປັນສິ່ງທີ່ບໍ່ມີໃຜສາມາດຍາດແຍ່ງໄປໄດ້. ເຈົ້າອາດຈະຄິດວ່າເຈົ້າເຮັດໄດ້ບໍ່ດີປານໃດ ແຕ່ໃນການປະເມີນຂອງພຣະເຈົ້າ, ພຣະອົງກ່າວວ່າເຈົ້າມີຄວາມຈິງໃຈ ແລະ ໄດ້ທຸ່ມເທຢ່າງສຸດຄວາມສາມາດ ແລະ ພຣະອົງປາຖະໜາທີ່ຈະສະແດງພຣະຄຸນຕໍ່ເຈົ້າ ແລະ ອວຍພອນເຈົ້າ. ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດແລ້ວຜິດ ແລະ ເຈົ້າຕ້ອງສັນລະເສີນຄວາມຊອບທຳຂອງພຣະອົງ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ມັນຖືກຕ້ອງສະເໝີ ແລະ ເຖິງແມ່ນວ່າເຈົ້າຈະແອບມີຄວາມຄິດຫຼົງຜິດກ່ຽວກັບສິ່ງທີ່ພຣະເຈົ້າເຮັດ, ໂດຍເຊື່ອວ່າສິ່ງທີ່ພຣະອົງເຮັດນັ້ນບໍ່ຄຳນຶງເຖິງຄວາມຮູ້ສຶກຂອງມະນຸດ, ວ່າມັນບໍ່ເປັນທີ່ພໍໃຈຂອງເຈົ້າ, ເຈົ້າກໍຍັງຄວນສັນລະເສີນພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງຄວນເຮັດແບບນີ້? ພວກເຈົ້າບໍ່ຮູ້ເຫດຜົນ, ແມ່ນບໍ່? ຄວາມຈິງແລ້ວ ສິ່ງນີ້ອະທິບາຍໄດ້ງ່າຍຫຼາຍ: ມັນເປັນເພາະວ່າພຣະເຈົ້າຄືພຣະເຈົ້າ ແລະ ເຈົ້າຄືມະນຸດ; ພຣະອົງຄືພຣະຜູ້ສ້າງ, ເຈົ້າຄືສິ່ງທີ່ຖືກສ້າງ. ເຈົ້າບໍ່ມີຄຸນສົມບັດທີ່ຈະຮຽກຮ້ອງໃຫ້ພຣະເຈົ້າກະທຳໃນວິທີໃດໜຶ່ງ ຫຼື ໃຫ້ພຣະອົງປະຕິບັດຕໍ່ເຈົ້າໃນວິທີໃດໜຶ່ງ, ໃນຂະນະທີ່ພຣະເຈົ້າມີຄຸນສົມບັດທີ່ຈະຮຽກຮ້ອງຈາກເຈົ້າ. ພອນ, ພຣະຄຸນ, ລາງວັນ, ມົງກຸດ, ສິ່ງທັງໝົດເຫຼົ່ານີ້ຈະຖືກມອບໃຫ້ແນວໃດ ແລະ ມອບໃຫ້ໃຜນັ້ນແມ່ນຂຶ້ນຢູ່ກັບພຣະເຈົ້າ. ເປັນຫຍັງຈຶ່ງຂຶ້ນຢູ່ກັບພຣະເຈົ້າ? ສິ່ງເຫຼົ່ານີ້ເປັນຂອງພຣະເຈົ້າ; ພວກມັນບໍ່ແມ່ນຊັບສິນທີ່ມະນຸດ ແລະ ພຣະເຈົ້າເປັນເຈົ້າຂອງຮ່ວມກັນ ເຊິ່ງສາມາດແບ່ງປັນໃຫ້ກັນຢ່າງເທົ່າທຽມກັນໄດ້. ພວກມັນເປັນຂອງພຣະເຈົ້າ ແລະ ພຣະເຈົ້າປະທານພວກມັນໃຫ້ກັບຜູ້ທີ່ພຣະອົງສັນຍາວ່າຈະປະທານໃຫ້. ຖ້າພຣະເຈົ້າບໍ່ສັນຍາວ່າຈະປະທານພວກມັນໃຫ້ກັບເຈົ້າ, ເຈົ້າກໍຍັງຄວນອ່ອນນ້ອມຕໍ່ພຣະອົງ. ຖ້າເຈົ້າເຊົາເຊື່ອໃນພຣະເຈົ້າຍ້ອນເຫດຜົນນີ້, ສິ່ງນັ້ນຈະແກ້ໄຂບັນຫາຫຍັງໄດ້? ເຈົ້າຈະເຊົາເປັນສິ່ງທີ່ຖືກສ້າງບໍ? ເຈົ້າສາມາດຫຼົບໜີຈາກອຳນາດສູງສຸດຂອງພຣະເຈົ້າໄດ້ບໍ? ພຣະເຈົ້າຍັງຄົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ນີ້ຄືຄວາມຈິງທີ່ປ່ຽນແປງບໍ່ໄດ້. ຕົວຕົນ, ສະຖານະ ແລະ ແກ່ນແທ້ຂອງພຣະເຈົ້າບໍ່ມີວັນສາມາດນຳມາທຽບເທົ່າກັບຕົວຕົນ, ສະຖານະ ແລະ ແກ່ນແທ້ຂອງມະນຸດໄດ້, ທັງສິ່ງເຫຼົ່ານີ້ກໍຈະບໍ່ມີວັນປ່ຽນແປງໃດໆ, ພຣະເຈົ້າຈະເປັນພຣະເຈົ້າຕະຫຼອດໄປ ແລະ ມະນຸດກໍຈະເປັນມະນຸດຕະຫຼອດໄປ. ຖ້າຄົນໃດຄົນໜຶ່ງສາມາດເຂົ້າໃຈສິ່ງນີ້ໄດ້, ແລ້ວລາວຄວນເຮັດແນວໃດ? ລາວຄວນອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ນີ້ຄືວິທີທີ່ມີເຫດຜົນທີ່ສຸດໃນການຈັດການກັບສິ່ງຕ່າງໆ ແລະ ນອກເໜືອຈາກນີ້ແລ້ວ ກໍບໍ່ມີເສັ້ນທາງອື່ນໃດທີ່ສາມາດເລືອກໄດ້. ຖ້າເຈົ້າບໍ່ອ່ອນນ້ອມ ແລ້ວເຈົ້າກໍເປັນຄົນກະບົດ ແລະ ຖ້າເຈົ້າຕໍ່ຕ້ານ ແລະ ໂຕ້ຖຽງ, ແລ້ວເຈົ້າກໍກຳລັງກະບົດຢ່າງຮ້າຍແຮງ ແລະ ເຈົ້າກໍຄວນຖືກທຳລາຍ. ການທີ່ສາມາດອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າສະແດງໃຫ້ເຫັນວ່າເຈົ້າມີເຫດຜົນ; ນີ້ຄືທັດສະນະຄະຕິທີ່ຜູ້ຄົນຕ້ອງມີ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີ. ຕົວຢ່າງ: ສົມມຸດວ່າເຈົ້າມີແມວ ຫຼື ໝານ້ອຍໂຕໜຶ່ງ, ແມວ ຫຼື ໝາໂຕນັ້ນມີຄຸນສົມບັດທີ່ຈະຮຽກຮ້ອງໃຫ້ເຈົ້າຊື້ອາຫານແຊບໆ ຫຼື ຂອງຫຼິ້ນມ່ວນໆທຸກປະເພດໃຫ້ມັນບໍ? ມີແມວ ຫຼື ໝາໂຕໃດທີ່ບໍ່ມີເຫດຜົນຈົນເຖິງຂັ້ນຮຽກຮ້ອງຈາກເຈົ້າຂອງຂອງພວກມັນບໍ? (ບໍ່ມີ.) ແລະ ມີໝາໂຕໃດທີ່ຈະເລືອກບໍ່ຢູ່ກັບເຈົ້າຂອງຂອງມັນ ຫຼັງຈາກທີ່ເຫັນວ່າໝາໃນເຮືອນຂອງຄົນອື່ນມີຊີວິດທີ່ດີກວ່າມັນບໍ? (ບໍ່ມີ.) ສັນຊາດຕະຍານທາງທຳມະຊາດຂອງພວກມັນກໍຄືການຄິດວ່າ “ເຈົ້າຂອງຂອງຂ້ອຍໃຫ້ອາຫານ ແລະ ບ່ອນພັກອາໄສແກ່ຂ້ອຍ, ສະນັ້ນ ຂ້ອຍຕ້ອງເຝົ້າເຮືອນໃຫ້ເຈົ້າຂອງຂອງຂ້ອຍ. ເຖິງແມ່ນວ່າເຈົ້າຂອງຂອງຂ້ອຍຈະບໍ່ໃຫ້ອາຫານຂ້ອຍ ຫຼື ໃຫ້ອາຫານທີ່ບໍ່ຄ່ອຍແຊບປານໃດ, ຂ້ອຍກໍຍັງຕ້ອງເຝົ້າເຮືອນຂອງພວກເຂົາຢູ່ດີ”. ໝາບໍ່ມີຄວາມຄິດເໝາະສົມອື່ນໃດທີ່ຈະເຮັດເກີນໜ້າທີ່ຂອງພວກມັນ. ບໍ່ວ່າເຈົ້າຂອງຂອງມັນຈະດີຕໍ່ມັນ ຫຼື ບໍ່ກໍຕາມ, ໝາກໍດີໃຈທີ່ສຸດທຸກຄັ້ງທີ່ເຈົ້າຂອງຂອງມັນກັບມາເຮືອນ, ຫາງຂອງມັນແກວ່ງໄປມາຢູ່ຕະຫຼອດເວລາ. ບໍ່ວ່າເຈົ້າຂອງຂອງມັນຈະມັກມັນ ຫຼື ບໍ່ກໍຕາມ, ບໍ່ວ່າເຈົ້າຂອງຂອງມັນຈະຊື້ຂອງແຊບໆໃຫ້ມັນກິນ ຫຼື ບໍ່ກໍຕາມ, ມັນກໍປະຕິບັດຕໍ່ເຈົ້າຂອງຂອງມັນຄືເກົ່າສະເໝີ ແລະ ມັນກໍຍັງຄົງເຝົ້າເຮືອນຂອງພວກເຂົາ. ເມື່ອຕັດສິນໂດຍອີງໃສ່ສິ່ງນີ້, ຜູ້ຄົນບໍ່ໄດ້ຂີ້ຮ້າຍກວ່າໝາບໍ? (ແມ່ນແລ້ວ.) ຜູ້ຄົນມັກຈະຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີ ແລະ ມັກຈະກະບົດຕໍ່ພຣະອົງຢູ່ສະເໝີ. ຕົ້ນຕໍຂອງບັນຫານີ້ແມ່ນຫຍັງ? ມັນກໍຄື ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາບໍ່ສາມາດຢູ່ໃນບ່ອນຂອງສິ່ງທີ່ຖືກສ້າງໄດ້ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສູນເສຍສັນຊາດຕະຍານຂອງພວກເຂົາ ແລະ ກາຍເປັນຊາຕານ; ສັນຊາດຕະຍານຂອງພວກເຂົາປ່ຽນເປັນສັນຊາດຕະຍານແບບຊາຕານທີ່ຕໍ່ຕ້ານພຣະເຈົ້າ, ປະຕິເສດຄວາມຈິງ, ກະທຳຄວາມຊົ່ວຮ້າຍ ແລະ ບໍ່ອ່ອນນ້ອມຕໍ່ພຣະເຈົ້າ. ສັນຊາດຕະຍານຄວາມເປັນມະນຸດຂອງພວກເຂົາຈະສາມາດຟື້ນຟູຄືນມາໄດ້ແນວໃດ? ພວກເຂົາຕ້ອງຖືກເຮັດໃຫ້ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ເພື່ອເຮັດໃນສິ່ງທີ່ຄົນເຮົາຄວນເຮັດ, ເພື່ອປະຕິບັດໜ້າທີ່ທີ່ພວກເຂົາຄວນປະຕິບັດ. ມັນກໍຄືກັບວິທີທີ່ໝາເຝົ້າເຮືອນ ແລະ ແມວຈັບໜູ, ບໍ່ວ່າເຈົ້າຂອງຂອງພວກມັນຈະປະຕິບັດຕໍ່ພວກມັນແນວໃດກໍຕາມ, ພວກມັນກໍໃຊ້ກຳລັງທັງໝົດທີ່ພວກມັນມີເພື່ອເຮັດສິ່ງເຫຼົ່ານີ້, ທຸ່ມເທຕົນເອງເຂົ້າໃນໜ້າວຽກເຫຼົ່ານີ້ ແລະ ຢູ່ໃນບ່ອນຂອງພວກມັນ ພ້ອມທັງໃຊ້ສັນຊາດຕະຍານຂອງພວກມັນຢ່າງເຕັມທີ່ ແລະ ດ້ວຍເຫດນັ້ນ ເຈົ້າຂອງຂອງພວກມັນຈຶ່ງມັກພວກມັນ. ຖ້າຜູ້ຄົນສາມາດເຮັດສິ່ງນີ້ໄດ້, ແລ້ວພຣະເຈົ້າກໍບໍ່ຈຳເປັນຕ້ອງກ່າວພຣະທຳທັງໝົດເຫຼົ່ານີ້ ຫຼື ກ່າວຄວາມຈິງທັງໝົດເຫຼົ່ານີ້. ມະນຸດເສື່ອມຊາມຢ່າງເລິກເຊິ່ງ, ພວກເຂົາປາສະຈາກເຫດຜົນ ແລະ ສະຕິຮູ້ສຶກຜິດຊອບ ແລະ ມີລັກສະນະທີ່ຕໍ່າຕ້ອຍ; ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາມັກຈະສ້າງບັນຫາຢູ່ສະເໝີ, ຖືກເປີດເຜີຍໃນຕົວພວກເຂົາ, ສົ່ງຜົນກະທົບຕໍ່ການເລືອກ ແລະ ການຄິດຂອງພວກເຂົາ, ເຮັດໃຫ້ພວກເຂົາກະບົດຕໍ່ພຣະເຈົ້າ ແລະ ບໍ່ສາມາດອ່ອນນ້ອມຕໍ່ພຣະອົງໄດ້, ເຮັດໃຫ້ພວກເຂົາມັກຈະມີຄວາມປາຖະໜາ, ແນວຄິດ ແລະ ຄວາມມັກສ່ວນຕົວຂອງຕົນເອງຢູ່ສະເໝີ, ເຮັດໃຫ້ຄວາມຈິງບໍ່ສາມາດມີອຳນາດພາຍໃນພວກເຂົາໄດ້ເລີຍ ແລະ ມັນບໍ່ສາມາດກາຍເປັນຊີວິດຂອງພວກເຂົາໄດ້. ທັງໝົດນີ້ຄືເຫດຜົນທີ່ພຣະເຈົ້າຕ້ອງພິພາກສາພວກເຂົາ, ທົດສອບພວກເຂົາ ແລະ ຫຼໍ່ຫຼອມພວກເຂົາດ້ວຍພຣະທຳຂອງພຣະອົງ, ສິ່ງນີ້ກໍເພື່ອໃຫ້ພວກເຂົາສາມາດໄດ້ຮັບຄວາມລອດພົ້ນ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສມັກຈະສະແດງບົດບາດທີ່ເປັນລົບໃນທ່າມກາງຜູ້ຄົນຢູ່ສະເໝີ. ພວກເຂົາເປັນມານຮ້າຍ ແລະ ຊາຕານຢ່າງແທ້ຈິງ; ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບຄວາມຈິງເທົ່ານັ້ນ, ພວກເຂົາຍັງບໍ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມອີກດ້ວຍ ແລະ ພວກເຂົາຍັງໂລບມາກຢ່າງຮຸນແຮງ, ຕ້ອງການໄດ້ຮັບພອນ, ມົງກຸດ ແລະ ລາງວັນຈາກພຣະເຈົ້າ. ພວກເຂົາດີ້ນຮົນຮອດຂັ້ນໃດ? ຈົນເຖິງຂັ້ນທີ່ໜ້າດ້ານຢ່າງສິ້ນເຊີງ ແລະ ບໍ່ມີເຫດຜົນທັງສິ້ນເລີຍ. ຖ້າຫຼັງຈາກທີ່ກະທຳສິ່ງທີ່ຊົ່ວຮ້າຍທຸກຮູບແບບແລ້ວ ພວກເຂົາຖືກເປີດໂປງ ແລະ ຖືກກຳຈັດ, ພວກເຂົາກໍຈະເກັບຄວາມຄຽດແຄ້ນໄວ້ໃນໃຈຂອງພວກເຂົາ. ພວກເຂົາຈະສາບແຊ່ງພຣະເຈົ້າ, ສາບແຊ່ງຜູ້ນຳ ແລະ ຜູ້ເຮັດວຽກ ແລະ ກຽດຊັງຄຣິສຕະຈັກ ພ້ອມທັງຜູ້ເຊື່ອທີ່ແທ້ຈິງທຸກຄົນ. ສິ່ງນີ້ເປີດໂປງໃບໜ້າທີ່ໜ້າກຽດຊັງຂອງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກຄົນຢ່າງສິ້ນເຊີງ.

ຂໍ້ທີສິບສອງຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື: ພວກເຂົາຕ້ອງການຖອຍ ເມື່ອບໍ່ມີຕໍາແໜ່ງ ຫຼື ບໍ່ມີຫວັງທີ່ຈະໄດ້ຮັບພອນ. ພວກເຮົາຈະເວົ້າໃນຄຳສັບທີ່ງ່າຍໆກ່ຽວກັບວ່າການຖອຍໝາຍຄວາມວ່າແນວໃດ. ຄວາມໝາຍຕາມຕົວອັກສອນຂອງການຖອຍກໍຄືການຖອຍຈາກສະຖານທີ່ໜຶ່ງໄປຍັງອີກສະຖານທີ່ໜຶ່ງ, ສິ່ງນີ້ເອີ້ນວ່າ “ການຖອຍ”. ມັກຈະມີບາງຄົນທີ່ບໍ່ຮັກຄວາມຈິງໃນເຮືອນຂອງພຣະເຈົ້າ ຜູ້ທີ່ສະໝັກໃຈອອກຈາກຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ ຍ້ອນພວກເຂົາເບື່ອໜ່າຍການເຂົ້າຮ່ວມການເຕົ້າໂຮມ ແລະ ການຟັງເທດສະໜາ ແລະ ພວກເຂົາບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຕົນ, ສິ່ງນີ້ເອີ້ນວ່າການຖອຍ. ນີ້ຄືການຖອຍໃນຄວາມໝາຍຕາມຕົວອັກສອນຂອງຄຳນັ້ນ. ເຖິງຢ່າງໃດກໍຕາມ, ເມື່ອຄົນໃດໜຶ່ງຖືກກຳນົດໃນສາຍພຣະເນດຂອງພຣະເຈົ້າຢ່າງແທ້ຈິງວ່າໄດ້ຖອຍແລ້ວ, ຄວາມຈິງແລ້ວ ມັນບໍ່ແມ່ນພຽງແຕ່ການທີ່ລາວໄດ້ອອກຈາກເຮືອນຂອງພຣະອົງ, ການທີ່ລາວບໍ່ຖືກພົບເຫັນອີກຕໍ່ໄປ ຫຼື ການທີ່ລາວຖືກລຶບຊື່ອອກຈາກບັນຊີລາຍຊື່ຂອງຄຣິສຕະຈັກເທົ່ານັ້ນ. ຂໍ້ເທັດຈິງກໍຄື ຖ້າຄົນໃດຄົນໜຶ່ງບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ, ແລ້ວບໍ່ວ່າຄວາມເຊື່ອຂອງລາວຈະຍິ່ງໃຫຍ່ສໍ່າໃດກໍຕາມ ແລະ ບໍ່ວ່າລາວຈະຍອມຮັບວ່າຕົນເອງເປັນຜູ້ເຊື່ອໃນພຣະເຈົ້າ ຫຼື ບໍ່ກໍຕາມ, ມັນກໍພິສູດໃຫ້ເຫັນວ່າ ລາວບໍ່ຍອມຮັບໃນໃຈວ່າພຣະເຈົ້າມີຢູ່ຈິງ, ທັງບໍ່ຍອມຮັບວ່າພຣະທຳຂອງພຣະອົງແມ່ນຄວາມຈິງ. ສຳລັບພຣະເຈົ້າແລ້ວ, ຄົນຜູ້ນັ້ນໄດ້ຖອຍໄປແລ້ວ ແລະ ບໍ່ຖືກນັບວ່າເປັນສະມາຊິກໃນເຮືອນຂອງພຣະອົງອີກຕໍ່ໄປ. ຜູ້ທີ່ບໍ່ອ່ານພຣະທຳຂອງພຣະເຈົ້າແມ່ນຄົນປະເພດໜຶ່ງທີ່ໄດ້ຖອຍໄປແລ້ວ. ອີກປະເພດໜຶ່ງກໍຄືຄົນທີ່ບໍ່ເຄີຍເຂົ້າຮ່ວມໃນຊີວິດຄຣິສຕະຈັກ ແລະ ຜູ້ທີ່ບໍ່ເຄີຍເຂົ້າຮ່ວມໃນກິດຈະກຳທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ ເຊັ່ນ: ເມື່ອອ້າຍເອື້ອຍນ້ອງຮ້ອງເພງສັນລະເສີນ, ອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມເຂົ້າໃຈຈາກປະສົບການສ່ວນຕົວຂອງພວກເຂົາຮ່ວມກັນ. ພຣະເຈົ້າເບິ່ງວ່າຄົນເຫຼົ່ານີ້ໄດ້ຖອຍໄປແລ້ວ. ຍັງມີອີກປະເພດໜຶ່ງ: ຜູ້ທີ່ປະຕິເສດທີ່ຈະປະຕິບັດໜ້າທີ່. ບໍ່ວ່າເຮືອນຂອງພຣະເຈົ້າຈະຮ້ອງຂໍຫຍັງຈາກພວກເຂົາ, ບໍ່ວ່າຈະໃຫ້ພວກເຂົາເຮັດວຽກງານປະເພດໃດ, ບໍ່ວ່າຈະໃຫ້ພວກເຂົາປະຕິບັດໜ້າທີ່ໃດ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍກໍຕາມ, ແມ່ນແຕ່ໃນສິ່ງທີ່ງ່າຍດາຍຄືກັບການໃຫ້ພວກເຂົາສົ່ງຕໍ່ຂໍ້ຄວາມເປັນບາງຄັ້ງຄາວ, ພວກເຂົາກໍບໍ່ຕ້ອງການເຮັດ. ພວກເຂົາທີ່ອ້າງຕົນເອງວ່າເປັນຜູ້ເຊື່ອໃນພຣະເຈົ້າ ບໍ່ສາມາດເຮັດແມ່ນແຕ່ໜ້າວຽກທີ່ສາມາດຂໍໃຫ້ຜູ້ບໍ່ມີຄວາມເຊື່ອຊ່ວຍເຮັດໄດ້. ນີ້ຄືການປະຕິເສດທີ່ຈະຍອມຮັບຄວາມຈິງ ແລະ ການປະຕິເສດທີ່ຈະປະຕິບັດໜ້າທີ່. ບໍ່ວ່າອ້າຍເອື້ອຍນ້ອງຈະຕັກເຕືອນພວກເຂົາແນວໃດກໍຕາມ, ພວກເຂົາກໍປະຕິເສດ ແລະ ບໍ່ຍອມຮັບ; ເມື່ອຄຣິສຕະຈັກຈັດແຈງໜ້າທີ່ບາງຢ່າງໃຫ້ພວກເຂົາເຮັດ, ພວກເຂົາກໍບໍ່ສົນໃຈ ແລະ ໃຫ້ຂໍ້ອ້າງຫຼວງຫຼາຍເພື່ອປະຕິເສດມັນ. ຄົນເຫຼົ່ານີ້ຄືຄົນທີ່ປະຕິເສດທີ່ຈະປະຕິບັດໜ້າທີ່. ສຳລັບພຣະເຈົ້າແລ້ວ, ຄົນດັ່ງກ່າວໄດ້ຖອຍໄປແລ້ວ. ການຖອຍຂອງພວກເຂົາບໍ່ແມ່ນເລື່ອງທີ່ເຮືອນຂອງພຣະເຈົ້າໄດ້ກຳຈັດພວກເຂົາອອກ ຫຼື ໄດ້ລຶບຊື່ພວກເຂົາອອກຈາກບັນຊີລາຍຊື່; ກົງກັນຂ້າມ, ມັນເປັນຍ້ອນວ່າພວກເຂົາເອງບໍ່ມີຄວາມເຊື່ອທີ່ແທ້ຈິງ, ພວກເຂົາບໍ່ຍອມຮັບວ່າຕົນເອງເປັນຜູ້ເຊື່ອໃນພຣະເຈົ້າ. ໃຜກໍຕາມທີ່ເຂົ້າເກນໜຶ່ງໃນສາມປະເພດນີ້ແມ່ນຜູ້ທີ່ໄດ້ຖອຍໄປແລ້ວ. ນີ້ເປັນຄຳນິຍາມທີ່ຖືກຕ້ອງບໍ? (ແມ່ນແລ້ວ.) ຖ້າເຈົ້າບໍ່ອ່ານພຣະທຳຂອງພຣະເຈົ້າ, ເຈົ້າຈະນັບວ່າເປັນຜູ້ເຊື່ອໃນພຣະເຈົ້າບໍ? ຖ້າເຈົ້າບໍ່ດຳລົງຊີວິດຄຣິສຕະຈັກ, ຖ້າເຈົ້າບໍ່ມີປະຕິສຳພັນ ຫຼື ບໍ່ເຂົ້າຮ່ວມກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າຈະນັບວ່າເປັນຜູ້ເຊື່ອບໍ? ຍິ່ງບໍ່ແມ່ນເລີຍ. ນອກຈາກນີ້, ຖ້າເຈົ້າປະຕິເສດທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ແລະ ບໍ່ປະຕິບັດແມ່ນແຕ່ພັນທະຂອງເຈົ້າໃນຖານະສິ່ງທີ່ຖືກສ້າງ, ແລ້ວນັ້ນກໍຍິ່ງຮ້າຍແຮງກວ່າ. ຄົນສາມປະເພດນີ້ແມ່ນຜູ້ທີ່ພຣະເຈົ້າເບິ່ງວ່າໄດ້ຖອຍໄປແລ້ວ. ມັນບໍ່ແມ່ນວ່າພວກເຂົາຖືກຂັບໄລ່ ຫຼື ຖືກກຳຈັດອອກຈາກເຮືອນຂອງພຣະເຈົ້າ; ກົງກັນຂ້າມ, ພວກເຂົາໄດ້ຖອຍໄປດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແລະ ຍອມພ່າຍແພ້ດ້ວຍຄວາມສະໝັກໃຈຂອງພວກເຂົາເອງ. ພຶດຕິກຳຂອງພວກເຂົາເປີດໂປງຢ່າງສິ້ນເຊີງວ່າ ພວກເຂົາບໍ່ຮັກ ຫຼື ບໍ່ຍອມຮັບຄວາມຈິງ ແລະ ພວກເຂົາເປັນຕົວຢ່າງທີ່ຊັດເຈນຂອງຄົນທີ່ພຽງແຕ່ຊອກກິນຈົນອິ່ມ ແລະ ຫວັງທີ່ຈະໄດ້ຮັບພອນ.

ວັນທີ 17 ຕຸລາ 2020

ກ່ອນນີ້:  ລາຍການທີສິບເອັດ: ພວກເຂົາບໍ່ຍອມຮັບການລິຮານ ແລະ ພວກເຂົາບໍ່ມີທັດສະນະຄະຕິໃນການກັບໃຈ ເມື່ອພວກເຂົາເຮັດສິ່ງທີ່ຜິດ, ແຕ່ເຜີຍແຜ່ແນວຄິດ ແລະ ຕັດສິນພຣະເຈົ້າຢ່າງເປີດເຜີຍແທນ

ຕໍ່ໄປ:  ພາກພະໜວກທີສີ່: ການສະຫຼຸບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາ (ພາກທີໜຶ່ງ)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger