ການເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແມ່ນເຫຼັ້ມທີສີ່ໃນໜັງສື ພຣະທຳປາກົດໃນເນື້ອໜັງ. ໜັງສືເຫຼັ້ມນີ້ແມ່ນຊຸດຄຳເທດສະໜາ ແລະ ການໂອ້ລົມແບບພິເສດທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍ ໄດ້ມອບໃຫ້ທ່າມກາງຄຣິສຕະຈັກຕ່າງໆ. ພຣະເຈົ້າໄດ້ເປີດໂປງທຸກການສະແດງອອກຂອງອຸປະນິໄສຂອງພວກຕໍ່ຕ້ານພຣະຄຣິສຢ່າງລະອຽດຈົນໝົດສິ້ນ, ເຮັດໃຫ້ພວກມັນແຈ່ມແຈ້ງຢ່າງສົມບູນແກ່ຜູ້ຄົນ ແລະ ຊ່ວຍໃຫ້ພວກເຂົາແຍກແຍະທຳມະຊາດ-ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສໄດ້ຢ່າງຫຼວງຫຼາຍ. ອຸປະນິໄສຂອງພວກຕໍ່ຕ້ານພຣະຄຣິສແມ່ນອຸປະນິໄສແບບຊາຕານ, ທີ່ມະນຸດຊາດທີ່ເສື່ອມຊາມຕ່າງກໍມີ. ເພື່ອຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ, ຄົນເຮົາຕ້ອງຍອມຮັບການພິພາກສາແຫ່ງພຣະທຳຂອງພຣະເຈົ້າກ່ອນທີ່ພວກເຂົາຈະສາມາດຖືກຊຳລະລ້າງໃຫ້ບໍລິສຸດ. ຄວາມຈິງທີ່ເປີດໂປງພວກຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຮັດໜ້າທີ່ເປັນຄຳເຕືອນ , ການເຕືອນສະຕິ, ການເປີດໂປງ ແລະ ການພິພາກສາ, ເຊິ່ງເປັນປະໂຫຍດຢ່າງຍິ່ງຕໍ່ການເຂົ້າໃຈຄວາມຈິງ, ການຮູ້ຈັກຕົນເອງ ແລະ ການໄດ້ຮັບການຊຳລະລ້າງໃຫ້ບໍລິສຸດ. ມີພຽງແຕ່ໂດຍການແຍກແຍະພວກຕໍ່ຕ້ານພຣະຄຣິສເທົ່ານັ້ນ ຄົນເຮົາຈຶ່ງຈະສາມາດຫຼີກລ່ຽງການຖືກເຮັດໃຫ້ຫຼົງທາງໂດຍຄົນອື່ນ, ຢຸດການບູຊາ ແລະ ການຕິດຕາມຄົນອື່ນ ແລະ ແທນທີ່ຈະເປັນແນວນັ້ນ, ກໍບັນລຸຜົນຂອງການຕິດຕາມ, ການອ່ອນນ້ອມຕໍ່ ແລະ ການນະມັດສະການພຣະເຈົ້າ.
ພຣະຄຳຂອງພຣະຄຣິດແຫ່ງຍຸກສຸດທ້າຍ