ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22)
ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກຄື: “ປົກປ້ອງຜູ້ທີ່ຖືກເລືອກຂອງພຣະເຈົ້າຈາກການຖືກລົບກວນ, ນໍາພາຢ່າງຜິດໆ, ຄວບຄຸມ ແລະ ທຳຮ້າຍຢ່າງສາຫັດໂດຍພວກຕໍ່ຕ້ານພຣະຄຣິສ ແລະ ເຮັດໃຫ້ພວກເຂົາສາມາດແຍກແຍະພວກຕໍ່ຕ້ານພຣະຄຣິສ ແລະ ປະຖິ້ມພວກເຂົາຈາກໃຈ”. ຕອນນີ້, ໃຫ້ມາທົບທວນຄືນເບິ່ງວ່າ: ກ່ຽວກັບເນື້ອໃນລະອຽດຂອງຄວາມຮັບຜິດຊອບຂໍ້ທີສິບສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກນັ້ນ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຫົວຂໍ້ສະເພາະໃດແດ່? (ພວກເຮົາໄດ້ໂອ້ລົມກັນຫ້າຂໍ້ຄື: ການເປີດໂປງ, ການລິຮານ, ການໄຈ້ແຍກ, ການຈຳກັດ ແລະ ການຕິດຕາມກວດກາ). ຫ້າຂໍ້ເຫຼົ່ານີ້ແມ່ນໜ້າວຽກສະເພາະທີ່ກ່ຽວຂ້ອງໃນຄວາມຮັບຜິດຊອບນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ສິ່ງເຫຼົ່ານີ້ແມ່ນໜ້າວຽກສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດກ່ຽວກັບພວກຕໍ່ຕ້ານພຣະຄຣິສ. ແລ້ວ, ຜູ້ນໍາປອມມີການສະແດງອອກແນວໃດກ່ຽວກັບໜ້າວຽກເຫຼົ່ານີ້? ຄັ້ງທີ່ຜ່ານມາພວກເຮົາໄດ້ໂອ້ລົມກັນກ່ຽວກັບລາຍລະອຽດບາງຢ່າງແລ້ວແມ່ນບໍ່? (ແມ່ນແລ້ວ). ການສະແດງອອກຂອງຜູ້ນໍາປອມມີດັ່ງນີ້: ຂໍ້ທີໜຶ່ງແມ່ນ ພວກເຂົາຢ້ານວ່າຈະເຮັດໃຫ້ຄົນອື່ນຜິດໃຈ ແລະ ບໍ່ກ້າທີ່ຈະກຳຈັດອອກ ຫຼື ຂັບໄລ່ພວກຕໍ່ຕ້ານພຣະຄຣິສ. ຂໍ້ທີສອງແມ່ນພວກເຂົາບໍ່ສາມາດແຍກແຍະພວກຕໍ່ຕ້ານພຣະຄຣິສໄດ້. ຂໍ້ທີສາມແມ່ນພວກເຂົາເຮັດໜ້າທີ່ເປັນຮົ່ມກັນໄພໃຫ້ກັບພວກຕໍ່ຕ້ານພຣະຄຣິສ. ຂໍ້ທີສີ່ແມ່ນພວກເຂົາຂາດຄວາມຮັບຜິດຊອບຕໍ່ຜູ້ທີ່ຖືກເລືອກຂອງພຣະເຈົ້າ. ການຂາດຄວາມຮັບຜິດຊອບເປັນແນວໃດ? ເມື່ອປະເຊີນກັບການລົບກວນ ແລະ ການເຮັດໃຫ້ຫຼົງຜິດຈາກພວກຕໍ່ຕ້ານພຣະຄຣິສ, ຜູ້ນໍາປອມບໍ່ສາມາດປົກປ້ອງອ້າຍເອື້ອຍນ້ອງໄດ້, ບໍ່ສາມາດເປີດໂປງການກະທຳທີ່ຊົ່ວຊ້າຂອງພວກຕໍ່ຕ້ານພຣະຄຣິສໄດ້, ບໍ່ສາມາດເປີດໂປງແຜນອຸບາຍຂອງຊາຕານໄດ້ ແລະ ບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອຊ່ວຍໃຫ້ອ້າຍເອື້ອຍນ້ອງແຍກແຍະພວກຕໍ່ຕ້ານພຣະຄຣິສໄດ້. ພວກເຂົາບໍ່ໄດ້ເຮັດວຽກງານເຊັ່ນນັ້ນ. ນອກຈາກນີ້, ສຳລັບຜູ້ທີ່ມີຄວາມເຕີບໃຫຍ່ໜ້ອຍ ແລະ ຂາດການແຍກແຍະ ທີ່ຖືກເຮັດໃຫ້ຫຼົງຜິດໂດຍພວກຕໍ່ຕ້ານພຣະຄຣິສ, ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການເຮັດວຽກງານກອບກູ້ໃດໆ ແຕ່ຍັງເວົ້າສິ່ງທີ່ໄຮ້ຄວາມເປັນມະນຸດເຊັ່ນ “ພວກເຂົາສົມຄວນແລ້ວ”. ນີ້ແມ່ນການສະແດງອອກທີ່ສະເພາະເຈາະຈົງຂອງການຂາດຄວາມຮັບຜິດຊອບ ເຊິ່ງສະແດງໃຫ້ເຫັນວ່າ ຜູ້ນໍາປອມບໍ່ມີຄວາມຮູ້ສຶກຕໍ່ພາລະສໍາລັບວຽກງານຂອງຄຣິສຕະຈັກ. ການສະແດງອອກເຫຼົ່ານີ້ແມ່ນການກະທຳ ແລະ ແນວທາງທີ່ສະເພາະເຈາະຈົງຂອງຜູ້ນໍາປອມ ເມື່ອພວກຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ ແລະ ລົບກວນຜູ້ທີ່ຖືກເລືອກຂອງພຣະເຈົ້າ. ທັດສະນະຄະຕິທີ່ສະເພາະເຈາະຈົງຂອງພວກເຂົາຕໍ່ກັບວຽກງານນີ້ແມ່ນການຂາດຄວາມຮັບຜິດຊອບ ແລະ ການບໍ່ຈົງຮັກພັກດີ. ພວກເຂົາອ້າງຂໍ້ອ້າງຕ່າງໆ ແລະ ນໍາໃຊ້ວິທີການຕ່າງໆເພື່ອອຳນວຍຄວາມສະດວກໃຫ້ພວກຕໍ່ຕ້ານພຣະຄຣິສ, ເຮັດໜ້າທີ່ເປັນຮົ່ມກັນໄພໃຫ້ກັບພວກເຂົາ ໃນຂະນະທີ່ບໍ່ໄດ້ປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ສິດ ແລະ ຜົນປະໂຫຍດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ຖ້າຜູ້ນໍາປອມສາມາດແກ້ໄຂບັນຫາຕ່າງໆໄດ້ໂດຍທັນທີ ເຊັ່ນ: ການທີ່ພວກຕໍ່ຕ້ານພຣະຄຣິສລົບກວນ, ການເຮັດໃຫ້ຫຼົງຜິດ, ຄວບຄຸມ ແລະ ທຳຮ້າຍຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງສາຫັດ ແລະ ຈາກນັ້ນກໍຈຳກັດ, ແຍກອອກ ແລະ ກຳຈັດອອກ ຫຼື ຂັບໄລ່ພວກຕໍ່ຕ້ານພຣະຄຣິສ, ຜູ້ທີ່ຖືກເລືອກຂອງພຣະເຈົ້າກໍຈະໄດ້ຮັບການປົກປ້ອງສູງສຸດ. ຢ່າງໃດກໍຕາມ, ໃນຖານະທີ່ເປັນຜູ້ນໍາ, ພວກເຂົາບໍ່ມີຄວາມສາມາດພຽງພໍສຳລັບວຽກງານນີ້. ຈາກມຸມມອງໃດໜຶ່ງ, ສາມາດເວົ້າໄດ້ວ່າ ພວກເຂົາກຳລັງປົກປ້ອງພວກຕໍ່ຕ້ານພຣະຄຣິສໃນທາງອ້ອມ ແລະ ປູທາງໃຫ້ແກ່ພວກເຂົາ, ເຮັດໃຫ້ພວກເຂົາສາມາດສືບຕໍ່ເຮັດໃຫ້ຫຼົງຜິດ, ຄວບຄຸມ ແລະ ທຳຮ້າຍຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງສາຫັດ ແລະ ລົບກວນຊີວິດຄຣິສຕະຈັກທີ່ເປັນປົກກະຕິ ແລະ ການປະຕິບັດໜ້າທີ່ຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນການສະແດງອອກຕ່າງໆຂອງຜູ້ນໍາປອມ.
ຂໍ້ທີສິບສີ່: ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສທຸກປະເພດໂດຍທັນທີ (ພາກທີໜຶ່ງ)
ຫຼັງຈາກທີ່ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກຈົບແລ້ວ, ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບຂໍ້ທີສິບສີ່. ເນື້ອໃນຂອງຄວາມຮັບຜິດຊອບຂໍ້ທີສິບສີ່ມີຄວາມຄ້າຍຄືກັນໃນບາງດ້ານກັບຂໍ້ທີສິບສາມ. ວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດໃນຄວາມຮັບຜິດຊອບຂໍ້ທີສິບສີ່ບໍ່ພຽງແຕ່ກ່ຽວຂ້ອງກັບພວກຕໍ່ຕ້ານພຣະຄຣິສເທົ່ານັ້ນ ແຕ່ຍັງລວມເຖິງຄົນຊົ່ວຊ້າຕ່າງໆ ເຊິ່ງເຮັດໃຫ້ຂອບເຂດຂອງມັນກວ້າງກວ່າຄວາມຮັບຜິດຊອບຂໍ້ທີສິບສາມ. ກ່ອນທີ່ຈະໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່, ໃຫ້ພວກເຮົາອ່ານເນື້ອໃນຂອງມັນກ່ອນ. (ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສທຸກປະເພດໂດຍທັນທີ”). ປະໂຫຍກນີ້ບໍ່ຍາວ ແຕ່ເມື່ອເວົ້າເຖິງວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ, ມັນບໍ່ໄດ້ງ່າຍດາຍຄືກັບທີ່ເຫັນຢູ່ພາຍນອກ. ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ກ່າວເຖິງໃນປະໂຫຍກນີ້ແມ່ນຫຍັງແທ້? ໃຜຄືເປົ້າໝາຍຂອງວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ? (ຄົນຊົ່ວຊ້າຕ່າງໆ ແລະ ພວກຕໍ່ຕ້ານພຣະຄຣິສ). ວຽກງານສະເພາະທີ່ຕ້ອງເຮັດແມ່ນຫຍັງ? (ໃຫ້ແຍກແຍະພວກເຂົາໂດຍທັນທີ. ເມື່ອແຍກແຍະໄດ້ແລ້ວ, ໃຫ້ກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ). ການແຍກແຍະໂດຍທັນທີ ໂດຍບໍ່ຊັກຊ້າ; ເມື່ອກວດພົບສັນຍານ, ຕ້ອງມີການຕັດສິນ ແລະ ການກຳນົດລັກສະນະທີ່ຖືກຕ້ອງ, ຕາມມາດ້ວຍການຈັດການກັບບຸກຄົນທີ່ກ່ຽວຂ້ອງໂດຍການກຳຈັດພວກເຂົາອອກ. ທີ່ຈິງແລ້ວ, ວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດປະກອບດ້ວຍສອງຢ່າງຄື: ການແຍກແຍະຜູ້ຄົນ ແລະ ການແກ້ໄຂບັນຫາ. ທາງພາຍນອກ, ມັນເບິ່ງຄືວ່າງ່າຍດາຍແບບນີ້: ກ່ອນອື່ນໃຫ້ແຍກແຍະ, ຈາກນັ້ນກໍໃຫ້ກຳນົດວິທີແກ້ໄຂ ແລະ ມາດຕະການໂດຍທັນທີ ໂດຍມີເປົ້າໝາຍແມ່ນຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສຕ່າງໆທີ່ເຮືອນຂອງພຣະເຈົ້າກຳນົດໃຫ້ຕ້ອງຖືກກຳຈັດອອກ ຫຼື ຂັບໄລ່. ຈາກມຸມມອງນີ້, ມັນຈຶ່ງເບິ່ງຄືວ່າງ່າຍສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະເຮັດວຽກງານນີ້ໃຫ້ດີ ແລະ ບັນລຸຄວາມຮັບຜິດຊອບນີ້ ໂດຍບໍ່ມີຄວາມຫຍຸ້ງຍາກຫຼາຍ ເພາະວ່າກ່ອນໜ້ານີ້ ເຮືອນຂອງພຣະເຈົ້າໄດ້ມີການໂອ້ລົມໃນວົງກວ້າງກ່ຽວກັບລາຍລະອຽດຂອງການແຍກແຍະ ແລະ ການກຳຈັດຄົນຕ່າງໆອອກ ໂດຍມີການກ່າວເຖິງເລື່ອງນີ້ຫຼາຍພໍສົມຄວນ. ທາງພາຍນອກ, ວຽກງານທີ່ກ່ຽວຂ້ອງໃນຄວາມຮັບຜິດຊອບຂໍ້ທີສິບສີ່ເບິ່ງຄືວ່າຄ້າຍຄືກັນໃນບາງດ້ານກັບເນື້ອໃນສະເພາະຂອງຄວາມຮັບຜິດຊອບຂໍ້ທີສິບສອງ ແລະ ສິບສາມທີ່ໄດ້ໂອ້ລົມກັນໄປກ່ອນໜ້ານີ້ ແຕ່ໃນຄວາມຮັບຜິດຊອບຂໍ້ທີສິບສີ່, ເປົ້າໝາຍຂອງວຽກງານທີ່ເຮັດໂດຍຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ແມ່ນພວກຕໍ່ຕ້ານພຣະຄຣິສເທົ່ານັ້ນ ແຕ່ຍັງລວມເຖິງຄົນຊົ່ວຊ້າຕ່າງໆ. ສິ່ງນີ້ຂະຫຍາຍຂອບເຂດໃຫ້ກວມເອົາຄົນຊົ່ວຊ້າປະເພດຕ່າງໆ ເຊິ່ງຮຽກຮ້ອງໃຫ້ມີການໂອ້ລົມຢ່າງເປັນລະບົບ ແລະ ສະເພາະເຈາະຈົງ. ເພາະວ່າມັນບໍ່ໄດ້ກ່ຽວກັບການສະແດງອອກຂອງຄົນຊົ່ວຊ້າປະເພດດຽວ ແຕ່ແມ່ນຫຼາຍປະເພດ, ເມື່ອໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຮົາຈະສຸມໃສ່ການລະບຸເປົ້າໝາຍຂອງວຽກງານນີ້ໃຫ້ຈະແຈ້ງ. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ຈະປະຕິບັດຕໍ່ຄົນເຫຼົ່ານີ້ແນວໃດແທ້, ບໍ່ວ່າຈະເປັນການຈຳກັດ, ແຍກອອກ, ກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ ແມ່ນສິ່ງທີ່ພວກເຮົາຈະໂອ້ລົມກັນຢ່າງລະອຽດໃນຕໍ່ໜ້າ.
ຄຣິສຕະຈັກແມ່ນຫຍັງ
ກ່ອນທີ່ພວກເຮົາຈະໂອ້ລົມກັນກ່ຽວກັບວຽກງານນີ້ຢ່າງລະອຽດ, ໃຫ້ໂອ້ລົມກັນໃນຫົວຂໍ້ນອກເລື່ອງກ່ອນ. ຫົວຂໍ້ນອກເລື່ອງນີ້ອາດຈະເປັນທີ່ຮູ້ຈັກກັນດີ ຫຼື ອາດຈະເປັນຫົວຂໍ້ທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈທີ່ສະເພາະເຈາະຈົງ. ຫົວຂໍ້ນັ້ນແມ່ນຫຍັງ? ມັນແມ່ນ “ຄຣິສຕະຈັກແມ່ນຫຍັງ?” ຫົວຂໍ້ນີ້ເປັນແນວໃດ? ບາງຄົນອາດຈະເວົ້າວ່າ “ເຈົ້າກຳລັງໂອ້ລົມກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ສະນັ້ນໃຫ້ໂອ້ລົມກັນສະເພາະເລື່ອງນັ້ນກໍພໍແລ້ວ. ເປັນຫຍັງຈຶ່ງມາໂອ້ລົມວ່າຄຣິສຕະຈັກແມ່ນຫຍັງ? ມັນກ່ຽວຂ້ອງກັບຫົວຂໍ້ນີ້ບໍ?” ທາງພາຍນອກ, ມັນອາດຈະເບິ່ງຄືວ່າບໍ່ກ່ຽວຂ້ອງກັນ ແລະ ບາງຄົນອາດຈະເວົ້າອີກວ່າ “ນີ້ເປັນຫົວຂໍ້ທີ່ບໍ່ກ່ຽວຂ້ອງກັນເລີຍ. ເປັນຫຍັງຈຶ່ງຍົກຂຶ້ນມາໂອ້ລົມກັນ?” ບໍ່ວ່າພວກເຈົ້າຈະຄິດແນວໃດກໍຕາມ, ໃຫ້ປະຄວາມຄິດເຫຼົ່ານີ້ໄວ້ກ່ອນ ແລະ ຄົ້ນຄິດກ່ອນວ່າຄຣິສຕະຈັກແມ່ນຫຍັງ. ເມື່ອໃດທີ່ຄຳນິຍາມຂອງຄຳວ່າ “ຄຣິສຕະຈັກ” ໄດ້ຮັບການໂອ້ລົມກັນຢ່າງແຈ່ມແຈ້ງແລ້ວ, ພວກເຈົ້າກໍຈະຮູ້ວ່າເປັນຫຍັງພວກເຮົາຈຶ່ງໂອ້ລົມກັນໃນຫົວຂໍ້ນີ້.
I. ຄວາມເຂົ້າໃຈຫຼາຍປະການກ່ຽວກັບຄຣິສຕະຈັກ
ການໂອ້ລົມກ່ຽວກັບຄຣິສຕະຈັກແມ່ນຫຍັງ ກໍຄືການໃຫ້ຄຳອະທິບາຍທີ່ແຈ່ມແຈ້ງ ແລະ ຖືກຕ້ອງກ່ຽວກັບຊື່ “ຄຣິສຕະຈັກ”; ມັນໝາຍເຖິງການສື່ສານຄຳນິຍາມທີ່ສະເພາະເຈາະຈົງ ແລະ ຖືກຕ້ອງຂອງຄຳວ່າ “ຄຣິສຕະຈັກ”. ກ່ອນອື່ນ, ພວກເຈົ້າສາມາດໂອ້ລົມກັນໄດ້ວ່າ ພວກເຈົ້າມີຄວາມເຂົ້າໃຈ ແລະ ການຮັບຮູ້ຄຳວ່າ “ຄຣິສຕະຈັກ” ແນວໃດ. ຄຣິສຕະຈັກແມ່ນຫຍັງ? ໃຫ້ເລີ່ມຕົ້ນຈາກຄຳອະທິບາຍທາງທິດສະດີກ່ອນ ແລ້ວຈຶ່ງໄປສູ່ຄຳນິຍາມທີ່ສະເພາະເຈາະຈົງ ແລະ ເປັນພາກປະຕິບັດຫຼາຍຂຶ້ນ. (ຄວາມເຂົ້າໃຈຂອງຂ້ານ້ອຍແມ່ນ ສະຖານທີ່ທີ່ອ້າຍເອື້ອຍນ້ອງຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາຄວາມຈິງມາເຕົ້າໂຮມກັນເພື່ອນະມັດສະການພຣະເຈົ້າ ເອີ້ນວ່າຄຣິສຕະຈັກ). ຄຳນິຍາມນີ້ໝາຍເຖິງວ່າຄຣິສຕະຈັກເປັນສະຖານທີ່ປະເພດໃດ; ໂດຍພື້ນຖານແລ້ວມັນແມ່ນສິ່ງທີ່ມີຮູບຮ່າງ, ຈັບຕ້ອງໄດ້. ນີ້ແມ່ນຄຳນິຍາມທາງທິດສະດີ. ຄຳນິຍາມນີ້ຖືກຕ້ອງບໍ? ມີສ່ວນໃດທີ່ບໍ່ຖືກຕ້ອງບໍ? ໃນທາງທິດສະດີແລ້ວ, ຄຳນິຍາມນີ້ກໍເປັນທີ່ຍອມຮັບໄດ້. ມີໃຜຈະເພີ່ມຕື່ມອີກບໍ? (ຂ້ານ້ອຍຂໍເພີ່ມຕື່ມໜ້ອຍໜຶ່ງ. ເນື່ອງຈາກການປາກົດ ແລະ ພາລະກິດຂອງພຣະເຈົ້າ ແລະ ການທີ່ພຣະອົງເຜີຍແຜ່ຄວາມຈິງ, ຈຶ່ງມີກຸ່ມຄົນທີ່ຕິດຕາມພຣະເຈົ້າ; ກຸ່ມກ້ອນທີ່ພວກເຂົາສ້າງຕັ້ງຂຶ້ນເອີ້ນວ່າຄຣິສຕະຈັກ). ຄຳນິຍາມນີ້ອະທິບາຍວ່າຄຣິສຕະຈັກເປັນກຸ່ມປະເພດໃດ. ນີ້ກໍແມ່ນຄຳນິຍາມທີ່ເປັນທາງການ ແລະ ທາງທິດສະດີ. (ຂ້ານ້ອຍຂໍເພີ່ມຕື່ມວ່າ ກຸ່ມຄົນນີ້ມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ເມື່ອພວກເຂົາເຕົ້າໂຮມກັນເພື່ອອ່ານພຣະທຳຂອງພຣະເຈົ້າ, ກໍມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ພວກເຂົາສາມາດປະຕິບັດຄວາມຈິງ ແລະ ເຕີບໃຫຍ່ໃນຊີວິດໄດ້. ຄຣິສຕະຈັກແມ່ນການເຕົ້າໂຮມຂອງຄົນເຊັ່ນນັ້ນ). ການເພີ່ມຕື່ມໃສ່ຄຳນິຍາມຂອງຄຣິສຕະຈັກນີ້ອະທິບາຍວ່າມັນເປັນການເຕົ້າໂຮມປະເພດໃດ. ສິ່ງທີ່ກຳນົດລັກສະນະຂອງການເຕົ້າໂຮມນີ້ກໍຄື ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ, ການມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການເຕີບໃຫຍ່ໃນຊີວິດ. ໂດຍພື້ນຖານແລ້ວນີ້ແມ່ນຄຳນິຍາມທີ່ເປັນທາງການ ແລະ ທາງທິດສະດີຂອງຄຣິສຕະຈັກ. ມີໃຜຈະເພີ່ມຕື່ມອີກບໍ? (ມັນແມ່ນກຸ່ມຄົນທີ່ຍຶດຖືພຣະທຳຂອງພຣະເຈົ້າເປັນຫຼັກການແຫ່ງການປະຕິບັດ ແລະ ຖືກປົກຄອງໂດຍຄວາມຈິງ ແລະ ພຣະຄຣິສ. ກຸ່ມນີ້ສາມາດປະສົບກັບພາລະກິດຂອງພຣະເຈົ້າ, ຍອມຮັບຄວາມຈິງ, ເຕີບໃຫຍ່ໃນຊີວິດ ແລະ ໄດ້ຮັບຄວາມລອດພົ້ນ. ກຸ່ມຄົນເຊັ່ນນີ້ເອີ້ນວ່າຄຣິສຕະຈັກ). “ກຸ່ມ” ນີ້ແມ່ນຄືກັນກັບ “ກຸ່ມກ້ອນ” ທີ່ກ່າວເຖິງເມື່ອກີ້ນີ້. ມີໃຜຈະເພີ່ມຕື່ມອີກບໍ? ຖ້າພວກເຈົ້າບໍ່ມີຫຍັງເພີ່ມຕື່ມ, ພວກເຈົ້າສາມາດກ່າວຄືນຄວາມເຂົ້າໃຈທັງສີ່ປະການທີ່ກ່າວມາຂ້າງເທິງ; ນັ້ນກໍຄື ສິ່ງທີ່ພວກເຈົ້າໄດ້ຖືວ່າເປັນຄຳນິຍາມຂອງຄຣິສຕະຈັກມາໂດຍຕະຫຼອດຕັ້ງແຕ່ເລີ່ມເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ. ການໃຫ້ນິຍາມທາງທິດສະດີຄວນຈະງ່າຍ, ແມ່ນບໍ່? ຕົວຢ່າງ: ກຸ່ມຂອງຜູ້ຄົນທີ່ຕິດຕາມ ແລະ ນະມັດສະການພຣະເຈົ້າຢ່າງຈິງໃຈສາມາດເອີ້ນວ່າຄຣິສຕະຈັກ; ຫຼື ກຸ່ມທີ່ເຮັດຕາມພຣະປະສົງຂອງພຣະເຈົ້າ, ສະແຫວງຫາການອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະເຈົ້າ ກໍສາມາດເອີ້ນວ່າຄຣິສຕະຈັກ; ຫຼື ກຸ່ມທີ່ມີພາລະກິດຂອງພຣະວິນຍານບໍລິສຸດ, ການຊີ້ນໍາຂອງພຣະວິນຍານບໍລິສຸດ ແລະ ການຊົງສະຖິດຂອງພຣະເຈົ້າ ແລະ ການສາມາດນະມັດສະການພຣະເຈົ້າໄດ້ ກໍສາມາດເອີ້ນວ່າຄຣິສຕະຈັກ. ສິ່ງເຫຼົ່ານີ້ບໍ່ແມ່ນຄຳນິຍາມທາງທິດສະດີຂອງຄຣິສຕະຈັກບໍ? (ແມ່ນແລ້ວ). ພວກເຈົ້າທຸກຄົນເຂົ້າໃຈ ແລະ ຮູ້ເນື້ອໃນຂອງສິ່ງທີ່ກຳນົດລັກສະນະເຫຼົ່ານີ້ໃນຄຳນິຍາມຂອງຄຣິສຕະຈັກ, ແມ່ນບໍ່? (ແມ່ນແລ້ວ). ຖ້າຢ່າງນັ້ນ, ໃຫ້ກ່າວຄືນເບິ່ງ. (ຄຣິສຕະຈັກໝາຍເຖິງກຸ່ມຂອງຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະຄຣິສຢ່າງຈິງໃຈ. ຄຣິສຕະຈັກທີ່ແທ້ຈິງມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການຊີ້ນໍາຂອງພຣະເຈົ້າ; ມັນຖືກປົກຄອງໂດຍພຣະຄຣິສ ແລະ ຄວາມຈິງ, ມັນເປັນບ່ອນທີ່ຜູ້ຕິດຕາມພຣະເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ປະສົບກັບພາລະກິດຂອງພຣະເຈົ້າ ແລະ ມີທາງເຂົ້າສູ່ຊີວິດ. ນີ້ຄືຄຣິສຕະຈັກທີ່ແທ້ຈິງ. ຄຣິສຕະຈັກແຕກຕ່າງຈາກຊຸມຊົນທາງສາສະໜາ. ຄຣິສຕະຈັກບໍ່ໄດ້ເຂົ້າຮ່ວມໃນພິທີກຳທາງສາສະໜາ ຫຼື ຮູບແບບການນະມັດສະການພຣະເຈົ້າພາຍນອກ). ໂດຍພື້ນຖານແລ້ວ ນີ້ແມ່ນຄຳນິຍາມທາງທິດສະດີຂອງຄຣິສຕະຈັກ. ຕົວຢ່າງ: ການໃຫ້ນິຍາມຄຣິສຕະຈັກວ່າເປັນສະຖານທີ່ທີ່ຜູ້ຄົນທີ່ພຣະເຈົ້າເອີ້ນມາເຕົ້າໂຮມກັນ ຫຼື ການໃຫ້ນິຍາມຄຣິສຕະຈັກວ່າເປັນກຸ່ມຂອງຜູ້ຄົນທີ່ເຊື່ອ, ຕິດຕາມ, ອ່ອນນ້ອມ ແລະ ນະມັດສະການພຣະເຈົ້າຢ່າງຈິງໃຈ ຫຼື ການໃຫ້ນິຍາມຄຣິສຕະຈັກວ່າເປັນການເຕົ້າໂຮມຂອງຜູ້ຄົນທີ່ພຣະເຈົ້າເອີ້ນ ແລະ ອື່ນໆ, ຊື່ເອີ້ນເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຄວາມເຂົ້າໃຈ ຫຼື ຄຳນິຍາມພື້ນຖານບາງຢ່າງກ່ຽວກັບຄຣິສຕະຈັກໂດຍກຸ່ມຜູ້ເຊື່ອຕ່າງໆ. ເຮົາຈະບໍ່ລົງເລິກວ່າສາສະໜາ ແລະ ນິກາຍຕ່າງໆໃຫ້ນິຍາມຄຣິສຕະຈັກແນວໃດແທ້, ສຳລັບພວກເຮົາຜູ້ທີ່ຕິດຕາມພຣະເຈົ້າ, ຄຳນິຍາມຂອງຄຣິສຕະຈັກແມ່ນຫຍັງ? ມັນບໍ່ມີຫຍັງນອກເໜືອຈາກກຸ່ມຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ, ມີພາລະກິດຂອງພຣະວິນຍານບໍລິສຸດ, ມີການຊີ້ນໍາຂອງພຣະເຈົ້າ ແລະ ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາຄວາມຈິງ, ສະແຫວງຫາການອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະເຈົ້າ. ບໍ່ວ່າມັນຈະຖືກນິຍາມວ່າເປັນສະຖານທີ່, ກຸ່ມກ້ອນ, ການເຕົ້າໂຮມ, ກຸ່ມ, ຊຸມຊົນ ຫຼື ສິ່ງອື່ນໃດກໍຕາມ, ບໍ່ວ່າຈະໃຊ້ຄຳສັບໃດກໍຕາມ, ສິ່ງທີ່ກຳນົດລັກສະນະຂອງຄຳນິຍາມໂດຍພື້ນຖານແລ້ວກໍແມ່ນສິ່ງເຫຼົ່ານີ້. ເມື່ອຕັດສິນຈາກຄວາມເຂົ້າໃຈພື້ນຖານຂອງຜູ້ຄົນກ່ຽວກັບຄຣິສຕະຈັກ, ຈາກສິ່ງທີ່ກຳນົດລັກສະນະທີ່ພວກເຈົ້າໃຊ້ເພື່ອນິຍາມຊື່ເອີ້ນວ່າ “ຄຣິສຕະຈັກ”, ກໍເປັນທີ່ແຈ່ມແຈ້ງວ່າ ເມື່ອຜູ້ຄົນຕິດຕາມພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງແລ້ວ, ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄຣິສຕະຈັກກໍຄື ມັນບໍ່ແມ່ນຊຸມຊົນ ຫຼື ກຸ່ມທຳມະດາອີກຕໍ່ໄປ. ກົງກັນຂ້າມ, ມັນກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າຢ່າງຈິງໃຈ, ການອ່ານພຣະທຳຂອງພຣະເຈົ້າ, ການມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການສາມາດອ່ອນນ້ອມ ແລະ ນະມັດສະການພຣະເຈົ້າໄດ້ ຫຼື ກ່ຽວກັບດ້ານຕ່າງໆທີ່ລວມເຖິງການເຂົ້າສູ່ຊີວິດ, ການປ່ຽນແປງອຸປະນິໄສ, ການເປັນພະຍານເພື່ອພຣະເຈົ້າ ແລະ ອື່ນໆ. ເມື່ອເບິ່ງມັນໃນລັກສະນະນີ້, ຫຼັງຈາກທີ່ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດຂອງພຣະອົງ, ຊື່ເອີ້ນວ່າ “ຄຣິສຕະຈັກ” ໃນໃຈຂອງຄົນສ່ວນໃຫຍ່ກໍໄດ້ມີຄວາມເຂົ້າໃຈ ແລະ ຄວາມຮັບຮູ້ທີ່ເລິກເຊິ່ງກວ່າ, ສະເພາະເຈາະຈົງກວ່າ, ເປັນຄວາມເຂົ້າໃຈທີ່ສອດຄ່ອງກັບແນວຄິດຂອງພຣະເຈົ້າກ່ຽວກັບຄຣິສຕະຈັກຢ່າງໃກ້ຊິດກວ່າ. ມັນບໍ່ແມ່ນສິ່ງທີ່ງ່າຍດາຍພຽງແຕ່ເປັນຕຶກອາຄານ, ຊຸມຊົນທາງສັງຄົມ, ພະແນກ, ສະຖາບັນ ຫຼື ສິ່ງອື່ນໃດອີກຕໍ່ໄປ; ແຕ່ມັນກ່ຽວຂ້ອງກັບສິ່ງຕ່າງໆເຊັ່ນ: ການເຊື່ອໃນພຣະເຈົ້າ, ພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ການນະມັດສະການພຣະເຈົ້າ.
II. ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ ແລະ ວຽກງານທີ່ຄຣິສຕະຈັກເຮັດ
ກ່ຽວກັບແນວຄິດ ແລະ ຄຳນິຍາມທີ່ສະເພາະເຈາະຈົງຂອງຄຣິສຕະຈັກ, ພວກເຮົາຈະຍັງບໍ່ຟ້າວສະຫຼຸບເທື່ອໃນຕອນນີ້. ຫຼັງຈາກທີ່ພວກເຈົ້າມີແນວຄິດພື້ນຖານກ່ຽວກັບຊື່ “ຄຣິສຕະຈັກ” ຫຼື ຄຳນິຍາມຂອງມັນແລ້ວ, ພວກເຈົ້າເຂົ້າໃຈແຈ້ງບໍກ່ຽວກັບສິ່ງຕ່າງໆ ເຊັ່ນ: ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ, ວຽກງານທີ່ເກີດຂຶ້ນຈາກການມີຢູ່ຂອງຄຣິສຕະຈັກ ແລະ ບົດບາດຂອງຄຣິສຕະຈັກທີ່ມີຕໍ່ຜູ້ຄົນ? ເນື້ອໃນຂອງດ້ານເຫຼົ່ານີ້ກ່ຽວຂ້ອງກັບຄຳນິຍາມຂອງຄຣິສຕະຈັກເຊັ່ນກັນບໍ? ເວົ້າງ່າຍໆກໍຄື ສິ່ງທີ່ຄຣິສຕະຈັກເຮັດກໍຄືຄຸນຄ່າຂອງການມີຢູ່ຂອງມັນ. ຍົກຕົວຢ່າງເຮືອນຫຼັງໜຶ່ງ, ເຮືອນຫຼັງນີ້ມີຈຸດປະສົງຫຍັງ? ມັນມີຄຸນຄ່າ ແລະ ຄວາມສຳຄັນແນວໃດຕໍ່ກັບຜູ້ຄົນທີ່ອາໄສ ແລະ ນຳໃຊ້ມັນ? ຢ່າງໜ້ອຍທີ່ສຸດ, ມັນເປັນທີ່ກຳບັງລົມຝົນ ເຊິ່ງເປັນໜຶ່ງໃນຄຸນຄ່າຂອງມັນ; ຄຸນຄ່າອີກຢ່າງໜຶ່ງກໍຄື ເມື່ອເຈົ້າໝົດແຮງ ແລະ ເມື່ອຍລ້າ ແລະ ບໍ່ມີບ່ອນໄປ, ເຮືອນກໍເປັນສະຖານທີ່ທີ່ເຈົ້າສາມາດພັກຜ່ອນ ແລະ ອາໄສຢູ່ຢ່າງສະຫງົບ ແລະ ມີຄວາມສຸກໄດ້. ເຮືອນຫຼັງນີ້ເອີ້ນວ່າບ້ານ ແຕ່ມັນມີໜ້າທີ່ຫຍັງສຳລັບເຈົ້າ? ມັນເປັນທີ່ກຳບັງລົມຝົນ, ເປັນບ່ອນພັກຜ່ອນ, ຜ່ອນຄາຍ, ສາມາດມີອິດສະຫຼະ ແລະ ອື່ນໆ; ໜ້າທີ່ເຫຼົ່ານີ້ຄືຄຸນຄ່າຂອງເຮືອນຫຼັງນີ້ສຳລັບເຈົ້າ. ບາດນີ້, ອີກຄັ້ງໜຶ່ງ, ບົດບາດຂອງຄຣິສຕະຈັກແມ່ນຫຍັງ? ຄຸນຄ່າ ແລະ ຄວາມສຳຄັນຂອງການກໍ່ຕັ້ງ ແລະ ການມີຢູ່ຂອງມັນແມ່ນຫຍັງ? ເວົ້າງ່າຍໆກໍຄື ຄຣິສຕະຈັກເຮັດຫຍັງ, ມັນມີບົດບາດຫຍັງ? ພວກເຈົ້າເຂົ້າໃຈແຈ້ງກ່ຽວກັບເລື່ອງນີ້ບໍ? ຄຣິສຕະຈັກຄວນເຮັດວຽກງານສະເພາະ ຫຼື ວຽກງານປະເພດໃດ ແລະ ຂອບເຂດວຽກງານຂອງມັນຕ້ອງລວມເຖິງຫຍັງແດ່ ເພື່ອໃຫ້ມັນຖືກເອີ້ນວ່າຄຣິສຕະຈັກ, ເພື່ອໃຫ້ວຽກງານນີ້ເປັນສິ່ງທີ່ຄຣິສຕະຈັກທີ່ແທ້ຈິງຄວນເຮັດ? ນີ້ແມ່ນເນື້ອໃນສະເພາະບາງຢ່າງທີ່ຄວນໂອ້ລົມກັນກ່ຽວກັບຄຳນິຍາມຂອງຄຣິສຕະຈັກ. ກ່ອນອື່ນໝົດ, ຄຣິສຕະຈັກເຮັດວຽກງານຫຍັງແທ້? (ຫຼັກໆແລ້ວ ຄືການເຜີຍແຜ່ພຣະທຳຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ເຜີຍແຜ່ພຣະກິດຕິຄຸນ ເພື່ອໃຫ້ຄົນຈຳນວນຫຼາຍຂຶ້ນສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບເອົາຄວາມລອດພົ້ນຂອງພຣະອົງ). ນີ້ແມ່ນໜ້າວຽກທີ່ສະເພາະເຈາະຈົງບໍ? (ແມ່ນແລ້ວ). ນີ້ຄືຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກ ແລະ ເປັນໜຶ່ງໃນໜ້າວຽກສະເພາະທີ່ຄຣິສຕະຈັກຕ້ອງເຮັດ ແຕ່ມັນບໍ່ແມ່ນທັງໝົດ. ການເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ການເປັນພະຍານເຖິງພາລະກິດຂອງພຣະເຈົ້າແມ່ນໜ້າວຽກທີ່ສະເພາະເຈາະຈົງ. ແມ່ນໃຜຮັບຜິດຊອບໜ້າວຽກນີ້? ນັ້ນກໍຄືທີມງານພຣະກິດຕິຄຸນໃນປັດຈຸບັນ. ຄຣິສຕະຈັກຍັງເຮັດວຽກງານຫຍັງອີກ? (ຈັດຕັ້ງອ້າຍເອື້ອຍນ້ອງໃຫ້ມາເຕົ້າໂຮມກັນ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ເຮັດໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງຢ່າງຕໍ່ເນື່ອງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ). ໜ້າວຽກສະເພາະນີ້ຄືການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຂົ້າໃຈຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ. ການເຜີຍແຜ່ພຣະທຳຂອງພຣະເຈົ້າແມ່ນໜ້າວຽກຫຼັກ ແລະ ສຳຄັນຂອງຄຣິສຕະຈັກ. ການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຂົ້າໃຈຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິແມ່ນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ; ນີ້ແມ່ນວຽກງານທີ່ເນັ້ນໃສ່ພາຍໃນ. ວຽກງານສອງຢ່າງນີ້, ໜຶ່ງແມ່ນພາຍນອກ ແລະ ໜຶ່ງແມ່ນພາຍໃນ, ແມ່ນວຽກງານທີ່ເກີດຂຶ້ນຈາກການມີຢູ່ຂອງຄຣິສຕະຈັກ. ນອກຈາກນັ້ນຍັງສາມາດເວົ້າໄດ້ວ່າເປັນໜ້າວຽກທີ່ສຳຄັນສອງຢ່າງທີ່ຄຣິສຕະຈັກຄວນປະຕິບັດ. ຍັງມີໜ້າວຽກອື່ນອີກບໍ? (ໜ້າວຽກອີກຢ່າງໜຶ່ງແມ່ນການນໍາພາຜູ້ຄົນໃຫ້ປະສົບກັບການພິພາກສາຂອງພຣະເຈົ້າ ເພື່ອຈະໄດ້ຮັບການຊຳລະລ້າງ ແລະ ບັນລຸການປ່ຽນແປງອຸປະນິໄສ). ນີ້ແມ່ນໜ້າວຽກສະເພາະພາຍໃນຂອງຄຣິສຕະຈັກ. ໜ້າວຽກທັງໝົດທີ່ພວກເຈົ້າກ່າວມານີ້ໂດຍພື້ນຖານແລ້ວແມ່ນໜ້າວຽກທີ່ເປັນຕົວແທນ. ການປະສົບກັບພາລະກິດຂອງພຣະເຈົ້າ, ເຊັ່ນ: ການຜ່ານສະພາບແວດລ້ອມຕ່າງໆ, ການຜ່ານການພິພາກສາ, ການລົງໂທດ, ການລິຮານ ແລະ ອື່ນໆ, ຈົນໃນທີ່ສຸດກໍບັນລຸການປ່ຽນແປງອຸປະນິໄສ ແລະ ໄດ້ຮັບຄວາມລອດພົ້ນ ແມ່ນໜ້າວຽກທີ່ສະເພາະເຈາະຈົງ. ນີ້ຄືຜົນກະທົບ ແລະ ອິດທິພົນທີ່ການກໍ່ຕັ້ງ ແລະ ການມີຢູ່ຂອງຄຣິສຕະຈັກມີຕໍ່ຜູ້ຄົນ. ວຽກງານເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ເປັນພະຍານເຖິງພຣະເຈົ້າບໍ່ພຽງແຕ່ປະຕິບັດໂດຍທີມງານພຣະກິດຕິຄຸນເທົ່ານັ້ນ; ມັນຍັງສຳເລັດໄດ້ຜ່ານບົດຄວາມຄຳພະຍານຈາກປະສົບການ, ເພງສັນລະເສີນ, ວິດີໂອ ແລະ ຮູບເງົາຕ່າງໆ ແລະ ອື່ນໆ, ເຊິ່ງກໍແມ່ນເນື້ອໃນ ແລະ ໂຄງການສະເພາະທີ່ລວມຢູ່ໃນວຽກງານເຜີຍແຜ່ພຣະທຳຂອງພຣະເຈົ້າ. ນອກຈາກນີ້, ຍັງມີໜ້າວຽກທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກຄື: ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າເພື່ອເຂົ້າໃຈຄວາມຈິງ, ການສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຮູ້ຈັກພຣະເຈົ້າ ແລະ ການປະສົບກັບພາລະກິດຂອງພຣະເຈົ້າ ແລະ ສະພາບແວດລ້ອມຕ່າງໆທີ່ພຣະເຈົ້າຈັດຕັ້ງຂຶ້ນໃນລະຫວ່າງຂະບວນການປະຕິບັດໜ້າທີ່ ເພື່ອບັນລຸການປ່ຽນແປງອຸປະນິໄສ ແລະ ໄດ້ຮັບຄວາມລອດພົ້ນ. ສິ່ງເຫຼົ່ານີ້ແມ່ນໜ້າວຽກຫຼາຍຢ່າງທີ່ເກີດຂຶ້ນບົນພື້ນຖານການມີຢູ່ຂອງຄຣິສຕະຈັກຫຼັງຈາກທີ່ມັນໄດ້ຖືກກໍ່ຕັ້ງຂຶ້ນ. ນອກເໜືອຈາກໜ້າວຽກຫຼັກເຫຼົ່ານີ້, ຍັງມີວຽກງານຮອງອີກບໍ? ວຽກງານຮອງແມ່ນຫຍັງ? ພວກມັນໝາຍເຖິງວຽກງານທີ່ບໍ່ສຳຄັນ ຫຼື ວຽກງານທົ່ວໄປ ເຊິ່ງເຖິງຢ່າງໃດກໍຕາມ, ມັນກໍມີຜົນປະໂຫຍດບາງຢ່າງສຳລັບຜູ້ທີ່ຖືກເລືອກຂອງພຣະເຈົ້າໃນການໄລ່ຕາມຫາຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງຕົນ; ວຽກງານນີ້ສາມາດສົ່ງຜົນກະທົບໃນທາງບວກຕໍ່ການເຕີບໃຫຍ່ທາງຊີວິດຂອງຜູ້ຄົນ ແລະ ການປ່ຽນແປງທັດສະນະຂອງພວກເຂົາຕໍ່ເລື່ອງຕ່າງໆ. ໃນສະຖານະການພິເສດ, ວຽກງານທົ່ວໄປທີ່ກ່ຽວຂ້ອງກັບການດຳລົງຊີວິດທາງຮ່າງກາຍຂອງຜູ້ຄົນເຊິ່ງເກີດຂຶ້ນຈາກວຽກງານຄຣິສຕະຈັກ ຖືວ່າເປັນວຽກງານທີ່ຈຳເປັນຂອງຄຣິສຕະຈັກບໍ? ຕົວຢ່າງ: ການເຮັດໄຮ່ໄຖນາ, ການລ້ຽງສັດ ແລະ ກິດຈະກຳອື່ນໆທີ່ຈັດຫາອາຫານທີ່ຈຳເປັນຈໍານວນໜຶ່ງໃຫ້ກັບຜູ້ທີ່ປະຕິບັດໜ້າທີ່ຂອງຕົນ. ສິ່ງເຫຼົ່ານີ້ຖືວ່າເປັນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກບໍ? (ບໍ່ແມ່ນ). ແລ້ວການຈັດຫາຄອມພິວເຕີ, ອຸປະກອນ ແລະ ສິ່ງອື່ນໆໃຫ້ກັບຜູ້ທີ່ປະຕິບັດໜ້າທີ່ຂອງຕົນເດ, ສິ່ງເຫຼົ່ານີ້ຖືວ່າເປັນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກບໍ? (ບໍ່ແມ່ນ). ແລ້ວວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກໝາຍເຖິງຫຍັງ? ສິ່ງນີ້ກ່ຽວຂ້ອງກັບຄຳນິຍາມຂອງຄຣິສຕະຈັກ. ຄຳນິຍາມກ່ອນໜ້ານີ້ຂອງພວກເຈົ້າກ່ຽວກັບຄຣິສຕະຈັກແມ່ນດີ; ເຮົາຂ້ອນຂ້າງພໍໃຈກັບຄຳນິຍາມເຫຼົ່ານັ້ນ ເພາະວ່າສິ່ງທີ່ກຳນົດລັກສະນະໃນຄຳນິຍາມຂອງພວກເຈົ້າແມ່ນກ່ຽວຂ້ອງກັບຄວາມຈິງທີ່ສູງກວ່າ ເຊັ່ນ: ການເຂົ້າສູ່ຊີວິດຂອງຜູ້ຄົນ, ຄວາມເຊື່ອທີ່ແທ້ຈິງຂອງພວກເຂົາໃນພຣະເຈົ້າ ແລະ ໃນການຕິດຕາມພຣະເຈົ້າ, ການຮູ້ຈັກພຣະເຈົ້າ ແລະ ແມ່ນແຕ່ການປ່ຽນແປງອຸປະນິໄສ, ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການນະມັດສະການພຣະເຈົ້າ. ຈາກຈຸດນີ້, ການມີຢູ່ຂອງຄຣິສຕະຈັກບໍ່ແມ່ນເພື່ອສິ່ງທີ່ກ່ຽວຂ້ອງກັບຊີວິດທາງເນື້ອໜັງ ແລະ ຜົນປະໂຫຍດຂອງຜູ້ຄົນຢ່າງແນ່ນອນ, ເຊັ່ນ: ການເຮັດໃຫ້ພວກເຂົາອົບອຸ່ນ ແລະ ອີ່ມໜຳ, ການຮັກສາສຸຂະພາບຂອງພວກເຂົາ ຫຼື ການເບິ່ງແຍງອະນາຄົດຂອງພວກເຂົາ. ຄຣິສຕະຈັກບໍ່ໄດ້ມີຢູ່ເພື່ອສະໜັບສະໜູນການດຳລົງຊີວິດທາງຮ່າງກາຍຂອງຜູ້ຄົນ ຫຼື ເພື່ອໃຫ້ຜູ້ຄົນໄດ້ເພີດເພີນກັບຊີວິດທາງເນື້ອໜັງທີ່ດີຂຶ້ນ. ບາງຄົນເວົ້າວ່າ “ບໍ່ຖືກຕ້ອງ. ຊີວິດ ແລະ ການດຳລົງຊີວິດທາງຮ່າງກາຍຂອງພວກເຮົາຖືກກ່າວເຖິງໃນພຣະທຳຂອງພຣະເຈົ້າ ເຊິ່ງບອກໃຫ້ພວກເຮົາຮຽນຮູ້ສິລະປະສະໄໝໃໝ່ ແລະ ຄວາມຮູ້ກ່ຽວກັບການຮັກສາສຸຂະພາບ. ສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບການດຳລົງຊີວິດຂອງພວກເຮົາບໍ?” ສິ່ງເຫຼົ່ານີ້ຖືວ່າເປັນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກບໍ? (ບໍ່ແມ່ນ). ເນື່ອງຈາກຄຣິສຕະຈັກປະກອບດ້ວຍຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ໂດຍທໍາມະຊາດແລ້ວ ຊີວິດຂອງຜູ້ຄົນກ່ຽວຂ້ອງກັບອາຫານ, ເຄື່ອງນຸ່ງຫົ່ມ, ທີ່ຢູ່ອາໄສ, ການເດີນທາງ ແລະ ສິ່ງຈຳເປັນປະຈຳວັນ, ຄຣິສຕະຈັກຈຶ່ງຊ່ວຍຜູ້ຄົນແກ້ໄຂບັນຫາເຫຼົ່ານີ້ໂດຍບັງເອີນ. ເມື່ອບັນຫາເຫຼົ່ານີ້ຖືກແກ້ໄຂ, ຜູ້ຄົນກໍຄິດວ່າ “ຄຣິສຕະຈັກຍັງຮັບຜິດຊອບຄວາມຕ້ອງການປະຈຳວັນຂອງພວກເຮົາ. ນີ້ຄືວຽກງານປະຈຳຂອງຄຣິສຕະຈັກ ແລະ ເປັນວຽກງານທີ່ເປັນແກນຫຼັກຂອງມັນ”. ນີ້ບໍ່ແມ່ນຄວາມເຂົ້າໃຈຜິດບໍ? (ແມ່ນແລ້ວ). ແມ່ນຫຍັງທີ່ພາໃຫ້ເກີດຄວາມເຂົ້າໃຈຜິດນີ້? (ພວກເຂົາບໍ່ເຂົ້າໃຈແຈ້ງວ່າວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກແມ່ນຫຍັງ). ເປັນຫຍັງພວກເຂົາຍັງບໍ່ເຂົ້າໃຈແຈ້ງຈົນເຖິງປັດຈຸບັນ? ບໍ່ແມ່ນວ່າມີບັນຫາກັບຄວາມເຂົ້າໃຈຂອງພວກເຂົາບໍ? (ແມ່ນແລ້ວ). ເປັນຫຍັງຈຶ່ງມີບັນຫາກັບຄວາມເຂົ້າໃຈຂອງພວກເຂົາ? ນີ້ແມ່ນເລື່ອງຂອງຄວາມສາມາດ. ໃນທີ່ສຸດແລ້ວ, ມັນກໍມາຈາກການມີຄວາມສາມາດທີ່ຕໍ່າ.
ກ່ຽວກັບວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ, ຫາກໍມີການກ່າວເຖິງສາມຂໍ້: ຂໍ້ໜຶ່ງແມ່ນການເປັນພະຍານເຖິງ ແລະ ການເຜີຍແຜ່ພຣະທຳຂອງພຣະເຈົ້າ. ອີກຂໍ້ໜຶ່ງແມ່ນການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ຊ່ວຍຜູ້ຄົນໃຫ້ເຂົ້າໃຈຄວາມຈິງ, ປະຕິບັດພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນໃຫ້ດີຂຶ້ນ. ອີກຂໍ້ໜຶ່ງແມ່ນການນໍາພາຜູ້ຄົນໃຫ້ປະສົບກັບພາລະກິດຂອງພຣະເຈົ້າ, ປະສົບກັບອໍານາດສູງສຸດຂອງພຣະເຈົ້າ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ເພື່ອບັນລຸການປ່ຽນແປງອຸປະນິໄສ ໂດຍອີງໃສ່ຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ. ທັງໝົດນີ້ລ້ວນແຕ່ມີເປົ້າໝາຍເພື່ອໃຫ້ຜູ້ຄົນໄດ້ຮັບຄວາມລອດພົ້ນ. ສາມຂໍ້ເຫຼົ່ານີ້ສະຫຼຸບໄດ້ດີຫຼາຍ; ພວກມັນຄືວຽກງານທີ່ຄຣິສຕະຈັກຕ້ອງເຮັດ ແລະ ເປັນຄຸນຄ່າ ແລະ ຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກຕໍ່ມະນຸດຊາດ, ຕໍ່ສະມາຊິກຄຣິສຕະຈັກ ແລະ ຕໍ່ຜູ້ທີ່ຖືກເລືອກຂອງພຣະເຈົ້າ. ແຕ່ເທົ່ານີ້ຍັງບໍ່ຄົບຖ້ວນພຽງພໍ. ນອກເໜືອຈາກໜ້າວຽກງານທີ່ເປັນແກນຫຼັກເຫຼົ່ານີ້, ໃຫ້ຄິດອີກວ່າ ຜູ້ຄົນໄດ້ຮັບຜົນປະໂຫຍດທີ່ເປັນແກນຫຼັກອັນໃດອີກ ນອກເໜືອຈາກການປະສົບກັບວຽກງານທີ່ຄຣິສຕະຈັກປະຕິບັດນີ້. (ຜູ້ຄົນຮຽນຮູ້ທີ່ຈະແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ). ການແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆແມ່ນຂ້ອນຂ້າງໃກ້ຄຽງ; ມັນກ່ຽວຂ້ອງກັບວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ. ເມື່ອພວກເຮົາເວົ້າເຖິງວຽກງານທີ່ເປັນແກນຫຼັກ, ພວກເຮົາກຳລັງເວົ້າເຖິງໜ້າວຽກທີ່ເປັນຕົວແທນ. ສິ່ງທີ່ພວກເຮົາໂອ້ລົມກັນເມື່ອກີ້ນີ້ແມ່ນຜົນປະໂຫຍດໃນທາງບວກທີ່ຜູ້ຄົນໄດ້ຮັບ ຫຼື ວຽກງານຈໍານວນທີ່ຄຣິສຕະຈັກດຳເນີນການ ເຊິ່ງຜູ້ຄົນໄດ້ມີສ່ວນຮ່ວມ ຫຼື ປະສົບກັບ. ນອກເໜືອຈາກໜ້າວຽກທີ່ເປັນແກນຫຼັກເຫຼົ່ານີ້, ຄຸນຄ່າອີກຢ່າງໜຶ່ງຂອງການມີຢູ່ຂອງຄຣິສຕະຈັກກໍຄືການຊ່ວຍໃຫ້ຜູ້ຄົນເຂົ້າໃຈມະນຸດຊາດ, ໂລກ ແລະ ອິດທິພົນແຫ່ງຄວາມມືດ. ນີ້ແມ່ນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ ນອກເໜືອຈາກສາມໜ້າວຽກທີ່ພວກເຈົ້າໄດ້ໂອ້ລົມກັນໄປບໍ? ນີ້ແມ່ນໜ້າວຽກທີ່ສະເພາະເຈາະຈົງບໍ? (ແມ່ນແລ້ວ). ເມື່ອທຽບໃສ່ສາມໜ້າວຽກທຳອິດ, ໜ້າວຽກນີ້ຖືວ່າເປັນວຽກງານຮອງ. ເປັນຫຍັງຈຶ່ງຖືວ່າເປັນວຽກງານຮອງ? ເພາະວ່າມັນເປັນຜົນທີ່ຜູ້ຄົນບັນລຸໄດ້ຜ່ານການປະສົບກັບສາມໜ້າວຽກທຳອິດ. ມັນບັນລຸໄດ້ໂດຍການປະສົບກັບພາລະກິດຂອງພຣະເຈົ້າ, ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ, ການເຂົ້າໃຈຄວາມຈິງ, ການເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ແລະ ການຮູ້ຈັກພຣະເຈົ້າ. ຜົນທີ່ໄດ້ຮັບກໍຄື ຜູ້ຄົນຈະເຂົ້າໃຈມະນຸດຊາດທີ່ຊົ່ວຮ້າຍນີ້, ໂລກທີ່ມືດມົນນີ້ ແລະ ອິດທິພົນແຫ່ງຄວາມມືດ. ຕອນນີ້ຜົນໄດ້ຮັບນີ້ບັນລຸໄດ້ສ່ວນໜຶ່ງແລ້ວບໍ? (ແມ່ນແລ້ວ). ນີ້ບໍ່ແມ່ນຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກບໍ? ນີ້ບໍ່ແມ່ນໜ້າທີ່ ແລະ ຜົນກະທົບທີ່ການມີຢູ່ຂອງຄຣິສຕະຈັກຄວນມີຕໍ່ຜູ້ທີ່ຕິດຕາມພຣະເຈົ້າບໍ? (ແມ່ນແລ້ວ). ໃນດ້ານໜຶ່ງ, ມັນມີຜົນກະທົບທາງພາວະວິໄສນີ້; ນອກຈາກນີ້, ຄຣິສຕະຈັກກໍກຳລັງດຳເນີນວຽກງານນີ້ໃນທາງບວກ ແລະ ຢ່າງຈິງຈັງ. ມີໂຄງການສະເພາະໃດແດ່ທີ່ກ່ຽວຂ້ອງກັບວຽກງານນີ້? ຕົວຢ່າງ: ຮູບເງົາກ່ຽວກັບຜູ້ທີ່ຖືກເລືອກຂອງພຣະເຈົ້າທີ່ປະສົບກັບການຈັບກຸມ ແລະ ທໍລະມານ. ໃນດ້ານໜຶ່ງ, ສິ່ງເຫຼົ່ານີ້ແມ່ນຄຳພະຍານທີ່ເກີດຂຶ້ນຈາກຜູ້ທີ່ຕິດຕາມພຣະເຈົ້າ ເມື່ອພວກເຂົາທົນທຸກຈາກການຂົ່ມເຫັງຢ່າງໂຫດຮ້າຍຂອງຊາຕານ; ໃນອີກດ້ານໜຶ່ງ, ພວກມັນເປີດໂປງວ່າ ມະນຸດຊາດທີ່ຊົ່ວຊ້ານີ້, ໂລກທີ່ມືດມົນນີ້ ແລະ ອິດທິພົນແຫ່ງຄວາມມືດ ຕໍ່ຕ້ານ ແລະ ປະນາມພຣະເຈົ້າ ແລະ ຄວາມຈິງແນວໃດ, ພ້ອມທັງວິທີການຕ່າງໆທີ່ພວກເຂົາຂົ່ມເຫັງຜູ້ທີ່ຕິດຕາມພຣະເຈົ້າຢ່າງໂຫດຮ້າຍ. ໃນຂະນະທີ່ເປີດໂປງສິ່ງເຫຼົ່ານີ້, ຮູບເງົາຊ່ວຍໃຫ້ຜູ້ຄົນເຂົ້າໃຈມະນຸດຊາດ, ໂລກ ແລະ ອິດທິພົນແຫ່ງຄວາມມືດຈາກມຸມມອງນີ້. ບາງຄົນເວົ້າວ່າ “ເຈົ້າໝາຍຄວາມວ່າແນວໃດກັບ ‘ການເຂົ້າໃຈມະນຸດຊາດ ແລະ ໂລກ’?” ພວກເຈົ້າທຸກຄົນຄິດວ່າ ມັນໝາຍຄວາມວ່າແນວໃດ? (ການເຂົ້າໃຈຄວາມມືດ ແລະ ຄວາມຊົ່ວຮ້າຍຂອງມະນຸດຊາດ ແລະ ໂລກ, ພ້ອມທັງການເຂົ້າໃຈແກ່ນແທ້ຂອງມະນຸດຊາດທັງໝົດທີ່ເປັນສັດຕູຂອງພຣະເຈົ້າ). ຖືກຕ້ອງ. ມັນໝາຍເຖິງການເຂົ້າໃຈຄວາມຊົ່ວຮ້າຍ ແລະ ຄວາມມືດຂອງມະນຸດຊາດ, ການເຂົ້າໃຈໃບໜ້າທີ່ຂີ້ຮ້າຍ ແລະ ທາດແທ້ຂອງມະນຸດຊາດທັງໝົດທີ່ເປັນສັດຕູຂອງພຣະເຈົ້າ. ວິດີໂອກ່ຽວກັບການທໍລະມານ ຫຼື ຄຳພະຍານຈາກປະສົບການສ່ວນຕົວແມ່ນຕົວຢ່າງສະເພາະຂອງວຽກງານນີ້ທີ່ຄຣິສຕະຈັກເຮັດ. ນອກຈາກນີ້, ການເປີດໂປງວັດທະນະທຳດັ້ງເດີມ, ທັດສະນະທາງສິນທຳຂອງມະນຸດ, ແນວຄິດຂອງກຸ່ມຊົນເຜົ່າ ຫຼື ເຊື້ອຊາດບາງກຸ່ມ, ພ້ອມທັງຫຼັກຄຳສອນດັ້ງເດີມຂອງລัດທິເຕົ໋າ ແລະ ລัດທິຂົງຈື້ໃນປະເທດຈີນ, ຄວາມຈິງປອມບາງຢ່າງ ແລະ ກົດລະບຽບຄອບຄົວ ແລະ ການລ້ຽງດູທີ່ຜູກມັດຜູ້ຄົນ ແລະ ຈຳກັດແນວຄິດຂອງພວກເຂົາ. ຈຸດປະສົງຂອງການເປີດໂປງສິ່ງເຫຼົ່ານີ້ແມ່ນຫຍັງ? ວຽກງານນີ້ຈັດຢູ່ໃນໝວດໃດ? ເນື້ອໃນທີ່ຂ້າພະເຈົ້າໄດ້ໄຈ້ແຍກກ່ອນໜ້ານີ້ໃນເລື່ອງ “ນອນເທິງຟືນ ແລະ ເລຍລົດຂົມ” ບໍ່ແມ່ນສ່ວນໜຶ່ງຂອງການເຂົ້າໃຈໂລກ, ມະນຸດຊາດ ແລະ ອິດທິພົນແຫ່ງຄວາມມືດບໍ? (ແມ່ນແລ້ວ). ນີ້ແມ່ນຕົວຢ່າງຂອງເນື້ອໃນສະເພາະຂອງວຽກງານນີ້. ສະນັ້ນ, ວຽກງານນີ້ກໍແມ່ນໜ້າວຽກທີ່ສະເພາະເຈາະຈົງທີ່ຄຣິສຕະຈັກຄວນປະຕິບັດເຊັ່ນກັນ. ສະຫຼຸບແລ້ວ, ໃນດ້ານໜຶ່ງ, ວຽກງານຂອງຄຣິສຕະຈັກແມ່ນການຊີ້ນໍາຜູ້ຄົນໃນທາງບວກໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຜ່ານຄວາມຈິງ, ນໍາພາພວກເຂົາໃຫ້ບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ໃນອີກດ້ານໜຶ່ງແມ່ນການເປີດໂປງໂລກທີ່ມືດມົນຂອງຊາຕານ, ເປີດໂປງການກະທຳຕ່າງໆຂອງຊາຕານທີ່ເປັນປໍລະປັກຕໍ່ຄວາມຈິງ ແລະ ພຣະເຈົ້າ ແລະ ເປີດໂປງແນວໂນ້ມທີ່ຊົ່ວຮ້າຍໃນສັງຄົມມະນຸດ, ແນວຄິດ ແລະ ຄວາມເຊື່ອຕ່າງໆຂອງມະນຸດຊາດທີ່ເສື່ອມຊາມ ພ້ອມທັງຄຳສອນນອກຮີດ, ຄວາມເຊື່ອທີ່ຜິດໆຂອງພວກເຂົາ ແລະ ອື່ນໆ ເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈທຳມະຊາດທີ່ແທ້ຈິງ ແລະ ແກ່ນແທ້ຂອງຍຸກທີ່ຊົ່ວຊ້ານີ້. ນີ້ບໍ່ແມ່ນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກບໍ? (ແມ່ນແລ້ວ). ທີ່ຈິງແລ້ວ, ພວກເຈົ້າໄດ້ຮັບຫຼາຍສິ່ງຫຼາຍຢ່າງຈາກວຽກງານຂອງຄຣິສຕະຈັກແລ້ວ ແລະ ໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ. ເມື່ອເວົ້າເຖິງຜູ້ຄົນໃນຄຣິສຕະຈັກ, ບໍ່ວ່າຈະເປັນຜູ້ທີ່ສົນໃຈໃນຄວາມຈິງ ຫຼື ຜູ້ທີ່ບໍ່ສົນໃຈໃນຄວາມຈິງ, ຫຼັງຈາກທີ່ຕິດຕາມພຣະເຈົ້າເປັນເວລາສາມຫາຫ້າປີ, ຜ່ານການເຕົ້າໂຮມເພື່ອໂອ້ລົມກ່ຽວກັບຄວາມຈິງ, ການອະທິຖານ-ອ່ານພຣະທຳຂອງພຣະເຈົ້າ ແລະ ການປະສົບກັບການຂົ່ມເຫັງ ແລະ ການໃສ່ຮ້າຍປ້າຍສີຈາກຄົນທີ່ບໍ່ເຊື່ອ, ການລົບກວນຈາກຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆອີກທຸກປະເພດ, ພວກເຂົາກໍຈະສາມາດແຍກແຍະ ແລະ ເຂົ້າໃຈໂລກທີ່ມືດມົນນີ້, ມະນຸດຊາດທີ່ຊົ່ວຊ້ານີ້, ຜູ້ມີອຳນາດປົກຄອງ ແລະ ອິດທິພົນແຫ່ງຄວາມມືດຂອງໂລກທັງໝົດໄດ້ໂດຍບໍ່ຮູ້ຕົວ. ສິ່ງເຫຼົ່ານີ້ຄືຜົນທີ່ພວກເຂົາໄດ້ຮັບ. ຜົນໄດ້ຮັບເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ມັນເກີດຂຶ້ນຈາກການມີຢູ່ຂອງຄຣິສຕະຈັກບໍ? ມັນເກີດຂຶ້ນຈາກວຽກງານທີ່ຄຣິສຕະຈັກເຮັດບໍ? (ແມ່ນແລ້ວ). ໃນດ້ານໜຶ່ງ, ຜູ້ຄົນໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບພຣະທຳ, ພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າ; ໃນອີກດ້ານໜຶ່ງ, ພວກເຂົາກໍໄດ້ຮັບຄວາມຮັບຮູ້ ແລະ ການແຍກແຍະທີ່ສອດຄ່ອງກັນກ່ຽວກັບໂລກ, ມະນຸດຊາດ ແລະ ອິດທິພົນແຫ່ງຄວາມມືດ. ຜົນໄດ້ຮັບ ແລະ ຜົນກະທົບໃນທາງບວກຂອງຜົນໄດ້ຮັບທັງສອງຢ່າງນີ້ທີ່ມີຕໍ່ຜູ້ຄົນແມ່ນສິ່ງທີ່ພວກເຂົາຄວນບັນລຸເພື່ອໃຫ້ໄດ້ຄວາມລອດພົ້ນ.
ວຽກງານຂອງຄຣິສຕະຈັກສາມາດສະຫຼຸບໄດ້ວ່າ ຄືການເຜີຍແຜ່ ແລະ ການເປັນພະຍານເຖິງພຣະທຳ ແລະ ພາລະກິດຂອງພຣະເຈົ້າ ແລະ ການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ເພື່ອໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງ, ປະຕິບັດພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນໄດ້ດີຂຶ້ນ. ນອກຈາກນີ້, ບົນພື້ນຖານຂອງການເຂົ້າໃຈຄວາມຈິງ, ພວກເຂົາສາມາດປະສົບກັບພາລະກິດຂອງພຣະເຈົ້າ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ແລະ ບັນລຸການປ່ຽນແປງໃນອຸປະນິໄສ. ນອກເໜືອຈາກສາມດ້ານນີ້, ມັນກ່ຽວຂ້ອງກັບການຊ່ວຍໃຫ້ຜູ້ຄົນເຂົ້າໃຈມະນຸດຊາດທີ່ຊົ່ວຊ້າ, ໂລກທີ່ມືດມົນ ແລະ ອິດທິພົນແຫ່ງຄວາມມືດ. ເຖິງແມ່ນວ່າໂຄງການວຽກງານຂອງຄຣິສຕະຈັກຈະມີບໍ່ຫຼາຍ ແຕ່ເນື້ອໃນສະເພາະເຈາະຈົງແມ່ນກວ້າງຂວາງຫຼາຍ. ເນື້ອໃນທັງໝົດລ້ວນແຕ່ກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ, ຄວາມຈິງ, ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ; ແນ່ນອນວ່າ ມັນຍິ່ງກ່ຽວຂ້ອງກັບການໄດ້ຮັບຄວາມລອດພົ້ນຫຼາຍກວ່ານັ້ນອີກ. ນີ້ຄືໜ້າທີ່ຂອງຄຣິສຕະຈັກ ແລະ ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ. ວຽກງານຂອງຄຣິສຕະຈັກໃນທຸກໆດ້ານແມ່ນກ່ຽວພັນຢ່າງໃກ້ຊິດກັບການເຂົ້າສູ່ຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ ເພາະວ່າມັນກ່ຽວຂ້ອງກັບວິທີທີ່ຜູ້ຄົນປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ຄວາມລອດພົ້ນຂອງພວກເຂົາ ແລະ ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ກັບໂລກ, ມະນຸດຊາດ ແລະ ອິດທິພົນແຫ່ງຄວາມມືດ. ສະຫຼຸບສັ້ນໆກໍຄື ການມີຢູ່ຂອງຄຣິສຕະຈັກແມ່ນກ່ຽວພັນຢ່າງໃກ້ຊິດກັບທຸກຄົນ ແລະ ວຽກງານທີ່ຄຣິສຕະຈັກດຳເນີນການ, ພ້ອມທັງຄຸນຄ່າ ແລະ ຄວາມສຳຄັນຂອງການມີຢູ່ຂອງມັນ ແມ່ນແຍກອອກຈາກທຸກຄົນທີ່ຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ່ໄດ້.
ຫຼັງຈາກທີ່ໂອ້ລົມກັນກ່ຽວກັບວຽກງານສະເພາະທີ່ຄຣິສຕະຈັກໜຶ່ງຕ້ອງເຮັດແລ້ວ, ໃຫ້ມາສົນທະນາກັນກ່ຽວກັບຄຳນິຍາມ ແລະ ທັດສະນະທີ່ບໍ່ເໝາະສົມທີ່ຜູ້ຄົນມີຕໍ່ຄຳວ່າ “ຄຣິສຕະຈັກ” ແລະ ຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກ. ກ່ອນອື່ນໝົດ, ຜູ້ຄົນຄິດວ່າຄຣິສຕະຈັກເປັນສະຖານທີ່ທີ່ຂ້ອນຂ້າງໃຫ້ກຳລັງໃຈ, ເປັນສະຖານທີ່ທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ແສງສະຫວ່າງ, ເປັນສະຖານທີ່ທີ່ຂ້ອນຂ້າງເປັນມິດ ປາສະຈາກຄວາມຂັດແຍ່ງ, ສົງຄາມ, ການຂ້າຟັນ ຫຼື ການນອງເລືອດ. ເປັນສະຖານທີ່ໃນອຸດົມຄະຕິທີ່ຫົວໃຈຂອງຜູ້ຄົນປາດຖະໜາ ແລະ ເຕັມໄປດ້ວຍຄວາມສຸກ. ຢູ່ບ່ອນນີ້, ບໍ່ມີຄວາມອິດສາບັງບຽດ ຫຼື ການຕໍ່ສູ້ກັນ, ບໍ່ມີການໃຊ້ເລ່ຫຼ່ຽມ, ບໍ່ມີກະແສທີ່ຊົ່ວຮ້າຍ ຫຼື ປະກົດການອື່ນໃດທີ່ພົບເຫັນໃນໂລກຂອງຜູ້ບໍ່ເຊື່ອ. ມັນຖືກເບິ່ງວ່າເປັນທ່າເຮືອໃນອຸດົມຄະຕິທີ່ຈິດໃຈຂອງຜູ້ຄົນສາມາດຈອດພັກໄດ້. ບໍ່ວ່າຈິນຕະນາການຂອງຜູ້ຄົນກ່ຽວກັບຄຳວ່າ “ຄຣິສຕະຈັກ” ຈະງາມສໍ່າໃດກໍຕາມ, ໂດຍລວມແລ້ວ ຜູ້ຄົນກໍຊອກຫາສິ່ງຄໍ້າຈູນທາງຈິດວິນຍານຈຳນວນໜຶ່ງໃນຄຣິສຕະຈັກ. ສິ່ງຄໍ້າຈູນທາງຈິດວິນຍານນີ້ມີໜ້າທີ່ທີ່ເປັນຮູບປະທຳຫຼາຍກວ່າສຳລັບຜູ້ຄົນ: ເມື່ອພວກເຂົາປະສົບຄວາມຫຍຸ້ງຍາກ, ພວກເຂົາກໍມາທີ່ຄຣິສຕະຈັກເພື່ອລະບາຍຄວາມທຸກຂອງພວກເຂົາ ແລະ ຄຣິສຕະຈັກກໍຈະຊ່ວຍພວກເຂົາບັນເທົາຄວາມກັງວົນ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້. ຕົວຢ່າງ: ຖ້າພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກໃນບ່ອນເຮັດວຽກ ຫຼື ໃນຊີວິດ, ຖ້າລູກໆຂອງພວກເຂົາບໍ່ເຊື່ອຟັງ, ຖ້າຜົວ ຫຼື ເມຍຂອງພວກເຂົາມີຊູ້, ຖ້າມີຄວາມຂັດແຍ່ງລະຫວ່າງແມ່ຍ່າກັບລູກໄພ້, ຖ້າມີການຖຽງກັນກັບເພື່ອນຮ່ວມງານ ຫຼື ເພື່ອນບ້ານ, ຖ້າລູກໆຂອງພວກເຂົາຖືກຂົ່ມເຫັງ, ຖ້າທີ່ດິນຂອງພວກເຂົາຖືກຍຶດເອົາໂດຍຜູ້ມີອິດທິພົນໃນທ້ອງຖິ່ນ ແລະ ອື່ນໆ, ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ຜູ້ຄົນກໍຫວັງວ່າຄົນໃດຄົນໜຶ່ງໃນຄຣິສຕະຈັກຈະສາມາດຢືນຂຶ້ນອອກໜ້າແທນພວກເຂົາ ແລະ ຊ່ວຍແກ້ໄຂ ແລະ ຈັດການບັນຫາເຫຼົ່ານີ້ໄດ້. ໃນຄວາມຄິດຂອງຜູ້ຄົນ, ຄຣິສຕະຈັກແມ່ນສະຖານທີ່ເຊັ່ນນັ້ນ. ໂດຍບໍ່ຕ້ອງສົງໄສ, ໃນຄວາມຄິດຂອງຜູ້ຄົນ ຄຣິສຕະຈັກເປັນບ່ອນລີ້ໄພ, ເປັນສະຫວັນໃນອຸດົມຄະຕິ, ເປັນສະຖານທີ່ເພື່ອບັນເທົາຄວາມກັງວົນ ແລະ ແກ້ໄຂຄວາມຫຍຸ້ງຍາກ, ກຳຈັດຄວາມຮຸນແຮງ ແລະ ໃຫ້ຄົນດີໄດ້ຢູ່ຢ່າງສະຫງົບສຸກ ແລະ ປົກປ້ອງຄວາມຍຸຕິທຳ. ຖ້າຊີວິດລຳບາກຂາດເຂີນ, ຄຣິສຕະຈັກກໍຄວນໃຫ້ການບັນເທົາ; ຖ້າບໍ່ມີຜັກກິນ ແລະ ບໍ່ມີເຂົ້າສານຫຸງ, ຄຣິສຕະຈັກຄວນແຈກຢາຍໃຫ້; ຖ້າບໍ່ມີເສື້ອຜ້າ, ຄຣິສຕະຈັກຄວນຊື້ໃຫ້; ຖ້າໃຜຜູ້ໜຶ່ງເຈັບປ່ວຍ, ຄຣິສຕະຈັກຄວນຈ່າຍຄ່າປິ່ນປົວໃຫ້. ເມື່ອຄົນໃດຄົນໜຶ່ງພົບພໍ້ກັບຄວາມຫຍຸ້ງຍາກໃນບ່ອນເຮັດວຽກ, ອ້າຍເອື້ອຍນ້ອງໃນຄຣິສຕະຈັກຄວນຍື່ນມືເຂົ້າຊ່ວຍເຫຼືອ, ໃຊ້ເສັ້ນສາຍ, ໃຊ້ສາຍພົວພັນ ຫຼື ໃຫ້ຄຳແນະນຳ. ເມື່ອລູກຈະສອບເສັງເຂົ້າວິທະຍາໄລ, ພວກເຂົາກໍມາຫາຄຣິສຕະຈັກເພື່ອໃຫ້ຄົນອະທິຖານເພື່ອພວກເຂົາຫຼາຍຂຶ້ນ ໂດຍພະຍາຍາມເພື່ອຮັບປະກັນວ່າລູກຂອງພວກເຂົາສອບເສັງເຂົ້າວິທະຍາໄລໄດ້. ບໍ່ວ່າຈະພົບພໍ້ກັບຄວາມຫຍຸ້ງຍາກໃດກໍຕາມ, ຕາບໃດທີ່ມາທີ່ຄຣິສຕະຈັກ, ຄວາມຫຍຸ້ງຍາກທັງໝົດເຫຼົ່ານີ້ກໍສາມາດຖືກແກ້ໄຂ ແລະ ຈັດການໄດ້. ແມ່ນແຕ່ຖ້າຖືກຄົນຊົ່ວຊ້າຂົ່ມເຫັງ, ຄຣິສຕະຈັກທີ່ມີຜູ້ຄົນຈຳນວນຫຼາຍ ແລະ ມີອິດທິພົນຫຼາຍ ກໍສາມາດຈັດການບັນຫາໄດ້. ໂດຍໄດ້ຮັບການຊຸກຍູ້ ແລະ ສະໜັບສະໜູນຈາກຫຼາຍຄົນ, ຄົນຜູ້ນັ້ນກໍຈະບໍ່ຂີ້ຢ້ານ ຫຼື ຢ້ານກົວການຖືກອັນທະພານຂົ່ມເຫັງອີກຕໍ່ໄປ. ແມ່ນແຕ່ເມື່ອຖືກຂົ່ມເຫັງ, ຖືກສັງຄົມລັງກຽດ ແລະ ດີ້ນຮົນຢູ່ສະເໝີໃນສັງຄົມໂດຍບໍ່ມີທາງອອກໃນການດຳລົງຊີວິດ, ຄົນຜູ້ນັ້ນກໍສາມາດຊອກຫາຄວາມຊ່ວຍເຫຼືອ ແລະ ຄຳແນະນຳທີ່ດີຈາກຄຣິສຕະຈັກ ແລະ ຊອກວຽກທີ່ເໝາະສົມໄດ້. ສິ່ງທັງໝົດເຫຼົ່ານີ້ ແລະ ອື່ນໆອີກ ແມ່ນບົດບາດທີ່ຜູ້ຄົນເຊື່ອວ່າຄຣິສຕະຈັກຄວນມີ ແລະ ເປັນວຽກງານທີ່ຄຣິສຕະຈັກຄວນປະຕິບັດ. ໂດຍຕັດສິນຈາກຄວາມຄິດ ແລະ ແນວຄິດຂອງຜູ້ຄົນ ຫຼື ຈາກສິ່ງທີ່ພວກເຂົາຮຽກຮ້ອງຈາກຄຣິສຕະຈັກ, ມັນຊັດເຈນວ່າພວກເຂົາເບິ່ງຄຣິສຕະຈັກເປັນສະຖາບັນສະຫວັດດີການ, ອົງກອນການກຸສົນ, ອົງກອນຈັດຫາຄູ່ຄອງ ຫຼື ຈັດຫາງານ ຫຼື ສະພາກາແດງຢ່າງບໍ່ຕ້ອງສົງໄສ. ບາງຄົນເຖິງກັບຄິດວ່າ ບໍ່ວ່າພວກເຂົາຈະມີຄວາມສາມາດສໍ່າໃດ ຫຼື ມີສະຖານະພາບແນວໃດໃນສັງຄົມ ແລະ ໃນທ່າມກາງມວນມະນຸດ, ພວກເຂົາກໍຍັງຕ້ອງການກຸ່ມອຳນາດທີ່ເຂັ້ມແຂງເພື່ອເພິ່ງພາອາໄສ. ເມື່ອພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກໃນສັງຄົມ ຫຼື ປະເຊີນໜ້າກັບຜູ້ມີອຳນາດ, ພວກເຂົາຕ້ອງການກຳລັງທີ່ເຂັ້ມແຂງມາສະໜັບສະໜູນ, ເປັນປາກສຽງໃຫ້ພວກເຂົາ, ເປັນຜູ້ດໍາເນີນການແທນພວກເຂົາ ແລະ ຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງພວກເຂົາ. ໃນທັດສະນະຂອງພວກເຂົາ, ຄຣິສຕະຈັກສາມາດເຮັດໜ້າທີ່ນີ້ໃຫ້ສໍາເລັດ ແລະ ບັນລຸຈຸດປະສົງທີ່ພວກເຂົາຫວັງໄວ້ໄດ້, ສະນັ້ນ ຄຣິສຕະຈັກຈຶ່ງກາຍເປັນທາງເລືອກດຽວຂອງພວກເຂົາ. ເຫັນໄດ້ຊັດເຈນວ່າ ພວກເຂົາເບິ່ງຄຣິສຕະຈັກເປັນສະຫະພັນ ຫຼື ສະມາຄົມທາງສັງຄົມ ເຊັ່ນ: ສະຫະພັນຄູ, ສະຫະພັນຂົນສົ່ງ, ສະມາຄົມຊາວກະສິກອນ, ສະມາຄົມແມ່ຍິງ, ສະມາຄົມຜູ້ສູງອາຍຸ ແລະ ອື່ນໆ ເຊິ່ງລ້ວນແຕ່ເປັນກຸ່ມ ແລະ ອົງການຈັດຕັ້ງທາງສັງຄົມປະເພດນີ້. ບໍ່ວ່າຄຳນິຍາມຂອງຜູ້ຄົນກ່ຽວກັບຄຣິສຕະຈັກຈະເປັນແນວໃດກໍຕາມ, ໂດຍຕັດສິນຈາກວຽກງານທີ່ຄຣິສຕະຈັກເຮັດ ແລະ ຄຳນິຍາມທີ່ຖືກຕ້ອງຂອງຄຣິສຕະຈັກ, ມັນຊັດເຈນວ່າທັດສະນະຄະຕິ ແລະ ຄວາມຮຽກຮ້ອງຕ້ອງການຂອງຜູ້ຄົນຕໍ່ຄຣິສຕະຈັກນັ້ນບໍ່ຖືກຕ້ອງ, ໃຊ້ການບໍ່ໄດ້ ແລະ ເປັນສິ່ງທີ່ຜູ້ຄົນບໍ່ຄວນມີ. ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອ “ປຸ້ນຄົນລວຍເພື່ອຊ່ວຍຄົນຈົນ”, ກຳຈັດຄວາມຮຸນແຮງ ແລະ ໃຫ້ຄົນດີໄດ້ຢູ່ຢ່າງສະຫງົບສຸກ ຫຼື ຮັກສາຄວາມຍຸຕິທຳ ແລ້ວຍິ່ງບໍ່ແມ່ນສະຖານທີ່ເພື່ອຊ່ວຍເຫຼືອໂລກ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ ຫຼື ບັນເທົາຄວາມກັງວົນ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງຜູ້ຄົນ. ຄຣິສຕະຈັກບໍ່ແມ່ນອົງກອນການກຸສົນ, ບໍ່ແມ່ນສະຖາບັນສະຫວັດດີການ ແລະ ກໍບໍ່ແມ່ນສະມາຄົມທາງສັງຄົມ. ການກໍ່ຕັ້ງ ແລະ ການມີຢູ່ຂອງຄຣິສຕະຈັກບໍ່ແມ່ນເພື່ອເຮັດໜ້າທີ່ເປັນກຸ່ມ ຫຼື ອົງກອນທາງສັງຄົມ. ນອກເໜືອຈາກໜ້າທີ່ທີ່ເປັນແກນຫຼັກຈຳນວນໜຶ່ງທີ່ຄຣິສຕະຈັກຄວນປະຕິບັດ ເຊິ່ງກໍຄືການເປັນພະຍານ ແລະ ເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເພື່ອບັນລຸຄວາມລອດພົ້ນ, ຄຣິສຕະຈັກກໍບໍ່ມີພັນທະທີ່ຈະສະໜອງໜ້າທີ່ ຫຼື ຄວາມຊ່ວຍເຫຼືອໃດໆໃຫ້ແກ່ສັງຄົມ ຫຼື ກຸ່ມຊົນເຜົ່າໃດໆ. ນອກຈາກນີ້, ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງຜູ້ຄົນ ແລະ ບໍ່ມີພັນທະທີ່ຈະຮັບປະກັນຊີວິດທາງດ້ານຮ່າງກາຍ, ສະຖານະພາບທາງສັງຄົມ, ຕຳແໜ່ງງານ, ເງິນເດືອນ, ສະຫວັດດີການສັງຄົມ ແລະ ອື່ນໆຂອງຜູ້ຄົນ. ໃນແນວຄິດຂອງຜູ້ຄົນ, ພວກເຂົາເຊື່ອວ່າໜ້າທີ່ຂອງຄຣິສຕະຈັກຄືການກຳຈັດຄວາມຮຸນແຮງ ແລະ ໃຫ້ຄົນດີໄດ້ຢູ່ຢ່າງສະຫງົບສຸກ, ຮັກສາຄວາມຍຸຕິທຳ, ບັນເທົາຄວາມກັງວົນຂອງຜູ້ຄົນ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ, ຊ່ວຍເຫຼືອໂລກ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງຜູ້ຄົນ ເຊິ່ງໂດຍພື້ນຖານແລ້ວກໍແມ່ນໜ້າທີ່ເຫຼົ່ານີ້. ສະນັ້ນ, ຜູ້ຄົນຈຶ່ງເຊື່ອວ່າຄຣິສຕະຈັກເປັນທີ່ເພິ່ງພາໄດ້ທັນທີ ແລະ ທຸກຄວາມຫຍຸ້ງຍາກກໍສາມາດຖືກແກ້ໄຂ ແລະ ຈັດການໂດຍຄຣິສຕະຈັກ. ເຫັນໄດ້ຊັດເຈນວ່າ ຜູ້ຄົນເບິ່ງຄຣິສຕະຈັກເປັນສະຖາບັນ, ອົງກອນ ຫຼື ກຸ່ມທາງສັງຄົມ. ຢ່າງໃດກໍຕາມ, ຄຣິສຕະຈັກແມ່ນສະຖາບັນແບບນັ້ນບໍ? (ບໍ່ແມ່ນ). ຖ້າໜ້າທີ່ ແລະ ບົດບາດທີ່ຜູ້ຄົນເຊື່ອວ່າຄຣິສຕະຈັກມີຢູ່ເພື່ອຈະກຳຈັດຄວາມຮຸນແຮງ ແລະ ໃຫ້ຄົນດີໄດ້ຢູ່ຢ່າງສະຫງົບສຸກ, ຮັກສາຄວາມຍຸຕິທຳ, ບັນເທົາຄວາມກັງວົນຂອງຜູ້ຄົນ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ, ຊ່ວຍເຫຼືອໂລກ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ, ຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງຜູ້ຄົນ ແລະ ອື່ນໆ, ຄຣິສຕະຈັກນີ້ກໍບໍ່ສາມາດຖືກເອີ້ນວ່າຄຣິສຕະຈັກໄດ້ ເພາະມັນບໍ່ມີຄວາມກ່ຽວຂ້ອງໃດໆກັບພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະວິນຍານບໍລິສຸດ ຫຼື ພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ກຸ່ມ ຫຼື ອົງກອນດັ່ງກ່າວຄວນຖືກເອີ້ນງ່າຍໆວ່າເປັນກຸ່ມ ຫຼື ອົງກອນ ໂດຍບໍ່ມີຄວາມສຳພັນໃດໆກັບຄຣິສຕະຈັກ ແລະ ທັງບໍ່ມີຄວາມກ່ຽວຂ້ອງໃດໆກັບວຽກງານຂອງຄຣິສຕະຈັກ. ຖ້າອົງກອນໃດໜຶ່ງພາຍໃຕ້ຊື່ຂອງການເຊື່ອໃນພຣະເຈົ້າມີສ່ວນຮ່ວມໃນກິດຈະກຳຕ່າງໆ ເຊັ່ນ: ການເຂົ້າຮ່ວມພິທີນະມັດສະການ, ການນະມັດສະການພຣະເຈົ້າ, ການອ່ານຄຳພີໄບເບິນ, ການອະທິຖານ, ການຮ້ອງເພງສັນລະເສີນ ແລະ ການສັນລະເສີນ ຫຼື ແມ່ນແຕ່ມີການເຕົ້າໂຮມ ແລະ ການນະມັດສະການທີ່ເປັນທາງການ ພ້ອມທັງມີສິ່ງທີ່ເອີ້ນວ່າການປະຊຸມສຶກສາຄຳພີໄບເບິນ, ການປະຊຸມອະທິຖານ, ການປະຊຸມຜູ້ຮ່ວມງານ, ການປະຊຸມແລກປ່ຽນ ແລະ ອື່ນໆ, ບໍ່ວ່າຈະມີສະມາຊິກ ແລະ ໂຄງສ້າງປະເພດໃດກໍຕາມ, ສິ່ງເຫຼົ່ານີ້ກໍບໍ່ມີຄວາມກ່ຽວຂ້ອງໃດໆກັບຄຣິສຕະຈັກທີ່ແທ້ຈິງ. ສະນັ້ນ, ຄຣິສຕະຈັກທີ່ແທ້ຈິງແມ່ນຫຍັງກັນແທ້? ມັນກຳເນີດຂຶ້ນໄດ້ແນວໃດ? ຄຣິສຕະຈັກທີ່ແທ້ຈິງກຳເນີດຂຶ້ນຍ້ອນການປາກົດຕົວຂອງພຣະເຈົ້າ, ພາລະກິດຂອງພຣະອົງ ແລະ ການສະແດງອອກເຖິງຄວາມຈິງຂອງພຣະອົງເພື່ອຊ່ວຍມວນມະນຸດໃຫ້ລອດພົ້ນ. ມັນກຳເນີດຂຶ້ນເມື່ອຜູ້ຄົນໄດ້ຍິນສຽງຂອງພຣະເຈົ້າ, ຫັນກັບມາຫາພຣະເຈົ້າ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ. ນີ້ຄືຄຣິສຕະຈັກທີ່ແທ້ຈິງ. ຄຣິສຕະຈັກບໍ່ໄດ້ຖືກຈັດຕັ້ງ ແລະ ສ້າງຕັ້ງຂຶ້ນໂດຍມະນຸດ ແຕ່ຖືກສ້າງຕັ້ງຂຶ້ນໂດຍພຣະເຈົ້າເອງ ແລະ ຖືກນຳພາ ແລະ ລ້ຽງດູໂດຍພຣະເຈົ້າເອງ. ສະນັ້ນ, ພຣະເຈົ້າຈຶ່ງມີພາລະກິດທີ່ມອບໝາຍໃຫ້ແກ່ຄຣິສຕະຈັກຂອງພຣະອົງ. ພາລະກິດຂອງຄຣິສຕະຈັກຄືການເຜີຍແຜ່ພຣະທຳຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ຊ່ວຍເຫຼືອຜູ້ຄົນໃຫ້ໄດ້ຍິນສຽງຂອງພຣະເຈົ້າ, ກັບຄືນໄປຢູ່ຕໍ່ໜ້າພຣະພັກຂອງພຣະເຈົ້າ, ຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະເຈົ້າເພື່ອໄດ້ຮັບຄວາມລອດພົ້ນຂອງພຣະອົງ ແລະ ເປັນພະຍານເພື່ອພຣະເຈົ້າ. ມັນງ່າຍໆພຽງເທົ່ານັ້ນ. ນີ້ຄືຄຸນຄ່າ ແລະ ຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກ.
III. ຄຳນິຍາມຂອງຄຣິສຕະຈັກ
ຫຼັງຈາກທີ່ໂອ້ລົມກັນໃນຫົວຂໍ້ທີ່ວ່າຄຣິສຕະຈັກແມ່ນຫຍັງ, ຕອນນີ້ພວກເຈົ້າກໍມີຄວາມເຂົ້າໃຈແດ່ແລ້ວກ່ຽວກັບການກຳເນີດຂອງຄຣິສຕະຈັກ, ວຽກງານທີ່ຄຣິສຕະຈັກເຮັດ ແລະ ຜົນສຳເລັດທີ່ບັນລຸໄດ້. ພວກເຈົ້າຍັງສາມາດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມສຳຄັນບາງຢ່າງຂອງການມີຢູ່ຂອງຄຣິສຕະຈັກ. ສະນັ້ນ, ຕອນນີ້ພວກເຮົາສາມາດໃຫ້ຄຳນິຍາມທີ່ຖືກຕ້ອງໄດ້ແລ້ວບໍວ່າຄຣິສຕະຈັກແມ່ນຫຍັງກັນແທ້? ກ່ອນອື່ນໝົດ, ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອໃຫ້ການປອບໂຍນທາງອາລົມແກ່ຜູ້ຄົນ ແລະ ທັງບໍ່ແມ່ນສະຖານທີ່ເພື່ອຮັບປະກັນວ່າຜູ້ຄົນຈະມີກິນມີໃຊ້ ຫຼື ເພື່ອໃຫ້ຜູ້ຄົນລີ້ໄພ. ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດທາງຮ່າງກາຍຂອງຜູ້ຄົນ ຫຼື ແກ້ໄຂຄວາມຫຍຸ້ງຍາກທີ່ພວກເຂົາປະເຊີນໃນຊີວິດ. ມັນບໍ່ແມ່ນສະຖານທີ່ເພື່ອຕື່ມຄວາມວ່າງເປົ່າທາງຈິດວິນຍານຂອງຜູ້ຄົນໃຫ້ເຕັມ ແລະ ສະໜອງສິ່ງຄໍ້າຈູນທາງຈິດວິນຍານ. ເມື່ອຄຣິສຕະຈັກບໍ່ແມ່ນສິ່ງທີ່ຜູ້ຄົນສົມມຸດຂຶ້ນຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ແລ້ວຄຳນິຍາມທີ່ສະເພາະເຈາະຈົງຂອງຄຣິສຕະຈັກແມ່ນຫຍັງກັນແທ້? ຄຣິສຕະຈັກແມ່ນຫຍັງກັນແທ້? ໃນຄຳພີໄບເບິນ, ອົງພຣະເຢຊູເຈົ້າໄດ້ໃຫ້ຄຳອະທິບາຍພື້ນຖານກ່ຽວກັບຄຳວ່າຄຣິສຕະຈັກ. ພຣະອົງໄດ້ກ່າວໄວ້ວ່າແນວໃດແທ້? (“ຍ້ອນວ່າບ່ອນໃດທີ່ມີສອງ ຫຼື ສາມຄົນເຕົ້າໂຮມກັນໃນນາມຂອງເຮົາ, ເຮົາກໍ່ຈະຢູ່ໃນທ່າມກາງພວກເຂົາໃນທີ່ນັ້ນ” (ມັດທາຍ 18:20)). ພຣະທຳເຫຼົ່ານີ້ໝາຍຄວາມວ່າ ບໍ່ວ່າຈະມີຈັກຄົນທີ່ເຕົ້າໂຮມກັນ, ຕາບໃດທີ່ພວກເຂົາມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາຮູ້ສຶກເຖິງການຊົງສະຖິດຢູ່ຂອງພຣະເຈົ້າກັບພວກເຂົາ, ສະຖານທີ່ນັ້ນກໍຄືຄຣິສຕະຈັກ, ແມ່ນແບບນັ້ນແທ້ໆ. ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ປາກົດຕົວເພື່ອເຮັດພາລະກິດ ແລະ ສະແດງອອກເຖິງຄວາມຈິງ. ເມື່ອຜູ້ຄົນມາເຕົ້າໂຮມກັນເພື່ອກິນ ແລະ ດື່ມ, ອ່ານພ້ອມອະທິຖານ ແລະ ໂອ້ລົມພຣະທຳຂອງພຣະເຈົ້າ, ພຣະເຈົ້າກໍຊົງສະຖິດຢູ່ນຳ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດກໍຢູ່ທີ່ນັ້ນເຊັ່ນກັນ ເຊິ່ງໝາຍຄວາມວ່າພຣະເຈົ້າຮັບຮອງວ່ານັ້ນເປັນຄຣິສຕະຈັກ. ຖ້າຜູ້ຄົນເຕົ້າໂຮມກັນແຕ່ບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຖ້າພວກເຂົາພຽງແຕ່ທ່ອງຈຳຫຼັກຄຳສອນທາງວິນຍານທີ່ວ່າງເປົ່າ ແລະ ພວກເຂົາບໍ່ສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດໄດ້, ນັ້ນກໍບໍ່ແມ່ນຄຣິສຕະຈັກ ເພາະມັນບໍ່ໄດ້ຖືກຮັບຮອງໂດຍພຣະເຈົ້າ ແລະ ດັ່ງນັ້ນມັນຈຶ່ງບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ການເຕົ້າໂຮມທີ່ພຣະເຈົ້າຊົງສະຖິດຢູ່ນຳແມ່ນໄດ້ຮັບພອນ ແລະ ການຊີ້ນຳຈາກພຣະອົງ ແລະ ເມື່ອຜູ້ຄົນມາເຕົ້າໂຮມກັນໃນການເຕົ້າໂຮມດັ່ງກ່າວ, ບໍ່ວ່າພວກເຂົາຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໂອ້ລົມຄວາມຈິງ ຫຼື ໃຊ້ຄວາມຈິງເພື່ອແກ້ໄຂບັນຫາ, ສິ່ງເຫຼົ່ານີ້ລ້ວນແຕ່ກ່ຽວຂ້ອງກັບຂໍ້ກຳນົດ ແລະ ການນຳພາຂອງພຣະເຈົ້າ ແລະ ດັ່ງນັ້ນຈຶ່ງໄດ້ຮັບພອນຈາກພຣະອົງທັງໝົດ. ນັ້ນຄືເຫດຜົນທີ່ວ່າ ຕາບໃດທີ່ການເຕົ້າໂຮມປະເພດໜຶ່ງມີການຊີ້ນຳ, ການນຳພາ ແລະ ການຊົງສະຖິດຢູ່ຂອງພຣະເຈົ້າ, ມັນກໍສາມາດຖືກເອີ້ນວ່າຄຣິສຕະຈັກໄດ້. ນີ້ຄືຄຳນິຍາມທີ່ງ່າຍດາຍທີ່ສຸດ, ເປັນພື້ນຖານທີ່ສຸດຂອງຄຣິສຕະຈັກ ແລະ ມັນກໍເປັນຄຳນິຍາມຂອງຄຣິສຕະຈັກໃນຊ່ວງຍຸກແຫ່ງພຣະຄຸນ. ມັນກຳເນີດຂຶ້ນຈາກບໍລິບົດຂອງພາລະກິດຂອງພຣະເຈົ້າໃນເວລານັ້ນ ແລະ ດັ່ງນັ້ນຈຶ່ງຖືກຕ້ອງ ແລະ ໃຊ້ການໄດ້. ແຕ່ໃນໄລຍະວຽກງານແຫ່ງການພິພາກສານີ້ໃນຍຸກສຸດທ້າຍ, ເພາະວ່າພຣະເຈົ້າໄດ້ກ່າວພຣະທຳຫຼາຍຂຶ້ນ ແລະ ໄດ້ເຮັດພາລະກິດທີ່ຍິ່ງໃຫຍ່ກວ່າ, ຄຳນິຍາມຂອງຄຣິສຕະຈັກກໍຕ້ອງເລິກເຊິ່ງກວ່າຄຳນິຍາມພື້ນຖານນັ້ນຈາກຍຸກແຫ່ງພຣະຄຸນ. ພາລະກິດຂອງພຣະເຈົ້າໄດ້ກ້າວໜ້າອີກລະດັບໜຶ່ງ. ຄຣິສຕະຈັກບໍ່ໄດ້ມີພຽງແຕ່ພາລະກິດຂອງພຣະວິນຍານບໍລິສຸດ ແລະ ການຊົງສະຖິດຢູ່ຂອງພຣະເຈົ້າອີກຕໍ່ໄປ. ຕອນນີ້ພຣະເຈົ້າກຳລັງເຮັດພາລະກິດດ້ວຍພຣະອົງເອງໃນຄຣິສຕະຈັກຂອງພຣະອົງ, ຊີ້ນຳ ແລະ ລ້ຽງດູພວກເຂົາ; ຜູ້ທີ່ຖືກເລືອກຂອງພຣະເຈົ້າສາມາດກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງ ແລະ ຕິດຕາມ ແລະ ເປັນປະຈັກພະຍານເຖິງພຣະຄຣິດ. ສະນັ້ນ, ຄຳນິຍາມຂອງຄຣິສຕະຈັກໃນຍຸກສຸດທ້າຍຈຶ່ງກ້າວໜ້າກວ່າໃນຍຸກແຫ່ງພຣະຄຸນ; ມັນເປັນຄຳອະທິບາຍທີ່ເລິກເຊິ່ງກວ່າ, ຖືກຕ້ອງກວ່າ ແລະ ສະເພາະເຈາະຈົງກວ່າເມື່ອກ່ອນ ແລະ ແນ່ນອນວ່າມັນບໍ່ສາມາດແຍກອອກຈາກຄວາມຈິງ ແລະ ພຣະທຳຂອງພຣະເຈົ້າໄດ້. ສະນັ້ນ, ວິທີການໃຫ້ຄຳນິຍາມຄຣິສຕະຈັກທີ່ຖືກຕ້ອງ ແລະ ເໝາະສົມທີ່ສຸດແມ່ນຫຍັງ? ກ່ອນອື່ນ, ຄຳນິຍາມພື້ນຖານຄວນແມ່ນກຸ່ມຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈ. ໂດຍສະເພາະເຈາະຈົງກວ່ານັ້ນ, ຄຣິສຕະຈັກແມ່ນກຸ່ມຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈ, ຜູ້ທີ່ຖືກປົກຄອງໂດຍພຣະທຳຂອງພຣະອົງ, ສະແຫວງຫາຄວາມຈິງ, ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະອົງ ແລະ ສາມາດອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ, ປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ບັນລຸຄວາມລອດພົ້ນຂອງພຣະອົງ. ຈຸດສຳຄັນຂອງຄຳນິຍາມນີ້ແມ່ນ “ກຸ່ມຄົນ”. ຄຣິສຕະຈັກບໍ່ແມ່ນສະຖານທີ່ ຫຼື ໝູ່ຄະນະ ຫຼື ຊຸມຊົນ, ແລ້ວຍິ່ງບໍ່ແມ່ນພຽງແຕ່ການເຕົ້າໂຮມຂອງຜູ້ຄົນທີ່ມີຄວາມເຊື່ອ. “ກຸ່ມຄົນ” ສາມາດປະກອບດ້ວຍຄົນສິບກວ່າຄົນ ຫຼື ສາມສິບຫາຫ້າສິບຄົນ ຫຼື ແນ່ນອນວ່າອາດຈະມີຈຳນວນຫຼາຍກວ່ານັ້ນ. ພວກເຂົາສາມາດເຕົ້າໂຮມກັນ ຫຼື ສາມາດແຍກອອກເປັນກຸ່ມນ້ອຍເພື່ອເຕົ້າໂຮມກັນ; ສິ່ງນີ້ມີຄວາມຄ່ອງຕົວ ແລະ ປ່ຽນແປງໄດ້. ສະຫຼຸບສັ້ນໆຄື ເມື່ອຜູ້ຕິດຕາມພຣະເຈົ້າເຫຼົ່ານີ້ຍົກສູງ, ເປັນພະຍານເຖິງ ແລະ ນະມັດສະການພຣະອົງ ແລະ ປະຕິບັດຕາມຄວາມປະສົງຂອງພຣະອົງ, ພວກເຂົາກໍຄືຄຣິສຕະຈັກ. ບໍ່ວ່າພວກເຂົາຈະເຕົ້າໂຮມກັນຈັກຄົນ, ພວກເຂົາກໍຍັງຄົງເປັນຄຣິສຕະຈັກ. ຕົວຢ່າງ: 50 ຄົນຖືກເອີ້ນວ່າຄຣິສຕະຈັກຂະໜາດນ້ອຍ ແລະ 100 ຄົນຖືກເອີ້ນວ່າຄຣິສຕະຈັກຂະໜາດໃຫຍ່. ຂະໜາດຂອງຄຣິສຕະຈັກຖືກກຳນົດໂດຍຈຳນວນສະມາຊິກ. ມີຄຣິສຕະຈັກຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ, ຈຳນວນຄົນໃນຄຣິສຕະຈັກບໍ່ໄດ້ຖືກກຳນົດໄວ້ຄົງທີ່. ໃຫ້ພວກເຮົາເບິ່ງຄຳນິຍາມຂອງຄຣິສຕະຈັກອີກຄັ້ງໜຶ່ງ: ກຸ່ມຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈ, ຜູ້ທີ່ຖືກປົກຄອງໂດຍພຣະທຳຂອງພຣະອົງ, ສະແຫວງຫາຄວາມຈິງ, ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະອົງ ແລະ ສາມາດອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ, ປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ບັນລຸຄວາມລອດພົ້ນຂອງພຣະອົງ. ເປັນຫຍັງຄຣິສຕະຈັກຈຶ່ງຖືກນິຍາມແບບນີ້? ເພາະວ່າພຣະເຈົ້າຕ້ອງການເຮັດພາລະກິດໃນຄຣິສຕະຈັກ ແລະ ພຣະເຈົ້າປາດຖະໜາທີ່ຈະຊ່ວຍກຸ່ມຄົນນັ້ນໃຫ້ລອດພົ້ນ. ມີພຽງແຕ່ກຸ່ມຄົນປະເພດນີ້ເທົ່ານັ້ນທີ່ສາມາດຖືກເອີ້ນວ່າຄຣິສຕະຈັກ. ເມື່ອມີກຸ່ມຄົນແບບນີ້ມາເຕົ້າໂຮມກັນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າຕາມປົກກະຕິ ແລະ ປະຕິບັດພຣະທຳເຫຼົ່ານັ້ນ ແລະ ອະທິຖານຕໍ່ພຣະເຈົ້າ, ອ່ອນນ້ອມຕໍ່ພຣະອົງ ແລະ ນະມັດສະການພຣະອົງຢ່າງແທ້ຈິງ. ກຸ່ມຄົນນັ້ນຖືກປົກຄອງ ແລະ ນຳພາໂດຍພຣະທຳຂອງພຣະເຈົ້າ; ສະນັ້ນ, ຄຳນິຍາມຂອງຄຣິສຕະຈັກຈຶ່ງກຳເນີດຂຶ້ນຜ່ານກຸ່ມຄົນດັ່ງກ່າວ. ເນື່ອງຈາກຄົນໃນສາສະໜາບໍ່ຍອມຮັບຄວາມຈິງ ແລະ ບໍ່ຍອມຮັບພາລະກິດຂອງພຣະເຈົ້າ ແລະ ພຣະເຈົ້າບໍ່ໄດ້ຊ່ວຍພວກເຂົາໃຫ້ລອດພົ້ນ, ພວກເຂົາຈຶ່ງບໍ່ແມ່ນຄຣິສຕະຈັກ, ພວກເຂົາເປັນຊຸມຊົນສາສະໜາ. ນີ້ຄືຄວາມແຕກຕ່າງທີ່ຊັດເຈນທີ່ສຸດລະຫວ່າງຄຣິສຕະຈັກ ແລະ ສາສະໜາ. ມີພຽງແຕ່ຄຣິສຕະຈັກເທົ່ານັ້ນທີ່ຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ ແລະ ມີພຽງແຕ່ຄຣິສຕະຈັກທີ່ພຣະຄຣິດລ້ຽງດູດ້ວຍຕົວເອງເທົ່ານັ້ນທີ່ຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ການຖືກປົກຄອງໂດຍພຣະທຳຂອງພຣະເຈົ້າໝາຍຄວາມວ່າແນວໃດ? ພວກເຮົາຈຳເປັນຕ້ອງກ່າວເຖິງພາລະກິດຂອງພຣະວິນຍານບໍລິສຸດ ຫຼື ການຊີ້ນຳ, ການໃຫ້ຄວາມສະຫວ່າງ ແລະ ການສ່ອງສະຫວ່າງຂອງພຣະວິນຍານບໍລິສຸດຢູ່ບ່ອນນີ້ບໍ? (ບໍ່). ບອກເຮົາມາ, ອັນໃດເປັນຮູບປະທຳກວ່າກັນ: ການຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ ຫຼື ການມີພາລະກິດຂອງພຣະວິນຍານບໍລິສຸດ? (ການຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ). ການຖືກປົກຄອງໂດຍພຣະທຳຂອງພຣະເຈົ້າມີຄວາມເປັນຈິງຫຼາຍກວ່າ ແລະ ເປັນຮູບປະທຳຫຼາຍກວ່າ. ພາລະກິດຂອງພຣະວິນຍານບໍລິສຸດເປັນພຽງການໃຫ້ຄວາມສະຫວ່າງ ແລະ ແສງເຍືອງທາງແກ່ຜູ້ຄົນ ເພື່ອຊ່ວຍໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ນຳພາພວກເຂົາໃຫ້ຊອກຫາຫຼັກການແຫ່ງການປະຕິບັດໃນພຣະທຳຂອງພຣະເຈົ້າ. ຜົນທີ່ບັນລຸໄດ້ກໍຄືການທີ່ພວກເຂົາຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ຖ້າພຣະວິນຍານບໍລິສຸດບໍ່ໄດ້ເຮັດພາລະກິດ, ຜູ້ຄົນຍັງຈະສາມາດເຮັດສຳເລັດໜ້າທີ່ຂອງຕົນໄດ້ບໍ ໂດຍການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການກຳແໜ້ນຫຼັກການຕ່າງໆ? (ໄດ້). ຕອນນີ້, ພຣະທຳຂອງພຣະເຈົ້າໄດ້ຖືກກ່າວໄວ້ຫຼາຍແລ້ວ; ຜູ້ຄົນມັກຈະຟັງຄຳເທດສະໜາ ແລະ ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້. ເຖິງຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ, ຜູ້ຄົນກໍຮູ້ວ່າຕ້ອງເຮັດຫຍັງ. ຜູ້ທີ່ຮັກຄວາມຈິງສາມາດປະຕິບັດພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໄດ້ ຕາບໃດທີ່ພວກເຂົາເຂົ້າໃຈຄວາມຈິງ. ຜູ້ທີ່ບໍ່ຮັກຄວາມຈິງກໍຈະບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ເຖິງແມ່ນວ່າພວກເຂົາຈະໄດ້ຍິນກໍຕາມ ແລະ ເຖິງແມ່ນວ່າພວກເຂົາຈະເຂົ້າໃຈພຽງໜ້ອຍໜຶ່ງ, ພວກເຂົາກໍຈະບໍ່ເຕັມໃຈທີ່ຈະປະຕິບັດ ແລະ ດັ່ງນັ້ນຈຶ່ງສາມາດຖືກກຳຈັດອອກເທົ່ານັ້ນ. ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ສະແດງອອກເຖິງຄວາມຈິງໂດຍກົງ ເພື່ອນຳພາ ແລະ ລ້ຽງດູຜູ້ຄົນດ້ວຍຕົວເອງ. ພາລະກິດຂອງພຣະວິນຍານບໍລິສຸດເປັນພຽງວຽກງານຊ່ວຍ. ມັນຄືກັບຕອນທີ່ເດັກນ້ອຍກຳລັງຫັດຍ່າງ; ບາງຄັ້ງຜູ້ໃຫຍ່ກໍຈະຍື່ນມືມາຊ່ວຍ. ເມື່ອເດັກນ້ອຍສາມາດຍ່າງໄດ້ຢ່າງໝັ້ນຄົງ ແລະ ແລ່ນໄດ້ແລ້ວ ກໍບໍ່ຈຳເປັນຕ້ອງມີຄົນມາພະຍຸງພວກເຂົາອີກ. ສະນັ້ນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ແມ່ນສິ່ງທີ່ຈຳເປັນຢ່າງເດັດຂາດ ແລະ ທັງບໍ່ແມ່ນສິ່ງສຳຄັນທີ່ຂາດບໍ່ໄດ້. ເມື່ອຜູ້ຄົນຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ, ມັນໝາຍຄວາມວ່າພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າ, ເຂົ້າໃຈຄວາມຈິງ ແລະ ຮູ້ວ່າພຣະທຳຂອງພຣະເຈົ້າໝາຍຄວາມວ່າແນວໃດ ແລະ ຫຼັກການ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນແມ່ນຫຍັງ ແລະ ພວກເຂົາສາມາດເຂົ້າໃຈ ແລະ ນຳໃຊ້ຫຼັກການ ແລະ ມາດຕະຖານເຫຼົ່ານີ້ໄດ້. ນີ້ຄືຄວາມໝາຍຂອງການທີ່ຫົວໃຈຂອງຜູ້ຄົນຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ພຣະເຈົ້າໄດ້ກ່າວກ່ຽວກັບສິ່ງເຫຼົ່ານີ້ຢ່າງແຈ່ມແຈ້ງ ແລະ ຊັດເຈນພຽງພໍແລ້ວ, ສະນັ້ນຈຶ່ງບໍ່ຈຳເປັນຕ້ອງກ່າວເຖິງພາລະກິດຂອງພຣະວິນຍານບໍລິສຸດຢູ່ບ່ອນນີ້. ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ສະແດງອອກເຖິງຄວາມຈິງຫຼາຍຢ່າງ, ເຮັດໃຫ້ຄວາມຈິງແຕ່ລະຢ່າງແຈ່ມແຈ້ງ ແລະ ເຂົ້າໃຈງ່າຍສຳລັບຜູ້ຄົນ. ສະນັ້ນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ສຳຄັນປານນັ້ນ ແລະ ເປັນພຽງວຽກງານຊ່ວຍ. ມີພຽງແຕ່ຕອນທີ່ຜູ້ຄົນບໍ່ເຂົ້າໃຈຄວາມຈິງ ຫຼື ຕອນທີ່ພຣະເຈົ້າຍັງບໍ່ໄດ້ກ່າວພຣະທຳຫຼາຍຢ່າງດ້ວຍຄວາມລະອຽດ ແລະ ຄວາມຊັດເຈນເທົ່ານັ້ນ ທີ່ພຣະວິນຍານບໍລິສຸດຈະເຮັດພາລະກິດເສີມບາງຢ່າງທີ່ມີລັກສະນະກະຕຸ້ນເຕືອນ ເຊິ່ງໃຫ້ຄວາມສະຫວ່າງແບບງ່າຍໆແກ່ຜູ້ຄົນ ແລະ ເຮັດໜ້າທີ່ຊຸກຍູ້ພວກເຂົາໜ້ອຍໜຶ່ງ, ຊ່ວຍໃຫ້ພວກເຂົາເລືອກສິ່ງທີ່ຖືກຕ້ອງ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງໃນຊີວິດ ແລະ ສະພາບແວດລ້ອມຕ່າງໆຂອງພວກເຂົາ. ຕອນນີ້ແມ່ນຍຸກສະໄໝແຫ່ງພຣະທຳຂອງພຣະເຈົ້າ, ບ່ອນທີ່ພຣະເຈົ້າກ່າວດ້ວຍພຣະອົງເອງ ເພື່ອນຳພາມວນມະນຸດ ແລະ ພຣະທຳຂອງພຣະເຈົ້າກໍຄອບຄອງທຸກສິ່ງ. ພາລະກິດຂອງພຣະວິນຍານບໍລິສຸດເປັນພຽງວຽກງານຊ່ວຍ. ເມື່ອຜູ້ຄົນເຂົ້າໃຈຄວາມຈິງ, ສາມາດປະຕິບັດພຣະທຳຂອງພຣະເຈົ້າ ແລະ ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ກໍຈະມີການຕອບສະໜອງຕໍ່ຄວາມປະສົງຂອງພຣະເຈົ້າ.
ໃຫ້ເບິ່ງວະລີທຳອິດໃນຄຳນິຍາມພື້ນຖານຂອງຄຣິສຕະຈັກ: “ຕິດຕາມພຣະເຈົ້າຢ່າງຈິງໃຈ”. ຄຳວ່າ “ຈິງໃຈ” ນີ້ມີຄວາມໝາຍສະເພາະ. ມັນບໍ່ໄດ້ໝາຍເຖິງຜູ້ທີ່ພຽງແຕ່ໃຊ້ເວລາໄປແຕ່ລະມື້, ຜູ້ທີ່ເປັນພຽງຜູ້ຄົນທີ່ມາໃຫ້ຄົບຈຳນວນໃນນາມເທົ່ານັ້ນ, ຜູ້ທີ່ຊອກກິນຈົນອີ່ມ, ຜູ້ທີ່ເພິ່ງພາພຣະຄຸນເພື່ອຄວາມລອດພົ້ນ ຫຼື ຜູ້ທີ່ມີແຮງຈູງໃຈ ແລະ ເປົ້າໝາຍອື່ນທີ່ເຊື່ອງໄວ້. ສະນັ້ນ, “ຈິງໃຈ” ໝາຍຄວາມວ່າແນວໃດ? ຄຳອະທິບາຍທີ່ເປັນພື້ນຖານ ແລະ ຮຽບງ່າຍທີ່ສຸດແມ່ນນີ້: ຕາບໃດທີ່ຄົນໃດໜຶ່ງໄດ້ຍິນກ່ຽວກັບພຣະເຈົ້າ, ຄວາມຈິງ ຫຼື ພຣະຜູ້ສ້າງ, ພວກເຂົາກໍຮູ້ສຶກມີຄວາມປາຖະໜາຢ່າງແຮງກ້າໃນໃຈ, ຍອມເສຍສະຫຼະດ້ວຍຄວາມເຕັມໃຈ, ອຸທິດຕົນດ້ວຍຄວາມເຕັມໃຈ, ທົນທຸກດ້ວຍຄວາມເຕັມໃຈ ແລະ ເຕັມໃຈທີ່ຈະມາຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກຂອງພຣະເຈົ້າ ແລະ ປະຖິ້ມທຸກສິ່ງເພື່ອຕິດຕາມພຣະເຈົ້າ. ຕາບໃດທີ່ພວກເຂົາມີໃຈທີ່ຈິງໃຈ, ນັ້ນກໍພຽງພໍແລ້ວ. ບາງຄົນເວົ້າວ່າ: “ເປັນຫຍັງເຈົ້າບໍ່ເວົ້າວ່າມັນເປັນກຸ່ມຄົນທີ່ເຕັມໄປດ້ວຍຄວາມເຊື່ອທີ່ຕິດຕາມພຣະເຈົ້າ?” ຜູ້ຄົນບໍ່ສາມາດບັນລຸລະດັບນັ້ນໄດ້. ໃນບັນດາຜູ້ທີ່ກຳລັງເຮັດໜ້າທີ່ຕອນນີ້, ບາງຄົນເຊື່ອມາໄດ້ປະມານສິບປີ ແລະ ບາງຄົນກໍເຊື່ອມາໄດ້ຊາວ ຫຼື ສາມສິບປີ; ການມີຄວາມຈິງໃຈນີ້ໂດຍພື້ນຖານແລ້ວແມ່ນພຽງພໍແລ້ວ. ການນິຍາມວ່າມີຄວາມເຊື່ອເຕັມປ່ຽມນັ້ນບໍ່ຖືກຕ້ອງ. ຄຳນິຍາມຂອງພວກເຮົາກ່ຽວກັບຄຣິສຕະຈັກແມ່ນອີງໃສ່ສະຖານະການພື້ນຖານ ແລະ ສະເພາະເຈາະຈົງ, ບໍ່ໄດ້ຈູ້ຈີ້ເລື່ອງຄຳສັບ ຫຼື ຕັ້ງຄຳນິຍາມ ແລະ ມາດຕະຖານໄວ້ສູງເກີນໄປ ເພາະນັ້ນຈະບໍ່ສາມາດປະຕິບັດໄດ້ຈິງ. ບາງຄົນເວົ້າວ່າ, “ການເວົ້າວ່າ ‘ຈິງໃຈ’ ແລະ ‘ເຕັມໄປດ້ວຍຄວາມເຊື່ອ’ ນັ້ນບໍ່ພຽງພໍ. ມັນຄວນຖືກເອີ້ນວ່າເປັນກຸ່ມຄົນທີ່ຊອບທຳທີ່ຢຳເກງພຣະເຈົ້າ ແລະ ຫຼີກໜີຈາກຄວາມຊົ່ວ, ນັ້ນຄົງຈະດີຫຼາຍ!” ຖ້າພວກເຮົາຕັ້ງມາດຕະຖານໄວ້ສູງຂະໜາດນີ້, ແລ້ວວະລີຕໍ່ໆມາຄື “ສະແຫວງຫາຄວາມຈິງ, ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະອົງ” ກໍຈະບໍ່ຈຳເປັນເລີຍ. ຈຸດສຳຄັນແມ່ນສະມາຊິກທຸກຄົນຂອງຄຣິສຕະຈັກແມ່ນຜູ້ທີ່ພຣະເຈົ້າຕ້ອງການຊ່ວຍໃຫ້ລອດພົ້ນ. ກຸ່ມຄົນນີ້ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ. ຖ້າເວົ້າຕາມຄວາມເປັນຈິງແລ້ວ, ພວກເຂົາແມ່ນເຕັມໄປດ້ວຍການກະບົດ, ຂາດການອ່ອນນ້ອມ, ບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າເລີຍ. ນີ້ຄືສະຖານະການທີ່ເປັນຈິງທີ່ສຸດ. ສະນັ້ນ, ໃນສາຍຕາຂອງພຣະເຈົ້າ, ສະມາຊິກຄຣິສຕະຈັກກໍຢູ່ໃນສະຖານະການທີ່ແທ້ຈິງ ແລະ ສະຖານະພາບຕົວຈິງເຊັ່ນນັ້ນ. ການຄັດເລືອກຄົນຂອງພຣະເຈົ້າແມ່ນອີງໃສ່ເງື່ອນໄຂພື້ນຖານນີ້: ບໍ່ວ່າພວກເຂົາຈະສາມາດຕິດຕາມພຣະເຈົ້າຢ່າງຈິງໃຈ ແລະ ເສຍສະຫຼະຕົນເອງ ແລະ ປະຖິ້ມຢ່າງແທ້ຈິງໄດ້ ຫຼື ບໍ່. ບາງຄົນເວົ້າວ່າ, “ຖ້າພວກເຂົາຈິງໃຈ, ແລ້ວເປັນຫຍັງພວກເຂົາຍັງມີຄວາມປາຖະໜາອັນເກີນຄວນຢູ່? ຖ້າພວກເຂົາຈິງໃຈ, ເປັນຫຍັງພວກເຂົາຍັງຕ້ອງການໄດ້ຮັບພອນຢູ່?” ສິ່ງເຫຼົ່ານີ້ຈະຄ່ອຍໆປ່ຽນແປງໄປເມື່ອຜູ້ຄົນມີປະສົບການກັບພາລະກິດຂອງພຣະເຈົ້າ. ຕອນນີ້, ພວກເຮົາກຳລັງນິຍາມແນວຄິດພື້ນຖານຂອງຄຣິສຕະຈັກ. ແນວຄິດພື້ນຖານນີ້ແມ່ນຂໍ້ກຳນົດຂັ້ນຕໍ່າສຸດ ແລະ ມາດຕະຖານທີ່ຕໍ່າທີ່ສຸດສຳລັບການຄັດເລືອກຄົນຂອງພຣະເຈົ້າ. ມາດຕະຖານເຫຼົ່ານີ້ບໍ່ໄດ້ວ່າງເປົ່າ ຫຼື ເກີນຈິງເລີຍ; ພວກມັນສອດຄ່ອງກັບສະຖານະການຕົວຈິງຂອງພວກເຈົ້າເປັນພິເສດ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອພຣະເຈົ້າເລືອກພວກເຈົ້າ ແລະ ຕັດສິນໃຈທີ່ຈະຊ່ວຍຄົນໃດຄົນໜຶ່ງໃນພວກເຈົ້າໃຫ້ລອດພົ້ນ, ສິ່ງເຫຼົ່ານີ້ຄືເກນທີ່ພຣະເຈົ້າເບິ່ງ. ຖ້າເຈົ້າບັນລຸຂໍ້ກຳນົດເຫຼົ່ານີ້, ເຈົ້າກໍຈະຖືກນຳເຂົ້າມາໃນເຮືອນຂອງພຣະເຈົ້າໂດຍພຣະເຈົ້າ ແລະ ກາຍເປັນສະມາຊິກຂອງຄຣິສຕະຈັກ. ນີ້ຄືສະຖານະການຕົວຈິງ. ສະນັ້ນ, ວະລີທຳອິດໃນຄຳນິຍາມຂອງຄຣິສຕະຈັກແມ່ນ “ຕິດຕາມພຣະເຈົ້າຢ່າງຈິງໃຈ”; ນີ້ແມ່ນຂ້ອນຂ້າງຖືກຕ້ອງ. ກຸ່ມຄົນນີ້ຍັງບໍ່ສາມາດຢຳເກງພຣະເຈົ້າ ແລະ ຫຼີກໜີຈາກຄວາມຊົ່ວໄດ້, ພວກເຂົາຍັງບໍ່ສາມາດແຍກຕົວອອກຈາກອິດທິພົນແຫ່ງຄວາມມືດໄດ້ ແລະ ພວກເຂົາຍັງບໍ່ສາມາດກະບົດຕໍ່ໂລກ ແລະ ມັງກອນແດງທີ່ຍິ່ງໃຫຍ່ໄດ້ຢ່າງສົມບູນ. ພວກເຂົາຍັງຂາດສິ່ງທັງໝົດເຫຼົ່ານີ້. ເປັນຫຍັງ? ເພາະວ່າຄຳນິຍາມໄດ້ກ່າວຕໍ່ໄປອີກວ່າ ສາມາດສະແຫວງຫາການປະຕິບັດພຣະທຳຂອງພຣະເຈົ້າໄດ້. ໃນຂະບວນການສະແຫວງຫາ, ເພາະວ່າຜູ້ຄົນມີໃຈທີ່ຮັກຄວາມຈິງ ແລະ ປາຖະໜາຄວາມຈິງຢ່າງແຮງກ້າ, ພວກເຂົາຈຶ່ງສາມາດມີປະສົບການ ແລະ ປະຕິບັດພຣະທຳຂອງພຣະເຈົ້າໄດ້ ແລະ ໃນທີ່ສຸດ, ພວກເຂົາກໍສາມາດນະມັດສະການພຣະເຈົ້າໄດ້. ການນະມັດສະການພຣະເຈົ້າລວມເຖິງການອ່ອນນ້ອມຕໍ່ພຣະເຈົ້າ, ການຟັງພຣະທຳຂອງພຣະເຈົ້າ, ການຍອມຮັບການປັ້ນແຕ່ງຂອງພຣະເຈົ້າ ແລະ ການຍອມຮັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ. ໃນທີ່ສຸດ, ກຸ່ມຄົນນີ້ກໍສາມາດຮັບຄວາມລອດພົ້ນໄດ້. ນີ້ຄືສະຖານະພາບຕົວຈິງຂອງສະມາຊິກຄຣິສຕະຈັກໃນສາຍຕາຂອງພຣະເຈົ້າ. ນີ້ບໍ່ແມ່ນເງື່ອນໄຂທີ່ເປັນພື້ນຖານທີ່ສຸດບໍ? (ແມ່ນແລ້ວ). ບາງຄົນເວົ້າວ່າ “ເຈົ້າບໍ່ໄດ້ກ່າວເຖິງການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ການບັນລຸການຊຳລະໃຫ້ບໍລິສຸດ. ຄຳນິຍາມຂອງຄຣິສຕະຈັກນີ້ບໍ່ໄດ້ລວມເອົາສິ່ງເຫຼົ່ານີ້”. ສິ່ງເຫຼົ່ານີ້ຖືກລວມຢູ່ໃນຄຳນິຍາມນີ້ບໍ? (ແມ່ນແລ້ວ). ສ່ວນໃດທີ່ລວມເອົາສິ່ງເຫຼົ່ານີ້? ການສະແຫວງຫາທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ. ຖ້າເຈົ້າສາມາດສະແຫວງຫາທີ່ຈະປະຕິບັດພຣະທຳຂອງພຣະເຈົ້າໄດ້, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະບໍ່ຖືກແກ້ໄຂເທື່ອລະໜ້ອຍບໍ? ເຈົ້າຈະບໍ່ສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ບັນລຸການປ່ຽນແປງອຸປະນິໄສໄດ້ບໍ? (ແມ່ນແລ້ວ). ໃນຊ່ວງໄລຍະເວລາຂອງການບັນລຸການປ່ຽນແປງອຸປະນິໄສ, ເຈົ້າຈະຄ່ອຍໆເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນເອງ. ເມື່ອເຈົ້າແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ບາງສ່ວນ, ຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະເຈົ້າຈະເພີ່ມຂຶ້ນບໍ? ສິ່ງເຫຼົ່ານີ້ມີຄວາມກ່ຽວຂ້ອງກັນບໍ? (ມີ). ຍິ່ງເຈົ້ານະມັດສະການພຣະເຈົ້າຫຼາຍເທົ່າໃດ, ເຈົ້າກໍຈະຍິ່ງມີການອ່ອນນ້ອມຕໍ່ພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ເມື່ອການອ່ອນນ້ອມຕໍ່ພຣະເຈົ້າຂອງເຈົ້າເພີ່ມຂຶ້ນ, ເຈົ້າກໍຈະບໍ່ເຂົ້າໃກ້ການໄດ້ຮັບຄວາມລອດພົ້ນຫຼາຍຂຶ້ນບໍ? (ແມ່ນແລ້ວ). ສະນັ້ນ, ກຸ່ມຄົນນີ້ແມ່ນຄົນປະເພດໃດ? ພວກເຂົາແມ່ນຜູ້ທີ່ສາມາດຮັບຄວາມລອດພົ້ນໄດ້. ນີ້ຄືສະຖານະການຕົວຈິງຂອງສະມາຊິກຄຣິສຕະຈັກ. ບາງຄົນເວົ້າວ່າ “ຄຳນິຍາມຂອງຄຣິສຕະຈັກນີ້ບໍ່ໄດ້ກ່າວເຖິງວຽກງານທີ່ຄຣິສຕະຈັກເຮັດ”. ມີສ່ວນໃດໃນນີ້ທີ່ກ່ຽວຂ້ອງກັບວຽກງານທີ່ເປັນແກນຫຼັກທີ່ຄຣິສຕະຈັກເຮັດບໍ? (ການສະແຫວງຫາເພື່ອໃຫ້ໄດ້ຮັບຄວາມລອດພົ້ນ). ສ່ວນນີ້ແມ່ນກ່ຽວຂ້ອງຢ່າງໃກ້ຊິດ. ວຽກງານທີ່ຄຣິສຕະຈັກເຮັດ, ບໍ່ວ່າຈະເປັນການເຜີຍແຜ່ພຣະທຳຂອງພຣະເຈົ້າ ຫຼື ການນຳພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການຊ່ວຍເຫຼືອຜູ້ຄົນໃຫ້ຮູ້ຈັກຕົນເອງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ໃນທີ່ສຸດກໍມີຈຸດປະສົງເພື່ອຊ່ວຍໃຫ້ຜູ້ຄົນຮັບຄວາມລອດພົ້ນ. ສະນັ້ນ, ຕອນນີ້ພວກເຈົ້າສາມາດຍອມຮັບແນວຄິດພື້ນຖານ ແລະ ຮຽບງ່າຍທີ່ສຸດຂອງຄຣິສຕະຈັກນີ້ໄດ້ແລ້ວບໍ? (ໄດ້). ຄຳນິຍາມນີ້ບໍ່ໄດ້ເກີນຈິງ ຫຼື ວ່າງເປົ່າ ແລະ ມັນບໍ່ໄດ້ໃຊ້ຄຳສັບ ແລະ ວະລີທີ່ຟັງແລ້ວໃຫຍ່ໂຕ ແຕ່ມັນລວມເອົາສິ່ງທີ່ຈຳເປັນພື້ນຖານທີ່ສຸດສຳລັບການກຳເນີດ ຫຼື ຄຳນິຍາມຂອງຄຣິສຕະຈັກ.
ຕອນນີ້ເມື່ອຂ້ານ້ອຍໄດ້ອະທິບາຍໃຫ້ພວກເຈົ້າຟັງແລ້ວ, ພວກເຈົ້າເຂົ້າໃຈເຖິງທີ່ມາຂອງຄຳນິຍາມແນວຄິດກ່ຽວກັບຄຣິສຕະຈັກແລ້ວບໍ? (ເຂົ້າໃຈແລ້ວ). ຖ້າຂ້ານ້ອຍບໍ່ໄດ້ອະທິບາຍແບບນີ້, ພວກເຈົ້າຄົງຈະຄິດວ່າວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ ແລະ ຄຳນິຍາມຂອງຄຣິສຕະຈັກນັ້ນເລິກເຊິ່ງຫຼາຍ. ຕອນນີ້ໃນເມື່ອພວກເຈົ້າໄດ້ເຂົ້າໃຈຄຳນິຍາມຂອງຄຣິສຕະຈັກແລ້ວ, ພວກເຈົ້າກໍຮູ້ສຶກວ່າຄວາມເຂົ້າໃຈຂອງຕົນເອງກ່ຽວກັບຄຣິສຕະຈັກນັ້ນຊ່າງຜິວເຜີນແທ້. ຄຳນິຍາມຂອງຄຣິສຕະຈັກໄດ້ຖືກເຮັດໃຫ້ແຈ່ມແຈ້ງແລ້ວ. ມັນກໍເປັນຈິງພຽງເທົ່ານັ້ນ. ຍິ່ງສິ່ງຕ່າງໆເປັນຈິງຫຼາຍເທົ່າໃດ, ຜູ້ຄົນກໍມັກຈະຮູ້ສຶກວ່າມັນຜິວເຜີນຫຼາຍຂຶ້ນເທົ່ານັ້ນ. ຕາມຈິງແລ້ວ, ຖ້າເຈົ້າສັງເກດເບິ່ງຢ່າງໃກ້ຊິດ, ທຸກຄຳໃນຄຳນິຍາມນີ້ລ້ວນແຕ່ເຊື່ອມໂຍງ ແລະ ກ່ຽວຂ້ອງຢ່າງໃກ້ຊິດກັບສະຖານະການທີ່ເປັນຈິງ ແລະ ສະເພາະເຈາະຈົງ ແລະ ບໍ່ໄດ້ຜິວເຜີນເລີຍ. ວະລີທຳອິດໃນຄຳນິຍາມຂອງຄຣິສຕະຈັກແມ່ນ “ຕິດຕາມພຣະເຈົ້າຢ່າງຈິງໃຈ”. ຄວາມ “ຈິງໃຈ” ນີ້ແມ່ນສິ່ງທີ່ພຣະເຈົ້າຕ້ອງການ. ມີຈັກຄົນທີ່ມີຄວາມຈິງໃຈເຊັ່ນນັ້ນ? ມັນງ່າຍບໍທີ່ຜູ້ຄົນຈະມີຄວາມຈິງໃຈນີ້? ມັນບໍ່ແມ່ນເລື່ອງງ່າຍ. ສ່ວນຄຳວ່າ “ຖືກປົກຄອງໂດຍພຣະທຳຂອງພຣະອົງ”, ເຈົ້າບັນລຸສິ່ງນັ້ນແລ້ວບໍ? ເຈົ້າຄິດວ່າວະລີນີ້ຜິວເຜີນ ແລະ ບັນລຸໄດ້ງ່າຍ. ຖ້າພຣະເຈົ້າກ່າວວ່າ “ຈົ່ງລຸກຂຶ້ນ, ຕິດຕາມເຮົາມາ ແລະ ເຮັດໜ້າທີ່ຂອງເຈົ້າ” ແລະ ຜູ້ຄົນກໍເຊື່ອຟັງ, ນີ້ໝາຍຄວາມວ່າພວກເຂົາຖືກປົກຄອງໂດຍພຣະທຳຂອງພຣະເຈົ້າແລ້ວບໍ? ນີ້ພຽງແຕ່ໝາຍຄວາມວ່າຜູ້ຄົນເຕັມໃຈທີ່ຈະເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແຕ່ພວກເຂົາຍັງບໍ່ທັນບັນລຸເຖິງຈຸດທີ່ພວກເຂົາຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ພວກເຂົາຍັງຢູ່ຫ່າງໄກຈາກຈຸດນັ້ນຫຼາຍ! ເຈົ້າຕ້ອງມີສິ່ງໃດເພື່ອທີ່ຈະຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ? ຂໍ້ກຳນົດຂັ້ນຕໍ່າສຸດແມ່ນເຈົ້າຕ້ອງເຂົ້າໃຈພຣະທຳຂອງພຣະເຈົ້າ; ເຈົ້າຕ້ອງຮູ້ວ່າຂໍ້ກຳນົດໃນພຣະທຳຂອງພຣະເຈົ້າໝາຍເຖິງຫຍັງ, ຫຼັກການໃດທີ່ພຣະທຳຂອງພຣະເຈົ້າຮຽກຮ້ອງ ແລະ ເມື່ອປະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ຈະນຳໃຊ້ພຣະທຳຂອງພຣະເຈົ້າແນວໃດ ແລະ ຈະປ່ຽນພຣະທຳຂອງພຣະເຈົ້າໃຫ້ກາຍເປັນການປະຕິບັດຂອງເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈໄດ້ແນວໃດ. ນີ້ບໍ່ແມ່ນເລື່ອງງ່າຍ. ມັນຕ້ອງໃຊ້ໄລຍະເວລາດົນໃນການກິນ ແລະ ດື່ມ, ອ່ານພ້ອມອະທິຖານ, ມີປະສົບການ ແລະ ຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ຄວາມເຂົ້າໃຈໃນນໍ້າເຈດຕະນາຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ ເພື່ອທີ່ຈະຄ່ອຍໆຖືກປົກຄອງໂດຍພຣະທຳຂອງພຣະເຈົ້າໃນລະດັບໃດໜຶ່ງ. ສະນັ້ນ, ວະລີທີ່ວ່າ “ຖືກປົກຄອງໂດຍພຣະທຳຂອງພຣະອົງ” ເບິ່ງຄືວ່າງ່າຍດາຍຢູ່ຜິວເຜີນ ຄືກັບວ່າຄົນສ່ວນຫຼາຍຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ ແຕ່ຄວາມຈິງແລ້ວບໍ່ແມ່ນແບບນັ້ນ. ໂດຍຕັດສິນຈາກສະຖານະການຕົວຈິງຂອງຜູ້ຄົນ, ເຫັນໄດ້ຊັດເຈນວ່າວະລີນີ້ເປັນພຽງຂໍ້ກຳນົດຂອງພຣະເຈົ້າຕໍ່ຜູ້ຄົນ ເຊິ່ງພວກເຂົາຍັງບໍ່ທັນບັນລຸໄດ້ເລີຍ. ວະລີຕໍ່ມາທີ່ວ່າ “ສະແຫວງຫາທີ່ຈະປະຕິບັດພຣະທຳຂອງພຣະອົງ” ກໍເປັນຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນ. ເຈົ້າຍັງບໍ່ທັນບັນລຸການປະຕິບັດພຣະທຳຂອງພຣະເຈົ້າ; ເຈົ້າພຽງແຕ່ກຳລັງສະແຫວງຫາທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ. ເຈົ້າຄວນສະແຫວງຫາແນວໃດ? ເມື່ອເຈົ້າພົບພໍ້ກັບສະຖານະການ, ຈົ່ງປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າ. ຢ່າຕົວະ; ຈົ່ງເປັນຄົນຊື່ສັດ. ເຈົ້າເຮັດໄດ້ບໍ? ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຮັດ. ເມື່ອເຈົ້າຖືກລິຮານ, ເຈົ້າຄວນຈະສາມາດອ່ອນນ້ອມ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ປະຕິບັດຕາມຄວາມຈິງ. ເຈົ້າສາມາດບັນລຸສິ່ງນີ້ໄດ້ບໍ? ຖ້າມັນຮູ້ສຶກລຳບາກ ຫຼື ຖ້າເຈດຈຳນົງຂອງເຈົ້າເອງແຂງແຮງເກີນໄປ ແລະ ເຈົ້າມັກຈະຢາກລະເບີດຄວາມຫົວຮ້ອນອອກມາສະເໝີ, ເຈົ້າກໍຕ້ອງສະແຫວງຫາທີ່ຈະຈັດການເລື່ອງຕ່າງໆຕາມຫຼັກການ ແລະ ບໍ່ສະແດງຄວາມຫົວຮ້ອນຂອງເຈົ້າອອກມາ ຫຼື ເຮັດຕາມອຳເພີໃຈ; ເຈົ້າຕ້ອງເຮັດຕາມທີ່ພຣະທຳຂອງພຣະເຈົ້າກ່າວໄວ້, ຍອມຮັບການລິຮານ, ຮັບຮູ້ການລ່ວງລະເມີດຂອງເຈົ້າ ແລະ ເຂົ້າໃຈວ່າເຈົ້າຜິດພາດບ່ອນໃດ. ສິ່ງນີ້ແມ່ນເອີ້ນວ່າການສະແຫວງຫາທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ. ການເລີ່ມຕົ້ນປະຕິບັດພຣະທຳຂອງພຣະເຈົ້າໝາຍຄວາມວ່າຄົນຜູ້ນັ້ນໄດ້ປ່ຽນແປງແລ້ວບໍ? ມັນບໍ່ໄດ້ຮຽບງ່າຍຂະໜາດນັ້ນ. ຖ້າເຈົ້າຖືກເລືອກໃຫ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກ, ເຈົ້າສາມາດລະເວັ້ນຈາກການເຮັດຕາມເຈດຕະນາ ຫຼື ຕາມອຳເພີໃຈໄດ້ບໍ? ມັນບໍ່ແມ່ນເລື່ອງງ່າຍ; ມັນຮຽກຮ້ອງໃຫ້ເຈົ້າເຂົ້າໃຈຄວາມຈິງ, ສາມາດປະຕິບັດພຣະທຳຂອງພຣະເຈົ້າ ແລະ ມີປະສົບການເປັນໄລຍະເວລາໜຶ່ງ; ຫຼັງຈາກນັ້ນເຈົ້າຈຶ່ງຈະສາມາດບັນລຸສິ່ງນີ້ໄດ້. ຖ້າເຈົ້າເວົ້າວ່າເຈົ້າຢາກປະຕິບັດພຣະທຳຂອງພຣະເຈົ້າ ແຕ່ດີແຕ່ປາກ ແລະ ບໍ່ມີແຮງຈູງໃຈໃນໃຈ, ນັ້ນກໍຈະບໍ່ໄດ້ຜົນ. ເມື່ອໃຈຂອງເຈົ້າເຕັມໃຈ ແລະ ເຈົ້າຕ້ອງການປະຕິບັດຄວາມຈິງຢ່າງແທ້ຈິງ, ເຈົ້າກໍສາມາດນຳເອົາຄວາມຈິງມາປະຕິບັດໄດ້. ເມື່ອເຈົ້າບໍ່ເຕັມໃຈທີ່ຈະປະຕິບັດຄວາມຈິງໃນໃຈຂອງເຈົ້າ, ເຖິງແມ່ນວ່າເຈົ້າຈະສາບານຕົນ ຫຼື ຄົນອື່ນຈະສະໜັບສະໜູນເຈົ້າ, ມັນກໍຈະບໍ່ມີປະໂຫຍດ. ເຈົ້າຕ້ອງມີຄວາມຕັ້ງໃຈ ເຊິ່ງນັ້ນກໍຄື ເຈົ້າຕ້ອງມີໃຈທີ່ປາຖະໜາພຣະເຈົ້າຢ່າງແຮງກ້າ. ເຈົ້າຕ້ອງຮູ້ວ່າພຣະເຈົ້າໃຫ້ນິຍາມເລື່ອງໃດໜຶ່ງແນວໃດ ແລະ ພຣະອົງຮຽກຮ້ອງຫຍັງກ່ຽວກັບເລື່ອງນັ້ນ, ຈົ່ງຊອກຫາ ແລະ ລວບລວມພຣະທຳທັງໝົດຂອງພຣະເຈົ້າທີ່ກ່ຽວຂ້ອງກັບດ້ານນີ້ ແລ້ວກໍອ່ານພ້ອມອະທິຖານ ແລະ ເຂົ້າໃຈພຣະທຳເຫຼົ່ານັ້ນ. ຈົ່ງຂຽນມັນໄວ້ໃນປຶ້ມບັນທຶກ ຫຼື ວາງໄວ້ບ່ອນທີ່ເຈົ້າສາມາດເຫັນໄດ້ງ່າຍ. ໃນຊ່ວງເວລາພັກວຽກ, ຈົ່ງເບິ່ງ ແລະ ອ່ານມັນ ແລະ ເມື່ອເວລາຜ່ານໄປ, ເຈົ້າກໍຈະຈື່ຈຳພຣະທຳເຫຼົ່ານີ້ຂອງພຣະເຈົ້າໄດ້ ແລະ ເກັບມັນໄວ້ໃນໃຈຂອງເຈົ້າ. ທຸກໆມື້, ຈົ່ງໄຕ່ຕອງຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງພຣະເຈົ້າ ແລະ ພິຈາລະນາວ່າການເວົ້າ ແລະ ການກະທຳແບບໃດທີ່ຖືວ່າເປັນການປະຕິບັດພຣະທຳຂອງພຣະເຈົ້າ. ສິ່ງນີ້ແມ່ນເອີ້ນວ່າການສະແຫວງຫາທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ. ມັນບັນລຸໄດ້ງ່າຍບໍ? ມັນບໍ່ແມ່ນເລື່ອງງ່າຍ; ມັນບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຄືນດຽວ ຫຼື ດ້ວຍການໃຊ້ຄວາມພະຍາຍາມພຽງຊົ່ວຄາວ. ບາງຄົນເວົ້າວ່າ “ຂ້ອຍຂໍສາບານດ້ວຍເລືອດ” ແຕ່ມັນກໍບໍ່ມີປະໂຫຍດ. ເຈົ້າເວົ້າວ່າ “ຂ້ອຍຈະຖືສິນອົດອາຫານ ແລະ ອະທິຖານໂດຍບໍ່ກິນບໍ່ດື່ມ” ແຕ່ມັນກໍບໍ່ມີປະໂຫຍດ. ເຈົ້າເວົ້າວ່າ “ຂ້ອຍຈະບໍ່ນອນທັງຄືນ ແລະ ທົນທຸກ” ແຕ່ມັນກໍບໍ່ມີປະໂຫຍດເຊັ່ນກັນ. ເຈົ້າຕ້ອງສະແຫວງຫາຄວາມຈິງ; ເຈົ້າຕ້ອງມີການສະແດງອອກຂອງການສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງມີເສັ້ນທາງສຳລັບການສະແຫວງຫາຄວາມຈິງ; ເຈົ້າຕ້ອງມີວິທີການ ແລະ ແນວທາງທີ່ຖືກຕ້ອງ. ບໍ່ວ່າເຈົ້າຈະມີວິທີການ ຫຼື ແນວທາງປະເພດໃດກໍຕາມ, ເຈົ້າບໍ່ສາມາດອອກຫ່າງຈາກພຣະທຳຂອງພຣະເຈົ້າໄດ້; ເຈົ້າຕ້ອງໃສ່ຄວາມພະຍາຍາມໃນພຣະທຳຂອງພຣະເຈົ້າ, ປຽບທຽບທຸກສິ່ງກັບພຣະທຳຂອງພຣະເຈົ້າ, ໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາໃນທຸກສະຖານະການ ແລະ ຖືວ່າພຣະທຳຂອງພຣະເຈົ້າສຳຄັນເໜືອສິ່ງອື່ນໃດ. ສິ່ງນີ້ແມ່ນເອີ້ນວ່າການສະແຫວງຫາຄວາມຈິງ. ຕົວຢ່າງ: ໃນດ້ານການພົວພັນກັບຄົນອື່ນ, ເຈົ້າຕ້ອງເບິ່ງວ່າພຣະທຳຂອງພຣະເຈົ້າກ່າວເຖິງເລື່ອງນີ້ແນວໃດ ແລະ ຊອກຫາພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບການພົວພັນກັບຄົນອື່ນ. ສຳລັບການຮ່ວມມືຢ່າງກົມກຽວ ແມ່ນໃຫ້ຊອກຫາພຣະທຳຂອງພຣະເຈົ້າກ່ຽວກັບດ້ານນີ້ເຊັ່ນກັນ. ກ່ຽວກັບການເຮັດໜ້າທີ່ຢ່າງຈົງຮັກພັກດີ, ຈົ່ງຊອກຫາພຣະທຳຂອງພຣະເຈົ້າກ່ຽວກັບວິທີການເຮັດໜ້າທີ່ໃຫ້ໄດ້ມາດຕະຖານ ແລະ ຈື່ຈຳພຣະທຳທີ່ສຳຄັນຂອງພຣະເຈົ້າ ໂດຍເກັບມັນໄວ້ໃນໃຈຂອງເຈົ້າ. ສ່ວນເລື່ອງທີ່ວ່າຜູ້ນຳປອມແມ່ນຫຍັງ, ຜູ້ນຳປອມມີການສະແດງອອກຫຍັງແດ່, ພວກເຂົາມີຄວາມສຳນຶກ ແລະ ເຫດຜົນ ຫຼື ບໍ່ ແລະ ພຣະເຈົ້າກຳນົດລັກສະນະຂອງຜູ້ນຳປອມແນວໃດ, ຈົ່ງຊອກຫາພຣະທຳທີ່ສຳຄັນເຫຼົ່ານີ້ຂອງພຣະເຈົ້າ ແລະ ຂຽນມັນໄວ້ໃນປຶ້ມບັນທຶກ, ວາງໄວ້ບ່ອນທີ່ເຈົ້າສາມາດເຫັນໄດ້ງ່າຍ ແລະ ອ່ານພ້ອມອະທິຖານມັນທຸກຄັ້ງທີ່ເຈົ້າມີເວລາ. ສຳລັບທຸກເລື່ອງທີ່ກ່ຽວຂ້ອງກັບທາງເຂົ້າຊີວິດ ແລະ ການປ່ຽນແປງອຸປະນິໄສຂອງເຈົ້າ, ຈົ່ງປະຕິບັດ ແລະ ໃສ່ຄວາມພະຍາຍາມດ້ວຍວິທີນີ້. ສິ່ງນີ້ແມ່ນເອີ້ນວ່າການສະແຫວງຫາຄວາມຈິງ. ຖ້າຄວາມພະຍາຍາມຂອງເຈົ້າບໍ່ບັນລຸເຖິງລະດັບນີ້, ມັນກໍບໍ່ໄດ້ຖືກເອີ້ນວ່າການສະແຫວງຫາຄວາມຈິງ; ມັນຖືກເອີ້ນວ່າການເຮັດພໍເປັນພິທີ, ການເບິ່ງແບບຜິວເຜີນ ແລະ ການໃຊ້ຊີວິດໄປໃນແຕ່ລະມື້ຢ່າງບໍ່ມີຈຸດໝາຍ.
ໃຫ້ມາເບິ່ງຄຳວ່າ “ນະມັດສະການພຣະເຈົ້າ”. ການນະມັດສະການພຣະເຈົ້າລວມເຖິງຄວາມຫວັ່ນເກງ, ຄວາມຢຳເກງ, ຄວາມເຄົາລົບ ແລະ ຄວາມຈິງໃຈຢ່າງແທ້ຈິງ ພ້ອມທັງການປະຕິບັດຕໍ່ພຣະເຈົ້າໃນຖານະທີ່ເປັນພຣະເຈົ້າ, ການມີບ່ອນໃຫ້ພຣະເຈົ້າຢູ່ໃນໃຈ, ການຈັດການຢ່າງມີເຫດຜົນກັບສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຂຶ້ນ ແລະ ພັນທະກິດທີ່ພຣະເຈົ້າໄດ້ມອບໝາຍໃຫ້ ແລະ ການປະຕິບັດຕໍ່ທຸກພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ຢ່າງຈິງຈັງ ແລະ ດ້ວຍຄວາມຮັບຜິດຊອບ ແລະ ອື່ນໆ. ການສະແດງອອກທັງໝົດເຫຼົ່ານີ້ແມ່ນເອີ້ນວ່າການນະມັດສະການ. ບໍ່ວ່າຈະເປັນພຣະທຳທີ່ພຣະເຈົ້າກ່າວກັບເຈົ້າຕໍ່ໜ້າ ຫຼື ພຣະທຳທັງໝົດທີ່ພຣະອົງເຄີຍສະແດງອອກກໍຕາມ, ຕາບໃດທີ່ເຈົ້າຮູ້ ແລະ ຈື່ຈຳມັນ ແລະ ຕາບໃດທີ່ເຈົ້າເຂົ້າໃຈ ແລະ ຢືນຢັນມັນໃນໃຈຂອງເຈົ້າ, ເຈົ້າກໍຄວນປະຕິບັດຕໍ່ພຣະທຳເຫຼົ່ານັ້ນວ່າເປັນເກນສຳລັບການປະພຶດຕົນ, ການດຳລົງຊີວິດ ແລະ ອື່ນໆຂອງເຈົ້າ, ນີ້ຄືການສະແດງອອກຂອງການນະມັດສະການພຣະເຈົ້າ. ເມື່ອປະເຊີນໜ້າກັບເລື່ອງຕ່າງໆ, ບໍ່ວ່າພວກມັນຈະສອດຄ່ອງກັບຄວາມມັກ, ຄວາມປາຖະໜາ ຫຼື ແນວຄິດຂອງເຈົ້າເອງ ຫຼື ບໍ່, ເຈົ້າຄວນຈະສາມາດເຮັດໃຈໃຫ້ສະຫງົບ ແລະ ພິຈາລະນາວ່າ “ສິ່ງນີ້ພຣະເຈົ້າໄດ້ກະທຳບໍ? ມັນມາຈາກພຣະເຈົ້າບໍ? ເປັນຫຍັງພຣະເຈົ້າຈຶ່ງເຮັດແບບນີ້? ພຣະເຈົ້າຕ້ອງການຊຳລະລ້າງສິ່ງໃດໃນຕົວຂ້ານ້ອຍ, ພຣະອົງຕ້ອງການປ່ຽນແປງສິ່ງໃດໃນຕົວຂ້ານ້ອຍ? ເຈດຕະນາຂອງພຣະເຈົ້າແມ່ນຫຍັງກັນແທ້? ຂ້ານ້ອຍຄວນອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າແນວໃດ? ຂ້ານ້ອຍຄວນຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້ແນວໃດ? ຂ້ານ້ອຍຄວນເຮັດຄວາມຮັບຜິດຊອບຂອງຂ້ານ້ອຍໃນຖານະມະນຸດຄົນໜຶ່ງໃຫ້ສໍາເລັດໄດ້ແນວໃດ?” ນອກເໜືອໄປຈາກການສະແດງອອກອື່ນໆ, ການສະແດງອອກທັງໝົດເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກຂອງການນະມັດສະການພຣະເຈົ້າ. ເຖິງແມ່ນວ່າເຈົ້າຈະບໍ່ເຂົ້າໃຈຄວາມຈິງຫຼາຍກວ່ານີ້, ໃນຖານະຄົນປົກກະຕິ, ໃນຖານະຄົນທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ໃນຖານະຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈ, ນີ້ຄືທັດສະນະຄະຕິທີ່ຢ່າງໜ້ອຍທີ່ສຸດເຈົ້າຄວນມີຕໍ່ພຣະເຈົ້າ. ທຸກສິ່ງທີ່ກ່ຽວຂ້ອງກັບພຣະເຈົ້າ, ທຸກສິ່ງທີ່ກ່ຽວກັບພຣະທຳຂອງພຣະເຈົ້າ, ທຸກສິ່ງກ່ຽວກັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ເຈົ້າ, ໜ້າທີ່ຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າ, ເຈົ້າຄວນປະຕິບັດຕໍ່ສິ່ງທັງໝົດເຫຼົ່ານີ້ດ້ວຍຄວາມເອົາໃຈໃສ່ ແລະ ລະມັດລະວັງ, ບໍ່ແມ່ນຢ່າງບໍ່ໃສ່ໃຈ, ບໍ່ແມ່ນຢ່າງລະເລີຍ, ບໍ່ແມ່ນຢ່າງດູຖູກ. ສິ່ງນີ້ແມ່ນເອີ້ນວ່າການນະມັດສະການພຣະເຈົ້າ. ການຈັດການກັບທຸກສິ່ງທີ່ກ່ຽວຂ້ອງກັບພຣະເຈົ້າດ້ວຍໃຈທີ່ລະມັດລະວັງ, ຮອບຄອບ, ຢຳເກງພຣະເຈົ້າ, ຫວັ່ນເກງພຣະເຈົ້າ, ສິ່ງນີ້ແມ່ນເອີ້ນວ່າການນະມັດສະການພຣະເຈົ້າ. ສິ່ງນີ້ບັນລຸໄດ້ງ່າຍບໍ? ມັນບໍ່ແມ່ນເລື່ອງງ່າຍ. ຖ້າບໍ່ມີປະສົບການຕົວຈິງ, ແມ່ນແຕ່ການເຂົ້າໃຈຄຳສອງຄຳທີ່ວ່າ “ນະມັດສະການພຣະເຈົ້າ” ກໍເປັນເລື່ອງຍາກແລ້ວ, ແລ້ວຍິ່ງບໍ່ຕ້ອງເວົ້າເຖິງການປະຕິບັດການນະມັດສະການພຣະເຈົ້າຢ່າງແທ້ຈິງເລີຍ. ວະລີສຸດທ້າຍຂອງຄຳນິຍາມຂອງຄຣິສຕະຈັກແມ່ນ “ບັນລຸຄວາມລອດພົ້ນຂອງພຣະອົງ”. ຄວນທຳຄວາມເຂົ້າໃຈເລື່ອງນີ້ແນວໃດ? ເສັ້ນທາງສູ່ການຮັບຄວາມລອດພົ້ນນັ້ນຍາວໄກ ແລະ ຍັງມີສິ່ງທີ່ຕ້ອງການຫຼາຍກວ່ານີ້ອີກ. ກ່ອນອື່ນ, ເສັ້ນທາງທີ່ເຈົ້າຍ່າງນັ້ນຕ້ອງຖືກຕ້ອງ; ເຈົ້າຕ້ອງສາມາດຍອມຮັບຄວາມຈິງທັງໝົດໃນພຣະທຳຂອງພຣະເຈົ້າ ແລະ ເປັນຄົນທີ່ສະແຫວງຫາທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ຊີວິດຂອງເຈົ້າຕ້ອງຖືກປົກຄອງໂດຍພຣະທຳຂອງພຣະເຈົ້າ. ເຈົ້າບໍ່ພຽງແຕ່ຕ້ອງຮັບຮູ້ການມີຢູ່ຂອງພຣະເຈົ້າເທົ່ານັ້ນ ແຕ່ຍັງຕ້ອງຮັກຄວາມຈິງ ແລະ ປະຕິບັດຕາມຄວາມຈິງ; ເຈົ້າຕ້ອງມີຄວາມຢຳເກງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ອະທິຖານຕໍ່ພຣະເຈົ້າໃນໃຈຂອງເຈົ້າເລື້ອຍໆ ແລະ ຄ່ອຍໆປ່ຽນໄປສູ່ການນະມັດສະການພຣະເຈົ້າ. ແລ້ວເຈົ້າກໍຈະເປັນຄົນທີ່ຮັກຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ; ເຈົ້າຄືຄົນປະເພດທີ່ພຣະເຈົ້າຕ້ອງການຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ. ຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈຕ້ອງເປັນຄົນທີ່ຖືກຕ້ອງ. ການເປັນຄົນທີ່ຖືກຕ້ອງມີປະໂຫຍດຫຍັງແດ່? ປະໂຫຍດກໍຄືການຮັບຄວາມລອດພົ້ນຈະບໍ່ຍາກເກີນໄປສຳລັບເຈົ້າ; ເຈົ້າຈະມີຄວາມຫວັງໃນການຮັບມັນ. ນີ້ຄືທັງໝົດຂອງການໂອ້ລົມທີ່ພວກເຮົາໄດ້ດຳເນີນໄປກ່ຽວກັບລາຍລະອຽດສະເພາະຂອງຄຳນິຍາມຂອງຄຣິສຕະຈັກ.
IV. ແນວຄິດ ແລະ ທັດສະນະຂອງຜູ້ຄົນຕໍ່ຄຣິສຕະຈັກ
ເມື່ອກີ້ນີ້ນີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບວ່າຄຣິສຕະຈັກແມ່ນຫຍັງ, ວຽກງານທີ່ເປັນແກນຫຼັກທີ່ຄຣິສຕະຈັກເຮັດ ແລະ ສິ່ງທີ່ຜູ້ຄົນຈິນຕະນາການ ແລະ ຮຽກຮ້ອງຈາກຄຣິສຕະຈັກພາຍໃນແນວຄິດຂອງພວກເຂົາ. ໃນທີ່ສຸດ, ພວກເຮົາກໍໄດ້ໃຫ້ຄຳນິຍາມສຳລັບແນວຄວາມຄິດຂອງຄຣິສຕະຈັກ. ຕອນນີ້ເມື່ອມັນໄດ້ຖືກນິຍາມແລ້ວ, ພວກເຈົ້າກໍຄວນຈະມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄຳວ່າ “ຄຣິສຕະຈັກ”; ພວກເຈົ້າຄວນມີຄວາມເຂົ້າໃຈພື້ນຖານກ່ຽວກັບວຽກງານທີ່ຄຣິສຕະຈັກຄວນເຮັດ, ບົດບາດທີ່ຄຣິສຕະຈັກມີໃນການຊ່ວຍເຫຼືອຜູ້ຄົນໃຫ້ໄດ້ຮັບຄວາມຈິງ ແລະ ບັນລຸຄວາມລອດພົ້ນ ແລະ ຄວາມສຳຄັນຂອງຄຣິສຕະຈັກສຳລັບທຸກຄົນທີ່ຕິດຕາມພຣະເຈົ້າ. ພວກເຮົາຍັງໄດ້ຍົກບາງຕົວຢ່າງມາໄຈ້ແຍກ ແລະ ເປີດໂປງໂດຍຫຍໍ້ ກ່ຽວກັບສິ່ງທີ່ຜູ້ຄົນເຊື່ອວ່າເປັນຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ ແລະ ວຽກງານທີ່ຄຣິສຕະຈັກຄວນເຮັດໃນແນວຄິດຂອງພວກເຂົາ. ມີສິ່ງໃດທີ່ພວກເຈົ້າຍັງເບິ່ງບໍ່ທະລຸ ຫຼື ຍັງບໍ່ເຂົ້າໃຈແຈ້ງຕື່ມບໍ ກ່ຽວກັບຄວາມເຂົ້າໃຈ ແລະ ການຕີຄວາມໝາຍທີ່ຜູ້ຄົນມີກ່ຽວກັບຄຣິສຕະຈັກໃນແນວຄິດຂອງພວກເຂົາ? ບາງຄົນຄິດວ່າຄຣິສຕະຈັກຄວນມີສ່ວນຮ່ວມໃນວຽກງານບາງປະເພດໃນສັງຄົມ ຫຼື ມີບົດບາດບາງຢ່າງໃນສັງຄົມ, ເຊັ່ນ: ການຢຶດໝັ້ນຄວາມຍຸຕິທຳ. ໃນແນວຄິດຂອງຜູ້ຄົນ, ຄຣິສຕະຈັກເປັນຕົວແທນຂອງພາບພົດທີ່ດີ, ສະນັ້ນ ເປັນຫຍັງມັນຈຶ່ງບໍ່ສາມາດຢຶດໝັ້ນຄວາມຍຸຕິທຳໄດ້? ການຢຶດໝັ້ນຄວາມຍຸຕິທຳກ່ຽວຂ້ອງຫຍັງກັບວຽກງານຂອງຄຣິສຕະຈັກ ຫຼື ຂໍ້ກຳນົດຂອງພຣະເຈົ້າບໍ? (ບໍ່ກ່ຽວຂ້ອງ). “ການຢຶດໝັ້ນຄວາມຍຸຕິທຳ” ທີ່ຜູ້ຄົນເວົ້າເຖິງນີ້ໝາຍເຖິງຫຍັງ? (ສິ່ງທີ່ຜູ້ຄົນເອີ້ນວ່າການຢຶດໝັ້ນຄວາມຍຸຕິທຳບໍ່ແມ່ນຄວາມຍຸຕິທຳທີ່ແທ້ຈິງ. ມັນເປັນພຽງການປົກປ້ອງຜົນປະໂຫຍດຂອງເນື້ອໜັງ ແລະ ມັນບໍ່ສອດຄ່ອງກັບຄວາມຈິງ). ຄວາມຍຸຕິທຳນີ້ກ່ຽວຂ້ອງຫຍັງກັບຄວາມຈິງບໍ? (ບໍ່ກ່ຽວຂ້ອງກັນ). ນີ້ຄືສິ່ງທີ່ມະນຸດຊາດເອີ້ນວ່າຄວາມຍຸຕິທຳ. ຕົວຢ່າງ: ການປາບປາມອຳນາດທີ່ຊົ່ວຮ້າຍຈໍານວນໜຶ່ງ, ການແກ້ໄຂຄວາມບໍ່ຍຸຕິທຳຈໍານວນໜຶ່ງ ແລະ ກໍລະນີທີ່ຜູ້ຄົນຖືກລ່ວງລະເມີດ ແລະ ຖືກເຮັດໃຫ້ອັບອາຍ ຫຼື ການລົງໂທດທີ່ສົມຄວນແກ່ຄົນຊົ່ວຊ້າ ແລະ ການຟື້ນຟູ ແລະ ການປົກປ້ອງຜົນປະໂຫຍດຂອງກຸ່ມຜູ້ທີ່ບອບບາງ ແລະ ອື່ນໆ. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຄົນເອີ້ນວ່າການຢຶດໝັ້ນຄວາມຍຸຕິທຳ. ຈຸດປະສົງຫຼັກຂອງການຢຶດໝັ້ນຄວາມຍຸຕິທຳນີ້ແມ່ນຫຍັງ? ມັນກ່ຽວຂ້ອງຫຍັງກັບການທີ່ຜູ້ຄົນສະແຫວງຫາຄວາມຈິງບໍ? ມັນກ່ຽວຂ້ອງຫຍັງກັບການທີ່ຜູ້ຄົນໄດ້ຮັບຄວາມລອດພົ້ນບໍ? (ບໍ່ກ່ຽວຂ້ອງ). ນີ້ເປັນພຽງຄຳເວົ້າທີ່ເກີດຂຶ້ນບົນພື້ນຖານຂອງຄວາມຍຸຕິທຳທາງສິນທຳ ແລະ ຈັນຍາທຳ; ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງຢ່າງເດັດຂາດ. ພວກເຮົາສາມາດເວົ້າໄດ້ບໍວ່າມັນບໍ່ໄດ້ຂຶ້ນໄປຢູ່ໃນລະດັບຂອງຄວາມຈິງ? (ໄດ້). ພວກເຮົາເວົ້າໄດ້ບໍ? (ບໍ່ໄດ້; ທັງສອງບໍ່ກ່ຽວຂ້ອງກັນ). ຖືກຕ້ອງ, ພວກມັນບໍ່ກ່ຽວຂ້ອງກັນເລີຍ; ພວກມັນເປັນສອງເລື່ອງທີ່ແຕກຕ່າງກັນ. ມະນຸດຊາດຢຶດໝັ້ນຄວາມຍຸຕິທຳປະເພດໃດ? ມັນເປັນປະເພດທີ່ວ່າ ຫຼັງຈາກຄົນທຳມະດາທີ່ມີສະຖານະພາບທາງສັງຄົມຕໍ່າກວ່າໜ້ອຍໜຶ່ງຖືກກົດຂີ່ຂົ່ມເຫັງ ຫຼື ຖືກຕັດສິດ ຫຼື ຜົນປະໂຫຍດໃດໆໂດຍຄົນຊົ່ວຊ້າ, ຄົນຊົ່ວຊ້າກໍຈະຖືກລົງໂທດຕາມສົມຄວນ ແລະ ຄົນທຳມະດາສາມັນກໍຈະບໍ່ຖືກກົດຂີ່ຂົ່ມເຫັງອີກຕໍ່ໄປ. ມັນກ່ຽວກັບການຟື້ນຟູ ແລະ ການຮັບປະກັນຜົນປະໂຫຍດທາງເນື້ອໜັງຂອງຜູ້ຄົນ, ການບັນລຸຄວາມສະເໝີພາບທີ່ທຽບຖານກັນລະຫວ່າງຜູ້ຄົນ, ການກຳຈັດຊ່ອງຫວ່າງລະຫວ່າງຊົນຊັ້ນທາງສັງຄົມ ແລະ ການຮັບປະກັນວ່າຄົນຊົ່ວຊ້າຈະບໍ່ປະສົບຜົນສຳເລັດໃນການກະທຳທີ່ຊົ່ວຊ້າຂອງພວກເຂົາ ແລະ ຄວາມທຸກຂອງຜູ້ທີ່ຖືກກະທຳຢ່າງບໍ່ເປັນທຳໄດ້ຮັບການແກ້ໄຂ. ນີ້ຄືສິ່ງທີ່ມະນຸດຊາດເອີ້ນວ່າການຢຶດໝັ້ນຄວາມຍຸຕິທຳ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງຢ່າງເດັດຂາດ. ພວກເຈົ້າຍັງສາມາດເວົ້າໄດ້ແນວໃດວ່າມັນຂຶ້ນໄປຢູ່ໃນລະດັບຂອງຄວາມຈິງບໍ່ໄດ້? ມັນກ່ຽວຂ້ອງກັບຄວາມຈິງບໍ? ບໍ່, ມັນບໍ່ກ່ຽວຂ້ອງ. ບອກເຮົາມາເບິ່ງ, ຄົນທຳມະດາສາມັນເຫຼົ່ານັ້ນທີ່ໄດ້ຮັບຄວາມທຸກຈຳເປັນຕ້ອງເປັນຄົນດີບໍ? (ບໍ່ຈຳເປັນ). ການຢຸດຢັ້ງບໍ່ໃຫ້ພວກເຂົາໄດ້ຮັບຄວາມທຸກ, ນັ້ນແມ່ນຄວາມຍຸຕິທຳບໍ? ສິ່ງນັ້ນສອດຄ່ອງກັບຄວາມຈິງບໍ? ແລ້ວຄົນເຫຼົ່ານັ້ນຈະສາມາດໄດ້ຮັບຄວາມລອດພົ້ນບໍ? ສິ່ງເຫຼົ່ານີ້ເຫັນໄດ້ຊັດເຈນວ່າເປັນສອງເລື່ອງທີ່ແຕກຕ່າງກັນ. ຈະເອົາມາປົນເປກັນໄດ້ແນວໃດ? ມັນບໍ່ມີຄຳຖາມເລີຍກ່ຽວກັບການຂຶ້ນໄປຢູ່ໃນລະດັບຂອງຄວາມຈິງ; ມັນພຽງແຕ່ບໍ່ແມ່ນສິ່ງດຽວກັນກັບຄວາມຈິງ. ຖ້າພວກເຈົ້າມີຂໍ້ໂຕ້ແຍ້ງບາງຢ່າງກ່ຽວກັບບັນຫານີ້, ແລ້ວບາງເທື່ອຄົນສ່ວນໃຫຍ່ໃນພວກເຈົ້າອາດຈະບໍ່ເຂົ້າໃຈເລື່ອງການຢຶດໝັ້ນຄວາມຍຸຕິທຳຢ່າງແຈ່ມແຈ້ງ ແລະ ຍັງຄົງຢຶດຕິດຢູ່ກັບມັນຢູ່ ໂດຍຄິດວ່າ “ສິ່ງນີ້ຈະຜິດໄດ້ແນວໃດ? ສິ່ງນີ້ຈະບໍ່ແມ່ນວຽກງານທີ່ຄຣິສຕະຈັກຄວນເຮັດໄດ້ແນວໃດ?” ຕາມຈິງແລ້ວ, ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ. ຍັງມີບາງຄົນທີ່ຄິດວ່າຄຣິສຕະຈັກຄວນເປັນສະຖານທີ່ທີ່ຄວາມຊົ່ວຖືກລົງໂທດ ແລະ ຄວາມດີຖືກສົ່ງເສີມ, ວ່າມັນຄວນຮັບໃຊ້ໜ້າທີ່ນີ້, ລົງໂທດການກະທຳທີ່ຊົ່ວຊ້າ ແລະ ອຳນາດທີ່ຊົ່ວຊ້າ, ມືດມົນ, ໃນຂະນະທີ່ສົ່ງເສີມສິ່ງທີ່ດີ ແລະ ມີຄຸນນະທຳ. ມັນເປັນເຊັ່ນນັ້ນບໍ? ການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີສາມາດຂຶ້ນໄປຢູ່ໃນລະດັບຂອງຄວາມຈິງໄດ້ບໍ? ເມື່ອເວົ້າເຖິງສິ່ງທີ່ຊົ່ວ ແລະ ສິ່ງທີ່ດີ, ຜູ້ຄົນບໍ່ສາມາດແຍກແຍະລະຫວ່າງສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ. ຜູ້ຄົນໝາຍຄວາມວ່າແນວໃດໂດຍການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີ? ມັນກ່ຽວຂ້ອງກັບການລົງໂທດຄວາມຊົ່ວ, ການໃຫ້ລາງວັນຄວາມດີ ແລະ ການຈັດທຸກສິ່ງຕາມປະເພດຂອງມັນ ທີ່ພຣະເຈົ້າກ່າວເຖິງບໍ? (ບໍ່). ມັນບໍ່ກ່ຽວຂ້ອງກັນ. ມາດຕະຖານຂອງມະນຸດຊາດໃນການນິຍາມຄວາມຊົ່ວ ແລະ ຄວາມດີແມ່ນຫຍັງ? ຕາມຄຳນິຍາມຂອງຄົນຈີນ, ອັນໃດຄືຄວາມຊົ່ວ ແລະ ອັນໃດຄືຄວາມດີ? ພື້ນຖານສຳລັບຄຳນິຍາມຄວາມຊົ່ວ ແລະ ຄວາມດີຂອງພວກເຂົາແມ່ນຫຍັງ? ມັນຄືວັດທະນະທຳທາງພຸດທະສາສະໜາ. ພຸດທະສາສະໜາເວົ້າເຖິງແນວຄວາມຄິດຕ່າງໆ ເຊັ່ນ: ການຊ່ວຍເຫຼືອໂລກ ແລະ ການຊ່ວຍເຫຼືອຜູ້ຄົນ, ການລະເວັ້ນຈາກການຂ້າ ແລະ ອື່ນໆ, ສິ່ງເຫຼົ່ານີ້ແມ່ນຖືວ່າເປັນຄວາມດີ, ໃນຂະນະທີ່ການກິນໄກ່, ປາ, ຊີ້ນງົວ ຫຼື ຊີ້ນແກະ ແມ່ນຖືວ່າເປັນຄວາມຊົ່ວ ແລະ ຜູ້ຄົນທີ່ເຮັດເຊັ່ນນັ້ນຄວນຖືກລົງໂທດ. ບໍ່ຄວນກິນຊີ້ນໃດໆ ແລະ ບໍ່ຄວນຂ້າສິ່ງມີຊີວິດໃດໆ. ການຂ້າແມ່ນຖືວ່າເປັນຄວາມຊົ່ວ ແລະ ຜູ້ທີ່ຂ້າຄວນສາລະພາບບາບ ແລະ ອ້ອນວອນຂໍການໃຫ້ອະໄພຕໍ່ໜ້າພຣະພຸດທະເຈົ້າ. ນີ້ຄືຄຳນິຍາມຂອງຄວາມຊົ່ວໃນພຸດທະສາສະໜາ; ມັນຄືກັນກັບຄວາມຊົ່ວທີ່ພຣະເຈົ້າກ່າວເຖິງບໍ? (ບໍ່). ພວກມັນເປັນສອງເລື່ອງທີ່ແຕກຕ່າງກັນ, ສະນັ້ນ ຄຳນິຍາມຂອງຄວາມຊົ່ວບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງຢ່າງເດັດຂາດ ແລະ ແນ່ນອນວ່າບໍ່ສາມາດຂຶ້ນໄປຢູ່ໃນລະດັບຂອງຄວາມຈິງໄດ້. ແລ້ວພຸດທະສາສະໜາໝາຍເຖິງຫຍັງໂດຍຄວາມດີ? ມັນຍິ່ງໄຮ້ສາລະ, ຜິວເຜີນ ແລະ ໜ້າຊື່ໃຈຄົດຍິ່ງກວ່ານັ້ນອີກ. ຊາວພຸດເຊື່ອວ່າການບໍ່ຂ້າສິ່ງມີຊີວິດໃດໆເປັນຄວາມດີ ແລະ ການປ່ອຍສັດທີ່ຖືກຈັບເປັນຄວາມດີ. ບໍ່ວ່າຄົນຊົ່ວຊ້າຈະຂ້າຄົນໄປຈັກຄົນ ຫຼື ກະທຳບາບໄປຈັກຢ່າງ, ຖ້າພວກເຂົາວາງມີດຂ້າສັດລົງ, ພວກເຂົາກໍສາມາດກາຍເປັນພຣະພຸດທະເຈົ້າໄດ້ທັນທີ. ສິ່ງນີ້ແມ່ນຖືວ່າເປັນຄວາມດີ. ຍັງມີຄຳກ່າວທີ່ວ່າ “ການຊ່ວຍໜຶ່ງຊີວິດດີກວ່າການສ້າງເຈດີເຈັດຊັ້ນ” ເຊິ່ງໝາຍຄວາມວ່າການຊ່ວຍເຫຼືອຜູ້ຄົນຢ່າງຫຼັບຫູຫຼັບຕາໂດຍບໍ່ມີເງື່ອນໄຂ ແລະ ບໍ່ມີຫຼັກການ. ແມ່ນແຕ່ການຊ່ວຍເຫຼືອມານຮ້າຍ, ຄົນຊົ່ວຊ້າ, ອັນທະພານ, ນັກເລງ ແລະ ໃຜກໍຕາມ ກໍຖືວ່າເປັນຄວາມດີ. ນີ້ແມ່ນຄວາມດີປະເພດໃດ? ຄົນດັ່ງກ່າວເປັນຄົນໂງ່ຈ້າ, ບໍ່ມີການແຍກແຍະ, ບໍ່ມີຈຸດຢືນ ຫຼື ຫຼັກການໃດໆ. ການຊ່ວຍເຫຼືອໃຜກໍໄດ້ ແລະ ການໃຫ້ອະໄພໃຜກໍໄດ້, ສິ່ງນັ້ນສາມາດຖືວ່າເປັນຄວາມດີໄດ້ບໍ? ມັນບໍ່ສົມຄວນກັບຄຳເວົ້ານັ້ນດ້ວຍຊໍ້າ; ນີ້ຄືການທໍາທ່າຂອງຊາຕານ ແລະ ມານຮ້າຍ. ພວກເຂົາບໍ່ຂ້າສັດ ແຕ່ໄດ້ກືນກິນວິນຍານນັບບໍ່ຖ້ວນ. ນີ້ຄືສິ່ງທີ່ພວກເຂົາເອີ້ນວ່າຄວາມດີ ເຊິ່ງຕາມຈິງແລ້ວເປັນພຽງການທໍາທ່າ. ສະນັ້ນ, ແນວຄິດຂອງມະນຸດທີ່ວ່າຄຣິສຕະຈັກຄວນມີບົດບາດໃນການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີນັ້ນແມ່ນສາມາດຍຶດຖືໄດ້ບໍ? (ບໍ່). ບໍ່ວ່າຈະເປັນພື້ນຖານທາງວັດທະນະທຳຂອງເຊື້ອຊາດ ຫຼື ສາສະໜາໃດກໍຕາມ, ການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີບໍ່ມີຫຍັງກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ປະຈັກພະຍານຂອງຄຣິສຕະຈັກ. ຢ່າຄິດວ່າເພາະຄຳສັບເຫຼົ່ານີ້ເບິ່ງຄືວ່າຍຸຕິທຳ ແລະ ເປັນຄຳຍ້ອງຍໍ, ພວກມັນຄວນຈະກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ວ່ານີ້ຄືບົດບາດທີ່ຄຣິສຕະຈັກຄວນມີໃນສັງຄົມ. ນີ້ຄືແນວຄິດ ແລະ ຈິນຕະນາການຂອງມະນຸດ. ນອກຈາກ “ການຢຶດໝັ້ນຄວາມຍຸຕິທຳ” ແລະ “ການລົງໂທດຄວາມຊົ່ວ ແລະ ສົ່ງເສີມຄວາມດີ” ແລ້ວ, ຄຳສັບທີ່ດີອື່ນໆຕາມແນວຄິດຂອງມະນຸດ ເຊັ່ນ: “ການຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງປະຊາຊົນ” ແລະ “ການບັນເທົາຄວາມກັງວົນ ແລະ ການແກ້ໄຂຄວາມຫຍຸ້ງຍາກ” ກໍບໍ່ມີຄວາມກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ປະຈັກພະຍານຂອງຄຣິສຕະຈັກເຊັ່ນກັນ. ພວກເຈົ້າທຸກຄົນຄວນຈະເຂົ້າໃຈເລື່ອງນີ້ໄດ້. ຄຳນິຍາມຂອງຄຣິສຕະຈັກ, ວຽກງານທີ່ຄຣິສຕະຈັກຄວນເຮັດ ແລະ ຄຸນຄ່າ ແລະ ຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກກໍໄດ້ໂອ້ລົມກັນຢ່າງຊັດເຈນພໍສົມຄວນແລ້ວ.
ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຊ້າປະເພດຕ່າງໆ
ໃຫ້ກັບມາທີ່ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດທຸກປະເພດ”. ໃຫ້ມາເບິ່ງວ່າວຽກງານນີ້ທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດນັ້ນກ່ຽວຂ້ອງກັບແຕ່ລະລາຍລະອຽດກ່ຽວກັບຄຣິສຕະຈັກທີ່ເຮົາຫາກໍໄດ້ໂອ້ລົມ ຫຼື ບໍ່. ເປັນຫຍັງພວກເຮົາຈຶ່ງຈຳເປັນຕ້ອງໂອ້ລົມກັນກ່ຽວກັບລາຍລະອຽດສະເພາະເຫຼົ່ານີ້? ລາຍລະອຽດເຫຼົ່ານີ້ມີຄວາມກ່ຽວຂ້ອງແນວໃດກັບວຽກງານນີ້ທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ? (ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດເຫຼົ່ານີ້ບໍ່ແມ່ນສະມາຊິກຂອງຄຣິສຕະຈັກ ແລະ ຈຳເປັນຕ້ອງຖືກຊໍາລະລ້າງອອກໄປ. ຍິ່ງໄປກວ່ານັ້ນ, ການມີຢູ່ຂອງພວກເຂົາກໍກີດຂວາງ ແລະ ລົບກວນວຽກງານທີ່ຄຣິສຕະຈັກເຮັດ). ສະນັ້ນ, ມັນຈຶ່ງມີຄວາມກ່ຽວຂ້ອງກັນ; ການໂອ້ລົມນີ້ບໍ່ໄດ້ໄຮ້ຄວາມໝາຍ. ຫຼັງຈາກທີ່ເຂົ້າໃຈແຕ່ລະລາຍລະອຽດກ່ຽວກັບຄຳເອີ້ນ ຫຼື ຄຳນິຍາມຂອງຄຣິສຕະຈັກແລ້ວ, ໃຫ້ກວດສອບເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕໍ່ສະມາຊິກຄຣິສຕະຈັກແນວໃດ, ພວກເຂົາຄວນປະຕິບັດຕໍ່ຄົນປະເພດຕ່າງໆທີ່ຈຳເປັນຕ້ອງຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກແນວໃດ, ພວກເຂົາຈະສາມາດເຮັດວຽກງານນີ້ໄດ້ດີແນວໃດ ແລະ ພວກເຂົາຄວນເຮັດຄວາມຮັບຜິດຊອບຂອງຕົນໃຫ້ສໍາເລັດ ແລະ ຮັກສາວຽກງານຂອງຄຣິສຕະຈັກແນວໃດ. ກ່ອນອື່ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈວ່າຄຳນິຍາມຂອງຄຣິສຕະຈັກແມ່ນຫຍັງ, ເປັນຫຍັງຄຣິສຕະຈັກຈຶ່ງຈຳເປັນຕ້ອງມີຢູ່ ແລະ ຄຣິສຕະຈັກຄວນເຮັດວຽກງານຫຍັງ. ຫຼັງຈາກທີ່ເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ຈາກນັ້ນພວກເຂົາກໍຄວນເບິ່ງວ່າສະມາຊິກຄຣິສຕະຈັກຄົນປັດຈຸບັນຄົນໃດທີ່ບໍ່ໄດ້ມີບົດບາດໃນທາງບວກກ່ຽວກັບຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ ຫຼື ວຽກງານທີ່ຄຣິສຕະຈັກເຮັດ ຫຼື ຜູ້ທີ່ອາດຈະກໍ່ໃຫ້ເກີດການຂັດຂວາງ, ການລົບກວນ ແລະ ຜົນກະທົບໃນທາງລົບຕໍ່ວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ ຫຼື ແມ່ນແຕ່ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊື່ສຽງຂອງຄຣິສຕະຈັກ ແລະ ເຮັດໃຫ້ພຣະນາມຂອງພຣະເຈົ້າເສື່ອມເສຍ. ການແຍກແຍະຢ່າງຊັດເຈນ ແລະ ການກຳຈັດອອກ ຫຼື ການຂັບໄລ່ຄົນເຫຼົ່ານີ້ໂດຍທັນທີ, ນີ້ບໍ່ແມ່ນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? (ແມ່ນແລ້ວ). ສະນັ້ນ, ສິ່ງໃດທີ່ກ່ຽວຂ້ອງໃນການເຮັດວຽກງານນີ້ໃຫ້ດີ? ເພື່ອກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າທຸກປະເພດ ແລະ ເຮັດໃຫ້ຄຣິສຕະຈັກບໍລິສຸດ, ເພື່ອໃຫ້ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກໄດ້ສະແດງອອກມາ ແລະ ເພື່ອໃຫ້ຄຣິສຕະຈັກໄດ້ເຮັດສຳເລັດບົດບາດທີ່ຄວນຈະເປັນ, ພ້ອມທັງໃຫ້ວຽກງານຂອງຄຣິສຕະຈັກດຳເນີນໄປຢ່າງລ່ຽນໄຫຼ, ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງແຍກແຍະໃຫ້ໄດ້ວ່າຄົນໃດໃນຄຣິສຕະຈັກທີ່ເປັນຄົນຊົ່ວຊ້າ ແລະ ເປັນພວກຕໍ່ຕ້ານພຣະຄຣິດ. ນີ້ຄືຂໍ້ມູນ ຫຼື ສະຖານະການຕົວຈິງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງກຳແໜ້ນໄວ້ກ່ອນ ເມື່ອດຳເນີນການວຽກງານນີ້. ເລື່ອງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະເຊີນໃນວຽກງານນີ້ກໍຄືການແຍກແຍະຄົນປະເພດຕ່າງໆ. ຈຸດປະສົງຂອງການແຍກແຍະຄົນປະເພດຕ່າງໆແມ່ນຫຍັງ? ມັນກໍຄືການຈັດແບ່ງພວກເຂົາຕາມປະເພດຂອງພວກເຂົາ ແລະ ປົກປ້ອງຜູ້ທີ່ເປັນສະມາຊິກທີ່ແທ້ຈິງຂອງຄຣິສຕະຈັກ. ຢ່າງໃດກໍຕາມ, ພຽງແຕ່ການປົກປ້ອງຄົນເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າວຽກງານທີ່ລະບຸໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສີ່ນັ້ນໄດ້ສຳເລັດລົງດ້ວຍດີ. ແລ້ວແມ່ນຫຍັງຄືດ້ານທີ່ສຳຄັນທີ່ສຸດຂອງການດຳເນີນການວຽກງານນີ້ໃຫ້ສຳເລັດຜົນ? ມັນຄືການກຳຈັດອອກ ຫຼື ການຂັບໄລ່ຜູ້ບໍ່ເຊື່ອ ແລະ ຄົນຊົ່ວຊ້າທຸກປະເພດທີ່ບໍ່ໄດ້ເປັນຂອງຄຣິສຕະຈັກ. ບໍ່ວ່າຄົນເຫຼົ່ານີ້ຈະຖືກກຳນົດວ່າເປັນຄົນຊົ່ວຊ້າ ຫຼື ເປັນພວກຕໍ່ຕ້ານພຣະຄຣິດກໍຕາມ, ຖ້າພວກເຂົາເຂົ້າເງື່ອນໄຂທີ່ຈະຖືກກຳຈັດອອກ ຫຼື ຂັບໄລ່, ກໍຈຳເປັນຕ້ອງໄດ້ເຮັດວຽກງານນີ້ ແລະ ກໍເຖິງເວລາທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດສຳເລັດຄວາມຮັບຜິດຊອບຂອງຕົນ. ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກັນກ່ຽວກັບວິທີແຍກແຍະຄົນປະເພດຕ່າງໆ.
I. ໂດຍອີງໃສ່ຈຸດປະສົງຂອງການເຊື່ອໃນພຣະເຈົ້າ
ພວກເຮົາຄວນແຍກແຍະຄົນປະເພດຕ່າງໆແນວໃດ? ມາດຕະຖານທຳອິດກໍຄືການແຍກແຍະພວກເຂົາຕາມຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ. ມາດຕະຖານທີສອງແມ່ນຕາມຄວາມເປັນມະນຸດຂອງພວກເຂົາ. ແລະ ມາດຕະຖານທີສາມແມ່ນຕາມທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງພວກເຂົາ. ຖ້າພວກເຮົາຈະໃຊ້ຫົວຂໍ້ຍ່ອຍທີ່ຮຽບງ່າຍ, ສັ້ນໆ, ພວກມັນກໍຈະເປັນ: ໜຶ່ງ, ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ; ສອງ, ຄວາມເປັນມະນຸດຂອງພວກເຂົາ; ແລະ ສາມ, ທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງພວກເຂົາ. ຕອນນີ້ທີ່ພວກເຮົາມີສາມຫົວຂໍ້ຍ່ອຍນີ້ແລ້ວ, ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບແຕ່ລະຫົວຂໍ້ແມ່ນຫຍັງ? ກ່ອນໜ້ານີ້ພວກເຮົາບໍ່ໄດ້ໂອ້ລົມກັນຫຼາຍກ່ຽວກັບຈຸດປະສົງຂອງຜູ້ຄົນໃນການເຊື່ອໃນພຣະເຈົ້າ. ພວກເຮົາໄດ້ເວົ້າຫຼາຍຂຶ້ນກ່ຽວກັບຄວາມເປັນມະນຸດຂອງຜູ້ຄົນ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງພວກເຂົາ, ສະນັ້ນ ພວກເຈົ້າຈຶ່ງຄຸ້ນເຄີຍກັບສິ່ງເຫຼົ່ານີ້ຫຼາຍກວ່າ. ຕາມຈິງແລ້ວ ຈຸດປະສົງຂອງຜູ້ຄົນໃນການເຊື່ອໃນພຣະເຈົ້າກໍເປັນສິ່ງທີ່ພວກເຈົ້າຄຸ້ນເຄີຍກັນດີພໍສົມຄວນ ເພາະພວກເຈົ້າເອງກໍມາເຊື່ອໃນພຣະເຈົ້າດ້ວຍຈຸດປະສົງ. ບາງຄົນເຊື່ອໃນພຣະເຈົ້າເພາະພວກເຂົາບໍ່ຢາກໄປນະຮົກ, ບາງຄົນຢາກໄປສະຫວັນ, ບາງຄົນບໍ່ຢາກຕາຍ, ບາງຄົນຢາກຫຼີກລ່ຽງໄພພິບັດ, ບາງຄົນພຽງແຕ່ຢາກເປັນຄົນດີ, ບາງຄົນຢາກຫຼີກລ່ຽງການຖືກກົດຂີ່ຂົ່ມເຫັງ ແລະ ອື່ນໆ. ຫົວຂໍ້ນີ້ບໍ່ຄວນແມ່ນສິ່ງທີ່ພວກເຈົ້າຈະບໍ່ຄຸ້ນເຄີຍ; ມັນເປັນພຽງແຕ່ວ່າລາຍລະອຽດທີ່ເຮົາຈະເວົ້າເຖິງອາດຈະເປັນສິ່ງທີ່ພວກເຈົ້າບໍ່ຄຸ້ນເຄີຍ. ພວກເຈົ້າອາດຈະຮູ້ສຶກບໍ່ແນ່ໃຈກ່ຽວກັບພວກມັນ, ບໍ່ຮູ້ວ່າເຮົາຈະເວົ້າຫຍັງກ່ຽວກັບພວກມັນ ຫຼື ຈະເລີ່ມຕົ້ນຈາກໃສ. ສະນັ້ນ, ໃຫ້ໂອ້ລົມກັນກ່ຽວກັບເລື່ອງນີ້ໂດຍຫຍໍ້. ບອກເຮົາມາເບິ່ງ, ຄົນທີ່ມີເຈດຕະນາ ແລະ ຈຸດປະສົງປະເພດໃດໃນການເຊື່ອໃນພຣະເຈົ້າທີ່ເປັນຜູ້ທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່? (ຜູ້ທີ່ສະແຫວງຫາພຽງແຕ່ຊື່ສຽງ ແລະ ສະຖານະພາບ ແລະ ຕ້ອງການພຽງແຕ່ອຳນາດ ແລະ ຜູ້ທີ່ຈະລົບກວນຄຣິສຕະຈັກໂດຍບໍ່ເລືອກວິທີການເພື່ອສະຖານະພາບຂອງພວກເຂົາ). ນີ້ແມ່ນຄົນປະເພດໜຶ່ງ. ມີປະເພດອື່ນອີກບໍ? (ຜູ້ບໍ່ເຊື່ອທີ່ສະແຫວງຫາພຽງແຕ່ພອນ ແລະ ຊອກກິນຈົນອິ່ມ). ຜູ້ບໍ່ເຊື່ອ, ນີ້ແມ່ນອີກປະເພດໜຶ່ງ. ມີອີກບໍ? ພວກເຈົ້າອາດຈະກຳລັງຄິດເຖິງການສະແດງອອກຂອງບາງຄົນ ແຕ່ພວກເຈົ້າບໍ່ສາມາດແຍກແຍະໄດ້ຢ່າງຊັດເຈນວ່າຄົນເຫຼົ່ານີ້ພຽງແຕ່ກຳລັງເປີດເຜີຍອຸປະນິໄສທີ່ເສື່ອມຊາມ ຫຼື ພວກເຂົາເປັນຄົນທີ່ມີຈຸດປະສົງທີ່ບໍ່ບໍລິສຸດໃນການເຊື່ອໃນພຣະເຈົ້າທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່. ພວກເຈົ້າບໍ່ສາມາດຄິດອອກ ແລະ ຮູ້ສຶກວ່າມັນບໍ່ຊັດເຈນ, ສະນັ້ນ ພວກເຈົ້າຈຶ່ງບໍ່ສາມາດເວົ້າອອກມາຢ່າງຊັດເຈນໄດ້. ຫົວຂໍ້ກ່ຽວກັບຈຸດປະສົງຂອງຜູ້ຄົນໃນການເຊື່ອໃນພຣະເຈົ້ານັ້ນຂ້ອນຂ້າງກວ້າງ. ທຸກຄົນມີເຈດຕະນາ ແລະ ຈຸດປະສົງບາງຢ່າງໃນການເຊື່ອໃນພຣະເຈົ້າ. ຢ່າງໃດກໍຕາມ, ຄົນປະເພດຕ່າງໆທີ່ມີຈຸດປະສົງທີ່ບໍ່ບໍລິສຸດໃນການເຊື່ອໃນພຣະເຈົ້າທີ່ພວກເຮົາກຳລັງເວົ້າເຖິງຢູ່ນີ້ບໍ່ເຂົ້າເງື່ອນໄຂສຳລັບຄວາມລອດພົ້ນຂອງພຣະເຈົ້າ. ພວກເຂົາບໍ່ສາມາດບັນລຸຄວາມລອດພົ້ນໄດ້ ແລະ ພວກເຂົາບໍ່ສາມາດບັນລຸໄດ້ແມ່ນແຕ່ມາດຕະຖານຂັ້ນຕໍ່າສຸດຂອງການເປັນຜູ້ອອກເຫື່ອແຮງ. ບໍ່ວ່າຄົນເຫຼົ່ານີ້ຈະມີຈຸດປະສົງຫຍັງກໍຕາມໃນການເຊື່ອໃນພຣະເຈົ້າ, ໃນກໍລະນີໃດກໍຕາມ, ເມື່ອໄດ້ຮັບໂອກາດ, ຄົນເຫຼົ່ານີ້ທີ່ມາເຊື່ອໃນພຣະເຈົ້າດ້ວຍຈຸດປະສົງກໍຈະພະຍາຍາມບັນລຸເປົ້າໝາຍຂອງພວກເຂົາ ແລະ ຖ້າພວກເຂົາບໍ່ມີໂອກາດ, ພວກເຂົາກໍຈະກະທຳຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ. ສິ່ງນີ້ຈະນຳມາເຊິ່ງຜົນຮ້າຍແຮງທີ່ຄາດບໍ່ເຖິງຕໍ່ວຽກງານຂອງຄຣິສຕະຈັກ ຫຼື ຕໍ່ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ຄົນເຫຼົ່ານີ້ຄວນເປັນເປົ້າໝາຍສຳລັບການກຳຈັດອອກ ຫຼື ການຂັບໄລ່. ຍັງບໍ່ທັນເວົ້າເຖິງຄວາມເປັນມະນຸດຂອງຄົນເຫຼົ່ານີ້ ຫຼື ທັດສະນະຄະຕິທີ່ພວກເຂົາມີຕໍ່ໜ້າທີ່ຂອງພວກເຂົາ, ພຽງແຕ່ເວົ້າໃນແງ່ຂອງຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ມັນບໍ່ແມ່ນເພື່ອການຍອມຮັບຄວາມຈິງ ແລະ ການຮັບຄວາມລອດພົ້ນຢ່າງເດັດຂາດ, ແລ້ວຍິ່ງໄປກວ່ານັ້ນ ມັນບໍ່ແມ່ນເພື່ອການອ່ອນນ້ອມຕໍ່ ແລະ ການນະມັດສະການພຣະເຈົ້າ. ສະນັ້ນ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໂດຍທຳມະຊາດແລ້ວກໍຈະບໍ່ສົ່ງຜົນໃຫ້ເກີດຄວາມລອດພົ້ນ. ແທນທີ່ຈະປ່ອຍໃຫ້ຄົນເຫຼົ່ານີ້ຢູ່ໃນຄຣິສຕະຈັກ ແລະ ລົບກວນຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງຕໍ່ເນື່ອງ ເຊິ່ງກໍຄືອ້າຍເອື້ອຍນ້ອງທີ່ແທ້ຈິງ, ກໍຄວນແຍກແຍະ ແລະ ກຳນົດວ່າພວກເຂົາເປັນຄົນແນວໃດຢ່າງຖືກຕ້ອງໂດຍໄວທີ່ສຸດ ແລະ ຈາກນັ້ນກໍກຳຈັດພວກເຂົາອອກຈາກຄຣິສຕະຈັກໂດຍທັນທີ. ພວກເຂົາບໍ່ຄວນຖືກປະຕິບັດຄືກັບສະມາຊິກຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ. ແລ້ວຄົນປະເພດເຫຼົ່ານີ້ແມ່ນໃຜ? ເມື່ອກີ້ນີ້, ພວກເຈົ້າໄດ້ເວົ້າແບບກວ້າງໆກ່ຽວກັບແນວຄວາມຄິດບາງຢ່າງ. ເຮົາຈະຍົກຕົວຢ່າງທີ່ເປັນຮູບປະທຳບາງຢ່າງ ແລະ ພວກເຈົ້າກໍຈະເຂົ້າໃຈເມື່ອພວກເຈົ້າໄດ້ຟັງ.
A. ເພື່ອຕອບສະໜອງຕໍ່ຄວາມປາຖະໜາທີ່ຈະເປັນຂ້າລາຊະການ
ກ່ອນອື່ນ, ໃຫ້ມາເວົ້າກ່ຽວກັບຄົນປະເພດທຳອິດທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ບາງຄົນຢາກເປັນເຈົ້າເປັນຂ້າລາຊະການໃນສັງຄົມຢູ່ສະເໝີ ແລະ ນຳກຽດຕິຍົດມາສູ່ວົງຕະກຸນຂອງພວກເຂົາ ແຕ່ເສັ້ນທາງອາຊີບຂອງພວກເຂົາບໍ່ປະສົບຜົນສຳເລັດ. ແນວໃດກໍຕາມ, ຄວາມປາຖະໜາທີ່ຈະເປັນຂ້າລາຊະການຂອງພວກເຂົາກໍບໍ່ໄດ້ຫຼຸດໜ້ອຍຖອຍລົງເລີຍ. ແຕ່ສະຖານະທາງສັງຄົມຂອງຄອບຄົວພວກເຂົາບໍ່ສູງ, ດັ່ງນັ້ນ ພວກເຂົາຈຶ່ງຮູ້ສຶກວ່າຊີວິດໝົດຫວັງ ແລະ ເຫັນວ່າໂລກນີ້ບໍ່ຍຸຕິທຳເກີນໄປ, ແມ່ນແຕ່ຄວາມປາຖະໜານ້ອຍໆນີ້ກໍຍັງບໍ່ສາມາດບັນລຸໄດ້. ພວກເຂົາຮູ້ສຶກວ່າຕົນເອງມີຄວາມຮູ້ ແລະ ຄວາມສາມາດຢູ່ແດ່ ແຕ່ບໍ່ມີໃຜເຫັນຄຸນຄ່າ. ພວກເຂົາບໍ່ສາມາດຫາຜູ້ສະໜັບສະໜູນໄດ້ ແລະ ໂອກາດທີ່ຈະໄດ້ເປັນຂ້າລາຊະການກໍເບິ່ງຄືວ່າຫ່າງໄກຫຼາຍສຳລັບພວກເຂົາ. ໃນສະຖານະການທີ່ໝົດຫວັງນີ້, ພວກເຂົາກໍໄດ້ພົບກັບຄຣິສຕະຈັກ. ພວກເຂົາຮູ້ສຶກວ່າ ຖ້າພວກເຂົາສາມາດກາຍເປັນຜູ້ນຳໃນຄຣິສຕະຈັກໄດ້, ມັນກໍຄືກັບການໄດ້ເປັນຂ້າລາຊະການຄືກັນ ແລະ ຄວາມປາຖະໜາຂອງພວກເຂົາກໍຈະໄດ້ຮັບການຕອບສະໜອງ. ດັ່ງນັ້ນ, ພວກເຂົາຈຶ່ງມາທີ່ເຮືອນຂອງພຣະເຈົ້າໂດຍຕ້ອງການບັນລຸໃນສິ່ງທີ່ຍິ່ງໃຫຍ່. ພວກເຂົາຄິດວ່າຄວາມສາມາດ ແລະ ສັກກະຍະພາບຂອງພວກເຂົາເໝາະສົມພໍດີທີ່ຈະຖືກນຳມາໃຊ້ໃນເຮືອນຂອງພຣະເຈົ້າ ແລະ ຄວາມຫວັງຂອງພວກເຂົາທີ່ຈະໄດ້ເປັນຂ້າລາຊະການ ແລະ ເປັນບຸກຄົນທີ່ໂດດເດັ່ນກໍສາມາດກາຍເປັນຈິງໄດ້, ດ້ວຍເຫດນີ້ຈຶ່ງເປັນການບັນລຸຄວາມປາຖະໜາຕະຫຼອດຊີວິດຂອງພວກເຂົາ. ມຸມມອງຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າສາມາດສະຫຼຸບໄດ້ດ້ວຍຄຳກ່າວທີ່ວ່າ “ການເຮັດຄວາມດີຍ່ອມໄດ້ຮັບການຕອບແທນ”, “ເພັດແທ້ຍ່ອມມີປະກາຍ” ແລະ “ນົກທີ່ສະຫຼາດຍ່ອມເລືອກກິ່ງໄມ້ທີ່ດີເພື່ອຈັບ”, ນີ້ຄືປະຫວັດຄວາມເປັນມາປະເພດໜຶ່ງທີ່ພວກເຂົາເລືອກເດີນໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ. ເມື່ອພິຈາລະນາຈາກແກ່ນແທ້ຂອງຄົນຜູ້ນີ້ ກໍເຫັນໄດ້ຊັດເຈນວ່າພວກເຂົາບໍ່ເຊື່ອໃນການມີຢູ່ຂອງຄວາມຈິງໃນໂລກ, ແລ້ວແຮງໄກທີ່ພວກເຂົາຈະເຊື່ອໃນການມີຢູ່ຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ສະຫຼຸບສັ້ນໆກໍຄື ພວກເຂົາບໍ່ເຊື່ອໃນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍຍິ່ງບໍ່ເຊື່ອໃນການມີຢູ່ຂອງພຣະຜູ້ສ້າງ. ບໍ່ວ່າມັນຈະເປັນສິ່ງທີ່ຂຽນໄວ້ໃນພຣະຄຳພີ ຫຼື ສິ່ງທີ່ຖືກເທດສະໜາໃນໂລກສາສະໜາກໍຕາມ, ເຊັ່ນວ່າ ພຣະເຈົ້າໄດ້ສ້າງໂລກ ແລະ ມະນຸດຊາດ, ວ່າພຣະເຈົ້າຊົງປົກຄອງ ແລະ ນຳພາມະນຸດຊາດ, ຄຳກ່າວທັງໝົດເຫຼົ່ານີ້ເປັນພຽງບັນທຶກທາງປະຫວັດສາດສຳລັບພວກເຂົາ. ບໍ່ມີໃຜສືບສວນສອບສວນພວກມັນ ແລະ ບໍ່ມີໃຜສາມາດພິສູດຢືນຢັນພວກມັນໄດ້; ພວກມັນເປັນພຽງຕຳນານ ແລະ ເລື່ອງເລົ່າ, ເປັນວັດທະນະທຳທາງສາສະໜາປະເພດໜຶ່ງ. ນີ້ຄືຄວາມເຂົ້າໃຈພື້ນຖານທີ່ສຸດຂອງພວກເຂົາກ່ຽວກັບຄວາມເຊື່ອ. ພວກເຂົາມາເຊື່ອໃນພຣະເຈົ້າດ້ວຍຄວາມເຂົ້າໃຈແບບນີ້ ໂດຍຄິດວ່າພວກເຂົາກຳລັງຍ່າງໃນເສັ້ນທາງທີ່ຖືກຕ້ອງ, ເປັນການປະຖິ້ມຄວາມມືດເພື່ອຄວາມສະຫວ່າງ, ວ່າພວກເຂົາຄື “ນົກທີ່ສະຫຼາດທີ່ເລືອກກິ່ງໄມ້ທີ່ດີເພື່ອຈັບ”. ແນ່ນອນວ່າ ພວກເຂົາບໍ່ໄດ້ປະຖິ້ມການເລືອກ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະເປັນຂ້າລາຊະການ ແລະ ເປັນບຸກຄົນທີ່ໂດດເດັ່ນ. ພວກເຂົາເຊື່ອວ່າໃນໂລກອັນກວ້າງໃຫຍ່ນີ້ທີ່ມີຜູ້ຄົນຢ່າງຫຼວງຫຼາຍ, ບໍ່ມີບ່ອນສຳລັບພວກເຂົາ ແລະ ມີພຽງແຕ່ເຮືອນຂອງພຣະເຈົ້າເທົ່ານັ້ນທີ່ສາມາດນຳຄວາມຫວັງມາໃຫ້ພວກເຂົາໄດ້. ມີພຽງການດຳລົງຊີວິດໃນຄຣິສຕະຈັກເທົ່ານັ້ນທີ່ສາມາດໃຫ້ໂອກາດພວກເຂົາໄດ້ນຳໃຊ້ພອນສະຫວັນຂອງຕົນ ແລະ ບັນລຸຄວາມປາຖະໜາທີ່ຈະກາຍເປັນບຸກຄົນທີ່ໂດດເດັ່ນ. ນີ້ກໍເພາະວ່າ ໃນມຸມມອງຂອງພວກເຂົາຕໍ່ສະຖານະການປັດຈຸບັນ, ໂລກພາຍນອກກຳລັງກາຍເປັນໂລກທີ່ຊົ່ວຮ້າຍ ແລະ ມືດມົນຂຶ້ນເລື້ອຍໆ, ມີພຽງແຕ່ຄຣິສຕະຈັກເທົ່ານັ້ນທີ່ເປັນດິນແດນແຫ່ງຄວາມບໍລິສຸດໃນໂລກນີ້; ຄຣິສຕະຈັກເປັນສະຖານທີ່ແຫ່ງດຽວໃນໂລກທີ່ສາມາດໃຫ້ບ່ອນເພິ່ງທາງດ້ານຈິດວິນຍານແກ່ຜູ້ຄົນໄດ້ ແລະ ມີພຽງແຕ່ຄຣິສຕະຈັກເທົ່ານັ້ນທີ່ກຳລັງຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ພວກເຂົາມາເຊື່ອໃນພຣະເຈົ້າດ້ວຍປາດຖະໜາ ແລະ ຈຸດປະສົງດັ່ງກ່າວ. ຫຼັງຈາກທີ່ເລີ່ມມີຄວາມເຊື່ອ, ພວກເຂົາບໍ່ເຂົ້າໃຈຫຍັງເລີຍກ່ຽວກັບການເຊື່ອໃນພຣະເຈົ້າ, ການສະແຫວງຫາຄວາມຈິງ ຫຼື ກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ, ອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ສະແຫວງຫາ ຫຼື ໃສ່ໃຈເລື່ອງເຫຼົ່ານີ້. ໃນໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ປະຖິ້ມຄວາມປາຖະໜາໃນສະຖານະ ແລະ ການເປັນຂ້າລາຊະການຂອງພວກເຂົາເລີຍ; ແທນທີ່ຈະເປັນແນວນັ້ນ, ພວກເຂົາສືບຕໍ່ຍຶດໝັ້ນກັບແນວຄິດ ແລະ ມຸມມອງເຫຼົ່ານີ້ ໃນຂະນະທີ່ເຂົ້າມາວົນວຽນຢູ່ໃນຄຣິສຕະຈັກ. ພວກເຂົາເບິ່ງຄຣິສຕະຈັກເປັນອົງກອນທາງສັງຄົມ, ເປັນຊຸມຊົນທາງສາສະໜາ ແລະ ເຫັນວ່າພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າເປັນພາບລວງຕາທີ່ຜູ້ເຊື່ອສ້າງຂຶ້ນຍ້ອນຄວາມເຊື່ອທີ່ງົມງວາຍຂອງພວກເຂົາ. ສະນັ້ນ, ເມື່ອໃດກໍຕາມທີ່ເວົ້າເຖິງການສະແຫວງຫາຄວາມຈິງ, ເມື່ອໃດກໍຕາມທີ່ເວົ້າເຖິງພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກລັງກຽດ ແລະ ຕໍ່ຕ້ານ. ຖ້າຜູ້ໃດເວົ້າວ່າບາງສິ່ງເປັນການກະທຳຂອງພຣະເຈົ້າ, ເປັນອຳນາດສູງສຸດຂອງພຣະເຈົ້າ ຫຼື ເປັນການປັ້ນແຕ່ງຂອງພຣະເຈົ້າ, ພວກເຂົາກໍຈະຮູ້ສຶກລັງກຽດ. ແນວໃດກໍຕາມ, ບໍ່ວ່າພວກເຂົາຈະຮູ້ສຶກລັງກຽດສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະຍອມຮັບ ຫຼື ຮັບເອົາຄວາມຈິງ ຫຼື ບໍ່ກໍຕາມ, ຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ມາເຊິ່ງຕຳແໜ່ງໃນຄຣິສຕະຈັກເພື່ອຕອບສະໜອງຄວາມຢາກໃນອຳນາດຂອງພວກເຂົາກໍບໍ່ເຄີຍຫຼຸດໜ້ອຍລົງ ຫຼື ຖືກປະຖິ້ມເລີຍ. ເນື່ອງຈາກພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາດັ່ງກ່າວ, ພວກເຂົາຈຶ່ງເປີດເຜີຍການສະແດງອອກຕ່າງໆຕາມທຳມະຊາດ. ຕົວຢ່າງ: ພວກເຂົາຍຸຍົງຜູ້ຄົນໂດຍການເວົ້າສິ່ງຕ່າງໆ ເຊັ່ນ: “ຢ່າເອົາທຸກຢ່າງອີງໃສ່ພຣະທຳຂອງພຣະເຈົ້າ ຫຼື ເຊື່ອມໂຍງທຸກຢ່າງເຂົ້າກັບພຣະທຳຂອງພຣະເຈົ້າ ແລະ ພຣະເຈົ້າ. ທີ່ຈິງແລ້ວ, ແນວຄິດ ແລະ ຄຳເວົ້າຫຼາຍຢ່າງຂອງຜູ້ຄົນກໍຖືກຕ້ອງ, ຜູ້ຄົນຄວນມີຈຸດຢືນ ແລະ ທັດສະນະຂອງຕົນເອງ”. ພວກເຂົາເຜີຍແຜ່ຄຳເວົ້າເຫຼົ່ານີ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ໃນເວລາດຽວກັນ, ພວກເຂົາຍັງສະແດງພອນສະຫວັນ, ຂອງປະທານ ແລະ ກົນອຸບາຍ ແລະ ເລ່ຫຼ່ຽມຕ່າງໆທີ່ພວກເຂົາສາມາດໃຊ້ໃນໂລກນີ້ຢ່າງສຸດກຳລັງ ໂດຍພະຍາຍາມດຶງດູດຄວາມສົນໃຈຂອງຜູ້ຄົນ ແລະ ໄດ້ຮັບຄວາມໃສ່ໃຈ ແລະ ການນັບຖືຢ່າງສູງຈາກພວກເຂົາ. ຈຸດປະສົງຂອງການສະແດງອອກຢ່າງສຸດກຳລັງຂອງພວກເຂົາແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນນັບຖື ແລະ ຍົກຍ້ອງພວກເຂົາ; ມັນແມ່ນເພື່ອໃຫ້ມີສະຖານະໃນທ່າມກາງຜູ້ຄົນ ແລະ ດ້ວຍເຫດນີ້ຈຶ່ງເປັນການຕອບສະໜອງຄວາມປາຖະໜາຂອງພວກເຂົາທີ່ຈະສະແຫວງຫາອາຊີບຂ້າລາຊະການ ແລະ ນຳກຽດຕິຍົດມາສູ່ວົງຕະກຸນຂອງພວກເຂົາ. ພວກເຂົາພໍໃຈເມື່ອໄດ້ຮັບການເຄົາລົບ, ຍ້ອງຍໍ, ຕິດຕາມ, ຮັບຮອງ, ຮັກແພງ ແລະ ນັບຖືຈາກຜູ້ຄົນ ແລະ ແມ່ນແຕ່ເມື່ອຖືກປະຈົບປະແຈງ. ຍິ່ງໄປກວ່ານັ້ນ, ພວກເຂົາສະແຫວງຫາ ແລະ ເພີດເພີນກັບສິ່ງເຫຼົ່ານີ້ຢ່າງບໍ່ອິດບໍ່ເມື່ອຍ. ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະເປີດໂປງພວກຕໍ່ຕ້ານພຣະຄຣິດ ຄົນຊົ່ວຊ້າ ແລະ ອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຜູ້ຄົນຢູ່ສະເໝີ ແຕ່ໃນໃຈຂອງພວກເຂົາ, ພວກເຂົາກໍດູຖູກວ່າບໍ່ມີຄ່າພໍທີ່ຈະໃສ່ໃຈ ແລະ ຮູ້ສຶກລັງກຽດເປັນພິເສດ. ພວກເຂົາສະແຫວງຫາສະຖານະ ແລະ ການໄດ້ຮັບການຍ້ອງຍໍ ແລະ ນັບຖືຈາກຄົນອື່ນຢ່າງສຸດຈິດສຸດໃຈ ເພື່ອບັນລຸຄວາມປາຖະໜາທີ່ພວກເຂົາບໍ່ສາມາດບັນລຸໄດ້ໃນໂລກ ແລະ ສັງຄົມ. ສະນັ້ນ, ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າແມ່ນຫຍັງ? ມັນບໍ່ແມ່ນເພື່ອໄດ້ຮັບຮ້ອຍເທົ່າໃນຊີວິດນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ ແລະ ມັນແນ່ນອນວ່າບໍ່ແມ່ນເພື່ອຮັບເອົາຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ. ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າບໍ່ແມ່ນເພື່ອປະພຶດຕົນເປັນສິ່ງທີ່ຖືກສ້າງ ແຕ່ເພື່ອເປັນຂ້າລາຊະການ ແລະ ເປັນເຈົ້ານາຍ, ເພື່ອເພີດເພີນກັບຜົນປະໂຫຍດຈາກສະຖານະ. ມີຄົນດັ່ງກ່າວຢູ່ໃນຄຣິສຕະຈັກຢ່າງແນ່ນອນ; ຄົນເຫຼົ່ານີ້ຄືຜູ້ເຮັດຄວາມຊົ່ວທີ່ແຊກຊຶມເຂົ້າມາໃນຄຣິສຕະຈັກ. ຄຣິສຕະຈັກບໍ່ອະນຸຍາດໃຫ້ຄົນດັ່ງກ່າວປົນເປຢູ່ໃນທ່າມກາງຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງເດັດຂາດ, ສະນັ້ນ ຄົນເຫຼົ່ານີ້ຈຶ່ງເປັນຜູ້ທີ່ຕ້ອງຖືກກຳຈັດອອກ. ການແຍກແຍະຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າເປັນເລື່ອງງ່າຍບໍ? (ງ່າຍ). ເມື່ອພິຈາລະນາເຖິງເຈດຕະນາ ແລະ ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ບວກກັບການສະແດງອອກຕ່າງໆຂອງພວກເຂົາໃນຄຣິສຕະຈັກ, ພວກເຂົາແມ່ນຄົນປະເພດໃດ? (ຜູ້ບໍ່ເຊື່ອ). ແມ່ນແລ້ວ, ພວກເຂົາຄືຜູ້ບໍ່ເຊື່ອ. ນອກຈາກຈະເປັນຜູ້ບໍ່ເຊື່ອແລ້ວ, ພວກເຂົາຍັງຕ້ອງການສະແຫວງຫາສະຖານະ ແລະ ອະນາຄົດໃນເຮືອນຂອງພຣະເຈົ້າເພື່ອຕອບສະໜອງຕໍ່ຄວາມຢາກໃນອຳນາດຂອງພວກເຂົາ. ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າກໍຄືການໄດ້ເປັນຂ້າລາຊະການ. ສະນັ້ນ, ເປັນຫຍັງຄົນເຫຼົ່ານີ້ຈຶ່ງຄວນຖືກຊໍາລະລ້າງອອກ? ບາງຄົນອາດຈະເວົ້າວ່າ “ຖ້າຜູ້ບໍ່ເຊື່ອອອກແຮງງານໃນເຮືອນຂອງພຣະເຈົ້າ ແລະ ໃນຖານະເພື່ອນໃນຄຣິສຕະຈັກ ພວກເຂົາກໍສາມາດຊ່ວຍເຫຼືອໄດ້ໜ້ອຍໜຶ່ງ, ການເກັບພວກເຂົາໄວ້ຈະບໍ່ເປັນຫຍັງແມ່ນບໍ່”? ຄຳເວົ້ານີ້ມີເຫດຜົນພຽງພໍບໍ? (ບໍ່ມີ). ເປັນຫຍັງຈຶ່ງບໍ່ມີເຫດຜົນພຽງພໍ? (ຄວາມປາຖະໜາທີ່ຈະເປັນຂ້າລາຊະການຂອງພວກເຂົາຈະນຳໄປສູ່ການກະທຳທີ່ລົບກວນຄົນອື່ນຢ່າງແນ່ນອນ, ບໍ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ສົ່ງຜົນກະທົບຕໍ່ການສະແຫວງຫາຄວາມຈິງຂອງອ້າຍເອື້ອຍນ້ອງ). ບໍ່ວ່າເຈົ້າຈະເບິ່ງໃນແງ່ມຸມໃດກໍຕາມ, ຜູ້ບໍ່ເຊື່ອຈະຕໍ່ຕ້ານຄວາມຈິງ ແລະ ປະຕິເສດພຣະເຈົ້າ, ສະນັ້ນ ເຮືອນຂອງພຣະເຈົ້າຈຶ່ງບໍ່ສາມາດເກັບພວກເຂົາໄວ້ໄດ້. ພວກເຂົາຈະບໍ່ມີບົດບາດໃນທາງບວກ. ໂດຍບໍ່ຄຳນຶງວ່າພວກເຂົາຈະສະແຫວງຫາການເປັນຂ້າລາຊະການ ຫຼື ບໍ່, ພຽງແຕ່ຄຳເວົ້າ, ການສະແດງອອກ ແລະ ການກະທຳຂອງພວກເຂົາໃນຖານະຜູ້ບໍ່ເຊື່ອກໍສາມາດກໍ່ໃຫ້ເກີດການລົບກວນໄດ້ ແລະ ຈະບໍ່ມີຜົນໃນທາງບວກ. ອ້າຍເອື້ອຍນ້ອງບາງຄົນ ເມື່ອປະສົບກັບສະພາບແວດລ້ອມບາງຢ່າງ ກໍເວົ້າວ່າ “ນີ້ຄືອຳນາດສູງສຸດຂອງພຣະເຈົ້າ ແລະ ພວກເຮົາຕ້ອງອ່ອນນ້ອມ”. ຜູ້ບໍ່ເຊື່ອຈະອ່ອນນ້ອມໄດ້ບໍ? ມັນດີພໍແລ້ວຖ້າພວກເຂົາບໍ່ລຸກຂຶ້ນມາລົບກວນ ແລະ ຕໍ່ຕ້ານ. ໃນໃຈຂອງພວກເຂົາ, ພວກເຂົາເຖິງກັບເວົ້າວ່າ “ຢ່າເວົ້າວ່າທຸກຢ່າງເປັນອຳນາດສູງສຸດຂອງພຣະເຈົ້າ. ຜູ້ຄົນຄວນມີຄວາມຄິດເຫັນຂອງຕົນເອງ ແລະ ມີຄວາມເປັນເອກະລາດແດ່; ຢ່າອ້າງວ່າທຸກຢ່າງເປັນອຳນາດສູງສຸດຂອງພຣະເຈົ້າ”! ພວກເຂົາບໍ່ພຽງແຕ່ຖ່ວງດຶງຄົນອື່ນ ແຕ່ຍັງເວົ້າຄຳເວົ້າທີ່ກຳກວມ ແລະ ເບິ່ງຄືວ່າເປັນຈິງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ນີ້ບໍ່ແມ່ນການໄຮ້ຢາງອາຍບໍ? ພວກເຂົາອາດຈະສາມາດໃຊ້ກົນອຸບາຍ ແລະ ເລ່ຫຼ່ຽມທີ່ສະຫຼາດບາງຢ່າງໃນທ່າມກາງຜູ້ບໍ່ເຊື່ອໄດ້ ແຕ່ເຮືອນຂອງພຣະເຈົ້າເປັນບ່ອນທີ່ຜິດໃນການພະຍາຍາມໃຊ້ກົນອຸບາຍ ແລະ ເລ່ຫຼ່ຽມເຫຼົ່ານີ້! ບາງຄົນເປີດຄລີນິກທີ່ທຸກຄົນມັກໄປ ເພາະພວກເຂົາເວົ້າວ່າການສັກຢາຢູ່ບ່ອນນັ້ນບໍ່ເຈັບ. ເປັນຫຍັງການສັກຢາຈຶ່ງບໍ່ເຈັບ? ປາຍເຂັມຖືກຈຸ່ມໃສ່ຢາມຶນ, ສະນັ້ນ ມັນຈຶ່ງບໍ່ເຈັບແນ່ນອນ. ນີ້ເປັນວິທີທີ່ສະຫຼາດບໍ? (ບໍ່, ມັນເປັນກົນອຸບາຍທີ່ເປັນອັນຕະລາຍ). ແຕ່ພວກເຂົາກໍຖືວ່າມັນເປັນວິທີທີ່ສະຫຼາດ ແລະ ອວດອ້າງກ່ຽວກັບມັນ ໂດຍຄິດວ່າມັນສະແດງເຖິງຄວາມສາມາດ ແລະ ສີມືຂອງພວກເຂົາ ໂດຍເວົ້າວ່າ “ສິ່ງທີ່ພວກເຈົ້າເຮັດມີແຕ່ເວົ້າກ່ຽວກັບການອ່ອນນ້ອມຕໍ່ພຣະເຈົ້າ, ການປັ້ນແຕ່ງຂອງພຣະເຈົ້າ ແລະ ອຳນາດສູງສຸດຂອງພຣະເຈົ້າ. ພວກເຈົ້າມີສີມືຄືຂ້ອຍບໍ່”? ນີ້ບໍ່ແມ່ນການໄຮ້ຢາງອາຍບໍ? (ແມ່ນແລ້ວ). ພວກເຂົາເຖິງກັບອວດອ້າງກົນອຸບາຍທີ່ເປັນອັນຕະລາຍເຊັ່ນນັ້ນ! ຄົນທີ່ມີແຮງຈູງໃຈຂອງຜູ້ບໍ່ເຊື່ອທີ່ແຊກຊຶມເຂົ້າມາໃນຄຣິສຕະຈັກແມ່ນຜູ້ທີ່ຄວນຖືກກຳຈັດອອກຈາກຄຣິສຕະຈັກ. ເປັນຫຍັງ? ໃນໃຈຂອງພວກເຂົາ, ຄົນເຫຼົ່ານີ້ຕໍ່ຕ້ານຄວາມຈິງ ແລະ ເບື່ອໜ່າຍຄວາມຈິງ. ໂດຍບໍ່ຄຳນຶງເຖິງຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ບໍ່ວ່າມັນຈະເປັນສິ່ງທີ່ພວກເຂົາສາມາດຍອມຮັບຢ່າງເປີດເຜີຍໄດ້ ຫຼື ບໍ່ກໍຕາມ, ໂດຍອີງໃສ່ແກ່ນແທ້ຂອງພວກເຂົາໃນຖານະຜູ້ບໍ່ເຊື່ອ, ຄຣິສຕະຈັກຄວນກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ. ຜູ້ບໍ່ເຊື່ອເຫຼົ່ານີ້ແຊກຊຶມເຂົ້າມາໃນຄຣິສຕະຈັກດ້ວຍຈຸດປະສົງບາງຢ່າງ ໂດຍທີ່ຕ້ອງການສະແດງພອນສະຫວັນຂອງພວກເຂົາ, ບັນລຸຄວາມທະເຍີທະຍານຂອງພວກເຂົາ ແລະ ຕອບສະໜອງຕໍ່ຄວາມປາຖະໜາຂອງພວກເຂົາພາຍໃນຄຣິສຕະຈັກ. ພວກເຂົາຕ້ອງການໃຊ້ສະຖານທີ່ອັນລໍ້າຄ່າທີ່ເປັນຄຣິສຕະຈັກ ເປັນເຄື່ອງມືເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການກຳອຳນາດ, ອວດອ້າງ ແລະ ນໍາພາຢ່າງຜິດໆ ແລະ ຄວບຄຸມຜູ້ຄົນ. ເມື່ອພິຈາລະນາເຖິງຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ພວກເຂົາກໍສາມາດລົບກວນ ແລະ ຂັດຂວາງຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກ. ສະນັ້ນ, ຄົນເຫຼົ່ານີ້ຕ້ອງຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກເຮືອນຂອງພຣະເຈົ້າ. ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງເບິ່ງທະລຸແກ່ນແທ້ທີ່ເປັນຜູ້ບໍ່ເຊື່ອຂອງພວກເຂົາ. ບໍ່ວ່າເຈົ້າຈະອີງໃສ່ການສະແດງອອກຂອງພວກເຂົາ ຫຼື ຄຳເວົ້າທີ່ສອດຄ່ອງກັນຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າກໍຕາມ, ເມື່ອເຈົ້າເຂົ້າໃຈສະຖານະການ ແລະ ແຍກແຍະໄດ້ຢ່າງຊັດເຈນວ່າພວກເຂົາເປັນຜູ້ບໍ່ເຊື່ອ, ເຈົ້າກໍຄວນປະຕິເສດພວກເຂົາຢ່າງເດັດຂາດໂດຍບໍ່ລັງເລ. ບໍ່ວ່າເຈົ້າຈະໃຊ້ວິທີການ ຫຼື ສະຕິປັນຍາໃດກໍຕາມ, ຈົ່ງຊອກຫາທຸກວິທີທາງທີ່ເຈົ້າສາມາດເຮັດໄດ້ເພື່ອກຳຈັດພວກເຂົາອອກໄປ, ນີ້ຄືວຽກງານທີ່ຜູ້ນຳ ແລະ ຜູ້ເຮັດວຽກຄວນເຮັດ; ມັນຄືວຽກງານທີ່ພວກເຂົາຄວນແບກຫາບ. ນີ້ຄືຄົນປະເພດໜຶ່ງທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່.
B. ເພື່ອສະແຫວງຫາເພດກົງກັນຂ້າມ
ແລ້ວການສະແດງອອກຂອງຄົນປະເພດທີສອງທີ່ຄວນຖືກຊໍາລະລ້າງ ຫຼື ຂັບໄລ່ແມ່ນຫຍັງ? ບາງຄົນບໍ່ເຄີຍມີສ່ວນຮ່ວມໃນການເຊື່ອໃນພຣະເຈົ້າມາກ່ອນ; ພວກເຂົາພຽງແຕ່ມີຄວາມປະທັບໃຈທີ່ດີຕໍ່ເລື່ອງນັ້ນ. ພວກເຂົາບໍ່ສົນໃຈທີ່ຈະຮູ້ວ່າຄົນເຮົາຄວນສະແຫວງຫາ ຫຼື ໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າ. ພວກເຂົາໄດ້ຍິນວ່າຄົນທີ່ເຊື່ອໃນພຣະເຈົ້າເປັນຄົນຮັບຜິດຊອບຕໍ່ໜ້າທີ່ ແລະ ບໍ່ມີເລ່ຫຼ່ຽມ, ສະນັ້ນ ພວກເຂົາຈຶ່ງຢາກຊອກຫາຄູ່ຮັກໃນຄຣິສຕະຈັກ ແລ້ວກໍແຕ່ງງານ ແລະ ດຳລົງຊີວິດທີ່ໝັ້ນຄົງ. ນີ້ຄືເຈດຕະນາ ແລະ ຈຸດປະສົງຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງມາຄຣິສຕະຈັກເພື່ອຊອກຫາຄູ່ຄອງທີ່ເໝາະສົມຂອງພວກເຂົາ. ຜູ້ບໍ່ເຊື່ອເຫຼົ່ານີ້ບໍ່ມີຄວາມສົນໃຈໃດໆເລີຍໃນການເຊື່ອໃນພຣະເຈົ້າ; ພວກເຂົາບໍ່ໃສ່ໃຈເລີຍກ່ຽວກັບພຣະຜູ້ສ້າງ, ຄວາມຈິງ, ການໄດ້ຮັບຄວາມລອດພົ້ນ, ການຮູ້ຈັກພຣະເຈົ້າ, ການປະຕິບັດໜ້າທີ່ ຫຼື ເລື່ອງອື່ນໆເຊັ່ນນັ້ນ. ເຖິງແມ່ນວ່າພວກເຂົາຈະສາມາດເຂົ້າໃຈໄດ້ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາ ແຕ່ພວກເຂົາກໍບໍ່ຢາກເອົາມາໃສ່ໃຈ. ພວກເຂົາພຽງແຕ່ຢາກຊອກຫາຄູ່ຄອງທີ່ເໝາະສົມ ແລະ ແນ່ນອນວ່າ ມີຄວາມຫວັງທີ່ຈະໄດ້ພົບປະຜູ້ຄົນຫຼາຍຂຶ້ນ ແລະ ຂະຫຍາຍເຄືອຂ່າຍຂອງພວກເຂົາ. ພວກເຂົາມາເຊື່ອໃນພຣະເຈົ້າດ້ວຍຈຸດປະສົງທີ່ຈະຊອກຫາຄູ່ຄອງທີ່ເໝາະສົມ. ບາງຄົນອາດຈະເວົ້າວ່າ “ເຈົ້າຮູ້ໄດ້ແນວໃດວ່າພວກເຂົາມີຈຸດປະສົງນີ້? ພວກເຂົາບໍ່ໄດ້ເວົ້າຫຍັງ ຫຼື ບອກເລື່ອງນີ້ກັບເຈົ້າ”! ພວກເຂົາສະແດງອອກຜ່ານພຶດຕິກຳຂອງພວກເຂົາ. ໃຫ້ເບິ່ງວ່າພວກເຂົາສະແຫວງຫາເພດກົງກັນຂ້າມຢູ່ສະເໝີແນວໃດ ເມື່ອພວກເຂົາປະຕິບັດໜ້າທີ່ ຫຼື ຕິດຕໍ່ກັບຜູ້ໃດຜູ້ໜຶ່ງ. ເມື່ອພວກເຂົາສົນໃຈໃຜຜູ້ໜຶ່ງເປັນພິເສດ, ພວກເຂົາກໍຈະພະຍາຍາມໂອ້ລົມກັບຄົນນັ້ນ ແລະ ເຂົ້າໃກ້ພວກເຂົາຢູ່ສະເໝີ, ສອບຖາມຂໍ້ມູນກ່ຽວກັບພວກເຂົາ ແລະ ທຳຄວາມຮູ້ຈັກກັບພວກເຂົາຢູ່ຕະຫຼອດ. ການກະທຳ ແລະ ການສະແດງອອກທີ່ຜິດປົກກະຕິເຫຼົ່ານີ້ຄວນດຶງດູດຄວາມສົນໃຈຢ່າງພຽງພໍຈາກຜູ້ນຳ ແລະ ຜູ້ເຮັດວຽກ, ຜູ້ທີ່ຄວນສັງເກດເບິ່ງວ່າເຈດຕະນາຂອງພວກເຂົາແມ່ນຫຍັງ ແລະ ພວກເຂົາຕັ້ງເປົ້າໝາຍທີ່ຈະບັນລຸຈຸດປະສົງຫຍັງ; ພວກເຂົາຄວນສືບໃຫ້ຮູ້ວ່າແມ່ນໃຜເປັນຜູ້ເທດສະໜາຂ່າວປະເສີດໃຫ້ພວກເຂົາ, ເປັນຫຍັງພວກເຂົາຈຶ່ງສະແຫວງຫາການຕິດຕໍ່ກັບເພດກົງກັນຂ້າມເປັນພິເສດ, ເປັນຫຍັງພວກເຂົາຈຶ່ງມີບາງຢ່າງທີ່ຈະເວົ້າກັບເພດກົງກັນຂ້າມຢູ່ສະເໝີ ແລະ ເປັນຫຍັງພວກເຂົາຈຶ່ງມີຄວາມມັກເປັນພິເສດຕໍ່ເພດກົງກັນຂ້າມ ໂດຍສະເພາະແມ່ນການສະແດງຄວາມຢາກຮູ້ຢາກເຫັນ ແລະ ຄວາມເປັນຫ່ວງເປັນໄຍເປັນພິເສດຕໍ່ຄົນທີ່ພວກເຂົາມັກ. ບຸກຄົນດັ່ງກ່າວມີຄວາມພໍໃຈຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະບໍ່ສົນໃຈການເຕົ້າໂຮມ, ການຟັງຄຳເທດສະໜາ, ການໂອ້ລົມພຣະທຳຂອງພຣະເຈົ້າ, ການຮ້ອງເພງສັນລະເສີນ, ການໂອ້ລົມປະສົບການສ່ວນຕົວ ແລະ ເລື່ອງອື່ນໆເຊັ່ນນັ້ນຫຼາຍກໍຕາມ ແຕ່ໂດຍທົ່ວໄປແລ້ວ ພວກເຂົາກໍບໍ່ໄດ້ເວົ້າຫຍັງທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ. ພວກເຂົາຈົດຈໍ່ຢູ່ກັບການຊອກຫາຄູ່ຄອງເພື່ອດຳລົງຊີວິດທີ່ດີນຳກັນເທົ່ານັ້ນ. ຖ້າພວກເຂົາຊອກຫາຄູ່ຄອງໄດ້, ພວກເຂົາກໍສາມາດເຊື່ອໃນພຣະເຈົ້າໄປນຳໄດ້; ເຖິງແມ່ນວ່າພວກເຂົາເອງຈະບໍ່ສະແຫວງຫາ, ພວກເຂົາກໍສາມາດສະໜັບສະໜູນຄູ່ຄອງຂອງພວກເຂົາໃນການເຊື່ອໃນພຣະເຈົ້າໄດ້. ບາງຄົນມີຄວາມເປັນມະນຸດທີ່ພໍຈະຮັບໄດ້, ມັກຊ່ວຍເຫຼືອ ແລະ ພະຍາຍາມສຸດຄວາມສາມາດທີ່ຈະເປັນມິດ ແລະ ມີເມດຕາ. ຕົວຢ່າງ: ພວກເຂົາສາມາດມີຄວາມອົດທົນຕໍ່ຄົນອື່ນ, ຄິດຫາທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ເພື່ອຊ່ວຍເຫຼືອຜູ້ທີ່ມີຄວາມຫຍຸ້ງຍາກແກ້ໄຂບັນຫາຂອງພວກເຂົາ ຫຼື ໃຫ້ຄຳແນະນຳບາງຢ່າງ ແລະ ອື່ນໆ. ພວກເຂົາຂ້ອນຂ້າງມີເມດຕາຕໍ່ຄົນອື່ນ ແລະ ບໍ່ມີເຈດຕະນາຮ້າຍ ແຕ່ຈຸດປະສົງ ແລະ ເປົ້າໝາຍຂອງພວກເຂົາໃນການເຊື່ອໃນພຣະເຈົ້າບໍ່ມີກຽດຫຼາຍ. ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ຮັບເອົາຄວາມຈິງບໍ່ວ່າໃຜຈະໂອ້ລົມເລື່ອງນັ້ນກັບພວກເຂົາກໍຕາມ. ຫຼັງຈາກທີ່ຕິດຕາມມາໄດ້ເຄິ່ງປີ ຫຼື ໜຶ່ງ ຫຼື ສອງປີ, ກໍບໍ່ມີການປ່ຽນແປງໃນຕົວພວກເຂົາ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເວົ້າຫຍັງກ່ຽວກັບການບໍ່ເຊື່ອ ແລະ ພວກເຂົາບໍ່ໄດ້ກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງໃດໆ ແຕ່ພວກເຂົາກໍບໍ່ໄດ້ເກີດຄວາມສົນໃຈໃດໆໃນເລື່ອງຂອງການເຊື່ອໃນພຣະເຈົ້າ. ມັນເໝາະສົມບໍທີ່ຄົນດັ່ງກ່າວຈະຢູ່ໃນຄຣິສຕະຈັກ? (ບໍ່). ຄົນດັ່ງກ່າວຄວນຖືກຊໍາລະລ້າງບໍ? (ພວກເຂົາຄວນຖືກຊໍາລະລ້າງເຊັ່ນກັນ). ເຫດຜົນແມ່ນຫຍັງ? (ເພາະວ່າພວກເຂົາບໍ່ສົນໃຈຄວາມຈິງ ແລະ ພວກເຂົາບໍ່ແມ່ນເປົ້າໝາຍສຳລັບຄວາມລອດພົ້ນ. ຖ້າພວກເຂົາຢູ່ໃນຄຣິສຕະຈັກ ໃນຂະນະທີ່ຊອກຫາຄູ່ຄອງຢູ່ສະເໝີ, ມັນຈະລົບກວນຄົນອື່ນ ແລະ ນຳພາພວກເຂົາໄປສູ່ການລໍ້ລວງ; ພວກເຂົາຈະບໍ່ມີບົດບາດໃນທາງບວກ). ມັນເປັນແບບນັ້ນແທ້ໆ. ຕົວຢ່າງ: ບາງຄົນມັກກິນຊີ້ນເປັນພິເສດ. ເມື່ອພວກເຂົາກິນຊີ້ນ, ພວກເຂົາກໍລືມວຽກຂອງພວກເຂົາ. ຖ້າບໍ່ມີຊີ້ນ, ພວກເຂົາກໍຍັງສາມາດໃສ່ໃຈວຽກງານທີ່ເໝາະສົມບາງຢ່າງໄດ້ ແຕ່ເມື່ອມີຊີ້ນໃຫ້ກິນ, ວຽກຂອງພວກເຂົາກໍຈະຊັກຊ້າ. ຊີ້ນແມ່ນຫຍັງສຳລັບພວກເຂົາ? (ການລໍ້ລວງ). ແມ່ນແລ້ວ, ມັນຄືການລໍ້ລວງ. ສະນັ້ນ, ຄົນທີ່ຊອກຫາຄູ່ຄອງຢູ່ສະເໝີແມ່ນສາມາດຖືວ່າເປັນແຫຼ່ງກຳເນີດຂອງການລໍ້ລວງໄດ້ບໍ? (ໄດ້). ພວກເຂົາຄືແຫຼ່ງກຳເນີດຂອງການລໍ້ລວງຢ່າງແທ້ຈິງ. ສຳລັບຄົນດັ່ງກ່າວ, ຄວນເວົ້າໃຫ້ພວກເຂົາເຂົ້າໃຈຢ່າງຊັດເຈນວ່າ: “ເຈົ້າບໍ່ມີຄວາມຈິງໃຈຕໍ່ການເຊື່ອໃນພຣະເຈົ້າ ຫຼື ການປະຕິບັດໜ້າທີ່ຂອງເຈົ້າ. ເຈົ້າບໍ່ເຄີຍສາມາດເຊື່ອມຕົວເຂົ້າກັບຄຣິສຕະຈັກໄດ້ ແລະ ບໍ່ເຄີຍຖືກຖືວ່າເປັນຜູ້ເຊື່ອທີ່ແທ້ຈິງ. ຕະຫຼອດສອງປີທີ່ຜ່ານມາຂອງການຕິດຕໍ່, ພວກເຮົາໄດ້ເຫັນຈຸດປະສົງຂອງເຈົ້າແລ້ວ: ເຈົ້າພຽງແຕ່ຢາກຊອກຫາຄູ່ຄອງໃນຄຣິສຕະຈັກ. ນີ້ບໍ່ແມ່ນການທຳຮ້າຍຄົນດີບໍ? ຄົນໃນຄຣິສຕະຈັກບໍ່ເໝາະສົມກັບເຈົ້າ. ມີຫຼາຍຄົນທີ່ເໝາະສົມກັບເຈົ້າໃນທ່າມກາງຄົນທີ່ບໍ່ເຊື່ອ. ຈົ່ງໄປຊອກຫາຜູ້ໃດຜູ້ໜຶ່ງໃນທ່າມກາງຄົນທີ່ບໍ່ເຊື່ອນັ້ນເຖາະ”. ຄວາມໝາຍທີ່ແຝງຢູ່ກໍຄືການບອກພວກເຂົາວ່າ “ພວກເຮົາເບິ່ງທະລຸເຈົ້າແລ້ວ. ເຈົ້າບໍ່ແມ່ນໜຶ່ງໃນຜູ້ທີ່ຖືກເລືອກຂອງພຣະເຈົ້າ. ເຈົ້າບໍ່ແມ່ນຄົນຂອງເຮືອນຂອງພຣະເຈົ້າ. ບໍ່ສາມາດຖືວ່າເຈົ້າເປັນອ້າຍ ຫຼື ເອື້ອຍຂອງພວກເຮົາໄດ້”. ຄົນດັ່ງກ່າວຄວນຖືກຊໍາລະລ້າງອອກຈາກຄຣິສຕະຈັກ ຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ດ້ວຍວິທີນີ້, ຄົນເຫຼົ່ານີ້ທີ່ຊອກຫາຄູ່ຄອງໂດຍບໍ່ສົນຫຍັງ ແລະ ຍົວະເຍົ້າຄົນອື່ນກໍຈະຖືກຊໍາລະລ້າງອອກໄປ. ຄົນດັ່ງກ່າວບໍ່ແມ່ນແຍກແຍະງ່າຍບໍ? (ແມ່ນແລ້ວ). ຄົນເຫຼົ່ານີ້ເປັນຜູ້ບໍ່ເຊື່ອເຊັ່ນກັນ. ພວກເຂົາມີຄວາມພໍໃຈໜ້ອຍໜຶ່ງຕໍ່ຄຣິສຕະຈັກ, ຕໍ່ຄວາມເຊື່ອທາງສາສະໜາ ແລະ ຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ. ພວກເຂົາພຽງແຕ່ຢາກໃຊ້ໂອກາດຂອງການເຊື່ອໃນພຣະເຈົ້າເພື່ອຊອກຫາຄູ່ຄອງໃນທ່າມກາງຜູ້ເຊື່ອເພື່ອດຳລົງຊີວິດນຳ ແລະ ຮັບໃຊ້ພວກເຂົາຢ່າງທຸ້ມເທ. ບອກເຮົາມາເບິ່ງ, ເລື່ອງແບບນັ້ນເປັນໄປໄດ້ບໍ? ພວກເຮົາຄວນຕອບສະໜອງພວກເຂົາບໍ? ຄຣິສຕະຈັກຄວນຈັດການເລື່ອງດັ່ງກ່າວບໍ? (ບໍ່). ຄຣິສຕະຈັກບໍ່ມີພັນທະທີ່ຈະຕອບສະໜອງຄວາມມັກສ່ວນຕົວຂອງພວກເຂົາ. ບໍ່ວ່າພວກເຂົາຈະຄິດວ່າຜູ້ເຊື່ອເປັນຄົນດີສໍ່າໃດ, ວ່າພວກເຂົາຈະສາມາດດຳລົງຊີວິດຢ່າງເໝາະສົມກັບຜູ້ເຊື່ອເຫຼົ່ານີ້ ຫຼື ວ່າຜູ້ເຊື່ອສາມາດຍ່າງໃນເສັ້ນທາງທີ່ຖືກຕ້ອງໄດ້, ມັນກໍໄຮ້ປະໂຫຍດ, ຄວາມຄິດເຫັນຂອງພວກເຂົາບໍ່ສຳຄັນ. ຜູ້ບໍ່ເຊື່ອດັ່ງກ່າວກໍສາມາດພົບເຫັນໄດ້ໃນຄຣິສຕະຈັກສ່ວນໃຫຍ່ເຊັ່ນກັນ. ວິທີການຈັດການກັບຄົນເຫຼົ່ານີ້ກໍຄືການໃຊ້ວິທີທີ່ພວກເຮົາຫາກໍໂອ້ລົມກັນໄປ ຫຼື ພວກເຈົ້າສາມາດໃຊ້ວິທີທີ່ດີກວ່ານັ້ນໄດ້ຫາກມີ ຕາບໃດທີ່ພວກເຂົາຖືກຈັດການຕາມຫຼັກການ. ຜູ້ບໍ່ເຊື່ອເຫຼົ່ານີ້ຖືກຈັດຢູ່ໃນປະເພດຄົນຊົ່ວຊ້າຕ່າງໆ, ມັນເກີນໄປບໍ? (ບໍ່). ນີ້ຄືວິທີທີ່ພວກເຮົາປະຕິບັດຕໍ່ຜູ້ບໍ່ເຊື່ອຢ່າງແທ້ຈິງ.
C. ເພື່ອຫຼີກລ່ຽງໄພພິບັດ
ມີຄົນປະເພດໃດອີກທີ່ຄວນຖືກກໍາຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ? (ອີກປະເພດໜຶ່ງຄືຜູ້ທີ່ເຊື່ອໃນພຣະເຈົ້າພຽງເພື່ອຫຼີກລ່ຽງໄພພິບັດ). ການເຊື່ອໃນພຣະເຈົ້າພຽງເພື່ອຫຼີກລ່ຽງໄພພິບັດກໍຍັງເປັນຈຸດປະສົງໜຶ່ງທີ່ຜູ້ຄົນມີໃນການເຊື່ອ. ຜູ້ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າບໍ່ໄດ້ມີສິ່ງເຈືອປົນປະເພດນີ້ຄືກັນບໍ? (ມີ). ແລ້ວພວກເຮົາຈະແຍກແຍະໄດ້ແນວໃດວ່າຄົນໃດຄວນຖືກກໍາຈັດອອກ ຫຼື ຂັບໄລ່ຍ້ອນເຫດນີ້ ແລະ ຄົນໃດທີ່ພຽງສະແດງອອກເຖິງການເປີດໂປງຄວາມເສື່ອມຊາມທີ່ເປັນປົກກະຕິ ແລະ ບໍ່ຄວນຖືກຊໍາລະລ້າງ ຫຼື ຂັບໄລ່ອອກ? ສຳລັບຄົນສ່ວນໃຫຍ່, ຄວາມເຊື່ອຂອງພວກເຂົາປະປົນໄປດ້ວຍແຮງຈູງໃຈຂອງການເຊື່ອໃນພຣະເຈົ້າເພື່ອຫຼີກລ່ຽງໄພພິບັດ, ນີ້ຄືຄວາມຈິງ. ໃນທ່າມກາງຜູ້ທີ່ເຊື່ອໃນພຣະເຈົ້າເພື່ອຫຼີກລ່ຽງໄພພິບັດ, ພວກເຈົ້າຕ້ອງແຍກແຍະຜູ້ບໍ່ເຊື່ອທີ່ຕົງຕາມເກນທີ່ຈະຖືກກໍາຈັດອອກ ຫຼື ຂັບໄລ່ອອກ. ຕົວຢ່າງ: ເມື່ອພວກເຂົາເຫັນວ່າໄພພິບັດເລີ່ມຮ້າຍແຮງຂຶ້ນ, ຄົນດັ່ງກ່າວກໍເລີ່ມເຂົ້າຮ່ວມການເຕົ້າໂຮມເລື້ອຍຂຶ້ນ ແລະ ຮີບຮ້ອນເອົາໜັງສືພຣະທຳຂອງພຣະເຈົ້າທີ່ພວກເຂົາເຄີຍສົ່ງຄືນໃຫ້ຄຣິສຕະຈັກກັບຄືນມາ ໂດຍເວົ້າວ່າຕອນນີ້ພວກເຂົາຢາກເຊື່ອໃນພຣະເຈົ້າຢ່າງຈິງຈັງແລ້ວ. ແນວໃດກໍຕາມ, ເມື່ອໄພພິບັດຜ່ານໄປ ຫຼື ບັນເທົາລົງ, ພວກເຂົາກໍກັບໄປເຮັດທຸລະກິດ ແລະ ຫາເງິນ, ປິດກັ້ນການຕິດຕໍ່ທຸກຊ່ອງທາງ ເພື່ອບໍ່ໃຫ້ອ້າຍເອື້ອຍນ້ອງສາມາດຊອກຫາ ຫຼື ຕິດຕໍ່ພວກເຂົາເພື່ອການເຕົ້າໂຮມໄດ້. ເມື່ອໄພພິບັດເກີດຂຶ້ນ, ພວກເຂົາກໍສະແຫວງຫາອ້າຍເອື້ອຍນ້ອງຢ່າງຫ້າວຫັນ ແຕ່ເມື່ອໄພພິບັດສິ້ນສຸດລົງ, ມັນກໍກາຍເປັນເລື່ອງຍາກຫຼາຍທີ່ອ້າຍເອື້ອຍນ້ອງຈະຊອກຫາພວກເຂົາ ແລະ ບໍ່ຄ່ອຍມີໃຜສາມາດຕິດຕໍ່ກັບພວກເຂົາໄດ້. ການສະແດງອອກເຫຼົ່ານີ້ບໍ່ແມ່ນເຫັນໄດ້ຊັດເຈນຫຼາຍບໍ? (ແມ່ນແລ້ວ). ເມື່ອບໍ່ມີໄພພິບັດ, ພວກເຂົາກໍເວົ້າວ່າ “ຄົນເຮົາຕ້ອງມີຊີວິດທີ່ເປັນປົກກະຕິ. ພວກເຮົາຕ້ອງໃຊ້ຊີວິດຂອງພວກເຮົາໄປ. ຂ້ອຍຕ້ອງແຕ່ງກິນຢູ່ເຮືອນທຸກມື້ ແລະ ຂ້ອຍຕ້ອງຮັບສົ່ງລູກໄປໂຮງຮຽນ, ສະນັ້ນ ບາງຄັ້ງຂ້ອຍຈຶ່ງບໍ່ສາມາດມາຮ່ວມການເຕົ້າໂຮມໄດ້. ນອກຈາກນີ້, ການດຳລົງຊີວິດກໍຕ້ອງໃຊ້ເງິນ; ຄ່າໃຊ້ຈ່າຍໃນການດຳລົງຊີວິດທັງໝົດກໍຕ້ອງຈ່າຍ. ພວກເຮົາບໍ່ສາມາດຢູ່ລອດໄດ້ຖ້າບໍ່ຫາເງິນ. ໃນໂລກນີ້, ບໍ່ມີໃຜຢູ່ໄດ້ໂດຍບໍ່ມີເງິນ. ການເຊື່ອໃນພຣະເຈົ້າຕ້ອງມີຄວາມເປັນຈິງ”! ພວກເຂົາເວົ້າຢ່າງມີເຫດຜົນ ແລະ ໃຫ້ເຫດຜົນຢ່າງຫຼວງຫຼາຍ ໂດຍຈົດຈໍ່ຢູ່ກັບການຫາເງິນ ແລະ ການດຳເນີນຊີວິດປະຈຳວັນຂອງພວກເຂົາທັງໝົດ, ພຽງແຕ່ເຂົ້າຮ່ວມການເຕົ້າໂຮມເປັນບາງຄັ້ງຄາວ ແລະ ບໍ່ຄ່ອຍໄດ້ອ່ານພຣະທຳຂອງພຣະເຈົ້າ. ທັດສະນະຄະຕິຂອງພວກເຂົາຕໍ່ການເຊື່ອໃນພຣະເຈົ້າແມ່ນອຸ່ນໆ, ບໍ່ເຢັນ ແລະ ກໍບໍ່ຮ້ອນ. ເມື່ອໄພພິບັດເກີດຂຶ້ນ, ພວກເຂົາກໍເວົ້າວ່າ “ໂອ້, ຂ້ອຍຂາດພຣະເຈົ້າບໍ່ໄດ້; ຂ້ອຍຕ້ອງການພຣະເຈົ້າ! ຂ້ອຍຕ້ອງອະທິຖານຕໍ່ພຣະເຈົ້າ ແລະ ຮ້ອງຫາພຣະອົງທຸກມື້! ຂ້ອຍບໍ່ໄດ້ພະຍາຍາມຫຼີກລ່ຽງໄພພິບັດ; ສິ່ງຕົ້ນຕໍກໍຄືຂ້ອຍຂາດພຣະເຈົ້າໃນໃຈບໍ່ໄດ້. ການດຳລົງຊີວິດທີ່ດີໂດຍບໍ່ມີພຣະເຈົ້າໃນໃຈກໍຍັງຮູ້ສຶກວ່າງເປົ່າ”! ພວກເຂົາບໍ່ສາມາດເວົ້າຄຳໃດຄຳໜຶ່ງທີ່ສະແດງເຖິງຄວາມຮູ້ໃດໆກ່ຽວກັບພຣະເຈົ້າໄດ້; ທັງໝົດທີ່ພວກເຂົາເວົ້າລ້ວນແຕ່ເປັນຄຳເວົ້າເພື່ອໃຫ້ເຫດຜົນແກ່ການກະທຳ ແລະ ພຶດຕິກຳຂອງຕົນເອງ. ພວກເຂົາບໍ່ຮູ້ວ່າເຮືອນຂອງພຣະເຈົ້າແຈກຢາຍໜັງສືຈັກຫົວໃຫ້ທຸກຄົນ; ພວກເຂົາບໍ່ຮູ້ວ່າຄຳເທດສະໜາເວົ້າຮອດຫົວຂໍ້ໃດແລ້ວ; ພວກເຂົາບໍ່ຮູ້ວ່າຄວາມຈິງໃດທີ່ກຳລັງຖືກໂອ້ລົມກັນຢູ່ໃນຊີວິດຄຣິສຕະຈັກໃນປັດຈຸບັນ. ພວກເຂົາເຂົ້າຮ່ວມການເຕົ້າໂຮມໜຶ່ງຄັ້ງໃນທຸກໆຫົກເດືອນ ຫຼື ໜຶ່ງຄັ້ງໃນທຸກໆປີ. ເມື່ອພວກເຂົາເຂົ້າຮ່ວມ, ພວກເຂົາກໍເວົ້າວ່າ “ຄົນທີ່ບໍ່ເຊື່ອນີ້ຊ່າງຂີ້ຮ້າຍຫຼາຍແທ້. ສັງຄົມບໍ່ຍຸຕິທຳ. ໂລກນີ້ຊົ່ວຮ້າຍ. ການອອກແຮງເພື່ອຫາເງິນນີ້ຊ່າງຍາກລຳບາກແທ້! ພາລະຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນນັ້ນເບົາ...”. ພວກເຂົາເວົ້າເຖິງເລື່ອງໄຮ້ສາລະເຫຼົ່ານີ້ຕໍ່ໄປເລື້ອຍໆ ທີ່ບໍ່ກ່ຽວຂ້ອງຫຍັງເລີຍກັບຫົວຂໍ້ ແລະ ເນື້ອໃນຂອງການໂອ້ລົມໃນການເຕົ້າໂຮມ. ພວກເຂົາເວົ້າຄຳເວົ້າທີ່ວ່າງເປົ່າສອງສາມຄຳໃນຄຳອະທິຖານຂອງພວກເຂົາ ແລະ ຄຳເວົ້າຜິວເຜີນສອງສາມຄຳກ່ຽວກັບການເຊື່ອໃນພຣະເຈົ້າ ແລ້ວກໍຖືວ່າຕົນເອງເປັນຜູ້ເຊື່ອ, ຮູ້ສຶກສະບາຍໃຈ ແລະ ສະຫງົບ. ນີ້ແມ່ນການເຊື່ອໃນພຣະເຈົ້າບໍ? ຄົນແບບນີ້ແມ່ນຄົນທີ່ໜ້າສັງເວດປະເພດໃດກັນແທ້? ຖ້າເຈົ້າຖາມພວກເຂົາວ່າ “ເປັນຫຍັງເຈົ້າຈຶ່ງບໍ່ເຂົ້າຮ່ວມການເຕົ້າໂຮມເປັນປະຈຳ”? ພວກເຂົາກໍຈະເວົ້າວ່າ “ເງື່ອນໄຂຂອງຂ້ອຍບໍ່ອຳນວຍ. ນີ້ຄືສະພາບແວດລ້ອມທີ່ພຣະເຈົ້າໄດ້ກຳນົດໃຫ້ຂ້ອຍ ແລະ ຂ້ອຍຕ້ອງອ່ອນນ້ອມ”. ຄຳເວົ້າເຫຼົ່ານີ້ຟັງແລ້ວມ່ວນຫູແທ້! ພວກເຂົາຍັງເວົ້າອີກວ່າ “ເບິ່ງແມ້, ພຣະເຈົ້າໄດ້ກຳນົດສະພາບແວດລ້ອມນີ້ໃຫ້ຂ້ອຍ. ຄອບຄົວທັງໝົດຂອງຂ້ອຍຕ້ອງເພິ່ງພາຂ້ອຍໃນເລື່ອງອາຫານ, ຂ້ອຍຈຶ່ງຕ້ອງຫາເງິນເພື່ອຄວາມຢູ່ລອດ! ໃນຕອນນີ້, ການຫາເງິນຄືໜ້າວຽກທີ່ພຣະເຈົ້າໄດ້ມອບໃຫ້ຂ້ອຍ”. ພວກເຂົາບໍ່ກ່າວເຖິງການປະຕິບັດໜ້າທີ່ຂອງຕົນເອງເລີຍ ພ້ອມທັງຄວາມຮັບຜິດຊອບ ແລະ ພັນທະຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ, ແລ້ວແຮງໄກທີ່ພວກເຂົາຈະກ່າວເຖິງວິທີການປະຕິບັດພຣະທຳຂອງພຣະເຈົ້າ; ພວກເຂົາຈະເຂົ້າຮ່ວມການເຕົ້າໂຮມພຽງແຕ່ເປັນບາງຄັ້ງຄາວເທົ່ານັ້ນ ແລະ ຖວາຍເງິນສອງສາມກີບ ໂດຍຄິດວ່າພວກເຂົາໄດ້ປະກອບສ່ວນໃຫ້ແກ່ເຮືອນຂອງພຣະເຈົ້າແລ້ວ. ຍັງມີຄົນອື່ນໆອີກທີ່ອະທິຖານຕໍ່ພຣະເຈົ້າເມື່ອລູກຂອງພວກເຂົາເຈັບປ່ວຍ ແລະ ສອງສາມມື້ຕໍ່ມາ ເມື່ອລູກຂອງພວກເຂົາດີຂຶ້ນ, ພວກເຂົາກໍຮີບຮ້ອນຖວາຍເງິນຈຳນວນໜຶ່ງໃຫ້ແກ່ຄຣິສຕະຈັກ ແລ້ວກໍຫາຍໜ້າໄປອີກ. ທຸກໆຄັ້ງທີ່ພວກເຂົາພົວພັນກັບອ້າຍເອື້ອຍນ້ອງ, ພວກເຂົາບໍ່ເຄີຍໂອ້ລົມກ່ຽວກັບຄວາມຈິງ ແລະ ທັງບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ. ເມື່ອບໍ່ມີໄພພິບັດ ຫຼື ໄພອັນຕະລາຍ, ພວກເຂົາກໍບໍ່ເຄີຍອະທິຖານຕໍ່ພຣະເຈົ້າ. ການສົນທະນາປະຈຳວັນຂອງພວກເຂົາແມ່ນກ່ຽວກັບເລື່ອງນ້ອຍໆໃນຄອບຄົວ, ການຖຽງກັນເລື່ອງຖືກຜິດ, ຊີວິດທາງເນື້ອໜັງ, ປະກົດການຕ່າງໆໃນສັງຄົມ ແລະ ສິ່ງຕ່າງໆທີ່ພວກເຂົາເຫັນ ແລະ ໄດ້ຍິນຢູ່ສະເໝີ; ພວກເຂົາບໍ່ຄ່ອຍໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ບໍ່ເຄີຍເວົ້າຄຳເວົ້າຈາກໃຈຈິງທີ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ. ພວກເຂົາພຽງແຕ່ເຂົ້າມາວົນວຽນຢູ່ໃນຄຣິສຕະຈັກເພື່ອສະແຫວງຫາການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ. ນີ້ເປັນພຽງວິທີການເຊື່ອໃນພຣະເຈົ້າຂອງພວກເຂົາ; ພວກເຂົາພຽງແຕ່ສະແຫວງຫາຄວາມສະຫງົບ ແລະ ພອນໂດຍບໍ່ໄດ້ສະແຫວງຫາຄວາມຈິງເລີຍ. ພວກເຂົາບໍ່ມີຄວາມສົນໃຈໃນຄວາມຈິງໃດໆເລີຍ. ພວກເຂົາພຽງແຕ່ຕ້ອງການໄດ້ຮັບຜົນປະໂຫຍດ, ພຣະຄຸນ ແລະ ພອນຈາກການເຊື່ອໃນພຣະເຈົ້າ. ພວກເຂົາບໍ່ສົນໃຈກ່ຽວກັບຊີວິດໜ້າ ເພາະພວກເຂົາບໍ່ສາມາດເຫັນມັນໄດ້ ແລະ ບໍ່ເຊື່ອໃນມັນເລີຍ. ພວກເຂົາພຽງແຕ່ຕ້ອງການເພີດເພີນກັບພຣະຄຸນຂອງພຣະເຈົ້າໃນຊີວິດນີ້ ແລະ ຫຼີກລ່ຽງໄພພິບັດທັງໝົດ. ເນື່ອງຈາກພຣະເຈົ້າ ແລະ ຄຣິສຕະຈັກເປັນບ່ອນລີ້ໄພຂອງພວກເຂົາ, ເມື່ອໃດກໍຕາມທີ່ພວກເຂົາເຂົ້າຮ່ວມການເຕົ້າໂຮມ, ມັນກໍແນ່ນອນວ່າເປັນຕອນທີ່ພວກເຂົາປະສົບກັບຄວາມຫຍຸ້ງຍາກ ຫຼື ໄພພິບັດ. ຄົນດັ່ງກ່າວເປັນຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າບໍ? (ບໍ່ແມ່ນ). ພວກເຂົາແມ່ນຄົນປະເພດໃດ? (ນັກສວຍໂອກາດ ແລະ ຜູ້ບໍ່ເຊື່ອ). ຄົນເຫຼົ່ານີ້ຄືຜູ້ບໍ່ເຊື່ອທີ່ຕ້ອງການໃຊ້ຄຣິສຕະຈັກເພື່ອຫຼີກລ່ຽງໄພພິບັດ. ຄວນອະນຸຍາດໃຫ້ຄົນດັ່ງກ່າວຢູ່ໃນຄຣິສຕະຈັກບໍ? (ບໍ່). ເມື່ອພວກເຂົາມາຮ່ວມການເຕົ້າໂຮມ, ພວກເຂົາກໍລົບກວນຄົນອື່ນ ແລະ ເຮັດໃຫ້ພວກເຂົາບໍ່ພໍໃຈໃນພາຍໃນ. ຄົນສ່ວນໃຫຍ່ສຸພາບເກີນໄປ ແລະ ຮູ້ສຶກອາຍທີ່ຈະພະຍາຍາມຫ້າມປາມພວກເຂົາ, ສະນັ້ນ ພວກເຂົາຈຶ່ງປ່ອຍໃຫ້ພວກເຂົາເວົ້າຈ້ອຍໆຕໍ່ໄປ ແລະ ລົບກວນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າຂອງທຸກຄົນ. ໃນຈຸດນີ້ ຜູ້ນຳ ແລະ ຜູ້ເຮັດວຽກຄວນເຮັດແນວໃດ? ພວກເຂົາບໍ່ຄວນຮັບຜິດຊອບໃນການຈຳກັດຄົນດັ່ງກ່າວ, ປົກປ້ອງຜົນປະໂຫຍດຂອງຄົນສ່ວນໃຫຍ່ ແລະ ຮັກສາຊີວິດຄຣິສຕະຈັກທີ່ເປັນປົກກະຕິບໍ? (ແມ່ນແລ້ວ). ເຈົ້າສາມາດເອົາໜັງສືພຣະທຳຂອງພຣະເຈົ້າຂອງພວກເຂົາຄືນ ແລະ ແນະນຳໃຫ້ພວກເຂົາອອກຈາກຄຣິສຕະຈັກ. ມີຫຼາຍວິທີທີ່ຈະຊັກຊວນໃຫ້ຜູ້ໃດຜູ້ໜຶ່ງອອກຈາກຄຣິສຕະຈັກ, ພວກເຈົ້າສາມາດຄິດຫາວິທີຂອງຕົນເອງໄດ້. ພຽງແຕ່ໃຫ້ແນ່ໃຈວ່າພວກເຂົາບໍ່ສາມາດຕິດຕໍ່ກັບອ້າຍເອື້ອຍນ້ອງໄດ້ອີກ. ສົມມຸດວ່າມີຄົນເວົ້າວ່າ “ຄົນຜູ້ນີ້ດີ. ພວກເຂົາພຽງແຕ່ເວົ້າເຖິງເລື່ອງນ້ອຍໆໃນຄອບຄົວໃນຄຣິສຕະຈັກ ແຕ່ພວກເຂົາບໍ່ໄດ້ລົບກວນວຽກງານຂອງຄຣິສຕະຈັກ ຫຼື ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຮົາ, ສະນັ້ນ ພວກເຮົາຄວນມີຄວາມອົດກັ້ນ! ໃນການເຊື່ອໃນພຣະເຈົ້າ, ພວກເຮົາບໍ່ຄວນມີຄວາມອົດກັ້ນ ແລະ ທົນທານຕໍ່ຄົນທຸກປະເພດບໍ? ພຣະເຈົ້າຕ້ອງການໃຫ້ທຸກຄົນໄດ້ຮັບຄວາມລອດພົ້ນ ແລະ ບໍ່ຕ້ອງການໃຫ້ຜູ້ໃດປະສົບກັບຄວາມຫາຍະນະ”! ແລ້ວເຈົ້າຕ້ອງພິຈາລະນາວ່າພວກເຂົາເປັນເປົ້າໝາຍສຳລັບຄວາມລອດພົ້ນ ຫຼື ບໍ່. ຖ້າພວກເຂົາບໍ່ແມ່ນ, ພວກເຮົາບໍ່ຄວນແຍກແຍະ ແລະ ກໍາຈັດພວກເຂົາອອກບໍ? (ຄວນ). ບາງຄົນເວົ້າວ່າ “ຂ້ອຍໜ້າບາງເກີນໄປ; ຂ້ອຍຮູ້ສຶກອາຍທີ່ຈະພະຍາຍາມຊັກຊວນໃຫ້ພວກເຂົາອອກຈາກຄຣິສຕະຈັກ”. ບັນຫານີ້ແກ້ໄຂງ່າຍ. ຖ້າເຈົ້າພຽງແຕ່ບໍ່ຕິດຕໍ່ກັບພວກເຂົາ, ເຈົ້າກໍຈະບໍ່ຖືກລົບກວນ ຫຼື ຖືກຈຳກັດໂດຍພວກເຂົາ. ເຖິງແມ່ນວ່າເຈົ້າຈະພົບພວກເຂົາໂດຍບັງເອີນ, ເຈົ້າກໍບໍ່ຈຳເປັນຕ້ອງພົວພັນກັບພວກເຂົາ. ບໍ່ຈຳເປັນຕ້ອງເວົ້າເລື່ອງການເຊື່ອໃນພຣະເຈົ້າກັບພວກເຂົາ; ພຽງແຕ່ປະຕິບັດຕໍ່ພວກເຂົາຄືກັບຄົນທີ່ບໍ່ເຊື່ອ. ບາງຄົນເວົ້າວ່າ “ພວກເຮົາບໍ່ສາມາດຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກ ແລະ ໂອ້ລົມຄວາມຈິງທີ່ພວກເຮົາເຂົ້າໃຈກັບພວກເຂົາໄດ້ບໍ”? ສຳລັບຜູ້ບໍ່ເຊື່ອດັ່ງກ່າວ, ຖ້າເຈົ້າມີຄວາມຮັກຢ່າງແທ້ຈິງ, ເຈົ້າກໍສາມາດລອງເບິ່ງໄດ້. ຖ້າເຈົ້າສາມາດປ່ຽນແປງພວກເຂົາໄດ້ຢ່າງແທ້ຈິງ, ພວກເຂົາກໍບໍ່ຈຳເປັນຕ້ອງຖືກກໍາຈັດອອກ ຫຼື ຂັບໄລ່ອອກ. ບາງຄົນເວົ້າວ່າ “ຂ້ອຍຈະບໍ່ເສຍແຮງໄປລ້າໆ. ການຊ່ວຍເຫຼືອພວກເຂົາກໍໄຮ້ປະໂຫຍດ ຄືກັບການອາບນໍ້າໃຫ້ໝູ; ບໍ່ວ່າເຈົ້າຈະອາບໃຫ້ມັນສະອາດສໍ່າໃດ, ມັນກໍຍັງຈະກັບໄປລົ້ມລຸກຄຸກຄານຢູ່ໃນຂີ້ຕົມຢູ່ດີ. ມັນເປັນສັດປະເພດນັ້ນຢ່າງແທ້ຈິງ; ມັນຈະບໍ່ປ່ຽນແປງ”! ຖ້າເຈົ້າສາມາດເຂົ້າໃຈເລື່ອງນີ້ໄດ້, ເຈົ້າກໍຄິດຖືກ. ເຈົ້າຍັງຈະໂອ້ລົມຄວາມຈິງກັບຜູ້ບໍ່ເຊື່ອດັ່ງກ່າວເພື່ອຊ່ວຍເຫຼືອພວກເຂົາຢູ່ບໍ? ພວກເຈົ້າຍັງຈະເຮັດວຽກທີ່ໄຮ້ປະໂຫຍດນີ້ຢູ່ບໍ? (ບໍ່). ໃນຈຸດນີ້, ພວກເຈົ້າຈຶ່ງເຂົ້າໃຈວ່າພວກເຈົ້າໂງ່ຈ້າ ແລະ ເບິ່ງຄົນບໍ່ທະລຸ. ຜູ້ບໍ່ເຊື່ອບໍ່ສາມາດປ່ຽນແປງໄດ້. ຄົນເຫຼົ່ານີ້ຮູ້ຄືກັນວ່າຜູ້ທີ່ເຊື່ອໃນພຣະເຈົ້າເຮັດຄວາມດີ ແລະ ຫຼີກລ່ຽງການເຮັດຄວາມຊົ່ວ, ພວກເຂົາບໍ່ຂົ່ມເຫັງຄົນອື່ນ ຫຼື ຫຼອກລວງພວກເຂົາ. ພວກເຂົາມີຄວາມປະທັບໃຈທີ່ດີຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງປອມຕົວພາຍໃຕ້ຄຳຂວັນທີ່ວ່າ “ເຊື່ອວ່າມີພຣະເຈົ້າ” ແລະ “ການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ” ແລະ ແຊກຊຶມເຂົ້າມາໃນຄຣິສຕະຈັກ ເຊິ່ງເຮັດໃຫ້ຜູ້ຄົນຄິດວ່າພວກເຂົາເປັນອ້າຍເອື້ອຍນ້ອງ. ບາງຄົນກໍຖືກຫຼອກຫຼວງໂດຍເລື່ອງນີ້ຢ່າງແທ້ຈິງ ໂດຍຖືວ່າພວກເຂົາເປັນອ້າຍເອື້ອຍນ້ອງຢ່າງແທ້ຈິງ, ມັກຈະໄປຢ້ຽມຢາມ ແລະ ຊ່ວຍເຫຼືອພວກເຂົາ. ພຽງແຕ່ຫຼັງຈາກທີ່ຜ່ານໄປເປັນເວລາດົນນານ ພວກເຂົາຈຶ່ງຮູ້ສຶກຕົວວ່າ: “ຄົນຜູ້ນີ້ມາຄຣິສຕະຈັກກໍຕໍ່ເມື່ອພວກເຂົາປະເຊີນກັບໄພພິບັດ ຫຼື ຄວາມຫຍຸ້ງຍາກ ໂດຍເວົ້າເລື່ອງໄຮ້ສາລະ ທີ່ບໍ່ມີແກ່ນສານ. ເມື່ອທຸກຢ່າງເປັນໄປດ້ວຍດີ ແລະ ທຸກຢ່າງເປັນປົກກະຕິດີສຳລັບພວກເຂົາ, ເມື່ອຊີວິດຂອງພວກເຂົາດີ, ພວກເຂົາກໍບໍ່ສົນໃຈໃຜເລີຍ. ຖ້າພວກເຮົາຮູ້ກ່ອນໜ້ານີ້ວ່າພວກເຂົາເປັນຄົນພານແບບນີ້, ພວກເຮົາກໍຄົງຈະບໍ່ຊ່ວຍເຫຼືອພວກເຂົາ ຫຼື ທຸ້ມເທຄວາມພະຍາຍາມຫຼາຍປານນັ້ນ”! ການຮູ້ສຶກເສຍໃຈຕອນນີ້ມີປະໂຫຍດຫຍັງບໍ? ມັນຊ້າເກີນໄປແລ້ວສຳລັບການເສຍໃຈ, ເຈົ້າໄດ້ເວົ້າໄປລ້າໆຢ່າງຫຼວງຫຼາຍແລ້ວ! ສະຫຼຸບສັ້ນໆກໍຄື ຜູ້ບໍ່ເຊື່ອດັ່ງກ່າວຕ້ອງຖືກແຍກແຍະ, ຈັດການ ແລະ ກໍາຈັດອອກຈາກຄຣິສຕະຈັກໂດຍໄວເທົ່າທີ່ຈະໄວໄດ້. ຢ່າຖືວ່າພວກເຂົາເປັນອ້າຍເອື້ອຍນ້ອງ; ພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ. ມີພຽງແຕ່ຄົນທີ່ຖືກເລືອກໂດຍພຣະເຈົ້າເທົ່ານັ້ນທີ່ເປັນອ້າຍເອື້ອຍນ້ອງ; ມີພຽງແຕ່ຜູ້ທີ່ສາມາດໄດ້ຮັບຄວາມລອດພົ້ນ ແລະ ຜູ້ທີ່ສະແຫວງຫາການນະມັດສະການພຣະເຈົ້າເທົ່ານັ້ນທີ່ເປັນອ້າຍເອື້ອຍນ້ອງ. ຜູ້ທີ່ເຂົ້າມາວົນວຽນຢູ່ໃນເຮືອນຂອງພຣະເຈົ້າເພື່ອຫຼີກລ່ຽງໄພພິບັດ ແລະ ເພີດເພີນກັບພຣະຄຸນຂອງພຣະເຈົ້າຢ່າງລະໂມບໂດຍບໍ່ຮັບເອົາຄວາມຈິງແມ່ນຜູ້ບໍ່ເຊື່ອ. ພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ ແລະ ພວກເຂົາກໍບໍ່ແມ່ນຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງແນ່ນອນ. ເຂົ້າໃຈບໍ? ຜູ້ບໍ່ເຊື່ອດັ່ງກ່າວຕ້ອງຖືກປະຕິບັດຕໍ່ຕາມຫຼັກການ; ພວກເຂົາຄວນຖືກຈັດການຕາມວິທີທີ່ພວກເຂົາສົມຄວນຈະຖືກຈັດການ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນຳ ແລະ ຜູ້ເຮັດວຽກ ແລະ ມັນຍັງເປັນຫຼັກການໜຶ່ງທີ່ຜູ້ທີ່ຖືກເລືອກຂອງພຣະເຈົ້າທຸກຄົນຄວນເຂົ້າໃຈຢ່າງແຈ່ມແຈ້ງ.
ວັນທີ 23 ຕຸລາ 2021