ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1)

ເປັນຫຍັງຈຶ່ງຈຳເປັນຕ້ອງແຍກແຍະຜູ້ນໍາປອມ

ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງພວກຕໍ່ຕ້ານພຣະຄຣິດຈົບແລ້ວ, ມື້ນີ້ພວກເຮົາຈະໂອ້ລົມກັນໃນຫົວຂໍ້ໃໝ່ ນັ້ນກໍຄື ການສະແດງອອກຕ່າງໆ ຂອງຜູ້ນໍາປອມ. ໃນຫຼາຍປີທີ່ຜ່ານມາຂອງການເຊື່ອໃນພຣະເຈົ້າ, ພວກເຈົ້າໄດ້ພົບພໍ້ກັບການສະແດງອອກ ແລະ ການປະຕິບັດທຸກປະເພດຂອງຜູ້ນໍາປອມ. ໃນຂະບວນການທີ່ເຮືອນຂອງພຣະເຈົ້າປົດຜູ້ນໍາປອມອອກໃນທຸກລະດັບ, ຄົນສ່ວນໃຫຍ່ກໍໄດ້ຮັບການແຍກແຍະ ບໍ່ຫຼາຍກໍໜ້ອຍ ກ່ຽວກັບຜູ້ນໍາປອມ; ນັ້ນກໍຄື, ຄົນສ່ວນໃຫຍ່ມີຄວາມເຂົ້າໃຈເລັກນ້ອຍກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງຜູ້ນໍາປອມ. ແຕ່ບໍ່ວ່າພວກເຈົ້າຈະຢັ່ງຮູ້ ຫຼື ເຂົ້າໃຈຫຼາຍສໍ່າໃດກໍຕາມ, ໃນທີ່ສຸດແລ້ວມັນກໍຍັງບໍ່ເປັນລະບົບ ຫຼື ສະເພາະເຈາະຈົງພຽງພໍ. ໃນລະຫວ່າງການເລືອກຕັ້ງຂອງຄຣິດຕະຈັກ, ຫຼາຍຄົນບໍ່ເຂົ້າໃຈຫຼັກການຂອງການເລືອກຕັ້ງຜູ້ນໍາ, ຄວນເລືອກຄົນປະເພດໃດເປັນຜູ້ນໍາ ແລະ ຄົນປະເພດໃດທີ່ໃນຖານະຜູ້ນໍາ ສາມາດນໍາພາອ້າຍເອື້ອຍນ້ອງເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ໄດ້ມາດຕະຖານເປັນຜູ້ນໍາ. ພວກເຂົາບໍ່ໄດ້ຮັບຮູ້ ຫຼື ເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບສິ່ງເຫຼົ່ານີ້. ແມ່ນແຕ່ມີຄົນທີ່ມຶນງົງ ແລະ ບໍ່ມີການແຍກແຍະບາງຄົນທີ່ເລືອກຕັ້ງຜູ້ນໍາປອມຢ່າງເຈາະຈົງ ໃນລະຫວ່າງການເລືອກຕັ້ງ, ໂດຍເລືອກເອົາຜູ້ໃດກໍຕາມທີ່ຄືກັບຜູ້ນໍາປອມ ໃນຂະນະທີ່ເບິ່ງບໍ່ເຫັນຜູ້ທີ່ມີຄຸນສົມບັດຢ່າງແທ້ຈິງ ແລະ ສາມາດເປັນຜູ້ນໍາໄດ້, ພ້ອມທັງມີຄວາມສາມາດ ແລະ ຄວາມເປັນມະນຸດຂອງຜູ້ນໍາ. ຜູ້ທີ່ໂດຍພື້ນຖານແລ້ວບໍ່ມີຄວາມສາມາດ ແລະ ຄວາມເປັນມະນຸດທີ່ຈະເປັນຜູ້ນໍາໄດ້ຖືກເລືອກຕັ້ງ ຍ້ອນຄວາມກະຕືລືລົ້ນພາຍນອກ ຫຼື ພຶດຕິກຳທີ່ດີບາງຢ່າງຂອງພວກເຂົາ ແລະ ຍ້ອນພວກເຂົາສອດຄ່ອງກັບແນວຄິດຂອງຜູ້ຄົນທີ່ວ່າ “ດີ”, ໃນຂະນະທີ່ຜູ້ທີ່ມີຄຸນສົມບັດຄົບຖ້ວນທຸກຢ່າງທີ່ຈະນໍາພາໄດ້ນັ້ນ ຈະບໍ່ມີທາງຖືກເລືອກຕັ້ງເລີຍ. ຜູ້ທີ່ສະແຫວງຫາຄວາມໂດດເດັ່ນ ແລະ ເສຍສະລະຕົນເອງຢ່າງກະຕືລືລົ້ນ, ແຕ່ບໍ່ມີຄວາມສາມາດໃນການເຮັດວຽກໃດໆ, ຈະປາກົດຕົວໃນສະຖານະການຕ່າງໆຢູ່ສະເໝີ, ເບິ່ງຄືວ່າມີຄວາມຫ້າວຫັນເປັນພິເສດ ແລະ ຄົນສ່ວນໃຫຍ່ຈະຄິດວ່າຄົນປະເພດນີ້ມີຄຸນສົມບັດ ແລະ ຄວນຖືກເລືອກຕັ້ງ. ຜົນກໍຄື ຫຼັງຈາກທີ່ຄົນດັ່ງກ່າວຖືກເລືອກຕັ້ງ, ພວກເຂົາກໍບໍ່ສາມາດແບກຮັບວຽກງານໃດໆໄດ້. ພວກເຂົາແມ່ນແຕ່ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເບື້ອງເທິງໄດ້ ແລະ ພວກເຂົາບໍ່ຮູ້ວ່າຈະເຮັດແນວໃດ. ເຖິງແມ່ນວ່າພວກເຂົາຈະເຮັດໃຫ້ຕົນເອງຫຍຸ້ງຢູ່ສະເໝີຢ່າງກະຕືລືລົ້ນ, ຫຼັງຈາກທີ່ນໍາພາໄດ້ໄລຍະໜຶ່ງກໍບໍ່ມີການປັບປຸງ ແລະ ມີຄວາມຄືບໜ້າເລັກໜ້ອຍໃນວຽກງານໃດໆ ຂອງຄຣິດຕະຈັກ ແລະ ສະຖານະການຕ່າງໆ ກໍມັກຈະເກີດຂຶ້ນ ເຊິ່ງວຽກງານຂອງຄຣິສຕະຈັກກະຈັດກະຈາຍ ຫຼື ຜູ້ຄົນບໍ່ສາມັກຄີກັນ, ເປັນຍ້ອນການລົບກວນ ຫຼື ການຍຶດອຳນາດໂດຍຄົນຊົ່ວຊ້າ. ສິ່ງເຫຼົ່ານີ້ຄືຜົນສະທ້ອນທີ່ເກີດຈາກວຽກງານຂອງຜູ້ນໍາປອມ. ຫຼັງຈາກທີ່ຜູ້ນໍາປອມຖືກເລືອກຕັ້ງ, ບໍ່ພຽງແຕ່ທາງເຂົ້າຊີວິດຂອງອ້າຍເອື້ອຍນ້ອງຈະໄດ້ຮັບອິດທິພົນ ແລະ ໄດ້ຮັບຄວາມເສຍຫາຍ, ແຕ່ໃນເວລາດຽວກັນ ວຽກງານຕ່າງໆ ຂອງຄຣິສຕະຈັກກໍຈະໄດ້ຮັບຜົນກະທົບໃນທາງລົບ, ເຮັດໃຫ້ວຽກງານເຜີຍແຜ່ຂ່າວປະເສີດບໍ່ສາມາດດຳເນີນໄປຢ່າງລ່ຽນໄຫຼ ຫຼື ມີປະສິດທິພາບ. ສ່ວນໜຶ່ງນີ້ເປັນບັນຫາທີ່ເກີດຈາກຕົວຜູ້ນໍາປອມເອງ, ແຕ່ສ່ວນໜຶ່ງກໍກ່ຽວຂ້ອງກັບຜູ້ທີ່ເລືອກຕັ້ງພວກເຂົາເຊັ່ນກັນ. ຖ້າເຈົ້າບໍ່ເຂົ້າໃຈຫຼັກການຄວາມຈິງ, ບໍ່ມີການແຍກແຍະ ແລະ ຕາບອດ ແລະ ບໍ່ສາມາດເບິ່ງທະລຸຜູ້ຄົນໄດ້ ຈົນໃນທີ່ສຸດເຈົ້າກໍເລືອກຕັ້ງຜູ້ນໍາປອມ, ແລ້ວເຈົ້າບໍ່ພຽງແຕ່ທຳຮ້າຍຕົນເອງ ແລະ ຄົນອື່ນ, ແຕ່ວຽກງານຂອງຄຣິດຕະຈັກກໍໄດ້ຮັບຄວາມເສຍຫາຍເຊັ່ນກັນ. ນີ້ຄືຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຈາກຜູ້ນໍາປອມຕໍ່ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກ. ສະນັ້ນ, ພວກເຮົາຕ້ອງແຍກແຍະ ແລະ ແຈກແຈງການສະແດງອອກຕ່າງໆ ຂອງຜູ້ນໍາປອມ ແລະ ບົນພື້ນຖານນັ້ນ ເຮົາຈະເຮັດໃຫ້ພວກເຈົ້າເຂົ້າໃຈວ່າ ພຶດຕິກຳໃດທີ່ຜູ້ນໍາທີ່ໄດ້ມາດຕະຖານຄວນສະແດງອອກ, ພວກເຂົາຄວນເຮັດວຽກງານຫຍັງ ແລະ ຂອບເຂດຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງແທ້. ຫົວຂໍ້ການແຍກແຍະຜູ້ນໍາປອມມີຄວາມສຳຄັນຢ່າງຍິ່ງ, ເພາະມັນກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກທຸກຄົນຂອງພຣະເຈົ້າ ແລະ ໂດຍສະເພາະຢ່າງຍິ່ງ ຄວາມຄືບໜ້າຂອງແຕ່ລະໜ້າທີ່. ບາງຄົນອາດຈະເວົ້າວ່າ: “ຂ້າພະເຈົ້າບໍ່ໄດ້ຕັ້ງໃຈທີ່ຈະລົງສະໝັກຮັບເລືອກຕັ້ງ ແລະ ຂ້າພະເຈົ້າບໍ່ມີຄວາມທະເຍີທະຍານ ຫຼື ຄວາມປາຖະໜາທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຂ້າພະເຈົ້າມີຄວາມສຳນຶກກ່ຽວກັບຕົນເອງ ແລະ ການເປັນຜູ້ເຊື່ອທຳມະດາກໍພຽງພໍແລ້ວ, ສະນັ້ນ ຫຼັກການຄວາມຈິງດ້ານນີ້ບໍ່ມີຫຍັງກ່ຽວຂ້ອງກັບຂ້າພະເຈົ້າ. ຖ້າຂ້າພະເຈົ້າຢາກຟັງ, ຂ້າພະເຈົ້າກໍຈະຟັງບາງຢ່າງກ່ຽວກັບທາງເຂົ້າຂອງຊີວິດ ແລະ ຄວາມລອດພົ້ນຂອງຂ້າພະເຈົ້າເອງ. ການສະແດງອອກຕ່າງໆ ຂອງຜູ້ນໍາປອມ ແລະ ຄວາມຈິງທີ່ກ່ຽວຂ້ອງນັ້ນບໍ່ໄດ້ກ່ຽວຂ້ອງກັບທາງເຂົ້າຊີວິດຂອງຂ້າພະເຈົ້າເອງ, ສະນັ້ນ ຂ້າພະເຈົ້າບໍ່ຈຳເປັນຕ້ອງຟັງ ຫຼື ຂ້າພະເຈົ້າສາມາດຟັງແບບບໍ່ໃສ່ໃຈ ຫຼື ແບບເສີຍເມີຍ ແລະ ພຽງແຕ່ເຮັດແບບພໍເປັນພິທີໂດຍບໍ່ເອົາມາໃສ່ໃຈ”. ທັດສະນະຄະຕິນີ້ດີບໍ? (ບໍ່, ບໍ່ແມ່ນ.) ຄົນອື່ນເວົ້າວ່າ: “ຂ້າພະເຈົ້າບໍ່ມີຄວາມທະເຍີທະຍານ ແລະ ບໍ່ຢາກລົງສະໝັກເປັນຜູ້ນໍາ. ຕັ້ງແຕ່ຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າບໍ່ເຄີຍຕັ້ງໃຈທີ່ຈະເປັນເຈົ້າໜ້າທີ່ ຫຼື ໂດດເດັ່ນຈາກຄົນອື່ນ, ຂ້າພະເຈົ້າມັກເປັນຄົນທຳມະດາສາມັນ. ຂ້າພະເຈົ້າຢາກເປັນຜູ້ຕິດຕາມຕັ້ງແຕ່ຊ່ວງເວລາທີ່ຂ້າພະເຈົ້າເລີ່ມເຊື່ອໃນພຣະເຈົ້າ. ຂ້າພະເຈົ້າມັກເຮັດຕາມຄຳສັ່ງຂອງຄົນອື່ນ ແລະ ຂ້າພະເຈົ້າເຮັດທຸກຢ່າງທີ່ພວກເຂົາຂໍໃຫ້ຂ້າພະເຈົ້າເຮັດ. ການເປັນຄົນປະເພດນີ້ຊ່າງທຳມະດາຫຼາຍ! ຂ້າພະເຈົ້າເປັນພຽງຄົນທຳມະດາທີ່ບໍ່ຢາກກັງວົນ ຫຼື ແບກຮັບພາລະ, ສະນັ້ນ ຂ້າພະເຈົ້າບໍ່ຈຳເປັນຕ້ອງຟັງສິ່ງເຫຼົ່ານີ້ ແລະ ຂ້າພະເຈົ້າບໍ່ຢາກຟັງ”. ມຸມມອງນີ້ຖືກຕ້ອງ ຫຼື ບໍ່? (ບໍ່ຖືກຕ້ອງ.) ມັນບໍ່ຖືກຕ້ອງບ່ອນໃດ? (ເຖິງແມ່ນວ່າພວກເຂົາບໍ່ຢາກເປັນຜູ້ນໍາ, ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງດ້ານນີ້ ແລະ ບໍ່ສາມາດແຍກແຍະຜູ້ນໍາປອມໄດ້, ແລ້ວໃນລະຫວ່າງການເລືອກຕັ້ງ, ພວກເຂົາກໍມີແນວໂນ້ມສູງທີ່ຈະເລືອກຜູ້ນໍາປອມ, ເຊິ່ງຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ ແລະ ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ.) ນີ້ແມ່ນດ້ານໜຶ່ງ. ມີຫຍັງອີກບໍ? (ບັນຫາຂອງຜູ້ນໍາປອມມີຢູ່ໃນພວກເຮົາແຕ່ລະຄົນ ແລະ ພວກເຮົາຄວນກວດສອບ, ໄຕ່ຕອງ ແລະ ເຂົ້າໃຈຕົນເອງ.) (ຖ້າພວກເຮົາບໍ່ສາມາດແຍກແຍະຜູ້ນໍາປອມໄດ້, ພວກເຮົາກໍຈະບໍ່ຮູ້ແມ່ນແຕ່ຕອນທີ່ພວກເຮົາຖືກນໍາພາຢ່າງຜິດໆ ໂດຍຜູ້ນໍາປອມ ແລະ ຊີວິດຂອງພວກເຮົາເອງກໍຈະໄດ້ຮັບຄວາມເສຍຫາຍ.) (ມຸມມອງປະເພດນີ້ເປັນການສະແດງອອກເຖິງການບໍ່ສະແຫວງຫາຄວາມຈິງ. ການເປັນຜູ້ນໍາໃນເຮືອນຂອງພຣະເຈົ້າບໍ່ຄືກັນກັບການມີຄວາມທະເຍີທະຍານ ແລະ ຢາກເປັນເຈົ້າໜ້າທີ່ໃນໂລກ. ການເປັນຜູ້ນໍາແມ່ນເພື່ອສະແຫວງຫາຄວາມຈິງໃຫ້ດີຂຶ້ນ, ເພື່ອແບກຮັບພາລະສຳລັບວຽກງານຂອງຄຣິສຕະຈັກ ແລະ ເພື່ອຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ນີ້ຄືການພະຍາຍາມກ້າວໄປສູ່ຄວາມຈິງ.) (ໃນຖານະຜູ້ທີ່ຖືກເລືອກຂອງພຣະເຈົ້າ, ພວກເຮົາມີພັນທະ ແລະ ຄວາມຮັບຜິດຊອບທີ່ຈະລາຍງານຜູ້ນໍາປອມ. ຖ້າພວກເຮົາບໍ່ສາມາດແຍກແຍະຜູ້ນໍາປອມໄດ້, ແລ້ວພວກເຮົາອາດຈະປ່ອຍໃຫ້ຜູ້ນໍາປອມຍຶດອຳນາດ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ.) ນັ້ນມີຈັກດ້ານ? (ຫ້າດ້ານ.) ແຕ່ລະດ້ານໃນຫ້າດ້ານນີ້ແມ່ນຖືກຕ້ອງ ແລະ ຂ້ອນຂ້າງແມ່ນຍໍາ. ການໄຈ້ແຍກແກ່ນແທ້ຂອງບັນຫານີ້ໂດຍອີງໃສ່ມຸມມອງຂອງຄົນປະເພດທີ່ເຮົາຫາກໍກ່າວເຖິງ, ໂດຍພື້ນຖານແລ້ວແມ່ນມີຫ້າດ້ານນີ້. ບໍ່ວ່າພວກເຈົ້າຈະຢາກເປັນຜູ້ນໍາ ຫຼື ບໍ່ກໍຕາມ, ໃນຖານະໜຶ່ງໃນຜູ້ທີ່ຖືກເລືອກຂອງພຣະເຈົ້າ, ພວກເຈົ້າຄວນຮັບບົດບາດໃນການກວດກາຜູ້ນໍາ ແລະ ຜູ້ເຮັດວຽກ. ເຮືອນຂອງພຣະເຈົ້າກໍແມ່ນເຮືອນຂອງພວກເຈົ້າເຊັ່ນກັນ ແລະ ຜູ້ນໍາກໍປຽບເໝືອນຜູ້ດູແລເຮືອນນ້ອຍໆ. ຖ້າພວກເຂົາຈັດການສິ່ງຕ່າງໆ ບໍ່ດີ, ພວກເຈົ້າກໍຈະໄດ້ຮັບຜົນກະທົບ ແລະ ພົວພັນໄປນຳ, ສະນັ້ນ ພວກເຈົ້າມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະກຳກັບດູແລວຽກງານທັງໝົດຂອງພວກເຂົາ.

ພາບລວມຂອງຄວາມຮັບຜິດຊອບສິບຫ້າປະການຂອງຜູ້ນໍາ ແລະ ຜູ້ເຮັດວຽກ

ການແຍກແຍະຜູ້ນໍາປອມບໍ່ແມ່ນເລື່ອງຍາກ, ເພາະຄົນປະເພດນີ້ມີຈໍານວນບໍ່ໜ້ອຍໃນຄຣິສຕະຈັກ; ພວກເຂົາມີຕົວຕົນຢູ່ແລ້ວນັບຕັ້ງແຕ່ມີຜູ້ນໍາຄຣິສຕະຈັກ ແລະ ວຽກງານຄຣິສຕະຈັກ. ຄຸນນະພາບ ແລະ ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ, ຄຸນລັກສະນະ ແລະ ເສັ້ນທາງທີ່ເລືອກຂອງພວກເຂົາ ລ້ວນແລ້ວແຕ່ມີການສະແດງອອກທີ່ຊັດເຈນຫຼາຍຢ່າງ. ກ່ອນທີ່ຈະໄຈ້ແຍກການສະແດງອອກທີ່ຊັດເຈນເຫຼົ່ານີ້, ກ່ອນອື່ນ ພວກເຮົາຄວນເຂົ້າໃຈວ່າຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ ແລະ ໂດຍຫຼັກໆແລ້ວແມ່ນລວມມີວຽກງານສະເພາະໃດແດ່. ມີພຽງແຕ່ຜູ້ທີ່ສາມາດເຮັດວຽກງານສະເພາະນີ້ໄດ້ດີເທົ່ານັ້ນຈຶ່ງເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຄຸນສົມບັດຄົບຖ້ວນ; ສ່ວນຜູ້ທີ່ບໍ່ສາມາດເຮັດວຽກງານນີ້ໄດ້ກໍຄືຜູ້ນໍາປອມ. ບາງທີຄົນສ່ວນໃຫຍ່ອາດຈະຍັງບໍ່ມີວິທີທາງໃນການແຍກແຍະຜູ້ນໍາປອມ, ບໍ່ສາມາດກຳແໜ້ນຫຼັກການພື້ນຖານ ແລະ ບໍ່ຮູ້ວ່າດ້ານໃດທີ່ສຳຄັນທີ່ສຸດໃນການແຍກແຍະ. ມື້ນີ້, ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກັນຢ່າງເປັນລະບົບກ່ຽວກັບວ່າຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງແທ້, ໂດຍການຂຽນລາຍການອອກມາເທື່ອລະຂໍ້ເພື່ອໃຫ້ທຸກຄົນຮູ້ຢ່າງແຈ່ມແຈ້ງ. ຫຼັງຈາກທີ່ເຂົ້າໃຈຫຼັກການເຫຼົ່ານີ້ແລ້ວ, ເມື່ອເລືອກຕັ້ງຜູ້ນໍາ ແລະ ຜູ້ເຮັດວຽກອີກຄັ້ງ, ພວກເຈົ້າກໍຈະມີມາດຕະຖານທີ່ຖືກຕ້ອງ ເພື່ອໃຊ້ວັດແທກວ່າຈະເລືອກຕັ້ງແນວໃດແທ້ ແລະ ໃຜກັນແທ້ທີ່ເປັນຄົນທີ່ເໝາະສົມທີ່ຈະຖືກເລືອກ. ສະນັ້ນ, ໃຫ້ພວກເຮົາຂຽນລາຍການໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກອອກມາກ່ອນ.

ໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ:

1. ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໃຫ້ເຂົ້າໃຈ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ.

2. ຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ.

3. ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ຂອງຕົນໃຫ້ດີ.

4. ກຳສະຖານະການຂອງຜູ້ຄຸມງານວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ປົດພວກເຂົາອອກໂດຍທັນທີຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຢ່າງລ່ຽນໄຫຼຂອງວຽກງານ.

5. ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ.

6. ສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ສະແຫວງຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້.

7. ຈັດສັນ ແລະ ນໍາໃຊ້ຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນຖືກນໍາໃຊ້ຢ່າງເກີດປະໂຫຍດສູງສຸດ.

8. ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນທີ.

9. ໃຫ້ສື່ສານ, ອອກຄຳສັ່ງ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການຊີ້ນໍາ, ການກວດກາ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ.

10. ປົກປ້ອງຢ່າງເໝາະສົມ ແລະ ຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ແນວພັນພືດ ແລະ ອື່ນໆ) ຢ່າງສົມເຫດສົມຜົນ ແລະ ດຳເນີນການກວດກາ, ການບໍາລຸງຮັກສາ ແລະ ການສ້ອມແປງເປັນປະຈຳ ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ພ້ອມທັງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າຍຶດຄອງເອົາໄປ.

11. ເລືອກຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ໂດຍສະເພາະສຳລັບໜ້າທີ່ໃນການລົງທະບຽນ, ກວດນັບ ແລະ ປົກປ້ອງເຄື່ອງຖວາຍຢ່າງເປັນລະບົບ; ກວດກາ ແລະ ກວດສອບລາຍຮັບ-ລາຍຈ່າຍເປັນປະຈຳ ເພື່ອໃຫ້ສາມາດກວດພົບກໍລະນີການຟຸມເຟືອຍ ຫຼື ການສິ້ນເປືອງ, ພ້ອມທັງລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ໂດຍທັນທີ, ຢຸດຕິສິ່ງດັ່ງກ່າວ ແລະ ຮຽກຮ້ອງຄ່າຊົດເຊີຍທີ່ສົມເຫດສົມຜົນ; ນອກຈາກນີ້, ຕ້ອງປ້ອງກັນຢ່າງເດັດຂາດບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ແລະ ຖືກພວກເຂົາຍຶດຄອງເອົາໄປ.

12. ແຍກແຍະຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ.

13. ປົກປ້ອງຜູ້ທີ່ຖືກເລືອກຂອງພຣະເຈົ້າຈາກການຖືກລົບກວນ, ນໍາພາຢ່າງຜິດໆ, ຄວບຄຸມ ແລະ ທຳຮ້າຍຢ່າງສາຫັດໂດຍພວກຕໍ່ຕ້ານພຣະຄຣິດ ແລະ ເຮັດໃຫ້ພວກເຂົາສາມາດແຍກແຍະພວກຕໍ່ຕ້ານພຣະຄຣິດ ແລະ ປະຖິ້ມພວກເຂົາຈາກໃຈ.

14. ໃຫ້ແຍກແຍະ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດທຸກປະເພດໂດຍທັນທີ.

15. ປົກປ້ອງບຸກຄະລາກອນທີ່ເຮັດວຽກສຳຄັນທຸກປະເພດ, ປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ ເພື່ອຮັບປະກັນວ່າລາຍການວຽກງານສຳຄັນຕ່າງໆສາມາດດຳເນີນໄປຢ່າງເປັນລະບຽບ.

ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຖືກສະຫຼຸບອອກມາທັງໝົດສິບຫ້າຂໍ້ ແລະ ພວກເຮົາກໍຈະໂອ້ລົມກັນໂດຍອີງໃສ່ຂໍ້ເຫຼົ່ານີ້. ກ່ອນອື່ນ ໃຫ້ເຮົາມາເບິ່ງໜ້າວຽກແຕ່ລະຢ່າງທີ່ຢູ່ໃນສິບຫ້າຂໍ້ນີ້. ສາມຂໍ້ທຳອິດແມ່ນກ່ຽວກັບບັນຫາທີ່ຜູ້ຄົນເຂົ້າໃຈຄວາມຈິງ ແລະ ທາງເຂົ້າຂອງຊີວິດ. ນີ້ແມ່ນວຽກງານພື້ນຖານທີ່ສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ ແລະ ເປັນໜຶ່ງໃນໝວດໃຫຍ່. ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ໂດຍພື້ນຖານທີ່ສຸດແລ້ວ ເຈົ້າຕ້ອງສາມາດປະຕິບັດໜ້າວຽກເຫຼົ່ານີ້, ມີຄວາມສາມາດປະເພດນີ້, ມີພາລະແບບນີ້ ແລະ ສາມາດແບກຫາບຄວາມຮັບຜິດຊອບນີ້ໄດ້. ສິ່ງເຫຼົ່ານີ້ແມ່ນສິ່ງພື້ນຖານທີ່ສຸດທີ່ເຈົ້າຄວນມີ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງສາມາດໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ຊອກຫາເສັ້ນທາງແຫ່ງການປະຕິບັດຈາກພຣະທຳເຫຼົ່ານັ້ນ, ນໍາພາຜູ້ຄົນໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ນໍາພາຜູ້ຄົນໃຫ້ມີປະສົບການ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າໃນຊີວິດຈິງ ແລະ ສາມາດນໍາເອົາພຣະທຳເຫຼົ່ານັ້ນເຂົ້າມາສູ່ຊີວິດຈິງ, ໂດຍໃຊ້ພຣະທຳເຫຼົ່ານັ້ນເພື່ອແກ້ໄຂບັນຫາ ຫຼື ຄວາມຫຍຸ້ງຍາກຕ່າງໆທີ່ພົບພໍ້ໃນຊີວິດຈິງ ແລະ ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ. ຖ້າຜູ້ທີ່ຖືກເລືອກຂອງພຣະເຈົ້າມີບັນຫາທີ່ຕ້ອງການໃຫ້ຜູ້ນໍາ ຫຼື ຜູ້ເຮັດວຽກແກ້ໄຂ, ແຕ່ຜູ້ນໍາ ຫຼື ຜູ້ເຮັດວຽກບໍ່ສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາໄດ້, ແລ້ວຜູ້ນໍາ ຫຼື ຜູ້ເຮັດວຽກຄົນນັ້ນກໍໄຮ້ປະໂຫຍດ, ບໍ່ສາມາດເຮັດແມ່ນແຕ່ວຽກງານພື້ນຖານທີ່ສຸດໄດ້. ຜູ້ນໍາ ຫຼື ຜູ້ເຮັດວຽກປະເພດນີ້ແມ່ນບໍ່ໄດ້ມາດຕະຖານ. ຂໍ້ທີສີ່ ແລະ ຂໍ້ທີຫ້າແມ່ນກ່ຽວຂ້ອງກັບລາຍການວຽກງານຕ່າງໆຂອງຄຣິສຕະຈັກ ແລະ ຜູ້ຄຸມງານຂອງລາຍການວຽກງານເຫຼົ່ານັ້ນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ກວດກາຜູ້ຄຸມງານຢ່າງເໝາະສົມ, ແລ້ວວຽກງານຂອງຄຣິສຕະຈັກກໍອາດຈະບໍ່ເປັນລະບຽບ ຫຼື ຖືກລົບກວນໂດຍຄົນຊົ່ວຊ້າ, ສິ່ງນີ້ຈະສົ່ງຜົນກະທົບຕໍ່ປະສິດທິຜົນ ແລະ ຄວາມຄືບໜ້າຂອງວຽກງານ ແລະ ວຽກງານນັ້ນເອງກໍອາດຈະກາຍເປັນອຳມະພາດ. ສະນັ້ນ, ໜ້າວຽກທີສີ່ ແລະ ທີຫ້າກໍແມ່ນໜ້າວຽກທີ່ຜູ້ນໍາທີ່ໄດ້ມາດຕະຖານຕ້ອງເຮັດໃຫ້ດີ. ຂໍ້ທີຫົກ ແລະ ຂໍ້ທີເຈັດແມ່ນກ່ຽວຂ້ອງກັບການສົ່ງເສີມ, ການບົ່ມເພາະ ແລະ ການນໍາໃຊ້ຄົນທຸກປະເພດ. ຫຼັກການໃນການໃຊ້ຄົນກໍຄືການໃຊ້ທຸກຄົນໃຫ້ເກີດປະໂຫຍດສູງສຸດ ແລະ ຄົນທຸກປະເພດສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ ຕາບໃດທີ່ຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ ແລະ ພວກເຂົາສາມາດບັນລຸມາດຕະຖານທີ່ກຳນົດໄວ້ໃນເຮືອນຂອງພຣະເຈົ້າ. ນັ້ນກໍຄື ອະນຸຍາດໃຫ້ຄົນທຸກປະເພດສາມາດປະຕິບັດໜ້າທີ່ທີ່ເໝາະສົມ; ບໍ່ຈຳເປັນຕ້ອງບັງຄັບໃຫ້ປາອາໄສເທິງບົກ ຫຼື ບັງຄັບໃຫ້ໝູບິນໄດ້, ມັນພຽງພໍແລ້ວທີ່ຄົນໃດໜຶ່ງເໝາະສົມກັບໜ້າວຽກ, ສາມາດເຮັດມັນໄດ້ດີ ແລະ ມີຄວາມສາມາດ. ຍິ່ງໄປກວ່ານັ້ນ, ບາງໜ້າວຽກກໍກ່ຽວຂ້ອງກັບດ້ານເຕັກນິກ, ດ້ານວິຊາຊີບ ແລະ ບາງຄົນອາດຈະເກັ່ງໃນດ້ານເຫຼົ່ານັ້ນ ແຕ່ກໍບໍ່ເຄີຍເຮັດວຽກໃນຂົງເຂດນີ້ມາກ່ອນ ແລະ ພວກເຂົາບໍ່ເຂົ້າໃຈຫຼັກການທີ່ກ່ຽວຂ້ອງ. ສຳລັບຄົນເຫຼົ່ານີ້, ຖ້າພວກເຂົາບັນລຸມາດຕະຖານສຳລັບການສົ່ງເສີມ ແລະ ການບົ່ມເພາະໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຄວນໄດ້ຮັບໂອກາດ ແລະ ໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ ເພື່ອໃຫ້ພວກເຂົາສາມາດຮຽນຮູ້ໄດ້. ດ້ວຍວິທີນີ້, ວຽກງານຕ່າງໆໃນເຮືອນຂອງພຣະເຈົ້າກໍຈະສາມາດມີຄົນທີ່ເໝາະສົມຫຼາຍຂຶ້ນມາຮັບຜິດຊອບພວກມັນ ແລະ ຈະບໍ່ມີຕຳແໜ່ງວ່າງ ເມື່ອໃດກໍຕາມທີ່ຄຣິດຕະຈັກຕ້ອງການຄົນສຳລັບວຽກງານຕ່າງໆ. ສິ່ງເຫຼົ່ານີ້ແມ່ນບັນຫາຂອງສອງດ້ານ ຄື ການສົ່ງເສີມ ແລະ ການບົ່ມເພາະຄົນ ແລະ ການນໍາໃຊ້ຄົນ. ໃຫ້ເຮົາມາເບິ່ງຂໍ້ທີແປດ ແລະ ຂໍ້ທີເກົ້າ: ສອງຂໍ້ນີ້ກ່ຽວຂ້ອງກັບທັດສະນະຄະຕິທີ່ຜູ້ນໍາ ແລະ ຜູ້ເຮັດວຽກມີຕໍ່ວຽກງານ ນັ້ນກໍຄື ພວກເຂົາສາມາດປະຕິບັດຄວາມຮັບຜິດຊອບຂອງຕົນ, ມີຄວາມຈົງຮັກພັກດີ ແລະ ມີຄວາມສາມາດທີ່ຈະເຮັດວຽກງານໄດ້ດີໃນການປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ການຈັດແຈງໃນເຮືອນຂອງພຣະເຈົ້າ ແລະ ໃນຂະນະທີ່ພົບພໍ້ກັບຄວາມຫຍຸ້ງຍາກໃນວຽກງານ ຫຼື ບໍ່. ຂໍ້ທີສິບ ແລະ ຂໍ້ທີສິບເອັດແມ່ນກ່ຽວຂ້ອງກັບຫຼັກການທີ່ຢູ່ເບື້ອງຫຼັງການປະຕິບັດຕໍ່ເຄື່ອງຖວາຍ ແລະ ຊັບສິນທຸກປະເພດໃນເຮືອນຂອງພຣະເຈົ້າ. ໃນດ້ານໜຶ່ງ, ສອງຂໍ້ນີ້ກ່ຽວຂ້ອງກັບຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງຜູ້ຄົນ ແລະ ໃນອີກດ້ານໜຶ່ງ ພວກມັນກໍກ່ຽວຂ້ອງກັບບັນຫາຂອງຄວາມເປັນມະນຸດ, ບໍ່ວ່າຄົນໃດໜຶ່ງມີຄວາມຈົງຮັກພັກດີ ຫຼື ບໍ່ ແລະ ພວກເຂົາສາມາດປະຕິບັດຄວາມຮັບຜິດຊອບຂອງພວກເຂົາໄດ້ ຫຼື ບໍ່. ຕໍ່ໄປ ໃຫ້ເຮົາມາເບິ່ງຂໍ້ທີສິບສອງ, ສິບສາມ ແລະ ສິບສີ່, ກ່ຽວກັບສະຖານະການພິເສດບາງຢ່າງທີ່ເກີດຂຶ້ນໃນຄຣິສຕະຈັກ, ຕົວຢ່າງ: ຖ້າຄົນໃດໜຶ່ງກຳລັງລົບກວນ ແລະ ຂັດຂວາງ ແລະ ກໍ່ກວນຊີວິດທີ່ເປັນປົກກະຕິຂອງຄຣິສຕະຈັກ. ແນ່ນອນວ່າ ສິ່ງທີ່ຮ້າຍແຮງທີ່ສຸດແມ່ນການປາກົດຕົວຂອງພວກຕໍ່ຕ້ານພຣະຄຣິດ ຫຼື ຄົນປະເພດອື່ນທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່. ວິທີການຈັດການກັບຄົນປະເພດນີ້ ແລະ ພາຍໃຕ້ຫຼັກການໃດ ກໍເປັນວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນກັນ. ການທີ່ສາມາດພົບເຫັນບັນຫາໃນທັນທີ ແລະ ການທີ່ສາມາດຢຸດຢັ້ງ, ຈັດການ ແລະ ແກ້ໄຂສິ່ງນີ້ໃນທັນທີ ເມື່ອເຈົ້າພົບວ່າຄົນໃດໜຶ່ງກຳລັງກໍ່ຄວາມລົບກວນ ແລະ ການຂັດຂວາງ ແລະ ຮັບປະກັນວ່າວຽກງານຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກບໍ່ຖືກລົບກວນ, ສິ່ງເຫຼົ່ານີ້ແມ່ນບັນຫາທີ່ກ່ຽວຂ້ອງກັບສາມຂໍ້ນີ້. ຂໍ້ສຸດທ້າຍແມ່ນກ່ຽວຂ້ອງກັບບັນຫາຄວາມປອດໄພສ່ວນບຸກຄົນຂອງບຸກຄະລາກອນທີ່ເຮັດວຽກສຳຄັນທຸກປະເພດ, ພ້ອມທັງບັນຫາທີ່ວ່າສາມາດຮັບປະກັນວຽກງານສຳຄັນທຸກປະເພດສາມາດ ຫຼື ບໍ່. ວຽກງານສາມາດດຳເນີນໄປໄດ້ເມື່ອບຸກຄະລາກອນປອດໄພ, ແຕ່ຖ້າມີບັນຫາ ຫຼື ອັນຕະລາຍທີ່ເຊື່ອງຊ້ອນເກີດຂຶ້ນຕໍ່ຄວາມປອດໄພຂອງບຸກຄະລາກອນ, ການທີ່ວຽກງານຈະສາມາດດຳເນີນຕໍ່ໄປໄດ້ ຫຼື ບໍ່ກໍຈະກາຍເປັນບັນຫາ. ໃຫ້ເຮົາກັບໄປ ແລະ ເບິ່ງວ່າທັງໝົດມີຈັກໝວດໃຫຍ່. ຂໍ້ທີໜຶ່ງ, ທີສອງ ແລະ ທີສາມແມ່ນຢູ່ໃນໝວດທີໜຶ່ງ: ທາງເຂົ້າຂອງຊີວິດມະນຸດ. ຂໍ້ທີສີ່ ແລະ ທີຫ້າແມ່ນຢູ່ໃນໝວດທີສອງ: ວຽກງານຕ່າງໆ ຂອງຄຣິດຕະຈັກ ແລະ ຜູ້ຄຸມງານຂອງວຽກງານເຫຼົ່ານັ້ນ. ຂໍ້ທີຫົກ ແລະ ທີເຈັດແມ່ນຢູ່ໃນໝວດທີສາມ: ການນໍາໃຊ້, ການບົ່ມເພາະ ແລະ ການສົ່ງເສີມຄົນທຸກປະເພດ. ຂໍ້ທີແປດ ແລະ ທີເກົ້າແມ່ນຢູ່ໃນໝວດທີສີ່: ການຈັດແຈງວຽກງານໃນເຮືອນຂອງພຣະເຈົ້າ ແລະ ຄວາມຫຍຸ້ງຍາກໃນວຽກງານ. ຂໍ້ທີສິບ ແລະ ທີສິບເອັດແມ່ນຢູ່ໃນໝວດທີຫ້າ: ເຄື່ອງຖວາຍ ແລະ ຊັບສິນໃນເຮືອນຂອງພຣະເຈົ້າ. ຂໍ້ທີສິບສອງ, ສິບສາມ ແລະ ສິບສີ່ແມ່ນຢູ່ໃນໝວດທີຫົກ: ສະຖານະການພິເສດທີ່ເກີດຂຶ້ນໃນຄຣິດຕະຈັກ. ຂໍ້ທີສິບຫ້າແມ່ນຢູ່ໃນໝວດທີເຈັດ: ວຽກງານສຳຄັນຂອງຄຣິສຕະຈັກ ແລະ ຄວາມປອດໄພຂອງບຸກຄະລາກອນ. ທັງໝົດມີເຈັດໝວດ, ເຊິ່ງກ່ຽວຂ້ອງກັບສິບຫ້າຂໍ້. ເຈັດໝວດນີ້ແມ່ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເປັນສ່ວນໜຶ່ງໃນໜ້າທີ່ວຽກງານຂອງພວກເຂົາ. ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ໜ້າວຽກພື້ນຖານທີ່ສຸດໃນວຽກຂອງເຈົ້າກໍຄືເຈັດໝວດເຫຼົ່ານີ້ ແລະ ເຈັດໝວດນີ້ກໍຄືຂອບເຂດຂໍ້ກຳນົດໃນເຮືອນຂອງພຣະເຈົ້າສຳລັບຜູ້ນໍາ ຫຼື ຜູ້ເຮັດວຽກ. ຖ້າພວກເຮົາຕ້ອງການປະເມີນວ່າຜູ້ນໍາຄົນໜຶ່ງສາມາດເຮັດວຽກໄດ້ດີ ຫຼື ບໍ່, ພວກເຂົາມີຄວາມສາມາດໃນການເຮັດວຽກ ຫຼື ບໍ່, ພວກເຂົາມີຄວາມສາມາດໃນການເປັນຜູ້ນໍາ ຫຼື ບໍ່ ແລະ ພວກເຂົາໄດ້ມາດຕະຖານເປັນຜູ້ນໍາ ຫຼື ບໍ່, ພວກເຮົາຄວນໃຊ້ເຈັດໝວດນີ້. ເມື່ອເຂົ້າໃຈສິ່ງນີ້ແລ້ວ, ໂດຍອີງໃສ່ເຈັດໝວດໃຫຍ່ນີ້, ພວກເຮົາຈະໂອ້ລົມກັນ ແລະ ໄຈ້ແຍກການສະແດງອອກ ແລະ ການປະຕິບັດສະເພາະຂອງຜູ້ນໍາປອມເທື່ອລະຢ່າງ, ພ້ອມທັງສິ່ງທີ່ພວກເຂົາໄດ້ເຮັດໃນລະຫວ່າງເວລາທີ່ພວກເຂົາເປັນຜູ້ນໍາ ເຊິ່ງພິສູດວ່າພວກເຂົາເປັນຜູ້ນໍາປອມ ແລະ ບໍ່ແມ່ນຜູ້ທີ່ໄດ້ມາດຕະຖານ. ເມື່ອປະເມີນຕາມເຈັດໝວດນີ້ກໍຈະມີຫຼັກຖານທີ່ຊັດເຈນ ແລະ ສິ່ງນີ້ກໍຂ້ອນຂ້າງຍຸຕິທຳ ແລະ ສົມເຫດສົມຜົນ. ບອກເຮົາມາເບິ່ງ, ພວກເຮົາຄວນໂອ້ລົມກັນກ່ຽວກັບເຈັດໝວດນີ້ ເທື່ອລະໝວດ ຫຼື ສິບຫ້າຂໍ້? ວິທີໃດດີກວ່າ? (ໂອ້ລົມກັນຕາມສິບຫ້າຂໍ້ເທື່ອລະຂໍ້.) ນັ້ນກໍເໝາະກັບຄວາມມັກຂອງພວກເຈົ້າ, ຍິ່ງລະອຽດຫຼາຍເທົ່າໃດ ກໍຍິ່ງດີ, ແມ່ນບໍ່? ຕໍ່ໄປ, ພວກເຮົາຈະເລີ່ມຕົ້ນການໂອ້ລົມກັນຢ່າງເປັນທາງການກ່ຽວກັບການສະແດງອອກຕ່າງໆ ຂອງຜູ້ນໍາປອມ.

ຂໍ້ທີໜຶ່ງ: ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

ຜູ້ນໍາປອມບໍ່ມີຄຸນນະພາບ ແລະ ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ

ຜູ້ນໍາປອມແມ່ນຫຍັງ? ແນ່ນອນ ຜູ້ນໍາປອມກໍຄືຄົນທີ່ບໍ່ສາມາດເຮັດວຽກງານຕົວຈິງໄດ້, ຄົນທີ່ບໍ່ໃສ່ໃຈໜ້າທີ່ຂອງພວກເຂົາໃນຖານະຜູ້ນໍາ. ພວກເຂົາບໍ່ໄດ້ເຮັດວຽກງານທີ່ແທ້ຈິງ ຫຼື ສໍາຄັນໃດໆ; ພວກເຂົາພຽງແຕ່ເບິ່ງແຍງວຽກງານທົ່ວໄປບາງຢ່າງ ແລະ ໜ້າວຽກຜິວເຜີນບາງຢ່າງ, ສິ່ງທີ່ບໍ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ ຫຼື ຄວາມຈິງ. ບໍ່ວ່າພວກເຂົາຈະເຮັດວຽກງານນີ້ຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີຄວາມໝາຍໃນການປະຕິບັດມັນ. ນັ້ນຄືເຫດຜົນທີ່ຜູ້ນໍາດັ່ງກ່າວຈຶ່ງຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ. ແລ້ວຈະແຍກແຍະຜູ້ນໍາປອມໄດ້ແນວໃດແທ້? ຕອນນີ້ໃຫ້ພວກເຮົາເລີ່ມການໄຈ້ແຍກຂອງພວກເຮົາກັນເທາະ. ກ່ອນອື່ນໝົດຕ້ອງເວົ້າໃຫ້ຊັດເຈນວ່າ ຄວາມຮັບຜິດຊອບທຳອິດຂອງຜູ້ນໍາ ຫຼື ຜູ້ເຮັດວຽກແມ່ນການນໍາພາຄົນອື່ນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງໃນລັກສະນະທີ່ຄົນອື່ນອາດຈະເຂົ້າໃຈມັນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ແມ່ນບັນທັດຖານທີ່ສຳຄັນທີ່ສຸດໃນການກວດສອບວ່າຜູ້ນໍາຈິງ ຫຼື ປອມ. ໃຫ້ເບິ່ງວ່າພວກເຂົາສາມາດນໍາພາຄົນອື່ນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາໄດ້ ຫຼື ບໍ່. ນັ້ນແມ່ນບັນທັດຖານໜຶ່ງດຽວໃນການກວດສອບວ່າ ຜູ້ນໍາ ຫຼື ຜູ້ເຮັດວຽກມີຄຸນນະພາບ ແລະ ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າແບບໃດ ແລະ ພວກເຂົາສາມາດນໍາພາຜູ້ທີ່ຖືກເລືອກຂອງພຣະເຈົ້າໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ ຫຼື ບໍ່. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກສາມາດຢັ່ງຮູ້ພຣະທຳຂອງພຣະເຈົ້າໄດ້ຢ່າງສິ້ນເຊີງ ແລະ ເຂົ້າໃຈຄວາມຈິງ, ພວກເຂົາຄວນແກ້ໄຂແນວຄິດ ແລະ ຈິນຕະນາການທີ່ຜູ້ຄົນມີກ່ຽວກັບຄວາມເຊື່ອໃນພຣະເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມເປັນຈິງໃນພາລະກິດຂອງພຣະເຈົ້າ. ພວກເຂົາຍັງຄວນແກ້ໄຂຄວາມຫຍຸ້ງຍາກຕົວຈິງທີ່ຜູ້ຖືກເລືອກຂອງພຣະເຈົ້າພົບພໍ້ ຕາມພຣະທຳຂອງພຣະອົງ, ໂດຍສະເພາະເມື່ອເວົ້າເຖິງທັດສະນະຜິດໆ ທີ່ພວກເຂົາມີໃນຄວາມເຊື່ອຂອງພວກເຂົາ ຫຼື ຄວາມເຂົ້າໃຈຜິດທີ່ພວກເຂົາມີກ່ຽວກັບການເຮັດໜ້າທີ່. ພວກເຂົາຍັງຕ້ອງນຳໃຊ້ພຣະທຳຂອງພຣະເຈົ້າ ເພື່ອແກ້ໄຂບັນຫາທີ່ສະແດງອອກ ເມື່ອຜູ້ຄົນຜະເຊີນກັບການທົດລອງ ແລະ ຄວາມທຸກລຳບາກຕ່າງໆ ແລະ ສາມາດນໍາພາຜູ້ທີ່ຖືກເລືອກຂອງພຣະເຈົ້າໃຫ້ເຂົ້າໃຈ ແລະ ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ. ໃນເວລາດຽວກັນ, ພວກເຂົາຕ້ອງໄຈ້ແຍກອຸປະນິໄສທີ່ເສື່ອມຊາມຕ່າງໆ ຂອງຜູ້ຄົນ ໂດຍອີງໃສ່ສະພາວະທີ່ເສື່ອມຊາມທີ່ຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າ, ເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າສາມາດເຫັນວ່າສະພາວະໃດໃຊ້ກັບພວກເຂົາ, ຈົນບັນລຸຄວາມຮູ້ກ່ຽວກັບຕົນເອງ ແລະ ກຽດຊັງ ແລະ ກະບົດຕໍ່ຊາຕານ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າສາມາດຢືນຢັດໃນຄຳພະຍານຂອງພວກເຂົາ, ເອົາຊະນະຊາຕານ ແລະ ຖວາຍກຽດແດ່ພຣະເຈົ້າທ່າມກາງການທົດລອງທຸກປະເພດ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ. ມັນເປັນວຽກງານທີ່ເປັນພື້ນຖານທີ່ສຸດ, ສໍາຄັນທີ່ສຸດ ແລະ ຈຳເປັນທີ່ສຸດຂອງຄຣິດຕະຈັກ. ຖ້າຜູ້ຄົນທີ່ຮັບໃຊ້ເປັນຜູ້ນໍາມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ມີຄຸນນະພາບໃນການເຂົ້າໃຈຄວາມຈິງ, ພວກເຂົາບໍ່ພຽງແຕ່ຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຂອງພຣະທຳເຫຼົ່ານັ້ນ, ພວກເຂົາຍັງຈະສາມາດຊີ້ນໍາ, ນໍາພາ ແລະ ຊ່ວຍເຫຼືອຜູ້ທີ່ພວກເຂົານໍາພາ ໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຂອງພຣະທຳເຫຼົ່ານັ້ນ. ແຕ່ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງແມ່ນສິ່ງທີ່ຜູ້ນໍາປອມຂາດແຄນຢ່າງແທ້ຈິງ. ພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມທີ່ຜູ້ຄົນເປີດເຜີຍໃນສະຖານະການຕ່າງໆ ເຊິ່ງຖືກເປີດເຜີຍໃນພຣະທຳຂອງພຣະອົງ ຫຼື ສະພາວະໃດທີ່ກໍ່ໃຫ້ເກີດການຕໍ່ຕ້ານ, ການຈົ່ມວ່າ ແລະ ການທໍລະຍົດຕໍ່ພຣະເຈົ້າ ແລະ ອື່ນໆ. ຜູ້ນໍາປອມບໍ່ສາມາດໄຕ່ຕອງກ່ຽວກັບຕົນເອງ ຫຼື ເຊື່ອມໂຍງພຣະທຳຂອງພຣະເຈົ້າກັບຕົນເອງ, ພວກເຂົາພຽງແຕ່ເຂົ້າໃຈຫຼັກຄຳສອນເລັກນ້ອຍ ແລະ ລະບຽບການສອງສາມຂໍ້ຈາກຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ. ເມື່ອພວກເຂົາໂອ້ລົມກັບຄົນອື່ນ, ພວກເຂົາພຽງແຕ່ທ່ອງຈຳພຣະທຳບາງຂໍ້ຂອງພຣະອົງ, ຈາກນັ້ນກໍອະທິບາຍຄວາມໝາຍຕາມຕົວອັກສອນຂອງພຣະທຳເຫຼົ່ານັ້ນ. ແລ້ວດ້ວຍເຫດນັ້ນ, ພວກເຂົາຄິດວ່າພວກເຂົາກຳລັງໂອ້ລົມກ່ຽວກັບຄວາມຈິງ ແລະ ເຮັດວຽກງານຕົວຈິງ. ຖ້າຄົນໃດໜຶ່ງສາມາດອ່ານ ແລະ ທ່ອງຈຳພຣະທຳຂອງພຣະເຈົ້າຄືກັບທີ່ພວກເຂົາເຮັດ, ພວກເຂົາຈະຄິດວ່າຄົນນັ້ນເປັນຄົນທີ່ຮັກ ແລະ ເຂົ້າໃຈຄວາມຈິງ. ຜູ້ນໍາປອມພຽງແຕ່ເຂົ້າໃຈຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ; ໂດຍພື້ນຖານແລ້ວ ພວກເຂົາບໍ່ເຂົ້າໃຈຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ດັ່ງນັ້ນຈຶ່ງບໍ່ສາມາດເວົ້າກ່ຽວກັບຄວາມຮູ້ຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳເຫຼົ່ານັ້ນ. ຜູ້ນໍາປອມບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ; ພວກເຂົາເຂົ້າໃຈໄດ້ພຽງຄວາມໝາຍຜິວເຜີນ ແຕ່ກໍເຊື່ອວ່ານັ້ນຄືການຢັ່ງຮູ້ພຣະທຳຂອງພຣະອົງ ແລະ ເຂົ້າໃຈຄວາມຈິງແລ້ວ. ໃນຊີວິດປະຈຳວັນ ພວກເຂົາຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວອັກສອນຢູ່ສະເໝີເພື່ອແນະນໍາ ແລະ ຊ່ວຍເຫຼືອຄົນອື່ນ, ໂດຍເຊື່ອວ່າການເຮັດເຊັ່ນນັ້ນຄືການເຮັດວຽກງານ ແລະ ພວກເຂົາກຳລັງນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຂອງພຣະທຳເຫຼົ່ານັ້ນ. ຄວາມຈິງກໍຄື ເຖິງແມ່ນວ່າຜູ້ນໍາປອມມັກຈະໂອ້ລົມກັບຄົນອື່ນໃນລັກສະນະນີ້ກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ແມ່ນແຕ່ໜ້ອຍດຽວ ແລະ ຜູ້ທີ່ຖືກເລືອກຂອງພຣະເຈົ້າກໍບໍ່ສາມາດປະຕິບັດ ຫຼື ມີປະສົບການກັບພຣະທຳຂອງພຣະອົງ. ບໍ່ວ່າພວກເຂົາຈະເຂົ້າຮ່ວມການເຕົ້າໂຮມ ຫຼື ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ເຂົ້າໃຈຄວາມຈິງ, ທັງບໍ່ມີທາງເຂົ້າສູ່ຊີວິດ ແລະ ບໍ່ມີຜູ້ໃດໃນພວກເຂົາທີ່ສາມາດເວົ້າກ່ຽວກັບຄວາມຮູ້ຈາກປະສົບການຂອງພວກເຂົາ. ເຖິງແມ່ນວ່າມີຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອທີ່ກໍ່ໃຫ້ເກີດການລົບກວນໃນຄຣິດຕະຈັກ, ກໍບໍ່ມີຜູ້ໃດສາມາດແຍກແຍະພວກເຂົາໄດ້. ເມື່ອຜູ້ນໍາປອມເຫັນຜູ້ບໍ່ເຊື່ອ ຫຼື ຄົນຊົ່ວຊ້າທີ່ກໍ່ໃຫ້ເກີດການລົບກວນ, ພວກເຂົາບໍ່ໄດ້ໃຊ້ການແຍກແຍະ, ແຕ່ສະແດງຄວາມຮັກຂອງພວກເຂົາ ແລະ ຊຸກຍູ້ຄົນເຫຼົ່ານັ້ນ, ຂໍໃຫ້ຄົນອື່ນມີຄວາມອົດທົນ ແລະ ໃຈເຢັນຕໍ່ພວກເຂົາ, ປ່ອຍປະລະເລີຍຄົນເຫຼົ່ານີ້ ໃນຂະນະທີ່ພວກເຂົາສືບຕໍ່ກໍ່ໃຫ້ເກີດການລົບກວນໃນຄຣິດຕະຈັກ. ສິ່ງນີ້ເຮັດໃຫ້ວຽກງານແຕ່ລະຢ່າງຂອງຄຣິສຕະຈັກບໍ່ເກີດດອກອອກຜົນເລີຍ. ນີ້ຄືຜົນສະທ້ອນຂອງຄວາມລົ້ມເຫຼວຂອງຜູ້ນໍາປອມໃນການເຮັດວຽກງານຕົວຈິງ. ຜູ້ນໍາປອມບໍ່ສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາ, ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງ. ເມື່ອພວກເຂົາເວົ້າ, ພວກເຂົາເວົ້າໄດ້ພຽງແຕ່ໂຕໜັງສື ແລະ ຫຼັກຄຳສອນ ແລະ ທຸກສິ່ງທີ່ພວກເຂົາບອກໃຫ້ຄົນອື່ນປະຕິບັດກໍຄືຫຼັກຄຳສອນ ແລະ ລະບຽບການຕ່າງໆ. ຕົວຢ່າງ: ເມື່ອຄົນໃດໜຶ່ງເກີດຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ, ຜູ້ນໍາປອມຈະເວົ້າກັບພວກເຂົາວ່າ, “ພຣະທຳຂອງພຣະເຈົ້າໄດ້ກວມເອົາທັງໝົດນີ້ແລ້ວ, ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ມັນກໍຄືຄວາມລອດພົ້ນຂອງມະນຸດ, ມັນຄືຄວາມຮັກ. ເບິ່ງແມວ່າພຣະທຳຂອງພຣະອົງຊັດເຈນ, ແຈ່ມແຈ້ງສໍ່າໃດ. ເຈົ້າຍັງສາມາດເຂົ້າໃຈພຣະອົງຜິດໄດ້ແນວໃດ”. ນີ້ຄືຄຳແນະນໍາປະເພດທີ່ຜູ້ນໍາປອມໃຫ້ກັບຜູ້ຄົນ. ພວກເຂົາເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອກະຕຸ້ນຜູ້ຄົນ, ບັງຄັບພວກເຂົາ ແລະ ເຮັດໃຫ້ພວກເຂົາປະຕິບັດຕາມລະບຽບການ. ສິ່ງນີ້ບໍ່ມີປະສິດທິຜົນແມ່ນແຕ່ໜ້ອຍດຽວ ແລະ ມັນບໍ່ສາມາດແກ້ໄຂບັນຫາໃດໆ ໄດ້. ຜູ້ນໍາປອມສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເພື່ອຊີ້ນໍາຜູ້ຄົນ, ເຊິ່ງເຮັດໃຫ້ຄົນເຫຼົ່ານັ້ນຄິດວ່າການທີ່ສາມາດເວົ້າຫຼັກຄຳສອນໄດ້ໝາຍຄວາມວ່າພວກເຂົາໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງແລ້ວ. ແຕ່ເມື່ອຄວາມຫຍຸ້ງຍາກເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ຮູ້ວ່າຈະປະຕິບັດແນວໃດ, ພວກເຂົາບໍ່ມີເສັ້ນທາງ ແລະ ຄຳເວົ້າ ແລະ ຫຼັກຄຳສອນທັງໝົດທີ່ພວກເຂົາເຂົ້າໃຈກໍຖືກປະຖິ້ມໄວ້. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າການເຂົ້າໃຈຫຼັກຄຳສອນບໍ່ມີປະໂຫຍດ ຫຼື ມີຄຸນຄ່າເລີຍ. ສິ່ງດຽວທີ່ຜູ້ນໍາປອມເຂົ້າໃຈກໍຄືຫຼັກຄຳສອນ. ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາ; ບໍ່ມີຫຼັກການໃນການກະທຳຂອງພວກເຂົາ ແລະ ໃນຊີວິດຂອງພວກເຂົາ ພວກເຂົາພຽງແຕ່ປະຕິບັດຕາມລະບຽບການບາງຢ່າງທີ່ພວກເຂົາຖືວ່າດີ. ຄົນດັ່ງກ່າວບໍ່ມີຄວາມເປັນຈິງແຫ່ງຄວາມຈິງ. ນັ້ນຄືເຫດຜົນທີ່ວ່າ ເມື່ອຜູ້ນໍາປອມນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ມັນບໍ່ມີຜົນທີ່ແທ້ຈິງ. ພວກເຂົາພຽງແຕ່ສາມາດເຮັດໃຫ້ຜູ້ຄົນເຂົ້າໃຈຄວາມໝາຍຂອງພຣະທຳຂອງພຣະເຈົ້າຕາມຕົວອັກສອນ ແລະ ບໍ່ສາມາດຊ່ວຍໃຫ້ພວກເຂົາໄດ້ຮັບແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ ຫຼື ເຂົ້າໃຈວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມປະເພດໃດ. ຜູ້ນໍາປອມບໍ່ເຂົ້າໃຈວ່າສະພາວະຂອງຜູ້ຄົນເປັນແນວໃດ ຫຼື ແມ່ນຫຍັງຄືແກ່ນແທ້ຂອງອຸປະນິໄສທີ່ຜູ້ຄົນເປີດເຜີຍ ເມື່ອພົບພໍ້ກັບສະຖານະການໃດໜຶ່ງ, ຄວນໃຊ້ພຣະທຳຂອງພຣະເຈົ້າຂໍ້ໃດ ເພື່ອແກ້ໄຂສະພາວະທີ່ຜິດພາດ ແລະ ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ມີການກ່າວເຖິງພວກມັນແນວໃດໃນພຣະທຳຂອງພຣະເຈົ້າ, ຂໍ້ກຳນົດ ແລະ ຫຼັກການໃນພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງທີ່ຢູ່ພາຍໃນ. ຜູ້ນໍາປອມບໍ່ເຂົ້າໃຈຫຍັງກ່ຽວກັບຄວາມເປັນຈິງແຫ່ງຄວາມຈິງເຫຼົ່ານີ້. ພວກເຂົາພຽງແຕ່ແນະນໍາຜູ້ຄົນໂດຍເວົ້າວ່າ, “ຈົ່ງກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ມີຄວາມຈິງຢູ່ໃນນັ້ນ. ເຈົ້າຈະເຂົ້າໃຈເມື່ອເຈົ້າໄດ້ອ່ານພຣະທຳຂອງພຣະອົງຫຼາຍຂຶ້ນ. ຖ້າເຈົ້າບໍ່ເຂົ້າໃຈບາງຂໍ້, ພວກເຈົ້າຄວນອະທິຖານ, ສະແຫວງຫາ ແລະ ໄຕ່ຕອງກ່ຽວກັບພຣະທຳເຫຼົ່ານັ້ນໃຫ້ຫຼາຍຂຶ້ນ”. ນີ້ຄືວິທີທີ່ພວກເຂົາໃຫ້ຄຳປຶກສາແກ່ຜູ້ຄົນ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາ ໂດຍການເຮັດເຊັ່ນນັ້ນ. ບໍ່ວ່າຜູ້ໃດຈະພົບບັນຫາ ແລະ ມາສະແຫວງຫາຈາກພວກເຂົາ, ພວກເຂົາກໍເວົ້າສິ່ງດຽວກັນ. ຫຼັງຈາກນັ້ນ, ຄົນນັ້ນກໍຍັງບໍ່ຮູ້ຈັກຕົນເອງ ແລະ ຍັງບໍ່ເຂົ້າໃຈຄວາມຈິງ. ພວກເຂົາຈະບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງຂອງພວກເຂົາເອງ ຫຼື ເຂົ້າໃຈວ່າພວກເຂົາຄວນປະຕິບັດພຣະທຳຂອງພຣະເຈົ້າແນວໃດ ແລະ ພວກເຂົາຈະພຽງແຕ່ຍຶດໝັ້ນກັບຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ ແລະ ລະບຽບການ. ເມື່ອເວົ້າເຖິງຫຼັກການຄວາມຈິງໃນການປະຕິບັດພຣະທຳຂອງພຣະເຈົ້າ ຫຼື ຄວາມເປັນຈິງໃດທີ່ພວກເຂົາຄວນເຂົ້າສູ່, ພວກເຂົາກໍຍັງບໍ່ເຂົ້າໃຈ. ນີ້ຄືສິ່ງທີ່ເກີດຂຶ້ນຈາກວຽກງານຂອງຜູ້ນໍາປອມ. ບໍ່ມີຜົນທີ່ແທ້ຈິງແມ່ນແຕ່ຢ່າງດຽວ.

ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນແຕ່ງກາຍຢ່າງສຸພາບ ແລະ ເໝາະສົມ ໂດຍໃຫ້ສົມກັບຄວາມເປັນໄພ່ພົນ. “ສຸພາບ ແລະ ເໝາະສົມ, ໃຫ້ສົມກັບຄວາມເປັນໄພ່ພົນ”, ລວມທັງໝົດເປັນສິບສອງພະຍາງ, ແຕ່ພວກເຈົ້າເຂົ້າໃຈຄວາມໝາຍຂອງມັນບໍ? (ພວກເຮົາທຸກຄົນຮູ້ທາງຫຼັກຄຳສອນວ່າ ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນແຕ່ງກາຍຢ່າງສຸພາບ ແລະ ເໝາະສົມ ໂດຍໃຫ້ສົມກັບຄວາມເປັນໄພ່ພົນ ແຕ່ເມື່ອແຕ່ງກາຍ ພວກເຮົາບໍ່ຮູ້ວ່າຈະວັດແທກແນວໃດວ່າອັນໃດສຸພາບ ຫຼື ເໝາະສົມ). ສິ່ງນີ້ກ່ຽວຂ້ອງກັບບັນຫາທີ່ວ່າ ມີການເຂົ້າໃຈຄວາມຈິງ ຫຼື ບໍ່. ຖ້າເຈົ້າບໍ່ສາມາດວັດແທກສິ່ງນີ້ໄດ້, ມັນກໍພິສູດແລ້ວວ່າ ເຈົ້າບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ. ແລ້ວການເຂົ້າໃຈພຣະທຳຂອງພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍເຖິງການເຂົ້າໃຈບັນທັດຖານຄວາມສຸພາບ ແລະ ຄວາມເໝາະສົມທີ່ພຣະເຈົ້າກ່າວເຖິງ ຫຼື ໂດຍສະເພາະກໍຄື ສີ ແລະ ຮູບແບບຂອງເຄື່ອງນຸ່ງ. ສີ ແລະ ຮູບແບບໃດທີ່ສຸພາບ ແລະ ເໝາະສົມ? ຜູ້ທີ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງຈະຮູ້ວ່າອັນໃດສຸພາບ ແລະ ເໝາະສົມ ແລະ ອັນໃດແປກປະຫຼາດ. ເຖິງແມ່ນວ່າເຄື່ອງນຸ່ງຈໍານວນໜຶ່ງຈະສຸພາບ ແລະ ເໝາະສົມ, ພວກມັນກໍມີຮູບແບບທີ່ຫຼ້າສະໄໝ. ພຣະເຈົ້າບໍ່ມັກສິ່ງທີ່ຫຼ້າສະໄໝ ແລະ ພຣະອົງບໍ່ໄດ້ຂໍໃຫ້ຜູ້ຄົນຮຽນແບບຮູບແບບຂອງອະດີດ ຫຼື ກາຍເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດ. ສິ່ງທີ່ພຣະເຈົ້າໝາຍເຖິງ “ສຸພາບ ແລະ ເໝາະສົມ” ຄືການມີຄວາມເໝືອນມະນຸດທີ່ປົກກະຕິ, ເບິ່ງສູງສົ່ງ, ສະຫງ່າງາມ ແລະ ມີລະດັບ. ພຣະເຈົ້າບໍ່ໄດ້ຂໍໃຫ້ຜູ້ຄົນນຸ່ງເຄື່ອງທີ່ແປກປະຫຼາດ ແລະ ບໍ່ໄດ້ໃຫ້ແຕ່ງກາຍດ້ວຍເສື້ອຜ້າຂາດໆ ຄືກັບຄົນຍາກຈົນ ແຕ່ພຣະອົງຂໍໃຫ້ຜູ້ຄົນແຕ່ງກາຍຢ່າງສຸພາບ ແລະ ເໝາະສົມ ໂດຍໃຫ້ສົມກັບຄວາມເປັນໄພ່ພົນ. ນີ້ຄືຄວາມເຂົ້າໃຈຂອງຄົນປົກກະຕິ. ແຕ່ຫຼັງຈາກທີ່ໄດ້ຍິນສິ່ງນີ້, ຜູ້ນໍາປອມກໍເກີດຄວາມກະຕືລືລົ້ນຂຶ້ນມາ ໂດຍກ່າວວ່າ “ພຣະທຳຂອງພຣະເຈົ້າໃຫ້ຂອບເຂດແກ່ພວກເຮົາໃນການແຕ່ງກາຍ. ‘ສຸພາບ ແລະ ເໝາະສົມ ໂດຍໃຫ້ສົມກັບຄວາມເປັນໄພ່ພົນ’, ຖ້າພວກເຮົາຮັກສາສິບສອງພະຍາງນີ້ໄວ້, ພວກເຮົາກໍຖວາຍກຽດແກ່ພຣະເຈົ້າ, ບໍ່ນໍາຄວາມອັບອາຍມາສູ່ພຣະອົງ ແລະ ຈະເປັນຄົນທີ່ໄດ້ຮັບການນັບຖືຢ່າງສູງໃນທ່າມກາງຜູ້ບໍ່ເຊື່ອ. ແລ້ວອັນໃດຄືສຸພາບ ແລະ ເໝາະສົມ? ມັນຄືການທີ່ເຈົ້າຕ້ອງເວົ້າ ແລະ ກະທຳດ້ວຍຄວາມຄ້າຍຄືຂອງມະນຸດ ແລະ ຕ້ອງມີມາລະຍາດຂອງຄວາມເປັນໄພ່ພົນ. ເມື່ອເວົ້າເຖິງໄພ່ພົນ, ໂດຍທົ່ວໄປແລ້ວ ພວກເຮົາໝາຍເຖິງໄພ່ພົນໃນສະໄໝບູຮານ. ຖ້າພວກເຮົາຢາກມີມາລະຍາດຂອງຄວາມເປັນໄພ່ພົນ, ພວກເຮົາກໍຕ້ອງຮຽນແບບຮູບແບບຂອງໄພ່ພົນໃນສະໄໝບູຮານ ແຕ່ຖ້າເຈົ້າຍ່າງໄປມາໂດຍນຸ່ງເຄື່ອງບູຮານ, ຜູ້ຄົນກໍຈະຄິດວ່າເຈົ້າເປັນບ້າ. ສິ່ງນີ້ບໍ່ສອດຄ່ອງກັບຫຼັກການຂອງການຖວາຍກຽດແກ່ພຣະເຈົ້າ ແຕ່ຄວນມີບາງຫຼັກຖານກ່ຽວກັບເຄື່ອງນຸ່ງທີ່ໄພ່ພົນໃນສະໄໝບໍ່ດົນມານີ້ນຸ່ງ ເຊິ່ງພວກເຮົາສາມາດຕິດຕາມໄດ້. ສະພາບສັງຄົມດີກວ່າເມື່ອຫຼາຍສິບປີກ່ອນ. ຜູ້ຄົນຮຽບງ່າຍຂຶ້ນ ແລະ ແຕ່ງກາຍແບບອະນຸລັກ ແລະ ເໝາະສົມຂຶ້ນ. ຖ້າເຈົ້າແຕ່ງກາຍຕາມມາດຕະຖານນີ້, ເຈົ້າກໍຈະສຸພາບ ແລະ ເໝາະສົມ ແລະ ມີມາລະຍາດຂອງຄວາມເປັນໄພ່ພົນ. ນີ້ຄືເສັ້ນທາງສຳລັບການປະຕິບັດ”. ເມື່ອພົບວ່າຄົນໃນຊຸມປີ 1970 ແລະ 1980 ນຸ່ງເສື້ອເຊີດສີຂາວ ແລະ ໂສ້ງສີຟ້າ, ລາວກໍບອກອ້າຍເອື້ອຍນ້ອງວ່າ “ຂ້າພະເຈົ້າໄດ້ເຫັນແສງສະຫວ່າງໃນພຣະທຳຂອງພຣະເຈົ້າ. ຄົນໃນຊຸມປີ 70 ແລະ 80 ແຕ່ງກາຍດ້ວຍຊຸດທີ່ຂ້ອນຂ້າງເໝາະສົມ ແລະ ຮຽບງ່າຍ. ບໍ່ສາມາດເວົ້າໄດ້ວ່າພວກມັນມີກຽດ ແຕ່ເບິ່ງຄືວ່າສອດຄ່ອງກັບຂໍ້ກຳນົດໃນພຣະທຳຂອງພຣະເຈົ້າຫຼາຍກວ່າ, ສະນັ້ນ ພວກເຮົາຈະແຕ່ງກາຍຕາມມາດຕະຖານນີ້”. ຜູ້ນໍາໄດ້ນໍາພາໃນການນຸ່ງເຄື່ອງນີ້ ແລະ ທຸກຄົນກໍຄິດວ່າມັນເບິ່ງດີ, ຂ້ອນຂ້າງເໝາະສົມ ແລະ ຮຽບງ່າຍ. ຜູ້ນໍາກ່າວວ່າ “ພຣະເຈົ້າກ່າວວ່າຢ່ານຸ່ງເຄື່ອງທີ່ແປກປະຫຼາດ. ກ່ອນອື່ນໝົດ, ກະດຸມເທິງເສື້ອເຊີດຕ້ອງຕິດຂຶ້ນໄປຈົນຮອດຄໍ ແລະ ກະດຸມທັງໝົດເທິງແຂນເສື້ອກໍຕ້ອງຕິດເຊັ່ນກັນ. ຂໍ້ມືຕ້ອງບໍ່ຖືກເປີດເຜີຍ, ເສື້ອເຊີດຕ້ອງຍັດເຂົ້າໃນໂສ້ງ ແລະ ທຸກຢ່າງຕ້ອງຖືກປົກປິດຢ່າງແໜ້ນໜາ ໂດຍບໍ່ມີການເປີດເຜີຍໜ້າເອິກ ຫຼື ຫຼັງ. ໃຫ້ເບິ່ງວ່າມັນສຸພາບ ແລະ ເໝາະສົມສໍ່າໃດ! ນີ້ບໍ່ແມ່ນສິ່ງທີ່ສຸພາບ ແລະ ເໝາະສົມ ແລະ ມັນບໍ່ສອດຄ່ອງກັບມາລະຍາດຂອງຄວາມເປັນໄພ່ພົນ ດັ່ງທີ່ພຣະເຈົ້າຮຽກຮ້ອງບໍ?” ຜູ້ນໍາພໍໃຈເປັນພິເສດກັບຊຸດທີ່ລາວກຳລັງນຸ່ງຢູ່ໃນຂະນະນັ້ນ ແລະ ໃນເວລາດຽວກັນ ລາວກໍຮຽກຮ້ອງໃຫ້ຄົນອື່ນວ່າ “ເຄື່ອງນຸ່ງຂອງພວກເຈົ້າທັນສະໄໝເກີນໄປ, ເປັນແຟຊັນເກີນໄປ. ພວກມັນນໍາຄວາມອັບອາຍມາສູ່ພຣະເຈົ້າ ແລະ ພຣະອົງບໍ່ມັກພວກມັນ. ທຸກຄົນ, ຟ້າວນຸ່ງເຄື່ອງທີ່ຂ້າພະເຈົ້ານຸ່ງ, ຈົ່ງເປັນຄືກັບຂ້າພະເຈົ້າ!” ຄົນທີ່ບໍ່ມີການແຍກແຍະກໍເຮັດຕາມ, ຊອກຫາ ແລະ ນຸ່ງຊຸດທີ່ເອີ້ນວ່າສຸພາບ ແລະ ເໝາະສົມ ເຊິ່ງສອດຄ່ອງກັບມາລະຍາດຂອງຄວາມເປັນໄພ່ພົນ ແລະ ຄົນສ່ວນໃຫຍ່ກໍເຖິງກັບຄິດວ່າມັນດີ. ແຕ່ບາງຄົນກໍລັງກຽດໃນໃຈຕໍ່ສິ່ງທີ່ຫຼ້າສະໄໝເຫຼົ່ານີ້ ແລະ ຮູ້ສຶກວ່າການເຮັດເຊັ່ນນີ້ບໍ່ເໝາະສົມ ແລະ ຄວາມເຂົ້າໃຈພຣະທຳຂອງພຣະເຈົ້າແບບນີ້ແມ່ນບິດເບືອນ. ເຖິງແມ່ນວ່າບໍ່ສາມາດເວົ້າໄດ້ຢ່າງຊັດເຈນວ່າ ການຟັງຜູ້ນໍາເປັນສິ່ງຖືກ ຫຼື ຜິດ ແລະ ບໍ່ກ້າສະຫຼຸບ, ຄົນເຫຼົ່ານີ້ກໍສະໜັບສະໜູນການບໍ່ເຮັດຕາມກະແສຢ່າງຫຼັບຫູຫຼັບຕາ. ພວກເຂົາເຊື່ອວ່າສິ່ງທີ່ຜູ້ນໍາເວົ້າບໍ່ຖືກຕ້ອງທັງໝົດ ແລະ ພວກເຂົາບໍ່ໄດ້ເຮັດຕາມ. ມີພຽງແຕ່ຄົນໂງ່ເຫຼົ່ານັ້ນ, ຄົນທີ່ຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າດ້ວຍຕົນເອງ, ເຮັດຕາມທຸກຢ່າງທີ່ຜູ້ນໍາປອມເວົ້າ ແລະ ເຮັດທຸກຢ່າງທີ່ພວກເຂົາຖືກບອກໃຫ້ເຮັດ ຕາມວິທີທີ່ພວກເຂົາຖືກບອກໃຫ້ເຮັດ. ພວກເຂົາຕິດຕາມຜູ້ນໍາປອມ ແລະ ຮຽນແບບລາວ, ແຕ່ງກາຍຄືກັນເມື່ອອອກໄປຂ້າງນອກ. ເມື່ອໃດກໍຕາມທີ່ພວກເຂົາອອກໄປທ່າມກາງຝູງຊົນ, ພວກເຂົາກໍຮູ້ສຶກຍິນດີຫຼາຍ ໂດຍຄິດວ່າ “ພວກເຮົາເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ມີມາລະຍາດຂອງຄວາມເປັນໄພ່ພົນຫຼາຍໃນຊຸດຂອງຂ້າພະເຈົ້າ. ພວກເຈົ້ານຸ່ງຫຍັງຢູ່? ທັງມີສີສັນ, ມີຄວາມທັນສະໄໝ, ຈັ່ງແມ່ນເປັນສິ່ງທີ່ຊົ່ວຮ້າຍ! ຈົ່ງເບິ່ງພວກເຮົາ, ພວກເຮົາບໍ່ໄດ້ເປີດເຜີຍຫຍັງເລີຍ!” ພວກເຂົາຄິດວ່າພວກເຂົາໜ້າອັດສະຈັນ. ຜູ້ນໍາປອມບໍ່ພຽງແຕ່ບໍ່ຮັບຮູ້ວ່າ ນີ້ຄືການຕີຄວາມໝາຍພຣະທຳຂອງພຣະເຈົ້າທີ່ຜິດ ແຕ່ທີ່ຈິງແລ້ວ ຍັງຄິດວ່າລາວກຳລັງປະຕິບັດພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຂອງພຣະທຳເຫຼົ່ານັ້ນ. ນີ້ຄືສິ່ງທີ່ຜູ້ນໍາປອມເຮັດ. ແມ່ນແຕ່ຂໍ້ກຳນົດທີ່ງ່າຍດາຍທີ່ສຸດ ແລະ ເຂົ້າໃຈງ່າຍທີ່ສຸດຂອງພຣະເຈົ້າສຳລັບຜູ້ຄົນ, ຜູ້ນໍາປອມກໍບໍ່ສາມາດເຂົ້າໃຈຢ່າງແທ້ຈິງວ່າພຣະທຳຂອງພຣະເຈົ້າໝາຍເຖິງຫຍັງ, ມາດຕະຖານທີ່ກຳນົດ ຫຼື ຫຼັກການຂອງພຣະທຳເຫຼົ່ານັ້ນ. ແລ້ວພວກເຂົາຈະສາມາດເຂົ້າໃຈສິ່ງທີ່ພຣະເຈົ້າກ່າວກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ຫຼື ກ່ຽວກັບສະພາວະທຸກປະເພດຂອງມະນຸດໄດ້ບໍ? ພວກເຂົາສາມາດຮູ້ໄດ້ຢ່າງແນ່ນອນບໍວ່າ ຄວາມຈິງຢູ່ທີ່ນີ້ແມ່ນຫຍັງ? ແນ່ນອນວ່າບໍ່ໄດ້.

ຜູ້ນໍາປອມບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ; ພວກເຂົາຮູ້ພຽງແຕ່ຈາກຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າວ່າ ພຣະເຈົ້າໄດ້ກ່າວສິ່ງໃດ ແຕ່ບໍ່ເຂົ້າໃຈວ່າພຣະທຳຂອງພຣະເຈົ້າສະແດງອອກເຖິງຄວາມຈິງຫຍັງ, ພຣະເຈົ້າຮຽກຮ້ອງຫຍັງຈາກຜູ້ຄົນ ຫຼື ຫຼັກການຄວາມຈິງໃດທີ່ຜູ້ຄົນຄວນທຳຄວາມເຂົ້າໃຈ. ສະນັ້ນ, ເມື່ອພວກເຂົາໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາພຽງແຕ່ຕີຄວາມໝາຍຕາມຕົວອັກສອນ ແລະ ໃຫ້ລະບຽບການບາງຢ່າງແກ່ຜູ້ຄົນ, ໃຫ້ຂໍ້ກຳນົດບາງຢ່າງໃຫ້ຜູ້ຄົນປະຕິບັດຕາມ, ໂດຍໃຊ້ສິ່ງເຫຼົ່ານີ້ເພື່ອພິສູດວ່າພວກເຂົາກໍເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ໄດ້ເຮັດວຽກງານແລ້ວ. ຜູ້ນໍາປອມບາງຄົນເຖິງກັບຄິດວ່າພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ຢ່າງຊັດເຈນແລ້ວ, ພຽງແຕ່ຜູ້ຄົນບໍ່ຍອມກິນ ແລະ ດື່ມພຣະທຳເຫຼົ່ານັ້ນ ຫຼື ບໍ່ພະຍາຍາມ. ເມື່ອເຫັນວ່າທຸກຄົນມີໜັງສືພຣະທຳຂອງພຣະເຈົ້າຢູ່ໃນມື, ພວກເຂົາກໍຖືວ່າການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າເປັນສິ່ງທີ່ຊໍ້າຊ້ອນ. ສະນັ້ນ, ເມື່ອພວກເຂົາພົບບັນຫາໃນລະຫວ່າງການເຕົ້າໂຮມ ຫຼື ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາພຽງແຕ່ສົ່ງຂໍ້ຄວາມບາງຂໍ້ທີ່ຄັດເລືອກມາຈາກພຣະທຳຂອງພຣະເຈົ້າໃຫ້ຜູ້ຄົນ, ໂດຍບອກພວກເຂົາເຊັ່ນວ່າ “ຈົ່ງອ່ານພຣະທຳຂອງພຣະເຈົ້າຕອນນີ້”; “ຈົ່ງອ່ານພຣະທຳຂອງພຣະເຈົ້າຕອນນັ້ນ”; ຫຼື “ພຣະທຳຂອງພຣະເຈົ້າກ່າວເຖິງດ້ານນີ້ແບບນີ້ ແລະ ກ່າວເຖິງດ້ານນັ້ນແບບນັ້ນ”. ພວກເຂົາພຽງແຕ່ສົ່ງຂໍ້ຄວາມທີ່ຄັດເລືອກມາຈາກພຣະທຳຂອງພຣະເຈົ້າໃຫ້ຜູ້ຄົນ, ໂດຍໃຊ້ວິທີການຊັກຊວນເພື່ອຊຸກຍູ້ໃຫ້ຜູ້ຄົນອ່ານພຣະທຳຂອງພຣະເຈົ້າ, ໂດຍເຊື່ອວ່ານີ້ຄືວິທີການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ວ່າພວກເຂົາກຳລັງເຮັດຄວາມຮັບຜິດຊອບຂອງຜູ້ນໍາໃຫ້ສຳເລັດ. ຫຼັງຈາກທີ່ໄດ້ເຫັນພຣະທຳເຫຼົ່ານີ້, ຜູ້ຄົນກໍເວົ້າວ່າ “ຂ້ອຍກໍເຄີຍອ່ານພຣະທຳຂອງພຣະເຈົ້າເຫຼົ່ານີ້ຄືກັນ; ການທີ່ເຈົ້າເກັບກຳພຣະທຳເຫຼົ່ານີ້ມາໃຫ້ຂ້ອຍບໍ່ແມ່ນສິ່ງທີ່ຊໍ້າຊ້ອນບໍ?” ແນວໃດກໍຕາມ, ຜູ້ນໍາປອມກໍຄິດວ່າ “ຖ້າຂ້ອຍບໍ່ສົ່ງໃຫ້ເຈົ້າ, ເຈົ້າກໍຈະບໍ່ສາມາດຊອກຫາໄດ້ວ່າພຣະທຳເຫຼົ່ານີ້ຢູ່ໃນບົດໃດ ຫຼື ໜ້າໃດ. ເຈົ້າບໍ່ຮູ້ແມ່ນແຕ່ບໍລິບົດທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້. ໃນຖານະທີ່ເປັນຜູ້ນໍາ, ຂ້ອຍຄວນຮັບຜິດຊອບໜ້າທີ່ນີ້, ເພື່ອສົ່ງພຣະທຳຂອງພຣະເຈົ້າໃຫ້ເຈົ້າໄດ້ທຸກເວລາ, ທຸກສະຖານທີ່”. ຜູ້ນໍາປອມບາງຄົນ, ດ້ວຍຄວາມຮັກອັນລົ້ນເຫຼືອ, ເຖິງກັບສົ່ງຂໍ້ຄວາມພຣະທຳຂອງພຣະເຈົ້າສິບຫາຊາວຕອນໃຫ້ຄົນໆໜຶ່ງໃນມື້ດຽວ ເພື່ອສະແດງໃຫ້ເຫັນເຖິງຄວາມຈົງຮັກພັກດີຂອງພວກເຂົາຕໍ່ວຽກງານຂອງພວກເຂົາ ແລະ ຄວາມຕັ້ງໃຈຂອງພວກເຂົາທີ່ຈະນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າເຫຼົ່ານີ້ຖືກສົ່ງໃຫ້ຜູ້ຄົນ, ແຕ່ບັນຫາຂອງພວກເຂົາໄດ້ຮັບການແກ້ໄຂບໍ? ພວກເຂົາໄດ້ເຮັດໜ້າທີ່ຂອງຜູ້ນໍາບໍ? ໂດຍສ່ວນຫຼາຍແລ້ວ, ພວກເຂົາບໍ່ໄດ້ເຮັດບົດບາດນີ້, ເພາະຖ້າຜູ້ຄົນສາມາດເຂົ້າໃຈພຣະທຳເຫຼົ່ານີ້ດ້ວຍຕົນເອງ, ພວກເຂົາກໍຈະບໍ່ຕ້ອງການຜູ້ນໍາ. ຂໍ້ຄວາມຈາກພຣະທຳຂອງພຣະເຈົ້າທີ່ຜູ້ນໍາປອມສົ່ງໃຫ້ນັ້ນ ທີ່ຈິງແລ້ວເປັນທີ່ຮູ້ຈັກກັນດີໃນບັນດາຜູ້ທີ່ອ່ານພຣະທຳຂອງພຣະເຈົ້າເລື້ອຍໆ, ແຕ່ແມ່ນຫຍັງທີ່ຜູ້ຄົນຂາດເຂີນ? ແມ່ນຫຍັງຄືຄວາມຫຍຸ້ງຍາກ ແລະ ບັນຫາຂອງພວກເຂົາ? ນັ້ນກໍຄື ເມື່ອເວົ້າເຖິງບັນຫາທີ່ກ່ຽວຂ້ອງກັບຄວາມຈິງເຫຼົ່ານີ້, ເມື່ອປະເຊີນກັບຄວາມຫຍຸ້ງຍາກ, ຜູ້ຄົນບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາເຫຼົ່ານີ້, ບໍ່ຮູ້ວ່າຈະເລີ່ມຕົ້ນແກ້ໄຂພວກມັນຈາກໃສ ແລະ ບໍ່ຮູ້ວິທີເຂົ້າສູ່ຄວາມຈິງເຫຼົ່ານີ້ ແລະ ຜູ້ນໍາປອມກໍບໍ່ຮູ້ເຊັ່ນກັນ. ແລ້ວພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃນເລື່ອງນີ້ໃຫ້ສຳເລັດບໍ? ພວກເຂົາມີຄວາມສາມາດໃນວຽກງານການນໍາພາບໍ? ເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບນີ້ໃຫ້ສຳເລັດ. ຕົວຢ່າງ: ເມື່ອຜູ້ຄົນອ່ານກ່ຽວກັບການເປັນຄົນຊື່ສັດໃນພຣະທຳຂອງພຣະເຈົ້າ, ຜູ້ນໍາປອມ, ເພາະວ່າພວກເຂົາບໍ່ຮູ້ວິທີກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຂາດຄວາມສາມາດໃນການຢັ່ງຮູ້ ແລະ ເຂົ້າໃຈຄວາມຈິງ, ກໍຈະເວົ້າວ່າ: “ຂໍ້ກຳນົດຂອງພຣະເຈົ້າບໍ່ໄດ້ສູງ. ພຣະເຈົ້າຂໍໃຫ້ພວກເຮົາເປັນຄົນຊື່ສັດ ແລະ ການເປັນຄົນຊື່ສັດກໍໝາຍເຖິງການເວົ້າຄວາມຈິງ. ບໍ່ແມ່ນວ່າພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ໝົດແລ້ວບໍວ່າ: ‘ແຕ່ໃຫ້ການສື່ສານຂອງເຈົ້າເປັນ ແມ່ນແລ້ວ, ແມ່ນແລ້ວ; ບໍ່ແມ່ນ, ບໍ່ແມ່ນ’ (ມັດທາຍ 5:37)? ພຣະທຳຂອງພຣະເຈົ້າຊ່າງຊັດເຈນສໍ່າໃດ! ພຽງແຕ່ເວົ້າສິ່ງທີ່ເຈົ້າຄິດ; ມັນຊ່າງງ່າຍດາຍສໍ່າໃດ! ເປັນຫຍັງເຈົ້າຈຶ່ງເຮັດບໍ່ໄດ້? ພຣະທຳຂອງພຣະເຈົ້າຄືຄວາມຈິງ, ພວກເຮົາຕ້ອງປະຕິບັດມັນ. ການບໍ່ປະຕິບັດຄືການກະບົດ ແລະ ພຣະເຈົ້າຊ່ວຍຜູ້ທີ່ກະບົດຕໍ່ພຣະອົງໃຫ້ລອດພົ້ນບໍ? ພຣະອົງບໍ່ຊົງຊ່ວຍ”. ເມື່ອໄດ້ຍິນດັ່ງນີ້, ຜູ້ຄົນກໍຕອບວ່າ “ທຸກສິ່ງທີ່ເຈົ້າເວົ້າມາແມ່ນຖືກຕ້ອງ, ແຕ່ພວກເຮົາກໍຍັງບໍ່ຮູ້ວິທີທີ່ຈະເປັນຄົນຊື່ສັດ. ເພາະຫຼາຍຄັ້ງ, ການເວົ້າຕົວະແມ່ນເປັນສິ່ງທີ່ຫ້າມໃຈບໍ່ໄດ້ ຫຼື ເປັນສິ່ງທີ່ຄົນເຮົາເຮັດເມື່ອບໍ່ມີທາງເລືອກອື່ນ ແລະ ມັນມີເຫດຜົນຢູ່ເບື້ອງຫຼັງ. ຄວນແກ້ໄຂສິ່ງນີ້ແນວໃດ?” ຜູ້ນໍາປອມຈະເວົ້າວ່າແນວໃດ? “ເລື່ອງນີ້ມັນຊິຍາກຫຍັງ? ບໍ່ແມ່ນວ່າພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ຢ່າງຊັດເຈນແລ້ວບໍ? ການເປັນຄົນຊື່ສັດກໍຄືກັບການເປັນເດັກນ້ອຍ; ມັນຊ່າງງ່າຍດາຍສໍ່າໃດ! ບໍ່ວ່າເຈົ້າຈະອາຍຸເທົ່າໃດ, ເຈົ້າເປັນຄືກັບເດັກນ້ອຍບໍ່ໄດ້ບໍ? ພຽງແຕ່ເບິ່ງວ່າເດັກນ້ອຍປະພຶດຕົວແນວໃດ”. ຜູ້ຟັງຈຶ່ງຄິດໄຕ່ຕອງວ່າ: “ພຶດຕິກຳຫຼັກຂອງເດັກນ້ອຍຄືການໄຮ້ດຽງສາ ແລະ ມີຊີວິດຊີວາ, ກະໂດດໂລດເຕັ້ນ, ບໍ່ເປັນຜູ້ໃຫຍ່ ແລະ ບໍ່ເຂົ້າໃຈຫຼາຍສິ່ງ. ເນື່ອງຈາກຜູ້ນໍາໄດ້ເວົ້າເຊັ່ນນັ້ນ, ຂ້ອຍກໍຈະເຮັດຕາມວິທີນີ້”. ມື້ຕໍ່ມາ, ຄົນຜູ້ນີ້ທີ່ຢູ່ໃນຊ່ວງສາມສິບ ຫຼື ສີ່ສິບປີ ກໍໄດ້ມັດຜົມເປຍນ້ອຍສອງຂ້າງ, ໃສ່ຜ້າຄາດຜົມ ແລະ ກິບຕິດຜົມສີບົວ, ນຸ່ງເສື້ອ, ເກີບ ແລະ ຖົງຕີນສີບົວ, ແຕ່ງກາຍດ້ວຍຊຸດສີບົວທັງໝົດ. ເມື່ອເຫັນດັ່ງນີ້, ຜູ້ນໍາກໍເວົ້າວ່າ “ຖືກຕ້ອງແລ້ວ! ຈົ່ງຍ່າງໃຫ້ຄືກັບເດັກນ້ອຍຫຼາຍຂຶ້ນ, ຍ່າງແບບກະໂດດໂລດເຕັ້ນ. ຈົ່ງເວົ້າໃຫ້ໄຮ້ດຽງສາຄືກັບເດັກນ້ອຍຫຼາຍຂຶ້ນ, ດ້ວຍດວງຕາທີ່ປາສະຈາກຄວາມຊົ່ວຮ້າຍ ແລະ ມີຮອຍຍິ້ມເທິງໃບໜ້າ, ນີ້ບໍ່ແມ່ນການກັບຄືນສູ່ທ່າທາງຂອງເດັກນ້ອຍບໍ? ນີ້ຄືຮູບແບບຂອງຄົນຊື່ສັດ!” ຜູ້ນໍາພໍໃຈເປັນຢ່າງຍິ່ງ, ໃນຂະນະທີ່ຄົນອື່ນເຫັນວ່ານີ້ເປັນພຶດຕິກຳທີ່ໂງ່ຈ້າ, ຜິດປົກກະຕິ. ຜູ້ນໍາປອມຜູ້ນີ້ບໍ່ພຽງແຕ່ບໍ່ສາມາດແກ້ໄຂບັນຫາໄດ້, ແຕ່ຍັງບໍ່ຮູ້ວິທີສະແຫວງຫາຫຼັກການຄວາມຈິງເລີຍ, ເປັນການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ແປກປະຫຼາດ. ແມ່ນແຕ່ສຳລັບຄວາມຈິງທີ່ງ່າຍດາຍທີ່ສຸດຂອງການເປັນຄົນຊື່ສັດ, ຜູ້ນໍາປອມກໍບໍ່ຮູ້ວິທີຢັ່ງຮູ້ມັນຢ່າງຖືກຕ້ອງ ແລະ ບໍລິສຸດ, ໄດ້ແຕ່ນຳໃຊ້ລະບຽບການຢ່າງຫຼັບຫູຫຼັບຕາ, ຢັ່ງຮູ້ມັນຢ່າງບິດເບືອນຈົນເປັນຕາໜ້າລັງກຽດຕໍ່ຜູ້ທີ່ໄດ້ຍິນ. ນີ້ຄືສິ່ງທີ່ຜູ້ນໍາປອມເຮັດ.

ຜູ້ນໍາປອມຢັ່ງຮູ້ພຣະທຳຂອງພຣະເຈົ້າໃນຫຼາຍຮູບຫຼາຍແບບ, ຄິດຫາແຕ່ທັດສະນະທີ່ແປກປະຫຼາດ ແລະ ຜິດແປກຕ່າງໆ ນາໆ. ພວກເຂົາຍັງຍົກຊູຄຳຂວັນຂອງການປະຕິບັດ ແລະ ຕິດຕາມພຣະທຳຂອງພຣະເຈົ້າ, ໂດຍຮຽກຮ້ອງໃຫ້ຄົນອື່ນຍອມຮັບ ແລະ ຍຶດໝັ້ນຕາມຄວາມເຂົ້າໃຈຂອງພວກເຂົາ. ສະຫຼຸບກໍຄື ຄົນແບບຜູ້ນໍາປອມເຫຼົ່ານີ້ ມັກຈະມີຄວາມເຂົ້າໃຈທີ່ຜິວເຜີນ ແລະ ບິດເບືອນຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະເຈົ້າ. ຖ້າໃຊ້ຄຳສັບທາງວິນຍານມານິຍາມມັນ, ພວກເຮົາກໍຈະເວົ້າວ່າພວກເຂົາ “ຂາດຄວາມເຂົ້າໃຈຝ່າຍວິນຍານ”. ບໍ່ພຽງແຕ່ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າຈະຖືກບິດເບືອນ, ແຕ່ພວກເຂົາຍັງມັກຮຽກຮ້ອງໃຫ້ຄົນອື່ນປະຕິບັດຕາມຫຼັກຄຳສອນ ແລະ ລະບຽບການທີ່ບິດເບືອນເຫຼົ່ານີ້ຄືກັບພວກເຂົາ. ໃນຂະນະດຽວກັນ, ພວກເຂົາກໍໃຊ້ຄວາມເຂົ້າໃຈທີ່ບິດເບືອນຂອງພວກເຂົາ ເພື່ອປະນາມຜູ້ທີ່ມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບຄວາມຈິງ. ຜູ້ນໍາປອມເຫຼົ່ານີ້ ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ບໍ່ໄດ້ພິຈາລະນາກວດສອບ ແລະ ວິເຄາະພຣະທຳຂອງພຣະເຈົ້າຄືກັບທີ່ພວກຕໍ່ຕ້ານພຣະຄຣິດເຮັດ. ເມື່ອເບິ່ງຈາກພາຍນອກ, ມັນເບິ່ງຄືວ່າພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ດ້ວຍທ່າທີທີ່ອ່ອນນ້ອມເຊື່ອຟັງໃນການກິນ ແລະ ດື່ມ ແລະ ຍອມຮັບ. ແນວໃດກໍຕາມ, ຍ້ອນຄຸນນະພາບທີ່ຕໍ່າ ແລະ ຄວາມບໍ່ສາມາດຢັ່ງຮູ້ພຣະທຳຂອງພຣະເຈົ້າໄດ້, ພວກເຂົາຈຶ່ງປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບວ່າພວກມັນເປັນຕຳລາຮຽນ, ໂດຍເຊື່ອວ່າພຣະທຳຂອງພຣະເຈົ້າເປັນໄປຕາມເຫດຜົນທີ່ວ່າ “ໜຶ່ງບວກໜຶ່ງເທົ່າກັບສອງ, ສອງບວກສອງເທົ່າກັບສີ່”. ພວກເຂົາບໍ່ຮູ້ວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ເພື່ອທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ຄົນເຮົາຕ້ອງເຂົ້າໃຈວ່າ ຄວາມຈິງທີ່ກ່າວໄວ້ໃນພຣະທຳຂອງພຣະເຈົ້າໝາຍເຖິງຫຍັງ ແລະ ສະພາວະ ແລະ ເນື້ອໃນຕ່າງໆ ທີ່ຄວາມຈິງເຫຼົ່ານີ້ກ່ຽວຂ້ອງນັ້ນແມ່ນຫຍັງ. ເມື່ອຄົນອື່ນຢັ່ງຮູ້ພຣະທຳຂອງພຣະເຈົ້າໃນລັກສະນະທີ່ເປັນຮູບປະທຳ ແລະ ເປັນຈິງຫຼາຍ, ພວກເຂົາກໍຖືວ່າມັນຜິວເຜີນ ແລະ ບໍ່ຄຸ້ມຄ່າທີ່ຈະຟັງ, ໂດຍເວົ້າວ່າ “ຂ້ອຍເຂົ້າໃຈທັງໝົດແລ້ວ, ຂ້ອຍຮູ້ທຸກຢ່າງ. ສິ່ງທີ່ເຈົ້າກຳລັງເວົ້າຢູ່ນັ້ນ ໄດ້ຖືກອະທິບາຍໄວ້ຢ່າງຊັດເຈນແລ້ວໃນພຣະທຳຂອງພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງຕ້ອງເວົ້າມັນອີກ?” ທີ່ຈິງແລ້ວ, ພວກເຂົາບໍ່ຮູ້ວ່າສິ່ງທີ່ຄົນອື່ນກຳລັງສົນທະນານັ້ນ ກ່ຽວຂ້ອງກັບເນື້ອໃນສະເພາະທີ່ກ່ຽວພັນກັບຄວາມຈິງໃນພຣະທຳຂອງພຣະເຈົ້າ. ເພາະວ່າຜູ້ນໍາປອມເຫຼົ່ານີ້ຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ພວກເຂົາຈຶ່ງຄິດວ່າ ຄວາມຈິງທັງໝົດກໍຄືໆກັນ, ໂດຍບໍ່ມີຄວາມແຕກຕ່າງທີ່ສະເພາະເຈາະຈົງ ໃນບັນດາບັນຫາທີ່ຄວາມຈິງໄດ້ພາດພິງເຖິງ; ພວກເຂົາເຊື່ອວ່າ ບໍ່ວ່າຈະເວົ້າໄປບໍ່ຈົບບໍ່ສິ້ນກ່ຽວກັບສິ່ງເຫຼົ່ານີ້, ໂດຍພື້ນຖານແລ້ວມັນກໍເປັນບັນຫາດຽວກັນ. ຄວາມເຊື່ອແບບນີ້ສະແດງເຖິງບັນຫາທີ່ຮ້າຍແຮງ ແລະ ມັນກໍກຳນົດໂຊກຊະຕາໃຫ້ຄົນເຊັ່ນນັ້ນບໍ່ມີທາງເຂົ້າໃຈຄວາມຈິງໄດ້ເລີຍ.

ຜູ້ນໍາປອມບໍ່ສາມາດນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້

ຕອນນີ້, ມີບຸກຄົນທີ່ມີຄຸນນະພາບດີ ແລະ ມີຄວາມສາມາດໃນການຢັ່ງຮູ້ ເປັນຜູ້ທີ່ໄດ້ຮັບປະສົບການບາງຢ່າງ ແລະ ເຂົ້າສູ່ພຣະທຳພື້ນຖານຂອງພຣະເຈົ້າແລ້ວ ແລະ ມີຄວາມເປັນຈິງແຫ່ງຄວາມຈິງຢູ່ແດ່, ແຕ່ພວກເຂົາຕ້ອງການການຊີ້ນໍາ ແລະ ການນໍາພາທີ່ສະເພາະເຈາະຈົງຫຼາຍຂຶ້ນ ເພື່ອໃຫ້ການເຂົ້າສູ່ຂອງພວກເຂົາສາມາດລະອຽດຍິ່ງຂຶ້ນ ແລະ ເຈາະຈົງຫຼາຍຂຶ້ນ. ມີພຽງແຕ່ຜູ້ນໍາປອມເທົ່ານັ້ນທີ່ບໍ່ເຂົ້າໃຈວ່າ ລາຍລະອຽດສະເພາະຂອງຄວາມຈິງໝາຍເຖິງຫຍັງ ຫຼື ເປັນຫຍັງຈຶ່ງກ່າວເຖິງໃນລັກສະນະນັ້ນ, ໂດຍຄິດວ່າມັນເປັນການເຮັດໃຫ້ສິ່ງຕ່າງໆ ຊັບຊ້ອນໂດຍບໍ່ຈຳເປັນ ຫຼື ເປັນການຫຼິ້ນຄຳ. ພວກເຂົາບໍ່ເຂົ້າໃຈ ຫຼື ບໍ່ຮູ້ວິທີທີ່ຈະຢັ່ງຮູ້ ຫຼື ມີປະສົບການກັບດ້ານຕ່າງໆ ທີ່ກ່ຽວຂ້ອງກັບຄວາມຈິງ. ສະນັ້ນ, ສິ່ງທີ່ພວກເຂົາສາມາດເຮັດໄດ້ຫຼັງຈາກທີ່ກາຍມາເປັນຜູ້ນໍາ ກໍເປັນພຽງການນໍາພາຜູ້ຄົນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າທີ່ໂອ້ລົມກັນເປັນປະຈຳ, ຈາກນັ້ນກໍເວົ້າເຖິງຫຼັກຄຳສອນບາງຢ່າງ ແລະ ສະຫຼຸບວິທີການປະຕິບັດບາງຢ່າງຂອງການປະຕິບັດຕາມລະບຽບການ ແລະ ສິ່ງທີ່ຜູ້ຄົນໄດ້ຮັບຈາກພວກເຂົາກໍເປັນພຽງຄຳສັບທາງວິນຍານທີ່ຜິວເຜີນ ແລະ ຄຳເວົ້າ ແລະ ຫຼັກຄຳສອນ, ລະບຽບການ ແລະ ຄຳຂວັນທີ່ເວົ້າກັນເປັນປະຈຳເທົ່ານັ້ນ. ສຳລັບຜູ້ທີ່ຫາກໍເຊື່ອໃໝ່, ຄຳເທດສະໜາຂອງຜູ້ນໍາປອມອາດຈະພຽງພໍສຳລັບໜຶ່ງ ຫຼື ສອງປີ, ແຕ່ຫຼັງຈາກໜຶ່ງ ຫຼື ສອງປີ, ຜູ້ທີ່ເລີ່ມເຂົ້າໃຈຄວາມຈິງບາງຢ່າງກໍຈະເລີ່ມແຍກແຍະຄຳເວົ້າ ແລະ ວິທີການຂອງຜູ້ນໍາປອມໄດ້. ສ່ວນຜູ້ທີ່ໂດຍພື້ນຖານແລ້ວຂາດຄວາມສາມາດໃນການຢັ່ງຮູ້, ບໍ່ວ່າຜູ້ນໍາປອມຈະເທດສະໜາແນວໃດ, ພວກເຂົາກໍບໍ່ຮູ້ສຶກຫຍັງ, ບໍ່ມີຄວາມຮັບຮູ້ ແລະ ບໍ່ຮັບຮູ້ວ່າສິ່ງທີ່ຜູ້ນໍາເຫຼົ່ານີ້ກຳລັງເທດສະໜານັ້ນເປັນພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ສິ່ງທີ່ພວກເຂົາເຂົ້າໃຈກໍເປັນພຽງທິດສະດີບາງຢ່າງທີ່ໄຮ້ແກ່ນສານ, ຄຳຂວັນ ແລະ ລະບຽບການ, ເຊິ່ງບໍ່ແມ່ນຄວາມຈິງເລີຍ. ໂດຍອີງໃສ່ການສະແດງອອກເຫຼົ່ານີ້, ຜູ້ນໍາປອມສາມາດເຮັດໜ້າທີ່ຮັບຜິດຊອບ “ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໃຫ້ເຂົ້າໃຈ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໄດ້ບໍ? ພວກເຂົາສາມາດປະຕິບັດບົດບາດນີ້ໃຫ້ສຳເລັດໄດ້ບໍ? ພວກເຂົາສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນໄດ້ບໍ? (ບໍ່ໄດ້.) ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດໄດ້? ບັນຫາສຳຄັນແມ່ນຫຍັງ? (ຄົນປະເພດນີ້ຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດຢັ່ງຮູ້ຄວາມຈິງໄດ້.) ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດຢັ່ງຮູ້ຄວາມຈິງໄດ້, ແຕ່ພວກເຂົາຍັງຢາກນໍາພາຄົນອື່ນ, ນີ້ເປັນສິ່ງທີ່ເປັນໄປບໍ່ໄດ້ຢ່າງສິ້ນເຊີງ! ການຄາດຫວັງໃຫ້ຜູ້ນໍາປອມນໍາພາຜູ້ຄົນໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້ານັ້ນ ກໍຄືກັບການເຂັນຄົກຂຶ້ນພູ, ມັນຈະບໍ່ເກີດຂຶ້ນເລີຍ! ຍົກຕົວຢ່າງການເປັນຄົນຊື່ສັດ: ພຣະທຳຂອງພຣະເຈົ້າກ່າວເຖິງປະເດັນນີ້ແບບທຳມະດາພໍສົມຄວນ, ເປັນພຽງສອງສາມປະໂຫຍກ, ບໍ່ຊັບຊ້ອນ. ໃຜກໍຕາມທີ່ມີການສຶກສາໜ້ອຍໜຶ່ງກໍຮູ້ວ່າຄຳເວົ້າເຫຼົ່ານີ້ໝາຍຄວາມວ່າແນວໃດ. ແຕ່ຜູ້ນໍາປອມ, ເພື່ອພິສູດວ່າພວກເຂົາມີຄວາມສາມາດໃນວຽກງານ ແລະ ສາມາດນໍາພາຜູ້ຄົນໄດ້, ຈຶ່ງໄດ້ອະທິບາຍຢ່າງລະອຽດບົນພື້ນຖານພຣະທຳຂອງພຣະເຈົ້າວ່າ: “ແມ່ນຫຍັງຄືຄວາມໝາຍສຳຄັນຂອງຂໍ້ກຳນົດຂອງພຣະເຈົ້າທີ່ໃຫ້ຜູ້ຄົນເປັນຄົນຊື່ສັດ? ນັ້ນກໍຄື ການເປັນຄົນຊື່ສັດແມ່ນສິ່ງທີ່ພຣະເຈົ້າຮັກ. ຜູ້ບໍ່ເຊື່ອບໍ່ແມ່ນຄົນຊື່ສັດ, ພວກເຂົາບໍ່ເວົ້າຄວາມຈິງ ແລະ ສິ່ງທີ່ພວກເຂົາເວົ້າກໍລ້ວນແລ້ວແຕ່ເປັນຄຳຕົວະ ແລະ ຄຳເວົ້າທີ່ຫຼອກລວງ; ໂລກທັງໝົດເປັນປະເທດແຫ່ງຄວາມຈອມປອມທີ່ໃຫຍ່ຫຼວງ. ສະນັ້ນ, ສິ່ງທຳອິດທີ່ພຣະເຈົ້າຮຽກຮ້ອງເມື່ອພຣະອົງສະເດັດມາໃນມື້ນີ້ກໍຄືໃຫ້ຜູ້ຄົນເປັນຄົນຊື່ສັດ. ຖ້າເຈົ້າບໍ່ແມ່ນຄົນຊື່ສັດ, ພຣະເຈົ້າກໍຈະບໍ່ຮັກເຈົ້າ; ຖ້າເຈົ້າບໍ່ແມ່ນຄົນຊື່ສັດ, ເຈົ້າກໍບໍ່ສາມາດລອດພົ້ນໄດ້, ທັງບໍ່ສາມາດເຂົ້າສູ່ລາຊະອານາຈັກໄດ້; ຖ້າເຈົ້າບໍ່ແມ່ນຄົນຊື່ສັດ, ເຈົ້າກໍບໍ່ສາມາດປະຕິບັດຄວາມຈິງໄດ້ ແລະ ເຈົ້າກໍເປັນຄົນເລ່ຫຼ່ຽມຢ່າງແນ່ນອນ; ຖ້າເຈົ້າບໍ່ແມ່ນຄົນຊື່ສັດ, ເຈົ້າກໍບໍ່ໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງ”. ຕອນນີ້ພວກເຈົ້າເຂົ້າໃຈວິທີທີ່ຈະເປັນຄົນຊື່ສັດແລ້ວບໍ? (ບໍ່.) ຫຼັງຈາກທັງໝົດນັ້ນ, ມັນກໍຍັງບໍ່ຊັດເຈນ. ຜູ້ເຊື່ອໃໝ່, ເມື່ອໄດ້ຍິນດັ່ງນີ້, ກໍຮູ້ສຶກວ່າຄຳເວົ້າເຫຼົ່ານີ້ດີເລີດ, ເປັນສິ່ງທີ່ພວກເຂົາບໍ່ເຄີຍໄດ້ຍິນມາຕະຫຼອດຊາວ ຫຼື ສາມສິບປີໃນສາສະໜາ. ບາງຄົນເຖິງກັບເວົ້າວ່າ “ຄຳເວົ້າເຫຼົ່ານີ້ຊົງພະລັງ, ທຸກປະໂຫຍກສົມຄວນໄດ້ຮັບຄຳວ່າ ‘ອາແມນ’. ຄຳເທດສະໜານີ້ດີແທ້ໆ, ມັນເປັນຄຳເທດສະໜາຂອງຍຸກແຫ່ງລາຊະອານາຈັກຢ່າງແທ້ຈິງ!” ຈາກນັ້ນ ຜູ້ນໍາປອມກໍກ່າວຕໍ່ໄປວ່າ: “ພຣະເຈົ້າຂໍໃຫ້ພວກເຮົາເປັນຄົນຊື່ສັດ, ແລ້ວພວກເຮົາເປັນຄົນຊື່ສັດບໍ?” ບາງຄົນກໍຄິດໄຕ່ຕອງກ່ຽວກັບເລື່ອງນີ້ວ່າ: “ເນື່ອງຈາກພຣະເຈົ້າກຳລັງຂໍໃຫ້ພວກເຮົາເປັນຄົນຊື່ສັດ, ມັນກໍໝາຍຄວາມວ່າພວກເຮົາຍັງບໍ່ແມ່ນຄົນຊື່ສັດ”. ບາງຄົນກໍມິດຢູ່, ໂດຍຄິດວ່າ “ຂ້ອຍຖືວ່າຕົນເອງເປັນຄົນທີ່ຂ້ອນຂ້າງໄຮ້ດຽງສາ. ຂ້ອຍບໍ່ເຄີຍຕໍ່ສູ້ກັບຄົນອື່ນ ແລະ ເມື່ອເຮັດທຸລະກິດ, ຂ້ອຍກໍບໍ່ກ້າສໍ້ໂກງໃຜ. ບາງຄັ້ງ, ຖ້າຂ້ອຍເອົາປຽບເລັກນ້ອຍ, ຂ້ອຍກໍເຖິງກັບນອນບໍ່ຫຼັບໃນຕອນກາງຄືນ. ຂ້ອຍເປັນຄົນຊື່ສັດບໍ? ຂ້ອຍຄິດວ່າຂ້ອຍເປັນຄົນໄຮ້ດຽງສາ ແລະ ນັ້ນບໍ່ໄດ້ໝາຍຄວາມວ່າເປັນສິ່ງດຽວກັນກັບການເປັນຄົນຊື່ສັດບໍ?” ຄົນອື່ນກໍເວົ້າວ່າ “ຂ້ອຍເປັນຄົນທີ່ເວົ້າຕົວະບໍ່ເປັນ ໂດຍທຳມະຊາດ. ໜ້າຂອງຂ້ອຍຈະແດງຂຶ້ນທຸກຄັ້ງທີ່ຂ້ອຍເວົ້າສິ່ງທີ່ບໍ່ຈິງ, ສະນັ້ນ ຂ້ອຍຕ້ອງເປັນຄົນຊື່ສັດ, ແມ່ນບໍ່?” ຈາກນັ້ນ ຜູ້ນໍາປອມກໍກ່າວຕື່ມວ່າ “ບໍ່ວ່າເຈົ້າຈະເປັນຄົນຊື່ສັດ ຫຼື ບໍ່ກໍຕາມ, ເນື່ອງຈາກພຣະທຳຂອງພຣະເຈົ້າຂໍໃຫ້ພວກເຮົາເປັນຄົນຊື່ສັດ, ມັນຈຶ່ງເປັນສິ່ງຈຳເປັນທີ່ເຈົ້າຈະຕ້ອງເປັນຄົນຊື່ສັດ. ຖ້າເຈົ້າກະທຳຕາມພຣະທຳຂອງພຣະເຈົ້າ, ເຈົ້າກໍເປັນຄົນຊື່ສັດ. ຈາກນັ້ນ ເຈົ້າກໍຈະຫຼຸດພົ້ນຈາກຄວາມເລ່ຫຼ່ຽມ, ຈາກການຜູກມັດຂອງອິດທິພົນແຫ່ງຄວາມມືດຂອງຊາຕານ. ຫຼັງຈາກທີ່ເຈົ້າກາຍເປັນຄົນຊື່ສັດ, ເຈົ້າກໍຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ສາມາດເຮັດໜ້າທີ່ຂອງຕົນໄດ້ສຳເລັດ ແລະ ສາມາດຍອມອ່ອນນ້ອມຕໍ່ພຣະເຈົ້າ”. ຕອນນີ້ພວກເຈົ້າເຂົ້າໃຈວິທີທີ່ຈະເປັນຄົນຊື່ສັດແລ້ວບໍ? (ບໍ່.) ແຕ່ບາງຄົນກໍດີໃຈວ່າ: “ຄຳເວົ້າເຫຼົ່ານີ້ຊົງພະລັງ. ອາແມນ! ທຸກປະໂຫຍກຖືກຕ້ອງ. ບໍ່ມີຄຳໃດທີ່ມາຈາກພຣະທຳຂອງພຣະເຈົ້າໂດຍກົງ, ແຕ່ທັງໝົດແມ່ນຢັ່ງຮູ້ມາຈາກພຣະທຳຂອງພຣະເຈົ້າ. ຄວາມເຂົ້າໃຈນີ້ໜ້າອັດສະຈັນແທ້ໆ! ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຢັ່ງຮູ້ແບບນີ້ໄດ້? ມັນເບິ່ງຄືວ່າຜູ້ນໍາຄົນນີ້ສົມຄວນກັບຕຳແໜ່ງຢ່າງແທ້ຈິງ, ພວກເຂົາເກີດມາເພື່ອເປັນຜູ້ນໍາແທ້ໆ!” ຜູ້ທີ່ມີຄຸນນະພາບ ແລະ ສະຫຼາດຫຼັກແຫຼມກໍຄິດໄຕ່ຕອງ ຫຼັງຈາກທີ່ໄດ້ຍິນດັ່ງນີ້ວ່າ: “ເຈົ້າຍັງບໍ່ໄດ້ອະທິບາຍວ່າຄົນຊື່ສັດແມ່ນຫຍັງ. ຄົນເຮົາຈະເປັນຄົນຊື່ສັດໄດ້ແນວໃດແທ້?” ຜູ້ນໍາປອມກໍກ່າວຕໍ່ໄປວ່າ: “ການເປັນຄົນຊື່ສັດໝາຍເຖິງການບໍ່ເວົ້າຕົວະ. ຕົວຢ່າງ: ຖ້າເຈົ້າເຄີຍເຮັດຜິດບາບທາງເພດມາກ່ອນ, ແລ້ວເຈົ້າກໍອະທິຖານຫາພຣະເຈົ້າ ແລະ ສາລະພາບບາບວ່າເຈົ້າໄດ້ເຮັດຈັກຄັ້ງ ແລະ ເຮັດກັບໃຜ. ຖ້າເຈົ້າຮູ້ສຶກວ່າເຈົ້າບໍ່ສາມາດເຫັນ ຫຼື ແຕະຕ້ອງພຣະເຈົ້າໄດ້, ແລ້ວເຈົ້າກໍຕ້ອງສາລະພາບບາບຕໍ່ຜູ້ນໍາ, ໂດຍຊີ້ແຈງທຸກຢ່າງໃຫ້ຊັດເຈນ. ການສາລະພາບບາບຢ່າງກົງໄປກົງມາຄືຂໍ້ກຳນົດພື້ນຖານທີ່ສຸດຂອງການເປັນຄົນຊື່ສັດ. ນອກຈາກນັ້ນ, ມັນກໍກ່ຽວກັບການເວົ້າສິ່ງທີ່ຢູ່ໃນໃຈຂອງເຈົ້າອອກມາ, ບໍ່ປະສົມເອົາຄວາມບໍ່ຈິງເຂົ້າໃນສິ່ງໃດສິ່ງໜຶ່ງ. ເຈົ້າຄິດແນວໃດກ່ຽວກັບສິ່ງໃດສິ່ງໜຶ່ງ, ເຈົ້າມີເຈດຕະນາຫຍັງ, ເຈົ້າເປີດເຜີຍຄວາມເສື່ອມຊາມຫຍັງ, ເຈົ້າກຽດຊັງ ຫຼື ໄດ້ສາບແຊ່ງໃຜໃນໃຈຂອງເຈົ້າ, ເຈົ້າຢາກທຳຮ້າຍ ຫຼື ວາງແຜນຕໍ່ຕ້ານໃຜ, ທັງໝົດຄວນຖືກສາລະພາບບາບຕໍ່ບຸກຄົນເຫຼົ່ານັ້ນ. ໂດຍການເຮັດເຊັ່ນນັ້ນ, ເຈົ້າກໍຈະກາຍເປັນຄົນທີ່ເປີດເຜີຍ ແລະ ກົງໄປກົງມາ, ດຳລົງຊີວິດຢູ່ໃນຄວາມສະຫວ່າງ. ນີ້ຄືຄວາມໝາຍຂອງການເປັນຄົນຊື່ສັດ. ຄົນຊື່ສັດຕ້ອງປະຖິ້ມອັດຕະຂອງຕົນ; ພວກເຂົາຕ້ອງສາມາດສະແດງອອກ ແລະ ໄຈ້ແຍກສ່ວນທີ່ຊົ່ວຮ້າຍທີ່ສຸດ ແລະ ມືດມົນທີ່ສຸດຂອງຫົວໃຈຂອງພວກເຂົາ”. ເມື່ອໄດ້ຍິນດັ່ງນີ້, ຕອນນີ້ ພວກເຈົ້າເຂົ້າໃຈວິທີທີ່ຈະເປັນຄົນຊື່ສັດແລ້ວບໍ? (ຍັງບໍ່.) ແມ່ນແຕ່ຫຼັງຈາກທີ່ໄດ້ຟັງແລ້ວ, ສິ່ງທີ່ຄົນເຮົາເຂົ້າໃຈກໍເປັນພຽງຫຼັກຄຳສອນ, ບໍ່ແມ່ນການປະຕິບັດທີ່ສະເພາະເຈາະຈົງ. ດ້ວຍການຢັ່ງຮູ້ພຣະທຳຂອງພຣະເຈົ້າເຊັ່ນນີ້, ຜູ້ນໍາປອມຈຶ່ງນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ພວກເຂົາຍັງໂອ້ລົມກັນໃນລັກສະນະນີ້, ໂດຍຄິດວ່າພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າຫຼາຍທີ່ສຸດ, ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ສາມາດນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າໄດ້. ທີ່ຈິງແລ້ວ ສິ່ງທີ່ພວກເຂົາຢັ່ງຮູ້ໄດ້ ແລະ ໂອ້ລົມນັ້ນ ລ້ວນແລ້ວແຕ່ເປັນພຽງຫຼັກຄຳສອນ ແລະ ຄຳຂວັນ, ໂດຍບໍ່ໄດ້ຊ່ວຍເຫຼືອໃດໆ ເລີຍຕໍ່ຜູ້ທີ່ປາຖະໜາທີ່ຈະສະແຫວງຫາຄວາມເປັນຈິງແຫ່ງຄວາມຈິງ ແລະ ເຂົ້າໃຈຫຼັກການຄວາມຈິງ. ແຕ່ເຖິງຢ່າງໃດກໍຕາມ, ຜູ້ນໍາປອມກໍຍັງເຊື່ອວ່າພວກເຂົາມີຄວາມສາມາດໃນການຢັ່ງຮູ້ທີ່ຍິ່ງໃຫຍ່, ມີຄວາມເຂົ້າໃຈທີ່ເປັນເອກະລັກກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເໜືອກວ່າຄົນທຳມະດາ. ພວກເຂົາທຽວເທດສະໜາຫຼັກຄຳສອນ ແລະ ຄຳຂວັນເຫຼົ່ານີ້, ເຖິງຂັ້ນປຽບທຽບຕົນເອງກັບຄົນອື່ນ, ມັກໃຊ້ຫຼັກຄຳສອນ ແລະ ຄຳຂວັນເຫຼົ່ານີ້ເພື່ອເປີດສົງຄາມນໍ້າລາຍໃສ່ກັນ ແລະ ເຖິງຂັ້ນມັກໃຊ້ພວກມັນເພື່ອສັ່ງສອນ, ລິຮານ, ຕັດສິນ ແລະ ປະນາມຜູ້ຄົນ. ພວກເຂົາຄິດວ່າ ໂດຍການເຮັດເຊັ່ນນັ້ນ, ພວກເຂົາກຳລັງເຮັດວຽກງານ, ກຳລັງນຳເອົາພຣະທຳຂອງພຣະເຈົ້າມາສູ່ຊີວິດຈິງ ແລະ ກຳລັງນຳໃຊ້ພຣະທຳຂອງພຣະເຈົ້າ. ນີ້ບໍ່ແມ່ນເລື່ອງທີ່ສ້າງຄວາມລຳບາກບໍ? ຜູ້ນໍາປອມບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້, ພວກເຂົາບໍ່ສາມາດນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າໄດ້. ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍສາມາດໂອ້ລົມໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ແຕ່ພວກເຂົາກໍຍັງທຽວເທດສະໜາ ແລະ ໂອ້ອວດພວກມັນ. ແນວໃດກໍຕາມ, ທີ່ຈິງແລ້ວ, ພວກເຂົາບໍ່ເຂົ້າໃຈຄວາມຈິງໃດໆ ໃນພຣະທຳຂອງພຣະເຈົ້າເລີຍ. ຕົວຢ່າງ: ພວກເຂົາບໍ່ເຂົ້າໃຈຄຳສັບທາງວິນຍານທີ່ຄ້າຍຄືກັນ ຫຼື ຖ້ອຍຄຳທີ່ຄ້າຍຄືກັນ, ທັງບໍ່ຮູ້ຄວາມແຕກຕ່າງລະຫວ່າງພວກມັນ ຫຼື ວິທີປັບໃຊ້ພວກມັນໃຫ້ເຂົ້າກັບສະຖານະການຕົວຈິງ. ນອກເໜືອຈາກການຍຶດໝັ້ນລະບຽບການ ແລະ ການເວົ້າຄຳເວົ້າ ແລະ ຫຼັກຄຳສອນແລ້ວ, ພວກເຂົາກໍຂາດຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ບໍ່ໄດ້ປະຕິບັດພຣະທຳເຫຼົ່ານັ້ນຢ່າງແທ້ຈິງ. ສະນັ້ນ, ມັນຊັດເຈນວ່າ ຜູ້ນໍາປອມເອງກໍບໍ່ເຂົ້າໃຈຄວາມຈິງ, ທັງບໍ່ມີຄວາມສາມາດທີ່ຈະນໍາພາຜູ້ຄົນໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້. ພວກເຮົາໄດ້ຍົກຕົວຢ່າງເລື່ອງນີ້ດ້ວຍການເປັນຄົນຊື່ສັດ. ຜູ້ນໍາປອມ ທີ່ບໍ່ຮູ້ວິທີຮັບຮູ້ຄວາມຈິງຂອງການເປັນຄົນຊື່ສັດ ກໍໄດ້ແຕ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນ ແລະ ເທດສະໜາຄຳຂວັນ, ນໍາພາພວກຄົນໂງ່ ແລະ ຄົນເບົາປັນຍາເຫຼົ່ານັ້ນ ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານໄປໃນທາງທີ່ຜິດ, ເຮັດໃຫ້ພວກເຂົາສັບສົນຈົນບໍ່ຮູ້ເໜືອຮູ້ໃຕ້. ຫຼັງຈາກທີ່ໄດ້ຟັງຄຳເວົ້າ ແລະ ຫຼັກຄຳສອນເຫຼົ່ານີ້, ພວກເຂົາກໍຍິ່ງເຄົາລົບບູຊາຜູ້ນໍາປອມເປັນພິເສດ ແລະ ຫຼັງຈາກທີ່ຕິດຕາມພວກເຂົາເປັນເວລາຫຼາຍປີ, ໃນທີ່ສຸດກໍບໍ່ເຂົ້າໃຈແມ່ນແຕ່ຄວາມຈິງທີ່ເປັນພື້ນຖານທີ່ສຸດ, ໂດຍບໍ່ມີການເຂົ້າສູ່ໃດໆ ເລີຍ. ພວກເຮົາຈະສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບລາຍການນີ້ໄວ້ພຽງເທົ່ານີ້.

ລາຍການທີສອງ: ກໍາແໜ້ນສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ

ຜູ້ນໍາປອມບໍ່ສາມາດເບິ່ງທະລຸໄປເຖິງສະພາວະຂອງຄົນແຕ່ລະປະເພດ

ຄວາມຮັບຜິດຊອບຂໍ້ທີສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການກຳແໜ້ນສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ. ຜູ້ນໍາປອມຈັດຕັ້ງປະຕິບັດວຽກງານນີ້ແນວໃດ? ພວກເຂົາມີຄວາມສາມາດພຽງພໍສຳລັບໜ້າວຽກນີ້ບໍ? ໃຫ້ພວກເຮົາໄຈ້ແຍກຈຸດນີ້. ການກຳແໜ້ນສະພາວະຂອງຄົນແຕ່ລະປະເພດ, ສິ່ງນີ້ບັນລຸໄດ້ບົນພື້ນຖານຫຍັງ? ມັນບັນລຸໄດ້ບົນພື້ນຖານຂອງການເຂົ້າໃຈພຣະທຳຂອງພຣະເຈົ້າທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ຂອງຄົນຕ່າງໆ. ເພື່ອກຳແໜ້ນສະພາວະຂອງຄົນຕ່າງໆ, ຄົນເຮົາຕ້ອງເຂົ້າໃຈພຣະທຳຂອງພຣະເຈົ້າທີ່ເປີດໂປງສະພາວະຕ່າງໆ, ອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຜູ້ຄົນກ່ອນ ແລະ ສາມາດເອົາພຣະທຳມາທຽບໃສ່ຕົນເອງໄດ້. ອຸປະນິໄສປະເພດທີ່ພຣະເຈົ້າເປີດໂປງນັ້ນໝາຍເຖິງຄົນປະເພດໃດ, ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ພວກເຂົາມີການສະແດງອອກ ແລະ ການເປີດເຜີຍປະເພດໃດ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາເປັນແນວໃດ; ສະພາວະເຫຼົ່ານີ້ຕ້ອງຖືກນຳມາທຽບໃສ່ກັບພຣະທຳຂອງພຣະເຈົ້າ ແລະ ໂດຍການເຮັດເຊັ່ນນັ້ນ, ຄົນເຮົາກໍຈະສາມາດກຳແໜ້ນສະພາວະຂອງບຸກຄົນຕ່າງໆໄດ້. ສະນັ້ນ, ການກຳແໜ້ນສະພາວະຂອງຄົນຕ່າງໆ ກ່ອນອື່ນໝົດແມ່ນບັນລຸໄດ້ບົນພື້ນຖານຂອງການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ. ຜູ້ນໍາປອມບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ແລ້ວພວກເຂົາຈະສາມາດເຂົ້າໃຈຄວາມຈິງທີ່ຊັບຊ້ອນກ່ຽວກັບຄົນປະເພດຕ່າງໆທີ່ຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ, ພ້ອມທັງສະພາວະຕ່າງໆ ແລະ ແກ່ນແທ້ທີ່ເສື່ອມຊາມທີ່ຖືກເປີດໂປງໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ເຂົ້າໃຈ, ບໍ່ຮູ້ຄວາມສຳພັນທີ່ກ່ຽວຂ້ອງໃນນີ້ ແລະ ບໍ່ຮູ້ຄວາມຈິງທີ່ກ່ຽວຂ້ອງ. ເພາະວ່າພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ການກຳແໜ້ນສະພາວະຂອງຄົນຕ່າງໆ, ເຊິ່ງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ ແລະ ສຳຄັນຫຼາຍນີ້, ຈຶ່ງເປັນໜ້າວຽກທີ່ສ້າງຄວາມລຳບາກ ແລະ ຫຍຸ້ງຍາກຫຼາຍສຳລັບຜູ້ນໍາປອມ.

ຜູ້ນໍາປອມກຳແໜ້ນສະພາວະຂອງຄົນຕ່າງໆແນວໃດ? ພວກເຂົາຄິດວ່າ “ຄົນນີ້ກະຕືລືລົ້ນ, ຄົນນັ້ນໃຈແຄບ, ຄົນນີ້ມັກແຕ່ງຕົວ, ຄົນນັ້ນມີຄວາມເຊື່ອໜ້ອຍ...”. ພວກເຂົາເບິ່ງພຽງແຕ່ປະກົດການພາຍນອກຜິວເຜີນເຫຼົ່ານີ້, ແຕ່ພວກເຂົາບໍ່ຮູ້ວ່າທັດສະນະຄະຕິທີ່ແທ້ຈິງຂອງຄົນໃດໜຶ່ງຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເປັນແນວໃດ ແລະ ແກ່ນແທ້ທີ່ແທ້ຈິງແຫ່ງທຳມະຊາດຂອງພວກເຂົາເປັນແນວໃດ. ຕົວຢ່າງ: ຄົນໃດໜຶ່ງມີຄວາມເຊື່ອທີ່ແທ້ຈິງ ແລະ ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ຂອງຕົນ, ແຕ່ຄວາມຫຍຸ້ງຍາກ ແລະ ສິ່ງຜູກມັດໃນຄອບຄົວຂອງພວກເຂົາສົ່ງຜົນກະທົບຕໍ່ໝາກຜົນຂອງໜ້າທີ່ຂອງພວກເຂົາ; ຜູ້ນໍາປອມ, ເມື່ອເຫັນເຊັ່ນນີ້, ກໍຈະຈັດປະເພດໃຫ້ພວກເຂົາຢ່າງຜິດໆ, ໂດຍກ່າວວ່າ “ຄົນຜູ້ນີ້ເປັນຜູ້ບໍ່ເຊື່ອ. ພວກເຂົາບໍ່ສາມາດຕັດຂາດຈາກຄອບຄົວຂອງພວກເຂົາໄດ້. ພວກເຂົາຄິດຮອດແຕ່ລູກຂອງພວກເຂົາຢູ່ຕະຫຼອດ. ພວກເຂົາມີເງິນເກັບຢູ່ເຮືອນ ແຕ່ບໍ່ຖວາຍ. ສະນັ້ນ ຄົນຜູ້ນີ້ຈຶ່ງເປັນບັນຫາຢ່າງຍິ່ງ ແລະ ບໍ່ສາມາດນຳໃຊ້ໃນວຽກງານທີ່ສຳຄັນໃນອະນາຄົດໄດ້”. ທີ່ຈິງແລ້ວ, ບັນຫາຂອງຄົນຜູ້ນີ້ບໍ່ໄດ້ຮ້າຍແຮງ; ມັນເປັນພຽງເພາະວ່າພວກເຂົາຫາກໍເຊື່ອໃນພຣະເຈົ້າໄດ້ບໍ່ດົນ ແລະ ມີຄວາມເຂົ້າໃຈຄວາມຈິງທີ່ຜິວເຜີນ ພວກເຂົາຈຶ່ງເບິ່ງຫຼາຍສິ່ງບໍ່ອອກ. ພວກເຂົາບໍ່ຮູ້ວິທີປະຕິບັດຕໍ່ຄອບຄົວ ແລະ ລູກຂອງພວກເຂົາ ຫຼື ຮັບມືກັບຊັບສິນຂອງພວກເຂົາ. ພວກເຂົາກຳລັງຢູ່ໃນໄລຍະຂອງການອະທິຖານ ແລະ ສະແຫວງຫາ ແລະ ຍັງບໍ່ທັນຊອກພົບຫຼັກການ ແລະ ວິທີການປະຕິບັດທີ່ຖືກຕ້ອງເທື່ອ. ພວກເຂົາມີຄວາມຕັ້ງໃຈທີ່ຈະປະຕິບັດຄວາມຈິງ, ແຕ່ເມື່ອປະເຊີນກັບສິ່ງຜູກມັດ ແລະ ຄວາມຫຍຸ້ງຍາກໃນຄອບຄົວ, ພວກເຂົາກໍອ່ອນແອໜ້ອຍໜຶ່ງເປັນການຊົ່ວຄາວ ແລະ ບໍ່ກະຕືລືລົ້ນປານໃດໃນການປະຕິບັດໜ້າທີ່ຂອງຕົນ. ແນວໃດກໍຕາມ, ພວກເຂົາສາມາດເຮັດວຽກທີ່ຄຣິສຕະຈັກມອບໝາຍໃຫ້ສຳເລັດຢ່າງຈິງຈັງ, ເຊິ່ງເປັນສິ່ງທີ່ຄົນສ່ວນໃຫຍ່ເຮັດບໍ່ໄດ້. ເມື່ອພິຈາລະນາຈາກຄວາມສາມາດ, ຄວາມເປັນມະນຸດ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງແລ້ວ, ພວກເຂົາກໍເປັນຄົນດີ. ແຕ່ຜູ້ນໍາປອມບໍ່ໄດ້ເຫັນແບບນີ້ ເພາະພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ບໍ່ຮູ້ວິທີໃຊ້ພຣະທຳຂອງພຣະເຈົ້າເປັນມາດຕະຖານໃນການວັດແທກວ່າແກ່ນແທ້ແຫ່ງທຳມະຊາດຂອງຄົນໃດໜຶ່ງເປັນແນວໃດ ຫຼື ສະພາວະທີ່ຄົນໃດໜຶ່ງເປັນຢູ່ນັ້ນ ເປັນຍ້ອນແກ່ນແທ້ແຫ່ງທຳມະຊາດຂອງພວກເຂົາ ຫຼື ເປັນຄວາມອ່ອນແອຊົ່ວຄາວ, ຫຼື ເປັນບັນຫາເລື່ອງຂອງຄວາມເຕີບໂຕ; ພວກເຂົາບໍ່ສາມາດວັດແທກສິ່ງເຫຼົ່ານີ້ໄດ້. ຄວາມຫຍຸ້ງຍາກທີ່ຄົນປະເພດນີ້ພົບພໍ້ແມ່ນສິ່ງທີ່ເກີດຂຶ້ນໃນຊີວິດຈິງ ແລະ ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ, ຜູ້ນໍາປອມສາມາດຈັດການກັບບັນຫາປະເພດນີ້ໄດ້ບໍ? ພວກເຂົາສາມາດແກ້ໄຂຄວາມຫຍຸ້ງຍາກຂອງຄົນເຫຼົ່ານີ້ໄດ້ບໍ? (ບໍ່ໄດ້.) ເພາະວ່າຜູ້ນໍາປອມບໍ່ສາມາດກຳແໜ້ນສະພາວະຂອງຄົນຕ່າງໆໄດ້ຢ່າງຖືກຕ້ອງ ແລະ ບໍ່ສາມາດແຍກແຍະຄວາມດີ ແລະ ຄວາມຊົ່ວຂອງແກ່ນແທ້ແຫ່ງທຳມະຊາດຂອງຄົນຕ່າງໆໄດ້ຢ່າງຖືກຕ້ອງ, ພວກເຂົາຈຶ່ງບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຂອງຄົນຕ່າງໆໄດ້ຢ່າງຖືກຕ້ອງເຊັ່ນກັນ. ໃນທາງກົງກັນຂ້າມ, ພວກເຂົາຖືວ່າຜູ້ທີ່ອີງໃສ່ພຽງແຕ່ຄວາມກະຕືລືລົ້ນ, ສາມາດທຽວໄປມາເພື່ອເສຍສະລະຕົນເອງ, ອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາ, ແຕ່ມີຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການຢັ່ງຮູ້, ເປັນເປົ້າໝາຍສຳຄັນໃນການບົ່ມເພາະ ແລະ ພວກເຂົາກໍໂອ້ລົມເພື່ອແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາເມື່ອຄົນເຫຼົ່ານີ້ພົບພໍ້. ແຕ່ສຳລັບຜູ້ທີ່ມີຄຸນນະພາບ ແລະ ຄວາມເປັນມະນຸດທີ່ດີຢ່າງແທ້ຈິງ, ເມື່ອພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກ ແລະ ອ່ອນແອລົງໜ້ອຍໜຶ່ງ, ຜູ້ນໍາປອມແກ້ໄຂ ແລະ ຈັດການກັບພວກເຂົາແນວໃດ? ເມື່ອຄົນເຫຼົ່ານີ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ທີ່ຈິງແລ້ວພວກເຂົາພຽງແຕ່ອ່ອນແອລົງໜ້ອຍໜຶ່ງ, ຕາມສະຖານະການແລ້ວ, ພວກເຂົາຄວນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອ; ຄົນເຮົາຄວນໂອ້ລົມເຖິງເຈດຕະນາຂອງພຣະເຈົ້າໃຫ້ພວກເຂົາຟັງ, ພວກເຂົາບໍ່ຄວນຖືກຕັດສິນໄປທັງໝົດ, ແຮງໄກທີ່ຈະຖືກຈັດປະເພດ. ແຕ່ຜູ້ນໍາປອມແກ້ໄຂຄວາມຫຍຸ້ງຍາກຂອງຄົນເຊັ່ນນັ້ນແນວໃດ? ພວກເຂົາເວົ້າວ່າ “ພາລະກິດຂອງພຣະເຈົ້າໄດ້ມາເຖິງຂັ້ນຕອນນີ້ແລ້ວ, ແຕ່ເຈົ້າຍັງຍຶດຕິດກັບຜົວຂອງເຈົ້າ, ກັບລູກຂອງເຈົ້າ; ເຈົ້າເຖິງກັບໃຫ້ລູກຂອງເຈົ້າໄປຮຽນມະຫາວິທະຍາໄລ ແລະ ສະແຫວງຫາອະນາຄົດຂອງພວກເຂົາ. ໃນຂະນະທີ່ໄພພິບັດນັບມື້ນັບຮ້າຍແຮງຂຶ້ນ, ໂລກນີ້ຍັງມີອະນາຄົດຢູ່ບໍ? ເຈົ້າບໍ່ສາມາດແມ່ນແຕ່ຈະເບິ່ງແຍງຊີວິດຂອງຕົນເອງໄດ້, ເຈົ້າຈະໄປສົນໃຈເລື່ອງເຫຼົ່ານັ້ນໄດ້ແນວໃດ? ພາລະກິດຂອງພຣະເຈົ້າໃກ້ຈະສຳເລັດແລ້ວ, ເວລາຊ່າງຮີບດ່ວນສໍ່າໃດ! ຖ້າເຈົ້າບໍ່ອຸທິດຕົນເອງທັງໝົດ, ເຈົ້າຍັງຈະຖືກເອີ້ນວ່າເປັນສິ່ງທີ່ຖືກສ້າງໄດ້ບໍ? ເຈົ້າຍັງເປັນມະນຸດຢູ່ບໍ?” ນີ້ແມ່ນສິ່ງທີ່ເປັນຄວາມຫຍຸ້ງຍາກຂອງຄົນເຫຼົ່ານີ້ແທ້ໆບໍ? (ບໍ່ແມ່ນ.) ເຫດຜົນທີ່ຄົນເຫຼົ່ານີ້ອ່ອນແອລົງໜ້ອຍໜຶ່ງເມື່ອພວກເຂົາປະເຊີນກັບຄວາມຫຍຸ້ງຍາກ ກໍເປັນພຽງຍ້ອນຄວາມເຕີບໂຕທີ່ນ້ອຍຂອງພວກເຂົາ, ບໍ່ແມ່ນເພາະວ່າພວກເຂົາບໍ່ຮັກຄວາມຈິງ ຫຼື ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່. ສະນັ້ນ, ສິ່ງທີ່ຜູ້ນໍາປອມເວົ້າຈຶ່ງບໍ່ກົງກັບສະພາວະຂອງພວກເຂົາ; ມັນເປັນກໍລະນີຂອງການຈັດປະເພດທີ່ຜິດຢ່າງເຫັນໄດ້ຊັດ, ບໍ່ໄດ້ກຳແໜ້ນປະເດັນຫຼັກ ຫຼື ຈຸດສຳຄັນຂອງສະພາວະຂອງພວກເຂົາ, ບໍ່ໄດ້ກຳແໜ້ນວ່າພວກເຂົາຄິດຫຍັງແທ້, ພວກເຂົາເປັນຄົນປະເພດໃດ ແລະ ຄວນຊີ້ນໍາ ແລະ ຊ່ວຍເຫຼືອພວກເຂົາແນວໃດ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ. ຜູ້ນໍາປອມບໍ່ຮູ້ວິທີແກ້ໄຂບັນຫາເຫຼົ່ານີ້. ແລ້ວ, ເມື່ອເກີດເລື່ອງແບບນີ້ຂຶ້ນ ຄວນແກ້ໄຂແນວໃດ? ເຈົ້າສາມາດເວົ້າໄດ້ວ່າ “ບັນຫາທີ່ເຈົ້າກຳລັງປະເຊີນຢູ່ນັ້ນ ເປັນບັນຫາທີ່ຫຼາຍຄົນພົບພໍ້. ຜູ້ທີ່ສາມາດປະຖິ້ມຄອບຄົວຂອງຕົນໄວ້ເບື້ອງຫຼັງ ແລະ ເສຍສະລະຕົນເອງຢ່າງສຸດໃຈເພື່ອພຣະເຈົ້າໄດ້ຢ່າງແທ້ຈິງນັ້ນ ບໍ່ໄດ້ກະທຳຕາມອາລົມຊົ່ວວູບ, ແຕ່ໄດ້ກະກຽມມາເປັນເວລາດົນນານແລ້ວ. ໃນດ້ານໜຶ່ງ, ພວກເຂົາໄດ້ເຂົ້າໃຈຄວາມຈິງພຽງພໍ ແລະ ມີຄວາມຕັ້ງໃຈຢ່າງແທ້ຈິງທີ່ຈະຕັດຂາດຈາກຄອບຄົວຂອງພວກເຂົາ, ເພື່ອເສຍສະລະຕົນເອງຢ່າງສຸດໃຈໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາສາມາດຮັບປະກັນໄດ້ວ່າພວກເຂົາຈະບໍ່ເສຍໃຈພາຍຫຼັງ, ພວກເຂົາໄດ້ຄິດໄຕ່ຕອງທຸກຢ່າງຢ່າງຮອບຄອບແລ້ວ. ຍິ່ງໄປກວ່ານັ້ນ, ໃນໄລຍະເວລານີ້, ພວກເຂົາຍັງອະທິຖານຫາພຣະເຈົ້າຂໍໃຫ້ພຣະອົງຈັດຕຽມ ແລະ ເປີດເສັ້ນທາງ, ໃນຂະນະທີ່ສືບຕໍ່ປະກອບຕົນເອງດ້ວຍຄວາມຈິງ, ເຮັດໃຫ້ຕົນເອງເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ມີຄວາມເຊື່ອຫຼາຍຂຶ້ນໃນການປະຖິ້ມທຸກສິ່ງ ເພື່ອເສຍສະລະຕົນເອງຢ່າງສຸດໃຈເພື່ອພຣະເຈົ້າ. ສິ່ງນີ້ຕ້ອງການເວລາ, ການອະທິຖານ ແລະ ແນ່ນອນ, ການນໍາພາ ແລະ ການຈັດແຈງຂອງພຣະເຈົ້າ. ຖ້າເຈົ້າມີຄວາມຕັ້ງໃຈນີ້, ຢ່າຮ້ອນໃຈ. ຈົ່ງອະທິຖານຫາພຣະເຈົ້າ ແລະ ລໍຖ້າຢ່າງສະຫງົບ ແລະ ພຣະເຈົ້າຈະຈັດແຈງໃຫ້ເຈົ້າ. ຖ້າຄຳອະທິຖານ ແລະ ຄວາມຕັ້ງໃຈຂອງເຈົ້າສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ໄດ້ຮັບການຮັບຮອງຈາກພຣະເຈົ້າ, ຖ້າເຈົ້າພ້ອມແລ້ວ ແລະ ເຈົ້າຈະຍອມອ່ອນນ້ອມບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ ແລະ ບໍ່ຮູ້ສຶກເສຍໃຈ, ແລ້ວພຣະເຈົ້າກໍຈະເປີດເສັ້ນທາງໃຫ້ເຈົ້າຢ່າງແນ່ນອນ. ໃນໄລຍະເວລານີ້, ສິ່ງທີ່ຜູ້ຄົນຄວນເຮັດກໍຄືການກະກຽມ ແລະ ລໍຖ້າ; ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄືການປະກອບຕົນເອງດ້ວຍຄວາມຈິງ, ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເຮັດໃຫ້ລະດັບຄວາມເຕີບໂຕຂອງຕົນເອງຄ່ອຍໆສູງຂຶ້ນ. ເມື່ອພຣະເຈົ້າຈັດສັນສະພາບແວດລ້ອມຕ່າງໆ, ຖ້າເຈົ້າສາມາດເລືອກທີ່ຈະຍອມອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າໂດຍບໍ່ມີການຈົ່ມວ່າໃດໆ, ນີ້ກໍຄືການມີຄວາມເຕີບໂຕ, ບໍ່ວ່າພຣະເຈົ້າຈະເຮັດຫຍັງ ຫຼື ຈັດແຈງແນວໃດ, ເຈົ້າກໍຈະສາມາດຍອມອ່ອນນ້ອມໄດ້”. ເຈົ້າຄິດແນວໃດກັບການຊີ້ນໍາປະເພດນີ້? (ດີ.) ໃນດ້ານໜຶ່ງ, ເຈົ້າກຳລັງເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ຊ່ວຍໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຈົ້າ; ໃນຂະນະດຽວກັນ, ເຈົ້າກໍບໍ່ໄດ້ບັງຄັບເກີນຄວາມສາມາດຂອງພວກເຂົາ, ແຕ່ປະຕິບັດຕໍ່ພວກເຂົາຕາມສະຖານະການຕົວຈິງຂອງພວກເຂົາ. ນີ້ບໍ່ແມ່ນການແກ້ໄຂບັນຫາດ້ວຍພຣະທຳຂອງພຣະເຈົ້າບໍ? ມັນບໍ່ແມ່ນການແກ້ໄຂຄວາມຫຍຸ້ງຍາກທີ່ຜູ້ຄົນປະເຊີນໃນຊີວິດຈິງໂດຍອີງໃສ່ສະພາວະຂອງພວກເຂົາບໍ? (ແມ່ນແລ້ວ.)

ໃນການປະຕິບັດໜ້າທີ່ຂອງຕົນ, ບາງຄົນກໍເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີ ແລະ ບໍ່ສະແດງຄວາມຮັບຜິດຊອບເລີຍ, ພວກເຂົາວາງມາດຄືເຈົ້າໜ້າທີ່ສະເໝີ, ທັງຍິ່ງຍະໂສ, ຖືຕົນວ່າຊອບທໍາ ແລະ ບໍ່ສາມາດປະສານງານກັບຄົນອື່ນໄດ້ ແລະ ພວກເຂົາກໍນຳຄວາມເສຍຫາຍມາສູ່ວຽກງານຂອງຄຣິສຕະຈັກໂດຍບໍ່ຮູ້ສຶກຜິດແມ່ນແຕ່ໜ້ອຍດຽວ. ຜູ້ນໍາປອມຄົນໜຶ່ງ ເມື່ອເຫັນສະຖານະການເຊັ່ນນັ້ນ ກໍເລີ່ມຈັດການ ແລະ ແກ້ໄຂບັນຫາ ໂດຍກ່າວວ່າ: “ຄົນຜູ້ນີ້ມີບົດບາດສຳຄັນຫຼາຍໃນວຽກງານນີ້. ເບິ່ງຄືວ່າບໍ່ມີໃຜທີ່ເໝາະສົມທີ່ຈະມາແທນທີ່ພວກເຂົາ, ສະນັ້ນ ພວກເຮົາຈຶ່ງຈຳເປັນຕ້ອງໂອ້ລົມກັບພວກເຂົາເພື່ອແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ”. ໃນລະຫວ່າງການໂອ້ລົມ, ຜູ້ນໍາປອມກໍຄົ້ນພົບວ່າຄົນຜູ້ນີ້ບໍ່ຢາກປະຕິບັດໜ້າທີ່ຂອງຕົນເລີຍ. ພວກເຂົາຢາກສະແຫວງຫາສິ່ງຕ່າງໆທາງໂລກ, ເພື່ອຫາເງິນຈາກອາຊີບຂອງພວກເຂົາ ແລະ ໃຊ້ຊີວິດທີ່ດີ ແລະ ພວກເຂົາຖືວ່າການທີ່ຖືກແຕ່ຕັ້ງໃຫ້ເຮັດໜ້າທີ່ຂອງຕົນເປັນການຮຽກຮ້ອງເກີນໂຕຂອງພວກເຂົາ. ພວກເຂົາຮູ້ສຶກວ່າການປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໝາຍເຖິງການຫຍຸ້ງຢູ່ທຸກມື້, ບໍ່ພຽງແຕ່ທຳລາຍຊີວິດຄອບຄົວສ່ວນຕົວຂອງພວກເຂົາ ແຕ່ຍັງເຮັດໃຫ້ບໍ່ສາມາດຮັກສາຄວາມສຳພັນກັບສະມາຊິກໃນຄອບຄົວໄດ້ ແລະ ຖ້າພວກເຂົາລະເມີດຫຼັກການໃນຂະນະທີ່ປະຕິບັດໜ້າທີ່ ພວກເຂົາກໍຕ້ອງທົນກັບການຖືກລິຮານ. ພວກເຂົາເຫັນວ່າຊີວິດເຊັ່ນນັ້ນຂົມຂື່ນເກີນໄປ ແລະ ພວກເຂົາບໍ່ຢາກໃຊ້ຊີວິດແບບນັ້ນ. ບັນຫາແມ່ນຈະແຈ້ງ: ພຶດຕິກຳຂອງພວກເຂົາຊີ້ໃຫ້ເຫັນວ່າພວກເຂົາເປັນຜູ້ບໍ່ເຊື່ອ. ແຕ່ຜູ້ນໍາປອມຈັດການກັບມັນແນວໃດ? ຜູ້ນໍາປອມຄິດວ່າ: “ຄົນຜູ້ນີ້ມີພອນສະຫວັນໃນທ່າມກາງຜູ້ບໍ່ມີຄວາມເຊື່ອ; ມັນບໍ່ແມ່ນເລື່ອງງ່າຍທີ່ຈະຊອກຫາຄົນແບບພວກເຂົາ. ສະພາວະຂອງພວກເຂົາກາຍເປັນບັນຫາ; ຂ້ອຍຈຳເປັນຕ້ອງວາງວຽກທີ່ຫຍຸ້ງທີ່ສຸດໃນມືລົງໃຫ້ໄວ ເພື່ອໄປໂອ້ລົມກັບພວກເຂົາ, ເພື່ອຊ່ວຍພວກເຂົາແກ້ໄຂບັນຫານີ້. ຈະແກ້ໄຂແນວໃດ? ພຣະທຳຂອງພຣະເຈົ້າມີລິດອຳນາດທີ່ສຸດ; ກ່ອນອື່ນ, ຂ້ອຍຈະອ່ານພຣະທຳຂອງພຣະເຈົ້າສອງສາມຂໍ້ໃຫ້ພວກເຂົາຟັງ ເພື່ອແກ້ໄຂຄວາມບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ”. ຜູ້ນໍາປອມບອກພວກເຂົາວ່າ: “ຕອນນີ້ໄພພິບັດໄດ້ມາເຖິງແລ້ວ, ຜູ້ຄົນບໍ່ສາມາດໃຊ້ຊີວິດທີ່ດີໄດ້ອີກຕໍ່ໄປ. ເຈົ້າຍັງຢາກຫາເງິນຜ່ານອາຊີບ ແລະ ໃຊ້ຊີວິດຄອບຄົວທີ່ລຽບງ່າຍ, ແຕ່ອີກບໍ່ດົນທົ່ວໂລກກໍຈະວຸ້ນວາຍ ແລະ ຈະບໍ່ມີຄອບຄົວທີ່ລຽບງ່າຍອີກຕໍ່ໄປ. ເຈົ້າເບິ່ງສິ່ງເຫຼົ່ານີ້ບໍ່ທະລຸບໍ? ເຈົ້າຈຳເປັນຕ້ອງອະທິຖານຫາພຣະເຈົ້າໃຫ້ຫຼາຍຂຶ້ນ. ການອະທິຖານຫາພຣະເຈົ້າຈະໃຫ້ຄວາມເຊື່ອແກ່ເຈົ້າ. ເຈົ້າຍັງຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ຫຼັງຈາກທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າສອງສາມຄັ້ງ, ບັນຫາຂອງເຈົ້າກໍຈະຖືກແກ້ໄຂ”. ຈາກນັ້ນ, ພວກເຂົາກໍຊອກຫາພຣະທຳຂອງພຣະເຈົ້າ ຫ້າເຖິງສິບບົດ ເພື່ອອ່ານ ແລະ ໂອ້ລົມກັບຄົນຜູ້ນັ້ນ. ຄົນຜູ້ນັ້ນຕອບວ່າ: “ເຊົາໂອ້ລົມສາ. ຂ້ອຍເຂົ້າໃຈພຣະທຳທັງໝົດນີ້ຂອງພຣະເຈົ້າ; ຂ້ອຍມີການສຶກສາຫຼາຍກວ່າເຈົ້າ. ຢ່າອວດຮູ້”. ໂອ້ລົມກັນໝົດມື້ກໍບໍ່ມີຫຍັງຖືກແກ້ໄຂ. ຜູ້ນໍາປອມຄິດໃນໃຈວ່າ: “ຂ້ອຍໄດ້ເຮັດວຽກງານຄຣິສຕະຈັກມາຫຼາຍປີແລ້ວ; ຂ້ອຍບໍ່ເຊື່ອວ່າຂ້ອຍຈະແກ້ໄຂບັນຫາຂອງເຈົ້າບໍ່ໄດ້”. ໃນຕອນແລງ, ພວກເຂົາກໍຮີບຮ້ອນສືບຕໍ່ການໂອ້ລົມວ່າ: “ເຈົ້າຈຳເປັນຕ້ອງຮັກ ແລະ ນະມັດສະການພຣະເຈົ້າ! ເຈົ້າມີຄວາມຫວັງທີ່ຈະກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ໜ້າທີ່ນີ້ບໍ່ໄດ້ມາໂດຍງ່າຍ; ເຈົ້າຕ້ອງທະນຸຖະໜອມໂອກາດນີ້, ເພາະຖ້າເຈົ້າພາດມັນໄປ, ຈະບໍ່ມີອີກເລີຍ. ດ້ວຍຄວາມສາມາດ ແລະ ເງື່ອນໄຂຂອງເຈົ້າທີ່ດີຫຼາຍ, ມັນຈະບໍ່ເປັນຕາໜ້າເສຍດາຍບໍທີ່ເຈົ້າບໍ່ປະຕິບັດໜ້າທີ່ຂອງເຈົ້າ? ຄົນທີ່ມີພອນສະຫວັນຄືເຈົ້າຄວນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ໃນເຮືອນຂອງພຣະເຈົ້າ; ເຈົ້າມີຄວາມຫວັງອັນຍິ່ງໃຫຍ່ຢູ່ທີ່ນີ້!” ຄົນຜູ້ນັ້ນເວົ້າວ່າ: “ເຊົາເວົ້າສາ. ຖ້າເຈົ້າໃຫ້ຂ້ອຍປະຕິບັດໜ້າທີ່, ທັດສະນະຄະຕິຂອງຂ້ອຍກໍຈະຍັງຄືເກົ່າ. ຖ້າບໍ່ໃຫ້ຂ້ອຍເຮັດ, ຂ້ອຍຈະໜີທັນທີ. ຂ້ອຍບໍ່ໄດ້ຂໍຮ້ອງທີ່ຈະຢູ່ທີ່ນີ້!” ຜູ້ນໍາປອມໃຊ້ຄຳເວົ້າທຸກຄຳເວົ້າ ແຕ່ກໍບໍ່ສາມາດຊັກຊວນຄົນຜູ້ນີ້ ຫຼື ແກ້ໄຂບັນຫາຂອງພວກເຂົາໄດ້. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ກໍເພາະວ່າພວກເຂົາບໍ່ສາມາດເບິ່ງທະລຸໄດ້ວ່າແມ່ນຫຍັງຄືແກ່ນແທ້ຂອງບັນຫາຂອງຄົນຜູ້ນີ້. ຄົນຜູ້ນີ້ ເວລາປະຕິບັດໜ້າທີ່ ຢາກເຮັດແບບພໍແລ້ວມືແລ້ວຕີນກໍເຮັດ, ຢາກຫຼອກລວງກໍຫຼອກ, ຢາກເຮັດແບບພໍເປັນພິທີກໍເຮັດ, ບໍ່ວ່າຈະເຮັດວຽກງານຫຍັງກໍບໍ່ມີຄວາມຮັບຜິດຊອບ. ພວກເຂົາບໍ່ເຕັມໃຈທີ່ຈະອອກແຮງຕື່ມອີກໜ້ອຍໜຶ່ງ ຫຼື ເວົ້າອີກສອງສາມຄຳເພື່ອແກ້ໄຂບັນຫາບາງຢ່າງ, ໂດຍເຫັນວ່າມັນເປັນເລື່ອງຫຍຸ້ງຍາກ ແລະ ໜ້າລຳຄານ. ພວກເຂົາຮູ້ຢ່າງແຈ່ມແຈ້ງວ່າຈະປະຕິບັດໜ້າທີ່ຂອງຕົນແນວໃດໃຫ້ໄດ້ມາດຕະຖານ ແລະ ຈະປະພຶດຕົນແນວໃດໃຫ້ເໝາະສົມ ແຕ່ກໍບໍ່ເຕັມໃຈທີ່ຈະປະຕິບັດໃນລັກສະນະນີ້. ເຖິງຢ່າງໃດກໍຕາມ, ພວກເຂົາກໍຍັງສືບຕໍ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ. ສະຖານະການນີ້ມີລັກສະນະເປັນແນວໃດ? ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? (ພວກເຂົາມາດ້ວຍເຈດຕະນາທີ່ຈະໄດ້ຮັບພອນ ແລະ ເຮັດການຕໍ່ລອງ.) ພວກເຂົາມາດ້ວຍຄວາມຫວັງເຊັ່ນນັ້ນ; ຄົນແບບນີ້ຖືກເອີ້ນວ່າພວກສວຍໂອກາດ. ພວກເຂົາເວົ້າວ່າ: “ຂ້ອຍໄດ້ຍິນວ່າໂລກກຳລັງຈະສິ້ນສຸດໃນໄວໆນີ້, ວັນສິ້ນໂລກໃກ້ເຂົ້າມາແລ້ວ, ສະນັ້ນ ຂ້ອຍບໍ່ຈຳເປັນຕ້ອງໄປເຮັດວຽກອີກຕໍ່ໄປ; ຂ້ອຍກໍຫາເງິນໄດ້ພຽງພໍແລ້ວ. ຂ້ອຍອາດຈະມາເຮືອນຂອງພຣະເຈົ້າເພື່ອມາກິນຢູ່ລ້າໆ ແລະ ເພື່ອຮັບປະກັນບ່ອນນັ່ງໃຫ້ຕົນເອງ, ເພື່ອວ່າຂ້ອຍຈະມີຄວາມຫວັງທີ່ຈະໄດ້ຮັບພອນໃນພາຍຫຼັງ”. ເມື່ອຕັດສິນຈາກທັດສະນະຄະຕິ ແລະ ເຈດຕະນາຂອງພວກເຂົາໃນການປະຕິບັດໜ້າທີ່, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນການສວຍໂອກາດ; ພວກເຂົາມາເຮືອນຂອງພຣະເຈົ້າເພື່ອມາກິນຢູ່ລ້າໆ, ບໍ່ແມ່ນຍ້ອນຄວາມເຊື່ອທີ່ແທ້ຈິງ. ທັດສະນະຄະຕິຂອງພວກເຂົາເມື່ອປະຕິບັດໜ້າທີ່ແມ່ນເມີນເສີຍ ເປັນພິເສດ. ເພື່ອຈະໃຊ້ພວກເຂົາ, ຄຣິສຕະຈັກຕ້ອງໄດ້ຊັກຊວນ ແລະ ປຶກສາຫາລືກັບພວກເຂົາ, ແຕ່ພວກເຂົາກໍຍັງປະຕິບັດໄດ້ບໍ່ດີ. ຄົນທີ່ຂາດແມ່ນແຕ່ຄວາມສໍານຶກທີ່ຈະສາມາດປະຕິບັດໜ້າທີ່ຂອງຕົນຢ່າງແທ້ຈິງໄດ້ບໍ? ພວກເຂົາເປັນພຽງພວກສວຍໂອກາດ ແລະ ມາກິນຢູ່ລ້າໆ, ພວກເຂົາເປັນຜູ້ບໍ່ເຊື່ອ. ເມື່ອເບິ່ງລັກສະນະຂອງສອງດ້ານຂອງບັນຫານີ້, ໃນການພະຍາຍາມແກ້ໄຂມັນ, ຜູ້ນໍາປອມໄດ້ກຳແກ່ນແທ້ຂອງມັນບໍ? (ບໍ່ໄດ້.) ຍ້ອນເບິ່ງແກ່ນແທ້ຂອງບັນຫາບໍ່ທະລຸ, ພວກເຂົາຈຶ່ງຍັງຖືວ່າຄົນຜູ້ນີ້ເປັນຜູ້ເຊື່ອທີ່ແທ້ຈິງ, ເປັນພຽງຄົນທີ່ຂາດຄວາມເຂົ້າໃຈໃນຄວາມຈິງ, ມີຄວາມເຕີບໂຕເລັກໜ້ອຍ, ອ່ອນແອຊົ່ວຄາວ ແລະ ຕ້ອງການການສະໜັບສະໜູນ. ຈາກທັດສະນະເຫຼົ່ານີ້, ພວກເຂົາພະຍາຍາມໂອ້ລົມ ແລະ ຊ່ວຍເຫຼືອ, ແຕ່ກໍຖືກບອກວ່າ: “ເຊົາເວົ້າສາ. ຫຼັກຄຳສອນທີ່ເຈົ້າເວົ້ານັ້ນບໍ່ມີປະໂຫຍດ. ຂ້ອຍຮູ້ທັງໝົດນັ້ນແລ້ວ, ຂ້ອຍເຂົ້າໃຈຫຼາຍກວ່າເຈົ້າ. ເຈົ້າເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດແທ້? ເຈົ້າມີການສຶກສາສໍ່າໃດ? ເລື່ອງຄວາມຮູ້ ເຈົ້າທຽບຂ້ອຍບໍ່ຕິດດອກ!” ທຳມະຊາດຂອງພວກເຂົາໄດ້ຖືກເປີດເຜີຍອອກມາແລ້ວ, ແມ່ນບໍ່? ຜູ້ນໍາປອມຍັງເຊື່ອວ່າພວກເຂົາກຳລັງເຮັດວຽກງານ, ໂດຍບໍ່ຮູ້ວ່າຄົນຜູ້ນີ້ທີ່ຈິງແລ້ວເປັນຜູ້ບໍ່ເຊື່ອ. ເມື່ອຜູ້ບໍ່ເຊື່ອປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ແມ່ນແຕ່ການອອກແຮງງານຂອງພວກເຂົາກໍຍັງບໍ່ໄດ້ມາດຕະຖານ. ຄວນເກັບຄົນແບບນີ້ໄວ້ບໍ? (ບໍ່ຄວນ.) ສະນັ້ນ, ນີ້ຄືຫຼັກການໃນການຈັດການກັບຄົນປະເພດນີ້ໃນເຮືອນຂອງພຣະເຈົ້າ: ຖ້າພວກເຂົາສາມາດ ແລະ ເຕັມໃຈທີ່ຈະອອກແຮງງານ, ກໍໃຫ້ເກັບພວກເຂົາໄວ້; ຖ້າພວກເຂົາບໍ່ເຕັມໃຈ, ກໍໃຫ້ສະລ້າງພວກເຂົາອອກໄປ, ໂດຍບໍ່ມີການຊັກຊວນໃຫ້ຢູ່ຕໍ່ ຫຼື ການຕັກເຕືອນ. ຜູ້ນໍາປອມຮູ້ຫຼັກການນີ້ບໍ? ພວກເຂົາບໍ່ຮູ້. ພວກເຂົາປະຕິບັດຕໍ່ຄົນຕາຍຄືກັບວ່າພວກເຂົາຍັງມີຊີວິດຢູ່, ໃຫ້ອາຫານ ແລະ ໃຫ້ນໍ້າພວກເຂົາ; ນັ້ນບໍ່ແມ່ນການກະທຳທີ່ໂງ່ຈ້າບໍ? ຜູ້ນໍາປອມກໍເຮັດແຕ່ເລື່ອງໂງ່ຈ້າເຊັ່ນນັ້ນ.

ຜູ້ນໍາປອມບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາທີ່ຜູ້ຄົນພົບພໍ້ໃນທາງເຂົ້າຂອງຊີວິດຂອງພວກເຂົາ

ໃນສະຖານະການຕ່າງໆ, ເມື່ອຄົນທີ່ແຕກຕ່າງກັນເປີດເຜີຍສະພາວະ ແລະ ການສະແດງອອກຕ່າງໆ, ຜູ້ນໍາປອມກໍລົ້ມເຫຼວທີ່ຈະກຳແກ່ນແທ້ຂອງການເປີດເຜີຍເຫຼົ່ານີ້ຢູ່ສະເໝີ ແລະ ບໍ່ສາມາດແກ້ໄຂບັນຫາທີ່ເກີດຂຶ້ນຈາກພວກມັນໄດ້. ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາຈຶ່ງເຫັນງົວເປັນຄວາຍ ແລະ ກະທຳການແບບຊະຊາຍ, ໂດຍເຂົ້າໃຈຜິດວ່າຜູ້ທີ່ອ່ອນແອຊົ່ວຄາວ ຫຼື ຄິດລົບເປັນບາງຄັ້ງຄາວນັ້ນເປັນຜູ້ບໍ່ເຊື່ອ ແລະ ເປັນຄົນທີ່ທໍລະຍົດຕໍ່ພຣະເຈົ້າ. ໃນຂະນະດຽວກັນ, ຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ເບິ່ງຜິວເຜີນແລ້ວມີຂອງປະທານບາງຢ່າງ, ທີ່ສາມາດເຮັດວຽກງານງ່າຍໆ ແລະ ອອກແຮງງານໄດ້, ກໍຖືກຖືວ່າເປັນເປົ້າໝາຍສຳຄັນທີ່ຕ້ອງໄດ້ຮັບການສະໜັບສະໜູນ. ຄົນເຫຼົ່ານີ້ຮູ້ສຶກອັບອາຍທີ່ຈະກ່າວໂດຍກົງເຖິງຄວາມບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຕົນ, ແຕ່ຜູ້ນໍາປອມກໍເບິ່ງບໍ່ທະລຸເຖິງສິ່ງນີ້ ແລະ ຍັງຄົງຊັກຊວນໃຫ້ພວກເຂົາຢູ່ຕໍ່. ຜູ້ນໍາປອມບໍ່ໄດ້ເຮັດຫຍັງເລີຍນອກຈາກການກະທຳທີ່ໂງ່ຈ້າ; ຄົນຊົ່ວຊ້າລົບກວນຄຣິສຕະຈັກ, ແຕ່ພວກເຂົາກໍຍັງບໍ່ສາມາດເບິ່ງເຫັນໄດ້ ແລະ ບໍ່ໄດ້ຈັດການກັບບັນຫາ. ນີ້ບໍ່ແມ່ນການກະທຳແບບຊະຊາຍບໍ? ການກະທຳແບບຊະຊາຍຂອງຜູ້ນໍາປອມເກີດຂຶ້ນໄດ້ແນວໃດ? ພວກເຂົາຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ, ສະນັ້ນ ເມື່ອປະເຊີນກັບສະຖານະການຕ່າງໆ, ພວກເຂົາກໍອາໄສຫຼັກຄຳສອນທີ່ຜິວເຜີນທີ່ສຸດທີ່ພວກເຂົາເຂົ້າໃຈ ແລະ ການນຳໃຊ້ມັນຊໍ້າແລ້ວຊໍ້າອີກກໍເປັນພຽງການກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງເທົ່ານັ້ນ. ຫຼາຍຄັ້ງ, ບໍ່ພຽງແຕ່ພວກເຂົາລົ້ມເຫຼວທີ່ຈະແກ້ໄຂຄວາມຫຍຸ້ງຍາກທີ່ຜູ້ຄົນພົບພໍ້ໃນທາງເຂົ້າຂອງຊີວິດ ແລະ ບໍ່ພຽງແຕ່ພວກເຂົາລົ້ມເຫຼວທີ່ຈະສະໜັບສະໜູນຜູ້ຄົນຈາກຄວາມອ່ອນແອໄປສູ່ຄວາມເຂັ້ມແຂງ, ແຕ່ພວກເຂົາຍັງເຮັດໃຫ້ຜູ້ຄົນມີແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ, ເຮັດໃຫ້ພວກເຂົາຄິດວ່າຄຣິສຕະຈັກກຳລັງພະຍາຍາມຊັກຊວນພວກເຂົາເພື່ອເອົາປຽບການຮັບໃຊ້ຂອງພວກເຂົາ, ຄືກັບວ່າເຮືອນຂອງພຣະເຈົ້າຂາດບຸກຄົນທີ່ມີພອນສະຫວັນ ແລະ ບໍ່ສາມາດຊອກຫາຄົນທີ່ເໝາະສົມໄດ້. ນີ້ຄືຜົນກະທົບໃນທາງລົບທີ່ເກີດຈາກວຽກງານຂອງຜູ້ນໍາປອມ. ສິ່ງນີ້ເກີດຂຶ້ນໄດ້ແນວໃດ? (ຜູ້ນໍາປອມບໍ່ສາມາດຢັ່ງຮູ້ຄວາມຈິງ, ບໍ່ເຂົ້າໃຈຄວາມຈິງ ແລະ ເມື່ອພວກເຂົາພົບພໍ້ສະຖານະການ, ພວກເຂົາກໍພຽງແຕ່ນຳໃຊ້ລະບຽບ.) ພວກເຂົາບໍ່ສາມາດຢັ່ງຮູ້ຄວາມຈິງ, ພວກເຂົາພຽງແຕ່ສາມາດຈື່ຈຳຄຳເວົ້າ ແລະ ປະໂຫຍກທີ່ຕາຍຕົວບາງຢ່າງໄດ້. ພວກເຂົາຂາດຄວາມເຂົ້າໃຈຈາກປະສົບການ ແລະ ການຊາບຊຶ້ງເຖິງຄວາມຈິງທີ່ແທ້ຈິງ. ດັ່ງນັ້ນ, ເມື່ອບັນຫາເກີດຂຶ້ນໃນທີ່ສຸດ, ພວກເຂົາກໍສາມາດເວົ້າໄດ້ພຽງແຕ່ປະໂຫຍກແຫ້ງໆສອງສາມປະໂຫຍກ: “ຈົ່ງຮັກພຣະເຈົ້າ”; “ຈົ່ງເປັນຄົນຊື່ສັດ”; “ຈົ່ງເຊື່ອຟັງ ແລະ ອ່ອນນ້ອມເມື່ອປະເຊີນກັບສະຖານະການ”; “ຈົ່ງປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ”; “ເຈົ້າຈຳເປັນຕ້ອງຈົງຮັກພັກດີ”; “ເຈົ້າຕ້ອງກະບົດຕໍ່ເນື້ອໜັງ”; “ເຈົ້າຈຳເປັນຕ້ອງເສຍສະລະຕົນເອງເພື່ອພຣະເຈົ້າ”. ພວກເຂົາໃຊ້ບັນດາຫຼັກຄຳສອນ, ຄຳຂວັນ ແລະ ຄຳເວົ້າທີ່ວ່າງເປົ່າເຫຼົ່ານີ້ເພື່ອປະດັບປະດາຕົນເອງ ແລະ ຍັງສອນໃຫ້ຄົນອື່ນ, ໂດຍຫວັງວ່າຈະມີອິດທິພົນ ແລະ ສ້າງຜົນກະທົບໃນທາງບວກຕໍ່ພວກເຂົາ, ແຕ່ມັນກໍບໍ່ໄດ້ຮັບຜົນຫຍັງ ແລະ ບໍ່ໄດ້ປ່ຽນແປງຫຍັງເລີຍ. ສະນັ້ນ, ຜູ້ນໍາປອມຈຶ່ງບໍ່ສາມາດເຮັດວຽກງານໃດໆໃຫ້ສຳເລັດໄດ້. ເນື່ອງຈາກພວກເຂົາບໍ່ສາມາດແມ່ນແຕ່ຈະແກ້ໄຂຄວາມຫຍຸ້ງຍາກທີ່ຜູ້ຄົນທີ່ພຣະເຈົ້າເລືອກພົບພໍ້ໃນທາງເຂົ້າຂອງຊີວິດ, ແລ້ວພວກເຂົາຈະສາມາດເຮັດວຽກງານນຳພາຄຣິສຕະຈັກໄດ້ດີແນວໃດ?

ເມື່ອຜູ້ຄົນພົບພໍ້ຄວາມຫຍຸ້ງຍາກຕ່າງໆໃນຊີວິດຈິງ ແລະ ບໍ່ຮູ້ວ່າຈະປະເຊີນໜ້າກັບມັນແນວໃດ, ທັງບໍ່ຮູ້ວ່າຈະປະຕິບັດຄວາມຈິງແນວໃດ, ພວກເຂົາກໍຈຳເປັນຕ້ອງສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາເຫຼົ່ານີ້. ຖ້າຄົນທີ່ມີຄວາມເຕີບໂຕໜ້ອຍບໍ່ຮູ້ວິທີສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ, ທັງບໍ່ຮູ້ວິທີຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ, ແລ້ວພວກເຂົາກໍຄວນສະແຫວງຫາຜູ້ທີ່ເຂົ້າໃຈຄວາມຈິງເພື່ອໂອ້ລົມແກ້ໄຂບັນຫາ, ພ້ອມທັງຝຶກຝົນວິທີຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ ແລະ ວິທີຢັ່ງຮູ້ຄວາມຈິງ. ນີ້ໝາຍເຖິງການຊອກຫາໃນພຣະທຳຂອງພຣະເຈົ້າວ່າແມ່ນຫຍັງຄືຫຼັກການ ແລະ ມາດຕະຖານທີ່ຈໍາເປັນຂອງພຣະເຈົ້າ, ພຣະເຈົ້ານິຍາມເລື່ອງນີ້ແນວໃດ ແລະ ພຣະອົງຮຽກຮ້ອງຫຍັງກ່ຽວກັບເລື່ອງນີ້ ແລະ ມີລາຍລະອຽດສະເພາະໃດໆທີ່ຖືກອະທິບາຍໄວ້ ຫຼື ບໍ່. ຖ້າພຣະທຳຂອງພຣະເຈົ້າກ່ຽວກັບຫົວຂໍ້ນີ້ຂ້ອນຂ້າງລຽບງ່າຍ, ພຽງແຕ່ກ່າວເຖິງຫຼັກການໂດຍບໍ່ໄດ້ໃຫ້ຕົວຢ່າງລະອຽດ, ແລ້ວເຈົ້າກໍຄວນຮຽນຮູ້ທີ່ຈະໄຕ່ຕອງ. ຖ້າເຈົ້າບໍ່ສາມາດຄິດອອກໄດ້ຜ່ານການໄຕ່ຕອງ, ກໍໃຫ້ສະແຫວງຫາຄົນມາໂອ້ລົມນຳໃຫ້ຫຼາຍຂຶ້ນ, ໂອ້ລົມໃນການເຕົ້າໂຮມ ແລະ ຄຳຫາ ແລະ ສະແຫວງຫາໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ໄດ້ຮັບຄວາມສະຫວ່າງ ແລະ ການໃຫ້ແສງເຍືອງທາງ, ແລະ ດັ່ງນັ້ນຈຶ່ງຄ່ອຍໆເຂົ້າໃຈວ່າແມ່ນຫຍັງຄືແກ່ນແທ້ຂອງບັນຫາທີ່ກຳລັງປະເຊີນຢູ່. ສຸດທ້າຍ, ຈົ່ງເຂົ້າສູ່ຕາມຫຼັກການໃນພຣະທຳຂອງພຣະເຈົ້າເພື່ອບັນລຸການແກ້ໄຂຄວາມຫຍຸ້ງຍາກເຫຼົ່ານີ້. ຕົວຢ່າງ: ບາງຄົນຂີ້ຄ້ານ ແລະ ບໍ່ສາມາດຮວບຮວມກຳລັງເພື່ອປະຕິບັດໜ້າທີ່ຂອງຕົນໄດ້ເລີຍ; ແຕ່ເມື່ອກ່າວເຖິງການກິນ, ການດື່ມ ແລະ ການມ່ວນຊື່ນ, ພວກເຂົາກໍເບີກບານຂຶ້ນ ແລະ ເຕັມໄປດ້ວຍກຳລັງວັງຊາ, ຄືກັບວ່າມີຊີວິດຊີວາຂຶ້ນມາກະທັນຫັນ. ຜູ້ນໍາປອມແກ້ໄຂບັນຫາເຊັ່ນນີ້ແນວໃດ? ພວກເຂົາກໍມີວິທີການເຊັ່ນກັນ: ມອບໝາຍໜ້າວຽກໃຫ້ຄົນເຫຼົ່ານີ້ຫຼາຍຂຶ້ນ, ເຮັດໃຫ້ພວກເຂົາບໍ່ມີເວລາວ່າງ. ວິທີການນີ້ສາມາດແກ້ໄຂບັນຫາໄດ້ບໍ? ບາງຄົນບໍ່ເຕັມໃຈທີ່ຈະເຮັດແມ່ນແຕ່ວຽກງານເລັກນ້ອຍທີ່ຖືກມອບໝາຍໃຫ້; ພວກເຂົາພຽງແຕ່ຢາກກິນຢູ່ລ້າໆ, ຄິດວ່າມັນດີທີ່ສຸດທີ່ຈະບໍ່ເຮັດວຽກຫຍັງເລີຍ! ແມ່ນຫຍັງຄືບັນຫາກັບຄົນທີ່ຂີ້ຄ້ານແຮງໆ? ມັນກ່ຽວຂ້ອງກັບທຳມະຊາດ-ແກ່ນແທ້ຂອງພວກເຂົາ, ກ່ຽວກັບວ່າພວກເຂົາຮັກສິ່ງທີ່ເປັນບວກ ຫຼື ບໍ່ ແລະ ຍັງກ່ຽວຂ້ອງກັບຄວາມມັກ ແລະ ການສະແຫວງຫາຂອງພວກເຂົາ. ມີບາງຄົນທີ່ພໍຈະມີຄວາມສາມາດຢູ່ແດ່; ຖ້າພວກເຂົາເປັນພຽງຜູ້ຕິດຕາມທຳມະດາໂດຍບໍ່ມີພາລະໃດໆວາງເທິງພວກເຂົາ, ພວກເຂົາກໍຂາດກຳລັງທີ່ຈະເຮັດວຽກງານຂອງພວກເຂົາ ແລະ ບໍ່ເຫັນຄວາມສົນໃຈໃດໆໃນມັນ. ແນວໃດກໍຕາມ, ຖ້າຫາກອີງຕາມຄວາມສາມາດຂອງພວກເຂົາ ແລະ ໜ້າທີ່ທີ່ພວກເຂົາສາມາດເຮັດໄດ້, ພວກເຂົາໄດ້ຮັບພາລະໃນການເປັນຜູ້ຮັບຜິດຊອບ, ໄດ້ຮັບອະນຸຍາດໃຫ້ມີຕຳແໜ່ງບາງຢ່າງ ແລະ ຮັບຜິດຊອບພັນທະບາງຢ່າງ, ຄວາມສົນໃຈຂອງພວກເຂົາໃນວຽກງານກໍຈະຖືກກະຕຸ້ນ. ບາງຄັ້ງ, ເມື່ອພວກເຂົາກາຍເປັນຄົນບໍ່ຮັບຜິດຊອບໃນວຽກງານຂອງພວກເຂົາ ຫຼື ກາຍເປັນຄົນຂີ້ຄ້ານ, ພວກເຂົາກໍສາມາດຖືກລິຮານ; ໃນບາງຄັ້ງ, ພວກເຂົາກໍສາມາດໄດ້ຮັບການໃຫ້ກຳລັງໃຈ ແລະ ການຍ້ອງຍໍ. ດັ່ງນັ້ນ, ຄົນເຫຼົ່ານີ້, ຜູ້ທີ່ໃສ່ໃຈເລື່ອງໜ້າຕາ, ມັກສະຖານະ ແລະ ມັກຖືກຍ້ອງຍໍ, ກໍຈະໄດ້ຮັບກຳລັງໃນການປະຕິບັດໜ້າທີ່ຂອງຕົນ. ເມື່ອພວກເຂົາຄິດທີ່ຈະຂີ້ຄ້ານ, ພວກເຂົາກໍໄຕ່ຕອງວ່າ: “ເພື່ອເຫັນແກ່ສະຖານະ, ເພື່ອເຫັນແກ່ພາລະທີ່ຂ້ອຍແບກຮັບ, ຂ້ອຍຕ້ອງເຮັດໃຫ້ດີ”. ດ້ວຍວິທີນີ້, ຄວາມຂີ້ຄ້ານຂອງຄົນປະເພດນີ້ກໍສາມາດຖືກແກ້ໄຂໄດ້ສ່ວນໜຶ່ງ. ເມື່ອຜູ້ນໍາປອມພົບພໍ້ບັນຫາປະເພດນີ້ທີ່ກ່ຽວຂ້ອງກັບຄວາມເປັນມະນຸດ ຫຼື ສະພາວະທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ເກີດຂຶ້ນໃນຂະບວນການປະຕິບັດໜ້າທີ່, ພວກເຂົາກໍເຫັນວ່າມັນຍາກ ແລະ ທ້າທາຍຫຼາຍທີ່ຈະແກ້ໄຂ. ພວກເຂົາບໍ່ຮູ້ວິທີແກ້ໄຂສະພາວະ ແລະ ບັນຫາເຫຼົ່ານີ້ ຫຼື ຈະໃຊ້ພຣະທຳຂອງພຣະເຈົ້າຂໍ້ໃດເພື່ອແກ້ໄຂຢ່າງເຈາະຈົງ. ສ່ວນຫຼາຍແລ້ວ, ວິທີການຂອງພວກເຂົາກໍຄືການໂນ້ມນ້າວ ຫຼື ຊັກຊວນໃຫ້ຄົນເຮັດດີ; ຖ້າການໂນ້ມນາວ ແລະ ການຊັກຊວນບໍ່ໄດ້ຜົນ, ພວກເຂົາກໍຈະໃຊ້ວິທີໃຈຮ້າຍ ແລະ ລິຮານພວກເຂົາ. ຖ້າການລິຮານພວກເຂົາບໍ່ໄດ້ຜົນ, ພວກເຂົາກໍຈະອ່ານພຣະທຳທີ່ເຂັ້ມງວດຂອງພຣະເຈົ້າສອງສາມບົດເພື່ອເປັນການເຕືອນ, ເພື່ອໃຫ້ຄົນຮູ້ວ່າພວກເຂົາຄວນປັບປຸງຕົນເອງ. ຖ້ານັ້ນຍັງບໍ່ໄດ້ຜົນ, ວິທີສຸດທ້າຍຂອງພວກເຂົາກໍຄືການຈັດຄົນມາເຝົ້າລະວັງ ແລະ ຈັດການພວກເຂົາ. ພວກເຂົາມີພຽງແຕ່ເຕັກນິກສອງສາມຢ່າງນີ້ເທົ່ານັ້ນ ແລະ ຖ້າສິ່ງເຫຼົ່ານີ້ບໍ່ໄດ້ຜົນ, ພວກເຂົາກໍໝົດທາງເລືອກ.

ສະຫຼຸບແລ້ວ, ບໍ່ວ່າຜູ້ນໍາປອມຈະປະເຊີນກັບບັນຫາຫຍັງໃນວຽກງານຂອງພວກເຂົາ, ພວກເຂົາກໍບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້, ເປັນເລື່ອງຍາກທີ່ຈະກຳສະພາວະ ແລະ ພູມຫຼັງທີ່ແທ້ຈິງຂອງຄົນຕ່າງໆ, ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງບໍ່ສາມາດເບິ່ງທະລຸໄດ້ວ່າຮາກເຫງົ້າຂອງບັນຫາຢູ່ໃສ ຫຼື ຈະເລີ່ມຕົ້ນຈາກບ່ອນໃດເພື່ອແກ້ໄຂບັນຫາຢ່າງເໝາະສົມທີ່ສຸດ. ພວກເຂົາຂາດຫຼັກການ ແລະ ວິທີການເຫຼົ່ານີ້ໃນການຈັດການກັບບັນຫາ, ສະນັ້ນ ວຽກງານຂອງຜູ້ນໍາປອມຈຶ່ງບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງຕ່າງໆໄດ້. ພວກເຂົາເຮັດໄດ້ພຽງແຕ່ເທດສະໜາຫຼັກຄຳສອນບາງຢ່າງ, ໂຮ່ຮ້ອງຄຳຂວັນບາງຢ່າງ, ປະຕິບັດຕາມລະບຽບບາງຢ່າງ ແລະ ເຮັດແບບພໍເປັນພິທີ. ຄົນເຊັ່ນນີ້ຈະມີຄວາມສາມາດໃນວຽກງານການນຳພາຂອງຄຣິສຕະຈັກໄດ້ແນວໃດ? ບໍ່ວ່າພວກເຂົາຈະຝຶກຝົນຫຼາຍສໍ່າໃດ ຫຼື ເຊື່ອອີກຈັກປີ, ພວກເຂົາກໍຈະບໍ່ມີຄວາມສາມາດໃນວຽກງານການນຳພາຂອງຄຣິສຕະຈັກ. ພວກເຈົ້າເຄີຍພົບພໍ້ຕົວຢ່າງຂອງເລື່ອງນີ້ບໍ່? (ໃນຄຣິສຕະຈັກຂອງພວກເຮົາ, ມີຄົນໜຶ່ງທີ່ເຮັດໜ້າທີ່ຕ້ອນຮັບເຊິ່ງມັກຈະເວົ້າຈາຕັດສິນ ແລະ ໂຈມຕີຜູ້ອື່ນ, ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຮົາ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຫຼັງຈາກທີ່ພວກເຮົາໄດ້ລາຍງານເລື່ອງນີ້ໃຫ້ຜູ້ນໍາຊາບ, ລາວກໍພຽງແຕ່ຢືນຢັນໃຫ້ພວກເຮົາຮູ້ຈັກຕົນເອງ ແລະ ຍອມຈຳນົນຕໍ່ສະພາບແວດລ້ອມທີ່ພຣະເຈົ້າຊົງຈັດຕຽມໄວ້, ໂດຍບໍ່ແກ້ໄຂບັນຫາທີ່ແທ້ຈິງ, ເຊິ່ງສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ. ຈົນກວ່າຈະມີການປ່ຽນຜູ້ນໍາຄົນໃໝ່ບັນຫານີ້ຈຶ່ງໄດ້ຮັບການແກ້ໄຂ.) ນີ້ຄືການສະແດງອອກທີ່ເປັນແບບຢ່າງຂອງຜູ້ນໍາປອມ. ນີ້ຄືຜູ້ນໍາປອມປະເພດທີ່ພົບເຫັນໄດ້ທົ່ວໄປ: ຜູ້ທີ່ບໍ່ສາມາດລະບຸຄົນຊົ່ວ ຫຼື ຜູ້ຕໍ່ຕ້ານພຣະຄຣິດໄດ້ເມື່ອພົບພໍ້, ແລະ ບອກໃຫ້ຄົນອື່ນອົດທົນ ແລະ ຍອມຮັບ, ເພື່ອຮຽນຮູ້ຈາກປະສົບການ ແລະ ເຊື່ອຟັງຄົນຊົ່ວ ຫຼື ຜູ້ຕໍ່ຕ້ານພຣະຄຣິດ. ພວກເຂົາບໍ່ແຍກແຍະຜູ້ຕໍ່ຕ້ານພຣະຄຣິດ ຫຼື ຄົນຊົ່ວ, ທັງບໍ່ເຮັດຫຍັງກັບພວກເຂົາເລີຍ. ຫຼັງຈາກທີ່ມີການໂອ້ລົມຢ່າງຫຼວງຫຼາຍກ່ຽວກັບວິທີການທີ່ຜູ້ຕໍ່ຕ້ານພຣະຄຣິດສະແດງອອກ, ທຸກຄົນທີ່ເຂົ້າໃຈຄວາມຈິງໃນຕອນນີ້ຈະຕ້ອງສາມາດລະບຸພວກເຂົາໄດ້ຈຳນວນໜຶ່ງ. ແຕ່ຄົນເຊັ່ນຜູ້ນໍາປອມຈະສາມາດເບິ່ງຫາໄດ້ບໍວ່າການໂອ້ລົມນັ້ນສອດຄ່ອງກັບພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິດແນວໃດ? ພວກເຂົາສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້ບໍ? (ບໍ່ໄດ້.) ແລະ ຜົນທີ່ຕາມມາຈາກການທີ່ພວກເຂົາບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້ແມ່ນຫຍັງ? ເປັນໄປໄດ້ວ່າຜູ້ຕໍ່ຕ້ານພຣະຄຣິດຈະຍຶດອຳນາດຈາກພວກເຂົາ, ວ່າພວກເຂົາຈະປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິດຄວບຄຸມຄຣິສຕະຈັກ ແລະ ໃນທີ່ສຸດກໍບໍ່ເຮັດຫຍັງເລີຍໃນຂະນະທີ່ຜູ້ຕໍ່ຕ້ານພຣະຄຣິດສ້າງຕັ້ງອານາຈັກອິດສະຫຼະຂຶ້ນມາ. ຖ້າພວກເຂົາບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້, ພວກເຂົາກໍບໍ່ມີທາງທີ່ຈະປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິດໃນຖານະສັດຕູ ແລະ ເປີດໂປງ, ແຍກແຍະ ແລະ ປະຕິເສດພວກເຂົາໄດ້; ຖ້າພວກເຂົາບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້, ພວກເຂົາກໍມີແນວໂນ້ມທີ່ຈະປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິດໃນຖານະອ້າຍເອື້ອຍນ້ອງ, ດ້ວຍຄວາມອົດທົນ ແລະ ການຍອມຮັບ, ເຊິ່ງສົ່ງຜົນໃຫ້ຜູ້ຕໍ່ຕ້ານພຣະຄຣິດຂຶ້ນມາຄອງອຳນາດໃນຄຣິສຕະຈັກ ແລະ ຄວບຄຸມມັນ. ສະນັ້ນ, ຜົນທີ່ຕາມມາຂອງການບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້ຈຶ່ງເປັນເລື່ອງຮ້າຍແຮງ, ຮ້າຍແຮງເກີນກວ່າຈະຄາດຄິດ. ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ; ພວກເຂົາບໍ່ສາມາດແຍກແຍະແກ່ນແທ້ຂອງຄົນປະເພດຕ່າງໆໄດ້. ສິ່ງທີ່ພວກເຂົາເຮັດທັງໝົດຄືເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ ແລະ ນຳໃຊ້ລະບຽບ, ດ້ວຍຄວາມຮັກຕໍ່ທຸກຄົນ, ປ່ອຍໃຫ້ທຸກຄົນກັບໃຈ ແລະ ໃຫ້ໂອກາດທຸກຄົນ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ. ນີ້ບໍ່ແມ່ນການປະພຶດຂອງນັກບວດໃນສາສະໜາບໍ? ນີ້ບໍ່ແມ່ນການປະພຶດຂອງພວກຟາຣີຊາຍບໍ? ຜູ້ນໍາປອມ, ເມື່ອພົບພໍ້ຜູ້ຕໍ່ຕ້ານພຣະຄຣິດ, ໂດຍປົກກະຕິແລ້ວຈະເລືອກທີ່ຈະປະນີປະນອມ ແລະ ຍອມຖອຍ, ແມ່ນແຕ່ຫາຂໍ້ອ້າງ ຫຼື ເຫດຜົນເພື່ອອ້າງວ່ານີ້ຄືການປະຕິບັດຕໍ່ຜູ້ອື່ນດ້ວຍຄວາມຮັກ. ການທີ່ຮູ້ວ່າໃຜບາງຄົນມີບັນຫາ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິດ, ແຕ່ພວກເຂົາກໍບໍ່ກ້າປະເຊີນໜ້າ ຫຼື ບໍ່ມີຄວາມກ້າທີ່ຈະແຍກແຍະ ແລະ ເປີດໂປງພວກເຂົາ; ນີ້ຄືສິ່ງທີ່ຜູ້ນໍາປອມເຮັດຢ່າງແທ້ຈິງ. ແມ່ນແຕ່ເມື່ອອ້າຍເອື້ອຍນ້ອງບາງຄົນໄດ້ແຍກແຍະແລ້ວວ່າຄົນຜູ້ນັ້ນເປັນຄົນຊົ່ວ ຫຼື ຜູ້ຕໍ່ຕ້ານພຣະຄຣິດ, ຜູ້ນໍາປອມກໍຈະຍັງຄົງເວົ້າວ່າ: “ພວກເຮົາບໍ່ສາມາດຕັດສິນຄົນ ຫຼື ປະນາມພວກເຂົາຢ່າງງ່າຍດາຍໄດ້. ຄົນຜູ້ນັ້ນມີຄວາມກະຕືລືລົ້ນທີ່ຈະເສຍສະລະຕົນເອງ ແລະ ເຕັມໃຈທີ່ຈະຈ່າຍລາຄາ, ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິດ ຫຼື ຄົນຊົ່ວ. ພຽງເພາະໃຜບາງຄົນເວົ້າຄຳເວົ້າທີ່ຮຸນແຮງສອງສາມຄຳກໍບໍ່ໄດ້ເຮັດໃຫ້ພວກເຂົາເປັນຄົນຊົ່ວ, ແມ່ນບໍ່?” ຜູ້ນໍາປອມບໍ່ສາມາດເຫັນແກ່ນແທ້ຂອງຄົນໄດ້, ທັງບໍ່ສາມາດເຫັນຜົນທີ່ຕາມມາຈາກການກະທຳຂອງຜູ້ຕໍ່ຕ້ານພຣະຄຣິດ, ຍັງຄົງສະແດງຄວາມຮັກ, ການຍອມຮັບ ແລະ ຄວາມອົດທົນຕໍ່ຜູ້ຕໍ່ຕ້ານພຣະຄຣິດ, ແມ່ນແຕ່ຊຸກຍູ້ໃຫ້ຜູ້ຕໍ່ຕ້ານພຣະຄຣິດໄຕ່ຕອງ, ຮູ້ຈັກຕົນເອງ ແລະ ກັບໃຈຢ່າງແທ້ຈິງ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິດຈະພະຍາຍາມຮູ້ຈັກຕົນເອງແນວໃດ, ທຳມະຊາດຂອງພວກເຂົາສາມາດປ່ຽນແປງໄດ້ບໍ? ພວກເຂົາສາມາດຮູ້ຈັກຕົນເອງຢ່າງແທ້ຈິງໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິດອາດຈະເບິ່ງຄືວ່າໄດ້ລະຖິ້ມບາງສິ່ງ ແລະ ເສຍສະລະຕົນເອງເລັກນ້ອຍຢູ່ພາຍນອກ, ແຕ່ພາຍໃນພວກເຂົາກໍມີຄວາມທະເຍີທະຍານ ແລະ ແຜນການທີ່ຍິ່ງໃຫຍ່. ເຫດຜົນທີ່ຜູ້ນໍາປອມບໍ່ສາມາດເບິ່ງທະລຸຄົນເຊັ່ນຜູ້ຕໍ່ຕ້ານພຣະຄຣິດໄດ້ກໍຄື ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ, ທັງບໍ່ສາມາດແຍກແຍະຄົນປະເພດຕ່າງໆໄດ້. ພວກເຂົາບໍ່ສາມາດເບິ່ງທະລຸເຖິງທຳມະຊາດ-ແກ່ນແທ້ຂອງຄົນຕ່າງໆ, ທັງບໍ່ຮູ້ວິທີປະຕິບັດຕໍ່ ຫຼື ຈັດການກັບຄົນປະເພດຕ່າງໆ. ເມື່ອພວກເຂົາເຫັນຄົນອື່ນເປີດໂປງຜູ້ຕໍ່ຕ້ານພຣະຄຣິດ, ພວກເຂົາກໍບໍ່ກ້າເຂົ້າຮ່ວມ ແລະ ພວກເຂົາຍິ່ງຢ້ານທີ່ຈະຮັບມືຜູ້ຕໍ່ຕ້ານພຣະຄຣິດ, ຢ້ານການໂຕ້ຕອບ ຖ້າພວກເຂົາເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິດຂຸ່ນເຄືອງ. ວິທີການຂອງພວກເຂົາຕໍ່ຜູ້ຕໍ່ຕ້ານພຣະຄຣິດຖືກຈຳກັດຢູ່ແຕ່ການເທດສະໜາຫຼັກຄຳສອນ ແລະ ການຕັກເຕືອນ. ນອກເໜືອຈາກການບໍ່ສາມາດແຍກແຍະຄົນຊົ່ວ ແລະ ຜູ້ຕໍ່ຕ້ານພຣະຄຣິດໄດ້ແລ້ວ, ຜູ້ນໍາປອມຍັງບໍ່ສາມາດແກ້ໄຂບັນຫາຕ່າງໆທີ່ມີຢູ່ໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກໄດ້ອີກດ້ວຍ. ສິ່ງນີ້ພິສູດໃຫ້ເຫັນວ່າຜູ້ນໍາປອມບໍ່ມີຄວາມເຂົ້າໃຈໃນຄວາມຈິງເລີຍ; ພວກເຂົາບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ ແລະ ບໍ່ສາມາດນຳພາຜູ້ຄົນທີ່ພຣະເຈົ້າເລືອກເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້. ບໍ່ວ່າຜູ້ນໍາປອມຈະເວົ້າ ຫຼື ເຮັດຫຍັງ, ເຈົ້າກໍຈະບໍ່ໄດ້ຍິນຄຳເວົ້າແຫ່ງຄວາມສະຫວ່າງໃດໆທີ່ຖືກກະຕຸ້ນໂດຍການເປີດແຈ້ງຂອງພຣະວິນຍານບໍລິສຸດ, ແຮງໄກທີ່ເຈົ້າຈະເຫັນວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງໃດໆ. ສະນັ້ນ, ຜູ້ນໍາປອມຈຶ່ງບໍ່ໄດ້ໃຫ້ປະໂຫຍດ ຫຼື ຄວາມຊ່ວຍເຫຼືອໃດໆໃນແງ່ຂອງທາງເຂົ້າຂອງຊີວິດຂອງຜູ້ຄົນ; ວຽກງານເລັກນ້ອຍທີ່ພວກເຂົາເຮັດນັ້ນກ່ຽວຂ້ອງກັບການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ, ການໂຮ່ຮ້ອງຄຳຂວັນ ແລະ ການເຮັດແບບພໍເປັນພິທີ. ພວກເຂົາລົ້ມເຫຼວຢ່າງສິ້ນເຊີງໃນການເຮັດບົດບາດທີ່ຜູ້ນໍາຄວນຈະເຮັດໃຫ້ດີ.

ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາໃນມື້ນີ້. ສະບາຍດີ!

9 ມັງກອນ 2021

ຕໍ່ໄປ:  ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger