ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3)
ລາຍການທີສາມ: ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ຂອງຕົນໃຫ້ດີ (ພາກສອງ)
ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມເພີ່ມເຕີມກ່ຽວກັບຄວາມຮັບຜິດຊອບຂໍ້ທີສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເວົ້າເຖິງຄວາມຫຍຸ້ງຍາກຂອງການເຂົ້າສູ່ຊີວິດວ່າມີຫຍັງແດ່ ແລະ ເປີດໂປງການປະຕິບັດ ແລະ ການສະແດງອອກບາງຢ່າງຂອງຜູ້ນໍາປອມ. ຈາກນັ້ນ, ພວກເຮົາໄດ້ປຶກສາຫາລືຫຼາຍເລື່ອງທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂໍ້ທີສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນັ້ນກໍຄື ການໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ຂອງຕົນໃຫ້ດີ ແລະ ໄດ້ເປີດໂປງ ແລະ ໄຈ້ແຍກວ່າ “ຄວາມປອມແປງ” ຂອງຜູ້ນໍາປອມສະແດງອອກຢູ່ໃສ ຜ່ານທັດສະນະຄະຕິ, ການປະຕິບັດ ແລະ ການສະແດງອອກຂອງຜູ້ນໍາປອມຕໍ່ເລື່ອງເຫຼົ່ານີ້, ເວົ້າອີກຢ່າງໜຶ່ງກໍຄື ການສະແດງອອກທີ່ວ່າຜູ້ນໍາປອມລົ້ມເຫຼວໃນການປະຕິບັດຄວາມຮັບຜິດຊອບຂອງຕົນໃນຖານະຜູ້ນໍາ. ກະລຸນາລະບຸເລື່ອງເຫຼົ່ານີ້. (ເລື່ອງໜຶ່ງແມ່ນກ່ຽວກັບການພິມໜັງສືພຣະທຳຂອງພຣະເຈົ້າ. ຜູ້ນໍາປອມຄົນນັ້ນບໍ່ໄດ້ເຮັດວຽກງານທີ່ເປັນຮູບປະທຳ, ພວກເຂົາເວົ້າໄດ້ພຽງແຕ່ຫຼັກຄຳສອນແບບໄຮ້ແກ່ນສານ. ພວກເຂົາຍັງບໍ່ໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງໂດຍສະເພາະ ຫຼື ເຮັດວຽກງານຕົວຈິງແມ່ນແຕ່ໜ້ອຍດຽວ). ໃນເລື່ອງນີ້, ຜູ້ນໍາປອມຄົນນັ້ນບໍ່ໄດ້ເຮັດວຽກງານຕົວຈິງ, ພວກເຂົາລົ້ມເຫຼວໃນການເຮັດໜ້າທີ່ຮັບຜິດຊອບຂອງຕົນໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຂົາບໍ່ໄດ້ໂອ້ລົມຢ່າງຊັດເຈນກ່ຽວກັບຂໍ້ກຳນົດທາງວິຊາຊີບ, ຫຼັກການສະເພາະ ແລະ ຂໍ້ຄວນລະວັງທີ່ກ່ຽວຂ້ອງກັບວຽກງານ. ພວກເຂົາພຽງແຕ່ຮ້ອງຄຳຂວັນບາງຄຳ ແລະ ເວົ້າຄຳເວົ້າທີ່ໄຮ້ແກ່ນສານ, ແລ້ວກໍຄິດວ່າຕົນເອງເຮັດວຽກໄດ້ດີແລ້ວ. ມີຫຍັງອີກທີ່ພວກເຮົາໄດ້ປຶກສາຫາລືກັນ? (ຍັງມີເຫດການຊື້ເສື້ອກັນໜາວໃຫ້ພຣະເຈົ້າ). ເຫດການນີ້ໄດ້ເປີດໂປງບັນຫາຫຍັງກ່ຽວກັບຜູ້ນໍາປອມ? (ມັນໄດ້ເປີດໂປງວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພວກເຂົາຂາດຄວາມເປັນມະນຸດ ແລະ ເຫດຜົນຢ່າງສິ້ນເຊີງ). ເມື່ອມີຄົນຊື້ເສື້ອຜ້າໃຫ້ເຮົາ, ຜູ້ນໍາເຫຼົ່ານັ້ນກໍຊ່ວຍເບິ່ງແຍງໃຫ້, ນີ້ແມ່ນສ່ວນໜຶ່ງຂອງວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? (ບໍ່, ບໍ່ແມ່ນ). ພວກເຂົາເຮັດວຽກທີ່ພວກເຂົາບໍ່ຄວນເຮັດ, ມີບັນຫາຫຍັງກັບເລື່ອງນີ້? (ພວກເຂົາບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ). ນີ້ຄືການສະແດງອອກຢ່າງໜຶ່ງຂອງຜູ້ນໍາປອມ. ກ່ອນອື່ນ, ມັນໄດ້ເປີດໂປງວ່າຜູ້ນໍາປອມບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ແລະ ສອງ, ມັນໄດ້ເປີດໂປງວ່າພວກເຂົາຂາດເຫດຜົນ ແລະ ເຮັດແຕ່ສິ່ງທີ່ໜ້າລັງກຽດ ເຊິ່ງຂາດທັງເຫດຜົນ ແລະ ຄວາມເປັນມະນຸດ. ພວກເຈົ້າຈື່ໄດ້ພຽງແຕ່ຕົວຢ່າງ, ແຕ່ພວກເຈົ້າບໍ່ໄດ້ເບິ່ງທະລຸເຖິງບັນຫາທີ່ຕົວຢ່າງເຫຼົ່ານີ້ຕັ້ງໃຈຈະສະແດງໃຫ້ເຫັນ ຫຼື ແກ່ນແທ້ຂອງບັນຫາເຫຼົ່ານີ້ທີ່ຕັ້ງໃຈຈະໄຈ້ແຍກ. ມີຕົວຢ່າງອື່ນໃດອີກທີ່ເຮົາໄດ້ຍົກຂຶ້ນມາກ່ຽວກັບການທີ່ຜູ້ນໍາປອມບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ? (ມີຄົນເຮັດເຂົ້າໜົມທີ່ເຮັດເຂົ້າໜົມໃຫ້ພຣະເຈົ້າຢູ່ເລື້ອຍໆ. ພຣະເຈົ້າບອກລາວວ່າຢ່າເຮັດ, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກກໍຍັງອະນຸຍາດໃຫ້ລາວເຮັດຕໍ່ໄປ ແລະ ເຖິງຂັ້ນໄດ້ຊີມເຂົ້າໜົມນັ້ນດ້ວຍຕົນເອງ). ຕົວຢ່າງນີ້ໄດ້ເປີດໂປງບັນຫາຫຍັງຂອງຜູ້ນໍາປອມ? (ການທີ່ພວກເຂົາບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ຫຼື ເຮັດວຽກງານທີ່ພວກເຂົາຄວນເຮັດ ແລະ ຢືນຢັນທີ່ຈະເຮັດວຽກງານທີ່ພວກເຂົາບໍ່ຄວນເຮັດ). ໂດຍຫຼັກໆແລ້ວ, ມັນໄດ້ເປີດໂປງວ່າຜູ້ນໍາປອມບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ແລະ ລົ້ມເຫຼວໃນການກຳຈຸດໃຈກາງ ແລະ ຈຸດສຸມຂອງວຽກງານຂອງພວກເຂົາ. ນອກຈາກນີ້, ຜູ້ນໍາປອມຍັງມີບັນຫາທີ່ຮ້າຍແຮງ. ມັນແມ່ນຫຍັງ? (ພວກເຂົາບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ ຫຼື ຈັດຕັ້ງປະຕິບັດວຽກງານຕາມຂໍ້ກຳນົດຂອງພຣະເຈົ້າ). ມີໃຜຢາກເພີ່ມເຕີມຫຍັງອີກບໍ? (ພວກເຂົາທຳທ່າວ່າເປັນຝ່າຍວິນຍານ ແລະ ຄຳນຶງເຖິງພາລະຂອງພຣະເຈົ້າ, ແຕ່ທີ່ຈິງແລ້ວ, ພວກເຂົາພຽງແຕ່ກະທຳການຊະຊາຍເຮັດສິ່ງທີ່ບໍ່ດີ). ນັ້ນກໍເປັນອີກບັນຫາໜຶ່ງຂອງພວກເຂົາ. ມີໃຜອີກບໍ? (ກ່ອນທີ່ພວກເຂົາຈະກະທຳ, ພວກເຂົາບໍ່ໄດ້ພະຍາຍາມເຂົ້າໃຈຂໍ້ກຳນົດຂອງພຣະເຈົ້າ; ແທນທີ່ຈະເປັນແນວນັ້ນ, ພວກເຂົາໃຊ້ຈິນຕະນາການຂອງຕົນເອງມາແທນທີ່ຄວາມປາຖະໜາຂອງພຣະເຈົ້າ). ສິ່ງນີ້ຕົກຢູ່ໃນໝວດໝູ່ຂອງການຂາດເຫດຜົນ. ມີໃຜອີກບໍ? (ວິທີທີ່ຜູ້ນໍາປອມປະຕິບັດຕໍ່ເລື່ອງທີ່ມີຄົນຊື້ເສື້ອຜ້າໃຫ້ພຣະເຈົ້າໄດ້ເປີດເຜີຍການຂາດຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ). ພວກເຂົາຂາດຄວາມເປັນມະນຸດທີ່ປົກກະຕິດດ້ານໃດ? ພວກເຂົາບໍ່ເຂົ້າໃຈກົດລະບຽບໃນການປະພຶດຕົນ ແລະ ພວກເຂົາບໍ່ມີມາລະຍາດ. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ). ທີ່ຈິງແລ້ວ, ສິ່ງທີ່ພວກເຈົ້າໄດ້ກ່າວມານັ້ນເປັນເລື່ອງຮອງ; ແມ່ນຫຍັງຄືບັນຫາຫຼັກ? ເມື່ອຄົນເຫຼົ່ານີ້ກາຍເປັນຜູ້ນໍາ, ພວກເຂົາຢາກເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ການປະຕິບັດແບບພິເສດຂອງພວກເຂົາ ແລະ ຢາກໄດ້ຄວາມສະບາຍ. ຕົວຢ່າງ: ພວກເຂົາຢາກກິນເຂົ້າໜົມສອງສາມກ້ອນ ແລະ ເມື່ອພວກເຂົາເຫັນວ່າມີຄົນແຕ່ງກິນເກັ່ງ, ພວກເຂົາກໍຄິດຢາກລອງຊີມອາຫານຂອງຄົນນັ້ນເພື່ອຕອບສະໜອງຄວາມຢາກຂອງພວກເຂົາ. ມັນເປັນຕາໜ້າລັງກຽດຢູ່ແລ້ວທີ່ພວກເຂົາບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ຫຼື ເຮັດວຽກງານຕົວຈິງ, ແຕ່ຍິ່ງໄປກວ່ານັ້ນ, ພວກເຂົາຍັງຢາກໄດ້ຄວາມສະບາຍ ແລະ ຄວາມສຸກຈາກການກິນຢ່າງລະໂມບ. ພວກເຂົາໃຊ້ຂໍ້ອ້າງໃນການຊີມ ແລະ ກວດສອບໃຫ້ພຣະເຈົ້າ ເພື່ອຕອບສະໜອງຄວາມຢາກອາຫານຢ່າງລະໂມບຂອງພວກເຂົາ, ໂດຍເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກຂອງຜູ້ນໍາປອມ. ໃນຂະນະທີ່ການສະແດງອອກເຫຼົ່ານີ້ບໍ່ສາມາດເອີ້ນໄດ້ວ່າໂຫດຮ້າຍ ຫຼື ຊົ່ວຮ້າຍ ເມື່ອປຽບທຽບກັບອຸປະນິໄສ-ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິດ, ຄວາມເປັນມະນຸດຂອງຜູ້ນໍາປອມກໍພຽງພໍທີ່ຈະເຮັດໃຫ້ຄົນລັງກຽດ. ໃນແງ່ຂອງຄຸນລັກສະນະຂອງພວກເຂົາ, ພວກເຂົາຂາດທັງຈິດສຳນຶກ ແລະ ເຫດຜົນ; ຄວາມເປັນມະນຸດຂອງພວກເຂົາຂ້ອນຂ້າງຕໍ່າຊ້າ ແລະ ສົກກະປົກ ແລະ ມີຄວາມຊື່ສັດທີ່ຕໍ່າ. ຈາກຕົວຢ່າງເຫຼົ່ານີ້, ສາມາດສັງເກດເຫັນໄດ້ວ່າຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້. ນີ້ຄືຄວາມຈິງ.
ຜູ້ນໍາປອມບໍ່ສາມາດໂອ້ລົມກ່ຽວກັບຫຼັກການໃນການປະຕິບັດວຽກງານໄດ້
ມື້ນີ້, ພວກເຮົາຈະສືບຕໍ່ເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມ ໂດຍອີງໃສ່ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ໂດຍພື້ນຖານແລ້ວ ຜູ້ນໍາປອມບໍ່ສາມາດເຮັດວຽກງານຄຣິດຕະຈັກທີ່ຈຳເປັນ ແລະ ສຳຄັນໄດ້. ພວກເຂົາພຽງແຕ່ຈັດການກັບວຽກງານທົ່ວໄປທີ່ງ່າຍດາຍບາງຢ່າງ; ວຽກງານຂອງພວກເຂົາບໍ່ໄດ້ມີບົດບາດສຳຄັນ ຫຼື ຕັດສິນໃນວຽກງານຂອງຄຣິດຕະຈັກໂດຍລວມ ແລະ ມັນບໍ່ໄດ້ສ້າງຜົນທີ່ແທ້ຈິງ. ການໂອ້ລົມຂອງພວກເຂົາໂດຍພື້ນຖານແລ້ວແມ່ນກວມເອົາພຽງແຕ່ຫົວຂໍ້ທີ່ຊໍ້າຊາກ ແລະ ທຳມະດາສອງສາມຢ່າງ, ມັນລ້ວນແລ້ວແຕ່ເປັນຄຳເວົ້າ ແລະ ຫຼັກຄຳສອນທີ່ເວົ້າຊໍ້າແລ້ວຊໍ້າອີກ ແລະ ມັນກໍໄຮ້ແກ່ນສານ, ກວ້າງຂວາງ ແລະ ຂາດລາຍລະອຽດຢ່າງບໍ່ໜ້າເຊື່ອ. ການໂອ້ລົມຂອງພວກເຂົາມີພຽງແຕ່ສິ່ງທີ່ຜູ້ຄົນສາມາດເຂົ້າໃຈໄດ້ຈາກການອ່ານບາງຢ່າງຕາມຕົວອັກສອນ. ຜູ້ນໍາປອມເຫຼົ່ານີ້ບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງທີ່ຜູ້ທີ່ຖືກເລືອກຂອງພຣະເຈົ້າມີໃນການເຂົ້າສູ່ຊີວິດຂອງພວກເຂົາໄດ້ເລີຍ; ໂດຍສະເພາະຢ່າງຍິ່ງ, ພວກເຂົາຍິ່ງບໍ່ສາມາດແກ້ໄຂແນວຄິດ, ຈິນຕະນາການ ແລະ ການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນໄດ້. ສິ່ງທີ່ສຳຄັນແມ່ນຜູ້ນໍາປອມບໍ່ສາມາດແບກຮັບວຽກງານທີ່ສຳຄັນທີ່ເຮືອນຂອງພຣະເຈົ້າຈັດແຈງໄດ້, ເຊັ່ນ: ວຽກງານຂ່າວປະເສີດ, ວຽກງານການຜະລິດຮູບເງົາ ຫຼື ວຽກງານຂໍ້ຄວາມ. ໂດຍສະເພາະ, ເມື່ອເວົ້າເຖິງວຽກງານທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບ, ໃນຂະນະທີ່ຜູ້ນໍາປອມອາດຈະຮູ້ຢ່າງຊັດເຈນວ່າພວກເຂົາເປັນຄົນນອກວົງການໃນຂົງເຂດເຫຼົ່ານີ້, ພວກເຂົາກໍບໍ່ໄດ້ສຶກສາພວກມັນ, ທັງບໍ່ໄດ້ຄົ້ນຄວ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດໃຫ້ການຊີ້ນໍາທີ່ສະເພາະເຈາະຈົງແກ່ຄົນອື່ນ ຫຼື ແກ້ໄຂບັນຫາໃດໆທີ່ກ່ຽວຂ້ອງກັບພວກມັນໄດ້. ແຕ່ພວກເຂົາກໍຍັງຈັດການເຕົ້າໂຮມຢ່າງໜ້າດ້ານໄຮ້ຢາງອາຍ, ເວົ້າບໍ່ຢຸດກ່ຽວກັບທິດສະດີທີ່ໄຮ້ແກ່ນສານ ແລະ ເວົ້າຄຳເວົ້າ ແລະ ຫຼັກຄຳສອນ. ຜູ້ນໍາປອມຮູ້ດີວ່າພວກເຂົາບໍ່ສາມາດເຮັດວຽກງານປະເພດນີ້ໄດ້, ແຕ່ພວກເຂົາກໍທຳທ່າວ່າເປັນຜູ້ຊ່ຽວຊານ, ທະນົງຕົວ ແລະ ມັກໃຊ້ຫຼັກຄຳສອນທີ່ຍິ່ງໃຫຍ່ເພື່ອຕຳໜິຄົນອື່ນ. ພວກເຂົາບໍ່ສາມາດຕອບຄຳຖາມຂອງໃຜໄດ້, ແຕ່ພວກເຂົາກໍຫາຂໍ້ອ້າງ ແລະ ເຫດຜົນເພື່ອຕຳໜິຄົນອື່ນ, ໂດຍຖາມວ່າເປັນຫຍັງພວກເຂົາຈຶ່ງບໍ່ຮຽນຮູ້ວິຊາຊີບ, ເປັນຫຍັງພວກເຂົາຈຶ່ງບໍ່ສະແຫວງຫາຄວາມຈິງ ແລະ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດແກ້ໄຂບັນຫາຂອງຕົນເອງໄດ້. ຜູ້ນໍາປອມເຫຼົ່ານີ້, ຜູ້ທີ່ເປັນຄົນນອກວົງການໃນຂົງເຂດເຫຼົ່ານີ້ ແລະ ບໍ່ສາມາດແກ້ໄຂບັນຫາໃດໆໄດ້, ກໍຍັງສັ່ງສອນຄົນອື່ນຈາກທີ່ສູງ. ເມື່ອເບິ່ງຈາກພາຍນອກ, ພວກເຂົາເບິ່ງຄືວ່າຫຍຸ້ງຫຼາຍຕໍ່ສາຍຕາຄົນອື່ນ, ຄືກັບວ່າພວກເຂົາສາມາດເຮັດວຽກໄດ້ຫຼາຍ ແລະ ມີຄວາມສາມາດຫຼາຍ, ແຕ່ທີ່ຈິງແລ້ວ, ພວກເຂົາບໍ່ມີຫຍັງເລີຍ. ຜູ້ນໍາປອມເຫັນໄດ້ຊັດວ່າບໍ່ສາມາດເຮັດວຽກງານຕົວຈິງໄດ້, ແຕ່ພວກເຂົາກໍເຮັດໃຫ້ຕົນເອງຫຍຸ້ງຢ່າງກະຕືລືລົ້ນ ແລະ ມັກຈະເວົ້າຄຳເວົ້າທີ່ຊໍ້າຊາກແບບເກົ່າໆໃນການເຕົ້າໂຮມ, ເວົ້າຊໍ້າແລ້ວຊໍ້າອີກ, ໂດຍບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ແມ່ນແຕ່ບັນຫາດຽວ. ຜູ້ຄົນເບື່ອໜ່າຍກັບສິ່ງນີ້ຫຼາຍ ແລະ ບໍ່ສາມາດໄດ້ຮັບການສັ່ງສອນໃດໆຈາກມັນເລີຍ. ວຽກງານປະເພດນີ້ຂາດປະສິດທິພາບຢ່າງຮ້າຍແຮງ ແລະ ມັນບໍ່ໄດ້ຮັບຜົນຫຍັງເລີຍ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ ແລະ ວຽກງານຂອງຄຣິດຕະຈັກຈຶ່ງຖືກຊັກຊ້າດ້ວຍເຫດນັ້ນ. ແຕ່ຜູ້ນໍາປອມກໍຍັງຮູ້ສຶກວ່າພວກເຂົາກຳລັງເຮັດວຽກງານທີ່ຍິ່ງໃຫຍ່ ແລະ ພວກເຂົາມີຄວາມສາມາດຫຼາຍ, ທັງໆທີ່ຄວາມຈິງແລ້ວພວກເຂົາບໍ່ໄດ້ເຮັດວຽກງານດ້ານໃດຂອງຄຣິດຕະຈັກໄດ້ດີເລີຍ. ພວກເຂົາບໍ່ຮູ້ວ່າຜູ້ນໍາ ແລະ ຜູ້ເຮັດວຽກທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາໄດ້ມາດຕະຖານ ຫຼື ບໍ່, ທັງບໍ່ຮູ້ວ່າຜູ້ນໍາ ແລະ ຜູ້ຄຸມງານຂອງທີມຕ່າງໆສາມາດແບກຮັບວຽກງານຂອງພວກເຂົາໄດ້ ຫຼື ບໍ່ ແລະ ພວກເຂົາບໍ່ສົນໃຈ ຫຼື ຖາມວ່າບັນຫາໄດ້ເກີດຂຶ້ນໃນການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງ ຫຼື ບໍ່. ສະຫຼຸບກໍຄື, ຜູ້ນໍາປອມບໍ່ສາມາດແກ້ໄຂບັນຫາໃດໆໃນວຽກງານຂອງພວກເຂົາໄດ້, ແຕ່ພວກເຂົາກໍຍັງຄົງຫຍຸ້ງຢ່າງກະຕືລືລົ້ນ. ຈາກທັດສະນະຂອງຄົນອື່ນ, ຜູ້ນໍາປອມສາມາດທົນທຸກລຳບາກ, ເຕັມໃຈທີ່ຈະຈ່າຍລາຄາ ແລະ ພວກເຂົາໃຊ້ເວລາທຸກມື້ຢ່າງຮີບຮ້ອນ. ເມື່ອເຖິງເວລາກິນເຂົ້າ, ພວກເຂົາຕ້ອງຖືກເອີ້ນມາໂຕະ ແລະ ພວກເຂົາກໍເຂົ້ານອນເດິກຫຼາຍ. ແຕ່ຜົນຂອງວຽກງານຂອງພວກເຂົາກໍບໍ່ດີເລີຍ. ຖ້າເຈົ້າບໍ່ໄດ້ສັງເກດຢ່າງລະອຽດ, ເມື່ອເບິ່ງຈາກພາຍນອກກໍຈະເບິ່ງຄືວ່າວຽກງານທຸກຢ່າງກຳລັງດຳເນີນໄປ ແລະ ທຸກຄົນກຳລັງຫຍຸ້ງກັບການປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ຖ້າເຈົ້າສັງເກດຢ່າງໃກ້ຊິດ ແລະ ລະອຽດ ແລະ ກວດກາວຽກງານຢ່າງຈິງຈັງ, ສະຖານະການທີ່ແທ້ຈິງກໍຈະຖືກເປີດເຜີຍ. ວຽກງານທຸກຢ່າງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາແມ່ນຢູ່ໃນສະພາບທີ່ເລະເທະ, ບໍ່ມີລະບຽບແບບແຜນ ຫຼື ລະບຽບໃດໆເລີຍ. ມີບັນຫາ ຫຼື ແມ່ນແຕ່ຊ່ອງຫວ່າງໃນວຽກງານແຕ່ລະຢ່າງ. ການເກີດຂຶ້ນຂອງບັນຫາເຫຼົ່ານີ້ກ່ຽວຂ້ອງກັບການທີ່ຜູ້ນໍາປອມບໍ່ເຂົ້າໃຈຫຼັກການຄວາມຈິງ ແລະ ການກະທຳໂດຍອີງໃສ່ແນວຄິດ, ຈິນຕະນາການ ແລະ ຄວາມກະຕືລືລົ້ນຂອງພວກເຂົາ. ຜູ້ນໍາປອມບໍ່ເຄີຍໂອ້ລົມກ່ຽວກັບຫຼັກການຄວາມຈິງ, ທັງບໍ່ເຄີຍສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານຢ່າງຊັດເຈນ ແລະ ບໍ່ສາມາດເຮັດວຽກງານການນໍາພາໄດ້ ແລະ ພວກເຂົາສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ບໍ່ເຂົ້າໃຈຄວາມຈິງເລີຍ, ແຕ່ພວກເຂົາກໍທຳທ່າວ່າຮູ້ໃນສິ່ງທີ່ຕົນບໍ່ຮູ້ ແລະ ພະຍາຍາມທຳທ່າວ່າເປັນຜູ້ຊ່ຽວຊານ. ວຽກງານທີ່ພວກເຂົາເຮັດເປັນພຽງການເຮັດແບບພໍເປັນພິທີ. ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍນຳໃຊ້ກົດລະບຽບໃສ່ມັນຢ່າງຫຼັບຫູຫຼັບຕາ. ພວກເຂົາພຽງແຕ່ຫຍຸ້ງວຸ້ນວາຍຢ່າງຫຼັບຫູຫຼັບຕາ ແລະ ບໍ່ໄດ້ສ້າງຜົນງານທີ່ແທ້ຈິງໃດໆ. ເພາະວ່າຜູ້ນໍາປອມເຫຼົ່ານີ້ບໍ່ເຂົ້າໃຈຫຼັກການຄວາມຈິງ ແລະ ເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ແນະນໍາໃຫ້ຄົນອື່ນປະຕິບັດຕາມກົດລະບຽບ, ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງຂອງຄຣິດຕະຈັກຈຶ່ງຊັກຊ້າ ແລະ ບໍ່ມີຜົນສຳເລັດທີ່ຊັດເຈນ. ຜົນສະທ້ອນທີ່ເຫັນໄດ້ຊັດເຈນທີ່ສຸດຂອງການທີ່ຜູ້ນໍາປອມໄດ້ເຮັດວຽກມາໄລຍະໜຶ່ງກໍຄື ຄົນສ່ວນໃຫຍ່ບໍ່ສາມາດເຂົ້າໃຈຄວາມຈິງ, ພວກເຂົາບໍ່ຮູ້ວິທີແຍກແຍະເມື່ອໃດກໍຕາມທີ່ມີຄົນເປີດເຜີຍຄວາມເສື່ອມຊາມ ຫຼື ເກີດມີແນວຄິດ ແລະ ພວກເຂົາກໍບໍ່ເຂົ້າໃຈຫຼັກການຄວາມຈິງທີ່ຄວນຍຶດໝັ້ນໃນການເຮັດໜ້າທີ່ຂອງພວກເຂົາຢ່າງແນ່ນອນ. ຜູ້ທີ່ປະຕິບັດໜ້າທີ່ ແລະ ຜູ້ທີ່ບໍ່ປະຕິບັດໜ້າທີ່ລ້ວນແລ້ວແຕ່ຂີ້ຄ້ານ, ບໍ່ມີການຄວບຄຸມ ແລະ ບໍ່ມີວິໄນ ແລະ ບໍ່ມີຄວາມເປັນລະບຽບຄືກັບເມັດຊາຍທີ່ກະຈັດກະຈາຍ. ຄົນສ່ວນໃຫຍ່ອາດຈະສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນໄດ້ສອງສາມຢ່າງ, ແຕ່ໃນຂະນະທີ່ເຮັດໜ້າທີ່ຂອງພວກເຂົາ, ພວກເຂົາພຽງແຕ່ປະຕິບັດຕາມກົດລະບຽບ; ພວກເຂົາບໍ່ຮູ້ວິທີສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ເນື່ອງຈາກຜູ້ນໍາປອມເອງກໍບໍ່ຮູ້ວິທີສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ແລ້ວພວກເຂົາຈະສາມາດນໍາພາຄົນອື່ນໃຫ້ເຮັດເຊັ່ນນັ້ນໄດ້ແນວໃດ? ບໍ່ວ່າຈະເກີດຫຍັງຂຶ້ນກັບຄົນອື່ນ, ຜູ້ນໍາປອມກໍສາມາດຕັກເຕືອນພວກເຂົາໄດ້ພຽງແຕ່ໂດຍການເວົ້າວ່າ: “ພວກເຮົາຕ້ອງຄຳນຶງເຖິງເຈດຕະນາຂອງພຣະເຈົ້າເດີ້!” “ພວກເຮົາຕ້ອງຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຮົາ!” “ເມື່ອມີບາງຢ່າງເກີດຂຶ້ນກັບພວກເຮົາ, ພວກເຮົາຕ້ອງຮູ້ວິທີອະທິຖານ ແລະ ພວກເຮົາຕ້ອງສະແຫວງຫາຫຼັກການຄວາມຈິງ!” ຜູ້ນໍາປອມມັກຈະຮ້ອງຄຳຂວັນ ແລະ ຫຼັກຄຳສອນເຫຼົ່ານີ້ ແລະ ມັນກໍບໍ່ໄດ້ຮັບຜົນຫຍັງເລີຍ. ຫຼັງຈາກທີ່ຜູ້ຄົນໄດ້ຍິນພວກເຂົາ, ພວກເຂົາກໍຍັງບໍ່ເຂົ້າໃຈວ່າຫຼັກການຄວາມຈິງແມ່ນຫຍັງ ແລະ ພວກເຂົາກໍບໍ່ມີແນວທາງໃນການປະຕິບັດ. ໃນລັກສະນະຜິວເຜີນ, ຜູ້ຄົນອະທິຖານເມື່ອມີເຫດການເກີດຂຶ້ນກັບພວກເຂົາ ແລະ ພວກເຂົາປາຖະໜາທີ່ຈະຈົງຮັກພັກດີໃນການເຮັດໜ້າທີ່ຂອງພວກເຂົາ, ແຕ່ພວກເຂົາທຸກຄົນຂາດຄວາມເຂົ້າໃຈໃນບັນຫາຕ່າງໆ ເຊັ່ນ: ພວກເຂົາຄວນເຮັດແນວໃດເພື່ອທີ່ຈະຈົງຮັກພັກດີ, ພວກເຂົາຄວນອະທິຖານແນວໃດເພື່ອທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ພວກເຂົາຄວນສະແຫວງຫາແນວໃດເມື່ອພົບບັນຫາເພື່ອທີ່ຈະໄດ້ຮັບຄວາມເຂົ້າໃຈໃນຫຼັກການຄວາມຈິງ. ເມື່ອຜູ້ຄົນຖາມຜູ້ນໍາປອມ, ພວກເຂົາກໍເວົ້າວ່າ: “ເມື່ອມີບາງຢ່າງເກີດຂຶ້ນກັບເຈົ້າ, ຈົ່ງອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ອະທິຖານໃຫ້ຫຼາຍຂຶ້ນ ແລະ ໂອ້ລົມກ່ຽວກັບຄວາມຈິງໃຫ້ຫຼາຍຂຶ້ນ”. ຜູ້ຄົນຖາມພວກເຂົາວ່າ: “ວຽກງານນີ້ກ່ຽວຂ້ອງກັບຫຼັກການຫຍັງແດ່?” ແລະ ພວກເຂົາກໍເວົ້າວ່າ: “ພຣະທຳຂອງພຣະເຈົ້າບໍ່ໄດ້ກ່າວຫຍັງກ່ຽວກັບເລື່ອງວຽກງານວິຊາຊີບ ແລະ ຂ້ອຍກໍບໍ່ເຂົ້າໃຈວຽກງານດ້ານນັ້ນຄືກັນ. ຖ້າພວກເຈົ້າຢາກເຂົ້າໃຈກໍຈົ່ງຄົ້ນຄວ້າດ້ວຍຕົນເອງ, ຢ່າມາຖາມຂ້ອຍ. ຂ້ອຍນໍາພາພວກເຈົ້າໃນການເຂົ້າໃຈຄວາມຈິງ, ບໍ່ແມ່ນໃນເລື່ອງວຽກງານວິຊາຊີບ”. ຜູ້ນໍາປອມໃຊ້ຄຳເວົ້າປະເພດນີ້ເພື່ອຫຼີກລ່ຽງຄຳຖາມ. ຜົນກໍຄື, ເຖິງແມ່ນວ່າຄົນສ່ວນໃຫຍ່ມີມຸ່ງໝັ້ນອັນແຮງກ້າທີ່ຈະເຮັດໜ້າທີ່ຂອງພວກເຂົາ, ພວກເຂົາກໍບໍ່ຮູ້ວິທີກະທຳໂດຍອີງໃສ່ຫຼັກການຄວາມຈິງ, ທັງບໍ່ຮູ້ວິທີຍຶດໝັ້ນຫຼັກການໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອເບິ່ງຜົນຂອງວຽກງານແຕ່ລະຢ່າງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາປອມ, ຄົນສ່ວນໃຫຍ່ກຳລັງອີງໃສ່ຄວາມຮູ້, ການຮຽນຮູ້ ແລະ ພອນສະຫວັນຂອງຕົນເພື່ອເຮັດວຽກງານ ແລະ ພວກເຂົາກໍບໍ່ຮູ້ກ່ຽວກັບບັນຫາເຫຼົ່ານີ້ ເຊັ່ນ: ຂໍ້ກຳນົດສະເພາະຂອງພຣະເຈົ້າແມ່ນຫຍັງ, ຫຼັກການຂອງການເຮັດໜ້າທີ່ແມ່ນຫຍັງ ແລະ ຈະກະທຳແນວໃດເພື່ອບັນລຸຜົນຂອງການເປັນພະຍານເພື່ອພຣະເຈົ້າ ແລະ ຈະເຜີຍແຜ່ຂ່າວປະເສີດຢ່າງມີປະສິດທິພາບຫຼາຍຂຶ້ນແນວໃດ ເພື່ອໃຫ້ທຸກຄົນທີ່ປາຖະໜາການປາກົດຂອງພຣະເຈົ້າໄດ້ຍິນສຸລະສຽງຂອງພຣະອົງ, ສືບສວນທາງທີ່ແທ້ຈິງ ແລະ ກັບຄືນມາຫາພຣະເຈົ້າໂດຍໄວເທົ່າທີ່ຈະໄວໄດ້. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ເລື່ອງເຫຼົ່ານີ້? ສິ່ງນີ້ກ່ຽວຂ້ອງໂດຍກົງກັບການທີ່ຜູ້ນໍາປອມລົ້ມເຫຼວໃນການເຮັດວຽກງານຕົວຈິງ. ສາເຫດຫຼັກຂອງເລື່ອງນີ້ກໍຄື ຜູ້ນໍາປອມເອງກໍບໍ່ຮູ້ວ່າຫຼັກການຄວາມຈິງແມ່ນຫຍັງ ຫຼື ຫຼັກການໃດທີ່ຜູ້ຄົນຄວນເຂົ້າໃຈ ແລະ ປະຕິບັດຕາມ. ພວກເຂົາກະທຳໂດຍບໍ່ມີຫຼັກການ ແລະ ພວກເຂົາບໍ່ເຄີຍນໍາພາຜູ້ຄົນໃຫ້ຊອກຫາຫຼັກການແຫ່ງການປະຕິບັດ ແລະ ເສັ້ນທາງໃນໜ້າທີ່ຂອງພວກເຂົາ. ເມື່ອຜູ້ນໍາປອມພົບບັນຫາ, ພວກເຂົາກໍບໍ່ສາມາດແກ້ໄຂມັນດ້ວຍຕົນເອງໄດ້ ແລະ ພວກເຂົາບໍ່ໄດ້ໂອ້ລົມ ແລະ ສະແຫວງຫາກັບຄົນອື່ນ, ເຊິ່ງນໍາໄປສູ່ການທີ່ໜ້າວຽກຕ້ອງຖືກເຮັດໃໝ່ເລື້ອຍໆໃນວຽກງານແຕ່ລະຢ່າງ. ນີ້ບໍ່ພຽງແຕ່ເປັນການສິ້ນເປືອງຊັບພະຍາກອນທາງການເງິນ ແລະ ວັດຖຸ, ແຕ່ຍັງເປັນການສິ້ນເປືອງກຳລັງ ແລະ ເວລາຂອງຜູ້ຄົນອີກດ້ວຍ. ຜົນສະທ້ອນເຊັ່ນນີ້ກ່ຽວຂ້ອງໂດຍກົງກັບຄຸນນະພາບທີ່ຕໍ່າຫຼາຍ ແລະ ຄວາມບໍ່ຮັບຜິດຊອບຂອງຜູ້ນໍາປອມ. ເຖິງແມ່ນວ່າອາດຈະບໍ່ສາມາດເວົ້າໄດ້ວ່າຜູ້ນໍາປອມເຈດຕະນາເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ, ແຕ່ກໍສາມາດເວົ້າໄດ້ວ່າພວກເຂົາບໍ່ໄດ້ສະແຫວງຫາຫຼັກການຄວາມຈິງເລີຍໃນວຽກງານຂອງພວກເຂົາ, ວ່າພວກເຂົາກະທຳຕາມອຳເພີໃຈຂອງຕົນເອງຢູ່ສະເໝີ. ນີ້ແມ່ນສິ່ງທີ່ແນ່ນອນ. ຜູ້ນໍາປອມບໍ່ເຂົ້າໃຈຫຼັກການຄວາມຈິງ, ທັງບໍ່ສາມາດໂອ້ລົມກ່ຽວກັບມັນໃຫ້ຄົນອື່ນຟັງຢ່າງຊັດເຈນໄດ້; ແທນທີ່ຈະເປັນແນວນັ້ນ, ພວກເຂົາພຽງແຕ່ປ່ອຍໃຫ້ຜູ້ຄົນເຮັດຕາມໃຈ. ສິ່ງນີ້ໄດ້ນໍາໄປສູ່ການທີ່ຄົນບາງຄົນທີ່ຮັບຜິດຊອບວຽກງານໃດໜຶ່ງກະທຳການຕາມອຳເພີໃຈ ແລະ ຕາມຄວາມຕ້ອງການຂອງຕົນເອງ, ກະທຳຕາມທີ່ຕົນຕ້ອງການ ແລະ ເຮັດຕາມທີ່ຕົນມັກ. ຜົນກໍຄື, ບໍ່ພຽງແຕ່ມີຜົນທີ່ແທ້ຈິງໜ້ອຍ, ແຕ່ຍັງເຮັດໃຫ້ວຽກງານຂອງຄຣິດຕະຈັກເລະເທະອີກດ້ວຍ. ເມື່ອຜູ້ນໍາປອມຖືກປົດອອກ, ບໍ່ພຽງແຕ່ພວກເຂົາບໍ່ໄດ້ໄຕ່ຕອງ ຫຼື ຮູ້ຈັກຕົນເອງ, ພວກເຂົາຍັງແກ້ຕົວແບບຂ້າງໆຄູ ແລະ ໂຕ້ແຍ້ງເພື່ອການກະທຳຕົນເອງ ແລະ ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີເຈດຕະນາທີ່ຈະກັບໃຈເລີຍ. ພວກເຂົາອາດຈະເຖິງຂັ້ນຂໍໃຫ້ເຮືອນຂອງພຣະເຈົ້າໃຫ້ໂອກາດພວກເຂົາອີກຄັ້ງ, ໂດຍກ່າວວ່າພວກເຂົາສາມາດເຮັດວຽກໄດ້ດີຢ່າງແນ່ນອນ. ພວກເຈົ້າເຊື່ອພວກເຂົາບໍ? ພວກເຂົາບໍ່ຮູ້ຈັກຕົນເອງເລີຍ, ທັງບໍ່ຍອມຮັບຄວາມຈິງ. ແລ້ວພວກເຂົາຈະສາມາດປ່ຽນແປງວິທີການຂອງພວກເຂົາໄດ້ບໍ? ພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງ, ດັ່ງນັ້ນພວກເຂົາຈະສາມາດເຮັດວຽກໄດ້ດີບໍ? ສິ່ງນັ້ນເປັນໄປໄດ້ບໍ? ພວກເຂົາເຮັດວຽກບໍ່ໄດ້ດີໃນຄັ້ງນີ້, ພວກເຂົາຈະສາມາດເຮັດໄດ້ດີບໍ ຖ້າໄດ້ຮັບໂອກາດອີກຄັ້ງ? ນັ້ນເປັນໄປບໍ່ໄດ້. ສາມາດເວົ້າໄດ້ຢ່າງແນ່ນອນວ່າຜູ້ນໍາປອມບໍ່ມີຄວາມສາມາດໃນການເຮັດວຽກ; ບາງຄັ້ງ, ພວກເຂົາອາດຈະອອກແຮງງານຫຼາຍ ແລະ ຫຍຸ້ງຫຼາຍ, ແຕ່ມັນກໍເປັນການຫຍຸ້ງແບບບໍ່ມີປະໂຫຍດ ແລະ ບໍ່ໄດ້ຮັບຜົນຫຍັງເລີຍ. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າຜູ້ນໍາປອມມີຄຸນນະພາບທີ່ຕໍ່າຫຼາຍ, ວ່າພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ ແລະ ວ່າພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້. ສິ່ງນີ້ກໍ່ໃຫ້ເກີດບັນຫາຫຼາຍຢ່າງໃນວຽກງານ ແຕ່ພວກເຂົາກໍບໍ່ສາມາດແກ້ໄຂມັນໄດ້ໂດຍການໂອ້ລົມກ່ຽວກັບຄວາມຈິງ ແລະ ພຽງແຕ່ໃຊ້ຫຼັກຄຳສອນທີ່ໄຮ້ແກ່ນສານສອງສາມຢ່າງເພື່ອຕັກເຕືອນໃຫ້ຜູ້ຄົນປະຕິບັດຕາມກົດລະບຽບ ແລະ ຜົນທີ່ຕາມມາກໍຄືພວກເຂົາເຮັດໃຫ້ວຽກງານເລະເທະ ແລະ ຖິ້ມໃຫ້ຢູ່ໃນສະພາບທີ່ວຸ້ນວາຍ. ນີ້ຄືລັກສະນະທີ່ຜູ້ນໍາປອມເຮັດວຽກ ແລະ ຜົນສະທ້ອນທີ່ມັນນໍາມາ. ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນຄວນຖືເອົາສິ່ງນີ້ເປັນຄຳເຕືອນ.
ບັນຫາຕ່າງໆທີ່ບໍ່ເປັນທີ່ພໍໃຈທີ່ປາກົດຂຶ້ນພາຍໃນຄຣິດຕະຈັກແມ່ນກ່ຽວຂ້ອງໂດຍກົງກັບຜູ້ນໍາປອມ, ນີ້ຄືບັນຫາທີ່ຫຼີກລ່ຽງບໍ່ໄດ້. ຜູ້ນໍາປອມເຫຼົ່ານີ້ຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ແຕ່ພວກເຂົາກໍຄິດວ່າຕົນເອງເຂົ້າໃຈ ແລະ ຮູ້ທຸກຢ່າງ, ແລ້ວພວກເຂົາກໍກະທຳໂດຍອີງໃສ່ຈິນຕະນາການ ແລະ ແນວຄິດຂອງຕົນເອງ. ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງເພື່ອແກ້ໄຂການຂາດຄວາມເຂົ້າໃຈໃນຫຼັກການຄວາມຈິງ ຫຼື ມາດຕະຖານທີ່ພຣະເຈົ້າກຳນົດ. ເຮົາໄດ້ພົວພັນກັບຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນ ແລະ ເຮົາກໍພົບປະກັບພວກເຂົາເລື້ອຍໆ. ເມື່ອພວກເຮົາພົບກັນ, ເຮົາຖາມພວກເຂົາວ່າ: “ພວກເຈົ້າມີບັນຫາຫຍັງບໍ່? ພວກເຈົ້າໄດ້ບັນທຶກບັນຫາທີ່ມີຢູ່ໃນວຽກງານໄວ້ບໍ່? ມີບັນຫາໃດໆທີ່ພວກເຈົ້າບໍ່ສາມາດແກ້ໄຂດ້ວຍຕົນເອງໄດ້ບໍ່?” ຫຼັງຈາກທີ່ເຮົາເວົ້າຈົບ, ພວກເຂົາກໍຕາຄ້າງ ແລະ ໃນໃຈຂອງພວກເຂົາກໍມີຄວາມສົງໄສວ່າ: “ພວກເຮົາເປັນຜູ້ນໍາ; ພວກເຮົາຈະມີບັນຫາໄດ້ແນວໃດ? ຖ້າພວກເຮົາມີ, ວຽກງານຂອງຄຣິດຕະຈັກກໍຄົງຈະເປັນອຳມະພາດໄປດົນແລ້ວແມ່ນບໍ? ນີ້ແມ່ນຄຳຖາມປະເພດໃດ? ພວກເຮົາຟັງຄຳເທດສະໜາ ແລະ ການໂອ້ລົມ ແລະ ຖືພຣະທຳຂອງພຣະເຈົ້າໄວ້ໃນມືຂອງພວກເຮົາ. ຄຣິດຕະຈັກມີພວກເຮົາຫຼາຍຄົນທີ່ນໍາພາ, ທ່ານຍັງຈະກັງວົນໄດ້ແນວໃດ? ໂດຍການຖາມຄຳຖາມນີ້ ທ່ານກຳລັງດູຖູກພວກເຮົາຢ່າງຊັດເຈນ. ພວກເຮົາຈະມີບັນຫາໄດ້ແນວໃດ? ຖ້າພວກເຮົາມີບັນຫາ, ພວກເຮົາກໍຈະບໍ່ແມ່ນຜູ້ນໍາ. ຄຳຖາມຂອງທ່ານບໍ່ເໝາະສົມເລີຍ!” ທຸກຄັ້ງທີ່ເຮົາຖາມພວກເຂົາວ່າມີບັນຫາຫຍັງບໍ່, ນີ້ຄືສະພາວະທີ່ພວກເຂົາເປັນຢູ່, ທຸກຄົນລ້ວນແລ້ວແຕ່ຢູ່ໃນສະພາບຂອງຄວາມມຶນຊາ ແລະ ສະໝອງຊ້າ. ມີບັນຫາຫຼາຍຢ່າງໃນວຽກງານຕ່າງໆຂອງຄຣິດຕະຈັກ, ແຕ່ຄົນເຫຼົ່ານີ້ພຽງແຕ່ບໍ່ສາມາດເຫັນ ຫຼື ຄົ້ນພົບພວກມັນໄດ້. ພວກເຂົາບໍ່ສາມາດຍົກບັນຫາທີ່ກ່ຽວຂ້ອງກັບທາງເຂົ້າຊີວິດສ່ວນຕົວ ຫຼື ບັນຫາທີ່ມີຢູ່ໃນວຽກງານທີ່ກ່ຽວຂ້ອງກັບຫຼັກການຄວາມຈິງຂຶ້ນມາໄດ້. ເນື່ອງຈາກພວກເຂົາບໍ່ສາມາດຍົກບັນຫາເຫຼົ່ານີ້ຂຶ້ນມາໄດ້, ເຮົາຈຶ່ງຖາມພວກເຂົາວ່າ: “ວຽກງານການແປພຣະທຳຂອງພຣະເຈົ້າຄືບໜ້າໄປແນວໃດແລ້ວ? ຕອນນີ້ເຈົ້າຮູ້ບໍ່ວ່າຄວນແປຈັກພາສາ? ພາສາໃດຄວນແປກ່ອນ ແລະ ພາສາໃດແປຕາມຫຼັງ? ຄວນພິມພຣະທຳຂອງພຣະເຈົ້າຈັກສະບັບສຳລັບພາສາໃດໜຶ່ງ?” ພວກເຂົາຕອບວ່າ: “ອໍ, ພວກມັນກຳລັງຖືກແປຢູ່”. ເຮົາຖາມພວກເຂົາວ່າ: “ການແປຄືບໜ້າໄປເຖິງຂັ້ນໃດແລ້ວ? ມີບັນຫາຫຍັງບໍ່?” ພວກເຂົາຕອບວ່າ: “ຂ້ອຍບໍ່ຮູ້; ຂ້ອຍຕ້ອງໄປຖາມເບິ່ງກ່ອນ”. ເຮົາຕ້ອງຖາມພວກເຂົາກ່ຽວກັບເລື່ອງເຫຼົ່ານີ້ ແລະ ພວກເຂົາກໍຍັງບໍ່ຮູ້ຄຳຕອບ. ແລ້ວຕະຫຼອດເວລານີ້ພວກເຂົາໄດ້ເຮັດວຽກຫຍັງຢູ່? ເຮົາຖາມພວກເຂົາວ່າ: “ເຈົ້າໄດ້ແກ້ໄຂບັນຫາທີ່ອ້າຍເອື້ອຍນ້ອງຖາມໃນຄັ້ງທີ່ຜ່ານມາແລ້ວບໍ?” ພວກເຂົາຕອບວ່າ: “ຂ້ອຍໄດ້ຈັດການເຕົ້າໂຮມກັບພວກເຂົາ, ເປັນການເຕົ້າໂຮມໝົດມື້”. ເຮົາຖາມພວກເຂົາວ່າ: “ບັນຫາຖືກແກ້ໄຂແລ້ວບໍ ຫຼັງຈາກການເຕົ້າໂຮມ?” ພວກເຂົາຕອບວ່າ: “ທ່ານໝາຍຄວາມວ່າ ຖ້າຍັງມີບັນຫາຢູ່, ພວກເຮົາຄວນຈັດການເຕົ້າໂຮມອີກຄັ້ງໜຶ່ງບໍ?” ເຮົາເວົ້າວ່າ: “ເຮົາບໍ່ໄດ້ຖາມວ່າເຈົ້າໄດ້ຈັດການເຕົ້າໂຮມ ຫຼື ບໍ່. ເຮົາກຳລັງຖາມວ່າບັນຫາທາງວິຊາຊີບໄດ້ຖືກແກ້ໄຂແລ້ວບໍ. ຄົນເຫຼົ່ານີ້ເຂົ້າໃຈຫຼັກການບໍ່? ພວກເຂົາໄດ້ລະເມີດຫຼັກການໃດໆໃນການປະຕິບັດໜ້າທີ່ຂອງພວກເຂົາບໍ່? ເຈົ້າໄດ້ຄົ້ນພົບບັນຫາໃດໆບໍ່?” ພວກເຂົາຕອບວ່າ: “ໂອ, ບັນຫາຫວາ? ຂ້ອຍແກ້ໄຂພວກມັນແລ້ວ. ຂ້ອຍໄດ້ຈັດການເຕົ້າໂຮມໃຫ້ອ້າຍເອື້ອຍນ້ອງ”. ການສົນທະນານີ້ສາມາດດຳເນີນຕໍ່ໄປໄດ້ບໍ? (ບໍ່, ບໍ່ໄດ້). ການຟັງການສົນທະນານີ້ບໍ່ໄດ້ເຮັດໃຫ້ພວກເຈົ້າໃຈຮ້າຍບໍ? (ແມ່ນແລ້ວ). ຜູ້ນໍາເຫຼົ່ານີ້ເປັນແນວໃດ? ພວກເຂົາບໍ່ແມ່ນພຽງແຕ່ພວກຫົວທຶບທີ່ໜ້າຊື່ໃຈຄົດບໍ? ພວກເຂົາຂາດຄຸນນະພາບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ພວກເຂົາຕາບອດ, ພວກເຂົາບໍ່ເຂົ້າໃຈວິທີເຮັດວຽກ ແລະ ພວກເຂົາຕອບວ່າ “ຂ້ອຍບໍ່ຮູ້” ກັບທຸກຄຳຖາມ ແລະ ເມື່ອເຈົ້າຖາມຄຳຖາມພວກເຂົາຕໍ່ໄປເລື້ອຍໆ, ພວກເຂົາກໍຕອບວ່າ: “ຢ່າງໃດກໍຕາມ, ຂ້ອຍໄດ້ຈັດການເຕົ້າໂຮມແລ້ວ; ປ່ອຍມັນໄປສາ!” ຜູ້ນໍາເຫຼົ່ານີ້ໄດ້ເຮັດວຽກງານຕົວຈິງບໍ? ພວກເຂົາໄດ້ມາດຕະຖານໃນຖານະຜູ້ນໍາບໍ? (ບໍ່). ພວກຄົນເຫຼົ່ານີ້ຄືຜູ້ນໍາປອມ. ພວກເຈົ້າມັກຜູ້ນໍາປະເພດນີ້ບໍ? ຖ້າພວກເຈົ້າພົບພໍ້ຜູ້ນໍາເຊັ່ນນີ້, ພວກເຈົ້າຄວນເຮັດແນວໃດ? ເມື່ອຜູ້ນໍາບາງຄົນພົບປະກັບອ້າຍເອື້ອຍນ້ອງ, ພວກເຂົາກໍເວົ້າວ່າ: “ບໍ່ວ່າເຈົ້າຈະມີບັນຫາຫຍັງໃນມື້ນີ້, ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບວິທີປະຕິບັດໜ້າທີ່ໃຫ້ດີ”. ບາງຄົນກໍເວົ້າວ່າ: “ພວກເຮົາໄດ້ພົບບັນຫາກ່ຽວກັບເຕັກນິກວິຊາຊີບໃນໜ້າທີ່ຂອງພວກເຮົາ: ພວກເຮົາຄວນໃຊ້ເຕັກນິກວິຊາຊີບທີ່ເປັນທີ່ນິຍົມໃນໝູ່ຜູ້ບໍ່ເຊື່ອບໍ?” ນີ້ບໍ່ແມ່ນບັນຫາທີ່ຜູ້ນໍາຕ້ອງແກ້ໄຂບໍ? ຖ້າບັນຫາບາງຢ່າງບໍ່ສາມາດແກ້ໄຂໄດ້ຜ່ານການໂອ້ລົມໃນໝູ່ອ້າຍເອື້ອຍນ້ອງ, ຜູ້ນໍາກໍຄວນເຂົ້າມາແກ້ໄຂ, ນີ້ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຜູ້ນໍາ. ຜູ້ນໍາປອມເຮັດແນວໃດເມື່ອພວກເຂົາພົບບັນຫາເຫຼົ່ານີ້? ພວກເຂົາເວົ້າວ່າ: “ນີ້ເປັນບັນຫາທາງວິຊາຊີບ; ມັນເປັນບັນຫາຂອງພວກເຈົ້າ, ມັນກ່ຽວຫຍັງກັບຂ້ອຍ? ພວກເຈົ້າຈົ່ງໂອ້ລົມກ່ຽວກັບບັນຫານີ້ດ້ວຍຕົນເອງ, ແຕ່ກ່ອນອື່ນ, ຂ້ອຍຈະຈັດການເຕົ້າໂຮມໃຫ້ພວກເຈົ້າ. ໃນການເຕົ້າໂຮມມື້ນີ້, ພວກເຮົາຈະໂອ້ລົມກ່ຽວກັບການຮ່ວມມືທີ່ກົມກຽວ. ຄຳຖາມທີ່ພວກເຈົ້າຫາກໍຖາມນັ້ນກ່ຽວຂ້ອງກັບການຮ່ວມມືທີ່ກົມກຽວ. ພວກເຈົ້າຄວນຈະສາມາດປຶກສາຫາລື ແລະ ໂອ້ລົມນຳກັນໄດ້ ແລະ ຄົ້ນຄວ້າໃຫ້ຫຼາຍຂຶ້ນ; ບໍ່ຄວນມີໃຜຖືວ່າຕົນເອງຖືກຕ້ອງ ແລະ ທຸກຄົນຄວນຍອມຮັບການຕັດສິນໃຈໃດໆທີ່ມີສຽງສ່ວນຫຼາຍສະໜັບສະໜູນ, ນີ້ບໍ່ແມ່ນຄຳຖາມຂອງການຮ່ວມມືທີ່ກົມກຽວບໍ? ເບິ່ງຄືວ່າພວກເຈົ້າບໍ່ຮູ້ວິທີຮ່ວມມືຢ່າງກົມກຽວ ຫຼື ວິທີປຶກສາຫາລືບັນຫາເມື່ອມັນເກີດຂຶ້ນ. ພວກເຈົ້າຖາມຂ້ອຍກ່ຽວກັບທຸກບັນຫາ. ພວກເຈົ້າກຳລັງຖາມຂ້ອຍເພື່ອຫຍັງ? ຂ້ອຍເຂົ້າໃຈເລື່ອງເຫຼົ່ານີ້ບໍ? ຖ້າຂ້ອຍເຂົ້າໃຈ, ພວກເຈົ້າກໍຄົງຈະບໍ່ມີຫຍັງເຮັດ, ບໍ່ແມ່ນບໍ? ພວກເຈົ້າຖາມຂ້ອຍກ່ຽວກັບທຸກຢ່າງ. ນີ້ແມ່ນບັນຫາທີ່ຂ້ອຍຄວນຈັດການບໍ? ຂ້ອຍຮັບຜິດຊອບພຽງແຕ່ການໂອ້ລົມກ່ຽວກັບຄວາມຈິງ; ຈົ່ງແກ້ໄຂບັນຫາທາງວິຊາຊີບດ້ວຍຕົນເອງ. ມັນກ່ຽວຫຍັງກັບຂ້ອຍ? ຢ່າງໃດກໍຕາມ, ຂ້ອຍໄດ້ໂອ້ລົມກັບພວກເຈົ້າແລ້ວ ແລະ ບອກໃຫ້ພວກເຈົ້າຮ່ວມມືຢ່າງກົມກຽວ, ຖ້າພວກເຈົ້າເຮັດບໍ່ໄດ້, ກໍຢ່າປະຕິບັດໜ້າທີ່ນີ້. ຂ້ອຍໂອ້ລົມຈົບແລ້ວ; ໄປແກ້ໄຂບັນຫາດ້ວຍຕົນເອງສາ”. ຜູ້ນໍາເຫຼົ່ານີ້ຮູ້ວິທີແກ້ໄຂບັນຫາບໍ? (ບໍ່, ພວກເຂົາບໍ່ຮູ້). ເຖິງວ່າຈະບໍ່ຮູ້ວິທີເຮັດ, ພວກເຂົາກໍຄິດວ່າຕົນເອງມີຄວາມຊອບທຳຫຼາຍ ແລະ ພວກເຂົາກໍຊ່ຽວຊານໃນການຫຼີກລ່ຽງຄວາມຮັບຜິດຊອບ. ເມື່ອເບິ່ງຈາກພາຍນອກ, ພວກເຂົາໄດ້ເຮັດວຽກຂອງພວກເຂົາ, ພວກເຂົາໄດ້ມາເຖິງສະຖານທີ່ເພື່ອດຳເນີນການກວດກາ ແລະ ພວກເຂົາບໍ່ໄດ້ຂີ້ຄ້ານ. ແນວໃດກໍຕາມ, ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງ ຫຼື ແກ້ໄຂບັນຫາຕົວຈິງໄດ້, ຊຶ່ງໝາຍຄວາມວ່າພວກເຂົາເປັນຜູ້ນໍາປອມ. ພວກເຈົ້າສາມາດແຍກແຍະຜູ້ນໍາປອມປະເພດນີ້ໄດ້ບໍ? ເມື່ອປະເຊີນກັບບັນຫາໃດໆ, ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງທີ່ກ່ຽວຂ້ອງໄດ້: ພວກເຂົາເວົ້າໄດ້ພຽງແຕ່ຫຼັກຄຳສອນ ແລະ ທິດສະດີທີ່ໄຮ້ແກ່ນສານບາງຢ່າງ ເຊິ່ງພວກເຂົາເຮັດໃຫ້ມັນຟັງແລ້ວສູງສົ່ງ ແລະ ເລິກເຊິ່ງ ແລະ ຫຼັງຈາກທີ່ຜູ້ຄົນໄດ້ຍິນພວກເຂົາ, ພວກເຂົາບໍ່ພຽງແຕ່ບໍ່ເຂົ້າໃຈຄວາມຈິງ, ພວກເຂົາຍັງຮູ້ສຶກສັບສົນ ແລະ ມຶນງົງອີກດ້ວຍ. ນີ້ຄືວຽກງານທີ່ຜູ້ນໍາປອມເຮັດ.
ໃນວຽກງານການໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ຂອງຕົນໃຫ້ດີ, ຜູ້ນໍາປອມກໍຖືກເປີດເຜີຍຢ່າງສົມບູນ. ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຫຼັກການຄວາມຈິງ ຫຼື ນໍາພາຜູ້ຄົນໃຫ້ຍຶດໝັ້ນ ແລະ ປະຕິບັດຫຼັກການຄວາມຈິງໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ນໍາພາພວກເຂົາໃຫ້ເຂົ້າໃຈ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ພວກເຂົາບໍ່ສາມາດປະຕິບັດຄວາມຮັບຜິດຊອບທີ່ຜູ້ນໍາຄວນເຮັດໄດ້. ແລະ ຍັງບໍ່ໝົດເທົ່ານັ້ນ, ພວກເຂົາຍັງບໍ່ສາມາດຕິດຕາມສະພາບການຂອງຜູ້ຄຸມງານໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ເຖິງແມ່ນວ່າພວກເຂົາຈະພໍກຳໄດ້ແດ່, ມັນກໍບໍ່ຖືກຕ້ອງ. ສິ່ງນີ້ກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ວຽກງານຕ່າງໆ. ເຫຼົ່ານີ້ຄືການສະແດງອອກຕ່າງໆຂອງຜູ້ນໍາປອມທີ່ພວກເຮົາຈະເປີດໂປງໃນມື້ນີ້ ກ່ຽວກັບຄວາມຮັບຜິດຊອບຂໍ້ທີສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ.
ລາຍການທີສີ່: ກຳສະຖານະການຂອງຜູ້ຄຸມງານວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ປົດພວກເຂົາອອກໂດຍທັນທີຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຢ່າງລ່ຽນໄຫຼຂອງວຽກງານ
ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຕິດຕາມສະຖານະການຂອງຜູ້ຄຸມງານໃນວຽກຕ່າງໆ
ຄວາມຮັບຜິດຊອບຂໍ້ທີສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ? ກຳສະຖານະການຂອງຜູ້ຄຸມງານວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ປົດພວກເຂົາອອກໂດຍທັນທີຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຢ່າງລ່ຽນໄຫຼຂອງວຽກງານ. ຖືກຕ້ອງ, ນີ້ຄືມາດຕະຖານຂັ້ນຕໍ່າສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈະສາມາດບັນລຸໄດ້ໃນຂະນະທີ່ເຮັດວຽກ. ພວກເຈົ້າທຸກຄົນເຂົ້າໃຈແຈ້ງກ່ຽວກັບຄວາມຮັບຜິດຊອບຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກກ່ຽວກັບຂໍ້ທີສີ່ນີ້ບໍ? ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຜູ້ຄຸມງານໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆ. ມັນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຕ້ອງຕິດຕາມສະຖານະການຂອງຜູ້ຄຸມງານໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆ. ດັ່ງນັ້ນ, ບຸກຄະລາກອນເຫຼົ່ານີ້ແມ່ນໃຜແດ່? ໂດຍຫຼັກໆແລ້ວ, ມີຜູ້ນໍາຄຣິດຕະຈັກ, ຕາມມາດ້ວຍຜູ້ຄຸມງານທີມ ແລະ ຜູ້ນໍາຂອງກຸ່ມຕ່າງໆ. ມັນບໍ່ສຳຄັນ ແລະ ຈຳເປັນຢ່າງຍິ່ງບໍທີ່ຈະຕ້ອງເຂົ້າໃຈ ແລະ ຕິດຕາມສະຖານະການຕ່າງໆ ເຊັ່ນ: ຜູ້ຄຸມງານໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່, ມີຫຼັກການໃນການກະທຳຂອງຕົນ ຫຼື ບໍ່ ແລະ ສາມາດເຮັດວຽກງານຂອງຄຣິດຕະຈັກໄດ້ດີ ຫຼື ບໍ່? ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕິດຕາມສະຖານະການຂອງຜູ້ຄຸມງານຫຼັກຂອງວຽກຕ່າງໆໄດ້ຢ່າງລະອຽດ ແລະ ປັບປ່ຽນບຸກຄະລາກອນຢ່າງເໝາະສົມ, ນັ້ນກໍເທົ່າກັບວ່າພວກເຂົາໄດ້ກວດກາຢ່າງເຂັ້ມງວດໃນວຽກງານແຕ່ລະຢ່າງ ແລະ ມັນກໍເທົ່າກັບວ່າພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບ ແລະ ໜ້າທີ່ຂອງຕົນສຳເລັດ. ຖ້າບໍ່ມີການປັບປ່ຽນທີ່ຖືກຕ້ອງກ່ຽວກັບບຸກຄະລາກອນເຫຼົ່ານີ້ ແລະ ມີບັນຫາເກີດຂຶ້ນ, ວຽກງານຂອງຄຣິດຕະຈັກກໍຈະໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງ. ຖ້າບຸກຄະລາກອນເຫຼົ່ານີ້ມີຄວາມເປັນມະນຸດທີ່ດີ, ມີພື້ນຖານໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ມີຄວາມຮັບຜິດຊອບໃນການຈັດການເລື່ອງຕ່າງໆ ແລະ ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ແລ້ວການມອບໝາຍໃຫ້ພວກເຂົາຮັບຜິດຊອບວຽກງານກໍຈະຊ່ວຍຫຼຸດຜ່ອນບັນຫາຫຼາຍຢ່າງ ແລະ ທີ່ສຳຄັນທີ່ສຸດກໍຄືຈະເຮັດໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ. ແຕ່ຖ້າຜູ້ຄຸມງານຂອງທີມຕ່າງໆບໍ່ໜ້າເຊື່ອຖື, ມີຄວາມເປັນມະນຸດທີ່ບໍ່ດີ, ບໍ່ມີຄວາມປະພຶດທີ່ດີ ແລະ ບໍ່ນຳເອົາຄວາມຈິງມາປະຕິບັດ ແລະ ຍິ່ງໄປກວ່ານັ້ນ, ຍັງສາມາດກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງບາງຢ່າງໄດ້, ແລ້ວສິ່ງນີ້ກໍຈະສົ່ງຜົນກະທົບຕໍ່ວຽກງານທີ່ພວກເຂົາຮັບຜິດຊອບ ແລະ ຕໍ່ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງທີ່ພວກເຂົານໍາພາ. ແນ່ນອນວ່າ ຜົນກະທົບນັ້ນອາດຈະໃຫຍ່ ຫຼື ນ້ອຍ. ຖ້າຜູ້ຄຸມງານພຽງແຕ່ລະເຫຼີງໃນໜ້າທີ່ຂອງຕົນ ແລະ ບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງຕົນ, ນີ້ກໍອາດຈະເຮັດໃຫ້ວຽກງານຊັກຊ້າລົງ, ຄວາມຄືບໜ້າຈະຊ້າລົງໜ້ອຍໜຶ່ງ ແລະ ວຽກງານກໍຈະມີປະສິດທິພາບໜ້ອຍລົງ. ແນວໃດກໍຕາມ, ຖ້າພວກເຂົາເປັນພວກຕໍ່ຕ້ານພຣະຄຣິດ, ບັນຫາກໍຈະຮ້າຍແຮງ: ນີ້ຈະບໍ່ແມ່ນບັນຫາທີ່ວຽກງານມີປະສິດທິພາບ ຫຼື ປະສິດທິຜົນໜ້ອຍລົງ, ພວກເຂົາຈະລົບກວນ ແລະ ທຳລາຍວຽກງານຄຣິດຕະຈັກທີ່ພວກເຂົາຮັບຜິດຊອບ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງ. ດັ່ງນັ້ນ, ການຕິດຕາມສະຖານະການຂອງຜູ້ຄຸມງານໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ການປັບປ່ຽນ ຫຼື ປົດອອກໂດຍທັນທີເມື່ອຄົ້ນພົບວ່າຄົນໃດໜຶ່ງບໍ່ໄດ້ເຮັດວຽກງານຕົວຈິງນັ້ນ ບໍ່ແມ່ນພັນທະທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຫຼີກລ່ຽງໄດ້, ມັນເປັນວຽກງານທີ່ຮ້າຍແຮງ ແລະ ສຳຄັນຫຼາຍ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດຮູ້ຈັກຄຸນລັກສະນະຂອງຜູ້ຄຸມງານໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄດ້ໂດຍທັນທີ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ໜ້າທີ່ຂອງພວກເຂົາ, ພ້ອມທັງສະພາວະ ແລະ ການປະຕິບັດງານຂອງພວກເຂົາໃນແຕ່ລະໄລຍະ ແລະ ແຕ່ລະຂັ້ນຕອນ ແລະ ປັບປ່ຽນ ແລະ ຈັດການຄົນເຫຼົ່ານັ້ນຕາມສະຖານະການໂດຍທັນທີ, ແລ້ວວຽກງານກໍຈະສາມາດດຳເນີນໄປຢ່າງໝັ້ນຄົງ. ໃນທາງກົງກັນຂ້າມ, ຖ້າຄົນເຫຼົ່ານັ້ນກະທຳການຊະຊາຍເຮັດສິ່ງທີ່ບໍ່ດີ ແລະ ບໍ່ໄດ້ເຮັດວຽກງານຕົວຈິງໃນຄຣິດຕະຈັກ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດລະບຸສິ່ງນີ້ ແລະ ປັບປ່ຽນໂດຍທັນທີໄດ້, ແຕ່ລໍຖ້າຈົນກວ່າບັນຫາທີ່ຮ້າຍແຮງທຸກປະເພດໄດ້ເກີດຂຶ້ນ, ເຊິ່ງກໍ່ໃຫ້ເກີດຄວາມສູນເສຍຢ່າງຫຼວງຫຼາຍຕໍ່ວຽກງານຂອງຄຣິດຕະຈັກ, ກ່ອນທີ່ຈະພະຍາຍາມຈັດການພວກມັນແບບຊະຊາຍ, ປັບປ່ຽນ ແລະ ແກ້ໄຂ ແລະ ກອບກູ້ສະຖານະການ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານັ້ນກໍເປັນພຽງຂີ້ເຫຍື້ອ. ພວກເຂົາເປັນຜູ້ນໍາປອມທີ່ແທ້ຈິງທີ່ຕ້ອງຖືກປົດອອກ ແລະ ຄັດອອກ.
ເມື່ອກີ້ນີ້, ພວກເຮົາໄດ້ໂອ້ລົມກັນແບບກວ້າງໆກ່ຽວກັບຄວາມສຳຄັນຂອງການເຂົ້າໃຈ ແລະ ການກຳແໜ້ນສະພາວະທີ່ແທ້ຈິງຂອງຜູ້ຮັບຄຸມງານໃນວຽກຕ່າງໆ ແລະ ປະສິດທິຜົນຂອງວຽກງານຂອງພວກເຂົາ, ໂດຍໃຊ້ສະພາບການທີ່ແທ້ຈິງເຫຼົ່ານີ້ເພື່ອປະເມີນວ່າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນສຳເລັດ ຫຼື ບໍ່ ແລະ ເປີດໂປງການສະແດງອອກຕ່າງໆຂອງພວກເຂົາທີ່ພິສູດວ່າພວກເຂົາເປັນຜູ້ນໍາປອມ, ດ້ວຍເຫດນີ້ຈຶ່ງເປັນການໄຈ້ແຍກແກ່ນແທ້ຂອງຜູ້ນໍາປອມ. ເມື່ອມີບັນຫາທີ່ຮ້າຍແຮງເກີດຂຶ້ນໃນວຽກງານຂອງຄຣິດຕະຈັກ, ຜູ້ນໍາປອມກໍລົ້ມເຫຼວໃນການເຮັດໜ້າທີ່ຮັບຜິດຊອບຂອງຕົນ. ພວກເຂົາບໍ່ສາມາດຄົ້ນພົບບັນຫາເຫຼົ່ານີ້ໄດ້ໂດຍທັນທີ, ຍິ່ງບໍ່ສາມາດຈັດການ ແລະ ແກ້ໄຂພວກມັນຢ່າງທັນການໄດ້ເລີຍ. ສິ່ງນີ້ນໍາໄປສູ່ການທີ່ບັນຫາຖືກຍືດເຍື້ອ, ເຊິ່ງໃນທາງກັບກັນກໍກໍ່ໃຫ້ເກີດຄວາມຊັກຊ້າ ແລະ ຄວາມເສຍຫາຍຕໍ່ວຽກງານຂອງຄຣິດຕະຈັກ ແລະ ອາດຈະເຖິງຂັ້ນເຮັດໃຫ້ວຽກງານຂອງຄຣິດຕະຈັກເປັນອຳມະພາດ ຫຼື ຕົກຢູ່ໃນສະພາບທີ່ກະຈັດກະຈາຍຄືກັບເມັດຊາຍ. ຈົນເມື່ອສະຖານະການເປັນແບບນີ້ແລ້ວ ຜູ້ນໍາປອມຈຶ່ງຈຳໃຈໄປສັງເກດສະຖານທີ່ເຮັດວຽກຂອງຄຣິດຕະຈັກ, ແຕ່ພວກເຂົາກໍຍັງບໍ່ສາມາດລະບຸວິທີແກ້ໄຂທີ່ສອດຄ່ອງ ຫຼື ເໝາະສົມເພື່ອແກ້ໄຂບັນຫາໄດ້ ແລະ ໃນທີ່ສຸດກໍປ່ອຍໃຫ້ເລື່ອງມັນຈົບໄປເອງ. ນີ້ຄືການສະແດງອອກທີ່ເປັນຫຼັກຂອງຜູ້ນໍາປອມ.
ມາດຕະຖານໃນການຄັດເລືອກຜູ້ຄຸມງານໃນວຽກຕ່າງໆ
ຄົນສ່ວນໃຫຍ່ມີຄວາມຊັດເຈນບໍ່ຫຼາຍກໍໜ້ອຍກ່ຽວກັບມາດຕະຖານໃນການຄັດເລືອກຜູ້ຄຸມງານໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆແມ່ນບໍ? ຕົວຢ່າງ: ຜູ້ຄຸມງານສິລະປະຄວນມີຄຸນສົມບັດຫຍັງເປັນຫຼັກ? (ພວກເຂົາຄວນມີທັກສະທາງວິຊາຊີບໃນຂົງເຂດນີ້ ແລະ ສາມາດແບກຮັບວຽກງານໄດ້). ການມີທັກສະທາງວິຊາຊີບແມ່ນທິດສະດີໜຶ່ງ. ດັ່ງນັ້ນ, ທັກສະທາງວິຊາຊີບເຫຼົ່ານີ້ໝາຍເຖິງຫຍັງໂດຍສະເພາະ? ໃຫ້ເຮົາມາອະທິບາຍເລື່ອງນີ້. ຖ້າຄົນໃດໜຶ່ງມັກແຕ້ມຮູບ ແລະ ສົນໃຈໃນການສ້າງສັນສິລະປະ, ແຕ່ວ່າມັນບໍ່ແມ່ນວິຊາຊີບຂອງພວກເຂົາ ແລະ ພວກເຂົາຂາດຄວາມຮູ້ໃນຂົງເຂດນີ້, ພຽງແຕ່ມັກມັນຊື່ໆ, ມັນເໝາະສົມບໍທີ່ຈະເລືອກຄົນເຊັ່ນນັ້ນເປັນຜູ້ຄຸມງານຂອງທີມສິລະປະ? (ບໍ່ເໝາະສົມ). ບາງຄົນເວົ້າວ່າ: “ຖ້າລາວມັກສ້າງສັນສິລະປະ, ລາວກໍສາມາດເຮັດວຽກນັ້ນ ແລະ ຮຽນຮູ້ກ່ຽວກັບມັນໄປເທື່ອລະໜ້ອຍ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່). ມີຂໍ້ຍົກເວັ້ນໜຶ່ງຕໍ່ເລື່ອງນີ້, ນັ້ນກໍຄືຖ້າທຸກຄົນໃນທີມງານສິລະປະກໍບໍ່ຄຸ້ນເຄີຍກັບວິຊາຊີບນີ້ເຊັ່ນກັນ ແລະ ຄົນຜູ້ນີ້ຮູ້ຫຼາຍກວ່າໜ້ອຍໜຶ່ງ ແລະ ຮຽນຮູ້ໄດ້ໄວກວ່າຄົນອື່ນ. ແລ້ວການເລືອກລາວຈະຂ້ອນຂ້າງເໝາະສົມບໍ? (ແມ່ນ). ນອກເໜືອຈາກສະຖານະການນີ້, ສົມມຸດວ່າໃນບັນດາຜູ້ທີ່ກ່ຽວຂ້ອງກັບການສ້າງສັນສິລະປະທັງໝົດ, ມີພຽງແຕ່ຄົນຜູ້ນີ້ທີ່ບໍ່ຮູ້ວິຊາຊີບ, ແຕ່ລາວຖືກເລືອກຍ້ອນວ່າລາວເຂົ້າໃຈຄວາມຈິງ ແລະ ມັກສ້າງສັນສິລະປະ, ນັ້ນເໝາະສົມບໍ? (ບໍ່ເໝາະສົມ). ເປັນຫຍັງຈຶ່ງບໍ່ເໝາະສົມ? ເພາະວ່າລາວບໍ່ແມ່ນຕົວເລືອກທຳອິດ ຫຼື ຕົວເລືອກດຽວ. ແລ້ວຜູ້ຄຸມງານປະເພດນີ້ຄວນຖືກຄັດເລືອກແນວໃດ? ພວກເຂົາຄວນຖືກເລືອກຈາກບັນດາຜູ້ທີ່ມີຄວາມຊຳນານ ແລະ ມີປະສົບການຫຼາຍທີ່ສຸດໃນວິຊາຊີບ; ນັ້ນກໍຄື, ພວກເຂົາຕ້ອງເປັນຜູ້ຊ່ຽວຊານ, ມີທັງທັກສະທາງວິຊາຊີບ ແລະ ຄວາມສາມາດໃນການເຮັດວຽກ, ບໍ່ໃຫ້ເລືອກຄົນນອກວົງການ. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ຜູ້ນັ້ນຕ້ອງມີພາລະ, ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ສາມາດເຂົ້າໃຈຄວາມຈິງໄດ້. ພວກເຂົາຍັງຕ້ອງມີພື້ນຖານຢ່າງໜ້ອຍໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຫຼັກການສຳຄັນຄື: ໜຶ່ງ, ພວກເຂົາຕ້ອງມີຄວາມສາມາດໃນການເຮັດວຽກ; ສອງ, ພວກເຂົາຕ້ອງເຂົ້າໃຈວິຊາຊີບ; ແລະ ສາມ, ພວກເຂົາຕ້ອງມີຄວາມເຂົ້າໃຈຝ່າຍວິນຍານ ແລະ ສາມາດເຂົ້າໃຈຄວາມຈິງໄດ້. ຈົ່ງໃຊ້ເກນສາມຂໍ້ນີ້ເພື່ອຄັດເລືອກຜູ້ຄຸມງານໃນວຽກຕ່າງໆ.
ການສະແດງອອກຂອງຜູ້ນໍາປອມກ່ຽວກັບຜູ້ຄຸມງານໃນວຽກຕ່າງໆ
ຫຼັງຈາກທີ່ຄັດເລືອກຜູ້ຄຸມງານຂອງວຽກສະເພາະຕ່າງໆແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນປ່ອຍມືບໍ່ສົນໃຈ; ພວກເຂົາຍັງຕ້ອງໄດ້ອົບຮົມ ແລະ ຝຶກຝົນຜູ້ຄຸມງານເຫຼົ່ານີ້ເປັນໄລຍະເວລາໜຶ່ງ ເພື່ອເບິ່ງວ່າບຸກຄົນທີ່ພວກເຂົາເລືອກນັ້ນສາມາດແບກຮັບວຽກງານຢ່າງແທ້ຈິງ ແລະ ເຮັດໃຫ້ວຽກງານດຳເນີນໄປຢ່າງຖືກຕ້ອງໄດ້ ຫຼື ບໍ່. ນັ້ນຄືຄວາມໝາຍຂອງການເຮັດໜ້າທີ່ຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ. ສົມມຸດວ່າ ໃນເວລາຄັດເລືອກ, ເຈົ້າເຫັນວ່າຜູ້ສະໝັກຂອງທ່ານນັ້ນເຂົ້າໃຈວິຊາຊີບຂອງພວກເຂົາ, ມີຄວາມສາມາດໃນການເຮັດວຽກ, ມີພາລະຢູ່ແດ່, ແລະ ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຄວາມສາມາດໃນການເຂົ້າໃຈຄວາມຈິງ, ແລະ ເຈົ້າຄິດວ່າທຸກຢ່າງຈະເປັນໄປດ້ວຍດີ ເພາະວ່າພວກເຂົາມີຄຸນສົມບັດໃນດ້ານເຫຼົ່ານີ້ ແລະ ເວົ້າວ່າ: “ພວກເຈົ້າສາມາດເລີ່ມເຮັດວຽກໄດ້; ຂ້ານ້ອຍໄດ້ບອກຫຼັກການທັງໝົດໃຫ້ພວກເຈົ້າແລ້ວ. ນັບແຕ່ນີ້ໄປ, ພຽງແຕ່ເຮັດຕາມທີ່ເຮືອນຂອງພຣະເຈົ້າສັ່ງສອນໃຫ້ພວກເຈົ້າເຮັດເອງ”. ນີ້ແມ່ນວິທີການດຳເນີນວຽກງານທີ່ຍອມຮັບໄດ້ບໍ? ເມື່ອເຈົ້າໄດ້ຈັດແຈງຜູ້ຄຸມງານແລ້ວ, ນັ້ນໝາຍຄວາມວ່າເຈົ້າສາມາດປ່ອຍປະລະເລີຍໄດ້ເລີຍບໍ? (ບໍ່, ບໍ່ແມ່ນ). ແລ້ວຄວນເຮັດແນວໃດ? ສົມມຸດວ່າ ຜູ້ນໍາຄົນໜຶ່ງເຕົ້າໂຮມກັບບັນດາຜູ້ຄຸມງານສອງຄັ້ງຕໍ່ອາທິດ, ໂອ້ລົມຄວາມຈິງກັບພວກເຂົາ ແລະ ກໍມີພຽງເທົ່ານັ້ນ, ໂດຍເຊື່ອວ່າ ເພາະຜູ້ຄຸມງານເຫຼົ່ານັ້ນລ້ວນແລ້ວແຕ່ມີຄວາມຫ້າວຫັນ, ເຊື່ອຖືໄດ້ ແລະ ສາມາດເຂົ້າໃຈສິ່ງທີ່ຄົນອື່ນເວົ້າ, ດັ່ງນັ້ນ ພວກເຂົາຈຶ່ງສາມາດປະຕິບັດຕາມຄວາມຈິງໄດ້. ຜູ້ນໍາຄົນນີ້ຄິດວ່າຕົນບໍ່ຈຳເປັນຕ້ອງກວດກາ ຫຼື ຕິດຕາມວ່າຜູ້ຄຸມງານເຫຼົ່ານີ້ເຮັດວຽກຂອງພວກເຂົາໂດຍສະເພາະແນວໃດ, ພວກເຂົາຮ່ວມມືກັນຢ່າງກົມກຽວ ຫຼື ບໍ່, ພວກເຂົາໄດ້ກຳແໜ້ນທັກສະທາງວິຊາຊີບໃນໄລຍະເວລານີ້ ຫຼື ບໍ່ ຫຼື ພວກເຂົາໄດ້ເຮັດວຽກງານທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ສຳເລັດໄປຫຼາຍສໍ່າໃດແລ້ວ. ນີ້ແມ່ນວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດການກັບວຽກງານບໍ? (ບໍ່, ບໍ່ແມ່ນ). ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກຂອງພວກເຂົາ. ພວກເຂົາຈະເຮັດເທື່ອດຽວໃຫ້ແລ້ວໆໄປ, ພວກເຂົາຈັດແຈງຜູ້ຄຸມງານ ແລະ ຈັດຕັ້ງທີມງານທີ່ມີສະມາຊິກສອງສາມຄົນ, ແລ້ວກໍເວົ້າວ່າ: “ເລີ່ມເຮັດວຽກສາ. ຖ້າພວກເຈົ້າຕ້ອງການອຸປະກອນໃດໆ, ໃຫ້ບອກຂ້ອຍ, ແລ້ວເຮືອນຂອງພຣະເຈົ້າຈະຊື້ມັນໃຫ້ພວກເຈົ້າ. ຖ້າພວກເຈົ້າພົບຄວາມຫຍຸ້ງຍາກໃດໆໃນຊີວິດປະຈຳວັນ ຫຼື ບັນຫາໃດໆ, ກໍສາມາດຍົກຂຶ້ນມາໄດ້, ແລ້ວເຮືອນຂອງພຣະເຈົ້າຈະແກ້ໄຂໃຫ້ພວກເຈົ້າສະເໝີ. ຖ້າພວກເຈົ້າບໍ່ມີຄວາມຫຍຸ້ງຍາກໃດໆ, ກໍໃຫ້ເອົາໃຈໃສ່ວຽກງານຂອງພວກເຈົ້າ. ຢ່າກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ຢ່າເວົ້າຄຳສວຍງາມໄຮ້ສາລະໃດໆ”. ຜູ້ນໍາປອມຈັດແຈງໃຫ້ຄົນເຫຼົ່ານີ້ເຮັດວຽກຮ່ວມກັນ ແລະ ຄິດວ່າຕາບໃດທີ່ພວກເຂົາມີອາຫານ, ເຄື່ອງດື່ມ ແລະ ທີ່ພັກອາໄສ, ນັ້ນກໍພຽງພໍແລ້ວ ແລະ ບໍ່ຈຳເປັນຕ້ອງໃສ່ໃຈພວກເຂົາ. ເມື່ອເບື້ອງເທິງຖາມວ່າ: “ດົນປານໃດແລ້ວນັບຕັ້ງແຕ່ຜູ້ຄຸມງານສຳລັບວຽກງານນີ້ຖືກຄັດເລືອກ? ວຽກງານຄືບໜ້າໄປແນວໃດແລ້ວ?” ພວກເຂົາກໍຕອບວ່າ: “ຫົກເດືອນແລ້ວ. ພວກເຮົາໄດ້ຈັດການເຕົ້າໂຮມໃຫ້ພວກເຂົາປະມານ 10 ຄັ້ງ ແລະ ເບິ່ງຄືວ່າພວກເຂົາມີກຳລັງໃຈດີ ແລະ ວຽກງານກໍກຳລັງດຳເນີນຢູ່”. ເມື່ອເບື້ອງເທິງຖາມວ່າ: “ແລ້ວຄວາມສາມາດໃນການເຮັດວຽກຂອງຜູ້ຄຸມງານເປັນແນວໃດ?” ພວກເຂົາກໍເວົ້າວ່າ: “ກໍໃຊ້ໄດ້ຢູ່; ຕອນທີ່ພວກເຮົາຄັດເລືອກພວກເຂົາ, ພວກເຂົາແມ່ນຄົນທີ່ດີທີ່ສຸດ”. ເບື້ອງເທິງຖາມພວກເຂົາວ່າ: “ຕອນນີ້ສະພາບຂອງພວກເຂົາເປັນແນວໃດແລ້ວ? ພວກເຂົາສາມາດເຮັດວຽກງານຕົວຈິງໄດ້ບໍ?” ພວກເຂົາກໍຕອບວ່າ: “ຂ້ານ້ອຍໄດ້ຈັດການເຕົ້າໂຮມໃຫ້ພວກເຂົາ”. ເບື້ອງເທິງຕອບວ່າ: “ເຮົາບໍ່ໄດ້ຖາມວ່າເຈົ້າໄດ້ຈັດການເຕົ້າໂຮມ ຫຼື ບໍ່; ເຮົາຖາມວ່າວຽກງານຂອງພວກເຂົາເປັນແນວໃດ”. ພວກເຂົາເວົ້າວ່າ: “ຄົງຈະດີຢູ່; ບໍ່ມີໃຜລາຍງານສິ່ງທີ່ບໍ່ດີກ່ຽວກັບພວກເຂົາ”. ເບື້ອງເທິງຕອບວ່າ: “ການທີ່ບໍ່ມີໃຜລາຍງານສິ່ງທີ່ບໍ່ດີກ່ຽວກັບພວກເຂົາບໍ່ແມ່ນມາດຕະຖານ. ເຈົ້າຕ້ອງເບິ່ງວ່າຄວາມສາມາດໃນການເຮັດວຽກ ແລະ ທັກສະທາງວິຊາຊີບຂອງພວກເຂົາເປັນແນວໃດ ແລະ ເບິ່ງວ່າພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່ ແລະ ພວກເຂົາເຮັດວຽກງານຕົວຈິງ ຫຼື ບໍ່”. ພວກເຂົາຕອບວ່າ: “ໃນເວລາຄັດເລືອກ, ເບິ່ງຄືວ່າພວກເຂົາກໍໃຊ້ໄດ້. ຫຼາຍມື້ມານີ້ ຂ້ານ້ອຍບໍ່ໄດ້ສອບຖາມລາຍລະອຽດເຫຼົ່ານີ້. ຖ້າທ່ານຢາກຮູ້, ພວກເຮົາຈະຖາມອີກຄັ້ງ”. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ. ພວກເຂົາສືບຕໍ່ຈັດການເຕົ້າໂຮມ ແລະ ໂອ້ລົມຢ່າງບໍ່ມີວັນສິ້ນສຸດກັບຜູ້ທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາ, ແຕ່ເມື່ອເວົ້າເຖິງເບື້ອງເທິງ, ພວກເຂົາກໍເວົ້າບ່າຍບ່ຽງ ແລະ ຕອບແບບພໍເປັນພິທີ. ຄຳຕອບແບບພໍເປັນພິທີທີ່ດີທີ່ສຸດຂອງພວກເຂົາກໍຄືການເວົ້າວ່າ: “ຂ້ານ້ອຍໄດ້ຈັດການເຕົ້າໂຮມໃຫ້ພວກເຂົາ. ຄັ້ງທີ່ແລ້ວ, ຂ້ານ້ອຍໄດ້ຖາມກ່ຽວກັບວຽກງານ, ຢ່າງລະອຽດພໍສົມຄວນ”. ນີ້ຄືວິທີທີ່ພວກເຂົາຕອບເບື້ອງເທິງ. ຜູ້ນໍາປອມເຫຼົ່ານີ້ກຳລັງເຮັດວຽກງານຕົວຈິງບໍ? ພວກເຂົາໄດ້ລະບຸບັນຫາຕົວຈິງບໍ? ພວກເຂົາໄດ້ແກ້ໄຂບັນຫາເຫຼົ່ານັ້ນບໍ? ຫຼັງຈາກທີ່ຈັດແຈງຜູ້ຄຸມງານແລ້ວ, ຜູ້ນໍາປອມກໍບໍ່ຮູ້ຫຍັງເລີຍກ່ຽວກັບວ່າຜູ້ຄຸມງານໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນສຳເລັດ ຫຼື ມີຄວາມຈົງຮັກພັກດີ ຫຼື ບໍ່, ວຽກງານດຳເນີນໄປແນວໃດ, ຜົນໄດ້ຮັບດີ ຫຼື ບໍ່ດີ, ອ້າຍເອື້ອຍນ້ອງລາຍງານກ່ຽວກັບພວກເຂົາແນວໃດ ຫຼື ມີບຸກຄົນທີ່ເໝາະສົມກວ່ານີ້ສຳລັບວຽກງານ ຫຼື ບໍ່. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ເລື່ອງເຫຼົ່ານີ້? ເພາະວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງນີ້; ພວກເຂົາເອົາແຕ່ຫຍຸ້ງກັບເລື່ອງໄຮ້ສາລະ. ພວກເຂົາຄິດວ່າມັນບໍ່ຈຳເປັນທີ່ຈະຕ້ອງຄຸມງານ ແລະ ກວດກາວຽກງານແບບນີ້ຢູ່ຕະຫຼອດ, ວ່າການເຮັດແບບນັ້ນຈະໝາຍຄວາມວ່າພວກເຂົາຂາດຄວາມໄວ້ວາງໃຈໃນຜູ້ຄຸມງານເຫຼົ່ານັ້ນ. ໃນຄວາມຄິດຂອງພວກເຂົາ, ການຈັດການເຕົ້າໂຮມຄືການເຮັດໜ້າທີ່ຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ແລະ ສະແດງອອກເຖິງຄວາມຈົງຮັກພັກດີ. ນີ້ຄືການສະແດງອອກທີ່ສຳຄັນຂອງຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງ.
I. ຜູ້ນໍາປອມປະຕິບັດຕໍ່ຜູ້ຄຸມງານທີ່ບໍ່ໄດ້ເຮັດວຽກງານຕົວຈິງແນວໃດ
ຜູ້ນໍາປອມຈະຫຼັບຫູຫຼັບຕາສຳລັບສະຖານະການຕ່າງໆຂອງຜູ້ຄຸມງານໃນວຽກທຸກປະເພດໃນຄຣິດຕະຈັກ, ພວກເຂົາບໍ່ເຂົ້າໃຈສະຖານະການເຫຼົ່ານີ້, ບໍ່ກວດສອບ, ບໍ່ຈັດການ ແລະ ບໍ່ແກ້ໄຂ. ມີສະຖານະການສະເພາະໃດແດ່ຂອງຜູ້ຄຸມງານ? ທຳອິດແມ່ນເມື່ອຜູ້ຄຸມງານບໍ່ມີພາລະ ແລະ ກິນ, ດື່ມ ແລະ ສະແຫວງຫາຄວາມບັນເທີງ, ໂດຍບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ຫຼື ເຮັດວຽກງານຕົວຈິງ. ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? (ແມ່ນ). ບາງຄົນມີຄວາມສາມາດໃນການເຮັດວຽກ, ຊຳນານໃນວິຊາຊີບ ແລະ ພວກເຂົາກໍເກັ່ງທີ່ສຸດ; ພວກເຂົາເວົ້າເກັ່ງ ແລະ ສະຫຼາດ ແລະ ຖ້າຖືກຂໍໃຫ້ເວົ້າຄຳສັ່ງຄືນ ພວກເຂົາກໍສາມາດເຮັດໄດ້ໂດຍບໍ່ຂາດຄຳໃດ, ພວກເຂົາສະຫຼາດພໍ; ພວກເຂົາໄດ້ຮັບການປະເມີນທີ່ດີພໍສົມຄວນຈາກທຸກຄົນ ແລະ ພວກເຂົາກໍເປັນຜູ້ເຊື່ອມາເປັນເວລາພໍສົມຄວນແລ້ວ. ດ້ວຍເຫດນີ້, ພວກເຂົາຈຶ່ງຖືກເລືອກໃຫ້ເປັນຜູ້ຄຸມງານ. ແນວໃດກໍຕາມ, ບໍ່ມີໃຜຮູ້ວ່າຄົນຜູ້ນີ້ເປັນຄົນທີ່ເນັ້ນການກະທຳຕົວຈິງ, ສາມາດຈ່າຍລາຄາໄດ້ ຫຼື ສາມາດເຮັດວຽກງານຕົວຈິງໄດ້ ຫຼື ບໍ່. ເນື່ອງຈາກຜູ້ຄົນເລືອກພວກເຂົາ, ໃນເບື້ອງຕົ້ນພວກເຂົາຈຶ່ງໄດ້ຮັບການສົ່ງເສີມເພື່ອຮັບການບົ່ມເພາະ ແລະ ນຳໃຊ້ໃນໄລຍະທົດລອງ. ແນວໃດກໍຕາມ, ຫຼັງຈາກທີ່ເຮັດວຽກໄດ້ໄລຍະໜຶ່ງ, ກໍພົບວ່າເຖິງແມ່ນຈະມີທັກສະທາງວິຊາຊີບ ແລະ ປະສົບການ, ແຕ່ພວກເຂົາກໍມັກກິນ ແລະ ຂີ້ຄ້ານເຮັດວຽກ ແລະ ບໍ່ເຕັມໃຈທີ່ຈະຈ່າຍລາຄາ. ພວກເຂົາເຊົາເຮັດວຽກທັນທີທີ່ມັນເມື່ອຍໜ້ອຍໜຶ່ງ ແລະ ພວກເຂົາບໍ່ຢາກໃສ່ໃຈໃຜທີ່ມີບັນຫາ ຫຼື ຄວາມຫຍຸ້ງຍາກທີ່ຕ້ອງການການຊີ້ນໍາຈາກພວກເຂົາ. ໃນຕອນເຊົ້າ, ທັນທີທີ່ພວກເຂົາມືນຕາຂຶ້ນ ພວກເຂົາກໍຄິດວ່າ: “ມື້ນີ້ຈະກິນຫຍັງເດ? ຫ້ອງຄົວບໍ່ໄດ້ເຮັດໝູຫົງຊາວ (ໝູຕົ້ມຊີອີ້ວແບບຈີນ) ໃຫ້ກິນມາຫຼາຍມື້ແລ້ວ”. ໂດຍປົກກະຕິ, ພວກເຂົາມັກຈະເວົ້າກັບຄົນອື່ນສະເໝີວ່າ: “ອາຫານວ່າງຢູ່ບ້ານເກີດຂອງຂ້ອຍແຊບຫຼາຍ; ພວກເຮົາເຄີຍອອກໄປກິນໃນທຸກໆເທດສະການ. ຕອນທີ່ຂ້ອຍຢູ່ໂຮງຮຽນ, ໃນທ້າຍອາທິດ ຂ້ອຍເຄີຍນອນຈົນຕື່ນເອງ, ແລ້ວກໍໄປກິນເຂົ້າໂດຍບໍ່ຕ້ອງລ້າງໜ້າ ຫຼື ຫວີຜົມ. ໃນຕອນບ່າຍ, ຂ້ອຍຈະຫຼິ້ນວິດີໂອເກມໃນຫ້ອງນອນໃນຊຸດນອນ, ບາງຄັ້ງກໍຈົນຮອດ 5 ໂມງເຊົ້າຂອງມື້ຕໍ່ມາ. ດຽວນີ້, ວຽກງານໃນເຮືອນຂອງພຣະເຈົ້າໄດ້ບັງຄັບຂ້ອຍມາເຖິງຈຸດນີ້ ແລະ ໃນຖານະຜູ້ຄຸມງານ, ຂ້ອຍຕ້ອງເຮັດບາງຢ່າງ. ເບິ່ງແມ້ວ່າພວກເຈົ້າສະບາຍສໍ່າໃດ; ພວກເຈົ້າບໍ່ຕ້ອງຈ່າຍລາຄານີ້. ໃນຖານະຜູ້ຄຸມງານ, ຂ້ອຍຕ້ອງສາມາດທົນທຸກລຳບາກໄດ້”. ພວກເຂົາເວົ້າແບບນີ້, ແຕ່ພວກເຂົາກະບົດຕໍ່ເນື້ອໜັງບໍ? ພວກເຂົາຈ່າຍລາຄາບໍ? ພວກເຂົາມີແຕ່ຄຳຈົ່ມວ່າເຕັມທ້ອງ ແລະ ພວກເຂົາບໍ່ເຕັມໃຈທີ່ຈະເຮັດວຽກງານຕົວຈິງໃດໆ, ຕ້ອງໃຫ້ດັນຈຶ່ງໄປ ແລະ ຖ້າບໍ່ມີການຊີ້ນໍາ, ພວກເຂົາກໍຈະເຮັດແບບພໍເປັນພິທີ. ໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຜ່ອນຄາຍ ແລະ ບໍ່ມີວິໄນ, ພວກເຂົາມັກຈະເຈົ້າເລ່ ແລະ ຂີ້ຄ້ານ ແລະ ພວກເຂົາບໍ່ມີຄວາມຮັບຜິດຊອບແມ່ນແຕ່ໜ້ອຍດຽວ. ເມື່ອເວົ້າເຖິງບັນຫາທາງວິຊາຊີບທີ່ພວກເຂົາສັງເກດເຫັນ, ພວກເຂົາກໍບໍ່ໄດ້ແກ້ໄຂໃຫ້ຄົນອື່ນ ແລະ ພວກເຂົາຈະດີໃຈເມື່ອທຸກຄົນເຮັດແບບພໍເປັນພິທີຄືກັບພວກເຂົາ. ພວກເຂົາບໍ່ຢາກໃຫ້ໃຜເອົາຈິງເອົາຈັງກັບວຽກງານ. ຜູ້ຄຸມງານບາງຄົນເຮັດວຽກງານສອງສາມຢ່າງທີ່ຕົນມີຢູ່ໃນມືໃຫ້ສຳເລັດແບບສະບາຍໆ ແລະ ເຮັດແບບພໍເປັນພິທີ, ຈາກນັ້ນພວກເຂົາກໍເລີ່ມເບິ່ງຊີຣີໄປແບບຕໍ່ເນື່ອງບໍ່ຢຸດ. ແມ່ນຫຍັງຄືເຫດຜົນຂອງພວກເຂົາໃນການເບິ່ງຊີຣີ? “ຂ້ອຍເຮັດໜ້າວຽກຂອງຂ້ອຍສຳເລັດແລ້ວ; ຂ້ອຍບໍ່ໄດ້ກິນເຂົ້າຂອງເຮືອນພຣະເຈົ້າລ້າໆ. ຂ້ອຍພຽງແຕ່ຜ່ອນຄາຍເພື່ອໃຫ້ສະໝອງປອດໂປ່ງ. ຖ້າບໍ່ດັ່ງນັ້ນ, ຂ້ອຍຈະເມື່ອຍເກີນໄປ ແລະ ປະສິດທິພາບການເຮັດວຽກຂອງຂ້ອຍກໍຈະຫຼຸດລົງ. ໃຫ້ຂ້ອຍຜ່ອນຄາຍຈັກໜ້ອຍ ເພື່ອປັບປຸງປະສິດທິພາບການເຮັດວຽກຂອງຂ້ອຍ”. ພວກເຂົາສືບຕໍ່ເບິ່ງຊີຣີຈົນຮອດ 2 ຫຼື 3 ໂມງເຊົ້າ. ເມື່ອທຸກຄົນກິນເຂົ້າເຊົ້າສຳເລັດໃນມື້ຕໍ່ມາເວລາ 8 ໂມງເຊົ້າ ແລະ ເລີ່ມປະຕິບັດໜ້າທີ່ຂອງຕົນ, ຜູ້ຄຸມງານເຫຼົ່ານີ້ກໍຍັງນອນຫຼັບຢູ່ ແລະ ພວກເຂົາບໍ່ລຸກຈາກຕຽງຈົນຕາເວັນຂຶ້ນສູງແລ້ວ. ຕໍ່ມາ, ພວກເຂົາກໍຝືນໃຈລຸກຂຶ້ນ, ລາກສັງຂານທີ່ຂີ້ຄ້ານຂອງຕົນ, ພ້ອມທັງບິດຂີ້ຄ້ານ ແລະ ຫາວ ແລະ ເມື່ອພວກເຂົາເຫັນວ່າທຸກຄົນເລີ່ມເຮັດວຽກແລ້ວ, ພວກເຂົາກໍຢ້ານວ່າຄົນອື່ນຈະສັງເກດເຫັນຄວາມຂີ້ຄ້ານຂອງຕົນ ແລະ ເລີ່ມຊອກຫາຂໍ້ອ້າງວ່າ: “ຂ້ອຍນອນເດິກເກີນໄປເມື່ອຄືນນີ້, ຂ້ອຍມີວຽກຫຼາຍເກີນໄປ, ປະລິມານວຽກໜັກເກີນໄປ. ຂ້ອຍເມື່ອຍໜ້ອຍໜຶ່ງ. ຂ້ອຍເຖິງກັບຝັນເມື່ອຄືນນີ້ວ່າມີບັນຫາກັບວຽກງານບາງຢ່າງ. ເມື່ອຂ້ອຍຕື່ນເຊົ້ານີ້, ມືຂອງຂ້ອຍຍັງຢູ່ໃນທ່າພິມຄອມພິວເຕີຢູ່. ສະໝອງຂອງຂ້ອຍມຶນແທ້ໆ ແລະ ຂ້ອຍຕ້ອງນອນເວັນໃນຕອນບ່າຍນີ້”. ພວກເຂົາຕື່ນສວາຍຂະໜາດນີ້ ຕອນບ່າຍຍັງຈະຂໍນອນເວັນອີກ, ນີ້ບໍ່ແມ່ນກາຍເປັນໝູແລ້ວບໍ? ພວກເຂົາກຽດຄ້ານຢ່າງເຫັນໄດ້ຊັດ, ແຕ່ພວກເຂົາກໍຍັງຫາຂໍ້ອ້າງເພື່ອແກ້ຕົວ ແລະ ສະແດງຄວາມບໍລິສຸດຂອງຕົນ, ໂດຍອ້າງວ່າພວກເຂົາເມື່ອຍເພາະວ່າພວກເຂົາປະຕິບັດໜ້າທີ່ຈົນເດິກ. ພວກເຂົາເບິ່ງຊີຣີຢ່າງເຫັນໄດ້ຊັດ, ເພີດເພີນກັບຄວາມສະບາຍທາງເນື້ອໜັງ ແລະ ໃຊ້ຊີວິດໄປວັນໆແບບໄຮ້ສະຕິ, ແຕ່ໃນທີ່ສຸດ ພວກເຂົາກໍຍັງຊອກຫາຂໍ້ອ້າງທີ່ຟັງແລ້ວດີເພື່ອຫຼອກລວງຄົນອື່ນ. ນີ້ບໍ່ແມ່ນການບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາບໍ? (ແມ່ນແລ້ວ). ຄົນແບບນີ້ອາດຈະມີຄວາມສາມາດໃນການເຮັດວຽກ ແລະ ທັກສະທາງວິຊາຊີບ, ແຕ່ພວກເຂົາໄດ້ມາດຕະຖານໃນຖານະຜູ້ຄຸມງານບໍ? ເຫັນໄດ້ຊັດວ່າບໍ່. ພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ຄຸມງານ ເພາະວ່າພວກເຂົາຂີ້ຄ້ານເກີນໄປ, ພວກເຂົາເພີດເພີນກັບຄວາມສະບາຍທາງເນື້ອໜັງ, ພວກເຂົາມັກກິນ, ມັກນອນ ແລະ ມັກຄວາມບັນເທີງ ແລະ ພວກເຂົາບໍ່ສາມາດແບກຮັບ ຫຼື ເຮັດໜ້າທີ່ຮັບຜິດຊອບຂອງຜູ້ຄຸມງານໃຫ້ສຳເລັດໄດ້.
ແມ່ຍິງບາງຄົນມັກຈະເບິ່ງເສື້ອຜ້າ, ເກີບ, ເຄື່ອງສຳອາງ ແລະ ອາຫານທາງອອນລາຍ ແລະ ຫຼັງຈາກທີ່ເບິ່ງແລ້ວ, ພວກເຂົາກໍເລີ່ມເບິ່ງຊີຣີ. ມີຄົນເວົ້າວ່າ: “ເປັນຫຍັງເຈົ້າຈຶ່ງເບິ່ງຊີຣີທັງທີ່ຍັງເຮັດວຽກບໍ່ແລ້ວ? ຍິ່ງໄປກວ່ານັ້ນ, ຄົນອື່ນຍັງມີບັນຫາອີກຫຼາຍຢ່າງ. ໃນຖານະຜູ້ຄຸມງານ, ເຈົ້າຄວນໃຫ້ການຊີ້ນໍາແກ່ພວກເຂົາ. ເປັນຫຍັງເຈົ້າຈຶ່ງບໍ່ເຮັດໜ້າທີ່ຮັບຜິດຊອບຂອງເຈົ້າໃຫ້ສຳເລັດ?” ຜູ້ຍິງເຫຼົ່ານີ້ເວົ້າວ່າ: “ການເບິ່ງຊີຣີກໍເປັນສ່ວນໜຶ່ງຂອງວຽກງານຂອງຂ້ອຍ. ວິດີໂອ ແລະ ຮູບເງົາຂອງເຮືອນພຣະເຈົ້າຕ້ອງມີການພັດທະນາ ແລະ ຂ້ອຍຕ້ອງຊອກຫາແຮງບັນດານໃຈຈາກຊີຣີເຫຼົ່ານີ້!” ນີ້ບໍ່ແມ່ນຄຳເວົ້າທີ່ຫຼອກລວງບໍ? ຖ້າເຈົ້າເຮັດວຽກໃນສາຍອາຊີບນີ້, ການເບິ່ງຊີຣີເປັນບາງຄັ້ງຄາວເພື່ອຊອກຫາແຮງບັນດານໃຈກໍເປັນທີ່ຍອມຮັບໄດ້, ແຕ່ການຕິດຊີຣີທັງເວັນທັງຄືນເພື່ອຊອກຫາແຮງບັນດານໃຈນັ້ນແມ່ນ ຫຼື ບໍ່? ນັ້ນບໍ່ແມ່ນການຫຼອກລວງບໍ? (ແມ່ນແລ້ວ). ທຸກຄົນຮູ້ວ່າເກີດຫຍັງຂຶ້ນ, ດັ່ງນັ້ນການເວົ້າເຊັ່ນນັ້ນຈຶ່ງເປັນການຂາຍສັກສີ ແລະ ຄວາມຊື່ສັດຂອງເຈົ້າ. ບາງຄົນມີນິໄສມັກຫຼິ້ນວິດີໂອເກມຢູ່ແລ້ວ ແລະ ມັນໄດ້ກາຍເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາໄປແລ້ວ. ແນວໃດກໍຕາມ, ຫຼັງຈາກທີ່ໄດ້ຮັບເລືອກໃຫ້ເປັນຜູ້ຄຸມງານແລ້ວ, ພວກເຂົາບໍ່ຄວນປ່ຽນນິໄສທີ່ບໍ່ດີ ແລະ ຂໍ້ເສຍເຫຼົ່ານີ້ບໍ? (ແມ່ນ). ຖ້າເຈົ້າບໍ່ສາມາດຕໍ່ຕ້ານມັນໄດ້, ເມື່ອເຈົ້າໄດ້ຮັບເລືອກໃຫ້ເປັນຜູ້ຄຸມງານ, ເຈົ້າຄວນເວົ້າວ່າ: “ຂ້ານ້ອຍບໍ່ສາມາດແບກຮັບວຽກງານນີ້ໄດ້. ຂ້ານ້ອຍຕິດວິດີໂອເກມ. ເວລາທີ່ຂ້ານ້ອຍຫຼິ້ນ, ຂ້ານ້ອຍສາມາດຫຼິ້ນຈົນລືມໂຕ, ໃຜກໍບໍ່ສາມາດຫ້າມໄດ້ ແລະ ໃຜກໍເວົ້າບໍ່ຟັງ. ຖ້າພວກເຈົ້າເລືອກຂ້ານ້ອຍ, ມັນຈະເຮັດໃຫ້ວຽກງານຊັກຊ້າຢ່າງແນ່ນອນ. ສະນັ້ນ ພວກເຈົ້າກໍຢ່າຟ້າວເລືອກຂ້ານ້ອຍມາເປັນຜູ້ຄຸມງານເລີຍ”. ຖ້າເຈົ້າບໍ່ໄດ້ແຈ້ງເລື່ອງນີ້ໃຫ້ຮູ້ລ່ວງໜ້າ ແລະ ຮູ້ສຶກພໍໃຈ ແລະ ພູມໃຈຕອນທີ່ຖືກເລືອກເປັນຜູ້ຄຸມງານ ພ້ອມທັງຮູ້ສຶກຫວງແຫນສະຖານະນີ້, ແຕ່ຫຼັງຈາກທີ່ໄດ້ເປັນຜູ້ຄຸມງານແລ້ວ ຢາກຫຼິ້ນແນວໃດກໍຫຼິ້ນຄືເກົ່າ, ແບບນີ້ກໍບໍ່ເໝາະສົມ ແລະ ມັນຈະເຮັດໃຫ້ວຽກງານຊັກຊ້າຢ່າງແນ່ນອນ.
ຜູ້ຄຸມງານບາງຄົນມີນິໄສທີ່ບໍ່ດີບາງຢ່າງ. ເມື່ອອ້າຍເອື້ອຍນ້ອງຄັດເລືອກພວກເຂົາ, ບາງຄົນກໍບໍ່ເຂົ້າໃຈສະຖານະການຂອງພວກເຂົາ, ໃນຂະນະທີ່ຄົນອື່ນເຊື່ອວ່າບຸກຄົນເຫຼົ່ານີ້ສາມາດອຸທິດຕົນເພື່ອພຣະເຈົ້າເຕັມເວລາໄດ້ ແລະ ຄິດວ່ານິໄສທີ່ບໍ່ດີ ແລະ ຂໍ້ເສຍຂອງຄົນໜຸ່ມອາດຈະຄ່ອຍໆປ່ຽນແປງໄປຕາມອາຍຸ ແລະ ຄວາມເຂົ້າໃຈໃນຄວາມຈິງທີ່ເພີ່ມຂຶ້ນ. ຫຼາຍຄົນມີທັດສະນະຄະຕິ ແລະ ມຸມມອງແບບນີ້ເມື່ອພວກເຂົາຄັດເລືອກບຸກຄົນເຫຼົ່ານີ້ໃຫ້ເປັນຜູ້ຄຸມງານ. ຫຼັງຈາກທີ່ບຸກຄົນເຫຼົ່ານີ້ຖືກຄັດເລືອກ, ພວກເຂົາກໍໄດ້ເຮັດວຽກງານບາງຢ່າງ, ແຕ່ພວກເຂົາກໍເຮັດໄດ້ບໍ່ດົນກ່ອນທີ່ຈະກາຍເປັນຄົນຄິດລົບ ແລະ ຄິດວ່າ: “ການເປັນຜູ້ຮັບຜິດຊອບບໍ່ແມ່ນເລື່ອງງ່າຍ. ຂ້ອຍຕ້ອງຕື່ນເຊົ້າ ແລະ ນອນເດິກ ແລະ ຂ້ອຍຕ້ອງເຮັດຫຼາຍກວ່າ ແລະ ສັງເກດຫຼາຍກວ່າຄົນອື່ນໃນທຸກໆດ້ານ. ຂ້ອຍຍັງຕ້ອງກັງວົນຫຼາຍຂຶ້ນ ແລະ ໃຊ້ເວລາ ແລະ ພະລັງງານຂອງຂ້ອຍຫຼາຍຂຶ້ນ. ວຽກນີ້ຍາກ; ມັນເມື່ອຍເກີນໄປ!” ດ້ວຍເຫດນີ້, ພວກເຂົາຈຶ່ງຄິດຢາກຈະປະວຽກ. ຖ້າເຈົ້າບໍ່ມີພາລະ, ເຈົ້າກໍບໍ່ສາມາດເຮັດວຽກງານຂອງຜູ້ຄຸມງານໄດ້. ຖ້າເຈົ້າມີພາລະໃນໃຈ, ເຈົ້າກໍຈະເຕັມໃຈທີ່ຈະເປັນຫ່ວງເປັນໄຍກ່ຽວກັບວຽກງານ ແລະ ເຖິງແມ່ນວ່າເຈົ້າຈະເມື່ອຍກວ່າຄົນອື່ນໜ້ອຍໜຶ່ງ, ເຈົ້າກໍຈະບໍ່ຮູ້ສຶກວ່າເຈົ້າກຳລັງທົນທຸກລຳບາກ. ແມ່ນແຕ່ເມື່ອເຖິງເວລາພັກຜ່ອນ, ເຈົ້າກໍຍັງຈະຄິດວ່າ: “ວຽກງານຂອງມື້ນີ້ເປັນແນວໃດ?” ຖ້າເຈົ້າຈື່ບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂຂຶ້ນມາກະທັນຫັນ, ເຈົ້າກໍຈະນອນບໍ່ຫຼັບ. ຖ້າເຈົ້າມີພາລະໃນໃຈ, ເຈົ້າກໍຈະຄິດກ່ຽວກັບວຽກງານຢູ່ສະເໝີ ແລະ ເຈົ້າຈະບໍ່ສົນໃຈວ່າເຈົ້າກິນດີ ຫຼື ພັກຜ່ອນດີສໍ່າໃດ. ຖ້າຄົນເຮົາມີພາລະໜ້ອຍເກີນໄປໃນຖານະຜູ້ຄຸມງານ, ຄວາມກະຕືລືລົ້ນເລັກນ້ອຍຂອງພວກເຂົາກໍຈະຢູ່ໄດ້ພຽງສອງສາມມື້ ແລະ ເມື່ອເວລາຜ່ານໄປ, ບາງຄົນກໍຈະທົນບໍ່ໄດ້ອີກຕໍ່ໄປ. ພວກເຂົາຄິດວ່າ: “ວຽກນີ້ເມື່ອຍຫຼາຍ. ມີວິທີໃດແດ່ທີ່ຂ້ອຍຈະບັນເທີງຕົນເອງ ແລະ ຜ່ອນຄາຍຈັກໜ້ອຍ? ຂ້ອຍຈະຫຼິ້ນວິດີໂອເກມ”. ພວກເຂົາປະຕິບັດໄດ້ດີໃນໄລຍະສັ້ນໆ, ແຕ່ທັນໃດນັ້ນ ພວກເຂົາກໍຄັນໄມ້ຄັນມືຢາກຫຼິ້ນວິດີໂອເກມ. ພໍໄດ້ເລີ່ມຫຼິ້ນກໍຢຸດບໍ່ໄດ້; ພາລະໜ້ອຍໜຶ່ງທີ່ເຄີຍມີກໍຈະຖືກກັດເຊາະໃນຂະນະທີ່ຫຼິ້ນເກມ, ເຊັ່ນດຽວກັບຄວາມກະຕືລືລົ້ນໃນການອຸທິດຕົນ, ຄວາມຕັ້ງໃຈ ແລະ ທັດສະນະຄະຕິທີ່ເປັນບວກໃນການປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອມີຄົນຖາມຫຍັງພວກເຂົາ, ພວກເຂົາກໍຈະກາຍເປັນຄົນບໍ່ອົດທົນ. ພວກເຂົາອາດຈະລິຮານຄົນ ຫຼື ສັ່ງສອນພວກເຂົາ ແລະ ເວົ້າຈິກ-ເວົ້າກັດ ຫຼື ເຮັດແບບພໍເປັນພິທີ ແລະ ປະຖິ້ມວຽກງານຂອງພວກເຂົາ. ບໍ່ແມ່ນມີບັນຫາກັບຜູ້ຄຸມງານເຫຼົ່ານີ້ບໍ? (ມີ). ຕອນກາງເວັນ, ພວກເຂົາກໍເຮັດວຽກແບບຝືນໆໄປໃນຄວາມມຶນໆງົງໆ, ສ່ວນຕອນກາງຄືນ, ກໍລັກຫຼິ້ນວິດີໂອເກມຕອນຄົນອື່ນເຜີ, ບໍ່ໄດ້ນອນໝົດຄືນ. ໃນຕອນເລີ່ມຕົ້ນ, ພວກເຂົາຮູ້ສຶກສະບາຍໃຈກັບມັນ, ໂດຍຄິດວ່າ: “ຂ້ອຍບໍ່ໄດ້ເຮັດໃຫ້ວຽກງານຊັກຊ້າໃນຕອນກາງເວັນ. ຂ້ອຍໄດ້ເຮັດວຽກທັງໝົດທີ່ຂ້ອຍຄວນເຮັດ. ຂ້ອຍໄດ້ແກ້ໄຂບັນຫາທັງໝົດທີ່ຄົນອື່ນຖາມຂ້ອຍ. ເຖິງແມ່ນວ່າຂ້ອຍຈະບໍ່ນອນໃນຕອນກາງຄືນເພື່ອໃຊ້ເວລາຫຼິ້ນວິດີໂອເກມ, ທັງໝົດນີ້ບໍ່ໄດ້ນັບວ່າຂ້ອຍຈົງຮັກພັກດີບໍ?” ຜົນກໍຄື, ເມື່ອພວກເຂົາເລີ່ມຫຼິ້ນວິດີໂອເກມ, ພວກເຂົາກໍບໍ່ສາມາດຢຸດໄດ້ ແລະ ພວກເຂົາກໍບໍ່ຟັງໃຜ. ເຖິງແມ່ນວ່າມັນຈະບໍ່ສົ່ງຜົນກະທົບຕໍ່ການພັກຜ່ອນຂອງຄົນອື່ນ ຫຼື ສະພາບແວດລ້ອມໃນການເຮັດວຽກ, ຜູ້ຄຸມງານເຊັ່ນນີ້ຍັງສາມາດແບກຮັບວຽກງານຂອງພວກເຂົາໄດ້ບໍ? ພວກເຂົາສາມາດເຮັດໄດ້ດີບໍ? (ບໍ່ໄດ້). ເປັນຫຍັງບໍ່ໄດ້? ພວກເຂົາມັກຈະຫຼິ້ນວິດີໂອເກມຕະຫຼອດຄືນໂດຍບໍ່ນອນ ແລະ ຕ້ອງເຮັດວຽກໃນຕອນກາງເວັນ, ຄົນເຮົາຈະມີພະລັງງານຫຼາຍສໍ່າໃດ? ປະສິດທິພາບການເຮັດວຽກຂອງພວກເຂົາຈະສູງບໍ ຖ້າພວກເຂົາຍຶດຕິດກັບການຫຼິ້ນວິດີໂອເກມແບບນີ້? ແນ່ນອນວ່າບໍ່. ສະນັ້ນ, ຜູ້ຄຸມງານເຊັ່ນນີ້ບໍ່ສາມາດເຮັດໜ້າທີ່ຂອງພວກເຂົາໃຫ້ສຳເລັດ ຫຼື ແບກຮັບວຽກງານຂອງພວກເຂົາໄດ້ເລີຍ. ເຖິງແມ່ນວ່າພວກເຂົາຈະມີທັກສະທາງວິຊາຊີບ ແລະ ຄວາມສາມາດຢູ່ແດ່, ພວກເຂົາກໍມັກຫຼິ້ນ ແລະ ບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ. ຜູ້ຄຸມງານເຫຼົ່ານີ້ບໍ່ຄວນຖືກປົດອອກບໍ? ຖ້າພວກເຂົາບໍ່ຖືກປົດອອກ, ວຽກງານກໍຈະຊັກຊ້າ. ບາງຄົນເວົ້າວ່າ: “ຖ້າພວກເຂົາຖືກປົດອອກ, ພວກເຮົາກໍຈະບໍ່ສາມາດຊອກຫາຄົນອື່ນທີ່ມີທັກສະທາງວິຊາຊີບຄືກັບພວກເຂົາໄດ້. ພວກເຮົາຕ້ອງໃຫ້ພວກເຂົາເຮັດວຽກນີ້, ພວກເຂົາຍັງສາມາດແບກຮັບວຽກງານໄດ້ ເຖິງແມ່ນວ່າພວກເຂົາຈະຫຼິ້ນວິດີໂອເກມກໍຕາມ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່, ບໍ່ແມ່ນ). ຄົນເຮົາບໍ່ສາມາດເອົາໃຈໃສ່ສອງຢ່າງພ້ອມກັນໄດ້; ມະນຸດມີພະລັງງານຈຳກັດ. ຖ້າເຈົ້າໃຊ້ພະລັງງານສ່ວນໃຫຍ່ຂອງເຈົ້າໃນການຫຼິ້ນ, ຄວາມອຸທິດຕົນຂອງເຈົ້າໃນການປະຕິບັດໜ້າທີ່ກໍຈະໄດ້ຮັບຜົນກະທົບ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ຂອງເຈົ້າກໍຈະບໍ່ໄດ້ຜົນເຕັມເມັດເຕັມໜ່ວຍ. ນີ້ຄືທັດສະນະຄະຕິທີ່ບໍ່ຮັບຜິດຊອບຕໍ່ການປະຕິບັດໜ້າທີ່. ເຖິງແມ່ນວ່າຄົນເຮົາຈະເອົາໃຈໃສ່ ແລະ ພະລັງງານທັງໝົດຂອງຕົນໃນໜ້າທີ່, ຜົນໄດ້ຮັບກໍບໍ່ຈຳເປັນທີ່ຈະໄດ້ມາດຕະຖານຮ້ອຍເປີເຊັນ. ມັນຈະຍິ່ງຮ້າຍແຮງກວ່ານັ້ນ ຖ້າເຈົ້າເອົາໃຈໃສ່ ແລະ ພະລັງງານສ່ວນໃຫຍ່ຂອງເຈົ້າໃນການຫຼິ້ນ, ເຈົ້າກໍຈະບໍ່ມີພະລັງງານ ແລະ ຄວາມຄິດເຫຼືອຫຼາຍເພື່ອໃຊ້ໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ຂອງເຈົ້າກໍຈະໄດ້ຮັບຜົນກະທົບ. ການເວົ້າວ່າໄດ້ຮັບຜົນກະທົບນັ້ນເປັນພຽງການເວົ້າແບບອ້ອມໆເທົ່ານັ້ນ; ຕາມຄວາມຈິງແລ້ວ, ປະສິດທິຜົນໃນການປະຕິບັດໜ້າທີ່ຂອງເຈົ້າໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ. ຖ້າພົບເຫັນຜູ້ຄຸມງານເຊັ່ນນີ້, ກໍຄວນປັບປ່ຽນໜ້າທີ່ທີ່ມອບໝາຍໃຫ້ ແລະ ປົດລາວອອກໂດຍທັນທີ, ເພາະວ່າພວກເຂົາໃຊ້ການບໍ່ໄດ້ແລ້ວ. ມັນບໍ່ພຽງແຕ່ການປະຕິບັດໜ້າທີ່ຂອງພວກເຂົາບໍ່ໄດ້ມາດຕະຖານເທົ່ານັ້ນ, ພວກເຂົາບໍ່ສາມາດແບກຫາບວຽກງານຂອງພວກເຂົາໄດ້ແລ້ວ ແລະ ບໍ່ສາມາດສົ່ງຜົນກະທົບໃນທາງບວກໃດໆຕໍ່ວຽກງານຂອງພວກເຂົາ. ສະນັ້ນ, ການຊອກຫາຄົນທີ່ຈິງຈັງ ແລະ ຮັບຜິດຊອບມາເຮັດວຽກງານຂອງພວກເຂົາ ເຖິງແມ່ນວ່າຈະມີທັກສະທາງວິຊາຊີບທີ່ຕໍ່າກວ່າໜ້ອຍໜຶ່ງ ກໍຈະເປັນຕົວເລືອກທີ່ດີກວ່າພວກເຂົາ.
ເມື່ອກີ້ນີ້, ເຮົາໄດ້ໂອ້ລົມກັນກ່ຽວກັບຄົນປະເພດຕ່າງໆທີ່ໂລບໃນເລື່ອງກິນ, ໂລບໃນເລື່ອງນອນ ແລະ ໂລບໃນຄວາມບັນເທີງ. ຍັງມີຄົນອີກປະເພດໜຶ່ງ. ໃນເບື້ອງຕົ້ນ, ເມື່ອມີການຄັດເລືອກຜູ້ຄຸມງານ, ຄົນປະເພດນີ້ຖືກເບິ່ງວ່າເໝາະສົມກັບບົດບາດໃນທຸກໆດ້ານ ແລະ ອ້າຍເອື້ອຍນ້ອງທຸກຄົນກໍເຕັມໃຈທີ່ຈະເລືອກພວກເຂົາ. ພວກເຂົາຄິດວ່າຄົນຜູ້ນີ້ມີຄວາມເປັນມະນຸດທີ່ດີ, ມີຄວາມກະຕືລືລົ້ນ ແລະ ຊຳນານໃນວິຊາຊີບຂອງພວກເຂົາ, ອີກທັງຍັງເປັນຄົນທີ່ດີທີ່ສຸດ ແລະ ເຂັ້ມແຂງທີ່ສຸດໃນທີມໃນທຸກໆດ້ານ, ເຮັດໃຫ້ພວກເຂົາເປັນຕົວເລືອກທີ່ເຫັນໄດ້ຊັດສຳລັບຕຳແໜ່ງຜູ້ຄຸມງານ. ແນວໃດກໍຕາມ, ຫຼັງຈາກທີ່ໄດ້ຮັບເລືອກມາໄດ້ໄລຍະໜຶ່ງ, ຄົນຜູ້ນີ້ກໍເລີ່ມຮູ້ສຶກງ່ວງນອນເລື້ອຍໆ, ແມ່ນແຕ່ໃນລະຫວ່າງການເຕົ້າໂຮມ. ເມື່ອຄົນອື່ນເວົ້າກັບພວກເຂົາ, ພວກເຂົາກໍມັກຈະສັບສົນ ແລະ ຕອບຄຳຖາມບໍ່ຕົງປະເດັນ. ພວກເຂົາບໍ່ເຄີຍເປັນແບບນີ້ມາກ່ອນ, ແລ້ວເປັນຫຍັງຈຶ່ງເບິ່ງຄືວ່າພວກເຂົາໄດ້ກາຍເປັນຄົນລະຄົນໄປແລ້ວແບບກະທັນຫັນ? ຕໍ່ມາ, ມີຄົນຄົ້ນພົບໂດຍບັງເອີນວ່າການສົນທະນາຂອງຜູ້ຄຸມງານຄົນນີ້ກັບຄົນໆໜຶ່ງຟັງເບິ່ງຄືວ່າທັງສອງກຳລັງມີຄວາມສຳພັນແບບຄົນຮັກກັນ ແລະ ເກີດການຄາດເດົາຂຶ້ນວ່າພວກເຂົາອາດຈະມີຄວາມສຳພັນກັນແທ້ ຫຼື ບໍ່. ເມື່ອເລື່ອງນີ້ຊັດເຈນຂຶ້ນ, ຜູ້ຄຸມງານຄົນນີ້ກໍຍິ່ງສັບສົນຫຼາຍຂຶ້ນ. ເມື່ອໃດກໍຕາມທີ່ຖືກຖາມຄຳຖາມ ຫຼື ເວົ້າລົມກ່ຽວກັບບາງສິ່ງບາງຢ່າງ, ການຕອບສະໜອງຂອງພວກເຂົາກໍບໍ່ໄວຄືເມື່ອກ່ອນ ແລະ ຟັງເບິ່ງບໍ່ຊັດເຈນ ແລະ ເຂົ້າໃຈງ່າຍຄືເມື່ອກ່ອນ. ພວກເຂົາເລີ່ມເຮັດວຽກທີ່ຜູ້ຄຸມງານຄວນເຮັດໜ້ອຍລົງເລື້ອຍໆ ແລະ ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ໜ້ອຍລົງເລື້ອຍໆ. ພວກເຂົາຄືກັບວ່າໄດ້ກາຍເປັນຄົນລະຄົນໄປແລ້ວ; ພວກເຂົາສົນໃຈເສື້ອຜ້າ ແລະ ການແຕ່ງຕົວຂອງພວກເຂົາຫຼາຍກວ່າເມື່ອກ່ອນ. ມີບັນຫາເກີດຂຶ້ນຢູ່ບ່ອນນີ້. ໃນອະດີດ, ໃນຊ່ວງທີ່ວຽກງານຫຍຸ້ງ, ພວກເຂົາແທບຈະບໍ່ໄດ້ອາບນໍ້າ, ແຕ່ດຽວນີ້ພວກເຂົາລ້າງໜ້າວັນລະສອງຄັ້ງ ແລະ ຫວີຜົມ ແລະ ແຍງແວ່ນທຸກຄັ້ງທີ່ມີໂອກາດ ແລະ ຖາມຄົນອື່ນຢູ່ສະເໝີວ່າ: “ເຈົ້າຄິດວ່າຜິວຂອງຂ້ອຍຂາວຂຶ້ນ ຫຼື ຄໍ້າລົງເມື່ອບໍ່ດົນມານີ້? ເປັນຫຍັງມັນເບິ່ງຄືວ່າຂ້ອຍຄໍ້າລົງ?” ມີຄົນຕອບວ່າ: “ມັນໄຮ້ສາລະຫຼາຍສຳລັບເຈົ້າທີ່ເປັນຜູ້ຄຸມງານທີ່ຈະເວົ້າເຖິງເລື່ອງເຫຼົ່ານີ້, ການຂາວຂຶ້ນ ຫຼື ຄໍ້າລົງຈະສົ່ງຜົນກະທົບຫຍັງ?” ພວກເຂົາເວົ້າເຖິງຫົວຂໍ້ທີ່ບໍ່ສຳຄັນເຫຼົ່ານີ້ຢ່າງສະໝໍ່າສະເໝີ ແລະ ບໍ່ມີອາລົມທີ່ຈະເຮັດວຽກຂອງພວກເຂົາ. ເມື່ອໃດກໍຕາມທີ່ມີໂອກາດ, ພວກເຂົາຈະເວົ້າລົມເລື່ອງເສື້ອຜ້າ, ແມ່ຍິງ, ຜູ້ຊາຍ, ຄວາມຮັກ ແລະ ຄູ່ຄອງແບບໃດທີ່ຄົນຈະເລືອກ, ແຕ່ພວກເຂົາບໍ່ເຄີຍເວົ້າລົມວ່າມີບັນຫາຫຍັງແດ່ໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຈະແກ້ໄຂໄດ້ແນວໃດ. ມີບັນຫາເກີດຂຶ້ນຢູ່ບ່ອນນີ້ແມ່ນ ຫຼື ບໍ່? ພວກເຂົາຍັງສາມາດເຮັດວຽກໄດ້ບໍ? (ບໍ່ໄດ້). ແນວຄິດຂອງພວກເຂົາປ່ຽນໄປແລ້ວ ແລະ ເລື່ອງຂອງການປະຕິບັດໜ້າທີ່ກໍບໍ່ໄດ້ຢູ່ໃນຄວາມຄິດຂອງພວກເຂົາອີກຕໍ່ໄປ. ແຕ່ຈິດໃຈຂອງພວກເຂົາກັບໝົກໝຸ້ນຢູ່ກັບຄວາມຄິດທີ່ຈະມີຄວາມສຳພັນແບບຄົນຮັກ, ແຕ່ງຕົວແນວໃດ ແລະ ຈະດຶງດູດເພດກົງກັນຂ້າມໄດ້ແນວໃດຕະຫຼອດທັງວັນ. ມີສຳນວນໃນໝູ່ຜູ້ທີ່ບໍ່ເຊື່ອວ່າ: “ຫຼົງໃນຄວາມຮັກ”. ນັ້ນແມ່ນແມ່ນໍ້າແຫ່ງຄວາມຮັກແທ້ບໍ? ບໍ່ແມ່ນ, ມັນຄືຂຸມເລິກຕ່າງຫາກ! ເມື່ອເຈົ້າເຂົ້າໄປແລ້ວ, ເຈົ້າກໍບໍ່ສາມາດອອກມາໄດ້ອີກ. ມີຄົນແບບນີ້ໃນໝູ່ບຸກຄະລາກອນທີ່ປະຕິບັດໜ້າທີ່ຢູ່ບໍ? (ມີ). ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບການທີ່ຜູ້ຄົນສະແຫວງຫາຄູ່ຄອງ, ແຕ່ຖ້າພວກເຂົາລົບກວນຊີວິດໃນຄຣິດຕະຈັກ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິດຕະຈັກ, ຄົນເຫຼົ່ານັ້ນກໍຈຳເປັນຕ້ອງຖືກສະລ້າງອອກໄປ. ເຈົ້າສອງຄົນອອກໄປນັດພົບກັນຂ້າງນອກພຸ້ນ, ຢ່າມາສົ່ງຜົນກະທົບຕໍ່ຄົນອື່ນ. ຖ້າເຈົ້າເປັນຄົນທີ່ອຸທິດຕົນເພື່ອໃຊ້ຊີວິດທັງຊີວິດເພື່ອພຣະເຈົ້າ ແລະ ເຈົ້າໄດ້ຕັດສິນໃຈທີ່ຈະບໍ່ມີຄວາມສຳພັນແບບຄົນຮັກ, ກໍຈົ່ງມຸ່ງໝັ້ນທີ່ຈະອຸທິດຕົນເພື່ອພຣະເຈົ້າ. ຖ້າເຈົ້າມີຄວາມສຳພັນແບບຄົນຮັກ ແລະ ບໍ່ຮູ້ສຶກຢາກເຮັດວຽກອີກຕໍ່ໄປ, ເຈົ້າກໍບໍ່ຄວນປະຕິບັດໜ້າທີ່ຂອງຜູ້ຄຸມງານ ແລະ ເຮືອນຂອງພຣະເຈົ້າຈະເລືອກຄົນອື່ນມາແທນຕຳແໜ່ງ. ວຽກງານຂອງເຮືອນຂອງພຣະເຈົ້າຈະຕ້ອງບໍ່ຊັກຊ້າ ຫຼື ໄດ້ຮັບອິດທິພົນຈາກຄວາມສຳພັນແບບຄົນຮັກຂອງເຈົ້າ. ວຽກງານຈະຕ້ອງດຳເນີນຕໍ່ໄປ. ມັນຈະດຳເນີນຕໍ່ໄປໄດ້ແນວໃດ? ໂດຍການຄັດເລືອກຜູ້ຄຸມງານຄົນໃໝ່ທີ່ບໍ່ໄດ້ມີຄວາມສຳພັນແບບຄົນຮັກ, ຜູ້ທີ່ມີທັກສະທາງວິຊາຊີບທີ່ເຂັ້ມແຂງ ແລະ ສາມາດແບກຮັບວຽກງານໄດ້ ເພື່ອມາຮັບວຽກງານຂອງເຈົ້າຕໍ່. ເຮືອນຂອງພຣະເຈົ້າດຳເນີນງານດ້ວຍວິທີນີ້ສະເໝີ ແລະ ຫຼັກການນີ້ຍັງຄົງບໍ່ປ່ຽນແປງ. ຜູ້ຄຸມງານບາງຄົນເວົ້າວ່າ: “ຄວາມສຳພັນແບບຄົນຮັກຂອງຂ້ອຍບໍ່ໄດ້ສົ່ງຜົນກະທົບຕໍ່ວຽກງານຂອງຂ້ອຍ; ໃຫ້ຂ້ອຍຮັບຜິດຊອບຕໍ່ໄປສາ”. ພວກເຮົາສາມາດເຊື່ອຄຳເວົ້ານີ້ໄດ້ບໍ? (ບໍ່ໄດ້). ເປັນຫຍັງພວກເຮົາຈຶ່ງເຊື່ອບໍ່ໄດ້? ເພາະວ່າຄວາມຈິງມັນກໍເຫັນກັນຢ່າງຄັກແນ່! ເມື່ອຄົນຜູ້ໜຶ່ງມີຄວາມສຳພັນແບບຄົນຮັກ, ສິ່ງທີ່ພວກເຂົາຄິດທັງໝົດກໍຄືຄົນຮັກຂອງພວກເຂົາ ແລະ ຫົວໃຈຂອງພວກເຂົາກໍໝົກໝຸ້ນຢູ່ກັບເລື່ອງເຫຼົ່ານີ້, ດັ່ງນັ້ນ ພວກເຂົາຈຶ່ງມັກຈະຮູ້ສຶກງ່ວງນອນໃນລະຫວ່າງການເຕົ້າໂຮມ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້. ສະນັ້ນ, ວິທີທີ່ເຮືອນຂອງພຣະເຈົ້າຈັດການກັບບຸກຄົນດັັ່ງກ່າວຈຶ່ງເໝາະສົມ ແລະ ສອດຄ່ອງກັບຫຼັກການ. ເຮືອນຂອງພຣະເຈົ້າບໍ່ໄດ້ຫ້າມເຈົ້າຈາກການນັດພົບ, ທັງບໍ່ໄດ້ຮິບຮອນເອົາເສລີພາບໃນການນັດພົບຂອງເຈົ້າ. ເຈົ້າອາດຈະນັດພົບກັບໃຜຜູ້ໜຶ່ງຕາມໃຈປາຖະໜາ: ນັ້ນຄືການຕັດສິນໃຈຂອງເຈົ້າເອງ, ຕາບໃດທີ່ເຈົ້າບໍ່ເສຍໃຈ ແລະ ບໍ່ຕ້ອງມາເສຍໃຈຮ້ອງໄຫ້ພາຍຫຼັງກໍພໍ. ຜູ້ຄຸມງານບາງຄົນໄດ້ຖືກປົດອອກຍ້ອນຄວາມສຳພັນແບບຄົນຮັກ. ບາງຄົນຖາມວ່າ: “ຄົນຜູ້ໜຶ່ງບໍ່ໄດ້ຮັບອະນຸຍາດໃຫ້ເຊື່ອໃນພຣະເຈົ້າແລ້ວບໍ ເມື່ອພວກເຂົາມີຄວາມສຳພັນແບບຄົນຮັກ?” ເຮືອນຂອງພຣະເຈົ້າບໍ່ເຄີຍເວົ້າເຊັ່ນນັ້ນ. ມັນເປັນກໍລະນີທີ່ເຮືອນຂອງພຣະເຈົ້າປະຕິເສດ ຫຼື ຂັບໄລ່ທຸກຄົນທີ່ມີຄວາມສຳພັນແບບຄົນຮັກບໍ? (ບໍ່). ຖ້າເຈົ້າມີຄວາມສຳພັນແບບຄົນຮັກ, ແລ້ວເຈົ້າກໍບໍ່ສາມາດເປັນຜູ້ຄຸມງານ ຫຼື ຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ ແລະ ຖ້າເຈົ້າບໍ່ໄດ້ອຸທິດຕົນໃນການປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຄວນອອກຈາກຄຣິດຕະຈັກທີ່ເຮັດໜ້າທີ່ເຕັມເວລາ. ມີໃຜເຄີຍເວົ້າບໍວ່າເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ເຊື່ອໃນພຣະເຈົ້າອີກຕໍ່ໄປ ຫຼື ວ່າເຈົ້າຈະຖືກຂັບໄລ່? ມີໃຜເຄີຍຕັດສິນລົງໂທດໂດຍກ່າວວ່າເຈົ້າບໍ່ສາມາດລອດພົ້ນໄດ້ ຫຼື ວ່າເຈົ້າຈະຖືກສາບແຊ່ງບໍ? (ບໍ່). ເຮືອນຂອງພຣະເຈົ້າບໍ່ເຄີຍເວົ້າສິ່ງດັ່ງກ່າວ. ເຮືອນຂອງພຣະເຈົ້າບໍ່ໄດ້ແຊກແຊງການເລືອກສ່ວນຕົວ ແລະ ເສລີພາບຂອງເຈົ້າເລີຍ; ມັນບໍ່ໄດ້ຮິບຮອນເອົາເສລີພາບໃດໆຈາກເຈົ້າເລີຍ, ມັນໃຫ້ເສລີພາບແກ່ເຈົ້າ. ແນວໃດກໍຕາມ, ເມື່ອເວົ້າເຖິງຜູ້ຄຸມງານປະເພດນີ້, ຫຼັກການຂອງເຮືອນຂອງພຣະເຈົ້າໃນການຈັດການກັບພວກເຂົາກໍຄືການປົດພວກເຂົາອອກ ແລະ ຊອກຫາຄົນທີ່ເໝາະສົມມາແທນທີ່. ຖ້າພວກເຂົາເໝາະສົມທີ່ຈະສືບຕໍ່ປະຕິບັດໜ້າທີ່, ກໍສາມາດໃຫ້ພວກເຂົາເຮັດຕໍ່ໄປໄດ້. ຖ້າບໍ່, ພວກເຂົາກໍຈະຖືກສົ່ງກັບຄືນ. ຈະບໍ່ມີການທຸບຕີ ຫຼື ການໃຊ້ຄຳເວົ້າທີ່ຮຸນແຮງ ຫຼື ການໝິ່ນປະໝາດໃດໆ. ມັນບໍ່ແມ່ນເລື່ອງທີ່ໜ້າອັບອາຍ; ມັນເປັນເລື່ອງປົກກະຕິຫຼາຍ. ສະນັ້ນ ເມື່ອບາງຄົນຖືກປົດອອກຈາກຕຳແໜ່ງ ຫຼື ຖືກສົ່ງໄປຄຣິດຕະຈັກທຳມະດາຍ້ອນຄວາມສຳພັນແບບຄົນຮັກຂອງພວກເຂົາ, ນີ້ເປັນຕາໜ້າອັບອາຍບໍ? ມັນພຽງແຕ່ຊີ້ໃຫ້ເຫັນວ່າພວກເຂົາຂາດຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນ, ວ່າພວກເຂົາບໍ່ສົນໃຈໃນຄວາມຈິງ ແລະ ບໍ່ມີພາລະໃດໆເລີຍສຳລັບການເຂົ້າສູ່ຊີວິດຂອງຕົນເອງ. ຜູ້ຄຸມງານປະເພດນີ້ບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ, ພວກເຂົາເອົາໃຈໃສ່ແຕ່ຄວາມສຳພັນແບບຄົນຮັກ, ເຊິ່ງເຮັດໃຫ້ວຽກງານຂອງຄຣິດຕະຈັກຊັກຊ້າ ແລະ ໄດ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຂອງຄຣິດຕະຈັກແລ້ວ, ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? (ແມ່ນ). ສະນັ້ນ, ຜູ້ຄຸມງານປະເພດນີ້ຈຶ່ງບໍ່ເໝາະສົມທີ່ຈະເກັບໄວ້ ແລະ ຄວນຖືກປົດອອກຈາກຕຳແໜ່ງ. ບາງຄົນເວົ້າວ່າ: “ມັນບໍ່ແມ່ນການຟ້າວຟັ່ງເກີນໄປບໍທີ່ຈະປົດພວກເຂົາອອກ?” ຖ້າຫາກນັບຕັ້ງແຕ່ເລີ່ມຕົ້ນຄວາມສຳພັນແບບຄົນຮັກຂອງພວກເຂົາຈົນເຖິງເວລາທີ່ຖືກປົດອອກ, ຜ່ານໄປພຽງແຕ່ໜຶ່ງ ຫຼື ສອງມື້, ນັ້ນອາດຈະຖືວ່າຟ້າວຟັ່ງ. ແຕ່ຖ້າສາມຫາຫ້າເດືອນຜ່ານໄປ, ນັ້ນຍັງຈະຖືວ່າຟ້າວຟັ່ງຢູ່ບໍ? (ບໍ່). ການກະທຳໄດ້ດຳເນີນໄປຢ່າງຊ້າພໍແລ້ວ, ວຽກງານກໍໄດ້ຊັກຊ້າຫຼາຍແລ້ວ, ເຈົ້າບໍ່ກະວົນກະວາຍກັບມັນໄດ້ແນວໃດ? ນີ້ບໍ່ແມ່ນບັນຫາບໍ? (ແມ່ນແລ້ວ).
ຜູ້ນໍາປອມບໍ່ເຄີຍສອບຖາມກ່ຽວກັບຜູ້ຄຸມງານທີ່ບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ຜູ້ທີ່ບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ. ພວກເຂົາຄິດວ່າພວກເຂົາພຽງແຕ່ຕ້ອງເລືອກຜູ້ຄຸມງານຄົນໜຶ່ງ ແລະ ນັ້ນກໍຖືວ່າຈົບເລື່ອງແລ້ວ ແລະ ຫຼັງຈາກນັ້ນຜູ້ຄຸມງານກໍສາມາດຈັດການເລື່ອງວຽກງານທັງໝົດດ້ວຍຕົນເອງ. ສະນັ້ນ ຜູ້ນໍາປອມຈຶ່ງພຽງແຕ່ຈັດການເຕົ້າໂຮມເປັນບາງຄັ້ງຄາວ ແລະ ບໍ່ໄດ້ຊີ້ນໍາວຽກງານ ຫຼື ຖາມວ່າເປັນແນວໃດແລ້ວ ແລະ ເຮັດຕົວເປັນເຈົ້ານາຍທີ່ບໍ່ໃສ່ໃຈວຽກງານ. ຖ້າຫາກມີຄົນລາຍງານບັນຫາກ່ຽວກັບຜູ້ຄຸມງານ, ຜູ້ນໍາປອມກໍຈະເວົ້າວ່າ: “ມັນເປັນພຽງບັນຫາເລັກນ້ອຍ, ບໍ່ເປັນຫຍັງດອກ. ພວກເຈົ້າສາມາດຈັດການມັນເອງໄດ້. ຢ່າມາຖາມຂ້ອຍ”. ຄົນທີ່ລາຍງານບັນຫາກໍເວົ້າວ່າ: “ຜູ້ຄຸມງານຄົນນັ້ນເປັນຄົນຂີ້ຄ້ານ ແລະ ມັກກິນ. ພວກເຂົາເອົາໃຈໃສ່ແຕ່ເລື່ອງອາຫານ ແລະ ຄວາມບັນເທີງ ແລະ ພວກເຂົາຂີ້ຄ້ານເຂົ້າກະດູກດຳ. ພວກເຂົາບໍ່ຢາກທົນທຸກລຳບາກແມ່ນແຕ່ໜ້ອຍດຽວໃນໜ້າທີ່ຂອງພວກເຂົາ ແລະ ພວກເຂົາມັກລັກໄກ່ຢູ່ສະເໝີ ແລະ ແຕ່ງເຫດຜົນຂຶ້ນມາເພື່ອຫຼີກເວັ້ນວຽກງານ ແລະ ປັດຄວາມຮັບຜິດຊອບຂອງພວກເຂົາ. ພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ຄຸມງານ”. ຜູ້ນໍາປອມກໍຈະຕອບວ່າ: “ພວກເຂົາດີຫຼາຍຕອນທີ່ພວກເຂົາຖືກເລືອກໃຫ້ເປັນຜູ້ຄຸມງານ. ສິ່ງທີ່ເຈົ້າເວົ້ານັ້ນບໍ່ແມ່ນຄວາມຈິງ ຫຼື ເຖິງແມ່ນວ່າມັນຈະແມ່ນ, ມັນກໍເປັນພຽງການສະແດງອອກຊົ່ວຄາວ”. ຜູ້ນໍາປອມຈະບໍ່ພະຍາຍາມຊອກຮູ້ເພີ່ມເຕີມກ່ຽວກັບສະຖານະການຂອງຜູ້ຄຸມງານ, ແທນທີ່ຈະເປັນແນວນັ້ນ ພວກເຂົາຈະຕັດສິນ ແລະ ລົງຄວາມເຫັນກ່ຽວກັບເລື່ອງດັ່ງກ່າວໂດຍອີງໃສ່ຄວາມປະທັບໃຈໃນອະດີດທີ່ພວກເຂົາມີຕໍ່ຜູ້ຄຸມງານຄົນນັ້ນ. ບໍ່ວ່າໃຜຈະລາຍງານບັນຫາກ່ຽວກັບຜູ້ຄຸມງານ, ຜູ້ນໍາປອມກໍຈະບໍ່ສົນໃຈພວກເຂົາ. ຜູ້ຄຸມງານບໍ່ໄດ້ເຮັດວຽກງານຕົວຈິງ ແລະ ວຽກງານຂອງຄຣິດຕະຈັກກໍເກືອບຈະຢຸດສະງັກ, ແຕ່ຜູ້ນໍາປອມກໍບໍ່ສົນໃຈ, ຄືກັບວ່າພວກເຂົາບໍ່ໄດ້ມີສ່ວນກ່ຽວຂ້ອງເລີຍ. ມັນເປັນຕາໜ້າລັງກຽດພໍແລ້ວທີ່ເມື່ອມີຄົນລາຍງານບັນຫາຂອງຜູ້ຄຸມງານ, ແລ້ວພວກເຂົາກໍເຮັດບໍ່ຮູ້ບໍ່ເຫັນ. ແຕ່ສິ່ງທີ່ເປັນຕາໜ້າກຽດຊັງທີ່ສຸດແມ່ນຫຍັງ? ເມື່ອຜູ້ຄົນລາຍງານບັນຫາທີ່ຮ້າຍແຮງແທ້ໆກ່ຽວກັບຜູ້ຄຸມງານໃຫ້ພວກເຂົາ, ພວກເຂົາກໍຈະບໍ່ພະຍາຍາມແກ້ໄຂບັນຫາເຫຼົ່ານີ້ ແລະ ພວກເຂົາເຖິງກັບຈະຫາຂໍ້ອ້າງຕ່າງໆນາໆວ່າ: “ຂ້ອຍຮູ້ຈັກຜູ້ຮັບຄຸມງານນີ້, ພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ພວກເຂົາຈະບໍ່ມີບັນຫາຫຍັງເລີຍ. ເຖິງແມ່ນວ່າພວກເຂົາຈະມີບັນຫາເລັກນ້ອຍ, ພຣະເຈົ້າກໍຈະປົກປ້ອງພວກເຂົາ ແລະ ລົງວິໄນພວກເຂົາ. ຖ້າພວກເຂົາເຮັດຜິດພາດຫຍັງ, ນັ້ນກໍເປັນເລື່ອງລະຫວ່າງພວກເຂົາກັບພຣະເຈົ້າ, ພວກເຮົາບໍ່ຈຳເປັນຕ້ອງສົນໃຈມັນ”. ຜູ້ນໍາປອມເຮັດວຽກຕາມແນວຄິດ ແລະ ຈິນຕະນາການຂອງຕົນເອງໃນລັກສະນະນີ້. ພວກເຂົາທໍາທ່າວ່າເຂົ້າໃຈຄວາມຈິງ ແລະ ມີຄວາມເຊື່ອ, ແຕ່ພວກເຂົາພຽງແຕ່ເຮັດໃຫ້ວຽກງານຂອງຄຣິດຕະຈັກເສຍຫາຍ, ວຽກງານຂອງຄຣິດຕະຈັກອາດຈະເຖິງຂັ້ນຢຸດສະງັກ ແລະ ພວກເຂົາກໍຍັງຈະທໍາທ່າວ່າບໍ່ຮູ້ເລື່ອງນີ້. ຜູ້ນໍາປອມບໍ່ໄດ້ເຮັດຕົວຄືກັບເປັນພຽງຂ້າລາຊະການເກີນໄປບໍ? ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງດ້ວຍຕົນເອງໄດ້ ແລະ ພວກເຂົາກໍບໍ່ຮອບຄອບກ່ຽວກັບວຽກງານຂອງຫົວໜ້າທີມ ແລະ ຜູ້ຄຸມງານເຊັ່ນກັນ, ພວກເຂົາບໍ່ໄດ້ຕິດຕາມ ຫຼື ສອບຖາມກ່ຽວກັບມັນ. ທັດສະນະຂອງພວກເຂົາຕໍ່ຜູ້ຄົນແມ່ນອີງໃສ່ພຽງແຕ່ຄວາມປະທັບໃຈ ແລະ ຈິນຕະນາການຂອງຕົນເອງ. ເມື່ອພວກເຂົາເຫັນຄົນໃດຄົນໜຶ່ງປະຕິບັດໄດ້ດີໃນໄລຍະໜຶ່ງ, ພວກເຂົາກໍຄິດວ່າຄົນຜູ້ນີ້ຈະດີຕະຫຼອດໄປ, ວ່າພວກເຂົາຈະບໍ່ປ່ຽນແປງ; ພວກເຂົາບໍ່ເຊື່ອໃຜທີ່ເວົ້າວ່າມີບັນຫາກັບຄົນຜູ້ນີ້ ແລະ ພວກເຂົາກໍບໍ່ສົນໃຈເມື່ອມີຄົນເຕືອນພວກເຂົາກ່ຽວກັບຄົນຜູ້ນັ້ນ. ພວກເຈົ້າຄິດວ່າຜູ້ນໍາປອມໂງ່ບໍ? ພວກເຂົາທັງໂງ່ຈ້າ ແລະ ໂງ່ເຂົາ. ແມ່ນຫຍັງທີ່ເຮັດໃຫ້ພວກເຂົາໂງ່? ພວກເຂົາໄວ້ວາງໃຈຄົນຜູ້ໜຶ່ງຢ່າງບໍ່ຄິດ, ໂດຍເຊື່ອວ່າເພາະຕອນທີ່ຄົນຜູ້ນີ້ຖືກເລືອກ, ພວກເຂົາໄດ້ສາບານ, ໄດ້ຕັ້ງປະນິທານ ແລະ ໄດ້ອະທິຖານທັງນໍ້າຕາເທິງໃບໜ້າຂອງພວກເຂົາ, ນັ້ນກໍໝາຍຄວາມວ່າພວກເຂົາເປັນຄົນທີ່ເພິ່ງພາໄດ້ ແລະ ຈະບໍ່ມີບັນຫາໃດໆກັບການທີ່ພວກເຂົາຮັບຜິດຊອບວຽກງານ. ຜູ້ນໍາປອມບໍ່ມີຄວາມເຂົ້າໃຈໃນທຳມະຊາດຂອງມະນຸດ; ພວກເຂົາບໍ່ຮູ້ສະພາບຄວາມເປັນຈິງຂອງມະນຸດຊາດທີ່ເສື່ອມຊາມ. ພວກເຂົາເວົ້າວ່າ: “ຄົນຜູ້ໜຶ່ງຈະປ່ຽນໄປໃນທາງທີ່ຮ້າຍໄດ້ແນວໃດ ເມື່ອພວກເຂົາຖືກເລືອກໃຫ້ເປັນຜູ້ຄຸມງານແລ້ວ? ຄົນທີ່ເບິ່ງຄືວ່າຈິງຈັງ ແລະ ໜ້າເຊື່ອຖືຈະປະວຽກຂອງພວກເຂົາໄດ້ແນວໃດ? ພວກເຂົາຄົງບໍ່ເຮັດດອກ, ແມ່ນບໍ່? ພວກເຂົາເປັນຄົນທີ່ຊື່ສັດຫຼາຍ”. ຍ້ອນວ່າຜູ້ນໍາປອມໄດ້ເຊື່ອໝັ້ນໃນຈິນຕະນາການ ແລະ ຄວາມຮູ້ສຶກຂອງຕົນເອງຫຼາຍເກີນໄປ, ສິ່ງນີ້ຈຶ່ງເຮັດໃຫ້ໃນທີ່ສຸດພວກເຂົາບໍ່ສາມາດແກ້ໄຂບັນຫາຫຼາຍຢ່າງທີ່ເກີດຂຶ້ນໃນວຽກງານຂອງຄຣິດຕະຈັກໄດ້ຢ່າງທັນການ ແລະ ກີດກັນບໍ່ໃຫ້ພວກເຂົາປົດຜູ້ຄຸມງານທີ່ກ່ຽວຂ້ອງອອກ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາໄດ້ຢ່າງທັນການ. ພວກເຂົາຄືຜູ້ນໍາປອມໂຕຈິງ. ແລ້ວບັນຫາຢູ່ບ່ອນນີ້ແມ່ນຫຍັງແທ້? ວິທີການເຮັດວຽກຂອງຜູ້ນໍາປອມກ່ຽວຂ້ອງກັບການເຮັດແບບພໍເປັນພິທີບໍ? ໃນດ້ານໜຶ່ງ, ພວກເຂົາເຫັນມັງກອນແດງທີ່ຍິ່ງໃຫຍ່ກຳລັງຈັບກຸມຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງໂຫດຮ້າຍ, ສະນັ້ນ ເພື່ອຮັກສາຕົນເອງໃຫ້ປອດໄພ, ພວກເຂົາຈຶ່ງຈັດຄົນໃດຄົນໜຶ່ງໃຫ້ຮັບຜິດຊອບວຽກງານແບບຊະຊາຍ ໂດຍເຊື່ອວ່ານີ້ຈະແກ້ໄຂບັນຫາໄດ້ ແລະ ພວກເຂົາບໍ່ຈຳເປັນຕ້ອງໃສ່ໃຈມັນອີກຕໍ່ໄປ. ພວກເຂົາຄິດຫຍັງໃນໃຈ? “ນີ້ເປັນສະພາບແວດລ້ອມທີ່ເປັນສັດຕູຫຼາຍ, ຂ້ອຍຄວນລີ້ຊ່ອນໄລຍະໜຶ່ງ”. ນີ້ຄືການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ, ບໍ່ແມ່ນບໍ? ໃນອີກດ້ານໜຶ່ງ, ຜູ້ນໍາປອມມີຂໍ້ບົກຜ່ອງທີ່ຮ້າຍແຮງຄື: ພວກເຂົາໄວ້ວາງໃຈຄົນງ່າຍໂດຍອີງໃສ່ຈິນຕະນາການຂອງຕົນເອງ. ແລະ ສິ່ງນີ້ກໍເກີດຈາກການບໍ່ເຂົ້າໃຈຄວາມຈິງ, ບໍ່ແມ່ນບໍ? ພຣະທຳຂອງພຣະເຈົ້າເປີດເຜີຍແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມແນວໃດ? ເປັນຫຍັງພວກເຂົາຈຶ່ງຄວນໄວ້ວາງໃຈໃນມະນຸດ ໃນເມື່ອພຣະເຈົ້າບໍ່ໄດ້ໄວ້ວາງໃຈ? ຜູ້ນໍາປອມອວດດີ ແລະ ຖືຕົນວ່າຊອບທຳເກີນໄປ, ບໍ່ແມ່ນບໍ? ສິ່ງທີ່ພວກເຂົາຄິດກໍຄື: “ຂ້ອຍບໍ່ໜ້າຈະຕັດສິນຄົນຜູ້ນີ້ຜິດ, ບໍ່ໜ້າຈະມີບັນຫາໃດໆກັບຄົນຜູ້ນີ້ທີ່ຂ້ອຍໄດ້ຕັດສິນວ່າເໝາະສົມ; ພວກເຂົາບໍ່ແມ່ນຄົນທີ່ເພີດເພີນກັບການກິນ, ການດື່ມ ແລະ ຄວາມບັນເທີງ ຫຼື ຜູ້ທີ່ມັກຄວາມສະບາຍ ແລະ ກຽດຊັງການເຮັດວຽກໜັກຢ່າງແນ່ນອນ. ພວກເຂົາເປັນຄົນທີ່ເພິ່ງພາໄດ້ ແລະ ໜ້າເຊື່ອຖືຢ່າງແທ້ຈິງ. ພວກເຂົາຈະບໍ່ປ່ຽນແປງ; ຖ້າພວກເຂົາປ່ຽນ, ນັ້ນກໍໝາຍຄວາມວ່າຂ້ອຍເບິ່ງພວກເຂົາຜິດ, ບໍ່ແມ່ນບໍ?” ນີ້ແມ່ນເຫດຜົນປະເພດໃດ? ເຈົ້າເປັນຜູ້ຊ່ຽວຊານແມ່ນຫຍັງບາງຢ່າງບໍ? ຕາຂອງເຈົ້າມີພະລັງເບິ່ງທະລຸໄດ້ບໍ? ເຈົ້າມີທັກສະພິເສດແບບນັ້ນບໍ? ເຈົ້າອາດຈະຢູ່ກັບຄົນຜູ້ໜຶ່ງເປັນເວລາໜຶ່ງ ຫຼື ສອງປີ, ແຕ່ເຈົ້າຈະສາມາດເຫັນທາດແທ້ຂອງພວກເຂົາໄດ້ບໍ ຖ້າບໍ່ມີສະພາບແວດລ້ອມທີ່ເໝາະສົມເພື່ອເປີດເຜີຍທຳມະຊາດ-ແກ່ນແທ້ຂອງພວກເຂົາອອກມາຢ່າງສິ້ນເຊີງ? ຖ້າພວກເຂົາບໍ່ໄດ້ຖືກເປີດເຜີຍໂດຍພຣະເຈົ້າ, ເຈົ້າກໍສາມາດຢູ່ຄຽງຂ້າງພວກເຂົາເປັນເວລາສາມ ຫຼື ຫ້າປີ ແລະ ກໍຍັງຈະເປັນເລື່ອງຍາກທີ່ຈະເຫັນວ່າພວກເຂົາມີທຳມະຊາດ-ແກ່ນແທ້ເປັນແບບໃດ. ແລະ ມັນຍິ່ງຈະເປັນຄວາມຈິງຫຼາຍສໍ່າໃດ ເມື່ອເຈົ້າບໍ່ຄ່ອຍໄດ້ເຫັນພວກເຂົາ, ບໍ່ຄ່ອຍໄດ້ຢູ່ກັບພວກເຂົາ? ຜູ້ນໍາປອມໄວ້ວາງໃຈຄົນຜູ້ໜຶ່ງຢ່າງບໍ່ຄິດ ໂດຍອີງໃສ່ຄວາມປະທັບໃຈຊົ່ວຄາວ ຫຼື ການປະເມີນໃນທາງບວກຂອງຄົນອື່ນກ່ຽວກັບລາວ ແລະ ກ້າທີ່ຈະມອບໝາຍວຽກງານຂອງຄຣິດຕະຈັກໃຫ້ຄົນເຊັ່ນນັ້ນ. ໃນເລື່ອງນີ້, ພວກເຂົາບໍ່ໄດ້ຕາບອດຢ່າງທີ່ສຸດບໍ? ພວກເຂົາບໍ່ໄດ້ກະທຳການຢ່າງຊະຊາຍບໍ? ແລະ ເມື່ອພວກເຂົາເຮັດວຽກແບບນີ້, ຜູ້ນໍາປອມບໍ່ໄດ້ຂາດຄວາມຮັບຜິດຊອບຢ່າງທີ່ສຸດບໍ? ຜູ້ນໍາ ແລະ ຜູ້ເຮັດວຽກລະດັບສູງຖາມພວກເຂົາວ່າ: “ເຈົ້າໄດ້ກວດກາວຽກງານຂອງຜູ້ຄຸມງານຄົນນັ້ນແລ້ວບໍ? ລັກສະນະ ແລະ ຄວາມສາມາດຂອງພວກເຂົາເປັນແນວໃດ? ພວກເຂົາຮັບຜິດຊອບໃນວຽກງານຂອງພວກເຂົາບໍ? ພວກເຂົາສາມາດແບກຮັບວຽກງານໄດ້ບໍ?” ຜູ້ນໍາປອມຕອບວ່າ: “ພວກເຂົາສາມາດເຮັດໄດ້ແນ່ນອນ! ຕອນທີ່ພວກເຂົາຖືກເລືອກ, ພວກເຂົາໄດ້ສາບານ ແລະ ຕັ້ງປະນິທານ. ຂ້ອຍຍັງມີຄຳສາບານທີ່ເປັນລາຍລັກອັກສອນຂອງພວກເຂົາຢູ່. ພວກເຂົາຄວນຈະສາມາດແບກຮັບວຽກງານໄດ້”. ເຈົ້າຄິດແນວໃດກັບຄຳເວົ້າຂອງຜູ້ນໍາປອມ? ພວກເຂົາເຊື່ອວ່າເນື່ອງຈາກຄົນຜູ້ນີ້ໄດ້ສາບານເພື່ອສະແດງຄວາມຕັ້ງໃຈຂອງພວກເຂົາ, ພວກເຂົາກໍຈະສາມາດເຮັດຕາມນັ້ນໄດ້ຢ່າງແນ່ນອນ. ຄຳເວົ້ານີ້ເປັນຄວາມຈິງບໍ? ດຽວນີ້ມີຈັກຄົນທີ່ສາມາດເຮັດຕາມຄຳສາບານຂອງພວກເຂົາໄດ້ແທ້? ມີຄົນຊື່ສັດຈັກຄົນທີ່ເຮັດສິ່ງຕ່າງໆຕາມປະນິທານຂອງພວກເຂົາ? ພຽງແຕ່ຍ້ອນວ່າຄົນຜູ້ໜຶ່ງສາບານບໍ່ໄດ້ໝາຍຄວາມວ່າພວກເຂົາສາມາດເຮັດຕາມນັ້ນໄດ້ຢ່າງແທ້ຈິງ. ສົມມຸດວ່າເຈົ້າຖາມພວກເຂົາວ່າ: “ເຈົ້າສາມາດຮັບປະກັນໄດ້ບໍວ່າຜູ້ຄຸມງານຈະບໍ່ປ່ຽນແປງ? ເຈົ້າສາມາດຮັບປະກັນຄວາມຈົງຮັກພັກດີຕະຫຼອດຊີວິດຂອງພວກເຂົາໄດ້ບໍ? ເມື່ອພຣະເຈົ້າຕ້ອງການເປີດເຜີຍຜູ້ຄົນ ພຣະອົງຕ້ອງຈັດສະພາບແວດລ້ອມຕ່າງໆເພື່ອທົດລອງພວກເຂົາ. ເຈົ້າອີງໃສ່ຫຍັງຈຶ່ງເວົ້າວ່າພວກເຂົາໜ້າເຊື່ອຖື? ເຈົ້າໄດ້ຊອກຮູ້ກ່ຽວກັບພວກເຂົາແລ້ວບໍ?” ຜູ້ນໍາປອມຕອບວ່າ: “ບໍ່ຈຳເປັນ. ອ້າຍເອື້ອຍນ້ອງທຸກຄົນໄດ້ລາຍງານວ່າພວກເຂົາໜ້າເຊື່ອຖື”. ຄຳເວົ້ານີ້ກໍບໍ່ຖືກຕ້ອງເຊັ່ນກັນ. ຄົນຜູ້ໜຶ່ງຈະດີແທ້ພຽງເພາະອ້າຍເອື້ອຍນ້ອງລາຍງານວ່າພວກເຂົາເປັນຄົນດີບໍ? ອ້າຍເອື້ອຍນ້ອງທຸກຄົນມີຄວາມຈິງບໍ? ພວກເຂົາທຸກຄົນສາມາດເບິ່ງທະລຸສິ່ງຕ່າງໆໄດ້ບໍ? ອ້າຍເອື້ອຍນ້ອງທຸກຄົນລຶ້ງເຄີຍກັບຄົນຜູ້ນີ້ບໍ? ຄຳເວົ້ານີ້ຍິ່ງເປັນຕາໜ້າລັງກຽດ! ທີ່ຈິງແລ້ວ, ຄົນຜູ້ນັ້ນໄດ້ຖືກເປີດເຜີຍມາດົນແລ້ວ. ພວກເຂົາໄດ້ສູນເສຍວຽກຂອງພຣະວິນຍານບໍລິສຸດແລ້ວ ແລະ ນິໄສທີ່ຊົ່ວຊ້າຂອງພວກເຂົາທີ່ມັກຄວາມສະບາຍ ແລະ ກຽດຊັງການເຮັດວຽກໜັກ, ການເປັນຄົນມັກກິນ ແລະ ຂີ້ຄ້ານ ແລະ ການບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ກໍໄດ້ຖືກເປີດເຜີຍອອກມາແລ້ວ. ນອກຈາກຜູ້ນໍາປອມທີ່ຍັງບໍ່ຮູ້ຫຍັງເລີຍ, ທຸກຄົນກໍໄດ້ເບິ່ງທະລຸພວກເຂົາມາດົນແລ້ວ, ມີພຽງແຕ່ຜູ້ນໍາປອມເທົ່ານັ້ນທີ່ຍັງໄວ້ວາງໃຈພວກເຂົາຫຼາຍຂະໜາດນີ້. ຜູ້ນໍາປອມເຫຼົ່ານີ້ມີປະໂຫຍດຫຍັງ? ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດບໍ? ແມ່ນແຕ່ມີບາງກໍລະນີທີ່ເບື້ອງເທິງໄດ້ຮຽນຮູ້ກ່ຽວກັບການສະແດງອອກຕ່າງໆຂອງຜູ້ຄຸມງານບາງຄົນ ໂດຍການລົງໄປສືບສວນ ແລະ ສອບຖາມຢູ່ສະຖານທີ່ຈິງ, ແຕ່ຜູ້ນໍາກໍຍັງບໍ່ຮູ້ຫຍັງເລີຍ. ນີ້ບໍ່ແມ່ນບັນຫາບໍ? ຜູ້ນໍາເຫຼົ່ານີ້ຄືຜູ້ນໍາປອມໂຕຈິງ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ, ພວກເຂົາເປັນພຽງຂ້າລາຊະການ ແລະ ຄືກັບເຈົ້ານາຍທີ່ບໍ່ເອົາຫຍັງ, ພວກເຂົາເຮັດວຽກໜ້ອຍໜຶ່ງແລ້ວກໍກິນບຸນເກົ່າ ແລະ ຄິດວ່າຕົນເອງມີສິດທີ່ຈະມ່ວນຊື່ນ, ແມ່ນແຕ່ຈະຍື່ນມືເຂົ້າມາຊ່ວຍເມື່ອເກີດບັນຫາຂຶ້ນ. ເຈົ້າມີສິດຫຍັງທີ່ຈະໄດ້ຮັບຜົນປະໂຫຍດຈາກສະຖານະ? ມັນໜ້າດ້ານໄຮ້ຢາງອາຍຢ່າງແທ້ຈິງ! ເມື່ອຜູ້ນໍາປອມເຮັດວຽກ, ພວກເຂົາບໍ່ເຄີຍກວດກາວຽກງານໃດໆ, ພວກເຂົາບໍ່ໄດ້ສອບຖາມກ່ຽວກັບຄວາມຄືບໜ້າຂອງວຽກງານ ແລະ ພວກເຂົາກໍບໍ່ໄດ້ກວດສອບສະຖານະການຂອງຜູ້ຄຸມງານທີມຕ່າງໆຢ່າງແນ່ນອນ. ພວກເຂົາຮູ້ພຽງແຕ່ມອບໝາຍວຽກງານ ແລະ ຈັດແຈງຜູ້ຄຸມງານ ແລ້ວກໍຄິດວ່າພວກເຂົາເຮັດສຳເລັດແລ້ວ, ວ່າວຽກງານຂອງພວກເຂົາຈົບສິ້ນແລ້ວ ແລະ ພວກເຂົາກໍຈະສະບາຍໄປຕະຫຼອດ. ພວກເຂົາເຊື່ອວ່າ: “ມີຄົນເບິ່ງແຍງວຽກງານນີ້ແລ້ວ, ສະນັ້ນ ມັນບໍ່ແມ່ນທຸລະຂອງຂ້ອຍອີກຕໍ່ໄປ. ຂ້ອຍສາມາດມ່ວນຊື່ນໄດ້”. ນີ້ແມ່ນການເຮັດວຽກບໍ? ໂດຍບໍ່ຕ້ອງສົງໄສ, ໃຜກໍຕາມທີ່ເຮັດວຽກແບບນີ້ກໍຄືຜູ້ນໍາປອມ, ເປັນຜູ້ນໍາປອມທີ່ເຮັດໃຫ້ວຽກງານຂອງຄຣິດຕະຈັກຊັກຊ້າ ແລະ ທຳຮ້າຍຜູ້ທີ່ຖືກເລືອກຂອງພຣະເຈົ້າ.
ຜູ້ນໍາປອມບໍ່ເຄີຍສອບຖາມ ຫຼື ຕິດຕາມສະຖານະການເຮັດວຽກຂອງຜູ້ຄຸມງານທີມຕ່າງໆ. ພວກເຂົາຍັງບໍ່ໄດ້ສອບຖາມ, ຕິດຕາມ ຫຼື ກຳແໜ້ນທາງເຂົ້າຂອງຊີວິດຂອງຜູ້ຄຸມງານຂອງທີມຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆ, ພ້ອມທັງທັດສະນະຄະຕິຂອງພວກເຂົາຕໍ່ວຽກງານຂອງຄຣິດຕະຈັກ ແລະ ໜ້າທີ່ຂອງພວກເຂົາ ແລະ ຕໍ່ຄວາມເຊື່ອໃນພຣະເຈົ້າ, ຄວາມຈິງ ແລະ ຕໍ່ອົງພຣະເຈົ້າເອງ. ພວກເຂົາບໍ່ຮູ້ວ່າບຸກຄົນເຫຼົ່ານີ້ໄດ້ຜ່ານການປ່ຽນແປງ ຫຼື ການເຕີບໂຕໃດໆ ຫຼື ບໍ່ ແລະ ພວກເຂົາກໍບໍ່ຮູ້ກ່ຽວກັບບັນຫາຕ່າງໆທີ່ອາດຈະມີຢູ່ໃນວຽກງານຂອງພວກເຂົາ; ໂດຍສະເພາະຢ່າງຍິ່ງ, ພວກເຂົາບໍ່ຮູ້ກ່ຽວກັບຜົນກະທົບຂອງຄວາມຜິດພາດ ແລະ ການບ່ຽງເບນທີ່ເກີດຂຶ້ນໃນໄລຍະຕ່າງໆຂອງວຽກງານຕໍ່ວຽກງານຂອງຄຣິດຕະຈັກ ແລະ ທາງເຂົ້າຂອງຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ, ພ້ອມທັງວ່າຄວາມຜິດພາດ ແລະ ການບ່ຽງເບນເຫຼົ່ານີ້ເຄີຍໄດ້ຮັບການແກ້ໄຂ ຫຼື ບໍ່. ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງທັງໝົດເຫຼົ່ານີ້. ຖ້າພວກເຂົາບໍ່ຮູ້ຫຍັງກ່ຽວກັບສະພາບການລະອຽດເຫຼົ່ານີ້, ເມື່ອມີບັນຫາເກີດຂຶ້ນ ພວກເຂົາກໍຈະຮັບມືບໍ່ທັນ. ແນວໃດກໍຕາມ, ຜູ້ນໍາປອມບໍ່ໄດ້ໃສ່ໃຈກັບບັນຫາລະອຽດເຫຼົ່ານີ້ເລີຍໃນຂະນະທີ່ເຮັດວຽກຂອງພວກເຂົາ. ພວກເຂົາເຊື່ອວ່າຫຼັງຈາກທີ່ໄດ້ຈັດແຈງຜູ້ຄຸມງານທີມຕ່າງໆ ແລະ ມອບໝາຍໜ້າວຽກແລ້ວ, ວຽກງານຂອງພວກເຂົາກໍສຳເລັດແລ້ວ, ມັນຖືວ່າໄດ້ເຮັດວຽກງານໄດ້ດີແລ້ວ ແລະ ຖ້າມີບັນຫາອື່ນເກີດຂຶ້ນກໍບໍ່ແມ່ນຄວາມກັງວົນຂອງພວກເຂົາ. ຍ້ອນວ່າຜູ້ນໍາປອມລົ້ມເຫຼວໃນການກຳກັບດູແລ, ຊີ້ທິດ ແລະ ຕິດຕາມຜູ້ຄຸມງານທີມຕ່າງໆ ແລະ ພວກເຂົາບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງພວກເຂົາໃນຂົງເຂດເຫຼົ່ານີ້, ສິ່ງນີ້ຈຶ່ງສົ່ງຜົນໃຫ້ວຽກງານຂອງຄຣິດຕະຈັກຖືກເຮັດໃຫ້ເສຍຫາຍ. ນີ້ຄືການທີ່ຜູ້ນໍາ ແລະ ຜູ້ເຮັດວຽກລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງພວກເຂົາ. ພຣະເຈົ້າສາມາດກວດສອບສ່ວນເລິກທີ່ສຸດຂອງຈິດໃຈຂອງມະນຸດ; ນີ້ຄືຄວາມສາມາດທີ່ມະນຸດຂາດເຂີນ. ສະນັ້ນ, ເມື່ອເຮັດວຽກ, ຜູ້ຄົນຈຳເປັນຕ້ອງດຸໝັ່ນ ແລະ ເອົາໃຈໃສ່ຫຼາຍຂຶ້ນ, ໄປສະຖານທີ່ເຮັດວຽກເປັນປະຈຳເພື່ອຕິດຕາມ, ກຳກັບດູແລ ແລະ ຊີ້ທິດວຽກງານ ເພື່ອຮັບປະກັນຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິດຕະຈັກ. ເຫັນໄດ້ຊັດເຈນວ່າ, ຜູ້ນໍາປອມຂາດຄວາມຮັບຜິດຊອບຢ່າງສິ້ນເຊີງໃນວຽກງານຂອງພວກເຂົາ ແລະ ພວກເຂົາບໍ່ເຄີຍກຳກັບດູແລ, ຕິດຕາມ ຫຼື ຊີ້ທິດໜ້າວຽກຕ່າງໆ. ຜົນກໍຄື, ຜູ້ຄຸມງານບາງຄົນບໍ່ຮູ້ວິທີແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນວຽກງານ ແລະ ຍັງຄົງຢູ່ໃນບົດບາດຂອງພວກເຂົາໃນຖານະຜູ້ຄຸມງານ ເຖິງແມ່ນວ່າຈະບໍ່ມີຄວາມສາມາດພຽງພໍທີ່ຈະເຮັດວຽກງານກໍຕາມ. ໃນທີ່ສຸດ, ວຽກງານກໍຖືກຊັກຊ້າຊໍ້າແລ້ວຊໍ້າອີກ ແລະ ພວກເຂົາກໍເຮັດໃຫ້ມັນເສຍຫາຍຢ່າງສິ້ນເຊີງ. ນີ້ຄືຜົນສະທ້ອນຂອງການທີ່ຜູ້ນໍາປອມບໍ່ໄດ້ສອບຖາມ, ກຳກັບດູແລ ຫຼື ຕິດຕາມສະຖານະການຂອງຜູ້ຄຸມງານ, ເປັນຜົນທີ່ເກີດຈາກການລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງຜູ້ນໍາປອມທັງໝົດ. ຍ້ອນວ່າຜູ້ນໍາປອມບໍ່ໄດ້ກວດກາ, ຕິດຕາມ ຫຼື ສອບຖາມກ່ຽວກັບວຽກງານ ແລະ ບໍ່ສາມາດກຳແໜ້ນສະຖານະການໄດ້ຢ່າງທັນການ, ພວກເຂົາຈຶ່ງຍັງຄົງບໍ່ຮູ້ກ່ຽວກັບສິ່ງຕ່າງໆ ເຊັ່ນ: ຜູ້ຄຸມງານກຳລັງເຮັດວຽກງານຕົວຈິງ ຫຼື ບໍ່, ວຽກງານກຳລັງຄືບໜ້າໄປແນວໃດ ແລະ ມັນໄດ້ສ້າງຜົນທີ່ແທ້ຈິງ ຫຼື ບໍ່. ເມື່ອຖືກຖາມວ່າຜູ້ຄຸມງານກຳລັງຫຍຸ້ງກັບຫຍັງ ຫຼື ກຳລັງຈັດການໜ້າວຽກສະເພາະໃດ, ຜູ້ນໍາປອມກໍຕອບວ່າ: “ຂ້ອຍບໍ່ຮູ້, ແຕ່ພວກເຂົາເຂົ້າຮ່ວມທຸກການເຕົ້າໂຮມ ແລະ ທຸກຄັ້ງທີ່ຂ້ອຍສື່ສານກັບພວກເຂົາກ່ຽວກັບວຽກງານ, ພວກເຂົາກໍບໍ່ເຄີຍກ່າວເຖິງບັນຫາ ຫຼື ຄວາມຫຍຸ້ງຍາກໃດໆ”. ຜູ້ນໍາປອມເຊື່ອວ່າຕາບໃດທີ່ຜູ້ຄຸມງານບໍ່ປະຖິ້ມວຽກງານຂອງພວກເຂົາ ແລະ ຢູ່ໃກ້ໆສະເໝີເມື່ອພວກເຂົາຊອກຫາ, ກໍບໍ່ມີບັນຫາຫຍັງກັບພວກເຂົາເລີຍ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ. ນີ້ບໍ່ແມ່ນການສະແດງອອກຂອງ “ຄວາມຈອມປອມ” ບໍ? ນີ້ບໍ່ແມ່ນການລົ້ມເຫຼວໃນການເຮັດໜ້າທີ່ຮັບຜິດຊອບຂອງຕົນບໍ? ນີ້ຄືການລະເລີຍຕໍ່ໜ້າທີ່ຮັບຜິດຊອບຢ່າງຮ້າຍແຮງ! ໃນວຽກງານຂອງພວກເຂົາ, ຜູ້ນໍາປອມເອົາໃຈໃສ່ພຽງແຕ່ເຮັດວຽກໃຫ້ແລ້ວໆໄປ ແລະ ບໍ່ໄດ້ສະແຫວງຫາຜົນທີ່ແທ້ຈິງ. ເມື່ອເບິ່ງຜິວເຜີນ, ພວກເຂົາມັກຈະຈັດການເຕົ້າໂຮມ, ເບິ່ງຄືວ່າຫຍຸ້ງກວ່າຄົນທຳມະດາ. ແນວໃດກໍຕາມ, ມັນຍັງຄົງບໍ່ເປັນທີ່ຮູ້ກັນວ່າພວກເຂົາໄດ້ແກ້ໄຂບັນຫາຫຍັງແທ້, ໄດ້ຈັດການໜ້າວຽກສະເພາະໃດຢ່າງເໝາະສົມ ແລະ ໄດ້ບັນລຸຜົນຫຍັງ. ບໍ່ມີໃຜສາມາດໃຫ້ຄຳຕອບທີ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ໄດ້, ລວມທັງຕົວຜູ້ນໍາປອມເອງ. ແຕ່ສິ່ງໜຶ່ງທີ່ແນ່ນອນກໍຄື: ບໍ່ວ່າຜູ້ຄົນຈະມີບັນຫາຫຍັງຢູ່ສະຖານທີ່ເຮັດວຽກ, ຜູ້ນໍາປອມເຫຼົ່ານີ້ກໍບໍ່ເຄີຍຢູ່ທີ່ນັ້ນ; ບໍ່ມີໃຜເຄີຍເຫັນພວກເຂົາຢູ່ສະຖານທີ່ເຮັດວຽກເພື່ອແກ້ໄຂບັນຫາຂອງຜູ້ຄົນ. ແລ້ວຜູ້ນໍາປອມເຮັດວຽກຫຍັງໝົດມື້? ການເຕົ້າໂຮມຂອງພວກເຂົາແກ້ໄຂບັນຫາຫຍັງ? ບໍ່ມີໃຜຮູ້ແນ່ນອນ ແລະ ກອງບັນຫາທີ່ສະສົມ ແລະ ບໍ່ໄດ້ຮັບການແກ້ໄຂກໍຖືກຄົ້ນພົບໃນທີ່ສຸດກໍຕໍ່ເມື່ອວຽກງານຂອງພວກເຂົາຖືກກວດກາ. ເມື່ອເບິ່ງຜິວເຜີນ, ຜູ້ນໍາປອມເບິ່ງຄືວ່າຫຍຸ້ງຫຼາຍແທ້ໆ, ເບິ່ງຄືວ່າພວກເຂົາ “ວຽກຫຼາຍຈົນລົ້ນມື”. ແນວໃດກໍຕາມ, ເມື່ອກວດສອບຜົນຂອງວຽກງານຂອງພວກເຂົາ, ມັນກໍວຸ້ນວາຍໄປໝົດ; ມັນເປັນຄວາມສັບສົນປົນເປ, ບໍ່ມີສິ່ງໃດທີ່ມີຄຸນຄ່າໃນນັ້ນເລີຍ ແລະ ເຫັນໄດ້ຊັດວ່າຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ເຮັດວຽກງານຕົວຈິງແມ່ນແຕ່ໜ້ອຍດຽວ. ເຖິງວ່າຈະມີບັນຫາຕົວຈິງຫຼາຍຢ່າງທີ່ພວກເຂົາປະໄວ້ໂດຍບໍ່ໄດ້ຮັບການແກ້ໄຂ, ຜູ້ນໍາປອມກໍເບິ່ງຄືວ່າບໍ່ມີສະຕິຮູ້ສຶກຜິດຊອບ ແລະ ບໍ່ຮູ້ສຶກຕຳໜິຕົນເອງ. ຍິ່ງໄປກວ່ານັ້ນ, ພວກເຂົາພໍໃຈໃນຕົນເອງຫຼາຍ ແລະ ຄິດວ່າຕົນເອງດີພໍສົມຄວນ; ພວກເຂົາປາສະຈາກສະຕິສຳປະຊັນຍະຢ່າງແທ້ຈິງ. ຄົນແບບນີ້ບໍ່ສົມຄວນທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນຄຣິດຕະຈັກ.
ຜູ້ຄຸມງານປະເພດທີ່ພວກເຮົາຫາກໍໂອ້ລົມກັນໄປນັ້ນຮູ້ວິຊາຊີບຂອງພວກເຂົາ ແລະ ມີຄວາມສາມາດໃນການເຮັດວຽກ, ແຕ່ພຽງແຕ່ບໍ່ແບກຮັບພາລະ ແລະ ເພີດເພີນກັບການກິນ, ການດື່ມ ແລະ ຄວາມບັນເທີງໝົດມື້ ໂດຍບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ຫຼື ເຮັດວຽກງານຕົວຈິງໃດໆ. ຜູ້ນໍາປອມບໍ່ສາມາດປັບປ່ຽນການມອບໝາຍໜ້າທີ່ຂອງຜູ້ຮັບຜິດຊອບປະເພດນີ້ ຫຼື ປົດພວກເຂົາອອກໄດ້ຢ່າງທັນການ ແລະ ສິ່ງນີ້ກໍກີດຂວາງ ແລະ ລົບກວນວຽກງານ, ເຮັດໃຫ້ມັນບໍ່ສາມາດຄືບໜ້າໄປຢ່າງລ່ຽນໄຫຼ. ສິ່ງນີ້ບໍ່ໄດ້ເກີດຈາກຜູ້ນໍາປອມບໍ? ເຖິງແມ່ນວ່າຜູ້ນໍາປອມຈະບໍ່ໄດ້ຮັບຜິດຊອບໂດຍກົງຕໍ່ເລື່ອງນີ້, ແຕ່ການລະເລີຍຕໍ່ຄວາມຮັບຜິດຊອບຂອງພວກເຂົາ, ການລົ້ມເຫຼວໃນການເຮັດໜ້າທີ່ຂອງຕົນໃນຖານະຜູ້ດູແລ ກໍເຮັດໃຫ້ພວກເຂົາຮັບຜິດຊອບທາງອ້ອມຕໍ່ຄວາມເສຍຫາຍທີ່ເກີດຂຶ້ນກັບວຽກງານ. ຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ເຮັດໜ້າທີ່ຂອງພວກເຂົາໃນຖານະຜູ້ດູແລ, ພວກເຂົາລະເລີຍຕໍ່ຄວາມຮັບຜິດຊອບຂອງພວກເຂົາ, ໃນທີ່ສຸດກໍເຮັດໃຫ້ວຽກງານຂອງຄຣິດຕະຈັກໄດ້ຮັບຄວາມເສຍຫາຍ. ບາງໜ້າວຽກເຖິງກັບຢຸດສະງັກ ແລະ ບໍ່ເປັນປຶກແຜ່ນ ຍ້ອນການຂາດຜູ້ຄຸມງານທີ່ເໝາະສົມທີ່ຈະມາຮັບຜິດຊອບ, ດຳເນີນການກວດສອບ ແລະ ຊີ້ນໍາ ແລະ ຊຸກຍູ້ວຽກງານໃຫ້ກ້າວໄປຂ້າງໜ້າ. ການໃຊ້ບຸກຄະລາກອນທີ່ບໍ່ເໝາະສົມຈະກໍ່ໃຫ້ເກີດຄວາມເສຍຫາຍປະເພດນີ້ຕໍ່ວຽກງານ. ເຖິງແມ່ນວ່າຜູ້ຄຸມງານປະເພດນີ້ຈະມີຄວາມສາມາດຢູ່ແດ່ ແລະ ເຂົ້າໃຈວິຊາຊີບໜ້ອຍໜຶ່ງ, ພວກເຂົາກໍບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ, ມັກຈະອອກນອກລູ່ນອກທາງ ແລະ ບໍ່ໄດ້ເດີນຕາມເສັ້ນທາງທີ່ຖືກຕ້ອງ. ແມ່ນແຕ່ຖ້າຜູ້ນໍາປອມໄດ້ຍິນວ່າມີຄົນລາຍງານບັນຫາກ່ຽວກັບຜູ້ຄຸມງານປະເພດນີ້, ພວກເຂົາກໍບໍ່ໄດ້ຊອກຮູ້ ຫຼື ຈັດການມັນຢ່າງທັນການ ແລະ ສິ່ງນີ້ໃນທີ່ສຸດກໍເຮັດໃຫ້ວຽກງານຂອງຄຣິດຕະຈັກເປັນອຳມະພາດ. ສິ່ງນີ້ບໍ່ໄດ້ເກີດຈາກການຂາດຄວາມຮັບຜິດຊອບຂອງຜູ້ນໍາປອມບໍ? ພວກເຂົາເຖິງກັບພະຍາຍາມປັດຄວາມຮັບຜິດຊອບ ໂດຍອ້າງວ່າພວກເຂົາບໍ່ເຂົ້າໃຈສະຖານະການຂອງຜູ້ຄຸມງານ, ວ່າພວກເຂົາໂງ່ຈ້າ ແລະ ບໍ່ຮູ້ເລື່ອງ, ໂດຍຄິດວ່າການເວົ້າເຊັ່ນນີ້ຈະເປັນການຈົບເລື່ອງ, ວ່າພວກເຂົາຈະບໍ່ຕ້ອງຮັບຜິດຊອບ. ໃນວຽກງານຂອງພວກເຂົາ, ຜູ້ນໍາປອມເຮັດວຽກແບບພໍເປັນພິທີຢູ່ສະເໝີ. ແມ່ນແຕ່ເມື່ອຜູ້ຄົນລາຍງານບັນຫາ, ພວກເຂົາກໍບໍ່ໄດ້ສອບຖາມ ຫຼື ຈັດການບັນຫາເຫຼົ່ານັ້ນ ແລະ ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍພະຍາຍາມປັດຄວາມຮັບຜິດຊອບ. ນີ້ຄືການສະແດງອອກຢ່າງໜຶ່ງຂອງຜູ້ນໍາປອມ.
II. ຜູ້ນໍາປອມປະຕິບັດຕໍ່ຜູ້ຄຸມງານທີ່ມີຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການເຮັດວຽກແນວໃດ
ເມື່ອຜູ້ນໍາປອມກຳລັງເຮັດວຽກ, ບັນຫາທີ່ພວກເຂົາພົບພໍ້ບໍ່ໄດ້ຈຳກັດຢູ່ພຽງແຕ່ສະຖານະການນີ້, ຍັງມີອີກສະຖານະການໜຶ່ງທີ່ຜູ້ຄຸມງານມີຄວາມສາມາດຕໍ່າ ແລະ ບໍ່ມີຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດແບກຮັບວຽກງານໄດ້. ໃນກໍລະນີເຊັ່ນນີ້, ຜູ້ນໍາປອມກໍລົ້ມເຫຼວທີ່ຈະສອບຖາມ ແລະ ຈັດການບັນຫາຢ່າງທັນການເຊັ່ນກັນ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ຜູ້ນໍາປອມຂາດຄວາມສາມາດໃນການເຮັດວຽກ, ພວກເຂົາມີຄວາມສາມາດຕໍ່າ ແລະ ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາບໍ່ເຄີຍສົນໃຈ ຫຼື ລິເລີ່ມທີ່ຈະສອບຖາມກ່ຽວກັບຄວາມສາມາດຂອງຜູ້ຄຸມງານທີມຕ່າງໆ, ຄວາມສາມາດໃນການແບກຮັບວຽກງານຂອງພວກເຂົາ ຫຼື ສະຖານະການໃນການເຮັດວຽກຂອງພວກເຂົາ. ພວກເຂົາບໍ່ສາມາດເບິ່ງທະລຸຜູ້ຄຸມງານທີ່ມີຄວາມສາມາດຕໍ່າ ແລະ ບໍ່ສາມາດແບກຮັບວຽກງານຂອງພວກເຂົາໄດ້ ທັງພວກເຂົາບໍ່ຮູ້ກ່ຽວກັບສິ່ງເຫຼົ່ານີ້. ໃນຄວາມຄິດຂອງພວກເຂົາ, ເມື່ອຄົນໃດຄົນໜຶ່ງຮັບບົດບາດເປັນຜູ້ຄຸມງານແລ້ວ, ຄົນຜູ້ນັ້ນກໍຈະຢູ່ໃນຕຳແໜ່ງຂອງຕົນເປັນເວລາດົນ, ເວັ້ນເສຍແຕ່ວ່າພວກເຂົາຈະກະທຳຄວາມຊົ່ວຮ້າຍຕ່າງໆນາໆ, ເຮັດໃຫ້ເກີດຄວາມໂກດແຄ້ນແກ່ມະຫາຊົນ ແລະ ຖືກປົດອອກໂດຍອ້າຍເອື້ອຍນ້ອງ ຫຼື ເວັ້ນເສຍແຕ່ວ່າຈະມີຄົນລາຍງານບັນຫາຂອງພວກເຂົາຕໍ່ເບື້ອງເທິງ ແລະ ເບື້ອງເທິງກໍປົດຄົນຜູ້ນັ້ນອອກໂດຍກົງ. ຖ້າບໍ່ດັ່ງນັ້ນ, ຜູ້ນໍາປອມຈະບໍ່ມີທາງປົດຄົນຜູ້ນັ້ນອອກເລີຍ. ພວກເຂົາເຊື່ອວ່າເນື່ອງຈາກອ້າຍເອື້ອຍນ້ອງໄດ້ເວົ້າວ່າຄົນຜູ້ນັ້ນດີ ແລະ ໄດ້ເລືອກຕັ້ງພວກເຂົາ, ຄົນຜູ້ນັ້ນກໍຕ້ອງເປັນຕົວເລືອກທີ່ດີທີ່ສຸດ. ຜູ້ນໍາປອມອາໄສຈິນຕະນາການ ແລະ ການຕັດສິນໃຈຢູ່ສະເໝີ ເພື່ອກຳນົດວ່າຄົນໃດຄົນໜຶ່ງສາມາດເຮັດວຽກໄດ້ ຫຼື ບໍ່ ແລະ ພວກເຂົາເໝາະສົມທີ່ຈະເຮັດໜ້າທີ່ເປັນຜູ້ຄຸມງານ ຫຼື ບໍ່. ຕົວຢ່າງ: ມີຜູ້ຄຸມງານຂອງທີມເຕັ້ນຄົນໜຶ່ງທີ່ບໍ່ຮູ້ວິທີເຕັ້ນ ແລະ ລາວບໍ່ເຂົ້າໃຈຫຼັກການໃນການເລືອກທ່າເຕັ້ນ. ໃນຂະນະທີ່ກຳກັບການເຕັ້ນ, ລາວບໍ່ຮູ້ວ່າຈະເລືອກຮູບແບບການເຕັ້ນຮ່ວມສະໄໝ ຫຼື ແບບຄລາສສິກ. ເວົ້າຢ່າງເຂັ້ມງວດແລ້ວ, ລາວບໍ່ມີຄວາມຮູ້ກ່ຽວກັບການເຕັ້ນເລີຍ. ແນວໃດກໍຕາມ, ຜູ້ນໍາປອມກໍບໍ່ສາມາດເຫັນສິ່ງນີ້ໄດ້. ລາວເລືອກຄົນຜູ້ນັ້ນເປັນຜູ້ຄຸມງານ ເພາະວ່າລາວມີຄວາມກະຕືລືລົ້ນ ແລະ ເຕັມໃຈທີ່ຈະອອກໜ້າ, ໂດຍຄິດໄປເອງວ່າລາວເຂົ້າໃຈທຸກຢ່າງ ແລະ ປ່ອຍໃຫ້ລາວຊີ້ນໍາອ້າຍເອື້ອຍນ້ອງ. ຕໍ່ມາ, ຜູ້ນໍາປອມກໍບໍ່ໄດ້ຕິດຕາມ, ສັງເກດເບິ່ງວຽກງານຂອງລາວ ຫຼື ເບິ່ງວ່າລາວຊີ້ນໍາອ້າຍເອື້ອຍນ້ອງໄດ້ດີສໍ່າໃດ, ບໍ່ວ່າລາວຈະເປັນຜູ້ຊ່ຽວຊານ ຫຼື ຄົນທົ່ວໄປ, ບໍ່ວ່າສິ່ງທີ່ລາວສອນຈະເໝາະສົມ ຫຼື ບໍ່ ຫຼື ບໍ່ວ່າມັນຈະສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ຫຼື ບໍ່. ລາວບໍ່ສາມາດບອກສິ່ງເຫຼົ່ານີ້ໄດ້ ແລະ ລາວກໍບໍ່ໄດ້ໄປສອບຖາມກ່ຽວກັບພວກມັນ. ຜົນກໍຄື, ທຸກຄົນເຮັດວຽກເປັນເວລາດົນໂດຍບໍ່ໄດ້ສ້າງຜົນງານໃດໆ ແລະ ໃນທີ່ສຸດກໍຖືກຄົ້ນພົບວ່າຜູ້ຄຸມງານທີ່ຖືກເລືອກໂດຍຜູ້ນໍາປອມນັ້ນເຕັ້ນບໍ່ເປັນເລີຍ, ແຕ່ລາວກໍຍັງທໍາທ່າວ່າເປັນຜູ້ຊ່ຽວຊານ ແລະ ຊີ້ນໍາຄົນອື່ນ. ສິ່ງນີ້ບໍ່ໄດ້ເຮັດໃຫ້ວຽກງານຊັກຊ້າບໍ? ແຕ່ຜູ້ນໍາປອມກໍບໍ່ສາມາດລະບຸບັນຫານີ້ໄດ້ ແລະ ຍັງເຊື່ອວ່າລາວກຳລັງເຮັດວຽກໄດ້ດີ. ໃນຄວາມຄິດຂອງຜູ້ນໍາປອມ, ບໍ່ວ່າໃຜຈະເປັນໃຜກໍຕາມ, ຕາບໃດທີ່ພວກເຂົາມີຄວາມກ້າ ແລະ ກ້າທີ່ຈະເວົ້າ, ກະທຳ ແລະ ຮັບຜິດຊອບວຽກງານ, ນີ້ກໍພິສູດວ່າພວກເຂົາມີຄວາມສາມາດ ແລະ ສາມາດແບກຮັບມັນໄດ້, ໃນຂະນະທີ່ຖ້າພວກເຂົາບໍ່ກ້າທີ່ຈະເຮັດສິ່ງເຫຼົ່ານັ້ນ, ມັນກໍພິສູດວ່າຄວາມສາມາດຂອງພວກເຂົາບໍ່ພຽງພໍທີ່ຈະແບກຮັບວຽກງານນັ້ນໄດ້. ບາງຄົນເປັນຄົນບໍ່ເຕັມບາດ ຫຼື ພວກຫົວຮ້ອນບ້າບິ່ນ ທີ່ກ້າພໍທີ່ຈະເຮັດທຸກຢ່າງ. ຄົນເຫຼົ່ານີ້ບໍ່ຮູ້ວ່າພວກເຂົາມີຄວາມສາມາດທີ່ເໝາະສົມ ຫຼື ບໍ່ ຫຼື ພວກເຂົາສາມາດແບກຮັບວຽກງານໄດ້ ຫຼື ບໍ່ ແຕ່ກໍຍັງກ້າທີ່ຈະກາຍເປັນຜູ້ຄຸມງານ. ແລ້ວມັນກໍປະກົດວ່າຫຼັງຈາກທີ່ພວກເຂົາຮັບບົດບາດແລ້ວ, ວຽກງານກໍບໍ່ມີຄວາມຄືບໜ້າເລີຍ ແລະ ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງ, ພວກເຂົາກໍບໍ່ມີທິດທາງທີ່ຊັດເຈນ ຫຼື ຂັ້ນຕອນ ຫຼື ແນວຄິດທີ່ຖືກຕ້ອງ. ໃຜກໍຕາມສາມາດສະເໜີຄວາມຄິດເຫັນໃດໆກໍໄດ້ ແລະ ພວກເຂົາກໍຈະບໍ່ຮູ້ວ່າມັນຖືກ ຫຼື ຜິດ. ຖ້າຄົນຜູ້ໜຶ່ງສະເໜີໃຫ້ເຮັດແນວໜຶ່ງ ລາວກໍວ່າດີ, ພໍ ຄົນອີກຜູ້ໜຶ່ງສະເໜີໃຫ້ເຮັດອີກແນວໜຶ່ງ ລາວກໍວ່າດີຄືກັນ. ເມື່ອເວົ້າເຖິງວິທີການທີ່ຈະປະຕິບັດຕົວຈິງ, ພວກເຂົາກໍໃຫ້ທຸກຄົນມີສິດອອກສຽງ ແລະ ໃຜກໍຕາມທີ່ມີຄຳເວົ້າໜັກແໜ້ນກວ່າໝູ່ກໍຈະໄດ້ຮັບການນຳເອົາແນວຄິດຂອງພວກເຂົາໄປປະຕິບັດ. ຄົນປະເພດນີ້ບໍ່ມີຄວາມສາມາດໃດໆເລີຍ, ບໍ່ສາມາດເບິ່ງທະລຸສິ່ງໃດໄດ້ ແລະ ພຽງແຕ່ເຮັດໃຫ້ວຽກງານຂອງພວກເຂົາຫຍຸ້ງເຫຍີງໄປໝົດ, ແຕ່ຜູ້ນໍາປອມກໍຍັງບໍ່ສາມາດເບິ່ງທະລຸຜູ້ຄຸມງານແບບນີ້ໄດ້. ບາງຄົນເວົ້າວ່າ: “ຜູ້ຄຸມງານຄົນນັ້ນມີຄວາມສາມາດຕໍ່າຫຼາຍ; ພວກເຂົາຕ້ອງຖືກປົດອອກທັນທີ!” ແຕ່ຜູ້ນໍາປອມຕອບວ່າ: “ຂ້ອຍໄດ້ລົມກັບພວກເຂົາແລ້ວ ແລະ ພວກເຂົາເວົ້າວ່າພວກເຂົາເຕັມໃຈທີ່ຈະເຮັດໃນສ່ວນຂອງພວກເຂົາ. ໃຫ້ໂອກາດພວກເຂົາອີກຄັ້ງໜຶ່ງ”. ເຈົ້າຄິດແນວໃດກັບຄຳເວົ້ານີ້? ມັນບໍ່ແມ່ນສິ່ງທີ່ຄົນໂງ່ຈະເວົ້າບໍ? ຄຳເວົ້ານີ້ມີຫຍັງຜິດ? (ມັນບໍ່ແມ່ນເລື່ອງທີ່ວ່າພວກເຂົາເຕັມໃຈທີ່ຈະເຮັດໃນສ່ວນຂອງພວກເຂົາ ຫຼື ບໍ່; ພວກເຂົາຂາດຄວາມສາມາດ ແລະ ບໍ່ສາມາດແບກຮັບວຽກງານໄດ້ເລີຍ). ຖືກຕ້ອງ, ມັນບໍ່ແມ່ນບັນຫາທີ່ວ່າພວກເຂົາເຕັມໃຈທີ່ຈະເຮັດມັນ ຫຼື ບໍ່; ມັນກ່ຽວກັບການທີ່ພວກເຂົາມີຄວາມສາມາດທີ່ຕໍ່າເກີນໄປ ແລະ ບໍ່ຮູ້ວິທີທີ່ຈະເຮັດມັນ, ນີ້ຄືຈຸດສຳຄັນຂອງບັນຫາ. ນັ້ນຄືເຫດຜົນທີ່ຜູ້ນໍາຂອງພວກເຂົາຈຳເປັນຕ້ອງມີປັນຍາ ແລະ ສາມາດປະເມີນຄົນໄດ້, ເພື່ອເບິ່ງວ່າຜູ້ຄຸມງານເຫຼົ່ານີ້ມີຄວາມສາມາດທີ່ຈຳເປັນ ຫຼື ບໍ່. ຜູ້ນໍາເຫຼົ່ານີ້ຈຳເປັນຕ້ອງດຳເນີນການປະເມີນຜົນຢ່າງຮອບດ້ານກ່ຽວກັບພວກເຂົາ ໂດຍອີງໃສ່ຄຳເວົ້າ ແລະ ການໂອ້ລົມຂອງພວກເຂົາ, ໂດຍການສັງເກດເບິ່ງວ່າ ປົກກະຕິແລ້ວພວກເຂົາກະທຳດ້ວຍຂອບເຂດທີ່ເໝາະສົມ ແລະ ດ້ວຍວິທີການ ແລະ ຂັ້ນຕອນທີ່ເປັນລະບຽບ ຫຼື ບໍ່ ແລະ ໂດຍອີງໃສ່ຄຳຕິຊົມຈາກອ້າຍເອື້ອຍນ້ອງ. ຖ້າຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາຂາດຄວາມສາມາດໃນການເຮັດວຽກທີ່ຈຳເປັນ, ຖ້າພວກເຂົາເຮັດໃຫ້ທຸກຢ່າງທີ່ພວກເຂົາເຮັດເສຍຫາຍ ແລະ ຖ້າພວກເຂົາເປັນຄົນເສດເດນ, ແລ້ວຜູ້ຄຸມງານເຫຼົ່ານີ້ກໍຈຳເປັນຕ້ອງຖືກປົດອອກໂດຍທັນທີ.
ມີຜູ້ຄຸມງານຟາມຄົນໜຶ່ງທີ່ເຮັດໃຫ້ວຽກງານການກະເສດເກີດຄວາມຫຍຸ້ງເຫຍີງ. ລາວບໍ່ຮູ້ວ່າຄວນປູກພືດຊະນິດໃດໃນດິນຕອນໃດ ຫຼື ດິນຕອນໃດທີ່ເໝາະສົມກັບການປູກຜັກ ແລະ ລາວກໍບໍ່ໄດ້ສະແຫວງຫາ ແລະ ໂອ້ລົມກັບທຸກຄົນ, ລາວບໍ່ຮູ້ວິທີໂອ້ລົມກ່ຽວກັບສິ່ງເຫຼົ່ານີ້, ສະນັ້ນ ລາວຈຶ່ງບໍ່ເຮັດມັນ. ລາວປູກພືດຕາມອຳເພີໃຈ ໂດຍບໍ່ໃສ່ໃຈຫຼັກການຂອງເຮືອນຂອງພຣະເຈົ້າ. ຜົນກໍຄື, ລາວໄດ້ດຳເນີນການປູກຝັງໃນແຕ່ລະຕອນດິນຂອງຟາມໃນລັກສະນະທີ່ວຸ້ນວາຍ, ໂດຍພືດທີ່ຄວນປູກໃນປະລິມານໜ້ອຍກໍຖືກປູກໃນຈຳນວນຫຼາຍ ແລະ ພືດທີ່ຄວນປູກໃນປະລິມານຫຼາຍກໍຖືກປູກໃນຈຳນວນໜ້ອຍ. ເມື່ອເບື້ອງເທິງລິຮານລາວ, ລາວກໍຍັງຄົງດື້ດ້ານ ແລະ ຮູ້ສຶກວ່າບໍ່ມີຫຍັງຜິດພາດກັບການທີ່ລາວປູກພືດໃນລັກສະນະນີ້. ພວກເຈົ້າວ່າເບິ່ງ, ຜູ້ຄຸມງານປະເພດນີ້ບໍ່ແມ່ນຄົນທີ່ຈັດການຍາກຫຼາຍບໍ? ລາວບໍ່ຮູ້ວິທີຈັດການເລື່ອງຕ່າງໆໂດຍອີງໃສ່ຫຼັກການທີ່ສ້າງຕັ້ງຂຶ້ນໂດຍເຮືອນຂອງພຣະເຈົ້າ ຫຼື ວ່າລາວຄວນກຳນົດວ່າຄວນປູກທັນຍາພືດຈັກໄຮ່ ແລະ ຜັກຈັກໄຮ່ ໂດຍອີງໃສ່ຈຳນວນຄົນທີ່ເຮັດໜ້າທີ່ໃນຄຣິດຕະຈັກທີ່ເຮັດໜ້າທີ່ເຕັມເວລາ. ແທນທີ່ຈະເປັນແນວນັ້ນ, ລາວຕັດສິນໃຈປູກພືດບາງຊະນິດຫຼາຍຂຶ້ນ ແລະ ໜ້ອຍລົງໂດຍອີງໃສ່ຄວາມມັກສ່ວນຕົວຂອງລາວ ແລະ ລາວເຊື່ອວ່າການເຮັດເຊັ່ນນີ້ແມ່ນເໝາະສົມຢ່າງສິ້ນເຊີງ. ໃນທີ່ສຸດ, ລາວປູກພືດແບບຊະຊາຍ. ຕໍ່ມາ, ເບ້ຍພືດກໍງອກຂຶ້ນ. ບາງເບ້ຍກໍກາຍເປັນສີເຫຼືອງ ແລະ ຕ້ອງການໃສ່ຝຸ່ນ, ແຕ່ລາວບໍ່ຮູ້ວ່າຈະໃສ່ຫຼາຍສໍ່າໃດ ຫຼື ຈະໃສ່ເມື່ອໃດ. ພືດບາງຊະນິດກໍຖືກສັດຕູພືດລົບກວນ ແລະ ລາວບໍ່ຮູ້ວ່າຄວນສີດຢາຂ້າແມງໄມ້ໃສ່ພວກມັນ ຫຼື ບໍ່. ບາງຄົນສະໜັບສະໜູນໃຫ້ໃຊ້ຢາ ແລະ ບາງຄົນກໍຄັດຄ້ານ, ລາວກໍເກີດຄວາມສັບສົນ ແລະ ບໍ່ຮູ້ວ່າຈະເຮັດແນວໃດກ່ຽວກັບຢາຂ້າແມງໄມ້. ດ້ວຍວິທີນີ້, ລາວກໍໃຊ້ຊີວິດແບບເລື່ອນລອຍໄປຈົນເຖິງລະດູເກັບກ່ຽວ. ລາວຍັງບໍ່ຮູ້ວ່າລະດູການເຕີບໂຕຂອງພືດແຕ່ລະຊະນິດໃຊ້ເວລາດົນສໍ່າໃດ ຫຼື ພືດແຕ່ລະຊະນິດຈະສຸກເຕັມທີ່ເມື່ອໃດ. ຜົນກໍຄື, ທັນຍາພືດທີ່ເກັບກ່ຽວກ່ອນກຳນົດກໍຍັງຂຽວຢູ່, ໃນຂະນະທີ່ພືດທີ່ເກັບກ່ຽວຊ້າກໍຫຼົ່ນລົງພື້ນ. ໃນທີ່ສຸດ, ເຖິງວ່າຈະເປັນແນວໃດກໍຕາມ, ພືດກໍຖືກເກັບກ່ຽວ, ທ້າຍທີ່ສຸດ ທັນຍາພືດກໍຖືກເກັບເຂົ້າສາງ ແລະ ກິດຈະກຳການກະເສດສຳລັບປີກໍສິ້ນສຸດລົງບໍ່ຫຼາຍກໍໜ້ອຍ. ຜູ້ຄຸມງານຟາມເຮັດວຽກຂອງຕົນໄດ້ດີສໍ່າໃດ? (ລາວເຮັດໃຫ້ມັນຫຍຸ້ງເຫຍີງ). ເປັນຫຍັງມັນຈຶ່ງເສຍຫາຍຫຼາຍແທ້? ຈົ່ງຊອກຫາສາເຫດທີ່ແທ້ຈິງຂອງບັນຫານີ້. (ຄວາມສາມາດຂອງລາວຕໍ່າຫຼາຍ). ຜູ້ຄຸມງານຄົນນີ້ມີຄວາມສາມາດຕໍ່າຫຼາຍ! ເມື່ອປະເຊີນກັບບັນຫາ, ລາວບໍ່ໄດ້ຕັດສິນໃຈຢ່າງຖືກຕ້ອງ, ບໍ່ສາມາດຊອກຫາຫຼັກການໄດ້ ແລະ ບໍ່ມີວິທີການ ຫຼື ແນວທາງໃນການຈັດການສິ່ງຕ່າງໆ. ສິ່ງນີ້ເຮັດໃຫ້ລາວຈັດການກັບໜ້າວຽກທີ່ງ່າຍດາຍ ເຊັ່ນ: ການປູກພືດໃນລັກສະນະທີ່ບໍ່ເປັນລະບຽບຢ່າງບໍ່ໜ້າເຊື່ອ ແລະ ເຮັດໃຫ້ວຽກງານນີ້ຫຍຸ້ງເຫຍີງຢ່າງໃຫຍ່ຫຼວງ. ແມ່ນຫຍັງຄືການສະແດງອອກຫຼັກຂອງຄວາມສາມາດທີ່ຕໍ່າ? (ຂາດການຕັດສິນໃຈທີ່ຖືກຕ້ອງ ແລະ ບໍ່ສາມາດຊອກຫາຫຼັກການໄດ້). ຄຳເວົ້າເຫຼົ່ານີ້ບໍ່ສຳຄັນບໍ? ພວກເຈົ້າຈະຈື່ພວກມັນໄດ້ບໍ? ເມື່ອຄົນຜູ້ໜຶ່ງປະເຊີນກັບບັນຫາ, ການຂາດການຕັດສິນໃຈທີ່ຖືກຕ້ອງ ແລະ ການບໍ່ສາມາດຊອກຫາຫຼັກການໄດ້ ບົ່ງບອກເຖິງຄວາມສາມາດທີ່ຕໍ່າຫຼາຍ. ຍິ່ງຄົນອື່ນໃຫ້ຄຳແນະນຳ ແລະ ຄຳໃບ້ຫຼາຍເທົ່າໃດ, ຜູ້ຄຸມງານຄົນນີ້ກໍຍິ່ງສັບສົນຫຼາຍຂຶ້ນເທົ່ານັ້ນ. ລາວຄິດວ່າມັນຈະດີຫຼາຍຖ້າມີພຽງຄຳແນະນຳດຽວ, ແລ້ວລາວກໍຈະສາມາດປະຕິບັດຕາມມັນຄືກັບກົດລະບຽບ ແລະ ຍຶດໝັ້ນຕາມມັນ, ເຊິ່ງຈະເຮັດໃຫ້ສິ່ງຕ່າງໆງ່າຍດາຍຫຼາຍ ແລະ ໝາຍຄວາມວ່າລາວບໍ່ຈຳເປັນຕ້ອງຄິດ ຫຼື ໃຊ້ການຕັດສິນໃຈ. ລາວຢ້ານການທີ່ມີຄົນຫຼາຍຄົນໃຫ້ຄຳແນະນຳ ເພາະເມື່ອລາວໄດ້ຍິນພວກມັນ, ລາວບໍ່ຮູ້ວິທີຈັດການພວກມັນ. ທີ່ຈິງແລ້ວ, ຄົນທີ່ມີສະໝອງ ແລະ ມີຄວາມສາມາດດີບໍ່ຢ້ານຄົນອື່ນໃຫ້ຄຳແນະນຳ. ພວກເຂົາຄິດວ່າການຕັດສິນໃຈຂອງພວກເຂົາຈະຖືກຕ້ອງຫຼາຍຂຶ້ນ ແລະ ຂອບເຂດຂອງຄວາມຜິດພາດຈະນ້ອຍລົງ ເມື່ອມີຄົນໃຫ້ຄຳແນະນຳຫຼາຍຂຶ້ນ. ຄົນທີ່ບໍ່ມີສະໝອງ ຫຼື ຄວາມສາມາດຈະຢ້ານຄວາມຄິດເຫັນທີ່ຫຼາກຫຼາຍ ແລະ ຄຳແນະນຳຈາກຫຼາຍຄົນ; ພວກເຂົາຈະສັບສົນເມື່ອປະເຊີນກັບຄຳແນະນຳຈາກຫຼາຍແຫຼ່ງ. ຜູ້ຄຸມງານຟາມທີ່ເຮົາຫາກໍກ່າວເຖິງນັ້ນບໍ່ໄດ້ມີຄວາມສາມາດທີ່ຕໍ່າຫຼາຍບໍ, ລາວບໍ່ດີພໍທີ່ຈະແບກຮັບວຽກງານນີ້, ແມ່ນບໍ່? (ແມ່ນແລ້ວ). ບາງຄົນໂຕ້ຖຽງວ່າ: “ບາງທີລາວອາດຈະບໍ່ເຄີຍເຮັດກະເສດມາກ່ອນ. ເຈົ້າຢືນຢັນທີ່ຈະໃຫ້ລາວເຮັດວຽກກະເສດ, ນັ້ນບໍ່ແມ່ນຄືກັບການເຂັນຄົກຂຶ້ນພູບໍ?” ການທີ່ບໍ່ມີປະສົບການໃນການເຮັດກະເສດມາກ່ອນໝາຍຄວາມວ່າຄົນຜູ້ໜຶ່ງບໍ່ສາມາດເຮັດກະເສດໄດ້ບໍ? ໃຜມີຄວາມສາມາດໃນການເຮັດກະເສດໂດຍກຳເນີດ? ກະເສດຕະກອນເກີດມາກໍມີຄວາມສາມາດນີ້ເລີຍບໍ? (ບໍ່ແມ່ນ). ເຄີຍມີກະເສດຕະກອນຄົນໃດທີ່ຂາດປະສົບການ ແລະ ບໍ່ຮູ້ວິທີເຮັດກະເສດ, ບໍ່ໄດ້ເກັບກ່ຽວຜົນລະປູກ ແລະ ບໍ່ມີເມັດພືດກິນໃນຄັ້ງທຳອິດທີ່ພວກເຂົາປູກພືດ, ເຊິ່ງນໍາໄປສູ່ການອຶດຫິວເປັນເວລາໜຶ່ງປີບໍ? ເລື່ອງແບບນີ້ເກີດຂຶ້ນບໍ? (ບໍ່). ຖ້າມັນເປັນເຊັ່ນນັ້ນແທ້, ມັນກໍຈະເປັນໄພພິບັດທາງທຳມະຊາດ, ບໍ່ແມ່ນຜົນມາຈາກການກະທຳຂອງມະນຸດ. ສະຖານະການເຊັ່ນນີ້ຫາຍາກທີ່ສຸດ! ຊາວກະສິກອນຫາລ້ຽງຊີບດ້ວຍການເຮັດກະເສດ ແລະ ແມ່ນແຕ່ຜູ້ທີ່ໄດ້ເຮັດກະເສດເປັນເວລາໜຶ່ງ ຫຼື ສອງປີກໍຮຽນຮູ້ທີ່ຈະເຮັດມັນ. ບຸກຄົນທີ່ມີຄວາມສາມາດດີສາມາດໄດ້ຮັບຜົນຜະລິດຫຼາຍຂຶ້ນຈາກການເຮັດກະເສດ, ໃນຂະນະທີ່ຜູ້ທີ່ມີຄວາມສາມາດຕໍ່າອາດຈະມີການເກັບກ່ຽວທີ່ໜ້ອຍກວ່າ. ຍິ່ງໄປກວ່ານັ້ນ, ດ້ວຍຄວາມກ້າວໜ້າ ແລະ ຄວາມອຸດົມສົມບູນຂອງຂໍ້ມູນໃນປັດຈຸບັນ, ຖ້າຄົນຜູ້ໜຶ່ງມີຄວາມສາມາດ, ຂໍ້ມູນນີ້ກໍພຽງພໍທີ່ຈະໃຊ້ເປັນຂໍ້ມູນອ້າງອີງໃນການຕັດສິນໃຈ ແລະ ການຕົກລົງໃຈທີ່ຖືກຕ້ອງ. ຍິ່ງຂໍ້ມູນກວ້າງຂວາງ ແລະ ຖືກຕ້ອງຫຼາຍເທົ່າໃດ, ການຕັດສິນໃຈ ແລະ ການຕົກລົງໃຈຂອງພວກເຂົາກໍຈະຍິ່ງຊັດເຈນຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຈະເຮັດຜິດພາດໜ້ອຍລົງ. ແນວໃດກໍຕາມ, ມັນຈະກົງກັນຂ້າມກັບບຸກຄົນທີ່ມີຄວາມສາມາດຕໍ່າ; ຍິ່ງມີຂໍ້ມູນຫຼາຍເທົ່າໃດ, ພວກເຂົາກໍຍິ່ງສັບສົນຫຼາຍຂຶ້ນເທົ່ານັ້ນ. ໃນທີ່ສຸດ, ທຸກຂັ້ນຕອນກໍກາຍເປັນການຕໍ່ສູ້ດິ້ນຮົນ ແລະ ຍາກລຳບາກຫຼາຍສຳລັບພວກເຂົາ. ການເຮັດກະເສດຄືການແຂ່ງຂັນກັບເວລາ; ມັນຈະບໍ່ໄດ້ຜົນຖ້າເຈົ້າໄວເກີນໄປ ຫຼື ຊ້າເກີນໄປ. ຖ້າເຈົ້າຊ້າ ແລະ ພາດເວລາທີ່ເໝາະສົມ, ການເກັບກ່ຽວສຸດທ້າຍກໍຈະໄດ້ຮັບຜົນກະທົບ. ຕະຫຼອດໄລຍະເວລາຂອງການດຳເນີນການເຮັດກະເສດ, ຜູ້ຄຸມງານຄົນນີ້ກໍຫົວໝຸນຈົນເຮັດຫຍັງບໍ່ຖືກ, ຖືກເວລາເລັ່ງລັດ ແລະ ຖືກບັງຄັບໃນທຸກຂັ້ນຕອນ. ເຖິງແມ່ນວ່າລາວຈະຍັງຄົງສາມາດຈັດການກັບແຕ່ລະຂັ້ນຕອນໄດ້, ມັນກໍຍາກຫຼາຍສຳລັບລາວ ແລະ ໃນທີ່ສຸດ, ມັນກໍສົ່ງຜົນໃຫ້ລາວເຮັດໃຫ້ວຽກງານຫຍຸ້ງເຫຍີງ. ບຸກຄົນເຊັ່ນນີ້ມີຄວາມສາມາດຕໍ່າຫຼາຍ!
ຄົນທີ່ມີຄວາມສາມາດຕໍ່າຫຼາຍແມ່ນແຕ່ຈະເຮັດວຽກງານພຽງຢ່າງດຽວກໍຍັງເຮັດບໍ່ໄດ້ດີ; ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງ, ພວກເຂົາກໍເຮັດວຽກງານນັ້ນເລະເທະໄປໝົດ. ຖ້າບັນດາຜູ້ນໍາຂອງຜູ້ຄຸມງານເຫຼົ່ານີ້ມີຄວາມສາມາດດີ ແລະ ສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ພວກເຂົາກໍຄວນຈະສາມາດເຫັນສິ່ງເຫຼົ່ານີ້ໄດ້. ພວກເຂົາຄວນຊ່ວຍເຫຼືອຜູ້ຄຸມງານທີ່ມີຄວາມສາມາດຕໍ່າດ້ວຍການຊີ້ນໍາ, ການກຳນົດມາດຕະຖານ ແລະ ການກວດສອບ. ແນວໃດກໍຕາມ, ຜູ້ນໍາປອມກໍລົ້ມເຫຼວທີ່ຈະເຮັດສິ່ງນີ້; ພວກເຂົາຍັງບໍ່ສາມາດເຮັດໃນສິ່ງທີ່ຜູ້ຄຸມງານເຮັດບໍ່ໄດ້ ແລະ ເມື່ອຜູ້ຄຸມງານເຫັນວ່າວຽກງານຂອງພວກເຂົາຍາກ ຫຼື ຮູ້ສຶກບໍ່ແນ່ໃຈ ແລະ ລັງເລໃນວຽກງານຂອງພວກເຂົາ, ຜູ້ນໍາປອມກໍລັງເລໄປພ້ອມກັບພວກເຂົາ. ພວກເຂົາແມ່ນແຕ່ບໍ່ຮູ້ວ່າຜູ້ຄຸມງານກຳລັງເຮັດວຽກຂອງພວກເຂົາເປັນແນວໃດ, ພວກເຂົາເຮັດໄປຮອດໃສແລ້ວ, ມີຄວາມທ້າທາຍຫຍັງເກີດຂຶ້ນ ຫຼື ພວກເຂົາກຳລັງສັບສົນເລື່ອງຫຍັງ. ເມື່ອມີຄົນຖາມຜູ້ນໍາຄົນນັ້ນກ່ຽວກັບວຽກງານກະສິກຳ, ລາວກໍເວົ້າວ່າ, “ຂ້ານ້ອຍເປັນຜູ້ນໍາ, ຂ້ານ້ອຍບໍ່ໄດ້ຮັບຜິດຊອບວຽກງານກະສິກຳ”. ພວກເຂົາຕອບວ່າ, “ເຈົ້າເປັນຜູ້ນໍາ, ແລ້ວມັນຜິດບ່ອນໃດທີ່ຖາມເຈົ້າກ່ຽວກັບວຽກງານກະສິກຳ? ວຽກງານນີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ”. ລາວເວົ້າວ່າ, “ໃຫ້ຂ້ານ້ອຍໄປຖາມໃຫ້ເຈົ້າກ່ອນ”. ຫຼັງຈາກທີ່ຖາມແລ້ວ, ລາວກໍຕອບວ່າ, “ຕອນນີ້ພວກເຮົາກຳລັງປູກມັນຝຣັ່ງຢູ່”. ພວກເຂົາຖາມວ່າ, “ພວກເຈົ້າປູກມັນຝຣັ່ງຫຼາຍສໍ່າໃດ?” ລາວຕອບວ່າ, “ຂ້ານ້ອຍບໍ່ໄດ້ຖາມເລື່ອງນັ້ນ, ໃຫ້ຂ້ານ້ອຍໄປກວດເບິ່ງໃຫ້ເຈົ້າກ່ອນ”. ຫຼັງຈາກທີ່ຖາມອີກຄັ້ງ, ລາວກໍຕອບວ່າ, “ພວກເຮົາປູກໄປສອງມູ”. ພວກເຂົາຖາມວ່າ: “ພວກເຈົ້າປູກພັນຫຍັງ? ດິນຕອນນັ້ນເໝາະສົມກັບການປູກມັນຝຣັ່ງບໍ? ພວກເຈົ້າໄດ້ໃສ່ຝຸ່ນຕອນທີ່ປູກບໍ່? ແກ່ນມັນຝຣັ່ງຖືກຝັງເລິກສໍ່າໃດ?” ລາວບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້ເລີຍ. ເຈົ້າບໍ່ຮູ້ສິ່ງເຫຼົ່ານີ້, ແຕ່ເຈົ້າກໍບໍ່ສອບຖາມ ແລະ ບໍ່ຊອກຫາຄົນມາຖາມ, ນີ້ບໍ່ແມ່ນການເຮັດໃຫ້ວຽກງານຊັກຊ້າບໍ? ເຈົ້າເປັນຜູ້ນໍາແທ້ໆບໍ? ເຈົ້າກຳລັງເຮັດວຽກງານຫຍັງໃນຖານະຜູ້ນໍາ? ຖ້າເຈົ້າບໍ່ສາມາດແມ່ນແຕ່ນໍາພາຜູ້ຄົນໃຫ້ເຮັດວຽກງານພາຍນອກເລັກໆນ້ອຍໆນີ້ໄດ້, ການທີ່ເຈົ້າເປັນຜູ້ນໍາມີປະໂຫຍດຫຍັງ? ເຖິງແມ່ນວ່າຄວາມສາມາດຂອງຜູ້ຄຸມງານຈະຕໍ່າຫຼາຍຂະໜາດນີ້, ຜູ້ນໍາປອມຄົນນີ້ກໍຍັງບໍ່ເຫັນ ແລະ ເມື່ອລາວຖືກຖາມວ່າຄວາມສາມາດຂອງຜູ້ຄຸມງານເປັນແນວໃດ, ພືດຜົນເປັນແນວໃດ ແລະ ຈະຮັບປະກັນການເກັບກ່ຽວໄດ້ບໍ, ລາວກໍເຊື່ອວ່າ: “ມັນບໍ່ຈຳເປັນທີ່ເຈົ້າຈະຕ້ອງມາສອບຖາມເລື່ອງເຫຼົ່ານີ້; ວຽກງານກະສິກຳເປັນວຽກທີ່ງ່າຍດາຍ! ພວກເຮົາໄດ້ປູກພືດໃນໄຮ່ນາແລ້ວ, ບໍ່ແມ່ນບໍ? ມັນຈະບໍ່ມີການເກັບກ່ຽວໄດ້ແນວໃດ?” ລາວບໍ່ໄດ້ພິຈາລະນາຫຍັງເລີຍ, ບໍ່ໄດ້ສອບຖາມຫຍັງເລີຍ ແລະ ລາວບໍ່ມີສະໝອງເລີຍ. ນີ້ແມ່ນຜູ້ນໍາປະເພດໃດ? (ຜູ້ນໍາປອມ.) ເມື່ອໃດກໍຕາມທີ່ລາວປະເຊີນກັບບັນຫາໃດໜຶ່ງ, ຜູ້ຄຸມງານກໍເປັນຄືໄກ່ຖືກຕັດຫົວ. ລາວບໍ່ຮູ້ວ່າຈະຖາມໃຜ ຫຼື ຈະຊອກຫາຂໍ້ມູນແນວໃດ ຫຼື ຈະເລືອກຝ່າຍໃດເມື່ອແຫຼ່ງຂໍ້ມູນຕ່າງໆໃຫ້ແນວຄິດທີ່ແຕກຕ່າງກັນຫຼາຍຢ່າງ. ຜູ້ນໍາຄົນນີ້ບໍ່ໄດ້ກວດກາສະຖານະການເຫຼົ່ານີ້. ລາວຄິດວ່າວຽກງານໄດ້ຖືກມອບໃຫ້ຄົນຜູ້ນີ້ແລ້ວ, ສະນັ້ນ ລາວຈຶ່ງບໍ່ສົນໃຈມັນເລີຍ. ພວກເຈົ້າຄິດວ່າການທີ່ຜູ້ຄຸມງານມີຄວາມສາມາດຕໍ່າເຊັ່ນນີ້ຈະສົ່ງຜົນກະທົບຕໍ່ໝາກຜົນຂອງວຽກງານບໍ? (ແມ່ນ.) ແລ້ວຜູ້ນໍາຄວນເຮັດແນວໃດເພື່ອແກ້ໄຂບັນຫານີ້? ຜ່ານການກວດກາ ແລະ ການສອບຖາມທາງອ້ອມ, ຜ່ານເຫດການທີ່ເກີດຂຶ້ນອ້ອມຕົວລາວ ແລະ ຜ່ານການປູກພືດໃນລະດູການນັ້ນ, ລາວຄວນຈະຄົ້ນພົບວ່າຜູ້ຄຸມງານມີຄວາມສາມາດຕໍ່າຫຼາຍ, ວ່າລາວບໍ່ສາມາດເຮັດຫຍັງໄດ້ເລີຍ. ລາວບໍ່ສາມາດສະຫຼຸບປະສົບການໃດໆໄດ້ແມ່ນແຕ່ຫຼັງຈາກທີ່ເຮັດກະສິກຳມາຫຼາຍປີ, ຮອດຕອນນັ້ນລາວຍັງບໍ່ແນ່ໃຈດ້ວຍຊໍ້າວ່າຈະປູກພືດແນວໃດ, ມັນຄວນຈະເປັນທີ່ຊັດເຈນແກ່ລາວແລ້ວວ່າລາວມີຄວາມສາມາດຕໍ່າ ແລະ ບໍ່ເໝາະສົມກັບໜ້າວຽກ ແລະ ຄົນແບບນີ້ຄວນຖືກປົດອອກ! ລາວຄວນສອບຖາມວ່າໃຜເໝາະສົມທີ່ຈະເປັນຜູ້ຄຸມງານ, ໃຜສາມາດແບກຮັບວຽກງານນີ້ ແລະ ເຮັດມັນໄດ້ດີ, ເພື່ອຮັບປະກັນວ່າວຽກງານຂອງເຮືອນຂອງພຣະເຈົ້າຈະບໍ່ໄດ້ຮັບຄວາມເສຍຫາຍ. ຜູ້ນໍາປອມມີຄວາມຄິດແບບນີ້ບໍ? ລາວເບິ່ງເຫັນບັນຫາເຫຼົ່ານີ້ບໍ? (ບໍ່.) ທັງໃຈ ແລະ ຕາຂອງລາວກໍບອດ; ລາວຕາບອດຢ່າງສິ້ນເຊີງ. ນີ້ຄືການສະແດງອອກຂອງຜູ້ນໍາປອມ. ເມື່ອເວົ້າເຖິງຄົນທີ່ມີຄວາມສາມາດຕໍ່າ, ພວກເຂົາບໍ່ຮູ້ວິທີຊີ້ນໍາພວກເຂົາໃນວຽກງານ, ພວກເຂົາບໍ່ຮູ້ວິທີຊ່ວຍເຫຼືອພວກເຂົາໂດຍການກວດສອບ ຫຼື ວິທີແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາໂດຍທັນທີ ແລະ ພວກເຂົາບໍ່ຮູ້ແນ່ນອນວ່າຄົນທີ່ມີຄວາມສາມາດຕໍ່າບໍ່ສາມາດແບກຮັບວຽກງານໄດ້ ແລະ ຄວນຖືກປ່ຽນແທນດ້ວຍຄົນທີ່ເໝາະສົມໂດຍໄວ. ຜູ້ນໍາປອມບໍ່ໄດ້ເຮັດໜ້າວຽກເຫຼົ່ານີ້ເລີຍ; ພວກເຂົາບໍ່ເໝາະສົມກັບມັນ ແລະ ພວກເຂົາບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້ເລີຍ. ຄົນເຫຼົ່ານີ້ບໍ່ແມ່ນຄົນຕາບອດບໍ? ບາງຄົນເວົ້າວ່າ, “ບາງທີພວກເຂົາອາດຈະຫຍຸ້ງກັບວຽກງານອື່ນ. ເປັນຫຍັງເຈົ້າຈຶ່ງຄອຍຖາມໃຫ້ພວກເຂົາເບິ່ງແຍງວຽກງານຈິບຈ້ອຍທີ່ບໍ່ສຳຄັນເຫຼົ່ານີ້?” ສິ່ງເຫຼົ່ານີ້ແມ່ນໜ້າວຽກທີ່ຜູ້ນໍາຕ້ອງເຮັດ, ມັນຈະຖືກຖືວ່າເປັນວຽກງານຈິບຈ້ອຍໄດ້ແນວໃດ? ເລື່ອງເຫຼົ່ານີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ, ຈະເປັນການດີບໍ ຖ້າພວກເຂົາລະເລີຍມັນ? ຖ້າພວກເຂົາເຮັດ, ມັນກໍຈະເປັນການລະເລີຍຕໍ່ໜ້າທີ່ຮັບຜິດຊອບ. ຄວາມຫຍຸ້ງຍາກ ແລະ ບັນຫາໃນວຽກງານຂອງພວກເຂົາເກີດຂຶ້ນແຕ່ລະມື້ຕໍ່ໜ້າຕໍ່ຕາຂອງຜູ້ນໍາ ແລະ ຜູ້ຄົນກໍຍົກບັນຫາເຫຼົ່ານີ້ຂຶ້ນມາທຸກມື້. ແນວໃດກໍຕາມ, ທັງຕາ ແລະ ໃຈຂອງຜູ້ນໍາປອມກໍລ້ວນແຕ່ບອດ. ພວກເຂົາບໍ່ສາມາດເຫັນ, ຮູ້ສຶກ ຫຼື ສຳຜັດໄດ້ວ່າສິ່ງເຫຼົ່ານີ້ເປັນບັນຫາ, ສະນັ້ນ, ແນ່ນອນວ່າພວກເຂົາຈຶ່ງບໍ່ສາມາດແກ້ໄຂມັນໄດ້. ຜູ້ນໍາປອມຄົນນັ້ນບໍ່ສາມາດຄົ້ນພົບໄດ້ວ່າຄວາມສາມາດຂອງຜູ້ຄຸມງານນັ້ນຕໍ່າຫຼາຍ. ລາວຍັງບໍ່ສາມາດລະບຸບັນຫາຕ່າງໆທີ່ເກີດຂຶ້ນໃນວຽກງານຂອງລາວໄດ້. ຜູ້ຄຸມງານຄົນນີ້ບໍ່ສາມາດຈັດການກັບບັນຫາໄດ້ ແລະ ເມື່ອມີບາງຢ່າງເກີດຂຶ້ນ, ລາວກໍກະທຳຢ່າງລົນລານຄືກະຕ່າຍຕື່ນແກ, ຂາດຫຼັກການ ແລະ ເຮັດໃຫ້ວຽກງານວຸ້ນວາຍ ແລະ ຜູ້ນໍາປອມຄົນນັ້ນກໍບໍ່ສາມາດເຫັນ ຫຼື ຄົ້ນພົບສິ່ງເຫຼົ່ານີ້ໄດ້ເລີຍ. ມີຫຼັກການໜຶ່ງສຳລັບວິທີທີ່ຜູ້ນໍາປອມເຮັດວຽກຄື: ຕາບໃດທີ່ພວກເຂົາໄດ້ຈັດຄົນໃຫ້ຮັບຜິດຊອບແຕ່ລະໜ້າວຽກ, ພວກເຂົາກໍຖືວ່າມັນສຳເລັດແລ້ວ ແລະ ບໍ່ວ່າຄວາມສາມາດຂອງຜູ້ຄຸມງານຈະດີ ຫຼື ບໍ່ດີ, ບໍ່ວ່າພວກເຂົາຈະສາມາດເຮັດວຽກໄດ້ດີ ຫຼື ບໍ່ ຫຼື ມີບັນຫາເກີດຂຶ້ນໃນວຽກງານຫຼາຍສໍ່າໃດ, ພວກເຂົາກໍຮູ້ສຶກວ່າມັນບໍ່ກ່ຽວຂ້ອງກັບພວກເຂົາ. ຜູ້ນໍາແບບນີ້ຍັງຈະສາມາດເຮັດວຽກງານໃຫ້ສຳເລັດໄດ້ບໍ? ພວກເຂົາເຂົ້າໃຈວິທີເຮັດວຽກບໍ? (ບໍ່.) ຖ້າເຈົ້າບໍ່ເຂົ້າໃຈວິທີເຮັດວຽກ, ແລ້ວເປັນຫຍັງເຈົ້າຈຶ່ງເຮັດໜ້າທີ່ເປັນຜູ້ນໍາ? ຖ້າເຈົ້າຮັບໃຊ້ເປັນຜູ້ນໍາທັງໆທີ່ເປັນແບບນີ້, ແລ້ວເຈົ້າກໍເປັນຜູ້ນໍາປອມ. ຜູ້ນໍາປອມບໍ່ສາມາດເຫັນ ຫຼື ຄົ້ນພົບການສະແດງອອກຕ່າງໆຂອງຄົນທີ່ມີຄວາມສາມາດຕໍ່າ ຫຼື ບັນຫາຕ່າງໆທີ່ເກີດຂຶ້ນໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງຕົນ. ຫົວໃຈຂອງພວກເຂົາດ້ານຊາຢ່າງທີ່ສຸດ. ທັງຕາ ແລະ ໃຈຂອງພວກເຂົາບໍ່ໄດ້ບອດບໍ? ບາງຄົນອາດຈະເວົ້າວ່າ, “ພວກເຂົາບໍ່ໄດ້ຕາບອດ. ເຈົ້າຄອຍແຕ່ໃສ່ຮ້າຍປ້າຍສີພວກເຂົາຢູ່ສະເໝີ”. ບັນຫາກັບຜູ້ຄຸມງານກະສິກຳຄົນນີ້ຮ້າຍແຮງຫຼາຍ; ຜູ້ນໍາປອມຄົນນັ້ນອາໄສຢູ່ກັບລາວທຸກມື້ ແລະ ລາວກໍສາມາດໄດ້ຍິນ ແລະ ເຫັນທຸກສິ່ງທີ່ເກີດຂຶ້ນ. ແລ້ວເປັນຫຍັງລາວຈຶ່ງບໍ່ສາມາດຄົ້ນພົບ ຫຼື ຮັບຮູ້ໄດ້ວ່າສິ່ງເຫຼົ່ານີ້ເປັນບັນຫາ? ເປັນຫຍັງລາວຈຶ່ງບໍ່ຈັດການ ຫຼື ແກ້ໄຂບັນຫາເຫຼົ່ານີ້? ທັງຕາ ແລະ ໃຈຂອງລາວບໍ່ໄດ້ບອດບໍ? ບັນຫານີ້ຮ້າຍແຮງບໍ? (ຮ້າຍແຮງ.) ນີ້ຄືການສະແດງອອກອີກຢ່າງໜຶ່ງຂອງຜູ້ນໍາປອມ: ການທີ່ໃຈບອດ ແລະ ຕາບອດ.
ເມື່ອເຈົ້າມອບໝາຍໜ້າວຽກໃຫ້ຄົນທີ່ມີຄວາມສາມາດຕໍ່າ, ເຈົ້າສາມາດບອກໄດ້ຈາກວິທີທີ່ພວກເຂົາເວົ້າຈາເປັນປົກກະຕິ, ທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາໃນເວລາປຶກສາຫາລືວຽກງານ ແລະ ວິທີທີ່ພວກເຂົາຈັດການກັບໜ້າວຽກ ວ່າຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ວ່າແນວຄິດຂອງພວກເຂົາສັບສົນ ແລະ ວ່າພວກເຂົາປະຕິບັດຕໍ່ທຸກສິ່ງດ້ວຍຄວາມມືດບອດ ແລະ ຄວາມບ້າບິ່ນໜ້ອຍໜຶ່ງ ແລະ ຂາດເປົ້າໝາຍໃດໆ. ເຈົ້າສາມາດຕັດສິນໄດ້ວ່າຄົນຜູ້ນີ້ມີຄວາມສາມາດຕໍ່າທີ່ສຸດພຽງແຕ່ເບິ່ງວິທີການເຮັດວຽກຂອງພວກເຂົາ, ສະນັ້ນ ເຈົ້າຈຳເປັນຕ້ອງສັງເກດເບິ່ງພວກເຂົາດົນຂະໜາດນັ້ນບໍ? ບໍ່, ເຈົ້າບໍ່ຈຳເປັນ. ແນວໃດກໍຕາມ, ຜູ້ນໍາປອມມີຈຸດອ່ອນທີ່ເປັນອັນຕະລາຍ; ນັ້ນກໍຄື, ພວກເຂົາເຊື່ອວ່າເນື່ອງຈາກຄົນຜູ້ໜຶ່ງໄດ້ເຮັດວຽກມາຕະຫຼອດເວລານີ້ໂດຍບໍ່ໄດ້ປະຖິ້ມໜ້າທີ່ ແລະ ພວກເຂົາບໍ່ໄດ້ຍິນໃຜລາຍງານວ່າພວກເຂົາເຮັດສິ່ງທີ່ບໍ່ດີ ຫຼື ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ຫຼື ເປັນຄົນຄິດລົບ ຫຼື ຂີ້ຄ້ານ, ມັນກໍໝາຍຄວາມວ່າຄົນຜູ້ນີ້ຍັງສາມາດເຮັດວຽກໄດ້. ພວກເຂົາບໍ່ຮູ້ວິທີຕັດສິນຄວາມສາມາດຂອງຄົນ ຫຼື ຄວາມສາມາດໃນການເຮັດວຽກໃຫ້ດີໂດຍອີງໃສ່ຄຳເວົ້າ, ທັດສະນະຄະຕິ ແລະ ມຸມມອງຕໍ່ເລື່ອງຕ່າງໆ ຫຼື ວິທີທີ່ພວກເຂົາເຮັດວຽກ. ພວກເຂົາບໍ່ມີຄວາມຮັບຮູ້ໃນເລື່ອງນີ້; ພວກເຂົາດ້ານຊາ ແລະ ຂາດຄວາມຮັບຮູ້ໃດໆກ່ຽວກັບເລື່ອງນີ້. ພວກເຂົາມີມຸມມອງໜຶ່ງຄື: ຕາບໃດທີ່ຄົນຜູ້ໜຶ່ງບໍ່ໄດ້ຢູ່ລ້າໆ, ທຸກຢ່າງກໍດີ ແລະ ວຽກງານກໍສາມາດດຳເນີນຕໍ່ໄປໄດ້. ພວກເຈົ້າຄິດວ່າຜູ້ນໍາທີ່ຍຶດຖືມຸມມອງປະເພດນີ້ຈະສາມາດເຮັດວຽກໄດ້ດີບໍ? ພວກເຂົາເໝາະສົມກັບໜ້າວຽກບໍ? (ບໍ່.) ການປ່ອຍໃຫ້ຄົນແບບນີ້ເປັນຜູ້ນໍາກໍຈະເຮັດໃຫ້ວຽກງານພັງທະລາຍ, ບໍ່ແມ່ນບໍ? ເມື່ອຄົນຜູ້ໜຶ່ງເພີດເພີນກັບການກິນ, ການດື່ມ ແລະ ຄວາມບັນເທີງ ແລະ ລະເລີຍຕໍ່ໜ້າທີ່ຂອງພວກເຂົາ, ຜູ້ນໍາປອມກໍບໍ່ໄດ້ໃສ່ໃຈທີ່ຈະກວດກາ ຫຼື ຈັດການເລື່ອງນີ້ ແລະ ພວກເຂົາບໍ່ສາມາດເຫັນໄດ້ວ່າຄວາມສາມາດ ຫຼື ຄຸນລັກສະນະຂອງຄົນຜູ້ໜຶ່ງດີ ຫຼື ບໍ່ດີ, ບໍ່ວ່າພວກເຂົາຈະໄດ້ຕິດຕໍ່ກັບຄົນຜູ້ນັ້ນດົນສໍ່າໃດກໍຕາມ. ຜູ້ນໍາເຫຼົ່ານີ້ມີຄວາມສາມາດໃນການເຮັດວຽກຂອງຜູ້ນໍາບໍ? (ບໍ່.) ເຫຼົ່ານີ້ຄືຜູ້ນໍາປອມ. ຜູ້ນໍາປອມບໍ່ສາມາດແຍກແຍະໄດ້ວ່າຄົນຜູ້ໜຶ່ງມີຄວາມສາມາດດີ ຫຼື ບໍ່ ແລະ ພວກເຂົາບໍ່ສາມາດເຮັດໜ້າວຽກສະເພາະເຫຼົ່ານີ້ໄດ້. ພວກເຂົາຄິດວ່ານີ້ບໍ່ແມ່ນສ່ວນໜຶ່ງໃນວຽກຂອງພວກເຂົາ. ນີ້ບໍ່ແມ່ນການລະເລີຍຕໍ່ໜ້າທີ່ຮັບຜິດຊອບບໍ? ພວກເຈົ້າຄິດວ່າແນວໃດ, ຄົນທີ່ມີຄວາມສາມາດຕໍ່າສາມາດແບກຮັບວຽກງານໄດ້ ຫຼື ຄົນທີ່ມີຄວາມສາມາດຢູ່ແດ່? (ຄົນທີ່ມີຄວາມສາມາດຢູ່ແດ່ທີ່ສາມາດແບກຮັບວຽກງານໄດ້.) ສະນັ້ນ, ການປະເມີນຄຸນນະພາບຂອງຄົນ ແລະ ຄວາມເໝາະສົມຂອງພວກເຂົາສຳລັບວຽກງານຈຶ່ງເປັນບັນຫາທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນໃສ່ໃຈ ແລະ ກຳແໜ້ນ ແລະ ມັນກໍເປັນໜ້າວຽກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດເຊັ່ນກັນ. ແຕ່ຜູ້ນໍາປອມບໍ່ເຂົ້າໃຈວ່ານີ້ເປັນສ່ວນໜຶ່ງໃນວຽກຂອງພວກເຂົາ, ພວກເຂົາຂາດຄວາມຮັບຮູ້ໃນເລື່ອງນີ້ ແລະ ພວກເຂົາບໍ່ສາມາດເຮັດໜ້າທີ່ຮັບຜິດຊອບໃນສ່ວນນີ້ຂອງພວກເຂົາໃຫ້ສຳເລັດໄດ້. ນີ້ຄືບ່ອນທີ່ຜູ້ນໍາປອມລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງຕົນ ແລະ ມັນກໍເປັນການສະແດງອອກຂອງຜູ້ນໍາປອມທີ່ບໍ່ເໝາະສົມກັບໜ້າວຽກເຊັ່ນກັນ. ນີ້ຄືສະຖານະການປະເພດທີສອງ: ຜູ້ຄຸມງານມີຄວາມສາມາດຕໍ່າ, ຂາດຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດແບກຮັບວຽກງານຂອງຕົນໄດ້, ເຊິ່ງເປັນບັນຫາທີ່ກ່ຽວຂ້ອງກັບຄວາມສາມາດຂອງພວກເຂົາ. ໃນສະຖານະການນີ້, ຜູ້ນໍາປອມກໍລົ້ມເຫຼວທີ່ຈະສະແດງບົດບາດຂອງຜູ້ນໍາເຊັ່ນດຽວກັນ ແລະ ບໍ່ສາມາດປົດຜູ້ຄຸມງານທີ່ມີຄວາມສາມາດຕໍ່າອອກໂດຍທັນທີ.
III. ວິທີທີ່ຜູ້ນໍາປອມປະຕິບັດຕໍ່ຜູ້ຄຸມງານທີ່ຫາເລື່ອງໃສ່ຮ້າຍ ແລະ ກົດຂີ່ຂົ່ມເຫັງຄົນອື່ນ
ສະຖານະການປະເພດທີສາມແມ່ນກ່ຽວຂ້ອງກັບຜູ້ຄຸມງານທີ່ຫາເລື່ອງໃສ່ຮ້າຍ ແລະ ກົດຂີ່ຂົ່ມເຫັງຄົນອື່ນ, ລົບກວນວຽກງານຂອງຄຣິດຕະຈັກ. ສະຖານະການທຳອິດທີ່ພວກເຮົາໄດ້ເວົ້າເຖິງກ່ອນໜ້ານີ້ແມ່ນບ່ອນທີ່ຜູ້ຄຸມງານບາງຄົນ, ເຖິງແມ່ນວ່າຈະມີຄວາມສາມາດຂ້ອນຂ້າງດີ ແລະ ສາມາດແບກຮັບວຽກງານຂອງພວກເຂົາໄດ້, ແຕ່ກໍບໍ່ໄດ້ເອົາໃຈໃສ່ວຽກງານຢ່າງຈິງຈັງ ແລະ ພຽງແຕ່ປະພຶດຕົນແບບພໍເປັນພິທີ, ໃນຂະນະທີ່ຜູ້ນໍາປອມກໍບໍ່ຮູ້ເລື່ອງນີ້ ແລະ ບໍ່ໄດ້ປົດພວກເຂົາອອກໂດຍທັນທີ. ສະຖານະການທີສອງແມ່ນກ່ຽວຂ້ອງກັບຜູ້ຄຸມງານບາງຄົນທີ່ມີຄວາມສາມາດຕໍ່າ ແລະ ບໍ່ສາມາດແບກຮັບວຽກງານໄດ້, ແຕ່ຜູ້ນໍາປອມກໍລົ້ມເຫຼວທີ່ຈະສັງເກດເຫັນສິ່ງນີ້ ຫຼື ປ່ຽນແທນພວກເຂົາໂດຍທັນທີ. ສະຖານະການທີສາມນີ້ແມ່ນກ່ຽວກັບຜູ້ຄຸມງານທີ່ບໍ່ວ່າຄວາມສາມາດຂອງຕົນເອງຈະດີ ຫຼື ບໍ່ດີ, ກໍບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ແລະ ເອົາແຕ່ທໍລະມານ ແລະ ບັງຄັບຂົ່ມເຫັງຄົນອື່ນ, ລົບກວນວຽກງານຂອງຄຣິດຕະຈັກ. ນັບຕັ້ງແຕ່ເວລາທີ່ພວກເຂົາຖືກເລືອກໃຫ້ເປັນຜູ້ຄຸມງານ, ພວກເຂົາກໍບໍ່ໄດ້ພະຍາຍາມຮຽນຮູ້ ຫຼື ສຶກສາຂົງເຂດວຽກງານຂອງຕົນ, ທັງບໍ່ໄດ້ສະແຫວງຫາຫຼັກການຄວາມຈິງ ແລະ ແນ່ນອນວ່າພວກເຂົາບໍ່ໄດ້ຊີ້ນໍາຄົນອື່ນໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ. ແທນທີ່ຈະເປັນແນວນັ້ນ, ໃນທຸກໆໂອກາດທີ່ພວກເຂົາມີ, ພວກເຂົາກໍຈະເວົ້າຈາແທກແດງຄົນນີ້ ແລະ ສຽດສີຄົນນັ້ນ; ຕາບໃດທີ່ພວກເຂົາມີໂອກາດ, ພວກເຂົາກໍຈະອວດໂຕເອງ ແລະ ບໍ່ວ່າພວກເຂົາຈະເຮັດຫຍັງ, ພວກເຂົາກໍບໍ່ເຄີຍເຮັດຫຍັງແບບຈິງຈັງໜັກແໜ້ນເລີຍ. ມື້ໜຶ່ງພວກເຂົາບອກໃຫ້ຄົນເຮັດແບບໜຶ່ງ ແລະ ມື້ຕໍ່ມາພວກເຂົາກໍບອກໃຫ້ເຮັດອີກແບບໜຶ່ງ; ພວກເຂົາເອົາແຕ່ຄິດຫາວິທີແປກໃໝ່, ຢາກອວດໂຕຢູ່ສະເໝີ. ທັງໝົດນີ້ເຮັດໃຫ້ຜູ້ຄົນຕົກຢູ່ໃນສະພາວະທີ່ວິຕົກກັງວົນ. ເມື່ອໃດກໍຕາມທີ່ພວກເຂົາເວົ້າ, ບາງຄົນກໍຮູ້ສຶກວ່າຫົວໃຈຂອງພວກເຂົາສັ່ນ. ເມື່ອພວກເຂົາປາບທຸກຄົນຈົນຢູ່ໝັດ ແລະ ເຮັດໃຫ້ທຸກຄົນຢ້ານກົວ ແລະ ເຊື່ອຟັງພວກເຂົາ, ພວກເຂົາກໍຈະທະນົງຕົວຂຶ້ນມາ. ບໍ່ວ່າພວກເຂົາຈະເປັນຜູ້ນໍາປອມ ຫຼື ພວກຕໍ່ຕ້ານພຣະຄຣິດ ແລະ ບໍ່ວ່າພວກເຂົາຈະມີອຳນາດ ຫຼື ບໍ່ກໍຕາມ, ຄົນປະເພດນີ້ກໍທຳລາຍຄວາມສະຫງົບສຸກຂອງຄຣິດຕະຈັກ. ບໍ່ພຽງແຕ່ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງ ຫຼື ປະຕິບັດໜ້າທີ່ຂອງຕົນຕາມປົກກະຕິໄດ້, ພວກເຂົາຍັງຫວ່ານຄວາມແຕກແຍກ ແລະ ກໍ່ໃຫ້ເກີດການຂັດແຍ່ງກັນລະຫວ່າງຜູ້ຄົນ, ລົບກວນຊີວິດຂອງຄຣິດຕະຈັກ. ບໍ່ພຽງແຕ່ພວກເຂົາບໍ່ສາມາດຊ່ວຍຄົນອື່ນໃຫ້ເຂົ້າໃຈຄວາມຈິງໄດ້, ພວກເຂົາຍັງມັກຈະຕັດສິນ ແລະ ປະນາມຜູ້ຄົນ ແລະ ບັງຄັບໃຫ້ຜູ້ຄົນເຊື່ອຟັງພວກເຂົາໃນທຸກສິ່ງ, ບັງຄັບຂົ່ມເຫັງພວກເຂົາຈົນເຖິງຂັ້ນທີ່ພວກເຂົາບໍ່ຮູ້ວ່າຈະປະພຶດຕົນແນວໃດໃຫ້ເໝາະສົມ. ໂດຍສະເພາະໃນດ້ານການດຳລົງຊີວິດ, ຜູ້ຄົນບໍ່ສາມາດນອນກ່ອນເວລາ ຫຼື ເດິກກວ່າເວລາໄດ້. ບໍ່ວ່າພວກເຂົາຈະເຮັດຫຍັງ, ພວກເຂົາກໍຕ້ອງເບິ່ງສີໜ້າຂອງຄົນເຫຼົ່ານີ້, ເຊິ່ງເຮັດໃຫ້ຊີວິດເມື່ອຍລ້າທີ່ສຸດ. ຖ້າຄົນແບບນີ້ກາຍເປັນຜູ້ຄຸມງານ, ຄົນອື່ນໆທຸກຄົນກໍຈະມີຊ່ວງເວລາທີ່ລຳບາກ. ຖ້າເຈົ້າເວົ້າຄວາມຈິງກັບພວກເຂົາ ແລະ ເປີດເຜີຍບັນຫາຂອງພວກເຂົາ, ພວກເຂົາກໍຈະເວົ້າວ່າເຈົ້າກຳລັງຕັ້ງໃຈແນເປົ້າ ແລະ ເປີດໂປງພວກເຂົາ. ຖ້າເຈົ້າບໍ່ເວົ້າກັບພວກເຂົາກ່ຽວກັບບັນຫາຂອງພວກເຂົາ, ພວກເຂົາກໍຈະເວົ້າວ່າເຈົ້າກຳລັງດູຖູກພວກເຂົາ. ຖ້າເຈົ້າຈິງຈັງ ແລະ ຮັບຜິດຊອບຕໍ່ວຽກງານ ແລະ ໃຫ້ຄຳແນະນຳບາງຢ່າງແກ່ພວກເຂົາ, ພວກເຂົາກໍຈະບໍ່ຍອມຮັບ ແລະ ພວກເຂົາຈະເວົ້າວ່າເຈົ້າກຳລັງໂຈມຕີພວກເຂົາ ແລະ ເອີ້ນເຈົ້າວ່າອວດດີ. ໃນກໍລະນີໃດກໍຕາມ, ບໍ່ວ່າເຈົ້າຈະເຮັດຫຍັງ, ພວກເຂົາກໍຈະເຫັນວ່າມັນບໍ່ເປັນທີ່ພໍໃຈ. ພວກເຂົາຄິດຢູ່ສະເໝີກ່ຽວກັບການທໍລະມານຜູ້ຄົນ ແລະ ພວກເຂົາກົດຂີ່ຜູ້ຄົນຈົນເຮັດໃຫ້ພວກເຂົາມືນຕາອ້າປາກບໍ່ໄດ້ ແລະ ຮູ້ສຶກວ່າເຮັດຫຍັງກໍບໍ່ຖືກ. ຜູ້ຄຸມງານເຊັ່ນນີ້ລົບກວນວຽກງານຂອງຄຣິດຕະຈັກ.
ຜູ້ນໍາປອມເກັ່ງໃນວຽກງານຜິວເຜີນ, ແຕ່ພວກເຂົາບໍ່ເຄີຍເຮັດວຽກງານຕົວຈິງ. ພວກເຂົາບໍ່ໄດ້ໄປກວດກາ, ຄຸມງານ ຫຼື ຊີ້ນໍາວຽກງານວິຊາຊີບຕ່າງໆ ຫຼື ຊອກຮູ້ສິ່ງທີ່ກຳລັງເກີດຂຶ້ນໃນທີມຕ່າງໆຢ່າງທັນການ, ກວດກາເບິ່ງວ່າວຽກງານຄືບໜ້າໄປແນວໃດ, ມີບັນຫາຫຍັງແດ່, ບໍ່ວ່າຜູ້ຄຸມງານທີມຈະມີຄວາມສາມາດໃນວຽກງານຂອງພວກເຂົາ ຫຼື ບໍ່ ແລະ ອ້າຍເອື້ອຍນ້ອງລາຍງານຄືນ ຫຼື ປະເມີນຜູ້ຄຸມງານແນວໃດ. ພວກເຂົາບໍ່ໄດ້ກວດເບິ່ງວ່າ ມີໃຜຖືກກົດຂີ່ໂດຍຫົວໜ້າທີມ ຫຼື ຜູ້ຄຸມງານ ຫຼື ບໍ່, ບໍ່ວ່າຄຳແນະນຳທີ່ຖືກຕ້ອງທີ່ຜູ້ຄົນສະເໜີມາຈະຖືກຮັບເອົາ ຫຼື ບໍ່, ບໍ່ວ່າຜູ້ທີ່ມີພອນສະຫວັນ ຫຼື ສະແຫວງຫາຄວາມຈິງຈະຖືກກົດຂີ່ ຫຼື ກີດກັນ ຫຼື ບໍ່, ບໍ່ວ່າຄົນຊື່ຈະຖືກຂົ່ມເຫັງ ຫຼື ບໍ່, ບໍ່ວ່າຜູ້ທີ່ເປີດໂປງ ແລະ ລາຍງານຜູ້ນໍາປອມຈະຖືກໂຈມຕີ, ຖືກແກ້ແຄ້ນ, ຖືກກຳຈັດອອກ ຫຼື ຖືກຂັບໄລ່ ຫຼື ບໍ່, ບໍ່ວ່າຫົວໜ້າທີມ ຫຼື ຜູ້ຄຸມງານຈະເປັນຄົນຊົ່ວຊ້າ ຫຼື ບໍ່ ແລະ ບໍ່ວ່າຈະມີໃຜຖືກທໍລະມານ ຫຼື ບໍ່. ຖ້າຜູ້ນໍາປອມບໍ່ໄດ້ເຮັດວຽກງານທີ່ເປັນຮູບປະທຳເຫຼົ່ານີ້ເລີຍ, ພວກເຂົາກໍຄວນຖືກປົດອອກ. ຕົວຢ່າງ: ມີຄົນລາຍງານຕໍ່ຜູ້ນໍາປອມວ່າ ມີຜູ້ຄຸມງານຄົນໜຶ່ງທີ່ມັກບັງຄັບຂົ່ມເຫັງ ແລະ ກົດຂີ່ຜູ້ຄົນ. ຜູ້ຄຸມງານໄດ້ເຮັດບາງສິ່ງທີ່ຜິດ ແຕ່ພວກເຂົາບໍ່ຍອມໃຫ້ອ້າຍເອື້ອຍນ້ອງໃຫ້ຄຳແນະນຳໃດໆ ແລະ ພວກເຂົາເຖິງກັບຊອກຫາຂໍ້ອ້າງເພື່ອແກ້ຕົວ ແລະ ປົກປ້ອງຕົນເອງ, ບໍ່ເຄີຍຍອມຮັບຄວາມຜິດຂອງພວກເຂົາ. ຜູ້ຄຸມງານເຊັ່ນນີ້ບໍ່ຄວນຖືກປົດອອກໂດຍທັນທີບໍ? ສິ່ງເຫຼົ່ານີ້ແມ່ນບັນຫາທີ່ຜູ້ນໍາຄວນແກ້ໄຂຢ່າງທັນການ. ຜູ້ນໍາປອມບາງຄົນບໍ່ອະນຸຍາດໃຫ້ຜູ້ຄຸມງານທີ່ພວກເຂົາແຕ່ງຕັ້ງຖືກເປີດໂປງ, ບໍ່ວ່າຈະມີບັນຫາຫຍັງເກີດຂຶ້ນໃນວຽກງານຂອງພວກເຂົາ ແລະ ແນ່ນອນວ່າພວກເຂົາບໍ່ອະນຸຍາດໃຫ້ລາຍງານຕໍ່ເບື້ອງເທິງ, ພວກເຂົາເຖິງກັບບອກໃຫ້ຜູ້ຄົນຮຽນຮູ້ທີ່ຈະຍອມອ່ອນນ້ອມ. ຖ້າມີຄົນເປີດໂປງບັນຫາກັບຜູ້ຄຸມງານ, ຜູ້ນໍາປອມເຫຼົ່ານີ້ກໍພະຍາຍາມປົກປ້ອງພວກເຂົາ ຫຼື ປົກປິດຄວາມຈິງ ໂດຍກ່າວວ່າ, “ນີ້ເປັນບັນຫາກ່ຽວກັບທາງເຂົ້າຂອງຊີວິດຂອງຜູ້ຄຸມງານ. ມັນເປັນເລື່ອງປົກກະຕິທີ່ພວກເຂົາຈະມີອຸປະນິໄສທີ່ອວດດີ, ທຸກຄົນທີ່ມີຄວາມສາມາດຢູ່ແດ່ກໍລ້ວນແຕ່ອວດດີ. ມັນບໍ່ແມ່ນເລື່ອງໃຫຍ່, ຂ້ານ້ອຍພຽງແຕ່ຕ້ອງສົນທະນາກັບພວກເຂົາໜ້ອຍໜຶ່ງ”. ຜ່ານການໂອ້ລົມ, ຜູ້ຄຸມງານກໍສະແດງທ່າທີຂອງພວກເຂົາ ໂດຍກ່າວວ່າ, “ຂ້ານ້ອຍຍອມຮັບວ່າຂ້ານ້ອຍອວດດີ. ຂ້ານ້ອຍຍອມຮັບວ່າມີບາງຄັ້ງທີ່ຂ້ານ້ອຍເປັນຫ່ວງກ່ຽວກັບຄວາມທະນົງຕົວ, ກຽດສັກສີ ແລະ ສະຖານະຂອງຕົນເອງ ແລະ ບໍ່ຍອມຮັບຄຳແນະນຳຂອງຄົນອື່ນ. ແຕ່ຄົນອື່ນກໍບໍ່ໄດ້ເກັ່ງໃນວິຊາຊີບນີ້, ພວກເຂົາມັກຈະໃຫ້ຄຳແນະນຳທີ່ບໍ່ມີຄຸນຄ່າ, ສະນັ້ນ ມັນຈຶ່ງມີເຫດຜົນທີ່ຂ້ານ້ອຍບໍ່ຟັງພວກເຂົາ”. ຜູ້ນໍາປອມບໍ່ໄດ້ພະຍາຍາມທຳຄວາມເຂົ້າໃຈສະຖານະການຢ່າງລະອຽດ, ພວກເຂົາບໍ່ໄດ້ເບິ່ງໝາກຜົນຂອງວຽກງານຂອງຜູ້ຄຸມງານ, ຍິ່ງບໍ່ຕ້ອງເວົ້າເຖິງວ່າຄວາມເປັນມະນຸດ, ອຸປະນິໄສ ແລະ ການສະແຫວງຫາຂອງພວກເຂົາເປັນແນວໃດ. ທັງໝົດທີ່ພວກເຂົາເຮັດຄືເວົ້າແບບຜ່ອນໜັກໃຫ້ເປັນເບົາ ໂດຍກ່າວວ່າ, “ເລື່ອງນີ້ຖືກລາຍງານໃຫ້ຂ້ານ້ອຍແລ້ວ ສະນັ້ນ ຂ້ານ້ອຍກຳລັງຈັບຕາເບິ່ງເຈົ້າຢູ່. ຂ້ານ້ອຍຈະໃຫ້ໂອກາດເຈົ້າອີກຄັ້ງ”. ຫຼັງຈາກການໂອ້ລົມຂອງພວກເຂົາ, ຜູ້ຄຸມງານກໍເວົ້າວ່າພວກເຂົາເຕັມໃຈທີ່ຈະກັບໃຈ, ແຕ່ສຳລັບວ່າພວກເຂົາຈະກັບໃຈຢ່າງແທ້ຈິງໃນພາຍຫຼັງ ຫຼື ພຽງແຕ່ຕົວະ ແລະ ຫຼອກລວງ, ຜູ້ນໍາປອມກໍບໍ່ໃສ່ໃຈເລື່ອງນີ້. ຖ້າມີຄົນຍົກຄຳຖາມກ່ຽວກັບເລື່ອງນີ້, ຜູ້ນໍາປອມກໍຈະເວົ້າວ່າ, “ຂ້ານ້ອຍໄດ້ລົມກັບພວກເຂົາແລ້ວ ແລະ ຍັງໄດ້ໂອ້ລົມພຣະທຳຂອງພຣະເຈົ້າຫຼາຍຂໍ້ໃຫ້ພວກເຂົາຟັງ. ພວກເຂົາເຕັມໃຈທີ່ຈະກັບໃຈ ແລະ ບັນຫາກໍໄດ້ຮັບການແກ້ໄຂແລ້ວ”. ເມື່ອຄົນຜູ້ນັ້ນຖາມວ່າ, “ຄວາມເປັນມະນຸດຂອງຜູ້ຄຸມງານຄົນນັ້ນເປັນແນວໃດ? ພວກເຂົາເປັນຄົນທີ່ຍອມຮັບຄວາມຈິງບໍ? ເຈົ້າໄດ້ໃຫ້ໂອກາດພວກເຂົາ, ແຕ່ພວກເຂົາຈະສາມາດກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງໄດ້ບໍ?” ຜູ້ນໍາປອມ ທີ່ບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້ ກໍຕອບວ່າ, “ຂ້ານ້ອຍຍັງສັງເກດເບິ່ງພວກເຂົາຢູ່”. ຄົນຜູ້ນັ້ນຕອບວ່າ: “ເຈົ້າສັງເກດເບິ່ງພວກເຂົາດົນສໍ່າໃດແລ້ວ? ເຈົ້າໄດ້ຂໍ້ສະຫຼຸບຫຍັງແດ່ແລ້ວບໍ?” ຜູ້ນໍາປອມເວົ້າວ່າ: “ມັນເປັນເວລາຫົກເດືອນກວ່າແລ້ວ ແລະ ຂ້ານ້ອຍກໍຍັງບໍ່ທັນໄດ້ຂໍ້ສະຫຼຸບຫຍັງເທື່ອ”. ສັງເກດມາຫົກເດືອນກວ່າແລ້ວຍັງບໍ່ເຫັນຜົນຫຍັງ, ນີ້ແມ່ນປະສິດທິພາບການເຮັດວຽກແບບໃດກັນ? ຜູ້ນໍາປອມເຊື່ອວ່າການສົນທະນາກັບຜູ້ຄຸມງານພຽງຄັ້ງດຽວແມ່ນມີປະສິດທິຜົນ ແລະ ແກ້ໄຂບັນຫາໄດ້. ແນວຄິດນີ້ໃຊ້ໄດ້ບໍ? ພວກເຂົາຄິດວ່າເມື່ອພວກເຂົາລົມກັບໃຜຜູ້ໜຶ່ງຈົບແລ້ວ, ຄົນຜູ້ນັ້ນກໍຈະສາມາດປ່ຽນແປງໄດ້ ແລະ ຖ້າມີຄົນສະແດງຄວາມຕັ້ງໃຈວ່າຈະບໍ່ເຮັດອີກ, ພວກເຂົາກໍເຊື່ອຢ່າງສົມບູນໂດຍບໍ່ໄດ້ສອບຖາມຕື່ມອີກ ຫຼື ກວດກາສະຖານະການອີກ. ຖ້າບໍ່ມີໃຜຕິດຕາມເລື່ອງນີ້, ພວກເຂົາອາດຈະບໍ່ໃສ່ໃຈທີ່ຈະກວດກາ ຫຼື ຕິດຕາມວຽກງານເປັນເວລາເຄິ່ງປີ. ຜູ້ນໍາປອມຍັງຄົງບໍ່ຮູ້ເລື່ອງແມ່ນແຕ່ເມື່ອຜູ້ຄຸມງານຄົນນັ້ນເຮັດໃຫ້ວຽກງານພັງທະລາຍ. ພວກເຂົາບໍ່ສາມາດແຍກແຍະໄດ້ວ່າຜູ້ຄຸມງານກຳລັງຫຼອກລວງ ແລະ ປັ່ນຫົວພວກເຂົາແນວໃດ. ສິ່ງທີ່ໜ້າກຽດຊັງຍິ່ງກວ່ານັ້ນກໍຄື ເມື່ອມີຄົນລາຍງານບັນຫາຂອງຜູ້ຄຸມງານ, ຜູ້ນໍາປອມກໍບໍ່ໃສ່ໃຈພວກເຂົາ ແລະ ບໍ່ໄດ້ກວດກາຕົວຈິງວ່າບັນຫາມີຢູ່ແທ້ ຫຼື ບໍ່ ຫຼື ບັນຫາທີ່ພວກເຂົາລາຍງານນັ້ນເປັນຄວາມຈິງ ຫຼື ບໍ່. ພວກເຂົາບໍ່ໄດ້ພິຈາລະນາບັນຫາເຫຼົ່ານີ້, ພວກເຂົາເຊື່ອໝັ້ນໃນຕົນເອງຫຼາຍເກີນໄປແທ້ໆ! ບໍ່ວ່າຈະມີສະຖານະການໃດເກີດຂຶ້ນໃນວຽກງານຂອງຄຣິດຕະຈັກ, ຜູ້ນໍາປອມກໍບໍ່ໄດ້ຮີບຮ້ອນທີ່ຈະຈັດການກັບມັນ; ພວກເຂົາຄິດວ່າຢ່າງໃດກໍຕາມມັນບໍ່ແມ່ນເລື່ອງຂອງຕົນ. ການຕອບສະໜອງຂອງຜູ້ນໍາປອມຕໍ່ບັນຫາເຫຼົ່ານີ້ແມ່ນຊັກຊ້າທີ່ສຸດ, ພວກເຂົາດຳເນີນມາດຕະການ ແລະ ເຄື່ອນໄຫວຊ້າຫຼາຍ, ພວກເຂົາລັງເລຢູ່ເລື້ອຍໆ ແລະ ໃຫ້ໂອກາດຄົນອື່ນກັບໃຈຢູ່ເລື້ອຍໆ, ຄືກັບວ່າໂອກາດທີ່ພວກເຂົາໃຫ້ແກ່ຜູ້ຄົນນັ້ນມີຄ່າ ແລະ ສຳຄັນຫຼາຍ, ຄືກັບວ່າພວກເຂົາສາມາດປ່ຽນຊະຕາກຳຂອງຄົນໄດ້. ຜູ້ນໍາປອມບໍ່ຮູ້ວິທີເບິ່ງທຳມະຊາດ-ແກ່ນແທ້ຂອງຄົນຜ່ານສິ່ງທີ່ສະແດງອອກໃນຕົວພວກເຂົາ ຫຼື ຕັດສິນວ່າຄົນຜູ້ໜຶ່ງເດີນໃນເສັ້ນທາງໃດໂດຍອີງໃສ່ທຳມະຊາດ-ແກ່ນແທ້ຂອງພວກເຂົາ ຫຼື ເບິ່ງວ່າຄົນຜູ້ໜຶ່ງເໝາະສົມທີ່ຈະເປັນຜູ້ຄຸມງານ ຫຼື ເຮັດວຽກງານການນຳພາໂດຍອີງໃສ່ເສັ້ນທາງທີ່ພວກເຂົາເດີນ ຫຼື ບໍ່. ພວກເຂົາບໍ່ສາມາດເບິ່ງສິ່ງຕ່າງໆໃນລັກສະນະນັ້ນໄດ້. ຜູ້ນໍາປອມເຮັດວຽກເປັນພຽງສອງທ່າຄື: ໜຶ່ງ, ເອີ້ນຄົນມາລົມນຳເພື່ອໃຫ້ແລ້ວໆໄປ; ສອງ, ໃຫ້ໂອກາດຜູ້ຄົນ, ປະຈົບປະແຈງຄົນອື່ນ ແລະ ບໍ່ເຮັດໃຫ້ໃຜຂຸ່ນເຄືອງ. ພວກເຂົາກຳລັງເຮັດວຽກງານຕົວຈິງບໍ? ແນ່ນອນວ່າບໍ່ແມ່ນ. ແຕ່ຜູ້ນໍາປອມເຊື່ອວ່າການເອີ້ນຄົນມາລົມນຳນັ້ນຄືວຽກງານຕົວຈິງ. ພວກເຂົາຖືວ່າການສົນທະນາເຫຼົ່ານີ້ມີຄຸນຄ່າ ແລະ ສຳຄັນຫຼາຍ ແລະ ມອງເບິ່ງຄຳເວົ້າ ແລະ ຫຼັກຄຳສອນທີ່ໄຮ້ແກ່ນສານທີ່ພວກເຂົາເວົ້າອອກມາວ່າມີຄວາມສຳຄັນຢ່າງບໍ່ໜ້າເຊື່ອ. ພວກເຂົາຄິດວ່າພວກເຂົາໄດ້ແກ້ໄຂບັນຫາໃຫຍ່ໆຜ່ານການສົນທະນາເຫຼົ່ານີ້ ແລະ ໄດ້ເຮັດວຽກງານຕົວຈິງແລ້ວ. ພວກເຂົາບໍ່ຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງພິພາກສາ ແລະ ລົງໂທດ, ລິຮານ ຫຼື ທົດລອງ ແລະ ຊຳລະລ້າງຜູ້ຄົນ. ພວກເຂົາບໍ່ຮູ້ວ່າມີພຽງແຕ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເທົ່ານັ້ນທີ່ສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດໄດ້. ພວກເຂົາເບິ່ງພາລະກິດຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງມະນຸດຊາດທີ່ພຣະເຈົ້າປະທານໃຫ້ແບບງ່າຍດາຍເກີນໄປ! ພວກເຂົາເຊື່ອວ່າການເວົ້າຄຳເວົ້າ ແລະ ຫຼັກຄຳສອນສອງສາມຄຳແມ່ນການທົດແທນພາລະກິດຂອງພຣະເຈົ້າ, ວ່າມັນສາມາດແກ້ໄຂບັນຫາຄວາມເສື່ອມຊາມຂອງມະນຸດໄດ້. ນີ້ບໍ່ແມ່ນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງຜູ້ນໍາປອມບໍ? ຜູ້ນໍາປອມບໍ່ມີຄວາມເປັນຈິງແຫ່ງຄວາມຈິງແມ່ນແຕ່ໜ້ອຍດຽວ, ແລ້ວເປັນຫຍັງພວກເຂົາຈຶ່ງໝັ້ນໃຈຫຼາຍແທ້? ການເວົ້າຫຼັກຄຳສອນສອງສາມຂໍ້ຈະເຮັດໃຫ້ຜູ້ຄົນຮູ້ຈັກຕົນເອງໄດ້ບໍ? ມັນຈະເຮັດໃຫ້ພວກເຂົາສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ບໍ? ເປັນຫຍັງຜູ້ນໍາປອມເຫຼົ່ານີ້ຈຶ່ງໂງ່ຈ້າ ແລະ ອ່ອນຕໍ່ໂລກແທ້? ການແກ້ໄຂການປະຕິບັດທີ່ຜິດພາດ ແລະ ພຶດຕິກຳທີ່ເສື່ອມຊາມຂອງຄົນຜູ້ໜຶ່ງນັ້ນງ່າຍດາຍແທ້ໆບໍ? ບັນຫາອຸປະນິໄສທີ່ເສື່ອມຊາມຂອງມະນຸດນັ້ນແກ້ໄຂງ່າຍຫຼາຍບໍ? ຜູ້ນໍາປອມໂງ່ຈ້າ ແລະ ຕື້ນເຂີນຫຼາຍ! ພຣະເຈົ້າບໍ່ໄດ້ໃຊ້ພຽງວິທີດຽວເພື່ອແກ້ໄຂບັນຫາຄວາມເສື່ອມຊາມຂອງມະນຸດ. ພຣະອົງໃຊ້ຫຼາຍວິທີ ແລະ ຈັດຕັ້ງສະພາບແວດລ້ອມທີ່ແຕກຕ່າງກັນເພື່ອເປີດເຜີຍ, ຊຳລະລ້າງ ແລະ ເຮັດໃຫ້ຜູ້ຄົນສົມບູນ. ໃນທາງກົງກັນຂ້າມ, ຜູ້ນໍາປອມປະຕິບັດວຽກງານໃນລັກສະນະທີ່ໜ້າເບື່ອ ແລະ ຜິວເຜີນຢ່າງບໍ່ໜ້າເຊື່ອ: ພວກເຂົາເອີ້ນຄົນມາລົມນຳ, ໃຫ້ຄຳປຶກສາເລັກນ້ອຍກ່ຽວກັບວິທີຄິດຂອງຜູ້ຄົນ, ຕັກເຕືອນຜູ້ຄົນເລັກນ້ອຍ ແລະ ເຊື່ອວ່ານີ້ຄືການເຮັດວຽກງານຕົວຈິງ. ນີ້ມັນຜິວເຜີນ, ບໍ່ແມ່ນບໍ? ແລະ ມີບັນຫາຫຍັງທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງຄວາມຜິວເຜີນນີ້? ມັນບໍ່ແມ່ນຄວາມອ່ອນຕໍ່ໂລກບໍ? ຜູ້ນໍາປອມອ່ອນຕໍ່ໂລກທີ່ສຸດ ແລະ ພວກເຂົາຍັງມອງເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໃນລັກສະນະທີ່ອ່ອນຕໍ່ໂລກຢ່າງບໍ່ໜ້າເຊື່ອ. ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນແມ່ນສິ່ງທີ່ຍາກທີ່ສຸດ, ດັ່ງຄຳທີ່ວ່າ ສັນດານຂຸດໄດ້ ແຕ່ແກ້ບໍ່ໄດ້. ຜູ້ນໍາປອມບໍ່ສາມາດເບິ່ງທະລຸບັນຫານີ້ໄດ້ເລີຍ. ສະນັ້ນ, ເມື່ອເວົ້າເຖິງຜູ້ຄຸມງານປະເພດທີ່ຢູ່ໃນຄຣິດຕະຈັກທີ່ກໍ່ໃຫ້ເກີດການລົບກວນຢູ່ສະເໝີ, ຜູ້ທີ່ບັງຄັບຂົ່ມເຫັງ ແລະ ທໍລະມານຜູ້ຄົນຢູ່ສະເໝີ, ຜູ້ນໍາປອມກໍບໍ່ໄດ້ເຮັດຫຍັງນອກຈາກລົມກັບພວກເຂົາ ແລະ ລິຮານພວກເຂົາດ້ວຍຄຳເວົ້າສອງສາມຄຳ, ແລ້ວກໍເທົ່ານັ້ນ. ພວກເຂົາບໍ່ໄດ້ປັບປ່ຽນການມອບໝາຍໜ້າທີ່ ຫຼື ປົດພວກເຂົາອອກໂດຍທັນທີ. ວິທີການນີ້ຂອງຜູ້ນໍາປອມກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ວຽກງານຂອງຄຣິດຕະຈັກ ແລະ ມັກຈະນໍາໄປສູ່ການທີ່ວຽກງານຂອງຄຣິດຕະຈັກຖືກຢຸດສະງັກ, ຊັກຊ້າ, ເສຍຫາຍ ແລະ ຖືກຂັດຂວາງບໍ່ໃຫ້ດຳເນີນໄປຢ່າງປົກກະຕິ, ລ່ຽນໄຫຼ ແລະ ມີປະສິດທິພາບ ເນື່ອງຈາກການລົບກວນຂອງຄົນຊົ່ວຊ້າບາງຄົນ, ເຊິ່ງທັງໝົດນີ້ແມ່ນຜົນສະທ້ອນທີ່ຮ້າຍແຮງຂອງການທີ່ຜູ້ນໍາປອມກະທຳໂດຍອີງໃສ່ຄວາມຮູ້ສຶກຂອງຕົນ, ລະເມີດຫຼັກການຄວາມຈິງ ແລະ ໃຊ້ຄົນຜິດ. ເມື່ອເບິ່ງຈາກພາຍນອກ, ຜູ້ນໍາປອມບໍ່ໄດ້ເຈດຕະນາກະທຳຄວາມຊົ່ວຮ້າຍນາໆປະການ ຫຼື ເຮັດສິ່ງຕ່າງໆຕາມວິທີຂອງຕົນເອງ ແລະ ສ້າງຕັ້ງອານາຈັກອິດສະຫຼະຂອງຕົນເອງຄືກັບທີ່ພວກຕໍ່ຕ້ານພຣະຄຣິດເຮັດ. ແຕ່ຜູ້ນໍາປອມບໍ່ສາມາດແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນວຽກງານຂອງຄຣິດຕະຈັກໂດຍທັນທີ ແລະ ເມື່ອມີບັນຫາເກີດຂຶ້ນກັບຜູ້ຄຸມງານຂອງທີມຕ່າງໆ ແລະ ເມື່ອຜູ້ຄຸມງານເຫຼົ່ານັ້ນບໍ່ສາມາດແບກຮັບວຽກງານຂອງຕົນໄດ້, ຜູ້ນໍາປອມກໍບໍ່ສາມາດປັບປ່ຽນການມອບໝາຍໜ້າທີ່ ຫຼື ປົດພວກເຂົາອອກໂດຍທັນທີ, ເຊິ່ງນຳຄວາມສູນເສຍທີ່ຮ້າຍແຮງມາສູ່ວຽກງານຂອງຄຣິດຕະຈັກ. ແລະ ທັງໝົດນີ້ແມ່ນເກີດຈາກການລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງຜູ້ນໍາປອມ. ຜູ້ນໍາປອມບໍ່ໜ້າລັງກຽດຫຼາຍບໍ? (ໜ້າລັງກຽດຫຼາຍ!)
IV. ວິທີການທີ່ຜູ້ນໍາປອມປະຕິບັດຕໍ່ຜູ້ຄຸມງານທີ່ຕໍ່ຕ້ານການຈັດແຈງວຽກງານ ແລະ ເຮັດສິ່ງຕ່າງໆຕາມວິທີຂອງພວກເຂົາເອງ
ຜູ້ນໍາປອມບໍ່ສາມາດຈັດການກັບການກະທຳທີ່ຊົ່ວຊ້າທີ່ເກີດຂຶ້ນໃນຄຣິດຕະຈັກໄດ້ໂດຍທັນທີ ເຊັ່ນ: ຜູ້ຄຸມງານທໍລະມານຄົນອື່ນ, ຈຳກັດພວກເຂົາ ແລະ ລົບກວນວຽກງານຂອງຄຣິດຕະຈັກ. ໃນທຳນອງດຽວກັນ, ເມື່ອຜູ້ຄຸມງານບາງຄົນຕໍ່ຕ້ານການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮັດສິ່ງຕ່າງໆ ຕາມວິທີຂອງພວກເຂົາເອງ, ຜູ້ນໍາປອມກໍບໍ່ສາມາດຄິດຫາວິທີແກ້ໄຂທີ່ເໝາະສົມ ເພື່ອແກ້ໄຂບັນຫາເຫຼົ່ານີ້ໄດ້ໃນທັນທີ. ສິ່ງນີ້ສົ່ງຜົນໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິດຕະຈັກ ແລະ ຊັບພະຍາກອນວັດຖຸ ແລະ ການເງິນຂອງເຮືອນຂອງພຣະເຈົ້າ. ຜູ້ນໍາປອມເປັນຄົນໄຮ້ດຽງສາ ແລະ ຕື້ນເຂີນ, ບໍ່ສາມາດເຂົ້າໃຈຫຼັກການຄວາມຈິງ ແລະ ໂດຍສະເພາະແມ່ນບໍ່ສາມາດເບິ່ງອອກເຖິງແກ່ນແທ້ແຫ່ງທຳມະຊາດຂອງຜູ້ຄົນ. ດັ່ງນັ້ນ, ພວກເຂົາຈຶ່ງມັກເຮັດວຽກຂອງພວກເຂົາແບບຜິວເຜີນ, ພວກເຂົາເຮັດພໍແລ້ວມືແລ້ວຕີນ, ຍຶດໝັ້ນຕາມລະບຽບການ ແລະ ໂຮ່ຮ້ອງຄຳຂວັນ, ແຕ່ລົ້ມເຫຼວທີ່ຈະລົງພື້ນທີ່ເພື່ອກວດກາວຽກງານ, ເພື່ອສັງເກດ ແລະ ສອບຖາມກ່ຽວກັບຜູ້ຄຸມງານແຕ່ລະຄົນ ຫຼື ສອບຖາມໃຫ້ທັນເວລາ ກ່ຽວກັບສິ່ງທີ່ຜູ້ຄຸມງານເຫຼົ່ານີ້ໄດ້ເຮັດ, ຫຼັກການທີ່ຊີ້ນໍາການກະທຳຂອງພວກເຂົາເປັນແນວໃດ ແລະ ຜົນທີ່ຕາມມາເປັນແນວໃດ. ຜົນກໍຄື ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບວ່າຄົນທີ່ພວກເຂົາກຳລັງໃຊ້ນັ້ນທີ່ຈິງແລ້ວແມ່ນໃຜ ແລະ ພວກເຂົາໄດ້ເຮັດຫຍັງແດ່. ສະນັ້ນ, ເມື່ອຜູ້ຄຸມງານເຫຼົ່ານີ້ລັກລອບຕໍ່ຕ້ານການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮັດສິ່ງຕ່າງໆ ຕາມວິທີຂອງຕົນເອງ, ບໍ່ພຽງແຕ່ຜູ້ນໍາປອມຈະບໍ່ຮູ້ກ່ຽວກັບເລື່ອງນີ້, ພວກເຂົາເຖິງຂັ້ນພະຍາຍາມປົກປ້ອງຜູ້ຄຸມງານເຫຼົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະໄດ້ຍິນກ່ຽວກັບມັນ, ພວກເຂົາກໍບໍ່ໄດ້ພິຈາລະນາ ແລະ ຈັດການມັນໂດຍທັນທີ. ໃນດ້ານໜຶ່ງ ຜູ້ນໍາປອມບໍ່ມີຄວາມສາມາດໃນວຽກງານຂອງຕົນ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍລະເລີຍໃນໜ້າທີ່ຂອງຕົນ. ໃຫ້ເຮົາຍົກຕົວຢ່າງ. ຜູ້ນໍາຄົນໜຶ່ງໄດ້ເລືອກຄົນທີ່ຖືກຄັດອອກຈາກທີມອື່ນມາເປັນນັກວິຊາການດ້ານການປູກຝັງ. ຜູ້ນໍາບໍ່ໄດ້ກວດສອບວ່າຄົນຜູ້ນີ້ມີປະສົບການ ແລະ ຄວາມຊ່ຽວຊານທີ່ກ່ຽວຂ້ອງ ຫຼື ບໍ່, ລາວສາມາດເຮັດວຽກໄດ້ດີ ຫຼື ບໍ່ ຫຼື ລາວມີທັດສະນະຄະຕິທີ່ຈິງຈັງ ແລະ ຮັບຜິດຊອບ ຫຼື ບໍ່ ແລະ ຫຼັງຈາກທີ່ໄດ້ແຕ່ງຕັ້ງລາວໃນຕຳແໜ່ງນັ້ນ, ຜູ້ນໍາກໍປະໃຫ້ລາວເຮັດຕາມອຳເພີໃຈໂດຍບໍ່ໄດ້ຕິດຕາມກວດກາເລີຍ ໂດຍກ່າວວ່າ: “ເອົາເລີຍ ແລະ ເລີ່ມປູກຜັກສາ. ເຈົ້າສາມາດເລືອກແນວພັນໄດ້ ແລະ ຂ້ອຍຈະອະນຸມັດທຸກຈຳນວນເງິນທີ່ເຈົ້າໃຊ້ຈ່າຍ. ພຽງແຕ່ເຮັດວຽກນີ້ຕາມທີ່ເຈົ້າເຫັນວ່າເໝາະສົມ!” ຜູ້ນໍາໄດ້ກ່າວເຊັ່ນນີ້ ແລະ ຜູ້ຄຸມງານຄົນນີ້ຈຶ່ງເລີ່ມເຮັດວຽກຕາມທີ່ລາວເຫັນວ່າເໝາະສົມ. ໜ້າທີ່ທຳອິດຂອງລາວຄືການເລືອກແນວພັນ. ເມື່ອລາວກວດເບິ່ງທາງອອນລາຍ, ລາວກໍຄົ້ນພົບວ່າ: “ຜັກມີຫຼາຍສາຍພັນແທ້ໆ, ໂລກອັນກວ້າງໃຫຍ່ນີ້ເຕັມໄປດ້ວຍສິ່ງທີ່ໜ້າອັດສະຈັນ! ການເລືອກແນວພັນກໍມ່ວນດີ. ຂ້ານ້ອຍບໍ່ເຄີຍເຮັດວຽກນີ້ມາກ່ອນ ແລະ ຂ້ານ້ອຍບໍ່ຮູ້ວ່າຂ້ານ້ອຍຈະສົນໃຈມັນຫຼາຍຂະໜາດນີ້. ເມື່ອຂ້ານ້ອຍສົນໃຈມັນຫຼາຍຂະໜາດນີ້, ຂ້ານ້ອຍກໍຈະເຮັດໃຫ້ເຕັມທີ່!” ລາວໄດ້ເປີດເບິ່ງໝວດໝູ່ແນວພັນໝາກເລັ່ນກ່ອນ ແລະ ລາວກໍປະຫຼາດໃຈຫຼາຍ. ມີສາຍພັນທຸກຊະນິດ ແລະ ທຸກຂະໜາດ ແລະ ສ່ວນສີສັນກໍມີທັງສີແດງ, ສີເຫຼືອງ ແລະ ສີຂຽວ. ມີຊະນິດໜຶ່ງທີ່ມີຫຼາຍສີສັນ, ລາວບໍ່ເຄີຍເຫັນມາກ່ອນ ແລະ ສິ່ງນີ້ເປີດໂລກະທັດລາວຢ່າງແທ້ຈິງ! ແຕ່ລາວຈະເລືອກແນວພັນທີ່ຖືກຕ້ອງໄດ້ແນວໃດ? ລາວຕັດສິນໃຈປູກທຸກສາຍພັນ ຢ່າງລະໜ້ອຍ, ໂດຍສະເພາະຊະນິດທີ່ມີຫຼາຍສີທີ່ເບິ່ງເປັນເອກະລັກ. ຜູ້ຄຸມງານໄດ້ເລືອກແນວພັນໝາກເລັ່ນຫຼາຍກວ່າ 10 ຊະນິດທີ່ມີຂະໜາດ, ສີສັນ ແລະ ຮູບຮ່າງແຕກຕ່າງກັນ. ຫຼັງຈາກທີ່ເລືອກແນວພັນໝາກເລັ່ນແລ້ວ, ກໍເຖິງເວລາທີ່ຈະເຮັດແບບດຽວກັນກັບໝາກເຂືອ. ໂດຍປົກກະຕິແລ້ວ, ໝາກເຂືອທີ່ຄົນກິນກໍຄືໝາກເຂືອຍາວສີມ່ວງ ຫຼື ໝາກເຂືອຂາວ, ແຕ່ລາວຄິດວ່າ: “ໝາກເຂືອບໍ່ຄວນຈຳກັດຢູ່ພຽງແຕ່ສອງຊະນິດນີ້. ມັນມີທັງສີຂຽວ, ລາຍ, ຍາວ, ກົມ ແລະ ຮູບໄຂ່. ຂ້ານ້ອຍຈະເລືອກແຕ່ລະຊະນິດຢ່າງລະໜ້ອຍ ເພື່ອໃຫ້ທຸກຄົນໄດ້ເປີດໂລກະທັດ ແລະ ໄດ້ກິນໝາກເຂືອທີ່ແຕກຕ່າງກັນທຸກຊະນິດ. ໃນຖານະຜູ້ຄຸມງານ, ເບິ່ງແມວ່າຂ້ານ້ອຍມີຄວາມສາມາດ ແລະ ກ້າຕັດສິນໃຈສໍ່າໃດໃນການເລືອກແນວພັນ, ຂ້ານ້ອຍຄຳນຶງເຖິງອ້າຍເອື້ອຍນ້ອງສໍ່າໃດ, ຕອບສະໜອງລົດຊາດຂອງທຸກຄົນ”. ຈາກນັ້ນ, ລາວກໍເລືອກແນວພັນຫົວຫອມບົ່ວ. ມີຫົວຫອມບົ່ວທັງໝົດ 14 ຊະນິດໃນທ້ອງຖິ່ນ ແລະ ລາວກໍເລືອກທັງໝົດ ແລະ ເມື່ອລາວເລືອກສຳເລັດ, ລາວກໍຮູ້ສຶກພໍໃຈຫຼາຍ. ຜູ້ຮັບຜິດຊອບຄົນນີ້ມີ “ຄວາມກ້າຕັດສິນໃຈ” ບໍ? ໃຜຈະກ້າເລືອກຫຼາຍສາຍພັນຂະໜາດນີ້? ຕໍ່ມາ, ເຮົາໄດ້ໄຈ້ແຍກເລື່ອງນີ້ຢູ່ເລື້ອຍໆ ແລະ ມີຄົນໜຶ່ງເຖິງກັບເວົ້າວ່າ: “ບໍ່ແມ່ນວ່າມີພຽງ 14 ຊະນິດໃນທ້ອງຖິ່ນ; ຍັງມີອີກສອງສາມຊະນິດທີ່ລາວບໍ່ໄດ້ເລືອກ!” ສິ່ງທີ່ພວກເຂົາໝາຍເຖິງກໍຄື 14 ຊະນິດບໍ່ແມ່ນຈຳນວນຫຼາຍ ແລະ ຍັງມີຊະນິດອື່ນໆ ທີ່ຜູ້ຄຸມງານບໍ່ໄດ້ເລືອກ, ສະນັ້ນ ລາວຈຶ່ງບໍ່ໄດ້ເຮັດຫຍັງຜິດ. ຄົນທີ່ເວົ້າແບບນີ້ບໍ່ແມ່ນຄົນໂງ່ຈ້າບໍ? ນີ້ຄືການເປັນຄົນໂງ່ຈ້າ, ບໍ່ເຂົ້າໃຈພາສາມະນຸດ ແລະ ບໍ່ຮູ້ວ່າເປັນຫຍັງເຮົາຈຶ່ງໄຈ້ແຍກເລື່ອງນີ້. ຫຼັງຈາກທີ່ເລືອກແນວພັນຫົວຫອມບົ່ວແລ້ວ, ຜູ້ຮັບຜິດຊອບກໍຍັງເລືອກແນວພັນມັນຝຣັ່ງຢ່າງໜ້ອຍແປດຊະນິດ. ຈຸດປະສົງຂອງລາວໃນການເລືອກຫຼາຍສາຍພັນແມ່ນຫຍັງ? ເພື່ອເປີດໂລກະທັດຂອງທຸກຄົນ ແລະ ໃຫ້ພວກເຂົາໄດ້ຊີມລົດຊາດທີ່ແຕກຕ່າງກັນ. ຜູ້ຮັບຜິດຊອບເຊື່ອວ່າການເລືອກແນວພັນຄວນອີງໃສ່ຫຼັກການຂອງການສ້າງຜົນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງ. ເຈົ້າຄິດແນວໃດກ່ຽວກັບແຮງຈູງໃຈຂອງລາວ? ການກະທຳດ້ວຍທັດສະນະຄະຕິທີ່ຄຳນຶງເຖິງ ແລະ ຮັບໃຊ້ທຸກຄົນນັ້ນ ແມ່ນຫຼັກການທີ່ເຮືອນຂອງພຣະເຈົ້າຮຽກຮ້ອງບໍ? (ບໍ່.) ແລ້ວແມ່ນຫຍັງຄືຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການເລືອກແນວພັນ? ຢ່າປູກແນວພັນທີ່ແປກ ແລະ ຫາຍາກທີ່ພວກເຮົາບໍ່ຄ່ອຍໄດ້ກິນ. ສ່ວນແນວພັນທີ່ກິນກັນທົ່ວໄປ, ຖ້າພວກເຮົາບໍ່ເຄີຍປູກມາກ່ອນ ແລະ ບໍ່ຮູ້ວ່າມັນເໝາະສົມກັບດິນ ແລະ ສະພາບອາກາດໃນທ້ອງຖິ່ນ ຫຼື ບໍ່, ກໍໃຫ້ເລືອກໜຶ່ງ ຫຼື ສອງສາຍພັນ, ຫຼາຍສຸດສາມ ຫຼື ສີ່ສາຍພັນ. ທຳອິດ, ພວກມັນຕ້ອງເໝາະສົມກັບດິນ ແລະ ສະພາບອາກາດໃນທ້ອງຖິ່ນ; ສອງ, ພວກມັນຕ້ອງປູກງ່າຍ ແລະ ບໍ່ອ່ອນໄຫວຕໍ່ພະຍາດ ແລະ ສັດຕູພືດ; ສາມ, ພວກມັນຄວນໃຫ້ແນວພັນສຳລັບປີຕໍ່ໄປ; ສຸດທ້າຍ, ພວກມັນຄວນໃຫ້ຜົນຜະລິດທີ່ດີ. ຖ້າພວກມັນແຊບແຕ່ໃຫ້ຜົນຜະລິດບໍ່ດີ, ພວກມັນກໍບໍ່ເໝາະສົມ. ເມື່ອຕັດສິນຈາກເລື່ອງການເລືອກແນວພັນ, ຜູ້ຮັບຜິດຊອບຄົນນີ້ໄດ້ກະທຳຕາມຫຼັກການບໍ? ລາວໄດ້ສະແຫວງຫາບໍ? ລາວໄດ້ເຊື່ອຟັງບໍ? ລາວໄດ້ສະແດງຄວາມຄຳນຶງເຖິງເຮືອນຂອງພຣະເຈົ້າບໍ? ລາວໄດ້ກະທຳດ້ວຍທັດສະນະຄະຕິທີ່ລາວຄວນມີໃນການປະຕິບັດໜ້າທີ່ບໍ? (ບໍ່.) ເຫັນໄດ້ຊັດເຈນວ່າ ລາວກຳລັງເຮັດສິ່ງທີ່ຊົ່ວຊ້າຕາມອຳເພີໃຈ, ຕໍ່ຕ້ານການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຢ່າງເປີດເຜີຍ ແລະ ເຮັດສິ່ງຕ່າງໆຕາມວິທີຂອງຕົນເອງ! ລາວໄດ້ໃຊ້ເຄື່ອງຖວາຍຂອງພຣະເຈົ້າຢ່າງຟູມເຟືອຍດ້ວຍວິທີນີ້ ເພື່ອຕອບສະໜອງຄວາມຢາກຮູ້ຢາກເຫັນສ່ວນຕົວ ແລະ ຄວາມປາຖະໜາທີ່ຈະມ່ວນຊື່ນ ແລະ ປະຕິບັດຕໍ່ໜ້າທີ່ທີ່ສຳຄັນເຊັ່ນນີ້ຄືກັບເກມ, ແຕ່ຜູ້ນໍາປອມຂອງລາວກໍປ່ອຍໃຫ້ລາວເຮັດຕາມທີ່ລາວພໍໃຈໂດຍບໍ່ໄດ້ສອບຖາມ ຫຼື ແຊກແຊງ. ເມື່ອລາວຖືກຖາມວ່າ: “ຜູ້ຄຸມງານທີ່ເຈົ້າເລືອກນັ້ນໄດ້ເຮັດວຽກງານຕົວຈິງແດ່ບໍ? ຜົນເປັນແນວໃດ? ເຈົ້າໄດ້ຊ່ວຍລາວໂດຍການກວດສອບໃນເວລາເລືອກແນວພັນບໍ?” ລາວບໍ່ໄດ້ໃສ່ໃຈເລື່ອງເຫຼົ່ານີ້ ແລະ ພຽງແຕ່ເວົ້າວ່າ: “ໄດ້ປູກແນວພັນແລ້ວ; ພວກເຮົາໄດ້ໄປເບິ່ງສະຖານທີ່ໃນລະຫວ່າງການປູກ”. ລາວບໍ່ສົນໃຈບັນຫາອື່ນໆ ເລີຍ. ໃນທີ່ສຸດບັນຫາຂອງຜູ້ຄຸມງານຄົນນີ້ຖືກຄົ້ນພົບໄດ້ແນວໃດ? ລາວໄດ້ປູກໝາກສະຕໍເບີຣີຈຳນວນໜຶ່ງ ແລະ ຕາມຂໍ້ກຳນົດທາງວິຊາການທີ່ກ່ຽວຂ້ອງ, ຕົ້ນສະຕໍເບີຣີບໍ່ຄວນຖືກປົກຄຸມ ຫຼື ປ່ອຍໃຫ້ອອກໝາກໃນປີທຳອິດ ແລະ ດອກທັງໝົດຄວນຖືກເດັດອອກ; ຖ້າບໍ່ດັ່ງນັ້ນ, ຈະບໍ່ມີໝາກໃນປີທີສອງ ແລະ ເຖິງແມ່ນວ່າມີໝາກໃນປີທຳອິດ, ມັນກໍຈະນ້ອຍຫຼາຍ. ເຖິງແມ່ນວ່າຜູ້ຊ່ຽວຊານໄດ້ບອກຜູ້ຄຸມງານກ່ຽວກັບເລື່ອງນີ້, ລາວກໍບໍ່ຟັງ. ເຫດຜົນຂອງລາວແມ່ນອີງໃສ່ຂໍ້ມູນທາງອອນລາຍທີ່ລະບຸວ່າມັນເປັນທີ່ຍອມຮັບໄດ້ທີ່ຈະປົກຄຸມຕົ້ນສະຕໍເບີຣີດ້ວຍແຜ່ນພລາສຕິກໃນປີທຳອິດ ແລະ ປ່ອຍໃຫ້ມັນອອກໝາກ. ຜົນກໍຄື ພວກມັນອອກໝາກສະຕໍເບີຣີຂະໜາດນ້ອຍທີ່ມີຮູບຮ່າງຜິດປົກກະຕິຕ່າງໆທີ່ເຕັມໄປດ້ວຍແກ່ນ, ບາງໜ່ວຍສົ້ມ, ບາງໜ່ວຍຫວານ ແລະ ບາງໜ່ວຍບໍ່ມີລົດຊາດ, ມີທຸກຊະນິດ. ບັນຫາໄດ້ຮ້າຍແຮງເຖິງຂະໜາດນັ້ນ, ແຕ່ຜູ້ນໍາປອມທີ່ນັ້ນກໍບໍ່ສົນໃຈມັນເລີຍ. ເປັນຫຍັງ? ເພາະພວກເຂົາຄິດວ່າ ພວກເຂົາຈະບໍ່ໄດ້ກິນໝາກສະຕໍເບີຣີເຫຼົ່ານັ້ນຢູ່ແລ້ວ, ສະນັ້ນ ພວກເຂົາຈຶ່ງເລືອກທີ່ຈະບໍ່ສົນໃຈບັນຫາ. ການທີ່ບໍ່ໄດ້ກິນບາງຢ່າງໝາຍຄວາມວ່າພວກເຂົາບໍ່ຄວນສົນໃຈມັນບໍ? ແລ້ວມັນຝຣັ່ງ ແລະ ຫົວຫອມບົ່ວທີ່ພວກເຂົາຈະໄດ້ກິນເດ, ພວກເຂົາສົນໃຈມັນບໍ? ບໍ່ມີຜູ້ນໍາປອມຄົນໃດສົນໃຈ; ພວກເຂົາພຽງແຕ່ເບິ່ງໃນຂະນະທີ່ຜູ້ຄຸມງານເຮັດຕາມທີ່ລາວພໍໃຈ. ມື້ໜຶ່ງ, ເຮົາໄດ້ໄປຢ້ຽມຢາມພວກເຂົາ ແລະ ມີຄົນລາຍງານວ່າຜັກສະຫຼັດແກ່ແລ້ວ ແລະ ຖ້າພວກເຂົາບໍ່ເກັບກ່ຽວໃນໄວໆ ນີ້, ກໍຈະບໍ່ມີໃຜກິນໄດ້ ແລະ ມັນກໍຈະເສຍໄປ. ແນວໃດກໍຕາມ, ຜູ້ຮັບຜິດຊອບກໍຢືນຢັນທີ່ຈະປະໄວ້ ແລະ ເວົ້າວ່າຖ້າພວກເຂົາເກັບກ່ຽວແລ້ວ ພວກເຂົາກໍຕ້ອງປູກຜັກອື່ນໆ, ເຊິ່ງລາວເຫັນວ່າເປັນເລື່ອງຫຍຸ້ງຍາກ. ເຖິງວ່າຈະຮູ້ເລື່ອງນີ້, ຜູ້ນໍາປອມກໍບໍ່ໄດ້ເຮັດຫຍັງ. ໃນທີ່ສຸດ, ເບື້ອງເທິງກໍຕ້ອງສັ່ງໃຫ້ພວກເຂົາຮີບເກັບກ່ຽວຜັກສະຫຼັດ ແລະ ຈັດການສະຖານະການ; ຖ້າບໍ່ດັ່ງນັ້ນ, ຜັກສະຫຼັດກໍຈະກິນພື້ນທີ່ດິນ ແລະ ກີດຂວາງການປູກຜັກລະດູຮ້ອນ. ເຖິງວ່າຈະມີບັນຫາທີ່ສຳຄັນເຊັ່ນນີ້ເກີດຂຶ້ນໃນວຽກງານ, ບໍ່ມີຜູ້ນໍາປອມຄົນໃດເຮັດຫຍັງກັບມັນໄດ້, ພວກເຂົາຢ້ານທີ່ຈະເຮັດຜິດໃຈຄົນອື່ນ. ເພາະວ່າຜູ້ຄຸມງານຄົນນີ້ຖືກສົ່ງເສີມໂດຍຜູ້ນໍາປອມຄົນໜຶ່ງ ແລະ ລາວບໍ່ເຄີຍກວດກາວຽກຂອງລາວຫຼັງຈາກທີ່ສົ່ງເສີມລາວ, ປ່ອຍໃຫ້ລາວເຮັດຢ່າງອິດສະຫຼະ ແລະ ໃຫ້ການສະໜັບສະໜູນ ແລະ ໜູນຫຼັງລາວ, ສ່ວນຜູ້ນໍາຄົນອື່ນໆກໍບໍ່ກ້າແຊກແຊງ ແລະ ຍັງເຂົ້າກັນເປັນປີ່ເປັນຂຸ່ຍກັບພວກເຂົາ, ສະນັ້ນ ບັນຫາຫຼາຍຢ່າງຈຶ່ງເກີດຂຶ້ນໃນທີ່ສຸດ. ນີ້ຄືວຽກງານທີ່ຜູ້ນໍາໄດ້ເຮັດ. ພວກເຂົາຍັງຈະຖືກເອີ້ນວ່າເປັນຜູ້ນໍາໄດ້ບໍ? ເຖິງວ່າຈະມີບັນຫາທີ່ຮ້າຍແຮງເຊັ່ນນີ້ເກີດຂຶ້ນຕໍ່ໜ້າຕໍ່ຕາຂອງພວກເຂົາ, ພວກເຂົາກໍບໍ່ຮັບຮູ້ວ່າມັນເປັນບັນຫາ, ບໍ່ຕ້ອງເວົ້າເຖິງການແກ້ໄຂມັນ. ຄົນເຫຼົ່ານີ້ບໍ່ແມ່ນຜູ້ນໍາປອມບໍ? (ແມ່ນແລ້ວ, ພວກເຂົາເປັນແບບນັ້ນ.) ໃນດ້ານໜຶ່ງ, ພວກເຂົາເປັນຄົນປະຈົບປະແຈງ ແລະ ຢ້ານທີ່ຈະເຮັດຜິດຕໍ່ຄົນອື່ນ. ໃນອີກດ້ານໜຶ່ງ, ພວກເຂົາບໍ່ຮູ້ວ່າບັນຫາຮ້າຍແຮງສໍ່າໃດ, ພວກເຂົາຂາດການຕັດສິນທີ່ຖືກຕ້ອງ, ບໍ່ຮູ້ວ່າມັນເປັນບັນຫາ ແລະ ບໍ່ຮູ້ວ່າວຽກງານນີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ. ພວກເຂົາບໍ່ແມ່ນຄົນທີ່ບໍ່ມີຫຍັງດີເລີຍ ແລະ ຄົນກິນເປືອງເຂົ້າສຸກບໍ? ນີ້ບໍ່ແມ່ນການລະເລີຍຕໍ່ຄວາມຮັບຜິດຊອບບໍ? (ແມ່ນແລ້ວ.) ນີ້ຄືຂໍ້ທີສີ່: ຜູ້ຄຸມງານຕໍ່ຕ້ານການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮັດສິ່ງຕ່າງໆ ຕາມວິທີຂອງພວກເຂົາເອງ. ພວກເຮົາໄດ້ນຳສະເໜີຕົວຢ່າງໜຶ່ງ ເຊິ່ງເປີດໂປງການສະແດງອອກຂອງຜູ້ນໍາປອມທີ່ລະເລີຍຕໍ່ຄວາມຮັບຜິດຊອບຂອງຕົນໃນເລື່ອງນີ້ ແລະ ເປີດເຜີຍໃຫ້ເຫັນເຖິງແກ່ນແທ້ແຫ່ງທຳມະຊາດຂອງຜູ້ນໍາປອມ.
V. ວິທີທີ່ຜູ້ນໍາປອມປະຕິບັດຕໍ່ຜູ້ຄຸມງານທີ່ເປັນພວກຕໍ່ຕ້ານພຣະຄຣິດ ແລະ ສ້າງຕັ້ງອານາຈັກອິດສະຫຼະ
ອີກສະຖານະການໜຶ່ງແມ່ນເມື່ອຜູ້ຮັບຜິດຊອບກະບົດຕໍ່ຜູ້ຄຸມງານຂອງພວກເຂົາ ແລະ ສ້າງຕັ້ງອານາຈັກອິດສະຫຼະ, ຜູ້ຄຸມງານເຫຼົ່ານີ້ແມ່ນພວກຕໍ່ຕ້ານພຣະຄຣິດ. ຜູ້ນໍາປອມບໍ່ສາມາດເຮັດບົດບາດຂອງຜູ້ກວດກາໄດ້ ເມື່ອເວົ້າເຖິງບັນຫາຕ່າງໆ ເຊັ່ນ: ຜູ້ຄຸມງານມີຄຸນນະພາບຕໍ່າ, ມີຄວາມເປັນມະນຸດທີ່ບໍ່ດີ ຫຼື ທຳຕາມອຳເພີໃຈເຮັດສິ່ງທີ່ຊົ່ວຊ້າ. ພວກເຂົາຍັງລົ້ມເຫຼວທີ່ຈະກວດກາ ແລະ ສອບຖາມຢ່າງທັນການ ກ່ຽວກັບວຽກງານທີ່ຜູ້ຄຸມງານປະເພດນີ້ກຳລັງເຮັດ ແລະ ບັນຫາຂອງພວກເຂົາ ເພື່ອຕັດສິນຄວາມເໝາະສົມຂອງພວກເຂົາ. ໃນທຳນອງດຽວກັນ, ຜູ້ນໍາປອມຍິ່ງບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ແຫ່ງທຳມະຊາດຂອງພວກຕໍ່ຕ້ານພຣະຄຣິດ, ຜູ້ທີ່ເປັນຄົນຊົ່ວຮ້າຍ ແລະ ໂຫດຮ້າຍ. ບໍ່ພຽງແຕ່ພວກເຂົາບໍ່ສາມາດເບິ່ງທະລຸເຖິງສິ່ງນີ້, ໃນຂະນະດຽວກັນ ພວກເຂົາກໍຢ້ານຄົນເຫຼົ່ານີ້ຢູ່ແດ່ ແລະ ຮູ້ສຶກສິ້ນຫວັງ ແລະ ໄຮ້ອຳນາດໜ້ອຍໜຶ່ງ, ເຖິງຂັ້ນທີ່ວ່າ ສ່ວນຫຼາຍແລ້ວ ພວກເຂົາຈະຖືກພວກຕໍ່ຕ້ານພຣະຄຣິດຈູງດັງ. ເລື່ອງນີ້ສາມາດຮ້າຍແຮງໄດ້ສໍ່າໃດ? ພວກຕໍ່ຕ້ານພຣະຄຣິດອາດຈະສ້າງກຸ່ມອິດທິພົນພາຍໃນຂອບເຂດວຽກງານຂອງຜູ້ນໍາປອມ, ຮວບຮວມກຳລັງຂອງຕົນເອງ ແລະ ສ້າງຕັ້ງອານາຈັກອິດສະຫຼະ ແລະ ໃນທີ່ສຸດ, ພວກເຂົາອາດຈະຍຶດອຳນາດ, ເລີ່ມອອກຄຳສັ່ງ ແລະ ເຮັດໃຫ້ຜູ້ນໍາປອມກາຍເປັນປະມຸກ. ຜູ້ນໍາປອມເຫຼົ່ານີ້ບໍ່ຫຼົງລືມກ່ຽວກັບສິ່ງທີ່ພວກຕໍ່ຕ້ານພຣະຄຣິດຕັດສິນໃຈ ແລະ ຮູ້, ຄືກັບຄົນຫູໜວກຕາບອດ. ພວກເຂົາຈະຮູ້ເລື່ອງເຫຼົ່ານີ້ກໍຕໍ່ເມື່ອມີບາງຢ່າງເກີດຂຶ້ນ ແລະ ມີຄົນລາຍງານໃຫ້ພວກເຂົາຊາບ, ແຕ່ເມື່ອນັ້ນ, ມັນກໍສາຍເກີນໄປແລ້ວ. ຜູ້ນໍາປອມເຖິງກັບຖາມພວກຕໍ່ຕ້ານພຣະຄຣິດວ່າເປັນຫຍັງພວກເຂົາຈຶ່ງບໍ່ໄດ້ຮັບການແຈ້ງ ແລະ ຄຳຕອບຂອງພວກເຂົາກໍຄື: “ບອກເຈົ້າໄປຈະມີປະໂຫຍດຫຍັງ? ເຈົ້າຕັດສິນໃຈຫຍັງບໍ່ໄດ້, ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງປຶກສາເລື່ອງນີ້ກັບເຈົ້າ, ພວກເຮົາຕັດສິນໃຈເອງ. ເຖິງແມ່ນວ່າພວກເຮົາຈະແຈ້ງເຈົ້າ, ເຈົ້າກໍຄົງຈະເຫັນດີຢ່າງແນ່ນອນ. ເຈົ້າຈະມີຄວາມຄິດເຫັນຫຍັງໄດ້?” ຜູ້ນໍາປອມສິ້ນຫວັງໃນເລື່ອງເຊັ່ນນີ້. ຖ້າເຈົ້າບໍ່ສາມາດແຍກແຍະ, ແກ້ໄຂ ຫຼື ຈັດການກັບພວກຕໍ່ຕ້ານພຣະຄຣິດເຫຼົ່ານີ້ໄດ້, ເຈົ້າກໍຄວນລາຍງານພວກເຂົາໃຫ້ເບື້ອງເທິງ, ແຕ່ເຈົ້າບໍ່ກ້າແມ່ນແຕ່ຈະເຮັດແນວນັ້ນ, ເຈົ້າບໍ່ແມ່ນຄົນທີ່ບໍ່ມີຫຍັງດີເລີຍບໍ? (ແມ່ນ.) ເມື່ອປະເຊີນກັບເລື່ອງເຊັ່ນນີ້, ຄົນທີ່ບໍ່ມີຫຍັງດີເຫຼົ່ານີ້ກໍພຽງແຕ່ມາຮ້ອງໄຫ້ຕໍ່ເຮົາ, ຈົ່ມວ່າ: “ມັນບໍ່ແມ່ນຄວາມຜິດຂອງຂ້ານ້ອຍ; ຂ້ານ້ອຍບໍ່ໄດ້ຕັດສິນໃຈເລື່ອງນັ້ນ. ບໍ່ວ່າການຕັດສິນໃຈທີ່ພວກເຂົາເຮັດນັ້ນຈະຖືກຕ້ອງ ຫຼື ບໍ່ ແມ່ນກ່ຽວຂ້ອງກັບຂ້ານ້ອຍ, ເພາະພວກເຂົາບໍ່ໄດ້ແຈ້ງຂ້ານ້ອຍ ຫຼື ບອກຂ້ານ້ອຍກ່ຽວກັບສິ່ງນັ້ນເມື່ອພວກເຂົາເຮັດ”. ພວກເຂົາໝາຍຄວາມວ່າແນວໃດ? (ພວກເຂົາກຳລັງປັດຄວາມຮັບຜິດຊອບ.) ໃນຖານະຜູ້ນໍາ, ເຈົ້າຄວນຮູ້ ແລະ ກຳແໜ້ນເລື່ອງເຫຼົ່ານີ້; ຖ້າພວກຕໍ່ຕ້ານພຣະຄຣິດບໍ່ແຈ້ງເຈົ້າກ່ຽວກັບສິ່ງຕ່າງໆ, ເປັນຫຍັງເຈົ້າຈຶ່ງບໍ່ໄປຖາມດ້ວຍຕົນເອງ? ໃນຖານະຜູ້ນໍາ, ເຈົ້າຄວນຈັດຕັ້ງ, ເປັນປະທານ ແລະ ຕັດສິນໃຈກ່ຽວກັບທຸກເລື່ອງ; ຖ້າພວກເຂົາບໍ່ແຈ້ງເຈົ້າກ່ຽວກັບເລື່ອງໃດເລື່ອງໜຶ່ງ ແລະ ຕັດສິນໃຈດ້ວຍຕົນເອງ, ສົ່ງໃບເກັບເງິນໃຫ້ເຈົ້າເຊັນພາຍຫຼັງ, ພວກເຂົາບໍ່ໄດ້ກຳລັງຍຶດອຳນາດຂອງເຈົ້າບໍ? ເມື່ອໃດທີ່ຜູ້ນໍາປອມພົບພໍ້ພວກຕໍ່ຕ້ານພຣະຄຣິດທີ່ລົບກວນວຽກງານຂອງຄຣິດຕະຈັກ, ພວກເຂົາກໍຈະຕົກຕະລຶງ; ພວກເຂົາຈົນປັນຍາຄືກັບຄົນໂງ່ທີ່ປະເຊີນໜ້າກັບໝາປ່າ ແລະ ຢືນຢູ່ຢ່າງໄຮ້ອຳນາດໃນຂະນະທີ່ພວກເຂົາຖືກເຮັດໃຫ້ກາຍເປັນປະມຸກ ແລະ ຖືກຍຶດອຳນາດ. ພວກເຂົາບໍ່ສາມາດເຮັດຫຍັງໄດ້ເລີຍ, ຊ່າງເປັນຄົນບໍ່ໄດ້ເລື່ອງແທ້ໆ! ພວກເຂົາບໍ່ສາມາດແກ້ໄຂບັນຫາ, ພວກເຂົາບໍ່ສາມາດແຍກແຍະ ຫຼື ເປີດໂປງພວກຕໍ່ຕ້ານພຣະຄຣິດ ແລະ ແນ່ນອນວ່າພວກເຂົາບໍ່ສາມາດຈຳກັດພວກເຂົາຈາກການກະທຳຊົ່ວໃດໆ. ໃນເວລາດຽວກັນ, ພວກເຂົາກໍບໍ່ລາຍງານບັນຫາເຫຼົ່ານີ້ໃຫ້ເບື້ອງເທິງ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ບໍ່ມີຫຍັງດີເລີຍບໍ? ການເລືອກເຈົ້າເປັນຜູ້ນໍາມີປະໂຫຍດຫຍັງ? ພວກຕໍ່ຕ້ານພຣະຄຣິດທຳຕາມອຳເພີໃຈເຮັດສິ່ງທີ່ຊົ່ວຊ້າ, ຟຸມເຟືອຍເຄື່ອງຖວາຍຢ່າງເປີດເຜີຍ ແລະ ພວກເຂົາສ້າງກອງກຳລັງທີ່ພວກເຂົາເປັນຜູ້ນໍາ ແລະ ສ້າງຕັ້ງອານາຈັກອິດສະຫຼະພາຍໃນຄຣິດຕະຈັກ; ໃນຂະນະດຽວກັນ, ເຈົ້າກໍລົ້ມເຫຼວຢ່າງສິ້ນເຊີງໃນການກວດກາ, ເປີດໂປງ, ຈຳກັດ ຫຼື ຈັດການພວກເຂົາ, ແຕ່ເຈົ້າພັດມາມາລະບາຍຄວາມທຸກຕໍ່ເຮົາ. ເຈົ້າເປັນຜູ້ນໍາປະເພດໃດ? ເຈົ້າເປັນຄົນທີ່ບໍ່ມີຫຍັງເລີຍຢ່າງແທ້ຈິງ! ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ກຸ່ມກ້ອນເຫຼົ່ານີ້ມີຫົວໜ້າເປັນພວກຕໍ່ຕ້ານພຣະຄຣິດ ຈະປຶກສາຫາລືກັນຢ່າງລັບໆ ແລະ ຕັດສິນໃຈໂດຍບໍ່ໄດ້ຮັບອະນຸຍາດ. ພວກເຂົາບໍ່ແມ່ນແຕ່ໃຫ້ສິດແກ່ຜູ້ນໍາໃນການຮັບຮູ້ວ່າເກີດຫຍັງຂຶ້ນ, ບໍ່ຕ້ອງເວົ້າເຖິງສິດໃນການຕັດສິນໃຈ. ພວກເຂົາປະຕິເສດຜູ້ນໍາໂດຍກົງ, ກຳອຳນາດສິດຂາດ ແລະ ເປັນຜູ້ຕັດສິນໃຈທຸກຢ່າງ. ແລ້ວຜູ້ນໍາທີ່ໄດ້ຮັບມອບໝາຍໃຫ້ຈັດການພວກເຂົາກຳລັງເຮັດຫຍັງຢູ່ທ່າມກາງເລື່ອງທັງໝົດນີ້? ພວກເຂົາລົ້ມເຫຼວຢ່າງສິ້ນເຊີງທີ່ຈະກວດກາ, ຊີ້ນໍາ, ຈັດການ ຫຼື ຕັດສິນໃຈກ່ຽວກັບວຽກງານນີ້. ໃນທີ່ສຸດ, ພວກເຂົາກໍປ່ອຍໃຫ້ພວກຕໍ່ຕ້ານພຣະຄຣິດຍຶດອຳນາດ ແລະ ຈັດການພວກເຂົາຈາກເບື້ອງເທິງ. ບັນຫານີ້ບໍ່ໄດ້ເກີດຂຶ້ນຈາກວຽກງານຂອງຜູ້ນໍາປອມບໍ? ແມ່ນຫຍັງຄືແກ່ນແທ້ຂອງບັນຫານີ້? ມັນມີຕົ້ນກຳເນີດມາຈາກໃສ? ມັນມີຕົ້ນກຳເນີດມາຈາກການທີ່ຜູ້ນໍາປອມມີຄຸນນະພາບຕໍ່າ, ຂາດຄວາມສາມາດໃນການເຮັດວຽກ ແລະ ການທີ່ພວກຕໍ່ຕ້ານພຣະຄຣິດເຫັນວ່າພວກເຂົາບໍ່ມີຄ່າໃນສາຍຕາເລີຍ. ພວກຕໍ່ຕ້ານພຣະຄຣິດຄິດວ່າ: “ເຈົ້າເປັນຜູ້ນໍາຈະເຮັດຫຍັງໄດ້? ຂ້ອຍກໍຍັງຈະບໍ່ຟັງເຈົ້າ ແລະ ຂ້ອຍຈະສືບຕໍ່ຂ້າມໜ້າເຈົ້າໄປເຮັດສິ່ງຕ່າງໆ. ຖ້າເຈົ້າລາຍງານເລື່ອງນີ້ໃຫ້ເບື້ອງເທິງ, ພວກເຮົາຈະທໍລະມານເຈົ້າ!” ຜູ້ນໍາປອມບໍ່ກ້າລາຍງານເລື່ອງເຊັ່ນນີ້. ບໍ່ພຽງແຕ່ຜູ້ນໍາປອມຈະຂາດຄວາມສາມາດໃນການເຮັດວຽກ, ພວກເຂົາຍັງຂາດຄວາມກ້າຫານທີ່ຈະຍຶດໝັ້ນຫຼັກການ, ພວກເຂົາຢ້ານທີ່ຈະເຮັດຜິດໃຈຄົນ ແລະ ຂາດຄວາມຈົງຮັກພັກດີໂດຍສິ້ນເຊີງ, ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? ຖ້າພວກເຂົາມີຄຸນນະພາບພໍສົມຄວນ ແລະ ເຂົ້າໃຈຄວາມຈິງຢ່າງແທ້ຈິງ, ແລ້ວເມື່ອເຫັນວ່າຄົນເຫຼົ່ານີ້ບໍ່ແມ່ນຄົນດີ, ພວກເຂົາກໍຈະເວົ້າວ່າ: “ຂ້ານ້ອຍບໍ່ກ້າເປີດໂປງພວກເຂົາຕາມລຳພັງ, ສະນັ້ນ ຂ້ານ້ອຍຈະໂອ້ລົມກັບອ້າຍເອື້ອຍນ້ອງຫຼາຍຄົນທີ່ສະແຫວງຫາ ແລະ ເຂົ້າໃຈຄວາມຈິງຫຼາຍຂຶ້ນ ເພື່ອແກ້ໄຂບັນຫາເຫຼົ່ານີ້. ຫາກຫຼັງຈາກທີ່ໂອ້ລົມກັບພວກເຂົາແລ້ວ, ຖ້າພວກເຮົາຍັງບໍ່ສາມາດຈັດການກັບພວກຕໍ່ຕ້ານພຣະຄຣິດໄດ້, ຂ້ານ້ອຍຈະລາຍງານບັນຫາໃຫ້ເບື້ອງເທິງ ແລະ ໃຫ້ພວກເຂົາແກ້ໄຂ. ຂ້ານ້ອຍເຮັດຢ່າງອື່ນບໍ່ໄດ້, ແຕ່ກ່ອນອື່ນໝົດ ຂ້ານ້ອຍຕ້ອງປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ບັນຫາທີ່ຂ້ານ້ອຍເບິ່ງອອກ ແລະ ບັນຫາທີ່ຂ້ານ້ອຍຄົ້ນພົບຈະຕ້ອງບໍ່ຖືກປ່ອຍໃຫ້ດຳເນີນຕໍ່ໄປຢ່າງເດັດຂາດ”. ນີ້ບໍ່ແມ່ນວິທີການແກ້ໄຂບັນຫາບໍ? ມັນບໍ່ສາມາດຖືວ່າເປັນການປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດໄດ້ບໍ? ຖ້າເຈົ້າສາມາດເຮັດໄດ້ເຊັ່ນນີ້, ເບື້ອງເທິງກໍຈະບໍ່ເວົ້າວ່າ ເຈົ້າມີຄຸນນະພາບຕໍ່າ ແລະ ຂາດຄວາມສາມາດໃນການເຮັດວຽກ. ແນວໃດກໍຕາມ, ເຈົ້າບໍ່ສາມາດແມ່ນແຕ່ຈະລາຍງານບັນຫາໃຫ້ເບື້ອງເທິງ, ສະນັ້ນ ເຈົ້າຈຶ່ງຖືກຈັດລັກສະນະວ່າເປັນຄົນທີ່ບໍ່ມີຫຍັງດີເລີຍ ແລະ ເປັນຜູ້ນໍາປອມ. ບໍ່ພຽງແຕ່ເຈົ້າຈະມີຄຸນນະພາບຕໍ່າ ແລະ ຂາດຄວາມສາມາດໃນການເຮັດວຽກ, ເຈົ້າບໍ່ມີແມ່ນແຕ່ຄວາມເຊື່ອ ແລະ ຄວາມກ້າຫານທີ່ຈະເພິ່ງພາພຣະເຈົ້າ ເພື່ອເປີດໂປງ ແລະ ຕໍ່ສູ້ກັບພວກຕໍ່ຕ້ານພຣະຄຣິດ. ເຈົ້າບໍ່ແມ່ນຄົນທີ່ບໍ່ມີຫຍັງດີບໍ? ຜູ້ທີ່ຖືກພວກຕໍ່ຕ້ານພຣະຄຣິດຍຶດອຳນາດນັ້ນໜ້າສົງສານບໍ? ພວກເຂົາອາດຈະຟັງເບິ່ງໜ້າສົງສານ; ພວກເຂົາບໍ່ໄດ້ເຮັດຫຍັງທີ່ບໍ່ດີ ແລະ ໃນວຽກງານຂອງພວກເຂົາ ພວກເຂົາກໍລະມັດລະວັງຫຼາຍ, ຢ້ານການເຮັດຜິດພາດ, ການຖືກລິຮານ ແລະ ການຖືກດູຖູກຈາກອ້າຍເອື້ອຍນ້ອງ. ແຕ່ໃນທີ່ສຸດ ພວກເຂົາກໍຖືກພວກຕໍ່ຕ້ານພຣະຄຣິດຍຶດອຳນາດຢ່າງສິ້ນເຊີງຕໍ່ໜ້າຕໍ່ຕາ, ສິ່ງທີ່ພວກເຂົາເວົ້າບໍ່ມີຜົນຫຍັງເລີຍ ແລະ ມັນບໍ່ສຳຄັນແທ້ໆ ວ່າພວກເຂົາຈະຢູ່ທີ່ນັ້ນ ຫຼື ບໍ່. ພວກເຂົາອາດຈະເບິ່ງໜ້າສົງສານຢູ່ຜິວເຜີນ, ແຕ່ທີ່ຈິງແລ້ວພວກເຂົາເປັນຕາໜ້າຊັງຫຼາຍ.
ກ່ຽວກັບຄວາມຮັບຜິດຊອບຂໍ້ທີສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຮົາໄດ້ນໍາສະເໜີຫ້າສະຖານະການ ເພື່ອເປີດໂປງວິທີທີ່ຜູ້ນໍາປອມຮັບມືກັບລາຍການວຽກງານຕ່າງໆ ແລະ ຜູ້ຄຸມງານ. ໂດຍອີງໃສ່ຫ້າດ້ານເຫຼົ່ານີ້, ພວກເຮົາໄດ້ໄຈ້ແຍກການສະແດງອອກຕ່າງໆ ຂອງການທີ່ຜູ້ນໍາປອມມີຄຸນນະພາບຕໍ່າຢ່າງສຸດຂີດ, ບໍ່ມີຄວາມສາມາດ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ເມື່ອໂອ້ລົມແບບນີ້ແລ້ວ, ພວກເຈົ້າເຂົ້າໃຈວິທີແຍກແຍະຜູ້ນໍາປອມໄດ້ແຈ່ມແຈ້ງຂຶ້ນບໍ? (ແມ່ນ.) ເອົາລະ, ມື້ນີ້ພວກເຮົາກໍໂອ້ລົມກັນພຽງເທົ່ານີ້ເນາະ. ລາກ່ອນ!
ວັນທີ 23 ມັງກອນ 2021