ຄວາມໝາຍຂອງການສະແຫວງຫາຄວາມຈິງ (3)

ທຸກມື້ນີ້, ຄົນທີ່ປະຕິບັດໜ້າທີ່ແມ່ນຫຍຸ້ງຫຼາຍຂຶ້ນເລື້ອຍໆ. ພວກເຂົາຮູ້ສຶກວ່າເວລາຜ່ານໄປໄວເຫຼືອເກີນ, ວ່າບໍ່ມີເວລາພຽງພໍ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ຂໍ້ແທ້ຈິງຄືມັນເປັນເພາະຕອນນີ້ພວກເຂົາເຂົ້າໃຈຄວາມຈິງ ແລະ ມີການຢັ່ງຮູ້ໃນຫຼາຍເລື່ອງ. ຄວາມສຳນຶກເຖິງຄວາມຮັບຜິດຊອບມີຄວາມສຳຄັນສຳລັບພວກເຂົາຫຼາຍຂຶ້ນເລື້ອຍໆ ແລະ ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຢ່າງບາກບັ່ນຍິ່ງຂຶ້ນ, ເຮັດວຽກງານລະອຽດຫຼາຍຍິ່ງຂຶ້ນ. ສະນັ້ນພວກເຂົາຈຶ່ງຮູ້ສຶກວ່າມີໜ້າທີ່ອີກຫຼາຍທີ່ພວກເຂົາຄວນປະຕິບັດ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພວກເຮົາຈຶ່ງຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍຍິ່ງຂຶ້ນ. ແລ້ວນອກຈາກນັ້ນ, ທຸກໆມື້ ຄົນສ່ວນໃຫຍ່ທີ່ປະຕິບັດໜ້າທີ່ຍັງຕ້ອງອ່ານພຣະທຳຂອງພຣະເຈ້ົາ ແລະ ໂອ້ລົມກ່ຽວກັບຄວາມຈິງ. ພວກເຂົາຕ້ອງໄຕ່ຕອງກ່ຽວກັບຕົນເອງ ແລະ ເມື່ອເກີດບັນຫາຂຶ້ນກັບພວກເຂົາ, ພວກເຂົາກໍຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂມັນ. ພວກເຂົາຕ້ອງຮຽນຮູ້ທັກສະວິຊາຊີບບາງຢ່າງເຊັ່ນກັນ. ພວກເຂົາຮູ້ສຶກຢູ່ສະເໝີວ່າບໍ່ມີເວລາທີ່ພຽງພໍ, ແຕ່ລະມື້ຜ່ານໄປໄວເຫຼືອເກີນ. ໃນຕອນກາງຄືນ, ພວກເຂົາຄິດທົບທວນສິ່ງທີ່ພວກເຂົາເຮັດໃນມື້ນັ້ນ ແລະ ພວກເຂົາຄິດໄດ້ວ່າສິ່ງທີ່ພວກເຂົາເຮັດນັ້ນບໍ່ໄດ້ມີຄຸນຄ່າຫຼາຍ, ບໍ່ໄດ້ເກີດຫຍັງທີ່ຍິ່ງໃຫຍ່ຈາກສິ່ງນັ້ນ. ພວກເຂົາຮູ້ສຶກວ່າມີວຸດທິພາວະຕໍ່າ ແລະ ບົກຜ່ອງຫຼາຍ ແລະ ພວກເຂົາກະຕືລືລົ້ນທີ່ຈະມີວຸດທິພາວະທີ່ໃຫຍ່ຂຶ້ນໂດຍໄວ. ພວກເຂົາບາງຄົນເວົ້າວ່າ “ເມື່ອໃດຄວາມຫຍຸ້ງວຽກນີ້ຈະຈົບສິ້ນ? ເມື່ອໃດຂ້ອຍຈຶ່ງຈະສາມາດສະຫງົບຫົວໃຈຂອງຂ້ອຍລົງ ແລະ ອ່ານພຣະທຳຂອງພຣະເຈົ້າຢ່າງເໝາະສົມ ແລະ ປະກອບຕົນເອງດ້ວຍຄວາມຈິງຢ່າງເໝາະສົມ? ມີຂໍ້ຈຳກັດນັ້ນໃນສິ່ງທີ່ຂ້ອຍໄດ້ຮັບຈາກການເຕົ້າໂຮມໜຶ່ງ ຫຼື ສອງຄັ້ງຕໍ່ອາທິດ. ພວກເຮົາຄວນເຕົ້າໂຮມກັນຫຼາຍຂຶ້ນ ແລະ ຮັບຟັງຄຳເທດສະໜາຫຼາຍຂຶ້ນ, ນັ້ນຄືວິທີດຽວທີ່ຈະເຂົ້າໃຈຄວາມຈິງ”. ສະນັ້ນພວກເຂົາຈຶ່ງລໍຖ້າ ແລະ ໂຫຍຫາ ແລະ ໃນພິບຕາດຽວ, ສາມ, ສີ່, ຫ້າປີໄດ້ຜ່ານໄປ ແລະ ພວກເຂົາຮູ້ສຶກວ່າເວລາຜ່ານໄປໄວເຫຼືອເກີນ. ບາງຄົນບໍ່ສາມາດໃຫ້ຄຳພະຍານຈາກປະສົບການຫຼາຍ ເຖິງແມ່ນວ່າຈະເຊື່ອໄດ້ເປັນເວລາສິບປີ. ພວກເຂົາເລີ່ມຮ້ອນໃຈ, ຢ້ານວ່າພວກເຂົາຈະຖືກປະຖິ້ມ ແລະ ປາດຖະໜາຢ່າງຟ້າວຟັ່ງທີ່ຈະປະກອບຕົນເອງດ້ວຍຄວາມຈິງຫຼາຍຂຶ້ນ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພວກເຂົາຈຶ່ງຮູ້ສຶກວ່າເວລາກົດດັນ. ມີຫຼາຍຄົນທີ່ຄິດໃນລັກສະນະນີ້. ທຸກຄົນທີ່ແບກຮັບພາລະຈາກການປະຕິບັດໜ້າທີ່ ແລະ ຄົນທີ່ສະແຫວງຫາຄວາມຈິງກໍຮູ້ສຶກວ່າເວລາຜ່ານໄປໄວຫຼາຍ. ຄົນທີ່ບໍ່ຮັກຄວາມຈິງ, ຄົນທີ່ຢາກໄດ້ຄວາມສະບາຍໃຈ ແລະ ຄວາມສຸກສະບາຍ, ບໍ່ຮູ້ສຶກວ່າເວລາຜ່ານໄປໄວ; ພວກເຂົາບາງຄົນເຖິງກັບຈົ່ມຕໍ່ວ່າ “ເວລາຂອງພຣະເຈົ້າຈະມາເຖິງໃນເມື່ອໃດ? ພວກເຂົາເວົ້າຢູ່ສະເໝີວ່າພາລະກິດຂອງພຣະອົງກຳລັງເຖິງຈຸດຈົບແລ້ວ, ເປັນຫຍັງມັນຈຶ່ງຍັງບໍ່ທັນຈົບເທື່ອ? ພາລະກິດຂອງພຣະເຈົ້າຈະແຜ່ຂະຫຍາຍໄປທົ່ວຈັກກະວານໃນເມື່ອໃດ?” ຄົນທີ່ເວົ້າສິ່ງເຫຼົ່ານັ້ນກໍຮູ້ສຶກວ່າເວລານັ້ນຜ່ານໄປໄວຫຼາຍ. ໃນຫົວໃຈແລ້ວ, ພວກເຂົາບໍ່ສົນໃຈໃນຄວາມຈິງ; ພວກເຂົາປາດຖະໜາທີ່ຈະກັບໄປສູ່ໂລກຢູ່ສະເໝີ ແລະ ສືບຕໍ່ໃຊ້ຊີວິດນ້ອຍໆຂອງພວກເຂົາ. ສະພາວະນີ້ຂອງພວກເຂົາແມ່ນແຕກຕ່າງຢ່າງຊັດເຈນຈາກສະພາວະຂອງຄົນທີ່ສະແຫວງຫາຄວາມຈິງ. ບໍ່ວ່າຄົນທີ່ສະແຫວງຫາຄວາມຈິງຈະຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາຍັງສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາທີ່ເກີດຂຶ້ນກັບພວກເຂົາ ແລະ ສະແຫວງຫາການໂອ້ລົມກ່ຽວກັບສິ່ງຕ່າງໆທີ່ບໍ່ຊັດເຈນຕໍ່ພວກເຂົາໃນຄຳເທດສະໜາທີ່ພວກເຂົາໄດ້ຍິນ ແລະ ສະຫງົບຫົວໃຈຂອງພວກເຂົາໃນແຕ່ລະມື້ເພື່ອໄຕ່ຕອງວິທີການທີ່ພວກເຂົາປະຕິບັດ, ຈາກນັ້ນກໍພິຈາລະນາພຣະທຳຂອງພຣະເຈົ້າ ແລະ ຮັບຊົມວິດີໂອຄຳພະຍານຈາກປະສົບການ. ພວກເຂົາໄດ້ຮັບສິ່ງຕ່າງໆຈາກການເຮັດເຊັ່ນນີ້. ບໍ່ວ່າພວກເຂົາຈະຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍສໍ່າໃດກໍຕາມ, ມັນບໍ່ໄດ້ກີດກັນການເຂົ້າສູ່ຊີວິດຂອງພວກເຂົາເລີຍ ແລະ ມັນບໍ່ໄດ້ເຮັດໃຫ້ມັນຊັກຊ້າ. ມັນເປັນເລື່ອງທຳມະຊາດທີ່ຄົນທີ່ຮັກຄວາມຈິງຈະປະຕິບັດໃນລັກສະນະນີ້. ຄົນທີ່ບໍ່ຮັກຄວາມຈິງກໍບໍ່ສະແຫວງຫາຄວາມຈິງ ແລະ ບໍ່ເຕັມໃຈທີ່ຈະສະຫງົບຕົນເອງຕໍ່ໜ້າພຣະເຈົ້າເພື່ອໄຕ່ຕອງກ່ຽວກັບຕົນເອງ ແລະ ຮູ້ຈັກຕົນເອງ, ບໍ່ວ່າພວກເຂົາຈະຫຍຸ້ງກັບໜ້າທີ່ຂອງພວກເຂົາ ຫຼື ບໍ່ ແລະ ຈະເກີດບັນຫາຫຍັງຂຶ້ນກັບພວກເຂົາ. ສະນັ້ນບໍ່ວ່າພວກເຂົາຈະຫຍຸ້ງ ຫຼື ມີເວລາຫວ່າງໃນໜ້າທີ່ຂອງພວກເຂົາ, ພວກເຂົາກໍບໍ່ສະແຫວງຫາຄວາມຈິງ. ຂໍ້ແທ້ຈິງກໍຄືຖ້າຄົນໃດໜຶ່ງມີຫົວໃຈທີ່ຈະສະແຫວງຫາຄວາມຈິງ ແລະ ໂຫຍຫາຄວາມຈິງ ແລະ ແບກຮັບພາລະຂອງການເຂົ້າສູ່ຊີວິດ ແລະ ການປ່ຽນແປງອຸປະນິໄສຂອງພວກເຂົາ, ຈາກນັ້ນຫົວໃຈຂອງພວກເຂົາຈະເລີ່ມຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ອະທິຖານຫາພຣະອົງ, ບໍ່ວ່າພວກເຂົາຈະຫຍຸ້ງແນວໃດກໍຕາມກັບໜ້າທີ່ຂອງພວກເຂົາ. ພວກເຂົາຈະຮັບເອົາແສງສະຫວ່າງ ແລະ ແສງປະກາຍບາງຢ່າງຂອງພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ຊີວິດຂອງພວກເຂົາຈະເຕີບໃຫຍ່ຢ່າງບໍ່ຢຸດເຊົາ. ຖ້າຄົນໃດໜຶ່ງບໍ່ຮັກຄວາມຈິງ ແລະ ບໍ່ແບກຮັບພາລະໃດໆຂອງການເຂົ້າສູ່ຊີວິດ ຫຼື ການປ່ຽນແປງອຸປະນິໄສຂອງພວກເຂົາ ຫຼື ຖ້າພວກເຂົາບໍ່ສົນໃຈໃນສິ່ງເຫຼົ່ານີ້, ແລ້ວພວກເຂົາກໍບໍ່ສາມາດຮັບເອົາຫຍັງໄດ້ເລີຍ. ການໄຕ່ຕອງວ່າແມ່ນຫຍັງຄືການສະແດງອອກທີ່ຄົນໃດໜຶ່ງມີເນື່ອງຈາກຄວາມເສື່ອມຊາມແມ່ນສິ່ງທີ່ຕ້ອງເຮັດທຸກບ່ອນ, ທຸກເວລາ. ຕົວຢ່າງ: ຖ້າຄົນໃດໜຶ່ງໄດ້ສະແດງຄວາມເສື່ອມຊາມອອກມາ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ແລ້ວໃນຫົວໃຈຂອງພວກເຂົານັ້ນ ພວກເຂົາຕ້ອງອະທິຖານຫາພຣະເຈົ້າ ແລະ ໄຕ່ຕອງກ່ຽວກັບຕົນເອງ ແລະ ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ. ນີ້ແມ່ນເລື່ອງຂອງຫົວໃຈ; ມັນບໍ່ມີທິດທາງຕໍ່ໜ້າວຽກທີ່ກຳລັງເຮັດຢູ່. ນີ້ເປັນສິ່ງທີ່ເຮັດໄດ້ງ່າຍບໍ? ນັ້ນນັ້ນແມ່ນຂຶ້ນກັບວ່າເຈົ້າເປັນຄົນທີ່ສະແຫວງຫາຄວາມຈິງ ຫຼື ບໍ່. ຄົນທີ່ບໍ່ຮັກຄວາມຈິງກໍບໍ່ສົນໃຈໃນເລື່ອງການເຕີບໃຫຍ່ໃນຊີວິດ. ພວກເຂົາບໍ່ພິຈາລະນາສິ່ງເຫຼົ່ານັ້ນ. ມີພຽງແຕ່ຄົນທີ່ສະແຫວງຫາຄວາມຈິງເທົ່ານັ້ນຈຶ່ງເຕັມໃຈທີ່ຈະເຮັດໃຫ້ຕົນເອງເຕີບໃຫຍ່ໃນຊີວິດ; ມີພຽງແຕ່ພວກເຂົາທີ່ຕຶກຕອງບັນຫາຕ່າງໆທີ່ມີຢູ່ແທ້ ແລະ ວິທີການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນຢູ່ເລື້ອຍໆ. ໃນຄວາມເປັນຈິງແລ້ວ, ຂະບວນການແກ້ໄຂບັນຫາ ແລະ ຂະບວນການສະແຫວງຫາຄວາມຈິງເປັນສິ່ງດຽວກັນ. ຖ້າຄົນໃດໜຶ່ງໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ ແລະ ໄດ້ແກ້ໄຂສອງສາມບັນຫາຕະຫຼອດເວລາຫຼາຍປີທີ່ປະຕິບັດສິ່ງເຫຼົ່ານັ້ນ, ແລ້ວປະສິດທິພາບຂອງພວກເຂົາໃນໜ້າທີ່ຂອງພວກເຂົາກໍຢູ່ໃນມາດຕະຖານຢ່າງແນ່ນອນ. ຄົນເຫຼົ່ານັ້ນມີການສະແດງອອກເຖິງຄວາມເສື່ອມຊາມທີ່ໜ້ອຍລົງ ແລະ ພວກເຂົາໄດ້ຮັບປະສົບການທີ່ແທ້ຈິງຫຼາຍຢ່າງໃນການປະຕິບັດໜ້າທີ່ຂອງພວກເຂົາ. ດ້ວຍເຫດນັ້ນພວກເຂົາຈຶ່ງສາມາດເປັນພະຍານໃຫ້ພຣະເຈົ້າ. ຄົນເຫຼົ່ານີ້ຈະຜ່ານປະສົບການທີ່ເລີ່ມຕົ້ນເມື່ອພວກເຂົາຮັບໜ້າທີ່ຂອງພວກເຂົາເປັນຄັ້ງທຳອິດໄດ້ແນວໃດ ຈົນກວ່າພວກເຂົາຈະສາມາດເປັນພະຍານໃຫ້ພຣະເຈົ້າ? ພວກເຂົາເຮັດເຊັ່ນນັ້ນໂດຍອາໄສການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕ່າງໆ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງບໍ່ວ່າຄົນທີ່ສະແຫວງຫາຄວາມຈິງຈະຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕ່າງໆ ແລະ ປະສົບຄວາມສຳເລັດໃນການປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການ ແລະ ພວກເຂົາຈະສາມາດປະຕິບັດຄວາມຈິງ ແລະ ຍອມອ່ອນນ້ອມຕໍ່ພຣະເຈົ້າ. ນີ້ຄືຂະບວນການເຕີບໃຫຍ່ໃນຊີວິດຂອງຄົນໆໜຶ່ງ ແລະ ມັນຍັງເປັນຂະບວນການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ບາງຄົນເວົ້າຢູ່ສະເໝີວ່າພວກເຂົາຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍຈົນພວກເຂົາບໍ່ມີເວລາໃຫ້ສະແຫວງຫາຄວາມຈິງ. ສິ່ງນີ້ແມ່ນບໍ່ຄ່ອຍສົມເຫດສົມຜົນ. ສຳລັບຄົນໃດໜຶ່ງທີ່ສະແຫວງຫາຄວາມຈິງ, ບໍ່ວ່າພວກເຂົາອາດເຮັດວຽກຫຍັງກໍຕາມ, ທັນທີທີ່ພວກເຂົາກວດພົບບັນຫາ, ພວກເຂົາຈະສະແຫວງຫາຄວາມຈິງເພື່ອແກ້ໄຂມັນ ແລະ ເລີ່ມເຂົ້າໃຈ ແລະ ຮັບເອົາຄວາມຈິງ. ນັ້ນຄືສິ່ງທີ່ຈະເກີດຂຶ້ນຢ່າງແນ່ນອນ. ມີຫຼາຍຄົນທີ່ຄິດວ່າສາມາດເຂົ້າໃຈຄວາມຈິງໄດ້ໂດຍການເຕົ້າໂຮມທຸກມື້ເທົ່ານັ້ນ. ສິ່ງນີ້ແມ່ນບໍ່ຖືກຕ້ອງແທ້ໆ. ຄວາມຈິງບໍ່ແມ່ນສິ່ງທີ່ສາມາດເຂົ້າໃຈໄດ້ໂດຍການເຕົ້າໂຮມ ແລະ ການຮັບຟັງຄຳເທດສະໜາເທົ່ານັ້ນ; ຄົນໆໜຶ່ງຍັງຈຳເປັນຕ້ອງປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາຍັງຈຳເປັນຕ້ອງມີຂະບວນການຄົ້ນຫາ ແລະ ແກ້ໄຂບັນຫາອີກດ້ວຍ. ສິ່ງທີ່ສຳຄັນຫຼາຍກໍຄືພວກເຂົາຕ້ອງຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ. ຄົນທີ່ບໍ່ຮັກຄວາມຈິງກໍບໍ່ສະແຫວງຫາມັນ, ບໍ່ວ່າຈະເກີດບັນຫາຫຍັງກໍຕາມຂຶ້ນກັບພວກເຂົາ; ຜູ້ຮັກຄວາມຈິງຈະສະແຫວງຫາມັນ, ບໍ່ວ່າພວກເຂົາຈະຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍສໍ່າໃດກໍຕາມ. ສະນັ້ນ, ພວກເຮົາສາມາດເວົ້າໄດ້ຢ່າງແນ່ໃຈວ່າ ຄົນທີ່ຈົ່ມຕໍ່ວ່າຢູ່ສະເໝີວ່າພວກເຂົາຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍຈົນພວກເຂົາບໍ່ມີເວລາເຕົ້າໂຮມ ແລ້ວດ້ວຍເຫດນັ້ນພວກເຂົາຕ້ອງເລື່ອນເວລາການສະແຫວງຫາຄວາມຈິງຂອງພວກເຂົາ, ຈຶ່ງບໍ່ແມ່ນຜູ້ຮັກຄວາມຈິງ. ພວກເຂົາເປັນຄົນທີ່ມີການເຂົ້າໃຈທີ່ແປກປະຫຼາດ ເຊິ່ງເປັນຄົນທີ່ບໍ່ເຂົ້າໃຈເລື່ອງຝ່າຍວິນຍານ. ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ ຫຼື ຮັບຟັງຄຳເທດສະໜາ, ເປັນຫຍັງພວກເຂົາຈຶ່ງບໍ່ປະຕິບັດ ຫຼື ນໍາພວກມັນໄປໃຊ້ໃນການປະຕິບັດຂອງພວກເຂົາໃນໜ້າທີ່ຂອງພວກເຂົາ? ເປັນຫຍັງພວກເຂົາຈຶ່ງບໍ່ນໍາພຣະທຳຂອງພຣະເຈົ້າໄປປະຕິບັດໃນຊີວິດຕົວຈິງຂອງພວກເຂົາ? ສິ່ງນີ້ກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າພວກເຂົາບໍ່ຮັກຄວາມຈິງ ແລະ ດ້ວຍເຫດນັ້ນບໍ່ວ່າພວກເຂົາອາດພົບກັບຄວາມຫຍຸ້ງຍາກຫຍັງກໍຕາມໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ໄດ້ສະແຫວງຫາ ຫຼື ປະຕິບັດຄວາມຈິງ. ເຫັນໄດ້ຢ່າງຊັດເຈນວ່າຄົນເຫຼົ່ານີ້ເປັນຜູ້ເຮັດບໍລິການ. ບາງຄົນອາດຕ້ອງການສະແຫວງຫາຄວາມຈິງ, ແຕ່ຄວາມສາມາດຂອງພວກເຂົາມີໜ້ອຍເກີນໄປ. ພວກເຂົາເຖິງກັບບໍ່ສາມາດຈັດແຈງຊີວິດຂອງພວກເຂົາເອງໄດ້ເປັນຢ່າງດີ; ເມື່ອພວກເຂົາມີສອງ ຫຼື ສາມຢ່າງໃຫ້ເຮັດ, ພວກເຂົາກໍບໍ່ຮູ້ວ່າຕ້ອງເຮັດສິ່ງໃດກ່ອນ ແລະ ສິ່ງໃດສຸດທ້າຍ. ຖ້າບັນຫາສອງ ຫຼື ສາມຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ຮູ້ວ່າຈະແກ້ໄຂພວກມັນໄດ້ແນວໃດ. ພວກເຂົາສັບສົນ. ຄົນແບບນັ້ນຈະສາມາດເຂົ້າຫາຄວາມຈິງໄດ້ບໍ? ພວກເຂົາສາມາດປະສົບຄວາມສຳເລັດໃນການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕ່າງໆບໍ? ບໍ່ຈຳເປັນ, ເພາະຄວາມສາມາດຂອງພວກເຂົາມີໜ້ອຍເກີນໄປ. ຫຼາຍຄົນເຕັມໃຈຈະສະແຫວງຫາຄວາມຈິງ, ເຖິງແມ່ນວ່າໄດ້ເຊື່ອໃນພຣະເຈົ້າເປັນເວລາສິບ ຫຼື ຊາວປີ, ພວກເຂົາກໍຈົບລົງໂດຍບໍ່ສາມາດໃຫ້ຄຳພະຍານໃດໆກ່ຽວກັບປະສົບການຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ຮັບຄວາມຈິງເລີຍ. ເຫດຜົນຫຼັກສຳລັບສິ່ງນີ້ກໍຄືຄວາມສາມາດຂອງພວກເຂົາມີໜ້ອຍເກີນໄປ. ບໍ່ວ່າຄົນໃດໜຶ່ງຈະສະແຫວງຫາຄວາມຈິງ ຫຼື ບໍ່ ບໍ່ແມ່ນເລື່ອງທີ່ວ່າພວກເຂົາຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍສໍ່າໃດ ຫຼື ພວກເຂົາມີເວລາຫຼາຍສໍ່າໃດ; ມັນຂຶ້ນກັບວ່າຫົວໃຈຂອງພວກເຂົາຮັກຄວາມຈິງ ຫຼື ບໍ່. ຂໍ້ແທ້ຈິງຄືທຸກຄົນມີເວລາທີ່ຫຼາຍສໍ່າໆກັນ; ສິ່ງທີ່ແຕກຕ່າງກໍຄືແຕ່ລະຄົນໃຊ້ເວລາຢູ່ບ່ອນໃດແດ່. ມັນເປັນໄປໄດ້ທີ່ຄົນໃດໜຶ່ງທີ່ວົ້າວ່າພວກເຂົາບໍ່ມີເວລາທີ່ຈະສະແຫວງຫາຄວາມຈິງນັ້ນກຳລັງໃຊ້ເວລາຂອງພວກເຂົາກັບຄວາມສຸກທາງເນື້ອໜັງ ຫຼື ພວກເຂົາຫຍຸ້ງກັບຄວາມບາກບັ່ນພາຍນອກບາງຢ່າງ. ພວກເຂົາບໍ່ໃຊ້ເວລານັ້ນກັບການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ນີ້ຄືລັກສະນະທີ່ຄົນລະເລີຍໃນການສະແຫວງຂອງພວກເຂົາ. ສິ່ງນີ້ເຮັດໃຫ້ເລື່ອງໃຫຍ່ໆຂອງການເຂົ້າສູ່ຊີວິດຂອງພວກເຂົານັ້ນຊັກຊ້າ.

ໃນການເຕົ້າໂຮມສອງຄັ້ງທີ່ຜ່ານມາຂອງພວກເຮົາ, ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ “ຄວາມໝາຍຂອງການສະແຫວງຫາຄວາມຈິງ”, ພ້ອມທັງຂໍ້ສະເພາະບາງຢ່າງທີ່ຫົວຂໍ້ນັ້ນກໍ່ໃຫ້ມີ. ມາເລີ່ມທົບທວນສິ່ງທີ່ພວກເຮົາໄດ້ໂອ້ລົມໃນການເຕົ້າໂຮມທີ່ຜ່ານມາຂອງພວກເຮົາກັນເທາະ. ພວກເຮົາສ້າງນິຍາມທີ່ຖືກຕ້ອງຂອງ “ຄວາມໝາຍຂອງການສະແຫວງຫາຄວາມຈິງ”, ຈາກນັ້ນກໍສືບຕໍ່ໂອ້ລົມກ່ຽວກັບບັນຫາທີ່ສະເພາະບາງຢ່າງ ແລະ ວິທີການສະເພາະທີ່ຄົນປະພຶດເຊິ່ງກ່ຽວຂ້ອງກັບຄວາມໝາຍຂອງການສະແຫວງຫາຄວາມຈິງ. ແມ່ນຫຍັງຄືລາຍການສຸດທ້າຍໃນການໂອ້ລົມຂອງພວກເຮົາໃນການເຕົ້າໂຮມທີ່ຜ່ານມາຂອງພວກເຮົາ? (ພຣະເຈົ້າຕັ້ງຄຳຖາມວ່າ: ເນື່ອງຈາກສິ່ງທີ່ມະນຸດຖືວ່າດີ ແລະ ຖືກຕ້ອງນັ້ນບໍ່ແມ່ນຄວາມຈິງ, ເປັນຫຍັງເຂົາຈຶ່ງຍັງສະແຫວງຫາພວກມັນຄືກັບວ່າພວກມັນເປັນຄວາມຈິງ?) ເນື່ອງຈາກສິ່ງເຫຼົ່ານັ້ນທີ່ມະນຸດຖືວ່າດີ ແລະ ຖືກຕ້ອງນັ້ນບໍ່ແມ່ນຄວາມຈິງ, ເປັນຫຍັງເຂົາຈຶ່ງຍັງສະແຫວງຫາພວກມັນຄືກັບວ່າພວກມັນເປັນຄວາມຈິງ, ໃນຂະນະທີ່ຄິດກັບຕົນເອງວ່າກຳລັງສະແຫວງຫາຄວາມຈິງ? ພວກເຮົາໄດ້ໂອ້ລົມກັນຄັ້ງກ່ອນກ່ຽວກັບສາມຢ່າງທີ່ຕອບຄຳຖາມນີ້. ຢ່າງທຳອິດ: ສິ່ງເຫຼົ່ານີ້ທີ່ມະນຸດສະແຫວງຫາບໍ່ແມ່ນຄວາມຈິງ, ສະນັ້ນເປັນຫຍັງເຂົາຈຶ່ງຍັງປະຕິບັດພວກມັນຄືກັບວ່າພວກມັນເປັນຄວາມຈິງ? ເພາະສຳລັບມະນຸດແລ້ວ, ສິ່ງຕ່າງໆທີ່ເຂົາເຫັນວ່າຖືກຕ້ອງ ແລະ ດີນັ້ນແມ່ນເບິ່ງຄືກັບວ່າພວກມັນເປັນຄວາມຈິງ, ສະນັ້ນມະນຸດຈຶ່ງສະແຫວງຫາສິ່ງເຫຼົ່ານັ້ນທີ່ເຂົາຄິດວ່າດີ ແລະ ຖືກຕ້ອງ ຄືກັບວ່າພວກມັນເປັນຄວາມຈິງ. ນັ້ນບໍ່ແມ່ນວິທີການອະທິບາຍມັນຢ່າງຊັດເຈນບໍ? (ແມ່ນ.) ສະນັ້ນ, ແມ່ນຫຍັງຄືຄຳຕອບທີ່ຖືກຕ້ອງສຳລັບຄຳຖາມນີ້? ຄົນປະຕິບັດສິ່ງຕ່າງໆທີ່ພວກເຂົາຄິດວ່າຖືກຕ້ອງ ແລະ ດີ ຄືກັບວ່າພວກມັນເປັນຄວາມຈິງ ແລະ ໃນການເຮັດເຊັ່ນນັ້ນ, ພວກເຂົາກໍຄິດວ່າພວກເຂົາກຳລັງສະແຫວງຫາຄວາມຈິງ. ນັ້ນບໍ່ແມ່ນຄຳຕອບທີ່ສົມບູນບໍ? (ແມ່ນ.) ຢ່າງທີສອງ: ເປັນຫຍັງມະນຸດຈຶ່ງຄິດວ່າເຂົາກຳລັງສະແຫວງຫາຄວາມຈິງ ໃນການປະຕິບັດສິ່ງຕ່າງໆທີ່ເຂົາຄິດວ່າດີ ແລະ ຖືກຕ້ອງ ຄືກັບວ່າພວກມັນເປັນຄວາມຈິງ? ອາດຕອບຄຳຖາມນີ້ໄດ້ໃນລັກສະນະນີ້: ເພາະມະນຸດມີຄວາມປາດຖະໜາຢາກໄດ້ຮັບພອນ. ມະນຸດສືບຕໍ່ສະແຫວງຫາສິ່ງເຫຼົ່ານີ້ທີ່ເຂົາຖືວ່າຖືກຕ້ອງ ແລະ ດີ ດ້ວຍຄວາມປາດຖະໜາ ແລະ ຄວາມທະເຍີທະຍານ ແລະ ດ້ວຍເຫດນັ້ນກໍຄິດວ່າເຂົາກຳລັງປະຕິບັດ ແລະ ສະແຫວງຫາຄວາມຈິງ. ໃນແກ່ນແທ້ແລ້ວ, ການເຮັດເຊັ່ນນີ້ແມ່ນເພື່ອພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າ. ຢ່າງທີສາມ: ຖ້າຄົນໃດໜຶ່ງມີຈິດສຳນຶກ ແລະ ເຫດຜົນທີ່ເປັນປົກກະຕິ, ແລ້ວໃນກໍລະນີທີ່ພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາຈະເລືອກດ້ວຍສັນຊາດຕະຍານເພື່ອເຮັດຕາມຈິດສຳນຶກ ແລະ ເຫດຜົນຂອງພວກເຂົາ, ໂດຍປະຕິບັດຕາມລະບຽບການ, ກົດໝາຍ, ກົດລະບຽບ ແລະ ອື່ນໆ. ພວກເຮົາອາດເວົ້າໄດ້ວ່າມະນຸດປະຕິບັດສິ່ງຕ່າງໆດ້ວຍສັນຊາດຕະຍານ ເຊິ່ງເປັນສິ່ງທີ່ເຂົາພິຈາລະນາໃນຈິດສຳນຶກຂອງເຂົາວ່າເປັນສິ່ງທີ່ດີ, ເສີມສ້າງ ແລະ ສອດຄ່ອງກັບຄວາມເປັນມະນຸດ, ຄືກັບວ່າພວກມັນເປັນຄວາມຈິງ. ສິ່ງນີ້ແມ່ນສາມາດບັນລຸໄດ້ພາຍໃນຕົວແປເສີມໃນຈິດສຳນຶກ ແລະ ເຫດຜົນຂອງມະນຸດ. ມີຫຼາຍຄົນທີ່ສາມາດໃຊ້ແຮງງານຂອງພວກເຂົາຢ່າງເປັນປົກກະຕິໃນເຮືອນຂອງພຣະເຈົ້າ; ພວກເຂົາເຕັມໃຈທີ່ຈະໃຫ້ບໍລິການ ແລະ ຍອມຕໍ່ການຈັດແຈງໃນເຮືອນຂອງພຣະເຈົ້າ ເພາະພວກເຂົາມີຈິດສຳນຶກ ແລະ ເຫດຜົນທີ່ເປັນປົກກະຕິ. ເພື່ອຮັບເອົາພອນ, ພວກເຂົາເຖິງກັບຜ່ານການທົນທຸກ ແລະ ຈ່າຍລາຄາໃດໜຶ່ງ. ສະນັ້ນ, ມະນຸດຍັງວ່າສິ່ງທີ່ເຂົາສາມາດເຮັດໄດ້ພາຍໃນຕົວແປເສີມໃນຈິດສຳນຶກ ແລະ ເຫດຜົນຂອງເຂົານັ້ນເປັນການປະຕິບັດ ແລະ ການສະແຫວງຫາຄວາມຈິງ. ສິ່ງເຫຼົ່ານີ້ຄືສາມສ່ວນທີ່ສຳຄັນເພື່ອຕອບຄຳຖາມນັ້ນ. ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກ່ຽວກັບສາມສ່ວນເຫຼົ່ານີ້ໃນລັກສະນະທົ່ວໄປ; ມື້ນີ້, ພວກເຮົາຈະດຳເນີນການໂອ້ລົມທີ່ສະເພາະ ແລະ ລະອຽດກ່ຽວກັບບັນຫາທີ່ສາມປະເດັນນີ້ຍັງຄົງຄ້າງ ແລະ ວິເຄາະບັນຫາທີ່ແຕ່ລະປະເດັນກໍ່ໃຫ້ມີ, ພ້ອມທັງລັກສະນະຄວາມແຕກຕ່າງຂອງແຕ່ລະອົງປະກອບ ຫຼື ຄວາມຂັດແຍ່ງກັບການສະແຫວງຫາຄວາມຈິງ, ເພື່ອວ່າເຈົ້າອາດຮູ້ຢ່າງຊັດເຈນຫຼາຍຂຶ້ນເຖິງສິ່ງທີ່ເປັນການສະແຫວງຫາຄວາມຈິງ ແລະ ຕ້ອງປະຕິບັດການສະແຫວງຫາແນວໃດແທ້ໆ. ການເຮັດເຊັ່ນນັ້ນຈະເຮັດໜ້າທີ່ເປັນແຮງຈູງໃຈທີ່ດີຂຶ້ນເພື່ອໃຫ້ຄົນໄດ້ປະຕິບັດ ແລະ ສະແຫວງຫາຄວາມຈິງຢ່າງຖືກຕ້ອງໃນຊີວິດປະຈຳວັນຂອງພວກເຂົາ.

ພວກເຮົາຈະເລີ່ມຕົ້ນໂດຍການໂອ້ລົມກ່ຽວກັບລາຍການທຳອິດ. ເວົ້າງ່າຍໆກໍຄື ການໂອ້ລົມຂອງພວກເຮົາສຳລັບລາຍການທຳອິດຈະໃຫ້ຄວາມສຳຄັນກັບສິ່ງຕ່າງໆທີ່ມະນຸດຖືວ່າຖືກຕ້ອງ ແລະ ດີໃນແນວຄິດຂອງພວກເຂົາ. ເປັນຫຍັງການໂອ້ລົມຂອງພວກເຮົາຈຶ່ງໃຫ້ຄວາມສຳຄັນກັບເນື້ອຫານັ້ນ? ແມ່ນຫຍັງຄືບັນຫາທີ່ເນື້ອຫານັ້ນກໍ່ໃຫ້ມີ? ໃຫ້ຄິດກ່ຽວກັບສິ່ງນັ້ນຢ່າງລະອຽດກ່ອນ. ເຈົ້າຈະສາມາດມີຄວາມຮູ້ທີ່ຖືກຕ້ອງກ່ຽວກັບພວກມັນບໍ ຖ້າພວກເຮົາບໍ່ໂອ້ລົມກ່ຽວກັບມັນຢ່າງຖືກຕ້ອງໃນການເຕົ້າໂຮມ? ຖ້າພວກເຮົາບໍ່ໂອ້ລົມກ່ຽວກັບມັນເປັນການສະເພາະ ແລະ ພວກເຈົ້າເລີ່ມຕຶກຕອງມັນເລີຍ ຫຼື ຖ້າເຈົ້າໃຊ້ເວລາເພື່ອຫາປະສົບການຈາກມັນ ແລະ ເພື່ອທີ່ຈະຮູ້ຈັກມັນເດ? ຈາກນັ້ນເຈົ້າຈະຮູ້ບໍວ່າເນື້ອຫານີ້ເວົ້າເຖິງຄວາມຈິງຫຍັງ? ເຈົ້າຈະສາມາດຄິດສິ່ງເຫຼົ່ານີ້ອອກດ້ວຍການຕຶກຕອງບໍ? (ບໍ່.) ພວກເຮົາຈະເລີ່ມຕົ້ນໂດຍການພິຈາລະນາຄຳເວົ້າຕາມຕົວອັກສອນຂອງວະລີທີ່ວ່າ “ສິ່ງຕ່າງໆທີ່ມະນຸດຖືວ່າຖືກຕ້ອງ ແລະ ດີໃນແນວຄິດຂອງພວກເຂົາ” ແລະ ເບິ່ງວ່າຄວາມຮູ້ຂອງພວກເຈົ້າກ່ຽວກັບສິ່ງນັ້ນຈະມີຫຼາຍສໍ່າໃດ. ກ່ອນອື່ນ, ສ່ວນສຳຄັນຂອງວະລີນີ້ທີ່ພວກເຮົາກຳລັງຈະໂອ້ລົມແມ່ນນໍາສະເໜີກ່ຽວກັບຫຍັງ? ພວກເຈົ້າສາມາດບອກໄດ້ບໍ? ມັນເປັນວະລີທີ່ເປັນນາມມະທຳບໍ? ມີຄວາມເລິກລັບໃນສິ່ງນັ້ນບໍ? (ມັນນໍາສະເໜີແນວຄິດ ແລະ ຈິນຕະນາການໃນມະນຸດ.) ນັ້ນຄືວິທີອະທິບາຍໂດຍທົ່ວໄປ; ຍົກຕົວຢ່າງເບິ່ງ. (ມະນຸດເຊື່ອໃນແນວຄິດຂອງເຂົາວ່າຕາບໃດທີ່ເຂົາສາມາດປະຕິເສດ, ເສຍສະຫຼະຕົນເອງ, ທົນທຸກ ແລະ ຈ່າຍລາຄາ, ເຂົາກໍສາມາດໄດ້ຮັບການເຫັນດີເຫັນພ້ອມຂອງພຣະເຈົ້າ. ມີວັດທະນະທຳດັ້ງເດີມບາງຢ່າງເຊັ່ນກັນ, ເຊັ່ນ: ຄວາມກະຕັນຍູກະຕະເວທີ ແລະ ແມ່ຍິງທີ່ດູແລຜົວຂອງພວກເຂົາ ແລະ ລ້ຽງດູລູກຂອງພວກເຂົາ. ຄົນຖືວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ດີເຊັ່ນກັນ.) ເຈົ້າໄດ້ຍົກສອງສາມຕົວຢ່າງແລ້ວ. ພວກເຈົ້າເຂົ້າໃຈປະເດັນບໍ? ມີສ່ວນໃດທີ່ກ່ຽວຂ້ອງກັບຫົວຂໍ້ຂອງພວກເຮົາ? (ການສະຫຼະ, ການເສຍສະຫຼະ, ການທົນທຸກ ແລະ ການຈ່າຍລາຄາ.) (ຄວາມກະຕັນຍູກະຕະເວທີ ແລະ ແມ່ຍິງທີ່ດູແລຜົວຂອງພວກເຂົາ ແລະ ລ້ຽງດູລູກຂອງພວກເຂົາ.) ແມ່ນແລ້ວ. ມີຫຍັງອີກບໍ? (ການສະແດງຄວາມເຫຼື້ອມໃສ, ຄວາມອົດທົນ ແລະ ຄວາມອົດກັ້ນ, ເຊັ່ນດຽວກັບພວກຟາຣີຊາຍ.) ຄວາມຖ່ອມຕົວ, ຄວາມອົດທົນ, ຄວາມອົດກັ້ນ, ມັນກ່ຽວຂ້ອງກັບການສະແດງອອກທາງພຶດຕິກຳ ແລະ ຄຳເວົ້າທີ່ສະເພາະສອງສາມຢ່າງ. ຍ້ອນພວກເຮົາຈະໂອ້ລົມກັນກ່ຽວກັບເນື້ອຫານັ້ນ, ມັນຈະດີທີ່ສຸດຖ້າພວກເຮົາໂອ້ລົມເປັນການສະເພາະ ໂດຍໃຊ້ຄຳເວົ້າທີ່ສະເພາະ. ຄົນສາມາດຮັບເອົາຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ແນ່ນອນຫຼາຍຍິ່ງຂຶ້ນ ຖ້າພວກເຮົາໃຫ້ຄວາມສຳຄັນກັບຄຳຖາມໃນລັກສະນະນັ້ນ. ໃນຕອນນີ້, ພວກເຈົ້າບໍ່ສາມາດເວົ້າເປີດໄດ້, ສະນັ້ນເຮົາຈະເລີ່ມໂອ້ລົມກັນເລີຍ, ດີບໍ? (ດີ.) ວັດທະນະທຳຫ້າພັນປີຂອງປະເທດຈີນແມ່ນ “ກວ້າງໃຫຍ່ ແລະ ເລິກຊຶ້ງ”, ສົມບູນໄປດ້ວຍຄຳເວົ້າ ແລະ ສຳນວນທີ່ມີຊື່ສຽງທຸກລັກສະນະ. ມັນຍັງມີກຸ່ມ “ນັກປາດບູຮານ” ທີ່ໂອ້ອວດວ່າຍິ່ງໃຫຍ່, ເຊັ່ນ: ຂົງຈື້, ເມິງຈື້ ແລະ ຄົນອື່ນໆອີກທີ່ຄ້າຍຄືກັນ. ພວກເຂົາໄດ້ສ້າງຄຳສອນລັດທິຂົງຈື້ຂອງຄົນຈີນ, ເຊິ່ງປະກອບເປັນສ່ວນສຳຄັນຂອງວັດທະນະທຳດັ້ງເດີມຂອງຄົນຈີນ. ມີຫຼາຍພາສາ, ຄຳສັບ ແລະ ຄຳເວົ້າໃນວັດທະນະທຳດັ້ງເດີມຂອງຄົນຈີນທີ່ສະຫຼຸບຂຶ້ນໂດຍຄົນຫຼາຍຮຸ່ນ. ພວກມັນບາງສ່ວນກໍມີມາຕັ້ງແຕ່ສະໄໝບູຮານ, ບາງສ່ວນກໍບໍ່ໄດ້ເປັນເຊັ່ນນັ້ນ; ພວກມັນບາງສ່ວນມາຈາກພື້ນເມືອງທົ່ວໄປ ແລະ ສ່ວນອື່ນໆແມ່ນມາຈາກຄົນມີຊື່ສຽງ. ມັນອາດເປັນໄປໄດ້ທີ່ພວກເຈົ້າບໍ່ມັກວັດທະນະທຳດັ້ງເດີມຫຼາຍ ຫຼື ພວກເຈົ້າໄດ້ເອົາຕົນເອງອອກຈາກຮາກຖານ, ວັດທະນະທຳດັ້ງເດີມ ຫຼື ພວກເຈົ້າໜຸ່ມພໍທີ່ຈະບໍ່ມີສ່ວນຮ່ວມໃນການສຶກສາ ຫຼື ການວິໄຈຢ່າງເລິກຊຶ້ງໃນວັດທະນະທຳດັ້ງເດີມທີ່ “ກວ້າງໃຫຍ່ ແລະ ເລິກຊຶ້ງ” ແລະ ນັ້ນຄືເຫດຜົນທີ່ພວກເຈົ້າບໍ່ຮູ້ກ່ຽວກັບມັນ ຫຼື ເຂົ້າໃຈສິ່ງເຫຼົ່ານັ້ນເທື່ອ. ໃນຄວາມເປັນຈິງແລ້ວ, ນັ້ນຄືສິ່ງທີ່ດີ. ເຖິງແມ່ນວ່າຄົນໆໜຶ່ງອາດບໍ່ເຂົ້າໃຈມັນ, ຄວາມຄິດ ແລະ ແນວຄິດຂອງພວກເຂົາຖືກຕອກຢໍ້າ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ເປັນວັດທະນະທຳດັ້ງເດີມໃນຈິດໃຕ້ສຳນຶກ. ພວກເຂົາຈົບລົງດ້ວຍການໃຊ້ຊີວິດຕາມສິ່ງເຫຼົ່ານີ້ໂດຍບໍ່ຮູ້ສຶກຕົວ. ສິ່ງທີ່ສືບທອດຈາກໂຄດເຫງົ້າ, ເຊິ່ງໝາຍຄວາມເຖິງວັດທະນະທຳດັ້ງເດີມທີ່ສືບທອດຈາກບັນພະບຸລຸດຂອງມະນຸດ, ໄດ້ກ່າວອ້າງທຸກຮູບແບບກ່ຽວກັບວິທີການທີ່ມະນຸດຄວນເວົ້າ, ກະທຳ ແລະ ປະພຶດຕົນເອງ. ແລ້ວເຖິງແມ່ນວ່າຄົນອາດມີຄວາມເຂົ້າໃຈ ແລະ ມຸມມອງທີ່ແຕກຕ່າງກັນກ່ຽວກັບຫຼາກຫຼາຍຖ້ອຍຄຳຂອງວັດທະນະທຳດັ້ງເດີມ, ພວກເຂົາກໍແນ່ໃຈເປັນສ່ວນໃຫຍ່ກ່ຽວກັບສິ່ງເຫຼົ່ານັ້ນທີ່ເປັນວັດທະນະທຳດັ້ງເດີມ. ຈາກການສັງເກດນີ້, ພວກເຮົາສາມາດເຫັນວ່າແຫຼ່ງທີ່ມາຂອງອິດທິພົນຕໍ່ຊີວິດ ແລະ ການເປັນຢູ່ຂອງມະນຸດຊາດ, ຕໍ່ມຸມມອງຂອງມະນຸດກ່ຽວກັບຄົນ ແລະ ສິ່ງຕ່າງໆ ແລະ ຕໍ່ການປະພຶດ ແລະ ການກະທຳຂອງມະນຸດແມ່ນລ້ວນແລ້ວແຕ່ເປັນວັດທະນະທຳດັ້ງເດີມ. ເຖິງແມ່ນວ່າຫຼາກຫຼາຍຊາຕິພັນຂອງມະນຸດຊາດມີຄວາມແຕກຕ່າງກັນໃນຖ້ອຍຄຳຂອງພວກເຂົາກ່ຽວກັບມາດຕະຖານສິນທຳ ແລະ ເກນສິນທຳທີ່ພວກເຂົາຍຶດຖື, ແນວຄິດທົ່ວໄປທີ່ຢູ່ເບື້ອງຫຼັງພວກມັນກໍຄືກັນໝົດ. ມື້ນີ້, ພວກເຮົາຈະໂອ້ລົມ ແລະ ວິເຄາະສອງສາມຖ້ອຍຄຳຢ່າງລະອຽດ. ເຖິງແມ່ນວ່າພວກເຮົາບໍ່ສາມາດກ່າວເຖິງ ແລະ ວິເຄາະທຸກສິ່ງທີ່ມະນຸດຖືວ່າຖືກຕ້ອງ ແລະ ດີ, ເນື້ອຫາທົ່ວໄປຂອງພວກເຂົາກໍເປັນພຽງສອງອົງປະກອບທີ່ເວົ້າເຖິງນິຍາມຂອງການສະແຫວງຫາຄວາມຈິງ: ມຸມມອງຂອງຄົນໆໜຶ່ງຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ວິທີການທີ່ຄົນໆໜຶ່ງປະພຶດຕົນເອງ ແລະ ກະທຳ. ໜຶ່ງຢ່າງຄືມຸມມອງ, ອີກໜຶ່ງຢ່າງຄືພຶດຕິກຳ. ນີ້ໝາຍຄວາມວ່າມະນຸດພິຈາລະນາຄົນ ແລະ ເຫດການຂອງໂລກຜ່ານສິ່ງຕ່າງໆທີ່ເຂົາຖືວ່າຖືກຕ້ອງ ແລະ ດີໃນແນວຄິດຂອງພວກເຂົາ ແລະ ເຂົາຖືເອົາສິ່ງເຫຼົ່ານັ້ນເປັນພື້ນຖານ, ຮາກຖານ ແລະ ເກນທີ່ເຂົາຈະປະພຶດຕົນເອງ ແລະ ກະທຳ. ສະນັ້ນແມ່ນຫຍັງຄືສິ່ງທີ່ດີ ແລະ ຖືກຕ້ອງເຫຼົ່ານີ້ແທ້ໆ? ຖ້າຈະເວົ້າກວ້າງໆ, ສິ່ງຕ່າງໆທີ່ມະນຸດຖືວ່າຖືກຕ້ອງ ແລະ ດີໃນແນວຄິດຂອງເຂົາກໍເປັນພຽງຂໍ້ຮຽກຮ້ອງທີ່ມະນຸດປະພຶດດີ ແລະ ເຂົາມີສິນທຳ ແລະ ລັກສະນະທີ່ດີຂອງມະນຸດ. ມັນເປັນສອງຢ່າງເຫຼົ່ານັ້ນ. ໃຫ້ຄິດກ່ຽວກັບສິ່ງນີ້: ມັນບໍ່ແມ່ນສອງຢ່າງເຫຼົ່ານັ້ນແທ້ໆບໍ? (ແມ່ນ.) ຢ່າງໜຶ່ງຄືພຶດຕິກຳທີ່ດີ; ອີກຢ່າງຄືລັກສະນະ ແລະ ສິນທຳຂອງມະນຸດ. ໂດຍພື້ນຖານແລ້ວ, ມະນຸດຊາດໄດ້ສ້າງສອງຢ່າງໃຫ້ເປັນມາດຕະຖານເພື່ອປະເມີນຄວາມເປັນມະນຸດທີ່ຄົນໃດໜຶ່ງໃຊ້ຊີວິດຕາມ ແລະ ວິທີການທີ່ພວກເຂົາປະພຶດຕົນເອງ. ສິ່ງໜຶ່ງຄືຂໍ້ຮຽກຮ້ອງເພື່ອໃຫ້ມະນຸດປະພຶດດີໃນພາຍນອກ, ອີກຢ່າງຄືເຂົາປະພຶດຕົນເອງຕາມສິນທຳ. ພວກເຂົາໃຊ້ສອງປັດໄຈເຫຼົ່ານີ້ເພື່ອປະເມີນຄວາມດີຂອງຄົນໆໜຶ່ງ. ເພາະພວກເຂົາໃຊ້ສອງປັດໄຈເຫຼົ່ານີ້ເພື່ອປະເມີນຄວາມດີຂອງຄົນໆໜຶ່ງ, ມາດຕະຖານທີ່ຈະຕັດສິນພຶດຕິກຳ ແລະ ສິນທຳຂອງຄົນຈຶ່ງເກີດຂຶ້ນເພື່ອຕອບສະໜອງເປົ້າໝາຍນັ້ນ ແລະ ເມື່ອພວກເຂົາເຮັດ, ຄົນກໍເລີ່ມໄດ້ຍິນຖ້ອຍຄຳທຸກປະເພດກ່ຽວກັບການປະພຶດທາງສິນທຳຂອງມະນຸດ ຫຼື ພຶດຕິກຳຂອງເຂົາຢ່າງເປັນທຳມະຊາດ. ມີຄຳເວົ້າຫຍັງທີ່ສະເພາະ? ພວກເຈົ້າຮູ້ບໍ? ຍົກຕົວຢ່າງບາງສິ່ງງ່າຍໆເຊັ່ນ: ແມ່ນຫຍັງຄືມາດຕະຖານ ແລະ ຄຳເວົ້າເພື່ອປະເມີນພຶດຕິກຳຂອງຄົນ? ການມີການສຶກສາດີ ແລະ ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ສິ່ງເຫຼົ່ານີ້ແມ່ນກ່ຽວຂ້ອງກັບພຶດຕິກຳພາຍນອກ. ການນອບນ້ອມແມ່ນບໍ? (ແມ່ນ.) ສິ່ງທີ່ເຫຼືອກໍຄ້າຍຄືກັນບໍ່ຫຼາຍກໍໜ້ອຍ ແລະ ອີງໃສ່ການປຽບທຽບກັນແລ້ວ, ພວກເຈົ້າຈະຮູ້ວ່າຄຳເວົ້າ ແລະ ຖ້ອຍຄຳໃດຄືມາດຕະຖານສຳລັບການປະເມີນພຶດຕິກຳຂອງມະນຸດ ແລະ ຖ້ອຍຄຳໃດຄືມາດຕະຖານສຳລັບການປະເມີນສິນທຳຂອງເຂົາ. ຕອນນີ້, “ແມ່ຍິງຕ້ອງມີຄຸນນະທຳ, ໃຈດີ ແລະ ຖ່ອມຕົວ”, ນັ້ນຄືມາດຕະຖານສຳລັບພຶດຕິກຳພາຍນອກ ຫຼື ສິນທຳບໍ? (ມັນກ່ຽວຂ້ອງກັບສິນທຳ ແລະ ຈັນຍາທຳ.) ແລ້ວຄວາມເພື່ອແຜ່ເດ? (ສິ່ງນັ້ນກໍກ່ຽວຂ້ອງກັບສິນທຳເຊັ່ນກັນ.) ຖືກຕ້ອງ. ສິ່ງເຫຼົ່ານີ້ກ່ຽວຂ້ອງກັບສິນທຳ, ກ່ຽວຂ້ອງກັບລັກສະນະທາງສິນທຳຂອງມະນຸດ. ຖ້ອຍຄຳຫຼັກທີ່ກ່ຽວຂ້ອງກັບພຶດຕິກຳຂອງມະນຸດຄືຖ້ອຍຄຳຕ່າງໆ ເຊັ່ນ: ການນອບນ້ອມ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ແລະ ມີການສຶກສາດີ ແລະ ມີເຫດຜົນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ມະນຸດເຊື່ອວ່າຖືກຕ້ອງ ແລະ ດີໃນແນວຄິດຂອງພວກເຂົາ; ພວກມັນເປັນສິ່ງທີ່ເຂົາເຊື່ອວ່າເປັນບວກ ໂດຍອີງໃສ່ການກ່າວອ້າງຈາກວັດທະນະທຳດັ້ງເດີມ ຫຼື ຢ່າງໜ້ອຍກໍສອດຄ່ອງກັບຈິດສຳນຶກ ແລະ ເຫດຜົນ, ບໍ່ແມ່ນສິ່ງທີ່ບໍ່ເປັນລົບ. ສິ່ງທີ່ພວກເຮົາກຳລັງເວົ້າເຖິງໃນທີ່ນີ້ຄືສິ່ງທີ່ຄົນຮັບຮູ້ວ່າຖືກຕ້ອງ ແລະ ດີໂດຍທົ່ວໄປ. ສະນັ້ນ ແມ່ນຫຍັງຄືຖ້ອຍຄຳອື່ນໆທີ່ກ່ຽວຂ້ອງກັບພຶດຕິກຳທີ່ດີຂອງມະນຸດ, ນອກຈາກສາມຖ້ອຍຄຳທີ່ເຮົາຫາກໍກ່າວໄປ? (ການເຄົາລົບຜູ້ອາວຸໂສ ແລະ ການດູແລຄົນໜຸ່ມ.) ການເຄົາລົບຜູ້ອາວຸໂສ ແລະ ການດູແລຄົນໜຸ່ມ, ການມີອັດທະຍາໄສດີ, ສາມາດເຂົ້າເຖິງໄດ້, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຄົນລຶ້ງເຄີຍ ແລະ ເຂົ້າໃຈພໍສົມຄວນ. ການມີການສຶກສາດີ ແລະ ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ນອບນ້ອມ, ການເຄົາລົບຜູ້ອາວຸໂສ ແລະ ການດູແລຄົນໜຸ່ມ, ການມີອັດທະຍາໄສດີ, ໃນຄວາມຄິດຂອງມະນຸດນັ້ນ ທຸກຄົນທີ່ມີພຶດຕິກຳເຫຼົ່ານີ້ແມ່ນເຊື່ອວ່າເປັນຄົນດີ, ເປັນຄົນໃຈດີ, ເປັນຄົນທີ່ມີຄວາມເປັນມະນຸດ. ທຸກຄົນປະເມີນຄົນອື່ນໂດຍອີງໃສ່ພຶດຕິກຳຂອງພວກເຂົາ; ພວກເຂົາຕັດສິນຄວາມດີຂອງຄົນໃດໜຶ່ງໂດຍພຶດຕິກຳພາຍນອກຂອງພວກເຂົາ. ຄົນຕັດສິນ, ກຳນົດ ແລະ ປະເມີນວ່າຄົນໃດໜຶ່ງຜ່ານການອົບຮົມລ້ຽງດູ ແລະ ມີຄວາມເປັນມະນຸດ ຫຼື ບໍ່, ພວກເຂົາຄູ່ຄວນແກ່ການມີປະຕິສຳພັນ ແລະ ຄວາມໄວ້ວາງໃຈ ຫຼື ບໍ່ ໂດຍອີງຕາມຄວາມຄິດ ແລະ ແນວຄິດທີ່ເປັນວັດທະນະທຳດັ້ງເດີມ ແລະ ພຶດຕິກຳຂອງຄົນນັ້ນທີ່ພວກເຂົາສາມາດເຫັນ. ຄົນມີຄວາມສາມາດທີ່ຈະແຊມຊຶມໂລກວັດຖຸບໍ? ບໍ່ເລີຍແມ່ນແຕ່ໜ້ອຍດຽວ. ຄົນພຽງແຕ່ສາມາດຕັດສິນ ແລະ ແຍກແຍະວ່າຄົນໃດໜຶ່ງດີ ຫຼື ບໍ່ດີ ຫຼື ພວກເຂົາເປັນຄົນປະເພດໃດຕາມພຶດຕິກຳຂອງພວກເຂົາ; ໂດຍການມີປະຕິສຳພັນ, ການເວົ້າ ແລະ ການຮ່ວມມືກັບຄົນໃດໜຶ່ງເທົ່ານັ້ນ ຄົນຈຶ່ງສາມາດສັງເກດ ແລະ ຕັດສິນສິ່ງເຫຼົ່ານັ້ນ. ບໍ່ວ່າເຈົ້າຈະໃຊ້ຖ້ອຍຄຳຕ່າງໆ ເຊັ່ນ: “ຈົ່ງມີການສຶກສາທີ່ດີ ແລະ ມີເຫດຜົນ”, “ຈົ່ງມີອັດທະຍາໄສດີ” ແລະ “ຈົ່ງເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ” ໃນການປະເມີນຂອງເຈົ້າຢ່າງຈະແຈ້ງ ຫຼື ບໍ່, ມາດຕະຖານການປະເມີນຂອງເຈົ້າກໍບໍ່ໄດ້ຫ່າງຈາກຖ້ອຍຄຳເຫຼົ່ານີ້ຫຼາຍ. ເມື່ອຄົນໃດໜຶ່ງບໍ່ສາມາດເຫັນໂລກພາຍໃນຂອງຄົນອື່ນ, ພວກເຂົາກໍປະເມີນວ່າຄົນເຫຼົ່ານັ້ນດີ ຫຼື ບໍ່ດີ, ສູງສົ່ງ ຫຼື ຕ້ອຍຕໍ່າ, ໂດຍການສັງເກດພຶດຕິກຳ ແລະ ການກະທຳຂອງພວກເຂົາ ແລະ ນໍາໃຊ້ເກນເຫຼົ່ານີ້ສຳລັບພຶດຕິກຳ. ສິ່ງເຫຼົ່ານີ້ແມ່ນທັງໝົດທີ່ພວກເຂົາໃຊ້ແທ້ໆ. ມັນບໍ່ແມ່ນເຊັ່ນນັ້ນບໍ? (ແມ່ນ.) ອີງໃສ່ຖ້ອຍຄຳທີ່ຫາກໍອະທິບາຍ, ມະນຸດຊາດມີມາດຕະຖານຫຍັງສຳລັບການປະເມີນ? ແມ່ນຫຍັງຄືສິ່ງທີ່ມະນຸດຖືວ່າດີ ແລະ ຖືກຕ້ອງໃນແນວຄິດຂອງເຂົາ? ແທນທີ່ຈະເລີ່ມຕົ້ນດ້ວຍສິ່ງທີ່ກ່ຽວຂ້ອງກັບການປະພຶດທາງສິນທຳ, ພວກເຮົາມາເລີ່ມການໂອ້ລົມ ແລະ ການວິເຄາະຂອງພວກເຮົາດ້ວຍສິ່ງທີ່ດີ, ຖືກຕ້ອງ ແລະ ເປັນບວກທີ່ມະນຸດນໍາສະເໜີ ແລະ ສະແດງອອກໃນພຶດຕິກຳຂອງເຂົາກັນເທາະ. ພວກເຮົາມາເບິ່ງກັນເທາະວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ດີຢ່າງແທ້ຈິງ ຫຼື ບໍ່. ສະນັ້ນ, ມີຫຍັງອີກໃນຖ້ອຍຄຳທີ່ພວກເຮົາຫາກໍລະບຸທີ່ເວົ້າເຖິງຄວາມຈິງ? ເນື້ອຫາໃດໆໃນຖ້ອຍຄຳເຫຼົ່ານັ້ນສອດຄ່ອງກັບຄວາມຈິງບໍ? (ບໍ່.) ຖ້າການສະແຫວງຫາຂອງຄົນໃດໜຶ່ງຄືການເປັນຄົນແບບນັ້ນ, ເປັນຄົນທີ່ມີພຶດຕິກຳເຊັ່ນນັ້ນ ແລະ ລັກສະນະພາຍນອກເຊັ່ນນັ້ນ, ຄົນນັ້ນກຳລັງສະແຫວງຫາຄວາມຈິງບໍ? ສິ່ງທີ່ພວກເຂົາສະແຫວງຫາກ່ຽວຂ້ອງກັບການສະແຫວງຫາຄວາມຈິງບໍ? ຄົນໃດໜຶ່ງທີ່ມີພຶດຕິກຳເຫຼົ່ານີ້ກຳລັງປະຕິບັດ ແລະ ສະແຫວງຫາຄວາມຈິງບໍ? ຄົນໃດໜຶ່ງທີ່ມີພຶດຕິກຳ ແລະ ການສະແດງອອກເຫຼົ່ານີ້ເປັນຄົນດີໃນເລື່ອງຄວາມໝາຍສຳຄັນທີ່ແທ້ຈິງບໍ? ຄຳຕອບຄືບໍ່ແມ່ນ, ພວກເຂົາບໍ່ແມ່ນ. ສິ່ງນີ້ແມ່ນເຫັນໄດ້ຢ່າງຊັດເຈນ.

ພວກເຮົາມາເບິ່ງຖ້ອຍຄຳທີ່ໃຫ້ຄົນໆໜຶ່ງມີການສຶກສາດີ ແລະ ມີເຫດຜົນກັນເທາະ. ໃຫ້ເວົ້າວ່າ “ການມີການສຶກສາດີ ແລະ ມີເຫດຜົນ” ໝາຍເຖິງຫຍັງແທ້ໆ. (ມັນອະທິບາຍເຖິງຄົນໃດໜຶ່ງທີ່ຂ້ອນຂ້າງເໝາະສົມ ແລະ ມີມາລະຍາດດີ.) “ເໝາະສົມ” ໝາຍຄວາມວ່າແນວໃດ? (ມັນໝາຍຄວາມວ່າຖືກຄວບຄຸມພໍສົມຄວນ.) ຖືກຕ້ອງ. ຄົນແບບນັ້ນເອົາໃຈໃສ່ກັບລະບຽບການຫຍັງ? ຍິ່ງຄຳຕອບຂອງເຈົ້າສະເພາະສໍ່າໃດ, ຄວາມເຂົ້າໃຈຂອງເຈົ້າຕໍ່ເລື່ອງນີ້ ແລະ ແກ່ນແທ້ຂອງມັນກໍຈະຖີ່ຖ້ວນສໍ່ານັ້ນ. ສະນັ້ນການຖືກຄວບຄຸມໝາຍຄວາມວ່າແນວໃດ? ນີ້ແມ່ນຕົວຢ່າງ. ເມື່ອກຳລັງກິນ, ຄົນຮຸ່ນຫຼັງຕ້ອງບໍ່ນັ່ງຈົນກວ່າຜູ້ອາວຸໂສຈະນັ່ງ ແລະ ພວກເຂົາຕ້ອງມິດງຽບເມື່ອຜູ້ອາວຸໂສຂອງພວກເຂົາບໍ່ເວົ້າ. ຖ້າມີອາຫານເຫຼືອໄວ້ສຳລັບຜູ້ອາວຸໂສ, ບໍ່ມີຜູ້ໃດສາມາດກິນໄດ້ຈົນກວ່າຜູ້ອາວຸໂສຈະອະນຸຍາດ. ນອກຈາກນັ້ນ, ບໍ່ມີການເວົ້າໃນຂະນະທີ່ກຳລັງກິນ ຫຼື ການຫຍໍ້າອາຫານສຽງດັງ ຫຼື ການຫົວຂວັນສຽງດັງ ຫຼື ການເລຍຮີມສົບ ຫຼື ການຮື້ຄົ້ນຈານ. ເມື່ອຄົນຮຸ່ນກ່ອນກິນແລ້ວ, ຄົນຮຸ່ນຫຼັງຕ້ອງເຊົາກິນໃນທັນທີ ແລະ ລຸກຂຶ້ນ. ພວກເຂົາອາດສືບຕໍ່ກິນຫຼັງຈາກທີ່ພວກເຂົາເຫັນຜູ້ອາວຸໂສຈາກໄປແລ້ວເທົ່ານັ້ນ. ນີ້ບໍ່ແມ່ນການປະຕິບັດຕາມລະບຽບການບໍ? (ແມ່ນ.) ມີລະບຽບການເຫຼົ່ານີ້ໃນທຸກເຮືອນ ແລະ ທຸກຄົວເຮືອນ, ໃນຄອບຄົວຂອງທຸກຊື່ ແລະ ທຸກສະກຸນໃນຂອບເຂດທີ່ບໍ່ຫຼາຍກໍໜ້ອຍ. ທຸກຄົນປະຕິບັດຕາມລະບຽບການເຫຼົ່ານີ້ບໍ່ຫຼາຍກໍໜ້ອຍ ແລະ ເມື່ອພວກເຂົາເຮັດເຊັ່ນນັ້ນ, ພວກເຂົາກໍຖືກລະບຽບການເຫຼົ່ານັ້ນຈຳກັດ. ມີລະບຽບການທີ່ແຕກຕ່າງກັນໃນຄອບຄົວທີ່ແຕກຕ່າງກັນ ແລະ ຜູ້ໃດກຳນົດພວກມັນຂຶ້ນມາ? ໂຄດເຫງົ້າຂອງຄອບຄົວນັ້ນ ແລະ ຜູ້ອາວຸໂສທີ່ໜ້າເຄົາລົບໃນຍຸກຕ່າງໆໃນອະດີດໄດ້ກຳນົດພວກມັນ. ພວກມັນມີຄວາມສຳຄັນພິເສດເມື່ອສະເຫຼີມສະຫຼອງມື້ພັກສຳຄັນ ແລະ ມື້ລະນຶກເຖິງ; ຈາກນັ້ນທຸກຄົນຕ້ອງປະຕິບັດຕາມພວກມັນ ໂດຍບໍ່ມີຂໍ້ຍົກເວັ້ນສຳລັບຄົນໃດ. ຖ້າຄົນໃດໜຶ່ງໄດ້ແຫກລະບຽບການ ຫຼື ລະເມີດພວກມັນ, ພວກເຂົາຈະຖືກລົງໂທດຢ່າງຮຸນແຮງໂດຍການຕຳນິຢ່າງຮຸນແຮງຂອງຄອບຄົວ. ບາງຄົນອາດເຖິງກັບຄຸເຂົ່າຂໍການອະໄພໂທດທີ່ແທ່ນບູຊາຂອງຄອບຄົວ. ນັ້ນຄືສິ່ງທີ່ເປັນລະບຽບການ. ສິ່ງທີ່ພວກເຮົາກຳລັງເວົ້າເຖິງໃນຕອນນີ້ເປັນພຽງລະບຽບການບາງຢ່າງທີ່ອາດໃຊ້ໄດ້ໃນຄົວເຮືອນ ຫຼື ຄອບຄົວໃດໜຶ່ງ. ລະບຽບການດັ່ງກ່າວບໍ່ແມ່ນສ່ວນຂອງຄວາມໝາຍຂອງ “ເໝາະສົມ” ບໍ? (ແມ່ນ.) ຄົນໆໜຶ່ງສາມາດບອກໄດ້ວ່າຄົນໃດໜຶ່ງເໝາະສົມ ຫຼື ບໍ່ ໂດຍການເບິ່ງພວກເຂົາກິນ. ຖ້າພວກເຂົາເລຍຮີມສົບຂອງພວກເຂົາເມື່ອພວກເຂົາກິນ ຫຼື ເກັບກິນເສດອາຫານ ຫຼື ເອົາເສດອາຫານມາໃຫ້ຄົນອື່ນກິນຢູ່ສະເໝີ ແລະ ເວົ້າໃນຂະນະທີ່ກຳລັງກິນ ແລະ ຫົວຂວັນສຽງດັງ ແລະ ແມ່ນແຕ່ຊີ້ໄປຫາຄົນທີ່ພວກເຂົາກຳລັງເວົ້ານໍາໃນບາງກໍລະນີ, ຈາກນັ້ນໃນທຸກສິ່ງນີ້ ພວກເຂົາກໍສະແດງຄວາມບໍ່ເໝາະສົມຂອງພວກເຂົາ. ການເວົ້າວ່າຄົນໃດໜຶ່ງບໍ່ເໝາະສົມໝາຍຄວາມວ່າຄົນອື່ນຕັກເຕືອນ, ຕັ້ງຄຳຖາມ ແລະ ດູຖູກພວກເຂົາໃນເລື່ອງພຶດຕິກຳຂອງພວກເຂົາ. ສຳລັບຄົນທີ່ເໝາະສົມ, ພວກເຂົາບໍ່ເວົ້າເມື່ອກຳລັງກິນ ຫຼື ຫົວຄິກໆ ຫຼື ພວກເຂົາບໍ່ຄົ້ນຫາອາຫານ ຫຼື ເອົາເສດອາຫານມາໃຫ້ຄົນອື່ນ. ພວກເຂົາຖືກຄວບຄຸມພໍສົມຄວນ. ຄົນອື່ນເຫັນພຶດຕິກຳ ແລະ ການປະຕິບັດຂອງພວກເຂົາ ແລະ ເວົ້າບົນພື້ນຖານນັ້ນວ່ານີ້ຄືຄົນທີ່ເໝາະສົມ. ແລ້ວຍ້ອນຄວາມເໝາະສົມນີ້ຂອງພວກເຂົາ, ພວກເຂົາໄດ້ຮັບການເຄົາລົບ ແລະ ການນັບຖືຂອງຄົນອື່ນ, ພ້ອມທັງຄວາມພໍໃຈຂອງພວກເຂົາ. ນີ້ເປັນສ່ວນຂອງສິ່ງທີ່ແອບແຝງໃນຄວາມເໝາະສົມ. ສະນັ້ນແມ່ນຫຍັງຄືຄວາມເໝາະສົມແທ້ໆ? ພວກເຮົາຫາກໍເວົ້າ: “ຄວາມເໝາະສົມ” ກ່ຽວຂ້ອງກັບພຶດຕິກຳຂອງຄົນ. ໃນຕົວຢ່າງຫຼ້າສຸດນີ້, ສົມມຸດວ່າມີລຳດັບການເກີດຂອງຮຸ່ນຄົນເມື່ອກຳລັງກິນ. ທຸກຄົນຕ້ອງກຳນົດຕຳແໜ່ງບ່ອນນັ່ງຂອງພວກເຂົາຕາມລະບຽບການ; ພວກເຂົາຕ້ອງບໍ່ນັ່ງຜິດບ່ອນ. ຄົນຮຸ່ນກ່ອນ ແລະ ຄົນຮຸ່ນຫຼັງກໍປະຕິບັດຕາມລະບຽບການຂອງຄອບຄົວເຊັ່ນດຽວກັນ, ເຊິ່ງບໍ່ມີຜູ້ໃດອາດລະເມີດໄດ້ ແລະ ພວກເຂົາເບິ່ງຄືວ່າຖືກຄວບຄຸມຫຼາຍ, ເປັນຜູ້ດີຫຼາຍ, ສູງສົ່ງຫຼາຍ, ມີສັກສີຫຼາຍ, ແຕ່ບໍ່ວ່າພວກເຂົາອາດເບິ່ງຄືຫຼາຍສໍ່າໃດ, ມັນກໍລ້ວນແລ້ວແຕ່ກັບມາສູ່ພຶດຕິກຳດີໆພາຍນອກ. ສິ່ງນີ້ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມບໍ? ບໍ່; ມັນບໍ່ໄດ້ເປັນຫຼາຍກວ່າມາດຕະຖານເພື່ອປະເມີນພຶດຕິກຳພາຍນອກຂອງຄົນ. ພຶດຕິກຳຫຍັງ? ການປາກເວົ້າ ແລະ ການກະທຳຂອງພວກເຂົາເປັນຫຼັກ. ຕົວຢ່າງ: ຄົນໃດໜຶ່ງບໍ່ຄວນເວົ້າເມື່ອກຳລັງກິນ ຫຼື ສົ່ງສຽງໃນຂະນະທີ່ກຳລັງຫຍໍ້າ. ເມື່ອນັ່ງກິນອາຫານ, ມີລຳດັບທີ່ບອກວ່າຜູ້ໃດນັ່ງກ່ອນ. ໂດຍທົ່ວໄປແລ້ວແມ່ນມີວິທີການຢືນ ແລະ ນັ່ງທີ່ເໝາະສົມ. ທຸກສິ່ງນີ້ບໍ່ໄດ້ເປັນຫຼາຍກວ່າພຶດຕິກຳ, ເປັນຫຼາຍກວ່າພຶດຕິກຳພາຍນອກທັງໝົດເລີຍ. ສະນັ້ນ, ຄົນເຕັມໃຈຈະປະຕິບັດຕາມລະບຽບການເຫຼົ່ານີ້ແທ້ໆບໍ? ຄົນຄິດແນວໃດກ່ຽວກັບບັນຫາ? ພວກເຂົາຮູ້ສຶກແນວໃດກ່ຽວກັບເລື່ອງນັ້ນ? ການປະຕິບັດຕາມລະບຽບການທີ່ເປັນຕາສັງເວດເຫຼົ່ານີ້ເປັນປະໂຫຍດຕໍ່ຄົນບໍ? ພວກເຂົາສາມາດມອບຄວາມກ້າວໜ້າໃນຊີວິດໃຫ້ພວກເຂົາບໍ? ແມ່ນຫຍັງຄືບັນຫາໃນການປະຕິບັດຕາມລະບຽບການທີ່ເປັນຕາສັງເວດເຫຼົ່ານີ້? ມັນກ່ຽວຂ້ອງຫຍັງກັບບັນຫາທີ່ວ່າມີການປ່ຽນແປງໃນທັດສະນະຂອງຄົນໃດໜຶ່ງຕໍ່ສິ່ງຕ່າງໆ ແລະ ຊີວິດ-ອຸປະນິໄສ ຫຼື ບໍ່? ບໍ່ເລີຍ. ມັນກ່ຽວຂ້ອງກັບພຶດຕິກຳຂອງຄົນເທົ່ານັ້ນ. ມັນພຽງແຕ່ສ້າງຂໍ້ຮຽກຮ້ອງສອງສາມຢ່າງສຳລັບພຶດຕິກຳຂອງຄົນ, ຂໍ້ຮຽກຮ້ອງທີ່ກ່ຽວຂ້ອງກັບວ່າລະບຽບການໃດຄົນຕ້ອງເຮັດໃຫ້ສຳເລັດ ແລະ ປະຕິບັດຕາມ. ບໍ່ວ່າຄົນໃດໜຶ່ງອາດຄິດແນວໃດກໍຕາມກ່ຽວກັບລະບຽບການເຫຼົ່ານີ້ ແລະ ເຖິງແມ່ນວ່າພວກເຂົາກຽດຊັງ ແລະ ລັງກຽດພວກມັນ, ພວກເຂົາກໍບໍ່ມີທາງເລືອກນອກຈາກຈະໃຊ້ຊີວິດໂດຍປະຕິບັດຕາມພວກມັນ ຍ້ອນຄອບຄົວ ແລະ ໂຄດເຫງົ້າຂອງພວກເຂົາ ແລະ ຍ້ອນລະບຽບພາຍໃນຄອບຄົວຂອງພວກເຂົາ. ແຕ່ບໍ່ມີຜູ້ໃດອອກມາສືບຄົ້ນຄວາມຄິດສະເພາະທີ່ຄົນມີກ່ຽວກັບລະບຽບການເຫຼົ່ານີ້ ຫຼື ຄົນເບິ່ງ ແລະ ພິຈາລະນາພວກມັນແນວໃດໃນຄວາມຄິດຂອງພວກເຂົາ ຫຼື ທັດສະນະ ແລະ ທ່າທີ່ຂອງພວກເຂົາຕໍ່ສິ່ງເຫຼົ່ານັ້ນ. ມັນພຽງພໍທີ່ເຈົ້າຈະສະແດງພຶດຕິກຳທີ່ດີ ແລະ ປະຕິບັດຕາມກົດລະບຽບເຫຼົ່ານີ້ໃນວົງທີ່ສະເພາະນີ້. ຄົນທີ່ເຮັດເຊັ່ນນັ້ນກໍເປັນຄົນທີ່ເໝາະສົມ. “ຈົ່ງມີການສຶກສາທີ່ດີ ແລະ ມີເຫດຜົນ” ວາງຫຼາກຫຼາຍຄວາມຕ້ອງການຂອງມັນໃສ່ພຶດຕິກຳຂອງຄົນເທົ່ານັ້ນ. ມັນຖືກໃຊ້ເພື່ອຈຳກັດພຶດຕິກຳຂອງຄົນເທົ່ານັ້ນ, ເຊິ່ງເປັນພຶດຕິກຳທີ່ຄອບຄຸມຮອດທ່າທາງຂອງຄົນເມື່ອກຳລັງນັ່ງ ແລະ ຢືນ, ການເຄື່ອນໄຫວທາງຮ່າງກາຍຂອງພວກເຂົາ, ທ່າທາງອະໄວຍະວະສຳຜັດຂອງພວກເຂົາ, ວິທີການສະແດງສາຍຕາຂອງພວກເຂົາ, ວິທີການເຄື່ອນໄຫວປາກຂອງພວກເຂົາ, ວິທີການຫັນຫົວຂອງພວກເຂົາ ແລະ ອື່ນໆອີກ. ມັນເຮັດໃຫ້ຄົນມີມາດຕະຖານສຳລັບພຶດຕິກຳພາຍນອກ, ໂດຍບໍ່ມີໄດ້ສົນໃຈວ່າຄວາມຄິດ, ອຸປະນິໄສ ແລະ ແກ່ນແທ້ໃນຄວາມເປັນມະນຸດຂອງພວກເຂົາເປັນແນວໃດ. ສິ່ງດັ່ງກ່າວຄືມາດຕະຖານສຳລັບການມີການສຶກສາດີ ແລະ ມີເຫດຜົນ. ຖ້າເຈົ້າບັນລຸມາດຕະຖານນີ້, ແລ້ວເຈົ້າກໍເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ ແລະ ຖ້າເຈົ້າມີພຶດຕິກຳດີໆທີ່ມີການສຶກສາດີ ແລະ ມີເຫດຜົນ, ແລ້ວໃນສາຍຕາຂອງຄົນອື່ນ ເຈົ້າກໍເປັນຄົນທີ່ສົມຄວນໄດ້ຮັບການນັບຖື ແລະ ການເຄົາລົບ. ນັ້ນບໍ່ແມ່ນລັກສະນະທີ່ມັນເປັນບໍ? (ແມ່ນ.) ສະນັ້ນ, ຖ້ອຍຄຳນີ້ໃຫ້ຄວາມສຳຄັນກັບພຶດຕິກຳຂອງມະນຸດບໍ? (ແມ່ນ.) ມາດຕະຖານພຶດຕິກຳນີ້ຈະກໍ່ໃຫ້ເກີດປະໂຫຍດຫຍັງແທ້ໆ? ຫຼັກໆແລ້ວປະໂຫຍດຂອງມັນແມ່ນເພື່ອປະເມີນວ່າຄົນໃດໜຶ່ງເໝາະສົມ ແລະ ຖືກຄວບຄຸມດີ ຫຼື ບໍ່, ພວກເຂົາອາດໄດ້ຮັບການເຄົາລົບ ແລະ ການນັບຖືຈາກຄົນອື່ນໃນການພົວພັນກັບພວກເຂົາ ຫຼື ບໍ່ ແລະ ພວກເຂົາຄູ່ຄວນແກ່ການຊົມເຊີຍ ຫຼື ບໍ່. ການປະເມີນຄົນໃນລັກສະນະນີ້ແມ່ນບໍ່ສອດຄ່ອງກັບຫຼັກການແຫ່ງຄວາມຈິງໂດຍສິ້ນເຊີງ. ມັນບໍ່ສຳຄັນ.

ສິ່ງທີ່ພວກເຮົາຫາກໍໂອ້ລົມກັນແມ່ນກ່ຽວຂ້ອງກັບການອົບຮົມລ້ຽງດູຂອງຄົນໆໜຶ່ງ, ເຊິ່ງເປັນໜຶ່ງໃນຂໍ້ຮຽກຮ້ອງທີ່ກຳນົດໂດຍຖ້ອຍຄຳທີ່ວ່າ “ຈົ່ງມີການສຶກສາທີ່ດີ ແລະ ມີເຫດຜົນ”. “ການມີເຫດຜົນ” ໝາຍເຖິງຫຍັງ? (ການສະແດງເຖິງການເຂົ້າໃຈເຖິງມາລະຍາດ ແລະ ສົມບັດຜູ້ດີ.) ຄຳຕອບນັ້ນຍັງຜິວເຜີນໜ້ອຍໜຶ່ງ, ແຕ່ມັນກໍເປັນສ່ວນໜຶ່ງ. “ການມີເຫດຜົນ” ບໍ່ໄດ້ໝາຍຄວາມເຖິງການມີຄວາມສຸພາບຮຽບຮ້ອຍເພື່ອເບິ່ງເຫັນເຫດຜົນ, ການມີຄວາມອ່ອນໂຍນເພື່ອໃຊ້ເຫດຜົນບໍ? ພວກເຮົາອະທິບາຍສິ່ງນີ້ເພີ່ມເຕີມດີບໍ? (ດີ.) ການສະແດງເຖິງການເຂົ້າໃຈມາລະຍາດ ແລະ ສົມບັດຜູ້ດີ ແລະ ການມີຄວາມສຸພາບຮຽບຮ້ອຍເພື່ອເບິ່ງເຫັນເຫດຜົນ. ສະນັ້ນເມື່ອເວົ້າລວມກັນແລ້ວ ຖ້າຄົນໃດໜຶ່ງມີພຶດຕິກຳທີ່ສົ່ງຜົນໃຫ້ເກີດ “ການມີການສຶກສາທີ່ດີ ແລະ ມີເຫດຜົນ”, ໂດຍລວມແລ້ວ ພວກເຂົາສະແດງມັນອອກແນວໃດແທ້ໆ? ພວກເຈົ້າເຄີຍເຫັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນບໍ? ມີຄົນທີ່ມີການສຶກສາດີ ແລະ ມີເຫດຜົນໃນບັນດາຜູ້ເຖົ້າແກ່ ແລະ ຍາດພີ່ນ້ອງຂອງພວກເຈົ້າ ຫຼື ໃນບັນດາໝູ່ຂອງພວກເຈົ້າບໍ? ແມ່ນຫຍັງຄືລັກສະນະທີ່ໂດດເດັ່ນຂອງພວກເຂົາ? ພວກເຂົາປະຕິບັດຕາມລະບຽບການຈຳນວນຫຼາຍ. ພວກເຂົາຂ້ອນຂ້າງເຈາະຈົງກັບການປາກເວົ້າຂອງພວກເຂົາ ເຊິ່ງບໍ່ເສຍມາລະຍາດ ຫຼື ຫຍາບຄາຍ ຫຼື ສ້າງຄວາມເຈັບປວດໃຫ້ຄົນອື່ນ. ເມື່ອພວກເຂົານັ່ງ, ພວກເຂົາກໍນັ່ງຢ່າງຖືກຕ້ອງ; ເມື່ອພວກເຂົາຢືນ, ພວກເຂົາກໍຢືນດ້ວຍທ່າທາງ. ໃນທຸກດ້ານ, ພຶດຕິກຳຂອງພວກເຂົາເບິ່ງຄືສຸພາບຮຽບຮ້ອຍ ແລະ ສຸຂຸມຕໍ່ຄົນອື່ນ ເຊິ່ງເປັນຄົນທີ່ຮູ້ສຶກພໍໃຈ ແລະ ອິດສາເມື່ອໄດ້ເຫັນພວກເຂົາ. ເມື່ອພວກເຂົາກັບຜູ້ຄົນ, ພວກເຂົາກໍກົ້ມຫົວຂອງພວກເຂົາ ແລະ ໂນ້ມຮ່າງກາຍຂອງພວກເຂົາ ແລະ ພວກເຂົາກົ້ມລົງ ແລະ ໂຄ້ງເຄົາລົບ. ພວກເຂົາເວົ້າຢ່າງສຸພາບ, ປະຕິບັດຕາມກົດລະບຽບສຳລັບມາລະຍາດ ແລະ ຄວາມເປັນລະບຽບໃນສາທາລະນະຢ່າງເຂັ້ມງວດ, ໂດຍບໍ່ມີນິໄສເດີມ ຫຼື ຄວາມເປັນອັນທະພານຂອງສັງຄົມຊົນຊັ້ນລຸ່ມ. ໂດຍລວມແລ້ວ, ພຶດຕິກຳພາຍນອກຂອງພວກເຂົາກໍ່ໃຫ້ເກີດຄວາມສະບາຍໃຈ ແລະ ການຍົກຍ້ອງໃນຄົນທີ່ເຫັນ. ເຖິງຢ່າງໃດກໍຕາມ, ມີສິ່ງດຽວທີ່ວຸ້ນວາຍກ່ຽວກັບສິ່ງນີ້: ມີລະບຽບການສຳລັບທຸກສິ່ງຂອງພວກເຂົາ. ການກິນມີລະບຽບການຂອງມັນ; ການນອນມີລະບຽບການຂອງມັນ; ການຍ່າງມີລະບຽບການຂອງມັນ; ແມ່ນແຕ່ການອອກຈາກເຮືອນ ແລະ ການກັບເມືອເຮືອກໍມີລະບຽບການ. ຄົນໆໜຶ່ງຮູ້ສຶກວ່າຖືກຄວບຄຸມພໍສົມຄວນ ແລະ ບໍ່ສະບາຍໃຈເມື່ອພວກເຂົາຢູ່ກັບຄົນແບບນັ້ນ. ເຈົ້າບໍ່ຮູ້ວ່າພວກເຂົາຈະນໍາສະເໜີລະບຽບການໃນເມື່ອໃດ ແລະ ຖ້າເຈົ້າລະເມີດຢ່າງບໍ່ລະມັດລະວັງ, ເຈົ້າກໍເບິ່ງຄືເລິນເລີ້ ແລະ ບໍ່ສົນໃຈພໍສົມຄວນ ໃນຂະນະທີ່ພວກເຂົາເບິ່ງຄືສຸພາບຮຽບຮ້ອຍຫຼາຍ. ພວກເຂົາສຸພາບຮຽບຮ້ອຍຫຼາຍໃນຮອຍຍິ້ມຂອງພວກເຂົາ, ເຊິ່ງບໍ່ສະແດງໃຫ້ເຫັນແຂ້ວເລີຍ ແລະ ໃນການຮ້ອງໄຫ້ຂອງພວກເຂົາ, ເຊິ່ງພວກເຂົາບໍ່ເຄີຍເຮັດຕໍ່ໜ້າຄົນອື່ນ, ແຕ່ໃນການພັບຜ້າຫົ່ມຂອງພວກເຂົາໃນຕອນເດິກ ໃນຂະນະທີ່ຄົນອື່ນກຳລັງນອນ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ມັນຖືກຄວບຄຸມແລ້ວ. ນັ້ນຄືສິ່ງທີ່ເອີ້ນວ່າ “ການອົບຮົມລ້ຽງດູ”. ຄົນເຊັ່ນນັ້ນໃຊ້ຊີວິດໃນດິນແດນທີ່ມີສົມບັດຜູ້ດີ, ໃນຄອບຄົວໃຫຍ່; ພວກເຂົາມີລະບຽບການຫຼາຍຢ່າງ ແລະ ມີການອົບຮົມລ້ຽງດູຢ່າງຫຼວງຫຼາຍ. ບໍ່ວ່າເຈົ້າຈະອະທິບາຍມັນແນວໃດກໍຕາມ, ພຶດຕິກຳດີໆທີ່ເກີດມີໃນການມີການສຶກສາທີ່ດີ ແລະ ມີເຫດຜົນແມ່ນພຶດຕິກຳ ເຊິ່ງເປັນພຶດຕິກຳດີໆພາຍນອກທີ່ຕອກຢໍ້າໃນຄົນໂດຍສະພາບແວດລ້ອມທີ່ພວກເຂົາຖືກລ້ຽງດູມາ ແລະ ຄ່ອຍໆເສີມສ້າງເຂົ້າໄປໃນຄົນໆໜຶ່ງໂດຍມາດຕະຖານທີ່ສູງ ແລະ ຂໍ້ຮຽກຮ້ອງທີ່ເຂັ້ມງວດທີ່ພວກເຂົາກຳນົດໄວ້ສຳລັບພຶດຕິກຳຂອງພວກເຂົາເອງ. ບໍ່ວ່າພຶດຕິກຳດັ່ງກ່າວອາດມີອິດທິພົນຫຍັງກໍຕາມຕໍ່ຜູ້ຄົນ, ພວກມັນກໍບໍ່ໄດ້ເວົ້າໄປຫຼາຍກວ່າພຶດຕິກຳພາຍນອກຂອງມະນຸດ ແລະ ເຖິງແມ່ນມະນຸດຖືວ່າພຶດຕິກຳພາຍນອກດັ່ງກ່າວເປັນພຶດຕິກຳທີ່ດີ, ເປັນພຶດຕິກຳທີ່ຄົນພະຍາຍາມມີ ແລະ ເຫັນດີເຫັນພ້ອມ, ພວກມັນກໍເປັນສິ່ງທີ່ແຕກຕ່າງກັນຈາກອຸປະນິໄສຂອງມະນຸດ. ບໍ່ວ່າພຶດຕິກຳພາຍນອກຂອງຄົນໆໜຶ່ງຈະດີແນວໃດກໍຕາມ, ມັນບໍ່ສາມາດປົກປິດອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້; ບໍ່ວ່າພຶດຕິກຳພາຍນອກຂອງຄົນໆໜຶ່ງຈະດີແນວໃດກໍຕາມ, ມັນບໍ່ສາມາດແທນໃຫ້ກັບການປ່ຽນແປງໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້. ເຖິງແມ່ນພຶດຕິກຳຂອງຄົນທີ່ມີການສຶກສາດີ ແລະ ມີເຫດຜົນນັ້ນມີຈຳນວນຫຼາຍພໍສົມຄວນ, ກໍ່ໃຫ້ເກີດການເຄົາລົບ ແລະ ການນັບຖືໜ້ອຍໜຶ່ງຈາກຄົນອື່ນ, ພຶດຕິກຳທີ່ດີນັ້ນຂອງພວກເຂົາກໍບໍ່ເປັນປະໂຫຍດເລີຍ ເມື່ອອຸປະນິໄສທີ່ເສື່ອມຊາມຂອງພວກເຂົາສະແດງອອກມາ. ບໍ່ວ່າພຶດຕິກຳຂອງພວກເຂົາອາດສູງສົ່ງ ແລະ ໃຫຍ່ສໍ່າໃດກໍຕາມ, ເມື່ອບາງສິ່ງທີ່ເວົ້າເຖິງຫຼັກການແຫ່ງຄວາມຈິງເກີດຂຶ້ນກັບພວກເຂົາ, ພຶດຕິກຳທີ່ດີນັ້ນຂອງພວກເຂົາກໍບໍ່ມີປະໂຫຍດເລີຍ ແລະ ມັນບໍ່ໄດ້ເຮັດໃຫ້ພວກເຂົາເຂົ້າໃຈຄວາມຈິງ, ໃນທາງກົງກັນຂ້າມ ເພາະພວກເຂົາເຊື່ອໃນແນວຄິດຂອງພວກເຂົາທີ່ວ່າການມີການສຶກສາດີ ແລະ ມີເຫດຜົນເປັນສິ່ງທີ່ດີ, ພວກເຂົາກໍຖືເອົາສິ່ງນັ້ນເປັນຄວາມຈິງຕໍ່, ເຊິ່ງພວກເຂົາໃຊ້ມັນເພື່ອປະເມີນ ແລະ ຕັ້ງຄຳຖາມກັບພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້. ພວກເຂົາປະເມີນການປາກເວົ້າ ແລະ ການກະທຳຂອງພວກເຂົາເອງຕາມຖ້ອຍຄຳນັ້ນ ແລະ ມັນເປັນມາດຕະຖານຂອງພວກເຂົາສຳລັບການປະເມີນຄົນອື່ນເຊັ່ນກັນ. ໃຫ້ເບິ່ງນິຍາມຂອງ “ການສະແຫວງຫາຄວາມຈິງໝາຍເຖິງຫຍັງ” ໃນຕອນນີ້ ນັ້ນກໍຄື ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ກະທຳຕາມພຣະທຳຂອງພຣະເຈ້ົາ ໂດຍມີຄວາມຈິງເປັນເກນຂອງພວກເຂົາ. ຕອນນີ້, ມາດຕະຖານສຳລັບພຶດຕິກຳພາຍນອກທີ່ຮຽກຮ້ອງໃຫ້ມີການສຶກສາດີ ແລະ ມີເຫດຜົນນັ້ນມີຫຍັງກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເລີຍບໍ? (ບໍ່.) ພວກມັນພຽງແຕ່ບໍ່ໄດ້ກ່ຽວຂ້ອງກັນ, ພວກມັນຂັດແຍ່ງກັນ. ຂໍ້ຂັດແຍ່ງຢູ່ໃສໃນບ່ອນນັ້ນ? (ຄຳເວົ້າດັ່ງກ່າວຈະພຽງແຕ່ເຮັດໃຫ້ຄົນເອົາໃຈໃສ່ກັບພຶດຕິກຳດີໆພາຍນອກ ໃນຂະນະທີ່ບໍ່ສົນໃຈເຈດຕະນາ ແລະ ອຸປະນິໄສທີ່ເສື່ອມຊາມທີ່ຢູ່ພາຍໃນພວກເຂົາ. ພວກເຂົາສ້າງມັນຂຶ້ນ ເພື່ອວ່າຄົນຈະຖືກພຶດຕິກຳດີໆເຫຼົ່ານັ້ນລໍ້ລວງ ແລະ ບໍ່ໄຕ່ຕອງວ່າແມ່ນຫຍັງຢູ່ໃນຄວາມຄິດ ແລະ ແນວຄິດຂອງພວກເຂົາເອງ ແລະ ເພື່ອວ່າພວກເຂົາຈະບໍ່ສາມາດເບິ່ງອອກເຂົ້າໄປໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເຖິງກັບອິດສາ ແລະ ນະມັດສະການຄົນອື່ນຕາມພຶດຕິກຳຂອງພວກເຂົາຢ່າງຫຼັບຫູຫຼັບຕາ.) ສິ່ງດັ່ງກ່າວຄືຜົນຕາມມາຂອງການຍອມຮັບຖ້ອຍຄຳຈາກວັດທະນະທຳດັ້ງເດີມ. ສະນັ້ນເມື່ອມະນຸດເຫັນການປະຕິບັດພຶດຕິກຳດີໆເຫຼົ່ານີ້, ເຂົາຈະເຊີດຊູພຶດຕິກຳເຫຼົ່ານັ້ນ. ເຂົາເລີ່ມຕົ້ນໂດຍການເຊື່ອວ່າພຶດຕິກຳເຫຼົ່ານີ້ເປັນສິ່ງທີ່ດີ ແລະ ເປັນບວກ ແລະ ບົນພື້ນຖານຳຂອງສິ່ງທີ່ເປັນບວກຂອງພວກເຂົາ, ເຂົາປະຕິບັດຕໍ່ພວກມັນຄືກັບວ່າພວກມັນເປັນຄວາມຈິງ. ຈາກນັ້ນເຂົາກໍໃຊ້ສິ່ງນີ້ໃຫ້ເປັນເກນທີ່ເຂົາສະແດງຕົນເອງ ແລະ ປະເມີນຄົນອື່ນ; ເຂົາຖືເອົາມັນເປັນພື້ນຖານສຳລັບມຸມມອງຂອງເຂົາຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ເມື່ອເຂົາເຮັດເຊັ່ນນັ້ນ, ເຂົາກໍຍັງຖືເອົາມັນເປັນພື້ນຖານຳສຳລັບການປະພຶດ ແລະ ການກະທຳຂອງເຂົາ. ແລ້ວສິ່ງນີ້ບໍ່ໄດ້ຂັດແຍ່ງກັບຄວາມຈິງບໍ? (ແມ່ນ.) ໃນຕອນນີ້, ພວກເຮົາຈະເກັບໄວ້ກ່ອນວ່າຖ້ອຍຄຳນັ້ນທີ່ເວົ້າໃຫ້ຄົນໃດໜຶ່ງມີການສຶກສາດີ ແລະ ມີເຫດຜົນເປັນຖ້ອຍຄຳທີ່ລໍ້ລວງຄົນ ຫຼື ບໍ່ ແລະ ເວົ້າເຖິງໂຕຖ້ອຍຄຳແທນ. “ຈົ່ງມີການສຶກສາທີ່ດີ ແລະ ມີເຫດຜົນ”, ມັນເປັນວະລີທີ່ມີອະລະຍະ ແລະ ສູງສົ່ງ. ທຸກຄົນມັກຖ້ອຍຄຳນີ້ ແລະ ມະນຸດໃຊ້ຖ້ອຍຄຳນີ້ເພື່ອປະເມີນຄົນອື່ນ ແລະ ເບິ່ງຄົນ ແລະ ສິ່ງຕ່າງໆ ເຊິ່ງຄົ້ນພົບຢູ່ບົນພື້ນຖານທີ່ວ່າມັນຖືກຕ້ອງ, ດີ ແລະ ເປັນເກນ. ແລ້ວເມື່ອເຂົາເຮັດເຊັ່ນນັ້ນ, ເຂົາກໍຍັງຖືເອົາມັນເປັນພື້ນຖານສຳລັບການປະພຶດ ແລະ ການກະທຳຂອງເຂົາ. ຍົກຕົວຢ່າງວ່າ ມະນຸດບໍ່ໄດ້ອີງການປະເມີນຂອງເຂົາຕໍ່ຄວາມດີຂອງຄົນໃດໜຶ່ງໃນພຣະທຳຂອງພຣະເຈົ້າ. ເຂົາອີງມັນໃສ່ຫຍັງ? “ຄົນນີ້ມີການສຶກສາດີ ແລະ ມີເຫດຜົນບໍ? ພຶດຕິກຳພາຍນອກຂອງພວກເຂົາໄດ້ຜ່ານການອົບຮົມລ້ຽງດູບໍ? ພວກເຂົາຖືກຄວບຄຸມດີບໍ? ພວກເຂົາເຄົາລົບຄົນອື່ນບໍ? ພວກເຂົາມີມາລະຍາດບໍ? ພວກເຂົາປັບໃຊ້ທ່າທີ່ທີ່ຖ່ອມຕົວບໍ ເມື່ອເວົ້າກັບຄົນອື່ນ? ພວກເຂົາມີພຶດຕິກຳດີໆຂອງຄວາມສຸພາບ ແລະ ການເຄົາລົບ, ດັ່ງທີ່ຄົງຫຍົງເຄີຍເຮັດຄັ້ງໜຶ່ງໃນການມອບໝາກຄາຍໜ່ວຍໃຫຍ່ທີ່ສຸດໃຫ້ນ້ອງຊາຍຂອງເພິ່ນບໍ? ນັ້ນຄືຄົນປະເພດທີ່ພວກເຂົາເປັນບໍ?” ພວກເຂົາສະເໜີຄຳຖາມ ແລະ ມຸມມອງເຫຼົ່ານີ້ບົນພື້ນຖານຫຍັງ? ກ່ອນອື່ນມັນແມ່ນອີງໃສ່ເກນຂອງການມີການສຶກສາດີ ແລະ ມີເຫດຜົນ. ພວກເຂົາເຮັດຖືກບໍທີ່ໃຊ້ສິ່ງນັ້ນເປັນເກນຂອງພວກເຂົາ? (ບໍ່.) ເປັນຫຍັງມັນຈຶ່ງບໍ່ຖືກ? ຄຳຕອບງ່າຍໆ, ແຕ່ພວກເຈົ້າບໍ່ສາມາດຄິດຫາມັນໄດ້. ເພາະນີ້ບໍ່ແມ່ນວິທີການທີ່ພຣະເຈົ້າປະເມີນ ແລະ ພຣະອົງຈະບໍ່ໃຫ້ມະນຸດເຮັດເຊັ່ນນັ້ນ. ຖ້າມະນຸດເຮັດເຊັ່ນນັ້ນ, ເຂົາກໍເຂົ້າໃຈຜິດ. ຖ້າຄົນໃດໜຶ່ງຈະປະເມີນຄົນອື່ນ ຫຼື ເຫດຜົນໃນລັກສະນະນີ້, ຖ້າພວກເຂົາໃຊ້ມັນເປັນມາດຕະຖານເພື່ອເບິ່ງຄົນ ແລະ ສິ່ງຕ່າງໆ, ພວກເຂົາກໍກຳລັງລະເມີດຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ. ນັ້ນຄືຂໍ້ຂັດແຍ່ງລະຫວ່າງແນວຄິດດັ້ງເດີມ ແລະ ຄວາມຈິງ. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? (ແມ່ນ.) ພຣະເຈົ້າໃຫ້ມະນຸດອີງການທີ່ເຂົາປະເມີນຄົນອື່ນໃສ່ຫຍັງ? ພຣະອົງໃຫ້ມະນຸດເບິ່ງຄົນ ແລະ ສິ່ງຕ່າງໆຕາມຫຍັງ? (ພຣະທຳຂອງພຣະອົງ.) ພຣະອົງໃຫ້ມະນຸດເບິ່ງຄົນຕາມພຣະທຳຂອງພຣະອົງ. ໂດຍສະເພາະແລ້ວ, ນີ້ໝາຍຄວາມວ່າການປະເມີນວ່າຄົນໃດໜຶ່ງມີຄວາມເປັນມະນຸດຕາມພຣະທຳຂອງພຣະອົງ ຫຼື ບໍ່. ນັ້ນຄືສ່ວນໜຶ່ງ. ນອກຈາກນັ້ນ, ມັນແມ່ນອີງໃສ່ວ່າຄົນໆນັ້ນຮັກຄວາມຈິງ ຫຼື ບໍ່, ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ ຫຼື ບໍ່ ແລະ ພວກເຂົາສາມາດຍອມອ່ອນນ້ອມຕໍ່ຄວາມຈິງ ຫຼື ບໍ່. ສິ່ງເຫຼົ່ານີ້ບໍ່ແມ່ນຂໍ້ສະເພາະຂອງມັນບໍ? (ແມ່ນແລ້ວ.) ສະນັ້ນມະນຸດອີງການທີ່ເຂົາປະເມີນຄວາມດີຂອງຄົນອື່ນໃສ່ຫຍັງ? ອີງໃສ່ວ່າຄົນເຫຼົ່ານັ້ນຜ່ານການອົບຮົມສັ່ງສອນ ແລະ ການຄວບຄຸມດີ ຫຼື ບໍ່, ພວກເຂົາເລຍຮີມສົບຂອງພວກເຂົາ ຫຼື ມີແນວໂນ້ມທີ່ຈະຮື້ຄົ້ນຫາເສດອາຫານເມື່ອພວກເຂົາກິນ ຫຼື ບໍ່, ພວກເຂົາລໍຖ້າຳໃຫ້ຜູ້ອາວຸໂສຂອງພວກເຂົານັ່ງກ່ອນທີ່ພວກເຂົາຈະນັ່ງລົງເມື່ອກິນອາຫານ ຫຼື ບໍ່. ພວກເຂົາໃຊ້ສິ່ງດັ່ງກ່າວເພື່ອປະເມີນຄົນອື່ນ. ການໃຊ້ສິ່ງເຫຼົ່ານີ້ບໍ່ແມ່ນການໃຊ້ມາດຕະຖານສຳລັບພຶດຕິກຳຕ່າງໆ ເຊັ່ນ: ການມີການສຶກສາດີ ແລະ ມີເຫດຜົນບໍ? (ແມ່ນ.) ການປະເມີນດັ່ງກ່າວຖືກຕ້ອງບໍ? ພວກມັນສອດຄ່ອງກັບຄວາມຈິງບໍ? (ບໍ່.) ມັນຂ້ອນຂ້າງຊັດເຈນວ່າພວກມັນບໍ່ສອດຄ່ອງກັບຄວາມຈິງ. ແລ້ວແມ່ນຫຍັງຈະຕາມມາຈາກການປະເມີນເຊັ່ນນັ້ນໃນທີ່ສຸດ? ຜູ້ປະເມີນເຊື່ອວ່າຄົນໃດໜຶ່ງທີ່ມີການສຶກສາດີ ແລະ ມີເຫດຜົນແມ່ນຄົນດີ ແລະ ຖ້າເຈົ້າໃຫ້ພວກເຂົາໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາຈະຕອກຢໍ້າຄົນອື່ນດ້ວຍລະບຽບ ແລະ ຄຳສອນພາຍໃນຄອບຄົວເຫຼົ່ານັ້ນ ແລະ ພຶດຕິກຳດີໆຢູ່ສະເໝີ. ແລ້ວສິ່ງທີ່ຈະຕາມມາຈາກການທີ່ພວກເຂົາຕອກຢໍ້າສິ່ງເຫຼົ່ານັ້ນໃນຄົນອື່ນໃນທີ່ສຸດກໍຄືພວກເຂົາຈະພາໃຫ້ຄົນໄປສູ່ພຶດຕິກຳທີ່ດີ, ແຕ່ແກ່ນແທ້ທີ່ເສື່ອມຊາມຂອງຄົນເຫຼົ່ານັ້ນຈະບໍ່ປ່ຽນແປງເລີຍ. ວິທີການເຮັດສິ່ງຕ່າງໆເຊັ່ນນັ້ນແມ່ນຫ່າງຈາກຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຫຼາຍ. ຄົນດັ່ງກ່າວພຽງແຕ່ມີພຶດຕິກຳດີໆສອງສາມຢ່າງ. ສະນັ້ນ, ອຸປະນິໄສທີ່ເສື່ອມຊາມຢູ່ພາຍໃນພວກເຂົາຈະໄດ້ຮັບການປ່ຽນແປງຍ້ອນພຶດຕິກຳດີໆບໍ? ພວກເຂົາສາມາດບັນລຸການຍອມອ່ອນນ້ອມ ແລະ ຄວາມຈົງຮັກພັກດີຕໍ່ພຣະເຈົ້າບໍ? ບໍ່ແມ່ນໃນໄລຍະຍາວ. ຄົນເຫຼົ່ານີ້ໄດ້ກາຍເປັນຜູ້ໃດ? ພວກຟາຣີຊາຍ, ຄົນທີ່ມີພຶດຕິກຳດີໆພາຍນອກເທົ່ານັ້ນ ແຕ່ບໍ່ເຂົ້າໃຈຄວາມຈິງໂດຍພື້ນຖານ ແລະ ຄົນທີ່ບໍ່ຍອມອ່ອນນ້ອມຕໍ່ພຣະເຈົ້າ. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? (ແມ່ນ.) ພິຈາລະນາເບິ່ງພວກຟາຣີຊາຍ, ໂດຍຮູບລັກສະນະແລ້ວ ພວກເຂົາບໍ່ໄດ້ສົມບູນແບບບໍ? ພວກເຂົາຮັກສາວັນຊະບາໂຕ; ໃນວັນຊະບາໂຕ, ພວກເຂົາບໍ່ໄດ້ເຮັດຫຍັງ. ພວກເຂົານອບນ້ອມໃນການປາກເວົ້າ, ມີການຄວບຄຸມທີ່ດີພໍສົມຄວນ ແລະ ປະຕິບັດຕາມກົດລະບຽບ, ຜ່ານການອົບຮົມສັ່ງສອນພໍສົມຄວນ, ມີອະລະຍະ ແລະ ມີການຮຽນຮູ້ພໍສົມຄວນ. ເພາະພວກເຂົາເກັ່ງໃນການອຳພາງຕົວ ແລະ ບໍ່ໄດ້ຢຳເກງພຣະເຈົ້າເລີຍ, ແຕ່ຕັດສິນພຣະອົງ ແລະ ປະນາມພຣະອົງ, ພວກເຂົາກໍຖືກພຣະອົງສາບແຊ່ງໃນທີ່ສຸດ. ພຣະເຈົ້າປະກາດວ່າພວກເຂົາເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ເຊິ່ງລ້ວນແລ້ວແຕ່ເປັນຜູ້ເຮັດການຊົ່ວ. ໃນທຳນອງດຽວກັນ, ຄົນປະເພດທີ່ໃຊ້ພຶດຕິກຳທີ່ດີຈາກການມີການສຶກສາດີ ແລະ ມີເຫດຜົນເປັນເກນສຳລັບການປະພຶດ ແລະ ການກະທຳຂອງພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຢ່າງຊັດເຈນ. ເມື່ອພວກເຂົາໃຊ້ກົດລະບຽບນີ້ເພື່ອປະເມີນຄົນອື່ນ ແລະ ປະພຶດຕົນເອງ ແລະ ກະທຳ, ແນ່ນອນ ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ; ແລ້ວເມື່ອພວກເຂົາຕັດສິນຄົນໃດໜຶ່ງ ຫຼື ສິ່ງໃດໜຶ່ງ, ມາດຕະຖານ ແລະ ພື້ນຖານສຳລັບການພິພາກສານັ້ນບໍ່ສອດຄ່ອງກັບຄວາມຈິງ, ແຕ່ລະເມີດມັນ. ສິ່ງດຽວທີ່ພວກເຂົາເອົາໃຈໃສ່ຄືພຶດຕິກຳຂອງຄົນໆໜຶ່ງ, ວິທີການຂອງພວກເຂົາ, ບໍ່ແມ່ນອຸປະນິໄສ ແລະ ແກ່ນແທ້ຂອງພວກເຂົາ. ພື້ນຖານຂອງພວກເຂົາບໍ່ແມ່ນພຣະທຳຂອງພຣະເຈົ້າ, ບໍ່ແມ່ນຄວາມຈິງ; ໃນທາງກົງກັນຂ້າມ, ການປະເມີນຂອງພວກເຂົາແມ່ນອີງໃສ່ມາດຕະຖານນີ້ສຳລັບພຶດຕິກຳໃນວັດທະນະທຳດັ້ງເດີມ ເຊັ່ນ: ການມີການສຶກສາດີ ແລະ ມີເຫດຜົນ. ຜົນສຸດທ້າຍຂອງການປະເມີນດັ່ງກ່າວກໍຄືຄົນໆໜຶ່ງດີ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ພວກເຂົາ, ຕາບໃດທີ່ຄົນໆນັ້ນມີພຶດຕິກຳດີໆພາຍນອກ ເຊັ່ນ: ການມີການສຶກສາດີ ແລະ ມີເຫດຜົນ. ເມື່ອຄົນປັບໃຊ້ການຈັດປະເພດເຊັ່ນນັ້ນ, ພວກເຂົາກໍມີທ່າທີ່ທີ່ຕໍ່ຕ້ານຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຢ່າງເຫັນໄດ້ຊັດເຈນ. ແລ້ວຍິ່ງພວກເຂົາໃຊ້ເກນທາງພຶດຕິກຳນີ້ເພື່ອເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ກະທຳຫຼາຍສໍ່າໃດ, ສິ່ງທີ່ຈະຕາມມາຈາກມັນກໍຈະນໍາພວກເຂົາທຸກຄົນອອກຫ່າງຈາກພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຫຼາຍຂຶ້ນ. ແມ່ນແຕ່ໃນຕອນນັ້ນ, ພວກເຂົາກໍມີຄວາມສຸກກັບສິ່ງທີ່ພວກເຂົາກຳລັງເຮັດ ແລະ ເຊື່ອວ່າພວກເຂົາກຳລັງສະແຫວງຫາຄວາມຈິງ. ໃນການປະຕິບັດຕາມຖ້ອຍຄຳດີໆສອງສາມຖ້ອຍຄຳຈາກວັດທະນະທຳດັ້ງເດີມ, ພວກເຂົາເຊື່ອວ່າພວກເຂົາກຳລັງປະຕິບັດຄວາມຈິງ ແລະ ຫົນທາງທີ່ແທ້ຈິງ. ແຕ່ບໍ່ວ່າພວກເຂົາປະຕິບັດສິ່ງເຫຼົ່ານັ້ນແນວໃດກໍຕາມ, ພວກເຂົາຢືນຢັນທີ່ຈະເຮັດພວກມັນແນວໃດກໍຕາມ, ໃນທີ່ສຸດແລ້ວ ພວກເຂົາຈະບໍ່ມີປະສົບການ ຫຼື ການເປີດຮັບພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ພວກເຂົາຈະບໍ່ຍອມອ່ອນນ້ອມໃຫ້ພຣະເຈົ້າແມ່ນແຕ່ໜ້ອຍດຽວ. ແຮງໄກທີ່ສິ່ງນີ້ຈະພາໃຫ້ເກີດການຢຳເກງພຣະເຈົ້າຢ່າງແທ້ຈິງ. ນັ້ນຄືສິ່ງທີ່ເກີດຂຶ້ນເມື່ອຄົນເຊີດຊູທຸກໆພຶດຕິກຳທີ່ດີເຫຼົ່ານັ້ນ ເຊັ່ນ: ການມີການສຶກສາດີ ແລະ ມີເຫດຜົນ. ຍິ່ງມະນຸດໃຫ້ຄວາມສຳຄັນກັບພຶດຕິກຳດີໆ, ກັບການໃຊ້ຊີວິດຕາມມັນ, ກັບການສະແຫວງຫາມັນຫຼາຍສໍ່າໃດກໍຕາມ, ເຂົາກໍອອກຫ່າງຈາກພຣະທຳຂອງພຣະເຈົ້າຫຼາຍສໍ່ານັ້ນ ແລະ ຍິ່ງມະນຸດອອກຫ່າງຈາກພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຂົາກໍຍິ່ງສາມາດເຂົ້າໃຈຄວາມຈິງໄດ້ໜ້ອຍລົງສໍ່ານັ້ນ. ນີ້ຄືສິ່ງດຽວທີ່ຕ້ອງຄາດຫວັງ. ຖ້າພຶດຕິກຳຂອງຄົນໃດໜຶ່ງດີຂຶ້ນ, ນັ້ນໝາຍຄວາມວ່າອຸປະນິໄສຂອງພວກເຂົາປ່ຽນແປງບໍ? ພວກເຈົ້າມີປະສົບການກ່ຽວກັບສິ່ງນີ້ບໍ? ພວກເຈົ້າເຄີຍພະຍາຍາມເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນໂດຍບໍ່ຮູ້ຕົວບໍ? (ແມ່ນ.) ນັ້ນເປັນເພາະທຸກຄົນເຂົ້າໃຈວ່າໂດຍການເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ, ຄົນໆໜຶ່ງຈຶ່ງເບິ່ງຄືເປັນຕາເຄົາລົບ ແລະ ສູງສົ່ງສຳລັບຄົນອື່ນ. ຄົນອື່ນເຄົາລົບພວກເຂົາເປັນຢ່າງສູງ. ນັ້ນຄືລັກສະນະທີ່ມັນເປັນ, ແມ່ນບໍ? (ແມ່ນ.) ສະນັ້ນ, ມັນບໍ່ຄວນເປັນສິ່ງບໍ່ດີທີ່ຈະມີພຶດຕິກຳດີໆເຫຼົ່ານີ້. ແຕ່ການມີພຶດຕະກຳດີໆເຫຼົ່ານີ້, ການສະແດງອອກທີ່ດີໆເຫຼົ່ານີ້ຈະສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດບໍ? ມັນສາມາດຫ້າມບໍ່ໃຫ້ຄົນເຮັດສິ່ງທີ່ບໍ່ດີບໍ? ຖ້າບໍ່, ພຶດຕິກຳດີໆເຫຼົ່ານັ້ນຈະມີປະໂຫຍດຫຍັງ? ມັນເປັນພຽງພາບລັກທີ່ດີ; ມັນບໍ່ມີປະໂຫຍດຫຍັງເລີຍ. ຄົນທີ່ມີພຶດຕິກຳທີ່ດີໆເຫຼົ່ານັ້ນສາມາດຍອມອ່ອນນ້ອມຕໍ່ພຣະເຈົ້າບໍ? ພວກເຂົາສາມາດຍອມຮັບ ແລະ ປະຕິບັດຄວາມຈິງບໍ? ບໍ່ໄດ້ຢ່າງຊັດເຈນ. ພຶດຕິກຳທີ່ດີບໍ່ສາມາດປ່ຽນແທນການປະຕິບັດຄວາມຈິງຂອງມະນຸດໄດ້. ມັນເປັນຄືກັນກັບພວກຟາຣີຊາຍ. ພຶດຕິກຳຂອງພວກເຂົາຍິ່ງໃຫຍ່ ແລະ ພວກເຂົາຂ້ອນຂ້າງໜ້າເຫຼື້ອມໃສ, ແຕ່ພວກເຂົາປະຕິບັດແນວໃດຕໍ່ພຣະເຢຊູເຈົ້າ? ບໍ່ມີຄົນຈະຈິນຕະນາການໄດ້ວ່າພວກເຂົາສາມາດດຳເນີນການຄຶງພຣະຜູ້ຊ່ວຍໃຫ້ລອດພົ້ນຂອງມະນຸດຊາດເທິງໄມ້ກາງແຂນ. ສະນັ້ນ, ຄົນທີ່ມີພຽງແຕ່ພຶດຕິກຳດີໆພາຍນອກແຕ່ບໍ່ໄດ້ຮັບວຄາມຈິງແມ່ນຕົກຢູ່ໃນອັນຕະລາຍ. ພວກເຂົາອາດໄປເຖິງຂັ້ນຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ. ຖ້າເຈົ້າບໍ່ສາມາດເບິ່ງສິ່ງນີ້ອອກໄດ້, ເຈົ້າອາດຖືກລໍ້ລວງໂດຍພຶດຕິກຳທີ່ດີຂອງຜູ້ຄົນຄືເມື່ອກ່ອນ.

ການມີການສຶກສາທີ່ດີ ແລະ ມີເຫດຜົນເປັນແນວຄິດດັ້ງເດີມຂອງມະນຸດ. ມັນບໍ່ສອດຄ່ອງກັບຄວາມຈິງໂດຍສິ້ນເຊີງ. ເນື່ອງຈາກວ່າມັນຂັດແຍ່ງກັບຄວາມຈິງ, ມະນຸດຄວນມີຫຍັງແທ້ໆ ຖ້າເຂົາຕ້ອງນໍາຄວາມຈິງໄປປະຕິບັດ? ແມ່ນຫຍັງຄືຄວາມເປັນຈິງທີ່ເມື່ອດຳລົງຊີວິດຕາມແລ້ວຈະສອດຄ່ອງກັບຄວາມຈິງ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າ? ເຈົ້າຮູ້ບໍ? ດ້ວຍການໂອ້ລົມເຊັ່ນນັ້ນ, ບາງຄົນອາດເວົ້າວ່າ “ພຣະອົງເວົ້າວ່າການມີການສຶກສາທີ່ດີ ແລະ ມີເຫດຜົນບໍ່ສອດຄ່ອງກັບຄວາມຈິງ, ນັ້ນເປັນພຽງແຕ່ພຶດຕິກຳດີໆພາຍນອກ. ສະນັ້ນ, ພວກເຮົາຈະບໍ່ເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນອີກຕໍ່ໄປ. ຊີວິດຈະປາດສະຈາກຄວາມກັງວົນຫຼາຍຂຶ້ນ, ບໍ່ມີຂໍ້ຈຳກັດຫຼາຍຂຶ້ນ, ບໍ່ຖືກຄວບຄຸມໂດຍກົດລະບຽບໃດໆ. ພວກເຮົາຈະສາມາດເຮັດສິ່ງທີ່ພວກເຮົາຕ້ອງການເຮັດ, ໃຊ້ຊີວິດຕາມວິທີທາງທີ່ພວກເຮົາຕ້ອງການ. ແລ້ວພວກເຮົາກໍຈະປາດສະຈາກຄວາມກັງວົນ! ພວກເຮົາຈະເປັນອິດສະຫຼະຫຼາຍຂຶ້ນໃນຕອນນີ້, ເນື່ອງຈາກພຶດຕິກຳດີໆຂອງມະນຸດແມ່ນບໍ່ກ່ຽວຂ້ອງກັບຜົນຮັບຂອງເຂົາ. ພວກເຮົາບໍ່ຈຳເປັນຕ້ອງເຮັດໃຫ້ຕົນເອງຫຍຸ້ງກ່ຽວກັບການອົບຮົມລ້ຽງດູ, ກົດລະບຽບ ຫຼື ແມ່ນຫຍັງກໍຕາມທີ່ມີລັກສະນະເຊັ່ນນັ້ນ”. ນັ້ນຄືສິ່ງຖືກຕ້ອງທີ່ຮັບໄດ້ຈາກສິ່ງນີ້ບໍ? (ບໍ່.) ມັນເປັນການເຂົ້າໃຈທີ່ບໍ່ມີເຫດຜົນ; ພວກເຂົາເຂົ້າໃຈຜິດຢ່າງສຸດໂຕ່ງ. ສະນັ້ນມີຜູ້ໃດທີ່ຈະເຮັດຜິດເຊັ່ນນັ້ນບໍ? ອາດມີບາງຄົນທີ່ເວົ້າວ່າ “ຍ້ອນຄົນທີ່ຜ່ານການອົບຮົມລ້ຽງດູຍັງສາມາດຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ, ຂ້ອຍພຽງແຕ່ຈະບໍ່ເປັນຄົນທີ່ຜ່ານການອົບຮົມລ້ຽງດູ. ຂ້ອຍເລີ່ມຮູ້ສຶກດູຖູກຄົນທີ່ຜ່ານການອົບຮົມລ້ຽງດູ. ຂ້ອຍດູຖູກຄົນທີ່ມີການສຶກສາດີ ແລະ ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ຄົນທີ່ເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ຄົນທີ່ມີອັດທະຍາໄສດີ. ຂ້ອຍດູຖູກທຸກຄົນທີ່ຂ້ອຍເຫັນວ່າສະແດງສິ່ງເຫຼົ່ານີ້ ແລະ ຕຳນິພວກເຂົາຢ່າງເປີດເຜີຍວ່າ: ‘ພຶດຕິກຳຂອງເຈົ້າເປັນຂອງພວກຟາຣີຊາຍ. ມັນມີເຈດຕະນາເພື່ອລໍ້ລວງຄົນອື່ນ. ມັນບໍ່ແມ່ນການສະແຫວງຫາຄວາມຈິງ, ແຮງໄກທີ່ຈະເປັນການປະຕິບັດມັນ. ເຊົາພະຍາຍາມລໍ້ລວງພວກເຮົາໄດ້ແລ້ວ, ພວກເຮົາຈະບໍ່ຖືກເຈົ້າຫຼອກລວງ ຫຼື ຫຼົງກົນເຈົ້າ!’” ພວກເຈົ້າຈະເຮັດເຊັ່ນນັ້ນບໍ? (ບໍ່.) ມັນຖືກຕ້ອງທີ່ເຈົ້າຈະບໍ່ເຮັດ. ເຈົ້າຈະບໍ່ມີເຫດຜົນເລີຍ ຖ້າເຈົ້າເຮັດບາງສິ່ງທີ່ໂງ່ຈ້າຂະໜາດນັ້ນ. ບາງຄົນທີ່ມີຄວາມເຂົ້າໃຈທີ່ບໍ່ມີເຫດຜົນກໍຂາດຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຄວາມຈິງ, ພວກເຂົາບໍ່ມີສັກກະຍາພາບ. ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄືການປະຕິບັດຕາມກົດລະບຽບ, ແລ້ວນັ້ນຈຶ່ງເປັນວິທີການທີ່ພວກເຂົາກະທຳ. ສະນັ້ນ, ເປັນຫຍັງພວກເຮົາຈຶ່ງໂອ້ລົມ ແລະ ວິເຄາະບັນຫານີ້? ຫຼັກໆແລ້ວເພື່ອໃຫ້ຄົນເຂົ້າໃຈວ່າການສະແຫວງຫາຄວາມຈິງບໍ່ແມ່ນການສະແຫວງຫາພຶດຕິກຳດີໆພາຍນອກ ແລະ ມັນບໍ່ໄດ້ໝາຍຄວາມເພື່ອໃຫ້ເຈົ້າເປັນຄົນທີ່ປະພຶດຕົວດີ, ຄວບຄຸມຕົນເອງໄດ້ດີ ແລະ ຜ່ານການອົບຮົມລ້ຽງດູ. ໃນທາງກົງກັນຂ້າມ, ມັນແມ່ນເພື່ອໃຫ້ເຈົ້າເຂົ້າໃຈຄວາມຈິງ, ປະຕິບັດມັນ ແລະ ສາມາດເຮັດໄດ້ບົນພື້ນຖານຄວາມຈິງ, ເຊິ່ງໝາຍຄວາມວ່າທຸກສິ່ງທີ່ເຈົ້າເຮັດມີພື້ນຖານຳໃນພຣະທຳຂອງພຣະເຈົ້າ, ມັນລ້ວນແລ້ວແຕ່ສອດຄ່ອງກັບຄວາມຈິງ. ພຶດຕິກຳທີ່ສອດຄ່ອງກັບຄວາມຈິງ ແລະ ມີພຣະທຳຂອງພຣະເຈົ້າເປັນພື້ນຖານຂອງພວກມັນບໍ່ແມ່ນສິ່ງດຽວກັນກັບການມີການສຶກສາດີ ແລະ ມີເຫດຜົນ ແລະ ພວກມັນບໍ່ແມ່ນສິ່ງດຽວກັນກັບມາດຕະຖານທີ່ວັດທະນະທຳດັ້ງເດີມ ແລະ ສິນທຳດັ້ງເດີມໄດ້ຮຽກຮ້ອງຈາກມະນຸດ. ພວກມັນເປັນສອງສິ່ງທີ່ແຕກຕ່າງກັນ. ພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພວກມັນພຽງຢ່າງດຽວທີ່ເປັນເກນໜຶ່ງດຽວເພື່ອປະເມີນຄວາມດີ ແລະ ຄວາມຊົ່ວຮ້າຍຂອງມະນຸດ, ຄວາມຖືກຕ້ອງ ແລະ ຄວາມຜິດພາດຂອງເຂົາ. ໃນອີກດ້ານໜຶ່ງ. ມາດຕະຖານວັດທະນະທຳດັ້ງເດີມຂອງການມີການສຶກສາທີ່ດີ ແລະ ມີເຫດຜົນຫ່າງຈາກມາດຕະຖານຂອງຫຼັກການແຫ່ງຄວາມຈິງຫຼາຍ. ໃນລະຫວ່າງຂັ້ນຕອນໃດໃນພາລະກິດເປັນຕອນທີ່ພຣະເຈົ້າບອກເຈົ້າວ່າເຈົ້າຕ້ອງເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ, ເປັນຄົນທີ່ຜ່ານການອົບຮົມສັ່ງສອນ ແລະ ສູງສົ່ງ ໂດຍບໍ່ມີຜົນປະໂຫຍດທີ່ຕໍ່າຊ້າກ່ຽວກັບເຈົ້າ? ພຣະເຈົ້າເວົ້າສິ່ງດັ່ງກ່າວບໍ? (ບໍ່.) ພຣະອົງບໍ່ໄດ້ເວົ້າ. ສະນັ້ນພຣະເຈົ້າສ້າງຖ້ອຍຄຳ ແລະ ຂໍ້ຮຽກຮ້ອງຫຍັງກ່ຽວກັບພຶດຕິກຳຂອງມະນຸດ? ປະພຶດຕົນເອງ ແລະ ກະທຳຕາມພຣະທຳຂອງພຣະເຈົ້າ ໂດຍມີຄວາມຈິງເປັນເກນຂອງເຈົ້າ. ແລ້ວແມ່ນຫຍັງຄືພື້ນຖານສຳລັບພຣະທຳຂອງພຣະເຈົ້າ? ນັ້ນໝາຍຄວາມວ່າ ເຈົ້າຄວນໃຊ້ຄວາມຈິງໃດເພື່ອເປັນເກນຂອງເຈົ້າ ແລະ ເຈົ້າຕ້ອງໃຊ້ຊີວິດປະເພດໃດ ເພື່ອວ່າເຈົ້າຈະສະແຫວງຫາຄວາມຈິງ ແລະ ປະຕິບັດຄວາມຈິງ? ນີ້ບໍ່ແມ່ນສິ່ງທີ່ຄວນເຂົ້າໃຈບໍ? (ແມ່ນ.) ສະນັ້ນແມ່ນຫຍັງຄືມາດຕະຖານຂອງຂໍ້ຮຽກຮ້ອງທາງພຶດຕິກຳໃນພຣະທຳຂອງພຣະເຈົ້າສຳລັບມະນຸດ? ພວກເຈົ້າສາມາດຊອກຫາພຣະທຳຂອງພຣະອົງທີ່ຊັດເຈນກ່ຽວກັບສິ່ງນີ້ບໍ? (ພຣະທຳຂອງພຣະເຈົ້າຊົງກ່າວວ່າ, “ເຮົາມີຄວາມຫວັງຫຼາຍຢ່າງ. ເຮົາປາດຖະໜາໃຫ້ພວກເຈົ້າປະພຶດຕົນໃນທາງທີ່ຖືກຕ້ອງ ແລະ ດີຂຶ້ນ, ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຊື່ສັດ, ມີຄວາມຈິງ ແລະ ຄວາມເປັນມະນຸດ, ເປັນຄົນທີ່ສາມາດມອບທຸກສິ່ງ ແລະ ແມ່ນແຕ່ຊີວິດຂອງຕົນເພື່ອພຣະເຈົ້າ ແລະ ອື່ນໆອີກ. ຄວາມຫວັງທັງໝົດນີ້ແມ່ນເກີດຈາກຄວາມຂາດເຂີນ ແລະ ຄວາມເສື່ອມຊາມຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ).) (ມີຂໍ້ຄວາມອີກຂໍ້ທີ່ເວົ້າວ່າ “ຫົວໃຈຂອງເຈົ້າຕ້ອງສະຫງົບຢູ່ສະເໝີ ແລະ ເມື່ອມີເລື່ອງຕ່າງໆ ເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງບໍ່ຟ້າວຟັ່ງ, ມີອະຄະຕິ ແລະ ດື້ດ້ານ, ເຮັດເກີນຂອບເຂດ, ເສແສ້ງ ຫຼື ປອມແປງ ແລະ ເຈົ້າຕ້ອງມາກະທຳດ້ວຍເຫດຜົນ. ນີ້ຄືການສະແດງອອກທີ່ເໝາະສົມຂອງຄວາມເປັນມະນຸດທີ່ປົກກະຕິ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ເສັ້ນທາງແຫ່ງການແກ້ໄຂນິໄສອັນເສື່ອມຊາມ).) ນັ້ນຄືການປະຕິບັດທີ່ສະເພາະໜ້ອຍໜຶ່ງ. ສິ່ງເຫຼົ່ານີ້ຄືຂໍ້ກຳນົດ ແລະ ຂໍ້ຮຽກຮ້ອງທີ່ສະເພາະສຳລັບພຶດຕິກຳ ແລະ ວິທີການພາຍນອກຂອງມະນຸດ. ສາມາດຖືວ່າສິ່ງເຫຼົ່ານັ້ນເປັນພື້ນຖານພຣະທຳຂອງພຣະເຈົ້າບໍ? ພວກມັນສະເພາະພໍບໍ? (ແມ່ນ.) ອ່ານພວກມັນອີກຄັ້ງ. (“ຫົວໃຈຂອງເຈົ້າຕ້ອງສະຫງົບຢູ່ສະເໝີ ແລະ ເມື່ອມີເລື່ອງຕ່າງໆ ເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງບໍ່ຟ້າວຟັ່ງ, ມີອະຄະຕິ ແລະ ດື້ດ້ານ, ເຮັດເກີນຂອບເຂດ, ເສແສ້ງ ຫຼື ປອມແປງ ແລະ ເຈົ້າຕ້ອງມາກະທຳດ້ວຍເຫດຜົນ. ນີ້ຄືການສະແດງອອກທີ່ເໝາະສົມຂອງຄວາມເປັນມະນຸດທີ່ປົກກະຕິ”) ສັງເກດລາຍການເຫຼົ່ານັ້ນ; ພວກມັນເປັນຫຼັກການທີ່ພວກເຈົ້າຄວນຍຶດຖື ເມື່ອເຈົ້າດຳເນີນການໃນອະນາຄົດ. ພວກເຂົາບອກຄົນວ່າພວກເຂົາຄວນຮຽນຮູ້ທີ່ຈະຜະເຊີນໜ້າກັບສິ່ງຕ່າງໆດ້ວຍຄວາມເປັນເຫດເປັນຜົນໃນການປະພຶດ ແລະ ການກະທຳຂອງພວກເຂົາ ແລະ ຍິ່ງໄປກວ່ານັ້ນພວກເຂົາຕ້ອງສາມາດສະແຫວງຫາຫຼັກການແຫ່ງຄວາມຈິງຈາກພື້ນຖານຂອງການກະທຳດ້ວຍຈິດສຳນຶກ ແລະ ເຫດຜົນ. ໃຫ້ປະພຶດຕົນເອງ ແລະ ກະທຳເຊັ່ນນີ້ ແລະ ຈະມີຫຼັກການພ້ອມທັງເສັ້ນທາງຂອງການປະຕິບັດ.

ສອງສາມສິ່ງເຫຼົ່ານັ້ນທີ່ພວກເຮົາຫາກໍເວົ້າເຖິງ: “ເມື່ອມີເລື່ອງຕ່າງໆ ເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງບໍ່ຟ້າວຟັ່ງ, ມີອະຄະຕິ ແລະ ດື້ດ້ານ, ເຮັດເກີນຂອບເຂດ, ເສແສ້ງ ຫຼື ປອມແປງ ແລະ ເຈົ້າຕ້ອງມາກະທຳດ້ວຍເຫດຜົນ”, ພວກມັນເປັນສິ່ງທີ່ເຮັດໄດ້ງ່າຍບໍ? ໃນຄວາມຈິງແລ້ວແມ່ນສາມາດບັນລຸພວກມັນໄດ້ທັງໝົດໂດຍມີໄລຍະເວລາການຝຶກຝົນ. ຖ້າມີຄົນທີ່ບໍ່ສາມາດເຮັດພວກມັນໄດ້ແທ້ໆ, ແລ້ວຕ້ອງເຮັດແນວໃດ? ມັນຈະບໍ່ເປັນຫຍັງ, ຕາບໃດທີ່ເຈົ້າເຮັດພຽງແຕ່ໜຶ່ງຢ່າງ, ເຊິ່ງໝາຍຄວາມວ່າເມື່ອເຈົ້າພົບກັບບັນຫາ ຫຼື ມີປະຕິກິລິຍາກັບຄົນອື່ນ, ຢ່າງໜ້ອຍກໍມີໜຶ່ງຢ່າງໃຫ້ຍຶດຖື: ເຈົ້າຕ້ອງປະພຶດຕົນເອງ ແລະ ເຮັດໃນລັກສະນະທີ່ອົບຮົມສັ່ງສອນຄົນອື່ນ. ນີ້ຄືປະເດັນພື້ນຖານທີ່ສຸດ. ຖ້າເຈົ້າປະຕິບັດ ແລະ ຍຶດຖືສິ່ງນີ້, ເຮັດຕາມມັນ ແລະ ມີມັນເປັນເກນຂອງເຈົ້າ, ໂດຍທົ່ວໄປແລ້ວ ເຈົ້າຈະບໍ່ສ້າງຄວາມເສຍຫາຍທີ່ໃຫຍ່ຫຼວງໃດໆຕໍ່ຄົນອື່ນ ຫຼື ເຈົ້າຈະບໍ່ສ້າງການສູນເສຍທີ່ໃຫຍ່ຫຼວງໃດໆຕໍ່ຕົນເອງ. ໃຫ້ປະພຶດຕົນເອງ ແລະ ເຮັດໃນລັກສະນະທີ່ອົບຮົມສັ່ງສອນຄົນອື່ນ, ມີລາຍລະອຽດໃນສິ່ງນັ້ນບໍ? (ມີ.) ຢ່າອີງຄວາມພໍໃຈຂອງຕົວເຈົ້າເອງໃສ່ຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄົນອື່ນ; ຢ່າສ້າງຄວາມສຸກ ແລະ ຄວາມປິຕິຍິນດີຂອງເຈົ້າຢູ່ເໜືອການທົນທຸກຂອງຄົນອື່ນ. ນັ້ນຄືຄວາມໝາຍຂອງການເສີມສ້າງ. ແມ່ນຫຍັງຄືວິທີການພື້ນຖານທີ່ສຸດເພື່ອເຂົ້າໃຈການອົບຮົມສັ່ງສອນດ່ັງກ່າວ? ມັນໝາຍຄວາມວ່າພຶດຕິກຳຂອງເຈົ້າຕ້ອງອົດກັ້ນຕໍ່ຄົນອື່ນ, ຕາມທີ່ປະເມີນໂດຍຈິດສຳນຶກ ແລະ ເຫດຜົນຂອງມະນຸດຊາດ; ມັນຕ້ອງສອດຄ່ອງກັບຈິດສຳນຶກ ແລະ ເຫດຜົນຂອງມະນຸດຊາດ. ມັນບໍ່ແມ່ນເພື່ອໃຫ້ຄົນໃດໜຶ່ງທີ່ມີຄວາມເປັນມະນຸດທີ່ປົກກະຕິສາມາດດຳລົງຊີວິດຕາມສິ່ງນີ້ບໍ? (ແມ່ນ.) ສົມມຸດວ່າຄົນໃດໜຶ່ງກໍາລັງພັກຜ່ອນໃນຫ້ອງ ແລະ ເຈົ້າເຂົ້າໄປ, ບໍ່ສົນໃຈສິ່ງອ້ອມຂ້າງຂອງເຈົ້າ ແລະ ເລີ່ມຮ້ອງເພງ ແລະ ຫຼິ້ນດົນຕີ. ນັ້ນເປັນການກະທຳທີ່ເໝາະສົມບໍ? (ບໍ່.) ນັ້ນຈະບໍ່ແມ່ນການສ້າງຄວາມມ່ວນຊື່ນ ແລະ ຄວາມສຸກຂອງເຈົ້າເໜືອການທົນທຸກຂອງຄົນອື່ນບໍ? (ແມ່ນແລ້ວ.) ຖ້າຄົນໃດໜຶ່ງກຳລັງອ່ານພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມກ່ຽວກັບຄວາມຈິງ ແລະ ເຈົ້າພຽງແຕ່ເວົ້າບັນຫາຂອງເຈົ້າເອງກັບພວກເຂົາ, ນັ້ນຄືການກະທຳທີ່ເຄົາລົບພວກເຂົາບໍ? ນັ້ນບໍ່ແມ່ນການກະທຳທີ່ບໍ່ໄດ້ເສີມສ້າງພວກເຂົາບໍ? (ແມ່ນ.) ມັນໝາຍຄວາມວ່າແນວໃດທ່ີບໍ່ໄດ້ເສີມສ້າງ? ຢ່າງໜ້ອຍທີ່ສຸດ, ມັນໝາຍຄວາມວ່າເຈົ້າບໍ່ເຄົາລົບຄົນອື່ນ. ເຈົ້າບໍ່ລົບກວນການປາກເວົ້າ ຫຼື ການກະທຳຂອງຄົນອື່ນ. ນັ້ນບໍ່ແມ່ນສິ່ງທີ່ມະນຸດຊາດທີ່ປົກກະຕິສາມາດບັນລຸໄດ້ບໍ? ຖ້າເຈົ້າເຖິງກັບບໍ່ສາມາດບັນລຸສິ່ງນັ້ນໄດ້, ເຈົ້າກໍບໍ່ມີຈິດສຳນຶກ ຫຼື ເຫດຜົນແທ້ໆ. ຄົນທີ່ມີຈິດສຳນຶກ ຫຼື ເຫດຜົນຈະສາມາດເຂົ້າເຖິງຄວາມຈິງໄດ້ບໍ? ພວກເຂົາບໍ່ສາມາດເຂົ້າເຖິງໄດ້. ການປະຕິບັດຄວາມຈິງເປັນສິ່ງທີ່ມີພຽງແຕ່ຄົນທີ່ມີຈິດສຳນຶກ ແລະ ເຫດຜົນເປັນຢ່າງໜ້ອຍສາມາດບັນລຸໄດ້ ແລະ ຖ້າເຈົ້າຈະສະແຫວງຫາຄວາມຈິງ, ເຈົ້າຕ້ອງເຮັດສອດຄ່ອງກັບມາດຕະຖານທີ່ມີຈິດສຳນຶກ ແລະ ເຫດຜົນໃນການປາກເວົ້າ ແລະ ການກະທຳຂອງເຈົ້າເປັນຢ່າງໜ້ອຍ; ເຈົ້າຕ້ອງໃຫ້ຄົນທີ່ຢູ່ອ້ອມຂ້າງເຈົ້າຮູ້ສຶກວ່າເຈົ້າອົດກັ້ນໄດ້ ແລະ ເປັນທີ່ຍອມຮັບດ້ວຍຄວາມພໍໃຈຈາກທຸກຄົນ. ມັນເປັນສິ່ງທີ່ພວກເຮົາຫາກໍເວົ້າກັນ: ໃຫ້ການກະທຳຂອງເຈົ້າເບິ່ງຄືເໝາະສົມຕໍ່ຄົນອື່ນ ແລະ ເສີມສ້າງພວກເຂົາເປັນຢ່າງໜ້ອຍ. ການເສີມສ້າງເປັນສິ່ງດຽວກັນກັບການເປັນປະໂຫຍດຕໍ່ຄົນອື່ນບໍ? ບໍ່, ໃນຄວາມເປັນຈິງແລ້ວ ການເສີມສ້າງຄືການເຄົາລົບພື້ນທີ່ຂອງຄົນອື່ນຮ່ວມກັນ ແລະ ການບໍ່ຂັດຂວາງ, ລົບກວນ ຫຼື ລ່ວງລໍ້າພວກເຂົາ; ມັນບໍ່ແມ່ນການປ່ອຍໃຫ້ພວກເຂົາເສຍຫາຍ ຫຼື ຮູ້ສຶກທຸກໃຈຍ້ອນພຶດຕິກຳຂອງເຈົ້າ. ນັ້ນຄືຄວາມໝາຍຂອງການເສີມສ້າງ. ພວກເຈົ້າເຂົ້າໃຈມັນແນວໃດ? ການເສີມສ້າງບໍ່ໄດ້ກ່ຽວກັບວ່າເຈົ້າໃຫ້ປະໂຫຍດແກ່ຄົນອື່ນຫຼາຍສໍ່າໃດ; ມັນກ່ຽວກັບວ່າພວກເຂົາຈະສາມາດໄດ້ຮັບປະໂຫຍດຈາກຜົນປະໂຫຍດ ແລະ ສິດທີ່ເປັນຂອງພວກເຈົ້າຢ່າງຖືກຕ້ອງ, ໂດຍບໍ່ຖືກລົບກວນໃນການໃຊ້ພວກມັນ ແລະ ໂດຍທີ່ຄວາມຈົງໃຈຂອງເຈົ້າ ແລະ ພຶດຕິກຳທີ່ບໍ່ເໝາະສົມຂອງເຈົ້າບໍ່ໄດ້ເຮັດໃຫ້ພວກເຂົາສູນເສຍສິ່ງເຫຼົ່ານັ້ນ. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? (ແມ່ນ.) ຕອນນີ້ພວກເຈົ້າຮູ້ພຣະທຳສອງສາມຂໍ້ຂອງພຣະເຈົ້າທີ່ກ່ຽວຂ້ອງກັບຂໍ້ຮຽກຮ້ອງສຳລັບການປະພຶດ ແລະ ການກະທຳຂອງມະຸນດ, ແຕ່ເຮົາກໍຍັງຈະບອກພວກເຈົ້າວ່າ ສິ່ງພື້ນຖານທີ່ສຸດກໍຄືເຈົ້າຕ້ອງເສີມສ້າງຄົນອື່ນໃນການປະພຶດ ແລະ ການກະທຳຂອງເຈົ້າ. ນັ້ນຄືຫຼັກການສຳລັບການກະທຳ. ເຈົ້າໄດ້ເຂົ້າໃຈຄວາມໝາຍຂອງການເສີມສ້າງບໍ? (ເຂົ້າໃຈ.) ມີສອງສາມຄົນທີ່ບໍ່ຄິດຄຳນຶງວ່າຄົນອື່ນຈະໄດ້ຮັບການເສີມສ້າງຈາກການປາກເວົ້າ ແລະ ການກະທຳຂອງພວກເຂົາ ຫຼື ບໍ່, ແຕ່ຍັງອ້າງວ່າເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ. ນັ້ນບໍ່ແມ່ນການສໍ້ໂກງບໍ? ການເສີມສ້າງຄົນອື່ນໃນການປະພຶດ ແລະ ການກະທຳ, ບໍ່ມີບົດຮຽນໃຫ້ຮຽນຮູ້ຈາກສິ່ງນັ້ນບໍ? ມັນອາດເປັນການສະແດງອອກທາງພຶດຕິກຳ, ແຕ່ມັນສຳເລັດໄດ້ງ່າຍບໍ? ຖ້າຄົນໃດໜຶ່ງເຂົ້າໃຈຄວາມຈິງໜ້ອຍໜຶ່ງ, ພວກເຂົາຈະຮູ້ຈັກວິທີການເຮັດຕາມຫຼັກການ, ວິທີການເຮັດໃນລັກສະນະທີ່ເສີມສ້າງຄົນອື່ນ ແລະ ວິທີການເຮັດໃນລັກສະນະທີ່ເປັນປະໂຫຍດຕໍ່ຄົນອື່ນ. ຖ້າຄົນໃດໜຶ່ງບໍ່ເຂົ້າໃຈຄວາມຈິງ, ພວກເຂົາຈະບໍ່ຮູ້ວ່າຈະເຮັດຫຍັງ; ພວກເຂົາພຽງແຕ່ສາມາດເຮັດໂດຍອາໄສແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ບາງຄົນບໍ່ເຄີຍສະແຫວງຫາຄວາມຈິງໃນຊີວິດປະຈຳວັນຂອງພວກເຂົາ, ບໍ່ວ່າຈະເກີດຫຍັງກໍຕາມຂຶ້ນກັບພວກເຂົາ. ພວກເຂົາພຽງແຕ່ເຮັດຕາມຄວາມມັກຂອງພວກເຂົາ, ໂດຍບໍ່ສົນໃຈວ່າມັນຈະເຮັດໃຫ້ຄົນອື່ນຮູ້ສຶກແນວໃດ. ມີຫຼັກການສຳລັບການກະທຳແບບນັ້ນບໍ? ພວກເຈົ້າຄວນທີ່ຈະສາມາດເຫັນວ່າມີ ຫຼື ບໍ່, ບໍ່ແມ່ນບໍ? ພວກເຈົ້າທຸກຄົນເຕົ້າໂຮມ ແລະ ອ່ານພຣະທຳຂອງພຣະເຈົ້າຢູ່ເລື້ອຍໆ; ຖ້າພວກເຈົ້າສາມາດເຂົ້າໃຈຄວາມຈິງໜ້ອຍໜຶ່ງແທ້ໆ, ພວກເຈົ້າຈະສາມາດປະຕິບັດ ແລະ ຮັບມືກັບກິດຈະການບາງຢ່າງຕາມຫຼັກການແຫ່ງຄວາມຈິງ. ການປະຕິບັດແບບນັ້ນເຮັດໃຫ້ເຈົ້າຮູ້ສຶກແນວໃດ? ມັນເຮັດໃຫ້ຄົນອື່ນຮູ້ສຶກແນວໃດ? ຖ້າເຈົ້າພະຍາຍາມຢ່າງໜັກເພື່ອໃຫ້ຮູ້ສຶກເຖິງສິ່ງນັ້ນ, ເຈົ້າກໍຈະຮູ້ວ່າການປະຕິບັດປະເພດໃດເສີມສ້າງຄົນອື່ນ. ໂດຍປົກກະຕິແລ້ວ, ເມື່ອເກີດບາງສິ່ງຂຶ້ນກັບພວກເຈົ້າ ບໍ່ວ່າຈະເປັນຫຍັງກໍຕາມ, ພວກເຈົ້າບໍ່ໄດ້ຄິດຄຳນຶງເຖິງບັນຫາຕົວຈິງກ່ຽວກັບວິທີການກະທຳໃນລັກສະນະທີ່ມີຄວາມເປັນມະນຸດທີ່ປົກກະຕິ ຫຼື ການປະຕິບັດຄວາມຈິງ. ສະນັ້ນເມື່ອເກີດບາງສິ່ງຂຶ້ນກັບເຈົ້າ, ຖ້າຄົນໃດໜຶ່ງຖາມພວກເຈົ້າວ່າການປະຕິບັດ ຫຼື ການກະທຳປະເພດໃດຈະເສີມສ້າງຄົນອື່ນ, ເຈົ້າຈະພົບວ່າມັນຕອບໄດ້ຍາກ, ຄືກັບວ່າບໍ່ມີເສັ້ນທາງທີ່ຊັດເຈນ. ທຸກສິ່ງທີ່ເຮົາໂອ້ລົມໃນການເຕົ້າໂຮມແມ່ນບັນຫາເຫຼົ່ານີ້ທີ່ເປັນຈິງໃນຊີວິດ, ແຕ່ເມື່ອພວກເຈົ້າພົບກັບພວກມັນ, ເຈົ້າຈະບໍ່ສາມາດດຳເນີນການຕໍ່ຈັກເທື່ອ ແລະ ຄວາມຄິດຂອງເຈົ້າຈະຫວ່າງເປົ່າຢູ່ສະເໝີ. ບໍ່ໄດ້ມີຄວາມຂັດແຍ່ງກັນຢູ່ບ່ອນນັ້ນບໍ? (ມີ.) ແລ້ວພວກເຈົ້າໄດ້ຮັບຫຍັງຈາກການທີ່ເຈົ້າເຊື່ອໃນພຣະເຈົ້າ? ຫຼັກຄຳສອນສອງສາມຢ່າງ, ຄຳຂວັນສອງສາມຢ່າງ. ເຈົ້າຊ່າງຕໍ່າຕ້ອຍ ແລະ ເປັນຕາສັງເວດ!

ໃນໜຶ່ງໃນສິ່ງຕ່າງໆທີ່ພວກເຮົາສົນທະນາກັນວ່າເປັນສິ່ງທີ່ມະນຸດຖືວ່າຖືກຕ້ອງ ແລະ ດີໃນແນວຄິດຂອງເຂົາ ນັ້ນກໍຄື ການມີການສຶກສາທີ່ດີ ແລະ ມີເຫດຜົນ, ມີແນວຄິດ ແລະ ຈິນຕະນາການທີ່ສະເພາະບາງຢ່າງຂອງມະນຸດ, ພ້ອມທັງວິທີການດັ້ງເດີມບາງຢ່າງທີ່ມະນຸດມີກ່ຽວກັບການເຂົ້າໃຈພຶດຕິກຳນີ້. ໂດຍຫຍໍ້ແລ້ວ ເມື່ອເບິ່ງການສະແດງອອກທາງພຶດຕິກຳນີ້ໃນຕອນນີ້, ພວກເຮົາເຫັນໄດ້ວ່າມັນບໍ່ຮ່ວມມີຄວາມສຳພັນກັບຄວາມຈິງ ຫຼື ກັບຄວາມເປັນມະນຸດທີ່ແທ້ຈິງ. ນີ້ເປັນເພາະມັນຂາດຄວາມຈິງຢູ່ຫຼາຍ ແລະ ບໍ່ສາມາດຖືກກ່າວເຖິງໃຫ້ເປັນສິ່ງດຽວກັນກັບຄວາມຈິງໄດ້ ແລະ ນອກຈາກນັ້ນ, ພຶດຕິກຳດັ່ງກ່າວມີພື້ນຖານທີ່ບໍ່ສອດຄ່ອງກັບມາດຕະຖານໃນຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບມຸມມອງຂອງມະນຸດຕໍ່ຄົນ ແລະ ສິ່ງຕ່າງໆ, ພ້ອມທັງການປະພຶດ ແລະ ການກະທຳຂອງເຂົາ ເຊິ່ງມັນບໍ່ສາມາດເຂົ້າກັນໄດ້ໂດຍສິ້ນເຊີງ ແລະ ບໍ່ມີຄວາມສຳພັນ. ມັນເປັນພຽງພຶດຕິກຳຂອງມະນຸດ. ບໍ່ວ່າມະນຸດຈະສະແດງພຶດຕິກຳແບບນັ້ນອອກດີສໍ່າໃດກໍຕາມ ແລະ ບໍ່ວ່າເຂົາຈະປະຕິບັດມັນຢ່າງເໝາະສົມສໍ່າໃດກໍຕາມ, ມັນກໍເປັນພຽງແຕ່ພຶດຕິກຳຮູບແບບໜຶ່ງ. ມັນບໍ່ໄດ້ເຂົ້າເກນເລີຍວ່າເປັນຄວາມເປັນມະນຸດປົກກະຕິຢ່າງແທ້ຈິງ. ຖ້ອຍຄຳທີ່ໃຫ້ຄົນໆໜຶ່ງຕ້ອງມີການສຶກສາທີ່ດີ ແລະ ມີເຫດຜົນເປັນວິທີການທຳມະດາເພື່ອປະດັບພຶດຕິກຳພາຍນອກຂອງມະນຸດ. ເພື່ອສະແດງຕົນເອງໃຫ້ດູດີ ແລະ ເພື່ອເຮັດໃຫ້ຕົນເອງສວຍງາມ, ມະນຸດໄດ້ດິ້ນຮົນຢ່າງໜັກເພື່ອເປັນຄົນທີ່ມີການສຶກສາທີ່ດີ ແລະ ມີເຫດຜົນ, ເຊິ່ງດ້ວຍວິທີນັ້ນ ເຂົາກໍໄດ້ຮັບການນັບຖື ແລະ ການເຄົາລົບຈາກຄົນອື່ນ ແລະ ເພີ່ມຕຳແໜ່ງ ແລະ ຄຸນຄ່າຂອງເຂົາໃນກຸ່ມຂອງເຂົາ. ແຕ່ຂໍ້ແທ້ຈິງກໍຄືພຶດຕິກຳດັ່ງກ່າວບໍ່ໄດ້ເພີ່ມຂຶ້ນຈົນຮອດລະດັບສິນທຳ, ຄວາມຊື່ສັດ ແລະ ກຽດສັກສີທີ່ຄົນຈິງຄວນມີເລີຍ. ການມີການສຶກສາດີ ແລະ ມີເຫດຜົນເປັນຖ້ອຍຄຳທີ່ມາຈາກວັດທະນະທຳດັ້ງເດີມ ແລະ ມັນເປັນຊຸດການສະແດງອອກທາງພຶດຕິກຳທີ່ມະນຸດຊາດທີ່ເສື່ອມຊາມໄດ້ກຳນົດໄວ້ສຳລັບຕົນເອງໃຫ້ເປັນສິ່ງທີ່ເຂົາເຊື່ອວ່າຄວນເຊີດຊູ. ການສະແດງອອກທາງພຶດຕິກຳເຫຼົ່ານີ້ແມ່ນເຈດຕະນາເພື່ອເພີ່ມພູນຖານະຂອງຄົນໃດໜຶ່ງໃນກຸ່ມຂອງພວກເຂົາ ແລະ ເພີ່ມຄຸນຄ່າຂອງພວກເຂົາ, ເພື່ອວ່າພວກເຂົາອາດໄດ້ຮັບການເຄົາລົບຂອງຄົນອື່ນ ແລະ ເປັນຄົນທີ່ເຂັ້ມແຂງທີ່ສຸດໃນບັນດາຄົນທັງປວງ, ເປັນຄົນທີ່ບໍ່ມີແນວໂນ້ມວ່າຈະຖືກດູຖູກ ຫຼື ກັ່ນແກ້ງໃນກຸ່ມຂອງພວກເຂົາ. ພຶດຕິກຳພາຍນອກຂອງພວກເຂົາບໍ່ກ່ຽວຂ້ອງຫຍັງກັບສິນທຳ ຫຼື ຄຸນນະພາບຂອງມະນຸດຊາດຢ່າງເດັດຂາດ, ແຕ່ມະນຸດກໍວາງມັນໄວ້ສູງຫຼາຍ ແລະ ໃຫ້ນໍ້າໜັກມັນຫຼາຍ. ເຈົ້າກໍເຫັນດ້ວຍຕົນເອງແລ້ວວ່າຕ້ອງມີການຫຼອກລວງຫຼາຍສໍ່າໃດໃນສິ່ງນັ້ນ! ສະນັ້ນ, ຖ້າການສະແຫວງຫາໃນປັດຈຸບັນຂອງເຈົ້າຄືການເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ ແລະ ເຈົ້າກຳລັງຄວບຄຸມພຶດຕິກຳຂອງເຈົ້າ, ດິ້ນຮົນຢ່າງໜັກໃນການສະແຫວງຫາ ແລະ ການປະຕິບັດຂອງເຈົ້າເພື່ອໄປຫາເປົ້າໝາຍຂອງການມີການສຶກສາທີ່ດີ ແລະ ມີເຫດຜົນ, ເຮົາກໍກະຕຸ້ນໃຫ້ເຈົ້າເຊົາເຮັດເຊັ່ນນັ້ນໃນທັນທີ. ພຶດຕິກຳ ແລະ ວິທີການດັ່ງກ່າວພຽງແຕ່ສາມາດເຮັດໃຫ້ເຈົ້າເອງໂດດເດັ່ນຫຼາຍຂຶ້ນເລື້ອຍໆ ແລະ ເຮັດໃຫ້ເຈົ້າກາຍເປັນຄົນໜ້າຊື່ໃຈຄົດຫຼາຍຂຶ້ນເລື້ອຍໆ ແລະ ເມື່ອເກີດສິ່ງນັ້ນຂຶ້ນ, ເຈົ້າຈະເລີ່ມອອກຫ່າງຈາກການເປັນຄົນຊື່ສັດ, ຄົນທຳມະດາ, ຄົນເປີດເຜີຍຫຼາຍຂຶ້ນ. ຍິ່ງເຈົ້າດິ້ນຮົນເພື່ອເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນຫຼາຍສໍ່າໃດກໍຕາມ, ເຈົ້າກໍຍິ່ງຈະເຮັດໃຫ້ຕົນເອງໂດດເດັ່ນຫຼາຍສໍ່ານັ້ນ ແລະ ຍິ່ງເຈົ້າເຮັດໃຫ້ຕົນເອງໂດດເດັ່ນສໍ່າໃດ ນັ້ນກໍຄື ຍິ່ງເຈົ້າເຮັດໃຫ້ຕົນເອງໂດດເດັ່ນຢ່າງເລິກຊຶ້ງສໍ່າໃດ, ມັນກໍຍິ່ງຍາກທີ່ຈະເຮັດໃຫ້ຄົນອື່ນປະເມີນເຈົ້າ ຫຼື ເຂົ້າໃຈເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະຖືກປິດບັງໄວ້ເລິກສໍ່ານັ້ນ. ໃຫ້ເຮັດເຊັ່ນນັ້ນ ແລະ ມັນຈະຍາກຫຼາຍທີ່ຈະບັນລຸການຍອມຮັບຄວາມຈິງ ແລະ ຄວາມລອດພົ້ນ. ສະນັ້ນດ້ວຍການເປີດເຜີຍປະເດັນເຫຼົ່ານີ້, ຫົນທາງຂອງການພະຍາຍາມເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນເປັນສິ່ງດຽວກັນກັບຫົນທາງຂອງການສະແຫວງຫາຄວາມຈິງບໍ? ມັນເປັນການສະແຫວງຫາທີ່ຖືກຕ້ອງບໍ? ນອກຈາກທາດແທ້ທີ່ລົບໆຂອງມັນ ແລະ ຜົນຮັບທີ່ລົບໆຂອງມັນ, ບໍ່ແມ່ນມີການຫຼອກລວງຫຼາຍຂຶ້ນຕໍ່ຄົນອື່ນ ແລະ ຕົນເອງຢູ່ເບື້ອງຫຼັງພຶດຕິກຳທີ່ມີການສຶກສາດີ ແລະ ມີເຫດຜົນບໍ? (ມີ.) ຄົນທີ່ມີການສຶກສາດີ ແລະ ມີເຫດຜົນເຊື່ອງຄວາມລັບທີ່ບໍ່ສາມາດເວົ້າອອກໄດ້ຫຼາຍຢ່າງຢູ່ຫຼັງຕົນເອງ ແລະ ຫຼາຍໄປກວ່ານັ້ນ, ພວກເຂົາປິດບັງຄວາມຄິດ, ແນວຄິດ, ມຸມມອງ, ທ່າທີ່ ແລະ ແນວຄວາມຄິດທີ່ຜິດພາດທຸກລັກສະນະທີ່ຄົນອື່ນບໍ່ຮູ້, ທີ່ຕໍ່າຊ້າ, ໜ້າສະອິດສະອຽນ ແລະ ເປັນຕາລັງກຽດຕໍ່ຄົນອື່ນ. ເບື້ອງຫຼັງພຶດຕິກຳທີ່ດີໆຂອງຄົນທີ່ມີການສຶກສາດີ ແລະ ມີເຫດຜົນແມ່ນມີອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ພາຍໃຕ້ການປົກປິດຂອງການສະແດງອອກທາງພຶດຕິກຳນນັ້ນ, ຄົນນັ້ນບໍ່ມີຄວາມກ້າຫານທີ່ຈະຜະເຊີນໜ້າກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ພວກເຂົາບໍ່ມີຄວາມກ້າຫານທີ່ຈະຍອມຮັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາມີຄວາມກ້າຫານ ແລະ ຄວາມໝັ້ນໃຈທີ່ຈະເປີດໃຈກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ກ່ຽວກັບຄວາມຮູ້ທີ່ແປກປະຫຼາດຂອງພວກເຂົາ, ກ່ຽວກັບຄວາມຄິດ, ເຈດຕະນາ ແລະ ເປົ້າໝາຍທີ່ຊົ່ວຮ້າຍຂອງພວກເຂົາ ຫຼື ອາດເຖິງກັບເປີດໃຈກ່ຽວກັບຄວາມຄິດທີ່ມຸ່ງຮ້າຍ ແລະ ເປັນພິດຂອງພວກເຂົາ. ພວກເຂົາມີຫຼາຍຢ່າງທີ່ເຊື່ອງຢູ່ເບື້ອງຫຼັງພວກເຂົາ ແລະ ບໍ່ມີຜູ້ໃດສາມາດເຫັນພວກມັນໄດ້: ສິ່ງດຽວທີ່ຄົນເຫັນຄືຄົນທີ່ເອີ້ນຜິດໆວ່າເປັນ “ຄົນດີ” ຕໍ່ໜ້າພວກເຂົາ, ເຊິ່ງມີພຶດຕິກຳທີ່ດີຂອງການມີການສຶກສາດີ ແລະ ມີເຫດຜົນ. ນີ້ບໍ່ແມ່ນກໍລະນີການຫຼອກລວງບໍ? (ແມ່ນ.) ທັງໝົດໃນພຶດຕິກຳ, ການປະຕິບັດ, ການສະແຫວງຫາ ແລະ ແກ່ນແທ້ຂອງຄົນນັ້ນຄືກໍລະນີການຫຼອກລວງ. ພວກເຂົາກຳລັງຫຼອກລວງຄົນອື່ນ ແລະ ພວກເຂົາກຳລັງຫຼອກລວງຕົນເອງ. ແມ່ນຫຍັງຈະເປັນຜົນຮັບທີ່ສຸດສຳລັບຄົນແບບນັ້ນ? ເພື່ອເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ, ພວກເຂົາກໍປະຖິ້ມພຣະເຈົ້າ, ຫັນຫຼັງຂອງພວກເຂົາໃສ່ຄວາມຈິງ ແລະ ເປັນທີ່ລັງກຽດ ແລະ ປະຕິເສດໂດຍພຣະເຈົ້າ. ໃນທຸກໆມຸມທີ່ເຊື່ອງໄວ້ຢູ່ເບື້ອງຫຼັງພຶດຕິກຳທີ່ດີຂອງການມີການສຶກສາທີ່ດີ ແລະ ມີເຫດຜົນ, ມະນຸດປິດບັງເຕັກນິກ ແລະ ພຶດຕິກຳໃນການອຳພາງ ແລະ ການຫຼອກລວງຂອງພວກເຂົາ ແລະ ເມື່ອເຂົາເຮັດແບບນັ້ນ, ເຂົາກໍປິດບັງອຸປະນິໄສຂອງເຂົາທີ່ອວດດີ, ຊົ່ວຮ້າຍ, ເບື່ອໜ່າຍຄວາມຈິງ, ດຸຮ້າຍ ແລະ ຫົວດື້. ສະນັ້ນ, ຍິ່ງຄົນໆໜຶ່ງມີການສຶກສາດີ ແລະ ມີເຫດຜົນຫຼາຍສໍ່າໃດ, ພວກເຂົາກໍຍິ່ງຫຼອກລວງຫຼາຍສໍ່ານັ້ນ ແລະ ຍິ່ງຄົນໆໜຶ່ງດິ້ນຮົນເພື່ອເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ, ພວກເຂົາກໍຍິ່ງເປັນຜູ້ຮັກຄວາມຈິງໜ້ອຍສໍ່ານັ້ນ ແລະ ພວກເຂົາຍິ່ງເປັນຄົນທີ່ເບື່ອໜ່າຍຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຫຼາຍສໍ່ານັ້ນ. ບອກເຮົາເບິ່ງວ່າ ນັ້ນບໍ່ແມ່ນລັກສະນະທີ່ມັນເປັນບໍ? (ແມ່ນ.) ພວກເຮົາຈະສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບພຶດຕິກຳທີ່ດີຂອງການມີການສຶກສາດີ ແລະ ມີເຫດຜົນຢູ່ບ່ອນນີ້ສຳລັບຕອນນີ້.

ໃນຕອນນີ້ເອງ, ພວກເຮົາໄດ້ໂອ້ລົມເຖິງໜຶ່ງຖ້ອຍຄຳກ່ຽວກັບພຶດຕິກຳທີ່ດີໃນວັດທະນະທຳດັ້ງເດີມ: ການມີການສຶກສາດີ ແລະ ມີເຫດຜົນ. ພວກເຮົາຈະໂອ້ລົມແຍກກ່ຽວກັບອີກສອງສາມຢ່າງ. ໃນຖານະກຸ່ມໜຶ່ງ, ຖ້ອຍຄຳທັງໝົດກ່ຽວກັບພຶດຕິກຳທີ່ດີເປັນພຽງວິທີການປະດັບພຶດຕິກຳ ແລະ ຮູບພາບພາຍນອກຂອງມະນຸດ. “ປະດັບ” ເປັນການຮຽງວະລີໃຫ້ກັບພຶດຕິກຳນັ້ນໄດ້ຢ່າງສວຍງາມ; ຖ້າຈະເວົ້າມັນໃຫ້ຖືກຕ້ອງຂຶ້ນ, ໃນຄວາມເປັນຈິງແລ້ວ ມັນເປັນຮູບແບບໜຶ່ງຂອງການອຳພາງ, ວິທີການໃຊ້ສ່ວນໜ້າຈອມປອມເພື່ອລໍ້ລວງຄົນອື່ນໃຫ້ຮູ້ສຶກດີກ່ຽວກັບຕົນເອງ, ຫຼອກລວງພວກເຂົາໃຫ້ປະເມີນຕົນເອງເປັນຢ່າງດີ, ຫຼອກລວງໃຫ້ພວກເຂົາເຄົາລົບຕົນເອງ, ເຊິ່ງດ້ານມືດໃນຫົວໃຈຂອງຄົນໆໜຶ່ງ, ອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ ແລະ ໃບໜ້າທີ່ແທ້ຈິງຂອງຄົນໆໜຶ່ງແມ່ນລ້ວນແລ້ວແຕ່ເຊື່ອງໄວ້ ແລະ ຫໍ່ໄວ້ຢ່າງສວຍງາມ. ພວກເຮົາອາດສະຫຼຸບມັນໄດ້ໃນລັກສະນະນີ້ເຊັ່ນກັນ: ສິ່ງທີ່ເຊື່ອງຢູ່ພາຍໃຕ້ລັດສະໝີຂອງພຶດຕິກຳທີ່ດີເຫຼົ່ານີ້ແມ່ນໃບໜ້າທີ່ເສື່ອມຊາມຢ່າງແທ້ຈິງຂອງສະມາຊິກທຸກຄົນຂອງມະນຸດຊາດທີ່ເສື່ອມຊາມ. ສິ່ງທີ່ເຊື່ອງຢູ່ແມ່ນສະມາຊິກທຸກຄົນຂອງມະນຸດຊາດທີ່ເສື່ອມຊາມທີ່ມີອຸປະນິໄສທີ່ອວດດີ, ອຸປະນິໄສທີ່ຫຼອລວງ, ອຸປະນິໄສທີ່ດຸຮ້າຍ ແລະ ອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ມັນບໍ່ສຳຄັນວ່າພຶດຕິກຳພາຍນອກຂອງຄົນໆໜຶ່ງຈະມີການສຶກສາດີ ແລະ ມີເຫດຜົນ ຫຼື ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ແລະ ພວກເຂົາມີອັດທະຍາໄສດີ, ສາມາດເຂົ້າເຖິງໄດ້, ເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມ ຫຼື ສິ່ງອື່ນໆທີ່ມີລັກສະນະແບບນັ້ນ, ເຊິ່ງບໍ່ວ່າພວກມັນຈະພິສູດສິ່ງໃດກໍຕາມ, ມັນບໍ່ໄດ້ເປັນຫຼາຍກວ່າພຶດຕິກຳພາຍນອກທີ່ຄົນອື່ນສາມາດເຫັນໄດ້. ມັນບໍ່ສາມາດນໍາພວກເຂົາຜ່ານພຶດຕິກຳທີ່ດີໄປຫາຄວາມຮູ້ກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ເຖິງແມ່ນມະນຸດດູດີໃນພຶດຕິກຳພາຍນອກຂອງການມີການສຶກສາດີ ແລະ ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ສາມາດເຂົ້າເຖິງໄດ້ ແລະ ມີອັດທະຍາໄສດີຈົນໂລກມະນຸດທັງປວງຖືກພວກເຂົາ, ສິ່ງທີ່ບໍ່ສາມາດປະຕິເສດໄດ້ກໍຄືອຸປະນິໄສທີ່ເສື່ອມຊາມຂອງມະນຸດມີຢູ່ພາຍໃຕ້ການປົກປິດຂອງພຶດຕິກຳທີ່ດີເຫຼົ່ານີ້ແທ້ໆ. ການທີ່ມະນຸດເບື່ອໜ່າຍຄວາມຈິງ, ການຕໍ່ຕ້ານ ແລະ ຄວາມກະບົດຂອງເຂົາຕໍ່ພຣະເຈົ້າ, ທຳມະຊາດ ແລະ ແກ່ນແທ້ຂອງເຂົາທີ່ເບື່ອໜ່າຍພຣະທຳທີ່ພຣະຜູ້ສ້າງເວົ້າອອກມາ ແລະ ແກ່ນແທ້ທີ່ຕໍ່ຕ້ານພຣະຜູ້ສ້າງ, ສິ່ງເຫຼົ່ານີ້ມີຢູ່ບ່ອນນັ້ນແທ້ໆ. ບໍ່ມີຫຍັງທີ່ບໍ່ເປັນຈິງກ່ຽວກັບສິ່ງນັ້ນ. ບໍ່ວ່າຄົນໃດໜຶ່ງຈະທຳທ່າມັນໄດ້ດີສໍ່າໃດກໍຕາມ, ບໍ່ວ່າຈະເປັນຕານໍາສະເໜີສໍ່າໃດ ຫຼື ກາຍມາເປັນພຶດຕິກຳຂອງພວກເຂົາ, ບໍ່ວ່າພວກເຂົາຈະສະແດງຕົນເອງວ່າດີ ຫຼື ສວຍງາມສໍ່າໃດ ຫຼື ບໍ່ວ່າພວກເຂົາຈະຫຼອກລວງສໍ່າໃດກໍຕາມ, ສິ່ງທີ່ບໍ່ສາມາດປະຕິເສດໄດ້ກໍຄືທຸກໆຄົນທີ່ເສື່ອມຊາມເຕັມໄປດ້ວຍອຸປະນິໄສທີ່ຊົ່ວຮ້າຍ. ພາຍໃຕ້ໜ້າກາກຂອງພຶດຕິກຳພາຍນອກເຫຼົ່ານີ້, ພວກເຂົາຍັງຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ, ຕໍ່ຕ້ານ ແລະ ກະບົດຕໍ່ພຣະຜູ້ສ້າງ. ແນ່ນອນ, ດ້ວຍພຶດຕິກຳທີ່ດີເຫຼົ່ານີ້ເປັນຜ້າຄຸມຂອງມັນ ແລະ ການປົກປິດຂອງມັນ, ມະນຸດຊາດສະແດງອຸປະນິໄສທີ່ເສື່ອມຊາມອອກທຸກມື້, ທຸກຊົ່ວໂມງ ແລະ ທຸກຊ່ວງເວລາ, ທຸກນາທີ ແລະ ວິນາທີ, ໃນທຸກເລື່ອງ, ໃນລະຫວ່າງທີ່ພວກເຂົາໃຊ້ຊີວິດຢູ່ທ່າມກາງອຸປະນິໄສທີ່ເສື່ອມຊາມ ແລະ ຄວາມຜິດບາບ. ນີ້ຄືຂໍ້ແທ້ຈິງທີ່ບໍ່ສາມາດໂຕ້ແຍ່ງໄດ້. ໃນບັນດາພຶດຕິກຳທີ່ພໍຈະອວດໄດ້, ຄຳເວົ້າທີ່ສ້າງຄວາມພໍໃຈ ແລະ ລັກສະນະພາຍນອກທີ່ຈອມປອມ, ອຸປະນິໄສທີ່ເສື່ອມຊາມຂອງເຂົາບໍ່ໄດ້ບັນເທົາລົງແມ່ນແຕ່ໜ້ອຍດຽວ ແລະ ມັນບໍ່ປ່ຽນແປງເລີຍເນື່ອງຈາກພຶດຕິກຳພາຍນອກເຫຼົ່ານັ້ນຂອງເຂົາ. ໃນທາງກົງກັນຂ້າມ, ມັນເປັນເພາະເຂົາມີການປົກປິດຂອງພຶດຕິກຳດີໆພາຍນອກເຫຼົ່ານີ້ທີ່ອຸປະນິໄສທີ່ເສື່ອມຊາມຂອງເຂົາໄດ້ສະແດງອອກມາຢ່າງສະໝໍ່າສະເໝີ ແລະ ເຂົາບໍ່ເຄີຍຢຸດບາດກ້າວຂອງເຂົາໃນການເຮັດຊົ່ວ ແລະ ການຕໍ່ຕ້ານພຣະເຈົ້າ ແລະ ແນ่ນອນແມ່ນຖືກຄວບຄຸມໂດຍອຸປະນິໄສທີ່ຕໍ່າຊ້າ ແລະ ຊົ່ວຮ້າຍຂອງເຂົາ, ຄວາມທະເຍີທະຍານຂອງເຂົາ, ຄວາມປາດຖະໜາ ແລະ ຄວາມຕ້ອງການທີ່ເກີນຕົວກໍຂະຫຍາຍ ແລະ ພັດທະນາຢ່າງສະໝໍ່າສະເໝີ. ບອກເຮົາເບິ່ງວ່າຄົນທີ່ນອບນ້ອມ, ມີອັດທະຍາໄສດີ ແລະ ສາມາດເຂົ້າເຖິງໄດ້ທີ່ມີພາບລັກໃນການໃຊ້ຊີວິດ ແລະ ທີ່ມີພື້ນຖານສຳລັບການປະພຶດ ແລະ ການກະທຳຂອງພວກເຂົາເປັນບວກ ແລະ ສອດຄ່ອງກັບພຣະທຳຂອງພຣະເຈົ້າແມ່ນຢູ່ໃສ? ຄົນທີ່ມີການສຶກສາດີ, ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍທີ່ຮັກຄວາມຈິງ, ຄົນທີ່ເຕັມໃຈຈະຊອກຫາທິດທາງ ແລະ ເປົ້າໝາຍສຳລັບຊີວິດຂອງພວກເຂົາໃນພຣະທຳຂອງພຣະເຈົ້າ, ຄົນທີ່ໄດ້ປະກອບສ່ວນໃນຄວາມລອດພົ້ນຂອງມະນຸດຊາດແມ່ນຢູ່ໃສ? ເຈົ້າສາມາດຊອກຫາຄົນເຊັ່ນນັ້ນໄດ້ແມ່ນແຕ່ຄົນດຽວບໍ? (ບໍ່.) ຂໍ້ແທ້ຈິງກໍຄືໃນບັນດາມະນຸດຊາດ, ຍິ່ງຄົນໃດໜຶ່ງມີຄວາມຮູ້ຫຼາຍສໍ່າໃດ; ຍິ່ງພວກເຂົາມີການສຶກສາຫຼາຍສໍ່າໃດ; ແລະ ຍິ່ງພວກເຂົາມີແນວຄິດ, ສະຖານະ ແລະ ຊື່ສຽງຫຼາຍສໍ່າໃດ, ເຖິງແມ່ນວ່າພວກເຂົາອາດຖືກເອີ້ນວ່າຄົນທີ່ມີການສຶກສາດີ ແລະ ມີເຫດຜົນ, ມີອັດທະຍາໄສດີ, ພວກເຂົາກໍຍິ່ງຂຽນຄຳກ່າວອ້າງເພື່ອຫຼອກລວງຄົນຫຼາຍສໍ່ານັ້ນ ແລະ ພວກເຂົາເຮັດຊົ່ວຫຼາຍສໍ່ານັ້ນ ແລະ ການຕໍ່ຕ້ານຂອງພວກເຂົາຕໍ່ພຣະເຈົ້າກໍຍິ່ງຮຸນແຮງສໍ່ານັ້ນ. ຄົນທີ່ມີຊື່ສຽງ ແລະ ສະຖານະຫຼາຍຂຶ້ນກໍຫຼອກລວງຄົນອື່ນຫຼາຍຍິ່ງຂຶ້ນ ແລະ ຕໍ່ຕ້ານພຣະເຈົ້າຢ່າງບ້າປ່ວງຫຼາຍຂຶ້ນ. ເບິ່ງທີ່ຄົນທີ່ມີຊື່ສຽງ, ຄົນທີ່ຍິ່ງໃຫຍ່, ນັກຄິດ, ຜູ້ໃຫ້ການສຶກສາ, ນັກຂຽນ, ນັກປະຕິວັດ, ລັດຖະບຸລຸດ ຫຼື ຜູ້ມີຊື່ສຽງຄົນໃດໜຶ່ງໃນຂະແໜງໜຶ່ງໆໃນບັນດາມະນຸດຊາດ, ຜູ້ໃດໃນບັນດາພວກເຂົາທີ່ບໍ່ມີການສຶກສາທີ່ດີ ແລະ ມີເຫດຜົນ, ສາມາດເຂົ້າເຖິງໄດ້ ແລະ ມີອັດທະຍາໄສດີ? ຜູ້ໃດໃນບັນດາຄົນເຫຼົ່ານັ້ນທີ່ບໍ່ປະພຶດອອກມາພາຍນອກໃນລັກສະນະທີ່ໄດ້ຮັບການຍົກຍ້ອງຂອງຄົນອື່ນ ແລະ ຄູ່ຄວນແກ່ການເຄົາລົບຂອງຄົນອື່ນ? ແຕ່ພວກເຂົາປະກອບສ່ວນຫຍັງແທ້ໆຕໍ່ມະນຸດຊາດ? ພວກເຂົາໄດ້ນໍາພາມະນຸດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ຫຼື ພວກເຂົາໄດ້ພາມະນຸດຊາດໃຫ້ຫຼົງທາງ? (ຫຼົງທາງ.) ພວກເຂົາໄດ້ພາມະນຸດຊາດເຂົ້າສູ່ສິດອຳນາດຂອງພຣະຜູ້ສ້າງ ຫຼື ພວກເຂົາໄດ້ພາມະນຸດຊາດໄປຢູ່ໃຕ້ຕີນຂອງຊາຕານ? (ໃຕ້ຕີນຂອງຊາຕານ.) ພວກເຂົາໄດ້ປ່ອຍໃຫ້ມະນຸດຊາດມີສ່ວນໃນອຳນາດສູງສຸດ, ການສະໜອງ ແລະ ການຊີ້ນໍາຂອງພຣະຜູ້ສ້າງ ຫຼື ພວກເຂົາປ່ອຍໃຫ້ມະນຸດຊາດຜະເຊີນໜ້າກັບການຢຽບຢໍ່າ, ຄວາມໂຫດຮ້າຍ ແລະ ການລ່ວງລະເມີດຂອງຊາຕານ? ໃນບັນດາວິລະບຸລຸດທັງໝົດ, ຄົນທີ່ມີຊື່ສຽງ, ຄົນທີ່ຍິ່ງໃຫຍ່, ຄົນທີ່ສູງສົ່ງ, ຄົນທີ່ໂດດເດັ່ນ, ຄົນທີ່ມີອຳນາດໃນປະຫວັດສາດ, ສິດອຳນາດ ແລະ ສະຖານະໃດຂອງພວກເຂົາທີ່ບໍ່ໄດ້ຮັບມາຈາກການສັງຫານຄົນຫຼາຍລ້ານຄົນ? ສິ່ງໃດໃນຊື່ສຽງຂອງພວກເຂົາທີ່ບໍ່ໄດ້ຮັບມາຈາກການຫຼອກລວງ, ການລໍ້ລວງ ແລະ ການຊັກນໍາຂອງມະນຸດຊາດຂອງພວກເຂົາ? ຈາກພາຍນອກ, ພວກເຂົາເບິ່ງຄືສາມາດເຂົ້າເຖິງໄດ້ໃນການຜະເຊີນໜ້າໃນປະຈຳວັນກັບຄົນອື່ນ ແລະ ຂ້ອນຂ້າງສະບາຍ, ເຮັດໃຫ້ຕົນເອງຢູ່ໃນຖານະທີ່ເທົ່າທຽມກັບຄົນອື່ນ ແລະ ມີອັດທະຍາໄສດີໃນການປາກເວົ້າຂອງພວກເຂົາ, ແຕ່ສິ່ງທີ່ພວກເຂົາເຮັດຢູ່ເບື້ອງຫຼັງສາກກໍລ້ວນແລ້ວແຕ່ແຕກຕ່າງກັນ. ພວກເຂົາບາງຄົນວາງແຜນທີ່ຈະເຮັດໃຫ້ຄົນອື່ນຕິດກັບດັກ; ບາງຄົນກໍມີສ່ວນຮ່ວມໃນກົນອຸບາຍເພື່ອປຸ້ນສະດົມ ແລະ ທຳຮ້າຍຄົນອື່ນ; ຄົນອື່ນກໍຊອກຫາໂອກາດເພື່ອແກ້ແຄ້ນ. ລັດຖະບຸລຸດສ່ວນໃຫຍ່ໂຫດຮ້າຍ ແລະ ເປັນອັນຕະລາຍຕໍ່ຄົນຈົນນັບບໍ່ຖ້ວນ. ພວກເຂົາໄດ້ຮັບສະຖານະ ແລະ ອິດທິພົນຂອງພວກເຂົາທີ່ຢັ່ງຕີນຂອງພວກເຂົາໄວ້ຢ່າງໜັກແໜ້ນໃນຫົວຄົນຈຳນວນບໍ່ຖ້ວນ ແລະ ໃນເລືອດຂອງພວກເຂົາ, ແຕ່ໃນສະພາບແວດລ້ອມສາທາລະນະ ສິ່ງທີ່ຄົນເຫັນຄືລັກສະນະທ່າທາງທີ່ສາມາດເຂົ້າເຖິງໄດ້ ແລະ ພຶດຕິກຳທີ່ມີອັດທະຍາໄສດີຂອງພວກເຂົາ. ສິ່ງທີ່ຄົນເຫັນຄືສ່ວນທີ່ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ມີການສຶກສາດີ ແລະ ມີເຫດຜົນ, ຖ່ອມຕົວທີ່ພວກເຂົາສະແດງອອກ. ໃນພາຍນອກນັ້ນ, ພວກເຂົານອບນ້ອມ ແລະ ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ແຕ່ລັບຫຼັງນັ້ນ ພວກເຂົາສັງຫານຄົນຈຳນວນນັບບໍ່ຖ້ວນ, ຍຶດເອົາຊັບສິນຂອງຄົນທີ່ນັບບໍ່ຖ້ວນ ແລະ ຢອກຫຼິ້ນກັບຄົນຈຳນວນນັບບໍ່ຖ້ວນ. ພວກເຂົາເວົ້າວ່າທຸກໆຄຳເວົ້າທີ່ສວຍງາມ ແລະ ເຮັດທຸກໆສິ່ງທີ່ຊົ່ວຮ້າຍ ແລະ ດ້ວຍຄວາມໄຮ້ຢາງອາຍ ແລະ ດ້ວຍຄວາມໜ້າດ້ານ, ພວກເຂົາເທດສະໜາຈາກເວທີຂອງພວກເຂົາ, ສັ່ງສອນຄົນອື່ນກ່ຽວກັບວິທີການເປັນຄົນທີ່ສາມາດເຂົ້າເຖິງໄດ້, ມີການສຶກສາດີ ແລະ ມີເຫດຜົນ, ວິທີການເປັນຄົນທີ່ປະກອບສ່ວນໃນປະເທດ ແລະ ມະນຸດຊາດ, ວິທີການຮັບໃຊ້ຜູ້ຄົນ ແລະ ເປັນຜູ້ຮັບໃຊ້ຂອງສາທາລະນະ, ວິທີການອຸທິດຕົນເອງໃຫ້ປະເທດຊາດ. ນັ້ນບໍ່ແມ່ນຄວາມໄຮ້ຢາງອາຍບໍ? ພວກເຂົາຫຼາຍຄົນຊ່າງເປັນເສດສະວະທີ່ໜ້າດ້ານ ແລະ ບໍ່ຮູ້ຈັກພໍ! ເວົ້າສັ້ນໆກໍຄື ເພື່ອເປັນຄົນທີ່ມີພຶດຕິກຳດີທີ່ປະຕິບັດຕາມແນວຄິດດັ້ງເດີມທີ່ມີສິນທຳບໍ່ແມ່ນການສະແຫວງຫາຄວາມຈິງ; ມັນບໍ່ແມ່ນການພະຍາຍາມເປັນສິ່ງຖືກສ້າງທີ່ແທ້ຈິງ. ໃນທາງກົງກັນຂ້າມ, ຄວາມລັບທີ່ມືດ ແລະ ບໍ່ສາມາດກ່າວເຖິງໄດ້ຫຼາຍຢ່າງແມ່ນເຊື່ອງຢູ່ຫຼັງການສະແຫວງຫາພຶດຕິກຳດີໆເຫຼົ່ານີ້. ບໍ່ວ່າມະນຸດຈະສະແຫວງຫາພຶດຕິກຳທີ່ດີປະເພດໃດກໍຕາມ, ເປົ້າໝາຍເບື້ອງຫຼັງມັນບໍ່ໄດ້ເປັນຫຼາຍກວ່າເພື່ອຮັບຄວາມຮັກໄຄ່ ແລະ ການເຄົາລົບຂອງອີກຫຼາຍຄົນ, ເພື່ອເພິ່ມຈຸດຢືນຂອງພວກເຂົາເອງ ແລະ ເພື່ອເຮັດໃຫ້ຄົນຄິດວ່າພວກເຂົາເປັນຕາເຄົາລົບ ແລະ ຄູ່ຄວນແກ່ຄວາມໄວ້ວາງໃຈ ແລະ ການຝາກຝັງ. ຖ້າເຈົ້າພະຍາຍາມເປັນຄົນທີ່ປະພຶດດີເຊັ່ນນັ້ນ, ສິ່ງນີ້ບໍ່ໄດ້ມີຄຸນນະພາບດຽວກັນກັບຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ບໍ? ຖ້າເຈົ້າເປັນຄົນທີ່ພຽງແຕ່ປະພຶດດີ, ແຕ່ບໍ່ຮັກພຣະທຳຂອງພຣະເຈົ້າ ແລະ ບໍ່ຍອມຮັບຄວາມຈິງ, ແລ້ວໃນທາງຄຸນນະພາບແລ້ວ ເຈົ້າກໍເປັນຄືກັນກັບພວກເຂົາ. ແລ້ວຜົນຮັບຈະແມ່ນຫຍັງ? ສິ່ງທີ່ເຈົ້າປະຖິ້ມແມ່ນຄວາມຈິງ; ສິ່ງທີ່ເຈົ້າສູນເສຍຄືໂອກາດຂອງເຈົ້າເພື່ອຮັບຄວາມລອດພົ້ນ. ນີ້ເປັນພຶດຕິກຳທີ່ໂງ່ຈ້າທີ່ສຸດ, ມັນເປັນຕົວເລືອກ ແລະ ການສະແຫວງຫາຂອງຄົນປັນຍາອ່ອນ. ພວກເຈົ້າເຄີຍຕ້ອງການເປັນຄົນທີ່ຍິ່ງໃຫຍ່, ມີຊື່ສຽງ ແລະ ໃຫຍ່ໂຕເທິງເວທີ, ເຊິ່ງເປັນຄົນທີ່ເຈົ້າຊົມເຊີຍເປັນເວລາຍາວນານບໍ? ຄົນນັ້ນມີອັດທະຍາໄສດີ ແລະ ສາມາດເຂົ້າເຖິງໄດ້ບໍ? ຄົນນັ້ນນອບນ້ອມ, ອ່ອນໂຍນ ແລະ ສຸພາບຮຽບຮ້ອບ, ມີການສຶກສາດີ ແລະ ມີເຫດຜົນບໍ? ຄົນນັ້ນເບິ່ງຄືເປັນມິດ ແລະ ເປັນຕາຮັກຈາກພາຍນອກບໍ? ພວກເຈົ້າບໍ່ໄດ້ຕິດຕາມ ແລະ ນະມັດສະການຄົນເຊັ່ນນີ້ກ່ອນໜ້ານີ້ບໍ? (ແມ່ນ.) ຖ້າເຈົ້າຍັງຮັກຄົນແບບນີ້ໃນຕອນນີ້, ຍັງເຄົາລົບບູຊາຄົນແບບນີ້, ເຮົາກໍຈະບອກເຈົ້າວ່າ: ເຈົ້າບໍ່ໄດ້ຫ່າງຈາກຄວາມຕາຍຫຼາຍ, ເພາະຄົນທີ່ເຈົ້າເຄົາລົບບູຊາຄືຄົນຊົ່ວຮ້າຍທີ່ທຳທ່າວ່າເປັນຄົນດີ. ພຣະເຈົ້າຈະບໍ່ຊ່ວຍຄົນຊົ່ວຮ້າຍໃຫ້ລອດພົ້ນໄດ້. ຖ້າເຈົ້າເຄົາລົບບູຊາຄົນຊົ່ວຮ້າຍ ແລະ ບໍ່ຍອມຮັບຄວາມຈິງ, ໃນທີ່ສຸດແລ້ວ ເຈົ້າກໍຈະຖືກທຳລາຍເຊັ່ນກັນ.

ແກ່ນແທ້ທີ່ຢູ່ເບື້ອງຫຼັງພຶດຕິກຳທີ່ດີ ເຊັ່ນ: ການເປັນຄົນທີ່ສາມາດເຂົ້າເຖິງໄດ້ ແລະ ການມີອັດທະຍາໄສດີ ແມ່ນສາມາດອະທິບາຍໄດ້ດ້ວຍຄຳເວົ້າດຽວ: ການທຳທ່າ. ພຶດຕິກຳທີ່ດີດັ່ງກ່າວບໍ່ໄດ້ເກີດຈາກພຣະທຳຂອງພຣະເຈົ້າ ແລະ ບໍ່ໄດ້ເປັນຜົນມາຈາກການປະຕິບັດຄວາມຈິງ ຫຼື ການເຮັດຕາມຫຼັກການ. ມັນເກີດຈາກຫຍັງ? ມັນມາຈາກແຮງຈູງໃຈຂອງຜູ້ຄົນ, ແຜນອຸບາຍ, ຈາກການທີ່ພວກເຂົາທຳທ່າ, ສະແດງ, ຫຼອກລວງ. ເມື່ອຄົນຍຶດຕິດກັບພຶດຕິກຳທີ່ດີເຫຼົ່ານີ້, ຈຸດປະສົງແມ່ນເພື່ອຮັບສິ່ງຕ່າງໆທີ່ພວກເຂົາຕ້ອງການ; ຖ້າບໍ່ແມ່ນ, ພວກເຂົາຈະບໍ່ທົນທຸກຕົນເອງໃນລັກສະນະນີ້ຈັກເທື່ອ ແລະ ໃຊ້ຊີວິດຂັດກັບຄວາມປາດຖະໜາຂອງພວກເຂົາເອງ. ມັນໝາຍຄວາມວ່າແນວໃດທີ່ໃຊ້ຊີວິດຂັດກັບຄວາມປາດຖະໜາຂອງພວກເຂົາເອງ? ມັນຄື ທຳມະຊາດທີ່ແທ້ຈິງຂອງພວກເຂົາບໍ່ແມ່ນການປະພຶດດີ, ການທີ່ບໍ່ມີເລ່ຫຼ່ຽມ, ການເປັນຄົນອ່ອນໂຍນ, ໃຈດີ ແລະ ມີຄຸນນະທຳຕາມທີ່ຄົນຈິນຕະນາການ. ພວກເຂົາບໍ່ໄດ້ໃຊ້ຊີວິດຕາມຈິດສຳນຶກ ແລະ ຄວາມສຳນຶກ; ໃນທາງກົງກັນຂ້າມ, ພວກເຂົາໃຊ້ຊີວິດເພື່ອບັນລຸຈຸດປະສົງ ຫຼື ຄວາມຕ້ອງການໃດໜຶ່ງ. ແມ່ນຫຍັງຄືທຳມະຊາດທີ່ແທ້ຈິງຂອງມະນຸດ? ມັນຄືຄວາມໂງ່ ແລະ ຄວາມບໍ່ສົນໃຈ. ຖ້າບໍ່ມີກົດເກນ ແລະ ບັນຍັດທີ່ພຣະເຈົ້າປະທານໃຫ້, ຄົນຈະບໍ່ຮູ້ວ່າຄວາມຜິດບາບແມ່ນຫຍັງ. ນີ້ບໍ່ແມ່ນສິ່ງທີ່ມະນຸດຊາດມັກເປັນບໍ? ເມື່ອພຣະເຈົ້າອອກກົດໝາຍ ແລະ ບັນຍັດເທົ່ານັ້ນ, ຄົນຈຶ່ງມີແນວຄິດບາງຢ່າງກ່ຽວກັບຄວາມຜິດບາບ. ແຕ່ພວກເຂົາກໍຍັງບໍ່ມີແນວຄວາມຄິດກ່ຽວກັບສິ່ງທີ່ຖືກຕ້ອງ ແລະ ຜິດ ຫຼື ສິ່ງທີ່ເປັນບວກ ແລະ ລົບ. ນອກຈາກນັ້ນ, ເມື່ອເປັນເຊັ່ນນີ້ ພວກເຂົາຈະສາມາດຮູ້ເຖິງຫຼັກການທີ່ຖືກຕ້ອງສຳລັບການເວົ້າ ແລະ ການກະທຳໄດ້ແນວໃດ? ພວກເຂົາສາມາດຮູ້ບໍວ່າຄວນພົບວິທີການກະທຳແບບໃດ, ພຶດຕິກຳທີ່ດີແບບໃດໃນມະນຸດຊາດທີ່ປົກກະຕິ? ພວກເຂົາສາມາດຮູ້ໄດ້ບໍວ່າແມ່ນຫຍັງກໍ່ໃຫ້ເກີດພຶດຕິກຳທີ່ດີຢ່າງແທ້ຈິງ, ພວກເຂົາຄວນຕິດຕາມຫົນທາງປະເພດໃດເພື່ອດຳລົງຊີວິດຕາມລັກສະນະຂອງມະນຸດ? ພວກເຂົາບໍ່ສາມາດຮູ້ໄດ້. ຍ້ອນທຳມະຊາດທີ່ຊົ່ວຮ້າຍຂອງຄົນ, ຍ້ອນສັນຊາດຕະຍານຂອງພວກເຂົາ, ພວກເຂົາຈຶ່ງພຽງແຕ່ສາມາດທຳທ່າ ແລະ ສະແດງອອກວ່າໃຊ້ຊີວິດຢ່າງເໝາະສົມ ແລະ ດ້ວຍສັກສີ ສິ່ງເປັນສິ່ງທີ່ເຮັດໃຫ້ເກີດການຫຼອກລວງຕ່າງໆ ເຊັ່ນ: ການເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ນອບນ້ອມ, ການເຄົາລົບຄົນອາວຸໂສ ແລະ ການດູແລຄົນໜຸ່ມ ແລະ ການມີອັດທະຍາໄສດີ ແລະ ເປັນຄົນທີ່ສາມາດເຂົ້າເຖິງໄດ້; ແລ້ວກໍ່ໃຫ້ເກີດກົນອຸບາຍເຫຼົ່ານີ້ ແລະ ເຕັກນິກການຫຼອກລວງ. ແລ້ວຫຼັງຈາກທີ່ພວກມັນເກີດຂຶ້ນ, ຄົນກໍເລືອກທີ່ຈະຍຶດຕິດກັບໜຶ່ງ ຫຼື ຫຼາຍຢ່າງໃນການຫຼອກລວງເຫຼົ່ານີ້. ບາງຄົນເລືອກທີ່ຈະມີອັດທະຍາໄສດີ ແລະ ເປັນຄົນທີ່ສາມາດເຂົ້າເຖິງໄດ້, ບາງຄົນກໍເລືອກທີ່ຈະມີການສຶກສາດີ ແລະ ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ບາງຄົນເລືອກທີ່ຈະນອບນ້ອມ, ເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມ, ບາງຄົນເລືອກທີ່ຈະເປັນທຸກສິ່ງເຫຼົ່ານີ້. ແລ້ວເຖິງຢ່າງນັ້ນ ເຮົາກໍໃຫ້ນິຍາມຄົນທີ່ມີພຶດຕິກຳທີ່ດີເຫຼົ່ານັ້ນດ້ວຍໜຶ່ງຄຳເວົ້າ. ແມ່ນຫຍັງຄືຄຳເວົ້ານັ້ນ? “ຫີນອ່ອນ”. ແມ່ນຫຍັງຄືຫີນອ່ອນ? ມັນເປັນຫີນອ່ອນເຫຼົ່ານັ້ນຢູ່ໃນແມ່ນໍ້າທີ່ຖືກຂັດ ແລະ ຖູດ້ວຍປາຍແຫຼມໃດໜຶ່ງຈາກນໍ້າໄຫຼຜ່ານເປັນເວລາຫຼາຍປີ. ແລ້ວເຖິງແມ່ນວ່າພວກມັນອາດບໍ່ເຮັດໃຫ້ບາດເຈັບເມື່ອຢຽບ, ຖ້າບໍ່ລະມັດລະວັງ ຄົນຈະສາມາດມື່ນລົ້ມຍ້ອນພວກມັນ. ໃນຮູບລັກສະນະ ແລະ ຮູບຊົງແລ້ວ, ຫີນເຫຼົ່ານີ້ສວຍງາມຫຼາຍ ແຕ່ຫຼັງຈາກທີ່ເຈົ້າໄດ້ເອົາພວກມັນເມືອເຮືອນ, ພວກເຂົາກໍຂ້ອນຂ້າງໄຮ້ປະໂຫຍດ. ເຈົ້າບໍ່ສາມາດໂຍນພວກມັນຖິ້ມໄດ້, ແຕ່ບໍ່ມີເປົ້າໝາຍໃນການເກັບຮັກສາພວກມັນເຊັ່ນກັນ ເຊິ່ງນັ້ນຄືຄວາມໝາຍຂອງ “ຫີນອ່ອນ”. ສຳລັບເຮົາແລ້ວ, ຄົນທີ່ມີພຶດຕິກຳທີ່ດີເຫຼົ່ານີ້ຢ່າງຊັດເຈນແມ່ນບໍ່ຮ້ອນບໍ່ໜາວ. ພວກເຂົາທຳທ່າວ່າເປັນຄົນດີຢູ່ພາຍນອກ, ແຕ່ບໍ່ຍອມຮັບຄວາມຈິງເລີຍ, ພວກເຂົາເວົ້າສິ່ງຕ່າງໆທີ່ຟັງດູດີ ແຕ່ບໍ່ໄດ້ເຮັດຫຍັງທີ່ເປັນຈິງ. ພວກເຂົາເປັນພຽງຫີນອ່ອນ. ຖ້າເຈົ້າໂອ້ລົມກັບພວກເຂົາກ່ຽວກັບຄວາມຈິງ ແລະ ຫຼັກການຕ່າງໆ, ພວກເຂົາຈະເວົ້າກັບເຈົ້າກ່ຽວກັບການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ແລະ ນອບນ້ອມ. ຖ້າເຈົ້າເວົ້າກັບພວກເຂົາກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິດ, ພວກເຂົາຈະເວົ້າກັບເຈົ້າກ່ຽວກັບການເຄົາລົບຄົນອາວຸໂສ ແລະ ການດູແລຄົນໜຸ່ມ ແລະ ການເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ. ຖ້າເຈົ້າບອກພວກເຂົາວ່າຕ້ອງມີຫຼັກການໃນການປະພຶດຂອງຄົນໃດໜຶ່ງ, ຄົນໆນັ້ນຕ້ອງສະແຫວງຫາຫຼັກການໃນໜ້າທີ່ຂອງພວກເຂົາ ແລະ ບໍ່ເຮັດຢ່າງຫົວດື້, ທ່າທີ່ຂອງພວກເຂົາຈະເປັນຫຍັງ? ພວກເຂົາຈະເວົ້າວ່າ “ການເຮັດຕາມຫຼັກການແຫ່ງຄວາມຈິງຄືອີກເລື່ອງໜຶ່ງ. ຂ້ອຍພຽງແຕ່ຕ້ອງການມີການສຶກສາດີ ແລະ ມີເຫດຜົນ ແລະ ໃຫ້ຄົນອື່ນເຫັນດີເຫັນພ້ອມກັບການກະທຳຂອງຂ້ອຍ. ຕາບໃດທີ່ຂ້ອຍເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມ ແລະ ມີການເຫັນດີເຫັນພ້ອມຂອງຄົນອື່ນ, ນັ້ນກໍພຽງພໍແລ້ວ”. ພວກເຂົາພຽງແຕ່ສົນໃຈກ່ຽວກັບພຶດຕິກຳທີ່ດີ, ພວກເຂົາບໍ່ໃຫ້ຄວາມສຳຄັນກັບຄວາມຈິງ. ໂດຍທົ່ວໄປແລ້ວພວກເຂົາສາມາດເຄົາລົບຄົນເຖົ້າແກ່, ຜູ້ອາວຸໂສຂອງພວກເຂົາ, ຄົນທີ່ມີຄຸນນະວຸດ, ຄົນທີ່ມີຕຳແໜ່ງທາງສິນທຳ ແລະ ຊື່ສຽງທີ່ດີພາຍໃນກຸ່ມຂອງພວກເຂົາ, ໃນຂະນະທີ່ຍັງດູແລຊຸມຊົນຄົນໜຸ່ມ ແລະ ຄົນບອບບາງຢ່າງຍິ່ງໃຫຍ່ ແລະ ດ້ວຍຄວາມຮັກ. ພວກເຂົາຄໍ້າຊູກົດໝາຍທາງສັງຄົມທີ່ເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມຢ່າງເຂັ້ມງວດ ເພື່ອສະແດງວ່າຕົນເອງສູງສົ່ງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ບໍ່ສາມາດປະຕິເສດໄດ້ຄືເມື່ອຜົນປະໂຫຍດຂອງພວກເຂົາ ແລະ ກົດລະບຽບນັ້ນເລີ່ມມີຂໍ້ຂັດແຍ່ງ, ພວກເຂົາຈະປະວາງກົດລະບຽບໄວ້ ແລະ ເລີ່ມເຮັດຢ່າງປະໝາດ ແລະ ໂດຍບໍ່ “ທົນທຸກ” ກັບຂໍ້ຈຳກັດຂອງຄົນໃດໜຶ່ງ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາ. ເຖິງແມ່ນວ່າພຶດຕິກຳທີ່ດີຂອງພວກເຂົາຮວມມີການເຫັນດີເຫັນພ້ອມຂອງທຸກຄົນທີ່ພວກເຂົາພົບພໍ້, ຮູ້ຈັກ ຫຼື ລຶ້ງເຄີຍ, ສິ່ງທີ່ບໍ່ສາມາດປະຕິເສດໄດ້ກໍຄື ເຖິງແມ່ນວ່າພວກເຂົາປະຕິບັດພຶດຕິກຳດີໆເຫຼົ່ານັ້ນທີ່ໄດ້ຮັບການຍົກຍ້ອງຈາກຄົນອື່ນ, ພວກເຂົາບໍ່ໄດ້ເຮັດໃຫ້ເສຍຫາຍຕໍ່ຜົນປະໂຫຍດຂອງພວກເຂົາເອງແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາຕໍ່ສູ້ເພື່ອຜົນປະໂຫຍດຂອງພວກເຂົາໂດຍວິທີການໃດໜຶ່ງທີ່ຈຳເປັນ ໂດຍບໍ່ “ທົນທຸກ” ກັບຂໍ້ຈຳກັດຂອງຄົນໃດໜຶ່ງ. ການທີ່ພວກເຂົາເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມເປັນພຽງພຶດຕິກຳຊົ່ວຄາວ, ສ້າງຂຶ້ນເທິງພື້ນຖານທີ່ບໍ່ແຊກແຊງກັບຜົນປະໂຫຍດຂອງພວກເຂົາເອງ. ມັນມີຂອບເຂດທີ່ຈຳກັດໃນວິທີການວາງຕົວ. ພວກເຂົາສາມາດເຮັດມັນໄດ້ ໃນກໍລະນີທີ່ມັນບໍ່ຈັບຕ້ອງ ຫຼື ລ່ວງລະເມີດຮອດຜົນປະໂຫຍດຂອງພວກເຂົາເລີຍ, ແຕ່ເມື່ອຜົນປະໂຫຍດຂອງພວກເຂົານໍາໜ້າມາກ່ອນ, ສິ່ງເຫຼົ່ານັ້ນຄືສິ່ງທີ່ພວກເຂົາຈະຕໍ່ສູ້ເພື່ອໃຫ້ໄດ້ມາໃນທີ່ສຸດ. ສະນັ້ນ, ໃນຄວາມເປັນຈິງແລ້ວ ການທີ່ພວກເຂົາເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມບໍ່ໄດ້ແຊກແຊງກັບການທີ່ພວກເຂົາສະແຫວງຫາຜົນປະໂຫຍດຂອງພວກເຂົາ ແລະ ມັນບໍ່ສາມາດກຳຈັດການສະແຫວງຫານັ້ນໄດ້. ພຶດຕິກຳທີ່ເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມຄືພຶດຕິກຳດີທີ່ຄົນພຽງແຕ່ສາມາດເຮັດໄດ້ໃນສະຖານະການໃດໜຶ່ງ ພາຍໃນເງື່ອນໄຂທີ່ມັນບໍ່ແຊກແຊງກັບຜົນປະໂຫຍດຂອງພວກເຂົາ. ມັນບໍ່ແມ່ນສິ່ງທີ່ເກີດຂຶ້ນຈາກພາຍໃນຊີວິດຂອງຄົນໃດໜຶ່ງ, ກະດູກຂອງພວກເຂົາ. ບໍ່ວ່າຄົນໃດໜຶ່ງຈະສາມາດປະຕິບັດພຶດຕິກຳດັ່ງກ່າວໄດ້ຫຼາຍສໍ່າໃດກໍຕາມ, ບໍ່ວ່າພວກເຂົາຈະສາມາດຂືນໄດ້ດົນສໍ່າໃດກໍຕາມ, ມັນບໍ່ສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມທີ່ມະນຸດເພິ່ງອາໄສເພື່ອໃຊ້ຊີວິດ. ນີ້ໝາຍຄວາມວ່າເຖິງແມ່ນຄົນໃດໜຶ່ງອາດບໍ່ມີພຶດຕິກຳທີ່ດີນີ້, ພວກເຂົາກໍສະແດງອຸປະນິໄສທີ່ເສື່ອມຊາມຢູ່ດີ, ແຕ່ຫຼັງຈາກທີ່ພວກເຂົາໄດ້ຮັບພຶດຕິກຳທີ່ດີນີ້, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍບໍ່ມີການປັບປຸງຂຶ້ນ ຫຼື ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ. ໃນທາງກົງກັນຂ້າມ, ພວກເຂົາເຊື່ອງສິ່ງເຫຼົ່ານັ້ນຢູ່ເລິກລົງເລື້ອຍໆ. ສິ່ງເຫຼົ່ານັ້ນເປັນສິ່ງສຳຄັນທີ່ເຊື່ອງຢູ່ເບື້ອງຫຼັງພຶດຕິກຳທີ່ດີເຫຼົ່ານັ້ນ.

ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາ ແລະ ການວິເຄາະພຶດຕິກຳທີ່ດີຂອງວັດທະນະທຳດັ້ງເດີມທີ່ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ນອບນ້ອມ, ເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມ, ມີອັດທະຍາໄສດີ ແລະ ສາມາດເຂົ້າເຖິງໄດ້. ພວກມັນເປັນຄືກັບການມີການສຶກສາທີ່ດີ ແລະ ມີເຫດຜົນ ແລະ ມີແກ່ນແທ້ທີ່ຄືກັນບໍ່ຫຼາຍກໍໜ້ອຍ. ພວກມັນໄຮ້ສາລະ. ຄົນຄວນປ່ອຍຖິ້ມພຶດຕິກຳທີ່ດີເຫຼົ່ານີ້. ສິ່ງທີ່ຄົນຄວນພະຍາຍາມເຮັດໃຫ້ສຳເລັດຄືການເຮັດໃຫ້ພຣະທຳຂອງພຣະເຈົ້າເປັນພື້ນຖານຂອງພວກເຂົາ ແລະ ເຮັດໃຫ້ຄວາມຈິງເປັນເກນຂອງພວກເຂົາ; ໃນຕອນນັ້ນເອງ ພວກເຂົາຈຶ່ງສາມາດໃຊ້ຊີວິດໃນແສງສະຫວ່າງ ແລະ ໃຊ້ຊີວິດຄືກັບມະນຸດທີ່ປົກກະຕິ. ຖ້າເຈົ້າປາດຖະໜາທີ່ຈະໃຊ້ຊີວິດໃນແສງສະຫວ່າງ, ເຈົ້າຄວນເຮັດຕາມຄວາມຈິງ; ເຈົ້າຄວນເປັນຄົນຊື່ສັດທີ່ກ່າວຄຳເວົ້າທີ່ຊື່ສັດ ແລະ ເຮັດສິ່ງຕ່າງໆຢ່າງຊື່ສັດ. ສິ່ງທີ່ເປັນພື້ນຖານກໍຄືການມີຫຼັກການແຫ່ງຄວາມຈິງໃນການປະພຶດຂອງຄົນໆໜຶ່ງ; ຫຼັງຈາກທີ່ຄົນສູນເສຍຫຼັກການແຫ່ງຄວາມຈິງ ແລະ ໃຫ້ຄວາມສຳຄັນກັບພຶດຕິກຳທີ່ດີເທົ່ານັ້ນ, ສິ່ງນີ້ເຮັດໃຫ້ເກີດຄວາມກຳມະລໍ ແລະ ການທຳທ່າຢ່າງຫຼີກລ່ຽງບໍ່ໄດ້. ຖ້າບໍ່ມີຫຼັກການໃນການປະພຶດຂອງຜູ້ຄົນ, ແລ້ວບໍ່ວ່າພຶດຕິກຳຂອງພວກເຂົາຈະດີສໍ່າໃດກໍຕາມ, ພວກເຂົາກໍເປັນຄົນໜ້າຊື່ໃຈຄົດ; ພວກເຂົາອາດສາມາດຫຼອກລວງຄົນອື່ນໄດ້ຊົ່ວໄລຍະໜຶ່ງ, ແຕ່ພວກເຂົາຈະບໍ່ໜ້າໄວ້ວາງໃຈຈັກເທື່ອ. ມີແຕ່ເມື່ອຄົນເຮັດ ແລະ ປະພຶດຕົນເອງຕາມພຣະທຳຂອງພຣະເຈົ້າເທົ່ານັ້ນ, ພວກເຂົາຈຶ່ງມີພື້ນຖານທີ່ແທ້ຈິງ. ຖ້າພວກເຂົາບໍ່ປະພຶດຕົນເອງຕາມພຣະທຳຂອງພຣະເຈົ້າ ແລະ ພຽງແຕ່ໃຫ້ຄວາມສຳຄັນກັບການທຳທ່າປະພຶດດີ, ພວກເຂົາຈະສາມາດກາຍມາເປັນຄົນດີໄດ້ຍ້ອນເຫດນັ້ນບໍ? ບໍ່ໄດ້ຢ່າງແນ່ນອນ. ຫຼັກຄຳສອນ ແລະ ພຶດຕິກຳທີ່ດີບໍ່ສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ພວກເຂົາບໍ່ສາມາດປ່ຽນແປງແກ່ນແທ້ຂອງເຂົາ. ມີພຽງແຕ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດປ່ຽນແປງອຸປະນິໄສ, ຄວາມຄິດ ແລະ ຄວາມຄິດເຫັນທີ່ເສື່ອມຊາມຂອງຄົນ ແລະ ກາຍມາເປັນຊີວິດຂອງພວກເຂົາ. ຫຼາກຫຼາຍພຶດຕິກຳທີ່ດີທີ່ມະນຸດຖືວ່າດີໃນວັດທະນະທຳດັ້ງເດີມຂອງເຂົາ ແລະ ແນວຄິດຂອງເຂົາ ເຊັ່ນ: ການເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ນອບນ້ອມ, ເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມ, ມີອັດທະຍາໄສດີ ແລະ ສາມາດເຂົ້າເຖິງໄດ້ນັ້ນກໍເປັນພຽງພຶດຕິກຳເທົ່ານັ້ນ. ພວກມັນບໍ່ແມ່ນຊີວິດ, ແຮງໄກທີ່ຈະເປັນຄວາມຈິງ. ວັດທະນະທຳດັ້ງເດີມບໍ່ແມ່ນຄວາມຈິງ ຫຼື ພຶດຕິກຳທີ່ດີໃດໆທີ່ມັນສົ່ງເສີມກໍບໍ່ແມ່ນ. ບໍ່ວ່າມະນຸດຈະເຂົ້າໃຈວັດທະນະທຳດັ້ງເດີມຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າເຂົາດຳລົງຊີວິດໃນຊີວີດຂອງເຂົາໄດ້ດີສໍ່າໃດກໍຕາມ, ມັນບໍ່ສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງເຂົາ. ສະນັ້ນເປັນເວລາຫຼາຍພັນປີ, ມະນຸດຊາດຖືກຕອກຢໍ້າດ້ວຍວັດທະນະທຳດັ້ງເດີມ ແລະ ອຸປະນິໄສທີ່ເສື່ອມຊາມຂອງມັນບໍ່ໄດ້ປ່ຽນແປງເລີຍ; ໃນທາງກົງກັນຂ້າມ, ຄວາມເສື່ອມຊາມຂອງມັນເລິກຊຶ້ງຍິ່ງຂຶ້ນ ແລະ ໂລກມືດມົວຂຶ້ນ ແລະ ຊົ່ວຮ້າຍຂຶ້ນເລື້ອຍໆ. ສິ່ງນີ້ແມ່ນກ່ຽວຂ້ອງກັບການສຶກສາວັດທະນະທຳດັ້ງເດີມໂດຍກົງ. ມະນຸດພຽງແຕ່ສາມາດໃຊ້ຊີວິດຂອງພວກເຂົາຄືກັບຄົນຈິງໂດຍການຖືເອົາພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ. ສິ່ງນີ້ແມ່ນຢູ່ເໜືອຄວາມຂັດແຍ່ງ. ສະນັ້ນ, ພຣະທຳຂອງພຣະເຈົ້າກຳນົດຕົວແປເສີມ ແລະ ຂໍ້ຮຽກຮ້ອງປະເພດໃດສຳລັບພຶດຕິກຳຂອງມະນຸດ? ນອກຈາກສິ່ງທີ່ຖືກສ້າງຂຶ້ນໃນກົດເກນ ແລະ ບັນຍັດ, ຍັງມີຂໍ້ຮຽກຮ້ອງຂອງພຣະເຢຊູເຈົ້າສຳລັບພຶດຕິກຳຂອງມະນຸດ, ໂດຍສະເພາະຂໍ້ຮຽກຮ້ອງ ແລະ ກົດລະບຽບສຳລັບມະນຸດໃນການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ. ສິ່ງເຫຼົ່ານີ້ຄືຄຳເວົ້າທີ່ມີຄ່າທີ່ສຸດໃນບັນດາສິ່ງອື່ນໃດເທົ່າທີ່ກ່ຽວຂ້ອງກັບມະນຸດຊາດ ແລະ ພວກມັນເປັນຫຼັກການພື້ນຖານທີ່ສຸດສຳລັບການປະພຶດຂອງມະນຸດຊາດ. ພວກເຈົ້າຕ້ອງລະບຸເກນພຶດຕິກຳພື້ນຖານທີ່ສຸດສຳລັບການປະພຶດ ແລະ ການກະທຳຂອງເຈົ້າໃນພຣະທຳຂອງພຣະເຈົ້າ. ເມື່ອເຈົ້າລະບຸໄດ້ແລ້ວ, ເຈົ້າກໍຈະສາມາດກຳຈັດການຊີ້ນໍາຜິດໆ ແລະ ການຫຼອກລວງຈາກພຶດຕິກຳທີ່ດີໃນວັດທະນະທຳດັ້ງເດີມຂອງຄົນຈີນອອກຈາກຕົວເຈົ້າເອງ. ຈາກນັ້ນເຈົ້າຈະຄົ້ນພົບເສັ້ນທາງ ແລະ ຫຼັກການສຳລັບການປະພຶດ ແລະ ການກະທຳ ເຊິ່ງຍັງໝາຍຄວາມວ່າເຈົ້າຈະຄົ້ນພົບເສັ້ນທາງ ແລະ ຫຼັກການແຫ່ງຄວາມລອດພົ້ນ. ຖ້າພວກເຈົ້າຖືເອົາພຣະທຳໃນປັດຈຸບັນຂອງພຣະເຈົ້າເປັນພື້ນຖານຂອງພວກເຈົ້າ ແລະ ຖືເອົາຄວາມຈິງທີ່ໂອ້ລົມກັນໃນຕອນນີ້ເປັນເກນຂອງເຈົ້າ ແລະ ໃຊ້ພວກມັນເພື່ອເຂົ້າແທນທີ່ມາດຕະຖານເຫຼົ່ານັ້ນສຳລັບພຶດຕິກຳທີ່ດີ ດັ່ງທີ່ມະນຸດຊາດຈະມີໃນແນວຄິດຂອງເຂົາ, ແລ້ວເຈົ້າກໍເປັນຄົນທີ່ກຳລັງສະແຫວງຫາຄວາມຈິງ. ໃນທຸກກໍລະນີ, ຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບມະນຸດແມ່ນກ່ຽວກັບວ່າເຂົາຄວນເປັນຄົນປະເພດໃດ ແລະ ເຂົາຄວນຍ່າງໃນຫົນທາງໃດ. ພຣະອົງບໍ່ເຄີຍຮຽກຮ້ອງຈັກເທື່ອໃຫ້ມະນຸດມີພຶດຕິກຳບາງຢ່າງແຍກຕ່າງຫາກ. ພຣະອົງຮຽກຮ້ອງໃຫ້ຄົນເປັນຄົນຊື່ສັດ, ບໍ່ແມ່ນຄົນຫຼອກລວງ; ພຣະອົງຮຽກຮ້ອງໃຫ້ມະນຸດຍອມຮັບ ແລະ ສະແຫວງຫາຄວາມຈິງ ແລະ ໄວ້ວາງໃຈໃນພຣະອົງ ແລະ ຍອມອ່ອນນ້ອມ ແລະ ເປັນພະຍານໃຫ້ພຣະອົງ. ພຣະອົງບໍ່ເຄີຍຮຽກຮ້ອງຈັກເທື່ອໃຫ້ມະນຸດພຽງແຕ່ມີພຶດຕິກຳທີ່ດີສອງສາມຢ່າງ, ການມີພຶດຕິກຳທີ່ດີພຽງສໍ່ານັ້ນກໍດີແລ້ວ. ເຖິງຢ່າງນັ້ນ, ວັດທະນະທຳດັ້ງເດີມຂອງປະເທດຈີນພຽງແຕ່ເຮັດໃຫ້ມະນຸດໃຫ້ຄວາມສຳຄັນກັບພຶດຕິກຳທີ່ດີ, ການສະແດງອອກພາຍນອກທີ່ດີເທົ່ານັ້ນ. ມັນບໍ່ໄດ້ເຮັດຫຍັງເລີຍເພື່ອສ່ອງແສງສະຫວ່າງໃຫ້ສິ່ງທີ່ເປັນອຸປະນິໄສທີ່ເສື່ອມຊາມຂອງມະນຸດ ຫຼື ຄວາມເສື່ອມຊາມຂອງເຂົາເກີດຈາກໃສ, ແຮງໄກທີ່ມັນຈະສາມາດຊີ້ໃຫ້ເຫັນເສັ້ນທາງເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຂົາ. ສະນັ້ນ, ບໍ່ວ່າມະນຸດຄວນມີວັດທະນະທຳດັ້ງເດີມແນວໃດກໍຕາມທີ່ອາດສົ່ງເສີມພຶດຕິກຳທີ່ດີແບບໃດກໍຕາມ, ເມື່ອເວົ້າເຖິງການທີ່ມະນຸດຊາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ໃຊ້ຊີວິດຂອງພວກເຂົາດັ່ງຄົນຈິງ, ມັນກໍບໍ່ມີປະໂຫຍດຫຍັງເລີຍ. ບໍ່ວ່າຖ້ອຍຄຳຂອງເຂົາກ່ຽວກັບສິນທຳສູງສົ່ງ ຫຼື ໜ້າດຶງດູດສໍ່າໃດກໍຕາມ, ມັນບໍ່ສາມາດເຮັດຫຍັງໄດ້ເພື່ອປ່ຽນແປງແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດ. ພາຍໃຕ້ການຕອກຢໍ້າ ແລະ ການແກວ່ງໄປມາຂອງວັດທະນະທຳດັ້ງເດີມ, ຫຼາຍສິ່ງທີ່ຢູ່ໃຕ້ສຳນຶກໄດ້ເກີດຂຶ້ນໃນມະນຸດຊາດທີ່ເສື່ອມຊາມ. “ໃຕ້ສຳນຶກ” ໝາຍຄວາມວ່າແນວໃດໃນທີ່ນີ້? ມັນໝາຍຄວາມວ່າຫຼັງຈາກທີ່ມະນຸດຖືກຕອກຢໍ້າ ແລະ ຮັບອິດທິພົນຈາກວັດທະນະທຳດັ້ງເດີມໜ້ອຍໜຶ່ງ, ເມື່ອຂາດຄຳເວົ້າ, ຖ້ອຍຄຳ, ກົດລະບຽບ ຫຼື ການຮັບຮູ້ທີ່ຊັດເຈນໃດໜຶ່ງກ່ຽວກັບວິທີການກະທຳຢ່າງເໝາະສົມ, ເຂົາກໍປະຕິບັດ ແລະ ເຮັດຕາມແນວຄິດ ແລະ ວິທີການດັ້ງເດີມຂອງຄົນຕາມສັນຊາດຕະຍານ. ເມື່ອໃຊ້ຊີວິດໃນສະຖານະການເຫຼົ່ານັ້ນ, ໃນສະພາບການເຫຼົ່ານັ້ນຄືກັບທີ່ທຸກຄົນເຮັດ, ພວກເຂົາກໍຄິດໃຕ້ສຳນຶກຂອງພວກເຂົາໂດຍບໍ່ຕື່ນຮູ້ວ່າ “ການເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນຄືສິ່ງທີ່ດີ, ມັນເປັນສິ່ງທີ່ດີ ແລະ ມັນສອດຄ່ອງກັບຄວາມຈິງ; ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍເປັນສິ່ງທີ່ດີ, ມັນຄືວິທີການທີ່ຄົນຄວນເປັນ, ພຣະເຈົ້າມັກ ແລະ ມັນສອດຄ່ອງກັບຄວາມຈິງ; ການນອບນ້ອມ, ເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມ, ມີອັດທະຍາໄສດີ ແລະ ສາມາດເຂົ້າເຖິງໄດ້ລ້ວນແລ້ວແຕ່ເປັນການສະແດງອອກຈາກພາຍໃນຄວາມເປັນມະນຸດທີ່ປົກກະຕິ, ພວກມັນສອດຄ່ອງກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ”. ເຖິງແມ່ນວ່າຈະບໍ່ຄົ້ນພົບພື້ນຖານທີ່ຊັດເຈນໃນພຣະທຳຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກໃນຫົວໃຈຂອງພວກເຂົາວ່າພຣະທຳ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບມະນຸດ ແລະ ມາດຕະຖານທີ່ຮຽກຮ້ອງຈາກວັດທະນະທຳດັ້ງເດີມເກືອບເປັນສິ່ງດຽວກັນ ໂດຍທີ່ບໍ່ມີຄວາມແຕກຕ່າງໃຫຍ່ຫຼວງລະຫວ່າງພວກເຂົາ. ນີ້ບໍ່ແມ່ນການບິດເບືອນ ແລະ ການຕີຄວາມໝາຍເທັດໃນພຣະທຳຂອງພຣະເຈົ້າບໍ? ພຣະທຳຂອງພຣະເຈົ້າໄດ້ເວົ້າສິ່ງເຫຼົ່ານັ້ນບໍ? ພວກມັນບໍ່ໄດ້ເວົ້າ ແລະ ພວກມັນບໍ່ແມ່ນສິ່ງທີ່ພຣະອົງປະສົງ; ສິ່ງເຫຼົ່ານັ້ນຄືການທີ່ມະນຸດບິດເບືອນ ແລະ ຕີຄວາມໝາຍເທັດໃນພຣະທຳຂອງພຣະເຈົ້າ ພຣະທຳຂອງພຣະເຈົ້າບໍ່ເຄີຍເວົ້າສິ່ງເຫຼົ່ານີ້ຈັກເທື່ອ, ສະນັ້ນສິ່ງທີ່ພວກເຈົ້າຕ້ອງເຮັດບໍ່ແມ່ນຄິດຕາມເງື່ອນໄຂເຫຼົ່ານັ້ນ ບໍ່ວ່າຈະໃນກໍລະນີໃດກໍຕາມ. ເຈົ້າຄວນອ່ານພຣະທຳຂອງພຣະເຈົ້າຢ່າງລະອຽດ ແລະ ລະບຸຂໍ້ຮຽກຮ້ອງທາງພຶດຕິກຳທີ່ພຣະທຳຂອງພຣະອົງມີສຳລັບມະນຸດຢ່າງຄັກແນ່, ຈາກນັ້ນກໍຊອກຫາຂໍ້ຄວາມເພີ່ມເຕີມໃນພຣະທຳຂອງພຣະອົງ, ຮວບຮວມພວກມັນ ແລະ ອະທິຖານ ແລະ ອ່ານ ແລະ ໂອ້ລົມກ່ຽວກັບພວກມັນຢ່າງປະສານກັນ. ຫຼັງຈາກທີ່ເຈົ້າມີຄວາມຮູ້ກ່ຽວກັບພວກມັນ, ນັ້ນຄືເວລາທີ່ເຈົ້າຕ້ອງປະຕິບັດ ແລະ ຫາປະສົບການຈາກພວກມັນ. ສິ່ງນີ້ນໍາພຣະທຳຂອງພຣະເຈົ້າມາສູ່ຊີວິດຕົວຈິງຂອງເຈົ້າ, ເຊິ່ງເປັນບ່ອນທີ່ພວກມັນກາຍມາເປັນພື້ນຖານສຳລັບມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ ພ້ອມທັງການປະພຶດ ແລະ ການກະທຳຂອງເຈົ້າ. ພື້ນຖານການປາກເວົ້າ ແລະ ການກະທຳຂອງຄົນຄວນແມ່ນຫຍັງ? ພຣະທຳຂອງພຣະເຈົ້າ. ສະນັ້ນແມ່ນຫຍັງຄືຂໍ້ຮຽກຮ້ອງ ແລະ ມາດຕະຖານທີ່ພຣະເຈົ້າມີສຳລັບການປາກເວົ້າ ແລະ ການກະທຳຂອງຜູ້ຄົນ? (ໃຫ້ພວກເຂົາເສີມສ້າງຄົນອື່ນ.) ຖືກຕ້ອງ. ໂດຍພື້ນຖານທີ່ສຸດ, ເຈົ້າຕ້ອງເວົ້າຄວາມຈິງ, ເວົ້າຢ່າງກົງໄປກົງມາ ແລະ ສ້າງປະໂຫຍດໃຫ້ຄົນອື່ນ. ຢ່າງໜ້ອຍທີ່ສຸດ, ການປາກເວົ້າຂອງເຈົ້າຕ້ອງອົບຮົມສັ່ງສອນຄົນ ແລະ ບໍ່ຫຼອກລວງ, ນໍາພາຢ່າງຜິດໆ, ເຍາະເຍີ້ຍ, ສຽດສີ, ຫົວຂວັນ, ດູຖູກ, ຈຳກັດພວກເຂົາ, ເປີດໂປງຄວາມອ່ອນແອຂອງພວກເຂົາ ຫຼື ທຳຮ້າຍພວກເຂົາ. ນີ້ຄືການສະແດງອອກເຖິງຄວາມເປັນມະນຸດທີ່ປົກກະຕິ. ມັນເປັນຄຸນນະທຳຂອງມະນຸດຊາດ. ພຣະເຈົ້າໄດ້ບອກເຈົ້າວ່າໃຫ້ເວົ້າດັງສໍ່າໃດບໍ? ພຣະອົງໄດ້ຮຽກຮ້ອງໃຫ້ເຈົ້າໃຊ້ພາສາມາດຕະຖານບໍ? ພຣະອົງໄດ້ຮຽກຮ້ອງໃຫ້ເຈົ້າໃຊປະໂຫຍດຈາກໂວຫານສວຍງາມຄືດອກໄມ້ ຫຼື ລັກສະນະການໃຊ້ພາສາທີ່ສູງສົ່ງ ແລະ ສຸພາບຮຽບຮ້ອຍບໍ? (ບໍ່.) ບໍ່ມີສິ່ງທີ່ເຮັດພໍເປັນພິທີ, ໜ້າຊື່ໃຈຄົດ, ຈອມປອມ ແລະ ໄຮ້ຄ່າເຫຼົ່ານັ້ນເລີຍແມ່ນແຕ່ໜ້ອຍດຽວ. ຂໍ້ຮຽກຮ້ອງທັງໝົດຂອງພຣະເຈົ້າຄືສິ່ງທີ່ມະນຸດຊາດທີ່ປົກກະຕິຄວນມີ, ມາດຕະຖານ ແລະ ຫຼັກການສຳລັບພາສາ ແລະ ພຶດຕິກຳຂອງມະນຸດ. ມັນບໍ່ສຳຄັນວ່າຄົນໃດໜຶ່ງຈະເກີດຢູ່ໃສ ຫຼື ພວກເຂົາປາກເວົ້າພາສາຫຍັງ. ໃນກໍລະນີໃດກໍຕາມ, ຄຳເວົ້າທີ່ເຈົ້າເວົ້າ ທັງຄຳເວົ້ານໍ້າຖ້ວມທົ່ງ ແລະ ເນື້ອຫາຂອງພວກມັນຕ້ອງອົບຮົມສັ່ງສອນຄົນອື່ນ. ການທີ່ໃຫ້ພວກມັນອົບຮົມສັ່ງສອນຄົນອື່ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຄົນອື່ນຮູ້ສຶກວ່າພວກມັນເປັນຈິງເມື່ອໄດ້ຍິນພວກມັນ ແລະ ໄດ້ຮັບຄວາມບໍລິບູນ ແລະ ການຊ່ວຍເຫຼືອຈາກພວກມັນ ແລະ ສາມາດເຂົ້າໃຈຄວາມຈິງ ແລະ ບໍ່ສັບສົນອີກຕໍ່ໄປ ຫຼື ອ່ອນໄຫວງ່າຍຕໍ່ກົນລວງຂອງຄົນອື່ນ. ສະນັ້ນພຣະເຈົ້າຮຽກຮ້ອງໃຫ້ຄົນເວົ້າຄວາມຈິງ, ເວົ້າສິ່ງທີ່ພວກເຂົາຄິດ ແລະ ບໍ່ລໍ້ລວງ, ເຍາະເຍີ້ຍ, ສຽດສີ, ຫົວຂວັນ, ດູຖູກ ຫຼື ຈຳກັດຄົນອື່ນ ຫຼື ເປີດໂປງຄວາມອ່ອນແອຂອງພວກເຂົາ ຫຼື ທຳຮ້າຍພວກເຂົາ. ສິ່ງເຫຼົ່ານີ້ບໍ່ແມ່ນຫຼັກການຂອງການປາກເວົ້າບໍ? ມັນໝາຍຄວາມວ່າແນວໃດທີ່ເວົ້າວ່າຄົນໃດໜຶ່ງບໍ່ຄວນເປີດໂປງຄວາມອ່ອນແອຂອງຜູ້ຄົນ? ມັນໝາຍຄວາມວ່າບໍ່ໃຫ້ສາດດິນເປື້ອນໃສ່ຄົນອື່ນ. ຢ່າຍຶດຕິດກັບຂໍ້ຜິດພາດ ຫຼື ຂໍ້ບົກຜ່ອງໃນອະດີດຂອງພວກເຂົາເພື່ອຕັດສິນ ຫຼື ປະນາມພວກເຂົາ. ນີ້ຄືສິ່ງເລັກນ້ອຍທີ່ສຸດທີ່ເຈົ້າຄວນເຮັດ. ໃນດ້ານທີ່ຫ້າວຫັນ, ການປາກເວົ້າທີ່ເສີມສ້າງສະແດງອອກແນວໃດ? ມັນເປັນການໜູນໃຈ, ການສ້າງຄວາມລຶ້ງເຄີຍ, ການຊີ້ນໍາ, ການຕັກເຕືອນ, ການເຂົ້າໃຈ ແລະ ການປອບໃຈເປັນຫຼັກ. ອີກຢ່າງ, ໃນບາງກໍລະນີທີ່ພິເສດ, ມັນກາຍມາເປັນສິ່ງຈຳເປັນທີ່ຈະເປີດໂປງຂໍ້ຜິດພາດຂອງຄົນອື່ນໂດຍກົງ ແລະ ຈັດການ ແລະ ລິຮານພວກເຂົາ, ເພື່ອວ່າພວກເຂົາຈະຮັບຄວາມຈິງກ່ຽວກັບຄວາມຈິງ ແລະ ມີຄວາມປາດຖະໜາທີ່ຈະກັບໃຈ. ໃນຕອນນັ້ນເອງຈຶ່ງຈະບັນລຸຜົນທີ່ເໝາະສົມ. ວິທີການປະຕິບັດນີ້ເປັນປະໂຫຍດຢ່າງໃຫຍ່ຫຼວງຕໍ່ຜູ້ຄົນ. ມັນເປັນການຊ່ວຍເຫຼືອພວກເຂົາຢ່າງແທ້ຈິງ ແລະ ມັນເສີມສ້າງພວກເຂົາ, ບໍ່ແມ່ນບໍ? ຍົກຕົວຢ່າງວ່າເຈົ້າຫົວດື້ ແລະ ອວດດີເປັນຢ່າງຍິ່ງ. ເຈົ້າບໍ່ເຄີຍຮູ້ກ່ຽວກັບສິ່ງນີ້ຈັກເທື່ອ, ແຕ່ຄົນທີ່ຮູ້ຈັກເຈົ້າເປັນຢ່າງດີກໍອອກມາເວົ້າວ່າເຈົ້າເປັນບັນຫາ. ເຈົ້າຄິດກັບຕົນເອງວ່າ “ຂ້ອຍຫົວດື້ບໍ? ຂ້ອຍອວດດີບໍ? ບໍ່ມີຜູ້ໃດກ້າບອກຂ້ອຍ, ແຕ່ລາວເຂົ້າໃຈຂ້ອຍ. ການທີ່ລາວສາມາດເວົ້າສິ່ງນັ້ນໄດ້ກໍສະແດງໃຫ້ເຫັນວ່າມັນເປັນຈິງແທ້ໆ. ຂ້ອຍຕ້ອງໃຊ້ເວລາພໍສົມຄວນເພື່ອໄຕ່ຕອງກ່ຽວກັບສິ່ງນີ້”. ຫຼັງຈາກທີ່ເຈົ້າເວົ້າກັບຄົນນັ້ນວ່າ “ຄົນອື່ນພຽງແຕ່ເວົ້າສິ່ງດີໆກັບຂ້ອຍ, ພວກເຂົາຍົກຍ້ອງສັນເສີນຂ້ອຍ, ບໍ່ມີຜູ້ໃດເວົ້າເລື່ອງສ່ວນຕົວກັບຂ້ອຍ, ບໍ່ມີຜູ້ໃດເຄີຍຊີ້ໃຫ້ເຫັນເຖິງຂໍ້ບົກຜ່ອງເຫຼົ່ານີ້ ແລະ ບັນຫາທີ່ຢູ່ໃນຕົວຂ້ອຍ. ມີພຽງແຕ່ເຈົ້າທີ່ສາມາດບອກຂ້ອຍໄດ້, ທີ່ເວົ້າເລື່ອງສ່ວນຕົວກັບຂ້ອຍໄດ້. ມັນດີຫຼາຍ, ເປັນການຊ່ວຍເຫຼືອຄັ້ງໃຫຍ່ສຳລັບຂ້ອຍເລີຍ”. ນີ້ຄືການແລກໃຈກັນ, ບໍ່ແມ່ນບໍ? ຄົນອື່ນສື່ສານກັບເຈົ້າເທື່ອລະໜ້ອຍກ່ຽວກັບສິ່ງທີ່ຢູ່ໃນຄວາມຄິດຂອງເຂົາ, ຄວາມຄິດຂອງເຂົາກ່ຽວກັບເຈົ້າ ແລະ ປະສົບການຂອງເຂົາກ່ຽວກັບວ່າເຂົາມີແນວຄິດ, ຈິນຕະນາການ, ຄວາມຄິດລົບ ແລະ ຄວາມອ່ອນແອແນວໃດໃນເລື່ອງນີ້ ແລະ ສາມາດຫຼົບໜີຈາກມັນໄດ້ໂດຍການສະແຫວງຫາຄວາມຈິງ. ນີ້ຄືການແລກໃຈກັນ; ມັນເປັນການເຂົ້າຮ່ວມກັນຂອງວິນຍານ. ສະຫຼຸບແລ້ວແມ່ນຫຍັງຄືຫຼັກການທີ່ຢູ່ເບື້ອງຫຼັງການເວົ້າ? ມັນເປັນດັ່ງນີ້: ເວົ້າສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ ແລະ ເວົ້າເຖິງປະສົບການທີ່ແທ້ຈິງຂອງເຈົ້າ ແລະ ສິ່ງທີ່ເຈົ້າຄິດແທ້ໆ. ຄຳເວົ້າເຫຼົ່ານີ້ເປັນປະໂຫຍດທີ່ສຸດຕໍ່ຜູ້ຄົນ, ພວກມັນສະໜອງໃຫ້ແກ່ຄົນ, ພວກມັນຊ່ວຍເຫຼືອພວກເຂົາ, ພວກມັນດີ. ປະຕິເສດທີ່ຈະເວົ້າຄຳເວົ້າປອມໆເຫຼົ່ານັ້ນທີ່ບໍ່ເປັນປະໂຫຍດ ຫຼື ອົບຮົມສົ່ງສອນຜູ້ຄົນ; ສິ່ງນີ້ຈະຫຼີກລ່ຽງຈາກການທຳຮ້າຍພວກເຂົາ ຫຼື ການເຮັດໃຫ້ພວກເຂົາສະດຸດລົ້ມ, ການເຮັດໃຫ້ພວກເຂົາຈົມລົງສູ່ຄວາມຄິດລົບ ແລະ ການມີຜົນທີ່ບໍ່ດີ. ເຈົ້າຕ້ອງເວົ້າສິ່ງທີ່ດີ. ເຈົ້າຕ້ອງພະຍາຍາມຊ່ວຍເຫຼືອຜູ້ຄົນໃຫ້ຫຼາຍເທົ່າທີ່ເຈົ້າສາມາດເຮັດໄດ້, ໃຫ້ປະໂຫຍດແກ່ພວກເຂົາ, ສະໜອງໃຫ້ພວກເຂົາ, ສ້າງຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄວ້ໃນຕົວພວກເຂົາ; ແລະ ເຈົ້າຕ້ອງປ່ອຍໃຫ້ຄົນໄດ້ຮັບການຊ່ວຍເຫຼືອ ແລະ ຮັບເອົາຫຼາຍຢ່າງຈາກປະສົບການທີ່ເຈົ້າມີຕໍ່ພຣະທຳຂອງພຣະເຈົ້າ ແລະ ວິທີການທີ່ເຈົ້າແກ້ໄຂບັນຫາ ແລະ ສາມາດເຂົ້າໃຈເສັ້ນທາງຂອງການມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ປ່ອຍໃຫ້ພວກເຂົາເຂົ້າສູ່ຊີວິດ ແລະ ເຮັດໃຫ້ຊີວິດຂອງພວກເຂົາເຕີບໃຫຍ່ ເຊິ່ງລ້ວນແລ້ວແຕ່ເປັນຜົນຈາກການທີ່ຄຳເວົ້າຂອງເຈົ້າມີຫຼັກການ ແລະ ອົບຮົມສັ່ງສອນຜູ້ຄົນ. ນອກຈາກນີ້, ເມື່ອຄົນມາຢູ່ຮ່ວມກັນເພື່ອນິນທາ ແລະ ຫົວຄິກໆ, ນັ້ນຄືບໍ່ມີຫຼັກການ. ທຸກສິ່ງທີ່ພວກເຂົາສະແດງອອກຄືອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ມັນບໍ່ໄດ້ອີງໃສ່ພຣະທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ຄໍ້າຊູຫຼັກການແຫ່ງຄວາມຈິງ. ທຸກສິ່ງນັ້ນຄືປັດຊະຍາຂອງມະນຸດສຳລັບການໃຊ້ຊີວິດ, ພວກເຂົາໃຊ້ຊີວິດຕາມທີ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບົງການໃຫ້ພວກເຂົາເຮັດ.

ພຣະເຈົ້າຮຽກຮ້ອງໃຫ້ມະນຸດມີຫຼັກການ ແລະ ອົບຮົມສັ່ງສອນຄົນອື່ນໃນການປາກເວົ້າຂອງພວກເຂົາ. ສິ່ງນີ້ມີຫຍັງກ່ຽວຂ້ອງກັບພຶດຕິກຳທີ່ດີພາຍນອກເຫຼົ່ານັ້ນຂອງມະນຸດບໍ? (ບໍ່.) ມັນບໍ່ມີຫຍັງກ່ຽວຂ້ອງກັບສິ່ງເຫຼົ່ານີ້ເລີຍ. ສົມມຸດວ່າເຈົ້າບໍ່ໄດ້ກຳລັງລະງັບຄົນອື່ນ ຫຼື ການປາກເວົ້າຂອງເຈົ້າບໍ່ໄດ້ປອມ ແລະ ຫຼອກລວງ, ເຖິງຢ່າງນັ້ນ ເຈົ້າຍັງສາມາດໜູນໃຈ, ຊີ້ນໍາ ແລະ ປອບໃຈຄົນອື່ນ. ຖ້າເຈົ້າສາມາດເຮັດທັງສອງສິ່ງນີ້, ມີຄວາມຈຳເປັນຫຍັງທີ່ເຈົ້າຈະເຮັດພວກມັນດ້ວຍທ່າທີ່ທີ່ສາມາດເຂົ້າເຖິງໄດ້ບໍ? ເຈົ້າຕ້ອງມີຄວາມສາມາດໃນການເຂົ້າເຖິງໄດ້ບໍ? ເຈົ້າພຽງແຕ່ສາມາດເຮັດສິ່ງເຫຼົ່ານັ້ນພາຍໃນກອບພຶດຕິກຳລັກສະນະພາຍນອກດັ່ງກ່າວວ່າເປັນການນອບນ້ອມ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍບໍ? ບໍ່ຈຳເປັນ. ເງື່ອນໄຂກ່ອນໜ້າເພື່ອໃຫ້ການປາກເວົ້າຂອງເຈົ້າເສີມສ້າງຄົນອື່ນຄືມັນອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະອົງ, ມັນອີງໃສ່ຄວາມຈິງ ແທນທີ່ຈະເປັນພຶດຕິກຳດີໆທີ່ສ້າງຂຶ້ນທ່າມກາງວັດທະນະທຳດັ້ງເດີມ. ຫຼັງຈາກທີ່ການປາກເວົ້າຂອງເຈົ້າມີຫຼັກການ ແລະ ອົບຮົມສັ່ງສອນຄົນອື່ນ, ເຈົ້າອາດເວົ້າໃນຂະນະທີ່ນັ່ງ ຫຼື ເຈົ້າອາດເວົ້າໃນຂະນະທີ່ຢືນ; ເຈົ້າອາດເວົ້າດ້ວຍສຽງດັງ ຫຼື ດ້ວຍສຽງຄ່ອຍ; ເຈົ້າອາດເວົ້າດ້ວຍຄຳເວົ້າທີ່ອ່ອນໂຍນ ຫຼື ຄຳເວົ້າທີ່ຮຸນແຮງ. ຕາບໃດທີ່ຜົນຮັບສຸດທ້າຍດີ ໂດຍທີ່ເຈົ້າປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ອີກຝ່າຍໄດ້ຮັບປະໂຫຍດ, ແລ້ວມັນກໍສອດຄ່ອງກັບຫຼັກການຄວາມຈິງ. ຖ້າສິ່ງທີ່ເຈົ້າສະແຫວງຫາຄືຄວາມຈິງ ແລະ ສິ່ງທີ່ເຈົ້າປະຕິບັດຄືຄວາມຈິງ ແລະ ພື້ນຖານການປາກເວົ້າ ແລະ ການກະທຳຂອງເຈົ້າຄືພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ ແລະ ຖ້າຄົນອື່ນສາມາດໄດ້ຮັບຜົນປະໂຫຍດ ແລະ ສິ່ງທີ່ໄດ້ຮັບຈາກເຈົ້າ, ນັ້ນບໍ່ເປັນປະໂຫຍດຕໍ່ກັນແລະກັນບໍ? ຖ້າເຈົ້າດຳລົງຊີວິດຢູ່ພາຍໃຕ້ພັນທະນາການຂອງວັດທະນະທຳດັ້ງເດີມ ແລະ ພາຍນອກພວກເຈົ້າກໍສຸພາບ, ກົ້ມຫົວຄຳນັບ, ດຳເນີນຊີວິດພຽງແຕ່ຕາມພຶດຕິກຳທີ່ດີງາມທີ່ວັດທະນະທຳດັ້ງເດີມສົ່ງເສີມ, ແຕ່ພາຍໃນໃຈຂອງເຈົ້າເຕັມໄປດ້ວຍຄວາມຫຼອກລວງ, ເລ່ລ່ຽມ ແລະ ຄວາມຮັກທີ່ບໍ່ຈິງໃຈ; ຖ້າເບິ່ງຈາກພາຍນອກ, ພຶດຕິກຳຂອງເຈົ້າເບິ່ງຄືວ່າເໝາະສົມ, ແຕ່ມັນທັງໝົດເປັນພຽງການສະແດງອອກຂອງຄວາມໜ້າຊື່ໃຈຄົດ, ເປັນການຫຼອກລວງ ແລະ ການນຳພາຢ່າງຜິດໆ ແລະ ເປັນໄປບໍ່ໄດ້ທີ່ຈະໄດ້ຍິນຄຳເວົ້າທີ່ຈິງໃຈແມ່ນແຕ່ຄຳດຽວຈາກປາກຂອງເຈົ້າ, ແລ້ວມັນກໍງ່າຍເກີນໄປທີ່ຄົນອື່ນຈະຖືກເຈົ້າຫຼອກລວງ! ຜົນທີ່ຈະຕາມມາຈາກການຄົບຫາກັບຄົນເຊັ່ນເຈົ້າແມ່ນຫຍັງ? ພຶດຕິກຳຂອງເຈົ້າເບິ່ງຄືວ່າດີຫຼາຍ, ແຕ່ເມື່ອຄົນອື່ນພົວພັນ ແລະ ຈັດການເລື່ອງຕ່າງໆກັບເຈົ້າ, ພວກເຂົາກໍຈະຖືກຫຼອກລວງ ແລະ ພວກເຂົາຈະຮູ້ສຶກລັງກຽດເຈົ້າ, ຢູ່ຫ່າງຈາກເຈົ້າ ແລະ ປະຕິເສດເຈົ້າ. ເມື່ອຄົນທັງຫຼາຍຢູ່ຫ່າງຈາກເຈົ້າ ແລະ ປະຕິເສດເຈົ້າ, ສິ່ງທີ່ເຈົ້າຈະຮູ້ສຶກກໍຄື ຄວາມພູມໃຈ ແລະ ກຽດສັກສີຂອງເຈົ້າໄດ້ຮັບການດູຖູກຢ່າງມະຫາສານ. ເຈົ້າຈະຕ້ອງອົດທົນມັນໄວ້ພາຍໃນ ແລະ ພາຍນອກກໍຍັງຄົງຮັກສາພຶດຕິກຳທີ່ດີງາມຂອງວັດທະນະທຳດັ້ງເດີມທີ່ວ່າຕ້ອງສຸພາບ, ມີການສຶກສາ ແລະ ມີເຫດຜົນ ແລະ ບໍ່ຊອກຫາຂໍ້ຜິດພາດເລັກໆນ້ອຍໆໃນຕົວຄົນອື່ນ ຫຼື ຮຽກຮ້ອງຈາກພວກເຂົາຫຼາຍເກີນໄປ. ເຈົ້າຍັງຕ້ອງທົນກັບມັນ ແລະ ອົດກັ້ນ, ທຳທ່າເມີນເສີຍ ແລະ ໃຈກວ້າງເອື້ອເຟື້ອດ້ວຍຮອຍຍິ້ມທີ່ເປັ່ງປະກາຍ. ມັນຕ້ອງໃຊ້ເວລາຫຼາຍປີໃນການສ້າງຕົນເອງເພື່ອບັນລຸສະພາວະດັ່ງກ່າວ! ຖ້າເຈົ້າຮຽກຮ້ອງຈາກເຈົ້າເອງວ່າເຈົ້າໃຊ້ຊີວິດໃນລັກສະນະນີ້ຕໍ່ໜ້າຄົນອື່ນ, ຊີວິດເຈົ້າຈະບໍ່ເຮັດໃຫ້ເຈົ້າອິດເມື່ອຍບໍ? ເຫັນໄດ້ຊັດວ່າ ເຈົ້າບໍ່ໄດ້ມີຄວາມເມດຕານີ້, ແຕ່ເຈົ້າກໍຍັງຕ້ອງເສແສ້ງ ແລະ ຫຼອກລວງຄົນອື່ນ, ເພື່ອສະແດງໃຫ້ຄົນອື່ນເຫັນເຖິງຄວາມເມດຕາ ແລະ ຄວາມຍິ່ງໃຫຍ່ຂອງເຈົ້າ, ການຝືນທຳຕົວໜ້າຊື່ໃຈຄົດເຊັ່ນນີ້ມັນຍາກແທ້ໆ! ເຈົ້າຈະຮູ້ສຶກຫຼາຍຂຶ້ນເລື້ອຍໆວ່າ ການປະພຶດຕົນໃນລັກສະນະນີ້ມັນເມື່ອຍເກີນໄປ, ຈົນເຈົ້າຢາກເກີດເປັນງົວ ຫຼື ມ້າ, ຫຼື ເປັນໝູ ຫຼື ໝາ ໃນຊາດໜ້າ ແທນທີ່ຈະເກີດເປັນມະນຸດ ແລະ ການເປັນຄົນນັ້ນມັນເຕັມໄປດ້ວຍການປອມແປງ ແລະ ການຫຼອກລວງຫຼາຍເກີນໄປ. ເປັນຫຍັງມະນຸດຈຶ່ງໃຊ້ຊີວິດໃນລັກສະນະທີ່ເຮັດໃຫ້ເຂົາອິດເມື່ອຍເຊັ່ນນັ້ນ? ເພາະເຂົາໃຊ້ຊີວິດທ່າມກາງແນວຄິດດັ້ງເດີມ, ເຊິ່ງຜູກມັດ ແລະ ລ່າມໂສ້ເຂົາໄວ້. ໂດຍອາໄສອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຂົາ, ເຂົາໃຊ້ຊີວິດໃນຄວາມຜິດບາບ ເຊິ່ງເຂົາບໍ່ສາມາດເຮັດໃຫ້ຕົນເອງຫຼຸດພົ້ນໄດ້. ເຂົາບໍ່ມີທາງອອກ. ສິ່ງທີ່ເຂົາໃຊ້ຊີວິດຕາມບໍ່ແມ່ນລັກສະນະຂອງຄົນຈິງ. ລະຫວ່າງຜູ້ຄົນ, ຄົນໆໜຶ່ງບໍ່ສາມາດໄດ້ຍິນ ຫຼື ຮັບເອົາຄຳເວົ້າທີ່ມີຄວາມຈິງໃຈໂດຍພື້ນຖານແມ່ນແຕ່ຄຳດຽວ, ແມ່ນແຕ່ລະຫວ່າງຜູ້ຊາຍ ແລະ ເມຍ, ແມ່ ແລະ ລູກສາວ, ພໍ່ ແລະ ລູກຊາຍ, ຄົນທີ່ໃກ້ຊິດກັນຫຼາຍທີ່ສຸດ, ບໍ່ມີຄຳເວົ້າທີ່ເລິກຊຶ້ງໃຫ້ໄດ້ຍິນ, ບໍ່ມີຄຳເວົ້າທີ່ອົບອຸ່ນ ຫຼື ຄຳເວົ້າທີ່ຄົນອື່ນອາດໄດ້ຮັບການປອບໃຈ. ແລ້ວສະນັ້ນ, ພຶດຕິກຳທີ່ດີຢູ່ພາຍນອກເຫຼົ່ານີ້ເຮັດໜ້າທີ່ຫຍັງ? ພວກມັນເຮັດໜ້າທີ່ເພື່ອຮັກສາໄລຍະຫ່າງທີ່ປົກກະຕິ ແລະ ຄວາມສຳພັນທີ່ປົກກະຕິລະຫວ່າງຄົນເປັນການຊົ່ວຄາວ. ເຖິງຢ່າງນັ້ນເມື່ອຢູ່ເບື້ອງຫຼັງພຶດຕິກຳທີ່ດີເຫຼົ່ານີ້, ບໍ່ມີຜູ້ໃດກ້າມີປະຕິສຳພັນຢ່າງເລິກຊຶ້ງກັບຄົນອື່ນໄດ້ ເຊິ່ງມະນຸດຊາດໄດ້ຈົບລົງດ້ວຍການສະຫຼຸບເປັນວະລີທີ່ວ່າ: “ໄລຍະຫ່າງກໍ່ໃຫ້ເກີດຄວາມສວຍງາມ”. ສິ່ງນີ້ເປີດໂປງທຳມະຊາດທີ່ແທ້ຈິງຂອງມະນຸດຊາດ, ບໍ່ແມ່ນບໍ? ໄລຍະຫ່າງຈະສາມາດກໍ່ໃຫ້ເກີດຄວາມສວຍງາມໄດ້ແນວໃດ? ໃນຄວາມເປັນຈິງທີ່ຈອມປອມ ແລະ ຊົ່ວຮ້າຍຂອງຊີວິດນັ້ນ, ມະນຸດໃຊ້ຊີວິດໃນຄວາມໂດດດ່ຽວ, ການຖອຍອອກຫ່າງ, ຄວາມອັດອັ້ນ, ຄວາມຂຸ່ນເຄືອງ ແລະ ຄວາມບໍ່ພໍໃຈທີ່ຫຼາຍຂຶ້ນເລື້ອຍໆ, ໂດຍບໍ່ມີເສັ້ນທາງໄປຂ້າງໜ້າ. ນີ້ຄືສະພາບທີ່ແທ້ຈິງຂອງຜູ້ທີ່ບໍ່ມີຄວາມເຊື່ອ. ເຖິງຢ່າງໃດກໍຕາມ, ເຈົ້າເຊື່ອໃນພຣະເຈົ້າໃນມື້ນີ້. ເຈົ້າໄດ້ເຂົ້າມາໃນເຮືອນຂອງພຣະເຈົ້າ ແລະ ຍອມຮັບການສະໜອງຈາກພຣະທຳຂອງພຣະອົງ ແລະ ເຈົ້າມັກຟັງຄຳເທດສະໜາ. ເຖິງຢ່າງໃດກໍຕາມ, ໃນຫົວໃຈຂອງເຈົ້ານັ້ນ ເຈົ້າຍັງມັກພຶດຕິກຳດີໆທີ່ວັດທະນະທຳດັ້ງເດີມສົ່ງເສີມ. ສິ່ງນີ້ພິສູດບາງຢ່າງ: ເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີຄວາມເປັນຈິງ. ໃນຊີວິດຂອງເຈົ້າໃນຕອນນີ້, ເປັນຫຍັງເຈົ້າຈຶ່ງຍັງອັດອັ້ນຫຼາຍ, ໂດດດ່ຽວຫຼາຍ, ເປັນຕາສັງເວດຫຼາຍ, ເຮັດໃຫ້ຕົນເອງອັບອາຍຫຼາຍ? ເຫດຜົນດຽວສຳລັບສິ່ງນີ້ກໍຄືເຈົ້າບໍ່ຍອມຮັບຄວາມຈິງ ແລະ ບໍ່ໄດ້ປ່ຽນແປງຫຍັງເລີຍ. ເວົ້າອີກຢ່າງກໍຄືເຈົ້າບໍ່ໄດ້ເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນ ແລະ ກະທຳ, ຕາມພຣະທຳຂອງພຣະເຈົ້າ ຫຼື ໂດຍມີຄວາມຈິງເປັນເກນຂອງເຈົ້າ. ເຈົ້າຍັງໃຊ້ຊີວິດໂດຍອາໄສອຸປະນິໄສທີ່ເສື່ອມຊາມ ແລະ ແນວຄິດດັ້ງເດີມ. ນັ້ນຄືເຫດຜົນທີ່ຊີວິດຂອງເຈົ້າຍັງໂດດດ່ຽວຫຼາຍ. ເຈົ້າບໍ່ມີໝູ່, ບໍ່ມີຜູ້ໃດໃຫ້ເຊື່ອໝັ້ນ. ເຈົ້າບໍ່ສາມາດຮັບການໃຫ້ກຳລັງໃຈ, ການຊີ້ນໍາ, ການຊ່ວຍເຫຼືອ ຫຼື ການອົບຮົມສັ່ງສອນຈາກຄົນອື່ນຕາມທີ່ເຈົ້າຄວນໄດ້ຮັບ ແລະ ເຈົ້າບໍ່ສາມາດມອບການໃຫ້ກຳລັງໃຈ, ການຊີ້ນໍາ ຫຼື ການຊ່ວຍເຫຼືອສຳລັບຄົນອື່ນ. ແມ່ນແຕ່ໃນສິ່ງເຫຼົ່ານີ້ເຊິ່ງເປັນພຶດຕິກຳຂັ້ນຕໍ່າທີ່ສຸດ, ເຈົ້າກໍບໍ່ໄດ້ຖືເອົາພຣະທຳຂອງພຣະເຈົ້າເປັນພື້ນຖານຂອງເຈົ້າ ແລະ ເອົາຄວາມຈິງເປັນເກນຂອງເຈົ້າ, ສະນັ້ນຈຶ່ງຍິ່ງມີຄວາມຈຳເປັນໜ້ອຍລົງທີ່ຈະກ່າວເຖິງມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ ຫຼື ການປະພຶດຕົນ ແລະ ການກະທຳຂອງເຈົ້າ, ສິ່ງເລົ່ານັ້ນແມ່ນຫ່າງຈາກຄວາມຈິງ, ຈາກພຣະທຳຂອງພຣະເຈົ້າເປັນໜຶ່ງແສນໄມລ໌.

ພວກເຮົາຫາກໍໂອ້ລົມກັນກ່ຽວກັບຂໍ້ຮຽກຮ້ອງທີ່ພຣະເຈົ້າມີຕໍ່ພຶດຕິກຳຂອງມະນຸດ: ພຣະອົງຮຽກຮ້ອງໃຫ້ການປາກເວົ້າ ແລະ ການກະທຳຂອງມະນຸດມີຫຼັກການ ແລະ ອົບຮົມສັ່ງສອນຄົນອື່ນ. ສະນັ້ນໂດຍອີງໃສ່ສິ່ງນັ້ນ, ຕອນນີ້ທຸກຄົນຮູ້ບໍວ່າມີຄຸນຄ່າໃດໃນພຶດຕິກຳທີ່ດີເຫຼົ່ານັ້ນທີ່ມະນຸດຄິດຫາ ນັ້ນກໍຄື ພວກມັນຈະຄູ່ຄວນແກ່ການເຊີດຊູ ຫຼື ບໍ່? (ພວກມັນບໍ່ຄວນ.) ສະນັ້ນພວກເຈົ້າຄວນເຮັດຫຍັງ ຖ້າພວກເຈົ້າບໍ່ເຊື່ອວ່າພວກມັນຄູ່ຄວນແກ່ການເຊີດຊູ? (ປະຕິເສດພວກມັນ.) ຄົນໆໜຶ່ງຈະປະຕິເສດພວກມັນແນວໃດ? ເພື່ອປະຕິເສດພວກມັນ, ຄົນໆໜຶ່ງຕ້ອງມີເສັ້ນທາງ ແລະ ຂັ້ນຕອນທີ່ສະເພາະສຳລັບການປະຕິບັດຂອງພວກເຂົາ. ຢ່າງທຳອິດ, ຄົນໆໜຶ່ງຕ້ອງກວດສອບຕົນເອງກ່ອນວ່າພວກເຂົາມີການສະແດງອອກທາງພຶດຕິກຳເຖິງການເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ ແລະ ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ດັ່ງທີ່ສົ່ງເສີມໂດຍວັດທະນະທຳດັ້ງເດີມ ຫຼື ບໍ່. ການກວດສອບດັ່ງກ່າວຈະເກີດຂຶ້ນໃນຮູບແບບໃດ ແລະ ແມ່ນຫຍັງຄືເນື້ອຫາຂອງມັນ? ຄົນຈະພິຈາລະນາເບິ່ງຕົນວ່າແມ່ນຫຍັງຄືພື້ນຖານສຳລັບມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ, ພ້ອມທັງການປະພຶດ ແລະ ການກະທຳຂອງເຈົ້າ ແລະ ເພື່ອເບິ່ງວ່າສິ່ງໃດຝັງຮາກເລິກໃນຫົວໃຈຂອງເຈົ້າ ແລະ ແຊ່ເຂົ້າໃນເລືອດ ແລະ ກະດູກຂອງເຈົ້າ. ຍົກຕົວຢ່າງວ່າມີຄົນໃດໜຶ່ງທີ່ເອົາໃຈຫຼາຍເກີນໄປຕັ້ງແຕ່ໄວເດັກ, ຄົນທີ່ບໍ່ຮູ້ກ່ຽວກັບການຄວບຄຸມຕົນເອງຫຼາຍ, ແຕ່ຄວາມເປັນມະນຸດຂອງຄົນນັ້ນກໍບໍ່ແມ່ນວ່າບໍ່ດີ. ພວກເຂົາເປັນຜູ້ເຊື່ອທີ່ແທ້ຈິງ ແລະ ພວກເຂົາເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈິງໃຈ ແລະ ພວກເຂົາສາມາດທົນທຸກ ແລະ ຈ່າຍລາຄາ. ມີພຽງແຕ່ສິ່ງດຽວທີ່ບໍ່ຖືກຕ້ອງກັບພວກເຂົາ: ເມື່ອພວກເຂົາກິນ, ພວກເຂົາກໍມີແນວໂນ້ມທີ່ຈະເກັບເສດອາຫານ ແລະ ຂົບຍໍ້າ. ມັນເຮັດໃຫ້ເຈົ້າວຸ້ນວາຍໃຈຫຼາຍເມື່ອໄດ້ຍິນເຊັ່ນນັ້ນຈົນເຈົ້າບໍ່ສາມາດກືນອາຫານຂອງເຈົ້າ. ເຈົ້າເຄີຍຮູ້ສຶກຊີງຊັງເປັນພິເສດຕໍ່ຄົນເຫຼົ່ານັ້ນ. ເຈົ້າຈະຄິດວ່າພວກເຂົາບໍ່ມີການລ້ຽງດູ ແລະ ບໍ່ຮູ້ຈັກວິທີການຄວບຄຸມຕົນເອງ, ພວກເຂົາບໍ່ມີການສຶກສາດີ ຫຼື ມີເຫດຜົນ. ໃນຫົວໃຈຂອງເຈົ້າ, ເຈົ້າກໍດູຖູກພວກເຂົາ ເຊື່ອວ່າຄົນເຫຼົ່ານັ້ນຕໍ່າຊ້າ ແລະ ບໍ່ມີສັກສີ, ບໍ່ມີທາງທີ່ພວກເຂົາຈະເປັນຄົນທີ່ພຣະເຈົ້າເລືອກ, ແຮງໄກທີ່ຈະເປັນຄົນທີ່ພຣະອົງຮັກ. ແມ່ນຫຍັງຄືພື້ນຖານຂອງເຈົ້າທີ່ເຊື່ອເຊັ່ນນັ້ນ? ເຈົ້າໄດ້ເຫັນເຂົ້າໄປໃນແກ່ນແທ້ຂອງພວກເຂົາບໍ? ເຈົ້າກຳລັງປະເມີນພວກເຂົາອີງໃສ່ແກ່ນແທ້ຂອງພວກເຂົາບໍ? ແມ່ນຫຍັງຄືພື້ນຖານສຳລັບການປະເມີນຂອງເຈົ້າ? ເຫັນໄດ້ຢ່າງຊັດເຈນວ່າເຈົ້າກຳລັງປະເມີນຄົນໂດຍອີງໃສ່ຫຼາກຫຼາຍຖ້ອຍຄຳໃນວັດທະນະດັ້ງເດີມຂອງຄົນຈີນ. ສະນັ້ນເມື່ອເຈົ້າເລີ່ມຮຽນຮູ້ກ່ຽວກັບບັນຫານີ້, ເຈົ້າຄວນຄິດແນວໃດ ໂດຍອີງໃສ່ຄວາມຈິງທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້? “ຕົກໃຈເດ, ຂ້ອຍເຄີຍດູຖູກພວກເຂົາ. ຂ້ອຍບໍ່ເຄີຍຮັບຟັງການໂອ້ລົມຂອງພວກເຂົາຢ່າງເຕັມໃຈ. ເມື່ອໃດກໍຕາມທີ່ພວກເຂົາເວົ້າ ຫຼື ເຮັດຫຍັງກໍຕາມ, ບໍ່ວ່າພວກເຂົາຈະເຮັດມັນໄດ້ຖືກຕ້ອງສໍ່າໃດ ຫຼື ຄຳເວົ້າໃນການໂອ້ລົມຂອງພວກເຂົາຈະເປັນຈິງສໍ່າໃດກໍຕາມ, ທັນທີທີ່ຂ້ອຍຄິດຫາການທີ່ພວກເຂົາຂົບຍໍ້າ ແລະ ຮື້ຄົ້ນຫາເສດອາຫານ, ຂ້ອຍກໍບໍ່ຕ້ອງການໄດ້ຍິນພວກເຂົາເວົ້າ. ຂ້ອຍຖືວ່າພວກເຂົາເປັນຄົນທີ່ລ້ຽງດູມາຢ່າງຜິດໆທີ່ບໍ່ມີຄວາມສາມາດຢູ່ສະເໝີ. ຕອນນີ້, ຜ່ານການໂອ້ລົມດັ່ງກ່າວຈາກພຣະເຈົ້າ, ຂ້ອຍກໍເຫັນວ່າມຸມມອງຂອງຂ້ອຍຕໍ່ຄົນບໍ່ໄດ້ອີງໃສ່ພຣະທຳຂອງພຣະເຈົ້າ; ໃນທາງກົງກັນຂ້າມ ຂ້ອຍປະຕິບັດຕໍ່ນິໄສ ແລະ ພຶດຕິກຳທີ່ບໍ່ດີທີ່ຄົນມີໃນຊີວິດຂອງພວກເຂົາ ເຊິ່ງເປັນບ່ອນທີ່ພວກເຂົາຂາດການລ້ຽງດູ ຫຼື ບໍ່ເໝາະສົມໂດຍສະເພາະ, ຄືກັບວ່າພວກມັນຄືການສະແດງອອກເຖິງແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາ. ຕອນນີ້, ເມື່ອປະເມີນໃສ່ພຣະທຳຂອງພຣະເຈົ້າ, ທຸກສິ່ງນັ້ນເປັນຂໍ້ບົກຜ່ອງເລັກນ້ອຍທີ່ບໍ່ໄດ້ເວົ້າເຖິງແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາ. ພວກມັນບໍ່ໄດ້ກ່ຽວຂ້ອງກັບຫຼັກການໂດຍພື້ນຖານເລີຍ”. ນີ້ບໍ່ແມ່ນການກວດສອບຕົນເອງບໍ? (ແມ່ນ.) ຄົນທີ່ສາມາດຍອມຮັບພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງກໍສາມາດເຫັນສິ່ງເຫຼົ່ານີ້ຢ່າງຊັດເຈນ. ສະນັ້ນຕ້ອງເຮັດຫຍັງໃຫ້ສຳເລັດຈາກບ່ອນນັ້ນ? ມີເສັ້ນທາງບໍ? ມັນຈະໃຊ້ການໄດ້ບໍ ຖ້າເຈົ້າຮຽກຮ້ອງໃຫ້ພວກເຂົາຖິ້ມນິໄສທີ່ບໍ່ດີເຫຼົ່ານີ້ໃນທັນທີ? (ບໍ່.) ຂໍ້ບົກຜ່ອງເລັກໆນ້ອຍໆນັ້ນຕິດແໜ້ນ ແລະ ປ່ຽນແປງໄດ້ຍາກ. ພວກມັນບໍ່ແມ່ນສິ່ງທີ່ຄົນໆໜຶ່ງສາມາດປ່ຽນແປງໃນໜຶ່ງມື້ ຫຼື ສອງມື້. ບັນຫາທາງພຶດຕິກຳບໍ່ໄດ້ແກ້ໄຂໄດ້ຍາກຂະໜາດນັ້ນ, ແຕ່ເມື່ອມີຂໍ້ບົກຜ່ອງໃນນິໄສໃນຊີວິດຂອງຄົນໆໜຶ່ງ, ຄົນໆນັ້ນຕ້ອງການເວລາພໍສົມຄວນເພື່ອກຳຈັດພວກມັນ. ເຖິງຢ່າງໃດກໍຕາມ, ພວກມັນບໍ່ໄດ້ເວົ້າເຖິງຄຸນນະພາບຄວາມເປັນມະນຸດຂອງຄົນໃດໜຶ່ງ ຫຼື ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ, ສະນັ້ນຢ່າໃຫ້ນໍ້າໜັກພວກມັນຫຼາຍເກີນໄປ ຫຼື ປະຕິເສດທີ່ຈະປະຖິ້ມພວກມັນ. ທຸກຄົນມີນິໄສຂອງພວກເຂົາເອງ ແລະ ວິທີການໃນຊີວິດ. ບໍ່ມີຜູ້ໃດມາຈາກສູນຍາກາດ. ທຸກຄົນມີຂໍ້ບົກຜ່ອງສອງສາມຢ່າງ ແລະ ບໍ່ວ່າພວກມັນຈະເປັນຫຍັງກໍຕາມ, ຖ້າພວກມັນສົ່ງຜົນກະທົບຕໍ່ຄົນອື່ນ, ພວກມັນຕ້ອງໄດ້ຮັບການແກ້ໄຂ. ນັ້ນຄືວິທີການບັນລຸການມີປະຕິສຳພັນທີ່ມີອັດທະຍາໄສດີ. ເຖິງຢ່າງໃດກໍຕາມ, ມັນເປັນໄປບໍ່ໄດ້ທີ່ຈະເຮັດຕາມຫຼັກການໃນທຸກດ້ານ. ຄົນມາຈາກຫຼາຍບ່ອນທີ່ແຕກຕ່າງກັນ ແລະ ນິໄສຂອງພວກເຂົາໃນຊີວິດແຕກຕ່າງກັນຢ່າງສິ້ນເຊີງ, ສະນັ້ນພວກເຂົາຕ້ອງອົດກັ້ນກັນ. ນີ້ຄືສິ່ງທີ່ມະນຸດຊາດທີ່ປົກກະຕິຄວນມີ. ຢ່າເອົາໃຈໃສ່ກັບບັນຫາເລັກໆນ້ອຍໆ. ຝຶກການອົດກັ້ນ. ນັ້ນຄືວິທີການທີ່ເໝາະສົມທີ່ສຸດໃນການປະຕິບັດຕໍ່ຄົນອື່ນ. ນີ້ຄືຫຼັກການຂອງການອົດກັ້ນ, ຫຼັກການ ແລະ ວິທີການທີ່ຕ້ອງຮັບມືກັບເລື່ອງດັ່ງກ່າວ. ຢ່າພະຍາຍາມກຳນົດແກ່ນແທ້ ແລະ ຄວາມເປັນມະນຸດຂອງຄົນໂດຍອີງໃສ່ຂໍ້ບົກຜ່ອງເລັກໆນ້ອຍໆຂອງພວກເຂົາ. ພື້ນຖານນັ້ນແມ່ນບໍ່ສອດຄ່ອງກັບຫຼັກການຢ່າງສິ້ນເຊີງ, ເພາະບໍ່ວ່າຄົນໃດໜຶ່ງອາດມີຂໍ້ບົກຜ່ອງ ຫຼື ຂໍ້ຜິດພາດຫຍັງກໍຕາມ, ພວກມັນບໍ່ໄດ້ເວົ້າເຖິງແກ່ນແທ້ຂອງຄົນໆນັ້ນ ແລະ ພວກມັນບໍ່ໄດ້ໝາຍຄວາມວ່າຄົນໆໜຶ່ງບໍ່ແມ່ນຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າ, ແຮງໄກທີ່ຈະເປັນຄົນທີ່ສະແຫວງຫາຄວາມຈິງ. ພວກເຮົາຕ້ອງພິຈາລະນາເບິ່ງຈຸດແຂງຂອງຜູ້ຄົນ ແລະ ອີງມຸມມອງຂອງພວກເຮົາຕໍ່ຜູ້ຄົນໃສ່ພຣະທຳຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະອົງຕໍ່ມະນຸດ. ນັ້ນຄືວິທີການປະຕິບັດຕໍ່ຜູ້ຄົນຢ່າງເປັນທຳ. ຄົນໃດໜຶ່ງທີ່ສະແຫວງຫາຄວາມຈິງຄວນເບິ່ງຜູ້ຄົນແນວໃດ? ມຸມມອງຂອງພວກເຂົາຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດ ແລະ ການກະທຳຂອງພວກເຂົາຕ້ອງອີງໃສ່ພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງພວກເຂົາ. ສະນັ້ນເຈົ້າຖືວ່າແຕ່ລະຄົນເປັນແນວໃດຕາມພຣະທຳຂອງພຣະເຈົ້າ? ພິຈາລະນາເບິ່ງວ່າພວກເຂົາມີຈິດສຳນຶກ ແລະ ເຫດຜົນ ຫຼື ບໍ່, ພວກເຂົາເປັນຄົນດີ ຫຼື ຄົນຊົ່ວຮ້າຍ. ເມື່ອເຈົ້າພົວພັນກັບພວກເຂົາ, ເຈົ້າອາດເຫັນວ່າເຖິງແມ່ນພວກເຂົາຮ່ວມມີຂໍ້ບົກຜ່ອງ ແລະ ຄວາມຂາດເຂີນເລັກນ້ອຍ, ພວກເຂົາກໍມີຄວາມເປັນມະນຸດທີ່ດີພໍສົມຄວນ. ພວກເຂົາອົດກັ້ນ ແລະ ໃຈເຢັນໃນການມີປະຕິສຳພັນຂອງພວກເຂົາກັບຄົນ ແລະ ເມື່ອຄົນໃດໜຶ່ງຄິດລົບ ແລະ ອ່ອນແອ, ພວກເຂົາກໍຮັກຄົນເຫຼົ່ານັ້ນ ແລະ ສາມາດສະໜອງໃຫ້ແກ່ພວກເຂົາ ແລະ ຊ່ວຍເຫຼືອພວກເຂົາ. ນັ້ນຄືທ່າທີ່ຂອງພວກເຂົາຕໍ່ຄົນອື່ນ. ແລ້ວແມ່ນຫຍັງຄືທ່າທີ່ຂອງພວກເຂົາຕໍ່ພຣະເຈົ້າ? ໃນທ່າທີ່ຂອງພວກເຂົາຕໍ່ພຣະເຈົ້າ, ມັນຍິ່ງສາມາດປະເມີນໄດ້ຫຼາຍຂຶ້ນວ່າພວກເຂົາມີຄວາມເປັນມະນຸດ ຫຼື ບໍ່. ມັນອາດເປັນວ່າດ້ວຍທຸກສິ່ງທີ່ພຣະເຈົ້າເຮັດ, ພວກເຂົາຍອມອ່ອນນ້ອມ ແລະ ສະແຫວງຫາ ແລະ ປາດຖະໜາຫາ ແລະ ໃນລະຫວ່າງທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ມີປະຕິສຳພັນກັບຄົນອື່ນ, ເມື່ອພວກເຂົາດຳເນີນການ ພວກເຂົາກໍມີຫົວໃຈທີ່ຢຳເກງພຣະເຈົ້າ. ມັນບໍ່ແມ່ນວ່າພວກເຂົາປ່ວງບ້າ, ກະທຳການຢ່າງອຸກອາດ ແລະ ມັນບໍ່ວ່າພວກເຂົາຈະເຮັດຫຍັງ ແລະ ເວົ້າຫຍັງ. ເມື່ອເກີດບາງຢ່າງຂຶ້ນທີ່ກ່ຽວຂ້ອງກັບພຣະເຈົ້າ ຫຼື ພາລະກິດຂອງພຣະອົງ, ພວກເຂົາກໍລະມັດລະວັງຫຼາຍ. ຫຼັງຈາກທີ່ເຈົ້າສືບຈົນແນ່ໃຈວ່າພວກເຂົາມີການສະແດງອອກເຫຼົ່ານີ້, ໂດຍອີງໃສ່ສິ່ງທີ່ສະແດງອອກຈາກຄວາມເປັນມະນຸດຂອງພວກເຂົາ ເຈົ້າຈະປະເມີນວ່າຄົນນັ້ນດີ ຫຼື ຊົ່ວໄດ້ແນວໃດ? ໃຫ້ປະເມີນສິ່ງນັ້ນອີງໃສ່ພຣະທຳຂອງພຣະເຈົ້າ ແລະ ປະເມີນມັນໂດຍອີງໃສ່ວ່າພວກເຂົາມີຈິດສຳນຶກ ແລະ ເຫດຜົນ ແລະ ອີງໃສ່ທ່າທີ່ຂອງພວກເຂົາຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ໂດຍການປະເມີນພວກມັນໃນສອງດ້ານເຫຼົ່ານີ້, ເຈົ້າຈະເຫັນວ່າເຖິງແມ່ນມີບັນຫາ ແລະ ຂໍ້ບົກຜ່ອງສອງສາມຢ່າງໃນພຶດຕິກຳຂອງພວກເຂົາ, ພວກເຂົາອາດບໍ່ເປັນຄົນທີ່ມີຈິດສຳນຶກ ແລະ ເຫດຜົນ, ຄົນທີ່ມີຫົວໃຈທີ່ຍອມອ່ອນນ້ອມ ແລະ ຢຳເກງຕໍ່ພຣະເຈົ້າ ແລະ ທ່າທີ່ທີ່ຮັກ ແລະ ຍອມຮັບຕໍ່ຄວາມຈິງ. ຖ້າເປັນດັ່ງນັ້ນ, ແລ້ວໃນສາຍຕາຂອງພຣະເຈົ້າ ພວກເຂົາເປັນຄົນທີ່ອາດຖືກຊ່ວຍໃຫ້ລອດພົ້ນ, ເປັນຄົນທີ່ພຣະອົງຮັກ. ແລ້ວຖ້າໃນສາຍຕາຂອງພຣະເຈົ້າແລ້ວ ພວກເຂົາເປນັຄົນທີ່ອາດຖືກຊ່ວຍໃຫ້ລອດພົ້ນ ແລະ ຄົນທີ່ພຣະອົງຮັກ, ເຈົ້າຄວນປະຕິບັດຕໍ່ພວກເຂົາແນວໃດ? ເຈົ້າຕ້ອງເບິ່ງຄົນ ແລະ ສິ່ງຕ່າງໆຕາມພຣະທຳຂອງພຣະເຈົ້າ ແລະ ປະເມີນຕາມພຣະທຳຂອງພຣະອົງ. ພວກເຂົາເປັນອ້າຍນ້ອງ ຫຼື ເອື້ອຍນ້ອງທີ່ແທ້ຈິງ ແລະ ເຈົ້າຄວນປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ. ຢ່າເບິ່ງພວກເຂົາຜ່ານເລນສີ ຫຼື ປະເມີນພວກເຂົາຕາມຖ້ອຍຄຳວັດທະນະທຳດັ້ງເດີມ, ໃຫ້ປະເມີນພວກເຂົາດ້ວຍພຣະທຳຂອງພຣະເຈົ້າແທນ. ແລ້ວສຳລັບຂໍ້ບົກຜ່ອງທາງພຶດຕິກຳຂອງພວກເຂົາ, ຖ້າເຈົ້າມີຫົວໃຈທີ່ໃຈດີ, ເຈົ້າຄວນຊ່ວຍເຫຼືອພວກເຂົາ. ປ່ອຍໃຫ້ພວກເຂົາຮູ້ວິທີການເຮັດຢ່າງເໝາະສົມ. ເຈົ້າຈະເຮັດຫຍັງ ຖ້າພວກເຂົາສາມາດຍອມຮັບສິ່ງນັ້ນແຕ່ບໍ່ສາມາດປະຖິ້ມຂໍ້ບົກຜ່ອງທາງພຶດຕິກຳຂອງພວກເຂົາໄດ້ໃນທັນທີ? ເຈົ້າຈຳເປັນຕ້ອງໃຊ້ຄວາມອົດກັ້ນ. ຖ້າເຈົ້າບໍ່ອົດກັ້ນ, ນັ້ນກໍໝາຍຄວາມວ່າເຈົ້າບໍ່ໄດ້ມີຫົວໃຈທີ່ໃຈດີ ແລະ ເຈົ້າຄວນສະແຫວງຫາຄວາມຈິງໃນທ່າທີ່ຂອງເຈົ້າຕໍ່ພວກເຂົາ ແລະ ໄຕ່ຕອງ ແລະ ຮູ້ຈັກຂໍ້ບົກຜ່ອງຂອງເຈົ້າເອງ. ນັ້ນຄືວິທີການທີ່ເຈົ້າສາມາດເລີ່ມປະຕິບັດຕໍ່ຜູ້ຄົນຢ່າງຖືກຕ້ອງ. ຖ້າໃນທາງກົງກັນຂ້າມເຈົ້າເວົ້າວ່າ “ຄົນນັ້ນມີຂໍ້ບົກຜ່ອງຫຼາຍຢ່າງ. ພວກເຂົາຖືກລ້ຽງດູມາບໍ່ດີ, ພວກເຂົາບໍ່ຮູ້ຈັກວິທີການຄວບຄຸມຕົນເອງ, ພວກເຂົາບໍ່ຮູ້ຈັກກ່ຽວກັບການເຄົາລົບຄົນອື່ນ ແລະ ພວກເຂົາບໍ່ຮູ້ມາລະຍາດຂອງພວກເຂົາ. ແລ້ວພວກເຂົາກໍເປັນຜູ້ບໍ່ເຊື່ອ. ເຮົາບໍ່ຕ້ອງການຄົບຫາສະມາຄົມກັບພວກເຂົາ, ເຮົາບໍ່ຕ້ອງການເຫັນພວກເຂົາ ແລະ ເຮົາບໍ່ຕ້ອງການໄດ້ຍິນແມ່ນຫຍັງກໍຕາມທີ່ພວກເຂົາເວົ້າ, ບໍ່ວ່າມັນຈະຖືກຕ້ອງສໍ່າໃດກໍຕາມ. ຜູ້ໃດຈະເຊື່ອວ່າພວກເຂົາຢຳເກງພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ? ພວກເຂົາເໝາະສົມກັບສິ່ງນັ້ນບໍ? ພວກເຂົາມີຄວາມສາມາດບໍ?” ແລ້ວນັ້ນແມ່ນທ່າທີ່ຫຍັງ? ມັນເປັນຄວາມໂອບອ້ອມອາລີທີ່ມີເມດຕາບໍທີ່ຕ້ອງປະຕິບັດຕໍ່ຄົນອື່ນແບບນັ້ນ? ມັນສອດຄ່ອງກັບຫຼັກການແຫ່ງຄວາມຈິງບໍ? ການປະຕິບັດຕໍ່ຄົນອື່ນເຊັ່ນນັ້ນໃນສ່ວນຂອງເຈົ້າເປັນການເຂົ້າໃຈ ແລະ ການປະຕິບັດຄວາມຈິງບໍ? ມັນເປັນຄວາມຮັກບໍ? ເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ຖ້າຄວາມເຊື່ອຂອງຄົນໃດໜຶ່ງໃນພຣະເຈົ້າຂາດແມ່ນແຕ່ຄວາມໃຈດີໂດຍພື້ນຖານ, ຄົນໆນັ້ນມີຄວາມເປັນຈິງແຫ່ງຄວາມຈິງບໍ? ຖ້າເຈົ້າສືບຕໍ່ຍຶດຕິດກັບແນວຄິດຂອງເຈົ້າ ແລະ ມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆຍັງອີງໃສ່ຄວາມຮູ້ສຶກ, ຄວາມປະທັບໃຈ, ຄວາມມັກ ແລະ ແນວຄິດຂອງເຈົ້າເອງ, ນັ້ນຄືສິ່ງພິສູດໄດ້ຢ່າງພຽງພໍວ່າເຈົ້າບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ຍັງໃຊ້ຊີວິດໂດຍອາໄສປັດຊະຍາທີ່ຊົ່ວຮ້າຍ. ມັນເປັນສິ່ງພິສູດໄດ້ຢ່າງພຽງພໍວ່າເຈົ້າບໍ່ແມ່ນຜູ້ຮັກຄວາມຈິງ ຫຼື ຄົນທີ່ສະແຫວງຫາມັນ. ບາງຄົນຖືວ່າຕົນເອງຊອບທຳຫຼາຍ. ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາແນວໃດກໍຕາມ, ພວກເຂົາຍັງຍຶດຕິດກັບມຸມມອງຂອງພວກເຂົາເອງ: “ຂ້ອຍເປັນຄົນນອບນ້ອມທີ່ເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມ, ແລ້ວແນວໃດ? ຢ່າງໜ້ອຍຂ້ອຍກໍເປັນຄົນດີ. ບໍ່ມີຫຍັງດີໃນວິທີການທີ່ຂ້ອຍປະພຶດຕົນເອງ? ຢ່າງໜ້ອຍທຸກຄົນກໍເຄົາລົບຂ້ອຍ”. ເຮົາບໍ່ໄດ້ຄັດຄ້ານບໍ່ໃຫ້ເຈົ້າເປັນຄົນດີ, ແຕ່ຖ້າເຈົ້າສືບຕໍ່ທຳທ່າດັ່ງທີ່ເຈົ້າເປັນ, ເຈົ້າຈະສາມາດຮັບເອົາຄວາມຈິງ ແລະ ຊີວິດບໍ? ການເປັນຄົນດີໃນລັກສະນະທີ່ເຈົ້າອາດບໍ່ລະເມີດຄວາມຊື່ສັດຂອງເຈົ້າ ຫຼື ເຮັດຂັດກັບເປົ້າໝາຍ ແລະ ທິດທາງໃນການປະພຶດຂອງເຈົ້າ, ແຕ່ມີສິ່ງດຽວທີ່ເຈົ້າຕ້ອງເຂົ້າໃຈ. ໃຫ້ສືບຕໍ່ເຮັດແນວນັ້ນ ແລະ ເຈົ້າຈະບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ໃນທີ່ສຸດແລ້ວເຈົ້າຈະບໍ່ສາມາດຮັບເອົາຄວາມຈິງ ຫຼື ຊີວິດ ຫຼື ຄວາມລອດພົ້ນຂອງພຣະເຈົ້າ. ນັ້ນຄືຜົນຮັບດຽວທີ່ສາມາດເປັນໄປໄດ້.

ເຮົາຫາກໍໂອ້ລົມກ່ຽວກັບວິທີການພິຈາລະນາພຶດຕິກຳທີ່ດີໃນແນວຄິດຂອງຜູ້ຄົນ ແລະ ວິທີການລະບຸພຶດຕິກຳທີ່ດີເຫຼົ່ານັ້ນທີ່ຄົນໆໜຶ່ງສະແຫວງຫາຄວາມຈິງ. ຕອນນີ້ພວກເຈົ້າມີເສັ້ນທາງບໍ? (ແມ່ນ.) ເຈົ້າຄວນເຮັດແນວໃດ? (ກ່ອນອື່ນໃຫ້ໄຕ່ຕອງກ່ຽວກັບວ່າຄົນໆໜຶ່ງມີພຶດຕິກຳເອງ ຫຼື ບໍ່. ຫຼັງຈາກນັ້ນ, ໃຫ້ໄຕ່ຕອງວ່າແມ່ນຫຍັງຄືພື້ນຖານ ແລະ ເກນປົກກະຕິຂອງຄົນໆໜຶ່ງສຳລັບມຸມມອງຂອງເຂົາຕໍ່ຄົນ ແລະ ສິ່ງຕ່າງໆ.) ຖືກຕ້ອງ. ເຈົ້າຄວນເລີ່ມຕົ້ນໂດຍການເບິ່ງໃຫ້ອອກຢ່າງຊັດເຈນວ່າມີຫຍັງໃນມຸມມອງກ່ອນໜ້າຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ ຫຼື ໃນການປະພຶດ ແລະ ການກະທຳຂອງເຈົ້າ ຫຼື ບໍ່ທີ່ຂັດແຍ່ງກັບສິ່ງທີ່ເຮົາໂອ້ລົມໃນມື້ນີ້ ຫຼື ສິ່ງທີ່ຂັດກັບມັນ. ໃຫ້ໄຕ່ຕອງວ່າແມ່ນຫຍັງຄືພື້ນຖານສຳລັບທັດສະນະ ແລະ ມຸມມອງທີ່ທ່ານນໍາໃຊ້ເມື່ອເຈົ້າເບິ່ງຄົນ ແລະ ສິ່ງຕ່າງໆ, ພື້ນຖານຂອງເຈົ້າຄືມາດຕະຖານຂອງວັດທະນະທຳດັ້ງເດີມ ຫຼື ຄຳເວົ້າຂອງບາງຄົນທີ່ຍິ່ງໃຫຍ່ ແລະ ມີຊື່ສຽງ ຫຼື ບໍ່ ຫຼື ມັນເປັນພຣະທຳຂອງພຣະເຈົ້າ, ເປັນຄວາມຈິງ ຫຼື ບໍ່. ຈາກນັ້ນ, ໃຫ້ສືບຕໍ່ໄຕ່ຕອງວ່າຄວາມຄິດ ແລະ ມຸມມອງຂອງວັດທະນະທຳດັ້ງເດີມ ແລະ ຂອງຄົນທີ່ຍິ່ງໃຫຍ່ ແລະ ມີຊື່ສຽງເຫຼົ່ານີ້ສອດຄ່ອງກັບຄວາມຈິງ ຫຼື ບໍ່, ພວກມັນຂັດແຍ່ງກັບຄວາມຈິງຢູ່ບ່ອນໃດ, ພວກມັນຜິດພາດຢູ່ບ່ອນໃດແທ້ໆ. ສິ່ງເຫຼົ່ານີ້ຄືຂໍ້ສະເພາະໃນຂັ້ນຕອນທີສອງຂອງການໄຕ່ຕອງກ່ຽວກັບຕົນເອງ. ຕອນນີ້ສຳລັບຂັ້ນຕອນທີສາມ. ເມື່ອເຈົ້າຄົ້ນພົບວ່າມຸມມອງ, ວິທີການ, ພື້ນຖານ ແລະ ເກນສຳລັບມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ, ພ້ອມທັງການປະພຶດ ແລະ ການກະທຳຂອງເຈົ້າ, ແມ່ນເກີດຂຶ້ນຈາກຄວາມປະສົງຂອງມະນຸດ, ຈາກກະແສທີ່ຊົ່ວຮ້າຍຂອງສັງຄົມ ແລະ ຂອງວັດທະນະທຳດັ້ງເດີມ ແລະ ພວກມັນຂັດກັບຄວາມຈິງ, ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າບໍ່ຄວນສະແຫວງຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ ແລະ ຖືເອົາພວກມັນໃຫ້ເປັນພື້ນຖານຂອງເຈົ້າບໍ? (ແມ່ນແລ້ວ.) ສະແຫວງຫາຫຼັກການແຫ່ງຄວາມຈິງໃນພຣະທຳຂອງພຣະເຈົ້າທີ່ເວົ້າເຖິງການເບິ່ງຄົນ ແລະ ສິ່ງຕ່າງໆ, ພ້ອມທັງການປະພຶດ ແລະ ການກະທຳ. ເຈົ້າຄວນອີງມັນໃສ່ສິ່ງທີ່ພຣະທຳຂອງພຣະເຈົ້າເວົ້າເຖິງເປັນຫຼັກ ຫຼື ຖ້າຈະເວົ້າໃຫ້ຖືກຕ້ອງກໍຄືອີງໃສ່ຫຼັກການແຫ່ງຄວາມຈິງໃນພຣະທຳຂອງພຣະເຈົ້າ. ຫຼັກການແຫ່ງຄວາມຈິງເຫຼົ່ານັ້ນຄວນກາຍມາເປັນພື້ນຖານ ແລະ ເກນສຳລັບມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດ ແລະ ການກະທຳຂອງເຈົ້າ. ນີ້ຄືສິ່ງທີ່ສຳເລັດໄດ້ໂດຍຫຍຸ້ງຍາກທີ່ສຸດ. ຄົນໆໜຶ່ງຕ້ອງປະຕິເສດມຸມມອງ, ແນວຄິດ, ຄວາມຄິດເຫັນ ແລະ ທັດສະນະຂອງພວກເຂົາເອງກ່ອນ. ສິ່ງນີ້ກ່ຽວຂ້ອງກັບມຸມມອງບາງຢ່າງທີ່ບໍ່ຖືກຕ້ອງ ແລະ ບິດບ້ຽວຂອງມະນຸດ. ຄົນໆໜຶ່ງຕ້ອງຂຸດມຸມມອງເຫຼົ່ານັ້ນອອກ, ເລີ່ມຮູ້ຈັກພວກມັນ ແລະ ໄຈ້ແຍກພວກມັນ. ອີກສ່ວນໜຶ່ງຂອງມັນກໍຄືເມື່ອເຈົ້າໄດ້ພົບເຫັນຖ້ອຍຄຳທີ່ຖືກຕ້ອງໃນພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ, ພວກເຂົາກໍຄວນຄຸ່ນຄິດກ່ຽວກັບມັນ ແລະ ໂອ້ລົມກ່ຽວກັບມັນ ແລະ ເມື່ອພວກເຂົາໄດ້ຊີ້ແຈງວ່າຫຼັກການແຫ່ງຄວາມຈິງແມ່ນຫຍັງ, ມັນກໍກາຍມາເປັນຄຳຖາມໃນທັນທີວ່າພວກເຂົາຈະຍອມຮັບ ແລະ ປະຕິບັດຄວາມຈິງໄດ້ແນວໃດ. ບອກເຮົາເບິ່ງວ່າຫຼັງຈາກທີ່ຄົນໆໜຶ່ງໄດ້ເຂົ້າໃຈຫຼັກການແຫ່ງຄວາມຈິງ, ພວກເຂົາຈະສາມາດຍອມຮັບ ແລະ ຍອມອ່ອນນ້ອມຕໍ່ພວກມັນໄດ້ໄວບໍ? (ບໍ່.) ຄວາມກະບົດ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດບໍ່ສາມາດໄດ້ຮັບການແກ້ໄຂໃນທັນທີ. ມະນຸດມີອຸປະນິໄສທີ່ເສື່ອມຊາມ ແລະ ເຖິງແມ່ນເຂົາອາດຮູ້ວ່າພຣະທຳຂອງພຣະເຈົ້າໝາຍຄວາມວ່າແນວໃດ, ເຂົາກໍບໍ່ສາມາດນໍາພວກມັນໄປປະຕິບັດໄດ້ໃນທັນທີ. ການນໍາຄວາມຈິງໄປປະຕິບັດເປັນການສູ້ຮົບສຳລັບເຂົາໃນແຕ່ລະກໍລະນີ. ມະນຸດມີອຸປະນິໄສທີ່ກະບົດ. ເຂົາບໍ່ສາມາດປະຖິ້ມອະຄະຕິ, ຄວາມເອົາແຕ່ໃຈ, ຄວາມຫົວດື້, ຄວາມຈອງຫອງ, ການຖືວ່າຕົນເອງຊອບທຳ ຫຼື ການຖືວ່າຕົນເອງສຳຄັນຂອງເຂົາ ຫຼື ຊຸດຂໍ້ອ້າງ ແລະ ຂໍ້ແກ້ຕົວຂອງເຂົາ ຫຼື ການເຫັນຄຸນຄ່າໃນຕົນເອງ, ສະຖານະ, ຊື່ສຽງ ແລະ ຄວາມທະນົງຕົວຂອງເຂົາ. ສະນັ້ນເມື່ອເຈົ້າປະຖິ້ມບາງສິ່ງທີ່ເຈົ້າຖືວ່າດີໃນແນວຄິດຂອງເຈົ້າ, ສິ່ງທີ່ເຈົ້າຕ້ອງປະຕິເສດຄືຜົນປະໂຫຍດເຫຼົ່ານີ້ຂອງເຈົ້າ ແລະ ສິ່ງຕ່າງໆທີ່ເຈົ້າເຊີດຊູ. ເມື່ອເຈົ້າສາມາດປະຕິເສດ ແລະ ປ່ອຍຖິ້ມທຸກສິ່ງເຫຼົ່ານີ້, ນັ້ນຄືເວລາທີ່ເຈົ້າຈະມີຄວາມຫວັງ ຫຼື ໂອກາດໃນການປະຕິເສດໂດຍອີງໃສ່ພຣະທຳຂອງພຣະເຈົ້າ, ອີງຕາມຫຼັກການແຫ່ງຄວາມຈິງ. ເພື່ອປະຖິ້ມຕົນເອງ ແລະ ປະຕິເສດຕົນເອງ, ນີ້ຄືຈຸດຫົວລ້ຽວຫົວຕໍ່ທີ່ທຳລາຍໄດ້ຢ່າງຫຍຸ້ງຍາກທີ່ສຸດ. ເຖິງຢ່າງໃດກໍຕາມ, ທັນທີທີ່ເຈົ້າຜ່ານມັນໄປ ມັນຈະບໍ່ມີຄວາມຫຍຸ້ງຍາກທີ່ໃຫຍ່ຫຼວງເຫຼືອຢູ່ໃນຫົວໃຈຂອງເຈົ້າ. ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ສາມາດແຊກຊຶມເຂົ້າໃນແກ່ນແທ້ຂອງພຶດຕິກຳທີ່ດີ, ມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆຈະປ່ຽນແປງ ແລະ ຈາກນັ້ນເຈົ້າຈະສາມາດປະຖິ້ມສິ່ງດັ່ງກ່າວຈາກວັດທະນະທຳດັ້ງເດີມເທື່ອລະໜ້ອຍ. ສະນັ້ນເພື່ອປ່ຽນມຸມມອງທີ່ຜິດພາດຂອງມະນຸດຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ວິທີການ ແລະ ລັກສະນະການກະທຳຂອງເຂົາ ແລະ ຈຸດກຳເນີດ ແລະ ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງເຂົາ, ນີ້ບໍ່ແມ່ນສິ່ງທີ່ເຮັດໄດ້ງ່າຍ. ສິ່ງທີ່ປ່ຽນແປງໄດ້ຍາກທີ່ສຸດຄືມະນຸດມີອຸປະນິໄສທີ່ເສື່ອມຊາມ. ມຸມມອງຂອງມະນຸດຕໍ່ສິ່ງຕ່່າງໆ ແລະ ວິຖີຊີວິດຂອງເຂົາແມ່ນເກີດຂຶ້ນຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາ. ອຸປະນິໄສທີ່ເສື່ອມຊາມເຮັດໃຫ້ເຈົ້າອວດດີ, ຖືວ່າຕົນເອງຊອບທຳ ແລະ ຫົວແຂງ, ພວກມັນເຮັດໃຫ້ເຈົ້າດູຖູກຄົນອື່ນ, ໃຫ້ຄວາມສຳຄັນກັບການເຊີດຊູຊື່ ແລະ ສະຖານະຂອງເຈົ້າຢູ່ສະເໝີ, ໃຫ້ຄວາມສຳຄັນກັບວ່າເຈົ້າຮວບຮວມການເຄົາລົບ ແລະ ອອກໜ້າອອກຕາໃນທ່າມກາງຄົນອື່ນ, ພິຈາລະນາເຖິງຄວາມຄາດຫວັງໃນອະນາຄົດ ແລະ ໂຊກຊະຕາຂອງເຈົ້າ ແລະ ອື່ນໆອີກ. ທຸກສິ່ງນີ້ແມ່ນສິ່ງທີ່ເກີດຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ລາມຮອດເຖິງຜົນປະໂຫຍດຂອງເຈົ້າ. ເມື່ອເຈົ້າເອົາແຕ່ລະສິ່ງເຫຼົ່ານີ້ ແລະ ຍ່ອຍມັນໃຫ້ລະອຽດ, ເບິ່ງມັນໃຫ້ອອກ ແລະ ປະຕິເສດມັນ, ເຈົ້າກໍຈະສາມາດປະຕິເສດພວກມັນ. ແລ້ວໃນຕອນທີ່ເຈົ້າສາມາດປະຖິ້ມພວກມັນໄດ້ເທື່ອລະໜ້ອຍເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຖືເອົາພຣະທຳຂອງພຣະເຈົ້າເປັນພື້ນຖານຂອງເຈົ້າ ແລະ ເອົາຄວາມຈິງເປັນເກນຂອງເຈົ້າໃນມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ໃນການປະພຶດ ແລະ ການກະທຳຂອງເຈົ້າໂດຍບໍ່ປະນີປະນອມ ແລະ ຢ່າງເດັດຂາດ.

ໃຫ້ຖືເອົາພຣະທຳຂອງພຣະເຈົ້າເປັນພື້ນຖານຂອງເຈົ້າໃນມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ໃນການປະພຶດ ແລະ ການກະທຳຂອງເຈົ້າ, ທຸກຄົນເຂົ້າໃຈຄຳເວົ້າເຫຼົ່ານີ້. ພວກມັນເຂົ້າໃຈໄດ້ງ່າຍ. ໃນຄວາມເປັນເຫດເປັນຜົນຂອງເຂົາ ແລະ ໃນຄວາມຄິດຂອງເຂົາ, ໃນຄວາມປະສົງ ແລະ ອຸດົມການຂອງເຂົາ, ມະນຸດສາມາດເຂົ້າໃຈຄຳເວົ້າເຫຼົ່ານີ້ ແລະ ເຕັມໃຈທີ່ປະຕິບັດຕາມພວກມັນ. ບໍ່ມີຄວາມຫຍຸ້ງຍາກໃນທີ່ນັ້ນ. ແຕ່ໃນຄວາມເປັນຈິງແລ້ວ, ມະນຸດໃຊ້ຊີວິດຕາມໄດ້ຍາກເມື່ອເຂົາປະຕິບັດຄວາມຈິງ ແລະ ອຸປະສັກ ແລະ ບັນຫາໃນການເຮັດເຊັ່ນນັ້ນກໍແມ່ນຄວາມຫຍຸ້ງຍາກທົ່ວໄປທີ່ສະແດງອອກໃນສະພາບແວດລ້ອມພາຍນອກຂອງເຂົາ. ເຫດຜົນຫຼັກແມ່ນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງເຂົາ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດຄືຈຸດກຳເນີດຂອງຫຼາກຫຼາຍບັນຫາຂອງເຂົາ. ຫຼັງຈາກທີ່ມັນໄດ້ຮັບການແກ້ໄຂ, ບັນຫາ ແລະ ຄວາມຫຍຸ້ງຍາກທັງໝົດຂອງມະນຸດກໍບໍ່ກາຍເປັນບັນຫາໃຫຍ່ໃດໆອີກຕໍ່ໄປ. ຈາກນັ້ນກໍຕາມມາດ້ວຍຄວາມຫຍຸ້ງຍາກທັງໝົດຂອງມະນຸດໃນການປະຕິບັດຄວາມຈິງແມ່ນເກີດຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາ. ສະນັ້ນ, ເມື່ອເຈົ້າປະຕິບັດພຣະທຳເຫຼົ່ານີ້ຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງນີ້ໃນການປະຕິບັດຄວາມຈິງ, ເຈົ້າຈະເລີ່ມຮູ້ຈັກສິ່ງນີ້ຫຼາຍຂຶ້ນ: “ຂ້ອຍມີອຸປະນິໄສທີ່ເສື່ອມຊາມ. ຂ້ອຍເປັນ ‘ມະນຸດຊາດທີ່ເສື່ອມຊາມ’ ທີ່ພຣະເຈົ້າເວົ້າເຖິງ, ຖືກຊາຕານເຮັດໃຫ້ເສື່ອມຊາມໃນແກ່ນຂອງຂ້ອຍ, ເປັນຄົນທີ່ໃຊ້ຊີວິດຕາມອຸປະນິໄສທີ່ຊົ່ວຮ້າຍ”. ນັ້ນບໍ່ແມ່ນລັກສະນະທີ່ມັນເກີດຂຶ້ນບໍ? (ແມ່ນ.) ສະນັ້ນ, ຖ້າມະນຸດຈະສະແຫວງຫາຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ການຮູ້ ແລະ ການເບິ່ງອອກເຖິງສິ່ງທີ່ບໍ່ດີກໍເປັນພຽງຂັ້ນຕອນທຳອິດຂອງການເຂົ້າສູ່ຊີວິດ, ຂັ້ນຕອນເລີ່ມຕົ້ນທີ່ສຸດ. ສະນັ້ນ, ເປັນຫຍັງຫຼາຍຄົນຈຶ່ງເຂົ້າໃຈຄວາມຈິງສອງສາມຢ່າງ ແຕ່ບໍ່ສາມາດນໍາພວກມັນໄປປະຕິບັດ? ເປັນຫຍັງພວກເຂົາທຸກຄົນຈຶ່ງສາມາດເທດສະໜາຄຳເວົ້າທີ່ຍິ່ງໃຫຍ່ ແລະ ວະລີທີ່ເປັນຫຼັກຄຳສອນຫຼາຍຢ່າງ, ແຕ່ບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ? ມັນເປັນຍ້ອນພວກເຂົາບໍ່ເຂົ້າໃຈຫຍັງກ່ຽວກັບຄວາມຈິງບໍ? ບໍ່, ມັນກົງກັນຂ້າມແທ້ໆ. ການເຂົ້າໃຈຂອງພວກເຂົາຕໍ່ຄວາມຈິງໃນລະດັບທິດສະດີ ແລະ ຕາມຄຳເວົ້າ ແລະ ຕາມວະລີແມ່ນຢູ່ໃນບ່ອນທີ່ມັນຄວນເປັນແທ້ໆ. ມັນເຖິງກັບເວົ້າອອກມາໄດ້ງ່າຍເມື່ອພວກເຂົາທ່ອງຈຳມັນ. ພວກເຂົາມີຄວາມປະສົງຢ່າງແນ່ນອນ ແລະ ພວກເຂົາມີຊຸດຄວາມຄິດ ແລະ ຄວາມທະເຍີທະຍານທີ່ດີ; ພວກເຂົາທຸກຄົນເຕັມໃຈຈະດິ້ນຮົນໄປຫາຄວາມຈິງ. ແຕ່ເປັນຫຍັງພວກເຂົາຈຶ່ງບໍ່ສາມາດນໍາຄວາມຈິງໄປປະຕິບັດ, ແຕ່ບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຕໍ່? ມັນເປັນເພາະຄຳເວົ້າ ແລະ ຕົວອັກສອນ ແລະ ທິດສະດີທີ່ພວກເຂົາເຂົ້າໃຈຍັງບໍ່ສາມາດສະແດງອອກໃນຊີວິດຈິງຂອງພວກເຂົາ. ແລ້ວບັນຫານີ້ມາຈາກໃສ? ຈຸດກຳເນີດຂອງມັນແມ່ນຢູ່ໃນການມີຢູ່ຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໃນບັນດາສິ່ງທີ່ຢູ່ລະຫວ່າງກາງ ແລະ ຂັດຂວາງ. ນັ້ນຄືເຫດຜົນທີ່ມີບາງຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ເຂົ້າໃຈຄວາມໝາຍຂອງການສະແຫວງຫາຄວາມຈິງ, ຄົນທີ່ປະຕິຍານ ແລະ ຖະແຫຼງຄວາມປະສົງຂອງພວກເຂົາທຸກຄັ້ງທີ່ພວກເຂົາລົ້ມເຫຼວ ຫຼື ລົ້ມລົງ ຫຼື ບໍ່ສາມາດນໍາຄວາມຈິງໄປປະຕິບັດ. ພວກເຂົາປະຕິຍານ ແລະ ຖະແຫຼງແບບນັ້ນຫຼາຍຄັ້ງຈົນນັບບໍ່ຖ້ວນ ແລະ ມັນກໍຍັງບໍ່ໄດ້ແກ້ໄຂບັນຫາ. ພວກເຂົາສືບຕໍ່ຢຸດຢູ່ໃນຂັ້ນຕອນການແກ້ໄຂຄວາມປະສົງຂອງພວກເຂົາ ແລະ ປະຕິຍານ. ພວກເຂົາຍັງຄາຢູ່ບ່ອນນັ້ນ. ເມື່ອພວກເຂົາປະຕິບັດຄວາມຈິງ, ຫຼາຍຄົນຕັ້ງໃຈກັບຄວາມປະສົງຂອງພວກເຂົາ ແລະ ສາບານຢູ່ສະເໝີ, ເວົ້າວ່າພວກເຂົາຈະດິ້ນຮົນ. ທຸກມື້, ພວກເຂົາຈະໃຫ້ກຳລັງໃຈຕົນເອງ. ດ້ວຍການດິ້ນຮົນສາມ, ສີ່, ຫ້າປີ ແລະ ໃນທີ່ສຸດແລ້ວມັນເປັນແນວໃດ? ບໍ່ໄດ້ສຳເລັດຫຍັງເລີຍ ແລະ ທຸກສິ່ງກໍຈົບລົງດ້ວຍຄວາມລົ້ມເຫຼວ. ເສດສ່ວນໜຶ່ງຂອງຫຼັກຄຳສອນທີ່ພວກເຂົາເຂົ້າໃຈແມ່ນບໍ່ສາມາດນໍາໃຊ້ໄດ້ຢູ່ບ່ອນອື່ນ. ເມື່ອເກີດບາງຢ່າງກັບພວກເຂົາ, ພວກເຂົາກໍບໍ່ຮູ້ວິທີການເຫັນມັນ ແລະ ບໍ່ສາມາດເບິ່ງມັນອອກ. ພວກເຂົາບໍ່ສາມາດຊອກຫາພຣະທຳຂອງພຣະເຈົ້າທີ່ເຮັດໜ້າທີ່ເປັນພື້ນຖານຂອງພວກເຂົາ; ພວກເຂົາບໍ່ຮູ້ຈັກວິທີການເບິ່ງສິ່ງຕ່າງໆຕາມພຣະທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ຮູ້ວ່າອົງປະກອບໃດຂອງຄວາມຈິງໃນພຣະທຳຂອງພຣະເຈົ້າທີ່ໃຊ້ໄດ້ກັບເລື່ອງທີ່ເກີດຂຶ້ນກັບພວກເຂົາ. ຈາກນັ້ນພວກເຂົາກໍເຕັມໄປດ້ວຍຄວາມກະວົນກະວາຍຄັ້ງໃຫຍ່ ແລະ ພວກເຂົາກຽດຊັງຕົນເອງ ແລະ ພວກເຂົາອະທິຖານ, ຂໍໃຫ້ພຣະເຈົ້າມອບກຳລັງ ແລະ ຄວາມເຊື່ອໃຫ້ພວກເຂົາຫຼາຍຂຶ້ນ, ຍັໃຫ້ກຳລັງໃຈຕົນເອງໃນທີ່ສຸດ. ນັ້ນບໍ່ແມ່ນຄົນທີ່ບ້າປ່ວງບໍ? (ແມ່ນ.) ພວກເຂົາພຽງແຕ່ເປັນຄືກັບເດັກນ້ອຍ. ໃນຄວາມເປັນຈິງແລ້ວ, ການປະຕິບັດຕໍ່ການສະແຫວງຫາຄວາມຈິງຂອງມະນຸດໃນປະຈຳວັນບໍ່ໄດ້ເປັນຄືກັບເດັກນ້ອຍເຊັ່ນນີ້ບໍ? ມະນຸດຕ້ອງການໜູນໃຈຕົນເອງໃຫ້ສະແຫວງຫາຄວາມຈິງຢູ່ສະເໝີໂດຍການແກ້ໄຂຄວາມປະສົງຂອງເຂົາ ແລະ ປະຕິຍານ, ໂດຍການຄວບຄຸມຕົນເອງ ແລະ ການໃຫ້ກຳລັງໃຈຕົນເອງ, ແຕ່ການປະຕິບັດຄວາມຈິງ ແລະ ການເຂົ້າສູ່ຄວາມຈິງບໍ່ໄດ້ມາຈາກການໜູນໃຈຕົນເອງຂອງມະນຸດ. ໃນທາງກົງກັນຂ້າມ, ເຈົ້າຕ້ອງເຂົ້າໃຈ ແລະ ປະຕິບັດຕາມວິທີການ ແລະ ຂັ້ນຕອນທີ່ເຮົາບອກເຈົ້າຢ່າງແທ້ຈິງ, ດ້ວຍກ້າວທີ່ໜັກແໜ້ນ ແລະ ໝັ້ນຄົງ, ໜຶ່ງກ້າວແລ້ວຕາມດ້ວຍອີກກ້າວ. ເມື່ອເປັນເຊັ່ນນັ້ນເທົ່ານັ້ນ, ເຈົ້າຈຶ່ງຈະເຫັນຜົນຮັບ; ເມື່ອເປັນເຊັ່ນນັ້ນເທົ່ານັ້ນ, ເຈົ້າຈຶ່ງຈະປະຕິບັດຄວາມຈິງ ແລະ ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ບໍ່ມີທາງລັດທີ່ຫຼີກລ່ຽງສິ່ງນີ້ໄດ້. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າດ້ວຍຫົວໃຈໜ້ອຍໜຶ່ງ, ຄວາມປາດຖະໜາທີ່ຈະເສຍສະຫຼະຕົນເອງໜ້ອຍໜຶ່ງ, ຄວາມປະສົງທີ່ຍິ່ງໃຫຍ່ ແລະ ເປົ້າໝາຍທີ່ຍິ່ງໃຫຍ່, ຄວາມຈິງຈະກາຍມາເປັນຄວາມເປັນຈິງຂອງເຈົ້າ, ແຕ່ມະນຸດຄົນນັ້ນຕ້ອງຮຽນຮູ້ບົດຮຽນພື້ນຖານຂອງການສະແຫວງຫາ, ການເຂົ້າໃຈ, ການປະຕິບັດ ແລະ ການຍອມອ່ອນນ້ອມໃນຊີວິດຈິງຂອງເຂົາໃນບັນດາຄົນ, ເຫດຜົນ ແລະ ສິ່ງຕ່າງໆ. ຫຼັງຈາກທີ່ຮຽນຮູ້ບົດຮຽນເຫຼົ່ານີ້ເທົ່ານັ້ນ, ມະນຸດຈຶ່ງສາມາດສຳຜັດກັບຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ ຫຼື ມີປະສົບການກັບພວກມັນ ຫຼື ຮູ້ຈັກພວກມັນ. ຖ້າບໍ່ໄດ້ເຮັດເຊັ່ນນັ້ນ, ສິ່ງທີ່ມະນຸດຈະໄດ້ຮັບກໍບໍ່ໄດ້ຫຼາຍໄປກວ່າຫຼັກຄຳສອນໜ້ອຍໜຶ່ງເພື່ອເຕີມເຕັມຊ່ອງວ່າງໃນຫົວໃຈຂອງເຂົາ, ບໍ່ວ່າເຂົາຈະໃຊ້ເວລາເທົ່າໃດປີກໍຕາມເພື່ອສ້າງແຮງຜັກດັນໃຫ້ຕົນເອງ, ໜູນໃຈຕົນເອງ ແລະ ໃຫ້ກຳລັງໃຈຕົນເອງ. ເຂົາຈະພຽງແຕ່ຮູ້ສຶກເຖິງຄວາມພໍໃຈທາງວິນຍານໜ້ອຍໜຶ່ງເປັນການຊົ່ວຄາວ, ແຕ່ເຂົາຈະບໍ່ໄດ້ຮັບຫຍັງທີ່ເປັນທາດແທ້ທີ່ເປັນຈິງ. ມັນໝາຍຄວາມວ່າແນວໃດທີ່ບໍ່ໄດ້ຮັບຫຍັງທີ່ເປັນທາດແທ້ທີ່ເປັນຈິງ? ມັນໝາຍຄວາມວ່າພື້ນຖານມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດ ແລະ ການກະທຳຂອງເຈົ້າບໍ່ແມ່ນພຣະທຳຂອງພຣະເຈົ້າ. ບໍ່ພົບເຫັນພຣະທຳຂອງພຣະເຈົ້າທີ່ເຮັດໜ້າທີ່ເປັນພື້ນຖານໃນມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ ຫຼື ໃນທັດສະນະຂອງເຈົ້າຕໍ່ການປະພຶດ ແລະ ການກະທຳ. ເຈົ້າໃຊ້ຊີວິດຢ່າງສັບສົນ, ເປັນຊີວິດທີ່ບໍ່ມີການຊ່ວຍເຫຼືອ ແລະ ຍິ່ງເຈົ້າພົບກັບບັນຫາຫຼາຍສໍ່າໃດ ເຊິ່ງເປັນບັນຫາທີ່ຮຽກຮ້ອງໃຫ້ເຈົ້າສະແດງມຸມມອງຂອງເຈົ້າ, ຫຼັກການ ແລະ ທັດສະນະທ່າທີ່ຂອງເຈົ້າ, ຄວາມບໍ່ສົນໃຈ, ຄວາມໂງ່ຈ້າ, ຄວາມບໍ່ຈິງໃຈ ແລະ ຄວາມສິ້ນຫວັງຂອງເຈົ້າກໍຍິ່ງຈະຊັດເຈນຂຶ້ນ. ພາຍໃຕ້ສະຖານະການປົກກະຕິ, ເຈົ້າຈະສາມາດເວົ້າຫຼັກຄຳສອນ ແລະ ວະລີທີ່ເວົ້າຫຼາຍຈຳນວນໜຶ່ງໄດ້ຢ່າງລ່ຽນໄຫຼ, ຄືກັບວ່າເຈົ້າເຂົ້າໃຈທຸກສິ່ງ. ແຕ່ເມື່ອເກີດບັນຫາຂຶ້ນ ແລະ ຄົນໃດໜຶ່ງມາຫາເຈົ້າດ້ວຍຄວາມຈິງຈັງເພື່ອໃຫ້ເຈົ້າຖະແຫຼງຈຸດຢືນຂອງເຈົ້າ ແລະ ກຳນົດວ່າເຈົ້າຢືນຢູ່ບ່ອນໃດ, ເຈົ້າຈະຄິດຫາຄຳເວົ້າໃດບໍ່ອອກ. ບາງຄົນຈະເວົ້າວ່າ “ບໍ່ມີຄຳເວົ້າໃດບໍ? ມັນບໍ່ໄດ້ເປັນເຊັ່ນນັ້ນ, ຂ້ອຍພຽງແຕ່ບໍ່ກ້າເວົ້າພວກມັນອອກມາ”. ແລ້ວເປັນຫຍັງເຈົ້າຈຶ່ງບໍ່ກ້າ? ນັ້ນສະແດງໃຫ້ເຫັນວ່າ ເຈົ້າບໍ່ແນ່ໃຈວ່າສິ່ງທີ່ເຈົ້າກຳລັງເຮັດນັ້ນຖືກຕ້ອງ ຫຼື ບໍ່. ເປັນຫຍັງເຈົ້າຈຶ່ງບໍ່ແນ່ໃຈກ່ຽວກັບສິ່ງນັ້ນ? ເພາະເມື່ອເຈົ້າກຳລັງເຮັດສິ່ງນັ້ນ, ເຈົ້າບໍ່ເຄີຍຢືນຢັນຈັກເທື່ອວ່າແມ່ນຫຍັງຄືພື້ນຖານສຳລັບສິ່ງທີ່ເຈົ້າກຳລັງເຮັດ ແລະ ແມ່ນຫຍັງຄືຫຼັກການຂອງເຈົ້າໃນການເຮັດມັນ ຫຼື ແຮງໄກທີ່ຢືນຢັນວ່າເຈົ້າເບິ່ງ ແລະ ເຮັດສິ່ງດັ່ງກ່າວຕາມພຣະທຳຂອງພຣະເຈົ້າໂດຍມີຄວາມຈິງເປັນເກນຂອງເຈົ້າ ຫຼື ບໍ່. ສະນັ້ນເມື່ອເກີດບັນຫາຂຶ້ນ, ເຈົ້າກໍເຮັດຊົງເງິງະ ແລະ ອ່ອນແອ ບາງຄົນບໍ່ເຊື່ອໝັ້ນ. ພວກເຂົາເວົ້າວ່າ “ຂ້ອຍບໍ່ໄດ້ເປັນແບບນັ້ນ. ຂ້ອຍເຂົ້າຮຽນວິທະຍາໄລ. ຂ້ອຍໄດ້ຮັບປະລິນຍາໂທ” ຫຼື “ຂ້ອຍເປັນນັກປັດຊະຍາ, ເປັນສາດສະດາຈານ, ເປັນປັນຍາຊົນຊັ້ນສູງ” ຫຼື “ຂ້ອຍເປັນຄົນທີ່ມີວັດທະນະທຳ. ເຈົ້າສາມາດເອົາສິ່ງທີ່ເຮົາເວົ້າໄປຕີພິມ” ຫຼື “ຂ້ອຍເປັນນັກວິຊາການທີ່ມີຊື່ສຽງ” ຫຼື “ຂ້ອຍເປັນແມ່ຍິງທີ່ງາມ”. ການເວົ້າອວດສິ່ງເຫຼົ່ານີ້ອອກມາມີປະໂຫຍດຫຍັງສຳລັບເຈົ້າບໍ? ພວກມັນບໍ່ໄດ້ເປັນຄຸນງາມຄວາມດີຂອງເຈົ້າ. ຢ່າງຫຼາຍທີ່ສຸດ, ສິ່ງເຫຼົ່ານີ້ກໍໝາຍຄວາມວ່າເຈົ້າມີຄວາມຮູ້ໜ້ອຍໜຶ່ງ. ບໍ່ວ່າສິ່ງນັ້ນຈະເປັນປະໂຫຍດໃນເຮືອນຂອງພຣະເຈົ້າ ຫຼື ບໍ່ ແມ່ນເວົ້າໄດ້ຍາກ, ແຕ່ກໍແນ່ໃຈໄດ້ວ່າຢ່າງໜ້ອຍທີ່ສຸດຄວາມຮູ້ນັ້ນຂອງເຈົ້າບໍ່ແມ່ນສິ່ງດຽວກັນກັບຄວາມຈິງ ແລະ ມັນບໍ່ໄດ້ສະທ້ອນໃຫ້ເຫັນເຖິງວຸດທິພາວະຂອງເຈົ້າ. ມັນໝາຍຄວາມວ່າແນວໃດທີ່ເວົ້າວ່າຄວາມຮູ້ຂອງເຈົ້າບໍ່ໄດ້ສະທ້ອນໃຫ້ເຫັນເຖິງວຸດທິພາວະຂອງເຈົ້າ? ສິ່ງເຫຼົ່ານັ້ນບໍ່ແມ່ນຊີວິດຂອງເຈົ້າ; ພວກມັນຢູ່ພາຍນອກຮ່າງກາຍຂອງເຈົ້າ. ແລ້ວແມ່ນຫຍັງຄືຊີວິດຂອງເຈົ້າ? ມັນເປັນຊີວິດທີ່ມີພື້ນຖານ ແລະ ເກນເປັນເຫດຜົນ ແລະ ປັດຊະຍາຂອງຊາຕານ ແລະ ແມ່ນແຕ່ຄວາມຮູ້ຂອງເຈົ້າ, ວັດທະນະທຳຂອງເຈົ້າ, ສະໝອງນັ້ນຂອງເຈົ້າ, ເຈົ້າກໍບໍ່ສາມາດປາບປາມສິ່ງເຫຼົ່ານີ້ ຫຼື ຄວບຄຸມພວກມັນ. ສະນັ້ນເມື່ອເກີດບັນຫາຂຶ້ນ, ນໍ້າພຸແຫ່ງພອນສະຫວັນ ແລະ ສະຕິປັນຍາຂອງເຈົ້າ ແລະ ຄວາມຮູ້ທີ່ອຸດົມສົມບູນຂອງເຈົ້າຈະບໍ່ເປັນປະໂຫຍດຫຍັງເລີຍ ຫຼື ມັນອາດເປັນໄປໄດ້ວ່າເມື່ອແງ່ມຸມໜຶ່ງໃນອຸປະນິໄສທີ່ເສື່ອມຊາມຂອງເຈົ້າສະແດງອອກມາ, ຄວາມອົດທົນ, ການອົບຮົມລ້ຽງດູ, ຄວາມຮູ້ ແລະ ຄວາມປະສົງເຫຼົ່ານັ້ນທັງໝົດຂອງເຈົ້າຈະບໍ່ເປັນປະໂຫຍດຫຍັງຕໍ່ເຈົ້າແມ່ນແຕ່ໜ້ອຍດຽວ. ແລ້ວເຈົ້າຈະຮູ້ສຶກສິ້ນຫວັງ. ທຸກສິ່ງນີ້ເປັນວິທີການທີ່ເຊື່ອງຊ້າທີ່ສະແດງເຖິງການບໍ່ສະແຫວງຫາຄວາມຈິງ ແລະ ການຂາດການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນມະນຸດ. ມັນງ່າຍບໍທີ່ຈະເຂົ້າສູ່ຄວາມຈິງ? ມີຄວາມທ້າທາຍໃນສິ່ງນັ້ນບໍ? ຢູ່ບ່ອນໃດ? ຖ້າເຈົ້າຖາມເຮົາ, ເຮົາກໍຈະຕອບວ່າບໍ່ມີຄວາມທ້າທາຍ. ຢ່າເອົາໃຈໃສ່ກັບການແກ້ໄຂຄວາມປະສົງຂອງເຈົ້າ ຫຼື ການປະຕິຍານ. ສິ່ງເຫຼົ່ານັ້ນໄຮ້ປະໂຫຍດ. ເມື່ອເຈົ້າມີເວລາທີ່ຈະແກ້ໄຂຄວາມປະສົງຂອງເຈົ້າ ແລະ ປະຕິຍານ, ໃຫ້ເອົາເວລານັ້ນໄປພະຍາຍາມກັບພຣະທຳຂອງພຣະເຈົ້າແທນ. ພິຈາລະນາສິ່ງທີ່ພຣະທຳເຫຼົ່ານັ້ນເວົ້າ, ສ່ວນໃດຂອງພຣະທຳເຫຼົ່ານັ້ນທີ່ເວົ້າເຖິງສະພາວະປັດຈຸບັນຂອງເຈົ້າ. ມັນໄຮ້ປະໂຫຍດທີ່ຈະຕັ້ງໃຈກັບຄວາມປະສົງຂອງເຈົ້າ. ເຈົ້າສາມາດຄິດຈົນຫົວຂອງເຈົ້າລະເບີດແຕກ ແລະ ມີເລືອດໄຫຼອອກມາເພື່ອຕັ້ງໃຈກັບຄວາມປະສົງຂອງພຣະເຈົ້າ ແລະ ມັນກໍຍັງຈະໄຮ້ປະໂຫຍດ. ມັນບໍ່ສາມາດແກ້ໄຂບັນຫາໃດໆໄດ້. ເຈົ້າສາມາດຫຼອກລວງມະນຸດ ແລະ ມານຮ້າຍດ້ວຍການເຮັດເຊັ່ນນັ້ນ, ແຕ່ເຈົ້າບໍ່ສາມາດຫຼອກລວງພຣະເຈົ້າ. ພຣະເຈົ້າບໍ່ປິຕິຍິນດີໃນຄວາມປະສົງນັ້ນຂອງເຈົ້າ. ເຈົ້າໄດ້ກຳນົດຄວາມປະສົງຂອງພຣະເຈົ້າຈັກຄັ້ງແລ້ວ? ເຈົ້າປະຕິຍານ, ຈາກນັ້ນກໍເຮັດຜິດຄຳປະຕິຍານ ແລະ ເມື່ອເຮັດຜິດແລ້ວ ເຈົ້າກໍປະຕິຍານອີກຄັ້ງ ແລະ ເຮັດຜິດອີກຄັ້ງ. ນັ້ນເຮັດໃຫ້ເຈົ້າເປັນຄົນປະເພດໃດ? ເມື່ອໃດເຈົ້າຈຶ່ງຈະຮັກສາຄຳເວົ້າຂອງເຈົ້າ? ມັນບໍ່ສຳຄັນວ່າເຈົ້າຮັກສາຄຳເວົ້າຂອງເຈົ້າ ຫຼື ບໍ່ ຫຼື ເຈົ້າຕັ້ງໃຈກັບຄວາມປະສົງຂອງເຈົ້າ ຫຼື ບໍ່. ເຈົ້າຈະປະຕິຍານ ຫຼື ບໍ່ແມ່ນບໍ່ມີຜົນຫຍັງເຊັ່ນກັນ. ແມ່ນຫຍັງຄືສິ່ງທີ່ສຳຄັນ? ສິ່ງທີ່ສຳຄັນຄືເຈົ້າເອົາຄວາມຈິງທີ່ເຈົ້າເຂົ້າໃຈໄປປະຕິບັດໃນຕອນນີ້, ໃນທັນທີ, ໂດຍບໍ່ຊັກຊ້າ. ເຖິງແມ່ນວ່າມັນເປັນຄວາມຈິງທີ່ຊັດເຈນທີ່ສຸດ, ເປັນຄວາມຈິງທີ່ດຶງດູດສາຍຕາຂອງຄົນອື່ນເປັນຢ່າງໜ້ອຍ ແລະ ເຈົ້າເອງໃຫ້ການເນັ້ນຢໍ້າໜ້ອຍທີ່ສຸດ, ປະຕິບັດມັນໃນທັນທີ, ເຂົ້າສູ່ມັນໃນທັນທີ. ຖ້າເຈົ້າເຮັດເຊັ່ນນັ້ນ, ເຈົ້າກໍຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນທັນທີ ແລະ ເຈົ້າຈະເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງໃນທັນທີ. ເຈົ້າເກືອບຈະກາຍມາເປັນຄົນທີ່ສະແຫວງຫາຄວາມຈິງ. ບົນພື້ນຖານນັ້ນ, ໃນອີກບໍ່ດົນ ເຈົ້າຈະສາມາດກາຍເປັນຄົນທີ່ເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ເປັນຄົນທີ່ປະພຶດຕົນເອງ ແລະ ກະທຳຕາມພຣະທຳຂອງພຣະເຈົ້າ ໂດຍມີຄວາມຈິງເປັນເກນຂອງພວກເຂົາ. ນັ້ນຊ່າງເປັນຈຳນວນຫຼາຍ, ຊ່າງເປັນຄຸນຄ່າທີ່ຈັບຕ້ອງໄດ້!

ຫຼັງຈາກທີ່ໂອ້ລົມເຖິງຄຳເວົ້າກ່ຽວກັບພຶດຕິກຳທີ່ດີໃນວັດທະນະທຳດັ້ງເດີມ, ພວກເຈົ້າມີຄວາມເຂົ້າໃຈຫຍັງກ່ຽວກັບຄຳເວົ້ານັ້ນບໍ? ພວກເຈົ້າຄວນປະຕິບັດຕໍ່ພຶດຕິກຳທີ່ດີເຫຼົ່ານີ້ແນວໃດ? ບາງຄົນອາດເວົ້າວ່າ “ນັບຕັ້ງແຕ່ມື້ນີ້ໄປ, ຂ້ອຍຈະບໍ່ເປັນຄົນທີ່ມີການສຶກສາດີ ແລະ ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ຫຼື ນອບນ້ອມ. ຂ້ອຍຈະບໍ່ເປັນຄົນທີ່ເອີ້ນວ່າ ‘ຄົນດີ’; ຂ້ອຍຈະບໍ່ເປັນຄົນທີ່ເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມ; ຂ້ອຍຈະບໍ່ເປັນຄົນທີ່ມີອັດທະຍາໄສດີ ແລະ ສາມາດເຂົ້າເຖິງໄດ້. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານັ້ນທີ່ເປັນການສະແດງອອກຂອງສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນເປັນ; ມັນເປັນພຶດຕິກຳທີ່ຫຼອກລວງທີ່ຈອມປອມ ແລະ ບໍ່ເປັນຈິງ ແລະ ມັນຂາດການປະຕິບັດຄວາມຈິງ. ນັບແຕ່ນີ້ໄປ, ຂ້ອຍຈະເປັນຄົນທີ່ຊື່ສັດທີ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ; ຂ້ອຍຈະເລີ່ມຕົ້ນໂດຍການເປັນຄົນຊື່ສັດ. ເມື່ອຂ້ອຍເວົ້າ, ຂ້ອຍບໍ່ຈຳເປັນຕ້ອງເວົ້າໃຫ້ຟັງຄືຄົນມີການສຶກສາສູງ, ທັງບໍ່ຕ້ອງອ່ອນໂຍນ ແລະ ສຸຂຸມ ແລະ ຂ້ອຍກໍບໍ່ຈຳເປັນຕ້ອງໄດ້ຮັບການນັບຖືຢ່າງສູງຈາກຄົນອື່ນ, ແຕ່ຂ້ອຍຈະເວົ້າຢ່າງແທ້ຈິງ ແລະ ຢ່າງຈິງໃຈ ແລະ ໂດຍປາສະຈາກຄວາມປອມແປງ. ໃນວິທີການທີ່ຂ້ອຍປະພຶດຕົນ ແລະ ກະທຳສິ່ງຕ່າງໆ, ຂ້ອຍຈະບໍ່ຈອມປອມ ແລະ ຈະບໍ່ທຳທ່າສະແດງ. ທຸກຄັ້ງທີ່ຂ້ອຍເວົ້າ, ມັນກໍຈະມາຈາກຫົວໃຈ, ຂ້ອຍຈະເວົ້າສິ່ງທີ່ຂ້ອຍຄິດຢູ່ພາຍໃນ. ແຕ່ຂ້ອຍຈະບໍ່ເວົ້າສິ່ງທີ່ບໍ່ເສີມສ້າງຄົນອື່ນ. ຖ້າຂ້ອຍມີຄວາມກຽດຊັງຕໍ່ໃຜຜູ້ໜຶ່ງ, ຂ້ອຍຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງຕົນເອງ ແລະ ບໍ່ເວົ້າຄຳເວົ້າທີ່ທຳຮ້າຍຈິດໃຈ ຫຼື ເຮັດສິ່ງທີ່ທຳຮ້າຍຈິດໃຈຍ້ອນຄວາມບໍ່ຮອບຄອບ; ຂ້ອຍຈະເຮັດແຕ່ສິ່ງທີ່ເສີມສ້າງຄົນອື່ນເທົ່ານັ້ນ. ເມື່ອຂ້ອຍເວົ້າ, ຂ້ອຍຈະບໍ່ຄຳນຶງເຖິງຜົນປະໂຫຍດສ່ວນຕົວຂອງຕົນເອງ ຫຼື ຖືກລະງັບໂດຍຊື່ສຽງ ຫຼື ສັກສີຂອງຂ້ອຍ ແລະ ຍິ່ງໄປກວ່ານັ້ນ ກໍບໍ່ມີເຈດຕະນາທີ່ຈະເຮັດໃຫ້ຄົນອື່ນຍົກຍ້ອງຂ້ອຍ; ຂ້ອຍຈະໃສ່ໃຈພຽງແຕ່ວ່າ ຄຳເວົ້າຂອງຂ້ອຍເປັນທີ່ພໍພຣະໄທພຣະເຈົ້າ ຫຼື ບໍ່. ການບໍ່ທຳຮ້າຍຄົນອື່ນຈະເປັນມາດຕະຖານຂັ້ນຕ່ຳສຸດຂອງຂ້ອຍ. ຂ້ອຍຍັງຈະປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າເຊັ່ນກັນ; ຂ້ອຍຈະບໍ່ເຮັດສິ່ງຕ່າງໆເພື່ອທຳຮ້າຍຄົນອື່ນ ແລະ ຂ້ອຍຈະບໍ່ເຮັດສິ່ງທີ່ເປັນອັນຕະລາຍຕໍ່ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ. ຂ້ອຍຈະພຽງແຕ່ເຮັດສິ່ງທີ່ເປັນປະໂຫຍດຕໍ່ຄົນອື່ນ, ພຽງແຕ່ເປັນຄົນຊື່ສັດ ແລະ ຄົນທີ່ເຮັດໃຫ້ພຣະເຈົ້າພໍພຣະໄທ”. ນີ້ບໍ່ແມ່ນການປ່ຽນແປງມຸມມອງບໍ? (ແມ່ນແລ້ວ.) ຖ້າພວກເຂົານຳເອົາຄຳເວົ້າເຫຼົ່ານີ້ໄປປະຕິບັດຢ່າງແທ້ຈິງ, ແລ້ວພວກເຂົາກໍຈະມີການປ່ຽນແປງຢ່າງແທ້ຈິງ ແລະ ອະນາຄົດ ແລະ ຊະຕາກຳຂອງພວກເຂົາກໍຈະມີໂອກາດທີ່ຈະປ່ຽນແປງໄປໃນທາງທີ່ດີຂຶ້ນ. ພວກເຂົາຈະໄດ້ເລີ່ມເດີນໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ ແລະ ຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນໄວໆນີ້ ແລະ ມີຄວາມຫວັງທີ່ຈະກາຍເປັນຜູ້ທີ່ໄດ້ຮັບຄວາມລອດພົ້ນ. ນີ້ເປັນສິ່ງທີ່ດີ, ເປັນສິ່ງທີ່ເປັນບວກ. ເຈົ້າບໍ່ຈຳເປັນຕ້ອງກ່າວຄຳສາບານ ຫຼື ຕັ້ງປະຕິຍານຕໍ່ພຣະເຈົ້າ, ທັງບໍ່ຈຳເປັນຕ້ອງທົບທວນເຖິງການຝ່າຝືນ, ຄວາມຜິດພາດ ແລະ ການກະບົດທີ່ຜ່ານມາທັງໝົດຂອງເຈົ້າ ແລ້ວຈຶ່ງສາລະພາບຕໍ່ພຣະເຈົ້າ ແລະ ຂໍການອະໄພຈາກພຣະອົງ. ບໍ່ຈຳເປັນຕ້ອງມີພິທີການເຊັ່ນນັ້ນ. ສິ່ງທີ່ເຈົ້າຕ້ອງເຮັດທັງໝົດກໍຄື ໃນຕອນນີ້ທັນທີ, ໃຫ້ເວົ້າຢ່າງຊື່ສັດ ແລະ ຈາກໃຈ ແລະ ເຮັດສິ່ງທີ່ແທ້ຈິງ, ໂດຍປາສະຈາກການຕົວະ ຫຼື ການຫຼອກລວງ. ຈາກນັ້ນເຈົ້າຈະບັນລຸຜົນຮັບ ແລະ ຈະມີຄວາມຫວັງເພື່ອໃຫ້ເຈົ້າກາຍມາເປັນຄົນຊື່ສັດ. ເມື່ອຄົນໃດໜຶ່ງກາຍມາເປັນຄົນຊື່ສັດ, ພວກເຂົາໄດ້ຮັບຄວາມຈິງຄວາມເປັນຈິງ ແລະ ເລີ່ມໃຊ້ຊີວິດທີ່ເປັນຄວາມເໝືອນມະນຸດ. ຄົນເຫຼົ່ານັ້ນຄືຄົນທີ່ພຣະເຈົ້າຮັບຮອງ. ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນີ້ເລີຍ.

ວັນທີ 5 ກຸມພາ 2022

ກ່ອນນີ້:  ຄວາມໝາຍຂອງການສະແຫວງຫາຄວາມຈິງ (2)

ຕໍ່ໄປ:  ຄວາມໝາຍຂອງການສະແຫວງຫາຄວາມຈິງ (4)

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

Connect with us on Messenger