ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີຫ້າ)

II. ຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ

3. ການວາງແຜນອຸບາຍເພື່ອສະແຫວງຫາຜົນປະໂຫຍດເພື່ອຕົນເອງ

ມື້ນີ້, ເຮົາຈະສືບຕໍ່ການໂອ້ລົມກັນຂອງພວກເຮົາກ່ຽວກັບຂໍ້ທີເກົ້າຂອງການສະແດງອອກຕ່າງໆ ຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ສ່ວນຂອງຂໍ້ນີ້ທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ຄັ້ງກ່ອນ, ເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີສາມຂອງຜົນປະໂຫຍດຂອງພວກຜູ້ຕໍ່ຕ້ານພຣະຄຣິສ: ຜົນປະໂຫຍດ. ໃນຂໍ້ນັ້ນ, ເຮົາໄດ້ລະບຸການສະແດງອອກທີ່ສະເພາະເຈາະຈົງຂອງຫຼາຍດ້ານ ແລະ ໂດຍຫຼັກໆແລ້ວແມ່ນກ່າວເຖິງພຶດຕິກຳຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ຄວາມຄິດ ແລະ ມຸມມອງຂອງພວກເຂົາ ແລະ ສິ່ງຕ່າງໆທີ່ພວກເຂົາເຮັດພາຍໃຕ້ການຄວບຄຸມຂອງຄວາມຄິດ ແລະ ມຸມມອງເຫຼົ່ານີ້. ເຮົາໄດ້ໂອ້ລົມກ່ຽວກັບສອງດ້ານໃນຄັ້ງກ່ອນ: ດ້ານທຳອິດແມ່ນ ການຍັກຍອກຊັບສິນຂອງເຮືອນຂອງພຣະເຈົ້າ ແລະ ດ້ານທີສອງແມ່ນ ການໃຊ້ອ້າຍເອື້ອຍນ້ອງເພື່ອຮັບໃຊ້ ແລະ ເຮັດວຽກໃຫ້ພວກເຂົາ. ສິ່ງເຫຼົ່ານີ້ແມ່ນການສະແດງອອກທີ່ສະເພາະເຈາະຈົງສອງຢ່າງທີ່ພວກຜູ້ຕໍ່ຕ້ານພຣະຄຣິສວາງແຜນອຸບາຍ ເພື່ອສະແຫວງຫາຜົນປະໂຫຍດຂອງພວກເຂົາເອງ. ຕອນນີ້ ເມື່ອເຮົາໄດ້ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າເຂົ້າໃຈກ່ຽວກັບທຳມະຊາດ-ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສບໍ? ທີ່ຈິງແລ້ວ ບໍ່ມີຄວາມແຕກຕ່າງທີ່ໃຫຍ່ຫຼາຍລະຫວ່າງມະນຸດທີ່ເສື່ອມຊາມ ໃນເລື່ອງຂອງການສະແດງອອກຕ່າງໆຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າຈະເປັນໃນເລື່ອງອຸປະນິໄສ ຫຼື ທຳມະຊາດ-ແກ່ນແທ້ຂອງພວກເຂົາ. ພວກເຂົາມີຄວາມຄ້າຍຄືກັນຫຼາຍກວ່າຄວາມແຕກຕ່າງ; ພວກເຂົາແຕກຕ່າງກັນພຽງແຕ່ວ່າ ພວກເຂົາມີຄວາມເປັນມະນຸດທີ່ດີ ຫຼື ຊົ່ວຮ້າຍເທົ່ານັ້ນ ແລະ ມີຄວາມແຕກຕ່າງທີ່ເດັ່ນຊັດ ກໍຕໍ່ເມື່ອເວົ້າເຖິງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງເທົ່ານັ້ນ. ເຖິງແມ່ນວ່າອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຈະຄືກັນໝົດ, ພວກຜູ້ຕໍ່ຕ້ານພຣະຄຣິສສາມາດກຽດຊັງຄວາມຈິງ, ຕໍ່ຕ້ານພຣະເຈົ້າ, ຕັດສິນພຣະເຈົ້າ ແລະ ໝິ່ນປະໝາດພຣະເຈົ້າ ແລະ ຍັງສາມາດເຮັດຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້. ສິ່ງເຫຼົ່ານີ້ຄືຂົງເຂດທີ່ພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ມະນຸດປົກກະຕິທີ່ເສື່ອມຊາມແມ່ນແຕກຕ່າງກັນຢ່າງເດັ່ນຊັດ. ທຸກຄົນມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ຖ້າພວກເຂົາບໍ່ໄດ້ເຮັດຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ບໍ່ໄດ້ຜະເຊີນໜ້າກັບພຣະເຈົ້າໂດຍກົງ, ແລ້ວພວກເຂົາກໍບໍ່ສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສໄດ້. ເຖິງແມ່ນວ່າມະນຸດທີ່ເສື່ອມຊາມຈະມີຄວາມຄິດ, ມຸມມອງ ແລະ ອຸປະນິໄສທີ່ເສື່ອມຊາມແບບດຽວກັນ ຫຼື ຄ້າຍຄືກັນ, ແຕ່ຖ້າແກ່ນແທ້ຄວາມເປັນມະນຸດຂອງຄົນໃດຄົນໜຶ່ງບໍ່ແມ່ນແກ່ນແທ້ຂອງຄົນຊົ່ວຮ້າຍ, ນັ້ນກໍຄືຄວາມແຕກຕ່າງທີ່ເດັ່ນຊັດລະຫວ່າງພວກເຂົາ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ. ຄົນສ່ວນໃຫຍ່ບໍ່ສາມາດເຫັນເຖິງຄວາມແຕກຕ່າງນີ້ ແລະ ຈັດກຸ່ມຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນທີ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສເຂົ້າກັນ ແລະ ກຳນົດລັກສະນະພວກເຂົາວ່າເປັນພວກຜູ້ຕໍ່ຕ້ານພຣະຄຣິສ, ມັນງ່າຍທີ່ຈະທຳຮ້າຍຄົນດີໂດຍການເຮັດແບບນີ້! ຖ້າພວກເຈົ້າບໍ່ເຂົ້າໃຈແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສຢ່າງຊັດເຈນ, ມັນກໍເປັນອຸປະສັກອັນໃຫຍ່ຫຼວງຕໍ່ການທີ່ພວກເຈົ້າຈະເຂົ້າໃຈຕົນເອງເຊັ່ນກັນ. ຖ້າເຈົ້າເຫັນວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າຄືກັນກັບອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍຈະຄິດວ່າເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖ້າເຈົ້າເຫັນວ່າເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ນັ້ນຄືກັນກັບເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເຈົ້າກໍຈະຄິດວ່າເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ. ເຈົ້າຈະຍັງກຳນົດລັກສະນະຕົນເອງວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ຖ້າເຈົ້າເຫັນວ່າວິທີການທີ່ເຈົ້າເຮັດສິ່ງຕ່າງໆ ແລະ ຄວາມຄິດ ແລະ ມຸມມອງຂອງເຈົ້າຄືກັນກັບຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າເຈົ້າເຫັນວ່າຕົນເອງເປັນຜູ້ຕໍ່ຕ້ານພຣະຄຣິສໃນສາມລັກສະນະເຫຼົ່ານີ້, ແລ້ວເຈົ້າກໍຈະກຳນົດລັກສະນະຕົນເອງວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ຈະນຳຜົນສະທ້ອນຫຍັງມາໃຫ້? ເຈົ້າຈະກາຍເປັນຄົນຄິດລົບໃນລະດັບໃດໜຶ່ງຢ່າງແນ່ນອນ ແລະ ຈະຢຸດເຊື່ອໝັ້ນໃນຕົນເອງ. ການເຂົ້າໃຈຕົນເອງໃນລັກສະນະນັ້ນແມ່ນຂ້ອນຂ້າງບິດເບືອນ. ຖ້າເປັນເຊັ່ນນັ້ນ, ມັນບໍ່ຈຳເປັນບໍທີ່ຈະເຂົ້າໃຈອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຂອງເຈົ້າ? ບໍ່, ແນ່ນອນວ່າມັນຈຳເປັນ. ຈຸດປະສົງຂອງການໂອ້ລົມ ແລະ ການໄຈ້ແຍກອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແມ່ນເພື່ອເຮັດໃຫ້ພວກເຈົ້າສາມາດປຽບທຽບກັບຕົນເອງ ແລະ ໄປເຖິງຈຸດທີ່ເຂົ້າໃຈຕົນເອງຢ່າງແທ້ຈິງ. ຖ້າເຈົ້າພຽງແຕ່ເຂົ້າໃຈວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມໂດຍທົ່ວໄປ ແຕ່ບໍ່ຮັບຮູ້ວ່າເຈົ້າມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວຄວາມເຂົ້າໃຈຂອງເຈົ້າກ່ຽວກັບຕົນເອງກໍຕື້ນເຂີນ ແລະ ພິຈາລະນາພຽງດ້ານດຽວຫຼາຍ; ມັນບໍ່ແມ່ນສິ່ງທີ່ຄວນຈະເປັນ. ພວກເຈົ້າອາດຈະຍັງບໍ່ຮູ້ຕົວໃນເລື່ອງນີ້ໃນຕອນນີ້. ຄົນສ່ວນໃຫຍ່ຄິດວ່າ “ຂ້ອຍບໍ່ໄດ້ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຂ້ອຍບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ ແລະ ຂ້ອຍ ບໍ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ສະນັ້ນ ຈຶ່ງບໍ່ຈຳເປັນທີ່ຂ້ອຍຈະຕ້ອງໄປເຖິງຈຸດທີ່ຂ້ອຍເຂົ້າໃຈວ່າຂ້ອຍມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ສາມາດຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອາດຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ຖ້ານີ້ແມ່ນຄວາມເຂົ້າໃຈຂອງຂ້ອຍກ່ຽວກັບຕົນເອງ, ຂ້ອຍຈະໄດ້ກຳລັງຫຼຸດຄຸນຄ່າຕົນເອງບໍ?” ດັ່ງນັ້ນ, ພວກເຈົ້າຈຶ່ງບໍ່ສົນໃຈຫຼາຍໃນຫົວຂໍ້ເຫຼົ່ານີ້ ກ່ຽວກັບການເປີດໂປງພວກຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າເຈົ້າຈະສົນໃຈ ຫຼື ບໍ່ກໍຕາມ, ຖ້າເຈົ້າເປັນຄົນທີ່ໄລ່ຕາມຄວາມຈິງ, ໃນທີ່ສຸດກໍຈະມີມື້ໜຶ່ງທີ່ເຈົ້າຄ່ອຍໆເຕີບໂຕ ຈົນເຂົ້າໃຈດ້ານຕ່າງໆຂອງຄວາມຈິງ ແລະ ຄຳເວົ້າເຫຼົ່ານີ້. ເຮົາໄດ້ຍິນບາງຄົນທີ່ໂອ້ລົມກ່ຽວກັບຄວາມເຂົ້າໃຈຈາກປະສົບການຂອງພວກເຂົາ ແຕ່ບໍ່ເວົ້າຫຍັງເລີຍກ່ຽວກັບວ່າພວກເຂົາມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສແນວໃດ ຫຼື ພວກເຂົາຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແນວໃດ. ມັນເຫັນໄດ້ຊັດເຈນວ່າຄວາມຄິດ, ມຸມມອງ ແລະ ອຸປະນິໄສຂອງພວກເຂົາຄືກັນກັບຂອງຜູ້ຕໍ່ຕ້ານພຣະຄຣິສແທ້ໆ, ພວກມັນຄືກັນທຸກປະການ, ແຕ່ພວກເຂົາບໍ່ເຂົ້າໃຈສິ່ງນີ້. ນີ້ເປັນຫຼັກຖານທີ່ພຽງພໍແລ້ວວ່າ ຂອບເຂດຄວາມເຂົ້າໃຈຂອງຫຼາຍຄົນກ່ຽວກັບຕົນເອງນັ້ນຕື້ນເຂີນຫຼາຍ, ໂດຍທີ່ພວກເຂົາສາມາດເຂົ້າໃຈໄດ້ພຽງແຕ່ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ກະບົດຕໍ່ພຣະເຈົ້າ, ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ດີຫຼາຍ ແລະ ພວກເຂົາບໍ່ຮັກຄວາມຈິງຫຼາຍປານໃດ. ຄວາມຈິງແລ້ວ, ສິ່ງທີ່ພວກເຂົາສະແດງອອກ ແລະ ເປີດເຜີຍຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເສັ້ນທາງທີ່ພວກເຂົາຍ່າງກໍຄືເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ພວກເຂົາບໍ່ເຂົ້າໃຈສິ່ງນີ້. ເປັນຫຍັງພວກເຂົາຈຶ່ງບໍ່ເຂົ້າໃຈມັນ? ມັນເປັນຍ້ອນວ່າພວກເຂົາບໍ່ເຂົ້າໃຈການສະແດງອອກຕ່າງໆທີ່ກ່ຽວຂ້ອງກັບອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເຖິງກັບມີຫຼາຍຄົນທີ່ຢ້ານທີ່ຈະເວົ້າວ່າພວກເຂົາມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ເຖິງແມ່ນວ່າພວກເຂົາເຂົ້າໃຈມັນ, ພວກເຂົາກໍບໍ່ກ້າເວົ້າ; ຖ້າພວກເຂົາເວົ້າອອກມາສຽງດັງ, ມັນກໍຄືກັບວ່າພວກເຂົາກຳລັງຖືກສາບແຊ່ງ ຫຼື ຖືກປະນາມ. ໃນຄວາມເປັນຈິງແລ້ວ, ສະຖານະການຂອງເຈົ້າບໍ່ຄືເກົ່າບໍ ບໍ່ວ່າເຈົ້າຈະເວົ້າ ຫຼື ບໍ່ກໍຕາມ? ມັນສາມາດປ່ຽນແປງຂໍ້ແທ້ຈິງທີ່ວ່າເຈົ້າມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? ບໍ່, ມັນບໍ່ສາມາດເຮັດໄດ້. ຂໍ້ແທ້ຈິງທີ່ວ່າເຈົ້າບໍ່ເຂົ້າໃຈສິ່ງນີ້ ກໍພິສູດວ່າການຢັ່ງຮູ້ຄວາມຈິງຂອງເຈົ້ານັ້ນຕື້ນເຂີນເກີນໄປ ແລະ ເຈົ້າບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຕົນເອງ.

3). ການໃຊ້ຕຳແໜ່ງຂອງຕົນເພື່ອຫາອາຫານ, ເຄື່ອງດື່ມ ແລະ ສິ່ງອື່ນໆທີ່ຕ້ອງການໂດຍການສໍ້ໂກງ

ຕໍ່ໄປ, ເຮົາຈະໂອ້ລົມກ່ຽວກັບການສະແດງອອກຢ່າງທີສາມທີ່ພວກຜູ້ຕໍ່ຕ້ານພຣະຄຣິສວາງແຜນອຸບາຍ ເພື່ອສະແຫວງຫາຜົນປະໂຫຍດຂອງພວກເຂົາເອງ ນັ້ນກໍຄື ການໃຊ້ຕຳແໜ່ງຂອງຕົນເພື່ອຫາອາຫານ, ເຄື່ອງດື່ມ ແລະ ສິ່ງອື່ນໆທີ່ຕ້ອງການໂດຍການສໍ້ໂກງ. ແນ່ນອນວ່າ “ການໃຊ້ຕຳແໜ່ງຂອງຕົນ” ອາດຈະເອີ້ນໄດ້ວ່າເປັນການຫາອາຫານ, ເຄື່ອງດື່ມ ແລະ ສິ່ງອື່ນໆທີ່ຕ້ອງການໂດຍການສໍ້ໂກງ ພາຍໃຕ້ຂໍ້ອ້າງຂອງການເຊື່ອໃນພຣະເຈົ້າ. ພວກເຈົ້າເຄີຍພະຍາຍາມໄຕ່ຕອງກ່ຽວກັບຂໍ້ນີ້ມາກ່ອນ ແລະ ຄິດກ່ຽວກັບມັນບໍ? (ບໍ່, ພວກຂ້ານ້ອຍບໍ່ເຄີຍ.) ພວກເຈົ້າເຄີຍເຫັນຄົນປະເພດນີ້ບໍ? ພວກເຈົ້າມີຄວາມຄິດເຫັນແນວໃດກ່ຽວກັບຄົນປະເພດນີ້? ພວກເຈົ້າມີຄວາມຮູ້ສຶກລັງກຽດ ຫຼື ຂີ້ດຽດບໍ? ພວກເຈົ້າຮູ້ສຶກດູຖືກຄົນປະເພດນີ້ບໍ? (ແມ່ນແລ້ວ.) ພວກເຂົາເປັນຄົນປະເພດໃດ? ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ? ເປັນຫຍັງພວກເຂົາຈຶ່ງເຮັດສິ່ງເຫຼົ່ານີ້? ມຸມມອງຂອງພວກເຂົາໃນການເຊື່ອໃນພຣະເຈົ້າແມ່ນຫຍັງ? ຄົນປະເພດນີ້ແມ່ນຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນບໍ? ໃນທ້າຍທີ່ສຸດແລ້ວ, ເປົ້າໝາຍຂອງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນຫຍັງ? ພວກເຂົາໄດ້ປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ແລະ ສະແດງອອກເຖິງການທົນທຸກກັບຄວາມລຳບາກ ແລະ ການຈ່າຍລາຄາ, ແຕ່ໃນທ້າຍທີ່ສຸດແລ້ວ, ເປົ້າໝາຍຂອງພວກເຂົາໃນການໃຊ້ຕຳແໜ່ງຂອງຕົນເພື່ອຫາອາຫານ ແລະ ເຄື່ອງດື່ມໂດຍການສໍ້ໂກງແມ່ນຫຍັງ? ພວກເຂົາຮູ້ບໍວ່າ ເມື່ອພວກເຂົາເຮັດແບບນີ້, ພຣະເຈົ້າກຽດຊັງມັນ ແລະ ບໍ່ພໍໃຈ? ພວກເຈົ້າເຄີຍຄິດກ່ຽວກັບຄຳຖາມເຫຼົ່ານີ້ມາກ່ອນບໍ? ເວົ້າຕາມຄວາມຈິງແລ້ວ, ພວກເຈົ້າສ່ວນໃຫຍ່ບໍ່ເຄີຍຄິດ. ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ເຄີຍຄິດ? ບາງຄົນເວົ້າວ່າ: “ມີຄົນແບບນີ້ຫຼາຍໂພດໃນສັງຄົມ, ສະນັ້ນ ມັນຈຶ່ງບໍ່ແມ່ນເລື່ອງໃຫຍ່ທີ່ຈະມີພວກເຂົາສອງສາມຄົນໃນເຮືອນຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກຂ້ານ້ອຍເອງກໍບໍ່ຈຳເປັນຕ້ອງບໍລິສຸດຂະໜາດນັ້ນ”. ເຈົ້າຖືວ່າຕົນເອງເປັນຄົນທີ່ໄລ່ຕາມຄວາມຈິງ, ແຕ່ເຈົ້າບໍ່ເຄີຍເອົາການກະທຳ, ຄວາມຄິດ ແລະ ແນວຄວາມຄິດຂອງເຈົ້າເອງ ພ້ອມທັງການກະທຳ ແລະ ພຶດຕິກຳຂອງຄົນອື່ນ ມາເຊື່ອມໂຍງກັບຄວາມຈິງ ໂດຍໃຊ້ທັດສະນະຂອງຄວາມຈິງເພື່ອພິຈາລະນາ ແລະ ກຳນົດພວກມັນ. ຖ້າເປັນເຊັ່ນນັ້ນ, ເຈົ້າຍັງເປັນຄົນທີ່ໄລ່ຕາມຄວາມຈິງຢູ່ບໍ? ຄວາມຈິງທີ່ເຈົ້າໄດ້ເຂົ້າໃຈໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້ານັ້ນ ຍັງມີຄຸນຄ່າ ແລະ ຄວາມໝາຍສຳລັບເຈົ້າຢູ່ບໍ? ບໍ່, ພວກມັນບໍ່ມີ. ທຸກຄົນທີ່ທຳທ່າວ່າເຄັ່ງຝ່າຍວິນຍານ ເມື່ອພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ລ້ວນແລ້ວແຕ່ມີຄວາມເຄັງຝ່າຍວິນຍານແບບຈອມປອມ ແລະ ພວກເຂົາບໍ່ສົນໃຈຫຍັງເລີຍ ຍົກເວັ້ນການໃຊ້ເວລາໝົດມື້ໄປກັບການປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ ຫຼື ການກ່າວຄຳເວົ້າ ແລະ ຫຼັກຄຳສອນ ເຊິ່ງຄ້າຍຄືກັບສິ່ງທີ່ນັກປາດໃນສະໄໝບູຮານເຮັດ ນັ້ນກໍຄື “ອຸທິດຕົນທັງໝົດໃຫ້ກັບການສຶກສາຕຳລາຂອງນັກປາດ ແລະ ບໍ່ສົນໃຈເລື່ອງພາຍນອກ”. ຄົນທີ່ທຳທ່າວ່າເຄັ່ງຝ່າຍວິນຍານຄິດວ່າ ສິ່ງທີ່ຄົນອື່ນເຮັດບໍ່ມີຜົນຫຍັງຕໍ່ພວກເຂົາ, ຄົນອື່ນຈະຄິດແນວໃດກໍເປັນເລື່ອງຂອງຄົນອື່ນ ແລະ ພວກເຂົາປະຕິເສດທີ່ຈະຮຽນຮູ້ວິທີແຍກແຍະຜູ້ຄົນ, ເບິ່ງທະລຸສິ່ງຕ່າງໆ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ຄົນສ່ວນໃຫຍ່ເປັນແບບນີ້; ເມື່ອພວກເຂົາຟັງຄຳເທດສະໜາ ຫຼື ອ່ານພຣະທຳຂອງພຣະເຈົ້າຈົບແລ້ວ, ພວກເຂົາກໍຈົດບັນທຶກໃສ່ເຈ້ຍ, ເກັບໄວ້ໃນຫົວໃຈຂອງພວກເຂົາ ແລະ ປະຕິບັດຄືກັບວ່າມັນເປັນຫຼັກຄຳສອນ ຫຼື ກົດລະບຽບທີ່ພວກເຂົາປະຕິບັດຕາມພໍເປັນພິທີ ແລ້ວກໍຈົບກັນໄປ. ສ່ວນກ່ຽວກັບວ່າສິ່ງຕ່າງໆເກີດຂຶ້ນອ້ອມຕົວພວກເຂົາແນວໃດ ຫຼື ພຶດຕິກຳ ແລະ ການສະແດງອອກຕ່າງໆທີ່ພວກເຂົາເຫັນໃນຜູ້ຄົນອ້ອມຕົວພວກເຂົານັ້ນກ່ຽວຂ້ອງກັບຄວາມຈິງເຫຼົ່ານີ້ແນວໃດ, ພວກເຂົາບໍ່ເຄີຍຄິດ ຫຼື ພະຍາຍາມໄຕ່ຕອງເລື່ອງນີ້ໃນຫົວໃຈຂອງພວກເຂົາເລີຍ ແລະ ພວກເຂົາກໍບໍ່ອະທິຖານ ຫຼື ສະແຫວງຫາ. ຊີວິດຝ່າຍວິນຍານຂອງຄົນສ່ວນໃຫຍ່ຢູ່ໃນສະພາວະແບບນີ້. ສະນັ້ນ, ຫຼາຍຄົນຈຶ່ງຊັກຊ້າ ແລະ ເຮັດພໍຜິວເຜີນໃນການເຂົ້າສູ່ຄວາມຈິງ; ຊີວິດຝ່າຍວິນຍານຂອງພວກເຂົາຊໍ້າຊາກຢ່າງສຸດຂີດ, ພວກເຂົາພຽງແຕ່ປະຕິບັດຕາມກົດລະບຽບ ແລະ ບໍ່ມີຫຼັກການໃນວິທີທີ່ພວກເຂົາເຮັດສິ່ງຕ່າງໆ. ມັນສາມາດເວົ້າໄດ້ວ່າ ໃນກໍລະນີຂອງຫຼາຍຄົນ, ຊີວິດຝ່າຍວິນຍານຂອງພວກເຂົາແຍກອອກຈາກຊີວິດຈິງ ແລະ ຫວ່າງເປົ່າ, ດັ່ງນັ້ນ ເຖິງແມ່ນວ່າຈະເປັນພຶດຕິກຳ ແລະ ການສະແດງອອກທີ່ໂຈ່ງແຈ້ງຂອງຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍບໍ່ມີແນວຄວາມຄິດຫຍັງເລີຍ, ແຮງບໍ່ຕ້ອງເວົ້າເຖິງຄຳນິຍາມໃດໆ ແລະ ພວກເຂົາບໍ່ມີຄວາມຄິດ ຫຼື ສະແດງການແຍກແຍະໃດໆ. ກ່ຽວກັບພຶດຕິກຳ, ການສະແດງອອກ ແລະ ຄຳເວົ້າຂອງພວກຜູ້ຕໍ່ຕ້ານພຣະຄຣິສໃນການວາງແຜນອຸບາຍເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວຂອງພວກເຂົາເອງ, ພວກເຈົ້າອາດຈະເຫັນມາພໍສົມຄວນແລ້ວ, ແຕ່ໃນຫົວໃຈຂອງພວກເຈົ້າ ພວກເຈົ້າບໍ່ເຄີຍພະຍາຍາມໄຕ່ຕອງວ່າ ພວກເຂົາເປັນຄົນປະເພດໃດແທ້, ພວກເຂົາສາມາດໄດ້ຮັບຄວາມຈິງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້ ຫຼື ບໍ່, ພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ ຫຼື ບໍ່ ແລະ ຄຳຖາມອື່ນໆໃນທຳນອງດຽວກັນ. ແທນທີ່ຈະເປັນແນວນັ້ນ, ພວກເຈົ້າກັບໃຊ້ຊີວິດແບບເລື່ອນລອຍໃນການປະຕິບັດໜ້າທີ່ຂອງພວກເຈົ້າ ໂດຍບໍ່ເອົາໃຈໃສ່ຢ່າງແທ້ຈິງຕະຫຼອດທັງວັນ, ເຮັດແບບພໍເປັນພິທີໃນທຸກສິ່ງທີ່ພວກເຈົ້າເຮັດ ແລະ ບໍ່ສະແຫວງຫາເພື່ອຮັບຄວາມຈິງ ຫຼື ເຂົ້າໃຈ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ພວກຜູ້ຕໍ່ຕ້ານພຣະຄຣິສໃຊ້ຕຳແໜ່ງຂອງພວກເຂົາເພື່ອວາງແຜນອຸບາຍສຳລັບຜົນປະໂຫຍດຂອງພວກເຂົາເອງ ແລະ ໃຊ້ການເຊື່ອໃນພຣະເຈົ້າເປັນຂໍ້ອ້າງເພື່ອໃຫ້ໄດ້ສິ່ງທີ່ປາດຖະໜາທຸກປະເພດ ຜ່ານການສໍ້ໂກງໃນເຮືອນຂອງພຣະເຈົ້າ. ໂດຍທຳມະຊາດແລ້ວ ສິ່ງທີ່ປາດຖະໜາເຫຼົ່ານີ້ລວມເຖິງອາຫານ ແລະ ເຄື່ອງດື່ມ, ພ້ອມທັງຄວາມເພີດເພີນທາງວັດຖຸບາງຢ່າງ ແລະ ອື່ນໆທີ່ຄ້າຍຄືກັນ. ແກ່ນແທ້ຂອງຄົນດັ່ງກ່າວຄືກັນກັບແກ່ນແທ້ທາງວັດຖຸນິຍົມຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ເຮົາໄດ້ເວົ້າເຖິງກ່ອນໜ້ານີ້, ມັນຄືລັກສະນະຂອງຄົນປະເພດດຽວກັນ. ພວກເຂົາພຽງແຕ່ສະແຫວງຫາທີ່ຈະເພີດເພີນກັບການໄດ້ຮັບການປະຕິບັດທາງວັດຖຸທຸກປະເພດ; ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ໄດ້ກະກຽມການກະທຳທີ່ດີ. ພວກເຂົາພຽງແຕ່ສ້າງພາບວ່າໄລ່ຕາມຄວາມຈິງ ແລະ ເບິ່ງຄືວ່າເຮັດມັນຢູ່ພາຍນອກ. ສິ່ງທີ່ພວກເຂົາສະແຫວງຫາໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ໂດຍພື້ນຖານແລ້ວແມ່ນຄວາມສຸກທາງເນື້ອໜັງຂອງການກິນ, ການດື່ມ ແລະ ການໄດ້ຮັບການປະຕິບັດຢ່າງດີ ເຊິ່ງຢູ່ໃນຄວາມຄິດຂອງພວກເຂົາຕະຫຼອດເວລາ. ມີຄົນປະເພດນີ້ຈຳນວນບໍ່ໜ້ອຍ; ທຸກຄຣິສຕະຈັກໜ້າຈະມີໜຶ່ງ ຫຼື ສອງຄົນ ແລະ ບາງທີອາດຈະຫຼາຍກວ່ານັ້ນ. ມື້ນີ້, ເຮົາຈະບໍ່ເວົ້າກ່ຽວກັບການສະແດງອອກ, ພຶດຕິກຳ ແລະ ແກ່ນແທ້ຂອງຄົນເຫຼົ່ານີ້ໃນຄວາມໝາຍທາງທິດສະດີ. ກ່ອນອື່ນ ເຮົາຈະເວົ້າກ່ຽວກັບກໍລະນີຕົວຢ່າງທີ່ສະເພາະເຈາະຈົງສອງສາມກໍລະນີ ແລະ ໃຫ້ພວກເຈົ້າທຸກຄົນຟັງ, ໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງຈາກມັນ ແລະ ເບິ່ງວ່າຄົນແບບນີ້ກ່ຽວຂ້ອງກັບຂໍ້ນີ້ທີ່ເຮົາກຳລັງໂອ້ລົມກັນແນວໃດ ແລະ ພວກເຂົາໃຊ້ຕຳແໜ່ງຂອງພວກເຂົາ ແລະ ຍົກຊູຂໍ້ອ້າງຂອງການເຊື່ອໃນພຣະເຈົ້າເພື່ອຫາອາຫານ, ເຄື່ອງດື່ມ, ເງິນ ແລະ ສິ່ງຂອງທາງວັດຖຸໂດຍການສໍ້ໂກງ ຫຼື ບໍ່. ຈົ່ງພະຍາຍາມແຍກແຍະຄົນປະເພດນີ້ ແລະ ຈາກນັ້ນໃຫ້ຄິດວ່າຄົນທີ່ພວກເຈົ້າພົວພັນນຳນັ້ນມີການສະແດງອອກທີ່ພວກເຮົາກຳລັງເວົ້າເຖິງນີ້ ຫຼື ບໍ່. ຖ້ານຶກເຖິງໃຜໄດ້, ພວກເຈົ້າກໍສາມາດຍົກສອງສາມຕົວຢ່າງໄດ້ເຊັ່ນກັນ. ບອກເຮົາເບິ່ງວ່າ ການຍົກຕົວຢ່າງ ຫຼື ພຽງແຕ່ໂອ້ລົມກັນທົ່ວໄປແບບນີ້ ອັນໃດດີກວ່າ? (ການຍົກຕົວຢ່າງດີກວ່າ.) ຂໍ້ດີຂອງການຍົກຕົວຢ່າງແມ່ນຫຍັງ? ກ່ອນອື່ນໝົດ, ຄົນສ່ວນໃຫຍ່ເຕັມໃຈທີ່ຈະຟັງເລື່ອງລາວ ແລະ ກໍລະນີໃນຊີວິດຈິງເຫຼົ່ານີ້. ພວກມັນມີຕົວລະຄອນ ແລະ ໂຄງເລື່ອງ ແລະ ຄົນສ່ວນໃຫຍ່ກໍເຫັນວ່າພວກມັນໜ້າສົນໃຈ. ມັນຄືກັນກັບວ່າເຈົ້າເວົ້າກ່ຽວກັບປະສົບການສ່ວນຕົວຂອງເຈົ້າ: ຖ້າເຈົ້າຂຽນບົດຄວາມກ່ຽວກັບມັນ, ໂດຍປົກກະຕິແລ້ວ ຜູ້ຄົນຈະອ່ານມັນເທື່ອໜຶ່ງ ຫຼື ສອງເທື່ອ ແລ້ວກໍຈົບ, ແຕ່ຖ້າເຈົ້າສ້າງຮູບເງົາ ຫຼື ລະຄອນເວທີກ່ຽວກັບມັນ, ຄົນຈຳນວນຫຼາຍກວ່າກໍຈະເບິ່ງມັນ ແລະ ພວກເຂົາຈະບໍ່ເບິ່ງມັນພຽງເທື່ອດຽວ. ດ້ວຍວິທີນີ້, ຜູ້ຄົນຈະເບິ່ງຄວາມຈິງດ້ານນີ້ ຫຼື ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກ່ຽວຂ້ອງຢ່າງລະອຽດຖີ່ຖ້ວນຍິ່ງຂຶ້ນ ແລະ ດ້ວຍຄວາມຊັດເຈນຍິ່ງຂຶ້ນ ແລະ ມັນຈະສ້າງຄວາມປະທັບໃຈທີ່ເລິກເຊິ່ງຍິ່ງຂຶ້ນໃຫ້ກັບພວກເຂົາ. ນອກຈາກນີ້, ການຍົກບາງຕົວຢ່າງທີ່ສະເພາະເຈາະຈົງ ກໍຊ່ວຍໃຫ້ຜູ້ຄົນປຽບທຽບ ແລະ ເຊື່ອມໂຍງລະຫວ່າງແຕ່ລະດ້ານຂອງຄວາມຈິງກັບຕົນເອງໄດ້ຢ່າງຖືກຕ້ອງຍິ່ງຂຶ້ນ.

ກໍລະນີທີໜຶ່ງ: ການທໍາທ່າເຮັດວຽກເພື່ອຫາເລາະຫາອາຫານ ແລະ ເຄື່ອງດື່ມ

ຢ່າງທຳອິດ, ໃຫ້ເຮົາຍົກຕົວຢ່າງບາງຢ່າງທີ່ພົບເຫັນທົ່ວໄປໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມາຮອດບ່ອນເຮັດວຽກໃໝ່, ບ່ອນທີ່ພວກເຂົາພົບກັບອ້າຍເອື້ອຍນ້ອງທີ່ແຕກຕ່າງກັນ ແລະ ຄົ້ນພົບສິ່ງດີໆບາງຢ່າງ ແລະ ຄິດວ່າ “ສິ່ງເຫຼົ່ານີ້ເປັນສິ່ງທີ່ດີ. ເປັນຫຍັງຂ້ອຍຈຶ່ງບໍ່ມີພວກມັນ?” ພວກເຂົາບໍ່ມີຄວາມຄິດທີ່ບໍ່ເປັນຜົນດີຢູ່ຂ້າງໃນບໍ? ຄວາມໂລບຂອງພວກເຂົາໄດ້ໂພ່ຫົວອອກມາແລ້ວ. ທັນທີທີ່ຄວາມໂລບໂພ່ຫົວອອກມາ, ຄົນຊັ້ນຕ່ຳທີ່ຕ່ຳຊ້າ ແລະ ໜ້າດ້ານເຫຼົ່ານີ້ກໍຢຸດຢູ່ກັບທີ່ ແລະ ຊອກຫາທຸກຂໍ້ແກ້ຕົວເພື່ອເຮັດວຽກຢູ່ໃນສະຖານທີ່ນັ້ນ ແລະ ບໍ່ຍອມຈາກໄປ. ຈຸດປະສົງຂອງພວກເຂົາໃນການບໍ່ຍອມຈາກໄປແມ່ນຫຍັງ? (ເພື່ອວ່າມື້ໜຶ່ງພວກເຂົາຈະສາມາດຫາປະໂຫຍດໄດ້.) ນັ້ນຄືສິ່ງທີ່ຖືກຕ້ອງແລ້ວ, ພວກເຂົາຕ້ອງການຫາປະໂຫຍດ. ຖ້າພວກເຂົາບໍ່ໄດ້ຮັບປະໂຫຍດນີ້ ພວກເຂົາກໍຈະນອນບໍ່ຫຼັບໃນຕອນກາງຄືນ. ພວກເຂົາກັງວົນວ່າ ຖ້າພວກເຂົາໄປບ່ອນອື່ນ, ຄົນອື່ນກໍຈະໄດ້ຮັບປະໂຫຍດນີ້ ແລະ ພວກເຂົາກໍຈະບໍ່ມີໂອກາດນີ້ອີກ, ສະນັ້ນ ພວກເຂົາຈຶ່ງຊອກຫາຂໍ້ແກ້ຕົວເພື່ອເທດສະໜາ ແລະ ເຮັດວຽກຢູ່ໃນສະຖານທີ່ນັ້ນ. ຄວາມຈິງແລ້ວ, ຫົວໃຈຂອງພວກເຂົາຄິດເຖິງສິ່ງທີ່ປາດຖະໜາເຫຼົ່ານີ້ຢູ່ຕະຫຼອດເວລາ ແລະ ສາຍຕາຂອງພວກເຂົາກໍຈົດຈໍ່ຢູ່ກັບສິ່ງທີ່ປາດຖະໜາເຫຼົ່ານີ້ຢູ່ສະເໝີ. ໃນທີ່ສຸດ, ພວກເຂົາກໍຕັ້ງຫຼັກປັກຖານຢູ່ໃນສະຖານທີ່ນັ້ນ ແລະ ອ້າຍເອື້ອຍນ້ອງສ່ວນໃຫຍ່ກໍມັກພວກເຂົາ, ຮູ້ວ່າພວກເຂົາເປັນນັກເທດສະໜາ ແລະ ນະມັດສະການ ແລະ ເຄົາລົບນັບຖືພວກເຂົາ. ຕອນນີ້ເຖິງເວລາແລ້ວທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ຈະເວົ້າເຖິງສິ່ງທີ່ພວກເຂົາຢາກໄດ້, ສະນັ້ນ ພວກເຂົາຈຶ່ງຄິດຫາວິທີຕ່າງໆ ເພື່ອເລີ່ມເວົ້າເຖິງຫົວຂໍ້ນັ້ນ, ແຕ່ຍິ່ງພວກເຂົາເວົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງກະວົນກະວາຍຫຼາຍເທົ່ານັ້ນ. ພວກເຂົາໄຕ່ຕອງກັບຕົນເອງວ່າ: “ຂ້ອຍຄວນຈະຂໍສິ່ງນີ້ແນວໃດ? ຂ້ອຍບໍ່ສາມາດໃຫ້ອ້າຍເອື້ອຍນ້ອງຮູ້ວ່າຂ້ອຍມັກສິ່ງນີ້ ແລະ ຢາກໄດ້ມັນ. ຂ້ອຍຕ້ອງເຮັດໃຫ້ພວກເຂົາເອົາມັນໃຫ້ຂ້ອຍດ້ວຍຄວາມເຕັມໃຈຂອງພວກເຂົາເອງ; ຂ້ອຍຕ້ອງບໍ່ເຮັດໃຫ້ພວກເຂົາຄິດວ່າຂ້ອຍກຳລັງຂໍມັນ, ແຕ່ຕ້ອງໃຫ້ຄິດວ່າມັນເປັນສິ່ງທີ່ພວກເຂົາກຳລັງມອບໃຫ້ຂ້ອຍດ້ວຍຄວາມເຕັມໃຈ ແລະ ແນ່ນອນວ່າ ມັນເປັນສິ່ງທີ່ຂ້ອຍສົມຄວນໄດ້ຮັບ”. ຫຼັງຈາກນີ້, ພວກເຂົາກໍຖາມອ້າຍເອື້ອຍນ້ອງວ່າ “ການເຂົ້າສູ່ຊີວິດຂອງເຈົ້າເປັນແນວໃດແດ່ໃນຊ່ວງນີ້?” ອ້າຍເອື້ອຍນ້ອງເວົ້າວ່າ “ຕັ້ງແຕ່ເຈົ້າມາ, ຊີວິດຄຣິສຕະຈັກຂອງພວກເຮົາກໍດີຂຶ້ນ ແລະ ທຸກຄົນມີຊີວິດຊີວາ”. “ຂໍ້ແທ້ຈິງທີ່ວ່າພວກເຈົ້າມີຊີວິດຊີວາໝາຍຄວາມວ່າສະພາບຈິດວິນຍານຂອງພວກເຈົ້າດີຂຶ້ນ. ທຸລະກິດຂອງພວກເຈົ້າກໍໄປໄດ້ດີເຊັ່ນກັນ. ຫາກພຣະເຈົ້າເຕັມໃຈ, ໃນອະນາຄົດ ທຸລະກິດຂອງພວກເຈົ້າກໍຈະຍິ່ງດີຂຶ້ນໄປອີກ”. ໃນຂະນະທີ່ຜູ້ນໍາ ແລະ ຜູ້ເຮັດວຽກເວົ້າ, ພວກເຂົາກໍຊັກຈູງການສົນທະນາໄປຫາສິ່ງທີ່ພວກເຂົາຢາກໄດ້. ເມື່ອອ້າຍເອື້ອຍນ້ອງເລີ່ມເຫັນໄດ້ຊັດເຈນວ່າຜູ້ນໍາ ແລະ ຜູ້ເຮັດວຽກຢາກໄດ້ສິ່ງນັ້ນ, ພວກເຂົາກໍເວົ້າວ່າຜູ້ນໍາ ແລະ ຜູ້ເຮັດວຽກຄວນເອົາບາງສ່ວນໄປນຳ ເມື່ອພວກເຂົາຈາກໄປ. ຜູ້ນໍາ ແລະ ຜູ້ເຮັດວຽກເວົ້າວ່າ “ບໍ່, ຂ້ອຍເອົາໄປບໍ່ໄດ້. ສິ່ງນີ້ບໍ່ສອດຄ່ອງກັບຫຼັກການ. ພຣະເຈົ້າຈະບໍ່ພໍໃຈ”. “ບໍ່ມີບັນຫາ. ເຈົ້າສົມຄວນໄດ້ຮັບບາງສ່ວນ”. “ເຖິງແມ່ນວ່າຂ້ອຍສົມຄວນໄດ້ຮັບມັນ, ຂ້ອຍກໍເອົາໄປບໍ່ໄດ້”. ຫຼັງຈາກເວົ້າແບບນີ້ແລ້ວ, ພວກເຂົາກໍກັງວົນວ່າອ້າຍເອື້ອຍນ້ອງຈະບໍ່ເອົາມັນໃຫ້ພວກເຂົາແທ້ໆ, ສະນັ້ນ ພວກເຂົາຈຶ່ງເວົ້າບາງຢ່າງແບບອ້ອມຄ້ອມ ເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຂອບໃຈພວກເຂົາສຳລັບຄວາມດີຂອງພວກເຂົາ, ໃນຂະນະດຽວກັນກໍຈົງໃຈເວົ້າເຖິງສິ່ງທີ່ພວກເຂົາຢາກໄດ້ ເພື່ອວ່າອ້າຍເອື້ອຍນ້ອງຈະຈື່ໄດ້ວ່າຕ້ອງເອົາໃຫ້ພວກເຂົາບາງສ່ວນ. ຫຼັງຈາກນັ້ນ, ອ້າຍເອື້ອຍນ້ອງກໍເລີ່ມເຫັນໄດ້ຊັດເຈນວ່າຜູ້ນໍາ ແລະ ຜູ້ເຮັດວຽກໝາຍຄວາມເຖິງຫຍັງ ແລະ ພວກເຂົາກໍເວົ້າວ່າ “ຢ່າຟ້າວເວົ້າເລື່ອງນັ້ນເທື່ອຕອນນີ້. ພວກເຮົາສາມາດເວົ້າກ່ຽວກັບມັນໄດ້ ເມື່ອເຈົ້າຈະຈາກໄປ”. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຍິນອ້າຍເອື້ອຍນ້ອງເວົ້າແບບນີ້, ຫົວໃຈຂອງພວກເຂົາກໍປິຕິຍິນດີຢ່າງຍິ່ງ ແລະ ພວກເຂົາຄິດວ່າ “ດີເລີດ. ໃນທີ່ສຸດ ຂ້ອຍກໍຈະໄດ້ສິ່ງທີ່ຂ້ອຍຕ້ອງການ!” ແລ້ວຈາກນັ້ນພວກເຂົາກໍຄິດວ່າ “ຖ້າຂ້ອຍຈາກໄປທັນທີໃນມື້ອື່ນ, ຜູ້ຄົນກໍຈະເຫັນໄດ້ຊັດເຈນເກີນໄປວ່າຂ້ອຍຢາກໄດ້ສິ່ງນັ້ນ. ຂ້ອຍຈະຈາກໄປໃນອີກສອງ ຫຼື ສາມມື້ແທນ”. ເມື່ອມື້ທີສາມມາເຖິງໃນທີ່ສຸດ, ອ້າຍເອື້ອຍນ້ອງກໍມອບພັດສະດຸທີ່ໜັກຫຼາຍໃຫ້ພວກເຂົາ ໃນຂະນະທີ່ພວກເຂົາຈາກໄປ. ຜູ້ນໍາ ແລະ ຜູ້ເຮັດວຽກເຫັນວ່າພັດສະດຸນັ້ນແມ່ນສິ່ງທີ່ພວກເຂົາຢາກໄດ້, ແຕ່ພວກເຂົາທຳທ່າວ່າພວກເຂົາບໍ່ເຫັນມັນ ແລະ ບໍ່ປະຕິເສດມັນ. ພວກເຂົາພຽງແຕ່ຮັບເອົາພັດສະດຸນັ້ນໂດຍບໍ່ເວົ້າຫຍັງ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາແມ່ນຄົນທີ່ໃຊ້ວຽກງານຂອງພວກເຂົາເປັນຊ່ອງທາງ ແລະ ແຮງງານຂອງພວກເຂົາຄືສະກຸນເງິນ ໃນອຸບາຍເພື່ອໃຫ້ໄດ້ມາເຊິ່ງສິ່ງທີ່ປາດຖະໜາ ແລະ ຜູ້ທີ່ຮຽກຮ້ອງເອົາສິ່ງຂອງຈາກອ້າຍເອື້ອຍນ້ອງ. ນີ້ບໍ່ແມ່ນຮູບແບບໜຶ່ງຂອງການສໍ້ໂກງບໍ? ຈຸດປະສົງຂອງວຽກງານຂອງພວກເຂົາແມ່ນຫຍັງ? ເພື່ອໃຫ້ໄດ້ສິ່ງທີ່ຕ້ອງການໂດຍການຕົ້ມຕຸນຄົນອື່ນ. ທັນທີທີ່ພວກເຂົາຄົ້ນພົບສະຖານທີ່ທີ່ມີສິ່ງທີ່ປາດຖະໜາ ແລະ ມີສິ່ງທີ່ພວກເຂົາຢາກໄດ້, ພວກເຂົາກໍຢຸດຢູ່ກັບທີ່ ແລະ ບໍ່ຢາກຈາກໄປ. ພວກເຂົາເອົາສິ່ງດີໆທຸກຢ່າງໄປໄວ້ເຮືອນຂອງພວກເຂົາເອງ. ຫຼັງຈາກທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກມາເປັນເວລາຫຼາຍປີ, ຫຼາຍສິ່ງຫຼາຍຢ່າງໃນເຮືອນຂອງພວກເຂົາກໍໄດ້ມາຈາກການຕົ້ມຕຸນອ້າຍເອື້ອຍນ້ອງ. ບາງຄົນໃນພວກເຂົາຫຼອກເອົາສູດລັບປະຈຳຄອບຄົວ ຫຼື ມໍລະດົກຕົກທອດຈາກອ້າຍເອື້ອຍນ້ອງ ແລະ ບາງຄົນກໍຫຼອກເອົາຜະລິດຕະພັນທ້ອງຖິ່ນທີ່ເປັນສິນຄ້າສະເພາະ. ຄວາມເຊື່ອໃນພຣະເຈົ້າຂອງຄົນເຫຼົ່ານີ້ເບິ່ງຄືວ່າພວກເຂົາກຳລັງເດີນທາງຈາກບ່ອນໜຶ່ງໄປຍັງອີກບ່ອນໜຶ່ງ ແລະ ເຮັດວຽກໂດຍບໍ່ຫວັງສິ່ງໃດຕອບແທນ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາໄດ້ຕົ້ມຕຸນເອົາສິ່ງທີ່ປາດຖະໜາຈາກອ້າຍເອື້ອຍນ້ອງໄປຫຼາຍເກີນໄປແລ້ວ.

ຫຼັງຈາກທີ່ຜູ້ນໍາຄົນໜຶ່ງມາຮອດຄຣິສຕະຈັກແຫ່ງໜຶ່ງ, ລາວເຫັນວ່າ ໝາກກະທັນໃນເຂດນັ້ນມີຊື່ສຽງໄປທົ່ວປະເທດ ແລະ ຄິດໃນໃຈວ່າ “ຂ້ອຍມັກກິນໝາກກະທັນ. ຖ້າຂ້ອຍເກີດຢູ່ບ່ອນນີ້ ຂ້ອຍຄົງຈະໄດ້ກິນໝາກກະທັນທຸກມື້ ແຕ່ໜ້າເສຍດາຍທີ່ຂ້ອຍຢູ່ໄດ້ບໍ່ຫຼາຍມື້ ແລະ ໝາກກະທັນກໍຍັງບໍ່ສຸກເທື່ອ. ເມື່ອໃດຂ້ອຍຈຶ່ງຈະໄດ້ກິນພວກມັນ? ຂ້ອຍຮູ້ແລ້ວ, ຂ້ອຍສາມາດຊອກຫາເຫດຜົນທີ່ຈະຢູ່ຕໍ່ຈົນກວ່າໝາກກະທັນຈະສຸກ, ຈາກນັ້ນຂ້ອຍກໍຈະໄດ້ກິນພວກມັນ, ແມ່ນບໍ?” ຫຼັງຈາກນັ້ນ, ລາວຈຶ່ງຫາຂໍ້ແກ້ຕົວໂດຍເວົ້າວ່າ ອ້າຍເອື້ອຍນ້ອງສ່ວນໃຫຍ່ຢູ່ບ່ອນນີ້ຢູ່ໃນສະພາວະທີ່ບໍ່ດີ ແລະ ເຮັດວຽກຂອງພວກເຂົາບໍ່ສຳເລັດ, ສະນັ້ນ ລາວຈຶ່ງຕ້ອງປະຈຳການຢູ່ບ່ອນນີ້ໃນໄລຍະຍາວ ແລະ ພະຍາຍາມຢ່າງໜັກເພື່ອເຮັດໃຫ້ວຽກງານແຕ່ລະຢ່າງຄືບໜ້າກ່ອນທີ່ລາວຈະຈາກໄປ. ເຖິງຢ່າງໃດກໍຕາມ, ນັ້ນແມ່ນສິ່ງທີ່ລາວຄິດຢູ່ໃນໃຈແທ້ໆບໍ? (ບໍ່ແມ່ນ.) ໃນໃຈຂອງລາວ, ລາວກຳລັງຄິດຄຳນວນວ່າ “ເມື່ອໃດກໍຕາມທີ່ໝາກກະທັນສຸກ ແລະ ຂ້ອຍສາມາດເອົາບາງສ່ວນໄປນຳໄດ້, ນັ້ນຄືຕອນທີ່ຂ້ອຍຈະຈາກໄປ”. ໃຈຂອງລາວເຕັມໄປດ້ວຍຄວາມຄິດນີ້ ແລະ ມັນເຮັດໃຫ້ລາວຢຸດຢູ່ກັບທີ່ ແລະ ລາວປະຈຳການຢູ່ບ່ອນນັ້ນ. ໃນຊ່ວງທີ່ລາວຢູ່ບ່ອນນັ້ນ, ລາວເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ແລະ ເຮັດສິ່ງທີ່ຜິວເຜີນບາງຢ່າງ ແຕ່ບໍ່ປະສົບຜົນສຳເລັດຫຼາຍປານໃດໃນດ້ານວຽກງານ. ໃນທີ່ສຸດ ໝາກກະທັນກໍສຸກ ແລະ ໃຈຂອງລາວກໍເຕັມລົ້ນໄປດ້ວຍຄວາມສຸກ: “ໃນທີ່ສຸດ ຂ້ອຍກໍຈະໄດ້ກິນໝາກກະທັນ. ມື້ທີ່ຂ້ອຍຝັນເຖິງມາຮອດແລ້ວ!” ທັນທີທີ່ໝາກກະທັນສຸກ, ລາວກໍເລີ່ມກິນພວກມັນ, ໃນຂະນະດຽວກັນກໍຄິດໄຕ່ຕອງໃນໃຈຂອງລາວວ່າ “ມັນບໍ່ດີທີ່ຂ້ອຍຈະກິນແຕ່ໝາກກະທັນຢູ່ບ່ອນນີ້ທຸກມື້. ຂ້ອຍບໍ່ສາມາດຢູ່ພຽງເພື່ອຈະກິນໝາກກະທັນ. ຖ້າອ້າຍເອື້ອຍນ້ອງສັງເກດເຫັນເດ? ຂ້ອຍຕ້ອງຄິດຫາວິທີເຮັດໃຫ້ພວກເຂົາເອົາໃຫ້ຂ້ອຍຕິດຕົວໄປນໍາ. ຖ້າພວກເຂົາບໍ່ເອົາໃຫ້ຂ້ອຍ, ຂ້ອຍຕ້ອງພະຍາຍາມຢ່າງໜັກ ແລະ ເວົ້າບາງຢ່າງເພີ່ມຕື່ມ ເພື່ອຊຸກຍູ້ເລື່ອງນີ້ໃຫ້ຄືບໜ້າ”. ທັນທີທີ່ອ້າຍເອື້ອຍນ້ອງທີ່ອາໄສຢູ່ບ່ອນນັ້ນເຫັນວ່າລາວມັກກິນໝາກກະທັນ, ພວກເຂົາກໍເວົ້າວ່າພວກເຂົາຈະເອົາບາງສ່ວນໃຫ້ລາວຕິດຕົວໄປນໍາເມື່ອລາວຈາກໄປ. ເມື່ອລາວໄດ້ຍິນແບບນີ້, ລາວກໍດີໃຈ ແຕ່ປາກຂອງລາວເວົ້າວ່າ “ຂ້ອຍເອົາໄປບໍ່ໄດ້. ມັນບໍ່ສອດຄ່ອງກັບຫຼັກການ. ຜູ້ເຊື່ອບໍ່ສາມາດໂລບເອົາສິ່ງນີ້ໄດ້. ຂ້ອຍຈະບໍ່ເອົາປຽບພວກເຈົ້າບໍ? ຂ້ອຍບໍ່ສາມາດເອົາມັນໄປໂດຍບໍ່ຈ່າຍເງິນໃຫ້ພວກເຈົ້າ. ເມື່ອຂ້ອຍຈາກໄປ ຂ້ອຍຈະຈ່າຍເງິນໃຫ້ພວກເຈົ້າສຳລັບສິ່ງນີ້”. ຄຳເວົ້າເຫຼົ່ານີ້ທີ່ລາວເວົ້າເປັນພຽງຄຳເວົ້າລ້າໆ. ເມື່ອລາວກິນຈົນເກືອບອີ່ມ ແລະ ມັນຮອດເວລາທີ່ຕ້ອງໄປ, ໃນໃຈຂອງລາວ ລາວຍັງຄິດຢູ່ສະເໝີວ່າ “ພວກເຂົາຈະບໍ່ເອົາໃຫ້ຂ້ອຍຈັກໜ່ວຍບໍ ຫຼື ຈະເອົາແຕ່ໜ່ວຍບໍ່ດີໃຫ້ຂ້ອຍ? ຂ້ອຍຢາກກິນໜ່ວຍໃຫຍ່ໆ, ໜ່ວຍງາມໆ”. ສອງມື້ກ່ອນທີ່ລາວຈະຈາກໄປ, ລາວມັກເວົ້າຢູ່ສະເໝີວ່າ “ໝາກກະທັນເກືອບຖືກເກັບໝົດແລ້ວ, ແມ່ນບໍ? ປີໜ້າມັນຈະສຸກຕອນໃດ?” ໃນນັ້ນ ລາວຕັ້ງໃຈຈະເຕືອນອ້າຍເອື້ອຍນ້ອງບໍ່ໃຫ້ລືມເອົາບາງສ່ວນໃຫ້ລາວເພື່ອຕິດຕົວໄປນໍາ. ອ້າຍເອື້ອຍນ້ອງທຸກຄົນເຂົ້າໃຈທັນທີທີ່ໄດ້ຍິນມັນ: “ມັນເບິ່ງຄືວ່າພວກເຮົາຕ້ອງເອົາບາງສ່ວນໃຫ້ລາວຕິດຕົວໄປນໍາກ່ອນທີ່ລາວຈະໄປ ແລະ ພວກເຮົາຕ້ອງເລືອກໜ່ວຍງາມໆໃຫ້ລາວ; ຖ້າບໍ່ດັ່ງນັ້ນ, ລາວອາດຈະສ້າງຄວາມຫຍຸ້ງຍາກໃຫ້ພວກເຮົາ”. ເມື່ອຮອດເວລາທີ່ລາວຕ້ອງໄປໃນທີ່ສຸດ, ອ້າຍເອື້ອຍນ້ອງກໍມອບສາມກ່ອງໃຫຍ່ໃຫ້ລາວເອົາໄປນຳ. ລາວບໍ່ສາມາດຫິ້ວພວກມັນໄປດ້ວຍຕົນເອງ ແລະ ໃຫ້ຄົນອື່ນທີ່ຢູ່ໃຕ້ການນຳພາຂອງລາວຊ່ວຍ. ກ່ອນທີ່ລາວຈະຈາກໄປ, ລາວກິນຫຼາຍເທົ່າທີ່ຈະສາມາດກິນໄດ້, ເຖິງແມ່ນວ່າມັນຈະເຮັດໃຫ້ລາວປ່ວຍ ລາວກໍຮູ້ສຶກວ່າມັນຄຸ້ມຄ່າ. ລາວຢ້ານວ່າລາວຈະບໍ່ໄດ້ກິນພວກມັນອີກຫຼັງຈາກທີ່ລາວຈາກໄປ. ເມື່ອລາວຈາກໄປ, ລາວກໍຍັງອາໄລອາວອນ ແລະ ລາວຄິດວ່າ “ເທື່ອນີ້ຂ້ອຍໄດ້ກິນຢ່າງພຽງພໍ. ຂ້ອຍຈະມາອີກໃນເວລານີ້ປີໜ້າ. ຂ້ອຍບໍ່ຈຳເປັນຕ້ອງມາໄວເກີນໄປ ແຕ່ຂ້ອຍກໍມາຊ້າເກີນໄປບໍ່ໄດ້. ຂ້ອຍຄວນມາຕອນທີ່ໝາກກະທັນສຸກພໍດີ. ດ້ວຍວິທີນັ້ນ ຂ້ອຍກໍຈະໄດ້ກິນບາງສ່ວນທີ່ສົດ ແລະ ເມື່ອພວກມັນແຫ້ງ ຂ້ອຍກໍຈະໄດ້ກິນບາງສ່ວນທີ່ແຫ້ງ. ຂ້ອຍຍັງສາມາດເອົາໄປນຳໄດ້ອີກຈຳນວນໜຶ່ງ ເມື່ອຂ້ອຍຈາກໄປ”. ລາວບໍ່ໄດ້ຄິດຄຳນວນເລື່ອງນີ້ຢ່າງລະອຽດບໍ? ໃຈຂອງລາວຄິດເຖິງແຕ່ສິ່ງເຫຼົ່ານີ້. ລາວຄິດຢູ່ສະເໝີກ່ຽວກັບການຫາປະໂຫຍດ ແລະ ການວາງແຜນອຸບາຍເພື່ອໃຫ້ໄດ້ສິ່ງທີ່ປາຖະໜາ, ພ້ອມທັງການຕົ້ມຕຸນເອົາສິ່ງຂອງຈາກອ້າຍເອື້ອຍນ້ອງ ເພື່ອຜົນປະໂຫຍດຂອງລາວເອງ. ລາວຈະບໍ່ຍອມພາດສິ່ງທີ່ປາຖະໜາໃດກໍຕາມທີ່ລາວເຫັນ. ເຖິງແມ່ນວ່າມັນຈະເປັນສິ່ງທີ່ບໍ່ໂດດເດັ່ນ, ຕາບໃດທີ່ມັນສະດຸດຕາລາວ ແລະ ຕິດຢູ່ໃນໃຈຂອງລາວ, ຮັບປະກັນໄດ້ເລີຍວ່າມັນຈະຕົກຢູ່ໃນມືຂອງລາວໃນທີ່ສຸດ. ນີ້ບໍ່ແມ່ນພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຄວາມເປັນມະນຸດ ແລະ ລັກສະນະຂອງຄົນປະເພດນີ້ບໍ່ຕ່ຳຊ້າເປັນພິເສດບໍ? ບໍ່ວ່າຄົນປະເພດນີ້ຈະສາມາດທົນທຸກຈາກຄວາມຍາກລຳບາກ ແລະ ຈ່າຍລາຄາໄດ້ດີສໍ່າໃດຢູ່ພາຍນອກ ແລະ ພວກເຂົາສາມາດປະຖິ້ມຄອບຄົວຂອງພວກເຂົາ ແລະ ສະລະອາຊີບຂອງພວກເຂົາໄດ້ດີສໍ່າໃດ, ສາມາດເວົ້າໄດ້ບໍວ່າພວກເຂົາເປັນຄົນທີ່ໄລ່ຕາມຄວາມຈິງ? ບໍ່ໄດ້ຢ່າງແນ່ນອນ. ຄົນເຫຼົ່ານີ້ແມ່ນຄົນປະເພດທີ່ຫາອາຫານ ແລະ ເຄື່ອງດື່ມດ້ວຍການສໍ້ໂກງໂດຍການຊູຂໍ້ອ້າງຂອງການເຊື່ອໃນພຣະເຈົ້າ.

ບາງຄົນໄປທຸກບ່ອນທຸກແຫ່ງເພື່ອເທດສະໜາພຣະກິດຕິຄຸນ ແລະ ເຮັດວຽກ ແລະ ເມື່ອພວກເຂົາກັບມາເຮືອນ ພວກເຂົາກໍເອົາຜະລິດຕະພັນທ້ອງຖິ່ນທີ່ເປັນສິນຄ້າສະເພາະທີ່ແຕກຕ່າງກັນຈາກແຕ່ລະບ່ອນກັບມາພ້ອມ ຫຼື ແມ່ນແຕ່ສິ່ງຂອງທີ່ພວກເຂົາຂູດຮີດເອົາຈາກອ້າຍເອື້ອຍນ້ອງ. ບໍ່ວ່າຈະເປັນເສື້ອຜ້າຫຼູ ຫຼື ເຄື່ອງໃຊ້ໄຟຟ້າ, ຕາບໃດທີ່ມັນສະດຸດຕາພວກເຂົາ, ພວກເຂົາກໍຈະບໍ່ຍອມພາດມັນ ແລະ ພວກເຂົາຈະຂໍເອົາມັນ. ຖ້າເຈົ້າບໍ່ເອົາມັນໃຫ້ພວກເຂົາ, ພວກເຂົາກໍຈະຄິດຫາຂໍ້ອ້າງທຸກປະເພດເພື່ອລິຮານເຈົ້າ, ຈະເຮັດໃຫ້ເຈົ້າເຂົ້າໃຈວ່າເປັນຫຍັງພວກເຂົາຈຶ່ງລິຮານເຈົ້າ ແລະ ຈະບໍ່ຍອມລາມືຈົນກວ່າເຈົ້າຈະເອົາມັນໃຫ້ພວກເຂົາໃນທີ່ສຸດ. ຄົນເຫຼົ່ານີ້ຫຼອກເອົາສິ່ງທີ່ຕ້ອງການທຸກປະເພດເພື່ອຕົນເອງ ໂດຍການຊູຂໍ້ອ້າງຂອງການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ຍອມລົດລະ ເມື່ອພະຍາຍາມໃຫ້ຮັບເອົາສິ່ງທີ່ປາຖະໜາເຫຼົ່ານີ້. ບາງຄັ້ງ ອ້າຍເອື້ອຍນ້ອງກໍເອົາຂອງເລັກໆນ້ອຍໆໃຫ້ພວກເຂົາ ແຕ່ຄົນເຫຼົ່ານີ້ຄິດວ່າມັນບໍ່ມີລາຄາຫຼາຍປານໃດ ແລະ ເວົ້າວ່າ “ບໍ່, ຂອບໃຈ. ພຣະເຈົ້າໄດ້ມອບພອນແກ່ຂ້ອຍຢ່າງຫຼວງຫຼາຍແລ້ວ. ຂ້ອຍບໍ່ຕ້ອງການຫຍັງ”. ພວກເຂົາໃຊ້ຄຳເວົ້າແບບນີ້ເພື່ອປະຕິເສດ ແລະ ຫຼອກລວງອ້າຍເອື້ອຍນ້ອງໃຫ້ມັກພວກເຂົາ ແລະ ໃຫ້ເຄົາລົບພວກເຂົາເປັນຢ່າງສູງ. ເຖິງຢ່າງໃດກໍຕາມ, ຫາກສິ່ງທີ່ອ້າຍເອື້ອຍນ້ອງເອົາໃຫ້ພວກເຂົາເປັນສິ່ງທີ່ຄົນເຫຼົ່ານີ້ຝັນຢາກໄດ້ ແລະ ເປັນສິ່ງທີ່ພວກເຂົາຕ້ອງການ ແລະ ຄິດເຖິງຢູ່ຕະຫຼອດເວລາ, ເມື່ອພວກເຂົາເຫັນສິ່ງເຫຼົ່ານີ້ ພວກເຂົາກໍຕ້ອງການຍັກຍອກພວກມັນ ແລະ ພວກເຂົາຈະບໍ່ຍັບຍັ້ງໃຈຢ່າງແນ່ນອນ. ແມ່ຍິງບາງຄົນຍັກຍອກເຄື່ອງສຳອາງ, ເສື້ອຜ້າດີໆ ແລະ ເກີບດີໆຈາກມືຂອງອ້າຍເອື້ອຍນ້ອງ ແລະ ຜູ້ຊາຍບາງຄົນກໍຫຼອກເອົາເຄື່ອງໃຊ້ໄຟຟ້າ, ລົດຈັກ ຫຼື ອຸປະກອນອີເລັກໂທຣນິກຈາກມືຂອງອ້າຍເອື້ອຍນ້ອງ. ພວກເຂົາລົງມືເພື່ອຄອບຄອງທຸກສິ່ງທີ່ປາຖະໜາ. ບໍ່ວ່າອ້າຍເອື້ອຍນ້ອງຈະມີຫຍັງທີ່ດີໆກໍຕາມ, ຕາບໃດທີ່ມັນສະດຸດຕາຄົນເຫຼົ່ານີ້, ພວກເຂົາກໍຈະຄິດຫາທຸກວິທີທາງເພື່ອໃຫ້ໄດ້ມັນມາໂດຍການສໍ້ໂກງ. ນອກຈາກນີ້, ຄົນເຫຼົ່ານີ້ຍັງຄິດຫາຂໍ້ອ້າງທຸກຮູບແບບ ແລະ ຊອກຫາຂໍ້ແກ້ຕົວທຸກຮູບແບບເພື່ອມາເຕົ້າໂຮມກັນກິນເຂົ້າແລງ ແລະ ກິນດື່ມຢ່າງອີ່ມສຳລານ. ໃນລະດັບໃດ? ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຈະເບິ່ງວ່າຄອບຄົວໃດມີເງິນ ແລະ ຄອບຄົວໃດກິນດີຢູ່ດີ, ຈາກນັ້ນພວກເຂົາກໍພັກຢູ່ກັບຄອບຄົວນັ້ນ ແລະ ບໍ່ຍອມຈາກໄປ. ຈາກນັ້ນ, ພວກເຂົາກໍຄິດຫາຂໍ້ອ້າງທຸກຢ່າງເພື່ອຈັດການເຕົ້າໂຮມສຳລັບຜູ້ຮ່ວມງານ ແລະ ຈັດງານລ້ຽງອາຫານຄໍ່າ. ແລ້ວຄຳເວົ້າເປີດຂອງພວກເຂົາໃນງານລ້ຽງອາຫານຄໍ່າແຕ່ລະຄັ້ງແມ່ນຫຍັງ? “ການເຕົ້າໂຮມຂອງພວກເຮົາໃນມື້ນີ້ແມ່ນການເຕົ້າໂຮມຂອງລາຊະອານາຈັກ. ອາຫານເຕັມໂຕະນີ້ເຮັດໃຫ້ພວກເຮົາໄດ້ຊີມລົດຊາດລ່ວງໜ້າຂອງງານລ້ຽງໃນລາຊະອານາຈັກ”. ຄົນທີ່ປະຈົບປະແຈງພວກເຂົາກໍຟ້າວເວົ້າວ່າ “ອາແມນ. ຂອບໃຈພຣະເຈົ້າ!” ມີບາງຄົນທີ່ເອີ້ນວ່າຜູ້ນໍາ ແລະ ຜູ້ເຮັດວຽກທີ່ກິນດື່ມຢ່າງອີ່ມສຳລານ ບໍ່ວ່າພວກເຂົາຈະໄປໃສ. ທຸກຄາບອາຫານຕ້ອງມີສ່ວນປະກອບທີ່ບຳລຸງຮ່າງກາຍ ແລະ ຕ້ອງມີປາ ແລະ ຊີ້ນ ແລະ ອາຫານຕ້ອງປ່ຽນທຸກອາທິດ; ຫ້າມຊໍ້າກັນ. ຫຼັງອາຫານຄໍ່າ ພວກເຂົາຕ້ອງດື່ມຊາດີໆ ແລະ ຫາຂໍ້ອ້າງໂດຍເວົ້າວ່າ “ຂ້ອຍຂາດຊາບໍ່ໄດ້. ຂ້ອຍມີວຽກໜັກທຸກມື້ ແລະ ຕ້ອງເຮັດວຽກຈົນເດິກດື່ນໃນຕອນກາງຄືນ. ຖ້າຂ້ອຍບໍ່ດື່ມຊາຈັກໜ້ອຍເພື່ອໃຫ້ຕື່ນຕົວ, ຂ້ອຍກໍບໍ່ສາມາດເຮັດວຽກຕອນກາງຄືນໄດ້”. ນີ້ຄືສິ່ງທີ່ປາກຂອງພວກເຂົາເວົ້າ ແຕ່ໃນໃຈຂອງພວກເຂົາກຳລັງຄິດຫຍັງ? “ມັນບໍ່ແມ່ນເລື່ອງງ່າຍທີ່ຈະມາເຖິງຕຳແໜ່ງທີ່ຂ້ອຍມີໃນມື້ນີ້. ຂ້ອຍບໍ່ຄວນວາງອຳນາດຈັກໜ້ອຍບໍ? ອີກຢ່າງໜຶ່ງ, ຂ້ອຍຝັນຢາກຈະເພີດເພີນກັບສິ່ງທີ່ດີກວ່າໃນຊີວິດ, ສະນັ້ນ ຂ້ອຍບໍ່ຄວນຄິດຫາວິທີທຸກຢ່າງ ເພື່ອເພີດເພີນກັບສິ່ງເຫຼົ່ານີ້ໃນຕອນນີ້ບໍ? ຖ້າຂ້ອຍບໍ່ໃຊ້ອຳນາດຂອງຂ້ອຍໃນຕອນນີ້ທີ່ຂ້ອຍມີມັນຢູ່, ຂ້ອຍກໍຈະບໍ່ມີໂອກາດໃຊ້ມັນອີກເມື່ອມັນໝົດໄປ. ຂ້ອຍຄວນກິນ ແລະ ດື່ມໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ໃຜຈະຮູ້ວ່າຈະມີມື້ໜຶ່ງທີ່ຂ້ອຍບໍ່ມີຕຳແໜ່ງນີ້ອີກຕໍ່ໄປ ແລະ ບໍ່ສາມາດເພີດເພີນກັບສິ່ງເຫຼົ່ານີ້ໄດ້. ຂ້ອຍຈະບໍ່ມີໂອກາດນີ້ອີກແລ້ວ. ແລ້ວທັງຊີວິດຂອງຂ້ອຍຈະບໍ່ເສຍຖິ້ມບໍ?” ຄົນປະເພດນີ້ຫາອາຫານ ແລະ ເຄື່ອງດື່ມໂດຍການສໍ້ໂກງ ໂດຍການຊູຂໍ້ອ້າງຂອງການເຮັດວຽກ. ພວກເຂົາເຮັດວຽກໜ້ອຍໜຶ່ງ ແລະ ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນສອງສາມຢ່າງ, ຈາກນັ້ນກໍຢາກຫຼອກເອົາສິ່ງທີ່ຕ້ອງການ ແລະ ກິນຂອງດີໆ.

ເຄີຍມີຄົນຜູ້ໜຶ່ງທີ່ເຮັດວຽກຢູ່ສະຖານທີ່ແຫ່ງໜຶ່ງ ແລະ ອ້າຍເອື້ອຍນ້ອງທີ່ອາໄສຢູ່ໃນທ້ອງຖິ່ນນັ້ນຕ້ອງຂ້າໄກ່ໃຫ້ຄົນນີ້ທຸກມື້. ລາວເລີ່ມມີນິໄສ ເຊິ່ງກໍຄືການກິນໄກ່ມື້ລະໂຕທຸກມື້. ຫຼັງຈາກໄດ້ຍິນເລື່ອງນີ້, ພວກເຈົ້າຮູ້ສຶກແນວໃດ? (ຂີ້ດຽດ.) ອ້າຍເອື້ອຍນ້ອງລ້ຽງໄກ່ເພື່ອເອົາໄຂ່ ແລະ ຈະຂ້າໄກ່ມາກິນກໍຕໍ່ເມື່ອມັນເຖົ້າແລ້ວເທົ່ານັ້ນ. ນັບຕັ້ງແຕ່ຄົນນັ້ນມາຮອດ, ແມ່ນແຕ່ໄກ່ພັນໄຂ່ກໍຕ້ອງຖືກຂ້າ ແລະ ຜົນກໍຄື ໄກ່ມີຈຳນວນໜ້ອຍລົງເລື້ອຍໆ ແລະ ອ້າຍເອື້ອຍນ້ອງກໍໝົດຄວາມອົດທົນແລ້ວ. ຕໍ່ມາ, ລາວຖືກປົດອອກຈາກຕຳແໜ່ງ ແລະ ເມືອເຮືອນ, ແຕ່ກໍຍັງບໍ່ສາມາດປ່ຽນແປງຂໍ້ບົກຜ່ອງທີ່ເປັນບັນຫານີ້ໄດ້. ລາວບັງຄັບໃຫ້ເມຍຂອງລາວຂ້າໄກ່ໃຫ້ລາວກິນທຸກມື້; ຖ້າບໍ່ດັ່ງນັ້ນ ລາວຈະຖຽງກັບເມຍລາວ. ນີ້ແມ່ນຄົນປະເພດໃດ? ການກິນໄກ່ໄດ້ກາຍເປັນສ່ວນໜຶ່ງຂອງຕົວຕົນຂອງລາວ. ລາວກິນໄກ່ທຸກມື້, ທຸກຄາບ. ເຖິງແມ່ນວ່າຫຼັງຈາກຖືກປົດອອກຈາກຕຳແໜ່ງແລ້ວ ລາວກໍຍັງຕ້ອງກິນມັນ, ລາວເລີ່ມເພິ່ງພາມັນ. ຄົນນີ້ບໍ່ມີບັນຫາບໍ? ພວກເຈົ້າວ່າແນວໃດ, ຄົນປະເພດນີ້ເປັນຄົນດີບໍ? (ບໍ່.) ສະຫຼຸບແລ້ວ, ຜູ້ໃດກໍຕາມທີ່ຊູຂໍ້ອ້າງຂອງການເຊື່ອໃນພຣະເຈົ້າ ແລະ ໃຊ້ໂອກາດທີ່ເກີດຂຶ້ນໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ ເພື່ອຂູດຮີດເອົາຊັບສິນຂອງອ້າຍເອື້ອຍນ້ອງທຸກຄັ້ງທີ່ມີໂອກາດ ແລະ ເພື່ອຫາອາຫານ ແລະ ເຄື່ອງດື່ມໂດຍການສໍ້ໂກງທຸກຄັ້ງທີ່ມີໂອກາດ, ລ້ວນແລ້ວແຕ່ບໍ່ແມ່ນຄົນດີ. ແກ່ນແທ້ຂອງພວກເຂົາຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ບໍ່ວ່າພວກເຂົາຈະໄປເຮັດວຽກຢູ່ໃສ ຫຼື ເຮັດວຽກປະເພດໃດ, ກ່ອນອື່ນໝົດ ພວກເຂົາຈະເລືອກຄອບຄົວເຈົ້າພາບທີ່ມີຖານະຂ້ອນຂ້າງດີ ແລະ ດຳລົງຊີວິດຂ້ອນຂ້າງສະບາຍ ເພື່ອຕ້ອນຮັບພວກເຂົາ. ຈຸດປະສົງຂອງພວກເຂົາໃນການຊອກຫາສະຖານທີ່ເຫຼົ່ານີ້ແມ່ນຫຍັງ? ເພື່ອກິນດີຢູ່ດີ ແລະ ພັກຢູ່ໃນເຮືອນທີ່ງາມ ນັ້ນກໍຄື ເພື່ອຕອບສະໜອງຄວາມຕ້ອງການຂອງເນື້ອໜັງ. ມີບາງສະຖານທີ່ທີ່ພວກເຂົາບໍ່ສາມາດພັກຢູ່ໄດ້ເນື່ອງຈາກສະພາບແວດລ້ອມທີ່ບໍ່ເອື້ອອຳນວຍ, ແຕ່ພວກເຂົາຈະປ່ອຍວາງຄວາມໂລບ ແລະ ຄວາມຄິດເຫຼົ່ານີ້ຂອງພວກເຂົາບໍ? ບໍ່, ພວກເຂົາຈະບໍ່ປ່ອຍວາງ. ພວກເຂົາຈະຊອກຫາສະຖານທີ່ອື່ນໆແບບນີ້ ເພື່ອຕ້ອນຮັບພວກເຂົາ. ຜົນກໍຄື ຫຼັງຈາກທີ່ຄົນເຫຼົ່ານີ້ໄດ້ເຮັດວຽກເປັນເວລາຫຼາຍປີໃນຕ່າງຖິ່ນ, ພວກເຂົາກໍຈະເບິ່ງແຕກຕ່າງໄປຢ່າງສິ້ນເຊີງ ແລະ ເມື່ອພວກເຂົາກັບເມືອເຮືອນ, ອ້າຍເອື້ອຍນ້ອງຢູ່ທີ່ນັ້ນກໍຈະຈື່ພວກເຂົາບໍ່ໄດ້ ນັ້ນກໍຄື ໃບໜ້າຂອງພວກເຂົາຈະອີ່ມເອີບຂຶ້ນ, ທ້ອງຂອງພວກເຂົາຈະໃຫຍ່ຂຶ້ນ; ພວກເຂົາຈະແຕ່ງກາຍດີຂຶ້ນ; ພວກເຂົາຈະເລືອກກິນຫຼາຍຂຶ້ນ ແລະ ຈະວາງມາດ. ການເຕີບໂຕໃນຊີວິດຂອງພວກເຂົາຈະເປັນແນວໃດ? ຊີວິດຂອງພວກເຂົາຈະບໍ່ມີການເຕີບໂຕເລີຍ; ພວກເຂົາຈະພຽງແຕ່ກິນດີ ແລະ ແຕ່ງກາຍດີ, ຈະຕຸ້ຍຂຶ້ນ ແລະ ຈະກິນຈົນຕຸ້ຍຈົນໜ້າບານ ແລະ ລົງພຸງ. ໃນສະພາບແວດລ້ອມທີ່ຮ້າຍແຮງຄືກັບຈີນແຜ່ນດິນໃຫຍ່, ບໍ່ວ່າຄົນເຮົາຈະເຮັດໜ້າທີ່ຫຍັງ ມັນກໍເປັນເລື່ອງທີ່ຕຶງຄຽດຫຼາຍ. ເຖິງແມ່ນວ່າບາງຄັ້ງພວກເຂົາອາດຈະກິນດີ ແລະ ພັກຢູ່ເຮືອນເຈົ້າພາບທີ່ສະບາຍ, ພວກເຂົາບໍ່ສາມາດຕຸ້ຍຂຶ້ນ. ຖ້າເປັນດັ່ງນັ້ນ, ຄົນທີ່ສາມາດກິນຈົນຕຸ້ຍຈົນໜ້າບານ ແລະ ລົງພຸງແມ່ນຄົນປະເພດໃດ? (ຄົນທີ່ເພີດເພີນກັບຜົນປະໂຫຍດຂອງສະຖານະ.) ພວກເຂົາແມ່ນຄົນທີ່ຄິດຢູ່ສະເໝີວ່າພວກເຂົາຈະກິນ ແລະ ດື່ມຫຍັງ ແລະ ພວກເຂົາຈະເພີດເພີນກັບຫຍັງໃນອາຫານສາມຄາບຕໍ່ມື້. ຖ້າຄົນປະເພດນີ້ບໍ່ໄດ້ກິນອາຫານດີໆ, ພວກເຂົາກໍບໍ່ມີອາລົມທີ່ຈະເຮັດວຽກ ຫຼື ປະຕິບັດໜ້າທີ່ຂອງພວກເຂົາ. ຖ້າທ້ອງຂອງພວກເຂົາບໍ່ອີ່ມ, ຈິດໃຈຂອງພວກເຂົາກໍບໍ່ສົມດຸນ: “ມື້ນີ້ຂ້ອຍກິນອາຫານບໍ່ດີເລີຍ. ບໍ່ມີຊີ້ນເລີຍ ແລະ ຫຼັງຈາກກິນແລ້ວ ເຈົ້າກໍບໍ່ເອົາຊາໃຫ້ຂ້ອຍ. ສະນັ້ນ, ຂ້ອຍຈະບໍ່ສົນໃຈພວກເຈົ້າ. ເມື່ອພວກເຈົ້າໂອ້ລົມກ່ຽວກັບວຽກງານຂອງຄຣິສຕະຈັກ, ຂ້ອຍຈະບໍ່ເວົ້າ. ຂ້ອຍຈະແກ້ແຄ້ນພວກເຈົ້າແທ້ໆ. ໃຜບອກວ່າພວກເຈົ້າບໍ່ເອົາອາຫານດີໆໃຫ້ຂ້ອຍກິນກໍໄດ້? ຂ້ອຍຕ້ອງກິນອາຫານແບບນີ້, ແຕ່ພວກເຈົ້າຍັງຢາກໃຫ້ຂ້ອຍໂອ້ລົມກັບພວກເຈົ້າ. ບໍ່ມີທາງ!” ນີ້ຄືສິ່ງທີ່ພວກເຂົາຄິດຢູ່ຂ້າງໃນ, ແຕ່ພວກເຂົາເວົ້າອອກມາບໍ່ໄດ້. ພວກເຂົາພຽງແຕ່ເວົ້າວ່າ “ມື້ຄືນນີ້ຂ້ອຍເຮັດວຽກເດິກໂພດ, ສະນັ້ນ ຕອນສວາຍນີ້ຂ້ອຍຕ້ອງນອນພັກຜ່ອນ”. ພວກເຂົາບໍ່ແມ່ນນັກຕົ້ມຕຸນລາຍໃຫຍ່ບໍ? ພວກເຂົານອນຈົນຮອດສີ່ ຫຼື ຫ້າໂມງແລງ ແລະ ມີຫຼາຍຄົນລໍຖ້າພວກເຂົາຢູ່ທີ່ນັ້ນ, ແຕ່ພວກເຂົາບໍ່ຢາກລຸກ. ທັນໃດນັ້ນ, ພວກເຂົາໄດ້ກິ່ນໝາກແອັບເປີ້ນ ແລະ ໂດດລົງຈາກຕຽງ, ໂດຍກັງວົນວ່າພວກເຂົາຈະບໍ່ໄດ້ກິນຈັກຄຳ. ນີ້ຄືວິທີທີ່ພວກເຂົາເຮັດວຽກ ແລະ ນີ້ຄືວິທີທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ. ບໍ່ວ່າຄົນເຫຼົ່ານີ້ຈະໄປໃສ ແລະ ບໍ່ວ່າພວກເຂົາຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ຟັງຄຳເທດສະໜາແນວໃດກໍຕາມ, ພວກເຂົາກໍຈະບໍ່ປ່ຽນແປງເຈດຕະນາ ແລະ ຈຸດປະສົງຂອງພວກເຂົາ ແລະ ພວກເຂົາກໍຈະບໍ່ປ່ອຍວາງຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາ. ສິ່ງຂອງທາງວັດຖຸທັງໝົດຄືເປົ້າໝາຍຂອງການສະແຫວງຫາຂອງພວກເຂົາໃນຊີວິດນີ້; ການກິນດີ, ການແຕ່ງກາຍດີ ແລະ ການເພີດເພີນກັບການໄດ້ຮັບການປະຕິບັດທີ່ດີ ຄືເປົ້າໝາຍຂອງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໃນຊີວິດນີ້. ພວກເຂົາຄິດວ່າ ຖ້າໂດຍການເຊື່ອໃນພຣະເຈົ້າໃນຊີວິດນີ້, ພວກເຂົາສາມາດກິນສິ່ງດີໆ, ນຸ່ງເຄື່ອງງາມໆ ແລະ ຢູ່ໃນເຮືອນງາມໆໄດ້ຢ່າງຕໍ່ເນື່ອງ, ພ້ອມທັງມີອ້າຍເອື້ອຍນ້ອງລ້ຽງດູພວກເຂົາ, ຖ້າພວກເຂົາສາມາດໄດ້ສິ່ງເຫຼົ່ານີ້ມາໂດຍການສໍ້ໂກງ, ພວກເຂົາກໍຈະພໍໃຈໃນຊີວິດນີ້. ໃນໂລກນີ້, ການເຮັດວຽກໜັກໃນວຽກປະຈຳຈະບໍ່ເຮັດໃຫ້ຄົນເຮົາໄດ້ເງິນຫຼາຍປານໃດ ແລະ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຫາເງິນໂດຍການເຮັດທຸລະກິດ, ພວກເຂົາຈະບໍ່ສາມາດເພີດເພີນກັບສິ່ງຕ່າງໆແບບນີ້ໄດ້. ສະນັ້ນ, ຫຼັງຈາກທີ່ຄິດທົບທວນໃນຈິດໃຈຂອງພວກເຂົາແລ້ວ, ພວກເຂົາກໍຍັງຄິດວ່າມັນດີທີ່ສຸດທີ່ຈະເຊື່ອໃນພຣະເຈົ້າ, ເພາະພວກເຂົາບໍ່ຈຳເປັນຕ້ອງອອກແຮງຫຼາຍ. ສິ່ງທີ່ພວກເຂົາຕ້ອງເຮັດກໍພຽງແຕ່ເວົ້າສອງສາມຄຳ, ແລ່ນໄປມາເລັກໜ້ອຍ ແລະ ແບກຮັບຄວາມສ່ຽງເລັກໜ້ອຍ ແລະ ຈາກນັ້ນພວກເຂົາກໍສາມາດກິນດີ ແລະ ແຕ່ງກາຍດີ, ເຖິງຂັ້ນເຮັດໃຫ້ຫຼາຍຄົນຮັບໃຊ້ພວກເຂົາ ແລະ ເພີດເພີນກັບການຖືກປະຕິບັດຄືກັບບຸກຄົນສຳຄັນ (VIP.) ພວກເຂົາຄິດວ່າການດຳລົງຊີວິດແບບນີ້ຍອດຢ້ຽມຫຼາຍ ແລະ ພວກເຂົາໄດ້ຮັບພອນຢ່າງຫຼວງຫຼາຍສຳລັບການເຊື່ອໃນພຣະເຈົ້າ. ດັ່ງນັ້ນ, ພວກເຂົາຈຶ່ງມັກເວົ້າສິ່ງທີ່ບໍ່ຈິງໃຈຕໍ່ໜ້າອ້າຍເອື້ອຍນ້ອງ ເຊັ່ນ: “ພຣະເຈົ້າໄດ້ປະທານໃຫ້ພວກເຮົາຫຼາຍເກີນໄປ, ຫຼວງຫຼາຍເກີນໄປ ແລະ ຫຼາຍກວ່າທີ່ມະນຸດເຄີຍຂໍ ຫຼື ປາດຖະໜາ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງ, ແຕ່ບໍ່ສອດຄ່ອງກັບການສະແຫວງຫາສ່ວນຕົວ ແລະ ລັກສະນະຂອງພວກເຂົາ ແລະ ຄວາມຄິດ, ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາຢ່າງສິ້ນເຊີງ. ທຸກສິ່ງທີ່ພວກເຂົາເວົ້າລ້ວນແຕ່ຫຼອກລວງຜູ້ຄົນ. ພາບລັກພາຍນອກຂອງພວກເຂົາໃນການແລ່ນໄປມາ ແລະ ການເສຍສະລະຕົນເອງກໍລ້ວນແຕ່ເພື່ອຫຼອກລວງຜູ້ຄົນເຊັ່ນກັນ. ມີພຽງແຕ່ການຄິດຄຳນວນ, ເຈດຕະນາ ແລະ ຄວາມໂລບໃນໃຈຂອງພວກເຂົາເທົ່ານັ້ນທີ່ເປັນຈິງ. ນີ້ຄືລັກສະນະຂອງຄົນເຫຼົ່ານີ້. ບໍ່ວ່າພວກເຂົາຈະເຮັດຫຍັງ ຫຼື ໄປໃສ, ຄວາມສຸກທາງວັດຖຸເຫຼົ່ານີ້ຄອບຄອງອັນດັບໜຶ່ງໃນໃຈຂອງພວກເຂົາ ແລະ ພວກເຂົາຈະບໍ່ມີວັນປ່ອຍວາງພວກມັນ ແລະ ຈະບໍ່ມີວັນລືມກ່ຽວກັບພວກມັນ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດ ແລະ ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບເຈດຕະນາຂອງພຣະເຈົ້າແນວໃດ, ພວກເຂົາກໍຈະປະຕິບັດໜ້າທີ່ຂອງພວກເຂົາ ໃນຂະນະທີ່ຍຶດຕິດກັບຄວາມໂລບ ແລະ ຄວາມປາດຖະໜາເຫຼົ່ານີ້ຢ່າງດື້ດ້ານ ແລະ ແອບມີເຈດຕະນາ ແລະ ຈຸດປະສົງເຫຼົ່ານີ້ໄວ້ ແລະ ບໍ່ວ່າພວກເຂົາຈະມີສະຖານະ ຫຼື ບໍ່ມີສະຖານະ, ເຈດຕະນາຂອງພວກເຂົາກໍຈະບໍ່ປ່ຽນແປງ.

ກໍລະນີທີສອງ: ຄວາມແຄ້ນໃຈທີ່ບໍ່ສາມາດໄປຕ່າງປະເທດໄດ້

ເມື່ອເຮົາເຮັດວຽກຢູ່ໃນຈີນແຜ່ນດິນໃຫຍ່, ມີຜູ້ນໍາຄົນໜຶ່ງທີ່ຄິດວ່າລາວສາມາດໄປຕ່າງປະເທດກັບພວກເຮົາໄດ້ ແລະ ມີຄວາມສຸກຫຼາຍກ່ຽວກັບເລື່ອງນີ້. ລາວຄິດໃນໃຈວ່າ “ໃນທີ່ສຸດ ຂ້ອຍກໍເຮັດໄດ້ແລ້ວ. ໃນທີ່ສຸດ ຂ້ອຍກໍສາມາດເພີດເພີນກັບພອນອັນຍິ່ງໃຫຍ່ກັບພຣະເຈົ້າ! ກ່ອນໜ້ານີ້, ຂ້ອຍທົນທຸກກັບຄວາມລຳບາກກັບພຣະເຈົ້າ. ມື້ນີ້ ໃນທີ່ສຸດ ຂ້ອຍກໍໄດ້ຮັບລາງວັນ. ຂ້ອຍສົມຄວນໄດ້ຮັບສິ່ງນີ້. ຢ່າງໜ້ອຍທີ່ສຸດ, ຂ້ອຍກໍເປັນຜູ້ນໍາ ແລະ ຂ້ອຍໄດ້ຜ່ານຄວາມທຸກລຳບາກຫຼາຍຢ່າງ, ສະນັ້ນ ເມື່ອສິ່ງດີໆນີ້ເຂົ້າມາຫາຂ້ອຍ ຂ້ອຍຄວນຈະສາມາດມີສ່ວນຮ່ວມກັບສິ່ງນັ້ນໄດ້, ຂ້ອຍຄວນຈະສາມາດເພີດເພີນກັບສິ່ງທີ່ປາດຖະໜານີ້ໄດ້”. ນີ້ຄືສິ່ງທີ່ລາວຄິດ. ເຖິງຢ່າງໃດກໍຕາມ, ຫຼັງຈາກໃຊ້ເວລາຢ່າງໃກ້ຊິດກັບລາວໄລຍະໜຶ່ງ, ເຮົາສັງເກດເຫັນວ່າລາວບໍ່ມີຫຼັກການໃນສິ່ງທີ່ລາວເວົ້າ ແລະ ເຮັດ, ລາວບໍ່ມີຄວາມເປັນມະນຸດທີ່ດີ, ເຈດຕະນາ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງລາວນັ້ນຂ້ອນຂ້າງແຮງກ້າ ແລະ ບາງຄັ້ງລາວກໍຈຳເປັນຕ້ອງຖືກລິຮານ. ຫຼັງຈາກຖືກລິຮານຫຼາຍຄັ້ງ, ລາວຄິດວ່າ “ຕອນນີ້ຂ້ອຍຈົບກັນແລ້ວ. ເບື້ອງເທິງໄດ້ຮູ້ທັນຂ້ອຍແລ້ວ ແລະ ພວກເຂົາບໍ່ໄດ້ເວົ້າເຖິງເລື່ອງການໄປຕ່າງປະເທດອີກເລີຍ. ເບິ່ງຄືວ່າບໍ່ມີຫວັງທີ່ຂ້ອຍຈະໄດ້ໄປຕ່າງປະເທດ”. ລາວຄິດທົບທວນເລື່ອງເຫຼົ່ານີ້ຢູ່ໃນໃຈຕະຫຼອດເວລາ. ຄວາມຈິງແລ້ວ, ພວກເຮົາສາມາດເຫັນໄດ້ວ່າລາວບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ, ໂດຍພື້ນຖານແລ້ວ ລາວບໍ່ເໝາະສົມທີ່ຈະໄປຕ່າງປະເທດ ແລະ ເຖິງແມ່ນວ່າລາວຈະໄປຕ່າງປະເທດ ລາວກໍຈະບໍ່ສາມາດເຮັດວຽກໃດໆໄດ້, ສະນັ້ນ ພວກເຮົາຈຶ່ງບໍ່ໄດ້ເວົ້າກ່ຽວກັບເລື່ອງນີ້ກັບລາວ. ລາວຮູ້ສຶກວ່າລາວບໍ່ມີຫວັງທີ່ຈະໄດ້ໄປຕ່າງປະເທດ, ສະນັ້ນ ລາວຈຶ່ງເລີ່ມວາງແຜນອື່ນ. ມື້ໜຶ່ງ ລາວອອກໄປ ແລະ ບໍ່ກັບມາອີກເລີຍ. ລາວພຽງແຕ່ປະຈົດໝາຍສະບັບໜຶ່ງໄວ້ ເຊິ່ງຂຽນວ່າ “ຂ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ໄດ້ເຮັດວຽກບາງຢ່າງ. ຕອນນີ້, ພວກເຈົ້າກຳລັງຈະໄປຕ່າງປະເທດ, ແຕ່ຂ້ອຍບໍ່ເໝາະສົມທີ່ຈະໄປກັບພວກເຈົ້າ. ໃນວັນຂ້າງໜ້າ, ຂ້ອຍຈະໃຊ້ເວລາຊົດເຊີຍສິ່ງນີ້. ພຣະເຈົ້າກຽດຊັງຂ້ອຍ, ສະນັ້ນ ຂ້ອຍຈະຈາກພຣະອົງໄປ. ຂ້ອຍຈະບໍ່ເຮັດໃຫ້ພຣະອົງຕ້ອງເບິ່ງຄົນທີ່ພຣະອົງກຽດຊັງ. ຂ້ອຍຈະໄປລີ້”. ຄຳເວົ້າເຫຼົ່ານີ້ຟັງເບິ່ງຄືວ່າມີເຫດຜົນ ແລະ ບໍ່ມີບັນຫາໃຫຍ່ຫຍັງກັບພວກມັນ. ຕໍ່ມາ, ລາວເວົ້າວ່າ “ມັນເປັນແບບນີ້ມາຕັ້ງແຕ່ຂ້ອຍເກີດ. ບໍ່ວ່າຂ້ອຍຈະຢູ່ກັບໃຜ ຂ້ອຍກໍພຽງແຕ່ຖືກເອົາປຽບ. ຂ້ອຍສາມາດທົນທຸກກັບຄວາມຍາກລຳບາກກັບຄົນອື່ນໄດ້, ແຕ່ບໍ່ສາມາດເພີດເພີນກັບພອນຮ່ວມກັບພວກເຂົາໄດ້”. ລາວໝາຍຄວາມວ່າແນວໃດໃນຄຳເວົ້ານີ້? (ລາວຄິດວ່າລາວຖືກພຣະເຈົ້າໃຊ້ງານ.) ນັ້ນຄືສິ່ງທີ່ລາວໝາຍຄວາມວ່າແທ້ໆ. ໂດຍສະເພາະເມື່ອລາວເວົ້າວ່າ “ບໍ່ວ່າຂ້ອຍຈະຢູ່ກັບໃຜ ຂ້ອຍກໍເຮັດໄດ້ພຽງແຕ່ທົນທຸກກັບພວກເຂົາເທົ່ານັ້ນ, ຂ້ອຍບໍ່ສາມາດເພີດເພີນກັບພອນຮ່ວມກັບພວກເຂົາໄດ້”, ສິ່ງທີ່ລາວໝາຍເຖິງກໍຄື: “ຂ້ອຍໄດ້ທົນທຸກຈາກຄວາມຍາກລຳບາກຫຼາຍ ແລະ ແບກຮັບຄວາມສ່ຽງຫຼາຍຮ່ວມກັບພວກເຈົ້າ, ແຕ່ເມື່ອເຖິງເວລາທີ່ຈະເພີດເພີນກັບພອນຮ່ວມກັບພວກເຈົ້າ, ພວກເຈົ້າພັດບໍ່ເຕັມໃຈ”. ໂດຍການກ່າວຄຳເວົ້າເຫຼົ່ານີ້ ລາວກຳລັງຈົ່ມວ່າ ແລະ ລາວຈຶ່ງເກີດຄວາມແຄ້ນໃຈຂຶ້ນມາ ເຊິ່ງເປັນຜົນມາຈາກບັນຫານີ້. ປາກຂອງລາວເວົ້າວ່າ “ພຣະເຈົ້າກຽດຊັງຂ້ອຍ. ຂ້ອຍຈະຈາກພຣະເຈົ້າໄປ. ຂ້ອຍຈະບໍ່ເຮັດໃຫ້ພຣະອົງຮູ້ສຶກກຽດຊັງ”, ແຕ່ໃນໃຈຂອງລາວ ລາວຄັບແຄ້ນໃຈແທ້ໆ: “ພວກເຈົ້າກຳລັງຈະໄປຕ່າງປະເທດເພື່ອເພີດເພີນກັບພອນ ແລະ ຢາກກຳຈັດຂ້ອຍ!” ນີ້ແມ່ນສິ່ງທີ່ເກີດຂຶ້ນແທ້ໆບໍ? (ບໍ່.) ແລ້ວເກີດຫຍັງຂຶ້ນ? ລາວຄິດວ່າພວກເຮົາລິຮານລາວ ເພາະວ່າພວກເຮົາຢາກກຳຈັດລາວ, ບໍ່ແມ່ນຍ້ອນວ່າລາວບໍ່ໄລ່ຕາມຄວາມຈິງ ຫຼື ບໍ່ມີຫຼັກການໃນສິ່ງທີ່ລາວເວົ້າ ແລະ ເຮັດ. ລາວບໍ່ເຂົ້າໃຈວ່າລາວມີບັນຫາ. ແທນທີ່ຈະເປັນແນວນັ້ນ ລາວຄິດວ່າ “ຂ້ອຍທົນທຸກຈາກຄວາມຍາກລຳບາກກັບເຈົ້າ, ສະນັ້ນ ຂ້ອຍຄວນເພີດເພີນກັບພອນຮ່ວມກັບເຈົ້າ. ເຈົ້າຕ້ອງໃຫ້ຂ້ອຍເຂົ້າສູ່ລາຊະອານາຈັກຢ່າງແນ່ນອນ ແລະ ໃຫ້ຂ້ອຍກາຍເປັນໜຶ່ງໃນປະຊາຊົນຂອງລາຊະອານາຈັກ. ບໍ່ວ່າຂ້ອຍຈະເຮັດຫຍັງ, ເຈົ້າບໍ່ຄວນປະຖິ້ມຂ້ອຍ”. ນີ້ບໍ່ແມ່ນສິ່ງທີ່ລາວຄິດບໍ? (ແມ່ນແລ້ວ.) ແກ່ນແທ້ຂອງວິທີຄິດແບບນີ້ແມ່ນຫຍັງ? (ມັນຄືແກ່ນແທ້ດຽວກັນກັບໂປໂລ ເມື່ອລາວພະຍາຍາມເຮັດການແລກປ່ຽນກັບພຣະເຈົ້າເພື່ອແລກກັບມົງກຸດ.) ນັ້ນຄືສິ່ງທີ່ຖືກຕ້ອງແລ້ວ, ມັນຄືແກ່ນແທ້ຂອງໂປໂລ. ລາວເຊື່ອໃນພຣະເຈົ້າ, ຕິດຕາມພຣະເຈົ້າ, ທົນທຸກຈາກຄວາມຍາກລຳບາກ ແລະ ຈ່າຍລາຄາ ເພື່ອໃຫ້ໄດ້ຮັບມົງກຸດ ແລະ ໄດ້ຮັບພອນ. ລາວບໍ່ມີຄວາມເຊື່ອທີ່ແທ້ຈິງ ແລະ ລາວບໍ່ໄດ້ສະແຫວງຫາຄວາມຈິງ. ລາວພຽງແຕ່ພະຍາຍາມເຮັດການແລກປ່ຽນກັບພຣະເຈົ້າ. ຖ້າຂໍ້ຕົກລົງລົ້ມເຫຼວ, ລາວບໍ່ໄດ້ຮັບພອນ ແລະ ລາວຮູ້ສຶກວ່າລາວເສຍປຽບ, ຈາກນັ້ນລາວກໍໂມໂຫຮ້າຍ, ຮູ້ສຶກວ່າເລື່ອງນີ້ບໍ່ມີຫວັງແລ້ວ ແລະ ບໍ່ສົນໃຈຫຍັງອີກຕໍ່ໄປ ແລະ ຄວາມຄັບແຄ້ນໃຈກໍເກີດຂຶ້ນໃນໃຈຂອງລາວ. ສິ່ງເຫຼົ່ານີ້ຄືສິ່ງທີ່ລາວເປີດເຜີຍໃນຂະນະທີ່ລາວເວົ້າ. ຄົນນີ້ເຮັດຫຍັງຕໍ່ໄປ? ຫຼັງຈາກນັ້ນ, ຄົນນີ້ກໍໄປເຮັດທຸລະກິດ ແລະ ມີຍິງສາວຫຼາຍຄົນອ້ອມຮອບລາວ. ເຖິງແມ່ນວ່າລາວບໍ່ໄດ້ເວົ້າວ່າລາວບໍ່ເຊື່ອໃນພຣະເຈົ້າ, ແຕ່ລາວກໍບໍ່ໄດ້ປະຕິບັດໜ້າທີ່ຂອງລາວ ແລະ ບໍ່ໄດ້ເປັນຜູ້ຕິດຕາມພຣະເຈົ້າ. ບໍ່ມີໃຜຄິດເລີຍວ່າລາວຈະຍອມປະຖິ້ມໂອກາດໃນການຕິດຕາມພຣະເຈົ້າ ແລ້ວໄປເຮັດທຸລະກິດ ພຽງເພາະວ່າລາວຖືກລິຮານເລັກນ້ອຍ. ທ່າທາງທີ່ໂມໂຫຮ້າຍຂອງລາວ ແລະ ວິທີທີ່ລາວສະແດງອອກກ່ອນໜ້ານີ້ ເປັນຄົນລະຄົນເລີຍ. ນີ້ຄືທຳມະຊາດຂອງລາວທີ່ເປີດເຜີຍຕົວມັນເອງອອກມາ. ກ່ອນໜ້ານີ້, ລາວບໍ່ໄດ້ເຮັດແບບນີ້ພຽງເພາະວ່າສະຖານະການທີ່ເໝາະສົມຍັງມາບໍ່ເຖິງ. ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ລາວເຊື່ອງຕົວຕົນທີ່ແທ້ຈິງຂອງລາວໄວ້, ທຳທ່າວ່າລາວບໍ່ໄດ້ເປັນແບບນັ້ນ ແລະ ຢັບຢັ້ງຕົນເອງບໍ່ໃຫ້ເຮັດມັນ. ຖ້າເຈົ້າເປັນຄົນດີຢ່າງແທ້ຈິງ, ບໍ່ວ່າເຈົ້າຈະພົບກັບສະຖານະການໃດກໍຕາມ, ກ່ອນອື່ນໝົດ ເຈົ້າຕ້ອງຍຶດໝັ້ນໃນຕຳແໜ່ງຂອງຕົນໃນຖານະສິ່ງທີ່ຖືກສ້າງ ແລະ ຮູ້ວ່າເຈົ້າແມ່ນໃຜ. ນອກຈາກນີ້, ຄົນທີ່ມີຄວາມເປັນມະນຸດຢ່າງແທ້ຈິງຈະສາມາດເຮັດສິ່ງຕ່າງໆ ແລະ ການກະທຳຜິດທີ່ປາສະຈາກຄວາມເປັນມະນຸດໄດ້ບໍ? (ບໍ່.) ພວກເຂົາເຮັດບໍ່ໄດ້ຢ່າງແນ່ນອນ. ຈາກເລື່ອງນີ້ ມັນເຫັນໄດ້ຊັດເຈນວ່າ ເມື່ອຜູ້ຄົນບໍ່ສາມາດຍອມຮັບຄວາມຈິງໄດ້ ມັນກໍເປັນສິ່ງທີ່ກະບົດທີ່ສຸດ ແລະ ພວກເຂົາຢູ່ໃນອັນຕະລາຍທີ່ສຸດ. ຖ້າພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້ເລີຍ, ແລ້ວພວກເຂົາກໍເປັນຜູ້ບໍ່ເຊື່ອ. ຖ້າຄວາມປາດຖະໜາຂອງຄົນແບບນີ້ທີ່ຈະໄດ້ຮັບພອນຖືກພັງທະລາຍລົງ, ພວກເຂົາກໍຈະຈາກພຣະເຈົ້າໄປ. ເປັນຫຍັງຈຶ່ງເປັນແນວນີ້? (ເພາະວ່າສິ່ງທີ່ພວກເຂົາສະແຫວງຫາຄືການໄດ້ຮັບພອນ ແລະ ເພີດເພີນກັບພຣະຄຸນ.) ພວກເຂົາເຊື່ອໃນພຣະເຈົ້າແຕ່ບໍ່ໄລ່ຕາມຄວາມຈິງ. ສຳລັບພວກເຂົາແລ້ວ, ຄວາມລອດພົ້ນເປັນພຽງເຄື່ອງປະດັບ ແລະ ຄຳເວົ້າທີ່ຟັງເບິ່ງມ່ວນຫູ. ສິ່ງທີ່ຫົວໃຈຂອງພວກເຂົາສະແຫວງຫາຄືລາງວັນ, ມົງກຸດ ແລະ ສິ່ງທີ່ປາດຖະໜາ, ພວກເຂົາຢາກໄດ້ຮັບຮ້ອຍເທົ່າໃນຊີວິດນີ້ ແລະ ຢາກໄດ້ຊີວິດນິລັນດອນໃນໂລກທີ່ຈະມາເຖິງ. ຖ້າພວກເຂົາບໍ່ສາມາດໄດ້ຮັບສິ່ງເຫຼົ່ານີ້, ແລ້ວພວກເຂົາກໍຈະບໍ່ເຊື່ອ; ໃບໜ້າທີ່ແທ້ຈິງຂອງພວກເຂົາກໍຈະປາກົດອອກມາ ແລະ ພວກເຂົາກໍຈະຈາກພຣະເຈົ້າໄປ. ສິ່ງທີ່ພວກເຂົາເຊື່ອໃນໃຈຂອງພວກເຂົາບໍ່ແມ່ນພາລະກິດຂອງພຣະເຈົ້າ ແລະ ບໍ່ແມ່ນຄວາມຈິງທີ່ພຣະເຈົ້າສະແດງອອກ ແລະ ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຄວາມລອດພົ້ນ, ແຮງບໍ່ຕ້ອງເວົ້າເຖິງການປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງໃຫ້ດີ; ແທນທີ່ຈະເປັນແນວນັ້ນ, ມັນຄືກັນກັບໂປໂລ ນັ້ນກໍຄື ການໄດ້ຮັບພອນຢ່າງຫຼວງຫຼາຍ, ການມີອຳນາດທີ່ຍິ່ງໃຫຍ່, ການສວມມົງກຸດຂະໜາດໃຫຍ່ ແລະ ການຢູ່ໃນລະດັບດຽວກັນກັບພຣະເຈົ້າ. ສິ່ງເຫຼົ່ານີ້ຄືຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາ. ດັ່ງນັ້ນ, ທຸກຄັ້ງທີ່ມີຜົນປະໂຫຍດ ຫຼື ສິ່ງທີ່ປາດຖະໜາບາງຢ່າງໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຕໍ່ສູ້ເພື່ອຍາດແຍ່ງມັນມາ, ເລີ່ມຈັດອັນດັບຜູ້ຄົນຕາມຄຸນສົມບັດ ແລະ ຄວາມອາວຸໂສຂອງພວກເຂົາ ແລະ ຄິດທົບທວນໃນໃຈວ່າ “ຂ້ອຍມີຄຸນສົມບັດ. ຂ້ອຍຄວນມີສ່ວນແບ່ງໃນສິ່ງນີ້. ຂ້ອຍຕ້ອງຕໍ່ສູ້ເພື່ອໃຫ້ໄດ້ມັນມາ”. ພວກເຂົາວາງຕົນເອງໄວ້ໃນຕຳແໜ່ງແຖວໜ້າໃນເຮືອນຂອງພຣະເຈົ້າ, ຈາກນັ້ນກໍຄິດວ່າມັນເໝາະສົມແລ້ວທີ່ພວກເຂົາຈະເພີດເພີນກັບຜົນປະໂຫຍດເຫຼົ່ານີ້ຂອງເຮືອນຂອງພຣະເຈົ້າ. ຕົວຢ່າງ: ໃນເລື່ອງການໄປຕ່າງປະເທດ, ຄວາມຄິດທຳອິດຂອງຄົນນັ້ນກໍຄື ລາວຄວນຈະສາມາດມີສ່ວນຮ່ວມໄດ້, ຄົນສ່ວນໃຫຍ່ບໍ່ດີຄືກັບລາວ, ບໍ່ໄດ້ທົນທຸກຈາກຄວາມຍາກລຳບາກຄືກັບລາວ, ບໍ່ມີຄຸນສົມບັດຄືກັບລາວ, ບໍ່ໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີຄືກັບລາວ ແລະ ບໍ່ໄດ້ເປັນຜູ້ນໍາເປັນເວລາດົນນານຄືກັບລາວ. ລາວໃຊ້ທຸກຂໍ້ອ້າງ ແລະ ວິທີການປະເມີນເພື່ອຈັດອັນດັບຕົນເອງ. ບໍ່ວ່າລາວຈະຈັດອັນດັບຜູ້ຄົນແນວໃດ, ລາວກໍວາງຕົນເອງໄວ້ແຖວໜ້າສະເໝີ ແລະ ຢູ່ໃນອັນດັບຂອງຜູ້ທີ່ມີຄຸນສົມບັດ. ໃນທີ່ສຸດ, ລາວຮູ້ສຶກວ່າມັນເໝາະສົມແລ້ວທີ່ລາວຄວນເພີດເພີນກັບການປະຕິບັດນີ້. ທັນທີທີ່ລາວບໍ່ໄດ້ຮັບສິ່ງນີ້ ແລະ ທັນທີທີ່ຄວາມເພີ້ຝັນຂອງລາວທີ່ຈະໄດ້ຮັບພອນ ແລະ ໄດ້ຮັບສິ່ງທີ່ເປັນຜົນປະໂຫຍດຂອງລາວຖືກພັງທະລາຍລົງ, ລາວກໍຈະເຮັດບາງຢ່າງກ່ຽວກັບມັນ, ຈະໂມໂຫຮ້າຍ, ຖຽງກັບພຣະເຈົ້າແທນທີ່ຈະອ່ອນນ້ອມ ແລະ ສະແຫວງຫາຄວາມຈິງ. ມັນເຫັນໄດ້ຊັດເຈນວ່າ ຫົວໃຈຂອງລາວເຕັມໄປດ້ວຍສິ່ງເຫຼົ່ານີ້ທີ່ລາວສະແຫວງຫາ ແລະ ມັນພຽງພໍທີ່ຈະສະແດງໃຫ້ເຫັນວ່າ ສິ່ງທີ່ລາວສະແຫວງຫານັ້ນບໍ່ສອດຄ່ອງກັບຄວາມຈິງໂດຍສິ້ນເຊີງ. ບໍ່ວ່າລາວຈະເຮັດວຽກຫຼາຍປານໃດ, ເປົ້າໝາຍ ແລະ ເຈດຕະນາຂອງລາວກໍບໍ່ມີຫຍັງນອກເໜືອໄປຈາກການໄດ້ຮັບມົງກຸດ ເຊິ່ງຄືກັນກັບເປົ້າໝາຍ ແລະ ເຈດຕະນາຂອງໂປໂລ ແລະ ລາວກໍຍຶດຕິດກັບມັນຢ່າງໝັ້ນຄົງ ແລະ ບໍ່ປ່ອຍວາງຈັກເທື່ອ. ບໍ່ວ່າຈະມີການໂອ້ລົມຄວາມຈິງກັບລາວແນວໃດ, ບໍ່ວ່າລາວຈະຖືກລິຮານ, ເປີດໂປງ ແລະ ໄຈ້ແຍກແນວໃດ, ລາວກໍຍັງຍຶດຕິດກັບເຈດຕະນາທີ່ຈະໄດ້ຮັບພອນຢ່າງດື້ດ້ານ ແລະ ບໍ່ຍອມປ່ອຍວາງມັນ. ເມື່ອລາວບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ເຫັນວ່າຄວາມປາດຖະໜາຂອງລາວທີ່ຈະໄດ້ຮັບພອນຖືກທຳລາຍລົງ, ລາວກໍກາຍເປັນຄົນຄິດລົບ ແລະ ຖອຍຫຼັງ, ປະຖິ້ມໜ້າທີ່ຂອງລາວ ແລະ ແລ່ນໜີ. ລາວບໍ່ໄດ້ບັນລຸໜ້າທີ່ຂອງລາວຢ່າງແທ້ຈິງ ຫຼື ໃຫ້ບໍລິການທີ່ດີໃນການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ ແລະ ສິ່ງນີ້ເປີດເຜີຍຢ່າງສົມບູນວ່າ ລາວບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ບໍ່ໄດ້ອ່ອນນ້ອມຢ່າງແທ້ຈິງ ແລະ ບໍ່ມີຄຳພະຍານຈາກປະສົບການທີ່ແທ້ຈິງແມ່ນແຕ່ໜ້ອຍດຽວ, ລາວເປັນພຽງໝາປ່າໃນຄາບແກະທີ່ແຝງຕົວຢູ່ໃນຝູງແກະ. ໃນທີ່ສຸດ, ຄົນທີ່ເປັນຜູ້ບໍ່ເຊື່ອເຂົ້າກະດູກດຳກໍຖືກເປີດເຜີຍຢ່າງຖີ່ຖ້ວນ ແລະ ຖືກກຳຈັດ ແລະ ຊີວິດຂອງລາວໃນຖານະຜູ້ເຊື່ອກໍສິ້ນສຸດລົງ. ນີ້ແມ່ນກໍລະນີໜຶ່ງ.

ນີ້ບໍ່ແມ່ນກໍລະນີທີ່ເກີດຂຶ້ນພຽງຄັ້ງດຽວ. ນີ້ບໍ່ແມ່ນຄົນດຽວທີ່ສະດຸດລົ້ມ ແລະ ຖືກເປີດເຜີຍໂດຍເລື່ອງການໄປຕ່າງປະເທດ. ຕົວຢ່າງທີ່ເຮົາຫາກໍຍົກມາແມ່ນກ່ຽວກັບຜູ້ຊາຍ, ແຕ່ກໍຍັງມີອີກຄົນໜຶ່ງທີ່ເປັນແມ່ຍິງ. ໃນເບື້ອງຕົ້ນ ແຜນການກໍຄືຈະໃຫ້ແມ່ຍິງຄົນນີ້ໄປຕ່າງປະເທດກັບພວກເຮົາເຊັ່ນກັນ. ເມື່ອເລື່ອງນີ້ເກີດຂຶ້ນ, ນາງກໍມີຄວາມສຸກຫຼາຍຢູ່ຂ້າງໃນ ແລະ ເລີ່ມວາງແຜນ ແລະ ກຽມຕົວສຳລັບເລື່ອງນີ້, ແຕ່ໃນທີ່ສຸດ ຍ້ອນເຫດຜົນຫຼາຍຢ່າງ ນາງຈຶ່ງບໍ່ສາມາດໄປໄດ້. ໃນເວລານັ້ນ, ນາງບໍ່ໄດ້ຮັບແຈ້ງໃຫ້ຊາບ ເພາະສະຖານະການອັນຕະລາຍເກີນໄປ. ໃນການປະຊຸມຜູ້ຮ່ວມງານຄັ້ງໜຶ່ງ, ນາງໄດ້ຮູ້ກ່ຽວກັບການຕັດສິນໃຈນີ້. ຈົ່ງວິເຄາະເບິ່ງວ່າ: ຜົນຈະເປັນແນວໃດເມື່ອແມ່ຍິງຄົນນີ້ຮູ້ເລື່ອງ? (ຖ້າຄົນໃດຄົນໜຶ່ງມີຄວາມຄິດແບບຄົນປົກກະຕິ, ພວກເຂົາກໍບໍ່ໜ້າຈະມີປະຕິກິລິຍາທີ່ໃຫຍ່ໂຕຫຼາຍຫຼັງຈາກທີ່ຮູ້ເລື່ອງ. ພວກເຂົາຈະພິຈາລະນາວ່າ ມັນເປັນຍ້ອນສະຖານະການອັນຕະລາຍ ພວກເຂົາຈຶ່ງບໍ່ສາມາດໄປຕ່າງປະເທດໄດ້ ແລະ ພວກເຂົາຈະສາມາດຈັດການກັບເລື່ອງນີ້ໄດ້ຢ່າງຖືກຕ້ອງ. ເຖິງຢ່າງໃດກໍຕາມ, ຖ້າແມ່ຍິງຄົນນີ້ຮູ້ເລື່ອງ, ນາງອາດຈະໂມໂຫຮ້າຍ ແລະ ພະຍາຍາມຖຽງກັບພຣະເຈົ້າ.) ນັ້ນຄືສິ່ງທີ່ຖືກຕ້ອງແລ້ວ, ພວກເຈົ້າກຳລັງເຂົ້າໃຈລັກສະນະຂອງຄົນປະເພດນີ້ພໍສົມຄວນ. ນີ້ຄືສິ່ງທີ່ຄົນປະເພດນີ້ເປັນ, ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ, ພວກເຂົາຈະບໍ່ຍອມເສຍປຽບ, ແຕ່ຈະເອົາປຽບແທນ. ໃນທຸກສິ່ງ, ພວກເຂົາຕ້ອງຢູ່ເໜືອຄົນອື່ນ ແລະ ດີກວ່າຄົນອື່ນ. ໃນທຸກສິ່ງ, ພວກເຂົາຕ້ອງດີທີ່ສຸດ. ພວກເຂົາຕ້ອງໄດ້ຮັບສິ່ງທີ່ປາດຖະໜາທຸກຢ່າງ ແລະ ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ສຳລັບພວກເຂົາທີ່ຈະບໍ່ມີສ່ວນຮ່ວມໃນບາງສິ່ງ. ຫຼັງຈາກທີ່ຜູ້ຍິງຄົນນັ້ນຮູ້ກ່ຽວກັບເລື່ອງນີ້, ນາງກໍໂມໂຫໃນທັນທີ ແລະ ນອນກິ້ງເກືອກຢູ່ພື້ນ ພ້ອມທັງອາລະວາດ. ດ້ານທີ່ເປັນມານຮ້າຍຂອງນາງຖືກສະແດງອອກມາ ແລະ ນາງກໍຕໍ່ວ່າຜູ້ຮ່ວມງານຂອງນາງ ແລະ ລະບາຍຄວາມໂກດຮ້າຍໃສ່ພວກເຂົາ. ຄວາມໂກດຮ້າຍຂອງນາງມາຈາກໃສ? ມັນເບິ່ງຄືວ່ານາງໂກດຮ້າຍອ້າຍເອື້ອຍນ້ອງ, ແຕ່ຄວາມຈິງແລ້ວນາງໂກດຮ້າຍໃຜ? (ນາງໂກດຮ້າຍພຣະເຈົ້າ.) ນີ້ຄືສິ່ງທີ່ເກີດຂຶ້ນ. ແລ້ວສາເຫດຂອງຄວາມໂກດຮ້າຍຂອງນາງແມ່ນຫຍັງ? ຮາກເຫງົ້າຂອງມັນຢູ່ໃສ? (ເພາະວ່າຄວາມປາດຖະໜາຂອງນາງບໍ່ໄດ້ຮັບການຕອບສະໜອງ.) ມັນເປັນເພາະວ່ານາງບໍ່ໄດ້ຮັບສິ່ງທີ່ປາດຖະໜາ ແລະ ເປົ້າໝາຍຂອງນາງບໍ່ບັນລຸຜົນ. ນາງບໍ່ປະສົບຜົນສຳເລັດໃນການໄດ້ຮັບຜົນປະໂຫຍດໃນຄັ້ງນີ້; ແທນທີ່ຈະເປັນແນວນັ້ນ, ຄົນອື່ນກັບໄດ້ຮັບຜົນປະໂຫຍດ ແລະ ນາງບໍ່ສາມາດມີສ່ວນຮ່ວມໄດ້, ສະນັ້ນ ນາງຈຶ່ງໂມໂຫຮ້າຍ. ນາງບໍ່ສາມາດທຳທ່າເຮັດອີກຕໍ່ໄປ. ນາງລະບາຍ ແລະ ປົດປ່ອຍຄວາມບໍ່ພໍໃຈ ແລະ ຄວາມຄັບແຄ້ນໃຈທັງໝົດໃນໃຈຂອງນາງອອກມາ. ໃນອະດີດ, ນາງຕ້ອງເປັນຄົນທຳອິດທີ່ຮູ້ສະເໝີວ່າເບື້ອງເທິງກຳລັງເຮັດຫຍັງ. ນາງຢາກຕິດຕໍ່ກັບເບື້ອງເທິງສະເໝີ ແລະ ບໍ່ພົວພັນກັບອ້າຍເອື້ອຍນ້ອງ. ນາງປະຕິບັດຕໍ່ຕົນເອງຄືກັບບຸກຄົນຊັ້ນສູງສະເໝີ, ບໍ່ແມ່ນສະມາຊິກທົ່ວໄປ, ສະນັ້ນ ນາງຈຶ່ງຄິດວ່ານາງຄວນໄດ້ໄປຕ່າງປະເທດເຊັ່ນກັນໃນຄັ້ງນີ້, ຖ້າບໍ່ມີໃຜໄປ, ນາງກໍຄວນໄດ້ໄປ. ນາງເປັນຜູ້ສະໝັກຫຼັກ ແລະ ນາງຄວນມີຄວາມສຸກກັບການໄດ້ຮັບການປະຕິບັດໃນລັກສະນະນີ້. ນີ້ຄືສິ່ງທີ່ໃຈຂອງນາງຄິດແທ້ໆ. ຕອນນີ້, ນາງເຫັນວ່ານາງຈະບໍ່ມີຄວາມສຸກກັບການໄດ້ຮັບການປະຕິບັດໃນລັກສະນະນີ້, ຄວາມຍາກລຳບາກທັງໝົດທີ່ນາງທົນທຸກມາຫຼາຍປີນີ້ລ້ວນແລ້ວແຕ່ສູນເປົ່າ. ນາງບໍ່ມີຫຍັງເລີຍຈາກສະຖານະທີ່ນາງຈັດການຢ່າງພຽນພະຍາຍາມ ແລະ ການປະຕິບັດທີ່ນາງຕ້ອງການ. ໃນຊ່ວງເວລານີ້ ທຸກສິ່ງເຫຼົ່ານີ້ສະຫຼາຍກາຍເປັນຄວາມຫວ່າງເປົ່າ. ບໍ່ໜ້າເຊື່ອເລີຍວ່າ ນາງບໍ່ສາມາດຕົ້ມຕຸນເອົາສິ່ງທີ່ປາດຖະໜາທີ່ມີຂະໜາດໃຫຍ່ປານນີ້ໄດ້; ບໍ່ໜ້າເຊື່ອເລີຍວ່າ ນາງຖືກຖິ້ມ, ສະນັ້ນ ນາງຈຶ່ງຄິດວ່ານາງບໍ່ໄດ້ຢູ່ໃນຕຳແໜ່ງທີ່ສູງໃນພຣະໄທຂອງພຣະເຈົ້າ ແລະ ເປັນພຽງຄົນທຳມະດາ. ກຳແພງປ້ອງກັນໃນໃຈຂອງນາງພັງທະລາຍລົງຢ່າງສົມບູນ ແລະ ນາງບໍ່ໄດ້ທຳທ່າເຮັດອີກຕໍ່ໄປ ແລະ ບໍ່ໄດ້ປິດບັງສິ່ງຕ່າງໆ. ນາງເລີ່ມອາລະວາດ, ຮ້ອງໃສ່ຜູ້ຄົນ, ລະບາຍ, ໂມໂຫ ແລະ ເປີດເຜີຍສິ່ງທີ່ເປັນທຳມະຊາດຂອງນາງ ໂດຍບໍ່ສົນໃຈວ່າຄົນອື່ນຈະເວົ້າແນວໃດ ຫຼື ເບິ່ງມັນແນວໃດ. ຫຼັງຈາກນັ້ນ, ນາງກໍຖືກສົ່ງໄປທີມງານໜຶ່ງເພື່ອປະຕິບັດໜ້າທີ່. ໃນຂະນະທີ່ນາງກຳລັງປະຕິບັດໜ້າທີ່ຂອງນາງ ນາງໄດ້ເຮັດສິ່ງບໍ່ດີຫຼາຍຢ່າງ ແລະ ໃນທີ່ສຸດ ອ້າຍເອື້ອຍນ້ອງໃນທີມງານກໍຂຽນຈົດໝາຍຮ່ວມກັນເພື່ອຮຽກຮ້ອງໃຫ້ຂັບໄລ່ນາງ. ສາເຫດທີ່ນາງຖືກຂັບໄລ່ແມ່ນຫຍັງ? ອ້າຍເອື້ອຍນ້ອງຖ່າຍທອດວ່າ ຄວາມຊົ່ວຮ້າຍທີ່ນາງເຮັດສາມາດອະທິບາຍໄດ້ດ້ວຍວະລີດຽວຄື: ມີຫຼາຍຈົນບໍ່ສາມາດຂຽນມັນອອກມາໝົດໄດ້! ເວົ້າອີກຢ່າງໜຶ່ງກໍຄື ນາງເຮັດຄວາມຊົ່ວຫຼາຍເກີນໄປ ແລະ ທຳມະຊາດຂອງສິ່ງທີ່ນາງເຮັດກໍຮ້າຍແຮງເກີນໄປ, ມັນບໍ່ສາມາດສື່ສານໄດ້ຢ່າງຊັດເຈນໃນປະໂຫຍກດຽວ ຫຼື ສອງປະໂຫຍກ ແລະ ບໍ່ສາມາດເລົ່າຄືນໄດ້ໃນເລື່ອງດຽວ ຫຼື ສອງເລື່ອງ. ນາງເຮັດສິ່ງຊົ່ວຮ້າຍນັບບໍ່ຖ້ວນ ແລະ ມັນເຮັດໃຫ້ຜູ້ຄົນໂກດຮ້າຍ, ສະນັ້ນ ຄຣິສຕະຈັກຈຶ່ງຂັບໄລ່ນາງ. ສິ່ງຊົ່ວຮ້າຍເຫຼົ່ານີ້ທີ່ນາງເຮັດ ແມ່ນບໍ່ໄດ້ເຮັດກ່ອນທີ່ບັນຫາເລື່ອງການໄປຕ່າງປະເທດຈະເກີດຂຶ້ນ, ແລ້ວເປັນຫຍັງນາງຈຶ່ງສາມາດເຮັດສິ່ງເຫຼົ່ານີ້ໄດ້ຫຼັງຈາກທີ່ມັນເກີດຂຶ້ນ? ເພາະວ່າບັນຫາເລື່ອງການໄປຕ່າງປະເທດບໍ່ໄດ້ເປັນໄປຕາມທີ່ນາງປາດຖະໜາ. ມັນເຫັນໄດ້ຊັດເຈນວ່າ ສິ່ງຊົ່ວຮ້າຍທີ່ນາງເຮັດ ແລະ ຄວາມຂີ້ຮ້າຍທີ່ນາງເປີດເຜີຍ ເປັນການແກ້ແຄ້ນ ແລະ ການລະບາຍປະເພດໜຶ່ງ ເຊິ່ງເກີດຂຶ້ນພຽງເພາະວ່ານາງບໍ່ໄດ້ຮັບສິ່ງທີ່ຕ້ອງການນີ້. ບອກເຮົາເບິ່ງວ່າ, ເມື່ອຄົນທີ່ສະແຫວງຫາຄວາມຈິງຢ່າງແທ້ຈິງ ແລະ ມີຄວາມເປັນມະນຸດພົບກັບສະຖານະການແບບນີ້, ເຖິງແມ່ນວ່າພວກເຂົາຈະບໍ່ເຂົ້າໃຈຄວາມຈິງຫຼາຍຢ່າງ, ພວກເຂົາຈະສາມາດເຮັດໃຫ້ເກີດການສະແດງອອກເຫຼົ່ານີ້ໄດ້ບໍ? ພວກເຂົາສາມາດເປີດເຜີຍສິ່ງເຫຼົ່ານີ້ໄດ້ບໍ? ຜູ້ໃດກໍຕາມທີ່ມີຄວາມເປັນມະນຸດເລັກນ້ອຍ, ມີສະຕິຮູ້ສຶກຜິດຊອບເລັກນ້ອຍ ແລະ ມີຄວາມຮູ້ສຶກລະອາຍໃຈເລັກນ້ອຍ ຈະບໍ່ເຮັດສິ່ງເຫຼົ່ານີ້, ແຕ່ຈະຢັບຢັ້ງຕົນເອງ. ເຖິງແມ່ນວ່າໃຈຂອງພວກເຂົາຈະບໍ່ມີຄວາມສຸກ, ບໍ່ພໍໃຈ ແລະ ເຈັບປວດເລັກນ້ອຍ, ພວກເຂົາກໍຄິດວ່າພວກເຂົາເປັນພຽງຄົນທຳມະດາ, ພວກເຂົາບໍ່ຄວນຕໍ່ສູ້ເພື່ອໃຫ້ໄດ້ສິ່ງນີ້, ຜູ້ທີ່ເຊື່ອໃນພຣະເຈົ້າຄວນສະແຫວງຫາຄວາມຈິງ, ອ່ອນນ້ອມຕໍ່ການຈັດວາງຂອງພຣະເຈົ້າໃນທຸກສິ່ງ, ພວກເຂົາບໍ່ຄວນມີທາງເລືອກໃດໆ ແລະ ຜູ້ຄົນເປັນພຽງສິ່ງທີ່ຖືກສ້າງ ແລະ ບໍ່ໄດ້ໜ້າປະທັບໃຈໃນລັກສະນະໃດໜຶ່ງເລີຍ. ພວກເຂົາຈະບໍ່ມີຄວາມສຸກເປັນເວລາສອງສາມມື້, ແຕ່ຈາກນັ້ນມັນກໍຈະເປັນເລື່ອງທີ່ຜ່ານໄປແລ້ວ. ພວກເຂົາຈະຍັງເຊື່ອໃນແບບທີ່ພວກເຂົາຄວນເຊື່ອ ແລະ ຈະບໍ່ເຮັດຄວາມຊົ່ວ ຫຼື ແກ້ແຄ້ນຍ້ອນເລື່ອງນີ້ ແລະ ຈະບໍ່ລະບາຍຍ້ອນເລື່ອງນີ້. ໃນທາງກົງກັນຂ້າມ, ຄົນທີ່ບໍ່ໄລ່ຕາມຄວາມຈິງ ແລະ ມີລັກສະນະທີ່ບໍ່ດີຢ່າງສຸດຂີດ ສາມາດສະແດງການກະທຳທີ່ຊົ່ວຮ້າຍທັງໝົດນີ້ ເຊິ່ງພວກເຂົາບໍ່ເຄີຍເຮັດມາກ່ອນ ພຽງຍ້ອນເລື່ອງເລັກນ້ອຍເລື່ອງດຽວ. ສິ່ງນີ້ອະທິບາຍເຖິງບັນຫາ. ມັນອະທິບາຍແກ່ນແທ້ຄວາມເປັນມະນຸດຂອງຄົນປະເພດນີ້ ແລະ ອະທິບາຍການສະແຫວງຫາທີ່ແທ້ຈິງຂອງຄົນປະເພດນີ້, ນັ້ນກໍຄື ໃບໜ້າທີ່ແທ້ຈິງຂອງພວກເຂົາຖືກເປີດເຜີຍອອກມາສູ່ແສງສະຫວ່າງຢ່າງສົມບູນຜ່ານການເປີດເຜີຍຂອງບັນຫານີ້. ຢ່າງທຳອິດ, ແກ່ນແທ້ຂອງພວກເຂົາຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສໂດຍສິ້ນເຊີງ. ຢ່າງທີສອງ, ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ເຄີຍປະຕິບັດຕໍ່ຕົນເອງວ່າເປັນເປົ້າໝາຍແຫ່ງຄວາມລອດພົ້ນ ແລະ ອ່ອນນ້ອມຕໍ່ການຈັດວາງຂອງພຣະເຈົ້າ. ພວກເຂົາບໍ່ສະແຫວງຫາການອ່ອນນ້ອມຕໍ່ພຣະເຈົ້າ. ພວກເຂົາສະແຫວງຫາພຽງແຕ່ສະຖານະ ແລະ ຄວາມເພີດເພີນ. ພວກເຂົາສະແຫວງຫາພຽງແຕ່ການປະຕິບັດທີ່ດີ ແລະ ສະແຫວງຫາພຽງແຕ່ການຢູ່ໃນລະດັບດຽວກັນກັບພຣະເຈົ້າ. ສິ່ງໃດກໍຕາມທີ່ພຣະເຈົ້າເພີດເພີນ, ພວກເຂົາກໍເພີດເພີນເຊັ່ນກັນ. ດ້ວຍວິທີນີ້, ພວກເຂົາຈຶ່ງບໍ່ໄດ້ຕິດຕາມພຣະເຈົ້າລ້າໆ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາສະແຫວງຫາ. ນີ້ຄືທຳມະຊາດ-ແກ່ນແທ້ຂອງຄົນປະເພດນີ້. ມັນຄືໃບໜ້າທີ່ແທ້ຈິງຂອງພວກເຂົາ ແລະ ສະພາບທີ່ແທ້ຈິງໃນໃຈຂອງພວກເຂົາ. ບັນຫານີ້ເຮັດໃຫ້ຄວາມເຊື່ອຊາວປີຂອງຜູ້ຍິງຄົນນີ້ສິ້ນສຸດລົງ, ມັນສູນເປົ່າທັງໝົດ.

ບອກເຮົາເບິ່ງວ່າ, ຕອນນີ້ສອງຄົນນີ້ຄວນຢູ່ໃສ? ໃນຄຣິສຕະຈັກ ຫຼື ຢູ່ບ່ອນອື່ນ? (ໃນໂລກທີ່ບໍ່ເຊື່ອ.) ເປັນຫຍັງເຈົ້າຈຶ່ງເວົ້າແນວນັ້ນ? ພວກເຈົ້າຕັດສິນໃຈເລື່ອງນີ້ແນວໃດ? ຄຳເວົ້າຂອງພວກເຈົ້າອີງໃສ່ຫຍັງ? (ເພາະວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ແມ່ນເພື່ອຈຸດປະສົງໃນການສະແຫວງຫາການປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ. ໃນທີ່ສຸດ, ຄົນແບບນີ້ບໍ່ສາມາດຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາ ແລະ ພຽງແຕ່ສາມາດກັບຄືນສູ່ໂລກໄດ້.) ໃນທີ່ສຸດ, ພວກເຂົາບໍ່ສາມາດຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາ, ແຕ່ມັນຍັງບໍ່ເຖິງຈຸດຈົບເທື່ອ, ແລ້ວເປັນຫຍັງພວກເຂົາຈຶ່ງຫາຍຕົວໄປ? ເຈົ້າຕ້ອງເບິ່ງສິ່ງທີ່ພວກເຂົາຄິດຢູ່ຂ້າງໃນ. ພວກເຂົາສາມາດເຮັດສິ່ງຕ່າງໆແບບນີ້ ແລະ ເລືອກແບບນີ້ໄດ້ກໍຕໍ່ເມື່ອມີການເຄື່ອນໄຫວບາງຢ່າງເກີດຂຶ້ນໃນໃຈຂອງພວກເຂົາເທົ່ານັ້ນ. ພວກເຂົາວິເຄາະ ແລະ ປະເມີນເລື່ອງນີ້ໃນລັກສະນະໃດທີ່ເຮັດໃຫ້ພວກເຂົາເລືອກເສັ້ນທາງແບບນີ້? ຢູ່ຂ້າງໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ “ຂ້ອຍເຊື່ອໃນພຣະເຈົ້າຕະຫຼອດຫຼາຍປີມານີ້ ແລະ ທົນທຸກຈາກຄວາມຍາກລຳບາກຫຼາຍຢ່າງ. ຂ້ອຍປາດຖະໜາມາຕະຫຼອດວ່າຈະມີມື້ໜຶ່ງທີ່ຂ້ອຍສາມາດສ້າງຊື່ສຽງໃຫ້ຕົນເອງໄດ້. ໂດຍການຢູ່ກັບເບື້ອງເທິງ, ຂ້ອຍສາມາດສ້າງຊື່ສຽງໃຫ້ຕົນເອງ ແລະ ສະແດງໃບໜ້າຂອງຂ້ອຍໄດ້. ຕອນນີ້ ໃນທີ່ສຸດ ຂ້ອຍກໍມີໂອກາດໄປຕ່າງປະເທດ. ນີ້ເປັນເລື່ອງໃຫຍ່! ນີ້ເປັນສິ່ງທີ່ຂ້ອຍບໍ່ເຄີຍກ້າຄິດມາກ່ອນທີ່ຂ້ອຍຈະເຊື່ອໃນພຣະເຈົ້າ. ນີ້ຄືກັນກັບການໄດ້ຮັບມົງກຸດໂດຍການເຊື່ອໃນພຣະເຈົ້າ, ແຕ່ມັນປາກົດວ່າຂ້ອຍຈະບໍ່ໄດ້ເປັນສ່ວນໜຶ່ງຂອງສິ່ງທີ່ປາດຖະໜາອັນຍິ່ງໃຫຍ່ແບບນີ້. ຂ້ອຍບໍ່ສາມາດໄດ້ຮັບມັນ. ກ່ອນໜ້ານີ້, ຂ້ອຍຄິດວ່າຂ້ອຍມີຕຳແໜ່ງທີ່ແນ່ນອນໃນພຣະໄທຂອງພຣະເຈົ້າ, ແຕ່ຕອນນີ້ຂ້ອຍເຫັນວ່າບໍ່ແມ່ນແນວນັ້ນ. ມັນເບິ່ງຄືວ່າຂ້ອຍບໍ່ສາມາດໄດ້ຮັບສິ່ງທີ່ຕ້ອງການໃດໆຈາກການຕິດຕາມພຣະເຈົ້າ. ພວກເຂົາບໍ່ໄດ້ຄິດເຖິງຂ້ອຍ ເມື່ອເວົ້າເຖິງເລື່ອງໃຫຍ່ຄືການໄປຕ່າງປະເທດ, ສະນັ້ນ ມັນບໍ່ຍິ່ງມີໂອກາດໜ້ອຍລົງບໍທີ່ຂ້ອຍຈະໄດ້ຮັບມົງກຸດໃນອະນາຄົດ? ມັນບໍ່ແນ່ນອນວ່າໃຜຈະໄດ້ຮັບມັນ ແລະ ມັນເບິ່ງຄືວ່າບໍ່ມີຫວັງເລີຍທີ່ຈະເປັນຂ້ອຍ”. ພວກເຂົາຍັງເຕັມໃຈທີ່ຈະຕິດຕາມພຣະເຈົ້າຢູ່ບໍ ເມື່ອພວກເຂົາຄິດວ່າບໍ່ມີຄວາມຫວັງ? ຈຸດປະສົງຂອງພວກເຂົາໃນການທົນທຸກຈາກຄວາມຍາກລຳບາກ ແລະ ການຈ່າຍລາຄາກ່ອນໜ້ານີ້ແມ່ນຫຍັງ? ມັນເປັນພຽງຍ້ອນຄວາມຫວັງເລັກນ້ອຍນັ້ນ, ຍ້ອນຄວາມຄິດເລັກນ້ອຍເຫຼົ່ານັ້ນທີ່ພວກເຂົາມີໃນຫົວໃຈຂອງພວກເຂົາ ພວກເຂົາຈຶ່ງກະທຳແບບນັ້ນ ແລະ ສະແດງອອກແບບນັ້ນ. ຕອນນີ້ ເມື່ອຄວາມຫວັງຂອງພວກເຂົາຖືກພັງທະລາຍລົງ ແລະ ຄວາມຄິດຂອງພວກເຂົາສູນເປົ່າ, ພວກເຂົາຈະສາມາດເຊື່ອຕໍ່ໄປໄດ້ບໍ? ພວກເຂົາຈະສາມາດພໍໃຈທີ່ຈະຢູ່ໃນເຮືອນຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕໍ່ໄປໄດ້ບໍ? ພວກເຂົາຈະເຕັມໃຈທີ່ຈະບໍ່ໄດ້ຮັບຫຍັງເລີຍ ແລະ ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າໄດ້ບໍ? ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກຕໍ່ຕ້ານພຣະຄຣິສນັ້ນໃຫຍ່ໂຕຫຼາຍ ຈົນພວກເຂົາຈະບໍ່ມີວັນເຕັມໃຈໃຫ້ຄວາມພະຍາຍາມຂອງພວກເຂົາ ແລະ ລາຄາທີ່ພວກເຂົາຈ່າຍໄປນັ້ນມີຜົນຮັບນີ້ຢ່າງແນ່ນອນ. ສິ່ງທີ່ພວກເຂົາຝັນເຖິງກໍຄື ໃຫ້ລາຄາທີ່ພວກເຂົາຈ່າຍ ແລະ ຄວາມພະຍາຍາມຂອງພວກເຂົາໄດ້ຮັບມົງກຸດ ແລະ ສິ່ງທີ່ປາດຖະໜາເປັນການແລກປ່ຽນ, ບໍ່ວ່າເຮືອນຂອງພຣະເຈົ້າຈະມີສິ່ງທີ່ຕ້ອງການຫຍັງກໍຕາມ, ພວກເຂົາຄວນມີສ່ວນແບ່ງ, ມັນບໍ່ເປັນຫຍັງຖ້າຄົນອື່ນບໍ່ໄດ້, ແຕ່ພວກເຂົາຕ້ອງໄດ້. ຄົນທີ່ມີຄວາມທະເຍີທະຍານ ແລະ ຄວາມໂລບທີ່ແຮງກ້າແບບນີ້ຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໂດຍບໍ່ໄດ້ຮັບສິ່ງໃດຕອບແທນ ແລະ ທຸ່ມເທຄວາມພະຍາຍາມໂດຍບໍ່ໄດ້ຮັບສິ່ງໃດຕອບແທນໄດ້ບໍ? ພວກເຂົາເຮັດສິ່ງນີ້ບໍ່ໄດ້ຢ່າງແນ່ນອນ. ບາງຄົນເວົ້າວ່າ “ໃຫ້ພວກເຂົາສະແຫວງຫາຄວາມຈິງ. ຫຼັງຈາກທີ່ພວກເຂົາໄດ້ຟັງຄວາມຈິງຫຼາຍຢ່າງແລ້ວ, ພວກເຂົາຈະບໍ່ສາມາດເຮັດສິ່ງນີ້ໄດ້ບໍ?” ມີຄົນອື່ນເວົ້າວ່າ “ຖ້າພຣະເຈົ້າລົງທັນ ແລະ ພິພາກສາພວກເຂົາ, ມັນຈະບໍ່ປ່ຽນແປງພວກເຂົາບໍ?” ມັນເປັນແນວນັ້ນບໍ? ພຣະເຈົ້າບໍ່ໄດ້ລົງທັນ ແລະ ພິພາກສາຄົນແບບນີ້ ແລະ ບໍ່ໄດ້ຊ່ວຍຄົນແບບນີ້ໃຫ້ລອດພົ້ນ. ຄົນເຫຼົ່ານີ້ແມ່ນຄົນປະເພດທີ່ພຣະອົງຈະກຳຈັດຢ່າງແນ່ນອນ. ສິ່ງທີ່ເຮົາເວົ້າແຕກຕ່າງຈາກສິ່ງທີ່ພວກເຈົ້າຫາກໍເວົ້າແນວໃດ? ສິ່ງທີ່ພວກເຈົ້າເວົ້າແມ່ນການເຄື່ອນໄຫວທີ່ແທ້ຈິງຂອງຫົວໃຈຂອງພວກເຂົາບໍ? ມັນແມ່ນການສະແດງອອກເຖິງແກ່ນແທ້ຂອງຄົນປະເພດນີ້ບໍ? (ບໍ່.) ແລ້ວສິ່ງທີ່ພວກເຈົ້າເວົ້າແມ່ນຫຍັງ? (ຄວາມຮູ້ສຶກ ແລະ ທິດສະດີທີ່ຫວ່າງເປົ່າ.) ທຳມະຊາດຂອງສິ່ງທີ່ພວກເຈົ້າເວົ້າເອນອຽງໄປທາງການວິເຄາະ ແລະ ການປະເມີນເລັກນ້ອຍ ແລະ ເປັນການປະເມີນ ແລະ ກຳນົດພວກເຂົາບົນພື້ນຖານຂອງທິດສະດີ. ມັນບໍ່ແມ່ນຄວາມຄິດ ແລະ ການເປີດເຜີຍທີ່ແທ້ຈິງຂອງພວກເຂົາ ແລະ ມັນບໍ່ແມ່ນມຸມມອງທີ່ແທ້ຈິງຂອງພວກເຂົາ. ນີ້ຄືການສະແດງອອກຂອງຄົນປະເພດນີ້ທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າມີສິ່ງທີ່ປາດຖະໜາທີ່ພວກເຂົາບໍ່ໄດ້ຮັບ, ຜົນປະໂຫຍດທີ່ພວກເຂົາບໍ່ໄດ້ເພີດເພີນ ຫຼື ຂໍ້ໄດ້ປຽບທີ່ພວກເຂົາບໍ່ໄດ້ຮັບ, ພວກເຂົາກໍຈະໂມໂຫຮ້າຍ, ສູນເສຍຄວາມເຊື່ອໃນການເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມຄວາມຈິງ, ບໍ່ເຕັມໃຈທີ່ຈະເຊື່ອໃນພຣະເຈົ້າ, ຢາກແລ່ນໜີໄປ ແລະ ຢາກເຮັດສິ່ງບໍ່ດີ. ພວກເຂົາເຮັດສິ່ງບໍ່ດີເພື່ອລະບາຍ ແລະ ແກ້ແຄ້ນ ນັ້ນກໍຄື ລະບາຍຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຄັບແຄ້ນໃຈຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ຄົນເຫຼົ່ານີ້ຄວນຖືກຈັດການບໍ? ພວກເຂົາຄວນໄດ້ຮັບອະນຸຍາດໃຫ້ສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກບໍ? (ບໍ່.) ແລ້ວຄົນເຫຼົ່ານີ້ຄວນຖືກຈັດການແນວໃດ? (ພວກເຂົາຄວນຖືກຂັບໄລ່.) ມີໃຜບໍທີ່ເຊົາເຊື່ອເພາະວ່າພວກເຂົາບໍ່ສາມາດໄປຕ່າງປະເທດໄດ້? (ມີ.) ຄົນປະເພດນີ້ແມ່ນຫຍັງ? (ຜູ້ບໍ່ເຊື່ອ. ພວກເຂົາເຊື່ອໃນພຣະເຈົ້າພຽງເພື່ອສະແຫວງຫາການໄດ້ຮັບພອນ ແລະ ເມື່ອຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ ພວກເຂົາກໍທໍລະຍົດຕໍ່ພຣະເຈົ້າ.) ພວກເຂົາສາມາດເຊົາເຊື່ອໃນພຣະເຈົ້າໄດ້ຍ້ອນເລື່ອງເລັກນ້ອຍເຊັ່ນນີ້. ຄົນແບບນີ້ບໍ່ສາມາດເວົ້າໄດ້ວ່າມີຄວາມເຊື່ອທີ່ແທ້ຈິງ ຫຼື ຄວາມເຊື່ອທີ່ບໍ່ແທ້ຈິງ, ລັກສະນະຂອງພວກເຂົາຕ່ຳຊ້າຫຼາຍ!

ກໍລະນີທີສາມ: ການພົບວ່າບໍ່ສາມາດດຳລົງຊີວິດຕໍ່ໄປໄດ້ຫຼັງຈາກກັບບ້ານຢູ່ຊົນນະບົດ

ບາງຄົນເກີດຢູ່ໃນຊົນນະບົດ ແລະ ຄອບຄົວຂອງພວກເຂົາບໍ່ມີເງິນຫຼາຍສຳລັບການດຳລົງຊີວິດ. ສິ່ງຂອງທີ່ພວກເຂົາໃຊ້ໃນຊີວິດປະຈຳວັນແມ່ນຮຽບງ່າຍ ແລະ ນອກຈາກຕຽງນອນທີ່ແຂງ, ຕູ້ ແລະ ໂຕະ, ກໍບໍ່ມີເຄື່ອງເຟີນີເຈີອື່ນໃນເຮືອນຂອງພວກເຂົາ. ພື້ນເຮືອນຂອງພວກເຂົາເຮັດດ້ວຍດິນຈີ່ ຫຼື ດິນ, ພວກເຂົາບໍ່ມີແມ່ນແຕ່ພື້ນຊີມັງ. ສະພາບການເປັນຢູ່ຂອງພວກເຂົາແມ່ນຮຽບງ່າຍຫຼາຍ. ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ, ພວກເຂົາກໍປະຕິບັດໜ້າທີ່ໃນການເທດສະໜາພຣະກິດຕິຄຸນ ແລະ ໄປຍັງບາງພື້ນທີ່ທີ່ຮັ່ງມີ. ມີຜູ້ຍິງຄົນໜຶ່ງທີ່ເປັນແບບນີ້ ທີ່ໄດ້ຫຼຽວເບິ່ງໄປອ້ອມໆ ແລະ ອ້າຍເອື້ອຍນ້ອງສ່ວນໃຫຍ່ມີພື້ນໄມ້ແຂງ ຫຼື ພື້ນກະໂລ້ໃນເຮືອນຂອງພວກເຂົາ; ຝາເຮືອນກໍຕິດດ້ວຍກະດາດຕິດຝາເຮືອນ; ເຮືອນຂອງພວກເຂົາສະອາດຫຼາຍ ແລະ ພວກເຂົາສາມາດອາບນ້ຳໄດ້ທຸກມື້. ພວກເຂົາຍັງມີເຄື່ອງເຟີນີເຈີຫຼາຍຢ່າງຢູ່ໃນເຮືອນຂອງພວກເຂົາ: ຕູ້ວາງໂທລະທັດ ແລະ ຕູ້ເສື້ອຜ້າໃຫຍ່, ພ້ອມທັງໂຊຟາ ແລະ ເຄື່ອງປັບອາກາດ. ຫ້ອງນອນຂອງພວກເຂົາມີຕຽງນອນຍີ່ຫໍ້ ຊິມມອນ (Simmons) ແລະ ຫ້ອງຄົວຂອງພວກເຂົາມີເຄື່ອງໃຊ້ທຸກປະເພດ: ຕູ້ເຢັນ, ເຕົາໄມໂຄເວບ, ເຕົາອົບ, ເຕົາແກັດ, ເຄື່ອງດູດຄວັນ ແລະ ອື່ນໆ. ມັນເປັນພາບທີ່ເຮັດໃຫ້ລາຍຕາ. ນອກຈາກນີ້, ໃນຕົວເມືອງໃຫຍ່ແບບນີ້, ມີບາງສະຖານທີ່ທີ່ລາວສາມາດໃຊ້ລິບເພື່ອຂຶ້ນລົງລະຫວ່າງຊັ້ນຕ່າງໆ. ສະຖານທີ່ນີ້ໄດ້ເປີດຫູເປີດຕາຂອງລາວ ແລະ ຫຼັງຈາກທີ່ເຮັດວຽກ ແລະ ເທດສະໜາພຣະກິດຕິຄຸນຢູ່ທີ່ນັ້ນໄລຍະໜຶ່ງ ລາວກໍບໍ່ຢາກກັບບ້ານ. ເປັນຫຍັງຈຶ່ງເປັນແນວນີ້? ລາວຄິດວ່າ: “ເຮືອນດິນຂອງຄອບຄົວຂ້ອຍທຽບບໍ່ໄດ້ເລີຍກັບສະຖານທີ່ນີ້ໃນທຸກດ້ານ. ພວກເຮົາທຸກຄົນເຊື່ອໃນພຣະເຈົ້າ, ແລ້ວເປັນຫຍັງຄົນເຫຼົ່ານີ້ຈຶ່ງມີຊີວິດການເປັນຢູ່ທີ່ດີກວ່າຄອບຄົວຂອງຂ້ອຍຫຼາຍແທ້? ຊີວິດຂອງຄົນເຫຼົ່ານີ້ປຽບເໝືອນສະຫວັນ. ຄອບຄົວຂອງຂ້ອຍອາໄສຢູ່ໃນຄອກໝູ ເຊິ່ງມັນຊ່າງຮ້າຍແຮງກວ່າຄົນເຫຼົ່ານີ້ຫຼາຍ!” ຫຼັງຈາກທີ່ປຽບທຽບແບບນີ້ແລ້ວ, ລາວກໍຮູ້ສຶກເສຍໃຈ, ຮູ້ສຶກຜູກພັນກັບສະຖານທີ່ນີ້ຫຼາຍຂຶ້ນ ແລະ ຍິ່ງບໍ່ຢາກກັບບ້ານ. ລາວຄິດວ່າ “ຖ້າຂ້ອຍສາມາດເຮັດວຽກຢູ່ທີ່ນີ້ໃນໄລຍະຍາວ, ແລ້ວຂ້ອຍກໍຈະບໍ່ຕ້ອງກັບບ້ານ, ແມ່ນບໍ? ຮູດິນນັ້ນບໍ່ເໝາະສົມສຳລັບມະນຸດທີ່ຈະພັກອາໄສ”. ລາວພັກຢູ່ໃນຕົວເມືອງໃຫຍ່ເປັນໄລຍະເວລາໜຶ່ງ ແລະ ຮຽນຮູ້ທີ່ຈະກິນ, ແຕ່ງກາຍ ແລະ ເພີດເພີນກັບຊີວິດຄືກັບຊາວເມືອງ ແລະ ຮຽນຮູ້ທີ່ຈະດຳລົງຊີວິດຄືກັບຊາວເມືອງ. ລາວຮູ້ສຶກວ່າຊີວິດຊ່າງດີຫຼາຍໃນຊ່ວງວັນເວລາເຫຼົ່ານັ້ນ. ມັນເປັນເລື່ອງດີທີ່ມີເງິນ. ການເປັນຄົນທຸກຍາກເຮັດໃຫ້ຄົນບໍ່ມີອະນາຄົດ. ຄົນທຸກຍາກພຽງແຕ່ຖືກຄົນອື່ນດູຖືກ ແລະ ພວກເຂົາກໍດູຖືກຕົນເອງເຊັ່ນກັນ. ຍິ່ງລາວຄິດກ່ຽວກັບມັນຫຼາຍສໍ່າໃດ, ລາວກໍຍິ່ງບໍ່ຢາກກັບບ້ານ, ແຕ່ກໍບໍ່ມີຫຍັງທີ່ລາວສາມາດເຮັດໄດ້, ລາວຕ້ອງກັບບ້ານ. ຫຼັງຈາກທີ່ກັບຮອດບ້ານ, ລາວຮູ້ສຶກເຖິງຄວາມຮູ້ສຶກທີ່ປະປົນກັນໃນໃຈຂອງລາວ ແລະ ມັນຍາກຫຼາຍທີ່ຈະຍອມຮັບ. ທັນທີທີ່ລາວເຂົ້າໄປໃນເຮືອນ ລາວກໍເຫັນວ່າພື້ນເຮືອນເປັນດິນ ແລະ ເມື່ອລາວນັ່ງລົງເທິງຕຽງນອນທີ່ກໍ່ດ້ວຍດິນ ມັນກໍຮູ້ສຶກແຂງຫຼາຍ ແລະ ບໍ່ສະບາຍເລີຍ. ເມື່ອລາວແຕະຝາເຮືອນ ມືຂອງລາວກໍເຕັມໄປດ້ວຍຂີ້ຝຸ່ນ. ເມື່ອລາວເວົ້າເຖິງບາງສິ່ງແຊບໆທີ່ລາວຢາກກິນ ກໍບໍ່ມີໃຜເຂົ້າໃຈຊື່ຂອງມັນ ແລະ ບໍ່ມີສິ່ງອຳນວຍຄວາມສະດວກໃຫ້ລາວອາບນ້ຳ ເມື່ອລາວຢາກລ້າງໂຕກ່ອນນອນ. ລາວຄິດວ່າການດຳລົງຊີວິດແບບນີ້ມັນຕ່ຳຕ້ອຍເກີນໄປ ແລະ ລາວຄຽດແຄ້ນພໍ່ແມ່ຂອງລາວທີ່ທຸກຍາກຫຼາຍຈົນພວກເພິ່ນບໍ່ສາມາດຊື້ສິ່ງໃດທີ່ລາວຕ້ອງການໄດ້ ແລະ ມັກຈະອາລົມຮ້າຍໃສ່ພວກເຂົາຢູ່ສະເໝີ. ນັບຕັ້ງແຕ່ກັບມາ, ມັນເບິ່ງຄືວ່າລາວໄດ້ກາຍເປັນຄົນລະຄົນ. ລາວເບິ່ງສະມາຊິກໃນຄອບຄົວຂອງລາວດ້ວຍສາຍຕາທີ່ບໍ່ພໍໃຈ ແລະ ເບິ່ງທຸກຢ່າງໃນເຮືອນຂອງລາວດ້ວຍສາຍຕາທີ່ບໍ່ພໍໃຈ, ໂດຍຄິດວ່າມັນຊ່າງບ້ານນອກຫຼາຍ ຈົນລາວບໍ່ສາມາດອາໄສຢູ່ທີ່ນັ້ນໄດ້ອີກຕໍ່ໄປ ແລະ ຖ້າລາວຕ້ອງດຳລົງຊີວິດຢູ່ທີ່ນັ້ນຕໍ່ໄປ ລາວຄົງຈະຕາຍຍ້ອນຄວາມທຸກໃຈ. ການຈາກບ້ານໄປໄດ້ເປີດຫູເປີດຕາຂອງລາວ, ແຕ່ມັນໄດ້ກາຍເປັນສິ່ງທີ່ບໍ່ດີ, ເຮັດໃຫ້ພໍ່ແມ່ຂອງລາວໃຈຮ້າຍກັບລາວຫຼາຍ. ໃນຈຸດນັ້ນ, ຄວາມຄິດໜຶ່ງກໍເຂົ້າມາໃນຫົວຂອງລາວ: “ຖ້າພໍ່ແມ່ຂອງຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າ ແລະ ຖ້າຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າ, ແລ້ວຊີວິດຂອງພວກເຮົາຄົງຈະດີກວ່າຕອນນີ້ຢ່າງແນ່ນອນ. ເຖິງແມ່ນວ່າພວກເຮົາບໍ່ໄດ້ນອນເທິງຕຽງນອນຍີ່ຫໍ້ຊິມມອນ (Simmons), ຢ່າງໜ້ອຍພວກເຮົາກໍຄົງຈະໄດ້ກິນອາຫານທີ່ດີກວ່າ ແລະ ພວກເຮົາຄົງຈະປູພື້ນດ້ວຍກະໂລ້”. ລາວຄິດວ່ານີ້ຄືຜົນຂອງການເຊື່ອໃນພຣະເຈົ້າ, ການເຊື່ອໃນພຣະເຈົ້າໝາຍຄວາມວ່າຄົນເຮົາຕ້ອງທຸກຍາກ, ຄົນເຮົາບໍ່ສາມາດມີຊີວິດທີ່ດີໄດ້ ຖ້າຄົນເຮົາເຊື່ອໃນພຣະເຈົ້າ ແລະ ຄົນເຮົາບໍ່ສາມາດກິນຂອງດີໆ ຫຼື ນຸ່ງເຄື່ອງງາມໆໄດ້. ຈາກນັ້ນມາ, ຍິງຜູ້ກ້າຫານທີ່ໂດດເດັ່ນຄົນນີ້ ເຊິ່ງເຄີຍປະສົບຄວາມສຳເລັດໃນຫຼາຍແຂວງ ກໍບໍ່ມີແຮງລຸກຂຶ້ນ ແລະ ຮູ້ສຶກງ່ວງນອນໝົດມື້. ລາວຝືນລຸກຂຶ້ນໃນຕອນເຊົ້າ ແລະ ສິ່ງທຳອິດທີ່ລາວເຮັດກໍຄືການກຽມຕົວ ແລະ ແຕ່ງໜ້າ, ຈາກນັ້ນກໍນຸ່ງເຄື່ອງທີ່ຄົນໃນຕົວເມືອງມັກນຸ່ງ. ຈາກນັ້ນ ລາວກໍໜ້າບຶ້ງ ແລະ ຄິດພິຈາລະນາວ່າເມື່ອໃດລາວຈຶ່ງຈະຫຼຸດພົ້ນຈາກຊີວິດບ້ານນອກນີ້ ແລະ ດຳລົງຊີວິດແບບທີ່ຜູ້ຄົນໃນຕົວເມືອງເຮັດ. ບົດເທດສະໜາທີ່ລາວເຄີຍເທດ ແລະ ຄວາມຕັ້ງໃຈທີ່ລາວເຄີຍມີລ້ວນແຕ່ຫາຍໄປ, ລາວລືມມັນທັງໝົດແລ້ວ. ລາວບໍ່ຮູ້ດ້ວຍຊ້ຳວ່າລາວເປັນຜູ້ເຊື່ອ ຫຼື ບໍ່. ນີ້ຄືຄວາມໄວໃນການປ່ຽນແປງຂອງລາວ. ຍ້ອນວ່າຕາຂອງລາວໄດ້ເປີດອອກເລັກນ້ອຍ ແລະ ສະພາບແວດລ້ອມໃນການດຳລົງຊີວິດ ແລະ ຄຸນນະພາບຊີວິດຂອງລາວປ່ຽນແປງ, ລາວຈຶ່ງຖືກເປີດເຜີຍ.

ກ່ອນໜ້ານີ້, ຜູ້ຍິງຄົນນີ້ໄດ້ໄປທົ່ວທຸກບ່ອນເພື່ອເທດສະໜາ ແລະ ເຮັດວຽກງານ. ລາວມີຄວາມຕັ້ງໃຈທີ່ແນ່ວແນ່ ແລະ ມີກຳລັງທີ່ຍິ່ງໃຫຍ່, ແຕ່ສິ່ງເຫຼົ່ານີ້ເປັນພຽງການສະແດງອອກພາຍນອກເທົ່ານັ້ນ. ແມ່ນແຕ່ຕົວລາວເອງກໍບໍ່ຮູ້ວ່າລາວສະແຫວງຫາສິ່ງໃດໃນສ່ວນເລິກຂອງຈິດໃຈ, ລາວມັກຫຍັງ ແລະ ລາວເປັນຄົນປະເພດໃດ. ປະສົບການຄັ້ງດຽວໃນການໄປຕົວເມືອງໄດ້ປ່ຽນແປງສະພາວະຊີວິດຂອງລາວຈົນເຖິງແກ່ນແທ້ ແລະ ໄລຍະເວລາໜຶ່ງໃນການສຳຜັດກັບວິຖີຊີວິດທີ່ຮັ່ງມີໄດ້ປ່ຽນແປງທິດທາງຊີວິດຂອງລາວຢ່າງສິ້ນເຊີງ. ເຫດຜົນແມ່ນຫຍັງກັນແທ້? ໃຜເປັນຜູ້ປ່ຽນແປງລາວ? ມັນຄົງບໍ່ແມ່ນພຣະເຈົ້າ, ແມ່ນບໍ? ແນ່ນອນວ່າບໍ່ແມ່ນ. ແລ້ວເຫດຜົນແມ່ນຫຍັງ? ມັນເປັນຍ້ອນວ່າສະພາບແວດລ້ອມໄດ້ເປີດເຜີຍລາວ, ເປີດເຜີຍທຳມະຊາດ-ແກ່ນແທ້ຂອງລາວ ແລະ ເປີດເຜີຍການສະແຫວງຫາຂອງລາວ ແລະ ເສັ້ນທາງທີ່ລາວກຳລັງຍ່າງ. ລາວກຳລັງຍ່າງຢູ່ໃນເສັ້ນທາງໃດ? ມັນບໍ່ແມ່ນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ ແລະ ມັນກໍບໍ່ແມ່ນເສັ້ນທາງຂອງເປໂຕ, ທັງບໍ່ແມ່ນເສັ້ນທາງຂອງຜູ້ທີ່ໄດ້ຮັບຄວາມລອດພົ້ນ ແລະ ຖືກເຮັດໃຫ້ສົມບູນ ແລະ ມັນກໍບໍ່ແມ່ນເສັ້ນທາງແຫ່ງການສະແຫວງຫາເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ; ໃນທາງກົງກັນຂ້າມ ມັນກໍຄືເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ໂດຍສະເພາະແລ້ວ, ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສຄືເສັ້ນທາງແຫ່ງການສະແຫວງຫາຊື່ສຽງ, ສະແຫວງຫາສະຖານະ ແລະ ສະແຫວງຫາຄວາມເພີດເພີນທີ່ເປັນວັດຖຸ. ນີ້ຄືແກ່ນແທ້ຂອງຄົນປະເພດນີ້. ຖ້າສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ລາວສະແຫວງຫາ ແລະ ລາວເປັນຄົນທີ່ສະແຫວງຫາຄວາມຈິງ, ແລ້ວການປ່ຽນແປງເລັກນ້ອຍໃນສະພາບແວດລ້ອມແບບນີ້ກໍຈະບໍ່ເປີດເຜີຍລາວຢ່າງແນ່ນອນ. ຢ່າງຫຼາຍທີ່ສຸດ, ຫົວໃຈຂອງລາວກໍຈະອ່ອນແອເລັກນ້ອຍ, ລາວຈະຮູ້ສຶກເສຍໃຈເລັກນ້ອຍ ແລະ ມັນຈະຮູ້ສຶກເຈັບປວດເລັກນ້ອຍສຳລັບລາວ ຫຼື ລາວຈະມີການສະແດງອອກທີ່ໂງ່ຈ້າບາງຢ່າງ, ແຕ່ບໍ່ເຖິງຂັ້ນທີ່ຈະຖືກເປີດເຜີຍໃນລັກສະນະທີ່ຊັດເຈນແບບນັ້ນ. ແກ່ນແທ້ຂອງການສະແຫວງຫາຂອງຄົນປະເພດນີ້ແມ່ນຫຍັງ? ພວກເຂົາສະແຫວງຫາສິ່ງດຽວກັນກັບຜູ້ບໍ່ມີຄວາມເຊື່ອ ແລະ ສິ່ງດຽວກັນກັບຄົນໃດກໍຕາມໃນໂລກນີ້ທີ່ສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ກະແສທີ່ຊົ່ວຮ້າຍ. ພວກເຂົາມັກການແຕ່ງກາຍທີ່ທັນສະໄໝຂອງຜູ້ບໍ່ມີຄວາມເຊື່ອ, ມັກວິທີທີ່ຜູ້ບໍ່ມີຄວາມເຊື່ອເຮັດຕາມກະແສທີ່ຊົ່ວຮ້າຍ ແລະ ຍິ່ງໄປກວ່ານັ້ນ ພວກເຂົາມັກຄວາມຫຼົງໄຫຼຂອງຜູ້ບໍ່ມີຄວາມເຊື່ອທີ່ມີຕໍ່ການມີວິຖີຊີວິດທີ່ຟຸ່ມເຟືອຍຂອງເນື້ອໜັງ. ສະນັ້ນ, ດ້ວຍການປ່ຽນແປງຄັ້ງດຽວໃນສະພາບແວດລ້ອມຂອງລາວ, ມຸມມອງຕໍ່ຊີວິດຂອງຜູ້ຍິງຄົນນີ້ ແລະ ທັດສະນະຄະຕິຂອງລາວທີ່ມີຕໍ່ໂລກນີ້ ແລະ ຕໍ່ຊີວິດຈຶ່ງປ່ຽນແປງໄປໂດຍສິ້ນເຊີງ. ລາວຄິດວ່າການເຊື່ອໃນພຣະເຈົ້າ ແລະ ການໄລ່ຕາມຄວາມຈິງບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດ ແລະ ເມື່ອຄົນເຮົາມີຊີວິດຢູ່ໃນໂລກນີ້, ພວກເຂົາຄວນເພີດເພີນກັບເນື້ອໜັງ ແລະ ເພີດເພີນກັບຊີວິດ, ຄວນສະແຫວງຫາຕາມກະແສ ແລະ ຄວນເປັນຄືກັບບຸກຄົນທີ່ມີສະເໜ່ ແລະ ໂດດເດັ່ນໃນສັງຄົມ ເຊິ່ງເຮັດໃຫ້ຜູ້ຄົນຫຼຽວເບິ່ງໃນຂະນະທີ່ພວກເຂົາຍ່າງຜ່ານ, ເຮັດໃຫ້ຄົນອື່ນອິດສາ ແລະ ເຮັດໃຫ້ຜູ້ຄົນນັບຖືບູຊາພວກເຂົາ. ມີບາງຄົນທີ່ຫຼັງຈາກພົບພໍ້ກັບສະພາບແວດລ້ອມຫຼາຍຂຶ້ນ, ພົບພໍ້ກັບຜູ້ຄົນທຸກປະເພດ ແລະ ໄດ້ເປີດຫູເປີດຕາ, ຍ້ອນວ່າພວກເຂົາສະແຫວງຫາຄວາມຈິງ ແລະ ຍ້ອນວ່າພວກເຂົາເຂົ້າໃຈເຈດຕະນາຂອງພຣະເຈົ້າ, ພວກເຂົາຈຶ່ງສາມາດເບິ່ງອອກກະແສທີ່ຊົ່ວຮ້າຍເຫຼົ່ານີ້ ແລະ ເບິ່ງອອກມະນຸດຊາດໄດ້ຫຼາຍຂຶ້ນ. ຈິດໃຈຂອງພວກເຂົາສາມາດລັງກຽດເສັ້ນທາງທີ່ຄົນທາງໂລກກຳລັງຍ່າງໄດ້ຫຼາຍຂຶ້ນ, ພ້ອມທັງແຍກແຍະມັນ ແລະ ປະຖິ້ມມັນຢ່າງສິ້ນເຊີງ ເພື່ອສະແຫວງຫາການຍ່າງໃນເສັ້ນທາງທີ່ພຣະເຈົ້ານໍາພາພວກເຂົາໄປ. ສ່ວນຄົນເຫຼົ່ານັ້ນທີ່ບໍ່ໄລ່ຕາມຄວາມຈິງ ແລະ ຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ທັນທີທີ່ຕາຂອງພວກເຂົາເປີດອອກ ແລະ ພວກເຂົາພົບພໍ້ກັບສະພາບແວດລ້ອມທີ່ແຕກຕ່າງກັນ, ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາບໍ່ພຽງແຕ່ບໍ່ຫຼຸດລົງເທົ່ານັ້ນ, ແຕ່ກໍຍິ່ງເພີ່ມທະວີຂຶ້ນ. ຫຼັງຈາກທີ່ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາໃຫຍ່ຂຶ້ນ, ຄົນເຫຼົ່ານີ້ກໍຍິ່ງອິດສາຊີວິດຂອງຄົນໃນໂລກທີ່ເພີດເພີນກັບສິ່ງດີໆ ແລະ ມີເງິນ ແລະ ອິດທິພົນ ແລະ ພວກເຂົາກໍເລີ່ມມີການດູຖູກຊີວິດຂອງຜູ້ເຊື່ອໃນສ່ວນເລິກຫົວໃຈຂອງພວກເຂົາ. ພວກເຂົາຄິດວ່າຜູ້ເຊື່ອສ່ວນໃຫຍ່ບໍ່ສະແຫວງຫາໂລກ, ບໍ່ມີເງິນ, ບໍ່ມີສະຖານະ, ບໍ່ມີອິດທິພົນ ແລະ ບໍ່ໄດ້ເຫັນໂລກຫຼາຍ, ພວກເຂົາບໍ່ມີສະເໜ່ເທົ່າກັບຜູ້ບໍ່ມີຄວາມເຊື່ອ, ບໍ່ເຂົ້າໃຈວິທີທີ່ຈະເພີດເພີນກັບຊີວິດໄດ້ດີເທົ່າກັບພວກເຂົາ ແລະ ບໍ່ອວດອ້າງເທົ່າກັບຜູ້ບໍ່ເຊື່ອ. ຜົນກໍຄື ການຕໍ່ຕ້ານ ແລະ ຄວາມເປັນປໍລະປັກຕໍ່ການເຊື່ອໃນພຣະເຈົ້າກໍເຕີບໃຫຍ່ຂຶ້ນໃນສ່ວນເລິກຂອງຈິດໃຈຂອງພວກເຂົາ. ສະນັ້ນ, ສຳລັບຫຼາຍຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ນັບຕັ້ງແຕ່ເວລາທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າຈົນເຖິງຕອນນີ້, ຄົນເຮົາບໍ່ສາມາດບອກໄດ້ວ່າພວກເຂົາເປັນຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແທ້ ຫຼື ບໍ່, ແຕ່ມື້ໜຶ່ງເມື່ອສະພາບແວດລ້ອມທີ່ເໝາະສົມມາເຖິງ ມັນກໍຈະເປີດເຜີຍພວກເຂົາ. ກ່ອນໜ້ານີ້, ເມື່ອຄົນທີ່ຖືກເປີດເຜີຍຍັງບໍ່ທັນຖືກເປີດເຜີຍ, ພວກເຂົາກໍປະຕິບັດຕາມກົດລະບຽບ ແລະ ເຮັດຕາມທີ່ພວກເຂົາຄວນເຮັດເຊັ່ນກັນ. ບໍ່ວ່າເຮືອນຂອງພຣະເຈົ້າຈະຂໍໃຫ້ພວກເຂົາເຮັດຫຍັງ ພວກເຂົາກໍເຮັດ ແລະ ພວກເຂົາສາມາດອົດທົນຕໍ່ຄວາມທຸກທໍລະມານ ແລະ ຈ່າຍລາຄາ. ພວກເຂົາເບິ່ງຄືວ່າເປັນຄົນທີ່ມີຄວາມຮັບຜິດຊອບ, ເປັນຄົນທີ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ ແລະ ມີລັກສະນະ ແລະ ທ່າທາງຂອງຄົນທີ່ເຊື່ອໃນພຣະເຈົ້າ. ເຖິງຢ່າງໃດກໍຕາມ, ບໍ່ວ່າພວກເຂົາຈະເຮັດຫຍັງຢູ່ພາຍນອກ, ແກ່ນແທ້ຂອງພວກເຂົາ ແລະ ເສັ້ນທາງທີ່ພວກເຂົາກຳລັງຍ່າງກໍບໍ່ສາມາດທົນຕໍ່ການທົດສອບຂອງເວລາ ຫຼື ການທົດລອງຈາກສະພາບແວດລ້ອມທີ່ແຕກຕ່າງກັນໄດ້. ບໍ່ວ່າຄົນເຮົາຈະເຊື່ອໃນພຣະເຈົ້າມາຈັກປີ ແລະ ບໍ່ວ່າພື້ນຖານຄວາມເຊື່ອຂອງຄົນເຮົາຈະເຂັ້ມແຂງສໍ່າໃດກໍຕາມ, ຖ້າພວກເຂົາມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວພວກເຂົາກໍຈຳເປັນຈະສະແຫວງຫາຄວາມເພີດເພີນທາງວັດຖຸ, ສະແຫວງຫາວິຖີຊີວິດທີ່ຟຸ່ມເຟືອຍ, ສະແຫວງຫາການປະຕິບັດທາງດ້ານວັດຖຸທີ່ອຸດົມຮັ່ງມີ ແລະ ຍິ່ງໄປກວ່ານັ້ນ ຈະສະແຫວງຫາສິ່ງທີ່ໜ້າປາດຖະໜາທຸກປະເພດຢ່າງແນ່ນອນ, ໃນຂະນະດຽວກັນກໍອິດສາທັດສະນະຄະຕິ ແລະ ວິທີການທີ່ຊາວໂລກມີຕໍ່ການດຳລົງຊີວິດ. ນີ້ເປັນເລື່ອງທີ່ແນ່ນອນ. ສະນັ້ນ, ເຖິງແມ່ນວ່າທຸກຄົນກຳລັງຟັງບົດເທດສະໜາ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນຕອນນີ້, ຄົນທີ່ເຮັດສິ່ງເຫຼົ່ານີ້ແຕ່ບໍ່ສະແຫວງຫາຄວາມຈິງກໍຈະສະແຫວງຫາສິ່ງຂອງທາງວັດຖຸຢ່າງແນ່ນອນ. ສິ່ງເຫຼົ່ານີ້ຈະຖືກຈັດເປັນສິ່ງສຳຄັນອັນດັບຕົ້ນໆໃນໃຈຂອງພວກເຂົາ ແລະ ທັນທີທີ່ສະພາບແວດລ້ອມ ຫຼື ສະຖານະການທີ່ເໝາະສົມມາເຖິງ, ຄວາມປາດຖະໜາຂອງພວກເຂົາກໍຈະເຕີບໃຫຍ່ ແລະ ເລີ່ມສະແດງອອກ. ທັນທີທີ່ມັນມາຮອດຈຸດນີ້, ນັ້ນຄືເວລາທີ່ພວກເຂົາຈະຖືກເປີດເຜີຍ. ຖ້າຜູ້ຄົນບໍ່ສະແຫວງຫາຄວາມຈິງ, ບໍ່ຊ້າກໍໄວ ມື້ນີ້ກໍຈະມາເຖິງສຳລັບພວກເຂົາ. ສ່ວນຄົນທີ່ສະແຫວງຫາຄວາມຈິງ, ເຂົ້າໃຈຄວາມຈິງ ແລະ ຜູ້ທີ່ມີຄວາມຈິງເປັນພື້ນຖານຂອງພວກເຂົາ, ເມື່ອການລອງໃຈ ແລະ ສະພາບແວດລ້ອມເຫຼົ່ານີ້ມາເຖິງ, ພວກເຂົາກໍສາມາດເຂົ້າຫາມັນຢ່າງຖືກຕ້ອງ, ປະຕິເສດມັນ ແລະ ຍຶດໝັ້ນໃນການເປັນພະຍານເພື່ອພຣະເຈົ້າ. ເມື່ອການລອງໃຈເຫຼົ່ານີ້ມາເຖິງ, ພວກເຂົາຍັງສາມາດແຍກແຍະວ່າສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ ແລະ ຮູ້ວ່າມັນເປັນສິ່ງທີ່ພວກເຂົາຕ້ອງການ ຫຼື ບໍ່. ມັນຄືກັບຜູ້ຍິງບາງຄົນທີ່ບໍ່ສົນໃຈຜູ້ຊາຍທີ່ຕາມຈີບພວກເຂົາ ບໍ່ວ່າຜູ້ຊາຍເຫຼົ່ານັ້ນຈະມີເງິນຫຼາຍສໍ່າໃດກໍຕາມ. ເປັນຫຍັງພວກເຂົາຈຶ່ງບໍ່ສົນໃຈ? ເພາະວ່າຜູ້ຊາຍເຫຼົ່ານັ້ນບໍ່ມີລັກສະນະນິໄສທີ່ດີ. ຜູ້ຍິງບາງຄົນບໍ່ໄດ້ຊອກຫາຄູ່ຄອງ ເພາະວ່າບໍ່ມີຜູ້ຊາຍຮັ່ງມີມາຕາມຈີບພວກເຂົາ. ຖ້າຜູ້ຊາຍທີ່ມີເງິນມາຕາມຈີບພວກເຂົາ ແລະ ຊື້ເຄື່ອງນຸ່ງທີ່ອອກແບບໂດຍຄົນມີຊື່ສຽງ ໃນລາຄາ 20,000 ຢວນ ໃຫ້ພວກເຂົາ, ພວກເຂົາກໍຈະຖືກດຶງດູດ ແລະ ຖ້າລາວຊື້ເສື້ອຂົນໂຕພັງພອນ ໃນລາຄາ 100,000 ຢວນ ຫຼື ເພັດເມັດໃຫຍ່, ເຮືອນຫຼັງໃຫຍ່ທີ່ສວຍງາມ ແລະ ລົດໃຫ້ພວກເຂົາ, ພວກເຂົາກໍຈະເຕັມໃຈແຕ່ງງານກັບລາວທັນທີ. ສະນັ້ນ, ເມື່ອຜູ້ຍິງເຫຼົ່ານີ້ເຄີຍເວົ້າວ່າພວກເຂົາຈະບໍ່ແຕ່ງງານ, ມັນແມ່ນຄວາມຈິງ ຫຼື ບໍ່? ມັນເປັນເລື່ອງຕົວະ. ດັ່ງນັ້ນ, ຈຶ່ງມີຫຼາຍຄົນທີ່ເວົ້າວ່າພວກເຂົາບໍ່ສະແຫວງຫາໂລກ ແລະ ບໍ່ສະແຫວງຫາອະນາຄົດ ແລະ ຄວາມສຸກທາງໂລກ, ແຕ່ນັ້ນແມ່ນຕອນທີ່ບໍ່ມີການລອງໃຈວາງຢູ່ຕໍ່ໜ້າພວກເຂົາ; ສະພາບແວດລ້ອມບໍ່ເອື້ອອຳນວຍໃຫ້ກັບມັນ. ທັນທີທີ່ມີສະພາບແວດລ້ອມທີ່ເອື້ອອຳນວຍມາເຖິງ, ພວກເຂົາກໍຈະຕົກລົງໄປໃນນັ້ນຢ່າງເລິກເຊິ່ງ ແລະ ບໍ່ສາມາດຖອນຕົວອອກມາໄດ້. ມັນຄືກັບຕົວຢ່າງທີ່ເຮົາຫາກໍຍົກຂຶ້ນມາ. ແມ່ຍິງຄົນນັ້ນບໍ່ໄດ້ຖອນຕົວອອກຈາກສະຖານະການນັ້ນ. ຫຼັງຈາກທີ່ເພີດເພີນກັບຊີວິດໃນຕົວເມືອງໄລຍະໜຶ່ງ, ລາວກໍບໍ່ຮູ້ວ່າລາວເປັນໃຜ ແລະ ຫຼົງທາງ. ຖ້າລາວຖືກຈັດໃຫ້ຢູ່ໃນພະລາຊະວັງ, ແລ້ວລາວຄົງຈະໃຫ້ພໍ່ແມ່ຂອງລາວຂ້າຕົວຕາຍໂດຍໄວເທົ່າທີ່ຈະໄວໄດ້ ເພື່ອບໍ່ໃຫ້ຊື່ສຽງຂອງລາວເສື່ອມເສຍບໍ? ຄົນແບບນີ້ສາມາດເຮັດເລື່ອງໂງ່ຈ້າທຸກປະເພດເພື່ອເຫັນແກ່ຄວາມເພີດເພີນ, ຊື່ສຽງ, ວິຖີຊີວິດທີ່ຟຸ່ມເຟືອຍ ແລະ ຄຸນນະພາບຊີວິດທີ່ສູງສົ່ງຂອງພວກເຂົາ. ພວກເຂົາໄຮ້ຄ່າ ແລະ ມີລັກສະນະນິໄສທີ່ຕ່ຳຊ້າ. ຄົນແບບນີ້ເຄີຍສະແຫວງຫາຄວາມຈິງບໍ? (ບໍ່ເຄີຍ.) ແລ້ວບົດເທດສະໜາທີ່ລາວເທດນັ້ນມາຈາກໃສ? ລາວມີບົດເທດສະໜາທີ່ຈະເທດບໍ? ສິ່ງທີ່ລາວເທດນັ້ນບໍ່ແມ່ນບົດເທດສະໜາ, ແຕ່ແມ່ນຫຼັກຄຳສອນ. ລາວກຳລັງສະແດງລະຄອນ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ, ບໍ່ແມ່ນການເທດສະໜາ. ລາວເທດສະໜາຫຼາຍບົດ, ແລ້ວເປັນຫຍັງລາວຈຶ່ງບໍ່ສາມາດແກ້ໄຂບັນຫາຂອງລາວເອງໄດ້? ລາວຮູ້ບໍວ່າລາວໄປຮອດຈຸດນີ້ໄດ້? ລາວເຫັນສິ່ງຕ່າງໆຢ່າງຊັດເຈນບໍ? ລາວເທດສະໜາຫຼາຍບົດ, ແຕ່ຫຼັງຈາກທີ່ເພີດເພີນກັບຊີວິດໃນຕົວເມືອງໄລຍະໜຶ່ງ ລາວກໍບໍ່ສາມາດເອົາຊະນະການລອງໃຈແບບນີ້ໄດ້ ແລະ ບໍ່ສາມາດຍຶດໝັ້ນໃນການເປັນພະຍານຂອງລາວ. ສະນັ້ນ, ສິ່ງທີ່ລາວເທດນັ້ນແມ່ນບົດເທດສະໜາບໍ? ມັນເຫັນໄດ້ຢ່າງຊັດເຈນວ່າບໍ່ແມ່ນ. ນີ້ຄືກໍລະນີທີສາມ.

ກໍລະນີທີສີ່: ການໃຊ້ເຄື່ອງຖວາຍຢ່າງຫຼອກລວງເພື່ອຊຳລະໜີ້ສິນ

ກ່ອນໜ້ານີ້, ເມື່ອເຮົາຢູ່ໃນປະເທດຈີນແຜ່ນດິນໃຫຍ່, ພວກເຮົາຈຳເປັນຕ້ອງຊອກຫາສະຖານທີ່ທີ່ຂ້ອນຂ້າງປອດໄພເພື່ອໃຫ້ຜູ້ຮ່ວມງານມາພົບປະກັນ, ດັ່ງນັ້ນ ພວກເຮົາຈຶ່ງຊອກຫາຄອບຄົວເຈົ້າພາບ. ຄອບຄົວເຈົ້າພາບນີ້ເຕັມໃຈທີ່ຈະເປັນເຈົ້າພາບໃຫ້ພວກເຮົາ ແລະ ຊ່ວຍປົກປ້ອງສະຖານທີ່ນັ້ນ. ເຖິງຢ່າງໃດກໍຕາມ, ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ຄອບຄົວນີ້ກໍເລີ່ມຄິດວ່າ “ມັນເບິ່ງຄືວ່າພວກເຈົ້າວາງແຜນທີ່ຈະພົບປະກັນຢູ່ບ່ອນນີ້ໃນໄລຍະຍາວ. ພວກເຈົ້າບໍ່ສາມາດພົບປະກັນຢູ່ບ່ອນອື່ນໄດ້ນອກຈາກເຮືອນຂອງຂ້ອຍ, ສະນັ້ນ ຂ້ອຍຄວນສວຍໂອກາດນີ້ເພື່ອໃຊ້ປະໂຫຍດຈາກສະຖານະການດັ່ງກ່າວ. ຖ້າບໍ່ດັ່ງນັ້ນ ຂ້ອຍຈະບໍ່ເປັນຄົນໂງ່ບໍ?” ມີເທື່ອໜຶ່ງ ເມື່ອພວກເຮົາເຕົ້າໂຮມກັນສຳລັບການພົບປະກັນຂອງຜູ້ຮ່ວມງານ ແລະ ຜູ້ເຂົ້າຮ່ວມຍັງມາບໍ່ທັນຄົບທຸກຄົນ, ມີຄົນຜູ້ໜຶ່ງມາທີ່ເຮືອນຂອງຄອບຄົວເຈົ້າພາບໂດຍບໍ່ມີເຫດຜົນທີ່ຊັດເຈນ ແລະ ນັ່ງຢູ່ໃນຫ້ອງຮັບແຂກ ແລະ ບໍ່ຍອມອອກໄປ. ເຈົ້າພາບອອກມາ ແລະ ເວົ້າວ່າຄົນນີ້ມາທວງໜີ້ ແລະ ຄອບຄົວຂອງລາວໄດ້ຢືມເງິນຈາກຄົນນີ້ເມື່ອຫຼາຍປີກ່ອນ ແລະ ຍັງບໍ່ທັນໄດ້ຈ່າຍຄືນ. ພວກເຈົ້າຄິດວ່າເກີດຫຍັງຂຶ້ນຢູ່ບ່ອນນີ້? ຄົນນີ້ອາດຈະມາກ່ອນໜ້ານີ້ ຫຼື ລາວອາດຈະມາພາຍຫຼັງກໍໄດ້ ແຕ່ລາວພັດມາທວງໜີ້ໃນເວລານີ້ພໍດີ. ນີ້ເປັນພຽງເລື່ອງບັງເອີນ ຫຼື ມີຄົນຕັ້ງໃຈວາງແຜນໃຫ້ເປັນແບບນີ້? ຄົນໃດໜຶ່ງອົດບໍ່ໄດ້ທີ່ຈະສົງໄສ. ມີບາງຢ່າງທີ່ບໜ້າສົງໄສໄດ້ເກີດຂຶ້ນ. ມັນເກີດຫຍັງຂຶ້ນແທ້? ມັນບໍ່ແມ່ນວ່າຄອບຄົວນັ້ນມີເຈດຕະນາຮ້າຍ ແລະ ຕັ້ງໃຈເອີ້ນຄົນນັ້ນໃຫ້ມາບໍ? (ແມ່ນແລ້ວ.) ເຮົາເວົ້າວ່າ “ໃຫ້ລາວອອກໄປຈາກບ່ອນນີ້ດຽວນີ້ເລີຍ”. ເຈົ້າພາບເວົ້າວ່າ “ລາວຈະບໍ່ໄປຈົນກວ່າຈະໄດ້ຮັບເງິນ”. ເຮົາເວົ້າວ່າ “ເປັນຫຍັງເຈົ້າຈຶ່ງບໍ່ຈ່າຍຄືນລາວ?” ເຈົ້າພາບເວົ້າພຶມພໍາ ແລະ ລັງເລ, ສື່ໃຫ້ເຫັນວ່າພວກເຂົາຈະບໍ່ຈ່າຍໜີ້ເຖິງແມ່ນວ່າພວກເຂົາຈະມີເງິນກໍຕາມ, ພວກເຂົາຢາກໄດ້ເງິນກູ້ລ້າໆ. ຄົນທວງໜີ້ລໍຖ້າຢູ່ບ່ອນນັ້ນ ແລະ ຍັງບໍ່ທັນອອກໄປໃນຕອນທີ່ຜູ້ຮ່ວມງານຄົນອື່ນໆບາງຄົນກຳລັງຈະມາຮອດ. ເຈົ້າພາບວາງແຜນທີ່ຈະເຮັດຫຍັງ? ນີ້ບໍ່ແມ່ນແຜນການທີ່ໄຕ່ຕອງໄວ້ລ່ວງໜ້າບໍ? (ແມ່ນແລ້ວ.) ຕໍ່ມາ, ເຮົາບອກໃຫ້ຄົນເອົາເງິນໃຫ້ເຈົ້າພາບ ແລະ ໃຫ້ລາວເອົາຄົນທວງໜີ້ອອກໄປທັນທີ. ຫຼັງຈາກທີ່ໃຫ້ເງິນເຈົ້າພາບແລ້ວ, ຄົນທວງໜີ້ກໍອອກໄປພາຍໃນເຄິ່ງຊົ່ວໂມງ. ສາມັນສຳນຶກບອກພວກເຮົາວ່າ ຄົນທວງໜີ້ບໍ່ຄວນກັບມາອີກ, ແຕ່ເລື່ອງນີ້ຍັງບໍ່ທັນຈົບ. ໜຶ່ງເດືອນຕໍ່ມາ, ຄົນທວງໜີ້ກໍມາອີກຄັ້ງກ່ອນການພົບປະກັນຂອງຜູ້ຮ່ວມງານ. ເຈົ້າພາບເວົ້າວ່າ ຄັ້ງກ່ອນຈ່າຍໜີ້ໄປພຽງສ່ວນດຽວ, ບໍ່ແມ່ນທັງໝົດ. ເປົ້າໝາຍຂອງລາວໃນການເວົ້າແບບນີ້ແມ່ນຫຍັງ? ເພື່ອໃຫ້ເຮືອນຂອງພຣະເຈົ້າຊຳລະໜີ້ແທນລາວອີກຄັ້ງ. ມັນຄືກັນກັບຄັ້ງກ່ອນ, ຫຼັງຈາກທີ່ໃຫ້ເງິນເຈົ້າພາບແລ້ວ, ຄົນທວງໜີ້ກໍອອກໄປ. ນັບຕັ້ງແຕ່ນັ້ນມາ, ເມື່ອໃດກໍຕາມທີ່ພວກເຮົາໄປພົບປະກັນຢູ່ບ່ອນນັ້ນ, ຄົນທວງໜີ້ກໍບໍ່ມາອີກເລີຍ ເພາະວ່າພວກເຮົາໄດ້ຊຳລະໜີ້ຂອງເຈົ້າພາບໝົດແລ້ວໃນການຈ່າຍສອງງວດ. ເຈົ້າພາບກັງວົນວ່າ ຖ້າລາວຂໍເງິນຫຼາຍປານນັ້ນບາດດຽວ, ພວກເຮົາຈະບໍ່ຕົກລົງຈ່າຍ, ສະນັ້ນ ລາວຈຶ່ງຂໍແບ່ງເປັນສອງສ່ວນ. ຄວນເບິ່ງເງິນຈຳນວນນີ້ແນວໃດ? ເຮືອນຂອງພຣະເຈົ້າໃຫ້ລາວຢືມ ຫຼື ລາວໃຊ້ເລ່ຫຼ່ຽມກັບເຮືອນຂອງພຣະເຈົ້າເພື່ອໃຫ້ມອບເງິນໃຫ້ລາວ? (ລາວໃຊ້ເລ່ຫຼ່ຽມກັບເຮືອນຂອງພຣະເຈົ້າ.) ຄວາມຈິງແລ້ວ, ລາວຫຼອກເຮືອນຂອງພຣະເຈົ້າເພື່ອໃຫ້ມອບເງິນໃຫ້ລາວ. ແລ້ວເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງມອບເງິນໃຫ້ລາວ? ພວກເຮົາບໍ່ໃຫ້ເງິນລາວບໍ່ໄດ້ບໍ? ຄວາມຈິງແລ້ວ, ມັນສົມເຫດສົມຜົນ ແລະ ຖືກຕ້ອງຕາມຫຼັກການທີ່ພວກເຮົາຈະບໍ່ໃຫ້ເງິນລາວ, ແຕ່ນັ້ນໝາຍຄວາມວ່າຜູ້ຮ່ວມງານຈະບໍ່ສາມາດພົບປະກັນໄດ້. ແລ້ວເຫດຜົນຂອງພວກເຮົາໃນການໃຫ້ເງິນລາວແມ່ນຫຍັງ? ໃນເວລານັ້ນ, ຄວາມຄິດຂອງເຮົາກໍຄືຖືວ່າເງິນຈຳນວນນີ້ເປັນຄ່າເຊົ່າ. ຖ້າພວກເຮົາເຊົ່າໂຮງແຮມ ຫຼື ສະໜາມກິລາ, ມັນຈະບໍ່ເສຍເງິນຄືກັນບໍ? ພວກເຮົາບໍ່ສາມາດພົບປະກັນໃນສະຖານທີ່ເຫຼົ່ານັ້ນໄດ້ ແລະ ມັນກໍບໍ່ປອດໄພເຊັ່ນກັນ. ຢູ່ບ່ອນນີ້, ເຈົ້າພາບຈະຊ່ວຍປົກປ້ອງສະຖານທີ່ນີ້ ແລະ ຄວາມປອດໄພຂອງພວກເຮົາກໍໄດ້ຮັບການຮັບປະກັນ, ສະນັ້ນ ມັນສົມເຫດສົມຜົນບໍທີ່ເຮືອນຂອງພຣະເຈົ້າຈະໃຊ້ເງິນຈຳນວນໜຶ່ງເພື່ອຊຳລະໜີ້ຂອງລາວ? (ແມ່ນແລ້ວ.) ພຽງແຕ່ວ່າເງິນນັ້ນບໍ່ໄດ້ຖືກມອບໃຫ້ຢ່າງກົງໄປກົງມາ. ເຖິງຢ່າງໃດກໍຕາມ, ໃນສະພາບແວດລ້ອມຄືກັບປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ມັນຈຳເປັນຢູ່ເລື້ອຍໆທີ່ຕ້ອງເຮັດສິ່ງແບບນີ້.

ບາງຄົນມີຄວາມເປັນມະນຸດທີ່ຊົ່ວຮ້າຍ ແລະ ພວກເຂົາບໍ່ເຕັມໃຈຢ່າງແທ້ຈິງທີ່ຈະປະຕິບັດໜ້າທີ່ເຈົ້າພາບ. ພວກເຮົາໃຊ້ພວກເຂົາເພື່ອປົກປ້ອງສະຖານທີ່ທີ່ພວກເຮົາຢູ່, ດັ່ງນັ້ນ ພວກເຮົາຕ້ອງຍອມໃຫ້ພວກເຂົາເອົາປຽບຈາກສະຖານະການບາງຢ່າງ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພວກເຂົາເອົາປຽບແລ້ວ, ພວກເຂົາຍັງສາມາດໄດ້ຮັບຄວາມລອດພົ້ນບໍ? ບໍ່, ພວກເຂົາບໍ່ສາມາດຮັບໄດ້. ບໍ່ແມ່ນວ່າພຣະເຈົ້າຈະບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ, ແຕ່ຄົນປະເພດນີ້ບໍ່ສາມາດບັນລຸຄວາມລອດພົ້ນໄດ້. ພວກເຂົາຫຼອກລວງທຸກຄົນ ແລະ ເອົາປຽບທຸກຄົນ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ ແລະ ພະຍາຍາມກຽມການກະທຳທີ່ດີບາງຢ່າງ, ພວກເຂົາຕ້ອງຕົ້ມຕຸ໋ນເອົາສິ່ງທີ່ປາດຖະໜາຈາກສະຖານະການດັ່ງກ່າວຢູ່ສະເໝີ ແລະ ບໍ່ວ່າພວກເຂົາຈະພົວພັນກັບໃຜກໍຕາມ, ພວກເຂົາກໍຍຶດຖືຫຼັກການທີ່ວ່າຕ້ອງເອົາປຽບສະເໝີ ແລະ ບໍ່ຍອມເສຍປຽບຈັກເທື່ອ. ນີ້ຄືຫຼັກການທີ່ພວກເຂົາປະຕິບັດຕາມສຳລັບການປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ. ແລ້ວ “ການກະທຳທີ່ດີ” ເຫຼົ່ານີ້ມາຈາກໃສ? ພວກມັນຖືກຊື້ ແລະ ຈ່າຍເງິນໂດຍເຮືອນຂອງພຣະເຈົ້າ, ແທນທີ່ຈະເປັນຄົນເຫຼົ່ານີ້ກຽມການກະທຳທີ່ດີດ້ວຍຕົນເອງ; ພວກເຂົາບໍ່ໄດ້ກຽມການກະທຳທີ່ດີ. ພວກເຂົາຈັດຫາສະຖານທີ່, ເຮືອນຂອງພຣະເຈົ້າໃຊ້ເງິນ ແລະ ຖືວ່າມັນເປັນຄ່າເຊົ່າ. ສິ່ງນີ້ບໍ່ກ່ຽວຂ້ອງກັບການກະທຳທີ່ດີ ແລະ ມັນບໍ່ແມ່ນການກະທຳທີ່ດີຂອງພວກເຂົາ. ມັນເປັນພຶດຕິກຳແບບໃດ ເມື່ອຄົນຜູ້ໜຶ່ງຊູຂໍ້ອ້າງຂອງການຈັດຫາສະຖານທີ່ໃຫ້ອ້າຍເອື້ອຍນ້ອງໃນນາມຂອງເຮືອນຂອງພຣະເຈົ້າ ເພື່ອທີ່ຈະຫຼອກເອົາເງິນ ຫຼື ສິ່ງຂອງຈາກເຮືອນຂອງພຣະເຈົ້າ? ຄົນປະເພດນີ້ມີລັກສະນະແບບໃດ? ພຶດຕິກຳຂອງພວກເຂົາສາມາດຖືກຈົດຈຳໂດຍພຣະເຈົ້າໄດ້ບໍ? ລັກສະນະຂອງພວກເຂົາຖືກຈັດຢູ່ໃນລະດັບໃດໃນໃຈຂອງຜູ້ຄົນ ແລະ ໃນພຣະໄທຂອງພຣະເຈົ້າ? ການກຽມການກະທຳທີ່ດີແມ່ນສິ່ງທີ່ເຈົ້າຄວນກຽມ, ເຈົ້າກຽມການກະທຳທີ່ດີເພື່ອເຫັນແກ່ຈຸດໝາຍປາຍທາງຂອງເຈົ້າ ແລະ ທຸກສິ່ງທີ່ເຈົ້າເຮັດກໍເພື່ອຕົວເຈົ້າເອງ, ບໍ່ແມ່ນເພື່ອຄົນອື່ນ. ໂດຍການເຮັດສິ່ງທີ່ເຈົ້າຄວນເຮັດ, ເຈົ້າໄດ້ຮັບລາງວັນແລ້ວ ແລະ ເຈົ້າໄດ້ຮັບສິ່ງທີ່ໜ້າປາດຖະໜາທີ່ເຈົ້າຕັ້ງໃຈໄວ້ແລ້ວ, ແລ້ວພຣະເຈົ້າເບິ່ງເຈົ້າແນວໃດໃນພຣະໄທຂອງພຣະອົງ? ເຈົ້າເຮັດສິ່ງທີ່ດີເພື່ອທີ່ຈະໄດ້ຮັບບາງສິ່ງບາງຢ່າງໃນຜົນປະໂຫຍດຂອງເຈົ້າ, ບໍ່ແມ່ນເພື່ອທີ່ຈະໄດ້ຮັບຄວາມຈິງ ຫຼື ໄດ້ຮັບຊີວິດ, ແຮງບໍ່ຕ້ອງເວົ້າເຖິງການເຮັດໃຫ້ພຣະເຈົ້າພໍໃຈເລີຍ. ພຣະເຈົ້າຍັງສາມາດຊ່ວຍຄົນແບບນີ້ໃຫ້ລອດພົ້ນໄດ້ບໍ? ບໍ່, ພຣະອົງບໍ່ສາມາດເຮັດໄດ້. ພວກເຂົາພຽງແຕ່ກຽມການກະທຳທີ່ດີເລັກນ້ອຍ ແລະ ປະຕິບັດພັນທະ ແລະ ໜ້າທີ່ເລັກນ້ອຍ, ແຕ່ພວກເຂົາພັດຍື່ນມືອອກມາ ແລະ ຂໍຄ່າຈ້າງຈາກເຮືອນຂອງພຣະເຈົ້າ, ພວກເຂົາພະຍາຍາມຂູດຮີດເງິນຈາກເຮືອນຂອງພຣະເຈົ້າ, ຄິດຫາທຸກວິທີທາງເພື່ອຫຼອກລວງເຮືອນຂອງພຣະເຈົ້າ ແລະ ໄດ້ຮັບສິ່ງທີ່ໜ້າປາດຖະໜາ ແລະ ຮັບປະກັນວ່າພວກເຂົາຈະບໍ່ມີທາງເສຍປຽບ, ຄືກັບວ່າພວກເຂົາກຳລັງເຮັດທຸລະກິດ. ດັ່ງນັ້ນ, ການກະທຳທີ່ດີນີ້ຈຶ່ງບໍ່ແມ່ນການກະທຳທີ່ດີ, ມັນໄດ້ກາຍເປັນການກະທຳທີ່ຊົ່ວຮ້າຍ ແລະ ບໍ່ພຽງແຕ່ພຣະເຈົ້າຈະບໍ່ຈົດຈຳມັນເທົ່ານັ້ນ, ແຕ່ພຣະອົງຈະຍົກເລີກ ແລະ ຖອດຖອນສິດຂອງຄົນເຫຼົ່ານີ້ທີ່ຈະໄດ້ຮັບຄວາມລອດພົ້ນ. ເມື່ອເຈົ້າພາບຄົນນັ້ນເຮັດໃຫ້ເຮືອນຂອງພຣະເຈົ້າຊຳລະໜີ້ແທນລາວ, ມັນມີລັກສະນະຫຼອກລວງເລັກນ້ອຍບໍ? ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ເມື່ອພວກເຂົາຢາກໄດ້ເງິນ, ພວກເຂົາບໍ່ໄດ້ເຮັດຢ່າງກົງໄປກົງມາ; ແຕ່ພວກເຂົາເຮັດໃນລັກສະນະທີ່ຫຼອກລວງ, ໂດຍສວຍໂອກາດເພື່ອຂູດຮີດສິ່ງຕ່າງໆ. ພຣະເຈົ້າຊ່ວຍຜູ້ທີ່ຂູດຮີດເຄື່ອງຖວາຍແດ່ພຣະເຈົ້າໃຫ້ລອດພົ້ນບໍ? (ບໍ່, ພຣະອົງບໍ່ຊ່ວຍ.) ຖ້າຄົນເຫຼົ່ານີ້ກັບໃຈ ແລະ ມີຄວາມເຊື່ອທີ່ແທ້ຈິງ, ພວກເຂົາຄວນໄດ້ຮັບຄວາມລອດພົ້ນບໍ? (ບໍ່.) ເປັນຫຍັງ? (ຂໍ້ແທ້ຈິງທີ່ວ່າຄົນເຫຼົ່ານີ້ສາມາດກະທຳຢ່າງຫຼອກລວງຕໍ່ເຮືອນຂອງພຣະເຈົ້າໝາຍຄວາມວ່າ ພຣະເຈົ້າບໍ່ມີບ່ອນຢູ່ໃນໃຈຂອງພວກເຂົາ, ພວກເຂົາເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ.) ຜູ້ບໍ່ເຊື່ອຈະກັບໃຈບໍ? ຜູ້ບໍ່ເຊື່ອປະເພດທີ່ເປັນຜູ້ຕໍ່ຕ້ານພຣະຄຣິສຈະບໍ່ກັບໃຈ. ຜົນປະໂຫຍດຂອງພວກເຂົາເອງເປັນສູນກາງຂອງທຸກສິ່ງທີ່ພວກເຂົາເຮັດ ແລະ ພວກເຂົາຈະບໍ່ມີວັນກັບໃຈເຖິງແມ່ນວ່າພວກເຂົາຈະຕາຍກໍຕາມ. ພວກເຂົາບໍ່ຍອມຮັບວ່າພວກເຂົາໄດ້ເຮັດຜິດ, ທັງບໍ່ຍອມຮັບວ່າພວກເຂົາໄດ້ເຮັດຄວາມຊົ່ວ, ແລ້ວພວກເຂົາຈະກັບໃຈເພື່ອຫຍັງ? ການກັບໃຈມີໄວ້ສຳລັບຄົນທີ່ມີຄວາມເປັນມະນຸດ, ຜູ້ທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ຄົນທີ່ສາມາດເຫັນຄວາມເສື່ອມຊາມຂອງຕົນເອງຢ່າງຊັດເຈນ ແລະ ຍອມຮັບມັນ. ເມື່ອຄອບຄົວເຈົ້າພາບນັ້ນປະຕິບັດໜ້າທີ່ເລັກນ້ອຍ ພວກເຂົາຕ້ອງຕົ້ມຕຸ໋ນສິ່ງທີ່ໜ້າປາດຖະໜາຈາກໜ້າທີ່ດັ່ງກ່າວ ແລະ ບໍ່ປ່ອຍໃຫ້ໂອກາດແບບນີ້ຜ່ານໄປເລີຍ. ພວກເຂົາເປັນນັກຫຼອກລວງລາຍໃຫຍ່. ນີ້ຄືກໍລະນີທີສີ່.

ກໍລະນີທີຫ້າ: ການຮຽກຮ້ອງຄ່າຈ້າງສຳລັບການເຮັດວຽກໃຫ້ເຮືອນຂອງພຣະເຈົ້າ

ໃນປະເທດຈີນແຜ່ນດິນໃຫຍ່, ມີວຽກງານບາງຢ່າງທີ່ຂ້ອນຂ້າງອັນຕະລາຍ ແລະ ມີຄວາມສ່ຽງ ແລະ ຈຳເປັນຕ້ອງໃຊ້ຄົນທີ່ມີສະໝອງ ແລະ ມີຄຸນສົມບັດບາງຢ່າງເພື່ອປະຕິບັດ. ໃນເວລານັ້ນ, ມີຄົນຜູ້ໜຶ່ງທີ່ມີຄຸນສົມບັດເຫຼົ່ານີ້, ດັ່ງນັ້ນ ເບື້ອງເທິງຈຶ່ງຈັດໃຫ້ລາວເຮັດວຽກງານບາງຢ່າງ. ໃນຂະນະທີ່ລາວກຳລັງເຮັດວຽກງານນີ້, ລາວໄດ້ຮຽກຮ້ອງ, ໂດຍເວົ້າວ່າພໍແຕ່ລາວເລີ່ມເຮັດວຽກງານນີ້, ລາວບໍ່ສາມາດໄປເຮັດວຽກປະຈຳຂອງລາວທຸກມື້ໄດ້ອີກຕໍ່ໄປ ແລະ ຄອບຄົວຂອງລາວກໍມີຄວາມຫຍຸ້ງຍາກເລັກນ້ອຍໃນການດຳລົງຊີວິດ. ເຮືອນຂອງພຣະເຈົ້າໄດ້ມອບເງິນຈຳນວນໜຶ່ງໃຫ້ລາວເປັນຄ່າໃຊ້ຈ່າຍໃນການດຳລົງຊີວິດ ແລະ ລາວດີໃຈຫຼາຍກ່ຽວກັບເລື່ອງນັ້ນ ແລະ ຮັບເຮັດວຽກງານທີ່ມອບໃຫ້ລາວ; ເຖິງຢ່າງໃດກໍຕາມ, ຜົນງານການເຮັດວຽກຂອງລາວຢູ່ໃນລະດັບທົ່ວໄປເທົ່ານັ້ນ. ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ຄອບຄົວຂອງລາວບໍ່ມີບັນຫາໃນການດຳລົງຊີວິດ, ແຕ່ມີເລື່ອງອື່ນເກີດຂຶ້ນ ເຊິ່ງລາວໄດ້ຍົກຂຶ້ນມາເວົ້າກັບເຮືອນຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າກໍມອບເງິນໃຫ້ລາວຕື່ມອີກຈຳນວນໜຶ່ງເປັນຄ່າໃຊ້ຈ່າຍໃນການດຳລົງຊີວິດ, ເພື່ອຮັບປະກັນວ່າລາວສາມາດດຳລົງຊີວິດຢູ່ໄດ້. ລາວຕົກລົງຢ່າງບໍ່ເຕັມໃຈທີ່ຈະສືບຕໍ່ເຮັດວຽກງານຂອງລາວ, ແຕ່ລາວເຮັດໄດ້ດີສໍ່າໃດ? ມັນວຸ້ນວາຍໄປໝົດ. ຖ້າລາວຢາກເຮັດບາງຢ່າງ, ລາວກໍເຮັດເລັກນ້ອຍ ແລະ ຖ້າລາວບໍ່ຢາກເຮັດບາງຢ່າງ, ລາວກໍບໍ່ເຮັດເລີຍ. ສິ່ງນີ້ເຮັດໃຫ້ວຽກງານຊັກຊ້າ ແລະ ເຮັດໃຫ້ວຽກງານຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍພໍສົມຄວນ ແລະ ຄົນອື່ນຕ້ອງໄປແກ້ໄຂມັນ. ຕໍ່ມາ, ເຮືອນຂອງພຣະເຈົ້າໄດ້ຕິດຕໍ່ຫາລາວເພື່ອບອກໃຫ້ລາວທຸ່ມເທໃສ່ວຽກງານຂອງລາວ ແລະ ບອກວ່າເຮືອນຂອງພຣະເຈົ້າຈະສືບຕໍ່ຊ່ວຍລາວແກ້ໄຂຄວາມຫຍຸ້ງຍາກໃດໆທີ່ລາວມີ. ລາວບໍ່ໄດ້ເວົ້າໂດຍກົງກັບເຮືອນຂອງພຣະເຈົ້າແບບຕໍ່ໜ້າ, ແຕ່ບອກອ້າຍເອື້ອຍນ້ອງສອງສາມຄົນເປັນສ່ວນຕົວວ່າ “ຄ່າໃຊ້ຈ່າຍໃນການດຳລົງຊີວິດແມ່ນສິ່ງທີ່ຂ້ອຍຂາດບໍ? ເງິນຈຳນວນເລັກນ້ອຍນັ້ນຈະແກ້ໄຂບັນຫາໃຫຍ່ຫຍັງໄດ້? ໂດຍການເຮັດວຽກງານນີ້ ຂ້ອຍກຳລັງແກ້ໄຂບັນຫາໃຫຍ່ຫຼວງໃຫ້ເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າຄວນແກ້ໄຂບັນຫາໃຫຍ່ໃຫ້ຂ້ອຍຄືກັນ. ຕອນນີ້ລູກຊາຍຂອງຂ້ອຍບໍ່ມີເງິນຄ່າຮຽນ ແລະ ບັນຫານີ້ຍັງບໍ່ທັນໄດ້ຮັບການແກ້ໄຂ. ເງິນຈຳນວນເລັກນ້ອຍນີ້ບໍ່ແມ່ນສິ່ງທີ່ຂ້ອຍຂາດ”. ຄຳເວົ້າເຫຼົ່ານີ້ແມ່ນສິ່ງທີ່ລາວຄິດຢ່າງແທ້ຈິງ, ແຕ່ລາວບໍ່ກ້າບອກເຮືອນຂອງພຣະເຈົ້າແບບຕໍ່ໜ້າ; ແທນທີ່ຈະເປັນແນວນັ້ນ, ມັນຖືກເປີດເຜີຍເມື່ອລາວລະບາຍອອກສ່ວນຕົວ. ຄວນແກ້ໄຂສະຖານະການນີ້ແນວໃດ? ເຮືອນຂອງພຣະເຈົ້າຄວນສືບຕໍ່ໃຊ້ລາວ ຫຼື ຊອກຫາຄົນອື່ນ? (ຊອກຫາຄົນອື່ນ.) ເປັນຫຍັງ? ລັກສະນະ ແລະ ແກ່ນແທ້ຂອງລາວໄດ້ຖືກເປີດເຜີຍແລ້ວ. ບໍ່ພຽງແຕ່ລາວຕ້ອງການໃຫ້ເຮືອນຂອງພຣະເຈົ້າລ້ຽງດູຊີວິດການເປັນຢູ່ຂອງຄອບຄົວລາວເທົ່ານັ້ນ, ລາວຍັງຕ້ອງການໃຫ້ເຮືອນຂອງພຣະເຈົ້າຈ່າຍຄ່າຮຽນໃຫ້ລູກຊາຍຂອງລາວ ແລະ ຕໍ່ມາລາວເວົ້າວ່າເມຍຂອງລາວປ່ວຍ ແລະ ຕ້ອງການໃຫ້ເຮືອນຂອງພຣະເຈົ້າຈ່າຍຄ່າປິ່ນປົວໃຫ້ນາງ. ລາວບໍ່ຮ້ອງຂໍແລ້ວຮ້ອງຂໍອີກບໍ? ລາວຄິດວ່າໂດຍການເຮັດສິ່ງເລັກນ້ອຍນີ້ໃຫ້ເຮືອນຂອງພຣະເຈົ້າ ລາວໄດ້ປະກອບສ່ວນອັນໃຫຍ່ຫຼວງ ແລະ ເຮືອນຂອງພຣະເຈົ້າຄວນສະໜອງທຸກຢ່າງທີ່ລາວຕ້ອງການຢ່າງບໍ່ມີເງື່ອນໄຂ. ຖ້າລາວເຮັດວຽກປະຈຳ, ລາວຈະສາມາດສົ່ງລູກຊາຍໄປຮຽນມະຫາວິທະຍາໄລໄດ້ບໍ? ລາວຈະສາມາດຈ່າຍຄ່າປິ່ນປົວເມຍຂອງລາວໄດ້ບໍ? ບໍ່ຈຳເປັນ. ສະນັ້ນ, ເມື່ອລາວເຮັດວຽກງານເລັກນ້ອຍນີ້ໃນເຮືອນຂອງພຣະເຈົ້າ, ເປັນຫຍັງລາວຈຶ່ງຂໍເງິນຈາກເຮືອນຂອງພຣະເຈົ້າຢູ່ຕະຫຼອດເວລາ? ລາວຄິດຫຍັງຢູ່? ມຸມມອງຂອງລາວຕໍ່ເລື່ອງນີ້ແມ່ນຫຍັງ? ລາວຄິດວ່າຖ້າບໍ່ມີລາວ, ເຮືອນຂອງພຣະເຈົ້າກໍຈະບໍ່ມີຄົນອື່ນເຮັດວຽກງານນີ້, ສະນັ້ນ ລາວຈຶ່ງຕ້ອງສວຍໂອກາດນີ້ເພື່ອຊອກຫາເຫດຜົນໃນການຂໍເງິນເພີ່ມຈາກເຮືອນຂອງພຣະເຈົ້າ, ບໍ່ຄວນປ່ອຍໃຫ້ມັນຜ່ານໄປລ້າໆ ແລະ ຖ້າລາວພາດໂອກາດນີ້ ມັນກໍຈະຫາຍໄປ. ນີ້ບໍ່ແມ່ນສິ່ງທີ່ລາວໝາຍເຖິງບໍ? ລາວຄິດວ່າການເຮັດວຽກງານນີ້ປຽບເໝືອນການເຮັດວຽກ ແລະ ການຫາເງິນ, ສະນັ້ນ ລາວຈຶ່ງຄວນຮີດໄຖ່ເງິນຈາກເຮືອນຂອງພຣະເຈົ້າ. ຫຼັງຈາກນັ້ນ, ເມື່ອລາວຮູ້ວ່າລາວບໍ່ສາມາດຮີດໄຖ່ເງິນຈາກເຮືອນຂອງພຣະເຈົ້າໄດ້, ລາວກໍບໍ່ເຮັດວຽກງານຂອງລາວ. ນີ້ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ? (ບໍ່.)

ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ່ຢ້ານທີ່ຈະແບກຮັບຄວາມທຸກລຳບາກ ໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ. ບາງຄົນບໍ່ໄດ້ເວົ້າເຖິງຄວາມຫຍຸ້ງຍາກທີ່ຄອບຄົວຂອງພວກເຂົາມີໃນຂະນະທີ່ປະຕິບັດໜ້າທີ່. ບາງຄົນໃນພື້ນທີ່ທຸກຍາກປະຕິບັດໜ້າທີ່ເຈົ້າພາບ ແລະ ເມື່ອອ້າຍເອື້ອຍນ້ອງມາ ແລະ ບໍ່ມີເຂົ້າກິນ, ພວກເຂົາກໍອອກໄປຢືມເງິນແຕ່ບໍ່ເວົ້າຫຍັງເລີຍ. ຖ້າພວກເຂົາເວົ້າບາງຢ່າງ, ເຮືອນຂອງພຣະເຈົ້າຈະສາມາດໃຫ້ເງິນພວກເຂົາໄດ້ບໍ? (ໄດ້.) ເຮືອນຂອງພຣະເຈົ້າສາມາດຈ່າຍຄ່າສິ່ງຂອງທີ່ພວກເຂົາຕ້ອງການເພື່ອເປັນເຈົ້າພາບໃຫ້ອ້າຍເອື້ອຍນ້ອງໄດ້. ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ເວົ້າຫຍັງເລີຍ? ຖ້າເຈົ້າສະເໜີໃຫ້ພວກເຂົາ, ພວກເຂົາກໍຈະປະຕິເສດ. ຫຼັງຈາກອອກໄປ ແລະ ຢືມເງິນແລ້ວ ພວກເຂົາກໍຈະຄ່ອຍໆໃຊ້ຄືນດ້ວຍຕົນເອງ. ພວກເຂົາບໍ່ຕ້ອງການເງິນຈາກເຮືອນຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສແມ່ນກົງກັນຂ້າມຢ່າງສິ້ນເຊີງ. ພວກເຂົາຕັ້ງເງື່ອນໄຂ ແລະ ຍື່ນມືອອກມາ ແລະ ຮຽກຮ້ອງກ່ອນທີ່ຈະລົງມືເຮັດວຽກງານໃດໆ. ເປັນຫຍັງພວກເຂົາຈຶ່ງຍື່ນມືອອກມາໄດ້ງ່າຍແທ້? ພວກເຂົາສາມາດຍື່ນມືອອກມາໃນລັກສະນະທີ່ “ໝັ້ນໃຈໃນຕົນເອງ” ແບບນັ້ນໄດ້ແນວໃດ? ຄົນແບບນັ້ນບໍ່ມີຄວາມລະອາຍເລີຍແມ່ນບໍ? ຫຼັງຈາກຂໍເງິນຈຳນວນໜຶ່ງແລ້ວ, ພວກເຂົາກໍຢາກໄດ້ເພີ່ມອີກ. ຖ້າພວກເຂົາບໍ່ໄດ້ຮັບເງິນ, ພວກເຂົາກໍຈະບໍ່ເຮັດວຽກງານໃດໆເລີຍ ນັ້ນກໍຄື ຖ້າບໍ່ເຫັນຜົນປະໂຫຍດກໍຈະບໍ່ລົງມືເຮັດ: “ຂ້ອຍຈະເຮັດວຽກເທົ່າທີ່ເຈົ້າຈ່າຍເງິນໃຫ້ຂ້ອຍ. ຖ້າເຈົ້າບໍ່ຈ່າຍເງິນໃຫ້ຂ້ອຍ, ກໍຢ່າຫວັງວ່າຈະໃຫ້ຂ້ອຍເຮັດວຽກງານອື່ນໃຫ້ເຈົ້າ. ນີ້ເປັນວຽກສຳລັບຂ້ອຍ ແລະ ຖ້າບໍ່ມີຜົນປະໂຫຍດສຳລັບຂ້ອຍ ຂ້ອຍກໍຈະບໍ່ເຮັດ. ຂ້ອຍເອົາຕົວເອງໄປສ່ຽງເພື່ອປະຕິບັດໜ້າທີ່ຂອງຂ້ອຍ, ສະນັ້ນ ມັນຕ້ອງມີບາງຢ່າງຕອບແທນຂ້ອຍ ແລະ ມັນຕ້ອງສົມກັບສິ່ງທີ່ຂ້ອຍທຸ່ມເທລົງໄປ. ຂ້ອຍຈະເສຍປຽບບໍ່ໄດ້!” ດັ່ງນັ້ນ, ພວກເຂົາຈຶ່ງຕ້ອງຂໍສິ່ງທີ່ພວກເຂົາຮູ້ສຶກວ່າພວກເຂົາສົມຄວນໄດ້ຮັບ ແລະ ພວກເຂົາຕ້ອງຊອກຫາຂໍ້ອ້າງເພື່ອຂໍມັນ, ພວກເຂົາຕ້ອງລະດົມສະໝອງຢ່າງໜັກເພື່ອຂໍມັນ ແລະ ຄິດຫາທຸກວິທີທາງເພື່ອຂໍມັນ. ຖ້າສາມາດໃຫ້ພວກເຂົາໄດ້ກໍຍິ່ງດີ ແລະ ຖ້າບໍ່ໃຫ້ພວກເຂົາ, ພວກເຂົາກໍຈະຖິ້ມທຸກຢ່າງ ແລະ ຈາກໄປ ແລະ ພວກເຂົາກໍຈະບໍ່ເສຍຜົນປະໂຫຍດໃດໆ. ນອກຈາກນີ້, ພວກເຂົາຄິດວ່າວຽກງານທັງໝົດນີ້ທີ່ເຮືອນຂອງພຣະເຈົ້າເຮັດລ້ວນແຕ່ມີຄວາມສ່ຽງ ແລະ ຖ້າເຮືອນຂອງພຣະເຈົ້າບໍ່ໃຫ້ສິ່ງທີ່ພວກເຂົາຮຽກຮ້ອງ, ເຮືອນຂອງພຣະເຈົ້າກໍຈະຢ້ານວ່າພວກເຂົາຈະແຈ້ງຄວາມ ແລະ ເຮືອນຂອງພຣະເຈົ້າກໍບໍ່ມີຄົນອື່ນທີ່ເໝາະສົມ, ສະນັ້ນ ຈຶ່ງຕ້ອງໃຊ້ພວກເຂົາ ແລະ ຖ້າໃຊ້ພວກເຂົາ, ກໍຕ້ອງຈ່າຍເງິນໃຫ້ພວກເຂົາ. ນີ້ບໍ່ມີລັກສະນະຫຼອກລວງເລັກນ້ອຍບໍ? ນີ້ບໍ່ມີລັກສະນະຂູດຮີດເລັກນ້ອຍບໍ? ຄົນແບບນັ້ນນັບວ່າເປັນຜູ້ເຊື່ອບໍ? ຄົນເຫຼົ່ານີ້ເປັນຜູ້ບໍ່ເຊື່ອທີ່ບໍ່ໄດ້ເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ, ພວກເຂົາບໍ່ແມ່ນໝູ່ເພື່ອນໃນຄຣິສຕະຈັກດ້ວຍຊໍ້າ. ເມື່ອໝູ່ເພື່ອນໃນຄຣິສຕະຈັກເຫັນວ່າຜູ້ເຊື່ອເປັນຄົນດີຫຼາຍ, ພວກເຂົາກໍຊ່ວຍປົກປິດໃຫ້ ແລະ ຊ່ວຍເຮັດບາງຢ່າງ. ຄົນແບບນັ້ນສາມາດໄດ້ຮັບພຣະພອນເລັກນ້ອຍ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສເຊື່ອໃນພຣະເຈົ້າພຽງເພື່ອໃຫ້ໄດ້ສິ່ງທີ່ໜ້າປາດຖະໜາເທົ່ານັ້ນ. ຖ້າພວກເຂົາບໍ່ສາມາດໄດ້ຮັບສິ່ງທີ່ໜ້າປາດຖະໜາ, ພວກເຂົາກໍຈະບໍ່ປະຕິບັດໜ້າທີ່ໃດໆ, ຈະບໍ່ປະຕິບັດພັນທະໃດໆ ແລະ ຈະບໍ່ເສຍສະລະຕົນເອງເລີຍ. ເມື່ອເຮືອນຂອງພຣະເຈົ້າຈັດໃຫ້ພວກເຂົາປະຕິບັດໜ້າທີ່, ກ່ອນອື່ນໝົດ ພວກເຂົາຖາມວ່າມັນໃຫ້ສິ່ງທີ່ໜ້າປາດຖະໜາຫຍັງແດ່ ແລະ ຖ້າມັນບໍ່ໃຫ້ສິ່ງທີ່ໜ້າປາດຖະໜາ, ແລ້ວພວກເຂົາກໍຈະບໍ່ເຮັດ. ພວກເຂົາແຕກຕ່າງຫຍັງຈາກນັກຫຼອກລວງໃນໂລກຂອງຜູ້ບໍ່ເຊື່ອ? ຄົນເຫຼົ່ານີ້ຍັງຢາກໄດ້ຮັບຄວາມລອດພົ້ນ ແລະ ໄດ້ຮັບພຣະພອນຈາກພຣະເຈົ້າ. ພວກເຂົາບໍ່ໄດ້ຮຽກຮ້ອງສິ່ງທີ່ເປັນໄປບໍ່ໄດ້ບໍ? ຖ້າຄົນເຫຼົ່ານີ້ບໍ່ມີສັນດານທີ່ຕ່ຳຊ້າ ແລະ ບໍ່ມີຄວາມອາຍ, ແລ້ວໃຈຂອງພວກເຂົາຈະສາມາດຄິດຫາວິທີການກະທຳທີ່ບິດເບືອນແບບນັ້ນໄດ້ແນວໃດ? ພວກເຂົາສາມາດມີທັດສະນະຄະຕິແບບນີ້ຕໍ່ການປະຕິບັດໜ້າທີ່ໄດ້ແນວໃດ? ພວກເຈົ້າສາມາດເຮັດສິ່ງເຫຼົ່ານີ້ໄດ້ບໍ? (ໄດ້, ພວກຂ້ານ້ອຍກໍເຮັດໄດ້ຄືກັນ.) ໃນລະດັບໃດ? ມີຂີດຈຳກັດບໍ? ຈຸດໃດທີ່ພວກເຈົ້າຈະຄິດວ່າມັນຮ້າຍແຮງຫຼາຍ ແລະ ພວກເຈົ້າບໍ່ສາມາດເຮັດສິ່ງເຫຼົ່ານີ້ຕໍ່ໄປໄດ້ອີກ? (ບາງຄັ້ງໃຈຂອງຂ້ານ້ອຍຮູ້ສຶກຖືກຕຳນິ ແລະ ສະຕິຮູ້ສຶກຜິດຊອບຂອງຂ້ານ້ອຍຖືກກ່າວໂທດ. ຍັງມີບາງຄັ້ງທີ່ຂ້ານ້ອຍຢ້ານວ່າຄົນອື່ນຈະເປີດໂປງສິ່ງທີ່ຂ້ານ້ອຍໄດ້ເຮັດ, ສະນັ້ນ ຂ້ານ້ອຍຈຶ່ງບໍ່ເຮັດມັນອີກ.) ບໍ່ວ່າຜູ້ຄົນຈະເຮັດຫຍັງກໍຕາມ, ລັກສະນະຂອງພວກເຂົາແມ່ນສິ່ງສຳຄັນທີ່ສຸດ. ຄົນທີ່ບໍ່ມີຄວາມລະອາຍເລີຍສາມາດເຮັດສິ່ງທີ່ບໍ່ດີທຸກປະເພດໄດ້. ພວກເຂົາເປັນຄົນຊົ່ວຮ້າຍຢ່າງແທ້ຈິງ. ບໍ່ມີຂີດຈຳກັດສຳລັບສິ່ງທີ່ພວກເຂົາເຮັດ ແລະ ພວກເຂົາບໍ່ໄດ້ກະທຳຕາມສະຕິຮູ້ສຶກຜິດຊອບຂອງພວກເຂົາ. ຄົນທີ່ມີຄວາມເປັນມະນຸດທີ່ບໍ່ມີສະຕິຮູ້ສຶກຜິດຊອບແມ່ນຄົນປະເພດໃດ? ພວກເຂົາເປັນສັດຮ້າຍ ແລະ ມານຮ້າຍ ແລະ ພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ຄົນທີ່ສາມາດຫຼອກເອົາເຄື່ອງຖວາຍຂອງພຣະເຈົ້າ ແລະ ພະຍາຍາມຂູດຮີດເຄື່ອງຖວາຍຂອງພຣະເຈົ້າ ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ ແລະ ຜູ້ທີ່ຂໍຄ່າຈ້າງຈາກເຮືອນຂອງພຣະເຈົ້າ ບໍ່ແມ່ນຄົນດີ. ພວກເຂົາຄິດວ່າເຮືອນຂອງພຣະເຈົ້າຫຼອກງ່າຍ ແລະ ບໍ່ມີໃຜຮັບຜິດຊອບໃນການເບິ່ງແຍງສິ່ງຂອງໃນເຮືອນຂອງພຣະເຈົ້າ ແລະ ບໍ່ມີໃຜເປັນເຈົ້າຂອງສິ່ງຂອງໃນເຮືອນຂອງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງສາມາດຍຶດຄອງ ແລະ ຫຼອກເອົາສິ່ງຂອງເຫຼົ່ານີ້ໄດ້ຕາມໃຈມັກ. ພວກເຂົາຄິດວ່າໂດຍການເຮັດແບບນີ້ ພວກເຂົາໄດ້ຮັບຜົນປະໂຫຍດ. ຜົນປະໂຫຍດນີ້ໄດ້ມາງ່າຍແທ້ບໍ? ຜົນປະໂຫຍດທີ່ເຈົ້າໄດ້ມາບໍ່ໄດ້ຫຼາຍ, ແຕ່ຜົນຂອງການໄດ້ມັນມາແມ່ນຫຍັງ? ການສູນເສຍຊີວິດຂອງເຈົ້າ.

ຖ້າຄົນຜູ້ໜຶ່ງມີຄວາມເປັນມະນຸດ ແລະ ມີສະຕິຮູ້ສຶກຜິດຊອບເລັກນ້ອຍຢ່າງແທ້ຈິງ ພວກເຂົາຈະສາມາດເຮັດສິ່ງເຫຼົ່ານີ້ໄດ້ບໍ? ເຈົ້າເຊື່ອໃນພຣະເຈົ້າ, ແຕ່ເຈົ້າພັດສາມາດຫຼອກລວງພຣະອົງ ແລະ ພະຍາຍາມຂູດຮີດເຄື່ອງຖວາຍຂອງພຣະອົງ. ເຈົ້າເປັນຄົນປະເພດໃດ? ເຈົ້າຍັງເປັນຄົນຢູ່ບໍ? ມີພຽງແຕ່ມານຮ້າຍເທົ່ານັ້ນທີ່ເຮັດສິ່ງແບບນີ້. ສັດເດຍລະສານບໍ່ເຮັດສິ່ງເຫຼົ່ານີ້. ລອງເບິ່ງໝາໂຕໜຶ່ງດຸ. ເຈົ້າຂອງໝາລ້ຽງມັນມາ ແລະ ມັນກໍປົກປ້ອງເຮືອນໃຫ້ເຈົ້າຂອງມັນ. ເມື່ອຄົນບໍ່ດີມາ, ມັນກໍສົ່ງສຽງເຕືອນ ແລະ ໂຈມຕີພວກເຂົາ. ມັນໄລ່ຕາມໃຜກໍຕາມທີ່ເອົາຂອງຂອງເຈົ້າຂອງມັນໄປ. ເມື່ອໄກ່, ເປັດ ແລະ ຫ່ານໃນເຮືອນຂອງເຈົ້າຂອງມັນແລ່ນໜີ ມັນກໍຊ່ວຍຊອກຫາພວກມັນ. ເມື່ອໝູໃນເຮືອນຂອງເຈົ້າຂອງມັນກັດກັນ ມັນກໍພະຍາຍາມຫ້າມ. ໝາຮູ້ວ່າເຈົ້າຂອງມັນຕ້ອງການໃຫ້ມັນເຝົ້າໝູ, ສະນັ້ນ ມັນຈຶ່ງສາມາດປະຕິບັດຄວາມຮັບຜິດຊອບນີ້ໃຫ້ສຳເລັດ. ໝາບໍ່ຖຽງກັບເຈົ້າຂອງມັນ ແລະ ເວົ້າວ່າ “ຂ້ອຍເຝົ້າໝູໃຫ້ເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເອົາໄກ່ ຫຼື ບາງຢ່າງໃຫ້ຂ້ອຍກິນແດ່?” ມັນບໍ່ເຄີຍເວົ້າແບບນີ້. ແມ່ນແຕ່ໝາກໍຍັງສາມາດປົກປ້ອງເຮືອນຂອງເຈົ້າຂອງມັນ ແລະ ປະຕິບັດພັນທະຂອງມັນຕໍ່ເຈົ້າຂອງມັນໂດຍບໍ່ມີຄ່າຕອບແທນ, ແຕ່ຄົນເຫຼົ່ານີ້ທຽບກັບສັດບໍ່ໄດ້ເລີຍ. ຫຼັງຈາກປະຕິບັດພັນທະເລັກນ້ອຍ, ພວກເຂົາຄິດວ່າພວກເຂົາເສຍປຽບ ແລະ ຫຼັງຈາກປະຕິບັດຄວາມຮັບຜິດຊອບບາງຢ່າງ ແລະ ທຸ່ມເທຄວາມພະຍາຍາມບາງຢ່າງ, ພວກເຂົາຮູ້ສຶກບໍ່ສະບາຍໃຈ, ຮູ້ສຶກວ່າການຈັດແຈງນັ້ນບໍ່ຍຸຕິທຳ ແລະ ພວກເຂົາຖືກໃຊ້ງານ, ສະນັ້ນ ພວກເຂົາຈຶ່ງຄິດຫາທຸກວິທີທາງເພື່ອເອົາຄືນ. ເມື່ອເຈົ້າເຊື່ອໃນພຣະເຈົ້າ, ພຣະເຈົ້າປົກປ້ອງເຈົ້າ ແລະ ນໍາພາເຈົ້າ ແລະ ປະທານຄວາມຈິງຫຼາຍຢ່າງໃຫ້ແກ່ເຈົ້າ. ເຈົ້າຄິດແນວໃດທີ່ຈະບໍ່ຕອບແທນພຣະອົງ? ເຈົ້າບໍ່ຄິດທີ່ຈະຕອບແທນພຣະອົງ, ແຕ່ພຣະເຈົ້າກໍບໍ່ໄດ້ຖືສາເລື່ອງນັ້ນ. ເຖິງຢ່າງໃດກໍຕາມ, ເມື່ອເຈົ້າປະຕິບັດພັນທະເລັກນ້ອຍ ເຈົ້າກໍໄປຫາພຣະເຈົ້າເພື່ອຊອກຫາທາງເອົາຄືນ. ເມື່ອເຈົ້າປະຕິບັດພັນທະເລັກນ້ອຍ ເຈົ້າກໍຢາກຂູດຮີດເອົາສິ່ງຂອງ ແລະ ຫຼອກເອົາບາງຢ່າງ, ເຈົ້າຄິດຫາທຸກວິທີທາງເພື່ອເອົາຄືນ. ເຈົ້າບໍ່ໄດ້ຊອກຫາບ່ອນຕາຍບໍ? ສິ່ງທີ່ພຣະເຈົ້າປະທານໃຫ້ເຈົ້າບໍ່ຫຼາຍບໍ? ໃນເລື່ອງຂອງການສະແດງອອກຂອງຜູ້ຄົນ, ພວກເຂົາສົມຄວນໄດ້ຮັບຫຍັງ? ຜູ້ຄົນມີສິ່ງທີ່ພວກເຂົາເພີດເພີນ ແລະ ມີມື້ນີ້ ຍ້ອນວ່າພວກເຂົາສົມຄວນໄດ້ຮັບພວກມັນບໍ? ບໍ່. ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ພຣະເຈົ້າປະທານໃຫ້ເຈົ້າ ແລະ ສິ່ງທີ່ພຣະອົງອວຍພອນເຈົ້າ. ເຈົ້າໄດ້ຮັບການປະຕິບັດຢ່າງດີຫຼາຍແລ້ວ. ພຣະເຈົ້າປະທານຊີວິດ, ຄວາມຈິງ ແລະ ຫົນທາງໃຫ້ແກ່ເຈົ້າໂດຍບໍ່ຂໍສິ່ງໃດຕອບແທນ. ເຈົ້າໄດ້ຕອບແທນພຣະອົງແນວໃດ? ເມື່ອເຈົ້າປະຕິບັດພັນທະ ແລະ ໜ້າທີ່ຂອງເຈົ້າເລັກນ້ອຍ, ຢູ່ຂ້າງໃນເຈົ້າຮູ້ສຶກວ່າມັນຍາກທີ່ຈະຍອມຮັບ ແລະ ເຈົ້າໄດ້ສູນເສຍ ແລະ ຄິດຫາທຸກວິທີທາງເພື່ອເອົາຄືນ. ຖ້າເຈົ້າຢາກເອົາຄືນ ພຣະເຈົ້າສາມາດມອບບາງຢ່າງໃຫ້ເຈົ້າເປັນການຕອບແທນ, ແຕ່ຫຼັງຈາກທີ່ເຈົ້າໄດ້ມັນມາແລ້ວ ເຈົ້າຍັງຈະສາມາດໄດ້ຮັບຄວາມລອດພົ້ນຢູ່ບໍ? ມື້ໜຶ່ງຈະມາເຖິງ ເມື່ອຄົນເຫຼົ່ານີ້ຮູ້ຢ່າງແນ່ນອນວ່າສິ່ງໃດສຳຄັນທີ່ສຸດ ແລະ ສິ່ງໃດມີຄ່າທີ່ສຸດ. ຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນຮູ້ຄຸນຄ່າຂອງຄວາມຈິງ. ເມື່ອມື້ນັ້ນມາເຖິງ ເມື່ອຈຸດຈົບຂອງພວກເຂົາຖືກເປີດເຜີຍ ແລະ ເມື່ອທຸກສິ່ງຖືກເປີດເຜີຍ ແລະ ເຮັດໃຫ້ເປັນສາທາລະນະ, ແລ້ວພວກເຂົາກໍຈະຮູ້. ມັນຈະບໍ່ຊ້າເກີນໄປບໍໃນຕອນນັ້ນ? ຜົນຕາມມາຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ທຸກສິ່ງຈະລ່ວງລັບໄປ. ມີພຽງແຕ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຂອງພຣະອົງເທົ່ານັ້ນທີ່ຈະຄົງຢູ່ຕະຫຼອດໄປ. ຜູ້ທີ່ຄອບຄອງຄວາມຈິງ ແລະ ປະຕິບັດພຣະທຳຂອງພຣະເຈົ້າຈະຄົງຢູ່ຄຽງຄູ່ກັບພຣະທຳຂອງພຣະອົງ ແລະ ຄຽງຄູ່ກັບຄວາມຈິງຂອງພຣະອົງ. ນີ້ຄືຄຸນຄ່າ ແລະ ລິດທານຸພາບແຫ່ງພຣະທຳຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນເຂົ້າໃຈຂໍ້ແທ້ຈິງຂໍ້ນີ້ຢ່າງແຈ່ມແຈ້ງ, ສະນັ້ນ ພວກເຂົາຈຶ່ງລະດົມສະໝອງຢ່າງໜັກ, ຄິດຫາທຸກວິທີທາງ ແລະ ໃຊ້ທຸກວິທີການທີ່ເປັນໄປໄດ້ເພື່ອວາງແຜນເອົາຜົນປະໂຫຍດຕ່າງໆ ໂດຍການຊູຂໍ້ອ້າງຂອງການເຊື່ອໃນພຣະເຈົ້າ ແລະ ໃຊ້ອຸບາຍທີ່ຫຼອກລວງຢ່າງງຸ່ມງ່າມຍິ່ງຂຶ້ນ ເພື່ອໃຫ້ໄດ້ເຄື່ອງຖວາຍຂອງພຣະເຈົ້າ ແລະ ຍັກຍອກ ແລະ ຍຶດຄອງເຄື່ອງຖວາຍຂອງພຣະອົງ. ການກະທຳ ແລະ ພຶດຕິກຳທັງໝົດຂອງຄົນເຫຼົ່ານີ້ຖືກບັນທຶກໄວ້ໃນປຶ້ມບັນທຶກຂອງພຣະເຈົ້າຢ່າງລະອຽດຖີ່ຖ້ວນ. ເມື່ອມື້ນັ້ນມາເຖິງ ເມື່ອຈຸດຈົບຂອງພວກເຂົາຖືກເປີດເຜີຍ, ພຣະເຈົ້າຈະກຳນົດຜົນຕາມມາຂອງແຕ່ລະຄົນໂດຍອີງໃສ່ບັນທຶກເຫຼົ່ານີ້. ສິ່ງທັງໝົດນີ້ແມ່ນຄວາມຈິງ. ບໍ່ວ່າເຈົ້າຈະເຊື່ອ ຫຼື ບໍ່ກໍຕາມ, ສິ່ງທັງໝົດນີ້ຈະຖືກເປີດເຜີຍ. ນີ້ຄືກໍລະນີທີຫ້າ. ຊາຍຄົນນີ້ເປັນຄົນປະເພດໃດ? ລັກສະນະຂອງລາວສູງສົ່ງ ຫຼື ຕ່ຳຊ້າ? (ຕ່ຳຊ້າ.) ໃນສາຍຕາຂອງພຣະເຈົ້າ, ລາວບໍ່ແມ່ນຄົນທີ່ມີກຽດ; ລາວເປັນຄົນຕ່ຳຕ້ອຍ. ລາວຖືກເອີ້ນສັ້ນໆວ່າ “ຄົນຊັ້ນຕໍ່າ”.

ກໍລະນີທີຫົກ: ການພະຍາຍາມຢ່າງໜັກເພື່ອໃຫ້ໄດ້ຕຳແໜ່ງເພື່ອອາຫານ ແລະ ເຄື່ອງນຸ່ງຫົ່ມ

ຫຼັງຈາກມາເຊື່ອໃນພຣະເຈົ້າ, ຫຼາຍຄົນສະແຫວງຫາສະຖານະ ແລະ ສະແຫວງຫາການໃຫ້ຄົນອື່ນຍົກຍ້ອງພວກເຂົາຢູ່ສະເໝີ. ໃນເຮືອນຂອງພຣະເຈົ້າ, ພວກເຂົາຢາກໂດດເດັ່ນຈາກຝູງຊົນ ແລະ ເປັນຫົວໜ້າຝູງຢູ່ສະເໝີ. ເພື່ອເຫັນແກ່ສິ່ງເຫຼົ່ານີ້, ພວກເຂົາປະຖິ້ມຄອບຄົວ ແລະ ສະລະອາຊີບຂອງພວກເຂົາ, ທົນທຸກກັບຄວາມລຳບາກ ແລະ ຈ່າຍລາຄາ, ແລ້ວໃນທີ່ສຸດພວກເຂົາກໍໄດ້ຮັບຄວາມປາດຖະໜາ ແລະ ກາຍມາເປັນຜູ້ນຳ. ຫຼັງຈາກໄດ້ເປັນຜູ້ນຳ, ຊີວິດຂອງຄົນເຫຼົ່ານີ້ກໍແຕກຕ່າງໄປຢ່າງແທ້ຈິງ. ພວກເຂົາສະແດງອອກທຸກດ້ານຂອງພາບລັກ ແລະ ຮູບແບບທີ່ພວກເຂົາເຄີຍມີໃນຫົວຂອງພວກເຂົາ ກ່ຽວກັບວ່າຄົນທີ່ເຮັດວຽກໃນຫ້ອງການເປັນແນວໃດ, ນັບຕັ້ງແຕ່ວິທີການແຕ່ງກາຍ ແລະ ແຕ່ງໜ້າ, ໄປຈົນເຖິງວິທີການເວົ້າ ແລະ ການກະທຳ. ພວກເຂົາຮຽນຮູ້ວິທີການເວົ້າຄືກັບເຈົ້າໜ້າທີ່, ຮຽນຮູ້ວິທີການສັ່ງການຄົນອື່ນ ແລະ ຮຽນຮູ້ວິທີການເຮັດໃຫ້ຄົນອື່ນຈັດການວຽກສ່ວນຕົວແທນພວກເຂົາ. ເວົ້າງ່າຍໆກໍຄື ພວກເຂົາຮຽນຮູ້ວິທີການເປັນເຈົ້າໜ້າທີ່. ເມື່ອພວກເຂົາໄປສະຖານທີ່ແຫ່ງໜຶ່ງເພື່ອເປັນຜູ້ນຳ, ມັນໝາຍຄວາມວ່າພວກເຂົາໄປທີ່ນັ້ນເພື່ອເປັນເຈົ້າໜ້າທີ່. ການເປັນເຈົ້າໜ້າທີ່ໝາຍຄວາມວ່າແນວໃດ? ໝາຍຄວາມວ່າພວກເຂົາ “ພະຍາຍາມຢ່າງໜັກເພື່ອໃຫ້ໄດ້ຕຳແໜ່ງເພື່ອອາຫານ ແລະ ເຄື່ອງນຸ່ງຫົ່ມ”. ນີ້ເປັນເລື່ອງທີ່ກ່ຽວຂ້ອງກັບຄວາມສຸກທາງຮ່າງກາຍ. ຫຼັງຈາກໄດ້ເປັນຜູ້ນຳ, ຊີວິດຂອງພວກເຂົາແຕກຕ່າງຈາກເມື່ອກ່ອນແນວໃດ? ສິ່ງທີ່ພວກເຂົາກິນ, ນຸ່ງ ແລະ ສິ່ງຕ່າງໆທີ່ພວກເຂົາໃຊ້ແມ່ນແຕກຕ່າງກັນ. ເມື່ອພວກເຂົາກິນ, ພວກເຂົາລະບຸໂດຍສະເພາະວ່າຕ້ອງມັນມີໂພຊະນາການ ແລະ ແຊບ. ພວກເຂົາລະບຸສະເພາະກ່ຽວກັບຍີ່ຫໍ້ ແລະ ຮູບແບບຂອງເສື້ອຜ້າທີ່ພວກເຂົານຸ່ງ. ຫຼັງຈາກເປັນຜູ້ນຳຢູ່ສະຖານທີ່ແຫ່ງໜຶ່ງເປັນເວລາໜຶ່ງປີ, ພວກເຂົາກໍຕຸ້ຍພີ; ພວກເຂົາແຕ່ງກາຍດ້ວຍເສື້ອຜ້າທີ່ອອກແບບໂດຍຄົນມີຊື່ສຽງ ນັບຕັ້ງແຕ່ຫົວຮອດຕີນ; ແລະ ໂທລະສັບມືຖື, ຄອມພິວເຕີ ແລະ ເຄື່ອງໃຊ້ໃນເຮືອນຂອງພວກເຂົາລ້ວນແຕ່ເປັນຍີ່ຫໍ້ຊັ້ນນຳ. ພວກເຂົາມີເງື່ອນໄຂເຫຼົ່ານີ້ມາກ່ອນທີ່ພວກເຂົາເປັນຜູ້ນຳບໍ? (ບໍ່.) ຫຼັງຈາກໄດ້ເປັນຜູ້ນຳ ພວກເຂົາບໍ່ໄດ້ທຸ່ມເທເພື່ອຫາເງິນ, ແລ້ວພວກເຂົາເອົາເງິນມາແຕ່ໃສເພື່ອຊື້ສິ່ງຂອງທັງໝົດນີ້? ອ້າຍເອື້ອຍນ້ອງບໍລິຈາກສິ່ງເຫຼົ່ານີ້ໃຫ້ພວກເຂົາ ຫຼື ເຮືອນຂອງພຣະເຈົ້າຈັດສັນສິ່ງເຫຼົ່ານີ້ໃຫ້ພວກເຂົາ? ພວກເຈົ້າເຄີຍໄດ້ຍິນບໍວ່າເຮືອນຂອງພຣະເຈົ້າຈັດສັນສິ່ງເຫຼົ່ານີ້ໃຫ້ຜູ້ນຳ ແລະ ຜູ້ເຮັດວຽກທຸກຄົນ? (ບໍ່.) ແລ້ວພວກເຂົາໄດ້ມັນມາແນວໃດ? ໃນກໍລະນີໃດກໍຕາມ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຂົາໄດ້ມາ ຜ່ານການເຮັດວຽກໜັກຂອງພວກເຂົາເອງ; ໃນທາງກົງກັນຂ້າມ, ພວກມັນເປັນສິ່ງທີ່ພວກເຂົາໄດ້ມາຫຼັງຈາກໄດ້ຮັບສະຖານະ ແລະ ກາຍເປັນ “ເຈົ້າໜ້າທີ່” ເຊິ່ງເປັນບ່ອນທີ່ພວກເຂົາເພີດເພີນກັບຜົນປະໂຫຍດຂອງສະຖານະ, ໂດຍການຂູດຮີດຄົນອື່ນ ແລະ ຜ່ານການຫຼອກລວງ ແລະ ການຍຶດຄອງ. ໃນຄຣິສຕະຈັກທຸກແຫ່ງ, ມີຄົນແບບນີ້ຢູ່ໃນທ່າມກາງຜູ້ນຳ ແລະ ຜູ້ເຮັດວຽກທຸກລະດັບທີ່ພວກເຈົ້າໄດ້ພົວພັນນຳບໍ? ເມື່ອພວກເຂົາກາຍມາເປັນຜູ້ນຳຄັ້ງທຳອິດ, ພວກເຂົາບໍ່ມີຫຍັງເລີຍ, ແຕ່ພາຍໃນເວລາບໍ່ຮອດສາມເດືອນ ພວກເຂົາກໍມີຄອມພິວເຕີ ແລະ ໂທລະສັບມືຖືຍີ່ຫໍ້ຊັ້ນນຳ. ຫຼັງຈາກທີ່ກາຍມາເປັນຜູ້ນຳ, ບາງຄົນຄິດວ່າພວກເຂົາຄວນໄດ້ຮັບການປະຕິບັດທີ່ເປັນມາດຕະຖານສູງ, ເມື່ອພວກເຂົາອອກໄປຂ້າງນອກ ພວກເຂົາຄວນນັ່ງລົດ; ຄອມພິວເຕີ ແລະ ໂທລະສັບມືຖືທີ່ພວກເຂົາໃຊ້ຄວນດີກວ່າຂອງທີ່ຄົນທົ່ວໄປໃຊ້, ຕ້ອງເປັນຍີ່ຫໍ້ຊັ້ນນຳ ແລະ ເມື່ອລຸ້ນເກົ່າແລ້ວ ພວກເຂົາຕ້ອງປ່ຽນເປັນລຸ້ນໃໝ່. ເຮືອນຂອງພຣະເຈົ້າມີກົດລະບຽບເຫຼົ່ານີ້ບໍ? ເຮືອນຂອງພຣະເຈົ້າບໍ່ເຄີຍມີກົດລະບຽບເຫຼົ່ານີ້ ແລະ ບໍ່ມີອ້າຍເອື້ອຍນ້ອງຄົນໃດຄິດແບບນັ້ນ. ແລ້ວສິ່ງຂອງເຫຼົ່ານີ້ທີ່ຜູ້ນຳເຫຼົ່ານີ້ເພີດເພີນໄດ້ມາແຕ່ໃສ? ຢ່າງໜຶ່ງກໍຄື ພວກເຂົາໄດ້ສິ່ງເຫຼົ່ານີ້ມາ ໂດຍການຂູດຮີດອ້າຍເອື້ອຍນ້ອງ ແລະ ໃຫ້ຄົນຮັ່ງມີຊື້ສິ່ງເຫຼົ່ານີ້ໃຫ້ພວກເຂົາ ໂດຍຂໍ້ອ້າງຂອງການເຮັດວຽກງານໃນເຮືອນຂອງພຣະເຈົ້າ. ນອກຈາກນີ້, ພວກເຂົາຊື້ສິ່ງເຫຼົ່ານີ້ດ້ວຍຕົນເອງ ໂດຍການຍັກຍອກ ແລະ ລັກຂະໂມຍເຄື່ອງຖວາຍ. ພວກເຂົາບໍ່ແມ່ນຄົນຕ່ຳຊ້າທີ່ສໍ້ໂກງເອົາອາຫານ ແລະ ເຄື່ອງດື່ມບໍ? ສິ່ງນີ້ແຕກຕ່າງຈາກຄົນໃນກໍລະນີກ່ອນໜ້ານີ້ທີ່ເຮົາໄດ້ແບ່ງປັນບໍ? (ບໍ່.) ພວກເຂົາມີຫຍັງທີ່ຄືກັນ? ພວກເຂົາລ້ວນແຕ່ໃຊ້ຕຳແໜ່ງຂອງພວກເຂົາເພື່ອຍັກຍອກເຄື່ອງຖວາຍ ແລະ ໄດ້ຮັບເຄື່ອງຖວາຍໂດຍການຂູດຮີດ. ບາງຄົນເວົ້າວ່າ “ໂດຍການເຮັດວຽກໃນເຮືອນຂອງພຣະເຈົ້າ ແລະ ການເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ພວກເຂົາບໍ່ມີຄຸນສົມບັດທີ່ຈະເພີດເພີນກັບສິ່ງເຫຼົ່ານີ້ບໍ? ພວກເຂົາບໍ່ມີຄຸນສົມບັດທີ່ຈະແບ່ງປັນເຄື່ອງຖວາຍຂອງພຣະເຈົ້າຮ່ວມກັບພຣະອົງບໍ?” ບອກເຮົາມາເບິ່ງ, ພວກເຂົາມີບໍ? (ບໍ່.) ຖ້າພວກເຂົາຈຳເປັນຕ້ອງຊື້ບາງຢ່າງເພື່ອເຮັດວຽກງານຂອງເຮືອນຂອງພຣະເຈົ້າ, ໃນກໍລະນີນີ້ ເຮືອນຂອງພຣະເຈົ້າມີກົດລະບຽບທີ່ບອກວ່າພວກເຂົາສາມາດຊື້ສິ່ງເຫຼົ່ານັ້ນໄດ້, ແຕ່ຄົນເຫຼົ່ານີ້ກຳລັງຊື້ສິ່ງຂອງພາຍໃນຂໍ້ກຳນົດຂອງກົດລະບຽບບໍ? (ບໍ່.) ພວກເຈົ້າເຫັນຫຍັງທີ່ສະແດງໃຫ້ພວກເຈົ້າເຫັນວ່າພວກເຂົາບໍ່ໄດ້ເຮັດຕາມກົດລະບຽບ? (ຖ້າພວກເຂົາຈຳເປັນຕ້ອງໃຊ້ມັນສຳລັບວຽກງານແທ້ໆ, ພວກເຂົາກໍຈະຄິດວ່າຂໍພຽງແຕ່ໃຊ້ໄດ້ກໍພໍ, ແຕ່ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສສະແຫວງຫາແມ່ນສິ່ງຂອງຊັ້ນນຳທີ່ອອກແບບໂດຍຄົນມີຊື່ສຽງ ແລະ ພວກເຂົາໃຊ້ທຸກຢ່າງທີ່ດີທີ່ສຸດ. ເມື່ອພິຈາລະນາຈາກສິ່ງນີ້, ພວກເຮົາສາມາດເຫັນໄດ້ວ່າພວກເຂົາກຳລັງໃຊ້ສະຖານະຂອງພວກເຂົາ ເພື່ອເພີດເພີນກັບວັດຖຸສິ່ງຂອງເຫຼົ່ານີ້.) ຖືກຕ້ອງແລ້ວ. ຖ້າມັນຈຳເປັນສຳລັບວຽກງານ, ຂໍພຽງແຕ່ໃຊ້ໄດ້ກໍພໍ. ເປັນຫຍັງພວກເຂົາຈຶ່ງຈຳເປັນຕ້ອງໃຊ້ສິ່ງຂອງທີ່ຫຼູຫຼາ ແລະ ລາຄາແພງແບບນັ້ນ? ອີກຢ່າງໜຶ່ງ, ເມື່ອພວກເຂົາຊື້ສິ່ງເຫຼົ່ານີ້ ຄົນອື່ນໄດ້ມີສ່ວນຮ່ວມໃນການຕັດສິນໃຈ ແລະ ເຫັນດີນຳບໍ? ນີ້ບໍ່ແມ່ນບັນຫາບໍ? ຖ້າຄົນອື່ນມີສ່ວນຮ່ວມໃນການຕັດສິນໃຈ, ພວກເຂົາທຸກຄົນຈະເຫັນດີນຳພວກເຂົາໃນການຊື້ສິ່ງຂອງຊັ້ນນຳເຫຼົ່ານີ້ບໍ? ບໍ່ມີທາງແນ່ນອນ. ມັນຊັດເຈນຫຼາຍວ່າພວກເຂົາໄດ້ສິ່ງເຫຼົ່ານີ້ມາໂດຍການລັກຂະໂມຍເຄື່ອງຖວາຍ. ເລື່ອງນີ້ເຫັນໄດ້ຊັດເຈນຫຼາຍ. ອີກຢ່າງໜຶ່ງ, ເຮືອນຂອງພຣະເຈົ້າມີກົດລະບຽບ, ໃນຄຣິສຕະຈັກແຕ່ລະແຫ່ງ, ທັງການປົກປ້ອງເຄື່ອງຖວາຍ ແລະ ການຮ່ວມມືເພື່ອປະຕິບັດວຽກງານ ບໍ່ເຄີຍເປັນວຽກຂອງຄົນຜູ້ດຽວ. ແລ້ວເປັນຫຍັງຄົນເຫຼົ່ານີ້, ໃນຖານະບຸກຄົນ, ຈຶ່ງສາມາດນຳໃຊ້ ແລະ ໃຊ້ຈ່າຍເຄື່ອງຖວາຍໄດ້ຕາມໃຈມັກ? ສິ່ງນີ້ບໍ່ສອດຄ່ອງກັບຫຼັກການ. ທຳມະຊາດຂອງສິ່ງເຫຼົ່ານີ້ທີ່ພວກເຂົາເຮັດບໍ່ແມ່ນການລັກຂະໂມຍເຄື່ອງຖວາຍບໍ? ພວກເຂົາຊື້ສິ່ງເຫຼົ່ານີ້ ແລະ ໄດ້ສິ່ງເຫຼົ່ານີ້ມາໂດຍບໍ່ໄດ້ຮັບການເຫັນດີ ແລະ ການອະນຸມັດຈາກຜູ້ນຳ ແລະ ຜູ້ເຮັດວຽກຄົນອື່ນ, ແຮງບໍ່ຕ້ອງເວົ້າເຖິງການແຈ້ງໃຫ້ຄົນອື່ນຮູ້ເລີຍ ແລະ ໂດຍທີ່ບໍ່ມີໃຜຮູ້ວ່າພວກເຂົາກຳລັງເຮັດຫຍັງ. ທຳມະຊາດຂອງສິ່ງນີ້ມີລັກສະນະເປັນການລັກຂະໂມຍເລັກນ້ອຍບໍ? ສິ່ງນີ້ເອີ້ນວ່າການລັກຂະໂມຍເຄື່ອງຖວາຍ. ການລັກຂະໂມຍແມ່ນການສໍ້ໂກງ. ເປັນຫຍັງຈຶ່ງເອີ້ນວ່າການສໍ້ໂກງ? ເພາະວ່າພວກເຂົາຊື້ສິ່ງຂອງຫຼູຫຼາເຫຼົ່ານີ້ ແລະ ໄດ້ມັນມາໂດຍການຊູຂໍ້ອ້າງຂອງການເຮັດວຽກງານຂອງເຮືອນຂອງພຣະເຈົ້າ. ພຶດຕິກຳແບບນີ້ເອີ້ນວ່າການຫຼອກລວງ ແລະ ມັນເອີ້ນວ່າການສໍ້ໂກງ. ເຮົາເວົ້າເກີນໄປບໍທີ່ກຳນົດລັກສະນະມັນແບບນີ້? ເຮົາກຳລັງເຮັດໃຫ້ເລື່ອງເລັກນ້ອຍກາຍເປັນເລື່ອງໃຫຍ່ບໍ? (ບໍ່.) ບໍ່ພຽງແຕ່ເທົ່ານີ້, ແຕ່ຫຼັງຈາກທີ່ຄົນທີ່ເອີ້ນກັນວ່າຜູ້ນຳເຫຼົ່ານີ້ພັກຢູ່ໃນສະຖານທີ່ແຫ່ງໜຶ່ງເປັນເວລາໄລຍະໜຶ່ງ, ພວກເຂົາກໍຊອກຮູ້ຢ່າງລະອຽດວ່າອ້າຍເອື້ອຍນ້ອງຢູ່ທີ່ນັ້ນເຮັດວຽກຫຍັງໃນໂລກ, ພວກເຂົາມີເສັ້ນສາຍທາງສັງຄົມຫຍັງແດ່ ແລະ ຜົນປະໂຫຍດຫຍັງແດ່ທີ່ພວກເຂົາສາມາດຂູດຮີດ ແລະ ໄດ້ຮັບຈາກຄົນເຫຼົ່ານີ້ ແລະ ເສັ້ນສາຍຫຍັງແດ່ທີ່ພວກເຂົາສາມາດໃຊ້ໄດ້. ຕົວຢ່າງ: ອ້າຍເອື້ອຍນ້ອງຄົນໃດເຮັດວຽກຢູ່ໂຮງໝໍ, ເຮັດວຽກໃຫ້ພະແນກການຂອງລັດຖະບານ ຫຼື ຢູ່ທະນາຄານ ຫຼື ຜູ້ໃດເປັນຜູ້ປະກອບການ, ຄອບຄົວຂອງຜູ້ໃດເປັນເຈົ້າຂອງຮ້ານຄ້າ, ເປັນເຈົ້າຂອງລົດ ຫຼື ເຮືອນຫຼັງໃຫຍ່ ແລະ ອື່ນໆອີກ, ພວກເຂົາສືບຫາຂໍ້ມູນເຫຼົ່ານີ້ຢ່າງຊັດເຈນຫຼາຍ. ສິ່ງເຫຼົ່ານີ້ຢູ່ໃນຂອບເຂດວຽກງານຂອງຜູ້ນຳເຫຼົ່ານີ້ບໍ? ພວກເຂົາກຳລັງເຮັດຫຍັງໂດຍການສືບຫາສິ່ງເຫຼົ່ານີ້? ພວກເຂົາຕ້ອງການໃຊ້ເສັ້ນສາຍເຫຼົ່ານີ້ ແລະ ໃຊ້ອ້າຍເອື້ອຍນ້ອງເຫຼົ່ານີ້ທີ່ມີຕຳແໜ່ງພິເສດໃນໂລກເພື່ອໃຫ້ບໍລິການແກ່ພວກເຂົາ, ຮັບໃຊ້ພວກເຂົາ ແລະ ອຳນວຍຄວາມສະດວກໃຫ້ພວກເຂົາ. ເຈົ້າຄິດວ່າພວກເຂົາກຳລັງເຮັດສິ່ງນີ້ເພື່ອເຮັດວຽກງານຂອງຄຣິສຕະຈັກ ແລະ ໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຜູ້ຄົນທີ່ພຣະເຈົ້າເລືອກບໍ? ນັ້ນແມ່ນສິ່ງທີ່ພວກເຂົາກຳລັງເຮັດຢູ່ບໍ? ມີເຈດຕະນາ ແລະ ຈຸດປະສົງຢູ່ເບື້ອງຫຼັງທຸກສິ່ງທີ່ພວກເຂົາເຮັດ. ເມື່ອຜູ້ນຳ ແລະ ຜູ້ເຮັດວຽກທີ່ແທ້ຈິງເຮັດວຽກ, ພວກເຂົາຈົດຈໍ່ກັບການແກ້ໄຂບັນຫາ ແລະ ຈົດຈໍ່ກັບການເຮັດວຽກງານຂອງຄຣິສຕະຈັກໃຫ້ດີ. ພວກເຂົາບໍ່ສົນໃຈໃນສິ່ງທີ່ບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ. ພວກເຂົາພຽງແຕ່ຈົດຈໍ່ກັບການຖາມວ່າໃຜໃນຄຣິສຕະຈັກກຳລັງປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ, ໃຜມີປະສິດທິຜົນໃນໜ້າທີ່ຂອງພວກເຂົາ, ໃຜສາມາດຍອມຮັບຄວາມຈິງ ແລະ ປະຕິບັດຄວາມຈິງ ແລະ ໃຜມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາ. ຈາກນັ້ນ, ພວກເຂົາກໍສົ່ງເສີມຄົນເຫຼົ່ານັ້ນ ແລະ ສືບສວນຄົນທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ຈັດການກັບພວກເຂົາຕາມຫຼັກການ. ມີພຽງແຕ່ຄົນທີ່ປະຕິບັດແບບນີ້ເທົ່ານັ້ນຈຶ່ງເປັນຜູ້ນຳ ແລະ ຜູ້ເຮັດວຽກທີ່ແທ້ຈິງ. ຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງເຫຼົ່ານີ້ບໍ? (ບໍ່.) ພວກເຂົາເຮັດຫຍັງ? ພວກເຂົາເຮັດສິ່ງຕ່າງໆ ແລະ ກຽມການເພື່ອເກັບກ່ຽວສິ່ງທີ່ປາດຖະໜາສຳລັບພວກເຂົາເອງ ແລະ ເພື່ອເຫັນແກ່ຜົນປະໂຫຍດຂອງພວກເຂົາເອງ, ແຕ່ບໍ່ທຸ່ມເທໃຫ້ກັບວຽກງານຂອງຄຣິສຕະຈັກ ແລະ ບໍ່ໃຫ້ຄວາມສຳຄັນກັບມັນ. ສະນັ້ນ, ຫຼັງຈາກທີ່ພວກເຂົາໄດ້ຕັ້ງຫຼັກໃນສະຖານທີ່ໃດໜຶ່ງແລ້ວ, ພວກເຂົາກໍສືບຫາຂໍ້ມູນເກືອບໝົດແລ້ວວ່າອ້າຍເອື້ອຍນ້ອງຄົນໃດສາມາດໃຫ້ບໍລິການຫຍັງແກ່ພວກເຂົາໄດ້. ຕົວຢ່າງ: ຜູ້ໃດເຮັດວຽກຢູ່ໂຮງງານຜະລິດຢາສາມາດເອົາຢາໃຫ້ພວກເຂົາຟຣີ ເມື່ອພວກເຂົາປ່ວຍ ແລະ ເອົາຢານຳເຂົ້າຄຸນນະພາບສູງໃຫ້ພວກເຂົາ; ຜູ້ໃດເຮັດວຽກຢູ່ທະນາຄານສາມາດອຳນວຍຄວາມສະດວກໃຫ້ພວກເຂົາໃນການຝາກ ຫຼື ຖອນເງິນ; ແລະ ອື່ນໆ. ພວກເຂົາສືບຫາຂໍ້ມູນທັງໝົດນີ້ຢ່າງຊັດເຈນຫຼາຍ. ພວກເຂົາຮວບຮວມຄົນເຫຼົ່ານີ້ມາຢູ່ຕໍ່ໜ້າຕົນເອງໂດຍບໍ່ສົນໃຈວ່າຄວາມເປັນມະນຸດຂອງຄົນເຫຼົ່ານີ້ດີ ຫຼື ບໍ່. ຕາບໃດທີ່ຄົນເຫຼົ່ານີ້ຕິດຕາມພວກເຂົາ ແລະ ເຕັມໃຈທີ່ຈະເປັນຜູ້ຊ່ວຍ ແລະ ລູກແຫຼ້ງຕີນມືຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະມອບສິ່ງທີ່ປາດຖະໜາໃຫ້ພວກເຂົາ ແລະ ເກັບພວກເຂົາໄວ້ໃກ້ຕົວ ແລະ ບົ່ມເພາະ ແລະ ປົກປ້ອງພວກເຂົາ, ໃນຂະນະທີ່ຄົນເຫຼົ່ານີ້ເຮັດວຽກເພື່ອເຮັດໃຫ້ຕຳແໜ່ງຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໝັ້ນຄົງໃນຄຣິສຕະຈັກ ແລະ ເພື່ອຮັກສາກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້. ສະນັ້ນ, ເມື່ອເຈົ້າຢາກເຫັນວ່າຜູ້ນຳຄຣິສຕະຈັກກຳລັງເຮັດວຽກງານຕົວຈິງ ຫຼື ບໍ່, ໃຫ້ຖາມພວກເຂົາກ່ຽວກັບສະຖານະການຕົວຈິງຂອງອ້າຍເອື້ອຍນ້ອງໃນຄຣິສຕະຈັກນັ້ນ ແລະ ວຽກງານຂອງຄຣິສຕະຈັກດຳເນີນໄປແນວໃດ ແລະ ເຈົ້າຈະສາມາດເຫັນໄດ້ຢ່າງຊັດເຈນວ່າພວກເຂົາເປັນຄົນທີ່ເຮັດວຽກງານຕົວຈິງແທ້ ຫຼື ບໍ່. ບາງຄົນສືບຫາຂໍ້ມູນຢ່າງລະອຽດກ່ຽວກັບເລື່ອງຄອບຄົວ ແລະ ສະພາບການດຳລົງຊີວິດຂອງອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ຖ້າເຈົ້າຖາມພວກເຂົາວ່າ ໃຜເຮັດວຽກຢູ່ໂຮງງານຜະລິດຢາ, ຄອບຄົວຂອງໃຜເປັນເຈົ້າຂອງຮ້ານຄ້າ, ຄອບຄົວຂອງໃຜມີລົດ, ຄອບຄົວຂອງໃຜເຮັດທຸລະກິດໃຫຍ່ ຫຼື ໃຜເຮັດວຽກຢູ່ພະແນກທ້ອງຖິ່ນໃດ ແລະ ສາມາດເຮັດສິ່ງຕ່າງໆໃຫ້ອ້າຍເອື້ອຍນ້ອງໄດ້, ພວກເຂົາສາມາດບອກເຈົ້າໄດ້ຢ່າງແນ່ນອນ. ຖ້າເຈົ້າຖາມພວກເຂົາວ່າໃຜສະແຫວງຫາຄວາມຈິງ, ໃຜເຮັດພໍແລ້ວມືແລ້ວຕີນໃນໜ້າທີ່ຂອງຕົນ, ໃຜເປັນຜູ້ຕໍ່ຕ້ານພຣະຄຣິສ, ໃຜພະຍາຍາມຊື້ໃຈຄົນ, ໃຜມີປະສິດທິຜົນໃນການເທດສະໜາພຣະກິດຕິຄຸນ ຫຼື ມີຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຈັກຄົນໃນທ້ອງຖິ່ນ, ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້. ຄົນເຫຼົ່ານີ້ເປັນຄົນປະເພດໃດ? ພວກເຂົາຕ້ອງການໃຊ້ເສັ້ນສາຍທາງສັງຄົມທັງໝົດໃນສະຖານທີ່ທີ່ພວກເຂົາຢູ່ ແລະ ລວມພວກມັນເຂົ້າກັນໃຫ້ກາຍເປັນກຸ່ມສັງຄົມນ້ອຍໆ. ສະນັ້ນ, ສະຖານທີ່ທີ່ຜູ້ນຳເຫຼົ່ານີ້ຢູ່ຈຶ່ງບໍ່ສາມາດເອີ້ນວ່າຄຣິສຕະຈັກໄດ້. ຫຼັງຈາກທີ່ພວກເຂົາຈັດການກັບມັນແລ້ວ, ມັນກໍໄດ້ກາຍເປັນກຸ່ມສັງຄົມ. ເມື່ອຄົນເຫຼົ່ານີ້ມາເຕົ້າໂຮມກັນ, ພວກເຂົາບໍ່ໄດ້ເປີດໃຈຂອງພວກເຂົາ ແລະ ໂອ້ລົມກ່ຽວກັບຄວາມເຂົ້າໃຈຈາກປະສົບການຂອງກັນ ແລະ ກັນ; ແທນທີ່ຈະເປັນແນວນັ້ນ, ພວກເຂົາເບິ່ງວ່າໃຜມີເສັ້ນສາຍທີ່ເຂັ້ມແຂງກວ່າ, ໃຜມີຖານະສູງໃນສັງຄົມ ແລະ ປະສົບຄວາມສຳເລັດຫຼາຍ, ໃຜເປັນທີ່ຮູ້ຈັກດີໃນສັງຄົມ, ໃຜມີອິດທິພົນໃນສັງຄົມ ແລະ ໃຜສາມາດໃຫ້ບໍລິການທີ່ສະດວກສະບາຍເປັນພິເສດ ແລະ ສິ່ງທີ່ປາດຖະໜາແກ່ຜູ້ນຳໄດ້. ບໍ່ວ່າຄົນເຫຼົ່ານີ້ຈະເປັນໃຜກໍຕາມ, ພວກເຂົາມີທີ່ຢືນຢູ່ໃນຫົວໃຈຂອງຜູ້ນຳ. ນີ້ບໍ່ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດບໍ? (ແມ່ນແລ້ວ.) ຜູ້ຕໍ່ຕ້ານພຣະຄຣິສກຳລັງເຮັດຫຍັງແທ້? ພວກເຂົາກຳລັງສ້າງຄຣິສຕະຈັກບໍ? ພວກເຂົາກຳລັງມ້າງເພຄຣິສຕະຈັກ ແລະ ທຳລາຍຄຣິສຕະຈັກ ແລະ ລົບກວນ ແລະ ຂັດຂວາງວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາກຳລັງສ້າງອານາຈັກເອກະລາດຂອງຕົນເອງ, ກຸ່ມສ່ວນຕົວ ແລະ ພັກພວກຂອງຕົນເອງ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ.

ເຮົາໄດ້ພົວພັນກັບພວກເຈົ້າເປັນເວລາຫຼາຍປີແລ້ວ, ແຕ່ເຮົາຖາມບໍວ່າຄອບຄົວຂອງພວກເຈົ້າເຮັດວຽກຫຍັງ, ຄອບຄົວຂອງພວກເຈົ້າມີຖານະດີສໍ່າໃດ ແລະ ພູມຫຼັງຂອງພວກເຈົ້າເປັນແນວໃດ? (ບໍ່.) ເປັນຫຍັງເຮົາຈຶ່ງບໍ່ຖາມເລື່ອງເຫຼົ່ານີ້? ບໍ່ມີປະໂຫຍດຫຍັງທີ່ຈະຖາມເລື່ອງເຫຼົ່ານັ້ນ. ເຮືອນຂອງພຣະເຈົ້າບໍ່ແມ່ນສັງຄົມ. ບໍ່ຈຳເປັນຕ້ອງປະຈົບປະແຈງຄົນອື່ນ ຫຼື ສ້າງເສັ້ນສາຍກັບຄົນອື່ນ. ການຖາມກ່ຽວກັບເລື່ອງເຫຼົ່ານີ້ບໍ່ມີສ່ວນກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າເລີຍ. ຢ່າປ່ຽນເຮືອນຂອງພຣະເຈົ້າໃຫ້ກາຍເປັນສັງຄົມ. ບໍ່ວ່າພູມຫຼັງຄອບຄົວຂອງເຈົ້າຈະເປັນແນວໃດ, ບໍ່ວ່າຈະທຸກຍາກ ຫຼື ຮັ່ງມີ, ເຈົ້າອາໄສຢູ່ໃນສະພາບແວດລ້ອມແບບໃດ, ບໍ່ວ່າຈະເປັນໃນເມືອງ ຫຼື ພື້ນທີ່ຊົນນະບົດ, ມັນບໍ່ສຳຄັນ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ບໍ່ວ່າເຈົ້າຈະເຄີຍມີຖານະສູງສົ່ງສໍ່າໃດໃນສັງຄົມ, ມັນກໍບໍ່ສຳຄັນ. ເຮົາຈະບໍ່ເບິ່ງສິ່ງນັ້ນ. ເມື່ອເຮົາລົມກັບຜູ້ຄົນ, ເຮົາບໍ່ເຄີຍຖາມກ່ຽວກັບສະຖານະການຄອບຄົວຂອງພວກເຂົາ. ຖ້າພວກເຂົາເຕັມໃຈທີ່ຈະເວົ້າກ່ຽວກັບມັນ, ແລ້ວເຮົາກໍຟັງ, ແຕ່ເຮົາບໍ່ເຄີຍຖືວ່າສິ່ງເຫຼົ່ານີ້ເປັນຂໍ້ມູນສຳຄັນທີ່ເຮົາຕ້ອງຖາມ, ແຮງບໍ່ຕ້ອງເວົ້າເຖິງການພະຍາຍາມກອບໂກຍຂໍ້ມູນບາງຢ່າງເພື່ອໃຊ້ງານຜູ້ຄົນ. ເຖິງຢ່າງໃດກໍຕາມ, ເມື່ອຜູ້ຕໍ່ຕ້ານພຣະຄຣິສຖາມກ່ຽວກັບເລື່ອງເຫຼົ່ານີ້, ແນ່ນອນວ່າພວກເຂົາບໍ່ໄດ້ເຮັດພຽງເພື່ອລົມຫຼິ້ນ; ແຕ່ພວກເຂົາເຮັດເພື່ອກອບໂກຍສິ່ງທີ່ປາດຖະໜາບາງຢ່າງ. ຕົວຢ່າງ: ຄອບຄົວຂອງໃຜເປັນເຈົ້າຂອງຮ້ານຂາຍຜະລິດຕະພັນສຸຂະພາບ ແລະ ສາມາດໃຫ້ພວກເຂົາຊື້ຜະລິດຕະພັນສຸຂະພາບໃນລາຄາສົ່ງໄດ້, ພວກເຂົາກໍຕີສະນິດກັບຄອບຄົວນີ້; ຫຼື ໃຜມີໝູ່ທີ່ພວກເຂົາສາມາດໃຊ້ເພື່ອຊ່ວຍຊື້ຂອງດີໆໄດ້, ພວກເຂົາກໍຈະຈື່ໄວ້. ພວກເຂົາເກັບລາຍຊື່ “ເສັ້ນສາຍ” ເຫຼົ່ານີ້ ແລະ ຄົນເຫຼົ່ານີ້ທີ່ພວກເຂົາຄິດວ່າມີພອນສະຫວັນພິເສດ ແລະ ໃຊ້ພວກເຂົາໃນຊ່ວງເວລາສຳຄັນ. ພວກເຂົາຄິດວ່າຄົນເຫຼົ່ານີ້ລ້ວນແຕ່ມີພອນສະຫວັນ ແລະ ມີປະໂຫຍດຫຼາຍຕໍ່ພວກເຂົາ. ມຸມມອງນີ້ຖືກຕ້ອງບໍ? (ບໍ່.) ຄົນທີ່ບໍ່ໄລ່ຕາມຄວາມຈິງ ແລະ ຜູ້ທີ່ເປັນຂອງໂລກ ແລະ ເປັນຂອງຊາຕານ ເຫັນວ່າສິ່ງເຫຼົ່ານີ້ສຳຄັນກວ່າຊີວິດ ແລະ ຄວາມຈິງ. ຖ້າຄົນໃດຄົນໜຶ່ງເຄີຍເປັນພະນັກງານທົ່ວໄປໃນສັງຄົມ ແລະ ທັນທີທີ່ຜູ້ນຳໄດ້ຍິນເລື່ອງນີ້ ພວກເຂົາກໍບໍ່ຢາກສົນໃຈຄົນນັ້ນເລີຍ ບໍ່ວ່າຄົນນັ້ນຈະສະແຫວງຫາແນວໃດກໍຕາມໃນຄວາມເຊື່ອຂອງພວກເຂົາ, ແຕ່ເມື່ອຜູ້ນຳເຫັນວ່າຄົນໃດຄົນໜຶ່ງເຄີຍເປັນພະນັກງານລັດ ແລະ ຄອບຄົວຂອງພວກເຂົາມີຖານະດີ, ມີວິຖີຊີວິດທີ່ເໜືອກວ່າ ແລະ ດຳລົງຊີວິດໃນລະດັບສູງ ແລະ ພວກເຂົາກໍປະຈົບປະແຈງຄົນນັ້ນ, ນີ້ແມ່ນຜູ້ນຳທີ່ດີບໍ? (ບໍ່.) ພວກເຈົ້າເຄີຍຖືກປະຕິບັດແບບນີ້ບໍ? ພວກເຈົ້າຄິດແນວໃດພາຍໃນໃຈ ຫຼັງຈາກຖືກປະຕິບັດແບບນີ້? ພວກເຈົ້າຮູ້ສຶກວ່າບໍ່ມີຄວາມຮັກ ຫຼື ຄວາມອົບອຸ່ນໃນເຮືອນຂອງພຣະເຈົ້າບໍ? ຜູ້ຕໍ່ຕ້ານພຣະຄຣິສເປັນຕົວແທນຂອງເຮືອນຂອງພຣະເຈົ້າບໍ? ພວກເຂົາບໍ່ໄດ້ເປັນຕົວແທນຂອງເຮືອນຂອງພຣະເຈົ້າ. ພວກເຂົາເປັນຕົວແທນຂອງຊາຕານ. ວິທີການທີ່ພວກເຂົາກະທຳ ແລະ ແກ່ນແທ້ຂອງພວກເຂົາລ້ວນແຕ່ເປັນຂອງຊາຕານ ແລະ ບໍ່ມີສ່ວນກ່ຽວຂ້ອງກັບຄວາມຈິງເລີຍ. ພວກເຂົາເປັນຕົວແທນໃຫ້ຕົນເອງເທົ່ານັ້ນ. ຍັງມີຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ຫຼັງຈາກໄດ້ “ເສັ້ນສາຍ” ເຫຼົ່ານີ້ມາຢູ່ໃນກຳມືຂອງພວກເຂົາ ແລະ ຕິດຕໍ່ຫາພວກເຂົາແລ້ວ, ກໍໃຊ້ເສັ້ນສາຍເຫຼົ່ານີ້ເພື່ອຈັດການວຽກສ່ວນຕົວໃຫ້ພວກເຂົາ ຫຼື ແມ່ນແຕ່ຈັດຫາວຽກໃຫ້ສະມາຊິກຄອບຄົວຂອງພວກເຂົາ. ບອກເຮົາມາເບິ່ງ, ເລື່ອງແບບນີ້ເກີດຂຶ້ນບໍ? (ເກີດຂຶ້ນ.) ຜູ້ຕໍ່ຕ້ານພຣະຄຣິສລ້ວນແລ້ວແຕ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ດີເກີນໄປ. ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ, ຄົນທີ່ບໍ່ມີຄວາມອາຍ ແລະ ຄົນທີ່ເຫັນແກ່ຕົວ ແລະ ຕ່ຳຊ້າທີ່ສຸດ ສາມາດເຮັດຫຍັງກໍໄດ້, ພວກເຂົາສາມາດເຮັດສິ່ງໃດກໍຕາມທີ່ບໍ່ສອດຄ່ອງກັບຄວາມຈິງ ແລະ ຂັດກັບສິນທຳ ແລະ ສະຕິຮູ້ສຶກຜິດຊອບຂອງຄົນເຮົາ. ສະນັ້ນ, ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ການໃຊ້ຕຳແໜ່ງຂອງພວກເຂົາເພື່ອຈັດການວຽກສ່ວນຕົວຂອງພວກເຂົາ, ກອບໂກຍຜົນປະໂຫຍດ ແລະ ເລື່ອງແບບນັ້ນ ແມ່ນເລື່ອງປົກກະຕິທີ່ສຸດໃນໂລກ ແລະ ມັນບໍ່ຄວນຍົກຂຶ້ນມາເວົ້າ ແລະ ແຍກແຍະ ຫຼື ທຳຄວາມເຂົ້າໃຈ. ມັນຄືກັນກັບທີ່ຜູ້ບໍ່ເຊື່ອເວົ້າວ່າ “ພະຍາຍາມຢ່າງໜັກເພື່ອໃຫ້ໄດ້ຕຳແໜ່ງເພື່ອອາຫານ ແລະ ເຄື່ອງນຸ່ງຫົ່ມ”. ນີ້ແມ່ນເປົ້າໝາຍທີ່ຜູ້ຕໍ່ຕ້ານພຣະຄຣິສສະແຫວງຫາໂດຍການເປັນຜູ້ນຳເຊັ່ນກັນ. ເຊັ່ນດຽວກັບການສະແຫວງຫາຂອງພວກເຂົາ, ພວກເຂົາກໍເຮັດວຽກໜັກໃນທິດທາງນີ້ ໂດຍບໍ່ມີການຕຳນິຕົນເອງແມ່ນແຕ່ໜ້ອຍດຽວເລີຍ, ໃຊ້ອຳນາດໃນມືຂອງພວກເຂົາ ແລະ ໃຊ້ຕຳແໜ່ງຂອງພວກເຂົາ ເພື່ອຂົ່ມຂູ່ອ້າຍເອື້ອຍນ້ອງໃຫ້ເຮັດສິ່ງຕ່າງໆ, ຄືກັບວ່າມັນສົມເຫດສົມຜົນ ແລະ ຍົກເອົາການປະຕິບັດ ແລະ ຂໍ້ຮຽກຮ້ອງທຸກປະເພດຂຶ້ນມາເວົ້າກັບອ້າຍເອື້ອຍນ້ອງ ເຊິ່ງບໍ່ສອດຄ່ອງກັບຫຼັກການ. ຄົນເບົາປັນຍາບາງຄົນທີ່ຂາດການແຍກແຍະ ຖືກຜູ້ນຳເຫຼົ່ານີ້ໃຊ້ງານ ແລະ ສັ່ງການໂດຍທີ່ພວກເຂົາບໍ່ເຕັມໃຈ ແລະ ອາດຈະມີບາງຄົນທີ່ໃຊ້ເງິນຂອງພວກເຂົາເອງເພື່ອເຮັດສິ່ງຕ່າງໆໃຫ້ພວກເຂົາ ແຕ່ບໍ່ສາມາດເວົ້າຫຍັງໄດ້ ແລະ ຄິດວ່າໂດຍການເຮັດແບບນີ້ ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ກຽມການກະທຳທີ່ດີ. ໃຫ້ເຮົາບອກເຈົ້າ: ຄວາມຈິງແລ້ວ ເຈົ້າຜິດ. ໃນການເຮັດສິ່ງນີ້, ເຈົ້າບໍ່ໄດ້ກຽມການກະທຳທີ່ດີ; ແຕ່ເຈົ້າກຳລັງຊ່ວຍຄົນບໍ່ດີເຮັດສິ່ງທີ່ບໍ່ດີ ແລະ ກຳລັງເພີ່ມກຳລັງໃຫ້ຄົນຊົ່ວຮ້າຍ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເມື່ອເຈົ້າເຮັດສິ່ງເຫຼົ່ານີ້ ມັນບໍ່ສອດຄ່ອງກັບຫຼັກການ. ເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າ. ເຈົ້າກຳລັງຊ່ວຍຜູ້ຕໍ່ຕ້ານພຣະຄຣິສວາງແຜນເພື່ອຜົນປະໂຫຍດສ່ວນຕົວຂອງພວກເຂົາ ແລະ ຈັດການວຽກສ່ວນຕົວໃຫ້ພວກເຂົາ. ນີ້ບໍ່ແມ່ນໜ້າທີ່ຂອງເຈົ້າ; ມັນບໍ່ແມ່ນຄວາມຮັບຜິດຊອບຂອງເຈົ້າ. ມັນບໍ່ແມ່ນການຝາກຝັງທີ່ພຣະເຈົ້າມອບໃຫ້ເຈົ້າ, ທັງບໍ່ແມ່ນວຽກງານຂອງເຮືອນຂອງພຣະເຈົ້າ. ໂດຍການເຮັດສິ່ງນີ້, ເຈົ້າກຳລັງຮັບໃຊ້ຊາຕານ ແລະ ເຮັດວຽກໃຫ້ຊາຕານ. ພຣະເຈົ້າຈະຈົດຈຳເຈົ້າສຳລັບການເຮັດວຽກໃຫ້ຊາຕານບໍ? (ບໍ່.) ແລ້ວພຣະເຈົ້າຈະຈົດຈຳຫຍັງ? ມີປະໂຫຍກໜຶ່ງໃນພຣະຄຳພີ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ເພາະສະນັ້ນ ເຮົາຂໍເວົ້າກັບເຈົ້າຢ່າງແທ້ຈິງວ່າ ເມື່ອເຈົ້າໄດ້ເຮັດຕໍ່ໜຶ່ງໃນບຸກຄົນທີ່ຕ້ອຍຕໍ່າທີ່ສຸດໃນບັນດາອ້າຍນ້ອງຂອງເຮົາ, ເຈົ້າກໍໄດ້ເຮັດຕໍ່ເຮົາ” (ມັດທາຍ 25:40.) ນີ້ຄືສິ່ງທີ່ພຣະເຈົ້າກຳນົດໄວ້. ພຣະທຳເຫຼົ່ານີ້ໝາຍຄວາມວ່າແນວໃດ? ຖ້າເຈົ້າສາມາດເຮັດບາງຢ່າງໃຫ້ອ້າຍເອື້ອຍນ້ອງທີ່ຕ່ຳຕ້ອຍທີ່ສຸດ, ແລ້ວສິ່ງນັ້ນກໍເຮັດຕາມຫຼັກການ ແລະ ຕາມຂໍ້ຮຽກຮ້ອງຂອງພຣະເຈົ້າຢ່າງແນ່ນອນ. ເຈົ້າບໍ່ໄດ້ເບິ່ງວ່າສະຖານະຂອງຄົນໃດຄົນໜຶ່ງສູງສໍ່າໃດ, ແຕ່ເຮັດສິ່ງຕ່າງໆຕາມຫຼັກການ. ບາງຄົນພຽງແຕ່ເຮັດສິ່ງຕ່າງໆ, ທຸ່ມເທຄວາມພະຍາຍາມ ແລະ ເຮັດວຽກໃຫ້ຜູ້ທີ່ມີສະຖານະ ແລະ ສະໜັບສະໜູນພວກເຂົາຢ່າງກະຕືລືລົ້ນ, ແຕ່ຖ້າຄົນທີ່ບໍ່ມີສະຖານະຂໍໃຫ້ພວກເຂົາເຮັດບາງຢ່າງ, ເຖິງແມ່ນວ່າມັນເປັນໜ້າທີ່ ຫຼື ຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດ, ພວກເຂົາກໍບໍ່ສົນໃຈຄົນນັ້ນເລີຍ. ດັ່ງນັ້ນ, ສິ່ງທີ່ພວກເຂົາເຮັດຖືກກຳນົດລັກສະນະແນວໃດ? ຈາກຈຸດທີ່ພຣະເຈົ້າຢືນຢູ່, ສິ່ງເຫຼົ່ານີ້ຖືກກຳນົດລັກສະນະວ່າເປັນການເຮັດວຽກໃຫ້ຊາຕານ ແລະ ພຣະອົງຈະບໍ່ຈົດຈຳສິ່ງເຫຼົ່ານີ້ເລີຍ. ນີ້ຄືກໍລະນີທີຫົກ. ພວກເຈົ້າເຄີຍເຫັນກໍລະນີແບບນີ້ບໍ? (ຂ້ານ້ອຍເຄີຍເຫັນກໍລະນີໜຶ່ງ, ພຣະເຈົ້າ. ກ່ອນໜ້ານີ້, ເມື່ອມີຜູ້ຕໍ່ຕ້ານພຣະຄຣິສຄົນໜຶ່ງທີ່ເປັນຜູ້ນຳຢູ່ບ່ອນທີ່ພວກຂ້ານ້ອຍຢູ່, ລາວໄດ້ໃຊ້ຕຳແໜ່ງຂອງລາວເພື່ອເກັບອາຫານດີໆ, ສິ່ງຂອງທີ່ມີປະໂຫຍດ, ເຄື່ອງສຳອາງ ແລະ ສິ່ງອື່ນໆທີ່ອ້າຍເອື້ອຍນ້ອງບໍລິຈາກໄວ້ໃຫ້ຕົນເອງ. ບາງຢ່າງໝົດອາຍຸແລ້ວ ແຕ່ລາວກໍຍັງບໍ່ເອົາໃຫ້ອ້າຍເອື້ອຍນ້ອງ; ລາວຍັກຍອກສິ່ງທັງໝົດນີ້. ອີກຢ່າງໜຶ່ງ, ລາວຊື້ເສື້ອກັນໜາວຂົນເປັດ, ແຕ່ຕໍ່ມາເມື່ອລາວເຫັນເອື້ອຍນ້ອງຄົນໜຶ່ງຊື້ເສື້ອກັນໜາວຂົນເປັດທີ່ລາຄາບໍ່ແພງ ແລະ ມີຄຸນນະພາບດີ, ລາວກໍຄິດຫາທຸກເລື່ອງທີ່ຈະເວົ້າກັບເອື້ອຍນ້ອງຄົນນັ້ນເພື່ອຫຼອກລວງເອົາເສື້ອກັນໜາວຂອງລາວ ແລະ ເຮັດໃຫ້ເອື້ອຍນ້ອງຄົນນັ້ນຕ້ອງໃຊ້ເງິນເພີ່ມ ເພື່ອຊື້ເສື້ອກັນໜາວຂົນເປັດໃໝ່ໃຫ້ຕົນເອງ.) ມັນສາມາດເວົ້າໄດ້ວ່າຜູ້ຕໍ່ຕ້ານພຣະຄຣິສທຸກຄົນເປັນຄົນຊົ່ວຮ້າຍ ແລະ ພວກເຂົາບໍ່ມີຄວາມເປັນມະນຸດ, ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ລັກສະນະຂອງພວກເຂົາຕ່ຳຊ້າເປັນພິເສດ. ຄົນເຫຼົ່ານີ້ຕ້ອງຖືກເປີດເຜີຍ ແລະ ກຳຈັດໃນທີ່ສຸດ.

ໃນອະດີດ, ມີຄອບຄົວໜຶ່ງທີ່ມີສະມາຊິກສາມຄົນທີ່ມາຕ່າງປະເທດ ເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ຫຼັງຈາກມາຮອດ, ພວກເຂົາໃຫ້ອ້າຍເອື້ອຍນ້ອງພາພວກເຂົາອອກໄປຊື້ເຄື່ອງທຸກມື້, ບາງຄົນຢາກໄດ້ເສື້ອກັນໜາວຂົນເປັດ, ບາງຄົນຢາກໄດ້ໂສ້ງ ແລະ ຄົນອື່ນໆຢາກໄດ້ເກີບ. ພວກເຂົາຫາຂໍ້ອ້າງໂດຍເວົ້າວ່າ ພວກເຂົາບໍ່ໄດ້ເອົາເງິນມາຫຼາຍປານນັ້ນ. ຖ້າພວກເຂົາບໍ່ໄດ້ເອົາເງິນມາຫຼາຍ ພວກເຂົາກໍບໍ່ຄວນຊື້ເຄື່ອງ, ແຕ່ພວກເຂົາຍັງຢາກຊື້ ແລະ ພວກເຂົາບໍ່ຕ້ອງການຂອງທຳມະດາ, ແຕ່ຕ້ອງການຂອງຫຼູຫຼາ, ເຊິ່ງອ້າຍເອື້ອຍນ້ອງຈ່າຍດ້ວຍເງິນຂອງຕົນເອງ. ເມື່ອຄອບຄົວນີ້ປະຕິບັດໜ້າທີ່ໄດ້ໄລຍະໜຶ່ງ, ຜູ້ຄົນກໍເລີ່ມບໍ່ເຫັນດີນຳພຶດຕິກຳຂອງພວກເຂົາ, ອາຫານທີ່ພວກເຂົາກິນ, ສະຖານທີ່ທີ່ພວກເຂົາຢູ່ ແລະ ສິ່ງຂອງທີ່ພວກເຂົາໃຊ້ລ້ວນແຕ່ຟຸ່ມເຟືອຍເກີນໄປ! ພໍ່ໃນຄອບຄົວນັ້ນຍັງໃຫ້ອ້າຍເອື້ອຍນ້ອງຊື້ນົມໃຫ້ລາວ ແລະ ເມື່ອຫິວນ້ຳ, ລາວກໍດື່ມນົມຄືກັບດື່ມນ້ຳ. ມີຈັກຄົນໃນໂລກນີ້ທີ່ສາມາດດື່ມນົມຄືກັບດື່ມນ້ຳ? ພວກເຂົາຕ້ອງເປັນຄົນລະດັບໃດ? ຕໍ່ມາ, ລາວໃຫ້ອ້າຍເອື້ອຍນ້ອງຊື້ໝາກກ້ຽງຈີນ ແລະ ໝາກກ້ຽງໃຫຍ່ ແລະ ພວກເຂົາຊື້ຖົງໃຫຍ່ໜຶ່ງຖົງ ເຊິ່ງຄອບຄົວນັ້ນກິນໝົດພາຍໃນສອງມື້. ຫຼັງຈາກນີ້, ລາວເວົ້າວ່າພວກເຂົາຕ້ອງການວິຕາມິນເສີມຈຳນວນໜຶ່ງ, ສະນັ້ນ ລາວຈຶ່ງບອກອ້າຍເອື້ອຍນ້ອງໃຫ້ຊື້ໝາກເຊີຣີຈຳນວນໜຶ່ງ, ເຖິງຂັ້ນໃຊ້ເຮົາເປັນຂໍ້ອ້າງ ໂດຍເວົ້າວ່າ “ເຈົ້າຕ້ອງຊື້ໝາກເຊີຣີໃຫ້ພຣະເຈົ້າ!” ເຮົາເວົ້າວ່າ “ຕອນນີ້ແມ່ນລະດູໜາວ. ມັນບໍ່ແມ່ນລະດູກິນໝາກເຊີຣີ. ເຮົາຈະບໍ່ກິນ; ຢ່າຊື້ໃຫ້ເຮົາ”. ລາວເວົ້າວ່າ “ພວກເຮົາກໍຍັງຕ້ອງຊື້!” ເມື່ອອ້າຍເອື້ອຍນ້ອງຊື້ໝາກເຊີຣີກ່ອງດຽວ, ຄອບຄົວຂອງລາວກໍກິນໝົດກ້ຽງໃນເວລາບໍ່ດົນ. ເຮົາບໍ່ເຄີຍເຫັນຄົນທີ່ສາມາດກິນແບບນັ້ນມາກ່ອນ, ພວກເຂົາກິນໝາກໄມ້ຄືກັບກິນເຂົ້າ ແລະ ດື່ມນົມຄືກັບດື່ມນ້ຳ. ແລ້ວຈາກນັ້ນ, ເມື່ອຮອດເວລາກິນເຂົ້າ, ພວກເຂົາເຫັນວ່າມີປາ ແລະ ກິນມັນຢ່າງໂລບມາກໂລພາ. ວິທີທີ່ພວກເຂົາກິນມັນຈະເຮັດໃຫ້ພວກເຈົ້າຂີ້ດຽດ, ພວກເຂົາເປັນຄືກັບຜີຕາຍອຶດທີ່ບໍ່ເຄີຍກິນຂອງດີໆມາກ່ອນ. ພວກເຂົາຄິດວ່າຄວນສວຍໂອກາດທີ່ຈະໄດ້ກິນຂອງດີໆແບບນີ້, ສະນັ້ນ ພວກເຂົາຈຶ່ງຟ້າວຍັດເຂົ້າປາກຢ່າງກະຕືລືລົ້ນ. ໃນທີ່ສຸດ, ເດັກນ້ອຍກິນຫຼາຍໂພດຈົນເກີດອາການຜິດປົກກະຕິ. ຫຼັງຈາກນັ້ນ, ເດັກນ້ອຍກໍເວົ້າບາງຢ່າງທີ່ມີເຫດຜົນບິດເບືອນ: “ຖ້າຂ້ອຍບໍ່ໄດ້ກິນປາໂຕນັ້ນຢູ່ບ່ອນຂອງພຣະເຈົ້າ, ຂ້ອຍກໍຄົງບໍ່ປ່ວຍ!” ເຮົາບໍ່ໄດ້ຢູ່ທີ່ນັ້ນຊ້ຳຕອນທີ່ລາວກິນມັນ ແລະ ເຮົາບໍ່ຮູ້ຫຍັງກ່ຽວກັບເລື່ອງນັ້ນເລີຍ. ລາວກິນມັນດ້ວຍຄວາມເຕັມໃຈຂອງລາວເອງ, ລາວຈະໂທດເຮົາໄດ້ແນວໃດ? ແຕ່ລາວກໍໂທດເຮົາ. ຄວນຈັດການກັບຄົນແບບນີ້ແນວໃດ? (ພວກເຂົາຄວນຖືກກຳຈັດອອກ.) ພວກເຂົາແມ່ນຫຍັງ? (ມານຮ້າຍ ແລະ ຊາຕານ.) ພວກເຂົາແມ່ນມານຮ້າຍ. ໃນເວລານັ້ນ, ເຮົາເວົ້າກັບຜູ້ນຳຄຣິສຕະຈັກທ້ອງຖິ່ນວ່າ “ກຳຈັດພວກເຂົາອອກ ແລະ ເອົາພວກເຂົາອອກໄປຈາກບ່ອນນີ້, ໃຫ້ໄກທີ່ສຸດເທົ່າທີ່ຈະໄກໄດ້. ເຮົາບໍ່ຢາກເຫັນໜ້າພວກເຂົາອີກເລີຍ!”

ເຮົາໄດ້ໄປຄຣິສຕະຈັກຈຳນວນໜຶ່ງ ແລະ ພົວພັນກັບອ້າຍເອື້ອຍນ້ອງຈຳນວນບໍ່ໜ້ອຍ. ເຮົາໄດ້ເຫັນຄົນບໍ່ດີ ແລະ ຄົນຊົ່ວຮ້າຍທຸກປະເພດ, ແຕ່ຈຳນວນຄົນທີ່ເຮົາສາມາດຄົບຫາໄດ້ຕາມປົກກະຕິແມ່ນຂ້ອນຂ້າງໜ້ອຍ. ບໍ່ມີທາງທີ່ຈະພົວພັນກັບຄົນສ່ວນໃຫຍ່ໄດ້ແທ້ໆ ແລະ ມີຄົນຈຳນວນຫຼາຍເກີນໄປທີ່ເວົ້າບໍ່ຟັງເຫດຜົນເລີຍ. ທຸກສິ່ງທີ່ພວກເຂົາເວົ້າມີເຫດຜົນທີ່ບິດເບືອນ ແລະ ຜິດພາດ ແລະ ພວກເຂົານຳສະເໜີຄວາມເຊື່ອທີ່ບໍ່ຈິງຄືກັບວ່າມັນເປັນຄວາມຈິງ, ພວກເຂົາເປັນພຽງສັດຮ້າຍ, ມານຮ້າຍ ແລະ ຊາຕານ ແລະ ພວກເຂົາບໍ່ມີຄວາມເປັນມະນຸດ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ. ຄົນແບບນີ້ປະກອບເປັນຢ່າງໜ້ອຍປະມານໜຶ່ງສ່ວນສາມຂອງຄົນໃນຄຣິສຕະຈັກແຕ່ລະແຫ່ງ. ບໍ່ມີໃຜໃນພວກເຂົາທີ່ມີຄ່າຫຍັງເລີຍ ແລະ ບໍ່ມີໃຜໃນພວກເຂົາສາມາດໄດ້ຮັບຄວາມລອດພົ້ນ; ພວກເຂົາທຸກຄົນຄວນຖືກກຳຈັດໂດຍໄວເທົ່າທີ່ຈະໄວໄດ້. ຄົນທີ່ເຮົາມັກພົວພັນນຳແມ່ນຜູ້ທີ່ສາມາດຍອມຮັບຄວາມຈິງ, ຜູ້ທີ່ຂ້ອນຂ້າງຊື່ສັດ ແລະ ຜູ້ທີ່ສາມາດເວົ້າຈາກໃຈຂອງພວກເຂົາ. ບໍ່ວ່າພວກເຂົາຈະເປີດເຜີຍຄວາມເສື່ອມຊາມຫຍັງ ຫຼື ພວກເຂົາມີການບ່ຽງເບນຫຍັງກໍຕາມ, ຕາບໃດທີ່ພວກເຂົາເຕັມໃຈທີ່ຈະໂອ້ລົມກ່ຽວກັບຄວາມຈິງ ແລະ ສາມາດຍອມຮັບຄວາມຈິງ, ເຮົາກໍສາມາດເຂົ້າກັນກັບພວກເຂົາໄດ້. ສຳລັບຄົນຫຼອກລວງ ແລະ ຄົນທີ່ມັກເອົາປຽບຄົນອື່ນ, ເຮົາບໍ່ສົນໃຈພວກເຂົາ. ບາງຄົນຢາກໂອ້ອວດຕົວເອງສະເໝີ ເມື່ອພວກເຂົາຢູ່ຕໍ່ໜ້າເຮົາ ແລະ ເຮັດໃຫ້ເຮົາຍົກຍ້ອງພວກເຂົາ. ພວກເຂົາກະທຳແບບໜຶ່ງຕໍ່ໜ້າເຮົາ ແລະ ອີກແບບໜຶ່ງລັບຫຼັງເຮົາເພື່ອຫຼອກລວງເຮົາ. ຄົນແບບນີ້ແມ່ນມານຮ້າຍ ແລະ ພວກເຂົາຄວນຖືກສົ່ງໄປໃຫ້ໄກທີ່ສຸດເທົ່າທີ່ຈະໄກໄດ້; ເຮົາບໍ່ຢາກເຫັນພວກເຂົາອີກເລີຍ. ເມື່ອຄົນເຮົາມີຄວາມອ່ອນແອ ແລະ ຂໍ້ບົກຜ່ອງ ເຮົາສາມາດສະໜັບສະໜູນ ແລະ ລ້ຽງດູພວກເຂົາ ແລະ ເມື່ອພວກເຂົາມີອຸປະນິໄສທີ່ເສື່ອມຊາມ ເຮົາສາມາດໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ແຕ່ເຮົາບໍ່ຫຍຸ້ງກ່ຽວກັບມານຮ້າຍ ຫຼື ຟັງສິ່ງທີ່ມານຮ້າຍເວົ້າ. ບາງຄົນເປັນຜູ້ເຊື່ອໃໝ່ ແລະ ມີຄວາມຈິງບາງຢ່າງທີ່ພວກເຂົາບໍ່ເຂົ້າໃຈ, ສະນັ້ນ ພວກເຂົາຈຶ່ງສາມາດເວົ້າ ແລະ ກະທຳຢ່າງໂງ່ຈ້າໄດ້. ພວກເຮົາສາມາດໂອ້ລົມກ່ຽວກັບຄວາມຈິງ, ແຕ່ຖ້າເຈົ້າເຂົ້າໃຈຄວາມຈິງບາງຢ່າງ ແລ້ວຈົງໃຈກໍ່ຄວາມວຸ້ນວາຍ, ກະທຳຢ່າງບໍ່ມີເຫດຜົນຕໍ່ເຮົາ ແລະ ຊອກຈັບຜິດເຮົາ, ແລ້ວເຮົາຈະບໍ່ອົດທົນກັບເຈົ້າ. ເປັນຫຍັງເຮົາຈຶ່ງບໍ່ອົດທົນກັບເຈົ້າ? ເຈົ້າບໍ່ແມ່ນຄົນທີ່ສາມາດໄດ້ຮັບຄວາມລອດພົ້ນ, ແລ້ວເປັນຫຍັງເຮົາຈຶ່ງຄວນອົດທົນກັບເຈົ້າ? ການອົດທົນກັບຄົນໃດຄົນໜຶ່ງໝາຍຄວາມວ່າ ເຮົາສາມາດອົດກັ້ນ ແລະ ໃຈເຢັນກັບພວກເຂົາ. ເຮົາໃຈເຢັນກັບຄົນໂງ່ຈ້າ ແລະ ຄົນເສື່ອມຊາມທົ່ວໄປ, ແຕ່ບໍ່ແມ່ນກັບສັດຕູ ຫຼື ມານຮ້າຍ. ຖ້າມານຮ້າຍ ແລະ ສັດຕູທຳທ່າເວົ້າສິ່ງທີ່ຟັງມ່ວນຫູໃຫ້ເຈົ້າຟັງ ແລະ ໃຫ້ສິນບົນເຈົ້າ, ຫຼອກລວງເຈົ້າ ຫຼື ໃຫ້ຄວາມສຸກຊົ່ວຄາວແກ່ເຈົ້າ, ເຈົ້າສາມາດເຊື່ອສິ່ງທີ່ພວກເຂົາເວົ້າໄດ້ບໍ? (ບໍ່, ພວກຂ້ານ້ອຍບໍ່ສາມາດເຮັດໄດ້.) ເປັນຫຍັງ? ເພາະວ່າພວກເຂົາບໍ່ສາມາດຍອມຮັບຄວາມຈິງ, ເຈົ້າໄດ້ເຫັນສິ່ງນີ້ຢ່າງຊັດເຈນແລ້ວ ແລະ ຄົນເຫຼົ່ານີ້ໄດ້ຖືກເປີດເຜີຍແລ້ວ. ພວກເຂົາບໍ່ຊື່ສັດໃນສິ່ງທີ່ພວກເຂົາເວົ້າ, ເມື່ອພວກເຂົາໂອ້ລົມກ່ຽວກັບຄວາມຈິງ ມັນລ້ວນແຕ່ເປັນຄວາມໜ້າຊື່ໃຈຄົດ ແລະ ມັນຍາກທີ່ຈະແຍກແຍະວ່າສິ່ງທີ່ພວກເຂົາເວົ້າເປັນຄວາມຈິງ ຫຼື ຄວາມປອມ. ຖ້າເຈົ້າສາມາດເຫັນສິ່ງເຫຼົ່ານີ້ຢ່າງຖືກຕ້ອງ, ແລ້ວເຈົ້າກໍສາມາດໝັ້ນໃຈໄດ້ວ່າພວກເຂົາເປັນມານຮ້າຍ ແລະ ຊາຕານ. ມີພຽງແຕ່ການກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາເທົ່ານັ້ນຈຶ່ງຈະສາມາດແກ້ໄຂບັນຫາໄດ້ຢ່າງຖາວອນ. ບາງຄົນເວົ້າວ່າ “ເປັນຫຍັງຈຶ່ງບໍ່ຜ່ອນຜັນໃຫ້ພວກເຂົາແດ່ໜ້ອຍໜຶ່ງ?” ຄົນເຫຼົ່ານີ້ບໍ່ມີໂອກາດທີ່ຈະກັບໃຈ; ມັນເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະກັບໃຈ. ພວກເຂົາເປັນຄືກັບຊາຕານ, ບໍ່ວ່າພຣະເຈົ້າຈະຊົງລິດທານຸພາບສູງສຸດ ແລະ ມີສະຕິປັນຍາສໍ່າໃດກໍຕາມ, ຈາກມຸມມອງຂອງມັນ ນີ້ບໍ່ແມ່ນແກ່ນແທ້ທີ່ພຣະເຈົ້າຄວນມີ. ມັນບໍ່ໄດ້ປະຕິບັດຕໍ່ພຣະເຈົ້າຄືກັບເປັນພຣະເຈົ້າ ແລະ ມັນຄິດວ່າແຜນການທີ່ເຈົ້າເລ່ຂອງມັນແມ່ນສະຕິປັນຍາ, ທຳມະຊາດ-ແກ່ນແທ້ຂອງມັນແມ່ນຄວາມຈິງ ແລະ ພຣະເຈົ້າບໍ່ແມ່ນຄວາມຈິງ. ນີ້ຄືຊາຕານແທ້ ແລະ ມັນຖືກກຳນົດໃຫ້ເປັນປໍລະປັກຕໍ່ພຣະເຈົ້າຈົນເຖິງທີ່ສຸດ. ສະນັ້ນ, ຄົນຊົ່ວຮ້າຍຈຶ່ງຖືກກຳນົດໃຫ້ບໍ່ສາມາດຮັກຄວາມຈິງ ແລະ ສະແຫວງຫາຄວາມຈິງ ແລະ ດັ່ງນັ້ນ, ພຣະເຈົ້າຈຶ່ງບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ການກຳຈັດພວກເຂົາອອກຈາກຄຣິສຕະຈັກ ແລະ ຂັບໄລ່ພວກເຂົາອອກຈາກເຮືອນຂອງພຣະເຈົ້າ ແມ່ນການຕັດສິນໃຈທີ່ຖືກຕ້ອງທີ່ສຸດ ແລະ ບໍ່ຜິດເລີຍແມ່ນແຕ່ໜ້ອຍດຽວ.

ຜູ້ຕໍ່ຕ້ານພຣະຄຣິສທີ່ເຮົາໄດ້ໂອ້ລົມ ແລະ ໄຈ້ແຍກໃນມື້ນີ້ຈະບໍ່ມີວັນປ່ຽນແປງທິດທາງ ແລະ ເປົ້າໝາຍທີ່ພວກເຂົາສະແຫວງຫາ. ພວກເຂົາໃຫ້ຄວາມສຳຄັນກັບຜົນປະໂຫຍດສ່ວນຕົວໃນທຸກສິ່ງທີ່ພວກເຂົາສະແຫວງຫາ, ໃຊ້ກຳລັງສຸດຄວາມສາມາດ ແລະ ລະດົມສະໝອງຂອງພວກເຂົາຢ່າງໜັກເພື່ອຫຼອກເອົາອາຫານ ແລະ ເຄື່ອງດື່ມໃນເຮືອນຂອງພຣະເຈົ້າ. ພວກເຂົາບໍ່ເຄີຍເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈເລີຍ; ພວກເຂົາພຽງແຕ່ຢາກໂກງເພື່ອໃຫ້ໄດ້ອາຫານ ແລະ ເຄື່ອງດື່ມ, ຜົນປະໂຫຍດ ແລະ ການປະຕິບັດທີ່ດີ. ພວກເຂົາຄິດວ່າພຣະເຈົ້າບໍ່ເຫັນສິ່ງນີ້, ບໍ່ຮູ້ກ່ຽວກັບເລື່ອງນີ້ ແລະ ບໍ່ສາມາດກວດສອບມັນໄດ້, ສະນັ້ນ ພວກເຂົາຈຶ່ງສະແຫວງຫາສິ່ງເຫຼົ່ານີ້ຢ່າງໃຈຈົດໃຈຈໍ່. ແນ່ນອນວ່າ ນີ້ຄືທຳມະຊາດ-ແກ່ນແທ້ຂອງພວກເຂົາ, ພວກເຂົາບໍ່ຮັກຄວາມຈິງ, ທັງບໍ່ສາມາດຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ສະນັ້ນ ພວກເຂົາຈຶ່ງມີຊະຕາກຳທີ່ຈະຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ຄົນເຫຼົ່ານີ້ຄືຄົນປະເພດທີ່ພຣະເຈົ້າກຳຈັດ ແລະ ຄົນປະເພດທີ່ເຮືອນຂອງພຣະເຈົ້າຄວນຂັບໄລ່ທັນທີທີ່ພວກເຂົາຖືກຄົ້ນພົບ. ຕັ້ງແຕ່ການຄົ້ນພົບວ່າຄົນຜູ້ໜຶ່ງຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ຈົນເຖິງການທີ່ພວກເຂົາເຮັດສິ່ງຕ່າງໆຕໍ່ເນື່ອງກັນເຊິ່ງບໍ່ສອດຄ່ອງກັບຄວາມຈິງ, ຈົນເຖິງມື້ທີ່ພວກເຂົາຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ສິ່ງທັງໝົດນີ້ສະແດງໃຫ້ທຸກຄົນເຫັນວ່າຜູ້ຕໍ່ຕ້ານພຣະຄຣິສຈະບໍ່ປ່ຽນແປງ. ຈຸດຈົບສຸດທ້າຍຂອງພວກເຂົາຄືການຖືກຂັບໄລ່ໂດຍເຮືອນຂອງພຣະເຈົ້າ ແລະ ຖືກກຳຈັດໂດຍພຣະເຈົ້າ, ພວກເຂົາບໍ່ສາມາດປ່ຽນແປງໄດ້. ສະນັ້ນ, ການຮູ້ສິ່ງເຫຼົ່ານີ້ມີປະໂຫຍດຫຍັງຕໍ່ພວກເຈົ້າ? ບາງຄົນເວົ້າວ່າ “ພວກເຮົາບໍ່ໄດ້ຫຼອກເອົາອາຫານ ແລະ ເຄື່ອງດື່ມ. ພວກເຮົາໄລ່ຕາມຄວາມຈິງ ແລະ ຢາກປະຕິບັດໜ້າທີ່ຂອງພວກເຮົາໃນຖານະສິ່ງທີ່ຖືກສ້າງ. ພວກເຮົາຕິດຕາມພຣະເຈົ້າ ແລະ ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະອົງ. ພວກເຮົາບໍ່ໄດ້ກະທຳຄືກັບຜູ້ຕໍ່ຕ້ານພຣະຄຣິສ, ທັງບໍ່ໄດ້ວາງແຜນທີ່ຈະຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ມີປະໂຫຍດຫຍັງທີ່ພວກເຮົາຈະຮູ້ກ່ຽວກັບກໍລະນີເຫຼົ່ານີ້?” ສຳລັບອ້າຍເອື້ອຍນ້ອງທົ່ວໄປ, ການສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສສາມາດເປັນຄຳເຕືອນສຳລັບແຕ່ລະຄົນ ແລະ ໃຫ້ພວກເຂົາຮູ້ວ່າເສັ້ນທາງໃດຖືກຕ້ອງ ແລະ ພຶດຕິກຳ ແລະ ວິທີການເຮັດສິ່ງຕ່າງໆແບບໃດທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ສຳລັບຜູ້ນຳ ແລະ ຜູ້ເຮັດວຽກຄຣິສຕະຈັກທຸກລະດັບ, ນີ້ຄືຫຼັກຖານໃນຊີວິດຈິງຂອງການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ. ການແຍກແຍະຜູ້ຕໍ່ຕ້ານພຣະຄຣິສມີປະໂຫຍດຫຍັງຕໍ່ວຽກງານຂອງຄຣິສຕະຈັກ? ມັນຊ່ວຍໃຫ້ພວກເຈົ້າລະບຸຕົວຜູ້ຕໍ່ຕ້ານພຣະຄຣິສໄດ້ຢ່າງຖືກຕ້ອງ ແລະ ຂັບໄລ່ພວກເຂົາອອກຈາກຄຣິສຕະຈັກໃນເວລາທີ່ເໝາະສົມ, ເຮັດໃຫ້ຄຣິສຕະຈັກບໍລິສຸດຂຶ້ນ ແລະ ປາສະຈາກການລົບກວນ, ການຂັດຂວາງ ແລະ ຄວາມເສຍຫາຍຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ເພື່ອໃຫ້ຜູ້ທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ ແລະ ຜູ້ທີ່ສາມາດເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈ ມີສະພາບແວດລ້ອມທີ່ສະອາດ ແລະ ສະຫງົບ, ປາສະຈາກການລົບກວນຂອງມານຮ້າຍ ແລະ ຊາຕານ. ສະນັ້ນ, ເມື່ອເວົ້າເຖິງຄວາມຈິງຂອງການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ, ບໍ່ວ່າເຈົ້າຈະແຍກແຍະພວກເຂົາຈາກມຸມມອງຂອງຂໍ້ແທ້ຈິງ ແລະ ການສະແດງອອກ ຫຼື ໂດຍອີງໃສ່ຫຼັກການຄວາມຈິງ, ເຈົ້າຕ້ອງກຳແໜ້ນທັງສອງດ້ານນີ້. ມັນເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງເຈົ້າ ແລະ ຕໍ່ວຽກງານຂອງຄຣິສຕະຈັກ, ນີ້ຄືສິ່ງທີ່ພວກເຈົ້າຄວນເຂົ້າໃຈ.

ມື້ນີ້ເຮົາໄດ້ເວົ້າກ່ຽວກັບຫຼາຍກໍລະນີ. ເລື່ອງເຫຼົ່ານີ້ລ້ວນແຕ່ເປັນພຶດຕິກຳ, ວິທີການເຮັດສິ່ງຕ່າງໆ ແລະ ການສະແດງອອກເຖິງຄວາມໂຫດຮ້າຍ, ຄວາມບໍ່ມີຢາງອາຍ ແລະ ການບໍ່ມີຂອບເຂດທາງສິນທຳຂອງຜູ້ຕໍ່ຕ້ານພຣະຄຣິສ. ກໍລະນີດັ່ງກ່າວຄວນເປັນກໍລະນີທີ່ເກີດຂຶ້ນອ້ອມຕົວພວກເຈົ້າ ແລະ ມັນສາມາດເວົ້າໄດ້ວ່າວິທີການເຮັດສິ່ງຕ່າງໆ ແລະ ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ມີຢູ່ໃນຕົວພວກເຈົ້າໃນລະດັບໃດໜຶ່ງ. ເວົ້າອີກຢ່າງໜຶ່ງກໍຄື, ພວກເຈົ້າທຸກຄົນມີອຸປະນິໄສບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການປະຕິບັດບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ໃນຂະນະທີ່ພວກເຈົ້າແຍກແຍະຜູ້ຕໍ່ຕ້ານພຣະຄຣິສ, ພວກເຈົ້າກໍຄວນກວດສອບ, ກວດກາ ແລະ ໄຕ່ຕອງກ່ຽວກັບພຶດຕິກຳຂອງຕົນເອງເຊັ່ນກັນ. ບາງຄົນອາດຈະເວົ້າວ່າ “ເຈົ້າມັກເວົ້າກ່ຽວກັບກໍລະນີແບບນີ້, ເລື່ອງບໍ່ເປັນເລື່ອງແບບນີ້ ແລະ ເຈົ້າລົງລາຍລະອຽດຫຼາຍ. ສິ່ງນີ້ມີປະໂຫຍດແນວໃດຕໍ່ການເຂົ້າສູ່ຄວາມຈິງຂອງພວກເຮົາ? ຕອນນີ້, ພວກເຮົາຫຍຸ້ງຫຼາຍກັບໜ້າທີ່ຂອງພວກເຮົາ ແລະ ພວກເຮົາບໍ່ຢາກຈົດບັນທຶກສິ່ງເຫຼົ່ານີ້ ຫຼື ຮັບຟັງສິ່ງເຫຼົ່ານີ້. ເມື່ອເຂົ້າສູ່ຄວາມຈິງ, ມັນພຽງພໍແລ້ວທີ່ຈະຍຶດໝັ້ນກັບສອງຢ່າງ ຄື ຢ່າງໜຶ່ງແມ່ນການອ່ອນນ້ອມຕໍ່ພຣະເຈົ້າ ແລະ ອີກຢ່າງໜຶ່ງແມ່ນການປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ. ມັນງ່າຍຫຼາຍ!” ມັນອາດຈະງ່າຍແບບນັ້ນໃນທາງທິດສະດີ, ແຕ່ເວົ້າຢ່າງຊັດເຈນ ແລະ ສະເພາະເຈາະຈົງແລ້ວ, ມັນບໍ່ໄດ້ງ່າຍແບບນັ້ນ. ຖ້າເຈົ້າເຂົ້າໃຈຄວາມຈິງສອງສາມຢ່າງ, ການເຂົ້າສູ່ຂອງເຈົ້າກໍຈະຫຍາບ ແລະ ຕື້ນ ແລະ ຖ້າຄວາມຈິງທີ່ເຈົ້າເຂົ້າໃຈເປັນເລື່ອງທົ່ວໄປ, ແລ້ວລາຍລະອຽດທີ່ເຈົ້າປະສົບກໍຈະມີໜ້ອຍເຊັ່ນກັນ ແລະ ເຈົ້າຈະບໍ່ມີວັນໄດ້ຮັບການຊຳລະໃຫ້ບໍລິສຸດຕໍ່ໜ້າພຣະເຈົ້າ. ພຣະເຈົ້າຂໍໃຫ້ຜູ້ຄົນສະແຫວງຫາຄວາມຈິງ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ, ສະນັ້ນ ຜູ້ຄົນຕ້ອງເຂົ້າໃຈລາຍລະອຽດເຫຼົ່ານີ້. ພວກເຈົ້າເຫັນຫຍັງຈາກສິ່ງນີ້? ພຣະເຈົ້າໄດ້ຕັດສິນໃຈແລ້ວທີ່ຈະຊ່ວຍພວກເຈົ້າໃຫ້ລອດພົ້ນ, ສະນັ້ນ ພຣະອົງຕ້ອງຈິງຈັງກັບພວກເຈົ້າ ແລະ ບໍ່ເຮັດແບບບໍ່ໃສ່ໃຈ, ມຶນງົງ ຫຼື ພໍໃຈກັບຄວາມຖືກຕ້ອງພໍປະມານ ຫຼື ສິ່ງທີ່ເກືອບຖືກຕ້ອງຢ່າງເດັດຂາດ. ສຳລັບພຣະເຈົ້າແລ້ວ, “ເກືອບຖືກຕ້ອງ”, “ສີ່ຈາກທັງໝົດຫ້າ”, “ບາງທີ” ແລະ “ອາດຈະ” ບໍ່ມີຢູ່. ຖ້າເຈົ້າຢາກໄດ້ຮັບຄວາມລອດພົ້ນ ແລະ ຢາກຍ່າງໃນເສັ້ນທາງແຫ່ງຄວາມລອດພົ້ນ, ເຈົ້າຕ້ອງເຂົ້າໃຈລາຍລະອຽດທັງໝົດນີ້ຂອງຄວາມຈິງ. ຖ້າເຈົ້າຍັງເຮັດບໍ່ໄດ້ໃນຕອນນີ້, ມັນກໍບໍ່ເປັນຫຍັງ, ການເລີ່ມຕົ້ນເຂົ້າສູ່ລາຍລະອຽດຂອງຄວາມຈິງໃນຕອນນີ້ກໍຍັງບໍ່ຊ້າເກີນໄປ. ຖ້າເຈົ້າພຽງແຕ່ພໍໃຈກັບການມີທັດສະນະຄະຕິໃນການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີໂດຍບໍ່ເຮັດຜິດພາດ ແລະ ສາມາດອ່ອນນ້ອມໄດ້ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບເຈົ້າ, ແລ້ວເຈົ້າຈະບໍ່ມີວັນເຂົ້າສູ່ຄວາມຈິງຄວາມເປັນຈິງ. ທຸກຄວາມຈິງທີ່ພຣະເຈົ້າປະທານໃຫ້ຜູ້ຄົນມີລາຍລະອຽດສະເພາະເຈາະຈົງຫຼາຍຢ່າງ ແລະ ຖ້າຜູ້ຄົນບໍ່ເຂົ້າໃຈລາຍລະອຽດເຫຼົ່ານີ້, ພວກເຂົາຈະບໍ່ມີວັນເຂົ້າໃຈຄວາມຈິງ ຫຼື ເຂົ້າໃຈເຈດຕະນາຂອງພຣະເຈົ້າ. ມັນເປັນເລື່ອງດີບໍທີ່ພຣະເຈົ້າຈິງຈັງກັບຜູ້ຄົນ? (ແມ່ນແລ້ວ.) ບໍ່ວ່າຈະເປັນເລື່ອງກ່ຽວກັບການປະຕິບັດໜ້າທີ່ຂອງພວກເຂົາ, ການອ່ອນນ້ອມຂອງພວກເຂົາ, ຄວາມສຳພັນລະຫວ່າງບຸກຄົນຂອງພວກເຂົາ ຫຼື ວິທີທີ່ພວກເຂົາເຂົ້າຫາເລື່ອງອະນາຄົດ ແລະ ຊະຕາກຳຂອງພວກເຂົາ ຫຼື ແມ່ນແຕ່ກ່ຽວກັບສິ່ງທີ່ເຮົາກຳລັງເວົ້າຢູ່ໃນຕອນນີ້ ເຊັ່ນ: ວິທີການແຍກແຍະຜູ້ຕໍ່ຕ້ານພຣະຄຣິສ, ວິທີການບໍ່ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ວິທີການປະຖິ້ມອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຄວນກຳແໜ້ນສິ່ງເຫຼົ່ານີ້ເທື່ອລະຢ່າງ. ຫຼັງຈາກທີ່ພວກເຈົ້າສາມາດແຍກແຍະລາຍລະອຽດເຫຼົ່ານີ້ໄດ້ຢ່າງແທ້ຈິງ ແລະ ບໍ່ພຽງແຕ່ຮູ້ຈັກວິທີເທດສະໜາຫຼັກຄຳສອນທີ່ງ່າຍດາຍ ແລະ ວ່າງເປົ່າເລັກນ້ອຍ, ແລ້ວພວກເຈົ້າກໍຈະໄດ້ເຂົ້າສູ່ຄວາມຈິງຄວາມເປັນຈິງ. ມີພຽງແຕ່ຄົນທີ່ເຂົ້າສູ່ຄວາມຈິງຄວາມເປັນຈິງເທົ່ານັ້ນທີ່ມີໂອກາດ ແລະ ຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ; ການເທດສະໜາພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເປັນພຽງການອອກເຫື່ອແຮງ. ຖ້າຜູ້ຄົນຢາກເຂົ້າສູ່ຄວາມຈິງຄວາມເປັນຈິງ, ພວກເຂົາຕ້ອງເລີ່ມຕົ້ນດ້ວຍລາຍລະອຽດເຫຼົ່ານີ້. ຖ້າບໍ່ດັ່ງນັ້ນ, ພວກເຂົາຈະບໍ່ມີວັນບັນລຸການປ່ຽນແປງອຸປະນິໄສ.

ວັນທີ 4 ເມສາ 2020

ກ່ອນນີ້:  ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີສີ່)

ຕໍ່ໄປ:  ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີຫົກ)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger