ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2)
ກ່ອນອື່ນ ໃຫ້ທົບທວນເນື້ອໃນຫຼັກຂອງການໂອ້ລົມຂອງພວກເຮົາໃນການເຕົ້າໂຮມຄັ້ງທີ່ຜ່ານມາ. (ຄັ້ງທີ່ຜ່ານມາ, ເຈົ້າໄດ້ຂຽນລາຍການຄວາມຮັບຜິດຊອບສິບຫ້າປະການຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ໄດ້ໂອ້ລົມເປັນຫຼັກກ່ຽວກັບສອງຂໍ້ທຳອິດ: ຂໍ້ທີໜຶ່ງແມ່ນການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃຫ້ເຂົ້າໃຈ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ; ຂໍ້ທີສອງແມ່ນການຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ. ໂດຍອີງໃສ່ສອງຂໍ້ນີ້, ເຈົ້າໄດ້ໄຈ້ແຍກການສະແດງອອກທີ່ກ່ຽວຂ້ອງຂອງຜູ້ນໍາປອມ.) ພວກເຈົ້າເຄີຍໄຕ່ຕອງບໍ່ວ່າ ຄວາມຮັບຜິດຊອບສອງຢ່າງນີ້ ພວກເຈົ້າຈະສາມາດປະຕິບັດຂໍ້ໃດໄດ້ ຖ້າຫາກພວກເຈົ້າເປັນຜູ້ນໍາ? ຫຼາຍຄົນຮູ້ສຶກສະເໝີວ່າພວກເຂົາມີຄວາມສາມາດ, ສະຕິປັນຍາ ແລະ ມີພາລະຢູ່ແດ່ ແລະ ດ້ວຍເຫດນັ້ນຈຶ່ງປາຖະໜາທີ່ຈະແຂ່ງຂັນກັນເປັນຜູ້ນໍາ ແລະ ບໍ່ຢາກເປັນຜູ້ຕິດຕາມທຳມະດາ. ສະນັ້ນ, ກ່ອນອື່ນ ໃຫ້ເບິ່ງວ່າເຈົ້າສາມາດປະຕິບັດຄວາມຮັບຜິດຊອບສອງຢ່າງນີ້ໄດ້ ຫຼື ບໍ່ ແລະ ເຈົ້າສາມາດປະຕິບັດຂໍ້ໃດໄດ້ດີກວ່າ ແລະ ສາມາດແບກຮັບໄດ້. ຕອນນີ້ ໃຫ້ເຮົາຢ່າຟ້າວເວົ້າເທື່ອວ່າເຈົ້າມີຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ບໍ່ ຫຼື ວ່າເຈົ້າມີຄວາມສາມາດໃນການເຮັດວຽກນີ້ ຫຼື ມີພາລະ ຫຼື ບໍ່ ແລະ ໃຫ້ເບິ່ງກ່ອນວ່າເຈົ້າສາມາດປະຕິບັດຄວາມຮັບຜິດຊອບສອງຢ່າງນີ້ໄດ້ດີ ຫຼື ບໍ່. ພວກເຈົ້າເຄີຍໄຕ່ຕອງຄຳຖາມນີ້ບໍ? ບາງຄົນອາດຈະເວົ້າວ່າ “ຂ້ານ້ອຍບໍ່ໄດ້ວາງແຜນທີ່ຈະເປັນຜູ້ນໍາ, ສະນັ້ນ ຂ້ານ້ອຍຈະໄຕ່ຕອງມັນໄປເພື່ອຫຍັງ? ຂ້ານ້ອຍພຽງແຕ່ຕ້ອງເຮັດວຽກຂອງຕົນເອງໃຫ້ດີ, ຄຳຖາມນີ້ບໍ່ກ່ຽວຂ້ອງຫຍັງກັບຂ້ານ້ອຍ. ໃນຊາດນີ້, ຂ້ານ້ອຍບໍ່ເຄີຍຢາກເປັນຜູ້ນໍາ ແລະ ຂ້ານ້ອຍບໍ່ເຄີຍຢາກແບກຮັບຄວາມຮັບຜິດຊອບຂອງຜູ້ນໍາ ຫຼື ຜູ້ເຮັດວຽກ, ສະນັ້ນ ຂ້ານ້ອຍຈຶ່ງບໍ່ຈຳເປັນຕ້ອງໄຕ່ຕອງຄຳຖາມດັ່ງກ່າວຈັກເທື່ອ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່.) ເຖິງແມ່ນວ່າເຈົ້າບໍ່ຢາກເປັນຜູ້ນໍາ, ເຈົ້າຍັງຈຳເປັນຕ້ອງຮູ້ບໍ່ແມ່ນບໍວ່າ ຜູ້ທີ່ກຳລັງນໍາພາເຈົ້ານັ້ນປະຕິບັດຄວາມຮັບຜິດຊອບສອງຢ່າງນີ້ໄດ້ດີສໍ່າໃດ, ພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນສຳເລັດ ຫຼື ບໍ່, ພວກເຂົາມີຄຸນນະພາບ, ຄວາມສາມາດ ແລະ ພາລະທີ່ກຳນົດໄວ້ ຫຼື ບໍ່ ແລະ ພວກເຂົາກົງກັບຂໍ້ກຳນົດສອງຢ່າງນີ້ ຫຼື ບໍ່? ຖ້າເຈົ້າບໍ່ເຂົ້າໃຈ ຫຼື ບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້ ແລະ ພວກເຂົານໍາພາເຈົ້າລົງຂຸມ, ເຈົ້າຈະຮູ້ຕົວບໍ? ຖ້າເຈົ້າພຽງແຕ່ຕິດຕາມພວກເຂົາໄປແບບມຶນງົງ ແລະ ເປັນພຽງຄົນເບົາປັນຍາ, ຖ້າເຈົ້າບໍ່ຮູ້ວ່າພວກເຂົາເປັນຜູ້ນໍາປອມ ຫຼື ວ່າພວກເຂົາກຳລັງນໍາພາເຈົ້າໄປໃນທາງທີ່ຜິດ ຫຼື ພວກເຂົາກຳລັງນໍາພາເຈົ້າໄປໃສ, ແລ້ວເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ເພາະວ່າເຈົ້າບໍ່ເຂົ້າໃຈຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເຈົ້າຂາດການແຍກແຍະຜູ້ນໍາປອມ, ເຈົ້າກໍຈະຕິດຕາມພວກເຂົາໄປແບບມຶນງົງ ແລະ ເຮັດທຸກຢ່າງທີ່ພວກເຂົາຂໍໃຫ້ເຈົ້າເຮັດ, ໂດຍບໍ່ຮູ້ວ່າສິ່ງທີ່ພວກເຂົາໂອ້ລົມກັບເຈົ້ານັ້ນສອດຄ່ອງກັບຄວາມຈິງໃນພຣະທຳຂອງພຣະເຈົ້າ ຫຼື ບໍ່ ຫຼື ວ່າມັນເປັນຄວາມເປັນຈິງ ຫຼື ບໍ່. ເຈົ້າຈະຄິດວ່າ ຍ້ອນພວກເຂົາມີຄວາມກະຕືລືລົ້ນ, ຍ້ອນພວກເຂົາເຮັດຮີບຟ້າວ ແລະ ເຮັດວຽກໜັກຫາມລຸ່ງຫາມຄໍ່າ ແລະ ສາມາດຈ່າຍລາຄາໄດ້ ແລະ ຍ້ອນວ່າເມື່ອຄົນໃດໜຶ່ງຕົກທຸກໄດ້ຍາກ, ພວກເຂົາກໍຍື່ນມືເຂົ້າຊ່ວຍເຫຼືອ, ບໍ່ໄດ້ເມີນເສີຍຕໍ່ພວກເຂົາ, ວ່າພວກເຂົາໄດ້ມາດຕະຖານໃນຖານະຜູ້ນໍາ. ເຈົ້າບໍ່ຮູ້ວ່າຜູ້ນໍາປອມຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ວ່າບໍ່ວ່າພວກເຂົາຈະເຮັດວຽກດົນສໍ່າໃດ, ພວກເຂົາກໍຈະບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ຮູ້ວ່າຂໍ້ກຳນົດຂອງພຣະເຈົ້າແມ່ນຫຍັງ, ພວກເຂົາແມ່ນແຕ່ຈະບໍ່ສາມາດແຍກແຍະໄດ້ວ່າອັນໃດຄືຫຼັກຄຳສອນ ແລະ ອັນໃດຄືຄວາມເປັນຈິງຂອງຄວາມຈິງ, ພວກເຂົາຈະບໍ່ຮູ້ວິທີທີ່ຈະຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຢ່າງບໍລິສຸດ, ທັງບໍ່ຮູ້ວິທີກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສິ່ງນີ້ເຮັດໃຫ້ເຫັນໄດ້ຊັດເຈນວ່າພວກເຂົາເປັນຜູ້ນໍາປອມ. ຜູ້ນໍາປອມບໍ່ໄດ້ຮັບຜົນສຳເລັດໃດໆໃນວຽກງານທີ່ພວກເຂົາເຮັດ. ພວກເຂົາຈະໂອ້ລົມກັບເຈົ້າ ແລະ ເຮັດແບບພໍເປັນພິທີ, ແຕ່ພວກເຂົາຈະບໍ່ຮູ້ແຈ້ງວ່າເຈົ້າຢູ່ໃນສະພາວະໃດ, ເຈົ້າກຳລັງປະເຊີນກັບຄວາມຫຍຸ້ງຍາກຫຍັງ ແລະ ບັນຫາເຫຼົ່ານັ້ນໄດ້ຮັບການແກ້ໄຂແທ້ ຫຼື ບໍ່ ແລະ ຕົວເຈົ້າເອງກໍຈະບໍ່ຮູ້ເລື່ອງເຫຼົ່ານີ້ເຊັ່ນກັນ. ພາຍນອກ, ພວກເຂົາຈະໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງກັບເຈົ້າ, ແຕ່ເຈົ້າກໍຈະຍັງຄົງດຳລົງຊີວິດຢູ່ໃນສະພາວະທີ່ຜິດພາດໂດຍບໍ່ມີການຫັນປ່ຽນໃດໆ. ບໍ່ວ່າເຈົ້າຈະພົບພໍ້ກັບຄວາມຫຍຸ້ງຍາກໃດກໍຕາມ, ພວກເຂົາກໍຈະເບິ່ງຄືວ່າປະຕິບັດໜ້າທີ່ຂອງຕົນ, ແຕ່ບໍ່ມີຄວາມຫຍຸ້ງຍາກໃດໆຂອງເຈົ້າທີ່ຈະຖືກແກ້ໄຂຜ່ານການໂອ້ລົມ ຫຼື ການຊ່ວຍເຫຼືອຂອງພວກເຂົາ ແລະ ບັນຫາກໍຈະຍັງຄົງຢູ່. ຜູ້ນໍາປະເພດນີ້ໄດ້ມາດຕະຖານບໍ? (ບໍ່.) ສະນັ້ນ, ເຈົ້າຈຳເປັນຕ້ອງເຂົ້າໃຈຄວາມຈິງໃດແດ່ເພື່ອທີ່ຈະແຍກແຍະເລື່ອງເຫຼົ່ານີ້? ເຈົ້າຈຳເປັນຕ້ອງເຂົ້າໃຈວ່າຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດທຸກໜ້າວຽກ ແລະ ແກ້ໄຂທຸກບັນຫາຕາມຂໍ້ກຳນົດຂອງພຣະທຳຂອງພຣະເຈົ້າ ຫຼື ບໍ່, ວ່າທຸກຄຳທີ່ພວກເຂົາເວົ້ານັ້ນປະຕິບັດໄດ້ແທ້ ແລະ ສອດຄ່ອງກັບຄວາມຈິງໃນພຣະທຳຂອງພຣະເຈົ້າ ຫຼື ບໍ່. ນອກຈາກນີ້, ເຈົ້າຈຳເປັນຕ້ອງເຂົ້າໃຈວ່າ ເມື່ອເຈົ້າປະເຊີນກັບຄວາມຫຍຸ້ງຍາກຕ່າງໆ, ແນວທາງການແກ້ໄຂບັນຫາຂອງພວກເຂົານໍາພາເຈົ້າໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ໄດ້ຮັບເສັ້ນທາງແຫ່ງການປະຕິບັດ ຫຼື ບໍ່ ຫຼື ພວກເຂົາພຽງແຕ່ເວົ້າຄຳບາງຄຳ ແລະ ຫຼັກຄຳສອນ, ຮ້ອງຄຳຂວັນ ຫຼື ຕັກເຕືອນເຈົ້າ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກຊ່ວຍເຫຼືອຜູ້ຄົນຜ່ານການຕັກເຕືອນ, ບາງຄົນຜ່ານການສ້າງແຮງຈູງໃຈ ແລະ ຄົນອື່ນໆຜ່ານການເປີດເຜີຍ, ການຕຳໜິຕິຕຽນ ແລະ ການລິຮານ. ບໍ່ວ່າພວກເຂົາຈະໃຊ້ວິທີການໃດກໍຕາມ, ຖ້າມັນສາມາດນໍາພາເຈົ້າເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ຢ່າງແທ້ຈິງ, ແກ້ໄຂຄວາມຫຍຸ້ງຍາກຕົວຈິງຂອງເຈົ້າ, ເຮັດໃຫ້ເຈົ້າເຂົ້າໃຈວ່າເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ດ້ວຍເຫດນັ້ນກໍເຮັດໃຫ້ເຈົ້າສາມາດຮູ້ຈັກຕົນເອງ ແລະ ຊອກຫາເສັ້ນທາງແຫ່ງການປະຕິບັດ, ແລ້ວເມື່ອເຈົ້າປະເຊີນກັບສະຖານະການທີ່ຄ້າຍຄືກັນໃນອະນາຄົດ, ເຈົ້າກໍຈະມີເສັ້ນທາງໃຫ້ຕິດຕາມ. ສະນັ້ນ, ມາດຕະຖານຂັ້ນພື້ນຖານທີ່ສຸດໃນການວັດແທກວ່າຜູ້ນໍາ ຫຼື ຜູ້ເຮັດວຽກມີຄຸນສົມບັດຄົບຖ້ວນ ຫຼື ບໍ່ ກໍຄືວ່າພວກເຂົາສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຂອງຜູ້ຄົນໄດ້ ຫຼື ບໍ່, ເຮັດໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ໄດ້ຮັບເສັ້ນທາງແຫ່ງການປະຕິບັດ.
ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນບໍ່ຫຼາຍກໍໜ້ອຍກ່ຽວກັບຄວາມຮັບຜິດຊອບຂໍ້ທີໜຶ່ງ ແລະ ຂໍ້ທີສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຮົາໄດ້ໄຈ້ແຍກການສະແດງອອກບາງຢ່າງຂອງຜູ້ນໍາປອມທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບສອງຢ່າງນີ້. ການສະແດງອອກຫຼັກຂອງພວກເຂົາກໍຄືການຢັ່ງຮູ້ພຣະທຳຂອງພຣະເຈົ້າແບບຕື້ນເຂີນ ແລະ ຜິວເຜີນໃນການບໍ່ເຂົ້າໃຈຄວາມຈິງ. ເຫັນໄດ້ຊັດເຈນວ່າ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ສາມາດນໍາພາຄົນອື່ນໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ກຳແໜ້ນເຈດຕະນາຂອງພຣະອົງໄດ້. ເມື່ອຜູ້ຄົນປະເຊີນກັບຄວາມຫຍ້ງຍາກ, ຜູ້ນໍາປອມບໍ່ສາມາດນຳໃຊ້ຄວາມຮູ້ຈາກປະສົບການຂອງຕົນເອງ ເພື່ອນໍາພາຄົນເຫຼົ່ານັ້ນໃຫ້ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງໄດ້ ເພື່ອໃຫ້ພວກເຂົາມີເສັ້ນທາງໃຫ້ຕິດຕາມ, ທັງບໍ່ສາມາດເຮັດໃຫ້ພວກເຂົາໄຕ່ຕອງ ແລະ ຮູ້ຈັກຕົນເອງທ່າມກາງຄວາມຫຍ້ງຍາກຕ່າງໆ ແລະ ແກ້ໄຂຄວາມຫຍຸ້ງຍາກເຫຼົ່ານີ້ໄປພ້ອມໆກັນ. ສະນັ້ນ ມື້ນີ້, ກ່ອນອື່ນ ໃຫ້ໂອ້ລົມກັນວ່າ ຄວາມຫຍຸ້ງຍາກຂອງທາງເຂົ້າຂອງຊີວິດແມ່ນຫຍັງ ແລະ ມີຄວາມຫຍຸ້ງຍາກທົ່ວໄປຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດໃດແດ່ ທີ່ຜູ້ຄົນມັກພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ. ໃຫ້ສະຫຼຸບເລື່ອງເຫຼົ່ານີ້ຢ່າງລະອຽດ. ເລື່ອງນີ້ຈຳເປັນຕ້ອງໂອ້ລົມກັນບໍ? (ຈຳເປັນ.) ຕອນນີ້ ພວກເຈົ້າຂ້ອນຂ້າງສົນໃຈຫົວຂໍ້ເຫຼົ່ານີ້ທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດແລ້ວ, ແມ່ນບໍ່? ຕອນທີ່ເຮົາພົວພັນກັບພວກເຈົ້າ ແລະ ເວົ້າລົມກັບພວກເຈົ້າຄັ້ງທຳອິດ, ບໍ່ວ່າຈະເວົ້າຫຍັງກໍຕາມ, ພວກເຈົ້າກໍມຶນຊາ ແລະ ໂງ່ຈ້າ, ເຊືອງຊຶມ ແລະ ຕອບສະໜອງຊ້າ. ເບິ່ງຄືວ່າພວກເຈົ້າບໍ່ເຂົ້າໃຈຫຍັງເລີຍ ແລະ ບໍ່ມີຄວາມເຕີບໂຕໃດໆ, ແຮງໄກທີ່ຈະມີທາງເຂົ້າຂອງຊີວິດ. ຕອນນີ້, ເມື່ອພວກເຮົາເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບການປ່ຽນແປງຊີວິດ-ອຸປະນິໄສ, ພວກເຈົ້າສ່ວນຫຼາຍກໍຂ້ອນຂ້າງສົນໃຈຫົວຂໍ້ນີ້ ແລະ ມີປະຕິກິລິຍາຕອບສະໜອງຕໍ່ມັນຢູ່ແດ່. ນີ້ເປັນປະກົດການທີ່ດີ. ຖ້າພວກເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າຈະສາມາດບັນລຸສິ່ງເຫຼົ່ານີ້ໄດ້ບໍ? (ບໍ່, ພວກເຮົາເຮັດບໍ່ໄດ້.) ນີ້ຄືພຣະຄຸນຂອງພຣະເຈົ້າ; ທັງໝົດນີ້ເປັນຍ້ອນຄວາມໂປດປານຂອງພຣະອົງ.
ຂໍ້ສອງ: ຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ (ພາກສອງ)
ຄວາມຫຍຸ້ງຍາກແປດປະເພດຂອງທາງເຂົ້າຂອງຊີວິດ
1. ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຕົນ
ກ່ຽວກັບຄວາມຫຍຸ້ງຍາກຂອງທາງເຂົ້າຂອງຊີວິດ, ກ່ອນອື່ນ ໃຫ້ເບິ່ງໃນພາບກວ້າງກ່ຽວກັບຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຕົນ. ເມື່ອເຈົ້າປະເຊີນກັບບັນຫາໃນການປະຕິບັດໜ້າທີ່ຂອງເຈົ້າທີ່ກ່ຽວຂ້ອງກັບການປະຕິບັດຄວາມຈິງ ແລະ ເຈົ້າບໍ່ສາມາດຈັດການກັບສິ່ງຕ່າງໆຕາມຫຼັກການໄດ້, ນີ້ບໍ່ແມ່ນຄວາມຫຍຸ້ງຍາກໃນທາງເຂົ້າຂອງຊີວິດບໍ? (ແມ່ນແລ້ວ.) ເວົ້າງ່າຍໆກໍຄື ມັນແມ່ນສະພາວະ, ແນວຄິດ, ທັດສະນະຕ່າງໆ ແລະ ວິທີຄິດທີ່ບໍ່ຖືກຕ້ອງບາງຢ່າງທີ່ເກີດຂຶ້ນເມື່ອປະຕິບັດໜ້າທີ່ຂອງຕົນ. ດັ່ງນັ້ນ, ມີຄວາມຫຍຸ້ງຍາກສະເພາະໃດແດ່ໃນເລື່ອງນີ້? ຕົວຢ່າງ: ມີການພະຍາຍາມເຮັດແບບພໍເປັນພິທີ, ເຮັດແບບຫຼົບຫຼີກ ແລະ ຂີ້ຄ້ານຢູ່ສະເໝີເມື່ອປະຕິບັດໜ້າທີ່ຂອງຕົນ, ນີ້ບໍ່ແມ່ນສະພາວະທີ່ມັກສະແດງອອກ ແລະ ເປີດເຜີຍໃນລະຫວ່າງການປະຕິບັດໜ້າທີ່ບໍ? ຍັງມີການລະເລີຍວຽກງານທີ່ເໝາະສົມຂອງຕົນ ແລະ ປຽບທຽບຕົນເອງກັບຄົນອື່ນຢູ່ສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ, ປະຕິບັດຕໍ່ສະຖານທີ່ທີ່ຕົນປະຕິບັດໜ້າທີ່ຄືກັບສະໜາມເດັກຫຼິ້ນ ຫຼື ສະໜາມຮົບ ແລະ ຄິດເຖິງການຊອກຫາ “ໂຕປຽບທຽບ” ເມື່ອໃດກໍຕາມທີ່ຕົນກຳລັງປະຕິບັດໜ້າທີ່, ໂດຍເວົ້າໃນໃຈວ່າ: “ຂ້ອຍຈະເບິ່ງວ່າໃຜເກັ່ງກວ່າຂ້ອຍ ແລະ ໃຜສາມາດກະຕຸ້ນຈິດໃຈນັກສູ້ຂອງຂ້ອຍໄດ້, ແລ້ວຂ້ອຍຈະແຂ່ງຂັນກັບພວກເຂົາ, ຍາດແຍ່ງກັບພວກເຂົາ ແລະ ປຽບທຽບຕົນເອງກັບພວກເຂົາ ເພື່ອເບິ່ງວ່າໃຜບັນລຸຜົນໄດ້ດີກວ່າ ແລະ ມີປະສິດທິພາບສູງກວ່າໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃຜເກັ່ງກວ່າໃນການເອົາຊະນະໃຈຄົນ.” ແລ້ວກໍມີການເຂົ້າໃຈຫຼັກການໃນການປະຕິບັດໜ້າທີ່ຂອງຕົນ ແຕ່ບໍ່ປາຖະໜາທີ່ຈະຍຶດໝັ້ນຕາມຫຼັກການເຫຼົ່ານັ້ນ ຫຼື ປະຕິບັດຕາມຄວາມຈິງໃນພຣະທຳຂອງພຣະເຈົ້າ ຫຼື ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ແລະ ມັກຈະປົນເປການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມມັກສ່ວນຕົວຢູ່ສະເໝີ, ໂດຍເວົ້າວ່າ “ຂ້ອຍມັກເຮັດແບບນີ້, ຂ້ອຍມັກເຮັດແບບນັ້ນ; ຂ້ອຍເຕັມໃຈເຮັດແບບນີ້, ຂ້ອຍຢາກເຮັດແບບນັ້ນ.” ນີ້ຄືຄວາມດື້ດ້ານ, ຕ້ອງການເຮັດຕາມຄວາມຕັ້ງໃຈຂອງຕົນເອງຢູ່ສະເໝີ ແລະ ເຮັດທຸກຢ່າງຕາມທີ່ຕົນຕ້ອງການຕາມຄວາມມັກຂອງຕົນເອງ, ເຮັດຫູທວນລົມຕໍ່ຂໍ້ກຳນົດທັງໝົດຂອງເຮືອນຂອງພຣະເຈົ້າ ແລະ ມັກທີ່ຈະຫຼົງອອກຈາກເສັ້ນທາງທີ່ຖືກຕ້ອງ. ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກທີ່ແທ້ຈິງທີ່ຄົນສ່ວນຫຼາຍສະແດງອອກເມື່ອປະຕິບັດໜ້າທີ່ຂອງພວກເຂົາບໍ? ເຫັນໄດ້ຊັດເຈນວ່າ ບັນຫາທັງໝົດເຫຼົ່ານີ້ກ່ຽວຂ້ອງກັບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຂອງຕົນ. ກະລຸນາເພີ່ມໃສ່ສິ່ງເຫຼົ່ານີ້. (ການບໍ່ສາມາດຮ່ວມມືຢ່າງກົມກຽວກັບຄົນອື່ນເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ມັກເຮັດຕາມອຳເພີໃຈຢູ່ສະເໝີ.) ນີ້ກໍນັບວ່າເປັນຄວາມຫຍຸ້ງຍາກເຊັ່ນກັນ. ການບໍ່ສາມາດຮ່ວມມືຢ່າງກົມກຽວກັບຄົນອື່ນເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ຕ້ອງການເຮັດຕາມອຳເພີໃຈ ແລະ ມີສິດຕັດສິນໃຈເປັນຄົນສຸດທ້າຍຢູ່ສະເໝີ; ຕ້ອງການຖ່ອມຕົວລົງເພື່ອຂໍຄຳແນະນຳ ແລະ ຮັບຟັງຄວາມຄິດເຫັນຂອງຄົນອື່ນເມື່ອປະເຊີນກັບບັນຫາ, ແຕ່ບໍ່ສາມາດປະຕິບັດສິ່ງນີ້ໄດ້ ແລະ ຮູ້ສຶກບໍ່ສະບາຍໃຈເມື່ອພະຍາຍາມປະຕິບັດສິ່ງນີ້, ນີ້ຄືບັນຫາ. (ປົກປ້ອງຜົນປະໂຫຍດຂອງຕົນເອງຢູ່ສະເໝີເມື່ອປະຕິບັດໜ້າທີ່, ເປັນຄົນເຫັນແກ່ຕົວ ແລະ ຕ່ຳຊ້າ ແລະ ທີ່ຈິງແລ້ວກໍຮູ້ວິທີແກ້ໄຂບັນຫາເມື່ອມັນເກີດຂຶ້ນ, ແຕ່ຮູ້ສຶກວ່າມັນບໍ່ກ່ຽວຂ້ອງຫຍັງກັບຕົນເອງ, ຢ້ານທີ່ຈະຮັບຜິດຊອບຖ້າມັນຜິດພາດ ແລະ ດ້ວຍເຫດນັ້ນຈຶ່ງບໍ່ກ້າອອກໜ້າ.) ການບໍ່ແກ້ໄຂບັນຫາເມື່ອເຫັນມັນ, ໂດຍຖືວ່າມັນບໍ່ກ່ຽວຂ້ອງກັບຕົນເອງ ແລະ ເມີນເສີຍຕໍ່ມັນ, ນີ້ກໍນັບວ່າເປັນການປະຕິບັດໜ້າທີ່ໂດຍບໍ່ມີຄວາມຈົງຮັກພັກດີ. ບໍ່ວ່າເຈົ້າຈະຮັບຜິດຊອບໜ້າວຽກນັ້ນ ຫຼື ບໍ່ກໍຕາມ, ຖ້າເຈົ້າສາມາດເບິ່ງທະລຸ ແລະ ແກ້ໄຂບັນຫາໄດ້, ເຈົ້າກໍຄວນປະຕິບັດຄວາມຮັບຜິດຊອບນີ້. ນີ້ຄືໜ້າທີ່ ແລະ ວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ. ຖ້າຜູ້ຄຸມງານສາມາດແກ້ໄຂມັນໄດ້, ເຈົ້າກໍສາມາດປະໄວ້ໄດ້, ແຕ່ຖ້າພວກເຂົາບໍ່ສາມາດແກ້ໄຂໄດ້, ເຈົ້າກໍຄວນອອກໜ້າ ແລະ ແກ້ໄຂມັນ. ຢ່າແບ່ງແຍກບັນຫາໂດຍອີງໃສ່ວ່າມັນຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງໃຜ, ນີ້ຄືການບໍ່ຈົງຮັກພັກດີຕໍ່ພຣະເຈົ້າ. ມີຫຍັງອີກບໍ? (ການອາໄສສະຕິປັນຍາ ແລະ ພອນສະຫວັນຂອງຕົນເອງເພື່ອເຮັດວຽກໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ ແລະ ບໍ່ສະແຫວງຫາຄວາມຈິງ.) ມີຫຼາຍຄົນທີ່ເປັນແບບນີ້. ພວກເຂົາຄິດສະເໝີວ່າພວກເຂົາມີສະຕິປັນຍາ ແລະ ຄວາມສາມາດ ແລະ ພວກເຂົາກໍບໍ່ໃສ່ໃຈຕໍ່ທຸກສິ່ງທີ່ເກີດຂຶ້ນກັບພວກເຂົາ; ພວກເຂົາບໍ່ສະແຫວງຫາຄວາມຈິງເລີຍ ແລະ ເຮັດຕາມຄວາມຕັ້ງໃຈຂອງຕົນເອງເທົ່ານັ້ນ ແລະ ຜົນກໍຄື ພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ຢ່າງເໝາະສົມ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຫຍຸ້ງຍາກທີ່ຜູ້ຄົນປະເຊີນເມື່ອປະຕິບັດໜ້າທີ່ຂອງພວກເຂົາ.
2. ບັນຫາທີ່ກ່ຽວຂ້ອງກັບວິທີການປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງຕົນ
ວິທີການທີ່ຄົນເຮົາປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງພວກເຂົາກໍເປັນບັນຫາທີ່ສຳຄັນທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດເຊັ່ນກັນ. ບາງຄົນເຕັມໃຈທີ່ຈະຈ່າຍລາຄາ ຖ້າພວກເຂົາເຊື່ອວ່າພວກເຂົາມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ພວກເຂົາກໍຈະກາຍເປັນຄົນຄິດລົບ ຖ້າພວກເຂົາຄິດວ່າບໍ່ມີຄວາມຫວັງ. ຖ້າເຮືອນຂອງພຣະເຈົ້າບໍ່ສົ່ງເສີມ ແລະ ບົ່ມເພາະພວກເຂົາ, ພວກເຂົາກໍຈະບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ພວກເຂົາກໍຈະປະຕິບັດໜ້າທີ່ຂອງພວກເຂົາແບບພໍເປັນພິທີໂດຍບໍ່ຮັບຜິດຊອບ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍຈະຄຳນຶງເຖິງອະນາຄົດ ແລະ ປາຍທາງຂອງພວກເຂົາຢູ່ສະເໝີ, ໂດຍຖາມຕົນເອງວ່າ “ຂ້ອຍຈະມີປາຍທາງທີ່ດີແທ້ບໍ? ຄຳສັນຍາຂອງພຣະເຈົ້າໄດ້ກ່າວເຖິງອະນາຄົດ ແລະ ປາຍທາງຂອງຄົນແບບຂ້ອຍວ່າຈະເປັນແນວໃດແດ່?” ຖ້າພວກເຂົາບໍ່ພົບຄຳຕອບທີ່ຖືກຕ້ອງ, ພວກເຂົາກໍຈະຂາດຄວາມກະຕືລືລົ້ນທີ່ຈະເຮັດຫຍັງເລີຍ. ຖ້າພວກເຂົາໄດ້ຮັບການສົ່ງເສີມ ແລະ ບົ່ມເພາະຈາກເຮືອນຂອງພຣະເຈົ້າ, ພວກເຂົາກໍຈະເຕັມໄປດ້ວຍກຳລັງ ແລະ ໃນທຸກສິ່ງທີ່ພວກເຂົາເຮັດ ພວກເຂົາກໍຈະມີຄວາມຫ້າວຫັນເປັນພິເສດ. ແນວໃດກໍຕາມ, ຖ້າພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ ແລະ ຖືກປົດອອກ, ພວກເຂົາກໍຈະກາຍເປັນຄົນຄິດລົບທັນທີ ແລະ ພວກເຂົາກໍຈະປະຖິ້ມໜ້າທີ່ຂອງພວກເຂົາ, ໝົດຫວັງໝົດສິ້ນ. ເມື່ອປະເຊີນກັບການລິຮານ, ພວກເຂົາກໍຄິດວ່າ “ພຣະເຈົ້າບໍ່ມັກຂ້ອຍອີກແລ້ວບໍ? ຖ້າເປັນແນວນັ້ນ, ພຣະອົງຄວນຈະບອກຕັ້ງແຕ່ດົນແລ້ວ, ແທນທີ່ຈະມາຂັດຂວາງການສະແຫວງຫາໂລກຂອງຂ້ອຍ!” ຖ້າພວກເຂົາຖືກປົດອອກ, ພວກເຂົາກໍຄິດວ່າ “ພວກເຂົາບໍ່ໄດ້ກຳລັງດູຖູກຂ້ອຍຢູ່ບໍ? ໃຜລາຍງານຂ້ອຍ? ຂ້ອຍກຳລັງຖືກກຳຈັດອອກບໍ? ຖ້າເປັນແນວນັ້ນ, ພວກເຂົາຄວນຈະບອກຕັ້ງແຕ່ດົນແລ້ວ!” ຍິ່ງໄປກວ່ານັ້ນ, ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍການຕໍ່ລອງ, ການຮຽກຮ້ອງ ແລະ ການຂໍຮ້ອງທີ່ບໍ່ມີເຫດຜົນຕໍ່ພຣະເຈົ້າ. ບໍ່ວ່າຄຣິດຕະຈັກຈະຈັດແຈງໃຫ້ພວກເຂົາເຮັດຫຍັງກໍຕາມ, ພວກເຂົາກໍຖືວ່າການມີອະນາຄົດທີ່ດີ ແລະ ປາຍທາງທີ່ດີ, ພ້ອມທັງພຣະພອນຂອງພຣະເຈົ້າ ເປັນເງື່ອນໄຂເບື້ອງຕົ້ນໃນການເຮັດສິ່ງນັ້ນ. ຢ່າງໜ້ອຍທີ່ສຸດ, ການໄດ້ຮັບການປະຕິບັດດ້ວຍສີໜ້າ ແລະ ທ່າທີທີ່ດີ ແລະ ການໄດ້ຮັບການຍອມຮັບ ກໍເປັນເງື່ອນໄຂເບື້ອງຕົ້ນຂອງພວກເຂົາໃນການຍອມຮັບ ແລະ ການອ່ອນນ້ອມ. ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກເຖິງວິທີທີ່ພວກເຂົາປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງພວກເຂົາບໍ? ຈົ່ງເພີ່ມໃສ່ສິ່ງເຫຼົ່ານີ້. (ຖ້າມີການບ່ຽງເບນ ຫຼື ບັນຫາເກີດຂຶ້ນໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ ແລະ ພວກເຂົາຖືກລິຮານ, ພວກເຂົາກໍຈະຈົ່ມວ່າຕໍ່ພຣະເຈົ້າ ແລະ ລະວັງຕົວຕໍ່ພຣະອົງ; ພວກເຂົາຮູ້ສຶກຢ້ານກົວທີ່ຈະຖືກເປີດເຜີຍ ແລະ ກຳຈັດອອກ ແລະ ຈະຫາທາງອອກໃຫ້ຕົນເອງຢູ່ສະເໝີ.) ການຮູ້ສຶກຢ້ານກົວທີ່ຈະຖືກເປີດເຜີຍ ແລະ ກຳຈັດອອກ ແລະ ການຫາທາງອອກໃຫ້ຕົນເອງຢູ່ສະເໝີ, ສິ່ງເຫຼົ່ານີ້ກໍເປັນການສະແດງອອກເຖິງວິທີທີ່ພວກເຂົາປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງພວກເຂົາເຊັ່ນກັນ. (ເມື່ອຄົນເຮົາເຫັນວ່າພຣະທຳແຫ່ງການເປີດເຜີຍ ແລະ ການກຳນົດລັກສະນະຂອງພຣະເຈົ້າກົງກັບພວກເຂົາ ຫຼື ເມື່ອພວກເຂົາປະເຊີນກັບການລິຮານ ແລະ ຮູ້ສຶກອັບອາຍ, ພວກເຂົາກໍສະຫຼຸບວ່າພວກເຂົາເປັນຄົນເບົາປັນຍາ, ເປັນມານຮ້າຍ ແລະ ເປັນຊາຕານ ແລະ ວ່າພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້. ພວກເຂົາຕັດສິນວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ກໍກາຍເປັນຄົນຄິດລົບ.) ເມື່ອເວົ້າເຖິງອະນາຄົດ ແລະ ປາຍທາງຂອງພວກເຂົາ, ຜູ້ຄົນບໍ່ສາມາດປະຖິ້ມເຈດຕະນາ ແລະ ຄວາມປາຖະໜາຂອງຕົນເອງໄດ້ຢ່າງສິ້ນເຊີງ. ພວກເຂົາປະຕິບັດຕໍ່ສິ່ງເຫຼົ່ານັ້ນວ່າເປັນສິ່ງທີ່ສຳຄັນທີ່ສຸດຢ່າງສະໝໍ່າສະເໝີ ແລະ ສະແຫວງຫາມັນຕາມນັ້ນ, ໂດຍຖືວ່າມັນເປັນກຳລັງຂັບເຄື່ອນ ແລະ ເງື່ອນໄຂເບື້ອງຕົ້ນສຳລັບທຸກສິ່ງທີ່ພວກເຂົາສະແຫວງຫາ. ເມື່ອພວກເຂົາປະເຊີນກັບການພິພາກສາ, ການລົງໂທດ, ການທົດລອງ, ການຫຼໍ່ຫຼອມ ຫຼື ການຖືກເປີດເຜີຍ ຫຼື ພວກເຂົາພົບພໍ້ກັບສະຖານະການທີ່ອັນຕະລາຍ, ພວກເຂົາກໍຈະຄິດທັນທີວ່າ “ພຣະເຈົ້າບໍ່ຕ້ອງການຂ້ອຍອີກແລ້ວບໍ? ພຣະອົງກຳລັງລັງກຽດຂ້ອຍບໍ? ນໍ້າສຽງທີ່ພຣະອົງກ່າວກັບຂ້ອຍນັ້ນຮຸນແຮງຫຼາຍ; ພຣະອົງບໍ່ຢາກຊ່ວຍຂ້ອຍໃຫ້ລອດພົ້ນບໍ? ພຣະອົງຢາກກຳຈັດຂ້ອຍອອກບໍ? ຖ້າພຣະອົງຢາກກຳຈັດຂ້ອຍອອກ, ພຣະອົງກໍຄວນບອກໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ໃນຂະນະທີ່ຂ້ອຍຍັງໜຸ່ມຢູ່, ເພື່ອບໍ່ໃຫ້ເປັນການຂັດຂວາງການສະແຫວງຫາໂລກຂອງຂ້ອຍ.” ສິ່ງນີ້ກໍ່ໃຫ້ເກີດຄວາມຄິດລົບ, ການຕໍ່ຕ້ານ, ການຄັດຄ້ານ ແລະ ຄວາມອິດອ່ອຍໃນຕົວພວກເຂົາ. ສິ່ງເຫຼົ່ານີ້ແມ່ນສະພາວະ ແລະ ການສະແດງອອກບາງຢ່າງທີ່ກ່ຽວຂ້ອງກັບວິທີທີ່ຜູ້ຄົນປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງພວກເຂົາ. ນີ້ຄືຄວາມຫຍຸ້ງຍາກທີ່ສຳຄັນທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ.
3. ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບມະນຸດສຳພັນ
ໃຫ້ມາເບິ່ງອີກດ້ານໜຶ່ງ, ນັ້ນກໍຄື ມະນຸດສຳພັນ. ນີ້ກໍເປັນຄວາມຫຍຸ້ງຍາກທີ່ສຳຄັນທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດເຊັ่นກັນ. ວິທີທີ່ເຈົ້າປະຕິບັດຕໍ່ຄົນທີ່ເຈົ້າບໍ່ມັກ, ຄົນທີ່ມີຄວາມຄິດເຫັນແຕກຕ່າງຈາກເຈົ້າ, ຄົນທີ່ເຈົ້າຄຸ້ນເຄີຍ, ຄົນທີ່ມີຄວາມສຳພັນທາງຄອບຄົວກັບເຈົ້າ ຫຼື ຜູ້ທີ່ເຄີຍຊ່ວຍເຫຼືອເຈົ້າ ແລະ ຄົນທີ່ໃຫ້ຄຳເຕືອນແກ່ເຈົ້າຢ່າງທັນທ່ວງທີຢູ່ສະເໝີ, ເວົ້າຄຳຈິງກັບເຈົ້າ ແລະ ຊ່ວຍເຫຼືອເຈົ້າ ແລະ ບໍ່ວ່າເຈົ້າຈະສາມາດປະຕິບັດຕໍ່ທຸກຄົນຢ່າງຍຸຕິທຳໄດ້ ຫຼື ບໍ່, ລວມທັງວິທີທີ່ເຈົ້າປະຕິບັດເມື່ອເກີດການຂັດແຍ່ງກັບຄົນອື່ນ, ຕະຫຼອດຈົນຄວາມອິດສາ ແລະ ຄວາມຂັດແຍ່ງທີ່ເກີດຂຶ້ນໃນທ່າມກາງເຈົ້າ ແລະ ການທີ່ເຈົ້າບໍ່ສາມາດພົວພັນກັນຢ່າງກົມກຽວ ຫຼື ແມ່ນແຕ່ຮ່ວມມືກັນຢ່າງກົມກຽວໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ສິ່ງເຫຼົ່ານີ້ແມ່ນສະພາວະ ແລະ ການສະແດງອອກບາງຢ່າງທີ່ກ່ຽວຂ້ອງກັບມະນຸດສຳພັນ. ມີຫຍັງອີກບໍ? (ການເຮັດຕົວເປັນຄົນທີ່ປະຈົບເອົາໃຈຄົນ ແລະ ບໍ່ກ້າເວົ້າອອກມາເມື່ອພົບເຫັນບັນຫາຂອງຄົນອື່ນ ຍ້ອນຢ້ານວ່າຈະເຮັດໃຫ້ພວກເຂົາຜິດໃຈ.) ນີ້ຄືສະພາວະທີ່ເກີດຂຶ້ນເມື່ອຄົນເຮົາຢ້ານທີ່ຈະເຮັດໃຫ້ຄົນອື່ນຜິດໃຈ. (ນອກຈາກນີ້, ວິທີທີ່ຄົນເຮົາປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ທີ່ມີອຳນາດ ແລະ ສະຖານະ.) ວິທີທີ່ພວກເຈົ້າປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ທີ່ມີອຳນາດ ແລະ ສະຖານະ, ບໍ່ວ່າຈະເປັນການປະຈົບປະແຈງ ແລະ ການປະຈົບສໍພໍ ຫຼື ໂດຍການປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ, ນີ້ຄືການສະແດງອອກທີ່ສະເພາະຂອງວິທີທີ່ພວກເຈົ້າຈັດການກັບຜູ້ທີ່ມີອຳນາດ ແລະ ອິດທິພົນ. ສິ່ງເຫຼົ່ານີ້ກໍຄືຄວາມຫຍຸ້ງຍາກຂອງມະນຸດສຳພັນບໍ່ຫຼາຍກໍໜ້ອຍ.
4. ບັນຫາທີ່ກ່ຽວຂ້ອງກັບອາລົມຄວາມຮູ້ສຶກຂອງມະນຸດ
ໃຫ້ພວກເຮົາເວົ້າເລັກໜ້ອຍກ່ຽວກັບອາລົມຄວາມຮູ້ສຶກຂອງມະນຸດ. ມີບັນຫາໃດແດ່ທີ່ກ່ຽວຂ້ອງກັບອາລົມຄວາມຮູ້ສຶກ? ທຳອິດແມ່ນວິທີທີ່ພວກເຈົ້າປະເມີນສະມາຊິກໃນຄອບຄົວຂອງຕົນເອງ ແລະ ວິທີທີ່ພວກເຈົ້າຮັບມືກັບສິ່ງທີ່ພວກເຂົາເຮັດ. “ສິ່ງທີ່ພວກເຂົາເຮັດ” ໃນທີ່ນີ້ ແນ່ນອນວ່າລວມເຖິງເວລາທີ່ພວກເຂົາລົບກວນ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ, ເວລາທີ່ພວກເຂົາຕັດສິນຄົນອື່ນລັບຫຼັງ, ເວລາທີ່ພວກເຂົາມີສ່ວນຮ່ວມໃນການປະຕິບັດບາງຢ່າງຂອງຜູ້ບໍ່ເຊື່ອ ແລະ ອື່ນໆ. ເຈົ້າສາມາດຮັບມືກັບສິ່ງເຫຼົ່ານີ້ຢ່າງບໍ່ລຳອຽງໄດ້ບໍ? ເມື່ອຈຳເປັນທີ່ເຈົ້າຕ້ອງຂຽນຄຳປະເມີນກ່ຽວກັບສະມາຊິກໃນຄອບຄົວຂອງເຈົ້າ, ເຈົ້າສາມາດເຮັດເຊັ່ນນັ້ນຢ່າງມີພາວະວິໄສ ແລະ ບໍ່ລຳອຽງ, ໂດຍວາງອາລົມຄວາມຮູ້ສຶກຂອງຕົນເອງໄວ້ຂ້າງໜຶ່ງໄດ້ບໍ? ສິ່ງນີ້ກ່ຽວຂ້ອງກັບວິທີທີ່ພວກເຈົ້າປະຕິບັດຕໍ່ສະມາຊິກໃນຄອບຄົວຂອງພວກເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າມີອາລົມຄວາມຮູ້ສຶກຕໍ່ຜູ້ທີ່ເຈົ້າເຂົ້າກັນໄດ້ດີ ຫຼື ຜູ້ທີ່ເຄີຍຊ່ວຍເຫຼືອເຈົ້າບໍ? ເຈົ້າສາມາດເບິ່ງການກະທຳ ແລະ ການປະພຶດຂອງພວກເຂົາໃນທາງທີ່ມີພາວະວິໄສ, ບໍ່ລຳອຽງ ແລະ ຖືກຕ້ອງໄດ້ບໍ? ຖ້າພວກເຂົາລົບກວນ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ, ເຈົ້າຈະສາມາດລາຍງານ ຫຼື ເປີດເຜີຍພວກເຂົາໂດຍທັນທີໄດ້ບໍ ຫຼັງຈາກທີ່ເຈົ້າຮູ້ເລື່ອງນັ້ນ? ນອກຈາກນີ້, ເຈົ້າມີອາລົມຄວາມຮູ້ສຶກຕໍ່ຜູ້ທີ່ຂ້ອນຂ້າງໃກ້ຊິດກັບເຈົ້າ ຫຼື ຜູ້ທີ່ມີຄວາມສົນໃຈຄ້າຍຄືກັນກັບເຈົ້າບໍ? ເຈົ້າມີການປະເມີນ, ການກຳນົດ ແລະ ວິທີການຈັດການກັບການກະທຳ ແລະ ພຶດຕິກຳຂອງພວກເຂົາທີ່ບໍ່ລຳອຽງ ແລະ ມີພາວະວິໄສບໍ? ສົມມຸດວ່າຄົນເຫຼົ່ານີ້, ທີ່ເຈົ້າມີຄວາມຜູກພັນທາງອາລົມນຳ, ຖືກຈັດການໂດຍຄຣິດຕະຈັກຕາມຫຼັກການ ແລະ ຜົນຂອງການຈັດການນີ້ບໍ່ສອດຄ່ອງກັບແນວຄິດຂອງເຈົ້າເອງ, ເຈົ້າຈະຮັບມືກັບສິ່ງນີ້ແນວໃດ? ເຈົ້າຈະສາມາດເຊື່ອຟັງໄດ້ບໍ? ພວກເຈົ້າຈະຍັງຄົງພົວພັນກັບພວກເຂົາຢ່າງລັບໆຕໍ່ໄປບໍ ແລະ ພວກເຈົ້າຈະຖືກພວກເຂົານໍາພາຢ່າງຜິດໆ ແລະ ຖືກພວກເຂົາຍຸຍົງໃຫ້ຫາຂໍ້ອ້າງໃຫ້ພວກເຂົາ, ໃຫ້ເຫດຜົນແກ່ພວກເຂົາ ແລະ ປົກປ້ອງພວກເຂົາບໍ? ເຈົ້າຈະອອກໜ້າປົກປ້ອງຜູ້ທີ່ເຄີຍຊ່ວຍເຫຼືອເຈົ້າ, ໃນຂະນະທີ່ບໍ່ສົນໃຈຫຼັກການຄວາມຈິງ ແລະ ບໍ່ສົນໃຈຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ສິ່ງເຫຼົ່ານີ້ບໍ່ແມ່ນບັນຫາຕ່າງໆທີ່ກ່ຽວຂ້ອງກັບອາລົມຄວາມຮູ້ສຶກບໍ? ບາງຄົນເວົ້າວ່າ “ອາລົມຄວາມຮູ້ສຶກບໍ່ແມ່ນກ່ຽວຂ້ອງກັບຍາດພີ່ນ້ອງ ແລະ ສະມາຊິກໃນຄອບຄົວເທົ່ານັ້ນບໍ? ຂອບເຂດຂອງອາລົມຄວາມຮູ້ສຶກບໍ່ແມ່ນພຽງແຕ່ພໍ່ແມ່, ອ້າຍເອື້ອຍນ້ອງ ແລະ ສະມາຊິກຄອບຄົວອື່ນໆຂອງຕົນເອງບໍ?” ບໍ່ແມ່ນ, ອາລົມຄວາມຮູ້ສຶກລວມເຖິງຂອບເຂດຂອງຜູ້ຄົນທີ່ກວ້າງຂວາງ. ລືມເລື່ອງການປະເມີນສະມາຊິກໃນຄອບຄົວຂອງຕົນເອງຢ່າງບໍ່ລຳອຽງໄປໄດ້ເລີຍ, ບາງຄົນແມ່ນແຕ່ບໍ່ສາມາດປະເມີນໝູ່ສະໜິດ ແລະ ເພື່ອນຮັກຂອງພວກເຂົາຢ່າງບໍ່ລຳອຽງໄດ້ ແລະ ພວກເຂົາກໍບິດເບືອນຂໍ້ເທັດຈິງເມື່ອພວກເຂົາເວົ້າເຖິງຄົນເຫຼົ່ານີ້. ຕົວຢ່າງ: ຖ້າໝູ່ຂອງພວກເຂົາບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງຕົນ ແລະ ປະຕິບັດໃນທາງທີ່ຄົດໂກງ ແລະ ຊົ່ວຮ້າຍໃນໜ້າທີ່ຂອງຕົນຢູ່ສະເໝີ, ພວກເຂົາກໍຈະພັນລະນາວ່າລາວຂ້ອນຂ້າງມັກຫຼິ້ນ ແລະ ເວົ້າວ່າຄວາມເປັນມະນຸດຂອງລາວຍັງອ່ອນ ແລະ ຍັງບໍ່ໝັ້ນຄົງ. ບໍ່ແມ່ນມີອາລົມຄວາມຮູ້ສຶກຢູ່ໃນຄຳເວົ້າເຫຼົ່ານີ້ບໍ? ນີ້ຄືການເວົ້າຄຳທີ່ເຕັມໄປດ້ວຍອາລົມຄວາມຮູ້ສຶກ. ຖ້າຄົນທີ່ບໍ່ມີຄວາມກ່ຽວຂ້ອງກັບພວກເຂົາບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ແລະ ປະຕິບັດໃນທາງທີ່ຄົດໂກງ ແລະ ຊົ່ວຮ້າຍ, ພວກເຂົາກໍຈະມີຄຳເວົ້າທີ່ຮຸນແຮງກວ່ານັ້ນກ່ຽວກັບພວກເຂົາ ແລະ ອາດຈະເຖິງຂັ້ນກ່າວໂທດພວກເຂົາ. ນີ້ບໍ່ແມ່ນການສະແດງອອກເຖິງການເວົ້າ ແລະ ການກະທຳໂດຍອີງໃສ່ອາລົມຄວາມຮູ້ສຶກບໍ? ຄົນທີ່ດຳລົງຊີວິດຕາມອາລົມຄວາມຮູ້ສຶກຂອງພວກເຂົາບໍ່ລຳອຽງບໍ? ພວກເຂົາຊື່ຕົງບໍ? (ບໍ່.) ມີຫຍັງຜິດພາດກັບຄົນທີ່ເວົ້າຕາມອາລົມຄວາມຮູ້ສຶກຂອງພວກເຂົາ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳໄດ້? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເວົ້າໂດຍອີງໃສ່ຫຼັກການຄວາມຈິງໄດ້? ຄົນທີ່ເວົ້າສັບປັບ ແລະ ບໍ່ເຄີຍອີງໃສ່ຂໍ້ເທັດຈິງໃນຄຳເວົ້າຂອງພວກເຂົາກໍຄືຄົນຊົ່ວຮ້າຍ. ການບໍ່ເປັນທຳເມື່ອເວົ້າ, ການເວົ້າຕາມອາລົມຄວາມຮູ້ສຶກຂອງຕົນ ແລະ ເພື່ອຜົນປະໂຫຍດຕົນເອງຢູ່ສະເໝີ ແລະ ບໍ່ແມ່ນຕາມຫຼັກການຄວາມຈິງ, ການບໍ່ຄິດເຖິງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພຽງແຕ່ປົກປ້ອງອາລົມຄວາມຮູ້ສຶກສ່ວນຕົວ, ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງຕົນເອງ, ນີ້ຄືຄຸນລັກສະນະຂອງພວກຕໍ່ຕ້ານພຣະຄຣິດ. ນີ້ຄືວິທີທີ່ພວກຕໍ່ຕ້ານພຣະຄຣິດເວົ້າ; ທຸກສິ່ງທີ່ພວກເຂົາເວົ້າລ້ວນແລ້ວແຕ່ຊົ່ວຮ້າຍ, ລົບກວນ ແລະ ຂັດຂວາງ. ຄົນທີ່ດຳລົງຊີວິດທ່າມກາງຄວາມມັກ ແລະ ຜົນປະໂຫຍດຂອງເນື້ອໜັງກໍດຳລົງຊີວິດທ່າມກາງອາລົມຄວາມຮູ້ສຶກຂອງພວກເຂົາ. ຄົນທີ່ດຳລົງຊີວິດຕາມອາລົມຄວາມຮູ້ສຶກຂອງພວກເຂົາກໍຄືຜູ້ທີ່ບໍ່ຍອມຮັບ ຫຼື ປະຕິບັດຄວາມຈິງເລີຍ. ຜູ້ທີ່ເວົ້າ ແລະ ກະທຳໂດຍອີງໃສ່ອາລົມຄວາມຮູ້ສຶກຂອງພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງເລີຍ. ຖ້າຄົນດັ່ງກ່າວກາຍເປັນຜູ້ນໍາ, ພວກເຂົາກໍຈະເປັນຜູ້ນໍາປອມ ຫຼື ພວກຕໍ່ຕ້ານພຣະຄຣິດຢ່າງບໍ່ຕ້ອງສົງໄສ. ບໍ່ພຽງແຕ່ພວກເຂົາບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້, ພວກເຂົາອາດຈະມີສ່ວນຮ່ວມໃນການກະທຳຊົ່ວຕ່າງໆອີກດ້ວຍ. ພວກເຂົາຈະຖືກກຳຈັດອອກ ແລະ ລົງໂທດຢ່າງແນ່ນອນ.
5. ບັນຫາທີ່ກ່ຽວຂ້ອງກັບການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ
ການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງກໍເປັນບັນຫາທີ່ຮ້າຍແຮງເຊັ່ນກັນ. ພວກເຈົ້າຄິດວ່າການສະແດງອອກຂອງການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງມີຫຍັງແດ່? ພວກເຈົ້າສາມາດຍົກຕົວຢ່າງຫຍັງແດ່ຈາກສິ່ງທີ່ພວກເຈົ້າໄດ້ເຫັນໃນປະສົບການຂອງຕົນເອງ? ການເພີດເພີນກັບຜົນປະໂຫຍດຈາກສະຖານະນັບບໍ? (ນັບ.) ມີຫຍັງອີກບໍ? (ການມັກວຽກງ່າຍຫຼາຍກວ່າວຽກຍາກເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ຕ້ອງການເລືອກວຽກເບົາຢູ່ສະເໝີ.) ເມື່ອປະຕິບັດໜ້າທີ່, ຜູ້ຄົນມັກຈະເລືອກວຽກເບົາ, ວຽກທີ່ບໍ່ເມື່ອຍ ແລະ ບໍ່ກ່ຽວຂ້ອງກັບການຕາກແດດຕາກຝົນຢູ່ກາງແຈ້ງ. ນີ້ຄືການເລືອກວຽກງ່າຍ ແລະ ຫຼີກລ່ຽງວຽກຍາກ ແລະ ມັນເປັນການສະແດງອອກເຖິງການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ມີຫຍັງອີກ? (ຈົ່ມວ່າຢູ່ສະເໝີເມື່ອໜ້າທີ່ຂອງພວກເຂົາໜັກໜ່ວງໜ້ອຍໜຶ່ງ, ເມື່ອຍໜ້ອຍໜຶ່ງ, ເມື່ອມັນກ່ຽວຂ້ອງກັບການຈ່າຍລາຄາ.) (ການໝົກມຸ້ນກັບອາຫານ ແລະ ເຄື່ອງນຸ່ງຫົ່ມ ແລະ ຄວາມສຸກທາງເນື້ອໜັງ.) ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ເມື່ອຄົນດັ່ງກ່າວເຫັນວ່າໜ້າວຽກໃດໜຶ່ງລຳບາກ ຫຼື ສ່ຽງເກີນໄປ, ພວກເຂົາກໍຈະໂຍນມັນໃຫ້ຄົນອື່ນ; ສ່ວນພວກເຂົາເອງກໍຈະເຮັດແຕ່ວຽກສະບາຍໆ ແລະ ພວກເຂົາກໍຫາຂໍ້ອ້າງ, ໂດຍເວົ້າວ່າພວກເຂົາມີຄວາມສາມາດຕໍ່າ, ຂາດຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດແບກຮັບໜ້າວຽກນີ້ໄດ້, ທັງທີ່ຄວາມຈິງແລ້ວ, ມັນເປັນເພາະພວກເຂົາໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ພວກເຂົາບໍ່ປາຖະໜາທີ່ຈະທົນທຸກ, ບໍ່ວ່າພວກເຂົາຈະເຮັດວຽກຫຍັງ ຫຼື ປະຕິບັດໜ້າທີ່ໃດກໍຕາມ. ຖ້າພວກເຂົາຖືກບອກວ່າ ເມື່ອພວກເຂົາເຮັດວຽກສຳເລັດແລ້ວຈະມີຊີ້ນໝູພະໂລ້ກິນ, ພວກເຂົາກໍຈະເຮັດມັນຢ່າງໄວວາ ແລະ ມີປະສິດທິພາບ ແລະ ເຈົ້າກໍບໍ່ຈຳເປັນຕ້ອງເລັ່ງ, ບັງຄັບ ຫຼື ເຝົ້າເບິ່ງພວກເຂົາ; ແຕ່ຖ້າບໍ່ມີຊີ້ນໝູພະໂລ້ໃຫ້ພວກເຂົາກິນ ແລະ ພວກເຂົາຕ້ອງປະຕິບັດໜ້າທີ່ຂອງພວກເຂົາລ່ວງເວລາ, ພວກເຂົາກໍຈະເລື່ອນເວລາອອກໄປ ແລະ ຊອກຫາເຫດຜົນ ແລະ ຂໍ້ອ້າງທຸກປະເພດເພື່ອເລື່ອນມັນອອກໄປ ແລະ ຫຼັງຈາກເຮັດໄປໄດ້ໄລຍະໜຶ່ງ, ພວກເຂົາກໍເວົ້າວ່າ “ຂ້ອຍຮູ້ສຶກວິນຫົວ, ຂາຂ້ອຍຊາ, ຂ້ອຍເມື່ອຍແລ້ວ! ທຸກສ່ວນໃນຮ່າງກາຍຂອງຂ້ອຍເຈັບປວດ, ຂ້ອຍຂໍພັກຜ່ອນຈັກໜ້ອຍໄດ້ບໍ?” ບັນຫາໃນທີ່ນີ້ແມ່ນຫຍັງ? ພວກເຂົາໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ຍັງມີເວລາທີ່ຜູ້ຄົນຈົ່ມວ່າກ່ຽວກັບຄວາມຫຍຸ້ງຍາກຢູ່ສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ເມື່ອພວກເຂົາບໍ່ຢາກພະຍາຍາມ, ເມື່ອທັນທີທີ່ພວກເຂົາມີເວລາວ່າງໜ້ອຍໜຶ່ງ, ພວກເຂົາກໍຈະພັກຜ່ອນ, ເວົ້າລົມໄຮ້ສາລະ ຫຼື ມີສ່ວນຮ່ວມໃນການພັກຜ່ອນ ແລະ ຄວາມບັນເທີງ. ແລະ ເມື່ອວຽກເພີ່ມຫຼາຍຂຶ້ນ ແລະ ມັນຂັດຈັງຫວະ ແລະ ກິດຈະວັດປະຈຳວັນຂອງພວກເຂົາ, ພວກເຂົາກໍຈະບໍ່ມີຄວາມສຸກ ແລະ ບໍ່ພໍອົກພໍໃຈກັບມັນ. ພວກເຂົາຈົ່ມວ່າ ແລະ ຕໍ່ວ່າ ແລະ ພວກເຂົາກໍຈະກາຍເປັນຄົນທີ່ເຮັດແບບພໍເປັນພິທີໃນການປະຕິບັດໜ້າທີ່ຂອງພວກເຂົາ. ນີ້ຄືການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ, ບໍ່ແມ່ນບໍ? ຕົວຢ່າງ: ເພື່ອຮັກສາຮູບຮ່າງຂອງຕົນ, ແມ່ຍິງບາງຄົນກໍອອກກຳລັງກາຍ ແລະ ນອນເພື່ອຄວາມງາມທຸກມື້ຕາມເວລາທີ່ກຳນົດ. ແນວໃດກໍຕາມ, ທັນທີທີ່ວຽກຫຍຸ້ງຂຶ້ນ ແລະ ກິດຈະວັດເຫຼົ່ານີ້ຖືກກະທົບ, ພວກເຂົາກໍຈະບໍ່ພໍໃຈ, ໂດຍເວົ້າວ່າ “ແບບນີ້ບໍ່ດີ; ການເຮັດວຽກນີ້ເຮັດໃຫ້ເສຍເວລາຫຼາຍເກີນໄປ. ຂ້ອຍບໍ່ສາມາດປ່ອຍໃຫ້ມັນກະທົບກັບເລື່ອງສ່ວນຕົວຂອງຂ້ອຍໄດ້. ຂ້ອຍຈະບໍ່ສົນໃຈໃຜທີ່ພະຍາຍາມເລັ່ງຂ້ອຍ; ຂ້ອຍຈະເຮັດຕາມຈັງຫວະຂອງຂ້ອຍເອງ. ເມື່ອເຖິງເວລາຫລິ້ນໂຍຄະ, ຂ້ອຍກໍຈະຫລິ້ນໂຍຄະ. ເມື່ອເຖິງເວລານອນເພື່ອຄວາມງາມ, ຂ້ອຍກໍຈະນອນເພື່ອຄວາມງາມ. ຂ້ອຍຈະສືບຕໍ່ເຮັດສິ່ງເຫຼົ່ານີ້ຄືເກົ່າ. ຂ້ອຍບໍ່ໄດ້ໂງ່ ແລະ ເຮັດວຽກໜັກຄືກັບພວກເຈົ້າທຸກຄົນ. ໃນອີກບໍ່ເທົ່າໃດປີ, ພວກເຈົ້າທຸກຄົນກໍຈະກາຍເປັນຜູ້ຍິງເຖົ້າ, ຫນ້າຕາໂຊມ, ຮູບຮ່າງກໍຈະເສຍຊົງ ແລະ ພວກເຈົ້າກໍຈະບໍ່ຮຽວງາມອີກຕໍ່ໄປ. ບໍ່ມີໃຜຢາກເບິ່ງພວກເຈົ້າ ແລະ ພວກເຈົ້າກໍຈະບໍ່ມີຄວາມໝັ້ນໃຈໃນຊີວິດ.” ເພື່ອເຫັນແກ່ການຕອບສະໜອງຄວາມສຸກທາງເນື້ອໜັງຂອງພວກເຂົາ, ເພື່ອເຫັນແກ່ຄວາມງາມ, ການເປັນທີ່ມັກຂອງຄົນອື່ນ ແລະ ເພື່ອດຳລົງຊີວິດດ້ວຍຄວາມໝັ້ນໃຈຫຼາຍຂຶ້ນ, ພວກເຂົາປະຕິເສດທີ່ຈະປະຖິ້ມຄວາມສຸກ ແລະ ຄວາມມັກທາງເນື້ອໜັງຂອງພວກເຂົາ, ບໍ່ວ່າພວກເຂົາຈະຫຍຸ້ງກັບການປະຕິບັດໜ້າທີ່ສໍ່າໃດກໍຕາມ. ນີ້ຄືການໝົກມຸ້ນໃນຄວາມສຸກສະບາຍທາງເນື້ອໜັງ. ບາງຄົນເວົ້າວ່າ “ພຣະເຈົ້າກະວົນກະວາຍ ແລະ ພວກເຮົາຄວນຄຳນຶງເຖິງເຈດຕະນາຂອງພຣະເຈົ້າ.” ແຕ່ແມ່ຍິງເຫຼົ່ານີ້ເວົ້າວ່າ “ຂ້ອຍບໍ່ໄດ້ເຫັນວ່າພຣະເຈົ້າກະວົນກະວາຍ; ຂ້ອຍສະບາຍດີ ຕາບໃດທີ່ຂ້ອຍບໍ່ກະວົນກະວາຍ. ຖ້າຂ້ອຍສະແດງຄວາມຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ໃຜຈະສະແດງຄວາມຄຳນຶງເຖິງເຈດຕະນາຂອງຂ້ອຍ?” ແມ່ຍິງດັ່ງກ່າວມີຄວາມເປັນມະນຸດບໍ? ພວກເຂົາບໍ່ແມ່ນມານຮ້າຍບໍ? ຍັງມີຄົນບາງຄົນທີ່ບໍ່ວ່າວຽກຂອງພວກເຂົາຈະຫຍຸ້ງ ແລະ ຮີບດ່ວນສໍ່າໃດ, ກໍຈະບໍ່ປ່ອຍໃຫ້ມັນກະທົບກັບວິທີທີ່ພວກເຂົາແຕ່ງຕົວ ແລະ ສິ່ງທີ່ພວກເຂົານຸ່ງ. ພວກເຂົາໃຊ້ເວລາຫຼາຍຊົ່ວໂມງທຸກມື້ໃນການແຕ່ງໜ້າ ແລະ ພວກເຂົາຈື່ໄດ້ຢ່າງແມ້ນຍຳທຸກລາຍລະອຽດວ່າ ຈະນຸ່ງເຄື່ອງຫຍັງໃນແຕ່ລະມື້ໃຫ້ເຂົ້າກັບເກີບຄູ່ໃດ ແລະ ເວລາໃດທີ່ຈະເຮັດການບຳລຸງຄວາມງາມ ແລະ ນວດ, ໂດຍບໍ່ສັບສົນກ່ຽວກັບສິ່ງເຫຼົ່ານີ້ເລີຍ. ແນວໃດກໍຕາມ, ເມື່ອເວົ້າເຖິງວ່າພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ຄວາມຈິງໃດທີ່ພວກເຂົາຍັງບໍ່ເຂົ້າໃຈ ຫຼື ຍັງບໍ່ໄດ້ເຂົ້າສູ່, ສິ່ງໃດທີ່ພວກເຂົາຍັງຈັດການແບບພໍເປັນພິທີ ແລະ ໂດຍບໍ່ມີຄວາມຈົງຮັກພັກດີ, ອຸປະນິໄສທີ່ເສື່ອມຊາມໃດທີ່ພວກເຂົາໄດ້ເປີດເຜີຍ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບຄວາມຈິງທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ, ພວກເຂົາບໍ່ຮູ້ຫຍັງກ່ຽວກັບສິ່ງເຫຼົ່ານີ້ເລີຍ. ເມື່ອຖືກຖາມກ່ຽວກັບພວກມັນ, ພວກເຂົາກໍບໍ່ຮູ້ຫຍັງເລີຍ. ແຕ່ເມື່ອເວົ້າເຖິງຫົວຂໍ້ທີ່ກ່ຽວຂ້ອງກັບຄວາມສຸກທາງເນື້ອໜັງ, ການກິນ, ການດື່ມ ແລະ ຄວາມບັນເທີງ, ພວກເຂົາກໍສາມາດເວົ້າໄດ້ບໍ່ຢຸດ, ມັນເປັນໄປບໍ່ໄດ້ທີ່ຈະຢຸດພວກເຂົາ. ບໍ່ວ່າວຽກງານຂອງຄຣິດຕະຈັກຈະຫຍຸ້ງສໍ່າໃດ ຫຼື ໜ້າທີ່ຂອງພວກເຂົາຈະຫຍຸ້ງສໍ່າໃດ, ກິດຈະວັດ ແລະ ສະພາບປົກກະຕິຂອງຊີວິດຂອງພວກເຂົາກໍບໍ່ເຄີຍຖືກລົບກວນ. ພວກເຂົາບໍ່ເຄີຍປະໝາດກ່ຽວກັບລາຍລະອຽດເລັກນ້ອຍໃດໆຂອງຊີວິດທາງເນື້ອໜັງ ແລະ ຄວບຄຸມພວກມັນໄດ້ຢ່າງສົມບູນ, ໂດຍມີຄວາມເຂັ້ມງວດ ແລະ ຈິງຈັງຫຼາຍ. ແຕ່ເມື່ອຈັດການກັບວຽກງານຂອງເຮືອນຂອງພຣະເຈົ້າ, ບໍ່ວ່າເລື່ອງຈະໃຫຍ່ສໍ່າໃດ ແລະ ເຖິງແມ່ນວ່າມັນອາດຈະກ່ຽວຂ້ອງກັບຄວາມປອດໄພຂອງອ້າຍເອື້ອຍນ້ອງ, ພວກເຂົາກໍຈັດການກັບມັນຢ່າງບໍ່ໃສ່ໃຈ. ພວກເຂົາບໍ່ໄດ້ສົນໃຈແມ່ນແຕ່ສິ່ງທີ່ກ່ຽວຂ້ອງກັບການຝາກຝັງຂອງພຣະເຈົ້າ ຫຼື ໜ້າທີ່ທີ່ພວກເຂົາຄວນເຮັດ. ພວກເຂົາບໍ່ມີຄວາມຮັບຜິດຊອບ. ນີ້ຄືການໝົກມຸ້ນໃນຄວາມສຸກສະບາຍທາງເນື້ອໜັງ, ບໍ່ແມ່ນບໍ? ຄົນທີ່ໝົກມຸ້ນໃນຄວາມສຸກສະບາຍທາງເນື້ອໜັງເໝາະສົມທີ່ຈະປະຕິບັດໜ້າທີ່ບໍ? ທັນທີທີ່ຄົນໃດໜຶ່ງຍົກຫົວຂໍ້ການປະຕິບັດໜ້າທີ່ຂອງພວກເຂົາຂຶ້ນມາ ຫຼື ເວົ້າເຖິງການຈ່າຍລາຄາ ແລະ ການທົນທຸກລຳບາກ, ພວກເຂົາກໍສັ່ນຫົວຢູ່ເລື້ອຍໆ. ພວກເຂົາມີບັນຫາຫຼາຍເກີນໄປ, ພວກເຂົາເຕັມໄປດ້ວຍຄຳຈົ່ມວ່າ ແລະ ພວກເຂົາກໍເຕັມໄປດ້ວຍຄວາມຄິດລົບ. ຄົນດັ່ງກ່າວໄຮ້ປະໂຫຍດ, ພວກເຂົາບໍ່ມີຄຸນສົມບັດທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄວນຖືກກຳຈັດອອກ. ເທົ່າທີ່ກ່ຽວກັບການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ, ພວກເຮົາຈະປະໄວ້ພຽງເທົ່ານີ້.
6. ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບການຮູ້ຈັກຕົນເອງ
ກ່ຽວກັບທາງເຂົ້າຂອງຊີວິດ, ການຮູ້ຈັກຕົນເອງເປັນດ້ານທີ່ສຳຄັນທີ່ສຸດ. ແຕ່ສຳລັບຄົນສ່ວນຫຼາຍ, ຍ້ອນພວກເຂົາບໍ່ຮັກຄວາມຈິງ ຫຼື ສະແຫວງຫາມັນ, ການຮູ້ຈັກຕົນເອງຈຶ່ງກາຍເປັນຄວາມຫຍຸ້ງຍາກທີ່ໃຫຍ່ທີ່ສຸດຂອງພວກເຂົາ. ສະນັ້ນ, ມັນຈຶ່ງເປັນທີ່ແນ່ນອນວ່າຜູ້ທີ່ບໍ່ຮັກຄວາມຈິງບໍ່ສາມາດຮູ້ຈັກຕົນເອງຢ່າງແທ້ຈິງໄດ້. ການຮູ້ຈັກຕົນເອງມີດ້ານໃດແດ່? ທຳອິດແມ່ນການຮູ້ວ່າອຸປະນິໄສທີ່ເສື່ອມຊາມໃດທີ່ຖືກເປີດເຜີຍໃນຄຳເວົ້າ ແລະ ການກະທຳຂອງຕົນ. ບາງຄັ້ງກໍເປັນຄວາມອວດດີ, ບາງຄັ້ງກໍເປັນຄວາມເລ່ຫຼ່ຽມ ຫຼື ບາງທີກໍເປັນຄວາມຊົ່ວຮ້າຍ, ຄວາມດື້ດ້ານ ຫຼື ການທໍລະຍົດ ແລະ ອື່ນໆ. ນອກເໜືອຈາກນັ້ນ, ເມື່ອມີບາງຢ່າງເກີດຂຶ້ນກັບຄົນເຮົາ, ພວກເຂົາຄວນກວດສອບຕົນເອງເພື່ອເບິ່ງວ່າພວກເຂົາມີເຈດຕະນາ ຫຼື ແຮງຈູງໃຈໃດທີ່ບໍ່ສອດຄ່ອງກັບຄວາມຈິງ ຫຼື ບໍ່. ພວກເຂົາຄວນກວດສອບເຊັ່ນກັນວ່າມີສິ່ງໃດໃນຄຳເວົ້າ ຫຼື ການກະທຳຂອງພວກເຂົາທີ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ ຫຼື ບໍ່. ໂດຍສະເພາະຢ່າງຍິ່ງ, ພວກເຂົາຄວນກວດສອບຖ້າພວກເຂົາມີພາລະ ແລະ ມີຄວາມຈົງຮັກພັກດີ ຫຼື ບໍ່ ເມື່ອເວົ້າເຖິງໜ້າທີ່ຂອງພວກເຂົາ, ວ່າພວກເຂົາກຳລັງເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈ ຫຼື ບໍ່ ແລະ ຖ້າພວກເຂົາກຳລັງຕໍ່ລອງ ຫຼື ເຮັດແບບພໍເປັນພິທີ ຫຼື ບໍ່. ການຮູ້ຈັກຕົນເອງຍັງໝາຍເຖິງການຮູ້ວ່າຄົນເຮົາມີແນວຄິດ ແລະ ຈິນຕະນາການ, ມີການຮຽກຮ້ອງທີ່ເກີນຕົວ ຫຼື ມີຄວາມເຂົ້າໃຈຜິດ ແລະ ຄວາມຄັບແຄ້ນໃຈຕໍ່ພຣະເຈົ້າ ຫຼື ບໍ່ ແລະ ຖ້າຄົນເຮົາມີຈິດໃຈທີ່ຈະອ່ອນນ້ອມ ຫຼື ບໍ່. ມັນໝາຍເຖິງການຮູ້ວ່າຄົນເຮົາສາມາດສະແຫວງຫາຄວາມຈິງ, ຍອມຮັບຈາກພຣະເຈົ້າ ແລະ ມີຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າໄດ້ ຫຼື ບໍ່ ເມື່ອຮັບມືກັບສະຖານະການ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງຈັດສັນ. ມັນໝາຍເຖິງການຮູ້ວ່າຄົນເຮົາມີຄວາມສຳນຶກ ແລະ ເຫດຜົນ ແລະ ວ່າຄົນເຮົາເປັນຜູ້ທີ່ຮັກຄວາມຈິງ ຫຼື ບໍ່. ມັນໝາຍເຖິງການຮູ້ວ່າຄົນເຮົາຈະອ່ອນນ້ອມ ຫຼື ພະຍາຍາມໂຕ້ຖຽງເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ຖ້າພວກເຂົາຈະອາໄສແນວຄິດ ແລະ ຈິນຕະນາການ ຫຼື ການສະແຫວງຫາຄວາມຈິງໃນການຮັບມືກັບເລື່ອງເຫຼົ່ານີ້. ທັງໝົດນີ້ຄືຂອບເຂດຂອງການຮູ້ຈັກຕົນເອງ. ຄົນເຮົາຄວນໄຕ່ຕອງວ່າພວກເຂົາຮັກຄວາມຈິງ ແລະ ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ຫຼື ບໍ່ ໂດຍອີງໃສ່ທັດສະນະຂອງພວກເຂົາຕໍ່ສະຖານະການ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ຖ້າຄົນເຮົາສາມາດຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເຫັນວ່າການກະບົດຂອງຕົນຕໍ່ພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ, ແລ້ວພວກເຂົາກໍຈະເຕີບໂຕຂຶ້ນ. ຍິ່ງໄປກວ່ານັ້ນ, ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບການປະຕິບັດຕໍ່ພຣະເຈົ້າຂອງພວກເຂົາ, ຄົນເຮົາຄວນໄຕ່ຕອງວ່າພວກເຂົາມີແນວຄິດ, ຄວາມຢຳເກງ ຫຼື ການອ່ອນນ້ອມໃນການປະຕິບັດຕໍ່ພຣະນາມ ແລະ ການບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ໂດຍສະເພາະຢ່າງຍິ່ງ ທັດສະນະຂອງພວກເຂົາຕໍ່ຄວາມຈິງເປັນແນວໃດ. ຄົນເຮົາຄວນຮູ້ຈັກຂໍ້ບົກຜ່ອງຂອງພວກເຂົາ, ລະດັບຄວາມເຕີບໂຕຂອງພວກເຂົາ ແລະ ວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່, ຕະຫຼອດຈົນວ່າການສະແຫວງຫາຂອງພວກເຂົາ ແລະ ເສັ້ນທາງທີ່ພວກເຂົາຍ່າງນັ້ນຖືກຕ້ອງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຜູ້ຄົນຄວນຮູ້. ສະຫຼຸບແລ້ວ, ດ້ານຕ່າງໆຂອງການຮູ້ຈັກຕົນເອງໂດຍພື້ນຖານແລ້ວປະກອບດ້ວຍສິ່ງຕໍ່ໄປນີ້: ຄວາມຮູ້ກ່ຽວກັບວ່າຄວາມສາມາດຂອງຕົນສູງ ຫຼື ຕໍ່າ, ຄວາມຮູ້ກ່ຽວກັບຄຸນລັກສະນະຂອງຕົນ, ຄວາມຮູ້ກ່ຽວກັບເຈດຕະນາ ແລະ ແຮງຈູງໃຈໃນການກະທຳຂອງພວກເຂົາ, ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມ ແລະ ທຳມະຊາດ-ແກ່ນແທ້ທີ່ຕົນເປີດເຜີຍ, ຄວາມຮູ້ກ່ຽວກັບຄວາມມັກ ແລະ ການສະແຫວງຫາຂອງຕົນ, ຄວາມຮູ້ກ່ຽວກັບເສັ້ນທາງທີ່ຕົນຍ່າງ, ຄວາມຮູ້ກ່ຽວກັບທັດສະນະຂອງຕົນຕໍ່ສິ່ງຕ່າງໆ, ຄວາມຮູ້ກ່ຽວກັບທັດສະນະຕໍ່ຊີວິດ ແລະ ຄ່ານິຍົມຂອງຕົນ ແລະ ຄວາມຮູ້ກ່ຽວກັບທັດສະນະຂອງຕົນຕໍ່ພຣະເຈົ້າ ແລະ ຄວາມຈິງ. ການຮູ້ຈັກຕົນເອງສ່ວນໃຫຍ່ປະກອບດ້ວຍດ້ານເຫຼົ່ານີ້.
7. ການສະແດງອອກຕ່າງໆຂອງຜູ້ຄົນໃນການປະຕິບັດຕໍ່ພຣະເຈົ້າ
ເນື້ອໃນສ່ວນຕໍ່ໄປກ່ຽວກັບທາງເຂົ້າຂອງຊີວິດແມ່ນກ່ຽວຂ້ອງກັບການສະແດງອອກຕ່າງໆຂອງຜູ້ຄົນໃນການປະຕິບັດຕໍ່ພຣະເຈົ້າ. ຕົວຢ່າງ: ມີການມີແນວຄິດຕໍ່ພຣະເຈົ້າ, ການເກີດຄວາມເຂົ້າໃຈຜິດກ່ຽວກັບພຣະອົງ ແລະ ການລະວັງຕົວຕໍ່ພຣະອົງ, ການຮຽກຮ້ອງທີ່ບໍ່ມີເຫດຜົນຕໍ່ພຣະອົງ, ການຕ້ອງການຫຼີກລ່ຽງພຣະອົງຢູ່ສະເໝີ, ການບໍ່ມັກພຣະທຳທີ່ພຣະອົງກ່າວ ແລະ ການສະແຫວງຫາທີ່ຈະກວດສອບພຣະອົງຢູ່ຕະຫຼອດເວລາ. ຍັງມີການບໍ່ສາມາດເບິ່ງທະລຸ ຫຼື ຮັບຮູ້ເຖິງຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າ, ພ້ອມທັງການມີທັດສະນະຄະຕິທີ່ສົງໄສຕໍ່ອຳນາດສູງສຸດ, ການຈັດແຈງ ແລະ ສິດອຳນາດຂອງພຣະເຈົ້າຢູ່ສະເໝີ ແລະ ຂາດຄວາມຮູ້ກ່ຽວກັບສິ່ງເຫຼົ່ານີ້ຢ່າງສິ້ນເຊີງ. ຍິ່ງໄປກວ່ານັ້ນ, ບໍ່ພຽງແຕ່ບໍ່ສາມາດຫຼີກລ່ຽງ ຫຼື ປະຕິເສດການໃສ່ຮ້າຍ ແລະ ການໝິ່ນປະໝາດທີ່ຜູ້ບໍ່ເຊື່ອ ແລະ ໂລກມີຕໍ່ພຣະເຈົ້າ, ແຕ່ກົງກັນຂ້າມ, ພັດຢາກຖາມວ່າມັນເປັນຄວາມຈິງ ຫຼື ເປັນຂໍ້ເທັດຈິງ ຫຼື ບໍ່. ນີ້ບໍ່ແມ່ນການສົງໄສພຣະເຈົ້າບໍ? ນອກເໜືອຈາກການສະແດງອອກເຫຼົ່ານີ້, ຍັງມີຫຍັງອີກແດ່? (ການລະແວງສົງໄສພຣະເຈົ້າ ແລະ ການທົດລອງພຣະເຈົ້າ.) (ການພະຍາຍາມປະຈົບປະແຈງພຣະເຈົ້າ.) (ການບໍ່ຢາກຍອມຮັບການກວດສອບຂອງພຣະເຈົ້າ.) ມີການບໍ່ຢາກຍອມຮັບການກວດສອບຂອງພຣະເຈົ້າ ໃນຂະນະດຽວກັນກໍສົງໄສວ່າພຣະເຈົ້າສາມາດກວດສອບຈິດໃຈສ່ວນເລິກທີ່ສຸດຂອງຜູ້ຄົນໄດ້. (ຍັງມີການຕໍ່ຕ້ານພຣະເຈົ້າ.) ນີ້ກໍເປັນການສະແດງອອກເຊັ່ນກັນ, ນັ້ນຄືການຕໍ່ຕ້ານພຣະເຈົ້າ ແລະ ການໂວຍວາຍຕໍ່ຕ້ານພຣະອົງ. ມີການໃຊ້ທ່າທີທີ່ດູຖູກ ແລະ ໝິ່ນປະໝາດເພື່ອປະຕິບັດຕໍ່ພຣະເຈົ້າ, ເພື່ອເວົ້າລົມກັບພຣະອົງ ແລະ ພົວພັນກັບພຣະອົງ. ມີຫຍັງອີກບໍ? (ການເຮັດແບບພໍເປັນພິທີຕໍ່ພຣະເຈົ້າ ແລະ ຫລອກລວງພຣະອົງ.) (ການຈົ່ມວ່າຕໍ່ພຣະເຈົ້າ.) ມີການບໍ່ຍອມອ່ອນນ້ອມ ຫຼື ສະແຫວງຫາຄວາມຈິງຈັກເທື່ອເມື່ອປະເຊີນກັບບັນຫາ ແລະ ການອ້າງເຫດຜົນຂອງຕົນເອງ ແລະ ຈົ່ມວ່າຢູ່ສະເໝີ. (ຍັງມີການຕັດສິນ ແລະ ໝິ່ນປະໝາດພຣະເຈົ້າ.) (ການຍາດແຍ່ງສະຖານະກັບພຣະເຈົ້າ.) (ການຕໍ່ລອງກັບພຣະເຈົ້າ ແລະ ການສະແຫວງຫາຜົນປະໂຫຍດຈາກພຣະອົງ.) (ການປະຕິເສດພຣະເຈົ້າ, ການປະຖິ້ມພຣະເຈົ້າ ແລະ ການທໍລະຍົດຕໍ່ພຣະເຈົ້າ.) ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນບັນຫາທີ່ສຳຄັນ; ພວກມັນຄືສະພາວະ ແລະ ອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ເກີດຂຶ້ນໃນການປະຕິບັດຕໍ່ພຣະເຈົ້າຂອງຜູ້ຄົນ. ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ກໍຄືການສະແດງອອກຕ່າງໆຂອງວິທີທີ່ຜູ້ຄົນປະຕິບັດຕໍ່ພຣະເຈົ້າ.
VIII. ທັດສະນະຄະຕິ ແລະ ການສະແດງອອກຕ່າງໆ ຂອງຜູ້ຄົນໃນການປະຕິບັດຕໍ່ຄວາມຈິງ
ເນື້ອໃນອີກດ້ານໜຶ່ງກ່ຽວກັບທາງເຂົ້າຂອງຊີວິດແມ່ນທັດສະນະຄະຕິຂອງຜູ້ຄົນຕໍ່ຄວາມຈິງ. ແມ່ນຫຍັງຄືການສະແດງອອກທີ່ມີໃນດ້ານນີ້? ມີການຖືວ່າຄວາມຈິງເປັນທິດສະດີ ຫຼື ຄຳຂວັນ, ເປັນລະບຽບການ ຫຼື ເປັນທຶນຮອນໃນການຫາລ້ຽງຊີບຈາກຄຣິດຕະຈັກ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ. ກະລຸນາເພີ່ມຕື່ມ. (ການປະຕິບັດຄວາມຈິງເປັນການບຳລຸງລ້ຽງທາງດ້ານຈິດວິນຍານ.) ມີການຖືວ່າຄວາມຈິງເປັນສິ່ງຄ້ຳຈູນທາງຈິດວິນຍານເພື່ອຕອບສະໜອງຄວາມຕ້ອງການທາງຈິດວິນຍານຂອງຕົນ. (ບໍ່ຍອມຮັບຄວາມຈິງ ແລະ ເບື່ອໜ່າຍຕໍ່ຄວາມຈິງ.) ນີ້ຄືທັດສະນະຄະຕິຕໍ່ຄວາມຈິງ. (ຄິດວ່າພຣະທຳຂອງພຣະເຈົ້າມີໄວ້ເພື່ອເປີດໂປງຄົນອື່ນ, ວ່າພຣະທຳເຫຼົ່ານັ້ນບໍ່ກ່ຽວຂ້ອງກັບຕົນເອງ ແລະ ຖືວ່າຕົນເອງເປັນນາຍແຫ່ງຄວາມຈິງ.) ເຈົ້າໄດ້ອະທິບາຍການສະແດງອອກນີ້ໄດ້ຢ່າງເໝາະສົມ. ຄົນທີ່ມີການສະແດງອອກແບບນີ້ເຊື່ອວ່າພວກເຂົາເຂົ້າໃຈຄວາມຈິງທັງໝົດທີ່ພຣະເຈົ້າໄດ້ກ່າວ ແລະ ອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ຂອງມະນຸດທີ່ພຣະອົງເປີດເຜີຍນັ້ນໝາຍເຖິງຄົນອື່ນ, ບໍ່ແມ່ນພວກເຂົາ. ພວກເຂົາເຫັນວ່າຕົນເອງເປັນນາຍແຫ່ງຄວາມຈິງ, ມັກໃຊ້ພຣະທຳຂອງພຣະເຈົ້າເພື່ອສັ່ງສອນຄົນອື່ນ, ຄືກັບວ່າພວກເຂົາເອງຂາດອຸປະນິໄສທີ່ເສື່ອມຊາມ, ເປັນຕົວຕົນຂອງຄວາມຈິງ ແລະ ເປັນໂຄສົກຂອງຄວາມຈິງແລ້ວ. ພວກເຂົາເປັນຂີ້ເຫຍື້ອປະເພດໃດ? ພວກເຂົາຢາກເປັນຕົວຕົນຂອງຄວາມຈິງ, ພວກເຂົາບໍ່ຄືກັບໂປໂລບໍ? ໂປໂລໄດ້ປະຕິເສດວ່າອົງພຣະເຢຊູເຈົ້າເປັນພຣະຄຣິດ ແລະ ພຣະເຈົ້າ; ລາວເອງຢາກເປັນພຣະຄຣິດ ແລະ ເປັນພຣະບຸດຂອງພຣະເຈົ້າ. ຄົນເຫຼົ່ານີ້ກໍຄືກັບໂປໂລ, ພວກເຂົາເປັນຄົນປະເພດດຽວກັນກັບລາວ, ພວກເຂົາຄືພວກຕໍ່ຕ້ານພຣະຄຣິດ. ມີຫຍັງອີກບໍ? (ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບຄຳເວົ້າຂອງຄົນທຳມະດາ, ບໍ່ແມ່ນຄວາມຈິງທີ່ຈະຕ້ອງປະຕິບັດ ແລະ ມີທັດສະນະຄະຕິທີ່ບໍ່ໃສ່ໃຈ ແລະ ເຮັດແບບພໍແລ້ວມືແລ້ວຕີນຕໍ່ພຣະທຳຂອງພຣະເຈົ້າ.) ການບໍ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າໃນຖານະຄວາມຈິງທີ່ຈະຕ້ອງຍອມຮັບ ແລະ ປະຕິບັດ ແຕ່ປະຕິບັດຕໍ່ພຣະທຳເຫຼົ່ານັ້ນຄືກັບຄຳເວົ້າຂອງມະນຸດ, ນີ້ແມ່ນຂໍ້ໜຶ່ງ. (ການເຊື່ອມໂຍງພຣະທຳຂອງພຣະເຈົ້າເຂົ້າກັບປັດຊະຍາ ແລະ ທິດສະດີຂອງຜູ້ບໍ່ເຊື່ອ.) ມີການເຊື່ອມໂຍງພຣະທຳຂອງພຣະເຈົ້າເຂົ້າກັບປັດຊະຍາ, ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເຄື່ອງປະດັບ ຫຼື ຄຳເວົ້າທີ່ວ່າງເປົ່າ ໃນຂະນະທີ່ຖືວ່າຄຳເວົ້າທີ່ຮູ້ຈັກກັນດີຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ເປັນຄວາມຈິງ ແລະ ປະຕິບັດຕໍ່ຄວາມຮູ້, ວັດທະນະທຳດັ້ງເດີມ ແລະ ຮີດຄອງປະເພນີໃນຖານະຄວາມຈິງ ແລະ ໃຊ້ສິ່ງເຫຼົ່ານັ້ນມາແທນທີ່ພຣະທຳຂອງພຣະເຈົ້າ. ຄົນທີ່ສະແດງເຖິງການສະແດງອອກແບບນີ້ຈະເວົ້າບໍ່ຢຸດປາກວ່າຢາກປະຕິບັດຄວາມຈິງ ແລະ ເປັນພະຍານ ແລະ ເຜີຍແຜ່ພຣະທຳຂອງພຣະເຈົ້າເມື່ອປະເຊີນກັບສະຖານະການຕ່າງໆ ແຕ່ໃນໃຈຂອງພວກເຂົາ, ພວກເຂົາຊື່ນຊົມຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ເຫຼົ່ານັ້ນຈາກໂລກພາຍນອກ ແລະ ແມ່ນແຕ່ຍ້ອງຍໍເປົາກົງແຫ່ງລາຊະວົງຊົ້ງບູຮານ ໂດຍກ່າວວ່າ: “ລາວເປັນຜູ້ພິພາກສາທີ່ເຂັ້ມງວດ ແລະ ຍຸຕິທຳແທ້ໆ. ລາວບໍ່ເຄີຍຕັດສິນຢ່າງບໍ່ຍຸຕິທຳ, ບໍ່ເຄີຍມີການຕັດສິນທີ່ຜິດພາດດ້ວຍມືຂອງລາວ ຫຼື ມີດວງວິນຍານໃດທີ່ຖືກທຳຮ້າຍໂດຍດາບປະຫານຂອງລາວ!” ນີ້ບໍ່ແມ່ນການຍ້ອງຍໍ ແລະ ຊື່ນຊົມຄົນທີ່ມີຊື່ສຽງ ແລະ ນັກປາດບໍ? ການພະຍາຍາມແອບອ້າງຄຳເວົ້າ ແລະ ການກະທຳຂອງຄົນທີ່ມີຊື່ສຽງວ່າເປັນຄວາມຈິງແມ່ນການໝິ່ນປະໝາດ ແລະ ລົບລູ່ຄວາມຈິງ! ໃນຄຣິດຕະຈັກ, ຄົນແບບນີ້ເວົ້າຫຼາຍກ່ຽວກັບການຢາກປະຕິບັດຄວາມຈິງ ແລະ ເຜີຍແຜ່ພຣະທຳຂອງພຣະເຈົ້າ ແຕ່ສິ່ງທີ່ພວກເຂົາຄິດໃນໃຈຂອງພວກເຂົາ ແລະ ມັກເວົ້າເປັນປະຈຳນັ້ນເປັນພຽງຄຳເວົ້າ ແລະ ສຸພາສິດພື້ນບ້ານ ເຊິ່ງພວກເຂົາສະແດງອອກຢ່າງຊຳນານ ແລະ ຄ່ອງແຄ້ວ. ສິ່ງເຫຼົ່ານີ້ຕິດປາກພວກເຂົາຢູ່ສະເໝີ ແລະ ເວົ້າອອກມາຈາກລິ້ນຂອງພວກເຂົາໄດ້ຢ່າງງ່າຍດາຍ. ພວກເຂົາບໍ່ເຄີຍເວົ້າເຖິງຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າແມ່ນແຕ່ຄຳດຽວ ແລະ ຍິ່ງໄປກວ່ານັ້ນ ພວກເຂົາເຄີຍເວົ້າວ່າພຣະທຳຂອງພຣະເຈົ້າຂໍ້ໃດເປັນບັນທັດຖານ ຫຼື ພື້ນຖານສຳລັບການກະທຳ ແລະ ການປະພຶດຂອງພວກເຂົາ. ທຸກສິ່ງທີ່ພວກເຂົາເວົ້າອອກມາລ້ວນແລ້ວແຕ່ເປັນຄຳເວົ້າທີ່ຫຼອກລວງ ເຊັ່ນ: “ຄົນເຮົາຈາກໄປກໍປະຊື່ສຽງຂອງຕົນໄວ້, ຄືກັນກັບຫ່ານທີ່ບິນໄປບ່ອນໃດກໍປະສຽງຮ້ອງຂອງມັນໄວ້”, “ການປະຫານຊີວິດກໍເປັນພຽງການເຮັດໃຫ້ຫົວຕົກດິນເທົ່ານັ້ນ”, “ຄົນທີ່ໜ້າສົງສານຍ່ອມມີສິ່ງທີ່ໜ້າລັງກຽດສະເໝີ”, “ຕ້ອງປະທາງໃຫ້ຕົນເອງສະເໝີ”, “ເຖິງແມ່ນວ່າຂ້ອຍຈະບໍ່ປະສົບຜົນສຳເລັດ, ຂ້ອຍກໍໄດ້ຜ່ານຄວາມຍາກລຳບາກ; ຖ້າບໍ່ແມ່ນຄວາມຍາກລຳບາກ, ກໍແມ່ນຄວາມເມື່ອຍລ້າ”, “ຢ່າຈູດຂົວຖິ້ມຫຼັງຈາກຂ້າມແມ່ນໍ້າແລ້ວ; ຢ່າຂ້າລາຫຼັງຈາກປົດແອກແລ້ວ”, “ລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງ” ແລະ “ເຈົ້າໜ້າທີ່ໃໝ່ມັກຈະກະຕືລືລົ້ນທີ່ຈະສ້າງຄວາມປະທັບໃຈ” ແລະ ອື່ນໆ, ບໍ່ມີສິ່ງໃດທີ່ພວກເຂົາເວົ້າເປັນຄວາມຈິງ. ບາງຄົນຈະທ່ອງຈຳຄຳເວົ້າຂອງນັກກະວີຮ່ວມສະໄໝ ແລະ ເຖິງກັບເອົາໄປໂພສໃນສ່ວນຄຳຄິດເຫັນຂອງວິດີໂອໃນເຮືອນຂອງພຣະເຈົ້າ. ນີ້ບໍ່ແມ່ນການສະແດງອອກເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານບໍ? ຄຳເວົ້າເຫຼົ່ານັ້ນແມ່ນຄວາມຈິງບໍ? ມັນກ່ຽວຂ້ອງກັບຄວາມຈິງບໍ? ບາງຄົນມັກເວົ້າວ່າ “ມີພຣະເຈົ້າຢູ່ເໜືອຫົວສາມຟຸດ” ແລະ “ຄວາມດີ ແລະ ຄວາມຊົ່ວຍ່ອມມີການຕອບແທນໃນທີ່ສຸດ; ມັນເປັນພຽງແຕ່ເລື່ອງຂອງເວລາ”. ຄຳເວົ້າເຫຼົ່ານີ້ແມ່ນຄວາມຈິງບໍ? (ບໍ່ແມ່ນ.) ພວກມັນມາຈາກໃສ? ມັນມີຢູ່ໃນພຣະທຳຂອງພຣະເຈົ້າບໍ? ພວກມັນມາຈາກວັດທະນະທຳທາງພຸດທະສາສະໜາ ແລະ ບໍ່ມີຫຍັງກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ. ເຖິງວ່າຈະເປັນເຊັ່ນນັ້ນ, ຜູ້ຄົນກໍມັກຈະພະຍາຍາມດຶງດັນເອົາຄຳເວົ້າເຫຼົ່ານັ້ນມາປົນກັບຄວາມຈິງ; ນີ້ຄືການສະແດງອອກເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານ. ບາງຄົນມີຄວາມຕັ້ງໃຈໜ້ອຍໜຶ່ງທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ພວກເຂົາກໍເວົ້າວ່າ: “ເຮືອນຂອງພຣະເຈົ້າໄດ້ສົ່ງເສີມຂ້ອຍ, ພຣະເຈົ້າໄດ້ຍົກຊູຂ້ອຍ, ສະນັ້ນ ຂ້ອຍຕ້ອງເຮັດໃຫ້ສົມກັບຄຳທີ່ວ່າ ‘ສຸພາບບຸລຸດຈະສະຫຼະຊີວິດຂອງຕົນເພື່ອຜູ້ທີ່ເຂົ້າໃຈລາວ’”. ເຈົ້າບໍ່ແມ່ນສຸພາບບຸລຸດ ແລະ ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າສະຫຼະຊີວິດຂອງເຈົ້າ. ມັນຈຳເປັນບໍທີ່ຈະຕ້ອງມີຈິດໃຈທີ່ອົງອາດກ້າຫານເຊັ່ນນັ້ນເມື່ອປະຕິບັດໜ້າທີ່? ຕອນເຈົ້າຍັງມີຊີວິດຢູ່ ເຈົ້າຍັງເຮັດໜ້າທີ່ຂອງຕົນບໍ່ສຳເລັດເລີຍ, ແລ້ວຕອນຕາຍໄປແລ້ວ ມັນຈະມີຄວາມຫວັງຫຍັງອີກ? ແລ້ວເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າໄດ້ແນວໃດ? ຄົນອື່ນເວົ້າວ່າ: “ໂດຍທຳມະຊາດແລ້ວຂ້ອຍເປັນຄົນຈົງຮັກພັກດີ, ຂ້ອຍເປັນຄົນທີ່ກ້າຫານ ແລະ ມຸ່ງໝັ້ນ. ຂ້ອຍມັກທຸ້ມເທທຸກຢ່າງເພື່ອໝູ່ເພື່ອນຂອງຂ້ອຍ. ກັບພຣະເຈົ້າກໍຄືກັນ: ເນື່ອງຈາກພຣະເຈົ້າໄດ້ເລືອກ, ສົ່ງເສີມ ແລະ ຍົກຊູຂ້ອຍ, ຂ້ອຍຕ້ອງຕອບແທນພຣະຄຸນຂອງພຣະເຈົ້າ. ຂ້ອຍຈະທຸ້ມເທທຸກຢ່າງເພື່ອພຣະເຈົ້າຢ່າງແນ່ນອນ, ຈົນເຖິງຄວາມຕາຍຂອງຂ້ອຍ!” ນີ້ແມ່ນຄວາມຈິງບໍ? (ບໍ່ແມ່ນ.) ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ, ເປັນຫຍັງພວກເຂົາຈຶ່ງບໍ່ຈື່ແມ່ນແຕ່ຂໍ້ດຽວ? ຕະຫຼອດເວລາ, ສິ່ງທີ່ພວກເຂົາໂອ້ລົມກໍເປັນພຽງ: “ບໍ່ຈຳເປັນຕ້ອງເວົ້າຫຍັງອີກ. ສຸພາບບຸລຸດຈະສະຫຼະຊີວິດຂອງຕົນເພື່ອຜູ້ທີ່ເຂົ້າໃຈລາວ ແລະ ຄົນເຮົາຕ້ອງທຸ້ມເທທຸກຢ່າງເພື່ອໝູ່ເພື່ອນ ແລະ ຈົງຮັກພັກດີ”. ພວກເຂົາບໍ່ສາມາດແມ່ນແຕ່ຈະເວົ້າຄຳວ່າ “ຕອບແທນຄວາມຮັກຂອງພຣະເຈົ້າ” ອອກມາໄດ້. ຫຼັງຈາກທີ່ໄດ້ຟັງຄຳເທດສະໜາ ແລະ ອ່ານພຣະທຳຂອງພຣະເຈົ້າມາຫຼາຍປີ, ພວກເຂົາບໍ່ຮູ້ຄວາມຈິງແມ່ນແຕ່ຢ່າງດຽວ ແລະ ພວກເຂົາບໍ່ສາມາດແມ່ນແຕ່ຈະເວົ້າຄຳສັບທາງວິນຍານສອງສາມຄຳໄດ້, ນີ້ຄືຄວາມເຂົ້າໃຈ ແລະ ນິຍາມພາຍໃນຂອງພວກເຂົາກ່ຽວກັບຄວາມຈິງ. ບອກເຮົາມາເບິ່ງ, ນີ້ບໍ່ແມ່ນເລື່ອງທີ່ໜ້າສົງສານບໍ? ມັນບໍ່ໜ້າຫົວຂວັນບໍ? ນີ້ບໍ່ແມ່ນການສະແດງອອກເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານບໍ? ຫຼັງຈາກທີ່ໄດ້ຟັງຄຳເທດສະໜາຫຼາຍຄັ້ງ, ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ແຕ່ພວກເຂົາພັດໃຊ້ຄຳເວົ້າຂອງຜີປີສາດ, ຄຳເວົ້າທີ່ໜ້າຫົວຂວັນ, ໄຮ້ສາລະ ແລະ ໜ້າຫົວຂວັນທີ່ສຸດເຫຼົ່ານັ້ນມາແທນທີ່ຄວາມຈິງຢ່າງໜ້າດ້ານໄຮ້ອາຍ. ບໍ່ພຽງແຕ່ຄວາມຄິດ ແລະ ຄວາມເຂົ້າໃຈພາຍໃນຂອງພວກເຂົາຈະເປັນແບບນີ້, ພວກເຂົາຍັງເຜີຍແຜ່ ແລະ ສັ່ງສອນສິ່ງນີ້ໃຫ້ຄົນອື່ນຢູ່ຕະຫຼອດ, ເຮັດໃຫ້ຄົນອື່ນມີຄວາມເຂົ້າໃຈແບບດຽວກັນກັບພວກເຂົາ. ສິ່ງນີ້ບໍ່ໄດ້ມີລັກສະນະຂອງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຢູ່ແດ່ບໍ? ເບິ່ງຄືວ່າຄົນເຫຼົ່ານີ້ທີ່ບໍ່ເຂົ້າໃຈຄວາມຈິງ ແລະ ຂາດຄວາມເຂົ້າໃຈຝ່າຍວິນຍານນັ້ນເປັນອັນຕະລາຍ, ພວກເຂົາສາມາດກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຮັດສິ່ງໜ້າຫົວຂວັນ ແລະ ໄຮ້ສາລະໄດ້ທຸກເວລາ ແລະ ທຸກສະຖານທີ່. ມີການສະແດງອອກອື່ນໃດອີກແດ່ກ່ຽວກັບວິທີຜູ້ຄົນປະຕິບັດຕໍ່ຄວາມຈິງ? (ການດູຖູກຄວາມຈິງ, ຍອມຮັບພຽງແຕ່ສິ່ງທີ່ສອດຄ່ອງກັບແນວຄິດຂອງຕົນເອງ ແລະ ປະຕິເສດ ແລະ ບໍ່ຍອມປະຕິບັດສິ່ງທີ່ບໍ່ສອດຄ່ອງ.) ການຍອມຮັບ ແລະ ປະຕິບັດພຽງແຕ່ສິ່ງທີ່ສອດຄ່ອງກັບແນວຄິດຂອງຕົນເອງ ແລະ ຕໍ່ຕ້ານ ແລະ ປະນາມສິ່ງທີ່ບໍ່ສອດຄ່ອງທັງໝົດ, ນີ້ຄືທັດສະນະຄະຕິຢ່າງໜຶ່ງ. (ບໍ່ເຊື່ອວ່າຄວາມຈິງສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນ ຫຼື ປ່ຽນແປງຕົນເອງໄດ້.) ການບໍ່ຍອມຮັບ ຫຼື ບໍ່ເຊື່ອໃນຄວາມຈິງກໍເປັນທັດສະນະຄະຕິຢ່າງໜຶ່ງເຊັ່ນກັນ. ການສະແດງອອກອີກຢ່າງໜຶ່ງກໍຄື ທັດສະນະຄະຕິ ແລະ ມຸມມອງຂອງຄົນເຮົາຕໍ່ຄວາມຈິງຈະປ່ຽນແປງໄປຕາມອາລົມ, ສະພາບແວດລ້ອມ ແລະ ຄວາມຮູ້ສຶກຂອງຕົນ. ສຳລັບຄົນເຫຼົ່ານີ້, ເມື່ອມື້ໃດທີ່ພວກເຂົາຮູ້ສຶກດີ ແລະ ມີກຳລັງໃຈ, ພວກເຂົາກໍຈະຄິດວ່າ “ຄວາມຈິງຊ່າງດີເລີດແທ້ໆ! ຄວາມຈິງຄືຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ, ເປັນສິ່ງທີ່ສົມຄວນທີ່ສຸດສຳລັບມະນຸດທີ່ຈະປະຕິບັດ ແລະ ເຜີຍແຜ່”. ເມື່ອອາລົມຂອງພວກເຂົາບໍ່ດີ, ພວກເຂົາກໍຈະຄິດວ່າ “ຄວາມຈິງແມ່ນຫຍັງ? ມີປະໂຫຍດຫຍັງແດ່ໃນການປະຕິບັດຄວາມຈິງ? ມັນສາມາດຫາເງິນໃຫ້ເຈົ້າໄດ້ບໍ? ຄວາມຈິງສາມາດປ່ຽນແປງຫຍັງໄດ້ແດ່? ຈະເກີດຫຍັງຂຶ້ນຖ້າເຈົ້າປະຕິບັດຄວາມຈິງ? ຂ້ອຍຈະບໍ່ປະຕິບັດມັນ, ແລ້ວມັນຊິແຕກຕ່າງຫຍັງ?” ທຳມະຊາດຂອງຜີປີສາດຂອງພວກເຂົາກໍຈະຖືກເປີດເຜີຍອອກມາ. ການສະແດງອອກເຫຼົ່ານີ້ຄືອຸປະນິໄສ ແລະ ສະພາວະຕ່າງໆທີ່ຜູ້ຄົນເປີດເຜີຍໃນວິທີທີ່ພວກເຂົາປະຕິບັດຕໍ່ຄວາມຈິງ. ມີການສະແດງອອກທີ່ສະເພາະເຈາະຈົງອື່ນໃດອີກແດ່? (ບໍ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າໃນຖານະຄວາມຈິງ ຫຼື ຊີວິດ ແຕ່ພັດວິເຄາະ ແລະ ກວດສອບພຣະທຳເຫຼົ່ານັ້ນ.) ມີການເຂົ້າຫາຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິແບບນັກວິຊາການ, ວິເຄາະ ແລະ ກວດສອບຄວາມຈິງໂດຍອີງໃສ່ຄວາມຮູ້ຂອງຕົນຢູ່ສະເໝີ ໂດຍບໍ່ມີທັດສະນະຄະຕິຂອງການຍອມຮັບ ແລະ ການອ່ອນນ້ອມເລີຍ. ສິ່ງເຫຼົ່ານີ້ກໍຄືຄວາມຫຍຸ້ງຍາກບໍ່ຫຼາຍກໍໜ້ອຍໃນການປະຕິບັດຕໍ່ຄວາມຈິງຂອງຜູ້ຄົນ ເຊິ່ງສາມາດນິຍາມ ແລະ ຕັ້ງເປັນຫົວຂໍ້ສະຫຼຸບໄດ້.
ເນື້ອໃນກ່ຽວກັບຄວາມຫຍຸ້ງຍາກຂອງທາງເຂົ້າຂອງຊີວິດຂອງພວກເຮົາມີທັງໝົດແປດດ້ານ ແລະ ພວກມັນກໍຄືຄວາມຫຍຸ້ງຍາກຫຼັກທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ ແລະ ການບັນລຸຄວາມລອດພົ້ນ. ສະພາວະ ແລະ ອຸປະນິໄສທີ່ຜູ້ຄົນເປີດເຜີຍອອກມາພາຍໃນແປດດ້ານນີ້ ລ້ວນແລ້ວແຕ່ຖືກເປີດໂປງໃນພຣະທຳຂອງພຣະເຈົ້າ; ພຣະເຈົ້າໄດ້ກຳນົດຂໍ້ກຳນົດສຳລັບຜູ້ຄົນ ແລະ ໄດ້ຊີ້ໃຫ້ເຫັນເສັ້ນທາງແຫ່ງການປະຕິບັດແກ່ພວກເຂົາ. ຖ້າຜູ້ຄົນສາມາດທຸ້ມເທຄວາມພະຍາຍາມໃສ່ພຣະທຳຂອງພຣະເຈົ້າ, ມີທັດສະນະຄະຕິທີ່ຈິງຈັງ, ທັດສະນະຄະຕິທີ່ປາຖະໜາ ແລະ ແບກຮັບພາລະສຳລັບທາງເຂົ້າຊີວິດຂອງຕົນເອງ, ແລ້ວໃນພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະສາມາດຊອກຫາຄວາມຈິງທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາທັງແປດປະເພດນີ້ໄດ້ ແລະ ມີເສັ້ນທາງແຫ່ງການປະຕິບັດສຳລັບແຕ່ລະບັນຫາ. ບໍ່ມີບັນຫາໃດທີ່ເປັນສິ່ງທ້າທາຍທີ່ແກ້ໄຂບໍ່ໄດ້ ຫຼື ເປັນສິ່ງລີ້ລັບປະເພດໃດເລີຍ. ແນວໃດກໍຕາມ, ຖ້າເຈົ້າບໍ່ແບກຮັບພາລະໃດໆເລີຍສຳລັບທາງເຂົ້າຊີວິດຂອງຕົນເອງ ແລະ ບໍ່ສົນໃຈໃນຄວາມຈິງ ຫຼື ໃນການປ່ຽນແປງອຸປະນິໄສຂອງເຈົ້າເລີຍ, ແລ້ວບໍ່ວ່າພຣະທຳຂອງພຣະເຈົ້າຈະຊັດເຈນ ແລະ ຖືກຕ້ອງສໍ່າໃດ, ພຣະທຳເຫຼົ່ານັ້ນກໍຈະເປັນພຽງໂຕໜັງສື ແລະ ຫຼັກຄຳສອນສຳລັບເຈົ້າເທົ່ານັ້ນ. ຖ້າເຈົ້າບໍ່ສະແຫວງຫາ ຫຼື ປະຕິບັດຄວາມຈິງ, ແລ້ວບໍ່ວ່າເຈົ້າຈະມີບັນຫາຫຍັງກໍຕາມ, ເຈົ້າກໍຈະບໍ່ສາມາດຊອກຫາທາງອອກໄດ້, ເຊິ່ງຈະເຮັດໃຫ້ມັນຍາກຫຼາຍສຳລັບເຈົ້າທີ່ຈະບັນລຸຄວາມລອດພົ້ນ. ບາງທີເຈົ້າອາດຈະຍັງຄົງຢູ່ຂັ້ນຜູ້ອອກເຫື່ອແຮງຕະຫຼອດໄປ; ບາງທີເຈົ້າອາດຈະອາດຈະຍັງຄົງຢູ່ຂັ້ນທີ່ບໍ່ສາມາດບັນລຸຄວາມລອດພົ້ນໄດ້ເລີຍ ແລະ ຖືກພຣະເຈົ້າລັງກຽດ-ປະຕິເສດ ແລະ ກຳຈັດອອກຕະຫຼອດໄປ.
ຜົນກະທົບທາງລົບ ແລະ ຜົນສະທ້ອນຈາກວຽກງານຂອງຜູ້ນໍາປອມ
ເມື່ອເວົ້າເຖິງຄວາມຫຍຸ້ງຍາກທັງໝົດທີ່ຜູ້ຄົນພົບພໍ້ໃນທາງເຂົ້າຊີວິດຂອງພວກເຂົາ, ຜູ້ນໍາປອມເຮັດຫຍັງ? ເມື່ອຜູ້ຄົນປະເຊີນກັບສະພາວະປະເພດໃດໜຶ່ງທີ່ຕົກຢູ່ໃນໜຶ່ງໃນຄວາມຫຍຸ້ງຍາກທັງແປດປະເພດນີ້, ຜູ້ນໍາປອມສາມາດແຍກແຍະໄດ້ບໍ ແລະ ໃຊ້ພຣະທຳຂອງພຣະເຈົ້າ ແລະ ຄວາມຮູ້ຈາກປະສົບການຂອງຕົນເອງເພື່ອແກ້ໄຂບັນຫາຂອງຄົນເຫຼົ່ານີ້? ໜ້າເສຍດາຍ, ເມື່ອຜູ້ຄົນພົບພໍ້ຄວາມຫຍຸ້ງຍາກ, ຜູ້ນໍາປອມເຫຼົ່ານີ້ພຽງແຕ່ເຮັດແບບຜິວເຜີນ, ພຽງແຕ່ໃຫ້ຄຳເວົ້າທີ່ຕື້ນເຂີນ, ບໍ່ຕົງປະເດັນ ແລະ ບໍ່ກ່ຽວຂ້ອງ ເຊິ່ງບໍ່ມີຫຍັງກ່ຽວຂ້ອງກັບອຸປະນິໄສ ແລະ ຄວາມຫຍຸ້ງຍາກທີ່ແທ້ຈິງຂອງພວກເຂົາ ເພື່ອແກ້ໄຂບັນຫາຂອງພວກເຂົາ. ຕົວຢ່າງ: ຜູ້ນໍາປອມມັກຈະເວົ້າວ່າ: “ເຈົ້າພຽງແຕ່ບໍ່ຮັກຄວາມຈິງ!” ນີ້ຄືວິທີທີ່ພວກເຂົາພະຍາຍາມແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງຂອງຜູ້ຄົນ ແລະ ອະທິບາຍລັກສະນະແກ່ນແທ້ຂອງພວກເຂົາ. ພວກເຂົາບໍ່ສາມາດຊ່ວຍໃຫ້ຜູ້ຄົນຊອກຫາຄຳຕອບໃນພຣະທຳຂອງພຣະເຈົ້າໄດ້ ແມ່ນແຕ່ສຳລັບບັນຫາ ຫຼື ສະພາວະເລັກນ້ອຍ ແລະ ພວກເຂົາກໍບໍ່ສາມາດແກ້ໄຂມັນໄດ້ໂດຍການໂອ້ລົມກ່ຽວກັບຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດເວົ້າຄຳເວົ້າທີ່ເປັນຫຼັກຄຳສອນ ແລະ ບໍ່ກ່ຽວຂ້ອງ ຫຼື ພວກເຂົາກໍຈັບເອົາບັນຫາ ແລະ ເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ ເພື່ອຕັດສິນຕີຕາຄົນແບບບໍ່ໃຫ້ມີທາງແກ້ໄຂ ໂດຍບໍ່ໃຫ້ໂອກາດພວກເຂົາກັບໃຈ. ໃນຄວາມເປັນຈິງແລ້ວ, ຖ້າຄົນໃດໜຶ່ງມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາກໍຈະສາມາດຊອກຫາການເປີດໂປງຂອງພຣະເຈົ້າກ່ຽວກັບສະພາວະທັງແປດດ້ານນີ້ໄດ້ໃນພຣະທຳຂອງພຣະອົງ, ມັນບໍ່ແມ່ນເລື່ອງຍາກ. ແນວໃດກໍຕາມ, ເພາະວ່າຜູ້ນໍາປອມຂາດຄວາມເຂົ້າໃຈຝ່າຍວິນຍານ, ມີຄຸນນະພາບທີ່ຕໍ່າ ແລະ ຂາດຄວາມສາມາດໃນການຢັ່ງຮູ້, ບວກກັບຄວາມຈິງທີ່ວ່າບາງຄົນໃນພວກເຂົາເປັນພຽງຄົນທີ່ກະຕືລືລົ້ນ, ກະຕືລືລົ້ນທີ່ຈະກະທຳ, ໜ້າຊື່ໃຈຄົດ ແລະ ທຳທ່າເປັນຄົນຝ່າຍວິນຍານ, ພວກເຂົາຈຶ່ງບໍ່ສາມາດແກ້ໄຂບັນຫາຂອງຄົນອື່ນໄດ້ເລີຍ. ເມື່ອເວົ້າເຖິງບັນຫາຕ່າງໆທີ່ຜູ້ຄົນພົບພໍ້, ຜູ້ນໍາປອມກໍຈະແນະນຳພວກເຂົາ ໂດຍກ່າວວ່າ: “ພາລະກິດຂອງພຣະເຈົ້າໄດ້ກ້າວໜ້າໄປເຖິງຂັ້ນນີ້ແລ້ວ; ເປັນຫຍັງເຈົ້າຈຶ່ງຍັງອິດສາ ແລະ ຖຽງກັບຄົນອື່ນຢູ່? ເຈົ້າມີເວລາສຳລັບເລື່ອງນັ້ນບໍ? ການຕໍ່ສູ້ເພື່ອເລື່ອງນັ້ນມີປະໂຫຍດຫຍັງ? ເຈົ້າຢູ່ບໍ່ໄດ້ບໍ ຖ້າບໍ່ຕໍ່ສູ້ເພື່ອມັນ?” “ພາລະກິດຂອງພຣະເຈົ້າໄດ້ມາເຖິງຂັ້ນນີ້ແລ້ວ, ແຕ່ເຈົ້າຍັງມີອາລົມອ່ອນໄຫວຫຼາຍ ແລະ ເຈົ້າກໍຕັດໃຈບໍ່ໄດ້. ບໍ່ຊ້າກໍໄວ, ຄວາມຮູ້ສຶກເຫຼົ່ານີ້ຈະເປັນຄວາມຕາຍໃຫ້ກັບເຈົ້າ!” “ພາລະກິດຂອງພຣະເຈົ້າໄດ້ມາເຖິງຂັ້ນນີ້ແລ້ວ, ສະນັ້ນ ເປັນຫຍັງເຈົ້າຈຶ່ງຍັງກັງວົນເລື່ອງອາຫານ ແລະ ເຄື່ອງນຸ່ງຢູ່? ເຈົ້າຢູ່ບໍ່ໄດ້ບໍ ຖ້າບໍ່ນຸ່ງກະໂປ່ງໂຕໜຶ່ງ? ເຈົ້າຢູ່ບໍ່ໄດ້ບໍ ຖ້າບໍ່ຊື້ເກີບໜັງຄູ່ໜຶ່ງ? ເຈົ້າຄວນໃສ່ໃຈພຣະທຳຂອງພຣະເຈົ້າ ແລະ ໜ້າທີ່ຂອງເຈົ້າໃຫ້ຫຼາຍຂຶ້ນ!” “ເມື່ອມີຫຍັງເກີດຂຶ້ນກັບເຈົ້າ, ຈົ່ງອະທິຖານຫາພຣະເຈົ້າໃຫ້ຫຼາຍຂຶ້ນ. ບໍ່ວ່າຈະເກີດຫຍັງຂຶ້ນກັບເຈົ້າ, ມີບົດຮຽນໜຶ່ງຄື: ການຮຽນຮູ້ທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຂົ້າໃຈອຳນາດສູງສຸດ ແລະ ການຈັດແຈງຂອງພຣະອົງ”. ຄຳແນະນຳນີ້ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ບໍ? ມັນບໍ່ສາມາດເລີຍ. ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະເວົ້າວ່າ: “ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ໂດຍການມີອາລົມອ່ອນໄຫວ, ເຈົ້າບໍ່ໄດ້ກະບົດຕໍ່ພຣະເຈົ້າບໍ? ໂດຍການບໍ່ຮູ້ຈັກຕົນເອງ, ເຈົ້າບໍ່ໄດ້ກະບົດຕໍ່ພຣະເຈົ້າບໍ?” ບໍ່ວ່າບັນຫາທີ່ກຳລັງປະເຊີນຢູ່ຈະເປັນຫຍັງກໍຕາມ, ຜູ້ນໍາປອມກໍບໍ່ຮູ້ວິທີໂອ້ລົມຄວາມຈິງເພື່ອໄຈ້ແຍກແກ່ນແທ້ ຫຼື ສະພາວະຂອງຄົນ, ພວກເຂົາບໍ່ສາມາດເບິ່ງທະລຸໄດ້ວ່າສະພາວະຂອງຜູ້ຄົນເກີດຂຶ້ນໄດ້ແນວໃດ ແລະ ຈາກນັ້ນ, ໂດຍອີງໃສ່ສະພາວະຂອງພວກເຂົາ, ກໍໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາຂອງພວກເຂົາ, ໃຫ້ການຊ່ວຍເຫຼືອ ແລະ ການສະໜອງທີ່ເໝາະສົມ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດເວົ້າສິ່ງດຽວກັນຢູ່ສະເໝີ: “ຈົ່ງຮັກພຣະເຈົ້າ! ຈົ່ງເຮັດວຽກໜັກເພື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າ ແລະ ອະທິຖານໃຫ້ຫຼາຍຂຶ້ນເມື່ອເຈົ້າພົບບັນຫາ!” “ທຸກສິ່ງຢູ່ໃນອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ. ທຸກສິ່ງຢູ່ໃນພຣະຫັດຂອງພຣະເຈົ້າ!” “ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ມັນກໍຈະບໍ່ໄດ້ຜົນ. ເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ພຣະທຳຂອງພຣະເຈົ້າເຮັດໃຫ້ທຸກສິ່ງຊັດເຈນ, ແຕ່ຜູ້ຄົນພຽງແຕ່ບໍ່ຮັກຄວາມຈິງ!” “ໄພພິບັດໃກ້ເຂົ້າມາແລ້ວ, ຈຸດຈົບຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ພາລະກິດຂອງພຣະເຈົ້າກຳລັງຈະສິ້ນສຸດລົງ, ແຕ່ເຈົ້າກໍບໍ່ຮ້ອນໃຈ. ມະນຸດເຫຼືອເວລາອີກຈັກມື້? ລາຊະອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ!” ຜູ້ນໍາປອມພຽງແຕ່ເວົ້າຄຳເວົ້າທີ່ບໍ່ຕົງປະເດັນເຫຼົ່ານີ້, ບໍ່ເຄີຍວິເຄາະ ແລະ ໄຈ້ແຍກບັນຫາຕ່າງໆຢ່າງສະເພາະເຈາະຈົງ ຫຼື ໃຫ້ການສະໜອງ ຫຼື ການຊ່ວຍເຫຼືອທີ່ແທ້ຈິງແກ່ຜູ້ຄົນ. ບໍ່ວ່າພວກເຂົາຈະຊອກຫາຂໍ້ຄວາມສອງສາມຂໍ້ຈາກພຣະທຳຂອງພຣະເຈົ້າເພຶ່ອອ່ານ ຫຼື ພວກເຂົາກໍໃຫ້ຄຳແນະນຳທີ່ບໍ່ກ່ຽວຂ້ອງເພື່ອຈັດການກັບພວກເຂົາ. ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນ? ພາຍໃຕ້ການທຳຮ້າຍຂອງຜູ້ນໍາປອມ, ຜູ້ຄົນບໍ່ພຽງແຕ່ບໍ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ພວກເຂົາຍັງບໍ່ຮູ້ວ່າລັກສະນະຂອງຕົນເອງເປັນແນວໃດ, ພວກເຂົາເປັນຄົນປະເພດໃດ ແລະ ມີທຳມະຊາດ-ແກ່ນແທ້ອັນໃດ; ພວກເຂົາບໍ່ຊັດເຈນວ່າຄວາມສາມາດຂອງຕົນເອງເປັນແນວໃດ, ພວກເຂົາມີຄວາມສາມາດໃນການຢັ່ງຮູ້ ຫຼື ບໍ່ ຫຼື ພວກເຂົາກຳລັງເດີນຢູ່ໃນເສັ້ນທາງໃດ. ພວກເຂົາຍັງຍຶດໝັ້ນກັບສິ່ງທາງໂລກ ແລະ ສິ່ງທີ່ທັນສະໄໝທີ່ພວກເຂົາຮັກ ແລະ ໃຫ້ຄຸນຄ່າໃນໃຈຂອງພວກເຂົາ ແລະ ບໍ່ມີໃຜຊ່ວຍໃຫ້ພວກເຂົາເຂົ້າໃຈ, ໄຈ້ແຍກ ແລະ ວິເຄາະສິ່ງເຫຼົ່ານີ້. ສິ່ງເຫຼົ່ານີ້ຄືຜົນສະທ້ອນຈາກວຽກງານຂອງຜູ້ນໍາປອມ. ເມື່ອມີບັນຫາເກີດຂຶ້ນ, ພວກເຂົາບໍ່ວ່າຈະຕຳໜິຄົນ, ປະນາມ ແລະ ກ່າວຫາຢ່າງຜິດໆຕາມອຳເພີໃຈ ຫຼື ພວກເຂົາກໍໃຫ້ຄຳແນະນຳ ແລະ ບົດຮຽນທີ່ບໍ່ຕົງປະເດັນແກ່ຜູ້ຄົນ ຫຼື ພວກເຂົາກໍໃຊ້ພຣະທຳຂອງພຣະເຈົ້າເພື່ອປຽບທຽບແບບບັງຄັບ ແລະ ບໍ່ຖືກຕ້ອງ. ຜູ້ທີ່ໄດ້ຍິນພວກເຂົາກໍຄິດວ່າ: “ຂ້ອຍຮູ້ສຶກຄືກັບວ່າຂ້ອຍເຂົ້າໃຈ ແຕ່ກໍຄືກັບວ່າຂ້ອຍບໍ່ເຂົ້າໃຈ, ຄືກັບວ່າຂ້ອຍອາດຈະເຂົ້າໃຈສິ່ງທີ່ພວກເຂົາເວົ້າ ແຕ່ຂ້ອຍກໍອາດຈະບໍ່ເຂົ້າໃຈ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ຜູ້ນໍາເວົ້າວ່າຂ້ອຍບໍ່ຮັກຄວາມຈິງ ແລະ ຂ້ອຍກໍຍອມຮັບວ່າຂ້ອຍບໍ່ຮັກ, ແຕ່ເປັນຫຍັງຂ້ອຍຈຶ່ງບໍ່ສາມາດອອກຈາກສະພາວະນີ້ໄດ້?” ຜູ້ນໍາເຫຼົ່ານີ້ໄດ້ສົ່ງຜົນກະທົບຫຍັງແດ່ບໍ? ເຖິງແມ່ນວ່າພວກເຂົາຈະໄດ້ເວົ້າ ແລະ ເຮັດວຽກ, ມັນກໍເປັນຄວາມສັບສົນວຸ້ນວາຍທັງໝົດ ແລະ ມັນບໍ່ໄດ້ສົ່ງຜົນກະທົບຕາມທີ່ຄວນຈະເປັນ. ພວກເຂົາບໍ່ໄດ້ເຮັດໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຈົ້າ, ປຽບທຽບຕົນເອງກັບພຣະທຳຂອງພຣະເຈົ້າ, ເຂົ້າໃຈສະພາວະຂອງພວກເຂົາຢ່າງຖືກຕ້ອງ ຫຼື ແກ້ໄຂຄວາມຫຍຸ້ງຍາກຂອງຕົນເອງ. ສ່ວນຄົນທີ່ດື້ດ້ານ, ໜ້າບໍ່ອາຍທີ່ບໍ່ຍອມຮັບຄວາມຈິງເລີຍ, ເມື່ອພວກເຂົາໄດ້ຍິນຜູ້ນໍາເຫຼົ່ານີ້ຕັກເຕືອນພວກເຂົາຢ່າງຈິງຈັງ ແລະ ອົດທົນ, ພວກເຂົາກໍຮູ້ສຶກລັງກຽດທີ່ສຸດ. ໃນເວລາດຽວກັນ, ພວກເຂົາກໍຮຽນແບບຄຳເວົ້າທີ່ຜູ້ນໍາເຫຼົ່ານີ້ເວົ້າ, ຫຼັງຈາກທີ່ຜູ້ນໍາເວົ້າສ່ວນທຳອິດຈົບ, ຄົນເຫຼົ່ານີ້ກໍສາມາດຕໍ່ສ່ວນຕໍ່ໄປໄດ້ ແລະ ພວກເຂົາກໍເລີ່ມບໍ່ອົດທົນຢ່າງໄວວາ ໂດຍກ່າວວ່າ: “ຢ່າເວົ້າຕໍ່ໄປ. ຂ້ອຍເຂົ້າໃຈທຸກຢ່າງທີ່ເຈົ້າກຳລັງເວົ້າແລ້ວ. ຖ້າເຈົ້າເວົ້າຕໍ່ໄປ, ຂ້ອຍຈະຮູ້ສຶກປວດຮາກ ແລະ ຢາກຮາກ!” ຜູ້ນໍາກໍຍັງເວົ້າຕໍ່ໄປວ່າ: “ເຈົ້າພຽງແຕ່ບໍ່ຮັກຄວາມຈິງ. ຖ້າເຈົ້າຮັກຄວາມຈິງ, ເຈົ້າກໍຈະເຂົ້າໃຈທຸກຢ່າງທີ່ຂ້ອຍເວົ້າ”. ພວກເຂົາກໍຕອບໂຕ້ວ່າ: “ບໍ່ວ່າຂ້ອຍຈະຮັກຄວາມຈິງ ຫຼື ບໍ່ກໍຕາມ, ເຈົ້າກໍໄດ້ເວົ້າຄຳເວົ້າເຫຼົ່ານີ້ຊໍ້າແລ້ວຊໍ້າອີກຫຼາຍຄັ້ງ, ບໍ່ມີຫຍັງໃໝ່ໃນນັ້ນ ແລະ ຂ້ອຍກໍເບື່ອທີ່ຈະຟັງແລ້ວ!” ຜູ້ນໍາປອມເຮັດວຽກໃນລັກສະນະນີ້, ຍຶດໝັ້ນກັບລະບຽບການຢ່າງເຄັ່ງຄັດ ແລະ ຍຶດຕິດກັບປະໂຫຍກບາງປະໂຫຍກ, ລົ້ມເຫຼວຢ່າງສິ້ນເຊີງໃນການແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງຂອງຜູ້ຄົນ. ຖ້າຄົນໃດໜຶ່ງມີແນວຄິດຕໍ່ພຣະເຈົ້າ, ຜູ້ນໍາປອມກໍຈະເວົ້າວ່າຄົນນັ້ນບໍ່ຮູ້ຈັກຕົນເອງ. ຖ້າຄົນໃດໜຶ່ງມີຄວາມເປັນມະນຸດທີ່ບໍ່ດີ, ບໍ່ສາມາດເຂົ້າກັບຄົນອື່ນໄດ້ ແລະ ຂາດຄວາມສຳພັນລະຫວ່າງບຸກຄົນທີ່ປົກກະຕິ, ຜູ້ນໍາປອມກໍຈະເວົ້າວ່າທັງພວກເຂົາ ແລະ ອີກຝ່າຍໜຶ່ງກໍມີສ່ວນຜິດ, ສັ່ງສອນທັງສອງຝ່າຍ, ໂດຍໂທດທັງສອງຝ່າຍ ໂດຍກ່າວວ່າ: “ເອົາລະ, ຕອນນີ້ພວກເຈົ້າທັງສອງສະເໝີກັນແລ້ວ. ພວກເຮົາຕ້ອງມີຄວາມຍຸຕິທຳ ແລະ ສົມເຫດສົມຜົນໃນການກະທຳຂອງພວກເຮົາ, ປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນໂດຍບໍ່ມີອະຄະຕິ. ໃຜກໍຕາມທີ່ເວົ້າມີເຫດຜົນກໍຄືຜູ້ທີ່ຮັກຄວາມຈິງ, ໃນຂະນະທີ່ຜູ້ທີ່ເວົ້າບໍ່ມີເຫດຜົນກໍຄວນປິດປາກ, ເວົ້າໜ້ອຍລົງ ແລະ ເຮັດຫຼາຍຂຶ້ນໃນອະນາຄົດ. ໃຜກໍຕາມທີ່ເວົ້າຖືກຕ້ອງກໍຄວນໄດ້ຮັບການຮັບຟັງຫຼາຍຂຶ້ນ”. ນີ້ແມ່ນການແກ້ໄຂບັນຫາບໍ? ນີ້ແມ່ນການເຮັດວຽກບໍ? ນີ້ບໍ່ແມ່ນພຽງແຕ່ການປອບໃຈເດັກນ້ອຍ ແລະ ຫຼອກລວງຜູ້ຄົນບໍ? ຜູ້ນໍາປອມອາດຈະເບິ່ງຄືວ່າຫຍຸ້ງຢູ່ ແຕ່ພວກເຂົາບໍ່ສາມາດແກ້ໄຂບັນຫາຂອງໃຜໄດ້. ວຽກງານຂອງພວກເຂົາມີປະສິດທິຜົນສໍ່າໃດ? ມັນໄຮ້ຄ່າ ແລະ ໄຮ້ສາລະ! ສິ່ງເຫຼົ່ານີ້ຄືການກະທຳຂອງຜູ້ບໍ່ເຊື່ອ.
ໃນຕະຫຼອດປະສົບການຂອງຜູ້ຄົນໃນການເຊື່ອໃນພຣະເຈົ້າ, ພວກເຂົາມັກຈະພົບພໍ້ຄວາມຫຍຸ້ງຍາກບາງຢ່າງ ແລະ ຜູ້ນໍາປອມກໍບໍ່ສາມາດແກ້ໄຂບັນຫາໃດໆໄດ້ເລີຍ. ຜູ້ນໍາປອມບໍ່ສາມາດແມ່ນແຕ່ຈະແກ້ໄຂຄວາມຫຍຸ້ງຍາກທີ່ເຫັນໄດ້ຊັດເຈນບາງຢ່າງທີ່ສາມາດແກ້ໄຂໄດ້ດ້ວຍຄຳເວົ້າພຽງສອງສາມຄຳ ແລະ ພວກເຂົາຍັງເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່. ບາງຄົນບໍ່ແມ່ນຄົນຊົ່ວ, ພຽງແຕ່ໃນດ້ານຄວາມເປັນມະນຸດຂອງພວກເຂົາ, ພວກເຂົາຂາດມາລະຍາດໜ້ອຍໜຶ່ງ, ບໍ່ເຂົ້າໃຈມາລະຍາດພື້ນຖານ ແລະ ມີທ່າທີແບບນັກເລງເລັກນ້ອຍ. ຜູ້ນໍາປອມກໍເອົາບັນຫາເລັກນ້ອຍເຫຼົ່ານີ້ມາເຮັດເປັນເລື່ອງໃຫຍ່, ໃຫ້ອ້າຍເອື້ອຍນ້ອງມາປຶກສາຫາລື, ຕຳໜິ ແລະ ປະນາມພວກເຂົາ, ທັງໝົດນີ້ກໍເພື່ອຈຸດປະສົງທີ່ຈະສ້າງຄວາມປະທັບໃຈທີ່ບໍ່ລືມໃຫ້ກັບຄົນເຫຼົ່ານັ້ນ ເພື່ອວ່າພວກເຂົາຈະບໍ່ກ້າປະພຶດຕົວແບບນັ້ນອີກ. ສິ່ງນີ້ຈຳເປັນບໍ? ນີ້ແມ່ນວິທີແກ້ໄຂບັນຫາບໍ? ນີ້ແມ່ນການໃຊ້ຄວາມຈິງເພື່ອແກ້ໄຂບັນຫາບໍ? (ບໍ່ແມ່ນ.) ຕາບໃດທີ່ບໍ່ມີບັນຫາໃຫຍ່ໃນຄວາມເປັນມະນຸດຂອງຄົນໃດໜຶ່ງ ແລະ ຄົນຜູ້ນັ້ນບໍ່ແມ່ນຄົນຊົ່ວ ແລະ ສາມາດເສຍສະລະຕົນເອງຢ່າງຈິງໃຈໄດ້, ແລ້ວພາຍໃຕ້ສະຖານະການທີ່ພວກເຂົາຍອມຮັບ, ມັນກໍພຽງພໍແລ້ວທີ່ຈະສືບຕໍ່ເຮັດວຽກກັບພວກເຂົາ, ໃຫ້ຄຳເຕືອນ, ການຊ່ວຍເຫຼືອ, ການໂອ້ລົມ ແລະ ການສະໜັບສະໜູນແກ່ພວກເຂົາ. ຖ້າຜູ້ຄົນປະພຶດຕົວແບບນີ້ຢ່າງສະໝໍ່າສະເໝີ, ແລ້ວພວກເຂົາກໍມີບັນຫາກັບລັກສະນະຂອງຕົນ ຫຼື ມີອຸປະນິໄສທີ່ໂຫດຮ້າຍ ແລະ ຈາກນັ້ນ ການລິຮານ ແລະ ການລົງວິໄນຢ່າງເຂັ້ມງວດກໍເປັນສິ່ງຈຳເປັນ. ຖ້າພວກເຂົາປະຕິເສດທີ່ຈະຍອມຮັບສິ່ງນີ້, ໜ້າທີ່ຂອງພວກເຂົາກໍຄວນຖືກລະງັບ ຫຼື ພວກເຂົາກໍຄວນຖືກກຳຈັດອອກ. ຜູ້ນໍາປອມບໍ່ສາມາດເບິ່ງທະລຸເຖິງສິ່ງນີ້ໄດ້ ແລະ ພວກເຂົາກໍຈະບໍ່ກະທຳໃນລັກສະນະນີ້; ເມື່ອພວກເຂົາພົບພໍ້ຄົນຊົ່ວເຊັ່ນນີ້, ພວກເຂົາກໍປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ, ໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນແກ່ພວກເຂົາ. ນີ້ແມ່ນການເຮັດວຽກບໍ? ນີ້ແມ່ນການໃຊ້ຄວາມຈິງເພື່ອແກ້ໄຂບັນຫາບໍ? (ບໍ່ແມ່ນ.) ວຽກງານຂອງຜູ້ນໍາປອມນັ້ນໄຮ້ສາລະ, ເປັນເດັກນ້ອຍ ແລະ ໜ້າຫົວຂວັນ ແລະ ບໍ່ມີຫຍັງເລີຍທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນທຸກສິ່ງທີ່ພວກເຂົາເຮັດ, ເຈົ້າສາມາດເຫັນໄດ້ວ່າພວກເຂົາເປັນຄົນບໍ່ມີຄວາມຊຳນານ, ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ກະທຳຢ່າງບໍ່ໄຕ່ຕອງໂດຍບໍ່ມີຫຼັກການ. ເຊັ່ນດຽວກັນ, ພວກເຂົາບໍ່ສາມາດເບິ່ງທະລຸ ຫຼື ກຳແໜ້ນຄວາມຫຍຸ້ງຍາກຕ່າງໆທີ່ຜູ້ຄົນພົບພໍ້ໃນທາງເຂົ້າຊີວິດຂອງພວກເຂົາໄດ້ຢ່າງຖືກຕ້ອງ. ດັ່ງນັ້ນ, ການພະຍາຍາມແກ້ໄຂຂອງພວກເຂົາຈຶ່ງເບິ່ງຄືວ່າງຸ່ມງ່າມ, ໂງ່ຈ້າ ແລະ ຄືກັບຄົນບໍ່ມີຄວາມຊຳນານຢ່າງບໍ່ໜ້າເຊື່ອ. ຜູ້ທີ່ຍອມຮັບການຊ່ວຍເຫຼືອຂອງພວກເຂົາກໍຮູ້ສຶກອຶດອັດ ແລະ ຖືກກົດດັນເຊັ່ນກັນ. ເມື່ອເວລາຜ່ານໄປ, ບາງຄົນເຖິງກັບສູນເສຍຄວາມເຊື່ອ ໂດຍກ່າວວ່າ: “ຜູ້ນໍາໄດ້ໂອ້ລົມກັບຂ້ອຍຫຼາຍຄັ້ງແລ້ວ, ສະນັ້ນ ເປັນຫຍັງຂ້ອຍຈຶ່ງບໍ່ປ່ຽນແປງ? ເປັນຫຍັງຂ້ອຍຈຶ່ງກັບໄປເປັນຄືເກົ່າຢູ່ເລື້ອຍ? ມັນເປັນຍ້ອນວ່າຄວາມເປັນມະນຸດຂອງຂ້ອຍບໍ່ດີເປັນພິເສດ ແລະ ຂ້ອຍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ?” ບາງຄົນເຖິງກັບມີຄວາມສົງໄສ ໂດຍກ່າວວ່າ: “ມີຫຍັງຜິດປົກກະຕິກັບຈິດວິນຍານຂອງຂ້ອຍບໍ? ວິນຍານຊົ່ວຊ້າກຳລັງເຮັດວຽກຢູ່ໃນຕົວຂ້ອຍບໍ? ພຣະເຈົ້າຈະບໍ່ຊ່ວຍຂ້ອຍໃຫ້ລອດພົ້ນບໍ? ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍໝົດຫວັງແລ້ວບໍ?” ສິ່ງເຫຼົ່ານີ້ຄືຜົນສະທ້ອນຈາກວຽກງານຂອງຜູ້ນໍາປອມ. ໃນວຽກງານຂອງພວກເຂົາ, ພວກເຂົາສັບສົນເລື່ອງໜຶ່ງກັບອີກເລື່ອງໜຶ່ງ ແລະ ພວກເຂົາກະທຳໃນລັກສະນະທີ່ໜ້າຫົວຂວັນ, ໄຮ້ສາລະ, ໂງ່ຈ້າ ແລະ ງຸ່ມງ່າມ, ເຊິ່ງໃນທີ່ສຸດກໍນໍາໄປສູ່ການທີ່ຄວາມຫຍຸ້ງຍາກຕ່າງໆທີ່ຄົນບາງຄົນທີ່ສະແຫວງຫາຄວາມຈິງຢ່າງແທ້ຈິງປະເຊີນຢູ່ນັ້ນບໍ່ໄດ້ຮັບການແກ້ໄຂຢ່າງທັນທ່ວງທີ. ສິ່ງນີ້ກໍເຮັດໃຫ້ເກີດຄວາມຄິດລົບ ແລະ ຄວາມອ່ອນແອຂຶ້ນໃນຄົນເຫຼົ່ານັ້ນ, ພ້ອມທັງແນວຄິດ ແລະ ຄວາມເຂົ້າໃຈຜິດບາງຢ່າງກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ. ພວກເຂົາເວົ້າວ່າ: “ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍແລ້ວ, ສະນັ້ນ ເປັນຫຍັງບັນຫາຂອງຂ້ອຍຈຶ່ງບໍ່ສາມາດແກ້ໄຂໄດ້? ພຣະທຳຂອງພຣະເຈົ້າສາມາດຊ່ວຍໃຫ້ລອດພົ້ນ ແລະ ປ່ຽນແປງຜູ້ຄົນໄດ້ແທ້ບໍ?” ໃຈຂອງພວກເຂົາກໍເກີດຄວາມສົງໄສ ແລະ ພວກເຂົາກໍຕົກຢູ່ໃນຄວາມສັບສົນ. ສະນັ້ນ, ເມື່ອຜູ້ນໍາປອມເຮັດວຽກ, ພວກເຂົາບໍ່ໄດ້ສ້າງຜົນທີ່ເປັນບວກຫຼາຍຢ່າງ ແຕ່ພວກເຂົາພັດກໍ່ໃຫ້ເກີດສິ່ງທີ່ເປັນລົບຫຼາຍຢ່າງ. ວຽກງານຂອງພວກເຂົາບໍ່ພຽງແຕ່ລົ້ມເຫຼວທີ່ຈະກຳຈັດແນວຄິດ, ຄວາມສົງໄສ ແລະ ການຕັດສິນຂອງຜູ້ຄົນກ່ຽວກັບພຣະເຈົ້າ, ໃນທາງກົງກັນຂ້າມ, ມັນຍິ່ງເພີ່ມຄວາມເຂົ້າໃຈຜິດ ແລະ ຄວາມລະແວງລະວັງຂອງພວກເຂົາຕໍ່ພຣະເຈົ້າ. ແມ່ນແຕ່ຫຼັງຈາກທີ່ເຊື່ອມາຫຼາຍປີ, ບັນຫາຂອງຄົນເຫຼົ່ານີ້ກໍຍັງບໍ່ໄດ້ຮັບການແກ້ໄຂ. ໃນຂະນະທີ່ພວກເຂົາຖືກນໍາພາຢ່າງຜິດໆ ແລະ ຫຼົງທາງໂດຍຜູ້ນໍາປອມ, ຄວາມເຂົ້າໃຈຜິດ ແລະ ຄວາມລະແວງລະວັງຂອງພວກເຂົາຕໍ່ພຣະເຈົ້າກໍຍິ່ງເລິກເຊິ່ງຂຶ້ນ. ເມື່ອເປັນເຊັ່ນນີ້, ພວກເຂົາຈະສາມາດບັນລຸທາງເຂົ້າຊີວິດໄດ້ບໍ?
ຄວາມເຂົ້າໃຈຂອງຜູ້ນໍາປອມກ່ຽວກັບສິ່ງທີ່ເປັນບວກ ເຊັ່ນ: ຄວາມຈິງ ແລະ ການປ່ຽນແປງອຸປະນິໄສຂອງມະນຸດ ສາມາດສົ່ງຜົນກະທົບຕໍ່ມຸມມອງ ແລະ ທັດສະນະຄະຕິຂອງຫຼາຍຄົນຕໍ່ສິ່ງທີ່ເປັນບວກ. ຜູ້ນໍາປອມບໍ່ເຮັດວຽກກໍເປັນເລື່ອງໜຶ່ງ, ແຕ່ທັນທີທີ່ພວກເຂົາເລີ່ມເຮັດວຽກ, ການບ່ຽງເບນກໍເກີດຂຶ້ນ ແລະ ຜົນສະທ້ອນທີ່ບໍ່ດີກໍຕາມມາ. ບັນຍາກາດທີ່ບໍ່ເໝາະສົມເກີດຂຶ້ນໃນຄຣິດຕະຈັກເຫຼົ່ານີ້, ນັ້ນກໍຄື, ມັກຈະມີຄຳເວົ້າທີ່ຜິດພາດ ແລະ ໄຮ້ສາລະເກີດຂຶ້ນ ແລະ ຜູ້ຄົນໃນນັ້ນກໍບໍ່ເຂົ້າໃຈຄຳສັບທາງວິນຍານທີ່ມັກກ່າວເຖິງໃນພຣະທຳຂອງພຣະເຈົ້າ ຫຼື ບໍ່ຮູ້ວິທີນຳໃຊ້ຄຳສັບເຫຼົ່ານັ້ນ, ໃນຂະນະທີ່ຄຳສັບທາງວິນຍານ ແລະ ຄຳເວົ້າທີ່ເອີ້ນວ່າ ທີ່ຜູ້ນໍາປອມເຫຼົ່ານີ້ມັກເວົ້າ ກໍຖືກເຜີຍແຜ່ຢ່າງກວ້າງຂວາງໄປທົ່ວຄຣິດຕະຈັກເຫຼົ່ານີ້. ຜົນກະທົບທີ່ສິ່ງເຫຼົ່ານີ້ມີຕໍ່ຜູ້ຄົນນັ້ນບໍ່ແມ່ນໜ້ອຍ: ພວກມັນບໍ່ພຽງແຕ່ບໍ່ສາມາດຊ່ວຍໃຫ້ຜູ້ຄົນມີຄວາມຮູ້ທີ່ເປັນຈິງ ແລະ ຖືກຕ້ອງຫຼາຍຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ຫຼື ເຮັດໃຫ້ພວກເຂົາສາມາດຊອກຫາເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງໃນພຣະທຳຂອງພຣະອົງໄດ້, ໃນທາງກົງກັນຂ້າມ, ພວກມັນຍິ່ງເຮັດໃຫ້ຜູ້ຄົນມີຄວາມຮູ້ກ່ຽວກັບຄວາມຈິງທີ່ບິດເບືອນ, ເປັນທິດສະດີ ແລະ ເປັນຫຼັກຄຳສອນຫຼາຍຂຶ້ນ ແລະ ໃນເວລາດຽວກັນ, ພວກມັນກໍເຮັດໃຫ້ຜູ້ຄົນສັບສົນກ່ຽວກັບເສັ້ນທາງແຫ່ງການປະຕິບັດຫຼາຍຂຶ້ນ. ໃນການເຮັດເຊັ່ນນັ້ນ, ຜູ້ນໍາປອມໄດ້ແທກແຊງທັດສະນະຂອງຜູ້ຄົນ ແລະ ສົ່ງຜົນກະທົບຕໍ່ຄວາມເຂົ້າໃຈທີ່ບໍລິສຸດຂອງພວກເຂົາກ່ຽວກັບຄວາມຈິງ. ຜູ້ນໍາປອມມີຜົນກະທົບຫຍັງແດ່ໃນການເຮັດສິ່ງເຫຼົ່ານີ້? ພວກເຂົາມີບົດບາດຫຍັງ? ໃນຂະນະທີ່ການກຳນົດລັກສະນະຂອງພວກເຂົາວ່າເປັນການລົບກວນ ແລະ ການຂັດຂວາງອາດຈະເປັນການເກີນໄປໜ້ອຍໜຶ່ງ, ການເອີ້ນພວກເຂົາວ່າເປັນຕົວຕະຫຼົກທີ່ແລ່ນວຸ້ນວາຍໄປທົ່ວທຸກບ່ອນກໍບໍ່ແມ່ນການເວົ້າເກີນຈິງເລີຍ. ເມື່ອເຮົາຫາກໍເລີ່ມຕົ້ນພາລະກິດຂັ້ນຕອນນີ້, ເຮົາໄດ້ພົບກັບບຸກຄົນບາງຄົນ ແລະ ໃນຂະນະທີ່ເຮົາກຳລັງຟັງພວກເຂົາເວົ້າ, ຄົນໜຶ່ງໃນພວກເຂົາໄດ້ຖາມກ່ຽວກັບສະຖານະການຂອງຄົນຜູ້ໜຶ່ງ ແລະ ມີຄົນໜຶ່ງກໍເວົ້າຂຶ້ນມາກະທັນຫັນວ່າ: “ພວກເຂົາຖືກເຜົາເປັນຂີ້ເທົ່າແລ້ວ”. ເມື່ອເຮົາຖາມວ່າ: “ຖຶກເຜົາເປັນຂີ້ເທົ່າບໍ? ມັນໝາຍຄວາມວ່າແນວໃດ?” ພວກເຂົາກໍຕອບວ່າ: “ການຖືກເຜົາເປັນຂີ້ເທົ່າໝາຍຄວາມວ່າຄົນຜູ້ນັ້ນຖືກປົດອອກ ແລະ ບາງທີອາດຈະເຊົາເຊື່ອແລ້ວ”. ເຮົາກໍເວົ້າວ່າ: “ນີ້ເປັນຄຳສັບທີ່ໂຫດຮ້າຍຫຼາຍ, ມັນບໍ່ໄດ້ໃຫ້ທາງອອກແກ່ຄົນຜູ້ນັ້ນເລີຍ. ເຮົາເຄີຍເວົ້າແບບນັ້ນບໍ? ເປັນຫຍັງເຮົາຈຶ່ງບໍ່ຮູ້ກ່ຽວກັບຄຳສັບນີ້? ເຮົາບໍ່ເຄີຍກຳນົດລັກສະນະຂອງໃຜແບບນີ້ ຫຼື ລະບຸວ່າຖ້າຄົນໃດໜຶ່ງເຊົາປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຈາກພຣະເຈົ້າໄປ, ພວກເຂົາກໍຄື ‘ຖືກເຜົາເປັນຂີ້ເທົ່າ’. ຄຳສັບນີ້ມາໄດ້ແນວໃດ?” ຕໍ່ມາ, ເຮົາກໍໄດ້ຮູ້ວ່າປະໂຫຍກນີ້ມາຈາກຜູ້ເຊື່ອທີ່ສູງອາຍຸ, ເປັນນັກປາດເຖົ້າຄົນໜຶ່ງ. ລາວມີຄວາມຮູ້ຫຼາຍ, ໄດ້ເຊື່ອໃນພຣະເຈົ້າມາເປັນເວລາດົນນານ ແລະ ລາວກໍມີຄວາມອາວຸໂສ. ເມື່ອລາວເວົ້າປະໂຫຍກນີ້, ກຸ່ມຄົນທີ່ມຶນງົງນັ້ນກໍບໍ່ໄດ້ໃຊ້ການແຍກແຍະ ແລະ ໄດ້ຮຽນຮູ້ຈາກລາວ ແລະ ມັນກໍກາຍເປັນປະໂຫຍກທີ່ນິຍົມກັນ. ພວກເຈົ້າຄິດວ່າປະໂຫຍກນີ້ຖືກຕ້ອງບໍ? ມັນມີພື້ນຖານບໍ? ມັນຖືກຕ້ອງບໍ? (ບໍ່, ມັນບໍ່ຖືກຕ້ອງ.) ພວກເຮົາຄວນປະຕິບັດຕໍ່ມັນແນວໃດ? ຄວນປ່ອຍໃຫ້ມັນຄົງຢູ່ໃນຄຣິດຕະຈັກຕໍ່ໄປບໍ? (ບໍ່, ບໍ່ຄວນ.) ມັນຄວນຖືກເປີດໂປງ ແລະ ຕຳໜິ ແລະ ແກ້ໄຂຈາກຮາກເຫງົ້າຂອງມັນ. ຫຼັງຈາກນັ້ນ, ຜ່ານການຕຳໜິ ແລະ ການໄຈ້ແຍກ, ຄົນທີ່ມຶນງົງເຫຼົ່ານີ້ກໍບໍ່ກ້າເວົ້າຕໍ່ໄປ ແຕ່ບຸກຄົນທີ່ບໍ່ຮູ້ຂໍ້ມູນຈຳນວນໜຶ່ງອາດຈະຍັງໃຊ້ຄຳນີ້ຢ່າງລັບໆຢູ່. ຄົນເຫຼົ່ານັ້ນອາດຈະຄິດວ່າມັນເປັນປະໂຫຍກທີ່ເປັນຝ່າຍວິນຍານຫຼາຍ ເຊິ່ງມາຈາກ “ບຸກຄົນທີ່ມີຊື່ສຽງ” ແລະ ເຊື່ອວ່າມັນຄວນຖືກໃຊ້ຕໍ່ໄປ. ຜູ້ນໍາຂອງພວກເຈົ້າໄດ້ມີສ່ວນຮ່ວມໃນການປະຕິບັດທີ່ຄ້າຍຄືກັນນີ້ບໍ? ພວກເຂົາໄດ້ສົ່ງຜົນກະທົບໃນທາງລົບຕໍ່ທາງເຂົ້າຊີວິດ, ການປ່ຽນແປງອຸປະນິໄສ ຫຼື ເສັ້ນທາງທີ່ພວກເຈົ້າກຳລັງເດີນຢູ່ບໍ? (ໃນອະດີດ, ເມື່ອເທດສະໜາຂ່າວປະເສີດ, ຜູ້ນໍາປອມຄົນໜຶ່ງເຄີຍເວົ້າວ່າ: “ພຣະເຈົ້າເອົາຊະນະພວກເຮົາຜ່ານການພິພາກສາ ແລະ ການລົງໂທດ, ສະນັ້ນ ເມື່ອພວກເຮົາເທດສະໜາຂ່າວປະເສີດໃຫ້ຄົນທາງສາສະໜາ, ພວກເຮົາຈຳເປັນຕ້ອງເວົ້າກັບພວກເຂົາດ້ວຍນໍ້າສຽງທີ່ເຂັ້ມງວດ ແລະ ສັ່ງສອນພວກເຂົາ; ມີພຽງແຕ່ວິທີນັ້ນເທົ່ານັ້ນທີ່ພວກເຂົາຈະຖືກເອົາຊະນະໄດ້”.) ຄຳເວົ້ານີ້ອາດຈະຟັງຄືວ່າສົມເຫດສົມຜົນ, ແຕ່ມັນສອດຄ່ອງກັບຫຼັກການຄວາມຈິງບໍ? ພຣະເຈົ້າໄດ້ສັ່ງສອນໃຫ້ຜູ້ຄົນເຮັດແບບນີ້ບໍ? ພຣະທຳຂອງພຣະເຈົ້າໄດ້ກ່າວບໍວ່າ: “ເມື່ອເທດສະໜາຂ່າວປະເສີດຢ່າງກວ້າງຂວາງ, ເຈົ້າຕ້ອງລຸກຂຶ້ນ ແລະ ປົກຄອງຜູ້ຄົນດ້ວຍໄມ້ຄ້ອນເຫຼັກ, ໂດຍໃຊ້ການພິພາກສາ ແລະ ການລົງໂທດເພື່ອເທດສະໜາຂ່າວປະເສີດຢ່າງກວ້າງຂວາງ” ແມ່ນບໍ? (ບໍ່.) ແລ້ວຄຳເວົ້ານີ້ມາຈາກໃສ? ເຫັນໄດ້ຊັດເຈນວ່າມັນເປັນທິດສະດີທີ່ຜູ້ນໍາປອມທີ່ຂາດຄວາມເຂົ້າໃຈຝ່າຍວິນຍານຈິນຕະນາການຂຶ້ນມາເອງ. ເມື່ອເບິ່ງຜິວເຜີນ, ຄຳເວົ້ານີ້ອາດຈະເບິ່ງຄືວ່າບໍ່ມີບັນຫາ: “ມະນຸດຊາດທັງໝົດຕ້ອງຜ່ານການພິພາກສາ ແລະ ການລົງໂທດຂອງພຣະເຈົ້າ. ຖ້າພວກເຂົາບໍ່ສາມາດຮັບເອົາມັນໂດຍກົງຈາກພຣະທຳຂອງພຣະເຈົ້າ, ພວກເຂົາຈະຮັບເອົາມັນໂດຍທາງອ້ອມບໍ່ໄດ້ບໍ? ຢ່າງໃດກໍຕາມ, ນັ້ນຄືຜົນທີ່ພຣະທຳຂອງພຣະເຈົ້າມີຈຸດປະສົງທີ່ຈະບັນລຸ, ນັ້ນກໍຄືການເອົາຊະນະມະນຸດຊາດທັງໝົດ. ມັນຈະບໍ່ດີກວ່າບໍທີ່ພວກເຂົາຈະໄດ້ຮັບສິ່ງນີ້ໄວຂຶ້ນແທນທີ່ຈະເປັນຊ້າລົງ? ກ່ອນທີ່ພຣະເຈົ້າຈະກະທຳ, ພວກເຮົາຈະໃຊ້ມາດຕະການປ້ອງກັນນີ້ ເພື່ອໃຫ້ຜູ້ຄົນສາມາດສ້າງພູມຄຸ້ມກັນໄດ້. ແລ້ວເມື່ອພຣະເຈົ້າພິພາກສາ ແລະ ລົງໂທດພວກເຂົາຢ່າງແທ້ຈິງ, ຄົນເຫຼົ່ານັ້ນກໍຈະບໍ່ກະບົດຕໍ່, ຕໍ່ຕ້ານ ຫຼື ທໍລະຍົດຕໍ່ພຣະເຈົ້າ. ສິ່ງນີ້ຈະປ້ອງກັນບໍ່ໃຫ້ຄວາມຮູ້ສຶກຂອງພຣະເຈົ້າຖືກທຳຮ້າຍ. ນັ້ນບໍ່ແມ່ນສິ່ງທີ່ດີບໍ?” ເມື່ອເບິ່ງຜິວເຜີນ, ທຸກປະໂຫຍກເບິ່ງຄືວ່າຖືກຕ້ອງ ແລະ ທາງດ້ານຫຼັກຄຳສອນແລ້ວ, ມັນກໍເບິ່ງຄືວ່າສົມເຫດສົມຜົນ. ແນວໃດກໍຕາມ, ນີ້ແມ່ນຫຼັກການຄວາມຈິງບໍ? ເຮືອນຂອງພຣະເຈົ້າມີຂໍ້ກຳນົດຫຍັງແດ່ສຳລັບການເທດສະໜາຂ່າວປະເສີດ? ມັນຮຽກຮ້ອງໃຫ້ຜູ້ຄົນເຮັດແບບນີ້ບໍ? (ບໍ່.) ສະນັ້ນ, ທິດສະດີນີ້ຈຶ່ງບໍ່ຖືກຕ້ອງ ແລະ ຜູ້ທີ່ສະເໜີທິດສະດີນີ້ກໍຄືຜູ້ນໍາປອມ.
ຜູ້ນໍາປອມມັກຈະທຳທ່າວ່າເຂັ້ມແຂງຝ່າຍວິນຍານ, ກ່າວບາງຄຳເວົ້າຫຼອກລວງທີ່ຟັງຄືວ່າເປັນຈິງ ເພື່ອເຮັດໃຫ້ຜູ້ຄົນຫຼົງທາງ ແລະ ຊີ້ນໍາໄປໃນທາງທີ່ຜິດ. ເຖິງແມ່ນວ່າຄຳເວົ້າຫຼອກລວງເຫຼົ່ານີ້ອາດຈະຟັງຄືວ່າບໍ່ມີບັນຫາ ເມື່ອເບິ່ງຜິວເຜີນ, ແຕ່ພວກມັນກໍມີອິດທິພົນທີ່ເປັນອັນຕະລາຍຕໍ່ທາງເຂົ້າຊີວິດຂອງຜູ້ຄົນ, ທັງລົບກວນ, ນໍາພາຢ່າງຜິດໆ ແລະ ຂັດຂວາງຜູ້ຄົນຈາກການເດີນໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ. ຍ້ອນຄຳເວົ້າທີ່ຟັງເບິ່ງຄືເຂັ້ມແຂງຝ່າຍວິນຍານເຫຼົ່ານີ້, ບາງຄົນຈຶ່ງເກີດມີຄວາມສົງໄສ ແລະ ຕໍ່ຕ້ານຕໍ່ພຣະທຳຂອງພຣະເຈົ້າ, ພວກເຂົາເກີດມີທັດສະນະຄະຕິທີ່ຜິດໆ ແລະ ແມ່ນແຕ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ລະມັດລະວັງພຣະອົງ ແລະ ຈາກນັ້ນກໍຫ່າງເຫີນອອກຈາກພຣະອົງ. ນີ້ຄືຜົນກະທົບຈາກຄຳເວົ້າທີ່ຟັງເບິ່ງຄືເຂັ້ມແຂງຝ່າຍວິນຍານຂອງຜູ້ນໍາປອມ ທີ່ມີຕໍ່ຜູ້ຄົນ. ໃນຂະນະທີ່ສະມາຊິກຂອງຄຣິດຕະຈັກກຳລັງຖືກນໍາພາຢ່າງຜິດໆ ແລະ ໄດ້ຮັບອິດທິພົນຈາກຜູ້ນໍາປອມ, ຄຣິດຕະຈັກແຫ່ງນັ້ນກໍກາຍເປັນສາສະໜາ, ຄືກັນກັບສາສະໜາຄຣິດ ຫຼື ສາສະໜາຄາໂຕລິກ, ເຊິ່ງຜູ້ຄົນພຽງແຕ່ປະຕິບັດຕາມຄຳເວົ້າ ແລະ ຄຳສອນຂອງມະນຸດ. ພວກເຂົາທຸກຄົນເຄົາລົບບູຊາຄຳສອນຂອງໂປໂລ, ເຖິງຂັ້ນໃຊ້ຄຳເວົ້າຂອງເພິ່ນແທນທີ່ຄຳເວົ້າຂອງພຣະເຢຊູເຈົ້າ, ແທນທີ່ຈະຕິດຕາມຫົນທາງຂອງພຣະເຈົ້າ. ຜົນຕາມມາກໍຄື ພວກເຂົາທຸກຄົນກາຍເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ແລະ ພວກຕໍ່ຕ້ານພຣະຄຣິດ. ດັ່ງນັ້ນ, ພວກເຂົາຈຶ່ງຖືກສາບແຊ່ງ ແລະ ຖືກຕັດສິນລົງໂທດໂດຍພຣະເຈົ້າ. ຄືກັນກັບໂປໂລ, ຜູ້ນໍາປອມຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ພວກເຂົານໍາພາຢ່າງຜິດໆ ແລະ ລົບກວນຜູ້ຄົນ. ພວກເຂົານໍາພາຜູ້ຄົນໄປໃນທາງທີ່ຜິດ ແລະ ເຂົ້າສູ່ພິທີກຳທາງສາສະໜາ ແລະ ວິທີທີ່ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າກາຍເປັນຄືກັນກັບຄົນທີ່ເຄັ່ງສາສະໜາ, ເຊິ່ງເປັນການຖ່ວງດຶງການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຜູ້ນໍາປອມນໍາພາຢ່າງຜິດໆ ແລະ ລົບກວນຜູ້ຄົນຢູ່ສະເໝີ ແລະ ຄົນເຫຼົ່ານັ້ນກໍເກີດມີທິດສະດີ ແລະ ຄຳເວົ້າຈຳນວນຫຼາຍທີ່ຟັງເບິ່ງຄືເຂັ້ມແຂງຝ່າຍວິນຍານ. ທິດສະດີ, ຄຳເວົ້າ ແລະ ການປະຕິບັດເຫຼົ່ານີ້ແມ່ນກົງກັນຂ້າມຢ່າງສິ້ນເຊີງກັບຄວາມຈິງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ແຕ່ໃນຂະນະທີ່ຜູ້ນໍາປອມກຳລັງນໍາພາຢ່າງຜິດໆ ແລະ ຊີ້ນໍາຜູ້ຄົນຢ່າງຜິດໆ, ພວກເຂົາຖືວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ດີ, ເປັນຄວາມຈິງ. ພວກເຂົາເຂົ້າໃຈຜິດວ່າສິ່ງເຫຼົ່ານີ້ເປັນຄວາມຈິງ ແລະ ຄິດວ່າ ຕາບໃດທີ່ພວກເຂົາເຊື່ອໃນສິ່ງເຫຼົ່ານີ້ໃນຫົວໃຈຂອງພວກເຂົາ ແລະ ສາມາດເວົ້າມັນອອກມາໄດ້ຢ່າງຄ່ອງແຄ້ວ ແລະ ຕາບໃດທີ່ສິ່ງເຫຼົ່ານັ້ນໄດ້ຮັບການຮັບຮອງຈາກທຸກຄົນ, ແລ້ວພວກເຂົາກໍໄດ້ຮັບຄວາມຈິງແລ້ວ. ໂດຍຖືກນໍາພາຢ່າງຜິດໆ ໂດຍຄວາມຄິດ ແລະ ມຸມມອງເຫຼົ່ານີ້, ຜູ້ຄົນບໍ່ພຽງແຕ່ບໍ່ສາມາດເຂົ້າໃຈຄວາມຈິງໄດ້, ແຕ່ພວກເຂົາຍັງບໍ່ສາມາດປະຕິບັດ ຫຼື ມີປະສົບການກັບພຣະທຳຂອງພຣະເຈົ້າໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການເຂົ້າສູ່ຄວາມເປັນຈິງພາກປະຕິບັດຂອງຄວາມຈິງເລີຍ. ໃນທາງກົງກັນຂ້າມ, ພວກເຂົານັບມື້ນັບຫ່າງເຫີນຈາກພຣະທຳຂອງພຣະເຈົ້າ ແລະ ຍິ່ງຫ່າງໄກຈາກການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ໃນເຈ້ຍ, ບໍ່ມີຫຍັງຜິດກັບຄຳເວົ້າທີ່ຜູ້ນໍາປອມເວົ້າ ແລະ ຄຳຂວັນທີ່ພວກເຂົາຮ້ອງອອກມາ, ພວກມັນລ້ວນແລ້ວແຕ່ຖືກຕ້ອງ. ແລ້ວເປັນຫຍັງພວກມັນຈຶ່ງບໍ່ເກີດຜົນຫຍັງເລີຍ? ນີ້ກໍເພາະວ່າສິ່ງທີ່ຜູ້ນໍາປອມເຂົ້າໃຈ ແລະ ຢັ່ງຮູ້ນັ້ນມັນຕື້ນເຂີນເກີນໄປ. ມັນລ້ວນແລ້ວແຕ່ເປັນຫຼັກຄຳສອນ ເຊິ່ງບໍ່ກ່ຽວຂ້ອງກັບຄວາມເປັນຈິງແຫ່ງຄວາມຈິງໃນພຣະທຳຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າ ຫຼື ເຈດຕະນາຂອງພຣະອົງ. ຄວາມຈິງກໍຄື ຫຼັກຄຳສອນທັງໝົດທີ່ຜູ້ນໍາປອມເທດສະໜານັ້ນ ຍັງຫ່າງໄກຈາກຄວາມເປັນຈິງແຫ່ງຄວາມຈິງ, ເວົ້າໃຫ້ຖືກຕ້ອງກໍຄື ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ. ແລ້ວເມື່ອຜູ້ນໍາປອມມັກກ່າວຄຳເວົ້າ ແລະ ຫຼັກຄຳສອນເຫຼົ່ານີ້, ມັນກ່ຽວຂ້ອງກັບຫຍັງ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ສະເໝີ? ສິ່ງນີ້ກ່ຽວຂ້ອງໂດຍກົງກັບຄວາມສາມາດຂອງຜູ້ນໍາປອມ. ເປັນທີ່ແນ່ນອນຢ່າງສິ້ນເຊີງວ່າຜູ້ນໍາປອມມີຄຸນນະພາບທີ່ຕໍ່າ ແລະ ຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າຈັກປີກໍຕາມ, ພວກເຂົາກໍຈະບໍ່ເຂົ້າໃຈຄວາມຈິງ ຫຼື ມີທາງເຂົ້າຊີວິດ ແລະ ຍັງສາມາດເວົ້າໄດ້ອີກວ່າ ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າຈັກປີກໍຕາມ, ມັນເປັນເລື່ອງຍາກທີ່ພວກເຂົາຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າຜູ້ນໍາປອມບໍ່ຖືກປົດອອກ ແລະ ໄດ້ຮັບອະນຸຍາດໃຫ້ຢູ່ໃນຕຳແໜ່ງຕໍ່ໄປ, ຈະເກີດຜົນສະທ້ອນປະເພດໃດຕາມມາ? ການນໍາພາຂອງພວກເຂົາຈະດຶງດູດອີກຫຼາຍຄົນ ໃຫ້ເຂົ້າສູ່ພິທີກຳ ແລະ ລະບຽບການທາງສາສະໜາ, ເຂົ້າສູ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ເຂົ້າສູ່ແນວຄິດ ແລະ ຈິນຕະນາການທີ່ເລື່ອນລອຍ. ເມື່ອທຽບກັບພວກຕໍ່ຕ້ານພຣະຄຣິດ, ຜູ້ນໍາປອມບໍ່ໄດ້ນໍາພາຜູ້ຄົນໃຫ້ມາຢູ່ຕໍ່ໜ້າພວກເຂົາ ຫຼື ຕໍ່ໜ້າຊາຕານ, ແຕ່ຖ້າພວກເຂົາບໍ່ສາມາດນໍາພາຜູ້ທີ່ຖືກເລືອກຂອງພຣະເຈົ້າເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນພຣະທຳຂອງພຣະອົງໄດ້, ຜູ້ທີ່ຖືກເລືອກຂອງພຣະເຈົ້າຈະສາມາດບັນລຸຄວາມລອດພົ້ນຂອງພຣະອົງໄດ້ບໍ? ພວກເຂົາຈະສາມາດຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ຖ້າຜູ້ທີ່ຖືກເລືອກຂອງພຣະເຈົ້າບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້, ພວກເຂົາກໍຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ບໍ່ແມ່ນບໍ? ພວກເຂົາກໍຍັງເປັນຄົນເສື່ອມຊາມທີ່ຖືກກັກຂັງຢູ່ພາຍໃຕ້ອຳນາດຂອງຊາຕານ, ບໍ່ແມ່ນບໍ? ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາຈະຕົກສູ່ຄວາມພິນາດໃນກຳມືຂອງຜູ້ນໍາປອມບໍ? ນັ້ນຄືເຫດຜົນທີ່ຜົນສະທ້ອນຈາກວຽກງານຂອງຜູ້ນໍາປອມ ແລະ ພວກຕໍ່ຕ້ານພຣະຄຣິດໂດຍພື້ນຖານແລ້ວແມ່ນຄືກັນ. ທັງສອງຝ່າຍບໍ່ສາມາດເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າເຂົ້າໃຈຄວາມຈິງ, ເຂົ້າສູ່ຄວາມເປັນຈິງ ແລະ ບັນລຸຄວາມລອດພົ້ນໄດ້. ພວກເຂົາທັງສອງທຳຮ້າຍຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ນໍາພາພວກເຂົາໄປສູ່ຄວາມພິນາດ. ຜົນສະທ້ອນແມ່ນຄືກັນແທ້ໆ.
ຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງຂອງຜູ້ນໍາປອມມີຫຍັງແດ່? ໃຫ້ສະຫຼຸບມັນດ້ວຍຕົນເອງໃນພາຍຫຼັງ. ເຮົາມອບໝາຍວຽກນີ້ໃຫ້ພວກເຈົ້າ ເພື່ອເບິ່ງວ່າພວກເຈົ້າຈະສາມາດແຍກແຍະພວກເຂົາໄດ້ ຫຼື ບໍ່. ຜູ້ນໍາທີ່ຢູ່ອ້ອມຂ້າງພວກເຈົ້າເຄີຍກ່າວຄຳເວົ້າບາງຢ່າງທີ່ເຂັ້ມແຂງຝ່າຍວິນຍານ ຫຼື ສອດຄ່ອງກັບຄວາມຮູ້ສຶກຂອງມະນຸດ ແລະ ເມື່ອເບິ່ງຜິວເຜີນແລ້ວ ມັນເບິ່ງຄືວ່າຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ ແຕ່ບໍ່ສາມາດສະໜອງທາງເຂົ້າຊີວິດຂອງເຈົ້າ ແລະ ແກ້ໄຂບັນຫາຕົວຈິງຂອງເຈົ້າໄດ້ບໍ? ຖ້າເຈົ້າບໍ່ມີການແຍກແຍະຕໍ່ຄຳເວົ້າເຫຼົ່ານີ້ ແລະ ຍັງຖືວ່າມັນເປັນສິ່ງລໍ້າຄ່າ ແລະ ເອົາມາໃສ່ໃຈ, ປ່ອຍໃຫ້ພວກມັນຄອບງຳເຈົ້າ ແລະ ຊີ້ນໍາເຈົ້າຢູ່ຕະຫຼອດເວລາ ແລະ ສັ່ນຄອນຄວາມຄິດ ແລະ ການກະທຳຂອງເຈົ້າຢູ່ຕະຫຼອດເວລາ, ຜົນສະທ້ອນຂອງສິ່ງນີ້ບໍ່ໄດ້ຮ້າຍແຮງພໍສົມຄວນບໍ? (ແມ່ນ). ແລ້ວມັນຈຳເປັນທີ່ພວກເຈົ້າຈະຕ້ອງຂຸດຄົ້ນຮາກເຫງົ້າຂອງບັນຫາເຫຼົ່ານີ້, ເພື່ອຊອກຫາວ່າສິ່ງໃດເປັນຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງທີ່ສາມາດເຮັດໃຫ້ຜູ້ຄົນເສື່ອມຊາມລົງຈົນເຖິງຂັ້ນທີ່ວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກາຍເປັນຄວາມເຊື່ອທາງສາສະໜາ, ເຊິ່ງສົ່ງຜົນໃຫ້ພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ຖືກພຣະເຈົ້າປະຕິເສດ. ຕົວຢ່າງ: ສົມມຸດວ່າຄົນຜູ້ໜຶ່ງເວົ້າວ່າ: “ຢ່າພະຍາຍາມທີ່ຈະເປັນຜູ້ນໍາ. ຖ້າເຈົ້າຖືກປົດອອກ ຫຼື ຖືກກຳຈັດອອກຫຼັງຈາກທີ່ກາຍເປັນຜູ້ນໍາ, ເຈົ້າກໍຈະບໍ່ມີໂອກາດແມ່ນແຕ່ຈະເປັນຜູ້ເຊື່ອທຳມະດາ”. ຄຳເວົ້າປະເພດນີ້ແມ່ນຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງຂອງຜູ້ນໍາປອມບໍ? (ແມ່ນ). ແມ່ນບໍ? ຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງຂອງຜູ້ນໍາປອມຕ້ອງຖືກແຍກອອກຈາກຄຳເວົ້າຂອງພວກຕໍ່ຕ້ານພຣະຄຣິດ; ຢ່າເອົາມາປົນເປກັນ. ຄົນຜູ້ນັ້ນໝາຍຄວາມວ່າແນວໃດເມື່ອເວົ້າສິ່ງເຫຼົ່ານັ້ນ? ມີແຮງຈູງໃຈຫຍັງທີ່ຊຸກເຊື່ອງຢູ່ໃນຄຳເວົ້າເຫຼົ່ານີ້? ມີສິ່ງທີ່ບໍ່ໂປ່ງໃສຢູ່ໃນນັ້ນບໍ? ເຫັນໄດ້ຊັດເຈນວ່າ ພວກເຂົາມີເລ່ຫຼ່ຽມທີ່ຕັ້ງໃຈຈະນໍາພາຜູ້ຄົນຢ່າງຜິດໆ, ພວກມັນໝາຍຄວາມວ່າຄົນອື່ນຄວນຫຼີກລ່ຽງການພະຍາຍາມທີ່ຈະເປັນຜູ້ນໍາ, ວ່າການເຮັດເຊັ່ນນັ້ນຈະບໍ່ໄດ້ຮັບຜົນດີ. ເປົ້າໝາຍຂອງພວກເຂົາໃນການເວົ້າເຊັ່ນນີ້ກໍຄືການເຮັດໃຫ້ຜູ້ຄົນປະຖິ້ມແນວຄິດທີ່ຈະກາຍເປັນຜູ້ນໍາ ເພື່ອບໍ່ໃຫ້ມີໃຜມາແຂ່ງຂັນກັບພວກເຂົາເພື່ອຊື່ສຽງ ແລະ ສະຖານະ, ດັ່ງນັ້ນຈຶ່ງເຮັດໃຫ້ພວກເຂົາຮູ້ສຶກສະບາຍໃຈໃນການເປັນຜູ້ນໍາຕະຫຼອດໄປ. ໃນຂະນະດຽວກັນ, ພວກເຂົາກຳລັງບອກຜູ້ຄົນວ່າ: “ນີ້ຄືວິທີທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກ, ມັນສົ່ງເສີມເຈົ້າເມື່ອຕ້ອງການເຈົ້າ ແລະ ເມື່ອບໍ່ຕ້ອງການ, ມັນກໍຈະຖີບເຈົ້າລົງສູ່ຂັ້ນຕໍ່າສຸດ, ເຮັດໃຫ້ເຈົ້າບໍ່ມີໂອກາດແມ່ນແຕ່ຈະເປັນຜູ້ເຊື່ອທຳມະດາ”. ຄຳເວົ້າເຫຼົ່ານີ້ມີລັກສະນະເປັນແນວໃດ? (ການໝິ່ນປະໝາດພຣະເຈົ້າ). ຄົນປະເພດໃດທີ່ເວົ້າຄຳໝິ່ນປະໝາດຕໍ່ພຣະເຈົ້າ? (ພວກຕໍ່ຕ້ານພຣະຄຣິດ). ພາຍໃນຄຳເວົ້າເຫຼົ່ານີ້, ມີເຈດຕະນາຊົ່ວຮ້າຍສອງຢ່າງທີ່ສາມາດນໍາໄປສູ່ຜົນສະທ້ອນສອງຢ່າງ: ໜຶ່ງຄືການບອກຄົນອື່ນວ່າ ຢ່າແຂ່ງຂັນເພື່ອສະຖານະຢ່າງເດັດຂາດ, ເຊິ່ງຮັບປະກັນວ່າສະຖານະຂອງຕົນເອງຈະຍັງຄົງໝັ້ນຄົງ; ອີກຢ່າງໜຶ່ງຄືການເຮັດໃຫ້ເຈົ້າເຂົ້າໃຈພຣະເຈົ້າຜິດ, ເຊົາເຊື່ອໃນພຣະເຈົ້າ ແລະ ເລີ່່ມເຊື່ອໃນພວກເຂົາແທນ. ນີ້ຄືພວກຕໍ່ຕ້ານພຣະຄຣິດປະເພດທີ່ຊັດເຈນທີ່ສຸດ. ມັນເບິ່ງຄືວ່າພວກເຈົ້າຂາດຄວາມສາມາດໃນການຢັ່ງຮູ້; ເຮົາເຄີຍເວົ້າກ່ຽວກັບຕົວຢ່າງຂອງເລື່ອງນີ້ມາກ່ອນ. ພວກເຈົ້າບໍ່ພຽງແຕ່ບໍ່ໃສ່ໃຈ ແລະ ມີຄວາມຈຳທີ່ບໍ່ດີ, ຄວາມສາມາດໃນການຢັ່ງຮູ້ຂອງພວກເຈົ້າກໍຍັງຂາດເຂີນ. ພວກເຈົ້າບໍ່ສາມາດແມ່ນແຕ່ຈະແຍກແຍະພວກຕໍ່ຕ້ານພຣະຄຣິດທີ່ເຫັນໄດ້ຢ່າງຊັດເຈນເຫຼົ່ານັ້ນ. ຜູ້ນໍາປອມຈະເວົ້າສິ່ງດັ່ງກ່າວບໍ? ພວກເຂົາຈະນໍາພາຜູ້ຄົນຢ່າງຜິດໆ ແລະ ຕໍ່ຕ້ານພຣະເຈົ້າຢ່າງມີສະຕິ ແລະ ເປີດເຜີຍບໍ? (ບໍ່). ເຖິງແມ່ນວ່າສິ່ງທີ່ຜູ້ນໍາປອມເວົ້າ ແລະ ເຮັດອາດຈະເບິ່ງຄືວ່າບໍ່ມີບັນຫາ ເມື່ອເບິ່ງຈາກຜິວເຜີນ, ວຽກງານຂອງພວກເຂົາກໍຂາດຫຼັກການ ແລະ ບໍ່ສາມາດບັນລຸຜົນໄດ້. ຜູ້ນໍາປອມບໍ່ສາມາດແກ້ໄຂບັນຫາໃດໆ ຂອງຜູ້ຄົນ, ບໍ່ສາມາດນໍາພາພວກເຂົາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ ຫຼື ນໍາພາພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າໄດ້. ທຸກສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງ, ພວກເຂົາບໍ່ໄດ້ລະເລີຍວຽກງານຂອງຕົນເລີຍ, ພວກເຂົາມີຄວາມກະຕືລືລົ້ນ ແລະ ຄວາມມັກທີ່ແຮງກ້າ ແລະ ເມື່ອເບິ່ງພາຍນອກ ພວກເຂົາເບິ່ງຄືວ່າມີຄວາມເຊື່ອ, ມີຄວາມຕັ້ງໃຈ ແລະ ເຕັມໃຈທີ່ຈະທົນທຸກລຳບາກ ແລະ ຈ່າຍລາຄາ. ຍິ່ງໄປກວ່ານັ້ນ, ພວກເຂົາເບິ່ງຄືວ່າມີຄວາມອົດທົນທີ່ໜ້າເຫຼືອເຊື່ອ ແລະ ສາມາດພາກພຽນຜ່ານຜ່າຄວາມເມື່ອຍລ້າ ແລະ ຄວາມຫຍຸ້ງຍາກທຸກປະການ. ພຽງແຕ່ວ່າຄຸນນະພາບ ແລະ ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາຕໍ່າ ແລະ ພວກເຂົາຂາດຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມຈິງ. ພວກເຂົາເຮັດແນວໃດກັບການຂາດຄວາມສາມາດໃນການຢັ່ງຮູ້ນີ້? ພວກເຂົາໃຊ້ລະບຽບການ ແລະ ຫຼັກຄຳສອນ, ພ້ອມທັງທິດສະດີທາງວິນຍານທີ່ພວກເຂົາເວົ້າເຖິງຢູ່ເລື້ອຍໆ ເພື່ອແກ້ໄຂບັນຫານີ້. ຫຼັງຈາກທີ່ຢູ່ພາຍໃຕ້ການນໍາພາຂອງພວກເຂົາສອງສາມປີ, ຫຼັກຄຳສອນ, ລະບຽບການ ແລະ ການປະຕິບັດພາຍນອກທຸກປະເພດກໍເກີດຂຶ້ນໃນທ່າມກາງຜູ້ຄົນ. ຜູ້ຄົນຍຶດໝັ້ນກັບຫຼັກຄຳສອນ, ລະບຽບການ ແລະ ການປະຕິບັດເຫຼົ່ານີ້ ແລະ ເຊື່ອວ່າພວກເຂົາກຳລັງປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ແຕ່ທີ່ຈິງແລ້ວ, ພວກເຂົາກໍຍັງຫ່າງໄກຈາກຄວາມເປັນຈິງແຫ່ງຄວາມຈິງຫຼາຍ! ເມື່ອຫົວໃຈຂອງຜູ້ຄົນເຕັມດ້ວຍ, ຖືກຄອບງຳ ແລະ ຖືກນໍາພາໂດຍສິ່ງເຫຼົ່ານີ້, ການແກ້ໄຂກໍກາຍເປັນເລື່ອງຫຍຸ້ງຍາກ. ແຕ່ລະຢ່າງຕ້ອງຖືກໄຈ້ແຍກ ແລະ ວິເຄາະເທື່ອລະຢ່າງ ເພື່ອໃຫ້ຜູ້ຄົນເຂົ້າໃຈ. ຈາກນັ້ນ, ຕ້ອງບອກຜູ້ຄົນວ່າແມ່ນຫຍັງຄືຄວາມຈິງ, ຫຼັກຄຳສອນ, ຄຳຂວັນ ແລະ ລະບຽບການ ແລະ ແມ່ນຫຍັງຄືຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມຈິງ, ຄຳເວົ້າທີ່ຖືກຕ້ອງ ແລະ ຫຼັກການຄວາມຈິງ. ທັງໝົດນີ້ຈຳເປັນຕ້ອງໄດ້ຮັບການແກ້ໄຂເທື່ອລະຢ່າງ; ຖ້າບໍ່ດັ່ງນັ້ນ, ຜູ້ທີ່ປະພຶດຕົນດີພໍສົມຄວນ, ຍຶດໝັ້ນໃນກົດລະບຽບ ແລະ ຜູ້ທີ່ສະແຫວງຫາຝ່າຍວິນຍານກໍຈະຖືກນໍາພາຢ່າງຜິດໆ ແລະ ຖືກທຳລາຍໂດຍຜູ້ນໍາປອມ. ຄົນເຫຼົ່ານີ້ອາດຈະເບິ່ງຄືວ່າສັດທາ, ສາມາດທົນທຸກລຳບາກ ແລະ ຈ່າຍລາຄາ ແລະ ສາມາດອະທິຖານໄດ້ເມື່ອມີສິ່ງເກີດຂຶ້ນກັບພວກເຂົາ. ແນວໃດກໍຕາມ, ຄືກັນກັບຄົນທີ່ເຄັ່ງສາສະໜາ, ເມື່ອພຣະເຈົ້າສະເດັດກັບມາ, ບໍ່ມີໃຜໃນບັນດາພວກເຂົາທີ່ຈະຮັບຮູ້ພຣະອົງ, ບໍ່ມີໃຜໃນບັນດາພວກເຂົາທີ່ຈະຮັບຮູ້ວ່າພຣະເຈົ້າກຳລັງເຮັດພາລະກິດໃໝ່ອີກຄັ້ງ ແລະ ພວກເຂົາທຸກຄົນກໍຕໍ່ຕ້ານພຣະອົງ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ກໍເພາະວ່າຜູ້ນໍາປອມ ແລະ ພວກຕໍ່ຕ້ານພຣະຄຣິດໄດ້ນໍາພາພວກເຂົາຢ່າງຜິດໆ, ພວກເຂົາໄດ້ທຳຮ້າຍ ແລະ ທຳລາຍຜູ້ເຊື່ອຫຼາຍຄົນທີ່ຈິງໃຈໃນພຣະເຈົ້າ.
ຜູ້ນໍາປອມເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ, ສິ່ງທີ່ພວກເຂົາເຮັດໃຫ້ຜູ້ຄົນເຂົ້າໃຈແມ່ນພຽງແຕ່ຫຼັກຄຳສອນ ແລະ ບໍ່ແມ່ນຄວາມຈິງ ແລະ ສິ່ງທີ່ພວກເຂົາເຮັດໃຫ້ຜູ້ຄົນເຫັນກໍແມ່ນພຽງແຕ່ລັກສະນະຝ່າຍວິນຍານທີ່ຈອມປອມ. ຜົນສະທ້ອນຂອງການກ່າວຄຳເວົ້າ ແລະ ຫຼັກຄຳສອນແມ່ນຫຍັງ? ລັກສະນະຝ່າຍວິນຍານທີ່ຈອມປອມ, ຄວາມເຂົ້າໃຈທີ່ຈອມປອມ, ຄວາມຮູ້ທີ່ຈອມປອມ, ການປະຕິບັດທີ່ຈອມປອມ ແລະ ການປະຕິບັດຕາມທີ່ຈອມປອມ, ທຸກສິ່ງລ້ວນແລ້ວແຕ່ຈອມປອມ. “ຄວາມຈອມປອມ” ນີ້ເກີດຂຶ້ນໄດ້ແນວໃດ? ມັນເກີດຈາກການທີ່ຜູ້ນໍາປອມມີຄວາມເຂົ້າໃຈທີ່ບິດເບືອນ, ດ້ານດຽວ ແລະ ຕື້ນເຂີນກ່ຽວກັບຄວາມຈິງ ແລະ ລົ້ມເຫຼວຢ່າງສິ້ນເຊີງທີ່ຈະຢັ່ງຮູ້ແກ່ນແທ້ຂອງຄວາມຈິງ. ຜູ້ນໍາປອມນໍາເອົາກົດລະບຽບ, ຄຳເວົ້າ ແລະ ຫຼັກຄຳສອນເປັນຈຳນວນຫຼາຍມາໃຫ້ຜູ້ຄົນ, ພ້ອມທັງຄຳຂວັນ ແລະ ທິດສະດີບາງຢ່າງ. ຄົນເຫຼົ່ານັ້ນບໍ່ເຂົ້າໃຈເຈດຕະນາທີ່ແທ້ຈິງຂອງພຣະເຈົ້າເລີຍ ແລະ ເມື່ອພວກເຂົາພົບພໍ້ກັບສະຖານະການທີ່ຊັບຊ້ອນ, ພວກເຂົາກໍບໍ່ຮູ້ວ່າຈະຈັດການ ແລະ ຮັບມືກັບສະຖານະການເຫຼົ່ານັ້ນແນວໃດ ຫຼື ຈະກຳແໜ້ນເຈດຕະນາຂອງພຣະເຈົ້າໄດ້ແນວໃດ. ບຸກຄົນເຊັ່ນນີ້ຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ພວກເຂົາຈະສາມາດຍອມຮັບພຣະເຈົ້າ ແລະ ເຊົາຕໍ່ຕ້ານພຣະອົງໄດ້ບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ສະນັ້ນ, ມັນຈຶ່ງເປັນສິ່ງສຳຄັນ ແລະ ຈຳເປັນທີ່ພວກເຈົ້າຈະຕ້ອງສະຫຼຸບຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງຂອງຜູ້ນໍາປອມ ເພື່ອໃຫ້ສາມາດແຍກແຍະພວກເຂົາໄດ້. ເມື່ອສະຫຼຸບ, ມັນເປັນສິ່ງຈຳເປັນທີ່ຈະຕ້ອງແຍກແຍະພວກມັນອອກຈາກຄຳເວົ້າຫຼອກລວງທີ່ພວກຕໍ່ຕ້ານພຣະຄຣິດໃຊ້ ເພື່ອນໍາພາຜູ້ຄົນຢ່າງຜິດໆ. ກ່ຽວກັບຄວາມຮັບຜິດຊອບຂໍ້ທີສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ ນັ້ນກໍຄື ການຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆ ທີ່ກ່ຽວຂ້ອງກັບທາງເຂົ້າຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ, ພວກເຮົາຈະສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບການໄຈ້ແຍກການປະຕິບັດຕ່າງໆ ຂອງຜູ້ນໍາປອມ ແລະ ແກ່ນແທ້ຂອງບັນຫາຕ່າງໆ ທີ່ຜູ້ນໍາປອມຢູ່ບ່ອນນີ້.
ຂໍ້ທີສາມ: ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ຖືກຕ້ອງ (ພາກທີໜຶ່ງ)
ຜູ້ນໍາປອມກ່າວໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເພື່ອຕັກເຕືອນຜູ້ຄົນ
ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນັ້ນກໍຄື ການໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ຖືກຕ້ອງ. ນີ້ເປັນວຽກງານທີ່ສຳຄັນ ແລະ ເປັນພື້ນຖານຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຮົາຈະໂອ້ລົມ ແລະ ໄຈ້ແຍກການສະແດງອອກຕ່າງໆ ຂອງຜູ້ນໍາປອມ ໂດຍອີງໃສ່ຄວາມຮັບຜິດຊອບນີ້. ຄວາມສາມາດຂອງຜູ້ນໍາ ຫຼື ຜູ້ເຮັດວຽກໃນການໂອ້ລົມຢ່າງແຈ່ມແຈ້ງກ່ຽວກັບຫຼັກການຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີນັ້ນ ເປັນສິ່ງຊີ້ວັດທີ່ດີທີ່ສຸດວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ ແລະ ມັນເປັນກະແຈສຳຄັນໃນການຕັດສິນວ່າພວກເຂົາສາມາດເຮັດວຽກງານຕົວຈິງໄດ້ດີ ຫຼື ບໍ່. ຕອນນີ້, ໃຫ້ເຮົາມາເບິ່ງກັນວ່າຜູ້ນໍາປອມຈັດການກັບວຽກງານນີ້ແນວໃດ. ລັກສະນະໜຶ່ງຂອງຜູ້ນໍາປອມກໍຄືການທີ່ພວກເຂົາບໍ່ສາມາດອະທິບາຍຢ່າງລະອຽດ ຫຼື ຊີ້ແຈງໃຫ້ແຈ່ມແຈ້ງໄດ້ກ່ຽວກັບບັນຫາໃດໆ ທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ. ຖ້າຫາກມີຄົນມາສະແຫວງຫາຈາກພວກເຂົາ, ພວກເຂົາກໍສາມາດບອກໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນທີ່ໄຮ້ແກ່ນສານ. ເມື່ອປະເຊີນກັບບັນຫາທີ່ຕ້ອງການການແກ້ໄຂ, ພວກເຂົາຕອບກັບດ້ວຍປະໂຫຍກນີ້ຢູ່ເລື້ອຍໆ: “ພວກເຈົ້າທຸກຄົນເປັນຜູ້ຊ່ຽວຊານໃນການປະຕິບັດໜ້າທີ່ນີ້. ຖ້າພວກເຈົ້າມີບັນຫາ, ພວກເຈົ້າຄວນຊອກຫາທາງອອກດ້ວຍຕົນເອງ. ຢ່າຖາມຂ້ອຍ; ຂ້ອຍບໍ່ແມ່ນຜູ້ຊ່ຽວຊານ ແລະ ຂ້ອຍບໍ່ເຂົ້າໃຈ. ຈົ່ງແກ້ໄຂມັນດ້ວຍຕົວພວກເຈົ້າເອງ”. ບາງຄົນອາດຈະຕອບໂຕ້ວ່າ: “ພວກເຮົາຖາມເຈົ້າກໍເພາະວ່າພວກເຮົາແກ້ໄຂບັນຫາບໍ່ໄດ້; ພວກເຮົາຄົງບໍ່ຖາມເຈົ້າດອກ ຖ້າພວກເຮົາເຮັດໄດ້. ພວກເຮົາບໍ່ເຂົ້າໃຈບັນຫານີ້ທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ”. ຜູ້ນໍາປອມກໍຕອບວ່າ: “ຂ້ອຍບໍ່ໄດ້ບອກຫຼັກການໃຫ້ເຈົ້າແລ້ວບໍ? ປະຕິບັດໜ້າທີ່ຂອງເຈົ້າເອງໃຫ້ດີ ແລະ ຢ່າກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ. ເຈົ້າຍັງຈະຖາມຫຍັງອີກ? ຈົ່ງຈັດການມັນຕາມທີ່ເຈົ້າເຫັນສົມຄວນ! ພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ແລ້ວວ່າ: ຈົ່ງໃຫ້ບູລິມະສິດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ”. ຄົນເຫຼົ່ານັ້ນກໍຍັງຄົງສັບສົນຢ່າງສິ້ນເຊີງ ໂດຍຄິດວ່າ: “ນີ້ບໍ່ແມ່ນວິທີການແກ້ໄຂບັນຫາ!”. ນີ້ຄືວິທີທີ່ຜູ້ນໍາປອມປະຕິບັດຕໍ່ວຽກງານ; ພວກເຂົາພຽງແຕ່ກວດກາວຽກງານ, ເຮັດແບບພໍເປັນພິທີ ແລະ ບໍ່ເຄີຍຈັດການກັບບັນຫາເລີຍ. ບໍ່ວ່າຜູ້ຄົນຈະຍົກບັນຫາໃດຂຶ້ນມາ, ຜູ້ນໍາປອມກໍບອກໃຫ້ພວກເຂົາສະແຫວງຫາຄວາມຈິງດ້ວຍຕົນເອງ. ພວກເຂົາມັກຈະຖາມຜູ້ຄົນວ່າ: “ເຈົ້າມີບັນຫາຫຍັງບໍ? ທາງເຂົ້າຊີວິດຂອງເຈົ້າເປັນແນວໃດ? ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະພໍແລ້ວມືແລ້ວຕີນບໍ?”. ຄົນເຫຼົ່ານັ້ນກໍຕອບວ່າ: “ເປັນບາງຄັ້ງຄາວ, ຂ້ອຍກໍຕົກຢູ່ໃນສະພາວະທີ່ເຮັດພໍແລ້ວມືແລ້ວຕີນ ແລະ ຜ່ານການອະທິຖານ ຂ້ອຍໄດ້ແກ້ໄຂມັນ ແລະ ສາມາດປັບປຸງແກ້ໄຂສະພາວະດັ່ງກ່າວໄດ້, ແຕ່ຂ້ອຍກໍຍັງບໍ່ເຂົ້າໃຈຫຼັກການຄວາມຈິງໃນການປະຕິບັດໜ້າທີ່ຂອງຂ້ອຍ”. ຜູ້ນໍາປອມກໍເວົ້າວ່າ: “ຂ້ອຍບໍ່ໄດ້ໂອ້ລົມກ່ຽວກັບຫຼັກການສະເພາະກັບເຈົ້າໃນການເຕົ້າໂຮມຄັ້ງກ່ອນບໍ? ຂ້ອຍເຖິງກັບເອົາພຣະທຳຂອງພຣະເຈົ້າຫຼາຍຂໍ້ໃຫ້ເຈົ້າ. ຕອນນີ້ ເຈົ້າຄວນຈະເຂົ້າໃຈແລ້ວບໍ່ແມ່ນບໍ?”. ທີ່ຈິງແລ້ວ, ພວກເຂົາເຂົ້າໃຈຫຼັກຄຳສອນທັງໝົດ, ແຕ່ພວກເຂົາກໍຍັງບໍ່ສາມາດແກ້ໄຂບັນຫາຂອງພວກເຂົາໄດ້. ຜູ້ນໍາປອມເຖິງກັບເປັ່ງຄຳເວົ້າທີ່ໂອ້ອວດວ່າ: “ເປັນຫຍັງເຈົ້າຈຶ່ງບໍ່ສາມາດແກ້ໄຂມັນໄດ້? ເຈົ້າພຽງແຕ່ບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າລະອຽດພຽງພໍ. ຖ້າເຈົ້າອະທິຖານຫຼາຍຂຶ້ນ ແລະ ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ, ແລ້ວບັນຫາທັງໝົດຂອງເຈົ້າກໍຈະໄດ້ຮັບການແກ້ໄຂ. ພວກເຈົ້າຈຳເປັນຕ້ອງຮຽນຮູ້ທີ່ຈະປຶກສາຫາລື ແລະ ຊອກຫາແນວທາງຮ່ວມກັນ, ແລ້ວບັນຫາຂອງພວກເຈົ້າກໍຈະໄດ້ຮັບການແກ້ໄຂໃນທີ່ສຸດ. ສ່ວນບັນຫາວິຊາຊີບ, ຢ່າຖາມຂ້ອຍ; ຄວາມຮັບຜິດຊອບຂອງຂ້ອຍຄືການກວດກາວຽກງານ. ຂ້ອຍໄດ້ເຮັດໜ້າວຽກຂອງຂ້ອຍສຳເລັດແລ້ວ ແລະ ສ່ວນທີ່ເຫຼືອກໍກ່ຽວຂ້ອງກັບເລື່ອງວິຊາຊີບ, ເຊິ່ງຂ້ອຍບໍ່ເຂົ້າໃຈ”. ຜູ້ນໍາປອມມັກຈະໃຊ້ເຫດຜົນ ແລະ ຂໍ້ອ້າງ ເຊັ່ນ: “ຂ້ອຍບໍ່ເຂົ້າໃຈ, ຂ້ອຍບໍ່ເຄີຍຮຽນ, ຂ້ອຍບໍ່ແມ່ນຜູ້ຊ່ຽວຊານ” ເພື່ອປັດຄວາມຮັບຜິດຊອບ ແລະ ຫຼີກລ່ຽງຄຳຖາມ. ພວກເຂົາອາດຈະເບິ່ງຄືວ່າຖ່ອມຕົວພໍສົມຄວນ; ແນວໃດກໍຕາມ, ສິ່ງນີ້ໄດ້ເປີດໂປງບັນຫາທີ່ຮ້າຍແຮງຂອງຜູ້ນໍາປອມ, ນັ້ນກໍຄື ພວກເຂົາຂາດຄວາມເຂົ້າໃຈກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຄວາມຮູ້ດ້ານວິຊາຊີບໃນໜ້າວຽກບາງຢ່າງ, ພວກເຂົາຮູ້ສຶກໝົດຫົນທາງ ແລະ ເບິ່ງຄືງຸ່ມງ່າມ ແລະ ໜ້າອັບອາຍທີ່ສຸດ. ແລ້ວພວກເຂົາເຮັດແນວໃດ? ພວກເຂົາເຮັດໄດ້ພຽງແຕ່ຮວບຮວມພຣະທຳຂອງພຣະເຈົ້າຫຼາຍໆ ຂໍ້ເພື່ອມາໂອ້ລົມກັບທຸກຄົນໃນລະຫວ່າງການເຕົ້າໂຮມ, ໂດຍເວົ້າເຖິງຫຼັກຄຳສອນບາງຢ່າງເພື່ອຕັກເຕືອນຜູ້ຄົນ. ຜູ້ນໍາທີ່ມີຄວາມເມດຕາໜ້ອຍໜຶ່ງອາດຈະສະແດງຄວາມເປັນຫ່ວງຕໍ່ຜູ້ຄົນ ແລະ ຖາມພວກເຂົາເປັນບາງຄັ້ງຄາວວ່າ: “ເມື່ອບໍ່ດົນມານີ້ ເຈົ້າຜະເຊີນກັບຄວາມຫຍຸ້ງຍາກໃດໃນຊີວິດບໍ? ເຈົ້າມີເສື້ອຜ້າພຽງພໍໃຫ້ສວມໃສ່ບໍ? ມີໃຜໃນບັນດາພວກເຈົ້າທີ່ປະພຶດຕົວບໍ່ດີບໍ?”. ຖ້າທຸກຄົນເວົ້າວ່າພວກເຂົາບໍ່ມີບັນຫາເຫຼົ່ານັ້ນ, ພວກເຂົາກໍຕອບວ່າ: “ສະແດງວ່າບໍ່ມີບັນຫາຫຍັງ. ຈົ່ງເຮັດວຽກຂອງພວກເຈົ້າຕໍ່ໄປ; ຂ້ອຍມີເລື່ອງອື່ນທີ່ຕ້ອງໄປເຮັດ” ແລະ ຮີບຮ້ອນຈາກໄປ, ໂດຍຢ້ານວ່າຈະມີຄົນຍົກຄຳຖາມຂຶ້ນມາ ແລະ ຂໍໃຫ້ພວກເຂົາແກ້ໄຂ, ເຊິ່ງຈະເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການທີ່ໜ້າອັບອາຍ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ, ພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້. ພວກເຂົາຈະສາມາດດຳເນີນວຽກງານຂອງຄຣິດຕະຈັກຢ່າງມີປະສິດທິຜົນໄດ້ແນວໃດ? ຜົນກໍຄື ການສະສົມຂອງບັນຫາທີ່ບໍ່ໄດ້ຮັບການແກ້ໄຂໃນທີ່ສຸດກໍຂັດຂວາງວຽກງານຂອງຄຣິດຕະຈັກ. ນີ້ຄືລັກສະນະເດັ່ນ ແລະ ການສະແດງອອກຂອງວິທີທີ່ຜູ້ນໍາປອມເຮັດວຽກ.
ໃນວຽກງານຂອງພວກເຂົາ, ຜູ້ນໍາປອມມີຄວາມກະຕືລືລົ້ນພຽງແຕ່ໃນການເທດສະໜາ ແລະ ພວກເຂົາມັກທີ່ສຸດທີ່ຈະກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ກ່າວຄຳເວົ້າເພື່ອຕັກເຕືອນ ແລະ ປອບໃຈຜູ້ຄົນ, ໂດຍຄິດວ່າຕາບໃດທີ່ພວກເຂົາເຮັດໃຫ້ຜູ້ຄົນມີກຳລັງໃຈ ແລະ ຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງພວກເຂົາ, ມັນກໍຄືກັນກັບວ່າພວກເຂົາໄດ້ເຮັດວຽກງານໄດ້ດີແລ້ວ. ນອກຈາກນີ້, ຜູ້ນໍາປອມຍັງມີຄວາມກະຕືລືລົ້ນໃນການເບິ່ງແຍງສະພາວະຊີວິດປະຈຳວັນຂອງທຸກຄົນ. ພວກເຂົາມັກຈະຖາມຜູ້ຄົນວ່າພວກເຂົາກຳລັງປະເຊີນກັບຄວາມຫຍຸ້ງຍາກໃນດ້ານນັ້ນ ຫຼື ບໍ່ ແລະ ຖ້າຫາກມີໃຜເປັນເຊັ່ນນັ້ນແທ້, ພວກເຂົາກໍເຕັມໃຈທີ່ຈະຊ່ວຍແກ້ໄຂຄວາມຫຍຸ້ງຍາກເຫຼົ່ານີ້. ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານບໍລິຫານທົ່ວໄປເຫຼົ່ານີ້ແທ້ໆ, ບາງຄັ້ງກໍເຖິງກັບເລື່ອນເວລາອາຫານອອກໄປ ແລະ ມັກຈະນອນເດິກ ແລະ ຕື່ນເຊົ້າ. ເມື່ອເບິ່ງຈາກຄວາມຫຍຸ້ງຍາກ ແລະ ການເຮັດວຽກໜັກຂອງພວກເຂົາ, ເປັນຫຍັງບັນຫາໃນວຽກງານຂອງຄຣິດຕະຈັກ ແລະ ຄວາມຫຍຸ້ງຍາກທີ່ຜູ້ທີ່ຖືກເລືອກຂອງພຣະເຈົ້າປະເຊີນ ໃນການປະຕິບັດໜ້າທີ່ຂອງພວກເຂົາ ຈຶ່ງຍັງຄົງບໍ່ໄດ້ຮັບການແກ້ໄຂ? ນີ້ກໍເພາະວ່າຜູ້ນໍາປອມບໍ່ເຄີຍສາມາດອະທິບາຍຫຼັກການຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ໄດ້ຢ່າງແຈ່ມແຈ້ງ. ຄຳເວົ້າ ແລະ ຫຼັກຄຳສອນ ແລະ ຄຳຕັກເຕືອນທີ່ພວກເຂົາເວົ້ານັ້ນບໍ່ມີປະສິດທິຜົນຢ່າງສິ້ນເຊີງ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້ເລີຍ. ບໍ່ວ່າພວກເຂົາຈະເວົ້າຫຼາຍສໍ່າໃດ ຫຼື ຫຍຸ້ງ ຫຼື ເມື່ອຍລ້າສໍ່າໃດ, ວຽກງານຂອງຄຣິດຕະຈັກກໍບໍ່ເຄີຍຄືບໜ້າ. ເຖິງແມ່ນວ່າທຸກຄົນເບິ່ງຄືວ່າກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່ພາຍນອກ, ພວກເຂົາກໍບໍ່ໄດ້ຮັບຜົນງານຕົວຈິງຫຼາຍປານໃດ, ເພາະວ່າຜູ້ນໍາປອມບໍ່ສາມາດໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ ຫຼື ໃຊ້ຄວາມຈິງເພື່ອແກ້ໄຂບັນຫາຕົວຈິງໄດ້, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດແກ້ໄຂບັນຫາຫຼາຍຢ່າງທີ່ມີຢູ່ໃນການປະຕິບັດໜ້າທີ່ໄດ້. ຕົວຢ່າງ: ຄັ້ງໜຶ່ງເຮືອນຂອງພຣະເຈົ້າຈຳເປັນຕ້ອງພິມໜັງສືພຣະທຳຂອງພຣະເຈົ້າ ແລະ ຜູ້ນໍາຄົນໜຶ່ງຕ້ອງຄັດເລືອກບຸກຄົນສອງຄົນເພື່ອຮັບຜິດຊອບໜ້າວຽກນີ້. ມາດຕະຖານໃນການຄັດເລືອກຄົນແມ່ນຫຍັງ? ຄວາມເປັນມະນຸດຂອງພວກເຂົາຄວນດີພໍສົມຄວນ, ພວກເຂົາຄວນຈະໜ້າເຊື່ອຖື ແລະ ສາມາດຮັບຄວາມສ່ຽງໄດ້. ຫຼັງຈາກທີ່ເລືອກບຸກຄົນໄດ້ແລ້ວ, ຜູ້ນໍາຄົນນີ້ກໍບອກພວກເຂົາວ່າ: “ມື້ນີ້, ຂ້ອຍໄດ້ເອີ້ນພວກເຈົ້າສອງຄົນມາເພື່ອຝາກຝັງເລື່ອງໜຶ່ງໃຫ້ພວກເຈົ້າ: ເຮືອນຂອງພຣະເຈົ້າມີໜັງສືທີ່ຈຳເປັນຕ້ອງພິມ ແລະ ຂ້ອຍຕ້ອງການໃຫ້ພວກເຈົ້າຊອກຫາໂຮງພິມ ແລະ ຫຼັງຈາກທີ່ພິມສຳເນົາທັງໝົດແລ້ວ, ພວກເຈົ້າຕ້ອງແຈກຢາຍພວກມັນໃຫ້ເຖິງມືຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າໂດຍທັນທີ, ເພື່ອໃຫ້ພວກເຂົາສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້ໂດຍບໍ່ຊັກຊ້າ. ພວກເຈົ້າມີຄວາມຕັ້ງໃຈທີ່ຈະປະຕິບັດໜ້າວຽກນີ້ບໍ? ພວກເຈົ້າເຕັມໃຈທີ່ຈະຮັບພາລະນີ້ ແລະ ຄວາມສ່ຽງນີ້ບໍ?”. ຄົນທັງສອງເຊື່ອວ່າ ນີ້ຄືການທີ່ພຣະເຈົ້າຊົງຍົກຊູພວກເຂົາ, ສະນັ້ນ ພວກເຂົາຈຶ່ງຕອບວ່າ ເຕັມໃຈ. ຈາກນັ້ນ ຜູ້ນໍາກໍຖາມພວກເຂົາວ່າ: “ພວກເຈົ້າມີຄວາມຕັ້ງໃຈທີ່ຈະເຮັດການຝາກຝັງຂອງພຣະເຈົ້າໃຫ້ສຳເລັດບໍ? ພວກເຈົ້າເຕັມໃຈທີ່ຈະສາບານຕົນບໍ?”. ຈາກນັ້ນ ຄົນທັງສອງກໍສາບານຕົນ ໂດຍກ່າວວ່າ: “ຖ້າພວກເຮົາບໍ່ສາມາດເຮັດການຝາກຝັງຂອງພຣະເຈົ້າໃຫ້ສຳເລັດ ແລະ ເຮັດໃຫ້ໜ້າວຽກນີ້ເສຍຫາຍ, ຈົນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ຂໍໃຫ້ພວກເຮົາຖືກຟ້າຜ່າເຖີ້ນ. ອາແມນ!”. ຜູ້ນໍາກ່າວວ່າ: “ນອກຈາກນີ້, ພວກເຮົາຈຳເປັນຕ້ອງໂອ້ລົມກັນກ່ຽວກັບຄວາມຈິງ. ໃນການເຮັດວຽກງານນີ້ຕອນນີ້ ພວກເຈົ້າກຳລັງດຳເນີນທຸລະກິດຢູ່ບໍ? ພວກເຈົ້າຖືກຂໍໃຫ້ເຮັດວຽກເປັນລູກຈ້າງບໍ?”. ຄົນທັງສອງຕອບວ່າ: “ບໍ່, ນີ້ຄືໜ້າທີ່ຂອງພວກເຮົາ”. ຜູ້ນໍາກ່າວວ່າ: “ເນື່ອງຈາກມັນເປັນໜ້າທີ່ຂອງພວກເຈົ້າ, ພວກເຈົ້າຕ້ອງຕອບແທນຄວາມຮັກຂອງພຣະເຈົ້າ. ພວກເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າເສຍໃຈ ຫຼື ເຮັດໃຫ້ພຣະອົງກັງວົນໄດ້. ການເຕັມໃຈທີ່ຈະຮັບຄວາມສ່ຽງນັ້ນບໍ່ພຽງພໍ; ພວກເຈົ້າຈຳເປັນຕ້ອງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຈົງຮັກພັກດີ. ເມື່ອພວກເຈົ້າພົບພໍ້ບັນຫາ, ພວກເຈົ້າຄວນອະທິຖານໃຫ້ຫຼາຍຂຶ້ນ ແລະ ປຶກສາຫາກັນ. ຢ່າເອົາແຕ່ໃຈຕົນເອງ ຫຼື ກະທຳຕາມລຳພັງໃຈ. ເປັນຫຍັງຂ້ອຍຈຶ່ງໃຫ້ພວກເຈົ້າສອງຄົນຮ່ວມມືກັນ? ນັ້ນກໍເພື່ອໃຫ້ພວກເຈົ້າສາມາດປຶກສາຫາລືກັນໄດ້ ເມື່ອມີເລື່ອງເກີດຂຶ້ນ, ເຮັດໃຫ້ພວກເຈົ້າສາມາດດຳເນີນການໄດ້ງ່າຍ. ຖ້າພວກເຈົ້າບໍ່ສາມາດຕົກລົງກັນໄດ້, ກໍໃຫ້ອະທິຖານ. ແຕ່ລະຄົນຄວນປະຖິ້ມຄວາມຄິດເຫັນຂອງຕົນເອງ ແລະ ດຳເນີນການກໍຕໍ່ເມື່ອພວກເຈົ້າໄດ້ບັນລຸຄວາມເຫັນດີເຫັນພ້ອມກັນແລ້ວ. ຂ້ອຍຫວັງວ່າພວກເຈົ້າສອງຄົນຈະສາມາດເຮັດວຽກງານນີ້ໃຫ້ສຳເລັດໄດ້ຢ່າງສໍາເລັດຜົນ!”. ສຸດທ້າຍ, ຜູ້ນໍາຄົນນີ້ກໍຊອກຫາຂໍ້ຄວາມຈາກພຣະທຳຂອງພຣະເຈົ້າກ່ຽວກັບວິທີປະຕິບັດໜ້າທີ່ຂອງຕົນໃຫ້ດີ ແລະ ທັງສາມຄົນກໍໄດ້ອະທິຖານ-ອ່ານມັນຫຼາຍຄັ້ງ. ດ້ວຍເຫດນັ້ນ, ເລື່ອງດັ່ງກ່າວກໍຖືວ່າໄດ້ຖືກຝາກຝັງໃຫ້ພວກເຂົາແລ້ວ ແລະ ຄວາມຮັບຜິດຊອບຂອງຜູ້ນໍາກໍຖືວ່າໄດ້ເຮັດສຳເລັດແລ້ວ. ການປະຕິບັດວຽກງານຂອງຜູ້ນໍາຄົນນີ້ເປັນແນວໃດ? ຜູ້ນໍາຮູ້ສຶກຂ້ອນຂ້າງພໍໃຈຫຼາຍ, ເຊັ່ນດຽວກັນກັບຄົນທັງສອງນັ້ນ. ຜູ້ທີ່ເບິ່ງຢູ່ກໍໃຫ້ຄຳເຫັນວ່າ: “ຜູ້ນໍາຄົນນີ້ຮູ້ສອງສາມຢ່າງແທ້ໆ ທີ່ຈະເຮັດໃຫ້ວຽກສຳເລັດ; ຄຳເວົ້າຂອງພວກເຂົາເປັນລະບຽບ ແລະ ມີຫຼັກຖານ ແລະ ພວກເຂົາເຮັດສິ່ງຕ່າງໆ ເປັນຂັ້ນເປັນຕອນ. ກ່ອນອື່ນ, ພວກເຂົາມອບໝາຍໜ້າວຽກໃຫ້ຄົນທັງສອງ, ຈາກນັ້ນພວກເຂົາກໍແກ້ໄຂບັນຫາທີ່ກ່ຽວຂ້ອງກັບຄວາມຄິດ ແລະ ທັດສະນະຂອງພວກເຂົາ ແລະ ສຸດທ້າຍ, ພວກເຂົາກໍກ່າວຄຳເວົ້າທີ່ເຂັ້ມງວດ, ເຮັດໃຫ້ພວກເຂົາສາບານຕົນ ແລະ ໃຫ້ຄຳໝັ້ນສັນຍາ. ພວກເຂົາເຮັດວຽກງານນີ້ຢ່າງເປັນລະບຽບແທ້ໆ ແລະ ພວກເຂົາສົມຄວນກັບຕຳແໜ່ງຜູ້ນໍາແທ້ໆ, ພວກເຂົາມີປະສົບການ ແລະ ແບກຮັບພາລະ”. ໃນທີ່ສຸດ, ຜູ້ນໍາກໍບອກພວກເຂົາວ່າ: “ຈົ່ງຈື່ໄວ້ວ່າ: ການພິມໜັງສືບໍ່ແມ່ນໜ້າວຽກທີ່ງ່າຍ, ມັນບໍ່ແມ່ນສິ່ງທີ່ຄົນທຳມະດາສາມາດຮັບຜິດຊອບໄດ້. ວຽກງານນີ້ບໍ່ໄດ້ຖືກຝາກຝັງໃຫ້ພວກເຈົ້າໂດຍຂ້ອຍ ຫຼື ເຮືອນຂອງພຣະເຈົ້າ; ມັນເປັນການຝາກຝັງຈາກພຣະເຈົ້າ. ພວກເຈົ້າຕ້ອງບໍ່ເຮັດໃຫ້ພຣະອົງຜິດຫວັງ. ຕາບໃດທີ່ພວກເຈົ້າເຮັດວຽກງານນີ້ໃຫ້ສຳເລັດ, ຊີວິດຂອງພວກເຈົ້າກໍຈະກ້າວໜ້າ ແລະ ພວກເຈົ້າກໍຈະມີຄວາມເປັນຈິງ”. ໃນທາງທິດສະດີແລ້ວ, ບໍ່ມີບັນຫາດ້ານຫຼັກການໃດໆ ກັບຄຳເວົ້າເຫຼົ່ານີ້; ໂດຍລວມແລ້ວ ພວກມັນແມ່ນສາມາດຖືວ່າຖືກຕ້ອງ. ສະນັ້ນ, ໃຫ້ເຮົາມາວິເຄາະເລື່ອງນີ້ ແລະ ເບິ່ງວ່າຄວາມ “ປອມ” ຂອງຜູ້ນໍາປອມຄົນນີ້ສະແດງອອກຢູ່ໃສ. ຜູ້ນໍາໄດ້ໃຫ້ຄຳແນະນຳໃດໆ ກ່ຽວກັບບັນຫາລະອຽດຕ່າງໆ ເຊັ່ນ: ດ້ານວິຊາຊີບ ແລະ ດ້ານເຕັກນິກທີ່ກ່ຽວຂ້ອງກັບໜ້າວຽກນີ້ບໍ? ພວກເຂົາໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງສະເພາະ ຫຼື ມາດຕະຖານທີ່ກຳນົດໄວ້ບໍ? (ບໍ່). ພວກເຂົາພຽງແຕ່ກ່າວຄຳເວົ້າທີ່ໄຮ້ແກ່ນສານ ແລະ ບໍ່ມີຄວາມໝາຍ, ເປັນຄຳເວົ້າທີ່ຄົນສ່ວນໃຫຍ່ມັກເວົ້າກັນ, ເປັນຄຳເວົ້າທີ່ບໍ່ມີນໍ້າໜັກ. ເພາະວ່າຜູ້ນໍາເປັນຜູ້ເວົ້າ ແລະ ໃຫ້ຄຳແນະນຳດ້ວຍຕົນເອງ, ຜູ້ຄົນຈຶ່ງຮັບຮູ້ວ່າຄຳເວົ້າເຫຼົ່ານີ້ມີນໍ້າໜັກຫຼາຍກວ່າປົກກະຕິ, ແຕ່ທີ່ຈິງແລ້ວ, ພວກມັນເປັນຄຳເວົ້າທີ່ບໍ່ກ່ຽວຂ້ອງ ແລະ ບໍ່ມີຜົນກະທົບໃດໆ ຕໍ່ການແກ້ໄຂບັນຫາຕົວຈິງທີ່ກ່ຽວຂ້ອງກັບການພິມໜັງສືເລີຍ. ສະນັ້ນ ບັນຫາສະເພາະທີ່ກ່ຽວຂ້ອງກັບການພິມໜັງສືມີຫຍັງແດ່? ພວກເຮົາຄວນປຶກສາຫາລືກັນກັບພວກເຂົາ ແລະ ເບິ່ງວ່າວຽກງານທີ່ຜູ້ນໍາຄົນນີ້ເຮັດນັ້ນເປັນວຽກງານຂອງຜູ້ນໍາປອມ ຫຼື ບໍ່.
ກ່ອນອື່ນ, ການພິມໜັງສືກ່ຽວຂ້ອງກັບການຈັດໜ້າ, ຈາກນັ້ນກໍມີການອ່ານທວນຂໍ້ຄວາມ, ການຈັດຮູບແບບສາລະບານ ແລະ ເນື້ອໃນຫຼັກ, ພ້ອມທັງນໍ້າໜັກ, ສີ ແລະ ຄຸນນະພາບຂອງເຈ້ຍ. ຍັງມີວັດສະດຸຂອງໜ້າປົກ, ບໍ່ວ່າຈະເປັນປົກອ່ອນ ຫຼື ປົກແຂງ ແລະ ການອອກແບບ, ສີ, ລວດລາຍ ແລະ ຮູບແບບໜັງສືສຳລັບໜ້າປົກ. ສຸດທ້າຍ, ກໍມີການເຂົ້າເຫຼັ້ມ, ບໍ່ວ່າຈະໃຊ້ກາວ ຫຼື ການຫຍິບ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນບັນຫາທີ່ຢູ່ໃນຂອບເຂດຂອງການພິມໜັງສື. ຜູ້ນໍາໄດ້ປຶກສາຫາລືກ່ຽວກັບເລື່ອງເຫຼົ່ານີ້ແດ່ບໍ? (ບໍ່). ບັນຫາອີກຢ່າງໜຶ່ງຄືການຊອກຫາໂຮງພິມ: ບໍ່ວ່າເຄື່ອງພິມ ແລະ ເຄື່ອງເຂົ້າເຫຼັ້ມຈະທັນສະໄໝ ຫຼື ບໍ່, ຄຸນນະພາບຂອງການພິມ ແລະ ການເຂົ້າເຫຼັ້ມເປັນແນວໃດ ແລະ ລາຄາ, ພວກເຂົາບໍ່ຄວນຈະໃຫ້ຄຳແນະນຳສຳລັບສິ່ງທັງໝົດເຫຼົ່ານີ້, ພ້ອມທັງຫຼັກການ ແລະ ຂອບເຂດບໍ? ຖ້າຜູ້ນໍາເວົ້າວ່າ “ຂ້ອຍບໍ່ເຂົ້າໃຈເລື່ອງເຫຼົ່ານີ້; ຈົ່ງຊອກຫາອັນໃດກໍໄດ້”, ພວກເຂົາຈະເປັນຜູ້ນໍາທີ່ມີປະໂຫຍດບໍ? ຄຳເວົ້າທີ່ບໍ່ກ່ຽວຂ້ອງ ທີ່ພວກເຂົາເວົ້ານັ້ນສາມາດທົດແທນບັນຫາລະອຽດຕ່າງໆ ທີ່ກ່ຽວຂ້ອງກັບການພິມໜັງສືໄດ້ບໍ? (ບໍ່ໄດ້). ແຕ່ເຖິງຢ່າງໃດກໍຕາມ, ຜູ້ນໍາປອມຄົນນີ້ກໍເຊື່ອວ່າພວກເຂົາສາມາດເຮັດໄດ້. ພວກເຂົາຄິດວ່າ “ຂ້ອຍໄດ້ໂອ້ລົມກ່ຽວກັບຄວາມຈິງຫຼາຍແລ້ວ ແລະ ຂ້ອຍກໍໄດ້ບອກຫຼັກການທັງໝົດໃຫ້ພວກເຂົາແລ້ວ. ພວກເຂົາຄວນຈະເຂົ້າໃຈເລື່ອງເຫຼົ່ານີ້!”. ຄຳວ່າ “ຄວນຈະ” ນີ້ຄືເຫດຜົນ ແລະ ວິທີການແກ້ໄຂບັນຫາຂອງຜູ້ນໍາປອມຄົນນີ້. ໃນທີ່ສຸດ, ເມື່ອໜັງສືຖືກພິມອອກມາ, ເພາະວ່າເຈ້ຍມີຄຸນນະພາບຕໍ່າຫຼາຍ ແລະ ບາງເກີນໄປ, ຕົວໜັງສືຈຶ່ງເຫັນໄດ້ທັງສອງດ້ານ, ເຊິ່ງເຮັດໃຫ້ບຸກຄົນທີ່ສູງອາຍຸ ແລະ ຜູ້ທີ່ມີສາຍຕາບໍ່ດີອ່ານໜັງສືໄດ້ຢ່າງລຳບາກ ແລະ ຍາກຫຼາຍ. ຍັງມີບັນຫາຂອງຂັ້ນຕອນສຸດທ້າຍ, ຂະບວນການເຂົ້າເຫຼັ້ມ, ການທີ່ການເຂົ້າເຫຼັ້ມໄດ້ມາດຕະຖານ ຫຼື ບໍ່ນັ້ນສົ່ງຜົນກະທົບຕໍ່ຄຸນນະພາບໂດຍລວມ ແລະ ອາຍຸການໃຊ້ງານຂອງໜັງສື. ເພາະວ່າຜູ້ນໍາບໍ່ໄດ້ໃຫ້ຄຳແນະນຳ ແລະ ຜູ້ທີ່ປະຕິບັດວຽກງານນີ້ກໍຂາດຫຼັກການ ແລະ ປະສົບການ ແລະ ຍັງຕໍ່ລອງລາຄາຢ່າງບໍ່ຮັບຜິດຊອບ, ໂຮງພິມຈຶ່ງເຮັດວຽກແບບຊະຊາຍ ແລະ ໃຊ້ວັດສະດຸທີ່ຕໍ່າກວ່າຄຸນນະພາບເພື່ອໃຫ້ເທົ່າທຶນ ແລະ ສຸດທ້າຍເມື່ອໜັງສືຖືກແຈກຢາຍໃຫ້ອ້າຍເອື້ອຍນ້ອງ ພວກມັນກໍເລີ່ມຂາດອອກພາຍໃນສອງເດືອນ. ໜ້າປົກ ແລະ ໜ້າເຈ້ຍກໍຫຼຸດອອກ ແລະ ວຽກງານການພິມທັງໝົດກໍໄຮ້ປະໂຫຍດ. ນີ້ແມ່ນຄວາມຮັບຜິດຊອບຂອງໃຜ? ຖ້າຈະໃຫ້ມີຄົນຮັບຜິດຊອບ, ຄວາມຮັບຜິດຊອບໂດຍກົງກໍຈະຕົກຢູ່ກັບບຸກຄົນສອງຄົນທີ່ຮັບຜິດຊອບການພິມໜັງສື ແລະ ຄວາມຮັບຜິດຊອບທາງອ້ອມກໍຈະຕົກຢູ່ກັບຜູ້ນໍາປອມ. ຜູ້ນໍາປອມເຖິງກັບມີຂໍ້ອ້າງ ໂດຍກ່າວວ່າ: “ເຈົ້າຈະມາໂທດຂ້ອຍບໍ່ໄດ້ທີ່ວຽກງານນີ້ອອກມາບໍ່ດີ; ຂ້ອຍກໍບໍ່ເຂົ້າໃຈມັນຄືກັນ! ຂ້ອຍບໍ່ເຄີຍພິມໜັງສື ແລະ ຂ້ອຍກໍບໍ່ໄດ້ເປັນເຈົ້າຂອງໂຮງພິມ. ຂ້ອຍຈະໄປຮູ້ເລື່ອງເຫຼົ່ານີ້ໄດ້ແນວໃດ?”. ຂໍ້ອ້າງນີ້ໃຊ້ໄດ້ບໍ? ໃນຖານະຜູ້ນໍາ, ວຽກງານນີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ. ບໍ່ວ່າຈະເປັນວຽກງານທີ່ກ່ຽວຂ້ອງກັບວິຊາຊີບ, ທັກສະ, ຄວາມຮູ້ປະເພດໃດໜຶ່ງ ຫຼື ຄວາມຈິງ, ເຈົ້າບໍ່ຈຳເປັນຕ້ອງເຂົ້າໃຈທຸກສ່ວນຂອງມັນ, ແຕ່ເຈົ້າໄດ້ພະຍາຍາມຮຽນຮູ້ກ່ຽວກັບສິ່ງທີ່ເຈົ້າບໍ່ຮູ້ບໍ? ເຈົ້າໄດ້ເຮັດໜ້າທີ່ຮັບຜິດຊອບຂອງເຈົ້າຢ່າງຈິງຈັງ ແລະ ມີສາມັນສຳນຶກບໍ? ບາງຄົນອາດຈະເວົ້າວ່າ “ຂ້ອຍຢາກເຮັດໜ້າທີ່ຮັບຜິດຊອບຂອງຂ້ອຍ, ແຕ່ຂ້ອຍກໍບໍ່ເຂົ້າໃຈເລື່ອງນີ້ຄືກັນ. ບໍ່ວ່າຂ້ອຍຈະພະຍາຍາມຮຽນຮູ້ໜັກສໍ່າໃດ, ຂ້ອຍກໍບໍ່ເຂົ້າໃຈມັນ!”. ນີ້ໝາຍຄວາມວ່າ ໃນຖານະຜູ້ນໍາ, ເຈົ້າບໍ່ໄດ້ມາດຕະຖານ; ເຈົ້າເປັນຜູ້ນໍາປອມຢ່າງແທ້ຈິງ. ອ້າຍເອື້ອຍນ້ອງຮູ້ສຶກຂ້ອນຂ້າງບໍ່ພໍໃຈ ຍ້ອນຄຸນນະພາບທີ່ຕໍ່າຂອງໜັງສື ໂດຍກ່າວວ່າ “ເຖິງແມ່ນວ່າໜັງສືເຫຼົ່ານີ້ຈະບໍ່ໄດ້ເສຍເງິນ, ແຕ່ຄຸນນະພາບກໍຕໍ່າເກີນໄປ! ຜູ້ນໍາຄົນນີ້ເຮັດວຽກຂອງພວກເຂົາແນວໃດ? ພວກເຂົາດຳເນີນວຽກງານນີ້ແນວໃດ?”. ເມື່ອຜູ້ນໍາໄດ້ຍິນດັ່ງນີ້, ພວກເຂົາກໍຕອບວ່າ “ເຈົ້າຈະມາໂທດຂ້ອຍໄດ້ບໍ? ຂ້ອຍບໍ່ໄດ້ເປັນເຈົ້າຂອງໂຮງພິມ ແລະ ຂ້ອຍກໍບໍ່ມີສິດຕັດສິນໃຈເດັດຂາດ. ຍິ່ງໄປກວ່ານັ້ນ, ນີ້ບໍ່ແມ່ນການປະຢັດເງິນໃຫ້ເຮືອນຂອງພຣະເຈົ້າບໍ? ມັນຜິດບໍທີ່ຈະປະຢັດເງິນໃຫ້ເຮືອນຂອງພຣະເຈົ້າ?”. ຄຳເວົ້າຂອງຜູ້ນໍາຖືກຕ້ອງ, ພວກເຂົາບໍ່ໄດ້ຜິດ; ຜູ້ນໍາບໍ່ຈຳເປັນຕ້ອງຮັບຜິດຊອບທາງກົດໝາຍ. ແນວໃດກໍຕາມ, ມີບັນຫາໜຶ່ງ, ນັ້ນກໍຄືເງິນທີ່ໃຊ້ໃນການພິມໜັງສືນັ້ນສູນເປົ່າ. ໜັງສືທີ່ແຈກຢາຍໃຫ້ອ້າຍເອື້ອຍນ້ອງເລີ່ມຂາດ ແລະ ໜ້າເຈ້ຍຫຼຸດອອກພາຍໃນສອງເດືອນ. ໃຜຄວນຮັບຜິດຊອບຕໍ່ຜົນທີ່ຕາມມາ? ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ນໍາບໍ? ສິ່ງນີ້ເກີດຂຶ້ນພາຍໃນຂອບເຂດວຽກງານຂອງເຈົ້າ, ໃນລະຫວ່າງເວລາທີ່ເຈົ້າຮັບໃຊ້ເປັນຜູ້ນໍາ, ສະນັ້ນ ເຈົ້າບໍ່ຄວນຮັບຜິດຊອບບໍ? ເຈົ້າຈຳເປັນຕ້ອງຖືກກ່າວໂທດ; ເຈົ້າບໍ່ສາມາດປະຕິເສດຄວາມຮັບຜິດຊອບຂອງເຈົ້າໄດ້! ບາງຄົນອາດຈະເວົ້າໃນລັກສະນະທີ່ບໍ່ມີເຫດຜົນວ່າ “ຂ້ອຍບໍ່ເຄີຍເຮັດວຽກງານນີ້ມາກ່ອນ. ຂ້ອຍບໍ່ຕ້ອງເຮັດຜິດໃນວຽກທີ່ຂ້ອຍບໍ່ເຄີຍເຮັດມາກ່ອນບໍ?”. ພຽງແຕ່ອີງໃສ່ຄຳເວົ້າປະໂຫຍກນີ້, ເຈົ້າກໍບໍ່ເໝາະສົມກັບວຽກຂອງເຈົ້າ ແລະ ເຈົ້າຄວນຖືກປົດອອກ. ເຈົ້າບໍ່ໄດ້ເກີດມາເພື່ອເປັນຜູ້ນໍາ; ເຈົ້າເປັນຜູ້ນໍາປອມແບບເຕັມຕົວ. ການເວົ້າຄຳເວົ້າທີ່ຟັງມ່ວນຫູເປັນຈຳນວນຫຼາຍ ແຕ່ບໍ່ໄດ້ເຮັດວຽກງານຕົວຈິງເລີຍ, ນີ້ຄືການສະແດງອອກທີ່ຊັດເຈນທີ່ສຸດຂອງຜູ້ນໍາປອມ.
ຜູ້ນໍາປອມບາງຄົນບໍ່ສາມາດເຮັດວຽກງານຕົວຈິງແຕ່ລະລາຍການໄດ້ຢ່າງເໝາະສົມ ແລະ ເປັນຮູບປະທຳ ຢ່າງໝັ້ນຄົງ ແລະ ສາມາດເພິ່ງພາໄດ້. ພວກເຂົາເຮັດໄດ້ພຽງແຕ່ຈັດການວຽກງານບໍລິຫານທົ່ວໄປບາງຢ່າງ ແລ້ວກໍເຊື່ອວ່າຕົນເອງໄດ້ມາດຕະຖານໃນຖານະຜູ້ນໍາ, ພວກເຂົາອັດສະຈັນ ແລະ ພວກເຂົາມັກຈະໂອ້ອວດ ໂດຍກ່າວວ່າ: “ຂ້ອຍຕ້ອງກັງວົນກ່ຽວກັບທຸກຢ່າງໃນຄຣິດຕະຈັກ ແລະ ຂ້ອຍຕ້ອງຈັດການທຸກບັນຫາ. ຄຣິດຕະຈັກຈະຂາດຂ້ອຍໄດ້ບໍ? ຖ້າຂ້ອຍບໍ່ຈັດການເຕົ້າໂຮມໃຫ້ພວກເຈົ້າ, ພວກເຈົ້າກໍຄົງຈະກາຍເປັນຄືກັບກອງດິນຊາຍທີ່ກະຈັດກະຈາຍ, ບໍ່ແມ່ນບໍ? ຖ້າຂ້ອຍບໍ່ໄດ້ເຝົ້າລະວັງ ແລະ ຊ່ວຍເຫຼືອໃນວຽກງານການຜະລິດຮູບເງົາ, ຈະບໍ່ມີຄົນມາລົບກວນຢູ່ຕະຫຼອດບໍ? ວຽກງານການຜະລິດຮູບເງົາຈະດຳເນີນໄປຢ່າງລ່ຽນໄຫຼໄດ້ບໍ? ເຖິງແມ່ນວ່າຂ້ອຍຈະເປັນຄົນທຳມະດາໃນວຽກງານຮ້ອງເພງສັນລະເສີນ, ແຕ່ຖ້າຂ້ອຍບໍ່ໄດ້ມາກວດກາວຽກງານຂອງພວກເຈົ້າເລື້ອຍໆ, ຮັກສາມາດຕະຖານການເຮັດວຽກຂອງພວກເຈົ້າ ແລະ ຈັດການເຕົ້າໂຮມໃຫ້ພວກເຈົ້າ, ພວກເຈົ້າຈະສາມາດຜະລິດເພງສັນລະເສີນເຫຼົ່ານັ້ນອອກມາໄດ້ບໍ? ພວກເຈົ້າຈະໃຊ້ເວລາດົນສໍ່າໃດກວ່າຈະເຂົ້າໃຈ?”. ຄຳເວົ້າເຫຼົ່ານີ້ອາດຈະເບິ່ງຄືວ່າມີເຫດຜົນ ແລະ ຖືກຕ້ອງ, ແຕ່ຖ້າເຈົ້າສັງເກດເບິ່ງຢ່າງໃກ້ຊິດ, ວຽກງານວິຊາຊີບຕ່າງໆ ທີ່ຖືກຄຸມງານໂດຍຜູ້ນໍາປອມເຫຼົ່ານີ້ກຳລັງຄືບໜ້າໄປແນວໃດ? ພວກເຂົາສາມາດໂອ້ລົມກ່ຽວກັບຫຼັກການຄວາມຈິງໄດ້ຢ່າງແຈ່ມແຈ້ງບໍ? (ບໍ່ໄດ້). ຄັ້ງໜຶ່ງ, ທີມຜະລິດຮູບເງົາໄດ້ສະແຫວງຫາກ່ຽວກັບບັນຫາສີຂອງເຄື່ອງນຸ່ງ. ພວກເຂົາໄດ້ຖ່າຍຮູບພາບນິ້ງຫຼາຍຮູບ ແລະ ພື້ນຫຼັງ ແລະ ຜູ້ຄົນໃນຮູບກໍແຕກຕ່າງກັນ, ແຕ່ສີຂອງເຄື່ອງນຸ່ງໂດຍພື້ນຖານແລ້ວແມ່ນຢູ່ໃນໂທນສີດຽວກັນ, ລ້ວນແລ້ວແຕ່ເປັນສີເທົາອອກສີນໍ້າຕານ ແລະ ສີເຫຼືອງອອກສີນໍ້າຕານ. ເຮົາຖາມວ່າ: “ເກີດຫຍັງຂຶ້ນ? ເປັນຫຍັງພວກເຂົາຈຶ່ງນຸ່ງເຄື່ອງສີເຫຼົ່ານີ້?”. ພວກເຂົາເວົ້າວ່າສີເຫຼົ່ານີ້ຖືກເລືອກໂດຍຕັ້ງໃຈ, ພວກເຂົາໄດ້ຊອກຫາພວກມັນຈາກຕະຫຼາດດ້ວຍຄວາມລຳບາກ ແລະ ຄວາມພະຍາຍາມຢ່າງໃຫຍ່ຫຼວງ. ເຮົາເວົ້າວ່າ: “ເປັນຫຍັງພວກເຈົ້າຈຶ່ງເລືອກສີເຫຼົ່ານີ້? ເບື້ອງເທິງໄດ້ໃຫ້ຄຳແນະນຳກ່ຽວກັບເລື່ອງນັ້ນບໍ? ເບື້ອງເທິງບໍ່ໄດ້ແນະນຳໃຫ້ພວກເຈົ້າໃຊ້ສີທີ່ຫຼາກຫຼາຍ ແລະ ໃຫ້ສີເຫຼົ່ານັ້ນສຸພາບ ແລະ ເໝາະສົມບໍ? ຜົນຮັບນີ້ເກີດຂຶ້ນໄດ້ແນວໃດ?”. ສຸດທ້າຍ, ຫຼັງຈາກທີ່ສອບຖາມ, ບາງຄົນກໍເວົ້າວ່າ: “ສີອື່ນໆ ເບິ່ງບໍ່ສຸພາບ ແລະ ເໝາະສົມພຽງພໍ ຫຼື ບໍ່ຄືກັບທີ່ຜູ້ເຊື່ອໃນພຣະເຈົ້າ ຫຼື ໄພ່ພົນນຸ່ງ. ມີພຽງແຕ່ຮູບແບບສີນີ້ເທົ່ານັ້ນ ທີ່ເບິ່ງຄືກັບສິ່ງທີ່ຜູ້ເຊື່ອຄວນນຸ່ງ. ສະນັ້ນ, ທຸກຄົນຈຶ່ງມີຄວາມເຫັນວ່າການນຸ່ງເຄື່ອງສີປະເພດນີ້ເປັນການຖວາຍກຽດແດ່ພຣະເຈົ້າຫຼາຍທີ່ສຸດ ແລະ ເປັນຕົວແທນເຖິງພາບລັກຂອງເຮືອນຂອງພຣະເຈົ້າໄດ້ດີທີ່ສຸດ”. ເຮົາເວົ້າວ່າ: “ເຮົາບໍ່ເຄີຍບອກໃຫ້ພວກເຈົ້າທຸກຄົນນຸ່ງເຄື່ອງສີເຫຼົ່ານີ້. ມີສີທີ່ສຸພາບ ແລະ ເໝາະສົມຫຼາຍສີ. ຈົ່ງຄິດເບິ່ງວ່າຮຸ້ງກິນນໍ້າທີ່ພຣະເຈົ້າຊົງຕັ້ງໄວ້ເປັນເຄື່ອງໝາຍແຫ່ງພັນທະສັນຍາຂອງພຣະອົງກັບມະນຸດຊາດນັ້ນສວຍງາມສໍ່າໃດ. ມີສີແດງ, ສີສົ້ມ, ສີເຫຼືອງ, ສີຂຽວ, ສີຟ້າ, ສີຄາມ, ສີມ່ວງ, ທຸກສີລ້ວນແລ້ວແຕ່ມີຢູ່, ຍົກເວັ້ນສີທີ່ພວກເຈົ້າກຳລັງນຸ່ງຢູ່. ເປັນຫຍັງພວກເຈົ້າຈຶ່ງເລືອກສີເຫຼົ່ານັ້ນ?”. ຜູ້ນໍາຂອງພວກເຂົາໄດ້ເຮັດວຽກງານທີ່ເປັນຮູບປະທຳໃນການກວດສອບກ່ຽວກັບເລື່ອງເຫຼົ່ານີ້ບໍ? ເຮົາກ້າເວົ້າໄດ້ເລີຍວ່າ ພວກເຂົາບໍ່ໄດ້ເຮັດຢ່າງເດັດຂາດ. ຖ້າຜູ້ນໍາມີຄວາມເຂົ້າໃຈທີ່ບໍລິສຸດ ແລະ ເຂົ້າໃຈຄວາມຈິງ ແລະ ຂໍ້ກຳນົດຂອງພຣະເຈົ້າຢ່າງແທ້ຈິງ, ສະມາຊິກຂອງທີມຜະລິດຮູບເງົາກໍຄົງຈະບໍ່ເລືອກເຄື່ອງນຸ່ງເຊັ່ນນັ້ນ ແລະ ປຶກສາຫາລືກັບເບື້ອງເທິງກ່ຽວກັບພວກມັນ. ບັນຫາເລື່ອງເຄື່ອງນຸ່ງສາມາດແກ້ໄຂໄດ້ໃນລະດັບລຸ່ມ, ແຕ່ຜູ້ນໍາປອມກໍບໍ່ສາມາດຈັດການກັບມັນໄດ້. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດໜ້າດ້ານຖາມເບື້ອງເທິງກ່ຽວກັບເລື່ອງນີ້. ຄົນແບບນີ້ບໍ່ຄວນຖືກລິຮານບໍ? ຜູ້ນໍາປອມຄົນນີ້ບໍ່ສາມາດແມ່ນແຕ່ຈະແກ້ໄຂບັນຫາທີ່ງ່າຍດາຍທີ່ສຸດນີ້ໄດ້, ພວກເຂົາຈະມີປະໂຫຍດຫຍັງ? ເຈົ້າເປັນພຽງແຕ່ເສດຂີ້ເຫຍື້ອ! ເຈົ້າຖືກຮ້ອງຂໍໃຫ້ເຈົ້າຖວາຍກຽດແດ່ພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງ, ແຕ່ໃນທີ່ສຸດແລ້ວ ເຈົ້າພັດນຳຄວາມອັບອາຍມາສູ່ເຮົາ. ເຈົ້າບໍ່ເຂົ້າໃຈຫຼາຍຢ່າງ ແມ່ນບໍ? ເຈົ້າບໍ່ສາມາດເວົ້າຄວາມຮູ້ ແລະ ຫຼັກຄຳສອນທີ່ຫຼວງຫຼາຍອອກມາໄດ້ບໍ? ແລ້ວເປັນຫຍັງຫຼັກຄຳສອນ ແລະ ຄວາມຮູ້ທັງໝົດເຫຼົ່ານັ້ນຈຶ່ງບໍ່ມີປະສິດທິຜົນໃນສະຖານະການນີ້? ເຈົ້າເຖິງກັບລົ້ມເຫຼວໃນການແກ້ໄຂ ແລະ ດຳເນີນກວດສອບກ່ຽວກັບບັນຫາເລື່ອງເຄື່ອງນຸ່ງໄດ້ແນວໃດ? ເຈົ້າມີຜົນກະທົບຕາມທີ່ເຈົ້າຄວນຈະມີໃນຖານະຜູ້ນໍາບໍ? ເຈົ້າໄດ້ປະຕິບັດຄວາມຮັບຜິດຊອບຕາມທີ່ເຈົ້າຄວນຈະເຮັດ ໃນຖານະຜູ້ນໍາບໍ? ນີ້ຄືການສະແດງອອກຂອງຜູ້ນໍາປອມ. ໃນໜ້າວຽກສະເພາະໃດໆ, ຜູ້ນໍາປອມຂາດຄວາມເຂົ້າໃຈໃນຫຼັກການ. ພວກເຂົາບໍ່ສາມາດໃຫ້ການແກ້ໄຂ ແລະ ການແກ້ໄຂບັນຫາທີ່ທັນເວລາ ຕໍ່ບັນຫາໃດໆ ທີ່ກ່ຽວກັບຄວາມເຂົ້າໃຈທີ່ບິດເບືອນກ່ຽວກັບຄວາມຈິງ ແລະ ເຮັດໃຫ້ຜູ້ຄົນຊອກບໍ່ເຫັນທິດທາງ ຫຼື ເສັ້ນທາງຜ່ານສິ່ນງນີ້. ຜູ້ນໍາປອມພຽງແຕ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ຮ້ອງຄຳຂວັນ; ພວກເຂົາບໍ່ສາມາດເຮັດວຽກງານທີ່ເປັນຮູບປະທຳໃດໆ ໄດ້.
ຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ ຫຼື ບໍ່ໃສ່ໃຈວຽກງານທີ່ເໝາະສົມພວກເຂົາ
ຜູ້ນໍາປອມບາງຄົນບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ແຕ່ພວກເຂົາພັດຈັດການວຽກງານບໍລິຫານທົ່ວໄປທີ່ບໍ່ສຳຄັນບາງຢ່າງ ແລະ ຄິດວ່ານີ້ຄືການເຮັດວຽກງານຕົວຈິງ, ຄິດວ່າວ່າມັນຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາຈັດການວຽກງານເຫຼົ່ານີ້ດ້ວຍທ່າທີທີ່ຈິງຈັງຫຼາຍ ແລະ ໄດ້ພະຍາຍາມຢ່າງໜັກໜ່ວງ, ໂດຍປະຕິບັດວຽກງານເຫຼົ່ານັ້ນໃນລັກສະນະທີ່ໜ້ານັບຖືຫຼາຍ. ຕົວຢ່າງ: ມີບຸກຄົນໜຶ່ງໃນຄຣິດຕະຈັກທີ່ເຄີຍເຮັດວຽກເປັນຄົນເຮັດເຂົ້າໜົມມາກ່ອນ. ມື້ໜຶ່ງ, ຍ້ອນຄວາມຮັກອັນລົ້ນເຫຼືອຂອງລາວ ລາວຈຶ່ງຕັດສິນໃຈວ່າຕ້ອງອົບເຂົ້າໜົມໃຫ້ເຮົາໃຫ້ໄດ້ ແລະ ໄດ້ກະກຽມທີ່ຈະເຮັດເຊັ່ນນັ້ນໂດຍບໍ່ໄດ້ແຈ້ງໃຫ້ເຮົາຊາບ. ລາວໄດ້ຖາມຜູ້ນໍາຂອງລາວວ່າອະນຸຍາດໃຫ້ເຮັດໄດ້ ຫຼື ບໍ່ ແລະ ພວກເຂົາກໍເວົ້າວ່າ: “ເຮັດໂລດ. ຖ້າແຊບ, ພວກເຮົາກໍຈະຖວາຍແດ່ພຣະເຈົ້າ. ຖ້າບໍ່ແຊບ, ພວກເຮົາທຸກຄົນກໍກິນໄດ້”. ລາວໄດ້ຮັບອະນຸຍາດຈາກຜູ້ນໍາແລ້ວ, ເຊິ່ງເຮັດໃຫ້ວຽກງານນີ້ເປັນວຽກທີ່ຖືກຕ້ອງ ແລະ ເໝາະສົມ, ສະນັ້ນ ລາວຈຶ່ງຮີບຮ້ອນຮວບຮວມສ່ວນປະສົມ ແລະ ອົບເຂົ້າໜົມອອກມາຖາດໜຶ່ງ ໂດຍກ່າວວ່າ: “ຂ້ານ້ອຍບໍ່ຮູ້ວ່າມັນຈະແຊບບໍ່ ຫຼື ມັນຈະສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້ບໍ່ ຫຼື ມັນຈະຖືກປາກພຣະອົງບໍ່”. ຜູ້ນໍາຕອບວ່າ: “ບໍ່ເປັນຫຍັງ. ພວກເຮົາຈະເສຍສະລະເວລາ ແລະ ຮ່າງກາຍຂອງພວກເຮົາໜ້ອຍໜຶ່ງ ແລະ ສ່ຽງໄພໜ້ອຍໜຶ່ງເພື່ອພຣະເຈົ້າ. ພວກເຮົາຈະຊີມກ່ອນ ແລະ ກວດເບິ່ງໃຫ້ພຣະເຈົ້າ. ຖ້າມັນບໍ່ແຊບແທ້ໆ ແລະ ພວກເຮົາຂໍໃຫ້ພຣະເຈົ້າສະເຫວີຍ, ພຣະອົງກໍຈະຮູ້ສຶກລຳຄານ ແລະ ຜິດຫວັງໃນຕົວພວກເຮົາຫຼາຍ. ສະນັ້ນ, ໃນຖານະຜູ້ນໍາ, ພວກເຮົາມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະກວດກາກ່ຽວກັບເລື່ອງນີ້. ນີ້ຄືການເຮັດວຽກຢ່າງເປັນຮູບປະທຳ”. ຕໍ່ມາ, ຫົວໜ້າກຸ່ມທຸກຄົນທີ່ມີ “ຄວາມຮູ້ສຶກຮັບຜິດຊອບ” ໜ້ອຍໜຶ່ງກໍໄດ້ຊີມເຂົ້າໜົມ. ຫຼັງຈາກທີ່ຊີມແລ້ວ, ພວກເຂົາກໍໄດ້ໃຫ້ຄຳວິຈານ ໂດຍກ່າວວ່າ: “ເຕົາອົບຮ້ອນເກີນໄປສຳລັບຖາດນີ້, ອຸນຫະພູມສູງເກີນໄປ ແລະ ມັນອາດຈະເຮັດໃຫ້ຮ້ອນໃນ, ພວກມັນຍັງຂົມໜ້ອຍໜຶ່ງ. ແບບນັ້ນີ້ບໍ່ດີ! ພວກເຮົາຕ້ອງມີທັດສະນະຄະຕິທີ່ຮັບຜິດຊອບ ແລະ ອົບອີກຖາດໜຶ່ງ ແລະ ຊີມອີກຄັ້ງ!” ຫຼັງຈາກທີ່ຊີມຖາດນີ້ແລ້ວ, ພວກເຂົາກໍເວົ້າວ່າ: “ຖາດນີ້ພໍດີແລ້ວ. ມັນມີກິ່ນມັນເບີ, ລົດຊາດຂອງໄຂ່ ແລະ ງາດຳອີກດ້ວຍ. ສົມກັບເປັນຄົນເຮັດເຂົ້າໜົມແທ້ໆ! ເນື່ອງຈາກມີຫຼາຍແລ້ວ ແລະ ພຣະເຈົ້າກໍບໍ່ສາມາດສະເຫວີຍທັງໝົດນີ້ພຣະອົງຄົນດຽວ, ໃຫ້ພວກເຮົາເອົາ 10 ຫຼື 20 ກ້ອນໃສ່ໃນກະປ໋ອງນ້ອຍ ແລະ ຖວາຍແດ່ພຣະເຈົ້າເພື່ອຊີມເປັນຕົວຢ່າງ. ຖ້າພຣະເຈົ້າເຫັນວ່າພວກມັນແຊບ, ພວກເຮົາກໍຈະສືບຕໍ່ອົບອີກຈຳນວນຫຼາຍ”. ພວກເຂົາໄດ້ຍື່ນກະປ໋ອງໜຶ່ງໃຫ້ເຮົາ ແລະ ເຮົາກໍໄດ້ລອງສອງກ້ອນ. ເຮົາຄິດວ່າມັນພໍກິນໄດ້ເປັນຂອງແປກໃໝ່, ແຕ່ບໍ່ເໝາະສົມທີ່ຈະເປັນອາຫານຫຼັກ, ສະນັ້ນ ເຮົາຈຶ່ງເຊົາກິນ. ບາງຄົນເຖິງກັບຄິດວ່າມັນເປັນຂອງທີ່ເຮັດເອງໂດຍສະມາຊິກໃນເຮືອນຂອງພຣະເຈົ້າ, ມັນເຕັມໄປດ້ວຍຄວາມຮັກ, ຄວາມຈົງຮັກພັກດີ ແລະ ຄວາມຢຳເກງ ແລະ ມີຄວາມໝາຍຫຼາຍ ເຖິງແມ່ນວ່າມັນຈະມີລົດຊາດພໍໃຊ້ໄດ້ກໍຕາມ. ຕໍ່ມາ, ເຮົາໄດ້ສົ່ງກະປ໋ອງເຂົ້າໜົມຄືນ. ເຮົາບໍ່ສົນໃຈສິ່ງດັ່ງກ່າວ ແລະ ເຮົາບໍ່ຢາກກິນມັນ. ຍິ່ງໄປກວ່ານັ້ນ, ຖ້າເຮົາຢາກກິນເຂົ້າໜົມ, ເຮົາກໍສາມາດຊື້ໄດ້ຫຼາຍລົດຊາດ ແລະ ຈາກຫຼາຍປະເທດຢູ່ຕະຫຼາດໂດຍບໍ່ຕ້ອງໃຊ້ເງິນຫຼາຍ. ຫຼັງຈາກນັ້ນ, ເຮົາໄດ້ບອກພວກເຂົາວ່າ: “ເຮົາຂອບໃຈໃນນໍ້າໃຈ, ແຕ່ກະລຸນາຢ່າເຮັດໃຫ້ເຮົາອີກ. ເຮົາຈະບໍ່ກິນ ແລະ ຖ້າເຮົາຢາກກິນ, ເຮົາກໍຈະຊື້ເອງ. ຖ້າມີຄວາມຈຳເປັນເກີດຂຶ້ນ, ກໍໃຫ້ເຮັດເມື່ອເຮົາຂໍໃຫ້ພວກເຈົ້າເຮັດ; ຖ້າເຮົາບໍ່ໄດ້ບອກໃຫ້ພວກເຈົ້າເຮັດ, ແລ້ວພວກເຈົ້າກໍບໍ່ຈຳເປັນຕ້ອງອົບມັນອີກ”. ຄຳເວົ້ານີ້ເຂົ້າໃຈງ່າຍພໍແລ້ວບໍ? ຖ້າພວກເຂົາເປັນຄົນທີ່ປະພຶດຕົນດີ ແລະ ເຊື່ອຟັງ, ພວກເຂົາກໍຈະຈື່ຈຳຄຳເວົ້າຂອງເຮົາ ແລະ ລະເວັ້ນຈາກການເຮັດມັນອີກ. ເມື່ອພຣະເຈົ້າກ່າວ, ແມ່ນກໍຄືແມ່ນ, ບໍ່ກໍຄືບໍ່ ແລະ “ຢ່າເຮັດ” ກໍໝາຍຄວາມວ່າ “ຢ່າເຮັດ”. ແນວໃດກໍຕາມ, ຫຼັງຈາກທີ່ເວລາຜ່ານໄປໄລຍະໜຶ່ງ, ພວກເຂົາກໍໄດ້ສົ່ງເຂົ້າໜົມມາໃຫ້ເຮົາອີກສອງກະປ໋ອງ. ເຮົາໄດ້ເວົ້າກັບພວກເຂົາວ່າ: “ເຮົາບໍ່ໄດ້ບອກພວກເຈົ້າບໍວ່າຢ່າເຮັດມັນອີກ?” ພວກເຂົາຕອບວ່າ: “ເທື່ອນີ້ມັນຕ່າງຈາກເທື່ອທີ່ແລ້ວ”. ເຮົາຕອບວ່າ: “ເຖິງວ່າມັນຈະຕ່າງກັນ, ມັນກໍຍັງເປັນເຂົ້າໜົມ. ບໍ່ຈຳເປັນຕ້ອງເຮັດເຂົ້າໜົມຫຍັງທັງສິ້ນ. ເຮົາບໍ່ໄດ້ເວົ້າແບບເກງໃຈ, ຖ້າເຮົາຢາກກິນ, ເຮົາຈະບອກພວກເຈົ້າ. ພວກເຈົ້າບໍ່ເຂົ້າໃຈພາສາມະນຸດບໍ? ຢ່າເຮັດມັນອີກ”. ຄຳເວົ້າເຫຼົ່ານີ້ເຂົ້າໃຈໄດ້ບໍ? (ໄດ້.) ແຕ່ເປັນຫຍັງຄົນທີ່ເຮັດມັນຈຶ່ງເບິ່ງຄືວ່າລືມຢູ່ສະເໝີ? ຖ້າຜູ້ນໍາຂອງລາວສາມາດກວດກາລາວໄດ້, ບໍ່ຮ່ວມມືກັບລາວຢ່າງຈິງຈັງ ຫຼື ຊຸກຍູ້ໃຫ້ລາວເຮັດສິ່ງນີ້ ແລະ ສາມາດຫ້າມລາວໄດ້ທັນເວລາ, ຄົນທີ່ເຮັດເຂົ້າໜົມຈະຍັງກ້າເຮັດມັນອີກບໍ? ຢ່າງໜ້ອຍທີ່ສຸດ, ລາວກໍຈະບໍ່ກ້າເຮັດມັນ ແລະ ແບບບໍ່ລະອາຍໃຈ. ແລ້ວຜູ້ນໍາເຫຼົ່ານັ້ນໄດ້ສົ່ງຜົນຫຍັງແດ່ໃນສະຖານະການນີ້? ບໍ່ວ່າເລື່ອງນ້ອຍ ຫຼື ໃຫຍ່, ທຸກເລື່ອງພວກເຂົາກໍຕ້ອງເຂົ້າມາແຊກແຊງ ແລະ ຮັບຜິດຊອບໃນການກວດກາແທນເຮົາ. ພວກເຂົາ “ມີຄວາມຮັກ” ຫຼາຍຈົນບໍ່ສາມາດບັນລະຍາຍເປັນຄຳເວົ້າໄດ້. ນີ້ແມ່ນວຽກງານທີ່ພວກເຂົາຄວນຈະເຮັດບໍ? ບໍ່ມີຄຳແນະນຳໃຫ້ເຮັດສິ່ງນີ້ພາຍໃນຫຼັກການວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮົາບໍ່ໄດ້ມອບໝາຍໜ້າທີ່ນີ້ໃຫ້ພວກເຂົາ; ມັນຖືກລິເລີ່ມໂດຍຜູ້ຄົນ, ເຮົາບໍ່ໄດ້ຮ້ອງຂໍ. ແລ້ວເປັນຫຍັງຜູ້ນໍາເຫຼົ່ານີ້ຈຶ່ງປະຕິບັດໜ້າທີ່ນີ້ຢ່າງຈິງຈັງ? ນີ້ຄືການສະແດງອອກຂອງຜູ້ນໍາປອມ: ບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ. ມີວຽກງານຫຼາຍຢ່າງໃນຄຣິດຕະຈັກທີ່ຈຳເປັນຕ້ອງໄດ້ຮັບການຕິດຕາມ, ກວດກາ ແລະ ຊຸກຍູ້ໂດຍພວກເຂົາ ແລະ ມີບັນຫາຕົວຈິງຫຼາຍຢ່າງທີ່ພວກເຂົາຈຳເປັນຕ້ອງໂອ້ລົມຄວາມຈິງເພື່ອແກ້ໄຂ, ແຕ່ພວກເຂົາບໍ່ໄດ້ເຮັດວຽກງານເຫຼົ່ານັ້ນເລີຍ. ແທນທີ່ຈະເປັນແນວນັ້ນໃນທາງກົງກັນຂ້າມ, ພວກເຂົາພັດວ່າງງານພໍທີ່ຈະມາຊີມເຂົ້າໜົມໃຫ້ເຮົາໃນເຮືອນຄົວ. ໃນເລື່ອງນີ້, ພວກເຂົາຂ້ອນຂ້າງຈິງຈັງ ແລະ ໄດ້ອອກແຮງງານຫຼາຍ. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາປອມເຮັດບໍ? ມັນບໍ່ແມ່ນໜ້າລັງກຽດຫຼາຍແລ້ວບໍ? ເຮົາບໍ່ເຄີຍຄາດຄິດເລີຍວ່າ ຫຼັງຈາກທີ່ເວລາຜ່ານໄປໄລຍະໜຶ່ງ, ເລື່ອງນີ້ກໍຈະກຳເລີບຂຶ້ນມາອີກ. ຄົນທີ່ເຮັດເຂົ້າໜົມຢາກຈະເລີ່ມເຮັດມັນໃຫ້ເຮົາອີກຄັ້ງ. ເຮົາໄດ້ບອກຜູ້ນໍາຄົນໜຶ່ງໂດຍສະເພາະວ່າ: “ເຈົ້າໄປແກ້ໄຂເລື່ອງນີ້. ເຈົ້າຕ້ອງອະທິບາຍເລື່ອງນີ້ໃຫ້ລາວເຂົ້າໃຈຢ່າງຊັດເຈນ. ຖ້າລາວເຮັດອີກ, ເຮົາຈະໃຫ້ເຈົ້າຮັບຜິດຊອບ!” ດ້ວຍວຽກງານທີ່ຕ້ອງເຮັດຫຼາຍຢ່າງໃນຄຣິດຕະຈັກ, ໜ້າວຽກໃດກໍຕາມຈະເຮັດໃຫ້ພວກເຂົາຫຍຸ້ງຢູ່ໄລຍະໜຶ່ງ. ເປັນຫຍັງພວກເຂົາຈຶ່ງວ່າງງານຫຼາຍແທ້? ພວກເຂົາມາທີ່ນີ້ເພື່ອຂຸນຕົນເອງໃຫ້ຕຸ້ຍ ຫຼື ເວົ້າຈາໄຮ້ສາລະ? ທີ່ນີ້ບໍ່ແມ່ນສະຖານທີ່ສຳລັບສິ່ງເຫຼົ່ານັ້ນ. ຫຼັງຈາກນັ້ນ, ກໍບໍ່ມີຂ່າວຄາວຫຍັງກ່ຽວກັບເລື່ອງນີ້ອີກ. ຫຼັງຈາກທີ່ເຮົາໄດ້ໃຫ້ຄຳແນະນຳນັ້ນແລ້ວ, ຜູ້ນໍາກໍບໍ່ໄດ້ໃຫ້ລາຍງານຫຍັງ. ຢ່າງໃດກໍຕາມ, ບໍ່ມີໃຜສົ່ງເຂົ້າໜົມນ້ອຍໆ ເຫຼົ່ານັ້ນມາໃຫ້ເຮົາອີກ, ເຊິ່ງເປັນຫຍັງທີ່ໂລ່ງໃຈຫຼາຍ. ເມື່ອຕັດສິນຈາກເຫດການນີ້, ພວກເຮົາສາມາດເວົ້າໄດ້ບໍວ່າຜູ້ນໍາເຫຼົ່ານີ້ບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງຕົນ? (ໄດ້.) ເລື່ອງນີ້ຍັງບໍ່ຮ້າຍແຮງຂະໜາດນັ້ນ; ຍັງມີເລື່ອງທີ່ຮ້າຍແຮງກວ່ານີ້ອີກ.
ເຮົາມັກຈະໄປຢ້ຽມຢາມຄຣິດຕະຈັກບາງແຫ່ງເພື່ອເບິ່ງອ້ອມຮອບ, ພົບປະຜູ້ນໍາ, ໃຫ້ຄຳແນະນຳສຳລັບວຽກງານບາງຢ່າງ ແລະ ແກ້ໄຂບັນຫາບາງຢ່າງ. ບາງຄັ້ງ, ເຮົາກໍຕ້ອງກິນເຂົ້າສວາຍຢູ່ຄຣິດຕະຈັກເຫຼົ່ານີ້, ເຊິ່ງເຮັດໃຫ້ເກີດຄຳຖາມວ່າໃຜຈະເປັນຜູ້ກະກຽມອາຫານ. ຜູ້ນໍາເຫຼົ່ານັ້ນມີຄວາມຮັບຜິດຊອບຫຼາຍຈົນພວກເຂົາໄດ້ເລືອກຄົນທີ່ອ້າງວ່າຕົນເອງເປັນພໍ່ຄົວ. ເຮົາໄດ້ກ່າວວ່າ: “ບໍ່ວ່າລາວຈະເປັນພໍ່ຄົວ ຫຼື ບໍ່ ກໍບໍ່ສຳຄັນ; ສິ່ງທີ່ສຳຄັນຄືເຮົາມັກອາຫານທີ່ຮຽບງ່າຍ. ເຮົາມັກຊີມລົດຊາດດັ້ງເດີມຂອງສ່ວນປະກອບ. ອາຫານບໍ່ຄວນເຄັມ, ມັນ ຫຼື ມີລົດຊາດແຮງເກີນໄປ. ໃນລະດູໜາວ, ເຮົາຕ້ອງການກິນອາຫານທີ່ອຸ່ນ. ນອກຈາກນີ້, ອາຫານຕ້ອງປຸງໃຫ້ສຸກດີ, ບໍ່ໃຫ້ດິບໆ ສຸກໆ ແລະ ຕ້ອງຍ່ອຍງ່າຍ”. ເຮົາບໍ່ໄດ້ສື່ສານຫຼັກການເຫຼົ່ານີ້ຢ່າງຊັດເຈນບໍ? ມັນເຮັດໄດ້ງ່າຍບໍ່? ມັນທັງຈື່ງ່າຍ ແລະ ເຮັດງ່າຍ. ແມ່ບ້ານທີ່ແຕ່ງກິນມາສາມຫາຫ້າປີກໍສາມາດເຂົ້າໃຈຫຼັກການເຫຼົ່ານີ້ ແລະ ເຮັດໄດ້. ສະນັ້ນ, ບໍ່ຈຳເປັນຕ້ອງຢືນຢັນທີ່ຈະຊອກຫາພໍ່ຄົວມາເຮັດອາຫານໃຫ້ເຮົາ; ຄົນທີ່ສາມາດເຮັດອາຫານບ້ານໆ ໄດ້ກໍພຽງພໍແລ້ວ. ແນວໃດກໍຕາມ, ຜູ້ນໍາເຫຼົ່ານີ້ “ມີຄວາມຮັກ” ຫຼາຍຈົນພວກເຂົາຢືນຢັນທີ່ຈະຊອກຫາ “ພໍ່ຄົວ” ມາເຮັດອາຫານເມື່ອພວກເຂົາຕ້ອນຮັບເຮົາ. ກ່ອນທີ່ພໍ່ຄົວຈະເຮັດອາຫານໃຫ້ເຮົາຢ່າງເປັນທາງການ, ຜູ້ນໍາກໍຕ້ອງກວດກາກ່ອນ. ພວກເຂົາເຮັດແນວໃດ? ພວກເຂົາໃຫ້ພໍ່ຄົວເຮັດກ້ຽວຊຸດໜຶ່ງ ແລະ ໝີ່ນໍ້າຂຸ້ນຈານໜຶ່ງ ແລະ ໃຫ້ລາວຂົ້ວອາຫານສອງສາມຢ່າງ. ຜູ້ນໍາ ແລະ ຫົວໜ້າກຸ່ມຕ່າງໆທັງໝົດໄດ້ຊີມ ແລະ ພວກເຂົາກໍເຫັນວ່າອາຫານທຸກຢ່າງຂ້ອນຂ້າງດີ. ສຸດທ້າຍ, ພວກເຂົາກໍໄດ້ຂໍໃຫ້ພໍ່ຄົວຮັບໜ້າທີ່ເຮັດອາຫານໃຫ້ເຮົາ. ໂດຍບໍ່ເວົ້າເຖິງຜົນການຊີມຂອງຜູ້ນໍາ ແລະ ລັກສະນະຂອງບັນຫາທີ່ກ່ຽວຂ້ອງ, ໃຫ້ເຮົາມາເວົ້າກ່ຽວກັບອາຫານທີ່ພໍ່ຄົວຄົນນີ້ກະກຽມກ່ອນ. ຄັ້ງທຳອິດທີ່ເຮົາໄປ, ພໍ່ຄົວໄດ້ຂົ້ວອາຫານສອງສາມຢ່າງ ແລະ ທຸກຄົນກໍຂ້ອນຂ້າງພໍໃຈ. ຄັ້ງທີສອງ, ພໍ່ຄົວໄດ້ເຮັດກ້ຽວຊຸດໜຶ່ງ. ຫຼັງຈາກທີ່ກິນຄຳທຳອິດ, ເຮົາກໍຮູ້ສຶກວ່າມີບາງຢ່າງຜິດປົກກະຕິ, ມັນເຜັດໜ້ອຍໜຶ່ງ. ຄົນອື່ນໆທີ່ຢູ່ອ້ອມຂ້າງເຮົາກໍເວົ້າວ່າກ້ຽວເຜັດໜ້ອຍໜຶ່ງ ແລະ ຮູ້ສຶກວ່າລີ້ນຂອງພວກເຂົາເລີ່ມບວມ. ແນວໃດກໍຕາມ, ເນື່ອງຈາກກ້ຽວເປັນອາຫານຫຼັກພຽງຢ່າງດຽວ, ເຮົາຈຶ່ງຕ້ອງກິນໃຫ້ໝົດເຖິງວ່າມັນຈະເຜັດ. ບໍ່ເຫັນໝາກເຜັດໃນໄສ້, ສະນັ້ນ ເຮົາຈຶ່ງບໍ່ສົນໃຈວ່າແມ່ນຫຍັງທີ່ເຮັດໃຫ້ເຜັດ ແລະ ກໍກິນຈົນໝົດ. ຜົນກໍຄື ຮ່າງກາຍຂອງເຮົາເລີ່ມມີອາການແພ້ໃນຄືນນັ້ນ. ຫຼາຍບ່ອນທົ່ວຮ່າງກາຍຂອງເຮົາເລີ່ມຄັນບໍ່ເຊົາ ແລະ ເຮົາກໍຕ້ອງເກົາຢູ່ຕະຫຼອດ; ເຮົາເກົາຕົນເອງຈົນເລືອດອອກ ເຮົາຈຶ່ງຮູ້ສຶກດີຂຶ້ນ. ເຮົາຄັນຢູ່ສາມມື້ກ່ອນທີ່ອາການຈະຄ່ອຍໆ ບັນເທົາລົງ. ຫຼັງຈາກອາການແພ້ນີ້, ເຮົາກໍຮູ້ວ່າຕ້ອງມີການໃສ່ພິກໄທລົງໃນກ້ຽວຢ່າງແນ່ນອນ; ຖ້າບໍ່ດັ່ງນັ້ນ, ມັນຄົງຈະບໍ່ເຜັດປານນັ້ນ. ເຮົາໄດ້ແຈ້ງພວກເຂົາແລ້ວວ່າຢ່າໃສ່ເຄື່ອງປຸງທີ່ເຜັດ ເຊັ່ນ: ພິກໄທ ເພາະເຮົາທົນບໍ່ໄດ້. ແນວໃດກໍຕາມ, ພວກເຂົາໄດ້ໃສ່ມັນເປັນຈຳນວນຫຼາຍ ເພື່ອເຮັດໃຫ້ຖືກປາກຂອງຕົນເອງ, ເຊິ່ງເກີນປະລິມານປົກກະຕິ; ການກິນກ້ຽວເຫຼົ່ານັ້ນເຮັດໃຫ້ຮູ້ສຶກເຜັດ. ພໍ່ຄົວບໍ່ສາມາດແຕ່ງກິນໃນສັດສ່ວນທີ່ຖືກຕ້ອງ, ລາວໃສ່ພິກໄທຫຼາຍຈົນເຮັດໃຫ້ຄົນເກີດອາການພູມແພ້. ຕໍ່ມາ, ເຮົາໄດ້ບອກລາວວ່າ: “ຢ່າໃສ່ເຄື່ອງປຸງທີ່ເຜັດເຫຼົ່ານັ້ນອີກເດັດຂາດ. ເຮົາທົນບໍ່ໄດ້. ຖ້າເຈົ້າມີຄວາມເປັນມະນຸດແທ້ໆ, ຢ່າເຮັດແບບນັ້ນອີກ. ຖ້າເຈົ້າແຕ່ງກິນໃຫ້ຕົວເອງ, ເຮົາຈະບໍ່ແຊກແຊງສິ່ງທີ່ເຈົ້າກິນ. ແນວໃດກໍຕາມ, ຖ້າເຈົ້າແຕ່ງກິນໃຫ້ເຮົາ, ກໍຢ່າໃສ່. ຈົ່ງປະຕິບັດຕາມມາດຕະຖານທີ່ເຮົາກຳນົດ”. ລາວສາມາດເຮັດສິ່ງນັ້ນໄດ້ບໍ? ຜູ້ນໍາບໍ່ຄວນຈະຈັດການວຽກງານນີ້ບໍ? ແຕ່ໜ້າເສຍດາຍ, ບໍ່ມີໃຜໃສ່ໃຈມັນ ແລະ ພວກເຂົາບໍ່ໄດ້ເຮັດວຽກງານໃດທີ່ພວກເຂົາຄວນຈະເຮັດ. ມີຄັ້ງໜຶ່ງ, ເມື່ອພໍ່ຄົວກຳລັງຈະແຕ່ງກິນອີກ, ລາວໄດ້ຈັບເອົາພິກໄທຈຳນວນໜຶ່ງຂຶ້ນມາເພື່ອຈະໃສ່ໃນອາຫານ ແລະ ມີຄົນທີ່ຢູ່ໃກ້ໆເຫັນ ແລະ ຫ້າມລາວໄວ້. ພາຍໃຕ້ການຄຸມຢ່າງເຂັ້ມງວດຂອງພວກເຂົາ, ລາວຈຶ່ງບໍ່ມີໂອກາດໄດ້ໃສ່ມັນ. ຜູ້ນໍາບໍ່ສາມາດແກ້ໄຂບັນຫາທີ່ເລັກນ້ອຍແບບນີ້ໄດ້, ແລ້ວພວກເຂົາຈະເຮັດຫຍັງໄດ້? ເມື່ອພໍ່ຄົວກຳລັງແຕ່ງກິນ, ພວກເຂົາພັດຂ້ອນຂ້າງກະຕືລືລົ້ນໃນການຊີມລົດຊາດ. ຫຼາຍຄົນໄດ້ໄປລອງຊີມ. ມັນເປັນພຽງອາຫານບ້ານໆ ທຳມະດາ; ມັນມີຫຍັງທີ່ຄຸ້ມຄ່າແກ່ການຊີມ? ພວກເຈົ້າເປັນຜູ້ຊ່ຽວຊານດ້ານອາຫານກັນໝົດບໍ? ພວກເຈົ້າເຂົ້າໃຈທຸກຢ່າງທັນທີຫຼັງຈາກທີ່ກາຍເປັນຜູ້ນໍາບໍ? ພວກເຈົ້າເຂົ້າໃຈຫຼັກການເລື່ອງສຸຂະພາບບໍ? ເຮືອນຂອງພຣະເຈົ້າໄດ້ຈັດແຈງໃຫ້ພວກເຈົ້າເຮັດສິ່ງນີ້ບໍ? ເຮົາໄດ້ມອບໝາຍ ຫຼື ຝາກຝັງໃຫ້ພວກເຈົ້າຊີມອາຫານແທນເຮົາຕອນໃດ? ພວກເຈົ້າຂາດເຫດຜົນເກີນໄປ, ພວກເຈົ້າບໍ່ມີຢາງອາຍເລີຍ! ໃຜກໍຕາມທີ່ມີຢາງອາຍໜ້ອຍໜຶ່ງກໍຈະບໍ່ເຮັດສິ່ງທີ່ໂຈ່ງແຈ້ງແບບນັ້ນ, ໜ້າລັງກຽດແບບນັ້ນ ແລະ ຂາດເຫດຜົນແບບນັ້ນ. ມັນສະແດງໃຫ້ເຫັນວ່າບຸກຄົນເຫຼົ່ານີ້ບໍ່ມີຢາງອາຍເລີຍ, ພວກເຂົາຊີມອາຫານໃຫ້ເຮົາ! ພວກເຈົ້າບໍ່ໄດ້ປະຕິບັດຕາມ ຫຼື ເຮັດສຳເລັດຕາມຫຼັກການໃດໆ ທີ່ເຮົາໄດ້ບອກພວກເຈົ້າ. ອັນໃດກໍຕາມທີ່ແຊບສຳລັບພວກເຈົ້າ ແລະ ຖືກປາກຂອງພວກເຈົ້າ, ພວກເຈົ້າກໍຂໍໃຫ້ພໍ່ຄົວເຮັດ. ນັ້ນແມ່ນການແຕ່ງກິນໃຫ້ເຮົາບໍ? ນັ້ນບໍ່ແມ່ນການແຕ່ງກິນໃຫ້ຕົວເອງບໍ? ພວກເຈົ້າເປັນຜູ້ນໍາກັນແບບນີ້ບໍຫວາ? ສວຍໃຊ້ທຸກໂອກາດເພື່ອເອົາປຽບ, ຫາຊ່ອງຫວ່າງ ແລະ ພະຍາຍາມປະຈົບປະແຈງເຮົາ, ຖ້າພວກເຈົ້າຢາກປະຈົບປະແຈງເຮົາ, ກໍຢ່າສ້າງຄວາມເດືອດຮ້ອນໃຫ້ເຮົາ! ນີ້ບໍ່ແມ່ນການກະທຳທີ່ຂາດຄຸນນະທຳບໍ? ນີ້ມັນບໍ່ແມ່ນການມີເຈດຕະນາບໍ່ດີບໍ? ພວກເຂົາບໍ່ມີຢາງອາຍ ແລະ ມີເຈດຕະນາທີ່ບໍ່ຖືກຕ້ອງ, ແຕ່ພວກເຂົາກໍຍັງຄິດວ່າຕົນເອງພວກເຂົາຈົງຮັກພັກດີຫຼາຍ! ມີສິ່ງໃດແດ່ທີ່ພວກເຂົາເຮັດ ເຊິ່ງເປັນສິ່ງທີ່ຜູ້ນໍາຄວນຈະເຮັດຢ່າງແທ້ຈິງ? (ບໍ່ມີ.) ບໍ່ມີສິ່ງໃດທີ່ພວກເຂົາເຮັດມີມາດຕະຖານເລີຍ. ພວກເຂົາບໍ່ຮູ້ແມ່ນແຕ່ວ່າອາຫານໃດດີຕໍ່ສຸຂະພາບ ຫຼື ບໍ່ດີຕໍ່ສຸຂະພາບ, ແຕ່ພວກເຂົາພັດຄິດວ່າຕົນເອງສາມາດມາທີ່ນີ້ ແລະ ຫຼິ້ນບົດບາດເປັນຜູ້ຊ່ຽວຊານດ້ານສຸຂະພາບ ແລະ ອາຫານໃຫ້ເຮົາ! ຜູ້ໃດກຳນົດວ່າພວກເຈົ້າຕ້ອງດຳເນີນການກວດກາ ເມື່ອເວົ້າເຖິງການແຕ່ງກິນໃຫ້ເຮົາ? ຄຣິດຕະຈັກມີຂໍ້ກຳນົດນີ້ບໍ? ເຮືອນຂອງພຣະເຈົ້າໄດ້ຈັດແຈງແບບນີ້ບໍ? ມີຊ່ອງຫວ່າງຫຼາຍຢ່າງເກີດຂຶ້ນໃນວຽກງານຕ່າງໆ ຂອງຄຣິດຕະຈັກ, ມີຫຼາຍຄົນທີ່ເຂົ້າໃຈຜິດພຣະກ່ຽວກັບພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງເລີຍ, ແຕ່ພວກເຈົ້າພັດບໍ່ຈັດການເລື່ອງເຫຼົ່ານັ້ນ. ໃນທາງກົງກັນຂ້າມ, ພວກເຈົ້າພັດມາທຸ້ມເທກຳລັງໃສ່ໃຈສິ່ງເລັກໆ ນ້ອຍໆ ເຊັ່ນ: ເຮືອນຄົວ, ມາເຮັດ “ຄວາມຮັບຜິດຊອບ” ຂອງພວກເຈົ້າ. ພວກເຈົ້າຄືຜູ້ນໍາປອມໂດຍບໍ່ຕ້ອງສົງໄສ, ພວກເຈົ້າເປັນຄົນໜ້າຊື່ໃຈຄົດ! ພວກເຈົ້າຢູ່ຕໍ່ໜ້າເຮົາເພື່ອກວດກາສິ່ງຕ່າງໆ, ພວກເຈົ້າເຂົ້າໃຈຫຍັງແດ່? ພວກເຈົ້າໄດ້ປຶກສາເຮົາບໍ? ພວກເຈົ້າກຳລັງສະແດງຄວາມຄິດເຫັນຂອງພວກເຈົ້າເອງ ຫຼື ຂອງເຮົາ? ຖ້າພວກເຈົ້າກຳລັງສະແດງຄວາມຄິດເຫັນຂອງເຮົາ ແລະ ເຮົາໄດ້ຂໍໃຫ້ພວກເຈົ້າຖ່າຍທອດມັນ, ແລ້ວສິ່ງທີ່ພວກເຈົ້າກຳລັງເຮັດກໍຈະຖືກຕ້ອງ. ມັນຈະເປັນຄວາມຮັບຜິດຊອບຂອງພວກເຈົ້າ. ຖ້າພວກເຈົ້າກຳລັງສະແດງຄວາມຄິດເຫັນຂອງຕົນເອງ ແລະ ບໍ່ແມ່ນຂອງເຮົາ ແລະ ພວກເຈົ້າຍັງຢືນຢັນທີ່ຈະບັງຄັບໃຫ້ຄົນອື່ນຟັງ ແລະ ຍອມຮັບມັນ, ນີ້ມີລັກສະນະເປັນແນວໃດ? ບອກເຮົາມາເບິ່ງ, ເຮົາຈະບໍ່ຖືກລັງກຽດຍ້ອນສິ່ງນີ້ບໍ? ເຮົາຢູ່ບ່ອນນັ້ນແທ້ໆ ແລະ ພວກເຂົາບໍ່ໄດ້ເວົ້າຈັກຄຳເພື່ອຖາມເຮົາວ່າເຮົາກິນຫຍັງ ຫຼື ຂໍ້ກຳນົດຂອງເຮົາແມ່ນຫຍັງ, ພວກເຂົາພຽງແຕ່ຕັດສິນໃຈໂດຍບໍ່ໄດ້ຮັບອະນຸຍາດຈາກເຮົາ ແລະ ຊີ້ມືສັ່ງວຽກຢູ່ເບື້ອງຫຼັງເຮົາ. ພວກເຂົາກຳລັງພະຍາຍາມເປັນຕົວແທນຂອງເຮົາບໍ? ນີ້ຄືຜູ້ນໍາປອມທີ່ກຳລັງອາລະວາດເຮັດສິ່ງທີ່ຊົ່ວຊ້າ, ທຳທ່າວ່າເປັນຄົນເຂັ້ມແຂງຝ່າຍວິນຍານ, ທຳທ່າວ່າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ທຳທ່າວ່າເຂົ້າໃຈຄວາມຈິງ ແລະ ເຮັດແຕ່ສິ່ງທີ່ໜ້າຊື່ໃຈຄົດ. ນີ້ບໍ່ແມ່ນການເຮັດເກີນໄປບໍ? ມັນບໍ່ແມ່ນສິ່ງທີ່ໜ້າລັງກຽດ ແລະ ໜ້າກຽດຊັງຫຼາຍບໍ? (ແມ່ນ.) ພວກເຈົ້າໄດ້ເປີດຫູເປີດຕາແດ່ບໍ່? ພວກເຈົ້າໄດ້ຮຽນຮູ້ບົດຮຽນຫຍັງແດ່ຈາກເລື່ອງນີ້? ແຕ່ລະເລື່ອງໃນນີ້ແມ່ນໜ້າລັງກຽດກວ່າເລື່ອງທີ່ຜ່ານມາ ແລະ ຍັງມີອີກເລື່ອງໜຶ່ງທີ່ໜ້າລັງກຽດຍິ່ງກວ່ານັ້ນອີກ.
ລະດູໜາວປີນີ້, ມີຄົນໃຈດີຄົນໜຶ່ງໄດ້ຊື້ເສື້ອກັນໜາວຂົນຫ່ານທີ່ “ງາມ” ໂຕໜຶ່ງໃຫ້ເຮົາ. ຄວາມງາມຂອງມັນບໍ່ໄດ້ຢູ່ທີ່ສີ ຫຼື ຮູບແບບຂອງເສື້ອ ແຕ່ຢູ່ທີ່ລາຄາແພງ ແລະ ຄຸນນະພາບສູງຂອງມັນ; ມັນເປັນຂອງທີ່ມີຄ່າ. ມີຄຳເວົ້າໜຶ່ງໃນທ່າມກາງຜູ້ບໍ່ເຊື່ອວ່າ: “ຂົນຫ່ານທີ່ສົ່ງມາຈາກທາງໄກພັນໄມລ໌, ຂອງຂວັນອາດຈະເບິ່ງເລັກນ້ອຍ, ແຕ່ມີຄວາມໝາຍຮູ້ສຶກເລິກເຊິ່ງ”. ບໍ່ພຽງແຕ່ເສື້ອໂຕນີ້ຈະມີຄວາມຮູ້ສຶກເທົ່ານັ້ນ, ແຕ່ມັນກໍແພງຫຼາຍແທ້ໆ. ກ່ອນທີ່ຈະເຫັນເສື້ອໂຕນີ້, ເຮົາກໍໄດ້ຍິນມາແລ້ວວ່າມັນງາມ ແລະ ເປັນສີແດງ, ມີການອອກແບບທີ່ດີ ແລະ ຈັບເບິ່ງແລ້ວກໍຮູ້ສຶກວ່າແໜ້ນໜາ. ເຮົາໄດ້ຍິນກ່ຽວກັບມັນ, ສະນັ້ນ ມັນຈຶ່ງຫຼີກລ່ຽງບໍ່ໄດ້ທີ່ຄົນບາງຄົນໄດ້ເຫັນຂອງຈິງແລ້ວ, ນັ້ນກໍຄື ມີຄົນຈຳນວນໜ້ອຍທີ່ໄດ້ເຫັນມັນແລ້ວ, ໄດ້ລອງທຽບຂະໜາດພໍປະມານ ແລະ ກວດເບິ່ງຢ່າງລະອຽດ ໂດຍເວົ້າກັນວ່າ: “ຂ້ອຍຮູ້ຈັກຍີ່ຫໍ້ນີ້”, “ສີງາມດີ, ມັນງາມຫຼາຍ!” “ຫຼັງຈາກທີ່ເຈົ້າເບິ່ງແລ້ວ, ເອົາມາໃຫ້ຂ້ອຍເບິ່ງແດ່” ແລະ ຂ່າວກໍໄດ້ແຜ່ລາມອອກໄປແບບນັ້ນ. ເຮົາບໍ່ຮູ້ວ່າໃຊ້ເວລາດົນປານໃດຂ່າວນີ້ຈຶ່ງມາຮອດຫູຂອງເຮົາ ແລະ ເຮັດໃຫ້ເຮົາໄດ້ຮູ້ກ່ຽວກັບມັນໜ້ອຍໜຶ່ງ. ພວກເຈົ້າເຫັນບັນຫາໃນນີ້ບໍ? ໂດຍທີ່ເຮົາຍັງບໍ່ທັນໄດ້ເຫັນເສື້ອໂຕນີ້, ມີຄົນເຫັນມັນ, ສົ່ງຕໍ່ກັນໄປມາ ແລະ ສະແດງໂດຍຄົນອື່ນອີກຫຼາຍຄົນແລ້ວ. ນີ້ບໍ່ແມ່ນບັນຫາບໍ? ຄົນເຮົາສາມາດເບິ່ງ, ຈັບ ແລະ ສະແດງຂອງຂອງເຮົາຕາມອຳເພີໃຈໄດ້ບໍ? (ບໍ່ໄດ້.) ມີຂອງໃຜແດ່ທີ່ຄົນເຮົາສາມາດຈັບ ແລະ ເບິ່ງຕາມອຳເພີໃຈໄດ້? (ບໍ່ມີໃຜຢາກໃຫ້ເກີດຂຶ້ນ ແລະ ບໍ່ມີໃຜຄວນເຮັດແບບນີ້.) ແລ້ວຂອງຂອງເຮົາບໍ່ຄວນຈະຖືກຫ້າມຍິ່ງກວ່ານັ້ນບໍ? ບາງຄົນເວົ້າວ່າ: “ເປັນຫຍັງຈຶ່ງຄວນຫ້າມ? ເຈົ້າເປັນບຸກຄົນສາທາລະນະ. ຊີວິດສ່ວນຕົວຂອງຄົນດັງ ແລະ ດາລາບໍ່ແມ່ນຖືກເປີດເຜີຍຢູ່ສະເໝີບໍ? ພວກເຂົາຫຼິ້ນກິລາຢູ່ໃສ, ພວກເຂົາໄປເສີມຄວາມງາມຢູ່ໃສ, ພວກເຂົາຄົບຫາກັບໃຜ, ພວກເຂົາໃສ່ເຄື່ອງຫຍີ່ຫໍ້ຫຍັງ, ສິ່ງເຫຼົ່ານີ້ບໍ່ແມ່ນຖືກເປີດເຜີຍທັງໝົດບໍ? ເປັນຫຍັງຂອງເຈົ້າຈຶ່ງຈະເປີດເຜີຍບໍ່ໄດ້?” ເຮົາເປັນຄົນດັງບໍ? ເຮົາບໍ່ແມ່ນຄົນດັງ ແລະ ເຈົ້າກໍບໍ່ແມ່ນຄົນຫຼົງໄຫຼເຮົາ. ເຈົ້າແມ່ນໃຜ? ເຈົ້າເປັນຄົນທຳມະດາ, ເປັນສິ່ງທີ່ຖືກສ້າງ ແລະ ເປັນມະນຸດທີ່ເສື່ອມຊາມ. ເຮົາແມ່ນໃຜ? (ພຣະເຈົ້າ.) ເຮົາບໍ່ແມ່ນບຸກຄົນສາທາລະນະ; ເຮົາບໍ່ມີພັນທະທີ່ຈະເປີດເຜີຍທຸກຢ່າງໃຫ້ເຈົ້າ, ລາຍງານທຸກຢ່າງໃຫ້ເຈົ້າ ຫຼື ແຈ້ງໃຫ້ເຈົ້າຊາບກ່ຽວກັບທຸກຢ່າງ. ແລ້ວເປັນຫຍັງພວກເຈົ້າຈຶ່ງຈັບຕ້ອງສິ່ງທີ່ເປັນຂອງເຮົາ? ການເຮັດແບບນັ້ນບໍ່ແມ່ນໜ້າລັງກຽດບໍ? ເຮົາໄດ້ມອບໝາຍໃຫ້ພວກເຈົ້າເບິ່ງ ແລະ ກວດກາຂອງຂອງເຮົາສິ່ງນີ້ບໍ? ບໍ່. ແຕ່ຄົນບາງຄົນພັດກ້າເອົາມັນໄປ ແລະ ເບິ່ງຕາມອຳເພີໃຈດ້ວຍທ່າທີທີ່ໜ້າດ້ານເຊັ່ນນີ້ ແລະ ຍັງສົ່ງຕໍ່ກັນໄປມາອີກ. ໃຜໃຫ້ສິດພວກເຈົ້າໃນການສົ່ງຕໍ່ມັນ? ນີ້ແມ່ນພັນທະຂອງພວກເຈົ້າບໍ? ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ, ແລ້ວພວກເຮົາກໍເປັນຄົນແປກໜ້າຕໍ່ກັນ. ມັນເປັນເພາະວ່າເຈົ້າເຊື່ອໃນພຣະເຈົ້າ ເຮົາຈຶ່ງຮູ້ວ່າເຈົ້າແມ່ນໃຜ, ແຕ່ເຮົາບໍ່ຮູ້ວ່າຄອບຄົວ, ຊີວິດປະຈຳວັນ ຫຼື ສະຖານະການທາງການເງິນຂອງເຈົ້າເປັນແນວໃດ ແລະ ເຮົາກໍບໍ່ໄດ້ຢາກຮູ້. ພວກເຮົາສະໜິດກັນບໍ? ເຮົາບໍ່ແມ່ນໝູ່ສະໜິດ, ເພື່ອນຮັກ ຫຼື ສະຫາຍຂອງເຈົ້າ. ພວກເຮົາບໍ່ລຶ້ງເຄີຍກັນ ແລະ ພວກເຮົາກໍຍັງບໍ່ໄດ້ໄປເຖິງຈຸດທີ່ທຸກຢ່າງຂອງເຮົາຄວນຈະເປີດໃຫ້ເຈົ້າເບິ່ງ. ເຈົ້າຈະໃຫ້ເຮົາເບິ່ງຂອງທັງໝົດຂອງເຈົ້າ ແລະ ສະແດງມັນໃຫ້ທຸກຄົນໄດ້ເບິ່ງ ແລະ ຈັບຕ້ອງບໍ? ແມ່ນແຕ່ເມື່ອເຈົ້າເອົາຂອງບາງຢ່າງກັບມາຈາກຕະຫຼາດ, ມັນກໍຍັງຕ້ອງລ້າງຫຼາຍຄັ້ງເພື່ອຂ້າເຊື້ອ! ຂອງທີ່ຄົນອື່ນຈັບຕ້ອງຕາມອຳເພີໃຈບໍ່ແມ່ນໜ້າລັງກຽດບໍ? ເຈົ້າບໍ່ໄດ້ລະເລີຍທີ່ຈະປະຕິບັດຄືຕົນເອງເປັນຄົນນອກບໍ? ໃຜມອບໝາຍໃຫ້ເຈົ້າກວດກາເສື້ອຂອງເຮົາ? ເຮົາໄວ້ໃຈເຈົ້າບໍ? ເຈົ້າລ້າງມືສະອາດແລ້ວບໍກ່ອນທີ່ຈະຈັບຕ້ອງເສື້ອຂອງເຮົາຊະຊາຍ? ເຮົາຈະບໍ່ເປັນທີ່ລັງກຽດຍ້ອນເຈົ້າບໍ? ເຈົ້າເຂົ້າໃຈເລື່ອງນີ້ຢ່າງຊັດເຈນບໍ? ເປັນຫຍັງເຈົ້າຈຶ່ງບໍ່ມີຢາງອາຍແບບນີ້? ເຈົ້າຂາດເຫດຜົນຫຼາຍ! ເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ຍິນຄຳເທດສະໜາຫຼາຍ; ເປັນຫຍັງເຈົ້າຈຶ່ງຂາດເຫດຜົນແມ່ນແຕ່ໜ້ອຍດຽວ? ການເປີດເຄື່ອງຖວາຍທີ່ເປັນຂອງພຣະເຈົ້າຕາມອຳເພີໃຈ, ການຈັບຕ້ອງເສື້ອຜ້າຂອງພຣະອົງ, ສິ່ງທີ່ເປັນຂອງພຣະອົງຕາມອຳເພີໃຈ, ນີ້ແມ່ນບັນຫາປະເພດໃດ? ເມື່ອເຮົາເຫັນວ່າຫີບຫໍ່ຂອງສິ່ງເຫຼົ່ານີ້ຖືກເປີດ ແລະ ຖິ້ມໄປ, ເຮົາຈະບໍ່ຮູ້ສຶກໃຈຮ້າຍໄດ້ແນວໃດ? ເຮົາເປັນທີ່ລັງກຽດຍ້ອນສິ່ງເຫຼົ່ານີ້ ແລະ ເຮົາກຽດຊັງຄົນເຫຼົ່ານີ້. ເຮົາບໍ່ຢາກເຫັນພວກເຂົາອີກ ແລະ ເຮົາກໍບໍ່ຢາກຄົບຫາກັບຄົນເຫຼົ່ານີ້ທີ່ຕໍ່າຊ້າກວ່າໝູ ແລະ ໝາຢ່າງແນ່ນອນ! ຈົ່ງຈື່ໄວ້ວ່າ ທຸກຄົນມີກຽດສັກສີຂອງພວກເຂົາ ແລະ ເຮົາຍິ່ງມີຫຼາຍກວ່ານັ້ນອີກ. ຢ່າແຕະຕ້ອງສິ່ງທີ່ເປັນຂອງເຮົາ; ຖ້າບໍ່ດັ່ງນັ້ນ, ເຮົາຈະກຽດຊັງ ແລະ ລັງກຽດເຈົ້າ!
ເມື່ອເບິ່ງຈາກພາຍນອກ, ຜູ້ນໍາປອມອາດຈະບໍ່ໄດ້ກະທຳຄວາມຊົ່ວຮ້າຍໃຫຍ່ຫຼວງ ຫຼື ເປັນຄົນຊົ່ວຊ້າທີ່ທໍລະຍົດຢ່າງເປີດເຜີຍ. ແນວໃດກໍຕາມ, ສິ່ງທີ່ໜ້າກຽດຊັງທີ່ສຸດກ່ຽວກັບພວກເຂົາກໍຄື ພວກເຂົາສາມາດເຫັນວ່າມີວຽກງານຕົວຈິງທີ່ຕ້ອງເຮັດ ແຕ່ພັດບໍ່ເຮັດ, ພວກເຂົາຮູ້ເປັນຢ່າງດີວ່າ ພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ແຕ່ພວກເຂົາພັດບໍ່ສະແຫວງຫາຄວາມຈິງ, ພວກເຂົາເຫັນຄົນຊົ່ວຊ້າກໍ່ການລົບກວນ ແຕ່ພວກເຂົາພັດບໍ່ຈັດການກັບພວກເຂົາ ແລະ ແທນທີ່ຈະເປັນແນວນັ້ນໃນທາງກົງກັນຂ້າມ ພວກເຂົາພັດເອົາໃຈໃສ່ແຕ່ວຽກງານບໍລິຫານທົ່ວໄປພາຍນອກ. ພວກເຂົາຕິດຕາມຢ່າງໃກ້ຊິດ ແລະ ຈັດການຢ່າງເຂັ້ມງວດກັບບັນຫາຮອງ ແລະ ເລື່ອງເລັກໆ ນ້ອຍໆ, ແຕ່ພວກເຂົາບໍ່ໄດ້ເຮັດວຽກງານໃດໆທີ່ກ່ຽວຂ້ອງກັບທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ ຫຼື ໃສ່ໃຈກ່ຽວກັບເລື່ອງຕ່າງໆທີ່ຂັດກັບຫຼັກການຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດເຮັດແຕ່ວຽກງານທີ່ບໍ່ກ່ຽວຂ້ອງກັບຄວາມຈິງ. ຄົນເຫຼົ່ານີ້ຄືຜູ້ນໍາປອມແບບເຕັມຕົວ. ຜູ້ນໍາປອມແມ່ນບໍ່ຮູ້ເລື່ອງຫຍັງເລີຍກ່ຽວກັບຫຼັກການຄວາມຈິງທີ່ກ່ຽວຂ້ອງກັບວຽກງານຕ່າງໆຂອງຄຣິດຕະຈັກ. ຖ້າຫາກວັດແທກຕາມຫຼັກການ ແລະ ມາດຕະຖານຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ, ຜູ້ນໍາປອມກໍຄືຄົນໂງ່ຈ້າ ແລະ ຄົນປັນຍາທຶບ. ບໍ່ວ່າບັນຫາທີ່ເກີດຂຶ້ນໃນວຽກງານຂອງຄຣິດຕະຈັກຈະຮ້າຍແຮງສໍ່າໃດກໍຕາມ, ຜູ້ນໍາປອມກໍບໍ່ສາມາດເຫັນ ຫຼື ແກ້ໄຂມັນໄດ້ ເຖິງແມ່ນວ່າມັນຈະເກີດຂຶ້ນຢູ່ຕໍ່ໜ້າຕໍ່ຕາຂອງພວກເຂົາ ແລະ ເບື້ອງເທິງກໍຕ້ອງລົງມາແກ້ໄຂບັນຫາເຫຼົ່ານັ້ນດ້ວຍຕົນເອງ. ຄົນເຫຼົ່ານີ້ບໍ່ແມ່ນຜູ້ນໍາປອມບໍ? (ແມ່ນ.) ພວກເຂົາແມ່ນຜູ້ນໍາປອມຢ່າງແທ້ຈິງ. ຕົວຢ່າງ: ໃນວຽກງານຂໍ້ຄວາມຂອງຄຣິດຕະຈັກ, ໜັງສືເຫຼັ້ມໃດທີ່ຄວນຈະຖືກອ່ານທວນ ແລະ ເຫຼັ້ມໃດທີ່ຄວນຈະຖືກແປ, ສິ່ງເຫຼົ່ານີ້ແມ່ນໜ້າວຽກທີ່ສຳຄັນທີ່ສຸດສຳລັບຄຣິດຕະຈັກ. ມີຫຼັກການໃດໆ ກ່ຽວກັບວິທີການອ່ານທວນ ແລະ ແປໜັງສືບໍ? ວຽກງານນີ້ມີຫຼັກການຢ່າງແນ່ນອນ, ມັນອີງໃສ່ຫຼັກການຫຼາຍ ແລະ ມັນຈຳເປັນຕ້ອງໄດ້ຮັບການໂອ້ລົມ ແລະ ຊີ້ນຳໂດຍສະເພາະ; ແຕ່ຜູ້ນໍາປອມບໍ່ສາມາດເຮັດວຽກງານນີ້ໄດ້. ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງຫຍຸ້ງຢູ່ກັບໜ້າທີ່ຂອງຕົນພວກເຂົາ, ພວກເຂົາກໍທຳທ່າເວົ້າວ່າເວົ້າແບບໜ້າຊື່ໃຈຄົດວ່າ: “ວຽກງານທີ່ຕ້ອງໃຊ້ຂໍ້ຄວາມ ແລະ ວຽກງານການແປພາສາແມ່ນສຳຄັນເປັນພິເສດ. ພວກເຈົ້າຄວນເອົາໃຈໃສ່ເຮັດໃຫ້ວຽກງານນີ້ອອກມາດີ ແລະ ຂ້ອຍຈະແກ້ໄຂບັນຫາໃດກໍຕາມທີ່ພວກເຈົ້າມີ”. ເມື່ອມີຄົນຍົກບັນຫາຂຶ້ນມາແທ້ໆ, ຜູ້ນໍາປອມເຫຼົ່ານີ້ກໍເວົ້າວ່າ: “ຂ້ອຍບໍ່ເຂົ້າໃຈເລື່ອງນີ້. ຂ້ອຍບໍ່ຊ່ຽວຊານດ້ານການແປພາສາຕ່າງປະເທດ. ຈົ່ງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຈາກພຣະອົງ”. ເມື່ອມີຄົນຍົກບັນຫາອື່ນຂຶ້ນມາ ໂດຍຖາມວ່າ: “ພວກເຮົາບໍ່ສາມາດຊອກຫາຄົນທີ່ເໝາະສົມເພື່ອແປບາງພາສາໄດ້, ພວກເຮົາຄວນເຮັດແນວໃດ?” ຜູ້ນໍາປອມກໍຕອບວ່າ: “ຂ້ອຍບໍ່ຊ່ຽວຊານດ້ານນີ້. ພວກເຈົ້າຈັດການກັນເອງໂລດ”. ການເວົ້າແບບນີ້ສາມາດແກ້ໄຂບັນຫາໄດ້ບໍ? ພວກເຂົາຫາຂໍ້ອ້າງ ແລະ ປົກປິດຄວາມຈິງທີ່ວ່າພວກເຂົາບໍ່ໄດ້ເຮັດວຽກຂອງພວກເຂົາ, ໂດຍກ່າວວ່າ: “ຂ້ອຍບໍ່ຊ່ຽວຊານ; ຂ້ອຍບໍ່ເຂົ້າໃຈວິຊາຊີບນີ້” ແລະ ດັ່ງນັ້ນຈຶ່ງປັດຄວາມຮັບຜິດຊອບຕໍ່ບັນຫາທີ່ພວກເຂົາຄວນຈະແກ້ໄຂ. ນີ້ຄືວິທີການເຮັດວຽກຂອງຜູ້ນໍາປອມ. ເມື່ອມີຄົນຍົກຄຳຖາມຂຶ້ນມາ, ຜູ້ນໍາປອມກໍເວົ້າວ່າ: “ຈົ່ງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຈາກພຣະອົງ; ຂ້ອຍບໍ່ເຂົ້າໃຈວິຊາຊີບນີ້, ແຕ່ພວກເຈົ້າເຂົ້າໃຈ”. ນີ້ອາດຈະເບິ່ງຄືວ່າຖ່ອມຕົນ, ເພາະພວກເຂົາກຳລັງຍອມຮັບວ່າຕົນເອງບໍ່ມີຄວາມສາມາດ ແລະ ບໍ່ເຂົ້າໃຈວິຊາຊີບ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ສາມາດປະຕິບັດວຽກງານຂອງຜູ້ນໍາໄດ້ເລີຍ. ແນ່ນອນ, ການເປັນຜູ້ນໍາບໍ່ໄດ້ໝາຍຄວາມວ່າ ພວກເຂົາຈຳເປັນຕ້ອງເຂົ້າໃຈທຸກວິຊາຊີບ, ແຕ່ພວກເຂົາຄວນໂອ້ລົມຫຼັກການຄວາມຈິງທີ່ຈຳເປັນ ເພື່ອແກ້ໄຂບັນຫາໃຫ້ຊັດເຈນ, ບໍ່ວ່າບັນຫາເຫຼົ່ານັ້ນຈະກ່ຽວຂ້ອງກັບວິຊາຊີບປະເພດໃດກໍຕາມ. ຕາບໃດທີ່ຜູ້ຄົນເຂົ້າໃຈຫຼັກການຄວາມຈິງ, ບັນຫາກໍຈະຖືກແກ້ໄຂຕາມນັ້ນ. ຜູ້ນໍາປອມໃຊ້ຂໍ້ອ້າງວ່າ “ຂ້ອຍບໍ່ຊ່ຽວຊານດ້ານນີ້; ຂ້ອຍບໍ່ເຂົ້າໃຈວິຊາຊີບນີ້” ເພື່ອປັດຄວາມຮັບຜິດຊອບໃນການໂອ້ລົມຫຼັກການຄວາມຈິງເພື່ອແກ້ໄຂບັນຫາ. ນີ້ບໍ່ແມ່ນການເຮັດວຽກງານຕົວຈິງ. ຖ້າຜູ້ນໍາປອມໃຊ້ຂໍ້ອ້າງວ່າ “ຂ້ອຍບໍ່ຊ່ຽວຊານດ້ານນີ້; ຂ້ອຍບໍ່ເຂົ້າໃຈວິຊາຊີບນີ້” ຢູ່ສະເໝີເພື່ອປັດຄວາມຮັບຜິດຊອບໃນການແກ້ໄຂບັນຫາ, ແລ້ວພວກເຂົາກໍບໍ່ເໝາະສົມກັບວຽກງານຂອງຜູ້ນໍາ. ສິ່ງທີ່ດີທີ່ສຸດທີ່ພວກເຂົາຄວນເຮັດກໍຄືການລາອອກ ແລະ ໃຫ້ຄົນອື່ນມາແທນທີ່. ແຕ່ຜູ້ນໍາປອມມີເຫດຜົນແບບນີ້ບໍ? ພວກເຂົາຈະສາມາດລາອອກໄດ້ບໍ? ພວກເຂົາເຮັດບໍ່ໄດ້. ພວກເຂົາເຖິງກັບຄິດວ່າ: “ເປັນຫຍັງພວກເຂົາຈຶ່ງເວົ້າວ່າ ຂ້ອຍບໍ່ໄດ້ເຮັດວຽກຫຍັງ? ຂ້ອຍຈັດການເຕົ້າໂຮມທຸກມື້ ແລະ ຂ້ອຍກໍຫຍຸ້ງຫຼາຍຈົນບໍ່ສາມາດກິນເຂົ້າໄດ້ທັນເວລາ ແລະ ຂ້ອຍນອນໜ້ອຍລົງ. ໃຜເວົ້າວ່າບັນຫາບໍ່ໄດ້ຖືກຮັບການແກ້ໄຂ? ຂ້ອຍຈັດການເຕົ້າໂຮມ ແລະ ໂອ້ລົມກັບພວກເຂົາ ແລະ ຂ້ອຍກໍຊອກຫາຂໍ້ຄວາມຈາກພຣະທຳຂອງພຣະເຈົ້າໃຫ້ພວກເຂົາ”. ສົມມຸດພວກເຈົ້າຖາມພວກເຂົາວ່າ: “ມີຄົນເວົ້າວ່າ ພວກເຂົາບໍ່ສາມາດຊອກຫານັກແປພາສາທີ່ເໝາະສົມສຳລັບບາງພາສາໄດ້. ພວກເຈົ້າໄດ້ແກ້ໄຂບັນຫາສະເພາະນີ້ແນວໃດ?” ພວກເຂົາກໍຈະເວົ້າວ່າ: “ຂ້ອຍໄດ້ບອກພວກເຂົາວ່າ ຂ້ອຍບໍ່ເຂົ້າໃຈວິຊາຊີບ ແລະ ໃຫ້ພວກເຂົາປຶກສາຫາລື ແລະ ຈັດການກັນເອງ”. ຈາກນັ້ນ ພວກເຈົ້າກໍຖາມພວກເຂົາວ່າ: “ບັນຫານີ້ກ່ຽວຂ້ອງກັບການໃຊ້ຈ່າຍເຄື່ອງຖວາຍ ແລະ ຄວາມຄືບໜ້າຂອງວຽກງານຄຣິດຕະຈັກ. ພວກເຂົາບໍ່ສາມາດຕັດສິນໃຈດ້ວຍຕົນເອງໄດ້, ພວກເຂົາຕ້ອງການໃຫ້ພວກເຈົ້າເປັນຜູ້ຕັດສິນ ແລະ ຊອກຫາຫຼັກການຄວາມຈິງເພື່ອແກ້ໄຂມັນ. ພວກເຈົ້າໄດ້ເຮັດແບບນີ້ບໍ?” ພວກເຂົາກໍຈະຕອບວ່າ: “ຂ້ອຍບໍ່ໄດ້ເຮັດແນວນັ້ນບໍ? ຂ້ອຍບໍ່ໄດ້ເຮັດໃຫ້ວຽກງານຊັກຊ້າ. ຖ້າບໍ່ມີໃຜແປພາສານັ້ນ, ແລ້ວພວກເຂົາກໍຄວນຈະແປພາສາອື່ນ!” ພວກເຈົ້າເຫັນບໍ່, ຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້ ແຕ່ພວກເຂົາກໍຍັງຫາຂໍ້ອ້າງຕ່າງໆນາໆ. ມັນໄຮ້ຢາງອາຍ ແລະ ໜ້າລັງກຽດແທ້ໆ! ຄວາມສາມາດຂອງພວກເຈົ້າຕໍ່າຫຼາຍ, ພວກເຈົ້າບໍ່ເຂົ້າໃຈວິຊາຊີບໃດໆ ແລະ ພວກເຈົ້າກໍຂາດຄວາມເຂົ້າໃຈໃນຫຼັກການຄວາມຈິງທີ່ກ່ຽວຂ້ອງກັບວຽກງານວິຊາຊີບທຸກຢ່າງ, ການມີພວກເຈົ້າເປັນຜູ້ນໍາຈະມີປະໂຫຍດຫຍັງ? ພວກເຈົ້າເປັນພຽງຄົນໂງ່ຈ້າ ແລະ ບໍ່ມີຫຍັງດີເລີຍ! ເນື່ອງຈາກພວກເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້, ເປັນຫຍັງພວກເຈົ້າຈຶ່ງຍັງຮັບໃຊ້ເປັນຜູ້ນໍາຄຣິດຕະຈັກຢູ່? ພວກເຈົ້າປາສະຈາກເຫດຜົນຢ່າງສິ້ນເຊີງ. ເນື່ອງຈາກພວກເຈົ້າຂາດການຮັບຮູ້ຕົນເອງ, ພວກເຈົ້າຄວນຮັບຟັງຄຳຄິດເຫັນຈາກຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ປະເມີນວ່າເຈົ້າໄດ້ມາດຕະຖານໃນການເປັນຜູ້ນໍາ ຫຼື ບໍ່. ແຕ່ເຖິງຢ່າງໃດກໍຕາມ, ຜູ້ນໍາປອມບໍ່ເຄີຍພິຈາລະນາເລື່ອງເຫຼົ່ານີ້. ບໍ່ວ່າວຽກງານຂອງຄຣິດຕະຈັກຈະຖືກເຮັດໃຫ້ຊັກຊ້າໄປຫຼາຍສໍ່າໃດ ແລະ ບໍ່ວ່າທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າຈະໄດ້ຮັບຄວາມເສຍຫາຍຫຼາຍສໍ່າໃດ ໃນລະຫວ່າງຫຼາຍປີທີ່ພວກເຂົາຮັບໃຊ້ເປັນຜູ້ນໍາ, ພວກເຂົາກໍບໍ່ສົນໃຈ. ນີ້ຄືທາດແທ້ອັນໜ້າກຽດຂອງຜູ້ນໍາປອມໂດຍບໍ່ຕ້ອງສົງໄສ.
ລອງຄິດເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຈັດການວຽກຂອງພວກເຂົາແນວໃດ, ມັນສອດຄ່ອງກັບສິ່ງທີ່ເຮົາຫາກໍບອກພວກເຈົ້າໄປບໍ? ມີໃຜບໍ່ທີ່ບໍ່ເຮັດວຽກງານຕົວຈິງ ແລະ ພວກເຈົ້າສາມາດແຍກແຍະບໍວ່າ ພວກເຂົາເປັນຜູ້ນໍາປອມ? ຖ້າພວກເຈົ້າແຍກແຍະໄດ້ວ່າ ພວກເຂົາເປັນຜູ້ນໍາປອມ, ນັບແຕ່ວັນນີ້ເປັນຕົ້ນໄປ ພວກເຈົ້າບໍ່ຄວນປະຕິບັດຕໍ່ພວກເຂົາໃນຖານະຜູ້ນໍາອີກຕໍ່ໄປ; ພວກເຈົ້າຄວນປະຕິບັດຕໍ່ພວກເຂົາຄືກັບຄົນທຳມະດາທົ່ວໄປ. ນີ້ຄືຫຼັກການແຫ່ງການປະຕິບັດທີ່ຖືກຕ້ອງ. ບາງຄົນອາດຈະສົງໄສວ່າ: “ນີ້ໝາຍເຖິງການຈຳແນກ, ການດູຖູກ ຫຼື ການກີດກັນພວກເຂົາອອກໄປຍ້ອນວ່າພວກເຂົາເປັນຜູ້ນໍາປອມບໍ?” ບໍ່, ບໍ່ແມ່ນ. ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ພວກເຂົາເຮັດໄດ້ພຽງແຕ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ຄຳເວົ້າທີ່ໄຮ້ສາລະບາງຢ່າງ ເພື່ອເວົ້າບ່າຍບ່ຽງ ແລະ ເຮັດແບບພໍແລ້ວມືແລ້ວຕີນໃສ່ພວກເຈົ້າ. ສິ່ງນີ້ບອກຄວາມຈິງຂໍ້ໜຶ່ງແກ່ພວກເຈົ້າ, ນັ້ນກໍຄື ພວກເຂົາບໍ່ແມ່ນຜູ້ນໍາຂອງພວກເຈົ້າ. ພວກເຈົ້າບໍ່ຈຳເປັນຕ້ອງຂໍຄຳແນະນຳຈາກພວກເຂົາສຳລັບບັນຫາ ຫຼື ຄວາມຫຍຸ້ງຍາກໃດໆ ທີ່ພວກເຈົ້າພົບພໍ້ໃນວຽກງານຂອງພວກເຈົ້າ. ຖ້າຈຳເປັນ, ພວກເຈົ້າສາມາດລາຍງານຂ້າມຂັ້ນໄປຫາເບື້ອງເທິງ ແລະ ປຶກສາຫາລືກັບເບື້ອງເທິງກ່ຽວກັບວິທີຈັດການ ແລະ ແກ້ໄຂມັນ. ເຮົາໄດ້ສອນເສັ້ນທາງແຫ່ງການປະຕິບັດໃຫ້ພວກເຈົ້າແລ້ວ, ແຕ່ວິທີທີ່ພວກເຈົ້າຈະປະຕິບັດນັ້ນກໍຂຶ້ນຢູ່ກັບພວກເຈົ້າເອງ. ເຮົາບໍ່ເຄີຍເວົ້າວ່າຜູ້ນໍາທຸກຄົນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ, ພວກເຈົ້າຕ້ອງຮັບຟັງ ແລະ ເຊື່ອຟັງພວກເຂົາ ແລະ ພວກເຈົ້າຕ້ອງຟັງພວກເຂົາເຖິງແມ່ນວ່າ ພວກເຈົ້າຈະແຍກແຍະໄດ້ວ່າພວກເຂົາເປັນຜູ້ນໍາປອມກໍຕາມ. ເຮົາບໍ່ເຄີຍບອກພວກເຈົ້າແບບນັ້ນ. ສິ່ງທີ່ເຮົາກຳລັງໂອ້ລົມໃນຕອນນີ້ແມ່ນວິທີແຍກແຍະຜູ້ນໍາປອມ. ເມື່ອພວກເຈົ້າແຍກແຍະໄດ້ວ່າໃຜເປັນຜູ້ນໍາປອມ, ພວກເຈົ້າສາມາດຍອມຮັບ ແລະ ເຊື່ອຟັງສິ່ງທີ່ພວກເຂົາເວົ້າໄດ້ ຖ້າມັນຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ. ແນວໃດກໍຕາມ, ຖ້າພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ແລະ ພວກເຂົາເວົ້າບ່າຍບ່ຽງ ແລະ ເຮັດແບບພໍແລ້ວມືແລ້ວຕີນໃສ່ພວກເຈົ້າ, ເຊິ່ງສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານ, ແລ້ວພວກເຈົ້າກໍບໍ່ຈຳເປັນຕ້ອງຍອມຮັບການນໍາພາຂອງພວກເຂົາ. ຖ້າພວກເຈົ້າສາມາດກຳແໜ້ນຫຼັກການໄດ້ດ້ວຍຕົນເອງ, ແລ້ວພວກເຈົ້າກໍຄວນປະຕິບັດຕາມຫຼັກການເຫຼົ່ານັ້ນ. ຖ້າພວກເຈົ້າບໍ່ສາມາດກຳແໜ້ນໄດ້, ບໍ່ແນ່ໃຈ ຫຼື ຍັງມີຄວາມລັງເລໃນຫຼັກການ, ແລ້ວພວກເຈົ້າກໍຄວນສະແຫວງຫາຄວາມຈິງ ແລະ ປຶກສາຫາລືກັນ ເພື່ອຈັດການກັບບັນຫາ. ຖ້າພວກເຈົ້າຍັງບໍ່ສາມາດຕັດສິນໃຈໄດ້ຫຼັງຈາກທີ່ປຶກສາຫາລືກັນແລ້ວ, ກໍໃຫ້ລາຍງານບັນຫາຕໍ່ເບື້ອງເທິງ ແລະ ປຶກສາຫາລືກັບພວກເຂົາກ່ຽວກັບເລື່ອງນັ້ນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນວິທີການທີ່ດີໃນການແກ້ໄຂບັນຫາ, ບໍ່ມີຄວາມຫຍຸ້ງຍາກໃດທີ່ບໍ່ສາມາດແກ້ໄຂໄດ້.
ມື້ນີ້ພວກເຮົາກໍໂອ້ລົມກັນພຽງເທົ່ານີ້. ລາກ່ອນ
ວັນທີ 16 ມັງກອນ 2021