ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23)

ຂໍ້ທີສິບສີ່: ໃຫ້ແຍກແຍະ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດທຸກປະເພດໂດຍທັນທີ (ພາກທີສອງ)

ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ແຍກແຍະ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດທຸກປະເພດໂດຍທັນທີ”. ການໂອ້ລົມກັນນັ້ນໄດ້ກວມເອົາດ້ານໜຶ່ງຂອງເລື່ອງນີ້ ນັ້ນກໍຄື ຄຣິດຕະຈັກແມ່ນຫຍັງ. ຫຼັງຈາກທີ່ໄດ້ໂອ້ລົມກັນກ່ຽວກັບຄຳນິຍາມຂອງຄຣິດຕະຈັກແລ້ວ, ພວກເຈົ້າເຂົ້າໃຈແຈ້ງກ່ຽວກັບຄວາມສຳພັນລະຫວ່າງເລື່ອງນີ້ກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວບໍ? (ຫຼັງຈາກທີ່ພຣະເຈົ້າໄດ້ໂອ້ລົມກ່ຽວກັບຄຳນິຍາມຂອງຄຣິດຕະຈັກ, ພວກເຮົາກໍເຂົ້າໃຈວ່າເປັນຫຍັງຄຣິດຕະຈັກຈຶ່ງມີຢູ່, ບົດບາດທີ່ຄຣິດຕະຈັກມີແມ່ນຫຍັງ ແລະ ວຽກງານທີ່ຄຣິດຕະຈັກເຮັດແມ່ນຫຍັງ. ໂດຍອີງໃສ່ສິ່ງນີ້, ພວກເຮົາສາມາດແຍກແຍະໄດ້ວ່າຄົນໃດໃນຄຣິດຕະຈັກທີ່ກຳລັງກໍ່ການຂັດຂວາງ ແລະ ການລົບກວນ ແລະ ບໍ່ໄດ້ມີບົດບາດໃນທາງບວກ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນເຫຼົ່ານີ້). ເມື່ອເຂົ້າໃຈວ່າຄຣິດຕະຈັກແມ່ນຫຍັງແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງສ້າງຕັ້ງຄຣິດຕະຈັກ, ຜົນກະທົບທີ່ການກໍ່ຕັ້ງຄຣິດຕະຈັກມີຕໍ່ຜູ້ຄົນ, ວຽກງານທີ່ຄຣິດຕະຈັກຄວນເຮັດ, ຄົນປະເພດໃດທີ່ປະກອບເປັນຄຣິດຕະຈັກ ແລະ ຄົນໃດຄືອ້າຍເອື້ອຍນ້ອງທີ່ແທ້ຈິງ. ຫຼັງຈາກທີ່ເຂົ້າໃຈ ແລະ ຮູ້ສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າກໍມີແນວຄິດ ແລະ ຄຳນິຍາມພື້ນຖານ ພ້ອມທັງມີພື້ນຖານຂອງຫຼັກການສຳລັບວຽກງານທີ່ລະບຸໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສີ່: “ໃຫ້ແຍກແຍະ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດທຸກປະເພດໂດຍທັນທີ”. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈຢ່າງແຈ່ມແຈ້ງໃນດ້ານທິດສະດີ ແລະ ວິໄສທັດ. ຫຼັງຈາກທີ່ເຂົ້າໃຈສິ່ງນີ້ແລ້ວ, ວຽກງານທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນລົງມືເຮັດກໍຄືການແຍກແຍະຄົນຊົ່ວຊ້າທຸກປະເພດ. ມາດຕະຖານ ແລະ ຫຼັກການໃນການເຮັດສິ່ງນີ້ແມ່ນຫຍັງ? ການແຍກແຍະຄົນຊົ່ວຊ້າທຸກປະເພດຄວນອີງໃສ່ຄຳນິຍາມຂອງຄຣິດຕະຈັກ, ຄວາມສຳຄັນ ແລະ ຄຸນຄ່າຂອງການມີຢູ່ຂອງຄຣິດຕະຈັກ ແລະ ວຽກງານທີ່ພຣະເຈົ້າສ້າງຕັ້ງຄຣິດຕະຈັກຂຶ້ນມາເພື່ອໃຫ້ເຮັດ. ຄັ້ງທີ່ຜ່ານມາ, ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຊ້າປະເພດຕ່າງໆໄດ້ແບ່ງອອກເປັນສາມໝວດໃຫຍ່. ສາມໝວດນີ້ແມ່ນຫຍັງ? (ຈຸດປະສົງໃນການເຊື່ອໃນພຣະເຈົ້າ, ຄວາມເປັນມະນຸດ ແລະ ທັດສະນະຄະຕິຕໍ່ໜ້າທີ່ຂອງບຸກຄົນ). ສາມໝວດໃຫຍ່ເຫຼົ່ານີ້ມີຄວາມສະເພາະເຈາະຈົງ ແລະ ຄົບຖ້ວນພຽງພໍແລ້ວບໍ? ບາງຄົນເວົ້າວ່າ “ເປັນຫຍັງການແຍກແຍະຄົນທຸກປະເພດຈຶ່ງບໍ່ອີງໃສ່ລະດັບທີ່ພວກເຂົາຮັກຄວາມຈິງ ແລະ ລະດັບທີ່ພວກເຂົາອ່ອນນ້ອມຕໍ່ ແລະ ຢຳເກງພຣະເຈົ້າ ແຕ່ກັບອີງໃສ່ຈຸດປະສົງໃນການເຊື່ອໃນພຣະເຈົ້າ, ຄວາມເປັນມະນຸດ ແລະ ທັດສະນະຄະຕິຕໍ່ໜ້າທີ່ຂອງພວກເຂົາແທນ? ມາດຕະຖານເຫຼົ່ານີ້ບໍ່ຕໍ່າເກີນໄປບໍ? ເວົ້າອີກຢ່າງໜຶ່ງກໍຄື ເມື່ອຕັດສິນຈາກເນື້ອໃນສະເພາະຂອງສາມໝວດເຫຼົ່ານີ້, ເປັນຫຍັງຈຶ່ງບໍ່ມີການໂອ້ລົມທີ່ເລິກເຊິ່ງກວ່ານີ້ກ່ຽວກັບທັດສະນະຄະຕິຂອງຜູ້ຄົນຕໍ່ພຣະເຈົ້າ ແລະ ຄວາມຈິງ? ເປັນຫຍັງຈຶ່ງບໍ່ມີການກ່າວເຖິງວ່າຜູ້ຄົນເຕັມໃຈທີ່ຈະຍອມຮັບການລິຮານ, ການພິພາກສາ ແລະ ການລົງໂທດ ຫຼື ບໍ່, ພວກເຂົາມີໃຈທີ່ອ່ອນນ້ອມ ແລະ ຢຳເກງພຣະເຈົ້າ ຫຼື ບໍ່ ແລະ ເນື້ອໃນອື່ນໆທີ່ເລິກເຊິ່ງກວ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງ?” ພວກເຈົ້າເຄີຍຄິດກ່ຽວກັບຄຳຖາມນີ້ບໍ? ໃຫ້ປະເລື່ອງນີ້ໄວ້ກ່ອນໃນຕອນນີ້. ກ່ອນອື່ນ ໃຫ້ມາເບິ່ງສາມເກນນີ້: ຈຸດປະສົງໃນການເຊື່ອໃນພຣະເຈົ້າ, ຄວາມເປັນມະນຸດ ແລະ ທັດສະນະຄະຕິຕໍ່ໜ້າທີ່ຂອງບຸກຄົນ. ໂດຍຕັດສິນຈາກຫົວຂໍ້ຂອງມັນ, ສາມເກນນີ້ຕື້ນເຂີນ ຫຼື ບໍ່? ຖ້າບຸກຄົນໃດໜຶ່ງບໍ່ໄດ້ມາດຕະຖານໃນແງ່ຂອງສາມເກນພື້ນຖານທີ່ສຸດເຫຼົ່ານີ້, ພວກເຂົາຈະສາມາດຖືກເອີ້ນວ່າອ້າຍເອື້ອຍນ້ອງໄດ້ບໍ? (ບໍ່ໄດ້). ພວກເຂົາສາມາດຖືກຖືວ່າເປັນສະມາຊິກຄຣິດຕະຈັກໄດ້ບໍ? ພວກເຂົາສາມາດຖືກຮັບຮູ້ໂດຍພຣະເຈົ້າວ່າເປັນສ່ວນໜຶ່ງຂອງຄຣິດຕະຈັກໄດ້ບໍ? (ບໍ່ໄດ້). ພວກເຂົາບໍ່ສາມາດເປັນສິ່ງໃດສິ່ງໜຶ່ງໃນນີ້ໄດ້ເລີຍ. ສະນັ້ນ, ຖ້າບຸກຄົນໃດໜຶ່ງຂາດຕົກບົກພ່ອງ ຫຼື ບໍ່ໄດ້ມາດຕະຖານໃນແງ່ຂອງທັງສາມເກນນີ້, ບຸກຄົນດັ່ງກ່າວກໍຄວນຖືກແຍກແຍະອອກ; ພວກເຂົາຈັດຢູ່ໃນກຸ່ມຄົນຊົ່ວຊ້າປະເພດຕ່າງໆ ແລະ ພວກເຂົາຄວນຖືກກຳຈັດ ຫຼື ຂັບໄລ່ອອກ. ການທີ່ບຸກຄົນໃດໜຶ່ງເປັນອ້າຍເອື້ອຍນ້ອງ, ຖືກຮັບຮູ້ໂດຍພຣະເຈົ້າ ຫຼື ເປັນສະມາຊິກທີ່ຄຣິດຕະຈັກຄວນຍອມຮັບ, ຢ່າງໜ້ອຍທີ່ສຸດແມ່ນຂຶ້ນກັບວ່າພວກເຂົາໄດ້ມາດຕະຖານ ແລະ ຜ່ານເກນໃນແງ່ຂອງສາມເກນນີ້ ຫຼື ບໍ່. ຖ້າພວກເຂົາບໍ່ສາມາດບັນລຸໄດ້ແມ່ນແຕ່ສາມເກນນີ້, ພວກເຂົາກໍບໍ່ແມ່ນອ້າຍເອື້ອຍນ້ອງຢ່າງແນ່ນອນ. ໂດຍທໍາມະຊາດແລ້ວ ພຣະເຈົ້າບໍ່ຮັບຮູ້ພວກເຂົາ ແລະ ຄຣິດຕະຈັກກໍບໍ່ຄວນຍອມຮັບພວກເຂົາເຊັ່ນກັນ. ສະນັ້ນ, ຄຣິດຕະຈັກຄວນປະຕິບັດ ແລະ ຈັດການກັບພວກເຂົາແນວໃດ? (ພວກເຂົາຄວນຖືກກຳຈັດ ຫຼື ຂັບໄລ່ອອກ). ເມື່ອພວກເຂົາຖືກແຍກແຍະອອກແລ້ວ, ພວກເຂົາກໍຄວນຖືກກຳຈັດ ຫຼື ຂັບໄລ່ອອກ. ມັນກໍເປັນແບບນັ້ນແທ້ໆ.

ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຊ້າປະເພດຕ່າງໆ

ອີງໃສ່ຈຸດປະສົງໃນການເຊື່ອໃນພຣະເຈົ້າ

D. ການສວຍໂອກາດ

ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນ ແລະ ລະບຸສາມຈຸດປະສົງໃນການເຊື່ອໃນພຣະເຈົ້າ. ຖ້າຈະໃຫ້ລະບຸເປັນຫົວຂໍ້, ຂໍ້ທີໜຶ່ງແມ່ນເພື່ອຕອບສະໜອງຕໍ່ຄວາມປາຖະໜາຂອງຕົນໃນການເປັນຂ້າລາຊະການ; ຂໍ້ທີສອງແມ່ນເພື່ອສະແຫວງຫາເພດກົງກັນຂ້າມ; ແລະ ຂໍ້ທີສາມແມ່ນເພື່ອຫຼີກລ່ຽງໄພພິບັດ. ພວກເຮົາໄດ້ໂອ້ລົມກັນກ່ຽວກັບສາມຈຸດປະສົງນີ້ຈົບແລ້ວ. ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບຈຸດປະສົງທີສີ່: ບາງຄົນເຊື່ອໃນພຣະເຈົ້າພຽງເພື່ອສວຍໂອກາດເທົ່ານັ້ນ, ສະນັ້ນ ຫົວຂໍ້ຂອງຈຸດປະສົງນີ້ຈຶ່ງແມ່ນ “ການສວຍໂອກາດ”. ບາງຄົນເຫັນວ່າສາສະໜາ ແລະ ນິກາຍທັງໝົດໃນໂລກສາສະໜາແມ່ນຮົກເຮື້ອ ແລະ ບໍ່ມີວຽກງານຂອງພຣະວິນຍານບໍລິສຸດ, ຄວາມເຊື່ອ ແລະ ຄວາມຮັກຂອງຜູ້ຄົນກໍເຢັນຊາລົງ, ຜູ້ຄົນເອງກໍນັບມື້ນັບເສື່ອມຊາມລົງ ແລະ ບໍ່ເຫັນຄວາມຫວັງໃນຄວາມລອດພົ້ນ ແລະ ຜູ້ຄົນໄດ້ເຊື່ອໃນພຣະຜູ້ເປັນເຈົ້າມາຫຼາຍປີໂດຍບໍ່ໄດ້ຮັບຫຍັງເລີຍ. ເມື່ອເຫັນວ່າໂລກສາສະໜາໄດ້ກາຍເປັນດິນແດນທີ່ຮ້າງເປົ່າຢ່າງສົມບູນ, ພວກເຂົາຈຶ່ງສະແຫວງຫາເສັ້ນທາງຂ້າງໜ້າໃຫ້ກັບຕົນເອງ. ພວກເຂົາໄຕ່ຕອງວ່າ “ຕອນນີ້ຄຣິດຕະຈັກໃດມີຄົນຫຼາຍກວ່າ, ກໍາລັງຈະເລີນຮຸ່ງເຮືອງ ແລະ ມີແນວໂນ້ມການພັດທະນາ?” ພວກເຂົາພົບວ່າຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງຖືກຕໍ່ຕ້ານ ແລະ ປະນາມໂດຍໂລກສາສະໜາ, ກໍາລັງຈະເລີນຮຸ່ງເຮືອງ, ມີວຽກງານຂອງພຣະວິນຍານບໍລິສຸດ ແລະ ກໍາລັງພັດທະນາໄປດ້ວຍດີທັງພາຍໃນ ແລະ ຕ່າງປະເທດ. ພວກເຂົາຄິດວ່າ “ຂ້ອຍໄດ້ຍິນມາວ່າຈຳນວນສະມາຊິກຂອງຄຣິດຕະຈັກນີ້ກຳລັງເພີ່ມຂຶ້ນ, ກຳລັງພັດທະນາໄປດ້ວຍດີ ແລະ ມີທັງກຳລັງຄົນ, ຊັບພະຍາກອນວັດຖຸ ແລະ ຊັບພະຍາກອນທາງການເງິນທີ່ອຸດົມສົມບູນ ແລະ ມີແນວໂນ້ມການພັດທະນາ. ຖ້າຂ້ອຍສວຍໂອກາດທີ່ດີນີ້ເຂົ້າຮ່ວມຄຣິດຕະຈັກຂອງພວກເຂົາ, ຂ້ອຍຈະບໍ່ສາມາດໄດ້ຮັບຜົນປະໂຫຍດບາງຢ່າງບໍ? ຂ້ອຍຈະບໍ່ສາມາດຮັບປະກັນແນວໂນ້ມການພັດທະນາທີ່ດີໃຫ້ກັບຕົນເອງໄດ້ບໍ?” ດ້ວຍເຈດຕະນາ ແລະ ຈຸດປະສົງດັ່ງກ່າວ ແລະ ຄວາມຢາກຮູ້ຢາກເຫັນໜ້ອຍໜຶ່ງ, ພວກເຂົາຈຶ່ງລັກລອບເຂົ້າໄປໃນຄຣິດຕະຈັກ. ຫຼັງຈາກທີ່ຄົນເຫຼົ່ານີ້ລັກລອບເຂົ້າໄປໃນຄຣິດຕະຈັກ, ພວກເຂົາກໍບໍ່ສົນໃຈໃນຄວາມຈິງ, ການເຊື່ອໃນພຣະເຈົ້າ ຫຼື ໃນການຫັນປ່ຽນຊີວິດ-ອຸປະນິໄສຂອງພວກເຂົາ. ຈຸດປະສົງຂອງພວກເຂົາໃນການເຂົ້າຮ່ວມຄຣິດຕະຈັກແມ່ນພຽງເພື່ອຊອກຫາຜູ້ສະໜັບສະໜູນ ຫຼື ທີ່ພັກອາໄສ ແລະ ເພື່ອໃຫ້ໄດ້ມາເຊິ່ງແນວໂນ້ມການພັດທະນາທີ່ພວກເຂົາປາຖະໜາ. ທີ່ຈິງແລ້ວ, ໃນໃຈຂອງພວກເຂົາ, ພວກເຂົາບໍ່ມີຄວາມສົນໃຈໃນການເຊື່ອໃນພຣະເຈົ້າ, ໃນຄວາມຈິງທີ່ພຣະເຈົ້າສະແດງອອກ ຫຼື ໃນວຽກງານແຫ່ງຄວາມລອດພົ້ນທີ່ພຣະເຈົ້າເຮັດ ແລະ ພວກເຂົາບໍ່ຢາກໄດ້ຍິນ ຫຼື ສະແຫວງຫາກ່ຽວກັບສິ່ງເຫຼົ່ານີ້. ໂດຍສະເພາະແລ້ວ, ພວກເຂົາຂາດຄວາມສົນໃຈຢ່າງສິ້ນເຊີງໃນພາລະກິດຂອງພຣະເຈົ້າ ແລະ ວຽກງານຂອງພຣະວິນຍານບໍລິສຸດ. ຄົນເຫຼົ່ານີ້ກໍຄືກັບນັກສວຍໂອກາດໃນສັງຄົມ ທີ່ບໍ່ວ່າພວກເຂົາຈະເຂົ້າຮ່ວມໃນອຸດສາຫະກຳໃດກໍຕາມ, ພວກເຂົາເຮັດເຊັ່ນນັ້ນພຽງເພື່ອຊອກຫາໂອກາດທີ່ຈະໄດ້ມາເຊິ່ງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະພາບ ແລະ ເປັນພຽງການລົງທຶນ ແລະ ຈ່າຍລາຄາເພື່ອເຫັນແກ່ແນວໂນ້ມການພັດທະນາ ແລະ ຈຸດໝາຍປາຍທາງຂອງຕົນເອງເທົ່ານັ້ນ. ເມື່ອໃດກໍຕາມທີ່ພວກເຂົາຄົ້ນພົບວ່າໃນຂະແໜງການ ຫຼື ອຸດສາຫະກຳທີ່ພວກເຂົາໄດ້ທຸ້ມເທຕົວເຂົ້າໃສ່ນັ້ນ ບໍ່ມີແນວໂນ້ມການພັດທະນາທີ່ເຫັນໄດ້ຊັດເຈນໃນປັດຈຸບັນ ຫຼື ວ່າອຸດສາຫະກຳນີ້ບໍ່ອະນຸຍາດໃຫ້ພວກເຂົາສະແດງຈຸດແຂງຂອງຕົນ ແລະ ມີໜ້າມີຕາໃນສັງຄົມໄດ້, ພວກເຂົາກໍມັກຈະຄິດໄລ່ໃນໃຈວ່າຄວນຈະປ່ຽນວຽກ ຫຼື ປ່ຽນສາຍອາຊີບດີບໍ່. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ຄົນປະເພດນີ້ກໍລໍຖ້າໂອກາດທີ່ຈະລົງມືຢູ່ສະເໝີ; ພວກເຂົາມີເຈດຕະນາ ແລະ ຈຸດປະສົງໃນການເຂົ້າຮ່ວມຄຣິດຕະຈັກ. ເມື່ອຄຣິດຕະຈັກກຳລັງຈະເລີນຮຸ່ງເຮືອງ, ເມື່ອສາມາດຢືນຢັດຢ່າງໝັ້ນຄົງ ແລະ ມີແນວໂນ້ມການພັດທະນາໃນສັງຄົມ ຫຼື ໃນປະເທດໃດໜຶ່ງ, ພວກເຂົາກໍຈະທຸ້ມເທຕົວເຂົ້າໃສ່ວຽກງານຂອງຄຣິດຕະຈັກຢ່າງຫ້າວຫັນ ແລະ ກະຕືລືລົ້ນ. ແຕ່ເມື່ອໃດທີ່ຄຣິດຕະຈັກຖືກກົດຂີ່ ແລະ ຈຳກັດ ຫຼື ບໍ່ສາມາດຕອບສະໜອງຕໍ່ຄວາມປາຖະໜາ ແລະ ຄວາມຕ້ອງການສ່ວນຕົວຂອງພວກເຂົາໄດ້, ພວກເຂົາກໍຈະໄຕ່ຕອງວ່າຄວນຈະອອກຈາກຄຣິດຕະຈັກ ແລະ ຊອກຫາເສັ້ນທາງຂ້າງໜ້າສາຍໃໝ່ໃຫ້ກັບຕົນເອງດີບໍ່. ເຫັນໄດ້ຊັດເຈນວ່າ ຈຸດປະສົງທີ່ແທ້ຈິງຂອງຄົນເຫຼົ່ານີ້ໃນການເຂົ້າຮ່ວມຄຣິດຕະຈັກບໍ່ແມ່ນຍ້ອນວ່າພວກເຂົາສົນໃຈໃນຄວາມຈິງ; ພວກເຂົາບໍ່ໄດ້ເຂົ້າຮ່ວມຄຣິດຕະຈັກບົນພື້ນຖານຂອງການຮັບຮູ້ການມີຢູ່ຂອງພຣະເຈົ້າ ແລະ ວຽກງານໃໝ່ຂອງພຣະເຈົ້າໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ. ແມ່ນແຕ່ຕອນທີ່ພວກເຂົາເລືອກຄຣິດຕະຈັກ, ພວກເຂົາກໍເລືອກເອົາຄຣິດຕະຈັກທີ່ມີຊື່ສຽງ, ມີຂະໜາດໃຫຍ່ ແລະ ມີສະມາຊິກຈຳນວນຫຼາຍ ໂດຍສະເພາະແມ່ນຄຣິດຕະຈັກທີ່ມີຊື່ສຽງໃນລະດັບໃດໜຶ່ງທັງພາຍໃນ ແລະ ຕ່າງປະເທດ. ສຳລັບພວກເຂົາແລ້ວ, ມີພຽງຄຣິດຕະຈັກປະເພດນີ້ເທົ່ານັ້ນທີ່ໄດ້ມາດຕະຖານຂອງພວກເຂົາ ແລະ ສອດຄ່ອງກັບເປົ້າໝາຍທີ່ພວກເຂົາປາຖະໜາ ຫຼື ສະແຫວງຫາຢ່າງສົມບູນ. ແຕ່ບໍ່ວ່າຈະເປັນແນວໃດກໍຕາມ, ພວກເຂົາບໍ່ເຄີຍເຊື່ອໃນຄວາມຈິງຢ່າງແທ້ຈິງ ແລະ ທັງບໍ່ເຄີຍຮັບຮູ້ການມີຢູ່ຂອງພຣະເຈົ້າ ຫຼື ພາລະກິດຂອງພຣະເຈົ້າຢ່າງຈິງໃຈ. ເຖິງແມ່ນວ່າເບິ່ງພາຍນອກແລ້ວພວກເຂົາອາດຈະເຮັດບາງຢ່າງເພື່ອຄຣິດຕະຈັກ ຫຼື ທຸ້ມເທຕົວເຂົ້າໃສ່ວຽກງານບາງສ່ວນຂອງຄຣິດຕະຈັກໃນບາງຄັ້ງ ແຕ່ໃນສ່ວນເລິກຂອງໃຈຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າຍັງຄົງບໍ່ປ່ຽນແປງ. ທັດສະນະຄະຕິຂອງພວກເຂົາແມ່ນຫຍັງ? ທັດສະນະຄະຕິທີ່ສະໝໍ່າສະເໝີຂອງພວກເຂົາກໍຄື ພຽງແຕ່ລອງເບິ່ງໄປກ່ອນ, ເພື່ອເບິ່ງວ່າພວກເຂົາຈະສາມາດໄດ້ຮັບຫຍັງແທ້ຈາກຄຣິດຕະຈັກນີ້, ເພື່ອເບິ່ງວ່າພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ນັ້ນຈະກາຍເປັນຈິງໄດ້ຫຼາຍສໍ່າໃດ ແລະ ເຖິງລະດັບໃດ ແລະ ເພື່ອເບິ່ງວ່າເມື່ອໃດຈະໄດ້ຮັບພອນທີ່ພຣະເຈົ້າໄດ້ສັນຍາໄວ້ກັບມະນຸດ ແລະ ພອນເຫຼົ່ານີ້ຈະສາມາດເຫັນໄດ້ ແລະ ບັນລຸຜົນໃນໄລຍະສັ້ນ ຫຼື ບໍ່. ທັດສະນະຄະຕິຂອງພວກເຂົາເປັນແບບນີ້ສະເໝີ. ພວກເຂົາມາທີ່ເຮືອນຂອງພຣະເຈົ້າດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຄວາມປາຖະໜາທີ່ຈະລອງເບິ່ງ ແລະ ດ້ວຍທັດສະນະຄະຕິທີ່ວ່າ ຖ້າພຣະທຳຂອງພຣະເຈົ້າບັນລຸຜົນ ແລະ ກາຍເປັນຈິງ, ພວກເຂົາກໍຈະໄດ້ຮັບພອນ ແລະ ບໍ່ພາດໂອກາດ. ຄົນດັ່ງກ່າວມາທີ່ເຮືອນຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະເບິ່ງຄືວ່າເປັນມິດກັບຄົນອື່ນ, ປະຕິບັດຕາມກົດລະບຽບ, ບໍ່ກໍ່ການຂັດຂວາງ ຫຼື ການລົບກວນ ແລະ ບໍ່ສ້າງຄວາມວຸ້ນວາຍ ແຕ່ໂດຍອີງໃສ່ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງ, ພວກເຂົາກໍສາມາດຖືກລະບຸໄດ້ວ່າເປັນຜູ້ບໍ່ເຊື່ອຢ່າງຊັດເຈນ.

ພວກເຮົາຈະສາມາດແຍກແຍະຜູ້ບໍ່ເຊື່ອປະເພດທີ່ເຊື່ອໃນພຣະເຈົ້າພຽງເພື່ອສວຍໂອກາດໄດ້ຮັບພອນ ແລະ ບໍ່ມີຄວາມປາຖະໜາທີ່ຈະໄດ້ຮັບຄວາມຈິງໄດ້ແນວໃດ? ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍເທົ່າໃດ, ບໍ່ວ່າຈະມີການໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາແນວໃດກໍຕາມ, ຄວາມຄິດ ແລະ ທັດສະນະຂອງພວກເຂົາຕໍ່ຜູ້ຄົນ ແລະ ສິ່ງຕ່າງໆ, ທັດສະນະຄະຕິຕໍ່ຊີວິດ ແລະ ຄ່ານິຍົມຂອງພວກເຂົາກໍບໍ່ເຄີຍປ່ຽນແປງ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເພາະວ່າພວກເຂົາບໍ່ເຄີຍໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງຈິງຈັງ ແລະ ບໍ່ຍອມຮັບຄວາມຈິງທີ່ພຣະເຈົ້າສະແດງອອກ ຫຼື ສິ່ງທີ່ພຣະເຈົ້າກ່າວກ່ຽວກັບບັນຫາຕ່າງໆຢ່າງສິ້ນເຊີງ. ພວກເຂົາພຽງແຕ່ຍຶດໝັ້ນກັບທັດສະນະຂອງຕົນເອງ ແລະ ປັດຊະຍາຂອງຊາຕານ. ໃນໃຈຂອງພວກເຂົາ, ພວກເຂົາຍັງເຊື່ອວ່າປັດຊະຍາ ແລະ ຫຼັກເຫດຜົນຂອງຊາຕານນັ້ນເໝາະສົມ ແລະ ຖືກຕ້ອງ. ຕົວຢ່າງ: “ທຸກຄົນເບິ່ງໂຕໃຜໂຕມັນ ແລະ ປ່ອຍຜູ້ທີ່ຊ້າສຸດຕາມຊະຕາກໍາຂອງເຂົາ”, “ຂ້າລາຊະການບໍ່ສ້າງຄວາມລຳບາກໃຫ້ກັບຜູ້ທີ່ເອົາຂອງຂວັນມາໃຫ້” ຫຼື “ຄົນດີມີຊີວິດທີ່ສະຫງົບສຸກ”. ມີບາງຄົນເຖິງກັບເວົ້າວ່າ “ເມື່ອຄົນເຮົາເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງເປັນຄົນດີ ເຊິ່ງໝາຍຄວາມວ່າບໍ່ຄວນຂ້າສັດຕັດຊີວິດ; ການຂ້າສັດຕັດຊີວິດເປັນບາບ ແລະ ເປັນສິ່ງທີ່ພຣະເຈົ້າບໍ່ໃຫ້ອະໄພ”. ນີ້ແມ່ນທັດສະນະປະເພດໃດ? ມັນແມ່ນທັດສະນະຂອງຊາວພຸດ. ເຖິງແມ່ນວ່າທັດສະນະຂອງຊາວພຸດອາດຈະສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ ແຕ່ມັນກໍປາສະຈາກຄວາມຈິງໃດໆ. ຄວາມເຊື່ອໃນພຣະເຈົ້າຕ້ອງອີງໃສ່ພຣະທຳຂອງພຣະເຈົ້າ; ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ. ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ບາງຄົນເຖິງກັລຍອມຮັບເອົາທັດສະນະທີ່ໄຮ້ສາລະຂອງຜູ້ບໍ່ເຊື່ອ ແລະ ທິດສະດີທີ່ຜິດພາດຂອງໂລກສາສະໜາວ່າເປັນຄວາມຈິງ, ພວກເຂົາຖືວ່າມັນເປັນສິ່ງລ້ຳຄ່າ ແລະ ຍຶດໝັ້ນກັບສິ່ງເຫຼົ່ານັ້ນ. ຄົນເຫຼົ່ານີ້ແມ່ນຜູ້ທີ່ຍອມຮັບຄວາມຈິງບໍ? ພວກເຂົາບໍ່ສາມາດແຍກແຍະລະຫວ່າງຄຳເວົ້າຂອງມະນຸດ ແລະ ພຣະທຳຂອງພຣະເຈົ້າ ຫຼື ລະຫວ່າງມານຮ້າຍ ແລະ ຊາຕານ ແລະ ພຣະເຈົ້າອົງທ່ຽງແທ້ອົງດຽວ, ພຣະຜູ້ສ້າງໄດ້. ພວກເຂົາບໍ່ໄດ້ອະທິຖານຕໍ່ພຣະເຈົ້າ ຫຼື ສະແຫວງຫາຄວາມຈິງ ແລະ ທັງບໍ່ຍອມຮັບຄວາມຈິງໃດໆທີ່ພຣະເຈົ້າສະແດງອອກ. ຄວາມຄິດ ແລະ ທັດສະນະຂອງພວກເຂົາຕໍ່ຜູ້ຄົນ, ໂລກພາຍນອກ ແລະ ເລື່ອງອື່ນໆທັງໝົດບໍ່ເຄີຍປ່ຽນແປງ. ພວກເຂົາຍຶດໝັ້ນພຽງແຕ່ທັດສະນະທີ່ພວກເຂົາເຄີຍມີມາຕະຫຼອດ ເຊິ່ງມາຈາກວັດທະນະທຳດັ້ງເດີມ. ບໍ່ວ່າທັດສະນະເຫຼົ່ານັ້ນຈະໄຮ້ສາລະສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຮັບຮູ້ໄດ້ ແລະ ພວກເຂົາຍັງຄົງຍຶດໝັ້ນກັບທັດສະນະທີ່ຜິດພາດເຫຼົ່ານັ້ນ ແລະ ບໍ່ຍອມປ່ອຍວາງ. ນີ້ແມ່ນການສະແດງອອກຢ່າງໜຶ່ງຂອງຜູ້ບໍ່ເຊື່ອ. ແລ້ວອີກຢ່າງໜຶ່ງແມ່ນຫຍັງ? ນັ້ນກໍຄືຄວາມກະຕືລືລົ້ນ, ຄວາມຮູ້ສຶກ ແລະ ຄວາມເຊື່ອຂອງພວກເຂົາປ່ຽນແປງໄປຕາມຂະໜາດຂອງຄຣິດຕະຈັກທີ່ເພີ່ມຂຶ້ນ ແລະ ສະຖານະພາບໃນສັງຄົມທີ່ເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງ. ຕົວຢ່າງ: ເມື່ອວຽກງານຂອງຄຣິດຕະຈັກຂະຫຍາຍໄປຕ່າງປະເທດ ແລະ ເພີ່ມຂະໜາດຂຶ້ນ, ເມື່ອວຽກງານພຣະກິດຕິຄຸນເຜີຍແຜ່ອອກໄປຢ່າງເຕັມທີ່, ພວກເຂົາເຫັນສິ່ງນີ້ ແລະ ຮູ້ສຶກມີກຳລັງໃຈຂຶ້ນມາທັນທີ. ພວກເຂົາຮູ້ສຶກວ່າຄຣິດຕະຈັກກຳລັງມີອິດທິພົນນັບມື້ນັບຫຼາຍຂຶ້ນ ແລະ ຈະບໍ່ຕ້ອງທົນທຸກຈາກການກົດຂີ່ ແລະ ການຂົ່ມເຫັງຂອງລັດຖະບານອີກຕໍ່ໄປ, ພວກເຂົາເຊື່ອວ່າມີຄວາມຫວັງສຳລັບຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ວ່າພວກເຂົາສາມາດເຊີດໜ້າຊູຕາໄດ້; ແລະ ດັ່ງນັ້ນ ພວກເຂົາຈຶ່ງຮູ້ສຶກວ່າເມື່ອເຊື່ອໃນພຣະເຈົ້າ, ພວກເຂົາໄດ້ວາງເດີມພັນຖືກຕ້ອງແລ້ວ, ວ່າການພະນັນຂອງພວກເຂົາກຳລັງຈະເຫັນຜົນໃນທີ່ສຸດ. ພວກເຂົາຮູ້ສຶກວ່າໂອກາດໃນການໄດ້ຮັບພອນຂອງພວກເຂົານັບມື້ນັບຫຼາຍຂຶ້ນ ແລະ ໃນທີ່ສຸດພວກເຂົາກໍເລີ່ມມີກຳລັງໃຈຂຶ້ນ. ໃນຊ່ວງຫຼາຍປີທີ່ຜ່ານມາ, ພວກເຂົາເຄີຍຮູ້ສຶກຖືກກົດຂີ່, ເຈັບປວດ ແລະ ທຸກທໍລະມານ ເພາະພວກເຂົາມັກຈະເຫັນການຈັບກຸມ ແລະ ການປາບປາມຊາວຄຣິດໂດຍມັງກອນແດງທີ່ຍິ່ງໃຫຍ່. ເປັນຫຍັງພວກເຂົາຈຶ່ງຮູ້ສຶກທຸກທໍລະມານ? ເພາະວ່າຄຣິດຕະຈັກຢູ່ໃນສະຖານະການທີ່ລຳບາກຢ່າງຍິ່ງ ແລະ ພວກເຂົາກັງວົນວ່າພວກເຂົາໄດ້ເລືອກຖືກຕ້ອງແລ້ວບໍໃນການເຊື່ອໃນພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາກໍກັງວົນ ແລະ ເປັນຫ່ວງວ່າພວກເຂົາຄວນຈະຢູ່ຕໍ່ ຫຼື ອອກຈາກຄຣິດຕະຈັກ. ໃນຊ່ວງຫຼາຍປີເຫຼົ່ານັ້ນ, ບໍ່ວ່າຄຣິດຕະຈັກຈະປະເຊີນກັບສະຖານະການທີ່ຫຍຸ້ງຍາກສໍ່າໃດ, ມັນກໍຈະສົ່ງຜົນກະທົບຕໍ່ອາລົມຂອງພວກເຂົາ; ບໍ່ວ່າຄຣິດຕະຈັກຈະເຮັດວຽກງານໃດກໍຕາມ ແລະ ບໍ່ວ່າຊື່ສຽງ ແລະ ສະຖານະພາບຂອງຄຣິດຕະຈັກໃນສັງຄົມຈະຜັນຜວນແນວໃດ, ມັນກໍຈະສົ່ງຜົນກະທົບຕໍ່ອາລົມ ແລະ ຄວາມຮູ້ສຶກຂອງພວກເຂົາ. ຄຳຖາມທີ່ວ່າພວກເຂົາຄວນຈະຢູ່ຕໍ່ ຫຼື ຈາກໄປນັ້ນ ວົນວຽນຢູ່ໃນໃຈຂອງພວກເຂົາສະເໝີ. ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອ, ບໍ່ແມ່ນບໍ? ເມື່ອຄຣິດຕະຈັກຖືກປະນາມ ແລະ ປາບປາມໂດຍລັດຖະບານຂອງປະເທດ ຫຼື ເມື່ອຜູ້ເຊື່ອຖືກຈັບກຸມ ຫຼື ຖືກພິພາກສາ, ປະນາມ, ໃສ່ຮ້າຍປ້າຍສີ ແລະ ຖືກປະຕິເສດໂດຍໂລກສາສະໜາ, ພວກເຂົາກໍຮູ້ສຶກອັບອາຍຢ່າງຍິ່ງ ແລະ ເຖິງກັບຮູ້ສຶກລະອາຍ ແລະ ຕ່ຳຕ້ອຍທີ່ໄດ້ເຂົ້າຮ່ວມຄຣິດຕະຈັກ; ໃຈຂອງພວກເຂົາກໍຫວັ່ນໄຫວ ແລະ ພວກເຂົາກໍເສຍໃຈທີ່ໄດ້ເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິດຕະຈັກ. ພວກເຂົາບໍ່ເຄີຍມີເຈດຕະນາທີ່ຈະຮ່ວມທຸກຮ່ວມສຸກກັບຄຣິດຕະຈັກ ຫຼື ທົນທຸກຄຽງຂ້າງພຣະຄຣິດເລີຍ. ແທນທີ່ຈະເປັນແນວນັ້ນ, ເມື່ອຄຣິດຕະຈັກກຳລັງຈະເລີນຮຸ່ງເຮືອງ, ພວກເຂົາກໍເບິ່ງຄືວ່າເຕັມໄປດ້ວຍຄວາມເຊື່ອ ແຕ່ເມື່ອຄຣິດຕະຈັກຖືກຂົ່ມເຫັງ, ຖືກປະຕິເສດ, ຖືກປາບປາມ ແລະ ຖືກປະນາມ, ພວກເຂົາກໍຢາກຈະຫຼົບໜີ, ຢາກຈະຈາກໄປ. ເມື່ອພວກເຂົາບໍ່ເຫັນຄວາມຫວັງໃດໆໃນການໄດ້ຮັບພອນ ຫຼື ຄວາມຫວັງໃດໆໃນການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ, ພວກເຂົາກໍຍິ່ງຢາກຈະຈາກໄປຫຼາຍຂຶ້ນ. ເມື່ອພວກເຂົາບໍ່ເຫັນພຣະທຳຂອງພຣະເຈົ້າບັນລຸຜົນ ແລະ ບໍ່ຮູ້ວ່າໄພພິບັດຄັ້ງໃຫຍ່ຈະເກີດຂຶ້ນເມື່ອໃດ ແລະ ຈະສິ້ນສຸດລົງເມື່ອໃດ ຫຼື ອານາຈັກຂອງພຣະຄຣິດຈະປະກົດເປັນຈິງເມື່ອໃດ, ພວກເຂົາກໍຫວັ່ນໄຫວຢ່າງບໍ່ແນ່ນອນ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງຕົນດ້ວຍໃຈທີ່ສະຫງົບໄດ້. ເມື່ອໃດກໍຕາມທີ່ສິ່ງນີ້ເກີດຂຶ້ນ, ພວກເຂົາກໍຢາກຈະປະຖິ້ມພຣະເຈົ້າ, ປະຖິ້ມຄຣິດຕະຈັກ ແລະ ຊອກຫາທາງອອກ. ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອ, ບໍ່ແມ່ນບໍ? ທຸກການກະທຳຂອງພວກເຂົາແມ່ນເພື່ອຜົນປະໂຫຍດທາງເນື້ອໜັງຂອງຕົນເອງ. ຄວາມຄິດ ແລະ ທັດສະນະຂອງພວກເຂົາຈະບໍ່ມີວັນຄ່ອຍໆປ່ຽນແປງໄປຜ່ານປະສົບການໃນວຽກງານຂອງພຣະເຈົ້າ ຫຼື ໂດຍການອ່ານພຣະທຳຂອງພຣະອົງ, ການໂອ້ລົມຄວາມຈິງ ແລະ ການດຳລົງຊີວິດໃນຄຣິດຕະຈັກ. ເມື່ອມີບາງຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງ ຫຼື ຄົ້ນຫາວ່າພຣະທຳຂອງພຣະເຈົ້າກ່າວເຖິງເລື່ອງນັ້ນແນວໃດ, ເຈດຕະນາຂອງພຣະເຈົ້າແມ່ນຫຍັງ, ພຣະເຈົ້ານຳພາຜູ້ຄົນແນວໃດ ຫຼື ພຣະອົງຮຽກຮ້ອງຫຍັງຈາກຜູ້ຄົນ. ເປົ້າໝາຍດຽວຂອງພວກເຂົາໃນການເຂົ້າຮ່ວມຄຣິດຕະຈັກກໍຄືການລໍຖ້າໃຫ້ເຖິງມື້ທີ່ຄຣິດຕະຈັກຈະສາມາດ “ເຊີດໜ້າຊູຕາໄດ້” ເພື່ອທີ່ພວກເຂົາຈະສາມາດສວຍເອົາຜົນປະໂຫຍດທີ່ພວກເຂົາປາຖະໜາມາໂດຍຕະຫຼອດ. ແນ່ນອນວ່າ ພວກເຂົາເຂົ້າຮ່ວມຄຣິດຕະຈັກກໍເພາະວ່າພວກເຂົາເຫັນວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແຕ່ພວກເຂົາບໍ່ຍອມຮັບຄວາມຈິງຢ່າງສິ້ນເຊີງ ແລະ ພວກເຂົາບໍ່ເຊື່ອວ່າພຣະທຳທັງໝົດຂອງພຣະເຈົ້າຈະບັນລຸຜົນ. ແລ້ວພວກເຈົ້າວ່າແນວໃດ, ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ). ບໍ່ວ່າຈະເກີດຫຍັງຂຶ້ນໃນຄຣິດຕະຈັກ ຫຼື ໂລກພາຍນອກ, ພວກເຂົາກໍຈະປະເມີນວ່າຜົນປະໂຫຍດຂອງພວກເຂົາຈະໄດ້ຮັບຜົນກະທົບຫຼາຍສໍ່າໃດ ແລະ ມັນຈະສົ່ງຜົນກະທົບຕໍ່ເປົ້າໝາຍທີ່ພວກເຂົາສະແຫວງຫາຫຼາຍສໍ່າໃດ. ພຽງແຕ່ມີສັນຍານຂອງບັນຫາໜ້ອຍໜຶ່ງ, ພວກເຂົາກໍຈະຄິດເຖິງອະນາຄົດ, ຜົນປະໂຫຍດຂອງຕົນເອງ ແລະ ເລື່ອງທີ່ວ່າພວກເຂົາຄວນຈະຢູ່ຕໍ່ ຫຼື ອອກຈາກຄຣິດຕະຈັກທັນທີດ້ວຍຄວາມສະຫຼຽວສະຫຼາດ. ມີບາງຄົນທີ່ຖາມຢູ່ເລື້ອຍໆວ່າ “ປີກາຍນີ້ມີຄົນເວົ້າວ່າວຽກງານຂອງພຣະເຈົ້າຈະສິ້ນສຸດລົງ, ແລ້ວເປັນຫຍັງຕອນນີ້ມັນຍັງດຳເນີນຢູ່? ວຽກງານຂອງພຣະເຈົ້າຈະສິ້ນສຸດລົງໃນປີໃດກັນແທ້? ຂ້ອຍບໍ່ມີສິດທີ່ຈະຮູ້ບໍ? ຂ້ອຍກໍອົດທົນມາດົນພໍແລ້ວ, ເວລາຂອງຂ້ອຍກໍມີຄ່າ, ໄວໜຸ່ມຂອງຂ້ອຍກໍມີຄ່າ, ຊິໃຫ້ຂ້ອຍລໍຖ້າແບບນີ້ໄປເລື້ອຍໆບໍ່ໄດ້ດອກເນາະ?” ພວກເຂົາອ່ອນໄຫວເປັນພິເສດຕໍ່ເລື່ອງທີ່ວ່າພຣະທຳຂອງພຣະເຈົ້າໄດ້ບັນລຸຜົນແລ້ວບໍ, ສະຖານະການຂອງຄຣິດຕະຈັກ ແລະ ສະຖານະພາບ ແລະ ຊື່ສຽງຂອງມັນ. ພວກເຂົາບໍ່ສົນໃຈວ່າພວກເຂົາຈະສາມາດໄດ້ຮັບຄວາມຈິງ ຫຼື ບໍ່ ຫຼື ພວກເຂົາຈະສາມາດລອດພົ້ນໄດ້ ຫຼື ບໍ່ ແຕ່ພວກເຂົາອ່ອນໄຫວຫຼາຍຕໍ່ເລື່ອງທີ່ວ່າພວກເຂົາຈະສາມາດຢູ່ລອດໄດ້ ຫຼື ບໍ່ ແລະ ພວກເຂົາຈະສາມາດໄດ້ຮັບຜົນປະໂຫຍດ ແລະ ພອນໂດຍການຢູ່ໃນເຮືອນຂອງພຣະເຈົ້າໄດ້ ຫຼື ບໍ່. ຄົນປະເພດນີ້ແມ່ນນັກສວຍໂອກາດໃນຄວາມປາຖະໜາທີ່ຈະໄດ້ຮັບພອນ. ເຖິງແມ່ນວ່າພວກເຂົາຈະເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຍັງຈະບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາຈະບໍ່ມີຄຳພະຍານຈາກປະສົບການໃດໆທີ່ຈະເວົ້າເຖິງ. ພວກເຈົ້າເຄີຍພົບຄົນແບບນີ້ບໍ? ທີ່ຈິງແລ້ວ, ຄົນແບບນັ້ນມີຢູ່ໃນທຸກຄຣິດຕະຈັກ. ພວກເຈົ້າຕ້ອງໃສ່ໃຈໃນການແຍກແຍະພວກເຂົາ. ບຸກຄົນດັ່ງກ່າວລ້ວນແຕ່ເປັນຜູ້ບໍ່ເຊື່ອ, ພວກເຂົາເປັນຕົວໄພໃນເຮືອນຂອງພຣະເຈົ້າ, ພວກເຂົາຈະນຳຄວາມເສຍຫາຍຢ່າງໃຫຍ່ຫຼວງມາໃຫ້ ແລະ ບໍ່ມີຜົນປະໂຫຍດໃດໆຕໍ່ຄຣິດຕະຈັກ ແລະ ພວກເຂົາຕ້ອງຖືກກຳຈັດອອກຈາກຄຣິດຕະຈັກ.

ໃຫ້ສະຫຼຸບລັກສະນະຂອງນັກສວຍໂອກາດ. ລັກສະນະທຳອິດຂອງພວກເຂົາກໍຄື ພວກເຂົາບໍ່ໄດ້ເອົາໃຈໃສ່ເລື່ອງທີ່ວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່ຢ່າງຈິງຈັງ. ຖ້າເຈົ້າຖາມພວກເຂົາວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່, ພວກເຂົາຈະຕອບວ່າ “ຄົງຈະມີ. ແຕ່ຖ້າບໍ່ມີກໍບໍ່ເປັນຫຍັງ. ຂ້ອຍພຽງແຕ່ຢູ່ນີ້ເພື່ອເບິ່ງວ່າຄຳທຳນວາຍທີ່ພຣະເຈົ້າໄດ້ກ່າວໄວ້ນັ້ນຈະກາຍເປັນຈິງ ຫຼື ບໍ່ ແລະ ຄວາມຫາຍະນະໃຫຍ່ຈະເກີດຂຶ້ນ ຫຼື ບໍ່”. ພາຍໃນຄວາມຄິດ ແລະ ມຸມມອງຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາກໍຄື ມັນບໍ່ສຳຄັນວ່າພຣະເຈົ້າຈະມີຢູ່ຈິງ ຫຼື ບໍ່. ແລ້ວການທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກມັນບໍ່ແມ່ນເລື່ອງຕະຫຼົກບໍ? (ແມ່ນແລ້ວ). ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເປັນພຽງຄວາມເຊື່ອທີ່ຮຽບງ່າຍ, ມັນຄືກັບເກມ ແລະ ມັນບໍ່ກ່ຽວຂ້ອງກັບຄວາມຈິງ ຫຼື ເສັ້ນທາງຊີວິດຂອງພວກເຂົາ. ທີ່ຈິງແລ້ວພວກເຂົາບໍ່ສົນໃຈວ່າພຣະເຈົ້າຈະມີຢູ່ຈິງ ຫຼື ບໍ່; ຖ້າພຣະອົງມີຢູ່ກໍໄດ້ ແລະ ຖ້າບໍ່ມີກໍໄດ້. ບາງຄົນໂຕ້ຖຽງພວກເຂົາ ໂດຍກ່າວວ່າພຣະເຈົ້າບໍ່ມີຢູ່ຈິງ ແລະ ພວກເຂົາກໍບໍ່ໄດ້ບໍ່ພໍໃຈ ຫຼື ກຽດຊັງຄົນເຫຼົ່ານັ້ນ. ຖ້າຄົນເວົ້າວ່າພຣະເຈົ້າມີຢູ່ຈິງ, ພວກເຂົາກໍຈະເວົ້າວ່າ “ຖ້າເພິ່ນມີຢູ່ຈິງ, ກໍຄືມີຢູ່ຈິງ. ຈັ່ງໃດກໍຕາມ, ຖ້າເຈົ້າເຊື່ອ, ເພິ່ນກໍມີຢູ່ຈິງ; ຖ້າເຈົ້າບໍ່ເຊື່ອ, ເພິ່ນກໍບໍ່ມີຢູ່ຈິງ”. ນີ້ແມ່ນທັດສະນະຂອງພວກເຂົາ. ຄົນປະເພດນີ້ແມ່ນຜູ້ເຊື່ອທີ່ແທ້ຈິງບໍ? ພວກເຂົາເປັນຜູ້ບໍ່ເຊື່ອ, ບໍ່ແມ່ນບໍ? (ແມ່ນແລ້ວ). ການທີ່ພຣະເຈົ້າຈະມີຢູ່ຈິງ ຫຼື ບໍ່ນັ້ນບໍ່ແມ່ນເລື່ອງສຳຄັນສຳລັບພວກເຂົາ, ສະນັ້ນ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າມີຄວາມຈິງໃຈບໍ? ພວກເຂົາບໍ່ມີທາງທີ່ຈະຈິງໃຈໄດ້ເລີຍ. ລັກສະນະທຳອິດຂອງນັກສວຍໂອກາດແມ່ນຫຍັງ? (ພວກເຂົາບໍ່ໄດ້ເອົາໃຈໃສ່ເລື່ອງທີ່ວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່ຢ່າງຈິງຈັງ). ນີ້ແມ່ນລັກສະນະທຳອິດ.

ລັກສະນະທີສອງຂອງນັກສວຍໂອກາດແມ່ນຫຍັງ? ນັ້ນກໍຄື ພວກເຂົາບໍ່ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ພວກເຂົາບໍ່ແຍກແຍະວ່າຄຳເວົ້າ, ຜູ້ຄົນ, ເຫດການ ແລະ ສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ ແລະ ພວກເຂົາບໍ່ຖືເລື່ອງນີ້ເປັນເລື່ອງສຳຄັນ. ສຳລັບພວກເຂົາແລ້ວ, ສິ່ງທີ່ດີກໍສາມາດຖືກເຮັດໃຫ້ກາຍເປັນສິ່ງທີ່ບໍ່ດີໄດ້ ແລະ ສິ່ງທີ່ບໍ່ດີກໍສາມາດຖືກເຮັດໃຫ້ກາຍເປັນສິ່ງທີ່ດີໄດ້, ຄືກັນກັບຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອທີ່ວ່າ “ຄຳຕົວະທີ່ເວົ້າເປັນພັນຄັ້ງກໍກາຍເປັນຄວາມຈິງ”; ຄຳເວົ້ານີ້ໃຊ້ໄດ້ຜົນສຳລັບພວກເຂົາ. ຖ້າເຈົ້າຖາມພວກເຂົາວ່າຄວາມຈິງແມ່ນຫຍັງ, ພວກເຂົາຈະບໍ່ເວົ້າຢ່າງແນ່ນອນວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ເພາະວ່າພວກເຂົາບໍ່ຮັບຮູ້ເລື່ອງນີ້. ພວກເຂົາຈະເວົ້າວ່າແນວໃດ? ທັດສະນະທີ່ແທ້ຈິງຂອງພວກເຂົາກໍຄື ຄຳຕົວະທີ່ເວົ້າເປັນພັນ ຫຼື ເປັນສິບພັນຄັ້ງກໍຈະກາຍເປັນຄວາມຈິງ ເຊິ່ງໝາຍຄວາມວ່າ ຖ້າຫຼາຍຄົນເວົ້າບາງຢ່າງ, ພວກເຂົາກໍຈະເຊື່ອວ່າມັນເປັນຄວາມຈິງ. ມັນຄືກັນກັບທີ່ຜູ້ບໍ່ເຊື່ອເວົ້າວ່າ: “ແຕ່ກ່ອນໃນໂລກນີ້ບໍ່ມີເສັ້ນທາງ ແຕ່ເມື່ອມີຄົນຍ່າງຫຼາຍຂຶ້ນ, ມັນກໍກາຍເປັນເສັ້ນທາງ”. ພວກເຂົາບໍ່ສົນໃຈວ່າສິ່ງໃດຖືກ ຫຼື ຜິດ, ຍຸຕິທຳ ຫຼື ຊົ່ວຮ້າຍ; ພວກເຂົາເຊື່ອວ່າໃຜກໍຕາມທີ່ມີຄວາມສາມາດສູງກໍຄືຜູ້ທີ່ຖືກຕ້ອງ ແລະ ໃຜກໍຕາມທີ່ໄຮ້ປະໂຫຍດ ແລະ ໄຮ້ຄວາມສາມາດກໍຄືສິ່ງທີ່ເປັນລົບ. ພວກເຂົາຈະບໍ່ມີວັນຮັບຮູ້ຢ່າງເດັດຂາດວ່າທຸກສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳລ້ວນແຕ່ເປັນສິ່ງທີ່ເປັນບວກ ແລະ ທັງບໍ່ຮັບຮູ້ວ່າສິ່ງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນໃຊ້ຊີວິດທີ່ເປັນນັ້ນຄືຄວາມເປັນຈິງຂອງສິ່ງທີ່ເປັນບວກ. ຄົນເຫຼົ່ານີ້ເຖິງກັບຈະເວົ້າຄຳເວົ້າທີ່ຜິດເຊັ່ນ: “ພວກເຈົ້າເວົ້າວ່າພຣະເຈົ້າຄືຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຄືຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ. ນີ້ໝາຍຄວາມວ່າບໍ່ມີສິ່ງທີ່ເປັນບວກໃນໂລກນີ້ບໍ? ບໍ່ແມ່ນວ່າຍັງມີສິ່ງທີ່ເປັນບວກ ແລະ ຄວາມຈິງໃນໂລກນີ້ຢູ່ບໍ?” ນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ນີ້ບໍ່ແມ່ນຄຳເວົ້າທີ່ຜິດບໍ? (ແມ່ນແລ້ວ). ຄົນເຫຼົ່ານີ້ບໍ່ໄດ້ເອົາພຣະທຳຂອງພຣະເຈົ້າເປັນເກນສຳລັບຄຳເວົ້າ ຫຼື ການກະທຳຂອງພວກເຂົາ. ຕົວຢ່າງ: ເມື່ອພວກເຂົາສະແດງຄຳເວົ້າທີ່ຜິດອອກມາ ແລະ ພວກເຈົ້າໂຕ້ຖຽງພວກເຂົາ, ພວກເຂົາຈະເວົ້າວ່າ “ເຈົ້າຄິດວ່າເຈົ້າຖືກ ແລະ ຂ້ອຍກໍຄິດວ່າຂ້ອຍຖືກ, ສະນັ້ນ ຕ່າງຄົນຕ່າງຄິດກໍແລ້ວກັນ. ໃຜຄິດວ່າອັນໃດດີ, ອັນນັ້ນກໍຖືກຕ້ອງ”. ນີ້ແມ່ນທັດສະນະປະເພດໃດ? ນີ້ບໍ່ແມ່ນພຽງການພະຍາຍາມກົບເກື່ອນບັນຫາບໍ? (ແມ່ນແລ້ວ). ນີ້ແມ່ນທັດສະນະທີ່ໂງ່ຈ້າ ແລະ ສັບສົນມຶນງົງ; ຄົນເຫຼົ່ານີ້ບໍ່ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ການບໍ່ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບເລື່ອງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາບໍ່ສາມາດຮັບຮູ້ຈາກໃຈຂອງພວກເຂົາໄດ້ວ່າ ສິ່ງທີ່ເປັນບວກທັງໝົດທີ່ພຣະເຈົ້າກ່າວນັ້ນກ່ຽວຂ້ອງກັບຄວາມຈິງ, ສອດຄ່ອງກັບຄວາມຈິງ ແລະ ມາຈາກພຣະເຈົ້າ ແລະ ສິ່ງທີ່ເປັນລົບທີ່ພຣະເຈົ້າກ່າວນັ້ນຂັດກັບຄວາມຈິງ ແລະ ມາຈາກຊາຕານ. ພວກເຂົາບໍ່ຍອມຮັບຄວາມຈິງນີ້ ແລະ ຕ້ອງການເຮັດໃຫ້ແນວຄິດບໍ່ແຈ່ມແຈ້ງຢູ່ສະເໝີ. ເພື່ອຫຼີກລ່ຽງການຖືກແຍກແຍະໂດຍຄົນອື່ນ ແລະ ຖືກປະນາມ, ພວກເຂົາຈຶ່ງບໍ່ເຄີຍເອົາໃຈໃສ່ຢ່າງຈິງຈັງກ່ຽວກັບການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ພວກເຂົາບໍ່ເຄີຍເປີດເຜີຍທັດສະນະທີ່ແທ້ຈິງຂອງຕົນ ແລະ ເວົ້າຈາຄຸມເຄືອຢູ່ສະເໝີ, ບໍ່ເຄີຍບອກຜູ້ຄົນວ່າຕົນເອງຄິດແນວໃດແທ້. ພວກເຂົາເວົ້າສິ່ງທີ່ແຕກຕ່າງກັນໄປຕາມຄົນທີ່ພວກເຂົາລົມນຳ ໂດຍປັບປ່ຽນຕົວເອງໃຫ້ເຂົ້າກັບສະຖານະການຢ່າງສົມບູນ. ໃນທຸກໆດ້ານ, ຄົນເຫຼົ່ານີ້ລ້ວນແຕ່ບໍ່ສົນໃຈໃນຄວາມຈິງ ຫຼື ໃນການມີຢູ່ຂອງພຣະເຈົ້າ. ນີ້ແມ່ນການສະແດງອອກທີສອງຂອງນັກສວຍໂອກາດ: ພວກເຂົາບໍ່ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ.

ຄົນປະເພດສວຍໂອກາດເຫຼົ່ານີ້ຍັງມີລັກສະນະພິເສດຫຍັງອີກ? ຄົນເຫຼົ່ານີ້ຈະເລືອກວ່າຈະຢູ່ ຫຼື ຈະໄປໂດຍອີງຕາມການສະຖານະການທີ່ຈະເກີດຂຶ້ນຢູ່ສະເໝີ ໂດຍສະເພາະແມ່ນ ຊ່ຽວຊານໃນການປັບປ່ຽນຕາມສະຖານະການ. ເມື່ອພວກເຂົາເຂົ້າຮ່ວມຄຣິສຕະຈັກ, ພວກເຂົາກໍໄດ້ກະກຽມເສັ້ນທາງຖອຍອອກ ແລະ ອະນາຄົດຂອງຕົນເອງຢ່າງພຽງພໍແລ້ວ ໂດຍໄດ້ວາງແຜນທຸກຂັ້ນຕອນໄວ້ແລ້ວ. ໃນໃຈຂອງພວກເຂົາ, ພວກເຂົາຄິດໄລ່ ແລະ ວາງແຜນວ່າ ຈະເຮັດແນວໃດຖ້າພຣະທຳຂອງພຣະເຈົ້າສຳເລັດເປັນຈິງ ແລະ ຈະເຮັດແນວໃດຖ້າພຣະທຳເຫຼົ່ານັ້ນບໍ່ສຳເລັດເປັນຈິງເມື່ອເວລາຜ່ານໄປຫຼາຍປີ. ຄົນປະເພດນີ້ບໍ່ເຄີຍທຸ້ມເທຕົນເອງຢ່າງເຕັມທີ່ໃຫ້ກັບວຽກງານຂອງຄຣິສຕະຈັກຫຼັງຈາກທີ່ເຂົ້າມາໃນຄຣິສຕະຈັກ. ກົງກັນຂ້າມ, ພວກເຂົາຈະສັງເກດເບິ່ງການພັດທະນາຂອງຄຣິສຕະຈັກ, ທັດສະນະຄະຕິ ແລະ ວິທີການທີ່ຄຣິສຕະຈັກມີຕໍ່ພວກເຂົາ ແລະ ປັດໄຈອື່ນໆຢູ່ຕະຫຼອດເວລາ ເພື່ອຕັດສິນໃຈຂັ້ນຕອນຕໍ່ໄປຂອງພວກເຂົາ. ຄວາມຄິດຂອງຄົນເຫຼົ່ານີ້ບໍ່ແມ່ນສັບຊ້ອນຫຼາຍບໍ? (ແມ່ນແລ້ວ). ເຖິງແມ່ນວ່າພວກເຂົາຈະໄດ້ເຂົ້າຮ່ວມຄຣິສຕະຈັກແລ້ວ, ພວກເຂົາກໍຍັງມີທັດສະນະຊົ່ວຄາວຢູ່ສະເໝີ ຄືກັບຄົນງານສັນຍາຈ້າງ ທີ່ຕົກຢູ່ໃນສະພາວະ “ກາຍຢູ່ນີ້ແຕ່ໃຈຢູ່ບ່ອນອື່ນ” ຕະຫຼອດໄປ ໂດຍທີ່ຈິດໃຈຂອງພວກເຂົາເຕັມໄປດ້ວຍເລ່ຫຼ່ຽມ ແລະ ອຸບາຍ. ການເລືອກທີ່ຈະເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກຂອງພວກເຂົາເປັນພຽງການປະນີປະນອມຢ່າງບໍ່ເຕັມໃຈ, ບໍ່ແມ່ນຄວາມຈໍາເປັນທາງດ້ານຈິດໃຈ ຫຼື ຄວາມປາຖະໜາທີ່ຈະຕິດຕາມພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ໂດຍອີງໃສ່ການຍອມຮັບການມີຢູ່ຂອງພຣະເຈົ້າ. ພວກເຂົາຂາດຄວາມເຊື່ອໃນເລື່ອງນີ້. ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າດ້ວຍທັດສະນະຄະຕິແບບລໍຖ້າເບິ່ງ ໂດຍຄິດໄລ່ຢູ່ໃນໃຈຂອງພວກເຂົາວ່າ: “ຖ້າການເຊື່ອໃນພຣະເຈົ້ານໍາເອົາຮ້ອຍເທົ່າໃນຊີວິດນີ້ມາໃຫ້ຂ້ອຍ, ຊີວິດອໍາມະຕະໃນໂລກທີ່ຈະມາເຖິງ ແລະ ໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນ, ແລ້ວຂ້ອຍກໍຈະຕິດຕາມ ແລະ ເຊື່ອ. ຖ້າຂ້ອຍບໍ່ສາມາດໄດ້ຮັບສິ່ງເຫຼົ່ານີ້, ຂ້ອຍກໍຈະອອກຈາກຄຣິສຕະຈັກໄປທຸກເວລາ ແລະ ໃນທຸກສະຖານະການ ແລະ ເຊົາເຊື່ອ”. ພວກເຂົາມາເຊື່ອໃນພຣະເຈົ້າທັງໝົດກໍເພື່ອຄວາມຫວັງແບບສວຍໂອກາດທີ່ຈະໄດ້ຮັບພອນ. ຖ້າພວກເຂົາບໍ່ສາມາດໄດ້ຮັບພອນ, ພວກເຂົາກໍສາມາດປະຖິ້ມໜ້າທີ່ຂອງພວກເຂົາໄດ້ທຸກເວລາ ແລະ ໃນທຸກສະຖານະການ ແລະ ຊອກຫາເສັ້ນທາງອື່ນໃຫ້ກັບຕົນເອງ ເພາະຫົວໃຈຂອງພວກເຂົາບໍ່ເຄີຍຢັ່ງຮາກຢູ່ໃນຄຣິສຕະຈັກ, ທັງບໍ່ໄດ້ເລືອກເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະເຈົ້າຢ່າງແທ້ຈິງ.

ລັກສະນະຕົ້ນຕໍຂອງຄົນປະເພດສວຍໂອກາດເຫຼົ່ານີ້ມີສາມຢ່າງຄື: ພວກເຂົາບໍ່ເອົາໃຈໃສ່ຢ່າງຈິງຈັງວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່, ພວກເຂົາບໍ່ຈຳແນກສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບຢ່າງຈິງຈັງ ແລະ ພວກເຂົາສາມາດອອກຈາກຄຣິສຕະຈັກໄປໄດ້ທຸກເວລາ ແລະ ໃນທຸກສະຖານະການ. ບໍ່ວ່າອ້າຍເອື້ອຍນ້ອງຈະປະຕິບັດຕໍ່ພວກເຂົາດີສໍ່າໃດກໍຕາມ, ຕາບໃດທີ່ສິ່ງຕ່າງໆບໍ່ສອດຄ່ອງກັບຜົນປະໂຫຍດຂອງພວກເຂົາ ຫຼື ບໍ່ຕອບສະໜອງຕໍ່ຄວາມຕ້ອງການໃນປັດຈຸບັນຂອງພວກເຂົາ, ພວກເຂົາກໍສາມາດອອກຈາກຄຣິສຕະຈັກໄປໄດ້. ແຕ່ເມື່ອພວກເຂົາບໍ່ມີບ່ອນໄປ, ພວກເຂົາກໍເລືອກທີ່ຈະກັບມາ. ຫຼັງຈາກທີ່ກັບມາແລ້ວ, ພວກເຂົາກໍຍັງບໍ່ສະແຫວງຫາຄວາມຈິງ ແລະ ອາດຈະອອກຈາກຄຣິສຕະຈັກໄປອີກຄັ້ງໃນທຸກເວລາ. ພວກເຂົາແມ່ນພວກເປັນຕາເວດທະນາປະເພດໃດກັນແທ້? ການມາ ແລະ ການໄປຂອງພວກເຂົາເບິ່ງຄືວ່າເປັນແບບສະບາຍໆຫຼາຍ; ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າດ້ວຍຄວາມຈິງໃຈ. ສິ່ງເຫຼົ່ານີ້ຄືລັກສະນະຂອງຄົນປະເພດສວຍໂອກາດ; ເມື່ອເວົ້າເຖິງແກ່ນແທ້ຂອງພວກເຂົາແລ້ວ, ພວກເຂົາກໍຄືຜູ້ບໍ່ເຊື່ອ. ບາງຄົນສາມາດອົດທົນເຊື່ອໄດ້ສາມຫາຫ້າປີ, ບາງຄົນກໍສາມາດອົດທົນໄດ້ແປດ ຫຼື ສິບປີ ແຕ່ຈຸດປະສົງຂອງພວກເຂົາກໍເປັນພຽງການສະແຫວງຫາພອນແບບສວຍໂອກາດເທົ່ານັ້ນ. ຄົນດັ່ງກ່າວບໍ່ແມ່ນຄົນທຳມະດາ. ພວກເຂົາເຖິງກັບອົດທົນມາຈົນເຖິງປັດຈຸບັນໃນສະພາບແວດລ້ອມທີ່ໂຫດຮ້າຍ ແລະ ຖືກຂົ່ມເຫັງຂອງຈີນແຜ່ນດິນໃຫຍ່, ນີ້ບໍ່ແມ່ນມີຄວາມໝາຍຄືກັບການ “ກັດກ້ອນເກືອກິນ” ບໍ? ບາງຄົນບໍ່ສາມາດອົດທົນຕໍ່ໄປໄດ້ອີກຫຼັງຈາກທີ່ເຊື່ອມາເປັນເວລາສິບປີ, ພວກເຂົາຈຶ່ງຈົ່ມວ່າ: “ມັນຜ່ານມາສິບປີແລ້ວ. ຊີວິດໄວໜຸ່ມຂອງຂ້ອຍໄດ້ເສຍໄປລ້າໆໃນຄຣິສຕະຈັກ. ຖ້າຫາກຂ້ອຍໄດ້ເຮັດວຽກໜັກໃນໂລກຕະຫຼອດສິບປີນີ້, ຂ້ອຍຈະຫາເງິນໄດ້ຫຼາຍສໍ່າໃດ? ບາງເທື່ອຂ້ອຍອາດຈະໄດ້ເປັນຜູ້ຈັດການແລ້ວ ແລະ ຂ້ອຍຄົງຈະມີຊັບສິນຢ່າງຫຼວງຫຼາຍ”. ພວກເຂົາຈຶ່ງຢູ່ບໍ່ເປັນສຸກ. ພວກເຂົາເຊື່ອໃນພຣະເຈົ້າເປັນເວລາສິບປີພຽງເພື່ອຕອບສະໜອງຕໍ່ຄວາມຢາກຮູ້ຢາກເຫັນພຽງໜ້ອຍໜຶ່ງ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາ ແຕ່ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງເລີຍ. ຜົນກໍຄື ພວກເຂົາບໍ່ໄດ້ຫຍັງເລີຍ. ພວກເຂົາເສຍໃຈທີ່ໄດ້ເຊື່ອໃນພຣະເຈົ້າ ແລະ ພວກເຂົາເຖິງກັບດ່າຕົນເອງວ່າ: “ເຈົ້າຄົນໂງ່, ເຈົ້າຄົນຈ້າເອີຍ! ເສັ້ນທາງໃຫຍ່ໂຕເຈົ້າບໍ່ໄປ, ເຈົ້າພັດຈະມາຍ່າງຢູ່ຂົວໄມ້ແປ້ນດຽວນີ້. ບໍ່ມີໃຜບັງຄັບເຈົ້າ; ແມ່ນເຈົ້າເລືອກເອງ!”. ບາງຄົນສາມາດອອກໄປໄດ້ແມ່ນແຕ່ຫຼັງຈາກທີ່ເຊື່ອມາເປັນເວລາສິບປີ, ຄິດຈະໄປກໍໄປເລີຍ. ຫຼັງຈາກທີ່ພະຍາຍາມເອົາຕົວລອດໃນສັງຄົມໄດ້ພຽງສອງສາມປີ, ພວກເຂົາກໍພົບວ່າການດໍາລົງຊີວິດໃນສັງຄົມບໍ່ໄດ້ສະດວກ ຫຼື ງ່າຍດາຍຄືດັ່ງທີ່ພວກເຂົາຈິນຕະນາການໄວ້ ແລະ ໂລກທີ່ບໍ່ເຊື່ອກໍບໍ່ໄດ້ມີສີສັນ ແລະ ເປັນດັ່ງອຸດົມຄະຕິຄືທີ່ມັນເບິ່ງຄື; ມັນບໍ່ງ່າຍເລີຍທີ່ພວກເຂົາຈະເອົາຕົວລອດຢູ່ບ່ອນໃດກໍຕາມໃນໂລກພາຍນອກ. ຫຼັງຈາກທີ່ຄິດທົບທວນແລ້ວ, ພວກເຂົາກໍພົບວ່າຄຣິສຕະຈັກຍັງດີກວ່າ, ສະນັ້ນ ພວກເຂົາຈຶ່ງໜ້າດ້ານກັບມາ. ເມື່ອກັບມາ, ພວກເຂົາກໍເວົ້າວ່າ: “ການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ; ຜູ້ບໍ່ມີຄວາມເຊື່ອເປັນຄົນບໍ່ດີ, ຄອຍແຕ່ຂົ່ມເຫັງຄົນອື່ນ. ມີຄວາມທຸກທໍລະມານຫຼາຍເກີນໄປໃນໂລກ. ຫຼາຍປີທີ່ຜ່ານມາໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ໂດຍບໍ່ໄດ້ດຳລົງຊີວິດໃນຄຣິສຕະຈັກ, ຂ້ານ້ອຍໄດ້ຕົກຢູ່ໃນຄວາມມືດ, ໄຫ້ຄວນຄາງ ແລະ ກັດແຂ້ວທຸກມື້; ຂ້ານ້ອຍຕົກລະກຳລຳບາກຈົນບໍ່ຄືກັບຄົນອີກຕໍ່ໄປ. ເຊື່ອໃນພຣະເຈົ້າດີກວ່າ!”. ພວກເຂົາປະກາດວ່າມັນດີກວ່າທີ່ຈະເຊື່ອໃນພຣະເຈົ້າ ແຕ່ຄວາມຈິງແລ້ວມັນເປັນເພາະພວກເຂົາໄດ້ຍິນວ່າມີໄພພິບັດຫຼາຍເກີນໄປໃນໂລກນີ້ ແລະ ມະນຸດຊາດກຳລັງຈະປະສົບກັບມະຫັນຕະໄພຄັ້ງໃຫຍ່ໃນໄວໆນີ້. ການມີເງິນ, ທີ່ດິນ, ລົດ ແລະ ເຮືອນກໍໄຮ້ປະໂຫຍດ; ມີພຽງແຕ່ຜູ້ທີ່ມີຄວາມເຊື່ອເທົ່ານັ້ນທີ່ຈະໄດ້ຮັບຄວາມລອດພົ້ນ. ສະນັ້ນ, ພວກເຂົາຈຶ່ງກັບມາເຊື່ອໃນພຣະເຈົ້າອີກຄັ້ງ. ນີ້ບໍ່ແມ່ນຜູ້ສວຍໂອກາດບໍ? (ແມ່ນແລ້ວ). ຄົນປະເພດສວຍໂອກາດສາມາດອອກຈາກຄຣິສຕະຈັກໄປໄດ້ທຸກເວລາ. ຖ້າພວກເຂົາເຫັນວ່າມີຄວາມຫວັງທີ່ຈະໄດ້ຮັບພອນໂດຍການກັບຄືນມາທີ່ຄຣິສຕະຈັກ, ພວກເຂົາກໍສາມາດກັບມາໄດ້ທຸກເວລາເຊັ່ນກັນ. ຫຼັງຈາກທີ່ກັບມາ, ພວກເຂົາສາມາດກ່າວຄໍາເສຍໃຈສອງສາມຄຳ ແລະ ກ່າວວ່າພວກເຂົາຈະບໍ່ມີວັນປະຖິ້ມພຣະເຈົ້າອີກ ແຕ່ຫຼັງຈາກທີ່ເຫັນວ່າສິ່ງຕ່າງໆໃນໂລກສະຫງົບລົງ ແລະ ງຽບສະຫງົບ ແລະ ພວກເຂົາຍັງສາມາດເພີດເພີນກັບຊີວິດດີໆໄດ້ອີກສອງສາມມື້, ພວກເຂົາກໍສາມາດອອກຈາກຄຣິສຕະຈັກໄປອີກຄັ້ງໃນທຸກເວລາ. ພວກເຂົາຖືວ່າເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກແມ່ນຫຍັງ? ພວກເຂົາຖືວ່າມັນແມ່ນຕະຫຼາດເສລີ, ຢາກມາຕອນໃດກໍມາ ຢາກໄປຕອນໃດກໍໄປ. ບອກເຮົາມາເບິ່ງ, ຖ້າຄົນປະເພດນີ້ຖືກກຳຈັດອອກ ຫຼື ອອກໄປເອງ, ຄຣິສຕະຈັກຄວນຮັບເອົາພວກເຂົາກັບຄືນມາບໍ ຖ້າພວກເຂົາຕ້ອງການກັບມາ? (ບໍ່ຄວນ). ບໍ່ຄວນຮັບເອົາພວກເຂົາກັບຄືນມາ. ການຮັບເອົາພວກເຂົາກັບຄືນມາເປັນຄວາມຜິດພາດ ແລະ ເປັນການລະເມີດຫຼັກການ. ຄົນເຫຼົ່ານີ້ບໍ່ໄດ້ມາດຕະຖານຂອງການເປັນສະມາຊິກຄຣິສຕະຈັກ. ພວກເຂົາສາມາດອອກຈາກຄຣິສຕະຈັກໄປໄດ້ທຸກເວລາ ແລະ ເພື່ອທີ່ຈະໄດ້ຮັບພອນ ພວກເຂົາກໍສາມາດແຊກຊຶມເຂົ້າມາໃນຄຣິສຕະຈັກໄດ້ທຸກເວລາ ແຕ່ຕະຫຼອດເວລານີ້ ພວກເຂົາບໍ່ເຄີຍຍອມຮັບຄວາມຈິງເລີຍ. ສິ່ງນີ້ພິສູດໃຫ້ເຫັນວ່າພວກເຂົາບໍ່ແມ່ນຜູ້ທີ່ເຊື່ອຢ່າງແທ້ຈິງ. ຄົນດັ່ງກ່າວຈະເປັນເປົ້າໝາຍຂອງການກຳຈັດອອກ ແລະ ການຂັບໄລ່ຕະຫຼອດໄປ. ຄຣິສຕະຈັກຄວນກຳຈັດພວກເຂົາອອກ ແລະ ບອກພວກເຂົາວ່າ: “ຢ່າໄດ້ເສຍໃຈ. ເມື່ອເຈົ້າໄປແລ້ວ, ເຈົ້າຈະກັບມາບໍ່ໄດ້ອີກ. ຄຣິສຕະຈັກຈະບໍ່ເປີດປະຕູໃຫ້ເຈົ້າເປັນເທື່ອທີສອງ. ນີ້ຄືຫຼັກການ”. ບາງຄົນເວົ້າວ່າ: “ຕອນນັ້ນພວກເຂົາໂງ່ຈ້າ ແຕ່ຕອນນີ້ພວກເຂົາປະພຶດຕົນດີຫຼາຍ. ພວກເຂົາເຊື່ອຟັງຄືກັບລູກແກະນ້ອຍ, ເປັນຕາອີຕົນຄືກັບຄົນຈອນຈັດທີ່ບໍ່ມີເຮືອນຢູ່. ເມື່ອໃດກໍຕາມທີ່ພວກເຂົາເຫັນອ້າຍເອື້ອຍນ້ອງ, ພວກເຂົາກໍສະແດງຄວາມເສຍໃຈ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນຂອງພວກເຂົາ, ຕາຂອງພວກເຂົາແດງກໍ່າຈາກການຮ້ອງໄຫ້ດ້ວຍຄວາມສຳນຶກຜິດ. ເບິ່ງແລ້ວເປັນອີຕົນຫຼາຍ ແລະ ທ່າທີໃນການສາລະພາບບາບຂອງພວກເຂົາກໍດີຫຼາຍ. ໃຫ້ພວກເຂົາກັບຄືນມາສາ”. ໃນນີ້ມີປະໂຫຍກໃດທີ່ສອດຄ່ອງກັບຫຼັກການແດ່ບໍ? (ບໍ່ມີ). ແມ່ນແຕ່ຫຼັງຈາກທີ່ເຊື່ອມາເປັນເວລາສາມປີ ຫຼື ສິບປີ, ພວກເຂົາກໍຍັງສາມາດອອກຈາກຄຣິສຕະຈັກໄປຢ່າງເດັດດ່ຽວ ແລະ ບໍ່ລັງເລ. ພວກນີ້ແມ່ນພວກເປັນຕາເວດທະນາປະເພດໃດກັນແທ້? ພວກເຂົາແມ່ນຜູ້ທີ່ເຊື່ອຢ່າງແທ້ຈິງບໍ? (ບໍ່ແມ່ນ). ພວກເຂົາມີຄວາມຈິງໃຈແດ່ບໍ ເມື່ອພວກເຂົາເລືອກທີ່ຈະຕິດຕາມພຣະເຈົ້າໃນເບື້ອງຕົ້ນ? ບໍ່ມີ. ຖ້າຫາກພວກເຂົາມີຄວາມຈິງໃຈແມ່ນແຕ່ໜ້ອຍດຽວ, ພວກເຂົາກໍຄົງຈະບໍ່ຕັດສິນໃຈຢ່າງເດັດດ່ຽວທີ່ຈະອອກຈາກຄຣິສຕະຈັກ. ໂດຍທົ່ວໄປແລ້ວ, ຄົນເຮົາອາດຈະມີຄວາມຄິດເຊັ່ນນັ້ນໄດ້ຫຼາຍທີ່ສຸດກໍຕໍ່ເມື່ອພວກເຂົາອ່ອນແອ, ໝົດຫວັງ ຫຼື ເມື່ອສິ່ງຕ່າງໆບໍ່ເປັນໄປດ້ວຍດີສຳລັບພວກເຂົາ ແຕ່ພວກເຂົາຈະບໍ່ມີວັນຕັດສິນໃຈຢ່າງເດັດດ່ຽວທີ່ຈະອອກຈາກຄຣິສຕະຈັກເພື່ອຊອກຫາເສັ້ນທາງອື່ນ ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາສາມ, ຫ້າ ຫຼື ແມ່ນແຕ່ສິບປີ. ຖ້າພວກເຂົາສາມາດອອກຈາກຄຣິສຕະຈັກໄປຕາມອຳເພີໃຈ, ມັນກໍສະແດງໃຫ້ເຫັນວ່າພວກເຂົາບໍ່ໄດ້ຈິງໃຈເມື່ອພວກເຂົາຍອມຮັບເສັ້ນທາງທີ່ແທ້ຈິງ ແລະ ເຂົ້າຮ່ວມຄຣິສຕະຈັກໃນເບື້ອງຕົ້ນ; ພວກເຂົາມີເຈດຕະນາ ແລະ ເປົ້າໝາຍແອບແຝງ, ເວົ້າໄດ້ພຽງເທົ່ານີ້. ຕ້ອງແຍກແຍະຄົນປະເພດນີ້ໃຫ້ອອກຢ່າງຊັດເຈນ. ພວກເຂົາບໍ່ແມ່ນຜູ້ທີ່ເຊື່ອຢ່າງແທ້ຈິງ. ການເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະເຈົ້າຂອງພວກເຂົາກໍເພື່ອຄວາມຫວັງແບບສວຍໂອກາດທີ່ຈະໄດ້ຮັບພອນ. ຄົນດັ່ງກ່າວຖືກຈັດວ່າເປັນຜູ້ສວຍໂອກາດ ແລະ ເມື່ອແຍກແຍະອອກແລ້ວ ກໍຄວນຖືກກຳຈັດອອກຈາກຄຣິສຕະຈັກ. ຖ້າພວກເຂົາບໍ່ອອກຈາກຄຣິສຕະຈັກ ແລະ ຍັງຄົງສືບຕໍ່ສວຍໂອກາດກັບສະຖານະການເພື່ອຜົນໄດ້ຮັບສ່ວນຕົວຂອງຕົວເອງພາຍໃນຄຣິສຕະຈັກ, ນັ້ນກໍເປັນເພາະວ່າບໍ່ມີໃຜສາມາດແຍກແຍະໄດ້ວ່າພວກເຂົາແມ່ນຫຍັງກັນແທ້. ແນວໃດກໍຕາມ, ຜ່ານການໂອ້ລົມໃນມື້ນີ້ກ່ຽວກັບການສະແດງອອກຕ່າງໆຂອງຜູ້ສວຍໂອກາດເຫຼົ່ານີ້, ຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກຄວນມີຄວາມເຂົ້າໃຈ ແລະ ການແຍກແຍະທີ່ຊັດເຈນກ່ຽວກັບຄົນປະເພດນີ້. ເມື່ອໃດທີ່ກວດພົບວ່າພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ ຫຼື ອະທິຖານຕໍ່ພຣະເຈົ້າ, ບໍ່ສົນໃຈວຽກງານຂອງພຣະເຈົ້າ ຫຼື ຄວາມຈິງທີ່ພຣະເຈົ້າສະແດງອອກ, ບໍ່ສົນໃຈສິ່ງທີ່ເປັນບວກ ແລະ ບໍ່ຈິງຈັງກັບສິ່ງເຫຼົ່ານັ້ນ, ແລ້ວກໍຄວນລະວັງພວກເຂົາຢ່າງໃກ້ຊິດ. ມັນຈຳເປັນທີ່ຈະຕ້ອງສັງເກດເຈດຕະນາ ແລະ ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ແລະ ກວດສອບໃຫ້ແນ່ໃຈເຖິງທັດສະນະຄະຕິຂອງພວກເຂົາຕໍ່ຄຣິສຕະຈັກ, ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ. ຖ້າມັນຊັດເຈນວ່າພວກເຂົາບໍ່ມີທັດສະນະຄະຕິທີ່ຖືກຕ້ອງ, ເມີນເສີຍເປັນພິເສດຕໍ່ການສະແຫວງຫາຄວາມຈິງ ແລະ ການປະຕິບັດໜ້າທີ່, ບໍ່ສະແດງຄວາມສົນໃຈໃດໆເລີຍ ແລະ ພວກເຂົາມີທັດສະນະຄະຕິທີ່ສົງໄສຕໍ່ພຣະທຳຂອງພຣະເຈົ້າຢູ່ສະເໝີ, ສາມາດຢືນຢັນໄດ້ວ່າຄົນເຫຼົ່ານີ້ແມ່ນຜູ້ສວຍໂອກາດ ແລະ ຜູ້ບໍ່ເຊື່ອ. ໃນກໍລະນີນັ້ນ, ບໍ່ຄວນຖືພວກເຂົາວ່າເປັນອ້າຍເອື້ອຍນ້ອງ; ພວກເຂົາບໍ່ແມ່ນສ່ວນໜຶ່ງຂອງຄຣິສຕະຈັກ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຄວນຖືກກຳຈັດອອກຈາກຄຣິສຕະຈັກ. ພວກເຂົາເຊື່ອມາຫຼາຍປີແລ້ວ ແຕ່ກໍຍັງບໍ່ຍອມຮັບຄວາມຈິງ; ມັນຈະເປັນປະໂຫຍດບໍທີ່ຈະໂອ້ລົມຄວາມຈິງກັບພວກເຂົາຕໍ່ໄປ? ມັນຈະເປັນຈິງໄດ້ບໍທີ່ຈະລໍຖ້າໃຫ້ພວກເຂົາກັບໃຈຕໍ່ໄປ? ຢ່າໄດ້ເຮັດວຽກກັບຄົນປະເພດນີ້ອີກຕໍ່ໄປ ແລະ ຢ່າໄດ້ລໍຖ້າໃຫ້ພວກເຂົາກັບໃຈ. ຖ້າພວກເຂົາບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຕົນ ແລະ ຍັງຢາກຢູ່ໃນຄຣິສຕະຈັກຕໍ່ໄປໂດຍບໍ່ຍອມອອກໄປ, ຜູ້ນໍາຄຣິສຕະຈັກກໍຄວນຊອກຫາວິທີທີ່ຈະແຍກພວກເຂົາອອກຢ່າງສະຫຼຽວສະຫຼາດ. ການເຮັດແບບນີ້ເໝາະສົມບໍ? (ເໝາະແລ້ວ). ເມື່ອຄົນເຫຼົ່ານີ້ຖືກແຍກແຍະວ່າເປັນຜູ້ສວຍໂອກາດ, ພວກເຂົາກໍຖືກຈັດຢູ່ໃນກຸ່ມຂອງຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອປະເພດຕ່າງໆແລ້ວ. ເນື່ອງຈາກພວກເຂົາເປັນຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອ, ພວກເຂົາຈຶ່ງສອດຄ່ອງກັບຫຼັກການ ແລະ ເງື່ອນໄຂຂອງການຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ການກຳຈັດພວກເຂົາອອກແຕ່ຫົວທີແມ່ນດີກວ່າການກຳຈັດພວກເຂົາອອກໃນພາຍຫຼັງຢ່າງແນ່ນອນ. ການກຳຈັດພວກເຂົາອອກແຕ່ຫົວທີຊ່ວຍຫຼີກລ່ຽງບັນຫາຫຼາຍຢ່າງ ແລະ ພວກເຂົາກໍບໍ່ຈຳເປັນຕ້ອງຮູ້ສຶກເສຍໃຈອີກຕໍ່ໄປ. ເຈົ້າຄວນບອກຄົນປະເພດນີ້ຢ່າງຊັດເຈນວ່າ: “ເຈົ້າບໍ່ຈຳເປັນຕ້ອງຄິດໄລ່ໃນໃຈຢູ່ຕະຫຼອດວ່າຈະອອກໄປເມື່ອໃດ ຫຼື ຈະອອກໄປແນວໃດ ແລະ ເຈົ້າບໍ່ຈຳເປັນຕ້ອງຄິດໄລ່ຢູ່ຕະຫຼອດວ່າຈະຢູ່ ຫຼື ຈະໄປ. ເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າບໍ່ໄດ້ບັງຄັບຄົນ; ຖ້າເຈົ້າຢາກອອກໄປ, ຄຣິສຕະຈັກກໍຈະບໍ່ພະຍາຍາມຊັກຊວນໃຫ້ເຈົ້າຢູ່ຕໍ່. ແຕ່ມີສິ່ງໜຶ່ງທີ່ຕ້ອງເວົ້າໃຫ້ເຈົ້າເຂົ້າໃຈຢ່າງແຈ່ມແຈ້ງຄື: ຖ້າເຈົ້າແນ່ໃຈວ່າເຈົ້າບໍ່ແມ່ນຄົນຂອງເຮືອນຂອງພຣະເຈົ້າ ແລະ ເຈົ້າບໍ່ເຕັມໃຈທີ່ຈະເປັນສະມາຊິກຂອງຄຣິສຕະຈັກ, ກໍຈົ່ງອອກໄປໂດຍໄວເທົ່າທີ່ຈະໄວໄດ້; ຢ່າໄດ້ຊັກຊ້າ. ນີ້ກໍເພື່ອຜົນດີຂອງທຸກຄົນ. ຖ້າເຈົ້າເຊື່ອໃນການມີຢູ່ຂອງພຣະເຈົ້າ, ສາມາດຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ ແລະ ເຕັມໃຈຢ່າງແທ້ຈິງທີ່ຈະເຂົ້າຮ່ວມຄຣິສຕະຈັກ, ເຈົ້າກໍເປັນສະມາຊິກຂອງຄຣິສຕະຈັກຢ່າງຖືກຕ້ອງ. ແຕ່ຕອນນີ້, ເຈົ້າບໍ່ແມ່ນ. ເຈົ້າມາເພື່ອສວຍໂອກາດ ແລະ ບາງເທື່ອເຈົ້າອາດຈະບໍ່ຮູ້ຕົວ ແຕ່ພວກເຮົາໄດ້ແຍກແຍະອອກແລ້ວ ໂດຍອີງຕາມພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ຫຼັກການຂອງຄຣິສຕະຈັກໃນການຈັດການກັບຄົນທຸກປະເພດ ທີ່ວ່າເຈົ້າແມ່ນຜູ້ສວຍໂອກາດ. ເຈົ້າຄອຍແຕ່ຄິດໄລ່ຫາເວລາທີ່ເໝາະສົມທີ່ຈະອອກຈາກຄຣິສຕະຈັກ; ສິ່ງນີ້ມັນຊ່າງເປັນຕາໜ້າລຳຄານ. ເຈົ້າບໍ່ຈຳເປັນຕ້ອງຊອກຫາເວລາທີ່ເໝາະສົມ; ເຈົ້າສາມາດອອກໄປໄດ້ດຽວນີ້. ຖ້າເຈົ້າບໍ່ແນ່ໃຈກ່ຽວກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າຢູ່ສະເໝີ, ເຮົາກໍຈະບອກເຈົ້າຢ່າງຊັດເຈນດຽວນີ້ເລີຍວ່າ: ເຈົ້າບໍ່ຈຳເປັນຕ້ອງຄິດທົບທວນ ຫຼື ກວດສອບສິ່ງຕ່າງໆອີກຕໍ່ໄປ, ເຈົ້າບໍ່ຈຳເປັນຕ້ອງສ້າງຄວາມລຳບາກໃຫ້ກັບຕົນເອງອີກຕໍ່ໄປ, ເຈົ້າສາມາດອອກຈາກຄຣິສຕະຈັກໄປໄດ້ດຽວນີ້, ປະຕູຂອງເຮືອນຂອງພຣະເຈົ້າເປີດຢູ່ ແລະ ເຮືອນຂອງພຣະເຈົ້າຈະບໍ່ກັກຕົວເຈົ້າໄວ້, ເຮືອນຂອງພຣະເຈົ້າບໍ່ໄດ້ບັງຄັບຄົນ”. ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ). ໃຫ້ “ທາງອອກ” ແກ່ພວກເຂົາ; ຢ່າປ່ອຍໃຫ້ພວກເຂົາທົນທຸກທໍລະມານຢູ່ບ່ອນນີ້ທຸກມື້ຄືມົດໃນກະທະຮ້ອນ, ຖືກທໍລະມານຢູ່ຕະຫຼອດເວລາຈາກຄວາມຮູ້ສຶກ, ເນື້ອໜັງ, ອະນາຄົດຂອງພວກເຂົາ ແລະ ບັນຫາເລື່ອງການຢູ່ ຫຼື ການໄປ. ບໍ່ວ່າພວກເຂົາຈະຖືກທໍລະມານຈາກສິ່ງເຫຼົ່ານີ້ຫຼາຍສໍ່າໃດກໍຕາມ, ມັນກໍບໍ່ເຄີຍນໍາໄປສູ່ສິ່ງໃດເລີຍ. ພວກເຂົາຍັງຄົງຄິດທົບທວນຢູ່ໃນໃຈວ່າຈະອອກໄປເມື່ອໃດ, ຈະອອກໄປແນວໃດ, ພວກເຂົາຈະໄດ້ຮັບຄວາມສູນເສຍ ແລະ ໂຊກຮ້າຍບໍ ຖ້າພວກເຂົາອອກໄປໄວ ແລະ ພວກເຂົາຈະສາມາດໄດ້ຮັບພອນບໍ ຖ້າພວກເຂົາຢູ່ຕໍ່ໄປ. ຈະເປັນແນວໃດ ຖ້າພວກເຂົາອອກໄປແລ້ວພຣະທຳຂອງພຣະເຈົ້າສໍາເລັດເປັນຈິງ? ຈະເປັນແນວໃດ ຖ້າພວກເຂົາບໍ່ອອກໄປ ແລະ ພຣະທຳຂອງພຣະເຈົ້າຍັງຄົງບໍ່ສໍາເລັດເປັນຈິງ? ບໍ່ມີຄວາມຈຳເປັນທີ່ພວກເຂົາຈະຕ້ອງກັງວົນ ແລະ ກະວົນກະວາຍກ່ຽວກັບສິ່ງເຫຼົ່ານີ້ຢູ່ຕະຫຼອດເວລາ. ເນື່ອງຈາກພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າດ້ວຍຄວາມເຕັມໃຈຢ່າງແທ້ຈິງ, ພວກເຂົາກໍຄວນອອກໄປໂດຍໄວເທົ່າທີ່ຈະໄວໄດ້. ພວກເຂົາບໍ່ຄວນຢູ່ບ່ອນນີ້ເພື່ອສວຍໂອກາດຈາກສະຖານະການເພື່ອຜົນປະໂຫຍດສ່ວນຕົວ ໂດຍທໍາທ່າເປັນສິ່ງທີ່ເຂົາເຈົ້າບໍ່ແມ່ນ. ບອກເຮົາແດ່ວ່າມັນດີບໍທີ່ຈະແນະນຳພວກເຂົາແບບນີ້ ແລະ ຈັດການກັບມັນດ້ວຍວິທີນີ້? (ດີແລ້ວ). ມັນເກີນໄປບໍທີ່ຈະຈັດປະເພດຜູ້ສວຍໂອກາດເຂົ້າໃນກຸ່ມຄົນຊົ່ວຊ້າປະເພດຕ່າງໆທີ່ຈະຖືກກຳຈັດອອກ ຫຼື ຂັບໄລ່ອອກ? (ບໍ່ແມ່ນ). ບາງຄົນເວົ້າວ່າ: “ຈະຖືວ່າ່ຄົນປະເພດນີ້ເປັນຄົນຊົ່ວຊ້າໄດ້ແນວໃດ?” ໃນບັນດາຜູ້ບໍ່ເຊື່ອມີຄົນດີຈັກຄົນ? ໃນສາຍຕາຂອງພຣະເຈົ້າ, ອຸປະນິໄສ-ແກ່ນແທ້ຂອງຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ທີ່ຮັບຮູ້ວ່າມີພຣະເຈົ້າຢູ່ຈິງກໍຍັງຖືກຖືວ່າຊົ່ວຮ້າຍ, ແລ້ວແຮງໄກທີ່ຈະແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ບໍ່ຍອມຮັບການມີຢູ່ຂອງພຣະເຈົ້າໂດຍສິ້ນເຊີງ. ສະນັ້ນ ມັນເກີນໄປບໍທີ່ຈະຈັດປະເພດພວກເຂົາວ່າເປັນຄົນຊົ່ວຊ້າ? (ບໍ່ແມ່ນ). ຢ່າງໃດກໍຕາມ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍຍັງຖືກເອີ້ນວ່າຄົນ, ຄົນຊົ່ວຊ້າ. ມັນກໍດີພໍແລ້ວທີ່ພວກເຂົາບໍ່ໄດ້ຖືກຈັດປະເພດວ່າເປັນຜີຮ້າຍທີ່ຊົ່ວຊ້າ. ການຈັດປະເພດພວກເຂົາເຂົ້າໃນກຸ່ມຄົນຊົ່ວຊ້າແມ່ນເໝາະສົມ ແລະ ສົມຄວນຢ່າງຍິ່ງ; ມັນບໍ່ໄດ້ເກີນໄປເລີຍ. ຄົນຊົ່ວຊ້າດັ່ງກ່າວກໍເປັນໜຶ່ງໃນຄົນປະເພດຕ່າງໆທີ່ຈະຖືກກຳຈັດອອກ ຫຼື ຂັບໄລ່ອອກໂດຍເຮືອນຂອງພຣະເຈົ້າເຊັ່ນກັນ. ນີ້ຄືຜູ້ບໍ່ເຊື່ອປະເພດທີສີ່ ເຊິ່ງມີຈຸດປະສົງໃນການເຊື່ອໃນພຣະເຈົ້າແບບສວຍໂອກາດ.

ລັກສະນະຕົ້ນຕໍຂອງຜູ້ສວຍໂອກາດແມ່ນຫຍັງ? ຜ່ານການພົວພັນຂອງພວກເຈົ້າກັບຄົນເຫຼົ່ານີ້ ແລະ ການສັງເກດເບິ່ງອຸປະນິໄສ, ມຸມມອງ, ທັດສະນະຄະຕິ ຫຼື ຄວາມເປັນມະນຸດທີ່ພວກເຂົາເປີດເຜີຍ, ພວກເຈົ້າໄດ້ພົບເຫັນລັກສະນະຕົ້ນຕໍຫຍັງແດ່? ຈົ່ງສະຫຼຸບພວກມັນອອກມາ. (ຜູ້ສວຍໂອກາດບໍ່ໄດ້ມາເຊື່ອໃນພຣະເຈົ້າໃນເບື້ອງຕົ້ນເພື່ອສະແຫວງຫາຄວາມຈິງ. ພວກເຂົາໄດ້ຍິນວ່າຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງຈະເລີນຮຸ່ງເຮືອງ, ສະນັ້ນ ພວກເຂົາຈຶ່ງມາເຊື່ອໃນພຣະເຈົ້າດ້ວຍຄວາມຫວັງທີ່ຈະໄດ້ຮັບຜົນປະໂຫຍດ ແລະ ພອນບາງຢ່າງຈາກເຮືອນຂອງພຣະເຈົ້າ, ເພື່ອສະແຫວງຫາກຳໄລເທົ່ານັ້ນ. ຖ້າພວກເຂົາບໍ່ໄດ້ຮັບສິ່ງເຫຼົ່ານີ້ພາຍຫຼັງໄລຍະໜຶ່ງ, ພວກເຂົາກໍຢາກຈະອອກໄປ. ຄົນເຫຼົ່ານີ້ບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ບໍ່ສົນໃຈໃນການເຊື່ອໃນພຣະເຈົ້າເລີຍ). ບັນຫາໃຫຍ່ທີ່ສຸດຂອງຜູ້ສວຍໂອກາດແມ່ນຫຍັງ? ບັນຫາຫຼັກກໍຄື ພວກເຂົາບໍ່ສົນໃຈຄວາມຈິງ ແຕ່ສົນໃຈທີ່ສຸດໃນການໄດ້ຮັບພອນ, ສະນັ້ນ ມັນຈຶ່ງເປັນເລື່ອງຍາກທີ່ສຸດສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ. ບາງຄົນເວົ້າວ່າ: “ເຈົ້າບໍ່ສາມາດກຳຈັດ ຫຼື ຂັບໄລ່ພວກເຂົາອອກພຽງເພາະວ່າພວກເຂົາບໍ່ສົນໃຈຄວາມຈິງ, ແມ່ນບໍ?” ການທີ່ຄົນເຫຼົ່ານີ້ຂາດຄວາມສົນໃຈຄວາມຈິງແມ່ນສະແດງອອກຕົ້ນຕໍຄື ພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມຄວາມຈິງ. ຖ້າພວກເຂົາໄດ້ຍິນຄົນໃດຄົນໜຶ່ງໂອ້ລົມຄວາມຈິງ ແລະ ເວົ້າກ່ຽວກັບການຮູ້ຈັກຕົນເອງ ຫຼື ການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ພວກເຂົາຈະຮູ້ສຶກເບື່ອໜ່າຍເປັນພິເສດໃນໃຈ ແລະ ບໍ່ສົນໃຈເລີຍ ແລະ ພວກເຂົາກໍເລີ່ມເຊືອບຫຼັບ. ພວກເຂົາເບື່ອໜ່າຍສິ່ງເຫຼົ່ານີ້ຢ່າງສຸດຂີດ ແລະ ເຖິງກັບໃຊ້ການເວົ້າຈາໄຮ້ສາລະ, ການເວົ້າກ່ຽວກັບໄພພິບັດ ແລະ ການໂອ້ລົມກ່ຽວກັບການທີ່ພຣະເຈົ້າສະແດງໝາຍສຳຄັນ ແລະ ການອັດສະຈັນ ເພື່ອລົບກວນຄົນອື່ນຈາກການໂອ້ລົມຄວາມຈິງ. ຜົນກໍຄືບາງຄົນທີ່ບໍ່ສະແຫວງຫາຄວາມຈິງກໍຕື່ນເຕັ້ນເມື່ອໄດ້ຍິນຫົວຂໍ້ເຫຼົ່ານີ້ ແລະ ເຂົ້າຮ່ວມໃນການສົນທະນາ. ນີ້ບໍ່ແມ່ນການລົບກວນຊີວິດຄຣິສຕະຈັກຢ່າງຈະແຈ້ງບໍ? ພວກເຂົາບໍ່ຄ່ອຍໄດ້ອ່ານພຣະທຳຂອງພຣະເຈົ້າໃນຊີວິດປະຈຳວັນຂອງພວກເຂົາ ແລະ ເມື່ອພວກເຂົາອ່ານເປັນບາງຄັ້ງຄາວ ກໍອາດຈະເປັນເພາະມີບາງສິ່ງລົບກວນຈິດໃຈຂອງພວກເຂົາ. ພວກເຂົາບໍ່ສົນໃຈການເຕົ້າໂຮມ, ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ ຫຼື ການໂອ້ລົມພຣະທຳຂອງພຣະເຈົ້າ. ພວກເຂົາສົນໃຈແຕ່ພຽງວ່າ: “ມື້ຂອງພຣະເຈົ້າຈະມາເຖິງເມື່ອໃດ? ຄວາມຫາຍຍະນະໃຫຍ່ຈະສິ້ນສຸດລົງເມື່ອໃດ? ພວກເຮົາຈະສາມາດເພີດເພີນກັບພອນແຫ່ງອານາຈັກສະຫວັນໄດ້ເມື່ອໃດ?” ພວກເຂົາສົງໄສກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ. ຖ້າບໍ່ມີໃຜໂອ້ລົມກ່ຽວກັບຫົວຂໍ້ເຫຼົ່ານີ້, ພວກເຂົາກໍຈະເຂົ້າໄປຄົ້ນຫາໃນອິນເຕີເນັດ ແລະ ຫຼັງຈາກທີ່ຄົ້ນຫາແລ້ວ, ພວກເຂົາກໍເລີ່ມເຜີຍແຜ່ສິ່ງເຫຼົ່ານີ້ໃນລະຫວ່າງການເຕົ້າໂຮມ. ຫົວໃຈຂອງພວກເຂົາເຕັມໄປດ້ວຍສິ່ງເຫຼົ່ານີ້. ຕາບໃດທີ່ພວກເຂົາໄດ້ຍິນຄົນອື່ນໂອ້ລົມກ່ຽວກັບຫົວຂໍ້ທີ່ພວກເຂົາສົນໃຈ, ພວກເຂົາກໍສາມາດເວົ້າເສີມ ແລະ ເຂົ້າຮ່ວມການໂອ້ລົມໄດ້. ແຕ່ທັນທີທີ່ພວກເຂົາໄດ້ຍິນເນື້ອຫາທີ່ກ່ຽວຂ້ອງກັບຄວາມຈິງ ຫຼື ພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ຢາກຟັງ. ພວກເຂົາເລີ່ມເຊືອບຫຼັບ ແລະ ບາງຄົນກໍເຖິງກັບອອກໄປ ໃນຂະນະທີ່ຄົນອື່ນກໍເລີ່ມເກົາຫູເກົາຫົວ, ສະແດງທ່າທາງທີ່ຂີ້ຮ້າຍທຸກຮູບແບບອອກມາ. ເຈົ້າເວົ້າວ່າ: “ໃຫ້ໂອ້ລົມພຣະທຳຂອງພຣະເຈົ້າກັນເທາະ”. ພວກເຂົາກໍເວົ້າວ່າ: “ຂ້ອຍຫິວນໍ້າ, ຂ້ອຍຕ້ອງດື່ມນໍ້າ”. ເຈົ້າເວົ້າວ່າ: “ໃຫ້ໂອ້ລົມກ່ຽວກັບການຮູ້ຈັກຕົນເອງກັນເທາະ” ຫຼື “ໃຫ້ໂອ້ລົມກ່ຽວກັບລາຍລະອຽດຂອງການປະຕິບັດໜ້າທີ່ກັນເທາະ; ໃຫ້ເບິ່ງວ່າພຣະທຳຂອງພຣະເຈົ້າກ່າວແນວໃດກ່ຽວກັບເລື່ອງນີ້ ແລະ ຫຼັກການຄວາມຈິງແມ່ນຫຍັງ”. ພວກເຂົາກໍເວົ້າວ່າ: “ຂ້ອຍມີວຽກຕ້ອງເຮັດ. ຂ້ອຍຂໍໂຕໄປກ່ອນ. ພວກເຈົ້າລົມກັນຕໍ່ສາ”. ພວກເຂົາຊອກຫາຂໍ້ອ້າງທຸກປະເພດເພື່ອປະຕິເສດ ແລະ ບໍ່ຍອມຮັບການໂອ້ລົມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ສິ່ງນີ້ເປີດເຜີຍຄວາມຈິງຢ່າງຊັດເຈນວ່າ ພວກເຂົາບໍ່ພຽງແຕ່ບໍ່ຮັກຄວາມຈິງ ແຕ່ພວກເຂົາຍັງເບື່ອໜ່າຍ ແລະ ຕໍ່ຕ້ານຄວາມຈິງຈາກສ່ວນເລິກຂອງຫົວໃຈຂອງພວກເຂົາອີກດ້ວຍ. ເມື່ອໃດກໍຕາມທີ່ກ່າວເຖິງພຣະທຳຂອງພຣະເຈົ້າ, ຄວາມຈິງ, ພວກເຂົາບໍ່ໄດ້ຄັດຄ້ານ ຫຼື ໂຕ້ຖຽງຢ່າງເປີດເຜີຍ ແຕ່ຊອກຫາຂໍ້ອ້າງຕ່າງໆເພື່ອປະຕິເສດ ແລະ ຫຼີກລ່ຽງພວກມັນ. ພຶດຕິກຳເຫຼົ່ານີ້ບໍ່ສາມາດສະແດງໃຫ້ເຫັນຢ່າງຊັດເຈນບໍວ່າພວກເຂົາແມ່ນຜູ້ສວຍໂອກາດ? ມັນບໍ່ໄດ້ຊີ້ໃຫ້ເຫັນຢ່າງຊັດເຈນບໍວ່າພວກເຂົາແມ່ນຜູ້ບໍ່ເຊື່ອ ທີ່ເຊື່ອໃນພຣະເຈົ້າເພື່ອຈຸດປະສົງບາງຢ່າງ, ເພື່ອການສວຍໂອກາດ? (ແມ່ນແລ້ວ). ບາງຄົນເວົ້າວ່າ: “ເຈົ້າເວົ້າວ່າພວກເຂົາແມ່ນຜູ້ບໍ່ເຊື່ອ ແລະ ບໍ່ໄດ້ຕິດຕາມພຣະເຈົ້າຢ່າງຈິງໃຈ, ສະນັ້ນ ເປັນຫຍັງພວກເຂົາຈຶ່ງສາມາດເຊື່ອມາຈົນເຖິງປັດຈຸບັນ ແລະ ຍັງຄົງອອກເຫື່ອເທແຮງ ແລະ ອົດທົນຕໍ່ຄວາມຍາກລຳບາກເພື່ອວຽກງານຂອງຄຣິສຕະຈັກໄດ້?” ພຶດຕິກຳທີ່ເຮົາຫາກໍກ່າວເຖິງນັ້ນບໍ່ພຽງພໍທີ່ຈະຕອບຄຳຖາມນີ້ບໍ? ພຶດຕິກຳເຫຼົ່ານີ້ພຽງພໍທີ່ຈະພິສູດວ່າການແຍກແຍະ ແລະ ການກຳນົດລັກສະນະຂອງພວກເຮົາກ່ຽວກັບພວກເຂົາແມ່ນຖືກຕ້ອງ. ສະນັ້ນ, ເພື່ອປະເມີນວ່າຈຸດປະສົງຂອງບຸກຄົນໃດໜຶ່ງໃນການເຊື່ອໃນພຣະເຈົ້າເປັນການສວຍໂອກາດ ຫຼື ບໍ່, ເຈົ້າຄວນປະເມີນ ແລະ ແຍກແຍະມັນໂດຍອີງໃສ່ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ພາລະກິດຂອງພຣະເຈົ້າ, ຄວາມຈິງ ແລະ ຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ນີ້ແມ່ນວິທີທີ່ຖືກຕ້ອງທີ່ສຸດ. ມັນບໍ່ຖືກຕ້ອງ ແລະ ບໍ່ອີງຕາມຄວາມເປັນຈິງທີ່ຈະປະເມີນມັນໂດຍອີງໃສ່ພຶດຕິກຳ ແລະ ການກະທຳພາຍນອກຂອງພວກເຂົາ. ມີພຽງແຕ່ຄວາມຄິດພາຍໃນທີ່ແທ້ຈິງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງເທົ່ານັ້ນທີ່ເປີດເຜີຍບັນຫາ; ມີພຽງແຕ່ສິ່ງເຫຼົ່ານີ້ເທົ່ານັ້ນທີ່ເປັນມາດຕະຖານທີ່ຖືກຕ້ອງທີ່ສຸດສຳລັບການກຳນົດລັກສະນະວ່າພວກເຂົາແມ່ນຄົນປະເພດໃດ. ຕອນນີ້, ໂດຍພື້ນຖານແລ້ວ ພວກເຈົ້າເຂົ້າໃຈແຈ່ມແຈ້ງກ່ຽວກັບແກ່ນແທ້ຂອງຜູ້ທີ່ມີຈຸດປະສົງໃນການເຊື່ອໃນພຣະເຈົ້າແບບສວຍໂອກາດແລ້ວບໍ? ພວກເຈົ້າທຸກຄົນເຄີຍພົບພໍ້ຄົນປະເພດນີ້ແດ່ບໍ? (ເຄີຍ). ມັນຈະດີກວ່າທີ່ຄົນປະເພດນີ້ຈະອອກໄປໂດຍໄວເທົ່າທີ່ຈະໄວໄດ້. ຖ້າພວກເຂົາເຕັມໃຈຢ່າງແທ້ຈິງທີ່ຈະຮັບໃຊ້, ກໍຍັງສາມາດເກັບພວກເຂົາໄວ້ໄດ້ຢ່າງບໍ່ເຕັມໃຈ. ແນວໃດກໍຕາມ, ຖ້າພວກເຂົາບໍ່ປະຕິບັດໜ້າທີ່ຂອງຕົນ ແລະ ບໍ່ສາມາດຮັບໃຊ້ ແຕ່ພັດກໍ່ການລົບກວນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກ, ກໍຄວນໃຫ້ພວກເຂົາອອກໄປໂດຍໄວເທົ່າທີ່ຈະໄວໄດ້. ນີ້ຄືຫຼັກການສຳລັບການກຳຈັດຜູ້ບໍ່ເຊື່ອອອກ. ເຮືອນຂອງພຣະເຈົ້າຕ້ອງການຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ຮັກຄວາມຈິງ; ເຮືອນຂອງພຣະອົງຕ້ອງການຜູ້ຮັບໃຊ້ທີ່ຈົງຮັກພັກດີ. ເຮືອນຂອງພຣະເຈົ້າບໍ່ຕ້ອງການຜູ້ບໍ່ເຊື່ອ ຫຼື ຜູ້ທີ່ລັງເລສັງເກດການມາເພື່ອໃຫ້ຄົບຈໍານວນຊື່ໆຢ່າງເດັດຂາດ. ຄຣິສຕະຈັກບໍ່ຕ້ອງການຄົນໃດຄົນໜຶ່ງເພື່ອໃຫ້ຄົບຈຳນວນເຊັ່ນກັນ. ພວກເຮົາຈະຈົບການໂອ້ລົມກ່ຽວກັບຫົວຂໍ້ນີ້ໄວ້ພຽງເທົ່ານີ້.

E. ການອາໄສຄຣິດຕະຈັກກິນ

ຕໍ່ໄປພວກເຮົາຈະໂອ້ລົມກັນກ່ຽວກັບຈຸດປະສົງຂໍ້ທີຫ້າ: ການເຊື່ອໃນພຣະເຈົ້າເພື່ອອາໄສຄຣິດຕະຈັກກິນ. ພວກເຈົ້າທຸກຄົນຄຸ້ນເຄີຍກັບຫົວຂໍ້ການອາໄສຄຣິດຕະຈັກກິນນີ້, ແມ່ນບໍ່? (ແມ່ນແລ້ວ). ຄົນປະເພດທີ່ອາໄສຄຣິດຕະຈັກກິນນີ້ມີການສະແດງອອກຫຍັງແດ່? ພວກເຮົາຈະສາມາດລະບຸໄດ້ຜ່ານການສະແດງອອກໃດແດ່ວ່າ ຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ບໍລິສຸດ, ວ່າພວກເຂົາບໍ່ໄດ້ຕິດຕາມພຣະເຈົ້າຢ່າງຈິງໃຈ ຫຼື ພະຍາຍາມທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ວ່າພວກເຂົາບໍ່ໄດ້ເຂົ້າມາເພື່ອສະແຫວງຫາ ແລະ ຍອມຮັບຄວາມຈິງ ແລະ ປະຕິບັດພຣະທຳຂອງພຣະເຈົ້າບົນພື້ນຖານຂອງຄວາມເຊື່ອໃນການມີຢູ່ຂອງພຣະເຈົ້າ ແລະ ຄວາມເຕັມໃຈທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ ເພື່ອທີ່ພວກເຂົາຈະສາມາດບັນລຸເປົ້າໝາຍໃນການໄດ້ຮັບຄວາມລອດພົ້ນ ແຕ່ເຂົ້າມາເພື່ອອາໄສຄຣິດຕະຈັກກິນຕ່າງຫາກ? ການອາໄສຄຣິດຕະຈັກກິນໝາຍຄວາມວ່າແນວໃດ? ຄວາມໝາຍໃນລະດັບຜິວເຜີນແມ່ນຈະແຈ້ງຫຼາຍ. ມັນໝາຍເຖິງການເຂົ້າຮ່ວມນິກາຍໃດໜຶ່ງຜ່ານຄວາມເຊື່ອທາງສາສະໜາ ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງກັບຊີວິດປະຈຳວັນຂອງຕົນ ແລະ ບັນຫາການມີອາຫານການກິນ. ນີ້ຄືຄຳນິຍາມຂອງການອາໄສຄຣິດຕະຈັກກິນທີ່ກະທັດຮັດ ແລະ ຊັດເຈນທີ່ສຸດ ແລະ ມັນກໍເປັນຄຳນິຍາມທີ່ແຈ່ມແຈ້ງທີ່ສຸດເຊັ່ນກັນ. ແລ້ວຄົນເຫຼົ່ານີ້ສະແດງອອກແນວໃດຈຶ່ງເປັນການຢືນຢັນວ່າພວກເຂົາບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ ແຕ່ເຂົ້າມາເພື່ອອາໄສຄຣິດຕະຈັກກິນຕ່າງຫາກ? ບາງຄົນມີຄວາມຊ່ຽວຊານໃນທັກສະໃດໜຶ່ງ ແລະ ມີຄວາມສາມາດໃນການເຮັດວຽກຄືກັບຄົນປກກະຕິ ແຕ່ພວກເຂົາເຫັນວ່າສັງຄົມນີ້ບໍ່ຍຸຕິທຳ ແລະ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຫາລ້ຽງຊີບດ້ວຍການເຮັດວຽກໃນສັງຄົມ. ການຫາເງິນດ້ວຍການເຮັດວຽກເພື່ອລ້ຽງດູສະມາຊິກທຸກຄົນໃນຄອບຄົວຮຽກຮ້ອງໃຫ້ຕ້ອງຕື່ນແຕ່ເຊົ້າ ແລະ ເຂົ້ານອນເດິກ, ທົນກັບຄວາມຍາກລຳບາກຫຼາຍຢ່າງ ແລະ ອົດທົນຕໍ່ຄວາມທຸກໃຈຫຼາຍຢ່າງ, ຄົນເຮົາຕ້ອງມີໄຫວພິບ ແລະ ປັບຕົວເກັ່ງເຊັ່ນກັນ ແຕ່ກໍຕ້ອງໂຫດຮ້າຍ ແລະ ຊົ່ວຊ້າພໍສົມຄວນ ແລະ ຕ້ອງມີກົນອຸບາຍ ແລະ ຄວາມສາມາດ, ເມື່ອນັ້ນຈຶ່ງຈະສາມາດມີຊີວິດການເປັນຢູ່ທີ່ໝັ້ນຄົງ ແລະ ຕັ້ງຕົວໃນສັງຄົມໄດ້. ເມື່ອເບິ່ງຄົນທີ່ເຮັດວຽກ, ບໍ່ວ່າຈະຢູ່ໃນອຸດສາຫະກຳໃດ ແລະ ບໍ່ວ່າພວກເຂົາຈະຢູ່ໃນຊົນຊັ້ນສັງຄົມລະດັບສູງ, ກາງ ຫຼື ຕໍ່າ, ການຫາລ້ຽງຊີບກໍບໍ່ແມ່ນເລື່ອງງ່າຍ. ພະນັກງານຫ້ອງການເຫຼົ່ານັ້ນມີທ່າທາງເບິ່ງດີພາຍນອກ, ດ້ວຍຮູບຮ່າງໜ້າຕາທີ່ສະຫງ່າງາມ, ຕຳແໜ່ງທີ່ສູງ, ຄຸນວຸດທິການສຶກສາທີ່ສູງ ແລະ ເງິນເດືອນ ແລະ ຜົນປະໂຫຍດທີ່ດີ ແລະ ທຸກຄົນກໍອິດສາພວກເຂົາ ແຕ່ອຸປະສັກແຕ່ລະຢ່າງທີ່ພວກເຂົາພົບພໍ້ໃນບ່ອນເຮັດວຽກກໍຄືການທົດສອບອັນແສນສາຫັດ. ການເຮັດວຽກໃນຂະແໜງການໃດກໍບໍ່ແມ່ນເລື່ອງງ່າຍ. ການເປັນຊາວກະສິກອນ ແລະ ການເຮັດໄຮ່ໄຖນາຍິ່ງຍາກກວ່າ. ຊາວກະສິກອນເຮັດວຽກໜັກຢ່າງແສນສາຫັດ ແຕ່ພວກເຂົາກໍໄດ້ພຽງແຕ່ອາຫານພໍລ້ຽງຄອບຄົວ, ພວກເຂົາບໍ່ມີເງິນຊື້ເຄື່ອງນຸ່ງ ແລະ ສິ່ງຂອງຈຳເປັນອື່ນໆ ຫຼື ສ້ອມແປງເຮືອນຂອງພວກເຂົາ ແລະ ເມື່ອພວກເຂົາຢາກໃຊ້ເງິນ, ພວກເຂົາກໍຕ້ອງອາໄສການຂາຍຜັກ ຫຼື ລ້ຽງສັດເພື່ອເຮັດເຊັ່ນນັ້ນ, ການເປັນຊາວກະສິກອນຍິ່ງທຸກຍາກລຳບາກກວ່າ! ດັ່ງທີ່ພວກຜູ້ບໍ່ເຊື່ອເວົ້າວ່າ “ເງິນຫາຍາກ, ເກີດງ່າຍ ແຕ່ຢູ່ຍາກ”, ການຫາລ້ຽງຊີບແມ່ນຍາກຫຼາຍ. ບາງຄົນບໍ່ມີຊ່ອງທາງໃນການຫາລ້ຽງຊີບ ແລະ ພວກເຂົາເຫັນວ່າພວກຜູ້ບໍ່ເຊື່ອຊົ່ວຮ້າຍຫຼາຍ ແລະ ຄິດວ່າຜູ້ທີ່ມີຄວາມເຊື່ອທາງສາສະໜາເປັນຄົນບໍ່ມີເລ່ຫຼ່ຽມ ແລະ ການຫາລ້ຽງຊີບໃນຄຣິດຕະຈັກອາດຈະງ່າຍກວ່າໜ້ອຍໜຶ່ງ, ສະນັ້ນ ພວກເຂົາຈຶ່ງສວຍໂອກາດທີ່ເຮືອນຂອງພຣະເຈົ້າປະກາດພຣະກິດຕິຄຸນເພື່ອແຊກຊຶມເຂົ້າໄປໃນຄຣິດຕະຈັກ. ຫຼັງຈາກທີ່ໄດ້ຍິນວ່າຜູ້ທີ່ປະຕິບັດໜ້າທີ່ຈະໄດ້ຮັບອາຫານ, ພວກເຂົາກໍມາເພື່ອປະຕິບັດໜ້າທີ່. ບາງຄົນທີ່ຢາກປະຕິບັດໜ້າທີ່ກໍຄິດວ່າ “ຂ້ອຍເປັນເສົາຫຼັກຂອງຄອບຄົວ. ຕາບໃດທີ່ມີຄົນເຮັດໄຮ່ໄຖນາຢູ່ເຮືອນ ແລະ ຄ່າໃຊ້ຈ່າຍໃນຄອບຄົວຂອງຂ້ອຍມີຄົນຈັດຫາໃຫ້, ຂ້ອຍກໍຈະປະຕິບັດໜ້າທີ່ຂອງຂ້ອຍ”. ຈຸດປະສົງຫຼັກຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ກໍເພື່ອໄດ້ຮັບອາຫານທີ່ພຽງພໍ ແລະ ເຄື່ອງນຸ່ງທີ່ເຮັດໃຫ້ອຸ່ນເພື່ອຮັບປະກັນການຢູ່ລອດຂອງພວກເຂົາ ເພື່ອໃຫ້ມີອາຫານກິນສາມຄາບຕໍ່ມື້ ແລະ ບໍ່ຈຳເປັນຕ້ອງອາໄສການເຮັດວຽກ ແລະ ການຫາເງິນເພື່ອລ້ຽງຊີບອີກຕໍ່ໄປ; ທຸກຢ່າງດີສຳລັບພວກເຂົາ ຕາບໃດທີ່ພວກເຂົາໄດ້ຮັບການຊ່ວຍເຫຼືອຈາກຄຣິດຕະຈັກ ແລະ ອ້າຍເອື້ອຍນ້ອງ. ເພື່ອບັນລຸເປົ້າໝາຍນີ້, ພວກເຂົາເຮັດທຸກຢ່າງທີ່ຄຣິດຕະຈັກຈັດແຈງໃຫ້ພວກເຂົາເຮັດ. ຍັງມີບາງຄົນທີ່ຫຼັງຈາກເຂົ້າຮ່ວມຄຣິດຕະຈັກແລ້ວ ກໍເລີ່ມຮຽນຮູ້ວິທີເປັນຜູ້ນຳ ແລະ ເທດສະໜາ. ພວກເຂົາອ່ານພຣະທຳຂອງພຣະເຈົ້າຫຼາຍ, ສໍາເນົາ ແລະ ທ່ອງຈຳພຣະທຳຂອງພຣະເຈົ້າຫຼາຍ ແລະ ຫຼັງຈາກທ່ອງຈຳໄດ້ແລ້ວ, ພວກເຂົາກໍຮຽນເທດສະໜາໃຫ້ຄົນອື່ນຟັງ ແລະ ຊ່ວຍເຫຼືອຜູ້ຄົນແກ້ໄຂບັນຫາ. ພວກເຂົາພະຍາຍາມທຸກວິທີທາງເພື່ອຊ່ວຍເຫຼືອທຸກຄົນ ແລະ ຫວັງວ່າຜູ້ຄົນຈະຍື່ນມືມາຊ່ວຍເຫຼືອພວກເຂົາຫຼັງຈາກທີ່ໄດ້ຮັບການຊ່ວຍເຫຼືອຈາກພວກເຂົາ ແລະ ຫວັງວ່າຜູ້ຄົນຈະຮູ້ສຶກຂອບໃຈພວກເຂົາຫຼັງຈາກທີ່ໄດ້ຟັງຄຳເທດສະໜາ ແລະ ພຣະທຳຂອງພຣະເຈົ້າທີ່ພວກເຂົາເທດສະໜາ ແລະ ດ້ວຍເຫດນີ້ຈຶ່ງໃຫ້ທານ ແລະ ຊ່ວຍເຫຼືອພວກເຂົາ. ຕົວຢ່າງ: ຖ້າພວກເຂົາບໍ່ມີເງິນຈ່າຍຄ່ານ້ຳປະປາ ແລະ ຄ່າໄຟຢູ່ເຮືອນ, ອ້າຍເອື້ອຍນ້ອງກໍສາມາດຊ່ວຍຈ່າຍໃຫ້ພວກເຂົາໄດ້ ແລະ ຖ້າພວກເຂົາບໍ່ມີເງິນຈ່າຍຄ່າຮຽນຂອງລູກ ຫຼື ຄ່າປິ່ນປົວພໍ່ແມ່ທີ່ເຈັບປ່ວຍ, ຄຣິດຕະຈັກ ຫຼື ອ້າຍເອື້ອຍນ້ອງກໍສາມາດສະໜອງເງິນທຶນເຫຼົ່ານີ້ໃຫ້ໄດ້ ເພາະວ່າພວກເຂົາກຳລັງປະຕິບັດໜ້າທີ່. ດ້ວຍວິທີນີ້, ພວກເຂົາຈຶ່ງຮູ້ສຶກສະບາຍໃຈໃນການເຊື່ອໃນພຣະເຈົ້າ ແລະ ຮູ້ສຶກວ່າຄວາມເຊື່ອໃນພຣະເຈົ້າຂອງພວກເຂົາຄຸ້ມຄ່າ, ວ່າພວກເຂົາບໍ່ໄດ້ສູນເສຍຫຍັງ ແລະ ວ່າພວກເຂົາໄດ້ບັນລຸເປົ້າໝາຍຂອງພວກເຂົາແລ້ວ. ພວກເຂົາຂອບໃຈພຣະເຈົ້າຢ່າງຕໍ່ເນື່ອງໃນໃຈຂອງພວກເຂົາ ໂດຍກ່າວວ່າ “ທັງໝົດນີ້ແມ່ນພຣະຄຸນຂອງພຣະເຈົ້າ, ແມ່ນຄວາມກະລຸນາຂອງພຣະເຈົ້າ. ຂອບໃຈພຣະເຈົ້າ!”. ເພື່ອ “ຕອບແທນ” ຄວາມຮັກຂອງພຣະເຈົ້າ, ພວກເຂົາຈຶ່ງ “ປະຕິບັດຕາມ” ການຈັດແຈງຂອງຄຣິດຕະຈັກ ແລະ ຕາບໃດທີ່ພວກເຂົາໄດ້ຮັບອາຫານ ແລະ ຄ່າໃຊ້ຈ່າຍໃນການດຳລົງຊີວິດ, ພວກເຂົາກໍຈະເຮັດວຽກທຸກປະເພດ. ເປົ້າໝາຍຂອງພວກເຂົາກໍພຽງເພື່ອຮັບປະກັນຊີວິດການເປັນຢູ່ທີ່ໝັ້ນຄົງເປັນການຕອບແທນ. ເມື່ອໃດທີ່ຄຣິດຕະຈັກເມີນເສີຍຕໍ່ຄວາມຕ້ອງການໃນການດຳລົງຊີວິດຂອງພວກເຂົາ ແລະ ບໍ່ໄດ້ແກ້ໄຂຄວາມຍາກລຳບາກຂອງພວກເຂົາຢ່າງທັນການ, ພວກເຂົາກໍຈະບໍ່ພໍໃຈ. ທັດສະນະຄະຕິຂອງພວກເຂົາຕໍ່ວຽກງານຂອງຄຣິດຕະຈັກ ແລະ ໜ້າທີ່ທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ພວກເຂົາກໍປ່ຽນແປງທັນທີ. ພວກເຂົາເວົ້າວ່າ “ແບບນີ້ບໍ່ໄດ້ແລ້ວ, ຂ້ອຍຕ້ອງອອກໄປຫາເງິນ. ໃນເມື່ອກ່ອນ, ຂ້ອຍບໍ່ມີໂອກາດຫາເງິນ ເພາະຂ້ອຍເຮັດວຽກງານຂອງຄຣິດຕະຈັກ. ຂ້ອຍເຖິງກັບສ່ຽງທີ່ຈະຖືກມັງກອນແດງທີ່ຍິ່ງໃຫຍ່ຈັບກຸມເລື້ອຍໆ ໂດຍການອອກໜ້າເພື່ອເຮັດວຽກງານນັ້ນ ແລະ ຂ້ອຍກໍເປັນທີ່ຮູ້ຈັກຂອງຜູ້ຄົນຢູ່ທົ່ວທຸກແຫ່ງ. ຕອນນີ້ມັນບໍ່ສະດວກສຳລັບຂ້ອຍທີ່ຈະຫາເງິນ. ຂ້ອຍຄວນເຮັດແນວໃດ?” ໃນສະຖານະການແບບນີ້, ພວກເຂົາຈະນຳສະເໜີຄວາມຍາກລຳບາກ ແລະ ຄວາມຕ້ອງການຂອງພວກເຂົາຕໍ່ອ້າຍເອື້ອຍນ້ອງຢ່າງຈິງຈັງ, ແມ່ນແຕ່ຍື່ນມືອອກໄປ ແລະ ຮຽກຮ້ອງຈາກເຮືອນຂອງພຣະເຈົ້າ. ບາງຄົນບໍ່ມີເງິນສຳລັບຄ່າໃຊ້ຈ່າຍໃນການດຳລົງຊີວິດ ຫຼື ສຳລັບໄວຊະລາ ແຕ່ພວກເຂົາບໍ່ໄດ້ແກ້ໄຂບັນຫາເຫຼົ່ານີ້ດ້ວຍຕົນເອງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຕ້ອງການອາໄສການອອກເຫື່ອແຮງໃນເຮືອນຂອງພຣະເຈົ້າເພື່ອຫາເງິນສຳລັບຄ່າໃຊ້ຈ່າຍໃນການດຳລົງຊີວິດຂອງພວກເຂົາ. ບາງຄົນເຖິງກັບເຮັດໃຫ້ເລື່ອງນີ້ຮ້າຍແຮງຂຶ້ນ. ພວກເຂົາບໍ່ພຽງແຕ່ຂໍໃຫ້ເຮືອນຂອງພຣະເຈົ້າຈັດຫາຄ່າໃຊ້ຈ່າຍໃນການດຳລົງຊີວິດ ແລະ ຄ່າລ້ຽງດູລູກ ແລະ ຄ່າລ້ຽງດູພໍ່ແມ່ຂອງພວກເຂົາ, ພວກເຂົາຍັງຂໍເງິນສຳລັບຄ່າປິ່ນປົວອີກດ້ວຍ. ບາງຄົນເຖິງກັບຂໍເງິນຈາກເຮືອນຂອງພຣະເຈົ້າເພື່ອຊຳລະຄ່າເງິນກູ້ຂອງພວກເຂົາ, ການຮຽກຮ້ອງຂອງພວກເຂົານັບມື້ນັບເກີນຄວນ ແລະ ພວກເຂົາໜ້າດ້ານແທ້ໆທີ່ກ້າຂໍສິ່ງດັ່ງກ່າວ. ຫຼັງຈາກທີ່ບາງຄົນເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິດຕະຈັກ, ເງິນທີ່ເຮືອນຂອງພຣະເຈົ້າຈ່າຍໃຫ້ເປັນຄ່າໃຊ້ຈ່າຍຂອງພວກເຂົາ ແລະ ເງິນທຶນເພີ່ມເຕີມທີ່ພວກເຂົາຮຽກຮ້ອງຢ່າງຈິງຈັງ ກໍມີຫຼາຍກວ່າເງິນທີ່ພວກເຂົາຫາໄດ້ຈາກການເຮັດວຽກ. ບົນພື້ນຖານທີ່ມີການຕອບສະໜອງຕໍ່ເງື່ອນໄຂເຫຼົ່ານີ້, ພາຍນອກແລ້ວພວກເຂົາເບິ່ງຄືວ່າປະຕິບັດວຽກງານທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ພວກເຂົາດ້ວຍຄວາມອຸທິດຕົນ ແລະ ຄວາມຈົງຮັກພັກດີຢ່າງຫຼວງຫຼາຍ. ແນວໃດກໍຕາມ, ເມື່ອໃດທີ່ຜົນປະໂຫຍດເຫຼົ່ານີ້ຖືກຫຼຸດລົງ ຫຼື ຫາຍໄປ, ທັດສະນະຄະຕິຂອງພວກເຂົາກໍປ່ຽນແປງ. ທັດສະນະຄະຕິຂອງພວກເຂົາຕໍ່ວຽກງານທີ່ຄຣິດຕະຈັກມອບໝາຍໃຫ້ຈະປ່ຽນແປງໄປຕາມທັດສະນະຄະຕິຂອງອ້າຍເອື້ອຍນ້ອງທີ່ມີຕໍ່ພວກເຂົາ ແລະ ຕາມຈຳນວນເງິນຊ່ວຍເຫຼືອທີ່ເຮືອນຂອງພຣະເຈົ້າມອບໃຫ້ພວກເຂົາ. ເມື່ອໃດທີ່ພຣະຄຸນທີ່ພວກເຂົາໄດ້ຮັບຖືກຖອດຖອນ ຫຼື ໝົດໄປ, ກໍຈະບໍ່ເຫັນພວກເຂົາປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ນັບຕັ້ງແຕ່ຕອນທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ຄົນເຫຼົ່ານີ້ກໍຄິດຄຳນວນວ່າພວກເຂົາຈະສາມາດຫາຊ່ອງທາງເຂົ້າມາຢູ່ໃນເຮືອນຂອງພຣະເຈົ້າໄດ້ແນວໃດ ແລະ ເພີດເພີນກັບການກຸສົນ ແລະ ການຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງ “ຢ່າງຊອບທຳ” ຫຼັງຈາກໄດ້ຕັ້ງຫຼັກປັກຖານຢູ່ບ່ອນນີ້ ພ້ອມທັງການຊ່ວຍເຫຼືອຈາກເຮືອນຂອງພຣະເຈົ້າ ແລະ ການສະໜອງສິ່ງຂອງສຳລັບຊີວິດປະຈຳວັນຂອງພວກເຂົາ. ພວກເຂົາບໍ່ໄດ້ເສຍສະຫຼະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈແທ້ໆ, ພວກເຂົາບໍ່ໄດ້ເຂົ້າມາເພື່ອເສຍສະຫຼະຕົນເອງໂດຍບໍ່ມີເງື່ອນໄຂແທ້ໆ. ແທນທີ່ຈະເປັນແນວນັ້ນ ພວກເຂົາພັດເຂົ້າຮ່ວມຄຣິດຕະຈັກດ້ວຍຈຸດປະສົງພຽງຢ່າງດຽວ ເຊິ່ງກໍຄືການອາໄສຄຣິດຕະຈັກກິນ ແລະ ເພື່ອຫາລ້ຽງຊີບ. ເມື່ອໃດທີ່ຈຸດປະສົງນີ້ບໍ່ສາມາດບັນລຸໄດ້ດັ່ງທີ່ພວກເຂົາປາດຖະໜາ, ພວກເຂົາກໍປ່ຽນເປັນປໍລະປັກຢ່າງໄວວາ ແລະ ເປີດເຜີຍໃບໜ້າທີ່ແທ້ຈິງຂອງພວກເຂົາຢ່າງໄວວາ ເຊິ່ງກໍຄືໃບໜ້າຂອງຜູ້ບໍ່ເຊື່ອ. ນັບຕັ້ງແຕ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາບໍ່ໄດ້ມາດ້ວຍຄວາມຈິງໃຈ; ພວກເຂົາບໍ່ໄດ້ຕິດຕາມພຣະເຈົ້າຢ່າງຈິງໃຈ ຫຼື ປະຖິ້ມສິ່ງຕ່າງໆ ແລະ ເສຍສະຫຼະຕົນເອງເພື່ອພຣະເຈົ້າດ້ວຍຄວາມເຕັມໃຈ ໂດຍບໍ່ຂໍລາງວັນ ແລະ ໂດຍບໍ່ຮຽກຮ້ອງສິ່ງໃດຕອບແທນ. ແທນທີ່ຈະເປັນແນວນັ້ນ, ພວກເຂົາມາເຊື່ອໃນພຣະເຈົ້າດ້ວຍການຮຽກຮ້ອງ, ເຈດຕະນາ ແລະ ຈຸດປະສົງຂອງຕົນເອງ, ດ້ວຍຈຸດປະສົງຂອງພວກເຂົາທີ່ຈະອາໄສຄຣິດຕະຈັກກິນຢ່າງເດັດດ່ຽວ ແລະ ອາໄສຄຣິດຕະຈັກ ແລະ ອ້າຍເອື້ອຍນ້ອງເພື່ອຫາລ້ຽງຊີບ ເນື່ອງຈາກພວກເຂົາເຊື່ອໃນພຣະເຈົ້າ. ເມື່ອໃດທີ່ຈຸດປະສົງນີ້ບໍ່ສາມາດບັນລຸ ຫຼື ຕອບສະໜອງໄດ້ດັ່ງທີ່ພວກເຂົາປາດຖະໜາ, ພວກເຂົາກໍຊອກຫາເສັ້ນທາງອື່ນ, ບໍ່ວ່າຈະເປັນການໄປເຮັດວຽກ ຫຼື ເຮັດທຸລະກິດ. ມີຄົນແບບນີ້ຢູ່ບໍ່ແມ່ນບໍ? (ແມ່ນແລ້ວ). ມີຄົນປະເພດນີ້ຈຳນວນໜຶ່ງໃນຄຣິດຕະຈັກ. ໃນຕອນເລີ່ມຕົ້ນ, ເມື່ອເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງໃຫ້ສິ່ງຂອງບາງຢ່າງແກ່ພວກເຂົາເປັນການກຸສົນ, ເຊັ່ນ: ເຄື່ອງນຸ່ງ, ເຄື່ອງໃຊ້ປະຈຳວັນ ຫຼື ເງິນ, ພາຍນອກກໍເບິ່ງຄືວ່າພວກເຂົາອາຍ ແຕ່ທີ່ຈິງແລ້ວໃນໃຈແມ່ນມີຄວາມປິຕິຍິນດີ. ຕົວຢ່າງ: ສົມມຸດວ່າພວກເຂົາຕ້ອນຮັບອ້າຍເອື້ອຍນ້ອງໜຶ່ງ ຫຼື ສອງຄົນ ຫຼື ປະຕິບັດໜ້າທີ່ເຕັມເວລາ ແລະ ດັ່ງນັ້ນ ເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງຈຶ່ງໃຫ້ການກຸສົນ ແລະ ການຊ່ວຍເຫຼືອທາງການເງິນແກ່ຄອບຄົວຂອງພວກເຂົາ. ພວກເຂົາຮູ້ສຶກດີໃຈ ແລະ ພໍໃຈຫຼາຍກັບເລື່ອງນີ້ ໂດຍຄິດວ່າການເຊື່ອໃນພຣະເຈົ້າຄຸ້ມຄ່າ ແລະ ມີກຳໄລ ແລະ ພວກເຂົາບໍ່ໄດ້ພາດໂອກາດ. ເມື່ອເວລາຜ່ານໄປ, ໃຈຂອງພວກເຂົາກໍນັບມື້ນັບລະໂລບຫຼາຍຂຶ້ນ, ມືຂອງພວກເຂົາກໍຍື່ນອອກໄປໄກນັບມື້ນັບຫຼາຍຂຶ້ນ ແລະ ພວກເຂົາກໍນັບມື້ນັບໜ້າດ້ານຂຶ້ນ. ບໍ່ວ່າຈະໃຫ້ຫຼາຍສໍ່າໃດ, ພວກເຂົາກໍບໍ່ເຄີຍພໍໃຈ. ໃນເບື້ອງຕົ້ນ, ພວກເຂົາຮູ້ສຶກອາຍທີ່ຈະຮັບເອົາສິ່ງຂອງ ແຕ່ເມື່ອເວລາຜ່ານໄປ, ພວກເຂົາກໍຮູ້ສຶກວ່າມັນສົມເຫດສົມຜົນແດ່ ແລ້ວພວກເຂົາກໍເລີ່ມບໍ່ພໍໃຈວ່າມັນບໍ່ພຽງພໍ. ຕໍ່ມາ, ພວກເຂົາກໍຮຽກຮ້ອງໂດຍກົງວ່າເຮືອນຂອງພຣະເຈົ້າຕ້ອງໃຫ້ຈຳນວນທີ່ແນ່ນອນ; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ສາມາດຢູ່ລອດໄດ້ ແລະ ດັ່ງນັ້ນຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້. ຄວາມລະໂລບຂອງພວກເຂົານັບມື້ນັບຫຼາຍຂຶ້ນບໍ? (ແມ່ນແລ້ວ). ເຖິງແມ່ນວ່າຈະໄດ້ຮັບພຣະຄຸນຫຼາຍສໍ່າໃດ, ພວກເຂົາບໍ່ພຽງແຕ່ບໍ່ຄິດທີ່ຈະຕອບແທນ ແຕ່ຍັງຮຽກຮ້ອງຈາກເຮືອນຂອງພຣະເຈົ້ານັບມື້ນັບຫຼາຍຂຶ້ນ. ພວກເຂົາເຊື່ອວ່າມັນແມ່ນເຮືອນຂອງພຣະເຈົ້າທີ່ຕິດໜີ້ພວກເຂົາ, ວ່າມັນແມ່ນອ້າຍເອື້ອຍນ້ອງທີ່ຕິດໜີ້ພວກເຂົາ ແລະ ມັນເປັນພຽງສິ່ງທີ່ຖືກຕ້ອງແລ້ວທີ່ພວກເຂົາຈະໄດ້ຮັບການກຸສົນ ແລະ ການຊ່ວຍເຫຼືອທາງການເງິນ. ຖ້າພວກເຂົາໄດ້ຮັບໜ້ອຍລົງ ຫຼື ໄດ້ຮັບຊ້າ, ພວກເຂົາກໍຈະບໍ່ພໍໃຈ. ພວກເຂົາຍອມຮັບເງິນ ແລະ ສິ່ງຂອງທຸກຢ່າງທີ່ໄດ້ຮັບ ໂດຍຮູ້ສຶກວ່າມັນເປັນພຽງສິ່ງທີ່ຖືກຕ້ອງແລ້ວ. ເມື່ອພວກເຂົາສືບຕໍ່ປະຕິບັດໜ້າທີ່ເປັນເວລາດົນນານຂຶ້ນ, ພວກເຂົາກໍຍິ່ງຮູ້ສຶກວ່າມີສິດໄດ້ຮັບຫຼາຍຂຶ້ນ ແລະ ເລີ່ມຮຽກຮ້ອງໃຫ້ເຮືອນຂອງພຣະເຈົ້າຈັດຫາໂທລະສັບມືຖື ແລະ ຄອມພິວເຕີລະດັບສູງໃຫ້ພວກເຂົາ. ພວກເຂົາຍັງຮຽກຮ້ອງໃຫ້ເຮືອນຂອງພຣະເຈົ້າຕິດຕັ້ງເຄື່ອງປັບອາກາດໃນເຮືອນຂອງພວກເຂົາ ແລະ ຈັດຫາເຄື່ອງໃຊ້ຕ່າງໆ ເຊັ່ນ: ເຕົາໄມໂຄຣເວບ ແລະ ເຄື່ອງລ້າງຈານ. ພວກເຂົາເຖິງກັບຮຽກຮ້ອງໃຫ້ເຮືອນຂອງພຣະເຈົ້າຊື້ເຮືອນ ແລະ ຈັດຫາລົດໃຫ້ພວກເຂົາ ແລະ ບາງຄົນກໍຂໍແມ່ບ້ານ. ການຮຽກຮ້ອງຂອງພວກເຂົານັບມື້ນັບຫຼາຍຂຶ້ນ ແລະ ຄວາມລະໂລບຂອງພວກເຂົາກໍເພີ່ມຂຶ້ນ ແລະ ໃນທີ່ສຸດພວກເຂົາກໍຮຽກຮ້ອງຫຼາຍເກີນໄປຢ່າງເປັນຕາໜ່າຍ ແລະ ກ້າຂໍທຸກສິ່ງທຸກຢ່າງ. ພວກເຂົາເຊື່ອວ່າ “ຂ້ອຍໄດ້ເສຍສະຫຼະຕົນເອງ ແລະ ອອກເຫື່ອແຮງເພື່ອເຮືອນຂອງພຣະເຈົ້າໃນຄວາມເຊື່ອຂອງຂ້ອຍໃນພຣະເຈົ້າ. ຂ້ອຍເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ. ພວກເຈົ້າຖວາຍເຄື່ອງຖວາຍຫຼາຍຢ່າງໃຫ້ພຣະເຈົ້າ, ມັນຈະເສຍຫາຍຫຍັງທີ່ຈະແບ່ງປັນໃຫ້ຂ້ອຍແດ່? ຍິ່ງໄປກວ່ານັ້ນ, ຖ້າພວກເຈົ້າແບ່ງປັນໃຫ້ຂ້ອຍ, ມັນກໍບໍ່ແມ່ນການໃຫ້ລ້າໆ; ຂ້ອຍຍັງອອກເຫື່ອແຮງໃນເຮືອນຂອງພຣະເຈົ້າ ແລະ ສ່ຽງໄພ, ຂ້ອຍຍັງອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາເຊັ່ນກັນ. ມັນບໍ່ແມ່ນສິ່ງທີ່ຖືກຕ້ອງແລ້ວບໍທີ່ຂ້ອຍຈະໄດ້ຮັບສິ່ງເຫຼົ່ານີ້? ສະນັ້ນ, ເຮືອນຂອງພຣະເຈົ້າຕ້ອງຕອບສະໜອງການຮຽກຮ້ອງຂອງຂ້ອຍໂດຍບໍ່ມີເງື່ອນໄຂ, ຄວນໃຫ້ທຸກຢ່າງທີ່ຂ້ອຍຕ້ອງການ ແລະ ບໍ່ຄວນຂີ້ຖີ່”. ຈົ່ງບອກເຮົາ, ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກຂອງການອາໄສຄຣິດຕະຈັກກິນບໍ? ຄົນເຊັ່ນນີ້ບໍ່ແມ່ນຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ). ລັກສະນະທີ່ຖືກຕ້ອງສໍາລັບພຶດຕິກຳເຫຼົ່ານີ້ກໍຄືການອາໄສຄຣິດຕະຈັກກິນ. ການອາໄສຄຣິດຕະຈັກກິນໝາຍຄວາມວ່າແນວໃດ? ມັນໝາຍເຖິງການຂູດຮີດເງິນ ແລະ ສິ່ງຂອງຈາກເຮືອນຂອງພຣະເຈົ້າພາຍໃຕ້ໜ້າກາກຂອງການເຊື່ອໃນພຣະເຈົ້າ ແລະ ການຮຽກຮ້ອງຄ່າຕອບແທນຈາກເຮືອນຂອງພຣະເຈົ້າພາຍໃຕ້ໜ້າກາກຂອງການອອກເຫື່ອແຮງເພື່ອເຮືອນຂອງພຣະເຈົ້າ ແລະ ການປະຕິບັດໜ້າທີ່. ນີ້ຄືສິ່ງທີ່ໝາຍເຖິງການອາໄສຄຣິດຕະຈັກກິນ. ຄົນເຊັ່ນນີ້ສາມາດສະແຫວງຫາຄວາມຈິງໄດ້ບໍ? (ບໍ່ໄດ້). ເປັນຫຍັງພວກເຂົາຈຶ່ງປະຖິ້ມສິ່ງຕ່າງໆ, ອອກເຫື່ອແຮງ ແລະ ທົນກັບຄວາມຍາກລຳບາກ? ມັນແມ່ນເພື່ອປະຕິບັດໜ້າທີ່ບໍ? ພວກເຂົາກຳລັງປະຕິບັດຄວາມຈິງບໍ? (ບໍ່ແມ່ນ). ພວກເຂົາອອກເຫື່ອແຮງ ແລະ ທົນກັບຄວາມຍາກລຳບາກບໍ່ແມ່ນເພື່ອຈຸດປະສົງຂອງການປະຕິບັດໜ້າທີ່ເລີຍ ແຕ່ທັງໝົດກໍເພື່ອຫາລ້ຽງຊີບ ແລະ ພວກເຂົາບໍ່ອະນຸຍາດໃຫ້ໃຜຕຳໜິຕິຕຽນພວກເຂົາເລີຍ. ພວກເຂົາພຽງແຕ່ຕ້ອງການອາໄສຄຣິດຕະຈັກກິນຢ່າງຊອບທຳ. ຄົນເຫຼົ່ານີ້ຄືຄົນທີ່ອາໄສຄຣິດຕະຈັກກິນ.

ຄົນທີ່ອາໄສຄຣິດຕະຈັກກິນເຊື່ອໃນພຣະເຈົ້າບໍ່ແມ່ນເພື່ອເຫດຜົນອື່ນໃດເລີຍ, ກໍພຽງເພື່ອຫາລ້ຽງຊີບ, ເພື່ອໃຫ້ມີຊີວິດການເປັນຢູ່. ຢູ່ອ້ອມຂ້າງພວກເຈົ້າມີຄົນທີ່ອາໄສຄຣິດຕະຈັກກິນບໍ? ໃຫ້ເວົ້າກ່ຽວກັບການສະແດງອອກຂອງພວກເຂົາ. (ຂ້ານ້ອຍເຄີຍພົບຄົນແບບນີ້. ໃນຕອນທຳອິດ, ລາວເບິ່ງຄືວ່າສະຫຼາດ ແລະ ກະຕືລືລົ້ນໜ້ອຍໜຶ່ງ, ສະນັ້ນ ຄຣິດຕະຈັກຈຶ່ງຈັດໃຫ້ລາວເທດສະໜາພຣະກິດຕິຄຸນ. ໃນເວລານັ້ນ, ຄອບຄົວຂອງລາວມີຊີວິດທີ່ລຳບາກ, ສະນັ້ນ ຄຣິດຕະຈັກຈຶ່ງໄດ້ຊ່ວຍເຫຼືອລາວ. ແນວໃດກໍຕາມ, ຕໍ່ມາພົບວ່າລາວໃຊ້ເງິນໂດຍບໍ່ມີຫຼັກການ, ໃຊ້ຈ່າຍໃນສິ່ງທີ່ບໍ່ຄວນ ແລະ ບໍ່ປະຢັດໃນບ່ອນທີ່ປະຢັດໄດ້. ເມື່ອອ້າຍເອື້ອຍນ້ອງໂອ້ລົມກ່ຽວກັບຫຼັກການຄວາມຈິງກັບລາວ, ລາວກໍບໍ່ພໍໃຈ ແລະ ຮູ້ສຶກຕໍ່ຕ້ານໃນໃຈຢ່າງຍິ່ງ. ເນື່ອງຈາກລາວໃຊ້ເງິນຂອງເຮືອນຂອງພຣະເຈົ້າໃນທາງທີ່ຜິດ, ຄຣິດຕະຈັກຈຶ່ງໄດ້ປັບປ່ຽນຢ່າງສົມເຫດສົມຜົນຕາມການຈັດແຈງ ແລະ ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ໂດຍຫຼຸດການຊ່ວຍເຫຼືອທາງການເງິນທີ່ໃຫ້ແກ່ລາວ. ດ້ວຍເຫດນີ້, ລາວຈຶ່ງສູນເສຍກຳລັງທີ່ເຄີຍມີໃນການປະຕິບັດໜ້າທີ່ ແລະ ລາວກໍນັບມື້ນັບເຮັດພໍແລ້ວມືແລ້ວຕີນ. ຕໍ່ມາ, ຄຣິດຕະຈັກຢຸດຊ່ວຍເຫຼືອລາວ ແລະ ໃຈຂອງລາວກໍບໍ່ໄດ້ຢູ່ກັບການປະຕິບັດໜ້າທີ່ອີກຕໍ່ໄປ. ລາວໃຊ້ເວລາທັງໝົດຄິດກ່ຽວກັບວິທີເຮັດວຽກ ແລະ ຫາເງິນ. ລາວເຖິງກັບຢືມເງິນຈາກອ້າຍເອື້ອຍນ້ອງ ໂດຍອ້າງວ່າລາວຕ້ອງການຊື້ລົດ ແລະ ລົງທຶນເປີດບໍລິສັດ ແລະ ບອກວ່າສິ່ງນີ້ຈະເຮັດໃຫ້ການເທດສະໜາພຣະກິດຕິຄຸນສະດວກຂຶ້ນ ແລະ ໄດ້ຄົນຫຼາຍຂຶ້ນ. ເຫັນໄດ້ຢ່າງຊັດເຈນວ່າລາວຫຼອກລວງ ແລະ ເຮັດໃຫ້ຄົນເຂົ້າໃຈຜິດດ້ວຍຄໍາເວົ້າເຫຼົ່ານີ້; ລາວກຳລັງໃຊ້ການເທດສະໜາພຣະກິດຕິຄຸນເປັນຂໍ້ອ້າງເພື່ອສໍ້ໂກງເງິນຈາກອ້າຍເອື້ອຍນ້ອງ). ຄົນຜູ້ນີ້ຖືກຈັດການແນວໃດ? (ລາວຖືກຂັບໄລ່ໂດຍກົງ). ນັ້ນເປັນສິ່ງທີ່ຖືກຕ້ອງທີ່ຕ້ອງເຮັດ. ນີ້ຄືການອາໄສຄຣິດຕະຈັກກິນ. ເມື່ອຄົນທີ່ອາໄສຄຣິດຕະຈັກກິນມາເຊື່ອໃນພຣະເຈົ້າໃນຕອນທຳອິດ, ພວກເຂົາເບິ່ງຄືວ່າມີຄວາມກະຕືລືລົ້ນ ແລະ ເສຍສະຫຼະຕົນເອງແດ່ ແລະ ໃນເວລານີ້ ການຮຽກຮ້ອງຂອງພວກເຂົາກໍບໍ່ສູງ. ພວກເຂົາພໍໃຈກັບການໄດ້ຮັບອາຫານ. ແຕ່ເມື່ອເວລາຜ່ານໄປ, ພວກເຂົາກໍບໍ່ພໍໃຈກັບສິ່ງທີ່ໄດ້ຮັບອີກຕໍ່ໄປ ແລະ ເລີ່ມຮຽກຮ້ອງນັບມື້ນັບສູງຂຶ້ນ ແລະ ຖ້າການຮຽກຮ້ອງຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ, ພວກເຂົາກໍເລີ່ມຫຼິ້ນແງ່ ແລະ ບໍ່ເຕັມໃຈທີ່ຈະໃຫ້ບໍລິການ. ເມື່ອພວກເຂົາປະຕິບັດໜ້າທີ່ພຽງໜ້ອຍໜຶ່ງ, ພວກເຂົາກໍເຖິງກັບຕ້ອງຖືກເຝົ້າເບິ່ງ, ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະເຮັດພໍແລ້ວມືແລ້ວຕີນ. ໃນທີ່ສຸດ, ເມື່ອພົບວ່າການໃຫ້ບໍລິການຂອງພວກເຂົາເຮັດໃຫ້ເກີດຄວາມເສຍຫາຍຫຼາຍກວ່າຜົນດີ, ພວກເຂົາກໍຖືກຄັດອອກ ແລະ ກຳຈັດຖິ້ມ. ບາງຄົນເວົ້າວ່າ “ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ສະແດງຄວາມຮັກຕໍ່ພວກເຂົາ?” ການສະແດງຄວາມຮັກກໍມີຫຼັກການເຊັ່ນກັນ. ຄົນເຫຼົ່ານັ້ນເປັນຜູ້ບໍ່ເຊື່ອ, ພວກເຂົາບໍ່ອ່ານພຣະທຳຂອງພຣະເຈົ້າ ຫຼື ຍອມຮັບຄວາມຈິງ, ພວກເຂົາປະພຶດຕົນແບບມີເລ່ຫຼ່ຽມ ແລະ ເຮັດພໍແລ້ວມືແລ້ວຕີນຢ່າງສະໝໍ່າສະເໝີໃນຂະນະທີ່ປະຕິບັດໜ້າທີ່ ແລະ ພວກເຂົາບໍ່ຮັບຟັງເມື່ອມີການໂອ້ລົມຄວາມຈິງ ຫຼື ຍອມຮັບການລິຮານປະເພດໃດໆ ແລະ ສາມາດເວົ້າໄດ້ວ່າພວກເຂົາເປັນຄົນທີ່ແກ້ໄຂບໍ່ໄດ້. ດ້ວຍເຫດນີ້, ວິທີດຽວທີ່ຈະຈັດການກັບພວກເຂົາໄດ້ກໍຄືການຂັບໄລ່ ແລະ ກຳຈັດອອກ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກຄົ້ນພົບຄົນປະເພດນີ້, ພວກເຂົາຄວນຈັດການກັບພວກເຂົາໂດຍທັນທີ ແລະ ຖ້າອ້າຍເອື້ອຍນ້ອງຄົ້ນພົບຄົນເຊັ່ນນີ້, ພວກເຂົາກໍຄວນລາຍງານໃຫ້ຜູ້ນຳ ແລະ ຜູ້ເຮັດວຽກຊາບໂດຍທັນທີ. ນີ້ຄືຄວາມຮັບຜິດຊອບຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າທຸກຄົນ. ເມື່ອໃດທີ່ຢືນຢັນໄດ້ວ່າຄົນຜູ້ນີ້ອາໄສຄຣິດຕະຈັກກິນ, ວ່າພວກເຂົາພຽງແຕ່ຊອກຫາຊ່ອງທາງເພື່ອລ້ຽງຊີບ ແລະ ວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ເມື່ອຢືນຢັນໄດ້ວ່າພວກເຂົາປະຕິເສດທີ່ຈະເຮັດວຽກເມື່ອບໍ່ໄດ້ຮັບເງິນ, ກາຍເປັນຄົນບໍ່ເຕັມໃຈ ແລະ ບໍ່ເປັນມິດເມື່ອພວກເຂົາຮູ້ສຶກວ່າບໍ່ໄດ້ຮັບຄ່າຈ້າງພຽງພໍ ແລະ ຈະເຮັດວຽກໜ້ອຍໜຶ່ງກໍຕໍ່ເມື່ອໄດ້ຮັບຄ່າຈ້າງທີ່ພຽງພໍເທົ່ານັ້ນ, ກໍບໍ່ຄວນສະແດງການຜ່ອນຜັນຕໍ່ພວກເຂົາ. ພວກເຂົາຕ້ອງຖືກກຳຈັດອອກ! ເວົ້າໃຫ້ຊັດເຈນກໍຄື ຄົນແບບນີ້ແບໍ່ເໝາະສົມແມ່ນແຕ່ຈະໃຫ້ບໍລິການໃນເຮືອນຂອງພຣະເຈົ້າ. ຖ້າເຈົ້າບໍ່ຈ່າຍເງິນໃຫ້ພວກເຂົາ, ພວກເຂົາກໍຈະບໍ່ເຕັມໃຈທີ່ຈະໃຫ້ບໍລິການ; ແຕ່ຕາບໃດທີ່ເຈົ້າຈ່າຍເງິນໃຫ້ພວກເຂົາ, ເຖິງແມ່ນວ່າພວກເຂົາຈະຮູ້ວ່າຕົນເອງເປັນພຽງຜູ້ໃຫ້ບໍລິການ, ພວກເຂົາກໍຍັງເຕັມໃຈທີ່ຈະເຮັດ. ແຕ່ຜູ້ບໍ່ເຊື່ອເຫຼົ່ານີ້ຈະສາມາດໃຫ້ບໍລິການປະເພດໃດໄດ້? ພວກເຂົາບໍ່ສາມາດແມ່ນແຕ່ໃຫ້ບໍລິການໄດ້ດີ ແລະ ການບໍລິການຂອງພວກເຂົາກໍບໍ່ໄດ້ມາດຕະຖານ, ສະນັ້ນ ພວກເຂົາຄວນຖືກກຳຈັດອອກ. ສະນັ້ນ, ສິ່ງທຳອິດທີ່ຕ້ອງເຮັດເມື່ອແຍກແຍະໄດ້ວ່າພວກເຂົາເປັນຄົນປະເພດທີ່ອາໄສຄຣິດຕະຈັກກິນກໍຄືການຈັດການ ແລະ ຂັບໄລ່ພວກເຂົາອອກຈາກຄຣິດຕະຈັກໃນຖານະຄົນຊົ່ວຊ້າ. ນີ້ບໍ່ແມ່ນການເຮັດເກີນໄປເລີຍ; ມັນສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການກຳຈັດ ແລະ ຂັບໄລ່ຄົນອອກຢ່າງຄົບຖ້ວນ. ຄົນປະເພດນີ້ຈຳເປັນຕ້ອງໄດ້ຮັບໂອກາດທີ່ຈະກັບໃຈບໍ? ພວກເຂົາຈຳເປັນຕ້ອງຖືກເກັບໄວ້ເພື່ອສັງເກດການບໍ? (ບໍ່). ພວກເຂົາສາມາດກັບໃຈໄດ້ບໍ? (ບໍ່ໄດ້). ນີ້ຄືທຳມະຊາດຂອງພວກເຂົາຢ່າງແທ້ຈິງ; ພວກເຂົາຈະບໍ່ມີວັນກັບໃຈ. ພວກເຂົາເປັນເຊື້ອສາຍຂອງຊາຕານ. ໃນບັນດາເຊື້ອສາຍຂອງຊາຕານ, ມີຄົນປະເພດໜຶ່ງທີ່ມີທຳມະຊາດຂອງອັນທະພານທີ່ຊົ່ວຮ້າຍ, ຜູ້ທີ່ຕ້ອງການກິນຟຣີຢູ່ຟຣີບໍ່ວ່າຈະຢູ່ໃສກໍຕາມ ແລະ ບໍ່ໄດ້ເຮັດວຽກທີ່ເໝາະສົມໃດໆບໍ່ວ່າຈະໄປໃສກໍຕາມ ແລະ ຊອກຫາແຕ່ຈະສໍ້ໂກງ ແລະ ຫຼອກລວງຜູ້ຄົນ. ພວກເຂົາເຫັນວ່າຜູ້ທີ່ເຊື່ອໃນພຣະເຈົ້າມີຄວາມເປັນມະນຸດ ແລະ ຄິດວ່າຄົນເຫຼົ່ານີ້ຫຼອກລວງໄດ້ງ່າຍ, ສະນັ້ນ ພວກເຂົາຈຶ່ງເຂົ້າມາໃນເຮືອນຂອງພຣະເຈົ້າເພື່ອອາໄສຄຣິດຕະຈັກກິນ. ພວກເຂົາບໍ່ຮູ້ເລີຍວ່າ ເຮືອນຂອງພຣະເຈົ້າໄດ້ແຍກແຍະ ແລະ ລະວັງພວກເຂົາໄວ້ແລ້ວ ແລະ ມີຫຼັກການໃນການຈັດການກັບຄົນແບບພວກເຂົາ. ເມື່ອຄວາມພະຍາຍາມຂອງພວກເຂົາທີ່ຈະອາໄສຄຣິດຕະຈັກກິນບໍ່ສໍາເລັດ, ພວກເຂົາກໍໃຈຮ້າຍດ້ວຍຄວາມອັບອາຍ ໂດຍເປີດເຜີຍທາດແທ້ຂອງພວກເຂົາ. ເມື່ອນັ້ນ, ເຈົ້າກໍຈະຮູ້ວ່າເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ໃຫ້ໂອກາດຄົນເຊັ່ນນີ້ກັບໃຈ, ນັ້ນກໍເພາະວ່າພວກເຂົາບໍ່ມີຄວາມເປັນມະນຸດ ແລະ ບໍ່ສາມາດປ່ຽນແປງໄດ້. ພວກເຂົາຄືຄົນອັນທະພານທີ່ຊົ່ວຮ້າຍທີ່ພວກຜູ້ບໍ່ເຊື່ອເວົ້າເຖິງ. ສະນັ້ນ, ເຮືອນຂອງພຣະເຈົ້າຈຶ່ງຈັດການກັບຄົນເຊັ່ນນີ້ໂດຍການກຳຈັດ ຫຼື ຂັບໄລ່ພວກເຂົາອອກໂດຍກົງ ແລະ ບໍ່ເຄີຍຮັບພວກເຂົາກັບຄືນເຂົ້າມາໃນຄຣິດຕະຈັກອີກເລີຍ. ການຈັດການກັບພວກເຂົາໃນຖານະຄົນຊົ່ວຊ້າເໝາະສົມບໍ? (ເໝາະສົມ). ການໂອ້ລົມຂອງພວກເຮົາກ່ຽວກັບຫົວຂໍ້ນີ້ກໍຈົບລົງພຽງເທົ່ານີ້.

F. ການສະແຫວງຫາບ່ອນລີ້ໄພ

ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບຈຸດປະສົງຂໍ້ທີຫົກ, ຜູ້ບໍ່ເຊື່ອປະເພດທີຫົກທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກຄຣິດຕະຈັກ: ຜູ້ທີ່ມີຈຸດປະສົງໃນການເຊື່ອໃນພຣະເຈົ້າເພື່ອລີ້ໄພ. ບາງຄົນເວົ້າວ່າ “ການລີ້ໄພມີການສະແດງອອກແນວໃດ? ມີຄົນທີ່ເຊື່ອໃນພຣະເຈົ້າເພື່ອລີ້ໄພບໍ? ຄົນແບບນີ້ມີຢູ່ແທ້ບໍ?” ພວກເຈົ້າເຄີຍໄດ້ຍິນຄົນເວົ້າວ່າ “ຄຣິດຕະຈັກເປັນບ່ອນລີ້ໄພ; ຜູ້ຄົນເຊື່ອໃນພຣະເຈົ້າເພື່ອທີ່ພວກເຂົາຈະສາມາດລີ້ໄພໄດ້” ບໍ? ຫຼາຍຄົນໃນສາສະໜາເວົ້າແບບນີ້. ໃນດ້ານຂອງແກ່ນແທ້ຂອງຄຳເວົ້ານີ້, ມັນມີຄວາມແຕກຕ່າງລະຫວ່າງຄຳເວົ້ານີ້ກັບຈຸດປະສົງທີ່ພວກເຮົາກຳລັງຈະໄຈ້ແຍກ “ການເຊື່ອໃນພຣະເຈົ້າເພື່ອລີ້ໄພ” ບໍ? (ມີ). ຄວາມແຕກຕ່າງແມ່ນຫຍັງ? ແມ່ນຫຍັງທີ່ພວກເຂົາລີ້ໄພຈາກ? (ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈກໍມີຄວາມບໍ່ບໍລິສຸດຈໍານວນໜຶ່ງໃນຂະນະທີ່ສະແຫວງຫາຄວາມຈິງ; ພວກເຂົາຫວັງວ່າຈະສາມາດຫຼີກລ່ຽງໄພພິບັດ ຫຼື ຄວາມຍາກລຳບາກ ແລະ ໄດ້ຮັບຄວາມສະຫງົບສຸກແດ່. ແນວໃດກໍຕາມ, ຄົນປະເພດທີ່ຢູ່ໃນຈຸດປະສົງຂໍ້ທີຫົກເຊື່ອໃນພຣະເຈົ້າພຽງເພື່ອລີ້ໄພເທົ່ານັ້ນ ແລະ ບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໃນຕົວພວກເຂົາແມ່ນແຕ່ໜ້ອຍດຽວ. ນີ້ຄືຄວາມແຕກຕ່າງ). ຄວາມແຕກຕ່າງໃນບ່ອນນີ້ກໍຄືການມີຄວາມບໍ່ບໍລິສຸດໃນຈຸດປະສົງຂອງການເຊື່ອໃນພຣະເຈົ້າ ເມື່ອທຽບກັບການເຊື່ອໃນພຣະເຈົ້າເພື່ອຈຸດປະສົງໃນການລີ້ໄພພຽງຢ່າງດຽວ. ນອກເໜືອຈາກຄວາມແຕກຕ່າງນີ້, ຍັງມີຄວາມແຕກຕ່າງໃນດ້ານຂອງສິ່ງທີ່ພວກເຂົາກຳລັງລີ້ໄພຈາກ. ບາງຄົນມີຄວາມບໍ່ບໍລິສຸດປົນຢູ່ໃນຈຸດປະສົງຂອງການເຊື່ອໃນພຣະເຈົ້າຂອງພວກເຂົາ; ພວກເຂົາເຊື່ອໃນພຣະເຈົ້າເພື່ອຫຼີກລ່ຽງໄພພິບັດ, ໜີຈາກໄພພິບັດ ຫຼື ເພື່ອໃຫ້ພຣະເຈົ້າປົກປ້ອງ ແລະ ເບິ່ງແຍງພວກເຂົາ ແລະ ພວກເຂົາກໍສາມາດຫຼີກລ່ຽງອັນຕະລາຍ ແລະ ໄພພິບັດບາງຢ່າງໄດ້ໂດຍພາວະວິໄສ. ມັນແມ່ນໄພພິບັດເຫຼົ່ານີ້ທີ່ພວກເຂົາຕັ້ງໃຈທີ່ຈະຫຼີກລ່ຽງ. ຄົນປະເພດທີ່ຢູ່ໃນຈຸດປະສົງຂໍ້ທີຫົກນີ້ທີ່ພວກເຮົາກຳລັງໂອ້ລົມກ່ຽວກັບ, ຜູ້ທີ່ມີຈຸດປະສົງໃນການເຊື່ອໃນພຣະເຈົ້າເພື່ອລີ້ໄພ, ເພື່ອລີ້ໄພຈາກສິ່ງຕ່າງໆຫຼາກຫຼາຍຢ່າງ. ສຳລັບພວກເຂົາແລ້ວ, ສິ່ງທີ່ເປັນຈິງທີ່ສຸດແມ່ນໄກເກີນກວ່າການຫຼີກລ່ຽງໄພພິບັດອັນໃຫຍ່ຫຼວງທີ່ຍັງບໍ່ທັນເກີດຂຶ້ນ. ແລ້ວບັນຫາທີ່ເປັນຈິງທີ່ສຸດສຳລັບພວກເຂົາແມ່ນຫຍັງ? ສິ່ງຕ່າງໆ ເຊັ່ນ: ການພົບສັດຕູທີ່ເປັນຕາຢ້ານໃນສັງຄົມ, ການຈັດການກັບຄະດີຄວາມ, ການເຮັດໃຫ້ເຈົ້າໜ້າທີ່ລັດຖະບານ ຫຼື ຜູ້ມີອິດທິພົນບໍ່ພໍໃຈ, ການລະເມີດກົດໝາຍ, ສົງຄາມ ຫຼື ໄພພິບັດຕ່າງໆທີ່ເກີດຂຶ້ນໃນປະເທດຂອງພວກເຂົາ ຫຼື ການພົບພໍ້ກັບຄົນ ຫຼື ເຫດການຈໍານວນໜຶ່ງທີ່ເປັນອັນຕະລາຍຕໍ່ຊີວິດ ຫຼື ຄວາມປອດໄພຂອງຄອບຄົວຂອງພວກເຂົາ ແລະ ອື່ນໆ. ຫຼັງຈາກທີ່ພົບພໍ້ກັບສະຖານະການເຫຼົ່ານີ້, ພວກເຂົາກໍຊອກຫາຄຣິດຕະຈັກທີ່ພວກເຂົາເຊື່ອວ່າໄວ້ວາງໃຈໄດ້ ແລະ ເພິ່ງພາໄດ້ເພື່ອລີ້ໄພ; ນີ້ຄືການລີ້ໄພທີ່ກ່າວເຖິງໃນຈຸດປະສົງຂໍ້ທີຫົກ. ນັ້ນກໍຄື ເມື່ອພວກເຂົາພົບພໍ້ກັບຄວາມຍາກລຳບາກບາງຢ່າງໃນຊີວິດປະຈຳວັນທີ່ເປັນອັນຕະລາຍຕໍ່ຊີວິດ, ຄອບຄົວ, ວຽກງານ, ອາຊີບ ແລະ ອື່ນໆ, ພວກເຂົາກໍມາທີ່ຄຣິດຕະຈັກເພື່ອລີ້ໄພ, ຊອກຫາການຊ່ວຍເຫຼືອຈາກກຳລັງຂອງກຸ່ມຄົນຈຳນວນຫຼາຍ. ນີ້ຄືການເຊື່ອໃນພຣະເຈົ້າເພື່ອຈຸດປະສົງຂອງການລີ້ໄພດັ່ງທີ່ກ່າວເຖິງໃນຈຸດປະສົງຂໍ້ທີຫົກ. ນີ້ບໍ່ແຕກຕ່າງຈາກຄວາມບໍ່ບໍລິສຸດຂອງຜູ້ເຊື່ອທີ່ແທ້ຈິງບໍ? (ແມ່ນແລ້ວ). ຈຸດປະສົງຂອງຄົນປະເພດນີ້ໃນການເຊື່ອໃນພຣະເຈົ້າກໍຄືການລີ້ໄພ, ເພື່ອຊອກຫາການຊ່ວຍເຫຼືອຈາກຄຣິດຕະຈັກ. ນັ້ນກໍຄື ພວກເຂົາຫວັງວ່າຄຣິດຕະຈັກຈະສາມາດຍື່ນມືມາຊ່ວຍເຫຼືອພວກເຂົາໄດ້ ແລະ ນອກເໜືອຈາກການຊ່ວຍເຫຼືອທາງການເງິນແລ້ວ, ພວກເຂົາຍັງຮຽກຮ້ອງໃຫ້ຄຣິດຕະຈັກໃຫ້ການປົກປ້ອງ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ພວກເຂົາ. ຄົນແບບນີ້ຈໍານວນໜຶ່ງຍັງຕ້ອງການສວຍໃຊ້ອິດທິພົນ, ສະຖານະ ແລະ ຊື່ສຽງຂອງຄຣິດຕະຈັກໃນສັງຄົມເພື່ອຕໍ່ສູ້ກັບລະບອບທີ່ຊົ່ວຮ້າຍ ຫຼື ອຳນາດທີ່ຊົ່ວຮ້າຍທີ່ກົດຂີ່ຂົ່ມເຫັງ ແລະ ທຳຮ້າຍຜູ້ທີ່ເຊື່ອໃນພຣະເຈົ້າ ເພື່ອໃຫ້ຊີວິດ ຫຼື ການດຳລົງຊີວິດຂອງພວກເຂົາໄດ້ຮັບການປົກປ້ອງ. ນີ້ຄືຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ. ມີຄົນແບບນີ້ບໍ? ພວກເຂົາເຊື່ອວ່າຄຣິດຕະຈັກເປັນບ່ອນລີ້ໄພທີ່ດີທີ່ສາມາດແຍກອອກຈາກການເມືອງ ແລະ ສັງຄົມໄດ້ ແລະ ພວກເຂົາຄິດວ່າເມື່ອພວກເຂົາຕ້ອງການຄວາມຊ່ວຍເຫຼືອ, ຄຣິດຕະຈັກກໍສາມາດຍື່ນມືມາຊ່ວຍເຫຼືອຢ່າງຈິງໃຈ ແລະ ເປັນມິດ ເພື່ອໃຫ້ການຊ່ວຍເຫຼືອທາງການເງິນໃດໆແກ່ພວກເຂົາ, ເພື່ອອອກໜ້າແທນພວກເຂົາ, ເພື່ອແກ້ຕ່າງໃຫ້ພວກເຂົາ, ເພື່ອຕ່າງໜ້າໃຫ້ພວກເຂົາໃນການດໍາເນີນຄະດີຄວາມ ແລະ ເພື່ອຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງພວກເຂົາ. ນີ້ຄືຈຸດປະສົງຂອງຄົນເຫຼົ່ານີ້ໃນການເຊື່ອໃນພຣະເຈົ້າ. ມາຮອດທຸກມື້ນີ້, ມີຄົນເຊັ່ນນີ້ຢູ່ໃນຄຣິດຕະຈັກບໍ? ພວກເຈົ້າເຄີຍໄດ້ຍິນວ່າມີຄົນເຊັ່ນນີ້ບໍ? ຢູ່ຄຣິດຕະຈັກຕ່າງປະເທດກໍມີຄົນແບບນີ້ແນ່ນອນ. ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິດຕະຈັກພຽງເພື່ອຈຸດປະສົງຂອງການລີ້ໄພ. ພວກເຂົາບໍ່ເຂົ້າໃຈວ່າຄວາມເຊື່ອແມ່ນຫຍັງ ແລ້ວແຮງໄກທີ່ພວກເຂົາຈະສົນໃຈຄວາມຈິງ. ແນວໃດກໍຕາມ, ເມື່ອພວກເຂົາພົບພໍ້ກັບຄວາມຍາກລຳບາກ ແລະ ບໍ່ສາມາດຊອກຫາການຊ່ວຍເຫຼືອໃດໆໃນສັງຄົມໄດ້, ພວກເຂົາກໍຄິດເຖິງຄຣິດຕະຈັກ ແລະ ພວກເຂົາເຊື່ອວ່າຄຣິດຕະຈັກເປັນສະຖານທີ່ທີ່ພວກເຂົາສາມາດລີ້ໄພໄດ້ຢ່າງປອດໄພ, ເປັນເສັ້ນທາງໜີທີ່ດີທີ່ສຸດ ແລະ ເປັນສະຖານທີ່ທີ່ປອດໄພທີ່ສຸດ, ສະນັ້ນ ພວກເຂົາຈຶ່ງເລືອກທີ່ຈະເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິດຕະຈັກເພື່ອບັນລຸຈຸດປະສົງໃນການຫຼີກລ່ຽງໄພພິບັດຂອງພວກເຂົາ.

ຕອນນີ້ໄພພິບັດນັບມື້ນັບຮ້າຍແຮງຂຶ້ນ ແລະ ມະນຸດກໍບໍ່ມີທາງທີ່ຈະດຳລົງຊີວິດຢູ່ໄດ້. ມີບາງຄົນທີ່ເລືອກເຊື່ອໃນພຣະເຈົ້າຢ່າງສິ້ນເຊີງເພື່ອຫຼີກລ່ຽງໄພພິບັດ. ພວກເຂົາເຊື່ອວ່າພຣະເຈົ້າມີຢູ່ຈິງ ແຕ່ພວກເຂົາບໍ່ມີຄວາມຮັກຕໍ່ຄວາມຈິງແມ່ນແຕ່ໜ້ອຍດຽວ. ຖ້າຄົນເຊັ່ນນີ້ມາເຊື່ອໃນພຣະເຈົ້າ, ຄຣິດຕະຈັກຄວນຮັບເອົາພວກເຂົາບໍ? ຫຼາຍຄົນບໍ່ເຫັນບັນຫານີ້ຢ່າງແຈ່ມແຈ້ງ ແລະ ຄິດວ່າໃຜກໍຕາມທີ່ເຊື່ອວ່າພຣະເຈົ້າມີຢູ່ຈິງຄວນຖືກຮັບເຂົ້າໃນຄຣິດຕະຈັກ. ນີ້ເປັນຄວາມຜິດພາດອັນໃຫຍ່ຫຼວງ. ການຕັດສິນໃຈຂອງຄຣິດຕະຈັກທີ່ຈະຮັບເອົາຄົນໃດຄົນໜຶ່ງຄວນອີງໃສ່ວ່າຄົນຜູ້ນັ້ນສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ ແລະ ວ່າພວກເຂົາເປັນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ ຫຼື ບໍ່, ບໍ່ແມ່ນອີງໃສ່ການທີ່ພວກເຂົາເຕັມໃຈທີ່ຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ມີມານຮ້າຍຫຼາຍໂຕທີ່ຢາກໄດ້ຮັບພອນ ແລະ ຊອກຫາເສັ້ນທາງຂ້າງໜ້າຜ່ານການເຊື່ອໃນພຣະເຈົ້າ. ຄຣິດຕະຈັກຄວນຮັບເອົາຄົນເຊັ່ນນີ້ຄືກັນບໍ? ນີ້ບໍ່ຄືກັບການເທດສະໜາພຣະກິດຕິຄຸນໃນຍຸກແຫ່ງພຣະຄຸນ ເມື່ອໃຜກໍຕາມຖືກຮັບເຂົ້າ ຕາບໃດທີ່ພວກເຂົາເຊື່ອ; ມີຫຼັກການ ແລະ ຂໍ້ຈຳກັດຂອງພຣະດຳລັດຂອງພຣະເຈົ້າກ່ຽວກັບວ່າໃຜຈະຖືກຮັບເຂົ້າໃນຄຣິດຕະຈັກໃນຍຸກແຫ່ງລາຊະອານາຈັກ. ບໍ່ວ່າຈະເປັນໃຜກໍຕາມ, ຖ້າພວກເຂົາບໍ່ຮັກ ຫຼື ບໍ່ຍອມຮັບຄວາມຈິງ, ພວກເຂົາກໍບໍ່ສາມາດຖືກຮັບເຂົ້າໄດ້. ເປັນຫຍັງຄົນເຊັ່ນນີ້ຈຶ່ງບໍ່ຖືກຮັບເຂົ້າ? ຄົນເຊັ່ນນີ້ບໍ່ສາມາດຖືກຮັບເຂົ້າໄດ້ ໂດຍຫຼັກໆແລ້ວກໍເພາະວ່າພວກເຮົາບໍ່ສາມາດເຫັນພູມຫຼັງຂອງພວກເຂົາ ຫຼື ວ່າພວກເຂົາເປັນຄົນປະເພດໃດກັນແທ້ຢ່າງແຈ່ມແຈ້ງ. ຖ້າຄຣິດຕະຈັກຮັບເອົາມານຮ້າຍ, ຄົນຊົ່ວຊ້າທີ່ມີບາບໜັກໜາສາຫັດເຂົ້າມາ, ທຸກຄົນກໍຮູ້ວ່າຜົນຮ້າຍທີ່ຈະຕາມມາຕໍ່ຄຣິດຕະຈັກຈະເປັນແນວໃດ. ຍິ່ງໄປກວ່ານັ້ນ, ໃນການເຊື່ອໃນພຣະເຈົ້າ, ພວກເຮົາຄວນເຂົ້າໃຈເຈດຕະນາຂອງພຣະອົງ ວ່າພຣະອົງຊ່ວຍໃຜໃຫ້ລອດພົ້ນ ແລະ ກຳຈັດໃຜອອກ. ຄຣິດຕະຈັກປະກອບດ້ວຍຄົນປະເພດໃດ? ມັນປະກອບດ້ວຍຄົນເຫຼົ່ານັ້ນທີ່ຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ພຣະເຈົ້າຍອມຮັບ. ພຣະເຈົ້າບໍ່ຊ່ວຍຜູ້ທີ່ບໍ່ເຊື່ອໃນພຣະອົງຢ່າງແທ້ຈິງ ແລະ ບໍ່ຍອມຮັບຄວາມຈິງໃຫ້ລອດພົ້ນ ເພາະການບໍ່ຍອມຮັບຄວາມຈິງເປັນບັນຫາກ່ຽວກັບທຳມະຊາດຂອງຄົນເຮົາ ແລະ ຄົນປະເພດນີ້ເປັນຂອງຊາຕານ ແລະ ຈະບໍ່ມີວັນປ່ຽນແປງ. ສະນັ້ນ, ຄົນເຊັ່ນນີ້ຕ້ອງບໍ່ຖືກຮັບເຂົ້າໃນຄຣິດຕະຈັກຢ່າງເດັດຂາດ. ຖ້າໃຜຮັບເອົາຄົນຊົ່ວຊ້າ, ມານຮ້າຍເຂົ້າມາໃນຄຣິດຕະຈັກ, ຄົນຜູ້ນັ້ນກໍເປັນຄົນຮັບໃຊ້ຂອງຊາຕານ. ພວກເຂົາມາໂດຍເຈດຕະນາເພື່ອທຳລາຍ ແລະ ມ້າງເພວຽກງານຂອງຄຣິດຕະຈັກ ແລະ ພວກເຂົາກໍເປັນສັດຕູຂອງພຣະເຈົ້າ. ການຮັບເອົາມານຮ້າຍເຊັ່ນນີ້ ກໍຄືສັດຕູຂອງພຣະເຈົ້າເຂົ້າມາໃນຄຣິດຕະຈັກກໍຄືການລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ລະເມີດພຣະດຳລັດຂອງພຣະອົງ ແລະ ເຮືອນຂອງພຣະເຈົ້າຈະບໍ່ຍອມທົນຕໍ່ສິ່ງນີ້ຢ່າງເດັດຂາດ. ຄົນຊົ່ວຊ້າ, ມານຮ້າຍຈະບໍ່ຖືກຮັບເຂົ້າໃນຄຣິດຕະຈັກ. ນີ້ຄືໜຶ່ງໃນຈຸດຢືນ ແລະ ຂໍ້ກຳນົດທີ່ຊັດເຈນຂອງຄຣິດຕະຈັກຕໍ່ວຽກງານການເທດສະໜາພຣະກິດຕິຄຸນ. ຄຣິດຕະຈັກບໍ່ມີຄວາມຮັບຜິດຊອບໃດໆໃນການຮັບເອົາຜູ້ທີ່ເລືອກເຊື່ອໃນພຣະເຈົ້າເພື່ອໜີຈາກໄພພິບັດ ແລະ ຕ້ອງບໍ່ຮັບເອົາຜູ້ທີ່ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວເຂົ້າມາ ເພາະພຣະເຈົ້າບໍ່ຊ່ວຍຄົນເຊັ່ນນີ້ໃຫ້ລອດພົ້ນ. ໃຜກໍຕາມທີ່ບໍ່ຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ໃຜກໍຕາມທີ່ຕໍ່ຕ້ານຄວາມຈິງ ແລະ ເບື່ອໜ່າຍຄວາມຈິງ, ກໍເປັນຄົນຊົ່ວຊ້າ ແລະ ພຣະເຈົ້າບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ສຳລັບຜູ້ທີ່ຮັບຮູ້ພຣະເຈົ້າໃນໃຈຂອງພວກເຂົາ ແຕ່ບໍ່ຮັກຄວາມຈິງ ແລະ ຖືກຈັດເປັນຜູ້ບໍ່ເຊື່ອທີ່ກິນເຂົ້າຈີ່ຈົນອີ່ມ, ຄຣິດຕະຈັກຈະບໍ່ຮັບເອົາພວກເຂົາຈັກຄົນເລີຍ. ຍິ່ງໄປກວ່ານັ້ນ, ຄົນທີ່ບໍ່ເອົາວຽກເອົາງານໃນສັງຄົມທີ່ຢາກມາລີ້ໄພໃນຄຣິດຕະຈັກຍິ່ງບໍ່ຄວນຖືກຮັບເຂົ້າ. ທັງນີ້ກໍເພາະວ່າຄຣິດຕະຈັກບໍ່ແມ່ນອົງກອນການກຸສົນ ແຕ່ເປັນບ່ອນທີ່ພຣະເຈົ້າປະຕິບັດພາລະກິດໃນການຊ່ວຍມະນຸດໃຫ້ລອດພົ້ນ. ວຽກງານຂອງຄຣິດຕະຈັກບໍ່ມີຫຍັງກ່ຽວຂ້ອງກັບລັດຖະບານຂອງປະເທດ. ອົງກອນທາງສັງຄົມຊັກຊວນໃຫ້ຜູ້ຄົນເຮັດຄວາມດີ ແລະ ວາງອາວຸດຂອງພວກເຂົາລົງ. ນີ້ກໍເພື່ອປະເທດຊາດ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບຄຣິດຕະຈັກເລີຍ. ຖ້າໃຜກ້າດຶງເອົາຄົນຊົ່ວຊ້າທີ່ບໍ່ເຊື່ອ, ມານຮ້າຍ ຫຼື ຜູ້ບໍ່ເຊື່ອເຂົ້າມາໃນຄຣິດຕະຈັກ, ຄົນຜູ້ນັ້ນກໍຈະລ່ວງລະເມີດອຸປະນິໄສຂອງພຣະເຈົ້າ ແລະ ລະເມີດພຣະດຳລັດຂອງພຣະອົງ. ໃຜກໍຕາມທີ່ດຶງເອົາຄົນຊົ່ວຊ້າ, ມານຮ້າຍເຂົ້າມາໃນຄຣິດຕະຈັກຕ້ອງຖືກກຳຈັດ ຫຼື ຂັບໄລ່ອອກໂດຍເຮືອນຂອງພຣະເຈົ້າ. ນີ້ຄືຈຸດຢືນທີ່ຊັດເຈນຂອງຄຣິດຕະຈັກຕໍ່ວຽກງານການເທດສະໜາພຣະກິດຕິຄຸນ. ເມື່ອຄົນຊົ່ວຊ້າ, ມານຮ້າຍເຫຼົ່ານີ້ຢາກເຂົ້າມາລີ້ໄພໃນເຮືອນຂອງພຣະເຈົ້າ, ກໍຄວນບອກພວກເຂົາວ່າພວກເຂົາມາຜິດປະຕູ, ວ່າພວກເຂົາເລືອກຜິດສະຖານທີ່. ຄຣິດຕະຈັກຈະບໍ່ຮັບເອົາພວກເຂົາຢ່າງແນ່ນອນ. ນີ້ຄືຈຸດຢືນທີ່ຊັດເຈນຂອງຄຣິດຕະຈັກຕໍ່ຜູ້ບໍ່ເຊື່ອທີ່ຢາກລີ້ໄພ. ເລື່ອງນີ້ແຈ່ມແຈ້ງແລ້ວບໍ? (ແມ່ນແລ້ວ). ແລ້ວພວກເຮົາຄວນຈັດການກັບຄົນເຊັ່ນນີ້ແນວໃດ? ວິທີທີ່ເໝາະສົມທີ່ຈະບອກພວກເຂົາແມ່ນຫຍັງ? ເຈົ້າເວົ້າວ່າ: “ບໍ່ວ່າປະເທດໃດກໍຕາມ ກໍມີສະພາກາແດງ, ສະຖາບັນສະຫວັດດີການ, ສູນຊ່ວຍເຫຼືອ ແລະ ວັດວາອາຮາມຂອງຊາວພຸດ, ພ້ອມທັງກຸ່ມອາສາສະໝັກບາງກຸ່ມໃນສັງຄົມ. ຖ້າເຈົ້າພົບບັນຫາ ແລະ ຮູ້ສຶກວ່າມີຄວາມທຸກໃຈທີ່ຕ້ອງໄດ້ຮັບການແກ້ໄຂ, ເຈົ້າກໍສາມາດຂໍຄວາມຊ່ວຍເຫຼືອຈາກອົງກອນເຫຼົ່ານີ້ໄດ້. ນອກຈາກນີ້, ພວກເຈົ້າສາມາດຂໍລີ້ໄພທາງການເມືອງ ຫຼື ລີ້ໄພຈາກລັດຖະບານໄດ້ ແລະ ຖ້າສະພາບການເງິນຂອງເຈົ້າເອື້ອອຳນວຍ, ເຈົ້າກໍສາມາດຈ້າງທະນາຍຄວາມເພື່ອຊ່ວຍເຫຼືອໃນຄະດີຂອງເຈົ້າໄດ້. ແຕ່ນີ້ຄືຄຣິດຕະຈັກ; ມັນເປັນສະຖານທີ່ທີ່ພຣະເຈົ້າເຮັດພາລະກິດ, ເປັນສະຖານທີ່ທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ, ບໍ່ແມ່ນສະຖານທີ່ໃຫ້ເຈົ້າລີ້ໄພ. ດັ່ງນັ້ນ, ການເຂົ້າມາໃນຄຣິດຕະຈັກຂອງພວກເຈົ້າຈຶ່ງບໍ່ເໝາະສົມ ແລະ ການຢູ່ບ່ອນນີ້ຂອງພວກເຈົ້າກໍໄຮ້ປະໂຫຍດ. ພຣະເຈົ້າບໍ່ຍອມຮັບຄົນເຊັ່ນນີ້ ແລະ ຄຣິດຕະຈັກກໍບໍ່ຮັບເອົາພວກເຂົາເຊັ່ນກັນ. ບໍ່ວ່າຜູ້ບໍ່ເຊື່ອຈະມີຄວາມຍາກລຳບາກຫຍັງກໍຕາມ, ພວກເຂົາຄວນຂໍຄວາມຊ່ວຍເຫຼືອຈາກອົງກອນການກຸສົນ, ອົງກອນບັນເທົາທຸກ ຫຼື ສໍານັກງານຄຸ້ມຄອງພົນລະເຮືອນ. ອົງກອນເຫຼົ່ານີ້ກ່ຽວຂ້ອງກັບການຮັບໃຊ້ປະຊາຊົນ, ການກຸສົນ ແລະ ການຊ່ວຍເຫຼືອຜູ້ອື່ນ. ບໍ່ວ່າເຈົ້າຈະມີຄຳຮ້ອງທຸກ ຫຼື ຄວາມຕ້ອງການຫຍັງ, ເຈົ້າກໍສາມາດບອກພວກເຂົາ ຫຼື ຮ້ອງຮຽນຕໍ່ລັດຖະບານໄດ້. ສະຖານທີ່ເຫຼົ່ານັ້ນແມ່ນບ່ອນທີ່ເໝາະສົມທີ່ສຸດສຳລັບພວກເຈົ້າ”. ຄຣິດຕະຈັກບໍ່ຮັບເອົາຜູ້ບໍ່ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອຖືໃດໆ. ຖ້າໃຜມີ “ຄວາມຮັກ” ເປັນພິເສດ, ໃຫ້ພວກເຂົາຮັບເອົາຄົນເຊັ່ນນີ້ເປັນສ່ວນຕົວ ແລະ ໃຫ້ຈົບໆກັນໄປ; ພວກເຂົາສາມາດລ້ຽງດູຄົນເຊັ່ນນີ້ດ້ວຍຕົນເອງ ແລະ ເຮືອນຂອງພຣະເຈົ້າຈະບໍ່ແຊກແຊງເລື່ອງນີ້. ບາງຄົນອາດຈະຖາມວ່າ “ແລ້ວເປັນຫຍັງຄຣິດຕະຈັກຈຶ່ງເທດສະໜາພຣະກິດຕິຄຸນ? ຈຸດປະສົງຂອງການເທດສະໜາພຣະກິດຕິຄຸນແມ່ນຫຍັງ?” ການເທດສະໜາພຣະກິດຕິຄຸນຄືການຝາກຝັງຂອງພຣະເຈົ້າ. ຜູ້ທີ່ອາດຮັບພຣະກິດຕິຄຸນກໍຄືຜູ້ທີ່ສະແຫວງຫາພຣະເຈົ້າ ແລະ ສະແຫວງຫາຫົນທາງທີ່ແທ້ຈິງ, ຜູ້ທີ່ປາດຖະໜາການປາກົດຕົວຂອງພຣະເຈົ້າ, ຜູ້ທີ່ຮັກຄວາມຈິງ ແລະ ສາມາດຍອມຮັບຄວາມຈິງໄດ້ ແລະ ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ມີພຽງແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ສາມາດເທດສະໜາພຣະກິດຕິຄຸນໃຫ້ໄດ້. ສຳລັບຜູ້ທີ່ບໍ່ໄດ້ສະແຫວງຫາພຣະເຈົ້າ, ຜູ້ທີ່ບໍ່ໄດ້ມາເພື່ອຍອມຮັບຄວາມຈິງ ແຕ່ມາເພື່ອລີ້ໄພ, ພຣະກິດຕິຄຸນຈະບໍ່ຖືກເທດສະໜາໃຫ້ພວກເຂົາ. ຄົນຫົວທຶບບາງຄົນບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້ ແລະ ກໍສັບສົນເມື່ອມີເລື່ອງເກີດຂຶ້ນກັບພວກເຂົາ. ຄົນເຫຼົ່ານີ້ຄືຄົນຫົວທຶບທີ່ຈະບໍ່ມີວັນເຂົ້າໃຈເຈດຕະນາຂອງພຣະເຈົ້າ.

G. ການຊອກຫາຜູ້ໜູນຫຼັງ

ຈຸດປະສົງຂໍ້ທີເຈັດທີ່ຜູ້ຄົນມີໃນການເຊື່ອໃນພຣະເຈົ້າກໍຄືການຊອກຫາຜູ້ໜູນຫຼັງ. ພວກເຈົ້າເຄີຍເຫັນຄົນແບບນີ້ບໍ? ນີ້ເປັນສະຖານະການທີ່ຂ້ອນຂ້າງພິເສດ; ເຖິງແມ່ນວ່າຈະມີຈຳນວນບໍ່ຫຼາຍ ແຕ່ພວກເຂົາກໍມີຢູ່ແທ້. ນີ້ກໍເພາະວ່າຄຣິສຕະຈັກຂອງພຣະເຈົ້າບໍ່ພຽງແຕ່ປາກົດຢູ່ໃນປະເທດຈີນເທົ່ານັ້ນ ແຕ່ຍັງປາກົດຢູ່ໃນອາຊີ, ເອີຣົບ, ອາເມຣິກາ ແລະ ປະເທດຕ່າງໆໃນອາຟຣິກາອີກດ້ວຍ ແລະ ດັ່ງນັ້ນ ພວກສວຍໂອກາດ ແລະ ຜູ້ບໍ່ເຊື່ອເຫຼົ່ານີ້ກໍຈະປາກົດຕົວຂຶ້ນພ້ອມກັນ. ໃນກໍລະນີໃດກໍແລ້ວແຕ່, ບໍ່ວ່າຄວາມເປັນໄປໄດ້ທີ່ຄົນເຫຼົ່ານີ້ຈະປາກົດຕົວມີຫຼາຍສໍ່າໃດກໍຕາມ, ເມື່ອພວກເຂົາປາກົດຕົວຂຶ້ນ, ພວກເຈົ້າກໍຕ້ອງປະເຊີນໜ້າກັບພວກເຂົາ ແລະ ແຍກແຍະພວກເຂົາ ແລະ ຢ່າປ່ອຍໃຫ້ຜູ້ບໍ່ເຊື່ອເຫຼົ່ານີ້ມີສະຖານະພາບໃດໆ ແລະ ສ້າງການລົບກວນໃນຄຣິສຕະຈັກ. ຖ້າພວກເຈົ້າຄິດວ່າບັນຫາເຫຼົ່ານີ້ບໍ່ມີຢູ່ ເພາະວ່າພວກມັນຍັງບໍ່ທັນປາກົດ ຫຼື ພວກເຈົ້າບໍ່ເຄີຍພົບພໍ້, ນີ້ກໍເປັນແນວຄິດທີ່ໂງ່ຈ້າ. ເມື່ອບັນຫາເຫຼົ່ານີ້ເກີດຂຶ້ນ, ຖ້າເຈົ້າບໍ່ມີການແຍກແຍະ ແລະ ບໍ່ຮູ້ວິທີແກ້ໄຂ, ພວກມັນກໍຈະນຳເອົາອັນຕະລາຍທີ່ເຊື່ອງຊ້ອນອັນໃຫຍ່ຫຼວງມາສູ່ຄຣິສຕະຈັກ, ສູ່ເຮືອນຂອງພຣະເຈົ້າ, ສູ່ອ້າຍເອື້ອຍນ້ອງ ແລະ ສູ່ວຽກງານຂອງຄຣິສຕະຈັກ. ສະນັ້ນ, ກ່ອນທີ່ສິ່ງໃດຈະເກີດຂຶ້ນ, ເຈົ້າຈຳເປັນຕ້ອງຮູ້ວ່າບັນຫາໃດແດ່ທີ່ຄວນປະເຊີນໜ້າ ແລະ ຈະແກ້ໄຂບັນຫາເຫຼົ່ານັ້ນແນວໃດ. ນີ້ຄືວິທີທີ່ດີທີ່ສຸດ; ມັນເປັນການປົກປ້ອງທີ່ເບິ່ງບໍ່ເຫັນສຳລັບເຈົ້າ. ຜູ້ຄົນທີ່ກ່າວເຖິງໃນຈຸດປະສົງຂໍ້ທີເຈັດໃນການເຊື່ອໃນພຣະເຈົ້າ, ຜູ້ທີ່ເຊື່ອໃນພຣະເຈົ້າເພື່ອຊອກຫາຜູ້ໜູນຫຼັງນັ້ນ ແມ່ນມີຈຳນວນບໍ່ໜ້ອຍເລີຍ. ສັງຄົມນີ້ເຕັມໄປດ້ວຍຄວາມບໍ່ຍຸຕິທຳ, ການຈຳແນກ ແລະ ການກົດຂີ່ຢູ່ທົ່ວທຸກແຫ່ງຫົນ. ຜູ້ຄົນທີ່ດຳລົງຊີວິດຢູ່ໃນທຸກຊົນຊັ້ນຂອງສັງຄົມກໍເຕັມໄປດ້ວຍຄວາມລັງກຽດ ແລະ ຄວາມກຽດຊັງຕໍ່ຄວາມບໍ່ຍຸຕິທຳຕ່າງໆໃນສັງຄົມ ແລະ ກໍເຕັມໄປດ້ວຍຄວາມໂມໂຫເຊັ່ນກັນ. ແນວໃດກໍຕາມ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະຫຼົບໜີຈາກຄວາມບໍ່ຍຸຕິທຳຂອງໂລກມະນຸດ ເວັ້ນເສຍແຕ່ວ່າເຈົ້າຈະຫາຍຕົວໄປຈາກໂລກນີ້. ຕາບໃດທີ່ຄົນເຮົາຍັງດຳລົງຊີວິດຢູ່ໃນໂລກນີ້, ຕາບໃດທີ່ພວກເຂົາຍັງດຳລົງຊີວິດຢູ່ໃນທ່າມກາງຜູ້ຄົນເຫຼົ່ານີ້, ພວກເຂົາກໍຈະຖືກຂົ່ມເຫັງ ແລະ ຖືກເຮັດໃຫ້ອັບອາຍ ບໍ່ຫຼາຍກໍໜ້ອຍ ແລະ ໃນລະດັບທີ່ແຕກຕ່າງກັນໄປ ແລະ ອາດຈະຖືກໄລ່ລ່າ ແລະ ຂົ່ມເຫັງໂດຍອຳນາດທີ່ແຂງແກ່ນບາງຢ່າງ. ຄວາມບໍ່ຍຸຕິທຳ ແລະ ຄວາມບໍ່ສະເໝີພາບຕ່າງໆເຫຼົ່ານີ້ໄດ້ສ້າງຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ຈິດໃຈຂອງຜູ້ຄົນ, ນຳເອົາຄວາມກົດດັນທາງຈິດໃຈຢ່າງຫຼວງຫຼາຍມາໃຫ້ພວກເຂົາ ແລະ ແນ່ນອນວ່າ ກໍນຳເອົາຄວາມບໍ່ສະດວກຫຼາຍຢ່າງມາສູ່ຊີວິດທີ່ເປັນປົກກະຕິຂອງຜູ້ຄົນ. ດ້ວຍເຫດນີ້, ບາງຄົນຈຶ່ງບໍ່ສາມາດຫຼີກລ່ຽງທີ່ຈະເກີດມີແນວຄິດບາງຢ່າງຂຶ້ນມາໄດ້ວ່າ: “ເພື່ອໃຫ້ຄົນເຮົາສາມາດຕັ້ງຕົວໃນສັງຄົມໄດ້, ພວກເຂົາຕ້ອງມີກຳລັງຢູ່ເບື້ອງຫຼັງເພື່ອເພິ່ງພາ. ເມື່ອພວກເຂົາປະສົບບັນຫາ ແລະ ຕ້ອງການຄວາມຊ່ວຍເຫຼືອ ຫຼື ເມື່ອພວກເຂົາຢູ່ໂດດດ່ຽວ ແລະ ໝົດບ່ອນເພິ່ງ, ກໍຈະມີກຸ່ມຄົນຄອຍໜັບສະໜູນ ແລະ ເປັນຜູ້ຕັດສິນໃຈເພື່ອຈັດການແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆທີ່ພວກເຂົາປະເຊີນໜ້າ ຫຼື ຮັບປະກັນສິ່ງທີ່ຈຳເປັນໃນການດຳລົງຊີວິດຂອງພວກເຂົາ”. ສະນັ້ນ, ພວກເຂົາຈຶ່ງພະຍາຍາມຢ່າງໜັກເພື່ອສະແຫວງຫາການສະໜັບສະໜູນດັ່ງກ່າວ. ແນ່ນອນວ່າ ໃນທີ່ສຸດແລ້ວ ຄົນເຫຼົ່ານີ້ບາງຄົນກໍຊອກພົບຄຣິສຕະຈັກ. ພວກເຂົາເຊື່ອວ່າຜູ້ຄົນໃນຄຣິສຕະຈັກມີໃຈທີ່ສາມັກຄີກັນ ແລະ ເຮັດວຽກເພື່ອເປົ້າໝາຍດຽວກັນ ໂດຍທີ່ແຕ່ລະຄົນມີຄວາມເຊື່ອ, ມີເຈດຕະນາດີ ແລະ ປະຕິບັດຕໍ່ຜູ້ອື່ນຢ່າງມີເມດຕາ, ຢູ່ຫ່າງໄກຈາກຄວາມຂັດແຍ່ງທາງສັງຄົມ ແລະ ຢູ່ຫ່າງໄກຈາກແນວໂນ້ມທີ່ຊົ່ວຮ້າຍຂອງສັງຄົມ. ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າ, ຄຣິສຕະຈັກແມ່ນສັນຍາລັກຂອງຄວາມຍຸຕິທຳອັນຍິ່ງໃຫຍ່ໃນສັງຄົມ ແລະ ໂລກນີ້ຢ່າງບໍ່ຕ້ອງສົງໄສ; ຜູ້ຄົນໃນຄຣິສຕະຈັກຍັງມີພາບພົດທີ່ເປັນບວກ, ດີ ແລະ ມີເມດຕາໃນສາຍຕາຂອງຜູ້ຄົນເຊັ່ນກັນ. ບາງຄົນເລືອກທີ່ຈະເຊື່ອໃນພຣະເຈົ້າ ເພາະວ່າພວກເຂົາຢູ່ໃນຊົນຊັ້ນລຸ່ມສຸດຂອງສັງຄົມ ໂດຍບໍ່ມີອຳນາດໃດໆໃນສັງຄົມ ແລະ ຂາດພູມຫຼັງຄອບຄົວທີ່ດີຢ່າງສິ້ນເຊີງ. ພວກເຂົາປະສົບບັນຫາຕ່າງໆໃນການສຶກສາ, ການສ້າງໝູ່ເພື່ອນ, ການຊອກວຽກ ຫຼື ການເຮັດສິ່ງຕ່າງໆ, ສະນັ້ນ ພວກເຂົາຈຶ່ງເຊື່ອວ່າເພື່ອຈະຢູ່ລອດ ແລະ ຕັ້ງຕົວໃນສັງຄົມນີ້ໄດ້, ພວກເຂົາຕ້ອງມີຄົນຄອຍຊ່ວຍເຫຼືອພວກເຂົາ. ຕົວຢ່າງ: ເມື່ອຊອກວຽກ, ຖ້າພວກເຂົາເພິ່ງພາຕົນເອງ, ຊອກຫາວຽກໂດຍບໍ່ມີເປົ້າໝາຍ, ພວກເຂົາອາດຈະໃຊ້ເງິນທ້ອນຈົນເກືອບໝົດ ໂດຍທີ່ບໍ່ສາມາດຊອກວຽກທີ່ເໝາະສົມໄດ້ສະເໝີໄປ. ແຕ່ຖ້າພວກເຂົາໄດ້ຮັບການຊ່ວຍເຫຼືອໃນການຊອກວຽກຈາກຄົນທີ່ເພິ່ງພາໄດ້ບາງຄົນທີ່ສາມາດຊ່ວຍເຫຼືອພວກເຂົາຢ່າງຈິງໃຈ, ບັນຫາທີ່ພວກເຂົາຕ້ອງຜ່ານກໍຈະໜ້ອຍລົງຫຼາຍ ແລະ ເວລາທີ່ໃຊ້ໃນການຊອກວຽກກໍຈະຫຼຸດລົງຫຼາຍ. ສະນັ້ນ, ເມື່ອເວົ້າເຖິງທຸກສິ່ງທີ່ພວກເຂົາຕ້ອງຈັດການໃນສັງຄົມ, ບໍ່ວ່າຈະເປັນການສຶກສາ, ການຊອກວຽກ, ແມ່ນແຕ່ຊີວິດປະຈຳວັນ ແລະ ການຢູ່ລອດຂອງພວກເຂົາ, ພວກເຂົາຈຶ່ງເຊື່ອວ່າ ຖ້າພວກເຂົາສາມາດຊອກຫາຜູ້ໜູນຫຼັງດັ່ງກ່າວໄດ້, ພວກເຂົາກໍຈະມີຄົນຄອຍໃຊ້ເສັ້ນສາຍ ແລະ ສະໜັບສະໜູນພວກເຂົາ ເຊິ່ງກໍຄືກຸ່ມຄົນທີ່ກະຕືລືລົ້ນຄອຍຊ່ວຍເຫຼືອພວກເຂົາຢູ່ເບື້ອງຫຼັງ. ດັ່ງນັ້ນ, ເມື່ອພວກເຂົາຊອກພົບຄຣິສຕະຈັກ, ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ພົບສະຖານທີ່ທີ່ຖືກຕ້ອງແລ້ວ. ຄຣິສຕະຈັກຈຶ່ງກາຍເປັນທາງເລືອກທີ່ດີຫຼາຍສຳລັບພວກເຂົາໃນການຕັ້ງຕົວໃນສັງຄົມ ແລະ ບັນລຸຊີວິດທີ່ສະຫງົບສຸກ. ຕົວຢ່າງ: ບໍ່ວ່າຈະເປັນການໄປຫາໝໍ, ການຊື້ເຄື່ອງ, ການຊື້ປະກັນໄພ, ການຊື້ເຮືອນ, ການຊ່ວຍລູກເລືອກໂຮງຮຽນ ຫຼື ແມ່ນແຕ່ການຈັດການເລື່ອງໃດກໍຕາມ, ພວກເຂົາກໍສາມາດຊອກຫາຄົນທີ່ມີຄວາມຮັກຢູ່ໃນຄຣິສຕະຈັກເພື່ອຍື່ນມືມາຊ່ວຍເຫຼືອພວກເຂົາແກ້ໄຂບັນຫາເຫຼົ່ານີ້ໄດ້ສະເໝີ. ດ້ວຍວິທີນີ້, ຊີວິດຂອງພວກເຂົາກໍສະດວກສະບາຍຂຶ້ນຫຼາຍ, ພວກເຂົາບໍ່ໄດ້ຢູ່ໂດດດ່ຽວໃນສັງຄົມອີກຕໍ່ໄປ ແລະ ຄວາມຫຍຸ້ງຍາກໃນການຈັດການເລື່ອງຕ່າງໆກໍຫຼຸດລົງຢ່າງຫຼວງຫຼາຍ. ສະນັ້ນ, ສຳລັບພວກເຂົາແລ້ວ, ການມາທີ່ຄຣິສຕະຈັກເພື່ອເຊື່ອໃນພຣະເຈົ້າກໍໃຫ້ຜົນປະໂຫຍດທີ່ເປັນຮູບປະທຳຢ່າງແທ້ຈິງ. ເຖິງວ່າພວກເຂົາຈະໄປໂຮງໝໍ, ອ້າຍເອື້ອຍນ້ອງກໍຈະຊອກຫາຄົນຮູ້ຈັກໃນໂຮງໝໍເພື່ອຊ່ວຍເຫຼືອພວກເຂົາ; ພວກເຂົາສາມາດໃຊ້ປະໂຫຍດຈາກອ້າຍເອື້ອຍນ້ອງເພື່ອໃຫ້ໄດ້ລາຄາທີ່ດີທີ່ສຸດໃນການຊື້ເຄື່ອງ ແລະ ແມ່ນແຕ່ຊື້ເຮືອນໃນລາຄາພິເສດສຳລັບຄົນໃນ. ເມື່ອມີການຊ່ວຍເຫຼືອຂອງອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ບັນຫາທັງໝົດນີ້ກໍຖືກແກ້ໄຂ. ພວກເຂົາຮູ້ສຶກວ່າ “ການເຊື່ອໃນພຣະເຈົ້າຊ່າງດີຫຼາຍແທ້! ການຊອກວຽກ, ການຈັດການເລື່ອງຕ່າງໆ ແລະ ການຊື້ເຄື່ອງກໍລ້ວນແຕ່ສະດວກສະບາຍແລ້ວຕອນນີ້! ເມື່ອໃດກໍຕາມທີ່ຂ້ອຍຕ້ອງການຫຍັງ, ຂ້ອຍພຽງແຕ່ໂທລະສັບ ຫຼື ສົ່ງຂໍ້ຄວາມໄປທີ່ກຸ່ມ ແລ້ວທຸກຄົນກໍຮ່ວມແຮງຮ່ວມໃຈກັນຍື່ນມືມາຊ່ວຍເຫຼືອ. ມີຄົນໃຈດີຫຼາຍໃນຄຣິສຕະຈັກ; ການຈັດການເລື່ອງຕ່າງໆຈັ່ງແມ່ນສະດວກສະບາຍຫຼາຍ! ການຊອກຫາຜູ້ໜູນຫຼັງບໍ່ແມ່ນເລື່ອງງ່າຍ, ສະນັ້ນ ຂ້ອຍຈະບໍ່ອອກຈາກຄຣິສຕະຈັກ ບໍ່ວ່າຈະເປັນແນວໃດກໍຕາມ. ແຕ່ການເຕົ້າໂຮມໃນເຮືອນຂອງພຣະເຈົ້າມັກຈະມີການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງ ເຊິ່ງເຮັດໃຫ້ຂ້ອຍຮູ້ສຶກອຶດອັດ ແລະ ຂັດແຍ່ງ. ຂ້ອຍບໍ່ເຕັມໃຈທີ່ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຂ້ອຍກໍຮູ້ສຶກເບື່ອໜ່າຍທຸກຄັ້ງທີ່ໄດ້ຍິນການໂອ້ລົມຄວາມຈິງ. ແຕ່ຖ້າຂ້ອຍບໍ່ຟັງ, ມັນກໍບໍ່ໄດ້, ຂ້ອຍຈະປະຖິ້ມພວກເຂົາບໍ່ໄດ້. ພວກເຂົາຊ່ວຍຂ້ອຍຫຼາຍແທ້ໆ. ຖ້າຂ້ອຍປະຕິເສດທີ່ຈະຟັງ, ຂ້ອຍກໍຈະຮູ້ສຶກອັບອາຍ ແລະ ມັນກໍຈະອຶດອັດທີ່ຈະເວົ້າວ່າຂ້ອຍບໍ່ເຊື່ອອີກຕໍ່ໄປ, ສະນັ້ນ ຂ້ອຍຈຶ່ງຕ້ອງເຮັດຕາມນໍ້າໄປ ແລະ ເວົ້າແຕ່ຄຳດີໆ”. ໃນໃຈຂອງພວກເຂົາ, ທີ່ຈິງແລ້ວພວກເຂົາບໍ່ໄດ້ຢາກເຊື່ອ ແຕ່ພວກເຂົາກໍໄດ້ແຕ່ເກັບຄວາມຮູ້ສຶກນີ້ໄວ້ໃນໃຈ. ບາງຄົນເວົ້າວ່າ “ເຈົ້າເຫັນແຕ່ພວກເຂົາຂໍໃຫ້ອ້າຍເອື້ອຍນ້ອງຊ່ວຍຈັດການເລື່ອງຕ່າງໆຢູ່ສະເໝີ ແລະ ພວກເຂົາກໍດີໃຈຫຼາຍເມື່ອອ້າຍເອື້ອຍນ້ອງຊ່ວຍ. ເຈົ້າສາມາດແຍກແຍະໄດ້ວ່າຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງພວກເຂົາຄືການຊອກຫາຜູ້ໜູນຫຼັງຈາກພຽງເທົ່ານີ້ບໍ?” ນອກເໜືອຈາກການສະແດງອອກເຫຼົ່ານີ້, ໃຫ້ເບິ່ງວ່າໂດຍປົກກະຕິແລ້ວພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງ ຫຼື ບໍ່, ພວກເຂົາສາມາດປະຕິບັດໜ້າທີ່ຂອງຕົນ ແລະ ມີການປ່ຽນແປງທີ່ແທ້ຈິງໃດໆ ຫຼື ບໍ່; ສິ່ງນີ້ຈະເຮັດໃຫ້ເຈົ້າຮູ້ວ່າພວກເຂົາເຊື່ອໃນພຣະເຈົ້າຢ່າງຈິງໃຈ ຫຼື ບໍ່. ຜູ້ທີ່ຊອກຫາຜູ້ໜູນຫຼັງເຊື່ອໃນພຣະເຈົ້າພຽງເພື່ອໃຊ້ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງເພື່ອຈັດການເລື່ອງຕ່າງໆໃຫ້ພວກເຂົາ ແລະ ແກ້ໄຂຄວາມຫຍຸ້ງຍາກໃນຊີວິດຂອງພວກເຂົາ. ແຕ່ພວກເຂົາບໍ່ເຄີຍກ່າວເຖິງການປະຕິບັດໜ້າທີ່ຂອງຕົນ ແລະ ທັງບໍ່ໄດ້ກິນ ແລະ ດື່ມ ຫຼື ໂອ້ລົມພຣະທຳຂອງພຣະເຈົ້າ. ທັນທີທີ່ພວກເຂົາໄດ້ຍິນກ່ຽວກັບເຄັດລັບດີໆໃນການເຮັດສິ່ງຕ່າງໆໃຫ້ສຳເລັດ, ພວກເຂົາກໍຕື່ນເຕັ້ນຢ່າງຍິ່ງ; ພວກເຂົາເລີ່ມເວົ້າຈໍບໍ່ຢຸດ ແລະ ບໍ່ສາມາດຂັດຈັງຫວະໄດ້ເລີຍ. ແຕ່ເມື່ອເວົ້າເຖິງການປະຕິບັດໜ້າທີ່ ຫຼື ການເປັນຄົນຊື່ສັດ ແລະ ບໍ່ເວົ້າຕົວະ ຫຼື ຫຼອກລວງຜູ້ອື່ນ, ພວກເຂົາກໍມິດງຽບໄປ. ພວກເຂົາບໍ່ສົນໃຈສິ່ງເຫຼົ່ານີ້ໃນໃຈຂອງພວກເຂົາ. ບໍ່ວ່າເຈົ້າຈະເວົ້າຢ່າງກະຕືລືລົ້ນສໍ່າໃດ, ພວກເຂົາກໍບໍ່ຕອບສະໜອງ ແລະ ບໍ່ໄດ້ພົວພັນນໍາເລີຍ; ພວກເຂົາເຖິງກັບພະຍາຍາມຂັດຈັງຫວະເຈົ້າຢູ່ເລື້ອຍໆ ແລະ ປ່ຽນຫົວຂໍ້ໄປສູ່ສິ່ງທີ່ພວກເຂົາສົນໃຈ. ພວກເຂົາໃຊ້ສະໝອງຢ່າງໜັກເພື່ອຄິດຫາວິທີທີ່ຈະໃຫ້ອ້າຍເອື້ອຍນ້ອງເຮັດສິ່ງຕ່າງໆໃຫ້ພວກເຂົາ ແລະ ອອກເຫື່ອແຮງແທນພວກເຂົາ ໂດຍບໍ່ຢາກໃຫ້ອ້າຍເອື້ອຍນ້ອງມີໂອກາດໃດໆທີ່ຈະກ່າວເຖິງການປະຕິບັດໜ້າທີ່ ຫຼື ການເສຍສະຫຼະຕົນເອງເພື່ອພຣະເຈົ້າ. ຖ້າໃຜຜູ້ໜຶ່ງແນະນຳໃຫ້ພວກເຂົາປະຕິບັດໜ້າທີ່ ແລະ ເສຍສະຫຼະຕົນເອງເພື່ອພຣະເຈົ້າ, ພວກເຂົາກໍຈະຟ້າວຊອກຫາເລື່ອງດ່ວນຂອງຕົນເອງເພື່ອມາຍື່ນຂໍ້ສະເໜີແລກປ່ຽນ; ໃນຂະນະທີ່ອ້າຍເອື້ອຍນ້ອງຈັດການເລື່ອງນີ້ໃຫ້ພວກເຂົາ, ພວກເຂົາກໍອອກເຫື່ອແຮງໜ້ອຍໜຶ່ງເພື່ອເຮືອນຂອງພຣະເຈົ້າຢ່າງບໍ່ເຕັມໃຈ ໂດຍຕອບສະໜອງຕໍ່ຄຳຂໍຂອງອ້າຍເອື້ອຍນ້ອງແບບພໍຜ່ານ, ແລະ ເມື່ອເລື່ອງສ່ວນຕົວຂອງພວກເຂົາສຳເລັດແລ້ວ, ພວກເຂົາກໍເຢັນຊາຕໍ່ອ້າຍເອື້ອຍນ້ອງ. ເພື່ອສືບຕໍ່ຕິດຕໍ່ກັບຄຣິສຕະຈັກ ເພື່ອບໍ່ໃຫ້ສູນເສຍຜູ້ໜູນຫຼັງນີ້ທີ່ເປັນຄຣິສຕະຈັກ ແລະ ຜູ້ຊ່ວຍເຫຼືອເຫຼົ່ານີ້ທີ່ເປັນອ້າຍເອື້ອຍນ້ອງ, ພວກເຂົາກໍສືບຕໍ່ຕິດຕໍ່ຢ່າງໃກ້ຊິດກັບທຸກຄົນທີ່ເປັນປະໂຫຍດຕໍ່ພວກເຂົາ ເຊິ່ງມັກຈະຖາມໄຖ່ດ້ວຍຄວາມເປັນຫ່ວງເປັນໄຍ ໂດຍເວົ້າຄຳເວົ້າທີ່ໃສ່ໃຈແຕ່ບໍ່ຈິງໃຈເພື່ອຮັກສາສາຍສຳພັນ. ພວກເຂົາເວົ້າກ່ຽວກັບວ່າພວກເຂົາເຊື່ອໃນການມີຢູ່ຂອງພຣະເຈົ້າຫຼາຍສໍ່າໃດ, ພຣະເຈົ້າໃຫ້ພອນພວກເຂົາຫຼາຍສໍ່າໃດ, ພຣະເຈົ້າປະທານພຣະຄຸນໃຫ້ພວກເຂົາຫຼາຍສໍ່າໃດ ແລະ ພວກເຂົາຫຼັ່ງນໍ້າຕາເລື້ອຍສໍ່າໃດ ໂດຍຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າ ແລະ ເຕັມໃຈທີ່ຈະຕອບແທນຄວາມຮັກຂອງພຣະອົງ. ທັງນີ້ກໍເພື່ອຫຼອກລວງອ້າຍເອື້ອຍນ້ອງ ແລະ ຮັບການຊ່ວຍເຫຼືອຈາກພວກເຂົາ. ເມື່ອໃຜຜູ້ໜຶ່ງບໍ່ມີຄຸນຄ່າໃນການສວຍໃຊ້ປະໂຫຍດອີກຕໍ່ໄປ, ພວກເຂົາກໍຈະບລັອກ ແລະ ລຶບຂໍ້ມູນການຕິດຕໍ່ຂອງພວກເຂົາທັນທີ. ພວກເຂົາພະຍາຍາມຢ່າງໜັກເພື່ອປະຈົບປະແຈງ, ເອົາອົກເອົາໃຈ ແລະ ເຂົ້າໃກ້ຜູ້ທີ່ເປັນປະໂຫຍດທີ່ສຸດຕໍ່ພວກເຂົາ, ຜູ້ທີ່ມີຄຸນຄ່າໃນການສວຍໃຊ້ປະໂຫຍດທີ່ສຸດ. ສ່ວນຜູ້ທີ່ບໍ່ມີຄຸນຄ່າໃນການສວຍໃຊ້ປະໂຫຍດ, ຜູ້ທີ່ຄືກັບພວກເຂົາ, ບໍ່ມີອິດທິພົນ ຫຼື ສະຖານະພາບໃນສັງຄົມ ແລະ ຢູ່ໃນຊົນຊັ້ນລຸ່ມສຸດຂອງສັງຄົມໂດຍບໍ່ມີໃຜໃຫ້ເພິ່ງພາ, ພວກເຂົາກໍບໍ່ຫຼຽວເບິ່ງແມ່ນແຕ່ຫາງຕາ. ພວກເຂົາພົວພັນສະເພາະກັບຜູ້ທີ່ມີຄຸນຄ່າໃນການສວຍໃຊ້ປະໂຫຍດ ແລະ ຜູ້ທີ່ມີເສັ້ນສາຍໃນສັງຄົມ, ຜູ້ທີ່ພວກເຂົາເຫັນວ່າມີຄວາມສາມາດ. ພວກເຂົາສາມາດອອກເຫື່ອແຮງ ແລະ ອົດທົນຕໍ່ຄວາມຍາກລຳບາກເພື່ອຄຣິສຕະຈັກໄດ້ ກໍຕໍ່ເມື່ອພວກເຂົາຕ້ອງການບາງຢ່າງຈາກຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງເທົ່ານັ້ນ. ທີ່ຈິງແລ້ວ, ການສະແດງອອກຂອງການເປັນຜູ້ບໍ່ເຊື່ອຂອງຄົນດັ່ງກ່າວແມ່ນເຫັນໄດ້ຢ່າງຊັດເຈນຫຼາຍ. ຢູ່ເຮືອນ, ພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ, ບໍ່ເຄີຍອະທິຖານຕໍ່ພຣະເຈົ້າເມື່ອບໍ່ມີຄວາມຍາກລຳບາກ ແລະ ເຂົ້າຮ່ວມຊີວິດຄຣິສຕະຈັກດ້ວຍຄວາມບໍ່ເຕັມໃຈຢ່າງຍິ່ງ. ພວກເຂົາບໍ່ໄດ້ຂໍທີ່ຈະປະຕິບັດໜ້າທີ່ ແລະ ບໍ່ໄດ້ເປັນຝ່າຍລິເລີ່ມທີ່ຈະມີສ່ວນຮ່ວມໃນວຽກງານຂອງຄຣິສຕະຈັກ; ໂດຍສະເພາະຢ່າງຍິ່ງ ພວກເຂົາບໍ່ເຄີຍເຂົ້າຮ່ວມໃນວຽກງານທີ່ເປັນອັນຕະລາຍຢ່າງຫ້າວຫັນ. ເຖິງແມ່ນວ່າພວກເຂົາຈະຕົກລົງທີ່ຈະເຮັດ, ພວກເຂົາກໍສະແດງຄວາມບໍ່ອົດທົນຢ່າງຍິ່ງ ແລະ ຈະອອກເຫື່ອແຮງໜ້ອຍໜຶ່ງຢ່າງບໍ່ເຕັມໃຈ ກໍຕໍ່ເມື່ອຖືກເອີ້ນ ຫຼື ຖືກເຊີນເທົ່ານັ້ນ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຜູ້ບໍ່ເຊື່ອ. ການບໍ່ອ່ານພຣະທຳຂອງພຣະເຈົ້າ, ການບໍ່ປະຕິບັດໜ້າທີ່, ເຖິງແມ່ນວ່າພວກເຂົາຈະເຂົ້າຮ່ວມຊີວິດຄຣິສຕະຈັກຢ່າງບໍ່ເຕັມໃຈ, ມັນກໍເພື່ອຫຼີກລ່ຽງການສູນເສຍຊຸມຊົນຂອງອ້າຍເອື້ອຍນ້ອງໃນຄຣິສຕະຈັກ ເຊິ່ງເປັນຜູ້ໜູນຫຼັງທີ່ໃຫຍ່ຫຼວງສຳລັບພວກເຂົາ. ພວກເຂົາຮັກສາສາຍສຳພັນກັບຄົນເຫຼົ່ານີ້ພຽງເພື່ອເຮັດໃຫ້ການຈັດການເລື່ອງຕ່າງໆໃນອະນາຄົດສະດວກສະບາຍຂຶ້ນ. ເມື່ອຄົນດັ່ງກ່າວມີບ່ອນຢືນໃນສັງຄົມ ແລະ ມີບ່ອນຕັ້ງຕົວ ແລະ ເລີ່ມຕົ້ນຊີວິດຂອງພວກເຂົາ, ແລະ ເມື່ອພວກເຂົາປະສົບຄວາມສຳເລັດໃນໂລກ ແລະ ມີອິດທິພົນ ແລະ ມີໂອກາດທີ່ຈະມີອະນາຄົດທີ່ຮຸ່ງເຮືອງ, ພວກເຂົາກໍຈະອອກຈາກຄຣິສຕະຈັກຢ່າງໄວວາ ແລະ ບໍ່ລັງເລ, ຕັດຂາດສາຍສຳພັນກັບອ້າຍເອື້ອຍນ້ອງ ແລະ ຂາດການຕິດຕໍ່. ຖ້າມີຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນທີ່ພວກເຂົາມີສາຍສຳພັນທີ່ດີນຳ ແລະ ເຈົ້າຕ້ອງການຕິດຕໍ່ພວກເຂົາເພື່ອເທດສະໜາພຣະກິດຕິຄຸນໃຫ້ຄົນຜູ້ນັ້ນ, ເຈົ້າກໍຈະບໍ່ສາມາດຕິດຕໍ່ພວກເຂົາໄດ້. ພວກເຂົາບໍ່ພຽງແຕ່ຕັດຂາດສາຍສຳພັນກັບຄຣິສຕະຈັກເທົ່ານັ້ນ ແຕ່ຍັງຕັດຂາດມິດຕະພາບກັບບຸກຄົນບາງຄົນອີກດ້ວຍ. ພວກເຂົາບໍ່ໄດ້ເປີດໂປງຕົນເອງວ່າເປັນຜູ້ບໍ່ເຊື່ອແລ້ວບໍ? (ແມ່ນແລ້ວ). ແລ້ວຄຣິສຕະຈັກຄວນຈັດການກັບຄົນແບບນີ້ແນວໃດ? (ກຳຈັດພວກເຂົາອອກ). ພວກເຮົາຄວນໃຫ້ໂອກາດພວກເຂົາ, ສະແດງຄວາມເຂົ້າໃຈຕໍ່ຄວາມອ່ອນແອຂອງພວກເຂົາ ແລະ ຕໍ່ຄວາມຍາກລຳບາກໃນຊີວິດຂອງພວກເຂົາ ແລະ ສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາຫຼາຍຂຶ້ນ ເພື່ອໃຫ້ພວກເຂົາສາມາດເຊື່ອໄດ້ວ່າພຣະເຈົ້າມີຢູ່ຈິງ, ກາຍເປັນຜູ້ທີ່ສົນໃຈໃນຄວາມຈິງ ແລະ ເສຍສະຫຼະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈບໍ? ວຽກງານນີ້ຈຳເປັນຕ້ອງເຮັດບໍ? (ບໍ່). ເປັນຫຍັງຈຶ່ງບໍ່? (ເພາະວ່າຄົນເຫຼົ່ານີ້ບໍ່ໄດ້ມາບ່ອນນີ້ເພື່ອເຊື່ອໃນພຣະເຈົ້າເລີຍ). ຖືກຕ້ອງແລ້ວ, ພວກເຂົາບໍ່ໄດ້ມາເພື່ອເຊື່ອໃນພຣະເຈົ້າ; ເປົ້າໝາຍຂອງພວກເຂົາຊັດເຈນຫຼາຍ. ພວກເຂົາຢູ່ບ່ອນນີ້ເພື່ອຊອກຫາຜູ້ໜູນຫຼັງ. ສະນັ້ນ, ການໂອ້ລົມຄວາມຈິງກັບຄົນແບບນີ້ຈະບັນລຸຜົນໃດໆໄດ້ບໍ? (ບໍ່ໄດ້). ພວກເຂົາຈະບໍ່ຮັບເອົາມັນ; ພວກເຂົາບໍ່ໃຫ້ຄວາມສໍາຄັນກັບມັນ, ບໍ່ຕ້ອງການມັນ ແລະ ບໍ່ສົນໃຈມັນ.

ພວກເຮົາຄວນຈະພັນລະນາຜູ້ທີ່ເຊື່ອໃນພຣະເຈົ້າພຽງເພື່ອຊອກຫາຜູ້ໜູນຫຼັງນັ້ນແນວໃດ? ມັນຂ້ອນຂ້າງເໝາະສົມທີ່ຈະພັນລະນາພວກເຂົາວ່າເປັນຄົນທີ່ຖືເອົາຜົນປະໂຫຍດຂອງຕົນເອງເໜືອສິ່ງອື່ນໃດ. ຕາບໃດທີ່ພວກເຂົາເຫັນວ່າໃຜຜູ້ໜຶ່ງເປັນປະໂຫຍດ ແລະ ມີຜົນດີຕໍ່ພວກເຂົາ, ພວກເຂົາກໍຈະເຮັດທຸກຢ່າງທີ່ຄົນຜູ້ນັ້ນຂໍ; ພວກເຂົາຈະເຮັດຕາມທຸກຄຳສັ່ງທີ່ພວກເຂົາໄດ້ຮັບ. ພວກເຂົາຖືເອົາຜົນປະໂຫຍດຂອງຕົນເອງເໜືອສິ່ງອື່ນໃດ; ຕາບໃດທີ່ມີສິ່ງໃດທີ່ຮັບໃຊ້ຜົນປະໂຫຍດຂອງພວກເຂົາ, ສິ່ງນັ້ນກໍຖືວ່າໃຊ້ໄດ້. ຖ້າເຈົ້າບອກພວກເຂົາວ່າການເຊື່ອໃນພຣະເຈົ້າຈະນຳເອົາພອນ ແລະ ຜົນປະໂຫຍດມາໃຫ້, ພວກເຂົາກໍຈະເຊື່ອໃນພຣະອົງຢ່າງແນ່ນອນ ແລະ ເຮັດທຸກຢ່າງທີ່ເຈົ້າຂໍໃຫ້ພວກເຂົາເຮັດ. ຕາບໃດທີ່ຄວາມສາມາດຂອງເຈົ້າໃນການຈັດການເລື່ອງຕ່າງໆໃນສັງຄົມສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາໄດ້ຮັບຜົນປະໂຫຍດ, ພວກເຂົາກໍຈະພົວພັນກັບເຈົ້າຢ່າງແນ່ນອນ. ແນວໃດກໍຕາມ, ການພົວພັນຂອງພວກເຂົາກັບເຈົ້າບໍ່ໄດ້ໝາຍຄວາມວ່າພວກເຂົາສາມາດເຊື່ອໃນພຣະເຈົ້າຢ່າງແທ້ຈິງໄດ້ ແລະ ທັງບໍ່ໄດ້ໝາຍຄວາມວ່າພວກເຂົາຈະເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈຄືກັບທີ່ເຈົ້າເຮັດ. ເຖິງແມ່ນວ່າພວກເຂົາຈະເຂົ້າກັບເຈົ້າໄດ້ດີ ແລະ ເຈົ້າມີສາຍສຳພັນທີ່ດີເປັນພິເສດ, ມັນກໍບໍ່ໄດ້ໝາຍຄວາມວ່າພວກເຈົ້າຈະມີແນວຄິດທີ່ຄືກັນ, ຕິດຕາມເສັ້ນທາງດຽວກັນ ຫຼື ມີການສະແຫວງຫາແບບດຽວກັນ. ສະນັ້ນ, ເຈົ້າຕ້ອງບໍ່ໃຫ້ຄົນແບບນີ້ນໍາພາຢ່າງຜິດໆ. ຄົນເຫຼົ່ານີ້ມີເລ່ຫຼ່ຽມ ແລະ ມີກົນອຸບາຍໃນການພົວພັນກັບຄົນອື່ນ. ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າກໍຄືການຊອກຫາຜູ້ໜູນຫຼັງ, ບໍ່ແມ່ນເພື່ອສະແຫວງຫາຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ. ສິ່ງນີ້ສະແດງໃຫ້ເຫັນວ່າລັກສະນະຂອງພວກເຂົາຕໍ່າຊ້າ ແລະ ມືດມົນສໍ່າໃດ! ພວກເຂົາມາທີ່ຄຣິສຕະຈັກເພື່ອຊອກຫາຄົນທີ່ພວກເຂົາສາມາດສວຍໃຊ້ປະໂຫຍດໄດ້ ໂດຍວາງແຜນເພື່ອໃຫ້ໄດ້ຜົນປະໂຫຍດຕ່າງໆສຳລັບຕົນເອງ. ນີ້ບໍ່ໄດ້ໝາຍຄວາມວ່າຄົນແບບນີ້ສາມາດກະທຳການໂດຍບໍ່ເລືອກວິທີການ ແລະ ເຮັດສິ່ງທີ່ໄຮ້ຢາງອາຍທຸກປະເພດໄດ້ບໍ? (ແມ່ນແລ້ວ). ພຽງແຕ່ຄວາມຈິງທີ່ວ່າຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າຄືການຊອກຫາຜູ້ໜູນຫຼັງ ແລະ ຮັບປະກັນການດຳລົງຊີວິດ, ມັນກໍຊັດເຈນວ່າຄົນເຫຼົ່ານີ້ບໍ່ດີເລີຍ ແລະ ພວກເຂົາກໍມີລັກສະນະທີ່ຕໍ່າຊ້າ, ເຫັນແກ່ຕົວ, ໜ້າລັງກຽດ ແລະ ສົກກະປົກ ທີ່ດຳລົງຊີວິດຢູ່ໃນຄວາມມືດມົນທີ່ໃຫຍ່ຫຼວງ. ສະນັ້ນ, ຫຼັກການຂອງຄຣິສຕະຈັກໃນການຈັດການກັບພວກເຂົາກໍຄືການແຍກແຍະພວກເຂົາ ແລະ ຈາກນັ້ນກໍກຳຈັດ ຫຼື ຂັບໄລ່ພວກເຂົາອອກເຊັ່ນກັນ. ເມື່ອເຈົ້າແຍກແຍະໄດ້ວ່າພວກເຂົາບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ, ວ່າພວກເຂົາມາທີ່ຄຣິສຕະຈັກເພື່ອຊອກຫາທາງອອກ ແລະ ສວຍໂອກາດ, ຕ້ອງການສວຍໃຊ້ປະໂຫຍດຈາກອ້າຍເອື້ອຍນ້ອງເພື່ອຈັດການເລື່ອງຕ່າງໆ ແລະ ຮັບໃຊ້ພວກເຂົາ, ແລ້ວໃນກໍລະນີດັ່ງກ່າວ, ຜູ້ນຳ ແລະ ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງກໍຄວນຈັດການສະຖານະການໂດຍທັນທີ ແລະ ຢ່າງຖືກຕ້ອງ. ເມື່ອບໍ່ເປັນການສ້າງອັນຕະລາຍຕໍ່ຄວາມປອດໄພຂອງຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ, ຈົ່ງກຳຈັດ ຫຼື ຂັບໄລ່ພວກເຂົາອອກໂດຍໄວເທົ່າທີ່ຈະໄວໄດ້. ບໍ່ຄວນອະນຸຍາດໃຫ້ພວກເຂົາສືບຕໍ່ລີ້ຊ່ອນຢູ່ໃນທ່າມກາງອ້າຍເອື້ອຍນ້ອງ. ພວກເຂົາບໍ່ແມ່ນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ. ເມື່ອຄົນດັ່ງກ່າວລີ້ຊ່ອນຢູ່ໃນທ່າມກາງພວກເຈົ້າ, ພວກເຂົາກໍຈ້ອງເບິ່ງທຸກຄົນຢູ່ສະເໝີດ້ວຍສາຍຕາທີ່ລະໂມບ ແລະ ທີ່ຄອຍເຝົ້າເບິ່ງເພື່ອເບິ່ງວ່າໃຜມີຄຸນຄ່າໃນການສວຍໃຊ້ປະໂຫຍດ. ພວກເຂົາຄິດໄລ່ຢູ່ສະເໝີວ່າ ມີຄົນໃນຄຣິສຕະຈັກທີ່ພວກເຂົາສາມາດສວຍໃຊ້ໄດ້ ຫຼື ບໍ່, ໃຜມີຍາດພີ່ນ້ອງເຮັດວຽກຢູ່ໂຮງໝໍ, ໃຜຮູ້ວິທີປິ່ນປົວພະຍາດ ຫຼື ມີສູດຢາລັບ, ໃຜສາມາດຊື້ຂອງໃນລາຄາສົ່ງໄດ້, ຄອບຄົວຂອງອ້າຍນ້ອງຄົນໃດເປີດຮ້ານຂາຍລົດ, ໃຜສາມາດຊື້ເຮືອນໃນລາຄາພິເສດສຳລັບຄົນໃນໄດ້, ພວກເຂົາກວດສອບເລື່ອງເຫຼົ່ານີ້ໂດຍສະເພາະ. ຄົນເຫຼົ່ານີ້ຄິດໄລ່ຢ່າງລະອຽດຖີ່ຖ້ວນ! ພວກເຂົາຄິດໄລ່ແມ່ນແຕ່ເລື່ອງນ້ອຍໆ ແລະ ພວກເຂົາຍັງປາຖະໜາທີ່ຈະວາງແຜນການຕໍ່ຕ້ານອ້າຍເອື້ອຍນ້ອງ ແລະ ວາງແຜນທີ່ຈະສວຍໃຊ້ປະໂຫຍດຈາກພວກເຂົາ. ພວກເຂົາກວດສອບພູມຫຼັງຄອບຄົວຂອງທຸກຄົນ ແລະ ເຮັດໃຫ້ທຸກຄົນຢູ່ໃນຂອບເຂດແຜນການ ແລະ ເລ່ຫຼ່ຽມຂອງພວກເຂົາ. ໃຈຂອງພວກເຈົ້າຈະຮູ້ສຶກສະຫງົບໄດ້ບໍເມື່ອພົວພັນກັບຄົນແບບນີ້? (ບໍ່). ຄວນເຮັດແນວໃດຖ້າບໍ່ມີຄວາມສະຫງົບ? ພວກເຈົ້າຄວນລະວັງຄົນແບບນີ້. ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າດ້ວຍເຈດຕະນາທີ່ແອັບແຝງ; ພວກເຂົາບໍ່ໄດ້ຢູ່ບ່ອນນີ້ເພື່ອສະແຫວງຫາຄວາມຈິງ ຫຼື ຄວາມລອດພົ້ນ ແຕ່ເພື່ອຊອກຫາຜູ້ໜູນຫຼັງ, ຊີວິດການເປັນຢູ່ ແລະ ທາງອອກໃຫ້ກັບຕົນເອງ. ຄົນດັ່ງກ່າວເຫັນແກ່ຕົວ, ໜ້າລັງກຽດ ແລະ ມີເລ່ຫຼ່ຽມເປັນພິເສດ. ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ໃດໆ ຫຼື ເສຍສະຫຼະຕົນເອງເພື່ອພຣະເຈົ້າ. ເມື່ອຄຣິສຕະຈັກຕ້ອງການໃຫ້ພວກເຂົາເຮັດຫຍັງຈັກຢ່າງ, ກໍຊອກຫາພວກເຂົາບໍ່ເຫັນ ແຕ່ພວກເຂົາກໍກັບມາປະກົດຕົວອີກຄັ້ງເມື່ອເລື່ອງຈົບລົງ. ຄົນເຫຼົ່ານີ້ຮູ້ແຕ່ສວຍໂອກາດເທົ່ານັ້ນ ແລະ ບໍ່ມີປະໂຫຍດທີ່ຈະປ່ອຍໃຫ້ພວກເຂົາຢູ່ໃນຄຣິສຕະຈັກ; ຕ້ອງໃຊ້ວິທີການຕ່າງໆເພື່ອກຳຈັດພວກເຂົາອອກໄປໂດຍໄວເທົ່າທີ່ຈະໄວໄດ້. ບາງຄົນເວົ້າວ່າ “ມັນຈຳເປັນຕ້ອງໃຊ້ວິທີການຕ່າງໆເພື່ອຈັດການກັບຄົນຜູ້ດຽວແທ້ບໍ?” ຄຣິສຕະຈັກມີຄົນທຸກປະເພດ; ຫຼາຍຄົນໃນນັ້ນເຊື່ອໃນພຣະເຈົ້າພຽງເພື່ອຊອກຫາຜູ້ໜູນຫຼັງ ແລະ ທາງອອກ ເພື່ອໃຫ້ໄດ້ຮັບພອນ ຫຼື ເພື່ອຫຼີກລ່ຽງໄພພິບັດ. ມັນແມ່ນຄວາມຮຸນແຮງຢ່າງດຽວຈາກແຮງຈູງໃຈເຫຼົ່ານີ້ເທົ່ານັ້ນທີ່ແຕກຕ່າງກັນ; ບາງຄົນສະແດງພຶດຕິກຳແບບໜຶ່ງ, ໃນຂະນະທີ່ຄົນອື່ນສະແດງອີກແບບ. ສະນັ້ນ, ຕ້ອງມີການປະຕິບັດຕໍ່ຜູ້ຄົນທີ່ແຕກຕ່າງກັນໃນແບບທີ່ແຕກຕ່າງກັນ; ມີພຽງແຕ່ການເຮັດແບບນີ້ເທົ່ານັ້ນທີ່ສອດຄ່ອງກັບຫຼັກການ. ສ່ວນຜູ້ບໍ່ເຊື່ອເຫຼົ່ານີ້ທີ່ກຳລັງຊອກຫາຜູ້ໜູນຫຼັງ, ພວກເຂົາຕ້ອງຖືກກຳຈັດອອກໄປໂດຍທັນທີ. ຢ່າປ່ອຍໃຫ້ພວກເຂົາມາເພິ່ງພາອາໄສກິນຢູ່ຊື່ໆໃນຄຣິສຕະຈັກ. ພວກເຂົາຂໍໃຫ້ອ້າຍເອື້ອຍນ້ອງຈັດການເລື່ອງຕ່າງໆໃຫ້ພວກເຂົາ. ໃນເມື່ອທີ່ຈິງແລ້ວມັນໃຊ້ຄວາມພະຍາຍາມພຽງໜ້ອຍໜຶ່ງເພື່ອຊ່ວຍພວກເຂົາຈັດການເລື່ອງຕ່າງໆ, ເປັນຫຍັງຈຶ່ງບໍ່ຄວນໃຫ້ການຊ່ວຍເຫຼືອແມ່ນແຕ່ພຽງໜ້ອຍດຽວນີ້ແກ່ພວກເຂົາ? ທີ່ສຳຄັນທີ່ສຸດ, ຂໍ້ທີໜຶ່ງກໍຄື ຄົນເຫຼົ່ານີ້ບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ; ພວກເຂົາເປັນຜູ້ບໍ່ເຊື່ອຢ່າງສິ້ນເຊີງ. ຂໍ້ທີສອງກໍຄື ຄົນເຫຼົ່ານີ້ບໍ່ສາມາດປ່ຽນຈາກການບໍ່ເຊື່ອມາເປັນຜູ້ເຊື່ອທີ່ແທ້ຈິງໄດ້. ພວກເຂົາບໍ່ແມ່ນຜູ້ທີ່ພຣະເຈົ້າໄດ້ກຳນົດ ແລະ ເລືອກໄວ້ລ່ວງໜ້າ; ພວກເຂົາບໍ່ແມ່ນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງ ແຕ່ພັດເປັນຜູ້ເຮັດຄວາມຊົ່ວທີ່ໄດ້ແຊກຊຶມເຂົົ້າມາໃນຄຣິສຕະຈັກ. ຂໍ້ທີສາມກໍຄື ຄົນເຫຼົ່ານີ້ແລ່ນວຸ້ນວາຍໄປທົ່ວໃນຄຣິສຕະຈັກ ໂດຍຂໍຄວາມຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງຢູ່ສະເໝີ ບໍ່ວ່າບັນຫາທີ່ພວກເຂົາປະເຊີນໜ້າຈະໃຫຍ່ສໍ່າໃດກໍຕາມ ເຊິ່ງເປັນການລົບກວນອ້າຍເອື້ອຍນ້ອງໂດຍບໍ່ຮູ້ໂຕ ແລະ ໃນຂະນະດຽວກັນກໍສ້າງບັນຍາກາດທີ່ເປັນລົບຢ່າງຮ້າຍແຮງໃນຄຣິສຕະຈັກ ເຊິ່ງເປັນຜົນເສຍຕໍ່ທຸກຄົນ. ສະນັ້ນ, ມັນດີທີ່ສຸດທີ່ຈະກຳຈັດມານຮ້າຍເຫຼົ່ານີ້ທີ່ເຊື່ອໃນພຣະເຈົ້າພຽງເພື່ອຊອກຫາຜູ້ໜູນຫຼັງອອກໄປໂດຍໄວເທົ່າທີ່ຈະໄວໄດ້. ຖ້າເຈົ້າຍັງບໍ່ທັນລະບຸຕົວພວກເຂົາ ຫຼື ເບິ່ງທະລຸວ່າພວກເຂົາເປັນຄົນປະເພດນີ້, ເຈົ້າກໍສາມາດເກັບພວກເຂົາໄວ້ເພື່ອສັງເກດການໄດ້. ເມື່ອເຈົ້າແຍກແຍະ ແລະ ເບິ່ງທະລຸໄດ້ວ່າພວກເຂົາຢູ່ໃນກຸ່ມຄົນຊົ່ວຕ່າງໆທີ່ເຮືອນຂອງພຣະເຈົ້າຕ້ອງກຳຈັດອອກ, ຈົ່ງຢ່າລັງເລ ຫຼື ໄວ້ໜ້າພວກເຂົາ. ຫຼັງຈາກທີ່ໄດ້ໂອ້ລົມກັບທຸກຄົນ ແລະ ບັນລຸຂໍ້ສະຫຼຸບທີ່ເປັນເອກະພາບແລ້ວ, ເຈົ້າກໍສາມາດກຳຈັດພວກເຂົາອອກໄດ້. ຖ້າຜູ້ນຳ ແລະ ຜູ້ເຮັດວຽກໃນຄຣິສຕະຈັກບໍ່ສົນໃຈເລື່ອງນີ້, ຕາບໃດທີ່ອ້າຍເອື້ອຍນ້ອງສ່ວນໃຫຍ່ຢືນຢັນວ່າພວກເຂົາເປັນປະເພດທີ່ເຊື່ອໃນພຣະເຈົ້າພຽງເພື່ອຊອກຫາຜູ້ໜູນຫຼັງ ແລະ ທາງອອກ, ພວກເຈົ້າມີສິດທີ່ຈະກຳຈັດພວກເຂົາອອກໂດຍກົງໂດຍບໍ່ຕ້ອງຜ່ານຜູ້ນຳປອມ. ການເຮັດແບບນັ້ນຖືກຕ້ອງ ແລະ ສອດຄ່ອງກັບຫຼັກການຄວາມຈິງຢ່າງສົມບູນ. ມັນເປັນສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງພວກເຈົ້າ; ມັນກໍເພື່ອການປົກປ້ອງພວກເຈົ້າເອງ. ແນ່ນອນວ່າ ເມື່ອອ້າຍເອື້ອຍນ້ອງທີ່ເປັນຜູ້ເຊື່ອທີ່ແທ້ຈິງປະສົບບັນຫາ, ພວກເຮົາມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະເຮັດສຸດຄວາມສາມາດເພື່ອຊ່ວຍເຫຼືອພວກເຂົາ, ບໍ່ວ່າຈະເປັນການຊ່ວຍເຫຼືອ ແລະ ສະໜັບສະໜູນດ້ວຍຄວາມຮັກ ຫຼື ຜ່ານການຊ່ວຍເຫຼືອດ້ານວັດຖຸ. ນີ້ຄືຄວາມຮັກລະຫວ່າງອ້າຍເອື້ອຍນ້ອງ, ຄວາມຮັກຂອງຜູ້ທີ່ເຊື່ອໃນພຣະເຈົ້າ. ແນວໃດກໍຕາມ, ພວກເຮົາບໍ່ມີຄວາມຮັບຜິດຊອບ ຫຼື ພັນທະທີ່ຈະຊ່ວຍເຫຼືອຜູ້ບໍ່ເຊື່ອ ເພາະພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ ແລະ ບໍ່ສົມຄວນໄດ້ຮັບພຣະຄຸນ ຫຼື ການຊ່ວຍເຫຼືອແບບນີ້. ນີ້ຄືການປະຕິບັດຕໍ່ຜູ້ຄົນຕາມຫຼັກການ. ການໂອ້ລົມຂອງພວກເຮົາກ່ຽວກັບຈຸດປະສົງຂໍ້ທີເຈັດໃນການເຊື່ອໃນພຣະເຈົ້າກໍຈົບລົງພຽງເທົ່ານີ້. ບໍ່ຈຳເປັນຕ້ອງຍົກຕົວຢ່າງທີ່ລະອຽດກວ່ານີ້ກ່ຽວກັບຄົນປະເພດນີ້. ສະຫຼຸບແລ້ວກໍຄື ໃຜກໍຕາມທີ່ມີຈຸດປະສົງໃນການເຊື່ອໃນພຣະເຈົ້າເພື່ອຊອກຫາຜູ້ໜູນຫຼັງ ກໍເແມ່ນຜູ້ທີ່ຄວນຖືກກຳຈັດ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ເມື່ອຜູ້ນຳ ແລະ ຜູ້ເຮັດວຽກແຍກແຍະໄດ້ວ່າມີຄົນແບບນີ້ຢູ່ໃນຄຣິສຕະຈັກ, ພວກເຂົາກໍຄວນກຳຈັດຄົນເຫຼົ່ານັ້ນອອກໂດຍທັນທີ. ໃຫ້ກໍາຈັດຄົນທີ່ເຈົ້າພົບເຫັນອອກເທື່ອລະຄົນໂດຍບໍ່ໃຫ້ເຫຼືອຈັກຄົນ. ຖ້າອ້າຍເອື້ອຍນ້ອງສ່ວນໃຫຍ່ຖືກລົບກວນຈົນຮູ້ສຶກໝົດຫົນທາງ ແລະ ທົນຕໍ່ໄປບໍ່ໄຫວອີກແລ້ວ ແລະ ຜູ້ນຳ ແລະ ຜູ້ເຮັດວຽກຍັງຄົງປົກປ້ອງພວກເຂົາໂດຍກ່າວວ່າ “ພວກເຂົາມີຄວາມຍາກລຳບາກ; ພວກເຮົາຄວນຊ່ວຍເຫຼືອພວກເຂົາ”, ກໍຄວນບອກຜູ້ນຳດັ່ງກ່າວວ່າ: “ພວກເຂົາບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າເລີຍ. ພວກເຂົາບໍ່ສົນໃຈໃຜກໍຕາມທີ່ໂອ້ລົມພຣະທຳຂອງພຣະເຈົ້າກັບພວກເຂົາ ແລະ ປະຕິເສດທີ່ຈະປະຕິບັດໜ້າທີ່ຂອງຕົນເມື່ອຖືກບອກ. ພວກເຂົາບໍ່ເຄີຍມີເຈດຕະນາທີ່ຈະເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ພວກເຂົາພຽງແຕ່ຕ້ອງການສວຍໃຊ້ປະໂຫຍດຈາກອ້າຍເອື້ອຍນ້ອງເພື່ອຈັດການເລື່ອງຕ່າງໆຂອງພວກເຂົາ. ພວກເຮົາບໍ່ມີຄວາມຮັບຜິດຊອບ ຫຼື ພັນທະທີ່ຈະຊ່ວຍເຫຼືອຜູ້ບໍ່ເຊື່ອແບບນີ້!” ເຖິງແມ່ນວ່າຜູ້ນຳຄຣິສຕະຈັກຈະບໍ່ເຫັນດີ, ພວກເຈົ້າມີສິດທີ່ຈະຮ່ວມກັບຄົນສ່ວນໃຫຍ່ເພື່ອຂັບໄລ່ພວກເຂົາອອກຈາກຄຣິສຕະຈັກ. ຖ້າຜູ້ນຳຄຣິສຕະຈັກຍັງຄົງບໍ່ເຫັນດີໃນຈຸດນີ້, ຈົ່ງລາຍງານເລື່ອງນີ້ຂຶ້ນເບື້ອງເທິງ; ໃຫ້ແຍກຜູ້ນຳອອກຕ່າງຫາກ ແລະ ໃຫ້ພວກເຂົາພິຈາລະນາຕົນເອງ. ພວກເຈົ້າສາມາດຍອມຮັບການນຳພາຂອງພວກເຂົາໄດ້ອີກຄັ້ງ ເມື່ອພວກເຂົາເຫັນດີ. ຖ້າພວກເຂົາຍັງຄົງບໍ່ເຫັນດີ, ພວກເຈົ້າກໍສາມາດປົດພວກເຂົາອອກ ແລະ ເລືອກຕັ້ງຜູ້ນຳຄົນໃໝ່ໄດ້. ນີ້ຄືຈຸດປະສົງຂໍ້ທີເຈັດໃນການເຊື່ອໃນພຣະເຈົ້າ: ການຊອກຫາຜູ້ໜູນຫຼັງ.

H. ການສະແຫວງຫາຈຸດປະສົງທາງການເມືອງ

ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບຈຸດປະສົງຂໍ້ທີແປດ: ການເຊື່ອໃນພຣະເຈົ້າດ້ວຍຈຸດປະສົງ ແລະ ເປົ້າໝາຍທາງການເມືອງ. ຄວາມເປັນໄປໄດ້ທີ່ບຸກຄົນດັ່ງກ່າວຈະປາກົດຕົວກໍບໍ່ແມ່ນວ່າຈະສູງຫຼາຍ ແຕ່ບໍ່ວ່າຄວາມເປັນໄປໄດ້ຈະເປັນແນວໃດກໍຕາມ, ຕາບໃດທີ່ຍັງມີໂອກາດທີ່ຄົນເຫຼົ່ານີ້ຈະປາກົດຕົວ, ພວກເຮົາກໍຄວນຍົກຕົວຢ່າງຂອງພວກເຂົາອອກມາ, ເປີດໂປງ, ໂອ້ລົມກ່ຽວກັບ ແລະ ກຳນົດລັກສະນະຂອງພວກເຂົາ. ພວກເຮົາຕ້ອງເຮັດແບບນີ້ເພື່ອວ່າທຸກຄົນຈະມີການແຍກແຍະຕໍ່ພວກເຂົາ ແລະ ຈາກນັ້ນກໍຈະສາມາດກຳຈັດພວກເຂົາອອກໄປໂດຍໄວເທົ່າທີ່ຈະໄວໄດ້ ເຊິ່ງເປັນການປ້ອງກັນບໍ່ໃຫ້ມີບັນຫາ ແລະ ໄພອັນຕະລາຍເກີດຕໍ່ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ການເຮັດແບບນີ້ແມ່ນເພື່ອປົກປ້ອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ສະນັ້ນ, ຜູ້ທີ່ເຊື່ອໃນພຣະເຈົ້າດ້ວຍຈຸດປະສົງທາງການເມືອງກໍຄືຄົນທີ່ພວກເຮົາຄວນແຍກແຍະ ແລະ ເຝົ້າລະວັງ ແລະ ພວກເຂົາກໍເປັນຄົນຊົ່ວຊ້າທີ່ຄຣິສຕະຈັກຄວນກຳຈັດອອກໂດຍໄວເທົ່າທີ່ຈະໄວໄດ້ເຊັ່ນກັນ. ການສະແດງອອກຂອງຜູ້ທີ່ມີຈຸດປະສົງທາງການເມືອງມີຫຍັງແດ່? ພວກເຂົາຈະບໍ່ເວົ້າຄວາມຄິດທີ່ແທ້ຈິງຂອງພວກເຂົາຕໍ່ເຈົ້າ. ພວກເຂົາຈະບໍ່ເວົ້າຢ່າງຊັດເຈນວ່າ “ຂ້ານ້ອຍພຽງແຕ່ສົນໃຈເລື່ອງການເມືອງ, ຂ້ານ້ອຍມັກມີສ່ວນຮ່ວມໃນການເມືອງ, ສະນັ້ນ ຂ້ານ້ອຍຈຶ່ງເຊື່ອໃນພຣະເຈົ້າດ້ວຍຈຸດປະສົງ ແລະ ເປົ້າໝາຍທາງການເມືອງ ແລະ ບໍ່ແມ່ນຍ້ອນເຫດຜົນອື່ນໃດ. ພວກເຈົ້າສາມາດຈັດການກັບຂ້ານ້ອຍໄດ້ຕາມທີ່ພວກເຈົ້າເຫັນສົມຄວນ”. ພວກເຂົາຈະເວົ້າແບບນີ້ບໍ? (ບໍ່). ແລ້ວພວກເຂົາມີການສະແດງອອກຫຍັງແດ່ທີ່ເຮັດໃຫ້ເຈົ້າສາມາດແຍກແຍະໄດ້ວ່າພວກເຂົາມີຈຸດປະສົງທາງການເມືອງ? ນັ້ນກໍຄື ພວກເຂົາເວົ້າຄຳໃດ, ເຮັດສິ່ງໃດ, ສີໜ້າ, ສາຍຕາ ແລະ ນໍ້າສຽງແບບໃດທີ່ພຽງພໍໃຫ້ເຈົ້າຢືນຢັນໄດ້ວ່າຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ບໍລິສຸດ? ບໍ່ວ່າພວກເຂົາຈະເວົ້າ ຫຼື ເຮັດຫຍັງກໍຕາມ, ພວກເຂົາກໍປິດບັງສິ່ງຕ່າງໆໄວ້ໃນໃຈ ແລະ ບໍ່ມີໃຜສາມາດຢັ່ງເຖິງຄວາມຄິດຂອງພວກເຂົາໄດ້. ພວກເຂົາມີຕົວຕົນ ແລະ ພູມຫຼັງທີ່ພິເສດ; ຈາກຄຳເວົ້າ ແລະ ພຶດຕິກໍາຂອງພວກເຂົາ ແມ່ນສາມາດເຫັນໄດ້ວ່າພວກເຂົາມີແຜນການ ແລະ ອຸບາຍ ແລະ ວິທີການເວົ້າ ແລະ ການເຮັດສິ່ງຕ່າງໆຂອງພວກເຂົາກໍເປັນຍຸດທະສາດ. ເມື່ອພວກເຂົາເວົ້າ, ຄົນທົ່ວໄປບໍ່ສາມາດເຂົ້າໃຈແຮງຈູງໃຈ ຫຼື ຄວາມຄິດທີ່ແທ້ຈິງຂອງພວກເຂົາໄດ້ ແລະ ບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງເວົ້າສິ່ງທີ່ພວກເຂົາເວົ້າ. ເຖິງແມ່ນວ່າພາຍນອກຄົນເຫຼົ່ານີ້ຈະບໍ່ສະແດງຄວາມເປັນສັດຕູ ຫຼື ການຕັດສິນຕໍ່ການເຊື່ອໃນພຣະເຈົ້າ ຫຼື ການໂອ້ລົມຄວາມຈິງ ແລະ ອາດຈະສະແດງຄວາມມັກໃນສິ່ງເຫຼົ່ານີ້ອີກດ້ວຍ, ເຈົ້າກໍພຽງແຕ່ຮູ້ສຶກວ່າພວກເຂົາແປກ. ພວກເຂົາແຕກຕ່າງຈາກອ້າຍເອື້ອຍນ້ອງຄົນອື່ນ ແລະ ຂ້ອນຂ້າງຢັ່ງເຖິງບໍ່ໄດ້. ໂດຍປົກກະຕິແລ້ວ ເຈົ້າເຮັດແນວໃດກັບຄົນທີ່ຢັ່ງເຖິງບໍ່ໄດ້? ເຈົ້າພຽງແຕ່ເຝົ້າລະວັງພວກເຂົາແບບຮຽບງ່າຍບໍ? ຫຼື ເຈົ້າເປັນຝ່າຍລິເລີ່ມສືບສວນພວກເຂົາ ແລະ ຊອກຫາວ່າຄວາມຈິງແລ້ວພວກເຂົາເປັນຄົນແນວໃດ? (ພວກເຮົາຄວນສັງເກດເບິ່ງພວກເຂົາ). ບໍ່ວ່າຄົນໃດຄົນໜຶ່ງຈະເຮັດຫຍັງກໍຕາມ, ໂດຍທົ່ວໄປແລ້ວຈຸດປະສົງຂອງພວກເຂົາກໍບໍ່ໄດ້ຖືກເປີດເຜີຍງ່າຍໆພາຍໃນໄລຍະເວລາສັ້ນໆ. ແຕ່ເມື່ອເວລາຜ່ານໄປດົນຂຶ້ນ, ເວັ້ນເສຍແຕ່ວ່າພວກເຂົາຈະບໍ່ເຮັດຫຍັງເລີຍ, ເມື່ອພວກເຂົາລົງມືກະທຳການ, ພວກເຂົາກໍຈະເປີດເຜີຍຄວາມລັບອອກມາຢ່າງແນ່ນອນ. ຈົ່ງສັງເກດ ແລະ ຊອກຫາຮ່ອງຮອຍຈາກລາຍລະອຽດນ້ອຍໆ. ເຈົ້າສາມາດຄົ້ນພົບຂໍ້ມູນ ແລະ ຮ່ອງຮອຍບາງຢ່າງຈາກຄຳເວົ້າ ແລະ ພຶດຕິກໍາຂອງພວກເຂົາ, ຈາກເຈດຕະນາ ແລະ ທິດທາງໃນການກະທຳຂອງພວກເຂົາ ແລະ ຈາກຄຳເວົ້າ ແລະ ນໍ້າສຽງທີ່ພວກເຂົາໃຊ້ໃນເວລາເວົ້າ. ການທີ່ຈະສາມາດເຮັດແບບນີ້ໄດ້ກໍຂຶ້ນຢູ່ກັບວ່າເຈົ້າເປັນຄົນລະອຽດຖີ່ຖ້ວນ ຫຼື ບໍ່ ແລະ ເຈົ້າມີສະຕິປັນຍາ ແລະ ຄວາມສາມາດໃນລະດັບໃດໜຶ່ງ ຫຼື ບໍ່. ຄົນໂງ່ບາງຄົນບໍ່ສາມາດຮັບຮູ້ເຖິງອັນຕະລາຍ ແລະ ຄວາມໂຫດຮ້າຍທີ່ມີຢູ່ໃນສັງຄົມມະນຸດ; ບໍ່ວ່າພວກເຂົາຈະພົບພໍ້ກັບໃຜກໍຕາມ, ພວກເຂົາກໍໃຊ້ວິທີການແບບດຽວກັນເພື່ອພົວພັນກັບພວກເຂົາສະເໝີ. ຜົນກໍຄື ເມື່ອພວກເຂົາພົບພໍ້ກັບນັກການເມືອງທີ່ມີເລ່ລ່ຽມ ແລະ ຂົດໂກງທີ່ມີຈຸດປະສົງທາງການເມືອງ, ພວກເຂົາກໍກາຍເປັນຢູດາ ແລະ ເຄື່ອງມືໃນການທໍລະຍົດຕໍ່ຄຣິສຕະຈັກໄດ້ຢ່າງງ່າຍດາຍ ແລະ ເຮັດສິ່ງທີ່ໂງ່ຈ້າທີ່ເປັນການສ້າງກັບດັກໃຫ້ຄຣິສຕະຈັກໂດຍບໍ່ຮູ້ໂຕ.

ທີ່ຈິງແລ້ວ ຄົນທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້ມີການສະແດງອອກຫຍັງແດ່? ຄົນເຫຼົ່ານີ້ມີພູມຫຼັງທາງສັງຄົມບາງຢ່າງ; ພວກເຂົາເປັນບຸກຄົນທີ່ປະປົນໃນວົງການການເມືອງ. ບໍ່ວ່າສະຖານະຂອງພວກເຂົາໃນວົງການການເມືອງຈະເປັນແນວໃດກໍຕາມ, ບໍ່ວ່າຈະເປັນເຈົ້າໜ້າທີ່, ເຮັດວຽກຕ່າງໆນາໆ ຫຼື ກຽມຕົວທີ່ຈະສ້າງຈຸດຢືນໃນວົງການການເມືອງ, ສະຫຼຸບສັ້ນໆກໍຄື ຄົນເຫຼົ່ານີ້ມີພູມຫຼັງທາງການເມືອງໃນສັງຄົມ. ນີ້ແມ່ນສະຖານະການທີ່ຊັບຊ້ອນ ແລະ ພິເສດ. ບໍ່ວ່າຄົນເຫຼົ່ານີ້ຈະເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ ຫຼື ບໍ່ກໍຕາມ ໂດຍຕັດສິນຈາກການສະແຫວງຫາ, ເສັ້ນທາງທີ່ພວກເຂົາຍ່າງ ແລະ ທຳມະຊາດ-ແກ່ນແທ້ຂອງພວກເຂົາ, ຄົນເຫຼົ່ານີ້ຈະສາມາດກາຍເປັນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈໄດ້ບໍ? ພວກເຂົາສາມາດປ່ຽນຈາກການເປັນຜູ້ບໍ່ເຊື່ອ, ຈາກການເປັນນັກການເມືອງທີ່ກະຕືລືລົ້ນໃນການເມືອງ ມາເປັນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈໄດ້ບໍ? (ບໍ່ໄດ້). ແນ່ໃຈບໍ? ຫຼື ວ່າຍັງມີຄວາມເປັນໄປໄດ້? (ບໍ່ມີທາງເດັດຂາດ). ມັນເປັນໄປບໍ່ໄດ້ຢ່າງແນ່ນອນ. ການເຊື່ອໃນພຣະເຈົ້າ ແລະ ການເມືອງແມ່ນສອງເສັ້ນທາງທີ່ແຕກຕ່າງກັນ; ສອງເສັ້ນທາງນີ້ພັດທະນາໄປໃນທິດທາງທີ່ກົງກັນຂ້າມ, ບໍ່ມີຈຸດຮ່ວມກັນ ແລະ ບໍ່ສາມາດຕັດກັນໄດ້ຢ່າງເດັດຂາດ. ພວກມັນເປັນເສັ້ນທາງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ສະນັ້ນ, ຜູ້ທີ່ມີຈຸດປະສົງທາງການເມືອງ ຫຼື ຮັກ ແລະ ກະຕືລືລົ້ນໃນການເມືອງ, ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າໂດຍບໍ່ມີຈຸດປະສົງທາງການເມືອງທີ່ຊັດເຈນ ແມ່ນຍັງມີຈຸດປະສົງອື່ນໆຢູ່; ແລະ ເປັນທີ່ແນ່ນອນວ່າຈຸດປະສົງຂອງພວກເຂົາບໍ່ແມ່ນເພື່ອໄດ້ຮັບຄວາມຈິງ ຫຼື ໄດ້ຮັບຄວາມລອດພົ້ນ. ຢ່າງໜ້ອຍທີ່ສຸດ ກໍສາມາດກຳນົດໄດ້ວ່າພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ. ພວກເຂົາພຽງແຕ່ຍອມຮັບຕຳນານທີ່ວ່າມີພຣະເຈົ້າ ແຕ່ບໍ່ຍອມຮັບການມີຢູ່ຈິງຂອງພຣະເຈົ້າ ຫຼື ຄວາມຈິງທີ່ວ່າພຣະເຈົ້າຊົງເປັນຜູ້ປົກຄອງເໜືອທຸກສິ່ງ. ດັ່ງນັ້ນ, ຄົນເຫຼົ່ານີ້ຈະບໍ່ມີທາງປ່ຽນຈາກການເປັນຜູ້ບໍ່ເຊື່ອທີ່ກະຕືລືລົ້ນໃນການເມືອງ ມາເປັນຜູ້ເຊື່ອທີ່ແທ້ຈິງທີ່ເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ສາມາດຍອມຮັບພາລະກິດຂອງພຣະເຈົ້າ ແລະ ຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະເຈົ້າໄດ້.

ທີ່ຈິງແລ້ວ ຜູ້ບໍ່ເຊື່ອທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້ມີຈຸດປະສົງຫຍັງໃນການເຊື່ອໃນພຣະເຈົ້າ? ສິ່ງນີ້ກ່ຽວຂ້ອງກັບການໄລ່ຕາມ ແລະ ອາຊີບທີ່ພວກເຂົາເຮັດ. ຕົວຢ່າງ: ບາງຄົນມີຄວາມຕ້ອງການສ່ວນຕົວບາງຢ່າງຢູ່ໃນວົງການການເມືອງສະເໝີ, ມີເປົ້າໝາຍ ແລະ ຄວາມປາດຖະໜາທາງການເມືອງທີ່ຍິ່ງໃຫຍ່ ແລະ ອື່ນໆ ເຊິ່ງບໍ່ວ່າຈະແມ່ນຫຍັງກໍຕາມ ລ້ວນແລ້ວແຕ່ກ່ຽວຂ້ອງກັບການເມືອງ. ຄຳວ່າ “ການເມືອງ” ໝາຍເຖິງຫຍັງ? ເວົ້າງ່າຍໆກໍຄື ມັນກ່ຽວຂ້ອງກັບລະບອບ, ອຳນາດ ແລະ ການປົກຄອງ. ສະນັ້ນ, ການເຊື່ອໃນພຣະເຈົ້າຂອງພວກເຂົາດ້ວຍຈຸດປະສົງທາງການເມືອງກໍແນ່ນອນວ່າກ່ຽວຂ້ອງກັບການໄລ່ຕາມທາງການເມືອງຂອງພວກເຂົາ. ແລ້ວຈຸດປະສົງຂອງພວກເຂົາແມ່ນຫຍັງ? ເປັນຫຍັງພວກເຂົາຈຶ່ງເຈາະຈົງຄົນໃນຄຣິສຕະຈັກ? ພວກເຂົາຕ້ອງການໃຊ້ສະຖາບັນທີ່ເປັນຄຣິສຕະຈັກ, ຄົນຈຳນວນຫຼວງຫຼາຍໃນຄຣິສຕະຈັກ ແລະ ອິດທິພົນຂອງຄົນເຫຼົ່ານີ້ໃນຄຣິສຕະຈັກຈາກອາຊີບ ແລະ ຊົນຊັ້ນທາງສັງຄົມຕ່າງໆ ເພື່ອບັນລຸເປົ້າໝາຍຂອງພວກເຂົາ. ຫຼັງຈາກທີ່ໄດ້ຮຽນຮູ້ກ່ຽວກັບຄຳສອນຂອງຄຣິສຕະຈັກ, ການດຳເນີນງານຂອງວຽກງານຕ່າງໆຂອງຄຣິສຕະຈັກ, ວິທີທີ່ຜູ້ຄົນທີ່ພຣະເຈົ້າເລືອກດຳເນີນຊີວິດໃນຄຣິສຕະຈັກ, ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ອື່ນໆ, ພວກເຂົາກໍພະຍາຍາມທີ່ຈະເຂົ້າເປັນສ່ວນໜຶ່ງຂອງຄຣິສຕະຈັກ. ພວກເຂົາຈົດຈຳສິ່ງຕ່າງໆ ເຊັ່ນ: ຄຳສັບທາງວິນຍານ ແລະ ສຳນວນຕ່າງໆທີ່ຜູ້ຄົນທີ່ພຣະເຈົ້າເລືອກໃຊ້ໃນການໂອ້ລົມກັນເລື້ອຍໆໄວ້ໃນໃຈຢ່າງໜັກແໜ້ນ ໂດຍຫວັງວ່າໃນມື້ໜຶ່ງພວກເຂົາຈະສາມາດໃຊ້ສິ່ງເຫຼົ່ານີ້ເພື່ອປຸກລະດົມໃຫ້ທຸກຄົນຟັງພວກເຂົາ, ເພື່ອໃຫ້ພວກເຂົາສວຍໃຊ້, ດ້ວຍເຫດນີ້ຈຶ່ງບັນລຸເປົ້າໝາຍທາງການເມືອງຂອງພວກເຂົາ. ດັ່ງທີ່ຜູ້ບໍ່ເຊື່ອໄດ້ເວົ້າວ່າ ຫຼັງຈາກທີ່ສິ່ງຕ່າງໆໄດ້ບົ່ມຕົວມາໄລຍະໜຶ່ງ, ເມື່ອພວກເຂົາສາມາດຊູປ້າຍ ແລະ ເຮັດໃຫ້ຜູ້ຄົນລຸກຮືຂຶ້ນກະບົດ, ກໍຈະມີຄົນຕອບຮັບຄຳຮຽກຮ້ອງຂອງພວກເຂົາ ແລະ ຕິດຕາມພວກເຂົາຫຼາຍຂຶ້ນ ເພື່ອວ່າພວກເຂົາຈະສາມາດໄດ້ຄົນສ່ວນໜຶ່ງໃນຄຣິສຕະຈັກມາເປັນກຳລັງຂອງພວກເຂົາເພື່ອແຂ່ງຂັນກັບຄູ່ແຂ່ງຂອງພວກເຂົາ. ເລື່ອງແບບນີ້ໄດ້ເກີດຂຶ້ນຫຼາຍຄັ້ງໃນປະຫວັດສາດຈີນສະໄໝໃໝ່. ຕົວຢ່າງ: ການກະບົດດອກບົວຂາວ ແລະ ການກະບົດໄທ່ຜິງ ໃນສະໄໝລາຊະວົງຊິງ ແມ່ນກໍລະນີທີ່ຄົນທີ່ມີຈຸດປະສົງທາງການເມືອງໃຊ້ສາສະໜາເພື່ອຕໍ່ສູ້ກັບລັດຖະບານ. ຄຳສອນຂອງສາສະໜາຂອງພວກເຂົາໄດ້ບ່ຽງເບນໄປຈາກຫົນທາງທີ່ແທ້ຈິງ ແລະ ມີຫຼາຍດ້ານທີ່ໄຮ້ສາລະ ແລະ ເປັນຕາຫົວຂວັນ ເຊິ່ງບໍ່ສອດຄ່ອງກັບຄວາມຈິງເລີຍ. ຜູ້ທີ່ມີຈຸດປະສົງທາງການເມືອງໄດ້ສວຍໃຊ້ຄຳສອນດັ່ງກ່າວເພື່ອລວມຄວາມຄິດຂອງຜູ້ຄົນ, ຜູກມັດຈິດໃຈຂອງພວກເຂົາ ແລະ ມີອິດທິພົນ ແລະ ປູກຝັງແນວຄິດໃສ່ຈິດໃຈຂອງພວກເຂົາ. ໃນທີ່ສຸດ, ພວກເຂົາກໍສວຍໃຊ້ຄົນທີ່ຖືກປູກຝັງແນວຄິດເຫຼົ່ານີ້ເພື່ອບັນລຸເປົ້າໝາຍທາງການເມືອງຂອງພວກເຂົາ. ຕັ້ງແຕ່ເລີ່ມຕົ້ນ, ເມື່ອຄົນທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້ມາເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຂົາເຈາະຈົງກໍຄືຊື່ຂອງຄຣິສຕະຈັກເທົ່ານັ້ນ. ນັ້ນກໍຄື ພວກເຂົາສາມາດປິດບັງຕົວຕົນ ແລະ ຈຸດປະສົງຂອງພວກເຂົາພາຍໃຕ້ຊື່ຂອງສະຖາບັນທີ່ເປັນຄຣິສຕະຈັກ. ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ພວກເຂົາຄິດວ່າຕາບໃດທີ່ພວກເຂົາເຜີຍແຜ່ມຸມມອງທາງການເມືອງຂອງພວກເຂົາພາຍໃຕ້ການອ້າງເຖິງການເຊື່ອໃນພຣະເຈົ້າ, ມັນກໍຈະງ່າຍຫຼາຍທີ່ຈະປູກຝັງແນວຄິດໃສ່ຄົນໃນຄຣິສຕະຈັກ ແລະ ຄົນເຫຼົ່ານີ້ກໍມີແນວໂນ້ມທີ່ຈະບູຊາ ແລະ ເຊື່ອຟັງຄົນທີ່ມີຊື່ສຽງ. ດັ່ງນັ້ນ, ບຸກຄົນທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້ຈຶ່ງມີແນວໂນ້ມທີ່ຈະເບິ່ງຄົນໃນຄຣິສຕະຈັກເປັນເຄື່ອງມືທີ່ຈະຖືກສວຍໃຊ້. ພວກເຂົາເຊື່ອວ່າມັນງ່າຍຫຼາຍທີ່ຄຣິສຕະຈັກຈະກາຍເປັນສະຖານທີ່ທີ່ພວກເຂົາສາມາດປິດບັງຕົວຕົນໄດ້ ແລະ ສະມາຊິກຂອງຄຣິສຕະຈັກກໍເປັນເຄື່ອງມືທີ່ພວກເຂົາສາມາດສວຍໃຊ້ໄດ້ງ່າຍ. ເວົ້າງ່າຍໆກໍຄື ນີ້ແມ່ນວິທີທີ່ພວກເຂົາເບິ່ງສິ່ງຕ່າງໆ. ສະນັ້ນ, ຈຸດປະສົງຂອງພວກເຂົາໃນການເຂົ້າຮ່ວມຄຣິສຕະຈັກກໍຄືການຫວັງວ່າໃນມື້ໜຶ່ງ, ເມື່ອພວກເຂົາມີອຳນາດຂຶ້ນ, ພວກເຂົາຈະສາມາດແຂ່ງຂັນກັບຄູ່ແຂ່ງທາງການເມືອງຂອງພວກເຂົາ ແລະ ໄດ້ມາເຊິ່ງອຳນາດ ເຊິ່ງນີ້ຄືຈຸດປະສົງທາງການເມືອງຂອງພວກເຂົາ. ພວກເຂົາຕ້ອງການໃຊ້ຂໍ້ອ້າງໃນຮູບແບບການເຊື່ອໃນພຣະເຈົ້າເພື່ອຂະຫຍາຍກຸ່ມຄົນທີ່ບູຊາ ແລະ ຕິດຕາມພວກເຂົາໃຫ້ກາຍເປັນສ່ວນໜຶ່ງຂອງຂອບເຂດອິດທິພົນທາງການເມືອງຂອງພວກເຂົາ. ບາງຄົນເວົ້າວ່າ “ພວກເຂົາອາດຈະມີຈຸດປະສົງນີ້ ແຕ່ຖ້າພວກເຂົາບໍ່ລົງມືເຮັດຫຍັງ, ຢ່າງຫຼາຍທີ່ສຸດພວກເຮົາກໍເຫັນໄດ້ພຽງແຕ່ວ່າພວກເຂົາເປັນຜູ້ບໍ່ເຊື່ອ ຫຼື ຜູ້ເຊື່ອປອມ. ພວກເຮົາຈະເຫັນໄດ້ແນວໃດວ່າພວກເຂົາມີຈຸດປະສົງທາງການເມືອງທີ່ຊັດເຈນ?” ເລື່ອງນີ້ບໍ່ຍາກ. ພຽງແຕ່ໃຊ້ເວລາສັງເກດເບິ່ງ. ຕາບໃດທີ່ພວກເຂົາມີຈຸດປະສົງທາງການເມືອງ, ພວກເຂົາກໍຈະລົງມືກະທຳຢ່າງແນ່ນອນ. ຖ້າພວກເຂົາບໍ່ຢາກລົງມືກະທຳ, ເປັນຫຍັງພວກເຂົາຈຶ່ງແຊກຊຶມເຂົ້າມາໃນຄຣິສຕະຈັກ? ຖ້າພວກເຂົາຍັງບໍ່ທັນໄດ້ລົງມືກະທຳ, ມັນກໍເປັນຍ້ອນວ່າພວກເຂົາຍັງບໍ່ທັນຊອກເຫັນໂອກາດ. ເມື່ອພວກເຂົາມີໂອກາດ, ພວກເຂົາກໍຈະລົງມືກະທຳຕາມນັ້ນ. ຕົວຢ່າງ: ຖ້າລັດຖະບານອອກນະໂຍບາຍທີ່ຜິດພາດ ຫຼື ກົດຂີ່ຂົ່ມເຫັງ ແລະ ຈັບກຸມຜູ້ຄົນທີ່ພຣະເຈົ້າເລືອກ, ຢ່າງຫຼາຍທີ່ສຸດອ້າຍເອື້ອຍນ້ອງກໍຈະພຽງແຕ່ໂອ້ລົມ ແລະ ແຍກແຍະເລື່ອງນີ້ ແລ້ວກໍຈະຈົບລົງພຽງເທົ່ານັ້ນ. ບໍ່ວ່າຈະເປັນແນວໃດກໍຕາມ, ການເຊື່ອໃນພຣະເຈົ້າ, ການປະຕິບັດໜ້າທີ່ຂອງຕົນ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນສິ່ງທີ່ສຳຄັນ. ພວກເຂົາຈະບໍ່ສູນເສຍພາບລວມໄປຍ້ອນເລື່ອງນ້ອຍໆ; ພວກເຂົາຈະສືບຕໍ່ເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນຕາມທີ່ພວກເຂົາຄວນຈະເຮັດຕາມປົກກະຕິ. ແນວໃດກໍຕາມ, ຄົນທີ່ມີຈຸດປະສົງທາງການເມືອງແມ່ນແຕກຕ່າງ. ພວກເຂົາຈະເຮັດໃຫ້ເລື່ອງດັ່ງກ່າວກາຍເປັນເລື່ອງໃຫຍ່, ເປີດໂປງຢ່າງໜັກໜ່ວງ ແລະ ເຜີຍແຜ່ອອກໄປຢ່າງກວ້າງຂວາງ ແລະ ປາຖະໜາຢ່າງຍິ່ງທີ່ຈະປຸກລະດົມໃຫ້ທຸກຄົນລຸກຮືຂຶ້ນຕໍ່ຕ້ານລັດຖະບານເພື່ອຮັບໃຊ້ຈຸດປະສົງທາງການເມືອງຂອງຕົນເອງ ແລະ ພວກເຂົາຈະບໍ່ຢຸດຈົນກວ່າພວກເຂົາຈະບັນລຸເປົ້າໝາຍຂອງຕົນເອງ. ເພື່ອມີສ່ວນຮ່ວມໃນການເມືອງ, ພວກເຂົາລະເລີຍເລື່ອງການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງຕົນຢ່າງສິ້ນເຊີງ ແລະ ບໍ່ໃສ່ໃຈຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ ແລະ ເຈດຕະນາຂອງພຣະເຈົ້າ. ນີ້ຄືຄວາມບ້າຂອງພວກເຂົາ. ຄົນທັງຫຼາຍຍັງບໍ່ສາມາດແຍກແຍະພວກເຂົາໄດ້ອີກບໍ? ບຸກຄົນດັ່ງກ່າວກຳລັງຕິດຕາມພຣະເຈົ້າ ຫຼື ຕິດຕາມການເມືອງ? ບາງຄົນທີ່ຂາດການແຍກແຍະກໍຖືກນຳພາຢ່າງຜິດໆໄດ້ງ່າຍ. ຄົນເຫຼົ່ານີ້ທີ່ພົວພັນກັບການເມືອງບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ແລ້ວແຮງໄກທີ່ພວກເຂົາຈະເຂົ້າໃຈວ່າພາລະກິດຂອງພຣະເຈົ້າຄືການຊຳລະລ້າງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ. ພວກເຂົາຄິດວ່າການພົວພັນກັບສິດທິມະນຸດ ແລະ ການເມືອງໝາຍເຖິງຄວາມຮູ້ສຶກເຖິງຄວາມຍຸຕິທຳ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ການພົວພັນກັບການເມືອງ ແລະ ສິດທິມະນຸດສະແດງໃຫ້ເຫັນວ່າຄົນຜູ້ໜຶ່ງມີຄວາມຈິງຄວາມເປັນຈິງບໍ? ມັນສະແດງໃຫ້ເຫັນວ່າຄົນຜູ້ໜຶ່ງອ່ອນນ້ອມຕໍ່ພຣະເຈົ້າບໍ? ບໍ່ວ່າເຈົ້າຈະຈັດການເລື່ອງສິດທິມະນຸດ ແລະ ການເມືອງໄດ້ດີສໍ່າໃດ, ມັນສະແດງໃຫ້ເຫັນວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ຖືກຊຳລະລ້າງແລ້ວບໍ? ມັນສະແດງໃຫ້ເຫັນວ່າຄວາມທະເຍີທະຍານ ແລະ ຄວາມປາດຖະໜາທີ່ຈະກຳອຳນາດຂອງເຈົ້າໄດ້ຖືກຊຳລະລ້າງແລ້ວບໍ? ຫຼາຍຄົນບໍ່ສາມາດເບິ່ງທະລຸບັນຫາເຫຼົ່ານີ້ໄດ້. ເບິ່ງຄືວ່າ ຊຸນຍັດເຊັນ ກໍເປັນຊາວຄຣິສເຊັ່ນກັນ. ເມື່ອເພິ່ນຕົກຢູ່ໃນອັນຕະລາຍ, ເພິ່ນໄດ້ອະທິຖານຂໍໃຫ້ພຣະເຈົ້າຊ່ວຍເພິ່ນໃຫ້ລອດພົ້ນ. ເພິ່ນໃຊ້ເວລາທັງຊີວິດຂອງເພິ່ນໃນການປະຕິວັດ. ເພິ່ນໄດ້ຮັບການຮອງຮັບຈາກພຣະເຈົ້າບໍ? ເພິ່ນເປັນຄົນທີ່ປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າບໍ? ເພິ່ນມີຄຳພະຍານຈາກປະສົບການໃນການປະຕິບັດພຣະທຳຂອງພຣະເຈົ້າບໍ? ເພິ່ນບໍ່ມີສິ່ງເຫຼົ່ານີ້ເລີຍ. ຫຼັງຈາກທີ່ໂປໂລຖືກເອີ້ນ, ເພິ່ນໄດ້ເທດສະໜາພຣະກິດຕິຄຸນຢ່າງຕໍ່ເນື່ອງ ແລະ ທົນທຸກກັບຄວາມລໍາບາກຫຼາຍ ແຕ່ຍ້ອນວ່າເພິ່ນບໍ່ໄດ້ກັບໃຈຢ່າງແທ້ຈິງ, ບໍ່ມີທາງເຂົ້າຂອງຊີວິດ, ເຮັດບາບເກົ່າຊໍ້າແລ້ວຊໍ້າອີກ ແລະ ຍົກຍໍ ແລະ ເປັນພະຍານໃຫ້ຕົນເອງໃນທຸກໂອກາດ, ເພິ່ນຈຶ່ງກາຍເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກລົງໂທດ. ບໍ່ວ່າຈະເປັນແນວໃດກໍຕາມ, ການເຊື່ອໃນພຣະເຈົ້າໂດຍບໍ່ຍອມຮັບຄວາມຈິງ, ສະແຫວງຫາຊື່ສຽງ ແລະ ສະຖານະຢູ່ສະເໝີ ແລະ ຕ້ອງການເປັນຍອດມະນຸດ ຫຼື ບຸກຄົນທີ່ຍິ່ງໃຫຍ່ຢູ່ສະເໝີແມ່ນເປັນອັນຕະລາຍຫຼາຍ. ທຸກຄົນທີ່ມີຈຸດປະສົງທາງການເມືອງແມ່ນພວກຕໍ່ຕ້ານພຣະຄຣິສ. ຄົນເຫຼົ່ານີ້ຈະບໍ່ຍອມແພ້ໃນການບັນລຸຄວາມປາດຖະໜາທາງການເມືອງຂອງພວກເຂົາໄດ້ງ່າຍໆ ແລະ ຈະຊອກຫາໂອກາດເພື່ອປຸກລະດົມ ແລະ ຊະນະໃຈຜູ້ເຊື່ອມາເປັນກຳລັງທາງການເມືອງຂອງພວກເຂົາຢູ່ສະເໝີ. ຖ້າມື້ໜຶ່ງພວກເຂົາເຫັນວ່າຜູ້ເຊື່ອບໍ່ໄດ້ຖືກສວຍໃຊ້ງ່າຍໆ, ຜູ້ເຊື່ອຮັກ ແລະ ໄລ່ຕາມພຽງແຕ່ຄວາມຈິງ ແລະ ພວກເຂົາຕິດຕາມພຽງແຕ່ພຣະຄຣິສ ແລະ ບໍ່ແມ່ນຄົນ, ເມື່ອນັ້ນເທົ່ານັ້ນທີ່ພວກເຂົາຈຶ່ງຈະຍອມແພ້ຕໍ່ຜູ້ເຊື່ອເຫຼົ່ານີ້ຢ່າງສິ້ນເຊີງ.

ໂດຍພື້ນຖານແລ້ວ, ຈິດໃຈຂອງຄົນທີ່ມີຈຸດປະສົງທາງການເມືອງແມ່ນເຕັມໄປດ້ວຍແນວຄິດທີ່ກ່ຽວຂ້ອງກັບການເມືອງທັງສິ້ນ, ເຊັ່ນ: ອຳນາດ ແລະ ອິດທິພົນ, ການປົກຄອງ, ການສົມຮູ້ຮ່ວມຄິດ, ວິທີການທາງການເມືອງ ແລະ ອື່ນໆ. ພວກເຂົາບໍ່ເຂົ້າໃຈວ່າການເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ, ຄວາມເຊື່ອແມ່ນຫຍັງ, ຄວາມຈິງແມ່ນຫຍັງ, ຍິ່ງບໍ່ເຂົ້າໃຈເລີຍວ່າຈະອ່ອນນ້ອມຕໍ່ພຣະເຈົ້າແນວໃດ. ພວກເຂົາຍັງບໍ່ເຂົ້າໃຈອີກວ່າຄວາມປະສົງຂອງສະຫວັນແມ່ນຫຍັງ. ຫຼັກການໃນການຢູ່ລອດຂອງພວກເຂົາກໍຄື “ມະນຸດຈະເອົາຊະນະທຳມະຊາດ” ແລະ “ຊະຕາກຳຂອງຄົນຢູ່ໃນກຳມືຂອງຕົນເອງ”. ສະນັ້ນ, ການພະຍາຍາມປ່ຽນແປງຄົນແບບນີ້ຈຶ່ງເປັນໄປບໍ່ໄດ້ ແລະ ເປັນແນວຄິດທີ່ໂງ່ຈ້າ. ຄົນເຫຼົ່ານີ້ມັກຈະເຜີຍແຜ່ມຸມມອງທາງການເມືອງໃນທ່າມກາງອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ປຸກລະດົມໃຫ້ພວກເຂົາມີສ່ວນຮ່ວມໃນກິດຈະກຳທາງການເມືອງ ແລະ ເຂົ້າຮ່ວມໃນການເມືອງ. ມັນຊັດເຈນຫຼາຍວ່າຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນຖືກຂັບເຄື່ອນໂດຍຈຸດປະສົງທາງການເມືອງ. ຄົນອື່ນກໍສາມາດແຍກແຍະແກ່ນແທ້ນີ້ໄດ້ຢ່າງວ່ອງໄວ ແລະ ງ່າຍດາຍ. ຄົນເຫຼົ່ານີ້ບໍ່ຮູ້ຫຍັງເລີຍກ່ຽວກັບຄວາມເຊື່ອ, ການຍ່າງໃນຫົນທາງທີ່ຖືກຕ້ອງ ແລະ ການອ່ອນນ້ອມຕໍ່ຄວາມປະສົງຂອງສະຫວັນ. ພວກເຂົາເຊື່ອວ່າຄວາມຄິດ ແລະ ເສັ້ນທາງຂອງຄົນໃດກໍຕາມສາມາດປ່ຽນແປງໄດ້ໂດຍໃຊ້ກົນລະຍຸດທາງການເມືອງ ແລະ ໂດຍສະເພາະຢ່າງຍິ່ງ ພວກເຂົາເຊື່ອວ່າຊະຕາກຳຂອງຄົນເຮົາສາມາດປ່ຽນແປງໄດ້ດ້ວຍວິທີການ ແລະ ກົນລະຍຸດຂອງມະນຸດ. ສະນັ້ນ, ພວກເຂົາຈຶ່ງບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງທີ່ເລິກເຊິ່ງແຕ່ກໍຊັດເຈນ ກ່ຽວກັບກົດເກນຂອງທຳມະຊາດທີ່ພຣະເຈົ້າສ້າງຂຶ້ນ ແລະ ການປົກຄອງຂອງພຣະເຈົ້າເໜືອຊະຕາກຳຂອງມະນຸດ; ເມື່ອເວົ້າເຖິງເລື່ອງເຫຼົ່ານີ້ ພວກເຂົາກໍເປັນພຽງຄົນທຳມະດາສາມັນ ແລະ ບໍ່ສາມາດເຂົ້າໃຈໄດ້ເລີຍ. ເຮົາໝາຍຄວາມວ່າແນວໃດເມື່ອເວົ້າແບບນີ້? ຖ້າເຈົ້າພົບໃຜກໍຕາມທີ່ຈຸດປະສົງໃນການເຊື່ອໃນພຣະເຈົ້າທີ່ຂັບເຄື່ອນໂດຍຈຸດປະສົງທາງການເມືອງ, ເຈົ້າຕ້ອງບໍ່ພະຍາຍາມປ່ຽນແປງ ຫຼື ຊັກຊວນພວກເຂົາຢ່າງເດັດຂາດ ແລະ ບໍ່ຈຳເປັນຕ້ອງໂອ້ລົມຄວາມຈິງຫຼາຍຢ່າງກັບພວກເຂົາ. ນອກຈາກການເຝົ້າລະວັງພວກເຂົາແລ້ວ, ເຈົ້າຄວນແຈ້ງໃຫ້ຜູ້ນຳຄຣິສຕະຈັກໃນລະດັບຕ່າງໆ ຫຼື ອ້າຍເອື້ອຍນ້ອງທີ່ໄວ້ໃຈໄດ້ຊາບກ່ຽວກັບພວກເຂົາໂດຍໄວເທົ່າທີ່ຈະໄວໄດ້ ແລະ ຈາກນັ້ນກໍຊອກຫາວິທີຂັບໄລ່ພວກເຂົາອອກຈາກຄຣິສຕະຈັກ. ເຈົ້າບໍ່ຄວນເຝົ້າລະວັງພວກເຂົາຢ່າງລັບໆ ແລະ ງຽບໆ ໂດຍປ່ອຍໃຫ້ຄົນອື່ນບໍ່ຮູ້ເລື່ອງ. ແລ້ວຄົນປະເພດໃດທີ່ສາມາດມີການແຍກແຍະໄດ້ແດ່ ກ່ຽວກັບຜູ້ທີ່ມັກເວົ້າເລື່ອງການເມືອງ ແລະ ມີຈຸດປະສົງທາງການເມືອງ? ແມ່ນຄົນອາວຸໂສ ຫຼື ຄົນໜຸ່ມບໍ? ແມ່ນອ້າຍນ້ອງ ຫຼື ເອື້ອຍນ້ອງ? (ອ້າຍ). ຖືກຕ້ອງແລ້ວ; ແມ່ນອ້າຍ ເຊິ່ກໍຄື ຜູ້ທີ່ມີປະສົບການທາງສັງຄົມ, ເຄີຍມີສ່ວນກ່ຽວຂ້ອງກັບການເມືອງ ຫຼື ເຄີຍຖືກຂົ່ມເຫັງທາງການເມືອງ. ຄົນທີ່ມີຄວາມເຂົ້າໃຈໃນເລື່ອງເຫຼົ່ານີ້ ສາມາດເບິ່ງບັນຫາການເມືອງອອກໄດ້ຢ່າງຂ້ອນຂ້າງແຈ່ມແຈ້ງ. ໂດຍທຳມະຊາດແລ້ວ, ພວກເຂົາສາມາດໃຊ້ການແຍກແຍະໜ້ອຍໜຶ່ງກັບຜູ້ທີ່ພົວພັນກັບການເມືອງ ແລະ ໂດຍສະເພາະຢ່າງຍິ່ງ ພວກເຂົາສາມາດຮັບຮູ້ເຖິງຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາ, ຕະຫຼອດຈົນຄວາມຄິດ, ມຸມມອງ, ຄວາມຝັນ ແລະ ຄວາມມຸ່ງມາດປາດຖະໜາຂອງພວກເຂົາໄດ້ຢ່າງຂ້ອນຂ້າງຊັດເຈນ. ສະນັ້ນ, ພວກເຂົາຈຶ່ງສາມາດແຍກແຍະຄົນເຫຼົ່ານີ້ໄດ້ຂ້ອນຂ້າງໄວກວ່າຄົນອື່ນ. ເມື່ອໃຜຜູ້ໜຶ່ງແຍກແຍະໄດ້ວ່າຄົນເຫຼົ່ານີ້ມີຈຸດປະສົງທາງການເມືອງ ແລະ ເປັນຜູ້ບໍ່ເຊື່ອ, ພວກເຂົາກໍຄວນເຝົ້າລະວັງ ແລະ ເປີດໂປງຜູ້ບໍ່ເຊື່ອເຫຼົ່ານີ້. ໃນເວລາດຽວກັນ, ພວກເຂົາກໍຕ້ອງປົກປ້ອງຄົນທີ່ໂງ່ຈ້າ ແລະ ບໍ່ຮູ້ຄວາມ ທີ່ບໍ່ເຂົ້າໃຈຄວາມຈິງ ໂດຍປ້ອງກັນບໍ່ໃຫ້ພວກເຂົາຖືກນຳພາຢ່າງຜິດໆ ແລະ ຖືກສວຍໃຊ້ ແລະ ຈາກການຮົ່ວໄຫຼຂອງຂໍ້ມູນພາຍໃນບາງຢ່າງຂອງຄຣິສຕະຈັກໂດຍບໍ່ຕັ້ງໃຈ. ມັນຈຳເປັນທີ່ຈະຕ້ອງແຈ້ງໃຫ້ຜູ້ນຳຄຣິສຕະຈັກຊາບໂດຍໄວເທົ່າທີ່ຈະໄວໄດ້ ແລະ ປຶກສາເລື່ອງນີ້ກັບພວກເຂົາ ແລະ ແຈ້ງໃຫ້ຄົນທີ່ອາວຸໂສກວ່າ ຫຼື ຜູ້ທີ່ເຂົ້າໃຈຄວາມຈິງ ແລະ ມີສະຖານະແດ່ ເພື່ອໃຫ້ເຝົ້າລະວັງຄົນທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້. ມັນສຳຄັນທີ່ຈະຕ້ອງຊ່ວຍຄົນອື່ນໃຫ້ເຫັນແກ່ນແທ້ຂອງຄົນເຫຼົ່ານີ້ຢ່າງຊັດເຈນວ່າເປັນຜູ້ບໍ່ເຊື່ອ ເຊິ່ງເປັນການປົກປ້ອງອ້າຍເອື້ອຍນ້ອງທີ່ໂງ່ຈ້າ ແລະ ບໍ່ຮູ້ຄວາມຈາກການຖືກສວຍໃຊ້ໂດຍພວກເຂົາ. ຖ້າເຈົ້າບໍ່ສາມາດເບິ່ງທະລຸເລື່ອງເຫຼົ່ານີ້ ແລະ ບໍ່ມີການແຍກແຍະ, ເມື່ອຄົນທີ່ປອງຮ້າຍ, ມີເລ່ລ່ຽມ, ຂົດໂກງ ມາໂອ້ລົມ ແລະ ສົນທະນາກັບເຈົ້າ, ເຈົ້າກໍຈະເປີດເຜີຍທຸກສິ່ງທຸກຢ່າງອອກມາຈົນໝົດຢ່າງເຕັມໃຈໂດຍບໍ່ໄດ້ຖືກຖາມ ແລະ ກາຍເປັນຢູດາໂດຍບໍ່ໄດ້ຕັ້ງໃຈ. ມີຄົນແບບນີ້ບໍ? (ມີ). ເມື່ອເຈົ້າເວົ້າ, ເຈົ້າບໍ່ຮູ້ວ່າຄົນຜູ້ນັ້ນມີຈຸດປະສົງຫຍັງເຊື່ອງຢູ່ ແລະ ປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ, ບອກທຸກຢ່າງທີ່ຢູ່ໃນໃຈຂອງເຈົ້າໃຫ້ພວກເຂົາຟັງໂດຍບໍ່ຮູ້ໂຕ. ຫຼັງຈາກທີ່ເຈົ້າເວົ້າໄປແລ້ວ, ເຈົ້າກໍບໍ່ຮູ້ວ່າຈະມີຜົນສະທ້ອນຫຍັງຕາມມາ. ເມື່ອເຫັນຄົນອື່ນເຝົ້າລະວັງຕົນເອງຈາກຄົນແບບນີ້, ເຈົ້າກໍເວົ້າວ່າ “ເຈົ້າລະວັງເກີນໄປ. ມີຫຍັງຕ້ອງປິດບັງກັນລະຫວ່າງອ້າຍເອື້ອຍນ້ອງ?” ເຈົ້າບໍ່ຮູ້ວ່າເປັນຫຍັງຄົນອື່ນຈຶ່ງບໍ່ເວົ້າ, ນີ້ແຫຼະທີ່ເອີ້ນວ່າຄົນໂງ່.

ຄົນທີ່ມີຈຸດປະສົງທາງການເມືອງກໍເປັນຜູ້ບໍ່ເຊື່ອຢ່າງແນ່ນອນເຊັ່ນກັນ ເພາະພວກເຂົາບໍ່ຮັກຄວາມຈິງ ແລະ ຈະບໍ່ຍອມຮັບຄວາມຈິງ. ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າ, ພວກເຂົາກໍຈັດຢູ່ໃນປະເພດຄົນຊົ່ວຊ້າທີ່ເປັນພວກຕໍ່ຕ້ານພຣະຄຣິສທັງໝົດ. ການເຝົ້າລະວັງຄົນແບບນີ້ ທີ່ຈິງແລ້ວເປັນວິທີການທີ່ຕັ້ງຮັບທີ່ສຸດ. ວິທີການທີ່ເປັນຝ່າຍກະທຳກ່ອນກໍຄືການຄົ້ນພົບພວກເຂົາແຕ່ຫົວທີ ແລະ ຈັດການ ແລະ ຂັບໄລ່ພວກເຂົາອອກໄປໂດຍໄວເທົ່າທີ່ຈະໄວໄດ້ ເພື່ອຫຼີກລ່ຽງການນຳເອົາບັນຫາໃດໆມາສູ່ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ເພາະວ່າຄົນເຫຼົ່ານີ້ສາມາດມີອິດທິພົນຕໍ່ຄົນອື່ນໄດ້ທຸກເວລາ ແລະ ທຸກສະຖານທີ່ພາຍໃນຄຣິສຕະຈັກ ແລະ ສາມາດທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໄດ້ທຸກເວລາ ແລະ ໃນທຸກສະຖານະການ, ຢ່າສືບຕໍ່ອົດທົນ ຫຼື ໃຊ້ຄວາມອົດທົນຕໍ່ຜູ້ບໍ່ເຊື່ອດັ່ງກ່າວ. ຢ່າໃຫ້ໂອກາດພວກເຂົາກັບໃຈອີກ; ຢ່າໂງ່ຈ້າ. ເມື່ອຄົ້ນພົບແລ້ວ, ພວກເຂົາກໍຄວນຖືກຂັບໄລ່ອອກໄປໂດຍໄວເທົ່າທີ່ຈະໄວໄດ້ ເພື່ອປ້ອງກັນໂຊກຮ້າຍໃນອະນາຄົດ. ຈຸດປະສົງຂອງການເຮັດແບບນີ້ກໍຄືເພື່ອປ້ອງກັນຜູ້ທີ່ບໍ່ສະແຫວງຫາຄວາມຈິງຈາກການຖືກນຳພາຢ່າງຜິດໆ ແລະ ຖືກສວຍໃຊ້ ຈົນກາຍເປັນຫຸ່ນເຊີດຂອງຊາຕານ ແລະ ຜີຮ້າຍທີ່ຊົ່ວຮ້າຍ. ແນ່ນອນວ່າ ສິ່ງທີ່ເຈົ້າຄວນເຮັດທີ່ສຸດໃນຕອນນີ້ກໍຄືການປ້ອງກັນບໍ່ໃຫ້ຜູ້ທີ່ມີຈຸດປະສົງທາງການເມືອງໄດ້ຮູ້ຂໍ້ມູນທີ່ສຳຄັນໃດໆກ່ຽວກັບຄຣິສຕະຈັກ. ຍິ່ງເຈົ້າແຍກແຍະ ແລະ ຂັບໄລ່ພວກເຂົາອອກໄປໄວເທົ່າໃດ, ອ້າຍເອື້ອຍນ້ອງກໍຈະມີການຕິດຕໍ່ກັບພວກເຂົາໜ້ອຍລົງເທົ່ານັ້ນ ແລະ ພວກເຂົາກໍຈະຖືກນຳພາຢ່າງຜິດໆ ແລະ ໄດ້ຮັບອິດທິພົນຈາກພວກເຂົາໜ້ອຍລົງເທົ່ານັ້ນ. ສະນັ້ນ, ໃນດ້ານເວລາ, ການຈັດການ ແລະ ຂັບໄລ່ຄົນແບບນີ້ອອກໄປໄວເທົ່າໃດກໍຍິ່ງດີ, ຍິ່ງໄວຍິ່ງດີ. ການເປັນຝ່າຍລົງມືເຮັດກ່ອນແມ່ນດີກວ່າການເປັນຝ່າຍຕັ້ງຮັບ. ຄົນທີ່ມີຈຸດປະສົງທາງການເມືອງແມ່ນມີເຈດຕະນາທີ່ບໍ່ດີ; ພວກເຂົາບໍ່ສາມາດມີຄວາມຈິງໃຈໃດໆໄດ້ເລີຍໃນການເຮັດສິ່ງໃດກໍຕາມເພື່ອຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ. ຖ້າພວກເຂົາບໍ່ສາມາດນຳພາຢ່າງຜິດໆ ຫຼື ສວຍໃຊ້ອ້າຍເອື້ອຍນ້ອງໄດ້, ພວກເຂົາກໍຈະອັບອາຍຂາຍໜ້າຢ່າງສິ້ນເຊີງ ແລ້ວຈຶ່ງຈະອອກຈາກຄຣິສຕະຈັກຢ່າງສະໝັກໃຈ, ແມ່ນແຕ່ບໍ່ໄດ້ບອກລາກໍຕາມ. ການໂອ້ລົມຂອງພວກເຮົາກ່ຽວກັບຈຸດປະສົງຂໍ້ທີແປດໃນການເຊື່ອໃນພຣະເຈົ້າ: ການສະແຫວງຫາຈຸດປະສົງທາງການເມືອງ, ກໍຈົບລົງພຽງເທົ່ານີ້.

ວັນທີ 30 ຕຸລາ 2021

ກ່ອນນີ້:  ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger