ຄວາມໝາຍຂອງການສະແຫວງຫາຄວາມຈິງ (4)
ພວກເຮົາມາເລີ່ມທົບທວນສິ່ງທີ່ພວກເຮົາໄດ້ໂອ້ລົມກັນໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາກັນເທາະ. (ໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາ, ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ “ຄວາມໝາຍຂອງການສະແຫວງຫາຄວາມຈິງ”. ພວກເຮົາໄດ້ໃຫ້ຄວາມສຳຄັນກັບຄຳຖາມນີ້ກ່ອນ: “ເນື່ອງຈາກສິ່ງຕ່າງໆທີ່ຜູ້ຄົນຖືວ່າດີ ແລະ ຖືກຕ້ອງນັ້ນບໍ່ແມ່ນຄວາມຈິງ, ເປັນຫຍັງຄົນຈຶ່ງຍັງຍຶດຕິດກັບສິ່ງເຫຼົ່ານັ້ນຄືກັບວ່າພວກມັນເປັນຄວາມຈິງ ແລະ ຄິດວ່າໃນການເຮັດເຊັ່ນນັ້ນ ພວກເຂົາກຳລັງສະແຫວງຫາຄວາມຈິງ?” ພຣະອົງໄດ້ໃຫ້ເຫດຜົນສາມຢ່າງສຳລັບສິ່ງນີ້. ພຣະອົງເວົ້າກ່ຽວກັບເຫດຜົນທຳອິດເປັນຫຼັກ, ເຊິ່ງກ່ຽວກັບວ່າແມ່ນຫຍັງຄືສິ່ງທີ່ຜູ້ຄົນຖືວ່າດີ ແລະ ຖືກຕ້ອງໃນແນວຄິດຂອງພວກເຂົາແທ້ໆ.) ໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາ, ພວກເຮົາໄດ້ໂອ້ລົມກ່ຽວກັບເຫດຜົນທຳອິດເປັນຫຼັກ. ພວກເຮົາໄດ້ເວົ້າເຖິງສິ່ງຕ່າງໆທີ່ຄົນຖືວ່າດີ ແລະ ຖືກຕ້ອງໃນແນວຄິດຂອງພວກເຂົາ ແລະ ພວກເຮົາໄດ້ແຍກສິ່ງເຫຼົ່ານັ້ນອອກເປັນສອງໝວດໝູ່ທີ່ກວ້າງ: ໝວດໝູ່ທຳອິດແມ່ນ “ພຶດຕິກຳທີ່ດີ”, ໝວດໝູ່ທີສອງແມ່ນ “ຄວາມປະພຶດທາງສິນທຳທີ່ດີ”. ໂດຍລວມແລ້ວ, ເຮົາໄດ້ຍົກຫົກຕົວຢ່າງສຳລັບໝວດໝູ່ທຳອິດຂອງ “ພຶດຕິກຳທີ່ດີ”: ການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ການເປັນຄົນນອບນ້ອມ, ການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ການມີອັດທະຍາໄສດີ ແລະ ການເປັນຄົນທີ່ສາມາດເຂົ້າເຖິງໄດ້. ພວກເຮົາຍັງບໍ່ໄດ້ໂອ້ລົມກ່ຽວກັບໝວດໝູ່ທີສອງເທື່ອ ນັ້ນກໍ່ຄື “ຄວາມປະພຶດທາງສິນທຳທີ່ດີ”. ມີບັນຫາບາງຢ່າງທີ່ພວກເຮົາຕ້ອງທົບທວນໜ້ອຍໜຶ່ງຫຼັງຈາກທີ່ໂອ້ລົມກ່ຽວກັບພວກມັນ, ສະສາງບັນຫາ ແລະ ຊີ້ແຈງຄວາມຈິງ ແລະ ຫຼັກການໃນການໂອ້ລົມຄັ້ງນັ້ນ, ແລ້ວເຮັດໃຫ້ທຸກສິ່ງຊັດເຈນ ແລະ ຈະແຈ້ງ. ການເຮັດເຊັ່ນນີ້ຈະເຮັດເຈົ້າເຂົ້າໃຈຄວາມຈິງໄດ້ງ່າຍຂຶ້ນ. ການໂອ້ລົມຂອງພວກເຮົາໃນຄັ້ງກ່ອນປະກອບດ້ວຍບາງພາກສ່ວນທີ່ກວ້າງ ພ້ອມທັງບາງຕົວຢ່າງທີ່ສະເພາະ. ມັນເບິ່ງຄືຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ພວກເຮົາພຽງແຕ່ໂອ້ລົມກ່ຽວກັບບາງຢ່າງທີ່ສະເພາະພາຍໃນພາກສ່ວນທີ່ກວ້າງເຫຼົ່ານັ້ນ ແລະ ພວກເຮົາໄດ້ຍ່ອຍຂໍ້ສະເພາະເຫຼົ່ານັ້ນເພີ່ມເຕີມ, ເພື່ອວ່າການໂອ້ລົມຈະຊັດເຈນຂຶ້ນ ແລະ ຊັດແຈ້ງຂຶ້ນໜ້ອຍໜຶ່ງ. ພວກເຮົາຍົກຫົກຕົວຢ່າງຂອງພຶດຕິກຳທີ່ດີ, ແຕ່ພວກເຮົາບໍ່ໄດ້ໂອ້ລົມຢ່າງລະອຽດກ່ຽວກັບແຕ່ລະຕົວຢ່າງໂດຍສະເພາະ. ໃນບັນດາຕົວຢ່າງເຫຼົ່ານັ້ນ, ການມີການສຶກສາດີ ແລະ ມີເຫດຜົນເປັນການສະແດງອອກໂດຍພື້ນຖານເຖິງສິ່ງທີ່ຜູ້ຄົນຖືວ່າຖືກຕ້ອງ ແລະ ດີໃນແນວຄິດຂອງພວກເຂົາ. ພວກເຮົາໄດ້ໂອ້ລົມກັນອີກໜ້ອຍໜຶ່ງກ່ຽວກັບຕົວຢ່າງນີ້. ຕົວຢ່າງສ່ວນທີ່ເຫຼືອກໍ່ຄ້າຍຄືກັນ; ພວກເຈົ້າສາມາດໃຊ້ວິທີການທີ່ຄ້າຍຄືກັນເພື່ອວິເຄາະ ແລະ ແຍກແຍະພວກມັນ.
ມື້ນີ້, ກ່ອນທີ່ພວກເຮົາຈະເຂົ້າສູ່ເນື້ອຫາທີ່ສົມບູນໃນການໂອ້ລົມຂອງພວກເຮົາ, ເຮົາຈະເລົ່າເລື່ອງລາວສັ້ນໆສອງເລື່ອງໃຫ້ພວກເຈົ້າຟັງ. ພວກເຈົ້າມັກຟັງເລື່ອງເລົ່າບໍ? (ມັກຟັງ.) ການຮັບຟັງເລື່ອງເລົ່າບໍ່ແມ່ນສິ່ງທີ່ເປັນຕາເມື່ອຍຫຼາຍ ແລະ ມັນບໍ່ຈຳເປັນຕ້ອງໃຊ້ຄວາມຈົດຈໍ່ຫຼາຍ. ໃນທຳນອງດຽວກັນ, ມັນບໍ່ໄດ້ອອກແຮງຫຼາຍ ແລະ ມັນສາມາດເປັນສິ່ງທີ່ໜ້າສົນໃຈພໍສົມຄວນ. ສະນັ້ນ, ໃຫ້ຟັງຢ່າງຕັ້ງໃຈ ແລະ ໃນຂະນະທີ່ເຈົ້າຟັງເນື້ອຫາຂອງເລື່ອງລາວ, ໃຫ້ພິຈາລະນາອີກດ້ວຍວ່າເປັນຫຍັງເຮົາຈຶ່ງເລົ່າພວກມັນ ນັ້ນກໍຄື ແມ່ນຫຍັງຄືແນວຄິດຫຍັງທີ່ສະເພາະ ແລະ ສຳຄັນຢູ່ພາຍໃນພວກມັນ ຫຼື ເວົ້າອີກຢ່າງກໍ່ຄື ຄົນຈະສາມາດຮັບແມ່ນຫຍັງທີ່ເປັນຈິງໂດຍການຮັບຟັງພວກມັນ. ດີ, ພວກເຮົາມາເລີ່ມຕົ້ນເລື່ອງລາວຂອງເຮົາກັນເທາະ. ເລື່ອງລາວເຫຼົ່ານີ້ແມ່ນເລື່ອງລາວຂອງສຽວສຽວ ແລະ ສຽວຈີ.
ເລື່ອງລາວຂອງສຽວສຽວ ແລະ ສຽວຈີ
ເປັນເວລາຊົ່ວໄລຍະໜຶ່ງ, ສຽວສຽວຮູ້ສຶກເຖິງອາການປວດທີ່ຕາຂອງລາວ, ພ້ອມທັງມີການເບິ່ງເຫັນທີ່ມົວ, ອ່ອນໄຫວຕໍ່ແສງ, ນໍ້າຕາໄຫຼເມື່ອຖືກລົມ, ເປັນຄວາມຮູ້ສຶກທີ່ວ່າມີບາງຢ່າງໃນຕາຂອງລາວ ແລະ ອາການອື່ນໆທີ່ມີລັກສະນະເຊັ່ນນີ້. ລາວຈະສີຕາ, ແຕ່ມັນບໍ່ໄດ້ຊ່ວຍຫຍັງຫຼາຍ. ສຽວສຽວບໍ່ຮູ້ວ່າເກີດຫຍັງທີ່ບໍ່ດີກັບລາວ. ລາວຄິດວ່າ “ຂ້ອຍບໍ່ເຄີຍມີບັນຫາກັບຕາຂອງຂ້ອຍມາກ່ອນ ແລະ ການເບິ່ງເຫັນຂອງຂ້ອຍກໍ່ປົກກະຕິ. ກຳລັງເກີດຫຍັງຂຶ້ນ?” ເມື່ອລາວເບິ່ງທີ່ກະຈົກ, ຕາຂອງລາວກໍມີລັກສະນະຄ້າຍຄືກັບເມື່ອກ່ອນຫຼາຍ, ພຽງແຕ່ແດງຂຶ້ນໜ້ອຍໜຶ່ງ ແລະ ບາງຄັ້ງກໍ່ເຫັນເສັ້ນເລືອດໜ້ອຍໜຶ່ງ. ສິ່ງນີ້ເຮັດໃຫ້ສຽວສຽວມຶນງົງ ແລະ ບໍ່ສະຫງົບໃຈໜ້ອຍໜຶ່ງ. ລາວບໍ່ໄດ້ໃຫ້ຄວາມສົນໃຈກັບບັນຫາຫຼາຍ ເມື່ອມັນເລີ່ມຕົ້ນໃນຕອນທຳອິດ, ແຕ່ເມື່ອອາການຂອງລາວເລີ່ມປາກົດຖີ່ຂຶ້ນ, ໃນທີ່ສຸດແລ້ວ ລາວກໍ່ບໍ່ສາມາດທົນມັນໄດ້ອີກຕໍ່ໄປ. ລາວຄິດໄຕ່ຕອງກ່ຽວກັບມັນຊົ່ວໄລຍະໜຶ່ງ: “ຂ້ອຍຄວນໄປຫາທ່ານໝໍບໍ ຫຼື ພະຍາຍາມຫາວິທີແກ້ດ້ວຍຕົນເອງ? ການຊອກຫາຂໍ້ມູນກ່ຽວກັບສິ່ງນີ້ຈະສ້າງບັນຫາຫຼາຍ ແລະ ຂ້ອຍອາດວິນິດໄສຜິດວ່າບັນຫາຕົວຈິງແມ່ນຫຍັງ. ຂ້ອຍຄວນຈະໄປຫາທ່ານໝໍ; ເພິ່ນຈະວິນິດໄສໄດ້ຢ່າງຖືກຕ້ອງແນ່ນອນ”. ສະນັ້ນ, ສຽວສຽວຈຶ່ງໄປຫາທ່ານໝໍ. ທ່ານໝໍກວດລາວ ແລະ ບໍ່ພົບບັນຫາຫຍັງທີ່ໃຫຍ່. ເພິ່ນສັ່ງຈ່າຍຢາຢອດຕາທົ່ວໄປບາງຊະນິດ ແລະ ແນະນໍາໃຫ້ສຽວສຽວດູແລຕາຂອງລາວ ແລະ ບໍ່ໃຊ້ພວກມັນໜັກເກີນໄປ. ສຽວສຽງໂລ່ງໃຈຫຼາຍທີ່ໄດ້ຮູ້ວ່າບໍ່ມີບັນຫາຫຍັງທີ່ໃຫຍ່ກັບຕາຂອງລາວ. ຫຼັງຈາກທີ່ລາວເມືອຮອດເຮືອນ, ສຽວສຽວກໍ່ໃຊ້ຢາຢອດຕາທຸກມື້ຕາມເວລາ ແລະ ໃນປະລິມານທີ່ທ່ານໝໍສັ່ງໃຫ້ລາວຢອດຕາ ແລະ ພາຍໃນສອງສາມມື້, ອາການຂອງລາວກໍ່ດີຂຶ້ນ. ຄວາມໜັກໃຈທີ່ໃຫຍ່ຫຼວງໄດ້ຖືກຍົກອອກຈາກຫົວໃຈຂອງສຽວສຽວ: ລາວຮູ້ສຶກວ່າຖ້າຢາສາມາດຮັກສາມັນໄດ້, ບັນຫາກໍ່ບໍ່ສາມາດເປັນເລື່ອງທີ່ຮ້າຍແຮງ. ແຕ່ຄວາມຮູ້ສຶກນັ້ນບໍ່ໄດ້ຢູ່ດົນ ແລະ ຕໍ່ມາຊົ່ວໄລຍະໜຶ່ງ, ອາການຂອງລາວກໍ່ກັບມາ. ສຽວສຽວເພີ່ມປະລິມານຢາຢອດຕາຂອງລາວ ແລະ ຕາຂອງລາວຮູ້ສຶກດີຂຶ້ນໜ້ອຍໜຶ່ງ ແລະ ອາການຂອງລາວທຸເລົາລົງພໍສົມຄວນ. ແຕ່ສອງສາມມື້ຕໍ່ມາ, ຕາຂອງລາວກໍ່ກັບໄປເປັນດັ່ງທີ່ພວກມັນເປັນໃນເມື່ອກ່ອນ ແລະ ອາການຮ້າຍແຮງຂຶ້ນ ແລະ ຖີ່ຂຶ້ນ. ສຽວສຽວບໍ່ສາມາດເຂົ້າໃຈມັນໄດ້ ແລະ ລາວຮູ້ສຶກວ່າຄື້ນຄວາມທຸກໃຈອີກຄື້ນໜຶ່ງໄດ້ຊັດມາທັບຖົ່ມລາວ: “ຂ້ອຍຄວນເຮັດແນວໃດ? ຢາທີ່ທ່ານໝໍໃຫ້ຂ້ອຍກໍ່ໃຊ້ບໍ່ໄດ້ຜົນ. ນີ້ໝາຍຄວາມວ່າມີບາງຢ່າງທີ່ຜິດປົກກະຕິຢ່າງຮຸນແຮງກັບຕາຂອງຂ້ອຍບໍ? ຂ້ອຍບໍ່ສາມາດເບິ່ງຂ້າມສິ່ງນີ້ໄດ້”. ລາວຕັດສິນໃຈທີ່ຈະບໍ່ໄປພົບທ່ານໝໍອີກຄັ້ງ ຫຼື ປຶກສາຫາລືກັບເພິ່ນກ່ຽວກັບບັນຫາຕາຂອງລາວໃນຄັ້ງນີ້. ໃນທາງກົງກັນຂ້າມ, ລາວເລືອກທີ່ຈະແກ້ໄຂບັນຫາດ້ວຍຕົນເອງ. ລາວຄົ້ນຫາໃນອອນລາຍ ແລະ ພົບວິດີໂອ ແລະ ຂໍ້ມູນທຸກຮູບແບບທີ່ກ່ຽວຂ້ອງກັບອາການຂອງລາວ. ພວກມັນສ່ວນໃຫຍ່ເວົ້າວ່າບັນຫາເຫຼົ່ານີ້ເກີດຂຶ້ນຈາກການໃຊ້ຕາຂອງຄົນໆໜຶ່ງຢ່າງບໍ່ຖືກຕ້ອງ, ລາວຈຳເປັນຕ້ອງດູແລຕາຂອງລາວ ແລະ ມັນຍິ່ງສຳຄັນຫຼາຍກວ່າທີ່ລາວຕ້ອງໃຊ້ພວກມັນຢ່າງຖືກຕ້ອງ. ສຽວສຽວຮູ້ສຶກວ່າຄຳແນະນໍານີ້ບໍ່ເປັນປະໂຫຍດຫຼາຍ ແລະ ມັນບໍ່ສາມາດແກ້ໄຂບັນຫາຂອງລາວ. ສະນັ້ນ, ລາວຈຶ່ງຊອກຫາຂໍ້ມູນຕໍ່. ມື້ໜຶ່ງ, ລາວພົບແຫຼ່ງຂໍ້ມູນທີ່ລະບຸວ່າອາການຂອງລາວອາດເກີດຈາກອາການຕົກເລືອດໃນຈໍຕາ, ເຊິ່ງສາມາດເປັນອາການຂັ້ນເລີ່ມຕົ້ນຂອງພະຍາດຕໍ້ຫີນ. ມັນຍັງເປັນໄປໄດ້ທີ່ອາການຂອງລາວສາມາດພັດທະນາກາຍເປັນພະຍາດຕໍ້ກະຈົກຕາເມື່ອພວກມັນລຸກລາມ. ເມື່ອສຽວສຽວໄດ້ອ່ານຄຳວ່າ “ພະຍາດຕໍ້ຫີນ” ແລະ “ພະຍາດຕໍ້ກະຈົກຕາ”, ມັນກໍ່ເຮັດໃຫ້ຫົວຂອງລາວປັ່ນປ່ວນ. ທຸກສິ່ງດຳມືດໄປໝົດ ແລະ ລາວເກືອບເປັນລົມ, ຫົວໃຈຂອງລາວເຕັ້ນແຮງບໍລິເວນໜ້າເອິກຂອງລາວ. “ໂອ ພຣະເຈົ້າ, ກຳລັງເກີດຫຍັງຂຶ້ນ? ຂ້ອຍກຳລັງຈະມີພະຍາດຕໍ້ຫີນ ແລະ ພະຍາດຕໍ້ກະຈົກຕາແທ້ໆບໍ? ຂ້ອຍໄດ້ຍິນວ່າພະຍາດຕໍ້ກະຈົກຕາຈຳເປັນຕ້ອງມີການຜ່າຕັດ ແລະ ຖ້າເຈົ້າມີພະຍາດຕໍ້ຫີນ, ເຈົ້າກໍ່ມີແນວໂນ້ມທີ່ຈະຕາບອດ! ນັ້ນຈະເປັນຈຸດຈົບຂອງຂ້ອຍ, ແມ່ນບໍ? ຂ້ອຍຍັງໜຸ່ມ, ຖ້າຂ້ອຍຕາບອດ, ຂ້ອຍຈະດຳເນີນຊີວິດທີ່ເຫຼືອຂອງຂ້ອຍດັ່ງຄົນຕາບອດໄດ້ແນວໃດ? ຂ້ອຍຈະຮູ້ສຶກມີຄວາມຫວັງໄດ້ແນວໃດນັບຈາກນັ້ນເປັນຕົ້ນໄປ? ຂ້ອຍຈະບໍ່ໄດ້ໃຊ້ຊີວິດຂອງຂ້ອຍໃນຄວາມມືດມົວບໍ?” ເມື່ອສຽວສຽວເບິ່ງທີ່ຄຳວ່າ “ພະຍາດຕໍ້ຫີນ” ແລະ “ພະຍາດຕໍ້ກະຈົກຕາ” ໃນໜ້ານັ້ນ, ລາວກໍ່ພົບວ່າລາວບໍ່ສາມາດນັ່ງຢູ່ຊື່ໆອີກຕໍ່ໄປ. ລາວວຸ້ນວາຍໃຈ ແລະ ລາວຈົມລົງສູ່ຄວາມເສົ້າໃຈ ແລະ ຄວາມສິ້ນຫວັງຢ່າງເລິກຊຶ້ງ. ລາວບໍ່ຮູ້ວ່າຈະເຮັດແນວໃດ ຫຼື ລາວຈະຜະເຊີນໜ້າກັບມື້ທີ່ຈະມາເຖິງໄດ້ແນວໃດ. ລາວເຕັມໄປດ້ວຍຄວາມໂສກເສົ້າ ແລະ ທຸກສິ່ງທີ່ວາງຢູ່ຕໍ່ໜ້າລາວໄດ້ຫາຍໄປໂດຍບໍ່ຮູ້ຕົວ. ເມື່ອຜະເຊີນໜ້າກັບບັນຫານີ້, ສຽວສຽວກໍ່ຮູ້ສຶກສິ້ນຫວັງໂດຍສິ້ນເຊີງ. ລາວບໍ່ສົນໃຈທີ່ຈະມີຊີວິດຕໍ່ໄປ ແລະ ລາວບໍ່ສາມາດຮວບຮວມກຳລັງເພື່ອປະຕິບັດໜ້າທີ່ຂອງລາວ. ລາວບໍ່ຕ້ອງການກັບໄປຫາທ່ານໝໍ ຫຼື ກ່າວເຖິງບັນຫາຕາຂອງລາວໃຫ້ຄົນອື່ນຟັງ. ແນ່ນອນ, ລາວຢ້ານຄົນອື່ນຈະຮູ້ວ່າລາວກຳລັງຈະມີພະຍາດຕໍ້ຫີນ ຫຼື ພະຍາດຕໍ້ກະຈົກຕາ. ແລ້ວໃນລັກສະນະນັ້ນ, ສຽວສຽວໃຊ້ຊີວິດມື້ຕໍ່ມື້ດ້ວຍຄວາມເສົ້າໃຈ, ຄວາມຄິດລົບ ແລະ ຄວາມສັບສົນ. ລາວບໍ່ກ້າທີ່ຈະຄາດເດົາ ຫຼື ວາງແຜນສຳລັບອະນາຄົດຂອງລາວ, ເພາະສຳລັບລາວແລ້ວ ອະນາຄົດເປັນສິ່ງທີ່ໂຫດຮ້າຍ ແລະ ເຮັດໃຫ້ເສົ້າໃຈຫຼາຍ. ລາວໃຊ້ເວລາໃນຊີວິດຂອງລາວດ້ວຍຄວາມເສົ້າໃຈ ແລະ ຄວາມສິ້ນຫວັງ, ໃນອາລົມທີ່ເປັນຕາຢ້ານ. ລາວບໍ່ຕ້ອງການອະທິຖານ ຫຼື ອ່ານພຣະທຳຂອງພຣະເຈົ້າ ແລະ ລາວບໍ່ຕ້ອງການເວົ້າກັບຄົນອື່ນຢ່າງແນ່ນອນ. ມັນເປັນຄືກັບວ່າລາວໄດ້ກາຍມາເປັນຄົນອີກຄົນຢ່າງສົມບູນ. ຫຼັງຈາກສອງສາມມື້ທີ່ເປັນເຊັ່ນນີ້, ສຽວສຽວກໍ່ຄິດໄດ້ກະທັນຫັນວ່າ: “ນີ້ເປັນອາການທີ່ໜ້າສົງສານທີ່ຂ້ອຍອາດຜະເຊີນຢູ່. ຍ້ອນອະນາຄົດຂອງຂ້ອຍສິ້ນຫວັງ ແລະ ແທນທີ່ຈະປົກປ້ອງຂ້ອຍ, ພຣະເຈົ້າໄດ້ອະນຸຍາດໃຫ້ຂ້ອຍມີພະຍາດນີ້, ເປັນຫຍັງຂ້ອຍຈຶ່ງຄວນສືບຕໍ່ປະຕິບັດໜ້າທີ່ຂອງຂ້ອຍຢ່າງເໝາະສົມ? ຊີວິດສັ້ນ; ເປັນຫຍັງຂ້ອຍຈຶ່ງບໍ່ໃຊ້ໂອກາດໃນຂະນະທີ່ສາຍຕາຂອງຂ້ອຍຍັງດີເພື່ອເຮັດບາງຢ່າງທີ່ຂ້ອຍມັກ ແລະ ປິ່ນປົວຕົນເອງ? ເປັນຫຍັງຊີວິດຂອງຂ້ອຍຈຶ່ງອິດເມື່ອຍຫຼາຍ? ເປັນຫຍັງຂ້ອຍຈຶ່ງທຳຮ້າຍຕົນເອງ ແລະ ປະຕິບັດຕໍ່ຕົນເອງບໍ່ດີເຊັ່ນນັ້ນ?” ແລ້ວດ້ວຍເຫດນັ້ນ, ເມື່ອສຽວສຽວບໍ່ໄດ້ນອນ, ກິນ ຫຼື ເຮັດວຽກ, ລາວກໍໃຊ້ເວລາສ່ວນໃຫຍ່ຂອງລາວໃນອິນເຕີເນັດ, ຫຼິ້ນເກມ, ຮັບຊົມວິດີໂອ, ຮັບຊົມລາຍການສະແດງເປັນເວລາດົນ ແລະ ເມື່ອລາວອອກໄປຂ້າງນອກ, ລາວກໍ່ເຖິງກັບຖືໂທລະສັບຂອງລາວໄປນໍາ ແລະ ຫຼິ້ນເກມຢ່າງບໍ່ຢຸດເຊົາ. ລາວໃຊ້ເວລາຂອງລາວໂດຍຈົດຈໍ່ກັບໂລກອິນເຕີເນັດ. ໂດຍທຳມະຊາດແລ້ວ, ເມື່ອລາວເຮັດເຊັ່ນນັ້ນ ອາການປວດໃນຕາຂອງລາວກໍ່ຮຸນແຮງຂຶ້ນເລື້ອຍໆ ແລະ ອາການຂອງລາວເລີ່ມຮ້າຍແຮງຂຶ້ນເຊັ່ນກັນ. ເມື່ອລາວບໍ່ສາມາດທົນມັນໄດ້ອີກຕໍ່ໄປ, ລາວກໍ່ໃຊ້ຢາຢອດຕາຂອງລາວບາງສ່ວນເພື່ອບັນເທົາອາການຂອງລາວ ແລະ ເມື່ອພວກເຂົາດີຂຶ້ນໜ້ອຍໜຶ່ງ, ລາວກໍ່ຈະກັບມາຈົດຈໍ່ໃນອິນເຕີເນັດ, ຮັບຊົມສິ່ງຕ່າງໆທີ່ລາວມັກ. ນີ້ເປັນວິທີການຂອງລາວໃນການບັນເທົາຄວາມຢ້ານກົວ ແລະ ຄວາມຫວາດຫວັ່ນເລິກໆໃນຫົວໃຈຂອງລາວ ແລະ ນີ້ເປັນວິທີການຂອງລາວເພື່ອທີ່ຈະຜ່ານເວລາ, ຜ່ານມື້ຂອງລາວໄປໄດ້. ເມື່ອໃດກໍ່ຕາມທີ່ຕາຂອງລາວປວດ ແລະ ອາການຂອງລາວຮຸນແຮງຂຶ້ນ, ສຽວສຽວຈະຫຼຽວເບິ່ງຄົນທີ່ຢູ່ອ້ອມຂ້າງລາວໂດຍບໍ່ຮູ້ຕົວ ແລະ ຄິດວ່າ “ຄົນອື່ນໃຊ້ຕາຂອງພວກເຂົາຄືກັບທີ່ຂ້ອຍໃຊ້. ເປັນຫຍັງຕາຂອງພວກເຂົາຈຶ່ງບໍ່ແດງ ແລະ ນໍ້າຕາໄຫຼຕະຫຼອດເວລາ ແລະ ຮູ້ສຶກຄືກັບວ່າມີຫຍັງຄາຢູ່ໃນຕາຂອງພວກເຂົາ? ເປັນຫຍັງຂ້ອຍຈຶ່ງເປັນຄົນດຽວທີ່ມີພະຍາດນີ້? ນີ້ບໍ່ແມ່ນການທີ່ພຣະເຈົ້າກັ່ນແກ້ງຄົນທີ່ໂປດປານບໍ? ຂ້ອຍໄດ້ເສຍສະຫຼະຕົນເອງຫຼາຍສຳລັບພຣະເຈົ້າ; ເປັນຫຍັງພຣະອົງຈຶ່ງບໍ່ປົກປ້ອງຂ້ອຍ? ພຣະເຈົ້າບໍ່ຍຸຕິທຳຫຼາຍ! ເປັນຫຍັງຄົນອື່ນຈຶ່ງໂຊກດີພໍທີ່ຈະຮັບການປົກປ້ອງຂອງພຣະເຈົ້າ, ແຕ່ຂ້ອຍບໍ່ສາມາດຮັບໄດ້? ເປັນຫຍັງຄວາມໂຊກຮ້າຍທັງໝົດຈຶ່ງເກີດຂຶ້ນກັບຂ້ອຍຢູ່ສະເໝີ?” ຍິ່ງສຽວສຽວຄິດຫຼາຍສໍ່າໃດ, ລາວກໍ່ຍິ່ງໃຈຮ້າຍ ແລະ ລຳຄານຫຼາຍສໍ່ານັ້ນ ແລະ ຍິ່ງລາວໃຈຮ້າຍຫຼາຍຂຶ້ນ, ລາວກໍ່ຍິ່ງຕ້ອງການໃຊ້ການບັນເທີງທາງອອນລາຍ ແລະ ງານອະດິເຣກເພື່ອກຳຈັດຄວາມຂົມຂື່ນ ແລະ ຄວາມໃຈຮ້າຍຂອງລາວຫຼາຍສໍ່ານັ້ນ. ລາວຕ້ອງການກຳຈັດພະຍາດທາງຕາຂອງລາວໃຫ້ໄວເທົ່າທີ່ເປັນໄປໄດ້, ແຕ່ຍິ່ງລາວຕ້ອງການກຳຈັດຄວາມຂົມຂື່ນ ແລະ ຄວາມໃຈຮ້າຍຂອງລາວຫຼາຍສໍ່າໃດ, ລາວກໍ່ຍິ່ງມີຄວາມປິຕິຍິນດີ ແລະ ຄວາມສະຫງົບສຸກໜ້ອຍລົງສໍ່ານັ້ນ ແລະ ລາວກໍ່ຍິ່ງຮູ້ສຶກໂຊກຮ້າຍສໍ່ານັ້ນ, ບໍ່ວ່າລາວຈະຈົດຈໍ່ກັບອິນເຕີເນັດຫຼາຍສໍ່າໃດກໍຕາມ. ແລ້ວໃນຫົວໃຈຂອງລາວ, ລາວໄດ້ຈົ່ມຕໍ່ວ່າພຣະເຈົ້າວ່າບໍ່ຍຸຕິທຳ. ເວລາແຕ່ລະມື້ຜ່ານໄປໃນລັກສະນະນີ້. ບັນຫາທາງຕາຂອງສຽວສຽວບໍ່ໄດ້ດີຂຶ້ນເລີຍ ແລະ ອາລົມຂອງລາວກໍ່ຮ້າຍແຮງຂຶ້ນເລື້ອຍໆ. ໃນສາກຫຼັງນັ້ນ, ສຽວສຽວຍິ່ງຮູ້ສຶກອ່ອນແອ ແລະ ໂຊກຮ້າຍໂດຍສິ້ນເຊີງ. ຊີວິດຂອງສຽວສຽວດຳເນີນໄປໃນລັກສະນະນີ້. ບໍ່ມີຜູ້ໃດສາມາດຊ່ວຍລາວໄດ້ ແລະ ລາວບໍ່ໄດ້ຂໍຄວາມຊ່ວຍເຫຼືອ. ລາວພຽງແຕ່ຜ່ານຜ່າແຕ່ລະມື້ເປັນດ້ວຍຄວາມສັບສົນ, ເສົ້າໃຈ ແລະ ອ່ອນແອ.
ນັ້ນຄືເລື່ອງລາວຂອງສຽວສຽວ. ພວກເຮົາຈະຈົບເລື່ອງເລົ່າໄວ້ບ່ອນນັ້ນ. ຕໍ່ໄປແມ່ນເລື່ອງລາວຂອງສຽວຈີ.
ໃນຂະນະທີ່ປະຕິບັດໜ້າທີ່ຂອງລາວ, ສຽວຈີປະສົບກັບບັນຫາແບບດຽວກັນກັບສຽວສຽວ. ການເບິ່ງເຫັນຂອງລາວມົວ ແລະ ຕາຂອງລາວມັກຮູ້ສຶກບວມ ແລະ ເຈັບປວດ. ສິ່ງນີ້ຕາມມາດ້ວຍຄວາມຮູ້ທີ່ວ່າມີບາງຢ່າງຄາຢູ່ໃນຕາຂອງລາວຢູ່ເລື້ອຍໆ ແລະ ຕາຂອງລາວບໍ່ຮູ້ສຶກດີຂຶ້ນຫຼັງຈາກທີ່ລາວສີຕາ. ລາວຄິດວ່າ “ກຳລັງເກີດຫຍັງຕອນນີ້? ຕາຂອງຂ້ອຍເຄີຍໃຊ້ໄດ້ດີ; ຂ້ອຍບໍ່ເຄີຍໄປຫາທ່ານໝໍຕາມາກ່ອນ. ກຳລັງເກີດຫຍັງຂຶ້ນກັບພວກມັນຊ່ວງນີ້? ສາມາດມີບັນຫາກັບຕາຂອງຂ້ອຍບໍ?” ເມື່ອລາວເບິ່ງທີ່ກະຈົກ, ຕາຂອງລາວບໍ່ໄດ້ແຕກຕ່າງຈາກເມື່ອກ່ອນເລີຍ. ລາວພຽງແຕ່ຮູ້ສຶກວ່າແສບໄໝ້ໃນຕາຂອງລາວ ແລະ ເມື່ອລາວກະພິບຕາແຮງ, ພວກມັນກໍ່ຍິ່ງຮູ້ສຶກເຈັບປວດ ແລະ ບວມຫຼາຍຂຶ້ນ ແລະ ພວກມັນເລີ່ມມີນໍ້າໄຫຼອອກມາ. ສຽວຈີຮູ້ສຶກວ່າມີບາງຢ່າງບໍ່ດີເກີດຂຶ້ນກັບຕາຂອງລາວ ແລະ ລາວຄິດວ່າ “ບັນຫາທາງຕາເປັນເລື່ອງໃຫຍ່. ຂ້ອຍບໍ່ຄວນເບິ່ງຂ້າມສິ່ງນີ້. ເຖິງແນວໃດກໍ່ຕາມ, ຂ້ອຍບໍ່ຮູ້ສຶກບໍ່ດີຂະໜາດນັ້ນ ແລະ ມັນບໍ່ໄດ້ສົ່ງຜົນກະທົບຕໍ່ຊີວິດຂອງຂ້ອຍ ຫຼື ໜ້າທີ່ຂອງຂ້ອຍ. ວຽກງານຂອງຄຣິສຕະຈັກຫຍຸ້ງຫຼາຍເມື່ອບໍ່ດົນມານີ້ ແລະ ການໄປພົບທ່ານໝໍຈະມີຜົນສະທ້ອນໃນໜ້າທີ່ຂອງຂ້ອຍ. ຂ້ອຍຈະພຽງແຕ່ຊອກຫາຂໍ້ມູນກ່ຽວກັບມັນເມື່ອຂ້ອຍມີເວລາຫວ່າງ”. ຫຼັງຈາກທີ່ຕັດສິນໃຈເຊັ່ນນີ້, ສຽວຈີກໍ່ຊອກຫາຂໍ້ມູນທີ່ກ່ຽວຂ້ອງ ເມື່ອລາວມີເວລາຈຳນວນໜຶ່ງຈາກໜ້າທີ່ຂອງລາວ ແລະ ລາວໄດ້ຮຽນຮູ້ວ່າບໍ່ມີບັນຫາທີ່ໃຫຍ່ກັບຕາຂອງລາວ, ຄວາມບໍ່ສະບາຍຂອງລາວມາຈາກການໃຊ້ຕາຂອງລາວເປັນໄລຍະເວລາດົນ ແລະ ຫຼາຍເກີນໄປ. ດ້ວຍການໃຊ້ຕາຢ່າງຖືກຕ້ອງ, ການດູແລຢ່າງເໝາະສົມ ແລະ ການອອກກຳລັງກາຍທີ່ເໝາະສົມພໍສົມຄວນ, ຕາຂອງລາວຈະກັບໄປເປັນປົກກະຕິ. ສຽວຈີມີຄວາມສຸກຫຼາຍເມື່ອລາວໄດ້ອ່ານສິ່ງນັ້ນ. “ມັນບໍ່ແມ່ນບັນຫາໃຫຍ່, ສະນັ້ນບໍ່ຈຳເປັນຕ້ອງກັງວົນເກີນໄປກ່ຽວກັບບັນຫານັ້ນ. ແຫຼ່ງຂໍ້ມູນນີ້ລະບຸວ່າຂ້ອຍຕ້ອງໃຊ້ຕາຂອງຂ້ອຍຢ່າງເໝາະສົມ ແລະ ອອກກຳລັງກາຍພວກມັນຢ່າງຖືກຕ້ອງ, ສະນັ້ນຂ້ອຍຈະພຽງແຕ່ພິຈາລະນາວິທີການໃຊ້ຕາຂອງຂ້ອຍຢ່າງເໝາະສົມ ແລະ ການອອກກຳລັງກາຍທີ່ຂ້ອຍຄວນເຮັດເພື່ອກັບໄປເປັນປົກກະຕິ”. ຈາກນັ້ນລາວກໍ່ຊອກຫາຂໍ້ມູນກ່ຽວຂ້ອງເພີ່ມເຕີມ ແລະ ຈາກນັ້ນ, ລາວກໍ່ເລືອກສອງສາມວິທີການ ແລະ ແນວທາງທີ່ແທດເໝາະກັບສະຖານະການຂອງລາວ. ຈາກນັ້ນເປັນຕົ້ນມາ, ນອກຈາກຊີວິດທີ່ປົກກະຕິຂອງລາວ ແລະ ການປະຕິບັດໜ້າທີ່ຂອງລາວ, ສຽວຈີມີວຽກໃໝ່: ວຽກງານການດູແລຕາຂອງລາວ. ລາວຝຶກເຕັກນິກການດູແລຕາທີ່ລາວໄດ້ຮຽນຮູ້ທຸກໆມື້. ໃນຂະນະທີ່ລາວຝຶກເຮັດພວກມັນ, ລາວກໍ່ຮູ້ສຶກວ່າພວກມັນກຳລັງບັນເທົາອາການທີ່ຕາຂອງລາວສະແດງອອກມາ ຫຼື ບໍ່. ຫຼັງຈາກທີ່ທົດສອບ ແລະ ທົດລອງເຮັດພວກມັນຊົ່ວໄລຍະໜຶ່ງ, ສຽວຈີຮູ້ສຶກວ່າວິທີການບາງຢ່າງແມ່ນສາມາດໃຊ້ໄດ້ຜົນ ໃນຂະນະທີ່ວິທີການອື່ນໆພຽງແຕ່ດີໃນທາງທິດສະດີ, ບໍ່ແມ່ນໃນພາກປະຕິບັດ, ພວກມັນບໍ່ສາມາດແກ້ໄຂບັນຫາຂອງລາວແມ່ນແຕ່ໜ້ອຍດຽວ. ແລ້ວດ້ວຍເຫດນັ້ນ, ອີງໃສ່ຂໍ້ພົບເຫັນຂອງລາວຈາກຊ່ວງໄລຍະເລີ່ມຕົ້ນນັ້ນ, ສຽວຈີໄດ້ເລືອກວິທີການ ແລະ ເຕັກນິກສອງສາມຢ່າງເພື່ອດູແລຮັກສາສຸຂະພາບຕາທີ່ເກີດຜົນສຳລັບລາວ. ລາວຝຶກການໃຊ້ຕາ ແລະ ການດູແລຕາຢ່າງຖືກຕ້ອງທຸກໆມື້, ເມື່ອໃດກໍ່ຕາມທີ່ມັນຈະບໍ່ຖ່ວງດຶງການເຮັດໜ້າທີ່ຂອງລາວ. ຫຼັງຈາກຊົ່ວໄລຍະໜຶ່ງ, ຕາຂອງສຽວຈີຮູ້ສຶກດີຂຶ້ນຢ່າງຕໍ່ເນື່ອງແທ້ໆ; ອາການກ່ອນໜ້າຂອງລາວ ບໍ່ວ່າຈະເປັນອາການແດງ, ອາການເຈັບປວດ, ຄວາມຮູ້ສຶກແສບໄໝ້ ແລະ ອື່ນໆອີກ ກໍ່ເລີ່ມຫາຍໄປຊ້າໆ ແລະ ພວກມັນເກີດຂຶ້ນໜ້ອຍລົງຢ່າງຕໍ່ເນື່ອງ. ສຽວຈີຮູ້ສຶກໂຊກດີຫຼາຍ. “ຂອບໃຈພຣະເຈົ້າສຳລັບການນໍາພາຂອງພຣະອົງ. ນີ້ຄືຄວາມກະລຸນາຂອງພຣະອົງ ແລະ ການຊີ້ນໍາຂອງພຣະອົງ”. ເຖິງແມ່ນຕາຂອງລາວສະແດງອາການໜ້ອຍລົງ ແລະ ອາການຂອງລາວຮ້າຍແຮງລົງ, ສຽວຈີກໍ່ສືບຕໍ່ຝຶກວິທີການເຫຼົ່ານັ້ນເພື່ອດູແລຕາ ແລະ ການໃຊ້ຕາຂອງລາວຢ່າງຖືກຕ້ອງ, ໂດຍບໍ່ຂີ້ຄ້ານ. ແລ້ວຫຼັງຈາກຊົ່ວໄລຍະໜຶ່ງ, ຕາຂອງລາວກໍ່ກັບໄປເປັນປົກກະຕິຢ່າງສົມບູນ. ຈາກປະສົບການນີ້, ສຽວຈີໄດ້ຮຽນຮູ້ວິທີການບາງຢ່າງເພື່ອຮັກສາໃຫ້ຕາຂອງລາວມີສຸຂະພາບດີ ແລະ ລາວຍັງຮຽນຮູ້ວິທີການໃຊ້ຕາຂອງລາວ ແລະ ໃຊ້ຊີວິດຢ່າງຖືກຕ້ອງ. ລາວໄດ້ເພີ່ມຄວາມຮູ້ບາງຢ່າງທີ່ດີ ແລະ ເປັນສາມັນສຳນຶກໃສ່ລາຍການສະແດງຂອງລາວໃນຊີວິດ. ສຽວຈີມີຄວາມສຸກຫຼາຍ. ລາວຮູ້ສຶກວ່າເຖິງແມ່ນລາວປະສົບກັບສະຖານະການຂຶ້ນໆລົງໆ ແລະ ມີປະສົບການບາງຢ່າງທີ່ຜິດປົກກະຕິ, ໃນທີ່ສຸດແລ້ວ ລາວກໍ່ໄດ້ຮັບປະສົບການຊີວິດທີ່ລໍ້າຄ່າຈາກປະສົບການນັ້ນ. ເມື່ອໃດກໍ່ຕາມທີ່ຄົນໃດໜຶ່ງທີ່ຢູ່ອ້ອມຂ້າງລາວເວົ້າວ່າຕາຂອງພວກເຂົາເຈັບ, ພວກມັນບວມ ແລະ ເຈັບປວດ, ສຽວຈີຈະບອກພວກເຂົາຢ່າງກົງໄປກົງມາກ່ຽວກັບປະສົບການຂອງລາວ ແລະ ວິທີການ ແລະ ເຕັກນິກທີ່ລາວໄດ້ໃຊ້. ດ້ວຍການຊ່ວຍເຫຼືອຂອງສຽວຈີ, ຄົນທີ່ກຳລັງປະສົບກັບອາການຈາກບັນຫາທາງຕາຍັງຮຽນຮູ້ຫົນທາງ ແລະ ວິທີການໃນການໃຊ້ຕາຂອງພວກເຂົາຢ່າງຖືກຕ້ອງ ແລະ ຮັກສາໃຫ້ຕາຂອງພວກເຂົາມີສຸຂະພາບດີ. ສຽວຈີມີຄວາມສຸກ ແລະ ລາວເປັນປະໂຫຍດຫຼາຍຕໍ່ຄົນທີ່ຢູ່ອ້ອມຂ້າງລາວ. ແລ້ວດ້ວຍເຫດນັ້ນ, ເມື່ອເວລາຜ່ານໄປ ສຽວຈີ ແລະ ຄົນອື່ນໄດ້ຮັບຄວາມຮູ້ບາງຢ່າງທີ່ເປັນສາມັນສຳນຶກທີ່ຄົນຄວນມີໃນຊີວິດຂອງພວກເຂົາດັ່ງມະນຸດ. ທຸກຄົນເຮັດວຽກ ແລະ ປະຕິບັດໜ້າທີ່ຂອງພວກເຂົາຮ່ວມກັນ, ຢ່າງມີຄວາມສຸກ ແລະ ດ້ວຍຄວາມປິຕິຍິນດີ. ສຽວຈີບໍ່ໄດ້ຍອມຈຳນົນຕໍ່ຄວາມຄິດລົບ ຫຼື ຄວາມອ່ອນແອ ຍ້ອນບັນຫາທາງຕາຂອງລາວ ແລະ ລາວບໍ່ໄດ້ຈົ່ມຕໍ່ວ່າກ່ຽວກັບຄວາມໂຊກຮ້າຍຂອງລາວເລີຍ. ເຖິງແມ່ນລາວເຫັນການກ່າວອ້າງບາງຢ່າງທີ່ເຮັດໃຫ້ຕື່ນຕົກໃຈເມື່ອກຳລັງຊອກຫາຂໍ້ມູນຄືກັບທີ່ສຽວສຽວເປັນ, ລາວກໍ່ບໍ່ໄດ້ໃສ່ໃຈຫຼາຍເກີນໄປ. ໃນທາງກົງກັນຂ້າມ, ລາວແກ້ໄຂບັນຫາຂອງລາວຢ່າງຫ້າວຫັນ ແລະ ຢ່າງຖືກຕ້ອງ. ເມື່ອສິ່ງດຽວກັນເກີດຂຶ້ນກັບສຽວສຽວ, ລາວຕົກລົງສູ່ຄວາມເສົ້າໃຈ, ຄວາມອ່ອນແອ ແລະ ຄວາມສັບສົນຊໍ້າໆ. ໃນອີກດ້ານ, ສຽວຈີບໍ່ພຽງແຕ່ຫຼີກລ່ຽງຈາກການຕົກລົງສູ່ຄວາມເສົ້າໃຈ ແລະ ຄວາມສັບສົນ, ລາວຍັງບໍ່ໄດ້ຈົມຢູ່ກັບຄວາມບໍ່ພໍໃຈຕໍ່ພຣະເຈົ້າ ແລະ ລາວເຖິງກັບໄດ້ຮັບທ່າທີ່ທີ່ເປັນປະໂຫຍດ, ຫ້າວຫັນ ແລະ ເປັນບວກຫຼາຍຂຶ້ນຕໍ່ຊີວິດຈາກເຫດການເຫຼົ່ານີ້. ລາວໄດ້ຊ່ວຍເຫຼືອຕົນເອງ ແລະ ລາວຊ່ວຍເຫຼືອຄົນອື່ນ.
ນັ້ນຄືເລື່ອງລາວຂອງສຽວສຽວ ແລະ ສຽວຈີ. ຕອນນີ້, ເຈົ້າໄດ້ຍິນເລື່ອງລາວຂອງທັງສອງຄົນ. ພວກເຈົ້າເຂົ້າໃຈພວກມັນບໍ? ພວກເຈົ້າມັກເລື່ອງລາວອັນໃດ: ສຽວສຽວ ຫຼື ສຽວຈີ? (ສຽວຈີ.) ແລ້ວມີຫຍັງທີ່ບໍ່ດີກ່ຽວກັບສຽວສຽວ? (ເມື່ອສິ່ງຕ່າງໆເກີດຂຶ້ນກັບລາວ, ລາວບໍ່ສາມາດຜະເຊີນໜ້າກັບພວກມັນຢ່າງຖືກຕ້ອງ. ລາວຄິດລົບ ແລະ ຕໍ່ຕ້ານ.) ການຄິດລົບ ແລະ ຕໍ່ຕ້ານຄືການກໍ່ໃຫ້ເກີດຄວາມຫາຍະນະກັບຕົນເອງ. ເມື່ອສິ່ງຕ່າງໆເກີດຂຶ້ນກັບຄົນອື່ນ, ພວກເຂົາສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ ແຕ່ເມື່ອບາງຢ່າງເກີດຂຶ້ນກັບສຽວສຽວ, ລາວບໍ່ສາມາດສະແຫວງຫາຄວາມຈິງ, ລາວໄດ້ເລືອກທີ່ຈະຄິດລົບ ແລະ ຕໍ່ຕ້ານ. ລາວກຳລັງກໍ່ໃຫ້ເກີດຄວາມຫາຍະນະຂອງລາວເອງ. ຂໍ້ມູນອາດລໍ້າໜ້າໃນທຸກມື້ນີ້, ແຕ່ໃນໂລກທີ່ຊົ່ວຮ້າຍນີ້, ຄຳເວົ້າຕົວະ ແລະ ການຫຼອກລວງຍັງມີຢູ່ຫຼາຍ. ໂລກເຕັມໄປດ້ວຍຄຳເວົ້າຕົວະ ແລະ ການຫຼອກລວງ. ເມື່ອຜະເຊີນໜ້າກັບບັນຫາໃດໜຶ່ງ ຫຼື ຂໍ້ມູນປະເພດໃດໜຶ່ງໃນໂລກທີ່ວຸ້ນວາຍນີ້, ຄົນຕ້ອງມີສະຕິປັນຍາ, ພວກເຂົາຕ້ອງສະຫຼາດ ແລະ ຢັ່ງຮູ້ ແລະ ພວກເຂົາຕ້ອງແຍກແຍະໃຫ້ໄດ້. ພວກເຂົາຕ້ອງກັ່ນກອງຂໍ້ມູນປະເພດທີ່ແຕກຕ່າງກັນຢ່າງເຂັ້ມງວດ, ຈາກຈຸດຢືນທີ່ຖືກຕ້ອງ. ຄົນຕ້ອງບໍ່ພ້ອມທີ່ຈະເຊື່ອການກ່າວອ້າງໃດໆ ແລະ ພວກເຂົາຕ້ອງບໍ່ພ້ອມທີ່ຈະຍອມຮັບຂໍ້ມູນປະເພດໃດໜຶ່ງຢ່າງແນ່ນອນ. ໃນໂລກຂອງຊາຕານ, ທຸກຄົນເວົ້າຕົວະ ແລະ ຄົນເວົ້າຕົວະບໍ່ເຄີຍຮັບຜິດຊອບຫຍັງເລີຍ. ພວກເຂົາກ່າວຄຳເວົ້າຕົວະຂອງພວກເຂົາ ແລະ ມັນກໍ່ມີພຽງສໍ່ານັ້ນ. ບໍ່ມີຜູ້ໃດໃນໂລກນີ້ຈະປະນາມຄຳເວົ້າຕົວະ; ບໍ່ມີຜູ້ໃດຈະປະນາມການຫຼອກລວງ. ຫົວໃຈຂອງມະນຸດແມ່ນຢັ່ງຮູ້ໄດ້ຍາກ ແລະ ຢູ່ເບື້ອງຫຼັງຄຳເວົ້າຕົວະທຸກໆຄຳແມ່ນມີເຈດຕະນາ ແລະ ເປົ້າໝາຍ. ຍົກຕົວຢ່າງ: ເຈົ້າໄປພົບທ່ານໝໍ ແລະ ເພິ່ນເວົ້າວ່າ “ພະຍາດຂອງເຈົ້າຈຳເປັນຕ້ອງໄດ້ຮັບການປິ່ນປົວໂດຍໄວ. ຖ້າພວກເຮົາບໍ່ປິ່ນປົວ, ມັນອາດພັດທະນາກາຍເປັນພະຍາດມະເຮັງ!” ຖ້າເຈົ້າຂີ້ຢ້ານ, ເຈົ້າກໍ່ຈະຢ້ານກົວ: “ໂອບໍ່ໄດ້! ມັນອາດພັດທະນາກາຍເປັນພະຍາດມະເຮັງ. ພວກເຮົາປິ່ນປົວມັນໃນທັນທີກັນເທາະ!” ແລ້ວຜົນຕາມມາກໍ່ຄື ຍິ່ງເຈົ້າພະຍາຍາມດຮັກສາມັນຫຼາຍສໍ່າໃດ, ມັນຈະຍິ່ງຮ້າຍແຮງຂຶ້ນສໍ່ານັ້ນ ແລະ ເຈົ້າຈະລົງທ້າຍຢູ່ໃນໂຮງໝໍ. ສິ່ງທີ່ທ່ານໝໍເວົ້າແທ້ໆກໍ່ຄືພະຍາດຂອງເຈົ້າອາດພັດທະນາກາຍເປັນພະຍາດມະເຮັງ, ເຊິ່ງໝາຍຄວາມວ່າມັນຍັງບໍ່ທັນແມ່ນພະຍາດມະເຮັງເທື່ອ, ແຕ່ເຈົ້າເຂົ້າໃຈຜິດວ່ານີ້ໝາຍຄວາມວ່າມັນຕ້ອງໄດ້ຮັບການປິ່ນປົວຢ່າງຮີບດ່ວນຄືກັບວ່າມັນເປັນພະຍາດມະເຮັງ. ເຈົ້າບໍ່ໄດ້ກໍ່ໃຫ້ເກີດຄວາມຕາຍໂດຍການເຮັດເຊັ່ນນີ້ບໍ? ຖ້າເຈົ້າປິ່ນປົວມັນຄືກັບເປັນພະຍາດມະເຮັງ, ຈາກນັ້ນຍິ່ງເຈົ້າພະຍາຍາມຮັກສາມັນຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງຈະຕາຍໄວສໍ່ານັ້ນ. ເຈົ້າຈະສາມາດມີຊີວິດລອດໄດ້ດົນກວ່າຫຼາຍບໍຖ້າເຮັດເຊັ່ນນັ້ນ? (ບໍ່.) ໃນຄວາມເປັນຈິງແລ້ວ, ສິ່ງທີ່ເຮັດໃຫ້ເຈົ້າເຈັບປ່ວຍບໍ່ແມ່ນພະຍາດມະເຮັງ, ສະນັ້ນເປັນຫຍັງທ່ານໝໍຈຶ່ງບອກເຈົ້າວ່າຖ້າເຈົ້າບໍ່ປິ່ນປົວມັນໃນທັນທີ, ມັນຈະພັດທະນາກາຍເປັນພະຍາດມະເຮັງ? ເພິ່ນເວົ້າສິ່ງນີ້ເພື່ອຫຼອກເອົາເງິນຈາກເຈົ້າ, ເພື່ອໃຫ້ເຈົ້າປິ່ນປົວພະຍາດຂອງເຈົ້າຄືກັບວ່າມັນເປັນພະຍາດທີ່ຮ້າຍແຮງ. ຖ້າເຈົ້າຮູ້ວ່າມັນເປັນອາການປ່ວຍທີ່ບໍ່ຮ້າຍແຮງ, ເຈົ້າຈະບໍ່ພະຍາຍາມຮັກສາມັນ ແລະ ເພິ່ນຈະບໍ່ສາມາດເອົາເງິນຂອງເຈົ້າໄດ້. ເມື່ອທ່ານໝໍຫຼາຍຄົນພົບຄົນເຈັບຂອງພວກເຂົາ, ພວກເຂົາກໍ່ຄວບຄຸມຄົນເຈັບເຫຼົ່ານັ້ນ, ຄືກັບມານຮ້າຍທີ່ຄວບຄຸມບຸກຄົນໜຶ່ງ ແລະ ພວກເຂົາຈັບໄວ້ແໜ້ນ ແລະ ພວກເຂົາບໍ່ປ່ອຍໄປ. ນີ້ແມ່ນວິທີການທົ່ວໄປທີ່ທ່ານໝໍສ່ວນໃຫຍ່ໃຊ້ກັບຄົນເຈັບຂອງພວກເຂົາ. ພວກເຂົາເລີ່ມຕົ້ນໂດຍບອກເຈົ້າວ່າພວກເຂົາມີຊື່ສຽງສໍ່າໃດ, ພວກເຂົາເກັ່ງໃນເລື່ອງຢາຫຼາຍສໍ່າໃດ, ພວກເຂົາໄດ້ຮັກສາເທົ່າໃດຄົນແລ້ວ, ພວກເຂົາໄດ້ຮັກສາພະຍາດຫຍັງແດ່ ແລະ ພວກເຂົາປະຕິບັດການຢາດົນສໍ່າໃດແລ້ວ. ພວກເຂົາເຮັດໃຫ້ເຈົ້າໄວ້ໃຈພວກເຂົາ, ນັ່ງຢູ່ຊື່ໆ ແລະ ຍອມຮັບການປິ່ນປົວຂອງພວກເຂົາ. ຈາກນັ້ນພວກເຂົາຈະບອກເຈົ້າວ່າເຈົ້າກຳລັງຈະມີອາການເຈັບປ່ວຍທີ່ຮ້າຍແຮງ ແລະ ຖ້າເຈົ້າບໍ່ໄດ້ຮັບການປິ່ນປົວ, ເຈົ້າອາດຕາຍໄດ້. ທຸກຄົນຕາຍ, ແຕ່ມັນຈະເປັນພະຍາດນີ້ແທ້ໆບໍທີ່ຂ້າເຈົ້າ? ບໍ່ຈຳເປັນ. ຊີວິດ ແລະ ຄວາມຕາຍຂອງທຸກຄົນແມ່ນຢູ່ໃນມືຂອງພຣະເຈົ້າ. ພຣະອົງເປັນຜູ້ທີ່ຕັດສິນໃຈກ່ຽວກັບພວກມັນ, ບໍ່ແມ່ນທ່ານໝໍ. ທ່ານໝໍມັກໃຊ້ກົນອຸບາຍນີ້ເພື່ອຫຼອກລວງຜູ້ຄົນ. ຄົນທີ່ຢ້ານ ແລະ ກົວຄວາມຕາຍກໍ່ຈະຊອກຫາຄຳແນະນໍາທາງການແພດຢູ່ທຸກບ່ອນ ແລະ ປ່ອຍໃຫ້ທ່ານໝໍດຳເນີນການວິນິດໄສກ່ຽວກັບສຸຂະພາບຂອງພວກເຂົາ. ຖ້າທ່ານໝໍຂອງພວກເຂົາເວົ້າວ່າພວກເຂົາມີໂອກາດທີ່ຈະພັດທະນາພະຍາດມະເຮັງ, ພວກເຂົາກໍ່ເຊື່ອທ່ານໝໍ ແລະ ພວກເຂົາຟ້າວປ່ອຍໃຫ້ທ່ານໝໍປິ່ນປົວມັນ, ກຳຈັດຄວາມສ່ຽງທີ່ພວກເຂົາຈະຕາຍຍ້ອນພະຍາດມະເຮັງ. ພວກເຂົາບໍ່ພຽງແຕ່ເຮັດໃຫ້ຕົນເອງຢ້ານບໍ? (ແມ່ນແລ້ວ.) ພວກເຮົາຈະເຊົາເວົ້າກ່ຽວກັບທ່ານໝໍໃນຕອນນີ້ ແລະ ສືບຕໍ່ເວົ້າກ່ຽວກັບສຽວສຽວ ແລະ ສຽວຈີ. ທັດສະນະ, ມຸມມອງ ແລະ ທ່າທີ່ຂອງພວກເຂົາກ່ຽວກັບທຸກສິ່ງທີ່ເກີດຂຶ້ນຢູ່ອ້ອມຂ້າງພວກເຂົາບໍ່ໄດ້ແຕກຕ່າງກັນເລີຍ. ສຽວສຽວເປັນພຽງຄົນທີ່ມີຄວາມຄິດລົບ, ໃນຂະນະທີ່ສຽວຈີສາມາດຮັບມືກັບສິ່ງຕ່າງໆທີ່ເກີດຂຶ້ນກັບລາວໄດ້ຢ່າງຖືກຕ້ອງ. ລາວມີເຫດຜົນ ແລະ ການຕັດສິນຂອງມະນຸດທີ່ປົກກະຕິ ແລະ ລາວຜະເຊີນໜ້າກັບສິ່ງຕ່າງໆດ້ວຍວິທີທີ່ຫ້າວຫັນ. ລາວຍັງສືບຕໍ່ປະຕິບັດໜ້າທີ່ຂອງລາວ. ພວກເຂົາສອງຄົນບໍ່ສາມາດແຕກຕ່າງກັນໄດ້ຫຼາຍ. ເມື່ອບາງຢ່າງເກີດຂຶ້ນກັບສຽວສຽວ, ລາວກໍ່ສຳນຶກວ່າສະຖານະການນັ້ນສິ້ນຫວັງ ແລະ ດຳເນີນການຢ່າງປະໝາດ. ລາວບໍ່ໄດ້ຊອກຫາວິທີການ ແລະ ວິທີທາງທີ່ຖືກຕ້ອງເພື່ອແກ້ໄຂມັນ ແລະ ລາວຍັງບໍ່ຮູ້ຈັກແຍກແຍະ, ມຶນງົງ, ໂງ່ຈ້າ, ດື້ດ້ານ ແລະ ຫົວດື້ ແລະ ຂ້ອນຂ້າງມຸ່ງຮ້າຍເຊັ່ນກັນ. ເມື່ອລາວເຈັບປ່ວຍ ຫຼື ເມື່ອລາວປະສົບກັບຄວາມຫຍຸ້ງຍາກບາງຢ່າງ ຫຼື ເກີດບາງຢ່າງທີ່ບໍ່ດີກັບລາວ, ລາວກໍ່ຫວັງວ່າມັນຈະເກີດຂຶ້ນກັບທຸກຄົນເຊັ່ນກັນ. ລາວກຽດຊັງພຣະເຈົ້າທີ່ບໍ່ໄດ້ປົກປ້ອງລາວ ແລະ ລາວຕ້ອງການສະແດງຄວາມໃຈຮ້າຍຂອງລາວອອກມາ. ແຕ່ລາວບໍ່ກ້າສະແດງອອກ ແລະ ລະບາຍຄວາມໃຈຮ້າຍຂອງພວກເຂົາກັບຄົນອື່ນ, ສະນັ້ນລາວຈຶ່ງສະແດງຄວາມໂມໂຫຂອງລາວ ແລະ ລະບາຍຄວາມໃຈຮ້າຍກັບຕົນເອງ. ນີ້ບໍ່ແມ່ນອຸປະນິໄສທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ການສະແດງຄວາມບໍ່ພໍໃຈ, ກຽດຊັງ ແລະ ອິດສາເມື່ອບາງສິ່ງທີ່ເລັກໆນ້ອຍໆບໍ່ໄດ້ເປັນໄປຕາມທາງຂອງເຈົ້າ, ນັ້ນຄືຄວາມຊົ່ວຊ້າ. ເມື່ອເກີດບາງຢ່າງຂຶ້ນກັບສຽວຈີ, ລາວມີເຫດຜົນ ແລະ ການຕັດສິນຂອງມະນຸດທີ່ປົກກະຕິ. ລາວມີສະຕິປັນຍາ ແລະ ລາວຕັດສິນໃຈດັ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ. ເຖິງແມ່ນວ່າສຽວຈີມີອາການປ່ວຍແບບດຽວກັບສຽວສຽວ, ບັນຫາຂອງລາວກໍ່ໄດ້ຮັບການແກ້ໄຂໃນທີ່ສຸດ ໃນຂະນະທີ່ສຽວສຽວບໍ່ສາມາດແກ້ໄຂບັນຫາຂອງລາວ ແລະ ມັນຊຸດໂຊມລົງເລື້ອຍໆ ແລະ ຮ້າຍແຮງຫຼາຍຍິ່ງຂຶ້ນ. ບັນຫາຂອງສຽວສຽວເປັນບັນຫາທີ່ຮຸນແຮງ ແລະ ມັນບໍ່ແມ່ນໜຶ່ງໃນຄວາມເຈັບປ່ວຍທາງເນື້ອໜັງ, ລາວໄດ້ສະແດງອຸປະນິໄສທີ່ວາງຢູ່ໃນສ່ວນເລິກໃນຫົວໃຈຂອງລາວ; ລາວໄດ້ເປີດໂປງຄວາມດື້ດ້ານ, ຄວາມຫົວດື້, ຄວາມໂງ່ຈ້າ ແລະ ຄວາມມຸ່ງຮ້າຍຂອງລາວເອງ. ນັ້ນຄືຄວາມແຕກຕ່າງລະຫວ່າງພວກເຂົາສອງຄົນ. ຖ້າພວກເຈົ້າມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ລະອຽດຂຶ້ນກ່ຽວກັບວ່າສອງຄົນເຫຼົ່ານີ້ໃຊ້ຊີວິດແນວໃດ, ພ້ອມທັງທ່າທີ່ ແລະ ວິທີການຂອງພວກເຂົາໃນການຮັບມືກັບສິ່ງຕ່າງໆ, ພວກເຈົ້າສາມາດສືບຕໍ່ໂອ້ລົມກ່ຽວກັບມັນໃນພາຍຫຼັງ, ເອົາຕົນເອງມາປຽບທຽບ ແລະ ຊອກຫາບົດຮຽນຈາກເລື່ອງນີ້. ແນ່ນອນ, ເຈົ້າຄວນເຂົ້າໃຈສິ່ງຕ່າງໆດ້ວຍວິທີທີ່ຫ້າວຫັນຄືກັບສຽວຈີ. ເຈົ້າຄວນຮັບມືກັບຊີວິດຢ່າງຖືກຕ້ອງ ແລະ ພະຍາຍາມເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ເຮັດຕາມພຣະທຳຂອງພຣະເຈົ້າ ໂດຍມີຄວາມຈິງເປັນເກນຂອງເຈົ້າ, ເພື່ອວ່າເຈົ້າຈະກາຍມາເປັນຄົນທີ່ສະແຫວງຫາຄວາມຈິງ. ເຈົ້າຕ້ອງບໍ່ເປັນຄືກັບສຽວສຽວ. ບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ນັ້ນຄືວິທີທີ່ເຈົ້າຄວນສະແຫວງຫາ ແລະ ປະຕິບັດ.
ຕອນນີ້, ພວກເຮົາຈະທົບທວນເບິ່ງສິ່ງທີ່ພວກເຮົາໄດ້ໂອ້ລົມໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາ. ພວກເຮົາໄດ້ເວົ້າກ່ຽວກັບແງ່ມຸມທຳອິດຂອງສິ່ງຕ່າງໆທີ່ຜູ້ຄົນຖືວ່າຖືກຕ້ອງ ແລະ ດີໃນແນວຄິດຂອງພວກເຂົາ ນັ້ນກໍຄື ພຶດຕິກຳທີ່ດີ ແລະ ພວກເຮົາໄດ້ລະບຸຫົກຕົວຢ່າງຂອງພຶດຕິກຳທີ່ດີ. ພວກມັນທັງໝົດເປັນສິ່ງທີ່ສົ່ງເສີມໂດຍວັດທະນະທຳດັ້ງເດີມ ແລະ ພຶດຕິກຳດີໆທີ່ຄົນມັກໃນຊີວິດຕົວຈິງຂອງພວກເຂົາ. ພວກເຈົ້າສາມາດບອກເຮົາໄດ້ບໍວ່າພວກມັນແມ່ນຫຍັງ? (ການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ການເປັນຄົນນອບນ້ອມ, ການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ການມີອັດທະຍາໄສດີ ແລະ ການເປັນຄົນທີ່ສາມາດເຂົ້າເຖິງໄດ້.) ພວກເຮົາບໍ່ໄດ້ຍົກຕົວຢ່າງອື່ນໆອີກ. ມັນອາດເປັນຍ້ອນວ່າມີຄວາມແຕກຕ່າງບາງຢ່າງຈາກຫົກຕົວແທນພຶດຕິກຳທີ່ດີທີ່ນໍາສະເໜີໂດຍວັດທະນະທຳດັ້ງເດີມຂອງຄົນຈີນຢູ່ພາຍໃນວັດທະນະທຳດັ້ງເດີມຂອງປະເທດອື່ນໆ, ແຕ່ພວກເຮົາຈະບໍ່ລະບຸສິ່ງເຫຼົ່ານີ້. ຄັ້ງກ່ອນພວກເຮົາໄດ້ໂອ້ລົມ ແລະ ວິເຄາະເນື້ອຫາທີ່ສະເພາະຂອງຫົກພຶດຕິກຳທີ່ດີເຫຼົ່ານີ້. ໂດຍລວມແລ້ວ, ພຶດຕິກຳທີ່ດີພາຍນອກເຫຼົ່ານີ້ບໍ່ໄດ້ເປັນຕົວແທນໃຫ້ສິ່ງດີໆຢູ່ພາຍໃນຄວາມເປັມມະນຸດ ແລະ ແຮງໄກທີ່ພວກມັນຈະເປັນຕົວແທນວ່າອຸປະນິໄສຂອງບຸກຄົນໜຶ່ງມີການປ່ຽນແປງແລ້ວ, ພວກມັນບໍ່ໄດ້ພິສູດຢ່າງແນ່ນອນວ່າຄົນໃດໜຶ່ງເຂົ້າໃຈຄວາມຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງ. ພວກມັນເປັນພຽງພຶດຕິກຳພາຍນອກທີ່ມະນຸດສາມາດເຫັນໄດ້. ຖ້າຈະເວົ້າງ່າຍໆ ພວກມັນເປັນການສະແດງອອກພາຍນອກຂອງມະນຸດ. ການສະແດງອອກ ແລະ ການປາກົດພາຍນອກເປັນພຽງລະບຽບວິທີທີ່ເກີດຂຶ້ນເມື່ອຜູ້ຄົນມີປະຕິສຳພັນ, ເຂົ້າກັນໄດ້ດີ ແລະ ໃຊ້ຊີວິດນໍາກັນໄດ້. “ລະບຽບວິທີ” ໝາຍເຖິງຫຍັງ? ມັນໝາຍເຖິງສິ່ງຜິວເຜີນທີ່ສຸດທີ່ເຮັດໃຫ້ຄົນສະບາຍໃຈ ເມື່ອພວກເຂົາເຫັນສິ່ງເຫຼົ່ານັ້ນ. ພວກມັນບໍ່ໄດ້ເປັນຕົວແທນໃຫ້ແກ່ນແທ້ຂອງຜູ້ຄົນ ຫຼື ຄວາມຄິດ ແລະ ມຸມມອງຂອງພວກເຂົາ ຫຼື ທ່າທີ່ຂອງພວກເຂົາຕໍ່ສິ່ງດີໆ ແລະ ແຮງໄກທີ່ພວກມັນຈະເປັນຕົວແທນໃຫ້ທ່າທີ່ຂອງຜູ້ຄົນຕໍ່ຄວາມຈິງ. ຂໍ້ຮຽກຮ້ອງ ແລະ ມາດຕະຖານຂອງການປະເມີນທີ່ມະນຸດຊາດມີກ່ຽວກັບພຶດຕິກຳພາຍນອກເປັນພຽງລະບຽບວິທີທີ່ຜູ້ຄົນສາມາດເຂົ້າໃຈ ແລະ ບັນລຸໄດ້. ພວກມັນບໍ່ມີຫຍັງກ່ຽວຂ້ອງກັບແກ່ນແທ້ຂອງມະນຸດ. ບໍ່ວ່າຄົນອາດເບິ່ງຄືມີອັດທະຍາໄສດີ ຫຼື ສາມາດເຂົ້າເຖິງໄດ້ຫຼາຍສໍ່າໃດກໍ່ຕາມໃນຜິວເຜີນ ແລະ ບໍ່ວ່າຄົນອື່ນຈະມັກ, ເຄົາລົບ, ຢຳເກງ ແລະ ນະມັດສະການພຶດຕິກຳພາຍນອກທີ່ພວກເຂົາດຳລົງຊີວິດຕາມຫຼາຍສໍ່າໃດກໍຕາມ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມເປັນມະນຸດ ແລະ ມັນບໍ່ໄດ້ໝາຍຄວາມວ່າທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາເປັນສິ່ງທີ່ດີ ຫຼື ຮັກສິ່ງທີ່ດີ ຫຼື ມີຄວາມສຳນຶກຊອບທຳ ແລະ ແນ່ນອນ ມັນຍິ່ງບໍ່ໄດ້ໝາຍຄວາມວ່າພວກເຂົາເປັນຄົນທີ່ສາມາດສະແຫວງຫາຄວາມຈິງ. ພຶດຕິກຳທີ່ດີທັງໝົດທີ່ມະນຸດຊາດສະຫຼຸບໄວ້ບໍ່ໄດ້ເປັນຫຼາຍກວ່າການສະແດງອອກພາຍນອກບາງຢ່າງ ແລະ ດຳລົງຊີວິດຕາມສິ່ງຕ່າງໆທີ່ມະນຸດຊາດສົ່ງເສີມເພື່ອແຍກແຍະມັນອອກຈາກຊີວິດຮູບແບບອື່ນໆ. ຕົວຢ່າງ: ການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ແລະ ການເປັນຄົນນອບນ້ອມ, ພຶດຕິກຳທີ່ດີເຫຼົ່ານີ້ພຽງແຕ່ສະແດງໃຫ້ເຫັນວ່າບຸກຄົນໜຶ່ງຂ້ອນຂ້າງປະພຶດດີຢູ່ພາຍນອກ, ສຸພາບ, ມີການສຶກສາ ແລະ ມີວັດທະນະທຳ, ບໍ່ຄືກັບສັດທີ່ບໍ່ປະຕິບັດຕາມກົດລະບຽບໃດໆ. ຄົນເຊັດປາກຂອງພວກເຂົາດ້ວຍມືຂອງພວກເຂົາ ຫຼື ຜ້າເຊັດປາກຫຼັງຈາກທີ່ພວກເຂົາກິນ ຫຼື ດື່ມ, ທຳຄວາມສະອາດຕົນເອງໜ້ອຍໜຶ່ງ. ຖ້າເຈົ້າພະຍາຍາມເຊັດປາກຂອງໝາຫຼັງຈາກທີ່ມັນກິນ ຫຼື ດື່ມ, ມັນຈະບໍ່ມີຄວາມສຸກທີ່ເຮັດເຊັ່ນນັ້ນ. ສັດບໍ່ເຂົ້າໃຈສິ່ງເຫຼົ່ານັ້ນ. ແລ້ວເປັນຫຍັງຄົນຈຶ່ງເຂົ້າໃຈ? ເພາະຄົນເປັນ “ສັດສູງສົ່ງກວ່າ”, ສະນັ້ນພວກເຂົາຈຶ່ງຄວນເຂົ້າໃຈສິ່ງເຫຼົ່ານີ້. ສະນັ້ນ, ພຶດຕິກຳທີ່ດີເຫຼົ່ານີ້ຈຶ່ງເປັນພຽງສິ່ງທີ່ມະນຸດໃຊ້ເພື່ອຄວບຄຸມພຶດຕິກຳຂອງກຸ່ມຊີວະສາດທີ່ເປັນມະນຸດຊາດ ແລະ ພວກມັນບໍ່ໄດ້ເຮັດຫຼາຍໄປກວ່າການແຍກແຍະມະນຸດຊາດຈາກຮູບແບບຊີວິດທີ່ຕ້ອຍຕໍ່າກວ່າ. ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມປະພຶດ ຫຼື ການສະແຫວງຫາຄວາມຈິງ ຫຼື ການນະມັດສະການພຣະເຈົ້າເລີຍ. ນີ້ໝາຍຄວາມວ່າເຖິງແມ່ນເຈົ້າອາດດຳລົງຊີວິດຕາມມາດຕະຖານ ແລະ ຂໍ້ຮຽກຮ້ອງຢູ່ພາຍນອກທີ່ເປັນການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ແລະ ອື່ນໆອີກ, ເຖິງແມ່ນວ່າເຈົ້າອາດມີພຶດຕິກຳທີ່ດີເຫຼົ່ານີ້, ມັນບໍ່ໄດ້ໝາຍຄວາມວ່າເຈົ້າເປັນຄົນທີ່ມີຄວາມເປັນມະນຸດ ຫຼື ເປັນຄົນທີ່ມີຄວາມຈິງ ຫຼື ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ມັນບໍ່ໄດ້ໝາຍຄວາມເຖິງສິ່ງເຫຼົ່ານັ້ນເລີຍ. ໃນທາງກົງກັນຂ້າມ, ມັນພຽງແຕ່ໝາຍຄວາມວ່າຫຼັງຈາກທີ່ຜ່ານລະບົບການສຶກສາດ້ານພຶດຕິກຳ ແລະ ທຳນຽມສົມບັດຜູ້ດີ, ການປາກເວົ້າຂອງເຈົ້າ, ສີໜ້າ, ທິດທາງ ແລະ ອື່ນໆອີກແມ່ນເລີ່ມມີວິໄນຫຼາຍຂຶ້ນໜ້ອຍໜຶ່ງ. ມັນສະແດງໃຫ້ເຫັນວ່າເຈົ້າດີກວ່າສັດ ແລະ ມີລັກສະນະຂອງມະນຸດໜ້ອຍໜຶ່ງ, ແຕ່ມັນບໍ່ໄດ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນທີ່ສະແຫວງຫາຄວາມຈິງ. ເຖິງກັບເວົ້າໄດ້ວ່າມັນບໍ່ມີຫຍັງກ່ຽວຂ້ອງກັບການສະແຫວງຫາຄວາມຈິງເລີຍ. ການທີ່ເຈົ້າມີພຶດຕິກຳທີ່ດີເຫຼົ່ານີ້ບໍ່ໄດ້ໝາຍຄວາມເລີຍວ່າເຈົ້າມີສະພາບການທີ່ຖືກຕ້ອງສຳລັບການສະແຫວງຫາຄວາມຈິງ ແລະ ແຮງໄກທີ່ມັນຈະໝາຍຄວາມວ່າເຈົ້າໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຮັບເອົາຄວາມຈິງແລ້ວ. ມັນບໍ່ໄດ້ສະແດງເຖິງສິ່ງເຫຼົ່ານັ້ນຢ່າງຊັດແຈ້ງສົມບູນ.
ຄົນໃດກໍ່ຕາມທີ່ເກັບແມວ ຫຼື ໝາເປັນສັດລ້ຽງຈະຮູ້ສຶກວ່າມີບາງຢ່າງທີ່ເປັນຕາຮັກກ່ຽວກັບພວກມັນ. ໃນຄວາມເປັນຈິງແລ້ວ, ແມວ ແລະ ໝາສອງສາມໂຕມີມາລະຍາດພໍສົມຄວນ. ເມື່ອແມວບາງໂຕຕ້ອງການເຂົ້າຫ້ອງຂອງເຈົ້ານາຍພວກມັນ, ພວກມັນຈະຮ້ອງຂຶ້ນສອງສາມຄັ້ງຢູ່ປະຕູກ່ອນທີ່ຈະເຂົ້າໄປ. ພວກມັນຈະບໍ່ເຂົ້າໄປ ຖ້າເຈົ້ານາຍຂອງພວກເຂົາບໍ່ເວົ້າຫຍັງ, ພວກມັນຈະພຽງແຕ່ເຂົ້າໄປ ຫຼັງຈາກທີ່ເຈົ້າຂອງພວກມັນເວົ້າວ່າ: “ເຂົ້າມາ”. ເຖິງແມ່ນແມວສາມາດປະຕິບັດສົມບັດຜູ້ດີປະເພດນີ້ໄດ້, ພວກມັນຮູ້ທີ່ຈະຂໍອະນຸຍາດກ່ອນທີ່ຈະເຂົ້າໄປຫ້ອງຂອງເຈົ້ານາຍພວກມັນ. ນັ້ນບໍ່ແມ່ນພຶດຕິກຳທີ່ດີປະເພດໜຶ່ງບໍ? ຖ້າແມ່ນແຕ່ສັດກໍ່ສາມາດມີພຶດຕິກຳທີ່ດີປະເພດນີ້, ພຶດຕິກຳທີ່ດີທີ່ຄົນມີຈະສາມາດເຮັດໃຫ້ພວກເຂົາສູງສົ່ງກວ່າສັດຫຼາຍສໍ່າໃດ? ນີ້ເປັນລະດັບຂັ້ນຕໍ່າຂອງສາມັນສຳນຶກທີ່ຄົນຄວນມີ, ມັນບໍ່ຈຳເປັນຕ້ອງຖືກສອນ, ມັນເປັນສິ່ງທີ່ປົກກະຕິຫຼາຍ. ຄົນອາດຮູ້ສຶກວ່າພຶດຕິກຳທີ່ດີປະເພດນີ້ແມ່ນເໝາະສົມພໍສົມຄວນ ແລະ ມັນອາດເຮັດໃຫ້ພວກເຂົາຮູ້ສຶກສະບາຍຫຼາຍຂຶ້ນພໍສົມຄວນ, ແຕ່ການດຳລົງຊີວິດຕາມພຶດຕິກຳທີ່ດີເຫຼົ່ານີ້ເປັນຕົວແທນໃຫ້ຄຸນນະພາບ ຫຼື ແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາບໍ? (ບໍ່.) ບໍ່ແມ່ນ. ພວກມັນເປັນພຽງກົດລະບຽບ ແລະ ວິທີການທີ່ຄົນໃດໜຶ່ງຄວນມີໃນການກະທຳຂອງພວກເຂົາ ນັ້ນກໍ່ຄື ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄຸນນະພາບ ແລະ ແກ່ນແທ້ໃນຄວາມເປັນມະນຸດຂອງຄົນໆໜຶ່ງ. ຍົກຕົວຢ່າງແມ່ນແມວ ແລະ ໝາ, ພວກມັນມີຫຍັງຄ້າຍຄືກັນ? ເມື່ອຜູ້ຄົນເອົາບາງຢ່າງໃຫ້ພວກມັນກິນ, ພວກມັນກໍ່ສະແດງອອກເຖິງຄວາມໃກ້ຊິດ ແລະ ຄວາມຮູ້ສຶກຂອບໃຈ. ພວກມັນມີຄວາມປະພຶດປະເພດນີ້ ແລະ ພວກມັນສາມາດສະແດງພຶດຕິກຳປະເພດນີ້ອອກມາ. ສິ່ງທີ່ແຕກຕ່າງກ່ຽວກັບພວກມັນແມ່ນໜຶ່ງໃນພວກມັນຊຳນານໃນການຈັບໜູ, ໃນຂະນະທີ່ອີກໂຕຊຳນານໃນການເຝົ້າເຮືອນ. ແມວອາດຈາກເຈົ້ານາຍຂອງມັນໄດ້ຕະຫຼອດເວລາ ແລະ ໄດ້ທຸກບ່ອນ; ເມື່ອມີຄວາມມ່ວນຊື່ນ, ແມວຈະລືມເຈົ້ານາຍຂອງມັນ ແລະ ບໍ່ສົນໃຈພວກເຂົາເລີຍ. ໝາຈະບໍ່ຈາກເຈົ້ານາຍຂອງມັນຈັກເທື່ອ; ຖ້າມັນລະບຸເຈົ້າວ່າເປັນເຈົ້ານາຍຂອງມັນ, ຈາກນັ້ນເຖິງແມ່ນວ່າມັນປ່ຽນເຈົ້າຂອງ, ມັນຈະຍັງຮັບຮູ້ເຈົ້າ ແລະ ປະຕິບັດຕໍ່ເຈົ້າຄືກັບເປັນເຈົ້ານາຍຂອງມັນ. ນັ້ນຄືຄວາມແຕກຕ່າງລະຫວ່າງແມວ ແລະ ໝາ, ໃນເລື່ອງຄຸນນະພາບທາງສິນທຳໃນພຶດຕິກຳຂອງພວກມັນ ແລະ ແກ່ນແທ້ຂອງພວກມັນ. ຕອນນີ້, ພວກມັນມາເວົ້າກ່ຽວກັບຜູ້ຄົນກັນເທາະ. ໃນບັນດາພຶດຕິກຳທີ່ມະນຸດເຊື່ອວ່າດີ, ເຊັ່ນ: ການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນນອບນ້ອມ, ການເປັນຄົນທີ່ສາມາດເຂົ້າເຖິງໄດ້ ແລະ ອື່ນໆອີກ, ເຖິງແມ່ນວ່າມີບາງຢ່າງທີ່ລື່ນພຶດຕິກຳຂອງຊະນິດອື່ນໆ ເຊິ່ງໝາຍຄວາມວ່າສິ່ງທີ່ມະນຸດສາມາດເຮັດແມ່ນເກີນກວ່າສັກກະຍາພາບຂອງຊະນິດອື່ນ, ສິ່ງເຫຼົ່ານີ້ເປັນພຽງພຶດຕິກຳ ແລະ ກົດລະບຽບພາຍນອກເທົ່ານັ້ນ, ພວກມັນເປັນພຽງວິທີການທີ່ຕັ້ງໃຈເພື່ອຄວບຄຸມພຶດຕິກຳຂອງຜູ້ຄົນ ແລະ ແຍກແຍະພວກເຂົາຈາກຊີວິດຮູບແບບອື່ນໆ. ການມີພຶດຕິກຳທີ່ດີເຫຼົ່ານີ້ອາດເຮັດໃຫ້ຜູ້ຄົນຮູ້ສຶກວ່າພວກເຂົາແຕກຕ່າງ ຫຼື ດີກວ່າຊີວິດຮູບແບບອື່ນໆ, ແຕ່ຂໍ້ແທ້ຈິງກໍ່ຄືໃນບາງລັກສະນະ, ຄົນປະພຶດເສື່ອມກວ່າສັດ. ຍົກຕົວຢ່າງແມ່ນການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ. ໃນອານາຈັກສັດ, ໝາປ່າເຮັດສິ່ງນີ້ໄດ້ດີກວ່າຜູ້ຄົນ. ໃນຝູງໝາປ່າ, ໝາປ່າທີ່ໃຫຍ່ເຕັມໄວແລ້ວຈະດູແລລູກ, ບໍ່ວ່າມັນຈະເປັນຂອງໃຜກໍ່ຕາມ. ພວກມັນຈະບໍ່ກັ່ນແກ້ງມັນ ຫຼື ທຳຮ້າຍມັນ. ມະນຸດລົ້ມເຫຼວໃນການເຮັດເຊັ່ນນີ້ ແລະ ດ້ວຍວິທີນີ້, ມະນຸດຊາດແມ່ນເສື່ອມກວ່າຝູງໝາປ່າ. ມະນຸດຊາດມີການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມປະເພດໃດ? ຄົນສາມາດບັນລຸສິ່ງນີ້ໄດ້ຢ່າງແທ້ຈິງບໍ? ຄົນສ່ວນໃຫຍ່ບໍ່ສາມາດ “ດູແລຄົນໜຸ່ມ”, ຄົນບໍ່ມີພຶດຕິກຳທີ່ດີປະເພດນັ້ນ ເຊິ່ງໝາຍຄວາມວ່າພວກເຂົາບໍ່ມີຄວາມເປັນມະນຸດປະເພດນັ້ນ. ຕົວຢ່າງ: ເມື່ອເດັກຢູ່ກັບພໍ່ແມ່ຂອງພວກເຂົາ, ຄົນຈະຂ້ອນຂ້າງມີອັດທະຍາໄສດີ ແລະ ສາມາດເຂົ້າເຖິງໄດ້ ເມື່ອເວົ້າກັບເດັກຄົນນັ້ນ, ແຕ່ເມື່ອພໍ່ແມ່ຂອງພວກເຂົາບໍ່ໄດ້ຢູ່ບ່ອນນັ້ນ, ດ້ານທີ່ເປັນມານຮ້າຍຂອງຄົນກໍ່ສະແດງອອກມາ. ຖ້າເດັກເວົ້າກັບພວກເຂົາ, ພວກເຂົາຈະບໍ່ສົນໃຈເດັກເຫຼົ່ານັ້ນ ຫຼື ເຖິງກັບຄິດວ່າເດັກໜ້າລຳຄານ ແລະ ຂົ່ມເຫັງພວກເຂົາ. ພວກເຂົາຊ່າງຊົ່ວຮ້າຍ! ໃນຫຼາຍປະເທດໃນໂລກ, ການຄ້າເດັກບໍ່ແມ່ນເລື່ອງແປກ, ມັນເປັນບັນຫາທົ່ວໂລກ. ຖ້າຄົນບໍ່ມີພຶດຕິກຳທີ່ດີຂອງການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ ແລະ ພວກເຂົາບໍ່ໄດ້ຮູ້ສຶກເຖິງຄວາມເຈັບປວດໃນສຳນຶກ ເມື່ອພວກເຂົາກັ່ນແກ້ງເດັກ, ບອກເຮົາເບິ່ງວ່າ ນັ້ນແມ່ນຄວາມເປັນມະນຸດຊະນິດໃດ? ພວກເຂົາຍັງທຳທ່າວ່າເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ແຕ່ນີ້ເປັນພຽງສາກໜ້າ. ເປັນຫຍັງເຮົາຈຶ່ງຍົກຕົວຢ່າງນີ້? ເພາະເຖິງແມ່ນວ່າມະນຸດຊາດໄດ້ສະແດງພຶດຕິກຳທີ່ດີເຫຼົ່ານີ້ ແລະ ສະເໜີຂໍ້ຮຽກຮ້ອງ ແລະ ມາດຕະຖານເຫຼົ່ານີ້ສຳລັບພຶດຕິກຳຂອງຜູ້ຄົນ, ແກ່ນແທ້ທີ່ເສື່ອມຊາມຂອງມະນຸດກໍ່ບໍ່ສາມາດປ່ຽນແປງໄດ້ຈັກເທື່ອ, ບໍ່ວ່າຄົນຈະສາມາດບັນລຸພວກມັນໄດ້ ຫຼື ບໍ່ ຫຼື ພວກມັນຈະມີພຶດຕິກຳທີ່ດີຫຼາຍສໍ່າໃດກໍ່ຕາມ. ເກນສຳລັບມຸມມອງຂອງມະນຸດຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ສຳລັບຄວາມປະພຶດ ແລະ ການກະທຳຂອງເຂົາແມ່ນເກີດຈາກຄວາມຄິດ ແລະ ມຸມມອງຂອງມະນຸດຊາດທີ່ເສື່ອມຊາມໂດຍສິ້ນເຊີງ ແລະ ພວກມັນແມ່ນຖືກກຳນົດໂດຍອຸປະນິໄສທີ່ເສື່ອມຊາມ. ເຖິງແມ່ນຂໍ້ຮຽກຮ້ອງ ແລະ ມາດຕະຖານທີ່ມະນຸດຊາດໄດ້ສະແດງອອກນັ້ນເປັນທີ່ຮັບຮູ້ວ່າເປັນມາດຕະຖານທີ່ດີ ແລະ ສູງສົ່ງ, ຄົນຈະສາມາດບັນລຸພວກມັນໄດ້ບໍ? (ບໍ່.) ນັ້ນຄືບັນຫາ. ເຖິງແມ່ນວ່າຄົນໃດໜຶ່ງກະທຳການຢ່າງຂົມຂື່ນໜ້ອຍໜຶ່ງຢູ່ພາຍນອກ ແລະ ໄດ້ຮັບລາງວັນ ແລະ ເປັນທີ່ຮັບຮູ້ສຳລັບສິ່ງນັ້ນ, ນັ້ນກໍ່ເຈືອປົນໄປດ້ວຍການທຳທ່າ ແລະ ການຫຼອກລວງເຊັ່ນກັນ ເພາະເມື່ອທຸກຄົນຮັບຮູ້, ການເຮັດດີເລັກໆນ້ອຍໆກໍ່ເປັນເລື່ອງງ່າຍ, ສິ່ງທີ່ຍາກຄືກັບການດີຕະຫຼອດຊີວິດ. ຖ້າພວກເຂົາເປັນຄົນດີຢ່າງແທ້ຈິງ, ເປັນຫຍັງມັນຈຶ່ງຍາກຫຼາຍສຳລັບພວກເຂົາທີ່ຈະເຮັດສິ່ງດີໆ? ສະນັ້ນ, ບໍ່ມີຄົນໃດສາມາດດຳລົງຊີວິດຕາມມາດຕະຖານທີ່ມະນຸດຊາດຄິດຜິດໆວ່າ “ດີ” ແລະ ເປັນທີ່ຮັບຮູ້. ມັນລ້ວນແລ້ວແຕ່ເປັນການໂອ້ວອດ, ການສໍ້ໂກງ ແລະ ເລື່ອງຕົວະ. ເຖິງແມ່ນວ່າຜູ້ຄົນສາມາດປະຕິບັດມາດຕະຖານສອງສາມຢ່າງເຫຼົ່ານີ້ຢູ່ພາຍນອກ ແລະ ມີພຶດຕິກຳທີ່ດີໜ້ອຍໜຶ່ງ, ເຊັ່ນ: ການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ການເປັນຄົນນອບນ້ອມ, ການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ການມີອັດທະຍາໄສດີ ແລະ ການເປັນຄົນທີ່ສາມາດເຂົ້າເຖິງໄດ້, ເຖິງແມ່ນວ່າຄົນສາມາດເຮັດ ແລະ ມີສອງສາມສິ່ງເຫຼົ່ານີ້, ມັນກໍ່ພຽງແຕ່ເກີດຂຶ້ນໃນເວລາສັ້ນໆ, ຊົ່ວຄາວ ຫຼື ໃນສະພາບແວດລ້ອມບາງຢ່າງທີ່ຊົ່ວຄາວເທົ່ານັ້ນ. ພວກເຂົາມີການສະແດງອອກເຫຼົ່ານີ້ພຽງແຕ່ເມື່ອພວກເຂົາຕ້ອງການເທົ່ານັ້ນ. ທັນທີທີ່ບາງຢ່າງແຕະຕ້ອງຮອດສະຖານະ, ຄວາມພາກພູມໃຈຂອງພວກເຂົາ, ຄວາມຮັ່ງມີ, ຜົນປະໂຫຍດ ຫຼື ແມ່ນແຕ່ໂຊກຊະຕາຂອງພວກເຂົາ ແລະ ຄວາມຄາດຫວັງໃນອະນາຄົດຂອງພວກເຂົາ, ທຳມະຊາດ ແລະ ຕົວຕົນຂ້າງໃນທີ່ປ່າເຖື່ອນຂອງພວກເຂົາກໍ່ຈະລະເບີດອອກ. ພວກເຂົາຈະບໍ່ປາກົດວ່າມີການສຶກສາດີ ແລະ ມີເຫດຜົນ, ເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ນອບນ້ອມ, ເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ມີອັດທະຍາໄສດີ ຫຼື ສາມາດເຂົ້າເຖິງໄດ້ອີກຕໍ່ໄປ. ໃນທາງກົງກັນຂ້າມ, ພວກເຂົາຈະຕໍ່ສູ້ ແລະ ວາງອຸບາຍໃສ່ກັນ, ພະຍາຍາມເອົາຊະນະກັນດ້ວຍປັນຍາ, ໃສ່ຮ້າຍ ແລະ ຂ້າກັນ. ສິ່ງເຫຼົ່ານີ້ເກີດຂຶ້ນຢູ່ເລື້ອຍໆເກີນໄປ ນັ້ນກໍ່ຄື ເພື່ອເຫັນແກ່ຜົນປະໂຫຍດຂອງພວກເຂົາ, ສະຖານະຂອງພວກເຂົາ ຫຼື ອຳນາດຂອງພວກເຂົາ, ໝູ່, ຍາດພີ່ນ້ອງ ແລະ ແມ່ນແຕ່ພໍ່ ແລະ ລູກຊາຍຈະສັງຫານກັນຈົນກວ່າຈະເຫຼືອໜຶ່ງໃນພວກເຂົາທີ່ຍັງຢູ່. ສະຖານະການທີ່ລຳເຄັນທີ່ມີຢູ່ລະຫວ່າງຄົນແມ່ນເຫັນໄດ້ຢ່າງຊັດເຈນ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ການເປັນຄົນນອບນ້ອມ, ການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ການມີອັດທະຍາໄສດີ ແລະ ການເປັນຄົນທີ່ສາມາດເຂົ້າເຖິງໄດ້ພຽງແຕ່ສາມາດຖືກເອີ້ນວ່າເປັນຜະລິດຕະຜົນຈາກສະຖານະການຊົ່ວຄາວ. ບໍ່ມີຄົນໃດສາມາດດຳລົງຊີວິດຕາມພວກມັນໄດ້ຢ່າງແທ້ຈິງ, ບໍ່ມີແມ່ນແຕ່ນັກປາດ ແລະ ຄົນຍິ່ງໃຫຍ່ຄົນໃດທີ່ຄົນຈີນນະມັດສະການຈະສາມາດເຮັດສິ່ງເຫຼົ່ານີ້ໄດ້. ສະນັ້ນ, ຄຳສອນ ແລະ ທິດສະດີເຫຼົ່ານີ້ຈຶ່ງລ້ວນແລ້ວແຕ່ບໍ່ມີເຫດຜົນ. ພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ໄຮ້ສາລະໂດຍສິ້ນເຊີງ. ຄົນທີ່ສະແຫວງຫາຄວາມຈິງສາມາດແກ້ໄຂເລື່ອງຕ່າງໆທີ່ແຕະຕ້ອງຮອດຜົນປະໂຫຍດສ່ວນຕົວຂອງພວກເຂົາຕາມພຣະທຳຂອງພຣະເຈົ້າ ແລະ ໂດຍມີຄວາມຈິງເປັນເກນຂອງພວກເຂົາ ແລະ ພວກເຂົາສາມາດປະຕິບັດຄວາມຈິງ ແລະ ຍອມຕໍ່ພຣະເຈົ້າ. ດ້ວຍວິທີນີ້, ຄວາມເປັນຈິງແຫ່ງຄວາມຈິງທີ່ພວກເຂົາມີແມ່ນລື່ນມາດຕະຖານສຳລັບພຶດຕິກຳທີ່ດີທີ່ມະນຸດຊາດຮັບຮູ້. ຄົນທີ່ບໍ່ສະແຫວງຫາຄວາມຈິງແມ່ນບໍ່ສາມາດຜ່ານຜ່າອຸປະສັກທີ່ເປັນຜົນປະໂຫຍດຂອງພວກເຂົາເອງ ແລະ ເມື່ອເປັນເຊັ່ນນັ້ນ ພວກເຂົາບໍ່ສາມາດນໍາຄວາມຈິງໄປປະຕິບັດ. ພວກເຂົາເຖິງກັບບໍ່ສາມາດປະຕິບັດຕາມກົດລະບຽບຕ່າງໆ ເຊັ່ນ: ພຶດຕິກຳທີ່ດີ. ຖ້າເປັນເຊັ່ນນັ້ນ, ແມ່ນຫຍັງຄືພື້ນຖານ ແລະ ເກນສຳລັບມຸມມອງຂອງພວກເຂົາຕໍ່ຜູ້ຄົນ ແລະ ສິ່ງຕ່າງໆ ແລະ ສຳລັບຄວາມປະພຶດ ແລະ ການກະທຳຂອງພວກເຂົາ? ແນ່ນອນພວກມັນເປັນພຽງກົດລະບຽບ ແລະ ຫຼັກຄຳສອນ, ພວກມັນເປັນປັດຊະຍາ ແລະ ກົດໝາຍຂອງຊາຕານ ແລະ ບໍ່ແມ່ນພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ. ນີ້ເປັນເພາະຄົນເຫຼົ່ານັ້ນບໍ່ຍອມຮັບຄວາມຈິງ ແລະ ພວກເຂົາພຽງແຕ່ຊອກຫາຜົນປະໂຫຍດຂອງພວກເຂົາເອງ, ສະນັ້ນໂດຍທຳມະຊາດແລ້ວ ພວກເຂົາບໍ່ສາມາດນໍາຄວາມຈິງໄປປະຕິບັດ. ພວກເຂົາເຖິງກັບບໍ່ສາມາດປະຕິບັດພຶດຕິກຳທີ່ດີ, ພວກເຂົາພະຍາຍາມທຳທ່າເຮັດມັນ, ແຕ່ພວກເຂົາບໍ່ສາມາດຮັກສາການທຳທ່າຂອງພວກເຂົາໄດ້ຕໍ່. ດ້ວຍວິທີນີ້, ພວກເຂົາເປີດໂປງທາດແທ້ຂອງພວກເຂົາ. ເພື່ອເຫັນແກ່ຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາຈະດິ້ນຮົນ, ໄຄວ່ຄວ້າ ແລະ ປຸ້ນຈີ້, ພວກເຂົາຈະວາງແຜນ, ວາງອຸບາຍ ແລະ ມີສ່ວນຮ່ວມກັບການຫຼອກລວງ, ພວກເຂົາຈະລົງໂທດຄົນອື່ນ ແລະ ແມ່ນແຕ່ຂ້າຄົນໃດໜຶ່ງ. ພວກເຂົາສາມາດເຮັດສິ່ງທີ່ຊົ່ວຊ້າທັງໝົດນີ້, ທຳມະຊາດຂອງພວກເຂົາບໍ່ໄດ້ຖືກເປີດໂປງໃນສິ່ງນັ້ນບໍ? ແລ້ວເມື່ອທຳມະຊາດຂອງພວກເຂົາຖືກເປີດໂປງ, ຄົນອື່ນສາມາດເຫັນເຈດຕະນາ ແລະ ພື້ນຖານສຳລັບຄຳເວົ້າ ແລະ ການກະທຳຂອງພວກເຂົາໄດ້ຢ່າງງ່າຍດາຍ; ຄົນອື່ນສາມາດເວົ້າໄດ້ວ່າຄົນເຫຼົ່ານັ້ນດຳລົງຊີວິດຕາມປັດຊະຍາຂອງຊາຕານໂດຍສິ້ນເຊີງ, ພື້ນຖານສຳລັບມຸມມອງຂອງພວກເຂົາຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ສຳລັບຄວາມປະພຶດ ແລະ ການກະທຳຂອງພວກເຂົາ, ແມ່ນປັດຊະຍາຂອງຊາຕານ. ຕົວຢ່າງ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ເງິນເຮັດໃຫ້ໂລກໝຸນ”, “ບ່ອນໃດທີ່ມີຊີວິດກໍມີຄວາມຫວັງ”, “ຍ້ອນຄວາມຄິດເລັກນ້ອຍບໍ່ໄດ້ເຮັດໃຫ້ເປັນສຸພາບບຸລຸດ, ມະນຸດທີ່ແທ້ຈິງກໍບໍ່ສາມາດປາສະຈາກພິດ”, “ຖ້າເຈົ້າບໍ່ໃຈດີ, ຂ້ອຍຈະບໍ່ເປັນທຳ”, “ໃຫ້ພວກເຂົາໄດ້ຊີມລົດຊາດຢາຂອງພວກເຂົາເອງ” ແລະ ອື່ນໆອີກ, ຖ້ອຍຄຳເຫດຜົນ ແລະ ກົດເກນທີ່ຊົ່ວຮ້າຍເຫຼົ່ານີ້ຄວບຄຸມຢູ່ພາຍໃນຜູ້ຄົນ. ເມື່ອຄົນດຳລົງຊີວິດຕາມສິ່ງເຫຼົ່ານີ້, ພຶດຕິກຳທີ່ດີ ເຊັ່ນ: ການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ການເປັນຄົນນອບນ້ອມ, ການເຄົາລົບຄົນອາວຸໂສ ແລະ ດູແລຄົນໜຸ່ມ ແລະ ອື່ນໆອີກ ໄດ້ກາຍມາເປັນໜ້າກາກທີ່ຄົນໃຊ້ເພື່ອອຳພາງພວກເຂົາເອງ, ພວກມັນກາຍມາເປັນສາກໜ້າ. ເປັນຫຍັງພວກມັນຈຶ່ງກາຍມາເປັນສາກໜ້າ? ເພາະພື້ນຖານ ແລະ ກົດເກນທີ່ຄົນດຳລົງຊີວິດຕາມຢ່າງແທ້ຈິງຄືສິ່ງທີ່ຊາຕານໄດ້ຕອກຢໍ້າໃນມະນຸດ ແລະ ບໍ່ແມ່ນຄວາມຈິງ. ແລ້ວດ້ວຍເຫດນັ້ນ, ຄວາມສຳນຶກ ແລະ ສິນທຳທີ່ເປັນພື້ນຖານທີ່ສຸດບໍ່ມີຜົນຕໍ່ຄົນທີ່ບໍ່ຮັກຄວາມຈິງ. ເມື່ອສິ່ງໃດໜຶ່ງເກີດຂຶ້ນເຊິ່ງເຊື່ອມໂຍງກັບຜົນປະໂຫຍດຂອງພວກເຂົາ, ຕົວຕົນທີ່ແທ້ຈິງຂອງພວກເຂົາຈະລະເບີດອອກມາ ແລະ ໃນເວລານັ້ນ ຄົນຈະເຫັນໃບໜ້າທີ່ແທ້ຈິງຂອງພວກເຂົາ. ຄົນຈະເວົ້າດ້ວຍຄວາມຕົກໃຈວ່າ “ແຕ່ໂດຍປົກກະຕິແລ້ວ ພວກເຂົາບໍ່ໄດ້ອ່ອນໂຍນ, ນອບນ້ອມ ແລະ ເປັນສຸພາບບຸລຸດບໍ? ເປັນຫຍັງເມື່ອບາງຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາເບິ່ງຄືກາຍເປັນອີກຄົນທີ່ແຕກຕ່າງໂດຍສິ້ນເຊີງ?” ໃນຄວາມເປັນຈິງແລ້ວ, ຄົນນັ້ນບໍ່ໄດ້ປ່ຽນແປງ; ມັນເປັນພຽງແຕ່ວ່າຕົວຕົນທີ່ແທ້ຈິງຂອງພວກເຂົາບໍ່ໄດ້ຖືກເປີດເຜີຍ ແລະ ເປີດໂປງຈົນຮອດຕອນນັ້ນ. ເມື່ອສິ່ງຕ່າງໆບໍ່ໄດ້ແຕະຕ້ອງຮອດຜົນປະໂຫຍດຂອງພວກເຂົາ ແລະ ກ່ອນທີ່ຈະເປີດເຜີຍເຈດຕະນາທີ່ແທ້ຈິງ, ສິ່ງດຽວທີ່ພວກເຂົາເຮັດກໍ່ຄືການຫຼອກລວງ ແລະ ການທຳທ່າ. ກົດເກນ ແລະ ພື້ນຖານສຳລັບການເປັນຢູ່ຂອງພວກເຂົາທີ່ພວກເຂົາເປີດເຜີຍເມື່ອຜົນປະໂຫຍດຂອງພວກເຂົາໄດ້ຖືກກະທົບ ຫຼື ຂົ່ມຂູ່ ແລະ ເມື່ອພວກເຂົາເຊົາອຳພາງຕົນເອງ, ແມ່ນທຳມະຊາດຂອງພວກເຂົາ, ແກ່ນແທ້ຂອງພວກເຂົາ ແລະ ຄົນທີ່ພວກເຂົາເປັນແທ້ໆ. ສະນັ້ນ, ບໍ່ວ່າຄົນໃດໜຶ່ງຈະມີພຶດຕິກຳທີ່ດີປະເພດໃດກໍ່ຕາມ, ບໍ່ວ່າຄົນອື່ນຈະເບິ່ງວ່າພຶດຕິກຳພາຍນອກຂອງພວກເຂົາຈະໄຮ້ມົນທິນສໍ່າໃດກໍ່ຕາມ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ແລະ ຮັກສິ່ງທີ່ດີ. ຢ່າງໜ້ອຍທີ່ສຸດ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມເປັນມະນຸດທີ່ປົກກະຕິ ແລະ ແຮງໄກທີ່ມັນຈະໝາຍຄວາມວ່າພວກເຂົາໄວ້ໃຈໄດ້ ຫຼື ຄູ່ຄວນແກ່ການມີປະຕິສຳພັນນໍາ.
ພາຍໃນພຶດຕິກຳທີ່ດີ, ພວກເຮົາໄດ້ຍົກຕົວຢ່າງຂອງການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ການເປັນຄົນນອບນ້ອມ, ການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ການມີອັດທະຍາໄສດີ ແລະ ການເປັນຄົນທີ່ສາມາດເຂົ້າເຖິງໄດ້. ຕອນນີ້, ພວກເຮົາຈະຍົກຕົວຢ່າງສຳລັບການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ ແລະ ໂອ້ລົມກ່ຽວກັບມັນຢ່າງລະອຽດ. ການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມເປັນເຫດການປົກກະຕິຫຼາຍໃນຊີວິດມະນຸດ. ມັນເຖິງກັບສາມາດປາກົດຂຶ້ນພາຍໃນປະຊາກອນສັດບາງຊະນິດ, ສະນັ້ນໂດຍທຳມະຊາດແລ້ວ ມັນຄວນປາກົດແມ່ນແຕ່ໃນບັນດາມະນຸດ, ຄົນທີ່ມີສຳນຶກ ແລະ ເຫດຜົນ. ມະນຸດຄວນປະຕິບັດພຶດຕິກຳນີ້ໃຫ້ດີກວ່າ, ເປັນຮູບປະທຳກວ່າ ແລະ ເປັນຈິງຫຼາຍກວ່າຊະນິດອື່ນ, ແທນທີ່ຈະແຕະຕ້ອງພຽງແຕ່ໃນຜິວເຜີນເທົ່ານັ້ນ. ມະນຸດຄວນດີກວ່າຊະນິດອື່ນໃນການປະຕິບັດພຶດຕິກຳທີ່ດີນີ້ຂອງການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ເພາະມະນຸດມີສຳນຶກ ແລະ ເຫດຜົນ, ເຊິ່ງຊະນິດອື່ນບໍ່ມີ. ມະນຸດຄວນສາມາດສະແດງອອກໃນການທີ່ພວກເຂົາປະຕິບັດພຶດຕິກຳທີ່ດີນີ້ວ່າ ຄວາມເປັນມະນຸດຂອງພວກເຂົາມີຫຼາຍກວ່າແກ່ນແທ້ຂອງຊະນິດອື່ນໆ, ມັນແຕກຕ່າງກັນ. ແຕ່ມະນຸດເຮັດເຊັ່ນນີ້ແທ້ໆບໍ? (ບໍ່.) ຄົນທີ່ມີການສຶກສາ ແລະ ມີຄວາມຮູ້ເຮັດເຊັ່ນນີ້ບໍ? (ພວກເຂົາບໍ່ໄດ້ເຮັດເລີຍ.) ພວກເຮົາປະປະຊາຊົນທົ່ວໄປໄວ້ກ່ອນ ແລະ ເວົ້າກ່ຽວກັບກິດຈະການຂອງອະພິຊົນ ແລະ ກິດຈະການຂອງສານ. ໃນຕອນນີ້, ຫຼາຍປະເທດກຳລັງຜະລິດບົດລະຄອນໃນລາຊະວັງຈຳນວນໜຶ່ງ ເຊິ່ງເປີດໂປງຫຼາຍເລື່ອງລາວຄວາມສັບສົນວຸ້ນວາຍໃນຄົວເຮືອນຂອງລາຊະວົງ. ສະມາຊິກຂອງລາຊະວັງ ແລະ ປະຊາຊົນທົ່ວໄປມີລັກສະນະຄ້າຍຄືກັນທີ່ພວກມັນທັງສອງໃຫ້ຄວາມສຳຄັນຫຼາຍກັບລະດັບຊັ້ນຄວາມອາວຸໂສ. ຄົນທີ່ຢູ່ພາຍໃນຄົວເຮືອນລາຊະວົງມີການສຶກສາທີ່ເລິກຊຶ້ງ ແລະ ສະເພາະກ່ຽວກັບພຶດຕິກຳທີ່ດີຂອງການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມກວ່າປະຊາຊົນທົ່ວໄປ ແລະ ຄົນຮຸ່ນໜຸ່ມກວ່າໃນຄົວເຮືອນລາຊະວົງກໍ່ຍອມເຊື່ອຟັງ ແລະ ເຄົາລົບຜູ້ອາວຸໂສຂອງພວກເຂົາໄດ້ດີກວ່າປະຊາຊົນທົ່ວໄປ ນັ້ນກໍ່ຄື ມັນກ່ຽວຂ້ອງກັບສົມບັດຜູ້ດີຢ່າງຫຼວງຫຼາຍ. ເມື່ອເວົ້າເຖິງການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ຄົນທີ່ຢູ່ພາຍໃນຄົວເຮືອນລາຊະວົງມີຂໍ້ຮຽກຮ້ອງທີ່ສູງເປັນພິເສດສຳລັບພຶດຕິກຳທີ່ດີໃນແງ່ມຸມນີ້, ເຊິ່ງພວກເຂົາຕ້ອງປະຕິບັດຕາມຕົວອັກສອນ. ໃນທາງຜິວເຜີນ, ພວກເຂົາສະແດງຕົວວ່າກຳລັງປະຕິບັດຕາມຂໍ້ຮຽກຮ້ອງໃນວັດທະນະທຳດັ້ງເດີມຂອງການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ ເຊັ່ນດຽວກັນກັບຄົນທົ່ວໄປ, ແຕ່ເຖິງຢ່າງໃດກໍ່ຕາມ ບໍ່ວ່າພວກເຂົາຈະເຮັດໄດ້ດີ ຫຼື ເໝາະສົມສໍ່າໃດກໍ່ຕາມ, ບໍ່ວ່າພວກເຂົາຈະສະແດງຕົວວ່າໜ້ານັບຖື ແລະ ບໍ່ມີບ່ອນຕິສໍ່າໃດກໍ່ຕາມ, ຢູ່ເບື້ອງຫຼັງຂອງສາກຫຼັງພຶດຕິກຳທີ່ບໍ່ມີບ່ອນຕິນີ້ແມ່ນໄດ້ເຊື່ອງການຖ່າຍທອດອຳນາດ ແລະ ການສໍ້ໂກງທຸກຮູບແບບໃນບັນດາກອງກຳລັງຕ່າງໆ. ລະຫວ່າງລູກຊາຍ ແລະ ພໍ່, ຫຼານຊາຍ ແລະ ພໍ່ເຖົ້າ, ຄົນຮັບໃຊ້ ແລະ ເຈົ້ານາຍ, ລັດຖະມົນຕີ ແລະ ກະສັດ, ໃນທາງຜິວເຜີນແລ້ວ ພວກເຂົາທຸກຄົນສະແດງຕົວວ່າກຳລັງປະຕິບັດເກນພື້ນຖານທີ່ສຸດນັ້ນສຳລັບພຶດຕິກຳ: ການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ. ແຕ່ເພາະອຳນາດຂອງກະສັດ ແລະ ກອງກຳລັງອື່ນໆອີກຫຼາກຫຼາຍແມ່ນລ້ວນແລ້ວແຕ່ປະສົມລວມກັນ, ພຶດຕິກຳພາຍນອກນີ້ບໍ່ໄດ້ເຮັດໜ້າທີ່ຫຍັງເລີຍ. ມັນບໍ່ສາມາດສົ່ງຜົນກະທົບຢ່າງສິ້ນເຊີງຕໍ່ສິ່ງທີ່ຈະເກີດຂຶ້ນໃນທີ່ສຸດຈາກການຖ່າຍທອດອຳນາດຂອງກະສັດ ແລະ ການສໍ້ໂກງຂອງກອງກຳລັງຕ່າງໆ. ໂດຍທຳມະຊາດ ແລະ ໂດຍພື້ນຖານແລ້ວ, ພຶດຕິກຳທີ່ດີປະເພດນີ້ແມ່ນບໍ່ສາມາດຄວບຄຸມຜູ້ໃດກໍ່ຕາມທີ່ຢາກໄດ້ບັນລັງ ຫຼື ມີຄວາມທະເຍີທະຍານຢາກໄດ້ອຳນາດ. ເລື່ອງເລົ່າພື້ນບ້ານປະຕິບັດຕາມກົດລະບຽບຂອງການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ເຊິ່ງສືບທອດຈາກບັນພະບຸລຸດຂອງພວກເຂົາ. ພວກເຂົາກໍ່ໃຊ້ຊີວິດທ່າມກາງຂໍ້ຈຳກັດໃນກົດລະບຽບນີ້ເຊັ່ນກັນ. ບໍ່ວ່າຈະມີຜົນປະໂຫຍດຂັດແຍ່ງກັນຫຼາຍສໍ່າໃດກໍ່ຕາມ ຫຼື ບໍ່ວ່າຈະເກີດຄວາມດິ້ນຮົນຫຍັງກໍ່ຕາມເມື່ອຜົນປະໂຫຍດເຫຼົ່ານັ້ນກະທົບກະແທກກັນ, ປະຊາຊົນທົ່ວໄປຍັງສາມາດໃຊ້ຊີວິດຮ່ວມກັນຫຼັງຈາກນັ້ນ. ແຕ່ສິ່ງຕ່າງໆມີຄວາມແຕກຕ່າງພາຍໃນຄົວເຮືອນລາຊະວົງ, ເພາະຂໍ້ຂັດແຍ່ງດ້ານຜົນປະໂຫຍດ ແລະ ອຳນາດຂອງພວກເຂົາມີຄວາມໝາຍສຳຄັນຫຼາຍກວ່າ. ພວກເຂົາຕໍ່ສູ້ກັນຢູ່ເລື້ອຍໆ ແລະ ຜົນຮັບໃນທີ່ສຸດກໍ່ຄືຜູ້ຊະນະກາຍມາເປັນກະສັດ ແລະ ຜູ້ຜ່າຍແພ້ກາຍມາເປັນອາຊະຍາກອນ ນັ້ນກໍ່ຄື ຝ່າຍໜຶ່ງຕາຍ ຫຼື ອີກຝ່າຍຕາຍ. ຜູ້ຊະນະ ແລະ ຜູ້ຜ່າຍແພ້ລ້ວນແລ້ວແຕ່ປະຕິບັດຕາມກົດລະບຽບການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມນີ້ໃນລັກສະນະດຽວກັນ, ແຕ່ເພາະແຕ່ລະຝ່າຍມີອຳນາດໃນລະດັບແຕກຕ່າງກັນ ແລະ ມີຄວາມປາດຖະໜາ ແລະ ຄວາມທະເຍີທະຍານທີ່ແຕກຕ່າງກັນ ຫຼື ຍ້ອນຄວາມບໍ່ຄືກັນລະຫວ່າງຈຸດແຂງຂອງແຕ່ລະຝ່າຍ, ບາງຄົນເອົາຕົວລອດໃນທີ່ສຸດ ໃນຂະນະທີ່ຄົນອື່ນຖືກທຳລາຍ. ແມ່ນຫຍັງກຳນົດສິ່ງນີ້? ມັນຖືກກຳນົດໂດຍກົດລະບຽບຂອງການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມບໍ? (ບໍ່.) ສະນັ້ນ, ແມ່ນຫຍັງກຳນົດມັນ? (ທຳມະຊາດທີ່ຊົ່ວຮ້າຍຂອງມະນຸດ.) ເຮົາໝາຍຄວາມເຖິງຫຍັງຈາກທຸກສິ່ງນີ້? ເຮົາໝາຍຄວາມວ່າກົດລະບຽບເຫຼົ່ານີ້, ນະວະນິຍາຍຂອງມະນຸດຊາດ, ສິ່ງທີ່ຄິດຜິດໆວ່າເປັນພຶດຕິກຳທີ່ດີ, ແມ່ນບໍ່ສາມາດກຳນົດຫຍັງເລີຍ. ເສັ້ນທາງທີ່ຄົນໃດໜຶ່ງຍ່າງບໍ່ໄດ້ຖືກກຳນົດແມ່ນແຕ່ໜ້ອຍດຽວໂດຍວ່າພວກເຂົາມີການສຶກສາດີ ແລະ ມີເຫດຜົນ, ມີອັດທະຍາໄສດີ ຫຼື ເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ ໃນເລື່ອງພຶດຕິກຳພາຍນອກຂອງພວກເຂົາ, ມັນຖືກກຳນົດໂດຍທຳມະຊາດຂອງມະນຸດ. ເວົ້າສັ້ນໆແລ້ວ ເຮືອນຂອງພຣະເຈົ້າບໍ່ສົ່ງເສີມປະໂຫຍກເຫຼົ່ານີ້ກ່ຽວກັບພຶດຕິກຳທີ່ດີເຊິ່ງເກີດຂຶ້ນໃນບັນດາມະນຸດຊາດ. ພຶດຕິກຳເຫຼົ່ານີ້ທີ່ມະນຸດເຫັນວ່າດີບໍ່ໄດ້ເປັນຫຼາຍກວ່າພຶດຕິກຳ ແລະ ການສະແດງອອກທີ່ດີປະເພດໜຶ່ງ; ພວກມັນບໍ່ໄດ້ເປັນຕົວແທນໃຫ້ຄວາມຈິງ ແລະ ຖ້າຄົນໃດໜຶ່ງມີພຶດຕິກຳ ແລະ ການສະແດງອອກທີ່ດີເຫຼົ່ານີ້, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາກຳລັງປະຕິບັດຄວາມຈິງ, ແຮງໄກທີ່ມັນຍັງຈະໝາຍຄວາມວ່າພວກເຂົາກຳລັງສະແຫວງຫາຄວາມຈິງ.
ຍ້ອນພຶດຕິກຳເຫຼົ່ານີ້ທີ່ມະນຸດຖືວ່າດີແມ່ນບໍ່ໄດ້ມາຈາກພຣະເຈົ້າ ແລະ ພວກມັນບໍ່ໄດ້ຮັບການສົ່ງເສີມໂດຍເຮືອນຂອງພຣະອົງ ແລະ ແຮງໄກທີ່ພວກມັນຈະສອດຄ່ອງກັບຄວາມປະສົງຂອງພຣະອົງ ແລະ ຍ້ອນພວກມັນຂັດກັບພຣະທຳຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງທີ່ພຣະອົງກຳນົດ, ພຣະເຈົ້າຍັງມີຂໍ້ຮຽກຮ້ອງບາງຢ່າງສຳລັບພຶດຕິກຳຂອງມະນຸດຊາດບໍ? (ພຣະອົງມີ.) ພຣະອົງໄດ້ກຳນົດປະໂຫຍກບາງຢ່າງກ່ຽວກັບພຶດຕິກຳຂອງຜູ້ເຊື່ອທີ່ຕິດຕາມພຣະອົງເຊັ່ນກັນ. ພວກມັນແຕກຕ່າງຈາກຂໍ້ຮຽກຮ້ອງທີ່ພຣະເຈົ້າໄດ້ກຳນົດສຳລັບມະນຸດໃນເລື່ອງທີ່ກ່ຽວກັບຄວາມຈິງ ແລະ ພວກມັນຂ້ອນຂ້າງງ່າຍກວ່າ, ແຕ່ພວກມັນມີຂໍ້ສະເພາະບາງຢ່າງ. ພຣະເຈົ້າມີຂໍ້ຮຽກຮ້ອງຫຍັງສຳລັບຄົນທີ່ຕິດຕາມພຣະອົງ? ຍົກຕົວຢ່າງແມ່ນຄຸນສົມບັດຜູ້ດີຂອງນັກບຸນ, ນັ້ນບໍ່ແມ່ນຂໍ້ຮຽກຮ້ອງສຳລັບພຶດຕິກຳຂອງມະນຸດບໍ? (ແມ່ນແລ້ວ.) ຍັງມີການບໍ່ມີໃຈເກເລ, ການຍັບຢັ້ງສັ່ງໃຈ, ການບໍ່ສວມໃສ່ເສື້ອຜ້າຜິດປົກກະຕິ, ການບໍ່ສູບຢາ ຫຼື ດື່ມ, ການບໍ່ຕີ ຫຼື ການຂົ່ມເຫັງຄົນອື່ນດ້ວຍວາຈາ, ພ້ອມທັງການບໍ່ນະມັດສະການບຸກຄົນທີ່ເຄົາລົບຮັກ, ການໃຫ້ກຽດພໍ່ແມ່ຂອງຕົນເອງ ແລະ ອື່ນໆອີກ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຂໍ້ຮຽກຮ້ອງດ້ານພຶດຕິກຳທີ່ພຣະເຈົ້າກຳນົດສຳລັບຜູ້ຕິດຕາມຂອງພຣະອົງ. ພວກມັນເປັນຂໍ້ຮຽກຮ້ອງພື້ນຖານຳທີ່ສຸດ ແລະ ຕ້ອງບໍ່ເບິ່ງຂ້າມພວກມັນ. ພຣະເຈົ້າມີຂໍ້ຮຽກຮ້ອງທີ່ສະເພາະສຳລັບພຶດຕິກຳຂອງຄົນທີ່ຕິດຕາມພຣະອົງ ແລະ ພວກມັນແຕກຕ່າງຈາກພຶດຕິກຳທີ່ດີທີ່ຜູ້ບໍ່ເຊື່ອກຳນົດຂຶ້ນ. ພຶດຕິກຳທີ່ດີທີ່ນໍາສະເໜີໂດຍຜູ້ບໍ່ເຊື່ອແມ່ນບໍ່ໄດ້ເປັນຫຼາຍກວ່າການເຮັດໃຫ້ຜູ້ຄົນກາຍເປັນສັດທີ່ສູງສົ່ງກວ່າ, ແຍກແຍະພວກເຂົາອອກຈາກສັດທີ່ຕ້ອຍຕໍ່າກວ່າ. ໃນຂະນະດຽວກັນ, ຂໍ້ຮຽກຮ້ອງທີ່ພຣະເຈົ້າກຳນົດສຳລັບຜູ້ຕິດຕາມຂອງພຣະອົງເຮັດໃຫ້ພວກເຂົາແຕກຕ່າງຈາກຜູ້ບໍ່ເຊື່ອ, ຈາກຄົນທີ່ບໍ່ເຊື່ອໃນພຣະເຈົ້າ. ພວກມັນບໍ່ໄດ້ກ່ຽວຂ້ອງກັບການແຕກຕ່າງຈາກສັດ. ໃນອະດີດ, ຍັງມີການເວົ້າເຖິງ “ການລ້າງບາບ”. ນີ້ເປັນວິທີອະທິບາຍທີ່ເກີນຄວາມຈິງ ແລະ ບໍ່ຖືກຕ້ອງພໍສົມຄວນ, ແຕ່ພຣະເຈົ້າໄດ້ກຳນົດຂໍ້ຮຽກຮ້ອງບາງຢ່າງສຳລັບຜູ້ຕິດຕາມຂອງພຣະອົງກ່ຽວກັບພຶດຕິກຳຂອງພວກເຂົາ. ບອກເຮົາເບິ່ງວ່າພວກມັນແມ່ນຫຍັງ? (ການມີຄຸນສົມບັດຜູ້ດີຂອງນັກບຸນ, ການບໍ່ມີໃຈເກເລ, ການຍັບຢັ້ງສັ່ງໃຈ, ການບໍ່ສວມໃສ່ເສື້ອຜ້າຜິດປົກກະຕິ, ການບໍ່ສູບຢາ ຫຼື ດື່ມ, ການບໍ່ຕີ ຫຼື ຂົ່ມເຫັງຄົນອື່ນດ້ວຍວາຈາ, ການບໍ່ນະມັດສະການບຸກຄົນທີ່ເຄົາລົບຮັກ ແລະ ການໃຫ້ກຽດພໍ່ແມ່ຂອງຕົນເອງ.) ມີຫຍັງອີກນອກຈາກສິ່ງເຫຼົ່ານັ້ນ? (ການບໍ່ຍັກຍອກຊັບສິນຂອງຄົນອື່ນ, ການບໍ່ລັກ, ການບໍ່ເປັນພະຍານເທັດ, ການບໍ່ເຮັດຜິດປະເວນີ.) ມີສິ່ງເຫຼົ່ານັ້ນເຊັ່ນກັນ. ພວກມັນເປັນສ່ວນໜຶ່ງຂອງກົດໝາຍ, ພວກມັນເປັນຂໍ້ຮຽກຮ້ອງບາງຢ່າງທີ່ພຣະເຈົ້າໄດ້ກຳນົດກ່ຽວກັບພຶດຕິກຳຂອງມະນຸດຊາດຕັ້ງແຕ່ຕອນເລີ່ມຕົ້ນ ແລະ ພວກມັນຍັງຄົງເປັນຈິງ ແລະ ສາມາດປະຕິບັດໄດ້ໃນມື້ນີ້. ພຣະເຈົ້າໃຊ້ຂໍ້ຮຽກຮ້ອງເຫຼົ່ານີ້ເພື່ອຄວບຄຸມພຶດຕິກຳຂອງຜູ້ຕິດຕາມຂອງພຣະອົງ ເຊິ່ງໝາຍວ່າພຶດຕິກຳພາຍນອກເຫຼົ່ານີ້ເປັນສັນຍານຂອງຄົນທີ່ຕິດຕາມພຣະເຈົ້າ. ຖ້າເຈົ້າມີພຶດຕິກຳ ແລະ ການສະແດງອອກເຫຼົ່ານີ້, ຈົນເມື່ອຄົນອື່ນຫຼຽວເບິ່ງເຈົ້າ ພວກເຂົາກໍ່ຮູ້ວ່າເຈົ້າເປັນຜູ້ເຊື່ອໃນພຣະເຈົ້າ ແລ້ວຢ່າງໜ້ອຍທີ່ສຸດພວກເຂົາຈະຮອງຮັບເຈົ້າ ແລະ ຊົມເຊີຍເຈົ້າ. ພວກເຂົາຈະເວົ້າວ່າເຈົ້າມີຄຸນສົມບັດຜູ້ດີຂອງນັກບຸນ, ເຈົ້າເບິ່ງຄືກັບເປັນຜູ້ເຊື່ອໃນພຣະເຈົ້າ ແລະ ບໍ່ຄືກັບຜູ້ບໍ່ເຊື່ອ. ບາງຄົນທີ່ມາເຊື່ອໃນພຣະເຈົ້າຍັງຄົງເປັນຄືກັບຜູ້ບໍ່ເຊື່ອ, ມັກສູບຢາ, ດື່ມ, ຕໍ່ສູ້ ແລະ ທະເລາະວິວາດ. ເຖິງກັບມີຄົນທີ່ເຮັດຜິດປະເວນີ ແລະ ລັກ. ແມ່ນແຕ່ພຶດຕິກຳຂອງພວກເຂົາກໍ່ບໍ່ມີການຄວບຄຸມ ແລະ ບໍ່ປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ເມື່ອຜູ້ບໍ່ເຊື່ອເຫັນພວກເຂົາ, ພວກເຂົາກໍ່ເວົ້າວ່າ “ພວກເຂົາເປັນຜູ້ເຊື່ອໃນພຣະເຈົ້າແທ້ໆບໍ? ແລ້ວເປັນຫຍັງພວກເຂົາຈຶ່ງພຽງແຕ່ເປັນຄືກັບຄົນທີ່ບໍ່ເຊື່ອໃນພຣະເຈົ້າ?” ຄົນອື່ນບໍ່ຊົມເຊີຍຄົນນັ້ນ ຫຼື ໄວ້ໃຈພວກເຂົາ, ສະນັ້ນເມື່ອຄົນນັ້ນພະຍາຍາມເຜີຍແຜ່ຂ່າວປະເສີດ, ຄົນກໍ່ບໍ່ຍອມຮັບມັນ. ຖ້າຄົນໃດໜຶ່ງສາມາດເຮັດສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ແລ້ວພວກເຂົາກໍ່ເປັນຄົນຮັກສິ່ງດີໆ, ພວກເຂົາໃຈດີ ແລະ ພວກເຂົາມີຄວາມເປັນມະນຸດທີ່ປົກກະຕິ. ຄົນເຊັ່ນນັ້ນສາມາດນໍາເອົາພຣະທຳຂອງພຣະເຈົ້າໄປປະຕິບັດທັນທີຫຼັງຈາກທີ່ໄດ້ຍິນພວກມັນ ແລະ ບໍ່ມີການທຳທ່າໃນສິ່ງທີ່ພວກເຂົາປະຕິບັດ, ເພາະຢ່າງໜ້ອຍທີ່ສຸດພວກເຂົາກໍ່ກະທຳໃນລັກສະນະນັ້ນໂດຍອີງໃສ່ສຳນຶກ ແລະ ເຫດຜົນຂອງພວກເຂົາ. ຂໍ້ຮຽກຮ້ອງທີ່ສະເພາະຂອງພຣະເຈົ້າສຳລັບມະນຸດແຕກຕ່າງຈາກພຶດຕິກຳທີ່ດີທີ່ມະນຸດຊາດສົ່ງເສີມໃນລັກສະນະໃດແດ່? (ຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບມະນຸດແມ່ນເປັນຈິງຢ່າງຊັດແຈ້ງ, ພວກມັນສາມາດເຮັດໃຫ້ຄົນສາມາດດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ, ໃນຂະນະທີ່ວັດທະນະທຳດັ້ງເດີມພຽງແຕ່ຮຽກຮ້ອງພຶດຕິກຳບາງຢ່າງເພື່ອການສະແດງເທົ່ານັ້ນ, ເຊິ່ງບໍ່ມີໜ້າທີ່ທີ່ສາມາດຈັບຕ້ອງໄດ້.) ນັ້ນຄືສິ່ງທີ່ຖືກຕ້ອງ. ພຶດຕິກຳທີ່ດີທີ່ວັດທະນະທຳດັ້ງເດີມຮຽກຮ້ອງຈາກມະນຸດລ້ວນແລ້ວແຕ່ເປັນຂອງປອມ ແລະ ພວກມັນລ້ວນແລ້ວແຕ່ເປັນການທຳທ່າ. ພວກມັນເປັນຂອງຫຼອກລວງ. ຄົນທີ່ປະຕິບັດຕາມພວກມັນອາດກ່າວຄຳເວົ້າທີ່ມ່ວນຫູ, ແຕ່ພາຍໃນນັ້ນ ຫຼາຍສິ່ງແມ່ນແຕກຕ່າງກັນໂດຍສິ້ນເຊີງ. ພຶດຕິກຳທີ່ດີເຫຼົ່ານີ້ແມ່ນໜ້າກາກ, ແມ່ນພາບລວງຕາ. ພວກມັນບໍ່ແມ່ນສິ່ງທີ່ສະແດງອອກມາຈາກແກ່ນແທ້ຂອງຄວາມເປັນມະນຸດຂອງຄົນໆໜຶ່ງ, ພວກມັນເປັນການທຳທ່າທີ່ມະນຸດນໍາມາປະດັບເພື່ອເຫັນແກ່ຄວາມພາກພູມໃຈຂອງເຂົາ, ເພື່ອຊື່ສຽງ ແລະ ສະຖານະຂອງເຂົາ. ພວກມັນເປັນການສະແດງ, ເປັນວິທີການໜ້າຊື່ໃຈຄົດປະເພດໜຶ່ງ, ເປັນສິ່ງທີ່ຄົນໆໜຶ່ງຕັ້ງໃຈສະແດງອອກມາເພື່ອໃຫ້ຄົນອື່ນໄດ້ເຫັນ. ບາງຄັ້ງຜູ້ຄົນບໍ່ສາມາດແຍກແຍະໄດ້ວ່າພຶດຕິກຳຂອງຄົນໆໜຶ່ງເປັນຈິງ ຫຼື ເທັດ, ແຕ່ເມື່ອເວລາມາຮອດ ທຸກຄົນຈະເຫັນທາດແທ້ຂອງຄົນໆນັ້ນ. ມັນເປັນຄືກັບພວກຟາຣີຊາຍທີ່ໜ້າຊື່ໃຈຄົດ, ຄົນທີ່ມີພຶດຕິກຳທີ່ດີຫຼາຍຢ່າງໃນພາຍນອກ ແລະ ມີການສະແດງອອກຫຼາຍຢ່າງຂອງສິ່ງທີ່ຄິດຜິດໆວ່າເປັນຄວາມເຫຼື້ອມໃສ, ແຕ່ເມື່ອພຣະເຢຊູເຈົ້າໄດ້ມາເພື່ອສະແດງຄວາມຈິງ ແລະ ເຮັດພາລະກິດແຫ່ງການໄຖ່ບາບ, ພວກເຂົາກໍ່ປະນາມພຣະອົງ ແລະ ຄຶງພຣະອົງເທິງໄມ້ກາງແຂນ, ເພາະພວກເຂົາເບື່ອໜ່າຍຄວາມຈິງ ແລະ ກຽດຊັງມັນ. ສິ່ງນີ້ສະແດງໃຫ້ເຫັນວ່າພຶດຕິກຳທີ່ດີ ແລະ ວິທີການພາຍນອກຂອງຜູ້ຄົນບໍ່ໄດ້ເປັນຕົວແທນໃຫ້ທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ພວກມັນບໍ່ກ່ຽວຂ້ອງກັບທຳມະຊາດ ແລະ ແກ່ນແທ້ຂອງຜູ້ຄົນ. ໃນຂະນະດຽວກັນ, ກົດລະບຽບທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດປະຕິບັດແມ່ນສາມາດນໍາໄປປະຕິບັດໄດ້ ແລະ ດຳລົງຊີວິດໄດ້ແທ້ໆ, ຕາບໃດຄົນໆໜຶ່ງເຊື່ອໃນພຣະເຈົ້າ ແລະ ມີສຳນຶກ ແລະ ເຫດຜົນຢ່າງແທ້ຈິງ. ເຈົ້າຄວນເຮັດສິ່ງເຫຼົ່ານີ້, ບໍ່ວ່າເຈົ້າຈະເຮັດຕໍ່ໜ້າຄົນອື່ນ ຫຼື ຢູ່ຫຼັບຫຼັງພວກເຂົາ; ບໍ່ວ່າແກ່ນແທ້ຄວາມເປັນມະນຸດຂອງເຈົ້າຈະຄືກັບຫຍັງກໍ່ຕາມ, ເຈົ້າຕ້ອງປະຕິບັດຂໍ້ຮຽກຮ້ອງເຫຼົ່ານີ້ທີ່ພຣະເຈົ້າໄດ້ກຳນົດໄວ້. ນັບຕັ້ງແຕ່ທີ່ເຈົ້າຕິດຕາມພຣະເຈົ້າ, ເຈົ້າຕ້ອງຄວບຄຸມຕົນເອງ ແລະ ປະຕິບັດຕາມພຣະທຳຂອງພຣະອົງ ບໍ່ວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະຮ້າຍແຮງສໍ່າໃດກໍ່ຕາມ. ຫຼັງຈາກຊ່ວງໄລຍະທີ່ມີປະສົບການດັ່ງກ່າວ, ເຈົ້າຈະມີທາງເຂົ້າທີ່ແທ້ຈິງ ແລະ ເຈົ້າຈະປ່ຽນແປງຢ່າງແທ້ຈິງ. ການປ່ຽນແປງທີ່ແທ້ຈິງນັ້ນແມ່ນເປັນຈິງ.
ພວກເຮົາມາສະຫຼຸບກັນຫຍໍ້ໆກັນເທາະ: ພຣະເຈົ້າມີຂໍ້ຮຽກຮ້ອງປະເພດໃດສຳລັບພຶດຕິກຳຂອງຜູ້ຄົນ? ຜູ້ຄົນຕ້ອງຄົງມີຫຼັກການ ແລະ ຍັບຢັ້ງສັ່ງໃຈ ແລະ ພວກເຂົາຕ້ອງດຳລົງຊີວິດດ້ວຍກຽດສັກສີ, ຈົນຄົນອື່ນເຄົາລົບພວກເຂົາ, ໂດຍບໍ່ມີການທຳທ່າໃດໆ. ສິ່ງເຫຼົ່ານີ້ຄືຂໍ້ຮຽກຮ້ອງດ້ານພຶດຕິກຳຂອງພຣະເຈົ້າສຳລັບມະນຸດ. ນີ້ໝາຍຄວາມວ່າຄົນໆໜຶ່ງຕ້ອງປະຕິບັດໃນລັກສະນະນີ້ ແລະ ມີຄວາມເປັນຈິງປະເພດນີ້, ບໍ່ວ່າພວກເຂົາຈະຢູ່ຕໍ່ໜ້າຄົນອື່ນ ຫຼື ບໍ່ ຫຼື ບໍ່ວ່າພວກເຂົາຈະຢູ່ໃນສະພາບແວດລ້ອມຫຍັງກໍ່ຕາມ ຫຼື ບໍ່ວ່າພວກເຂົາຈະຢູ່ຕໍ່ໜ້າຜູ້ໃດກໍ່ຕາມ. ມະນຸດທີ່ປົກກະຕິຄວນມີຄວາມເປັນຈິງເຫຼົ່ານີ້; ມັນເປັນຄວາມເປັນຈິງໜ້ອຍທີ່ສຸດທີ່ຄົນໆໜຶ່ງຄວນມີໃນເລື່ອງຄວາມປະພຶດຂອງພວກເຂົາ. ຍົກຕົວຢ່າງວ່າ: ຄົນໃດໜຶ່ງເວົ້າດັງຫຼາຍ ແຕ່ພວກເຂົາບໍ່ໄດ້ຂົ່ມເຫັງຄົນອື່ນດ້ວຍວາຈາ ຫຼື ໃຊ້ພາສາທີ່ຫຍາບຄາຍ ແລະ ສິ່ງທີ່ພວກເຂົາເວົ້າເປັນຄວາມຈິງ ແລະ ຖືກຕ້ອງ ແລະ ມັນບໍ່ໄດ້ໂຈມຕີຄົນອື່ນ. ເຖິງແມ່ນວ່າຄົນນັ້ນເອີ້ນຄົນໃດໜຶ່ງວ່າບໍ່ດີ ຫຼື ເວົ້າວ່າຄົນໃດໜຶ່ງບໍ່ມີຫຍັງດີ, ມັນກໍ່ເປັນຄວາມຈິງ. ເຖິງແມ່ນວ່າຄຳເວົ້າ ແລະ ການກະທຳພາຍນອກຂອງພວກເຂົາບໍ່ສອດຄ່ອງກັບຂໍ້ຮຽກຮ້ອງຂອງການມີອັດທະຍາໄສດີ ຫຼື ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍທີ່ຜູ້ບໍ່ເຊື່ອກຳນົດໄວ້, ເນື້ອຫາຂອງສິ່ງທີ່ພວກເຂົາເວົ້າ ແລະ ຫຼັກການ ແລະ ພື້ນຖານສຳລັບການປາກເວົ້າຂອງພວກເຂົາກໍ່ປ່ອຍໃຫ້ພວກເຂົາດຳລົງຊີວິດດ້ວຍກຽດສັກສີ ແລະ ຄວາມຊື່ສັດ. ນັ້ນຄືຄວາມໝາຍຂອງການມີຫຼັກການ. ພວກເຂົາບໍ່ໄດ້ເວົ້າໂດຍບໍ່ໄຕ່ຕອງກ່ຽວກັບສິ່ງຕ່າງໆທີ່ພວກເຂົາບໍ່ຮູ້ ແລະ ພວກເຂົາບໍ່ໄດ້ປະເມີນຄົນທີ່ພວກເຂົາບໍ່ສາມາດຢັ່ງຮູ້ໄດ້ຢ່າງຊັດເຈນຕາມອຳເພີໃຈ. ເຖິງແມ່ນວ່າພວກເຂົາເບິ່ງຄືອ່ອນໂຍນໃນທາງຜິວເຜີນ ແລະ ພວກເຂົາບໍ່ບັນລຸມາດຕະຖານດ້ານພຶດຕິກຳຂອງການມີວັດທະນະທຳ ແລະ ການປະຕິບັດຕາມກົດລະບຽບທີ່ຜູ້ບໍ່ເຊື່ອເວົ້າເຖິງ, ເພາະພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ພວກເຂົາຍັບຢັ້ງສັ່ງໃຈໃນຄຳເວົ້າ ແລະ ການກະທຳ, ສິ່ງທີ່ພວກເຂົາດຳລົງຊີວິດຕາມກໍ່ລື່ນພຶດຕິກຳຂອງການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ແລະ ນອບນ້ອມທີ່ມະນຸດຊາດເວົ້າເຖິງຢູ່ຫຼາຍເທົ່າ. ນີ້ບໍ່ແມ່ນການສະແດງອອກເຖິງການຍັບຢັ້ງສັ່ງໃຈ ແລະ ມີຫຼັກການບໍ? (ແມ່ນແລ້ວ.) ໃນກໍລະນີໃດກໍ່ຕາມ, ຖ້າພວກເຈົ້າພິຈາລະເບິ່ງຂໍ້ຮຽກຮ້ອງຂອງພຶດຕິກຳທີ່ດີທີ່ພຣະເຈົ້າໄດ້ກຳນົດສຳລັບຜູ້ເຊື່ອຂອງພຣະອົງຢ່າງໃກ້ຊິດ, ຂໍ້ຮຽກຮ້ອງໃດບໍ່ແມ່ນກົດລະບຽບທີ່ເປັນຮູບປະທຳກ່ຽວກັບສິ່ງທີ່ຄົນຄວນດຳລົງຊີວິດຕາມແທ້ໆ? ຂໍ້ຮຽກຮ້ອງໃດຂໍໃຫ້ຄົນປິດບັງຕົນເອງ? ບໍ່ມີຂໍ້ຮຽກຮ້ອງໃດໆເລີຍ, ແມ່ນບໍ? ຖ້າພວກເຈົ້າມີຂໍ້ສົງໄສໃດໆ, ເຈົ້າອາດນໍາສະເໜີພວກມັນໄດ້. ຕົວຢ່າງ: ບາງຄົນອາດເວົ້າວ່າ “ເມື່ອພຣະເຈົ້າບອກບໍ່ໃຫ້ຕີ ຫຼື ຂົ່ມເຫັງຄົນອື່ນດ້ວຍວາຈາ, ມັນຮູ້ສຶກວ່າປອມໜ້ອຍໜຶ່ງ ເພາະມີຄົນໃນຕອນນີ້ທີ່ບາງຄັ້ງກໍ່ຂົ່ມເຫັງຄົນອື່ນດ້ວຍວາຈາ ແລະ ພຣະເຈົ້າບໍ່ໄດ້ປະນາມພວກເຂົາ”. ເມື່ອພຣະເຈົ້າບອກບໍ່ໃຫ້ຂົ່ມເຫັງຄົນອື່ນດ້ວຍວາຈາ, “ການຂົ່ມເຫັງດ້ວຍວາຈາ” ໝາຍເຖິງຫຍັງ? (ເມື່ອຄົນໃດໜຶ່ງລະບາຍອາລົມຂອງພວກເຂົາເນື່ອງຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ.) ການລະບາຍອາລົມຂອງຄົນໆໜຶ່ງ, ການເວົ້າລາມົກ, ນັ້ນແມ່ນສິ່ງທີ່ເປັນການຂົ່ມເຫັງດ້ວຍວາຈາ. ຖ້າສິ່ງທີ່ເວົ້າກ່ຽວກັບຄົນໃດໜຶ່ງບໍ່ມ່ວນຫູ, ແຕ່ມັນສອດຄ່ອງກັບແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາ, ແລ້ວນັ້ນບໍ່ແມ່ນການຂົ່ມເຫັງດ້ວຍວາຈາ. ຕົວຢ່າງ: ຄົນໃດໜຶ່ງອາດລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ ແລະ ເຮັດສິ່ງຊົ່ວຮ້າຍຫຼາຍຢ່າງ ແລະ ເຈົ້າເວົ້າກັບພວກເຂົາວ່າ “ເຈົ້າໄດ້ເຮັດສິ່ງຊົ່ວຮ້າຍຫຼາຍຢ່າງ. ເຈົ້າເປັນຄົນຊົ່ວຮ້າຍ, ເຈົ້າບໍ່ແມ່ນມະນຸດ!” ສິ່ງນັ້ນນັບວ່າເປັນການຂົ່ມເຫັງດ້ວຍວາຈາ? ຫຼື ເປັນການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມ? ຫຼື ເປັນການລະບາຍອາລົມຂອງຄົນໆໜຶ່ງ? ຫຼື ເປັນການບໍ່ມີຄຸນສົມບັດຜູ້ດີຂອງນັກບຸນ? (ມັນສອດຄ່ອງກັບຂໍ້ແທ້ຈິງ, ສະນັ້ນມັນບໍ່ຖືວ່າເປັນການຂົ່ມເຫັງດ້ວຍວາຈາ.) ຖືກຕ້ອງ, ມັນບໍ່ຖືວ່າເປັນການຂົ່ມເຫັງດ້ວຍວາຈາ. ມັນສອດຄ່ອງກັບຂໍ້ແທ້ຈິງ, ສິ່ງເຫຼົ່ານີ້ແມ່ນຄຳເວົ້າທີ່ແທ້ຈິງ, ເຊິ່ງເວົ້າອອກມາຢ່າງແທ້ຈິງ ແລະ ບໍ່ມີຫຍັງປິດບັງ ຫຼື ເຊື່ອງໄວ້. ມັນບໍ່ສອດຄ່ອງກັບການມີການສຶກສາດີ ແລະ ມີເຫດຜົນ ຫຼື ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ແຕ່ມັນສອດຄ່ອງກັບຂໍ້ແທ້ຈິງ. ຄົນທີ່ຖືກຮ້າຍດ່າຈະປຽບທຽບຕົນເອງໃສ່ຄຳເວົ້າເຫຼົ່ານັ້ນ ແລະ ກວດສອບຕົນເອງ ແລະ ພວກເຂົາຈະເຫັນວ່າພວກເຂົາຖືກຮ້າຍດ່າ ເພາະພວກເຂົາເຮັດບາງຢ່າງຜິດ ແລະ ເຮັດສິ່ງຊົ່ວຮ້າຍຫຼາຍ. ພວກເຂົາຈະກຽດຊັງຕົນເອງ ໂດຍຄິດວ່າ “ຂ້ອຍເປັນຄົນທີ່ບໍ່ມີຫຍັງດີແທ້ໆ! ມີພຽງແຕ່ຄົນໂງ່ເທົ່ານັ້ນຈຶ່ງຈະເຮັດສິ່ງທີ່ຂ້ອຍໄດ້ເຮັດ, ຂ້ອຍບໍ່ແມ່ນມະນຸດ! ມັນຖືກຕ້ອງ ແລະ ດີທີ່ພວກເຂົາຈະຮ້າຍດ່າຂ້ອຍເຊັ່ນນັ້ນ!” ຫຼັງຈາກທີ່ຍອມຮັບມັນ, ພວກເຂົາຈະໄດ້ຮັບຄວາມຮູ້ໜ້ອຍໜຶ່ງກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ ແລະ ຫຼັງຈາກຊ່ວງໄລຍະໜຶ່ງທີ່ມີປະສົບການ ແລະ ການເປີດໂປງ, ພວກເຂົາຈະກັບໃຈຢ່າງແທ້ຈິງ. ແລ້ວໃນອະນາຄົດ, ພວກເຂົາຈະຮູ້ຈັກການສະແຫວງຫາຫຼັກການໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ການຖືກຮ້າຍດ່າບໍ່ໄດ້ປຸກໃຫ້ພວກເຂົາຕື່ນຂຶ້ນບໍ? ແລ້ວບໍ່ໄດ້ມີຄວາມແຕກຕ່າງຫຍັງກັນລະຫວ່າງການຮ້າຍດ່າດັ່ງກ່າວ ແລະ “ການຂົ່ມເຫັງດ້ວຍວາຈາ” ໃນຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ບໍ່ໃຫ້ຜູ້ຄົນຂົ່ມເຫັງຄົນອື່ນດ້ວຍວາຈາບໍ? (ມີ.) ແມ່ນຫຍັງຄືຄວາມແຕກຕ່າງ? “ການຂົ່ມເຫັງດ້ວຍວາຈາ” ໃນຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ບໍ່ໃຫ້ຜູ້ຄົນຂົ່ມເຫັງຄົນອື່ນດ້ວຍວາຈາໝາຍຄວາມເຖິງຫຍັງ? ແງ່ມຸມໜຶ່ງຂອງສິ່ງນີ້ກໍ່ຄືຖ້າເນື້ອຫາ ແລະ ຄຳເວົ້າເປັນການລາມົກ, ນັ້ນບໍ່ແມ່ນສິ່ງທີ່ດີ. ພຣະເຈົ້າບໍ່ປາດຖະໜາທີ່ຈະໄດ້ຍິນພາສາຫຍາບຄາຍໃດໆຈາກປາກຂອງຜູ້ຕິດຕາມຂອງພຣະອົງ. ພຣະອົງບໍ່ມັກທີ່ໄດ້ຍິນຄຳເວົ້າເຫຼົ່ານັ້ນ. ແຕ່ຖ້າມີການໃຊ້ຄຳເວົ້າທີ່ບໍ່ມ່ວນຫູບາງຢ່າງໃນຂະນະທີ່ເປີດເຜີຍຂໍ້ແທ້ຈິງ, ມັນກໍ່ມີຂໍ້ຍົກເວັ້ນສຳລັບກໍລະນີເຫຼົ່ານັ້ນ. ນັ້ນບໍ່ແມ່ນການຂົ່ມເຫັງດ້ວຍວາຈາ. ອີກແງ່ມຸມໜຶ່ງກໍ່ຄື: ແມ່ນຫຍັງຄືແກ່ນແທ້ຂອງພຶດຕິກຳຂອງການຂົ່ມເຫັງດ້ວຍວາຈາ? ມັນບໍ່ແມ່ນການສະແດງອອກເຖິງຄວາມຫົວຮ້ອນບໍ? ຖ້າສາມາດອະທິບາຍບັນຫາໄດ້ຢ່າງຊັດເຈນ ແລະ ຢ່າງໂປ່ງໃສຜ່ານການໂອ້ລົມທີ່ປົກກະຕິ, ການຕັກເຕືອນ ແລະ ການສື່ສານ, ເປັນຫຍັງຈຶ່ງຂົ່ມເຫັງບຸກຄົນດັ່ງກ່າວດ້ວຍວາຈາແທນ? ການເຮັດເຊັ່ນນັ້ນບໍ່ແມ່ນສິ່ງທີ່ດີ, ມັນແມ່ນສິ່ງທີ່ບໍ່ເໝາະສົມ. ຖ້າທຽບໃສ່ວິທີການທີ່ດີເຫຼົ່ານັ້ນ, ການຂົ່ມເຫັງດ້ວຍວາຈາບໍ່ແມ່ນເສັ້ນທາງປົກກະຕິທີ່ຕ້ອງດຳເນີນຕາມ. ມັນຄືການລະບາຍອາລົມຂອງຄົນໆໜຶ່ງ ແລະ ການເປີດໂປງຄວາມຫົວຮ້ອນຂອງຄົນໆໜຶ່ງ ແລະ ພຣະເຈົ້າບໍ່ປາດຖະໜາໃຫ້ຄົນໃຊ້ການລະບາຍອາລົມຂອງພວກເຂົາ ຫຼື ການສະແດງອອກເຖິງຄວາມຫົວຮ້ອນຂອງພວກເຂົາເພື່ອເປັນວິທີການຮັບມືກັບບັນຫາປະເພດໃດໜຶ່ງ. ເມື່ອມະນຸດສະແດງອອກເຖິງຄວາມຫົວຮ້ອນ ແລະ ລະບາຍອາລົມຂອງພວກເຂົາ, ພຶດຕິກຳທີ່ພວກເຂົາມັກສະແດງອອກກໍ່ຄືການໃຊ້ພາສາເພື່ອຂົ່ມເຫັງ ແລະ ໂຈມຕີດ້ວຍວາຈາ. ພວກເຂົາຈະເວົ້າແມ່ນຫຍັງກໍ່ຕາມທີ່ບໍ່ມ່ວນຫູທີ່ສຸດ ແລະ ພວກເຂົາຈະເວົ້າແມ່ນຫຍັງກໍ່ຕາມທີ່ຈະທຳຮ້າຍອີກຝ່າຍ ແລະ ບັນເທົາຄວາມໃຈຮ້າຍຂອງພວກເຂົາເອງ. ແລ້ວເມື່ອພວກເຂົາໄດ້ຜ່ານພົ້ນໄປແລ້ວ, ພວກເຂົາຈະບໍ່ພຽງແຕ່ເຮັດໃຫ້ອີກຝ່າຍເສື່ອມເສຍ ແລະ ທຳຮ້າຍອີກຝ່າຍ, ພວກເຂົາໄດ້ເຮັດໃຫ້ຕົນເອງເສື່ອມເສຍ ແລະ ທຳຮ້າຍຕົນເອງເຊັ່ນກັນ. ນີ້ບໍ່ແມ່ນທ່າທີ່ ຫຼື ວິທີການທີ່ຜູ້ຕິດຕາມພຣະເຈົ້າຄວນປັບໃຊ້ໃນການຮັບມືກັບສິ່ງຕ່າງໆ. ຍິ່ງໄປກວ່ານັ້ນ, ມະນຸດທີ່ເສື່ອມຊາມມີຄວາມຄິດທີ່ຈະແກ້ແຄ້ນ, ລະບາຍອາລົມ ແລະ ຄວາມບໍ່ພໍໃຈຂອງພວກເຂົາ, ສະແດງອອກເຖິງຄວາມຫົວຮ້ອນຂອງພວກເຂົາຢູ່ສະເໝີ. ພວກເຂົາຕ້ອງການຂົ່ມເຫັງຄົນອື່ນດ້ວຍວາຈາໃນທຸກໂອກາດ ແລະ ເມື່ອສິ່ງຕ່າງໆປາກົດຂຶ້ນ, ທັງໃຫຍ່ ແລະ ນ້ອຍ, ພຶດຕິກຳທີ່ພວກເຂົາສະແດງອອກໃນທັນທີກໍ່ຄືການຂົ່ມເຫັງດ້ວຍວາຈາ. ເຖິງແມ່ນເມື່ອພວກເຂົາຮູ້ວ່າພຶດຕິກຳດັ່ງກ່າວຈະບໍ່ແກ້ໄຂບັນຫາໄດ້, ພວກເຂົາກໍ່ຍັງຈະເຮັດເຊັ່ນນັ້ນ. ນັ້ນບໍ່ແມ່ນພຶດຕິກຳທີ່ຊົ່ວຮ້າຍບໍ? ພວກເຂົາເຖິງກັບຈະເຮັດເຊັ່ນນັ້ນ ເມື່ອພວກເຂົາຢູ່ລຳພັງໃນເຮືອນຂອງພວກເຂົາ, ເມື່ອບໍ່ມີຜູ້ໃດສາມາດໄດ້ຍິນພວກເຂົາ. ນັ້ນບໍ່ແມ່ນການລະບາຍອາລົມຂອງຄົນໆໜຶ່ງບໍ? ນັ້ນບໍ່ແມ່ນການເປີດເຜີຍຄວາມຫົວຮ້ອນຂອງຄົນໆໜຶ່ງບໍ? (ແມ່ນແລ້ວ.) ເມື່ອເວົ້າໂດຍທົ່ວໄປແລ້ວ, ການເປີດເຜີຍຄວາມຫົວຮ້ອນຂອງຄົນໆໜຶ່ງ ແລະ ການລະບາຍອາລົມຂອງຄົນໆໜຶ່ງໝາຍເຖິງການໃຊ້ຄວາມຫົວຮ້ອນຂອງຄົນໆໜຶ່ງເພື່ອເປັນວິທີການເຂົ້າເຖິງ ແລະ ຮັບມືກັບບາງຢ່າງ; ມັນໝາຍຄວາມເຖິງການຜະເຊີນໜ້າກັບທຸກສິ່ງດ້ວຍທ່າທີ່ທີ່ຫົວຮ້ອນ ແລະ ພຶດຕິກຳ ແລະ ການສະແດງອອກໜຶ່ງຢ່າງຂອງສ່ິງນັ້ນກໍ່ຄືການຂົ່ມເຫັງດ້ວຍວາຈາ. ຍ້ອນນັ້ນຄືແກ່ນແທ້ຂອງການຂົ່ມເຫັງດ້ວຍວາຈາ, ມັນບໍ່ແມ່ນສິ່ງທີ່ດີບໍທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດບໍ່ເຮັດເຊັ່ນນັ້ນ? (ແມ່ນແລ້ວ.) ພຣະເຈົ້າບໍ່ສົມເຫດສົມຜົນທີ່ຮຽກຮ້ອງໃຫ້ມະນຸດບໍ່ຂົ່ມເຫັງຄົນອື່ນດ້ວຍວາຈາ? ມັນບໍ່ເປັນປະໂຫຍດຕໍ່ມະນຸດບໍ? (ມັນເປັນປະໂຫຍດ.) ໃນທີ່ສຸດແລ້ວ, ເປົ້າໝາຍຂອງຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ໃຫ້ມະນຸດບໍ່ຄວນຕີ ຫຼື ຂົ່ມເຫັງຄົນອື່ນດ້ວຍວາຈາແມ່ນເພື່ອໃຫ້ຜູ້ຄົນໃຊ້ການຍັບຢັ້ງສັ່ງໃຈ ແລະ ຫ້າມບໍ່ໃຫ້ພວກເຂົາດຳລົງຊີວິດຢູ່ທ່າມກາງອາລົມ ແລະ ຄວາມຫົວຮ້ອນຂອງພວກເຂົາຢູ່ສະເໝີ. ບໍ່ວ່າພວກເຂົາຈະເວົ້າຫຍັງກໍ່ຕາມເມື່ອພວກເຂົາຂົ່ມເຫັງຄົນໃດໜຶ່ງດ້ວຍວາຈາ, ສິ່ງທີ່ສະແດງອອກມາຈາກຄົນທີ່ດຳລົງຊີວິດຢູ່ທ່າມກາງອາລົມ ແລະ ຄວາມຫົວຮ້ອນຂອງພວກເຂົາກໍ່ຄືອຸປະນິໄສທີ່ເສື່ອມຊາມ. ນັ້ນແມ່ນອຸປະນິໄສທີ່ເສື່ອມຊາມຫຍັງ? ຢ່າງໜ້ອຍທີ່ສຸດ, ອຸປະນິໄສທີ່ຊົ່ວຊ້າ ແລະ ອວດດີ. ມັນແມ່ນຄວາມປະສົງຂອງພຣະເຈົ້າບໍທີ່ຈະໃຫ້ບັນຫາໃດໜຶ່ງໄດ້ຮັບການແກ້ໄຂໂດຍມີການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມ? (ບໍ່.) ພຣະເຈົ້າບໍ່ປາດຖະໜາໃຫ້ຜູ້ຕິດຕາມຂອງພຣະອົງໃຊ້ວິທີການດັ່ງກ່າວເພື່ອຮັບມືກັບສິ່ງໃດກໍ່ຕາມທີ່ເກີດຂຶ້ນຢູ່ອ້ອມຂ້າງພວກເຂົາ, ຄວາມໝາຍແອບແຝງກໍ່ຄືພຣະເຈົ້າບໍ່ມັກ ເມື່ອຜູ້ຄົນຮັບມືກັບທຸກສິ່ງທີ່ເກີດຂຶ້ນຢູ່ອ້ອມຂ້າງພວກເຂົາໂດຍວິທີການຕີ ແລະ ຂົ່ມເຫັງພວກເຂົາດ້ວຍວາຈາ. ເຈົ້າບໍ່ສາມາດແກ້ໄຂບັນຫາໃດກໍ່ຕາມໂດຍຂົ່ມເຫັງຜູ້ຄົນດ້ວຍວາຈາ ແລະ ການເຮັດເຊັ່ນນັ້ນຈະສົ່ງຜົນກະທົບຕໍ່ຄວາມສາມາດຂອງເຈົ້າໃນການກະທຳຕາມຫຼັກການ. ຢ່າງໜ້ອຍທີ່ສຸດ, ມັນບໍ່ແມ່ນພຶດຕິກຳທີ່ດີ ແລະ ມັນບໍ່ແມ່ນພຶດຕິກຳທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ. ນັ້ນຄືເຫດຜົນທີ່ພຣະເຈົ້າກຳນົດຂໍ້ຮຽກຮ້ອງສຳລັບຄົນທີ່ຕິດຕາມພຣະອົງວ່າ ພວກເຂົາຕ້ອງບໍ່ຕີ ຫຼື ຂົ່ມເຫັງຄົນອື່ນດ້ວຍວາຈາ. ພາຍໃນຄຳວ່າ “ການຂົ່ມເຫັງດ້ວຍວາຈາ” ແມ່ນມີອາລົມ ແລະ ຄວາມຫົວຮ້ອນ. “ອາລົມ”, ນັ້ນໝາຍເຖິງຫຍັງໂດຍສະເພາະ? ມັນລວມເຖິງຄວາມກຽດຊັງ ແລະ ການສາບແຊ່ງ, ຄວາມປາດຖະນາຮ້າຍສຳລັບຄົນອື່ນ, ການຫວັງວ່າຄົນອື່ນຈະໄດ້ຮັບຜົນກຳທີ່ສົມຄວນຕາມຄວາມປາດຖະໜາຂອງຄົນໆໜຶ່ງ ແລະ ການທີ່ຄົນອື່ນຈະມາເຖິງຈຸດຈົບທີ່ບໍ່ດີ. ໂດຍສະເພາະແລ້ວ, ອາລົມລວມມີສິ່ງທີ່ບໍ່ດີເຊັ່ນສິ່ງເຫຼົ່ານີ້. ແລ້ວ “ຄວາມຫົວຮ້ອນ” ໝາຍເຖິງຫຍັງ? ມັນໝາຍເຖິງການລະບາຍອາລົມຂອງຄົນໆໜຶ່ງໂດຍໃຊ້ວິທີການທີ່ສຸດໂຕ່ງ, ຂີ້ຄ້ານ, ບໍ່ດີ ແລະ ຊົ່ວຮ້າຍ ແລະ ການປາດຖະໜາໃຫ້ສິ່ງຕ່າງໆ ແລະ ຄົນທີ່ຄົນໆໜຶ່ງບໍ່ມັກນັ້ນຫາຍໄປ ຫຼື ພົບກັບໄພພິບັດ, ເພື່ອວ່າຄົນໆນັ້ງອາດປິຕິຍິນດີໃນຄວາມໂຊກຮ້າຍຂອງພວກເຂົາ, ຕາມທີ່ພວກເຂົາປາດຖະໜາ. ນັ້ນຄືຄວາມຫົວຮ້ອນ. ຄວາມຫົວຮ້ອນລວມມີຫຍັງ? ຄວາມກຽດຊັງ, ຄວາມເປັນປໍລະປັກ ແລະ ການສາບແຊ່ງ, ພ້ອມທັງຄວາມປະສົງຮ້າຍບາງຢ່າງ, ທຸກສິ່ງນີ້ແມ່ນສິ່ງທີ່ປະກອບຢູ່ໃນຄວາມຫົວຮ້ອນ. ສິ່ງເຫຼົ່ານັ້ນເປັນສິ່ງທີ່ດີບໍ? (ບໍ່.) ຄົນໃດໜຶ່ງຢູ່ໃນສະພາບການໃດເມື່ອພວກເຂົາດຳລົງຊີວິດຢູ່ທ່າມກາງອາລົມ ແລະ ຄວາມຫົວຮ້ອນເຫຼົ່ານີ້? ພວກເຂົາບໍ່ໄດ້ກຳລັງກາຍເປັນມານຮ້າຍທີ່ບ້າປ່ວງບໍ? ຍິ່ງເຈົ້າຂົ່ມເຫັງຜູ້ຄົນດ້ວຍວາຈາຫຼາຍສໍ່າໃດກໍ່ຕາມ, ຍິ່ງເຈົ້າໃຈຮ້າຍສໍ່າໃດກໍ່ຕາມ ແລະ ຍິ່ງເຈົ້າໂຫດຮ້າຍຫຼາຍສໍ່າໃດກໍ່ຕາມ ແລະ ຍິ່ງເຈົ້າປາດຖະໜາທີ່ຈະຂົ່ມເຫັງຄົນອື່ນດ້ວຍວາຈາຫຼາຍສໍ່າໃດກໍ່ຕາມ ແລະ ໃນທີ່ສຸດແລ້ວ ເຈົ້າຈະຕ້ອງການຢື້ມືອອກໄປ ແລະ ຕີຄົນໃດໜຶ່ງ. ແລ້ວເມື່ອເຈົ້າຕີຄົນໃດໜຶ່ງ, ເຈົ້າຈະຕ້ອງການເຮັດໃຫ້ພວກເຂົາບາດເຈັບ, ເອົາຊີວິດຂອງພວກເຂົາ, ເຊ່ິງໝາຍຄວາມວ່າ: “ຂ້ອຍຈະທຳລາຍເຈົ້າ! ຂ້ອຍຈະຂ້າເຈົ້າ!” ອາລົມເລັກນ້ອຍໜຶ່ງຄັ້ງ ນັ້ນກໍ່ຄື ອາລົມທີ່ບໍ່ດີ ຈະພາໄປສູ່ການຂະຫຍາຍຕົວ ແລະ ການລະເບີດຄວາມຫົວຮ້ອນຂອງຄົນໆໜຶ່ງອອກມາ ແລະ ໃນທີ່ສຸດແລ້ວ ມັນກໍ່ເຮັດໃຫ້ຜູ້ຄົນປາດຖະໜາຫາການສູນເສຍ ແລະ ການທຳລາຍຊີວິດ. ນັ້ນແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ ແລະ ຄອບຄອງບໍ? (ບໍ່, ມັນບໍ່ແມ່ນ.) ນີ້ແມ່ນໃບໜ້າຂອງຫຍັງ? (ມັນເປັນໃບໜ້າຂອງມານຮ້າຍ.) ມັນເປັນການທີ່ມານຮ້າຍທໍລະຍົດຮູບລັກສະນະທີ່ແທ້ຈິງຂອງມັນ. ມັນເປັນໃບໜ້າດຽວກັນກັບທີ່ມານຮ້າຍມີ, ເມື່ອມັນກຳລັງຈະກືນກິນບຸກຄົນໜຶ່ງ. ທຳມະຊາດທີ່ຊົ່ວຮ້າຍຂອງມັນກໍ່ຕົວຂຶ້ນຈົນເຖິງພື້ນຜິວ ແລະ ມັນບໍ່ສາມາດຄວບຄຸມໄດ້. ນັ້ນແມ່ນຄວາມໝາຍຂອງການເປັນມານຮ້າຍທີ່ບ້າປ່ວງ. ແລ້ວຄົນເຫຼົ່ານີ້ຈະບ້າປ່ວງໄດ້ຫຼາຍສໍ່າໃດ? ພວກເຂົາກາຍເປັນມານຮ້າຍທີ່ປາດຖະໜາຈະກືນກິນເນື້ອໜັງຂອງມະນຸດ ແລະ ວິນຍານຂອງເຂົາ. ຜົນຕາມມາທີ່ຮ້າຍແຮງທີ່ສຸດຂອງການຂົ່ມເຫັງດ້ວຍວາຈາກໍ່ຄືມັນອາດພິກເລື່ອງທຳມະດາໃຫ້ປີ້ນກັບໜຶ່ງຮ້ອຍແປດສິບອົງສາ ແລະ ເຮັດໃຫ້ຄົນໃດໜຶ່ງເສຍຊີວິດໄດ້. ບັນຫາຫຼາຍຢ່າງເລີ່ມຕົ້ນຂຶ້ນດ້ວຍຄວາມຂັດແຍ່ງເລັກໆນ້ອຍໆລະຫວ່າງສອງຄົນ, ເຊິ່ງພາໃຫ້ພວກເຂົາຮ້ອງ ແລະ ຂົ່ມເຫັງກັນດ້ວຍວາຈາ, ແລ້ວໂຈມຕີກັນ, ເຊິ່ງຕາມມາດ້ວຍແຮງກະຕຸ້ນທີ່ຢາກຂ້າ ເຊິ່ງຫຼັງຈາກນັ້ນກໍ່ກາຍມາເປັນຂໍ້ແທ້ຈິງ ນັ້ນກໍ່ຄື ໜຶ່ງໃນພວກເຂົາຈະຖືກຂ້າ ແລະ ອີກຄົນຈະຖືກຕັດສິນວ່າກະທຳການຄາດຕະກຳ ແລະ ຖືກລົງໂທດປະຫານຊີວິດ. ທັງສອງຝ່າຍຜ່າຍແພ້ໃນທີ່ສຸດ. ນີ້ແມ່ນຜົນຮັບໃນທີ່ສຸດ. ພວກເຂົາຈົບລົງດ້ວຍການຂົ່ມເຫັງດ້ວຍວາຈາຂອງພວກເຂົາ, ພວກເຂົາຈົບລົງດ້ວຍການລະບາຍອາລົມຂອງພວກເຂົາ, ພວກເຂົາໄດ້ເປີດເຜີຍຄວາມຫົວຮ້ອນທັງໝົດຂອງພວກເຂົາ ແລະ ພວກເຂົາທັງສອງກໍ່ຕົກນະຮົກ. ນັ້ນຄືຜົນຮັບ. ສິ່ງດັ່ງກ່າວຄືຜົນຕາມມາທີ່ເກີດຂຶ້ນກັບມະນຸດຈາກການລະບາຍອາລົມຂອງເຂົາ ແລະ ການຂະຫຍາຍຕົວ ແລະ ການລະເບີດຄວາມຫົວຮ້ອນຂອງເຂົາອອກມາ. ນີ້ບໍ່ແມ່ນຜົນຮັບທີ່ດີ, ມັນເປັນຜົນຮັບທີ່ຊົ່ວຮ້າຍ. ເຈົ້າເຫັນໄດ້ວ່າ ນີ້ເປັນຜົນຕາມມາປະເພດທີ່ມະນຸດປະສົບພົບພໍ້ ເຊິ່ງເປັນຜົນມາຈາກພຶດຕິກຳທີ່ເກີດຂຶ້ນຈາກອາລົມທີ່ທຳມະດາ ແລະ ບໍ່ດີ. ຄົນບໍ່ຕ້ອງການເຫັນຜົນຕາມມາດັ່ງກ່າວ ແລະ ພວກເຂົາບໍ່ເຕັມໃຈທີ່ພົບພໍ້ມັນດ້ວຍຕົນເອງ, ແຕ່ເພາະຜູ້ຄົນດຳລົງຊີວິດຢູ່ທ່າມກາງອາລົມທີ່ບໍ່ດີທຸກຮູບແບບ ແລະ ເພາະພວກເຂົາຕິດພັນ ແລະ ຖືກຄວບຄຸມໂດຍຄວາມຫົວຮ້ອນ, ເຊິ່ງມັກຂະຫຍາຍອອກ ແລະ ລະເບີດອອກ, ຜົນຕາມມາດັ່ງກ່າວຈຶ່ງເປັນສິ່ງທີ່ປາກົດຂຶ້ນໃນທີ່ສຸດ. ບອກເຮົາເບິ່ງວ່າ ການຂົ່ມເຫັງດ້ວຍວາຈາເປັນພຶດຕິກຳທຳມະດາບໍ? ການຂົ່ມເຫັງດ້ວຍວາຈາທີ່ຄົນເຮັດໃນລະຫວ່າງຊີວິດປະຈຳວັນຂອງພວກເຂົາອາດບໍ່ສົ່ງຜົນຮັບທີ່ຊົ່ວຮ້າຍເຊັ່ນນັ້ນ, ນັ້ນກໍ່ຄື ຜົນຮັບທີ່ຊົ່ວຮ້າຍດັ່ງກ່າວບໍ່ຈຳເປັນຕ້ອງມີຜົນມາຈາກທຸກເຫດການທີ່ມີການຂົ່ມເຫັງດ້ວຍວາຈາ. ແຕ່ນີ້ຄືແກ່ນແທ້ຂອງການຂົ່ມເຫັງດ້ວຍວາຈາ. ມັນຄືການລະບາຍອາລົມຂອງຄົນໆໜຶ່ງ ແລະ ການຂະຫຍາຍຕົວ ແລະ ການລະເບີດຄວາມຫົວຮ້ອນຂອງຄົນໆໜຶ່ງອອກມາ. ສະນັ້ນ, ຂໍ້ຮຽກຮ້ອງຂອງພຣະເຈົ້າເພື່ອບໍ່ໃຫ້ມະນຸດຊາດຂົ່ມເຫັງຄົນອື່ນດ້ວຍວາຈາຈຶ່ງເປັນປະໂຫຍດຕໍ່ມະນຸດຢ່າງແນ່ນອນ, ມັນເປັນປະໂຫຍດຕໍ່ເຂົາໃນຮ້ອຍວິທີ ແລະ ບໍ່ໄດ້ທຳຮ້າຍເຂົາເລີຍ ແລະ ໃນເວລາດຽວກັນ, ນີ້ເປັນສ່ວນໜຶ່ງໃນຄວາມໝາຍສຳຄັນຂອງການທີ່ພຣະເຈົ້າກຳນົດຂໍ້ຮຽກຮ້ອງນີ້ສຳລັບມະນຸດຊາດ. ຂໍ້ຮຽກຮ້ອງທີ່ບໍ່ໃຫ້ຂົ່ມເຫັງຄົນອື່ນດ້ວຍວາຈາອາດບໍ່ຍົກລະດັບການປະຕິບັດ ຫຼື ການສະແຫວງຫາຄວາມຈິງ, ແຕ່ມະນຸດຍັງຄວນປະຕິບັດຕາມຂໍ້ຮຽກຮ້ອງປະເພດນີ້.
ຄົນສາມາດປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ພວກເຂົາຕ້ອງບໍ່ຂົ່ມເຫັງກັນທາງວາຈາໂດຍອາໄສການຄວບຄຸມຕົນເອງພຽງຢ່າງດຽວເທົ່ານັ້ນບໍ? ເມື່ອຄົນໃຈຮ້າຍ, ມີຫຼາຍຄັ້ງທີ່ພວກເຂົາບໍ່ສາມາດຄວບຄຸມຕົນເອງໄດ້. ສະນັ້ນ, ຄົນຈະສາມາດປະຕິບັດຕາມຂໍ້ຮຽກຮ້ອງນີ້ທີ່ບໍ່ຂົ່ມເຫັງກັນທາງວາຈາໄດ້ແນວໃດ? ເມື່ອເຈົ້າກຳລັງຈະຂົ່ມເຫັງຄົນໃດໜຶ່ງທາງວາຈາ, ໂດຍສະເພາະແລ້ວເມື່ອເຈົ້າບໍ່ສາມາດຄວບຄຸມຕົນເອງ, ເຈົ້າກໍ່ຄວນຟ້າວອະທິຖານ. ຖ້າເຈົ້າອະທິຖານຊົ່ວໄລຍະໜຶ່ງ ແລະ ວິງວອນຫາພຣະເຈົ້າຢ່າງຈິງໃຈ, ຄວາມໃຈຮ້າຍຂອງເຈົ້າກໍ່ມີແນວໂນ້ມທີ່ຈະຫຼຸດໜ້ອຍຖອຍລົງ. ໃນເວລານັ້ນ, ເຈົ້າຈະສາມາດຄວບຄຸມຕົນເອງຢ່າງມີປະສິດທິພາບ ແລະ ຄວບຄຸມອາລົມ ແລະ ຄວາມຫົວຮ້ອນຂອງເຈົ້າ. ຕົວຢ່າງ: ບາງຄັ້ງຄົນອາດເວົ້າບາງຢ່າງທີ່ເຮັດໃຫ້ເຈົ້າຮູ້ສຶກວ່າຖືກດູຖູກ ຫຼື ພວກເຂົາອາດຕັດສິນໃຈຢູ່ຫຼັບຫຼັງເຈົ້າ ຫຼື ພວກເຂົາອາດທຳຮ້າຍເຈົ້າໂດຍຮູ້ຕົວ ຫຼື ບໍ່ຮູ້ຕົວ ຫຼື ພວກເຂົາອາດເອົາປຽບເຈົ້າໜ້ອຍໜຶ່ງ, ລັກເອົາບາງສິ່ງຈາກເຈົ້າ ຫຼື ເຖິງກັບທຳຮ້າຍຜົນປະໂຫຍດທີ່ສຳຄັນຫຼາຍຂອງເຈົ້າ. ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນກັບເຈົ້າ, ເຈົ້າຈະຄິດວ່າ: “ລາວທຳຮ້າຍຂ້ອຍ, ສະນັ້ນຂ້ອຍຈຶ່ງຊັງລາວ, ຂ້ອຍຕ້ອງການຮ້ອງຂຶ້ນເພື່ອຂົ່ມເຫັງລາວ, ຂ້ອຍຕ້ອງການແກ້ແຄ້ນລາວ, ຂ້ອຍເຖິງກັບຕ້ອງການຕີລາວ. ຂ້ອຍຕ້ອງການຫຼິ້ນກົນອຸບາຍທີ່ສົກກະປົກຫຼັບຫຼັງລາວເພື່ອສັ່ງສອນບົດຮຽນໃຫ້ລາວ”. ທຸກສິ່ງນີ້ບໍ່ໄດ້ເກີດຂຶ້ນຍ້ອນອາລົມທີ່ບໍ່ດີບໍ? ຜົນຕາມມາທີ່ເກີດຂຶ້ນຈາກອາລົມທີ່ບໍ່ດີກໍ່ຄືເຈົ້າຈະມີຄວາມປາດຖະໜາທີ່ຈະເຮັດສິ່ງເຫຼົ່ານີ້. ຍິ່ງເຈົ້າຄິດກ່ຽວກັບມັນຫຼາຍສໍ່າໃດກໍ່ຕາມ, ເຈົ້າກໍ່ຍິ່ງຈະໂມໂຫຫຼາຍສໍ່ານັ້ນ ແລະ ເຈົ້າກໍ່ຍິ່ງຈະຄິດວ່າບຸກຄົນນີ້ກຳລັງກັ່ນແກ້ງເຈົ້າ ແລະ ກຽດສັກສີ ແລະ ຊື່ສຽງທີ່ດີຂອງເຈົ້າໄດ້ຖືກດູຖູກ. ເຈົ້າຈະຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ ແລະ ເຈົ້າຈະຕ້ອງການແກ້ແຄ້ນ. ນີ້ບໍ່ແມ່ນຄວາມຫຸນຫັນທີ່ຫົວຮ້ອນທີ່ອາລົມບໍ່ດີເຫຼົ່ານີ້ກໍ່ໃຫ້ເກີດຂຶ້ນໃນຕົວເຈົ້າ? (ແມ່ນ.) ຄວາມປາດຖະນານີ້ຂອງເຈົ້າທີ່ຢາກແກ້ແຄ້ນເປັນພຶດຕິກຳປະເພດໃດ? ເຈົ້າບໍ່ໄດ້ກຳລັງຈະສະແດງຄວາມຫົວຮ້ອນບໍ? ໃນເວລາເຊັ່ນນີ້, ເຈົ້າຕ້ອງສະຫງົບຕົນເອງ; ກ່ອນອື່ນໝົດ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ, ຄວບຄຸມຕົນເອງ, ໄຕ່ຕອງ ແລະ ສະແຫວງຫາຄວາມຈິງ ແລະ ດຳເນີນການຢ່າງມີສະຕິປັນຍາ. ນັ້ນແມ່ນວິທີການດຽວທີ່ຈະຫຼີກລ່ຽງສະຖານະການທີ່ເຈົ້າເລີ່ມປັ່ນປ່ວນ ແລະ ຄວາມກຽດຊັງ, ອາລົມ ແລະ ຄວາມຫົວຮ້ອນເກີດຂຶ້ນພາຍໃນຕົວເຈົ້າ. ບາງຄົນອາດເວົ້າວ່າ: “ຖ້າສອງຄົນເຮັດວຽກນໍາກັນໝົດມື້, ແລ້ວບໍ່ມີທາງທີ່ຈະຫຼີກລ່ຽງສະຖານະການປະເພດນີ້ໄດ້”. ເຖິງແມ່ນວ່າເຈົ້າບໍ່ສາມາດຫຼີກລ່ຽງສະຖານະການນີ້ໄດ້, ເຈົ້າກໍ່ຕ້ອງບໍ່ແກ້ແຄ້ນ, ເຈົ້າຕ້ອງຍັບຢັ້ງສັ່ງໃຈ. ເຈົ້າຈະສາມາດຄວບຄຸມຕົນເອງໄດ້ແນວໃດ? ກ່ອນອື່ນໝົດ, ເຈົ້າຕ້ອງຄິດກັບຕົນເອງວ່າ: “ຖ້າຂ້ອຍແກ້ແຄ້ນ, ມັນຈະບໍ່ເຮັດໃຫ້ພຣະເຈົ້າພໍໃຈຢ່າງແນ່ນອນ, ສະນັ້ນຂ້ອຍບໍ່ສາມາດເຮັດສິ່ງນັ້ນໄດ້. ຄວາມກຽດຊັງ, ການແກ້ແຄ້ນ ແລະ ການລັງກຽດລ້ວນແລ້ວແຕ່ເປັນສິ່ງທີ່ພຣະເຈົ້າບໍ່ມັກ”. ພຣະເຈົ້າບໍ່ມັກສິ່ງເຫຼົ່ານີ້, ແຕ່ເຈົ້າຍັງຄ້ອງການເຮັດສິ່ງເຫຼົ່ານັ້ນ ແລະ ເຈົ້າບໍ່ສາມາດຄວບຄຸມຕົນເອງໄດ້. ເຈົ້າຄວນແກ້ໄຂສິ່ງນີ້ໄດ້ແນວໃດ? ໂດຍທຳມະຊາດແລ້ວ, ເຈົ້າຕ້ອງອາໄສພຣະເຈົ້າ; ຖ້າເຈົ້າບໍ່ອະທິຖານຫາພຣະເຈົ້າ, ເຈົ້າຈະບໍ່ສາມາດແກ້ໄຂສິ່ງນີ້ໄດ້. ຍິ່ງໄປກວ່ານັ້ນ, ຖ້າວຸດທິພາວະຂອງເຈົ້າມີໜ້ອຍເກີນໄປ ແລະ ເຈົ້າຫົວຮ້ອນເກີນໄປ ແລະ ເຈົ້າບໍ່ສາມາດຄວບຄຸມອາລົມ ແລະ ຄວາມຫົວຮ້ອນຂອງເຈົ້າແທ້ໆ ແລະ ເຈົ້າປາດຖະໜາທີ່ຈະແກ້ແຄ້ນ, ເຈົ້າຕ້ອງບໍ່ອ້າປາກຂອງເຈົ້າເພື່ອຂົ່ມເຫັງບຸກຄົນນັ້ນດ້ວຍວາຈາຢ່າງເດັດຂາດ. ເຈົ້າສາມາດຈາກບ່ອນທີ່ເຈົ້າຢູ່ ແລະ ປ່ອຍໃຫ້ຄົນອື່ນແຊກແຊງ ແລະ ແກ້ໄຂສະຖານະການ. ເຈົ້າຄວນອະທິຖານຫາພຣະເຈົ້າຢ່າງງຽບໆ ແລະ ທ່ອງຈຳສອງສາມວະລີທີ່ກ່ຽວຂ້ອງຈາກພຣະທຳຂອງພຣະເຈົ້າ. ໃຫ້ອະທິຖານຫາພຣະເຈົ້າໃນລັກສະນະນີ້ ແລະ ຄວາມຫົວຮ້ອນຂອງເຈົ້າຈະຫາຍໄປຢ່າງຊ້າໆ. ເຈົ້າຈະຮັບຮູ້ວ່າການຂົ່ມເຫັງຜູ້ຄົນດ້ວຍວາຈາແມ່ນບໍ່ສາມາດແກ້ໄຂບັນຫາໄດ້ ແລະ ມັນຈະເປັນການເປີດເຜີຍຄວາມເສື່ອມຊາມ ແລະ ມັນພຽງແຕ່ສາມາດນໍາຄວາມອັບອາຍມາຫາພຣະເຈົ້າ. ການອະທິຖານໃນລັກສະນະນີ້ຈະບໍ່ແກ້ໄຂບັນຫາຂອງເຈົ້າບໍ? ພວກເຈົ້າຄິດແນວຄິດກັບການແກ້ໄຂບັນຫາເຊັ່ນນີ້? (ມັນເປັນສິ່ງທີ່ດີ.) ນັ້ນຄືທັງໝົດສຳລັບການໂອ້ລົມຂອງເຮົາກ່ຽວກັບການຄວບຄຸມພຶດຕິກຳທີ່ກຳນົດໂດຍພຣະເຈົ້າ: “ຢ່າຕີ ຫຼື ຂົ່ມເຫັງຄົນອື່ນດ້ວຍວາຈາ”.
ເຮົາພຽງແຕ່ໂອ້ລົມກ່ຽວກັບພຶດຕິກຳທີ່ດີທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນຍຶດຖື, ພວກມັນແມ່ນຫຍັງ? (ການມີຄຸນສົມບັດຜູ້ດີຂອງນັກບຸນ, ການຍັບຢັ້ງສັ່ງໃຈ, ການບໍ່ສວມໃສ່ເສື້ອຜ້າຜິດປົກກະຕິ, ການບໍ່ຕີ ຫຼື ການຂົ່ມເຫັງຄົນອື່ນດ້ວຍວາຈາ, ການບໍ່ສູບຢາ ຫຼື ດື່ມ, ການບໍ່ນະມັດສະການບຸກຄົນທີ່ເຄົາລົບຮັກ, ການໃຫ້ກຽດພໍ່ແມ່ຂອງຄົນໆໜຶ່ງ, ການບໍ່ລັກ, ການບໍ່ຍັກຍອກຊັບສິນຂອງຄົນອື່ນ, ການບໍ່ເຮັດຜິດປະເວນີ ແລະ ການບໍ່ເປັນພະຍານເທັດ.) ແມ່ນແລ້ວ, ສິ່ງເຫຼົ່ານີ້ແມ່ນຖືກຕ້ອງທັງໝົດ. ບອກເຮົາເບິ່ງວ່າ ຂໍ້ຮຽກຮ້ອງທີ່ກຳນົດໃນກົດໝາຍ ເຊັ່ນ: ຂໍ້ຮຽກຮ້ອງກ່ຽວກັບການບໍ່ລັກ ແລະ ການບໍ່ເອົາປຽບຄົນອື່ນ, ແມ່ນຍັງສົມເຫດສົມຜົນບໍໃນຕອນນີ້? ພວກມັນຍັງມີປະສິດທິພາບບໍ? (ພວກເຂົາຍັງສົມເຫດສົມຜົນ ແລະ ມີປະສິດທິພາບ.) ແລ້ວບັນຍັດຈາກຍຸກແຫ່ງພຣະຄຸນເດ? (ພວກມັນຍັງສົມເຫດສົມຜົນເຊັ່ນກັນ.) ສະນັ້ນເປັນຫຍັງພຣະເຈົ້າຈຶ່ງກຳນົດຂໍ້ຮຽກຮ້ອງທີ່ສະເພາະເຫຼົ່ານີ້? ຂໍ້ຮຽກຮ້ອງທີ່ສະເພາະເຫຼົ່ານີ້ແຕະຕ້ອງຮອດແງ່ມຸມຫຍັງໃນການປະຕິບັດຂອງມະນຸດ? ຖ້າພຣະເຈົ້າບໍ່ໄດ້ກຳນົດຂໍ້ຮຽກຮ້ອງເຫຼົ່ານີ້, ຄົນຈະເຂົ້າໃຈສິ່ງເຫຼົ່ານີ້ບໍ? (ພວກເຂົາຈະບໍ່ເຂົ້າໃຈ.) ຄົນຈະບໍ່ເຂົ້າໃຈພວກມັນ. ໃນຄວາມເປັນຈິງແລ້ວ, ຂໍ້ຮຽກຮ້ອງທີ່ສະເພາະເຫຼົ່ານີ້ທີ່ພຣະເຈົ້າກຳນົດໄວ້ເພື່ອຄວບຄຸມພຶດຕິກຳຂອງມະນຸດແມ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບການດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ. ເປົ້າໝາຍຂອງການກຳນົດຂໍ້ຮຽກຮ້ອງທີ່ສະເພາະເຫຼົ່ານີ້ແມ່ນເພື່ອເຮັດໃຫ້ຄົນສາມາດແຍກແຍະ ແລະ ລະບຸສິ່ງທີ່ດີ ແລະ ບໍ່ດີໄດ້ຢ່າງຖືກຕ້ອງ, ພ້ອມທັງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງ; ມັນແມ່ນເພື່ອສັ່ງສອນຜູ້ຄົນວ່າການເຮັດຜິດປະເວນີເປັນສິ່ງທີ່ບໍ່ດີ, ມັນເປັນສິ່ງທີ່ໜ້າອັບອາຍ, ເປັນສິ່ງທີ່ພຣະເຈົ້າກຽດຊັງ, ມະນຸດລັງກຽດ ແລະ ຜູ້ຄົນຄວນຄວບຄຸມຕົນເອງໃນເລື່ອງນີ້, ພວກເຂົາບໍ່ຄວນກະທຳການນີ້ ຫຼື ເຮັດຜິດໃນເລື່ອງນີ້; ມັນແມ່ນເພື່ອສັ່ງສອນຄົນວ່າພຶດຕິກຳຕ່າງໆ ເຊັ່ນ: ການເອົາປຽບຄົນອື່ນ, ການລັກ ແລະ ອື່ນໆອີກ ລ້ວນແລ້ວແຕ່ເປັນສິ່ງທີ່ບໍ່ດີ ແລະ ຄົນບໍ່ຄວນເຮັດສິ່ງເຫຼົ່ານັ້ນອີກດ້ວຍ. ຖ້າເຈົ້າມັກເຮັດສິ່ງເຫຼົ່ານີ້ ແລະ ເຈົ້າໄດ້ເຮັດສິ່ງເຫຼົ່ານີ້, ແລ້ວເຈົ້າກໍ່ບໍ່ແມ່ນຄົນດີ. ຄົນໃດໜຶ່ງຈະສາມາດແຍກແຍະລະຫວ່າງຄົນທີ່ມີຄວາມເປັນມະນຸດທີ່ດີ ແລະ ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ ຫຼື ລະຫວ່າງບຸກຄົນທີ່ດີ ແລະ ບຸກຄົນທີ່ບໍ່ດີໄດ້ແນວໃດ? ກ່ອນອື່ນໝົດ, ເຈົ້າຕ້ອງຢືນຢັນສິ່ງນີ້ກ່ອນວ່າ ພຽງແຕ່ສາມາດແຍກແຍະຄົນໄດ້ຢ່າງຖືກຕ້ອງ ແລະ ພຽງແຕ່ສາມາດແຍກແຍະບຸກຄົນທີ່ດີ ແລະ ບໍ່ດີໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ພຽງແຕ່ສາມາດແຍກແຍະ ແລະ ຢັ່ງຮູ້ຜູ້ຄົນໄດ້ໂດຍອີງໃສ່ຂໍ້ຮຽກຮ້ອງ ແລະ ມາດຕະຖານທີ່ພຣະເຈົ້າໄດ້ກຳນົດໄວ້ເພື່ອຄວບຄຸມພຶດຕິກຳຂອງມະນຸດ. ເຮົາຈະຍົກຕົວຢ່າງ. ຖ້າບຸກຄົນໜຶ່ງມືໄວ ແລະ ມັກລັກຈາກຄົນອື່ນ, ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ? (ບໍ່ດີ.) ການລັກເປັນການກະທຳທີ່ຊົ່ວຮ້າຍຢ່າງຮຸນແຮງ, ສະນັ້ນຄົນທີ່ລັກກໍ່ເປັນຄົນທີ່ຊົ່ວຮ້າຍ. ຄົນອື່ນລ້ວນແລ້ວແຕ່ລະວັງພວກເຂົາ ແລະ ເຮັດໃຫ້ຕົນເອງຢູ່ຫ່າງຈາກພວກເຂົາ ແລະ ຖືວ່າພວກເຂົາເປັນຂະໂມຍ. ໃນຄວາມຄິດຂອງຜູ້ຄົນ, ຂະໂມຍເປັນຕົວລະຄອນທີ່ບໍ່ດີ, ການລັກເປັນສິ່ງທີ່ບໍ່ດີ ແລະ ມັນເປັນພຶດຕິກຳທີ່ຜິດບາບ. ແລ້ວນີ້ບໍ່ໄດ້ຮັບການຢືນຢັນບໍ? ນີ້ແມ່ນອີກໜຶ່ງຕົວຢ່າງ: ສົມມຸດວ່າຜູ້ເຮັດຜິດປະເວນີໜຶ່ງຄົນ ແລະ ບາງຄົນບໍ່ຮູ້ວ່ານັ້ນເປັນສິ່ງທີ່ດີ ຫຼື ບໍ່ດີ, ວິທີການດຽວທີ່ພວກເຂົາຈະປະເມີນສິ່ງນີ້ໄດ້ຢ່າງຖືກຕ້ອງແມ່ນຕາມພຣະທຳຂອງພຣະເຈົ້າ, ຍ້ອນມີພຽງແຕ່ພຣະເຈົ້າທີ່ເປັນຄວາມຈິງ. ບໍ່ວ່າລະບົບກົດໝາຍໃໝ່ສຳລັບການອ້າງສິດ ແລະ ສິນທຳຈະເຮັດຫຍັງກໍ່ຕາມກ່ຽວກັບການກະທຳທີ່ເຮັດຜິດປະເວນີໃນຕອນນີ້, ພວກມັນກໍ່ບໍ່ແມ່ນຄວາມຈິງ. ຄຳເວົ້າທີ່ພຣະເຈົ້າໄດ້ກ່າວວ່າ “ຢ່າເຮັດຜິດປະເວນີ” ແມ່ນຄວາມຈິງ ແລະ ຄວາມຈິງຈະບໍ່ຫາຍໄປຈັກເທື່ອ. ຈາກຊ່ວງເວລາທີ່ພຣະເຈົ້າກຳນົດຂໍ້ຮຽກຮ້ອງທີ່ວ່າ “ຢ່າເຮັດຜິດປະເວນີ”, ທຸກຄົນຄວນເລີ່ມປະຕິເສດ ແລະ ເຮັດໃຫ້ຕົນເອງຢູ່ຫ່າງຈາກຜູ້ເຮັດຜິດປະເວນີ. ຄົນເຊັ່ນນັ້ນບໍ່ມີຄວາມເປັນມະນຸດ ແລະ ຢ່າງໜ້ອຍທີ່ສຸດ ຖ້າເຈົ້າປະເມີນພວກເຂົາຈາກທັດສະນະຂອງຄວາມເປັນມະນຸດ, ພວກເຂົາບໍ່ແມ່ນຄົນດີ. ຄົນໃດກໍ່ຕາມທີ່ມີສ່ວນຮ່ວມໃນພຶດຕິກຳປະເພດນີ້ ແລະ ມີຄວາມເປັນມະນຸດປະເພດນີ້ແມ່ນເປັນໜ້າອັບອາຍ, ພວກເຂົາເປັນທີ່ລັງກຽດໂດຍມະນຸດ, ພວກເຂົາຖືກດູຖູກ ແລະ ປະຕິເສດຢູ່ພາຍໃນກຸ່ມ ແລະ ພວກເຂົາຖືກປະຕິເສດໂດຍຝູງຊົນ. ອີງໃສ່ພຣະທຳຂອງພຣະເຈົ້າ, ພວກເຮົາສາມາດຢືນຢັນວ່າການເຮັດຜິດປະເວນີເປັນສິ່ງທີ່ບໍ່ດີ ແລະ ຄົນທີ່ເຮັດເຊັ່ນນັ້ນກໍ່ເປັນບຸກຄົນທີ່ບໍ່ດີ. ບໍ່ວ່າກະແສສັງຄົມຈະເລີ່ມຊົ່ວຮ້າຍສໍ່າໃດກໍ່ຕາມ, ການເຮັດຜິດປະເວີນີ ແລະ ການລ່ວງປະເວນີເປັນສິ່ງທີ່ບໍ່ດີ ແລະ ຄົນທີ່ມີສ່ວນຮ່ວມໃນສິ່ງເຫຼົ່ານັ້ນກໍ່ເປັນບຸກຄົນທີ່ບໍ່ດີ. ນີ້ຄືສິ່ງທີ່ແນ່ນອນທີ່ສຸດ ແລະ ເຈົ້າຕ້ອງເບິ່ງສິ່ງນີ້ໃຫ້ອອກ; ເຈົ້າຕ້ອງບໍ່ຖືກນໍາພາຢ່າງຜິດໆ ຫຼື ຖືກລໍ້ລວງໂດຍກະແສທີ່ຊົ່ວຮ້າຍຂອງສັງຄົມ. ນອກຈາກສິ່ງເຫຼົ່ານີ້, ມີຂໍ້ຮຽກຮ້ອງເພີ່ມເຕີມບາງຢ່າງທີ່ສະເພາະ. ພຣະເຈົ້າບອກໃຫ້ຄົນບໍ່ນະມັດສະການບຸກຄົນທີ່ເຄົາລົບຮັກ, ໃຫ້ກຽດພໍ່ແມ່ຂອງຄົນໆໜຶ່ງ, ບໍ່ຕີ ຫຼື ຂົ່ມເຫັງຄົນອື່ນດ້ວຍວາຈາ, ມີຄຸນສົມບັດຜູ້ດີຂອງນັກບຸນ ແລະ ອື່ນໆອີກ. ຂໍ້ຮຽກຮ້ອງທີ່ສະເພາະເຫຼົ່ານີ້ລ້ວນແລ້ວແຕ່ເປັນມາດຕະຖານທີ່ພຣະເຈົ້າຄວບຄຸມພຶດຕິກຳຂອງມະນຸດ. ເວົ້າອີກຢ່າງໜຶ່ງກໍ່ຄື ກ່ອນທີ່ພຣະເຈົ້າທີ່ສະໜອງຄວາມຈິງໃຫ້ແກ່ຜູ້ຄົນ, ພຣະອົງໄດ້ສັ່ງສອນພວກເຂົາວ່າການກະທຳໃດຖືກຕ້ອງ ແລະ ດີ ແລະ ການກະທຳໃດບໍ່ຖືກຕ້ອງ ແລະ ບໍ່ດີ, ພຣະອົງບອກພວກເຂົາກ່ຽວກັບວິທີການເປັນຄົນດີ ແລະ ພຶດຕິກຳໃດທີ່ພວກເຂົາຕ້ອງມີເພື່ອເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ, ພ້ອມທັງສິ່ງທີ່ພວກເຂົາຕ້ອງ ແລະ ບໍ່ຕ້ອງເຮັດໃນຖານະທີ່ເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ, ເພື່ອວ່າພວກເຂົາຈະສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ. ການຮຽກຮ້ອງທັງໝົດນີ້ທີ່ຄວບຄຸມພຶດຕິກຳຂອງມະນຸດເປັນສິ່ງທີ່ຄົນປົກກະຕິທຸກຄົນຄວນດຳລົງຊີວິດຕາມຢ່າງແທ້ຈິງ ແລະ ພື້ນຖານທີ່ທຸກຄົນໃຊ້ເພື່ອຜະເຊີນໜ້າ ແລະ ຮັບມືກັບທຸກສິ່ງທີ່ພວກເຂົາພົບພໍ້ຢ່າງແທ້ຈິງ. ຕົວຢ່າງ: ສົມມຸດວ່າເຈົ້າເຫັນອີກຄົນມີບາງຢ່າງທີ່ດີ ແລະ ເຈົ້າຕ້ອງການເອົາມັນມາເປັນຂອງຕົນເອງ, ແຕ່ຈາກນັ້ນເຈົ້າກໍ່ຄິດວ່າ: “ພຣະເຈົ້າເວົ້າວ່າມັນຜິດທີ່ຈະລັກຈາກຄົນອື່ນ, ພຣະອົງເວົ້າວ່າພວກເຮົາຕ້ອງບໍ່ລັກ ຫຼື ເອົາປຽບຄົນອື່ນ, ສະນັ້ນຂ້ອຍຈະບໍ່ລັກຈາກພວກເຂົາ”. ແລ້ວພຶດຕິກຳຂອງການລັກບໍ່ຖືກຍັບຢັ້ງບໍ? ແລ້ວໃນເວລາດຽວກັນກັບທີ່ຖືກຍັບຢັ້ງ, ພຶດຕິກຳຂອງເຈົ້າບໍ່ໄດ້ຖືກຄວບຄຸມບໍ? ກ່ອນທີ່ພຣະເຈົ້າຈະກຳນົດຂໍ້ຮຽກຮ້ອງເຫຼົ່ານີ້, ເມື່ອຄົນເຫັນບາງຢ່າງທີ່ດີໃນການຄອບຄອງຂອງຄົນອື່ນ, ພວກເຂົາຈະຕ້ອງການເອົາມັນມາເປັນຂອງຕົນເອງ. ພວກເຂົາບໍ່ຄິດວ່າການເຮັດເຊັ່ນນັ້ນເປັນສິ່ງທີ່ຜິດ ຫຼື ໜ້າອັບອາຍ ຫຼື ພຣະເຈົ້າກຽດຊັງມັນ ຫຼື ມັນເປັນສິ່ງທີ່ບໍ່ດີ ຫຼື ມັນເຖິງກັບເປັນຄວາມຜິດບາບ; ພວກເຂົາບໍ່ຮູ້ສິ່ງເຫຼົ່ານີ້, ພວກເຂົາບໍ່ມີແນວຄິດຄວາມເຫຼົ່ານີ້. ຫຼັງຈາກທີ່ພຣະເຈົ້າໄດ້ກຳນົດຂໍ້ຮຽກຮ້ອງທີ່ວ່າ “ຢ່າລັກ”, ຄົນກໍ່ເຕັມໄປດ້ວຍຂອບເຂດທາງຄວາມຄິດ ເມື່ອເວົ້າເຖິງການເຮັດສິ່ງຕ່າງໆປະເພດນີ້ ແລະ ຜ່ານຂອບເຂດນີ້, ພວກເຂົາໄດ້ຮຽນຮູ້ວ່າມີຄວາມແຕກຕ່າງລະຫວ່າງການລັກ ແລະ ການບໍ່ລັກ. ການລັກແມ່ນທຽບເທົ່າກັບການເຮັດບາງຢ່າງທີ່ບໍ່ດີ, ການເຮັດບາງຢ່າງທີ່ຊົ່ວ ຫຼື ຊົ່ວຮ້າຍ ແລະ ມັນໜ້າອັບອາຍ. ການບໍ່ລັກແມ່ນການປະຕິບັດຕາມສິນທຳຂອງຄວາມເປັນມະນຸດ ແລະ ມີຄວາມເປັນມະນຸດຢູ່ໃນນັ້ນ. ການຮຽກຮ້ອງຂອງພຣະເຈົ້າກ່ຽວກັບພຶດຕິກຳຂອງມະນຸດບໍ່ພຽງແຕ່ແກ້ໄຂພຶດຕິກຳ ແລະ ວິທີການທີ່ບໍ່ດີຂອງຜູ້ຄົນ, ໃນເວລາດຽວກັນ ພວກມັນໄດ້ຄວບຄຸມພຶດຕິກຳຂອງມະນຸດ ແລະ ເຮັດໃຫ້ຄົນສາມາດດຳລົງຊີວິດດ້ວຍຄວາມເປັນມະນຸດທີ່ປົກກະຕິ, ມີພຶດຕິກຳ ແລະ ການສະແດງອອກທີ່ປົກກະຕິ ແລະ ຢ່າງໜ້ອຍທີ່ສຸດກໍ່ເບິ່ງຄືກັບຄົນ, ຄືກັບຄົນປົກກະຕິ. ບອກເຮົາເບິ່ງວ່າ ຂໍ້ຮຽກຮ້ອງເຫຼົ່ານີ້ທີ່ພຣະເຈົ້າໄດ້ກຳນົດໄວ້ເພື່ອຄວບຄຸມພຶດຕິກຳຂອງມະນຸດບໍ່ໄດ້ມີຄວາມໝາຍຫຼາຍບໍ? (ແມ່ນແລ້ວ.) ພວກມັນມີຄວາມໝາຍ. ເຖິງຢ່າງໃດກໍ່ຕາມ, ຂໍ້ຮຽກຮ້ອງທີ່ສະເພາະເຫຼົ່ານີ້ທີ່ຄວບຄຸມພຶດຕິກຳຂອງມະນຸດແມ່ນຫ່າງຈາກຄວາມຈິງທີ່ພຣະເຈົ້າກຳລັງສະແດງໃນຕອນນີ້ຫຼາຍພໍສົມຄວນ ແລະ ພວກມັນບໍ່ສາມາດຖືກຍົກຂຶ້ນຮອດລະດັບຄວາມຈິງ. ນີ້ເປັນເພາະຕັ້ງແຕ່ດົນມາແລ້ວ ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຂໍ້ຮຽກຮ້ອງເຫຼົ່ານີ້ເປັນພຽງກົດໝາຍທີ່ຄວບຄຸມພຶດຕິກຳຂອງມະນຸດ, ພວກມັນເປັນການທີ່ພຣະເຈົ້າໃຊ້ພາສາທີ່ງ່າຍ ແລະ ກົງໄປກົງມາທີ່ສຸດເພື່ອບອກຜູ້ຄົນກ່ຽວກັບສິ່ງທີ່ພວກເຂົາຄວນ ແລະ ບໍ່ຄວນເຮັດ ແລະ ສ້າງກົດລະບຽບບາງຢ່າງສຳລັບພວກເຂົາ. ໃນຍຸກແຫ່ງພຣະຄຸນ, ຂໍ້ຮຽກຮ້ອງເຫຼົ່ານີ້ເປັນພຽງບັນຍັດ ແລະ ໃນຍຸກປັດຈຸບັນ ມັນພຽງແຕ່ອາດເວົ້າໄດ້ວ່າພວກມັນເປັນເກນເພື່ອປະເມີນພຶດຕິກຳຂອງຕົນເອງ ແລະ ເພື່ອຕີລາຄາສິ່ງຕ່າງໆ. ເຖິງແມ່ນວ່າເກນເຫຼົ່ານີ້ບໍ່ສາມາດຖືກຍົກຂຶ້ນຮອດລະດັບຄວາມຈິງ ແລະ ມີໄລຍະຫ່າງບາງຢ່າງລະຫວ່າງພວກມັນ ແລະ ຄວາມຈິງ, ພວກເຂົາກໍ່ເປັນເງື່ອນໄຂກ່ອນໜ້າທີ່ຈຳເປັນສຳລັບການທີ່ມະນຸດສະແຫວງຫາ ແລະ ປະຕິບັດຄວາມຈິງ. ເມື່ອບຸກຄົນໜຶ່ງປະຕິບັດຕາມກົດລະບຽບເຫຼົ່ານີ້, ກົດໝາຍ ແລະ ບັນຍັດເຫຼົ່ານີ້, ຂໍ້ຮຽກຮ້ອງເຫຼົ່ານີ້ ແລະ ເກນດ້ານພຶດຕິກຳທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອຄວບຄຸມພຶດຕິກຳຂອງມະນຸດ, ມັນສາມາດເວົ້າໄດ້ວ່າພວກເຂົາມີເງື່ອນໄຂກ່ອນໜ້າໂດຍພື້ນຖານສຳລັບການປະຕິບັດ ແລະ ການສະແຫວງຫາຄວາມຈິງ. ຖ້າບຸກຄົນໜຶ່ງສູບຢາ ແລະ ດື່ມເຫຼົ້າ, ຖ້າພຶດຕິກຳຂອງພວກເຂົາເກເລ ແລະ ພວກເຂົາເຮັດຜິດປະເວນີ ແລະ ເອົາປຽບຄົນອື່ນ ແລະ ມັກລັກ ແລະ ເຈົ້າຈະເວົ້າວ່າ “ບຸກຄົນນີ້ຮັກຄວາມຈິງ ແລະ ພວກເຂົາສາມາດປະຕິບັດຄວາມຈິງ ແລະ ຮັບເອົາຄວາມລອດພົ້ນໄດ້ຢ່າງແນ່ນອນ”, ປະໂຫຍກນັ້ນຈະມີນໍ້າໜັກບໍ? (ມັນຈະບໍ່ມີ.) ເປັນຫຍັງມັນຈຶ່ງບໍ່ມີນໍ້າໜັກ? (ບຸກຄົນນັ້ນບໍ່ສາມາດປະຕິບັດແມ່ນແຕ່ຂໍ້ຮຽກຮ້ອງພື້ນຖານທີ່ສຸດຂອງພຣະເຈົ້າ, ພວກເຂົາບໍ່ອາດສາມາດປະຕິບັດຄວາມຈິງໄດ້ ແລະ ຖ້າຄົນໆໜຶ່ງຈະເວົ້າວ່າພວກເຂົາຮັກຄວາມຈິງ, ນັ້ນຈະເປັນການເວົ້າຕົວະ.) ນັ້ນຄືສິ່ງທີ່ຖືກຕ້ອງ. ບຸກຄົນນີ້ບໍ່ມີການຄວບຄຸມຕົນເອງແມ່ນແຕ່ໃນລະດັບພື້ນຖານທີ່ສຸດ. ຄວາມໝາຍແອບແຝງຂອງສິ່ງນີ້ກໍ່ຄືພວກເຂົາບໍ່ມີແມ່ນແຕ່ສຳນຶກ ແລະ ເຫດຜົນລະດັບພື້ນຖານທີ່ສຸດທີ່ບຸກຄົນໜຶ່ງຄວນມີ. ເວົ້າອີກຢ່າງກໍ່ຄື ບຸກຄົນນີ້ບໍ່ມີສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ການບໍ່ມີສຳນຶກ ແລະ ເຫດຜົນໝາຍເຖິງຫຍັງ? ມັນໝາຍຄວາມວ່າບຸກຄົນນີ້ໄດ້ຍິນພຣະທຳທີ່ພຣະເຈົ້າໄດ້ກ່າວ ແລະ ຂໍ້ຮຽກຮ້ອງທີ່ພຣະເຈົ້າໄດ້ກຳນົດສຳລັບມະນຸດ ແລະ ກົດລະບຽບທີ່ພຣະເຈົ້າໄດ້ສ້າງຂຶ້ນ ແລະ ພວກເຂົາບໍ່ໄດ້ຈິງຈັງກັບສິ່ງເຫຼົ່ານັ້ນເລີຍ. ພຣະເຈົ້າເວົ້າວ່າການລັກຈາກຄົນອື່ນເປັນສິ່ງທີ່ບໍ່ດີ ແລະ ຜູ້ຄົນບໍ່ຄວນລັກ ແລະ ບຸກຄົນນີ້ສົງໄສວ່າ: “ເປັນຫຍັງຈຶ່ງບໍ່ປ່ອຍໃຫ້ຄົນລັກ? ຂ້ອຍທຸກຍາກຫຼາຍ, ຂ້ອຍຈະສາມາດດຳລົງຊີວິດໄດ້ແນວໃດ ຖ້າຂ້ອຍບໍ່ລັກ? ຂ້ອຍຈະສາມາດລວຍໄດ້ແນວໃດ ຖ້າຂ້ອຍບໍ່ລັກສິ່ງຕ່າງໆ ຫຼື ເອົາປຽບຄົນອື່ນ?” ພວກເຂົາບໍ່ໄດ້ຂາດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ພວກເຂົາຂາດ.) ພວກເຂົາບໍ່ສາມາດປະຕິບັດຕາມການຮຽກຮ້ອງທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອຄວບຄຸມພຶດຕິກຳຂອງມະນຸດ, ສະນັ້ນພວກເຂົາຈຶ່ງບໍ່ແມ່ນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ. ຖ້າຄົນໆໜຶ່ງເວົ້າວ່າບຸກຄົນໜຶ່ງທີ່ບໍ່ມີຄວາມເປັນມະນຸດທີ່ປົກກະຕິນັ້ນຮັກຄວາມຈິງ, ສິ່ງນັ້ນຈະເປັນໄປໄດ້ບໍ? (ມັນຈະເປັນໄປບໍ່ໄດ້.) ພວກເຂົາບໍ່ຮັກສິ່ງທີ່ດີ ແລະ ເຖິງແມ່ນພຣະເຈົ້າເວົ້າວ່າຜູ້ຄົນຕ້ອງບໍ່ລັກ ຫຼື ເຮັດຜິດປະເວນີ, ພວກເຂົາກໍ່ບໍ່ສາມາດບັນລຸຂໍ້ຮຽກຮ້ອງເຫຼົ່ານີ້ໄດ້ ແລະ ພວກເຂົາເບື່ອໜ່າຍພຣະທຳຂອງພຣະເຈົ້າ, ສະນັ້ນພວກເຂົາຈະສາມາດຮັກຄວາມຈິງໄດ້ບໍ? ຄວາມຈິງແມ່ນສູງສົ່ງກວ່າເກນດ້ານພຶດຕິກຳເຫຼົ່ານີ້ຫຼາຍ, ພວກເຂົາຈະສາມາດຮັບເອົາມັນໄດ້ບໍ? (ບໍ່.) ຄວາມຈິງບໍ່ແມ່ນເກນດ້ານພຶດຕິກຳທີ່ທຳມະດາ, ມັນເປັນພຽງເລື່ອງທີ່ຄົນຄິດຫາຄວາມຈິງເມື່ອພວກເຂົາກຳລັງເຮັດຜິດບາບ ຫຼື ເຮັດຕາມອຳເພີໃຈ ແລະ ປະໝາດ ແລະ ຈາກນັ້ນກໍ່ຖືກຍັບຢັ້ງ ແລະ ບໍ່ເຮັດຜິດບາບ ຫຼື ເຮັດຕາມອຳເພີໃຈ ແລະ ປະໝາດອີກຕໍ່ໄປ. ຄວາມຈິງບໍ່ພຽງແຕ່ຄວບຄຸມພຶດຕິກຳຂອງຜູ້ຄົນໃນລັກສະນະງ່າຍໆນີ້, ຄວາມຈິງສາມາດກາຍມາເປັນຊີວິດຂອງບຸກຄົນໜຶ່ງ ແລະ ມັນສາມາດຄອບງໍາທຸກສິ່ງກ່ຽວກັບບຸກຄົນໜຶ່ງ. ເມື່ອຜູ້ຄົນຍອມຮັບຄວາມຈິງໃຫ້ເປັນຊີວິດຂອງພວກເຂົາ, ສິ່ງນີ້ກໍ່ບັນລຸໂດຍພວກເຂົາທີ່ມີປະສົບການກັບພາລະກິດຂອງພຣະເຈົ້າ, ມາຮູ້ຈັກຄວາມຈິງ ແລະ ປະຕິບັດຄວາມຈິງ. ເມື່ອຄົນຍອມຮັບຄວາມຈິງ, ຄວາມດິ້ນຮົນຈະເກີດຂຶ້ນພາຍໃນພວກເຂົາ ແລະ ມັນມີແນວໂນ້ມວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈະສະແດງອອກມາ. ເມື່ອຜູ້ຄົນສາມາດໃຊ້ຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຄວາມຈິງສາມາດກາຍມາເປັນຊີວິດຂອງພວກເຂົາ ແລະ ຫຼັກການທີ່ພວກເຂົາປະພຶດຕົນເອງ ແລະ ດຳລົງຊີວິດຕາມ. ນີ້ຄືສິ່ງທີ່ມີພຽງແຕ່ຄົນທີ່ຮັກຄວາມຈິງ ແລະ ມີຄວາມເປັນມະນຸດຈຶ່ງສາມາດບັນລຸໄດ້. ຄົນທີ່ບໍ່ຮັກຄວາມຈິງ ແລະ ຄົນທີ່ຂາດຄວາມເປັນມະນຸດຈະສາມາດໄປຮອດລະດັບນີ້ບໍ? (ບໍ່.) ນັ້ນຄືສິ່ງທີ່ຖືກຕ້ອງ, ເຖິງແມ່ນວ່າພວກເຂົາອາດຕ້ອງການ, ພວກເຂົາກໍ່ບໍ່ສາມາດເຮັດໄດ້.
ຖ້າພວກເຮົາເບິ່ງຂໍ້ຮຽກຮ້ອງເຫຼົ່ານີ້ທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອຄວບຄຸມພຶດຕິກຳຂອງມະນຸດ, ໃນບັນດາພຣະທຳທັງໝົດທີ່ພຣະເຈົ້າໄດ້ກ່າວໄວ້ ແລະ ໃນບັນດາຂໍ້ກຳນົດທີ່ສະເພາະທັງໝົດທີ່ພຣະອົງໄດ້ກຳນົດໄວ້, ມີອັນໃດທີ່ມີຫຼາຍເກີນໄປບໍ? (ບໍ່.) ພວກມັນມີຄວາມໝາຍບໍ? ພວກມັນມີຄຸນຄ່າບໍ? (ແມ່ນ.) ຜູ້ຄົນຄວນປະຕິບັດຕາມພວກມັນບໍ? (ແມ່ນ.) ນັ້ນຄືສິ່ງທີ່ຖືກ້ຕອງ, ຜູ້ຄົນຄວນປະຕິບັດຕາມພວກມັນ. ແລ້ວໃນເວລາດຽວກັນກັບທີ່ປະຕິບັດຕາມພວກມັນ, ຜູ້ຄົນຄວນປະຖິ້ມປະໂຫຍກທີ່ວັດທະນະທຳດັ້ງເດີມໄດ້ປູກຝັງກັບພວກເຂົາ, ເຊັ່ນ: ການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ແລະ ອື່ນໆອີກ. ພວກເຂົາຄວນປະຕິບັດຕາມແຕ່ລະຂໍ້ຮຽກຮ້ອງທີ່ພຣະເຈົ້າໄດ້ກຳນົດໄວ້ເພື່ອຄວບຄຸມພຶດຕິກຳຂອງມະນຸດ ແລະ ປະພຶດຕົນເອງຕາມພຣະທຳຂອງພຣະເຈົ້າຢ່າງເຂັ້ມງວດ. ພວກເຂົາຄວນດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິໂດຍປະຕິບັດຕາມຂໍ້ຮຽກຮ້ອງທັງໝົດທີ່ພຣະເຈົ້າໄດ້ກຳນົດໄວ້ຢ່າງໃກ້ຊິດ ແລະ ໂດຍທຳມະຊາດແລ້ວ ພວກເຂົາຍັງຄວນປະເມີນຜູ້ຄົນ ແລະ ສິ່ງຕ່າງໆ, ປະພຶດຕົນເອງ ແລະ ເຮັດຕາມຂໍ້ຮຽກຮ້ອງເຫຼົ່ານີ້ຢ່າງເຂັ້ມງວດ. ເຖິງແມ່ນວ່າຂໍ້ຮຽກຮ້ອງເຫຼົ່ານີ້ຂາດມາດຕະຖານຂອງຄວາມຈິງ, ພວກມັນກໍ່ລ້ວນແລ້ວແຕ່ເປັນພຣະທຳຂອງພຣະເຈົ້າ ແລະ ເພາະພວກມັນເປັນພຣະທຳຂອງພຣະເຈົ້າ ພວກມັນສາມາດມີຜົນທີ່ດີ ແລະ ໃຊ້ງານໄດ້ຕໍ່ຜູ້ຄົນ. ເຮົາຈະໃຫ້ນິຍາມການສະແຫວງຫາຄວາມຈິງວ່າແນວໃດ? ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຂອງຄົນໆໜຶ່ງ ແລະ ເຮັດຕາມພຣະທຳຂອງພຣະເຈົ້າ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ. ພຣະທຳຂອງພຣະເຈົ້າລວມມີສິ່ງທີ່ຫຼວງຫຼາຍ. ບາງຄັ້ງໜຶ່ງວະລີໃນພຣະທຳຂອງພຣະອົງກໍ່ເປັນຕົວແທນໃຫ້ອົງປະກອບຂອງຄວາມຈິງ. ບາງຄັ້ງມັນໃຊ້ຫຼາຍວະລີ ຫຼື ຂໍ້ຄວາມເພື່ອກຳນົດໜຶ່ງອົງປະກອບຂອງຄວາມຈິງ. ບາງຄົນຈຳເປັນຕ້ອງມີທັງບົດເພື່ອສະແດງເຖິງອົງປະກອບຂອງຄວາມຈິງ. ຄວາມຈິງເບິ່ງຄືທຳມະດາ, ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ທຳມະດາເລີຍ. ຖ້າຈະອະທິບາຍຄວາມຈິງດ້ວຍຄຳສັບທີ່ກວ້າງຂຶ້ນ, ພຣະເຈົ້າຄືຄວາມຈິງ. ພຣະທຳທັງໝົດຂອງພຣະເຈົ້າຄືຄວາມຈິງ, ພຣະທຳຂອງພຣະເຈົ້າມີຈຳນນວນຫຼາຍ ແລະ ພວກມັນຄອບຄຸມຫຼາຍເນື້ອຫາ ແລະ ພວກເຂົາລ້ວນແລ້ວແຕ່ເປັນການສະແດງອອກເຖິງຄວາມຈິງ. ຕົວຢ່າງ: ກົດໝາຍ ແລະ ບັນຍັດທີ່ພຣະເຈົ້າໄດ້ກຳນົດໄວ້, ພ້ອມທັງຂໍ້ຮຽກຮ້ອງດ້ານພຶດຕິກຳຳທີ່ພຣະເຈົ້າໄດ້ກຳນົດໄວ້ໃນຍຸກໃໝ່ນີ້, ແມ່ນລ້ວນແລ້ວແຕ່ເປັນພຣະທຳຂອງພຣະເຈົ້າ. ເຖິງແມ່ນວ່າພຣະທຳບາງຂໍ້ເຫຼົ່ານີ້ບໍ່ໄດ້ຮອດລະດັບຄວາມຈິງ ແລະ ເຖິງແມ່ນວ່າພວກມັນບໍ່ມີຄຸນສົມບັດເປັນຄວາມຈິງ, ພວກມັນກໍ່ເປັນສິ່ງທີ່ດີ. ເຖິງແມ່ນວ່າພວກມັນເປັນພຽງພຣະທຳທີ່ຄວບຄຸມພຶດຕິກຳຂອງມະນຸດ, ຜູ້ຄົນຍັງຕ້ອງປະຕິບັດຕາມພວກມັນ. ຢ່າງໜ້ອຍທີ່ສຸດ, ຜູ້ຄົນຕ້ອງມີພຶດຕິກຳປະເພດເຫຼົ່ານີ້ ແລະ ພວກເຂົາຕ້ອງບໍ່ຂາດມາດຕະຖານເຫຼົ່ານີ້. ສະນັ້ນ, ມຸມມອງຂອງຄົນໆໜຶ່ງຕໍ່ຜູ້ຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດ ແລະ ການກະທຳຂອງພວກເຂົາຕ້ອງອີງໃສ່ພຣະທຳເຫຼົ່ານີ້ຂອງພຣະເຈົ້າ. ຜູ້ຄົນຄວນປະຕິບັດຕາມພວກມັນ ເພາະພວກມັນເປັນພຣະທຳຂອງພຣະເຈົ້າ, ທຸກຄົນຄວນເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ກະທຳຕາມພຣະທຳຂອງພຣະເຈົ້າ, ເພາະພວກມັນເປັນພຣະທຳຂອງພຣະເຈົ້າ. ນັ້ນບໍ່ແມ່ນສິ່ງທີ່ຖືກຕ້ອງບໍ? (ແມ່ນແລ້ວ.) ເຮົາໄດ້ເວົ້າບາງຢ່າງເຊັ່ນນີ້ກ່ອນໜ້ານີ້: ພຣະເຈົ້າຕັ້ງໃຈໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ພຣະທຳຂອງພຣະອົງຈະສຳເລັດ ແລະ ພຣະທຳຂໍ້ໃດຂອງພຣະອົງທີ່ສຳເລັດກໍ່ຈະຢູ່ຕະຫຼອດໄປ, ເຊິ່ງໝາຍຄວາມວ່າພຣະທຳຂອງພຣະເຈົ້າຈະບໍ່ຫາຍໄປຈັກເທື່ອ. ເປັນຫຍັງພວກມັນຈຶ່ງບໍ່ຫາຍໄປ? ເພາະບໍ່ວ່າພຣະເຈົ້າຈະກ່າວພຣະທຳຫຼາຍສໍ່າໃດກໍ່ຕາມ ແລະ ບໍ່ວ່າພຣະເຈົ້າໄດ້ເວົ້າພວກມັນໃນເມື່ອໃດກໍ່ຕາມ, ພວກມັນກໍ່ລ້ວນແລ້ວແຕ່ເປັນຄວາມຈິງ ແລະ ພວກມັນຈະບໍ່ຫາຍໄປຈັກເທື່ອ. ເຖິງແມ່ນເມື່ອໂລກເຂົ້າສູ່ຍຸກໃໝ່, ພຣະທຳຂອງພຣະເຈົ້າຈະບໍ່ປ່ຽນແປງ ແລະ ພວກມັນຈະບໍ່ຫາຍໄປ. ເປັນຫຍັງເຮົາຈຶ່ງເວົ້າວ່າພຣະທຳຂອງພຣະເຈົ້າບໍ່ຫາຍໄປ? ເພາະພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ແມ່ນຫຍັງກໍ່ຕາມທີ່ເປັນຄວາມຈິງຈະບໍ່ປ່ຽນແປງຈັກເທື່ອ. ສະນັ້ນ, ກົດໝາຍ ແລະ ບັນຍັດທັງໝົດທີ່ພຣະເຈົ້າໄດ້ກຳນົດ ແລະ ກ່າວໄວ້ ແລະ ຂໍ້ຮຽກຮ້ອງທີ່ສະເພາະທັງໝົດທີ່ພຣະອົງໄດ້ກຳນົດໄວ້ກ່ຽວກັບພຶດຕິກຳຂອງມະນຸດຈະບໍ່ຫາຍໄປຈັກເທື່ອ. ຂໍ້ຮຽກຮ້ອງທຸກຂໍ້ໃນພຣະທຳຂອງພຣະເຈົ້າແມ່ນເປັນປະໂຫຍດຕໍ່ມະນຸດຊາດທີ່ຖືກສ້າງ, ພວກມັນລ້ວນແລ້ວແຕ່ຄວບຄຸມພຶດຕິກຳຂອງມະນຸດ ແລະ ພວກມັນອົບຮົມສັ່ງສອນ ແລະ ມີຄຸນຄ່າກ່ຽວກັບການດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ ແລະ ວິທີການທີ່ຜູ້ຄົນຄວນປະພຶດຕົນເອງ. ພຣະທຳທັງໝົດນີ້ສາມາດປ່ຽນແປງຜູ້ຄົນ ແລະ ເຮັດໃຫ້ພວກເຂົາດຳລົງຊີວິດຕາມລັກສະນະມະນຸດທີ່ແທ້ຈິງ. ໃນທງກົງກັນຂ້າມ, ຖ້າຄົນປະຕິເສດພຣະທຳຂອງພຣະເຈົ້າ ແລະ ປະຕິເສດຂໍ້ຮຽກຮ້ອງທີ່ພຣະເຈົ້າໄດ້ກຳນົດສຳລັບມະນຸດຊາດ ແລະ ກົງກັນຂ້າມ ພວກເຂົາປະຕິບັດຕາມປະໂຫຍກເຫຼົ່ານັ້ນກ່ຽວກັບພຶດຕິກຳທີ່ດີທີ່ມະນຸດໄດ້ກຳນົດໄວ້, ແລ້ວພວກເຂົາກໍ່ຕົກຢູ່ໃນອັນຕະລາຍຄັ້ງໃຫຍ່. ພວກເຂົາຈະບໍ່ພຽງແຕ່ບໍ່ມີຄວາມເປັນມະນຸດ ແລະ ເຫດຜົນຫຼາຍຂຶ້ນ, ພວກເຂົາຈະເລີ່ມຫຼອກລວງ ແລະ ບໍ່ເປັນຈິງຫຼາຍຂຶ້ນ ແລະ ພວກເຂົາຈະສາມາດມີກົນອຸບາຍຫຼາຍຂຶ້ນເລື້ອຍໆ ແລະ ຄວາມເປັນມະນຸດທີ່ພວກເຂົາດຳລົງຊີວິດຕາມກໍ່ຈະປະກອບມີກົນອຸບາຍຫຼາຍຂຶ້ນເລື້ອຍໆ. ພວກເຂົາຈະບໍ່ພຽງແຕ່ຫຼອກລວງຄົນອື່ນ, ພວກເຂົາຈະພະຍາຍາມຫຼອກລວງພຣະເຈົ້າເຊັ່ນກັນ.
ໃນບັນດາການຮຽກຮ້ອງທີ່ພຣະເຈົ້າໄດ້ກຳນົດກ່ຽວກັບພຶດຕິກຳຂອງມະນຸດ, ມີຂໍ້ຮຽກຮ້ອງທີ່ວ່າ “ໃຫ້ກຽດພໍ່ແມ່ຂອງຕົນເອງ”. ໂດຍປົກກະຕິແລ້ວ, ຄົນບໍ່ມີຄວາມຄິດ ຫຼື ແນວຄິດໃດໆກ່ຽວກັບການຮຽກຮ້ອງອື່ນໆ, ສະນັ້ນແມ່ນຫຍັງຄືຄວາມຄິດຂອງພວກເຈົ້າກ່ຽວກັບຂໍ້ຮຽກຮ້ອງທີ່ວ່າ: “ໃຫ້ກຽດພໍ່ແມ່ຂອງຕົນເອງ”? ມີຂໍ້ຂັດແຍ່ງລະຫວ່າງມຸມມອງຂອງພວກເຈົ້າ ແລະ ຫຼັກການນີ້ຂອງຄວາມຈິງທີ່ພຣະເຈົ້າໄດ້ກ່າວໄວ້? ຖ້າເຈົ້າສາມາດເຫັນສິ່ງນີ້ໄດ້ຢ່າງຊັດເຈນ, ນັ້ນກໍ່ເປັນສິ່ງທີ່ດີ. ຄົນທີ່ບໍ່ເຂົ້າໃຈຄວາມຈິງ, ຄົນທີ່ພຽງແຕ່ຮູ້ຈັກວິທີການປະຕິບັດຕາມກົດລະບຽບ ແລະ ເປັ່ງຄຳເວົ້າ ແລະ ວະລີຂອງຫຼັກຄຳສອນກໍ່ຂາດຄວາມຢັ່ງຮູ້, ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍ່ແອບມີແນວຄິດຂອງມະນຸດຢູ່ສະເໝີ, ພວກເຂົາຮູ້ສຶກຢູ່ສະເໝີວ່າມີຂໍ້ຂັດແຍ່ງບາງຢ່າງ ແລະ ພວກເຂົາບໍ່ສາມາດເຫັນພຣະທຳຂອງພຣະເຈົ້າໄດ້ຢ່າງຊັດເຈນ. ໃນຂະນະທີ່ຄົນທີ່ເຂົ້າໃຈຄວາມຈິງບໍ່ໄດ້ພົບເຫັນຂໍ້ຂັດແຍ່ງໃດໆໃນພຣະທຳຂອງພຣະເຈົ້າ, ພວກເຂົາຄິດວ່າພຣະທຳຂອງພຣະອົງຊັດເຈນທີ່ສຸດ ເພາະພວກເຂົາເຂົ້າໃຈເລື່ອງຝ່າຍວິນຍານ ແລະ ພວກເຂົາສາມາດຢັ່ງຮູ້ຄວາມຈິງ. ບາງຄັ້ງພວກເຈົ້າບໍ່ສາມາດເຫັນພຣະທຳຂອງພຣະເຈົ້າໄດ້ຢ່າງຊັດເຈນ ແລະ ພວກເຈົ້າບໍ່ສາມາດຕັ້ງຄຳຖາມໃດໆ, ຖ້າພວກເຈົ້າບໍ່ຕັ້ງຄຳຖາມໃດໆ, ມັນກໍ່ເບິ່ງຄືກັບວ່າເຈົ້າບໍ່ມີບັນຫາໃດໆ, ແຕ່ໃນຄວາມເປັນຈິງແລ້ວ ພວກເຈົ້າມີບັນຫາຫຼາຍຢ່າງ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງ, ພວກເຈົ້າພຽງແຕ່ບໍ່ຮັບຮູ້ສິ່ງນີ້. ສິ່ງນີ້ສະແດງໃຫ້ເຫັນວ່າວຸດທິພາວະຂອງພວກເຈົ້າມີໜ້ອຍເກີນໄປ. ກ່ອນອື່ນ, ພວກເຮົາມາພິຈາລະນາເບິ່ງຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ວ່າຜູ້ຄົນຕ້ອງໃຫ້ກຽດພໍ່ແມ່ຂອງພວກເຂົາກັນເທາະ, ຂໍ້ຮຽກຮ້ອງນີ້ຖືກຕ້ອງ ຫຼື ຜິດ? ຜູ້ຄົນຄວນປະຕິບັດຕາມມັນ ຫຼື ບໍ່? (ພວກເຂົາບໍ່ຄວນ.) ນີ້ຄືສິ່ງທີ່ແນ່ນອນ ແລະ ມັນບໍ່ສາມາດຖືກປະຕິເສດ; ບໍ່ຈຳເປັນຕ້ອງລັງເລ ຫຼື ໄຕ່ຕອງກ່ຽວກັບສິ່ງນີ້, ຂໍ້ຮຽກຮ້ອງນີ້ແມ່ນຖືກຕ້ອງ. ມີຫຍັງຖືກຕ້ອງກ່ຽວກັບມັນ? ເປັນຫຍັງພຣະເຈົ້າຈຶ່ງກຳນົດຂໍ້ຮຽກຮ້ອງນີ້? “ການໃຫ້ກຽດພໍ່ແມ່ຂອງຕົນເອງ” ທີ່ພຣະເຈົ້າເວົ້າເຖິງແມ່ນໝາຍເຖິງ? ພວກເຈົ້າຮູ້ບໍ? ພວກເຈົ້າບໍ່ຮູ້. ເປັນຫຍັງພວກເຈົ້າຈຶ່ງບໍ່ຮູ້ຢູ່ສະເໝີ? ຕາບໃດທີ່ບາງຢ່າງກ່ຽວຂ້ອງກັບຄວາມຈິງ, ພວກເຈົ້າບໍ່ຮູ້ຈັກມັນ ແລະ ເຖິງຢ່າງໃດກໍ່ຕາມ ພວກເຈົ້າສາມາດເວົ້າໄດ້ຢ່າງບໍ່ສິ້ນສຸດກ່ຽວກັບຄຳເວົ້າ ແລະ ວະລີຫຼັກຄຳສອນ, ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? ແລ້ວພວກເຈົ້າຈະປະຕິບັດພຣະທຳເຫຼົ່ານີ້ຂອງພຣະເຈົ້າໄດ້ແນວໃດ? ສິ່ງນີ້ບໍ່ກ່ຽວຂ້ອງກັບຄວາມຈິງບໍ? (ມັນກ່ຽວຂ້ອງ.) ເມື່ອເຈົ້າເຫັນວ່າມີວະລີໃນພຣະທຳຂອງພຣະເຈົ້າທີ່ເວົ້າວ່າ “ເຈົ້າຕ້ອງໃຫ້ກຽດພໍ່ແມ່ຂອງເຈົ້າ”, ເຈົ້າກໍ່ຄິດກັບຕົນເອງວ່າ “ພຣະເຈົ້າກຳລັງຂໍໃຫ້ຂ້ອຍໃຫ້ກຽດພໍ່ແມ່ຂອງຂ້ອຍ, ສະນັ້ນຂ້ອຍຈຶ່ງຕ້ອງໃຫ້ກຽດພວກເຂົາ” ແລະ ເຈົ້າກໍ່ເລີ່ມເຮັດເຊັ່ນນີ້. ເຈົ້າເຮັດແມ່ນຫຍັງກໍ່ຕາມທີ່ພໍ່ແມ່ຂອງເຈົ້າຂໍໃຫ້ເຈົ້າເຮັດ, ເມື່ອພໍ່ແມ່ຂອງເຈົ້າເຈັບປ່ວຍ ເຈົ້າກໍ່ຮັບໃຊ້ພວກເຂົາຢູ່ຂ້າງຕຽງພວກເຂົາ, ເທບາງຢ່າງໃຫ້ພວກເຂົາດື່ມ, ຄົວບາງຢ່າງທີ່ດີໃຫ້ພວກເຂົາໄດ້ດື່ມ ແລະ ໃນມື້ພັກ, ເຈົ້າກໍ່ຊື້ສິ່ງທີ່ພວກເຂົາມັກມາໃຫ້ພໍ່ແມ່ຂອງເຈົ້າ ເຊັ່ນ: ຂອງຂວັນ. ເມື່ອເຈົ້າເຫັນວ່າພວກເຂົາເມື່ອຍ, ເຈົ້າກໍ່ຮຸກບ່າໄຫຼ່ຂອງພວກເຂົາ ແລະ ນວດຫຼັງຂອງພວກເຂົາ ແລະ ເມື່ອໃດກໍ່ຕາມພວກເຂົາມີບັນຫາ, ເຈົ້າກໍ່ສາມາດຄິດຫາວິທີແກ້ໄຂມັນ. ຍ້ອນທຸກສິ່ງນີ້, ພໍ່ແມ່ຂອງເຈົ້າຮູ້ສຶກພໍໃຈກັບເຈົ້າຫຼາຍ. ເຈົ້າກຳລັງໃຫ້ກຽດພໍ່ແມ່ຂອງເຈົ້າ, ປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ, ສະນັ້ນເຈົ້າຈຶ່ງຮູ້ສຶກໝັ້ນຄົງໃນຫົວໃຈ ແລະ ຄິດວ່າ: “ເບິ່ງແມະ ພໍ່ແມ່ຂອງເຈົ້າເວົ້າວ່າຂ້ອຍມີການປ່ຽນແປງ ນັບຕັ້ງແຕ່ທີ່ຂ້ອຍເລີ່ມເຊື່ອໃນພຣະເຈົ້າ. ພວກເຂົາເວົ້າວ່າຂ້ອຍສາມາດໃຫ້ກຽດພວກເຂົາໃນຕອນນີ້ ແລະ ຂ້ອຍມີເຫດຜົນຫຼາຍ. ພວກເຂົາພໍໃຈແທ້ໆ ແລະ ພວກເຂົາຄິດວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ, ເພາະລູກຊາຍ ແລະ ລູກສາວທີ່ເຊື່ອໃນພຣະເຈົ້າບໍ່ພຽງແຕ່ໃຫ້ກຽດພໍ່ແມ່ຂອງພວກເຂົາ, ພວກເຂົາຍັງຍ່າງໃນເສັ້ນທາງທີ່ຖືກຕ້ອງໃນຊີວິດ ແລະ ດຳລົງຊີວິດຕາມລັກສະນະຂອງມະນຸດ, ພວກເຂົາດີກວ່າຜູ້ບໍ່ເຊື່ອຫຼາຍ. ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ, ຂ້ອຍເລີ່ມປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ເຮັດຕາມຂໍ້ຮຽກຮ້ອງຂອງພຣະອົງ ແລະ ພໍ່ແມ່ຂອງຂ້ອຍມີຄວາມສຸກແທ້ໆທີ່ເຫັນການປ່ຽນແປງນີ້ໃນຕົວຂ້ອຍ. ຂ້ອຍຮູ້ສຶກພູມໃຈກັບຕົນເອງ. ຂ້ອຍກຳລັງນໍາສະຫງ່າລາສີມາໃຫ້ພຣະເຈົ້າ, ພຣະເຈົ້າຕ້ອງພໍໃຈກັບຂ້ອຍຢ່າງແນ່ນອນ ແລະ ພຣະອົງຈະເວົ້າວ່າຂ້ອຍເປັນຄົນທີ່ໃຫ້ກຽດພໍ່ແມ່ຂອງພວກເຂົາ ແລະ ມີຄຸນສົມບັດຜູ້ດີຂອງນັກບຸນ”. ມື້ໜຶ່ງ, ຄຣິສຕະຈັກໄດ້ຈັດແຈງໃຫ້ເຈົ້າໄປບ່ອນອື່ນເພື່ອເຜີຍແຜ່ຂ່າວປະເສີດ ແລະ ມັນເປັນໄປໄດ້ວ່າເຈົ້າຈະບໍ່ສາມາດກັບເມືອເຮືອນເປັນເວລາດົນ. ເຈົ້າເຫັນດີທີ່ຈະໄປ ໂດຍຮູ້ສຶກວ່າເຈົ້າບໍ່ສາມາດປະວາງການຝາກຝັງຂອງພຣະເຈົ້າ ແລະ ເຊື່ອວ່າເຈົ້າຕ້ອງທັງໃຫ້ກຽດພໍ່ແມ່ຂອງເຈົ້າຢູ່ເຮືອນ ແລະ ປະຕິບັດການຝາກຝັງຂອງພຣະເຈົ້າຢູ່ນອກເຮືອນ. ແຕ່ເມື່ອເຈົ້າປຶກສາຫາລືເລື່ອງດັ່ງກ່າວກັບພໍ່ແມ່ຂອງເຈົ້າ, ພວກເຂົາກໍ່ເລີ່ມໂມໂຫ ແລະ ເວົ້າວ່າ: “ເຈົ້າເປັນລູກທີ່ບໍ່ເຊື່ອຟັງ! ພວກເຮົາໄດ້ເຮັດວຽກໜັກຫຼາຍເພື່ອລ້ຽງດູເຈົ້າ ແລະ ຕອນນີ້ເຈົ້າຫາກໍ່ເຕີບໃຫຍ່ ແລະ ກຳລັງຈາກໄປ. ເມື່ອເຈົ້າຈາກໄປ, ຜູ້ໃດຈະດູແລຄູ່ຜົວເມຍເຖົ້າໆແບບພວກເຮົາ? ຖ້າພວກເຮົາເຈັບປ່ວຍ ຫຼື ຖ້າມີໄພພິບັດປະເພດໃດໜຶ່ງ, ຜູ້ໃດຈະພາພວກເຮົາໄປໂຮງໝໍ?” ພວກເຂົາບໍ່ເຫັນດີກັບການຈາກໄປຂອງເຈົ້າ ແລະ ເຈົ້າກັງວົນ: “ພຣະເຈົ້າບອກໃຫ້ພວກເຮົາໃຫ້ກຽດພໍ່ແມ່ຂອງພວກເຮົາ, ແຕ່ພໍ່ແມ່ຂອງຂ້ອຍຈະບໍ່ປ່ອຍຂ້ອຍໄປ ແລະ ເຮັດໜ້າທີ່ຂອງຂ້ອຍ. ຖ້າຂ້ອຍເຊື່ອຟັງພວກເຂົາ, ຂ້ອຍຕ້ອງປະວາງການຝາກຝັງຂອງພຣະເຈົ້າ ແລະ ພຣະເຈົ້າຈະບໍ່ມັກສິ່ງນັ້ນ. ແຕ່ຖ້າຂ້ອຍເຊື່ອຟັງພຣະເຈົ້າ ແລະ ໄປ ແລະ ເຮັດໜ້າທີ່ຂອງຂ້ອຍ, ພໍ່ແມ່ຂອງຂ້ອຍຈະບໍ່ມີຄວາມສຸກ. ຂ້ອຍຄວນເຮັດແນວໃດ?” ເຈົ້າໄຕ່ຕອງແລ້ວໄຕ່ຕອງອີກ: “ນັບຕັ້ງແຕ່ທີ່ພຣະເຈົ້າໄດ້ກຳນົດຂໍ້ຮຽກຮ້ອງທີ່ຜູ້ຄົນຕ້ອງໃຫ້ກຽດພໍ່ແມ່ຂອງພວກເຂົາກ່ອນ, ຂ້ອຍຈະປະຕິບັດຕາມການຮຽກຮ້ອງນັ້ນ. ຂ້ອຍບໍ່ຈຳເປັນຕ້ອງໄປໄກ ແລະ ເຮັດໜ້າທີ່ຂອງຂ້ອຍ”. ເຈົ້າໄດ້ປະວາງໜ້າທີ່ຂອງເຈົ້າ ແລະ ເລືອກທີ່ຈະໃຫ້ກຽດພໍ່ແມ່ຂອງເຈົ້າຢູ່ເຮືອນ ແຕ່ເຈົ້າບໍ່ຮູ້ສຶກໝັ້ນຄົງໃນຫົວໃຈ. ເຈົ້າຮູ້ສຶກວ່າເຖິງແມ່ນເຈົ້າໄດ້ໃຫ້ກຽດພໍ່ແມ່ຂອງເຈົ້າ, ເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າຄິດວ່າເຈົ້າໄດ້ເຮັດໃຫ້ພຣະເຈົ້າຜິດຫວັງ. ສາມາດແກ້ໄຂບັນຫານີ້ໄດ້ແນວໃດ? ເຈົ້າຄວນອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ຈົນກວ່າມື້ໜຶ່ງເຈົ້າໄດ້ເຂົ້າໃຈຄວາມຈິງ ແລະ ຮັບຮູ້ວ່າການເຮັດໜ້າທີ່ຂອງເຈົ້າເປັນສິ່ງທີ່ສຳຄັນທີ່ສຸດ. ຈາກນັ້ນເຈົ້າຈະສາມາດອອກຈາກເຮືອນ ແລະ ປະຕິບັດໜ້າທີ່ຂອງເຈົ້າຢ່າງເປັນທຳມະຊາດ. ບາງຄົນເວົ້າວ່າ: “ພຣະເຈົ້າຕ້ອງການໃຫ້ຂ້ອຍເຮັດໜ້າທີ່ຂອງຂ້ອຍ ແລະ ພຣະອົງຍັງຕ້ອງການໃຫ້ຂ້ອຍໃຫ້ກຽດພໍ່ແມ່ຂອງຂ້ອຍ. ບໍ່ມີຂໍ້ຂັດແຍ່ງ ແລະ ຂໍ້ພິພາດກັນຢູ່ບ່ອນນີ້ບໍ? ຂ້ອຍຄວນຈະປະຕິບັດແນວໃດແທ້ໆ?” “ການໃຫ້ກຽດພໍ່ແມ່ຂອງຕົນເອງ” ເປັນຂໍ້ຮຽກຮ້ອງທີ່ພຣະເຈົ້າໄດ້ກຳນົດໄວ້ກ່ຽວກັບພຶດຕິກຳຂອງມະນຸດ, ແຕ່ການປະຕິເສດທຸກສິ່ງເພື່ອຕິດຕາມພຣະເຈົ້າ ແລະ ເຮັດການຝາກຝັງຂອງພຣະອົງໃຫ້ສຳເລັດບໍ່ແມ່ນຂໍ້ຮຽກຮ້ອງຂອງພຣະເຈົ້າບໍ? ມັນຍິ່ງບໍ່ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງບໍ? ມັນຍິ່ງບໍ່ແມ່ນການປະຕິບັດຄວາມຈິງບໍ? (ແມ່ນແລ້ວ.) ເຈົ້າຄວນເຮັດຫຍັງ ຖ້າຂໍ້ຮຽກຮ້ອງສອງຂໍ້ນີ້ກະທົບກະແທກ? ບາງຄົນເວົ້າວ່າ: “ສະນັ້ນ, ຂ້ອຍຕ້ອງໃຫ້ກຽດພໍ່ແມ່ຂອງຂ້ອຍ ແລະ ເຮັດການຝາກຝັງຂອງພຣະເຈົ້າໃຫ້ສຳເລັດ ແລະ ຂ້ອຍຕ້ອງປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມຄວາມຈິງ, ດີ ນັ້ນຄືສິ່ງທີ່ງ່າຍ. ຂ້ອຍຈະແກ້ໄຂທຸກສິ່ງຢູ່ເຮືອນ, ກະກຽມສິ່ງຈຳເປັນທັງໝົດສຳລັບການດຳລົງຊີວິດຂອງພໍ່ແມ່ຂອງຂ້ອຍ, ຈ້າງພະຍາບານ ແລະ ຈາກນັ້ນກໍ່ອອກໄປປະຕິບັດໜ້າທີ່ຂອງຂ້ອຍ. ຂ້ອຍຈະກັບຄືນມາໜຶ່ງຄັ້ງຕໍ່ອາທິດຢ່າງແນ່ນອນ, ຂ້ອຍຈະກວດເບິ່ງວ່າພໍ່ແມ່ຂອງຂ້ອຍສະບາຍດີ ແລະ ຈາກນັ້ນຂ້ອຍກໍ່ຈະຈາກໄປ; ຖ້າມີບາງຢ່າງບໍ່ຖືກຕ້ອງ, ຂ້ອຍຈະຍັງຢູ່ສອງມື້. ຂ້ອຍບໍ່ສາມາດຢູ່ຫ່າງຈາກພວກເຂົາຢູ່ສະເໝີ ແລະ ບໍ່ກັບຄືນມາ ແລະ ຂ້ອຍບໍ່ສາມາດຢູ່ເຮືອນຕະຫຼອດໄປ ແລະ ບໍ່ອອກໄປເຮັດໜ້າທີ່ຂອງຂ້ອຍໄດ້. ນີ້ບໍ່ແມ່ນວິທີການທີ່ດີທີ່ສຸດສຳລັບທັງສອງສະຖານະການບໍ?” ເຈົ້າຄິດແນວໃດກ່ຽວກັບການແກ້ໄຂບັນຫານີ້? (ມັນໃຊ້ການບໍ່ໄດ້.) ມັນເປັນການຈິນຕະນາການ; ມັນບໍ່ເປັນຈິງ. ສະນັ້ນເມື່ອເຈົ້າພົບພໍ້ກັບສະຖານະການປະເພດນີ້, ເຈົ້າຄວນເຮັດແນວໃດແທ້ໆເພື່ອໃຫ້ສອດຄ່ອງກັບຄວາມຈິງ? (ມັນເປັນໄປໄດ້ທີ່ຈະມີວິທີການທີ່ດີທີ່ສຸດສຳລັບທັງສອງສະຖານະການ ເມື່ອເວົ້າເຖິງຄວາມຈົງຮັກພັກດີ ແລະ ຄວາມກະຕັນຍູກະຕະເວທີ, ຂ້ອຍຕ້ອງເຮັດໜ້າທີ່ຂອງຂ້ອຍກ່ອນ.) ພຣະເຈົ້າບອກໃຫ້ຄົນໃຫ້ກຽດພໍ່ແມ່ຂອງພວກເຂົາກ່ອນ ແລະ ຫຼັງຈາກນັ້ນພຣະເຈົ້າກໍ່ກຳນົດຂໍ້ຮຽກຮ້ອງທີ່ຢູ່ສູງກວ່າສຳລັບຜູ້ຄົນກ່ຽວກັບການທີ່ພວກເຂົາປະຕິບັດຄວາມຈິງ, ປະຕິບັດໜ້າທີ່ຂອງພວກເົຂາ ແລະ ຕິດຕາມຫົນທາງຂອງພຣະເຈົ້າ, ເຈົ້າຄວນປະຕິບັດຕາມສິ່ງໃດໃນບັນດາສິ່ງເຫຼົ່ານີ້? (ຂໍ້ຮຽກຮ້ອງທີຢູ່ສູງກວ່າ.) ມັນຖືກຕ້ອງບໍທີ່ຈະປະຕິບັດຕາມຂໍ້ຮຽກຮ້ອງທີ່ຢູ່ສູງກວ່າ? ສາມາດແບ່ງຄວາມຈິງອອກເປັນຄວາມຈິງທີ່ຢູ່ສູງກວ່າ ແລະ ຢູ່ຕໍ່າກວ່າ ຫຼື ຄວາມຈິງທີ່ເກົ່າກວ່າ ແລະ ໃໝ່ກວ່າບໍ? (ບໍ່.) ສະນັ້ນເມື່ອເຈົ້າປະຕິບັດຄວາມຈິງ, ເຈົ້າຄວນປະຕິບັດຕາມຫຍັງ? ການປະຕິບັດຄວາມຈິງໝາຍຄວາມວ່າແນວໃດ? (ການຮັບມືກັບເລື່ອງຕ່າງໆຕາມຫຼັກການ.) ການຮັບມືກັບເລື່ອງຕ່າງໆຕາມຫຼັກການເປັນສິ່ງທີ່ສຳຄັນທີ່ສຸດ. ການປະຕິບັດຄວາມຈິງໝາຍເຖິງການປະຕິບັດພຣະທຳຂອງພຣະເຈົ້າໃນເວລາ, ສະຖານທີ່, ສະພາບແວດລ້ອມ ແລະ ບໍລິບົດທີ່ແຕກຕ່າງກັນ; ມັນບໍ່ໄດ້ກ່ຽວຂ້ອງກັບການນໍາໃຊ້ກົດລະບຽບກັບສິ່ງຕ່າງໆຢ່າງຫົວແຂງ, ມັນກ່ຽວກັບການປະຕິບັດຕາມຫຼັກການແຫ່ງຄວາມຈິງ. ນັ້ນຄືຄວາມໝາຍຂອງການປະຕິບັດຄວາມຈິງ. ສະນັ້ນບໍ່ມີຂໍ້ຂັດແຍ່ງລະຫວ່າງການປະຕິບັດພຣະທຳຂອງພຣະເຈົ້າ ແລະ ການປະຕິບັດຕາມຂໍ້ຮຽກຮ້ອງທີ່ພຣະເຈົ້າໄດ້ກຳນົດໄວ້ແທ້ໆ. ຖ້າຈະເວົ້າໃຫ້ເປັນຮູບປະທຳຫຼາຍຍິ່ງຂຶ້ນ, ບໍ່ມີຂໍ້ຂັດແຍ່ງເລີຍລະຫວ່າງການໃຫ້ກຽດພໍ່ແມ່ຂອງເຈົ້າ ແລະ ການເຮັດການຝາກຝັງ ແລະ ໜ້າທີ່ທີ່ພຣະເຈົ້າໄດ້ມອບໃຫ້ເຈົ້ານັ້ນສຳເລັດ. ສິ່ງໃດໃນບັນດາສິ່ງເຫຼົ່ານີ້ທີ່ເປັນພຣະທຳ ແລະ ຂໍ້ຮຽກຮ້ອງໃນປັດຈຸບັນຂອງພຣະເຈົ້າ? ເຈົ້າຄວນພິຈາລະນາຄຳຖາມນີ້ກ່ອນ. ພຣະເຈົ້າຮຽກຮ້ອງສິ່ງທີ່ແຕກຕ່າງກັນຈາກຄົນທີ່ແຕກຕ່າງກັນ; ພຣະອົງມີຂໍ້ຮຽກຮ້ອງທີ່ຊັດແຈ້ງສຳລັບພວກເຂົາ. ຄົນທີ່ເຮັດໜ້າທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກແມ່ນໄດ້ຖືກເອີ້ນໂດຍພຣະເຈົ້າ, ສະນັ້ນພວກເຂົາຕ້ອງປະຕິເສດ ແລະ ພວກເຂົາບໍ່ສາມາດຢູ່ກັບພໍ່ແມ່ຂອງພວກເຂົາ ແລ້ວໃຫ້ກຽດພວກເຂົາໄດ້. ພວກເຂົາຄວນຍອມຮັບການຝາກຝັງຂອງພຣະເຈົ້າ ແລະ ປະຕິເສດທຸກສິ່ງເພື່ອຕິດຕາມພຣະອົງ. ນັ້ນຄືສະຖານະການປະເພດໜຶ່ງ. ຜູ້ຕິດຕາມປົກກະຕິບໍ່ໄດ້ຖືກເອີ້ນໂດຍພຣະເຈົ້າ, ສະນັ້ນພວກເຂົາສາມາດຢູ່ກັບພໍ່ແມ່ຂອງພວກເຂົາ ແລະ ໃຫ້ກຽດພວກເຂົາ. ບໍ່ມີລາງວັນສຳລັບການເຮັດເຊັ່ນນີ້ ແລະ ພວກເຂົາຈະບໍ່ໄດ້ຮັບພອນໃດໆໂດຍເປັນຜົນຕາມມາ, ແຕ່ຖ້າພວກເຂົາບໍ່ສະແດງຄວາມກະຕັນຍູກະຕະເວທີ ແລ້ວພວກເຂົາກໍ່ຂາດຄວາມເປັນມະນຸດ. ໃນຄວາມເປັນຈິງແລ້ວ, ການໃຫ້ກຽດພໍ່ແມ່ຂອງຄົນໆໜຶ່ງເປັນພຽງຄວາມຮັບຜິດຊອບປະເພດໜຶ່ງ ແລະ ມັນຂາດການປະຕິບັດຄວາມຈິງ. ມັນຄືການເຊື່ອຟັງພຣະເຈົ້າທີ່ເປັນການປະຕິບັດຄວາມຈິງ, ມັນເປັນການຍອມຮັບການຝາກຝັງຂອງພຣະເຈົ້າທີ່ເປັນການສະແດງອອກເຖິງການເຊື່ອຟັງພຣະເຈົ້າ ແລະ ຄົນທີ່ປະຕິເສດທຸກສິ່ງເພື່ອເຮັດໜ້າທີ່ຂອງພວກເຂົາຈຶ່ງເປັນຜູ້ຕິດຕາມຂອງພຣະເຈົ້າ. ສະຫຼຸບແລ້ວ ໜ້າວຽກທີ່ສຳຄັນທີ່ສຸດທີ່ຢູ່ຕໍ່ໜ້າເຈົ້າຄືການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ນັ້ນຄືການປະຕິບັດຄວາມຈິງ ແລະ ມັນເປັນການສະແດງອອກເຖິງການເຊື່ອຟັງພຣະເຈົ້າ. ສະນັ້ນ, ແມ່ນຫຍັງຄືຄວາມຈິງທີ່ຜູ້ຄົນຄວນປະຕິບັດເປັນຫຼັກໃນຕອນນີ້? (ການປະຕິບັດໜ້າທີ່ຂອງຄົນໆໜຶ່ງ.) ນັ້ນຄືສິ່ງທີ່ຖືກຕ້ອງ, ການປະຕິບັດໜ້າທີ່ຂອງຄົນໆໜຶ່ງຢ່າງຈົງຮັກພັກດີຄືການປະຕິບັດຄວາມຈິງ. ຖ້າຄົນໃດໜຶ່ງບໍ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ, ແລ້ວພວກເຂົາກໍ່ພຽງແຕ່ໃຫ້ບໍລິການ.
ພວກເຮົາຫາກໍ່ປຶກສາຫາລືກັນກ່ຽວກັບຄຳຖາມຫຍັງ? (ພຣະເຈົ້າຮຽກຮ້ອງໃຫ້ຄົນໃຫ້ກຽດພໍ່ແມ່ຂອງພວກເຂົາກ່ອນ ແລະ ຈາກນັ້ນພຣະອົງກໍ່ໄດ້ກຳນົດຂໍ້ຮຽກຮ້ອງທີ່ຢູ່ສູງກວ່າກ່ຽວກັບການທີ່ພວກເຂົາປະຕິບັດຄວາມຈິງ, ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມຫົນທາງຂອງພຣະເຈົ້າ, ສະນັ້ນຜູ້ຄົນຄວນປະຕິບັດຕາມສິ່ງໃດກ່ອນ?) ພວກເຈົ້າພຽງແຕ່ເວົ້າວ່າຜູ້ຄົນຄວນປະຕິບັດຕາມຂໍ້ຮຽກຮ້ອງທີ່ຢູ່ສູງກວ່າ. ໃນລະດັບທິດສະດີແລ້ວ, ປະໂຫຍກນີ້ຖືກຕ້ອງ, ເປັນຫຍັງເຮົາຈຶ່ງເວົ້າວ່າມັນຖືກຕ້ອງໃນລະດັບທິດສະດີ? ນີ້ໝາຍຄວາມວ່າຖ້າເຈົ້ານໍາໃຊ້ກົດລະບຽບ ແລະ ສູດຕ່າງໆກັບເລື່ອງນີ້, ແລ້ວຄຳຕອບນີ້ກໍ່ຈະຖືກຕ້ອງ. ແຕ່ເມື່ອຜູ້ຄົນພົບພໍ້ໃນຊີວິດຕົວຈິງ, ປະໂຫຍກນີ້ມັກບໍ່ສາມາດໃຊ້ການໄດ້ ແລະ ດຳເນີນການໄດ້ຍາກ. ສະນັ້ນ, ຄວນຕອບຄຳຖາມນີ້ແນວໃດ? ກ່ອນອື່ນ, ເຈົ້າຄວນພິຈາລະນາເບິ່ງສະຖານະການ ແລະ ສະພາບແວດລ້ອມການດຳລົງຊີວິດທີ່ເຈົ້າພົບພໍ້ ແລະ ບໍລິບົດທີ່ເຈົ້າຢູ່. ອີງໃສ່ສະພາບແວດລ້ອມການດຳລົງຊີວິດຂອງເຈົ້າ ແລະ ບໍລິບົດທີ່ເຈົ້າພົບວ່າຕົນເອງຢູ່ແລ້ວ, ຖ້າການໃຫ້ກຽດພໍ່ແມ່ຂອງເຈົ້າບໍ່ໄດ້ຂັດແຍ່ງກັບການທີ່ເຈົ້າຈະເຮັດການຝາກຝັງຂອງພຣະເຈົ້າໃຫ້ສຳເລັດ ແລະ ການປະຕິບັດໜ້າທີ່ຂອງເຈົ້າ ຫຼື ເວົ້າອີກຢ່າງກໍ່ຄື ຖ້າການໃຫ້ກຽດພໍ່ແມ່ຂອງເຈົ້າບໍ່ໄດ້ສົ່ງຜົນກະທົບຕໍ່ການທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີ, ແລ້ວເຈົ້າກໍ່ສາມາດປະຕິບັດພວກມັນໄດ້ທັງສອງຢ່າງໃນເວລາດຽວກັນ. ເຈົ້າບໍ່ຈຳເປັນຕ້ອງແຍກຈາກພໍ່ແມ່ຂອງເຈົ້າຢ່າງເປັນທາງການ ແລະ ເຈົ້າບໍ່ຈຳເປັນຕ້ອງປະຕິເສດ ຫຼື ປະຕິເສດພວກເຂົາຢ່າງເປັນທາງການ. ສິ່ງນີ້ແມ່ນໃຊ້ໄດ້ກັບສະຖານະການຫຍັງ? (ເມື່ອການໃຫ້ກຽດພໍ່ແມ່ຂອງຄົນໆໜຶ່ງບໍ່ຂັດແຍ່ງກັບການປະຕິບັດໜ້າທີ່ຂອງຄົນໆໜຶ່ງ.) ນັ້ນຄືສິ່ງທີ່ຖືກຕ້ອງ. ເວົ້າອີກຢ່າງໜຶ່ງກໍ່ຄື ຖ້າພໍ່ແມ່ຂອງເຈົ້າບໍ່ພະຍາຍາມຂັດຂວາງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ພວກເຂົາຍັງເປັນຜູ້ເຊື່ອ ແລະ ພວກເຂົາສະໜັບສະໜູນແທ້ໆ ແລະ ໜູນໃຈໃຫ້ເຈົ້າປະຕິບັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີ ແລະ ເຮັດການຝາກຝັງຂອງພຣະເຈົ້າໃຫ້ສຳເລັດ, ແລ້ວຄວາມສຳພັນຂອງເຈົ້າກັບພໍ່ແມ່ຂອງເຈົ້າກໍ່ບໍ່ແມ່ນຄວາມສຳພັນທາງເນື້ອໜັງລະຫວ່າງຍາດພີ່ນ້ອງ, ໃນລັກສະນະຄຳເວົ້າປົກກະຕິ ແລະ ມັນເປັນຄວາມສຳພັນລະຫວ່າງອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ໃນກໍລະນີນັ້ນ, ນອກຈາກການມີປະຕິສຳພັນກັບພວກເຂົາໃນຖານະເພື່ອນອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ເຈົ້າຍັງຕ້ອງປະຕິບັດຕາມຄວາມຮັບຜິດຊອບທີ່ກະຕັນຍູຂອງເຈົ້າສອງສາມຢ່າງຕໍ່ພຣະເຈົ້າ. ເຈົ້າຕ້ອງສະແດງຄວາມເປັນຫ່ວງເພີ່ມເຕີມໃຫ້ພວກເຂົາອີກໜ້ອຍໜຶ່ງ. ຕາບໃດທີ່ມັນບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ນັ້ນກໍ່ຄື ຕາບໃດທີ່ຫົວໃຈຂອງເຈົ້າບໍ່ໄດ້ຖືກພວກເຂົາຄວບຄຸມ, ທ່ານສາມາດໂທຫາພໍ່ແມ່ຂອງເຈົ້າເພື່ອຖາມພວກເຂົາວ່າພວກເຂົາເປັນແນວໃດ ແລະ ສະແດງຄວາມເປັນຫ່ວງເລັກນ້ອຍສຳລັບພວກເຂົາ, ເຈົ້າສາມາດຊ່ວຍເຫຼືອພວກເຂົາແກ້ໄຂຄວາມຫຍຸ້ງຍາກສອງສາມຢ່າງ ແລະ ຮັບມືກັບບັນຫາບາງຢ່າງໃນຊີວິດຈິງຂອງພວກເຂົາ ແລະ ເຈົ້າເຖິງກັບສາມາດຊ່ວຍໃຫ້ພວກເຂົາແກ້ໄຂຄວາມຫຍຸ້ງຍາກບາງຢ່າງທີ່ພວກເຂົາມີໃນເລື່ອງການເຂົ້າສູ່ຊີວິດຂອງພວກເຂົາ, ເຈົ້າສາມດາເຮັດທຸກສິ່ງເຫຼົ່ານີ້. ເວົ້າອີກຢ່າງໜຶ່ງກໍ່ຄື ຖ້າພໍ່ແມ່ຂອງເຈົ້າບໍ່ຂັດຂວາງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ເຈົ້າຄວນຮັກສາຄວາມສຳພັນນີ້ກັບພວກເຂົາ ແລະ ເຈົ້າຄວນປະຕິບັດຄວາມຮັບຜິດຊອບຂອງເຈົ້າຕໍ່ພວກເຂົາ. ແລ້ວເປັນຫຍັງເຈົ້າຈຶ່ງຄວນສະແດງຄວາມເປັນຫ່ວງຕໍ່ພວກເຂົາ, ດູແລພວກເຂົາ ແລະ ຖາມພວກເຂົາວ່າພວກເຂົາເປັນແນວໃດ? ເພາະເຈົ້າເປັນລູກຂອງພວກເຂົາ ແລະ ເຈົ້າມີຄວາມສຳພັນນີ້ກັບພວກເຂົາ, ເຈົ້າມີຄວາມຮັບຜິດຊອບອີກໜຶ່ງປະເພດ ແລະ ຍ້ອນຄວາມຮັບຜິດຊອບນີ້, ເຈົ້າຕ້ອງຖາມພວກເຂົາອີກໜ້ອຍໜຶ່ງ ແລະ ໃຫ້ການຊ່ວຍເຫຼືອທີ່ສຳຄັນເພີ່ມເຕີມໃຫ້ພວກເຂົາ. ຕາບໃດທີ່ມັນບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ ແລະ ຕາບໃດທີ່ພໍ່ແມ່ຂອງເຈົ້າບໍ່ຂັດຂວາງ ຫຼື ລົບກວນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ການທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ພວກເຂົາບໍ່ຖ່ວງດຶງເຈົ້າເຊັ່ນກັນ, ແລ້ວມັນເປັນເລື່ອງທຳມະຊາດ ແລະ ເໝາະສົມທີ່ຈະປະຕິບັດຄວາມຮັບຜິດຊອບຂອງເຈົ້າຕໍ່ພວກເຂົາ ແລະ ເຈົ້າຕ້ອງເຮັດເຊັ່ນນີ້ຈົນຮອດຂອບເຂດທີ່ສຳນຶກຂອງເຈົ້າບໍ່ໄດ້ຕິຕຽນເຈົ້າ, ນີ້ຄືມາດຕະຖານຕໍ່າສຸດທີ່ເຈົ້າຕ້ອງບັນລຸ. ຖ້າເຈົ້າບໍ່ສາມາດໃຫ້ກຽດພໍ່ແມ່ຂອງເຈົ້າຢູ່ເຮືອນເນື່ອງຈາກຜົນກະທົບ ແລະ ການຂັດຂວາງໃນສະຖານະການຂອງເຈົ້າ, ແລ້ວເຈົ້າບໍ່ຈຳເປັນຕ້ອງປະຕິບັດຕາມກົດລະບຽບນີ້. ເຈົ້າຄວນຝາກຊີວິດຂອງເຈົ້າໄວ້ກັບການປັ້ນແຕ່ງຂອງພຣະເຈົ້າ ແລະ ຍອມຕໍ່ການຈັດແຈງຂອງພຣະອົງ ແລະ ເຈົ້າບໍ່ຈຳເປັນຕ້ອງຢືນຢັນທີ່ຈະໃຫ້ກຽດພໍ່ແມ່ຂອງເຈົ້າ. ພຣະເຈົ້າປະນາມສິ່ງນີ້ບໍ? ພຣະເຈົ້າບໍ່ປະນາມສິ່ງນີ້; ພຣະອົງບໍ່ໄດ້ບັງຄັບໃຫ້ຜູ້ຄົນເຮັດເຊັ່ນນີ້. ພວກເຮົາໄດ້ໂອ້ລົມຫຍັງໃນຕອນນີ້? ພວກເຮົາກຳລັງໂອ້ລົມກ່ຽວກັບວິທີການທີ່ຜູ້ຄົນຄວນປະຕິບັດເມື່ອການໃຫ້ກຽດພໍ່ແມ່ຂອງພວກເຂົາຂັດແຍ່ງກັບການປະຕິບັດໜ້າທີ່ຂອງພວກເຂົາ; ພວກເຮົາກຳລັງໂອ້ລົມກ່ຽວກັບຫຼັກການຂອງການປະຕິບັດ ແລະ ຄວາມຈິງ. ເຈົ້າມີຄວາມຮັບຜິດຊອບທີ່ຕ້ອງໃຫ້ກຽດພໍ່ແມ່ຂອງເຈົ້າ ແລະ ຖ້າສະຖານະການເອື້ອອຳນວຍ, ເຈົ້າສາມາດປະຕິບັດຄວາມຮັບຜິດຊອບນີ້ ແຕ່ເຈົ້າບໍ່ຄວນຖືກອາລົມຂອງເຈົ້າຄວບຄຸມ. ຕົວຢ່າງ: ຖ້າໜຶ່ງໃນພໍ່ແມ່ຂອງເຈົ້າເຈັບປ່ວຍ ແລະ ຕ້ອງໄປໂຮງໝໍ ແລະ ບໍ່ມີຜູ້ໃດດູແລພວກເຂົາ ແລະ ເຈົ້າຫຍຸ້ງເກີນໄປກັບໜ້າທີ່ຂອງເຈົ້າຈົນບໍ່ສາມາດກັບເມືອເຮືອນໄດ້, ເຈົ້າຄວນເຮັດແນວໃດ? ໃນເວລາເຊັ່ນນີ້, ເຈົ້າບໍ່ສາມາດຖືກຄວບຄຸມໂດຍອາລົມຂອງເຈົ້າ. ເຈົ້າຄວນເອົາເລື່ອງນີ້ມາອະທິຖານ, ຝາກມັນໄວ້ກັບພຣະເຈົ້າ ແລະ ຝາກຊີວິດໄວ້ກັບການປັ້ນແຕ່ງຂອງພຣະເຈົ້າ. ນັ້ນຄືທ່າທີ່ປະເພດໜຶ່ງທີ່ເຈົ້າຄວນມີ. ຖ້າພຣະເຈົ້າຕ້ອງການເອົາຊີວິດຂອງພໍ່ແມ່ຂອງເຈົ້າ ແລະ ເອົາພວກເຂົາໄປຈາກເຈົ້າ, ເຈົ້າຄວນຍອມເຊັ່ນກັນ. ບາງຄົນເວົ້າວ່າ: “ເຖິງແມ່ນວ່າຂ້ອຍຍອມ, ຂ້ອຍກໍ່ຍັງຮູ້ສຶກລຳເຄັນ ແລະ ຂ້ອຍຮ້ອງໄຫ້ກ່ຽວກັບເລື່ອງນັ້ນເປັນເວລາຫຼາຍມື້, ນີ້ບໍ່ແມ່ນອາລົມບໍ?” ນີ້ບໍ່ແມ່ນອາລົມ, ມັນເປັນຄວາມເມດຕາຂອງມະນຸດ, ມັນເປັນການມີຄວາມເປັນມະນຸດ ແລະ ພຣະເຈົ້າບໍ່ໄດ້ປະນາມມັນ. ເຈົ້າສາມາດຮ້ອງໄຫ້, ແຕ່ຖ້າເຈົ້າຮ້ອງໄຫ້ເປັນເວລາຫຼາຍມື້ ແລະ ບໍ່ສາມາດນອນ ຫຼື ກິນ ແລະ ເຈົ້າບໍ່ມີອາລົມເຮັດໜ້າທີ່ຂອງເຈົ້າ ແລະ ເຖິງກັບຕ້ອງການກັບເມືອເຮືອນ ແລະ ຢ້ຽມຢາມພໍ່ແມ່ຂອງເຈົ້າ, ແລ້ວເຈົ້າບໍ່ສາມາດເຮັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ເຈົ້າຕ້ອງບໍ່ນໍາຄວາມຈິງໄປປະຕິບັດ, ເຊິ່ງໝາຍຄວາມວ່າເຈົ້າບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າໂດຍການໃຫ້ກຽດພໍ່ແມ່ຂອງເຈົ້າ, ເຈົ້າກຳລັງດຳລົງຊີວິດຢູ່ທ່າມກາງອາລົມຂອງເຈົ້າ. ຖ້າເຈົ້າໃຫ້ກຽດພໍ່ແມ່ຂອງເຈົ້າໃນຂະນະທີ່ດຳລົງຊີວິດຢູ່ທ່າມກາງອາລົມຂອງເຈົ້າ, ແລ້ວເຈົ້າບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ເຈົ້າບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າ ເພາະເຈົ້າໄດ້ປະຖິ້ມການຝາກຝັງຂອງພຣະເຈົ້າ ແລະ ເຈົ້າບໍ່ແມ່ນຄົນທີ່ຕິດຕາມຫົນທາງຂອງພຣະເຈົ້າ. ເມື່ອເຈົ້າພົບກັບສະຖານະການປະເພດນີ້, ຖ້າມັນບໍ່ກໍ່ໃຫ້ເກີດຄວາມຊັກຊ້າໃນໜ້າທີ່ຂອງເຈົ້າ ຫຼື ສົ່ງຜົນກະທົບຕໍ່ການທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີ, ເຈົ້າອາດເຮັດບາງຢ່າງທີ່ເຈົ້າສາມາດເຮັດໄດ້ເພື່ອສະແດງຄວາມກະຕັນຍູກະຕະເວທີຕໍ່ພໍ່ແມ່ຂອງເຈົ້າ ແລະ ເຈົ້າສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າຕາມທີ່ເຈົ້າສາມາດປະຕິບັດໄດ້. ສະຫຼຸບແລ້ວ ນີ້ແມ່ນສິ່ງທີ່ຜູ້ຄົນຄວນເຮັດ ແລະ ສາມາດເຮັດໄດ້ພາຍໃນຂອບເຂດຄວາມເປັນມະນຸດ. ຖ້າເຈົ້າຕິດກັບອາລົມຂອງເຈົ້າ ແລະ ສິ່ງນີ້ຖ່ວງດຶງການປະຕິບັດໜ້າທີ່ຂອງເຈົ້າ, ແລ້ວສິ່ງນັ້ນກໍ່ຝ່າຝືນເຈດຕະນາຂອງພຣະເຈົ້າໂດຍສິ້ນເຊີງ. ພຣະເຈົ້າບໍ່ເຄີຍຮຽກຮ້ອງໃຫ້ເຈົ້າເຮັດເຊັ່ນນັ້ນ, ພຣະເຈົ້າພຽງແຕ່ຮຽກຮ້ອງໃຫ້ເຈົ້າປະຕິບັດຕາມຄວາມຮັບຜິດຊອບຂອງເຈົ້າຕໍ່ພໍ່ແມ່ຂອງເຈົ້າ, ນັ້ນຄືທັງໝົດ. ນັ້ນຄືຄວາມໝາຍຂອງການມີຄວາມກະຕັນຍູກະຕະເວທີ. ເມື່ອພຣະເຈົ້າເວົ້າເຖິງ “ການໃຫ້ກຽດພໍ່ແມ່ຂອງຕົນເອງ”, ມັນກໍ່ມີບໍລິບົດໃນສິ່ງນັ້ນ. ເຈົ້າພຽງແຕ່ຈຳເປັນຕ້ອງປະຕິບັດຄວາມຮັບຜິດຊອບສອງສາມຢ່າງທີ່ສາມາດບັນລຸໄດ້ພາຍໃຕ້ສະພາບການທຸກປະເພດ, ນັ້ນຄືທັງໝົດ. ບໍ່ວ່າພໍ່ແມ່ຂອງເຈົ້າຈະເຈັບປ່ວຍຢ່າງຮ້າຍແຮງ ຫຼື ຕາຍ, ສິ່ງເຫຼົ່ານີ້ແມ່ນຂຶ້ນກັບການຕັດສິນໃຈຂອງເຈົ້າບໍ? ຊີວິດຂອງພວກເຂົາເປັນແນວໃດ, ພວກເຂົາຈະຕາຍເມື່ອໃດ, ພະຍາດຫຍັງຈະຂ້າພວກເຂົາ ຫຼື ພວກເຂົາຈະຕາຍແນວໃດ, ສິ່ງເຫຼົ່ານີ້ມີສ່ວນກ່ຽວຂ້ອງກັບເຈົ້າບໍ? (ບໍ່.) ພວກມັນບໍ່ມີຫຍັງກ່ຽວຂ້ອງກັບເຈົ້າເລີຍ. ບາງຄົນເວົ້າວ່າ: “ຂ້ອຍຕ້ອງປະຕິບັດຄວາມຮັບຜິດຊອບຂອງຂ້ອຍ ເພື່ອວ່າຂ້ອຍອາດໃຫ້ກຽດພໍ່ແມ່ຂອງຂ້ອຍ. ຂ້ອຍຕ້ອງໃຫ້ແນ່ໃຈວ່າພວກເຂົາບໍ່ເຈັບປ່ວຍ, ໂດຍສະເພາະແລ້ວຕ້ອງບໍ່ແມ່ນພະຍາດມະເຮັງ ຫຼື ພະຍາດຮ້າຍແຮງປະເພດໃດໜຶ່ງ. ຂ້ອຍຕ້ອງໃຫ້ແນ່ໃຈວ່າພວກເຂົາມີຊີວິດຢູ່ຮອດ 100 ປີ. ໃນຕອນນັ້ນເອງ, ຂ້ອຍຈຶ່ງໄດ້ປະຕິບັດຄວາມຮັບຜິດຊອບຂອງຂ້ອຍຕໍ່ພວກເຂົາຢ່າງແທ້ຈິງ”. ຄົນເຫຼົ່ານີ້ບໍ່ແມ່ນຄົນປະເພດທີ່ແປກປະຫຼາດບໍ? ສິ່ງນີ້ຄືຈິນຕະນາການຂອງມະນຸດຢ່າງຊັດເຈນ ແລະ ມັນບໍ່ແມ່ນການຮຽກຮ້ອງຂອງພຣະເຈົ້າໂດຍເດັດຂາດ. ເຈົ້າເຖິງກັບບໍ່ຮູ້ວ່າເຈົ້າຈະສາມາດມີຊີວິດຢູ່ຮອດ 100 ປີ ຫຼື ບໍ່, ແຕ່ເຈົ້າກໍ່ຮຽກຮ້ອງໃຫ້ພໍ່ແມ່ຂອງເຈົ້າມີຊີວິດຢູ່ຮອດອາຍຸນັ້ນ, ນັ້ນຄືຄວາມຝັນຂອງຄົນໂງ່ຈ້າ! ເມື່ອພຣະເຈົ້າເວົ້າເຖິງ “ການໃຫ້ກຽດພໍ່ແມ່ຂອງຕົນເອງ”, ພຣະອົງພຽງແຕ່ຂໍໃຫ້ເຈົ້າປະຕິບັດຄວາມຮັບຜິດຊອບຂອງເຈົ້າທີ່ຕົກຢູ່ພາຍໃນຂອບເຂດຄວາມເປັນມະນຸດທີ່ປົກກະຕິ. ຕາບໃດທີ່ເຈົ້າບໍ່ປະຕິບັດຢ່າງຜິດໆຕໍ່ພໍ່ແມ່ຂອງເຈົ້າ ຫຼື ເຮັດຫຍັງທີ່ຝ່າຝືນສຳນຶກຂອງເຈົ້າ ແລະ ສິນທຳ, ນັ້ນກໍ່ພຽງພໍແລ້ວ. ສິ່ງນີ້ບໍ່ໄດ້ສອດຄ່ອງກັບພຣະທຳຂອງພຣະເຈົ້າບໍ? (ສອດຄ່ອງແລ້ວ.) ແນ່ນອນ, ພວກເຮົາຍັງກ່າວໃນຕອນນີ້ເຖິງກໍລະນີທີ່ພໍ່ແມ່ຂອງເຈົ້າຂັດຂວາງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາແມ່ນຂອງຜູ້ທີ່ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອ ຫຼື ແມ່ນແຕ່ຄົນຊົ່ວຮ້າຍ ແລະ ມານຮ້າຍ ແລະ ພວກເຂົາບໍ່ໄດ້ຢູ່ໃນເສັ້ນທາງດຽວກັນກັບເຈົ້າ. ເວົ້າອີກຢ່າງໜຶ່ງກໍ່ຄື ພວກເຂົາບໍ່ໄດ້ເປັນຄົນປະເພດດຽວກັນກັບເຈົ້າເລີຍ ແລະ ເຖິງແມ່ນວ່າເຈົ້າໃຊ້ຊີວິດໃນຄົວເຮືອນດຽວກັນກັບພວກເຂົາເປັນເວລາຫຼາຍປີ, ພວກເຂົາພຽງແຕ່ບໍ່ມີການສະແຫວງຫາ ຫຼື ຄຸນລັກສະນະດຽວກັນກັບທີ່ເຈົ້າມີ ແລະ ພວກເຂົາບໍ່ມີຄວາມມັກ ຫຼື ຄວາມທະເຍີທະຍານດຽວກັນກັບເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ເຊື່ອໃນພຣະເຈົ້າເລີຍ ແລະ ພວກເຂົາເຖິງກັບຕໍ່ຕ້ານພຣະເຈົ້າ. ຄວນເຮັດຫຍັງໃຫ້ສຳເລັດໃນສະຖານະການເຫຼົ່ານີ້? (ປະຕິເສດພວກເຂົາ.) ພຣະເຈົ້າບໍ່ໄດ້ບອກໃຫ້ເຈົ້າປະຕິເສດພວກເຂົາ ຫຼື ສາບແຊ່ງພວກເຂົາໃນສະຖານະການເຫຼົ່ານີ້. ພຣະເຈົ້າບໍ່ໄດ້ເວົ້າເຊັ່ນນັ້ນ. ຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ວ່າ “ໃຫ້ກຽດພໍ່ແມ່ຂອງຕົນເອງ” ຍັງຄົງຢືນຢູ່. ນີ້ໝາຍຄວາມວ່າໃນຂະນະທີ່ເຈົ້າໃຊ້ຊີວິດກັບພໍ່ແມ່ຂອງເຈົ້າ, ເຈົ້າຄວນປະຕິບັດຕາມຂໍ້ຮຽກຮ້ອງນີ້ທີ່ໃຫ້ກຽດພໍ່ແມ່ຂອງເຈົ້າອີກດ້ວຍ. ບໍ່ມີຂໍ້ຂັດແຍ່ງໃນເລື່ອງນີ້, ແມ່ນບໍ? (ບໍ່ມີ.) ບໍ່ມີຂໍ້ຂັດແຍ່ງໃນສິ່ງນີ້ເລີຍ. ເວົ້າຢ່າງໜຶ່ງກໍ່ຄື ເມື່ອເຈົ້າເຮັດສາມາດກັບເມືອເຮືອນເພື່ອຢ້ຽມຢາມ, ເຈົ້າສາມາດຄົວອາຫານໃຫ້ພວກເຂົາກິນ ຫຼື ເຮັດສາລະເປົາຈຳນວນໜຶ່ງໃຫ້ພວກເຂົາ ແລະ ຖ້າເປັນໄປໄດ້, ເຈົ້າສາມາດຊື້ຜະລິດຕະພັນດູແລສຸຂະພາບບາງຢ່າງໃຫ້ພວກເຂົາ ແລະ ພວກເຂົາຈະພໍໃຈກັບເຈົ້າຫຼາຍ. ຖ້າເຈົ້າເວົ້າກ່ຽວກັບຄວາມເຊື່ອຂອງເຈົ້າ ແລະ ພວກເຂົາບໍ່ຍອມຮັບມັນ ຫຼື ບໍ່ເຊື່ອ ແລະ ພວກເຂົາເຖິງກັບຂົ່ມເຫັງເຈົ້າດ້ວຍວາຈາ, ແລ້ວເຈົ້າບໍ່ຈຳເປັນຕ້ອງເທດສະໜາຂ່າວປະເສີດໃຫ້ພວກເຂົາ. ຖ້າມັນເປັນໄປໄດ້ທີ່ເຈົ້າຈະເຫັນໜ້າພວກເຂົາ, ໃຫ້ປະຕິບັດໃນລັກສະນະນີ້: ຖ້າມັນເປັນໄປບໍ່ໄດ້, ນັ້ນເປັນພຽງວິທີທີ່ມັນຄວນເປັນ ແລະ ມັນເປັນການປັ້ນແຕ່ງຂອງພຣະເຈົ້າ ແລະ ເຈົ້າຕ້ອງຟ້າວເຮັດໃຫ້ຕົນເອງຢູ່ຫ່າງຈາກພວກເຂົາ ແລະ ຫຼີກລ່ຽງພວກເຂົາ. ແມ່ນຫຍັງຄືຫຼັກການສຳລັບສິ່ງນີ້? ຖ້າພໍ່ແມ່ຂອງເຈົ້າບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ຮ່ວມມີພາສາດຽວກັນ ຫຼື ການສະແຫວງຫາ ແລະ ເປົ້າໝາຍດຽວກັນກັບເຈົ້າ ແລະ ພວກເຂົາບໍ່ໄດ້ຍ່າງໃນເສັ້ນທາງດຽວກັນກັບເຈົ້າ ແລະ ພວກເຂົາເຖິງກັບຂັດຂວາງ ແລະ ຂົ່ມເຫັງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ແລ້ວເຈົ້າກໍ່ສາມາດແຍກແຍະພວກເຂົາ, ເບິ່ງທະລຸຮອດແກ່ນແທ້ຂອງພວກເຂົາ ແລະ ປະຕິເສດພວກເຂົາ. ແນ່ນອນ, ຖ້າພວກເຂົາຂົ່ມເຫັງພຣະເຈົ້າດ້ວຍວາຈາ ຫຼື ສາບແຊ່ງເຈົ້າ, ເຈົ້າສາມາດສາບແຊ່ງພວກເຂົາໃນຫົວໃຈຂອງເຈົ້າ. ສະນັ້ນ, “ການໃຫ້ກຽດພໍ່ແມ່ຂອງຕົນເອງ” ທີ່ພຣະເຈົ້າເວົ້າເຖິງໝາຍເຖິງຫຍັງ? ເຈົ້າຄວນປະຕິບັດມັນແນວໃດ? ນັ້ນກໍ່ຄື ຖ້າເຈົ້າສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ແລ້ວປະຕິບັດພວກມັນໜ້ອຍໜຶ່ງ ແລະ ຖ້າເຈົ້າບໍ່ມີໂອກາດນັ້ນ ຫຼື ຖ້າຂໍ້ຂັດແຍ່ງໃນການພົວພັນຂອງເຈົ້າກັບພວກເຂົາໄດ້ມີຫຼາຍເກີນໄປແລ້ວ ແລະ ມີຂໍ້ຂັດແຍ່ງລະຫວ່າງເຈົ້າ ແລະ ເຈົ້າໄດ້ໄປຮອດຈຸດທີ່ເຈົ້າບໍ່ສາມາດເຫັນໜ້າກັນໄດ້ອີກຕໍ່ໄປ, ແລ້ວເຈົ້າຄວນຟ້າວເຮັດໃຫ້ຕົນເອງອອກຫ່າງຈາກພວກເຂົາ. ເມື່ອພຣະເຈົ້າເວົ້າເຖິງການໃຫ້ກຽດພໍ່ແມ່ປະເພດເຫຼົ່ານີ້, ພຣະອົງໝາຍຄວາມວ່າເຈົ້າຄວນປະຕິບັດຄວາມຮັບຜິດຊອບທີ່ກະຕັນຍູຂອງເຈົ້າຈາກທັດສະນະຕຳແໜ່ງຂອງເຈົ້າໃນຖານະລູກຂອງພວກເຂົາ ແລະ ເຮັດສິ່ງຕ່າງໆທີ່ລູກຄວນເຮັດ. ເຈົ້າບໍ່ຄວນປະຕິບັດຢ່າງຜິດໆຕໍ່ພໍ່ແມ່ຂອງເຈົ້າ ຫຼື ໂຕ້ຖຽງກັບພວກເຂົາ, ເຈົ້າບໍ່ຄວນຕີ ຫຼື ຮ້ອງໃສ່ພວກເຂົາ, ເຈົ້າບໍ່ຄວນຂົ່ມເຫັງພວກເຂົາ ແລະ ເຈົ້າຄວນປະຕິບັດຄວາມຮັບຜິດຊອບຂອງເຈົ້າຕໍ່ພວກເຂົາຈົນສຸດຄວາມສາມາດຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຄວນດຳເນີນພາຍໃນຂອບເຂດຄວາມເປັນມະນຸດ; ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ຄົນໆໜຶ່ງຄວນປະຕິບັດກ່ຽວກັບ “ການໃຫ້ກຽດພໍ່ແມ່ຂອງຕົນເອງ”. ພວກມັນບໍ່ແມ່ນສິ່ງທີ່ດຳເນີນໄດ້ງ່າຍບໍ? ເຈົ້າບໍ່ຈຳເປັນຕ້ອງຮັບມືກັບພໍ່ແມ່ຂອງເຈົ້າດ້ວຍຄວາມຫົວຮ້ອນ ໂດຍເວົ້າວ່າ: “ພວກເຈົ້າເປັນມານຮ້າຍ ແລະ ຜູ້ບໍ່ມີຄວາມເຊື່ອ, ພຣະເຈົ້າສາບແຊ່ງພວກເຈົ້າໃຫ້ຕົກທະເລສາບແຫ່ງໄຟ ແລະ ມາດ ແລະ ຂຸມເລິກທີ່ບໍ່ສິ້ນສຸດ, ພຣະອົງຈະສົ່ງເຈົ້າໄປນະຮົກຊັ້ນທີສິບແປດ!” ນັ້ນຄືສິ່ງທີ່ບໍ່ຈຳເປັນ, ເຈົ້າບໍ່ຈຳເປັນຕ້ອງເຮັດສຸດໂຕ່ງຂະໜາດນີ້. ຖ້າສະຖານະການເອື້ອອຳນວຍ ແລະ ຖ້າສະຖານະການຮຽກຮ້ອງໃຫ້ເຮັດ, ເຈົ້າສາມາດປະຕິບັດຄວາມຮັບຜິດຊອບທີ່ກະຕັນຍູຂອງເຈົ້າຕໍ່ພໍ່ແມ່ຂອງເຈົ້າ. ຖ້ານີ້ຄືສິ່ງທີ່ບໍ່ຈຳເປັນ ຫຼື ຖ້າສະຖານະການບໍ່ເອື້ອອຳນວຍ ແລະ ມັນເປັນໄປບໍ່ໄດ້, ເຈົ້າສາມາດຍົກເວັ້ນພັນທະນີ້. ສິ່ງດຽວທີ່ເຈົ້າຈຳເປັນຕ້ອງເຮັດຄືປະຕິບັດຄວາມຮັບຜິດຊອບທີ່ກະຕັນຍູຂອງເຈົ້າ ເມື່ອເຈົ້າພົບກັບພໍ່ແມ່ຂອງເຈົ້າ ແລະ ມີປະຕິສຳພັນກັບພວກເຂົາ. ເມື່ອເຈົ້າໄດ້ເຮັດເຊັ່ນນັ້ນ, ເຈົ້າກໍ່ໄດ້ສຳເລັດໜ້າວຽກຂອງເຈົ້າແລ້ວ. ເຈົ້າຄິດແນວໃດກ່ຽວກັບຫຼັກການນີ້? (ມັນເປັນຫຼັກການທີ່ດີ.) ຕ້ອງມີຫຼັກການກ່ຽວກັບວິທີການທີ່ເຈົ້າປະຕິບັດຕໍ່ທຸກຄົນ, ລວມເຖິງພໍ່ແມ່ຂອງເຈົ້າ. ເຈົ້າບໍ່ສາມາດເຮັດດ້ວຍຄວາມຄຶກຄະນອງ ແລະ ເຈົ້າບໍ່ສາມາດຂົ່ມເຫັງພໍ່ແມ່ຂອງເຈົ້າດ້ວຍວາຈາ ພຽງແຕ່ເພາະພວກເຂົາຂົ່ມເຫັງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ມີຫຼາຍຄົນໃນໂລກທີ່ບໍ່ເຊື່ອໃນພຣະເຈົ້າ, ມີຜູ້ບໍ່ເຊື່ອຫຼາຍຄົນ ແລະ ມີຫຼາຍຄົນທີ່ດູຖູກພຣະເຈົ້າ, ເຈົ້າຈະສາບແຊ່ງ ແລະ ຮ້ອງໃສ່ພວກເຂົາທຸກຄົນບໍ? ຖ້າບໍ່, ແລ້ວເຈົ້າບໍ່ຄວນຮ້ອງໃສ່ພໍ່ແມ່ຂອງເຈົ້າເຊັ່ນກັນ. ຖ້າເຈົ້າຮ້ອງໃສ່ພໍ່ແມ່ຂອງເຈົ້າ ແຕ່ບໍ່ໄດ້ຮ້ອງໃສ່ຄົນເຫຼົ່ານັ້ນ, ແລ້ວເຈົ້າກໍ່ກຳລັງດຳລົງຊີວິດຢູ່ທ່າມກາງຄວາມຫົວຮ້ອນ ແລະ ພຣະເຈົ້າບໍ່ມັກສິ່ງນີ້. ຢ່າຄິດວ່າພຣະເຈົ້າຈະພໍໃຈກັບເຈົ້າ ຖ້າເຈົ້າຂົ່ມເຫັງ ແລະ ສາບແຊ່ງພໍ່ແມ່ຂອງເຈົ້າດ້ວຍວາຈາ ໂດຍບໍ່ມີສາເຫດທີ່ດີ, ເວົ້າວ່າພວກເຂົາເປັນມານຮ້າຍ, ເປັນຊາຕານທີ່ມີຊີວິດ ແລະ ເປັນລູກນ້ອງຂອງຊາຕານ ແລະ ສາບແຊ່ງພວກເຂົາໃຫ້ລົງນະຮົກ, ມັນບໍ່ໄດ້ເປັນເຊັ່ນນັ້ນແທ້ໆ. ພຣະເຈົ້າຈະບໍ່ຄິດວ່າເຈົ້າເປັນທີ່ຍອມຮັບໄດ້ ຫຼື ເວົ້າວ່າເຈົ້າມີຄວາມເປັນມະນຸດ ຍ້ອນການສະແດງອອກເຖິງຄວາມຫ້າວຫັນທີ່ບໍ່ເປັນຈິງນີ້. ໃນທາງກົງກັນຂ້າມ, ພຣະເຈົ້າຈະເວົ້າວ່າການກະທຳຂອງເຈົ້າປະກອບມີອາລົມ ແລະ ຄວາມຫົວຮ້ອນໃນພວກມັນ. ພຣະເຈົ້າຈະບໍ່ມັກການທີ່ເຈົ້າເຮັດໃນລັກສະນະນີ້, ມັນສຸດໂຕ່ງເກີນໄປ ແລະ ມັນບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ. ຕ້ອງມີຫຼັກການກ່ຽວກັບວິທີການທີ່ເຈົ້າປະຕິບັດຕໍ່ທຸກຄົນ, ລວມເຖິງພໍ່ແມ່ຂອງເຈົ້າ; ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າພວກເຂົາເປັນຄົນຊົ່ວຮ້າຍ ຫຼື ບໍ່, ເຈົ້າຕ້ອງປະຕິບັດຕໍ່ພວກເຂົາດ້ວຍຫຼັກການ. ພຣະເຈົ້າໄດ້ບອກຫຼັກການນີ້ໃຫ້ມະນຸດ: ມັນກ່ຽວກັບການປະຕິບັດຕໍ່ຄົນອື່ນຢ່າງເປັນທຳ, ມັນຍຸຕິທຳທີ່ຜູ້ຄົນຈະມີລະດັບຄວາມຮັບຜິດຊອບເພີ່ມເຕີມຕໍ່ພໍ່ແມ່ຂອງພວກເຂົາ. ສິ່ງດຽວທີ່ເຈົ້າຈຳເປັນຕ້ອງເຮັດກໍ່ຄືປະຕິບັດຄວາມຮັບຜິດຊອບນີ້. ບໍ່ວ່າພໍ່ແມ່ຂອງເຈົ້າຈະເປັນຜູ້ເຊື່ອ ຫຼື ບໍ່, ບໍ່ວ່າພວກເຂົາຈະສະແຫວງຫາຄວາມເຊື່ອຂອງພວກເຂົາ ຫຼື ບໍ່, ບໍ່ວ່າທັດສະນະຂອງພວກເຂົາຕໍ່ຊີວິດ ແລະ ຄວາມເປັນມະນຸດຂອງພວກເຂົາຈະສອດຄ່ອງກັບຂອງເຈົ້າ ຫຼື ບໍ່, ເຈົ້າພຽງແຕ່ຕ້ອງປະຕິບັດຄວາມຮັບຜິດຊອບຂອງເຈົ້າຕໍ່ພວກເຂົາ. ເຈົ້າບໍ່ຈຳເປັນຕ້ອງຫຼີກລ່ຽງພວກເຂົາ, ພຽງແຕ່ປ່ອຍໃຫ້ທຸກສິ່ງດຳເນີນໄປຕາມທາງໂດຍທຳມະຊາດຂອງມັນ, ຕາມການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ຖ້າພວກເຂົາຂັດຂວາງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ແລ້ວເຈົ້າຍັງຄວນປະຕິບັດຄວາມຮັບຜິດຊອບທີ່ກະຕັນຍູຂອງເຈົ້າຈົນສຸດຄວາມສາມາດຂອງເຈ້ົາ, ເພື່ອວ່າຢ່າງໜ້ອຍທີ່ສຸດ ສຳນຶກຂອງເຈົ້າຈະບໍ່ຮູ້ສຶກເປັນໜີ້ບຸນຄຸນພວກເຂົາ. ຖ້າພວກເຂົາບໍ່ຂັດຂວາງເຈົ້າ ແລະ ພວກເຂົາສະໜັບສະໜູນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ແລ້ວເຈົ້າຄວນປະຕິບັດຕາມຫຼັກການອີກດ້ວຍ, ປະຕິບັດຕໍ່ພວກເຂົາໄດ້ເປັນຢ່າງດີ ເມື່ອມັນເໝາະສົມທີ່ຈະເຮັດເຊັ່ນນັ້ນ. ສະຫຼຸບແລ້ວ ບໍ່ວ່າຫຍັງກໍ່ຕາມ, ຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບມະນຸດແມ່ນບໍ່ປ່ຽນແປງ ແລະ ຫຼັກການແຫ່ງຄວາມຈິງທີ່ຜູ້ຄົນຄວນປະຕິບັດກໍ່ບໍ່ສາມາດປ່ຽນແປງ. ໃນເລື່ອງເຫຼົ່ານີ້, ເຈົ້າພຽງແຕ່ຈຳເປັນຕ້ອງປະຕິບັດຕາມຫຼັກການ ແລະ ປະຕິບັດຄວາມຮັບຜິດຊອບທີ່ເຈົ້າສາມາດເຮັດໄດ້.
ຕອນນີ້, ເຮົາຈະເວົ້າກ່ຽວກັບວ່າເປັນຫຍັງພຣະເຈົ້າຈຶ່ງກຳນົດຂໍ້ຮຽກຮ້ອງກ່ຽວກັບພຶດຕິກຳຂອງມະນຸດ ເຊັ່ນ: “ໃຫ້ກຽດພໍ່ແມ່ຂອງຕົນເອງ”. ຂໍ້ຮຽກຮ້ອງອື່ນໆຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ເປັນລະບຽບການດ້ານພຶດຕິກຳທີ່ກ່ຽວຂ້ອງກັບຄວາມປະພຶດສ່ວນບຸກຄົນຂອງແຕ່ລະຄົນ, ສະນັ້ນເປັນຫຍັງພຣະເຈົ້າຈຶ່ງກຳນົດການຮຽກຮ້ອງທີ່ແຕກຕ່າງກັນກ່ຽວກັບເລື່ອງຄວາມກະຕັນຍູກະຕະເວທີ? ບອກເຮົາເບິ່ງ: ຖ້າບຸກຄົນໜຶ່ງບໍ່ສາມາດໃຫ້ກຽດແມ່ນແຕ່ພໍ່ແມ່ຂອງພວກເຂົາເອງ, ທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາເປັນແນວໃດ? (ບໍ່ດີ.) ພໍ່ແມ່ຂອງພວກເຂົາໄດ້ທົນທຸກກັບຫຼາຍຢ່າງເພື່ອໃຫ້ກຳເນີດພວກເຂົາ ແລະ ລ້ຽງດູພວກເຂົາ ແລະ ການເຮັດໃຫ້ພວກເຂົາເຕີບໃຫຍ່ກໍ່ບໍ່ແມ່ນເລື່ອງງ່າຍຢ່າງແນ່ນອນ ແລະ ໃນຄວາມເປັນຈິງແລ້ວ ພວກເຂົາບໍ່ໄດ້ຄາດຫວັງວ່າລູກຂອງພວກເຂົາຈະນໍາຄວາມສຸກ ຫຼື ຄວາມພໍໃຈທີ່ໃຫຍ່ຫຼວງມາສູ່ພວກເຂົາ, ພວກເຂົາພຽງແຕ່ຫວັງວ່າຫຼັງຈາກທີ່ລູກຂອງພວກເຂົາເຕີບໃຫຍ່, ພວກເຂົາຈະໃຊ້ຊີວິດທີ່ມີຄວາມສຸກ ແລະ ພວກເຂົາຈະບໍ່ຈຳເປັນຕ້ອງກັງວົນກ່ຽວກັບພວກເຂົາຫຼາຍເກີນໄປ. ແຕ່ລູກຂອງພວກເຂົາບໍ່ດິ້ນຮົນ ຫຼື ເຮັດວຽກໜັກ ແລະ ພວກເຂົາບໍ່ໄດ້ໃຊ້ຊີວິດທີ່ດີ, ພວກເຂົາຍັງອາໄສພໍ່ແມ່ຂອງພວກເຂົາເພື່ອດູແລພວກເຂົາ ແລະ ພວກເຂົາໄດ້ກາຍມາເປັນປີງ, ເປັນຄົນທີ່ບໍ່ພຽງແຕ່ບໍ່ໃຫ້ກຽດພໍ່ແມ່ຂອງພວກເຂົາ ແຕ່ຍັງຕ້ອງການກັ່ນແກ້ງ ແລະ ຂູ່ກັນໂຊກພໍ່ແມ່ຂອງພວກເຂົາຍ້ອນຊັບສິນຂອງພວກເຂົາ. ຖ້າພວກເຂົາສາມາດດຳເນີນພຶດຕິກຳທີ່ຊົ່ວຊ້າປະເພດນີ້ໄດ້, ພວກເຂົາເປັນຄົນປະເພດໃດ? (ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ.) ພວກເຂົາບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາຕໍ່ຄົນທີ່ໃຫ້ກຳເນີດ ແລະ ລ້ຽງດູພວກເຂົາເລີຍ ແລະ ພວກເຂົາບໍ່ໄດ້ຮູ້ສຶກຜິດກ່ຽວກັບສິ່ງນັ້ນເລີຍ, ຖ້າເຈົ້າຫຼຽວເບິ່ງພວກເຂົາຈາກທັດສະນະນີ້, ພວກເຂົາມີສຳນຶກບໍ? (ພວກເຂົາບໍ່ມີ.) ພວກເຂົາຈະຕີ ແລະ ຂົ່ມເຫັງຄົນໃດກໍ່ຕາມດ້ວຍວາຈາ, ພໍ່ແມ່ຂອງພວກເຂົາແມ່ນລວມຢູ່ໃນນັ້ນດ້ວຍ. ພວກເຂົາປະຕິບັດຕໍ່ພໍ່ແມ່ຂອງພວກເຂົາຄືກັບຄົນອື່ນໆ ນັ້ນກໍ່ຄື ຕີພວກເຂົາ ແລະ ຂົ່ມເຫັງພວກເຂົາດ້ວຍວາຈາຕາມອຳເພີໃຈ. ເມື່ອພວກເຂົາຮູ້ສຶກມີຄວາມສຸກ, ພວກເຂົາກໍ່ລະບາຍຄວາມໃຈຮ້າຍຂອງພວກເຂົາກັບພໍ່ແມ່ຂອງພວກເຂົາ, ທຸບຖ້ວຍ ແລະ ຈານ ແລະ ເຮັດໃຫ້ພວກເຂົາຢ້ານ. ຄົນເຊັ່ນນີ້ມີເຫດຜົນບໍ? (ບໍ່.) ຖ້າຄົນໃດໜຶ່ງບໍ່ມີສຳນຶກ ຫຼື ເຫດຜົນ ແລະ ສາມາດຂົ່ມເຫັງໄດ້ແມ່ນແຕ່ພໍ່ແມ່ຂອງພວກເຂົາເອງຕາມອຳເພີໃຈ, ແລ້ວພວກເຂົາເປັນຄົນບໍ? (ບໍ່.) ແລ້ວພວກເຂົາເປັນຫຍັງ? (ສັດຮ້າຍ.) ພວກເຂົາເປັນສັດຮ້າຍ. ປະໂຫຍກນີ້ຖືກຕ້ອງບໍ? (ຖືກຕ້ອງ.) ໃນຄວາມເປັນຈິງແລ້ວ, ຖ້າບຸກຄົນໜຶ່ງປະຕິບັດຄວາມຮັບຜິດຊອບບາງຢ່າງຂອງພວກເຂົາຕໍ່ພໍ່ແມ່ຂອງພວກເຂົາ ແລະ ດູແລພວກເຂົາ ແລະ ຮັກພວກເຂົາຢ່າງສຸດຊຶ້ງ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີໃນຄວາມເປັນຈິງບໍ? (ແມ່ນແລ້ວ.) ຖ້າບຸກຄົນນີ້ຈະປະຕິບັດຢ່າງຜິດໆ ແລະ ຂົ່ມເຫັງພໍ່ແມ່ຂອງພວກເຂົາ, ສຳນຶກຂອງພວກເຂົາຈະສາມາດຍອມຮັບມັນໄດ້ບໍ? ຄົນປົກກະຕິສາມາດເຮັດບາງສິ່ງໃນລັກສະນະນັ້ນບໍ? ຄົນທີ່ມີສຳນຶກ ແລະ ເຫດຜົນບໍ່ສາມາດເຮັດສິ່ງນີ້ໄດ້, ຖ້າພວກເຂົາໃຈຮ້າຍໃສ່ພໍ່ແມ່ຂອງພວກເຂົາ, ພວກເຂົາຈະຮູ້ສຶກເປັນທຸກໃຈເປັນເວລາຫຼາຍມື້. ບາງຄົນມີອາລົມໂມໂຫ ແລະ ພວກເຂົາອາດໃຈຮ້າຍໃສ່ພໍ່ແມ່ຂອງພວກເຂົາໃນຊ່ວງເວລາທີ່ສິ້ນຫວັງ, ແຕ່ຫຼັງຈາກທີ່ພວກເຂົາເຮັດເຊັ່ນນັ້ນ ສຳນຶກຂອງພວກເຂົາກໍ່ຈະຕິຕຽນພວກເຂົາ ແລະ ເຖິງແມ່ນວ່າພວກເຂົາບໍ່ຂໍໂທດ, ພວກເຂົາກໍ່ຈະບໍ່ເຮັດມັນອີກ. ນີ້ເປັນສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ ແລະ ມັນເປັນການສະແດງອອກເຖິງຄວາມເປັນມະນຸດທີ່ປົກກະຕິ. ຄົນທີ່ບໍ່ມີຄວາມເປັນມະນຸດທີ່ປົກກະຕິສາມາດຂົ່ມເຫັງພໍ່ແມ່ຂອງພວກເຂົາໃນລັກສະນະໃດກໍ່ຕາມໂດຍບໍ່ຮູ້ສຶກຫຍັງ ແລະ ນັ້ນຄືສິ່ງທີ່ພວກເຂົາເຮັດ. ຖ້າພໍ່ແມ່ຂອງພວກເຂົາຕີພວກເຂົາໜຶ່ງຄັ້ງເມື່ອພວກເຂົາເປັນເດັກ, ພວກເຂົາຈະຈື່ມັນຕະຫຼອດຊີວິດຂອງພວກເຂົາ ແລະ ຫຼັງຈາກທີ່ພວກເຂົາເຕີບໃຫຍ່, ພວກເຂົາຈະຍັງຕ້ອງການໂຈມຕີພໍ່ແມ່ຂອງພວກເຂົາ ແລະ ຕີພວກເຂົາກັບຄືນ. ຄົນສ່ວນໃຫຍ່ຈະບໍ່ໂຈມຕີກັບເມື່ອພໍ່ແມ່ຂອງພວກເຂົາຕີພວກເຂົາຕອນເປັນເດັກ, ບາງຄົນໃນຊ່ວງ 30 ປີ ຈະບໍ່ໂຈມຕີກັບເມື່ອພໍ່ແມ່ຂອງພວກເຂົາຕີພວກເຂົາ ແລະ ພວກເຂົາຈະບໍ່ເວົ້າຫຍັງກ່ຽວກັບເລື່ອງນັ້ນ, ເຖິງແມ່ນວ່າມັນເຈັບປວດ. ນີ້ຄືສິ່ງທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ. ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າຫຍັງກ່ຽວກັບເລື່ອງນັ້ນ? ຖ້າຄົນອື່ນຕີພວກເຂົາ, ພວກເຂົາຈະປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ ແລະ ປ່ອຍໃຫ້ຄົນນັ້ນຕີພວກເຂົາບໍ? (ບໍ່.) ຖ້າເປັນຄົນອື່ນ, ບໍ່ວ່າຈະເປັນຜູ້ໃດກໍ່ຕາມ, ພວກເຂົາຈະບໍ່ປ່ອຍໃຫ້ຄົນນັ້ນຕີພວກເຂົາ, ພວກເຂົາເຖິງກັບຈະບໍ່ປ່ອຍໃຫ້ຄົນເຫຼົ່ານັ້ນກ່າວຄຳເວົ້າທີ່ເປັນການຂົ່ມເຫັງດ້ວຍວາຈາຕໍ່ພວກເຂົາ. ສະນັ້ນເປັນຫຍັງພວກເຂົາຈຶ່ງບໍ່ໂຈມຕີກັບ ຫຼື ໃຈຮ້າຍ ບໍ່ວ່າພໍ່ແມ່ຂອງພວກເຂົາຈະຕີພວກເຂົາແນວໃດກໍ່ຕາມ? ເປັນຫຍັງພວກເຂົາຈຶ່ງອົດກັ້ນກັບມັນ? ມັນບໍ່ແມ່ນເພາະມີສຳນຶກ ແລະ ເຫດຜົນຢູ່ພາຍໃນຄວາມເປັນມະນຸດຂອງພວກເຂົາບໍ? ພວກເຂົາຄິດກັບຕົນເອງວ່າ: “ພໍ່ແມ່ຂອງຂ້ອຍລ້ຽງດູຂ້ອຍມາ. ເຖິງແມ່ນວ່າມັນບໍ່ຖືກຕ້ອງທີ່ພວກເຂົາຈະຕີຂ້ອຍ, ຂ້ອຍກໍ່ຕ້ອງອົດທົນກັບມັນ. ນອກຈາກນັ້ນ, ຂ້ອຍເອງເປັນຜູ້ທີ່ເຮັດໃຫ້ພວກເຂົາໃຈຮ້າຍ, ສະນັ້ນຂ້ອຍສົມຄວນຖືກຕີ. ພວກເຂົາພຽງແຕ່ເຮັດສິ່ງນັ້ນ ເພາະຂ້ອຍບໍ່ເຊື່ອຟັງພວກເຂົາ ແລະ ເຮັດໃຫ້ພວກເຂົາໃຈຮ້າຍ. ຂ້ອຍສົມຄວນຖືກຕີ! ຂ້ອຍຈະບໍ່ເຮັດສິ່ງນີ້ອີກຈັກເທື່ອ”. ນີ້ບໍ່ແມ່ນເຫດຜົນທີ່ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີບໍ? (ແມ່ນແລ້ວ.) ມັນເປັນເຫດຜົນຄວາມເປັນມະນຸດທີ່ປົກກະຕິນີ້ທີ່ປ່ອຍໃຫ້ພວກເຂົາອົດກັ້ນກັບການທີ່ພໍ່ແມ່ຂອງພວກເຂົາປະຕິບັດຕໍ່ພວກເຂົາໃນລັກສະນະນີ້. ນີ້ຄືຄວາມເປັນມະນຸດທີ່ປົກກະຕິ. ສະນັ້ນ, ຄົນທີ່ບໍ່ສາມາດອົດກັ້ນກັບການປະຕິບັດປະເພດນີ້, ຄົນທີ່ໂຈມຕີກັບພໍ່ແມ່ຂອງພວກເຂົາ, ຈະມີຄວາມເປັນມະນຸດນີ້ບໍ? (ພວກເຂົາບໍ່ມີ.) ນັ້ນຄືສິ່ງທີ່ຖືກຕ້ອງ, ພວກເຂົາບໍ່ມີຄວາມເປັນມະນຸດນັ້ນ. ຄົນທີ່ມີສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິເຖິງກັບສາມາດຕີ ແລະ ຂົ່ມເຫັງພໍ່ແມ່ຂອງພວກເຂົາເອງດ້ວຍວາຈາ, ສະນັ້ນພວກເຂົາຈະສາມາດປະຕິບັດຕໍ່ພຣະເຈົ້າ ແລະ ອ້າຍເອື້ອຍນ້ອງຂອງພວກເຂົາໃນຄຣິສຕະຈັກໄດ້ແນວໃດ? ພວກເຂົາສາມາດປະຕິບັດຕໍ່ຄົນທີ່ໃຫ້ກຳເນີດ ແລະ ລ້ຽງດູພວກເຂົາໃນລັກສະນະນີ້, ສະນັ້ນພວກເຂົາຈະບໍ່ສົນໃຈໜ້ອຍກວ່າບໍກ່ຽວກັບຄົນອື່ນທີ່ບໍ່ກ່ຽວຂ້ອງກັບພວກເຂົາທາງເລືອດເນື້ອ? (ແມ່ນແລ້ວ.) ພວກເຂົາຈະປະຕິບັດຕໍ່ພຣະເຈ້ົາ, ຜູ້ທີ່ພວກເຂົາບໍ່ສາມາດເຫັນ ຫຼື ສຳຜັດໄດ້ແນວໃດ? ພວກເຂົາຈະສາມາດປະຕິບັດຕໍ່ພຣະເຈົ້າ, ຜູ້ທີ່ພວກເຂົາບໍ່ສາມາດເຫັນ, ດ້ວຍສຳນຶກ ແລະ ເຫດຜົນບໍ? ພວກເຂົາຈະສາມາດຍອມຕໍ່ທຸກສະພາບແວດລ້ອມທີ່ພຣະເຈົ້າໄດ້ປັ້ນແຕ່ງໄວ້ບໍ? (ບໍ່.) ຖ້າພຣະເຈົ້າຕ້ອງຈັດການ ແລະ ລິຮານພວກເຂົາ ຫຼື ຕັດສິນ ແລະ ຂ້ຽນຕີພວກເຂົາ, ພວກເຂົາຈະຕໍ່ຕ້ານພຣະອົງບໍ? (ແມ່ນແລ້ວ.) ໃຫ້ພິຈາລະນາສິ່ງນີ້: ສຳນຶກ ແລະ ເຫດຜົນຂອງຄົນໆໜຶ່ງເຮັດໜ້າທີ່ຫຍັງ? ໃນຂອບເຂດໃດໜຶ່ງ, ສຳນຶກ ແລະ ເຫດຜົນຂອງຄົນໆໜຶ່ງສາມາດຍັບຢັ້ງ ແລະ ຄວບຄຸມພຶດຕິກຳຂອງພວກເຂົາ, ມັນເຮັດໃຫ້ພວກເຂົາສາມາດມີທ່າທີ່ທີ່ຖືກຕ້ອງ ແລະ ຕັດສິນໃຈຢ່າງຖືກຕ້ອງ ເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ຮັບມືກັບທຸກສິ່ງທີ່ເກີດຂຶ້ນກັບພວກເຂົາດ້ວຍສຳນຶກ ແລະ ເຫດຜົນຂອງພວກເຂົາ. ໃນເວລາສ່ວນໃຫຍ່, ການເຮັດໂດຍອີງໃສ່ສຳນຶກ ແລະ ເຫດຜົນຈະເຮັດໃຫ້ຜູ້ຄົນຫຼີກລ່ຽງກັບຄວາມໂຊກຮ້າຍທີ່ໃຫຍ່ຫຼວງ. ແນ່ນອນຄົນທີ່ສະແຫວງຫາຄວາມຈິງແມ່ນສາມາດເລືອກຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງບົນພື້ນຖານນີ້, ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ຄົນທີ່ບໍ່ສະແຫວງຫາຄວາມຈິງກໍ່ຂາດຄວາມເປັນມະນຸດ ແລະ ພວກເຂົາບໍ່ມີສຳນຶກ ແລະ ເຫດຜົນປະເພດນີ້, ຜົນຕາມມາຂອງສິ່ງນີ້ແມ່ນໂຫດຮ້າຍຫຼາຍ. ພວກເຂົາສາມາດເຮັດສິ່ງໃດກໍ່ຕາມກັບພຣະເຈົ້າ, ຄືກັບວິທີການທີ່ພວກຟາຣີຊາຍປະຕິບັດຕໍ່ພຣະເຢຊູເຈົ້າ, ພວກເຂົາສາມາດດູຖູກພຣະເຈົ້າ, ແກ້ແຄ້ນພຣະເຈົ້າ, ໝິ່ນປະໝາດພຣະເຈົ້າ ຫຼື ແມ່ນແຕ່ໃສ່ຮ້າຍ ແລະ ທໍລະຍົດພຣະເຈົ້າ. ບັນຫານີ້ຮ້າຍແຮງຫຼາຍ, ສິ່ງນີ້ບໍ່ໄດ້ເຮັດໃຫ້ເກີດບັນຫາຢ່າງແນ່ນອນບໍ? ຄົນທີ່ຂາດເຫດຜົນຂອງຄວາມເປັນມະນຸດກໍ່ມັກແກ້ແຄ້ນຄົນອື່ນໂດຍວິທີການຄວາມຫົວຮ້ອນຂອງພວກເຂົາ; ພວກເຂົາບໍ່ໄດ້ຖືຶກຄວບຄຸມໂດຍເຫດຜົນຂອງຄວາມເປັນມະນຸດ, ສະນັ້ນມັນຈຶ່ງງ່າຍສຳລັບພວກເຂົາທີ່ຈະພັດທະນາຄວາມຄິດ ແລະ ມຸມມອງສຸດໂຕ່ງບາງຢ່າງ ແລະ ຈາກນັ້ນກໍ່ມີສ່ວນຮ່ວມໃນພຶດຕິກຳສຸດໂຕ່ງບາງຢ່າງ ແລະ ເຮັດໃນຫຼາຍວິທີທີ່ປາດສະຈາກສຳນຶກ ແລະ ເຫດຜົນ ແລະ ໃນທີ່ສຸດແລ້ວ ຜົນຕາມມາຂອງສິ່ງນີ້ກໍ່ບໍ່ສາມາດຄວບຄຸມໄດ້ໂດຍສິ້ນເຊີງ. ເຮົາໄດ້ສຳເລັດການໂອ້ລົມບໍ່ຫຼາຍກໍ່ໜ້ອຍກ່ຽວກັບ “ການໃຫ້ກຽດພໍ່ແມ່ຂອງຕົນເອງ” ແລະ ການປະຕິບັດຄວາມຈິງ, ໃນທີ່ສຸດແລ້ວ ມັນກໍ່ມາສູ່ຄວາມເປັນມະນຸດ. ເປັນຫຍັງພຣະເຈົ້າຈຶ່ງກຳນົດການຮຽກຮ້ອງ ເຊັ່ນ: “ໃຫ້ກຽດພໍ່ແມ່ຂອງຕົນເອງ”? ເພາະມັນກ່ຽວຂ້ອງກັບຄວາມປະພຶດຂອງມະນຸດ. ໃນດ້ານໜຶ່ງ, ພຣະເຈົ້າໃຊ້ການຮຽກຮ້ອງນີ້ເພື່ອຄວບຄຸມພຶດຕິກຳຂອງມະນຸດ ແລະ ໃນເວລາດຽວກັນ ພຣະອົງກໍ່ທົດສອບ ແລະ ໃຫ້ນິຍາມຄວາມເປັນມະນຸດຂອງຜູ້ຄົນດ້ວຍການຮຽກຮ້ອງນັ້ນ. ຖ້າຄົນໃດໜຶ່ງບໍ່ປະຕິບັດຕໍ່ພໍ່ແມ່ຂອງພວກເຂົາເອງດ້ວຍສຳນຶກ ແລະ ເຫດຜົນ, ແລ້ວພວກເຂົາຈະບໍ່ມີຄວາມເປັນມະນຸດຢ່າງແນ່ນອນ. ບາງຄົນເວົ້າວ່າ: “ຖ້າພໍ່ແມ່ຂອງພວກເຂົາບໍ່ມີຄວາມເປັນມະນຸດທີ່ດີ ແລະ ບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາຕໍ່ລູກຂອງພວກເຂົາຢ່າງສົມບູນເດ, ຄົນນັ້ນຍັງຄວນສະແດງຄວາມກະຕັນຍູກະຕະເວທີຕໍ່ພວກເຂົາບໍ?” ຖ້າພວກເຂົາມີສຳນຶກ ແລະ ເຫດຜົນ, ແລ້ວໃນຖານະລູກສາວ ຫຼື ລູກຊາຍ, ພວກເຂົາຈະບໍ່ຂົ່ມເຫັງພໍ່ແມ່ຂອງພວກເຂົາ. ຄົນທີ່ຂົ່ມເຫັງພໍ່ແມ່ຂອງພວກເຂົາກໍ່ບໍ່ມີສຳນຶກ ແລະ ເຫດຜົນຢ່າງແນ່ນອນ. ສະນັ້ນ, ບໍ່ວ່າພຣະເຈົ້າຈະກຳນົດຂໍ້ຮຽກຮ້ອງຫຍັງກໍ່ຕາມ, ບໍ່ວ່າມັນຈະກ່ຽວຂ້ອງກັບທ່າທີ່ທີ່ຜູ້ຄົນປະຕິບັດຕໍ່ພໍ່ແມ່ຂອງພວກເຂົາ ຫຼື ຕໍ່ຄວາມເປັນມະນຸດທີ່ຜູ້ຄົນດຳລົງຊີວິດຕາມ ແລະ ເປີດເຜີຍເປັນປົກກະຕິ, ໃນກໍລະນີໃດກໍ່ຕາມ ຂໍ້ຮຽກຮ້ອງຂອງພຣະອົງລ້ວນແລ້ວແຕ່ກ່ຽວຂ້ອງກັບວິທີການດ້ານພຶດຕິກຳພາຍນອກ ແລະ ຍ້ອນພຣະເຈົ້າໄດ້ກຳນົດພວກມັນ, ພຣະອົງຕ້ອງມີເຫດຜົນ ແລະ ຈຸດປະສົງຂອງພຣະອົງເອງໃນການເຮັດເຊັ່ນນັ້ນ. ເຖິງແມ່ນວ່າຂໍ້ຮຽກຮ້ອງດ້ານພຶດຕິກຳເຫຼົ່ານີ້ທີ່ພຣະເຈົ້າກຳນົດໄວ້ນັ້ນຍັງຂ້ອນຂ້າງຫ່າງໄກຈາກຄວາມຈິງ, ເຖິງຢ່າງໃດກໍ່ຕາມ ພວກມັນກໍ່ເປັນມາດຕະຖານທີ່ພຣະເຈົ້າໄດ້ກຳນົດເພື່ອຄວບຄູມພຶດຕິກຳຂອງມະນຸດ. ພວກມັນລ້ວນແລ້ວແຕ່ມີຄວາມໝາຍສຳຄັນ ແລະ ພວກມັນຍັງຄົງໃຊ້ໄດ້ໃນມື້ນີ້.
ເຮົາພຽງແຕ່ໂອ້ລົມກ່ຽວກັບຄວາມເຊື່ອມໂຍງ ແລະ ຄວາມແຕກຕ່າງທີ່ຫຼາກຫຼາຍລະຫວ່າງເກນດ້ານພຶດຕິກຳທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບມະນຸດ ແລະ ຄວາມຈິງທີ່ພຣະອົງຮຽກຮ້ອງ. ໃນຈຸດນີ້, ພວກເຮົາບໍ່ໄດ້ສຳເລັດການໂອ້ລົມພໍປະມານກ່ຽວກັບພຶດຕະກຳທີ່ດີເຊິ່ງເປັນສ່ວນຂອງສິ່ງຕ່າງໆທີ່ຄົນຖືວ່າຖືກຕ້ອງ ແລະ ດີໃນແນວຄິດຂອງພວກເຂົາບໍ? ຫຼັງຈາກທີ່ສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບສິ່ງນີ້, ພວກເຮົາໄດ້ລົມກັນກ່ຽວກັບມາດຕະຖານ ແລະ ຄຳເວົ້າບາງຢ່າງທີ່ພຣະເຈົ້າໄດ້ກຳນົດໄວ້ເພື່ອຄວບຄຸມພຶດຕິກຳຂອງມະນຸດ ແລະ ສິ່ງທີ່ມະນຸດດຳລົງຊີວິດຕາມ ແລະ ພວກເຮົາໄດ້ລະບຸບາງຕົວຢ່າງ, ຕົວຢ່າງ: ຢ່າຕີ ຫຼື ຂົ່ມເຫັງຄົນອື່ນດ້ວຍວາຈາ, ໃຫ້ກຽດພໍ່ແມ່ຂອງຕົນເອງ, ຢ່າສູບຢາ ຫຼື ດື່ມ, ຢ່າລັກ, ຢ່າເອົາປຽບຄົນອື່ນ, ຢ່າເປັນພະຍານເທັດ, ຢ່ານະມັດສະການບຸກຄົນທີ່ເຄົາລົບຮັກ ແລະ ອື່ນໆອີກ. ແນ່ນອນ, ສິ່ງເຫຼົ່ານີ້ເປັນພຽງສ່ວນໃຫຍ່ ແລະ ມີລາຍລະອຽດເພີ່ມເຕີມອີກຫຼາຍທີ່ພວກເຮົາບໍ່ໄດ້ລົງເຖິງ. ສະນັ້ນ, ຫຼັງຈາກທີ່ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້, ພວກເຈົ້າຄວນໄດ້ຮັບຄວາມຈິງຫຍັງ? ເຈົ້າຄວນປະຕິບັດຫຼັກການຫຍັງ? ເຈົ້າຄວນເຮັດຫຍັງ? ເຈົ້າຈຳເປັນຕ້ອງເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມບໍ? ເຈົ້າຈຳເປັນຕ້ອງເປັນຄົນທີ່ນອບນ້ອມບໍ? ເຈົ້າຈຳເປັນຕ້ອງມີອັດທະຍາໄສດີ ແລະ ສາມາດເຂົ້າເຖິງໄດ້ບໍ? ແມ່ຍິງຈຳເປັນຕ້ອງອ່ອນໂຍນ ແລະ ສຸພາບຮຽບຮ້ອຍ ຫຼື ມີການສຶກສາດີ ແລະ ມີເຫດຜົນບໍ? ຜູ້ຊາຍຈຳເປັນຕ້ອງເປັນຜູ້ຊາຍທີ່ຍິ່ງໃຫຍ່, ທະເຍີທະຍານ ແລະ ປະສົບຄວາມສຳເລັດບໍ? ພວກເຂົາບໍ່ຈຳເປັນ. ແນ່ນອນ, ພວກເຮົາໄດ້ດຳເນີນການໂອ້ລົມຢ່າງຫຼວງຫຼາຍ. ສິ່ງເຫຼົ່ານີ້ທີ່ວັດທະນະທຳດັ້ງເດີມສົ່ງເສີມແມ່ນຖືກຊາຕານໃຊ້ຢ່າງຊັດເຈນເພື່ອນໍາພາຜູ້ຄົນຢ່າງຜິດໆ. ພວກມັນເປັນສິ່ງທີ່ນໍາພາຢ່າງຜິດໆຫຼາຍ ແລະ ພວກມັນເປັນສິ່ງທີ່ຫຼອກລວງຜູ້ຄົນ. ພວກເຈົ້າຄວນກວດສອບຕົນເອງ ແລະ ເບິ່ງວ່າເຈົ້າຍັງມີຄວາມຄິດ ແລະ ມຸມມອງ ຫຼື ພຶດຕິກຳ ແລະ ການສະແດງອອກເຫຼົ່ານີ້ ຫຼື ບໍ່. ຖ້າພວກເຈົ້າມີ, ແລ້ວພວກເຈົ້າຄວນຟ້າວສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ ແລະ ຈາກນັ້ນພວກເຈົ້າກໍ່ຄວນຍອມຮັບຄວາມຈິງ ແລະ ໃຊ້ຊີວິດຕາມພຣະທຳຂອງພຣະເຈົ້າ. ໃນລັກສະນະນັ້ນ, ເຈົ້າຈະສາມາດຮັບເອົາການເຫັນດີເຫັນພ້ອມຂອງພຣະເຈົ້າ. ພວກເຈົ້າຄວນໄຕ່ຕອງກ່ຽວກັບວ່າສະພາວະຂ້າງໃນຂອງເຈົ້າເປັນແນວໃດ ເມື່ອເຈົ້າດຳລົງຊີວິດຕາມວັດທະນະທຳດັ້ງເດີມ ແລະ ເຈົ້າຮູ້ສຶກແນວໃດໃນສ່ວນເລິກໃນຫົວໃຈຂອງເຈົ້າ, ເຈົ້າໄດ້ຮັບຫຍັງ ແລະ ຜົນຕາມມາແມ່ນຫຍັງ ແລະ ຈາກນັ້ນໃຫ້ເບິ່ງວ່າມັນຮູ້ສຶກແນວໃດທີ່ໄດ້ປະພຶດຕົນເອງຕາມມາດຕະຖານທີ່ພຣະເຈົ້າໄດ້ຮຽກຮ້ອງສຳລັບມະນຸດ, ເຊັ່ນ: ການຍັບຢັ້ງສັ່ງໃຈ, ການມີຄຸນສົມບັດຜູ້ດີຂອງນັກບຸນ, ການບໍ່ຕີ ຫຼື ການຂົ່ມເຫັງຄົນອື່ນດ້ວຍວາຈາ ແລະ ອື່ນໆອີກ. ໃຫ້ເບິ່ງວ່າອັນໃດໃນຫົນທາງຊີວິດເຫຼົ່ານີ້ທີ່ເຮັດໃຫ້ເຈົ້າມີຊີວິດງ່າຍຂຶ້ນ, ເປັນອິດສະຫຼະ, ໝັ້ນຄົງ ແລະ ມີຄວາມສະຫງົບສຸກ ແລະ ເຮັດໃຫ້ເຈົ້າສາມາດດຳລົງຊີວິດດ້ວຍຄວາມເປັນມະນຸດຫຼາຍຂຶ້ນ ແລະ ອັນໃດເຮັດໃຫ້ມັນຮູ້ສຶກຄືກັບວ່າເຈົ້າກຳລັງດຳລົງຊີວິດຢູ່ທ່າມກາງໜ້າກາກທີ່ປອມ ແລະ ເຮັດໃຫ້ຊີວິດຂອງເຈົ້າບໍ່ເປັນຈິງ ແລະ ລຳເຄັນຫຼາຍ. ໃຫ້ເບິ່ງວ່າອັນໃດໃນຫົນທາງຊີວິດເຫຼົ່ານີ້ທີ່ເຮັດໃຫ້ເຈົ້າໃຊ້ຊີວິດໃກ້ຊິດກັບຂໍ້ຮຽກຮ້ອງຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ເຮັດໃຫ້ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິຫຼາຍຂຶ້ນເລື້ອຍໆ. ເມື່ອເຈົ້າມີປະສົບການກັບສິ່ງນີ້ຢ່າງແທ້ຈິງ, ເຈົ້າກໍ່ຈະຮູ້. ການປະຕິບັດພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເທົ່ານັ້ນຈຶ່ງຈະສາມາດນໍາຄວາມປົດປ່ອຍ ແລະ ອິດສະຫຼະພາບມາສູ່ເຈົ້າ ແລະ ເຮັດໃຫ້ເຈົ້າໄດ້ຮັບການເຫັນດີເຫັນພ້ອມຂອງພຣະເຈົ້າ. ຍົກຕົວຢ່າງ: ເພື່ອທີ່ຈະເຮັດໃຫ້ຄົນອື່ນເວົ້າວ່າເຈົ້າເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ເຈົ້າປະຕິບັດຕາມກົດລະບຽບ ແລະ ເຈົ້າເປັນຄົນດີ, ເມື່ອໃດກໍ່ຕາມທີ່ເຈົ້າພົບກັບອ້າຍເອື້ອຍນ້ອງທີ່ອາວຸໂສກວ່າ, ເຈົ້າເອີ້ນພວກເຂົາວ່າ “ອ້າຍ” ຫຼື “ເອື້ອຍ”, ບໍ່ກ້າເອີ້ນຊື່ຂອງພວກເຂົາ ແລະ ຮູ້ສຶກອັບອາຍຫຼາຍທີ່ເອີ້ນຊື່ຂອງພວກເຂົາ ແລະ ຄິດວ່າການເຮັດເຊັ່ນນັ້ນຈະເປັນການບໍ່ໃຫ້ກຽດຫຼາຍ. ແນວຄິດດັ້ງເດີມນີ້ຂອງການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມແມ່ນເຊື່ອງໄວ້ໃນຫົວໃຈຂອງເຈົ້າ, ສະນັ້ນເມື່ອເຈົ້າເຫັນຜູ້ອາວຸໂສ, ເຈົ້າກໍ່ເຮັດຕົວອ່ອນໂຍນ ແລະ ໃຈດີຫຼາຍ ແລະ ຄືກັບວ່າເຈົ້າປະຕິບັດຕາມກົດລະບຽບ ແລະ ມີວັດທະນະທຳຫຼາຍ ແລະ ເຈົ້າບໍ່ສາມາດຫ້າມບໍ່ໃຫ້ຕົນເອງໂຄ້ງຕົວລົງ, ນັບຕັ້ງແຕ່ 15 ອົງສາຈົນຮອດ 90 ອົງສາ. ເຈົ້າປະຕິບັດຕໍ່ຜູ້ອາວຸໂສກວ່າດ້ວຍຄວາມເຄົາລົບ, ຍິ່ງຄົນທີ່ຢູ່ຕໍ່ໜ້າເຈົ້າອາວຸໂສສໍ່າໃດກໍ່ຕາມ, ເຈົ້າກໍ່ຍິ່ງທຳທ່າວ່າປະພຶດດີສໍ່ານັ້ນ. ການປະພຶດດີເຊັ່ນນີ້ເປັນສິ່ງທີ່ດີບໍ? ມັນເປັນການໃຊ້ຊີວິດໂດຍບໍ່ມີຄວາມກ້າຫານ ແລະ ບໍ່ມີກຽດສັກສີ. ເມື່ອຜູ້ຄົນເຊັ່ນນີ້ເຫັນເດັກນ້ອຍ, ພວກເຂົາກໍ່ເຮັດຕົວວ່າໜ້າຮັກ ແລະ ມັກຢອກ, ຄືກັບເດັກແທ້ໆ. ເມື່ອພວກເຂົາໜຶ່ງໃນໝູ່ຂອງພວກເຂົາ, ພວກເຂົາກໍ່ລຸກຂຶ້ນຢືນຊື່ ແລະ ເຮັດຕົວຄືກັບຜູ້ໃຫຍ່ ເພື່ອວ່າຄົນອື່ນຈະບໍ່ກ້າບໍ່ເຄົາລົບພວກເຂົາ. ພວກເຂົາເປັນຄົນປະເພດໃດ? ພວກເຂົາບໍ່ແມ່ນຄົນທີ່ມີຫຼາຍໜ້າບໍ? ພວກເຂົາປ່ຽນແປງໄວຫຼາຍ, ບໍ່ແມ່ນບໍ? ເມື່ອພວກເຂົາເຫັນຜູ້ອາວຸໂສ, ພວກເຂົາກໍ່ເອີ້ນຄົນເຫຼົ່ານີ້ວ່າ “ພໍ່ເຖົ້າ” ຫຼື “ແມ່ເຖົ້າ”. ເມື່ອພວກເຂົາເຫັນຄົນໃດໜຶ່ງທີ່ອາວຸໂສກວ່າພວກເຂົາໜ້ອຍໜຶ່ງ, ພວກເຂົາກໍ່ເອີ້ນຄົນເຫຼົ່ານັ້ນວ່າ “ລຸງ”, “ປ້າ”, “ອ້າຍ” ຫຼື “ເອື້ອຍ”. ເມື່ອພວກເຂົາພົບກັບຄົນໃດໜຶ່ງທີ່ໜຸ່ມກວ່າພວກເຂົາ, ພວກເຂົາກໍ່ເອີ້ນຄົນເຫຼົ່ານັ້ນວ່າ “ນ້ອງຊາຍ” ຫຼື “ນ້ອງສາວ”. ພວກເຂົາໃຫ້ຕຳແໜ່ງ ແລະ ຊື່ຫຼິ້ນທີ່ແຕກຕ່າງກັນຕາມອາຍຸຂອງພວກເຂົາ ແລະ ພວກເຂົາໃຊ້ຮູບແບບຄຳນໍາໜ້າເຫຼົ່ານີ້ຢ່າງແນ່ຊັດ ແລະ ຖືກຕ້ອງຫຼາຍ. ສິ່ງເຫຼົ່ານີ້ຝັງຮາກໃນກະດູກຂອງພວກເຂົາ ແລະ ພວກເຂົາສາມາດໃຊ້ພວກມັນໄດ້ຢ່າງສະບາຍຫຼາຍ. ໂດຍສະເພາະຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ, ພວກເຂົາກໍ່ຍິ່ງຮູ້ສຶກເຊື່ອໝັ້ນຫຼາຍຂຶ້ນວ່າ: “ຕອນນີ້ຂ້ອຍເປັນຜູ້ເຊື່ອໃນພຣະເຈົ້າ, ຂ້ອຍຕ້ອງປະຕິບັດຕາມກົດລະບຽບ ແລະ ມີວັດທະນະທຳ; ຂ້ອຍຕ້ອງມີການສຶກສາດີ ແລະ ມີເຫດຜົນ. ຂ້ອຍບໍ່ສາມາດລະເມີດກົດລະບຽບ ຫຼື ກະບົດຄືກັບຄົນໜຸ່ມທີ່ບໍ່ເຊື່ອ ແລະ ມັກສ້າງບັນຫາເຫຼົ່ານັ້ນ, ຜູ້ຄົນຈະບໍ່ມັກສິ່ງນັ້ນ. ຖ້າຂ້ອຍຕ້ອງການໃຫ້ທຸກຄົນມັກຂ້ອຍ, ຂ້ອຍຕ້ອງເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ.” ສະນັ້ນ, ພວກມັນຄວບຄຸມພຶດຕິກຳຂອງພວກເຂົາຢ່າງເຂັ້ມງວດຍິ່ງຂຶ້ນ, ແບ່ງຄົນໃນກຸ່ມອາຍຸທີ່ແຕກຕ່າງກັນອອກເປັນລະດັບທີ່ແຕກຕ່າງກັນ, ມອບຕຳແໜ່ງ ແລະ ຊື່ຫຼິ້ນທັງໝົດໃຫ້ພວກເຂົາ ແລະ ຈາກນັ້ນກໍ່ນໍາສິ່ງນີ້ໄປປະຕິບັດຢ່າງສະໝໍ່າສະເໝີໃນຊີວິດປະຈຳວັນຂອງພວກເຂົາ ແລະ ຈາກນັ້ນພວກເຂົາກໍ່ຍິ່ງຄິດວ່າ: “ເບິ່ງຂ້ອຍແມະ, ຂ້ອຍໄດ້ປ່ຽນແປງແທ້ໆຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ. ຂ້ອຍມີການສຶກສາດີ, ມີເຫດຜົນ ແລະ ນອບນ້ອມ, ຂ້ອຍເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ ແລະ ຂ້ອຍມີອັດທະຍາໄສດີ. ຂ້ອຍໃຊ້ຊີວິດດ້ວຍລັກສະນະຂອງມະນຸດແທ້ໆ. ຂ້ອຍຮູ້ວິທີການເອີ້ນທຸກຄົນທີ່ຂ້ອຍພົບຕາມຄຳນໍາໜ້າທີ່ເໝາະສົມຂອງພວກເຂົາ, ບໍ່ວ່າພວກເຂົາຈະອາວຸໂສສໍ່າໃດກໍ່ຕາມ. ຂ້ອຍບໍ່ຈຳເປັນຕ້ອງມີພໍ່ແມ່ຂອງຂ້ອຍເພື່ອສັ່ງສອນຂ້ອຍກ່ຽວກັບສິ່ງນີ້ ແລະ ຂ້ອຍບໍ່ຈຳເປັນຕ້ອງໃຫ້ຄົນທີ່ຢູ່ອ້ອມຂ້າງຂ້ອຍມາບອກຂ້ອຍວ່າຕ້ອງເຮັດສິ່ງນີ້, ຂ້ອຍພຽງແຕ່ຮູ້ຈັກວິທີການເຮັດມັນ”. ຫຼັງຈາກທີ່ປະຕິບັດພຶດຕິກຳທີ່ດີເຫຼົ່ານີ້, ພວກເຂົາກໍ່ຄິດວ່າພວກເຂົາມີຄວາມເປັນມະນຸດແທ້ໆ, ພວກເຂົາປະຕິບັດຕາມກົດລະບຽບແທ້ໆ ແລະ ພຣະເຈົ້າຕ້ອງມັກສິ່ງນີ້, ພວກເຂົາບໍ່ໄດ້ລວງຕາຕົນເອງ ແລະ ຄົນອື່ນບໍ? ນັບຕັ້ງແຕ່ນັ້ນໄປ, ເຈົ້າຕ້ອງປະຖິ້ມສິ່ງເຫຼົ່ານີ້. ເມື່ອກ່ອນ, ເຮົາໄດ້ບອກເລື່ອງລາວຂອງດາໝິງ ແລະ ສຽວໝິງ, ເລື່ອງລາວນັ້ນກ່ຽວຂ້ອງກັບການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ບໍ່ແມ່ນບໍ? (ແມ່ນແລ້ວ.) ເມື່ອບາງຄົນເຫັນຄົນອາວຸໂສ, ພວກເຂົາກໍ່ຄິດວ່າການເອີ້ນພວກເຂົາ “ອ້າຍ” ຫຼື “ເອື້ອຍ” ບໍ່ສະຫງ່າງາມພໍ ແລະ ມັນຈະບໍ່ເຮັດໃຫ້ຄົນຄິດວ່າພວກເຂົາມີວັດທະນະທຳພໍ, ສະນັ້ນພວກເຂົາຈຶ່ງເອີ້ນຄົນເຫຼົ່ານັ້ນວ່າ “ພໍ່ເຖົ້າ” ຫຼື “ປ້າ”. ມັນເບິ່ງຄືກັບວ່າເຈົ້າໄດ້ໃຫ້ຄວາມເຄົາລົບແກ່ພວກເຂົາຢ່າງພຽງພໍ ແລະ ການເຄົາລົບຂອງເຈົ້າສຳລັບພວກເຂົາແມ່ນມາຈາກໃສ? ເຈົ້າບໍ່ມີໃບໜ້າຂອງຄົນທີ່ເຄົາລົບຄົນອື່ນ. ເຈົ້າມີລັກສະນະທ່າທາງທີ່ເປັນຕາຢ້ານ ແລະ ປ່າເຖື່ອນ, ປະໝາດ ແລະ ອວດດີສຳລັບຕົວເຈົ້າ ແລະ ເຈົ້າຍິ່ງອວດດີໃນການກະທຳຂອງເຈົ້າຫຼາຍກວ່າຄົນອື່ນ. ເຈົ້າບໍ່ພຽງແຕ່ບໍ່ສະແຫວງຫາຫຼັກການແຫ່ງຄວາມຈິງ, ເຈົ້າຍັງບໍ່ປຶກສາກັບຜູ້ໃດເລີຍ; ເຈົ້າເປັນກົດໝາຍໃຫ້ກັບຕົນເອງ ແລະ ເຈົ້າບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ. ເຈົ້າເບິ່ງວ່າຜູ້ໃດມີສະຖານະ ແລະ ຈາກນັ້ນເຈົ້າກໍ່ເອີ້ນພວກເຂົາວ່າ “ລຸງ” ຫຼື “ປ້າ”, ຫວັງທີ່ຈະໄດ້ຮັບການຍົກຍ້ອງຈາກພວກເຂົາສຳລັບສິ່ງນີ້, ການທຳທ່າເຊັ່ນນີ້ເປັນປະໂຫຍດບໍ? ເຈົ້າຈະມີຄວາມເປັນມະນຸດ ແລະ ສິນທຳບໍ ຖ້າເຈົ້າທຳທ່າເຊັ່ນນີ້? ໃນທາງກົງກັນຂ້າມ, ເມື່ອຄົນອື່ນເຫັນເຈົ້າເຮັດເຊັ່ນນີ້, ພວກເຂົາຈະຍິ່ງຮູ້ສຶກລັງກຽດເຈົ້າຫຼາຍກວ່າ. ເມື່ອເລື່ອງຕ່າງໆເກີດຂຶ້ນເຊິ່ງກ່ຽວຂ້ອງກັບຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ເຈົ້າກໍ່ສາມາດຂາຍຜົນປະໂຫຍດໃນເຮືອນຂອງພຣະເຈົ້າອອກແທ້ໆ. ເຈົ້າພຽງແຕ່ໃຊ້ຊີວິດເພື່ອເຮັດໃຫ້ຕົນເອງພໍໃຈ ແລະ ໃນຂະນະທີ່ມີຄວາມເປັນມະນຸດປະເພດນີ້, ເຈົ້າຍັງເອີ້ນຜູ້ຄົນວ່າ “ປ້າ”, ນີ້ບໍ່ແມ່ນການທຳທ່າບໍ? (ແມ່ນແລ້ວ.) ເຈົ້າເກັ່ງໃນການທຳທ່າແທ້ໆ! ບອກເຮົາເບິ່ງວ່າ ຄົນເຊັ່ນນີ້ບໍ່ເປັນຕາລັງກຽດບໍ? (ແມ່ນແລ້ວ.) ຄົນເຊັ່ນນີ້ຂາຍຜົນປະໂຫຍດໃນເຮືອນຂອງພຣະເຈົ້າຢູ່ສະເໝີ, ພວກເຂົາບໍ່ໄດ້ປົກປ້ອງຜົນປະໂຫຍດເຫຼົ່ານັ້ນເລີຍ. ພວກເຂົາກັດມືທີ່ເກືອພວກເຂົາ ແລະ ພວກເຂົາບໍ່ສົມຄວນໃຊ້ຊີວິດໃນເຮືອນຂອງພຣະເຈົ້າ. ໃຫ້ກວດສອບຕົນເອງ ແລະ ເບິ່ງວ່າແມ່ນຫຍັງຄືຄວາມຄິດ, ມຸມມອງ, ທ່າທີ່, ວິທີການ ແລະ ວິທີການປະຕິບັດຕໍ່ຜູ້ຄົນທີ່ເຈົ້າຍັງມີ ເຊິ່ງເປັນສິ່ງທີ່ມະນຸດຊາດຮັບຮູ້ໂດຍທົ່ວໄປວ່າເປັນພຶດຕິກຳທີ່ດີ ເຊິ່ງໃນຄວາມເປັນຈິງແລ້ວເປັນສິ່ງທີ່ພຣະເຈົ້າກຽດຊັງຢ່າງແນ່ນອນ. ພວກເຈົ້າຄວນຟ້າວປະຖິ້ມສິ່ງທີ່ໄຮ້ຄ່າເຫຼົ່ານີ້ ແລະ ພວກເຈົ້າຕ້ອງບໍ່ຍຶດຕິດກັບພວກເຂົາເດັດຂາດ. ບາງຄົນເວົ້າວ່າ: “ມີຫຍັງຜິດກັບການເຮັດເຊັ່ນນັ້ນ?” ຖ້າເຈົ້າເຮັດເຊັ່ນນັ້ນ, ເຮົາຈະຂີ້ດຽດເຈົ້າ ແລະ ເຮົາຈະກຽດຊັງເຈົ້າ, ເຈົ້າຕ້ອງບໍ່ເຮັດເຊັ່ນນັ້ນເດັດຂາດ. ບາງຄົນເວົ້າວ່າ: “ມັນບໍ່ສຳຄັນວ່າພຣະອົງຂີ້ດຽດພວກເຮົາ ຫຼື ບໍ່, ພວກເຮົາບໍ່ໄດ້ໃຊ້ຊີວິດກັບພຣະອົງຢູ່ແລ້ວ.” ເຈ້ົາຍັງຕ້ອງບໍ່ເຮັດເຊັ່ນນັ້ນ, ເຖິງແມ່ນວ່າພວກເຮົາບໍ່ໄດ້ໃຊ້ຊີວິດຮ່ວມກັນ. ເຮົາຈະຮູ້ສຶກຂີ້ດຽດເຈົ້າ ເພາະເຈົ້າບໍ່ສາມາດຍອມຮັບ ຫຼື ປະຕິບັດຄວາມຈິງ, ເຊິ່ງໝາຍຄວາມວ່າເຈົ້າບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ສະນັ້ນ, ມັນຈະດີກວ່າ ຖ້າເຈົ້າປະຖິ້ມສິ່ງເຫຼົ່ານັ້ນໃຫ້ໄວເທົ່າທີ່ເປັນໄປໄດ້. ຢ່າທຳທ່າ ແລະ ຢ່າໃຊ້ຊີວິດຢູ່ຫຼັງໜ້າກາກປອມໆ. ເຮົາຄິດວ່າຄົນຕາເວັນຕົກປົກກະຕິຫຼາຍໃນເລື່ອງນີ້. ຕົວຢ່າງ: ໃນປະເທດອາເມຣິກາ, ເຈົ້າພຽງແຕ່ຈຳເປັນຕ້ອງເອີ້ນຄົນຕາມຊື່ຂອງພວກເຂົາ. ເຈົ້າບໍ່ຈຳເປັນຕ້ອງເອີ້ນບຸກຄົນນີ້ວ່າ “ພໍ່ເຖົ້າ” ແລະ ຄົນນັ້ນ “ແມ່ເຖົ້າ” ຢ່າງງຸ່ມງ່າມ ແລະ ເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບການທີ່ຜູ້ຄົນຕັດສິນເຈົ້າ, ເຈົ້າພຽງແຕ່ສາມາດເອີ້ນພວກເຂົາຕາມຊື່ຂອງພວກເຂົາ, ໃນລັກສະນະທີ່ມີກຽດສັກສີ ແລະ ເມື່ອຄົນໄດ້ຍິນເຈົ້າເຮັດເຊັ່ນນີ້, ພວກເຂົາຈະຮູ້ສຶກມີຄວາມສຸກຫຼາຍ, ທັງຜູ້ໃຫຍ່ ແລະ ເດັກແບບດຽວກັນ ແລະ ພວກເຂົາຈະຄິດວ່າເຈົ້າກຳລັງໃຫ້ກຽດ. ໃນທາງກົງກັນຂ້າມ, ຖ້າເຈົ້າຮູ້ຈັກຊື່ຂອງພວກເຂົາ ແລະ ເຈົ້າຍັງເອີ້ນພວກເຂົາວ່າ “ທ່ານ” ຫຼື “ປ້າ”, ພວກເຂົາຈະບໍ່ມີຄວາມສຸກ ແລະ ພວກເຂົາຈະສະແດງທ່າທີ່ທີ່ບໍ່ເປັນມິດຕໍ່ເຈົ້າ ແລະ ເຈົ້າຈະພົບວ່ານີ້ເປັນສິ່ງທີ່ແປກປະຫຼາດຫຼາຍ. ວັດທະນະທຳຂອງຕາເວັນຕົກແມ່ນແຕກຕ່າງຈາກວັດທະນະທຳດັ້ງເດີມຂອງຈີນ. ຄົນຈີນໄດ້ຮັບການປູກຝັງ ແລະ ອິດທິພົນຈາກວັດທະນະທຳດັ້ງເດີມ ແລະ ພວກເຂົາຕ້ອງການເຊີດໜ້າຊູຕາຢູ່ສະເໝີ, ຕ້ອງການເປັນຜູ້ອາວຸໂສໃນກຸ່ມ ແລະ ເຮັດໃຫ້ຄົນອື່ນເຄົາລົບພວກເຂົາ. ມັນບໍ່ພຽງພໍທີ່ພວກເຂົາຈະຖືກເອີ້ນວ່າ “ພໍ່ເຖົ້າ” ຫຼື “ແມ່ເຖົ້າ”, ພວກເຂົາຕ້ອງການໃຫ້ຄົນເພີ່ມຄຳວ່າ “ອາວຸໂສ” ໃສ່ໜ້າຄຳນັ້ນ ແລະ ເອີ້ນພວກເຂົາວ່າ “ພໍ່ເຖົ້າຜູ້ອາວຸໂສ”, “ແມ່ເຖົ້າຜູ້ອາວຸໂສ” ຫຼື “ລຸງຜູ້ອາວຸໂສ”. ຈາກນັ້ນຍັງມີ “ປ້າຜູ້ໃຫຍ່” ຫຼື “ລຸງຜູ້ໃຫຍ່”, ຖ້າພວກເຂົາບໍ່ຖືກເອີ້ນວ່າ “ອາວຸໂສ” ແລ້ວພວກເຂົາຕ້ອງການຖືກເອີ້ນວ່າ “ໃຫຍ່”. ຄົນເຊັ່ນນີ້ບໍ່ເປັນຕາຂີ້ດຽດບໍ? ນີ້ແມ່ນອຸປະນິໄສປະເພດໃດ? ມັນບໍ່ເປັນຕາສົມເພດບໍ? ມັນຊ່າງເປັນຕາຂີ້ດຽດຫຼາຍ! ຄົນປະເພດເຫຼົ່ານີ້ບໍ່ພຽງແຕ່ບໍ່ສາມາດຮັບເອົາຄວາມເຄົາລົບຈາກຄົນອື່ນ, ຄົນອື່ນກໍ່ກຽດຊັງ ແລະ ດູຖູກພວກເຂົາ ແລະ ຄົນເຫຼົ່ານັ້ນເຮັດໃຫ້ຕົນເອງຢູ່ຫ່າງຈາກພວກເຂົາ ແລະ ປະຕິເສດພວກເຂົາ. ສະນັ້ນຈຶ່ງມີເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງເປີດໂປງແງ່ມຸມເຫຼົ່ານີ້ຂອງວັດທະນະທຳດັ້ງເດີມ ແລະ ກຽດຊັງສິ່ງເຫຼົ່ານີ້. ມັນເປັນເພາະສິ່ງເຫຼົ່ານີ້ປະກອບມີກົນອຸບາຍຂອງຊາຕານ ແລະ ອຸປະນິໄສຂອງມັນ ແລະ ພວກມັນສາມາດສົ່ງຜົນກະທົບຕໍ່ວິທີການ ແລະ ທິດທາງຄວາມປະພຶດຂອງຄົນໆໜຶ່ງ. ແນ່ນອນ, ພວກມັນຍັງສາມາດສົ່ງຜົນກະທົບຕໍ່ທັດສະນະທີ່ຄົນໆໜຶ່ງເບິ່ງຜູ້ຄົນ ແລະ ສິ່ງຕ່າງໆ ແລະ ໃນເວລາດຽວກັນ ພວກມັນຍັງເຮັດໃຫ້ຜູ້ຄົນຕາບອດ ແລະ ສົ່ງຜົນກະທົບຕໍ່ຄວາມສາມາດຂອງພວກເຂົາໃນການເລືອກເສັ້ນທາງທີ່ຖືກຕ້ອງ. ສະນັ້ນ, ຄົນບໍ່ຄວນປະຖິ້ມສິ່ງເຫຼົ່ານີ້ບໍ? (ພວກເຂົາຄວນ.)
ຄົນຈີນໄດ້ຮັບອິດທິພົນຢ່າງເລິກຊຶ້ງຫຼາຍຈາກວັດທະນະທຳດັ້ງເດີມ. ແນ່ນອນ, ທຸກປະເທດໃນໂລກມີວັດທະນະທຳດັ້ງເດີມຂອງມັນເອງ ແລະ ວັດທະນະທຳດັ້ງເດີມເຫຼົ່ານີ້ພຽງແຕ່ມີຄວາມແຕກຕ່າງກັນໃນລັກສະນະທີ່ເລັກນ້ອຍ. ເຖິງແມ່ນວ່າຄຳເວົ້າບາງຢ່າງຂອງພວກມັນແຕກຕ່າງຈາກຂອງວັດທະນະທຳດັ້ງເດີມຂອງຈີນ, ພວກມັນກໍ່ມີທຳມະຊາດແບບດຽວກັນ. ຄຳເວົ້າເຫຼົ່ານີ້ລ້ວນແລ້ວແຕ່ມີຢູ່ ເພາະຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ຂາດຄວາມເປັນມະນຸດທີ່ປົກກະຕິ, ສະນັ້ນພວກເຂົາຈຶ່ງໃຊ້ພຶດຕິກຳບາງຢ່າງທີ່ຫຼອກລວງຫຼາຍ, ເຊິ່ງປາກົດໃນຜິວເຜີນວ່າດີ, ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງມະນຸດ, ເຮັດໃຫ້ຄົນດຳເນີນການໄດ້ງ່າຍ, ຫຸ້ມຫໍ່ຕົນເອງ, ເພື່ອວ່າພວກເຂົາຈະປາກົດວ່າເປັນສຸພາບບຸລຸດ, ສູງສົ່ງ ແລະ ເປັນຕາເຄົາລົບຫຼາຍ ແລະ ເພື່ອວ່າພວກເຂົາຈະເບິ່ງຄືມີກຽດສັກສີ ແລະ ຄວາມຊື່ສັດ. ແຕ່ມັນເປັນແງ່ມຸມເຫຼົ່ານີ້ໃນວັດທະນະທຳດັ້ງເດີມແທ້ໆທີ່ປິດຫູປິດຕາຜູ້ຄົນ ແລະ ຫຼອກລວງພວກເຂົາ ແລະ ມັນເປັນສິ່ງເຫຼົ່ານີ້ແທ້ໆທີ່ຂັດຂວາງຜູ້ຄົນຈາກການດຳລົງຊີວິດຕາມລັກສະນະຂອງມະນຸດຢ່າງແທ້ຈິງ. ທີ່ໂຫດຮ້າຍເປັນກວ່ານັ້ນ, ຊາຕານໃຊ້ສິ່ງເຫຼົ່ານີ້ເພື່ອເຮັດໃຫ້ຄວາມເປັນມະນຸດຂອງຜູ້ຄົນເສື່ອມຊາມ ແລະ ນໍາພາພວກເຂົາໃຫ້ອອກຫ່າງຈາກເສັ້ນທາງທີ່ຖືກຕ້ອງ. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? (ແມ່ນແລ້ວ.) ພຣະເຈົ້າບອກຜູ້ຄົນບໍ່ໃຫ້ລັກ, ບໍ່ໃຫ້ເຮັດຜິດປະເວນີ ແລະ ອື່ນໆອີກ, ໃນຂະນະທີ່ຊາຕານບອກຜູ້ຄົນວ່າພວກເຂົາຕ້ອງມີການສຶກສາດີ ແລະ ມີເຫດຜົນ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ນອບນ້ອມ ແລະ ອື່ນໆອີກ, ສິ່ງເຫຼົ່ານີ້ບໍ່ໄດ້ກົງກັນຂ້າມກັບການຮຽກຮ້ອງທີ່ພຣະເຈົ້າໄດ້ກຳນົດໄວ້ຢ່າງແທ້ຈິງບໍ? ພວກມັນບໍ່ແມ່ນການຕັ້ງໃຈຂັດແຍ່ງກັບການຮຽກຮ້ອງຂອງພຣະເຈົ້າບໍ? ຊາຕານສັ່ງສອນຜູ້ຄົນກ່ຽວກັບວິທີການໃຊ້ວິທີການພາຍນອກ, ພຶດຕິກຳ ແລະ ສິ່ງທີ່ພວກເຂົາດຳລົງຊີວິດຕາມເພື່ອຫຼອກລວງຄົນອື່ນ. ພຣະເຈົ້າສັ່ງສອນຫຍັງແກ່ຜູ້ຄົນ? ສັ່ງສອນວ່າພວກເຂົາບໍ່ຄວນໃຊ້ພຶດຕິກຳພາຍນອກເພື່ອຮັບເອົາຄວາມໄວ້ໃຈຂອງຄົນອື່ນຢ່າງປອມໆ ແລະ ພວກເຂົາຄວນປະພຶດຕົນເອງອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງແທນ. ດ້ວຍວິທີນັ້ນ, ພວກເຂົາຈຶ່ງຈະສົມຄວນໄດ້ຮັບຄວາມໄວ້ໃຈ ແລະ ຄວາມໝັ່້ນໃຈຂອງຄົນອື່ນ, ມີພຽງແຕ່ຄົນເຊັ່ນນີ້ຈຶ່ງມີຄວາມເປັນມະນຸດ. ບໍ່ມີຄວາມແຕກຕ່າງກັນຢູ່ບ່ອນນີ້ບໍ? ມີຄວາມແຕກຕ່າງກັນຫຼາຍ. ພຣະເຈົ້າບອກວິທີການປະພຶດຕົນເອງໃຫ້ເຈົ້າ, ໃນຂະນະທີ່ຊາຕານບອກວິທີການທຳທ່າ ແລະ ວິທີການຫຼອກລວງຄົນອື່ນໃຫ້ເຈົ້າ, ນັ້ນບໍ່ແມ່ນຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງບໍ? ສະນັ້ນ, ເຈົ້າເຂົ້າໃຈໃນຕອນນີ້ບໍວ່າຜູ້ຄົນຄວນເລືອກຫຍັງໃນທີ່ສຸດແລ້ວ? ສິ່ງໃດໃນບັນດາສິ່ງເຫຼົ່ານີ້ທີ່ເປັນເສັ້ນທາງທີ່ຖືກຕ້ອງ? (ພຣະທຳຂອງພຣະເຈົ້າ.) ນັ້ນຄືສິ່ງທີ່ຖືກຕ້ອງ, ພຣະທຳຂອງພຣະເຈົ້າເປັນເສັ້ນທາງທີ່ຖືກຕ້ອງໃນຊີວິດ. ບໍ່ວ່າພຣະທຳຂອງພຣະເຈົ້າຈະກຳນົດຂໍ້ຮຽກຮ້ອງປະເພດໃດກໍ່ຕາມກ່ຽວກັບພຶດຕິກຳຂອງມະນຸດ, ເຖິງແມ່ນວ່າມັນຈະເປັນກົດລະບຽບ, ບັນຍັດ ຫຼື ກົດໝາຍທີ່ພຣະເຈົ້າໄດ້ເວົ້າຕໍ່ມະນຸດ, ພວກມັນກໍ່ຖືກຕ້ອງທັງໝົດໂດຍບໍ່ຕ້ອງສົງໄສ ແລະ ຜູ້ຄົນຕ້ອງປະຕິບັດຕາມພວກມັນ. ນີ້ເປັນເພາະພຣະທຳຂອງພຣະເຈົ້າຈະເປັນເສັ້ນທາງທີ່ຖືກຕ້ອງ ແລະ ສິ່ງທີ່ດີຢູ່ສະເໝີ, ໃນຂະນະທີ່ຄຳເວົ້າຂອງຊາຕານຫຼອກລວງ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ, ພວກມັນປະກອບມີແຜນອຸບາຍຂອງຊາຕານ ແລະ ພວກມັນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ, ບໍ່ວ່າພວກມັນຈະສອດຄ່ອງກັບລົດນິຍົມ ຫຼື ແນວຄິດ ແລະ ຈິນຕະນາການຂອງຜູ້ຄົນຫຼາຍສໍ່າໃດກໍ່ຕາມ. ເຈົ້າເຂົ້າໃຈສິ່ງນີ້ບໍ? (ເຂົ້າໃຈ.) ພວກເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນເນື້ອຫາຂອງການໂອ້ລົມກັນໃນມື້ນີ້? ມັນກ່ຽວຂ້ອງກັບຄວາມຈິງບໍ? (ແມ່ນແລ້ວ.) ພວກເຈົ້າເຂົ້າໃຈແງ່ມຸມນີ້ຂອງຄວາມຈິງກ່ອນໜ້ານີ້ບໍ? (ບໍ່ຊັດເຈນ.) ພວກເຈົ້າເຂົ້າໃຈມັນຢ່າງຊັດເຈນບໍໃນຕອນນີ້? (ຫຼາຍກວ່າເມື່ອກ່ອນຫຼາຍ.) ສະຫຼຸບແລ້ວ ການເຂົ້າໃຈຄວາມຈິງເຫຼົ່ານີ້ຈະເປັນປະໂຫຍດຕໍ່ຜູ້ຄົນໃນພາຍຫຼັງ. ມັນຈະເປັນປະໂຫຍດສຳລັບການສະແຫວງຫາຄວາມຈິງໃນອະນາຄົດຂອງພວກເຂົາ, ການດຳລົງຊີວິດຕາມຄວາມເປັນມະນຸດຂອງພວກເຂົາ ແລະ ເປົ້າໝາຍ ແລະ ທິດທາງຂອງສິ່ງທີ່ພວກເຂົາສະແຫວງຫາໃນຊີວິດ.
ວັນທີ 26 ກຸມພາ 2022