ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4)

ຂໍ້ທີຫ້າ: ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ

ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີຫ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ”. ເຮົາຈະສຸມໃສ່ຄວາມຮັບຜິດຊອບຂໍ້ນີ້ເພື່ອໄຈ້ແຍກການສະແດງອອກຕ່າງໆຂອງຜູ້ນໍາປອມ, ເພື່ອເບິ່ງວ່າຜູ້ນໍາປອມໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃນວຽກງານນີ້ໃຫ້ລຸລ່ວງ ຫຼື ບໍ່ ແລະ ພວກເຂົາໄດ້ຍຶດໝັ້ນໃນໜ້າທີ່ຂອງຕົນ ແລະ ປະຕິບັດວຽກງານໄດ້ດີ ຫຼື ບໍ່.

ຜູ້ນໍາປອມມັກເພີດເພີນໃນຄວາມສະບາຍ ແລະ ບໍ່ລົງເລິກໃນລະດັບຮາກຖານເພື່ອທຳຄວາມເຂົ້າໃຈວຽກງານ

ຄວາມຮັບຜິດຊອບຂໍ້ທີຫ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ ໄດ້ກ່າວໃນຕອນທໍາອິດເຖິງການ “ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ”. “ສະຖານະຂອງວຽກງານແຕ່ລະຢ່າງ” ໝາຍເຖິງຫຍັງ? ມັນໝາຍເຖິງສະພາວະປັດຈຸບັນຂອງວຽກງານໃດໜຶ່ງວ່າເປັນແນວໃດ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈຫຍັງໃນຈຸດນີ້? ຕົວຢ່າງ: ບຸກຄະລາກອນກຳລັງເຮັດໜ້າວຽກສະເພາະຫຍັງ, ພວກເຂົາກຳລັງຫຍຸ້ງກັບວຽກງານໃດ, ວຽກງານເຫຼົ່ານີ້ຈຳເປັນ ຫຼື ບໍ່, ພວກມັນເປັນໜ້າວຽກທີ່ສຳຄັນ ແລະ ຈຳເປັນ ຫຼື ບໍ່, ບຸກຄະລາກອນເຫຼົ່ານີ້ມີປະສິດທິພາບສໍ່າໃດ, ວຽກງານດຳເນີນໄປຢ່າງລ່ຽນໄຫຼ ຫຼື ບໍ່, ຈຳນວນບຸກຄະລາກອນສອດຄ່ອງກັບປະລິມານວຽກ ຫຼື ບໍ່, ທຸກຄົນໄດ້ຮັບການມອບໝາຍໜ້າວຽກພຽງພໍ ຫຼື ບໍ່, ມີກໍລະນີທີ່ມີບຸກຄະລາກອນຫຼາຍເກີນໄປສຳລັບໜ້າວຽກໃດໜຶ່ງ ຫຼື ບໍ່, ບ່ອນທີ່ມີບຸກຄະລາກອນຫຼາຍເກີນໄປສຳລັບວຽກທີ່ໜ້ອຍເກີນໄປ ແລະ ຄົນສ່ວນຫຼາຍກໍວ່າງງານ ຫຼື ກໍລະນີທີ່ປະລິມານວຽກຫຼາຍເກີນໄປແຕ່ບຸກຄະລາກອນໜ້ອຍເກີນໄປ ແລະ ຜູ້ຄຸມງານບໍ່ສາມາດຊີ້ນໍາຢ່າງມີປະສິດທິຜົນ, ເຊິ່ງນໍາໄປສູ່ປະສິດທິພາບວຽກຕໍ່າ ແລະ ຄວາມຄືບໜ້າທີ່ຊັກຊ້າ. ສະຖານະການທັງໝົດເຫຼົ່ານີ້ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນທຳຄວາມເຂົ້າໃຈ. ນອກຈາກນີ້, ໃນຂະນະທີ່ດຳເນີນແຕ່ລະວຽກງານ, ມີໃຜກໍ່ໃຫ້ເກີດການລົບກວນ ຫຼື ການທຳລາຍ ຫຼື ບໍ່, ມີໃຜທ່ວງດຶງ ຫຼື ທຳລາຍຄວາມຄືບໜ້າ ຫຼື ບໍ່, ມີການແຊກແຊງ ຫຼື ການເຮັດພໍແລ້ວມືແລ້ວຕີນປະເພດໃດເກີດຂຶ້ນ ຫຼື ບໍ່, ສິ່ງເຫຼົ່ານີ້ກໍແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈເຊັ່ນກັນ. ແລ້ວພວກເຂົາຈະມີຄວາມເຂົ້າໃຈບັນຫາເຫຼົ່ານີ້ໄດ້ແນວໃດ? ຜູ້ນໍາບາງຄົນອາດຈະໂທລະສັບໄປຖາມເປັນບາງຄັ້ງຄາວວ່າ “ຕອນນີ້ພວກເຈົ້າຫຍຸ້ງຢູ່ບໍ?” ເມື່ອໄດ້ຍິນອີກຝ່າຍໜຶ່ງເວົ້າວ່າພວກເຂົາຫຍຸ້ງຫຼາຍ, ພວກເຂົາກໍອາດຈະຕອບວ່າ “ດີແລ້ວ, ຕາບໃດທີ່ພວກເຈົ້າຫຍຸ້ງ, ຂ້ອຍກໍສະບາຍໃຈແລ້ວ”. ເຈົ້າຄິດແນວໃດກັບວິທີການເຮັດວຽກແບບນີ້? ເຈົ້າຄິດແນວໃດກັບຄຳຖາມນີ້? ນີ້ແມ່ນຄຳຖາມທີ່ສຳຄັນ ແລະ ຈຳເປັນທີ່ຕ້ອງຖາມບໍ? ນີ້ຄືລັກສະນະສະເພາະໃນວຽກງານຂອງຜູ້ນໍາປອມ. ພວກເຂົາພຽງແຕ່ເຮັດແບບພໍເປັນພິທີ. ພວກເຂົາພໍໃຈກັບການເຮັດວຽກງານຜິວເຜີນໜ້ອຍໜຶ່ງເພື່ອເຮັດໃຫ້ຄວາມສຳນຶກຂອງຕົນສະຫງົບລົງ ແຕ່ບໍ່ໄດ້ສຸມໃສ່ການເຮັດວຽກງານຕົວຈິງ, ແລ້ວຍິ່ງບໍ່ຕ້ອງເວົ້າເຖິງການລົງໄປໃນລະດັບຮາກຖານໃນແຕ່ລະກຸ່ມ ເພື່ອເຂົ້າໃຈສະຖານະປັດຈຸບັນຂອງວຽກງານ. ຕົວຢ່າງ: ການຈັດວາງບຸກຄະລາກອນເໝາະສົມ ຫຼື ບໍ່, ວຽກງານດຳເນີນໄປແນວໃດ, ມີບັນຫາໃດເກີດຂຶ້ນ ຫຼື ບໍ່, ບັນຫາຕົວຈິງເຫຼົ່ານີ້ຜູ້ນໍາປອມບໍ່ໄດ້ສອບຖາມ, ແທນທີ່ຈະເປັນແນວນັ້ນ ພວກເຂົາພັດຊອກຫາສະຖານທີ່ທີ່ບໍ່ມີໃຜສັງເກດເຫັນເພື່ອໄປກິນ, ດື່ມ ແລະ ມ່ວນຊື່ນ ໂດຍບໍ່ຕ້ອງທົນກັບຄວາມລຳບາກຈາກລົມ ຫຼື ຕາເວັນ. ພວກເຂົາພຽງແຕ່ສົ່ງຈົດໝາຍ ຫຼື ໃຫ້ຄົນໄປສອບຖາມໃນນາມຂອງພວກເຂົາເປັນບາງຄັ້ງຄາວ ໂດຍຄິດວ່ານີ້ຄືການເຮັດວຽກຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ອ້າຍເອື້ອຍນ້ອງອາດຈະບໍ່ເຫັນໜ້າພວກເຂົາເປັນເວລາສິບມື້ ຫຼື ເຄິ່ງເດືອນ. ເມື່ອອ້າຍເອື້ອຍນ້ອງຖືກຖາມວ່າ “ຜູ້ນໍາຂອງພວກເຈົ້າຫຍຸ້ງກັບຫຍັງຢູ່? ພວກເຂົາກຳລັງເຮັດວຽກງານທີ່ເປັນຮູບປະທຳບໍ? ພວກເຂົາກຳລັງໃຫ້ການຊີ້ນໍາ ແລະ ແກ້ໄຂບັນຫາໃຫ້ພວກເຈົ້າບໍ?” ພວກເຂົາກໍຕອບວ່າ “ຢ່າເວົ້າເຖິງເລີຍ, ພວກເຮົາບໍ່ເຫັນໜ້າຜູ້ນໍາຂອງພວກເຮົາເປັນເວລາໜຶ່ງເດືອນແລ້ວ. ນັບຕັ້ງແຕ່ການເຕົ້າໂຮມຄັ້ງສຸດທ້າຍທີ່ພວກເຂົາຈັດໃຫ້ພວກເຮົາ, ພວກເຂົາກໍບໍ່ເຄີຍມາອີກເລີຍ ແລະ ຕອນນີ້ພວກເຮົາມີຫຼາຍບັນຫາໂດຍບໍ່ມີໃຜຊ່ວຍແກ້ໄຂ. ບໍ່ມີທາງອື່ນ; ຜູ້ຄຸມງານຂອງກຸ່ມຂອງພວກເຮົາ ແລະ ອ້າຍເອື້ອຍນ້ອງຂອງພວກເຮົາຕ້ອງມາເຕົ້າໂຮມກັນເພື່ອອະທິຖານ ແລະ ສະແຫວງຫາຫຼັກການ, ເພື່ອປຶກສາຫາລື ແລະ ຮ່ວມມືກັນໃນວຽກງານ. ຜູ້ນໍາບໍ່ມີປະສິດທິຜົນຢູ່ບ່ອນນີ້; ຕອນນີ້ພວກເຮົາບໍ່ມີຜູ້ນໍາ”. ຜູ້ນໍາຄົນນີ້ເຮັດວຽກຂອງຕົນໄດ້ດີສໍ່າໃດ? ເບື້ອງເທິງຖາມຜູ້ນໍາຄົນນີ້ວ່າ “ຫຼັງຈາກທີ່ຮູບເງົາເລື່ອງສຸດທ້າຍສຳເລັດແລ້ວ, ເຈົ້າໄດ້ຮັບບົດໃໝ່ແລ້ວບໍ? ຕອນນີ້ເຈົ້າກຳລັງຖ່າຍທຳຫຍັງຢູ່? ວຽກງານຄືບໜ້າໄປແນວໃດແລ້ວ?” ຜູ້ນໍາຕອບວ່າ “ຂ້ານ້ອຍບໍ່ຮູ້. ຫຼັງຈາກຮູບເງົາເລື່ອງສຸດທ້າຍ, ຂ້ານ້ອຍໄດ້ເຕົ້າໂຮມກັບພວກເຂົາຄັ້ງໜຶ່ງ, ຫຼັງຈາກນັ້ນພວກເຂົາກໍມີກຳລັງໃຈ, ບໍ່ໄດ້ຄິດລົບ ແລະ ບໍ່ມີຄວາມຫຍຸ້ງຍາກໃດໆ. ພວກເຮົາບໍ່ໄດ້ພົບກັນຕັ້ງແຕ່ນັ້ນມາ. ຖ້າເຈົ້າຢາກຮູ້ສະຖານະການປັດຈຸບັນຂອງພວກເຂົາ, ຂ້ານ້ອຍສາມາດໂທໄປຖາມໃຫ້ເຈົ້າໄດ້”. “ເປັນຫຍັງເຈົ້າຈຶ່ງບໍ່ໂທໄປເພື່ອເຂົ້າໃຈສະຖານະການກ່ອນໜ້ານີ້?” “ເພາະວ່າຂ້ານ້ອຍຫຍຸ້ງຫຼາຍກັບການເຂົ້າຮ່ວມການເຕົ້າໂຮມຢູ່ທົ່ວທຸກບ່ອນ. ຍັງບໍ່ເຖິງຮອບຂອງພວກເຂົາເທື່ອ. ຂ້ານ້ອຍຈະສາມາດເຂົ້າໃຈສະຖານະການໄດ້ກໍຕໍ່ເມື່ອຂ້ານ້ອຍເຕົ້າໂຮມກັບພວກເຂົາໃນຄັ້ງຕໍ່ໄປ”. ນີ້ຄືທັດສະນະຄະຕິຂອງພວກເຂົາຕໍ່ວຽກງານຄຣິດຕະຈັກ. ຈາກນັ້ນ ເບື້ອງເທິງກໍເວົ້າວ່າ “ເຈົ້າບໍ່ຮູ້ສະຖານະການປັດຈຸບັນ ຫຼື ບັນຫາທີ່ມີຢູ່ໃນວຽກງານການຜະລິດຮູບເງົາ, ແລ້ວຄວາມຄືບໜ້າຂອງວຽກງານຂ່າວປະເສີດເປັນແນວໃດແລ້ວ? ວຽກງານຂ່າວປະເສີດຂອງປະເທດໃດທີ່ເຜີຍແຜ່ໄດ້ດີທີ່ສຸດ, ເປັນສົມບູນແບບທີ່ສຸດ? ຄົນຂອງປະເທດໃດທີ່ມີຄວາມສາມາດຂ້ອນຂ້າງດີ ແລະ ຢັ່ງຮູ້ໄດ້ໄວ? ປະເທດໃດມີຊີວິດຄຣິດຕະຈັກທີ່ດີກວ່າ?” “ໂອຍ, ຂ້ານ້ອຍສຸມໃສ່ແຕ່ການເຕົ້າໂຮມ, ຂ້ານ້ອຍລືມຖາມກ່ຽວກັບເລື່ອງເຫຼົ່ານີ້”. “ແລ້ວໃນທີມຂ່າວປະເສີດ, ມີຈັກຄົນທີ່ສາມາດເປັນພະຍານໄດ້? ມີຈັກຄົນທີ່ກຳລັງຖືກບົ່ມເພາະໃຫ້ເປັນພະຍານ? ໃຜຮັບຜິດຊອບ ແລະ ຕິດຕາມວຽກງານຄຣິດຕະຈັກ ແລະ ຊີວິດຄຣິດຕະຈັກໃນປະເທດໃດ? ໃຜຫົດນໍ້າ ແລະ ລ້ຽງດູ? ສະມາຊິກຄຣິດຕະຈັກໃໝ່ຈາກປະເທດຕ່າງໆໄດ້ເລີ່ມດຳລົງຊີວິດຄຣິດຕະຈັກແລ້ວບໍ? ແນວຄິດ ແລະ ຈິນຕະນາການຂອງພວກເຂົາໄດ້ຮັບການແກ້ໄຂຢ່າງສົມບູນແລ້ວບໍ? ມີຈັກຄົນທີ່ໄດ້ຝັງຮາກໃນທາງທີ່ແທ້ຈິງ ໂດຍບໍ່ຖືກນໍາພາຢ່າງຜິດໆໂດຍຄົນທາງສາສະໜາອີກຕໍ່ໄປ? ຫຼັງຈາກທີ່ເຊື່ອໃນພຣະເຈົ້າເປັນເວລາໜຶ່ງ ຫຼື ສອງປີ, ມີຈັກຄົນທີ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້? ເຈົ້າເຂົ້າໃຈ ແລະ ກຳແໜ້ນເລື່ອງເຫຼົ່ານີ້ບໍ? ເມື່ອມີບັນຫາເກີດຂຶ້ນໃນວຽກງານ, ໃຜສາມາດແກ້ໄຂໄດ້? ໃນທີມຂ່າວປະເສີດ, ກຸ່ມໃດ ຫຼື ບຸກຄົນໃດທີ່ຮັບຜິດຊອບວຽກງານຂອງຕົນ ແລະ ມີຜົນງານຕົວຈິງ, ເຈົ້າຮູ້ບໍ?” “ຂ້ານ້ອຍບໍ່ຮູ້. ຖ້າເຈົ້າຢາກຮູ້, ຂ້ານ້ອຍສາມາດຖາມໃຫ້ເຈົ້າໄດ້. ຖ້າເຈົ້າບໍ່ຟ້າວ, ຂ້ານ້ອຍຈະຖາມເມື່ອມີເວລາ; ຂ້ານ້ອຍຍັງຫຍຸ້ງຢູ່!” ຜູ້ນໍາຄົນນີ້ໄດ້ເຮັດວຽກງານທີ່ເປັນຮູບປະທຳແດ່ບໍ? (ບໍ່). ພວກເຂົາເວົ້າວ່າ “ຂ້ານ້ອຍບໍ່ຮູ້” ກັບທຸກຢ່າງ; ພວກເຂົາຈະໄປສອບຖາມກໍຕໍ່ເມື່ອຖືກຊັກຖາມເທົ່ານັ້ນ, ແລ້ວພວກເຂົາຫຍຸ້ງກັບຫຍັງຢູ່? ບໍ່ວ່າພວກເຂົາຈະໄປກຸ່ມໃດເພື່ອເຕົ້າໂຮມ ຫຼື ກວດກາວຽກງານ, ພວກເຂົາກໍບໍ່ສາມາດລະບຸບັນຫາໃນວຽກງານໄດ້ ແລະ ພວກເຂົາບໍ່ຮູ້ວິທີແກ້ໄຂບັນຫາເຫຼົ່ານັ້ນ. ຖ້າເຈົ້າບໍ່ສາມາດເບິ່ງທະລຸສະພາວະ ແລະ ຄຸນລັກສະນະຂອງຄົນຕ່າງໆໄດ້ໃນທັນທີ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຄວນຕິດຕາມ, ເຂົ້າໃຈ ແລະ ກຳແໜ້ນບັນຫາທີ່ມີຢູ່ໃນວຽກງານ, ວຽກງານໃດທີ່ກຳລັງດຳເນີນຢູ່ໃນປັດຈຸບັນ ແລະ ມັນຄືບໜ້າໄປເຖິງຂັ້ນໃດແລ້ວ, ບໍ່ແມ່ນບໍ? ເຖິງຢ່າງໃດກໍຕາມ, ຜູ້ນໍາປອມບໍ່ສາມາດເຮັດໄດ້ແມ່ນແຕ່ເທົ່ານີ້; ພວກເຂົາຕາບອດ, ບໍ່ແມ່ນບໍ? ເຖິງແມ່ນວ່າພວກເຂົາຈະໄປກຸ່ມຕ່າງໆພາຍໃນຄຣິດຕະຈັກເພື່ອຕິດຕາມ ແລະ ກວດກາວຽກງານ, ພວກເຂົາກໍບໍ່ເຂົ້າໃຈສະຖານະການຕົວຈິງເລີຍ, ບໍ່ສາມາດລະບຸບັນຫາສຳຄັນໄດ້ ແລະ ເຖິງແມ່ນວ່າພວກເຂົາຈະເຫັນບັນຫາບາງຢ່າງ, ພວກເຂົາກໍບໍ່ສາມາດແກ້ໄຂໄດ້.

ມີທີມຜະລິດຮູບເງົາທີມໜຶ່ງທີ່ກຳລັງກະກຽມຖ່າຍທຳຮູບເງົາທີ່ທ້າທາຍຫຼາຍ ເຊິ່ງເປັນປະເພດທີ່ພວກເຂົາບໍ່ເຄີຍລອງມາກ່ອນ. ບໍ່ວ່າພວກເຂົາຈະເໝາະສົມທີ່ຈະຮັບບົດຮູບເງົານີ້ ຫຼື ບໍ່, ບໍ່ວ່າຜູ້ກຳກັບ ແລະ ທີມງານທັງໝົດຈະມີຄວາມສາມາດໃນການເຮັດວຽກງານນີ້ໃຫ້ສຳເລັດ ຫຼື ບໍ່, ຜູ້ນໍາຂອງພວກເຂົາກໍບໍ່ຮູ້ສະຖານະການເຫຼົ່ານີ້. ພວກເຂົາພຽງແຕ່ເວົ້າວ່າ “ພວກເຈົ້າໄດ້ຮັບບົດໃໝ່ແລ້ວ. ໃຫ້ຖ່າຍທຳເລີຍ. ຂ້ອຍຈະສະໜັບສະໜູນພວກເຈົ້າ ແລະ ຕິດຕາມພວກເຈົ້າ. ພວກເຈົ້າຈົ່ງເຮັດໃຫ້ດີທີ່ສຸດ ແລະ ເມື່ອມີຄວາມຫຍຸ້ງຍາກເກີດຂຶ້ນ, ຈົ່ງອະທິຖານຫາພຣະເຈົ້າ ແລະ ແກ້ໄຂຄວາມຫຍຸ້ງຍາກເຫຼົ່ານັ້ນຕາມພຣະທຳຂອງພຣະເຈົ້າ”. ແລ້ວພວກເຂົາກໍຈາກໄປ. ຜູ້ນໍາຄົນນີ້ບໍ່ສາມາດເຫັນ ຫຼື ລະບຸຄວາມຫຍຸ້ງຍາກໃດໆທີ່ມີຢູ່ໄດ້; ວຽກງານຈະສາມາດເຮັດໄດ້ດີແບບນີ້ບໍ? ຫຼັງຈາກທີ່ທີມຜະລິດຮູບເງົາໄດ້ຮັບບົດນີ້, ຜູ້ກຳກັບ ແລະ ສະມາຊິກທີມກໍມັກຈະວິເຄາະເນື້ອໃນ ແລະ ປຶກສາຫາລືກ່ຽວກັບເຄື່ອງນຸ່ງ ແລະ ການຈັດວາງກ້ອງ ແຕ່ບໍ່ຮູ້ວ່າຈະຖ່າຍທຳຮູບເງົາແນວໃດ; ພວກເຂົາບໍ່ສາມາດເລີ່ມການຜະລິດຢ່າງເປັນທາງການໄດ້. ນີ້ບໍ່ແມ່ນສະພາວະປັດຈຸບັນບໍ? ສິ່ງເຫຼົ່ານີ້ບໍ່ແມ່ນບັນຫາທີ່ມີຢູ່ບໍ? ສິ່ງເຫຼົ່ານີ້ບໍ່ແມ່ນບັນຫາທີ່ຜູ້ນໍາຄວນແກ້ໄຂບໍ? ຜູ້ນໍາໃຊ້ເວລາທຸກມື້ໃນການເຕົ້າໂຮມ, ບໍ່ມີບັນຫາຕົວຈິງໃດໆທີ່ຖືກແກ້ໄຂຫຼັງຈາກທີ່ເຕົ້າໂຮມກັນຫຼາຍມື້ ແລະ ການຖ່າຍທຳກໍຍັງບໍ່ສາມາດດຳເນີນໄປຢ່າງປົກກະຕິໄດ້. ຜູ້ນໍາໄດ້ສົ່ງຜົນກະທົບຫຍັງແດ່ບໍ? (ບໍ່). ພວກເຂົາພຽງແຕ່ຮ້ອງຄຳຂວັນເພື່ອເພີ່ມກຳລັງໃຈ: “ພວກເຮົາບໍ່ສາມາດນັ່ງຢູ່ລ້າໆ, ພວກເຮົາບໍ່ສາມາດກິນເຂົ້າຂອງເຮືອນຂອງພຣະເຈົ້າລ້າໆ!” ພວກເຂົາເຖິງກັບສັ່ງສອນຜູ້ຄົນວ່າ: “ພວກເຈົ້າບໍ່ມີຄວາມສຳນຶກ, ກິນເຂົ້າຂອງເຮືອນຂອງພຣະເຈົ້າລ້າໆໂດຍບໍ່ມີຄວາມຮູ້ສຶກຫຍັງເລີຍ, ພວກເຈົ້າບໍ່ມີຄວາມລະອາຍໃຈບໍ?” ຫຼັງຈາກທີ່ພວກເຂົາເວົ້າເຊັ່ນນີ້, ຄວາມສຳນຶກຂອງທຸກຄົນກໍຮູ້ສຶກຖືກຕຳໜິໜ້ອຍໜຶ່ງ: “ແມ່ນແລ້ວ, ວຽກງານຄືບໜ້າຊ້າຫຼາຍ ແລະ ພວກເຮົາກໍຍັງໄດ້ກິນເຂົ້າສາມຄາບຕໍ່ມື້ແບບນີ້, ນີ້ບໍ່ແມ່ນການກິນລ້າໆບໍ? ພວກເຮົາບໍ່ໄດ້ເຮັດວຽກງານຫຍັງແທ້ໆ. ແລ້ວໃຜຈະແກ້ໄຂບັນຫາເຫຼົ່ານີ້ທີ່ເກີດຂຶ້ນໃນວຽກງານ? ພວກເຮົາແກ້ໄຂບໍ່ໄດ້ ສະນັ້ນພວກເຮົາຈຶ່ງຖາມຜູ້ນໍາ ແຕ່ຜູ້ນໍາພຽງແຕ່ບອກໃຫ້ພວກເຮົາອະທິຖານຢ່າງພາກພຽນ, ອ່ານພຣະທຳຂອງພຣະເຈົ້າ ແລະ ຮ່ວມມືກັນຢ່າງກົມກຽວ ໂດຍບໍ່ໄດ້ໂອ້ລົມວ່າບັນຫາເຫຼົ່ານີ້ຄວນຖືກແກ້ໄຂແນວໃດ”. ຜູ້ນໍາຈັດການເຕົ້າໂຮມຢູ່ສະຖານທີ່ທຸກມື້ ແຕ່ບັນຫາເຫຼົ່ານີ້ກໍບໍ່ສາມາດແກ້ໄຂໄດ້. ເມື່ອເວລາຜ່ານໄປ, ຄວາມເຊື່ອຂອງບາງຄົນກໍເຢັນລົງ ແລະ ສະພາວະຂອງພວກເຂົາກໍໝົດຫວັງ ເພາະພວກເຂົາບໍ່ເຫັນທາງໄປໜ້າ ແລະ ບໍ່ຮູ້ວ່າຈະດຳເນີນການຖ່າຍທຳຕໍ່ໄປແນວໃດ. ພວກເຂົາຝາກຄວາມຫວັງສຸດທ້າຍໄວ້ກັບຜູ້ນໍາ, ຫວັງວ່າພວກເຂົາຈະສາມາດແກ້ໄຂບາງບັນຫາຕົວຈິງໄດ້ ແຕ່ໜ້າເສຍດາຍທີ່ຜູ້ນໍາຄົນນີ້ກໍບໍ່ຕ່າງຫຍັງກັບຄົນຕາບອດ, ທັງບໍ່ຮຽນຮູ້ວິຊາຊີບ ແລະ ບໍ່ໂອ້ລົມ, ປຶກສາຫາລື ຫຼື ສະແຫວງຫາກັບຜູ້ທີ່ເຂົ້າໃຈມັນ. ພວກເຂົາມັກຈະຖືໜັງສືພຣະທຳຂອງພຣະເຈົ້າ ແລະ ເວົ້າວ່າ “ຂ້ອຍກຳລັງອ່ານພຣະທຳຂອງພຣະເຈົ້າເພື່ອອຸທິດຕົນທາງວິນຍານ. ຂ້ອຍກຳລັງປະກອບຕົນເອງດ້ວຍຄວາມຈິງ. ຢ່າລົບກວນຂ້ອຍ, ຂ້ອຍຫຍຸ້ງຢູ່!” ໃນທີ່ສຸດ, ບັນຫາກໍສະສົມຫຼາຍຂຶ້ນເລື້ອຍໆ ເຊິ່ງເຮັດໃຫ້ວຽກງານຕົກຢູ່ໃນສະພາວະເກືອບເປັນອຳມະພາດ ແຕ່ຜູ້ນໍາປອມກໍຍັງຄິດວ່າພວກເຂົາກຳລັງເຮັດວຽກງານໄດ້ດີຫຼາຍ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ພວກເຂົາເຊື່ອວ່າເນື່ອງຈາກພວກເຂົາໄດ້ຈັດການເຕົ້າໂຮມ, ສອບຖາມກ່ຽວກັບສະຖານະການວຽກງານ, ລະບຸບັນຫາ, ແບ່ງປັນພຣະທຳຂອງພຣະເຈົ້າ, ຊີ້ໃຫ້ເຫັນສະພາວະຂອງຜູ້ຄົນ ແລະ ທຸກຄົນໄດ້ທຽບຕົນເອງໃສ່ສະພາວະເຫຼົ່ານີ້ ແລະ ຕັ້ງໃຈທີ່ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີ, ຄວາມຮັບຜິດຊອບຂອງພວກເຂົາໃນຖານະຜູ້ນໍາກໍສຳເລັດ ແລະ ພວກເຂົາຖືວ່າໄດ້ເຮັດທຸກຢ່າງຕາມທີ່ຄາດໝາຍຈາກພວກເຂົາແລ້ວ. ຖ້າໜ້າວຽກສະເພາະທີ່ກ່ຽວຂ້ອງກັບດ້ານວິຊາຊີບບໍ່ສາມາດຈັດການໄດ້ດີ, ນັ້ນກໍບໍ່ແມ່ນຄວາມກັງວົນຂອງຜູ້ນໍາ. ນີ້ແມ່ນຜູ້ນໍາປະເພດໃດ? ວຽກງານຄຣິດຕະຈັກໄດ້ຕົກຢູ່ໃນສະພາວະເກືອບເປັນອຳມະພາດ ແຕ່ພວກເຂົາກໍບໍ່ໄດ້ກັງວົນ ຫຼື ທຸກໃຈເລີຍ. ຖ້າເບື້ອງເທິງບໍ່ສອບຖາມ ຫຼື ຊຸກຍູ້, ພວກເຂົາກໍຈະພຽງແຕ່ຍືດເວລາຕໍ່ໄປ, ບໍ່ເຄີຍກ່າວເຖິງສິ່ງທີ່ເກີດຂຶ້ນຢູ່ເບື້ອງລຸ່ມຂອງພວກເຂົາ ໂດຍບໍ່ແກ້ໄຂບັນຫາໃດໆ. ຜູ້ນໍາແບບນັ້ນໄດ້ປະຕິບັດຄວາມຮັບຜິດຊອບໃນການນໍາພາຂອງຕົນສຳເລັດແລ້ວບໍ? (ບໍ່). ແລ້ວພວກເຂົາເວົ້າຫຍັງກັນໝົດມື້ໃນການເຕົ້າໂຮມ? ພວກເຂົາເວົ້າຈາໄຮ້ສາລະ, ພຽງແຕ່ເທດສະໜາຫຼັກຄຳສອນ ແລະ ຮ້ອງຄຳຂວັນ. ຜູ້ນໍາບໍ່ໄດ້ແກ້ໄຂບັນຫາຕົວຈິງໃນວຽກງານ, ບໍ່ໄດ້ແກ້ໄຂສະພາວະທີ່ເຮັດພໍແລ້ວມືແລ້ວຕີນ ແລະ ຄວາມຄິດລົບຂອງຜູ້ຄົນ ແລະ ບໍ່ຮູ້ວິທີແກ້ໄຂບັນຫາໃນວຽກງານຂອງຜູ້ຄົນຕາມຫຼັກການຄວາມຈິງ. ຜົນກໍຄືໂຄງການທັງໝົດກໍຢຸດສະງັກ ແລະ ບໍ່ມີຄວາມຄືບໜ້າໃດໆເປັນເວລາດົນ. ແຕ່ຜູ້ນໍາກໍບໍ່ໄດ້ກັງວົນເລີຍ. ນີ້ບໍ່ແມ່ນການສະແດງອອກຂອງຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງບໍ? ແມ່ນຫຍັງຄືແກ່ນແທ້ຂອງການສະແດງອອກນີ້ຂອງຜູ້ນໍາປອມ? ນີ້ບໍ່ແມ່ນການລະເລີຍຕໍ່ຄວາມຮັບຜິດຊອບຢ່າງຮ້າຍແຮງບໍ? ການລະເລີຍຕໍ່ວຽກງານຂອງຕົນຢ່າງຮ້າຍແຮງ, ການບໍ່ປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ, ນີ້ຄືສິ່ງທີ່ຜູ້ນໍາປອມເຮັດຢ່າງແທ້ຈິງ. ເຈົ້າຢູ່ສະຖານທີ່ພຽງເພື່ອເຮັດແບບພໍເປັນພິທີ, ບໍ່ໄດ້ແກ້ໄຂບັນຫາຕົວຈິງ. ເຈົ້າຢູ່ສະຖານທີ່ພຽງເພື່ອຫຼອກລວງຜູ້ຄົນ; ໂດຍບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ເຖິງແມ່ນວ່າເຈົ້າຈະຢູ່ບ່ອນນັ້ນຕະຫຼອດເວລາ, ມັນກໍຈະບໍ່ສຳເລັດຫຍັງເລີຍ. ບັນຫາຕ່າງໆເກີດຂຶ້ນໃນວຽກງານ ແລະ ໃນດ້ານວິຊາຊີບ, ບາງບັນຫາເຈົ້າສາມາດແກ້ໄຂໄດ້ແຕ່ບໍ່ເຮັດ. ນີ້ກໍເປັນການລະເລີຍຕໍ່ຄວາມຮັບຜິດຊອບຢ່າງຮ້າຍແຮງ. ຍິ່ງໄປກວ່ານັ້ນ, ເຈົ້າຕາບອດທັງຕາ ແລະ ໃຈຂອງເຈົ້າ: ບາງຄັ້ງເມື່ອເຈົ້າຄົ້ນພົບບັນຫາ, ເຈົ້າກໍບໍ່ສາມາດເບິ່ງທະລຸແກ່ນແທ້ຂອງມັນໄດ້. ເຈົ້າບໍ່ສາມາດແກ້ໄຂພວກມັນໄດ້ ແຕ່ເຈົ້າທຳທ່າວ່າສາມາດຈັດການພວກມັນໄດ້, ພຽງແຕ່ດື້ດ້ານທົນຢູ່ ໃນຂະນະທີ່ປະຕິເສດຢ່າງສິ້ນເຊີງທີ່ຈະໂອ້ລົມ ຫຼື ປຶກສາຫາລືກັບຜູ້ທີ່ເຂົ້າໃຈຄວາມຈິງ ແລະ ບໍ່ລາຍງານ ຫຼື ສະແຫວງຫາຈາກເບື້ອງເທິງເຊັ່ນກັນ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເຈົ້າຢ້ານຖືກລິຮານບໍ? ຢ້ານວ່າເບື້ອງເທິງຈະຮູ້ຄວາມຈິງກ່ຽວກັບເຈົ້າ ແລະ ປົດເຈົ້າອອກບໍ? ນີ້ບໍ່ແມ່ນການສຸມໃສ່ສະຖານະໂດຍບໍ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວບໍ? ດ້ວຍແນວຄິດແບບນີ້, ເຈົ້າຈະສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີແນວໃດ?

ບໍ່ວ່າຜູ້ນໍາ ຫຼື ຜູ້ເຮັດວຽກຈະເຮັດວຽກງານສຳຄັນຫຍັງກໍຕາມ ແລະ ບໍ່ວ່າລັກສະນະຂອງວຽກງານນີ້ຈະເປັນແນວໃດ, ບູລິມະສິດອັນດັບໜຶ່ງຂອງພວກເຂົາກໍຄືການເຂົ້າໃຈ ແລະ ກຳແໜ້ນສະຖານະການຂອງວຽກງານ. ພວກເຂົາຕ້ອງໄປຢູ່ບ່ອນນັ້ນດ້ວຍຕົນເອງ ເພື່ອຕິດຕາມສິ່ງຕ່າງໆ ແລະ ສອບຖາມ ໂດຍຮັບເອົາຂໍ້ມູນໂດຍກົງ. ພວກເຂົາຕ້ອງບໍ່ອີງໃສ່ຄຳບອກເລົ່າ ຫຼື ຟັງການລາຍງານຂອງຄົນອື່ນພຽງຢ່າງດຽວ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຕ້ອງສັງເກດສະຖານະການຂອງບຸກຄະລາກອນ ແລະ ຄວາມຄືບໜ້າຂອງວຽກງານ ດ້ວຍຕາຂອງຕົນເອງ ແລະ ເຂົ້າໃຈວ່າມີຄວາມຫຍຸ້ງຍາກຫຍັງແດ່, ມີຂົງເຂດໃດທີ່ຂັດກັບຂໍ້ກຳນົດຂອງເບື້ອງເທິງ ຫຼື ບໍ່, ມີການລະເມີດຫຼັກການ ຫຼື ບໍ່, ມີການລົບກວນ ຫຼື ການຂັດຂວາງໃດໆ ຫຼື ບໍ່, ມີການຂາດເຂີນອຸປະກອນທີ່ຈຳເປັນ ຫຼື ເອກະສານການສອນທີ່ກ່ຽວຂ້ອງກັບວຽກງານວິຊາຊີບ ຫຼື ບໍ່, ພວກເຂົາຕ້ອງກຳແໜ້ນທັງໝົດນີ້. ບໍ່ວ່າພວກເຂົາຈະຟັງການລາຍງານຫຼາຍສໍ່າໃດ ຫຼື ໄດ້ຮັບຂໍ້ມູນຈາກຄຳບອກເລົ່າຫຼາຍສໍ່າໃດກໍຕາມ, ທັງສອງຢ່າງນີ້ກໍບໍ່ສູ້ການໄປກວດກາດ້ວຍຕົນເອງ; ມັນຖືກຕ້ອງ ແລະ ໜ້າເຊື່ອຖືຫຼາຍກວ່າທີ່ພວກເຂົາຈະເຫັນສິ່ງຕ່າງໆດ້ວຍຕາຂອງຕົນເອງ. ເມື່ອພວກເຂົາລຶ້ງເຄີຍກັບສະຖານະການທຸກດ້ານແລ້ວ, ພວກເຂົາກໍຈະເຂົ້າໃຈສະຖານະການເປັນຢ່າງດີ. ໂດຍສະເພາະຢ່າງຍິ່ງ ພວກເຂົາຕ້ອງກຳແໜ້ນຢ່າງຊັດເຈນ ແລະ ຖືກຕ້ອງວ່າໃຜມີຄວາມສາມາດດີ ແລະ ສົມຄວນທີ່ຈະໄດ້ຮັບການບົ່ມເພາະ ເພາະມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເຮັດໃຫ້ພວກເຂົາສາມາດບົ່ມເພາະ ແລະ ນຳໃຊ້ຄົນໄດ້ຢ່າງຖືກຕ້ອງ, ເຊິ່ງເປັນສິ່ງສຳຄັນທີ່ສຸດ ຖ້າຫາກຜູ້ນໍາ ແລະ ຜູ້ເຮັດວຽກຈະເຮັດວຽກງານຂອງຕົນໄດ້ດີ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີແນວທາງ ແລະ ຫຼັກການໃນການບົ່ມເພາະ ແລະ ຝຶກຝົນຄົນທີ່ມີຄວາມສາມາດດີ. ຍິ່ງໄປກວ່ານັ້ນ, ພວກເຂົາຄວນກຳແໜ້ນ ແລະ ເຂົ້າໃຈບັນຫາ ແລະ ຄວາມຫຍຸ້ງຍາກປະເພດຕ່າງໆທີ່ມີຢູ່ໃນວຽກງານຂອງຄຣິສຕະຈັກ ແລະ ຮູ້ວິທີແກ້ໄຂບັນຫາເຫຼົ່ານັ້ນ ແລະ ພວກເຂົາກໍຄວນມີແນວຄວາມຄິດ ແລະ ຄຳແນະນຳຂອງຕົນເອງກ່ຽວກັບວິທີທີ່ວຽກງານຈະດຳເນີນໄປ ຫຼື ອະນາຄົດຂອງວຽກງານ. ຖ້າພວກເຂົາສາມາດເວົ້າກ່ຽວກັບເລື່ອງດັ່ງກ່າວໄດ້ຢ່າງຊັດເຈນໂດຍລັບຕາຂອງພວກເຂົາ, ໂດຍບໍ່ມີຄວາມສົງໄສ ຫຼື ຄວາມກັງວົນໃຈໃດໆ, ວຽກງານກໍຈະດຳເນີນໄປໄດ້ງ່າຍຂຶ້ນຫຼາຍ. ໂດຍການເຮັດວຽກໃນລັກສະນະນີ້, ຜູ້ນໍາກໍຈະໄດ້ເຮັດສຳເລັດຄວາມຮັບຜິດຊອບຂອງຕົນ, ບໍ່ແມ່ນບໍ? ພວກເຂົາຕ້ອງຮູ້ດີວ່າຈະແກ້ໄຂບັນຫາທີ່ກ່າວມາຂ້າງເທິງໃນວຽກງານໄດ້ແນວໃດ ແລະ ພວກເຂົາຕ້ອງໄຕ່ຕອງເລື່ອງເຫຼົ່ານີ້ເລື້ອຍໆ. ເມື່ອພວກເຂົາພົບພໍ້ຄວາມຫຍຸ້ງຍາກ, ພວກເຂົາຕ້ອງໂອ້ລົມ ແລະ ປຶກສາຫາລືເລື່ອງເຫຼົ່ານີ້ກັບທຸກຄົນ, ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ໂດຍການເຮັດວຽກຕົວຈິງຢ່າງຕິດດິນໃນລັກສະນະນີ້, ຈະບໍ່ມີຄວາມຫຍຸ້ງຍາກໃດທີ່ບໍ່ສາມາດແກ້ໄຂໄດ້. ຜູ້ນໍາປອມເຮັດແບບນີ້ບໍ? (ບໍ່ເຮັດ.) ຜູ້ນໍາປອມຮູ້ພຽງແຕ່ທໍາທ່າ ແລະ ຫຼອກລວງຜູ້ຄົນ, ທຳທ່າວ່າເຂົ້າໃຈໃນສິ່ງທີ່ຕົນບໍ່ເຂົ້າໃຈ, ບໍ່ສາມາດແກ້ໄຂບັນຫາຕົວຈິງໃດໆ ແລະ ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບເລື່ອງທີ່ບໍ່ເປັນປະໂຫຍດເທົ່ານັ້ນ. ເມື່ອຖືກຖາມວ່າພວກເຂົາຫຍຸ້ງກັບຫຍັງ, ພວກເຂົາກໍເວົ້າວ່າ “ບ່ອນຢູ່ຂອງພວກເຮົາຂາດໝອນອີງສອງສາມໜ່ວຍ ແລະ ທີມຜະລິດຮູບເງົາກໍຂາດຜ້າສຳລັບເຮັດຊຸດ, ສະນັ້ນ ຂ້ອຍຈຶ່ງໄປຊື້. ເທື່ອໜຶ່ງເຮືອນຄົວໝົດເຄື່ອງປຸງ ແລະ ຄົນຄົວກໍອອກໄປບໍ່ໄດ້, ສະນັ້ນ ຂ້ອຍຈຶ່ງຕ້ອງອອກໄປຊື້ ແລະ ຂ້ອຍກໍຊື້ແປ້ງເຂົ້າຈີ່ສອງສາມຖົງມາພ້ອມ. ທຸກເລື່ອງນີ້ຂ້ອຍຕ້ອງເຮັດດ້ວຍຕົນເອງ”. ພວກເຂົາຫຍຸ້ງຫຼາຍແທ້ໆ. ພວກເຂົາບໍ່ໄດ້ລະເລີຍຕໍ່ໜ້າທີ່ຫຼັກຂອງຕົນບໍ? ພວກເຂົາບໍ່ສົນໃຈເລີຍ ຫຼື ແບກຮັບພາລະເລີຍເມື່ອເວົ້າເຖິງວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃນຖານະຜູ້ນໍາ ໂດຍທີ່ພະຍາຍາມພຽງແຕ່ເຮັດພໍແລ້ວມືແລ້ວຕີນ. ບັນຫາທີ່ຄວາມສາມາດຂອງພວກເຂົາເອງຂ້ອນຂ້າງຕໍ່າ ແລະ ການທີ່ພວກເຂົາຕາບອດທັງຕາ ແລະ ໃຈກໍຮ້າຍແຮງພໍແລ້ວ, ແຕ່ພວກເຂົາກໍຍັງບໍ່ແບກຮັບພາລະ ແລະ ມັກຄວາມສະດວກສະບາຍ ໂດຍມັກໃຊ້ເວລາຫຼາຍມື້ໃນສະຖານທີ່ທີ່ອົບອຸ່ນ. ເມື່ອມີຄົນມີບັນຫາ ແລະ ຊອກຫາພວກເຂົາເພື່ອຫາທາງອອກ, ກໍຫາໂຕພວກເຂົາບໍ່ເຫັນ ແລະ ບໍ່ມີໃຜຮູ້ວ່າພວກເຂົາກຳລັງເຮັດຫຍັງແທ້. ພວກເຂົາຈັດການເວລາຂອງຕົນເອງ. ອາທິດນີ້, ພວກເຂົາຈັດການເຕົ້າໂຮມໃຫ້ທີມໜຶ່ງໃນຕອນເຊົ້າ, ພັກຜ່ອນໃນຕອນບ່າຍ ແລະ ຈາກນັ້ນໃນຕອນແລງ, ພວກເຂົາກໍເຕົ້າໂຮມກັບຜູ້ທີ່ຮັບຜິດຊອບວຽກງານທົ່ວໄປເພື່ອປຶກສາຫາລືເລື່ອງຕ່າງໆ. ອາທິດຕໍ່ໄປ, ພວກເຂົາຈັດການເຕົ້າໂຮມໃຫ້ຜູ້ທີ່ຮັບຜິດຊອບວຽກງານພາຍນອກ ໂດຍຖາມແບບສະບາຍໆວ່າ “ມີຄວາມຫຍຸ້ງຍາກຫຍັງບໍ? ໄລຍະນີ້ເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າບໍ? ເຈົ້າຖືກຈຳກັດ ຫຼື ລົບກວນໃນການຕິດຕໍ່ກັບຜູ້ທີ່ບໍ່ເຊື່ອບໍ”? ພວກຂົາຈະຖືວ່າຈົບຫຼັງຈາກໄດ້ຖາມຄຳຖາມສອງສາມຂໍ້ນີ້. ໃນພິບຕາດຽວ, ເດືອນໜຶ່ງກໍຜ່ານໄປ. ພວກເຂົາໄດ້ເຮັດວຽກຫຍັງແດ່? ເຖິງແມ່ນວ່າພວກເຂົາໄດ້ຈັດການເຕົ້າໂຮມໃຫ້ແຕ່ລະທີມຕາມລຳດັບ, ພວກເຂົາກໍບໍ່ຮູ້ຫຍັງກ່ຽວກັບສະຖານະການວຽກງານຂອງທີມໃດເລີຍ ແລະ ພວກເຂົາບໍ່ໄດ້ຮຽນຮູ້ ຫຼື ສອບຖາມກ່ຽວກັບມັນ ຫຼື ບໍ່ໄດ້ເຂົ້າຮ່ວມວຽກງານ ຫຼື ຊີ້ນຳວຽກງານໃນແຕ່ລະທີມເລີຍ. ພວກເຂົາບໍ່ໄດ້ເຂົ້າຮ່ວມ, ຕິດຕາມ ຫຼື ໃຫ້ການຊີ້ນຳກ່ຽວກັບວຽກງານ ແຕ່ມີສອງສາມຢ່າງທີ່ພວກເຂົາເຮັດຕົງເວລາຄື: ກິນເຂົ້າຕົງເວລາ, ນອນຕົງເວລາ ແລະ ຈັດການເຕົ້າໂຮມຕົງເວລາ. ຊີວິດຂອງພວກເຂົາຂ້ອນຂ້າງເປັນລະບຽບ, ພວກເຂົາເບິ່ງແຍງຕົນເອງເປັນຢ່າງດີ ແຕ່ຜົນງານຂອງພວກເຂົາບໍ່ໄດ້ມາດຕະຖານ.

ຜູ້ນໍາບາງຄົນບໍ່ໄດ້ເຮັດສໍາເລັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກເລີຍ, ບໍ່ໄດ້ເຮັດວຽກງານທີ່ຈຳເປັນຂອງຄຣິດຕະຈັກ ແຕ່ພັດເອົາໃຈໃສ່ສະເພາະວຽກງານບໍລິຫານທົ່ວໄປທີ່ບໍ່ສຳຄັນ. ພວກເຂົາຊ່ຽວຊານໃນການຈັດການເຮືອນຄົວ ໂດຍຖາມຢູ່ສະເໝີວ່າ “ມື້ນີ້ພວກເຮົາກິນຫຍັງ? ພວກເຮົາມີໄຂ່ບໍ່? ເຫຼືອຊີ້ນຫຼາຍສໍ່າໃດ? ຖ້າໝົດແລ້ວ, ຂ້ອຍຈະໄປຊື້”. ພວກເຂົາຖືວ່າວຽກງານໃນເຮືອນຄົວສຳຄັນທີ່ສຸດ, ຍ່າງເຂົ້າໄປໃນເຮືອນຄົວໂດຍບໍ່ມີເຫດຜົນ, ຄິດຢູ່ສະເໝີວ່າຈະໄດ້ກິນປາຫຼາຍຂຶ້ນ, ກິນຊີ້ນຫຼາຍຂຶ້ນ, ເພີດເພີນຫຼາຍຂຶ້ນ, ກິນອາຫານຢ່າງສະບາຍໃຈໂດຍບໍ່ຮູ້ສຶກຜິດຫຍັງເລີຍ. ໃນຂະນະທີ່ຄົນໃນແຕ່ລະທີມກຳລັງຫຍຸ້ງກັບວຽກ, ເອົາໃຈໃສ່ໃນການເຮັດໜ້າທີ່ຂອງຕົນໃຫ້ດີ, ຜູ້ນໍາເຫຼົ່ານີ້ພັດເອົາໃຈໃສ່ແຕ່ເລື່ອງກິນດີ, ໃຊ້ຊີວິດຢ່າງສະດວກສະບາຍ. ນັບຕັ້ງແຕ່ກາຍມາເປັນຜູ້ນໍາ, ບໍ່ພຽງແຕ່ພວກເຂົາບໍ່ສົນໃຈວຽກງານຂອງຄຣິສຕະຈັກ ແລະ ຫຼີກລ່ຽງການອອກແຮງງານໜັກ ແຕ່ພວກເຂົາຍັງເບິ່ງແຍງຕົນເອງໃຫ້ຕຸ້ຍພີ ແລະ ມີແກ້ມແດງສົດໃສ. ແຕ່ລະມື້ພວກເຂົາເຮັດຫຍັງ? ພວກເຂົາຫຍຸ້ງຢູ່ກັບວຽກງານບໍລິຫານທົ່ວໄປ, ເລື່ອງນ້ອຍໆ ບາງຢ່າງ, ບໍ່ໄດ້ເຮັດວຽກງານຕົວຈິງໃດໆ ຫຼື ແກ້ໄຂບັນຫາຕົວຈິງໃດໆ. ແຕ່ພວກເຂົາກໍບໍ່ຮູ້ສຶກເສຍໃຈໃນໃຈຂອງຕົນ. ຜູ້ນໍາປອມທຸກຄົນບໍ່ໄດ້ເຮັດວຽກງານທີ່ສຳຄັນຂອງຄຣິດຕະຈັກ ແລະ ພວກເຂົາບໍ່ໄດ້ແກ້ໄຂບັນຫາຕົວຈິງໃດໆ. ຫຼັງຈາກທີ່ພວກເຂົາກາຍເປັນຜູ້ນໍາ, ພວກເຂົາກໍຄິດວ່າ “ຂ້ອຍພຽງແຕ່ຕ້ອງຊອກຫາຄົນສອງສາມຄົນເພື່ອເຮັດວຽກງານສະເພາະ ແລ້ວຂ້ອຍກໍບໍ່ຈຳເປັນຕ້ອງເຮັດເອງ”. ພວກເຂົາເຊື່ອວ່າເມື່ອພວກເຂົາໄດ້ຈັດແຈງຜູ້ຄຸມງານສຳລັບວຽກງານແຕ່ລະຢ່າງແລ້ວ, ພວກເຂົາເອງກໍບໍ່ມີຫຍັງເຮັດອີກ. ພວກເຂົາເຊື່ອວ່ານີ້ຄືການເຮັດວຽກງານຂອງຜູ້ນໍາ ແລະ ພວກເຂົາມີສິດທີ່ຈະໄດ້ຮັບຜົນປະໂຫຍດຈາກສະຖານະຂອງຕົນ. ພວກເຂົາບໍ່ໄດ້ເຂົ້າຮ່ວມໃນວຽກງານຕົວຈິງໃດໆ, ບໍ່ໄດ້ຕິດຕາມ ຫຼື ໃຫ້ການຊີ້ນຳ ແລະ ພວກເຂົາກໍບໍ່ໄດ້ດຳເນີນການກວດສອບ ຫຼື ຄົ້ນຄວ້າເພື່ອແກ້ໄຂບັນຫາ. ພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບຂອງຜູ້ນໍາບໍ? ວຽກງານຂອງຄຣິສຕະຈັກຈະເຮັດໄດ້ດີດ້ວຍວິທີນີ້ບໍ? ເມື່ອເບື້ອງເທິງຖາມພວກເຂົາກ່ຽວກັບຄວາມຄືບໜ້າຂອງວຽກງານ, ພວກເຂົາກໍເວົ້າວ່າ “ວຽກງານຂອງຄຣິສຕະຈັກລ້ວນແລ້ວແຕ່ປົກກະຕິດີ. ວຽກງານແຕ່ລະຢ່າງມີຜູ້ຄຸມງານຮັບຜິດຊອບຢູ່”. ຖ້າຖືກຖາມຕື່ມອີກວ່າມີບັນຫາໃດໆ ໃນວຽກງານ ຫຼື ບໍ່, ພວກເຂົາກໍຕອບວ່າ “ຂ້ອຍບໍ່ຮູ້. ຄົງຈະບໍ່ມີບັນຫາຫຍັງດອກ”! ນີ້ຄືທັດສະນະຂອງຜູ້ນໍາປອມຕໍ່ວຽກງານຂອງພວກເຂົາ. ໃນຖານະຜູ້ນໍາ, ເຈົ້າສະແດງຄວາມບໍ່ຮັບຜິດຊອບຢ່າງສິ້ນເຊີງຕໍ່ວຽກງານທີ່ມອບໝາຍໃຫ້ເຈົ້າ; ວຽກງານທັງໝົດຖືກມອບໃຫ້ຄົນອື່ນ ໂດຍບໍ່ມີການຕິດຕາມ, ສອບຖາມ ຫຼື ຊ່ວຍເຫຼືອໃນການແກ້ໄຂບັນຫາຈາກຝ່າຍຂອງເຈົ້າ. ເຈົ້າພຽງແຕ່ນັ່ງຢູ່ຊື່ໆ ຄືກັບເຈົ້ານາຍທີ່ບໍ່ເອົາຫຍັງ. ເຈົ້າບໍ່ໄດ້ລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງເຈົ້າບໍ? ເຈົ້າບໍ່ໄດ້ກະທຳຄືກັບເຈົ້າໜ້າທີ່ບໍ? ບໍ່ໄດ້ເຮັດວຽກງານສະເພາະໃດໆ, ບໍ່ໄດ້ຕິດຕາມວຽກງານ, ບໍ່ໄດ້ແກ້ໄຂບັນຫາຕົວຈິງ, ຜູ້ນໍາເຊັ່ນນີ້ບໍ່ແມ່ນພຽງແຕ່ເຄື່ອງປະດັບບໍ? ພວກເຂົາບໍ່ແມ່ນຜູ້ນໍາປອມບໍ? ນີ້ຄືຕົວຢ່າງທີ່ຊັດເຈນທີ່ສຸດຂອງຜູ້ນໍາປອມ. ວຽກງານຂອງຜູ້ນໍາປອມແມ່ນພຽງແຕ່ແກວ່ງປາກ ແລະ ອອກຄຳສັ່ງໂດຍບໍ່ໄດ້ເຂົ້າຮ່ວມ ຫຼື ຕິດຕາມວຽກງານຕົວຈິງ ແລະ ບໍ່ໄດ້ຊອກຫາ ຫຼື ລະບຸບັນຫາພາຍໃນວຽກງານ. ແມ່ນແຕ່ໃນເວລາທີ່ພົບບັນຫາ, ພວກເຂົາກໍບໍ່ແກ້ໄຂບັນຫາເຫຼົ່ານັ້ນ. ພວກເຂົາພຽງແຕ່ເຮັດຕົວເປັນເຈົ້ານາຍທີ່ບໍ່ເອົາຫຍັງ ໂດຍຄິດວ່ານັ້ນຄືການເຮັດວຽກແລ້ວ. ແຕ່ການນໍາພາແບບນີ້ບໍ່ໄດ້ລົບກວນຄວາມສະຫງົບໃນໃຈຂອງພວກເຂົາເລີຍ; ພວກເຂົາດຳລົງຊີວິດຢ່າງສະດວກສະບາຍທຸກມື້ ແລະ ມີຄວາມເບີກບານມ່ວນຊື່ນຢູ່ຕະຫຼອດເວລາ. ພວກເຂົາຍັງມີໜ້າຍິ້ມຢູ່ໄດ້ແນວໃດ? ເຮົາໄດ້ຄົ້ນພົບຄວາມຈິງຢ່າງໜຶ່ງຄື: ຄົນປະເພດນີ້ໜ້າດ້ານໄຮ້ຢາງອາຍຢ່າງສິ້ນເຊີງ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃນຖານະຜູ້ນໍາ, ພວກເຂົາພຽງແຕ່ຈັດຄົນສອງສາມຄົນໃຫ້ເຮັດວຽກ ແລະ ຖືວ່າຈົບ. ເຈົ້າບໍ່ເຄີຍເຫັນພວກເຂົາຢູ່ບ່ອນເຮັດວຽກ; ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບຄວາມຄືບໜ້າ ຫຼື ຜົນຂອງວຽກງານຂອງຄຣິສຕະຈັກ ແຕ່ພວກເຂົາກໍຍັງຄິດວ່າຕົນເອງມີຄວາມສາມາດ ແລະ ໄດ້ມາດຕະຖານໃນຖານະຜູ້ນໍາ. ນີ້ຄືຕົວຢ່າງທີ່ຊັດເຈນທີ່ສຸດຂອງຜູ້ນໍາປອມ ທີ່ບໍ່ໄດ້ເຮັດວຽກງານຕົວຈິງໃດໆເລີຍ. ຜູ້ນໍາປອມບໍ່ມີພາລະຕໍ່ວຽກງານຂອງຄຣິສຕະຈັກ, ພວກເຂົາບໍ່ກັງວົນ ຫຼື ຮ້ອນໃຈບໍ່ວ່າຈະເກີດບັນຫາຫຼາຍສໍ່າໃດກໍຕາມ; ພວກເຂົາພໍໃຈກັບການເຮັດວຽກງານບໍລິຫານທົ່ວໄປຈໍານວນໜຶ່ງ ແລ້ວກໍຄິດວ່າຕົນເອງໄດ້ເຮັດວຽກງານຕົວຈິງແລ້ວ. ບໍ່ວ່າເບື້ອງເທິງຈະເປີດໂປງຜູ້ນໍາປອມແນວໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກບໍ່ດີໃນໃຈ ແລະ ບໍ່ຍອມຮັບວ່າຄຳຕຳນິນັ້ນໝາຍເຖິງຕົນເອງ; ພວກເຂົາບໍ່ມີການໄຕ່ຕອງຕົນເອງ ຫຼື ການກັບໃຈໃດໆ. ຄົນປະເພດນີ້ບໍ່ແມ່ນຄົນທີ່ປາສະຈາກຄວາມສຳນຶກ ແລະ ເຫດຜົນບໍ? ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນຢ່າງແທ້ຈິງຈະປະຕິບັດຕໍ່ວຽກງານຂອງຄຣິສຕະຈັກແບບນີ້ໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ.

ໂດຍທົ່ວໄປແລ້ວ, ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນແມ່ນແຕ່ໜ້ອຍດຽວ ເມື່ອໄດ້ຍິນການເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມ ແລະ ນຳມາປຽບທຽບກັບຕົນເອງ ກໍຈະສາມາດເຫັນໄດ້ບໍ່ຫຼາຍກໍໜ້ອຍວ່າຕົນເອງມີສ່ວນຢູ່ໃນຄຳອະທິບາຍເຫຼົ່ານີ້. ພວກເຂົາຈະໜ້າແດງ, ພວກເຂົາຈະກະວົນກະວາຍ, ໃຈຂອງພວກເຂົາບໍ່ສະຫງົບ, ຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າ ແລະ ຈະຕັ້ງໃຈຢ່າງລັບໆວ່າ: “ເມື່ອກ່ອນ, ຂ້ອຍໄດ້ເພີດເພີນກັບຄວາມສຸກສະບາຍທາງເນື້ອໜັງ, ບໍ່ໄດ້ເຮັດວຽກຂອງຕົນໃຫ້ດີ, ບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ບໍ່ໄດ້ເຮັດວຽກງານຕົວຈິງ, ບໍ່ຮູ້ຫຍັງເມື່ອຖືກຖາມ, ມັກຈະຫາທາງຫຼີກລ່ຽງ ແລະ ທໍາທ່າຢູ່ສະເໝີ ໂດຍຢ້ານວ່າເມື່ອຄົນອື່ນເຫັນສະພາບຕົວຈິງຂອງຂ້ອຍແລ້ວ, ຊື່ສຽງ ແລະ ສະຖານະຂອງຂ້ອຍຈະສູນເສຍໄປ ແລະ ຕຳແໜ່ງຜູ້ນໍາທີ່ຂ້ອຍມີຢູ່ກໍຈະຮັກສາໄວ້ບໍ່ໄດ້. ດຽວນີ້ຂ້ອຍຈຶ່ງເຫັນວ່າພຶດຕິກຳເຊັ່ນນັ້ນເປັນຕາໜ້າອັບອາຍ ແລະ ຈະເຮັດຕໍ່ໄປບໍ່ໄດ້. ຂ້ອຍຕ້ອງຈິງຈັງໃນການກະທຳໃຫ້ຫຼາຍຂຶ້ນ ແລະ ພະຍາຍາມໃຫ້ຫຼາຍຂຶ້ນ. ຖ້າຂ້ອຍຍັງເຮັດບໍ່ດີຕໍ່ໄປ, ມັນກໍຈະເປັນສິ່ງທີ່ໃຫ້ອະໄພບໍ່ໄດ້. ຄວາມສຳນຶກຂອງຂ້ອຍຈະກ່າວໂທດຂ້ອຍ!” ຜູ້ນໍາປອມເຊັ່ນນີ້ຍັງມີຄວາມເປັນມະນຸດ ແລະ ຄວາມສຳນຶກຢູ່ແດ່; ຢ່າງໜ້ອຍທີ່ສຸດ, ຄວາມສຳນຶກຂອງພວກເຂົາກໍຍັງຮັບຮູ້ໄດ້. ຫຼັງຈາກທີ່ໄດ້ຍິນການເປີດໂປງຂອງເຮົາ, ພວກເຂົາກໍເຫັນຕົນເອງໃນຄຳເວົ້າເຫຼົ່ານີ້ ແລະ ຮູ້ສຶກບໍ່ສະບາຍໃຈ; ພວກເຂົາໄຕ່ຕອງວ່າ: “ຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງໃດໆແທ້ໆ ຫຼື ແກ້ໄຂບັນຫາຕົວຈິງໃດໆ. ຂ້ອຍບໍ່ສົມຄວນກັບການຝາກຝັງຂອງພຣະເຈົ້າ ຫຼື ຕຳແໜ່ງຜູ້ນໍາ. ແລ້ວຂ້ອຍຄວນເຮັດແນວໃດ? ຂ້ອຍຕ້ອງແກ້ໄຂ; ນັບແຕ່ນີ້ໄປ, ຂ້ອຍຕ້ອງເອົາຈິງເອົາຈັງ ແລະ ແກ້ໄຂບັນຫາຕົວຈິງ, ເຂົ້າຮ່ວມໃນວຽກງານສະເພາະທຸກຢ່າງ, ຫຼີກລ່ຽງການຫຼົບຫຼີກ, ຫຼີກລ່ຽງການທໍາທ່າ ແລະ ເຮັດທຸກສິ່ງໃຫ້ສຸດຄວາມສາມາດຂອງຂ້ອຍ. ພຣະເຈົ້າກວດສອບຈິດໃຈ ແລະ ຄວາມຄິດທີ່ເລິກທີ່ສຸດຂອງມະນຸດ, ພຣະເຈົ້າຮູ້ຄວາມສາມາດທີ່ແທ້ຈິງຂອງທຸກຄົນ; ບໍ່ວ່າຂ້ອຍຈະເຮັດໄດ້ດີ ຫຼື ບໍ່ດີ, ການເຮັດຢ່າງສຸດໃຈແມ່ນສຳຄັນທີ່ສຸດ. ຖ້າຂ້ອຍບໍ່ສາມາດເຮັດໄດ້ແມ່ນແຕ່ເທົ່ານີ້, ຍັງຈະເອີ້ນຂ້ອຍວ່າເປັນມະນຸດໄດ້ບໍ?” ການທີ່ສາມາດໄຕ່ຕອງຕົນເອງໃນລັກສະນະນີ້ເອີ້ນວ່າການມີຄວາມສຳນຶກ. ຄົນທີ່ບໍ່ມີຄວາມສຳນຶກ, ບໍ່ວ່າເຈົ້າຈະເປີດໂປງພວກເຂົາແນວໃດ, ພວກເຂົາກໍບໍ່ໜ້າແດງ ຫຼື ໃຈສັ່ນ; ພວກເຂົາພຽງແຕ່ສືບຕໍ່ເຮັດຕາມທີ່ຕົນຕ້ອງການ. ເຖິງວ່າພວກເຂົາຈະເຫັນຕົນເອງໃນສິ່ງທີ່ພຣະເຈົ້າໄດ້ເປີດໂປງ, ພວກເຂົາກໍຮູ້ສຶກບໍ່ສົນໃຈມັນ: ພວກເຂົາຄິດວ່າ “ບໍ່ແມ່ນວ່າມີການເອີ່ຍຊື່ຂ້ອຍ. ຂ້ອຍຈະຢ້ານເຮັດຫຍັງ? ຄວາມສາມາດຂອງຂ້ອຍດີ, ຂ້ອຍມີພອນສະຫວັນ; ເຮືອນຂອງພຣະເຈົ້າຂາດຂ້ອຍບໍ່ໄດ້! ແລ້ວມັນຈະເປັນຫຍັງ ຖ້າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງ? ຂ້ອຍບໍ່ໄດ້ເຮັດເອງ ແຕ່ຂ້ອຍໃຫ້ຄົນອື່ນເຮັດ, ສະນັ້ນ ມັນກໍຍັງສຳເລັດຢູ່ດີ, ບໍ່ແມ່ນບໍ? ຢ່າງໃດກໍຕາມ, ທຸກໜ້າວຽກທີ່ເຈົ້າມອບໝາຍໃຫ້ຂ້ອຍ, ຂ້ອຍກໍເຮັດໃຫ້ເຈົ້າສຳເລັດ, ບໍ່ວ່າຂ້ອຍຈະຈັດໃຫ້ໃຜເຮັດກໍຕາມ. ຄວາມສາມາດຂອງຂ້ອຍດີ, ສະນັ້ນ ຂ້ອຍຈຶ່ງເຮັດວຽກຢ່າງສະຫຼາດ. ໃນອະນາຄົດ, ຂ້ອຍຈະສືບຕໍ່ເຮັດພໍແລ້ວມືແລ້ວຕີນ ແລະ ມ່ວນຊື່ນກັບຊີວິດຕາມທີ່ຂ້ອຍຕ້ອງການ”. ບໍ່ວ່າເຮົາຈະໄຈ້ແຍກ ຫຼື ເປີດໂປງຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງແນວໃດ, ຄົນເຫຼົ່ານັ້ນກໍຍັງຄືເກົ່າ, ບໍ່ຮັບຮູ້ຫຍັງເລີຍ: “ໃຫ້ຄົນອື່ນຄິດແນວໃດກໍໄດ້ ແລະ ເຫັນຂ້ອຍແນວໃດກໍໄດ້, ຂ້ອຍກໍຈະບໍ່ເຮັດ!” ຜູ້ນໍາປອມເຊັ່ນນີ້ມີຄວາມສຳນຶກບໍ? (ບໍ່ມີ). ນີ້ແມ່ນຄັ້ງທີສີ່ທີ່ພວກເຮົາໄດ້ໂອ້ລົມກ່ຽວກັບການເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມ ແລະ ທຸກຄັ້ງທີ່ເຮົາເປີດໂປງບຸກຄົນເຊັ່ນນີ້, ຜູ້ທີ່ມີຄວາມສຳນຶກແມ່ນແຕ່ໜ້ອຍດຽວກໍຮູ້ສຶກຄືກັບນັ່ງຢູ່ເທິງກອງໄຟ, ຮູ້ສຶກບໍ່ໝັ້ນຄົງທີ່ບໍ່ໄດ້ເຮັດວຽກຂອງຕົນໃຫ້ດີ ແລະ ຕັ້ງໃຈຢ່າງລັບໆທີ່ຈະຮີບຮ້ອນກັບໃຈ ແລະ ປ່ຽນແປງ. ໃນຂະນະດຽວກັນ, ຜູ້ທີ່ບໍ່ມີຄວາມສຳນຶກກໍໜ້າດ້ານເປັນພິເສດ; ພວກເຂົາບໍ່ຮູ້ສຶກຫຍັງເລີຍ. ບໍ່ວ່າເຮົາຈະໂອ້ລົມແນວໃດ, ພວກເຂົາກໍພຽງແຕ່ດຳເນີນຊີວິດຂອງຕົນໄປຕາມປົກກະຕິ, ມ່ວນຊື່ນກັບຊີວິດຕາມທີ່ພວກເຂົາຕ້ອງການ. ເມື່ອເຈົ້າຖາມພວກເຂົາວ່າ “ບາງຄົນຮັບຜິດຊອບວຽກງານຂ່າວປະເສີດ, ບາງຄົນຮັບຜິດຊອບວຽກງານການແປ ແລະ ຄົນອື່ນໆຮັບຜິດຊອບວຽກງານການຜະລິດຮູບເງົາ. ແລ້ວເຈົ້າຮັບຜິດຊອບວຽກງານສະເພາະໃດ?” ພວກເຂົາກໍເວົ້າວ່າ: “ເຖິງແມ່ນວ່າຂ້ອຍບໍ່ໄດ້ເຮັດວຽກງານສະເພາະໃດໆ ແຕ່ຂ້ອຍກໍຄຸມງານທຸກຢ່າງ. ຂ້ອຍຈັດການເຕົ້າໂຮມໃຫ້ພວກເຂົາ”. ຖ້າເຈົ້າຖາມພວກເຂົາຕື່ມອີກວ່າ “ເຈົ້າຈັດການເຕົ້າໂຮມຈັກຄັ້ງຕໍ່ເດືອນ?” ພວກເຂົາກໍຈະຕອບວ່າ: “ຢ່າງໜ້ອຍທີ່ສຸດ, ເຕົ້າໂຮມໃຫຍ່ໜຶ່ງຄັ້ງຕໍ່ເດືອນ ແລະ ເຕົ້າໂຮມນ້ອຍທຸກໆສອງອາທິດ”. ເມື່ອເຈົ້າຖາມພວກເຂົາວ່າ “ນອກຈາກການຈັດການເຕົ້າໂຮມແລ້ວ, ເຈົ້າໄດ້ເຮັດວຽກງານສະເພາະໃດແດ່?” ພວກເຂົາກໍຈະຕອບວ່າ: “ມີການເຕົ້າໂຮມທີ່ເຮັດໃຫ້ຂ້ອຍຫຍຸ້ງຫຼາຍແລ້ວ, ຂ້ອຍຈະເຮັດວຽກງານສະເພາະຫຍັງໄດ້ອີກ? ນອກຈາກນີ້, ຂອບເຂດທີ່ຂ້ອຍຄຸມງານກໍກວ້າງຫຼາຍ, ຂ້ອຍບໍ່ມີເວລາສຳລັບວຽກງານສະເພາະ”. ຜູ້ນໍາປອມເຫຼົ່ານີ້ຮູ້ສຶກວ່າຕົນເອງຖືກຕ້ອງທຸກຢ່າງໂດຍອ້າງວ່າຕົນເອງເປັນຜູ້ນໍາທີ່ໝັ້ນຄົງຫຼາຍແທ້ໆ! ບໍ່ວ່າພວກເຂົາຈະຖືກເປີດໂປງ ແລະ ລິຮານແນວໃດ, ພວກເຂົາກໍບໍ່ໄດ້ເສຍໃຈກັບມັນແມ່ນແຕ່ໜ້ອຍດຽວ. ຖ້າຫາກໃຫ້ເຮົາເຮັດວຽກງານສະເພາະຢ່າງໜຶ່ງ, ເຊັ່ນ: ແຕ່ງກິນໃຫ້ຄົນຫ້າຄົນ ແຕ່ເຮົາພັດແຕ່ງອາຫານພຽງພໍສຳລັບສີ່ຄົນ, ເຮົາກໍຈະຮູ້ສຶກບໍ່ສະບາຍໃຈທີ່ແຕ່ງບໍ່ພໍ ແລະ ເຮົາກໍຈະຮູ້ສຶກຜິດທີ່ບໍ່ໄດ້ເຮັດໃຫ້ທຸກຄົນກິນອີ່ມ. ຈາກນັ້ນ ເຮົາກໍຈະຄິດຫາວິທີຊົດເຊີຍ ໂດຍຮັບປະກັນວ່າຈະຄິດໄລ່ໃຫ້ຖືກຕ້ອງໃນຄັ້ງຕໍ່ໄປເພື່ອໃຫ້ທຸກຄົນໄດ້ກິນອີ່ມ. ຖ້າມີຄົນເວົ້າວ່າອາຫານເຄັມເກີນໄປ, ເຮົາກໍຈະຮູ້ສຶກບໍ່ດີຄືກັນ. ເຮົາຈະຖາມວ່າອາຫານຈານໃດທີ່ເຄັມເກີນໄປ, ແລ້ວກໍຖາມຄົນອື່ນວ່າລົດຊາດເໝາະສົມ ຫຼື ບໍ່. ເຖິງແມ່ນວ່າມັນຍາກທີ່ຈະເຮັດໃຫ້ທຸກຄົນພໍໃຈ, ເຮົາກໍຍັງຕ້ອງພະຍາຍາມທຸກວິທີທາງເພື່ອເຮັດສ່ວນຂອງເຮົາໃຫ້ດີ. ນີ້ເອີ້ນວ່າການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ; ນີ້ຄືເຫດຜົນທີ່ຜູ້ຄົນຄວນມີ. ເຈົ້າຕ້ອງເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດສະເໝີ; ບໍ່ວ່າຈະເປັນໜ້າວຽກຫຍັງ, ເຈົ້າຕ້ອງເຂົ້າຮ່ວມດ້ວຍຕົນເອງ. ຖ້າມີຄົນໃຫ້ຄວາມຄິດເຫັນທີ່ແຕກຕ່າງ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ ແລະ ເຈົ້າຮູ້ວ່າຕົນເອງຜິດ ແລະ ຮູ້ສຶກບໍ່ດີຫຼັງຈາກໄດ້ຍິນ, ເຈົ້າກໍຕ້ອງແກ້ໄຂ ແລະ ເອົາໃຈໃສ່ໃນສິ່ງທີ່ເຈົ້າເຮັດໃນອະນາຄົດ, ເຮັດໃຫ້ດີເຖິງແມ່ນວ່າຈະຕ້ອງທົນທຸກລຳບາກແດ່ກໍຕາມ. ຜູ້ນໍາປອມບໍ່ມີຄວາມຮູ້ສຶກແບບນີ້, ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ທົນທຸກລຳບາກໃດໆເລີຍ. ຫຼັງຈາກທີ່ໄດ້ຍິນຄວາມຈິງເຫຼົ່ານີ້ກ່ຽວກັບການເປີດໂປງຜູ້ນໍາປອມ, ພວກເຂົາກໍບໍ່ຮູ້ສຶກຫຍັງເລີຍ, ຍັງກິນແຊບ, ນອນຫຼັບສະບາຍ ແລະ ໃຊ້ຊີວິດຢ່າງມີຄວາມສຸກ ໂດຍທີ່ມີອາລົມທີ່ເບີກບານຄືເກົ່າທຸກມື້ ແລະ ໂດຍບໍ່ມີຄວາມຮູ້ສຶກວ່າແບກຮັບພາລະໜັກຢູ່ເທິງບ່າ ຫຼື ຄວາມຮູ້ສຶກຜິດໃນໃຈ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ຄົນເຊັ່ນນີ້ມີບັນຫາກ່ຽວກັບຄຸນລັກສະນະຂອງຕົນ: ພວກເຂົາຂາດຄວາມສຳນຶກ, ພວກເຂົາປາສະຈາກເຫດຜົນ ແລະ ພວກເຂົາເປັນຄົນມີຄຸນລັກສະນະທີ່ຕໍ່າຕ້ອຍ. ເຖິງແມ່ນວ່າໄດ້ເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມມາເປັນເວລາດົນແລ້ວ, ທັງຈາກມຸມມອງທາງບວກ, ການຈັດຫາ ແລະ ການໂອ້ລົມ ແລະ ຈາກມຸມມອງທາງລົບ, ການເປີດໂປງ ແລະ ການໄຈ້ແຍກພວກເຂົາ, ຜູ້ນໍາປອມສ່ວນໜຶ່ງກໍຍັງບໍ່ສາມາດຮັບຮູ້ບັນຫາຂອງຕົນເອງໄດ້ ແລະ ບໍ່ເຄີຍຕັ້ງໃຈທີ່ຈະໄຕ່ຕອງ ແລະ ກັບໃຈ. ຖ້າບໍ່ມີການຊີ້ນໍາ ແລະ ການຊຸກຍູ້ຈາກເບື້ອງເທິງ, ພວກເຂົາກໍຍັງຈະເຮັດວຽກແບບພໍແລ້ວມືແລ້ວຕີນເທົ່າທີ່ພວກເຂົາສາມາດເຮັດໄດ້ ໂດຍບໍ່ປ່ຽນແປງແນວທາງເລີຍ. ບໍ່ວ່າເຮົາຈະເປີດໂປງພວກເຂົາແນວໃດ, ພວກເຂົາກໍຍັງນັ່ງຢູ່ຊື່ໆໂດຍບໍ່ກະທົບກະເທືອນ ແລະ ບໍ່ຮັບຮູ້ຫຍັງເລີຍ. ນີ້ບໍ່ແມ່ນການໜ້າດ້ານເກີນໄປບໍ? ຄົນປະເພດນີ້ບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ; ພວກເຂົາມີຄຸນລັກສະນະທີ່ຕໍ່າຕ້ອຍຈົນບໍ່ຮູ້ຈັກຄວາມອັບອາຍ! ສຳລັບຄົນທຳມະດາ, ພຽງແຕ່ໄດ້ຍິນຄົນເວົ້າເຖິງຂໍ້ບົກຜ່ອງ, ຂໍ້ເສຍ ຫຼື ສິ່ງທີ່ບໍ່ເໝາະສົມ ຫຼື ຂັດກັບຫຼັກການກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດ ໂດຍບໍ່ຕ້ອງເວົ້າເຖິງການຖືກເປີດໂປງໂດຍສະເພາະ ກໍເປັນສິ່ງທີ່ທົນໄດ້ຍາກແລ້ວ ແລະ ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ອັບອາຍ ແລະ ຈະຄິດຫາວິທີປ່ຽນແປງ ແລະ ແກ້ໄຂຕົນເອງ. ໃນຂະນະດຽວກັນ, ຜູ້ນໍາປອມເຫຼົ່ານີ້ເຮັດໃຫ້ວຽກງານຂອງພວກເຂົາເສຍຫາຍຢ່າງສິ້ນເຊີງ ແລະ ຍັງດຳລົງຊີວິດດ້ວຍຄວາມສຳນຶກທີ່ສະອາດ ໂດຍບໍ່ຮູ້ສຶກກັງວົນ ຫຼື ຮ້ອນໃຈ ແລະ ຍັງບໍ່ຮັບຮູ້ຫຍັງເລີຍບໍ່ວ່າພວກເຂົາຈະຖືກເປີດໂປງແນວໃດ, ພວກເຂົາເຖິງກັບຊອກຫາບ່ອນລີ້ ແລະ ສະແຫວງຫາການພັກຜ່ອນ ແລະ ບໍ່ເຄີຍເຫັນໜ້າພວກເຂົາເລີຍ. ພວກເຂົາບໍ່ຮູ້ຈັກຄວາມອັບອາຍແທ້ໆ!

ຜູ້ນໍາຄຣິດຕະຈັກຢ່າງໜ້ອຍທີ່ສຸດຕ້ອງມີສໍານຶກ ແລະ ເຫດຜົນ ແລະ ຍັງຕ້ອງເຂົ້າໃຈຄວາມຈິງບາງຢ່າງ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ພວກເຂົາຈະສາມາດຮູ້ສຶກເຖິງພາລະໄດ້. ການສະແດງອອກຂອງການຮູ້ສຶກເຖິງພາລະແມ່ນຫຍັງແດ່? ຖ້າພວກເຂົາເຫັນບາງຄົນຄິດລົບ, ບາງຄົນມີຄວາມເຂົ້າໃຈທີ່ບິດເບືອນ, ບາງຄົນສິ້ນເປືອງຊັບສິນຂອງເຮືອນຂອງພຣະເຈົ້າ, ບາງຄົນເຮັດວຽກຂອງພວກເຂົາແບບພໍແລ້ວມືແລ້ວຕີນ, ບາງຄົນບໍ່ໃສ່ໃຈໜ້າວຽກທີ່ເໝາະສົມເມື່ອພວກເຂົາປະຕິບັດໜ້າທີ່, ບາງຄົນເວົ້າແຕ່ຄຳເວົ້າທີ່ສູງສົ່ງຢູ່ສະເໝີແຕ່ບໍ່ໄດ້ເຮັດວຽກງານຕົວຈິງ..., ການທີ່ພົບວ່າມີຫຼາຍບັນຫາເກີນໄປຢູ່ໃນຄຣິດຕະຈັກ ແລະ ຈຳເປັນຕ້ອງໄດ້ຮັບການແກ້ໄຂ, ການທີ່ເຫັນວຽກງານຫຼາຍຢ່າງຍັງບໍ່ສຳເລັດ, ສິ່ງນີ້ເຮັດໃຫ້ພວກເຂົາມີຄວາມຮູ້ສຶກເຖິງພາລະຂຶ້ນມາ. ນັບຕັ້ງແຕ່ກາຍມາເປັນຜູ້ນໍາ, ມັນຮູ້ສຶກຄືກັບວ່າມີໄຟລຸກໄໝ້ພາຍໃນພວກເຂົາຢູ່ຕະຫຼອດເວລາ; ຖ້າພວກເຂົາພົບເຫັນບັນຫາ ແລະ ບໍ່ສາມາດແກ້ໄຂມັນໄດ້, ພວກເຂົາກໍຈະກັງວົນ ແລະ ຮ້ອນໃຈ, ກິນບໍ່ໄດ້ນອນບໍ່ຫຼັບ. ໃນລະຫວ່າງການເຕົ້າໂຮມ, ເມື່ອບາງຄົນລາຍງານບັນຫາໃນວຽກງານຂອງພວກເຂົາທີ່ຜູ້ນໍາບໍ່ສາມາດເຂົ້າໃຈຢ່າງເລິກເຊິ່ງ ແລະ ແກ້ໄຂໄດ້ທັນທີ, ຜູ້ນໍາກໍບໍ່ຍອມແພ້; ພວກເຂົາຮູ້ສຶກວ່າພວກເຂົາຕ້ອງແກ້ໄຂບັນຫານີ້. ຫຼັງຈາກທີ່ອະທິຖານ ແລະ ສະແຫວງຫາ ແລະ ໄຕ່ຕອງກ່ຽວກັບມັນເປັນເວລາສອງມື້, ເມື່ອພວກເຂົາຮູ້ວິທີແກ້ໄຂມັນແລ້ວ, ພວກເຂົາກໍຮີບຮ້ອນແກ້ໄຂບັນຫານັ້ນ. ຫຼັງຈາກທີ່ແກ້ໄຂບັນຫາແລ້ວ, ພວກເຂົາກໍກວດສອບວຽກງານອື່ນໆໂດຍທັນທີ ແລະ ຄົ້ນພົບບັນຫາອີກຢ່າງໜຶ່ງ ກັບການທີ່ມີຄົນກ່ຽວຂ້ອງຫຼາຍເກີນໄປໃນວຽກງານໜຶ່ງ ທີ່ຕ້ອງການການຫຼຸດຜ່ອນບຸກຄະລາກອນ. ຈາກນັ້ນ ພວກເຂົາຮີບຮ້ອນເອີ້ນກັນເຕົ້າໂຮມ, ທຳຄວາມເຂົ້າໃຈສະຖານະການໃຫ້ຊັດເຈນ, ຫຼຸດຈໍານວນບຸກຄະລາກອນ ແລະ ວາງແຜນການຈັດສັນທີ່ເໝາະສົມ ແລະ ດ້ວຍເຫດນີ້ ບັນຫາກໍໄດ້ຮັບການແກ້ໄຂ. ບໍ່ວ່າພວກເຂົາຈະກວດກາວຽກງານໃດກໍຕາມ, ຜູ້ນໍາທີ່ແບກຮັບພາລະຈະສາມາດລະບຸບັນຫາໄດ້ຢູ່ສະເໝີ. ສຳລັບບັນຫາໃດໆທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບ ຫຼື ທີ່ຂັດກັບຫຼັກການ, ພວກເຂົາຈະສາມາດລະບຸພວກມັນ, ສອບຖາມກ່ຽວກັບພວກມັນ ແລະ ມີຄວາມເຂົ້າໃຈພວກມັນ ແລະ ເມື່ອພວກເຂົາຄົ້ນພົບບັນຫາ, ພວກເຂົາກໍຈະແກ້ໄຂມັນໂດຍທັນທີ. ຜູ້ນໍາ ແລະ ຜູ້ເຮັດວຽກທີ່ສະຫຼາດຈະແກ້ໄຂສະເພາະບັນຫາທີ່ກ່ຽວຂ້ອງກັບວຽກງານຂອງຄຣິດຕະຈັກ, ຄວາມຮູ້ທາງວິຊາຊີບ ແລະ ຫຼັກການຄວາມຈິງເທົ່ານັ້ນ. ພວກເຂົາບໍ່ໄດ້ໃສ່ໃຈເລື່ອງນ້ອຍໆໃນຊີວິດປະຈຳວັນ. ພວກເຂົາເບິ່ງແຍງທຸກດ້ານຂອງວຽກງານເຜີຍແຜ່ຂ່າວປະເສີດທີ່ພຣະເຈົ້າໄດ້ມອບໝາຍ. ພວກເຂົາສອບຖາມ ແລະ ກວດກາບັນຫາໃດໆທີ່ພວກເຂົາສາມາດຮັບຮູ້ ຫຼື ຄົ້ນພົບໄດ້. ຖ້າພວກເຂົາບໍ່ສາມາດແກ້ໄຂບັນຫາດ້ວຍຕົນເອງໄດ້ໃນຂະນະນັ້ນ, ພວກເຂົາກໍຈະເຕົ້າໂຮມກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນ, ໂອ້ລົມກັບພວກເຂົາ, ສະແຫວງຫາຫຼັກການຄວາມຈິງ ແລະ ຄິດຫາວິທີແກ້ໄຂມັນ. ຖ້າພວກເຂົາພົບບັນຫາໃຫຍ່ທີ່ພວກເຂົາບໍ່ສາມາດແກ້ໄຂໄດ້ແທ້ໆ, ພວກເຂົາກໍຈະສະແຫວງຫາຈາກເບື້ອງເທິງໂດຍທັນທີ ແລະ ມອບໃຫ້ເບື້ອງເທິງຈັດການ ແລະ ແກ້ໄຂມັນ. ຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ແມ່ນຄົນທີ່ມີຫຼັກການໃນການກະທຳຂອງພວກເຂົາ. ບໍ່ວ່າມີບັນຫາຫຍັງກໍຕາມ, ຕາບໃດທີ່ພວກເຂົາໄດ້ເຫັນພວກມັນ, ພວກເຂົາກໍຈະບໍ່ປ່ອຍມັນໄປ; ພວກເຂົາຢືນຢັນທີ່ຈະທຳຄວາມເຂົ້າໃຈບັນຫາເຫຼົ່ານີ້ຢ່າງຄົບຖ້ວນ ແລະ ຈາກນັ້ນກໍແກ້ໄຂພວກມັນເທື່ອລະຢ່າງ. ເຖິງແມ່ນວ່າພວກມັນຈະບໍ່ໄດ້ຮັບການແກ້ໄຂຢ່າງລະອຽດຖີ່ຖ້ວນ, ກໍສາມາດຮັບປະກັນໄດ້ວ່າບັນຫາເຫຼົ່ານີ້ຈະບໍ່ເກີດຂຶ້ນອີກ. ນີ້ຄືການປະຕິບັດໜ້າທີ່ຂອງຕົນດ້ວຍສຸດໃຈ, ສຸດກຳລັງ ແລະ ສຸດຄວາມຄິດ, ເປັນການບັນລຸຄວາມຮັບຜິດຊອບຂອງຕົນຢ່າງສົມບູນ. ຜູ້ນໍາປອມເຫຼົ່ານັ້ນທີ່ບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ບໍ່ໄດ້ເອົາໃຈໃສ່ແກ້ໄຂບັນຫາຕົວຈິງ ກໍຈະບໍ່ສາມາດຄົ້ນພົບບັນຫາທີ່ຢູ່ໃນສາຍຕາຂອງພວກເຂົາໄດ້ ແລະ ບໍ່ຮູ້ວ່າຄວນຈະເຮັດວຽກງານຫຍັງ. ຕາບໃດທີ່ພວກເຂົາເຫັນວ່າອ້າຍເອື້ອຍນ້ອງກຳລັງຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍພໍອົກພໍໃຈຢ່າງຍິ່ງ ໂດຍຮູ້ສຶກວ່ານີ້ຄືຜົນງານຈາກການເຮັດວຽກງານຕົວຈິງຂອງພວກເຂົາ; ພວກເຂົາຄິດວ່າວຽກງານທຸກດ້ານແມ່ນຂ້ອນຂ້າງດີແລ້ວ ແລະ ບໍ່ມີຫຍັງຫຼາຍໃຫ້ພວກເຂົາເຮັດດ້ວຍຕົນເອງ ຫຼື ມີບັນຫາໃດໆໃຫ້ພວກເຂົາຕ້ອງແກ້ໄຂ, ສະນັ້ນ ພວກເຂົາຈຶ່ງເອົາແຕ່ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ພວກເຂົາຕ້ອງການອວດອ້າງ ແລະ ໂອ້ອວດຕົນເອງໃນທ່າມກາງອ້າຍເອື້ອຍນ້ອງຢູ່ສະເໝີ. ເມື່ອໃດກໍຕາມທີ່ພວກເຂົາເຫັນອ້າຍເອື້ອຍນ້ອງ, ພວກເຂົາກໍຈະເວົ້າວ່າ “ຈົ່ງເປັນຜູ້ເຊື່ອທີ່ດີ. ຈົ່ງປະຕິບັດໜ້າທີ່ຂອງຕົນໃຫ້ດີ. ຢ່າເຮັດແບບພໍແລ້ວມືແລ້ວຕີນ. ຖ້າເຈົ້າດື້ດ້ານ ຫຼື ກໍ່ເລື່ອງ, ຂ້ອຍຈະປົດເຈົ້າອອກ!” ພວກເຂົາຮູ້ພຽງແຕ່ການໃຊ້ສະຖານະຂອງຕົນ ແລະ ສັ່ງສອນຜູ້ຄົນ. ໃນລະຫວ່າງການເຕົ້າໂຮມ, ພວກເຂົາມັກຈະຖາມຢູ່ສະເໝີວ່າມີບັນຫາຫຍັງແດ່ໃນວຽກງານ ແລະ ຖາມວ່າຜູ້ທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາມີຄວາມຫຍຸ້ງຍາກຫຍັງ ຫຼື ບໍ່ ແຕ່ເມື່ອຄົນອື່ນສະເໜີບັນຫາ ແລະ ຄວາມຫຍຸ້ງຍາກຂອງພວກເຂົາ, ພວກເຂົາກໍບໍ່ສາມາດແກ້ໄຂໄດ້. ເຖິງວ່າຈະເປັນເຊັ່ນນັ້ນ, ພວກເຂົາກໍຍັງມີຄວາມສຸກ ແລະ ຍັງຄົງດຳລົງຊີວິດໂດຍມີສໍານຶກທີ່ຊັດເຈນ. ຖ້າອ້າຍເອື້ອຍນ້ອງບໍ່ໄດ້ຍົກບັນຫາ ຫຼື ຄວາມຫຍຸ້ງຍາກໃດໆຂຶ້ນມາ, ພວກເຂົາກໍຮູ້ສຶກວ່າພວກເຂົາກຳລັງເຮັດວຽກຂອງຕົນໄດ້ດີຫຼາຍ ຈົນຫຼົງຕົວເອງ. ພວກເຂົາຄິດວ່າການສອບຖາມກ່ຽວກັບວຽກງານຄືໜ້າທີ່ທີ່ພວກເຂົາໄດ້ຮັບມອບໝາຍ ແລະ ເມື່ອບັນຫາເກີດຂຶ້ນ ແລະ ເບື້ອງເທິງສືບສວນຄວາມຮັບຜິດຊອບກັບຄືນມາຫາພວກເຂົາ, ພວກເຂົາກໍຕົກຕະລຶງ. ຄົນອື່ນໄດ້ວາງຄວາມຫຍຸ້ງຍາກ ແລະ ບັນຫາຂອງວຽກງານໄວ້ຕໍ່ໜ້າພວກເຂົາ ແຕ່ພວກເຂົາຍັງຈົ່ມວ່າເປັນຫຍັງຄົນເຫຼົ່ານັ້ນຈຶ່ງບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ພວກເຂົາບໍ່ໄດ້ແກ້ໄຂບັນຫາຕົວຈິງດ້ວຍຕົນເອງ, ພວກເຂົາພັດໂຍນຄວາມຮັບຜິດຊອບໃຫ້ຜູ້ຄຸມງານທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາ ໂດຍຕຳໜິຢ່າງຮຸນແຮງຕໍ່ຜູ້ທີ່ເຮັດວຽກງານສະເພາະ. ການຕຳໜິນີ້ກໍເປັນການລະບາຍອາລົມຂອງພວກເຂົາ ແລະ ພວກເຂົາເຖິງກັບເຊື່ອໂດຍມີສໍານຶກທີ່ຊັດເຈນວ່າ ພວກເຂົາກຳລັງເຮັດວຽກງານຕົວຈິງ. ພວກເຂົາບໍ່ເຄີຍຮູ້ສຶກກັງວົນ ຫຼື ຮ້ອນໃຈກ່ຽວກັບການທີ່ບໍ່ສາມາດຄົ້ນພົບ ຫຼື ແກ້ໄຂບັນຫາ ແລະ ບໍ່ເຄີຍກິນບໍ່ໄດ້ ຫຼື ນອນບໍ່ຫຼັບຍ້ອນສິ່ງນີ້. ພວກເຂົາບໍ່ເຄີຍທົນທຸກກັບຄວາມລຳບາກປະເພດນີ້ຈັກເທື່ອ.

ທຸກຄັ້ງທີ່ເຮົາໄປຢ້ຽມຢາມຄຣິດຕະຈັກຟາມ, ເຮົາກໍໄດ້ແກ້ໄຂບັນຫາຈໍານວນໜຶ່ງ. ແຕ່ລະຄັ້ງທີ່ເຮົາໄປ, ບໍ່ແມ່ນຍ້ອນວ່າເຮົາໄດ້ພົບເຫັນບັນຫາສະເພາະໃດໜຶ່ງທີ່ຕ້ອງແກ້ໄຂ; ມັນເປັນພຽງຍ້ອນວ່າມີເວລາວ່າງເພື່ອໄປກວດກາເບິ່ງວ່າວຽກງານຂອງທີມຕ່າງໆໃນຄຣິດຕະຈັກດຳເນີນໄປແນວໃດ ແລະ ສະພາວະຂອງຄົນໃນແຕ່ລະທີມເປັນແນວໃດ. ເຮົາເຕົ້າໂຮມຜູ້ຄຸມງານເພື່ອໂອ້ລົມ, ຖາມວ່າພວກເຂົາໄດ້ເຮັດວຽກງານຫຍັງແດ່ໃນໄລຍະເວລານີ້ ແລະ ມີບັນຫາຫຍັງແດ່, ໃຫ້ພວກເຂົາຍົກບັນຫາບາງຢ່າງຂຶ້ນມາ ແລ້ວເຮົາກໍໂອ້ລົມກັບພວກເຂົາກ່ຽວກັບວິທີແກ້ໄຂບັນຫາເຫຼົ່ານີ້. ເມື່ອໂອ້ລົມກັບພວກເຂົາ, ເຮົາຍັງສາມາດຄົ້ນພົບບັນຫາໃໝ່ໆຈໍານວນໜຶ່ງໄດ້. ບັນຫາປະເພດໜຶ່ງແມ່ນບັນຫາທີ່ກ່ຽວຂ້ອງກັບວິທີການທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກງານຂອງພວກເຂົາ; ອີກປະເພດໜຶ່ງແມ່ນບັນຫາໃນວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ. ນອກຈາກນີ້, ເຮົາຍັງຊ່ວຍເຫຼືອ ແລະ ຊີ້ນໍາພວກເຂົາກ່ຽວກັບວິທີການເຮັດວຽກງານສະເພາະ, ວິທີການຈັດຕັ້ງປະຕິບັດວຽກງານ, ວຽກງານທີ່ຕ້ອງເຮັດ ແລະ ຈາກນັ້ນກໍຕິດຕາມໃນຄັ້ງຕໍ່ໄປ ໂດຍຖາມພວກເຂົາວ່າວຽກງານທີ່ໄດ້ມອບໝາຍໃນຄັ້ງກ່ອນດຳເນີນໄປແນວໃດ. ການກວດກາ, ການຊຸກຍູ້ ແລະ ການຕິດຕາມເຊັ່ນນີ້ແມ່ນສິ່ງທີ່ຈຳເປັນ. ເຖິງແມ່ນວ່າສິ່ງນີ້ຈະບໍ່ໄດ້ເຮັດຢ່າງອຶກກະທຶກຄຶກໂຄມ ແລະ ຮ້ອງໂຮ ໂດຍໃຊ້ໂທລະໂຄ່ງເພື່ອປະກາດແຈ້ງການໃດໆ ແຕ່ວຽກງານ ແລະ ໜ້າວຽກສະເພາະເຫຼົ່ານີ້ກໍຖືກເຜີຍແຜ່ ແລະ ຈັດຕັ້ງປະຕິບັດຜ່ານຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ສາມາດເຮັດວຽກງານຕົວຈິງໄດ້. ດ້ວຍເຫດນີ້, ວຽກງານຂອງແຕ່ລະທີມຈຶ່ງກາຍເປັນລະບຽບ ແລະ ມີຄວາມຄືບໜ້າ, ປະສິດທິພາບຂອງວຽກງານກໍຖືກປັບປຸງໃຫ້ດີຂຶ້ນ ແລະ ຜົນໄດ້ຮັບກໍດີຂຶ້ນ. ໃນທີ່ສຸດແລ້ວ, ທຸກຄົນໃນແຕ່ລະທີມກໍສາມາດຍຶດໝັ້ນໃນໜ້າທີ່ຂອງຕົນ ໂດຍຮູ້ວ່າພວກເຂົາຄວນເຮັດຫຍັງ ແລະ ເຮັດແນວໃດ. ຢ່າງໜ້ອຍທີ່ສຸດ, ທຸກຄົນກໍກຳລັງປະຕິບັດໜ້າທີ່ທີ່ຕົນຄວນເຮັດ, ພວກເຂົາທຸກຄົນມີໜ້າວຽກຢູ່ໃນມື ແລະ ສິ່ງທີ່ພວກເຂົາເຮັດກໍແມ່ນເຮັດຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ແລະ ຍັງສາມາດເຮັດຕາມຫຼັກການໄດ້. ນີ້ບໍ່ແມ່ນການບັນລຸຜົນໄດ້ຮັບບາງຢ່າງແລ້ວບໍ? ຜູ້ນໍາປອມຮູ້ວິທີເຮັດວຽກແບບນີ້ບໍ? ຜູ້ນໍາປອມຈະໄຕ່ຕອງວ່າ: “ໂອ, ນີ້ຄືວິທີທີ່ເບື້ອງເທິງດຳເນີນວຽກງານ: ເອີ້ນບາງຄົນມາໂອ້ລົມກັນ, ທຸກຄົນຈົດບັນທຶກໃສ່ປຶ້ມນ້ອຍໆ ແລະ ຫຼັງຈາກທີ່ຈົດບັນທຶກແລ້ວ, ວຽກງານຂອງເບື້ອງເທິງກໍສຳເລັດ. ຖ້ານີ້ຄືວິທີທີ່ວຽກງານຖືກດຳເນີນໂດຍເບື້ອງເທິງ, ພວກເຮົາກໍຈະເຮັດແບບດຽວກັນ”. ສະນັ້ນ, ຜູ້ນໍາປອມຈຶ່ງຮຽນແບບແບບນີ້ແຫຼະ. ພວກເຂົາຮຽນແບບຮູບລັກພາຍນອກ ແຕ່ໃນທີ່ສຸດ, ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງເລີຍ, ບໍ່ໄດ້ຈັດຕັ້ງປະຕິບັດໜ້າວຽກໃດໆທີ່ພວກເຂົາຖືກຂໍໃຫ້ເຮັດ, ພຽງແຕ່ເສຍເວລາລົມເລື່ອງໄຮ້ສາລະ. ບາງຄັ້ງ, ເຮົາກໍຍັງໄປສວນຜັກ ແລະ ເຮືອນແກ້ວເພື່ອເບິ່ງວ່າເບ້ຍໄມ້ເຕີບໃຫຍ່ແນວໃດ ຫຼື ເພື່ອສອບຖາມກ່ຽວກັບວ່າສາມາດປູກພືດຈັກຮອບໃນເຮືອນແກ້ວໃນລະດູໜາວ ແລະ ຕ້ອງຫົດນໍ້າເລື້ອຍສໍ່າໃດ. ໜ້າວຽກເຫຼົ່ານີ້ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ລ້ວນແລ້ວແຕ່ກ່ຽວຂ້ອງກັບບັນຫາທາງດ້ານເຕັກນິກທີ່ກ່ຽວຂ້ອງກັບການປູກຜັກ ແລະ ຕາບໃດທີ່ຄົນເຮົາເຮັດຢ່າງຕັ້ງໃຈ, ພວກເຂົາກໍສາມາດເຮັດມັນສຳເລັດໄດ້. ຜູ້ນໍາປອມສະແດງຄວາມປອມຂອງພວກເຂົາອອກມາທາງໃດເປັນຫຼັກ? ສິ່ງທີ່ໂດດເດັ່ນທີ່ສຸດກໍຄືການບໍ່ເຮັດວຽກງານຕົວຈິງ; ພວກເຂົາພຽງແຕ່ເຮັດວຽກງານຈໍານວນໜຶ່ງທີ່ເຮັດໃຫ້ຕົນເອງເບິ່ງດີແລ້ວກໍຖືວ່າສຳເລັດ ແລ້ວຈາກນັ້ນພວກເຂົາກໍເລີ່ມເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ບໍ່ວ່າພວກເຂົາຈະເຮັດວຽກງານປະເພດນີ້ຫຼາຍສໍ່າໃດກໍຕາມ, ມັນໝາຍຄວາມວ່າພວກເຂົາກຳລັງດຳເນີນວຽກງານຕົວຈິງບໍ? ຜູ້ນໍາປອມສ່ວນໃຫຍ່ຢັ່ງຮູ້ຄວາມຈິງຢ່າງບໍ່ບໍລິສຸດ, ເຂົ້າໃຈພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນຈໍານວນໜຶ່ງ ເຊິ່ງເຮັດໃຫ້ມັນຍາກຫຼາຍທີ່ຈະເຮັດວຽກງານຕົວຈິງໃຫ້ດີ. ຜູ້ນໍາປອມສ່ວນໜຶ່ງບໍ່ສາມາດແມ່ນແຕ່ຈະແກ້ໄຂບັນຫາທີ່ກ່ຽວຂ້ອງກັບວຽກງານທົ່ວໄປ; ພວກເຂົາມີຄຸນນະພາບທີ່ຕໍ່າ ແລະ ຂາດຄວາມເຂົ້າໃຈທາງດ້ານວິນຍານຢ່າງຊັດເຈນ. ບໍ່ມີຄຸນຄ່າຫຍັງເລີຍໃນການບົ່ມເພາະພວກເຂົາ. ຜູ້ນໍາປອມບາງຄົນກໍມີຄວາມສາມາດຢູ່ໜ້ອຍໜຶ່ງ ແຕ່ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພວກເຂົາກໍເພີດເພີນກັບຄວາມສຸກສະບາຍທາງເນື້ອໜັງ. ຄົນທີ່ເພີດເພີນກັບຄວາມສຸກສະບາຍທາງເນື້ອໜັງກໍບໍ່ໄດ້ແຕກຕ່າງຈາກໝູຫຼາຍປານໃດ. ໝູໃຊ້ເວລາໝົດມື້ໄປກັບການນອນ ແລະ ການກິນ. ພວກມັນບໍ່ໄດ້ເຮັດຫຍັງເລີຍ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ລ້ຽງດູພວກມັນຢ່າງໜັກໜ່ວງມາໜຶ່ງປີ, ເມື່ອທັງຄອບຄົວກິນຊີ້ນຂອງພວກມັນໃນທ້າຍປີ, ກໍອາດຈະເວົ້າໄດ້ວ່າພວກມັນໄດ້ຮັບໃຊ້ແລ້ວ. ຖ້າຜູ້ນໍາປອມຖືກລ້ຽງຄືກັບໝູ, ກິນ ແລະ ດື່ມຟຣີສາມຄາບຕໍ່ມື້ຈົນຕຸ້ຍພີ ແລະ ແຂງແຮງ ແຕ່ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດໆ ແລະ ເປັນຄົນໄຮ້ປະໂຫຍດ, ການລ້ຽງດູພວກເຂົາບໍ່ແມ່ນສິ່ງທີ່ໄຮ້ປະໂຫຍດບໍ? ມັນມີປະໂຫຍດຫຍັງແດ່? ພວກເຂົາສາມາດຮັບໃຊ້ໄດ້ພຽງແຕ່ເປັນໂຕສ້າງຄວາມແຕກຕ່າງເທົ່ານັ້ນ ແລະ ຄວນຖືກກຳຈັດອອກ. ແທ້ຈິງແລ້ວ, ລ້ຽງໝູຍັງດີກວ່າລ້ຽງຜູ້ນໍາປອມ. ຜູ້ນໍາປອມອາດຈະມີຕຳແໜ່ງວ່າ “ຜູ້ນໍາ”, ພວກເຂົາອາດຈະດຳລົງຕຳແໜ່ງນີ້, ກິນດີສາມຄາບຕໍ່ມື້, ເພີດເພີນກັບພຣະຄຸນຂອງພຣະເຈົ້າຫຼາຍຢ່າງຈົນຕຸ້ຍພີມີນໍ້າມີນວນຍ້ອນການກິນຕະຫຼອດທ້າຍປີ ແຕ່ເລື່ອງວຽກງານເດເປັນແນວໃດ? ຈົ່ງເບິ່ງທຸກສິ່ງທີ່ໄດ້ເຮັດສຳເລັດໃນວຽກງານຂອງເຈົ້າປີນີ້: ເຈົ້າມີຜົນງານໃນຂົງເຂດວຽກງານໃດແດ່ໃນປີນີ້? ເຈົ້າໄດ້ເຮັດວຽກງານຕົວຈິງຫຍັງແດ່? ເຮືອນຂອງພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າເຮັດທຸກວຽກງານຢ່າງສົມບູນແບບ ແຕ່ເຈົ້າຕ້ອງເຮັດວຽກງານທີ່ສຳຄັນໃຫ້ດີ. ຕົວຢ່າງ: ວຽກງານຂ່າວປະເສີດ ຫຼື ວຽກງານຜະລິດຮູບເງົາ, ວຽກງານດ້ານຕົວໜັງສື ແລະ ອື່ນໆ. ວຽກງານເຫຼົ່ານີ້ທັງໝົດຕ້ອງເກີດດອກອອກຜົນ. ພາຍໃຕ້ສະຖານະການປົກກະຕິ, ວຽກງານສ່ວນໃຫຍ່ຄວນຈະເກີດຜົນ ແລະ ຜົນສຳເລັດບາງຢ່າງພາຍຫຼັງສາມຫາຫ້າເດືອນ; ຖ້າບໍ່ມີຜົນສຳເລັດພາຍຫຼັງໜຶ່ງປີ, ນີ້ກໍຈະເປັນບັນຫາທີ່ຮ້າຍແຮງ. ພາຍໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ, ວຽກງານໃດທີ່ເກີດດອກອອກຜົນຫຼາຍທີ່ສຸດ? ວຽກງານໃດທີ່ເຈົ້າໄດ້ຈ່າຍລາຄາສູງທີ່ສຸດ ແລະ ທົນທຸກຫຼາຍທີ່ສຸດຕະຫຼອດທັງປີ? ຈົ່ງນຳສະເໜີຜົນສຳເລັດນີ້ ແລະ ໄຕ່ຕອງເບິ່ງວ່າເຈົ້າໄດ້ສ້າງຜົນສຳເລັດທີ່ມີຄຸນຄ່າໃດໆຈາກການເພີດເພີນກັບພຣະຄຸນຂອງພຣະເຈົ້າຕະຫຼອດໜຶ່ງປີຂອງເຈົ້າ ຫຼື ບໍ່; ເຈົ້າຄວນມີຄວາມຮູ້ສຶກທີ່ຊັດເຈນກ່ຽວກັບເລື່ອງນີ້ຢູ່ໃນໃຈຂອງເຈົ້າ. ເຈົ້າກຳລັງເຮັດຫຍັງຢູ່ແທ້ ໃນຂະນະທີ່ເຈົ້າກິນອາຫານຂອງເຮືອນຂອງພຣະເຈົ້າ ແລະ ເພີດເພີນກັບພຣະຄຸນຂອງພຣະເຈົ້າຕະຫຼອດເວລານີ້? ເຈົ້າໄດ້ບັນລຸສິ່ງໃດແດ່? ຖ້າເຈົ້າບໍ່ໄດ້ບັນລຸສິ່ງໃດເລີຍ, ເຈົ້າກໍເປັນພຽງຄົນທີ່ປ່ອຍເວລາໄປລ້າໆ; ເຈົ້າຄືຜູ້ນໍາປອມຢ່າງແທ້ຈິງ. ຜູ້ນໍາແບບນັ້ນຄວນຖືກປົດອອກ ແລະ ກຳຈັດອອກບໍ? (ຄວນ). ພວກເຈົ້າຈະສາມາດແຍກແຍະຜູ້ນໍາປອມແບບນັ້ນໄດ້ບໍ່ ເມື່ອພວກເຈົ້າພົບພໍ້ພວກເຂົາ? ພວກເຈົ້າເບິ່ງອອກບໍ່ວ່າພວກເຂົາເປັນຜູ້ນໍາປອມ, ພຽງແຕ່ກິນຢູ່ລ້າໆ? ພວກເຂົາກິນຈົນປາກມັນເຫຼື້ອມ ແຕ່ເບິ່ງຄືວ່າບໍ່ເຄີຍກັງວົນ ຫຼື ຮ້ອນໃຈກ່ຽວກັບວຽກງານ, ບໍ່ໄດ້ມີສ່ວນຮ່ວມ ຫຼື ສອບຖາມກ່ຽວກັບໜ້າວຽກສະເພາະໃດໆ. ເຖິງແມ່ນວ່າພວກເຂົາຈະສອບຖາມ, ມັນກໍມີເຫດຜົນ; ພວກເຂົາເຮັດເຊັ່ນນັ້ນກໍຕໍ່ເມື່ອເບື້ອງເທິງກົດດັນພວກເຂົາກ່ຽວກັບຜົນງານ ແລະ ຖ້າບໍ່ດັ່ງນັ້ນກໍຈະບໍ່ໃສ່ໃຈ. ພວກເຂົາເພີດເພີນກັບຄວາມສຸກສະບາຍຢູ່ສະເໝີ ໂດຍມັກຈະເບິ່ງຮູບເງົາ ຫຼື ລາຍການໂທລະພາບ. ພວກເຂົາມອບໝາຍວຽກງານ ແລະ ໃນຂະນະທີ່ທຸກຄົນກຳລັງຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍກຳລັງພັກຜ່ອນ ແລະ ເພີດເພີນກັບຕົນເອງ. ຖ້າມີບັນຫາ ແລະ ເຈົ້າພະຍາຍາມຊອກຫາພວກເຂົາເພື່ອຈັດການມັນ, ກໍຈະບໍ່ເຫັນພວກເຂົາແມ່ນແຕ່ເງົາ ແຕ່ພວກເຂົາບໍ່ເຄີຍມາກິນອາຫານຊ້າ. ຫຼັງຈາກທີ່ກິນແລ້ວ, ເມື່ອທຸກຄົນກັບໄປເຮັດວຽກ, ພວກເຂົາກໍອອກໄປພັກຜ່ອນຕື່ມອີກ. ຖ້າເຈົ້າຖາມພວກເຂົາວ່າ “ເປັນຫຍັງເຈົ້າຈຶ່ງບໍ່ອອກໄປກວດກາວຽກງານ? ທຸກຄົນກຳລັງລໍຖ້າການຊີ້ນໍາຂອງເຈົ້າ, ລໍຖ້າການຈັດແຈງຂອງເຈົ້າ!” ພວກເຂົາກໍຈະເວົ້າວ່າ: “ເປັນຫຍັງຕ້ອງລໍຖ້າຂ້ອຍ? ພວກເຈົ້າທຸກຄົນກໍເຮັດໄດ້, ພວກເຈົ້າທຸກຄົນກໍຮູ້ວິທີເຮັດ, ເມື່ອບໍ່ມີຂ້ອຍຢູ່ມັນກໍຄືກັນບໍ່ແມ່ນບໍ? ຂ້ອຍຈະພັກຜ່ອນຈັກໜ້ອຍບໍ່ໄດ້ບໍ?” “ນັ້ນແມ່ນການພັກຜ່ອນບໍ? ເຈົ້າກຳລັງເບິ່ງຮູບເງົາຢູ່!” “ຂ້ອຍກຳລັງຮຽນຮູ້ທັກສະວິຊາຊີບ, ຂ້ອຍກຳລັງສຶກສາວ່າຮູບເງົາຖ່າຍແນວໃດ”. ພວກເຂົາເຖິງກັບຫາຂໍ້ອ້າງ. ພວກເຂົາເບິ່ງຮູບເງົາເລື່ອງແລ້ວເລື່ອງເລົ່າ ແລະ ເມື່ອທຸກຄົນພັກຜ່ອນໃນຕອນກາງຄືນ, ພວກເຂົາກໍພັກຜ່ອນຄືກັນ. ໃນແຕ່ລະມື້, ພວກເຂົາກໍພຽງແຕ່ປ່ອຍເວລາໄປລ້າໆແບບນີ້ ແຕ່ມັນຈະເປັນໄປຮອດໃສ? ທຸກຄົນເຫັນວ່າພວກເຂົາເປັນຕາໜ້າລັງກຽດ, ພວກເຂົາເຮັດໃຫ້ທຸກຄົນຮູ້ສຶກອຶດອັດ ແລະ ໃນທີ່ສຸດ, ກໍບໍ່ມີໃຜສົນໃຈພວກເຂົາ. ບອກເຮົາມາເບິ່ງ, ຖ້າຜູ້ນໍາແບບນີ້ບໍ່ໄດ້ຮັບຜິດຊອບ, ວຽກງານຈະຍັງດຳເນີນຕໍ່ໄປໄດ້ບໍ? ຖ້າບໍ່ມີພວກເຂົາ, ແຜ່ນດິນໂລກຈະເຊົາໝຸນບໍ? (ມັນຍັງໝຸນຢູ່). ສະນັ້ນ, ພວກເຂົາຄວນຖືກເປີດໂປງເພື່ອໃຫ້ທຸກຄົນເຫັນວ່າພວກເຂົາບໍ່ໄດ້ໃສ່ໃຈໜ້າວຽກທີ່ເໝາະສົມ ແລະ ບໍ່ມີໃຜຄວນຖືກຈຳກັດໂດຍພວກເຂົາ. ຜູ້ນໍາປອມແບບນັ້ນທີ່ບໍ່ໄດ້ໃສ່ໃຈໜ້າວຽກທີ່ເໝາະສົມຕ້ອງຖືກເປີດໂປງ ແລະ ໄຈ້ແຍກໃຫ້ທຸກຄົນໄດ້ແຍກແຍະ ແລະ ຈາກນັ້ນກໍຄວນປົດພວກເຂົາອອກໃຫ້ໄປຢືນຢູ່ຂ້າງນອກ! ພວກເຈົ້າຈະສາມາດແຍກແຍະຜູ້ນໍາປອມແບບນັ້ນໄດ້ບໍ່ ເມື່ອພວກເຈົ້າພົບພໍ້ພວກເຂົາ? ຖ້າບໍ່ມີຜູ້ນໍາປອມ, ພວກເຈົ້າທຸກຄົນຈະຮູ້ສຶກຄືກັບລູກເຮືອທີ່ບໍ່ມີກັບຕັນເຮືອບໍ? ພວກເຈົ້າຈະເຮັດວຽກງານ ແລະ ໜ້າວຽກໃຫ້ສຳເລັດຢ່າງອິດສະຫຼະໄດ້ບໍ? ຖ້າບໍ່ໄດ້, ພວກເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ການທີ່ຕ້ອງປະເຊີນໜ້າກັບຜູ້ນໍາປອມປະເພດນີ້, ຜູ້ທີ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ, ບໍ່ໄດ້ເປັນແບບຢ່າງ ແລະ ເສຍເວລາໄປກັບການລົມກັນທາງອອນລາຍ. ພວກເຈົ້າຈະມີການແຍກແຍະໃນສະຖານະການແບບນີ້ບໍ? ພວກເຈົ້າຈະຖືກອິດທິພົນຈາກພວກເຂົາໃຫ້ມີສ່ວນຮ່ວມໃນການລົມເລື່ອງໄຮ້ສາລະ ແລະ ເຮັດໃຫ້ໜ້າທີ່ຂອງຕົນຊັກຊ້າບໍ? ພວກເຈົ້າຍັງສາມາດຕິດຕາມຜູ້ນໍາປອມແບບນັ້ນໄດ້ຢູ່ບໍ? (ບໍ່ໄດ້).

ຜູ້ນໍາປອມບາງຄົນມັກກິນຫຼາຍ ແລະ ຂີ້ຄ້ານ, ມັກຄວາມສະບາຍຫຼາຍກວ່າການເຮັດວຽກໜັກ. ພວກເຂົາບໍ່ຢາກເຮັດວຽກ ແລະ ບໍ່ຢາກກັງວົນ, ຫຼີກລ່ຽງຄວາມພະຍາຍາມ ແລະ ຄວາມຮັບຜິດຊອບ, ຕ້ອງການພຽງແຕ່ເພີດເພີນກັບຄວາມສະບາຍ. ພວກເຂົາມັກກິນ ແລະ ຫຼິ້ນ ແລະ ຂີ້ຄ້ານເປັນພິເສດ. ມີຜູ້ນໍາປອມຄົນໜຶ່ງທີ່ຈະລຸກຂຶ້ນໃນຕອນເຊົ້າກໍຕໍ່ເມື່ອທຸກຄົນກິນເຂົ້າແລ້ວ ແລະ ໃນຕອນກາງຄືນ, ພວກເຂົາກໍຍັງເບິ່ງລະຄອນໂທລະພາບຢູ່ ໃນຂະນະທີ່ທຸກຄົນກຳລັງພັກຜ່ອນ. ອ້າຍນ້ອງຄົນໜຶ່ງທີ່ຮັບຜິດຊອບແຕ່ງກິນທົນບໍ່ໄຫວອີກຕໍ່ໄປ ແລະ ໄດ້ຕຳໜິພວກເຂົາ. ພວກເຈົ້າຄິດວ່າພວກເຂົາຈະຟັງຄົນຄົວບໍ? (ບໍ່). ສົມມຸດວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຕຳໜິພວກເຂົາ ໂດຍກ່າວວ່າ “ເຈົ້າຕ້ອງດຸໝັ່ນກວ່ານີ້; ວຽກງານທີ່ຕ້ອງເຮັດກໍຕ້ອງເຮັດ. ໃນຖານະຜູ້ນໍາ, ເຈົ້າຕ້ອງປະຕິບັດໜ້າທີ່ຮັບຜິດຊອບຂອງຕົນບໍ່ວ່າວຽກງານຈະເປັນແນວໃດ; ເຈົ້າຕ້ອງຮັບປະກັນວ່າບໍ່ມີບັນຫາກັບມັນ. ຕອນນີ້ເມື່ອພົບເຫັນບັນຫາແລ້ວ ແລະ ເຈົ້າບໍ່ໄດ້ຢູ່ບ່ອນນັ້ນເພື່ອແກ້ໄຂມັນ, ສິ່ງນີ້ກໍສົ່ງຜົນກະທົບຕໍ່ວຽກງານ. ຖ້າເຈົ້າເຮັດວຽກແບບນີ້ຢູ່ສະເໝີ, ນີ້ບໍ່ແມ່ນການເຮັດໃຫ້ວຽກງານຂອງຄຣິດຕະຈັກຊັກຊ້າບໍ? ເຈົ້າຈະສາມາດແບກຮັບຄວາມຮັບຜິດຊອບນີ້ໄດ້ບໍ?” ພວກເຂົາຈະຟັງສິ່ງນີ້ບໍ? ກໍບໍ່ແນ່. ສຳລັບຜູ້ນໍາປອມແບບນັ້ນ, ກຸ່ມຕັດສິນໃຈຄວນປົດພວກເຂົາອອກໂດຍທັນທີ ແລະ ຈັດວຽກງານອື່ນໃຫ້ພວກເຂົາ, ໃຫ້ພວກເຂົາເຮັດສິ່ງໃດກໍໄດ້ທີ່ພວກເຂົາສາມາດເຮັດໄດ້. ຖ້າພວກເຂົາເປັນຄົນໄຮ້ປະໂຫຍດ, ຕ້ອງການກິນຢູ່ລ້າໆຢູ່ທຸກບ່ອນທີ່ພວກເຂົາໄປ, ບໍ່ສາມາດເຮັດຫຍັງໄດ້, ກໍໃຫ້ໄລ່ພວກເຂົາໄປໂດຍບໍ່ໃຫ້ປະຕິບັດໜ້າທີ່ໃດໆ. ພວກເຂົາບໍ່ສົມຄວນທີ່ຈະປະຕິບັດໜ້າທີ່; ພວກເຂົາບໍ່ແມ່ນມະນຸດ, ພວກເຂົາຂາດຄວາມສໍານຶກ ແລະ ເຫດຜົນຂອງມະນຸດປົກກະຕິ ແລະ ພວກເຂົາໄຮ້ຢາງອາຍ. ສຳລັບຜູ້ນໍາປອມແບບນັ້ນ, ຜູ້ທີ່ເປັນພຽງຄົນຂີ້ຄ້ານ, ເມື່ອເບິ່ງທະລຸແລ້ວ, ພວກເຂົາກໍຄວນຖືກປົດອອກໂດຍກົງ; ບໍ່ຈຳເປັນຕ້ອງພະຍາຍາມຊັກຊວນພວກເຂົາ ແລະ ບໍ່ຄວນໃຫ້ໂອກາດໃດໆແກ່ພວກເຂົາເພື່ອສັງເກດການ ແລະ ບໍ່ຈຳເປັນຕ້ອງໂອ້ລົມຄວາມຈິງກັບພວກເຂົາ. ພວກເຂົາບໍ່ໄດ້ຍິນຄວາມຈິງພຽງພໍແລ້ວບໍ? ຖ້າພວກເຂົາຖືກລິຮານ, ພວກເຂົາຈະປ່ຽນແປງໄດ້ບໍ? ພວກເຂົາບໍ່ສາມາດປ່ຽນແປງໄດ້. ຖ້າຄົນໃດໜຶ່ງມີຄວາມສາມາດທີ່ຕໍ່າ, ບາງຄັ້ງກໍມີທັດສະນະທີ່ໄຮ້ສາລະ ຫຼື ບໍ່ເຫັນພາບລວມຍ້ອນຄວາມບໍ່ຮູ້ ແຕ່ພວກເຂົາດຸໝັ່ນ, ແບກຮັບພາລະ ແລະ ບໍ່ຂີ້ຄ້ານ, ແລ້ວຄົນແບບນັ້ນ ກໍສາມາດກັບໃຈໄດ້ເມື່ອປະເຊີນກັບການຖືກລິຮານ ເຖິງວ່າຈະມີການບ່ຽງເບນໃນການປະຕິບັດໜ້າທີ່. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຮູ້ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຮູ້ວ່າພວກເຂົາຄວນເຮັດຫຍັງ, ພວກເຂົາມີຄວາມສໍານຶກ ແລະ ຄວາມຮູ້ສຶກຮັບຜິດຊອບ ແລະ ພວກເຂົາກໍມີໃຈ. ເຖິງຢ່າງໃດກໍຕາມ, ຜູ້ທີ່ຂີ້ຄ້ານມັກຄວາມສະບາຍຫຼາຍກວ່າການເຮັດວຽກໜັກ ແລະ ບໍ່ມີພາລະ ແລະ ບໍ່ສາມາດປ່ຽນແປງໄດ້. ໃນໃຈຂອງພວກເຂົາບໍ່ມີພາລະ; ບໍ່ວ່າໃຜຈະລິຮານພວກເຂົາ, ມັນກໍໄຮ້ປະໂຫຍດ. ບາງຄົນເວົ້າວ່າ “ແລ້ວ, ຖ້າການພິພາກສາ, ການຂ້ຽນຕີ, ການທົດສອບ ແລະ ການຫຼໍ່ຫຼອມຂອງພຣະເຈົ້າເກີດຂຶ້ນກັບພວກເຂົາ, ມັນຈະປ່ຽນແປງບັນຫາການບໍ່ມີພາລະຂອງພວກເຂົາໄດ້ບໍ?” ສິ່ງນີ້ບໍ່ສາມາດປ່ຽນແປງໄດ້; ມັນຖືກກຳນົດໂດຍທຳມະຊາດຂອງຄົນ, ຄືກັບໝາທີ່ບໍ່ສາມາດປ່ຽນນິໄສການກິນຂອງເປິເປື້ອນຂອງມັນໄດ້. ເມື່ອໃດກໍຕາມທີ່ເຈົ້າເຫັນຄົນທີ່ຂີ້ຄ້ານ ແລະ ບໍ່ມີພາລະ ແລະ ຍັງຮັບໃຊ້ເປັນຜູ້ນໍາ, ເຈົ້າກໍສາມາດໝັ້ນໃຈໄດ້ວ່າພວກເຂົາເປັນຜູ້ນໍາປອມ. ບາງຄົນອາດຈະເວົ້າວ່າ “ເຈົ້າເອີ້ນພວກເຂົາວ່າຜູ້ນໍາປອມໄດ້ແນວໃດ? ພວກເຂົາມີຄວາມສາມາດທີ່ດີ, ສະຫຼາດ, ສາມາດເບິ່ງທະລຸສິ່ງຕ່າງໆ ແລະ ສາມາດວາງແຜນໄດ້. ໃນໂລກ, ພວກເຂົາເຄີຍຈັດການທຸລະກິດ, ເຄີຍເປັນ CEO; ພວກເຂົາມີຄວາມຮູ້, ມີປະສົບການ ແລະ ສະຫຼາດທາງໂລກ!” ຄຸນສົມບັດເຫຼົ່ານີ້ສາມາດແກ້ໄຂບັນຫາການຂີ້ຄ້ານ ແລະ ການຂາດພາລະຂອງພວກເຂົາໄດ້ບໍ? (ບໍ່ໄດ້).

ຄົນທີ່ຂີ້ຄ້ານເກີນໄປມີການສະແດງອອກ ແລະ ຄຸນລັກສະນະແບບໃດ? ຂໍ້ທຳອິດ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາຈະເຮັດແບບພໍແລ້ວມືແລ້ວຕີນ, ເຮັດຊັກຊ້າ, ເຮັດແບບບໍ່ຮີບບໍ່ຮ້ອນ, ພັກວຽກ ແລະ ເລື່ອນວຽກເມື່ອໃດທີ່ເປັນໄປໄດ້. ຂໍ້ທີສອງ, ພວກເຂົາບໍ່ໃສ່ໃຈວຽກງານຂອງຄຣິດຕະຈັກ. ສຳລັບພວກເຂົາ, ໃຜຢາກກັງວົນກ່ຽວກັບເລື່ອງແບບນັ້ນກໍໃຫ້ກັງວົນໄປ. ພວກເຂົາຈະບໍ່ກັງວົນ. ເມື່ອພວກເຂົາກັງວົນກ່ຽວກັບບາງສິ່ງ, ມັນກໍແມ່ນເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງຕົນເອງ. ສິ່ງດຽວທີ່ສຳຄັນສຳລັບພວກເຂົາກໍຄືການທີ່ພວກເຂົາສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະ. ຂໍ້ທີສາມ, ພວກເຂົາຫຼີກລ່ຽງຄວາມລຳບາກໃນວຽກງານຂອງພວກເຂົາ; ພວກເຂົາບໍ່ສາມາດຍອມຮັບໄດ້ກັບການທີ່ວຽກງານຂອງພວກເຂົາຈະເຮັດໃຫ້ອິດເມື່ອຍແມ່ນແຕ່ໜ້ອຍດຽວ, ຖ້າເມື່ອຍກໍຈະຄຽດແຄ້ນຫຼາຍ ແລະ ພວກເຂົາບໍ່ສາມາດທົນທຸກລຳບາກ ຫຼື ຈ່າຍລາຄາໄດ້. ຂໍ້ທີສີ່, ພວກເຂົາບໍ່ສາມາດອົດທົນໃນວຽກງານໃດໆທີ່ພວກເຂົາເຮັດ, ມັກຈະຍອມແພ້ກາງຄັນ ແລະ ບໍ່ສາມາດເຮັດໃຫ້ສຳເລັດຈົນເຖິງທີ່ສຸດ. ຖ້າພວກເຂົາອາລົມດີຊົ່ວຄາວ, ພວກເຂົາອາດຈະເຮັດວຽກຈໍານວນໜຶ່ງເພື່ອຄວາມມ່ວນຊື່ນ ແຕ່ຖ້າສິ່ງໃດໜຶ່ງຕ້ອງການການອຸທິດຕົນໃນໄລຍະຍາວ ແລະ ມັນເຮັດໃຫ້ພວກເຂົາຫຍຸ້ງຢູ່, ຕ້ອງການຄວາມຄິດຫຼາຍ ແລະ ເຮັດໃຫ້ເນື້ອໜັງຂອງພວກເຂົາອິດເມື່ອຍ, ເມື່ອເວລາຜ່ານໄປ ພວກເຂົາກໍຈະເລີ່ມຈົ່ມ. ຕົວຢ່າງ: ຜູ້ນໍາບາງຄົນຮັບຜິດຊອບວຽກງານຄຣິດຕະຈັກ ແລະ ພວກເຂົາຮູ້ສຶກວ່າມັນໃໝ່ ແລະ ແປກໃໝ່ໃນຕອນທຳອິດ. ພວກເຂົາມີກຳລັງໃຈຫຼາຍໃນການໂອ້ລົມຄວາມຈິງຂອງພວກເຂົາ ແລະ ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງມີບັນຫາ, ພວກເຂົາກໍສາມາດຊ່ວຍເຫຼືອ ແລະ ແກ້ໄຂໄດ້. ແຕ່ຫຼັງຈາກທີ່ຢືນຢັດໄດ້ໄລຍະໜຶ່ງ, ພວກເຂົາກໍເລີ່ມເຫັນວ່າວຽກງານຜູ້ນໍາເມື່ອຍເກີນໄປ ແລະ ພວກເຂົາກໍກາຍເປັນຄົນຄິດລົບ. ພວກເຂົາປາຖະໜາທີ່ຈະປ່ຽນໄປເຮັດວຽກທີ່ງ່າຍກວ່າ ແລະ ບໍ່ເຕັມໃຈທີ່ຈະທົນທຸກລຳບາກ. ຄົນແບບນີ້ຂາດຄວາມອົດທົນ. ຂໍ້ທີຫ້າ, ຄຸນລັກສະນະອີກຢ່າງໜຶ່ງທີ່ຈຳແນກຄົນຂີ້ຄ້ານກໍຄືການບໍ່ເຕັມໃຈທີ່ຈະເຮັດວຽກງານຕົວຈິງ. ທັນທີທີ່ເນື້ອໜັງຂອງພວກເຂົາທົນທຸກ, ພວກເຂົາກໍຈະຫາຂໍ້ອ້າງເພື່ອຫຼີກລ່ຽງ ແລະ ປັດຄວາມຮັບຜິດຊອບວຽກງານຂອງພວກເຂົາ ຫຼື ໂຍນໃຫ້ຄົນອື່ນເຮັດ. ເມື່ອຄົນນັ້ນເຮັດວຽກສຳເລັດ, ພວກເຂົາກໍຈະຮັບເອົາຜົນຕອບແທນຢ່າງໄຮ້ຢາງອາຍ. ສິ່ງເຫຼົ່ານີ້ຄືຄຸນລັກສະນະຫຼັກຫ້າປະການຂອງຄົນຂີ້ຄ້ານ. ພວກເຈົ້າຄວນກວດສອບເບິ່ງວ່າມີຄົນຂີ້ຄ້ານແບບນັ້ນໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິດຕະຈັກ ຫຼື ບໍ່. ຖ້າພວກເຈົ້າພົບເຫັນ, ພວກເຂົາກໍຄວນຖືກປົດອອກທັນທີ. ຄົນຂີ້ຄ້ານຈະສາມາດເຮັດວຽກງານໄດ້ດີໃນຖານະຜູ້ນໍາບໍ? ບໍ່ວ່າພວກເຂົາຈະມີຄວາມສາມາດແບບໃດ ຫຼື ຄຸນນະພາບຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ຖ້າພວກເຂົາຂີ້ຄ້ານ, ພວກເຂົາກໍຈະບໍ່ສາມາດເຮັດວຽກງານຂອງພວກເຂົາໄດ້ດີ ແລະ ພວກເຂົາກໍຈະເຮັດໃຫ້ວຽກງານ ແລະ ເລື່ອງສຳຄັນຕ່າງໆຊັກຊ້າ. ວຽກງານຂອງຄຣິດຕະຈັກມີຫຼາຍດ້ານ; ແຕ່ລະດ້ານກໍກ່ຽວຂ້ອງກັບໜ້າວຽກທີ່ລະອຽດຫຼາຍຢ່າງ ແລະ ຕ້ອງການການໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາ ເພື່ອທີ່ຈະເຮັດໃຫ້ສຳເລັດໄດ້ດີ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງດຸໝັ່ນ. ພວກເຂົາຕ້ອງເວົ້າຫຼາຍ ແລະ ເຮັດວຽກຫຼາຍໃນແຕ່ລະມື້ເພື່ອຮັບປະກັນປະສິດທິຜົນຂອງວຽກງານ. ຖ້າພວກເຂົາເວົ້າ ຫຼື ເຮັດໜ້ອຍເກີນໄປ, ກໍຈະບໍ່ມີຜົນໄດ້ຮັບ. ສະນັ້ນ, ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກເປັນຄົນຂີ້ຄ້ານ, ພວກເຂົາກໍເປັນຜູ້ນໍາປອມຢ່າງແນ່ນອນ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ຄົນຂີ້ຄ້ານບໍ່ໄດ້ເຮັດວຽກງານຕົວຈິງ ແລ້ວແຮງໄກທີ່ຈະໄປສະຖານທີ່ເຮັດວຽກດ້ວຍຕົນເອງ ແລະ ພວກເຂົາບໍ່ເຕັມໃຈທີ່ຈະແກ້ໄຂບັນຫາ ຫຼື ມີສ່ວນຮ່ວມໃນວຽກງານສະເພາະໃດໆ. ພວກເຂົາບໍ່ມີຄວາມເຂົ້າໃຈ ຫຼື ການກຳແໜ້ນບັນຫາໃນວຽກງານໃດໆແມ່ນແຕ່ໜ້ອຍດຽວ. ພວກເຂົາມີພຽງແຕ່ຄວາມຄິດທີ່ຜິວເຜີນ ແລະ ບໍ່ຊັດເຈນໃນຫົວຂອງພວກເຂົາຈາກການຟັງສິ່ງທີ່ຄົນອື່ນເວົ້າ ແລະ ພວກເຂົາກໍຜ່ານຜ່າໄປໄດ້ໂດຍພຽງແຕ່ເທດສະໜາຫຼັກຄຳສອນໜ້ອຍໜຶ່ງ. ພວກເຈົ້າສາມາດແຍກແຍະຜູ້ນໍາປະເພດນີ້ໄດ້ບໍ? ພວກເຈົ້າສາມາດບອກໄດ້ບໍ່ວ່າພວກເຂົາເປັນຜູ້ນໍາປອມ? (ໄດ້ໃນລະດັບໜຶ່ງ). ຄົນຂີ້ຄ້ານຈະເຮັດແບບພໍແລ້ວມືແລ້ວຕີນໃນໜ້າທີ່ໃດໆກໍຕາມທີ່ພວກເຂົາເຮັດ. ບໍ່ວ່າຈະເປັນໜ້າທີ່ໃດ, ພວກເຂົາກໍຂາດຄວາມອົດທົນ, ເຮັດວຽກແບບບໍ່ເອົາຈິງເອົາຈັງ ແລະ ຈົ່ມວ່າທຸກຄັ້ງທີ່ພວກເຂົາທົນທຸກລຳບາກບາງຢ່າງ ໂດຍລະບາຍຄວາມທຸກທີ່ບໍ່ມີສິ້ນສຸດ. ພວກເຂົາດ່າຜູ້ໃດກໍຕາມທີ່ຕຳໜິ ຫຼື ລິຮານພວກເຂົາ ຄືກັບແມ່ຍິງປາກບໍ່ດີທີ່ດ່າຄົນຕາມຖະໜົນ ໂດຍຕ້ອງການລະບາຍຄວາມໃຈຮ້າຍໃສ່ຄົນອື່ນຢູ່ສະເໝີ ແລະ ບໍ່ຢາກປະຕິບັດໜ້າທີ່ຂອງຕົນ. ການທີ່ພວກເຂົາບໍ່ຢາກປະຕິບັດໜ້າທີ່ຂອງຕົນສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າພວກເຂົາບໍ່ໄດ້ແບກຮັບພາລະ, ບໍ່ເຕັມໃຈທີ່ຈະຮັບຜິດຊອບ ແລະ ເປັນຄົນຂີ້ຄ້ານ. ພວກເຂົາບໍ່ຢາກທົນທຸກລຳບາກ ຫຼື ຈ່າຍລາຄາ. ສິ່ງນີ້ໃຊ້ໄດ້ໂດຍສະເພາະກັບຜູ້ນໍາ ແລະ ຜູ້ເຮັດວຽກ: ຖ້າພວກເຂົາບໍ່ໄດ້ແບກຮັບພາລະ, ພວກເຂົາຈະສາມາດເຮັດໜ້າທີ່ຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ.

ຜູ້ນໍາປອມບໍ່ຕິດຕາມ ຫຼື ຊີ້ນໍາວຽກງານ

ພວກເຮົາຫາກໍໄດ້ປຶກສາກ່ຽວກັບຄວາມຮັບຜິດຊອບຂໍ້ທີຫ້າດ້ານນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ກຳແໜ້ນ ແລະ ເຂົ້າໃຈສະຖານະຂອງວຽກງານແຕ່ລະຢ່າງ”. ເມື່ອໄດ້ສົນທະນາກັນກ່ຽວກັບດ້ານນີ້, ພວກເຮົາໄດ້ເປີດໂປງການສະແດງອອກທີ່ສະເພາະບາງຢ່າງຂອງຜູ້ນໍາປອມ ພ້ອມທັງຄວາມເປັນມະນຸດ ແລະ ຄຸນລັກສະນະຂອງພວກເຂົາ. ຕອນນີ້, ໃຫ້ເຮົາມາເບິ່ງ “ການກຳແໜ້ນ ແລະ ເຂົ້າໃຈຄວາມຄືບໜ້າຂອງວຽກງານແຕ່ລະຢ່າງ”. ແນ່ນອນວ່າ ຄວາມຄືບໜ້າຂອງວຽກງານຂ້ອນຂ້າງກ່ຽວຂ້ອງກັບສະຖານະຂອງວຽກງານ ເຊິ່ງຄວາມກ່ຽວພັນນັ້ນຂ້ອນຂ້າງໃກ້ຊິດ. ຖ້າຄົນໃດໜຶ່ງບໍ່ສາມາດເຂົ້າໃຈ ແລະ ກຳແໜ້ນສະຖານະຂອງວຽກງານໃດໜຶ່ງໄດ້, ພວກເຂົາກໍບໍ່ສາມາດເຂົ້າໃຈ ແລະ ກຳແໜ້າຄວາມຄືບໜ້າຂອງວຽກງານໄດ້ເຊັ່ນດຽວກັນ. ຕົວຢ່າງ: ຄວາມຄືບໜ້າຂອງວຽກງານເປັນແນວໃດ, ມັນດຳເນີນໄປຮອດຂັ້ນຕອນໃດແລ້ວ, ສະພາວະຂອງຜູ້ຄົນທີ່ກ່ຽວຂ້ອງເປັນແນວໃດ, ມີຄວາມຫຍຸ້ງຍາກໃດໆກ່ຽວກັບດ້ານວິຊາຊີບບໍ, ມີຂົງເຂດໃດແດ່ຂອງວຽກງານທີ່ບໍ່ສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ຜົນໄດ້ຮັບທີ່ບັນລຸໄດ້ເປັນແນວໃດ, ຜູ້ຄົນທີ່ເຮັດວຽກທີ່ບໍ່ຊຳນານໃນດ້ານວິຊາຊີບຂອງວຽກງານກຳລັງຮຽນຮູ້ຢູ່ບໍ, ໃຜເປັນຜູ້ຈັດການຮຽນຮູ້, ພວກເຂົາກຳລັງຮຽນຮູ້ຫຍັງ, ພວກເຂົາຮຽນຮູ້ແນວໃດ ແລະ ອື່ນໆ. ບັນຫາສະເພາະເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຄືບໜ້າ. ຕົວຢ່າງ: ວຽກງານການປະພັນເພງສັນລະເສີນບໍ່ແມ່ນສຳຄັນຫຼາຍບໍ? ສຳລັບເພງສັນລະເສີນເພງໜຶ່ງ, ຕັ້ງແຕ່ການເລືອກຂໍ້ຄວາມທີ່ສຳຄັນໃນເບື້ອງຕົ້ນຈາກພຣະທຳຂອງພຣະເຈົ້າຈົນເຖິງການປະພັນສຳເລັດ, ມີໜ້າວຽກສະເພາະໃດແດ່ທີ່ຕ້ອງເຮັດໃນຂະບວນການນີ້? ກ່ອນອື່ນໝົດ, ມັນຈຳເປັນທີ່ຕ້ອງເລືອກຂໍ້ຄວາມທີ່ສຳຄັນໃນພຣະທຳຂອງພຣະເຈົ້າທີ່ເໝາະສົມທີ່ຈະກາຍເປັນເພງສັນລະເສີນ ແລະ ພວກມັນກໍຕ້ອງມີຄວາມຍາວທີ່ເໝາະສົມນໍາ. ຂັ້ນຕອນທີສອງກ່ຽວຂ້ອງກັບການພິຈາລະນາວ່າທຳນອງຮູບແບບໃດທີ່ເໝາະສົມກັບຂໍ້ຄວາມ ເພື່ອເຮັດໃຫ້ມັນມ່ວນ ແລະ ເພີດເພີນໃນການຮ້ອງ. ຈາກນັ້ນຕ້ອງຊອກຫາຄົນທີ່ເໝາະສົມເພື່ອຮ້ອງເພງສັນລະເສີນ. ສິ່ງເຫຼົ່ານີ້ບໍ່ແມ່ນໜ້າວຽກສະເພາະບໍ? (ແມ່ນແລ້ວ). ຫຼັງຈາກທີ່ເພງສັນລະເສີນຖືກປະພັນແລ້ວ, ຜູ້ນໍາປອມກໍບໍ່ໄດ້ສອບຖາມຫຍັງເລີຍກ່ຽວກັບວ່າການປະພັນນັ້ນມີຄຸນນະພາບ ຫຼື ຮູບແບບເໝາະສົມ ຫຼື ບໍ່. ຜູ້ປະພັນ ເມື່ອເຫັນວ່າຂາດການກວດກາ ກໍຮູ້ສຶກສ່ວນຕົວວ່າມັນພຽງພໍແລ້ວ ແລະ ກໍດຳເນີນການບັນທຶກສຽງ. ຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ທຸກຄົນລໍຖ້າທີ່ຈະຖືກປ່ຽນເປັນເພງສັນລະເສີນ ໃນທີ່ສຸດກໍຖືກໃສ່ທຳນອງ ແລະ ເຮັດເປັນເພງສັນລະເສີນ ແຕ່ຄົນສ່ວນຫຼາຍກໍພົບວ່າມັນຍັງມີຂໍ້ບົກຜ່ອງເມື່ອຮ້ອງ. ມີບັນຫາຫຍັງເກີດຂຶ້ນ? ເພງສັນລະເສີນທີ່ປະພັນອອກມານັ້ນບໍ່ໄດ້ມາດຕະຖານ: ມັນຖືກບັນທຶກສຽງທັງໆທີ່ຂາດທຳນອງ ແລະ ສະເໜ່. ຜູ້ນໍາປອມ ຫຼັງຈາກທີ່ໄດ້ຟັງແລ້ວ ກໍຖາມວ່າ “ໃຜເປັນຜູ້ປະພັນເພງສັນລະເສີນເພງນີ້? ເປັນຫຍັງມັນຈຶ່ງຖືກບັນທຶກສຽງ”? ເມື່ອຮອດຕອນທີ່ພວກເຂົາຖາມຄຳຖາມນີ້, ຢ່າງໜ້ອຍໜຶ່ງເດືອນກໍຜ່ານໄປແລ້ວ. ໃນລະຫວ່າງເດືອນນີ້, ຜູ້ນໍາບໍ່ຄວນຕິດຕາມ ແລະ ກຳແໜ້ນຄວາມຄືບໜ້າຂອງວຽກງານນີ້ໂດຍທັນທີບໍ? ຕົວຢ່າງ: ການປະພັນເປັນແນວໃດແລ້ວ? ທຳນອງພື້ນຖານຖືກກຳນົດແລ້ວບໍ? ມັນມີທຳນອງບໍ? ທຳນອງ ແລະ ຮູບແບບຂອງເພງສັນລະເສີນເພງນີ້ສອດຄ່ອງກັບພຣະທຳຂອງພຣະເຈົ້າບໍ? ມີບຸກຄົນທີ່ມີປະສົບການທີ່ກ່ຽວຂ້ອງຊ່ວຍຊີ້ນໍາບໍ? ຫຼັງຈາກທີ່ປະພັນແລ້ວ, ເພງສັນລະເສີນເພງນີ້ຈະສາມາດຖືກຮ້ອງຢ່າງກວ້າງຂວາງໄດ້ບໍ? ມັນຈະມີຜົນກະທົບແນວໃດ? ທຳນອງຖືກພິຈາລະນາວ່າດີບໍ? ຜູ້ນໍາປອມບໍ່ສາມາດຕິດຕາມເລື່ອງຕ່າງໆເຊັ່ນນີ້ຢ່າງສິ້ນເຊີງ. ພວກເຂົາກໍມີເຫດຜົນທີ່ຈະບໍ່ຕິດຕາມ: “ຂ້ອຍບໍ່ເຂົ້າໃຈການປະພັນເພງສັນລະເສີນ. ຂ້ອຍຈະຕິດຕາມສິ່ງທີ່ຂ້ອຍບໍ່ເຂົ້າໃຈໄດ້ແນວໃດ? ມັນເປັນໄປບໍ່ໄດ້”. ນີ້ແມ່ນເຫດຜົນທີ່ສົມຄວນບໍ? (ບໍ່). ມັນບໍ່ແມ່ນເຫດຜົນທີ່ສົມຄວນ; ສະນັ້ນ, ຄົນທີ່ບໍ່ຄຸ້ນເຄີຍກັບການປະພັນເພງສັນລະເສີນຍັງສາມາດຕິດຕາມໄດ້ບໍ? (ໄດ້). ພວກເຂົາຄວນຕິດຕາມແນວໃດ? (ພວກເຂົາສາມາດຮ່ວມມືກັບອ້າຍເອື້ອຍນ້ອງ ແລະ ກວດສອບທຳນອງໂດຍອີງໃສ່ຫຼັກການ ເພື່ອເບິ່ງວ່າມັນເໝາະສົມ ຫຼື ບໍ່; ພວກເຂົາສາມາດຕິດຕາມວຽກງານຢ່າງເປັນຈິງ, ແທນທີ່ຈະປັດຄວາມຮັບຜິດຊອບ). ຄຸນລັກສະນະຫຼັກໃນວຽກງານຂອງຜູ້ນໍາປອມກໍຄືການເວົ້າຫຼັກຄຳສອນແບບວ່າງເປົ່າ ແລະ ການຮ້ອງຄຳຂວັນແບບວ່າງເປົ່າ. ຫຼັງຈາກທີ່ອອກຄຳສັ່ງແລ້ວ, ພວກເຂົາກໍພຽງແຕ່ປັດຄວາມຮັບຜິດຊອບຕໍ່ເລື່ອງນັ້ນ. ພວກເຂົາບໍ່ຖາມຄຳຖາມກ່ຽວກັບການພັດທະນາຕໍ່ໄປຂອງວຽກງານ; ພວກເຂົາບໍ່ຖາມວ່າມີບັນຫາ, ການບ່ຽງເບນ ຫຼື ຄວາມຫຍຸ້ງຍາກໃດໆເກີດຂຶ້ນ ຫຼື ບໍ່. ພວກເຂົາຖືວ່າວຽກຂອງພວກເຂົາສຳເລັດທັນທີທີ່ພວກເຂົາມອບໝາຍວຽກງານ. ຄວາມຈິງແລ້ວ, ໃນຖານະຜູ້ນໍາ, ຫຼັງຈາກທີ່ຈັດແຈງວຽກງານແລ້ວ, ເຈົ້າຕ້ອງຕິດຕາມຄວາມຄືບໜ້າຂອງວຽກງານ. ເຖິງແມ່ນວ່າເຈົ້າຈະບໍ່ຄຸ້ນເຄີຍກັບຂົງເຂດວຽກງານນັ້ນ, ເຖິງແມ່ນວ່າເຈົ້າຈະຂາດຄວາມຮູ້ໃດໆກ່ຽວກັບມັນ, ເຈົ້າກໍສາມາດຊອກຫາວິທີເຮັດວຽກຂອງເຈົ້າໄດ້. ເຈົ້າສາມາດຊອກຫາຄົນທີ່ກຳແໜ້ນມັນຢ່າງແທ້ຈິງ, ຜູ້ທີ່ເຂົ້າໃຈວິຊາຊີບທີ່ກ່ຽວຂ້ອງ ເພື່ອດຳເນີນການກວດສອບ ແລະ ໃຫ້ຄຳແນະນຳ. ຈາກຄຳແນະນຳຂອງພວກເຂົາ ເຈົ້າສາມາດກຳນົດຫຼັກການທີ່ເໝາະສົມໄດ້ ແລະ ດັ່ງນັ້ນ ເຈົ້າກໍຈະສາມາດຕິດຕາມວຽກງານໄດ້. ບໍ່ວ່າເຈົ້າຈະຄຸ້ນເຄີຍ ຫຼື ເຂົ້າໃຈວິຊາຊີບທີ່ກ່ຽວຂ້ອງ ຫຼື ບໍ່ກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຕ້ອງເປັນປະທານໃນວຽກງານ, ຕິດຕາມມັນ ແລະ ສອບຖາມ ແລະ ຖາມຄຳຖາມກ່ຽວກັບຄວາມຄືບໜ້າຂອງມັນຢ່າງຕໍ່ເນື່ອງ. ເຈົ້າຕ້ອງກຳແໜ້ນເລື່ອງຕ່າງໆເຊັ່ນນີ້; ນີ້ຄືຄວາມຮັບຜິດຊອບຂອງເຈົ້າ, ມັນເປັນສ່ວນໜຶ່ງຂອງວຽກງານຂອງເຈົ້າ. ການບໍ່ຕິດຕາມວຽກງານ, ການບໍ່ເຮັດຫຍັງເພີ່ມເຕີມເມື່ອໄດ້ມີການມອບໝາຍວຽກແລ້ວ, ການປັດຄວາມຮັບຜິດຊອບ, ນີ້ຄືວິທີທີ່ຜູ້ນໍາປອມເຮັດ. ການບໍ່ຕິດຕາມ ຫຼື ຊີ້ນໍາວຽກງານ, ການບໍ່ສອບຖາມ ຫຼື ແກ້ໄຂບັນຫາທີ່ເກີດຂຶ້ນ ແລະ ການບໍ່ກຳແໜ້ນຄວາມຄືບໜ້າ ຫຼື ປະສິດທິພາບຂອງວຽກງານ, ສິ່ງເຫຼົ່ານີ້ກໍແມ່ນການສະແດງອອກຂອງຜູ້ນໍາປອມເຊັ່ນກັນ.

ຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ ເຊິ່ງເຮັດໃຫ້ຄວາມຄືບໜ້າຂອງວຽກງານຊັກຊ້າ

ຍ້ອນວ່າຜູ້ນໍາປອມບໍ່ໄດ້ຮຽນຮູ້ກ່ຽວກັບຄວາມຄືບໜ້າຂອງວຽກງານ ແລະ ຍ້ອນວ່າພວກເຂົາບໍ່ສາມາດລະບຸບັນຫາທີ່ເກີດຂຶ້ນໄດ້ໂດຍທັນທີ ແລ້ວແຮງໄກທີ່ພວກເຂົາຈະແກ້ໄຂມັນໄດ້, ສິ່ງນີ້ຈຶ່ງມັກຈະນໍາໄປສູ່ຄວາມຊັກຊ້າຊໍ້າແລ້ວຊໍ້າອີກ. ໃນບາງວຽກງານ, ຍ້ອນວ່າຜູ້ຄົນບໍ່ໄດ້ກຳແໜ້ນຫຼັກການ ແລະ ບໍ່ມີຜູ້ທີ່ເໝາະສົມທີ່ຈະຮັບຜິດຊອບ ຫຼື ຮັບດໍາເນີນວຽກງານດັ່ງກ່າວ, ຜູ້ທີ່ດຳເນີນວຽກງານຈຶ່ງມັກຈະຢູ່ໃນສະພາວະທີ່ຄິດລົບ, ບໍ່ຫ້າວຫັນ ແລະ ລໍຖ້າ ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມຄືບໜ້າຂອງວຽກງານ. ຖ້າຜູ້ນໍາໄດ້ເຮັດສໍາເລັດຄວາມຮັບຜິດຊອບຂອງຕົນ, ຖ້າພວກເຂົາໄດ້ເປັນຜູ້ຮັບຜິດຊອບວຽກງານ, ຍູ້ດັນມັນໄປຂ້າງໜ້າ, ກວດກາ ແລະ ຊອກຫາຄົນທີ່ເຂົ້າໃຈຂົງເຂດນັ້ນເພື່ອຊີ້ນໍາວຽກງານ, ແລ້ວວຽກງານກໍຄົງຈະດຳເນີນໄປໄດ້ໄວຂຶ້ນ ແທນທີ່ຈະປະສົບກັບຄວາມຊັກຊ້າຊໍ້າແລ້ວຊໍ້າອີກ. ສະນັ້ນ, ສຳລັບຜູ້ນໍາແລ້ວ, ມັນຈຶ່ງເປັນສິ່ງສຳຄັນທີ່ຈະເຂົ້າໃຈ ແລະ ກຳແໜ້ນສະຖານະຂອງວຽກງານ. ແນ່ນອນວ່າ ມັນເປັນສິ່ງຈຳເປັນຫຼາຍເຊັ່ນກັນທີ່ຜູ້ນໍາຈະຕ້ອງເຂົ້າໃຈ ແລະ ກຳແໜ້ນວ່າວຽກງານດຳເນີນໄປແນວໃດ ເພາະຄວາມຄືບໜ້າກ່ຽວຂ້ອງກັບປະສິດທິພາບຂອງວຽກງານ ແລະ ຜົນໄດ້ຮັບທີ່ມັນຄວນຈະບັນລຸ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ກຳແໜ້ນວ່າວຽກງານຂອງຄຣິດຕະຈັກດຳເນີນໄປແນວໃດ ແລະ ພວກເຂົາບໍ່ໄດ້ຕິດຕາມ ຫຼື ກວດກາສິ່ງຕ່າງໆ, ແລ້ວຄວາມຄືບໜ້າຂອງວຽກງານຂອງຄຣິດຕະຈັກກໍຈະຊັກຊ້າຢ່າງແນ່ນອນ. ສິ່ງນີ້ເປັນຍ້ອນຄວາມຈິງທີ່ວ່າຄົນສ່ວນໃຫຍ່ທີ່ເຮັດໜ້າທີ່ນັ້ນມີລັກສະນະຕໍ່າຕ້ອຍຢ່າງຮ້າຍແຮງ, ບໍ່ມີການແບກຮັບພາລະ ແລະ ມັກຈະຄິດລົບ, ບໍ່ຫ້າວຫັນ ແລະ ເຮັດພໍແລ້ວມືແລ້ວຕີນ. ຖ້າບໍ່ມີຜູ້ໃດທີ່ມີການແບກຮັບພາລະ ແລະ ມີຄວາມສາມາດໃນການເຮັດວຽກມາຮັບຜິດຊອບວຽກງານຢ່າງເປັນຮູບປະທຳ, ຮຽນຮູ້ກ່ຽວກັບຄວາມຄືບໜ້າຂອງວຽກງານຢ່າງທັນການ ແລະ ຊີ້ນໍາ, ກວດກາ, ລົງວິໄນ ແລະ ລິຮານບຸກຄະລາກອນທີ່ເຮັດໜ້າທີ່, ແລ້ວໂດຍທຳມະຊາດ, ລະດັບປະສິດທິພາບຂອງວຽກງານກໍຈະຕໍ່າຫຼາຍ ແລະ ຜົນຂອງວຽກງານກໍຈະບໍ່ດີຫຼາຍ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແມ່ນແຕ່ຈະເຫັນສິ່ງນີ້ໄດ້ຢ່າງຊັດເຈນ, ພວກເຂົາກໍເປັນຄົນໂງ່ຈ້າ ແລະ ຕາບອດ. ດ້ວຍເຫດນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກວດສອບ, ຕິດຕາມ ແລະ ກຳແໜ້ນຄວາມຄືບໜ້າຂອງວຽກງານໂດຍທັນທີ, ກວດສອບເບິ່ງວ່າຜູ້ຄົນທີ່ເຮັດໜ້າທີ່ມີບັນຫາຫຍັງແດ່ທີ່ຕ້ອງໄດ້ຮັບການແກ້ໄຂ ແລະ ເຂົ້າໃຈວ່າບັນຫາໃດທີ່ຄວນໄດ້ຮັບການແກ້ໄຂ ເພື່ອບັນລຸຜົນໄດ້ຮັບທີ່ດີຂຶ້ນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ສຳຄັນຫຼາຍ, ບຸກຄົນທີ່ເຮັດໜ້າທີ່ເປັນຜູ້ນໍາຕ້ອງເຂົ້າໃຈສິ່ງເຫຼົ່ານີ້ຢ່າງແຈ່ມແຈ້ງ. ເພື່ອເຮັດໜ້າທີ່ຂອງເຈົ້າໃຫ້ດີ, ເຈົ້າຕ້ອງບໍ່ເປັນຄືກັບຜູ້ນໍາປອມ, ຜູ້ທີ່ເຮັດວຽກງານຜິວເຜີນບາງຢ່າງ ແລ້ວກໍຄິດວ່າພວກເຂົາໄດ້ເຮັດໜ້າທີ່ຂອງຕົນດີແລ້ວ. ຜູ້ນໍາປອມເຮັດວຽກແບບຊະຊາຍໂດຍບໍ່ເອົາໃຈໃສ່, ພວກເຂົາບໍ່ມີຄວາມຮັບຜິດຊອບ, ພວກເຂົາບໍ່ແກ້ໄຂບັນຫາເມື່ອມັນເກີດຂຶ້ນ ແລະ ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງກໍຕາມ, ພວກເຂົາກໍເຮັດແບບຜັກຊີໂຮຍໜ້າ ແລະ ເຮັດພໍແລ້ວມືແລ້ວຕີນ; ພວກເຂົາພຽງແຕ່ເວົ້າຄຳເວົ້າທີ່ຟັງແລ້ວສູງສົ່ງ, ເວົ້າຫຼັກຄຳສອນ ແລະ ຄຳເວົ້າທີ່ວ່າງເປົ່າ ແລະ ເຮັດແບບພໍເປັນພິທີໃນວຽກງານຂອງພວກເຂົາ. ໂດຍທົ່ວໄປແລ້ວ, ນີ້ຄືສະພາວະທີ່ຜູ້ນໍາປອມເຮັດວຽກ. ເຖິງແມ່ນວ່າ ເມື່ອປຽບທຽບກັບພວກຕໍ່ຕ້ານພຣະຄຣິດແລ້ວ, ຜູ້ນໍາປອມບໍ່ໄດ້ເຮັດຫຍັງທີ່ຊົ່ວຮ້າຍຢ່າງເປີດເຜີຍ ແລະ ບໍ່ໄດ້ເຈດຕະນາເຮັດຊົ່ວ ແຕ່ເມື່ອເຈົ້າເບິ່ງປະສິດທິຜົນຂອງວຽກງານຂອງພວກເຂົາ, ມັນກໍຍຸຕິທຳທີ່ຈະກຳນົດລັກສະນະຂອງພວກເຂົາວ່າເປັນການເຮັດພໍແລ້ວມືແລ້ວຕີນ, ບໍ່ແບກຮັບພາລະ, ບໍ່ມີຄວາມຮັບຜິດຊອບ ແລະ ບໍ່ມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງຕົນ.

ພວກເຮົາຫາກໍໄດ້ໂອ້ລົມກັນກ່ຽວກັບຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງ ແລະ ບໍ່ເຂົ້າໃຈ ແລະ ກຳແໜ້ນຄວາມຄືບໜ້າຂອງວຽກງານແຕ່ລະຢ່າງ. ກ່ຽວກັບບັນຫາ ແລະ ຄວາມຫຍຸ້ງຍາກທີ່ເກີດຂຶ້ນໃນວຽກງານຂອງຄຣິດຕະຈັກ, ຜູ້ນໍາປອມກໍພຽງແຕ່ບໍ່ໃສ່ໃຈ ຫຼື ພຽງແຕ່ເວົ້າຫຼັກຄຳສອນເລັກນ້ອຍ ແລະ ເວົ້າຕາມຄຳຂວັນສອງສາມຂໍ້ເພື່ອປັດຄວາມຮັບຜິດຊອບ. ສຳລັບວຽກງານທຸກຢ່າງ, ຄົນເຮົາຈະບໍ່ມີທາງເຫັນພວກເຂົາມາສະຖານທີ່ເຮັດວຽກດ້ວຍຕົນເອງ ເພື່ອພະຍາຍາມເຂົ້າໃຈ ແລະ ຕິດຕາມວຽກງານ. ຄົນເຮົາຈະບໍ່ເຫັນພວກເຂົາໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາຢູ່ທີ່ນັ້ນ ແລະ ແຮງໄກທີ່ຄົນເຮົາຈະເຫັນພວກເຂົາຢູ່ບ່ອນນັ້ນເພື່ອຊີ້ນໍາ ແລະ ກວດກາວຽກງານເປັນການສ່ວນຕົວ, ປ້ອງກັນບໍ່ໃຫ້ຂໍ້ບົກຜ່ອງ ແລະ ການບ່ຽງເບນເກີດຂຶ້ນ. ນີ້ຄືການສະແດງອອກທີ່ຊັດເຈນທີ່ສຸດຂອງວິທີການເຮັດວຽກແບບພໍແລ້ວມືແລ້ວຕີນຂອງຜູ້ນໍາປອມ. ເຖິງແມ່ນວ່າຜູ້ນໍາປອມ ທີ່ບໍ່ຄືກັບພວກຕໍ່ຕ້ານພຣະຄຣິດ ຈະບໍ່ໄດ້ຕັ້ງໃຈລົບກວນ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ ແລະ ບໍ່ໄດ້ເຮັດຄວາມຊົ່ວຮ້າຍຕ່າງໆ ແລະ ສ້າງອານາຈັກເອກະລາດຂອງຕົນເອງ ແຕ່ພຶດຕິກຳແບບພໍແລ້ວມືແລ້ວຕີນຕ່າງໆຂອງພວກເຂົາກໍກໍ່ໃຫ້ເກີດອຸປະສັກອັນໃຫຍ່ຫຼວງຕໍ່ວຽກງານຂອງຄຣິດຕະຈັກ, ເຮັດໃຫ້ບັນຫາຕ່າງໆເກີດຂຶ້ນຢ່າງບໍ່ມີທີ່ສິ້ນສຸດ ແລະ ບໍ່ໄດ້ຮັບການແກ້ໄຂ. ສິ່ງນີ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງຂອງຄຣິດຕະຈັກ ແລະ ສົ່ງຜົນກະທົບຕໍ່ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ຜູ້ນໍາປອມແບບນັ້ນບໍ່ຄວນຖືກກຳຈັດອອກບໍ? ຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ກໍເປັນແບບຫົວໃຫຍ່ຫາງລີບ. ບົດບາດທີ່ພວກເຂົາສະແດງກໍຄືຜູ້ເປີດພິທີ: ພວກເຂົາຮ້ອງຄຳຂວັນ ແລະ ເທດສະໜາຫຼັກຄຳສອນ ແລະ ເມື່ອພວກເຂົາມອບໝາຍວຽກງານໃຫ້ຄົນອື່ນ ແລະ ຈັດແຈງວ່າໃຜຈະຮັບຜິດຊອບແລ້ວ, ພວກເຂົາກໍຖືວ່າຈົບສິ້ນ. ພວກເຂົາປຽບເໝືອນລໍາໂພງກະຈາຍສຽງທີ່ພົບເຫັນໃນເຂດຊົນນະບົດຂອງຈີນ. ນີ້ຄືຂອບເຂດຂອງບົດບາດທີ່ພວກເຂົາສະແດງ. ພວກເຂົາເຮັດພຽງແຕ່ວຽກງານເບື້ອງຕົ້ນໜ້ອຍໜຶ່ງ; ສ່ວນວຽກງານທີ່ເຫຼືອ, ພວກເຂົາກໍບໍ່ປາກົດຕົວໃຫ້ເຫັນ. ສ່ວນຄຳຖາມສະເພາະ ເຊັ່ນ: ວຽກງານແຕ່ລະຢ່າງດຳເນີນໄປແນວໃດ, ມັນສອດຄ່ອງກັບຫຼັກການ ຫຼື ບໍ່ ແລະ ມັນມີປະສິດທິຜົນ ຫຼື ບໍ່. ພວກເຂົາກໍບໍ່ຮູ້ຄຳຕອບ. ພວກເຂົາບໍ່ເຄີຍເຂົ້າໄປພົວພັນຢ່າງເລິກເຊິ່ງກັບລະດັບຮາກຖານ ແລະ ໄປຢ້ຽມຢາມສະຖານທີ່ເຮັດວຽກ ເພື່ອເຂົ້າໃຈ ແລະ ກຳແໜ້ນຄວາມຄືບໜ້າ ແລະ ລາຍລະອຽດຂອງວຽກງານແຕ່ລະຢ່າງ. ສະນັ້ນ, ຜູ້ນໍາປອມອາດຈະບໍ່ໄດ້ຕັ້ງໃຈກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ຫຼື ເຮັດຄວາມຊົ່ວຮ້າຍຕ່າງໆໃນລະຫວ່າງການດຳລົງຕຳແໜ່ງເປັນຜູ້ນໍາຂອງພວກເຂົາ ແຕ່ຄວາມຈິງແລ້ວ, ພວກເຂົາເຮັດໃຫ້ວຽກງານເປັນອຳມະພາດ, ເຮັດໃຫ້ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງຂອງຄຣິດຕະຈັກຊັກຊ້າ ແລະ ເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າບໍ່ສາມາດເຮັດໜ້າທີ່ຂອງຕົນໄດ້ດີ ແລະ ໄດ້ຮັບທາງເຂົ້າຊີວິດ. ເມື່ອເຮັດວຽກແບບນີ້, ພວກເຂົາຈະສາມາດນໍາພາຜູ້ທີ່ຖືກເລືອກຂອງພຣະເຈົ້າໄປສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າໄດ້ແນວໃດ? ສິ່ງນີ້ສະແດງໃຫ້ເຫັນວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງໃດໆ. ພວກເຂົາບໍ່ສາມາດຕິດຕາມວຽກງານທີ່ພວກເຂົາຄວນຮັບຜິດຊອບ ຫຼື ໃຫ້ການຊີ້ນໍາ ແລະ ກວດກາ ເພື່ອຮັບປະກັນວ່າວຽກງານຂອງຄຣິດຕະຈັກດຳເນີນໄປຢ່າງປົກກະຕິ; ພວກເຂົາບໍ່ສາມາດປະຕິບັດໜ້າທີ່ທີ່ຕັ້ງໃຈໄວ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຂົາບໍ່ສາມາດມີຄວາມຈົງຮັກພັກດີ ຫຼື ປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສໍາເລັດ. ສິ່ງນີ້ຢືນຢັນວ່າຜູ້ນໍາປອມບໍ່ມີຄວາມຈົງຮັກພັກດີໃນວິທີທີ່ພວກເຂົາເຮັດໜ້າທີ່ຂອງຕົນ ໂດຍທີ່ພວກເຂົາພຽງແຕ່ເຮັດພໍແລ້ວມືແລ້ວຕີນ; ພວກເຂົາຫຼອກລວງທັງຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ພຣະເຈົ້າເອງ ແລະ ພວກເຂົາສົ່ງຜົນກະທົບ ແລະ ຂັດຂວາງການດຳເນີນການຕາມຄວາມປະສົງຂອງພຣະອົງ. ຄວາມຈິງນີ້ເປັນທີ່ປະຈັກແກ່ສາຍຕາທຸກຄົນ. ອາດຈະເປັນໄປໄດ້ວ່າຜູ້ນໍາປອມບໍ່ເໝາະສົມກັບວຽກງານຢ່າງແທ້ຈິງ; ອາດຈະເປັນໄປໄດ້ເຊັ່ນກັນວ່າພວກເຂົາກຳລັງຫຼີກລ່ຽງວຽກງານຂອງຕົນ ແລະ ເຈດຕະນາເຮັດພໍແລ້ວມືແລ້ວຕີນ. ບໍ່ວ່າຈະເປັນທາງໃດກໍຕາມ, ຄວາມຈິງກໍຍັງຄົງຢູ່ຄື ພວກເຂົາເຮັດໃຫ້ວຽກງານຂອງຄຣິດຕະຈັກສັບສົນວຸ້ນວາຍ. ບໍ່ມີຄວາມຄືບໜ້າໃດໆໃນວຽກງານແຕ່ລະຢ່າງຂອງຄຣິດຕະຈັກ ແລະ ບັນຫາທີ່ສະສົມກັນເປັນກອງກໍຍັງຄົງບໍ່ໄດ້ຮັບການແກ້ໄຂເປັນເວລາດົນ. ສິ່ງນີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການເຜີຍແຜ່ວຽກງານຂ່າວປະເສີດ ແຕ່ຍັງຂັດຂວາງທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງຮ້າຍແຮງ. ຄວາມຈິງເຫຼົ່ານີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າຜູ້ນໍາປອມບໍ່ພຽງແຕ່ບໍ່ສາມາດເຮັດວຽກງານຕົວຈິງໄດ້ ແຕ່ຍັງກາຍເປັນອຸປະສັກຕໍ່ວຽກງານການເຜີຍແຜ່ຂ່າວປະເສີດ ແລະ ເປັນສິ່ງກີດຂວາງຕໍ່ການດຳເນີນການຕາມຄວາມປະສົງຂອງພຣະເຈົ້າໃນຄຣິດຕະຈັກ.

ຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້. ສິ່ງນີ້ບໍ່ພຽງແຕ່ເຮັດໃຫ້ຄວາມຄືບໜ້າຂອງວຽກງານຊັກຊ້າ ແລະ ສົ່ງຜົນກະທົບຕໍ່ຜົນໄດ້ຮັບຂອງມັນ ແຕ່ມັນຍັງກໍ່ໃຫ້ເກີດການສູນເສຍຢ່າງຮ້າຍແຮງຕໍ່ວຽກງານຂອງຄຣິດຕະຈັກ, ເຮັດໃຫ້ເສຍກໍາລັງຄົນ, ຊັບພະຍາກອນດ້ານວັດຖຸ ແລະ ຊັບພະຍາກອນທາງການເງິນໄປຢ່າງຫຼວງຫຼາຍ. ສະນັ້ນ, ຜູ້ນໍາປອມຄວນຊົດເຊີຍຄ່າເສຍຫາຍທາງເສດຖະກິດ. ບາງຄົນເວົ້າວ່າ “ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຊົດເຊີຍຄ່າເສຍຫາຍທີ່ເກີດຈາກການເຮັດວຽກບໍ່ໄດ້ດີ, ແລ້ວກໍຈະບໍ່ມີໃຜເຕັມໃຈເປັນຜູ້ນໍາ ຫຼື ຜູ້ເຮັດວຽກ”. ຄົນທີ່ບໍ່ມີຄວາມຮັບຜິດຊອບແບບນັ້ນບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຜູ້ທີ່ບໍ່ມີຄວາມສຳນຶກ ຫຼື ເຫດຜົນກໍຄືຄົນຊົ່ວຊ້າ. ມັນບໍ່ແມ່ນເລື່ອງຫຍຸ້ງຍາກບໍ ຖ້າຄົນຊົ່ວຊ້າຢາກເປັນຜູ້ນໍາ ແລະ ຜູ້ເຮັດວຽກ? ເນື່ອງຈາກວຽກງານສ່ວນໃຫຍ່ຂອງເຮືອນຂອງພຣະເຈົ້າກ່ຽວຂ້ອງກັບລາຍຈ່າຍທາງເສດຖະກິດ, ມັນບໍ່ຈຳເປັນຕ້ອງຮັບຜິດຊອບວຽກງານເຫຼົ່ານັ້ນບໍ? ເຄື່ອງຖວາຍຂອງພຣະເຈົ້າແມ່ນສິ່ງທີ່ຜູ້ຄົນສາມາດເຮັດໃຫ້ສິ້ນເປືອງ ແລະ ຟຸມເຟືອຍຕາມອຳເພີໃຈໄດ້ບໍ? ຜູ້ນໍາ ແລະ ຜູ້ເຮັດວຽກມີສິດຫຍັງທີ່ຈະຟຸມເຟືອຍເຄື່ອງຖວາຍຂອງພຣະເຈົ້າ? ການກໍ່ໃຫ້ເກີດການສູນເສຍທາງເສດຖະກິດຕ້ອງໄດ້ຮັບການຊົດເຊີຍ; ສິ່ງນີ້ແມ່ນເລື່ອງທຳມະຊາດ ແລະ ທ່ຽງທຳໂດຍສົມບູນ ແລະ ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້. ຕົວຢ່າງ: ສົມມຸດວ່າມີວຽກໜຶ່ງທີ່ຄົນໜຶ່ງສາມາດເຮັດສຳເລັດໄດ້ໃນໜຶ່ງເດືອນ. ຖ້າໃຊ້ເວລາຫົກເດືອນເພື່ອເຮັດວຽກນີ້, ລາຍຈ່າຍຂອງຫ້າເດືອນທີ່ເຫຼືອບໍ່ແມ່ນການສູນເສຍບໍ? ເຮົາຈະຍົກຕົວຢ່າງກ່ຽວກັບການເຜີຍແຜ່ຂ່າວປະເສີດ. ສົມມຸດວ່າມີຄົນໜຶ່ງເຕັມໃຈທີ່ຈະສຶກສາຄົ້ນຄວ້າທາງທີ່ຖືກຕ້ອງ ແລະ ອາດຈະສາມາດເອົາຊະນະໃຈໄດ້ໃນເວລາພຽງໜຶ່ງເດືອນ, ຫຼັງຈາກນັ້ນພວກເຂົາກໍຈະເຂົ້າຮ່ວມຄຣິດຕະຈັກ ແລະ ສືບຕໍ່ໄດ້ຮັບການຫົດນໍ້າ ແລະ ການຈັດຫາ ແລະ ພາຍໃນຫົກເດືອນ ພວກເຂົາກໍສາມາດວາງຮາກຖານໄດ້. ແຕ່ຖ້າທັດສະນະຄະຕິຂອງຜູ້ທີ່ເຜີຍແຜ່ຂ່າວປະເສີດຕໍ່ເລື່ອງນີ້ເປັນການບໍ່ໃສ່ໃຈ ແລະ ເຮັດພໍແລ້ວມືແລ້ວຕີນ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ສົນໃຈຄວາມຮັບຜິດຊອບຂອງຕົນ ແລະ ໃນທີ່ສຸດກໍໃຊ້ເວລາເຄິ່ງປີເພື່ອເອົາຊະນະໃຈຄົນຜູ້ນັ້ນ, ເຄິ່ງປີນີ້ຈະບໍ່ກໍ່ໃຫ້ເກີດການສູນເສຍຕໍ່ຊີວິດຂອງພວກເຂົາບໍ? ຖ້າພວກເຂົາພົບພໍ້ມະຫາໄພພິບັດ ແລະ ພວກເຂົາຍັງບໍ່ທັນໄດ້ວາງຮາກຖານໃນທາງທີ່ຖືກຕ້ອງ, ພວກເຂົາກໍຈະຕົກຢູ່ໃນອັນຕະລາຍ ແລະ ຄົນເຫຼົ່ານັ້ນຈະບໍ່ໄດ້ເຮັດຜິດຕໍ່ພວກເຂົາບໍ? ການສູນເສຍແບບນັ້ນບໍ່ສາມາດວັດແທກໄດ້ດ້ວຍເງິນຕາ ຫຼື ວັດຖຸສິ່ງຂອງ. ຖ້າການເຂົ້າໃຈຄວາມຈິງຂອງຄົນຜູ້ນັ້ນຖືກກີດກັນໄວ້ເປັນເວລາເຄິ່ງປີ ແລະ ພວກເຂົາຊັກຊ້າໃນການວາງຮາກຖານ ແລະ ໃນການເລີ່ມຕົ້ນເຮັດໜ້າທີ່ຂອງຕົນເປັນເວລາເຄິ່ງປີ, ໃຜຈະຮັບຜິດຊອບຕໍ່ເລື່ອງນີ້? ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຮັບຜິດຊອບຕໍ່ເລື່ອງນີ້ໄດ້ບໍ? ບໍ່ມີໃຜສາມາດແບກຮັບຄວາມຮັບຜິດຊອບໃນການກີດຂວາງຊີວິດຂອງຄົນໃດຄົນໜຶ່ງໄດ້. ເນື່ອງຈາກບໍ່ມີໃຜສາມາດແບກຮັບຄວາມຮັບຜິດຊອບນີ້ໄດ້, ແລ້ວສິ່ງທີ່ເໝາະສົມທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແມ່ນຫຍັງ? ນັ້ນກໍຄື: ຕ້ອງທຸ້ມເທສຸດກໍາລັງ. ທຸ້ມເທສຸດກໍາລັງເພື່ອເຮັດຫຍັງ? ເພື່ອເຮັດຄວາມຮັບຜິດຊອບຂອງຕົນເອງໃຫ້ສໍາເລັດ, ເຮັດທຸກສິ່ງທີ່ເຈົ້າສາມາດເຫັນໄດ້ດ້ວຍຕາຂອງເຈົ້າເອງ, ຄິດໄດ້ໃນໃຈຂອງເຈົ້າ ແລະ ບັນລຸໄດ້ດ້ວຍຄວາມສາມາດຂອງເຈົ້າເອງ. ນີ້ຄືການທຸ້ມເທສຸດກໍາລັງ, ນີ້ຄືການມີຄວາມຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບ ແລະ ນີ້ຄືຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ໄດ້ປະຕິບັດຕໍ່ການເຜີຍແຜ່ຂ່າວປະເສີດວ່າເປັນເລື່ອງທີ່ຈິງຈັງ. ພວກເຂົາຄິດວ່າ “ແກະຂອງພຣະເຈົ້າຈະໄດ້ຍິນສຽງຂອງພຣະເຈົ້າ. ຜູ້ໃດກໍຕາມທີ່ສຶກສາຄົ້ນຄວ້າ ແລະ ຍອມຮັບກໍຈະໄດ້ຮັບພອນ; ຜູ້ໃດກໍຕາມທີ່ບໍ່ສຶກສາຄົ້ນຄວ້າ ແລະ ຍອມຮັບກໍຈະບໍ່ໄດ້ຮັບພອນ ແລະ ສົມຄວນຕາຍໃນໄພພິບັດ!” ຜູ້ນໍາປອມບໍ່ໄດ້ສະແດງຄວາມຄຳນຶງເຖິງເຈດຕະນາຂອງພຣະເຈົ້າເລີຍ ແລະ ບໍ່ໄດ້ແບກຮັບພາລະສຳລັບວຽກງານຂ່າວປະເສີດ; ພວກເຂົາຍັງບໍ່ໄດ້ຮັບຜິດຊອບຕໍ່ຜູ້ມາໃໝ່ທີ່ຫາກໍເຂົ້າຮ່ວມຄຣິດຕະຈັກ ແລະ ບໍ່ໄດ້ເອົາໃຈໃສ່ຕໍ່ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງຈິງຈັງ. ພວກເຂົາມັກຈະສຸມໃສ່ການເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ບໍ່ວ່າຈະມີຄົນສຶກສາຄົ້ນຄວ້າທາງທີ່ຖືກຕ້ອງຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກກະວົນກະວາຍໃຈເລີຍ, ມັກຈະມີແນວຄິດທີ່ພຽງແຕ່ເຮັດໄປເລື້ອຍໆ, ປະພຶດຕົວຄືກັບຈັກກະພັດທີ່ກະສຽນແລ້ວ ຫຼື ເຈົ້າໜ້າທີ່. ບໍ່ວ່າວຽກງານຈະສຳຄັນ ຫຼື ຮີບດ່ວນສໍ່າໃດກໍຕາມ, ພວກເຂົາກໍບໍ່ເຄີຍປາກົດຕົວຢູ່ບ່ອນເກີດເຫດ ແລະ ພວກເຂົາບໍ່ໄດ້ສອບຖາມ ແລະ ເຂົ້າໃຈສະຖານະການຂອງວຽກງານ ຫຼື ຕິດຕາມວຽກງານ ແລະ ແກ້ໄຂບັນຫາ. ພວກເຂົາພຽງແຕ່ຈັດແຈງໜ້າວຽກ ແລະ ຄິດວ່າວຽກຂອງພວກເຂົາສຳເລັດແລ້ວ ແລະ ພວກເຂົາເຊື່ອວ່າສິ່ງນີ້ປະກອບເປັນການເຮັດວຽກ. ນີ້ບໍ່ແມ່ນການເຮັດພໍແລ້ວມືແລ້ວຕີນບໍ? ນີ້ບໍ່ແມ່ນການຫຼອກລວງທັງຜູ້ທີ່ຢູ່ເບື້ອງເທິງ ແລະ ຜູ້ທີ່ຢູ່ເບື້ອງລຸ່ມຂອງພວກເຂົາບໍ? ຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນເໝາະສົມທີ່ຈະຖືກນຳໃຊ້ໂດຍພຣະເຈົ້າບໍ? ພວກເຂົາບໍ່ແມ່ນຄືກັນກັບເຈົ້າໜ້າທີ່ຂອງມັງກອນແດງທີ່ຍິ່ງໃຫຍ່ບໍ? ພວກເຂົາຄິດວ່າ “ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກຄືກັນກັບການດຳລົງຕຳແໜ່ງ ແລະ ຄົນເຮົາຄວນເພີດເພີນກັບຜົນປະໂຫຍດຈາກສະຖານະນີ້. ການດຳລົງຕຳແໜ່ງເຮັດໃຫ້ຂ້ອຍມີສິດທິພິເສດນີ້, ຍົກເວັ້ນໃຫ້ຂ້ອຍບໍ່ຕ້ອງມີໜ້າຢູ່ໃນທຸກເລື່ອງ. ຖ້າຂ້ອຍຕ້ອງຢູ່ບ່ອນເກີດເຫດສະເໝີ, ຕິດຕາມວຽກງານ ແລະ ທຳຄວາມເຂົ້າໃຈສະຖານະການ, ມັນຈະເມື່ອຍສໍ່າໃດ, ມັນຈະເປັນການດູຖູກສໍ່າໃດ! ຂ້ອຍບໍ່ສາມາດຍອມຮັບຄວາມເມື່ອຍລ້າແບບນັ້ນໄດ້!” ນີ້ຄືວິທີທີ່ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມເຮັດວຽກຢ່າງແທ້ຈິງ, ສົນໃຈພຽງແຕ່ການຢາກໄດ້ຄວາມສະບາຍ ແລະ ການເພີດເພີນກັບຜົນປະໂຫຍດຈາກສະຖານະໂດຍບໍ່ໄດ້ເຮັດວຽກງານຕົວຈິງໃດໆ ແລະ ປາສະຈາກຄວາມສຳນຶກ ຫຼື ເຫດຜົນຢ່າງສິ້ນເຊີງ. ກາຝາກແບບນັ້ນຄວນຖືກກຳຈັດອອກຢ່າງແທ້ຈິງ ແລະ ເຖິງແມ່ນວ່າພວກເຂົາຈະຖືກລົງໂທດ, ພວກເຂົາກໍສົມຄວນໄດ້ຮັບມັນ!ເຖິງແມ່ນວ່າຈະເຮັດວຽກງານຄຣິດຕະຈັກມາຫຼາຍປີ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນກໍບໍ່ຮູ້ວິທີເຜີຍແຜ່ຂ່າວປະເສີດ ແລ້ວແຮງໄກທີ່ຈະເປັນພະຍານ. ຖ້າເຈົ້າຂໍໃຫ້ພວກເຂົາໂອ້ລົມກ່ຽວກັບຄວາມຈິງທັງໝົດທີ່ກ່ຽວຂ້ອງກັບນິມິດຂອງພາລະກິດຂອງພຣະເຈົ້າຕໍ່ຜູ້ທີ່ອາດຈະເປັນຜູ້ຮັບຂ່າວປະເສີດ, ພວກເຂົາກໍບໍ່ສາມາດເຮັດໄດ້. ເມື່ອຖືກຖາມວ່າ “ເຈົ້າເຄີຍພະຍາຍາມປະກອບຕົນເອງດ້ວຍຄວາມຈິງແຫ່ງນິມິດບໍ?” ຜູ້ນໍາປອມກໍຄິດໄຕ່ຕອງວ່າ “ເປັນຫຍັງຂ້ອຍຄວນພະຍາຍາມເຊັ່ນນັ້ນ? ດ້ວຍສະຖານະທີ່ສູງຂອງຂ້ອຍ, ໜ້າວຽກນັ້ນບໍ່ແມ່ນສຳລັບຂ້ອຍ; ມີຄົນອື່ນອີກຫຼາຍຄົນທີ່ຈະເຮັດມັນ”. ບອກເຮົາມາເບິ່ງວ່າ ພວກເຂົາເປັນສິ່ງມີຊີວິດປະເພດໃດ? ພວກເຂົາໄດ້ເຮັດວຽກງານຄຣິດຕະຈັກມາຫຼາຍປີ ແຕ່ກໍບໍ່ຮູ້ວິທີເຜີຍແຜ່ຂ່າວປະເສີດ. ເມື່ອເວົ້າເຖິງການເປັນພະຍານ, ພວກເຂົາຕ້ອງຊອກຫາຜູ້ເຜີຍແຜ່ຂ່າວປະເສີດມາເຮັດແທນ. ຖ້າໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າບໍ່ສາມາດເຜີຍແຜ່ຂ່າວປະເສີດ, ເປັນພະຍານ ຫຼື ໂອ້ລົມກັບຜູ້ຄົນກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບນິມິດ, ເຈົ້າຈະເຮັດຫຍັງໄດ້? ຄວາມຮັບຜິດຊອບຂອງເຈົ້າແມ່ນຫຍັງ? ເຈົ້າໄດ້ເຮັດສໍາເລັດຄວາມຮັບຜິດຊອບເຫຼົ່ານັ້ນບໍ? ເຈົ້າພຽງແຕ່ອາໄສສິ່ງທີ່ເຈົ້າມີບໍ? ແມ່ນຫຍັງທີ່ເຈົ້າມີ? ໃຜອະນຸຍາດໃຫ້ເຈົ້າອາໄສສິ່ງທີ່ເຈົ້າມີຢູ່ແລ້ວ? ຜູ້ຄຸມງານທີມຂ່າວປະເສີດບາງຄົນບໍ່ເຄີຍແມ່ນແຕ່ສັງເກດ ແລະ ຟັງຄົນອື່ນເຜີຍແຜ່ຂ່າວປະເສີດ. ພວກເຂົາບໍ່ສົນໃຈທີ່ຈະຟັງ; ພວກເຂົາຂີ້ຄ້ານ, ເຫັນວ່າມັນຫຍຸ້ງຍາກເກີນໄປ ແລະ ຂາດຄວາມອົດທົນ. ພວກເຂົາເປັນຜູ້ນໍາ, ເຈົ້າບໍ່ຮູ້ບໍ, ເປັນເຈົ້າໜ້າທີ່, ບໍ່ແມ່ນໜ້ອຍ, ສະນັ້ນ ພວກເຂົາຈຶ່ງບໍ່ເຮັດໜ້າວຽກສະເພາະເຫຼົ່ານີ້; ພວກເຂົາໃຫ້ອ້າຍເອື້ອຍນ້ອງເຮັດ. ສົມມຸດວ່າຜູ້ເຮັດວຽກຂ່າວປະເສີດບາງຄົນບັງເອີນພົບຄົນທີ່ມີຄວາມສາມາດສູງ, ຜູ້ທີ່ຮັບມືກັບທຸກສິ່ງດ້ວຍຄວາມຈິງຈັງ ແລະ ຜູ້ທີ່ປາຖະໜາທີ່ຈະເຂົ້າໃຈຄວາມຈິງສະເພາະບາງຢ່າງທີ່ກ່ຽວຂ້ອງກັບນິມິດ. ຜູ້ເຮັດວຽກຂ່າວປະເສີດບໍ່ສາມາດໂອ້ລົມໄດ້ຢ່າງແຈ່ມແຈ້ງທັງໝົດ, ສະນັ້ນ ພວກເຂົາຈຶ່ງຂໍໃຫ້ຜູ້ນໍາຂອງພວກເຂົາເຮັດ. ຜູ້ນໍາກໍພົບວ່າຕົນເອງເວົ້າຫຍັງບໍ່ອອກ ແລະ ເຖິງກັບໃຊ້ຂໍ້ອ້າງ ໂດຍເວົ້າວ່າ “ຂ້ອຍບໍ່ເຄີຍເຮັດວຽກນີ້ດ້ວຍຕົນເອງ. ພວກເຈົ້າໄປເຮັດສາ; ຂ້ອຍຈະສະໜັບສະໜູນພວກເຈົ້າ. ຖ້າມີບັນຫາໃດໆເກີດຂຶ້ນ, ຂ້ອຍຈະຊ່ວຍພວກເຈົ້າແກ້ໄຂ; ຂ້ອຍສະໜັບສະໜູນພວກເຈົ້າ. ຢ່າກັງວົນ. ມີຫຍັງໃຫ້ຢ້ານໃນເມື່ອພວກເຮົາມີພຣະເຈົ້າ? ເມື່ອຄົນໃດໜຶ່ງສະແຫວງຫາທາງທີ່ແທ້ຈິງ, ພວກເຈົ້າສາມາດເປັນພະຍານ ຫຼື ໂອ້ລົມກ່ຽວກັບຄວາມຈິງແຫ່ງນິມິດ. ຂ້ອຍຮັບຜິດຊອບພຽງແຕ່ການໂອ້ລົມກ່ຽວກັບຄວາມຈິງແຫ່ງທາງເຂົ້າຊີວິດ. ວຽກງານການເປັນພະຍານເປັນພາລະອັນໜັກໜ່ວງທີ່ພວກເຈົ້າຕ້ອງແບກຮັບ, ຢ່າເພິ່ງພາຂ້ອຍ”. ທຸກຄັ້ງທີ່ເຖິງຊ່ວງເວລາສຳຄັນຂອງການເປັນພະຍານໃນການເຜີຍແຜ່ຂ່າວປະເສີດ, ພວກເຂົາກໍລີ້. ພວກເຂົາຮູ້ດີວ່າພວກເຂົາຂາດຄວາມຈິງ, ສະນັ້ນ ເປັນຫຍັງພວກເຂົາຈຶ່ງບໍ່ພະຍາຍາມປະກອບຕົນເອງດ້ວຍຄວາມຈິງ? ເມື່ອຮູ້ດີວ່າພວກເຂົາຂາດຄວາມຈິງ, ເປັນຫຍັງພວກເຂົາຈຶ່ງພະຍາຍາມຢ່າງສຸດກໍາລັງເພື່ອທີ່ຈະກາຍເປັນຜູ້ນໍາສະເໝີ? ພວກເຂົາບໍ່ມີພອນສະຫວັນໃດໆເລີຍ ແຕ່ພວກເຂົາກໍຍັງມີຄວາມກ້າທີ່ຈະຮັບຕຳແໜ່ງທາງການໃດໜຶ່ງ. ພວກເຂົາເຖິງກັບຈະຮັບບົດບາດເປັນຈັກກະພັດ ຖ້າເຈົ້າປ່ອຍໃຫ້ພວກເຂົາເປັນ. ພວກເຂົາໜ້າດ້ານເກີນໄປ! ບໍ່ວ່າພວກເຂົາຈະດຳລົງຕຳແໜ່ງຜູ້ນໍາລະດັບໃດກໍຕາມ, ພວກເຂົາກໍບໍ່ສາມາດເຮັດວຽກງານຕົວຈິງໄດ້ ແຕ່ພວກເຂົາກໍກ້າທີ່ຈະເພີດເພີນກັບຜົນປະໂຫຍດຈາກສະຖານະໂດຍບໍ່ຮູ້ສຶກລະອາຍໃຈ. ພວກເຂົາບໍ່ແມ່ນຄົນທີ່ໜ້າດ້ານໄຮ້ຢາງອາຍຢ່າງສິ້ນເຊີງບໍ? ຖ້າຫາກຖືກຂໍໃຫ້ເວົ້າພາສາຕ່າງປະເທດແລ້ວເຈົ້າເວົ້າບໍ່ໄດ້ ກໍເປັນເລື່ອງທີ່ເຂົ້າໃຈໄດ້; ແຕ່ການໂອ້ລົມຄວາມຈິງກ່ຽວກັບນິມິດ ແລະ ເຈດຕະນາຂອງພຣະເຈົ້າໃນພາສາແມ່ຂອງເຈົ້າກໍຄວນຈະເປັນໄປໄດ້, ແມ່ນບໍ່? ຄົນທີ່ເຊື່ອມາພຽງສາມຫາຫ້າປີອາດຈະໄດ້ຮັບການຍົກເວັ້ນທີ່ບໍ່ສາມາດໂອ້ລົມຄວາມຈິງໄດ້. ແຕ່ບາງຄົນເຊື່ອໃນພຣະເຈົ້າມາເກືອບ 20 ປີ ແຕ່ດ້ວຍເຫດໃດເຫດໜຶ່ງກໍຍັງບໍ່ສາມາດໂອ້ລົມຄວາມຈິງກ່ຽວກັບນິມິດໄດ້. ຄົນແບບນັ້ນບໍ່ແມ່ນຄົນໄຮ້ປະໂຫຍດບໍ? ພວກເຂົາບໍ່ມີຫຍັງດີເລີຍບໍ? ເຮົາປະຫຼາດໃຈທີ່ໄດ້ຍິນວ່າຄົນໃດໜຶ່ງເຊື່ອໃນພຣະເຈົ້າມາຫຼາຍປີ ແຕ່ກໍບໍ່ຮູ້ວິທີໂອ້ລົມຄວາມຈິງກ່ຽວກັບນິມິດ. ຫຼັງຈາກທີ່ໄດ້ຍິນສິ່ງນີ້ ພວກເຈົ້າທຸກຄົນຮູ້ສຶກແນວໃດ? ມັນບໍ່ແມ່ນເລື່ອງທີ່ເຫຼືອເຊື່ອບໍ? ຫຼາຍປີຜ່ານມາພວກເຂົາໄດ້ເຮັດວຽກຂອງຕົນແນວໃດ? ເມື່ອຖືກຂໍໃຫ້ຊີ້ນໍາການເຮັດດົນຕີ, ພວກເຂົາກໍບໍ່ຮູ້ວິທີເຮັດ ແລະ ເວົ້າວ່າຂົງເຂດສະເພາະນີ້ຍາກເກີນໄປ, ວ່າມັນບໍ່ແມ່ນສິ່ງທີ່ຄົນທົ່ວໄປສາມາດເຂົ້າໃຈໄດ້. ເມື່ອຖືກຂໍໃຫ້ຊີ້ນໍາໃນວຽກງານການຜະລິດສິລະປະ ຫຼື ໃນວຽກງານການຜະລິດຮູບເງົາ, ພວກເຂົາກໍອ້າງວ່າວຽກເຫຼົ່ານີ້ຕ້ອງການທັກສະທາງດ້ານເຕັກນິກລະດັບສູງເກີນໄປທີ່ພວກເຂົາຈະຮັບມືໄດ້. ເມື່ອຖືກຂໍໃຫ້ຂຽນບົດຄວາມຄຳພະຍານຈາກປະສົບການ, ພວກເຂົາກໍເວົ້າວ່າລະດັບການສຶກສາຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາບໍ່ຮູ້ວິທີຂຽນ ແລະ ພວກເຂົາບໍ່ເຄີຍໄດ້ຮັບການຝຶກຝົນໃນດ້ານນີ້. ຖ້າພວກເຂົາບໍ່ສາມາດເຮັດວຽກປະເພດນີ້ໄດ້, ນັ້ນກໍເປັນສິ່ງທີ່ໃຫ້ອະໄພໄດ້ ແຕ່ວຽກງານຂ່າວປະເສີດເປັນສ່ວນໜຶ່ງໃນໜ້າທີ່ຂອງພວກເຂົາໂດຍທຳມະຊາດ. ພວກເຂົາຄຸ້ນເຄີຍກັບວຽກງານນີ້ທີ່ສຸດແລ້ວ. ມັນບໍ່ຄວນຈະງ່າຍສຳລັບພວກເຂົາບໍ? ດ້ານທີ່ສຳຄັນທີ່ສຸດຂອງການໂອ້ລົມຄວາມຈິງກ່ຽວກັບນິມິດກໍຄືການໂອ້ລົມຄວາມຈິງຂອງພາລະກິດສາມຂັ້ນຕອນໃຫ້ແຈ່ມແຈ້ງ. ໃນເບື້ອງຕົ້ນ, ຜູ້ຄົນບໍ່ມີປະສົບການຫຼາຍໃນການເຮັດສິ່ງນີ້ ແລະ ອາດຈະໂອ້ລົມໄດ້ບໍ່ດີປານໃດ ແຕ່ເມື່ອໄດ້ຝຶກຝົນໄປເລື້ອຍໆ, ພວກເຂົາກໍສາມາດໂອ້ລົມໄດ້ດີຂຶ້ນເມື່ອເຮັດຫຼາຍຂຶ້ນ ຈົນສາມາດເວົ້າຢ່າງເປັນລະບົບດ້ວຍພາສາທີ່ຖືກຕ້ອງ ແລະ ຊັດເຈນ ແລະ ມີສຳນວນທີ່ດີ. ນີ້ບໍ່ແມ່ນຂົງເຂດສະເພາະຂອງວຽກງານທີ່ຜູ້ນໍາຄວນຊຳນານບໍ? ນີ້ບໍ່ຄືກັບການເຂັນຄົກຂຶ້ນພູ, ແມ່ນບໍ? (ບໍ່ແມ່ນ). ແຕ່ຜູ້ນໍາປອມແບບນັ້ນບໍ່ມີຄວາມສາມາດພຽງພໍທີ່ຈະເຮັດແມ່ນແຕ່ວຽກງານນ້ອຍໆນີ້. ແຕ່ພວກເຂົາກໍຍັງຮັບໃຊ້ເປັນຜູ້ນໍາຢູ່ບໍ? ພວກເຂົາຍັງຄອງຕຳແໜ່ງນັ້ນເຮັດຫຍັງຢູ່? ບາງຄົນເວົ້າວ່າ “ຂ້ອຍເປັນຄົນທີ່ຄິດສັບສົນ ແລະ ບໍ່ແຈ່ມແຈ້ງ, ຂາດເຫດຜົນ ແລະ ຂ້ອຍບໍ່ເກັ່ງໃນການເວົ້າກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບນິມິດ”. ເມື່ອເປັນເຊັ່ນນັ້ນ, ເຈົ້າສາມາດລະບຸ ແລະ ແກ້ໄຂຂໍ້ບົກຜ່ອງ ແລະ ການບ່ຽງເບນຕ່າງໆທີ່ເກີດຂຶ້ນໃນວຽກງານຂ່າວປະເສີດໄດ້ບໍ? ຖ້າເຈົ້າບໍ່ສາມາດລະບຸພວກມັນໄດ້, ເຈົ້າກໍບໍ່ສາມາດແກ້ໄຂພວກມັນໄດ້ຢ່າງແນ່ນອນ. ເມື່ອຜູ້ນໍາປອມຮັບຜິດຊອບວຽກງານຂ່າວປະເສີດ, ພວກເຂົາບໍ່ໄດ້ມີບົດບາດໃດໆໃນການກວດສອບ ຫຼື ການກວດກາ; ພວກເຂົາພຽງແຕ່ປ່ອຍໃຫ້ຜູ້ທີ່ຢູ່ພາຍໃຕ້ບັນຊາຂອງພວກເຂົາເຮັດຕາມອຳເພີໃຈ ເພື່ອໃຫ້ທຸກຄົນສາມາດເຮັດສິ່ງຕ່າງໆຕາມທີ່ພວກເຂົາຕ້ອງການ ແລະ ເຜີຍແຜ່ໃຫ້ໃຜກໍຕາມທີ່ພວກເຂົາຕ້ອງການ. ບໍ່ມີການນຳໃຊ້ຫຼັກການ ຫຼື ມາດຕະຖານໃດໆຢ່າງເດັດຂາດ. ບາງຄົນເຮັດຕາມຄວາມຄິດແປກໆ, ຂາດເຫດຜົນ ແລະ ໂດຍສະເພາະແມ່ນຂາດຫຼັກການເມື່ອພວກເຂົາເຮັດສິ່ງຕ່າງໆ ແລະ ກະທຳຜິດໂດຍບໍ່ໄດ້ໄຕ່ຕອງ. ຜູ້ນໍາປອມບໍ່ສາມາດເຫັນ ຫຼື ລະບຸບັນຫາເຫຼົ່ານີ້ໄດ້ຢ່າງສິ້ນເຊີງ.

ມີການກ່າວວ່າໃນອາເມລິກາໃຕ້ ແລະ ອາຟຣິກາ, ຄົນທຸກຍາກຈໍານວນໜຶ່ງໄດ້ຖືກນໍາມາສູ່ການເຊື່ອຜ່ານວຽກງານຂ່າວປະເສີດ. ຄົນເຫຼົ່ານີ້ບໍ່ມີລາຍຮັບທີ່ໝັ້ນຄົງ ແລະ ແມ່ນແຕ່ການກິນໃຫ້ອີ່ມທ້ອງ ແລະ ການດຳລົງຊີວິດກໍຍັງເປັນບັນຫາ. ແລ້ວຄວນຈະເຮັດແນວໃດ? ມີຜູ້ນໍາທີ່ເວົ້າວ່າ “ມັນເປັນເຈດຕະນາຂອງພຣະເຈົ້າທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ, ຄົນເຮົາຕ້ອງກິນໃຫ້ອີ່ມທ້ອງກ່ອນ, ແມ່ນບໍ່? ແລ້ວເຮືອນຂອງພຣະເຈົ້າບໍ່ຄວນໃຫ້ການຊ່ວຍເຫຼືອບັນເທົາທຸກບໍ? ຖ້າພວກເຂົາເຊື່ອໃນພຣະເຈົ້າ, ພວກເຮົາສາມາດແຈກຢາຍໜັງສືພຣະທຳຂອງພຣະເຈົ້າສອງສາມຫົວໃຫ້ພວກເຂົາ. ພວກເຂົາບໍ່ມີຄອມພິວເຕີ ຫຼື ໂທລະສັບ, ສະນັ້ນ ພວກເຮົາຄວນເຮັດແນວໃດ ຖ້າພວກເຂົາຂໍເຮັດໜ້າທີ່? ໃຫ້ສອບຖາມເບິ່ງ, ເບິ່ງວ່າພວກເຂົາເຕັມໃຈທີ່ຈະເຮັດໜ້າທີ່ຢ່າງຈິງໃຈ ຫຼື ບໍ່”. ຜ່ານການສອບຖາມແມ່ນພົບວ່າຄົນເຫຼົ່ານີ້ໃນປັດຈຸບັນບໍ່ມີເງິນ ແຕ່ຖ້າພວກເຂົາມີເງິນ ແລະ ສາມາດກິນອີ່ມ, ພວກເຂົາກໍຈະເຕັມໃຈທີ່ຈະອອກໄປເຜີຍແຜ່ຂ່າວປະເສີດ ແລະ ເຮັດໜ້າທີ່ຂອງຕົນ. ຫຼັງຈາກທີ່ເຂົ້າໃຈສະຖານະການເຫຼົ່ານີ້ແລ້ວ, ຜູ້ນໍາກໍເລີ່ມແຈກຢາຍເງິນຊ່ວຍເຫຼືອ ໂດຍມອບໃຫ້ທຸກເດືອນ. ຄ່າອາຫານ ແລະ ທີ່ພັກ ແລະ ແມ່ນແຕ່ຄ່າອິນເຕີເນັດ ແລະ ການຊື້ໂທລະສັບ, ຄອມພິວເຕີ ແລະ ອຸປະກອນອື່ນໆສຳລັບຄົນເຫຼົ່ານີ້ ລ້ວນແລ້ວແຕ່ຈ່າຍດ້ວຍເງິນຂອງເຮືອນຂອງພຣະເຈົ້າ. ການແຈກຢາຍເງິນໃຫ້ຄົນເຫຼົ່ານີ້ບໍ່ໄດ້ມີຈຸດປະສົງເພື່ອເຜີຍແຜ່ວຽກງານຂ່າວປະເສີດ ແຕ່ແທນທີ່ຈະເປັນການໃຫ້ການຊ່ວຍເຫຼືອເພື່ອການຢູ່ລອດຂອງພວກເຂົາ. ສິ່ງນີ້ສອດຄ່ອງກັບຫຼັກການບໍ? (ບໍ່ແມ່ນ). ເຮືອນຂອງພຣະເຈົ້າມີກົດລະບຽບບໍວ່າ ເມື່ອເຜີຍແຜ່ຂ່າວປະເສີດ ແລະ ພົບພໍ້ຄົນທຸກຍາກທີ່ບໍ່ມີວິທີທາງໃນການດຳລົງຊີວິດ, ຕາບໃດທີ່ພວກເຂົາສາມາດຍອມຮັບພາລະກິດຂັ້ນຕອນນີ້, ພວກເຂົາກໍຄວນໄດ້ຮັບການຊ່ວຍເຫຼືອ? ມີຫຼັກການແບບນັ້ນບໍ? (ບໍ່ມີ). ແລ້ວຜູ້ນໍາເຫຼົ່ານີ້ໄດ້ແຈກຢາຍເງິນຊ່ວຍເຫຼືອໃຫ້ພວກເຂົາໂດຍອີງໃສ່ຫຼັກການໃດ? ມັນເປັນຍ້ອນວ່າພວກເຂົາຄິດວ່າເຮືອນຂອງພຣະເຈົ້າມີເງິນແຕ່ບໍ່ມີບ່ອນໃຊ້ ຫຼື ຍ້ອນວ່າພວກເຂົາຖືວ່າຄົນເຫຼົ່ານີ້ເປັນຕາສົງສານເກີນໄປ ຫຼື ມັນເປັນຄວາມຫວັງທີ່ວ່າຄົນເຫຼົ່ານີ້ຈະຊ່ວຍເຜີຍແຜ່ຂ່າວປະເສີດ? ເຈດຕະນາຂອງພວກເຂົາແມ່ນຫຍັງແທ້? ພວກເຂົາກຳລັງພະຍາຍາມບັນລຸຫຍັງ? ເມື່ອເວົ້າເຖິງການແຈກຢາຍໂທລະສັບ, ຄອມພິວເຕີ ແລະ ຄ່າຄອງຊີບ, ພວກເຂົາກໍສະແດງຄວາມກະຕືລືລົ້ນຢ່າງຍິ່ງ; ພວກເຂົາມັກທີ່ຈະມີສ່ວນຮ່ວມໃນວຽກງານແບບນັ້ນທີ່ໃຫ້ຜົນປະໂຫຍດແກ່ຄົນອື່ນ ເພາະມັນຊ່ວຍໃຫ້ພວກເຂົາສາມາດເອົາໃຈຄົນເຫຼົ່ານີ້ ແລະ ຊື້ໃຈພວກເຂົາ ແລະ ພວກເຂົາກໍລົງທຶນກັບວຽກງານປະເພດນີ້ເປັນພິເສດ, ໄປໄກຂຶ້ນເລື້ອຍໆ ແລະ ບໍ່ມີຄວາມລະອາຍໃຈແມ່ນແຕ່ໜ້ອຍດຽວ. ນີ້ຄືການໃຊ້ເງິນຂອງພຣະເຈົ້າເພື່ອເອົາໃຈຄົນ ແລະ ຊື້ໃຈພວກເຂົາ. ຄວາມຈິງແລ້ວ, ບຸກຄົນທີ່ທຸກຍາກເຫຼົ່ານີ້ບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ພວກເຂົາພຽງແຕ່ພະຍາຍາມເຮັດໃຫ້ທ້ອງອີ່ມ ແລະ ຊອກຫາທາງລ້ຽງຊີບ. ຄົນແບບນັ້ນບໍ່ໄດ້ຊອກຫາທີ່ຈະໄດ້ຮັບຄວາມຈິງ ຫຼື ຄວາມລອດພົ້ນ. ພຣະເຈົ້າຈະຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນບໍ? ບາງຄົນ, ເຖິງແມ່ນວ່າພວກເຂົາຈະເຕັມໃຈທີ່ຈະເຮັດໜ້າທີ່ກໍບໍ່ໄດ້ຈິງໃຈ ແຕ່ແທນທີ່ຈະເປັນແນວນັ້ນ, ພວກເຂົາຖືກກະຕຸ້ນໂດຍຄວາມປາຖະໜາທີ່ຈະໄດ້ໂທລະສັບ ແລະ ຄອມພິວເຕີ ເພື່ອຄວາມສະດວກສະບາຍໃນຊີວິດ. ແຕ່ຜູ້ນໍາປອມບໍ່ໄດ້ສົນໃຈເລື່ອງນີ້; ຕາບໃດທີ່ມີຄົນເຕັມໃຈທີ່ຈະເຮັດໜ້າທີ່, ພວກເຂົາກໍເບິ່ງແຍງພວກເຂົາ, ບໍ່ພຽງແຕ່ຈັດຫາເງິນຄ່າທີ່ພັກ ແລະ ອາຫານ ແຕ່ຍັງຊື້ຄອມພິວເຕີ, ໂທລະສັບ ແລະ ອຸປະກອນຕ່າງໆ. ແຕ່ຜົນປາກົດວ່າຄົນເຫຼົ່ານີ້ເຮັດໜ້າທີ່ຂອງຕົນໂດຍບໍ່ບັນລຸຜົນໃດໆເລີຍ. ຜູ້ນໍາປອມບໍ່ແມ່ນພຽງແຕ່ໂຍນເງິນຖິ້ມຊື່ໆບໍ? ພວກເຂົາບໍ່ໄດ້ໃຊ້ເງິນຂອງເຮືອນຂອງພຣະເຈົ້າເພື່ອສະແດງຄວາມໃຈກວ້າງຂອງຕົນບໍ? (ແມ່ນແລ້ວ). ນີ້ແມ່ນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? (ບໍ່ແມ່ນ). ຄົນເຫຼົ່ານີ້ບໍ່ແມ່ນຜູ້ນໍາປອມບໍ? ຜູ້ນໍາປອມມັກທໍາທ່າເປັນຄົນດີ, ໃຈບຸນ ແລະ ມີເມດຕາ. ຖ້າພວກເຈົ້າຢາກສະແດງຄວາມໃຈດີ, ແນວນັ້ນກໍໄດ້, ພຽງແຕ່ໃຊ້ເງິນຂອງຕົນເອງ! ຖ້າພວກເຂົາບໍ່ມີເຄື່ອງນຸ່ງ, ກໍຖອດຂອງຕົນເອງອອກແລ້ວເອົາໃຫ້ພວກເຂົາ; ຢ່າໃຊ້ເຄື່ອງຖວາຍຂອງພຣະເຈົ້າ! ເຄື່ອງຖວາຍຂອງພຣະເຈົ້າແມ່ນມີໄວ້ສຳລັບວຽກງານເຜີຍແຜ່ຂ່າວປະເສີດ, ບໍ່ແມ່ນເພື່ອແຈກຢາຍຜົນປະໂຫຍດດ້ານສະຫວັດດີການ ແລະ ບໍ່ແມ່ນເພື່ອໃຫ້ການຊ່ວຍເຫຼືອຄົນທຸກຍາກຢ່າງແນ່ນອນ. ເຮືອນຂອງພຣະເຈົ້າບໍ່ແມ່ນສະຖາບັນສະຫວັດດີການ. ຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ຍິ່ງບໍ່ສາມາດຈັດຫາຄວາມຈິງ ຫຼື ຊີວິດໄດ້. ພວກເຂົາສຸມໃສ່ພຽງແຕ່ການໃຊ້ເຄື່ອງຖວາຍຂອງພຣະເຈົ້າເພື່ອແຈກຢາຍຜົນປະໂຫຍດດ້ານສະຫວັດດີການ ເພື່ອເອົາໃຈຄົນ ແລະ ຮັກສາຊື່ສຽງ ແລະ ສະຖານະຂອງຕົນເອງ. ພວກເຂົາເປັນຄົນຟຸ່ມເຟືອຍທີ່ໄຮ້ຢາງອາຍ, ບໍ່ແມ່ນບໍ? ຖ້າຜູ້ນໍາປອມແບບນັ້ນຖືກຄົ້ນພົບ, ມີໃຜສາມາດເປີດໂປງ ແລະ ຢຸດພວກເຂົາໄດ້ທັນເວລາບໍ? ບໍ່ມີໃຜລຸກຂຶ້ນຢຸດພວກເຂົາ. ຖ້າບໍ່ແມ່ນຍ້ອນເບື້ອງເທິງເປັນຜູ້ຄົ້ນພົບ ແລະ ເປັນຜູ້ຢຸດມັນ, ການນໍາໃຊ້ເງິນຂອງພຣະເຈົ້າເພື່ອໃຫ້ຜົນປະໂຫຍດແກ່ຜູ້ຄົນກໍຈະບໍ່ມີວັນສິ້ນສຸດ. ຄົນທຸກຍາກເຫຼົ່ານັ້ນກໍຍິ່ງຢືດມືອອກໄປໄກຂຶ້ນເລື້ອຍໆໂດຍທີ່ຕ້ອງການຫຼາຍຂຶ້ນສະເໝີ. ພວກເຂົາບໍ່ຮູ້ຈັກພໍ; ບໍ່ວ່າພວກເຈົ້າຈະໃຫ້ຫຼາຍສໍ່າໃດ, ມັນກໍບໍ່ເຄີຍພຽງພໍ. ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງຕົນໄວ້ທາງຫຼັງເພື່ອເຮັດໜ້າທີ່ຂອງຕົນ ເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຖິງແມ່ນວ່າພວກເຂົາຈະປະເຊີນກັບຄວາມຫຍຸ້ງຍາກໃນຊີວິດ, ພວກເຂົາກໍສາມາດຊອກຫາວິທີແກ້ໄຂດ້ວຍຕົນເອງໄດ້ ໂດຍບໍ່ຕ້ອງຮຽກຮ້ອງສິ່ງຕ່າງໆຈາກເຮືອນຂອງພຣະເຈົ້າຢູ່ຕະຫຼອດເວລາ. ພວກເຂົາແກ້ໄຂສິ່ງທີ່ພວກເຂົາສາມາດແກ້ໄຂໄດ້ດ້ວຍຕົນເອງ ແລະ ສຳລັບສິ່ງທີ່ພວກເຂົາບໍ່ສາມາດແກ້ໄຂໄດ້, ພວກເຂົາກໍອະທິຖານຫາພຣະເຈົ້າ ແລະ ເພິ່ງພາຄວາມເຊື່ອຂອງຕົນເພື່ອໃຫ້ມີປະສົບການ. ຜູ້ທີ່ຂໍທານຈາກພຣະເຈົ້າຢູ່ສະເໝີ, ຄາດຫວັງໃຫ້ເຮືອນຂອງພຣະເຈົ້າຈັດຫາຄ່າຄອງຊີບ ແລະ ຄໍ້າຈູນພວກເຂົາ ແມ່ນຂາດເຫດຜົນຢ່າງສິ້ນເຊີງ! ພວກເຂົາບໍ່ຢາກເຮັດໜ້າທີ່ໃດໆ ແຕ່ປາຖະໜາທີ່ຈະເພີດເພີນກັບຊີວິດ ໂດຍຮູ້ພຽງແຕ່ການຢືດມືອອກໄປຮຽກຮ້ອງສິ່ງຕ່າງໆຈາກເຮືອນຂອງພຣະເຈົ້າ ແລະ ເຖິງຢ່າງນັ້ນ ມັນກໍບໍ່ເຄີຍພຽງພໍ. ພວກເຂົາບໍ່ແມ່ນກຸ່ມຄົນຂໍທານບໍ? ຜູ້ນໍາປອມ ກໍຄືພວກຄົນໂງ່ເຫຼົ່ານີ້ ພຽງແຕ່ສືບຕໍ່ໃຫ້ຜົນປະໂຫຍດ ແລະ ບໍ່ຢຸດໂດຍເອົາໃຈຄົນຢ່າງຕໍ່ເນື່ອງເພື່ອໃຫ້ພວກເຂົາສໍານຶກໃນບຸນຄຸນ ແລະ ເຖິງກັບຄິດວ່າການກະທຳແບບນັ້ນເປັນການຖວາຍກຽດແດ່ພຣະເຈົ້າ. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ນໍາປອມມັກເຮັດທີ່ສຸດ. ສະນັ້ນ, ມີໃຜບໍທີ່ສາມາດລະບຸບັນຫາເຫຼົ່ານີ້ໄດ້, ຜູ້ທີ່ສາມາດເບິ່ງທະລຸແກ່ນແທ້ຂອງບັນຫາເຫຼົ່ານີ້ໄດ້? ຜູ້ນໍາສ່ວນຫຼາຍເຮັດເປັນບໍ່ເຫັນ ໂດຍຄິດວ່າ “ຢ່າງໃດກໍຕາມ, ຂ້ອຍບໍ່ໄດ້ຮັບຜິດຊອບວຽກງານຂ່າວປະເສີດ, ເປັນຫຍັງຂ້ອຍຄວນສົນໃຈເລື່ອງເຫຼົ່ານີ້? ມັນບໍ່ແມ່ນເງິນຂອງຂ້ອຍທີ່ຖືກໃຊ້. ຕາບໃດທີ່ເງິນສົດໃນຖົງຂອງຂ້ອຍບໍ່ຖືກແຕະຕ້ອງ, ມັນກໍບໍ່ເປັນຫຍັງ. ພວກເຈົ້າຈະໃຫ້ໃຜກໍໄດ້ຕາມທີ່ພວກເຈົ້າຕ້ອງການ, ມັນກ່ຽວຫຍັງກັບຂ້ອຍ? ມັນບໍ່ແມ່ນວ່າເງິນນັ້ນຈະມາເຂົ້າກະເປົາຂອງຂ້ອຍຢູ່ແລ້ວ”. ມີຄົນທີ່ບໍ່ມີຄວາມຮັບຜິດຊອບແບບນີ້ຢູ່ອ້ອມຂ້າງຫຼາຍຄົນ ແຕ່ມີຈັກຄົນທີ່ສາມາດປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າໄດ້?

ຕອນນີ້, ວຽກງານພຣະກິດຕິຄຸນພຣະກິດຕິຄຸນໃນຕ່າງປະເທດກຳລັງດຳເນີນໄປຢ່າງແຜ່ຫຼາຍ. ບາງປະເທດມີຄົນທີ່ສາມາດຮັບເອົາຄວາມຈິງໄດ້ຫຼາຍກວ່າ ໃນຂະນະທີ່ປະເທດອື່ນໆມີປະຊາກອນທີ່ມີຄວາມສາມາດຕໍ່າກວ່າ ເຊິ່ງສົ່ງຜົນໃຫ້ມີຜູ້ທີ່ສາມາດຮັບເອົາຄວາມຈິງໄດ້ໜ້ອຍລົງ. ບາງປະເທດຂາດເສລີພາບໃນການເຊື່ອຖື ໂດຍການສະແດງການຕໍ່ຕ້ານຢ່າງແຮງຕໍ່ທາງທີ່ແທ້ຈິງ ແລະ ພາລະກິດຂອງພຣະເຈົ້າ ແລະ ມີຄົນບໍ່ຫຼາຍທີ່ສາມາດຮັບເອົາຄວາມຈິງໄດ້. ຍິ່ງໄປກວ່ານັ້ນ, ປະຊາກອນຂອງບາງປະເທດກໍຫຼ້າຫຼັງເກີນໄປ ແລະ ມີຄວາມສາມາດທີ່ຕໍ່າຫຼາຍ ຈົນພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງໄດ້ບໍ່ວ່າຈະໂອ້ລົມແນວໃດກໍຕາມ ແລະ ເບິ່ງຄືວ່າຄົນຢູ່ບ່ອນນັ້ນບໍ່ສາມາດເຂົ້າເຖິງຄວາມຈິງໄດ້. ບໍ່ຄວນເທດສະໜາພຣະກິດຕິຄຸນພຣະກິດຕິຄຸນໃນສະຖານທີ່ເຊັ່ນນັ້ນ. ແນວໃດກໍຕາມ, ຜູ້ທີ່ເທດສະໜາພຣະກິດຕິຄຸນພຣະກິດຕິຄຸນກໍເບິ່ງບໍ່ເຫັນແກ່ນແທ້ຂອງບັນຫາ; ພວກເຂົາບໍ່ໄດ້ເທດສະໜາຕໍ່ຜູ້ທີ່ສາມາດຮັບເອົາຄວາມຈິງໄດ້ ແຕ່ພັດຢືນຢັນທີ່ຈະເລືອກເອົາກໍລະນີທີ່ຍາກລຳບາກ ແລະ ລະເລີຍສິ່ງທີ່ງ່າຍກວ່າ. ພວກເຂົາບໍ່ໄດ້ເທດສະໜາໃນສະຖານທີ່ທີ່ວຽກງານພຣະກິດຕິຄຸນພຣະກິດຕິຄຸນໄດ້ຖືກເຜີຍແຜ່ຢູ່ແລ້ວ ແລະ ເທດສະໜາໄດ້ງ່າຍ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດຢືນຢັນທີ່ຈະເທດສະໜາພຣະກິດຕິຄຸນພຣະກິດຕິຄຸນໃນສະຖານທີ່ທີ່ທຸກຍາກ ແລະ ຫຼ້າຫຼັງເຫຼົ່ານັ້ນ, ເທດສະໜາຕໍ່ກຸ່ມຄົນທີ່ມີຄວາມສາມາດຕໍ່າທີ່ສຸດ, ຜູ້ທີ່ບໍ່ສາມາດຢັ່ງຮູ້ຄວາມຈິງໄດ້ ແລະ ຕໍ່ກຸ່ມຊົນເຜົ່າທີ່ມີແນວຄິດທາງສາສະໜາທີ່ໜັກໜ່ວງທີ່ສຸດ ແລະ ຕໍ່ຕ້ານພຣະເຈົ້າຢ່າງແຮງທີ່ສຸດ. ນີ້ບໍ່ແມ່ນການບ່ຽງເບນບໍ? ຍົກຕົວຢ່າງ: ສາສະໜາຢິວ ແລະ ສາສະໜາເຊື້ອຊາດບາງສາສະໜາທີ່ຝັງຮາກເລິກ ເຊິ່ງຖືວ່າສາສະໜາຄຣິດເປັນສັດຕູ ແລະ ແມ່ນແຕ່ຂົ່ມເຫັງສາສະໜາຄຣິດ. ໃນກໍລະນີຂອງປະເທດ ແລະ ກຸ່ມຊົນເຜົ່າປະເພດນີ້, ບໍ່ຄວນເທດສະໜາພຣະກິດຕິຄຸນພຣະກິດຕິຄຸນເລີຍ. ເປັນຫຍັງຈຶ່ງບໍ່ຄວນ? ເພາະວ່າການເທດສະໜາໄຮ້ປະໂຫຍດ. ເຖິງແມ່ນວ່າເຈົ້າຈະໃຊ້ກຳລັງຄົນ, ຊັບພະຍາກອນທາງການເງິນ ແລະ ຊັບພະຍາກອນທາງວັດຖຸທັງໝົດ, ສາມ, ຫ້າ ຫຼື ແມ່ນແຕ່ສິບປີກໍອາດຈະຜ່ານໄປໂດຍບໍ່ເຫັນຜົນທີ່ສຳຄັນໃດໆ. ເມື່ອເບິ່ງສະຖານະການນີ້ແລ້ວ, ຈະເຮັດຫຍັງໄດ້ແດ່? ໃນຕອນທຳອິດ, ໂດຍທີ່ບໍ່ຮູ້ຫຍັງດີກວ່ານີ້, ຄົນເຮົາກໍອາດຈະລອງເບິ່ງ; ແຕ່ເມື່ອເຫັນສະຖານະການຢ່າງແຈ່ມແຈ້ງແລ້ວ, ການທີ່ເທດສະໜາພຣະກິດຕິຄຸນໃຫ້ພວກເຂົາຟັງດ້ວຍຕົ້ນທຶນທີ່ສູງ ອາດຈະບໍ່ຈຳເປັນຕ້ອງໄດ້ຮັບຜົນດີໃນທີ່ສຸດ ເຊິ່ງຄົນເຮົາກໍຕ້ອງເລືອກເສັ້ນທາງອື່ນ, ເສັ້ນທາງທີ່ສາມາດບັນລຸຜົນໄດ້. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເບິ່ງໃຫ້ທະລຸບໍ? (ແມ່ນແລ້ວ). ແຕ່ຜູ້ນໍາປອມບໍ່ເຂົ້າໃຈເລື່ອງນີ້. ເມື່ອເວົ້າເຖິງວ່າຈະເລີ່ມເຜີຍແຜ່ພຣະກິດຕິຄຸນຢູ່ຕ່າງປະເທດບ່ອນໃດກ່ອນ, ບາງຄົນກໍເວົ້າວ່າ “ຈົ່ງເລີ່ມຕົ້ນທີ່ອິດສະຣາເອນ. ເນື່ອງຈາກອິດສະຣາເອນເປັນຖານທີ່ຕັ້ງສຳລັບພາລະກິດສອງຂັ້ນຕອນທຳອິດຂອງພຣະເຈົ້າ, ມັນຈຶ່ງຕ້ອງຖືກເທດສະໜາຢູ່ບ່ອນນັ້ນ. ບໍ່ວ່າມັນຈະຍາກສໍ່າໃດ, ພວກເຮົາກໍຕ້ອງຢືນຢັດໃນການເທດສະໜາຕໍ່ພວກເຂົາ”. ແນວໃດກໍຕາມ, ຫຼັງຈາກທີ່ເທດສະໜາເປັນເວລາດົນ, ກໍບໍ່ມີຜົນທີ່ສຳຄັນໃດໆ ເຊິ່ງນໍາໄປສູ່ຄວາມຜິດຫວັງ. ໃນເວລານີ້ ຜູ້ນໍາຄວນເຮັດຫຍັງ? ຖ້າເປັນຜູ້ນໍາທີ່ມີຄວາມສາມາດ ແລະ ມີພາລະ, ພວກເຂົາຈະເວົ້າວ່າ “ການເທດສະໜາພຣະກິດຕິຄຸນຂອງພວກເຮົາບໍ່ມີຫຼັກການ; ພວກເຮົາບໍ່ຮູ້ວິທີທີ່ຈະເຮັດໄປຕາມສະຖານະການ ແຕ່ພຽງແຕ່ເບິ່ງສິ່ງຕ່າງໆໂດຍອີງໃສ່ຈິນຕະນາການຂອງພວກເຮົາ, ນັ້ນມັນໄຮ້ດຽງສາເກີນໄປສຳລັບພວກເຮົາ! ຄວາມໂງ່ຈ້າ, ຄວາມດື້ດ້ານ ແລະ ຄວາມໄຮ້ສາລະຂອງຄົນເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຮົາຄາດຫວັງ. ພວກເຮົາຄິດວ່າເພາະພວກເຂົາໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍພັນປີ, ພວກເຂົາຄວນເປັນຜູ້ທຳອິດທີ່ໄດ້ຍິນພຣະກິດຕິຄຸນຂອງພຣະເຈົ້າ ແຕ່ພວກເຮົາຄິດຜິດ; ພວກເຂົາໄຮ້ສາລະເກີນໄປ! ທີ່ຈິງແລ້ວ, ເມື່ອພຣະເຈົ້າກຳລັງເຮັດພາລະກິດແຫ່ງການໄຖ່, ພຣະອົງກໍໄດ້ປະຖິ້ມພວກເຂົາແລ້ວ. ການທີ່ພວກເຮົາຈະກັບໄປເທດສະໜາຕໍ່ພວກເຂົາໃນຕອນນີ້ ກໍຈະເປັນການພະຍາຍາມໂດຍບໍ່ມີປະໂຫຍດຫຍັງ; ມັນຈະເປັນການອອກແຮງງານຢ່າງໄຮ້ປະໂຫຍດ ແລະ ເປັນການກະທຳທີ່ໂງ່ຈ້າ. ພວກເຮົາໄດ້ເຂົ້າໃຈເຈດຕະນາຂອງພຣະເຈົ້າຜິດໄປ. ພຣະເຈົ້າບໍ່ໄດ້ເຮັດພາລະກິດໃນເລື່ອງນີ້, ແລ້ວພວກເຮົາທີ່ເປັນມະນຸດຈະເຮັດມັນໄດ້ດ້ວຍວິທີໃດ? ພວກເຮົາໄດ້ລອງເບິ່ງແລ້ວ ແຕ່ບໍ່ວ່າພວກເຮົາຈະເທດສະໜາແນວໃດ, ພວກເຂົາກໍບໍ່ຮັບເອົາທາງທີ່ແທ້ຈິງ. ພວກເຮົາຄວນປະຖິ້ມມັນໄວ້ກ່ອນ, ປະພວກເຂົາໄວ້ ແລະ ບໍ່ໃສ່ໃຈພວກເຂົາໃນເວລານີ້. ຖ້າມີຜູ້ທີ່ເຕັມໃຈທີ່ຈະສະແຫວງຫາ, ພວກເຮົາກໍຈະຕ້ອນຮັບພວກເຂົາ ແລະ ເປັນພະຍານເຖິງພາລະກິດຂອງພຣະເຈົ້າໃຫ້ແກ່ພວກເຂົາ. ຖ້າບໍ່ມີຜູ້ໃດສະແຫວງຫາ, ກໍບໍ່ຈຳເປັນທີ່ພວກເຮົາຈະຕ້ອງອອກໄປຊອກຫາພວກເຂົາກ່ອນ”. ນີ້ບໍ່ແມ່ນຫຼັກການຂອງການເທດສະໜາພຣະກິດຕິຄຸນບໍ? (ແມ່ນແລ້ວ). ແລ້ວຜູ້ນໍາປອມສາມາດຍຶດໝັ້ນຫຼັກການໄດ້ບໍ? (ບໍ່ໄດ້). ຜູ້ນໍາປອມມີຄວາມສາມາດຕໍ່າ ແລະ ເບິ່ງແກ່ນແທ້ຂອງບັນຫາບໍ່ທະລຸ; ພວກເຂົາຈະເວົ້າວ່າ “ພຣະເຈົ້າໄດ້ກ່າວວ່າຊາວອິດສະຣາເອນເປັນຜູ້ທີ່ຖືກເລືອກຂອງພຣະອົງ. ພວກເຮົາບໍ່ສາມາດປະຖິ້ມພວກເຂົາໄດ້ເລີຍບໍ່ວ່າເວລາໃດກໍຕາມ. ພວກເຂົາຄວນມາກ່ອນ; ພວກເຮົາຈຳເປັນຕ້ອງເທດສະໜາຕໍ່ພວກເຂົາກ່ອນທີ່ຈະເທດສະໜາຕໍ່ຄົນໃນປະເທດອື່ນ. ຖ້າພາລະກິດຂອງພຣະເຈົ້າຖືກເຜີຍແຜ່ໃນອິດສະຣາເອນ, ນັ້ນຈະເປັນກຽດອັນຍິ່ງໃຫຍ່ສໍ່າໃດ! ພຣະເຈົ້າໄດ້ນຳຄວາມສະຫງ່າລາສີຈາກອິດສະຣາເອນມາສູ່ຕາເວັນອອກ ແລະ ພວກເຮົາຄວນນຳຄວາມສະຫງ່າລາສີນັ້ນກັບຄືນສູ່ອິດສະຣາເອນຈາກຕາເວັນອອກ ແລະ ໃຫ້ພວກເຂົາເຫັນວ່າພຣະເຈົ້າໄດ້ສະເດັດກັບມາແລ້ວ!” ນີ້ບໍ່ແມ່ນພຽງແຕ່ຄຳຂວັນບໍ? ສິ່ງນີ້ສອດຄ່ອງກັບຄວາມຈິງບໍ? ນີ້ຄືສິ່ງທີ່ຜູ້ທີ່ຂາດຄວາມເຂົ້າໃຈທາງວິນຍານຈະເວົ້າ. ແລ້ວຜູ້ນໍາປອມເຫຼົ່ານັ້ນທີ່ບໍ່ໄດ້ເຮັດວຽກງານຕົວຈິງເດ? ພວກເຂົາບໍ່ໃສ່ໃຈເລື່ອງເຫຼົ່ານີ້. ຄົນທີ່ເທດສະໜາພຣະກິດຕິຄຸນໄດ້ຖືກລົບກວນໂດຍບັນຫານີ້ມາເປັນເວລາດົນນານ, ຕົກຢູ່ໃນສະພາວະສອງຈິດສອງໃຈລະຫວ່າງການຍອມແພ້ ແລະ ການສືບຕໍ່ເທດສະໜາ, ບໍ່ແນ່ໃຈວ່າຈະປະຕິບັດແນວໃດ. ຜູ້ນໍາປອມບໍ່ໄດ້ສັງເກດເຫັນເລີຍວ່າສິ່ງນີ້ເປັນບັນຫາ. ເມື່ອເຫັນຄົນເຫຼົ່ານີ້ກັງວົນໃຈທີ່ບໍ່ມີເສັ້ນທາງ, ພວກເຂົາກໍເວົ້າວ່າ “ມີຫຍັງໃຫ້ກັງວົນ? ພວກເຮົາມີຄວາມຈິງ ແລະ ຄຳພະຍານຈາກປະສົບການ; ພຽງແຕ່ເທດສະໜາຕໍ່ພວກເຂົາ!” ມີບາງຄົນເວົ້າວ່າ “ເຈົ້າບໍ່ເຂົ້າໃຈ, ຄົນເຫຼົ່ານີ້ເທດສະໜາເທດສະໜາຍາກແທ້ໆ”. ເມື່ອມີບັນຫາສຳຄັນເກີດຂຶ້ນໃນວຽກງານທີ່ຕ້ອງການໃຫ້ຜູ້ນໍາແກ້ໄຂ, ຜູ້ນໍາກໍຍັງຄົງຮ້ອງແຕ່ຄຳຂວັນ ແລະ ເວົ້າຄຳເວົ້າທີ່ວ່າງເປົ່າ. ນີ້ແມ່ນພຶດຕິກຳທີ່ຄາດຫວັງຈາກຜູ້ນໍາບໍ? ເມື່ອຖືກຖາມວ່າຄວນເທດສະໜາຕໍ່ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນເຊັ່ນນັ້ນ ຫຼື ບໍ່, ພວກເຂົາກໍເວົ້າວ່າ “ທຸກຄົນຄວນໄດ້ຮັບການເທດສະໜາ ໂດຍສະເພາະຊາວອິດສະຣາເອນ, ພວກເຂົາຄວນໄດ້ຮັບການເທດສະໜາຢ່າງແນ່ນອນ”. ພວກເຈົ້າໄດ້ຍິນບັນຫາໃດໆໃນຄຳເວົ້າເຫຼົ່ານີ້ບໍ? ພວກເຂົາຮູ້ບໍວ່ານີ້ຄືການບ່ຽງເບນ, ເປັນຂໍ້ບົກຜ່ອງໃນວຽກງານພຣະກິດຕິຄຸນທີ່ພວກເຂົາຕ້ອງຈັດການ? ຄົນບໍ່ມີປະໂຫຍດເຫຼົ່ານີ້ບໍ່ຮູ້ ແລະ ຍັງຄົງເວົ້າຈາສູງສົ່ງ ແລະ ຮ້ອງຄຳຂວັນຢູ່, ພວກເຂົາເປັນຄົນໄຮ້ຄ່າທີ່ບໍ່ໄດ້ເລື່ອງແທ້ໆ! ແຕ່ພວກເຂົາກໍຍັງຄິດວ່າຕົນເອງສະຫຼາດຫຼັກແຫຼມ ແລະ ມີຄວາມສາມາດ ແລະ ສະຫຼາດ. ພວກເຂົາບໍ່ຮູ້ແມ່ນແຕ່ວ່າຂໍ້ບົກຜ່ອງ ແລະ ການບ່ຽງເບນທີ່ໃຫຍ່ຫຼວງເຊັ່ນນີ້ໄດ້ປາກົດຂຶ້ນໃນວຽກງານ; ພວກເຂົາຈະສາມາດເລີ່ມຕົ້ນແກ້ໄຂມັນໄດ້ບໍ? ນັ້ນຍິ່ງເປັນໄປບໍ່ໄດ້. ຜູ້ທີ່ເທດສະໜາພຣະກິດຕິຄຸນລ້ວນແລ້ວແຕ່ກັງວົນຫຼາຍ; ວຽກງານພຣະກິດຕິຄຸນໄດ້ຮັບຜົນກະທົບ, ຖືກຂັດຂວາງ ແລະ ບໍ່ສາມາດດຳເນີນໄປໂດຍບໍ່ສະດຸດໄດ້ ແລະ ໜ້າປະຫຼາດໃຈທີ່ຜູ້ນໍາປອມກໍບໍ່ຮູ້ຫຍັງເລີຍກ່ຽວກັບການບ່ຽງເບນທີ່ເກີດຂຶ້ນໃນວຽກງານ. ຄົນສ່ວນໃຫຍ່, ເມື່ອພົບພໍ້ບັນຫາ ຫຼື ການບ່ຽງເບນໃນວຽກງານ, ມັກຈະບໍ່ສົນໃຈ, ບໍ່ສັງເກດເຫັນ ແລະ ຍັງຄົງດື້ດ້ານຢືນຢັນໃນວິທີການທີ່ຜິດໂດຍບໍ່ລະມັດລະວັງຕໍ່ໄປ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຂົ້າໃຈ ແລະ ກຳສະຖານະການໂດຍທັນທີ, ແລ້ວເມື່ອບັນຫາກາຍເປັນເລື່ອງຮ້າຍແຮງ ແລະ ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານ ແລະ ຄົນສ່ວນໃຫຍ່ສາມາດຄົ້ນພົບບັນຫາໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍອຶ້ງໄປເລີຍ. ສິ່ງນີ້ເກີດຈາກການລະເລີຍຕໍ່ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ແລ້ວພວກເຂົາຈະຫຼີກລ່ຽງຜົນສະທ້ອນທີ່ຮ້າຍແຮງເຊັ່ນນັ້ນໄດ້ແນວໃດ? ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກວດກາວຽກງານເປັນປະຈຳ ແລະ ເຂົ້າໃຈສະຖານະປັດຈຸບັນ ແລະ ຄວາມຄືບໜ້າຂອງວຽກງານໂດຍທັນທີ. ຖ້າພົບວ່າປະສິດທິພາບຂອງວຽກງານບໍ່ສູງ, ພວກເຂົາກໍຕ້ອງເບິ່ງວ່າພາກສ່ວນໃດມີຂໍ້ບົກຜ່ອງ ແລະ ບັນຫາ ແລະ ໄຕ່ຕອງວ່າ: “ຕອນນີ້, ຄົນເຫຼົ່ານີ້ເບິ່ງຄືວ່າຫຍຸ້ງຢູ່ ແຕ່ເປັນຫຍັງຈຶ່ງບໍ່ມີປະສິດທິພາບທີ່ເຫັນໄດ້ຊັດເຈນ? ຄືກັບວຽກງານຂອງທີມພຣະກິດຕິຄຸນ; ມີຄົນເທດສະໜາພຣະກິດຕິຄຸນ ແລະ ເປັນພະຍານຫຼາຍຄົນທຸກມື້, ພ້ອມທັງມີບາງຄົນທີ່ຮ່ວມມືໃນວຽກງານນີ້, ແລ້ວເປັນຫຍັງຈຶ່ງບໍ່ໄດ້ຮັບຄົນຫຼາຍໃນແຕ່ລະເດືອນ? ພາກສ່ວນໃດມີບັນຫາ? ໃຜເປັນຜູ້ກໍ່ໃຫ້ເກີດບັນຫາ? ການບ່ຽງເບນນີ້ຖືກສ້າງຂຶ້ນມາແນວໃດ? ມັນເລີ່ມຕົ້ນເມື່ອໃດ? ຂ້ອຍຈຳເປັນຕ້ອງໄປແຕ່ລະກຸ່ມເພື່ອຊອກຮູ້ວ່າທຸກຄົນກຳລັງເຮັດຫຍັງຢູ່ຕອນນີ້, ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນໃນປັດຈຸບັນເປັນແນວໃດ ແລະ ທິດທາງຂອງການເທດສະໜາພຣະກິດຕິຄຸນຖືກຕ້ອງ ຫຼື ບໍ່; ຂ້ອຍຈຳເປັນຕ້ອງຊອກຮູ້ທັງໝົດນີ້”. ຜ່ານການປຶກສາຫາລື, ການໂອ້ລົມ ແລະ ການສົນທະນາ, ການບ່ຽງເບນ ແລະ ຂໍ້ບົກຜ່ອງໃນວຽກງານກໍຄ່ອຍໆປາກົດຂຶ້ນ. ເມື່ອຄົ້ນພົບບັນຫາແລ້ວ, ຈະປະໄວ້ບໍ່ໄດ້; ມັນຕ້ອງຖືກແກ້ໄຂ. ແລ້ວຜູ້ນໍາປະເພດໃດທີ່ສາມາດກວດພົບບັນຫາ, ການບ່ຽງເບນ ແລະ ຂໍ້ບົກຜ່ອງບາງຢ່າງທີ່ປາກົດຂຶ້ນໃນວຽກງານໄດ້? ຜູ້ນໍາເຫຼົ່ານີ້ຈຳເປັນຕ້ອງແບກຮັບພາລະ, ດຸໝັ່ນ ແລະ ມີສ່ວນຮ່ວມໃນທຸກລາຍລະອຽດຂອງວຽກງານສະເພາະ; ຕິດຕາມ, ເຂົ້າໃຈ ແລະ ກຳແໜ້ນທຸກພາກສ່ວນ; ກວດສອບໃຫ້ແນ່ໃຈວ່າທຸກຄົນກຳລັງເຮັດຫຍັງ, ຈຳນວນຄົນທີ່ເໝາະສົມສຳລັບການເຮັດໜ້າວຽກໃດ, ໃຜເປັນຜູ້ຄຸມງານ, ຄວາມສາມາດຂອງຄົນເຫຼົ່ານີ້ເປັນແນວໃດ ແລະ ພວກເຂົາກຳລັງເຮັດວຽກຂອງຕົນໄດ້ດີ ຫຼື ບໍ່ ແລະ ປະສິດທິພາບຂອງພວກເຂົາເປັນແນວໃດ, ວຽກງານຄືບໜ້າໄປແນວໃດ ແລະ ອື່ນໆ. ທັງໝົດນີ້ຕ້ອງຖືກກວດສອບໃຫ້ແນ່ໃຈ. ນອກຈາກນີ້, ພາກສ່ວນທີ່ສຳຄັນທີ່ສຸດຂອງວຽກງານພຣະກິດຕິຄຸນກໍຄື ຜູ້ເທດສະໜນາພຣະກິດຕິຄຸນມີຄວາມຈິງ ຫຼື ບໍ່, ພວກເຂົາສາມາດໂອ້ລົມກ່ຽວກັບຄວາມຈິງແຫ່ງນິມິດໄດ້ຢ່າງຊັດເຈນເພື່ອແກ້ໄຂແນວຄິດ ແລະ ບັນຫາຂອງຜູ້ຄົນ ຫຼື ບໍ່, ພວກເຂົາສາມາດສະໜອງສິ່ງທີ່ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຂາດເຂີນເພື່ອເຮັດໃຫ້ພວກເຂົາເຊື່ອໝັ້ນຢ່າງສົມບູນ ຫຼື ບໍ່ ແລະ ພວກເຂົາສາມາດນຳໃຊ້ວິທີການສົນທະນາໃນການໂອ້ລົມຄວາມຈິງຂອງພວກເຂົາ ເພື່ອໃຫ້ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນສາມາດໄດ້ຍິນສຽງຂອງພຣະເຈົ້າຫຼາຍຂຶ້ນ ຫຼື ບໍ່. ຕົວຢ່າງ: ຖ້າຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຢາກຮຽນຮູ້ກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບຄວາມໝາຍສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແຕ່ຜູ້ເທດສະໜາພຣະກິດຕິຄຸນຄົນໜຶ່ງພັດເວົ້າເຖິງແຕ່ຄວາມໝາຍສຳຄັນຂອງພາລະກິດຂອງພຣະເຈົ້າ ແລະ ກ່ຽວກັບວ່າແນວຄິດທາງສາສະໜາແມ່ນຫຍັງ, ນີ້ບໍ່ແມ່ນບັນຫາບໍ? ຖ້າຄົນຜູ້ໜຶ່ງພຽງແຕ່ຢາກຮຽນຮູ້ກ່ຽວກັບວ່າພວກເຂົາຈະສາມາດລອດພົ້ນໄດ້ແນວໃດ ແລະ ເນື້ອໃນຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນແມ່ນຫຍັງ, ນີ້ບໍ່ແມ່ນເວລາທີ່ຈະໂອ້ລົມກ່ຽວກັບຄວາມຈິງແຫ່ງນິມິດທີ່ກ່ຽວຂ້ອງກັບພາລະກິດສາມຂັ້ນຕອນຂອງພຣະເຈົ້າບໍ? (ແມ່ນແລ້ວ). ແຕ່ຜູ້ເທດສະໜາພຣະກິດຕິຄຸນຄົນນີ້ພັດເວົ້າເຖິງແຕ່ການລົງໂທດ ແລະ ການພິພາກສາຂອງພຣະເຈົ້າ ແລະ ການເປີດເຜີຍຂອງພຣະອົງວ່າອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນລວມມີຄວາມອວດດີ, ເລ່ຫຼ່ຽມ ແລະ ຄວາມຊົ່ວຮ້າຍ ແລະ ຫົວຂໍ້ອື່ນໆເຊັ່ນນັ້ນ. ກ່ອນທີ່ອີກຝ່າຍໜຶ່ງຈະຮັບເອົາພາລະກິດຂອງພຣະເຈົ້າ, ຜູ້ເທດສະໜາພຣະກິດຕິຄຸນກໍເລີ່ມເວົ້າກັບພວກເຂົາກ່ຽວກັບການລົງໂທດ ແລະ ການພິພາກສາ ໂດຍເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຜົນກໍຄື ຄົນຜູ້ນັ້ນກໍຮູ້ສຶກລັງກຽດ, ບໍ່ໄດ້ຮັບສິ່ງທີ່ພວກເຂົາຕ້ອງການ ແລະ ບັນຫາຂອງພວກເຂົາທີ່ຕ້ອງການການແກ້ໄຂກໍຍັງຄົງບໍ່ໄດ້ຮັບການແກ້ໄຂ; ພວກເຂົາສູນເສຍຄວາມສົນໃຈ ແລະ ບໍ່ເຕັມໃຈທີ່ຈະສືບຕໍ່ກວດສອບ. ນີ້ບໍ່ແມ່ນບັນຫາກັບຜູ້ເທດສະໜາພຣະກິດຕິຄຸນບໍ? ຜູ້ເທດສະໜາພຣະກິດຕິຄຸນບໍ່ເຂົ້າໃຈຄວາມຈິງ ຫຼື ຂາດຄວາມເຂົ້າໃຈທາງວິນຍານ ແລະ ດັ່ງນັ້ນຈຶ່ງບໍ່ຮູ້ເລີຍວ່າອີກຝ່າຍໜຶ່ງຕ້ອງການຫຍັງ, ບໍ່ສາມາດເວົ້າໃຫ້ຖືກຈຸດ, ເວົ້າຈາໄຮ້ສາລະ ແລະ ບໍ່ໄດ້ແກ້ໄຂບັນຫາຂອງຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນເລີຍ. ພວກເຂົາຈະສາມາດໄດ້ຮັບຄົນໂດຍການປະກາດພຣະກິດຕິຄຸນແບບນີ້ໄດ້ແນວໃດ?

ຜູ້ນໍາປອມບໍ່ສົນໃຈບັນຫາໃດໆທີ່ພວກເຂົາພົບພໍ້ໃນວຽກງານຂອງພວກເຂົາ. ບໍ່ວ່າຈະມີບັນຫາຫຍັງເກີດຂຶ້ນໃນວຽກງານພຣະກິດຕິຄຸນ ແລະ ບໍ່ວ່າຄົນຊົ່ວຈະລົບກວນ ແລະ ສົ່ງຜົນກະທົບຕໍ່ວຽກງານນີ້ແນວໃດ, ພວກເຂົາກໍບໍ່ໃສ່ໃຈເລື່ອງໃດເລີຍ ຄືກັບວ່າມັນບໍ່ກ່ຽວຂ້ອງກັບພວກເຂົາ. ຜູ້ນໍາປອມເຮັດວຽກແບບຄົນໂງ່າ; ບໍ່ວ່າບຸກຄົນໃດໜຶ່ງຈະມີຜົນງານ ຫຼື ປະຕິບັດຕາມຫຼັກການຄວາມຈິງໃນໜ້າທີ່ຂອງຕົນ ຫຼື ບໍ່, ພວກເຂົາກໍບໍ່ໄດ້ໃຫ້ການຊີ້ນໍາ ຫຼື ກວດສອບ, ປ່ອຍໃຫ້ຄົນກະທຳການຢ່າງເສລີບໍ່ວ່າຜົນຈະເປັນແນວໃດກໍຕາມ. ສິ່ງນີ້ເຮັດໃຫ້ການບ່ຽງເບນ ແລະ ຂໍ້ບົກຜ່ອງທີ່ປາກົດຂຶ້ນໃນວຽກງານພຣະກິດຕິຄຸນບໍ່ເຄີຍໄດ້ຮັບການແກ້ໄຂ ແລະ ຄົນຈຳນວນນັບບໍ່ຖ້ວນທີ່ສະແຫວງຫາທາງທີ່ແທ້ຈິງກໍໄດ້ສູນເສຍໄປ, ບໍ່ສາມາດຖືກນຳມາຢູ່ຕໍ່ໜ້າພຣະເຈົ້າໂດຍໄວເທົ່າທີ່ຈະໄວໄດ້. ຫຼັງຈາກທີ່ໄດ້ຮັບເອົາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ບາງຄົນກໍເວົ້າວ່າ “ທີ່ຈິງແລ້ວ, ມີຄົນເທດສະໜາພຣະກິດຕິຄຸນໃຫ້ຂ້ອຍຟັງເມື່ອສາມປີກ່ອນ. ບໍ່ແມ່ນວ່າຂ້ອຍບໍ່ຢາກຮັບເອົາ ຫຼື ວ່າຂ້ອຍເຊື່ອໃນການໂຄສະນາຊວນເຊື່ອໃນທາງລົບ; ຄົນທີ່ເທດສະໜາໃຫ້ຂ້ອຍຟັງນັ້ນບໍ່ຮັບຜິດຊອບເລີຍ. ພວກເຂົາບໍ່ສາມາດຕອບຄຳຖາມທີ່ຂ້ອຍຖາມໄດ້ ແລະ ພວກເຂົາກໍໂອ້ລົມບໍ່ຊັດເຈນເມື່ອຂ້ອຍສະແຫວງຫາຄວາມຈິງ, ເວົ້າແຕ່ຄຳເວົ້າທີ່ໄຮ້ປະໂຫຍດ. ຜົນກໍຄື ສິ່ງດຽວທີ່ຂ້ອຍສາມາດເຮັດໄດ້ກໍຄືຈາກໄປດ້ວຍຄວາມຜິດຫວັງ”. ສາມປີຕໍ່ມາ, ຫຼັງຈາກທີ່ກວດສອບທາງອອນລາຍ ແລ້ວກໍສະແຫວງຫາ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງ, ຄົນເຫຼົ່ານີ້ກໍແກ້ໄຂແນວຄິດ ແລະ ຄວາມສັບສົນທັງໝົດໃນໃຈຂອງພວກເຂົາເທື່ອລະຢ່າງ, ຢືນຢັນຢ່າງສົມບູນວ່ານີ້ຄືການປາກົດ ແລະ ການເຮັດພາລະກິດຂອງພຣະເຈົ້າ ແລະ ການຮັບເອົາມັນ. ນີ້ຄືການທີ່ພວກເຂົາຮັບເອົາພາລະກິດຂອງພຣະເຈົ້າຜ່ານການສະແຫວງຫາ ແລະ ການກວດສອບຂອງຕົນເອງ. ຖ້າຄົນທີ່ເທດສະໜາພຣະກິດຕິຄຸນສາມາດໂອ້ລົມຄວາມຈິງໄດ້ຢ່າງຊັດເຈນ ແລະ ແກ້ໄຂແນວຄິດ ແລະ ຄໍາຖາມຂອງພວກເຂົາເມື່ອສາມປີກ່ອນ, ພວກເຂົາກໍຈະຮັບເອົາມັນໄວຂຶ້ນສາມປີ. ການເຕີບໃຫຍ່ທາງຊີວິດມີຄວາມຊັກຊ້າໄປຫຼາຍສໍ່າໃດໃນລະຫວ່າງສາມປີນີ້! ສິ່ງນີ້ຕ້ອງຖືວ່າເປັນການລະເລີຍຕໍ່ຄວາມຮັບຜິດຊອບໃນສ່ວນຂອງຜູ້ທີ່ເທດສະໜາພຣະກິດຕິຄຸນ ແລະ ກ່ຽວຂ້ອງໂດຍກົງກັບການທີ່ພວກເຂົາບໍ່ເຂົ້າໃຈຄວາມຈິງ. ຜູ້ເຮັດວຽກພຣະກິດຕິຄຸນບາງຄົນພຽງແຕ່ບໍ່ເອົາໃຈໃສ່ໃນການປະກອບຕົນເອງດ້ວຍຄວາມຈິງ, ສາມາດເວົ້າໄດ້ພຽງແຕ່ຫຼັກຄຳສອນບາງຢ່າງໂດຍບໍ່ສາມາດແກ້ໄຂແນວຄິດຂອງຜູ້ຄົນ ຫຼື ບັນຫາຕົວຈິງໄດ້. ຜົນກໍຄື ຫຼາຍຄົນບໍ່ໄດ້ຮັບເອົາພຣະກິດຕິຄຸນໃນເວລາທີ່ເໝາະສົມເມື່ອພວກເຂົາໄດ້ຍິນ, ເຮັດໃຫ້ການເຕີບໃຫຍ່ທາງຊີວິດຂອງພວກເຂົາຊັກຊ້າໄປຫຼາຍປີ. ຕ້ອງເວົ້າໄດ້ວ່າຜູ້ນໍາທີ່ຮັບຜິດຊອບວຽກງານພຣະກິດຕິຄຸນຕ້ອງຮັບຜິດຊອບຕໍ່ເລື່ອງນີ້ ເນື່ອງຈາກການຊີ້ນໍາທີ່ບໍ່ພຽງພໍ ແລະ ການກວດກາທີ່ບໍ່ພຽງພໍຂອງພວກເຂົາ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມີພາລະຢ່າງແທ້ຈິງ ແລະ ສາມາດທົນທຸກລຳບາກໄດ້ອີກໜ້ອຍໜຶ່ງ, ປະຕິບັດການໂອ້ລົມຄວາມຈິງໃຫ້ຫຼາຍຂຶ້ນ ແລະ ສະແດງຄວາມຈົງຮັກພັກດີອີກໜ້ອຍໜຶ່ງ, ໂອ້ລົມຢ່າງຊັດເຈນໃນທຸກດ້ານຂອງຄວາມຈິງ, ເພື່ອໃຫ້ຜູ້ເຮັດວຽກພຣະກິດຕິຄຸນເຫຼົ່ານັ້ນສາມາດໂອ້ລົມຄວາມຈິງເພື່ອແກ້ໄຂແນວຄິດ ແລະ ຄວາມສົງໄສຂອງຜູ້ຄົນ, ຜົນຂອງການປະກາດພຣະກິດຕິຄຸນກໍຈະດີຂຶ້ນເລື້ອຍໆ. ສິ່ງນີ້ຈະຊ່ວຍໃຫ້ຄົນທີ່ກຳລັງກວດສອດທາງທີ່ແທ້ຈິງສາມາດຮັບເອົາພາລະກິດຂອງພຣະເຈົ້າໄດ້ໄວຂຶ້ນ ແລະ ກັບຄືນມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາຄວາມລອດພົ້ນຂອງພຣະອົງໄດ້ໄວຂຶ້ນ. ວຽກງານຂອງຄຣິດຕະຈັກມີຄວາມຊັກຊ້າພຽງເພາະວ່າຜູ້ນໍາປອມລະເລີຍຕໍ່ຄວາມຮັບຜິດຊອບຂອງຕົນຢ່າງຮ້າຍແຮງ, ບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ຕິດຕາມ ແລະ ກວດກາວຽກງານ ແລະ ບໍ່ສາມາດໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໄດ້. ແນ່ນອນວ່າ ມັນກໍເປັນເພາະວ່າຜູ້ນໍາປອມເຫຼົ່ານີ້ເພີດເພີນກັບຜົນປະໂຫຍດຈາກສະຖານະ, ບໍ່ໄດ້ສະແຫວງຫາຄວາມຈິງເລີຍ ແລະ ບໍ່ເຕັມໃຈທີ່ຈະຕິດຕາມ, ກວດກາ ຫຼື ຊີ້ນໍາວຽກງານການເຜີຍແຜ່ພຣະກິດຕິຄຸນ. ຜົນກໍຄືວຽກງານຄືບໜ້າຊ້າ ແລະ ການບ່ຽງເບນ, ຄວາມໄຮ້ສາລະ ແລະ ການກະທຳຜິດແບບບໍ່ລະມັດລະວັງທີ່ມະນຸດສ້າງຂຶ້ນຫຼາຍຢ່າງກໍບໍ່ໄດ້ຖືກເຮັດໃຫ້ຖືກຕ້ອງ ຫຼື ຮັບການແກ້ໄຂໂດຍທັນທີ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ປະສິດທິຜົນຂອງການເຜີຍແຜ່ພຣະກິດຕິຄຸນ. ຈົນກວ່າບັນຫາເຫຼົ່ານີ້ຈະຖືກຄົ້ນພົບໂດຍເບື້ອງເທິງ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຖືກບອກວ່າພວກເຂົາຕ້ອງແກ້ໄຂບັນຫາເຫຼົ່ານີ້, ບັນຫາເຫຼົ່ານີ້ຈຶ່ງຈະຖືກແກ້ໄຂ. ໂດຍທີ່ຄືກັບຄົນຕາບອດ, ຜູ້ນໍາປອມເຫຼົ່ານີ້ບໍ່ສາມາດຄົ້ນພົບບັນຫາໃດໆໄດ້ ແລະ ບໍ່ມີຫຼັກການໃດໆໃນວິທີທີ່ພວກເຂົາເຮັດສິ່ງຕ່າງໆ ແຕ່ພວກເຂົາກໍບໍ່ສາມາດຮັບຮູ້ຄວາມຜິດພາດຂອງຕົນເອງໄດ້ ແລະ ຈະຍອມຮັບຄວາມຜິດພາດຂອງຕົນກໍຕໍ່ເມື່ອພວກເຂົາຖືກລິຮານໂດຍເບື້ອງເທິງ. ແລ້ວໃຜຈະສາມາດຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກຜູ້ນໍາປອມເຫຼົ່ານີ້ໄດ້? ແມ່ນແຕ່ການປົດພວກເຂົາອອກຈາກຕຳແໜ່ງ, ຄວາມເສຍຫາຍທີ່ພວກເຂົາກໍ່ຂຶ້ນຈະສາມາດຊົດເຊີຍໄດ້ແນວໃດ? ດັ່ງນັ້ນ, ເມື່ອຄົ້ນພົບວ່າມີຜູ້ນໍາປອມທີ່ບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ພວກເຂົາກໍຄວນຖືກປົດອອກໂດຍທັນທີ. ໃນຄຣິດຕະຈັກບາງແຫ່ງ, ວຽກງານພຣະກິດຕິຄຸນຄືບໜ້າຊ້າເປັນພິເສດ ແລະ ນີ້ກໍເປັນພຽງຍ້ອນຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ພ້ອມທັງມີກໍລະນີການລະເລີຍ ແລະ ການເຮັດຜິດພາດໃນສ່ວນຂອງພວກເຂົາຫຼາຍເກີນໄປ.

ໃນວຽກງານຕ່າງໆທຸກຢ່າງທີ່ຜູ້ນໍາປອມເຮັດ, ທີ່ຈິງແລ້ວມີບັນຫາ, ການບ່ຽງເບນ ແລະ ຂໍ້ບົກຜ່ອງຈຳນວນຫຼາຍທີ່ພວກເຂົາຈຳເປັນຕ້ອງແກ້ໄຂ, ແກ້ໄຂໃຫ້ຖືກຕ້ອງ ແລະ ປັບປຸງ. ແນວໃດກໍຕາມ, ເພາະວ່າຜູ້ນໍາປອມເຫຼົ່ານີ້ຂາດຄວາມຮູ້ສຶກໃນການແບກຮັບພາລະ, ເພີດເພີນແຕ່ກັບຜົນປະໂຫຍດຈາກສະຖານະຂອງຕົນໂດຍບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ໃນທີ່ສຸດພວກເຂົາກໍເຮັດໃຫ້ວຽກງານສັບສົນວຸ້ນວາຍ. ໃນຄຣິດຕະຈັກບາງແຫ່ງ, ຜູ້ຄົນບໍ່ສາມັກຄີກັນ, ທຸກຄົນຕ່າງກໍສົງໄສ, ລະວັງຕົວ ແລະ ທຳລາຍເຊິ່ງກັນ ແລະ ກັນ ໃນຂະນະດຽວກັນກໍຢ້ານວ່າຈະຖືກກຳຈັດອອກໂດຍເຮືອນຂອງພຣະເຈົ້າ. ເມື່ອປະເຊີນກັບສະຖານະການເຫຼົ່ານີ້, ຜູ້ນໍາປອມກໍບໍ່ໄດ້ເຄື່ອນໄຫວເພື່ອແກ້ໄຂບັນຫາ, ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ສະເພາະເຈາະຈົງໃດໆ. ວຽກງານຄຣິດຕະຈັກຢຸດສະງັກ ແຕ່ຜູ້ນໍາປອມກໍບໍ່ໄດ້ເສຍໃຈກັບເລື່ອງນີ້ເລີຍ ໂດຍທີ່ຍັງຄົງເຊື່ອວ່າຕົນເອງໄດ້ເຮັດວຽກງານຫຼາຍຢ່າງ ແລະ ບໍ່ໄດ້ເຮັດໃຫ້ວຽກງານຂອງຄຣິດຕະຈັກຊັກຊ້າ. ຜູ້ນໍາປອມເຊັ່ນນີ້ໂດຍພື້ນຖານແລ້ວບໍ່ສາມາດປະຕິບັດວຽກງານການສະໜອງຊີວິດໄດ້ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງຕາມຄວາມຈິງໄດ້. ພວກເຂົາພຽງແຕ່ປະຕິບັດວຽກງານບໍລິຫານທົ່ວໄປບາງຢ່າງທີ່ຖືກມອບໝາຍ ແລະ ທີ່ລະບຸໂດຍສະເພາະຈາກເບື້ອງເທິງ ຄືກັບວ່າວຽກງານຂອງພວກເຂົາຖືກເຮັດເພື່ອເບື້ອງເທິງເທົ່ານັ້ນ. ເມື່ອເວົ້າເຖິງວຽກງານພື້ນຖານຂອງຄຣິດຕະຈັກທີ່ເບື້ອງເທິງໄດ້ເຮັດເປັນຂໍ້ກຳນົດສະເໝີມາ, ເຊັ່ນ: ວຽກງານການສະໜອງຊີວິດ ແລະ ວຽກງານການບົ່ມເພາະຄົນ ຫຼື ໜ້າວຽກພິເສດບາງຢ່າງທີ່ຊີ້ນໍາໂດຍເບື້ອງເທິງ, ພວກເຂົາກໍບໍ່ຮູ້ວິທີເຮັດ ແລະ ເຮັດບໍ່ໄດ້. ພວກເຂົາພຽງແຕ່ມອບໝາຍໜ້າວຽກເຫຼົ່ານີ້ໃຫ້ຄົນອື່ນ ແລ້ວກໍຖືວ່າວຽກຂອງຕົນສຳເລັດແລ້ວ. ພວກເຂົາເຮັດຕາມທີ່ເບື້ອງເທິງສັ່ງທຸກຢ່າງ ແລະ ຈະເຄື່ອນໄຫວໜ້ອຍໜຶ່ງກໍຕໍ່ເມື່ອຖືກຊຸກຍູ້; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍບໍ່ເຄື່ອນໄຫວ ແລະ ເຮັດແບບພໍແລ້ວມືແລ້ວຕີນ. ຜູ້ຄົນເຫຼົ່ານີ້ຄືຜູ້ນໍາປອມ. ຜູ້ນໍາປອມແມ່ນຫຍັງ? ສະຫຼຸບສັ້ນໆກໍຄື ຄົນທີ່ບໍ່ໄດ້ເຮັດວຽກງານຕົວຈິງ, ຜູ້ທີ່ບໍ່ໄດ້ເຮັດໜ້າທີ່ຂອງຕົນໃນຖານະຜູ້ນໍາ ທີ່ສະແດງການລະເລີຍຕໍ່ຄວາມຮັບຜິດຊອບຢ່າງຮ້າຍແຮງໃນວຽກງານທີ່ສຳຄັນ ແລະ ພື້ນຖານ ແລະ ບໍ່ໄດ້ດຳເນີນການໃດໆ. ນີ້ຄືຜູ້ນໍາປອມ. ຜູ້ນໍາປອມພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານບໍລິຫານທົ່ວໄປທາງຜິວເຜີນ ໂດຍເຂົ້າໃຈຜິດວ່ານີ້ຄືການເຮັດວຽກງານຕົວຈິງ ແລະ ທີ່ຈິງແລ້ວ, ເມື່ອເວົ້າເຖິງໜ້າທີ່ຂອງຕົນໃນຖານະຜູ້ນໍາ ແລະ ວຽກງານທີ່ສຳຄັນທີ່ມອບໝາຍໃຫ້ພວກເຂົາໂດຍເຮືອນຂອງພຣະເຈົ້າ, ພວກເຂົາກໍບໍ່ໄດ້ເຮັດວຽກງານໃດໆດີເລີຍ. ນອກຈາກນີ້, ບັນຫາກໍມັກຈະເກີດຂຶ້ນພາຍໃນວຽກງານຕ່າງໆຂອງຄຣິດຕະຈັກທີ່ຕ້ອງການການແກ້ໄຂຈາກຜູ້ນໍາ ແຕ່ພວກເຂົາກໍບໍ່ສາມາດແກ້ໄຂໄດ້ ໂດຍມັກຈະມີທ່າທີຫຼີກລ່ຽງ ແລະ ອ້າຍເອື້ອຍນ້ອງກໍບໍ່ສາມາດຊອກຫາພວກເຂົາໄດ້ເມື່ອພວກເຂົາຕ້ອງການແກ້ໄຂບັນຫາ. ຖ້າພວກເຂົາສາມາດຊອກຫາຜູ້ນໍາໄດ້, ຜູ້ນໍາກໍຈະຫຼີກລ່ຽງພວກເຂົາດ້ວຍຂໍ້ອ້າງວ່າຫຍຸ້ງກັບວຽກຫຼາຍ ແລະ ຂໍໃຫ້ອ້າຍເອື້ອຍນ້ອງອ່ານພຣະທຳຂອງພຣະເຈົ້າດ້ວຍຕົນເອງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງຕົນເອງ ໂດຍມີທ່າທີແບບປັດຄວາມຮັບຜິດຊອບ. ໃນທີ່ສຸດ ສິ່ງນີ້ກໍນໍາໄປສູ່ການສະສົມບັນຫາທີ່ບໍ່ໄດ້ຮັບການແກ້ໄຂຫຼາຍເກີນໄປ, ເຮັດໃຫ້ຄວາມຄືບໜ້າໃນວຽກງານທຸກຢ່າງຢຸດສະງັກ ແລະ ເຮັດໃຫ້ວຽກງານຂອງຄຣິດຕະຈັກຢຸດສະງັກ. ນີ້ຄືຜົນສະທ້ອນຂອງການທີ່ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ. ຜູ້ນໍາປອມບໍ່ເຄີຍຈິງຈັງ ຫຼື ດຸໝັ່ນກ່ຽວກັບຄວາມຮັບຜິດຊອບຫຼັກຂອງຕົນ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕ່າງໆ. ນີ້ໝາຍຄວາມວ່າຜູ້ນໍາປອມຖືກກຳນົດແລ້ວວ່າບໍ່ສາມາດເຮັດວຽກງານຕົວຈິງ ແລະ ແກ້ໄຂບັນຫາໃດໆໄດ້. ສິ່ງທີ່ຜູ້ນໍາປອມເກັ່ງກໍຄືການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ, ຮ້ອງຄຳຂວັນ ແລະ ຕັກເຕືອນຄົນອື່ນ, ເອົາໃຈໃສ່ພຽງແຕ່ການເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານບໍລິຫານທົ່ວໄປ. ສ່ວນວຽກງານພື້ນຖານຂອງຄຣິດຕະຈັກທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ພວກເຂົາ, ເຊັ່ນ: ການສະໜອງຊີວິດ ແລະ ການໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ພວກເຂົາກໍບໍ່ຮູ້ວິທີເຮັດ, ບໍ່ໄດ້ຝຶກຝົນເພື່ອຮຽນຮູ້ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໃດໆໄດ້. ຜູ້ຄົນເຫຼົ່ານີ້ຄືຜູ້ນໍາປອມ.

ເມື່ອຖືກຂໍໃຫ້ຊີ້ນໍາວຽກງານທີ່ກ່ຽວກັບຂໍ້ຄວາມ ເຊັ່ນ: ການຂຽນບົດ, ການຂຽນບົດຄວາມຄຳພະຍານຈາກປະສົບການ ແລະ ໜ້າວຽກສະເພາະອື່ນໆ, ຜູ້ນໍາປອມບາງຄົນກໍຄິດວ່າເນື່ອງຈາກມັນເປັນພຽງການຊີ້ນໍາ, ພວກເຂົາຈຶ່ງບໍ່ຈຳເປັນຕ້ອງເຮັດວຽກງານທີ່ເປັນຮູບປະທຳໃດໆ, ສະນັ້ນ ພວກເຂົາຈຶ່ງພຽງແຕ່ຍ່າງໄປມາ. ພວກເຂົາເວົ້າວ່າ “ຈັນ, ບົດຄວາມຂອງເຈົ້າເປັນແນວໃດແລ້ວ?” “ໃກ້ຈະສຳເລັດແລ້ວ”. “ລີ, ເຈົ້າມີຄວາມຫຍຸ້ງຍາກໃນການຂຽນບົດນັ້ນບໍ?” “ມີ, ເຈົ້າຊ່ວຍຂ້ອຍແກ້ໄຂໄດ້ບໍ?” “ພວກເຈົ້າຈົ່ງປຶກສາຫາລືກັນເອງ. ຈົ່ງອະທິຖານໃຫ້ຫຼາຍຂຶ້ນ”. ບໍ່ພຽງແຕ່ຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ຊີ້ນໍາ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງ, ພວກເຂົາຍັງບໍ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນເອງໃຫ້ດີ, ເລາະໄປມາຢູ່ສະເໝີ ແລະ ດຳລົງຊີວິດຢ່າງຜ່ອນຄາຍ ແລະ ສະດວກສະບາຍ. ຕາມຜິວເຜີນແລ້ວ, ເບິ່ງຄືວ່າພວກເຂົາກຳລັງກວດກາວຽກງານ ແຕ່ທີ່ຈິງແລ້ວພວກເຂົາບໍ່ໄດ້ແກ້ໄຂບັນຫາໃດໆ. ພວກເຂົາເປັນພຽງຜູ້ເຈົ້າກີ້ເຈົ້າການເທົ່ານັ້ນ! ເຈົ້າໜ້າທີ່ທີ່ມີຄວາມສາມາດເຫຼົ່ານັ້ນໃນບາງປະເທດໃນໂລກທີ່ບໍ່ເຊື່ອ ກໍເປັນມະນຸດທີ່ເສື່ອມຊາມຄືກັນແຕ່ພວກເຂົາກໍຍັງເໜືອກວ່າຜູ້ນໍາປອມເຫຼົ່ານີ້ຫຼາຍ ທີ່ຂາດຄວາມຮູ້ສຶກຮັບຜິດຊອບທີ່ເຈົ້າໜ້າທີ່ເຫຼົ່ານີ້ມີ. ຕົວຢ່າງ: ຫຼັງຈາກການລະບາດຂອງພະຍາດ, ປະເທດຕ່າງໆທົ່ວໂລກກໍເລີ່ມປະຕິບັດມາດຕະການປ້ອງກັນ. ໃນທີ່ສຸດ, ປະເທດສ່ວນໃຫຍ່ເຫຼົ່ານີ້ກໍເຫັນດີວ່າຄວາມພະຍາຍາມໃນການປ້ອງກັນຂອງໄຕ້ຫວັນມີປະສິດທິພາບ ເຊິ່ງຊີ້ໃຫ້ເຫັນວ່າເຈົ້າໜ້າທີ່ລັດຖະບານໄຕ້ຫວັນໄດ້ປະຕິບັດໜ້າທີ່ຕອບໂຕ້ຕໍ່ພະຍາດລະບາດຂອງຕົນດ້ວຍມາດຕະຖານສູງສຸດ ແລະ ດ້ວຍລາຍລະອຽດທີ່ສຸດ. ສຳລັບປະເທດທາງໂລກ, ສຳລັບເຈົ້າໜ້າທີ່ ແລະ ນັກການເມືອງໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ການປະຕິບັດໜ້າວຽກດ້ວຍມາດຕະຖານສູງສຸດ ແລະ ຢ່າງລະອຽດແມ່ນໜ້າຊົມເຊີຍຢ່າງແທ້ຈິງ. ເຈົ້າໜ້າທີ່ເອີຣົບຫຼາຍຄົນເຕັມໃຈທີ່ຈະໄປຢ້ຽມຢາມ ແລະ ຮຽນຮູ້ຈາກໄຕ້ຫວັນ; ຈາກທັດສະນະນີ້ ເຈົ້າໜ້າທີ່ລັດຖະບານຂອງໄຕ້ຫວັນກໍເໜືອກວ່າເຈົ້າໜ້າທີ່ຂອງປະເທດອື່ນໆຫຼາຍ. ພຽງເພາະວ່າເຈົ້າໜ້າທີ່ສ່ວນໃຫຍ່ຂອງພວກເຂົາມີຄວາມສາມາດໃນການເຮັດວຽກງານທີ່ເປັນຮູບປະທຳ ແລະ ສາມາດເອົາໃຈໃສ່ໃນການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ມັນກໍພິສູດໃຫ້ເຫັນວ່າເຈົ້າໜ້າທີ່ເຫຼົ່ານີ້ໄດ້ມາດຕະຖານ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນໃນຄຣິດຕະຈັກກໍເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ບໍ່ວ່າພວກເຂົາຈະຖືກລິຮານແນວໃດ, ມັນກໍບໍ່ມີປະສິດທິຜົນ. ເຮົາເຫັນວ່າລັກສະນະຂອງຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ບໍ່ໄດ້ທຽບເທົ່າກັບເຈົ້າໜ້າທີ່ຈາກໂລກທີ່ບໍ່ເຊື່ອທີ່ສາມາດເຮັດວຽກງານຕົວຈິງໄດ້. ພວກເຂົາສ່ວນໃຫຍ່ອ້າງວ່າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຄວາມຈິງ ແຕ່ທີ່ຈິງແລ້ວ, ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ. ມີຄວາມຈິງຫຼາຍຢ່າງທີ່ຖືກສະໜອງໃຫ້ພວກເຂົາ ແຕ່ທັດສະນະຄະຕິຂອງພວກເຂົາຕໍ່ການປະຕິບັດໜ້າທີ່ກໍເປັນເຊັ່ນນັ້ນ. ຜົນກໍຄື ພວກເຂົາທັງໝົດກາຍເປັນຜູ້ນໍາປອມ ທີ່ຕໍ່າກວ່າຫຼາຍເມື່ອທຽບກັບເຈົ້າໜ້າທີ່ລັດຖະບານທີ່ດີເລີດ! ທີ່ຈິງແລ້ວ ສິ່ງທີ່ເຮົາຮຽກຮ້ອງຈາກຜູ້ຄົນນັ້ນບໍ່ໄດ້ສູງ; ເຮົາບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນເຂົ້າໃຈຄວາມຈິງຫຼາຍເກີນໄປ ຫຼື ມີຄວາມສາມາດສູງເກີນໄປ. ມາດຕະຖານຂັ້ນຕໍ່າສຸດຄືການກະທຳດ້ວຍຄວາມສຳນຶກ ແລະ ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ. ຖ້າບໍ່ມີຫຍັງອີກ, ຢ່າງໜ້ອຍທີ່ສຸດ, ເຈົ້າກໍຄວນເຮັດໃຫ້ໄດ້ໃຫ້ສົມກັບເຂົ້າຈີ່ສາມຄາບ ແລະ ການຝາກຝັງທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ; ນັ້ນກໍພຽງພໍແລ້ວ. ແຕ່ພາລະກິດຂອງພຣະເຈົ້າໄດ້ຖືກດໍາເນີນຈົນເຖິງປັດຈຸບັນນີ້ ແລະ ມີຄົນຈຳນວນຫຼາຍທີ່ສາມາດກະທຳດ້ວຍຄວາມສຳນຶກໄດ້ບໍ? ເຮົາເຫັນວ່າເຈົ້າໜ້າທີ່ບາງຄົນໃນປະເທດປະຊາທິປະໄຕເວົ້າ ແລະ ກະທຳດ້ວຍຄວາມຈິງໃຈ. ພວກເຂົາບໍ່ໄດ້ເວົ້າເກີນຈິງ ຫຼື ເວົ້າທິດສະດີທີ່ສູງສົ່ງ, ຄຳເວົ້າຂອງພວກເຂົາເຂັ້ມງວດ ແລະ ຈິງໃຈເປັນພິເສດ ແລະ ພວກເຂົາສາມາດຈັດການກັບເລື່ອງຈິງຫຼາຍຢ່າງໄດ້. ວຽກງານຂອງພວກເຂົາດີຫຼາຍແທ້ໆ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຂົາຢ່າງແທ້ຈິງ. ເມື່ອເບິ່ງຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ໃນຄຣິດຕະຈັກຕອນນີ້, ໃນວຽກງານຂອງພວກເຂົາ, ພວກເຂົາເຮັດແບບພໍເປັນພິທີ ແລະ ເຮັດແບບພໍແລ້ວມືແລ້ວຕີນ, ພວກເຂົາບໍ່ໄດ້ບັນລຸຜົນທີ່ດີຫຼາຍ ແລະ ພວກເຂົາບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດຢ່າງສົມບູນ. ຫຼັງຈາກທີ່ກາຍເປັນຜູ້ນໍາ, ພວກເຂົາກໍກາຍເປັນເຈົ້າໜ້າທີ່ທາງສາສະໜາ, ພວກເຂົາວາງອຳນາດ ແລະ ອອກຄຳສັ່ງ ແລະ ກາຍເປັນຜູ້ເຈົ້າກີ້ເຈົ້າການ. ພວກເຂົາພຽງແຕ່ເອົາໃຈໃສ່ໃນການເພີດເພີນກັບຜົນປະໂຫຍດຈາກສະຖານະຂອງຕົນ ແລະ ພວກເຂົາມັກໃຫ້ທຸກຄົນຕິດຕາມ ແລະ ໝູນອ້ອມພວກເຂົາ. ພວກເຂົາບໍ່ຄ່ອຍລົງເລິກໃນລະດັບຮາກຖານຂອງຄຣິດຕະຈັກເພື່ອແກ້ໄຂບັນຫາຕົວຈິງ. ໃນໃຈຂອງພວກເຂົາ, ພວກເຂົາກຳລັງເຄື່ອນຫ່າງໄກຈາກພຣະເຈົ້າອອກໄປເລື້ອຍໆ. ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມປະເພດນີ້ເກີນກວ່າຈະແກ້ໄຂໄດ້ແລ້ວ! ເຮົາໄດ້ໂອ້ລົມຄວາມຈິງຢ່າງພາກພຽນ ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ກໍບໍ່ຮັບເອົາ, ພວກເຂົາດື້ດ້ານຍຶດໝັ້ນໃນແນວຄິດທີ່ຜິດພາດຂອງຕົນ ແລະ ພວກເຂົາບໍ່ຫວັ່ນໄຫວ. ທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງຕົນກໍເປັນແບບພໍແລ້ວມືແລ້ວຕີນຢູ່ສະເໝີ ແລະ ພວກເຂົາບໍ່ມີເຈດຕະນາທີ່ຈະກັບໃຈແມ່ນແຕ່ໜ້ອຍດຽວ. ເຮົາເຫັນວ່າຄົນເຫຼົ່ານີ້ບໍ່ມີຄວາມສຳນຶກ, ບໍ່ມີເຫດຜົນ, ບໍ່ແມ່ນມະນຸດເລີຍ! ຈາກນັ້ນ ເຮົາກໍໄຕ່ຕອງວ່າ: ຍັງຈຳເປັນຢູ່ບໍທີ່ຈະໂອ້ລົມຄວາມຈິງເຫຼົ່ານີ້ຊໍ້າແລ້ວຊໍ້າອີກກັບຄົນປະເພດນີ້? ເຮົາຈຳເປັນຕ້ອງເຮັດໃຫ້ການໂອ້ລົມລະອຽດເຈາະຈົງບໍ? ເຮົາຈຳເປັນຕ້ອງທົນທຸກລຳບາກນີ້ບໍ? ຄຳເວົ້າເຫຼົ່ານີ້ຊໍ້າຊ້ອນບໍ? ຫຼັງຈາກທີ່ຄິດໄຕ່ຕອງແລ້ວ, ເຮົາກໍຕັດສິນໃຈວ່າເຮົາຍັງຕ້ອງເວົ້າ ເພາະເຖິງແມ່ນວ່າຄຳເວົ້າເຫຼົ່ານີ້ຈະບໍ່ມີຜົນຕໍ່ຄົນທີ່ປາສະຈາກຄວາມສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ, ພວກມັນກໍເປັນປະໂຫຍດສຳລັບຄົນທີ່ສາມາດຮັບເອົາຄວາມຈິງ ແລະ ເຮັດໜ້າທີ່ຂອງຕົນຢ່າງຈິງໃຈໄດ້ ເຖິງແມ່ນວ່າຈະມີຄວາມສາມາດຕໍ່າກວ່າໜ້ອຍໜຶ່ງ. ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ ແຕ່ຄົນທີ່ສະແຫວງຫາຄວາມຈິງຈະໄດ້ຮຽນຮູ້ບົດຮຽນ, ໄດ້ຮັບການດົນໃຈ ແລະ ຊອກຫາເສັ້ນທາງທີ່ຈະປະຕິບັດຈາກພຣະທໍາ ແລະ ເລື່ອງເຫຼົ່ານີ້. ທາງເຂົ້າຊີວິດບໍ່ແມ່ນເລື່ອງງ່າຍ; ຖ້າບໍ່ມີຄົນສະໜັບສະໜູນ ແລະ ສະໜອງ, ຖ້າບໍ່ໄດ້ແຍກຍ່ອຍ ແລະ ຊີ້ແຈງທຸກດ້ານຂອງຄວາມຈິງ, ຜູ້ຄົນກໍຈະອ່ອນແອຫຼາຍ, ມັກຈະຕົກຢູ່ໃນສະພາວະທີ່ບໍ່ມີຫວັງ ແລະ ສັບສົນ, ສະພາວະທີ່ຄິດລົບ ແລະ ບໍ່ກະຕືລືລົ້ນ. ສະນັ້ນ, ຫຼາຍຄັ້ງ, ເມື່ອເຮົາເຫັນຜູ້ນໍາປອມເຫຼົ່ານີ້, ເຮົາກໍໝົດກຳລັງໃຈທີ່ຈະໂອ້ລົມກັບພວກເຂົາ. ແນວໃດກໍຕາມ, ເມື່ອເຮົາຄິດເຖິງຄວາມທຸກລຳບາກທີ່ທົນທຸກ ແລະ ລາຄາທີ່ຈ່າຍໂດຍຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ຄົນທີ່ເຮັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ, ເຮົາກໍປ່ຽນໃຈ. ມັນບໍ່ແມ່ນຍ້ອນເຫດຜົນອື່ນໃດເລີຍນອກຈາກນີ້: ເຖິງແມ່ນວ່າຈະມີຄົນ 30 ຫາ 50 ຄົນ ຫຼື ຢ່າງໜ້ອຍທີ່ສຸດ 8 ຫຼື 10 ຄົນທີ່ສາມາດສະຫຼະຕົນເອງຢ່າງຈິງໃຈ ແລະ ຈົງຮັກພັກດີໃນການເຮັດໜ້າທີ່ຂອງຕົນ ແລະ ເຕັມໃຈທີ່ຈະຮັບຟັງ ແລະ ຍອມອ່ອນນ້ອມ, ການກ່າວພຣະທໍາເຫຼົ່ານີ້ກໍຄຸ້ມຄ່າແລ້ວ. ເຮົາຈະບໍ່ມີແຮງຈູງໃຈໃນຕົວເຮົາທີ່ຈະເວົ້າ ແລະ ໂອ້ລົມກັບຄົນທີ່ບໍ່ມີຄວາມສຳນຶກ ແລະ ເຫດຜົນ; ການສົນທະນາກັບຄົນເຫຼົ່ານີ້ເຮັດໃຫ້ຮູ້ສຶກເມື່ອຍ ແລະ ໄຮ້ປະໂຫຍດ. ພວກເຈົ້າສ່ວນໃຫຍ່ບໍ່ໄດ້ສະແຫວງຫາຄວາມຈິງ ແລະ ບໍ່ໄດ້ຈ່າຍລາຄາໃນໜ້າທີ່ຂອງພວກເຈົ້າ, ພວກເຈົ້າບໍ່ມີພາລະ ຫຼື ຄວາມຈົງຮັກພັກດີ, ພວກເຈົ້າພຽງແຕ່ເຮັດແບບພໍເປັນພິທີໃນການກະທຳຂອງພວກເຈົ້າ ແລະ ເຮັດສິ່ງຕ່າງໆຢ່າງບໍ່ເຕັມໃຈດ້ວຍຄວາມຫວັງທີ່ຈະໄດ້ຮັບພອນ. ການຟັງພຣະທໍາເຫຼົ່ານີ້ທີ່ຈິງແລ້ວແມ່ນສິ່ງທີ່ພວກເຈົ້າບໍ່ສົມຄວນໄດ້ຮັບ. ພວກເຈົ້າໄດ້ຮັບຜົນປະໂຫຍດໄປນຳຄົນທີ່ເຮັດໜ້າທີ່ຂອງຕົນຢ່າງຈິງໃຈ, ຄົນທີ່ຈ່າຍລາຄາຢ່າງແທ້ຈິງ, ຄົນທີ່ມີຄວາມຈົງຮັກພັກດີ ແລະ ພາລະ ແລະ ຄົນທີ່ເຕັມໃຈທີ່ຈະປະຕິບັດຄວາມຈິງ. ພະຣທໍາເຫຼົ່ານີ້ມີຈຸດປະສົງເພື່ອຄົນເຫຼົ່ານັ້ນ ແລະ ພວກເຈົ້າກຳລັງໄດ້ຮັບສິ່ງທີ່ບໍ່ສົມຄວນໄດ້ຮັບໂດຍການໄດ້ຍິນພຣະທໍາເຫຼົ່ານັ້ນ. ຖ້າເບິ່ງຈາກມຸມມອງນີ້, ຄື ພວກເຈົ້າສ່ວນໃຫຍ່ມີທັດສະນະຄະຕິທີ່ເຮັດແບບພໍເປັນພິທີໂດຍບໍ່ມີຄວາມຈິງຈັງໃດໆໃນໜ້າທີ່ຂອງພວກເຈົ້າ, ພວກເຈົ້າກໍບໍ່ສົມຄວນທີ່ຈະໄດ້ຍິນພຣະທໍາເຫຼົ່ານີ້. ເປັນຫຍັງພວກເຈົ້າຈຶ່ງບໍ່ສົມຄວນ? ເພາະເຖິງວ່າພວກເຈົ້າຈະຟັງ, ມັນກໍໄຮ້ປະໂຫຍດ; ບໍ່ວ່າຈະເວົ້າຫຼາຍສໍ່າໃດ ຫຼື ລະອຽດສໍ່າໃດ, ພວກເຈົ້າກໍພຽງແຕ່ເຮັດແບບພໍເປັນພິທີໃນການຟັງ, ບໍ່ໄດ້ປະຕິບັດພຣະທໍາເຫຼົ່ານີ້ບໍ່ວ່າພວກເຈົ້າຈະເຂົ້າໃຈຫຼາຍສໍ່າໃດຫຼັງຈາກທີ່ໄດ້ຟັງ. ຄວນກ່າວພຣະທໍາເຫຼົ່ານີ້ໃຫ້ໃຜຟັງ? ໃຜສົມຄວນທີ່ຈະໄດ້ຍິນພຣະທໍາເຫຼົ່ານີ້? ມີພຽງຄົນທີ່ເຕັມໃຈທີ່ຈະຈ່າຍລາຄາ, ຜູ້ທີ່ສາມາດສະຫຼະຕົນເອງຢ່າງຈິງໃຈ ແລະ ທີ່ຈົງຮັກພັກດີຕໍ່ໜ້າທີ່ ແລະ ການຝາກຝັງຂອງຕົນເທົ່ານັ້ນທີ່ສົມຄວນທີ່ຈະຮັບຟັງ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາສົມຄວນທີ່ຈະຮັບຟັງ? ເພາະວ່າເມື່ອພວກເຂົາເຂົ້າໃຈຄວາມຈິງໜ້ອຍໜຶ່ງຫຼັງຈາກທີ່ໄດ້ຟັງ, ພວກເຂົາກໍສາມາດນຳມັນໄປປະຕິບັດໄດ້ ແລະ ພວກເຂົາກໍປະຕິບັດສິ່ງທີ່ພວກເຂົາເຂົ້າໃຈ; ພວກເຂົາບໍ່ໃຊ້ເລ່ຫຼ່ຽມ ແລະ ບໍ່ອິດອ່ອຍ; ແລະ ພວກເຂົາປະຕິບັດຕໍ່ຄວາມຈິງ ແລະ ຂໍ້ກຳນົດຂອງພຣະເຈົ້າດ້ວຍທັດສະນະຄະຕິທີ່ຈິງໃຈ ແລະ ປາຖະໜາ, ສາມາດຮັກ ແລະ ຮັບເອົາຄວາມຈິງໄດ້. ດັ່ງນັ້ນ, ຫຼັງຈາກທີ່ພວກເຂົາຟັງ, ພຣະທໍາເຫຼົ່ານີ້ກໍມີຜົນຕໍ່ພວກເຂົາ ແລະ ບັນລຸຜົນ.

13 ກຸມພາ 2021

ກ່ອນນີ້:  ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2)

ຕໍ່ໄປ:  ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger