ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີຫົກ)

II. ຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ

ຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ທີເກົ້າຂອງການສະແດງອອກຕ່າງໆຂອງພວກຕໍ່ຕ້ານພຣະຄຣິສ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ. ຈາກນັ້ນ ພວກເຮົາກໍໄດ້ແບ່ງຜົນປະໂຫຍດຂອງພວກຕໍ່ຕ້ານພຣະຄຣິສອອກເປັນຫຼາຍຂໍ້. ຂໍ້ທີໜຶ່ງແມ່ນຄວາມປອດໄພຂອງຕົນເອງ, ຂໍ້ທີສອງແມ່ນຊື່ສຽງ ແລະ ສະຖານະຂອງພວກເຂົາເອງ ແລະ ຂໍ້ທີສາມແມ່ນຜົນປະໂຫຍດ. ຜົນປະໂຫຍດເຫຼົ່ານີ້ລວມມີຫຍັງແດ່? (ຂໍ້ທີໜຶ່ງແມ່ນການຍັກຍອກຊັບສິນຂອງເຮືອນຂອງພຣະເຈົ້າ, ຂໍ້ທີສອງແມ່ນການໃຊ້ອ້າຍເອື້ອຍນ້ອງເພື່ອຮັບໃຊ້ ແລະ ເຮັດວຽກໃຫ້ພວກເຂົາ ແລະ ຂໍ້ທີສາມແມ່ນການໃຊ້ຕຳແໜ່ງຂອງຕົນເພື່ອຫາອາຫານ, ເຄື່ອງດື່ມ ແລະ ສິ່ງອື່ນໆທີ່ຕ້ອງການໂດຍການສໍ້ໂກງ ພາຍໃຕ້ຂໍ້ອ້າງຂອງການເຊື່ອໃນພຣະເຈົ້າ.) “ສິ່ງອື່ນໆ” ເຫຼົ່ານີ້ລວມເຖິງການປະຕິບັດແບບພິເສດ, ການຈັດການກັບເລື່ອງສ່ວນຕົວຂອງພວກເຂົາ ແລະ ອື່ນໆ, ແມ່ນບໍ? (ແມ່ນແລ້ວ.) ການໂອ້ລົມໃນລັກສະນະນີ້ ໂດຍການແບ່ງຫົວຂໍ້ໃຫຍ່ອອກເປັນຫົວຂໍ້ຍ່ອຍ ແລະ ການແບ່ງຫົວຂໍ້ຍ່ອຍອອກເປັນດ້ານຕ່າງໆເພື່ອໂອ້ລົມນັ້ນ ເຮັດໃຫ້ພວກເຈົ້າຮູ້ສຶກສັບສົນບໍ? (ບໍ່, ມັນບໍ່ເຮັດໃຫ້ສັບສົນ.) ໃນຄວາມເປັນຈິງແລ້ວ ຍິ່ງມີການໂອ້ລົມກັນດ້ວຍວິທີນີ້ຫຼາຍເທົ່າໃດ ສິ່ງຕ່າງໆກໍຄວນຈະແຈ່ມແຈ້ງຂຶ້ນ. ພວກເຮົາໄດ້ໂອ້ລົມກ່ຽວກັບສາມຂໍ້ຂອງຜົນປະໂຫຍດຂອງພວກຜູ້ຕໍ່ຕ້ານພຣະຄຣິສໄປແລ້ວ ແຕ່ຍັງມີອີກຂໍ້ໜຶ່ງ ເຊິ່ງເປັນຂໍ້ສຳຄັນທີ່ສຸດ, ຂໍ້ທີສີ່ຂອງຜົນປະໂຫຍດຂອງພວກຕໍ່ຕ້ານພຣະຄຣິສ ນັ້ນກໍຄື ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ອະນາຄົດ ແລະ ໂຊກຊະຕາອາດຈະເປັນຈຸດປະສົງຫຼັກທີ່ພວກຕໍ່ຕ້ານພຣະຄຣິສແອບມີໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ພວກມັນຍັງເປັນຄວາມປາດຖະໜາທີ່ໃຫຍ່ທີ່ສຸດ ທີ່ພວກເຂົາມີໃນໃຈຂອງພວກເຂົາ ແລະ ເປັນສິ່ງສູງສຸດທີ່ພວກເຂົາສະແຫວງຫາຢູ່ໃນສ່ວນເລິກພາຍໃນໃຈຂອງພວກເຂົາ. ພວກເຈົ້າອາດຈະຄຸ້ນເຄີຍທີ່ສຸດກັບຫົວຂໍ້ກ່ຽວກັບອະນາຄົດ ແລະ ໂຊກຊະຕາ. ມັນກ່ຽວຂ້ອງກັບວ່າຜູ້ຄົນຈະຈົບລົງຢູ່ໃສ, ຜູ້ຄົນຈະໄປໃສ ຫຼື ຜູ້ຄົນກຳລັງມຸ່ງໜ້າໄປທາງໃດໃນອະນາຄົດ ຫຼື ໃນຍຸກໜ້າ, ເວົ້າສັ້ນໆກໍຄື ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ໃຫຍ່ທີ່ສຸດ ແລະ ສຳຄັນທີ່ສຸດໃນໃຈຂອງຜູ້ທີ່ເຊື່ອໃນພຣະເຈົ້າທຸກໆຄົນບໍ? (ແມ່ນແລ້ວ.) ອະນາຄົດ ແລະ ໂຊກຊະຕາແມ່ນສຳຄັນຢ່າງຍິ່ງສຳລັບທຸກຄົນທີ່ເຊື່ອໃນພຣະເຈົ້າ. ດັ່ງນັ້ນ ມັນຈຶ່ງບໍ່ຈຳເປັນຕ້ອງເວົ້າເລີຍວ່າ ສຳລັບພວກຕໍ່ຕ້ານພຣະຄຣິສແລ້ວ ສ່ວນທີ່ເປັນແກນກາງທີ່ສຸດໃນຜົນປະໂຫຍດຂອງພວກເຂົາຈະຕ້ອງເປັນອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ ນັ້ນກໍຄື ຈຸດໝາຍປາຍທາງຂອງພວກເຂົາ.

4. ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ

ໃຫ້ພວກເຮົາໂອ້ລົມກັນກ່ຽວກັບອະນາຄົດ ແລະ ໂຊກຊະຕາພາຍໃນຜົນປະໂຫຍດຂອງພວກຜູ້ຕໍ່ຕ້ານພຣະຄຣິສຈາກຫຼາກຫຼາຍມຸມມອງ ແລະ ຫຼາຍດ້ານ ເພື່ອວ່າສິ່ງຕ່າງໆຈະຊັດເຈນຂຶ້ນພໍສົມຄວນ. ຜົນປະໂຫຍດຕ່າງໆຂອງພວກຕໍ່ຕ້ານພຣະຄຣິສທີ່ພວກເຮົາໄດ້ໂອ້ລົມກັນມາກ່ອນໜ້ານີ້ ລວມມີທັງຜົນປະໂຫຍດທາງວັດຖຸ ແລະ ຜົນປະໂຫຍດທີ່ບໍ່ແມ່ນທາງວັດຖຸ. ຕົວຢ່າງ: ຄວາມປອດໄພຂອງຕົນເອງ, ຊື່ສຽງ ແລະ ສະຖານະຂອງຕົນເອງລ້ວນແຕ່ເປັນຜົນປະໂຫຍດທີ່ບໍ່ແມ່ນທາງວັດຖຸ; ພວກມັນເປັນພຽງສິ່ງທີ່ຈັບຕ້ອງບໍ່ໄດ້ໃນໂລກຝ່າຍວິນຍານຂອງພວກເຂົາ. ໃນຂະນະທີ່ຜົນປະໂຫຍດທາງວັດຖຸລວມມີຊັບສິນ, ອາຫານ ແລະ ເຄື່ອງດື່ມ ພ້ອມທັງການປະຕິບັດແບບພິເສດ, ຄວາມເພີດເພີນທາງວັດຖຸ ແລະ ອື່ນໆອີກ. ແລ້ວອະນາຄົດ ແລະ ໂຊກຊະຕາໃນການໂອ້ລົມມື້ນີ້ກ່ຽວຂ້ອງກັບຫຍັງ? ຖ້າພວກເຮົາເບິ່ງພວກມັນຈາກມຸມມອງຂອງແນວຄິດມະນຸດ, ສິ່ງເຫຼົ່ານີ້ເປັນສິ່ງທີ່ຈັບຕ້ອງໄດ້ ຫຼື ຈັບຕ້ອງບໍ່ໄດ້? (ພວກມັນເປັນສິ່ງທີ່ຈັບຕ້ອງບໍ່ໄດ້.) ສະນັ້ນ ພວກມັນຈະຕ້ອງເປັນສິ່ງທີ່ມີຢູ່ໃນໂລກຝ່າຍວິນຍານຂອງຜູ້ຄົນ, ໃນແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ໃນຈິດໃຈຂອງພວກເຂົາ. ສຳລັບຜູ້ຄົນແລ້ວ ສິ່ງເຫຼົ່ານີ້ເປັນຄວາມຫວັງ ແລະ ເຄື່ອງຄໍ້າຊູຈິດໃຈປະເພດໜຶ່ງ ແລະ ພວກມັນກໍຄືສິ່ງທີ່ຜູ້ຄົນໃຊ້ເວລາທັງຊີວິດເພື່ອສະແຫວງຫາ. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ສຳລັບຜູ້ຄົນ, ພວກມັນກໍຄອບຄອງຕຳແໜ່ງທີ່ມີບົດບາດສຳຄັນໃນໃຈຂອງຜູ້ຄົນ, ຍຶດຄອງທັງຊີວິດຂອງຜູ້ຄົນ ແລະ ຄວບຄຸມຄວາມຄິດ ແລະ ການກະທຳຂອງພວກເຂົາ, ເຈດຕະນາຂອງພວກເຂົາ ແລະ ທິດທາງໃນການສະແຫວງຫາຂອງພວກເຂົາ. ສະນັ້ນ ອະນາຄົດ ແລະ ໂຊກຊະຕາຈຶ່ງສຳຄັນຢ່າງຍິ່ງສຳລັບທຸກຄົນ! ເຖິງແມ່ນວ່າອະນາຄົດ ແລະ ໂຊກຊະຕາຈະສຳຄັນ, ພວກຜູ້ຕໍ່ຕ້ານພຣະຄຣິສສະແຫວງຫາພວກມັນໃນວິທີທາງທີ່ແຕກຕ່າງໄປຈາກຄົນທຳມະດາສາມັນຢ່າງສິ້ນເຊີງ. ຄວາມແຕກຕ່າງນັ້ນແມ່ນຫຍັງແທ້? ດ້ານໃດແດ່ທີ່ສະແດງໃຫ້ເຫັນສິ່ງນີ້ ແລະ ເຮັດໃຫ້ຜູ້ຄົນເຫັນຢ່າງຊັດເຈນ ແລະ ແຍກແຍະໄດ້ວ່າມັນເປັນວິທີການສະແຫວງຫາຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເປັນລັກສະນະສະເພາະຂອງຜູ້ຕໍ່ຕ້ານພຣະຄຣິສ? ສິ່ງນີ້ບໍ່ສົມຄວນແກ່ການສົນທະນາ ແລະ ໂອ້ລົມກັນບໍ? ແນ່ນອນວ່າ ການສະແດງອອກຂອງຫຼາຍຄົນນັ້ນມີຄວາມຄ້າຍຄືກັນຫຼາຍຢ່າງ ເມື່ອທຽບໃສ່ການສະແດງອອກຂອງພວກຕໍ່ຕ້ານພຣະຄຣິສແທ້ໆ ແລະ ຄົນທີ່ມີແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ. ແຕ່ເຖິງແມ່ນວ່າການສະແດງອອກ ແລະ ອຸປະນິໄສຂອງພວກເຂົາຈະຄືກັນກໍຕາມ, ແກ່ນແທ້ຂອງພວກເຂົາກໍແຕກຕ່າງກັນ. ໃຫ້ພວກເຮົາໂອ້ລົມກັນກ່ຽວກັບຂໍ້ທີສີ່ຂອງຜົນປະໂຫຍດຂອງພວກຕໍ່ຕ້ານພຣະຄຣິສ ນັ້ນກໍຄື ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ ຈາກດ້ານຕ່າງໆ.

ພວກເຮົາຈະໄຈ້ແຍກອະນາຄົດ ແລະ ໂຊກຊະຕາໄດ້ແນວໃດ? ພວກເຮົາສາມາດໃຊ້ວິທີການໃດ ແລະ ຕົວຢ່າງໃດແດ່ ເພື່ອໄຈ້ແຍກວ່າ ອະນາຄົດ ແລະ ໂຊກຊະຕາໃນຜົນປະໂຫຍດຂອງພວກຕໍ່ຕ້ານພຣະຄຣິສບໍ່ສອດຄ່ອງກັບຄວາມຈິງ ແລະ ພວກມັນຄືການເປີດເຜີຍເຖິງແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ? ພວກມັນສາມາດຖືກໄຈ້ແຍກຈາກດ້ານໃດແດ່? ສິ່ງນີ້ແມ່ນຈຳເປັນຕ້ອງມີການກວດສອບຢ່າງລະມັດລະວັງ. ໃຫ້ພວກເຮົາແບ່ງເລື່ອງນີ້ອອກເປັນຫຼາຍໝວດໃຫຍ່ ເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສໄດ້ຢ່າງຖືກຕ້ອງ ແລະ ຊັດເຈນຍິ່ງຂຶ້ນ. ຂໍ້ທີໜຶ່ງແມ່ນພວກຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າແນວໃດ, ຂໍ້ທີສອງແມ່ນພວກເຂົາປະຕິບັດຕໍ່ໜ້າທີ່ຂອງພວກເຂົາແນວໃດ, ຂໍ້ທີສາມແມ່ນພວກເຂົາປະຕິບັດຕໍ່ການຖືກລິຮານແນວໃດ, ຂໍ້ທີສີ່ແມ່ນພວກເຂົາປະຕິບັດຕໍ່ຄຳຮຽກຂານ “ຜູ້ຮັບໃຊ້” ແນວໃດ ແລະ ຂໍ້ທີຫ້າແມ່ນພວກຕໍ່ຕ້ານພຣະຄຣິສເຂົ້າຫາສະຖານະຂອງພວກເຂົາໃນຄຣິສຕະຈັກແນວໃດ. ເປັນຫຍັງຈຶ່ງຕ້ອງເປັນຫ້າໝວດນີ້? ລອງຄິດເບິ່ງ. ພວກເຈົ້າສາມາດມີຄວາມເຂົ້າໃຈເລັກໜ້ອຍກ່ຽວກັບແຕ່ລະຂໍ້ໄດ້ບໍ? ພວກເຈົ້າສາມາດຊອກຫາການສະແດງອອກ ຫຼື ອຸປະນິໄສທີ່ສອດຄ່ອງກັນ ເຊິ່ງເປັນຂອງພວກຕໍ່ຕ້ານພຣະຄຣິສໄດ້ບໍ? ອັນໃດແດ່ແທ້ທີ່ຄວນຖືກໄຈ້ແຍກບົນພື້ນຖານຂອງຫ້າໝວດນີ້? ກ່ຽວກັບໝວດເຫຼົ່ານີ້, ລັກສະນະຫຼັກຂອງພວກຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສຫຼັກທີ່ພວກເຂົາສະແດງອອກແມ່ນຫຍັງ ແລະ ການສະແດງອອກຂອງຜູ້ທີ່ສະແຫວງຫາຄວາມຈິງຢ່າງເປັນປົກກະຕິ ແລະ ຄົນທີ່ເສື່ອມຊາມໂດຍທຳມະດາແມ່ນຫຍັງ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນທີ່ເສື່ອມຊາມໂດຍທຳມະດາ? ຄວາມແຕກຕ່າງເຫຼົ່ານີ້ຢູ່ບ່ອນໃດ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງເສັ້ນທາງທີ່ພວກເຂົາໄດ້ເລືອກ? ແມ່ນຫຍັງຄືຄວາມແຕກຕ່າງໃນການສະແດງອອກຂອງພວກເຂົາ? ພວກເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບໝວດເຫຼົ່ານີ້ບໍ? (ໃນຫ້າໝວດນີ້, ໂດຍຫຼັກໆແລ້ວພວກຕໍ່ຕ້ານພຣະຄຣິສຈະບໍ່ເບິ່ງສິ່ງຕ່າງໆ ໂດຍອີງໃສ່ຄວາມຈິງໃນພຣະທຳຂອງພຣະເຈົ້າ. ພວກເຂົາມັກຈະໃຊ້ຮູບລັກສະນະທີ່ຜິວເຜີນຂອງບາງສິ່ງບາງຢ່າງ ຫຼື ສະຖານະການຂອງພວກເຂົາເອງ ເພື່ອຄາດເດົາເຈດຕະນາຂອງພຣະເຈົ້າ ໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ ເພື່ອເບິ່ງວ່າພວກເຂົາມີອະນາຄົດ ແລະ ໂຊກຊະຕາໃດໆ ຫຼື ບໍ່. ຕົວຢ່າງ: ເມື່ອເວົ້າເຖິງໜ້າທີ່ຂອງພວກເຂົາ, ຖ້າພວກເຂົາສາມາດຢູ່ໃນຈຸດສົນໃຈ ແລະ ຕອບສະໜອງຄວາມປາດຖະໜາ, ຄວາມທະນົງຕົວ ແລະ ຄວາມພາກພູມໃຈຂອງພວກເຂົາໄດ້ ພວກເຂົາກໍຈະຮູ້ສຶກຄືກັບວ່າພວກເຂົາເປັນຄົນທີ່ມີປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ຄືກັບວ່າພວກເຂົາມີອະນາຄົດ ແລະ ໂຊກຊະຕາ. ທັນທີທີ່ພວກເຂົາຖືກລິຮານ ພວກເຂົາກໍຈະຮູ້ສຶກວ່າພຣະເຈົ້າບໍ່ພໍໃຈກັບພວກເຂົາ, ພຣະເຈົ້າຜິດຫວັງກັບພວກເຂົາ ແລະ ພວກເຂົາກໍຈະເລີ່ມທໍ້ແທ້ ແລະ ຜິດຫວັງກ່ຽວກັບຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຄິດລົບ ແລະ ການຕໍ່ຕ້ານກໍຈະເກີດຂຶ້ນພາຍໃນພວກເຂົາ.) ການສະຫຼຸບນີ້ໄດ້ໃຫ້ແສງສະຫວ່າງບາງຢ່າງ ແລະ ແຕະຕ້ອງເລັກນ້ອຍເຖິງຄວາມຈິງພາຍໃນເລື່ອງນີ້. ໂດຍຕັດສິນຈາກຄວາມໝາຍທົ່ວໄປຂອງສິ່ງທີ່ພວກເຈົ້າໄດ້ເວົ້າ, ພວກເຈົ້າອາດຈະມີຄວາມເຂົ້າໃຈພື້ນຖານກ່ຽວກັບຫ້າໝວດນີ້ແລ້ວ. ຕໍ່ໄປ ພວກເຮົາຈະໂອ້ລົມກັນກ່ຽວກັບພວກມັນເທື່ອລະໝວດ.

1.) ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າ

ໝວດທີໜຶ່ງແມ່ນວິທີທີ່ພວກຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າ. ພວກຜູ້ຕໍ່ຕ້ານພຣະຄຣິສເປັນຄົນທີ່ເຊື່ອ ແລະ ຕິດຕາມພຣະເຈົ້າເຊັ່ນກັນ; ພວກເຂົາກໍມີພຣະທຳຂອງພຣະເຈົ້າຢູ່ໃນມືຂອງພວກເຂົາ, ຟັງການເທດສະໜາ, ເຂົ້າຮ່ວມການເຕົ້າໂຮມ ແລະ ມີຊີວິດຝ່າຍວິນຍານທີ່ເປັນປົກກະຕິ. ສຳລັບພວກຜູ້ຕໍ່ຕ້ານພຣະຄຣິສແລ້ວ ການອ່ານພຣະທຳຂອງພຣະເຈົ້າກໍເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາເຊັ່ນກັນ ແລະ ພວກເຂົາເຮັດສິ່ງນີ້ເລື້ອຍໆ. ເຖິງແມ່ນທັງສອງອ່ານພຣະທຳຂອງພຣະເຈົ້າ, ພວກຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງຈາກຜູ້ທີ່ສະແຫວງຫາຄວາມຈິງ; ພວກເຂົາມີທັດສະນະຄະຕິຕໍ່ພຣະທຳຂອງພຣະເຈົ້າ ແຕກຕ່າງກັນໂດຍສິ້ນເຊີງ. ແລ້ວພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າແນວໃດ? ກ່ອນອື່ນໝົດ ພວກເຂົາຄົ້ນຄວ້າ ແລະ ວິເຄາະພຣະທຳຂອງພຣະເຈົ້າ ໂດຍສຶກສາພຣະທຳເຫຼົ່ານັ້ນຈາກທັດສະນະຄະຕິ ແລະ ມຸມມອງທີ່ແປກປະຫຼາດ. ເປັນຫຍັງເຮົາຈຶ່ງເອີ້ນມັນວ່າ “ການສຶກສາ”? ອີງໃສ່ສະຖານະການທີ່ເປັນຈິງ ພວກຜູ້ຕໍ່ຕ້ານພຣະຄຣິສຈຳເປັນຕ້ອງຍອມຮັບວ່າ ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍຍັງຮູ້ສຶກໃນໃຈຂອງພວກເຂົາວ່າ ພຣະທຳຂອງພຣະເຈົ້ານັ້ນສູງສົ່ງຫຼາຍຈົນຄົນທຳມະດາບໍ່ສາມາດສະແດງອອກມາໄດ້ ແລະ ບໍ່ສາມາດຊອກຫາພຣະທຳເຫຼົ່ານີ້ໄດ້ຈາກບ່ອນອື່ນອີກ. ບົນພື້ນຖານນີ້ ພວກເຂົາບໍ່ມີທາງເລືອກອື່ນ ນອກຈາກຍອມຮັບວ່າສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຈົ້າ ແຕ່ພວກເຂົາຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງບໍ? ພວກເຂົາບໍ່ໄດ້ຍອມຮັບ. ແລ້ວເປັນຫຍັງພວກຕໍ່ຕ້ານພຣະຄຣິສຈຶ່ງຍັງອ່ານພຣະທຳຂອງພຣະເຈົ້າຢູ່? ເພາະວ່າ ໃນພຣະທຳຂອງພຣະເຈົ້າ ມີສິ່ງທີ່ພວກເຂົາຕ້ອງການ, ສິ່ງທີ່ພວກເຂົາຢາກຮູ້ ແລະ ສິ່ງທີ່ຄໍ້າຊູພວກເຂົາໃນໂລກຝ່າຍວິນຍານຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນຫຍັງ? ແນ່ນອນວ່າ ພວກມັນກ່ຽວຂ້ອງຢ່າງໃກ້ຊິດກັບອະນາຄົດ ແລະ ໂຊກຊະຕາຂອງພວກຕໍ່ຕ້ານພຣະຄຣິສ. ເມື່ອພວກຕໍ່ຕ້ານພຣະຄຣິສສຶກສາພຣະທຳຂອງພຣະເຈົ້າ ພວກເຂົາກໍມັກຈະຊອກຫາພຣະທຳທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງ, ຜົນສຸດທ້າຍ, ບ່ອນທີ່ຜູ້ຄົນຈະຈົບລົງໃນອະນາຄົດ ແລະ ອື່ນໆອີກ. ສະນັ້ນ ການອ່ານພຣະທຳຂອງພຣະເຈົ້າຂອງພວກຕໍ່ຕ້ານພຣະຄຣິສຈຶ່ງຖືກເອີ້ນວ່າ “ການສຶກສາ”, ພວກເຂົາກຳລັງຄົ້ນຄວ້າ, ວິເຄາະ ແລະ ຕັດສິນພຣະທຳຂອງພຣະເຈົ້າ ໃນຂະນະທີ່ອ່ານພຣະທຳເຫຼົ່ານັ້ນ. ພວກເຂົາຄົ້ນຄວ້າພຣະທຳຂອງພຣະອົງ ໃນຂະນະທີ່ພວກເຂົາອ່ານ: “ຈາກນໍ້າສຽງຂອງພຣະເຈົ້າ ເບິ່ງຄືວ່າພຣະອົງຈະບໍ່ມັກຄົນປະເພດນີ້. ເປັນຫຍັງຂ້ອຍຈຶ່ງຮູ້ສຶກຄືກັບວ່າຂ້ອຍເປັນໜຶ່ງໃນພວກເຂົາ? ຂ້ອຍຄວນຊອກຫາວ່າ ພຣະເຈົ້າໄດ້ມອບຈຸດໝາຍປາຍທາງຫຍັງໃຫ້ກັບຄົນເຫຼົ່ານີ້”. ເມື່ອພວກເຂົາເຫັນພຣະເຈົ້າກ່າວກ່ຽວກັບການເຕະຄົນດັ່ງກ່າວລົງໄປໃນຂຸມເລິກ ພວກເຂົາກໍຄິດກັບຕົນເອງວ່າ “ນີ້ບໍ່ດີເລີຍ. ການຖືກເຕະລົງໄປໃນຂຸມເລິກໝາຍຄວາມວ່າຈົບສິ້ນແລ້ວ ແມ່ນບໍ? ຄົນປະເພດນີ້ບໍ່ມີອະນາຄົດ ແລະ ພວກເຂົາບໍ່ມີຈຸດໝາຍປາຍທາງທີ່ດີ ແລ້ວຂ້ອຍຄວນເຮັດແນວໃດດີ?” ພວກເຂົາຮູ້ສຶກປວດໜ່ວງໆ, ບໍ່ສະບາຍໃຈ ແລະ ອຶດອັດພາຍໃນໃຈຂອງພວກເຂົາ. “ນີ້ແມ່ນວິທີທີ່ພຣະເຈົ້າປະຕິບັດຕໍ່ຄົນແບບນີ້ແທ້ໆບໍ? ບໍ່ໄດ້, ຂ້ອຍຍອມແພ້ບໍ່ໄດ້”. ດ້ວຍເຫດນີ້ ພວກເຂົາຈຶ່ງສືບຕໍ່ຄົ້ນຫາພຣະທຳຂອງພຣະເຈົ້າ. ເມື່ອພວກເຂົາເຫັນພຣະທຳຂອງພຣະເຈົ້າທີ່ກ່າວວ່າ “ບຸດຊາຍຂອງເຮົາ, ເຮົາຈະເຮັດສິ່ງນີ້ ແລະ ສິ່ງນັ້ນສຳລັບພວກເຈົ້າ ແລະ ສິ່ງນີ້ ແລະ ສິ່ງນັ້ນກໍຈະເກີດຂຶ້ນກັບພວກເຈົ້າ”, ພວກເຂົາກໍບໍ່ຮູ້ສຶກບໍ່ດີອີກຕໍ່ໄປ. “ພຣະທຳຂອງພຣະເຈົ້າເຮັດໃຫ້ໃຈຂ້ອຍອົບອຸ່ນ, ພວກມັນຊ່າງວິເສດແທ້ໆ. ຂ້ອຍເປັນໜຶ່ງໃນ ‘ບຸດຊາຍ’ ທີ່ພຣະເຈົ້າກ່າວເຖິງ”. ຈາກນັ້ນ ພວກເຂົາກໍເຫັນການກ່າວເຖິງ “ບຸດຊາຍຄົນທຳອິດ” ແລະ “ປົກຄອງໃນຖານະກະສັດ” ໃນພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍຄິດວ່າ “ດີເລີຍ! ມີຜົນປະໂຫຍດ ແລະ ອະນາຄົດທີ່ສົດໃສໃນການເຊື່ອໃນພຣະເຈົ້າ. ຂ້ອຍໄດ້ເລືອກເສັ້ນທາງຖືກແລ້ວ. ຂ້ອຍໄດ້ເດີມພັນຖືກແລ້ວ. ຂ້ອຍຕ້ອງໝັ່ນພຽນໃນຄວາມເຊື່ອຂອງຂ້ອຍ ແລະ ຍຶດໝັ້ນເສື້ອຄຸມຂອງພຣະເຈົ້າໄວ້. ຂ້ອຍຈະຕ້ອງບໍ່ຍອມແພ້ ແມ່ນແຕ່ໃນຊ່ວງເວລາສຸດທ້າຍກໍຕາມ!” ເມື່ອພວກເຂົາອ່ານຕໍ່ໄປ ພວກເຂົາກໍເຫັນພຣະທຳຂອງພຣະເຈົ້າກ່າວເຖິງ “ຄົນທີ່ຕິດຕາມຈົນເຖິງທີ່ສຸດກໍຈະຖືກຊ່ວຍໃຫ້ລອດພົ້ນ”. ສຳລັບພວກຕໍ່ຕ້ານພຣະຄຣິສແລ້ວ ການອ່ານສິ່ງນີ້ກໍປຽບເໝືອນການຄວ້າເອົາເຊືອກຊ່ວຍຊີວິດ. “ຂ້ອຍຈະປະຕິບັດຕາມພຣະທຳເຫຼົ່ານີ້. ບໍ່ວ່າຈະເວລາໃດ ແລະ ສະຖານທີ່ໃດກໍຕາມ ແລະ ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ ເຖິງແມ່ນວ່າເມື່ອນໍ້າທະເລຈະເຫືອດແຫ້ງ ແລະ ຫີນຈະກາຍເປັນຝຸ່ນ, ເຖິງແມ່ນວ່າທະເລສີຟ້າຈະກາຍເປັນທົ່ງນາສີຂຽວກໍຕາມ ພຣະທຳເຫຼົ່ານີ້ກໍຈະບໍ່ປ່ຽນແປງ. ເຖິງແມ່ນວ່າສະຫວັນ ແລະ ແຜ່ນດິນໂລກຈະສູນສິ້ນໄປກໍຕາມ ພຣະທຳເຫຼົ່ານີ້ກໍຈະບໍ່ສູນສິ້ນໄປ. ສະນັ້ນ ຕາບໃດທີ່ຂ້ອຍຮັກສາພຣະທຳເຫຼົ່ານີ້ໄວ້ ຂ້ອຍກໍຍ່ອມມີຜົນສຸດທ້າຍທີ່ດີ, ມີຈຸດໝາຍປາຍທາງທີ່ດີ, ແມ່ນບໍ? ອະນາຄົດ ແລະ ໂຊກຊະຕາຂອງຂ້ອຍກໍຈະຖືກກຳນົດໄວ້ຢ່າງແນ່ນອນແລ້ວບໍ? ດີເລີຍ! ຂ້ອຍຈະຕ້ອງເປັນຄົນທີ່ຕິດຕາມຈົນເຖິງທີ່ສຸດ!” ໂດຍການຄົ້ນຫາຄັ້ງແລ້ວຄັ້ງເລົ່າ, ການຄົ້ນຄວ້າແບບນີ້ ແລະ ການວິເຄາະແບບນັ້ນ ໃນທີ່ສຸດພວກເຂົາກໍພົບເຊືອກຊ່ວຍຊີວິດໃນພຣະທຳຂອງພຣະເຈົ້າ ແລະ ຄົ້ນພົບ “ຄວາມລັບ” ທີ່ຍິ່ງໃຫຍ່ທີ່ສຸດ. ພວກເຂົາເຕັມໄປດ້ວຍຄວາມປິຕິຍິນດີ: “ໃນທີ່ສຸດ ຂ້ອຍກໍບໍ່ຕ້ອງກັງວົນອີກຕໍ່ໄປວ່າຈະຖືກກຳຈັດ, ຂ້ອຍບໍ່ຕ້ອງກັງວົນວ່າຈະໄປທະເລສາບແຫ່ງໄຟ ແລະ ມາດ, ຂ້ອຍບໍ່ຕ້ອງກັງວົນວ່າຈະຕົກນະຮົກ. ໃນທີ່ສຸດ ຂ້ອຍກໍພົບຈຸດໝາຍປາຍທາງຂອງຂ້ອຍແລ້ວ ແລະ ໃນທີ່ສຸດຂ້ອຍກໍພົບທາງຜ່ານໄປສູ່ສະຫວັນ ເຊິ່ງເປັນຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດຊາດ, ຊ່າງວິເສດແທ້ໆ!” ແຕ່ສິ່ງນີ້ກໍຄົງຢູ່ໄດ້ບໍ່ດົນ ແລະ ເມື່ອພວກເຂົາອ່ານບົດໜຶ່ງໃນພຣະທຳຂອງພຣະເຈົ້າ “ວ່າດ້ວຍເລື່ອງຈຸດໝາຍປາຍທາງ”, ພວກເຂົາກໍຄິດວ່າ: “ພຣະທຳເຫຼົ່ານີ້ກ່າວແນວໃດກ່ຽວກັບຈຸດໝາຍປາຍທາງ? ເບິ່ງຄືວ່າພຣະເຈົ້າບໍ່ໄດ້ກ່າວຢ່າງສະເພາະເຈາະຈົງຫຼາຍ ກ່ຽວກັບຈຸດໝາຍປາຍທາງຂອງຄົນປະເພດຕ່າງໆ. ພຣະເຈົ້າໝາຍຄວາມວ່າແນວໃດແທ້? ຂ້ອຍຄວນເຮັດແນວໃດ? ຂ້ອຍບໍ່ຄວນກັງວົນ, ຂ້ອຍຕ້ອງສືບຕໍ່ອ່ານ”. ຈາກນັ້ນ ເມື່ອພວກເຂົາເຫັນພຣະເຈົ້າກ່າວວ່າ “ກະກຽມການກະທໍາທີ່ດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ”, ພວກເຂົາກໍຄິດກ່ຽວກັບມັນຕື່ມອີກ. “ຖ້າຂ້ອຍຢາກມີຈຸດໝາຍປາຍທາງທີ່ດີ ຂ້ອຍກໍຈຳເປັນຕ້ອງກະກຽມການກະທຳທີ່ດີໃຫ້ພຽງພໍ. ໃນເມື່ອຕອນນີ້ພຣະເຈົ້າໄດ້ວາງເງື່ອນໄຂໄວ້ແລ້ວ ສິ່ງນີ້ກໍເຮັດໃຫ້ທຸກຢ່າງງ່າຍຂຶ້ນ. ຂ້ອຍບໍ່ຈຳເປັນຕ້ອງສືບຕໍ່ມີສ່ວນຮ່ວມໃນຄວາມພະຍາຍາມທີ່ໄຮ້ປະໂຫຍດ ແລະ ການລົງມືເຮັດແບບສູນເປົ່າອີກຕໍ່ໄປ, ຕອນນີ້ຂ້ອຍຮູ້ແລ້ວວ່າຂ້ອຍຄວນທຸ້ມເທຄວາມພະຍາຍາມຂອງຂ້ອຍໄປໃສ”. ຜ່ານການໂອ້ລົມ ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ຮຽນຮູ້ວ່າການກະທຳທີ່ດີແມ່ນຫຍັງ, ຊອກຫາ “ເສັ້ນທາງ” ແລະ ມີວິທີແກ້ໄຂ. “ເບິ່ງຄືກັບວ່າມັນເປັນເລື່ອງງ່າຍໆ. ການໃຫ້ທານ ແລະ ການຖວາຍແມ່ນການກະທຳທີ່ດີ. ການເທດສະໜາພຣະກິດຕິຄຸນ ແລະ ການໄດ້ຮັບຜູ້ຄົນຫຼາຍຂຶ້ນແມ່ນການກະທຳທີ່ດີ. ການຊ່ວຍເຫຼືອອ້າຍເອື້ອຍນ້ອງແມ່ນການກະທຳທີ່ດີ. ການສະລະສິ່ງທີ່ຂ້ອຍໃຫ້ຄຸນຄ່າແມ່ນການກະທຳທີ່ດີ. ສຳລັບຈຸດໝາຍປາຍທາງຂອງຂ້ອຍ ຂ້ອຍຈະເດີມພັນທຸກຢ່າງ; ຂ້ອຍຈະສະລະທຸກສິ່ງເຫຼົ່ານີ້!” ແຕ່ຫຼັງຈາກນັ້ນພວກເຂົາກໍຄິດວ່າ “ບໍ່ໄດ້. ຖ້າຂ້ອຍສະລະເງິນ ແລະ ຊັບສິນທາງວັດຖຸທັງໝົດຂອງຂ້ອຍ ແລ້ວຂ້ອຍຈະດຳລົງຊີວິດແນວໃດໃນອະນາຄົດ? ຂ້ອຍຄວນອ່ານພຣະທຳຂອງພຣະເຈົ້າ ເພື່ອເບິ່ງກ່ອນວ່າພາລະກິດຂອງພຣະອົງຈະສິ້ນສຸດລົງເມື່ອໃດ ແລະ ຜູ້ຄົນຈະບໍ່ຕ້ອງການສິ່ງເຫຼົ່ານີ້ໃນຊີວິດຂອງພວກເຂົາເທິງແຜ່ນດິນໂລກອີກຕໍ່ໄປເມື່ອໃດ. ຂ້ອຍບໍ່ຄວນຟ້າວຟັ່ງ. ແຕ່ຖ້າຂ້ອຍບໍ່ຖວາຍສິ່ງເຫຼົ່ານີ້ ແລ້ວຂ້ອຍຈະສາມາດກະກຽມການກະທຳທີ່ດີໄດ້ແນວໃດ? ການເປັນເຈົ້າພາບຕ້ອນຮັບອ້າຍເອື້ອຍນ້ອງບາງຄົນ ແລະ ການເທດສະໜາພຣະກິດຕິຄຸນເພື່ອໃຫ້ໄດ້ຮັບຜູ້ຄົນເປັນສິ່ງທີ່ເຮັດໄດ້ງ່າຍ. ຂ້ອຍສາມາດບັນລຸສິ່ງເຫຼົ່ານີ້ໄດ້”. ໃນຂະນະທີ່ກະກຽມການກະທຳທີ່ດີ ໃນໃຈຂອງພວກເຂົາກໍມັກຈະນັບຢູ່ສະເໝີວ່າ ພວກເຂົາໄດ້ກະກຽມການກະທຳທີ່ດີຫຼາຍສໍ່າໃດແລ້ວ ແລະ ພວກເຂົາມີໂອກາດທີ່ຈະມີຈຸດໝາຍປາຍທາງທີ່ດີຫຼາຍສໍ່າໃດ. “ຂ້ອຍໄດ້ກະກຽມການກະທຳທີ່ດີຕັ້ງຫຼາຍຢ່າງ ແຕ່ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຫ້ຄຳຕອບທີ່ຊັດເຈນກ່ຽວກັບຈຸດຈົບຂອງຂ້ອຍ? ພາລະກິດຂອງພຣະເຈົ້າຍັງບໍ່ສິ້ນສຸດລົງເທື່ອ ແລ້ວຂ້ອຍຄວນເຮັດແນວໃດດີ? ບໍ່ໄດ້, ຂ້ອຍຕ້ອງເບິ່ງວ່າພຣະທຳຂອງພຣະເຈົ້າຍັງກ່າວຫຍັງອີກແດ່ກ່ຽວກັບອະນາຄົດ ແລະ ໂຊກຊະຕາ ແລະ ພວກມັນມີຄຳອະທິບາຍສະເພາະເຈາະຈົງອັນໃດອີກແດ່”. ພວກເຂົາສືບຕໍ່ຄົ້ນຫາພຣະທຳຂອງພຣະເຈົ້າຄັ້ງແລ້ວຄັ້ງເລົ່າ. ຖ້າພວກເຂົາພົບສິ່ງທີ່ເປັນປະໂຫຍດຕໍ່ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ ພວກເຂົາກໍຮູ້ສຶກມີຄວາມສຸກ; ຖ້າພວກເຂົາພົບສິ່ງທີ່ຂັດແຍ່ງກັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ ພວກເຂົາກໍຮູ້ສຶກເຈັບປວດ. ດ້ວຍວິທີນີ້ ໃນຊ່ວງຫຼາຍປີທີ່ພວກເຂົາອ່ານພຣະທຳຂອງພຣະເຈົ້າ ພວກເຂົາຮູ້ສຶກຄິດລົບ ແລະ ອ່ອນແອຊໍ້າແລ້ວຊໍ້າອີກ ຍ້ອນພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍຮູ້ສຶກເປັນບວກ, ມີຄວາມສຸກ ແລະ ປິຕິຍິນດີຊໍ້າແລ້ວຊໍ້າອີກ ຍ້ອນພຣະທຳຂອງພຣະອົງ. ເຖິງຢ່າງໃດກໍຕາມ ບໍ່ວ່າພວກເຂົາຈະສ້າງສະພາວະ ຫຼື ອາລົມໃດກໍຕາມ ພວກເຂົາກໍບໍ່ສາມາດຫຼຸດພົ້ນຈາກຄວາມຫຼົງໄຫຼໃນຈຸດໝາຍປາຍທາງ, ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາໄດ້ ແລະ ພວກເຂົາກໍສືບຕໍ່ຄົ້ນຫາການກຳນົດ ແລະ ຄຳຕັດສິນກ່ຽວກັບຜົນສຸດທ້າຍຂອງຄົນປະເພດຕ່າງໆ ໃນພຣະທຳຂອງພຣະເຈົ້າ. ເວົ້າສັ້ນໆກໍຄື ພວກເຂົາທຸ້ມເທຄວາມພະຍາຍາມທັງໝົດທີ່ພວກເຂົາສາມາດເຮັດໄດ້ໄປກັບພຣະທຳຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະອ່ານພຣະທຳຂອງພຣະເຈົ້າແນວໃດກໍຕາມ ພວກເຂົາກໍພຽງແຕ່ບໍ່ຮູ້ວ່າມີຄວາມຈິງ, ເສັ້ນທາງ ແລະ ຊີວິດຢູ່ໃນພຣະທຳຂອງພຣະເຈົ້າ. ພວກເຂົາຮູ້ພຽງແຕ່ວ່າໃນພຣະທຳຂອງພຣະເຈົ້າ ພວກເຂົາສາມາດຄົ້ນພົບຈຸດໝາຍປາຍທາງຂອງພວກເຂົາ, ຈຸດໝາຍປາຍທາງຂອງມະນຸດຊາດ ແລະ ວິທີທີ່ຈະຫຼີກລ່ຽງການຕົກນະຮົກ ແລະ ການສູນເສຍຈຸດໝາຍປາຍທາງຂອງພວກເຂົາ. ສະນັ້ນ ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າໃນລັກສະນະນີ້ເປັນເວລາຫຼາຍປີ ພວກເຂົາໄດ້ຮັບຫຍັງແດ່? ພວກເຂົາສາມາດເວົ້າກ່ຽວກັບຫຼັກຄຳສອນ ແລະ ທິດສະດີທາງວິນຍານທີ່ຖືກຕ້ອງຫຼາຍຢ່າງ ແຕ່ພວກເຂົາບໍ່ສາມາດເຊື່ອມໂຍງພຣະທຳຂອງພຣະເຈົ້າເຂົ້າກັບແກ່ນແທ້ຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້າ, ກະບົດຕໍ່ພຣະເຈົ້າ, ບໍ່ປະຕິບັດຄວາມຈິງ ແລະ ບໍ່ຮັກຄວາມຈິງຂອງພວກເຂົາໄດ້ເລີຍຢ່າງເດັດຂາດ.

ພວກຕໍ່ຕ້ານພຣະຄຣິສມັກຈະຄົ້ນຄວ້າ ແລະ ຊອກຫາການເປີດເຜີຍຂອງພຣະອົງກ່ຽວກັບຄວາມລຶກລັບ ໃນພຣະທຳຂອງພຣະເຈົ້າ. ພວກເຂົາຍັງຄົ້ນຫາຄຳສັບໃໝ່ໆ, ສິ່ງໃໝ່ໆ ແລະ ປະໂຫຍກໃໝ່ໆ ໃນພຣະທຳຂອງພຣະອົງ ຈົນເຖິງຂັ້ນຄົ້ນຫາຄວາມລຶກລັບບາງຢ່າງທີ່ບໍ່ມີໃຜຮູ້ຈັກ ບໍ່ວ່າຄົນນັ້ນຈະເປັນຄົນຝ່າຍວິນຍານ ຫຼື ບໍ່ກໍຕາມ ເຊັ່ນ: ຕົ້ນເດື່ອແມ່ນຫຍັງ, ຄວາມໝາຍຂອງບຸດຊາຍ 144.000 ຄົນແມ່ນຫຍັງ ແລະ ຜູ້ເອົາຊະນະແມ່ນຫຍັງ ພ້ອມທັງບາງປະໂຫຍກ ແລະ ຄຳສັບໃນພຣະທຳພຣະນິມິດ ທີ່ຜູ້ຄົນໄດ້ຄົ້ນຄວ້າມາເປັນເວລາຫຼາຍປີໂດຍບໍ່ເຂົ້າໃຈ. ພວກເຂົາເຮັດວຽກໜັກເປັນພິເສດກັບສິ່ງເຫຼົ່ານີ້ ແລະ ມັກຈະຄົ້ນຫາ ແລະ ຄົ້ນຄວ້າຢູ່ສະເໝີວ່າມີປະໂຫຍກໃດໜຶ່ງກ່ຽວກັບຈຸດໝາຍປາຍທາງຂອງຜູ້ຄົນໃນພຣະທຳເຫຼົ່ານີ້ ຫຼື ບໍ່ ແລະ ມີຄຳອະທິບາຍທີ່ຊັດເຈນກ່ຽວກັບຈຸດໝາຍປາຍທາງຂອງຜູ້ຄົນ ຫຼື ບໍ່. ແຕ່ບໍ່ວ່າພວກເຂົາຈະຄົ້ນຫາໜັກສໍ່າໃດກໍຕາມ ຄວາມພະຍາຍາມຂອງພວກເຂົາກໍສູນເປົ່າຢູ່ສະເໝີ. ດັ່ງນັ້ນ ໃນຂະນະທີ່ພວກຜູ້ຕໍ່ຕ້ານພຣະຄຣິສກຳລັງອ່ານພຣະທຳຂອງພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ເຮັດຕາມກະແສໃນຄຣິສຕະຈັກ ພວກເຂົາກໍຮູ້ສຶກບໍ່ສະບາຍໃຈຢູ່ສ່ວນເລິກໃນໃຈຂອງພວກເຂົາສະເໝີ. ພວກເຂົາມັກຈະຖາມຕົນເອງວ່າ: “ຂ້ອຍສາມາດໄດ້ຮັບພອນບໍ? ອະນາຄົດ ແລະ ໂຊກຊະຕາຂອງຂ້ອຍແມ່ນຫຍັງກັນແທ້? ຈະມີສະຖານທີ່ໃຫ້ຂ້ອຍໃນອານາຈັກຂອງພຣະເຈົ້າບໍ? ເມື່ອຈຸດໝາຍປາຍທາງຂອງຂ້ອຍມາຮອດ ຂ້ອຍຈະໄດ້ຈ້ອງເບິ່ງທ້ອງຟ້າສີຟ້າ ຫຼື ຂ້ອຍຈະຢູ່ໃນໂລກທີ່ມືດມິດຈົນຂ້ອຍເບິ່ງບໍ່ເຫັນແມ່ນແຕ່ມືຂອງຕົນເອງ? ຈຸດໝາຍປາຍທາງຂອງຂ້ອຍແມ່ນຫຍັງກັນແທ້?” ໃນຂະນະທີ່ພວກເຂົາສືບຕໍ່ຕັ້ງຄຳຖາມກັບຕົນເອງແບບນີ້ໃນໃຈ ພວກເຂົາກໍກຳລັງຕັ້ງຄຳຖາມກັບພຣະເຈົ້າຢ່າງງຽບໆໃນສ່ວນເລິກຂອງຫົວໃຈພວກເຂົາເຊັ່ນກັນ: “ຂ້ອຍມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກສະຫວັນບໍ? ຂ້ອຍສາມາດຫຼີກລ່ຽງການຕົກນະຮົກໄດ້ບໍ? ຂ້ອຍສາມາດເຂົ້າສູ່ອານາຈັກສະຫວັນໂດຍການສະແຫວງຫາແບບນີ້ໄດ້ບໍ? ຂ້ອຍສາມາດໄດ້ຮັບພອນໃນອະນາຄົດບໍ? ຂ້ອຍຈະໄດ້ເຂົ້າສູ່ໂລກທີ່ຈະມາເຖິງບໍ? ທັດສະນະຄະຕິຂອງພຣະເຈົ້າແມ່ນຫຍັງ? ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຫ້ປະໂຫຍກທີ່ຖືກຕ້ອງ ແລະ ສະເພາະເຈາະຈົງກ່ຽວກັບເລື່ອງນີ້ແກ່ຂ້ອຍ ເພື່ອໃຫ້ຂ້ອຍສາມາດສະຫງົບຈິດສະຫງົບໃຈໄດ້? ຜົນສຸດທ້າຍຂອງຂ້ອຍແມ່ນຫຍັງກັນແທ້?” ນີ້ບໍ່ແມ່ນສິ່ງທີ່ພວກຕໍ່ຕ້ານພຣະຄຣິສຄິດຢູ່ສ່ວນເລິກໃນໃຈຂອງພວກເຂົາ ໃນຂະນະທີ່ພວກເຂົາຄົ້ນຄວ້າພຣະທຳຂອງພຣະເຈົ້າ ແລະ ໃນຂະນະທີ່ພວກເຂົາເຮັດຕາມກະແສ ແລະ ບໍ່ມີທາງເລືອກອື່ນນອກຈາກກ້າວຕໍ່ໄປບໍ? ນີ້ຄືທັດສະນະຄະຕິທີ່ພວກເຂົາແອບມີຕໍ່ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາໃນສ່ວນເລິກຂອງຈິດໃຈ: ຈິດໃຈຂອງພວກເຂົາຖືກຄອບງຳດ້ວຍສິ່ງເຫຼົ່ານີ້ຢູ່ຕະຫຼອດເວລາ, ພວກເຂົາຍຶດໝັ້ນກັບພວກມັນຢ່າງສຸດຊີວິດ ແລະ ປະຕິເສດທີ່ຈະປ່ອຍວາງ.

ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສຄົ້ນຄວ້າພຣະທຳຂອງພຣະເຈົ້າ ຍັງມີບາງສິ່ງທີ່ເຮັດໃຫ້ພວກເຂົາສົນໃຈຫຼາຍກວ່າການຊອກຫາຈຸດໝາຍປາຍທາງຂອງພວກເຂົາ ແລະ ການຄົ້ນຄວ້າຄວາມລຶກລັບຕ່າງໆ; ນັ້ນກໍຄື ເມື່ອໃດພຣະເຈົ້າທີ່ບັງເກີດເປັນມະນຸດຈະຈາກແຜ່ນດິນໂລກໄປ, ເມື່ອໃດພຣະອົງຈະສິ້ນສຸດພັນທະກິດຂອງພຣະອົງ, ເມື່ອໃດກິດຈະການອັນຍິ່ງໃຫຍ່ຂອງພຣະອົງຈະສຳເລັດ, ເມື່ອໃດພາລະກິດຂອງພຣະອົງຈະສິ້ນສຸດລົງ, ເມື່ອໃດຜູ້ທີ່ຕິດຕາມພຣະອົງຈະໄດ້ເພີດເພີນກັບພອນອັນຍິ່ງໃຫຍ່ ແລະ ໄດ້ເຫັນຮູບຮ່າງທີ່ແທ້ຈິງຂອງພຣະອົງ. ການທີ່ພວກເຂົາຈະສາມາດເຫັນພຣະເຈົ້າຈາກແຜ່ນດິນໂລກໄປໄດ້ ຫຼື ບໍ່ນັ້ນກໍເປັນຄວາມກັງວົນທີ່ໃຫຍ່ທີ່ສຸດຂອງພວກເຂົາເຊັ່ນກັນ. ນອກເໜືອຈາກມື້ທີ່ແຜນການຄຸ້ມຄອງຂອງພຣະເຈົ້າຈະສຳເລັດຢ່າງສົມບູນແລ້ວ ພວກເຂົາກັງວົນຫຼາຍກ່ຽວກັບວ່າ ເມື່ອໃດພຣະຄຣິສຈະຈາກແຜ່ນດິນໂລກໄປ, ມັນຈະເປັນແນວໃດເມື່ອພຣະຄຣິສຈາກແຜ່ນດິນໂລກໄປ, ຕອນນີ້ພວກເຂົາອາຍຸເທົ່າໃດແລ້ວ, ພວກເຂົາຈະຍັງມີຊີວິດຢູ່ເພື່ອເຫັນພຣະຄຣິສຈາກແຜ່ນດິນໂລກໄປໃນອີກ 10 ຫຼື 20 ປີ ຫຼື ບໍ່, ຈະເກີດຫຍັງຂຶ້ນຖ້າພວກເຂົາໄດ້ເຫັນສິ່ງນັ້ນ ແລະ ຈະເກີດຫຍັງຂຶ້ນຖ້າພວກເຂົາບໍ່ສາມາດເຫັນໄດ້; ສິ່ງເຫຼົ່ານີ້ຄືການຄິດຄຳນວນໃນຈິດໃຈຂອງພວກເຂົາ. ບາງຄົນໄຕ່ຕອງກັບຕົນເອງວ່າ “ຂ້ອຍອາຍຸ 60 ປີແລ້ວ. ຖ້າຂ້ອຍຍັງມີຊີວິດຢູ່ໃນອີກ 10 ປີ ຂ້ອຍຄວນຈະສາມາດເຫັນພຣະຄຣິສຈາກແຜ່ນດິນໂລກໄປໄດ້, ແຕ່ຖ້າຂ້ອຍຕາຍໄປແລ້ວ ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງໃນອີກ 10 ປີ ຄວາມເຊື່ອໃນພຣະເຈົ້າຂອງຂ້ອຍຈະມີປະໂຫຍດຫຍັງ? ເຖິງແມ່ນວ່າພຣະເຈົ້າໄດ້ກຳນົດລ່ວງໜ້າໃຫ້ຂ້ອຍເກີດມາໃນຍຸກນີ້, ຖ້າຂ້ອຍເຊິ່ງເປັນຜູ້ຕິດຕາມພຣະເຈົ້າ ພາດໂອກາດທີ່ຈະໄດ້ເປັນພະຍານເຖິງເຫດການທີ່ຍິ່ງໃຫຍ່ ແລະ ໃຫຍ່ໂຕແບບນີ້ ແລ້ວຂ້ອຍກໍບໍ່ສາມາດຖືກນັບວ່າເປັນຄົນທີ່ໄດ້ຮັບພອນ ແລະ ຂ້ອຍຈະບໍ່ໄດ້ຮັບພອນອັນຍິ່ງໃຫຍ່ໃດໆເລີຍ!” ຄວາມຄິດແບບນີ້ກໍ່ໃຫ້ເກີດການບໍ່ມີຄວາມສຸກ ແລະ ຄວາມບໍ່ພໍໃຈພາຍໃນພວກເຂົາ. ພວກເຂົາບໍ່ພໍໃຈເຖິງຂັ້ນໃດ? “ຂ້ອຍອາຍຸຫຼາຍປານນີ້ແລ້ວ; ເປັນຫຍັງພຣະເຈົ້າຈຶ່ງຍັງບໍ່ຈາກແຜ່ນດິນໂລກໄປອີກ? ເປັນຫຍັງພາລະກິດຂອງພຣະເຈົ້າຈຶ່ງຍັງບໍ່ສິ້ນສຸດລົງອີກ? ເມື່ອໃດພວກເຮົາຈຶ່ງຈະເທດສະໜາພຣະກິດຕິຄຸນສຳເລັດ? ຂໍໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດລົງໂດຍໄວດ້ວຍເຖີດ, ຂໍໃຫ້ພຣະເຈົ້າເຮັດກິດຈະການອັນຍິ່ງໃຫຍ່ຂອງພຣະອົງໃຫ້ສຳເລັດໂດຍໄວດ້ວຍເຖີດ, ຂໍໃຫ້ຄວາມຫາຍະນະມາເຖິງໂດຍໄວດ້ວຍເຖີດ, ຂໍໃຫ້ພຣະເຈົ້າຟ້າວທຳລາຍຊາຕານ ແລະ ລົງໂທດຄົນຊົ່ວຮ້າຍດ້ວຍເຖີດ!” ພວກເຂົາກຳລັງເຮັດຫຍັງຢູ່? ພວກເຂົາກຳລັງຕັ້ງຂໍ້ຮຽກຮ້ອງຕໍ່ພຣະເຈົ້າ ໂດຍອີງໃສ່ຄວາມປະສົງສ່ວນຕົວຂອງພວກເຂົາ ໂດຍຫວັງວ່າຈະເຮັດໃຫ້ພຣະອົງກະທຳຕາມຄວາມປະສົງຂອງພວກເຂົາ, ບໍ່ແມ່ນບໍ? ຜົນປະໂຫຍດສ່ວນຕົວຂອງພວກເຂົາບໍ່ໄດ້ແອບແຝງຢູ່ໃນຄວາມປະສົງນີ້ຂອງພວກເຂົາບໍ? ຍ້ອນຜົນປະໂຫຍດຂອງພວກເຂົາເອງ ພວກເຂົາຈຶ່ງຫວັງຢ່າງກະຕືລືລົ້ນໃຫ້ພຣະເຈົ້າເຮັດກິດຈະການອັນຍິ່ງໃຫຍ່ຂອງພຣະອົງໃຫ້ສຳເລັດ, ໃຫ້ຄວາມຫາຍະນະມາເຖິງໂດຍໄວ, ໃຫ້ພຣະເຈົ້າຟ້າວລົງໂທດຄົນຊົ່ວ ແລະ ໃຫ້ລາງວັນຄົນດີ ແລະ ໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີຂອງພຣະອົງ. ພວກເຂົາກຳລັງແອບມີແຮງຈູງໃຈຫຍັງໃນໃຈຂອງພວກເຂົາ? ພວກເຂົາກຳລັງຄຳນຶງເຖິງເຈດຕະນາຂອງພຣະເຈົ້າບໍ? (ບໍ່.) ແລ້ວພວກເຂົາກຳລັງເຮັດຫຍັງຢູ່? (ພວກເຂົາກຳລັງຫວັງວ່າຈະໄດ້ຮັບພອນ.) ພວກເຂົາຕ້ອງການໃຫ້ວຽກງານແຜນການຄຸ້ມຄອງຂອງພຣະເຈົ້າໝູນອ້ອມຈຸດໝາຍປາຍທາງຂອງພວກເຂົາ ເພື່ອເຫັນແກ່ຜົນປະໂຫຍດ ແລະ ຈຸດໝາຍປາຍທາງຂອງພວກເຂົາເອງ. ນີ້ບໍ່ແມ່ນສິ່ງທີ່ໜ້າລັງກຽດ ແລະ ໄຮ້ຢາງອາຍບໍ? ໃນທຸກເລື່ອງ ແກ່ນແທ້ທີ່ພວກຕໍ່ຕ້ານພຣະຄຣິສສະແດງອອກແມ່ນຫຍັງ? ພວກເຂົາເອົາຜົນປະໂຫຍດຂອງພວກເຂົາເອງເໜືອສິ່ງອື່ນໃດ ແລະ ຖືເອົາຜົນປະໂຫຍດຂອງຕົນເປັນສິ່ງສູງສຸດ. ນັ້ນກໍຄື ພວກເຂົາບໍ່ຍອມໃຫ້ສິ່ງໃດມາຂັດແຍ່ງກັບຜົນປະໂຫຍດຂອງພວກເຂົາ ແມ່ນແຕ່ແຜນການຄຸ້ມຄອງຂອງພຣະເຈົ້າກໍຕາມ. ເມື່ອໃດທີ່ພາລະກິດຂອງພຣະເຈົ້າຈະສິ້ນສຸດລົງ, ເມື່ອໃດກິດຈະການອັນຍິ່ງໃຫຍ່ຂອງພຣະອົງຈະສຳເລັດ, ເມື່ອໃດພຣະອົງຈະໄດ້ຮັບສະຫງ່າລາສີ ແລະ ເມື່ອໃດພຣະອົງຈະທຳລາຍມວນມະນຸດຊາດ, ທັງໝົດນີ້ຕ້ອງໝູນອ້ອມຜົນປະໂຫຍດຂອງພວກເຂົາ ແລະ ຈຸດໝາຍປາຍທາງຂອງພວກເຂົາ, ທັງໝົດນີ້ຕ້ອງເຊື່ອມໂຍງກັບຈຸດໝາຍປາຍທາງຂອງພວກເຂົາ. ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະປະຕິເສດພຣະເຈົ້າ, ປະຖິ້ມຄວາມເຊື່ອທີ່ພວກເຂົາມີໃນພຣະອົງ ແລະ ເຖິງກັບສາບແຊ່ງພຣະອົງ.

ໜຶ່ງໃນການສະແດງອອກຫຼັກໆກ່ຽວກັບວິທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າກໍຄືການຄົ້ນຄວ້າ. ນີ້ຄືທັດສະນະຄະຕິທີ່ຜູ້ບໍ່ເຊື່ອທີ່ແທ້ຈິງປະຕິບັດຕໍ່ພຣະທຳຂອງພຣະເຈົ້າ. ພວກເຂົາສຶກສາຫຍັງກັນແທ້? ພວກເຂົາບໍ່ໄດ້ສຶກສາຄວາມຈິງ ຫຼື ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດ ຫຼື ພຣະທຳຂອງພຣະອົງທີ່ເປີດໂປງມະນຸດຊາດ ຫຼື ພຣະທຳຂອງພຣະອົງທີ່ພິພາກສາມະນຸດຊາດ ແລະ ແນ່ນອນວ່າພວກເຂົາບໍ່ໄດ້ສຶກສາເຈດຕະນາຂອງພຣະອົງ, ແຕ່ພວກເຂົາສຶກສາອະນາຄົດ ແລະ ໂຊກຊະຕາຂອງພວກເຂົາເອງ. ບໍ່ວ່າພວກເຂົາຈະອ່ານພຣະທຳຂອງພຣະເຈົ້າໃນພາກສ່ວນໃດກໍຕາມ ຖ້າມັນມີພຣະທຳທີ່ກ່ຽວຂ້ອງກັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ ເຊິ່ງເປັນສິ່ງທີ່ພວກເຂົາກັງວົນທີ່ສຸດ ພວກເຂົາກໍຈະສຶກສາພາກສ່ວນນັ້ນຢ່າງລະມັດລະວັງ ແລະ ໝາຍໄວ້ວ່າພວກມັນສຳຄັນ. ຕົວຢ່າງ: ເມື່ອພວກເຂົາເຫັນພຣະທຳຂອງພຣະເຈົ້າທີ່ເປີດໂປງ ແລະ ໄຈ້ແຍກຄົນແບບພວກເຂົາ ຫຼື ການກຳນົດລັກສະນະ ຫຼື ປະໂຫຍກກ່ຽວກັບຄົນແບບພວກເຂົາ ພວກເຂົາກໍຈະພະຍາຍາມສຶກສາພຣະທຳດັ່ງກ່າວຢ່າງພາກພຽນ ແລະ ອ່ານພວກມັນຊໍ້າແລ້ວຊໍ້າອີກ. ພວກເຂົາກຳລັງຊອກຫາຫຍັງ? ພວກເຂົາກຳລັງຊອກຫາວິທີທີ່ພວກເຂົາຈະສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຊອກຫາຫຼັກການແຫ່ງການປະຕິບັດບໍ? ພວກເຂົາກຳລັງຊອກຫາວິທີທີ່ພວກເຂົາຈະສາມາດເຂົ້າໃຈຕົນເອງຜ່ານພຣະທຳຂອງພຣະເຈົ້າບໍ? ບໍ່ແມ່ນ. ພວກເຂົາພະຍາຍາມອ່ານລະຫວ່າງວັກຕ່າງໆ ເພື່ອໃຫ້ພວກເຂົາສາມາດເຫັນຢ່າງຊັດເຈນເຖິງທັດສະນະຄະຕິທີ່ພຣະເຈົ້າມີຕໍ່ຄົນແບບພວກເຂົາທີ່ຢູ່ເບື້ອງຫຼັງພຣະທຳເຫຼົ່ານີ້, ບໍ່ວ່າພຣະເຈົ້າຈະກຽດຊັງ ແລະ ລັງກຽດພວກເຂົາ ຫຼື ພຣະອົງຈະຊ່ວຍພວກເຂົາໃຫ້ລອດພົ້ນ ຫຼື ບໍ່. ພວກເຂົາກວດສອບບໍ່ພຽງແຕ່ເນື້ອໃນຂອງພຣະທຳເຫຼົ່ານີ້ຂອງພຣະເຈົ້າເທົ່ານັ້ນ ແຕ່ຍັງລວມເຖິງນໍ້າສຽງ ແລະ ທັດສະນະຄະຕິໃນພຣະທຳຂອງພຣະອົງ ແລະ ຄວາມຄິດທີ່ຢູ່ເບື້ອງຫຼັງພວກມັນອີກດ້ວຍ. ເມື່ອພວກເຂົາໄດ້ຮວບຮວມພາກສ່ວນທັງໝົດໃນພຣະທຳຂອງພຣະເຈົ້າ ທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງຂອງຄົນແບບພວກເຂົາເຂົ້າກັນແລ້ວ ແລະ ພວກເຂົາໄດ້ຄົ້ນພົບວ່າທັດສະນະຄະຕິທີ່ພຣະອົງມີຕໍ່ພວກເຂົາແມ່ນການລັງກຽດ-ປະຕິເສດ ແລະ ບໍ່ແມ່ນຄວາມລອດພົ້ນ, ທັດສະນະຄະຕິທີ່ພວກເຂົາມີຕໍ່ຄວາມເຊື່ອໃນພຣະອົງກໍຈະຫຼຸດລົງທັນທີ 80 ຫາ 90 ເປີເຊັນ. ຄວາມບໍ່ເຊື່ອກໍຈະເກີດຂຶ້ນພາຍໃນໃຈຂອງພວກເຂົາທັນທີ ແລະ ທັດສະນະຄະຕິຂອງພວກເຂົາກໍຈະປ່ຽນແປງໄປ 180 ອົງສາ. ການປ່ຽນແປງນີ້ເຖິງຂັ້ນໃດ? ພວກເຂົາຈະບໍ່ປາດຖະໜາທີ່ຈະປະຕິບັດໜ້າທີ່ທີ່ພວກເຂົາວາງແຜນຈະເຮັດອີກຕໍ່ໄປ ຫຼື ປະຖິ້ມສິ່ງທີ່ພວກເຂົາວາງແຜນຈະປະຖິ້ມ. ເຖິງແມ່ນວ່າໃນເບື້ອງຕົ້ນ ພວກເຂົາຢາກຈະເທດສະໜາພຣະກິດຕິຄຸນໃຫ້ກັບຄອບຄົວຂອງພວກເຂົາກໍຕາມ, ພວກເຂົາກໍຈະບໍ່ເຮັດແບບນັ້ນອີກແລ້ວ ເນື່ອງຈາກພວກເຂົາບໍ່ເຊື່ອອີກຕໍ່ໄປ ແລະ ຄົນໃນຄອບຄົວຂອງພວກເຂົາຈະເຊື່ອ ຫຼື ບໍ່ ກໍບໍ່ສຳຄັນອີກຕໍ່ໄປ. ສະຫຼຸບແລ້ວ ພວກເຂົາຈະທຳລາຍ ແລະ ປະຖິ້ມແຜນການເດີມທັງໝົດຂອງພວກເຂົາ. ນີ້ບໍ່ແມ່ນທັດສະນະຄະຕິທີ່ເປັນແກ່ນແທ້ທີ່ພວກຜູ້ຕໍ່ຕ້ານພຣະຄຣິສມີຕໍ່ພຣະທຳຂອງພຣະເຈົ້າບໍ? ຈຸດປະສົງຂອງພວກເຂົາໃນການສຶກສາພຣະທຳຂອງພຣະເຈົ້າ ບໍ່ແມ່ນເພື່ອສະແຫວງຫາຄວາມຈິງ ແລະ ຊອກຫາຫຼັກການໃນການນໍາຄວາມຈິງໄປປະຕິບັດ ເພື່ອໃຫ້ພວກເຂົາສາມາດເຂົ້າໃຈເຈດຕະນາຂອງພຣະອົງ ແລະ ຈົງຮັກພັກດີຕໍ່ພຣະອົງ; ຈຸດປະສົງຂອງພວກເຂົາແມ່ນເພື່ອຊອກຫາປະໂຫຍກທີ່ຖືກຕ້ອງກ່ຽວກັບວິທີທີ່ພຣະເຈົ້າກຳນົດຜົນສຸດທ້າຍ ແລະ ຈຸດໝາຍປາຍທາງສຳລັບຄົນແບບພວກເຂົາ. ເມື່ອພວກເຂົາພົບຄວາມຫວັງພຽງເລັກນ້ອຍ ພວກເຂົາກໍຈະຍຶດໝັ້ນກັບມັນໄວ້ຢ່າງສຸດຊີວິດ; ສຳລັບຄວາມຫວັງພຽງເລັກນ້ອຍນີ້ ພວກເຂົາຈະສາມາດປະຖິ້ມທຸກສິ່ງທຸກຢ່າງໄດ້ ແລະ ທັດສະນະຄະຕິຂອງພວກເຂົາກໍຈະປ່ຽນແປງໄປຢ່າງໜ້າຕື່ນຕົກໃຈ. ແຕ່ເມື່ອຄວາມຫວັງທັງໝົດທີ່ພວກເຂົາຈະໄດ້ຮັບພອນຖືກທຳລາຍລົງ ທັດສະນະຄະຕິຂອງພວກເຂົາກໍຈະປ່ຽນແປງໄປຢ່າງໜ້າຕື່ນຕົກໃຈອີກຄັ້ງ ຈົນເຖິງຂັ້ນທີ່ພວກເຂົາສູນເສຍຄວາມເຊື່ອຂອງພວກເຂົາ ແລະ ຫັນໄປສູ່ການທໍລະຍົດ ແລະ ເຖິງກັບສາບແຊ່ງພຣະເຈົ້າໃນໃຈຂອງພວກເຂົາ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງພວກຕໍ່ຕ້ານພຣະຄຣິສ.

ແນ່ນອນວ່າ ພວກຜູ້ຕໍ່ຕ້ານພຣະຄຣິສຍັງຈະໃຊ້ພຣະທຳຂອງພຣະເຈົ້າເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ໃນຂະນະທີ່ສຶກສາພຣະທຳເຫຼົ່ານັ້ນ. ຜົນປະໂຫຍດປະເພດໃດ? ໃນຂະນະທີ່ຄົ້ນຄວ້າພຣະທຳຂອງພຣະເຈົ້າ ພວກເຂົາຈະຄິດອອກວ່າກົດເກນການກ່າວຂອງພຣະເຈົ້າແມ່ນຫຍັງ, ນໍ້າສຽງຂອງພຣະອົງເປັນແນວໃດເວລາທີ່ພຣະອົງລິຮານຜູ້ຄົນ, ວິທີການກ່າວຂອງພຣະອົງເປັນແນວໃດເວລາທີ່ພຣະອົງເປີດໂປງມະນຸດຊາດ, ພຣະອົງປອບໂຍນ ແລະ ຕັກເຕືອນຜູ້ຄົນແນວໃດ, ພຣະອົງໃຊ້ວິທີການໃດ ແລະ ພຣະອົງມີປັນຍາຫຍັງ. ພວກຜູ້ຕໍ່ຕ້ານພຣະຄຣິສຊ່ຽວຊານໃນການຮຽນຮູ້ ແລະ ຮຽນແບບວິທີທີ່ພຣະເຈົ້າກ່າວ ແລະ ເຮັດວຽກ; ໃນເວລາດຽວກັນ ພວກເຂົາຍັງໃຊ້ພຣະທຳທີ່ພຣະເຈົ້າມັກຈະກ່າວ ເພື່ອເວົ້າ ແລະ ໂອ້ລົມກັບຄົນອື່ນ. ໃນຂະນະທີ່ພວກເຂົາສຶກສາພຣະທຳຂອງພຣະເຈົ້າ ພວກເຂົາຍັງກຽມພ້ອມຕົນເອງດ້ວຍຄຳເວົ້າທີ່ມີຄວາມຈິງຕ່າງໆທີ່ຢູ່ນັ້ນຢູ່ສະເໝີ, ປ່ຽນພວກມັນໃຫ້ກາຍເປັນສິ່ງຂອງຂອງພວກເຂົາເອງ, ໃຊ້ພຣະທຳເຫຼົ່ານີ້ຂອງພຣະເຈົ້າເພື່ອເຮັດວຽກ ແລະ ສະສົມຕົ້ນທຶນ. ຕົ້ນທຶນນີ້ໝາຍເຖິງຫຍັງ? ຕົວຢ່າງ: ພວກເຂົາເຊື່ອວ່າ[ກ] ໃນການເຕົ້າໂຮມກັນ ຜູ້ໃດທີ່ມີຄວາມສາມາດຫຼາຍກວ່າໃນການກ່າວຄຳເວົ້າ ແລະ ຫຼັກຄຳສອນທີ່ຖືກຕ້ອງ, ຜູ້ໃດທີ່ທ່ອງຈຳພຣະທຳຂອງພຣະເຈົ້າໄດ້ຫຼາຍກວ່າ, ອ້າງອີງພຣະທຳຂອງພຣະເຈົ້າໄດ້ຫຼາຍກວ່າ ແລະ ອະທິບາຍພຣະທຳຂອງພຣະເຈົ້າໄດ້ຫຼາຍກວ່າ ກໍອາດຈະເປັນຄົນປະເພດທີ່ຢູ່ໃນຄຣິສຕະຈັກ ທີ່ສາມາດໄດ້ຮັບຄວາມລອດພົ້ນຫຼາຍທີ່ສຸດ. ບໍ່ວ່າພວກຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍຕາມ ມັນລ້ວນແຕ່ເຊື່ອມໂຍງກັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ພວກເຂົາຈະບໍ່ມີວັນນໍາພຣະທຳຂອງພຣະເຈົ້າໄປປະຕິບັດໃນຖານະເປັນຄວາມຈິງແທ້ໆ ແລະ ພວກເຂົາກໍຈະບໍ່ທົນທຸກ ຫຼື ຈ່າຍລາຄາ ເພື່ອເຫັນແກ່ການປະຕິບັດພຣະທຳຂອງພຣະເຈົ້າ. ແຕ່ກົງກັນຂ້າມ ພວກເຂົາໃຊ້ພຣະທຳຂອງພຣະເຈົ້າເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ໃຊ້ພວກມັນເພື່ອຍົກລະດັບຊື່ສຽງຂອງພວກເຂົາເອງ ແລະ ໃຊ້ພວກມັນເພື່ອກະກຽມເງື່ອນໄຂທີ່ພຽງພໍສຳລັບຄວາມລອດພົ້ນຂອງພວກເຂົາ. ສະນັ້ນ ແກ່ນແທ້ກ່ຽວກັບວິທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າກໍຄື ບໍ່ວ່າຈະເວລາໃດກໍຕາມ ພວກເຂົາບໍ່ເຄີຍຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ຫຼື ເປັນເສັ້ນທາງທີ່ຜູ້ຄົນຄວນຕິດຕາມ. ເຖິງແມ່ນວ່າພວກຕໍ່ຕ້ານພຣະຄຣິສຈະຍົກຍ້ອງພຣະທຳຂອງພຣະເຈົ້າ ແລະ ອ່ານພວກມັນທຸກມື້ ແລະ ເຖິງແມ່ນວ່າພວກເຂົາຈະຟັງການອ່ານພຣະທຳຂອງພຣະອົງກໍຕາມ, ມີສິ່ງໜຶ່ງທີ່ແນ່ນອນ: ພວກເຂົາບໍ່ປະຕິບັດພຣະທຳຂອງພຣະເຈົ້າ. ເມື່ອໃດກໍຕາມທີ່ຮອດເວລາທີ່ຈະປະຕິບັດພຣະທຳຂອງພຣະອົງ ຄວາມຈິງໃຈຂອງພວກເຂົາກໍຈະຫາຍໄປ, ພວກເຂົາພຽງແຕ່ຄິດຫາຜົນປະໂຫຍດສຳລັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາເອງ. ຢູ່ພາຍນອກ ພວກເຂົາສະແດງທ່າທີວ່າຮັກພຣະທຳຂອງພຣະເຈົ້າ ແລະ ປາດຖະໜາຫາພຣະທຳເຫຼົ່ານັ້ນ. ແຕ່ໃນຄວາມເປັນຈິງແລ້ວ ໃນການອ່ານ ແລະ ການສະສົມພຣະທຳຂອງພຣະເຈົ້າທຸກມື້ນັ້ນ ເປົ້າໝາຍຂອງພວກເຂົາແມ່ນເພື່ອບັນລຸເງື່ອນໄຂສຳລັບຄວາມລອດພົ້ນຂອງພວກເຂົາ; ພວກເຂົາເຮັດສິ່ງນີ້ດ້ວຍຄວາມຫວັງວ່າຈະສ້າງຄວາມປະທັບໃຈທີ່ດີໃຫ້ກັບພຣະເຈົ້າເພື່ອເປັນການແລກປ່ຽນ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າກວດສອບຫົວໃຈຂອງຜູ້ຄົນ, ພວກເຂົາຮູ້ພຽງແຕ່ວ່າຜູ້ຄົນເບິ່ງແຕ່ຮູບລັກສະນະພາຍນອກເທົ່ານັ້ນ ດັ່ງນັ້ນພຣະເຈົ້າກໍຕ້ອງເບິ່ງແຕ່ຮູບລັກສະນະພາຍນອກເຊັ່ນກັນ ແລະ ສະນັ້ນ ໃນເລື່ອງເຫຼົ່ານີ້ ພວກເຂົາຈຶ່ງມີສ່ວນຮ່ວມໃນການປິດບັງ ແລະ ການຫຼອກລວງ ໂດຍຫັນໄປໃຊ້ກົນອຸບາຍ. ພວກເຂົາຄິດວ່າ “ຂ້ອຍພຽງແຕ່ຕ້ອງເຮັດສິ່ງນີ້ຢູ່ພາຍນອກເທົ່ານັ້ນ. ມັນບໍ່ສຳຄັນວ່າຂ້ອຍຈະຄິດຫຍັງຢູ່ໃນຫົວໃຈຂອງຂ້ອຍ, ຜູ້ຄົນບໍ່ສາມາດເຫັນມັນໄດ້ ແລະ ພຣະເຈົ້າກໍເຫັນບໍ່ໄດ້ຄືກັນ. ຄວາມຈິງແລ້ວ ບໍ່ວ່າຂ້ອຍຈະອ່ານພຣະທຳຂອງພຣະເຈົ້າແນວໃດກໍຕາມ ຂ້ອຍກໍບໍ່ໄດ້ເຮັດມັນ ເພື່ອກາຍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງ. ຖ້າບໍ່ມີອະນາຄົດ ແລະ ໂຊກຊະຕາຂອງຂ້ອຍມາກ່ຽວຂ້ອງ ຂ້ອຍກໍຈະບໍ່ອົດທົນກັບຄວາມຍາກລຳບາກນີ້ ແລະ ຂ້ອຍກໍຈະບໍ່ທົນກັບຄວາມທຸກໃຈນີ້ຄືກັນ!” ໃນຄວາມຄິດຂອງພວກເຂົາ ບໍ່ວ່າພຣະທຳຂອງພຣະເຈົ້າຈະຟັງເບິ່ງຄືດີສໍ່າໃດກໍຕາມ ພວກມັນກໍບໍ່ສາມາດເປັນຈິງໄດ້ ແລະ ຜູ້ຄົນບໍ່ສາມາດດຳເນີນຊີວິດທີ່ເປັນໄປຕາມພຣະທຳເຫຼົ່ານັ້ນໄດ້ຢ່າງແນ່ນອນ. ເຖິງແມ່ນວ່າມີຄົນຈຳນວນໜ້ອຍທີ່ດຳເນີນຊີວິດທີ່ເປັນໄປຕາມພຣະທຳຂອງພຣະເຈົ້າ ພວກເຂົາກໍຕ້ອງເຮັດໄປເພື່ອເປົ້າໝາຍຂອງພວກເຂົາເອງເຊັ່ນກັນ. ດັ່ງທີ່ຄົນທີ່ບໍ່ເຊື່ອໄດ້ກ່າວໄວ້ວ່າ “ຖ້າບໍ່ມີຜົນປະໂຫຍດ ກໍບໍ່ມີໃຜຍອມລຳບາກດອກ”. ພວກເຂົາຄິດກັບຕົນເອງວ່າ “ພວກເຮົາອົດທົນຕໍ່ຄວາມຍາກລຳບາກແບບນີ້ເພື່ອຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ, ອ່ານ ແລະ ຟັງພຣະທຳຂອງພຣະອົງທຸກມື້, ດຳເນີນຊີວິດໄປຕາມພຣະທຳຂອງພຣະອົງ, ທັງໝົດນີ້ແມ່ນເພື່ອຫຍັງ? ນີ້ບໍ່ແມ່ນເພື່ອຈຸດປະສົງດຽວນັ້ນບໍ? ທຸກຄົນຮູ້ດີຢູ່ໃນໃຈວ່າທັງໝົດນີ້ກໍເພື່ອເຫັນແກ່ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ; ຖ້າບໍ່ດັ່ງນັ້ນ ເປັນຫຍັງພວກເຮົາຈຶ່ງຕ້ອງປະຖິ້ມຊ່ວງເວລາອັນວິເສດໃນການສະແຫວງຫາທາງໂລກພຽງເພື່ອມາທົນທຸກຢູ່ທີ່ນີ້?” ໃນເລື່ອງນີ້ ພວກເຂົາໄດ້ປະຕິເສດຂໍ້ແທ້ຈິງຫຍັງ? ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ແລະ ຄວາມຈິງສາມາດຊ່ວຍໃຫ້ຜູ້ຄົນລອດພົ້ນ, ປ່ຽນແປງຜູ້ຄົນ ແລະ ຊ່ວຍໃຫ້ພວກເຂົາປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້. ນີ້ບໍ່ແມ່ນຜົນໄດ້ຮັບທີ່ພຣະທຳຂອງພຣະເຈົ້າສາມາດນໍາມາໃຫ້ບໍ? (ແມ່ນແລ້ວ.) ພວກຜູ້ຕໍ່ຕ້ານພຣະຄຣິສຍອມຮັບຂໍ້ແທ້ຈິງນີ້ບໍ? ພວກເຂົາປະຕິເສດມັນ ໂດຍກ່າວວ່າ: “ທຸກຄົນອ້າງວ່າພຣະທຳຂອງພຣະເຈົ້າສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ ແຕ່ພຣະທຳເຫຼົ່ານັ້ນໄດ້ຊ່ວຍໃຜແດ່? ມີໃຜເຄີຍເຫັນມັນເກີດຂຶ້ນແດ່? ເປັນຫຍັງຂ້ອຍຈຶ່ງບໍ່ເຊື່ອເລື່ອງນີ້?” ເປັນຫຍັງຈຶ່ງກ່າວວ່າພຣະທຳຂອງພຣະເຈົ້າສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນ, ປ່ຽນແປງຜູ້ຄົນ ແລະ ຊ່ວຍໃຫ້ຜູ້ຄົນຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານໄດ້? ເພາະວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ແລະ ມັນສາມາດເປັນຊີວິດຂອງຜູ້ຄົນໄດ້. ເມື່ອຜູ້ຄົນມີພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ ພວກເຂົາກໍສາມາດໄດ້ຮັບຄວາມລອດພົ້ນ; ພວກເຂົາກາຍເປັນຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນ. ພວກຕໍ່ຕ້ານພຣະຄຣິສບໍ່ຍອມຮັບຂໍ້ແທ້ຈິງນີ້. ພວກເຂົາເຊື່ອວ່າ ພຽງແຕ່ເພື່ອເຫັນແກ່ການໄດ້ຮັບພອນ ແລະ ຈຸດໝາຍປາຍທາງທີ່ດີເທົ່ານັ້ນ ຜູ້ຄົນຈຶ່ງມາຮອດຈຸດທີ່ພວກເຂົາຢູ່ໃນຕອນນີ້ ແລະ ນີ້ແມ່ນເຫດຜົນດຽວທີ່ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ. ພວກເຂົາປະຕິເສດໝາກຜົນແຫ່ງພຣະທຳຂອງພຣະເຈົ້າ, ປະຕິເສດຜົນໄດ້ຮັບທີ່ຄວາມຈິງບັນລຸໃນຕົວຜູ້ຄົນ ແລະ ປະຕິເສດວ່າຄວາມຈິງສາມາດເອົາຊະນະຜູ້ຄົນ, ປ່ຽນແປງຜູ້ຄົນ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້. ພວກເຂົາເຊື່ອວ່າຜູ້ຄົນຕິດຕາມພຣະເຈົ້າພຽງຍ້ອນການຄິດຫາຜົນປະໂຫຍດ ແລະ ການສະແຫວງຫາອະນາຄົດ ແລະ ໂຊກຊະຕາຂອງພວກເຂົາເອງເທົ່ານັ້ນ. ພວກເຂົາບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າສາມາດປ່ຽນແປງຜູ້ຄົນ, ເຮັດໃຫ້ພວກເຂົາຈົງຮັກພັກດີຕໍ່ພຣະເຈົ້າ, ເຮັດໃຫ້ພວກເຂົາອ່ອນນ້ອມຕໍ່ພຣະເຈົ້າຢ່າງບໍ່ມີເງື່ອນໄຂ ຫຼື ເຮັດໃຫ້ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງໃນເຮືອນຂອງພຣະເຈົ້າໄດ້, ພວກເຂົາບໍ່ເຊື່ອສິ່ງເຫຼົ່ານີ້ເລີຍ. ສະນັ້ນ ພວກຕໍ່ຕ້ານພຣະຄຣິສທີ່ໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງພວກເຂົາເປັນອັນດັບທຳອິດ ຈຶ່ງບໍ່ໄດ້ສະແຫວງຫາຄວາມຈິງດ້ວຍຕົນເອງ; ໃນຂະນະທີ່ປະຕິບັດຄືກັບວ່າພຣະທຳຂອງພຣະເຈົ້າເປັນພຽງໂວຫານປະເພດໜຶ່ງ, ປະໂຫຍກປະເພດໜຶ່ງ ພວກເຂົາບໍ່ເຊື່ອວ່າພຣະທຳເຫຼົ່ານີ້ຂອງພຣະເຈົ້າຈະສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້. ພວກເຂົາເຊື່ອວ່າທຸກຄົນທີ່ຈິງໃຈ ແລະ ຈົງຮັກພັກດີຕໍ່ພຣະເຈົ້ານັ້ນລ້ວນແຕ່ເປັນຄົນຈອມປອມ ແລະ ມີຜົນປະໂຫຍດສ່ວນຕົວເຂົ້າມາກ່ຽວຂ້ອງນຳ. ບໍ່ວ່າພວກເຂົາຈະໄດ້ຍິນພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະໄດ້ຍິນການເທດສະໜາກ່ຽວກັບພຣະເຈົ້າຫຼາຍສໍ່າໃດກໍຕາມ ສິ່ງທີ່ຍັງຄົງຄ້າງຢູ່ໃນໃຈຂອງພວກເຂົາໃນທີ່ສຸດກໍມີພຽງແຕ່ສອງຄຳນັ້ນຄື ອະນາຄົດ ແລະ ໂຊກຊະຕາ. ນັ້ນກໍຄື ພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ແຜນການຄຸ້ມຄອງຂອງພຣະເຈົ້າສາມາດນໍາອະນາຄົດ ແລະ ໂຊກຊະຕາທີ່ດີມາສູ່ຜູ້ຄົນໄດ້ ແລະ ນໍາຈຸດໝາຍປາຍທາງທີ່ດີມາສູ່ພວກເຂົາໄດ້. ສຳລັບພວກຜູ້ຕໍ່ຕ້ານພຣະຄຣິສແລ້ວ ນີ້ຄືສິ່ງທີ່ແທ້ຈິງທີ່ສຸດ ແລະ ມັນຄືຄວາມຈິງອັນສູງສຸດ. ຖ້າບໍ່ແມ່ນຍ້ອນສິ່ງນີ້ ຂໍ້ທີໜຶ່ງ ພວກເຂົາຈະບໍ່ເຊື່ອໃນພຣະເຈົ້າ. ຂໍ້ທີສອງ ພວກເຂົາຈະບໍ່ອົດທົນຕໍ່ຄວາມທຸກໃຈດັ່ງກ່າວ ເພື່ອຈະໄດ້ຢູ່ໃນເຮືອນຂອງພຣະເຈົ້າ. ຂໍ້ທີສາມ ພວກເຂົາຈະບໍ່ປະຕິບັດໜ້າທີ່ໃດໆໃນເຮືອນຂອງພຣະເຈົ້າ. ຂໍ້ທີສີ່ ພວກເຂົາຈະບໍ່ອົດທົນກັບຄວາມຍາກລຳບາກໃດໆໃນເຮືອນຂອງພຣະເຈົ້າ. ແລ້ວຂໍ້ທີຫ້າ ພວກເຂົາຄົງຈະກັບຄືນສູ່ຊີວິດທາງໂລກດົນແລ້ວ ເພື່ອໝົກມຸ້ນກັບຄວາມຮັ່ງມີ ແລະ ກຽດຕິຍົດ, ສະແຫວງຫາທາງໂລກ, ສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດ, ສະແຫວງຫາເງິນທອງ ແລະ ສະແຫວງຫາກະແສທີ່ຊົ່ວຮ້າຍ. ຕອນນີ້ພວກເຂົາພຽງແຕ່ຝືນໃຈອາໄສຢູ່ໃນເຮືອນຂອງພຣະເຈົ້າຊົ່ວຄາວ ຍ້ອນວ່າກ່ຽວຂ້ອງກັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາເທົ່ານັ້ນ. ພວກເຂົາມີທັດສະນະຄະຕິທີ່ແນ່ວແນ່ຕໍ່ການຮັບປະກັນອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ ໃນຂະນະດຽວກັນກໍແອບມີແບບລອງສ່ຽງເບິ່ງ ໂດຍຫວັງວ່າເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ ພວກເຂົາກໍຈະເປັນໜຶ່ງໃນຜູ້ທີ່ໄດ້ເຂົ້າສູ່ອານາຈັກສະຫວັນ ແລະ ໄດ້ຮັບພອນອັນຍິ່ງໃຫຍ່. ນີ້ແມ່ນຄວາມຄິດປະເພດໃດກັນ? ພວກເຂົາຕ້ອງການສະແຫວງຫາຜົນປະໂຫຍດຈາກພຣະເຈົ້າເພື່ອບັນລຸເປົ້າໝາຍຂອງພວກເຂົາ ແຕ່ພວກເຂົາພັດບໍ່ຢາກອ່ອນນ້ອມຕໍ່ພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອໃນພຣະທຳທັງໝົດທີ່ພຣະເຈົ້າໄດ້ກ່າວໄວ້ເລີຍ ແລະ ພວກເຂົາກໍບໍ່ເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຮ້າຍຈັກໜ້ອຍບໍ? ເມື່ອເວົ້າເຖິງທັດສະນະຄະຕິຂອງພວກເຂົາໃນການສຶກສາພຣະທຳຂອງພຣະເຈົ້າ ພວກເຂົາກໍຄືຜູ້ບໍ່ເຊື່ອ. ການທີ່ພວກຜູ້ຕໍ່ຕ້ານພຣະຄຣິສສາມາດໃຊ້ທັດສະນະຄະຕິດັ່ງກ່າວ ເພື່ອຄົ້ນຄວ້າ, ອ່ານ ແລະ ປະຕິບັດຕໍ່ພຣະທຳຂອງພຣະເຈົ້າໄດ້ນັ້ນ ສະແດງໃຫ້ເຫັນວ່າພວກເຂົາເປັນຜູ້ບໍ່ເຊື່ອຢ່າງເຕັມຕົວ, ເປັນຜູ້ບໍ່ເຊື່ອຢ່າງເປີດເຜີຍ ແລະ ຢ່າງແທ້ຈິງ. ແລ້ວເປັນຫຍັງພວກເຂົາຈຶ່ງຍັງສາມາດອອກເຫື່ອແຮງເລັກນ້ອຍໃນເຮືອນຂອງພຣະເຈົ້າ ແລະ ສືບຕໍ່ຕິດຕາມໂດຍບໍ່ຖອຍຫ່າງໄດ້? ບໍ່ວ່າພວກເຂົາຈະຖືກລິຮານແນວໃດກໍຕາມ ເປັນຫຍັງພວກເຂົາຈຶ່ງຍັງສາມາດຢູ່ຕໍ່ ແລະ ເຖິງກັບມີສ່ວນຮ່ວມໃນຊີວິດຄຣິສຕະຈັກ ພ້ອມທັງສືບຕໍ່ຟັງ ແລະ ອ່ານພຣະທຳຂອງພຣະເຈົ້າໄດ້? ເປັນຫຍັງຈຶ່ງເປັນແບບນີ້? (ພວກເຂົາຕ້ອງການໄດ້ຮັບພອນ.) ມັນເປັນເພາະພວກເຂົາຕ້ອງການໄດ້ຮັບພອນ. ດັ່ງທີ່ຄົນທີ່ບໍ່ເຊື່ອໄດ້ກ່າວໄວ້ວ່າ “ໃຜໃຫ້ເຂົ້າກິນກໍແມ່ນແມ່, ໃຜໃຫ້ເງິນກໍແມ່ນພໍ່”. ນີ້ແມ່ນເຫດຜົນປະເພດໃດ? ເຫດຜົນນີ້ບໍ່ໄດ້ເຕັມໄປດ້ວຍປັດຊະຍາຂອງຊາຕານສຳລັບການກະທຳທາງໂລກບໍ? ມັນແມ່ນພາຍໃຕ້ອິດທິພົນຂອງປັດຊະຍາແບບຊາຕານນີ້ເອງທີ່ພວກເຂົາເຊື່ອໃນພຣະເຈົ້າ: “ຂ້ານ້ອຍບໍ່ສົນດອກວ່າພຣະອົງໄດ້ເຮັດພາລະກິດທີ່ພິເສດປະເພດໃດ, ບໍ່ວ່າອຸປະນິໄສ ຫຼື ແກ່ນແທ້ຂອງພຣະອົງຈະເປັນແນວໃດກໍຕາມ ຕາບໃດທີ່ພຣະອົງສາມາດມອບພອນ, ຈຸດໝາຍປາຍທາງທີ່ດີ ແລະ ອະນາຄົດທີ່ດີໃຫ້ຂ້ານ້ອຍໄດ້ ແລະ ໃຫ້ຂ້ານ້ອຍໄດ້ຮັບພອນອັນຍິ່ງໃຫຍ່ ຂ້ານ້ອຍກໍຈະຕິດຕາມພຣະອົງ ແລະ ຖືວ່າເຈົ້າເປັນພຣະເຈົ້າໄປກ່ອນ”. ມີສ່ວນປະກອບຂອງຄວາມເຊື່ອທີ່ແທ້ຈິງຢູ່ບ່ອນນີ້ບໍ? (ບໍ່ມີ.) ສະນັ້ນ ໃນແງ່ຂອງວິທີທີ່ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ການກຳນົດລັກສະນະຄົນດັ່ງກ່າວວ່າເປັນພວກຕໍ່ຕ້ານພຣະຄຣິສ ແລະ ຜູ້ບໍ່ເຊື່ອຈຶ່ງຖືກຕ້ອງທີ່ສຸດ!

ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະທຳຂອງພຣະເຈົ້າກໍຄືການສຶກສາ. ພວກເຂົາບໍ່ເຄີຍຖືວ່າພຣະທຳຂອງພຣະເຈົ້າເປັນພຣະທຳຂອງພຣະເຈົ້າເລີຍ; ແລ້ວພວກເຂົາຖືວ່າມັນເປັນຫຍັງ? ເປັນແຫຼ່ງລວມຄວາມເລິກລັບບໍ? ເປັນເລື່ອງເພີ້ຝັນບໍ? ເປັນຂໍ້ຄວາມທີ່ຄຸມເຄືອ ແລະ ເຂົ້າໃຈຍາກບໍ? ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ໄດ້ກຳລັງສະແຫວງຫາເຈດຕະນາຂອງພຣະອົງ ແລະ ທັງບໍ່ໄດ້ພະຍາຍາມເຂົ້າໃຈເຈດຕະນາ ຫຼື ອຸປະນິໄສຂອງພຣະອົງ. ພວກເຂົາບໍ່ໄດ້ຕ້ອງການຮູ້ຈັກພຣະເຈົ້າ, ແຮງໄກທີ່ຈະເວົ້າເຖິງການຄໍານຶງເຖິງເຈດຕະນາຂອງພຣະອົງ. ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າທີ່ວ່າ: “ຄວາມປາຖະໜາອັນຮີບດ່ວນຂອງເຮົາໃນປັດຈຸບັນຄືການສະແຫວງຫາກຸ່ມຄົນທີ່ສາມາດຄໍານຶງເຖິງເຈດຕະນາຂອງເຮົາຢ່າງສົມບູນ”, ພວກເຂົາຮູ້ສຶກຊາບຊຶ້ງບໍ? ພວກເຂົາເວົ້າວ່າ: “ການສະແຫວງຫາຄົນທີ່ຄໍານຶງເຖິງເຈດຕະນາຂອງພຣະເຈົ້ານີ້ແມ່ນຫຍັງກັນແທ້? ການຄໍານຶງເຖິງເຈດຕະນາຂອງພຣະອົງມີປະໂຫຍດຫຍັງ? ການເຮັດແບບນີ້ຈະເຮັດໃຫ້ຂ້ານ້ອຍໄດ້ກິນອິ່ມ ຫຼື ເຮັດໃຫ້ຂ້ານ້ອຍຫາເງິນໄດ້ບໍ? ການຄໍານຶງເຖິງເຈດຕະນາຂອງພຣະເຈົ້າຈະນໍາໄປສູ່ຈຸດໝາຍປາຍທາງທີ່ດີບໍ? ມັນສາມາດນໍາພອນອັນຍິ່ງໃຫຍ່ມາໃຫ້ຂ້ານ້ອຍໄດ້ບໍ? ຖ້າເຮັດສິ່ງເຫຼົ່ານີ້ບໍ່ໄດ້ ແລ້ວຈົ່ງລືມມັນໄປສາ; ຂ້ານ້ອຍບໍ່ຈຳເປັນຕ້ອງຄຳນຶງເຖິງ. ຂ້ານ້ອຍກຳລັງຊອກຫາເສັ້ນທາງເພື່ອຫຼີກລ່ຽງການຖືກໂຍນຖິ້ມລົງສູ່ນະຮົກ ແລະ ເພື່ອຮັບປະກັນຈຸດໝາຍປາຍທາງທີ່ດີ. ຖ້າການຄໍານຶງເຖິງເຈດຕະນາຂອງພຣະອົງສາມາດນໍາພອນມາໃຫ້ຂ້ານ້ອຍໄດ້, ແລ້ວຂ້ານ້ອຍຈຶ່ງຈະຄໍານຶງເຖິງ. ພຽງແຕ່ບອກຂ້ານ້ອຍວ່າຕ້ອງເຮັດແນວໃດ”. ພວກເຈົ້າຄິດວ່າພວກເຂົາສາມາດບັນລຸຂໍ້ກຳນົດທີ່ພຣະເຈົ້າຕັ້ງໄວ້ໄດ້ບໍ? (ບໍ່.) ພຣະເຈົ້າສະເໜີພຽງຂໍ້ດຽວຄື: ຈົ່ງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ຈົ່ງຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ການເຮັດເຊັ່ນນີ້, ເຈົ້າກໍກຳລັງຄໍານຶງເຖິງເຈດຕະນາຂອງພຣະອົງ ແລະ ສາມາດໄດ້ຮັບພອນອັນຍິ່ງໃຫຍ່ໄດ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນສິ່ງນີ້, ພວກເຂົາຄິດວ່າ “ຂ້ອຍເວົ້າໄວເກີນໄປ, ບໍ່ຄວນຈິງຈັງກັບຂ້ອຍ. ຂ້ອຍບໍ່ສາມາດຄໍານຶງເຖິງເຈດຕະນາຂອງພຣະເຈົ້າໄດ້ດອກ, ຊ່າງມັນເຖາະ. ວິທີນີ້ໃຊ້ບໍ່ໄດ້; ຂ້ອຍຈະຫາວິທີອື່ນ”. ຈາກນັ້ນ ພວກເຂົາກໍເລີ່ມທຸ້ມເທຄວາມພະຍາຍາມເຂົ້າໃນດ້ານອື່ນໆຂອງພຣະທຳຂອງພຣະເຈົ້າ. ພວກເຂົາທຸ້ມເທຄວາມພະຍາຍາມໃນການຄົ້ນຄວ້າ ແລະ ວິເຄາະດ້ານອື່ນໆ ແຕ່ຫຼັງຈາກທີ່ວິເຄາະທັງໝົດແລ້ວ, ສິ່ງທີ່ພວກເຂົາໄດ້ຮັບຈາກມັນກໍມີພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນສອງສາມຢ່າງເທົ່ານັ້ນ. ເພາະພວກເຂົາບໍ່ໄດ້ຮັກຄວາມຈິງ ແລະ ເພາະພວກເຂົາຖືວ່າຜົນປະໂຫຍດ, ອະນາຄົດ ແລະ ຊະຕາກຳຂອງພວກເຂົາເອງ ເປັນເປົ້າໝາຍຕະຫຼອດຊີວິດໃນການໄລ່ຕາຂອງພວກເຂົາ, ພຣະທຳຂອງພຣະເຈົ້າຈຶ່ງກາຍເປັນພຽງຄຳເວົ້າຕິດປາກສຳລັບພວກເຂົາ. ພວກເຂົາບໍ່ເຄີຍປະສົບກັບຄວາມຊື່ນຊົມຍິນດີໃດໆ ຈາກພາລະກິດຂອງພຣະເຈົ້າ ຫຼື ການນໍາພາຂອງພຣະວິນຍານບໍລິສຸດເລີຍ. ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ເຫັນແສງສະຫວ່າງ ແລະ ບໍ່ໄດ້ຮັບຄວາມຮູ້ແຈ້ງ ຫຼື ສິ່ງຄ້ຳຊູໃດໆ. ສິ່ງທີ່ພວກເຂົາໄດ້ຮັບກໍມີພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນສອງສາມຄຳ ພ້ອມທັງການເປີດເຜີຍ ແລະ ຄຳກ່າວບາງຢ່າງກ່ຽວກັບຄວາມເລິກລັບ ແລະ ຈຸດໝາຍປາຍທາງ. ເມື່ອພວກເຂົາຖືວ່າຄຳກ່າວ ແລະ ຫຼັກຄຳສອນເຫຼົ່ານີ້ເປັນຕົ້ນທຶນ, ພວກເຂົາກໍເບິ່ງຄືຈະຮູ້ສຶກວ່າ ພວກເຂົາໄດ້ຄວບຄຸມຈຸດໝາຍປາຍທາງຂອງພວກເຂົາເອງ, ພວກເຂົາໄດ້ຮັບປະກັນຈຸດໝາຍປາຍທາງຂອງພວກເຂົາເອງແລ້ວ. ເຖິງຢ່າງໃດກໍຕາມ, ທ່າມກາງການເປີດໂປງ, ການພິພາກສາ ແລະ ການລົງທັນຢ່າງຕໍ່ເນື່ອງຈາກພຣະທຳຂອງພຣະເຈົ້າ ຫຼື ທ່າມກາງຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດໃນແຕ່ລະໄລຍະທີ່ແຕກຕ່າງກັນນັ້ນ, ພວກເຂົາກໍຮູ້ສຶກຄືກັບວ່າ ພວກເຂົາໄດ້ສູນເສຍຈຸດໝາຍປາຍທາງຂອງພວກເຂົາ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ໃນຊ່ວງເວລານີ້, ພວກເຂົາຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນສະເໝີ; ພວກເຂົາຕໍ່ສູ້ທາງຄວາມຄິດຢູ່ເລິກໆ ພາຍໃນຕົວພວກເຂົາເອງຢ່າງຕໍ່ເນື່ອງ ເພື່ອເຫັນແກ່ການຮັບປະກັນຈຸດໝາຍປາຍທາງທີ່ດີ. ພວກເຂົາຈະຕໍ່ສູ້ຍ້ອນພຣະທຳປະໂຫຍກໜຶ່ງຂອງພຣະເຈົ້າ, ພວກເຂົາຈະເລີ່ມຄິດລົບ ຍ້ອນພຣະທຳອີກປະໂຫຍກໜຶ່ງຂອງພຣະເຈົ້າ ແລະ ພວກເຂົາຈະຮູ້ສຶກມີຄວາມສຸກຍ້ອນພຣະທຳອີກປະໂຫຍກໜຶ່ງ. ເຖິງຢ່າງໃດກໍຕາມ, ບໍ່ວ່າພວກເຂົາຈະມີຄວາມສຸກ ຫຼື ພວກເຂົາກຳລັງຍຶດຕິດກັບຄວາມຫວັງສຸດທ້າຍ, ສຳລັບຄົນປະເພດນີ້ແລ້ວ ສິ່ງນີ້ກໍເປັນພຽງຊົ່ວຄາວເທົ່ານັ້ນ. ສະນັ້ນ, ໃນທີ່ສຸດແລ້ວ ຜູ້ຕໍ່ຕ້ານພຣະຄຣິສບາງຄົນກໍຮູ້ສຶກຄືກັບວ່າ ຄົນແບບພວກເຂົາບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້; ພວກເຂົາເຫັນໄດ້ຈາກພຣະທຳຂອງພຣະເຈົ້າວ່າ ພຣະອົງເບິ່ງຄືວ່າບໍ່ມັກຄົນແບບພວກເຂົາ, ແລ້ວພວກເຂົາຈະສາມາດໄດ້ຮັບພອນ ຫຼື ບໍ່? ແລ້ວອະນາຄົດ ແລະ ຊະຕາກຳຂອງພວກເຂົາແມ່ນຫຍັງກັນແທ້? ພວກເຂົາຮູ້ສຶກວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ບໍ່ຮູ້, ພວກເຂົາບໍ່ແນ່ໃຈກ່ຽວກັບພວກມັນ. ມາຮອດຈຸດນີ້, ພວກເຂົາຈະເຮັດແນວໃດ? ພວກເຂົາສາມາດກັບໃຈໄດ້ບໍ? ພວກເຂົາສາມາດປະຖິ້ມຄວາມຊົ່ວຮ້າຍໃນມືຂອງພວກເຂົາຄືກັບຊາວນີເນເວ, ຫັນກັບມາສາລະພາບ ແລະ ກັບໃຈມາຫາພຣະເຈົ້າ, ຍອມຮັບພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ ແລະ ຍອມຮັບພຣະທຳຂອງພຣະເຈົ້າເປັນຮາກຖານແຫ່ງການເປັນຢູ່ຂອງພວກເຂົາໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ສະນັ້ນ, ຫຼັງຈາກທີ່ໄລ່ຕາມມາຫຼາຍປີ, ຫວັງມາຫຼາຍປີ ແລະ ສຶກສາພຣະທຳຂອງພຣະເຈົ້າມາຫຼາຍປີ, ຖ້າພວກເຂົາສະຫຼຸບວ່າຄົນແບບພວກເຂົາບໍ່ສາມາດໄດ້ຮັບພອນເລີຍ, ບໍ່ມີຄວາມຫວັງເລີຍແມ່ນແຕ່ໜ້ອຍດຽວ, ບໍ່ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ ແລະ ບໍ່ສາມາດໄດ້ຮັບສິ່ງທີ່ພວກເຂົາຕ້ອງການໄດ້, ແລ້ວພວກເຂົາຈະເຮັດແນວໃດ? (ພວກເຂົາຈະໜີຈາກພຣະເຈົ້າ.)

ມີຄຳກ່າວຝ່າຍວິນຍານທີ່ວ່າ: “ຂ້ອຍຮື້ຟື້ນຄຳປະຕິຍານຂອງຂ້ອຍວ່າຈະຮັກພຣະເຈົ້າ: ຂ້ອຍອຸທິດຮ່າງກາຍ ແລະ ຫົວໃຈຂອງຂ້ອຍໃຫ້ກັບພຣະອົງ”. ຄຳກ່າວນີ້ “ຍິ່ງໃຫຍ່” ຫຼາຍ. ເມື່ອເຮົາໄດ້ຍິນຄຳເວົ້າເຫຼົ່ານີ້ຄັ້ງທຳອິດ, ເຮົາຮູ້ສຶກຢ່າງເລິກເຊິ່ງໃນໃຈຂອງເຮົາເຖິງ “ຄວາມຍິ່ງໃຫຍ່” ຂອງພາສາມະນຸດ. ຜູ້ຄົນຖືວ່າຄຳປະຕິຍານຂອງພວກເຂົາລ້ຳຄ່າຫຼາຍ, ບໍລິສຸດຫຼາຍ ແລະ ໄຮ້ທີ່ຕິຫຼາຍ; ພວກເຂົາຖືວ່າການອຸທິດຄວາມຮັກຂອງພວກເຂົາບໍລິສຸດ ແລະ ສັກສິດຫຼາຍ. ຜູ້ຕໍ່ຕ້ານພຣະຄຣິສສາມາດຮື້ຟື້ນຄຳປະຕິຍານຂອງຕົນວ່າຈະຮັກພຣະເຈົ້າ ແລະ ອຸທິດຮ່າງກາຍ ແລະ ຫົວໃຈຂອງພວກເຂົາໃຫ້ກັບພຣະອົງໄດ້ບໍ? (ພວກເຂົາບໍ່ສາມາດ.) ເປັນຫຍັງຈຶ່ງບໍ່ສາມາດ? ບາງຄົນເວົ້າວ່າ: “ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າຫຼາຍແລ້ວ, ເມື່ອຂ້ອຍເຫັນວ່າວິທີຄິດຂອງຂ້ອຍໃຊ້ບໍ່ໄດ້ຜົນ ຫຼື ບໍ່ໄດ້ຮັບຜົນ, ຂ້ອຍກໍພຽງແຕ່ຮື້ຟື້ນຄຳປະຕິຍານຂອງຕົນວ່າຈະຮັກພຣະເຈົ້າ ແລະ ກ່າວຄຳປະຕິຍານທີ່ຂ້ອຍເຄີຍໃຫ້ໄວ້ກັບພຣະອົງຕັ້ງແຕ່ຕອນຕົ້ນຄືນໃໝ່. ນີ້ບໍ່ແມ່ນການຫັນກັບຄືນມາບໍ? ມັນບໍ່ຍາກເລີຍ”. ຜູ້ຕໍ່ຕ້ານພຣະຄຣິສສາມາດເຮັດສິ່ງດັ່ງກ່າວໄດ້ບໍ? (ພວກເຂົາບໍ່ສາມາດເຮັດໄດ້.) ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດໄດ້? “ຂ້ອຍຮື້ຟື້ນຄຳປະຕິຍານວ່າຈະຮັກພຣະເຈົ້າ” ບໍ່ແມ່ນປະໂຫຍກທີ່ສະຫຼາດທີ່ສຸດຂອງມະນຸດບໍ? ມັນບໍ່ແມ່ນຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດ ແລະ ບໍລິສຸດທີ່ສຸດຂອງມະນຸດບໍ? ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດຈັດການສິ່ງນີ້ໄດ້? (ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ແຮງໄກທີ່ຈະເວົ້າເຖິງຄວາມຮັກທີ່ແທ້ຈິງ. ຄວາມຮັກຂອງພວກເຂົາລ້ວນແຕ່ຈອມປອມ ແລະ ອີງໃສ່ຜົນປະໂຫຍດຂອງພວກເຂົາ. ຫຼັງຈາກທີ່ບໍ່ມີຜົນປະໂຫຍດໃຫ້ພວກເຂົາໄດ້ຮັບແລ້ວ, ພວກເຂົາກໍຈະຫັນຫຼັງໃຫ້ ແລະ ຈາກໄປ.) ເມື່ອຜູ້ຕໍ່ຕ້ານພຣະຄຣິສມາຮອດຈຸດນີ້, ພວກເຂົາຮູ້ສຶກວ່າມີບາງຢ່າງຜິດພາດ ແລະ ພວກເຂົາໄດ້ລົງເດີມພັນຜິດແລ້ວ. ເພື່ອປຸກລະດົມກຳລັງຈິດໃຈຂອງພວກເຂົາ, ພວກເຂົາຈຳເປັນຕ້ອງໃຊ້ຄຳຂວັນ ຫຼື ທິດສະດີ ເພື່ອສະໜັບສະໜູນໂລກຝ່າຍວິນຍານຂອງພວກເຂົາ, ແລ້ວເປັນຄຳຂວັນປະເພດໃດ? “ຂ້ອຍຮື້ຟື້ນຄຳປະຕິຍານຂອງຂ້ອຍວ່າຈະຮັກພຣະເຈົ້າ: ຂ້ອຍອຸທິດຮ່າງກາຍ ແລະ ຫົວໃຈໃຫ້ກັບພຣະອົງ”. ສິ່ງນີ້ໝາຍຄວາມວ່າພວກເຂົາກຳລັງຈະເລີ່ມຕົ້ນໃໝ່. ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະບໍ່ສາມາດດຳລົງຊີວິດຢູ່ຕໍ່ໄປໄດ້ ແລະ ຄວາມເຊື່ອ ຂອງພວກເຂົາໃນພຣະເຈົ້າກໍຈະສິ້ນສຸດລົງ. ພຣະເຈົ້າກ່າວທຸກມື້ໃນລະຫວ່າງພາລະກິດຂອງພຣະອົງ ແລະ ທຸກຄັ້ງທີ່ພຣະອົງກ່າວ, ພຣະທຳຂອງພຣະອົງລ້ວນແຕ່ກ່ຽວກັບຄວາມຈິງ, ພວກມັນລ້ວນແຕ່ເປັນພຣະທຳທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ຮຽກຮ້ອງວິທີທີ່ຜູ້ຄົນຄວນເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ເຂົ້າໃຈຫຼັກການຄວາມຈິງ, ພວກມັນລ້ວນແຕ່ເປັນພຣະທຳເຫຼົ່ານີ້. ແລ້ວດ້ວຍເຫດນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຄິດວ່າ: “ເປັນຫຍັງພຣະທຳເຫຼົ່ານີ້ຈຶ່ງບໍ່ມີຂໍ້ໃດເລີຍທີ່ເວົ້າເຖິງຈຸດໝາຍປາຍທາງ ຫຼື ກ່າວເຖິງເລື່ອງທີ່ກ່ຽວຂ້ອງກັບການໄດ້ຮັບພອນ? ນີ້ບໍ່ໄດ້ໝາຍຄວາມວ່າອະນາຄົດ ແລະ ຊະຕາກຳຂອງພວກເຮົາກາຍເປັນສູນໃນມືຂອງພຣະເຈົ້າບໍ? ຄຳສັນຍາຂອງພຣະເຈົ້າທີ່ມີຕໍ່ພວກເຮົາບໍ່ມີອີກແລ້ວບໍ? ຖ້າພຣະເຈົ້າບໍ່ເຄີຍກ່າວເຖິງເລື່ອງເຫຼົ່ານີ້, ແລ້ວບາງທີຄວາມຫວັງຂອງພວກເຮົາກໍກຳລັງຈະພັງທະລາຍລົງ. ຖ້າຄວາມຫວັງຂອງພວກເຮົາພັງທະລາຍ, ພວກເຮົາຄວນເຮັດແນວໃດ? ງ່າຍໜ້ອຍດຽວ. ຖ້າພຣະທຳຂອງພຣະເຈົ້າບໍ່ໄດ້ເວົ້າຫຍັງກ່ຽວກັບເລື່ອງເຫຼົ່ານີ້, ກໍໃຫ້ພວກເຮົາໃຊ້ວິທີການຂອງມະນຸດ: ໃຫ້ພວກເຮົາຮື້ຟື້ນຄຳປະຕິຍານວ່າຈະຮັກພຣະເຈົ້າ!” ຜູ້ຄົນມີຄວາມກະຕືລືລົ້ນອັນຍິ່ງໃຫຍ່, ມີຄວາມຮັກ ແລະ ຄວາມເຊື່ອອັນຍິ່ງໃຫຍ່ແບບນັ້ນໄດ້ແນວໃດ ເມື່ອພວກເຂົາເຂົ້າມາເຊື່ອໃນພຣະເຈົ້າຄັ້ງທຳອິດ? ເມື່ອສິ່ງເຫຼົ່ານີ້ມາເຖິງຈຸດສູງສຸດຂອງພວກເຂົາ, ຜູ້ຄົນກໍໄດ້ກ່າວຄວາມຕັ້ງໃຈຕໍ່ໜ້າພຣະເຈົ້າ ແລະ ກ່າວຄຳປະຕິຍານວ່າ: “ບໍ່ວ່າຂ້ອຍຈະຢູ່ໃສ ແລະ ເວລາໃດໃນຊີວິດນີ້, ຂ້ອຍກໍຈະເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ກັບພຣະອົງ ໂດຍປາສະຈາກການຈົ່ມວ່າ ຫຼື ຄວາມເສຍໃຈໃດໆ. ບໍ່ວ່າຝົນຈະຕົກ ຫຼື ແດດຈະອອກ, ບໍ່ວ່າຈະລົ້ມລຸກຄຸກຄານ, ບໍ່ວ່າຂ້ອຍຈະປ່ວຍ ແລະ ບໍ່ວ່າມີຄວາມລຳບາກຍາກແຄ້ນກໍຕາມ, ຂ້ອຍກໍຈະຕິດຕາມພຣະອົງໄປຈົນເຖິງທີ່ສຸດ, ຈົນກວ່າທະເລຈະເຫືອດແຫ້ງ ແລະ ຫີນຈະແຕກສະຫຼາຍເປັນຝຸ່ນ. ຖ້າຂ້ອຍລະເມີດຄຳປະຕິຍານນີ້, ຂ້ອຍຈະຖືກຟ້າຈາກສະຫວັນຜ່າຕາຍ ແລະ ຂ້ອຍຈະບໍ່ມີຈຸດໝາຍປາຍທາງທີ່ດີ”. ແລ້ວເປັນຫຍັງຕອນນີ້ຄຳປະຕິຍານຂອງພວກເຂົາຈຶ່ງຫາຍໄປ? ພວກເຂົາຮູ້ສຶກວ່າເປັນຍ້ອນເວລາຜ່ານໄປດົນເກີນໄປ ແລະ ມັນໄດ້ກັດກິນຄວາມເຊື່ອ ແລະ ຄວາມຮັກຂອງພວກເຂົາ. ໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ: “ບໍ່ໄດ້, ຂ້ອຍຕ້ອງປຸກລະດົມຈິດວິນຍານຂອງຂ້ອຍ. ຂ້ອຍຕ້ອງສົດຊື່ນ ແລະ ມີຊີວິດຊີວາ ແລະ ມີຄວາມເຊື່ອ ແລະ ຄວາມກະຕືລືລົ້ນຫຼາຍຄືກັບທີ່ຂ້ອຍເຄີຍມີໃນຕອນນັ້ນ. ຂ້ອຍຕ້ອງເອົາຄວາມປາຖະໜາຂອງຂ້ອຍ, ຈຸດໝາຍປາຍທາງຂອງຂ້ອຍ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງຂ້ອຍກັບຄືນມາ. ຖ້າເຮັດແບບນັ້ນ, ຄວາມເຊື່ອຂອງຂ້ອຍໃນພຣະເຈົ້າ ແລະ ຄວາມຮັກທີ່ຂ້ອຍມີຕໍ່ພຣະອົງຈະບໍ່ຍິ່ງໃຫຍ່ຄືແຕ່ກ່ອນບໍ? ການອຸທິດຕົນຢ່າງແທ້ຈິງຂອງຂ້ອຍທີ່ມີຕໍ່ພຣະອົງຈະບໍ່ຄືແຕ່ກ່ອນບໍ?” ເຖິງຢ່າງໃດກໍຕາມ, ບໍ່ວ່າຄົນທີ່ບໍ່ສະແຫວງຫາຄວາມຈິງເລີຍຈະຕໍ່ສູ້ຢ່າງໜັກຢູ່ເລິກໆໃນໃຈຂອງພວກເຂົາສໍ່າໃດ ຫຼື ພວກເຂົາຈະລະນຶກເຖິງຄວາມເຊື່ອ ແລະ ຄວາມກະຕືລືລົ້ນເດີມຂອງພວກເຂົາທີ່ມີຕໍ່ພຣະເຈົ້າຫຼາຍສໍ່າໃດກໍຕາມ, ສິ່ງນີ້ກໍບໍ່ສາມາດປ່ຽນແປງສະຖານະການໃນປັດຈຸບັນຂອງພວກເຂົາໄດ້. ສະຖານະການນີ້ແມ່ນຫຍັງ? ເມື່ອອະນາຄົດ ແລະ ຊະຕາກຳຂອງພວກເຂົາກາຍເປັນສູນ, ເມື່ອອະນາຄົດ ແລະ ຊະຕາກຳຂອງພວກເຂົາລອຍຫ່າງໄກຈາກພວກເຂົາອອກໄປເລື້ອຍໆ, ເມື່ອຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາເກືອບຈະພັງທະລາຍລົງ ແລະ ເມື່ອຄວາມຄິດທີ່ເຕັມໄປດ້ວຍຄວາມຫວັງທັງໝົດ ແລະ ຄວາມປາຖະໜາທັງໝົດຂອງພວກເຂົາບໍ່ສາມາດເປັນຈິງໄດ້, ມັນກໍກາຍເປັນເລື່ອງຍາກຫຼາຍສຳລັບພວກເຂົາທີ່ຈະຍຶດໝັ້ນຕໍ່ໄປ, ມັນເຈັບປວດຫຼາຍສຳລັບພວກເຂົາທີ່ຢູ່ເລິກໆໃນໃຈຂອງພວກເຂົາທີ່ຈະຍຶດໝັ້ນຕໍ່ໄປໃນລັກສະນະນີ້. ພວກເຂົາມັກຈະປະສົບກັບສະພາວະ ແລະ ອາລົມທີ່ເບິ່ງຄືວ່າ ພວກເຂົາບໍ່ສາມາດທົນຕໍ່ໄປໄດ້ອີກແລ້ວ. ພວກເຂົາມັກຈະຕັ້ງໜ້າລໍຄອຍເວລາທີ່ພາລະກິດຂອງພຣະເຈົ້າຈະສຳເລັດ ເພື່ອວ່າພວກເຂົາຈະໄດ້ເພີດເພີນກັບພອນຈາກອານາຈັກສະຫວັນ. ບາງຄົນເຖິງກັບຫວັງວ່າ “ຂໍໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດລົງໂດຍໄວ, ຂໍໃຫ້ຄວາມຫາຍະນະໃຫຍ່ມາເຖິງໂດຍໄວ, ຖ້າຟ້າຖະຫຼົ່ມ, ທຸກຄົນກໍຈະຕາຍ, ບໍ່ມີໃຜຄວນຄາດຫວັງຜົນໄດ້ຮັບທີ່ດີ. ຖ້າຂ້ອຍບໍ່ສາມາດໄດ້ຮັບພອນ, ແລ້ວກໍບໍ່ຄວນມີໃຜໄດ້ຮັບ!” ຢູ່ເລິກໆໃນໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ຫວັງໃຫ້ອານາຈັກຂອງພຣະເຈົ້າມາເຖິງ, ພວກເຂົາບໍ່ໄດ້ຫວັງໃຫ້ກິດຈະການທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳເລັດ ແລະ ພວກເຂົາບໍ່ໄດ້ຫວັງໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າໄດ້ຮັບສະຫງ່າລາສີໃນທີ່ສຸດ ຫຼື ໃຫ້ພຣະເຈົ້າໄດ້ຮັບຜູ້ເອົາຊະນະໃນທ່າມກາງມະນຸດຊາດ ແລະ ນໍາພາມະນຸດຊາດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ, ພວກເຂົາບໍ່ໄດ້ຫວັງສຳລັບສິ່ງເຫຼົ່ານີ້. ກົງກັນຂ້າມ, ເມື່ອຄວາມປາຖະໜາທັງໝົດທີ່ຕ້ອງການຮັບພອນຂອງພວກເຂົາກຳລັງປະເຊີນກັບຄວາມພິນາດ, ຢູ່ເລິກລົງໄປໃນໃຈຂອງພວກເຂົາ, ພວກເຂົາກໍສາບແຊ່ງພາລະກິດຂອງພຣະເຈົ້າ, ພວກເຂົາເບື່ອໜ່າຍຕໍ່ພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງເບື່ອໜ່າຍຕໍ່ພຣະທຳຂອງພຣະອົງ.

ສຳລັບບາງຄົນໃນຕອນນີ້, ຫຼັງຈາກທີ່ໄດ້ຟັງການເທດສະໜາມາຫຼາຍປີ, ຍິ່ງພວກເຂົາຟັງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃຈຫຼາຍສໍ່ານັ້ນ, ຫົວໃຈຂອງພວກເຂົາກໍຍິ່ງຊັດເຈນຂຶ້ນ ແລະ ພວກເຂົາກໍຍິ່ງຢາກຟັງຫຼາຍຂຶ້ນ. ກົງກັນຂ້າມ, ຄົນອື່ນພັດຮູ້ສຶກລັງກຽດຫຼາຍຂຶ້ນ ເມື່ອພວກເຂົາແຮງຟັງການເທດສະໜາ. ທັນທີທີ່ພວກເຂົາໄດ້ຍິນພຣະທຳຂອງພຣະເຈົ້າ, ດ້ານທີ່ເປັນມານຮ້າຍຂອງພວກເຂົາກໍຖືກເປີດເຜີຍອອກມາ. ທັນທີທີ່ພວກເຂົາຟັງພຣະເຈົ້າໂອ້ລົມກ່ຽວກັບຄວາມຈິງ ແລະ ມັນແຕະຕ້ອງເຖິງອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ຊຸດຄວາມຄິດທີ່ກະບົດຂອງພວກເຂົາກໍປາກົດຂຶ້ນ ແລະ ຄວາມລັງກຽດຂອງພວກເຂົາກໍສະແດງອອກມາໃຫ້ເຫັນທັງໝົດ, ພວກເຂົາເຮັດເຖິງຂັ້ນໃດ? ບາງຄົນສາບແຊ່ງໃນໃຈຂອງພວກເຂົາ: ພວກເຂົາສາບແຊ່ງພຣະເຈົ້າ, ສາບແຊ່ງຄວາມຈິງ, ສາບແຊ່ງຜູ້ນຳ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ ແລະ ສາບແຊ່ງຜູ້ທີ່ສະແຫວງຫາຄວາມຈິງຫຼາຍຂຶ້ນ. ເມື່ອພວກເຂົາເຫັນຄົນປະເພດນັ້ນ, ພວກເຂົາກໍບໍ່ມັກພວກເຂົາ ແລະ ປາດຖະໜາທີ່ຈະໂຈມຕີພວກເຂົາ. ເມື່ອພວກເຂົາເຫັນຄົນດັ່ງກ່າວເທດສະໜາພຣະທຳຂອງພຣະເຈົ້າ, ໄຕ່ຕອງພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາກໍສາບແຊ່ງໃນໃຈຂອງພວກເຂົາຈົນພວກເຂົາເມື່ອຍ ແລະ ຮູ້ສຶກຢາກນອນ. ສະນັ້ນ, ຕາຂອງບາງຄົນກໍເປັນປະກາຍທັນທີທີ່ພວກເຂົາໄດ້ຍິນການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ໃນຂະນະທີ່ເມື່ອຄົນອື່ນໄດ້ຍິນການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ໄດ້ຍິນບາງຄົນເວົ້າວ່າ ພວກເຂົາໄດ້ຮັບແສງສະຫວ່າງບາງຢ່າງຈາກພຣະທຳຂອງພຣະເຈົ້າ, ຈິດໃຈຂອງພວກເຂົາພັດສັບສົນ, ຄວາມຄິດຂອງພວກເຂົາພັດບໍ່ຊັດເຈນ ແລະ ວິນຍານຂອງພວກເຂົາພັດຈົມລົງ. ຫົວໃຈຂອງພວກເຂົາຮູ້ສຶກອຶດອັດຈົນພວກເຂົາຫາຍໃຈບໍ່ອອກ ແລະ ພວກເຂົາມັກຈະຢາກອອກໄປຂ້າງນອກ ເພື່ອສູບອາກາດສົດຊື່ນຢູ່ສະເໝີ. ແຕ່ເມື່ອເຈົ້າໂອ້ລົມກ່ຽວກັບສິ່ງຕ່າງໆ ເຊັ່ນ: ຄວາມຫວັງ ແລະ ຊະຕາກຳ, ພອນຂອງພຣະເຈົ້າ, ເວລາທີ່ພາລະກິດຂອງພຣະເຈົ້າຈະສິ້ນສຸດລົງ ແລະ ຄວາມເລິກລັບ, ບໍ່ວ່າຫ້ອງຈະນ້ອຍສໍ່າໃດ ຫຼື ອາກາດຈະບໍ່ດີສໍ່າໃດກໍຕາມ, ພວກເຂົາກໍບໍ່ອອກໄປສູບອາກາດ ຫຼື ເຫງົານອນ, ພວກເຂົາພັດຫູພຶງ ແລະ ຕັ້ງໃຈຟັງ. ບໍ່ສຳຄັນວ່າເຈົ້າຈະເວົ້າດົນປານໃດ, ເຖິງແມ່ນວ່າພວກເຂົາຈະຕ້ອງອົດນອນ ຫຼື ອົດອາຫານກໍຕາມ. ເມື່ອຜູ້ເຊື່ອໃໝ່ບາງຄົນໄດ້ເຂົ້າມາພົວພັນກັບເຮົາ, ເຮົາໄດ້ໂອ້ລົມກັບພວກເຂົາກ່ຽວກັບສະພາວະຂອງຜູ້ຄົນ ແລະ ວິທີທີ່ຜູ້ຄົນຄວນສະແຫວງຫາຄວາມຈິງ, ແຕ່ພວກເຂົາບໍ່ເຂົ້າໃຈ ແລະ ຖາມເຮົາວ່າ ເຮົາສາມາດເວົ້າກ່ຽວກັບຄວາມເລິກລັບບາງຢ່າງໄດ້ ຫຼື ບໍ່. ເຮົາເວົ້າວ່າ: “ເຈົ້າຢາກຟັງກ່ຽວກັບຄວາມເລິກລັບບໍ? ຖ້າຊັ້ນ ໃຫ້ເຮົາບອກຂໍ້ແທ້ຈິງກັບເຈົ້າກ່ອນ. ຜູ້ທີ່ຄອຍສອບຖາມກ່ຽວກັບຄວາມເລິກລັບຢູ່ສະເໝີ ແລະ ໃສ່ໃຈແຕ່ການຄົ້ນຄວ້າສິ່ງເຫຼົ່ານີ້ໃນພຣະທຳຂອງພຣະເຈົ້າຢູ່ຕະຫຼອດລ້ວນແຕ່ບໍ່ແມ່ນຄົນດີ. ພວກເຂົາລ້ວນແຕ່ເປັນຜູ້ບໍ່ເຊື່ອ ແລະ ພວກຟາຣີຊາຍ”. ຜູ້ເຊື່ອໃໝ່ເຫຼົ່ານັ້ນຕ່າງກໍມຶນງົງກັບຄຳຕອບຂອງເຮົາ ແລະ ອາຍເກີນກວ່າທີ່ຈະສອບຖາມຕໍ່ໄປ, ແຕ່ພວກເຂົາກໍຫາໂອກາດມາຖາມອີກຄັ້ງໃນພາຍຫຼັງ ແລະ ເຮົາກໍຕອບພວກເຂົາໃນລັກສະນະດຽວກັນ. ພວກເຈົ້າຄິດແນວໃດກ່ຽວກັບລັກສະນະທີ່ເຮົາຕອບພວກເຂົາ? (ມັນດີ, ມັນສາມາດຊ່ວຍໃຫ້ພວກເຂົາໄຕ່ຕອງກ່ຽວກັບຕົນເອງໄດ້.) ພວກເຂົາຈະໄຕ່ຕອງບໍ? ພວກເຂົາຈະບໍ່ເຮັດ. ແລ້ວເຈົ້າຈະຊ່ວຍພວກເຂົາໄດ້ແນວໃດ? ພຽງແຕ່ບອກພວກເຂົາວ່າ: “ຄວາມເລິກລັບບໍ່ແມ່ນຊີວິດ ຫຼື ຄວາມຈິງ. ບໍ່ວ່າເຈົ້າຈະເຂົ້າໃຈຄວາມເລິກລັບຫຼາຍສໍ່າໃດກໍຕາມ, ມັນກໍບໍ່ເທົ່າກັບການທີ່ເຈົ້າເຂົ້າໃຈຄວາມຈິງ. ແມ່ນແຕ່ການຄົ້ນພົບທຸກຄວາມເລິກລັບກໍບໍ່ເທົ່າກັບການທີ່ເຈົ້າສາມາດໄປສະຫວັນ ຫຼື ມີຈຸດໝາຍປາຍທາງທີ່ດີໄດ້”. ພວກເຈົ້າຄິດແນວໃດກ່ຽວກັບການຊ່ວຍພວກເຂົາດ້ວຍຄຳເວົ້າເຫຼົ່ານີ້? ສິ່ງນີ້ບໍ່ໄດ້ອະທິບາຍເລື່ອງນີ້ຢ່າງສົມບູນແບບບໍ? ເມື່ອຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ, ຮັກຄວາມຈິງ ແລະ ສະແຫວງຫາຄວາມຈິງໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາກໍເວົ້າວ່າ “ຂ້ອຍເຄີຍຄິດວ່າຄວາມເລິກລັບແມ່ນຊີວິດ, ແຕ່ຕອນນີ້ ຂ້ອຍຮູ້ແລ້ວວ່າມັນບໍ່ແມ່ນ, ຂ້ອຍຈະບໍ່ຄົ້ນຄວ້າພວກມັນອີກຕໍ່ໄປ. ແລ້ວຊີວິດແມ່ນຫຍັງ?” ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາເຂົ້າໃຈໜ້ອຍໜຶ່ງແລ້ວ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບຄວາມຊ່ວຍເຫຼືອບໍ ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້? ພວກເຂົາປ່ຽນແປງບໍ? ພວກເຂົາບໍ່ສາມາດປ່ຽນແປງໄດ້. ພວກເຂົາບໍ່ພົບຜົນປະໂຫຍດໃດໆໃນຄຳເວົ້າເຫຼົ່ານີ້, ພວກເຂົາເຊື່ອວ່າບໍ່ມີພອນໃນຄຳເວົ້າເຫຼົ່ານີ້, ເຊື່ອວ່າມັນບໍ່ກ່ຽວຂ້ອງກັບຄວາມຫວັງ ແລະ ຊະຕາກຳຂອງພວກເຂົາ, ເຊື່ອວ່າມັນບໍ່ກ່ຽວຂ້ອງ ແລະ ບໍ່ເຊື່ອມໂຍງກັບຄວາມຫວັງ ແລະ ຊະຕາກຳຂອງພວກເຂົາ ແລະ ເຊື່ອວ່າພວກມັນໄຮ້ປະໂຫຍດ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຍອມຮັບພວກມັນໄດ້. ສະນັ້ນ, ການໂອ້ລົມແບບໃດທີ່ເຊື່ອມໂຍງກັບຄວາມຫວັງ ແລະ ຊະຕາກຳຂອງພວກເຂົາ? ຕົວຢ່າງ: ເຈົ້າສາມາດເວົ້າວ່າ “ທຸກມື້ນີ້, ມີປະກົດການທີ່ແປກປະຫຼາດຫຼາຍຢ່າງປາກົດຂຶ້ນໃນໂລກ. ໃນສະຖານທີ່ບາງແຫ່ງ, ມີດວງຕາເວັນສີ່ດວງປາກົດຂຶ້ນ ແລະ ມີການພົບເຫັນພະຈັນສີເລືອດຫຼາຍຄັ້ງ. ປະກົດການທາງດາລາສາດທີ່ແປກປະຫຼາດມັກຈະເກີດຂຶ້ນ. ໂລກລະບາດ ແລະ ໄພພິບັດຕ່າງໆກໍໄດ້ປາກົດຂຶ້ນໃນໂລກມະນຸດເຊັ່ນກັນ ແລະ ໃນສະຖານທີ່ບາງແຫ່ງ, ຜູ້ຄົນກໍຫັນມາກິນຊີ້ນມະນຸດນຳກັນ. ເມື່ອເບິ່ງຈາກສະຖານະການແລ້ວ, ພວກເຮົາໄດ້ມາຮອດຍຸກແຫ່ງຖ້ວຍ ແລະ ໂລກລະບາດທີ່ໄດ້ຖືກທຳນາຍໄວ້ໃນພຣະທຳນິມິດແລ້ວ”. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນຄຳເວົ້າເຫຼົ່ານີ້, ຕາຂອງພວກເຂົາກໍເປັນປະກາຍ ແລະ ຫູຂອງພວກເຂົາກໍພຶງ. ພວກເຂົາປິຕິຍິນດີວ່າ “ດີແທ້ໆ ທີ່ຂ້ອຍເກີດມາໃນຍຸກນີ້. ຂ້ອຍສາມາດໄດ້ຮັບພອນອັນຍິ່ງໃຫຍ່. ຂ້ອຍສະຫຼາດແທ້ໆ! ຂ້ອຍບໍ່ໄດ້ເລືອກທີ່ຈະສະແຫວງຫາສິ່ງຂອງທາງໂລກ. ຂ້ອຍໄດ້ຍອມປະຖິ້ມຄວາມຫວັງທາງໂລກ ແລະ ຄອບຄົວຂອງຂ້ອຍ ເພື່ອຕິດຕາມພາລະກິດຂອງພຣະເຈົ້າໃນຂັ້ນຕອນນີ້, ຂ້ອຍດີໃຈຫຼາຍທີ່ຂ້ອຍສາມາດຕິດຕາມມາຈົນຮອດຕອນນີ້. ວັນຂອງພຣະເຈົ້າໃກ້ເຂົ້າມາແລ້ວ. ອີງຕາມສະຖານະການແລ້ວ, ມັນເບິ່ງຄືວ່າຂ້ອຍຈະສາມາດມີຊີວິດຢູ່ຈົນຮອດມື້ທີ່ພາລະກິດຂອງພຣະເຈົ້າສຳເລັດກ່ອນທີ່ຂ້ອຍຈະຕາຍ. ໃນມື້ນັ້ນ, ຂ້ອຍໝັ້ນໃຈວ່າຈະເປັນໜຶ່ງໃນຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນໂດຍພຣະອົງ. ມັນຊ່າງວິເສດແທ້ໆ!” ໃນໃຈຂອງພວກເຂົາ, ພວກເຂົາປິຕິຍິນດີຢ່າງລັບໆ ທີ່ພວກເຂົາໄດ້ເລືອກເສັ້ນທາງທີ່ຖືກຕ້ອງ, ພົບປະຕູທີ່ຖືກຕ້ອງ ແລະ ໄດ້ຈ່າຍລາຄາບາງຢ່າງໄປ. ພວກເຂົາຍັງປິຕິຍິນດີທີ່ພວກເຂົາໄດ້ຕິດຕາມມາຈົນຮອດຈຸດນີ້ໂດຍບໍ່ຍອມແພ້, ພວກເຂົາຍັງຢູ່ໃນເຮືອນຂອງພຣະເຈົ້າ ແລະ ບໍ່ໄດ້ກໍ່ບັນຫາໃດໆ ຫຼື ຖືກກຳຈັດອອກ ຫຼື ຖືກຂັບໄລ່. ສະນັ້ນ, ຕັ້ງແຕ່ນັ້ນມາ ພວກເຂົາຈະປະຕິບັດຄວາມຈິງ ຫຼື ສືບຕໍ່ຍຶດຕິດກັບຄວາມຫວັງເດີມໆເຫຼົ່ານັ້ນ? ທັດສະນະຄະຕິທີ່ຢູ່ເລິກໆພາຍໃນໃຈຂອງພວກເຂົາຈະບໍ່ປ່ຽນແປງ. ດັ່ງນັ້ນ, ເມື່ອພວກເຂົາພົບພາກສ່ວນໜຶ່ງໃນພຣະທຳຂອງພຣະເຈົ້າ ທີ່ພວກເຂົາເຊື່ອວ່າໄດ້ສຳເລັດແລ້ວ, ພວກເຂົາກໍຮູ້ສຶກຄືກັບວ່າພວກເຂົາໄດ້ພົບຊັບສົມບັດ. ພວກເຂົາຮູ້ສຶກທັນທີວ່າພວກເຂົາໂຊກດີ, ພວກເຂົາໄດ້ເລືອກເສັ້ນທາງທີ່ຖືກຕ້ອງ, ເຂົ້າປະຕູທີ່ຖືກຕ້ອງ ແລະ ເລືອກພຣະເຈົ້າທີ່ຖືກຕ້ອງ ແລະ ພວກເຂົາເປັນຄົນສະຫຼາດ ແລະ ເປັນຍິງບໍລິສຸດທີ່ສະຫຼາດ. “ໂຊກດີທີ່ຂ້ອຍຍອມປະຖິ້ມໜ້າທີ່ການງານຂອງຂ້ອຍໃນຕອນນັ້ນ. ຂ້ອຍຕັດສິນໃຈເລືອກໄດ້ຖືກຕ້ອງແລ້ວ. ເປັນຫຍັງຂ້ອຍຈຶ່ງສະຫຼາດຂະໜາດນີ້? ຖ້າຂ້ອຍບໍ່ລະມັດລະວັງໃນຕອນນັ້ນ, ດຽວນີ້ ຂ້ອຍກໍອາດຈະພາດພອນໄປແລ້ວ. ຂ້ອຍຕ້ອງລະມັດລະວັງຕໍ່ໄປໃນອະນາຄົດ ແລະ ອຸທິດຊີວິດຂອງຂ້ອຍເພື່ອຕໍ່ສູ້ສຳລັບຄວາມຫວັງ ແລະ ຊະຕາກຳຂອງຂ້ອຍ”. ພວກເຈົ້າເຫັນແກ່ນແທ້ຫຍັງຂອງຜູ້ຕໍ່ຕ້ານພຣະຄຣິສໃນເລື່ອງນີ້? ຄົນເຫຼົ່ານີ້ບໍ່ແມ່ນຄົນສວຍໂອກາດບໍ? ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ພຣະທຳຂອງພຣະອົງ ຫຼື ພາລະກິດຂອງພຣະອົງ. ພວກເຂົາເປັນຄົນສວຍໂອກາດ, ເປັນຄົນທີ່ລັກລອບເຂົ້າມາໃນເຮືອນຂອງພຣະເຈົ້າ. ດັ່ງນັ້ນ, ໃນເຮືອນຂອງພຣະເຈົ້າ, ຄົນເຫຼົ່ານີ້ຈຶ່ງເປັນພຽງຜູ້ທີ່ມານັ່ງໃຫ້ຄົບຕັ່ງຢູ່ສະເໝີ, ປ່ອຍໃຫ້ວັນເວລາຜ່ານໄປລ້າໆ. ພວກເຂົານັບນິ້ວມືວ່າ ພວກເຂົາໄດ້ຕິດຕາມພຣະເຈົ້າມາຈັກປີແລ້ວ, ລາຄາທີ່ພວກເຂົາໄດ້ຈ່າຍໄປ, ສິ່ງທີ່ຍິ່ງໃຫຍ່ທີ່ພວກເຂົາໄດ້ເຮັດ, ພາລະກິດຂອງພຣະເຈົ້າທີ່ພວກເຂົາໄດ້ປະສົບດ້ວຍຕົນເອງ ແລະ ຂັ້ນຕອນພາລະກິດຂອງພຣະເຈົ້າທີ່ພວກເຂົາມີຄວາມເຂົ້າໃຈບາງສ່ວນ. ພວກເຂົາຄິດຄຳນວນສິ່ງເຫຼົ່ານີ້ໃນໃຈຂອງພວກເຂົາໝົດມື້, ຊ້ຳແລ້ວຊ້ຳອີກ, ໂດຍປະຖິ້ມສິ່ງທີ່ສຳຄັນທີ່ສຸດເຊິ່ງເປັນເລື່ອງຂອງຄວາມຈິງ ແລະ ຊີວິດ. ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ເພື່ອຮັບພອນເທົ່ານັ້ນ, ນີ້ຄືການສວຍໂອກາດ. ບໍ່ມີພຣະທຳຂໍ້ໃດຂອງພຣະເຈົ້າ ຫຼື ຄວາມຮູ້ຈາກປະສົບການຂອງໃຜ ທີ່ຈະສາມາດປ່ຽນແປງທັດສະນະຄະຕິທີ່ສວຍໂອກາດຂອງພວກເຂົາໄດ້. ຜູ້ຕໍ່ຕ້ານພຣະຄຣິສເປັນແບບນີ້. ພວກເຂົາຈະບໍ່ມີວັນຍອມຖອຍ ເມື່ອເວົ້າເຖິງຜົນປະໂຫຍດຂອງພວກເຂົາເອງ; ພວກເຂົາຈະບໍ່ມີວັນປ່ຽນແປງມຸມມອງຂອງພວກເຂົາ, ປ່ຽນແປງທິດທາງ ແລະ ເປົ້າໝາຍຂອງເສັ້ນທາງທີ່ພວກເຂົາກຳລັງຍ່າງຢູ່ ຫຼື ປ່ຽນແປງຫຼັກການປະພຶດຕົນຂອງພວກເຂົາ ເພື່ອເຫັນແກ່ຄວາມຫວັງ ແລະ ຊະຕາກຳຂອງພວກເຂົາ. ພວກເຂົາຈະບໍ່ມີວັນນຳພຣະທຳຂໍ້ໃດຂອງພຣະເຈົ້າໄປປະຕິບັດ ສໍາລັບຄວາມຫວັງ ແລະ ຊະຕາກຳຂອງພວກເຂົາ, ແມ່ນແຕ່ຂໍ້ດຽວກໍບໍ່ມີ. ບາງຄົນເວົ້າວ່າ: “ພວກເຂົານຳພຣະທຳບາງຂໍ້ໄປປະຕິບັດເປັນບາງຄັ້ງຄາວ, ເຊັ່ນ: ໂດຍການປະຖິ້ມສິ່ງຕ່າງໆ ຫຼື ເສຍສະລະຕົນເອງ”. ບໍ່ວ່າພວກເຂົາຈະນຳຫຍັງໄປປະຕິບັດ, ພວກເຂົາກໍເຮັດເຊັ່ນນັ້ນດ້ວຍເງື່ອນໄຂທີ່ວ່າ ພວກເຂົາມີຄວາມຫວັງ ແລະ ຊະຕາກຳ ແລະ ສາມາດໄດ້ຮັບພອນ. ບໍ່ວ່າພວກເຂົາຈະນຳໃຊ້ຄວາມຈິງໃດປະຕິບັດ, ມັນກໍຖືກເຈືອປົນ ແລະ ເຮັດໄປດ້ວຍເຈດຕະນາ ແລະ ເປົ້າໝາຍ. ສິ່ງນີ້ແຕກຕ່າງຢ່າງສິ້ນເຊີງຈາກການປະຕິບັດທີ່ພຣະເຈົ້າຮຽກຮ້ອງ.

ເມື່ອຜູ້ຕໍ່ຕ້ານພຣະຄຣິສອ່ານພຣະທຳຂອງພຣະເຈົ້າ, ໂດຍຫຼັກແລ້ວ ພວກເຂົາໃຊ້ພຣະທຳຂອງພຣະອົງເພື່ອຊອກຫາຈຸດໝາຍປາຍທາງຂອງພວກເຂົາ ແລະ ເພື່ອຊອກຫາຄວາມເລິກລັບ ພ້ອມທັງເນື້ອຫາທີ່ກ່ຽວຂ້ອງກັບເວລາທີ່ພາລະກິດ ແລະ ແຜນການຄຸ້ມຄອງຂອງພຣະເຈົ້າຈະສິ້ນສຸດລົງ ແລະ ເມື່ອໃດຄວາມຫາຍະນະຈະລົງມາ ແລະ ອື່ນໆອີກ. ເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຂົາເອງ, ພວກເຂົາສາມາດເຮັດວຽກໜັກຫຼາຍ ແລະ ເຮັດຫຼາຍສິ່ງຫຼາຍຢ່າງ. ສະນັ້ນ, ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ ແລະ ຄວາມຫາຍະນະໃຫຍ່ລົງມາ, ບໍ່ວ່າສິ່ງທີ່ພວກເຂົາໄດ້ເຮັດ, ລາຄາທີ່ພວກເຂົາໄດ້ຈ່າຍໄປ ແລະ ສິ່ງທີ່ພວກເຂົາໄດ້ປະຖິ້ມຈະສາມາດນຳໄປແລກປ່ຽນກັບພອນທີ່ພວກເຂົາປາດຖະໜາໄດ້ ຫຼື ບໍ່ ແລະ ພວກເຂົາຈະສາມາດຫຼີກລ່ຽງຄວາມທຸກທໍລະມານຈາກຄວາມຫາຍະນະໄດ້ ຫຼື ບໍ່, ນີ້ຄືສິ່ງທີ່ພວກເຂົາຕ້ອງການຮູ້ ແລະ ສິ່ງທີ່ພວກເຂົາໃສ່ໃຈ. ຕະຫຼອດຂະບວນການທັງໝົດທີ່ພວກເຂົາສຶກສາພຣະທຳຂອງພຣະເຈົ້າ, ບໍ່ວ່າມັນຈະໃຊ້ເວລາຈັກປີກໍຕາມ, ພວກເຂົາກໍໃສ່ໃຈແຕ່ຄວາມຫວັງ ແລະ ຊະຕາກຳຂອງພວກເຂົາເອງເທົ່ານັ້ນ. ດັ່ງນັ້ນ, ຈຸດສົນໃຈຂອງພວກເຂົາໃນຂະນະທີ່ອ່ານພຣະທຳຂອງພຣະເຈົ້າ ແລະ ເນື້ອຫາທີ່ພວກເຂົາຊອກຫາໃນພຣະທຳຂອງພຣະເຈົ້າ ລ້ວນແລ້ວແຕ່ມີສັນຍານ ແລະ ລັກສະນະພິເສດບາງຢ່າງ. ໂດຍທົ່ວໄປແລ້ວ, ໃນຊ່ວງຫົກເດືອນ ຫຼື ໜຶ່ງປີທຳອິດ, ຜູ້ເຊື່ອໃໝ່ຈະຄົ້ນຫາຫົວຂໍ້ດັ່ງກ່າວໃນພຣະທຳຂອງພຣະເຈົ້າ. ແຕ່ຫຼັງຈາກຫົກເດືອນ ຫຼື ໜຶ່ງປີຜ່ານໄປ, ບາງຄົນກໍເຫັນວ່າພວກເຂົາເຄີຍອ່ານພາກສ່ວນເຫຼົ່ານີ້ທັງໝົດມາກ່ອນແລ້ວ ແລະ ພວກເຂົາກໍພົບວ່າມັນບໍ່ມີຄວາມໝາຍທີ່ຈະຄົ້ນຄວ້າພວກມັນຕໍ່ໄປ, ພວກມັນບໍ່ສາມາດເຮັດໃຫ້ຜູ້ຄົນເຂົ້າສູ່ຄວາມຈິງໄດ້ ແລະ ພວກມັນເຖິງກັບສາມາດສົ່ງຜົນກະທົບ ແລະ ລົບກວນພວກເຂົາຈາກການເຂົ້າສູ່ຄວາມຈິງ, ສະນັ້ນ ພວກເຂົາຈຶ່ງບໍ່ອ່ານພາກສ່ວນເຫຼົ່ານີ້ອີກຕໍ່ໄປ. ສຳລັບພວກເຂົາແລ້ວ, ພຽງແຕ່ເບິ່ງພວກມັນເປັນບາງຄັ້ງຄາວ ແລະ ເຂົ້າໃຈພວກມັນກໍພຽງພໍແລ້ວ. ເວລາທີ່ເຫຼືອ, ພວກເຂົາກໍໄຕ່ຕອງວ່າ “ຂ້ອຍຈະເຂົ້າສູ່ຄວາມຈິງໄດ້ແນວໃດ? ມີພຣະທຳຫຼາຍຂໍ້ຂອງພຣະເຈົ້າທີ່ເປີດໂປງມະນຸດຊາດ. ພຣະທຳເຫຼົ່ານັ້ນເປີດໂປງຄວາມຫຼອກລວງ, ຄວາມກະບົດ ແລະ ອຸປະນິໄສທີ່ອວດດີຂອງຜູ້ຄົນ; ພຣະທຳເຫຼົ່ານັ້ນເປີດໂປງແນວຄິດທາງສາສະໜາຕ່າງໆຂອງຜູ້ຄົນ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພຣະທຳເຫຼົ່ານັ້ນຍັງເປີດໂປງການສະແດງອອກຕ່າງໆ ຂອງຄວາມເປັນມະນຸດທີ່ຜິດປົກກະຕິຂອງຜູ້ຄົນ. ສະນັ້ນ, ຂ້ອຍຈະຊອກຫາສິ່ງທີ່ຜູ້ຄົນຄວນປະຕິບັດຈາກພຣະທຳຂອງພຣະເຈົ້າໄດ້ແນວໃດ?” ຄົນທີ່ຮັກ ແລະ ສະແຫວງຫາຄວາມຈິງຈະອຸທິດຄວາມພະຍາຍາມຂອງພວກເຂົາໃຫ້ກັບສິ່ງເຫຼົ່ານີ້. ພວກເຂົາມັກຈະຖາມກ່ຽວກັບບັນຫາຕົວຈິງທີ່ພວກເຂົາຈຳເປັນຕ້ອງເຂົ້າໃຈ ແລະ ເຂົ້າສູ່ໃນຊີວິດຈິງຂອງພວກເຂົາ ເຊັ່ນ: “ຕໍ່ໄປ ພວກເຮົາຄວນເຮັດແນວໃດ ແລະ ພວກເຮົາຄວນປະຕິບັດແນວໃດ? ຫຼັງຈາກທີ່ເຊື່ອໃນພຣະເຈົ້າແລ້ວ, ພວກເຮົາຕ້ອງແຕກຕ່າງຈາກຄົນທີ່ບໍ່ເຊື່ອ ແລະ ຄົນທີ່ມີຄວາມເຊື່ອທາງສາສະໜາຢ່າງແນ່ນອນ, ສະນັ້ນ ຄວນມີການປ່ຽນແປງທາງດ້ານແກ່ນແທ້ຫຍັງແດ່ ທີ່ເກີດຂຶ້ນໃນຊີວິດຂອງພວກເຮົາ? ໃນເລື່ອງການປະພຶດຕົນ ແລະ ການຈັດການກັບໂລກ, ພວກເຮົາຄວນເວົ້າ ແລະ ກະທຳແນວໃດ, ພວກເຮົາຄວນມີປະຕິສຳພັນກັບຄົນອື່ນແນວໃດ ແລະ ພວກເຮົາຄວນນຳຄວາມຈິງໄປປະຕິບັດແນວໃດ?” ເຖິງຢ່າງໃດກໍຕາມ, ຕໍ່ໃຫ້ຜູ້ຕໍ່ຕ້ານພຣະຄຣິສຈະເຊື່ອມາເປັນເວລາ 10, 20 ຫຼື 30 ປີກໍຕາມ, ພວກເຂົາກໍຈະບໍ່ມີວັນຕັ້ງຄຳຖາມເຫຼົ່ານີ້. ພວກເຂົາສຶກສາພຣະທຳຂອງພຣະເຈົ້າ ແລະ ຊອກຫາຄວາມຫວັງທີ່ຈະໄດ້ຮັບພອນ ແລະ ຊອກຫາຈຸດໝາຍປາຍທາງຂອງພວກເຂົາໃນພຣະທຳຂອງພຣະເຈົ້າ ແລະ ຕໍ່ໃຫ້ພວກເຂົາຈະຊອກຫາເປັນເວລາ 20 ຫຼື 30 ປີ, ພວກເຂົາກໍຈະບໍ່ເບື່ອໜ່າຍໃນການເຮັດແບບນີ້. ທັນທີທີ່ມີສິ່ງຜິດປົກກະຕິເກີດຂຶ້ນພຽງເລັກນ້ອຍ, ພວກເຂົາກໍຟ້າວຊອກຫາເນື້ອຫາທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງຂອງພວກເຂົາໃນພຣະທຳຂອງພຣະເຈົ້າ, ຈາກນັ້ນກໍປະເມີນວ່າທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ພວກເຂົາອາດຈະເປັນແນວໃດ ໂດຍອີງໃສ່ຄວາມເຊື່ອໃນປັດຈຸບັນຂອງພວກເຂົາ. ພວກເຂົາເບິ່ງຄືວ່າຈະຕັດສິນຈຸດໝາຍປາຍທາງຂອງພວກເຂົາ ໃນຮູບແບບຂອງຮອບວຽນ ແລະ ໄລຍະເວລາ. ພວກເຂົາຈະບໍ່ມີວັນປ່ຽນແປງຄວາມຄິດ ແລະ ທັດສະນະຄະຕິຂອງພວກເຂົາ ແລະ ຫັນມາສະແຫວງຫາຄວາມຈິງ ຍ້ອນການປ່ຽນແປງໃນວິທີການເຮັດພາລະກິດຂອງພຣະເຈົ້າ ຫຼື ການສະແດງອອກເຖິງເຈດຕະນາອັນຮີບດ່ວນຂອງພຣະອົງທີ່ມີຕໍ່ມວນມະນຸດ. ພວກເຂົາຈະບໍ່ມີວັນເຮັດສິ່ງດັ່ງກ່າວ. ດັ່ງນັ້ນ, ບາງຄົນທີ່ເຊື່ອມາເປັນເວລາ 20 ຫຼື 30 ປີ ກໍຍັງຄົງທຸ້ມເທຄວາມພະຍາຍາມຂອງພວກເຂົາໃຫ້ກັບຄວາມເລິກລັບເຫຼົ່ານັ້ນ ແລະ ຫົວຂໍ້ເຫຼົ່ານັ້ນທີ່ພຣະເຈົ້າກ່າວເຖິງ ເຊິ່ງກ່ຽວຂ້ອງກັບຊະຕາກຳ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ. ບາງຄົນທຸ້ມເທຄວາມພະຍາຍາມຂອງພວກເຂົາເຖິງຂັ້ນໃດ? ພວກເຂົາເວົ້າວ່າ: “ເມື່ອຂ້ອຍປຽບທຽບພຣະທຳຂອງພຣະເຈົ້າແຕ່ລະພາກສ່ວນ, ຂ້ອຍກໍໄດ້ຄົ້ນພົບຄວາມເລິກລັບທີ່ຍິ່ງໃຫຍ່ທີ່ສຸດ. ເມື່ອພຣະຄຣິສຈາກໂລກໄປ, ມັນຈະເປັນໃນລະດູໃບໄມ້ປົ່ງ”. ພວກເຈົ້າຄິດວ່າເຮົາຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນເລື່ອງນີ້? ເຮົາຮູ້ສຶກດີໃຈ ຫຼື ເສຍໃຈ? ເຮົາບໍ່ຮູ້ສຶກດີໃຈ ແລະ ບໍ່ຮູ້ສຶກເສຍໃຈ. ເຮົາຄິດວ່າມັນເປັນເລື່ອງທີ່ຕະລົກ. ມີຄົນທີ່ທຸ້ມເທຄວາມພະຍາຍາມຂອງພວກເຂົາໃຫ້ກັບສິ່ງນີ້ແທ້ໆ, ຈົນເຖິງຂັ້ນທີ່ພວກເຂົາຮູ້ລະດູການທີ່ສະເພາະເຈາະຈົງ. ຖ້າພວກເຂົາສາມາດກ້າວໄປອີກຂັ້ນ ແລະ ຄົ້ນຫາເວລາທີ່ສະເພາະເຈາະຈົງ, ຈົນເຖິງຂັ້ນທີ່ພວກເຂົາສາມາດລະບຸໄດ້ຢ່າງແມ່ນຍຳເປັນນາທີ ແລະ ວິນາທີ, ພວກເຂົາກໍຄົງເປັນ “ອັດສະລິຍະ” ແທ້ໆ! ການທີ່ “ອັດສະລິຍະ” ແບບນັ້ນສາມາດຄົ້ນພົບບາງສິ່ງທີ່ແມ່ນແຕ່ຕົວເຮົາເອງກໍຍັງບໍ່ຮູ້ ມັນຊ່າງເປັນເລື່ອງທີ່ຕະລົກ ແລະ ໜ້າໂມໂຫແທ້ໆ. ເປັນຫຍັງມັນຈຶ່ງເປັນເລື່ອງຕະລົກ? ບໍ່ມີຄົນໃດຮູ້ເວລາທີ່ແນ່ນອນທີ່ພຣະເຈົ້າບັງເກີດເປັນເນື້ອໜັງ, ແມ່ນແຕ່ຊາຕານກໍບໍ່ຮູ້ເລື່ອງນີ້. ພຣະເຈົ້າຈະຍອມໃຫ້ມະນຸດຄົນໃດຮູ້ໃນສິ່ງທີ່ແມ່ນແຕ່ຊາຕານກໍຍັງບໍ່ຮູ້ບໍ? ແນ່ນອນວ່າບໍ່. ໃນທຳນອງດຽວກັນ, ເມື່ອເວົ້າເຖິງເວລາທີ່ພຣະເຈົ້າຈະສຳເລັດພາລະກິດອັນຍິ່ງໃຫຍ່ຂອງພຣະອົງໃຫ້ສຳເລັດ ແລະ ເມື່ອເນື້ອໜັງຂອງພຣະອົງຈະເຮັດພາລະກິດເທິງແຜ່ນດິນໂລກຈົນສຳເລັດ ແລະ ຈາກໄປ, ນີ້ແມ່ນສິ່ງທີ່ພຣະເຈົ້າຈະບອກໃຜບໍ? ມັນມີເຫດຜົນທີ່ທຸກຄົນຕ້ອງຮູ້ເລື່ອງນີ້ບໍ? (ບໍ່ມີ.) ພຣະເຈົ້າຈະຫຼຸດປາກເປີດເຜີຍສິ່ງໃດກໍຕາມທີ່ພຣະອົງບໍ່ຕ້ອງການໃຫ້ຜູ້ຄົນຮູ້ ເມື່ອພຣະອົງກ່າວບໍ? ບໍ່ມີທາງຢ່າງແນ່ນອນ. ແຕ່ບາງຄົນພັດເວົ້າວ່າ ພວກເຂົາໄດ້ພົບເວລາທີ່ພຣະເຈົ້າຈະອອກຈາກໂລກໄປ ໃນພຣະທຳຂອງພຣະອົງແລ້ວ. ພວກເຂົາເຖິງກັບເວົ້າວ່າມັນຈະເປັນໃນລະດູໃບໄມ້ປົ່ງ. ສິ່ງນີ້ບໍ່ແປກບໍ? ມັນບໍ່ເປັນຕາຫົວບໍ? ຄົນເຫຼົ່ານີ້ໃຊ້ພຣະທຳຂໍ້ໃດຂອງພຣະເຈົ້າເປັນຫຼັກຖານສຳລັບປະໂຫຍກນີ້? ເມື່ອພຣະເຈົ້າກ່າວກ່ຽວກັບການເຮັດບາງສິ່ງບາງຢ່າງໃນລະດູໃບໄມ້ປົ່ງ, ພຣະອົງອາດຈະໝາຍເຖິງສິ່ງອື່ນກໍເປັນໄດ້. ພຣະອົງສາມາດໝາຍເຖິງເລື່ອງນີ້ໄດ້ບໍ? ພວກເຂົາສາມາດເອົາມາໂຍງໃສ່ເລື່ອງນີ້ໄດ້ແນວໃດ? ພຣະເຈົ້າຈະບອກຜູ້ຄົນຢ່າງຊັດເຈນ ແລະ ແຈ່ມແຈ້ງໃນສິ່ງທີ່ພຣະອົງຕ້ອງການໃຫ້ພວກເຂົາຮູ້. ຜູ້ຄົນຈະບໍ່ສາມາດເຂົ້າໃຈໃນສິ່ງທີ່ພຣະອົງບໍ່ຕ້ອງການໃຫ້ພວກເຂົາຮູ້ ບໍ່ວ່າພວກເຂົາຈະຄົ້ນຄວ້າຫຼາຍສໍ່າໃດກໍຕາມ; ສິ່ງດັ່ງກ່າວເປັນໄປບໍ່ໄດ້ທີ່ມະນຸດຊາດຈະຮູ້. ຄົນເຫຼົ່ານີ້ເວົ້າວ່າພວກເຂົາຮູ້ ແລະ ການຄົ້ນຄວ້າຂອງພວກເຂົາໄດ້ຮັບຜົນ. ພວກເຂົາເຖິງກັບກຳນົດເວລາທີ່ສະເພາະເຈາະຈົງ. ສິ່ງນີ້ບໍ່ແມ່ນການເວົ້າເລື່ອງໄຮ້ສາລະບໍ? ນີ້ຄືການເຮັດໃຫ້ຜູ້ຄົນຫຼົງຜິດ, ການລົບກວນຈິດໃຈຂອງພວກເຂົາ ແລະ ການຂັດຂວາງວິໄສທັດຂອງພວກເຂົາ. ສິ່ງນີ້ມາຈາກຊາຕານ ແລະ ບໍ່ແມ່ນຄວາມຮູ້ແຈ້ງຈາກພຣະເຈົ້າຢ່າງແນ່ນອນ. ພຣະອົງຈະບໍ່ໃຫ້ຄວາມຮູ້ແຈ້ງແກ່ຜູ້ຄົນໃນເລື່ອງນີ້. ມັນໄຮ້ປະໂຫຍດທີ່ພວກເຂົາຈະຮູ້ເລື່ອງນີ້. ພຣະເຈົ້າຈະບໍ່ມີວັນຫຼຸດປາກເປີດເຜີຍສິ່ງໃດກໍຕາມທີ່ພຣະອົງບໍ່ຕ້ອງການໃຫ້ຜູ້ຄົນຮູ້ໂດຍບັງເອີນຢ່າງເດັດຂາດ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າມັນເປັນເລື່ອງຕະລົກ. ແລ້ວເປັນຫຍັງມັນຈຶ່ງເປັນເລື່ອງທີ່ໜ້າໂມໂຫ? (ພຣະເຈົ້າສະແດງຄວາມຈິງ ເພື່ອໃຫ້ຜູ້ຄົນສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຜ່ານພຣະທຳເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຜູ້ຄົນສາມາດໄລ່ຕາມ ແລະ ໄດ້ຮັບຄວາມຈິງ, ແຕ່ຜູ້ຕໍ່ຕ້ານພຣະຄຣິສພັດໃຊ້ພຣະທຳຂອງພຣະອົງເພື່ອຄົ້ນຄວ້າຈຸດໝາຍປາຍທາງ ແລະ ຄວາມເລິກລັບ.) ສິ່ງນີ້ກໍໜ້າໂມໂຫຢູ່ໜ້ອຍໜຶ່ງ, ແຕ່ແມ່ນຫຍັງຄືເຫດຜົນທີ່ແທ້ຈິງສຳລັບຄວາມໂມໂຫຂອງເຮົາ? ຕົວຢ່າງ: ຖ້າພໍ່ແມ່ທີ່ຮັ່ງມີຫາເງິນໄດ້ຫຼາຍເພື່ອລູກໆຂອງພວກເຂົາ ແລະ ລູກໆຂອງພວກເຂົາຍັງນ້ອຍ ແລະ ຕ້ອງເພິ່ງພາພໍ່ແມ່ໃຫ້ລ້ຽງດູພວກເຂົາ ແລະ ຊີວິດການເປັນຢູ່ຂອງພວກເຂົາກໍຂຶ້ນຢູ່ກັບພໍ່ແມ່ຄົນນັ້ນຢ່າງສິ້ນເຊີງ, ລູກໆເຫຼົ່ານັ້ນຈະຫວັງໃຫ້ພໍ່ແມ່ຂອງພວກເຂົາຕາຍໄວໆບໍ? ພວກເຂົາຈະໄປຫາໝໍດູເພື່ອໃຫ້ຟ້າວຄິດຄຳນວນວ່າ ພໍ່ແມ່ຂອງພວກເຂົາຈະຕາຍເມື່ອໃດບໍ? ມີໃຜເຮັດແບບນີ້ບໍ? (ບໍ່ມີ.) ຖ້າພວກເຂົາເຮັດ, ມັນຈະບໍ່ໜ້າໂມໂຫບໍ? ມັນຈະຕ້ອງໜ້າໂມໂຫແນ່ນອນ! ຄົນແບບນັ້ນໜ້າກຽດຊັງ! ໃນຕອນນີ້ທີ່ພຣະເຈົ້າໄດ້ສະເດັດມາເທິງແຜ່ນດິນໂລກ, ເຖິງແມ່ນວ່າເນື້ອໜັງຂອງພຣະອົງຈະສາມາດມີຊີວິດຢູ່ໄດ້ຫຼາຍກວ່າຮ້ອຍປີ ແລະ ເຮັດພາລະກິດເປັນເວລາໜຶ່ງຮ້ອຍປີກໍຕາມ, ຄວາມຈິງທີ່ຜູ້ຄົນສາມາດເຂົ້າໃຈໄດ້ກໍຍັງມີຈຳກັດ. ລອງຄິດເບິ່ງ, ຕັ້ງແຕ່ການບັງເກີດເປັນເນື້ອໜັງຂອງອົງພຣະເຢຊູເຈົ້າ ຈົນເຖິງຂັ້ນຕອນປັດຈຸບັນຂອງພາລະກິດຂອງພຣະເຈົ້າ, ມະນຸດຊາດໄດ້ຮັບຄວາມຈິງຫຼາຍປານໃດ ໃນໄລຍະເວລາສອງພັນປີນີ້? ໂດຍພື້ນຖານແລ້ວ ມະນຸດຊາດບໍ່ເຂົ້າໃຈຄວາມຈິງ. ໃນຂັ້ນຕອນນີ້, ພຣະເຈົ້າໄດ້ເຮັດພາລະກິດມາເປັນເວລາ 30 ປີແລ້ວ ແລະ ພຣະອົງກໍໄດ້ກ່າວມາເປັນເວລາເກືອບ 30 ປີແລ້ວ. ຄົນທີ່ອ່ານພຣະທຳຂອງພຣະເຈົ້າຫຼາຍທີ່ສຸດກໍໄດ້ອ່ານພວກມັນມາເປັນເວລາ 30 ປີແລ້ວ. ຜູ້ຄົນເຂົ້າໃຈຄວາມຈິງຫຼາຍສໍ່າໃດແລ້ວ? ຄວາມເຂົ້າໃຈຂອງພວກເຂົາມີຈຳກັດຫຼາຍ. ຄວາມໄວທີ່ມວນມະນຸດເຂົ້າສູ່ຄວາມຈິງນັ້ນແມ່ນຊ້າຫຼາຍ. ນັ້ນກໍຄື ການເຮັດໃຫ້ຄວາມຈິງຝັງເລິກເຂົ້າໄປໃນຕົວຜູ້ຄົນ ແລະ ປ່ຽນມັນໃຫ້ກາຍເປັນຊີວິດຂອງພວກເຂົານັ້ນແມ່ນຂ້ອນຂ້າງຍາກ ແລະ ຊ້າຫຼາຍ. ແຕ່ເຖິງແມ່ນວ່າມັນຈະຊ້າປານນັ້ນກໍຕາມ, ບາງຄົນກໍຍັງຫວັງວ່າ “ພຣະເຈົ້າຈະຈາກໂລກໃນເມື່ອໃດ? ພາລະກິດຂອງພຣະເຈົ້າຈະສິ້ນສຸດລົງຕອນໃດ?” ການທີ່ພຣະເຈົ້າອອກຈາກໂລກໄປ ແລະ ພາລະກິດຂອງພຣະອົງສິ້ນສຸດລົງ ຈະເປັນປະໂຫຍດຕໍ່ພວກເຂົາບໍ? ມື້ທີ່ພຣະເຈົ້າຈາກໂລກໄປ, ພວກເຂົາກໍຈະຕາຍ. ພວກເຂົາຈະຖືກຕັດສິນປະຫານຊີວິດ. ພວກເຂົາມີຫຍັງໃຫ້ຕ້ອງດີໃຈ? ຄົນແບບນີ້ແມ່ນຄົນປະເພດໃດ? ພວກເຂົາບໍ່ໄດ້ຂາດສິນທຳບໍ? ໃນທ່າມກາງຄົນທາງໂລກ ພວກເຂົາຖືກເອີ້ນວ່າລູກເນລະຄຸນ. ພວກເຮົາເອີ້ນພວກເຂົາວ່າຜູ້ບໍ່ເຊື່ອ ແລະ ຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາລ້ວນແຕ່ບໍ່ແມ່ນຄົນດີ.

ເມື່ອເນື້ອຫາຂອງ ພຣະທຳປາກົດໃນເນື້ອໜັງ ກຳລັງຖືກສະແດງອອກ, ຫຼາຍຄົນເຊື່ອວ່າ “ພຣະເຈົ້າທີ່ບັງເກີດເປັນເນື້ອໜັງພຽງແຕ່ກຳລັງປະຕິບັດພາລະກິດ. ພຣະອົງກຳລັງປະຕິບັດພາລະກິດສອງສາມຂັ້ນຕອນ, ພຣະອົງມີວິທີການປະຕິບັດພາລະກິດຫຼາຍວິທີ ແລະ ມີວິທີການເວົ້າຫຼາຍວິທີ ແລະ ພຽງເທົ່ານັ້ນ ພາລະກິດຂອງພຣະອົງກໍຈະສຳເລັດ. ຫຼັງຈາກທີ່ພາລະກິດຂອງພຣະອົງສຳເລັດແລ້ວ, ເນື້ອໜັງກໍຈະບໍ່ມີປະໂຫຍດຫຍັງອີກຕໍ່ໄປ ແລະ ພຣະອົງກໍບໍ່ຈຳເປັນຕ້ອງເວົ້າອີກຕໍ່ໄປ. ພວກເຮົາກໍຈະໄດ້ຮັບບາງສິ່ງ ແລະ ພຽງແຕ່ຕ້ອງລໍຄອຍມື້ທີ່ພາລະກິດຂອງພຣະເຈົ້າສຳເລັດແລ້ວ. ເມື່ອພວກເຮົາສາມາດເວົ້າເຖິງ ແລະ ເທດສະໜາພຣະທຳເຫຼົ່ານີ້ຂອງພຣະເຈົ້າໄດ້, ພວກເຮົາກໍຈະມີຈຸດໝາຍປາຍທາງ ແລະ ໄດ້ຮັບພອນອັນຍິ່ງໃຫຍ່”. ບາງຄົນມີທັດສະນະຄະຕິແບບນີ້. ຈາກນັ້ນ, ເຮົາກໍໄດ້ໂອ້ລົມພຣະທຳອີກຫຼວງຫຼາຍ, ນັ້ນກໍຄືພຣະທຳ ກ່ຽວກັບການຮູ້ຈັກພຣະເຈົ້າ, ພ້ອມທັງພຣະທຳທີ່ເຮົາກຳລັງໂອ້ລົມໃນຊ່ວງເວລານີ້. ເມື່ອບາງຄົນເຫັນສິ່ງນີ້, ພວກເຂົາກໍຄິດວ່າ “ພຣະທຳຂອງພຣະເຈົ້າບໍ່ໄດ້ຖືກບັນຈຸໄວ້ຢູ່ໃນ ພຣະທຳປາກົດໃນເນື້ອໜັງ ຈົນໝົດແລ້ວບໍ? ເປັນຫຍັງຕອນນີ້ພຣະອົງຈຶ່ງໄດ້ສະແດງພຣະທຳຂອງເຫຼັ້ມ ກ່ຽວກັບການຮູ້ຈັກພຣະເຈົ້າ ອອກມາ? ເປັນຫຍັງພຣະເຈົ້າຈຶ່ງສືບຕໍ່ສະແດງພຣະທຳອອກມາຫຼາຍຂຶ້ນເລື້ອຍໆ? ຕໍ່ຈາກນີ້ໄປ, ພຣະອົງຄວນເວົ້າກ່ຽວກັບຄວາມລຶກລັບບາງຢ່າງ, ເລື່ອງລາວບາງຢ່າງຂອງສະຫວັນ ແລະ ວິທີທີ່ຜູ້ຄົນຈະຍ່າງໄປພ້ອມກັບພຣະເຈົ້າໃນສະຫວັນໃນອະນາຄົດ. ການເວົ້າເຖິງສິ່ງເຫຼົ່ານີ້ເຮັດໃຫ້ພວກເຮົາມີຄວາມເບີກບານໃຈຫຼາຍແທ້ໆ!” ຄົນປະເພດໃດທີ່ມີຄວາມຄິດເຫຼົ່ານີ້? (ຜູ້ຕໍ່ຕ້ານພຣະຄຣິສ.) ເປັນຫຍັງພວກເຂົາຈຶ່ງເກີດມີຄວາມຄິດເຫຼົ່ານີ້? ເພາະວ່າພວກເຂົາບໍ່ໄດ້ສົນໃຈຄວາມຈິງເລີຍ. ພວກເຂົາຄິດວ່າ “ພວກເຮົາໄດ້ຕິດຕາມພຣະເຈົ້າມາຫຼາຍປີແລ້ວ. ພວກເຮົາຮູ້ວ່າພຣະເຈົ້າປະຕິບັດພາລະກິດແນວໃດໃນຕອນເລີ່ມຕົ້ນ. ພວກເຮົາໄດ້ມີປະສົບການ ກັບພາລະກິດຫຼາຍຂັ້ນຕອນຂອງພຣະເຈົ້າດ້ວຍຕົນເອງ. ພວກເຮົາຍັງໄດ້ມີປະສົບການກັບວິທີທີ່ພຣະເຈົ້າເວົ້າດ້ວຍຕົນເອງ ແລະ ໄດ້ເຫັນສິ່ງນີ້ດ້ວຍຕາຂອງພວກເຮົາເອງ. ພວກເຮົາເປັນພະຍານຂອງພຣະເຈົ້າ ແລະ ເປັນຮຸ່ນຄົນທີ່ສົມຄວນໄດ້ຮັບພອນຫຼາຍທີ່ສຸດ”. ພວກເຂົາບໍ່ໄດ້ຕິດຕາມພຣະເຈົ້າຍ້ອນພຣະອົງກ່າວ ແລະ ສະແດງຄວາມຈິງອອກມາ ແຕ່ເປັນຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ. ພຣະເຈົ້າໄດ້ນຳພາພວກເຂົາໃຫ້ມີປະສົບການກັບພາລະກິດຫຼາຍຂັ້ນຕອນ ແລະ ພວກເຂົາກໍຕິດຕາມພຣະເຈົ້າແບບບໍ່ຫ້າວຫັນ. ຕໍ່ມາ, ເມື່ອພາລະກິດຂອງພຣະເຈົ້າໄດ້ກ້າວໜ້າສືບຕໍ່ໄປ, ພຣະອົງກໍໄດ້ເລືອກຄົນຫຼາຍຂຶ້ນທີ່ສາມາດກ້າວຕາມພາລະກິດໃນຂັ້ນຕອນປັດຈຸບັນຂອງພຣະອົງທັນ. ກຸ່ມເປົ້າໝາຍຫຼັກທີ່ໄດ້ຮັບພາລະກິດຂອງພຣະເຈົ້າໄດ້ຂະຫຍາຍ ແລະ ຍ້າຍຈຸດສຸມໄປຢ່າງຕໍ່ເນື່ອງ. ບາງຄົນທີ່ຕິດຕາມພຣະເຈົ້າໃນຕອນເລີ່ມຕົ້ນໄດ້ຄ່ອຍໆຖືກກຳຈັດອອກໄປ ເພາະວ່າພວກເຂົາບໍ່ໄດ້ໄລ່ຕາມຄວາມຈິງ, ເພາະວ່າພວກເຂົາເລີ່ມມີແນວຄິດ ແລະ ຄວາມເຂົ້າໃຈຜິດຕ່າງໆກ່ຽວກັບພຣະເຈົ້າ ແລະ ເນື່ອງຈາກໄດ້ເກີດຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຮູບແບບຕ່າງໆຂຶ້ນໃນຕົວພວກເຂົາກ່ຽວກັບພຣະເຈົ້າ. ມີທັງເຫດຜົນທາງອັດຕະວິໄສ ແລະ ພາວະວິໄສສຳລັບການກຳຈັດຄົນເຫຼົ່ານີ້ອອກໄປ. ທາງອັດຕະວິໄສ, ເພາະວ່າພວກເຂົາບໍ່ໄດ້ໄລ່ຕາມຄວາມຈິງ ແລະ ພວກເຂົາເອົາພຣະທຳຂອງພຣະເຈົ້າເປັນຫຼັກຄຳສອນ ແລະ ເທດສະໜາພຣະທຳເຫຼົ່ານັ້ນໄປທົ່ວທຸກຫົນທຸກແຫ່ງຄືກັບພວກຟາຣີຊາຍ. ຈົນເຖິງປັດຈຸບັນນີ້, ບາງຄົນກໍຍັງບໍ່ເຂົ້າໃຈວ່າຄວາມເປັນຈິງຄວາມຈິງແມ່ນຫຍັງ, ພວກເຂົາເປັນຄືກັບຄົນຕາຍ. ທາງພາວະວິໄສ, ຄົນທີ່ຖືກກຳຈັດອອກແມ່ນຄົນທີ່ມີປະສົບການກັບການເລີ່ມຕົ້ນພາລະກິດໃໝ່ຂອງພຣະເຈົ້າດ້ວຍຕົນເອງ ແຕ່ຍ້ອນລັກສະນະ, ການໄລ່ຕາມ ແລະ ຄວາມສາມາດຂອງພວກເຂົາ, ພວກເຂົາຈຶ່ງບໍ່ມີຄຸນສົມບັດສຳລັບພາລະກິດທີ່ໃໝ່ກວ່າໃນພາຍຫຼັງຂອງພຣະເຈົ້າ. ດ້ວຍເຫດນັ້ນ, ຄົນເຫຼົ່ານີ້ຈຶ່ງຖືກກຳຈັດອອກຢ່າງວ່ອງໄວ ແລະ ຖືກປະຖິ້ມໄປຕາມຂັ້ນຕອນພາລະກິດຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າ ໃນຊ່ວງເວລາໜຶ່ງກ່ອນທີ່ພຣະທຳ ກ່ຽວກັບການຮູ້ຈັກພຣະເຈົ້າ ຈະຖືກສະແດງອອກມາ, ຫຼາຍຄົນໄດ້ປິຕິຍິນດີຢ່າງລັບໆຢູ່ເລິກໆໃນຫົວໃຈຂອງພວກເຂົາ ໂດຍກ່າວວ່າ: “ໃນທີ່ສຸດ ຄົນທີ່ຂ້ອຍຕໍ່ຕ້ານ ແລະ ກ່າວປະນາມກໍບໍ່ມີຫຍັງຈະເວົ້າແລ້ວ. ຂັ້ນຕອນໃນພາລະກິດຂອງລາວກໍສຳເລັດລົງໃນທີ່ສຸດ. ໃນອະດີດ, ຂ້ອຍມີແນວຄິດກ່ຽວກັບລາວ. ຂ້ອຍບໍ່ເຊື່ອຟັງລາວ ແລະ ຮູ້ສຶກບໍ່ພໍໃຈຕໍ່ລາວ ແລະ ຂ້ອຍກໍຍັງກ່າວປະນາມ ແລະ ຕໍ່ຕ້ານລາວອີກດ້ວຍ. ແນ່ນອນວ່າ ຂ້ອຍຄິດຖືກແລ້ວ. ລາວບໍ່ແມ່ນພຣະເຈົ້າ; ລາວບໍ່ແມ່ນພຣະຄຣິສ. ມັນບໍ່ສຳຄັນວ່າຂ້ອຍຈະປະຕິບັດຕໍ່ລາວແນວໃດ ເພາະວ່າລາວບໍ່ແມ່ນພຣະເຈົ້າ. ລາວເປັນພຽງຊ່ອງທາງຂອງພຣະເຈົ້າ, ເປັນໂຄສົກຂອງພຣະເຈົ້າ”. ຍິ່ງໄປກວ່ານັ້ນ, ບາງຄົນເຖິງກັບເວົ້າວ່າ: “ເນື້ອໜັງນີ້ບໍ່ໄດ້ແຕກຕ່າງຫຍັງຈາກພວກເຮົາເລີຍ. ມັນແມ່ນພຣະວິນຍານທີ່ຢູ່ພາຍໃນລາວທີ່ເວົ້າ ແລະ ປະຕິບັດພາລະກິດ; ມັນບໍ່ມີຫຍັງກ່ຽວຂ້ອງກັບເນື້ອໜັງນີ້ເລີຍ”. ບາງຄົນກ່າວປະນາມ ແລະ ໝິ່ນປະໝາດພຣະຄຣິສຢ່າງລັບໆດ້ວຍວິທີທີ່ບ້າບິ່ນແບບນີ້. ເມື່ອຄວາມຈິງໃນ ພຣະທຳປາກົດໃນເນື້ອໜັງ ເຫຼັ້ມທີ 2, ກ່ຽວກັບການຮູ້ຈັກພຣະເຈົ້າ ຖືກສະແດງອອກມາ, ຄົນເຫຼົ່ານີ້ທີ່ກ່າວປະນາມ ແລະ ໝິ່ນປະໝາດພຣະຄຣິສກໍຮູ້ສຶກຫວາດຫວັ່ນຢູ່ພາຍໃນຫົວໃຈ. ເຫດຜົນສຳລັບຄວາມຫວາດຫວັ່ນນີ້ແມ່ນຫຍັງ? ໃນດ້ານໜຶ່ງ, ພວກເຂົາມີແນວຄິດທີ່ຝັງຮາກເລິກຢູ່ໃນຫົວໃຈຂອງພວກເຂົາມາເປັນເວລາດົນນານແລ້ວ, ພວກເຂົາໄດ້ຕັ້ງຕົວເປັນປໍລະປັກຕໍ່ຜູ້ທີ່ສະແດງຄວາມຈິງອອກມາ. ພວກເຂົາເຄີຍບໍ່ເຊື່ອຟັງ ແລະ ຮູ້ສຶກບໍ່ພໍໃຈຕໍ່ຄົນໆນີ້ ແລະ ເຖິງກັບກ່າວປະນາມ ແລະ ໝິ່ນປະໝາດພຣະອົງ. ໃນອີກດ້ານໜຶ່ງ, ພຣະທຳທີ່ພຣະເຈົ້າສະແດງອອກມາຫຼັງຈາກປີ 2013 ໄດ້ເປີດເຜີຍຄວາມລຶກລັບຫຼາຍຢ່າງທີ່ມວນມະນຸດບໍ່ເຄີຍຮູ້ມາກ່ອນ. ຄວາມລຶກລັບເຫຼົ່ານີ້ມີຜົນກະທົບໃນລະດັບໜຶ່ງໃນການເສີມສ້າງຄວາມສັດທາຂອງຜູ້ເຊື່ອໃໝ່ທີ່ຍັງບໍ່ທັນໄດ້ວາງຮາກຖານທີ່ໜັກແໜ້ນ ແລະ ນຳຄວາມແນ່ນອນມາສູ່ຈິດໃຈທີ່ສົງໄສຂອງພວກເຂົາໃນທັນທີ. ໃນຂະນະທີ່ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າມາຫຼາຍປີ ແຕ່ກ່ອນໜ້ານີ້ເຄີຍຕໍ່ຕ້ານ, ກ່າວປະນາມ ແລະ ໝິ່ນປະໝາດພຣະຄຣິສ, ຄວາມລຶກລັບເຫຼົ່ານີ້ໄດ້ໂຈມຕີພວກເຂົາຢ່າງໜັກໜ່ວງ ເຮັດໃຫ້ພວກເຂົາຮູ້ສຶກຫວາດຫວັ່ນຫຼາຍຍິ່ງຂຶ້ນ. ພວກເຂົາຄິດວ່າ “ຕອນນີ້ພວກເຮົາຈົບສິ້ນແລ້ວແທ້ໆ. ພວກເຮົາຖືກພຣະເຈົ້າກຳຈັດອອກແລ້ວ. ພຣະອົງບໍ່ຕ້ອງການພວກເຮົາ. ກ່ອນໜ້ານີ້ພຣະເຈົ້າໄດ້ສະແດງພຣະທຳອອກມາຫຼວງຫຼາຍ ແຕ່ພວກເຮົາກໍຖືວ່າພຣະອົງເປັນພຽງມະນຸດຄົນໜຶ່ງຢູ່ສະເໝີ. ພວກເຮົາຄິດວ່າ ຫຼັງຈາກຂັ້ນຕອນພາລະກິດຂອງພຣະອົງສຳເລັດລົງ ສິ່ງທີ່ເຫຼືອກໍຈະບໍ່ມີຫຍັງກ່ຽວຂ້ອງກັບພຣະອົງອີກ, ບຸກຄົນນີ້ຈະສິ້ນສຸດການອອກເຫື່ອແຮງຂອງພຣະອົງ ແລະ ຕັ້ງແຕ່ນັ້ນມາ ພວກເຮົາກໍຈະມີປະຕິສຳພັນກັບພຣະເຈົ້າໃນສະຫວັນ ແລະ ເຊື່ອໃນພຣະເຈົ້າໃນສະຫວັນ. ພວກເຮົາມີແນວຄິດກ່ຽວກັບພຣະເຈົ້າເທິງແຜ່ນດິນໂລກ. ພວກເຮົາບໍ່ເຊື່ອຟັງ ແລະ ດູໝິ່ນພຣະອົງ”. ຜ່ານພຣະທຳທີ່ຖືກສະແດງອອກມາໃນຊ່ວງປີ 2013, ຄວາມບ້າບິ່ນຂອງຄົນຈຳນວນຫຼາຍເຫຼົ່ານີ້ກໍຖືກດັບມອດລົງ. ກ່ອນໜ້ານີ້, ບາງຄົນເກີດຄວາມສົງໄສກ່ຽວກັບພາລະກິດຂອງພຣະເຈົ້າ. ພວກເຂົາຕໍ່ຕ້ານ ແລະ ໝິ່ນປະໝາດເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ບາງຄົນເຖິງກັບປະຖິ້ມຄວາມເຊື່ອຂອງພວກເຂົາ. ເປັນຫຍັງຈຶ່ງເປັນແບບນີ້? ເພາະວ່າພວກເຂົາເກີດມີແນວຄິດ. ພວກເຂົາບໍ່ພຽງແຕ່ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະເຈົ້າເທົ່ານັ້ນ ພວກເຂົາຍັງປະຕິເສດການມີຢູ່ຂອງພຣະເຈົ້າອີກດ້ວຍ. ໂດຍອີງໃສ່ທັດສະນະຄະຕິທີ່ຄົນເຫຼົ່ານີ້ທີ່ມີຕໍ່ພຣະເຈົ້າ, ພວກເຂົາຄວນມີຈຸດຈົບແນວໃດ? ໂດຍອີງໃສ່ທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ແກ່ນແທ້ຂອງພວກເຂົາແມ່ນຫຍັງ? (ນັ້ນຄືຜູ້ບໍ່ເຊື່ອ.) ລັກສະນະເດັ່ນອັນທຳອິດຂອງຜູ້ບໍ່ເຊື່ອແມ່ນການສວຍໂອກາດ. ເມື່ອພວກເຂົາພົບເຫັນຜົນປະໂຫຍດຂອງຕົນເອງໃນພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະຍຶດໝັ້ນກັບສິ່ງເຫຼົ່ານັ້ນໄວ້, ປະຕິເສດທີ່ຈະປ່ອຍມັນໄປ ແລະ ພະຍາຍາມຫາຜົນປະໂຫຍດຈາກພຣະທຳຂອງພຣະອົງ. ອັນທີສອງແມ່ນ ພວກເຂົາສາມາດໝິ່ນປະໝາດພຣະເຈົ້າໄດ້ທຸກເວລາ ແລະ ທຸກສະຖານທີ່, ພວກເຂົາສາມາດເກີດມີແນວຄິດກ່ຽວກັບພຣະເຈົ້າໄດ້ທຸກເວລາ ແລະ ທຸກສະຖານທີ່ ແລະ ເມື່ອມີສິ່ງເລັກນ້ອຍທີ່ບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍສາມາດທີ່ຈະຕັດສິນ, ກ່າວປະນາມ ແລະ ຕໍ່ຕ້ານພຣະເຈົ້າໄດ້. ພວກເຂົາບໍ່ຢຳເກງພຣະເຈົ້າເລີຍ. ຄົນເຫຼົ່ານີ້ລ້ວນແຕ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ; ພວກເຂົາລ້ວນແຕ່ເປັນຜູ້ຕໍ່ຕ້ານພຣະຄຣິສ. ລັກສະນະອື່ນຂອງພວກເຂົາແມ່ນຫຍັງ? ຄົນເຫຼົ່ານີ້ບໍ່ມີຄວາມຮັກຕໍ່ຄວາມຈິງເລີຍ. ພວກເຂົາເປັນຄົນທຳອິດທີ່ໄດ້ຮັບພຣະທຳຂອງພຣະເຈົ້າ, ພວກເຂົາເປັນຄົນທຳອິດທີ່ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍຍັງເປັນຜູ້ທີ່ມີປະສົບການກັບຂັ້ນຕອນ ແລະ ວິທີການໃນພາລະກິດຂອງພຣະເຈົ້າດ້ວຍຕົນເອງ. ຄົນເຫຼົ່ານີ້ເຊື່ອມາໄດ້ 30 ປີແລ້ວ ແຕ່ຄົນສ່ວນໃຫຍ່ໃນພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໜຶ່ງໃນເຮືອນຂອງພຣະເຈົ້າໄດ້ ແລະ ພວກເຂົາກໍບໍ່ມີປະສົບການໃດກໍຕາມທີ່ຈະມາໂອ້ລົມກັນ. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍພຽງແຕ່ເວົ້າເຖິງພຣະທຳ ແລະ ຫຼັກຄຳສອນທີ່ຕາຍແລ້ວເຫຼົ່ານັ້ນ. ລັກສະນະທີ່ຊັດເຈນທີ່ສຸດຂອງພວກເຂົາແມ່ນຫຍັງ? ພວກເຂົາເຊື່ອໃນພຣະເຈົ້າມາເປັນເວລາ 30 ປີແລ້ວ ແຕ່ອຸປະນິໄສຂອງພວກເຂົາບໍ່ໄດ້ປ່ຽນແປງເລີຍ ແລະ ພວກເຂົາບໍ່ໄດ້ມີຄວາມຢຳເກງ ຫຼື ຄວາມເຂົ້າໃຈກ່ຽວກັບພຣະເຈົ້າ. ພວກເຂົາສາມາດທີ່ຈະຕັດສິນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຢ່າງບໍ່ໃສ່ໃຈໃນທາງລັບ ແລະ ເຖິງກັບສ້າງຄວາມວຸ້ນວາຍ ແລະ ກ່າວປະນາມພຣະເຈົ້າ ໂດຍບໍ່ມີຄວາມສະທົກສະທ້ານ ຫຼື ຄວາມຢຳເກງແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ໄດ້ຮັກຄວາມຈິງ, ພວກເຂົາເບື່ອໜ່າຍຄວາມຈິງ ແລະ ພວກເຂົາຕໍ່ຕ້ານຄວາມຈິງ. ເມື່ອເວົ້າເຖິງພຣະເຈົ້າທີ່ບັງເກີດເປັນມະນຸດ, ພວກເຂົາກໍກ້າເວົ້າທຸກຢ່າງ; ພວກເຂົາກ້າປະເມີນ ແລະ ຕັດສິນທຸກສິ່ງ ແລະ ເມື່ອໃດກໍຕາມທີ່ພວກເຂົາເກີດມີແນວຄິດ, ພວກເຂົາກໍກ້າເຜີຍແຜ່ແນວຄິດເຫຼົ່ານັ້ນ. ຄົນເຫຼົ່ານີ້ບໍ່ໜ້າລັງກຽດບໍ? (ແມ່ນແລ້ວ.) ພວກເຂົາແມ່ນຜູ້ຄົນທີ່ພຣະເຈົ້າເລືອກບໍ? ພວກເຂົາເຊື່ອໃນພຣະເຈົ້າມາເປັນເວລາ 30 ປີແລ້ວ ແຕ່ພວກເຂົາບໍ່ໄດ້ຄອບຄອງຄວາມເປັນຈິງອັນໃດ ແລະ ອຸປະນິໄສຂອງພວກເຂົາກໍບໍ່ໄດ້ປ່ຽນແປງເລີຍ, ຄົນເຫຼົ່ານີ້ບໍ່ແມ່ນຄົນຕາຍບໍ? ຜູ້ທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງ ແລະ ມີຄວາມເປັນມະນຸດທີ່ປົກກະຕິຢ່າງແທ້ຈິງ ບໍ່ສາມາດເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງບາງຢ່າງ ຫຼັງຈາກທີ່ເຊື່ອໃນພຣະເຈົ້າພຽງແຕ່ສາມປີໄດ້ບໍ? (ພວກເຂົາສາມາດເຮັດໄດ້.) ແຕ່ມີຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາ 30 ປີ ໂດຍບໍ່ໄດ້ມີປະສົບການອັນໃດເລີຍ. ຖ້າເຈົ້າຂໍໃຫ້ພວກເຂົາເວົ້າກ່ຽວກັບປະສົບການຂອງພວກເຂົາ, ພວກເຂົາກໍຈະເວົ້າກ່ຽວກັບຫຼັກຄຳສອນ, ຄຳຂວັນ ແລະ ຄຳເວົ້າສັ່ງສອນເທົ່ານັ້ນ. ແລ້ວພວກເຂົາໄດ້ທຸ່ມເທຄວາມພະຍາຍາມໃດແດ່ເຂົ້າໃນພຣະທຳຂອງພຣະເຈົ້າໃນໄລຍະ 30 ປີທີ່ຜ່ານມາ? ພວກເຂົາໄດ້ຮັບຫຍັງແດ່? ແນ່ນອນວ່າ ພວກເຂົາບໍ່ໄດ້ຍອມຮັບພຣະທຳຂອງພຣະເຈົ້າ. ພວກເຂົາຍອມຮັບພຣະທຳຂອງພຣະເຈົ້າກ່ຽວກັບການໃຫ້ພອນ ແລະ ຄຳສັນຍາແກ່ມວນມະນຸດຊາດ, ພຣະທຳທີ່ຟັງເບິ່ງດີຂອງພຣະອົງ, ພຣະທຳທີ່ປອບໂຍນ ແລະ ຕັກເຕືອນຂອງພຣະອົງ ແລະ ພຣະທຳທີ່ໜ້າຟັງ ແຕ່ພວກເຂົາບໍ່ຍອມຮັບຄວາມຈິງໃດກໍຕາມທີ່ພຣະເຈົ້າໄດ້ສະແດງອອກມາ ຫຼື ຂໍ້ກຳນົດໃດກໍຕາມຂອງພຣະອົງສຳລັບມວນມະນຸດຊາດ. ພວກເຂົາບໍ່ຍອມຮັບເລີຍແມ່ນແຕ່ຂໍ້ດຽວ. ຄົນເຫຼົ່ານີ້ບໍ່ຄວນຖືກກຳຈັດອອກບໍ? (ຄວນ.) ການກຳຈັດຄົນເຊັ່ນນີ້ເປັນຄວາມບໍ່ຍຸຕິທຳບໍ? (ບໍ່.) ນັ້ນກໍຍ້ອນວ່າພວກເຂົາຕັ້ງໃຈເຮັດບາບທັງທີ່ຮູ້ຄວາມຈິງຢ່າງຊັດເຈນ.

ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ກ່າວພຣະທຳຫຼວງຫຼາຍໃນຍຸກສຸດທ້າຍ ແລະ ຜູ້ຄົນກໍໄດ້ມີປະສົບການກັບສິ່ງເຫຼົ່ານັ້ນ ແລະ ເປັນພະຍານເຖິງແຕ່ລະບາດກ້າວໃນພາລະກິດຂອງພຣະເຈົ້າດ້ວຍຕາຂອງພວກເຂົາເອງ. ບໍ່ວ່າຈະເບິ່ງຈາກມຸມມອງໃດກໍຕາມ, ການທີ່ພຣະເຈົ້າໄດ້ສະແດງຄວາມຈິງອອກມາຫຼາຍຢ່າງ ແລະ ຊ່ວຍໃຫ້ຜູ້ຄົນຫຼາຍຄົນລອດພົ້ນນັ້ນເປັນສິ່ງທີ່ປະຕິເສດບໍ່ໄດ້ ແລະ ບໍ່ຄວນມີໃຜຕັ້ງຄຳຖາມກັບສິ່ງເຫຼົ່ານັ້ນ. ບໍ່ວ່າພຣະເຈົ້າທີ່ບັງເກີດເປັນມະນຸດຈະທຳມະດາ ແລະ ປົກກະຕິສໍ່າໃດກໍຕາມ, ບໍ່ວ່າພຣະອົງຈະເບິ່ງຄືວ່າຕໍ່າຕ້ອຍສຳລັບມະນຸດສໍ່າໃດກໍຕາມ, ຜູ້ຄົນກໍຍັງຄວນຍອມຮັບພຣະທຳຂອງພຣະອົງວ່າເປັນຄວາມຈິງ. ບາງຄົນເວົ້າວ່າ “ໃນເມື່ອພຣະເຈົ້າທີ່ບັງເກີດເປັນເນື້ອໜັງນັ້ນຕໍ່າຕ້ອຍ ແລະ ທຳມະດາຫຼາຍ ແລະ ບໍ່ໄດ້ຍິ່ງໃຫຍ່ເລີຍ, ພວກເຮົາຈະສາມາດຖືກເຮັດໃຫ້ຊື່ນຊົມລາວໄດ້ແນວໃດ? ເນື້ອໜັງທີ່ທຳມະດາແບບນີ້ຈະສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ໃດໜຶ່ງໄດ້ບໍ? ພວກເຮົາຈະໄດ້ຮັບພອນອັນຍິ່ງໃຫຍ່ຈາກລາວໄດ້ແທ້ບໍ? ພວກເຮົາບໍ່ຮູ້, ສິ່ງດຽວທີ່ພວກເຮົາເຮັດໄດ້ກໍຄືປະຕິບັດຕໍ່ລາວຄືກັບຄົນທຳມະດາຄົນໜຶ່ງ”. ຄົນອື່ນເວົ້າວ່າ “ເພາະວ່າບາງສິ່ງທີ່ເຈົ້າໄດ້ເຮັດນັ້ນເຮັດໃຫ້ພວກເຮົາບໍ່ເຊື່ອໝັ້ນ ແລະ ບາງສິ່ງກໍເຮັດໃຫ້ພວກເຮົາເກີດມີແນວຄິດ ແລະ ບາງສິ່ງກໍເປັນສິ່ງທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້ ແລະ ເພາະວ່າເຈົ້າໄດ້ເວົ້າບາງສິ່ງທີ່ພວກເຮົາຍອມຮັບບໍ່ໄດ້, ເຈົ້າຈຶ່ງບໍ່ສາມາດເປັນຕົວແທນຂອງພຣະເຈົ້າໃນສະຫວັນໄດ້, ດັ່ງນັ້ນ ພວກເຮົາຈຶ່ງຕ້ອງຕໍ່ສູ້ກັບເຈົ້າຈົນເຖິງທີ່ສຸດ. ຖ້າເຈົ້າຂໍໃຫ້ພວກເຮົາເທດສະໜາພຣະກິດຕິຄຸນ, ພວກເຮົາກໍຈະບໍ່ເຮັດ; ຖ້າເຈົ້າຂໍໃຫ້ພວກເຮົາປະຕິບັດໜ້າທີ່ຂອງພວກເຮົາ, ພວກເຮົາກໍຈະບໍ່ເຮັດ ແລະ ຖ້າເຈົ້າຂໍໃຫ້ພວກເຮົາຍອມຮັບຄວາມຈິງ, ພວກເຮົາກໍຈະບໍ່ເຮັດ. ພວກເຮົາຈະຕໍ່ສູ້ກັບບຄົນທີ່ເຈົ້າເປັນຈົນເຖິງທີ່ສຸດ, ມາເບິ່ງກັນວ່າເຈົ້າຈະເຮັດຫຍັງພວກເຮົາໄດ້”. ໃນຫົວໃຈຂອງຄົນເຫຼົ່ານີ້ທີ່ບໍ່ຍອມຮັບຄວາມຈິງເລີຍ, ມີເປັນພັນເປັນໝື່ນເຫດຜົນທີ່ຈະປະຕິເສດພາລະກິດຂອງພຣະເຈົ້າ, ປະຕິເສດວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ແລະ ປະຕິເສດເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ແຕ່ມີສິ່ງໜຶ່ງທີ່ອາດຈະບໍ່ຊັດເຈນປານໃດສຳລັບພວກເຂົາ: ບໍ່ວ່າພວກເຂົາຈະມີເຫດຜົນຫຼາຍສໍ່າໃດກໍຕາມ, ຖ້າພວກເຂົາບໍ່ຍອມຮັບຄວາມຈິງເຫຼົ່ານີ້, ພວກເຂົາກໍຈະບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ. ຖ້າເຈົ້າບໍ່ຍອມຮັບຄົນທີ່ເຮົາເປັນ ຫຼື ບໍ່ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ, ນັ້ນກໍບໍ່ເປັນຫຍັງ, ເຮົາຈະບໍ່ບັງຄັບເຈົ້າ. ແຕ່ຖ້າເຈົ້າບໍ່ຍອມຮັບວ່າພຣະທຳເຫຼົ່ານີ້ຂອງພຣະເຈົ້າວ່າເປັນຄວາມຈິງ ແລະ ບໍ່ນຳພວກມັນໄປປະຕິບັດໃນຖານະຄວາມຈິງ, ເຮົາຂໍບອກເຈົ້າດ້ວຍຄວາມຊື່ສັດເລີຍວ່າ: ເຈົ້າຈະບໍ່ມີວັນຖືກຊ່ວຍໃຫ້ລອດພົ້ນ ແລະ ເຈົ້າຈະບໍ່ມີວັນໄດ້ຜ່ານປະຕູແຫ່ງອານາຈັກສະຫວັນໄປໄດ້ເລີຍ. ຖ້າເຈົ້າຫຼີກລ່ຽງພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ຫຼີກລ່ຽງຄວາມຈິງເຫຼົ່ານີ້ ແລະ ພຣະຄຣິສອົງນີ້ທີ່ປະຕິບັດພາລະກິດ ແລະ ຊ່ວຍມວນມະນຸດຊາດໃຫ້ລອດພົ້ນ, ແລ້ວບໍ່ວ່າເຈົ້າຈະເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະອົດທົນຕໍ່ຄວາມຍາກລຳບາກອັນຍິ່ງໃຫຍ່ສໍ່າໃດກໍຕາມ, ເຈົ້າກໍຈະບໍ່ໄດ້ຮັບຄວາມຈິງ; ເຈົ້າເປັນພຽງຂີ້ເຫຍື້ອຊິ້ນໜຶ່ງເທົ່ານັ້ນ. ບໍ່ວ່າເຫດຜົນໃນການເຊື່ອໃນພຣະເຈົ້າຂອງເຈົ້າແມ່ນຫຍັງກໍຕາມ ແລະ ບໍ່ວ່າເປົ້າໝາຍໃນການປະຕິບັດໜ້າທີ່ຂອງເຈົ້າແມ່ນຫຍັງກໍຕາມ, ເຈົ້າກໍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ແລະ ຖ້າເຈົ້າບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້, ເຈົ້າຈະໄດ້ຮັບພອນຫຍັງ? ບາງຄົນທ້າທາຍພຣະເຈົ້າໃນສະຫວັນ, ບາງຄົນທ້າທາຍພຣະເຈົ້າເທິງແຜ່ນດິນໂລກ ແລະ ກ້າທີ່ຈະໂຕ້ແຍ້ງພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ຈົນເຖິງຂັ້ນທີ່ພວກເຂົາບໍ່ສົນໃຈເລີຍວ່າຈຸດຈົບ ແລະ ຈຸດໝາຍປາຍທາງຂອງພວກເຂົາເອງຈະເປັນແນວໃດ. ສິ່ງນີ້ບໍ່ຊົ່ວຊ້າບໍ? ພວກເສື່ອມຊາມເຫຼົ່ານີ້ຊ່າງຊົ່ວຊ້າຫຼາຍ! ພວກເຂົາແຕ່ລະຄົນລ້ວນແຕ່ເປັນຄົນຊົ່ວຮ້າຍ. ພວກເຂົາທຸກຄົນລ້ວນແຕ່ເປັນຜູ້ບໍ່ເຊື່ອ, ເປັນພວກສວຍໂອກາດ, ເປັນຄົນທີ່ບໍ່ມີຄວາມລະອາຍ ແລະ ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.

ເຮົາຫາກໍໄດ້ໂອ້ລົມກ່ຽວກັບທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະທຳຂອງພຣະເຈົ້າ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຂົ້າຫາພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ໄດ້ຄົ້ນຫາຄວາມຈິງ ຫຼື ຫຼັກການຂອງການປະຕິບັດຈາກພາຍໃນພຣະທຳເຫຼົ່ານັ້ນ. ພວກເຂົາບໍ່ໄດ້ສະແຫວງຫາເພື່ອທີ່ຈະເຂົ້າໃຈຈາກພຣະທຳຂອງພຣະເຈົ້າ ເຖິງວິທີການບັນລຸຫົນທາງແຫ່ງການຢໍາເກງພຣະເຈົ້າ ແລະ ການຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ພວກເຂົາກໍບໍ່ໄດ້ສະແຫວງຫາເພື່ອທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າຢ່າງແນ່ນອນ ເພື່ອທີ່ພວກເຂົາຈະສາມາດກາຍເປັນຄົນທີ່ປະຕິບັດຕາມເຈດຕະນາຂອງພຣະອົງໄດ້. ກົງກັນຂ້າມ, ພວກເຂົາຕ້ອງການຊອກຫາຈຸດໝາຍປາຍທາງທີ່ພວກເຂົາປາຖະໜາໃນພຣະທຳຂອງພຣະເຈົ້າ ພ້ອມທັງຜົນປະໂຫຍດຕ່າງໆທີ່ພວກເຂົາປາຖະໜາ ລວມທັງວ່າພວກເຂົາຈະສາມາດໄດ້ຮັບພອນ ຫຼື ບໍ່ ແລະ ພວກເຂົາຈະສາມາດໄດ້ຮັບພຣະຄຸນຫຼາຍຂຶ້ນໃນຊີວິດນີ້ໄດ້ແນວໃດ ແລະ ວ່າພວກເຂົາຈະສາມາດໄດ້ຮັບຫຼາຍເປັນຮ້ອຍເທົ່າໃນໂລກທີ່ຈະມາເຖິງ ຫຼື ບໍ່ ແລະ ອື່ນໆ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາຄົ້ນຫາໃນພຣະທຳຂອງພຣະເຈົ້າ. ສະນັ້ນ, ບໍ່ວ່າຈະເບິ່ງຈາກມຸມມອງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພວກເຂົາກໍບໍ່ຄິດວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ເປັນສິ່ງທີ່ມວນມະນຸດຊາດຄວນຍອມຮັບ. ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າກໍຄື ພວກເຂົາຕ້ອງການໃຊ້ພຣະທຳຂອງພຣະເຈົ້າເພື່ອໃຫ້ໄດ້ຮັບພອນ ແລະ ຈຸດໝາຍປາຍທາງທີ່ພວກເຂົາປາຖະໜາ. ພວກເຂົາຕ້ອງການໃຊ້ພຣະທຳຂອງພຣະເຈົ້າເປັນແຮງຊຸກຍູ້ ເພື່ອບັນລຸສິ່ງທີ່ພວກເຂົາໄລ່ຕາມ ແລະ ບັນລຸເປົ້າໝາຍຂອງພວກເຂົາ. ໂດຍອີງໃສ່ການໄລ່ຕາມຂອງພວກເຂົາ, ເສັ້ນທາງທີ່ພວກເຂົາຍ່າງ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ຄົນເຫຼົ່ານີ້ຄືກຸ່ມຜູ້ບໍ່ເຊື່ອ, ເປັນກຸ່ມພວກສວຍໂອກາດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຊອກຫາຜົນປະໂຫຍດ ແລະ ຈຸດໝາຍປາຍທາງທີ່ພວກເຂົາປາຖະໜາໃນພຣະທຳຂອງພຣະເຈົ້າໄດ້ ຫຼື ເມື່ອໃນຂະບວນການສຶກສາພຣະທຳຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າກ່ຽວກັບອະນາຄົດ ແລະ ໂຊກຊະຕາ ຫຼື ຄຳສັນຍາຂອງພຣະເຈົ້າທີ່ມີຕໍ່ມວນມະນຸດຊາດເຮັດໃຫ້ພວກເຂົາຜິດຫວັງ ແລະ ຄວາມປາຖະໜາຂອງພວກເຂົາບໍ່ສາມາດໄດ້ຮັບການຕອບສະໜອງ, ພວກເຂົາກໍວາງພຣະທຳຂອງພຣະເຈົ້າທີ່ພວກເຂົາຖືຢູ່ໃນມືລົງຢ່າງບໍ່ເກງໃຈ ແລະ ໂດຍບໍ່ລັງເລ, ພວກເຂົາປະຖິ້ມພຣະເຈົ້າ ແລະ ໄລ່ຕາມຊີວິດທີ່ພວກເຂົາປາຖະໜາ. ພວກເຂົາບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອຍອມຮັບຄວາມລອດພົ້ນຂອງພຣະອົງ. ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ໄດ້ຖືວ່າພຣະທຳເຫຼົ່ານັ້ນເປັນຄວາມຈິງ, ກົງກັນຂ້າມ ພວກເຂົາຕ້ອງການໃຊ້ພຣະທຳຂອງພຣະເຈົ້າ ເພື່ອບັນລຸເປົ້າໝາຍສ່ວນຕົວຂອງພວກເຂົາ ແລະ ຕອບສະໜອງຄວາມປາຖະໜາ ແລະ ຄວາມທະເຍີທະຍານສ່ວນຕົວຂອງພວກເຂົາ. ດ້ວຍເຫດນີ້, ພວກເຂົາຈຶ່ງຄົ້ນຫາຈຸດຈົບ ແລະ ຈຸດໝາຍປາຍທາງຂອງພວກເຂົາໃນພຣະທຳຂອງພຣະເຈົ້າຢ່າງບໍ່ຮູ້ອິດເມື່ອຍ. ພວກເຂົາຄົ້ນຫາສິ່ງທີ່ພຣະເຈົ້າກ່າວກ່ຽວກັບຄວາມຫາຍະນະ, ການເປີດເຜີຍຂອງພຣະອົງກ່ຽວກັບຄວາມລຶກລັບ, ການເປີດເຜີຍຂອງພຣະອົງກ່ຽວກັບການພັດທະນາຂອງມວນມະນຸດຊາດ ແລະ ຂໍ້ມູນເບື້ອງຫຼັງບາງຢ່າງກ່ຽວກັບພາລະກິດຂອງພຣະອົງ. ນີ້ຄືເນື້ອຫາທີ່ພວກເຂົາໃສ່ໃຈ. ພວກເຂົາບໍ່ສົນໃຈສິ່ງອື່ນໃດທີ່ຢູ່ນອກເໜືອຂອບເຂດນີ້. ພວກເຂົາເຖິງກັບດູຖູກ ແລະ ຕໍ່ຕ້ານບາງຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ມວນມະນຸດຊາດທີ່ເສື່ອມຊາມຢູ່ເລື້ອຍໆ. ພວກເຂົາເຖິງກັບຮູ້ສຶກເບື່ອໜ່າຍຕໍ່ການເປີດໂປງຂອງພຣະເຈົ້າທີ່ມີຕໍ່ມວນມະນຸດຊາດທີ່ເສື່ອມຊາມ. ພວກເຂົາມັກຈະຈັບຜິດຄຳສັບ ແລະ ນໍ້າສຽງໃນການເວົ້າທີ່ໃຊ້ໃນພຣະທຳຂອງພຣະເຈົ້າ ແລະ ພະຍາຍາມຊອກຫາບາງສິ່ງທີ່ພວກເຂົາສາມາດໃຊ້ຕໍ່ຕ້ານພຣະເຈົ້າໄດ້. ຕົວຢ່າງ: ເມື່ອພຣະເຈົ້າເປີດໂປງມວນມະນຸດຊາດວ່າເປັນ “ໂສເພນີ” ແລະ “ຄົນຂາຍບໍລິການ”, ພວກເຂົາກໍເວົ້າວ່າ: “ສິ່ງເຫຼົ່ານີ້ຈະເປັນພຣະທຳຂອງພຣະເຈົ້າໄດ້ແນວໃດ? ພຣະເຈົ້າຈະບໍ່ກ່າວແບບນີ້! ພຣະເຈົ້າຄວນກ່າວດ້ວຍທ່າທາງທີ່ສຸພາບ, ອ່ອນໂຍນ ແລະ ເຫັນອົກເຫັນໃຈ”. ເມື່ອເວົ້າເຖິງພຣະທຳບາງຂໍ້ຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ບໍ່ສອດຄ່ອງກັບໄວຍາກອນຂອງມະນຸດ ແລະ ບໍ່ສອດຄ່ອງກັບການໃຫ້ເຫດຜົນແບບທຳມະດາຂອງມະນຸດທີ່ເສື່ອມຊາມ, ພວກເຂົາຄິດວ່າ “ສິ່ງເຫຼົ່ານີ້ບໍ່ແມ່ນພຣະທຳຂອງພຣະເຈົ້າ, ພຣະເຈົ້າຈະບໍ່ກ່າວແບບນີ້! ພຣະເຈົ້ານັ້ນສູງສົ່ງ, ຍິ່ງໃຫຍ່ ແລະ ບໍ່ສາມາດຢັ່ງເຖິງໄດ້, ແລ້ວພຣະທຳຂອງພຣະອົງຈະທຳມະດາແບບນີ້ໄດ້ແນວໃດ? ພຣະທຳເຫຼົ່ານັ້ນຂັດກັບການໃຫ້ເຫດຜົນທີ່ທຳມະດາແບບນີ້ໄດ້ແນວໃດ? ຖ້າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ພຣະທຳເຫຼົ່ານັ້ນກໍຄວນຖືກກ່າວອອກມາໃນລັກສະນະທີ່ທຸກຄົນຍົກຍ້ອງ, ນະມັດສະການ ແລະ ຊື່ນຊົມພວກມັນຢ່າງສູງ. ພຣະທຳທັງໝົດຄວນຈະບໍ່ສາມາດຢັ່ງເຖິງໄດ້, ນັ້ນຄືສິ່ງທີ່ພຣະທຳຂອງພຣະເຈົ້າຄວນຈະເປັນ!” ເມື່ອເວົ້າເຖິງພຣະທຳຂອງພຣະເຈົ້າ, ພວກເຂົາມີແນວຄິດຕ່າງໆ, ມີການກຳນົດຂອບເຂດຕ່າງໆ ແລະ ເຖິງກັບມີຂໍ້ຮຽກຮ້ອງຕ່າງໆ. ໂດຍອີງໃສ່ຂໍ້ຮຽກຮ້ອງ ແລະ ການກຳນົດຂອບເຂດຂອງພວກເຂົາ, ສາມາດເຫັນໄດ້ວ່າແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນແກ່ນແທ້ຂອງຊາຕານ. ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າແມ່ນເພື່ອຄົ້ນຄວ້າ, ເພື່ອຕໍ່ຕ້ານ, ເພື່ອຕັດສິນ, ເພື່ອຊອກຫາບາງສິ່ງມາໃຊ້ຕໍ່ຕ້ານພຣະເຈົ້າ ແລະ ເພື່ອຈັບຜິດ. ພວກເຂົາບໍ່ໄດ້ທຸ່ມເທຄວາມພະຍາຍາມໃດໜຶ່ງເຂົ້າໃນຄວາມຈິງທີ່ຢູ່ໃນພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ໄດ້ອ່ອນນ້ອມ, ຍອມຮັບ ຫຼື ປະຕິບັດຕາມມັນ. ສະນັ້ນ, ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນແກ່ນແທ້ຂອງຊາຕານ ແລະ ຜີຮ້າຍ. ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າກໍຄືວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າເຊັ່ນດຽວກັນ. ພຣະທຳຂອງພຣະເຈົ້າເປັນຕົວແທນຂອງພຣະອົງເອງ. ຄວາມຈິງທັງໝົດທີ່ພຣະເຈົ້າໄດ້ສະແດງອອກມາເປັນຕົວແທນໃຫ້ແກ່ອຸປະນິໄສຂອງພຣະອົງ, ແກ່ນແທ້ຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນຄື ຕົວຕົນ ແລະ ສະຖານະຂອງພຣະອົງ. ບໍ່ວ່າພຣະທຳເຫຼົ່ານີ້ຈະຖືກສະແດງອອກມາໂດຍເນື້ອໜັງຂອງພຣະເຈົ້າ ຫຼື ພຣະວິນຍານຂອງພຣະເຈົ້າກໍຕາມ ແລະ ບໍ່ວ່າພຣະອົງຈະສະແດງເນື້ອຫາໃດອອກມາກໍຕາມ, ແນ່ນອນວ່າ ພຣະທຳເຫຼົ່ານີ້ເປັນຕົວແທນຂອງພຣະເຈົ້າ. ສະນັ້ນ, ການທີ່ຜູ້ຕໍ່ຕ້ານພຣະຄຣິສຄົ້ນຄວ້າ ແລະ ວິເຄາະພຣະທຳຂອງພຣະເຈົ້າ ພ້ອມທັງເກີດມີແນວຄິດກ່ຽວກັບພຣະທຳເຫຼົ່ານັ້ນ, ກໍເທົ່າກັບການເກີດມີແນວຄິດກ່ຽວກັບພຣະເຈົ້າ. ພວກເຂົາກຳລັງກວດສອບພຣະເຈົ້າ. ພວກເຂົາບໍ່ເຊື່ອພຣະທຳຂອງພຣະເຈົ້າ ແລະ ບໍ່ຍອມຮັບພຣະທຳຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ພວກເຂົາບໍ່ເຊື່ອຢ່າງແນ່ນອນວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ແລະ ພວກເຂົາຍິ່ງບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.

ບາງຄົນເວົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນຕໍ່າຕ້ອຍ ແລະ ທຳມະດາເກີນໄປ. ຄຳເວົ້າ ແລະ ການກະທຳຂອງພຣະອົງ ມັກຈະເຮັດໃຫ້ຂ້ອຍເກີດມີແນວຄິດ ແລະ ບໍ່ສອດຄ່ອງກັບຈິນຕະນາການຂອງຂ້ອຍເລີຍ. ຂ້ອຍເຫັນວ່າພຣະເຈົ້າທີ່ບັງເກີດເປັນມະນຸດເປັນພຽງຄົນທຳມະດາຄົນໜຶ່ງ. ພຣະອົງບໍ່ໄດ້ເປັນຕົວແທນຂອງພຣະເຈົ້າ, ສະນັ້ນ ບໍ່ວ່າພຣະອົງຈະສະແດງຄວາມຈິງອອກມາໃນພຣະທຳ ແລະ ພາລະກິດຂອງພຣະອົງຫຼາຍສໍ່າໃດກໍຕາມ, ພຣະອົງກໍບໍ່ຄືກັບພຣະເຈົ້າ”. ຄຳເວົ້າເຫຼົ່ານີ້ມາຈາກໃສ? ພວກມັນເປັນຕົວແທນຂອງຫຍັງ? ພວກມັນບໍ່ໄດ້ເປັນຕົວແທນຂອງຊາຕານບໍ? ຕັ້ງແຕ່ຕົ້ນຈົນຈົບ, ຊາຕານບໍ່ເຄີຍຍອມຮັບຕົວຕົນ ແລະ ສະຖານະຂອງພຣະເຈົ້າເລີຍ. ມັນບໍ່ເຄີຍເຊື່ອວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ແລະ ແນ່ນອນວ່າມັນບໍ່ເຄີຍຍອມຮັບພຣະທຳຂອງພຣະເຈົ້າເລີຍ. ດ້ວຍເຫດນີ້, ເມື່ອຊາຕານເວົ້າກັບພຣະເຈົ້າ, ມັນຕ້ອງການເຮັດເຊັ່ນນັ້ນໃນຖານະທີ່ເທົ່າທຽມກັນ. ວິທີທີ່ມັນເວົ້າແມ່ນເພື່ອເຍາະເຍີ້ຍ ແລະ ຖາກຖາງພຣະເຈົ້າ, ເພື່ອຫຼອກລວງພຣະເຈົ້າ ແລະ ມັນບໍ່ມີບ່ອນສຳລັບພຣະເຈົ້າໃນຫົວໃຈຂອງມັນເລີຍ. ແລະ ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ ແລະ ຄຳເວົ້າທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າກໍຄືກັນກັບຂອງຊາຕານທຸກປະການ. ແກ່ນແທ້ຂອງພວກເຂົາແມ່ນຄືກັນ, ຍົກເວັ້ນແຕ່ຊາຕານນັ້ນເບິ່ງບໍ່ເຫັນສຳລັບມວນມະນຸດຊາດ, ໃນຂະນະທີ່ຜູ້ຕໍ່ຕ້ານພຣະຄຣິສນັ້ນສາມາດເບິ່ງເຫັນ ແລະ ຈັບຕ້ອງໄດ້; ພວກເຂົາຄືຊາຕານທີ່ສວມໃສ່ຜິວໜັງຂອງມະນຸດ. ຖ້າພວກເຂົາບໍ່ແມ່ນຊາຕານ, ພວກເຂົາກໍຄົງຈະບໍ່ສາມາດເຮັດ ແລະ ເວົ້າສິ່ງເຊັ່ນນີ້ໄດ້. ຊາຕານມັກຈະເວົ້າຕົວະ ແລະ ມັນເຊື່ອວ່າພຣະທຳຂອງພຣະເຈົ້າກໍເປັນຄຳຕົວະເຊັ່ນດຽວກັນ. ຊາຕານມັກຈະຫຼອກລວງຜູ້ຄົນ ແລະ ຄົດໂກງ, ມີເລ່ຫຼ່ຽມ ແລະ ຊົ່ວຊ້າ ແລະ ມັນເຊື່ອວ່າພຣະເຈົ້າກໍກ່າວໃນລັກສະນະດຽວດຽວກັນ. ບໍ່ວ່າພຣະເຈົ້າຈະກ່າວຫຍັງກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເພີ່ມບາງສິ່ງບາງຢ່າງເຂົ້າໃນພຣະທຳຂອງພຣະເຈົ້າຢູ່ສະເໝີ, ໂດຍໃສ່ຄວາມໝາຍຂອງພວກເຂົາເອງເຂົ້າໄປ ແລະ ສ້າງຄຳອະທິບາຍຕາມອຳເພີໃຈ. ຍິ່ງໄປກວ່ານັ້ນ, ພວກເຂົາເຖິງກັບຄິດວ່າພຣະທຳບາງຂໍ້ຂອງພຣະເຈົ້ານັ້ນບໍ່ໄດ້ດີເລີດເທົ່າກັບຄຳເວົ້າຂອງພວກເຂົາ, ບໍ່ໄດ້ມາດຕະຖານລະດັບສູງຂອງພວກເຂົາ ແລະ ບໍ່ພຽງພໍທີ່ຈະເອົາຊະນະມວນມະນຸດຊາດທີ່ເສື່ອມຊາມໄດ້. ສະນັ້ນ, ພວກເຂົາຈຶ່ງຕ້ອງການນຳເອົາວິທີການ, ນໍ້າສຽງ ແລະ ເນື້ອຫາໃນພຣະທຳຂອງພຣະເຈົ້າມາຢູ່ຕໍ່ໜ້າຄົນບາງຄົນ ເພື່ອວິເຄາະ ແລະ ຕັດສິນພຣະທຳເຫຼົ່ານັ້ນ ແລະ ຍິ່ງໄປກວ່ານັ້ນຄື ເພື່ອວິພາກວິຈານ ແລະ ກ່າວປະນາມພວກມັນ. ຈຸດປະສົງຂອງພວກເຂົາໃນການເຮັດສິ່ງນີ້ແມ່ນຫຍັງ? ໃນຂະນະທີ່ຕິດຕາມພຣະເຈົ້າ, ພວກເຂົາລໍຄອຍທີ່ຈະໄດ້ຮັບອະນາຄົດ ແລະ ໂຊກຊະຕາທີ່ພວກເຂົາຕ້ອງການຈາກພຣະເຈົ້າອົງນີ້ ແລະ ລໍຖ້າທີ່ຈະໄດ້ຮັບຈຸດໝາຍປາຍທາງທີ່ພວກເຂົາຕ້ອງການຈາກພຣະເຈົ້າອົງນີ້. ແລ້ວເປັນຫຍັງພວກເຂົາຈຶ່ງຍັງກະທຳການແບບນີ້ຢູ່? ນີ້ບໍ່ແມ່ນການຖົ່ມນໍ້າລາຍຂຶ້ນຟ້າບໍ? ມັນມີພຽງເຫດຜົນດຽວເທົ່ານັ້ນ. ກໍເປັນເຊັ່ນນັ້ນ ໃນສາຍຕາຂອງພວກເຂົາ, ພຣະທຳທີ່ກ່າວໂດຍພຣະເຈົ້າເຊັ່ນນີ້ນັ້ນທຳມະດາ ແລະ ສາມັນເກີນໄປ, ການກະທຳຂອງພຣະອົງກໍທຳມະດາເກີນໄປເຊັ່ນດຽວກັນ. ພຣະເຈົ້າເຊັ່ນນີ້ບໍ່ແມ່ນຜູ້ທີ່ພວກເຂົາຕ້ອງການເຄົາລົບ ຫຼື ຜູ້ທີ່ຢູ່ໃນຈິນຕະນາການຂອງພວກເຂົາ ແລະ ພຣະອົງກໍເຂົ້າກັບພວກເຂົາບໍ່ໄດ້. ຖ້າພວກເຂົາຕິດຕາມພຣະເຈົ້າເຊັ່ນນີ້, ຈຸດໝາຍປາຍທາງຂອງພວກເຂົາ ພ້ອມທັງອະນາຄົດ ແລະ ໂຊກຊະຕາຂອງພວກເຂົາກໍອາດຈະລົ້ມເຫຼວທັງໝົດ. ສະນັ້ນ, ພວກເຂົາຈຶ່ງຕໍ່ຕ້ານພຣະເຈົ້າເຊັ່ນນີ້ຢ່າງຮຸນແຮງ. ພວກເຂົາຕັດສິນພຣະອົງ, ບັ່ນທອນພຣະອົງ ແລະ ພວກເຂົາພະຍາຍາມຂັດຂວາງ, ລົບກວນ ແລະ ທຳລາຍພາລະກິດຂອງພຣະອົງ ເພື່ອທີ່ພຣະອົງຈະບໍ່ສາມາດປະຕິບັດມັນໄດ້. ແລ້ວຈຸດປະສົງຂອງພວກເຂົາກໍຈະສຳເລັດ. ບາງຄົນເວົ້າວ່າ: “ຖ້າພວກເຂົາບັນລຸຈຸດປະສົງຂອງພວກເຂົາ, ແລ້ວຈຸດໝາຍປາຍທາງຂອງພວກເຂົາຈະບໍ່ຫາຍໄປບໍ?” ຄົນປະເພດນີ້ພຽງແຕ່ບໍ່ຍອມຮັບການມີຢູ່ຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ຍອມຮັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ຍິ່ງໄປກວ່ານັ້ນຄື ຄວາມເປັນຈິງໃນວຽກງານຄຸ້ມຄອງຂອງພຣະອົງທີ່ຊ່ວຍມວນມະນຸດຊາດໃຫ້ລອດພົ້ນ. ພວກເຂົາພຽງແຕ່ກຳລັງເດີມພັນ ແລະ ຫຼີ້ນການພະນັນ. ຖ້າພຣະເຈົ້າອົງນີ້ຖືກໂຄ່ນລົ້ມລົງແທ້ໆ, ພວກເຂົາກໍສາມາດເຮັດທຸກຢ່າງທີ່ພວກເຂົາຕ້ອງການໄດ້ ແລະ ພວກເຂົາກໍຈະບໍ່ຕ້ອງທົນທຸກກັບຄວາມຍາກລຳບາກເຊັ່ນນີ້ໃນເຮືອນຂອງພຣະເຈົ້າອີກຕໍ່ໄປ. ຈາກນັ້ນ, ພວກເຂົາກໍສາມາດຮູ້ສຶກສະບາຍໃຈທີ່ຈະກັບຄືນສູ່ໂລກ, ກັບຄືນສູ່ກະແສທີ່ຊົ່ວຊ້າ ແລະ ສິ່ງທີ່ພວກເຂົາເອີ້ນວ່າຊີວິດທີ່ປົກກະຕິ. ພວກເຂົາຈະບໍ່ຈຳເປັນຕ້ອງອົດທົນຕໍ່ຄວາມຫາຍະນະໃດກໍຕາມ, ພວກເຂົາຈະບໍ່ຈຳເປັນຕ້ອງຜ່ານການຫຼໍ່ຫຼອມໃດໜຶ່ງ ແລະ ແນ່ນອນວ່າ ພວກເຂົາຈະບໍ່ຕ້ອງອົດທົນຕໍ່ການພິພາກສາ ແລະ ການລົງທັນແຫ່ງພຣະທຳຂອງພຣະເຈົ້າ. ສິ່ງທັງໝົດນີ້ຈະບໍ່ມີຢູອິກຕໍ່ໄປ ແລະ ໂລກກໍຈະດຳເນີນຕໍ່ໄປຕາມປົກກະຕິ. ນີ້ຄືສິ່ງທີ່ພວກເຂົາປາຖະໜາໃນຄວາມຝັນຂອງພວກເຂົາ. ຄົນເຫຼົ່ານີ້ບໍ່ແມ່ນຄົນບໍ່ດີບໍ? ສາເຫດທີ່ເຮັດໃຫ້ພວກເຂົາເປັນຄົນທີ່ບໍ່ດີຫຼາຍແມ່ນຫຍັງ? (ແກ່ນແທ້ຂອງພວກເຂົາແມ່ນຊາຕານ, ສະນັ້ນ ພວກເຂົາຈຶ່ງກຽດຊັງພຣະເຈົ້າ.) ຄວາມຈິງແລ້ວ, ຢູ່ເລິກໆໃນຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກຜີຮ້າຍເຫຼົ່ານີ້, ໃນວິນຍານຂອງພວກເຂົາ, ພວກເຂົາສາມາດຮູ້ສຶກໄດ້ເຖິງມັນ, ພວກເຂົາຮູ້ວ່າພຣະເຈົ້າເບິ່ງຄົນແບບພວກເຂົາແນວໃດ. ພຣະເຈົ້າກຽດຊັງຄົນແບບພວກເຂົາ. ພວກເຂົາເຂົ້າກັບພຣະເຈົ້າບໍ່ໄດ້. ຄວາມເປັນມະນຸດ ແລະ ທຳມະຊາດ-ແກ່ນແທ້ຂອງພວກເຂົາຖືກພຣະເຈົ້າລັງກຽດ. ສະນັ້ນ, ບໍ່ວ່າພວກເຂົາຈະເຮັດວຽກໜັກສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະປາຖະໜາທີ່ຈະໄດ້ຮັບພອນຫຼາຍສໍ່າໃດກໍຕາມ, ຜົນໄດ້ຮັບສຸດທ້າຍຂອງພວກເຂົາກໍຈະບໍ່ຂຶ້ນຢູ່ກັບຄວາມຕັ້ງໃຈຂອງພວກເຂົາ. ພວກເຂົາບໍ່ສາມາດປ່ຽນແປງຂໍ້ເທັດຈິງໃດກໍຕາມໄດ້. ພວກເຂົາເຂົ້າກັບພຣະເຈົ້າບໍ່ໄດ້. ພວກເຂົາເຂົ້າກັບພຣະທຳຂອງພຣະເຈົ້າບໍ່ໄດ້. ພວກເຂົາເຂົ້າກັບພຣະຄຣິສບໍ່ໄດ້. ແລ້ວໃນທີ່ສຸດພວກເຂົາຈະຈົບລົງແນວໃດ? ພວກເຂົາທຸກຄົນຖືກກຳນົດໃຫ້ພັງພິນາດ. ພວກເຂົາເຂົ້າໃຈຜົນໄດ້ຮັບນີ້ຢ່າງເລືອນລາງໃນຫົວໃຈຂອງພວກເຂົາ, ແລ້ວເປັນຫຍັງພວກເຂົາຈຶ່ງຍັງຢູ່ໃນເຮືອນຂອງພຣະເຈົ້າ? ພວກເຂົາພຽງແຕ່ບໍ່ເຕັມໃຈທີ່ຈະຍອມແພ້ຕໍ່ໂອກາດທີ່ດີແບບນີ້ທີ່ຈະໄດ້ຮັບພອນ, ສະນັ້ນ ພວກເຂົາຈຶ່ງຕ້ອງການລອງເດີມພັນ “ຖ້າຂ້ອຍເດີມພັນແບບນີ້, ບາງທີຂ້ອຍອາດຈະຍັງໄດ້ຮັບພອນຢູ່. ບາງທີຂ້ອຍອາດຈະຍັງຜ່ານໄປໄດ້ ແລະ ຢູ່ລອດ. ບາງທີຖ້າພຣະເຈົ້າບໍ່ລະມັດລະວັງ ແລະ ບໍ່ໃສ່ໃຈ, ຂ້ອຍອາດຈະຜ່ານເຂົ້າໄປໃນປະຕູແຫ່ງອານາຈັກສະຫວັນໄດ້”. ດ້ວຍຄວາມຄິດແບບເຂົ້າຂ້າງຕົວເອງຂອງຄຳວ່າ “ບາງທີ” ເຫຼົ່ານີ້, ພວກເຂົາກໍສືບຕໍ່ປະປົນຢູ່ໃນເຮືອນຂອງພຣະເຈົ້າ ແຕ່ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າບໍ່ເຄີຍປ່ຽນແປງເລີຍ. ພວກເຂົາດູຖູກພຣະທຳຂອງພຣະເຈົ້າ, ດູຖູກຄວາມຈິງ ແລະ ດູຖູກສິ່ງທີ່ເປັນບວກທັງໝົດ.

ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເປັນຄົນຊື່ສັດ. ບາງຄົນເມື່ອໄດ້ຍິນສິ່ງນີ້, ກໍຄິດວ່າ: “ນີ້ບໍ່ແມ່ນມາດຕະຖານທີ່ຕໍ່າຫຼາຍບໍ? ພວກເຮົາໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ເປັນຫຍັງຕອນນີ້ພຣະອົງຈຶ່ງບອກໃຫ້ພວກເຮົາ ‘ເປັນຄົນຊື່ສັດ’? ຖ້ານີ້ແມ່ນພຣະທຳຂອງພຣະເຈົ້າ, ມັນກໍຄວນຈະເລິກເຊິ່ງ, ມັນຄວນຈະສູງສົ່ງຂຶ້ນໄປເລື້ອຍໆ, ຄວນເຂົ້າເຖິງຍາກໄດ້ຍິ່ງຂຶ້ນ, ເກີນກວ່າທີ່ມະນຸດຈະເອື້ອມເຖິງໄດ້. ສິ່ງທີ່ພວກເຮົາຕ້ອງການຄືມາດຕະຖານທີ່ຈຳເປັນທີ່ສູງຂຶ້ນ, ບໍ່ແມ່ນຂໍ້ກຳນົດທີ່ທຳມະດາ, ບໍ່ສຳຄັນ ແລະ ມີມາດຕະຖານຕ່ຳເຫຼົ່ານີ້”. ຄົນເຊັ່ນນີ້ບໍ່ເຂົ້າໃຈວ່າຄວາມເປັນຈິງຄວາມຈິງແມ່ນຫຍັງ. ເມື່ອຜູ້ທີ່ບໍ່ເຂົ້າໃຈຄວາມຈິງໄດ້ຍິນພຣະທຳເຫຼົ່ານີ້, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ, ແຕ່ດ້ວຍການໂອ້ລົມ, ປະສົບການ ແລະ ຊ່ວງເວລາທີ່ໄດ້ຜ່ານຜ່າສິ່ງນີ້ໄປ, ພວກເຂົາກໍເລີ່ມຮັບຮູ້ວ່າພຣະທຳເຫຼົ່ານີ້ຈາກພຣະເຈົ້າແມ່ນສິ່ງທີ່ມະນຸດຕ້ອງການ. ເປັນຫຍັງພຣະທຳເຫຼົ່ານີ້ຈຶ່ງເປັນສິ່ງທີ່ມະນຸດຕ້ອງການ? ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມເຖິງຂັ້ນເລິກທີ່ສຸດ ດັ່ງນັ້ນຈຶ່ງບໍ່ມີໃຜທີ່ເປັນຄົນຊື່ສັດ; ໂລກນີ້ເຕັມໄປດ້ວຍຄຳຕົວະ ແລະ ສິ່ງນີ້ກໍເປັນຈິງສຳລັບຜູ້ທີ່ເຊື່ອໃນພຣະເຈົ້າເຊັ່ນດຽວກັນ. ທຸກໆມື້ ຜູ້ຄົນເວົ້າຄຳຕົວະຊ້ຳແລ້ວຊ້ຳອີກ; ຄຳເວົ້າຂອງພວກເຂົາເຕັມໄປດ້ວຍຄຳຕົວະ ແລະ ການຫຼອກລວງຂອງຊາຕານ. ສະນັ້ນ ພຣະເຈົ້າຈຶ່ງໄດ້ວາງຂໍ້ກຳນົດທີ່ງ່າຍດາຍ ແລະ ກົງໄປກົງມາທີ່ສຸດນີ້ສຳລັບມະນຸດ ນັ້ນກໍຄື: ການເປັນຄົນຊື່ສັດ. ເມື່ອເວລາຜ່ານໄປ ແລະ ດ້ວຍປະສົບການ, ຜູ້ຄົນກໍເກີດມີຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມຢັ່ງຮູ້ກ່ຽວກັບຄວາມຕ້ອງການຂອງພຣະອົງ ແລະ ເຈດຕະນາຂອງພຣະອົງ; ພາຍໃຕ້ການນໍາພາ ແລະ ການຊີ້ນໍາແຫ່ງພຣະທຳຂອງພຣະອົງ, ພວກເຂົາຄ່ອຍໆຮັບຮູ້ວ່າພຣະທຳຂອງພຣະອົງປະຕິບັດໄດ້ຈິງສ່ຳໃດ, ຜູ້ຄົນຄວນທຳຄວາມເຂົ້າໃຈ ແລະ ເຂົ້າສູ່ທຸກໆຖ້ອຍຄຳຂອງພຣະອົງ, ພຣະທຳຂອງພຣະອົງບໍ່ໄດ້ຫວ່າງເປົ່າເລີຍ, ພຣະທຳທັງໝົດຂອງພຣະອົງແມ່ນສິ່ງທີ່ມະນຸດຊາດຕ້ອງການ, ພ້ອມທັງຮັບຮູ້ວ່າພຣະເຈົ້າຢັ່ງຮູ້ຜູ້ຄົນຢ່າງຖີ່ຖ້ວນ ແລະ ສາມາດເບິ່ງທະລຸພວກເຂົາໄດ້ ແລະ ພຣະອົງເຂົ້າໃຈຄວາມເສື່ອມຊາມຂອງພວກເຂົາເປັນຢ່າງດີ. ນີ້ຄືຂະບວນການທີ່ຄົນທຳມະດາຕ້ອງຜ່ານຜ່າ. ແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນປະໂຫຍກນີ້ ທີ່ພຣະເຈົ້າໄດ້ຮຽກຮ້ອງໃຫ້ຜູ້ຄົນເປັນຄົນຊື່ສັດ, ພວກເຂົາກໍເບິ່ງມັນດ້ວຍທັດສະນະຄະຕິຂອງການດູຖູກ, ການເຍາະເຍີ້ຍ, ການສຽດສີ ແລະ ແມ່ນແຕ່ການຕໍ່ຕ້ານ. ຫຼັງຈາກທີ່ພວກເຂົາເກີດມີແນວຄິດກ່ຽວກັບປະໂຫຍກນີ້, ພວກເຂົາກໍປັດມັນຖິ້ມໄປໄວ້ເບື້ອງຫຼັງຈິດໃຈຂອງພວກເຂົາ, ຄວາມລັງກຽດຂອງພວກເຂົາທີ່ມີຕໍ່ພຣະເຈົ້າກໍເພີ່ມຂຶ້ນ ແລະ ພວກເຂົາເບິ່ງພຣະອົງ ແລະ ພຣະທຳຂອງພຣະອົງດ້ວຍຄວາມດູຖູກທີ່ເພີ່ມຂຶ້ນ, ຈົນເຖິງຂັ້ນທີ່ພວກເຂົາບໍ່ສຶກສາພຣະທຳຂອງພຣະອົງອີກຕໍ່ໄປ. ເມື່ອບາງຄົນເວົ້າເຖິງປະສົບການຂອງພວກເຂົາກ່ຽວກັບວິທີທີ່ພວກເຂົາເປີດເຜີຍອຸປະນິໄສທີ່ມີເລ່ຫຼ່ຽມຂອງພວກເຂົາ ແລະ ວິທີທີ່ພວກເຂົາກັບໃຈ ແລະ ພະຍາຍາມເປັນຄົນຊື່ສັດ, ການຕໍ່ຕ້ານ, ຄວາມລັງກຽດ ແລະ ຄວາມດູຖູກກໍເກີດຂຶ້ນໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້. ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບສິ່ງທີ່ຄົນເຫຼົ່ານັ້ນເວົ້າເທົ່ານັ້ນ, ພວກເຂົາຍັງຮູ້ສຶກຕໍ່ຕ້ານ ແລະ ລັງກຽດຕໍ່ຄວາມຮູ້ຈາກປະສົບການທີ່ອ້າຍເອື້ອຍນ້ອງໂອ້ລົມກັນອີກດ້ວຍ, ຈົນເຖິງຂັ້ນທີ່ພວກເຂົາຮູ້ສຶກກຽດຊັງ ແລະ ດູຖູກຜູ້ທີ່ໄດ້ໂອ້ລົມຫຼາຍກວ່າ ແລະ ຜູ້ທີ່ມີຄວາມຮູ້ຫຼາຍກວ່າ. ພວກເຂົາຄິດວ່າ “ພວກເຈົ້າເປັນຄົນໂງ່. ພຣະເຈົ້າບອກໃຫ້ພວກເຈົ້າເປັນຄົນຊື່ສັດ ແລະ ພວກເຈົ້າກໍພຽງແຕ່ເຮັດຕາມ. ພວກເຈົ້າຈະເຊື່ອຟັງຫຼາຍປານນັ້ນໄດ້ແນວໃດ? ເປັນຫຍັງພວກເຈົ້າຈຶ່ງບໍ່ໃສ່ໃຈຄຳເວົ້າທີ່ຂ້ອຍເວົ້າ? ເບິ່ງຂ້ອຍແມ, ບໍ່ມີໃຜໃນພວກເຈົ້າຮູ້ວ່າສະພາວະທີ່ແທ້ຈິງຂອງຂ້ອຍເປັນແນວໃດ, ບໍ່ມີໃຜຮູ້ວ່າຂ້ອຍມີເລ່ຫຼ່ຽມ ແລະ ສະຫຼາດແກມໂກງຫຼາຍສໍ່າໃດ. ແລະ ຂ້ອຍກໍຈະບໍ່ບອກພວກເຈົ້າກ່ຽວກັບສິ່ງເຫຼົ່ານັ້ນ; ພວກເຈົ້າຄິດວ່າພວກເຈົ້າສົມຄວນທີ່ຈະໄດ້ຍິນສິ່ງເຫຼົ່ານັ້ນບໍ?” ນີ້ຄືທັດສະນະຄະຕິທີ່ພວກເຂົາມີຕໍ່ຂໍ້ກຳນົດຂອງພຣະເຈົ້າ; ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບມັນເທົ່ານັ້ນ, ພວກເຂົາຍັງຕໍ່ຕ້ານມັນ ແລະ ກ່າວປະນາມມັນອີກດ້ວຍ. ນີ້ບໍ່ແມ່ນການສະແດງອອກຂອງຜູ້ບໍ່ເຊື່ອບໍ? ນີ້ຄືຜູ້ບໍ່ເຊື່ອແບບມາດຕະຖານ. ໃນທາງຜິວເຜີນ, ພວກເຂົາບໍ່ໄດ້ກ່າວປະນາມພຣະທຳຂອງພຣະເຈົ້າຢ່າງເປີດເຜີຍ, ພວກເຂົາບໍ່ໄດ້ໂຍນໜັງສືພຣະທຳຂອງພຣະອົງເຂົ້າໄປເຜົາໃນເຕົາໄຟ. ພາຍນອກ, ພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາທຸກໆມື້ ແລະ ພວກເຂົາໂອ້ລົມກັນໃນລະຫວ່າງການເຕົ້າໂຮມ, ແຕ່ໃນຄວາມເປັນຈິງແລ້ວ, ຄວາມລັງກຽດ, ການຕໍ່ຕ້ານ ແລະ ການປະຕິເສດຢ່າງເລິກເຊິ່ງໄດ້ເກີດຂຶ້ນໃນສ່ວນເລິກຂອງຫົວໃຈຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ໃນຊ່ວງເວລາທີ່ພວກເຂົາເກີດມີແນວຄິດກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາກໍໄດ້ປະຕິເສດພຣະທຳນັ້ນແລ້ວ. ມີບາງຄົນເວົ້າວ່າ: “ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນໄດ້ປະຕິເສດພຣະທຳຂອງພຣະເຈົ້າກ່ອນທີ່ພຣະອົງຈະກ່າວສິ່ງເຫຼົ່ານັ້ນແລ້ວບໍ?” ໃນເວລານັ້ນ, ພວກເຂົາຍັງບໍ່ໄດ້ປະຕິເສດພຣະທຳເທື່ອ. ເປັນຫຍັງຈຶ່ງເປັນແນວນັ້ນ? ມັນເປັນເພາະວ່າພວກເຂົາມີແນວຄິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບພຣະເຈົ້າ ແລະ ສິ່ງເຫຼົ່ານີ້ເຮັດໃຫ້ພວກເຂົາຍົກຍ້ອງ ແລະ ເຄົາລົບພຣະອົງ ແລະ ຖືວ່າພຣະອົງເປັນບຸກຄົນທີ່ຍິ່ງໃຫຍ່. ແຕ່ເມື່ອພຣະເຈົ້າສະແດງພຣະທຳຂອງພຣະອົງອອກມາ, ມຸມມອງຂອງພວກເຂົາທີ່ມີຕໍ່ພຣະອົງກໍປ່ຽນແປງໄປໂດຍສົມບູນ ແລະ ພວກເຂົາກໍເວົ້າວ່າ: “ພຣະທຳທີ່ພຣະເຈົ້າກ່າວນັ້ນໃນຄວາມເປັນຈິງແລ້ວຊ່າງທຳມະດາຫຼາຍ! ຊ່າງງ່າຍດາຍ, ກົງໄປກົງມາ, ເຂົ້າໃຈງ່າຍຫຼາຍ: ຂ້ອຍກໍສາມາດເວົ້າພຣະທຳເຊັ່ນນີ້ໄດ້ດ້ວຍຕົນເອງ! ທຸກຄົນບໍ່ໄດ້ເວົ້າບໍວ່າພຣະເຈົ້າຊົງຍິ່ງໃຫຍ່ບໍ? ແລ້ວເປັນຫຍັງພຣະອົງຈຶ່ງບອກໃຫ້ພວກເຮົາເປັນຄົນຊື່ສັດ? ຖ້າພຣະເຈົ້າຊົງຍິ່ງໃຫຍ່ຫຼາຍ, ຖ້າພຣະອົງສູງສົ່ງຢ່າງແທ້ຈິງ, ພຣະອົງກໍບໍ່ຄວນໃຫ້ຂໍ້ກຳນົດທີ່ເລັກນ້ອຍ ແລະ ຕ່ຳຕ້ອຍເຊັ່ນນີ້ແກ່ຜູ້ຄົນ!” ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ຮູ້ສຶກວ່າມັນຕື້ນເຂີນ ແລະ ຮູ້ສຶກວ່າມັນບໍ່ກົງກັບແນວຄິດຂອງຜູ້ຄົນ ຫຼື ບໍ່ສອດຄ່ອງກັບພາບລັກອັນຍິ່ງໃຫຍ່ ແລະ ຕົວຕົນຂອງພຣະເຈົ້າ, ພວກເຂົາກໍເກີດມີແນວຄິດກ່ຽວກັບພຣະທຳຂອງພຣະເຈົ້າ. ໃນເບື້ອງຫຼັງຂອງການທີ່ພວກເຂົາເກີດມີແນວຄິດເຫຼົ່ານີ້, ຄວາມລັງກຽດຢ່າງເລິກເຊິ່ງຕໍ່ພຣະທຳຂອງພຣະເຈົ້າກໍເກີດຂຶ້ນພາຍໃນພວກເຂົາ ແລະ ຕໍ່ມາ ຄັນຄູໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ທີ່ເກັບຮັກສາຈິນຕະນາການ ແລະ ແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍໄດ້ພັງທະລາຍລົງໂດຍສົມບູນ. ຜົນຂອງການພັງທະລາຍນີ້ຄືຫຍັງ? ຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາໄດ້ປະຕິເສດ ແລະ ກ່າວປະນາມພຣະທຳຂອງພຣະເຈົ້າ. ສະນັ້ນ, ມີຫຍັງເກີດຂຶ້ນໃນຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອຜູ້ຄົນເທດສະໜາພຣະທຳຂອງພຣະເຈົ້າ? ພວກເຂົາປຽບເໝືອນຜູ້ສັງເກດການ, ຄອຍເບິ່ງຢູ່ຂ້າງນອກ. ເມື່ອພວກເຂົາໄດ້ຍິນໃຜບາງຄົນສັນລະເສີນພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມກ່ຽວກັບປະສົບການຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກໍຍັງເປັນຜູ້ສັງເກດການ, ຄອຍເບິ່ງຢູ່ຂ້າງນອກ ແລະ ພວກເຂົາບໍ່ເຄີຍເວົ້າຄຳວ່າ “ອາເມນ” ໃນສ່ວນເລິກຂອງຫົວໃຈຂອງພວກເຂົາເລີຍ. ບາງຄັ້ງ, ພວກເຂົາເຖິງກັບເຍາະເຍີ້ຍຜູ້ຄົນໂດຍເວົ້າວ່າ “ເຈົ້າໄດ້ຮັບຫຍັງຈາກການເປັນຄົນຊື່ສັດ? ເຖິງແມ່ນວ່າເຈົ້າກຳລັງພະຍາຍາມທີ່ຈະເປັນຄົນຊື່ສັດ, ພຣະເຈົ້າກໍອາດຈະບໍ່ຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຈົ້າກໍອາດຈະບໍ່ໄດ້ຮັບພອນເຊັ່ນດຽວກັນ. ມີຄົນຈຳນວນໜ້ອຍຫຼາຍທີ່ຈະໄດ້ຮັບພອນ. ຖ້າຂ້ອຍບໍ່ໄດ້ຮັບພອນໃດເລີຍ, ພວກເຈົ້າກໍຈະບໍ່ໄດ້ຮັບເຊັ່ນດຽວກັນ!” ທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນເປັນປໍລະປັກຕໍ່ພຣະທຳຂອງພຣະເຈົ້າ ແລະ ຕໍ່ພຣະເຈົ້າເອງ ແລະ ຍ້ອນເຫດນີ້ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດຍອມຮັບ ແລະ ຍິ່ງບໍ່ສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າໄດ້. ຖ້າພວກເຂົາບໍ່ຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ, ພວກເຂົາຈະສາມາດໄດ້ຮັບປະສົບການຈາກພຣະທຳນັ້ນໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້, ແລ້ວຄວາມຮູ້ສ່ວນຕົວທີ່ພວກເຂົາເວົ້າເຖິງນັ້ນຄືຫຍັງ? ມັນລ້ວນແຕ່ເປັນພຽງຈິນຕະນາການ, ການອະນຸມານ, ຫຼັກຄຳສອນ ຫຼື ທິດສະດີ ຫຼື ບາງຄັ້ງກໍເປັນພຽງຄຳເວົ້າທີ່ມ່ວນຫູ ເຊິ່ງພວກເຂົາຮຽນແບບມາຈາກຄົນອື່ນ ແລະ ດ້ວຍເຫດນີ້, ມັນຈຶ່ງເປັນໄປບໍ່ໄດ້ທີ່ປະສົບການ ຫຼື ຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າຈະເກີດຂຶ້ນໃນຕົວພວກເຂົາ. ສະນັ້ນ, ເນື່ອງຈາກທັດສະນະຄະຕິຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ພຣະເຈົ້າ ແລະ ພຣະທຳຂອງພຣະອົງ ແລະ ເນື່ອງຈາກທຳມະຊາດ-ແກ່ນແທ້ຂອງພວກເຂົາ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາແລ້ວເປັນເວລາ 10 ປີ, 20 ປີ ຫຼື ດົນກວ່ານັ້ນກໍຕາມ, ຈົນເຖິງທຸກມື້ນີ້, ເຈົ້າຈະບໍ່ມີວັນໄດ້ຍິນ ຫຼື ເຫັນປະສົບການໃດກໍຕາມກ່ຽວກັບພຣະທຳຂອງພຣະເຈົ້າຈາກພວກເຂົາ ແລະ ເຈົ້າຍິ່ງຈະບໍ່ເຫັນຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ໃນຄຳເວົ້າຂອງພວກເຂົາ, ເຈົ້າຈະບໍ່ໄດ້ຍິນວ່າພວກເຂົາມີແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ, ແລ້ວໄດ້ຮັບຄວາມຮູ້ແຈ້ງຜ່ານການເປີດໂປງຂອງພຣະເຈົ້າ, ຈົນໃນທີ່ສຸດກໍມາເຖິງຈຸດທີ່ພວກເຂົາບໍ່ເຂົ້າໃຈພຣະເຈົ້າຜິດ ຫຼື ບໍ່ມີແນວຄິດກ່ຽວກັບພຣະອົງອີກຕໍ່ໄປ. ພວກເຂົາບໍ່ມີປະສົບການນີ້ ແລະ ພວກເຂົາກໍບໍ່ມີຄວາມຮູ້ນີ້ເຊັ່ນດຽວກັນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດໄດ້ຮັບຄວາມຈິງ ຫຼື ເວົ້າກ່ຽວກັບປະສົບການ ຫຼື ຄວາມຮູ້ສ່ວນຕົວໃດໜຶ່ງໄດ້ເລີຍ, ບໍ່ວ່າພວກເຂົາຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດໃນການສຶກສາພຣະທຳຂອງພຣະເຈົ້າກໍຕາມ. ພວກເຂົາພຽງແຕ່ອ່ານຕາມ ແລະ ຈື່ຈຳຂໍ້ຄວາມທີ່ສຳຄັນບາງຂໍ້ຈາກພຣະທຳຂອງພຣະເຈົ້າ ເຊິ່ງອ້າຍເອື້ອຍນ້ອງມັກຈະອ້າງອີງເຖິງ; ພວກເຂົາເຮັດພໍເປັນພິທີ ແລະ ເຮັດຕາມນ້ຳໄປ ແລະ ຈາກນັ້ນ ພວກເຂົາກໍສືບຕໍ່ຄິດໃນແບບດຽວກັນກັບທີ່ພວກເຂົາເຄີຍຄິດມາຕະຫຼອດ. ພວກເຂົາບໍ່ໄດ້ແກ້ໄຂແນວຄິດທີ່ເກີດຂຶ້ນໃນຕົວພວກເຂົາກ່ຽວກັບພຣະເຈົ້າ ຫຼື ຂໍ້ຂັດແຍ່ງ ແລະ ບັນຫາທີ່ເກີດຂຶ້ນລະຫວ່າງພວກເຂົາ ແລະ ພຣະເຈົ້າ, ບໍ່ວ່າມັນຈະສຳຄັນຫຼາຍສໍ່າໃດກໍຕາມ. ແນວຄິດ ແລະ ບັນຫາເຫຼົ່ານີ້ໄດ້ຕິດຕາມພວກເຂົາໄປຢູ່ສະເໝີ. ຜົນສະທ້ອນຂອງການທີ່ພວກເຂົາບໍ່ແກ້ໄຂບັນຫາເຫຼົ່ານີ້ຄືຫຍັງ? ຄວາມຄຽດແຄ້ນໃນຫົວໃຈຂອງພວກເຂົາກໍນັບມື້ນັບເລິກຂຶ້ນເລື້ອຍໆ ແລະ ຄວາມກຽດຊັງທີ່ພວກເຂົາທີ່ມີຕໍ່ພຣະເຈົ້າກໍນັບມື້ນັບໃຫຍ່ຂຶ້ນເລື້ອຍໆ. ຖ້າເປັນແບບນີ້ຕໍ່ໄປ, ຍິ່ງພວກເຂົາເຊື່ອໃນພຣະເຈົ້າດົນຂຶ້ນ ຈະມີຜົນສະທ້ອນຫຍັງຕາມມາ? ຄວາມແຄ້ນໃຈ ແລະ ແນວຄິດທີ່ສະສົມໄວ້ເຫຼົ່ານີ້ສາມາດເຮັດໃຫ້ພວກເຂົາປ່ອຍວາງອະນາຄົດ, ໂຊກຊະຕາ ແລະ ເຈດຕະນາທີ່ຈະໄດ້ຮັບພອນຂອງພວກເຂົາໄດ້ບໍ? (ບໍ່.) ຖ້າບັນຫາເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ, ຜົນສຸດທ້າຍຈະເປັນແນວໃດ? (ພວກເຂົາຈະລະເບີດອາລົມອອກມາ.) ຄຳວ່າ “ລະເບີດອາລົມ” ນີ້ຂ້ອນຂ້າງກົງໄປກົງມາ. ພວກເຂົາຈະລະເບີດອອກມາແນວໃດ? ມັນມີຈັກວິທີ? (ຂ້ານ້ອຍນຶກເຖິງພຣະທຳບາງຂໍ້ຂອງພຣະເຈົ້າທີ່ຂ້ານ້ອຍເຄີຍອ່ານມາກ່ອນ, “ແມ່ນແຕ່ໃນຊ່ວງເວລາພຽງແຕ່ຄືນດຽວ, ພວກເຂົາອາດປ່ຽນຈາກຄົນທີ່ຍິ້ມແຍ້ມ ແລະ “ໃຈດີ” ມາເປັນຜູ້ປະຫານຊີວິດທີ່ເບິ່ງຄືປ່າເຖື່ອນ,” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ).) ເບື້ອງຫຼັງຂອງການທີ່ພວກເຂົາກາຍເປັນຄົນຂ້າຄືຫຍັງ? ເມື່ອຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພອນຖືກທຳລາຍລົງ, ພວກເຂົາກໍຈີກໜ້າກາກອອກ ແລະ ພວກເຂົາກໍເວົ້າວ່າ “ຈະບໍ່ມີໃຜໃນພວກເຮົາໄດ້ຢູ່ຢ່າງສະບາຍ, ສະນັ້ນ ຂ້ອຍຈຶ່ງບໍ່ຈຳເປັນຕ້ອງປົກປິດ ຫຼື ເຊື່ອງສິ່ງນີ້, ຂ້ອຍເຊື່ອໃນພຣະເຈົ້າກໍພຽງເພື່ອໃຫ້ໄດ້ຮັບພອນເທົ່ານັ້ນ. ຖ້າຂ້ອຍຮູ້ວ່າຂ້ອຍຈະບໍ່ໄດ້ຮັບພອນ, ຂ້ອຍກໍຄົງໜີໄປດົນແລ້ວ!” ພວກເຂົາເວົ້າທຸກຄຳທີ່ຢູ່ໃນໃຈຂອງພວກເຂົາ ແລະ ພວກເຂົາກໍບໍ່ຢ້ານທີ່ຈະຖືກກ່າວປະນາມ. ເປັນຫຍັງພວກເຂົາຈຶ່ງບໍ່ຢ້ານການກ່າວປະນາມ? ເປັນຫຍັງພວກເຂົາຈຶ່ງສາມາດປະຖິ້ມຄວາມສຸພາບທີ່ທຳທ່າເຮັດ ແລະ ລະເບີດອາລົມອອກມາໄດ້? ມັນເປັນເພາະວ່າພວກເຂົາບໍ່ຢາກເຊື່ອອີກຕໍ່ໄປ ແລະ ປາຖະໜາທີ່ຈະໜີໄປ. ພວກເຂົາໄດ້ອົດທົນຕໍ່ຄວາມອັບອາຍ ແລະ ຄວາມທຸກຍາກລຳບາກ ເພື່ອເປົ້າໝາຍຂອງພວກເຂົາຕະຫຼອດຫຼາຍປີທີ່ຜ່ານມານີ້ ແລະ ພວກເຂົາປະຕິບັດຕາມກົນລະຍຸດເຫຼົ່ານີ້ ແລະ ໃຊ້ກົນລະຍຸດເຫຼົ່ານີ້ເປັນທີ່ເພິງທາງວິນຍານຂອງພວກເຂົາ. ມື້ນີ້ ເມື່ອພວກເຂົາເຫັນວ່າບໍ່ມີຄວາມຫວັງທີ່ພວກເຂົາຈະໄດ້ຮັບພອນ, ພວກເຂົາຈຶ່ງຮູ້ສຶກວ່າປະຖິ້ມຄວາມສຸພາບທີ່ທຳທ່າເຮັດ ແລະ ເວົ້າຢ່າງເປີດເຜີຍເລີຍດີກວ່າວ່າ, “ຂ້ອຍເປັນພຽງຜູ້ບໍ່ເຊື່ອ. ຂ້ອຍບໍ່ມັກສິ່ງທີ່ເປັນບວກ. ຂ້ອຍມັກໄລ່ຕາມສິ່ງຂອງທາງໂລກ ແລະ ຂ້ອຍມັກກະແສທີ່ຊົ່ວຊ້າ. ພວກເຂົາເວົ້າວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ພຣະທຳຂອງພຣະເຈົ້າສາມາດປ່ຽນແປງຜູ້ຄົນ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໄດ້. ເປັນຫຍັງຂ້ອຍຈຶ່ງບໍ່ເຫັນສິ່ງນັ້ນ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດສຳຜັດປະສົບການ ຫຼື ຮູ້ສຶກເຖິງສິ່ງເຫຼົ່ານັ້ນໄດ້? ພຣະທຳຂອງພຣະເຈົ້າໄດ້ປ່ຽນແປງຫຍັງກ່ຽວກັບຜູ້ຄົນແດ່? ຂ້ອຍຄິດວ່າພຣະທຳຂອງພຣະເຈົ້າບໍ່ໄດ້ມີຄວາມໝາຍຫຍັງເລີຍ. ມີພຽງສິ່ງດຽວທີ່ມີຜົນປະໂຫຍດທີ່ຈັບຕ້ອງໄດ້ຫຼາຍທີ່ສຸດ ແລະ ນັ້ນກໍຄືຜູ້ທີ່ຕິດຕາມພຣະເຈົ້າຈະໄດ້ຮັບພອນ ແລະ ໄດ້ເຂົ້າສູ່ອານາຈັກສະຫວັນ. ຄຳເວົ້າເຫຼົ່ານີ້ເປັນຄວາມຈິງ. ຂ້ອຍຄົງຈະບໍ່ເຊື່ອໃນພຣະເຈົ້າຖ້າບໍ່ແມ່ນເພື່ອເຫັນແກ່ການໄດ້ຮັບພອນ! ພຣະເຈົ້າຢູ່ໃສ? ຖ້າພຣະເຈົ້າສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້, ແລ້ວເປັນຫຍັງພຣະອົງຈຶ່ງຖືກຄຶງເທິງໄມ້ກາງແຂນ? ພຣະອົງຍັງບໍ່ສາມາດຊ່ວຍພຣະອົງເອງໃຫ້ລອດພົ້ນໄດ້ດ້ວຍຊໍ້າ!” ພວກເຂົາເວົ້າໃນສິ່ງທີ່ພວກເຂົາຄິດແທ້ໆ, ດ້ານທີ່ເປັນມານຮ້າຍຂອງພວກເຂົາບໍ່ໄດ້ຖືກເປີດເຜີຍໃນສິ່ງນີ້ບໍ? ແນວຄິດ ແລະ ຄວາມແຄ້ນໃຈທີ່ສະສົມມາຕະຫຼອດຫຼາຍປີໄດ້ລະເບີດອອກມາຈາກພວກເຂົາ. ນີ້ຄືການທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງທາດແທ້ຂອງພວກເຂົາອອກມາໃນທີ່ສຸດ.

ມີຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ມັກຈະເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ອຍໄດ້ປະຖິ້ມຄອບຄົວ ແລະ ອາຊີບຂອງຂ້ອຍ, ໄດ້ເຮັດວຽກໜັກຫຼາຍ ແລະ ທົນທຸກຫຼາຍໃນການເຊື່ອໃນພະເຈົ້າຂອງຂ້ອຍ, ແລ້ວມັນເຮັດໃຫ້ຂ້ອຍໄດ້ຮັບຫຍັງແດ່? ພະເຈົ້າບໍ່ແມ່ນພະເຈົ້າທີ່ປະທານພອນໃຫ້ຜູ້ຄົນບໍ? ພະເຈົ້າບໍ່ແມ່ນພະເຈົ້າທີ່ປະທານພະຄຸນໃຫ້ຜູ້ຄົນບໍ? ແລ້ວຂ້ອຍໄດ້ຮັບຫຍັງແດ່?” ພຣະເຈົ້າໄດ້ສະໜອງຄວາມຈິງຫຼາຍຢ່າງໃຫ້ແກ່ມະນຸດ, ພ້ອມທັງໄດ້ປະທານໃຫ້ຢ່າງຫຼວງຫຼາຍໂດຍບໍ່ໄດ້ຮຽກຮ້ອງສິ່ງໃດຕອບແທນ; ເຖິງແມ່ນວ່າຜູ້ຄົນຈະຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າຢ່າງຫຼວງຫຼາຍ, ພຣະອົງກໍບໍ່ໄດ້ຈື່ຈຳສິ່ງນີ້ ແລະ ພຣະອົງຍັງຄົງສະເດັດມາເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດເບິ່ງເຫັນວ່າ ມະນຸດໄດ້ຮັບຈາກພຣະເຈົ້າຫຼາຍສໍ່າໃດ. ພວກເຂົາໝາຍຄວາມວ່າແນວໃດກັນແທ້ ເມື່ອພວກເຂົາເວົ້າວ່າ “ຂ້ອຍໄດ້ຮັບຫຍັງແດ່?” (ພອນ.) ຜູ້ຕໍ່ຕ້ານພຣະຄຣິສຕ້ອງການທຸກສິ່ງທຸກຢ່າງ. ພວກເຂົາສາມາດສະລະທຸກສິ່ງທຸກຢ່າງ ເພື່ອເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ພວກເຂົາຄິດວ່າ ໂດຍການເຮັດເຊັ່ນນີ້ ພວກເຂົາຈະມີໂອກາດປະສົບຄວາມສຳເລັດ ແລະ ມັນຈະຄຸ້ມຄ່າ. ພວກເຂົາປະຖິ້ມໂລກ ແລະ ອະນາຄົດຂອງພວກເຂົາ ແລະ ໃນອະນາຄົດ ພວກເຂົາຕ້ອງການຄອບຄອງໂລກທັງໃບ. ສິ່ງທີ່ພວກເຂົາຕ້ອງການແລກປ່ຽນນັ້ນຈະຕ້ອງມີຄ່າຫຼາຍກວ່າສິ່ງທີ່ພວກເຂົາໄດ້ປະຖິ້ມໄປ. ມັນຕ້ອງມີຄ່າຫຼາຍກວ່າສິ່ງເຫຼົ່ານັ້ນ ແລະ ໃຫ້ຜົນປະໂຫຍດທີ່ຍິ່ງໃຫຍ່ກວ່າແກ່ພວກເຂົາ, ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຈຶ່ງຈະຍອມເຮັດການແລກປ່ຽນ. ພວກເຈົ້າຄິດວ່າຜູ້ຕໍ່ຕ້ານພຣະຄຣິສເວົ້າຄຳເວົ້າເຫຼົ່ານີ້ໃນຕອນທີ່ພວກເຂົາລະເບີດອາລົມອອກມາບໍ? (ບໍ່.) ພວກເຂົາເກັບກົດຄຳເວົ້າເຫຼົ່ານີ້ໄວ້ເປັນເວລາດົນນານຢ່າງແນ່ນອນ ກ່ອນທີ່ພວກເຂົາຈະລະເບີດອາລົມອອກມາໃນທີ່ສຸດ. ຫຼັງຈາກນີ້, ທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ຄິດ ແລະ ໄລ່ຕາມມາຕະຫຼອດຫຼາຍປີກໍຖືກເປີດໂປງ, ໜ້າກາກທັງໝົດຂອງພວກເຂົາກໍຖືກຈີກອອກ. ປະເດັນສຳຄັນຂອງສິ່ງທີ່ພວກເຂົາເວົ້າຄືຫຍັງ? “ຂ້ອຍໄດ້ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງມາຕະຫຼອດຫຼາຍປີນີ້, ແລ້ວຂ້ອຍໄດ້ຮັບຫຍັງແດ່?” ສິ່ງທີ່ພວກເຂົາຕ້ອງການໄດ້ຮັບນັ້ນບໍ່ແມ່ນຄວາມຈິງ. ພວກເຂົາບໍ່ຕ້ອງການຄວາມຈິງ. ພວກເຂົາບໍ່ຕ້ອງການຊີວິດ, ພວກເຂົາບໍ່ຕ້ອງການການປ່ຽນແປງທາງອຸປະນິໄສ, ພວກເຂົາບໍ່ຕ້ອງການຄວາມລອດພົ້ນຂອງພຣະເຈົ້າ. ພວກເຂົາຄິດວ່າພວກເຂົາເປັນຄົນທີ່ສົມບູນແບບແລ້ວ ແລະ ພວກເຂົາບໍ່ຕ້ອງການໄດ້ຮັບສິ່ງເຫຼົ່ານີ້. ພວກເຂົາຕ້ອງການໄດ້ຮັບບາງສິ່ງບາງຢ່າງທີ່ພິເສດ, ເປັນພອນທີ່ຍິ່ງໃຫຍ່ກວ່າສິ່ງທີ່ສາມາດຫາໄດ້ໃນໂລກນີ້. ນັ້ນກໍຄື ພວກເຂົາຕ້ອງການແລກປ່ຽນສິ່ງຂອງໃນໂລກທີ່ພວກເຂົາໄດ້ປະຖິ້ມໄປ ເພື່ອພອນທີ່ພຣະເຈົ້າໄດ້ໃຫ້ສັນຍາໄວ້. ພວກເຂົາຕ້ອງການໄດ້ຮັບພອນທີ່ຍິ່ງໃຫຍ່ທີ່ສຸດຈາກພຣະເຈົ້າ. ເມື່ອພວກເຂົາເຫັນວ່າພວກເຂົາບໍ່ສາມາດບັນລຸຄວາມປາຖະໜາຂອງພວກເຂົາໄດ້ ແລະ ໄດ້ສູນເສຍຄວາມຫວັງທັງໝົດໄປ, ພວກເຂົາກໍຕ້ອງຍອມແພ້. ແຕ່ເມື່ອເຖິງເວລາທີ່ຕ້ອງເຮັດເຊັ່ນນັ້ນ, ໂດຍຄຳນຶງເຖິງອຸປະນິໄສຂອງພວກເຂົາ, ພວກເຂົາຈະສາມາດຢຸດຢູ່ພຽງເທົ່ານັ້ນໄດ້ບໍ? ພວກເຂົາຈະບໍ່ຢຸດ. ມີບາງຄອບຄົວທີ່ທຸກຄົນເປັນຜູ້ເຊື່ອ ແລະ ມີຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນໃນບັນດາພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຫັນວ່າພວກເຂົາຈະບໍ່ໄດ້ຮັບພອນ, ພວກເຂົາກໍເລີ່ມລົບກວນຄອບຄົວຂອງພວກເຂົາ ເພື່ອຂັດຂວາງບໍ່ໃຫ້ຄົນເຫຼົ່ານັ້ນເຊື່ອ. ນີ້ຍັງເປັນຄອບຄົວຢູ່ບໍ? ພວກເຂົາເປັນຄອບຄົວທີ່ໃກ້ຊິດກັນໃນແງ່ຂອງຄວາມສຳພັນທາງກາຍະພາບ ຫຼື ທາງສາຍເລືອດພາຍນອກ. ແຕ່ເມື່ອພວກເຮົາເບິ່ງເສັ້ນທາງທີ່ສະມາຊິກແຕ່ລະຄົນໄດ້ຕິດຕາມ, ເຖິງແມ່ນວ່າພວກເຂົາທຸກຄົນໄດ້ເຊື່ອໃນພຣະເຈົ້າມາຫຼາຍກວ່າ 10 ປີແລ້ວ, ບາງຄົນກໍຖືກເປີດເຜີຍວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ບາງຄົນກໍກຳລັງໄລ່ຕາມຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້ຂ້ອນຂ້າງດີ ແລະ ບາງຄົນກໍກຳລັງໄລ່ຕາມຄວາມຈິງໃນມາດຕະຖານລະດັບປານກາງ, ທຳມະຊາດ-ແກ່ນແທ້ຂອງພວກເຂົາຈຶ່ງຖືກເປີດເຜີຍອອກມາ. ແນ່ນອນວ່າ ສິ່ງທີ່ຮ້າຍແຮງທີ່ສຸດໃນບັນດາພວກເຂົາກໍຄືຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງຄວນຖືກປະຕິເສດໂດຍມະນຸດ ແລະ ຖືກຂັບໄລ່ໂດຍເຮືອນຂອງພຣະເຈົ້າ. ສະນັ້ນ, ນີ້ແມ່ນຄອບຄົວບໍ? ຄອບຄົວທີ່ແທ້ຈິງເປັນແບບນີ້ບໍ? ພວກເຂົາບໍ່ແມ່ນຄົນປະເພດດຽວກັນດ້ວຍຊໍ້າ! ບາງຄົນໄດ້ດຳລົງຊີວິດຢູ່ກັບມານຮ້າຍມາຫຼາຍປີ ແລະ ຍັງຄົງຖືວ່າຄົນເຫຼົ່ານັ້ນເປັນສະມາຊິກໃນຄອບຄົວ. ພວກເຂົາບໍ່ສາມາດຕັດໃຈຈາກຄົນເຫຼົ່ານັ້ນໄດ້ ແລະ ເຖິງກັບເຊື່ອຢ່າງໂງ່ຈ້າວ່າຄົນເຫຼົ່ານັ້ນຄືຄົນທີ່ຕົນເອງຮັກ. ຄົນເຫຼົ່ານີ້ແມ່ນຄົນທີ່ຮັກປະເພດໃດ? ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ສະແດງທາດແທ້ຂອງພວກເຂົາອອກມາ, ພວກເຂົາກໍເຮັດຄວາມຊົ່ວຮ້າຍທຸກຮູບແບບ. ພວກເຂົາອາດຈະເຖິງກັບຂົ່ມເຫັງຜູ້ທີ່ເຊື່ອຢ່າງແທ້ຈິງໃນຄອບຄົວຂອງພວກເຂົາ. ຮ້າຍແຮງໄປກວ່ານັ້ນ, ພວກເຂົາອາດຈະສົ່ງມອບສະມາຊິກຄອບຄົວຂອງພວກເຂົາໃຫ້ກັບລັດຖະບານທີ່ຊົ່ວຊ້າ. ພໍ່ແມ່ບາງຄົນຫັກຫຼັງລູກຂອງພວກເຂົາ ແລະ ລູກບາງຄົນກໍຫັກຫຼັງພໍ່ແມ່ຂອງພວກເຂົາ. ບໍ່ວ່າຄວາມສຳພັນຂອງພວກເຂົາຈະໃກ້ຊິດ ຫຼື ສະໜິດສະໜົມຫຼາຍປານໃດກໍຕາມ, ກໍບໍ່ມີສິ່ງໃດທີ່ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ກ້າເຮັດ. ເນື່ອງຈາກຜູ້ຕໍ່ຕ້ານພຣະຄຣິສສາມາດຫັກຫຼັງ ແລະ ຂົ່ມເຫັງຜູ້ທີ່ເຊື່ອຢ່າງແທ້ຈິງໃນຄອບຄົວຂອງພວກເຂົາໄດ້, ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາເປັນສັດຕູບໍ? (ແມ່ນແລ້ວ.) ການປາກົດຕົວຂອງຜູ້ຕໍ່ຕ້ານພຣະຄຣິສໜຶ່ງ ຫຼື ສອງຄົນໃນຄຣິສຕະຈັກໝາຍເຖິງອັນຕະລາຍສຳລັບອ້າຍເອື້ອຍນ້ອງ. ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສເຫັນວ່າພວກເຂົາຈະບໍ່ໄດ້ຮັບພອນ, ພວກເຂົາກໍໝົດຄວາມຢຳເກງ, ພວກເຂົາເຮັດແບບບໍ່ສົນໜ້າອິນໜ້າພົມ, ພວກເຂົາຈີກໜ້າກາກອອກ ແລະ ພວກເຂົາກໍເລີ່ມຄິດທີ່ຈະລົບກວນອ້າຍເອື້ອຍນ້ອງຄົນອື່ນໆ. ອ້າຍເອື້ອຍນ້ອງບາງຄົນອ່ອນແອ, ມີວຸດທິພາວະໜ້ອຍ ແລະ ບໍ່ເຂົ້າໃຈຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສເອົາຂ່າວລືທີ່ບໍ່ມີຄວາມຈິງບາງຢ່າງໃນອິນເຕີເນັດໃຫ້ອ້າຍເອື້ອຍນ້ອງເຫຼົ່ານີ້ເບິ່ງ, ຈາກນັ້ນກໍເພີ່ມເຊື້ອໄຟໂດຍການເພີ່ມຄຳອະທິບາຍທີ່ປຸງແຕ່ງເອງຂອງພວກເຂົາເຂົ້າໄປ, ດ້ວຍເຫດນີ້ຈຶ່ງເປັນການລົບກວນ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງເຫຼົ່ານັ້ນຫຼົງຜິດ ແລະ ໃນທີ່ສຸດກໍທຳລາຍພວກເຂົາ. ແນ່ນອນວ່າ ອ້າຍເອື້ອຍນ້ອງບາງຄົນມີການແຍກແຍະ ແລະ ເບິ່ງທະລຸຜູ້ຕໍ່ຕ້ານພຣະຄຣິສໃນທັນທີ. ຖ້າພວກເຂົາຈັດການກັບຜູ້ຕໍ່ຕ້ານພຣະຄຣິສຢ່າງເປີດເຜີຍ ມັນກໍຈະສ້າງບັນຫາ, ສະນັ້ນ ມັນກໍພຽງພໍແລ້ວຖ້າພວກເຂົາພຽງແຕ່ຊອກຫາວິທີທີ່ສະຫຼາດ ເພື່ອແຍກພວກເຂົາອອກ ເພື່ອບໍ່ໃຫ້ພວກເຂົາສາມາດລົບກວນ ຫຼື ສ້າງຄວາມເດືອດຮ້ອນໃຫ້ຄົນອື່ນໄດ້. ເມື່ອຕ້ອງໄດ້ຈັດການກັບຊາຕານ, ຜູ້ຄົນຕ້ອງປະຕິບັດຢ່າງມີສະຕິປັນຍາ.

ຜູ້ຕໍ່ຕ້ານພຣະຄຣິສເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າກໍເພື່ອເຫັນແກ່ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ພວກເຂົາຍຶດຕິດກັບຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ຮັບພອນ ແລະ ນຳເອົາຄວາມທະເຍີທະຍານຂອງພວກເຂົາເຂົ້າມານຳ ເມື່ອພວກເຂົາເຂົ້າສູ່ເຮືອນຂອງພຣະເຈົ້າ ແລະ ອ່ານ, ຍອມຮັບ ແລະ ເທດສະໜາພຣະທຳຂອງພຣະເຈົ້າ. ພວກເຂົາຍອມປະນີປະນອມ, ອົດທົນຕໍ່ຄວາມອັບອາຍ ແລະ ອົດທົນຕໍ່ຄວາມທຸກຍາກລຳບາກທຸກຮູບແບບໃນເຮືອນຂອງພຣະເຈົ້າ ກໍເພື່ອເຫັນແກ່ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ແລະ ຫຼັງຈາກທີ່ລໍຖ້າ ແລະ ເຝົ້າເບິ່ງມາຫຼາຍປີ, ເມື່ອຄວາມຫວັງຂອງພວກເຂົາພັງທະລາຍລົງ, ພວກເຂົາກໍອອກຈາກຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າໄປຍ້ອນອະນາຄົດ ແລະ ໂຊກຊະຕາຂອງພວກເຂົາເຊັ່ນດຽວກັນ, ເພາະຄວາມປາຖະໜາ ແລະ ເຈດຕະນາທີ່ຈະໄດ້ຮັບພອນຂອງພວກເຂົາບໍ່ສາມາດກາຍເປັນຈິງໄດ້. ຈຸດຈົບຂອງຄົນແບບນັ້ນຄືຫຍັງ? ພວກເຂົາຈະຖືກກຳຈັດ. ແລ້ວເປັນຫຍັງພວກເຂົາຈຶ່ງຈະຖືກກຳຈັດ? ພຣະເຈົ້າຕັດສິນໃຈທີ່ຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນຕັ້ງແຕ່ຊ່ວງເວລາທີ່ພວກເຂົາເຂົ້າສູ່ເຮືອນຂອງພຣະອົງບໍ ຫຼື ວ່າມັນເປັນເພາະພວກເຂົາມີບັນຫາຂອງພວກເຂົາເອງ? (ພວກເຂົາມີບັນຫາຂອງພວກເຂົາເອງ.) ເມື່ອຜູ້ຕໍ່ຕ້ານພຣະຄຣິສເຂົ້າສູ່ເຮືອນຂອງພຣະເຈົ້າ, ພວກເຂົາກໍປະປົນຢູ່ຄືກັບເຂົ້າລະມານໃນທ່າມກາງເຂົ້າສາລີ. ບາງຄົນເວົ້າວ່າ “ແຕ່ພຣະເຈົ້າບໍ່ຊົງຮູ້ກ່ຽວກັບເລື່ອງນີ້ບໍ?” ພຣະເຈົ້າຊົງຮູ້ກ່ຽວກັບເລື່ອງນີ້; ພຣະເຈົ້າຊົງກວດສອບທຸກສິ່ງເຫຼົ່ານີ້. ຄົນແບບນີ້ບໍ່ສາມາດປ່ຽນແປງໄດ້. ເຖິງແມ່ນວ່າພວກເຂົາຈະໄດ້ອ່ານພຣະທຳທັງໝົດຂອງພຣະເຈົ້າ, ເຖິງແມ່ນວ່າພວກເຂົາຈະໄດ້ອ່ານກ່ຽວກັບຄວາມລຶກລັບ, ຈຸດໝາຍປາຍທາງຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຕ່າງໆຂອງມະນຸດທີ່ພຣະເຈົ້າໄດ້ຊົງເປີດເຜີຍໄວ້ ແລະ ພຣະທຳອື່ນໆເຊັ່ນນີ້, ມັນກໍໄຮ້ປະໂຫຍດ, ເພາະພວກເຂົາບໍ່ຍອມຮັບຄວາມຈິງ. ພຣະທຳທີ່ພຣະເຈົ້າກ່າວນັ້ນແມ່ນແນເປົ້າໝາຍໃສ່ມະນຸດຊາດທັງປວງ. ພຣະທຳເຫຼົ່ານັ້ນບໍ່ໄດ້ຖືກປິດບັງຈາກຜູ້ໃດ ແລະ ຖືກມອບໃຫ້ກັບທຸກຄົນຢ່າງເທົ່າທຽມກັນ. ທຸກຄົນສາມາດອ່ານ ແລະ ໄດ້ຍິນພຣະທຳຂອງພຣະເຈົ້າ, ແຕ່ໃນທີ່ສຸດແລ້ວ ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນໄດ້ຮັບພຣະທຳເຫຼົ່ານັ້ນ, ເພາະພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິສ, ມານຮ້າຍ ແລະ ຊາຕານ. ຊາຕານບໍ່ໄດ້ປ່ຽນແປງຫຼັງຈາກທີ່ຢູ່ຄຽງຂ້າງພຣະເຈົ້າມາຫຼາຍປີ, ມັນກໍຄືກັນກັບຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນບໍ? ເຖິງແມ່ນວ່າເຈົ້າຈະໃຫ້ພວກເຂົາອ່ານພຣະທຳຂອງພຣະເຈົ້າທຸກໆມື້, ພວກເຂົາກໍຈະບໍ່ໄດ້ຮັບມັນ, ເພາະພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກເຂົາມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສຍອມປະຖິ້ມຜົນປະໂຫຍດຂອງພວກເຂົາເອງ ຫຼື ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ມັນຄືກັບການບັງຄັບໃຫ້ໝູປີນຕົ້ນໄມ້. ມັນເປັນເລື່ອງທີ່ເປັນໄປບໍ່ໄດ້. ຜູ້ຕໍ່ຕ້ານພຣະຄຣິສຕ້ອງການເຫັນຜົນປະໂຫຍດໃນທັນທີ ແລະ ພວກເຂົາຍັງຕ້ອງການເຫັນຜົນປະໂຫຍດທີ່ຢັ້ງຢືນໃນອະນາຄົດອີກດ້ວຍ. ຖ້າພວກເຂົາບໍ່ສາມາດບັນລຸ ຫຼື ຕອບສະໜອງຕໍ່ສິ່ງໃດສິ່ງໜຶ່ງໃນສິ່ງເຫຼົ່ານີ້ໄດ້, ພວກເຂົາກໍຈະກາຍເປັນປໍລະປັກໃນທັນທີ ແລະ ອາດຈະໜີໄປໄດ້ຕະຫຼອດເວລາ. ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຕີຄວາມໝາຍທີ່ເຊື່ອງໄວ້ໃນພຣະທຳຂອງພຣະເຈົ້າ, ຟັງນໍ້າສຽງ ແລະ ຈັງຫວະການກ່າວ, ພະຍາຍາມຄາດເດົາຄວາມໝາຍ ແລະ ເຈດຕະນາໃນພຣະທຳຂອງພຣະອົງ ເພື່ອວັດແທກຜົນປະໂຫຍດຕ່າງໆເຫຼົ່ານັ້ນທີ່ພວກເຂົາໃສ່ໃຈ ແລະ ປາຖະໜາທີ່ຈະໄດ້ຮັບ. ມັນຈະເປັນໄປໄດ້ບໍທີ່ພວກເຂົາຈະເຂົ້າໃຈຄວາມຈິງ ເມື່ອພວກເຂົາເຂົ້າຫາພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິແບບນີ້? (ບໍ່ໄດ້.) ດັ່ງນັ້ນ, ບໍ່ວ່າໃນກໍລະນີໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສແມ່ນຢູ່ຝ່າຍກົງກັນຂ້າມ ແລະ ເປັນສັດຕູຄູ່ອາຄາດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງ. ບາງຄົນເວົ້າວ່າ: “ຄົນນັ້ນເຄີຍເປັນຄົນດີຫຼາຍ. ເປັນຫຍັງຕອນນີ້ລາວຈຶ່ງເຮັດຕົວແບບນີ້? ຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກໂອ້ລົມໃຫ້ລາວຟັງແລ້ວ, ລາວກໍບອກວ່າລາວເຂົ້າໃຈມັນ ແລະ ສັນຍາວ່າຈະເຮັດວຽກໜັກ ເພື່ອປະຕິບັດໜ້າທີ່ຂອງລາວ, ແລ້ວເປັນຫຍັງລາວຈຶ່ງບໍ່ສາມາດປ່ຽນແປງໄດ້?” ເຮົາຈະບອກຄວາມຈິງໃຫ້ແກ່ເຈົ້າ. ມັນບໍ່ພຽງແຕ່ເປັນຍ້ອນພວກເຂົາບໍ່ສາມາດປ່ຽນແປງໄດ້ໃນຕອນນີ້ເທົ່ານັ້ນ, ພວກເຂົາກໍຈະບໍ່ສາມາດປ່ຽນແປງໄດ້ໃນອະນາຄົດເຊັ່ນດຽວກັນ. ເປັນຫຍັງຈຶ່ງເປັນແນວນີ້? ມັນເປັນເພາະວ່າພວກເຂົາບໍ່ມີເຈດຕະນາທີ່ຈະປ່ຽນແປງເລີຍ. ລອງຄິດເບິ່ງວ່າ: ຖ້າໝາປ່າບໍ່ສາມາດຊອກຫາແກະເພື່ອກິນໄດ້, ເມື່ອກໍຈະມັນຫິວໂຫຍ ບາງຄັ້ງມັນກໍຈະກິນຫຍ້າສອງສາມຄຳ ແລະ ດື່ມນ້ຳບາງສ່ວນ ເພື່ອບັນເທົາຄວາມຫິວຂອງມັນ. ແຕ່ນີ້ໝາຍຄວາມວ່າທຳມະຊາດຂອງມັນປ່ຽນແປງໄປແລ້ວບໍ? (ມັນບໍ່ໄດ້ປ່ຽນແປງ.) ສະນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເຮັດຄວາມຊົ່ວຮ້າຍອັນໃດ ແລະ ສະແດງພຶດຕິກຳທີ່ດີບາງຢ່າງອອກມາຊົ່ວຄາວ, ມັນກໍບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ປ່ຽນແປງ ຫຼື ຍອມຮັບຄວາມຈິງແລ້ວ. ທັນທີທີ່ພວກເຂົາຖືກລິຮານຢ່າງຈິງຈັງໃນລັກສະນະທີ່ກະທົບຕໍ່ອຳນາດ ແລະ ສະຖານະຂອງພວກເຂົາ ແລະ ພວກເຂົາເຫັນວ່າພວກເຂົາບໍ່ມີຄວາມຫວັງ, ນັ້ນກໍຄື ພວກເຂົາຈະຕ້ອງຖືກກຳຈັດຢ່າງແນ່ນອນ, ພວກເຂົາກໍຈະກາຍເປັນຄົນຄິດລົບໃນທັນທີ ແລະ ປະຖິ້ມວຽກງານຂອງພວກເຂົາ ແລະ ທາດແທ້ດັ້ງເດີມທີ່ແທ້ຈິງຂອງພວກເຂົາກໍຈະຖືກເປີດເຜີຍອອກມາ. ໃຜຈະສາມາດປ່ຽນແປງຄົນແບບນີ້ໄດ້? ພຣະເຈົ້າບໍ່ໄດ້ວາງແຜນທີ່ຈະຊ່ວຍພວກເຂົາໃຫ້ລອດພົ້ນ, ພຣະອົງພຽງແຕ່ໃຊ້ຄວາມຈິງເພື່ອເປີດເຜີຍພວກເຂົາ ແລະ ກຳຈັດພວກເຂົາ. ສະນັ້ນ, ຄົນຮັບໃຊ້ຂອງຊາຕານເຫຼົ່ານີ້ຕ້ອງໄດ້ຮັບການແຍກແຍະ ແລະ ຖືກປະຕິເສດໂດຍທຸກຄົນ.

ການແຍກແຍະຜູ້ຕໍ່ຕ້ານພຣະຄຣິສກໍຄືກັບການແຍກແຍະຄົນຊົ່ວຮ້າຍ ແລະ ຊາຕານ ແລະ ການໄຈ້ແຍກຜູ້ຕໍ່ຕ້ານພຣະຄຣິສກໍຄືກັບການໄຈ້ແຍກຊາຕານ ແລະ ມານຮ້າຍທີ່ເບິ່ງບໍ່ເຫັນ. ມະນຸດສາມາດເບິ່ງເຫັນຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຮົາກຳລັງໄຈ້ແຍກໃນມື້ນີ້ໄດ້. ເຈົ້າສາມາດເຫັນສິ່ງທີ່ພວກເຂົາເຮັດ ແລະ ໄດ້ຍິນສິ່ງທີ່ພວກເຂົາເວົ້າ; ເຈົ້າສາມາດເຫັນການສະແດງອອກທັງໝົດຂອງພວກເຂົາ ແລະ ຄາດເດົາເຈດຕະນາຂອງພວກເຂົາໄດ້. ເຈົ້າບໍ່ສາມາດເບິ່ງເຫັນ ຫຼື ສຳຜັດຊາຕານ ຫຼື ມານຮ້າຍໃນໂລກຝ່າຍວິນຍານໄດ້, ສະນັ້ນ ພວກມັນຈຶ່ງເປັນພຽງແນວຄວາມຄິດ ແລະ ຊື່ເອີ້ນສຳລັບເຈົ້າຢູ່ສະເໝີ. ແຕ່ຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຮົາກຳລັງໄຈ້ແຍກໃນມື້ນີ້ແມ່ນແຕກຕ່າງກັນ. ນີ້ຄືມານຮ້າຍ ແລະ ຊາຕານທີ່ມີຊີວິດ. ພວກເຂົາຄືມານຮ້າຍ ແລະ ຊາຕານທີ່ມີເນື້ອໜັງ ແລະ ເລືອດ ເຊິ່ງສາມາດຈັບຕ້ອງໄດ້. ມານຮ້າຍ ແລະ ຊາຕານເຫຼົ່ານີ້ຕໍ່ຕ້ານພຣະເຈົ້າ ແລະ ປະຕິເສດພຣະເຈົ້າໃນໂລກຝ່າຍວິນຍານ ແລະ ພວກເຂົາເບື່ອໜ່າຍຕໍ່ທຸກໆພຣະທຳທີ່ພຣະເຈົ້າໄດ້ກ່າວ. ເມື່ອພວກເຂົາມາທີ່ຄຣິສຕະຈັກ, ພວກເຂົາກໍຍັງເຮັດສິ່ງເຫຼົ່ານີ້ຢູ່. ພວກເຂົາຍັງຄົງຕໍ່ຕ້ານ, ຮູ້ສຶກເບື່ອໜ່າຍ ແລະ ປະຕິເສດພຣະທຳຂອງພຣະເຈົ້າຄືກັບທີ່ພວກເຂົາເຄີຍເຮັດມາກ່ອນ. ຫຼາຍຄັ້ງ ພວກເຂົາເຖິງກັບດູຖູກພຣະທຳຂອງພຣະເຈົ້າ. ຕາບໃດທີ່ມັນອອກມາຈາກພຣະໂອດຂອງພຣະເຈົ້າ, ເຖິງແມ່ນວ່າຈະເປັນເລື່ອງເລັກນ້ອຍກໍຕາມ, ມັນກໍຈະເຮັດໃຫ້ເກີດມີຄຳຖາມຫຼາຍຢ່າງຂຶ້ນໃນຫົວໃຈຂອງພວກເຂົາ. ພວກເຂົາຈະຄົ້ນຄວ້າ, ວິເຄາະ ແລະ ປະມວນຜົນສິ່ງເຫຼົ່ານັ້ນດ້ວຍຄວາມຄິດຂອງພວກເຂົາ. ດັ່ງນັ້ນ, ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ພຣະທຳຂອງພຣະເຈົ້າບໍ່ແມ່ນສິ່ງທີ່ພວກເຂົາເຊື່ອຖື. ພວກເຂົາຈະບໍ່ມີວັນເຊື່ອໃນພຣະທຳຂອງພຣະເຈົ້າ. ບໍ່ວ່າພຣະທຳຂອງພຣະເຈົ້າຈະປະຕິບັດໄດ້ຈິງ, ເປັນຈິງ ຫຼື ສັດຊື່ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ເຊື່ອໃນພຣະທຳເຫຼົ່ານັ້ນ. ສະນັ້ນ, ເມື່ອຕັດສິນຈາກປະເດັນເຫຼົ່ານີ້ແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ທຳມະຊາດແຕ່ກຳເນີດຂອງພວກເຂົາບໍ່ໄດ້ເປັນປໍລະປັກກັບຄວາມຈິງບໍ? ຄົນປະເພດນີ້ເກີດມາເປັນສັດຕູຂອງພຣະເຈົ້າ, ພວກເຂົາເກີດມາກໍເບື່ອໜ່າຍຕໍ່ຄວາມຈິງແລ້ວ. ພວກເຂົາຈະບໍ່ມີວັນປະຕິບັດຕໍ່ ຫຼື ຍຶດໝັ້ນພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ. ເນື່ອງຈາກແກ່ນແທ້ຂອງພວກເຂົາ, ການສະແດງອອກຕ່າງໆຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ທັດສະນະຄະຕິຕ່າງໆຂອງພວກເຂົາທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ໃນທີ່ສຸດແລ້ວ ຄົນປະເພດນີ້ກໍຖືກກ່າວປະນາມໂດຍພຣະທຳຂອງພຣະເຈົ້າ ແລະ ຖືກລັງກຽດ-ປະຕິເສດໂດຍພຣະເຈົ້າ. ສະນັ້ນ, ພວກເຂົາຈະສາມາດໄດ້ຮັບຜົນປະໂຫຍດອັນຍິ່ງໃຫຍ່ທີ່ສຸດທີ່ພວກເຂົາໄລ່ຕາມນັ້ນບໍ, ເຊິ່ງນັ້ນກໍຄື ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ? ບໍ່ມີທາງ. ດັ່ງນັ້ນ, ພຣະເຈົ້າຊົງກ່າວຄຳສັນຍາ ແລະ ພອນທີ່ພຣະອົງຈະປະທານໃຫ້ແກ່ມະນຸດຊາດ ແລະ ຈຸດໝາຍປາຍທາງທີ່ພຣະອົງໄດ້ກະກຽມໄວ້ສຳລັບມະນຸດຊາດນັ້ນກັບໃຜ? ມີສ່ວນແບ່ງອັນໃດໃນສິ່ງເຫຼົ່ານີ້ສຳລັບຜູ້ຕໍ່ຕ້ານພຣະຄຣິສບໍ? (ບໍ່.) ຈຸດໝາຍປາຍທາງອັນມະຫັດສະຈັນທີ່ພຣະເຈົ້າກ່າວເຖິງ ແລະ ສັນຍາໄວ້ກັບມະນຸດຊາດນັ້ນແມ່ນຖືກມອບໃຫ້ກັບເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ໃຫ້ກັບຄົນທີ່ເຊື່ອໃນພຣະທຳຂອງພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ. ມັນບໍ່ໄດ້ຖືກມອບໃຫ້ກັບຜູ້ຕໍ່ຕ້ານພຣະຄຣິສທີ່ເປັນປໍລະປັກຕໍ່ພຣະເຈົ້າ ແລະ ຜູ້ທີ່ຖືວ່າພຣະທຳຂອງພຣະເຈົ້າເປັນຄຳຕົວະຂອງຄົນຫຼອກລວງ.

ວັນທີ 11 ເມສາ 2020

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ພວກເຂົາເຊື່ອວ່າ”.

ກ່ອນນີ້:  ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີຫ້າ)

ຕໍ່ໄປ:  ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນ ເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີແປດ)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger